2. ພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນແນວໃດ

ຂໍ້ຄວາມຈາກພຣະຄໍາພີເພື່ອອ້າງອີງ:

“ແລະ ຖ້າມະມຸດຄົນໃດໄດ້ຍິນພຣະທຳຂອງເຮົາ ແລະ ບໍ່ເຊື່ອ, ເຮົາບໍ່ພິພາກສາເຂົາ ຍ້ອນເຮົາບໍ່ໄດ້ມາເພື່ອພິພາກສາໂລກ, ແຕ່ເພື່ອຊ່ວຍໂລກໃຫ້ພົ້ນ. ຜູ້ທີ່ປະຕິເສດເຮົາ ແລະ ບໍ່ຮັບເອົາພຣະທໍາຂອງເຮົາ ກໍຈະມີສິ່ງທີ່ຕັດສິນພວກເຂົາ, ພຣະທໍາທີ່ເຮົາໄດ້ກ່າວກໍຈະຕັດສິນພວກເຂົາໃນວັນສຸດທ້າຍເຊັ່ນກັນ” (ໂຢຮັນ 12:47-48).

“ເຮົາຍັງມີຫລາຍສິ່ງທີ່ຈະບອກພວກເຈົ້າ ແຕ່ໃນເວລານີ້ພວກເຈົ້າອາດຈະບໍ່ສາມາດທົນໄດ້. ເຖິງຢ່າງໃດກໍຕາມເມື່ອພຣະອົງ ຜູ້ເປັນພຣະວິນຍານແຫ່ງຄວາມຈິງ ສະເດັດມາ, ພຣະອົງຈະນຳທາງພວກເຈົ້າໄປສູ່ຄວາມຈິງທັງໝົດ ເພາະພຣະອົງຈະບໍ່ກ່າວເຖິງເລື່ອງພຣະອົງ ແຕ່ ຈະກ່າວໃນສິ່ງທີ່ພຣະອົງໄດ້ຍິນ ແລະ ສະແດງໃຫ້ພວກເຈົ້າເຫັນສິ່ງທີ່ຈະເກີດຂຶ້ນ” (ໂຢຮັນ 16:12-13).

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ພາລະກິດຂອງພຣະເຈົ້າໃນການບັງເກີດເປັນມະນຸດໃນປັດຈຸບັນແມ່ນເພື່ອສະແດງອອກເຖິງອຸປະນິໄສຂອງພຣະອົງ ເຊິ່ງສ່ວນໃຫຍ່ແມ່ນຜ່ານການຂ້ຽນຕີ ແລະ ການພິພາກສາ. ບົນພື້ນຖານນີ້, ພຣະອົງໄດ້ນໍາຄວາມຈິງມາສູ່ມະນຸດຫຼາຍຂຶ້ນ ແລະ ໄດ້ຊີ້ໃຫ້ພວກເຂົາເຫັນເຖິງຫຼາຍວິທີທາງຂອງການປະຕິບັດ, ນີ້ກໍເພື່ອບັນລຸຈຸດປະສົງຂອງພຣະອົງໃນການເອົາຊະນະມະນຸດ ແລະ ຊ່ວຍມະນຸດໃຫ້ລອດພົ້ນຈາກອຸປະນິໄສທີ່ເສື່ອມຊາມຂອງເຂົາເອງ. ນີ້ຄືສິ່ງທີ່ນອນຢູ່ເບື້ອງຫຼັງພາລະກິດຂອງພຣະເຈົ້າໃນຍຸກແຫ່ງອານາຈັກ.

(ຄັດຈາກບົດນໍາຂອງໜັງສືພຣະທຳປາກົດໃນຮ່າງກາຍ)

ໃນຍຸກສຸດທ້າຍ ພຣະຄຣິດໃຊ້ຫຼາກຫຼາຍຄວາມຈິງເພື່ອສັ່ງສອນມະນຸດ, ເປີດໂປງແກ່ນແທ້ຂອງມະນຸດ ແລະ ວິເຄາະຄໍາເວົ້າ ແລະ ການກະທຳຂອງມະນຸດ. ພຣະທໍາເຫຼົ່ານີ້ປະກອບດ້ວຍຄວາມຈິງຫຼາຍປະການ, ເຊັ່ນ: ໜ້າທີ່ຂອງມະນຸດ, ວິທີມະນຸດຄວນເຊື່ອຟັງພຣະເຈົ້າ, ວິທີມະນຸດຄວນຈົງຮັກພັກດີຕໍ່ພຣະເຈົ້າ, ວິທີທີ່ມະນຸດຄວນສະແດງຄວາມປະພຶດຕົນແບບມະນຸດປົກກະຕິທົ່ວໄປ ພ້ອມດ້ວຍສະຕິປັນຍາ ແລະ ອຸປະນິໄສຂອງພຣະເຈົ້າ ແລະ ອື່ນໆ. ພຣະທໍາເຫຼົ່ານີ້ແມ່ນເນັ້ນໃສ່ແກ່ນແທ້ ແລະ ອຸປະນິໄສທີ່ເສື່ອມຊາມຂອງມະນຸດໂດຍກົງ. ໂດຍສະເພາະແລ້ວ ພຣະທຳທີ່ເປີດໂປງວິທີມະນຸດທີ່ປະຕິເສດພຣະເຈົ້າໃນເລື່ອງທີ່ກ່ຽວກັບວິທີທີ່ມະນຸດເປັນຮູບຮ່າງປາກົດຂອງຊາຕານ ແລະ ເປັນກໍາລັງສັດຕູທີ່ຕໍ່ຕ້ານພຣະເຈົ້າ. ໃນການປະຕິບັດພາລະກິດພິພາກສາຂອງພຣະເຈົ້າ, ພຣະອົງບໍ່ພຽງແຕ່ເຮັດໃຫ້ທໍາມະຊາດຂອງມະນຸດຊັດເຈນດ້ວຍພຣະທໍາສອງສາມຂໍ້ເທົ່ານັ້ນ; ແຕ່ພຣະອົງເປີດໂປງ, ຈັດການ ແລະ ລິຮານມັນໃນໄລຍະຍາວ. ວິທີການເປີດໂປ່ງ, ຈັດການ ແລະ ລິຮານເຫຼົ່ານີ້ບໍ່ສາມາດທົດແທນດ້ວຍຄໍາກ່າວທໍາມະດາ ແຕ່ທົດແທນດ້ວຍຄວາມຈິງທີ່ມະນຸດບໍ່ມີແທ້ໆ. ມີພຽງວິທີການແບບນີ້ເທົ່ານັ້ນຈຶ່ງຖືກເອີ້ນວ່າເປັນການພິພາກສາ; ຜ່ານການພິພາກສາແບບນີ້ເທົ່ານັ້ນ ທີ່ຈະສາມາດເອົາຊະນະມະນຸດ ແລະ ເຮັດໃຫ້ມະນຸດຍອມອ່ອນນ້ອມຕໍ່ພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍຮັບເອົາຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະອົງ. ສິ່ງທີ່ພາລະກິດແຫ່ງການພິພາກສານໍາມາ ກໍຄືຄວາມເຂົ້າໃຈຂອງມະນຸດຕໍ່ໃບໜ້າທີ່ແທ້ຈິງຂອງພຣະເຈົ້າ ແລະ ຄວາມຈິງກ່ຽວກັບການກະບົດຂອງເຂົາເອງ. ພາລະກິດແຫ່ງການພິພາກສາເຮັດໃຫ້ມະນຸດເຂົ້າໃຈຈຸດປະສົງຂອງພຣະເຈົ້າຫຼາຍຂຶ້ນ, ເຂົ້າໃຈຈຸດປະສົງຂອງພາລະກິດຂອງພຣະອົງ ແລະ ເຂົ້າໃຈເຖິງຄວາມລຶກລັບທີ່ເຂົາບໍ່ອາດສາມາດເຂົ້າໃຈໄດ້. ພາລະກິດດັ່ງກ່າວຍັງສາມາດເຮັດໃຫ້ມະນຸດຮັບຮູ້ ແລະ ຮູ້ຈັກທາດແທ້ທີ່ເສື່ອມຊາມຂອງເຂົາ ແລະ ຕົ້ນຕໍຂອງຄວາມເສື່ອມຊາມຂອງຕົນ ພ້ອມທັງຄົ້ນພົບຄວາມໜ້າລັງກຽດຂອງມະນຸດອີກດ້ວຍ. ຜົນກະທົບເຫຼົ່ານີ້ແມ່ນເກີດຂຶ້ນໂດຍພາລະກິດແຫ່ງການພິພາກສາທັງໝົດ ເພາະວ່າທາດແທ້ຂອງພາລະກິດນີ້ຄືພາລະກິດແຫ່ງການເປີດເຜີຍຄວາມເປັນຈິງ, ຫົນທາງ ແລະ ຊີວິດຂອງພຣະເຈົ້າ ໃຫ້ກັບຜູ້ທີ່ມີຄວາມສັດທາໃນພຣະອົງແທ້ໆ. ພາລະກິດນີ້ແມ່ນພາລະກິດແຫ່ງການພິພາກສາທີ່ພຣະເຈົ້າໄດ້ປະຕິບັດ.

(ຄັດຈາກບົດ “ພຣະຄຣິດປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພາລະກິດທີ່ພຣະເຈົ້າໄດ້ປະຕິບັດໃນລະຫວ່າງຍຸກນີ້ ໂດຍສະເພາະຢ່າງຍິ່ງກໍແມ່ນການສະໜອງພຣະທຳສຳລັບຊີວິດຂອງມະນຸດ, ການເປີດໂປງອຸປະນິໄສທີ່ເສື່ອມຊາມຂອງມະນຸດ ແລະ ທາດແທ້ແຫ່ງທຳມະຊາດຂອງມະນຸດ, ການທຳລາຍແນວຄວາມຄິດທາງສາສະໜາ, ຄວາມຄິດກ່ຽວກັບສັກດີນາ, ຄວາມຄິດທີ່ລ້າສະໄໝ ເຊິ່ງລວມທັງຄວາມຮູ້ ແລະ ວັດທະນະທຳຂອງມະນຸດ. ສິ່ງທັງໝົດນີ້ຕ້ອງຖືກປ່ອຍໄວ້ໃຫ້ຫວ່າງເປົ່າ ແລະ ເຮັດໃຫ້ບໍລິສຸດໂດຍພຣະທຳຂອງພຣະເຈົ້າ. ໃນຍຸກສຸດທ້າຍ ພຣະເຈົ້ານໍາໃຊ້ພຣະທຳ ແລະ ບໍ່ແມ່ນໝາຍສຳຄັນ ແລະ ສິ່ງອັດສະຈັນ ເພື່ອເຮັດໃຫ້ມະນຸດສົມບູນ. ພຣະອົງນໍາໃຊ້ພຣະທຳຂອງພຣະອົງເພື່ອເປີດເຜີຍມະນຸດ, ເພື່ອພິພາກສາມະນຸດ, ເພື່ອລົງໂທດມະນຸດ ແລະ ເພື່ອເຮັດໃຫ້ມະນຸດສົມບູນ, ເພື່ອວ່າໃນພຣະທຳຂອງພຣະເຈົ້າ ມະນຸດຈະໄດ້ເຫັນສະຕິປັນຍາ ແລະ ຄວາມງົດງາມຂອງພຣະເຈົ້າ ແລະ ເຂົ້າໃຈຈິດໃຈຂອງພຣະເຈົ້າ. ເພື່ອວ່າ ດ້ວຍພຣະທຳຂອງພຣະເຈົ້າ ມະນຸດຈະເຫັນການກະທຳຂອງພຣະເຈົ້າ.

(ຄັດຈາກບົດ “ການຮູ້ຈັກພາລະກິດຂອງພຣະເຈົ້າໃນປັດຈຸບັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະເຈົ້າສໍາເລັດການເຮັດໃຫ້ມະນຸດສົມບູນຜ່ານທາງໃດ? ສິ່ງນັ້ນຖືກເຮັດໃຫ້ສໍາເລັດຜ່ານທາງອຸປະນິໄສທີ່ຊອບທຳຂອງພຣະອົງ. ອຸປະນິໄສຂອງພຣະເຈົ້າຫຼັກໆແມ່ນປະກອບດ້ວຍຄວາມຊອບທຳ, ຄວາມໂກດຮ້າຍ, ລິດທານຸພາບ, ການພິພາກສາ ແລະ ຄຳສາບແຊ່ງ ແລະ ການທີ່ພຣະອົງເຮັດໃຫ້ມະນຸດສົມບູນຫຼັກໆແມ່ນຜ່ານທາງພິພາກສາ. ບາງຄົນບໍ່ເຂົ້າໃຈ ແລະ ຖາມວ່າ ເປັນຫຍັງພຣະເຈົ້າຈຶ່ງສາມາດເຮັດໃຫ້ມະນຸດສົມບູນຜ່ານການພິພາກສາ ແລະ ຄຳສາບແຊ່ງເທົ່ານັ້ນ? ພວກເຂົາເວົ້າວ່າ “ຖ້າພຣະເຈົ້າຈະສາບແຊ່ງມະນຸດ, ມະນຸດຈະບໍ່ຕາຍບໍ? ຖ້າພຣະເຈົ້າຈະພິພາກສາມະນຸດ, ມະນຸດຈະບໍ່ຖືກກ່າວໂທດບໍ? ແລ້ວເຂົາຈະຍັງຖືກເຮັດໃຫ້ສົມບູນໄດ້ແນວໃດ?” ສິ່ງດັ່ງກ່າວແມ່ນຄຳເວົ້າຂອງຄົນທີ່ບໍ່ຮູ້ຈັກພາລະກິດຂອງພຣະເຈົ້າ. ສິ່ງທີ່ພຣະເຈົ້າສາບແຊ່ງແມ່ນຄວາມບໍ່ເຊື່ອຟັງຂອງມະນຸດ ແລະ ສິ່ງທີ່ພຣະອົງພິພາກສາແມ່ນຄວາມບາບຂອງມະນຸດ. ເຖິງແມ່ນວ່າພຣະອົງກ່າວຢ່າງໂຫດຮ້າຍ ແລະ ຢ່າງບໍ່ຢຸດຢັ້ງ, ພຣະອົງກໍເປີດເຜີຍທຸກສິ່ງທີ່ຢູ່ພາຍໃນມະນຸດ, ເປີດເຜີຍຜ່ານພຣະທຳທີ່ເຂັ້ມງວດເຫຼົ່ານີ້ທີ່ຈໍາເປັນຕໍ່ມະນຸດ, ແຕ່ຜ່ານການພິພາກສາດັ່ງກ່າວ, ພຣະອົງໄດ້ມອບຄວາມຮູ້ທີ່ເລິກເຊິ່ງກ່ຽວກັບທາດແທ້ຂອງເນື້ອໜັງໃຫ້ກັບມະນຸດ ແລະ ດ້ວຍເຫດນັ້ນ ມະນຸດຈຶ່ງຍອມເຊື່ອຟັງຢູ່ຕໍ່ໜ້າພຣະເຈົ້າ. ເນື້ອໜັງຂອງມະນຸດແມ່ນມາຈາກຄວາມບາບ ແລະ ມາຈາກຊາຕານ, ມັນແມ່ນການບໍ່ເຊື່ອຟັງ ແລະ ມັນຄືເປົ້າໝາຍແຫ່ງການຂ້ຽນຕີຂອງພຣະເຈົ້າ. ດ້ວຍເຫດນັ້ນ ເພື່ອເຮັດໃຫ້ມະນຸດຮູ້ຈັກຕົນເອງ, ພຣະທຳແຫ່ງການພິພາກສາຂອງພຣະເຈົ້າຕ້ອງເກີດຂຶ້ນກັບເຂົາ ແລະ ຕ້ອງໄດ້ໃຊ້ການຫຼໍ່ຫຼອມທຸກຮູບແບບ; ມີແຕ່ເມື່ອນັ້ນ ພາລະກິດຂອງພຣະເຈົ້າຈຶ່ງຈະສາມາດມີປະສິດທິພາບ.

