ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 324
17 ເດືອນກໍລະກົດ 2025
ຕອນນີ້ ພວກເຈົ້າທຸກຄົນຄວນເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງການເຊື່ອໃນພຣະເຈົ້າ. ຄວາມໝາຍຂອງຄວາມເຊື່ອໃນພຣະເຈົ້າທີ່ເຮົາໄດ້ກ່າວເຖິງກ່ອນໜ້ານີ້ແມ່ນກ່ຽວຂ້ອງກັບທາງເຂົ້າດ້ານບວກຂອງພວກເຈົ້າ. ມື້ນີ້ແມ່ນແຕກຕ່າງ: ມື້ນີ້ ເຮົາຈະແຍກແຍະເຖິງແກ່ນແທ້ແຫ່ງຄວາມເຊື່ອໃນພຣະເຈົ້າຂອງພວກເຈົ້າ. ແນ່ນອນວ່າ ນີ້ແມ່ນການຊີ້ນຳພວກເຈົ້າຈາກດ້ານລົບ; ຖ້າເຮົາບໍ່ເຮັດດັ່ງນີ້, ພວກເຈົ້າກໍ່ຈະບໍ່ຮູ້ຈັກໃບໜ້າທີ່ແທ້ຈິງຂອງພວກເຈົ້າ ແລະ ຈະອວດອ້າງຄວາມສັດທາ ແລະ ຄວາມຊື່ສັດຂອງພວກເຈົ້າຕະຫຼອດໄປ. ມັນຖືກຕ້ອງທີ່ຈະເວົ້າວ່າ ຖ້າເຮົາບໍ່ເປີດໂປງຄວາມຂີ້ຮ້າຍ ໃນສ່ວນເລິກຂອງຫົວໃຈຂອງພວກເຈົ້າ, ແລ້ວພວກເຈົ້າແຕ່ລະຄົນກໍ່ຈະວາງມົງກຸດໄວ້ເທິງຫົວຂອງພວກເຈົ້າ ແລະ ໃຫ້ຄວາມສະຫງ່າລາສີທັງໝົດແກ່ພວກເຈົ້າເອງ. ທຳມະຊາດຄວາມອວດດີ ແລະ ຄວາມຈອງຫອງຂອງພວກເຈົ້າເຮັດໃຫ້ພວກເຈົ້າທໍລະຍົດຄວາມສຳນຶກຂອງພວກເຈົ້າເອງ, ກະບົດ ແລະ ຕໍ່ຕ້ານພຣະຄຣິດ ແລະ ເປີດເຜີຍຄວາມຂີ້ຮ້າຍຂອງພວກເຈົ້າ, ດັ່ງນັ້ນຈຶ່ງເປີດເຜີຍໃຫ້ເຫັນເຈດຕະນາ, ຄວາມຄິດ, ຄວາມປາຖະໜາເກີນຄວນ ແລະ ຕາທີ່ເຕັມໄປດ້ວຍຄວາມໂລບມາກໂລພາຂອງພວກເຈົ້າສູ່ສາທາລະນະ. ແລ້ວເຖິງຢ່າງໃດກໍຕາມ ພວກເຈົ້າຍັງສືບຕໍ່ເວົ້າແບບໂງ່ໆກ່ຽວກັບຄວາມຫຼົງໄຫຼຕະຫຼອດຊີວິດຂອງພວກເຈົ້າສຳລັບພາລະກິດຂອງພຣະຄຣິດ ແລະ ເວົ້າແລ້ວເວົ້າອີກເຖິງຄວາມຈິງທີ່ພຣະຄຣິດໄດ້ກ່າວແຕ່ດົນນານມາແລ້ວ. ນີ້ແມ່ນ “ຄວາມເຊື່ອ” ຂອງພວກເຈົ້າ, “ຄວາມເຊື່ອທີ່ບໍ່ບໍລິສຸດ” ຂອງພວກເຈົ້າ. ຕະຫຼອດຜ່ານມາ ເຮົາໄດ້ຍຶດຕິດມະນຸດກັບມາດຕະຖານທີ່ເຂັ້ມງວດຫຼາຍ. ຖ້າຄວາມຈົງຮັກພັກດີຂອງເຈົ້າມາພ້ອມກັບເຈດຕະນາ ແລະ ເງື່ອນໄຂ, ແລ້ວເຮົາກໍຈະບໍ່ຂໍມີສິ່ງທີ່ເອີ້ນວ່າຄວາມຈົງຮັກພັກດີ, ເພາະວ່າເຮົາກຽດຊັງຄົນທີ່ຫຼອກລວງເຮົາຜ່ານເຈດຕະນາຂອງພວກເຂົາ ແລະ ຂູດຮີດເຮົາດ້ວຍເງື່ອນໄຂຕ່າງໆ. ເຮົາພຽງປາຖະໜາໃຫ້ມະນຸດຈົງຮັກພັກດີຕໍ່ເຮົາຢ່າງທີ່ສຸດ ແລະ ເຮັດທຸກສິ່ງເພື່ອເຫັນແກ່ ແລະ ເພື່ອພິສູດໜຶ່ງຄຳຄື: ຄວາມເຊື່ອ. ເຮົາກຽດຊັງການໃຊ້ຄຳເວົ້າທີ່ອ່ອນຫວານຂອງພວກເຈົ້າເພື່ອເຮັດໃຫ້ເຮົາຍິນດີ, ເພາະວ່າເຮົາປະຕິບັດຕໍ່ພວກເຈົ້າດ້ວຍຄວາມຈິງໃຈຢູ່ສະເໝີ ແລະ ສະນັ້ນ ເຮົາປາຖະໜາຢາກໃຫ້ພວກເຈົ້າປະຕິບັດຕໍ່ເຮົາດ້ວຍຄວາມເຊື່ອທີ່ແທ້ຈິງເຊັ່ນກັນ. ເມື່ອເວົ້າເຖິງຄວາມເຊື່ອ, ຫຼາຍຄົນອາດຄິດວ່າພວກເຂົາຕິດຕາມພຣະເຈົ້າຍ້ອນວ່າພວກເຂົາມີຄວາມເຊື່ອ ແລະ ບໍ່ດັ່ງນັ້ນກໍຈະບໍ່ທົນຕໍ່ຄວາມທຸກທໍລະມານດັ່ງກ່າວ. ແລ້ວເຮົາຂໍຖາມເຈົ້າດັ່ງນີ້: ຖ້າເຈົ້າເຊື່ອໃນການເປັນຢູ່ຂອງພຣະເຈົ້າ, ເປັນຫຍັງເຈົ້າຈຶ່ງບໍ່ຢໍາເກງພຣະອົງ? ຖ້າເຈົ້າເຊື່ອໃນການເປັນຢູ່ຂອງພຣະເຈົ້າ, ເປັນຫຍັງຈຶ່ງບໍ່ມີຄວາມຢ້ານພຣະອົງແມ່ນແຕ່ໜ້ອຍດຽວໃນຫົວໃຈຂອງເຈົ້າ? ເຈົ້າຍອມຮັບວ່າພຣະຄຣິດແມ່ນການບັງເກີດເປັນມະນຸດຂອງພຣະເຈົ້າ ແລ້ວເປັນຫຍັງເຈົ້າຈຶ່ງດູຖູກພຣະອົງ? ເປັນຫຍັງເຈົ້າຈຶ່ງປະຕິບັດຕໍ່ພຣະອົງຢ່າງບໍ່ເຄົາລົບ? ເປັນຫຍັງເຈົ້າຈຶ່ງຕັດສິນພຣະອົງຢ່າງເປີດເຜີຍ? ເປັນຫຍັງເຈົ້າຈຶ່ງເບິ່ງການເຄື່ອນໄຫວຂອງພຣະອົງຢູ່ສະເໝີ? ເປັນຫຍັງເຈົ້າຈຶ່ງບໍ່ຍອມຮັບເອົາການຈັດແຈງຂອງພຣະອົງ? ເປັນຫຍັງເຈົ້າຈຶ່ງບໍ່ປະຕິບັດຕາມພຣະທໍາຂອງພຣະອົງ? ເປັນຫຍັງເຈົ້າຈຶ່ງຂູດຮີດ ແລະ ປຸ້ນພຣະອົງຈາກເຄື່ອງບູຊາຂອງພຣະອົງ? ເປັນຫຍັງເຈົ້າຈຶ່ງເວົ້າຈາກສະຖານະຂອງພຣະຄຣິດ? ເປັນຫຍັງເຈົ້າຈຶ່ງຕັດສິນວ່າພາລະກິດຂອງພຣະອົງ ແລະ ພຣະທໍາຂອງພຣະອົງນັ້ນຖືກຕ້ອງ ຫຼື ບໍ່? ເປັນຫຍັງເຈົ້າຈຶ່ງກ້າໝິ່ນປະໝາດລັບຫຼັງພຣະອົງ? ສິ່ງເຫຼົ່ານີ້ ແລະ ອື່ນໆ ບໍ່ໄດ້ປະກອບເປັນຄວາມເຊື່ອຂອງພວກເຈົ້າບໍ?
ໃນຄຳເວົ້າ ແລະ ພຶດຕິກຳຂອງພວກເຈົ້າແມ່ນສະແດງໃຫ້ເຫັນອົງປະກອບຂອງການບໍ່ເຊື່ອໃນພຣະຄຣິດ. ຄວາມບໍ່ເຊື່ອແຜ່ກະຈາຍໄປທົ່ວແຮງຈູງໃຈ ແລະ ເປົ້າໝາຍຂອງທຸກສິ່ງທີ່ພວກເຈົ້າເຮັດ; ເຖິງແມ່ນລັກສະນະສາຍຕາຂອງພວກເຈົ້າມີຄວາມບໍ່ເຊື່ອໃນພຣະຄຣິດ. ມັນສາມາດເວົ້າໄດ້ວ່າທຸກນາທີ ພວກເຈົ້າແຕ່ລະຄົນມີອົງປະກອບຂອງຄວາມບໍ່ເຊື່ອຢູ່. ນີ້ໝາຍຄວາມວ່າ, ທຸກໆຊ່ວງເວລາ ພວກເຈົ້າແມ່ນຢູ່ໃນອັນຕະລາຍທີ່ຈະທໍລະຍົດພຣະຄຣິດ, ເພາະເລືອດທີ່ໄຫຼຢູ່ໃນຮ່າງກາຍຂອງພວກເຈົ້ານັ້ນຖືກສີດໄປດ້ວຍຄວາມບໍ່ເຊື່ອໃນພຣະເຈົ້າຜູ້ບັງເກີດເປັນມະນຸດ. ສະນັ້ນ, ເຮົາຈຶ່ງເວົ້າວ່າຮອຍຕີນທີ່ພວກເຈົ້າປະໄວ້ບົນເສັ້ນທາງແຫ່ງຄວາມເຊື່ອໃນພຣະເຈົ້ານັ້ນບໍ່ເປັນຈິງເລີຍ; ໃນຂະນະທີ່ພວກເຈົ້າຍ່າງຕາມເສັ້ນທາງແຫ່ງຄວາມເຊື່ອໃນພຣະເຈົ້າ, ພວກເຈົ້າບໍ່ໄດ້ວາງຕີນຂອງພວກເຈົ້າລົງພື້ນດິນຢ່າງໜັກແໜ້ນ, ພວກເຈົ້າພຽງກໍາລັງທຳທ່າເຮັດ. ພວກເຈົ້າບໍ່ເຄີຍເຊື່ອພຣະທຳຂອງພຣະຄຣິດຢ່າງສົມບູນ ແລະ ບໍ່ສາມາດນໍາເອົາພຣະທຳໄປປະຕິບັດໂດຍທັນທີທັນໃດ. ນີ້ແມ່ນເຫດຜົນທີ່ພວກເຈົ້າບໍ່ມີຄວາມເຊື່ອໃນພຣະຄຣິດ. ການມີແນວຄິດຕ່າງໆກ່ຽວກັບພຣະອົງຢູ່ສະເໝີຄືອີກເຫດຜົນໜຶ່ງທີ່ພວກເຈົ້າບໍ່ມີຄວາມເຊື່ອໃນພຣະອົງ. ການມີຄວາມສົງໄສກ່ຽວກັບພາລະກິດຂອງພຣະຄຣິດຢູ່ຕະຫຼອດໄປ, ການປ່ອຍໃຫ້ພຣະທຳຂອງພຣະຄຣິດຕົກລົງສູ່ຫູທີ່ໜວກ, ການມີຄວາມຄິດເຫັນກ່ຽວກັບພາລະກິດກໍຕາມທີ່ພຣະຄຣິດປະຕິບັດ ແລະ ບໍ່ສາມາດເຂົ້າໃຈພາລະກິດນີ້ໄດ້ຢ່າງຖືກຕ້ອງ, ການດີ້ນລົນເພື່ອປະວາງແນວຄິດຂອງພວກເຈົ້າ ບໍ່ວ່າພວກເຈົ້າຈະໄດ້ຮັບການອະທິບາຍແນວໃດກໍຕາມ ແລະ ອື່ນໆອີກ, ທັງໝົດນີ້ແມ່ນອົງປະກອບຂອງຄວາມບໍ່ເຊື່ອທີ່ປະປົນຢູ່ພາຍໃນຫົວໃຈຂອງພວກເຈົ້າ. ເຖິງແມ່ນວ່າພວກເຈົ້າຕິດຕາມພາລະກິດຂອງພຣະຄຣິດ ແລະ ບໍ່ເຄີຍຢູ່ຕາມຫຼັງ, ມີຄວາມກະບົດຫຼາຍເກີນໄປທີ່ປະປົນຢູ່ໃນໃຈຂອງພວກເຈົ້າ. ຄວາມກະບົດນີ້ ຄືຄວາມບໍ່ບໍລິສຸດໃນຄວາມເຊື່ອໃນພຣະເຈົ້າຂອງພວກເຈົ້າ. ບາງເທື່ອ ພວກເຈົ້າບໍ່ຄິດວ່າສິ່ງນີ້ຖືກຕ້ອງ, ແຕ່ຖ້າເຈົ້າບໍ່ສາມາດຮັບຮູ້ເຈດຕະນາຂອງເຈົ້າຈາກສິ່ງນີ້ໄດ້, ແລ້ວເຈົ້າກໍຖືກຜູກມັດໃຫ້ຢູ່ທ່າມກາງຄົນທີ່ຈະພິນາດ, ຍ້ອນພຣະເຈົ້າເຮັດໃຫ້ຜູ້ທີ່ເຊື່ອໃນພຣະອົງຢ່າງແທ້ຈິງເທົ່ານັ້ນສົມບູນ, ບໍ່ແມ່ນບັນດາຜູ້ທີ່ສົງໄສໃນພຣະອົງ ແລະ ແຮງໜ້ອຍທີ່ສຸດທີ່ຈະເປັນຄົນທີ່ຕິດຕາມພຣະອົງຢ່າງບໍ່ເຕັມໃຈ ເຖິງແມ່ນບໍ່ເຄີຍເຊື່ອວ່າພຣະອົງເປັນພຣະເຈົ້າກໍຕາມ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າແມ່ນຜູ້ເຊື່ອທີ່ແທ້ຈິງໃນພຣະເຈົ້າບໍ?
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