ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 115
ພຣະເຈົ້າກາຍມາເປັນເນື້ອໜັງໂດຍບໍ່ໄດ້ມີເຈດຕະນາທີ່ຈະໃຫ້ມະນຸດຮູ້ຈັກເນື້ອໜັງຂອງພຣະອົງ ຫຼື...
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
ການປະກາດໃຊ້ພຣະບັນຍັດໃນຍຸກໃໝ່ແມ່ນຄຳພະຍານເຖິງຂໍ້ແທ້ຈິງທີ່ວ່າ ທຸກຄົນທີ່ຢູ່ໃນກະແສນີ້, ທຸກຄົນທີ່ໄດ້ຍິນສຽງຂອງພຣະເຈົ້າໃນປັດຈຸບັນ ໄດ້ເຂົ້າສູ່ຍຸກໃໝ່ແລ້ວ. ນີ້ແມ່ນການເລີ່ມຕົ້ນໃໝ່ສຳລັບພາລະກິດຂອງພຣະເຈົ້າ ພ້ອມທັງເປັນຈຸດເລີ່ມຕົ້ນຂອງສ່ວນສຸດທ້າຍຂອງພາລະກິດໃນແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າ. ພຣະບັນຍັດແຫ່ງຍຸກໃໝ່ເປັນສັນຍາລັກບົ່ງບອກວ່າ ພຣະເຈົ້າ ແລະ ມະນຸດໄດ້ເຂົ້າສູ່ອານາຈັກແຫ່ງສະຫວັນໃໝ່ ແລະ ແຜ່ນດິນໂລກໃໝ່ ແລະ ພຣະເຈົ້າຈະປະຕິບັດພາລະກິດທີ່ເປັນຈິງຫຼາຍຂຶ້ນ ແລະ ປະຕິບັດພາລະກິດຢ່າງຍິ່ງໃຫຍ່ຂຶ້ນເທິງແຜ່ນດິນໂລກ ເຊິ່ງຄ້າຍຄືກັບການທີ່ພຣະເຢໂຮວາປະຕິບັດພາລະກິດທ່າມກາງຄົນອິດສະຣາເອນ ແລະ ພຣະເຢຊູປະຕິບັດພາລະກິດທ່າມກາງຄົນຢິວ. ພວກມັນຍັງເປັນສັນຍາລັກບົ່ງບອກວ່າ ຄົນກຸ່ມນີ້ຈະໄດ້ຮັບການຝາກຝັງຫຼາຍຂຶ້ນເລື້ອຍໆຈາກພຣະເຈົ້າ ແລະ ຈະໄດ້ຮັບການສະໜອງ, ການລ້ຽງດູ, ການສະໜັບສະໜູນ, ການດູແລ ແລະ ການປົກປ້ອງຈາກພຣະເຈົ້າໃນລັກສະນະທີ່ເປັນຈິງ, ໄດ້ຮັບການຝຶກຝົນຕົວຈິງຫຼາຍຂຶ້ນຈາກພຣະອົງ ແລະ ຖືກລິຮານ, ຖືກເຮັດໃຫ້ແຕກຫັກ ແລະ ຖືກຫຼໍ່ຫຼອມໂດຍພຣະທຳຂອງພຣະເຈົ້າ. ຄວາມໝາຍຂອງພຣະບັນຍັດແຫ່ງຍຸກໃໝ່ແມ່ນເລິກເຊິ່ງພໍສົມຄວນ. ພຣະບັນຍັດເຫຼົ່ານັ້ນແນະນໍາວ່າ ພຣະເຈົ້າຈະປາກົດເທິງແຜ່ນດິນໂລກຢ່າງແທ້ຈິງ, ເຊິ່ງເປັນບ່ອນທີ່ພຣະເຈົ້າຈະເອົາຊະນະຈັກກະວານທັງປວງ, ເປີດເຜີຍສະຫງ່າລາສີທັງໝົດຂອງພຣະອົງທີ່ຢູ່ໃນເນື້ອໜັງ. ພຣະບັນຍັດເຫຼົ່ານັ້ນຍັງແນະນໍາວ່າ ພຣະເຈົ້າທີ່ເປັນຈິງຈະປະຕິບັດພາລະກິດທີ່ເປັນຈິງຫຼາຍຂຶ້ນເທິງແຜ່ນດິນໂລກ ເພື່ອເຮັດໃຫ້ທຸກຄົນທີ່ເປັນຄົນຖືກເລືອກຂອງພຣະອົງສົມບູນ. ຍິ່ງໄປກວ່ານັ້ນ, ພຣະເຈົ້າຈະສຳເລັດທຸກສິ່ງເທິງແຜ່ນດິນໂລກດ້ວຍພຣະທຳ ແລະ ສຳແດງໃຫ້ເຫັນເຖິງພຣະບັນຍັດທີ່ວ່າ “ພຣະເຈົ້າທີ່ບັງເກີດເປັນມະນຸດຈະລຸກຂຶ້ນຈົນເຖິງຈຸດສູງສຸດ ແລະ ຖືກເຊີດຊູວ່າຍິ່ງໃຫຍ່ ແລະ ທຸກຄົນ ແລະ ທຸກຊົນຊາດຈະຄູ້ເຂົ່າລົງເພື່ອນະມັດສະການພຣະເຈົ້າທີ່ຖືກເຊີດຊູວ່າຍິ່ງໃຫຍ່”. ເຖິງແມ່ນວ່າພຣະບັນຍັດແຫ່ງຍຸກໃໝ່ແມ່ນມີໄວ້ໃຫ້ມະນຸດຮັກສາ ແລະ ເຖິງແມ່ນການເຮັດແບບນັ້ນຈະເປັນໜ້າທີ່ຂອງມະນຸດ ແລະ ເປັນພັນທະຂອງເຂົາ, ຄວາມໝາຍທີ່ພວກມັນນໍາສະເໜີແມ່ນເລິກເຊິ່ງເກີນໄປທີ່ຈະອະທິບາຍໄດ້ຢ່າງຄົບຖ້ວນຈາກຄຳເວົ້າຄໍາໜຶ່ງ ຫຼື ສອງຄຳ. ພຣະບັນຍັດແຫ່ງຍຸກໃໝ່ແທນກົດໝາຍແຫ່ງພຣະສັນຍາເດີມ ແລະ ກົດເກນແຫ່ງພຣະສັນຍາໃໝ່ທີ່ພຣະເຢໂຮວາ ແລະ ພຣະເຢຊູໄດ້ປະກາດໃຊ້. ນີ້ແມ່ນບົດຮຽນທີ່ເລິກເຊິ່ງທີ່ສຸດ, ບໍ່ແມ່ນເລື່ອງງ່າຍດັ່ງທີ່ມະນຸດຈິນຕະນາການ. ມີລັກສະນະຄວາມໝາຍຕົວຈິງໃນພຣະບັນຍັດແຫ່ງຍຸກໃໝ່: ພຣະບັນຍັດເຫຼົ່ານັ້ນຮັບໃຊ້ເປັນຕົວປະສານງານລະຫວ່າງຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງລາຊະອານາຈັກ. ພຣະບັນຍັດແຫ່ງຍຸກໃໝ່ໄດ້ສິ້ນສຸດການປະຕິບັດ ແລະ ກົດເກນທັງໝົດໃນຍຸກເກົ່າ ພ້ອມທັງການປະຕິບັດທັງໝົດຈາກຍຸກຂອງພຣະເຢຊູ ແລະ ການປະຕິບັດອື່ນໆຢູ່ກ່ອນໜ້ານັ້ນ. ພຣະບັນຍັດເຫຼົ່ານັ້ນນໍາມະນຸດມາຢູ່ຕໍ່ໜ້າພຣະເຈົ້າທີ່ເປັນຈິງຫຼາຍຂຶ້ນ, ເຮັດໃຫ້ມະນຸດເລີ່ມຖືກພຣະເຈົ້າເອງເຮັດໃຫ້ສົມບູນ; ພວກມັນເປັນຈຸດເລີ່ມຕົ້ນຂອງເສັ້ນທາງສູ່ການຖືກເຮັດໃຫ້ສົມບູນ. ສະນັ້ນ, ພວກເຈົ້າຄວນມີທ່າທີ່ໆຖືກຕ້ອງກ່ຽວກັບພຣະບັນຍັດແຫ່ງຍຸກໃໝ່ ແລະ ບໍ່ຄວນປະຕິບັດຕາມພຣະບັນຍັດເຫຼົ່ານັ້ນຢ່າງເລິນເລີ້ ຫຼື ດູຖູກພຣະບັນຍັດເຫຼົ່ານັ້ນ. ພຣະບັນຍັດແຫ່ງຍຸກໃໝ່ໄດ້ເນັ້ນໜັກໃສ່ໜຶ່ງປະເດັນ: ມະນຸດຄວນນະມັດສະການພຣະເຈົ້າທີ່ເປັນຈິງໃນປັດຈຸບັນ ເຊິ່ງກ່ຽວຂ້ອງກັບການຍອມອ່ອນນ້ອມຕໍ່ແກ່ນແທ້ຂອງພຣະວິນຍານຕາມຄວາມເປັນຈິງຫຼາຍຂຶ້ນ. ພຣະບັນຍັດເຫຼົ່ານັ້ນຍັງເໜັ້ນໜັກເຖິງຫຼັກການທີ່ພຣະເຈົ້າຈະຕັດສິນມະນຸດວ່າມີຄວາມຜິດ ຫຼື ເປັນຄົນຊອບທຳ ຫຼັງຈາກທີ່ພຣະອົງໄດ້ປາກົດອອກເປັນດວງອາທິດແຫ່ງຄວາມຊອບທຳ. ພຣະບັນຍັດແມ່ນງ່າຍໃນການເຂົ້າໃຈຫຼາຍກວ່າການນໍາໄປປະຕິບັດ. ຈາກສິ່ງນີ້, ມັນສາມາດເຫັນໄດ້ວ່າ ຖ້າພຣະເຈົ້າປາຖະໜາທີ່ຈະເຮັດໃຫ້ມະນຸດສົມບູນ, ແລ້ວພຣະອົງຕ້ອງກະທໍາຜ່ານທາງພຣະທຳ ແລະ ການນໍາພາຂອງພຣະອົງເອງ ແລະ ມະນຸດບໍ່ສາມາດບັນລຸຄວາມສົມບູນໂດຍສະຕິປັນຍາໂດຍທຳມະຊາດຂອງເຂົາເອງໄດ້. ມະນຸດຈະສາມາດຮັກສາພຣະບັນຍັດແຫ່ງຍຸກໃໝ່ໄດ້ ຫຼື ບໍ່ ແມ່ນຂຶ້ນຢູ່ກັບຄວາມຮູ້ຂອງມະນຸດທີ່ກ່ຽວກັບພຣະເຈົ້າທີ່ເປັນຈິງ. ເພາະສະນັ້ນ, ການທີ່ເຈົ້າຈະສາມາດຮັກສາພຣະບັນຍັດໄດ້ ຫຼື ບໍ່ນັ້ນບໍ່ແມ່ນຄຳຖາມທີ່ຈະໄດ້ຮັບການແກ້ໄຂພາຍໃນໜຶ່ງມື້ ຫຼື ສອງມື້. ນີ້ແມ່ນບົດຮຽນທີ່ເລິກເຊິ່ງຫຼາຍໃນການຮຽນຮູ້.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຮັກສາພຣະບັນຍັດ ແລະ ການປະຕິບັດຄວາມຈິງ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ພຣະເຈົ້າກາຍມາເປັນເນື້ອໜັງໂດຍບໍ່ໄດ້ມີເຈດຕະນາທີ່ຈະໃຫ້ມະນຸດຮູ້ຈັກເນື້ອໜັງຂອງພຣະອົງ ຫຼື...
ພວກເຈົ້າທຸກຄົນຄວນກວດສອບຊີວິດຂອງພວກເຈົ້າໃໝ່ ໃນການເຊື່ອໃນພຣະເຈົ້າ ເພື່ອເບິ່ງວ່າ ໃນການຕິດຕາມພຣະເຈົ້ານັ້ນ ເຈົ້າໄດ້ເຂົ້າໃຈຢ່າງແທ້ຈິງ,...
ເມື່ອພຣະເຢຊູສະເດັດມາເພື່ອປະຕິບັດພາລະກິດຂອງພຣະອົງ, ມັນກໍຢູ່ພາຍໃຕ້ການຊົງນໍາຂອງພຣະວິນຍານບໍລິສຸດ; ພຣະອົງກະທຳດັ່ງທີ່ພຣະວິນຍານບໍລິສຸດຕ້ອງການ ແລະ...
ການຮູ້ຈັກພາລະກິດຂອງພຣະເຈົ້າບໍ່ແມ່ນບັນຫາທີ່ງ່າຍ. ເຈົ້າຄວນມີມາດຕະຖານ ແລະ ຈຸດປະສົງໃນການສະແຫວງຫາຂອງເຈົ້າ,...