2. ເປັນຫຍັງຈຶ່ງມີການເວົ້າວ່າ “ພຣະເຈົ້າສາມອົງ” ເປັນວະລີທີ່ແປກປະຫຼາດທີ່ສຸດ

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ຫຼັງຈາກຄວາມຈິງຂອງພຣະເຢຊູທີ່ກາຍມາເປັນເນື້ອໜັງໄດ້ກາຍເປັນຈິງແລ້ວ, ມະນຸດເຊື່ອໃນສິ່ງນີ້: ບໍ່ມີພຽງແຕ່ພຣະບິດາທີ່ຢູ່ໃນສະຫວັນເທົ່ານັ້ນ, ແຕ່ຍັງມີພຣະບຸດ ແລະ ແມ່ນແຕ່ພຣະວິນຍານ. ນີ້ຄືແນວຄິດຕາມປະເພນີທີ່ມະນຸດມີ ຄືມີພຣະເຈົ້າແບບນີ້ທີ່ຢູ່ໃນສະຫວັນ: ພຣະເຈົ້າຕຣີເອການຸພາບທີ່ເປັນພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດ. ມະນຸດຊາດທັງປວງມີແນວຄິດເຫຼົ່ານີ້: ພຣະເຈົ້າເປັນພຣະເຈົ້າອົງດຽວ, ແຕ່ປະກອບມີສາມພາກສ່ວນ ເຊິ່ງທຸກຄົນເຫຼົ່ານັ້ນທີ່ຝັງເລິກຢ່າງໜ້າເສົ້າໃຈຢູ່ກັບແນວຄິດດັ່ງເດີມຖືວ່າມີພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດ. ມີພຽງແຕ່ສາມສ່ວນເຫຼົ່ານັ້ນລວມກັນເປັນໜຶ່ງເທົ່ານັ້ນ ຈຶ່ງຈະເປັນພຣະເຈົ້າທັງໝົດ. ຫາກປາສະຈາກພຣະບິດາບໍລິສຸດ, ພຣະເຈົ້າກໍຈະບໍ່ສົມບູນ. ໃນທຳນອງດຽວກັນ, ພຣະເຈົ້າກໍຈະບໍ່ສົມບູນເຊັ່ນກັນ ຖ້າປາສະຈາກພຣະບຸດ ຫຼື ພຣະວິນຍານບໍລິສຸດ. ໃນແນວຄິດຂອງພວກເຂົາ, ພວກເຂົາເຊື່ອວ່າ ພຣະບິດາພຽງອົງດຽວ ຫຼື ພຣະບຸດພຽງອົງດຽວ ບໍ່ສາມາດຖືວ່າເປັນພຣະເຈົ້າໄດ້. ມີພຽງແຕ່ພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດຮ່ວມກັນເທົ່ານັ້ນ ຈຶ່ງຖືວ່າເປັນພຣະເຈົ້າເອງ. ບັດນີ້ ຜູ້ເຊື່ອສາສະໜາທຸກຄົນ ແລະ ແມ່ນແຕ່ຜູ້ຕິດຕາມແຕ່ລະຄົນທີ່ຢູ່ທ່າມກາງພວກເຈົ້າ ແມ່ນມີຄວາມເຊື່ອແບບນີ້. ແຕ່ສຳລັບເລື່ອງທີ່ວ່າ ຄວາມເຊື່ອນີ້ຖືກຕ້ອງ ຫຼື ບໍ່ນັ້ນ, ບໍ່ມີໃຜສາມາດອະທິບາຍໄດ້ ຍ້ອນພວກເຈົ້າສັບສົນກ່ຽວກັບເລື່ອງຂອງພຣະເຈົ້າເອງຢູ່ສະເໝີ. ເຖິງແມ່ນສິ່ງເຫຼົ່ານີ້ຄືແນວຄິດ, ພວກເຈົ້າກໍບໍ່ຮູ້ວ່າ ສິ່ງເຫຼົ່ານີ້ຖືກ ຫຼື ຜິດ, ຍ້ອນວ່າພວກເຈົ້າຖືກກະທົບໂດຍແນວຄິດທາງສາສະໜາຢ່າງຮຸນແຮງເກີນໄປ. ພວກເຈົ້າໄດ້ຮັບເອົາແນວຄິດຕາມປະເພນີຂອງສາສະໜາຫຼາຍເກີນໄປ ແລະ ພິດນີ້ກໍໄດ້ຊຶມລົງເລິກເຂົ້າໃນພາຍຕົວພວກເຈົ້າ. ສະນັ້ນ, ໃນເລື່ອງນີ້ເຊັ່ນກັນ ພວກເຈົ້າແມ່ນໄດ້ຍອມຈໍານົນຕໍ່ອິດທິພົນທີ່ເປັນອັນຕະລາຍນີ້, ຍ້ອນພຣະເຈົ້າຕຣີເອການຸພາບບໍ່ມີຢູ່ຈິງແທ້ໆ. ນັ້ນກໍຄື ພຣະເຈົ້າຕຣີເອການຸພາບທີ່ມີພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດນັ້ນບໍ່ມີຢູ່ຈິງແທ້ໆ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນແນວຄິດຕາມປະເພນີຂອງມະນຸດ ແລະ ຄວາມເຊື່ອທີ່ບໍ່ຖືກຕ້ອງຂອງມະນຸດ. ຕະຫຼອດຫຼາຍສັດຕະວັດ, ມະນຸດໄດ້ເຊື່ອໃນພຣະເຈົ້າຕຣີເອການຸພາບນີ້, ເນລະມິດຂຶ້ນຈາກແນວຄິດທີ່ຢູ່ໃນຄວາມຄິດຂອງມະນຸດ, ປັ້ນແຕ່ງຂຶ້ນໂດຍມະນຸດ ແລະ ເປັນສິ່ງທີ່ມະນຸດບໍ່ເຄີຍເຫັນມາກ່ອນ. ຕະຫຼອດເວລາຫຼາຍປີທີ່ຜ່ານມາ, ມີຜູ້ອະທິບາຍພຣະຄຳພີຫຼາຍຄົນທີ່ໄດ້ອະທິບາຍ “ຄວາມໝາຍແທ້ຈິງ” ຂອງພຣະເຈົ້າຕຣີເອການຸພາບ, ແຕ່ການອະທິບາຍດັ່ງກ່າວກ່ຽວກັບພຣະເຈົ້າຕຣີເອການຸພາບວ່າມີຕົວຕົນສາມຢ່າງທີ່ແຕກຕ່າງກັນໃນຮ່າງກາຍດຽວແມ່ນບໍ່ແນ່ນອນ ແລະ ບໍ່ຊັດເຈນ ແລະ ຜູ້ຄົນລ້ວນແລ້ວແຕ່ສັບສົນກັບ “ໂຄງສ້າງ” ຂອງພຣະເຈົ້າ. ບໍ່ມີມະນຸດທີ່ຍິ່ງໃຫຍ່ຄົນໃດເຄີຍອະທິບາຍໄດ້ຢ່າງລະອຽດ; ການອະທິບາຍສ່ວນໃຫຍ່ແມ່ນພຽງຜ່ານມາດຕະຖານໃນເລື່ອງຂອງການໃຫ້ເຫດຜົນ ແລະ ບົດຄວາມ, ແຕ່ບໍ່ມີມະນຸດແມ່ນແຕ່ຄົນດຽວທີ່ມີຄວາມເຂົ້າໃຈກ່ຽວກັບຄວາມໝາຍນີ້ໄດ້ຢ່າງຊັດເຈນສົມບູນ. ນີ້ກໍຍ້ອນວ່າ ພຣະເຈົ້າຕຣີເອການຸພາບທີ່ຍິ່ງໃຫຍ່ ຢູ່ໃນຫົວໃຈຂອງມະນຸດນັ້ນແມ່ນບໍ່ມີຈິງແທ້ໆ.

