3. ການກຳນົດວ່າພຣະເຈົ້າທີ່ແທ້ຈິງອົງດຽວເປັນພຣະເຈົ້າສາມອົງຄືການທ້າທາຍ ແລະ ໝິ່ນປະໝາດພຣະເຈົ້າ

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ເຮົາຂໍບອກພວກເຈົ້າວ່າ ພຣະເຈົ້າຕຣິເອການຸພາບບໍ່ມີຢູ່ຈິງບໍ່ວ່າຢູ່ບ່ອນໃດກໍຕາມໃນຈັກກະວານນີ້. ພຣະເຈົ້າບໍ່ມີພຣະບິດາ ແລະ ບໍ່ມີພຣະບຸດ, ແຮງໄກທີ່ຈະມີແນວຄິດທີ່ພຣະບິດາ ແລະ ພຣະບຸດຮ່ວມກັນໃຊ້ພຣະວິນຍານບໍລິສຸດເປັນເຄື່ອງມື. ທຸກສິ່ງເຫຼົ່ານີ້ແມ່ນຄວາມເຊື່ອທີ່ຜິດທີ່ສຸດ ແລະ ບໍ່ມີຢູ່ຈິງໃນໂລກນີ້ແທ້ໆ! ເຖິງຢ່າງໃດກໍຕາມ ຄວາມເຊື່ອທີ່ຜິດແມ່ນມີຕົ້ນກຳເນີດຂອງມັນ ແລະ ບໍ່ແມ່ນວ່າບໍ່ມີພື້ນຖານຫຍັງທັງໝົດ, ຍ້ອນວ່າ ຄວາມຄິດຂອງພວກເຈົ້າບໍ່ທຳມະດາ ແລະ ຄວາມຄິດຂອງພວກເຈົ້າບໍ່ໄດ້ປາສະຈາກເຫດຜົນ. ກົງກັນຂ້າມ, ພວກມັນຂ້ອນຂ້າງເໝາະສົມ ແລະ ສະຫຼາດພໍສົມຄວນ ຈົນພວກມັນສາມາດຕໍ່ຕ້ານແມ່ນແຕ່ກັບຊາຕານ. ໜ້າເວດທະນາກໍຄື ຄວາມຄິດເຫຼົ່ານີ້ແມ່ນຄວາມຄິດຜິດທັງໝົດ ແລະ ບໍ່ມີຢູ່ຈິງແທ້ໆ! ພວກເຈົ້າບໍ່ໄດ້ເຫັນຄວາມຈິງທີ່ແທ້ຈິງເລີຍ; ພວກເຈົ້າພຽງແຕ່ສ້າງການຄາດເດົດ ແລະ ຈິນຕະນາການຂຶ້ນ, ແລ້ວກໍປັ້ນແຕ່ງມັນໃຫ້ເປັນເລື່ອງລາວເພື່ອຫຼອກລວງເອົາຄວາມໄວ້ວາງໃຈຂອງຄົນອື່ນ ແລະ ເພື່ອມີອຳນາດເໜືອມະນຸດທີ່ໂງ່ຈ້າ ທີ່ສຸດ ທີ່ຂາດສະຕິປັນຍາ ຫຼື ເຫດຜົນ, ເພື່ອວ່າພວກເຂົາຈະເຊື່ອໃນ “ຄຳສັ່ງສອນອັນຊ່ຽວຊານ” ທີ່ຍິ່ງໃຫຍ່ ແລະ ມີຊື່ສຽງຂອງພວກເຈົ້າ. ນີ້ແມ່ນຄວາມຈິງບໍ? ນີ້ແມ່ນຫົນທາງແຫ່ງຊີວິດທີ່ມະນຸດຄວນໄດ້ຮັບບໍ? ມັນໄຮ້ສາລະທັງໝົດ! ບໍ່ມີແມ່ນແຕ່ຄຳເວົ້າດຽວທີ່ເໝາະສົມ! ຕະຫຼອດຫຼາຍປີທີ່ຜ່ານມາ, ພຣະເຈົ້າຖືກພວກເຈົ້າແຍກອອກໃນລັກສະນະນີ້, ຖືກແຍກອອກໃຫ້ໄກອອກໄປເລື້ອຍໆໃນແຕ່ລະຮຸ່ນຄົນ, ຈົນເຖິງຂັ້ນທີ່ວ່າພຣະເຈົ້າອົງດຽວຖືກແບ່ງອອກເປັນພຣະເຈົ້າສາມອົງຢ່າງເປີດເຜີຍ. ແລ້ວບັດນີ້ ມັນກໍເປັນໄປບໍ່ໄດ້ສຳລັບມະນຸດທີ່ຈະລວມພຣະເຈົ້າໃຫ້ເຂົ້າເປັນໜຶ່ງດຽວ, ຍ້ອນພວກເຈົ້າໄດ້ແຍກພຣະອົງອອກດີເກີນໄປ! ຖ້າບໍ່ແມ່ນເພື່ອພາລະກິດອັນຮີບດ່ວນຂອງເຮົາ ກ່ອນທີ່ມັນຈະຊ້າເກີນໄປ, ມັນຍາກທີ່ຈະເວົ້າໄດ້ວ່າ ອີກດົນປານໃດພວກເຈົ້າຈະສືບຕໍ່ປະຕິບັດແບບນີ້ຢ່າງບໍ່ມີຢາງອາຍ! ຖ້າຈະສືບຕໍ່ແຍກພຣະເຈົ້າອອກໃນລັກສະນະນີ້, ພຣະອົງຈະຍັງເປັນພຣະເຈົ້າຂອງພວກເຈົ້າຢູ່ບໍ? ພວກເຈົ້າຍັງຈະຮັບຮູ້ພຣະເຈົ້າຢູ່ບໍ? ພວກເຈົ້າຍັງຈະຍັງຮັບຮູ້ພຣະອົງວ່າເປັນບິດາຂອງພວກເຈົ້າ ແລະ ກັບຄືນມາຫາພຣະອົງຢູ່ບໍ? ຖ້າເຮົາມາເຖິງຊ້າກວ່ານີ້, ມັນເປັນໄປໄດ້ທີ່ພວກເຈົ້າຈະສົ່ງ “ພຣະບິດາ ແລະ ພຣະບຸດ”, ພຣະເຢໂຮວາ ແລະ ພຣະເຢຊູກັບຄືນສູ່ອິດສະຣາເອັນ ແລະ ອ້າງວ່າ ພວກເຈົ້າເອງເປັນສ່ວນໜຶ່ງຂອງພຣະເຈົ້າ. ຍັງໂຊກດີ, ປັດຈຸບັນນີ້ ຄືຍຸກສຸດທ້າຍ. ໃນທີ່ສຸດ, ມື້ທີ່ເຮົາໄດ້ລໍຖ້າມາດົນກໍມາເຖິງແລ້ວ ແລະ ພຽງແຕ່ຫຼັງຈາກທີ່ເຮົາປະຕິບັດພາລະກິດຂັ້ນຕອນນີ້ດ້ວຍມືຂອງເຮົາເອງ ການທີ່ພວກເຈົ້າແຍກພຣະເຈົ້າເອງອອກກໍຈະຢຸດ. ຖ້າບໍ່ແມ່ນຍ້ອນສິ່ງນີ້, ພວກເຈົ້າກໍຈະຮ້າຍແຮງຂຶ້ນ ເຖິງກັບຍົກຊາຕານທຸກຕົນຢູ່ທ່າມກາງພວກເຈົ້າຂຶ້ນເທິງໂຕະເພື່ອນະມັດສະການ. ນີ້ແມ່ນອຸບາຍຂອງພວກເຈົ້າ! ນີ້ແມ່ນວິທີການທີ່ພວກເຈົ້າແຍກພຣະເຈົ້າ! ພວກເຈົ້າຈະສືບຕໍ່ເຮັດແບບນັ້ນຢູ່ບໍໃນຕອນນີ້? ໃຫ້ເຮົາຖາມພວກເຈົ້າວ່າ: ມີພຣະເຈົ້າຈັກອົງ? ພຣະເຈົ້າອົງໃດທີ່ຈະນໍາຄວາມລອດພົ້ນມາສູ່ພວກເຈົ້າ? ເປັນພຣະເຈົ້າອົງທຳອິດ, ອົງທີສອງ ຫຼື ອົງທີສາມທີ່ພວກເຈົ້າອະທິຖານຫາຢູ່ສະເໝີ? ພຣະເຈົ້າອົງໃດທີ່ພວກເຈົ້າເຊື່ອຕະຫຼອດເວລາ? ເປັນພຣະບິດາບໍ? ຫຼື ພຣະບຸດ? ຫຼື ເປັນພຣະວິນຍານບໍລິສຸດ? ໃຫ້ບອກເຮົາແດ່ວ່າແມ່ນໃຜທີ່ເຈົ້າເຊື່ອ. ເຖິງແມ່ນດ້ວຍເຈົ້າເວົ້າທຸກຄຳວ່າເຈົ້າເຊື່ອໃນພຣະເຈົ້າ, ສິ່ງທີ່ພວກເຈົ້າເຊື່ອແທ້ໆແມ່ນສະໝອງຂອງພວກເຈົ້າເອງ! ພວກເຈົ້າແມ່ນບໍ່ມີພຣະເຈົ້າຢູ່ໃນຫົວໃຈຂອງພວກເຈົ້າແທ້ໆ! ແຕ່ ໃນຄວາມຄິດຂອງພວກເຈົ້າແມ່ນມີ “ພຣະເຈົ້າຕຣີເອການຸພາບ” ຢູ່ຢ່າງຫຼວງຫຼາຍ! ພວກເຈົ້າບໍ່ເຫັນດີນໍາບໍ?

(ຄັດຈາກບົດ “ພຣະເຈົ້າຕຣີເອການຸພາບມີແທ້ບໍ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໃນພຣະສັນຍາເດີມຂອງພຣະຄຳພີ, ບໍ່ມີການກ່າວເຖິງພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດ, ມີພຽງແຕ່ພຣະເຈົ້າທີ່ແທ້ຈິງອົງດຽວເທົ່ານັ້ນ ນັ້ນກໍຄື ພຣະເຢໂຮວາ ທີ່ກຳລັງປະຕິບັດພາລະກິດຂອງພຣະອົງໃນອິດສະຣາເອັນ. ພຣະອົງຖືກເອີ້ນໂດຍພຣະນາມທີ່ແຕກຕ່າງກັນໃນແຕ່ລະຍຸກ, ແຕ່ນີ້ກໍບໍ່ໄດ່ພິສູດວ່າ ແຕ່ລະພຣະນາມແມ່ນໝາຍເຖິງຕົວຕົນທີ່ແຕກຕ່າງກັນ. ຖ້າເປັນແບບນີ້, ແລ້ວມັນຈະບໍ່ມີຫຼາຍຕົວຕົນຈົນນັບບໍ່ໄດ້ໃນພຣະເຈົ້າບໍ? ສິ່ງທີ່ຖືກຂຽນໃນພຣະສັນຍາເດີມແມ່ນພາລະກິດຂອງພຣະເຢໂຮວາ, ຂັ້ນຕອນພາລະກິດຂອງພຣະເຈົ້າເອງສຳລັບການເລີ່ມຕົ້ນໃນຍຸກແຫ່ງພຣະບັນຍັດ. ມັນຄືພາລະກິດຂອງພຣະເຈົ້າ ແລະ ເມື່ອພຣະອົງກ່າວ ທຸກສິ່ງກໍເປັນໄປຕາມນັ້ນ ແລະ ເມື່ອພຣະອົງສັ່ງ ທຸກສິ່ງກໍຕັ້ງໝັ້ນ. ບໍ່ມີເມື່ອໃດທີ່ພຣະເຢໂຮວາກ່າວວ່າພຣະອົງເປັນພຣະບິດາທີ່ມາປະຕິບັດພາລະກິດ ຫຼື ພຣະອົງບໍ່ເຄີຍທຳນວາຍເຖິງພຣະບຸດທີ່ຈະມາເພື່ອໄຖ່ບາບມະນຸດຊາດ. ເມື່ອມາເຖິງເວລາຂອງພຣະເຢຊູ, ກໍມີພຽງແຕ່ກ່າວວ່າ ພຣະເຈົ້າກາຍເປັນເນື້ອໜັງເພື່ອໄຖ່ບາບມະນຸດຊາດທັງປວງ, ບໍ່ແມ່ນ ນັ້ນຄືພຣະບຸດທີ່ໄດ້ສະເດດມາ. ເພາະວ່າຍຸກຕ່າງໆບໍ່ຄືກັນ ແລະ ພາລະກິດທີ່ພຣະເຈົ້າເອງປະຕິບັດກໍຍັງແຕກຕ່າງກັນ, ພຣະອົງຈຶ່ງຈຳເປັນຕ້ອງປະຕິບັດພາລະກິດຂອງພຣະອົງພາຍໃນຂອບເຂດທີ່ແຕກຕ່າງກັນ. ດ້ວຍເຫດນີ້, ຕົວຕົນທີ່ພຣະອົງສະແດງອອກມາຈຶ່ງແຕກຕ່າງກັນອີກດ້ວຍ. ມະນຸດເຊື່ອວ່າ ພຣະເຢໂຮວາເປັນພຣະບິດາຂອງພຣະເຢຊູ, ແຕ່ສິ່ງນີ້ບໍ່ໄດ້ຖືກຮັບຮູ້ໂດຍພຣະເຢຊູເລີຍ ຜູ້ທີ່ກ່າວວ່າ “ພວກເຮົາບໍ່ເຄີຍຖືກຈຳແນກວ່າເປັນພຣະບິດາ ແລະ ພຣະບຸດ; ເຮົາ ແລະ ພຣະບິດາທີ່ຢູ່ໃນສະຫວັນເປັນໜຶ່ງດຽວກັນ. ພຣະບິດາຢູ່ໃນເຮົາ ແລະ ເຮົາກໍຢູ່ໃນພຣະບິດາ; ເມື່ອມະນຸດເຫັນພຣະບຸດ, ພວກເຂົາກໍກຳລັງເຫັນພຣະບິດາໃນສະຫວັນ”. ເມື່ອທຸກສິ່ງຖືກກ່າວອອກມາ ເຖິງຈະເປັນພຣະບິດາ ຫຼື ພຣະບຸດ, ທັງສອງພຣະອົງກໍເປັນພຣະວິນຍານອົງດຽວກັນ, ບໍ່ໄດ້ຖືກແບ່ງອອກເປັນຕົວຕົນທີ່ແຍກກັນ. ເມື່ອມະນຸດພະຍາຍາມອະທິບາຍ, ເລື່ອງຕ່າງໆກໍຊັບຊ້ອນໄປດ້ວຍແນວຄິດກ່ຽວກັບຕົວຕົນທີ່ແຕກຕ່າງກັນ ພ້ອມທັງຄວາມສຳພັນລະຫວ່າງພຣະບິດາ, ພຣະບຸດ ແລະ ພຣະວິນຍານ. ເມື່ອມະນຸດກ່າວເຖິງຕົວຕົນທີ່ແຕກຕ່າງກັນ, ສິ່ງນີ້ບໍ່ໄດ້ການເຮັດໃຫ້ພຣະເຈົ້າເປັນວັດຖຸບໍ? ມະນຸດເຖິງກັບຈັດລະດັບຕົວຕົນໃຫ້ເປັນທີໜຶ່ງ, ທີສອງ ແລະ ທີສາມ; ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນຈິນຕະນາການຂອງມະນຸດ, ບໍ່ສົມຄວນແກ່ການອ້າງເຖິງ ແລະ ບໍ່ເປັນຈິງທັງສິ້ນ!

