ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 516

19 ເດືອນມັງກອນ 2026

ສາມາດເວົ້າໄດ້ວ່າ ປະສົບການຫຼາຍຢ່າງຂອງເຈົ້າທີ່ກ່ຽວກັບຄວາມລົ້ມເຫຼວ, ຄວາມອ່ອນແອ ແລະ ເວລາແຫ່ງຄວາມຄິດລົບແມ່ນການທົດລອງຂອງພຣະເຈົ້າ. ນີ້ກໍຍ້ອນວ່າ ທຸກສິ່ງແມ່ນມາຈາກພຣະເຈົ້າ ແລະ ທຸກຢ່າງ ແລະ ທຸກເຫດການແມ່ນຢູ່ໃນມືຂອງພຣະອົງ. ບໍ່ວ່າເຈົ້າຈະລົ້ມເຫຼວ ຫຼື ບໍ່ວ່າເຈົ້າຈະອ່ອນແອ ແລະ ເຈົ້າຈະສະດຸດ ຫຼື ບໍ່, ມັນລ້ວນແລ້ວແຕ່ຂຶ້ນກັບພຣະເຈົ້າ ແລະ ຢູ່ພາຍໃນກຳມືຂອງພຣະອົງ. ຈາກທັດສະນະຂອງພຣະເຈົ້າ, ນີ້ແມ່ນການທົດລອງເຈົ້າ ແລະ ຖ້າເຈົ້າບໍ່ສາມາດຮັບຮູ້ສິ່ງນັ້ນໄດ້ ມັນກໍຈະກາຍມາເປັນການລໍ້ລວງ. ມີສະພາວະສອງປະເພດທີ່ຜູ້ຄົນຄວນຮັບຮູ້: ໜຶ່ງຢ່າງແມ່ນມາຈາກພຣະວິນຍານບໍລິສຸດ ແລະ ແຫຼ່ງທີ່ມາທີ່ເປັນໄປໄດ້ຂອງອີກຢ່າງແມ່ນຊາຕານ. ໜຶ່ງຢ່າງແມ່ນສະພາວະທີ່ພຣະວິນຍານບໍລິສຸດໃຫ້ແສງເຍືອງທາງກັບເຈົ້າ ແລະ ເຮັດໃຫ້ເຈົ້າຮູ້ຈັກຕົນເອງ, ກຽດຊັງ ແລະ ຮູ້ສຶກເສຍໃຈກັບຕົນເອງ ແລະ ສາມາດມີຄວາມຮັກທີ່ແທ້ຈິງໃຫ້ກັບພຣະເຈົ້າ, ວາງຫົວໃຈຂອງເຈົ້າເພື່ອເຮັດໃຫ້ພຣະອົງພໍໃຈ. ອີກສະພາວະໜຶ່ງແມ່ນ ສະພາວະທີ່ເຈົ້າຮູ້ຈັກຕົນເອງ, ແຕ່ເຈົ້າຍັງມີຄວາມຄິດລົບ ແລະ ອ່ອນແອ. ມັນສາມາດເວົ້າໄດ້ວ່າ ສະພາວະນີ້ແມ່ນການຫຼໍ່ຫຼອມຂອງພຣະເຈົ້າ ແລະ ນັ້ນຍັງແມ່ນການລໍ້ລວງຂອງຊາຕານ. ຖ້າເຈົ້າຮັບຮູ້ວ່າ ນີ້ແມ່ນຄວາມລອດພົ້ນຂອງພຣະເຈົ້າທີ່ມີໃຫ້ເຈົ້າ ແລະ ຖ້າເຈົ້າຮູ້ສຶກວ່າ ໃນຕອນນີ້ ເຈົ້າເປັນໜີ້ບຸນຄຸນພຣະອົງຢ່າງຫຼວງຫຼາຍ ແລະ ຕັ້ງແຕ່ນີ້ຕໍ່ໄປ ຖ້າເຈົ້າພະຍາຍາມທີ່ຈະຕອບແທນພຣະອົງ ແລະ ບໍ່ຕົກຢູ່ໃນຄວາມຊົ່ວຊ້າດັ່ງກ່າວອີກຕໍ່ໄປ, ຖ້າເຈົ້າໃຊ້ຄວາມພະຍາຍາມເພື່ອກິນ ແລະ ດື່ມພຣະທຳຂອງພຣະອົງ ແລະ ຖ້າເຈົ້າຄິດວ່າຕົນເອງຂາດເຂີນຢູ່ສະເໝີ ແລະ ມີຫົວໃຈແຫ່ງຄວາມປາຖະໜາ, ແລ້ວນີ້ກໍແມ່ນການທົດລອງຂອງພຣະເຈົ້າ. ຫຼັງຈາກທີ່ການທົນທຸກໄດ້ສິ້ນສຸດລົງ ແລະ ເຈົ້າໄດ້ກ້າວໄປຂ້າງໜ້າອີກຄັ້ງ, ພຣະເຈົ້າກໍຈະຍັງນໍາພາ, ເຍືອງທາງ, ໃຫ້ແສງສະຫວ່າງ ແລະ ລ້ຽງບໍາລຸງເຈົ້າ. ແຕ່ຖ້າເຈົ້າບໍ່ຮັບຮູ້ສິ່ງນັ້ນ ແລະ ເຈົ້າມີຄວາມຄິດລົບ ໂດຍປະຖິ້ມຕົນເອງໃຫ້ຢູ່ກັບຄວາມໝົດຫວັງເທົ່ານັ້ນ, ຖ້າເຈົ້າຄິດໃນລັກສະນະນີ້, ແລ້ວການລໍ້ລວງຂອງຊາຕານກໍມາເຖິງເຈົ້າແລ້ວ. ເມື່ອໂຢບປະສົບກັບການທົດລອງ, ພຣະເຈົ້າ ແລະ ຊາຕານກຳລັງເດີມພັນກັນ ແລະ ພຣະເຈົ້າອະນຸຍາດໃຫ້ຊາຕານເຮັດໃຫ້ໂຢບເຈັບປວດ. ເຖິງແມ່ນວ່າ ພຣະເຈົ້າເອງທີ່ກຳລັງທົດສອບໂຢບ, ໃນຄວາມຈິງແລ້ວ ມັນແມ່ນຊາຕານທີ່ມາຫາເພິ່ນ. ສຳລັບຊາຕານແລ້ວ ມັນກຳລັງລໍ້ລວງໂຢບ, ແຕ່ໂຢບຢູ່ຂ້າງພຣະເຈົ້າ. ຖ້າບໍ່ເປັນແບບນັ້ນ ແລ້ວເພິ່ນກໍຄົງຈະຕົກລົງສູ່ການລໍ້ລວງ. ທັນທີທີ່ຜູ້ຄົນຕົກລົງສູ່ການລໍ້ລວງ, ພວກເຂົາກໍຕົກລົງສູ່ໄພອັນຕະລາຍ. ສາມາດເວົ້າໄດ້ວ່າ ການປະສົບກັບການຫຼໍ່ຫຼອມແມ່ນການທົດລອງຈາກພຣະເຈົ້າ, ແຕ່ຖ້າເຈົ້າບໍ່ໄດ້ຢູ່ໃນສະພາວະທີ່ດີ ມັນກໍສາມາດເວົ້າໄດ້ວ່າ ເປັນການລໍ້ລວງຈາກຊາຕານ. ຖ້າເຈົ້າບໍ່ຊັດເຈນກ່ຽວກັບນິມິດ, ຊາຕານກໍຈະກ່າວຫາເຈົ້າ ແລະ ປິດບັງເຈົ້າໃນນິມິດລັກສະນະດັ່ງກ່າວ. ກ່ອນທີ່ເຈົ້າຈະຮູ້ຕົວ, ເຈົ້າແມ່ນຕົກລົງສູ່ການລໍ້ລວງແລ້ວ.

ຖ້າເຈົ້າບໍ່ມີປະສົບການກັບພາລະກິດຂອງພຣະເຈົ້າ ເຈົ້າກໍຈະບໍ່ສາມາດຖືກເຮັດໃຫ້ສົມບູນໄດ້ຈັກເທື່ອ. ໃນປະສົບການຂອງເຈົ້າ, ເຈົ້າຕ້ອງຍັງເຂົ້າສູ່ລາຍລະອຽດຕ່າງໆ. ຕົວຢ່າງເຊັ່ນ ແມ່ນຫຍັງຄືສິ່ງທີ່ນໍາພາໃຫ້ເຈົ້າພັດທະນາແນວຄິດ ແລະ ແຮງຈູງໃຈທີ່ຫຼາຍເກີນໄປ ແລະ ເຈົ້າຕ້ອງແກ້ໄຂບັນຫາເຫຼົ່ານີ້ດ້ວຍການປະຕິບັດທີ່ເໝາະສົມຫຍັງແດ່? ຖ້າເຈົ້າສາມາດມີປະສົບການກັບພາລະກິດຂອງພຣະເຈົ້າ, ນີ້ກໍໝາຍຄວາມວ່າ ເຈົ້າມີວຸດທິພາວະ. ຖ້າເຈົ້າພຽງແຕ່ເບິ່ງຄືວ່າມີຄວາມຫ້າວຫັນ, ນີ້ກໍບໍ່ແມ່ນວຸດທິພາວະທີ່ແທ້ຈິງ ແລະ ເຈົ້າຈະບໍ່ສາມາດຍຶດໝັ້ນໄດ້ຢ່າງແນ່ນອນ. ມີແຕ່ເມື່ອພວກເຈົ້າສາມາດຜະເຊີນກັບພາລະກິດຂອງພຣະເຈົ້າ ແລະ ເຈົ້າສາມາດຜະເຊີນ ແລະ ໄຕ່ຕອງພາລະກິດຂອງພຣະເຈົ້າໃນເວລາໃດກໍຕາມ ແລະ ສະຖານທີ່ໃດກໍຕາມ, ເມື່ອໃດພວກເຈົ້າຈຶ່ງສາມາດອອກຈາກຄົນລ້ຽງແກະ, ດຳລົງຊີວິດຢ່າງເປັນອິດສະຫຼະໂດຍເພິ່ງພາພຣະເຈົ້າ ແລະ ພວກເຈົ້າສາມາດເຫັນການກະທຳທີ່ແທ້ຈິງຂອງພຣະເຈົ້າ, ມີແຕ່ເມື່ອນັ້ນ ເຈດຕະນາຂອງພຣະເຈົ້າຈຶ່ງຈະຖືກເຮັດໃຫ້ສຳເລັດ. ໃນຕອນນີ້, ຄົນສ່ວນໃຫຍ່ບໍ່ຮູ້ຈັກວິທີຜະເຊີນກັບພາລະກິດນັ້ນ ແລະ ເມື່ອພວກເຂົາພົບກັບບັນຫາ, ພວກເຂົາກໍບໍ່ຮູ້ວິທີຈັດການກັບບັນຫານັ້ນ; ພວກເຂົາບໍ່ສາມາດມີປະສົບການກັບພາລະກິດຂອງພຣະເຈົ້າ ແລະ ພວກເຂົາບໍ່ສາມາດນໍາພາຊີວິດຝ່າຍວິນຍານໄດ້. ເຈົ້າຕ້ອງນໍາພຣະທຳ ແລະ ພາລະກິດຂອງພຣະເຈົ້າເຂົ້າສູ່ຊີວິດຕົວຈິງຂອງເຈົ້າ.