(ຄັດຈາກບົດ “ເມື່ອເຈົ້າປະສົບກັບການທົດລອງທີ່ເຈັບປວດເທົ່ານັ້ນ ເຈົ້າຈຶ່ງສາມາດຮູ້ຈັກຄວາມເປັນຕາຮັກຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ບໍ່ວ່າພຣະເຈົ້າຈະພິພາກສາມະນຸດ ຫຼື ສາບແຊ່ງເຂົາ, ທັງສອງຢ່າງແມ່ນເຮັດໃຫ້ມະນຸດສົມບູນ: ທັງສອງຢ່າງແມ່ນເຮັດເພື່ອເຮັດໃຫ້ສິ່ງທີ່ບໍ່ບໍລິສຸດຢູ່ພາຍໃນມະນຸດນັ້ນສົມບູນ. ໝາຍຄວາມວ່າ ມະນຸດຖືກຫຼໍ່ຫຼອມຜ່ານສິ່ງນີ້ ແລະ ສິ່ງທີ່ຍັງຂາດຢູ່ຂ້າງໃນມະນຸດກໍຖືກເຮັດໃຫ້ສົມບູນຜ່ານທາງພຣະທໍາ ແລະ ພາລະກິດຂອງພຣະອົງ. ທຸກບາດກ້າວຂອງພາລະກິດຂອງພຣະເຈົ້າ ບໍ່ວ່າຈະເປັນພຣະທຳທີ່ໂຫດຮ້າຍ ຫຼື ການພິພາກສາ ຫຼື ການຂ້ຽນຕີແມ່ນເພື່ອເຮັດໃຫ້ມະນຸດສົມບູນ ແລະ ເໝາະສົມທີ່ສຸດ. ພຣະເຈົ້າບໍ່ເຄີຍປະຕິບັດພາລະກິດດັ່ງກ່າວທົ່ວຍຸກຕ່າງໆແບບນີ້; ໃນປັດຈຸບັນ, ພຣະອົງປະຕິບັດພາລະກິດຢູ່ພາຍໃນພວກເຈົ້າ ເພື່ອພວກເຈົ້າຈະເຫັນຄຸນຄ່າເຖິງສະຕິປັນຍາຂອງພຣະອົງ. ເຖິງແມ່ນວ່າພວກເຈົ້າໄດ້ທົນທຸກກັບຄວາມເຈັບປວດບາງຢ່າງພາຍໃນຕົວພວກເຈົ້າ, ຫົວໃຈຂອງພວກເຈົ້າກໍໝັ້ນຄົງ ແລະ ມີຄວາມສະຫງົບສຸກ; ມັນຄືພອນຂອງເຈົ້າທີ່ສາມາດໄດ້ຮັບຈາກຂັ້ນຕອນນີ້ຂອງພາລະກິດຂອງພຣະເຈົ້າ. ບໍ່ວ່າພວກເຈົ້າຈະໄດ້ຮັບຫຍັງກໍຕາມໃນອະນາຄົດ, ທຸກສິ່ງທີ່ພວກເຈົ້າເຫັນກ່ຽວກັບພາລະກິດຂອງພຣະເຈົ້າທີ່ຢູ່ໃນຕົວພວກເຈົ້າໃນປັດຈຸບັນຄືຄວາມຮັກ. ຖ້າມະນຸດບໍ່ໄດ້ຜະເຊີນກັບການພິພາກສາ ແລະ ການຫຼໍ່ຫຼອມຂອງພຣະເຈົ້າ, ການກະທຳ ແລະ ຄວາມຈິງໃຈຂອງເຂົາກໍຈະຍັງຢູ່ໃນລະດັບພາຍນອກສະເໝີ ແລະ ອຸປະນິໄສຂອງເຂົາກໍຈະຍັງຄົງບໍ່ປ່ຽນແປງຢູ່ສະເໝີ. ສິ່ງນີ້ຖືວ່າເປັນການຖືກຮັບເອົາໂດຍພຣະເຈົ້າບໍ? ໃນປັດຈຸບັນ, ເຖິງແມ່ນວ່າຍັງມີຫຼາຍຢ່າງພາຍໃນມະນຸດທີ່ຍັງອວດດີ ແລະ ທະນົງຕົວ, ອຸປະນິໄສຂອງມະນຸດກໍໝັ້ນຄັ້ງກວ່າແຕ່ກ່ອນຫຼາຍ. ການທີ່ພຣະເຈົ້າຈັດການກັບເຈົ້າກໍແມ່ນເພື່ອຊ່ວຍເຈົ້າໃຫ້ລອດພົ້ນ ແລະ ເຖິງແມ່ນວ່າເຈົ້າອາດຮູ້ສຶກເຈັບປວດບາງຢ່າງໃນເວລານັ້ນ, ມື້ທີ່ເກີດມີການປ່ຽນແປງໃນອຸປະນິໄສຂອງເຈົ້າກໍຈະມາເຖິງ. ໃນເວລານັ້ນ, ເຈົ້າຈະຫຼຽວຄືນຫຼັງ ແລະ ເຫັນວ່າພາລະກິດຂອງພຣະເຈົ້າມີສະຕິປັນຍາຫຼາຍສໍ່າໃດ ແລະ ໃນເວລານັ້ນເຈົ້າກໍຈະສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າຢ່າງແທ້ຈິງ.

(ຄັດຈາກບົດ “ເມື່ອເຈົ້າປະສົບກັບການທົດລອງທີ່ເຈັບປວດເທົ່ານັ້ນ ເຈົ້າຈຶ່ງສາມາດຮູ້ຈັກຄວາມເປັນຕາຮັກຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ແມ່ນຫຍັງຄືສະພາວະພາຍໃນຜູ້ຄົນ ທີ່ການທົດລອງເຫຼົ່ານີ້ແນໃສ່? ພວກມັນແນໃສ່ອຸປະນິໄສທີ່ເປັນປໍລະປັກໃນຜູ້ຄົນ ເຊິ່ງບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້. ມີຫຼາຍສິ່ງທີ່ບໍ່ບໍລິສຸດພາຍໃນຜູ້ຄົນ ແລະ ມີຫຼາຍສິ່ງທີ່ບໍ່ຈິງໃຈ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງເຮັດໃຫ້ພວກເຂົາໄດ້ຮັບການທົດລອງເພື່ອເຮັດໃຫ້ພວກເຂົາບໍລິສຸດ...

