ພຣະທຳກ່ຽວກັບການຮູ້ຈັກຕົນເອງ
ຕອນຄັດເລືອກທີ 44
ຖ້າຫາກຜູ້ຄົນຈະເຂົ້າໃຈຕົນເອງ, ພວກເຂົາຕ້ອງເຂົ້າໃຈອຸປະນິໃສທີ່ເສື່ອມຊາມຂອງພວກເຂົາ ແລະ ເຂົ້າໃຈສະພາວະທີ່ແທ້ຈິງຂອງພວກມັນ. ເພື່ອໃຫ້ເຂົ້າໃຈສະພາວະຂອງຄົນໆໜຶ່ງ, ສິ່ງທີ່ສຳຄັນທີ່ສຸດແມ່ນການມີຄວາມເຂົ້າໃຈ ຄວາມຄິດ ແລະ ແນວຄິດຂອງຄົນໆນັ້ນ. ໃນທຸກໆຊ່ວງ, ຄວາມຄິດ ແລະ ແນວຄິດຂອງຄົນຜູ້ໜຶ່ງແມ່ນຖືກຄວບຄຸມໂດຍສິ່ງສຳຄັນສິ່ງໜຶ່ງ. ຖ້າຫາກເຈົ້າສາມາດເຂົ້າໃຈຄວາມຄິດ ແລະ ແນວຄິດຂອງເຈົ້າ, ເຈົ້າກໍ່ສາມາດເຂົ້າໃຈສິ່ງຕ່າງໆທີ່ຢູ່ເບື້ອງຫຼັງພວກມັນ. ບໍ່ມີໃຜທີ່ສາມາດຄວບຄຸມຄວາມຄິດ ແລະ ແນວຄິດຂອງພວກເຂົາໄດ້. ເຖິງຢ່າງໃດກໍຕາມ, ເຈົ້າຈຳເປັນຕ້ອງຮູ້ວ່າຄວາມຄິດ ແລະ ແນວຄິດເຫຼົ່ານີ້ມາຈາກໃສ, ແມ່ນຫຍັງຄືແຮງຈູງໃຈ ທີ່ຢູ່ເບື້ອງຫຼັງພວກມັນ, ພວກມັນເກີດຂື້ນມາໄດ້ແນວໃດ, ແມ່ນຫຍັງທີ່ຄວບຄຸມພວກມັນ, ແລະ ແມ່ນຫຍັງເປັນທຳມະຊາດຂອງພວກມັນ. ຫລັງຈາກອຸປະນິໃສຂອງຄົນໆໜຶ່ງປ່ຽນ, ຄວາມຄິດ, ແນວຄິດ, ມູມມອງ, ແລະ ເປົ້າໝາຍທີ່ພວກເຂົາສະແຫວງຫາເຊິ່ງເກີດຂື້ນມາຈາກສ່ວນທີ່ປ່ຽນແປງໃນຕົວພວກເຂົານີ້ແມ່ນຈະແຕກຕ່າງກັນຫຼາຍ. ໂດຍພື້ນຖານແລ້ວ ພວກເຂົາຈະເຂົ້າໃກ້ຄວາມຈິງ ແລະ ເຮັດໃຫ້ສອດຄ່ອງກັບຄວາມຈິງ. ສິ່ງຕ່າງໆພາຍໃນຜູ້ຄົນທີ່ບໍ່ໄດ້ປ່ຽນແປງ, ນັ້ນໝາຍຄວາມວ່າ ຄວາມຄິດ, ແນວຄິດ, ມຸມມອງອັນເກົ່າຂອງພວກເຂົາ, ພ້ອມທັງສິ່ງຕ່າງໆ ທີ່ພວກເຂົາມັກ ແລະ ສະແຫວງຫາ ທັງໝົດແມ່ນສົກກະປົກ, ໂສມົມ, ແລະ ໜ້າລັງກຽດ. ຫຼັງຈາກຄົນໆໜຶ່ງໄດ້ເຂົ້າໃຈຄວາມຈິງ, ພວກເຂົາສາມາດແຍກແຍະສິ່ງຕ່າງໆເຫຼົ່ານີ້ ແລະ ເຫັນພວກມັນຢ່າງຊັດເຈນ. ສະນັ້ນ, ພວກເຂົາສາມາດກະບົດ ແລະ ປະຖິ້ມສິ່ງຕ່າງໆເຫຼົ່ານີ້. ຜູ້ຄົນເຊັ່ນນີ້ໄດ້ຜ່ານ ການປ່ຽນແປງບາງຢ່າງມາແລ້ວແທ້ໆ. ພວກເຂົາສາມາດຍອມຮັບ ແລະ ປະຕິບັດຄວາມຈິງ ແລະ ເຂົ້າສູ່ຄວາມຈິງແຫ່ງຄວາມເປັນຈິງບາງຢ່າງ. ຜູ້ທີ່ບໍ່ເຂົ້າໃຈຄວາມຈິງ ບໍ່ສາມາດເຫັນສິ່ງທີ່ເສື່ອມຊາມ ຫຼື ເປັນລົບເຫຼົ່ານີ້ໄດ້ຢ່າງຊັດເຈນ ແລະ ພວກເຂົາບໍ່ສາມາດແຍກແຍະພວກມັນໄດ້. ສະນັ້ນ, ພວກເຂົາບໍ່ສາມາດປະຖິ້ມ ພວກມັນ, ບໍ່ເວົ້າຫຍັງທີ່ເປັນການຕໍ່ຕ້ານພວກມັນ. ແມ່ນຫຍັງກັນແທ້ທີ່ເປັນສາເຫດຂອງຄວາມແຕກຕ່າງນີ້? ເປັນຫຍັງຈັ່ງວ່າພວກເຂົາເປັນຜູ້ເຊື່ອທັງໝົດ, ແຕ່ວ່າພວກເຂົາບາງສ່ວນສາມາດແຍກແຍະສິ່ງທີ່ເປັນລົບ ແລະ ໂສມົມ ແລະ ປະຕິເສດພວກມັນໄດ້, ໃນຂະນະທີ່ຄົນອື່ນໆບໍ່ສາມາດເຫັນສິ່ງເຫຼົ່ານີ້ໄດ້ຢ່າງຊັດເຈນ ຫຼື ເປັນອິດສະຫຼະຈາກພວກມັນໄດ້? ມັນໄດ້ຖືກເຊື່ອມໂຍງໂດຍກົງບໍ່ວ່າຄົນໆໜຶ່ງຈະຮັກ ແລະ ສະແຫວງຫາຄວາມຈິງຫຼືບໍ່. ເມື່ອຄົນຜູ້ທີ່ສະແຫວງຫາຄວາມຈິງ ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ຮັບຟັງຄໍາເທດສະໜາມາເປັນໄລຍະເວລາໜຶ່ງ, ຈາກນັ້ນພວກເຂົາກໍສາມາດເຂົ້າໃຈຄວາມຈິງ ແລະ ເຫັນສິ່ງໃດໜຶ່ງໄດ້ຢ່າງຊັດເຈນ. ພວກເຂົາຈະມີຄວາມກ້າວໜ້າໃນຊີວິດຂອງພວກເຂົາ. ກົງກັນຂ້າມ, ເຖິງແມ່ນວ່າຄົນຜູ້ທີ່ບໍ່ໄດ້ຮັກຄວາມຈິງເຂົ້າຮ່ວມການເຕົ້າໂຮມ, ອ່ານພຣະທຳຂອງພຣະເຈົ້າ, ແລະ ຮັບຟັງຄໍາເທດສະໜາທີ່ເໜືອນກັນ, ພວກເຂົາກໍ່ບໍ່ສາມາດເຂົ້າໃຈຄວາມຈິງໄດ້, ແລະ ບໍ່ວ່າພວກເຂົາໄດ້ເຊື່ອມາຫຼາຍປີປານໃດກໍ່ຕາມ, ພວກເຂົາບໍ່ມີທາງເຂົ້າຂອງຊີວິດ. ຜູ້ຄົນເຫຼົ່ານີ້ລົ້ມເຫຼວເພາະວ່າພວກເຂົາບໍ່ສະແຫວງຫາຄວາມຈິງ. ບໍ່ວ່າພວກເຂົາໄດ້ເຊື່ອໃນພຣະເຈົ້າມາຫຼາຍປີປານໃດກໍ່ຕາມ, ຄົນຜູ້ທີ່ບໍ່ໄດ້ສະແຫວງຫາຄວາມຈິງ ແມ່ນຈະບໍ່ສາມາດເຂົ້າໃຈຄວາມຈິງໄດ້. ເມື່ອພວກເຂົາພົບກັບສະຖານະການ, ພວກເຂົາບໍ່ສາມາດເຫັນມັນໄດ້ຢ່າງຊັດເຈນ, ແລະ ພວກເຂົາຄ່ອນຂ້າງບໍ່ແຕກຕ່າງຈາກຄົນທີ່ມີສາດສະໜາເລີຍ. ພວກເຂົາບໍ່ໄດ້ຮັບຫຍັງຈາກຄວາມເຊື່ອທີ່ພວກເຂົາເຊື່ອມາຫຼາຍປີ. ພວກເຈົ້າເຂົ້າໃຈຄວາມຈິງຫຼາຍປານໃດຕອນນີ້? ເຈົ້າສາມາດເຫັນຫຍັງໄດ້ຢ່າງຊັດເຈນບໍ? ເຈົ້າສາມາດແຍກແຍະສິ່ງຂອງ ແລະ ຜູ້ຄົນທີ່ເປັນລົບບໍ?