ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງແນວຄິດທາງສາສະໜາ | ຄັດຕອນ 284
14 ເດືອນກໍລະກົດ 2025
ພາລະກິດຂອງພຣະເຈົ້າສືບຕໍ່ກ້າວໄປຂ້າງໜ້າຢູ່ສະເໝີ ແລະ ເຖິງແມ່ນວ່າຈຸດປະສົງຂອງພາລະກິດຂອງພຣະເຈົ້າບໍ່ໄດ້ປ່ຽນແປງ, ວິທີການທີ່ພຣະອົງໃຊ້ເພື່ອດຳເນີນພາລະກິດແມ່ນປ່ຽນແປງຕະຫຼອດເວລາ ເຊິ່ງໝາຍຄວາມວ່າຜູ້ຄົນທີ່ຕິດຕາມພຣະເຈົ້າກໍປ່ຽນແປງເຊັ່ນດຽວກັນ. ຍິ່ງພຣະເຈົ້າປະຕິບັດພາລະກິດຫຼາຍຂຶ້ນ ຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າກໍຍິ່ງທົ່ວເຖິງຫຼາຍຂຶ້ນ. ການປ່ຽນແປງທີ່ສອດຄ່ອງກັນກໍເກີດຂຶ້ນໃນອຸປະນິໄສຂອງມະນຸດເຊັ່ນກັນ ດ້ວຍການປຸກຈາກພາລະກິດຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ ມັນແມ່ນຍ້ອນພາລະກິດຂອງພຣະເຈົ້າທີ່ປ່ຽນແປງຢູ່ເປັນປະຈຳ, ຜູ້ຄົນທີ່ບໍ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ ແລະ ຄົນໂງ່ຈ້າເຫຼົ່ານັ້ນທີ່ບໍ່ຮູ້ຈັກຄວາມຈິງຈຶ່ງກາຍມາເປັນຄົນທີ່ຕໍ່ຕ້ານພຣະເຈົ້າ. ພາລະກິດຂອງພຣະເຈົ້າບໍ່ເຄີຍສອດຄ່ອງກັບແນວຄວາມຄິດຂອງມະນຸດ ເພາະພາລະກິດຂອງພຣະອົງໃໝ່ສະເໝີ ແລະ ບໍ່ເຄີຍເກົ່າເລີຍ ແລະ ພຣະອົງບໍ່ເຄີຍເຮັດຊໍ້າພາລະກິດແບບເກົ່າ, ແຕ່ກົງກັນຂ້າມ ພຣະອົງດໍາເນີນພາລະກິດແບບໃໝ່ທີ່ບໍ່ເຄີຍເຮັດມາກ່ອນຢ່າງກ້າວໜ້າ. ໃນເມື່ອພຣະເຈົ້າບໍ່ເຮັດຊໍ້າພາລະກິດຂອງພຣະອົງ ແລະ ມະນຸດຕັດສິນພາລະກິດໃນປັດຈຸບັນຂອງພຣະເຈົ້າດ້ວຍພາລະກິດທີ່ພຣະອົງປະຕິບັດໃນອະດີດໂດຍບໍ່ປ່ຽນແປງ, ມັນຈຶ່ງຍາກຫຼາຍທີ່ພຣະເຈົ້າຈະດຳເນີນແຕ່ລະຂັ້ນຕອນຂອງພາລະກິດແຫ່ງຍຸກໃໝ່. ມະນຸດຊ່າງມີຄວາມຫຍຸ້ງຍາກຫຼາຍເກີນໄປ! ເຂົາມີການຄິດທີ່ມີຂອບເຂດຫຼາຍເກີນໄປ! ບໍ່ມີໃຜຮູ້ຈັກພາລະກິດຂອງພຣະເຈົ້າ ແຕ່ທຸກຄົນຈຳກັດພາລະກິດດັ່ງກ່າວ. ເມື່ອເຂົາອອກຈາກພຣະເຈົ້າ ມະນຸດກໍສູນເສຍຊີວິດ, ຄວາມຈິງ ແລະ ພອນຂອງພຣະເຈົ້າ, ແຕ່ມະນຸດກໍບໍ່ຍອມຮັບຊີວິດ ຫຼື ຄວາມຈິງເລີຍ, ແຮງໄກທີ່ຈະໄດ້ຮັບພອນອັນຍິ່ງໃຫຍ່ກວ່າທີ່ພຣະເຈົ້າໄດ້ປະທານໃຫ້ແກ່ມະນຸດຊາດ. ມະນຸດທຸກຄົນຫວັງຈະໄດ້ຮັບພຣະເຈົ້າ ແຕ່ບໍ່ສາມາດອົດທົນຕໍ່ການປ່ຽນແປງຕ່າງໆໃນພາລະກິດຂອງພຣະເຈົ້າ. ຜູ້ຄົນທີ່ບໍ່ຍອມຮັບພາລະກິດໃໝ່ຂອງພຣະເຈົ້າ ເຊື່ອວ່າ ພາລະກິດຂອງພຣະເຈົ້າບໍ່ມີການປ່ຽນແປງ, ພາລະກິດຂອງພຣະເຈົ້າຍັງຄົງຢຸດຢູ່ບ່ອນເກົ່າຕະຫຼອດໄປ. ໃນຄວາມເຊື່ອຂອງພວກເຂົາ ທຸກສິ່ງທີ່ຈຳເປັນເພື່ອຮັບເອົາຄວາມລອດພົ້ນຕະຫຼອດໄປເປັນນິດຈາກພຣະເຈົ້າແມ່ນເພື່ອປະຕິບັດຕາມກົດເກນ ແລະ ຕາບໃດທີ່ພວກເຂົາກັບໃຈ ແລະ ສາລະພາບຄວາມຜິດບາບຂອງພວກເຂົາ ຄວາມປະສົງຂອງພຣະເຈົ້າກໍຈະເປັນທີ່ພໍໃຈຢູ່ສະເໝີ. ພວກເຂົາມີຄວາມຄິດເຫັນວ່າ ພຣະເຈົ້າສາມາດເປັນພຽງພຣະເຈົ້າທີ່ຢູ່ພາຍໃຕ້ກົດບັນຍັດ ແລະ ພຣະເຈົ້າທີ່ຖືກຄຶງເທິງໄມ້ກາງແຂນເພື່ອມະນຸດ; ມັນແມ່ນຄວາມຄິດເຫັນຂອງພວກເຂົາເຊັ່ນທີ່ຄິດວ່າ ພຣະເຈົ້າບໍ່ຄວນ ແລະ ບໍ່ສາມາດເໜືອກວ່າພຣະຄຳພີໄດ້. ມັນເປັນຍ້ອນຄວາມຄິດເຫັນເຫຼົ່ານີ້ທີ່ເປັນໂສ້ມັດພວກເຂົາຢ່າງແໜ້ນຕິດຢູ່ກັບກົດບັນຍັດແຫ່ງຍຸກເດີມ ແລະ ຄຶງພວກເຂົາໃສ່ກົດລະບຽບທີ່ຕາຍ. ເຖິງກັບມີຄົນທີ່ເຊື່ອອີກວ່າ ພາລະກິດໃໝ່ຂອງພຣະເຈົ້າອາດເປັນແນວໃດກໍຕາມ ມັນຕ້ອງຖືກສະໜັບສະໜູນໂດຍຄຳທຳນາຍ ແລະ ໃນແຕ່ລະຂັ້ນຕອນຂອງພາລະກິດດັ່ງກ່າວ ທຸກຄົນທີ່ຕິດຕາມພຣະອົງດ້ວຍຫົວໃຈທີ່ “ແທ້ຈິງ” ຕ້ອງໄດ້ຮັບການເປີດເຜີຍ; ຖ້າບໍ່ດັ່ງນັ້ນ ພາລະກິດດັ່ງກ່າວກໍບໍ່ສາມາດເປັນຂອງພຣະເຈົ້າໄດ້. ມັນບໍ່ແມ່ນເລື່ອງງ່າຍທີ່ຈະໃຫ້ມະນຸດມາຮູ້ຈັກກັບພຣະເຈົ້າ. ນອກຈາກຫົວໃຈທີ່ໂງ່ຈ້າຂອງມະນຸດ ແລະ ທຳມະຊາດແຫ່ງການກະບົດທີ່ໃຫ້ຄວາມສຳຄັນກັບຕົນເອງ ແລະ ຄວາມທະນົງຕົນ, ມັນຍິ່ງຍາກຫຼາຍຂຶ້ນສຳລັບເຂົາທີ່ຈະຍອມຮັບເອົາພາລະກິດໃໝ່ຂອງພຣະເຈົ້າ. ມະນຸດບໍ່ກວດສອບພາລະກິດໃໝ່ຂອງພຣະເຈົ້າຢ່າງລະມັດລະວັງ ຫຼື ບໍ່ຍອມຮັບມັນດ້ວຍຄວາມອ່ອນນ້ອມຖ່ອມຕົນ; ກົງກັນຂ້າມ ເຂົານໍາໃຊ້ທ່າທີທີ່ດູຖູກ ໃນຂະນະທີ່ເຂົາລໍຖ້າການເປີດເຜີຍ ແລະ ການຊີ້ນໍາຂອງພຣະເຈົ້າ. ນີ້ບໍ່ແມ່ນການປະພຶດຂອງຄົນທີ່ກະບົດ ແລະ ຕໍ່ຕ້ານພຣະເຈົ້າບໍ? ມະນຸດປະເພດນີ້ຈະສາມາດຮັບການເຫັນພ້ອມຈາກພຣະເຈົ້າໄດ້ແນວໃດ?
ພຣະເຢຊູໄດ້ກ່າວວ່າ ພາລະກິດຂອງພຣະເຢໂຮວາໄດ້ຫຼ້າຊ້າໃນຍຸກແຫ່ງພຣະຄຸນ ດັ່ງທີ່ເຮົາເວົ້າໃນມື້ນີ້ວ່າ ພາລະກິດຂອງພຣະເຢຊູຫຼ້າຊ້າເຊັ່ນກັນ. ຖ້າມີພຽງຍຸກແຫ່ງພຣະບັນຍັດ ແລະ ບໍ່ມີຍຸກແຫ່ງພຣະຄຸນ, ແລ້ວພຣະເຢຊູກໍບໍ່ສາມາດຖືກຄຶງທີ່ໄມ້ກາງແຂນ ແລະ ບໍ່ສາມາດໄຖ່ມະນຸດຊາດທຸກຄົນໄດ້. ຖ້າມີພຽງຍຸກແຫ່ງພຣະບັນຍັດ ມະນຸດຈະສາມາດມາຮອດທຸກມື້ນີ້ບໍ? ປະຫວັດສາດກ້າວໄປຂ້າງໜ້າ ແລະ ປະຫວັດສາດບໍ່ແມ່ນກົດເກນທຳມະຊາດແຫ່ງພາລະກິດຂອງພຣະເຈົ້າບໍ? ນີ້ບໍ່ແມ່ນສະແດງເຖິງການຄຸ້ມຄອງມະນຸດພາຍໃນຈັກກະວານທັງໝົດຂອງພຣະອົງບໍ? ປະຫວັດສາດກໍ່ຄືບໜ້າໄປເລື້ອຍໆ ແລະ ດ້ວຍເຫດນັ້ນ ພາລະກິດຂອງພຣະເຈົ້າກໍເຊັ່ນກັນ. ຄວາມປະສົງຂອງພຣະເຈົ້າປ່ຽນແປງຕະຫຼອດເວລາ. ພຣະອົງບໍ່ສາມາດຢູ່ໃນຂັ້ນຕອນດຽວຂອງພາລະກິດເປັນເວລາຫົກພັນປີໄດ້, ຍ້ອນທຸກຄົນຮູ້ຈັກວ່າ ພຣະອົງໃໝ່ສະເໝີ ແລະ ບໍ່ເຄີຍເກົ່າເລີຍ ແລະ ພຣະອົງບໍ່ສາມາດສືບຕໍ່ດຳເນີນພາລະກິດ ເຊັ່ນ: ຖືກຄຶງທີ່ໄມ້ກາງແຂນ, ຖືກຕອກດ້ວຍຕະປູໃສ່ໄມ້ກາງແຂນໜຶ່ງຄັ້ງ, ສອງຄັ້ງ ແລະ ສາມຄັ້ງ... ມັນເປັນຕາຫົວຫຼາຍທີ່ຄິດແບບນັ້ນ. ພຣະເຈົ້າບໍ່ສືບຕໍ່ເຮັດພາລະກິດເດີມ; ພາລະກິດຂອງພຣະອົງປ່ຽນແປງເລື້ອຍໆ ແລະ ໃໝ່ຕະຫຼອດເວລາ. ຫຼາຍສໍ່າກັບທີ່ເຮົາກ່າວພຣະທຳໃໝ່ກັບພວກເຈົ້າ ແລະ ປະຕິບັດພາລະກິດໃໝ່ໃນແຕ່ລະມື້. ນີ້ຄືພາລະກິດທີ່ເຮົາປະຕິບັດ ແລະ ສິ່ງທີ່ເປັນກະແຈແມ່ນຄຳວ່າ “ໃໝ່” ແລະ “ອັດສະຈັນ”. “ພຣະເຈົ້າບໍ່ເຄີຍປ່ຽນແປງ ແລະ ພຣະເຈົ້າຈະເປັນພຣະເຈົ້າຢູ່ສະເໝີ”: ຖ້ອຍຄຳນີ້ເປັນຄວາມຈິງສະເໝີ; ທາດແທ້ຂອງພຣະເຈົ້າບໍ່ເຄີຍປ່ຽນແປງ, ພຣະເຈົ້າກໍເປັນພຣະເຈົ້າຢູ່ສະເໝີ ແລະ ພຣະອົງບໍ່ສາມາດກາຍມາເປັນຊາຕານໄດ້ຈັກເທື່ອ, ແຕ່ສິ່ງນີ້ບໍ່ໄດ້ພິສູດວ່າ ພາລະກິດຂອງພຣະອົງນັ້ນໝັ້ນຄົງ ແລະ ບໍ່ປຽນແປງຄືກັບທາດແທ້ຂອງພຣະອົງ. ເຈົ້າປະກາດວ່າ ພຣະເຈົ້າບໍ່ສາມາດປ່ຽນແປງ, ແຕ່ແລ້ວເຈົ້າຈະສາມາດອະທິບາຍໄດ້ແນວໃດວ່າ ພຣະເຈົ້າໃໝ່ສະເໝີ ແລະ ບໍ່ເຄີຍເກົ່າເລີຍ? ພາລະກິດຂອງພຣະເຈົ້າຂະຫຍາຍຢ່າງຕໍ່ເນື່ອງ ແລະ ປ່ຽນແປງຢູ່ເປັນປະຈຳ ແລະ ຄວາມປະສົງຂອງພຣະອົງກໍຖືກເປີດເຜີຍ ແລະ ເຮັດໃຫ້ມະນຸດຮູ້ຈັກຢ່າງຕໍ່ເນື່ອງ. ເມື່ອມະນຸດມີປະສົບການກັບພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງເຂົາກໍປ່ຽນແປງໂດຍບໍ່ຢຸດຢັ້ງ ເຊັ່ນດຽວກັບຄວາມຮູ້ຂອງເຂົາ. ດ້ວຍເຫດນັ້ນ ການປ່ຽນແປງນີ້ເກີດຂຶ້ນຈາກບ່ອນໃດ? ມັນບໍ່ແມ່ນຈາກພາລະກິດທີ່ມີການປ່ຽນແປງຕະຫຼອດຂອງພຣະເຈົ້າບໍ? ຖ້າອຸປະນິໄສຂອງມະນຸດສາມາດປ່ຽນແປງໄດ້, ເປັນຫຍັງມະນຸດບໍ່ສາມາດຍອມໃຫ້ພາລະກິດຂອງເຮົາ ແລະ ພຣະທຳຂອງເຮົາປ່ຽນແປງຢ່າງຕໍ່ເນື່ອງໄດ້ເຊັ່ນກັນ? ເຮົາຕ້ອງເຮັດຕາມຂໍ້ຈຳກັດຂອງມະນຸດບໍ? ໃນສິ່ງນີ້ ເຈົ້າບໍ່ໄດ້ກຳລັງບັງຄັບໃຊ້ການໂຕ້ແຍ້ງ ແລະ ເຫດຜົນທີ່ອອກນອກຮູ້ນອກທາງບໍ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມະນຸດທີ່ຈໍາກັດພຣະເຈົ້າໃນແນວຄິດຂອງເຂົາຈະສາມາດຮັບການເປີດເຜີຍຂອງພຣະອົງໄດ້ແນວໃດ?
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