ວິທີການໄລ່ຕາມເສາະຫາຄວາມຈິງ (9)
ການປະຕິບັດຂໍ້ທຳອິດສຳລັບການໄລ່ຕາມເສາະຫາຄວາມຈິງ: ການປ່ອຍວາງ
ການປ່ອຍວາງສິ່ງກີດຂວາງລະຫວ່າງຕົນເອງກັບພຣະເຈົ້າ ແລະ ຄວາມເປັນປໍລະປັກຂອງຕົນທີ່ມີຕໍ່ພຣະເຈົ້າ
I. ການປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຕົນກ່ຽວກັບພຣະເຈົ້າ: ການປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຕົນກ່ຽວກັບວຽກງານຂອງພຣະເຈົ້າ
F. ວຽກງານຂອງພຣະເຈົ້າບໍ່ໄດ້ປ່ຽນແປງເງື່ອນໄຂແຕ່ກຳເນີດຂອງຜູ້ຄົນ; ມັນແນໃສ່ເພື່ອປ່ຽນແປງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ
ໃນຊ່ວງເວລານີ້ ຫົວຂໍ້ການໂອ້ລົມຂອງພວກເຮົາໄດ້ກ່ຽວຂ້ອງກັບຂອບເຂດທີ່ຂ້ອນຂ້າງກວ້າງຂວາງ, ບໍ່ແມ່ນບໍ? (ແມ່ນແລ້ວ). ມັນໄດ້ກ່ຽວຂ້ອງກັບບັນຫາທີ່ສະເພາະເຈາະຈົງບາງຢ່າງກ່ຽວກັບຄວາມເປັນມະນຸດ ແລະ ມັນກໍຍັງໄດ້ກ່ຽວຂ້ອງກັບບັນຫາບາງຢ່າງກ່ຽວກັບຊີວິດຂອງຜູ້ຄົນ. ໃນການເຕົ້າໂຮມຄັ້ງກ່ອນ, ພວກເຮົາໄດ້ໂອ້ລົມກ່ຽວກັບຫົວຂໍ້ທີ່ກ່ຽວຂ້ອງກັບຂີດຄວາມສາມາດ ແລະ ຈາກນັ້ນພວກເຮົາກໍໄດ້ໂອ້ລົມກ່ຽວກັບວິທີການແຍກແຍະເງື່ອນໄຂແຕ່ກຳເນີດ, ຄວາມເປັນມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມ. ການໂອ້ລົມຂອງພວກເຮົາໃນຫົວຂໍ້ກ່ຽວກັບຂີດຄວາມສາມາດແມ່ນໄດ້ສຳເລັດແລ້ວໂດຍພື້ນຖານ; ນັບຈາກນີ້ໄປ ພວກເຈົ້າສາມາດຕັດສິນໄດ້ຢ່າງແນ່ນອນວ່າຂີດຄວາມສາມາດຂອງຄົນໃດໜຶ່ງເປັນແນວໃດໂດຍອີງໃສ່ເນື້ອໃນນີ້. ເມື່ອໂອ້ລົມກ່ຽວກັບສາມດ້ານນີ້ຄື ເງື່ອນໄຂແຕ່ກຳເນີດ, ຄວາມເປັນມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມ, ພວກເຮົາໄດ້ໂອ້ລົມກ່ຽວກັບການສະແດງອອກ ແລະ ການເປີດເຜີຍບາງຢ່າງຂອງຜູ້ຄົນໃນຊີວິດປະຈຳວັນ ເພື່ອຕັດສິນວ່າສິ່ງເຫຼົ່ານີ້ຈັດຢູ່ໃນເງື່ອນໄຂແຕ່ກຳເນີດ, ຄວາມເປັນມະນຸດ ຫຼື ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ຜ່ານການໂອ້ລົມຂອງພວກເຮົາກ່ຽວກັບດ້ານທັງສາມຂອງເງື່ອນໄຂແຕ່ກຳເນີດ, ຄວາມເປັນມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມ, ຕອນນີ້ພວກເຈົ້າມີຄວາມເຂົ້າໃຈທີ່ເປັນຮູບປະທຳກ່ຽວກັບໂຄງສ້າງພື້ນຖານຂອງມະນຸດໃນຖານະສິ່ງທີ່ຖືກສ້າງບໍ? (ພວກເຮົາສາມາດເຂົ້າໃຈມັນໄດ້ຫຼາຍກວ່າແຕ່ກ່ອນໜ້ອຍໜຶ່ງ). ເຫດຜົນທີ່ພວກເຮົາໂອ້ລົມກ່ຽວກັບການສະແດງອອກທັງສາມດ້ານທີ່ຖືກເປີດເຜີຍໃນຊີວິດຂອງຜູ້ຄົນກໍຄື ມວນມະນຸດທີ່ຖືກສ້າງຂຶ້ນແມ່ນປະກອບດ້ວຍເງື່ອນໄຂແຕ່ກຳເນີດ, ຄວາມເປັນມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມ. ບໍ່ວ່າເຈົ້າຈະເປັນຜູ້ຊາຍ ຫຼື ຜູ້ຍິງ, ບໍ່ວ່າເຈົ້າຈະໜຸ່ມ ຫຼື ເຖົ້າ, ບໍ່ວ່າເຈົ້າຈະອາໄສຢູ່ທ່າມກາງຊົນຊາດໃດ ຫຼື ປະເທດໃດ, ເຈົ້າອາໄສຢູ່ໃນຍຸກສະໄໝໃດ ຫຼື ເຈົ້າອາໄສຢູ່ໃນສະພາບແວດລ້ອມ ແລະ ພູມຫຼັງທາງສັງຄົມແບບໃດກໍຕາມ, ສະຫຼຸບແລ້ວ ບໍ່ວ່າຮູບລັກສະນະພາຍນອກຂອງເຈົ້າຈະເປັນແນວໃດກໍຕາມ, ຕາບໃດທີ່ເຈົ້າເປັນມະນຸດທີ່ຖືກສ້າງຂຶ້ນ, ເຈົ້າກໍປະກອບດ້ວຍສາມດ້ານນີ້ຄື: ເງື່ອນໄຂແຕ່ກຳເນີດ, ຄວາມເປັນມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມ. ເວົ້າອີກຢ່າງໜຶ່ງກໍຄື ທຸກຄົນທີ່ຢູ່ໃນມວນມະນຸດທີ່ເສື່ອມຊາມລ້ວນແຕ່ປະກອບດ້ວຍເງື່ອນໄຂແຕ່ກຳເນີດ, ຄວາມເປັນມະນຸດ ແລະ ຊີວິດແຫ່ງອຸປະນິໄສທີ່ເສື່ອມຊາມ. ນັ້ນກໍຄື ມະນຸດທີ່ຖືກສ້າງຂຶ້ນທຸກຄົນລ້ວນແຕ່ມີເງື່ອນໄຂແຕ່ກຳເນີດ, ຄວາມເປັນມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມ. ແນ່ນອນວ່າ ເງື່ອນໄຂແຕ່ກຳເນີດຂອງຄົນເຮົາແມ່ນຖືກກຳນົດໂດຍພຣະເຈົ້າ. ຄວາມເປັນມະນຸດເປັນສ່ວນໜຶ່ງທີ່ໄດ້ຮັບອິດທິພົນຈາກເງື່ອນໄຂແຕ່ກຳເນີດ ແລະ ເປັນສ່ວນໜຶ່ງທີ່ໄດ້ຮັບການຫຼໍ່ຫຼອມ ແລະ ໄດ້ຮັບອິດທິພົນຈາກການລ້ຽງດູຂອງຄອບຄົວ, ສະພາບແວດລ້ອມທາງສັງຄົມ ແລະ ການອົບຮົມສັ່ງສອນຂອງຊາຕານ. ໃນຂະນະດຽວກັນ ອຸປະນິໄສທີ່ເສື່ອມຊາມກໍຄືອຸປະນິໄສແບບຊາຕານ ແລະ ທຳມະຊາດແບບຊາຕານຂອງຄົນເຮົາທີ່ເກີດຈາກການເຮັດໃຫ້ຫຼົງຜິດ ແລະ ຄວາມເສື່ອມຊາມຂອງຊາຕານ. ທຳມະຊາດທີ່ເສື່ອມຊາມນີ້ສ່ວນໜຶ່ງແມ່ນມາຈາກຄອບຄົວຂອງຄົນໆໜຶ່ງ, ສ່ວນໜຶ່ງມາຈາກສັງຄົມ ແລະ ສ່ວນໜຶ່ງມາຈາກອິດທິພົນ ແລະ ການຫຼໍ່ຫຼອມທີ່ຄົນເຮົາປະສົບໃນສະພາບແວດລ້ອມຕ່າງໆ. ຈາກມຸມມອງນີ້ ບຸກຄົນທີ່ຖືກສ້າງຂຶ້ນບຸກຄົນໃດກໍຕາມ ທີ່ຈິງແລ້ວບໍ່ແມ່ນຄວາມລຶກລັບແຕ່ຢ່າງໃດເລີຍ, ເພາະວ່າພວກເຂົາປະກອບດ້ວຍສາມດ້ານນີ້ຄື: ເງື່ອນໄຂແຕ່ກຳເນີດ, ຄວາມເປັນມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມ. ສະນັ້ນ ການແຍກແຍະວ່າຄົນໃດຄົນໜຶ່ງເປັນຄົນປະເພດໃດ ທີ່ຈິງແລ້ວຄວນຈະເປັນເລື່ອງງ່າຍ. ຖ້າບໍ່ເວົ້າເຖິງເງື່ອນໄຂແຕ່ກຳເນີດທີ່ຖືກກຳນົດ ແລະ ປະທານໃຫ້ໂດຍພຣະເຈົ້າ, ສິ່ງທີ່ຍັງເຫຼືອກໍຄືການແຍກແຍະວ່າຄວາມເປັນມະນຸດຂອງຄົນເຮົາເປັນແນວໃດ ແລະ ພວກເຂົາມີອຸປະນິໄສທີ່ເສື່ອມຊາມຫຍັງແດ່, ສິ່ງເຫຼົ່ານີ້ກຳນົດວ່າແກ່ນແທ້ຂອງຄົນຜູ້ນີ້ເປັນແນວໃດ. ການແຍກແຍະດ້ວຍວິທີນີ້ເຮັດໃຫ້ສິ່ງຕ່າງໆຊັດເຈນຫຼາຍ. ການແຍກແຍະວ່າແກ່ນແທ້ຂອງຄົນເຮົາເປັນແນວໃດໂດຍອີງໃສ່ສິ່ງເຫຼົ່ານີ້ບໍ່ແມ່ນເລື່ອງຍາກ. ການແຍກແຍະດ້ວຍວິທີນີ້ມີພື້ນຖານ ແລະ ຍັງມີມາດຕະຖານໃນການວັດແທກອີກດ້ວຍ.
6. ການສະແດງອອກຕ່າງໆຂອງເງື່ອນໄຂແຕ່ກຳເນີດ, ຄວາມເປັນມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມ
ກ່ອນໜ້ານີ້ ພວກເຮົາໄດ້ລະບຸເຖິງການສະແດງອອກທີ່ສະເພາະເຈາະຈົງບາງຢ່າງຂອງເງື່ອນໄຂແຕ່ກຳເນີດ ເຊິ່ງບໍ່ກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມ. ເງື່ອນໄຂແຕ່ກຳເນີດແມ່ນພື້ນຖານທີ່ຜູ້ຄົນເພິ່ງພາອາໄສເພື່ອຄວາມຢູ່ລອດ ແລະ ເປັນເງື່ອນໄຂທີ່ມວນມະນຸດທີ່ຖືກສ້າງຂຶ້ນຄວນມີ. ບໍ່ວ່າຈະເປັນເງື່ອນໄຂທີ່ກ່ຽວຂ້ອງກັບການເກີດຂອງຄົນເຮົາ ເຊັ່ນ: ເວລາ, ສະພາບແວດລ້ອມ ແລະ ສະຖານທີ່ເກີດ ຫຼື ດ້ານຕ່າງໆ ເຊັ່ນ: ຮູບລັກສະນະ, ຂີດຄວາມສາມາດ, ຈຸດແຂງ, ສັນຊາດຕະຍານ, ຄວາມສົນໃຈ, ງານອະດິເລກ ແລະ ບຸກຄະລິກຂອງຄົນເຮົາ, ສິ່ງເຫຼົ່ານີ້ລ້ວນແຕ່ເປັນສ່ວນໜຶ່ງຂອງເງື່ອນໄຂແຕ່ກຳເນີດຂອງຄົນເຮົາ. ເງື່ອນໄຂແຕ່ກຳເນີດເຫຼົ່ານີ້ບໍ່ໄດ້ເຮັດໃຫ້ຜູ້ຄົນເສື່ອມຊາມ ແລະ ແນ່ນອນວ່າ ເງື່ອນໄຂແຕ່ກຳເນີດເຫຼົ່ານີ້ກໍບໍ່ມີອຸປະນິໄສທີ່ເສື່ອມຊາມໃດໆເຊັ່ນກັນ. ໂດຍທົ່ວໄປແລ້ວ ເງື່ອນໄຂແຕ່ກຳເນີດແມ່ນເງື່ອນໄຂພື້ນຖານບາງຢ່າງທີ່ມະນຸດທີ່ຖືກສ້າງຂຶ້ນຕ້ອງມີເພື່ອທີ່ຈະຢູ່ລອດ ແລະ ດຳລົງຊີວິດ. ຄວາມເປັນມະນຸດໝາຍເຖິງການໃຊ້ຊີວິດຕາມທີ່ກ່ຽວຂ້ອງກັບສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ ເຊິ່ງຖືກເປີດເຜີຍອອກມາຈາກຮ່າງກາຍທີ່ມີເງື່ອນໄຂແຕ່ກຳເນີດ. ສຳລັບອຸປະນິໄສທີ່ເສື່ອມຊາມນັ້ນ, ສິ່ງນີ້ເປັນສິ່ງທີ່ກົງໄປກົງມາ, ອຸປະນິໄສທີ່ເສື່ອມຊາມແມ່ນຜົນຮັບມາຈາກຄວາມເສື່ອມຊາມຂອງຊາຕານທີ່ມີຕໍ່ຊີວິດຂອງຮ່າງກາຍນີ້ ທີ່ມີເງື່ອນໄຂແຕ່ກຳເນີດ ແລະ ຄວາມເປັນມະນຸດ. ສິ່ງນີ້ຄືຈະເປັນນາມມະທຳຢູ່ເລັກນ້ອຍແມ່ນບໍ? ໂດຍລວມແລ້ວ ມະນຸດທີ່ຖືກສ້າງຂຶ້ນແມ່ນສິ່ງທີ່ຖືກສ້າງທີ່ຖືກຄອບງຳໂດຍອຸປະນິໄສທີ່ເສື່ອມຊາມ ແລະ ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນພື້ນຖານຂອງຄວາມເປັນມະນຸດ. ສິ່ງທີ່ຖືກສ້າງເຫຼົ່ານີ້ມີເງື່ອນໄຂແຕ່ກຳເນີດຕ່າງໆທີ່ຖືກກຳນົດໂດຍພຣະເຈົ້າ. ນີ້ຄືໂຄງສ້າງພື້ນຖານຂອງມວນມະນຸດທີ່ພຣະເຈົ້າສ້າງຂຶ້ນ. ໃນເລື່ອງນີ້ ເງື່ອນໄຂແຕ່ກຳເນີດ ແລະ ອຸປະນິໄສທີ່ເສື່ອມຊາມແມ່ນສິ່ງທີ່ເຂົ້າໃຈງ່າຍກວ່າ, ແຕ່ຄວາມເປັນມະນຸດອາດຈະຂ້ອນຂ້າງເປັນນາມມະທຳ. ເວົ້າງ່າຍໆກໍຄື ຄວາມເປັນມະນຸດແມ່ນຄຸນລັກສະນະສະເພາະຂອງມວນມະນຸດທີ່ຖືກສ້າງຂຶ້ນ ເຊິ່ງເຮັດໃຫ້ພວກເຂົາແຕກຕ່າງຈາກສິ່ງທີ່ມີຊີວິດອື່ນໆ. ສິ່ງທີ່ຖືກສ້າງທີ່ມີຄຸນລັກສະນະສະເພາະນີ້ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ, ລັກສະນະ ແລະ ຍັງມີຄວາມສາມາດໃນການແຍກແຍະສິ່ງທີ່ຖືກ ແລະ ຜິດ. ຄຸນລັກສະນະສະເພາະເຫຼົ່ານີ້ທີ່ເຮັດໃຫ້ມວນມະນຸດແຕກຕ່າງຈາກສິ່ງທີ່ມີຊີວິດອື່ນໆປະກອບເປັນຄວາມເປັນມະນຸດ. ແນ່ນອນວ່າ ຄວາມເປັນມະນຸດນີ້ລວມເຖິງຄວາມສາມາດໃນການສະແດງອອກໂດຍໃຊ້ພາສາ, ຄວາມສາມາດໃນການແຍກແຍະສິ່ງທີ່ຖືກ ແລະ ຜິດ, ຄວາມສາມາດໃນການເຂົ້າໃຈ, ຄວາມສາມາດໃນການຍອມຮັບສິ່ງໃໝ່ໆ, ຄວາມສາມາດໃນການຍອມຮັບພຣະທຳຂອງພຣະຜູ້ສ້າງ ແລະ ຄວາມສາມາດໃນການຍອມຮັບພຣະບັນຊາຂອງພຣະເຈົ້າ ແລະ ຮັບມືກັບທຸກເລື່ອງ. ນີ້ຄືຄວາມເປັນມະນຸດ. ຄວາມເຂົ້າໃຈທີ່ງ່າຍດາຍທີ່ສຸດກ່ຽວກັບຄວາມເປັນມະນຸດກໍຄື ມັນເປັນຄຸນລັກສະນະແຕ່ກຳເນີດຂອງມວນມະນຸດທີ່ຖືກສ້າງຂຶ້ນ ເຊິ່ງເຮັດໃຫ້ພວກເຂົາແຕກຕ່າງຈາກສິ່ງທີ່ມີຊີວິດອື່ນໆ. ລັກສະນະພື້ນຖານທີ່ສຸດຂອງລັກສະນະນີ້ຄືສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ. ນີ້ຄືວິທີທີ່ງ່າຍດາຍທີ່ສຸດໃນການເຂົ້າໃຈມັນ. ມີລາຍລະອຽດບາງຢ່າງພາຍໃນສິ່ງນີ້ ເຊັ່ນ: ຄວາມສຸດຈະລິດ ແລະ ລັກສະນະທີ່ຄວາມເປັນມະນຸດຄວນມີ, ການແຍກແຍະລະຫວ່າງສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບ, ພ້ອມທັງການເລືອກ ແລະ ການປະຕິບັດສິ່ງທີ່ເປັນບວກ. ໂດຍພື້ນຖານແລ້ວ ສິ່ງເຫຼົ່ານີ້ຄືສິ່ງທີ່ຜູ້ຄົນຄວນເຂົ້າໃຈ ແລະ ຮູ້ກ່ຽວກັບດ້ານທັງສາມຂອງເງື່ອນໄຂແຕ່ກຳເນີດ, ຄວາມເປັນມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມ. ພວກເຈົ້າເຄີຍຄິດກ່ຽວກັບບັນຫາເຫຼົ່ານີ້ມາກ່ອນບໍ? (ພວກເຮົາບໍ່ເຄີຍຄິດກ່ຽວກັບບັນຫາເຫຼົ່ານີ້ມາກ່ອນ). ເມື່ອປະເຊີນກັບບັນຫາເຫຼົ່ານີ້ເປັນຄັ້ງທຳອິດ, ພວກເຈົ້າສາມາດເຂົ້າໃຈບັນຫາເຫຼົ່ານີ້ໄດ້ບໍ? ພວກເຈົ້າສາມາດຈັບໃຈຄວາມບັນຫາເຫຼົ່ານີ້ໄດ້ບໍ? (ພວກເຮົາສາມາດເຂົ້າໃຈບັນຫາເຫຼົ່ານີ້ໄດ້ໃນລະດັບໜຶ່ງ). ມີໃຜຮູ້ສຶກວ່າຫົວຂໍ້ທີ່ພວກເຮົາກຳລັງເວົ້າເຖິງນີ້ເລິກເຊິ່ງເກີນໄປ ແລະ ຂ້ອນຂ້າງເປັນນາມມະທຳ ແລະ ຄືກັບການສົນທະນາກ່ຽວກັບປັດຊະຍາ, ມັນຄືຈະບໍ່ສາມາດເຂົ້າໃຈໄດ້ຢູ່ເລັກນ້ອຍບໍ? ໂດຍອີງໃສ່ການສະແດງອອກທີ່ສະເພາະເຈາະຈົງຂອງສາມດ້ານນີ້ຄື ເງື່ອນໄຂແຕ່ກຳເນີດ, ຄວາມເປັນມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມ ທີ່ພວກເຮົາໄດ້ໂອ້ລົມກັນໃນຊ່ວງຫຼາຍມື້ມານີ້, ສິ່ງທີ່ຫາກໍເວົ້າໄປນັ້ນບໍ່ຄວນເປັນນາມມະທຳສຳລັບພວກເຈົ້າ. ການສະແດງອອກທີ່ສະເພາະເຈາະຈົງຂອງສາມດ້ານນີ້ຄວນເປັນສິ່ງທີ່ພວກເຈົ້າສາມາດເຂົ້າໃຈໄດ້. ນອກຈາກນີ້ ຄວາມສຳພັນລະຫວ່າງສາມດ້ານນີ້ກໍຄວນຈະຊັດເຈນເຊັ່ນກັນ, ບໍ່ແມ່ນບໍ? ຄວາມເປັນມະນຸດຄືຄວາມສຸດຈະລິດ, ລັກສະນະ, ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນທີ່ຄົນເຮົາເປີດເຜີຍອອກມາ ໂດຍອີງໃສ່ພື້ນຖານຂອງການມີເງື່ອນໄຂແຕ່ກຳເນີດພື້ນຖານ. ອຸປະນິໄສທີ່ເສື່ອມຊາມຄືສິ່ງທີ່ຖືກໃຊ້ຊີວິດຕາມພາຍໃນຄວາມເປັນມະນຸດຜ່ານເງື່ອນໄຂແຕ່ກຳເນີດ ແລະ ສິ່ງເຫຼົ່ານີ້ຄືອຸປະນິໄສຕ່າງໆທີ່ຜູ້ຄົນໃຊ້ຊີວິດຕາມ ເຊິ່ງຖືກຄອບງຳໂດຍຊີວິດທີ່ຊາຕານປູກຝັງເຂົ້າໃນພວກເຂົາ. ດ້ວຍວິທີນີ້ ບໍ່ວ່າຄົນເຮົາຈະມີເງື່ອນໄຂແຕ່ກຳເນີດແບບໃດກໍຕາມ, ເງື່ອນໄຂເຫຼົ່ານັ້ນກໍເປັນພຽງເປືອກພາຍນອກທີ່ເປັນພື້ນຖານທີ່ສຸດ, ໃນຂະນະທີ່ຊີວິດທີ່ສາມາດຄອບງຳແກ່ນແທ້ຂອງຄົນເຮົາໄດ້ຢ່າງແທ້ຈິງກໍຄືອຸປະນິໄສທີ່ເສື່ອມຊາມທີ່ຊາຕານປູກຝັງເຂົ້າໃນພວກເຂົາ. ນັ້ນກໍຄື ເພື່ອແຍກແຍະວ່າແກ່ນແທ້ຂອງຄົນເຮົາເປັນແນວໃດ, ໃຫ້ເບິ່ງອຸປະນິໄສທີ່ພວກເຂົາເປີດເຜີຍ. ຖ້າອຸປະນິໄສທີ່ພວກເຂົາເປີດເຜີຍຄືອຸປະນິໄສທີ່ເສື່ອມຊາມຂອງຄວາມອວດດີ, ຄວາມຫົວແຂງ, ຄວາມເລ່ລ່ຽມ, ຄວາມຊົ່ວຊ້າ ຫຼື ຄວາມໂຫດຮ້າຍ, ແລ້ວບໍ່ວ່າລັກສະນະຂອງພວກເຂົາຈະເປັນຄົນເມດຕາ ຫຼື ຊົ່ວຮ້າຍກໍຕາມ, ໂດຍແກ່ນແທ້ແລ້ວ ຄົນຜູ້ນີ້ກໍເປັນຂອງຊາຕານ, ເພາະວ່າຊີວິດຂອງພວກເຂົາຄືອຸປະນິໄສທີ່ເສື່ອມຊາມຂອງຊາຕານ. ສະນັ້ນ ຄຸນລັກສະນະຂອງຄົນເຮົາຈະເປັນແນວໃດນັ້ນແມ່ນຂຶ້ນຢູ່ກັບຊີວິດທີ່ພວກເຂົາມີຢູ່ພາຍໃນ, ບໍ່ແມ່ນຂຶ້ນຢູ່ກັບວ່າເງື່ອນໄຂແຕ່ກຳເນີດຂອງພວກເຂົາເປັນແນວໃດ. ຖ້າຊີວິດຂອງພວກເຂົາຄືອຸປະນິໄສທີ່ເສື່ອມຊາມຂອງຊາຕານ, ແລ້ວບໍ່ວ່າເງື່ອນໄຂແຕ່ກຳເນີດຂອງພວກເຂົາຈະເບິ່ງຄືວ່າສູງສົ່ງ ຫຼື ຍິ່ງໃຫຍ່ພຽງໃດຈາກພາຍນອກກໍຕາມ, ໂດຍແກ່ນແທ້ແລ້ວ ພວກເຂົາກໍເປັນຂອງຊາຕານ ແລະ ພວກເຂົາກໍເປັນສະມາຊິກຂອງມວນມະນຸດທີ່ເສື່ອມຊາມ. ຖ້າຊີວິດຂອງຄົນເຮົາເປັນຊີວິດທີ່ມີຄວາມຈິງເປັນຊີວິດຂອງພວກເຂົາ, ແລ້ວບໍ່ວ່າເງື່ອນໄຂແຕ່ກຳເນີດຂອງພວກເຂົາຈະເບິ່ງຄືວ່າທຳມະດາ, ປົກກະຕິ ຫຼື ຖືກດູຖູກພຽງໃດຈາກພາຍນອກກໍຕາມ ແລະ ເຖິງແມ່ນວ່າພວກເຂົາຈະສະແດງໃຫ້ເຫັນເຖິງຄວາມອ່ອນແອ, ຄວາມບໍ່ພຽງພໍ ແລະ ຂໍ້ບົກຜ່ອງບາງຢ່າງຂອງຄວາມເປັນມະນຸດຂອງພວກເຂົາຈາກພາຍນອກກໍຕາມ, ພວກເຂົາກໍຍັງເປັນສ່ວນໜຶ່ງຂອງມວນມະນຸດທີ່ໄດ້ຮັບຄວາມລອດພົ້ນ. ໂດຍແກ່ນແທ້ແລ້ວ ພວກເຂົາເປັນຂອງພຣະເຈົ້າ ແລະ ບໍ່ແມ່ນຂອງຊາຕານ. ແກ່ນແທ້ຂອງພວກເຂົາປ່ຽນແປງ. ເມື່ອແກ່ນແທ້ຂອງພວກເຂົາປ່ຽນແປງ, ຄວາມເປັນເຈົ້າຂອງຂອງພວກເຂົາກໍປ່ຽນແປງເຊັ່ນກັນ, ພວກເຂົາເປັນຂອງຄວາມຈິງ ແລະ ເປັນຂອງພຣະເຈົ້າ. ສະນັ້ນ ປັດໄຈທີ່ກຳນົດໃນຄວາມເປັນເຈົ້າຂອງ, ແກ່ນແທ້ ແລະ ຈຸດຈົບສຸດທ້າຍຂອງຄົນເຮົາບໍ່ແມ່ນເງື່ອນໄຂແຕ່ກຳເນີດຂອງພວກເຂົາ ແລະ ແນ່ນອນວ່າ ມັນກໍບໍ່ແມ່ນຄວາມເປັນມະນຸດຂອງພວກເຂົາທັງໝົດເຊັ່ນກັນ, ແຕ່ແມ່ນຊີວິດຂອງພວກເຂົາເປັນແນວໃດ. ຖ້າຊີວິດຂອງຄົນໃດໜຶ່ງຖືເອົາອຸປະນິໄສທີ່ເສື່ອມຊາມເປັນຊີວິດຂອງພວກເຂົາຕັ້ງແຕ່ຕົ້ນຈົນຈົບ ແລະ ພວກເຂົາເປັນຂອງຊາຕານ, ແລ້ວຄວາມເປັນເຈົ້າຂອງຂອງພວກເຂົາກໍຈະຢູ່ກັບຊາຕານ; ຖ້າພວກເຂົາມີຄວາມຈິງເປັນຊີວິດຂອງພວກເຂົາ, ພວກເຂົາກໍເປັນຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ ຄວາມເປັນເຈົ້າຂອງຂອງພວກເຂົາກໍຈະຢູ່ກັບພຣະເຈົ້າ, ໃນຈຸດໝາຍປາຍທາງທີ່ສວຍງາມທີ່ພຣະເຈົ້າໄດ້ກຽມໄວ້ສຳລັບມວນມະນຸດ. ໂດຍອີງໃສ່ການສະແດງອອກຕ່າງໆ ແລະ ແກ່ນແທ້ຂອງຜູ້ຄົນໃນທຸກດ້ານ, ຄວາມເປັນເຈົ້າຂອງຂອງຜູ້ຄົນໃນປັດຈຸບັນແມ່ນຫຍັງ? ຜູ້ຄົນມີຊີວິດທີ່ມີຄວາມຈິງເປັນຊີວິດຂອງພວກເຂົາບໍ? (ບໍ່). ແລ້ວແກ່ນແທ້ຂອງຄົນເຮົາຂຶ້ນຢູ່ກັບຫຍັງແທ້? (ຂຶ້ນຢູ່ກັບສິ່ງທີ່ພວກເຂົາມີເປັນຊີວິດຂອງພວກເຂົາ). ຖືກຕ້ອງແລ້ວ; ບໍ່ວ່າຊີວິດພາຍໃນຂອງເຈົ້າຈະເປັນແນວໃດກໍຕາມ, ແກ່ນແທ້ຂອງເຈົ້າກໍເປັນແບບນັ້ນ. ຖ້າຊີວິດພາຍໃນຂອງເຈົ້າປ່ຽນແປງ ແລະ ມັນບໍ່ແມ່ນອຸປະນິໄສທີ່ເສື່ອມຊາມທີ່ເປັນຊີວິດຂອງເຈົ້າອີກຕໍ່ໄປ, ແຕ່ເປັນຄວາມຈິງ, ແລ້ວໃນແງ່ຂອງແກ່ນແທ້ຂອງເຈົ້າ, ເຈົ້າກໍເປັນຂອງພຣະເຈົ້າ ແລະ ເປັນຂອງຄວາມຈິງ. ແນ່ນອນວ່າ ຄຸນລັກສະນະຄວາມເປັນມະນຸດຂອງຜູ້ຄົນບໍ່ໄດ້ປ່ຽນແປງ, ຜູ້ຄົນຍັງຄົງເປັນມະນຸດ ແລະ ໃນແງ່ຂອງຄຸນລັກສະນະຂອງພວກເຂົາ, ພວກເຂົາກໍຍັງຄົງເປັນມະນຸດທີ່ຖືກສ້າງຂຶ້ນ. ເຖິງຢ່າງໃດກໍຕາມ ເນື່ອງຈາກຊີວິດຂອງເຈົ້າໄດ້ປ່ຽນແປງ, ຄວາມເປັນເຈົ້າຂອງຂອງເຈົ້າກໍປ່ຽນແປງເຊັ່ນກັນ. ສະຫຼຸບແລ້ວ, ເງື່ອນໄຂແຕ່ກຳເນີດແມ່ນເງື່ອນໄຂພື້ນຖານທີ່ປະກອບເປັນມວນມະນຸດທີ່ຖືກສ້າງຂຶ້ນ. ນັ້ນກໍຄື ຕາບໃດທີ່ເຈົ້າຖືກເອີ້ນວ່າມະນຸດທີ່ຖືກສ້າງຂຶ້ນ, ເງື່ອນໄຂແຕ່ກຳເນີດເຫຼົ່ານີ້ກໍຕ້ອງມີຢູ່ໃນຕົວເຈົ້າ, ພວກມັນຄືເງື່ອນໄຂພື້ນຖານ. ຄວາມເປັນມະນຸດຄືສິ່ງທີ່ຖືກເປີດເຜີຍອອກມາ ແລະ ຖືກໃຊ້ຊີວິດຕາມຈາກຄວາມເປັນມະນຸດທີ່ປົກກະຕິຂອງຄົນເຮົາ ໃນຂະນະທີ່ພວກເຂົາດຳລົງຊີວິດພາຍໃຕ້ເງື່ອນໄຂແຕ່ກຳເນີດຂອງພວກເຂົາ. ອຸປະນິໄສທີ່ເສື່ອມຊາມຄືຊີວິດແຕ່ກຳເນີດຂອງມວນມະນຸດທີ່ເສື່ອມຊາມ, ເຊິ່ງເຊື່ອງຊ້ອນຢູ່ພາຍໃຕ້ເງື່ອນໄຂແຕ່ກຳເນີດ ແລະ ເປືອກນອກຂອງຄວາມເປັນມະນຸດ. ຄວາມສຳພັນ ແລະ ຄວາມແຕກຕ່າງລະຫວ່າງສາມດ້ານນີ້, ພ້ອມທັງບົດບາດທີ່ແຕ່ລະດ້ານມີ ຫຼື ໜ້າທີ່ທີ່ແຕ່ລະດ້ານຂອງການປະຕິບັດໃນມວນມະນຸດທີ່ຖືກສ້າງຂຶ້ນ, ກໍເປັນໄປຕາມທີ່ໄດ້ອະທິບາຍໄວ້. ກ່ອນໜ້ານີ້ ພວກເຮົາໄດ້ໂອ້ລົມກ່ຽວກັບການສະແດງອອກບາງຢ່າງທີ່ກ່ຽວຂ້ອງກັບສາມດ້ານນີ້ຄື ເງື່ອນໄຂແຕ່ກຳເນີດ, ຄວາມເປັນມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມ ທີ່ຜູ້ຄົນເປີດເຜີຍ. ເຖິງຢ່າງໃດກໍຕາມ ເນື້ອໃນທີ່ກ່ຽວຂ້ອງກັບສາມດ້ານນີ້ມີຫຼາຍກວ່າສິ່ງທີ່ພວກເຮົາໄດ້ໂອ້ລົມກັນໄປ, ສະນັ້ນ ພວກເຮົາຈຶ່ງຕ້ອງສືບຕໍ່ໂອ້ລົມກັນກ່ຽວກັບຫົວຂໍ້ນີ້ໃນມື້ນີ້.