ບາງເທື່ອ ພຣະເຈົ້າມອບຄວາມຮູ້ສຶກປະເພດໃດໜຶ່ງໃຫ້ກັບເຈົ້າ, ຄວາມຮູ້ສຶກທີ່ເຮັດໃຫ້ເຈົ້າສູນເສຍຄວາມສຸກພາຍໃນຂອງເຈົ້າ ແລະ ສູນເສຍການສະຖິດຂອງພຣະເຈົ້າ ຈົນເຈົ້າຕົກລົງສູ່ຄວາມມືດມົວ. ນີ້ແມ່ນການຫຼໍ່ຫຼອມຊະນິດໜຶ່ງ. ເມື່ອໃດກໍຕາມທີ່ເຈົ້າເຮັດບາງສິ່ງບາງຢ່າງ ມັນກໍຈະມີການຜິດພາດຢູ່ສະເໝີ ຫຼື ເຈົ້າຊົນຝາ. ນີ້ແມ່ນການລົງວິໄນຂອງພຣະເຈົ້າ. ບາງເທື່ອ ເມື່ອເຈົ້າເຮັດບາງສິ່ງທີ່ກະບົດ ແລະ ຕໍ່ຕ້ານພຣະເຈົ້າ, ບໍ່ມີຜູ້ໃດອາດຮູ້ຈັກມັນໄດ້, ແຕ່ພຣະເຈົ້າຮູ້. ພຣະອົງຈະບໍ່ປ່ອຍໃຫ້ເຈົ້າໄປ ແລະ ພຣະອົງຈະລົງວິໄນເຈົ້າ. ພາລະກິດຂອງພຣະວິນຍານບໍລິສຸດມີລາຍລະອຽດຫຼາຍ. ພຣະອົງສັງເກດຄຳເວົ້າ ແລະ ການກະທຳທຸກຢ່າງຂອງຜູ້ຄົນຢ່າງລະມັດລະວັງ, ການປະພຶດ ແລະ ການເຄື່ອນໄຫວທຸກຢ່າງຂອງພວກເຂົາ ແລະ ຄວາມຄິດ ແລະ ແນວຄິດທຸກຢ່າງຂອງພວກເຂົາ ເພື່ອວ່າຜູ້ຄົນຈະສາມາດໄດ້ຮັບເອົາຄວາມສຳນຶກພາຍໃນກ່ຽວກັບສິ່ງເຫຼົ່ານີ້. ເຈົ້າເຮັດບາງສິ່ງບາງຢ່າງຄັ້ງໜຶ່ງ ແລະ ມັນກໍຜິດພາດ, ເຈົ້າເຮັດສິ່ງນັ້ນອີກຄັ້ງ ແລະ ມັນກໍຍັງຜິດພາດ ແລະ ເຈົ້າຈະມາເຂົ້າໃຈພາລະກິດຂອງພຣະວິນຍານບໍລິສຸດເທື່ອລະໜ້ອຍ. ຜ່ານການລົງວິໄນຫຼາຍຄັ້ງ, ເຈົ້າຈະຮູ້ວ່າ ຕ້ອງເຮັດແບບໃດເພື່ອໃຫ້ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ ແລະ ແມ່ນຫຍັງທີ່ບໍ່ສອດຄ່ອງກັບເຈດຕະນາຂອງພຣະອົງ. ໃນທີ່ສຸດແລ້ວ, ເຈົ້າຈະມີການຕອບສະໜອງທີ່ຖືກຕ້ອງຕໍ່ການນໍາພາຂອງພຣະວິນຍານບໍລິສຸດຈາກຂ້າງໃນຕົວເຈົ້າ. ບາງຄັ້ງ ເຈົ້າຈະກະບົດ ແລະ ເຈົ້າຈະຖືກພຣະເຈົ້າຕໍານິຕິຕຽນຈາກຂ້າງໃນ. ທຸກສິ່ງເຫຼົ່ານີ້ແມ່ນມາຈາກການລົງວິໄນຂອງພຣະເຈົ້າ. ຖ້າເຈົ້າບໍ່ເຊີດຊູບູຊາພຣະທຳຂອງພຣະເຈົ້າ, ຖ້າເຈົ້າດູຖູກພາລະກິດຂອງພຣະອົງ, ແລ້ວພຣະອົງຈະບໍ່ສົນໃຈເຈົ້າເລີຍ. ຍິ່ງເຈົ້າຈິງຈັງກັບພຣະທຳຂອງພຣະເຈົ້າຫຼາຍສໍ່າໃດ, ພຣະອົງຈະຍິ່ງໃຫ້ແສງສະຫວ່າງກັບເຈົ້າຫຼາຍສໍ່ານັ້ນ. ໃນຕອນນີ້, ມີບາງຄົນໃນຄຣິສຕະຈັກທີ່ມີຄວາມເຊື່ອທີ່ວຸ້ນວາຍ ແລະ ສັບສົນ ແລະ ພວກເຂົາເຮັດຫຼາຍໆສິ່ງທີ່ບໍ່ເໝາະສົມ ແລະ ປະພຶດຢ່າງບໍ່ມີວິໄນ ແລະ ດ້ວຍເຫດນີ້ ພາລະກິດຂອງພຣະວິນຍານບໍລິສຸດກໍບໍ່ສາມາດເຫັນໄດ້ຢ່າງຊັດເຈນໃນຕົວພວກເຂົາ. ບາງຄົນປະຖິ້ມໜ້າທີ່ຂອງພວກເຂົາຢູ່ເບື້ອງຫຼັງເພື່ອເຫັນແກ່ການຫາເງິນ, ອອກໄປດຳເນີນທຸລະກິດໂດຍບໍ່ຖືກລົງວິໄນ; ຄົນປະເພດນັ້ນຍິ່ງຕົກຢູ່ໃນອັນຕະລາຍຫຼາຍຂຶ້ນ. ບໍ່ແມ່ນວ່າ ພວກເຂົາຈະບໍ່ມີພາລະກິດຂອງພຣະວິນຍານບໍລິສຸດໃນປັດຈຸບັນເທົ່ານັ້ນ, ແຕ່ໃນອະນາຄົດ ພວກເຂົາຈະຖືກເຮັດໃຫ້ສົມບູນໄດ້ຍາກ. ມີຫຼາຍຄົນທີ່ເຫັນພາລະກິດຂອງພຣະວິນຍານບໍລິສຸດໃນຕົວພວກເຂົາ ແລະ ບໍ່ເຫັນການລົງວິໄນໃນຕົວພວກເຂົາ. ພວກເຂົາເປັນຄົນທີ່ບໍ່ຊັດເຈນໃນເຈດຕະນາຂອງພຣະເຈົ້າ ແລະ ບໍ່ຮູ້ຈັກພາລະກິດຂອງພຣະອົງ. ຄົນທີ່ສາມາດຍຶດໝັ້ນໃນລະຫວ່າງການຫຼໍ່ຫຼອມ, ຄົນທີ່ຕິດຕາມພຣະເຈົ້າບໍ່ວ່າພຣະອົງຈະເຮັດຫຍັງກໍຕາມ ແລະ ຢ່າງໜ້ອຍສຸດຄືບໍ່ສາມາດຈາກໄປໄດ້ ຫຼື ບັນລຸ 0,1% ຂອງສິ່ງທີ່ເປໂຕບັນລຸແມ່ນຖືວ່າກຳລັງເຮັດດີ, ແຕ່ພວກເຂົາບໍ່ມີຄຸນຄ່າໃນເລື່ອງການທີ່ພຣະເຈົ້າໃຊ້ພວກເຂົາ. ຫຼາຍຄົນເຂົ້າໃຈສິ່ງຕ່າງໆຢ່າງໄວວາ, ມີຄວາມຮັກທີ່ແທ້ຈິງສຳລັບພຣະເຈົ້າ ແລະ ສາມາດລື່ນລະດັບຂອງເປໂຕ ແລະ ພຣະເຈົ້າປະຕິບັດພາລະກິດແຫ່ງຄວາມສົມບູນໃນພວກເຂົາ. ການລົງວິໄນ ແລະ ການສ່ອງແສງສະຫວ່າງມາຫາຜູ້ຄົນດັ່ງກ່າວ ແລະ ຖ້າມີສິ່ງໃດໜຶ່ງໃນພວກເຂົາທີ່ບໍ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ, ພວກເຂົາກໍສາມາດໂຍນມັນຖິ້ມໄດ້ທັນທີ. ຄົນປະເພດນີ້ເປັນຄືກັບທອງຄຳ, ເງິນ ແລະ ຫີນທີ່ມີຄ່າ, ຄຸນຄ່າຂອງພວກເຂົາແມ່ນສູງທີ່ສຸດ! ຖ້າພຣະເຈົ້າໄດ້ກະທຳພາລະກິດຫຼາຍປະເພດ ແຕ່ເຈົ້າຍັງເປັນຄືກັບດິນຊາຍ ຫຼື ກ້ອນຫີນ, ແລ້ວເຈົ້າກໍບໍ່ມີຄ່າຫຍັງເລີຍ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄົນທີ່ຈະຖືກເຮັດໃຫ້ສົມບູນຕ້ອງຜ່ານການຫຼໍ່ຫຼອມ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