ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 395
18 ເດືອນກໍລະກົດ 2025
ຕອນນີ້ ເຈົ້າຕ້ອງສະແຫວງຫາເພື່ອກາຍມາເປັນປະຊາຊົນຂອງພຣະເຈົ້າ ແລະ ຄວນເລີ່ມຕົ້ນເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຢ່າງສິ້ນເຊີງ. ການກາຍມາເປັນປະຊາຊົນຂອງພຣະເຈົ້າໝາຍເຖິງການເຂົ້າສູ່ຍຸກແຫ່ງລາຊະອານາຈັກ. ມື້ນີ້ ເຈົ້າເລີ່ມເຂົ້າສູ່ການຝຶກຝົນແຫ່ງອານາຈັກຢ່າງເປັນທາງການ ແລະ ຊີວິດໃນອະນາຄົດຂອງເຈົ້າກໍ່ຈະບໍ່ໂລເລ ແລະ ໄຮ້ລະບຽບດັ່ງທີ່ພວກເຂົາເປັນກ່ອນໜ້ານີ້; ເມື່ອດຳລົງຊີວິດໃນລັກສະນະນັ້ນ, ມັນເປັນໄປບໍ່ໄດ້ທີ່ຈະບັນລຸມາດຕະຖານທີ່ພຣະເຈົ້າຕ້ອງການ. ຖ້າເຈົ້າບໍ່ຮູ້ສຶກເຖິງຄວາມຮີບຮ້ອນໃດໆ ແລ້ວນີ້ກໍ່ສະແດງວ່າ ເຈົ້າບໍ່ມີຄວາມປາດຖະໜາທີ່ຈະປັບປຸງຕົນເອງ, ການສະແຫວງຫາຂອງເຈົ້າສັບສົນ ແລະ ວຸ້ນວາຍ ແລະ ເຈົ້າບໍ່ສາມາດຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າສຳເລັດໄດ້. ການເຂົ້າສູ່ການຝຶກອົບຮົມແຫ່ງອານາຈັກໝາຍເຖິງການເລີ່ມຕົ້ນຊີວິດຂອງປະຊາຊົນຂອງພຣະເຈົ້າ, ເຈົ້າເຕັມໃຈທີ່ຈະຍອມຮັບການຝຶກຝົນດັ່ງກ່າວບໍ? ເຈົ້າເຕັມໃຈທີ່ຈະຮູ້ສຶກເຖິງຄວາມຮີບດ່ວນບໍ? ເຈົ້າເຕັມໃຈທີ່ຈະມີຊີວິດຢູ່ພາຍໃຕ້ລະບຽບວິໄນຂອງພຣະເຈົ້າບໍ? ເຈົ້າເຕັມໃຈທີ່ຈະມີຊີວິດຢູ່ພາຍໃຕ້ການຕີສອນຂອງພຣະເຈົ້າບໍ? ເມື່ອພຣະທຳຂອງພຣະເຈົ້າມາເຖິງເຈົ້າ ແລະ ທົດສອບເຈົ້າ, ເຈົ້າຈະເຮັດແນວໃດ? ເຈົ້າຈະເຮັດຫຍັງແດ່ເມື່ອພົບກັບຂໍ້ແທ້ຈິງທຸກຮູບແບບ? ໃນອະດີດ ຄວາມສົນໃຈຂອງເຈົ້າບໍ່ແມ່ນກ່ຽວກັບຊີວິດ; ມື້ນີ້, ເຈົ້າຕ້ອງເຂົ້າສູ່ຊີວິດ-ຄວາມເປັນຈິງ ແລະ ສະແຫວງຫາການປ່ຽນແປງໃນຊີວິດຈິດໃຈຂອງເຈົ້າ. ນີ້ຄືສິ່ງທີ່ປະຊາຊົນໃນອານາຈັກຕ້ອງເຮັດໃຫ້ສຳເລັດ. ທຸກຄົນທີ່ເປັນປະຊາຊົນຂອງພຣະເຈົ້າຕ້ອງມີຊີວິດ, ພວກເຂົາຕ້ອງຍອມຮັບການຝຶກຝົນແຫ່ງອານາຈັກ ແລະ ສະແຫວງຫາການປ່ຽນແປງໃນຊີວິດຈິດໃຈຂອງພວກເຂົາ. ນີ້ຄືສິ່ງທີ່ພຣະເຈົ້າຕ້ອງການຈາກປະຊາຊົນໃນອານາຈັກ.
ສິ່ງທີ່ພຣະເຈົ້າຕ້ອງການຈາກປະຊາຊົນໃນອານາຈັກຄືດັ່ງລຸ່ມນີ້:
1. ພວກເຂົາຕ້ອງຍອມຮັບການຝາກຝັງຂອງພຣະເຈົ້າ. ນີ້ໝາຍຄວາມວ່າ ພວກເຂົາຕ້ອງຍອມຮັບພຣະທຳທຸກຂໍ້ທີ່ກ່າວໄວ້ໃນພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າ.
