ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 446
11 ເດືອນກໍລະກົດ 2025
ພາລະກິດຂອງພຣະວິນຍານບໍລິສຸດເຮັດໃຫ້ຜູ້ຄົນສາມາດພັດທະນາຢ່າງຫ້າວຫັນ, ໃນຂະນະທີ່ພາລະກິດຂອງຊາຕານເຮັດໃຫ້ພວກເຂົາຄິດລົບ ແລະ ຖອຍຫຼັງ, ກະບົດ ແລະ ຕໍ່ຕ້ານພຣະອົງ, ສູນເສຍຄວາມເຊື່ອໃນພຣະອົງ ແລະ ອ່ອນແອທີ່ຈະປະຕິບັດໜ້າທີ່ຂອງພວກເຂົາ. ທຸກສິ່ງທີ່ມາຈາກຄວາມສະຫວ່າງຂອງພຣະວິນຍານບໍລິສຸດແມ່ນຂ້ອນຂ້າງເປັນທຳມະຊາດ; ມັນບໍ່ໄດ້ບັງຄັບເຈົ້າ. ຖ້າເຈົ້າຍອມຕໍ່ມັນ, ເຈົ້າກໍຈະມີສັນຕິສຸກ; ຖ້າເຈົ້າບໍ່ປະຕິບັດຕາມ, ແລ້ວໃນພາຍຫຼັງ ເຈົ້າຈະຖືກປະນາມ. ດ້ວຍຄວາມສະຫວ່າງຂອງພຣະວິນຍານບໍລິສຸດ, ບໍ່ມີສິ່ງໃດທີ່ເຈົ້າເຮັດຈະຖືກລົບກວນ ຫຼື ຖືກຈຳກັດ; ເຈົ້າຈະຖືກເຮັດໃຫ້ເປັນອິດສະຫຼະ, ຈະມີຫົນທາງເພື່ອປະຕິບັດໃນການກະທຳຂອງເຈົ້າ ແລະ ເຈົ້າຈະບໍ່ຖືກບັງຄັບຈາກສິ່ງໃດໆ, ແຕ່ສາມາດປະຕິບັດຕາມເຈດຕະນາຂອງພຣະເຈົ້າ. ພາລະກິດຂອງຊາຕານກໍ່ໃຫ້ເກີດການລົບກວນໃຫ້ແກ່ເຈົ້າໃນຫຼາຍໆສິ່ງ; ມັນເຮັດໃຫ້ເຈົ້າບໍ່ເຕັມໃຈທີ່ຈະອະທິຖານ, ຂີ້ຄ້ານເກີນໄປທີ່ຈະກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ບໍ່ເຕັມໃຈທີ່ຈະດຳເນີນຕາມຊີວິດຂອງຄຣິສຕະຈັກ ແລະ ມັນເຮັດໃຫ້ເຈົ້າຫ່າງເຫີນຈາກຊີວິດຝ່າຍວິນຍານ. ພາລະກິດຂອງພຣະວິນຍານບໍລິສຸດບໍ່ແຊກແຊງກັບຊີວິດປະຈຳວັນຂອງເຈົ້າ ແລະ ບໍ່ແຊກແຊງກັບຊີວິດຝ່າຍວິນຍານທີ່ປົກກະຕິຂອງເຈົ້າ. ເຈົ້າບໍ່ສາມາດແຍກແຍະຫຼາຍໆສິ່ງໃນຊ່ວງເວລາທີ່ພວກມັນເກີດຂຶ້ນ, ແຕ່ຫຼັງຈາກສອງສາມມື້ ຫົວໃຈຂອງເຈົ້າກໍຈະສົດໃສຂຶ້ນ ແລະ ຄວາມຄິດຂອງເຈົ້າກໍຊັດເຈນຂຶ້ນ. ເຈົ້າມີຄວາມຮູ້ສຶກບາງຢ່າງກ່ຽວກັບສິ່ງຕ່າງໆຂອງວິນຍານ ແລະ ເຈົ້າແຍກແຍະຢ່າງຊ້າໆວ່າ ຄວາມຄິດໄດ້ມາຈາກພຣະເຈົ້າ ຫຼື ຈາກຊາຕານ. ບາງຢ່າງເຮັດໃຫ້ເຈົ້າຕໍ່ຕ້ານພຣະເຈົ້າຢ່າງຊັດເຈນ ແລະ ກະບົດຕໍ່ພຣະເຈົ້າ ຫຼື ຫ້າມເຈົ້າຈາກການນໍາໃຊ້ພຣະທຳຂອງພຣະເຈົ້າເຂົ້າສູ່ການປະຕິບັດຕົວຈິງ; ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ມາຈາກຊາຕານທັງໝົດ. ບາງສິ່ງກໍບໍ່ສາມາດເຫັນໄດ້ກັບຕາ ແລະ ເຈົ້າບໍ່ສາມາດບອກໄດ້ວ່າ ພວກມັນແມ່ນຫຍັງໃນຊ່ວງເວລານັ້ນ; ໃນພາຍຫຼັງ ເຈົ້າກໍສາມາດເຫັນການສະແດງ ແລະ ຫຼັງຈາກນັ້ນກໍໃຊ້ການແຍກແຍະ. ຖ້າເຈົ້າສາມາດເບິ່ງອອກຢ່າງຊັດເຈນວ່າ ສິ່ງໃດມາຈາກຊາຕານ ແລະ ສິ່ງໃດຖືກນໍາພາໂດຍພຣະວິນຍານບໍລິສຸດ, ແລ້ວເຈົ້າຈະບໍ່ຖືກນໍາພາໄປທາງທີ່ຜິດໃນປະສົບການຂອງເຈົ້າຢ່າງງ່າຍດາຍ. ບາງເທື່ອ ເມື່ອສະພາບການຂອງເຈົ້າບໍ່ດີ, ແລ້ວເຈົ້າມີຄວາມຄິດບາງຢ່າງທີ່ນໍາເອົາເຈົ້າອອກມາຈາກສະພາວະທີ່ລົບໆ. ສິ່ງນີ້ສະແດງວ່າ ເຖິງແມ່ນເມື່ອສະພາບການຂອງເຈົ້າບໍ່ອຳນວຍ, ຄວາມຄິດບາງຢ່າງຂອງເຈົ້າກໍຍັງສາມາດມາຈາກພຣະວິນຍານບໍລິສຸດ. ມັນບໍ່ເປັນຈິງທີ່ວ່າ ເມື່ອເຈົ້າຄິດລົບ, ຄວາມຄິດທັງໝົດຂອງເຈົ້າແມ່ນມາຈາກຊາຕານ; ຖ້ານັ້ນເປັນຄວາມຈິງ ແລ້ວເມື່ອໃດເຈົ້າຈະສາມາດປ່ຽນແປງສູ່ສະພາວະທີ່ດີໄດ້? ເມື່ອຄິດລົບມາໃນໄລຍະເວລາໃດໜຶ່ງ, ພຣະວິນຍານບໍລິສຸດກໍຈະໃຫ້ເຈົ້າມີໂອກາດຖືກເຮັດໃຫ້ສົມບູນແບບ; ພຣະອົງສຳຜັດເຈົ້າ, ນໍາເຈົ້າອອກຈາກສະພາວະທີ່ລົບໆ ຂອງເຈົ້າ ແລະ ເຈົ້າເຂົ້າສູ່ສະພາວະທີ່ປົກກະຕິ.
ເມື່ອຮູ້ຈັກວ່າ ພາລະກິດຂອງພຣະວິນຍານບໍລິສຸດແມ່ນຫຍັງ ແລະ ພາລະກິດຂອງຊາຕານແມ່ນຫຍັງ, ເຈົ້າສາມາດປຽບທຽບສິ່ງເຫຼົ່ານີ້ກັບສະພາວະຂອງເຈົ້າເອງໃນລະຫວ່າງການປະສົບການຂອງເຈົ້າ ແລະ ກັບປະສົບການຂອງເຈົ້າເອງ ແລະ ດ້ວຍວິທີນີ້ ຈະມີຄວາມຈິງຫຼາຍຢ່າງທີ່ກ່ຽວຂ້ອງກັບຫຼັກການໃນປະສົບການຂອງເຈົ້າ. ເມື່ອເຂົ້າໃຈເຖິງຄວາມຈິງກ່ຽວກັບຫຼັກການເຫຼົ່ານີ້ແລ້ວ ເຈົ້າຈະສາມາດຄວບຄຸມສະພາວະທີ່ແທ້ຈິງຂອງເຈົ້າ, ເຈົ້າຈະສາມາດຈຳແນກໃນທ່າມກາງຜູ້ຄົນ ແລະ ເຫດການ ແລະ ເຈົ້າຈະບໍ່ຕ້ອງໃຊ້ຄວາມພະຍາຍາມຫຼາຍເພື່ອຮັບເອົາພາລະກິດຂອງພຣະວິນຍານບໍລິສຸດ. ແນ່ນອນ, ສິ່ງນີ້ແມ່ນຂຶ້ນຢູ່ກັບວ່າ ແຮງຜັກດັນຂອງເຈົ້າຈະຖືກຕ້ອງ ແລະ ເຈົ້າຈະເຕັມໃຈສະແຫວງຫາ ແລະ ນໍາໄປປະຕິບັດ. ພາສາເຊັ່ນນີ້, ພາສາທີ່ກ່ຽວຂ້ອງກັບຫຼັກການ ຄວນເປັນຈຸດເດັ່ນໃນປະສົບການຂອງເຈົ້າ. ຫາກປາສະຈາກມັນ, ປະສົບການຂອງເຈົ້າຈະເຕັມໄປດ້ວຍການລົບກວນຂອງຊາຕານ ແລະ ຄວາມຮູ້ທີ່ໂງ່ຈ້າ. ຖ້າເຈົ້າບໍ່ສາມາດເຂົ້າໃຈວ່າ ພຣະວິນຍານບໍລິສຸດປະຕິບັດພາລະກິດແນວໃດ ແລ້ວເຈົ້າກໍບໍ່ເຂົ້າໃຈວ່າຈະອະທິຖານຫາພຣະເຈົ້າແນວໃດ ຫຼື ເຈົ້າຄວນເຂົ້າແນວໃດ ແລະ ຖ້າເຈົ້າບໍ່ເຂົ້າໃຈວ່າຊາຕານເຮັດແນວໃດເພື່ອຊີ້ນໍາຢ່າງຜິດໆ ແລະ ລົບກວນຜູ້ຄົນ, ແລ້ວເຈົ້າກໍບໍ່ຮູ້ວ່າຈະປະຕິເສດຊາຕານ ແລະ ຍຶດໝັ້ນໃນຄຳພະຍານຂອງເຈົ້າແນວໃດ. ວິທີທີ່ພຣະວິນຍານບໍລິສຸດເຮັດພາລະກິດ ແລະ ວິທີທີ່ຊາຕານກະທຳແມ່ນສິ່ງທີ່ຜູ້ຄົນຄວນເຂົ້າໃຈ ແລະ ພວກມັນແມ່ນສິ່ງຕ່າງໆທີ່ຕ້ອງໄດ້ປະສົບໃນຄວາມເຊື່ອຂອງຜູ້ຄົນໃນພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະວິນຍານບໍລິສຸດ ແລະ ພາລະກິດຂອງຊາຕານ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