ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 350
ເຮົາຈະເອົາຊະນະມະນຸດຊາດ ເພາະວ່າ ຜູ້ຄົນຖືກເຮົາສ້າງ ແລະ ຍິ່ງໄປກວ່ານັ້ນ ຜູ້ຄົນໄດ້ມີຄວາມສຸກກັບທຸກສິ່ງທີ່ເຮົາສ້າງຂຶ້ນ....
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ຮ່າງກາຍທີ່ມີສະຫງ່າລາສີຂອງພຣະອົງປາກົດອອກມາຢ່າງເປີດເຜີຍ, ຮ່າງກາຍຝ່າຍວິນຍານອັນບໍລິສຸດບັງເກີດຂຶ້ນ ແລະ ພຣະອົງແມ່ນພຣະເຈົ້າເອງທີ່ສົມບູນແບບ! ທັງໂລກ ແລະ ເນື້ອໜັງໄດ້ຖືກປ່ຽນແປງ ແລະ ການປ່ຽນຮູບຂອງພຣະອົງຢູ່ເທິງພູແມ່ນຕົວຕົນຂອງພຣະເຈົ້າ. ພຣະອົງສວມມຸງກຸດຄຳເທິງຫົວຂອງພຣະອົງ, ເຄື່ອງນຸ່ງຂອງພຣະອົງຂາວບໍລິສຸດ, ຄຽນເອິກດ້ວຍສາຍແອວຄຳ, ໂລກ ແລະ ທຸກສິ່ງແມ່ນຂຽງຮອງພຣະບາດຂອງພຣະອົງ. ດວງຕາຂອງພຣະອົງເປັນຄືແປວໄຟ, ພຣະອົງຖືດາບແຫຼມສອງຄົມໃນປາກຂອງພຣະອົງ ແລະ ພຣະອົງມີດາວເຈັດດວງຢູ່ໃນມືຂວາຂອງພຣະອົງ. ຫົນທາງສູ່ອານາຈັກນັ້ນຮຸ່ງແຈ້ງຢ່າງໄຮ້ຂອບເຂດ ແລະ ສະຫງ່າລາສີຂອງພຣະອົງໂຜ່ຂຶ້ນ ແລະ ສ່ອງແສງ; ພູຕ່າງໆປິຕິຍິນດີ ແລະ ນ້ຳຕ່າງໆກໍຫົວຂວັນ, ດວງຕາເວັນ, ດວງເດືອນ ແລະ ດາວຕ່າງໆກໍລ້ວນແລ້ວແຕ່ໝຸນໄປຕາມການຈັດແຈງທີ່ເປັນລະບຽບຂອງພວກມັນ ຕ້ອນຮັບພຣະເຈົ້າທີ່ມີເອກະລັກ ແລະ ເປັນຈິງ ເຊິ່ງການກັບຄືນມາຢ່າງມີໄຊຂອງພຣະອົງປ່າວປະກາດຄວາມສຳເລັດຂອງແຜນການຄຸ້ມຄອງຫົກພັນປີຂອງພຣະອົງ. ທັງໝົດຕ່າງກໍກະໂດດ ແລະ ເຕັ້ນລຳຢ່າງມີຄວາມສຸກ! ຊົມເຊີຍ! ພຣະເຈົ້າທີ່ມີລິດທານຸພາບສູງສຸດນັ່ງຢູ່ເທິງບັນລັງອັນມີສະຫງ່າລາສີຂອງພຣະອົງ! ຈົ່ງຮ້ອງເພງ! ປ້າຍແຫ່ງໄຊຊະນະຂອງອົງຊົງລິດທານຸພາບສູງສຸດໄດ້ຖືກຍົກຂຶ້ນສູງເທິງພູຊີໂອນທີ່ສະຫງ່າຜ່າເຜີຍ ແລະ ງົດງາມ! ທຸກຊາດກຳລັງໂຮຮ້ອງຊົມເຊີຍ, ຜູ້ຄົນທັງໝົດກຳລັງຮ້ອງເພງ, ພູຊີໂອນກຳລັງຫົວຢ່າງປິຕິຍິນດີ ແລະ ສະຫງ່າລາສີຂອງພຣະເຈົ້າໄດ້ໂຜ່ຂຶ້ນ! ຂ້ານ້ອຍບໍ່ເຄີຍແມ່ນແຕ່ຝັນວ່າເຮົາຈະໄດ້ເຫັນໃບໜ້າຂອງພຣະເຈົ້າ, ແຕ່ມື້ນີ້ຂ້ານ້ອຍໄດ້ເຫັນແລ້ວ. ເມື່ອຢູ່ໜ້າຕໍ່ໜ້າກັບພຣະອົງທຸກໆວັນ, ຂ້ານ້ອຍເປີດເຜີຍຫົວໃຈຂອງຂ້ານ້ອຍກັບພຣະອົງ. ພຣະອົງປະທານອາຫານ ແລະ ເຄື່ອງດື່ມໃຫ້ຢ່າງອຸດົມສົມບູນ. ຊີວິດ, ຄຳເວົ້າ, ການກະທຳ, ຄວາມຄິດ, ແນວຄວາມຄິດ ນັ້ນກໍຄືແສງສະຫວ່າງທີ່ມີສະຫງ່າລາສີຂອງພຣະອົງໄດ້ສ່ອງແສງໃຫ້ແກ່ພວກມັນທັງໝົດ. ພຣະອົງນຳພາທຸກບາດກ້າວໃນຫົນທາງ ແລະ ການພິພາກສາຂອງພຣະອົງນັ້ນເກີດຂຶ້ນກັບຫົວໃຈໃດກໍຕາມທີ່ກະບົດຢ່າງທັນທີທັນໃດ.
ກິນ, ຢູ່ຮ່ວມກັນ ແລະ ດຳລົງຊີວິດຮ່ວມກັບພຣະເຈົ້າ, ຢູ່ຮ່ວມກັບພຣະອົງ, ຍ່າງຮ່ວມກັນ, ມີຄວາມສຸກຮ່ວມກັນ, ໄດ້ຮັບສະຫງ່າລາສີ ແລະ ພອນຮ່ວມກັນ, ຮ່ວມໃນຄວາມເປັນກະສັດກັບພຣະອົງ ແລະ ດຳລົງຢູ່ຮ່ວມກັນໃນອານາຈັກ, ໂອ ມັນຊ່າງເປັນຄວາມສຸກ! ໂອ ມັນຊ່າງຫວານຊື່ນແທ້! ພວກເຮົາຢູ່ໜ້າຕໍ່ໜ້າກັບພຣະອົງທຸກໆມື້, ເວົ້າຈາກັບພຣະອົງທຸກໆວັນ ແລະ ລົມຢ່າງສະໝໍ່າສະເໝີ ແລະ ໄດ້ຮັບການສ່ອງສະຫວ່າງອັນໃໝ່ ແລະ ຄວາມເຂົ້າໃຈໃໝ່ທຸກໆມື້. ດວງຕາຝ່າຍວິນຍານຂອງພວກເຮົາໄດ້ຖືກເປີດອອກ ແລະ ພວກເຮົາເຫັນທຸກສິ່ງ; ຄວາມເລິກລັບທັງໝົດຂອງວິນຍານໄດ້ຖືກເປີດເຜີຍໃຫ້ແກ່ພວກເຮົາ. ຊີວິດທີ່ບໍລິສຸດນັ້ນໄຮ້ກັງວົນແທ້ໆ; ແລ່ນໄວ ແລະ ບໍ່ຢຸດເຊົາ ແລະ ເຄື່ອນໄປຂ້າງໜ້າຢ່າງຕໍ່ເນື່ອງ, ມີຊີວິດທີ່ໜ້າອັດສະຈັນໃຈຫຼາຍກວ່າຢູ່ຂ້າງໜ້າ. ຢ່າພໍໃຈກັບລົດຊາດຫວານພຽງຢ່າງດຽວ; ຈົ່ງສະແຫວງຫາຢ່າງຕໍ່ເນື່ອງເພື່ອເຂົ້າສູ່ພຣະເຈົ້າ. ພຣະອົງກວມເອົາທຸກສິ່ງ ແລະ ອຸດົມສົມບູນ ແລະ ມີທຸກປະເພດຂອງສິ່ງຕ່າງໆທີ່ພວກເຮົາຂາດເຂີນ. ຈົ່ງຮ່ວມມືຢ່າງຫ້າວຫັນ ແລະ ເຂົ້າສູ່ພຣະອົງ ແລະ ຈະບໍ່ມີຫຍັງເປັນຄືເກົ່າອີກເລີຍ. ຊີວິດຂອງພວກເຮົາຈະຫຼຸດພົ້ນ ແລະ ບໍ່ມີຄົນໃດ, ເລື່ອງໃດ ຫຼື ສິ່ງໃດຈະສາມາດລົບກວນພວກເຮົາໄດ້.