(ຄັດຈາກບົດ “ພຣະເຈົ້າຕຣີເອການຸພາບມີແທ້ບໍ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຄວາມຮູ້ກ່ຽວກັບພຣະເຈົ້າແມ່ນຂົງເຂດທີ່ຄົນຂາດເຂີນຫຼາຍທີ່ສຸດ. ພວກເຂົາມັກຈະຍັດຍຽດການເວົ້າ, ຄຳເວົ້າ ແລະ ຖ້ອຍຄໍາທີ່ບໍ່ກ່ຽວຂ້ອງກັບພຣະອົງໃຫ້ກັບພຣະອົງ, ເຊື່ອວ່າຄໍາເວົ້າດັ່ງກ່າວແມ່ນນິຍາມຂອງຄວາມຮູ້ກ່ຽວກັບພຣະເຈົ້າທີ່ຖືກຕ້ອງທີ່ສຸດ. ພວກເຂົາບໍ່ຮູ້ເລີຍວ່າຄຳເວົ້າເຫຼົ່ານີ້ເຊິ່ງມາຈາກຈິນຕະນາການຂອງມະນຸດ, ຈາກການໃຫ້ເຫດຜົນຂອງພວກເຂົາ ແລະ ຄວາມຮູ້ຂອງພວກເຂົາເອງບໍ່ໄດ້ມີຄວາມສຳພັນແມ່ນແຕ່ໜ້ອຍດຽວກັບທາດແທ້ຂອງພຣະເຈົ້າ. ສະນັ້ນ, ເຮົາຢາກບອກພວກເຈົ້າວ່າ, ເມື່ອເວົ້າເຖິງຄວາມຮູ້ທີ່ພຣະເຈົ້າປາຖະໜາຢາກໃຫ້ຄົນມີ, ພຣະອົງບໍ່ພຽງແຕ່ຂໍໃຫ້ເຈົ້າຮັບຮູ້ພຣະອົງ ຫຼື ພຣະທຳຂອງພຣະອົງ, ແຕ່ຍັງຂໍໃຫ້ຄວາມຮູ້ຂອງເຈົ້າກ່ຽວກັບພຣະອົງນັ້ນຖືກຕ້ອງ. ເຖິງແມ່ນວ່າ ເຈົ້າສາມາດເວົ້າໄດ້ພຽງແຕ່ປະໂຫຍກດຽວເທົ່ານັ້ນ ຫຼື ຮູ້ພຽງເລັກນ້ອຍເທົ່ານັ້ນ, ຄວາມຮັບຮູ້ເລັກນ້ອຍນີ້ກໍໃຫ້ຖືກຕ້ອງ ແລະ ເປັນຄວາມຈິງ ແລະ ສອດຄ່ອງກັບທາດແທ້ຂອງພຣະເຈົ້າເອງ. ນີ້ກໍຍ້ອນວ່າພຣະເຈົ້າກຽດຊັງການສັນລະເສີນ ຫຼື ການຍົກຍ້ອງພຣະອົງທີ່ບໍ່ເປັນຈິງ ຫຼື ບໍ່ພິຈາລະນາຢ່າງຮອບຄອບ. ຍິ່ງໄປກວ່ານັ້ນ, ພຣະອົງຊັງມັນເມື່ອຄົນປະຕິບັດຕໍ່ພຣະອົງຄືກັບອາກາດ. ພຣະອົງຊັງມັນເມື່ອຄົນເວົ້າຢ່າງບໍ່ມີຄວາມເຄົາລົບຕໍ່ຄວາມຈິງ, ເວົ້າຕາມໃຈ ແລະ ບໍ່ລັງເລໃຈ, ເວົ້າແນວໃດກໍຕາມທີ່ພວກເຂົາເຫັນວ່າເໝາະສົມໃນລະຫວ່າງການສົນທະນາເຖິງຫົວຂໍ້ຕ່າງໆກ່ຽວກັບພຣະເຈົ້າ; ຍິ່ງໄປກວ່ານັ້ນ, ພຣະອົງຊັງບັນດາຜູ້ທີ່ເຊື່ອວ່າພວກເຂົາຮູ້ຈັກພຣະເຈົ້າ ແລະ ອວດອ້າງຄວາມຮູ້ຂອງພວກເຂົາກ່ຽວກັບພຣະອົງ, ສົນທະນາຫົວຂໍ້ທີ່ກ່ຽວຂ້ອງກັບພຣະອົງ ໂດຍບໍ່ມີຂໍ້ຈໍາກັດ ຫຼື ການສະຫງວນໃດໆເລີຍ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ X” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ສາມຂັ້ນຕອນແມ່ນຄວາມສົມບູນຂອງພາລະກິດຂອງພຣະເຈົ້າໃນການໄຖ່ມະນຸດຊາດ. ມະນຸດຕ້ອງຮູ້ຈັກພາລະກິດຂອງພຣະເຈົ້າ ແລະ ອຸປະນິໄສຂອງພຣະເຈົ້າໃນພາລະກິດແຫ່ງຄວາມລອດພົ້ນ ແລະ ຖ້າປາດສະຈາກຄວາມຈິງນີ້ ຄວາມຮູ້ທີ່ເຈົ້າມີກ່ຽວກັບພຣະເຈົ້າກໍເປັນພຽງຄຳເວົ້າທີ່ເປົ່າວ່າງ, ບໍ່ມີຫຍັງນອກຈາກດີແຕ່ປາກ. ຄວາມຮູ້ດັ່ງກ່າວບໍ່ສາມາດຊັກຊວນ ຫຼື ເອົາຊະນະມະນຸດໄດ້, ຄວາມຮູ້ດັ່ງກ່າວບໍ່ໄດ້ຢູ່ໃນຄວາມເປັນຈິງ ແລະ ບໍ່ແມ່ນຄວາມຈິງເລີຍ. ມັນອາດຈະອຸດົມສົມບູນ ແລະ ຟັງສະບາຍຫູ ແຕ່ຖ້າມັນຄັດກັບອຸປະນິໄສໂດຍທຳມະຊາດຂອງພຣະເຈົ້າ, ພຣະເຈົ້າກໍຈະບໍ່ລະເວັ້ນເຈົ້າ. ບໍ່ແມ່ນພຽງແຕ່ພຣະອົງຈະບໍ່ຍົກຍ້ອງຄວາມຮູ້ຂອງເຈົ້າ ແຕ່ພຣະອົງຍັງຈະນໍາການແກ້ແຄ້ນມາເຖິງເຈົ້າ ຍ້ອນເຈົ້າເປັນຄົນບາບທີ່ໝິ່ນປະມາດພຣະອົງ. ພຣະທຳຂອງການຮູ້ຈັກພຣະເຈົ້າບໍ່ແມ່ນເວົ້າໄດ້ຢ່າງງ່າຍໆ. ເຖິງແມ່ນວ່າ ເຈົ້າຈະເວົ້າຢ່າງຄ່ອງແຄ້ວແຕ່ບໍ່ຈິງໃຈ ແລະ ເວົ້າຊັກຈູງເກັ່ງ ແລະ ເຖິງແມ່ນວ່າ ຄຳເວົ້າຂອງເຈົ້າສະຫຼາດຫຼາຍຈົນເຈົ້າສາມາດຖຽງໃຫ້ສີດຳກາຍເປັນສີຂາວ ແລະ ໃຫ້ສີຂາວກາຍມາເປັນສີດຳ, ແຕ່ເຈົ້າຍັງບໍ່ມີຄວາມຮູ້ ເມື່ອເວົ້າກ່ຽວກັບຄວາມຮູ້ຂອງພຣະເຈົ້າ. ພຣະເຈົ້າບໍ່ແມ່ນຄົນທີ່ເຈົ້າສາມາດຕັດສິນຢ່າງບໍ່ຮອບຄອບ ຫຼື ສັນລະເສີນແບບເສີຍໆ ຫຼື ດູຖູກຢ່າງເສີຍເມີຍ. ເຈົ້າສັນລະເສິນຄົນໃດໜຶ່ງ ແລະ ທຸກຄົນ ແຕ່ເຈົ້າດີ້ນລົນກັບການຊອກຫາຄຳເວົ້າທີ່ຖືກຕ້ອງເພື່ອບັນລະຍາຍຄວາມບໍລິສຸດ ແລະ ຄວາມກະລຸນາຂອງພຣະເຈົ້າ-ແລະ ນີ້ແມ່ນສິ່ງທີ່ຜູ້ພ່າຍແພ້ທຸກຄົນໄດ້ຮຽນຮູ້.

(ຄັດຈາກບົດ “ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: 2. ເປັນຫຍັງຈຶ່ງມີການເວົ້າວ່າ “ພຣະເຈົ້າສາມອົງ” ເປັນວະລີທີ່ແປກປະຫຼາດທີ່ສຸດ

ຕໍ່ໄປ: 1. ຄວາມຈິງແມ່ນຫຍັງ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້