ການເວົ້າຕິດອ່າງ ແລະ ການເວົ້າກະຕຸກກະຕັກ
ຄັ້ງທີ່ແລ້ວພວກເຮົາໂອ້ລົມຮອດໃສກ່ຽວກັບການເປີດເຜີຍຕ່າງໆຂອງເງື່ອນໄຂແຕ່ກຳເນີດ, ຄວາມເປັນມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມ? ຄວາມຂີ້ອາຍ ແລະ ຄວາມກ້າຫານ, ແມ່ນບໍ? (ແມ່ນແລ້ວ). ການໂອ້ລົມນັ້ນສຳເລັດແລ້ວ. ຕອນນີ້ໃຫ້ພວກເຮົາມາເບິ່ງການເວົ້າຕິດອ່າງ ແລະ ການເວົ້າກະຕຸກກະຕັກໃນເວລາເວົ້າ, ນີ້ແມ່ນບັນຫາປະເພດໃດ? (ເງື່ອນໄຂແຕ່ກຳເນີດ). ນີ້ຄືເງື່ອນໄຂແຕ່ກຳເນີດ ແລະ ຍັງເປັນຄວາມບົກຜ່ອງທາງຮ່າງກາຍປະເພດໜຶ່ງອີກດ້ວຍ. ແນ່ນອນວ່າ ຮູບແບບຂອງການເວົ້າຕິດອ່າງນັ້ນແຕກຕ່າງກັນ. ຄົນເວົ້າຕິດອ່າງບາງຄົນລາກສຽງພະຍາງດຽວໃຫ້ຍາວອອກ, ໃນຂະນະທີ່ບາງຄົນກໍເວົ້າພະຍາງດຽວຊໍ້າໄປຊໍ້າມາ, ໃຊ້ເວລາໝົດມື້ກໍບໍ່ສາມາດເວົ້າອອກມາເປັນປະໂຫຍກທີ່ສົມບູນໄດ້. ສະຫຼຸບແລ້ວ ນີ້ຄືເງື່ອນໄຂແຕ່ກຳເນີດ ແລະ ແນ່ນອນວ່າ ມັນກໍເປັນຄວາມບົກຜ່ອງທາງຮ່າງກາຍປະເພດໜຶ່ງເຊັ່ນກັນ. ສິ່ງນີ້ກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມບໍ? (ບໍ່). ມັນບໍ່ໄດ້ກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມ. ຖ້າມີຄົນເວົ້າວ່າ “ເຈົ້າເວົ້າກະຕຸກກະຕັກໃນເວລາທີ່ເຈົ້າເວົ້າ; ເຈົ້າຊ່າງມີເລ່ລ່ຽມແທ້ໆ!” ຫຼື “ເຈົ້າເຖິງກັບເວົ້າຕິດອ່າງໃນເວລາທີ່ເຈົ້າເວົ້າ; ເຈົ້າອວດດີຂະໜາດນີ້ໄດ້ແນວໃດ?” ຄຳເວົ້າດັ່ງກ່າວຖືກຕ້ອງບໍ? (ບໍ່). ການເວົ້າຕິດອ່າງ, ໃນຖານະທີ່ເປັນຄວາມບົກຜ່ອງ ຫຼື ຈຸດອ່ອນ, ບໍ່ໄດ້ກ່ຽວຂ້ອງກັບດ້ານໃດດ້ານໜຶ່ງຂອງອຸປະນິໄສທີ່ເສື່ອມຊາມຂອງຄົນເຮົາ. ສະນັ້ນ ການເວົ້າຕິດອ່າງຈຶ່ງເປັນເງື່ອນໄຂແຕ່ກຳເນີດ ແລະ ເປັນຄວາມບົກຜ່ອງທາງຮ່າງກາຍປະເພດໜຶ່ງ. ເຫັນໄດ້ຊັດເຈນວ່າ ມັນບໍ່ໄດ້ກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມຂອງຄົນເຮົາ ແລະ ບໍ່ມີຄວາມກ່ຽວຂ້ອງໃດໆກັບອຸປະນິໄສທີ່ເສື່ອມຊາມເຫຼົ່ານັ້ນເລີຍ. ມີອີກສະຖານະການໜຶ່ງທີ່ກ່ຽວຂ້ອງກັບການເວົ້າຕິດອ່າງ: ໂດຍປົກກະຕິແລ້ວບາງຄົນບໍ່ເວົ້າກະຕຸກກະຕັກໃນເວລາເວົ້າ, ແຕ່ເມື່ອເຈົ້າຖາມຄຳຖາມພວກເຂົາ, ພວກເຂົາກໍລັງເລ ແລະ ອຶກອັກ; ພວກເຂົາໃຊ້ເວລາໝົດມື້ເພື່ອເວົ້າພຽງປະໂຫຍກດຽວ ແລະ ເຈົ້າກໍຍັງບໍ່ສາມາດບອກໄດ້ວ່າພວກເຂົາພະຍາຍາມຈະເວົ້າຫຍັງ. ຄຳເວົ້າຂອງພວກເຂົາບໍ່ເຄີຍສະເພາະເຈາະຈົງພຽງພໍ, ເຮັດໃຫ້ເຈົ້າຕ້ອງເດົາຄວາມໝາຍຂອງຄຳເວົ້າເຫຼົ້ານັ້ນຢູ່ສະເໝີ, ບໍ່ວ່າເຈົ້າຈະເດົາວ່າແນວໃດ, ນັ້ນກໍກາຍເປັນຄວາມໝາຍຂອງຄຳເວົ້າເຫຼົ່ານັ້ນ. ຖ້າບໍ່ດັ່ງນັ້ນ ພວກເຂົາກໍໃຊ້ຮອຍຍິ້ມແທນຄວາມໝາຍ. ສະຫຼຸບແລ້ວ ພວກເຂົາພຽງແຕ່ບໍ່ຕອບຄຳຖາມຂອງເຈົ້າໂດຍກົງ. ຕົວຢ່າງ: ເຈົ້າຖາມພວກເຂົາວ່າ “ເຈົ້າມາຈາກໃສ?” ພວກເຂົາເວົ້າວ່າ “ຂ້ານ້ອຍ... ຂ້ານ້ອຍ... ເອີ, ພຽງແຕ່ຍ່າງຫຼິ້ນໄປມາ ແລະ...” ຫຼັງຈາກທີ່ໄດ້ຍິນແບບນີ້, ເຈົ້າກໍຍັງບໍ່ຮູ້ວ່າພວກເຂົາມາຈາກໃສ. ຫຼື ເຈົ້າຖາມພວກເຂົາວ່າ “ເຈົ້າປະເມີນຂີດຄວາມສາມາດຂອງຄົນນັ້ນແນວໃດ?” ພວກເຂົາເວົ້າວ່າ “ຂີດຄວາມສາມາດ... ຂອງພວກເຂົາ, ເອີ... ທຸກຄົນ, ເຈົ້າກໍຮູ້... ພວກເຮົາທຸກຄົນ... ອືມ... ບໍ່ຄ່ອຍ... ຊັດເຈນປານໃດ”. ເປັນຫຍັງພວກເຂົາຈຶ່ງເວົ້າໃນລັກສະນະທີ່ອຶກອັກ ແລະ ຂາດຕອນແບບນັ້ນ? ນີ້ຄືການເວົ້າຕິດອ່າງ ຫຼື ການເວົ້າກະຕຸກກະຕັກບໍ? ມັນເບິ່ງຄືວ່າບໍ່ແມ່ນແບບນັ້ນ. ແລ້ວເປັນຫຍັງພວກເຂົາຈຶ່ງເວົ້າແບບນີ້? ຖ້າມັນບໍ່ແມ່ນຍ້ອນການເວົ້າຕິດອ່າງ ຫຼື ການເວົ້າກະຕຸກກະຕັກ, ເຫດຜົນແມ່ນຫຍັງ? (ພວກເຂົາຖືກຄອບງຳໂດຍອຸປະນິໄສທີ່ເສື່ອມຊາມ). ນີ້ເຫັນໄດ້ຊັດເຈນວ່າເປັນການເປີດເຜີຍອຸປະນິໄສ. ມັນໝາຍຄວາມວ່າ ເມື່ອພວກເຂົາສະແດງບາງສິ່ງບາງຢ່າງອອກມາ ຫຼື ເຮັດບາງສິ່ງບາງຢ່າງ, ພວກເຂົາຖືກຄອບງຳໂດຍອຸປະນິໄສ ເຊິ່ງເປັນສ່ວນໜຶ່ງໃນຊີວິດຂອງພວກເຂົາ, ຂັບເຄື່ອນໃຫ້ພວກເຂົາເວົ້າ ແລະ ກະທຳເພື່ອບັນລຸເປົ້າໝາຍໃດໜຶ່ງ. ເປົ້າໝາຍນີ້ແມ່ນຫຍັງ? ມັນຄືການປົກປິດຂໍ້ເທັດຈິງທີ່ແທ້ຈິງ, ເພື່ອຫຼີກລ່ຽງການບອກຂໍ້ເທັດຈິງທີ່ແທ້ຈິງແກ່ເຈົ້າ; ພວກເຂົາບໍ່ຕ້ອງການອະທິບາຍສິ່ງຕ່າງໆໃຫ້ຊັດເຈນປານນັ້ນ. ເປັນຫຍັງພວກເຂົາຈຶ່ງເຮັດແບບນີ້? ມັນເປັນເພາະວ່າພວກເຂົາເຊື່ອວ່າ ຖ້າພວກເຂົາອະທິບາຍສິ່ງທີ່ກຳລັງເກີດຂຶ້ນແທ້ໆ, ພວກເຂົາກໍຈະຕ້ອງຮັບຜິດຊອບຕໍ່ຜົນທີ່ຈະຕາມມາ, ບໍ່ວ່າຈະເປັນການລ່ວງເກີນຄົນໃດໜຶ່ງ ຫຼື ກໍ່ໃຫ້ເກີດຜົນເສຍຕໍ່ຕົນເອງ. ພວກເຂົາບໍ່ຕ້ອງການຮັບຜິດຊອບຕໍ່ຜົນທີ່ຈະຕາມມາເຫຼົ່ານີ້; ພວກເຂົາບໍ່ຕ້ອງການໃຫ້ເຈົ້າຮູ້ຂໍ້ເທັດຈິງທີ່ແທ້ຈິງ. ນີ້ຄືລັກສະນະ ແລະ ຮູບແບບຂອງການເວົ້າ ແລະ ການກະທຳພາຍໃຕ້ການຄອບງຳຂອງອຸປະນິໄສທີ່ເສື່ອມຊາມ. ຊີວິດທີ່ຄອບງຳໃຫ້ພວກເຂົາເຮັດແບບນີ້ເປັນຕົວແທນໃຫ້ແກ່ທຳມະຊາດຂອງພວກເຂົາ ແລະ ການທີ່ພວກເຂົາເຮັດແບບນີ້ກໍພິສູດວ່າພວກເຂົາບໍ່ມີຄວາມຈິງໃດໆເລີຍ. ພວກເຂົາບໍ່ໄດ້ເວົ້າຕາມຫຼັກການຄວາມຈິງ. ແລ້ວຄົນເຮົາຄວນເວົ້າແນວໃດເພື່ອໃຫ້ເປັນການເວົ້າທີ່ອີງຕາມຫຼັກການຄວາມຈິງ? ເພື່ອເຮັດແບບນີ້, ຄົນເຮົາຄວນເປັນຄົນຊື່ສັດ, ດັ່ງທີ່ພຣະເຈົ້າກ່າວວ່າ: “ແຕ່ໃຫ້ການສື່ສານຂອງພວກເຈົ້າເປັນ ແມ່ນ ກໍວ່າແມ່ນ; ບໍ່ ກໍວ່າບໍ່”. ພວກເຂົາເຮັດສິ່ງນີ້ບໍ? (ບໍ່). ພວກເຂົາເຮັດຫຍັງ? ພວກເຂົາບໍ່ເວົ້າວ່າແມ່ນເມື່ອມັນແມ່ນ ແລະ ບໍ່ເວົ້າວ່າບໍ່ແມ່ນເມື່ອມັນບໍ່ແມ່ນ. ພວກເຂົາໃຊ້ວິທີໃດ? ພວກເຂົາເວົ້າຢ່າງຄຸມເຄືອ, ໃຊ້ວິທີທີ່ມີເລ່ລ່ຽມ ແລະ ຊົ່ວຊ້າເພື່ອສະແດງຄວາມໝາຍຂອງພວກເຂົາ ເພື່ອບັນລຸເປົ້າໝາຍໃນການປົກປ້ອງຕົນເອງ. ພວກເຂົາໃຊ້ວິທີທີ່ຊາຕານສັ່ງສອນ ແລະ ປູກຝັງເຂົ້າໃນຕົວພວກເຂົາເພື່ອຮັບມືກັບເລື່ອງໃດໜຶ່ງ ຫຼື ສະແດງບາງສິ່ງບາງຢ່າງອອກມາ. ນີ້ເຫັນໄດ້ຊັດເຈນວ່າເປັນອຸປະນິໄສທີ່ເສື່ອມຊາມຂອງຊາຕານ. ນີ້ບໍ່ແມ່ນການເປີດເຜີຍທີ່ຕື້ນເຂີນຂອງຄວາມເປັນມະນຸດ ແຕ່ເປັນການເປີດເຜີຍວິທີການກະທຳພາຍໃຕ້ການຄອບງຳຂອງອຸປະນິໄສທີ່ເສື່ອມຊາມຂອງຊາຕານ.
ການເພີດເພີນກັບຄວາມຕື່ນເຕັ້ນ
ໃຫ້ພວກເຮົາສືບຕໍ່ດ້ວຍການສະແດງອອກອີກຢ່າງໜຶ່ງ: ການເພີດເພີນກັບຄວາມຕື່ນເຕັ້ນ ແລະ ບໍ່ມັກຄວາມຈືດຊືດ; ການເຮັດທຸກສິ່ງ ແລະ ການຕັດສິນໃຈເລືອກວິຖີຊີວິດທຸກຢ່າງເພື່ອສະແຫວງຫາຄວາມຕື່ນເຕັ້ນ. ນີ້ແມ່ນບັນຫາປະເພດໃດ? ກ່ອນອື່ນໝົດ ສິ່ງນີ້ຈັດຢູ່ໃນຄວາມສົນໃຈ ແລະ ງານອະດິເລກພາຍໃນເງື່ອນໄຂແຕ່ກຳເນີດບໍ? (ແມ່ນແລ້ວ). ມັນແມ່ນບໍ? ຈົ່ງຄິດໃຫ້ລະອຽດ, ມັນຈັດຢູ່ໃນນັ້ນຢ່າງແທ້ຈິງບໍ? ການເພີດເພີນກັບຄວາມຕື່ນເຕັ້ນເປັນເລື່ອງປົກກະຕິໃນຄວາມມີເຫດຜົນຂອງຄົນເຮົາບໍ? (ມັນບໍ່ແມ່ນເລື່ອງປົກກະຕິ). ແລ້ວການຈັດປະເພດມັນໄວ້ພາຍໃຕ້ເງື່ອນໄຂແຕ່ກຳເນີດນັ້ນເໝາະສົມແລ້ວບໍ? (ບໍ່). ເມື່ອເບິ່ງໃນລັກສະນະນີ້, ມັນກໍບໍ່ເໝາະສົມ. ການສະແດງອອກນີ້ຈັດຢູ່ໃນບັນຫາປະເພດໃດ? ຖ້າພວກເຮົາເວົ້າວ່າການເພີດເພີນກັບຄວາມຕື່ນເຕັ້ນເປັນອຸປະນິໄສທີ່ເສື່ອມຊາມ, ແລ້ວມັນເປັນອຸປະນິໄສທີ່ເສື່ອມຊາມປະເພດໃດ? ມັນແມ່ນຄວາມອວດດີ, ຄວາມເລ່ລ່ຽມ ຫຼື ຄວາມໂຫດຮ້າຍບໍ? (ມັນບໍ່ແມ່ນສິ່ງເຫຼົ່ານີ້ເລີຍ). ມັນບໍ່ກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມປະເພດໃດເລີຍ. ແລ້ວມັນເປັນບັນຫາປະເພດໃດ? (ມັນເປັນບັນຫາຂອງຄວາມເປັນມະນຸດ). ມັນເປັນບັນຫາຂອງຄວາມເປັນມະນຸດປະເພດໃດ? ມັນເປັນການອອກນອກລູ່ນອກທາງໄປແດ່ແມ່ນບໍ? (ແມ່ນແລ້ວ). ມັນຄືການປະພຶດຕົນຢ່າງບໍ່ເໝາະສົມ ແລະ ໃນລັກສະນະທີ່ເປັນການອອກນອກລູ່ນອກທາງ, ການເພີດເພີນກັບຄວາມຕື່ນເຕັ້ນ ແລະ ການຢູ່ບໍ່ເປັນສຸກ. ການຢູ່ບໍ່ເປັນສຸກບົ່ງບອກເຖິງການຂາດຄວາມເປັນມະນຸດທີ່ປົກກະຕິ. ສິ່ງນີ້ບໍ່ໄດ້ກ່ຽວຂ້ອງກັບສະຕິຮູ້ສຶກຜິດຊອບ ແຕ່ໂດຍຫຼັກແລ້ວແມ່ນສະທ້ອນໃຫ້ເຫັນເຖິງການຂາດຄວາມມີເຫດຜົນໃນຄວາມເປັນມະນຸດທີ່ປົກກະຕິ. ຄົນແບບນັ້ນບໍ່ສາມາດຍຶດຕິດກັບໜ້າວຽກດຽວ ຫຼື ປະຕິບັດໜ້າທີ່ຂອງພວກເຂົາໃນລັກສະນະທີ່ເປັນໄປຕາມກົດລະບຽບ ແລະ ເຮັດຕາມໜ້າທີ່ໄດ້. ພວກເຂົາບໍ່ສາມາດເຮັດສິ່ງຕ່າງໆຄືກັບຜູ້ໃຫຍ່ໄດ້; ພວກເຂົາຂາດຄວາມຄິດທີ່ເປັນຜູ້ໃຫຍ່, ຮູບແບບການປະພຶດຕົນທີ່ເປັນຜູ້ໃຫຍ່ ແລະ ວິທີການເຮັດສິ່ງຕ່າງໆທີ່ເປັນຜູ້ໃຫຍ່. ຢ່າງໜ້ອຍທີ່ສຸດ ນີ້ກໍຄືຄວາມບົກຜ່ອງຂອງຄວາມເປັນມະນຸດຂອງພວກເຂົາ. ແນ່ນອນວ່າ ສິ່ງນີ້ບໍ່ໄດ້ຮ້າຍແຮງເຖິງຂັ້ນເປັນບັນຫາໃນດ້ານລັກສະນະຂອງພວກເຂົາ ແຕ່ກ່ຽວຂ້ອງກັບທັດສະນະຄະຕິທີ່ພວກເຂົາໃຊ້ໃນການປະພຶດຕົນ ແລະ ການກະທຳ. ການເພີດເພີນກັບຄວາມແປກໃໝ່ ແລະ ຄວາມຕື່ນເຕັ້ນ, ການບໍ່ມີຄວາມສະໝໍ່າສະເໝີໃນສິ່ງໃດກໍຕາມທີ່ພວກເຂົາເຮັດ, ການບໍ່ສາມາດອົດທົນ, ການຢູ່ບໍ່ເປັນສຸກ ແລະ ບໍ່ເໝາະສົມ ແລະ ຕ້ອງການສະແຫວງຫາຄວາມຕື່ນເຕັ້ນ ແລະ ລອງສິ່ງໃໝ່ໆທີ່ແປກຕາຢູ່ສະເໝີ, ບັນຫາປະເພດນີ້ຈັດຢູ່ໃນຄວາມບົກຜ່ອງຂອງຄວາມເປັນມະນຸດ. ຄົນທີ່ເພີດເພີນກັບຄວາມຕື່ນເຕັ້ນຂາດຄວາມມີເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ; ມັນບໍ່ແມ່ນເລື່ອງງ່າຍສຳລັບພວກເຂົາທີ່ຈະແບກຮັບຄວາມຮັບຜິດຊອບ ແລະ ວຽກງານທີ່ຜູ້ໃຫຍ່ຄວນແບກຮັບ. ບໍ່ວ່າພວກເຂົາຈະເຮັດວຽກຫຍັງກໍຕາມ, ຕາບໃດທີ່ພວກເຂົາເຮັດມັນເປັນເວລາດົນ ແລະ ມັນສູນເສຍຄວາມແປກໃໝ່ໄປ, ພວກເຂົາກໍຈະພົບວ່າມັນໜ້າເບື່ອ, ໝົດຄວາມສົນໃຈທີ່ຈະເຮັດມັນ ແລະ ຕ້ອງການສະແຫວງຫາຄວາມຮູ້ສຶກຂອງຄວາມແປກໃໝ່ ແລະ ຄວາມຕື່ນເຕັ້ນ. ຖ້າປາສະຈາກຄວາມຕື່ນເຕັ້ນ, ພວກເຂົາກໍຮູ້ສຶກວ່າສິ່ງຕ່າງໆຈືດຊືດ ແລະ ອາດຈະເຖິງຂັ້ນປະສົບກັບຄວາມຮູ້ສຶກຂອງຄວາມວ່າງເປົ່າທາງວິນຍານ. ເມື່ອພວກເຂົາຮູ້ສຶກແບບນີ້, ຫົວໃຈຂອງພວກເຂົາກໍຢູ່ບໍ່ເປັນສຸກ ແລະ ພວກເຂົາກໍຕ້ອງການສະແຫວງຫາຄວາມຕື່ນເຕັ້ນ ຫຼື ສິ່ງທີ່ພວກເຂົາສົນໃຈ. ພວກເຂົາຕ້ອງການເຮັດບາງສິ່ງບາງຢ່າງທີ່ຜິດແຜກໄປຈາກປົກກະຕິຢູ່ຕະຫຼອດເວລາ. ເມື່ອໃດກໍຕາມທີ່ພວກເຂົາພົບວ່າວຽກທີ່ພວກເຂົາກຳລັງເຮັດ ຫຼື ທຸລະທີ່ພວກເຂົາກຳລັງຈັດການຢູ່ນັ້ນໜ້າເບື່ອ ຫຼື ບໍ່ໜ້າສົນໃຈ, ພວກເຂົາກໍຈະໝົດຄວາມປາຖະໜາທີ່ຈະເຮັດຕໍ່ໄປ. ເຖິງແມ່ນວ່າມັນຈະເປັນວຽກທີ່ພວກເຂົາຄວນເຮັດ ຫຼື ວຽກທີ່ມີຄວາມໝາຍ ແລະ ມີຄຸນຄ່າກໍຕາມ, ພວກເຂົາກໍບໍ່ສາມາດອົດທົນໄດ້. ລອງສັງເກດເບິ່ງວ່າ ໃນທ່າມກາງຜູ້ບໍ່ມີຄວາມເຊື່ອ, ມີຫຼາຍຄົນທີ່ໃຊ້ຢາເສບຕິດຢູ່ເລື້ອຍໆ. ບໍ່ວ່າເຫດຜົນທີ່ຢູ່ເບື້ອງຫຼັງສິ່ງນີ້ຈະເປັນແນວໃດກໍຕາມ, ພວກເຂົາກໍຈະເພີດເພີນກັບການໃຊ້ຢາເສບຕິດເພື່ອສະແຫວງຫາຄວາມຮູ້ສຶກຕື່ນເຕັ້ນ ແລະ ເພື່ອສະແຫວງຫາຄວາມຮູ້ສຶກທີ່ບໍ່ສົມເຫດສົມຜົນ ເຊິ່ງເໜືອກວ່າສິ່ງທີ່ຄົນປົກກະຕິມີ. ຄົນທີ່ເພີດເພີນກັບຄວາມຕື່ນເຕັ້ນກໍຄ້າຍຄືກັບຄົນທີ່ເພິ່ງພາຢາເສບຕິດເພື່ອການກະຕຸ້ນ. ພວກເຂົາຂາດຄວາມມີເຫດຜົນຂອງຄົນປົກກະຕິໃນວິທີທີ່ພວກເຂົາປະພຶດຕົນ ແລະ ມັກຈະໄລ່ຕາມຄວາມຮູ້ສຶກທີ່ບໍ່ເປັນຈິງ ແລະ ເໜືອທຳມະຊາດຢູ່ສະເໝີ ເມື່ອເລືອກວິຖີຊີວິດຂອງພວກເຂົາ. ສິ່ງນີ້ເປັນອັນຕະລາຍຫຼາຍ. ຄົນປະເພດນີ້ມັກຈະເບິ່ງຄືວ່າບໍ່ໄດ້ມີບັນຫາໃຫຍ່ຫຼວງຫຍັງຈາກພາຍນອກ. ຖ້າເຈົ້າບໍ່ແຍກແຍະຄົນແບບນັ້ນ ຫຼື ເບິ່ງທະລຸເຖິງແກ່ນແທ້ຂອງພວກເຂົາ ຫຼື ແກ່ນແທ້ຂອງບັນຫາປະເພດນີ້, ເຈົ້າກໍອາດຈະຄິດວ່າ “ຄົນເຫຼົ່ານີ້ພຽງແຕ່ມີອຸປະນິໄສທີ່ບໍ່ໝັ້ນຄົງ; ພວກເຂົາອາຍຸສາມສິບ ຫຼື ສີ່ສິບປີແລ້ວ ແຕ່ກໍຍັງບໍ່ຮູ້ຈັກໃຫຍ່ຄືກັບເດັກນ້ອຍ”. ໃນຄວາມເປັນຈິງແລ້ວ ເລິກໆຢູ່ພາຍໃນ, ຄົນປະເພດນີ້ສະແຫວງຫາຄວາມຕື່ນເຕັ້ນຢ່າງຕໍ່ເນື່ອງ. ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ພວກເຂົາຂາດຄວາມຄິດ ແລະ ຄວາມຮັບຮູ້ຂອງຜູ້ໃຫຍ່, ພ້ອມທັງວິທີການ ແລະ ທັດສະນະຄະຕິທີ່ຜູ້ໃຫຍ່ໃຊ້ໃນການຮັບມືກັບເລື່ອງຕ່າງໆ. ສະນັ້ນ ຄົນແບບນັ້ນຈຶ່ງມີບັນຫາຫຼາຍ. ບາງທີຄວາມເປັນມະນຸດຂອງພວກເຂົາອາດຈະບໍ່ຊົ່ວຮ້າຍ ແລະ ລັກສະນະຂອງພວກເຂົາກໍບໍ່ໄດ້ຊົ່ວຊ້າເປັນພິເສດ, ແຕ່ເນື່ອງຈາກຄວາມບົກຜ່ອງຂອງຄວາມເປັນມະນຸດຂອງພວກເຂົານີ້, ມັນຈຶ່ງເປັນເລື່ອງຍາກຫຼາຍສຳລັບພວກເຂົາທີ່ຈະມີຄວາມສາມາດສຳລັບວຽກງານທີ່ມີຄວາມໝາຍສຳຄັນ, ໂດຍສະເພາະລາຍການວຽກງານສຳຄັນບາງຢ່າງ. ເມື່ອເຈົ້າໂອ້ລົມຄວາມຈິງກັບພວກເຂົາ, ພວກເຂົາກໍເວົ້າວ່າ “ຂ້ອຍເຂົ້າໃຈທຸກຢ່າງ; ຂ້ອຍພຽງແຕ່ເຮັດມັນບໍ່ໄດ້”. ພວກເຂົາບໍ່ສາມາດດຳລົງຊີວິດ ຫຼື ເຮັດວຽກຢ່າງເໝາະສົມ ແລະ ເຮັດຕາມໜ້າທີ່ດ້ວຍຄວາມຄິດ ແລະ ທັດສະນະຄະຕິຂອງຄົນປົກກະຕິໄດ້. ຫົວໃຈຂອງພວກເຂົາຢູ່ບໍ່ເປັນສຸກຢູ່ສະເໝີ. ຄົນທີ່ມີການສະແດງອອກແບບນັ້ນກໍມີບັນຫາຫຼາຍເຊັ່ນກັນ. ນີ້ຄືການສະຫຼຸບການສົນທະນາຂອງພວກເຮົາກ່ຽວກັບການສະແດງອອກຂອງການເພີດເພີນກັບຄວາມຕື່ນເຕັ້ນ.
ຄວາມອ່ອນໄຫວ
ຕໍ່ໄປ ພວກເຮົາໂອ້ລົມກັນກ່ຽວກັບຄວາມອ່ອນໄຫວກັນເທາະ. ໃຫ້ພວກເຮົາໃຊ້ວິທີທີ່ງ່າຍທີ່ສຸດໃນການຈັດໝວດໝູ່ມັນ, ໂດຍເລີ່ມຈາກວິທີການກຳຈັດ. ຄວາມອ່ອນໄຫວເປັນເງື່ອນໄຂແຕ່ກຳເນີດບໍ? (ບໍ່). ແລ້ວມັນເປັນອຸປະນິໄສທີ່ເສື່ອມຊາມບໍ? (ບໍ່). ຖ້າຄົນໃດໜຶ່ງມີການສະແດງອອກຂອງຄວາມອ່ອນໄຫວ, ນີ້ຄືການເປີດເຜີຍອຸປະນິໄສທີ່ເສື່ອມຊາມບໍ? (ບໍ່). ຄວາມອ່ອນໄຫວບໍ່ໄດ້ໝາຍເຖິງການມີອາການຄັນຫຼັງຈາກກິນອາຫານບາງປະເພດ ຫຼື ການຈາມ ແລະ ການນໍ້າຕາໄຫຼຫຼັງຈາກໄດ້ກິ່ນບາງຢ່າງ; ມັນບໍ່ໄດ້ໝາຍເຖິງອາການແພ້ລະອອງເກສອນ, ອາການແພ້ຖົ່ວດິນ ຫຼື ອາການແພ້ສານກັນບູດ ຫຼື ສານປະກອບເຄມີໃດໆ, ມັນບໍ່ໄດ້ໝາຍເຖິງຄວາມອ່ອນໄຫວທາງດ້ານຮ່າງກາຍ. ຄວາມອ່ອນໄຫວທາງດ້ານຮ່າງກາຍໝາຍເຖິງການມີສະພາບຮ່າງກາຍທີ່ອ່ອນໄຫວ ເຊິ່ງມັກຈະເກີດອາການແພ້ທີ່ຖືກກະຕຸ້ນໂດຍກິ່ນ ຫຼື ສານທີ່ເປັນອັນຕະລາຍຈາກພາຍນອກບາງຢ່າງ, ນີ້ຄືຄວາມອ່ອນໄຫວທາງດ້ານຮ່າງກາຍ. ຄວາມອ່ອນໄຫວທາງດ້ານຮ່າງກາຍເປັນພຽງສັນຊາດຕະຍານໜຶ່ງໃນບັນດາເງື່ອນໄຂແຕ່ກຳເນີດຂອງຄົນເຮົາ, ມັນເປັນສ່ວນໜຶ່ງຂອງສະພາບຮ່າງກາຍແຕ່ກຳເນີດຂອງຄົນເຮົາ. ເຖິງຢ່າງໃດກໍຕາມ, ຄວາມອ່ອນໄຫວທີ່ກຳລັງສົນທະນາຢູ່ນີ້ບໍ່ໄດ້ໝາຍເຖິງສິ່ງນີ້. ຫຼັງຈາກທີ່ຕັດເງື່ອນໄຂແຕ່ກຳເນີດອອກໄປ ແລະ ພິຈາລະນາວ່າຄວາມອ່ອນໄຫວປະເພດນີ້ໂດຍທົ່ວໄປແລ້ວບໍ່ໄດ້ຮ້າຍແຮງເຖິງຂັ້ນເປັນອຸປະນິໄສທີ່ເສື່ອມຊາມ, ເຊິ່ງໝາຍຄວາມວ່າບໍ່ມີການເປີດເຜີຍທີ່ສະເພາະເຈາະຈົງຂອງອຸປະນິໄສທີ່ເສື່ອມຊາມ, ແລ້ວຄວາມອ່ອນໄຫວນີ້ເປັນບັນຫາປະເພດໃດ? (ມັນເປັນບັນຫາຂອງຄວາມເປັນມະນຸດ). ນີ້ຄືຂໍ້ດີຂອງຄວາມເປັນມະນຸດ ຫຼື ຂໍ້ບົກຜ່ອງ? (ມັນເປັນຂໍ້ບົກຜ່ອງຂອງຄວາມເປັນມະນຸດ). ນີ້ຄືຂໍ້ບົກຜ່ອງຂອງຄວາມເປັນມະນຸດຢ່າງຊັດເຈນ, ຖ້າພວກເຈົ້າບໍ່ສາມາດເບິ່ງເຫັນແມ່ນແຕ່ສິ່ງນີ້, ແລ້ວພວກເຈົ້າກໍໂງ່ຈ້າເກີນໄປ. ການເປັນຄົນອ່ອນໄຫວດີ ຫຼື ບໍ່? ເນື່ອງຈາກມັນເປັນຂໍ້ບົກຜ່ອງຂອງຄວາມເປັນມະນຸດ, ມັນຈຶ່ງບໍ່ດີຢ່າງແນ່ນອນ. ຄວາມອ່ອນໄຫວໝາຍຄວາມວ່າແນວໃດ? ໃຫ້ເວົ້າມັນດ້ວຍຄຳເວົ້າຂອງພວກເຈົ້າເອງ. (ການມີຈິດໃຈທີ່ອ່ອນໄຫວເກີນໄປ). ການມີຈິດໃຈທີ່ອ່ອນໄຫວເກີນໄປເປັນອາການເຈັບປ່ວຍທາງຈິດບໍ? ບອກເຮົາເບິ່ງວ່າ ໂດຍທົ່ວໄປແລ້ວເສັ້ນປະສາດຂອງຜູ້ຄົນເລີ່ມອ່ອນໄຫວເກີນໄປບໍ? ເສັ້ນປະສາດຢູ່ພາຍໃນເນື້ອເຍື່ອກ້າມຊີ້ນຂອງມະນຸດ ແລະ ບໍ່ໄດ້ສຳຜັດກັບອາກາດ, ຂີ້ຝຸ່ນ ຫຼື ສານອື່ນໆຈາກພາຍນອກ, ແລ້ວພວກມັນຈະສາມາດເລີ່ມອ່ອນໄຫວເກີນໄປໄດ້ແນວໃດ? ຖ້າຄົນໆໜຶ່ງອ່ອນໄຫວຢູ່ສະເໝີ, ນີ້ບໍ່ແມ່ນບັນຫາໃນຄວາມຄິດຂອງພວກເຂົາບໍ? ຖ້າມີບັນຫາໃນຄວາມຄິດຂອງພວກເຂົາ, ສິ່ງນີ້ໝາຍຄວາມວ່າມີບັນຫາກັບຈິດໃຈຂອງພວກເຂົາບໍ? (ແມ່ນແລ້ວ). ບັນຫາກັບຈິດໃຈແມ່ນຖືກນໍາພາໂດຍຄວາມຄິດຂອງພວກເຂົາ ແລະ ຖ້າມັນຖືກນໍາພາໂດຍຄວາມຄິດຂອງພວກເຂົາ, ແລ້ວມັນກໍເປັນບັນຫາທີ່ກ່ຽວຂ້ອງກັບຄວາມເປັນມະນຸດຂອງພວກເຂົາ. ເມື່ອເວົ້າເຖິງສາຍຕາ, ຄຳເວົ້າ ຫຼື ການເລືອກໃຊ້ຄຳເວົ້າຈາກຄົນໃດໜຶ່ງ ຫຼື ເມື່ອພວກເຂົາພົບກັບສະພາບແວດລ້ອມ ຫຼື ສະຖານະການປະເພດໃດໜຶ່ງ, ພວກເຂົາກໍຈະຕີຄວາມໝາຍມັນຫຼາຍເກີນໄປ, ເຊື່ອມໂຍງມັນເຂົ້າກັບຕົນເອງ ແລະ ຈາກນັ້ນກໍຕົກຢູ່ໃນອາລົມຂອງຄວາມວິຕົກກັງວົນ, ຄວາມອຶດອັດໃຈ, ຄວາມໂສກເສົ້າ ແລະ ຄວາມທໍ້ຖອຍໃຈ, ບາງຄັ້ງກໍເຖິງກັບຕົກຢູ່ໃນຄວາມຄິດລົບ ຫຼື ຮ້າຍແຮງໄປກວ່ານັ້ນກໍຄື ການສະແດງອອກທີ່ເປັນລົບຂອງການສະແຫວງຫາການແກ້ແຄ້ນ, ຄວາມເປັນປໍລະປັກ ແລະ ອື່ນໆ. ການສະແດງອອກເຫຼົ່ານີ້ພິສູດຢ່າງຄົບຖ້ວນວ່າຄວາມອ່ອນໄຫວເປັນຄວາມບົກຜ່ອງປະເພດໜຶ່ງຂອງຄວາມເປັນມະນຸດ. ຄວາມບົກຜ່ອງໝາຍຄວາມວ່າ ຖ້າເຈົ້າມີບັນຫາປະເພດນີ້ ຄວາມເປັນມະນຸດທີ່ເຈົ້າເປີດເຜີຍກໍຜິດປົກກະຕິ. ບໍ່ວ່າບັນຫານີ້ຈະເກີດຈາກຄວາມຄິດ, ສະພາບຈິດໃຈ, ເຫດຜົນ ຫຼື ຄວາມຄິດຫຼົງຜິດ ແລະ ມຸມມອງທີ່ສະເພາະເຈາະຈົງໃນບາງດ້ານຂອງເຈົ້າ, ບໍ່ວ່າໃນກໍລະນີໃດກໍຕາມ, ນີ້ຄືຄວາມບົກຜ່ອງພາຍໃນຄວາມເປັນມະນຸດຂອງເຈົ້າ. ມັນເຮັດໃຫ້ຄວາມເປັນມະນຸດທີ່ເຈົ້າເປີດເຜີຍຜິດປົກກະຕິ, ບໍ່ສອດຄ່ອງກັບຄວາມມີເຫດຜົນ ແລະ ສະຕິຮູ້ສຶກຜິດຊອບຂອງຄວາມເປັນມະນຸດທີ່ປົກກະຕິ ແລະ ບໍ່ສອດຄ່ອງກັບຄວາມຄິດ ແລະ ມຸມມອງທີ່ເກີດຈາກຮູບແບບການຄິດຂອງຄວາມເປັນມະນຸດທີ່ປົກກະຕິ ຫຼື ທັດສະນະຄະຕິທີ່ຄົນເຮົາຄວນມີເມື່ອມີປະຕິສຳພັນກັບຄົນອື່ນ ແລະ ຈັດການກັບເລື່ອງຕ່າງໆ. ສະຫຼຸບແລ້ວ, ສິ່ງທີ່ຖືກເປີດເຜີຍໃນດ້ານນີ້ຂອງຄວາມເປັນມະນຸດ ໂດຍແກ່ນແທ້ແລ້ວແມ່ນສະພາບຈິດໃຈທີ່ຜິດປົກກະຕິ. ຕົວຢ່າງ: ບາງຄົນເລີ່ມອ່ອນໄຫວເກີນໄປຍ້ອນວ່າຄົນໃດໜຶ່ງເຫຼືອບເບິ່ງພວກເຂົາໂດຍບໍ່ໄດ້ຕັ້ງໃຈ, ພວກເຂົາຄິດໄປເອງວ່າຄົນນັ້ນດູຖູກພວກເຂົາ ແລະ ພວກເຂົາກໍເລີ່ມບໍ່ມີຄວາມສຸກ ແລະ ເຖິງກັບຮ້ອງໄຫ້ຍ້ອນຄວາມທຸກໃຈຈາກສິ່ງນັ້ນ. ບອກເຮົາເບິ່ງວ່າ ນີ້ບໍ່ແມ່ນສະພາບຈິດໃຈທີ່ຜິດປົກກະຕິບໍ? ນີ້ບໍ່ແມ່ນອາການເຈັບປ່ວຍທາງຈິດບໍ? ສິ່ງທີ່ເຮົາກຳລັງເວົ້າຢູ່ນີ້ຖືກຕ້ອງບໍ? (ແມ່ນແລ້ວ). ໃຫ້ເວົ້າຢ່າງຊັດເຈນກໍຄື ການສະແດງອອກຂອງຄວາມເປັນມະນຸດນີ້ແມ່ນອາການເຈັບປ່ວຍທາງຈິດ. ຄົນອື່ນບໍ່ໄດ້ເຮັດຫຍັງໃຫ້ພວກເຂົາເລີຍ, ແຕ່ພວກເຂົາກໍຮ້ອງໄຫ້ຢ່າງຄວບຄຸມບໍ່ໄດ້ເປັນເວລາຫຼາຍມື້ ແລະ ປ່ອຍວາງບໍ່ໄດ້. ນີ້ຄືຄວາມບົກຜ່ອງຂອງຄວາມເປັນມະນຸດ. ເມື່ອເຈົ້າມີຄົນປະເພດນີ້ຢູ່ອ້ອມຕົວເຈົ້າ, ເຈົ້າກໍຈະຮູ້ສຶກອຶດອັດ ແລະ ຖືກຈຳກັດເປັນພິເສດ, ເຈົ້າບໍ່ຮູ້ວ່າເຈົ້າອາດເຮັດຜິດໃຈພວກເຂົາໂດຍບໍ່ຕັ້ງໃຈ ຫຼື ສ້າງບັນຫາໃຫ້ກັບຕົວເຈົ້າເອງເມື່ອໃດ ແລະ ເຈົ້າຕ້ອງລະມັດລະວັງທີ່ສຸດເມື່ອເວົ້າຕໍ່ໜ້າພວກເຂົາ, ໂດຍພິຈາລະນາຄຳເວົ້າຂອງເຈົ້າຊໍ້າແລ້ວຊໍ້າອີກວ່າ: “ຖ້າຂ້ອຍເວົ້າຄຳນີ້, ພວກເຂົາຈະຄິດວ່າຂ້ອຍກຳລັງດູຖູກພວກເຂົາບໍ? ຖ້າຂ້ອຍບໍ່ລົມກັບພວກເຂົາ, ພວກເຂົາຈະຄິດວ່າຂ້ອຍມີຄວາມຄິດເຫັນບາງຢ່າງກ່ຽວກັບພວກເຂົາບໍ? ຖ້າຂ້ອຍເວົ້າກັບພວກເຂົາສອງສາມຄຳ, ພວກເຂົາຈະຄິດວ່າຂ້ອຍມີເຈດຕະນາແອບແຝງບາງຢ່າງບໍ? ວິທີການປະຕິບັດທີ່ເໝາະສົມແມ່ນຫຍັງກັນແທ້?” ໃນທີ່ສຸດ, ເຈົ້າກໍໄດ້ຂໍ້ສະຫຼຸບວ່າ: ຄົນປະເພດນີ້ເປັນພຽງຄົນປ່ວຍທາງຈິດ ນັ້ນກໍຄື ສ້າງຄວາມຫຍຸ້ງຍາກແທ້ໆ! ບໍ່ວ່າເຈົ້າຈະເຂົ້າຫາພວກເຂົາແນວໃດ, ມັນກໍບໍ່ເຄີຍຖືກຕ້ອງຈັກເທື່ອ; ບໍ່ວ່າເຈົ້າຈະເວົ້າຫຍັງ ຫຼື ເຈົ້າຈະເຮັດຫຍັງ, ພວກເຂົາກໍບໍ່ເຄີຍເຂົ້າໃຈມັນຢ່າງຖືກຕ້ອງຈັກເທື່ອ. ຄວາມເປັນມະນຸດຂອງພວກເຂົາຜິດປົກກະຕິຢ່າງຍິ່ງ. ຫຼັງຈາກທີ່ໃຊ້ເວລາຢູ່ກັບຄົນແບບນັ້ນເປັນເວລາດົນ, ເຈົ້າກໍພຽງແຕ່ຕ້ອງການຢູ່ຫ່າງຈາກພວກເຂົາ ແລະ ຫຼີກລ່ຽງພວກເຂົາ, ໂດຍບໍ່ປາຖະໜາທີ່ຈະຕິດຕໍ່ພົວພັນໃດໆອີກ. ຄົນປະເພດນີ້ບໍ່ມີການຄິດຂອງຄວາມເປັນມະນຸດທີ່ປົກກະຕິ, ພວກເຂົາປ່ວຍທາງຈິດ. ຄວາມອ່ອນໄຫວໝາຍເຖິງການສະແດງອອກເຫຼົ່ານີ້; ມັນເປັນຄວາມບົກຜ່ອງຂອງຄວາມເປັນມະນຸດ. ເຖິງແມ່ນວ່າມັນຈະເປັນຄວາມບົກຜ່ອງຂອງຄວາມເປັນມະນຸດ, ມັນກໍບໍ່ໄດ້ງ່າຍກວ່າອຸປະນິໄສທີ່ເສື່ອມຊາມ. ຖ້າຄົນໃດໜຶ່ງມີຄວາມບົກຜ່ອງ ຫຼື ບັນຫາຂອງຄວາມເປັນມະນຸດ, ບັນຫາຫຼາຍຢ່າງກໍຈະເກີດຂຶ້ນເມື່ອພວກເຂົາຄົບຫາສະມາຄົມກັບຄົນອື່ນ; ມັນຈະເປັນເລື່ອງຍາກທີ່ຈະເຂົ້າກັບພວກເຂົາໄດ້ ແລະ ມັນກໍຈະເປັນເລື່ອງຍາກທີ່ຈະແກ້ໄຂບັນຫາຂອງພວກເຂົາເຊັ່ນກັນ. ນີ້ຄືການສະແດງອອກຂອງຄວາມເປັນມະນຸດ.
ຄວາມດື້ດ້ານ
ພວກເຮົາມາລົມກັນກ່ຽວກັບການສະແດງອອກອີກຢ່າງໜຶ່ງກັນເທາະ ນັ້ນກໍຄື ຄວາມດື້ດ້ານ. ນີ້ແມ່ນບັນຫາປະເພດໃດ? (ມັນເປັນຂໍ້ບົກຜ່ອງຂອງຄວາມເປັນມະນຸດ.) ກ່ອນອື່ນໝົດ, ໃຫ້ພວກເຮົາຕັດເງື່ອນໄຂທີ່ມີມາແຕ່ກຳເນີດອອກໄປ, ຄວາມດື້ດ້ານບໍ່ແມ່ນເງື່ອນໄຂທີ່ມີມາແຕ່ກຳເນີດຢ່າງແນ່ນອນ, ມັນບໍ່ແມ່ນສິ່ງທີ່ພຣະເຈົ້າປະທານໃຫ້. ຍິ່ງໄປກວ່ານັ້ນ, ຄວາມດື້ດ້ານກໍບໍ່ໄດ້ຮ້າຍແຮງເຖິງຂັ້ນເປັນອຸປະນິໄສທີ່ເສື່ອມຊາມ. ສະນັ້ນ, ມັນຈຶ່ງເປັນຂໍ້ບົກຜ່ອງຂອງຄວາມເປັນມະນຸດ. ການສະແດງອອກທີ່ສະເພາະເຈາະຈົງຂອງຄວາມດື້ດ້ານແມ່ນຫຍັງ? ມີຄວາມກ່ຽວຂ້ອງກັນບາງຢ່າງລະຫວ່າງຄວາມດື້ດ້ານ ແລະ ຄວາມໄຮ້ເຫດຜົນບໍ? (ມີຄວາມກ່ຽວຂ້ອງບາງຢ່າງ.) ມັນມີຄວາມກ່ຽວຂ້ອງກັນໃນລະດັບໃດໜຶ່ງ. ແລ້ວການສະແດງອອກຂອງຄວາມດື້ດ້ານແມ່ນຫຍັງ? ໃຫ້ຍົກຕົວຢ່າງ. ຄົນປະເພດໃດທີ່ມີທ່າອ່ຽງຈະເປັນຄົນດື້ດ້ານ? ຄຳເວົ້າ ແລະ ການກະທຳໃດແດ່ທີ່ເປັນການສະແດງອອກຂອງຄວາມດື້ດ້ານ? (ຄົນດື້ດ້ານມັກຈະຍຶດຕິດເມື່ອພົບກັບບາງຄົນ, ບາງເຫດການ ແລະ ບາງສິ່ງ.) ການຍຶດຕິດກັບສິ່ງຕ່າງໆແມ່ນດ້ານໜຶ່ງ. ໃຫ້ຍົກຕົວຢ່າງວ່າ ພວກເຂົາຍຶດຕິດກັບເລື່ອງປະເພດໃດ? (ເມື່ອມີຄົນຊີ້ໃຫ້ເຫັນບັນຫາຂອງພວກເຂົາ, ພວກເຂົາມັກແກ້ຕົວ ແລະ ໃຊ້ເຫດຜົນທີ່ຜິດພ້ຽນ. ພວກເຂົາຍຶດຕິດກັບວະລີ ຫຼື ການເລືອກໃຊ້ຄຳເວົ້າຢູ່ສະເໝີເພື່ອປົກປ້ອງຕົນເອງ, ປະຕິເສດທີ່ຈະຍອມຮັບຄວາມຈິງ ຫຼື ຍອມຮັບການລິຮານ. ພວກເຂົາຍັງຄົງຢືນຢັດໃນການໃຊ້ເຫດຜົນຂອງພວກເຂົາເພື່ອແກ້ຕົວ, ໂດຍອະທິບາຍເຫດຜົນທີ່ຢູ່ເບື້ອງຫຼັງການກະທຳຂອງພວກເຂົາ.) ເມື່ອຄົນອື່ນລິຮານພວກເຂົາ ຫຼື ໂອ້ລົມກັບພວກເຂົາກ່ຽວກັບຫຼັກການຄວາມຈິງ, ພວກເຂົາກໍບໍ່ຍອມຮັບ. ກົງກັນຂ້າມ, ພວກເຂົາເນັ້ນຢໍ້າເຖິງຂໍ້ອ້າງ ແລະ ຂໍ້ແກ້ຕົວຂອງພວກເຂົາເອງຢູ່ສະເໝີ, ໂດຍອ້າງວ່າເຈດຕະນາຂອງພວກເຂົາຖືກຕ້ອງ, ໂດຍບໍ່ຮັບຮູ້ເຖິງຄວາມຜິດພາດຂອງພວກເຂົາເອງເລີຍ. ນີ້ແມ່ນການສະແດງອອກຢ່າງໜຶ່ງຂອງການຍຶດຕິດ. ບາງຄົນກະທຳການຊົ່ວຊ້າໂດຍບໍ່ຄຳນຶງເຖິງຜົນຕາມມາ ແລະ ຖືກປົດອອກ, ແຕ່ພວກເຂົາກໍບໍ່ໄຕ່ຕອງກ່ຽວກັບຕົນເອງ. ກົງກັນຂ້າມ, ພວກເຂົາເວົ້າວ່າ: “ເຖິງແນວໃດກໍຕາມ, ພຣະເຈົ້າກໍບໍ່ມັກຂ້ອຍ ແລະ ຂ້ອຍກໍບໍ່ແມ່ນຄົນທີ່ຮັກຄວາມຈິງ, ສະນັ້ນ ມັນກໍເປັນແບບນັ້ນແຫຼະ, ບໍ່ມີປະໂຫຍດຫຍັງທີ່ຈະພະຍາຍາມກ້າວໄປຂ້າງໜ້າ”. ມີຄົນແນະນຳພວກເຂົາວ່າ: “ເຈົ້າບໍ່ຄວນຄິດລົບແບບນີ້. ຂີດຄວາມສາມາດຂອງເຈົ້າເຮັດໃຫ້ເຈົ້າສາມາດເຂົ້າໃຈຄວາມຈິງໄດ້, ເຈົ້າຄວນພະຍາຍາມກ້າວໄປຂ້າງໜ້າ!” ພວກເຂົາກໍຕອບວ່າ: “ຖ້າພຣະເຈົ້າໄດ້ກຳນົດໄວ້ແລ້ວວ່າເຈົ້າຈະບໍ່ໄດ້ຮັບຈຸດໝາຍປາຍທາງທີ່ດີ, ເຖິງແມ່ນວ່າເຈົ້າພະຍາຍາມກ້າວໄປຂ້າງໜ້າ, ມັນກໍໄຮ້ປະໂຫຍດ. ບໍ່ວ່າເຈົ້າຈະທຸ່ມເທຄວາມພະຍາຍາມຫຼາຍສໍ່າໃດ ຫຼື ເຈົ້າຈະເຮັດໄດ້ດີສໍ່າໃດກໍຕາມ, ມັນກໍໄຮ້ປະໂຫຍດ.” ໃນໃຈຂອງພວກເຂົາ, ພວກເຂົາມີຄວາມເຂົ້າໃຈຜິດຕໍ່ພຣະເຈົ້າ ແລະ ໂຕ້ຖຽງກັບພຣະອົງຢູ່ສະເໝີ. ບໍ່ວ່າຄົນອື່ນຈະເວົ້າຫຍັງກໍຕາມ, ພວກເຂົາກໍປະຕິເສດທີ່ຈະຍອມຮັບມັນ. ບໍ່ວ່າສິ່ງທີ່ເຈົ້າເວົ້າຈະສອດຄ່ອງກັບສະພາວະຂອງພວກເຂົາຫຼາຍສໍ່າໃດ ຫຼື ມັນຈະສາມາດຊ່ວຍໃຫ້ພວກເຂົາປ່ຽນແປງຕົນເອງ ແລະ ບັນລຸການເຕີບໃຫຍ່ບາງຢ່າງໄດ້ຫຼາຍສໍ່າໃດກໍຕາມ, ພວກເຂົາກໍຍັງບໍ່ຍອມຮັບມັນ. ພວກເຂົາໝັ້ນໃຈວ່າຄວາມຄິດຂອງຕົນເອງນັ້ນຖືກຕ້ອງ. ນີ້ແມ່ນການສະແດງອອກຂອງຄວາມດື້ດ້ານບໍ? (ແມ່ນແລ້ວ.) ພວກເຂົາຍຶດໝັ້ນໃນຄວາມເຊື່ອຂອງຕົນເອງຢ່າງແນ່ວແນ່ວ່າ: “ພຣະເຈົ້າບໍ່ມັກຂ້ອຍ. ບໍ່ວ່າຂ້ອຍຈະເຮັດຫຍັງກໍຕາມ, ພຣະເຈົ້າກໍຈະບໍ່ສະແດງພຣະຄຸນຕໍ່ຂ້ອຍ, ຂ້ອຍຖືກພຣະເຈົ້າປະຖິ້ມແລ້ວ. ຂ້ອຍຮູ້ວ່າຂ້ອຍບໍ່ແມ່ນຄົນທີ່ຮັກຄວາມຈິງ, ສະນັ້ນ ຈຶ່ງບໍ່ມີປະໂຫຍດຫຍັງທີ່ຈະພະຍາຍາມກ້າວໄປຂ້າງໜ້າ. ຖ້າຂ້ອຍສາມາດປະຕິບັດໜ້າທີ່ໃດໜຶ່ງ, ຂ້ອຍກໍຈະເຮັດພຽງເລັກນ້ອຍ. ຖ້າຂ້ອຍຖືກເອີ້ນວ່າຜູ້ອອກແຮງງານ, ກໍເອິ້້ນແບບນັ້ນໂລດ. ເຖິງແນວໃດກໍຕາມ, ຂ້ອຍກໍຈະພຽງແຕ່ເຮັດຕາມ. ຕາບໃດທີ່ຍັງມີຄວາມຫວັງພຽງເລັກນ້ອຍ, ຂ້ອຍກໍຈະບໍ່ໜີໄປໃສ.” ໃນຄວາມເປັນຈິງແລ້ວ, ໂດຍອີງໃສ່ຂີດຄວາມສາມາດຂອງພວກເຂົາ ແລະ ເງື່ອນໄຂອື່ນໆ, ພວກເຂົາບໍ່ຄວນຄິດລົບແບບນີ້, ພວກເຂົາຍັງສາມາດເຮັດສິ່ງທີ່ມີຄຸນຄ່າບາງຢ່າງໄດ້ ແລະ ສາມາດບັນລຸຜົນບາງຢ່າງໃນການປະຕິບັດໜ້າທີ່ຂອງພວກເຂົາ. ເຖິງຢ່າງໃດກໍຕາມ, ຍ້ອນຄວາມດື້ດ້ານຂອງພວກເຂົາ, ພວກເຂົາຈຶ່ງປະຕິເສດທີ່ຈະພະຍາຍາມກ້າວໄປຂ້າງໜ້າ, ບໍ່ປ່ຽນແນວທາງ ແລະ ບໍ່ກັບໃຈ; ໃນໃຈຂອງພວກເຂົາ, ພວກເຂົາເຊື່ອວ່າພຣະເຈົ້າຈະບໍ່ສະແດງພຣະຄຸນຕໍ່ພວກເຂົາ. ຄົນອື່ນໄດ້ຮັບແສງສະຫວ່າງ ແລະ ຄວາມຮູ້ແຈ້ງໃນລະດັບທີ່ແຕກຕ່າງກັນ ແລະ ມັກໄດ້ຮັບພຣະຄຸນບາງຢ່າງຈາກພຣະເຈົ້າຢູ່ເລື້ອຍໆ, ແຕ່ພວກເຂົາບໍ່ສາມາດຮູ້ສຶກເຖິງພຣະຄຸນດັ່ງກ່າວໄດ້, ສະນັ້ນ ພວກເຂົາຈຶ່ງເກັບຄວາມຄຽດແຄ້ນບາງຢ່າງຕໍ່ພຣະເຈົ້າໄວ້ໃນໃຈຂອງພວກເຂົາ. ນີ້ແມ່ນຄວາມດື້ດ້ານບໍ? (ແມ່ນແລ້ວ.) ບາງຄົນຄິດວ່າ: “ຄົນທີ່ໄດ້ຮັບການສົ່ງເສີມ ແລະ ການບົ່ມເພາະໃນເຮືອນຂອງພຣະເຈົ້າລ້ວນແຕ່ເປັນຜູ້ທີ່ເກັ່ງໃນການເວົ້າ, ມີພອນສະຫວັນ ແລະ ຈຸດແຂງ, ພ້ອມທັງເກັ່ງໃນການນຳສະເໜີຕົນເອງ. ຄົນແບບພວກເຮົາ, ທີ່ບໍ່ຮູ້ວິທີການນໍາສະເໜີຕົນເອງ ແລະ ຂາດວາທະສິນ, ແມ່ນຖືກເຮືອນຂອງພຣະເຈົ້າເບິ່ງຂ້າມ. ພຣະເຈົ້າບໍ່ໄດ້ໃຫ້ໂອກາດໃດໆແກ່ພວກເຮົາ. ເຖິງແມ່ນວ່າພວກເຮົາມີຄວາມສາມາດພິເສດ, ມັນກໍໄຮ້ປະໂຫຍດ. ເຖິງແມ່ນວ່າພວກເຮົາມີຂີດຄວາມສາມາດ ແລະ ຄວາມສາມາດໃນການຢັ່ງຮູ້, ມັນກໍບໍ່ສຳຄັນ, ພວກເຮົາກໍຍັງຄົງຖືກເບິ່ງຂ້າມ. ໂດຍສະເພາະຢ່າງຍິ່ງ ເນື່ອງຈາກພວກເຮົາມາຈາກພູມຫຼັງທີ່ຍາກຈົນ, ມີໜ້າຕາທຳມະດາ ແລະ ບໍ່ຮູ້ວິທີແຕ່ງຕົວ, ພວກເຮົາກໍຈະບໍ່ມີທາງໂດດເດັ່ນຢູ່ບ່ອນໃດເລີຍ. ທັງຊີວິດຂອງພວກເຮົາກໍຈະເປັນພຽງແບບນີ້, ບໍ່ມີສະຖານະໃນໂລກ ແລະ ບໍ່ມີສະຖານະໃນເຮືອນຂອງພຣະເຈົ້າ”. ນີ້ແມ່ນການສະແດງອອກເຖິງຄວາມດື້ດ້ານບໍ? (ແມ່ນແລ້ວ.) ຈາກສອງຕົວຢ່າງເຫຼົ່ານີ້, ພວກເຈົ້າສາມາດອະທິບາຍຢ່າງຊັດເຈນໄດ້ບໍວ່າຄວາມດື້ດ້ານແມ່ນຫຍັງ? (ການຍຶດຕິດກັບແນວຄວາມຄິດຂອງຕົນເອງຢ່າງດື້ດ້ານ ແລະ ປະຕິເສດທີ່ຈະຮັບຟັງຜູ້ອື່ນ.) (ການຍຶດຕິດກັບມຸມມອງທີ່ຕາຍຕົວຂອງຕົນເອງ.) ໃນຄຳເວົ້າທົ່ວໄປ, ມັນຖືກເອີ້ນວ່າການຍຶດຕິດກັບມຸມມອງທີ່ຕາຍຕົວຂອງຕົນເອງ, ແຕ່ບໍ່ແມ່ນທຸກຮູບແບບຂອງສິ່ງນີ້ຈະເປັນຄວາມດື້ດ້ານ, ມັນຂຶ້ນຢູ່ກັບວ່າມຸມມອງຕາຍຕົວທີ່ພວກເຂົາກຳລັງຍຶດຕິດຢູ່ນັ້ນຖືກຕ້ອງ ຫຼື ບໍ່. ຖ້າມຸມມອງຕາຍຕົວທີ່ຄົນເຮົາຍຶດຕິດຢູ່ນັ້ນຖືກຕ້ອງ, ມັນກໍຍັງເປັນທີ່ຍອມຮັບໄດ້. ຕົວຢ່າງ: ຖ້າຄົນໃດໜຶ່ງຍຶດຕິດກັບມຸມມອງທີ່ຕາຍຕົວຂອງພວກເຂົາ ໂດຍເວົ້າວ່າ: “ບໍ່ວ່າເວລາໃດກໍຕາມ, ຄົນເຮົາຕ້ອງກະທຳດ້ວຍຈິດສໍານຶກ”, ແລ້ວມຸມມອງນີ້ກໍຂ້ອນຂ້າງເປັນບວກ. ແຕ່ຖ້າມຸມມອງຕາຍຕົວທີ່ພວກເຂົາຍຶດຕິດຢູ່ນັ້ນບໍ່ຖືກຕ້ອງ ແລະ ບໍ່ສອດຄ່ອງກັບຂໍ້ເທັດຈິງ, ແຕ່ພວກເຂົາກໍຍັງປະຕິເສດທີ່ຈະປ່ອຍວາງ ແລະ ບໍ່ມີໃຜສາມາດເຮັດໃຫ້ພວກເຂົາປ່ຽນແປງຄວາມຄິດ ແລະ ມຸມມອງຂອງພວກເຂົາໄດ້ ບໍ່ວ່າພວກເຂົາຈະເວົ້າຫຍັງກໍຕາມ, ນັ້ນກໍຄືຄວາມດື້ດ້ານ. ຄວາມດື້ດ້ານແມ່ນວິທີການເຂົ້າໃຈທີ່ບິດເບືອນ, ມັນແມ່ນຕອນທີ່ຜູ້ຄົນຍຶດຕິດກັບຄວາມຄິດ ແລະ ມຸມມອງທີ່ບິດເບືອນຢ່າງດື້ດ້ານ. ມັນບໍ່ສອດຄ່ອງກັບຄວາມເປັນມະນຸດ ຫຼື ສາມັນສຳນຶກ, ແຮງໄກທີ່ມັນຈະສອດຄ່ອງກັບຂໍ້ກຳນົດຂອງພຣະເຈົ້າ; ແນ່ນອນວ່າ ມັນບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງເລີຍ. ຄວາມດື້ດ້ານໝາຍເຖິງການຍຶດໝັ້ນໃນຄວາມຄິດ ແລະ ມຸມມອງທີ່ບິດເບືອນພາຍໃຕ້ການຄອບງຳຂອງຄວາມມຸທະລຸ ແລະ ອາລົມຂອງຄວາມເປັນມະນຸດຂອງຄົນເຮົາ. ຄົນທີ່ມີການສະແດງອອກປະເພດເຫຼົ່ານີ້ແມ່ນຄົນດື້ດ້ານ. ຕົວຢ່າງ: ບາງຄົນ, ຫຼັງຈາກທີ່ຍອມຮັບການຖືກລິຮານ ແລະ ຄ່ອຍໆຮູ້ຈັກຕົນເອງ, ກໍຮູ້ສຶກວ່າພວກເຂົາຜິດໃນເລື່ອງນີ້ ແລະ ຄວນກັບໃຈ. ພວກເຂົາເຫັນວ່າມັນເປັນການກະທຳຜິດ ແລະ ພວກເຂົາເຊື່ອວ່າການຖືກລິຮານນັ້ນຖືກຕ້ອງແລ້ວ, ໂຊກດີທີ່ການລິຮານນັ້ນມາທັນເວລາ ແລະ ຄົງເກີດຄວາມຜິດພາດຄັ້ງໃຫຍ່ຂຶ້ນ ຖ້າບໍ່ມີການລິຮານນັ້ນ. ເຖິງຢ່າງໃດກໍຕາມ, ຄົນດື້ດ້ານບໍ່ໄດ້ຄິດແບບນີ້. ພວກເຂົາເວົ້າວ່າ: “ການລິຮານຂ້ອຍຄືການດູຖູກຂ້ອຍ, ມັນຄືການຈັບຜິດຂ້ອຍຍ້ອນວ່າພວກເຂົາບໍ່ມັກຂ້ອຍ. ບາງທີຂ້ອຍອາດຕົກຢູ່ທ່າມກາງຄວາມວຸ້ນວາຍ ແລະ ພົບກັບຄວາມໂຊກຮ້າຍ. ພວກເຂົາພຽງແຕ່ບັງເອີນໃຈຮ້າຍໂດຍບໍ່ມີບ່ອນລະບາຍ, ສະນັ້ນ ພວກເຂົາຈຶ່ງມາລົງໃສ່ຂ້ອຍໂດຍການລິຮານຂ້ອຍ”. ຄົນອື່ນເວົ້າວ່າ: “ມັນບໍ່ແມ່ນແບບທີ່ເຈົ້າຄິດ. ເປັນຫຍັງເຈົ້າຈຶ່ງບໍ່ກວດສອບເບິ່ງວ່າເຈົ້າເຮັດຫຍັງຜິດ? ເຈົ້າໄດ້ຈັດການກັບເລື່ອງນັ້ນຕາມຫຼັກການບໍ? ເຈົ້າໄດ້ລະເມີດຫຼັກການຄວາມຈິງບໍ?” ພວກເຂົາບໍ່ກວດສອບສິ່ງເຫຼົ່ານີ້. ກົງກັນຂ້າມ, ພວກເຂົາວິເຄາະ, ເຂົ້າໃຈ ແລະ ຈັດການກັບເລື່ອງຕ່າງໆດ້ວຍອາລົມ ແລະ ຄວາມມຸທະລຸ. ສະຫຼຸບແລ້ວ, ໃນກໍລະນີສ່ວນໃຫຍ່ ຄົນດື້ດ້ານບໍ່ຍອມຮັບສິ່ງທີ່ເປັນບວກ ຫຼື ຄວາມຈິງ, ພວກເຂົາເຖິງກັບບໍ່ຍອມຮັບຄວາມຄິດ ແລະ ມຸມມອງທີ່ເປັນບວກ. ບໍ່ວ່າຈະມີຫຍັງເກີດຂຶ້ນກັບພວກເຂົາ ຫຼື ພວກເຂົາຈະພົບກັບສະພາບແວດລ້ອມແບບໃດກໍຕາມ, ພວກເຂົາກໍຈັດການກັບມັນດ້ວຍວິທີທີ່ດື້ດ້ານ ແລະ ຍຶດໝັ້ນດ້ວຍຄວາມໝັ້ນໃຈຢ່າງແນ່ນອນ. ເຖິງແມ່ນວ່າເຈົ້າໂອ້ລົມຄວາມຈິງກັບພວກເຂົາ, ພວກເຂົາກໍບໍ່ຍອມຮັບຄວາມຈິງ ແລະ ເຊື່ອວ່າສິ່ງທີ່ພວກເຂົາຍຶດໝັ້ນນັ້ນສອດຄ່ອງກັບຂໍ້ເທັດຈິງຢ່າງສົມບູນ. ພວກເຂົາມັກເວົ້າຫຍັງ? “ສິ່ງທີ່ເຈົ້າໄດ້ຍິນນັ້ນບໍ່ໜ້າເຊື່ອຖື; ມີພຽງສິ່ງທີ່ເຈົ້າເຫັນເທົ່ານັ້ນທີ່ເປັນຈິງ. ສິ່ງທີ່ຂ້ອຍເຫັນຄືຂໍ້ເທັດຈິງ. ເຖິງແມ່ນວ່າສິ່ງທີ່ເຈົ້າເວົ້າເປັນຄວາມຈິງ, ຖ້າເຈົ້າບໍ່ໄດ້ເຫັນຄວາມຈິງ, ເຈົ້າກໍບໍ່ມີສິດທີ່ຈະເວົ້າກ່ຽວກັບຄວາມຈິງ”. ພວກເຂົາເຊື່ອວ່າສິ່ງທີ່ພວກເຂົາເຫັນຄືຂໍ້ເທັດຈິງ ແລະ ໂດຍແກ່ນແທ້ແລ້ວ ລັກສະນະທີ່ຂໍ້ເທັດຈິງເຫຼົ່ານີ້ປາກົດຢູ່ພາຍນອກກໍຄືລັກສະນະທີ່ພວກມັນເປັນແທ້ໆ. ເມື່ອເຈົ້າເວົ້າກ່ຽວກັບຄວາມຈິງ, ມັນກໍໄຮ້ປະໂຫຍດ, ໃນສາຍຕາຂອງພວກເຂົາ, ຄວາມຈິງເປັນພຽງສາກບັງໜ້າ, ເປັນພຽງຂໍ້ອ້າງ, ເປັນພຽງຄຳເວົ້າທີ່ຟັງແລ້ວມ່ວນຫູເທົ່ານັ້ນ. ດ້ວຍເຫດນັ້ນ, ພວກເຂົາຈຶ່ງບໍ່ຍອມຮັບຄວາມຈິງ. ພວກເຂົາເຊື່ອຢ່າງຫຼັບຫູຫຼັບຕາວ່າ: “ສິ່ງທີ່ຂ້ອຍເວົ້າແມ່ນຄວາມຈິງ, ມັນບໍ່ແມ່ນຄຳຕົວະ, ເພາະວ່າຂ້ອຍໄດ້ເຫັນຄວາມຈິງໃນຂໍ້ເທັດຈິງ. ຂ້ອຍໄດ້ເຫັນຂະບວນການຂໍ້ເທັດຈິງທີ່ເປີດເຜີຍອອກ.” ຕົວຢ່າງ: ເມື່ອຄົນດື້ດ້ານເຫັນຜົວເມຍຄູ່ໜຶ່ງກຳລັງຜິດຖຽງກັນ, ໂດຍທັງຜົວ ແລະ ເມຍຮ້ອງໂວຍວາຍກ່ຽວກັບການຢ່າຮ້າງ, ລາວກໍສະຫຼຸບວ່າຜົວເມຍຄູ່ນັ້ນຈະຢ່າຮ້າງກັນຢ່າງແນ່ນອນ. ຄົນອື່ນເວົ້າວ່າ: “ພຽງແຕ່ຍ້ອນວ່າເຈົ້າເຫັນພວກເຂົາຜິດຖຽງກັນເລື່ອງການຢ່າຮ້າງ ກໍບໍ່ຈຳເປັນຕ້ອງໝາຍຄວາມວ່າພວກເຂົາຕ້ອງການຢ່າຮ້າງກັນແທ້ໆ. ຜູ້ຄົນມັກຈະເວົ້າຄຳທີ່ຮຸນແຮງເມື່ອພວກເຂົາໃຈຮ້າຍ. ໃນຄວາມເປັນຈິງແລ້ວ, ຜົວເມຍຄູ່ນີ້ປົກກະຕິຮັກກັນຫຼາຍ ແລະ ຄວາມສຳພັນຂອງພວກເຂົາມີພື້ນຖານທີ່ໝັ້ນຄົງ. ເຖິງແມ່ນວ່າພວກເຂົາຈະຜິດຖຽງກັນມາຕະຫຼອດຊີວິດ, ພວກເຂົາກໍບໍ່ສາມາດໃຊ້ຊີວິດຢູ່ໄດ້ຖ້າຂາດກັນ. ເມຍໄດ້ບອກຄົນທີ່ຮູ້ກ່ຽວກັບສະຖານະການນີ້ວ່າ ມັນເປັນໄປບໍ່ໄດ້ທີ່ພວກເຂົາຈະຢ່າຮ້າງກັນ. ສະນັ້ນ, ໂດຍອີງໃສ່ຂໍ້ເທັດຈິງເຫຼົ່ານີ້ ແລະ ວິຖີຊີວິດປົກກະຕິຂອງພວກເຂົາ, ພວກເຂົາຈະບໍ່ມີທາງຢ່າຮ້າງກັນຢ່າງແນ່ນອນ”. ຄົນດື້ດ້ານບໍ່ເຊື່ອສິ່ງດັ່ງກ່າວ. ຕໍ່ມາ, ລາວໄປກວດເບິ່ງ ແລະ ເຫັນວ່າຜົວເມຍຄູ່ນັ້ນຍັງບໍ່ໄດ້ຢ່າຮ້າງກັນແທ້ໆ, ແຕ່ລາວກໍຍັງເຊື່ອຢ່າງດື້ດ້ານວ່າ: “ພວກເຂົາພຽງແຕ່ບໍ່ໄດ້ຢ່າຮ້າງກັນໃນພາຍນອກເທົ່ານັ້ນ; ໃນທາງສ່ວນຕົວແລ້ວ, ພວກເຂົາໄດ້ຢ່າຮ້າງກັນຢ່າງລັບໆແລ້ວ. ພວກເຂົາພຽງແຕ່ບໍ່ໄດ້ເປີດເຜີຍຕໍ່ສາທາລະນະເພື່ອເຫັນແກ່ລູກໆເທົ່ານັ້ນ”. ເຈົ້າເຫັນບໍ, ລາວຍັງຄົງຍຶດຕິດກັບເລື່ອງນີ້ຢ່າງດື້ດ້ານ. ລາວພຽງແຕ່ເຊື່ອໃນສິ່ງທີ່ຕາຂອງລາວເຫັນ ແລະ ໃນການຕັດສິນຂອງພວກເຂົາເອງ, ໂດຍຢືນຢັດຢ່າງຫົວແຂງວ່າການຕັດສິນ ພ້ອມທັງຄວາມຄິດ ແລະ ມຸມມອງຂອງຕົນເອງນັ້ນຖືກຕ້ອງ. ເຖິງແມ່ນວ່າຂໍ້ເທັດຈິງຈະບໍ່ເປັນແບບນັ້ນ ຫຼື ແກ່ນແທ້ ແລະ ຕົ້ນຕໍຂອງບັນຫາຈະບໍ່ເປັນແບບນັ້ນ, ລາວກໍຍັງເຊື່ອວ່າມັນເປັນແບບນັ້ນ. ຄວາມເຂົ້າໃຈຂອງລາວກ່ຽວກັບທຸກເລື່ອງແມ່ນອາໄສພຽງແຕ່ອະຄະຕິ, ຄວາມມຸທະລຸ ແລະ ອາລົມຂອງລາວເອງເທົ່ານັ້ນ, ລາວບໍ່ໄດ້ຕັດສິນໂດຍອີງໃສ່ທຳມະຊາດຂອງຂໍ້ເທັດຈິງ ຫຼື ຮາກເຫງົ້າຂອງບັນຫາ. ເຖິງແມ່ນວ່າສະຖານະການຈະປ່ຽນແປງກໍຕາມ, ວິທີການເຂົ້າໃຈ ພ້ອມທັງຄວາມຄິດ ແລະ ມຸມມອງຂອງລາວກໍຍັງຄົງບໍ່ປ່ຽນແປງ. ສິ່ງເຫຼົ່ານີ້ແມ່ນການສະແດງອອກຂອງຄົນດື້ດ້ານ.
ເມື່ອຄົນດື້ດ້ານພົບກັບບັນຫາທີ່ສະເພາະເຈາະຈົງ, ວິທີການຈັດການກັບບັນຫາຂອງພວກເຂົາ ແລະ ອຸປະນິໄສທີ່ພວກເຂົາເປີດເຜີຍນັ້ນກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມ. ຄວາມດື້ດ້ານເປັນຂໍ້ບົກຜ່ອງທີ່ສຳຄັນຂອງຄວາມເປັນມະນຸດ. ແນ່ນອນວ່າ ສິ່ງນີ້ບໍ່ໄດ້ຮ້າຍແຮງເຖິງຂັ້ນເປັນບັນຫາຂອງລັກສະນະ ຫຼື ຄວາມສຸດຈະລິດ, ມັນພຽງແຕ່ກ່ຽວຂ້ອງກັບທັດສະນະຄະຕິ, ຄວາມຄິດ ແລະ ມຸມມອງທີ່ພວກເຂົາໃຊ້ໃນການມີປະຕິສຳພັນກັບຄົນອື່ນ ແລະ ຈັດການກັບເລື່ອງຕ່າງໆ. ຖ້າຄົນໃດໜຶ່ງເປັນຄົນດື້ດ້ານ, ນັ້ນກໍພຽງພໍທີ່ຈະສະແດງໃຫ້ເຫັນວ່າຄວາມເປັນມະນຸດຂອງພວກເຂົາມີຂໍ້ບົກຜ່ອງ. ເມື່ອຂໍ້ບົກຜ່ອງນີ້ຖືກເປີດເຜີຍໃນເລື່ອງທີ່ສະເພາະເຈາະຈົງ, ສິ່ງທີ່ພວກເຂົາເປີດເຜີຍກໍບໍ່ແມ່ນພຽງແຕ່ຂໍ້ບົກຜ່ອງຂອງຄວາມເປັນມະນຸດອີກຕໍ່ໄປ. ຖ້າໃນສະຖານະການໃດໜຶ່ງ, ພວກເຂົາຍຶດໝັ້ນໃນຄວາມເຂົ້າໃຈ ແລະ ມຸມມອງທີ່ບິດເບືອນຂອງພວກເຂົາຢ່າງດື້ດ້ານ, ໂດຍເຊື່ອວ່າສິ່ງເຫຼົ່ານີ້ສອດຄ່ອງກັບຄວາມຈິງ, ແລະ ບໍ່ວ່າໃຜຈະໂອ້ລົມຄວາມຈິງກັບພວກເຂົາ ພວກເຂົາກໍບໍ່ສາມາດເຂົ້າໃຈມັນໄດ້, ແລະ ເຖິງກັບຄ່ອຍໆມີການກະທຳ ແລະ ຄຳເວົ້າທີ່ດື້ດ້ານບາງຢ່າງ, ແລ້ວນັ້ນກໍບໍ່ແມ່ນພຽງແຕ່ບັນຫາຂອງຄວາມເປັນມະນຸດຂອງພວກເຂົາອີກຕໍ່ໄປ. ສິ່ງນີ້ໄດ້ຮ້າຍແຮງເຖິງຂັ້ນເປັນບັນຫາກັບອຸປະນິໄສຂອງພວກເຂົາແລ້ວ, ມັນໄດ້ຮ້າຍແຮງເຖິງຂັ້ນເປັນອຸປະນິໄສທີ່ເສື່ອມຊາມແລ້ວ. ຕົວຢ່າງ: ເມື່ອເວົ້າເຖິງການຍອມຮັບການຖືກລິຮານ, ຖ້າພວກເຂົາລະເມີດຫຼັກການໃນການເຮັດສິ່ງຕ່າງໆ ແລະ ກະທຳການຊົ່ວຊ້າໂດຍບໍ່ຄຳນຶງເຖິງຜົນຕາມມາ, ພວກເຂົາກໍຄວນຍອມຮັບການລິຮານ. ເຖິງແມ່ນວ່າພວກເຂົາບໍ່ຍອມຮັບການລິຮານ, ພວກເຂົາກໍຍັງຄວນຍອມຮັບການລົງໂທດ ແລະ ການຕີສອນທີ່ສອດຄ່ອງກັນ. ເຖິງຢ່າງໃດກໍຕາມ, ແທນທີ່ຈະຢັ່ງຮູ້ສິ່ງນີ້ຢ່າງຖືກຕ້ອງ ພວກເຂົາພັດຈົ່ມກ່ຽວກັບຄວາມໂຊກຮ້າຍຂອງພວກເຂົາ ໂດຍເວົ້າວ່າ “ຂ້ອຍພຽງແຕ່ບັງເອີນຕົກເປັນເປົ້າ. ຄົນທີ່ລິຮານຂ້ອຍພຽງແຕ່ໃຈຮ້າຍ ແລະ ບໍ່ມີບ່ອນລະບາຍຄວາມໃຈຮ້າຍຂອງພວກເຂົາ, ມັນພຽງແຕ່ບັງເອີນທີ່ພວກເຂົາມາພົບກັບເລື່ອງນີ້ຂອງຂ້ອຍ, ສະນັ້ນ ພວກເຂົາຈຶ່ງລິຮານຂ້ອຍ”. ຄວາມຄິດ, ມຸມມອງ ແລະ ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ການຖືກລິຮານ ຄືການເປີດເຜີຍອຸປະນິໄສທີ່ເສື່ອມຊາມ. ອຸປະນິໄສທີ່ເສື່ອມຊາມປະເພດໃດ? (ຄວາມຫົວແຂງ ແລະ ການເບື່ອໜ່າຍຄວາມຈິງ). ການເບື່ອໜ່າຍຄວາມຈິງ ແລະ ຄວາມຫົວແຂງ. ຄວາມຄິດ ແລະ ມຸມມອງຂອງພວກເຂົາກ່ຽວກັບຜູ້ຄົນ ແລະ ສິ່ງຕ່າງໆນັ້ນຈັດຢູ່ໃນຄວາມດື້ດ້ານຂອງຄວາມເປັນມະນຸດຂອງພວກເຂົາ, ແຕ່ອຸປະນິໄສທີ່ເສື່ອມຊາມທີ່ກໍ່ໃຫ້ເກີດຄວາມຄິດ ແລະ ມຸມມອງທີ່ດື້ດ້ານເຫຼົ່ານີ້ຄືຄວາມຫົວແຂງ ແລະ ການເບື່ອໜ່າຍຄວາມຈິງ. ສິ່ງນີ້ເຮັດໃຫ້ແກ່ນແທ້ຂອງບັນຫາຮ້າຍແຮງຂຶ້ນ, ຄົນແບບນັ້ນຄືຜູ້ບໍ່ເຊື່ອ. ຄວາມດື້ດ້ານເປັນຂໍ້ບົກຜ່ອງຂອງຄວາມເປັນມະນຸດ. ລັກສະນະຫຼັກຂອງອຸປະນິໄສທີ່ເສື່ອມຊາມທີ່ມັນກ່ຽວຂ້ອງນັ້ນແມ່ນຫຍັງ? ຄວາມຫົວແຂງ ແລະ ການເບື່ອໜ່າຍຄວາມຈິງ, ສິ່ງນີ້ນຳມັນໄປສູ່ລະດັບຂອງອຸປະນິໄສທີ່ເສື່ອມຊາມ. ພວກເຈົ້າສັງເກດເຫັນຫຍັງຈາກສິ່ງນີ້? ຂໍ້ບົກຜ່ອງບາງຢ່າງໃນຄວາມເປັນມະນຸດ, ເຊິ່ງກ່ຽວຂ້ອງກັບຄວາມຄິດ, ມຸມມອງ ແລະ ທັດສະນະຄະຕິທີ່ຜູ້ຄົນໃຊ້ໃນການປະພຶດຕົນ ແລະ ກະທຳ, ສາມາດຮ້າຍແຮງເຖິງຂັ້ນເປັນອຸປະນິໄສທີ່ເສື່ອມຊາມໄດ້. ຕົວຢ່າງ: ການເວົ້າຕິດອ່າງເປັນຂໍ້ບົກຜ່ອງຂອງຄວາມເປັນມະນຸດ. ຄົນທີ່ເວົ້າຕິດອ່າງຈະເວົ້າຕິດອ່າງ ບໍ່ວ່າພວກເຂົາຈະເວົ້າຫຍັງກໍຕາມ. ການເວົ້າຕິດອ່າງໃນຕົວມັນເອງບໍ່ແມ່ນອຸປະນິໄສທີ່ເສື່ອມຊາມ ແລະ ບໍ່ໄດ້ຮ້າຍແຮງເຖິງຂັ້ນເປັນອຸປະນິໄສທີ່ເສື່ອມຊາມ. ເຖິງຢ່າງໃດກໍຕາມ, ຖ້າຄຳເວົ້າທີ່ກ່າວອອກມາໃນລັກສະນະທີ່ຕິດອ່າງນັ້ນແຝງໄປດ້ວຍຄວາມຄິດບາງຢ່າງ, ແລະ ຄວາມຄິດເຫຼົ່ານີ້ຖືກສ້າງຂຶ້ນພາຍໃຕ້ການຄອບງຳຂອງອຸປະນິໄສທີ່ເສື່ອມຊາມ, ແລ້ວບໍ່ວ່າຄົນຜູ້ນັ້ນຈະເປັນຄົນເວົ້າຕິດອ່າງໂດຍທຳມະຊາດ ຫຼື ບໍ່, ຄວາມຄິດທີ່ຢູ່ເບື້ອງຫຼັງຄຳເວົ້າຂອງພວກເຂົາກໍກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມ. ການເວົ້າຕິດອ່າງເປັນບັນຫາການເວົ້າ, ມັນບໍ່ມີຄວາມກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມ. ເຖິງຢ່າງໃດກໍຕາມ, ຄວາມຄິດ ແລະ ມຸມມອງທີ່ຢູ່ເບື້ອງຫຼັງການໃຊ້ລັກສະນະການເວົ້າທີ່ຕິດອ່າງນັ້ນ ແມ່ນຖືກກະຕຸ້ນ ຫຼື ເກີດຈາກອຸປະນິໄສທີ່ເສື່ອມຊາມ. ສະນັ້ນ ເຈົ້າເຫັນບໍວ່າ ເມື່ອຂໍ້ບົກຜ່ອງຂອງຄວາມເປັນມະນຸດກ່ຽວຂ້ອງກັບເງື່ອນໄຂແຕ່ກຳເນີດ, ມັນກໍບໍ່ມີຄວາມກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມ. ແຕ່ເມື່ອຂໍ້ບົກຜ່ອງຂອງຄວາມເປັນມະນຸດກ່ຽວຂ້ອງກັບອົງປະກອບທີ່ຊົ່ວຊ້າ, ບິດເບືອນ ຫຼື ເປັນລົບຂອງລັກສະນະຂອງຄົນເຮົາ, ມັນກໍກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມແທ້ໆ. ພວກເຈົ້າເຂົ້າໃຈບໍ? (ເຂົ້າໃຈ).
