3. ພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍແມ່ນພາລະກິດແຫ່ງການພິພາກສາຈາກບັນລັງຂາວທີ່ຍິ່ງໃຫຍ່

ຂໍ້ຄວາມຈາກພຣະຄໍາພີເພື່ອອ້າງອີງ:

“ເຖິງເວລາທີ່ການຄໍາພິພາກສາເລີ້ມຕົ້ນທີ່ຄົວເຮືອນຂອງພຣະເຈົ້າ” (1 ເປໂຕ 4:17).

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ໃນການພິພາກສາທີ່ເລີ່ມຕົ້ນຈາກຄົວເຮືອນຂອງພຣະເຈົ້ານັ້ນ, “ການພິພາກສາ” ໃນພຣະທໍາເຫຼົ່ານີ້ ໝາຍເຖິງ ການພິພາກສາທີ່ພຣະເຈົ້າຈະດໍາເນີນໃນມື້ນີ້ກັບຜູ້ຄົນທີ່ມາຢູ່ຕໍ່ໜ້າບັນລັງຂອງພຣະອົງໃນຍຸກແຫ່ງສຸດທ້າຍ. ບາງທີອາດຍັງມີຜູ້ຄົນທີ່ເຊື່ອໃນຈິນຕະນາການເໜືອທຳມະຊາດທີ່ວ່າ: ເມື່ອຍຸກສຸດທ້າຍມາເຖິງ, ພຣະເຈົ້າຈະຕັ້ງໂຕະໃຫຍ່ໃນສະຫວັນ, ປູໂຕະນັ້ນດ້ວຍຜ້າສີຂາວ ແລະ ຫລັງຈາກນັ້ນ ພຣະອົງຈະນັ່ງຢູ່ເທິງບັນລັງທີ່ຍິ່ງໃຫຍ່ ໂດຍທີ່ມະນຸດທຸກຄົນຈະພາກັນຄຸເຂົ່າຂາບລົງດິນ, ແລ້ວພຣະອົງຈະເປີດເຜີຍຄວາມບາບຂອງແຕ່ລະຄົນ ແລະ ຫລັງຈາກນັ້ນກໍານົດເບິ່ງວ່າຜູ້ໃດຈະຖືກສົ່ງຂຶ້ນໄປສະຫວັນ ຫຼື ຜູ້ໃດຈະຖືກສົ່ງລົງທະເລສາບແຫ່ງໄຟ ແລະ ມາດ. ບໍ່ວ່າມະນຸດຈະຈິນຕະນາການໄປໃນຮູບແບບໃດກໍຕາມ, ມັນບໍ່ສາມາດປ່ຽນແປງແກ່ນແທ້ຂອງພາລະກິດຂອງພຣະເຈົ້າໄດ້. ການວາດພາບຕ່າງໆນາໆຂອງມະນຸດແມ່ນບໍ່ມີຫຍັງ. ຈິນຕະນາການຂອງມະນຸດເປັນພຽງການສ້າງຂຶ້ນຈາກແນວຄວາມຄິດຂອງມະນຸດ; ພວກມັນມາຈາກສະໝອງຂອງມະນຸດທີ່ສະສົມ ແລະ ຮວບຮວມເອົາເລື່ອງຕ່າງໆນາໆທີ່ຕົນໄດ້ເຫັນ ແລະ ໄດ້ຍິນ. ສະນັ້ນ ເຮົາຈຶ່ງເວົ້າວ່າ ບໍ່ວ່າພາບທີ່ປະດິດຄິດແຕ່ງຂຶ້ນເອງນັ້ນຈະດີເລີດພຽງໃດ ມັນກໍເປັນພຽງພາບແຕ້ມ ແລະ ບໍ່ສາມາດໃຊ້ແທນແຜນການໃນພາລະກິດຂອງພຣະເຈົ້າໄດ້. ໃນທີ່ສຸດແລ້ວ ມະນຸດຖືກເສື່ອມໂຊມໂດຍຊາຕານ ສະນັ້ນພວກເຂົາຈະເຂົ້າໃຈຄວາມຄິດຂອງພຣະເຈົ້າໄດ້ແນວໃດ? ມະນຸດຄິດໄປເອງວ່າ ພາລະກິດແຫ່ງການພິພາກສາຂອງພຣະເຈົ້າຕ້ອງເປັນສິ່ງທີ່ວິເສດ. ເຂົາເຊື່ອວ່າ ໃນເມື່ອພຣະເຈົ້າປະຕິບັດພາລະກິດພິພາກສາດ້ວຍຕົນເອງ, ສະນັ້ນ ມັນຕ້ອງຍິ່ງໃຫຍ່ອາລັງການ ແລະ ເປັນສິ່ງທີ່ມະນຸດບໍ່ສາມາດເຂົ້າໃຈໄດ້ ແລະ ມັນຕ້ອງດັງໄປທົ່ວສະຫວັນ ແລະ ສັ່ນສະເທືອນໄປທົ່ວໂລກ, ບໍ່ດັ່ງນັ້ນ ມັນຈະເປັນພາລະກິດພິພາກສາຂອງພຣະເຈົ້າໄດ້ແນວໃດ? ເຂົາເຊື່ອວ່າ ໃນເມື່ອນີ້ຄືພາລະກິດແຫ່ງການພິພາກສາ ສະນັ້ນໃນຂະນະທີ່ພຣະອົງປະຕິບັດພາລະກິດ, ພຣະອົງຕ້ອງສະງ່າຜ່າເຜີຍ ແລະ ເດຊານຸພາບເປັນພິເສດ ແລະ ຜູ້ທີ່ຖືກພິພາກສາຕ້ອງຮ້ອງໂຮ່ດ້ວຍນໍ້າຕາ ແລະ ຄຸເຂົ່າຂາບລົງຮ້ອງຂໍຄວາມເມດຕາ. ສາກດັ່ງກ່າວຈະເປັນທີ່ປະທັບໃຈຢ່າງແນ່ນອນ ແລະ ຕື່ນເຕັ້ນຢ່າງເລິກເຊິ່ງ... ທຸກຄົນຈິນຕະນາການວ່າພາລະກິດແຫ່ງການພິພາກສາຂອງພຣະເຈົ້າເປັນສິ່ງທີ່ມະຫັດສະຈັນ. ແຕ່ເຈົ້າຮູ້ບໍວ່າ ໃນເວລາທີ່ພຣະເຈົ້າໄດ້ເລີ່ມຕົ້ນພາລະກິດແຫ່ງການພິພາກສາຂອງພຣະອົງທ່າມກາງມະນຸດຕັ້ງແຕ່ດົນນານແລ້ວນັ້ນ, ເຈົ້າຍັງນອນຫຼັບຢ່າງບໍ່ມີເຫື່ອບໍ່ມີແຮງບໍ? ເຈົ້າຮູ້ບໍວ່າ ໃນເວລາທີ່ເຈົ້າຄິດວ່າພາລະກິດແຫ່ງການພິພາກສາຂອງພຣະເຈົ້າໄດ້ເລີ່ມຕົ້ນເປັນທາງການ, ພຣະເຈົ້າກໍໄດ້ສ້າງສະຫວັນ ແລະ ໂລກໃໝ່ແລ້ວ? ໃນເວລານັ້ນ, ບາງທີເຈົ້າຈະພຽງເຂົ້າໃຈຄວາມໝາຍຂອງຊີວິດເທົ່ານັ້ນ, ແຕ່ພາລະກິດແຫ່ງການລົງໂທດທີ່ບໍ່ມີການເມດຕາຂອງພຣະເຈົ້າ ຈະນໍາເອົາເຈົ້າໄປສູ່ນາຮົກ ໂດຍທີ່ເຈົ້າຍັງນອນຫຼັບສະນິດ. ມີແຕ່ເມື່ອນັ້ນ ເຈົ້າຈຶ່ງຈະຮັບຮູ້ທັນທີວ່າພາລະກິດແຫ່ງການພິພາກສາຂອງພຣະເຈົ້າແມ່ນໄດ້ສິ້ນສຸດລົງແລ້ວ.

(ຄັດຈາກບົດ “ພຣະຄຣິດປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໃນຍຸກສຸດທ້າຍ ພຣະຄຣິດໃຊ້ຫຼາກຫຼາຍຄວາມຈິງເພື່ອສັ່ງສອນມະນຸດ, ເປີດໂປງແກ່ນແທ້ຂອງມະນຸດ ແລະ ວິເຄາະຄໍາເວົ້າ ແລະ ການກະທຳຂອງມະນຸດ. ພຣະທໍາເຫຼົ່ານີ້ປະກອບດ້ວຍຄວາມຈິງຫຼາຍປະການ, ເຊັ່ນ: ໜ້າທີ່ຂອງມະນຸດ, ວິທີມະນຸດຄວນເຊື່ອຟັງພຣະເຈົ້າ, ວິທີມະນຸດຄວນຈົງຮັກພັກດີຕໍ່ພຣະເຈົ້າ, ວິທີທີ່ມະນຸດຄວນສະແດງຄວາມປະພຶດຕົນແບບມະນຸດປົກກະຕິທົ່ວໄປ ພ້ອມດ້ວຍສະຕິປັນຍາ ແລະ ອຸປະນິໄສຂອງພຣະເຈົ້າ ແລະ ອື່ນໆ. ພຣະທໍາເຫຼົ່ານີ້ແມ່ນເນັ້ນໃສ່ແກ່ນແທ້ ແລະ ອຸປະນິໄສທີ່ເສື່ອມຊາມຂອງມະນຸດໂດຍກົງ. ໂດຍສະເພາະແລ້ວ ພຣະທຳທີ່ເປີດໂປງວິທີມະນຸດທີ່ປະຕິເສດພຣະເຈົ້າໃນເລື່ອງທີ່ກ່ຽວກັບວິທີທີ່ມະນຸດເປັນຮູບຮ່າງປາກົດຂອງຊາຕານ ແລະ ເປັນກໍາລັງສັດຕູທີ່ຕໍ່ຕ້ານພຣະເຈົ້າ. ໃນການປະຕິບັດພາລະກິດພິພາກສາຂອງພຣະເຈົ້າ, ພຣະອົງບໍ່ພຽງແຕ່ເຮັດໃຫ້ທໍາມະຊາດຂອງມະນຸດຊັດເຈນດ້ວຍພຣະທໍາສອງສາມຂໍ້ເທົ່ານັ້ນ; ແຕ່ພຣະອົງເປີດໂປງ, ຈັດການ ແລະ ລິຮານມັນໃນໄລຍະຍາວ. ວິທີການເປີດໂປ່ງ, ຈັດການ ແລະ ລິຮານເຫຼົ່ານີ້ບໍ່ສາມາດທົດແທນດ້ວຍຄໍາກ່າວທໍາມະດາ ແຕ່ທົດແທນດ້ວຍຄວາມຈິງທີ່ມະນຸດບໍ່ມີແທ້ໆ. ມີພຽງວິທີການແບບນີ້ເທົ່ານັ້ນຈຶ່ງຖືກເອີ້ນວ່າເປັນການພິພາກສາ; ຜ່ານການພິພາກສາແບບນີ້ເທົ່ານັ້ນ ທີ່ຈະສາມາດເອົາຊະນະມະນຸດ ແລະ ເຮັດໃຫ້ມະນຸດຍອມອ່ອນນ້ອມຕໍ່ພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍຮັບເອົາຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະອົງ. ສິ່ງທີ່ພາລະກິດແຫ່ງການພິພາກສານໍາມາ ກໍຄືຄວາມເຂົ້າໃຈຂອງມະນຸດຕໍ່ໃບໜ້າທີ່ແທ້ຈິງຂອງພຣະເຈົ້າ ແລະ ຄວາມຈິງກ່ຽວກັບການກະບົດຂອງເຂົາເອງ. ພາລະກິດແຫ່ງການພິພາກສາເຮັດໃຫ້ມະນຸດເຂົ້າໃຈຈຸດປະສົງຂອງພຣະເຈົ້າຫຼາຍຂຶ້ນ, ເຂົ້າໃຈຈຸດປະສົງຂອງພາລະກິດຂອງພຣະອົງ ແລະ ເຂົ້າໃຈເຖິງຄວາມລຶກລັບທີ່ເຂົາບໍ່ອາດສາມາດເຂົ້າໃຈໄດ້. ພາລະກິດດັ່ງກ່າວຍັງສາມາດເຮັດໃຫ້ມະນຸດຮັບຮູ້ ແລະ ຮູ້ຈັກທາດແທ້ທີ່ເສື່ອມຊາມຂອງເຂົາ ແລະ ຕົ້ນຕໍຂອງຄວາມເສື່ອມຊາມຂອງຕົນ ພ້ອມທັງຄົ້ນພົບຄວາມໜ້າລັງກຽດຂອງມະນຸດອີກດ້ວຍ. ຜົນກະທົບເຫຼົ່ານີ້ແມ່ນເກີດຂຶ້ນໂດຍພາລະກິດແຫ່ງການພິພາກສາທັງໝົດ ເພາະວ່າທາດແທ້ຂອງພາລະກິດນີ້ຄືພາລະກິດແຫ່ງການເປີດເຜີຍຄວາມເປັນຈິງ, ຫົນທາງ ແລະ ຊີວິດຂອງພຣະເຈົ້າ ໃຫ້ກັບຜູ້ທີ່ມີຄວາມສັດທາໃນພຣະອົງແທ້ໆ. ພາລະກິດນີ້ແມ່ນພາລະກິດແຫ່ງການພິພາກສາທີ່ພຣະເຈົ້າໄດ້ປະຕິບັດ.

(ຄັດຈາກບົດ “ພຣະຄຣິດປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພາລະກິດຂອງຍຸກສຸດທ້າຍແມ່ນເພື່ອຈັດແບ່ງທຸກສິ່ງອອກຕາມປະເພດໃຜປະເພດມັນ ແລະ ເພື່ອສິ້ນສຸດແຜນການຄຸ້ມຄອງຂອງພຣະເຈົ້າ, ເພາະວ່າ ເວລາໃກ້ມາເຖິງແລ້ວ ແລະ ມື້ຂອງພຣະເຈົ້າມາຮອດແລ້ວ. ພຣະເຈົ້ານໍາເອົາທຸກຄົນທີ່ໄດ້ເຂົ້າສູ່ອານາຈັກຂອງພຣະອົງ, ນັ້ນກໍຄື ຜູ້ຄົນທັງໝົດທີ່ຊື່ສັດຕໍ່ພຣະອົງຈົນເຖິງທີ່ສຸດ ເຂົ້າສູ່ຍຸກຂອງພຣະເຈົ້າເອງ. ແຕ່ວ່າ, ພາລະກິດທີ່ພຣະເຈົ້າຕ້ອງປະຕິບັດ ກ່ອນທີ່ຍຸກຂອງພຣະເຈົ້າເອງຈະມາເຖິງນັ້ນ ບໍ່ແມ່ນເພື່ອສັງເກດການປະພຶດຂອງມະນຸດ ຫຼື ຂຸດຄົ້ນຫາຊີວິດຂອງມະນຸດ, ແຕ່ເພື່ອພິພາກສາຄວາມບໍ່ເຊື່ອຟັງຂອງພວກເຂົາ ເພາະວ່າພຣະເຈົ້າຈະຕ້ອງຊໍາລະລ້າງຜູ້ຄົນທັງໝົດທີ່ມາຢູ່ຕໍ່ໜ້າບັນລັງຂອງພຣະອົງໃຫ້ບໍລິສຸດ. ຜູ້ຄົນທັງໝົດ ທີ່ໄດ້ເດີນຕາມບາດກ້າວຂອງພຣະເຈົ້າຈົນເຖິງທຸກວັນນີ້ ແມ່ນຜູ້ທີ່ໄດ້ມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ ແລະ ດ້ວຍເຫດນີ້ ທຸກຄົນທີ່ຮັບເອົາພາລະກິດຂອງພຣະເຈົ້າໃນຂັ້ນຕອນສຸດທ້າຍຄືຄົນທີ່ພຣະເຈົ້າຊໍາລະລ້າງໃຫ້ບໍລິສຸດ. ເວົ້າໄດ້ອີກຢ່າງໜຶ່ງກໍຄື ທຸກຄົນທີ່ຮັບເອົາພາລະກິດຂອງພຣະເຈົ້າໃນຂັ້ນຕອນສຸດທ້າຍນີ້ ຄືຄົນທີ່ໄດ້ຮັບເອົາການພິພາກສາຂອງພຣະເຈົ້າ.

(ຄັດຈາກບົດ “ພຣະຄຣິດປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ບາງຄົນເຊື່ອວ່າ ບາງເທື່ອ ພຣະເຈົ້າອາດມາເທິງແຜ່ນດິນໂລກ ແລະ ປາກົດຕົວຕໍ່ມະນຸດ, ດ້ວຍເຫດນີ້ ພຣະອົງຈະພິພາກສາມະນຸດຊາດທັງປວງດ້ວຍຕົວພຣະອົງເອງ, ທົດສອບພວກເຂົາເທື່ອລະຄົນໂດຍບໍ່ລະເວັ້ນໃຜຈັກຄົນ. ຄົນທີ່ຄິດແບບນີ້ບໍ່ຮູ້ຈັກຂັ້ນຕອນນີ້ຂອງພາລະກິດແຫ່ງການບັງເກີດເປັນມະນຸດ. ພຣະເຈົ້າບໍ່ພິພາກສາມະນຸດເທື່ອລະຄົນ ແລະ ບໍ່ທົດສອບມະນຸດເທື່ອລະຄົນ; ການເຮັດແບບນັ້ນຈະບໍ່ແມ່ນພາລະກິດແຫ່ງການພິພາກສາ. ຄວາມເສື່ອມຊາມຂອງມະນຸດຊາດທັງປວງແມ່ນບໍ່ຄືກັນບໍ? ທາດແທ້ຂອງມະນຸດບໍ່ແມ່ນຄືກັນໝົດບໍ? ສິ່ງທີ່ຖືກພິພາກສາແມ່ນທາດແທ້ທີ່ເສື່ອມຊາມຂອງມະນຸດຊາດ, ທາດແທ້ຂອງມະນຸດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ຄວາມບາບທັງໝົດຂອງມະນຸດ. ພຣະເຈົ້າບໍ່ພິພາກສາຂໍ້ຜິດພາດທີ່ເລັກນ້ອຍ ແລະ ບໍ່ສຳຄັນສໍາລັບມະນຸດ. ພາລະກິດແຫ່ງການພິພາກສາແມ່ນໃນຮູບແບບເປັນຕົວແທນ ແລະ ບໍ່ໄດ້ຖືກປະຕິບັດເພື່ອຄົນໃດຄົນໜຶ່ງໂດຍສະເພາະ. ກົງກັນຂ້າມ, ມັນເປັນພາລະກິດທີ່ພິພາກສາຄົນກຸ່ມໜຶ່ງເພື່ອເປັນຕົວແທນໃຫ້ກັບການພິພາກຂອງມະນຸດຊາດທັງປວງ. ເຊັ່ນວ່າ ການປະຕິບັດພາລະກິດຂອງພຣະອົງໃນຄົນກຸ່ມໃດໜຶ່ງດ້ວຍຕົວພຣະອົງເອງ, ພຣະເຈົ້າທີ່ຢູ່ໃນເນື້ອໜັງໃຊ້ພາລະກິດຂອງພຣະອົງເພື່ອເປັນຕົວແທນໃຫ້ກັບພາລະກິດຂອງມະນຸດຊາດທັງປວງ ແລ້ວຫຼັງຈາກນັ້ນ ພາລະກິດຈຶ່ງຖືກເຜີຍແຜ່ອອກໄປເທື່ອລະໜ້ອຍ; ພາລະກິດແຫ່ງການພິພາກສາກໍເປັນເຊັ່ນນັ້ນ. ພຣະເຈົ້າບໍ່ພິພາກສາຄົນບາງປະເພດ ຫຼື ຄົນບາງກຸ່ມ, ແຕ່ພິພາກສາຄວາມບໍ່ຊອບທຳຂອງມະນຸດທັງໝົດ, ຕົວຢ່າງເຊັ່ນ: ການທີ່ມະນຸດຕໍ່ຕ້ານພຣະເຈົ້າ, ການທີ່ມະນຸດບໍ່ເຄົາລົບບູຊາພຣະເຈົ້າ ຫຼື ການລົບກວນພາລະກິດຂອງພຣະເຈົ້າ ແລະ ອື່ນໆອີກ. ສິ່ງທີ່ຖືກພິພາກສາແມ່ນທາດແທ້ຂອງມະນຸດຊາດທີ່ຕໍ່ຕ້ານພຣະເຈົ້າ ແລະ ພາລະກິດນີ້ແມ່ນພາລະກິດແຫ່ງການເອົາຊະນະໃນຍຸກສຸດທ້າຍ. ພາລະກິດ ແລະ ພຣະທຳຂອງພຣະເຈົ້າທີ່ບັງເກີດເປັນມະນຸດທີ່ມະນຸດໄດ້ເປັນພະຍານ ແມ່ນພາລະກິດແຫ່ງການພິພາກສາກຕໍ່ໜ້າບັນລັງສີຂາວທີ່ຍິ່ງໃຫຍ່ໃນລະຫວ່າງຍຸກສຸດທ້າຍ ເຊິ່ງຄິດຂຶ້ນໂດຍມະນຸດໃນຍຸກຜ່ານມາ. ພາລະກິດທີ່ກຳລັງຖືກປະຕິບັດໂດຍພຣະເຈົ້າທີ່ບັງເກີດເປັນມະນຸດໃນປັດຈຸບັນແມ່ນການພິພາກສາຕໍ່ໜ້າບັນລັງສີຂາວທີ່ຍິ່ງໃຫຍ່ຢ່າງແນ່ນອນ. ພຣະເຈົ້າທີ່ບັງເກີດເປັນມະນຸດແຫ່ງປັດຈຸບັນແມ່ນພຣະເຈົ້າຜູ້ທີ່ພິພາກສາມະນຸດຊາດທັງປວງໃນລະຫວ່າງຍຸກສຸດທ້າຍ. ເນື້ອໜັງນີ້ ແລະ ພາລະກິດຂອງພຣະອົງ, ພຣະທໍາ ແລະ ອຸປະນິໄສທັງໝົດແມ່ນຄວາມບໍລິບູນຂອງພຣະອົງ. ເຖິງແມ່ນວ່າ ຂອບເຂດຂອງພາລະກິດຂອງພຣະອົງຈະມີຈຳກັດ ແລະ ບໍ່ກ່ຽວພັນເຖິງຈັກກະວານທັງປວງໂດຍກົງ, ທາດແທ້ຂອງພາລະກິດແຫ່ງການພິພາກສາແມ່ນການພິພາກສາມະນຸດຊາດທັງປວງໂດຍກົງ; ມັນບໍ່ແມ່ນສຳລັບເຫັນແກ່ປະຊາຊົນຈີນເທົ່ານັ້ນ ຫຼື ສຳລັບຄົນກຸ່ມນ້ອຍໆ. ໃນລະຫວ່າງພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ, ເຖິງແມ່ນຂອບເຂດຂອງພາລະກິດນີ້ບໍ່ກ່ຽວພັນເຖິງຈັກກະວານທັງປວງ, ແຕ່ມັນກໍເປັນຕົວແທນໃຫ້ກັບພາລະກິດຂອງຈັກກະວານທັງປວງ ແລະ ຫຼັງຈາກທີ່ພຣະອົງສໍາເລັດພາລະກິດພາຍໃນຂອບເຂດພາລະກິດຂອງເນື້ອໜັງຂອງພຣະອົງ, ພຣະອົງຈະຂະຫຍາຍພາລະກິດນີ້ໄປທົ່ວຈັກກະວານທັນທີ, ໃນລັກສະນະດຽວກັນກັບຂ່າວປະເສີດຂອງພຣະເຢຊູທີ່ຂະຫຍາຍທົ່ວຈັກກະວານຫຼັງຈາກການຟື້ນຄືນຊີບ ແລະ ການຂຶ້ນສູ່ສະຫວັນຂອງພຣະອົງ. ບໍ່ວ່າຈະເປັນພາລະກິດຂອງພຣະວິນຍານ ຫຼື ພາລະກິດຂອງເນື້ອໜັງ, ມັນກໍເປັນພາລະກິດທີ່ປະຕິບັດພາຍໃນຂອບເຂດຈຳກັດ, ແຕ່ເປັນຕົວແທນໃຫ້ກັບພາລະກິດຂອງຈັກກະວານທັງປວງ. ໃນລະຫວ່າງຍຸກສຸດທ້າຍ, ພຣະເຈົ້າປາກົດຕົວເພື່ອປະຕິບັດພາລະກິດຂອງພຣະອົງໂດຍໃຊ້ຕົວຕົນທີ່ບັງເກີດເປັນມະນຸດຂອງພຣະອົງ ແລະ ພຣະເຈົ້າທີ່ຢູ່ໃນເນື້ອໜັງກໍເປັນພຣະເຈົ້າທີ່ພິພາກສາມະນຸດຕໍ່ໜ້າບັນລັງສີຂາວທີ່ຍິ່ງໃຫຍ່. ບໍ່ວ່າພຣະອົງຈະເປັນພຣະວິນຍານ ຫຼື ເນື້ອໜັງ, ພຣະອົງຜູ້ເຊິ່ງປະຕິບັດພາລະກິດແຫ່ງການພິພາກສາກໍເປັນພຣະເຈົ້າທີ່ພິພາກສາມະນຸດຊາດໃນລະຫວ່າງຍຸກສຸດທ້າຍ. ສິ່ງນີ້ແມ່ນຖືກກຳນົດໂດຍອີງຕາມພາລະກິດຂອງພຣະອົງ ແລະ ບໍ່ໄດ້ຖືກກຳນົດຕາມລັກສະນະພາຍນອກຂອງພຣະອົງ ຫຼື ປັດໄຈອື່ນໆອີກຫຼາຍຢ່າງ.

