ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 481

18 ເດືອນມັງກອນ 2026

ສິ່ງທີ່ເປໂຕສະແຫວງຫາແມ່ນສອດຄ່ອງກັບເຈດຕະນາຂອງພຣະເຈົ້າເທົ່ານັ້ນ. ລາວສະແຫວງຫາເພື່ອຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ ແລະ ໂດຍບໍ່ຄຳນຶງເຖິງການທົນທຸກ ແລະ ຄວາມລຳບາກຍາກແຄ້ນ, ລາວຍັງເຕັມໃຈທີ່ຈະຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ. ຜູ້ເຊື່ອໃນພຣະເຈົ້າບໍ່ມີການສະແຫວງຫາທີ່ຍິ່ງໃຫຍ່ກວ່ານີ້ອີກແລ້ວ. ສິ່ງທີ່ໂປໂລສະແຫວງຫາແມ່ນຖືກເຮັດໃຫ້ເປິເປື້ອນດ້ວຍເນື້ອໜັງຂອງລາວເອງ, ດ້ວຍແນວຄິດຂອງລາວເອງ ແລະ ດ້ວຍແຜນການ ແລະ ໂຄງການຂອງລາວເອງ. ລາວບໍ່ສາມາດເປັນສິ່ງທີ່ຖືກສ້າງທີ່ມີຄຸນສົມບັດໄດ້ ແລະ ບໍ່ແມ່ນຄົນທີ່ສະແຫວງຫາເພື່ອຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ. ເປໂຕສະແຫວງຫາທີ່ຈະປ່ອຍໃຫ້ຕົວເອງຢູ່ພາຍໃຕ້ການປັ້ນແຕ່ງຂອງພຣະເຈົ້າ ແລະ ເຖິງແມ່ນວ່າ ພາລະກິດທີ່ລາວປະຕິບັດນັ້ນບໍ່ໄດ້ຍິ່ງໃຫຍ່, ແຮງຜັກດັນທີ່ຢູ່ເບື້ອງຫຼັງການສະແຫວງຫາຂອງລາວ ແລະ ເສັ້ນທາງທີ່ລາວຍ່າງແມ່ນຖືກຕ້ອງ; ເຖິງແມ່ນວ່າ ລາວບໍ່ສາມາດເຮັດໃຫ້ຫຼາຍຄົນຍອມຮັບລາວ, ລາວສາມາດສະແຫວງຫາຫົນທາງແຫ່ງຄວາມຈິງໄດ້. ຍ້ອນເຫດນີ້ ຈຶ່ງສາມາດເວົ້າໄດ້ວ່າ ລາວເປັນສິ່ງທີ່ຖືກສ້າງທີ່ມີຄຸນສົມບັດ. ໃນປັດຈຸບັນ, ເຖິງແມ່ນວ່າ ເຈົ້າບໍ່ແມ່ນຜູ້ປະຕິບັດພາລະກິດ, ເຈົ້າກໍ່ຄວນສາມາດປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງ ແລະ ສະແຫວງຫາເພື່ອປ່ອຍໃຫ້ຢູ່ພາຍໃຕ້ການປັ້ນແຕ່ງທຸກຢ່າງຂອງພຣະເຈົ້າ. ເຈົ້າຄວນສາມາດອ່ອນນ້ອມຕໍ່ທຸກສິ່ງທີ່ພຣະເຈົ້າກ່າວ ແລະ ຜະເຊີນກັບຄວາມລໍາບາກຍາກແຄ້ນ ແລະ ການຫຼໍ່ຫຼອມໃນທຸກຮູບແບບ ແລະ ເຖິງແມ່ນເຈົ້າອ່ອນແອ, ໃນຫົວໃຈຂອງເຈົ້າ ເຈົ້າກໍຕ້ອງຮັກພຣະເຈົ້າ. ຄົນທີ່ຮັບຜິດຊອບຊີວິດຂອງພວກເຂົາເອງແມ່ນຄົນທີ່ເຕັມໃຈປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງ ແລະ ມຸມມອງຂອງຄົນປະເພດດັ່ງກ່າວຕໍ່ການສະແຫວງຫາກໍ່ເປັນມຸມມອງທີ່ຖືກຕ້ອງ. ຄົນເຫຼົ່ານີ້ແມ່ນຄົນທີ່ພຣະເຈົ້າຕ້ອງການ. ຖ້າເຈົ້າປະຕິບັດພາລະກິດຫຼາຍຢ່າງ ແລະ ຄົນອື່ນຮັບເອົາຄຳສັ່ງສອນຂອງເຈົ້າ, ແຕ່ເຈົ້າເອງບໍ່ໄດ້ປ່ຽນແປງ ແລະ ບໍ່ໄດ້ເປັນພະຍານຫຍັງເລີຍ ຫຼື ບໍ່ມີປະສົບການທີ່ແທ້ຈິງເລີຍ, ຈົນເຖິງກັບວ່າ ໃນຕອນສຸດທ້າຍຂອງຊີວິດເຈົ້າ ສິ່ງທີ່ເຈົ້າໄດ້ເຮັດນັ້ນກໍຍັງບໍ່ມີຫຍັງທີ່ເປັນພະຍານໄດ້, ແລ້ວເຈົ້າເປັນຄົນທີ່ໄດ້ປ່ຽນແປງແລ້ວບໍ? ເຈົ້າເປັນຄົນທີ່ສະແຫວງຫາຄວາມຈິງບໍ? ໃນເວລານັ້ນ ພຣະວິນຍານບໍລິສຸດໃຊ້ເຈົ້າ ແຕ່ເມື່ອພຣະອົງໃຊ້ເຈົ້າ, ພຣະອົງໃຊ້ສ່ວນຂອງເຈົ້າທີ່ສາມາດຖືກໃຊ້ເພື່ອປະຕິບັດພາລະກິດໄດ້ ແລະ ພຣະອົງບໍ່ໄດ້ໃຊ້ສ່ວນຂອງເຈົ້າທີ່ບໍ່ສາມາດຖືກໃຊ້ເພື່ອປະຕິບັດພາລະກິດ. ຖ້າເຈົ້າສະແຫວງຫາເພື່ອປ່ຽນແປງ, ແລ້ວເຈົ້າກໍຈະຖືກເຮັດໃຫ້ສົມບູນເທື່ອລະໜ້ອຍໃນທ່າມກາງຂະບວນການຮັບໃຊ້. ເຖິງຢ່າງໃດກໍຕາມ ພຣະວິນຍານບໍລິສຸດຈະບໍ່ຮັບຜິດຊອບ ບໍ່ວ່າເຈົ້າຈະຖືກຮັບເອົາ ຫຼື ບໍ່ ແມ່ນຂຶ້ນຢູ່ກັບລັກສະນະຂອງການສະແຫວງຫາຂອງເຈົ້າ. ຖ້າບໍ່ມີການປ່ຽນແປງໃນອຸປະນິໄສສ່ວນຕົວຂອງເຈົ້າ, ແລ້ວນັ້ນກໍຍ້ອນວ່າ ມຸມມອງຂອງເຈົ້າໃນການສະແຫວງຫາແມ່ນບໍ່ຖືກຕ້ອງ. ຖ້າເຈົ້າບໍ່ໄດ້ຮັບລາງວັນ, ນັ້ນກໍແມ່ນບັນຫາຂອງເຈົ້າເອງ ແລະ ເປັນຍ້ອນເຈົ້າເອງທີ່ບໍ່ໄດ້ນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ບໍ່ສາມາດຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າໄດ້. ສະນັ້ນ ບໍ່ມີຫຍັງທີ່ສຳຄັນໄປກວ່າປະສົບການສ່ວນຕົວຂອງເຈົ້າ ແລະ ບໍ່ມີຫຍັງທີ່ສຳຄັນຫຼາຍກວ່າທາງເຂົ້າສ່ວນຕົວຂອງເຈົ້າ! ບາງຄົນອາດຈະລົງເອີຍດ້ວຍຄໍາເວົ້າທີ່ວ່າ “ຂ້ານ້ອຍໄດ້ປະຕິບັດພາລະກິດຫຼາຍຢ່າງເພື່ອພຣະອົງ ແລະ ເຖິງແມ່ນຂ້ານ້ອຍອາດບໍ່ມີຜົນສຳເລັດທີ່ມີຊື່ສຽງ, ຂ້ານ້ອຍກໍຍັງດຸໝັ່ນໃນຄວາມພະຍາຍາມຂອງຂ້ານ້ອຍ. ພຣະອົງໃຫ້ຂ້ານ້ອຍເຂົ້າໄປໃນສະຫວັນເພື່ອກິນໝາກໄມ້ແຫ່ງຊີວິດໄດ້ບໍ?” ເຈົ້າຕ້ອງຮູ້ຈັກວ່າ ເຮົາປາຖະໜາຄົນປະເພດໃດ; ຄົນທີ່ບໍ່ບໍລິສຸດບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າໃນອານາຈັກ, ຄົນທີ່ບໍ່ບໍລິສຸດບໍ່ໄດ້ຮັບອະນຸຍາດໃຫ້ເຮັດພື້ນດິນທີ່ສັກສິດຂອງເຮົາເປິເປື້ອນ. ເຖິງແມ່ນວ່າ ເຈົ້າອາດຈະປະຕິບັດພາລະກິດຫຼາຍຢ່າງ ແລະ ໄດ້ປະຕິບັດພາລະກິດຫຼາຍປີ, ໃນທີ່ສຸດແລ້ວ ຖ້າເຈົ້າຍັງເປິເປື້ອນຢ່າງໜ້າລັງກຽດ, ແລ້ວມັນກໍ່ຈະເຫຼືອທົນຕໍ່ກົດເກນແຫ່ງສະຫວັນທີ່ຈະປ່ອຍໃຫ້ເຈົ້າເຂົ້າສູ່ອານາຈັກຂອງເຮົາ! ຕັ້ງແຕ່ປະຖົມມະການຂອງໂລກຈົນເຖິງປັດຈຸບັນ, ເຮົາບໍ່ເຄີຍເຮັດໃຫ້ຄົນທີ່ປະຈົບປະແຈງເຮົາເຂົ້າສູ່ອານາຈັກຂອງເຮົາຢ່າງງ່າຍດາຍຈັກເທື່ອ. ນີ້ຄືກົດເກນແຫ່ງສະຫວັນ ແລະ ບໍ່ມີໃຜສາມາດທຳລາຍມັນໄດ້! ເຈົ້າຕ້ອງສະແຫວງຫາຊີວິດ. ໃນປັດຈຸບັນ, ຄົນທີ່ຈະຖືກເຮັດໃຫ້ສົມບູນກໍເປັນຄົນປະເພດດຽວກັນກັບເປໂຕ: ພວກເຂົາເປັນຄົນທີ່ສະແຫວງຫາການປ່ຽນແປງໃນອຸປະນິໄສຂອງພວກເຂົາ ແລະ ຄົນທີ່ເຕັມໃຈຈະເປັນພະຍານໃຫ້ກັບພຣະເຈົ້າ ແລະ ປະຕິບັດໜ້າທີ່ໃນຖານະເປັນສິ່ງທີ່ຖືກສ້າງ. ມີພຽງແຕ່ຄົນແບບນີ້ເທົ່ານັ້ນທີ່ຈະຖືກເຮັດໃຫ້ສົມບູນ. ຖ້າເຈົ້າພຽງແຕ່ຄົ້ນຫາລາງວັນ ແລະ ບໍ່ສະແຫວງຫາເພື່ອປ່ຽນແປງຊີວິດ-ອຸປະນິໄສຂອງເຈົ້າເອງ, ແລ້ວຄວາມພະຍາຍາມທັງໝົດຂອງເຈົ້າກໍຈະສູນເປົ່າ, ນີ້ຄືຄວາມຈິງທີ່ບໍ່ສາມາດປ່ຽນແປງໄດ້!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນກັບເສັ້ນທາງມະນຸດຍ່າງ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