(ຄັດຈາກບົດ “ພຣະເຈົ້າຕຣີເອການຸພາບມີແທ້ບໍ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຖ້າສາມຂັ້ນຕອນຂອງພາລະກິດຖືກປະເມີນຕາມແນວຄິດນີ້ທີ່ວ່າ ມີພຣະເຈົ້າຕຣີເອການຸພາບ, ດັ່ງນັ້ນ ກໍຕ້ອງມີພຣະເຈົ້າສາມພຣະອົງ ເພາະວ່າ ພາລະກິດທີ່ແຕ່ລະພຣະອົງປະຕິບັດແມ່ນບໍ່ຄືກັນ. ຖ້າມີຜູ້ໃດກໍຕາມໃນທ່າມກາງພວກເຈົ້າເວົ້າວ່າ ພຣະເຈົ້າຕຣີເອການຸພາບມີແທ້ຈິງຢ່າງແນ່ນອນ, ແລ້ວໃຫ້ອະທິບາຍວ່າ ພຣະເຈົ້າໜຶ່ງດຽວທີ່ຢູ່ໃນສາມຕົວຕົນນີ້ແມ່ນຫຍັງແທ້ໆ. ແມ່ນຫຍັງຄືພຣະບິດາບໍລິສຸດ? ພຣະບຸດແມ່ນຫຍັງ? ພຣະວິນຍານບໍລິສຸດແມ່ນຫຍັງ? ພຣະເຢໂຮວາແມ່ນພຣະບິດາບໍລິສຸດບໍ? ພຣະເຢຊູແມ່ນພຣະບຸດບໍ? ແລ້ວພຣະວິນຍານບໍລິສຸດເດ? ພຣະບິດາບໍ່ແມ່ນພຣະວິນຍານບໍ? ທາດແທ້ຂອງພຣະບຸດບໍ່ແມ່ນພຣະວິນຍານເຊັ່ນກັນບໍ? ພາລະກິດຂອງພຣະເຢຊູບໍ່ແມ່ນພາລະກິດຂອງພຣະວິນຍານບໍລິສຸດບໍ? ພາລະກິດຂອງພຣະເຢໂຮວາໃນເວລານັ້ນ ບໍ່ໄດ້ຖືກປະຕິບັດໂດຍພຣະວິນຍານຄືກັນກັບພຣະເຢຊູບໍ? ພຣະເຈົ້າສາມາດມີພຣະວິນຍານໄດ້ຈັກອົງ? ອີງຕາມຄຳອະທິບາຍຂອງເຈົ້າ, ສາມຕົວຕົນທີ່ມີພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດແມ່ນອັນໜຶ່ງອັນດຽວກັນ; ຖ້າເປັນແບບນີ້ ແລ້ວກໍມີພຣະວິນຍານສາມອົງ, ແຕ່ການມີພຣະວິນຍານສາມອົງແມ່ນໝາຍຄວາມວ່າມີພຣະເຈົ້າສາມອົງ. ສິ່ງນີ້ໝາຍຄວາມວ່າບໍ່ມີພຣະເຈົ້າທີ່ແທ້ຈິງໜຶ່ງດຽວ; ພຣະເຈົ້າປະເພດນີ້ຈະຍັງສາມາດມີທາດແທ້ໂດຍທຳມະຊາດຂອງພຣະເຈົ້າໄດ້ແນວໃດ? ຖ້າເຈົ້າຍອມຮັບວ່າ ມີແຕ່ພຣະເຈົ້າພຽງໜຶ່ງດຽວ, ແລ້ວພຣະອົງຈະສາມາດມີລູກຊາຍ ແລະ ເປັນບິດາໄດ້ແນວໃດ? ສິ່ງເຫຼົ່ານີ້ບໍ່ແມ່ນລ້ວນແລ້ວແຕ່ເປັນແນວຄິດຂອງເຈົ້າບໍ? ມີພຣະເຈົ້າພຽງໜຶ່ງດຽວ, ມີພຽງຕົວຕົນໜຶ່ງດຽວໃນພຣະເຈົ້າອົງນີ້ ແລະ ມີພຽງພຣະວິນຍານອົງດຽວຂອງພຣະເຈົ້າເທົ່ານ ດັ່ງທີ່ໄດ້ຂຽນລົງໃນພຣະຄຳພີວ່າ “ມີພຣະວິນຍານບໍລິສຸດພຽງໜຶ່ງດຽວ ແລະ ມີພຣະເຈົ້າພຽງໜຶ່ງດຽວ”. ບໍ່ວ່າພຣະບິດາ ແລະ ພຣະບຸດທີ່ເຈົ້າກ່າວເຖິງນັ້ນມີຢູ່ຈິງ ຫຼື ບໍ່, ໃນທີ່ສຸດແລ້ວກໍມີພຽງແຕ່ພຣະເຈົ້າໜຶ່ງດຽວ ແລະ ທາດແທ້ຂອງພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດທີ່ພວກເຈົ້າເຊື່ອກໍເປັນທາດແທ້ຂອງພຣະວິນຍານບໍລິສຸດ. ເວົ້າອີກຢ່າງໜຶ່ງກໍຄື ພຣະເຈົ້າເປັນພຣະວິນຍານ, ແຕ່ພຣະອົງສາມາດກາຍເປັນເນື້ອໜັງ ແລະ ດຳລົງຊີວິດທ່າມກາງມະນຸດ ພ້ອມທັງຢູ່ເໜືອສິ່ງທັງປວງ. ພຣະວິນຍານຂອງພຣະອົງປົກຄຸມທຸກສິ່ງ ແລະ ຢູ່ທຸກຫົນທຸກແຫ່ງ. ພຣະອົງສາມາດຢູ່ໃນເນື້ອໜັງ ແລະ ຢູ່ທົ່ວທັງຈັກກະວານໃນເວລາດຽວກັນ. ໃນເມື່ອທຸກຄົນເວົ້າວ່າ ພຣະເຈົ້າເປັນພຣະເຈົ້າໜຶ່ງດຽວທີ່ແທ້ຈິງ, ດັ່ງນັ້ນກໍຈະມີພຽງພຣະເຈົ້າໜຶ່ງດຽວ ເຊິ່ງບໍ່ມີໃຜສາມາດແບ່ງແຍກອອກໄດ້ຕາມອຳເພີໃຈ! ພຣະເຈົ້າເປັນພຣະວິນຍານໜຶ່ງດຽວເທົ່ານັ້ນ ແລະ ມີອົງດຽວເທົ່ານັ້ນ; ແລະ ນັ້ນກໍແມ່ນພຣະວິນຍານຂອງພຣະເຈົ້າ. ຖ້າເປັນຄືດັ່ງເຈົ້າເວົ້າວ່າ ມີພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດ, ແລ້ວພວກອົງທັງສາມບໍ່ແມ່ນພຣະເຈົ້າສາມອົງບໍ? ພຣະວິນຍານບໍລິສຸດເປັນເລື່ອງໜຶ່ງ, ພຣະບຸດອີກເລື່ອງໜຶ່ງ ແລະ ພຣະບິດາກໍເປັນອີກເລື່ອງໜຶ່ງ. ຕົວຕົນຂອງທັງສາມພຣະອົງແມ່ນແຕກຕ່າງກັນ ແລະ ທາດແທ້ຂອງພຣະອົງທັງສາມກໍແຕກຕ່າງກັນ. ແລ້ວທັງສາມພຣະອົງຈະເປັນສ່ວນໜຶ່ງຂອງພຣະເຈົ້າໜຶ່ງດຽວໄດ້ແນວໃດ? ພຣະວິນຍານບໍລິສຸດເປັນພຣະວິນຍານ; ສິ່ງນີ້ງ່າຍສຳລັບມະນຸດທີ່ຈະເຂົ້າໃຈ. ຖ້າເປັນແບບນີ້, ແລ້ວພຣະບິດາກໍຍິ່ງເປັນພຣະວິນຍານຫຼາຍກວ່າ. ພຣະອົງບໍ່ເຄີຍລົງມາເທິງແຜ່ນດິນໂລກ ແລະ ບໍ່ເຄີຍກາຍເປັນເນື້ອໜັງຈັກເທື່ອ; ພຣະອົງເປັນພຣະເຈົ້າເຢໂຮວາທີ່ຢູ່ໃນຫົວໃຈຂອງມະນຸດ ແລະ ພຣະອົງເປັນພຣະວິນຍານເຊັ່ນກັນຢ່າງແນ່ນອນ. ແລ້ວແມ່ນຫຍັງຄືຄວາມສຳພັນລະຫວ່າງພຣະອົງ ແລະ ພຣະວິນຍານບໍລິສຸດ? ມັນແມ່ນຄວາມສຳພັນລະຫວ່າງພຣະບິດາ ແລະ ພຣະບຸດບໍ? ຫຼື ມັນບໍ່ແມ່ນຄວາມສຳພັນລະຫວ່າງພຣະວິນຍານບໍລິສຸດ ແລະ ພຣະວິນຍານຂອງພຣະບິດາບໍ? ທາດແທ້ຂອງພຣະວິນຍານແຕ່ລະອົງຄືກັນບໍ? ຫຼື ພຣະວິນຍານບໍລິສຸດແມ່ນເຄື່ອງມືຂອງພຣະບິດາບໍ? ຈະສາມາດອະທິບາຍສິ່ງນີ້ໄດ້ແນວໃດ? ແລ້ວແມ່ນຫຍັງຄືຄວາມສຳພັນລະຫວ່າງພຣະບຸດ ແລະ ພຣະວິນຍານບໍລິສຸດ? ມັນເປັນຄວາມສຳພັນລະຫວ່າງພຣະວິນຍານສອງອົງບໍ ຫຼື ຄວາມສຳພັນລະຫວ່າງມະນຸດ ແລະ ພຣະວິນຍານ? ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນເລື່ອງທີ່ບໍ່ມີຄຳອະທິບາຍ! ຖ້າທັງສາມພຣະອົງລ້ວນແລ້ວແຕ່ເປັນພຣະວິນຍານໜຶ່ງດຽວ, ແລ້ວຈະບໍ່ມີການເວົ້າເຖິງສາມຕົວຕົນ, ຍ້ອນທັງສາມພຣະອົງມີພຣະວິນຍານໜຶ່ງດຽວ. ຖ້າທັງສາມພຣະອົງມີຕົວຕົນທີ່ແຕກຕ່າງກັນ, ແລ້ວພຣະວິນຍານຂອງທັງສາມພຣະອົງກໍຈະມີກຳລັງທີ່ຫຼາກຫຼາຍ ແລະ ທັງສາມພຣະອົງແມ່ນຈະບໍ່ສາມາດເປັນພຣະວິນຍານໜຶ່ງດຽວໄດ້. ແນວຄິດທີ່ວ່າ ມີພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດແມ່ນບໍ່ສົມເຫດສົມຜົນທີ່ສຸດ! ສິ່ງນີ້ເປັນການແບ່ງພຣະເຈົ້າ ແລະ ແຍກພຣະອົງອອກເປັນສາມຕົວຕົນ ເຊິ່ງແຕ່ລະຕົວຕົນກໍມີສະຖານະ ແລະ ພຣະວິນຍານ; ແລ້ວພຣະອົງຈະຍັງສາມາດເປັນພຣະວິນຍານໜຶ່ງດຽວ ແລະ ພຣະເຈົ້າໜຶ່ງດຽວໄດ້ແນວໃດ? ໃຫ້ບອກເຮົາເບິ່ງ, ສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທີ່ຢູ່ພາຍໃນໂລກແມ່ນຖືກສ້າງໂດຍພຣະບິດາ, ພຣະບຸດ ຫຼື ພຣະວິນຍານບໍລິສຸດແທ້ໆບໍ? ບາງຄົນເວົ້າວ່າທັງສາມພຣະອົງສ້າງທຸກສິ່ງນໍາກັນ. ແລ້ວແມ່ນໃຜໄຖ່ບາບມະນຸດຊາດ? ພຣະວິນຍານບໍລິສຸດ, ພຣະບຸດ ຫຼື ພຣະບິດາ? ບາງຄົນເວົ້າວ່າ ພຣະບຸດຄືຜູ້ໄຖ່ບາບມະນຸດຊາດ. ແລ້ວແມ່ນໃຜເປັນພຣະບຸດທີ່ຢູ່ໃນທາດແທ້? ພຣະອົງບໍ່ແມ່ນການບັງເກີດເປັນມະນຸດຂອງພຣະວິນຍານຂອງພຣະເຈົ້າບໍ? ການບັງເກີດເປັນມະນຸດເອີ້ນພຣະເຈົ້າທີ່ຢູ່ໃນສະຫວັນ ໂດຍນາມຂອງພຣະບິດາຈາກທັດສະນະຂອງມະນຸດທີ່ຖືກສ້າງ. ເຈົ້າບໍ່ຮູ້ບໍວ່າ ພຣະເຢຊູເກີດຈາກການປະຕິສົນທິຂອງພຣະວິນຍານບໍລິສຸດ? ພາຍໃນພຣະອົງແມ່ນພຣະວິນຍານບໍລິສຸດ; ບໍ່ວ່າເຈົ້າຈະເວົ້າຫຍັງກໍຕາມ, ພຣະອົງກໍຍັງເປັນຜູ້ດຽວກັບພຣະເຈົ້າທີ່ຢູ່ໃນສະຫວັນ, ຍ້ອນວ່າ ພຣະອົງເປັນການບັງເກີດເປັນມະນຸດຂອງພຣະວິນຍານຂອງພຣະເຈົ້າ. ແນວຄິດນີ້ກ່ຽວກັບພຣະບຸດແມ່ນບໍ່ເປັນຈິງແທ້ໆ. ມີພຣະວິນຍານໜຶ່ງດຽວທີ່ປະຕິບັດພາລະກິດທຸກຢ່າງ; ມີພຽງພຣະເຈົ້າເອງ ນັ້ນກໍຄື ພຣະວິນຍານຂອງພຣະເຈົ້າທີ່ປະຕິບັດພາລະກິດຂອງພຣະອົງ. ແມ່ນໃຜຄືພຣະວິນຍານຂອງພຣະເຈົ້າ? ມັນບໍ່ແມ່ນພຣະວິນຍານບໍລິສຸດບໍ? ບໍ່ແມ່ນພຣະວິນຍານບໍລິສຸດບໍ ທີ່ປະຕິບັດພາລະກິດໃນພຣະເຢຊູ? ຖ້າພາລະກິດບໍ່ໄດ້ຖືກປະຕິບັດໂດຍພຣະວິນຍານບໍລິສຸດ (ນັ້ນກໍຄື ພຣະວິນຍານຂອງພຣະເຈົ້າ), ແລ້ວພາລະກິດຂອງພຣະອົງຈະສາມາດເປັນຕົວແທນໃຫ້ກັບພຣະເຈົ້າເອງໄດ້ບໍ? ເມື່ອພຣະເຢຊູເອີ້ນຫາພຣະເຈົ້າທີ່ຢູ່ໃນສະຫວັນ ດ້ວຍນາມຂອງພຣະບິດາເມື່ອພຣະອົງອະທິຖານ, ສິ່ງນີ້ແມ່ນເກີດຂຶ້ນໃນທັດສະນະຂອງມະນຸດທີ່ຖືກສ້າງເທົ່ານັ້ນ, ນີ້ກໍຍ້ອນວ່າ ພຣະວິນຍານຂອງພຣະເຈົ້າໄດ້ສວມໃສ່ເນື້ອໜັງທີ່ສາມັນ ແລະ ທຳມະດາ ແລະ ມີສິ່ງປົກຫຸ້ມພາຍນອກຄືກັບສິ່ງທີ່ຖືກສ້າງ. ເຖິງແມ່ນວ່າພາຍໃນພຣະອົງເປັນພຣະວິນຍານຂອງພຣະເຈົ້າ, ລັກສະນະພາຍນອກຂອງພຣະອົງກໍຍັງເປັນມະນຸດທຳມະດາ; ເວົ້າອີກຢ່າງໜຶ່ງກໍຄື ພຣະອົງໄດ້ກາຍມາເປັນ “ບຸດມະນຸດ” ທີ່ມະນຸດທັງປວງ ລວມເຖິງພຣະເຢຊູເອງ ໄດ້ເວົ້າໄວ້. ເນື່ອງຈາກວ່າ ພຣະອົງຖືກເອີ້ນວ່າບຸດມະນຸດ, ພຣະອົງກໍເປັນມະນຸດ (ບໍ່ວ່າຜູ້ຊາຍ ຫຼື ແມ່ຍິງ, ໃນກໍລະນີໃດກໍຕາມແມ່ນເປັນບຸກຄົນມີເປືອກນອກຂອງມະນຸດ) ທີ່ເກີດໃນຄອບຄົວທຳມະດາຂອງຜູ້ຄົນສາມັນ. ສະນັ້ນ ພຣະເຢຊູທີ່ເອີ້ນຫາພຣະເຈົ້າຢູ່ໃນສະຫວັນ ໂດຍນາມຂອງພຣະບິດານັ້ນ ກໍຄືກັນກັບທີ່ພວກເຈົ້າເອີ້ນພຣະອົງວ່າພຣະບິດາໃນຕອນທຳອິດ; ພຣະອົງເຮັດແບບນັ້ນແມ່ນຈາກທັດສະນະຂອງມະນຸດທີ່ຖືກສ້າງ. ພວກເຈົ້າຍັງຈື່ຄຳອະທິຖານຂອງພຣະຜູ້ເປັນເຈົ້າທີ່ພຣະເຢຊູສອນພວກເຈົ້າໃຫ້ທ່ອງຈຳບໍ? “ພຣະບິດາຂອງພວກຂ້ານ້ອຍ ຜູ້ທີ່ຢູ່ໃນສະຫວັນ...”