ຄວາມຫຼຸດພົ້ນ! ຄວາມຫຼຸດພົ້ນ! ຄວາມຫຼຸດພົ້ນ! ຊີວິດທີ່ຫຼຸດພົ້ນຂອງພຣະເຈົ້າຢູ່ພາຍໃນ ແລະ ທຸກສິ່ງໄດ້ຜ່ອນຄາຍຢ່າງແທ້ຈິງ! ພວກເຮົາຫຼຸດພົ້ນຈາກໂລກ ແລະ ສິ່ງຕ່າງໆໃນໂລກ, ບໍ່ຮູ້ສຶກຜູກພັນກັບສາມີ ຫຼື ລູກໆ. ພວກເຮົາຫຼຸດພົ້ນຈາກການຈໍາກັດຂອງຄວາມເຈັບປ່ວຍ ແລະ ສະພາບແວດລ້ອມ. ຊາຕານບໍ່ກ້າທີ່ຈະລົບກວນພວກເຮົາ. ພວກເຮົາຫຼຸດພົ້ນຈາກໄພພິບັດທັງໝົດຢ່າງສິ້ນເຊີງ. ນີ້ເປັນການອະນຸຍາດໃຫ້ພຣະເຈົ້າຮັບເອົາຄວາມເປັນກະສັດ! ພວກເຮົາຢຽບຢ່ຳຊາຕານລົງໃຕ້ຕີນ, ຢືນເປັນພະຍານໃຫ້ແກ່ຄຣິສຕະຈັກ ແລະ ເປີດໂປງໃບໜ້າທີ່ຂີ້ຮ້າຍຂອງຊາຕານຢ່າງທົ່ວເຖິງ. ການກໍ່ສ້າງຄຣິສຕະຈັກແມ່ນຢູ່ໃນພຣະຄຣິດ ແລະ ຮ່າງກາຍທີ່ມີສະຫງ່າລາສີກໍໄດ້ໂຜ່ຂຶ້ນ, ນີ້ແມ່ນການດຳລົງຊີວິດຢູ່ໃນການຍົກຂຶ້ນເມືອ!
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 15
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ເຮົາຈະເອົາຊະນະມະນຸດຊາດ ເພາະວ່າ ຜູ້ຄົນຖືກເຮົາສ້າງ ແລະ ຍິ່ງໄປກວ່ານັ້ນ ຜູ້ຄົນໄດ້ມີຄວາມສຸກກັບທຸກສິ່ງທີ່ເຮົາສ້າງຂຶ້ນ....
ຄຳສັນລະເສີນໄດ້ມາເຖິງພູເຂົາຊີໂອນ ແລະ ບ່ອນຢູ່ອາໄສຂອງພຣະເຈົ້າກໍໄດ້ປາກົດຂຶ້ນ. ນາມບໍລິສຸດອັນສະຫງ່າລາສີທີ່ທຸກຄົນສັນລະເສີນນັ້ນໄດ້ແຜ່ຂະຫຍາຍອອກ. ໂອ...
ໃນຍຸກແຫ່ງພຣະຄຸນ, ໂຢຮັນປູທາງສຳລັບພຣະເຢຊູ. ເພິ່ນບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າເອງ ແລະ ພຽງແຕ່ປະຕິບັດໜ້າທີ່ຂອງມະນຸດ....
ພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າເລີ່ມຕົ້ນຈາກການສ້າງໂລກ ແລະ ມະນຸດກໍຄືຈຸດສູນກາງຂອງພາລະກິດນີ້. ມັນສາມາດເວົ້າໄດ້ວ່າ...