(ຄັດຈາກບົດ “ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນໂດຍພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍທີ່ສຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພາລະກິດແຫ່ງການເອົາຊະນະໃນປັດຈຸບັນແມ່ນມີເຈດຕະນາເຮັດໃຫ້ຈຸດຈົບຂອງມະນຸດຈົບລົງດ້ວຍວິທີໃດ. ເປັນຫຍັງເຮົາຈຶ່ງເວົ້າວ່າການຂ້ຽນຕີ ແລະ ການພິພາກສາໃນປັດຈຸບັນແມ່ນການພິພາກສາຕໍ່ໜ້າບັນລັງສີຂາວທີ່ຍິ່ງໃຫຍ່ຂອງຍຸກສຸດທ້າຍ? ເຈົ້າບໍ່ເຂົ້າໃຈໃນສິ່ງນີ້ບໍ? ເປັນຫຍັງພາລະກິດແຫ່ງການເອົາຊະນະຈຶ່ງເປັນຂັ້ນຕອນສຸດທ້າຍ? ມັນບໍ່ແມ່ນເພື່ອເຮັດໃຫ້ປາກົດແຈ້ງຂຶ້ນວ່າມະນຸດແຕ່ລະຊົນຊັ້ນຈະພົບກັບຈຸດຈົບແບບໃດບໍ? ໃນຊ່ວງເວລາຂອງພາລະກິດແຫ່ງການເອົາຊະນະໂດຍການຂ້ຽນຕີ ແລະ ການພິພາກສາ, ມັນບໍ່ແມ່ນເພື່ອເຮັດໃຫ້ທຸກຄົນສະແດງທາດແທ້ຂອງພວກເຂົາ ແລະ ຫຼັງຈາກນັ້ນຕໍ່ມາກໍຖືກຈັດແບ່ງຕາມປະເພດຂອງພວກເຂົາບໍ? ແທນທີ່ຈະເວົ້າວ່ານີ້ແມ່ນການເອົາຊະນະມະນຸດຊາດ, ມັນອາດດີກວ່າທີ່ຈະເວົ້າວ່າ ສິ່ງນີ້ແມ່ນສະແດງເຖິງວິທີຈົບສິ້ນຂອງແຕ່ລະຊັ້ນຄົນ. ນີ້ແມ່ນກ່ຽວກັບການພິພາກສາຄວາມບາບຂອງຜູ້ຄົນ ແລະ ຫຼັງຈາກນັ້ນກໍເປີດເຜີຍຊົນຊັ້ນຕ່າງໆຂອງຄົນ, ແລ້ວສຸດທ້າຍກໍຕັດສິນວ່າພວກເຂົາຊົ່ວຮ້າຍ ຫຼື ຊອບທຳ. ຫຼັງຈາກພາລະກິດແຫ່ງການເອົາຊະນະ, ກໍມີພາລະກິດແຫ່ງການໃຫ້ລາງວັນຄົນດີ ແລະ ລົງໂທດຄົນຊົ່ວຮ້າຍ. ຜູ້ຄົນທີ່ເຊື່ອຟັງຢ່າງສົມບູນ ໝາຍເຖິງຄົນທີ່ຖືກເອົາຊະນະແທ້ໆ ແມ່ນຈະຖືກວາງໄວ້ໃນບາດກ້າວຕໍ່ໄປຂອງການເຜີຍແຜ່ພາລະກິດຂອງພຣະເຈົ້າຕໍ່ຈັກກະວານທັງປວງ; ຜູ້ທີ່ບໍ່ໄດ້ຖືກເອົາຊະນະກໍຈະຖືກວາງໄວ້ໃນຄວາມມືດມິດ ແລະ ຈະພົບກັບໄພພິບັດ. ສະນັ້ນ ມະນຸດຈຶ່ງຈະຖືກຈັດແບ່ງອອກຕາມປະເພດຂອງເຂົາ, ພວກທີ່ເຮັດຊົ່ວກໍຈະຖືກຮວມຢູ່ກັບກຸ່ມຄົນຊົ່ວຮ້າຍ ເຊິ່ງຈະບໍ່ມີແສງຕາເວັນອີກຕໍ່ໄປ ແລະ ພວກທີ່ມີຄວາມຊອບທຳກໍຈະຖືກຮວມຢູ່ກັບກຸ່ມຄົນດີ ເພື່ອຮັບເອົາແສງສະຫວ່າງ ແລະ ດຳລົງຊີວິດຢູ່ໃນແສງສະຫວ່າງຕະຫຼອດໄປ.

(ຄັດຈາກບົດ “ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (1)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: 2. ພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນແນວໃດ

ຕໍ່ໄປ: 4. ຄົນໆໜຶ່ງຈະຮູ້ຈັກຄວາມສຳຄັນຂອງພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍໄດ້ແນວໃດ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້