. ພຣະອົງຂໍໃຫ້ມະນຸດທຸກຄົນເອີ້ນພຣະເຈົ້າທີ່ຢູ່ໃນສະຫວັນດ້ວຍນາມຂອງພຣະບິດາ. ແລ້ວໃນເມື່ອພຣະເຢຊູກໍເອີ້ນພຣະອົງວ່າພຣະບິດາເຊັ່ນກັນ, ພຣະອົງເອີ້ນຈາກທັດສະນະຂອງຄົນໜຶ່ງທີ່ມີຖານະເທົ່າທຽມກັບພວກເຈົ້າ ແລະ ໃນຖານະມະນຸດເທິງແຜ່ນດິນໂລກທີ່ພຣະເຈົ້າໄດ້ເລືອກໄວ້ (ນັ້ນກໍຄື ພຣະບຸດຂອງພຣະເຈົ້າ). ຖ້າພວກເຈົ້າເອີ້ນພຣະເຈົ້າວ່າ ພຣະບິດາ, ນີ້ບໍ່ແມ່ນຍ້ອນວ່າ ພວກເຈົ້າເປັນສິ່ງຖືກສ້າງບໍ? ບໍ່ວ່າສິດອຳນາດຂອງພຣະເຢຊູຢູ່ເທິງແຜ່ນດິນໂລກນັ້ນຈະຍິ່ງໃຫຍ່ພຽງໃດກໍຕາມ, ກ່ອນທີ່ຈະຖືກຄຶງໄວ້ເທິງໄມ້ກາງແຂນ, ພຣະອົງກໍເປັນພຽງບຸດມະນຸດຄົນໜຶ່ງເທົ່ານັ້ນ ເຊິ່ງປົກຄອງໂດຍພຣະວິນຍານບໍລິສຸດ (ນັ້ນກໍຄື ພຣະເຈົ້າ) ແລະ ເປັນໜຶ່ງໃນສິ່ງທີ່ຖືກສ້າງຂຶ້ນໃນແຜ່ນດິນໂລກ, ຍ້ອນວ່າ ພຣະອົງຍັງບໍ່ໄດ້ເຮັດສໍາເລັດພາລະກິດຂອງພຣະອົງເທື່ອ. ສະນັ້ນ, ການທີ່ພຣະອົງເອີ້ນພຣະເຈົ້າທີ່ຢູ່ໃນສະຫວັນວ່າ ພຣະບິດາ ກໍເປັນຄວາມຖ່ອມຕົນ ແລະ ຄວາມເຊື່ອຟັງຂອງພຣະອົງເທົ່ານັ້ນ. ການທີ່ພຣະອົງເອີ້ນພຣະເຈົ້າ (ນັ້ນກໍຄື ພຣະວິນຍານທີ່ຢູ່ໃນສະຫວັນ) ໃນລັກສະນະນັ້ນ ແມ່ນບໍ່ໄດ້ພິສູດວ່າ ພຣະອົງເປັນພຣະບຸດຂອງພຣະວິນຍານຂອງພຣະເຈົ້າທີ່ຢູ່ໃນສະຫວັນ. ກົງກັນຂ້າມ, ມັນເປັນພຽງແຕ່ຍ້ອນທັດສະນະຂອງພຣະອົງແຕກຕ່າງກັນ, ບໍ່ແມ່ນວ່າພຣະອົງມີຕົວຕົນທີ່ແຕກຕ່າງກັນ. ການມີຢູ່ຂອງຕົວຕົນທີ່ແຕກຕ່າງກັນແມ່ນຄວາມເຊື່ອທີ່ຜິດ! ກ່ອນທີ່ພຣະອົງຈະຖືກຄຶງໄວ້ເທິງໄມ້ກາງແຂນ, ພຣະເຢຊູເປັນບຸດມະນຸດທີ່ຖືກຜູກມັດດ້ວຍຂໍ້ຈຳກັດຕ່າງໆຂອງເນື້ອໜັງ ແລະ ພຣະອົງບໍ່ໄດ້ມີສິດອຳນາດຂອງພຣະວິນຍານຢ່າງສົມບູນ. ນັ້ນຄືເຫດຜົນທີ່ວ່າ ເປັນຫຍັງພຣະອົງຈຶ່ງສາມາດສະແຫວງຫາຄວາມປະສົງຂອງພຣະເຈົ້າພຣະບິດາຈາກທັດສະນະຂອງສິ່ງຖືກສ້າງ. ມັນເປັນດັ່ງທີ່ພຣະອົງອະທິຖານສາມຄັ້ງໃນສວນເກັດເຊມາເນວ່າ: “ບໍ່ແມ່ນຕາມທີ່ຂ້ານ້ອຍປະສົງ, ແຕ່ຕາມຄວາມປະສົງຂອງພຣະອົງ”. ກ່ອນທີ່ພຣະອົງຖືກຄຶງເທິງໄມ້ກາງແຂນ, ພຣະອົງເປັນພຽງກະສັດຂອງຊາວຢິວ; ພຣະອົງເປັນພຣະຄຣິດ, ບຸດມະນຸດ ແລະ ບໍ່ແມ່ນບຸກຄົນທີ່ມີສະຫງ່າລາສີ. ນັ້ນຄືເຫດຜົນທີ່ວ່າ ເປັນຫຍັງພຣະອົງຈຶ່ງເອີ້ນພຣະເຈົ້າວ່າພຣະບິດາ ຈາກຈຸດຢືນຂອງສິ່ງທີ່ຖືກສ້າງ. ບັດນີ້ ເຈົ້າບໍ່ສາມາດເວົ້າວ່າ ທຸກຄົນທີ່ເອີ້ນພຣະເຈົ້າວ່າພຣະບິດາແມ່ນພຣະບຸດ. ຖ້າເປັນແບບນີ້, ແລ້ວພວກເຈົ້າທຸກຄົນຈະບໍ່ກາຍມາເປັນພຣະບຸດບໍ ຫຼັງຈາກທີ່ພຣະເຢຊູໄດ້ສອນພວກເຈົ້າກ່ຽວກັບຄຳອະທິຖານຂອງພຣະຜູ້ເປັນເຈົ້າ? ຖ້າພວກເຈົ້າຍັງບໍ່ເຊື່ອອີກ, ແລ້ວຈົ່ງບອກເຮົາໄດ້ບໍວ່າ ແມ່ນໃຜຄືຜູ້ທີ່ພວກເຈົ້າເອີ້ນວ່າ ພຣະບິດາ? ຖ້າພວກເຈົ້າກຳລັງໝາຍເຖິງພຣະເຢຊູ, ແລ້ວແມ່ນໃຜເປັນພຣະບິດາຂອງພຣະເຢຊູສຳລັບພວກເຈົ້າ? ຫຼັງຈາກທີ່ພຣະເຢຊູຈາກໄປ, ແນວຄິດນີ້ກ່ຽວກັບພຣະບິດາ ແລະ ພຣະບຸດກໍບໍ່ມີຢູ່ອີກ. ແນວຄິດນີ້ພຽງແຕ່ເໝາະສົມໃນປີທີ່ພຣະເຢຊູກາຍມາເປັນເນື້ອໜັງ; ພາຍໃຕ້ທຸກກໍລະນີ, ຄວາມສຳພັນແມ່ນຄວາມສຳພັນລະຫວ່າງພຣະຜູ້ເປັນເຈົ້າແຫ່ງການເນລະມິດສ້າງ ແລະ ສິ່ງຖືກສ້າງ ເມື່ອພວກເຈົ້າເອີ້ນພຣະເຈົ້າວ່າ ພຣະບິດາ. ບໍ່ມີເມື່ອໃດທີ່ແນວຄິດນີ້ກ່ຽວກັບພຣະເຈົ້າຕີເອການຸພາບທີ່ມີພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດສາມາດເປັນຈິງໄດ້; ມັນເປັນຄວາມເຊື່ອຜິດທີ່ບໍ່ຄ່ອຍເຫັນໃນຍຸກຕ່າງໆ ແລະ ມັນບໍ່ມີຢູ່ຈິງ!

(ຄັດຈາກບົດ “ພຣະເຈົ້າຕຣີເອການຸພາບມີແທ້ບໍ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຍັງມີບາງຄົນອາດເວົ້າວ່າ “ພຣະບິດາກໍຄືພຣະບິດາ; ພຣະບຸດກໍຄືພຣະບຸດ; ພຣະວິນຍານບໍລິສຸດກໍຄືພຣະວິນຍານບໍລິສຸດ ແລະ ໃນທີ່ສຸດ ທັງສາມພຣະອົງກໍຈະຖືກເຮັດໃຫ້ເປັນໜຶ່ງດຽວ”. ແລ້ວເຈົ້າຄວນເຮັດໃຫ້ທັງສາມພຣະອົງເປັນໜຶ່ງດຽວແນວໃດ? ພຣະບິດາ ແລະ ພຣະວິນຍານບໍລິສຸດຈະສາມາດຖືກເຮັດໃຫ້ເປັນໜຶ່ງດຽວໄດ້ແນວໃດ? ຖ້າທັງສອງພຣະອົງເປັນພຣະເຈົ້າສອງອົງໂດຍທຳມະຊາດ, ແລ້ວບໍ່ວ່າທັງສອງພຣະອົງຈະຖືກຮ່ວມເຂົ້າກັນແນວໃດກໍຕາມ, ທັງສອງພຣະອົງກໍຈະຍັງບໍ່ເປັນສອງສ່ວນຄືເກົ່າບໍ? ເມື່ອເຈົ້າເວົ້າກ່ຽວກັບການເຮັດໃຫ້ທັງສອງພຣະອົງເປັນໜຶ່ງດຽວກັນ, ນັ້ນບໍ່ແມ່ນເປັນການຮວມສອງພາກສ່ວນທີ່ແຕກຕ່າງກັນເຂົ້າເປັນໜຶ່ງດຽວບໍ? ແຕ່ວ່າ ພຣະອົງທັງສອງບໍ່ແມ່ນສອງພາກສ່ວນ ກ່ອນທີ່ຈະຖືກເຮັດໃຫ້ຄົບຖ້ວນບໍ? ພຣະວິນຍານແຕ່ລະອົງແມ່ນມີທາດແທ້ທີ່ແຕກຕ່າງກັນ ແລະ ພຣະວິນຍານສອງອົງບໍ່ສາມາດຖືກເຮັດໃຫ້ເປັນໜຶ່ງດຽວໄດ້. ພຣະວິນຍານບໍ່ແມ່ນວັດຖຸ ແລະ ບໍ່ຄືສິ່ງອື່ນໃດໃນໂລກແຫ່ງວັດຖຸ. ດັ່ງທີ່ມະນຸດເຫັນ, ພຣະບິດາຄືພຣະວິນຍານອົງໜຶ່ງ, ອີກອົງໜຶ່ງແມ່ນພຣະບຸດ ແລະ ພຣະວິນຍານບໍລິສຸດແມ່ນອີກອົງໜຶ່ງ, ແລ້ວພຣະວິນຍານສາມອົງຈະຮວມເຂົ້າກັນຄືກັບເອົານໍ້າສາມແກ້ວມາຮວມກັນເປັນແກ້ວດຽວ. ແລ້ວນັ້ນບໍ່ແມ່ນການເຮັດໃຫ້ສາມກາຍເປັນໜຶ່ງບໍ? ນີ້ແມ່ນການອະທິບາຍທີ່ບໍ່ຖືກຕ້ອງແທ້ໆ! ນີ້ບໍ່ແມ່ນການແຍກພຣະເຈົ້າອອກຈາກກັນບໍ? ພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດຈະຖືກເຮັດໃຫ້ເປັນໜຶ່ງດຽວໄດ້ແນວໃດ? ທັງສາມພຣະອົງບໍ່ແມ່ນສາມສ່ວນ ເຊິ່ງແຕ່ລະສ່ວນມີທຳມະຊາດແຕກຕ່າງກັນບໍ? ຍັງມີຄົນທີ່ເວົ້າວ່າ “ພຣະເຈົ້າບໍ່ໄດ້ລະບຸຢ່າງແຈ່ມແຈ້ງບໍວ່າ ພຣະເຢຊູເປັນພຣະບຸດອັນເປັນທີ່ຮັກຂອງພຣະອົງ?” ພຣະເຢຊູຄືພຣະບຸດອັນເປັນທີ່ຮັກຂອງພຣະເຈົ້າ ທີ່ພຣະອົງພໍໃຈເປັນຢ່າງຍິ່ງ, ສິ່ງນີ້ຖືກກ່າວໂດຍພຣະເຈົ້າເອງຢ່າງແນ່ນອນ. ນັ້ນຄືການທີ່ພຣະເຈົ້າເປັນພະຍານໃຫ້ກັບພຣະອົງເອງ, ແຕ່ຈາກທັດສະນະທີ່ແຕກຕ່າງກັນເທົ່ານັ້ນ, ພຣະວິນຍານໃນສະຫວັນເປັນພະຍານໃຫ້ກັບການບັງເກີດເປັນມະນຸດຂອງພຣະອົງເອງ. ພຣະເຢຊູຄືການບັງເກີດເປັນມະນຸດຂອງພຣະອົງ ບໍ່ແມ່ນພຣະບຸດຂອງພຣະອົງທີ່ຢູ່ໃນສະຫວັນ. ເຈົ້າເຂົ້າໃຈບໍ? ພຣະທຳຂອງພຣະເຢຊູທີ່ກ່າວວ່າ “ເຮົາຢູ່ໃນພຣະບິດາ ແລະ ພຣະບິດາກໍຢູ່ໃນເຮົາ” ບໍ່ໄດ້ຊີ້ບອກບໍວ່າ ທັງສອງພຣະອົງເປັນພຣະວິນຍານໜຶ່ງດຽວ? ແລ້ວບໍ່ແມ່ນຍ້ອນການບັງເກີດເປັນມະນຸດບໍ ທີ່ເຮັດໃຫ້ທັງສອງພຣະອົງຖືກແຍກອອກລະຫວ່າງສະຫວັນ ແລະ ແຜ່ນດິນໂລກ? ໃນຄວາມເປັນຈິງແລ້ວ, ພຣະອົງທັງສອງຍັງເປັນໜຶ່ງດຽວ; ບໍ່ວ່າໃນກໍລະນີໃດກໍຕາມ ນີ້ຄືການທີ່ພຣະເຈົ້າເປັນພະຍານໃຫ້ກັບພຣະອົງເອງແທ້ໆ. ຍ້ອນການປ່ຽນແປງໃນຍຸກຕ່າງໆ, ເງື່ອນໄຂຂອງພາລະກິດປ່ຽນແປງ ແລະ ຂັ້ນຕອນທີ່ແຕກຕ່າງກັນຂອງແຜນການຄຸ້ມຄອງຂອງພຣະອົງ, ນາມທີ່ມະນຸດເອີ້ນພຣະອົງຈຶ່ງແຕກຕ່າງເຊັ່ນກັນ. ເມື່ອພຣະອົງລົງມາປະຕິບັດຂັ້ນຕອນທຳອິດຂອງພາລະກິດ, ພຣະອົງພຽງແຕ່ຖືກເອີ້ນວ່າພຣະເຢໂຮວາເທົ່ານັ້ນ, ເປັນຄົນລ້ຽງແກະຂອງຊາວອິດສະຣາເອັນ. ໃນຂັ້ນຕອນທີສອງ, ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນຖືກເອີ້ນວ່າພຣະຜູ້ເປັນເຈົ້າ ແລະ ພຣະຄຣິດ. ແຕ່ໃນເວລານັ້ນ, ພຣະວິນຍານທີ່ຢູ່ໃນສະຫວັນກໍພຽງກ່າວວ່າ ພຣະອົງເປັນພຣະບຸດອັນເປັນທີ່ຮັກຂອງພຣະເຈົ້າ ແລະ ບໍ່ໄດ້ກ່າວເຖິງການທີ່ພຣະອົງເປັນພຣະບຸດອົງດຽວຂອງພຣະເຈົ້າ. ສິ່ງນີ້ແມ່ນບໍ່ໄດ້ເກີດຂຶ້ນແທ້ໆ. ພຣະເຈົ້າຈະສາມາດມີລູກຊາຍພຽງຜູ້ດຽວໄດ້ແນວໃດ? ແລ້ວພຣະເຈົ້າຈະບໍ່ກາຍເປັນມະນຸດບໍ? ຍ້ອນພຣະອົງແມ່ນການບັງເກີດເປັນມະນຸດ, ພຣະອົງຈຶ່ງຖືກເອີ້ນວ່າ ພຣະບຸດອັນເປັນທີ່ຮັກຂອງພຣະເຈົ້າ ແລະ ຈາກສິ່ງນີ້ຈຶ່ງເກີດມີຄວາມສຳພັນລະຫວ່າງພຣະບິດາ ແລະ ພຣະບຸດ. ທັງໝົດນີ້ແມ່ນເປັນຍ້ອນການແບ່ງແຍກລະຫວ່າງສະຫວັນ ແລະ ແຜ່ນດິນໂລກ. ພຣະເຢຊູອະທິຖານຈາກທັດສະນະຂອງເນື້ອໜັງ. ຍ້ອນວ່າ ພຣະອົງໄດ້ສວມໃສ່ເນື້ອໜັງແຫ່ງຄວາມເປັນມະນຸດທຳມະດາດັ່ງກ່າວ, ມັນມາຈາກທັດສະນະຂອງເນື້ອທີ່ພຣະອົງກ່າວວ່າ: “ເປືອກນອກຂອງເຮົາແມ່ນເປັນຂອງສິ່ງຖືກສ້າງ. ຍ້ອນເຮົາສວມໃສ່ເນື້ອໜັງເພື່ອເຂົ້າມາສູ່ໂລກນີ້, ບັດນີ້ ເຮົາຈຶ່ງຫ່າງໄກຈາກສະຫວັນຫຼາຍ”. ຍ້ອນເຫດຜົນນີ້, ພຣະອົງຈຶ່ງພຽງແຕ່ສາມາດອະທິຖານຫາພຣະເຈົ້າພຣະບິດາຈາກທັດສະນະຂອງເນື້ອໜັງ. ນີ້ແມ່ນໜ້າທີ່ຂອງພຣະອົງ ແລະ ເປັນສິ່ງທີ່ພຣະວິນຍານທີ່ບັງເກີດເປັນມະນຸດຂອງພຣະເຈົ້າຄວນປະກອບມີ. ມັນບໍ່ສາມາດເວົ້າໄດ້ວ່າ ພຣະອົງບໍ່ແມ່ນພຣະເຈົ້າຍ້ອນພຣະອົງອະທິຖານຫາພຣະບິດາຈາກທັດສະນະຂອງເນື້ອໜັງເທົ່ານັ້ນ. ເຖິງແມ່ນວ່າ ພຣະອົງຖືກເອີ້ນວ່າ ພຣະບຸດອັນເປັນທີ່ຮັກຂອງພຣະເຈົ້າ, ພຣະອົງກໍຍັງເປັນພຣະເຈົ້າຢູ່ດີ ນັ້ນກໍຍ້ອນວ່າ ພຣະອົງເປັນພຽງການບັງເກີດເປັນມະນຸດຂອງພຣະວິນຍານ ແລະ ທາດແທ້ຂອງພຣະອົງກໍຍັງເປັນພຣະວິນຍານຄືເກົ່າ.