ຄວາມເສື່ອຍຊາ
ພວກເຮົາສົນທະນາກ່ຽວກັບການສະແດງອອກອີກຢ່າງໜຶ່ງກັນເທາະ ນັ້ນກໍຄືຄວາມເສື່ອຍຊາ. ນີ້ແມ່ນບັນຫາປະເພດໃດ? (ຄວາມບົກຜ່ອງຂອງຄວາມເປັນມະນຸດ). ຄວາມເສື່ອຍຊາແມ່ນຄວາມບົກຜ່ອງຂອງຄວາມເປັນມະນຸດ. ການສະແດງອອກທີ່ເປັນປົກກະຕິຂອງຄວາມເສື່ອຍຊາໃນຜູ້ຄົນແມ່ນຫຍັງ? ການຕອບໂຕ້ທີ່ອືດອາດ, ການເຄື່ອນເໜັງທີ່ຊັກຊ້າ ແລະ ການຂາດຄວາມຢືດຫຍຸ່ນໃນຂະນະທີ່ເຮັດສິ່ງຕ່າງໆ ແລະ ເມື່ອຄິດກ່ຽວກັບບັນຫາ ກໍມີແນວຄວາມຄິດໜ້ອຍ ຫຼື ສາມາດໄຕ່ຕອງບັນຫາໄດ້ພຽງແຕ່ສອງສາມດ້ານເທົ່ານັ້ນ. ທັງໝົດນີ້ເອີ້ນວ່າຄວາມເສື່ອຍຊາ. ຄວາມເສື່ອຍຊາກ່ຽວຂ້ອງກັບດ້ານໃດຂອງຄວາມເປັນມະນຸດ? ມັນກ່ຽວຂ້ອງກັບຄວາມເລິກເຊິ່ງໃນມຸມມອງຂອງຄົນເຮົາທີ່ມີກ່ຽວກັບຜູ້ຄົນ ແລະ ສິ່ງຕ່າງໆ, ຄວາມເລິກເຊິ່ງໃນການປະພຶດຕົນ ແລະ ການກະທຳຂອງຄົນເຮົາ, ພ້ອມທັງຄວາມສະຫຼາດ ຫຼື ຂີດຄວາມສາມາດຂອງຄົນເຮົາ ເມື່ອເວົ້າເຖິງການເບິ່ງຜູ້ຄົນ ແລະ ສິ່ງຕ່າງໆ ແລະ ການປະພຶດຕົນ ແລະ ການກະທຳ. ໂດຍທົ່ວໄປແລ້ວ, ຄົນປະເພດໃດທີ່ຖືກອະທິບາຍດ້ວຍຄຳວ່າ “ເສື່ອຍຊາ”? (ຄົນທີ່ມີຂີດຄວາມສາມາດຂ້ອນຂ້າງຕໍ່າ). ຄວາມເສື່ອຍຊາໝາຍຄວາມວ່າຄົນເຮົາມີຂີດຄວາມສາມາດຕໍ່າ, ມີຄວາມສະຫຼາດໜ້ອຍ ແລະ ມີການຕອບສະໜອງທີ່ອືດອາດ ນັ້ນກໍຄື ການມີການສະແດງອອກເຫຼົ່ານີ້ຄືຄວາມເສື່ອຍຊາ. ຄວາມເສື່ອຍຊາແມ່ນຄວາມບົກຜ່ອງທີ່ສຳຄັນຂອງຄວາມເປັນມະນຸດ. ຄວາມເສື່ອຍຊານີ້ບໍ່ໄດ້ໝາຍເຖິງແຂນ ຫຼື ຂາຂອງເຈົ້າຊາ ແລະ ສູນເສຍຄວາມຮູ້ສຶກ, ມັນບໍ່ແມ່ນຄວາມບໍ່ຮູ້ສຶກທາງດ້ານຮ່າງກາຍປະເພດນີ້. ນອກຈາກນັ້ນ, ມັນບໍ່ໄດ້ໝາຍເຖິງລັກສະນະນິໄສທີ່ຈືດຊືດ, ແຂງກະດ້າງ ຫຼື ບໍ່ຢືດຫຍຸ່ນ. ກົງກັນຂ້າມ ມັນເປັນການຕອບສະໜອງທາງຈິດໃຈ ຫຼື ການສະແດງອອກເຖິງຄວາມສະຫຼາດຂອງຄົນເຮົາໃນການຈັດການກັບບັນຫາ. ໂດຍປົກກະຕິແລ້ວ, ຄົນປະເພດນີ້ມັກຈະຢູ່ໃນສະພາວະທີ່ເສື່ອຍຊາ, ຫົວຊ້າ ແລະ ບໍ່ມີການຕອບສະໜອງ ເມື່ອເວົ້າເຖິງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຢູ່ອ້ອມຕົວພວກເຂົາ. ນັ້ນກໍຄື ພວກເຂົາເຫັນສິ່ງຕ່າງໆ ແຕ່ບໍ່ສາມາດເບິ່ງອອກເຖິງແກ່ນແທ້ຂອງສິ່ງເຫຼົ່ານັ້ນ ແລະ ບໍ່ສາມາດສັງເກດເຫັນບັນຫາທີ່ຢູ່ພາຍໃນໄດ້. ເມື່ອເຈົ້າເຕືອນພວກເຂົາວ່າມີບັນຫາຢູ່ບ່ອນນີ້, ພວກເຂົາກໍບໍ່ມີແມ່ນແຕ່ປະຕິກິລິຍາຕອບກັບ ແລະ ບໍ່ຮູ້ວ່າມັນເປັນບັນຫາ. ເຖິງແມ່ນວ່າຈະມີຄົນຊີ້ໃຫ້ພວກເຂົາເຫັນບັນຫາ, ພວກເຂົາກໍຍັງບໍ່ສາມາດເບິ່ງອອກເຖິງຄວາມຮ້າຍແຮງຂອງບັນຫາ ຫຼື ແກ່ນແທ້ຂອງບັນຫາໄດ້. ດ້ວຍເຫດນັ້ນ, ພວກເຂົາຈຶ່ງຈັດການກັບຫຼາຍເລື່ອງໄດ້ຊ້າຫຼາຍ. ນີ້ຄືຄວາມເສື່ອຍຊາ. ຄວາມເສື່ອຍຊາໃນຕົວມັນເອງແມ່ນຄວາມບົກຜ່ອງຂອງຄວາມເປັນມະນຸດ. ສຳລັບຄົນທີ່ເສື່ອຍຊາ, ບໍ່ວ່າພວກເຂົາມີອາຍຸເທົ່າໃດກໍຕາມ ຫຼື ອະໄວຍະວະສ່ວນໃດໜຶ່ງໃນຮ່າງກາຍຂອງພວກເຂົາຈະເສື່ອຍຊາ ຫຼື ບໍ່, ໃນແງ່ຂອງການສະແດງອອກເຖິງຄວາມເປັນມະນຸດຂອງພວກເຂົາໃນດ້ານນີ້, ພວກເຂົາບໍ່ສາມາດເຮັດວຽກງານທີ່ສະເພາະເຈາະຈົງ ແລະ ເປັນແກ່ນສານໄດ້ ແລະ ພວກເຂົາບໍ່ສາມາດແບກຮັບວຽກງານທີ່ກ່ຽວຂ້ອງກັບເນື້ອໃນທາງດ້ານວິຊາການ ຫຼື ວຽກງານທີ່ມີລັກສະນະສະເພາະທາງສູງໄດ້. ແນ່ນອນວ່າ ຄົນແບບນັ້ນກໍບໍ່ມີຄວາມສາມາດທີ່ຈະເປັນຜູ້ນໍາ ແລະ ຜູ້ເຮັດວຽກເຊັ່ນກັນ. ຖ້າຜູ້ນໍາ ຫຼື ຜູ້ເຮັດວຽກເສື່ອຍຊາ, ແລ້ວບັນຫາກໍຈະເກີດຂຶ້ນໃນວຽກງານທີ່ພວກເຂົາເຮັດ, ມັນຈະຢຸດສະງັກ ແລະ ກາຍເປັນອຳມະພາດ. ພວກເຂົາບໍ່ສາມາດສັງເກດເຫັນບັນຫາ ແລະ ພວກເຂົາບໍ່ສາມາດແກ້ໄຂພວກມັນໄດ້ໂດຍທັນທີ, ສະນັ້ນ ເມື່ອມີບັນຫາຕ່າງໆເກີດຂຶ້ນ, ພວກເຂົາກໍບໍ່ສາມາດສັງເກດເຫັນພວກມັນໄດ້ ແລະ ບັນຫາກໍບໍ່ສາມາດໄດ້ຮັບການແກ້ໄຂ. ພວກເຂົາບໍ່ສາມາດເຫັນບັນຫາດ້ວຍຕາຂອງພວກເຂົາ, ສະນັ້ນ ພວກເຂົາຈຶ່ງບໍ່ສາມາດລົງມືແກ້ໄຂພວກມັນໄດ້ ແລະ ພວກເຂົາກໍບໍ່ຮູ້ວ່າວຽກງານຫຍັງສຳຄັນທີ່ສຸດທີ່ຕ້ອງເຮັດ. ໃນແຕ່ລະມື້, ພວກເຂົາສາມາດເຮັດໄດ້ພຽງແຕ່ວຽກງານຜິວເຜີນເລັກນ້ອຍໃນລັກສະນະທີ່ເຮັດເປັນປະຈຳເທົ່ານັ້ນ. ບໍ່ວ່າການຈັດແຈງວຽກງານຫຍັງກໍຕາມທີ່ເບື້ອງເທິງກຳນົດໃຫ້, ພວກເຂົາກໍສົ່ງຕໍ່ພວກມັນໄປ, ແຕ່ຫຼັງຈາກທີ່ສົ່ງຕໍ່ພວກມັນໄປແລ້ວ, ພວກເຂົາກໍບໍ່ຮູ້ເລີຍວ່າສາມາດຈັດຕັ້ງປະຕິບັດພວກມັນໄດ້ຢ່າງເໝາະສົມ ຫຼື ບໍ່, ສາມາດບັນລຸຜົນຮັບຫຍັງໄດ້ແດ່ ຫຼື ຜົນກະທົບທີ່ຈະຕາມມາແມ່ນຫຍັງ. ພວກເຂົາບໍ່ສາມາດເບິ່ງໃດອອກເລີຍ. ບໍ່ວ່າມີຄົນຈຳນວນຫຼາຍປານໃດທີ່ຢູ່ອ້ອມຕົວພວກເຂົາທີ່ກຳລັງເຮັດຊົ່ວ ຫຼື ກໍ່ໃຫ້ເກີດການລົບກວນ ຫຼື ການຂັດຂວາງ, ພວກເຂົາກໍບໍ່ສາມາດຮັບຮູ້ມັນໄດ້. ພວກເຂົາຍັງບໍ່ຮູ້ວ່າມີວຽກງານຫຼາຍປານໃດທີ່ຈຳເປັນຕ້ອງໄດ້ຮັບການຕິດຕາມ ຫຼື ວຽກງານສະເພາະໃດທີ່ຈຳເປັນຕ້ອງໄດ້ຮັບການຈັດຕັ້ງປະຕິບັດ. ມີຄົນຖາມພວກເຂົາວ່າ: “ເຈົ້າໄດ້ມອບໝາຍ ແລະ ຈັດແຈງວຽກງານແລ້ວບໍ?” ພວກເຂົາເວົ້າວ່າ: “ມັນຖືກຈັດແຈງໝົດແລ້ວ. ຂ້ອຍໄດ້ໂອ້ລົມກັບພວກເຂົາ ແລະ ອ່ານການຈັດແຈງວຽກງານອອກສຽງດັງຄັ້ງໜຶ່ງ, ທຸກຄົນຮູ້ແລ້ວ”. ນີ້ຄືການຈັດຕັ້ງປະຕິບັດການຈັດແຈງວຽກງານບໍ? (ບໍ່). ກ່ອນອື່ນໝົດ ການຈັດຕັ້ງປະຕິບັດການຈັດແຈງວຽກງານແມ່ນຮຽກຮ້ອງໃຫ້ມີການມອບໝາຍຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກຢ່າງເໝາະສົມ, ໂດຍລະບຸວ່າຜູ້ນໍາຄົນໃດຄວນຈັດການກັບວຽກງານໃດ ແລະ ຮັບປະກັນວ່າວຽກງານແຕ່ລະຢ່າງຖືກມອບໝາຍໃຫ້ຄົນທີ່ສະເພາະເຈາະຈົງ. ນອກຈາກນີ້, ຕ້ອງບອກຜູ້ນໍາ ແລະ ຜູ້ເຮັດວຽກຢ່າງສະເພາະເຈາະຈົງວ່າຈະເຮັດມັນແນວໃດ ແລະ ອີງຕາມຫຼັກການໃດ. ເລື່ອງທັງໝົດເຫຼົ່ານີ້ຕ້ອງໄດ້ຮັບການອະທິບາຍຢ່າງຊັດເຈນ ເພື່ອໃຫ້ທຸກຄົນຮູ້ວິທີການເຮັດວຽກງານ. ມີພຽງແຕ່ສິ່ງນີ້ເທົ່ານັ້ນທີ່ໝາຍເຖິງການຈັດຕັ້ງປະຕິບັດວຽກງານ. ເມື່ອປະຕິບັດວຽກງານ, ບາງຄົນພຽງແຕ່ອ່ານການຈັດແຈງວຽກງານອອກສຽງດັງໃຫ້ຄົນອື່ນຟັງ ແລະ ໃຫ້ທຸກຄົນແບ່ງປັນຄວາມເຂົ້າໃຈ ແລະ ຄວາມຮູ້ສຶກຂອງພວກເຂົາກ່ຽວກັບມັນ ແລ້ວກໍຈົບ. ຕາບໃດທີ່ພວກເຂົາເຫັນທຸກຄົນຫຍຸ້ງຢູ່ກັບການປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາກໍຖືວ່າການຈັດແຈງວຽກງານໄດ້ຖືກຈັດຕັ້ງປະຕິບັດຢ່າງເໝາະສົມແລ້ວ. ມາຮອດຈຸດນີ້, ຖ້າເຈົ້າຖາມພວກເຂົາວ່າ: “ອ້າຍເອື້ອຍນ້ອງມີຄວາມຫຍຸ້ງຍາກຫຍັງໃນການປະຕິບັດໜ້າທີ່ຂອງພວກເຂົາບໍ? ຍັງມີບັນຫາໃດຢູ່ບໍ? ເຈົ້າໄດ້ໂອ້ລົມເພື່ອແກ້ໄຂພວກມັນແລ້ວບໍ?” ພວກເຂົາກໍຕອບວ່າ: “ຂ້ອຍຍັງບໍ່ໄດ້ຍິນບັນຫາໃດໆເລີຍ, ຂ້ອຍຈະໄປກວດສອບເບິ່ງ”. ຄວາມຈິງແລ້ວ, ຜູ້ຮັບຜິດຊອບວຽກງານບໍ່ໄດ້ຍົກບັນຫາ ຫຼື ຄວາມຫຍຸ້ງຍາກໃດໆຂຶ້ນມາ, ແຕ່ຄວາມຫຍຸ້ງຍາກເຫຼົ່ານັ້ນມີຢູ່ແລ້ວ. ມັນເປັນເພາະວ່າພວກເຂົາເສື່ອຍຊາເກີນໄປ ພວກເຂົາຈຶ່ງບໍ່ສາມາດສັງເກດເຫັນພວກມັນໄດ້. ຕົວຢ່າງ: ພວກເຂົາບໍ່ສາມາດແມ່ນແຕ່ຈະຮັບຮູ້ໄດ້ ເມື່ອຄົນສອງຄົນບໍ່ສາມາດຮ່ວມມືກັນໄດ້ ແລະ ຍາດຊິງສະຖານະລະຫວ່າງພວກເຂົາເອງໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ ແລະ ສິ່ງນີ້ສົ່ງຜົນກະທົບຕໍ່ວຽກງານ. ພວກເຂົາເຖິງກັບເວົ້າວ່າ “ຄວາມສຳພັນຂອງພວກເຂົາຂ້ອນຂ້າງດີ, ພວກເຂົາມີການສົນທະນາ ແລະ ສື່ສານກັນ. ຖ້າພວກເຂົາບໍ່ສາມາດຮ່ວມມືກັນໄດ້, ພວກເຂົາກໍຄົງຈະບໍ່ລົມກັນ”. ຜູ້ຄົນຖາມພວກເຂົາວ່າ “ພວກເຂົາກຳລັງຍາດຊິງສະຖານະກັນບໍ? ພວກເຂົາສາມາດຮ່ວມມືກັນຢ່າງກົມກຽວໄດ້ບໍ?” ພວກເຂົາຕອບວ່າ “ຂ້ອຍບໍ່ຮູ້ເລື່ອງນັ້ນ”. ຫຼັງຈາກການສອບຖາມເທົ່ານັ້ນ ມັນຈຶ່ງຄົ້ນພົບວ່າ ພວກເຂົາທັງສອງບໍ່ສາມາດຮ່ວມມືກັນໄດ້ ແລະ ກຳລັງແຂ່ງຂັນກັນຢູ່, ໂດຍແຂ່ງຂັນກັນວ່າໃຜເທດສະໜາໄດ້ສູງສົ່ງກວ່າກັນ, ສຽງຂອງໃຜດັງກວ່າ ແລະ ໃຜເວົ້າໄດ້ດົນກວ່າ. ປະຊາກອນທີ່ພຣະເຈົ້າເລືອກໄດ້ສັງເກດເຫັນສິ່ງເຫຼົ່ານີ້ມາດົນແລ້ວ. ຖ້າເຈົ້າຖາມຄົນນັ້ນວ່າ “ບັນຫາເຫຼົ່ານີ້ໄດ້ຮັບການແກ້ໄຂໂດຍທັນທີແລ້ວບໍ?” ພວກເຂົາກໍຈະເວົ້າວ່າ “ບໍ່, ພວກມັນຍັງບໍ່ໄດ້ຮັບການແກ້ໄຂ. ຂ້ອຍບໍ່ຮູ້ວ່ານີ້ຄືວຽກງານທີ່ຂ້ອຍຄວນເຮັດ”. ພວກເຂົາບໍ່ຮູ້ແມ່ນແຕ່ການແກ້ໄຂບັນຫາທີ່ໃຫຍ່ຫຼວງແບບນີ້, ພວກເຂົາບໍ່ແມ່ນຄົນເບົາປັນຍາບໍ? (ແມ່ນແລ້ວ). ພວກເຂົາອ່ານການຈັດແຈງວຽກງານອອກສຽງດັງຄັ້ງໜຶ່ງ ແລ້ວຮຽກຮ້ອງໃຫ້ທຸກຄົນປະກາດ ແລະ ປະຕິຍານວ່າຈະປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີ, ຫຼັງຈາກນັ້ນ ພວກເຂົາກໍຖືວ່າວຽກຂອງພວກເຂົາສຳເລັດແລ້ວ. ພວກເຂົາເວົ້າກັບຕົນເອງວ່າ “ຂ້ອຍຈື່ໄດ້ວ່າໃຜເປັນຜູ້ນໍາຄຣິສຕະຈັກ, ໃຜຮັບຜິດຊອບລາຍການວຽກງານໃດຢ່າງສະເພາະເຈາະຈົງ ແລະ ໃຜເປັນຜູ້ຮັບຜິດຊອບວຽກງານການຜະລິດຮູບເງົາ”, ແຕ່ພວກເຂົາບໍ່ສາມາດເບິ່ງອອກແທ້ໆວ່າລາຍການວຽກງານສະເພາະເຫຼົ່ານັ້ນຄວນຖືກດຳເນີນການແນວໃດ. ນີ້ຄືລັກສະນະຂອງການເປັນຄົນເສື່ອຍຊາ ແລະ ຫົວຊ້າ, ພວກເຂົາແມ່ນຄົນໂງ່ຈ້າ. ພວກເຂົາບໍ່ສາມາດສັງເກດເຫັນບັນຫາໃດໆ ແລະ ບໍ່ຮູ້ວິທີໂອ້ລົມກ່ຽວກັບດ້ານໃດໜຶ່ງຂອງຫຼັກການຄວາມຈິງ. ເມື່ອເວົ້າເຖິງບັນຫາທີ່ກ່ຽວຂ້ອງກັບຫຼັກການຄວາມຈິງ, ພວກເຂົາກໍບໍ່ຮູ້ວິທີໂອ້ລົມຄວາມຈິງເພື່ອແກ້ໄຂພວກມັນ. ເມື່ອເວົ້າເຖິງບັນຫາທີ່ກ່ຽວຂ້ອງກັບບຸກຄະລາກອນ ຫຼື ວຽກງານບໍລິຫານ, ພວກເຂົາກໍບໍ່ສາມາດຮັບຮູ້ບັນຫາໃດໆໄດ້ເຊັ່ນກັນ. ເຖິງແມ່ນວ່າພວກເຂົາຈະເຫັນວ່າຄົນໃດໜຶ່ງບໍ່ສາມາດເຮັດວຽກໄດ້, ພວກເຂົາກໍບໍ່ຮູ້ວິທີແກ້ໄຂເລື່ອງນີ້. ພວກເຂົາບໍ່ສາມາດເບິ່ງຫຍັງອອກເລີຍ. ນີ້ຄືຄວາມໝາຍຂອງການເປັນຄົນເສື່ອຍຊາ. ພວກເຂົາພຽງແຕ່ຮູ້ວິທີເວົ້າຫຼັກຄຳສອນບາງຢ່າງ ແຕ່ພວກເຂົາບໍ່ມີຄວາມສາມາດໃນວຽກງານ, ພວກເຂົາມີລັກສະນະທີ່ເສື່ອຊາ ແລະ ຫົວຊ້າ. ບອກເຮົາເບິ່ງວ່າ ຄົນແບບນີ້ເປັນຜູ້ນໍາທີ່ໄດ້ມາດຕະຖານບໍ? (ບໍ່). ຖ້າຜູ້ນໍາ ແລະ ຜູ້ເຮັດວຽກເສື່ອຍຊາ, ສິ່ງນີ້ກໍສ້າງຄວາມຫຍຸ້ງຍາກ, ພວກເຂົາຈະບໍ່ສາມາດເຮັດວຽກງານຫຍັງໄດ້ເລີຍ. ຖ້າພວກເຂົາບໍ່ເຮັດວຽກງານທີ່ພວກເຂົາຄວນເຮັດ ແລະ ເມື່ອມີຄົນລາຍງານບັນຫາ ພວກເຂົາກໍບໍ່ຈັດການກັບມັນ, ແລ້ວສິ່ງນີ້ກໍບໍ່ແມ່ນພຽງແຕ່ບັນຫາຂອງຄວາມເສື່ອຍຊາອີກຕໍ່ໄປ, ແຕ່ມັນຄືການຂາດຄວາມເປັນມະນຸດທີ່ປົກກະຕິ ແລະ ການສູນເສຍໜ້າທີ່ທີ່ປົກກະຕິຂອງສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ.
ຄວາມເສື່ອຍຊາແມ່ນຄວາມບົກຜ່ອງຂອງຄວາມເປັນມະນຸດ. ເຖິງແມ່ນວ່າຄວາມບົກຜ່ອງນີ້ຈະບໍ່ຮ້າຍແຮງເຖິງຂັ້ນເປັນອຸປະນິໄສທີ່ເສື່ອມຊາມ, ພຽງແຕ່ໃນຕົວມັນເອງ ບັນຫານີ້ກໍເປັນອັນຕະລາຍເຖິງແກ່ຊີວິດແລ້ວ. ຄົນທີ່ມີຊີວິດຢືນຢູ່ບ່ອນນັ້ນ, ມີປະສາດສຳຜັດ ແລະ ແຂນຂາທີ່ໃຊ້ການໄດ້, ແຕ່ພວກເຂົາພຽງແຕ່ບໍ່ມີຄວາມສາມາດຂອງຄົນປົກກະຕິໃນການເບິ່ງຜູ້ຄົນ ແລະ ສິ່ງຕ່າງໆ ຫຼື ໃນການປະພຶດຕົນ ແລະ ການກະທຳ. ເມື່ອພວກເຂົາເຮັດວຽກ, ພວກເຂົາກໍເປັນຄືກັບຄົນໄຮ້ປະໂຫຍດທີ່ບໍ່ມີຄວາມຄິດ, ພວກເຂົາບໍ່ສາມາດສັງເກດເຫັນບັນຫາໃດໆ, ພວກເຂົາຍິ່ງບໍ່ສາມາດແກ້ໄຂບັນຫາໄດ້ ເມື່ອຄົນອື່ນຍົກພວກມັນຂຶ້ນມາ ແລະ ພວກເຂົາບໍ່ສາມາດເຫັນໄດ້ວ່າຄວນເຮັດວຽກງານໃດ. ໃນຄວາມຄິດຂອງພວກເຂົາ, ມັນຄືກັບວ່າບໍ່ມີຫຍັງກ່ຽວຂ້ອງກັບພວກເຂົາເລີຍ. ຜົນຕາມມາກໍຄື ພວກເຂົາບໍ່ສາມາດເຮັດວຽກງານໃດໆໄດ້, ພວກເຂົາເປັນຄົນໃຊ້ການບໍ່ໄດ້, ເປັນຄົນໄຮ້ປະໂຫຍດ. ບັນຫານີ້ຍັງບໍ່ຮ້າຍແຮງພໍບໍ? ເຈົ້າເຫັນບໍວ່າ ຢ່າງໜ້ອຍຄົນທີ່ດື້ດ້ານ ແລະ ຄົນທີ່ອ່ອນໄຫວກໍມີຄວາມຄິດທີ່ຫ້າວຫັນ, ພວກເຂົາມີການຄິດຂອງຄົນປົກກະຕິ; ນັ້ນກໍຄື ຈິດໃຈຂອງພວກເຂົາເຮັດວຽກຢູ່ຕະຫຼອດເວລາ. ແຕ່ຈິດໃຈຂອງຄົນທີ່ເສື່ອຍຊານັ້ນຮຽບງ່າຍ; ມັນຄືກັບວ່າຈິດໃຈຂອງພວກເຂົາເປັນອຳມະພາດ, ມັນຄືກັບວ່າພວກເຂົາຕາຍແລ້ວ. ເຖິງແມ່ນວ່າພວກເຂົາມີຕາ, ບໍ່ວ່າພວກເຂົາຈະເຫັນຫຍັງກໍຕາມ, ບໍ່ມີປະຕິກິລິຍາຕອບກັບໃນຈິດໃຈຂອງພວກເຂົາ ແລະ ພວກເຂົາຈະບໍ່ໄຕ່ຕອງມັນໃນຈິດໃຈຂອງພວກເຂົາ; ພວກເຂົາບໍ່ມີຄວາມຄິດ ແລະ ເປັນຄືກັບຫຸ່ນໄມ້ໂດຍສິ້ນເຊີງ. ຫຸ່ນໄມ້ແມ່ນຫຍັງ? ພວກເຂົາຄືຄົນທີ່ຖືກແກະສະຫຼັກຈາກໄມ້; ພາຍນອກພວກເຂົາຄ້າຍຄືກັບຄົນ, ແຕ່ເມື່ອເຈົ້າເວົ້າກັບພວກເຂົາ, ພວກເຂົາກໍບໍ່ມີປະຕິກິລິຍາຕອບກັບ. ເຈົ້າຂໍໃຫ້ພວກເຂົາເຝົ້າເຮືອນ, ແຕ່ເມື່ອເຮືອນຖືກປຸ້ນ ພວກເຂົາກໍບໍ່ເຮັດຫຍັງເລີຍ. ເຈົ້າຖາມພວກເຂົາວ່າ “ເປັນຫຍັງເຈົ້າຈຶ່ງບໍ່ເຝົ້າເຮືອນ?” ແລະ ພວກເຂົາກໍຍັງບໍ່ມີປະຕິກິລິຍາຕອບກັບ. ຖ້າຄົນໃດໜຶ່ງບໍ່ມີປະຕິກິລິຍາຕອບກັບຕໍ່ສິ່ງໃດເລີຍ, ສິ່ງນີ້ກໍສ້າງຄວາມຫຍຸ້ງຍາກຫຼາຍ. ເວົ້າອີກຢ່າງໜຶ່ງກໍຄື ໜ້າທີ່ທີ່ສັນຊາດຕະຍານຂອງຄວາມເປັນມະນຸດຄວນປະຕິບັດ ເຊັ່ນ: ໜ້າທີ່ຂອງຄວາມຄິດ ແລະ ຄວາມຮັບຮູ້ ພ້ອມທັງໜ້າທີ່ທີ່ຕາ, ຫູ, ສະໝອງ ແລະ ຫົວໃຈຄວນປະຕິບັດນັ້ນ ແມ່ນບໍ່ສາມາດເຮັດໄດ້. ພວກເຂົາບໍ່ມີ ຫຼື ຂາດຄວາມຄິດທີ່ຄົນທີ່ມີຄວາມເປັນມະນຸດປົກກະຕິຄວນມີ. ນີ້ຄືສິ່ງທີ່ເອີ້ນວ່າຄວາມເສື່ອຍຊາ. ຄົນທີ່ເສື່ອຍຊາບໍ່ໄດ້ແຕກຕ່າງຈາກຄົນທີ່ໄຮ້ປະໂຫຍດປານໃດ. ບາງຄົນເວົ້າວ່າ “ເຈົ້າເວົ້າວ່າຄົນປະເພດນີ້ເສື່ອຍຊາ, ຕາ, ຫູ ແລະ ສະໝອງຂອງພວກເຂົາບໍ່ສາມາດປະຕິບັດໜ້າທີ່ຂອງພວກມັນ. ແຕ່ຖ້າເຈົ້າເວົ້າດູຖູກພວກເຂົາ, ພວກເຂົາກໍຕອບກັບ. ຖ້າພວກເຂົາທົນທຸກກັບການສູນເສຍ, ພວກເຂົາກໍຕອບກັບ. ແລ້ວຍັງສາມາດຖືວ່າພວກເຂົາເປັນຄົນໂງ່ຈ້າໄດ້ຢູ່ບໍ?” ແມ່ນແຕ່ສັດບາງຊະນິດກໍສາມາດເຂົ້າໃຈຄຳເວົ້າຂອງມະນຸດໄດ້, ພວກມັນສາມາດເຂົ້າໃຈທັງສິ່ງທີ່ດີ ແລະ ສິ່ງທີ່ບໍ່ດີທີ່ເຈົ້າເວົ້າກ່ຽວກັບພວກມັນ. ຖ້າຄົນໃດໜຶ່ງ, ໃນຖານະທີ່ເປັນມະນຸດ, ບໍ່ສາມາດເຂົ້າໃຈຄຳເວົ້າຂອງມະນຸດໄດ້, ແລ້ວພວກເຂົາກໍບໍ່ໄດ້ມາດຕະຖານຂອງການເປັນມະນຸດ. ສະນັ້ນ, ເພື່ອວັດແທກວ່າຄົນໃດໜຶ່ງເປັນມະນຸດ ຫຼື ບໍ່, ກໍຕ້ອງໃຊ້ມາດຕະຖານສຳລັບມະນຸດ. ເປັນຫຍັງເຮົາຈຶ່ງກ່າວເຖິງສັດ? ມັນກໍເພື່ອໃຫ້ເຈົ້າຮູ້ວ່າ ເຈົ້າເປັນສິ່ງທີ່ມີຊີວິດທີ່ຢູ່ໃນໝວດໝູ່ຂອງມະນຸດທີ່ຖືກສ້າງຂຶ້ນ, ບໍ່ແມ່ນສັດ. ຖ້າເຈົ້າ, ໃນຖານະທີ່ເປັນມະນຸດ, ຂາດຄວາມຄິດທີ່ແມ່ນແຕ່ສັດກໍມີ, ແລ້ວເຈົ້າກໍຂາດຕົກບົກພ່ອງຫຼາຍເກີນໄປ. ແມ່ນແຕ່ສັດກໍຮູ້ຈັກທີ່ຈະເຮັດດີ ແລະ ເຂົ້າໃກ້ຄົນທີ່ປະຕິບັດຕໍ່ພວກມັນເປັນຢ່າງດີ ແລະ ໃຫ້ອາຫານປະຈຳວັນແກ່ພວກມັນ. ຖ້າເຈົ້າ, ໃນຖານະທີ່ເປັນມະນຸດ, ຂາດຄວາມເປັນມະນຸດແບບນັ້ນ, ເຈົ້າຍັງສົມຄວນຖືກເອີ້ນວ່າມະນຸດຢູ່ບໍ? ເປັນຫຍັງເຮົາຈຶ່ງເຮັດການປຽບທຽບນີ້? ມັນກໍເພື່ອໃຫ້ເຈົ້າຮູ້ວ່າ ເຈົ້າບໍ່ແມ່ນສັດ ຫຼື ສັດຊັ້ນສູງ; ເຈົ້າເປັນຄົນ, ເຈົ້າເປັນສິ່ງມີຊີວິດຊັ້ນສູງສຸດໃນບັນດາສິ່ງທັງປວງທີ່ພຣະເຈົ້າສ້າງຂຶ້ນ, ນັ້ນກໍຄືມະນຸດ. ເຈົ້າມີຄວາມສາມາດທາງດ້ານພາສາ, ຄວາມສາມາດໃນການຄິດ ແລະ ຄວາມສາມາດໃນການເຂົ້າໃຈຄວາມຈິງ. ພຣະເຈົ້າໄດ້ສ້າງເຈົ້າໃຫ້ເປັນເຈົ້ານາຍໃນບັນດາສິ່ງທັງປວງ, ເພື່ອຈັດການກັບສິ່ງທັງປວງ ແລະ ສິ່ງທີ່ມີຊີວິດອື່ນໆ. ເຈົ້າເປັນຜູ້ດູແລສິ່ງທີ່ມີຊີວິດທັງໝົດໃນບັນດາສິ່ງທັງປວງ. ເພື່ອຈັດການພວກມັນ, ເຈົ້າຕ້ອງຢູ່ເໜືອພວກມັນ. ເຈົ້າຕ້ອງດີກວ່າພວກມັນ ເພື່ອທີ່ຈະມີຄວາມສາມາດໃນການຈັດການພວກມັນ. ສະນັ້ນ, ການກ່າວເຖິງສັດບໍ່ແມ່ນເພື່ອດູຖູກເຈົ້າ ແຕ່ເພື່ອເຕືອນເຈົ້າ ແລະ ເຮັດໃຫ້ເຈົ້າເຂົ້າໃຈວ່າ ເຈົ້າຄວນຈະດີກວ່າພວກມັນ. ເຈົ້າຄວນໃຊ້ຄວາມສາມາດທີ່ຄວາມເປັນມະນຸດຂອງເຈົ້າຄວນມີ, ພ້ອມທັງສາມັນສຳນຶກ ແລະ ຄວາມສາມາດປະເພດຕ່າງໆທີ່ເຈົ້າໄດ້ຮັບມາຕັ້ງແຕ່ເຈົ້າເກີດ, ເພື່ອຈັດການພວກມັນ ແລະ ນໍາພາພວກມັນ, ໂດຍເຮັດໃນສິ່ງທີ່ມະນຸດຄວນເຮັດ, ສິ່ງທີ່ພຣະເຈົ້າໄດ້ມອບໝາຍໃຫ້ເຈົ້າເຮັດ. ຖ້າເຈົ້າຖືວ່າຕົນເອງເປັນມະນຸດທີ່ຖືກສ້າງຂຶ້ນ, ເຈົ້າກໍຄວນໃຊ້ມາດຕະຖານສຳລັບມະນຸດຊາດທີ່ຖືກສ້າງຂຶ້ນ ເພື່ອວັດແທກຄວາມເປັນມະນຸດຂອງເຈົ້າ ແລະ ແກ່ນແທ້ຂອງເຈົ້າ. ມາດຕະຖານນີ້ບໍ່ຄວນຕໍ່າກວ່າມາດຕະຖານທີ່ພຣະເຈົ້າໄດ້ກຳນົດໄວ້ສຳລັບມະນຸດຊາດ. ສະນັ້ນ, ເພື່ອວັດແທກຂີດຄວາມສາມາດຂອງຄົນໆໜຶ່ງ ແລະ ບັນຫາໃນດ້ານຕ່າງໆຂອງຄວາມເປັນມະນຸດຂອງພວກເຂົາ, ກໍຕ້ອງໃຊ້ມາດຕະຖານສຳລັບມະນຸດ. ຫຼາຍຄົນເສື່ອຍຊາທາງຈິດໃຈ ແລະ ອືດອາດໃນການຕອບກັບໃນແງ່ຂອງຄວາມເປັນມະນຸດ, ເຊິ່ງເຮັດໃຫ້ພວກເຂົາປະຕິບັດໜ້າທີ່ຫຼາຍຢ່າງຂອງພວກເຂົາໄດ້ບໍ່ດີໃນລະຫວ່າງການປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາບໍ່ມີຄວາມສາມາດໃນວຽກງານຂອງຄຣິສຕະຈັກ ແລະ ພວກເຂົາບໍ່ສາມາດປະຕິບັດຕາມຫຼັກການຄວາມຈິງໄດ້. ສະນັ້ນ, ເຈົ້າຕ້ອງຮູ້ຈັກຕົນເອງ ແລະ ຮູ້ຈັກຂີດຈຳກັດຂອງເຈົ້າເອງ. ຖ້າເຈົ້າບໍ່ມີຂີດຄວາມສາມາດ ຫຼື ຄວາມເປັນມະນຸດປະເພດນີ້ ຫຼື ຖ້າເຈົ້າມີຄວາມບົກຜ່ອງຂອງຄວາມເສື່ອຍຊາໃນຄວາມເປັນມະນຸດຂອງເຈົ້າ, ແລ້ວເຈົ້າກໍບໍ່ຄວນຍາດຊິງເປັນຜູ້ນໍາ ຫຼື ຜູ້ກຳກັບດູແລ. ຖ້າເຈົ້າກາຍເປັນຜູ້ນໍາ ຫຼື ຜູ້ກຳກັບດູແລ, ແລ້ວບໍ່ວ່າເຈົ້າຈະຮັບຜິດຊອບວຽກງານຂອງຄຣິສຕະຈັກໃດກໍຕາມ, ຄຣິສຕະຈັກນັ້ນກໍຈະກາຍເປັນອຳມະພາດ. ບໍ່ວ່າເຈົ້າຈະຮັບຜິດຊອບລາຍການວຽກງານໃດກໍຕາມ, ວຽກງານນັ້ນກໍຈະວຸ້ນວາຍໂດຍສິ້ນເຊີງ. ຖ້າເຈົ້າບໍ່ມີຄວາມສາມາດທີ່ຈະເຮັດມັນໄດ້, ເຈົ້າກໍຄວນຢືນເບິ່ງຊື່ໆ ແລະ ປ່ອຍໃຫ້ຄົນທີ່ມີຄວາມສາມາດໃນການປະຕິບັດມັນເປັນຄົນເຮັດ. ພວກເຈົ້າເຂົ້າໃຈບໍ? (ເຂົ້າໃຈ). ການມີການຮູ້ຈັກຕົນເອງ ແລະ ຈາກນັ້ນກໍຮຽນຮູ້ທີ່ຈະຫຼີກທາງໃຫ້ຄົນທີ່ມີຄວາມສາມາດຫຼາຍກວ່າ ແລະ ແນະນໍາຄົນອື່ນ, ນີ້ຄືຫຼັກການຂອງການປະຕິບັດ. ບາງຄົນເວົ້າວ່າ “ຂ້ອຍເສື່ອຍຊາຫຼາຍຈົນຂ້ອຍບໍ່ສາມາດບອກໄດ້ວ່າໃຜດີ, ຂ້ອຍຈະແນະນໍາໃຜໄດ້ແນວໃດ?” ຖ້າເຈົ້າບໍ່ສາມາດບອກໄດ້ວ່າໃຜມີຂີດຄວາມສາມາດທີ່ດີ ແລະ ບໍ່ສາມາດແນະນໍາໄດ້, ເຈົ້າກໍຈຳເປັນຕ້ອງຮຽນຮູ້ບົດຮຽນບາງຢ່າງ. ເມື່ອເຈົ້າເຫັນຄົນທີ່ເຂົ້າໃຈຄວາມຈິງ ແລະ ສາມາດແຍກແຍະຄົນອື່ນໄດ້, ເຈົ້າກໍຄວນຮຽນຮູ້ຈາກພວກເຂົາ. ໂດຍການໂອ້ລົມກັບພວກເຂົາໃຫ້ຫຼາຍຂຶ້ນ, ເຈົ້າກໍຈະສາມາດຮຽນຮູ້ບາງສິ່ງບາງຢ່າງໄດ້. ເນື່ອງຈາກເຈົ້າມີຄວາມບົກຜ່ອງຂອງຄວາມເສື່ອຍຊາໃນຄວາມເປັນມະນຸດຂອງເຈົ້າ, ຢ່າຈຸກຈິກ ຫຼື ເລືອກໜ້າທີ່ທີ່ເຈົ້າຄວນເຮັດ. ຕົວເຈົ້າເອງມີຄວາມບົກຜ່ອງນີ້, ສະນັ້ນຈຶ່ງມີວຽກງານ ແລະ ໜ້າທີ່ບໍ່ຫຼາຍປະເພດທີ່ເຈົ້າສາມາດເຮັດໄດ້. ຖ້າມີການຊອກເຫັນຕຳແໜ່ງທີ່ເໝາະສົມສຳລັບເຈົ້າແລ້ວ ເຖິງແມ່ນຈະຍາກລຳບາກຫຼາຍ ແລະ ເຈົ້າຍັງຄົງຈຸກຈິກ ແລະ ເລືອກຢູ່, ແລ້ວສິ່ງນີ້ກໍບໍ່ແມ່ນບັນຫາຂອງຄວາມເສື່ອຍຊາ ຫຼື ຄວາມບົກຜ່ອງຂອງຄວາມເປັນມະນຸດ ແຕ່ເປັນອຸປະນິໄສທີ່ເສື່ອມຊາມ. ອຸປະນິໄສທີ່ເສື່ອມຊາມຫຍັງ? ມັນຄືຄວາມອວດດີ, ການບໍ່ອ່ອນນ້ອມ ແລະ ການບໍ່ມີການຮູ້ຈັກຂີດຈຳກັດຂອງຕົນເອງ. ເຈົ້າບໍ່ມີຄ່າຫຍັງເລີຍ, ເປັນພຽງຄົນໃຊ້ການບໍ່ໄດ້, ເປັນຄົນໂງ່, ແຕ່ເຈົ້າຍັງຕ້ອງການເຮັດໜ້າທີ່ທີ່ມີກຽດ, ທີ່ບໍ່ອິດເມື່ອຍ ແລະ ທີ່ໄດ້ຮັບການນັບຖືຢ່າງສູງຈາກຄົນອື່ນ, ສິ່ງນີ້ບົ່ງບອກເຖິງອຸປະນິໄສທີ່ອວດດີ. ຖ້າເຈົ້າເສື່ອຍຊາຫຼາຍ, ມີວຽກທີ່ເຈົ້າຄວນເຮັດ ແລະ ເລື່ອງທີ່ເຈົ້າຄວນເບິ່ງແຍງ ແຕ່ກໍບໍ່ເຮັດ ຫຼື ບໍ່ສັງເກດເຫັນພວກມັນ, ຖ້າເຈົ້າບໍ່ແມ່ນແຕ່ຈະລົງມືເຮັດເມື່ອມີສິ່ງຜິດພາດເກີດຂຶ້ນ ແລະ ແມ່ນແຕ່ເມື່ອເຈົ້າເຫັນບາງສິ່ງບາງຢ່າງທີ່ທຳລາຍຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ເຈົ້າກໍບໍ່ສົນໃຈມັນ, ໂດຍຄິດວ່າ “ນີ້ບໍ່ແມ່ນບັນຫາໃນເຮືອນຂອງຂ້ອຍເອງ, ສະນັ້ນ ຂ້ອຍຈະບໍ່ສົນໃຈມັນ”, ສິ່ງນີ້ບໍ່ແມ່ນພຽງແຕ່ຄວາມເສື່ອຍຊາເທົ່ານັ້ນ ແຕ່ເປັນການຂາດສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ. ຖ້າເຈົ້າມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນພຽງແຕ່ໜ້ອຍດຽວ ແລະ ປະຕິບັດຕໍ່ເລື່ອງຕ່າງໆໃນເຮືອນຂອງພຣະເຈົ້າຄືກັບເລື່ອງຂອງເຈົ້າເອງ, ແລ້ວເຈົ້າກໍຄວນປະຕິບັດຄວາມຮັບຜິດຊອບຂອງເຈົ້າໃຫ້ສຳເລັດ ແລະ ບໍ່ປ່ອຍໃຫ້ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າໄດ້ຮັບຄວາມເສຍຫາຍ. ແຕ່ຖ້າເຈົ້າຂາດເຈດຕະນາທີ່ດີນີ້ ແລະ ບໍ່ເຮັດສິ່ງທີ່ດີແມ່ນແຕ່ຢ່າງດຽວ, ເຈົ້າບໍ່ແມ່ນຄົນຫົວຊ້າ ແລະ ເສື່ອຍຊາບໍ? ນັ້ນກໍສະຫຼຸບການສົນທະນາຂອງພວກເຮົາກ່ຽວກັບການສະແດງອອກຂອງຄວາມເສື່ອຍຊາ.
ຄວາມໜ້າດ້ານໂດຍບໍ່ຮູ້ສຶກອາຍ
ຕອນນີ້ ພວກເຮົາເວົ້າກ່ຽວກັບຄວາມໜ້າດ້ານໂດຍບໍ່ຮູ້ສຶກອາຍກັນເທາະ. ຄວາມໜ້າດ້ານໂດຍບໍ່ຮູ້ສຶກອາຍແມ່ນບັນຫາປະເພດໃດ? (ຄວາມບົກຜ່ອງຂອງຄວາມເປັນມະນຸດ). ມັນເປັນຄວາມບົກຜ່ອງບໍ? (ມັນເປັນບັນຫາຂອງລັກສະນະທີ່ບໍ່ດີ). ລັກສະນະທີ່ບໍ່ດີໝາຍເຖິງຄວາມເປັນມະນຸດທີ່ບໍ່ດີ. ຄວາມໜ້າດ້ານໂດຍບໍ່ຮູ້ສຶກອາຍກ່ຽວຂ້ອງກັບດ້ານໃດຂອງຄວາມເປັນມະນຸດ? ມັນກ່ຽວຂ້ອງກັບສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ, ພ້ອມທັງຄວາມສຸດຈະລິດ ແລະ ກຽດສັກສີ. ສິ່ງນີ້ກ່ຽວຂ້ອງກັບດ້ານລັກສະນະຂອງຄົນເຮົາ. ການສະແດງອອກທີ່ສະເພາະເຈາະຈົງຂອງຄວາມໜ້າດ້ານໂດຍບໍ່ຮູ້ສຶກອາຍແມ່ນຫຍັງ? ສິ່ງໃດທີ່ບົ່ງບອກວ່າຄົນໃດໜຶ່ງໜ້າດ້ານໂດຍບໍ່ຮູ້ສຶກອາຍ? ສິ່ງໄຮ້ຢາງອາຍຫຍັງກໍຕາມທີ່ພວກເຂົາເຮັດແມ່ນການສະແດງອອກຂອງຄວາມໜ້າດ້ານໂດຍບໍ່ຮູ້ສຶກອາຍຢ່າງແນ່ນອນ. ການຍົກຍ້ອງ ແລະ ການປະຈົບປະແຈງໂດຍບໍ່ຮູ້ສຶກວ່າມັນເປັນຕາຂາຍໜ້າ, ນີ້ບໍ່ແມ່ນຄວາມໜ້າດ້ານໂດຍບໍ່ຮູ້ສຶກອາຍບໍ? (ແມ່ນແລ້ວ). ເປັນຫຍັງພວກເຮົາຈຶ່ງເວົ້າວ່ານີ້ຄືຄວາມໜ້າດ້ານໂດຍບໍ່ຮູ້ສຶກອາຍ? ເພາະວ່າການເຮັດແບບນີ້ບົ່ງບອກວ່າຄົນເຮົາບໍ່ມີຄວາມຮູ້ສຶກອາຍ. ພວກເຂົາສາມາດກ່າວຄຳເວົ້າບາງຢ່າງທີ່ລະເມີດສະຕິຮູ້ສຶກຜິດຊອບຂອງຄວາມເປັນມະນຸດທີ່ປົກກະຕິ ຫຼື ບໍ່ສອດຄ່ອງກັບຂໍ້ເທັດຈິງ, ບໍ່ວ່າຄຳເວົ້າເຫຼົ່ານັ້ນຈະຂາຍໜ້າ ຫຼື ບໍ່ໜ້າຟັງພຽງໃດກໍຕາມ, ໂດຍບໍ່ໜ້າແດງ ຫຼື ຫົວໃຈເຕັ້ນແຮງ ແລະ ພວກເຂົາກໍບໍ່ສົນໃຈວ່າຄົນອື່ນຈະເບິ່ງພວກເຂົາແນວໃດຫຼັງຈາກທີ່ໄດ້ຍິນຄຳເວົ້າເຫຼົ່ານັ້ນ; ເຖິງແມ່ນວ່າຄົນອື່ນຈະຫົວຂວັນພວກເຂົາ, ພວກເຂົາກໍບໍ່ສົນໃຈ. ພວກເຂົາຂາດຄວາມຮູ້ສຶກອາຍ, ແມ່ນບໍ? (ແມ່ນແລ້ວ). ການບໍ່ມີຄວາມຮູ້ສຶກອາຍບໍ່ແມ່ນຄວາມໜ້າດ້ານໂດຍບໍ່ຮູ້ສຶກອາຍແທ້ໆບໍ? ອີກຢ່າງໜຶ່ງ, ເມື່ອຄົນໃດໜຶ່ງບໍ່ມີຄ່າຫຍັງເລີຍຢ່າງຊັດເຈນ, ແຕ່ກໍຍັງຍາດຊິງສະຖານະ ແລະ ການເປັນຜູ້ນໍາຢ່າງເປີດເຜີຍ, ນີ້ບໍ່ແມ່ນຄວາມໜ້າດ້ານໂດຍບໍ່ຮູ້ສຶກອາຍບໍ? (ແມ່ນແລ້ວ). ພວກເຂົາບໍ່ພຽງແຕ່ຍາດຊິງຢ່າງເປີດເຜີຍເທົ່ານັ້ນ, ແຕ່ໃນລະຫວ່າງການເລືອກຕັ້ງ, ພວກເຂົາຍັງສ້າງບັດລົງຄະແນນສຽງປອມຂຶ້ນມາອີກດ້ວຍ. ໃນຂະນະທີ່ຄົນອື່ນລົງຄະແນນສຽງໜຶ່ງຄະແນນຕໍ່ຄົນ, ພວກເຂົາພັດລົງຄະແນນສຽງໃຫ້ຕົນເອງສອງຄະແນນ, ນີ້ບໍ່ແມ່ນຄວາມໜ້າດ້ານໂດຍບໍ່ຮູ້ສຶກອາຍບໍ? (ແມ່ນແລ້ວ). ເມື່ອຄົນອື່ນບໍ່ລົງຄະແນນສຽງໃຫ້ພວກເຂົາ, ພວກເຂົາກໍລົງຄະແນນສຽງໃຫ້ຕົນເອງ. ຄົນແບບນັ້ນຍາດຊິງເພື່ອເປັນຜູ້ນໍາຢ່າງບໍ່ອາຍ ແລະ ປາສະຈາກຄວາມຮູ້ສຶກອາຍໃດໆ, ພວກເຂົາຊ່າງໜ້າດ້ານໂດຍບໍ່ຮູ້ສຶກອາຍແທ້ໆ! ໂດຍທົ່ວໄປແລ້ວ, ຄົນທີ່ຮັກສະຖານະ ແລະ ມີຄວາມທະເຍີທະຍານລ້ວນແຕ່ປາຖະໜາທີ່ນໍາສະເໜີຕົນເອງໃນທາງທີ່ດີ ເພື່ອວ່າຄົນອື່ນອາດຈະເລືອກພວກເຂົາເປັນຜູ້ນໍາ. ເມື່ອພວກເຂົາຖືກເລືອກເປັນຜູ້ນໍາ, ພວກເຂົາກໍຮູ້ສຶກພູມໃຈພໍສົມຄວນ, ແຕ່ຖ້າພວກເຂົາບໍ່ຖືກເລືອກ, ພວກເຂົາກໍຮູ້ສຶກບໍ່ມີຄວາມສຸກ ແລະ ບໍ່ພໍໃຈ, ນີ້ຄືການສະແດງອອກທີ່ປົກກະຕິ. ເຖິງຢ່າງໃດກໍຕາມ, ຄົນທີ່ໜ້າດ້ານໂດຍບໍ່ຮູ້ສຶກອາຍບໍ່ໄດ້ເປັນແບບນີ້. ພວກເຂົາຈະໃຊ້ທຸກວິທີທາງທີ່ຈຳເປັນເພື່ອກາຍມາເປັນຜູ້ນໍາ. ພວກເຂົາເວົ້າວ່າ “ທຸກຄົນບໍ່ມັກຂ້ອຍ ແລະ ຈະບໍ່ລົງຄະແນນສຽງໃຫ້ຂ້ອຍ, ແຕ່ຂ້ອຍຈະຊອກຫາວິທີທີ່ຈະກາຍເປັນຜູ້ນໍາ. ເຖິງແມ່ນວ່າຂ້ອຍຈະຕ້ອງໂກງ ແລະ ໃຊ້ວິທີທີ່ບໍ່ຊື່ສັດກໍຕາມ, ຂ້ອຍກໍຈະເຮັດໃຫ້ທຸກຄົນລົງຄະແນນສຽງໃຫ້ຂ້ອຍເປັນຜູ້ນໍາ!” ຄົນອື່ນເວົ້າວ່າ “ເຖິງແມ່ນວ່າເຈົ້າກາຍເປັນຜູ້ນໍາ, ທຸກຄົນກໍຍັງຈະບໍ່ມັກເຈົ້າຢູ່ດີ. ພວກເຮົາບໍ່ມີຄວາມຄິດເຫັນທີ່ດີຕໍ່ເຈົ້າ ແລະ ຊື່ສຽງຂອງເຈົ້າກໍບໍ່ດີ. ຖ້າເຈົ້າຈັດແຈງວຽກງານໃດກໍຕາມ, ກໍຈະບໍ່ມີໃຜຟັງເຈົ້າ”. ພວກເຂົາຕອບວ່າ “ເຖິງແມ່ນວ່າພວກເຈົ້າຈະບໍ່ຟັງຂ້ອຍ, ຂ້ອຍກໍຍັງຈະພະຍາຍາມເປັນຜູ້ນໍາ!” ຄົນແບບນັ້ນຊ່າງໜ້າດ້ານໂດຍບໍ່ຮູ້ສຶກອາຍແທ້ໆ! ເມື່ອຕັດສິນຈາກສິ່ງນີ້, ຄົນແບບນັ້ນບໍ່ແມ່ນຂາດການຮູ້ຈັກຕົນເອງບໍ? (ແມ່ນແລ້ວ). ພວກເຂົາຂາດການຮູ້ຈັກຕົນເອງ ແລະ ມີຄຸນສົມບັດທີ່ຂ້ອນຂ້າງມັກໃຊ້ຄວາມຮຸນແຮງໃນຕົວພວກເຂົາ. ເມື່ອຕັດສິນຈາກຄວາມຄິດ ແລະ ມຸມມອງຂອງຄົນທີ່ໜ້າດ້ານໂດຍບໍ່ຮູ້ສຶກອາຍກ່ຽວກັບການປະພຶດຕົນຂອງພວກເຂົາ, ພວກເຂົາບໍ່ມີຄວາມຮູ້ສຶກອາຍໃນຄວາມເປັນມະນຸດຂອງພວກເຂົາ, ພວກເຂົາບໍ່ສົນໃຈກ່ຽວກັບຄວາມສຸດຈະລິດ ຫຼື ລັກສະນະ, ສະຕິຮູ້ສຶກຜິດຊອບ ຫຼື ຄວາມຮູ້ສຶກອັບອາຍ ແລະ ພວກເຂົາບໍ່ສົນໃຈກ່ຽວກັບສິນທຳ ແລະ ພື້ນຖານສຳລັບການປະພຶດຕົນຂອງພວກເຂົາ, ພວກເຂົາບໍ່ສົນໃຈສິ່ງເຫຼົ່ານີ້ທັງໝົດ. ເມື່ອຕັດສິນຈາກຄວາມຄິດ ແລະ ຄວາມຮັບຮູ້ຂອງພວກເຂົາ, ພວກເຂົາໂງ່ຈ້າ, ບໍ່ຮູ້ເລື່ອງ ແລະ ຕ່ຳຊ້າຢ່າງເຫຼືອລົ້ນ. ດ້ວຍເຫດນີ້ ມັນຈຶ່ງເວົ້າໄດ້ວ່າພວກເຂົາມີລັກສະນະທີ່ບໍ່ດີ ແລະ ຊົ່ວຮ້າຍ. ສະນັ້ນ, ສິ່ງທີ່ໜ້າອາຍທີ່ພວກເຂົາເຮັດນັ້ນ ແມ່ນຖືກຜັກດັນໂດຍຄວາມຄິດ ແລະ ມຸມມອງທີ່ຜິດພາດຂອງພວກເຂົາຢ່າງແນ່ນອນ. ໃນລະຫວ່າງການເລືອກຕັ້ງຂອງຄຣິສຕະຈັກ, ພວກເຂົາຢືນຢັນທີ່ຈະເລືອກຕົນເອງ, ລົງຄະແນນສຽງໃຫ້ຕົນເອງ ແລະ ກາຍເປັນຜູ້ນໍາ, ການບໍ່ໄດ້ເປັນຜູ້ນໍາແມ່ນສິ່ງທີ່ພວກເຂົາຍອມຮັບບໍ່ໄດ້ ແລະ ຖ້າພວກເຂົາບໍ່ໄດ້ເປັນ ພວກເຂົາກໍຈະກຽດຊັງອ້າຍເອື້ອຍນ້ອງທີ່ບໍ່ລົງຄະແນນສຽງໃຫ້ພວກເຂົາ. ເມື່ອພວກເຂົາຮູ້ວ່າເຈົ້າບໍ່ໄດ້ລົງຄະແນນສຽງໃຫ້ພວກເຂົາ, ພວກເຂົາກໍບໍ່ມັກເຈົ້າ. ບໍ່ວ່າເຈົ້າຈະເວົ້າຫຍັງກໍຕາມ, ພວກເຂົາກໍຕອບໂຕ້ດ້ວຍບາງສິ່ງບາງຢ່າງ. ພວກເຂົາຮຸນແຮງທີ່ສຸດເມື່ອເວົ້າກັບເຈົ້າ, ເຮັດຕົວເປັນຟືນເປັນໄຟ. ພວກເຂົາຍັງຄິດກ່ຽວກັບວິທີທີ່ຈະແກ້ແຄ້ນ ແລະ ທໍລະມານເຈົ້າ ແລະ ອາດເຖິງກັບປະຕິເສດທີ່ຈະເວົ້າກັບເຈົ້າຕະຫຼອດຊີວິດຂອງພວກເຂົາ. ສິ່ງທີ່ຖືກເປີດເຜີຍໃນການກະທຳທີ່ສະເພາະເຈາະຈົງເຫຼົ່ານີ້ຂອງຄົນແບບນັ້ນຄືອຸປະນິໄສທີ່ເສື່ອມຊາມ. ມັນເປັນອຸປະນິໄສທີ່ເສື່ອມຊາມປະເພດໃດ? (ຄວາມໂຫດຮ້າຍ). ເວົ້າແບບເບົາໆກໍຄື ມັນເປັນຄວາມອວດດີ ແລະ ການປະເມີນຄວາມສາມາດຂອງຕົນເອງສູງເກີນໄປ, ພວກເຂົາພຽງແຕ່ຕ້ອງການເປັນຜູ້ນໍາ. ເຖິງຢ່າງໃດກໍຕາມ, ເມື່ອຕັດສິນຈາກວິທີການເຮັດສິ່ງຕ່າງໆຂອງພວກເຂົາ ແລະ ການສະແດງອອກຕ່າງໆ, ພວກເຂົາເປັນຄົນທີ່ມີອຸປະນິໄສທີ່ໂຫດຮ້າຍ. ອຸປະນິໄສທີ່ເສື່ອມຊາມຂອງຄົນທີ່ໜ້າດ້ານໂດຍບໍ່ຮູ້ສຶກອາຍເຫຼົ່ານີ້ ເຊິ່ງມີຄວາມເປັນມະນຸດທີ່ຊົ່ວຊ້ານັ້ນເຫັນໄດ້ຊັດເຈນຫຼາຍ. ທຸກການກະທຳຂອງພວກເຂົາສາມາດຮ້າຍແຮງເຖິງຂັ້ນເປັນອຸປະນິໄສທີ່ເສື່ອມຊາມ. ຄວາມໜ້າດ້ານໂດຍບໍ່ຮູ້ສຶກອາຍເປັນການສະແດງອອກໜຶ່ງຢ່າງຂອງລັກສະນະຂອງພວກເຂົາ; ດັ່ງນັ້ນ ໃນຄຳເວົ້າ ແລະ ການກະທຳຂອງພວກເຂົາ, ພວກເຂົາຈຶ່ງຖືກຄວບຄຸມໂດຍດ້ານນີ້ຂອງລັກສະນະຂອງພວກເຂົາ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງເຮັດການກະທຳທີ່ໜ້າອາຍຫຼາຍຢ່າງ ແລະ ເປີດເຜີຍອຸປະນິໄສທີ່ເສື່ອມຊາມຕ່າງໆ ເຊັ່ນ: ຄວາມອວດດີ ແລະ ຄວາມໂຫດຮ້າຍ. ສະນັ້ນ, ໃນລະດັບໃດໜຶ່ງ ການສະແດງອອກທີ່ຊົ່ວຊ້າທີ່ຖືກເປີດເຜີຍອອກມາຈາກລັກສະນະຂອງຄົນເຮົາກໍຈັດຢູ່ໃນອຸປະນິໄສທີ່ເສື່ອມຊາມ; ການສະແດງອອກເຫຼົ່ານີ້ລ້ວນແຕ່ເຊື່ອມໂຍງ ແລະ ພົວພັນກັບແກ່ນແທ້ທຳມະຊາດຂອງພວກເຂົາ ແລະ ການເປີດເຜີຍທີ່ສະເພາະເຈາະຈົງຂອງພວກເຂົາກ່ຽວກັບອຸປະນິໄສທີ່ເສື່ອມຊາມໃດກໍຕາມລ້ວນແຕ່ມີຕົ້ນກຳເນີດມາຈາກລັກສະນະທີ່ຊົ່ວຊ້າຂອງພວກເຂົາ. ດ້ວຍເຫດນີ້, ລັກສະນະທີ່ຊົ່ວຊ້າ ແລະ ອຸປະນິໄສທີ່ເສື່ອມຊາມຈຶ່ງເຊື່ອມໂຍງກັນ. ອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນຖືກສ້າງຂຶ້ນຫຼັງຈາກທີ່ຜູ້ຄົນຖືກຊາຕານເຮັດໃຫ້ເສື່ອມຊາມ. ຕົວຢ່າງ: ດ້ານຕ່າງໆຂອງລັກສະນະທີ່ຊົ່ວຊ້າພາຍໃນຄວາມເປັນມະນຸດຂອງຜູ້ຄົນ ເຊັ່ນ: ການເປັນຄົນດື້ດ້ານ, ໃຈແຄບ ແລະ ໜ້າດ້ານໂດຍບໍ່ຮູ້ສຶກອາຍ, ລ້ວນແຕ່ເປັນຜົນມາຈາກການທີ່ຜູ້ຄົນຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ຈັດການ. ກ່ອນທີ່ຈະຍອມຮັບຄວາມຈິງ, ກ່ອນອື່ນໝົດ ຜູ້ຄົນລ້ວນແຕ່ຍອມຮັບຄວາມເສື່ອມຊາມ ແລະ ການເຮັດໃຫ້ຫຼົງຜິດຂອງຄວາມຄິດ ແລະ ມຸມມອງທີ່ຜິດພ້ຽນ, ຊົ່ວຮ້າຍ ແລະ ເປັນລົບຫຼາຍຢ່າງ, ພວກເຂົາຍອມຮັບສິ່ງທີ່ຜິດພ້ຽນເຫຼົ່ານີ້ເຂົ້າໄປໃນໃຈຂອງພວກເຂົາໃນຖານະເປັນຊີວິດຂອງພວກເຂົາ ແລະ ສິ່ງນີ້ໝາຍຄວາມວ່າອຸປະນິໄສທີ່ເສື່ອມຊາມກາຍເປັນຊີວິດຂອງພວກເຂົາ.
ຄວາມໜ້າດ້ານໂດຍບໍ່ຮູ້ສຶກອາຍມີການສະແດງອອກບາງຢ່າງ. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນດຳເນີນການກະທຳທີ່ຊັດເຈນໃນການກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ, ຫຼອກລວງຄົນທີ່ຢູ່ເໜືອກວ່າພວກເຂົາ ໃນຂະນະທີ່ປິດບັງສິ່ງຕ່າງໆຈາກຄົນທີ່ຢູ່ເບື້ອງລຸ່ມພວກເຂົາ ຫຼື ຂັດກັບການຈັດແຈງວຽກງານ ແລະ ການກະທຳຂອງພວກເຂົາກໍເຖິງກັບກໍ່ໃຫ້ເກີດຄວາມເສຍຫາຍຢ່າງໃຫຍ່ຫຼວງຕໍ່ວຽກງານຂອງຄຣິສຕະຈັກ. ເຖິງຢ່າງນັ້ນ ພວກເຂົາບໍ່ພຽງແຕ່ບໍ່ໄຕ່ຕອງ ແລະ ຄ່ອຍໆຮູ້ຈັກບັນຫາຂອງພວກເຂົາເອງ ຫຼື ຍອມຮັບຂໍ້ເທັດຈິງກ່ຽວກັບການເຮັດຄວາມຊົ່ວຂອງພວກເຂົາໃນການລົບກວນວຽກງານຂອງຄຣິສຕະຈັກເທົ່ານັ້ນ, ແຕ່ໃນທາງກົງກັນຂ້າມ ພວກເຂົາກໍເຖິງກັບເຊື່ອວ່າພວກເຂົາເຮັດໄດ້ດີແລ້ວ ແລະ ຕ້ອງການສະແຫວງຫາຄວາມດີຄວາມຊອບ ແລະ ລາງວັນ, ໂອ້ອວດ ແລະ ເປັນພະຍານຢູ່ທຸກຫົນທຸກແຫ່ງກ່ຽວກັບວ່າພວກເຂົາໄດ້ເຮັດວຽກງານຫຼາຍປານໃດ, ພວກເຂົາໄດ້ອົດກັ້ນກັບການທົນທຸກຫຼາຍປານໃດ, ພວກເຂົາໄດ້ປະກອບສ່ວນຫຼາຍປານໃດໃນລະຫວ່າງການເຮັດວຽກຂອງພວກເຂົາ, ພວກເຂົາໄດ້ຮັບຄົນຫຼາຍປານໃດຜ່ານການເທດສອນຂ່າວປະເສີດໃນຂະນະທີ່ເຮັດວຽກ ແລະ ອື່ນໆອີກ. ພວກເຂົາບໍ່ຮັບຮູ້ເລີຍວ່າພວກເຂົາໄດ້ເຮັດຄວາມຊົ່ວຫຼາຍປານໃດ ຫຼື ພວກເຂົາໄດ້ນໍາຄວາມເສຍຫາຍອັນໃຫຍ່ຫຼວງຫຍັງມາສູ່ວຽກງານຂອງຄຣິສຕະຈັກ. ແນ່ນອນວ່າ ພວກເຂົາກໍບໍ່ກັບໃຈເຊັ່ນກັນ, ແຮງໄກທີ່ພວກເຂົາຈະປ່ຽນແນວທາງ. ບອກເຮົາເບິ່ງວ່າ ຄົນແບບນັ້ນບໍ່ແມ່ນຄົນທີ່ໜ້າດ້ານໂດຍບໍ່ຮູ້ສຶກອາຍບໍ? (ແມ່ນແລ້ວ). ຖ້າເຈົ້າຖາມພວກເຂົາວ່າ “ເຈົ້າໄດ້ດຳເນີນວຽກງານຂອງຄຣິສຕະຈັກຕາມຫຼັກການຄວາມຈິງບໍ? ວຽກງານຂອງເຈົ້າສອດຄ່ອງກັບການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າບໍ?” ພວກເຂົາກໍຫຼີກລ່ຽງຫົວຂໍ້ນັ້ນ. ຖ້າຈາກນັ້ນຄົນອື່ນເປີດໂປງວ່າພວກເຂົາກໍ່ໃຫ້ເກີດຄວາມສູນເສຍຢ່າງຮ້າຍແຮງຕໍ່ເຄື່ອງຖວາຍຂອງພຣະເຈົ້າໃນລະຫວ່າງການເຮັດວຽກຂອງພວກເຂົາ, ເຊິ່ງຄວາມສູນເສຍບາງຢ່າງມີມູນຄ່າຫຼາຍຮ້ອຍຢວນ, ບາງຢ່າງຫຼາຍພັນຢວນ ແລະ ບາງຢ່າງກໍຮອດຫຼາຍໝື່ນຢວນ, ປະຕິກິລິຍາຕອບກັບຂອງພວກເຂົາແມ່ນຫຍັງ ເມື່ອຂໍໃຫ້ພວກເຂົາຊົດເຊີຍ? ຄົນປົກກະຕິທີ່ມີສະຕິຮູ້ສຶກຜິດຊອບ, ເຫດຜົນ ແລະ ຄວາມຮູ້ສຶກອາຍຈະຊົງຕົວບໍ່ໄດ້ເມື່ອໄດ້ຍິນສິ່ງນີ້, ຮູ້ສຶກອັບອາຍ ແລະ ລະອາຍໃຈຈາກສ່ວນເລິກໃນຫົວໃຈຂອງພວກເຂົາ. ພວກເຂົາຈະເຊື່ອວ່າພວກເຂົາເຮັດວຽກຂອງພວກເຂົາໄດ້ບໍ່ດີ ແລະ ພວກເຂົາເປັນໜີ້ບຸນຄຸນພຣະເຈົ້າຫຼາຍ, ສະນັ້ນ ພວກເຂົາຈຶ່ງຈະບໍ່ພະຍາຍາມແກ້ຕົວ; ເຖິງແມ່ນວ່າພວກເຂົາໄດ້ເຮັດວຽກງານທີ່ເປັນຮູບປະທຳບາງຢ່າງ ແລະ ອົດກັ້ນກັບການທົນທຸກຫຼາຍຢ່າງ, ພວກເຂົາກໍຈະບໍ່ຄິດວ່າມັນຄຸ້ມຄ່າທີ່ຈະກ່າວເຖິງ. ຖ້າວຽກງານຂອງພວກເຂົາແມ່ນເຮັດໄດ້ດີແທ້ໆ, ມັນຈະສາມາດກໍ່ໃຫ້ເກີດຄວາມເສຍຫາຍຫຼາຍຂະໜາດນັ້ນຕໍ່ວຽກງານຂອງເຮືອນຂອງພຣະເຈົ້າໄດ້ບໍ? ມັນເປັນໄປບໍ່ໄດ້. ພຽງແຕ່ຕັດສິນຈາກຄວາມເສຍຫາຍທີ່ພວກເຂົາກໍ່ຂຶ້ນ, ມັນກໍສາມາດພິສູດໄດ້ວ່າວຽກງານຂອງພວກເຂົາແມ່ນເຮັດໄດ້ບໍ່ດີ, ສະນັ້ນ ພວກເຂົາຈຶ່ງຄວນຍອມຮັບຄວາມຜິດ ແລະ ກັບໃຈ. ບໍ່ວ່າຄວາມສູນເສຍທີ່ພວກເຂົາກໍ່ຂຶ້ນນັ້ນຕ້ອງມີການຊົດເຊີຍ ຫຼື ບໍ່, ຢ່າງໜ້ອຍ ພວກເຂົາກໍຕ້ອງຮັບຮູ້ຂໍ້ເທັດຈິງທີ່ວ່າວຽກງານຂອງພວກເຂົາກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງຕໍ່ວຽກງານຂອງຄຣິສຕະຈັກ. ມີພຽງແຕ່ຄົນທີ່ໜ້າດ້ານຢ່າງສິ້ນເຊີງເທົ່ານັ້ນທີ່ຈະປະຕິເສດການຮັບຮູ້ຂໍ້ເທັດຈິງນີ້. ພວກເຂົາຈະເວົ້າວ່າ “ເຖິງແມ່ນວ່າຂ້ອຍຊົດເຊີຍສຳລັບຄວາມສູນເສຍ, ຂ້ອຍກໍຈະບໍ່ຮັບຮູ້ວ່າຂ້ອຍໄດ້ເຮັດຜິດພາດຫຍັງ ຫຼື ເຮັດສິ່ງໃດຜິດໃນວຽກງານຂອງຂ້ອຍ. ເຖິງແມ່ນວ່າຂ້ອຍຈະໃຊ້ໜີ້, ຂ້ອຍກໍຍັງເປັນຄົນທີ່ມີຄວາມດີຄວາມຊອບ, ດີກວ່າຄົນທົ່ວໄປໃນເຮືອນຂອງພຣະເຈົ້າ. ຂ້ອຍມີປະຫວັດສາດທີ່ຮຸ່ງເຮືອງ!” ນີ້ຄືຄວາມເປັນມະນຸດປະເພດໃດ? ບອກເຮົາເບິ່ງວ່າ ຄົນປະເພດນີ້ມີຄວາມຮູ້ສຶກອາຍຢູ່ບໍ? ພວກເຂົາສະກົດຄຳວ່າ “ຄວາມຮູ້ສຶກອາຍ” ໄດ້ຢູ່ບໍ? ຖ້າພວກເຂົາບໍ່ມີຄວາມຮູ້ສຶກອາຍແທ້ໆ, ນັ້ນກໍເປັນບັນຫາ. ຖ້າພວກເຂົາຮູ້ຢ່າງຊັດເຈນໃນໃຈຂອງພວກເຂົາວ່າພວກເຂົາໄດ້ເຮັດຄວາມຊົ່ວ ແຕ່ປະຕິເສດຢ່າງດື້ດ້ານທີ່ຈະຮັບຮູ້ມັນດ້ວຍຄຳເວົ້າ, ຄົນແບບນັ້ນບໍ່ແມ່ນຄົນທີ່ຫົວແຂງຫຼາຍບໍ? ຖ້າພວກເຂົາຮັບຮູ້ໃນໃຈຂອງພວກເຂົາວ່າພວກເຂົາໄດ້ເຮັດຊົ່ວ ແລະ ຍັງສາມາດຮັບຮູ້ມັນດ້ວຍຄຳເວົ້າ, ແລ້ວພວກເຂົາກໍຍັງນັບວ່າມີສະຕິຮູ້ສຶກຜິດຊອບ, ພວກເຂົາຍັງມີຄວາມຮູ້ສຶກອາຍຢູ່ພາຍໃນພວກເຂົາ. ຖ້າພວກເຂົາບໍ່ພຽງແຕ່ປະຕິເສດທີ່ຈະຮັບຮູ້ມັນດ້ວຍຄຳເວົ້າເທົ່ານັ້ນ ແຕ່ຍັງທ້າທາຍໃນໃຈຂອງພວກເຂົາ, ຕໍ່ຕ້ານຢູ່ສະເໝີ ແລະ ເຖິງກັບເຜີຍແຜ່ຄຳກ່າວອ້າງໄປທົ່ວທຸກແຫ່ງວ່າເຮືອນຂອງພຣະເຈົ້າກຳລັງປະຕິບັດຕໍ່ພວກເຂົາຢ່າງບໍ່ເປັນທຳ ແລະ ພວກເຂົາເປັນຜູ້ເຄາະຮ້າຍທີ່ໂຊກຮ້າຍ, ແລ້ວບັນຫາຂອງພວກເຂົາກໍຮ້າຍແຮງ. ຮ້າຍແຮງສໍ່າໃດ? ພວກເຂົາບໍ່ມີສະຕິຮູ້ສຶກຜິດຊອບ ຫຼື ເຫດຜົນເລີຍ. ສະຕິຮູ້ສຶກຜິດຊອບຕ້ອງລວມມີທັງຄວາມຮູ້ສຶກຍຸຕິທຳ ແລະ ຄວາມເມດຕາ. ດ້ານໜຶ່ງຂອງຄວາມຮູ້ສຶກຍຸຕິທຳກໍຄື ຜູ້ຄົນຕ້ອງມີຄວາມຮູ້ສຶກອາຍ. ມີພຽງແຕ່ເມື່ອຜູ້ຄົນຮູ້ຈັກຄວາມອາຍເທົ່ານັ້ນ ພວກເຂົາຈຶ່ງສາມາດເປັນຄົນຊື່ກົງ, ມີຄວາມຮູ້ສຶກຍຸຕິທຳ ແລະ ຮັກສິ່ງທີ່ເປັນບວກ ແລະ ຍຶດໝັ້ນກັບສິ່ງເຫຼົ່ານັ້ນໄດ້. ເຖິງຢ່າງໃດກໍຕາມ, ຖ້າເຈົ້າຂາດຄວາມຮູ້ສຶກອາຍໃນສະຕິຮູ້ສຶກຜິດຊອບຂອງເຈົ້າ ແລະ ໃນຄວາມຮູ້ສຶກຍຸຕິທຳຂອງເຈົ້າ ແລະ ເຈົ້າບໍ່ຮູ້ຈັກຄວາມອາຍ, ແລະ ຖ້າເຖິງແມ່ນວ່າຫຼັງຈາກທີ່ເຮັດບາງຢ່າງຜິດພາດ, ເຈົ້າກໍບໍ່ຮູ້ສຶກອັບອາຍກ່ຽວກັບມັນ ແລະ ບໍ່ຮູ້ຈັກໄຕ່ຕອງ ຫຼື ກຽດຊັງຕົນເອງ ແລະ ບໍ່ຮູ້ສຶກເສຍໃຈ ພ້ອມທັງບໍ່ສົນໃຈວ່າຄົນອື່ນຈະເປີດໂປງເຈົ້າແນວໃດ ແລະ ບໍ່ໜ້າແດງ ແລະ ບໍ່ຮູ້ສຶກອາຍ, ແລ້ວສະຕິຮູ້ສຶກຜິດຊອບຂອງເຈົ້າໃນຖານະບຸກຄົນໜຶ່ງກໍມີບັນຫາ ແລະ ມັນຍັງສາມາດເວົ້າໄດ້ວ່າເຈົ້າບໍ່ມີສະຕິຮູ້ສຶກຜິດຊອບ. ໃນກໍລະນີນັ້ນ, ມັນຍາກທີ່ຈະເວົ້າວ່າຫົວໃຈຂອງເຈົ້າບໍ່ດີ ຫຼື ຊົ່ວຮ້າຍ, ມັນເປັນໄປໄດ້ວ່າຫົວໃຈຂອງເຈົ້າຊົ່ວຮ້າຍ, ມັນເປັນຫົວໃຈຂອງໝາປ່າ; ບໍ່ເປັນບວກ ແຕ່ເປັນລົບ. ຄົນທີ່ບໍ່ມີສະຕິຮູ້ສຶກຜິດຊອບ ແລະ ບໍ່ມີຄວາມເປັນມະນຸດຄືຜີຮ້າຍ. ຖ້າເຈົ້າເຮັດບາງຢ່າງຜິດພາດ ແລະ ບໍ່ຮູ້ສຶກອາຍເລີຍ ພ້ອມທັງບໍ່ຮູ້ສຶກສຳນຶກຜິດ ຫຼື ມີຄວາມຮູ້ສຶກຜິດ ແລະ ເຈົ້າບໍ່ພຽງແຕ່ບໍ່ໄຕ່ຕອງກ່ຽວກັບຕົນເອງເທົ່ານັ້ນ ແຕ່ຍັງໂຕ້ຖຽງ, ຕໍ່ຕ້ານ ແລະ ພະຍາຍາມປົກປ້ອງ ແລະ ແກ້ຕົວ, ໂດຍຕົບແຕ່ງຕົນເອງດ້ວຍສາກບັງໜ້າທີ່ເບິ່ງຄືດີ, ແລ້ວຖ້າວັດແທກໃສ່ຄວາມເປັນມະນຸດທີ່ເປັນມາດຕະຖານ, ຄວາມເປັນມະນຸດຂອງເຈົ້າກໍມີບັນຫາ. ບໍ່ວ່າເຫດຜົນຂອງເຈົ້າຈະເປັນແນວໃດກໍຕາມ, ຖ້າເຈົ້າບໍ່ໄດ້ມາດຕະຖານຂອງສະຕິຮູ້ສຶກຜິດຊອບ, ແລ້ວມັນກໍຍາກທີ່ຈະເວົ້າວ່າເຈົ້າມີຄວາມເປັນມະນຸດຢ່າງແທ້ຈິງ ຫຼື ບໍ່. ພວກເຮົາບໍ່ຟ້າວສົນທະນາກັນເທື່ອວ່າ ວິນຍານພາຍໃນຂອງເຈົ້າເປັນແນວໃດ, ເຈົ້າມາຈາກໃສ ຫຼື ເຈົ້າໄດ້ເຮັດຄວາມຊົ່ວຫຍັງແດ່ໃນອະດີດ; ພວກເຮົາບໍ່ເວົ້າເຖິງຊາດກ່ອນຂອງເຈົ້າກັນເທື່ອ. ພຽງແຕ່ເວົ້າໃນແງ່ຂອງສະຕິຮູ້ສຶກຜິດຊອບທີ່ເຈົ້າຄວນມີໃນຊີວິດນີ້, ຖ້າເຈົ້າຂາດຄວາມຮູ້ສຶກອາຍ, ແລ້ວເຈົ້າກໍບໍ່ໄດ້ມາດຕະຖານໃນຖານະບຸກຄົນໜຶ່ງ. ບາງຄົນເວົ້າວ່າ “ຂ້ອຍໜ້າດ້ານໂດຍບໍ່ຮູ້ສຶກອາຍ ສະນັ້ນ ຂ້ອຍຈຶ່ງພຽງແຕ່ເອົາແມ່ນຫຍັງກໍຕາມທີ່ຂ້ອຍຕ້ອງການ”. ແຕ່ມັນຂຶ້ນຢູ່ກັບວ່າເຈົ້າເຮັດສິ່ງນັ້ນຢູ່ໃສ, ການເຮັດສິ່ງນັ້ນໃນເຮືອນຂອງພຣະເຈົ້າແມ່ນຈະໃຊ້ບໍ່ໄດ້. ເຮືອນຂອງພຣະເຈົ້າບໍ່ແມ່ນສະຖານທີ່ທີ່ເຈົ້າສາມາດອາໄສຫາກິນໄດ້. ຖ້າເຈົ້າຢືນຢັນທີ່ຈະອາໄສມັນຫາກິນ, ເຈົ້າກໍຍ່ອມນໍາໄພພິບັດມາສູ່ຕົນເອງຢ່າງແນ່ນອນ. ບາງຄົນຄິດວ່າ “ຂ້ອຍໜ້າໜາຄືໂຕແຂ້. ບໍ່ວ່າຂ້ອຍຈະໄປໃສ, ຂ້ອຍກໍເຮັດແບບນີ້, ຍ່າງວາງທ່າຄືກັບວ່າຂ້ອຍເປັນເຈົ້າຂອງສະຖານທີ່! ຂ້ອຍບໍ່ສົນໃຈວ່າຄົນອື່ນຈະເວົ້າແນວໃດກ່ຽວກັບຂ້ອຍ, ໃຜຈະສາມາດເຮັດຫຍັງຂ້ອຍໄດ້?” ຜູ້ຄົນອາດຈະບໍ່ສາມາດເຮັດຫຍັງເຈົ້າໄດ້, ແຕ່ເນື່ອງຈາກເຈົ້າເຊື່ອໃນພຣະເຈົ້າ, ເຈົ້າກໍຄວນໃສ່ໃຈກັບວິທີທີ່ພຣະເຈົ້າວັດແທກ ແລະ ປະເມີນທຸກສິ່ງທີ່ເຈົ້າເຮັດ, ວິທີທີ່ພຣະເຈົ້າກຳນົດເຈົ້າ ແລະ ການຕັດສິນໂທດທີ່ພຣະອົງມີຕໍ່ເຈົ້າ. ຖ້າເຈົ້າບໍ່ໃສ່ໃຈກັບສິ່ງນີ້, ເຈົ້າຍັງເປັນຄົນທີ່ເຊື່ອໃນພຣະເຈົ້າຢູ່ບໍ? ຖ້າເຈົ້າບໍ່ສົນໃຈແມ່ນແຕ່ເລື່ອງນີ້, ແລ້ວເຈົ້າກໍເປັນຜູ້ບໍ່ເຊື່ອ. ເຈົ້າອາດບໍ່ສົນໃຈສິ່ງທີ່ຜູ້ຄົນເວົ້າກ່ຽວກັບເຈົ້າ, ແຕ່ເຈົ້າບໍ່ຄວນໃສ່ໃຈກັບການປະເມີນຂອງພຣະເຈົ້າທີ່ມີຕໍ່ເຈົ້າ, ມຸມມອງຂອງພຣະອົງທີ່ມີຕໍ່ເຈົ້າ ແລະ ການຕັດສິນໂທດທີ່ພຣະອົງມີຕໍ່ເຈົ້າບໍ? ຖ້າການປະເມີນຂອງພຣະເຈົ້າທີ່ມີຕໍ່ເຈົ້າຄື ເຈົ້າໜ້າດ້ານໂດຍບໍ່ຮູ້ສຶກອາຍ, ບໍ່ຮູ້ສຶກອັບອາຍຫຍັງເລີຍ ແລະ ປາສະຈາກຄວາມຮູ້ສຶກອາຍ, ຄວາມເປັນມະນຸດຂອງເຈົ້າກໍຂາດຫຼາຍຢ່າງ ແລະ ເຈົ້າຂາດບາງສິ່ງທີ່ສຳຄັນຫຼາຍ, ແລ້ວເຈົ້າກໍຄວນເລີ່ມປະພຶດຕົນໃໝ່, ເຈົ້າຕ້ອງກັບໃຈ ແລະ ຢຸດຫາເຫດຜົນຂອງເຈົ້າເອງ. ເຖິງແມ່ນວ່າເຈົ້າຈະມີຂໍ້ແກ້ຕົວນັບພັນໆຂໍ້ກໍຕາມ, ຂໍ້ເທັດຈິງທີ່ວ່າເຈົ້າໜ້າດ້ານໂດຍບໍ່ຮູ້ສຶກອາຍພຽງຢ່າງດຽວກໍພຽງພໍແລ້ວທີ່ຈະກຳນົດວ່າມີບັນຫາອັນໃຫຍ່ຫຼວງກັບຄວາມເປັນມະນຸດ ແລະ ສະຕິຮູ້ສຶກຜິດຊອບຂອງເຈົ້າ. ເມື່ອວັດແທກດ້ວຍສິ່ງນີ້ພຽງຢ່າງດຽວ, ບັນຫາຂອງເຈົ້າກໍຮ້າຍແຮງຫຼາຍ. ຖ້າເຈົ້າສາມາດເຂົ້າໃຈສິ່ງທີ່ເຮົາກຳລັງເວົ້າ, ເຈົ້າກໍຄວນກັບໃຈ ແລະ ຢຸດຫາເຫດຜົນຂອງເຈົ້າເອງໃນໃຈຂອງເຈົ້າ. ເຫດຜົນຂອງເຈົ້າມີຕົ້ນກຳເນີດມາຈາກຄວາມມຸທະລຸ, ຈາກອາລົມ, ຈາກຊາຕານ, ເຖິງແມ່ນວ່າເຈົ້າຈະເຊື່ອວ່າເຫດຜົນຂອງເຈົ້າບໍ່ຜິດກໍຕາມ, ມັນກໍບໍ່ແມ່ນຄວາມຈິງ. ການປະເມີນຂອງພຣະເຈົ້າທີ່ມີຕໍ່ເຈົ້າບໍ່ໄດ້ອີງໃສ່ອຸປະນິໄສທີ່ເສື່ອມຊາມຂອງເຈົ້າທັງສິ້ນ. ກ່ອນທີ່ຈະພິຈາລະນາອຸປະນິໄສທີ່ເສື່ອມຊາມຂອງເຈົ້າ, ກ່ອນອື່ນ ພຣະເຈົ້າຈະເບິ່ງຄວາມເປັນມະນຸດຂອງເຈົ້າ. ຄວາມເປັນມະນຸດຂອງເຈົ້າເປັນແນວໃດ ແລະ ທັດສະນະຄະຕິຂອງເຈົ້າຕໍ່ແຕ່ລະເລື່ອງເປັນແນວໃດນັ້ນ ແມ່ນຖືກກຳນົດໂດຍລັກສະນະຂອງເຈົ້າ. ສິ່ງທີ່ພຣະເຈົ້າສັງເກດເຫັນນັ້ນຖືກຕ້ອງຢ່າງແນ່ນອນ ແລະ ມາດຕະຖານທີ່ພຣະອົງໃຊ້ວັດແທກເຈົ້າກໍສອດຄ່ອງກັບຄວາມຈິງເຊັ່ນກັນ. ບໍ່ວ່າພຣະອົງຈະວັດແທກໃຜກໍຕາມ, ມັນບໍ່ເຄີຍອີງໃສ່ຮູບລັກສະນະພາຍນອກຂອງພວກເຂົາ ແຕ່ອີງໃສ່ສິ່ງທີ່ພວກເຂົາເຮັດຢ່າງແທ້ຈິງ, ການເປີດເຜີຍ ແລະ ການສະແດງອອກຂອງພວກເຂົາໃນຊີວິດປະຈຳວັນຂອງພວກເຂົາ, ຄວາມຄິດ, ມຸມມອງ ແລະ ທັດສະນະຄະຕິຂອງພວກເຂົາເມື່ອຈັດການກັບແຕ່ລະເລື່ອງ, ພ້ອມທັງທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ສິ່ງທີ່ເປັນບວກ, ຕໍ່ຄວາມຈິງ ແລະ ຕໍ່ພຣະເຈົ້າ. ບໍ່ວ່າໃນທີ່ສຸດພຣະເຈົ້າຈະກຳນົດ ຫຼື ປະເມີນເຈົ້າແນວໃດກໍຕາມ, ເຈົ້າກໍຈະຖືກປະຕິບັດຢ່າງບໍ່ເປັນທຳ. ມັນບໍ່ໄດ້ອີງໃສ່ການສະແດງອອກຊົ່ວຄາວ ຫຼື ການກະທຳຜິດເປັນບາງຄັ້ງຄາວຂອງເຈົ້າ; ມັນເປັນການປະເມີນທີ່ອີງໃສ່ການສະແດງອອກໂດຍລວມຂອງເຈົ້າ. ສະນັ້ນ, ການປະເມີນຂອງພຣະເຈົ້າທີ່ມີຕໍ່ແຕ່ລະຄົນຈຶ່ງຖືກຕ້ອງ ແລະ ກົງໄປກົງມາ. ບໍ່ແມ່ນແນວນັ້ນບໍ? (ແມ່ນແລ້ວ). ການສະແດງອອກຂອງຄວາມໜ້າດ້ານໂດຍບໍ່ຮູ້ສຶກອາຍກ່ຽວຂ້ອງກັບລັກສະນະຂອງຄົນໆໜຶ່ງ. ແນ່ນອນວ່າ ໃນລະດັບໃດໜຶ່ງ ມັນກໍຮ້າຍແຮງເຖິງຂັ້ນເປັນອຸປະນິໄສທີ່ເສື່ອມຊາມເຊັ່ນກັນ. ເພາະວ່າຄົນແບບນັ້ນມີດ້ານນີ້ຂອງຄວາມເປັນມະນຸດ, ມັນຈຶ່ງນໍາພາໃຫ້ພວກເຂົາເຮັດບາງສິ່ງບາງຢ່າງ ແລະ ເມື່ອພວກເຂົາເຮັດສິ່ງເຫຼົ່ານີ້ ພວກເຂົາກໍເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ບໍ່ວ່າອຸປະນິໄສທີ່ເສື່ອມຊາມປະເພດໃດຈະຖືກເປີດເຜີຍ, ອຸປະນິໄສທີ່ເສື່ອມຊາມທີ່ຖືກເປີດເຜີຍ ແລະ ການກະທຳທີ່ຖືກປະຕິບັດໂດຍຄົນທີ່ໜ້າດ້ານຢ່າງບໍ່ຮູ້ສຶກອາຍນັ້ນ ແມ່ນແຍກອອກຈາກຄວາມເປັນມະນຸດຂອງພວກເຂົາບໍ່ໄດ້. ດ້ວຍເຫດນີ້, ອຸປະນິໄສທີ່ເສື່ອມຊາມຂອງຄົນເຮົາຈະສາມາດປ່ຽນແປງ ແລະ ຖືກປະຖິ້ມໄດ້ ຫຼື ບໍ່ນັ້ນ ແມ່ນຂຶ້ນຢູ່ກັບວ່າລັກສະນະຂອງພວກເຂົາເປັນແນວໃດ. ຖ້າລັກສະນະຂອງພວກເຂົາຊົ່ວຮ້າຍ, ຖ້າພວກເຂົາຕໍ່ຕ້ານຄວາມຈິງ, ຖືກລັງກຽດ ແລະ ເບື່ອໜ່າຍຄວາມຈິງ ແລະ ປະຕິເສດທີ່ຈະຍອມຮັບຄວາມຈິງ, ແລ້ວອຸປະນິໄສທີ່ເສື່ອມຊາມຂອງພວກເຂົາກໍຈະຖືກປະຖິ້ມໄດ້ຍາກ ແລະ ພວກເຂົາຈະບໍ່ສາມາດໄດ້ຮັບຄວາມລອດພົ້ນ. ເຖິງຢ່າງໃດກໍຕາມ, ຖ້າໃນແງ່ຂອງລັກສະນະຂອງພວກເຂົາ, ພວກເຂົາບໍ່ແມ່ນຄົນຊົ່ວຮ້າຍ ແລະ ພວກເຂົາສາມາດຢັ່ງຮູ້ ແລະ ຍອມຮັບຄວາມຈິງໄດ້, ບໍ່ດື້ດ້ານ ແລະ ບໍ່ມີບັນຫາຂອງລັກສະນະທີ່ຊົ່ວຊ້າ, ແລ້ວອຸປະນິໄສທີ່ເສື່ອມຊາມຂອງພວກເຂົາກໍສາມາດຖືກປະຖິ້ມໄດ້. ທຸກຄົນລ້ວນແຕ່ມີອຸປະນິໄສທີ່ເສື່ອມຊາມ, ແຕ່ແມ່ນຫຍັງກຳນົດວ່າຄົນເຮົາຈະສາມາດປະຖິ້ມຄວາມເສື່ອມຊາມ ແລະ ໄດ້ຮັບຄວາມລອດພົ້ນໄດ້ ຫຼື ບໍ່? (ມັນຂຶ້ນຢູ່ກັບວ່າລັກສະນະຂອງຄົນເຮົາເປັນແນວໃດ). ຖືກຕ້ອງແລ້ວ, ມັນຂຶ້ນຢູ່ກັບວ່າຄວາມເປັນມະນຸດຂອງຄົນເຮົາດີ ຫຼື ບໍ່ດີ.
