ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 402

18 ເດືອນກໍລະກົດ 2025

ການສະແຫວງຫາຊີວິດບໍ່ແມ່ນສິ່ງທີ່ສາມາດຮີບດ່ວນໄດ້; ການຈະເລີນເຕີບໂຕໃນຊີວິດບໍ່ໄດ້ເກີດຂຶ້ນໃນມື້ໜຶ່ງ ຫຼື ສອງມື້. ພາລະກິດຂອງພຣະເຈົ້າເປັນປົກກະຕິ ແລະ ເປັນຈິງ ແລະ ມີຂະບວນການທີ່ມັນຈໍາເປັນຕ້ອງຜ່ານ. ພຣະເຢຊູທີ່ບັງເກີດເປັນມະນຸດໃຊ້ເວລາເຖິງສາມສິບສາມປີເຄິ່ງເພື່ອສໍາເລັດພາລະກິດແຫ່ງການຖືກຄຶງເທິງໄມ້ກາງແຂນຂອງພຣະອົງ, ແລ້ວພາລະກິດແຫ່ງການຊໍາລະລ້າງ ແລະ ການປ່ຽນແປງຊີວິດຂອງມະນຸດ, ພາລະກິດທີ່ຫຍຸ້ງຍາກທີ່ສຸດເດ? ມັນບໍ່ແມ່ນເລື່ອງງ່າຍທີ່ຈະສ້າງມະນຸດທໍາມະດາຄົນໜຶ່ງສຳແດງອອກເຖິງພຣະເຈົ້າ. ໂດຍສະເພາະແມ່ນເພື່ອໃຫ້ຄົນທີ່ເກີດໃນຊົນຊາດຂອງມັງກອນແດງທີ່ຍິ່ງໃຫຍ່ ເຊິ່ງເປັນຄົນທີ່ມີຄວາມສາມາດຕໍ່າ ແລະ ຕ້ອງໄດ້ໃຊ້ເວລາດົນສໍາລັບພຣະທໍາ ແລະ ພາລະກິດຂອງພຣະເຈົ້າ. ສະນັ້ນຢ່າໃຈຮ້ອນຢາກເຫັນຜົນ. ເຈົ້າຕ້ອງຫ້າວຫັນໃນການກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ ແລະ ພະຍາຍາມຫຼາຍຂຶ້ນໃນພຣະທໍາຂອງພຣະເຈົ້າ. ເມື່ອເຈົ້າອ່ານພຣະທໍາຂອງພຣະອົງແລ້ວ, ເຈົ້າຕ້ອງສາມາດນໍາພຣະທໍາເຫຼົ່ານັ້ນເຂົ້າໃນການປະຕິບັດຕົວຈິງ, ເພີ່ມທະວີຄວາມຮູ້, ຄວາມເຂົ້າໃຈ, ການເຫັນແຈ້ງ ແລະ ສະຕິປັນຍາໃນພຣະທໍາຂອງພຣະເຈົ້າ. ຜ່ານສິ່ງນີ້ ເຈົ້າຈະປ່ຽນແປງໂດຍບໍ່ຮູ້ສຶກຕົວ. ຖ້າເຈົ້າສາມາດຍຶດຖືເອົາການກິນ ແລະ ການດື່ມພຣະທໍາຂອງພຣະເຈົ້າ, ການອ່ານພຣະທຳເຫຼົ່ານັ້ນ, ການຮູ້ຈັກພວກມັນ, ການມີປະສົບການກັບພວກມັນ ແລະ ການປະຕິບັດພວກມັນເປັນຫຼັກການຂອງເຈົ້າ, ເຈົ້າກໍ່ຈະເປັນຜູ້ໃຫຍ່ໂດຍບໍ່ຮູ້ສຶກຕົວ. ມີຄົນທີ່ເວົ້າວ່າ ພວກເຂົາບໍ່ສາມາດນໍາພຣະທໍາຂອງພຣະອົງເຂົ້າໃນການປະຕິບັດໄດ້ ແມ່ນແຕ່ຫຼັງຈາກທີ່ອ່ານພຣະທຳເຫຼົ່ານັ້ນ. ເຈົ້າຈະຟ້າວໄປໃສ? ເມື່ອເຈົ້າມີວຸດທິພາວະໃນລະດັບໃດໜຶ່ງ, ເຈົ້າກໍ່ຈະສາມາດນໍາພຣະທໍາຂອງພຣະອົງເຂົ້າໃນການປະຕິບັດໄດ້. ເດັກນ້ອຍທີ່ມີອາຍຸສີ່ ຫຼື ຫ້າປີຈະເວົ້າວ່າພວກເຂົາບໍ່ສາມາດສະໜັບສະໜູນ ຫຼື ໃຫ້ກຽດພໍ່ແມ່ຂອງພວກເຂົາບໍ? ເຈົ້າຄວນຮູ້ສະພາບວ່າວຸດທິພາວະໃນປັດຈຸບັນຂອງເຈົ້າມີຫຼາຍສໍ່າໃດ. ໃຫ້ນໍາສິ່ງທີ່ເຈົ້າສາມາດປະຕິບັດໄປປະຕິບັດ ແລະ ຫຼີກເວັ້ນຈາກການເປັນຄົນທີ່ຂັດຂວາງການຄຸ້ມຄອງຂອງພຣະເຈົ້າ. ພຽງແຕ່ກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ ແລະ ຮັບເອົາສິ່ງນັ້ນເປັນຫຼັກການນັບແຕ່ນີ້ໄປ. ຕອນນີ້ ບໍ່ຕ້ອງກັງວົງກ່ຽວກັບວ່າພຣະເຈົ້າຈະສາມາດເຮັດໃຫ້ເຈົ້າສົມບູນ ຫຼື ບໍ່. ບໍ່ຟ້າວລົງເລິກໃນເລື່ອງນັ້ນ. ພຽງແຕ່ກິນ ແລະ ດື່ມພຣະທໍາຂອງພຣະເຈົ້າດັ່ງທີ່ພວກມັນມາເຖິງເຈົ້າ ແລະ ພຣະເຈົ້າຈະເຮັດໃຫ້ເຈົ້າສົມບູນຢ່າງແນ່ນອນ. ເຖິງຢ່າງໃດກໍ່ຕາມ, ມີຫຼັກການທີ່ເຈົ້າຕ້ອງກິນ ແລະ ດື່ມພຣະທໍາຂອງພຣະອົງ. ຢ່າເຮັດຢ່າງຫຼັບຫູຫຼັບຕາ. ໃນດ້ານໜຶ່ງ, ໃນການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ໃຫ້ສະແຫວງຫາພຣະທໍາທີ່ເຈົ້າຄວນຮູ້ຈັກ ນັ້ນກໍ່ຄື ພຣະທໍາທີ່ກ່ຽວຂ້ອງກັບນິມິດ ແລະ ໃນອີກດ້ານໜຶ່ງ ໃຫ້ສະແຫວງຫາສິ່ງທີ່ເຈົ້າຄວນນໍາໄປປະຕິບັດຕົວຈິງ ນັ້ນກໍ່ຄື ສິ່ງທີ່ເຈົ້າຄວນເຂົ້າປະຕິບັດ. ລັກສະນະໜຶ່ງຕ້ອງກ່ຽວຂ້ອງກັບຄວາມຮູ້ ແລະ ອີກລັກສະນະໜຶ່ງແມ່ນກ່ຽວຂ້ອງກັບການເຂົ້າປະຕິບັດ. ຫຼັງຈາກທີ່ເຈົ້າເຂົ້າໃຈທັງສອງລັກສະນະແລ້ວ, ເມື່ອເຈົ້າເຂົ້າໃຈໃນສິ່ງທີ່ເຈົ້າຄວນຮູ້ ແລະ ສິ່ງທີ່ເຈົ້າຄວນປະຕິບັດ, ເຈົ້າກໍ່ຈະຮູ້ວິທີກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຍຸກແຫ່ງລາຊະອານາຈັກແມ່ນຍຸກແຫ່ງພຣະທໍາ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