(ຄັດຈາກບົດ “ພຣະເຈົ້າຕຣີເອການຸພາບມີແທ້ບໍ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ມີຂໍ້ຂັດແຍ່ງຫຼາຍຢ່າງໃນການອະທິບາຍຂອງມະນຸດ. ແນ່ນອນ, ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນແນວຄິດຂອງມະນຸດ; ຫາກປາສະຈາກການພິຈາລະນາເພີ່ມເຕີມຢ່າງລະອຽດ, ພວກເຈົ້າທຸກຄົນກໍຈະເຊື່ອວ່າ ສິ່ງເຫຼົ່ານັ້ນຖືກຕ້ອງ. ພວກເຈົ້າບໍ່ຮູ້ບໍວ່າ ແນວຄວາມຄິດນີ້ທີ່ກ່ຽວກັບພຣະເຈົ້າເປັນພຣະເຈົ້າຕຣີເອການຸພາບເປັນພຽງແນວຄິດຂອງມະນຸດ? ບໍ່ມີຄວາມຮູ້ໃດຂອງມະນຸດທີ່ສົມບູນ ແລະ ທົ່ວເຖິງ. ມີຄວາມບໍ່ບໍລິສຸດຢູ່ສະເໝີ ແລະ ມະນຸດແມ່ນມີແນວຄິດຫຼາຍເກີນໄປ; ສິ່ງນີ້ສະແດງໃຫ້ເຫັນວ່າ ສິ່ງຖືກສ້າງບໍ່ສາມາດອະທິບາຍເຖິງພາລະກິດຂອງພຣະເຈົ້າໄດ້ຢ່າງແທ້ຈິງ. ມີຫຼາຍສິ່ງເກີນໄປໃນຄວາມຄິດຂອງມະນຸດ, ທຸກສິ່ງມາຈາກເຫດຜົນ ແລະ ຄວາມຄິດ ເຊິ່ງຂັດກັບຄວາມຈິງ. ເຫດຜົນຂອງເຈົ້າສາມາດວິເຄາະພາລະກິດຂອງພຣະເຈົ້າໄດ້ຢ່າງທົ່ວເຖິງບໍ? ເຈົ້າສາມາດຮັບເອົາຄວາມເຂົ້າໃຈໃນພາລະກິດທັງໝົດຂອງພຣະເຢໂຮວາບໍ່? ແມ່ນເຈົ້າບໍ ທີ່ເປັນມະນຸດຜູ້ທີ່ເຫັນຜ່ານທຸກສິ່ງ ຫຼື ແມ່ນພຣະເຈົ້າເອງທີ່ສາມາດເຫັນຕະຫຼອດໄປເປັນນິດນິລັນ? ແມ່ນເຈົ້າບໍ ທີ່ສາມາດເຫັນຈາກອະດີດຈົນເຖິງອະນາຄົດຕະຫຼອດໄປເປັນນິດ ຫຼື ເປັນພຣະເຈົ້າທີ່ສາມາດເຮັດແບບນັ້ນໄດ້? ເຈົ້າຈະເວົ້າແນວໃດ? ເຈົ້າຈະສົມຄວນອະທິບາຍພຣະເຈົ້າໄດ້ແນວໃດ? ການອະທິບາຍຂອງເຈົ້າແມ່ນອີງບົນພື້ນຖານຫຍັງ? ເຈົ້າເປັນພຣະເຈົ້າບໍ? ສະຫວັນ ແລະ ແຜ່ນດິນໂລກ ແລະ ສິ່ງທັງປວງທີ່ຢູ່ໃນໂລກແມ່ນຖືກສ້າງໂດຍພຣະເຈົ້າເອງ. ບໍ່ແມ່ນເຈົ້າທີ່ເຮັດສິ່ງນີ້, ແລ້ວເປັນຫຍັງເຈົ້າຈຶ່ງອະທິບາຍຢ່າງບໍ່ຖືກຕ້ອງ? ບັດນີ້, ເຈົ້າຈະສືບຕໍ່ເຊື່ອໃນພຣະເຈົ້າຕຣີເອການຸພາບຢູ່ບໍ? ເຈົ້າບໍ່ຄິດບໍ່ວ່າ ການເຊື່ອແບບນັ້ນແມ່ນມີພາລະຫຼາຍເກີນໄປ? ມັນຈະເປັນການດີທີ່ສຸດ ຖ້າເຈົ້າເຊື່ອໃນພຣະເຈົ້າໜຶ່ງດຽວ, ບໍ່ແມ່ນໃນພຣະເຈົ້າສາມພຣະອົງ. ມັນເປັນການດີທີ່ສຸດທີ່ຈະເປັນແສງສະຫວ່າງ ເພາະວ່າ ພາລະຂອງພຣະຜູ້ເປັນເຈົ້າຄືແສງສະຫວ່າງ.

(ຄັດຈາກບົດ “ພຣະເຈົ້າຕຣີເອການຸພາບມີແທ້ບໍ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: 1. ພຣະເຈົ້າແທ້ຈິງທີີ່ສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ສິ່ງທັງປວງມີອົງດຽວ ຫຼື ສາມອົງ

ຕໍ່ໄປ: 3. ການກຳນົດວ່າພຣະເຈົ້າທີ່ແທ້ຈິງອົງດຽວເປັນພຣະເຈົ້າສາມອົງຄືການທ້າທາຍ ແລະ ໝິ່ນປະໝາດພຣະເຈົ້າ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້