ຖ້າເຈົ້າບໍ່ຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລ້ວເຈົ້າກໍຈະພ່າຍແພ້ໃນລະຫວ່າງການທົດລອງຢ່າງຫຼີກເວັ້ນບໍ່ໄດ້, ຍ້ອນເຈົ້າບໍ່ຮັບຮູ້ວ່າ ພຣະເຈົ້າເຮັດໃຫ້ຜູ້ຄົນສົມບູນແບບໄດ້ແນວໃດ ແລະ ພຣະອົງເຮັດໃຫ້ພວກເຂົາສົມບູນແບບດ້ວຍວິທີໃດ ແລະ ເມື່ອການທົດລອງຂອງພຣະເຈົ້າມາເຖິງເຈົ້າ ແລະ ການທົດລອງເຫຼົ່ານັ້ນບໍ່ເຂົ້າກັນກັບແນວຄິດຂອງເຈົ້າ, ເຈົ້າກໍຈະບໍ່ສາມາດຍຶດໝັ້ນໄດ້. ຄວາມຮັກທີ່ແທ້ຈິງຂອງພຣະເຈົ້າແມ່ນອຸປະນິໄສທັງໝົດຂອງພຣະອົງ ແລະ ເມື່ອອຸປະນິໄສທັງໝົດຂອງພຣະອົງຖືກສຳແດງໃຫ້ກັບຜູ້ຄົນ, ມັນຈະເກີດຫຍັງຂຶ້ນກັບເນື້ອໜັງຂອງເຈົ້າ? ເມື່ອອຸປະນິໄສທີ່ຊອບທຳຂອງພຣະອົງຖືກສຳແດງໃຫ້ກັບຜູ້ຄົນ, ເນື້ອໜັງຂອງພວກເຂົາກໍຈະທົນທຸກກັບຄວາມເຈັບປວດຢ່າງໃຫຍ່ຫຼວງໂດຍຫຼີກເວັ້ນບໍ່ໄດ້. ຖ້າເຈົ້າບໍ່ທົນທຸກຕໍ່ຄວາມເຈັບປວດນີ້ ແລ້ວເຈົ້າກໍບໍ່ສາມາດຖືກພຣະເຈົ້າເຮັດໃຫ້ສົມບູນໄດ້ ຫຼື ເຈົ້າຈະບໍ່ສາມາດອຸທິດຄວາມຮັກທີ່ແທ້ຈິງໃຫ້ກັບພຣະເຈົ້າໄດ້. ຖ້າພຣະເຈົ້າເຮັດໃຫ້ເຈົ້າສົມບູນແບບ ພຣະອົງກໍຈະສຳແດງອຸປະນິໄສທັງໝົດຂອງພຣະອົງໃຫ້ກັບເຈົ້າຢ່າງແນ່ນອນ. ຕັ້ງແຕ່ເວລາແຫ່ງການຊົງສ້າງຈົນເຖິງປັດຈຸບັນ, ພຣະເຈົ້າບໍ່ເຄີຍສຳແດງອຸປະນິໄສທັງໝົດຂອງພຣະອົງຕໍ່ມະນຸດຈັກເທື່ອ, ແຕ່ໃນລະຫວ່າງຍຸກສຸດທ້າຍນີ້ ພຣະອົງໄດ້ເປີດເຜີຍອຸປະນິໄສນັ້ນໃຫ້ກັບກຸ່ມຄົນທີ່ພຣະອົງໄດ້ລິຂິດ ແລະ ໄດ້ເລືອກໄວ້ແລ້ວ ແລະ ໂດຍການເຮັດໃຫ້ຜູ້ຄົນສົມບູນ ພຣະອົງເປີດເຜີຍອຸປະນິໄສຂອງພຣະອົງ, ຜ່ານທາງທີ່ພຣະອົງເຮັດໃຫ້ກຸ່ມຄົນສົມບຸນ. ສິ່ງດັ່ງກ່າວແມ່ນຄວາມຮັກທີ່ແທ້ຈິງຂອງພຣະເຈົ້າທີ່ມີໃຫ້ກັບຜູ້ຄົນ. ການຜະເຊີນຄວາມຮັກທີ່ແທ້ຈິງຂອງພຣະເຈົ້າທີ່ມີໃຫ້ກັບພວກເຂົານັ້ນ ແມ່ນຮຽກຮ້ອງໃຫ້ຜູ້ຄົນທົນທຸກກັບຄວາມເຈັບປວດຢ່າງໃຫຍ່ຫຼວງ ແລະ ຈ່າຍລາຄາທີ່ສູງ. ມີແຕ່ຫຼັງຈາກສິ່ງນີ້ເທົ່ານັ້ນ ພວກເຂົາຈຶ່ງຈະຖືກຮັບໂດຍພຣະເຈົ້າ ແລະ ຈະສາມາດມອບຄວາມຮັກທີ່ແທ້ຈິງຄືນໃຫ້ກັບພຣະເຈົ້າໄດ້ ແລະ ມີພຽງແຕ່ເມື່ອນັ້ນ ພຣະເຈົ້າຈຶ່ງຈະພໍໃຈ. ຖ້າຜູ້ຄົນປາຖະໜາທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນແບບ ແລະ ຖ້າພວກເຂົາປາຖະໜາທີ່ຈະປະຕິບັດຕາມຄວາມປະສົງຂອງພຣະອົງ ແລະ ມອບຄວາມຮັກທີ່ແທ້ຈິງຂອງພວກເຂົາໃຫ້ກັບພຣະເຈົ້າຢ່າງເຕັມທີ່, ພວກເຂົາກໍຕ້ອງຜະເຊີນກັບການທົນທຸກຢ່າງໃຫຍ່ຫຼວງ ແລະ ການທໍລະມານຫຼາຍຢ່າງຈາກສະພາບການຕ່າງໆ, ເພື່ອທົນທຸກກັບຄວາມເຈັບປວດທີ່ຮ້າຍແຮງກວ່າຄວາມຕາຍ, ໃນທີ່ສຸດແລ້ວ ພວກເຂົາກໍຈະຖືກບັງຄັບໃຫ້ມອບຫົວໃຈທີ່ແທ້ຈິງຂອງພວກເຂົາຄືນໃຫ້ກັບພຣະເຈົ້າ. ບໍ່ວ່າຜູ້ໃດຜູ້ໜຶ່ງຈະຮັກພຣະເຈົ້າຢ່າງແທ້ຈິງ ຫຼື ບໍ່, ມັນໄດ້ຖືກເປີດເຜີຍຢູ່ໃນລະຫວ່າງຄວາມຍາກລຳບາກ ແລະ ການຫຼໍ່ຫຼອມ. ພຣະເຈົ້າເຮັດໃຫ້ຄວາມຮັກຂອງຜູ້ຄົນບໍລິສຸດ ແລະ ສິ່ງນີ້ບັນລຸຜົນຈາກທ່າມກາງຄວາມຍາກລຳບາກ ແລະ ການຫຼໍ່ຫຼອມເທົ່ານັ້ນ.

(ຄັດຈາກບົດ “ມີພຽງແຕ່ການຮັກພຣະເຈົ້າເທົ່ານັ້ນທີ່ເປັນການເຊື່ອໃນພຣະເຈົ້າຢ່າງແທ້ຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະເຈົ້າມີຫຼາຍວິທີທາງໃນການເຮັດໃຫ້ມະນຸດສົມບູນ. ພຣະອົງໃຊ້ສະພາບແວດລ້ອມທຸກຮູບແບບເພື່ອຈັດການກັບອຸປະນິໄສອັນເສື່ອມຊາມຂອງມະນຸດ ແລະ ໃຊ້ຫຼາກຫຼາຍສິ່ງເພື່ອເປີດເຜີຍມະນຸດ; ໃນດ້ານໜຶ່ງ ພຣະອົງຈັດການກັບມະນຸດ, ອີກດ້ານໜຶ່ງພຣະອົງເປີດໂປງມະນຸດ ແລະ ໃນອີກດ້ານໜຶ່ງພຣະອົງເປີດເຜີຍມະນຸດ, ຂຸດອອກ ແລະ ເປີດເຜີຍ “ຄວາມເລິກລັບຕ່າງໆ” ໃນສ່ວນເລິກຂອງຫົວໃຈມະນຸດ ແລະ ສະແດງໃຫ້ມະນຸດເຫັນທຳມະຊາດຂອງເຂົາໂດຍການເປີດເຜີຍສະຖານະພາບຕ່າງໆຂອງເຂົາ. ພຣະເຈົ້າເຮັດໃຫ້ມະນຸດສົມບູນຜ່ານຫຼາກຫຼາຍວິທີການ, ຜ່ານການເປີດເຜີຍ, ຜ່ານການຈັດການກັບມະນຸດ, ຜ່ານການຫຼໍ່ຫຼອມມະນຸດ ແລະ ການຂ້ຽນຕິເພື່ອວ່າມະນຸດຈະໄດ້ຮູ້ຈັກວ່າພຣະເຈົ້າຄືຄວາມເປັນຈິງ.

