ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 400

18 ເດືອນກໍລະກົດ 2025

ພຣະເຈົ້າຕັ້ງໃຈເຮັດໃຫ້ມະນຸດສົມບູນແບບ. ບໍ່ວ່າພຣະອົງຈະກ່າວຈາກມຸມມອງໃດກໍ່ຕາມ, ທັງໝົດກໍ່ເພື່ອເຫັນແກ່ການເຮັດໃຫ້ຜູ້ຄົນສົມບູນແບບ. ພຣະທໍາທີ່ກ່າວຈາກມຸມມອງຂອງພຣະວິນຍານກໍ່ຍາກທີ່ຜູ້ຄົນຈະເຂົ້າໃຈ; ພວກເຂົາບໍ່ມີທາງຄົ້ນພົບເສັ້ນທາງໃນການປະຕິບັດ, ຍ້ອນຄວາມສາມາດຂອງພວກເຂົາໃນການເຂົ້າໃຈແມ່ນມີຄວາມຈໍາກັດ. ພາລະກິດຂອງພຣະເຈົ້າບັນລຸຜົນທີ່ແຕກຕ່າງກັນ ແລະ ພຣະອົງມີເປົ້າໝາຍໃນການປະຕິບັດພາລະກິດແຕ່ລະຂັ້ນຕອນຂອງພຣະອົງ. ຍິ່ງໄປກວ່ານັ້ນ, ພຣະອົງຈໍາເປັນຕ້ອງກ່າວຈາກມຸມມອງທີ່ແຕກຕ່າງກັນ ຍ້ອນໂດຍການເຮັດແບບນັ້ນເທົ່ານັ້ນ ພຣະອົງຈຶ່ງສາມາດເຮັດໃຫ້ມະນຸດສົມບູນແບບໄດ້. ຖ້າພຣະອົງພຽງແຕ່ເປັ່ງສຽງຂອງພຣະອົງກ່າວຈາກມຸມມອງຂອງພຣະວິນຍານເທົ່ານັ້ນ, ມັນກໍ່ຈະບໍ່ມີທາງທີ່ຈະສຳເລັດຂັ້ນຕອນນີ້ໃນພາລະກິດຂອງພຣະອົງ. ຈາກນໍ້າສຽງທີ່ພຣະອົງກ່າວ, ເຈົ້າສາມາດເຫັນໄດ້ວ່າ ພຣະອົງຕັ້ງໃຈທີ່ຈະສ້າງໃຫ້ຄົນກຸ່ມນີ້ສົມບູນແບບ. ສະນັ້ນ ແມ່ນຫຍັງຄວນເປັນບາດກ້າວທຳອິດສຳລັບແຕ່ລະຄົນທີ່ປາຖະໜາຖືກເຮັດໃຫ້ສົມບູນ? ນອກເໜືອສິ່ງອື່ນໃດ, ເຈົ້າຕ້ອງຮູ້ຈັກພາລະກິດຂອງພຣະເຈົ້າ. ມື້ນີ້, ວິທີການໄດ້ເລີ່ມຕົ້ນຂຶ້ນໃນພາລະກິດຂອງພຣະເຈົ້າ; ຍຸກສະໄໝໄດ້ປ່ຽນແປງໄປ, ລັກສະນະທີ່ພຣະເຈົ້າປະຕິບັດພາລະກິດກໍ່ປ່ຽນໄປເຊັ່ນກັນ ແລະ ວິທີການທີ່ພຣະອົງກ່າວກໍ່ແຕກຕ່າງກັນ. ມື້ນີ້ ບໍ່ແມ່ນພຽງແຕ່ວ່າວິທີການໃນພາລະກິດຂອງພຣະອົງໄດ້ປ່ຽນແປງໄປເທົ່ານັ້ນ, ແຕ່ຍຸກກໍ່ໄດ້ປ່ຽນແປງເຊັ່ນກັນ. ຕອນນີ້ແມ່ນຍຸກແຫ່ງລາຊະອານາຈັກ. ມັນຍັງເປັນຍຸກແຫ່ງການຮັກພຣະເຈົ້າ. ມັນຄືການຊີມລົດຊາດລ່ວງໜ້າຂອງຍຸກແຫ່ງອານາຈັກພັນປີ ເຊິ່ງຍັງເປັນຍຸກແຫ່ງພຣະທໍາອີກດ້ວຍ ແລະ ເປັນຍຸກທີ່ພຣະເຈົ້າໃຊ້ຫຼາຍວິທີໃນການກ່າວເພື່ອເຮັດໃຫ້ມະນຸດສົມບູນ ແລະ ກ່າວຈາກມຸມມອງທີ່ແຕກຕ່າງກັນເພື່ອສະໜອງໃຫ້ແກ່ມະນຸດ. ເມື່ອໄດ້ກ້າວເຂົ້າຍຸກແຫ່ງອານາຈັກພັນປີ, ພຣະເຈົ້າກໍ່ຈະເລີ່ມໃຊ້ພຣະທໍາເພື່ອເຮັດໃຫ້ມະນຸດສົມບູນແບບ, ເຮັດໃຫ້ມະນຸດສາມາດເຂົ້າສູ່ຊີວິດ-ຄວາມເປັນຈິງ ແລະ ນໍາພາມະນຸດໄປສູ່ເສັ້ນທາງທີ່ຖືກຕ້ອງ. ເມື່ອໄດ້ປະສົບກັບຫຼາຍຂັ້ນຕອນໃນພາລະກິດຂອງພຣະອົງ, ມະນຸດກໍ່ໄດ້ເຫັນວ່າພາລະກິດຂອງພຣະອົງບໍ່ໄດ້ຢຸດສະງັກ, ແຕ່ກຳລັງວິວັດທະນາການ ແລະ ລົງເລິກຢ່າງຕໍ່ເນື່ອງ. ຫຼັງຈາກທີ່ຜູ້ຄົນໄດ້ຜະເຊີນກັບມັນເປັນເວລາດົນ, ພາລະກິດກໍ່ໄດ້ໝຸນຊໍ້າແລ້ວຊໍ້າອີກ, ປ່ຽນແປງຄັ້ງແລ້ວຄັ້ງເລົ່າ. ເຖິງແມ່ນວ່າມັນຈະມີການປ່ຽນແປງຫຼາຍສໍ່າໃດກໍ່ຕາມ, ມັນບໍ່ເຄີຍບ່ຽງເບນຈາກຈຸດປະສົງຂອງພຣະເຈົ້າໃນການນໍາຄວາມລອດພົ້ນມາສູ່ມະນຸດຊາດ. ເຖິງແມ່ນວ່າຈະມີການປ່ຽນແປງສິບພັນຄັ້ງກໍ່ຕາມ, ມັນກໍບໍ່ເຄີຍຫັນເຫອອກຈາກຈຸດປະສົງເດີມຂອງມັນ. ບໍ່ວ່າວິທີການໃນພາລະກິດຂອງພຣະເຈົ້າອາດປ່ຽນແປງແນວໃດກໍ່ຕາມ, ພາລະກິດນີ້ກໍ່ບໍ່ເຄີຍອອກຈາກຄວາມຈິງ ຫຼື ຈາກຊີວິດຈັກເທື່ອ. ການປ່ຽນແປງໃນວິທີການປະຕິບັດພາລະກິດແມ່ນກ່ຽວຂ້ອງກັບການປ່ຽນແປງໃນຮູບແບບຂອງພາລະກິດ ແລະ ມຸມມອງທີ່ພຣະເຈົ້າກ່າວເທົ່ານັ້ນ; ບໍ່ມີການປ່ຽນແປງໃນຈຸດປະສົງຫຼັກໃນພາລະກິດຂອງພຣະອົງ. ການປ່ຽນແປງໃນນໍ້າສຽງຂອງພຣະອົງ ແລະ ວິທີການໃນພາລະກິດຂອງພຣະອົງເກີດຂຶ້ນເພື່ອບັນລຸຜົນ. ການປ່ຽນແປງໃນນໍ້າສຽງບໍ່ໄດ້ໝາຍຄວາມເຖິງການປ່ຽນແປງໃນຈຸດປະສົງ ຫຼື ຫຼັກການທີ່ຢູ່ເບື້ອງຫຼັງຂອງພາລະກິດ. ຜູ້ຄົນເຊື່ອໃນພຣະເຈົ້າເພື່ອການສະແຫວງຫາຊີວິດເປັນຫຼັກ; ຖ້າເຈົ້າເຊື່ອໃນພຣະເຈົ້າ ແຕ່ບໍ່ສະແຫວງຫາຊີວິດ ຫຼື ຄົ້ນຫາຄວາມຈິງ ຫຼື ຄວາມຮູ້ກ່ຽວກັບພຣະເຈົ້າ, ແລ້ວນີ້ກໍ່ບໍ່ແມ່ນຄວາມເຊື່ອໃນພຣະເຈົ້າ! ແລ້ວມັນເປັນຈິງບໍທີ່ຈະຍັງສະແຫວງຫາເພື່ອເຂົ້າສູ່ອານາຈັກເພື່ອເປັນກະສັດ? ການບັນລຸຄວາມຮັກທີ່ແທ້ຈິງສຳລັບພຣະເຈົ້າຜ່ານການສະແຫວງຫາຊີວິດ, ມີພຽງແຕ່ສິ່ງນີ້ຈຶ່ງເປັນຄວາມເປັນຈິງ; ການສະແຫວງຫາ ແລະ ການປະຕິບັດຄວາມຈິງ, ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນຄວາມເປັນຈິງ. ເມື່ອໄດ້ອ່ານພຣະທໍາຂອງພຣະເຈົ້າ ແລະ ຜະເຊີນກັບພຣະທຳເຫຼົ່ານີ້, ເຈົ້າຈຶ່ງຈະເຂົ້າໃຈໃນຄວາມຮູ້ກ່ຽວກັບພຣະເຈົ້າທ່າມກາງປະສົບການຕົວຈິງ ແລະ ນີ້ແມ່ນຄວາມໝາຍຂອງການສະແຫວງຫາຢ່າງແທ້ຈິງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຍຸກແຫ່ງລາຊະອານາຈັກແມ່ນຍຸກແຫ່ງພຣະທໍາ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