2. ພວກເຂົາຕ້ອງເຂົ້າສູ່ການຝຶກຝົນແຫ່ງອານາຈັກ.
3. ພວກເຂົາຕ້ອງສະແຫວງຫາເພື່ອເຮັດໃຫ້ຫົວໃຈຂອງພວກເຂົາໄດ້ຮັບການສຳຜັດຈາກພຣະເຈົ້າ. ເມື່ອຫົວໃຈຂອງເຈົ້າໄດ້ຫັນມາຫາພຣະເຈົ້າຢ່າງສົມບູນ ແລະ ເຈົ້າມີຊີວິດຝ່າຍວິນຍານທີ່ທຳມະດາ ເຈົ້າກໍ່ຈະມີຊີວິດຢູ່ໃນດິນແດນແຫ່ງອິດສະຫຼະພາບ ເຊິ່ງໝາຍຄວາມວ່າ ເຈົ້າຈະມີຊີວິດຢູ່ພາຍໃຕ້ການດູແລ ແລະ ການປົກປ້ອງຈາກຄວາມຮັກຂອງພຣະເຈົ້າ. ມີພຽງແຕ່ເມື່ອເຈົ້າມີຊີວິດພາຍໃຕ້ການດູແລ ແລະ ການປົກປ້ອງຂອງພຣະເຈົ້າ, ເຈົ້າຈຶ່ງຈະເປັນຂອງພຣະເຈົ້າ.
4. ພວກເຂົາຕ້ອງຖືກຮັບໂດຍພຣະເຈົ້າ.
5. ພວກເຂົາຕ້ອງກາຍມາເປັນສິ່ງທີ່ສຳແດງເຖິງສະຫງ່າລາສີຂອງພຣະເຈົ້າເທິງແຜ່ນດິນໂລກ.
ຫ້າຫົວຂໍ້ນີ້ແມ່ນການຝາກຝັງຂອງເຮົາສຳລັບເຈົ້າ. ພຣະທຳຂອງເຮົາຖືກກ່າວຕໍ່ປະຊາຊົນຂອງພຣະເຈົ້າ ແລະ ຖ້າເຈົ້າບໍ່ເຕັມໃຈຍອມຮັບເອົາການຝາກຝັງເຫຼົ່ານີ້, ເຮົາຈະບໍ່ບັງຄັບເຈົ້າ ແຕ່ຖ້າເຈົ້າຍອມຮັບສິ່ງເຫຼົ່ານັ້ນຢ່າງແທ້ຈິງ ແລ້ວເຈົ້າກໍ່ຈະສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າໄດ້. ໃນປັດຈຸບັນ ເຈົ້າເລີ່ມຍອມຮັບການຝາກຝັງຂອງພຣະເຈົ້າ ແລະ ສະແຫວງຫາເພື່ອກາຍເປັນປະຊາຊົນຂອງອານາຈັກ ແລະ ບັນລຸຕາມມາດຕະຖານທີ່ຈຳເປັນສຳລັບປະຊາຊົນໃນອານາຈັກ. ນີ້ຄືບາດກ້າວທຳອິດຂອງທາງເຂົ້າ. ຖ້າເຈົ້າປາດຖະໜາປະຕິບັດຕາມຄວາມປະສົງຂອງພຣະເຈົ້າຢ່າງສົມບູນ ແລ້ວເຈົ້າຕ້ອງຍອມຮັບການຝາກຝັງທັງຫ້າເຫຼົ່ານີ້ ແລະ ຖ້າເຈົ້າສາມາດເຮັດຫ້າຂໍ້ນັ້ນໃຫ້ສຳເລັດໄດ້ ເຈົ້າກໍ່ຈະສອດຄ່ອງກັບເຈດຕະນາຂອງພຣະເຈົ້າ ແລະ ພຣະເຈົ້າຈະໃຊ້ເຈົ້າໃຫ້ເກີດປະໂຫຍດຢ່າງຍິ່ງໃຫຍ່ແນ່ນອນ. ສິ່ງທີ່ສຳຄັນໃນປັດຈຸບັນຄືການເຂົ້າສູ່ການຝຶກຝົນແຫ່ງອານາຈັກ. ການເຂົ້າສູ່ການຝຶກຝົນແຫ່ງອານາຈັກກ່ຽວພັນກັບຊີວິດທາງຝ່າຍວິນຍານ. ທີ່ຜ່ານມາແມ່ນບໍ່ມີການສົນທະນາກ່ຽວກັບຊີວິດຝ່າຍວິນຍານ ແຕ່ໃນປັດຈຸບັນ ເມື່ອເຈົ້າເລີ່ມເຂົ້າສູ່ການຝຶກຝົນແຫ່ງອານາຈັກ ເຈົ້າກໍ່ເຂົ້າສູ່ຊີວິດຝ່າຍວິນຍານຢ່າງເປັນທາງການ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຮູ້ຈັກພາລະກິດໃໝ່ສຸດຂອງພຣະເຈົ້າ ແລະ ຕິດຕາມຮອຍພຣະບາດຂອງພຣະອົງ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