ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 479
ພາລະກິດທີ່ໂປໂລປະຕິບັດແມ່ນການສະແດງຕໍ່ໜ້າມະນຸດ, ແຕ່ຄວາມຮັກຂອງລາວທີ່ມີຕໍ່ພຣະເຈົ້າບໍລິສຸດຫຼາຍສໍ່າໃດ ແລະ...
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
ຖ້າເຈົ້າຢາກສ້າງຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ, ຫົວໃຈຂອງເຈົ້າຕ້ອງຫັນເຂົ້າຫາພຣະອົງ; ໂດຍຖືເອົາສິ່ງນີ້ເປັນພື້ນຖານ ແລ້ວເຈົ້າກໍຈະມີຄວາມສໍາພັນທີ່ປົກກະຕິກັບຄົນອື່ນເຊັ່ນກັນ. ຖ້າເຈົ້າບໍ່ມີຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ, ແລ້ວບໍ່ວ່າເຈົ້າຈະກະທໍາສິ່ງໃດເພື່ອຮັກສາຄວາມສໍາພັນຂອງເຈົ້າກັບຄົນອື່ນ, ບໍ່ວ່າເຈົ້າຈະເຮັດວຽກໜັກສໍ່າໃດ ຫຼື ບໍ່ວ່າເຈົ້າຈະທຸ້ມເທກຳລັງຫຼາຍສໍ່າໃດກໍຕາມ ມັນກໍຍັງເປັນພຽງປັດຊະຍາຂອງມະນຸດສຳລັບຄວາມສໍາພັນທາງໂລກ. ເຈົ້າຈະປົກປ້ອງຕໍາແໜ່ງຂອງເຈົ້າຢູ່ທ່າມກາງຜູ້ຄົນ ແລະ ຮັກສາການຍົກຍ້ອງຂອງພວກເຂົາຜ່ານທັດສະນະຂອງມະນຸດ ແລະ ປັດຊະຍາຂອງມະນຸດ, ແທນທີ່ຈະສ້າງຄວາມສຳພັນລະຫວ່າງບຸກຄົນທີ່ເປັນປົກກະຕິຕາມພຣະທຳຂອງພຣະເຈົ້າ. ຖ້າເຈົ້າບໍ່ໃສ່ໃຈຄວາມສໍາພັນກັບຜູ້ຄົນ ແລະ ຮັກສາຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າແທນ, ຖ້າເຈົ້າເຕັມໃຈທີ່ຈະມອບຫົວໃຈຂອງເຈົ້າໃຫ້ກັບພຣະເຈົ້າ ແລະ ຮຽນຮູ້ທີ່ຈະອ່ອນນ້ອມຕໍ່ພຣະອົງ, ແລ້ວຄວາມສໍາພັນລະຫວ່າງບຸກຄົນຂອງເຈົ້າກໍຈະເປັນປົກກະຕິຢ່າງທໍາມະຊາດ. ແລ້ວຄວາມສໍາພັນເຫຼົ່ານີ້ຈະບໍ່ຖືກສ້າງຂຶ້ນບົນພື້ນຖານຂອງເນື້ອໜັງ, ແຕ່ຖືກສ້າງຂຶ້ນບົນພື້ນຖານແຫ່ງຄວາມຮັກພຣະເຈົ້າ. ເຈົ້າຈະເກືອບບໍ່ມີປະຕິກິລິຍາໃດໆທາງຝ່າຍເນື້ອໜັງກັບຄົນອື່ນ, ແຕ່ໃນລະດັບຝ່າຍວິນຍານແມ່ນຈະເປັນການໂອ້ລົມ ແລະ ຄວາມຮັກທີ່ມີຮ່ວມກັນ, ຄວາມປອບໃຈ ແລະ ການຈັດໃຫ້ລະຫວ່າງພວກເຈົ້າ. ສິ່ງທັງໝົດນີ້ເກີດຂຶ້ນບົນພື້ນຖານແຫ່ງຄວາມປາຖະໜາທີ່ເຮັດໃຫ້ພຣະເຈົ້າພໍໃຈ. ຄວາມສໍາພັນເຫຼົ່ານີ້ບໍ່ໄດ້ດຳເນີນໄປຜ່ານປັດຊະຍາຂອງມະນຸດສຳລັບຄວາມສໍາພັນທາງໂລກ, ພວກມັນຖືກສ້າງຂຶ້ນໂດຍເປັນທຳມະຊາດເມື່ອຄົນໃດໜຶ່ງແບກຮັບພາລະສຳລັບພຣະເຈົ້າ. ພວກເຂົາບໍ່ຈຳເປັນຕ້ອງໃຊ້ຄວາມພະຍາຍາມຂອງມະນຸດທີ່ປະດິດຂຶ້ນຈາກເຈົ້າ, ເຈົ້າຕ້ອງການພຽງແຕ່ປະຕິບັດອີງຕາມຫຼັກການແຫ່ງພຣະທໍາຂອງພຣະເຈົ້າ. ເຈົ້າເຕັມໃຈທີ່ຈະຄໍານຶງເຖິງເຈດຕະນາຂອງພຣະເຈົ້າບໍ? ເຈົ້າພ້ອມທີ່ຈະເປັນຄົນ “ຂາດເຫດຜົນ” ຕໍ່ໜ້າພຣະອົງບໍ? ເຈົ້າເຕັມໃຈທີ່ຈະມອບຫົວໃຈຂອງເຈົ້າທັງໝົດໃຫ້ກັບພຣະເຈົ້າບໍ ແລະ ໂຍນຖິ້ມຕໍາແໜ່ງຂອງເຈົ້າຢູ່ທ່າມກາງຄົນອື່ນ? ໃນບັນດາຄົນທັງໝົດທີ່ເຈົ້າຄົບຫາ ເຈົ້າມີຄວາມສໍາພັນທີ່ດີທີ່ສຸດກັບຄົນໃດບໍ? ເຈົ້າມີຄວາມສໍາພັນທີ່ຕໍ່າທີ່ສຸດກັບຄົນໃດບໍ? ຄວາມສໍາພັນຂອງເຈົ້າກັບຜູ້ຄົນເປັນປົກກະຕິບໍ? ເຈົ້າປະຕິບັດຕໍ່ທຸກຄົນຢ່າງເທົ່າທຽມກັນບໍ? ຄວາມສໍາພັນຂອງເຈົ້າກັບຄົນອື່ນດຳເນີນໄປຕາມປັດຊະຍາສຳລັບຄວາມສໍາພັນທາງໂລກ ຫຼື ພວກມັນຖືກສ້າງຂຶ້ນບົນພື້ນຖານແຫ່ງຄວາມຮັກພຣະເຈົ້າ? ເມື່ອຜູ້ຄົນບໍ່ມອບໃຈໃຫ້ກັບພຣະເຈົ້າ, ວິນຍານຂອງພວກເຂົາເລີ່ມຂີ້ຄ້ານ, ມຶນຊາ ແລະ ຂາດສະຕິ. ຄົນປະເພດນີ້ຈະບໍ່ມີມື້ເຂົ້າໃຈພຣະທໍາຂອງພຣະເຈົ້າ, ພວກເຂົາຈະບໍ່ມີມື້ມີຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ ແລະ ພວກເຂົາຈະບໍ່ບັນລຸການປ່ຽນແປງໃນອຸປະນິໄສຂອງພວກເຂົາຈັກເທື່ອ. ການປ່ຽນແປງອຸປະນິໄສຂອງຄົນຜູ້ໜຶ່ງແມ່ນຂະບວນການມອບໃຈຂອງຄົນໆໜຶ່ງໃຫ້ກັບພຣະເຈົ້າຢ່າງສົມບູນ ແລະ ຮັບເອົາຄວາມສະຫວ່າງ ແລະ ແສງເຍືອງທາງຈາກພຣະທໍາຂອງພຣະອົງ. ພາລະກິດຂອງພຣະເຈົ້າເຮັດໃຫ້ຜູ້ຄົນສາມາດເຂົ້າສູ່ຄວາມຈິງຢ່າງຫ້າວຫັນ ແລະ ມັນເຮັດໃຫ້ພວກເຂົາສາມາດປະຖິ້ມສິ່ງບໍ່ດີຈາກພວກເຂົາເອງ ຫຼັງຈາກທີ່ໄດ້ຮັບຄວາມຮູ້ກ່ຽວກັບພວກເຂົາ. ເມື່ອເຈົ້າໄດ້ມອບຫົວໃຈຂອງເຈົ້າໃຫ້ແກ່ພຣະເຈົ້າ, ເຈົ້າຈະສາມາດສຳນຶກທຸກຄັ້ງທີ່ວິນຍານຂອງເຈົ້າມີການດົນບັນດານໜ້ອຍໜຶ່ງ ແລະ ຮູ້ທຸກສ່ວນໃນຄວາມສະຫວ່າງ ແລະ ແສງເຍືອງຂອງພຣະເຈົ້າ. ຖ້າເຈົ້າບາກບັ່ນ, ເຈົ້າຈະ ກ້າວເຂົ້າສູ່ເສັ້ນທາງທີ່ຈະຖືກພຣະວິນຍານບໍລິສຸດເຮັດໃຫ້ສົມບູນເທື່ອລະໜ້ອຍ. ຍິ່ງຫົວໃຈຂອງເຈົ້າສະຫງົບຕໍ່ໜ້າພຣະເຈົ້າຫຼາຍສໍ່າໃດ, ວິນຍານຂອງເຈົ້າກໍຍິ່ງຈະລະອຽດອ່ອນ ແລະ ອ່ອນໂຍນຂຶ້ນເທົ່ານັ້ນ, ມັນຈະສາມາດສໍາຜັດເຖິງວິທີທີ່ພຣະວິນຍານບໍລິສຸດຂັບເຄື່ອນມັນຍິ່ງຂຶ້ນ ແລະ ຄວາມສໍາພັນຂອງເຈົ້າຕໍ່ພຣະເຈົ້າກໍຈະຍິ່ງປົກກະຕິຂຶ້ນ. ຄວາມສໍາພັນທີ່ປົກກະຕິລະຫວ່າງບຸກຄົນແມ່ນເກີດຂຶ້ນບົນພື້ນຖານຂອງການຫັນຫົວໃຈຂອງຄົນໆໜຶ່ງໃຫ້ກັບພຣະເຈົ້າ, ບໍ່ແມ່ນຜ່ານຄວາມພະຍາຍາມຂອງມະນຸດ. ຖ້າບໍ່ມີພຣະເຈົ້າໃນຫົວໃຈຂອງບຸກຄົນ, ແລ້ວຄວາມສໍາພັນຂອງພວກເຂົາກັບຄົນອື່ນກໍເປັນພຽງຄວາມສໍາພັນຝ່າຍເນື້ອໜັງເທົ່ານັ້ນ. ພວກເຂົາບໍ່ປົກກະຕິ, ພວກເຂົາໝົກໝົ້ນໃນກິເລດ ແລະ ພວກເຂົາຖືກພຣະເຈົ້າກຽດຊັງ ແລະ ລັງກຽດ. ຖ້າເຈົ້າເວົ້າວ່າວິນຍານຂອງເຈົ້າໄດ້ຮັບການບັນດານໃຈ ແຕ່ເຈົ້າເຕັມໃຈທີ່ຈະໂອ້ລົມກັບຜູ້ຄົນທີ່ເຈົ້າຖືກໃຈ ແລະ ນັບຖືເທົ່ານັ້ນ ແລະ ມີອະຄະຕິຕໍ່ເຈົ້າ ແລະ ປະຕິເສດທີ່ຈະເວົ້າກັບຜູ້ຄົນທີ່ເຈົ້າບໍ່ມັກເມື່ອພວກເຂົາມາສະແຫວງຫາຈາກເຈົ້າ, ສິ່ງນີ້ຍິ່ງເປັນເຄື່ອງພິສູດຫຼາຍວ່າເຈົ້າຖືກຄອບງໍາໂດຍອາລົມ ແລະ ເຈົ້າບໍ່ມີຄວາມສຳພັນທີ່ເປັນປົກກະຕິກັບພຣະເຈົ້າເລີຍ. ມັນສະແດງວ່າເຈົ້າກໍາລັງພະຍາຍາມຫຼອກລວງພຣະເຈົ້າ ແລະ ປົກປິດຄວາມໜ້າລັງກຽດຂອງເຈົ້າເອງ. ເຈົ້າອາດຈະສາມາດແບ່ງປັນຄວາມຮູ້ບາງຢ່າງຂອງເຈົ້າ, ແຕ່ຖ້າເຈດຕະນາຂອງເຈົ້າບໍ່ຖືກຕ້ອງ ແລ້ວທຸກສິ່ງທີ່ເຈົ້າເຮັດແມ່ນດີໂດຍມາດຕະຖານຂອງມະນຸດເທົ່ານັ້ນ ແລະ ພຣະເຈົ້າຈະບໍ່ຍົກຍ້ອງເຈົ້າ. ການກະທຳຂອງເຈົ້າຈະຖືກຂັບເຄື່ອນໂດຍເນື້ອໜັງຂອງເຈົ້າ, ບໍ່ແມ່ນໂດຍພາລະຂອງພຣະເຈົ້າ. ຖ້າເຈົ້າສາມາດສະຫງົບຫົວໃຈຂອງເຈົ້າຕໍ່ໜ້າພຣະອົງ ແລະ ມີປະຕິກິລິຍາທີ່ປົກກະຕິຕໍ່ບັນດາຜູ້ທີ່ຮັກພຣະອົງ, ເຈົ້າຈຶ່ງຄູ່ຄວນທີ່ຖືກພຣະເຈົ້າໃຊ້. ຖ້າເຈົ້າສາມາດເຮັດສິ່ງນັ້ນໄດ້, ແລ້ວບໍ່ວ່າເຈົ້າຈະຕອບໂຕ້ກັບຄົນອື່ນແນວໃດກໍຕາມ, ເຈົ້າຈະບໍ່ດຳເນີນຕາມປັດຊະຍາສຳລັບການດຳລົງຊີວິດ, ເຈົ້າຈະພິຈາລະນາພາລະຂອງພຣະເຈົ້າ ແລະ ຄວາມສໍາພັນທາງໂລກຢູ່ຕໍ່ໜ້າພຣະອົງ. ທ່າມກາງພວກເຈົ້າມີຄົນລັກສະນະນີ້ຈັກຄົນ? ຄວາມສໍາພັນຂອງເຈົ້າກັບຄົນອື່ນປົກກະຕິແທ້ບໍ? ຄວາມສໍາພັນເຫຼົ່ານັ້ນສ້າງຂຶ້ນບົນພື້ນຖານຫຍັງ? ໃນໂຕເຈົ້າມີປັດຊະຍາສໍາລັບຄວາມສໍາພັນທາງໂລກບໍ? ເຈົ້າໄດ້ປະຖິ້ມພວກມັນແລ້ວບໍ? ຖ້າຫົວໃຈຂອງເຈົ້າບໍ່ສາມາດຫັນເຂົ້າຫາພຣະເຈົ້າໄດ້ທັງໝົດ ແລ້ວເຈົ້າກໍບໍ່ໄດ້ມາຈາກພຣະເຈົ້າ, ເຈົ້າມາຈາກຊາຕານ, ໃນທີ່ສຸດເຈົ້າຈະກັບຄືນສູ່ຊາຕານ ແລະ ເຈົ້າບໍ່ສົມຄວນທີ່ຈະເປັນໜຶ່ງໃນປະຊາຊົນຂອງພຣະເຈົ້າ. ເຈົ້າຕ້ອງກວດສອບສິ່ງເຫຼົ່ານີ້ຢ່າງລະມັດລະວັງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມັນສໍາຄັນຫຼາຍທີ່ຈະສ້າງຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ພາລະກິດທີ່ໂປໂລປະຕິບັດແມ່ນການສະແດງຕໍ່ໜ້າມະນຸດ, ແຕ່ຄວາມຮັກຂອງລາວທີ່ມີຕໍ່ພຣະເຈົ້າບໍລິສຸດຫຼາຍສໍ່າໃດ ແລະ...
ເຮົາຈະເຂົ້າສູ່ຄຳອະທິຖານທີ່ແທ້ຈິງແນວໃດ? ເມື່ອກຳລັງອະທິຖານ, ເຈົ້າຕ້ອງມີຫົວໃຈທີ່ສະຫງົບງຽບຕໍ່ໜ້າພຣະເຈົ້າ ແລະ ເຈົ້າຕ້ອງມີຫົວໃຈທີ່ຈິງໃຈ....
ປະຊາຊົນຂອງເຮົາທຸກຄົນທີ່ຮັບໃຊ້ຢູ່ຕໍ່ໜ້າເຮົາຄວນຄິດຄືນຫຼັງເຖິງອະດີດ: ຄວາມຮັກຂອງເຈົ້າທີ່ມີຕໍ່ເຮົາແມ່ນມີຮອຍດ່າງຈາກຄວາມບໍ່ບໍລິສຸດບໍ?...
ພາລະກິດທີ່ກຳລັງປະຕິບັດຢູ່ໃນຕອນນີ້ແມ່ນເພື່ອໃຫ້ຜູ້ຄົນກະບົດຕໍ່ຊາຕານ, ບັນພະບຸລຸດເດີມຂອງພວກເຂົາ....