(ຄັດຈາກບົດ “ມີພຽງບັນດາຜູ້ທີ່ໃສ່ໃຈການປະຕິບັດເທົ່ານັ້ນທີ່ສາມາດຖືກເຮັດໃຫ້ສົມບູນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳແຕ່ລະຂໍ້ໂຈມຕີຈຸດຕາຍຈຸດໃດຈຸດໜຶ່ງຂອງພວກເຮົາ, ເຮັດໃຫ້ພວກເຮົາເຈັບປວດ ແລະ ເຕັມໄປດ້ວຍຄວາມຢ້ານກົວ. ພຣະອົງເປີດເຜີຍຄວາມຄິດຂອງພວກເຮົາ, ຈິນຕະນາການຂອງພວກເຮົາ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຮົາ. ຈາກທຸກສິ່ງທີ່ພວກເຮົາເວົ້າ ແລະ ເຮັດ ຈົນເຖິງຄວາມຄິດ ແລະ ແນວຄິດທຸກຢ່າງຂອງພວກເຮົາ, ທຳມະຊາດ ແລະ ທາດແທ້ຂອງພວກເຮົາຖືກເປີດເຜີຍໃນພຣະທຳຂອງພຣະອົງ, ເຮັດໃຫ້ພວກເຮົາຢູ່ໃນສະພາບຢ້ານກົວ, ເປັນສັ່ນເຊັນ ແລະ ບໍ່ມີບ່ອນທີ່ຈະປິດບັງຄວາມອັບອາຍຂອງພວກເຮົາໄດ້. ພຣະອົງບອກເຮົາແຕ່ລະຢ່າງກ່ຽວກັບທຸກການກະທຳຂອງພວກເຮົາ, ຈຸດປະສົງ ແລະ ເຈດຕະນາຂອງພວກເຮົາ, ແມ່ນແຕ່ອຸປະນິໄສທີ່ເສື່ອມຊາມທີ່ພວກເຮົາບໍ່ເຄີຍຄົ້ນພົບດ້ວຍຕົວເອງຈັກເທື່ອ ເຮັດໃຫ້ພວກເຮົາຮູ້ສຶກວ່າພວກເຮົາເປີດເຜີຍຄວາມບໍ່ສົມບູນແບບທີ່ເປັນຕາສົມເພດຂອງຕົນເອງ ແລະ ຍິ່ງໄປກວ່ານັ້ນ ພຣະອົງໄດ້ເອົາຊະນະພວກເຮົາຢ່າງສົມບູນ. ພຣະອົງພິພາກສາພວກເຮົາທີ່ຕໍ່ຕ້ານພຣະອົງ, ຕີສອນພວກເຮົາທີ່ໝິ່ນປະໝາດ ແລະ ກ່າວໂທດພຣະອົງ ແລະ ເຮັດໃຫ້ພວກເຮົາຮູ້ສຶກວ່າ ໃນສາຍຕາຂອງພຣະອົງ ພວກເຮົາບໍ່ມີຈຸດເດັ່ນແຫ່ງການໄຖ່ບາບແມ່ນແຕ່ຢ່າງດຽວ, ຮູ້ສຶກວ່າ ພວກເຮົາແມ່ນຊາຕານທີ່ມີຊີວິດຢູ່. ຄວາມຫວັງຂອງພວກເຮົາຖືກທຳລາຍ, ພວກເຮົາບໍ່ກ້າຮຽກຮ້ອງໂດຍບໍ່ມີເຫດຜົນ ຫຼື ຮັບຄວາມຫວັງຈາກພຣະອົງອີກຕໍ່ໄປ ແລະ ແມ່ນແຕ່ຄວາມຝັນຂອງພວກເຮົາກໍຫາຍໄປຂ້າມຄືນ. ນີ້ຄືຄວາມຈິງທີ່ບໍ່ມີໃຜໃນພວກເຮົາສາມາດຈິນຕະນາການໄດ້ ແລະ ບໍ່ມີໃຜໃນພວກເຮົາສາມາດຍອມຮັບໄດ້. ພາຍໃນໄລຍະຊ່ວງເວລາດຽວ, ພວກເຮົາສູນເສຍຄວາມສົມດຸນພາຍໃນຕົວພວກເຮົາ ແລະ ບໍ່ຮູ້ຈັກວ່າ ຈະສືບຕໍ່ໃນຫົນທາງທີ່ຢູ່ເບື້ອງໜ້າໄດ້ແນວໃດ ຫຼື ຈະສືບຕໍ່ໃນຄວາມເຊື່ອຂອງພວກເຮົາໄດ້ແນວໃດ. ເບິ່ງຄືກັບວ່າ ຄວາມເຊື່ອຂອງພວກເຮົາໄດ້ກັບຄືນໄປຢູ່ທີ່ຈຸດເລີ່ມຕົ້ນ ແລະ ເບິ່ງຄືກັບວ່າ ພວກເຮົາບໍ່ເຄີຍພົບພຣະເຢຊູເຈົ້າຈັກເທື່ອ ຫຼື ໄດ້ຮູ້ຈັກພຣະອົງເລີຍ. ທຸກສິ່ງທີ່ຢູ່ຕໍ່ຕາຂອງພວກເຮົາຈະເຮັດໃຫ້ພວກເຮົາເຕັມໄປດ້ວຍຄວາມມຶນງົງ ແລະ ເຮັດໃຫ້ພວກເຮົາ ສອງຈິດສອງໃຈທີ່ບໍ່ເດັດຂາດ. ພວກເຮົາຕົກຕະລຶງ, ພວກເຮົາຜິດຫວັງ ແລະ ສ່ວນເລິກໃນຫົວໃຈຂອງພວກເຮົາກໍມີຄວາມໂມໂຫ ແລະ ຄວາມອັບປະຍົດທີ່ອົດກັ້ນບໍ່ໄດ້. ພວກເຮົາພະຍາຍາມລະບາຍ, ຫາທາງອອກ ແລະ ຍິ່ງໄປກວ່ານັ້ນກໍຄື ສຶບຕໍ່ລໍຖ້າພຣະຜູ້ຊ່ວຍໃຫ້ພົ້ນພຣະເຢຊູເຈົ້າຂອງພວກເຮົາ, ເພື່ອພວກເຮົາອາດຖອກເທຫົວໃຈຂອງພວກເຮົາຮັບເອົາພຣະອົງ. ເຖິງແມ່ນວ່າ ມີຫຼາຍຄັ້ງທີ່ພວກເຮົາເບິ່ງພາຍນອກຄືກັບວ່າທຸ່ນທ່ຽງ, ບໍ່ອວດດີ ຫຼື ຖ່ອມຕົວ, ແຕ່ໃນຫົວໃຈຂອງພວກເຮົາ, ພວກເຮົາເປັນທຸກໃຈກັບຄວາມຮູ້ສຶກແຫ່ງການສູນເສຍທີ່ພວກເຮົາບໍ່ເຄີຍຮູ້ສຶກມາກ່ອນເລີຍ. ເຖິງວ່າບາງຄັ້ງ ພວກເຮົາອາດໃຈເຢັນແບບຜິດປົກກະຕິຢູ່ພາຍນອກ, ຈິດໃຈຂອງພວກເຮົາກໍຟົດຍ້ອນຄວາມທໍລະມານຄືກັບທະເລທີ່ມີພາຍຸຮ້າຍແຮງ. ການພິພາກສາ ແລະ ການຕີສອນຂອງພຣະອົງໄດ້ລົບລ້າງຄວາມຫວັງ ແລະ ຄວາມຝັນທັງໝົດຂອງພວກເຮົາ, ນໍາຈຸດສິ້ນສຸດມາສູ່ຄວາມປາຖະໜາທີ່ສິ້ນເປືອງຂອງພວກເຮົາ ແລະ ເຮັດໃຫ້ວພກເຮົາບໍ່ເຕັມໃຈທີ່ຈະເຊື່ອວ່າ ພຣະອົງເປັນພຣະຜູ້ຊ່ວຍໃຫ້ພົ້ນຂອງພວກເຮົາ ແລະ ສາມາດຊ່ວຍພວກເຮົາໃຫ້ລອດພົ້ນໄດ້. ການພິພາກສາ ແລະ ການຕີສອນຂອງພຣະອົງໄດ້ເປີດອ່າວທະເລທີ່ເລິກຫຼາຍລະຫວ່າງພວກເຮົາ ແລະ ພຣະອົງເຊິ່ງແຮງເຮັດໃຫ້ບໍ່ມີໃຜເຕັມໃຈທີ່ຈະພະຍາຍາມຂ້າມໄປ. ການພິພາກສາ ແລະ ການຕີສອນຂອງພຣະອົງແມ່ນຄັ້ງທຳອິດທີ່ພວກເຮົາໄດ້ທົນທຸກກັບຄວາມຍາກລໍາບາກຢ່າງໃຫຍ່ຫຼວງ ເຊິ່ງເປັນຄວາມອັບອາຍຂາຍໜ້າທີ່ຍິ່ງໃຫຍ່ໃນຊີວິດຂອງພວກເຮົາ. ການພິພາກສາ ແລະ ການຕີສອນຂອງພຣະອົງໄດ້ເຮັດໃຫ້ພວກເຮົາຍົກຍ້ອງກຽດຂອງພຣະອົງ ແລະ ຄວາມບໍ່ທົນຂອງພຣະອົງຕໍ່ການກະທໍາຜິດຂອງມະນຸດຢ່າງແທ້ຈິງ, ດ້ວຍວ່າເມື່ອປຽບທຽບກັບຄວາມຕໍ່າຊ້າ ແລະ ຄວາມບໍ່ບໍລິສຸດຂອງພວກເຮົາແລ້ວແມ່ນຍິ່ງໃຫຍ່ເຫຼືອເກີນ. ການພິພາກສາ ແລະ ການຕີສອນຂອງພຣະອົງໄດ້ເຮັດໃຫ້ພວກເຮົາຮັບຮູ້ເປັນຄັ້ງທໍາອິດວ່າ ພວກເຮົາອວດດີ ແລະ ໂອ້ອວດຫຼາຍພຽງໃດ, ແລະ ຮູ້ວ່າມະນຸດຈະບໍ່ມີທາງເທົ່າທຽມກັບພຣະເຈົ້າ ຫຼື ເທົ່າກັບພຣະເຈົ້າໄດ້ແນວໃດ. ການພິພາກສາ ແລະ ການຕີສອນຂອງພຣະອົງໄດ້ເຮັດໃຫ້ພວກເຮົາປາຖະໜາທີ່ຈະບໍ່ມີຊີວິດຢູ່ໃນອຸປະນິໄສທີ່ເສື່ອມຊາມດັ່ງກ່າວ, ເພື່ອກຳຈັດທຳມະຊາດ ແລະ ທາດແທ້ນີ້ຈາກຕົວພວກເຮົາເອງໃຫ້ໄວເທົ່າທີ່ຈະໄວໄດ້ ແລະ ເພື່ອຢຸດຄວາມຊົ່ວຊ້າ ແລະ ສິ່ງທີ່ເປັນຕາຊັງຕໍ່ພຣະອົງ. ການພິພາກສາ ແລະ ການຕີສອນຂອງພຣະອົງໄດ້ເຮັດໃຫ້ພວກເຮົາຍິນດີທີ່ຈະເຊື່ອຟັງພຣະທຳຂອງພຣະອົງ, ບໍ່ກະບົດຕໍ່ການຈັດແຈງ ແລະ ການປັ້ນແຕ່ງຂອງພຣະອົງອີກຕໍ່ໄປ. ການພິພາກສາ ແລະ ການຕີສອນຂອງພຣະອົງມອບຄວາມປາຖະໜາເພື່ອການຢູ່ລອດໃຫ້ກັບພວກເຮົາອີກຄັ້ງ ແລະ ເຮັດໃຫ້ພວກເຮົາຍິນດີທີ່ຈະຍອມຮັບພຣະອົງເປັນພຣະຜູ້ຊ່ວຍໃຫ້ພົ້ນ... ພວກເຮົາໄດ້ອອກຈາກພາລະກິດແຫ່ງການເອົາຊະນະ, ອອກຈາກນະລົກ, ອອກຈາກເຫວແຫ່ງຄວາມມືດຂອງຄວາມຕາຍ... ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ຮັບເອົາພວກເຮົາ, ເຊິ່ງເປັນຄົນກຸ່ມນີ້! ພຣະອົງໄດ້ຮັບໄຊຊະນະເໜືອຊາຕານ ແລະ ໄດ້ເອົາຊະນະສັດຕູຈຳນວນຫຼວງຫຼາຍຂອງພຣະອົງແລ້ວ!

(ຄັດຈາກບົດ “ເບິ່ງການປາກົດຂອງພຣະເຈົ້າໃນການພິພາກສາ ແລະ ການຕີສອນຂອງພຣະອົງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: 1. ເປັນຫຍັງພຣະເຈົ້າຈຶ່ງຍັງຕ້ອງການປະຕິບັດພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍ ເຖິງແມ່ນວ່າພຣະເຢຊູເຈົ້າໄດ້ໄຖ່ມະນຸດຊາດແລ້ວ

ຕໍ່ໄປ: 3. ພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍແມ່ນພາລະກິດແຫ່ງການພິພາກສາຈາກບັນລັງຂາວທີ່ຍິ່ງໃຫຍ່

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້