ການມັກສົງໄສ
ຕໍ່ໄປ, ພວກເຮົາສົນທະນາກ່ຽວກັບການມັກສົງໄສກັນເທາະ. ອັນໃດຄືການສະແດງອອກທີ່ພວກເຮົາຫາກໍສົນທະນາກັນ ເຊິ່ງຂ້ອນຂ້າງຄ້າຍຄືກັບການມັກສົງໄສ? (ຄວາມອ່ອນໄຫວ.) ຄວາມອ່ອນໄຫວແມ່ນບັນຫາປະເພດໃດ? (ຄວາມບົກຜ່ອງຂອງຄວາມເປັນມະນຸດ.) ການມັກສົງໄສແມ່ນສູງກວ່າຄວາມອ່ອນໄຫວໜຶ່ງລະດັບ; ບັນຫານີ້ຮ້າຍແຮງກວ່າ. ຄວາມອ່ອນໄຫວເປັນພຽງສັນຍານຂອງຄວາມເປັນມະນຸດທີ່ຂາດວຸດທິພາວະພໍສົມຄວນ, ຄືກັບຄວາມເປັນມະນຸດຂອງເດັກນ້ອຍ, ໃນຂະນະທີ່ການມັກສົງໄສນັ້ນກ່ຽວຂ້ອງກັບຄວາມຄິດ ແລະ ມຸມມອງທີ່ສະເພາະບາງຢ່າງ, ມັນຄືສິ່ງທີ່ຮູ້ຈັກກັນທົ່ວໄປວ່າເປັນການຄິດຫຼາຍເກີນໄປ ເຊິ່ງບົ່ງບອກເຖິງລັກສະນະທີ່ບໍ່ດີ. ຕົວຢ່າງ: ມີຄົນຂໍໃຫ້ຄົນທີ່ມັກສົງໄສຊ່ວຍຊື້ເຄື່ອງທີ່ມີລາຄາສິບຢວນ ແລະ ເນັ້ນຢໍ້າເປັນພິເສດວ່າ “ເຈົ້າບໍ່ສາມາດຊື້ກາຍສິບຢວນເດັດຂາດ, ຖ້າມັນແພງເກີນໄປ ກໍບໍ່ຕ້ອງຊື້”. ຫຼັງຈາກທີ່ໄດ້ຍິນແບບນີ້, ພວກເຂົາກໍໄຕ່ຕອງວ່າ “ເຈົ້າພຽງແຕ່ເວົ້າຕາມມາລະຍາດຊື່ໆບໍ? ທີ່ຈິງແລ້ວ ເຈົ້າຕ້ອງການເຄື່ອງທີ່ມີລາຄາໜຶ່ງຮ້ອຍຢວນ ແຕ່ເຈົ້າຮູ້ສຶກອາຍເກີນໄປທີ່ຈະເວົ້າມັນອອກມາ. ຖ້າເປັນແນວນັ້ນ ຂ້ອຍຈະຊື້ເຄື່ອງໃຫ້ເຈົ້າເອງ ເພື່ອເຮັດໃຫ້ເຈົ້າພໍໃຈ ແລະ ເຮັດໃຫ້ເຈົ້າມີຄວາມຮູ້ສຶກທີ່ດີຕໍ່ຂ້ອຍ”. ຈາກນັ້ນຫຼັງຈາກທີ່ພວກເຂົານໍາເຄື່ອງກັບມາແລ້ວ ມັນກັບກາຍເປັນວ່າ ອີກຄົນກໍເວົ້າວ່າ “ມັນແພງເກີນໄປ. ຂ້ອຍມີເງິນພຽງແຕ່ສິບຢວນ; ຂ້ອຍບໍ່ມີເງິນຫຼາຍຂະໜາດນັ້ນ”. ສະນັ້ນ ໂດຍຊື້ເຄື່ອງລາຄາໜຶ່ງຮ້ອຍຢວນໃຫ້ຄົນໆນັ້ນ, ສຸດທ້າຍແລ້ວ ພວກເຂົາບໍ່ໄດ້ອີກຝ່າຍຕ້ອງເສຍເງິນຫຼາຍຂຶ້ນບໍ? ເຖິງຢ່າງໃດກໍຕາມ, ພວກເຂົາບໍ່ສາມາດເຂົ້າໃຈອີກຄົນໄດ້ ແລະ ກົງກັນຂ້າມພັດແອບມີຄວາມສົງໄສວ່າຄົນຜູ້ນີ້ບໍ່ຕ້ອງການຈ່າຍເງິນເພີ່ມ ແລະ ກຳລັງພະຍາຍາມເອົາປຽບພວກເຂົາ. ບອກເຮົາເບິ່ງວ່າ ຄົນທີ່ມັກສົງໄສແບບນັ້ນບໍ່ແມ່ນມັກສ້າງຄວາມຫຍຸ້ງຍາກຫຼາຍບໍ? (ແມ່ນແລ້ວ) ພວກເຂົາສ້າງຄວາມຫຍຸ້ງຍາກໃນລັກສະນະໃດ? (ຄວາມຄິດຂອງພວກເຂົາຊັບຊ້ອນເກີນໄປ.) ຄົນທີ່ມີຄວາມຄິດທີ່ຊັບຊ້ອນເກີນໄປນັ້ນຍາກທີ່ຈະຄົບຫາສະມາຄົມນຳ. ບອກເຮົາເບິ່ງວ່າ ຄົນທີ່ມີບຸກຄະລິກທີ່ກົງໄປກົງມາເຕັມໃຈທີ່ຈະຄົບຫາສະມາຄົມກັບຄົນແບບນັ້ນບໍ? (ບໍ່) ເຈົ້າບໍ່ຮູ້ວ່າພວກເຂົາກຳລັງຄິດຫຍັງຢູ່ຂ້າງໃນ ຫຼື ຄວາມຄິດຂອງພວກເຂົາກຳລັງໄປໃນທິດທາງໃດ ແລະ ເຈົ້າບໍ່ສາມາດເບິ່ງອອກເຖິງເຈດຕະນາຂອງພວກເຂົາ ຫຼື ພວກເຂົາກຳລັງສົງໄສເຈົ້າແນວໃດ. ສະນັ້ນ ເມື່ອເຈົ້າມອບໝາຍບາງຢ່າງໃຫ້ພວກເຂົາຈັດການ, ເຖິງແມ່ນວ່າມັນຈະເປັນເລື່ອງເລັກນ້ອຍທີ່ທຳມະດາຫຼາຍຢ່າງຊັດເຈນ, ພວກເຂົາກໍເຮັດໃຫ້ມັນຊັບຊ້ອນ ແລະ ຫຍຸ້ງຍາກຫຼາຍ. ໃນຂະນະທີ່ພວກເຂົາເຮັດໃຫ້ເລື່ອງຕ່າງໆຊັບຊ້ອນເກີນໄປໃນຂະບວນການນັ້ນ, ແມ່ນແຕ່ເຈົ້າກໍຍັງຮູ້ສຶກອິດເມື່ອຍ ແລະ ຄິດວ່າມັນຄົງຈະດີກວ່າຖ້າເຮັດດ້ວຍຕົນເອງ. ເຈົ້າບໍ່ຕ້ອງການຄົບຫາສະມາຄົມກັບຄົນແບບນັ້ນ ແລະ ພຽງແຕ່ຕ້ອງການຫຼີກລ່ຽງພວກເຂົາ. ຕົວຢ່າງ: ສົມມຸດວ່າເຈົ້າມີບາງຢ່າງທີ່ເຈົ້າບໍ່ຕ້ອງການອີກຕໍ່ໄປ ແລະ ການປະມັນໄວ້ຊື່ໆກໍຈະເປັນການສິ້ນເປືອງ ແລະ ມັນເປັນຕາເສຍດາຍທີ່ຈະຖິ້ມມັນໄປ, ສະນັ້ນ ເຈົ້າຈຶ່ງເອົາມັນໃຫ້ກັບຄົນປະເພດນີ້. ພວກເຂົາບໍ່ພຽງແຕ່ບໍ່ຮູ້ສຶກຂອບໃຈເທົ່ານັ້ນ, ແຕ່ພວກເຂົາຍັງສົງໄສໃນໃຈຂອງພວກເຂົາອີກວ່າ: “ເປັນຫຍັງເຈົ້າຈຶ່ງເອົາສິ່ງນີ້ໃຫ້ຂ້ອຍ? ມັນຕ້ອງມີບາງຢ່າງຢູ່ເບື້ອງຫຼັງເລື່ອງນີ້. ເຈົ້າກຳລັງພະຍາຍາມເຮັດໃຫ້ຂ້ອຍຄິດວ່າເຈົ້າເປັນຄົນດີ, ເພື່ອເຮັດໃຫ້ຂ້ອຍຕິດໜີ້ບຸນຄຸນເຈົ້າ ຫຼື ເຈົ້າກຳລັງພະຍາຍາມຂໍໃຫ້ຂ້ອຍເຮັດບາງຢ່າງໃຫ້ເຈົ້າບໍ?” ເຈົ້າບໍ່ເຄີຍຄາດຄິດເລີຍວ່າພວກເຂົາຈະຄິດຫຼາຍຂະໜາດນັ້ນກ່ຽວກັບເລື່ອງນ້ອຍໆແບບນີ້, ວ່າການເອົາບາງຢ່າງເລັກໆນ້ອຍໆໃຫ້ພວກເຂົາຈະສາມາດນຳໄປສູ່ຄວາມສົງໄສຫຼາຍຂະໜາດນັ້ນ. ເຈົ້າຕ້ອງເວົ້າຫຼາຍຢ່າງເພື່ອລົບລ້າງຄວາມສົງໄສຂອງພວກເຂົາ. ສິ່ງນີ້ບໍ່ໄດ້ສ້າງຄວາມຫຍຸ້ງຍາກຫຼາຍບໍ? ເຈົ້າເລີ່ມຮູ້ສຶກລັງກຽດຄົນຜູ້ນີ້ ແລະ ຫຼັງຈາກນັ້ນ ຖ້າເຈົ້າມີສິ່ງຂອງເຫຼືອໃຊ້, ເຈົ້າກໍຍອມຖິ້ມມັນໄປດີກວ່າທີ່ຈະເອົາມັນໃຫ້ພວກເຂົາ. ເປັນຫຍັງຈຶ່ງບໍ່ເອົາມັນໃຫ້ພວກເຂົາ? ມັນບໍ່ແມ່ນຍ້ອນວ່າເຈົ້າໃຈດຳ, ແຕ່ເປັນເພາະວ່າເຈົ້າບໍ່ຕ້ອງການຫາເລື່ອງໃສ່ຕົວ. ໃນອະດີດ, ມີຄົນຫາກໍເຊົ່າສະຖານທີ່ແຫ່ງໜຶ່ງ ແລະ ບໍ່ມີອຸປະກອນທຳຄວາມສະອາດຢູ່ໃນນັ້ນ. ສະນັ້ນ, ເຮົາຈຶ່ງເອົາອຸປະກອນທຳຄວາມສະອາດຈຳນວນໜຶ່ງມາຈາກເຮືອນ; ນໍ້າຢາທຳຄວາມສະອາດຈຳນວນໜຶ່ງກໍເຕັມຕຸກ, ໃນຂະນະທີ່ບາງຢ່າງກໍມີເຄິ່ງຕຸກ. ຄົນທີ່ເຊົ່າສະຖານທີ່ນັ້ນເບິ່ງພວກມັນແລ້ວເວົ້າວ່າ: “ເຖິງແມ່ນວ່າພຣະອົງໄດ້ເອົາສິ່ງເຫຼົ່ານີ້ໃຫ້ຂ້ານ້ອຍລ້າໆ, ຂ້ານ້ອຍກໍຈະບໍ່ຂອບໃຈພຣະອົງດອກ, ສິ່ງເຫຼົ່ານີ້ຖືກໃຊ້ແລ້ວ. ຖ້າພວກມັນເປັນຂອງໃໝ່, ພຣະອົງຈະເອົາພວກມັນໃຫ້ຂ້ານ້ອຍບໍ?” ຄຳເວົ້າເຫຼົ່ານີ້ບໍ່ໄດ້ເຮັດໃຫ້ເຈັບປວດບໍ? (ແມ່ນແລ້ວ) ເປັນຫຍັງພວກມັນຈຶ່ງເຮັດໃຫ້ເຈັບປວດ? (ພວກເຂົາຈະບິດເບືອນເຈດຕະນາດີໃນລັກສະນະນີ້.) ພວກເຂົາຖືເອົາເຈດຕະນາດີຂອງເຮົາເປັນຄວາມປະສົງຮ້າຍ. ເຮົາບໍ່ໄດ້ຂໍໃຫ້ເຈົ້າຂອບໃຈເຮົາ ແລະ ເຮົາກໍບໍ່ໄດ້ຂໍໃຫ້ເຈົ້າຈ່າຍຄ່າສິ່ງຂອງເຫຼົ່ານັ້ນ. ມັນພຽງແຕ່ເປັນຍ້ອນວ່າເຈົ້າກຳລັງເຊົ່າສະຖານທີ່ແຫ່ງໜຶ່ງ ແລະ ບໍ່ມີອຸປະກອນທຳຄວາມສະອາດໃດຢູ່ໃນນັ້ນ ແລະ ມັນບໍ່ສະດວກສຳລັບເຈົ້າທີ່ຈະອອກໄປຊື້ພວກມັນ. ເຮົາພຽງແຕ່ເອົາບາງສິ່ງທີ່ເຮົາມີມາໃຫ້ເຈົ້າ ເພື່ອເຮັດໃຫ້ສິ່ງຕ່າງໆສະດວກສະບາຍຂຶ້ນສຳລັບເຈົ້າ. ເຮົາບໍ່ໄດ້ພະຍາຍາມປະຈົບປະແຈງເຈົ້າໂດຍການໃຫ້ເຈົ້າໃຊ້ສິ່ງເຫຼົ່ານີ້, ເຮົາບໍ່ໄດ້ຕິດໜີ້ຫຍັງເຈົ້າ ແລະ ເຮົາກໍບໍ່ໄດ້ຂໍໃຫ້ເຈົ້າຕິດໜີ້ບຸນຄຸນເຮົາເຊັ່ນກັນ. ພວກເຂົາຄ່ອຍໆສົງໄສກ່ຽວກັບເລື່ອງທີ່ງ່າຍດາຍແບບນີ້: “ຫຶ! ສິ່ງນີ້ມີຫຍັງດີແທ້ເກາະ? ພຣະອົງເອົາສິ່ງຂອງສອງສາມຢ່າງມາໃຫ້ຂ້ານ້ອຍ ແລ້ວຕອນນີ້ພຣະອົງກໍຄິດວ່າຂ້ານ້ອຍຕິດໜີ້ບຸນຄຸນພຣະອົງ! ສິ່ງຂອງທີ່ພຣະອົງເອົາມາໃຫ້ກໍບໍ່ແມ່ນຂອງດີຫຍັງຢູ່ແລ້ວ, ມັນຈະເປັນຂອງດີໄດ້ແນວໃດ ຖ້າພຣະອົງພຽງແຕ່ເອົາມັນໃຫ້ລ້າໆ?” ຄົນຜູ້ນີ້ແມ່ນຮັບມືນໍາຍາກແທ້ໆ. ເຮົາບໍ່ໄດ້ອ້າງວ່າສິ່ງເຫຼົ່ານີ້ເປັນຢາວິເສດທີ່ຫາໄດ້ຍາກປະເພດໃດໜຶ່ງ, ພວກມັນເປັນພຽງຜະລິດຕະພັນທຳຄວາມສະອາດທຳມະດາຈຳນວນໜຶ່ງເທົ່ານັ້ນ. ຖ້າເຈົ້າບໍ່ຕ້ອງການໃຊ້ພວກມັນ, ເຈົ້າກໍບໍ່ຈຳເປັນຕ້ອງໃຊ້. ເປັນຫຍັງຈຶ່ງເຮັດໃຫ້ສິ່ງຕ່າງໆຊັບຊ້ອນຂະໜາດນັ້ນ? ເຮົາຮູ້ວ່າຄົນຜູ້ນີ້ຢູ່ນໍາຍາກ ແລະ ຮັບມືຍາກ. ມັນຈະບໍ່ມີບັນຫາໜ້ອຍກວ່າບໍ ຖ້າເຮົາບໍ່ໄດ້ເອົາຫຍັງມາເລີຍ? ບໍ່ແມ່ນແນວນັ້ນສະເໝີໄປ. ການບໍ່ເອົາຫຍັງມາເລີຍກໍອາດຈະສ້າງບັນຫາໄດ້ເຊັ່ນກັນ. ພວກເຂົາອາດຈະຍັງຄິດວ່າ “ຂ້ານ້ອຍກຳລັງເຊົ່າສະຖານທີ່ນີ້ ແລະ ພຣະອົງກໍບໍ່ໄດ້ເອົາອຸປະກອນທຳຄວາມສະອາດໃດໆມາໃຫ້ຂ້ານ້ອຍເລີຍ. ພວກເຮົາຄວນເປັນອ້າຍເອື້ອຍນ້ອງກັນແທ້ໆ, ແຕ່ພຣະອົງກໍບໍ່ໄດ້ສະແດງຄວາມຮັກຫຍັງໃຫ້ຂ້ານ້ອຍເລີຍ!” ພວກເຂົາກໍຍັງຈະມີບາງຢ່າງໃຫ້ເວົ້າຢູ່ດີ. ລັກສະນະຂອງຄົນແບບນັ້ນແມ່ນບໍ່ດີຫຼາຍ. ພວກເຂົາມັກໃຊ້ຄວາມມັກ ແລະ ມາດຕະຖານຂອງພວກເຂົາເອງເພື່ອວັດແທກວ່າຄົນອື່ນດີ ຫຼື ບໍ່ດີ. ພວກເຂົາກວດສອບ ແລະ ວັດແທກຄົນອື່ນດ້ວຍສາຍຕາທີ່ຄອຍຈັບຜິດຢູ່ຕະຫຼອດເວລາ, ໂດຍຄິດວ່າພວກເຂົາເໜືອກວ່າທາງດ້ານສິນທຳ ໃນຂະນະທີ່ຄົນອື່ນລ້ວນແຕ່ມີດ້ານມືດໃນຕົວພວກເຂົາ ແລະ ຄົນອື່ນມີແຮງຈູງໃຈຂອງພວກເຂົາເອງສະເໝີ ບໍ່ວ່າພວກເຂົາຈະກະທຳແນວໃດກໍຕາມ, ໃນຂະນະທີ່ມີພຽງພວກເຂົາເທົ່ານັ້ນທີ່ບໍ່ເສື່ອມຊາມ ແລະ ສົມບູນແບບ.
ຄົນທີ່ມັກສົງໄສມີລັກສະນະທີ່ບໍ່ດີ. ເນື່ອງຈາກພວກເຂົາມີລັກສະນະທີ່ບໍ່ດີ, ພວກເຂົາຈຶ່ງກະທຳພາຍໃຕ້ການຄອບງຳຂອງລັກສະນະນີ້ຢ່າງຫຼີກລ່ຽງບໍ່ໄດ້. ສິ່ງທີ່ພວກເຂົາເປີດເຜີຍອອກມາຈະເປັນອຸປະນິໄສທີ່ເສື່ອມຊາມ, ມັນຈະບໍ່ແມ່ນຄວາມເປັນມະນຸດທີ່ປົກກະຕິຢ່າງແນ່ນອນ. ຖ້າມັນບໍ່ແມ່ນຄວາມເປັນມະນຸດທີ່ປົກກະຕິ, ແລ້ວມັນແມ່ນຫຍັງກັນແທ້? ສິ່ງນີ້ກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມ. ເມື່ອເວົ້າເຖິງການມັກສົງໄສ, ອຸປະນິໄສທີ່ເສື່ອມຊາມທີ່ເປັນຕົວແທນ ເຊິ່ງຄົນແບບນັ້ນເປີດເຜີຍອອກມາໃນການກະທຳ ແລະ ປະຕິສຳພັນຂອງພວກເຂົາກັບຄົນອື່ນນັ້ນແມ່ນຄວາມຊົ່ວຊ້າ ແລະ ຄວາມເລ່ລ່ຽມຢ່າງແນ່ນອນ. ຄວາມຄິດຂອງພວກເຂົາຊັບຊ້ອນຂະໜາດນັ້ນແທ້ໆ, ຊົ່ວຊ້າ ແລະ ມີເລ່ຫຼ່ຽມຂະໜາດນັ້ນແທ້ໆ. ເນື່ອງຈາກພວກເຂົາເອງຈະບໍ່ລົງມືເຮັດຫຍັງເລີຍ ເວັ້ນເສຍແຕ່ວ່າຈະມີຜົນປະໂຫຍດຫຍັງສຳລັບພວກເຂົາ, ພວກເຂົາຈຶ່ງຄິດວ່າຄົນອື່ນກໍເປັນຄືກັນ. ເຖິງແມ່ນວ່າເຈົ້າຈະບໍ່ແມ່ນຄົນປະເພດນັ້ນກໍຕາມ, ພວກເຂົາກໍຈະບໍ່ເຊື່ອ ແລະ ເຖິງແມ່ນວ່າເຈົ້າຈະພະຍາຍາມອະທິບາຍ, ມັນກໍຈະບໍ່ຊ່ວຍຫຍັງເລີຍ, ນັ້ນຄືວິທີທີ່ພວກເຂົາເບິ່ງເຈົ້າແທ້ໆ. ພວກເຂົາໃຊ້ວິທີທີ່ຊົ່ວຊ້າ ແລະ ອຸປະນິໄສທີ່ຊົ່ວຊ້າເພື່ອເບິ່ງທຸກສິ່ງ ແລະ ທຸກເລື່ອງ ແລະ ທຸກຄົນ. ເຖິງແມ່ນວ່າສິ່ງທີ່ເຈົ້າເຮັດນັ້ນເໝາະສົມ, ສອດຄ່ອງກັບຄວາມຕ້ອງການຂອງຄວາມເປັນມະນຸດ, ສອດຄ່ອງກັບຄວາມມີເຫດຜົນຂອງຄວາມເປັນມະນຸດ ຫຼື ສອດຄ່ອງກັບຫຼັກການຄວາມຈິງ, ພວກເຂົາກໍຈະຕັ້ງຄຳຖາມຫຼາຍຢ່າງກ່ຽວກັບມັນ ແລະ ຖາມເຈົ້າວ່າ “ເປັນຫຍັງເຈົ້າຈຶ່ງເຮັດແບບນີ້? ແຮງຈູງໃຈຂອງເຈົ້າແມ່ນຫຍັງ?” ເຈົ້າເວົ້າວ່າ “ຂ້ອຍບໍ່ມີແຮງຈູງໃຈຫຍັງ”, ແຕ່ພວກເຂົາກໍບໍ່ເຊື່ອຫຍັງທັງສິ້ນ, ພວກເຂົາຍັງຢືນຢັດທີ່ຈະຍັດຍຽດແຮງຈູງໃຈໃຫ້ເຈົ້າ ແລະ ບັງຄັບໃຫ້ເຈົ້າຍອມຮັບມັນ. ຄົນແບບນັ້ນບໍ່ມັກສ້າງຄວາມຫຍຸ້ງຍາກບໍ? (ແມ່ນແລ້ວ.) ມັນຍາກສຳລັບຄົນທີ່ມັກສົງໄສຈະເຂົ້າກັບຄົນອື່ນໄດ້. ຄົນແບບນັ້ນແນ່ນອນວ່າບໍ່ແມ່ນຄົນຈິງໃຈ ແລະ ເປີດເຜີຍຢ່າງແນ່ນອນ ແລະ ແນ່ນອນວ່າພວກເຂົາບໍ່ແມ່ນຄົນຊື່ສັດ. ໃນລັກສະນະຂອງພວກເຂົາ, ອົງປະກອບຂອງຄວາມຊື່ສັດ, ຄວາມໃຈດີ ແລະ ຄວາມມີເຫດຜົນໂດຍພື້ນຖານແລ້ວແມ່ນຂາດຫາຍໄປທັງໝົດ. ແລ້ວແມ່ນຫຍັງຄືອົງປະກອບຫຼັກໃນລັກສະນະຂອງພວກເຂົາ? ຄວາມຫວາດລະແວງ, ຄວາມເລ່ລ່ຽມ, ຄວາມຊົ່ວຊ້າ, ການຂາດຄວາມຈິງໃຈ ແລະ ຄວາມບໍ່ຊື່ສັດ. ພວກເຂົາເບິ່ງທຸກຄົນ ແລະ ທຸກບັນຫາວ່າເປັນເລື່ອງທີ່ຊັບຊ້ອນຫຼາຍ. ເຖິງແມ່ນວ່າເຈົ້າເວົ້າຢ່າງຊື່ສັດກັບພວກເຂົາ, ພວກເຂົາກໍຈະວິເຄາະ ແລະ ໄຕ່ຕອງວ່າເປັນຫຍັງເຈົ້າຈຶ່ງເວົ້າແບບນັ້ນ. ເຖິງແມ່ນວ່າພວກເຂົາດ້ມີປະຕິສຳພັນກັບເຈົ້າເປັນເວລາດົນ ແລະ ຮູ້ວ່າລັກສະນະຂອງເຈົ້າເປັນແນວໃດ, ພວກເຂົາກໍຍັງມັກຈະໃຊ້ທັດສະນະຄະຕິແຫ່ງຄວາມສົງໄສຕໍ່ເຈົ້າໃນເວລາສົນທະນາ, ຈັດການກັບເລື່ອງຕ່າງໆ ຫຼື ຄົບຫາສະມາຄົມກັບເຈົ້າ. ສະນັ້ນ, ຄົນແບບນັ້ນຈຶ່ງມັກສ້າງຄວາມຫຍຸ້ງຍາກ. ການມີປະຕິສຳພັນກັບພວກເຂົາເປັນການເພີ່ມພາລະ ແລະ ພິທີການຫຼາຍຢ່າງ, ແລະ ເຈົ້າຍັງຕ້ອງເຮັດວຽກບ້ານຫຼາຍຢ່າງ ແລະ ທຳຄວາມຮູ້ຈັກກັບພວກເຂົາ ນັ້ນກໍຄື ທຳຄວາມຮູ້ຈັກວ່າສິ່ງໃດທີ່ພວກເຂົາບໍ່ມັກ ແລະ ສິ່ງໃດທີ່ພວກເຂົາບໍ່ມັກເຮັດ ຫຼື ບໍ່ມັກເວົ້າເຖິງ. ຖ້າບໍ່ດັ່ງນັ້ນ, ຖ້າເຈົ້າບໍ່ລະມັດລະວັງ ເຈົ້າກໍອາດຈະລ່ວງເກີນພວກເຂົາ ຫຼື ໃນມຸມມອງຂອງພວກເຂົາກໍຄືການເຮັດໃຫ້ພວກເຂົາເຈັບປວດ. ພວກເຂົາປະຕິບັດຕໍ່ຜູ້ຄົນແບບນີ້, ແລ້ວພວກເຂົາປະຕິບັດຕໍ່ພຣະເຈົ້າແນວໃດ? (ພວກເຂົາປະຕິບັດຕໍ່ພຣະເຈົ້າໃນລັກສະນະດຽວກັນ.) ພວກເຂົາຈະປະຕິບັດຕໍ່ພຣະເຈົ້າດ້ວຍຄວາມຈິງໃຈບໍ? (ບໍ່.) ຕົວຢ່າງ: ເມື່ອຄຣິສຕະຈັກຈັດແຈງໃຫ້ພວກເຂົາປະຕິບັດໜ້າທີ່, ພວກເຂົາກໍເລີ່ມໄຕ່ຕອງວ່າ “ພຣະເຈົ້າຮູ້ບໍວ່າຂ້ອຍກຳລັງປະຕິບັດໜ້າທີ່ນີ້? ພຣະອົງຈະຈື່ມັນບໍ? ຂ້ອຍຄວນທຸ່ມເທຄວາມພະຍາຍາມຫຼາຍສໍ່າໃດເພື່ອໃຫ້ຜ່ານໄປໄດ້ ແລະ ເພື່ອໃຫ້ມັນເປັນທີ່ຈົດຈຳຕໍ່ໜ້າພຣະເຈົ້າ?” ຫຼັງຈາກທີ່ປະຕິບັດໜ້າທີ່ຂອງພວກເຂົາໄດ້ໄລຍະໜຶ່ງ, ພວກເຂົາກໍຍັງສືບຖາມເບິ່ງວ່າຜູ້ນໍາ ແລະ ຜູ້ເຮັດວຽກເບິ່ງພວກເຂົາແນວໃດ ແລະ ພວກເຂົາມີການປະເມີນໃນທາງລົບໃດກ່ຽວກັບພວກເຂົາ ຫຼື ບໍ່. ນີ້ແມ່ນຄວາມເປັນມະນຸດປະເພດໃດກັນແທ້? ເມື່ອຕັດສິນຈາກຄວາມເປັນມະນຸດທີ່ສະແດງອອກຜ່ານທັດສະນະຄະຕິທີ່ພວກເຂົາໃຊ້ໃນການຈັດການກັບເລື່ອງຕ່າງໆ, ຄົນແບບນັ້ນມັກສ້າງຄວາມຫຍຸ້ງຍາກຫຼາຍ ແລະ ມັນບໍ່ງ່າຍສຳລັບພວກເຂົາທີ່ຈະຍອມຮັບຄວາມຈິງ. ເປັນຫຍັງຈຶ່ງເປັນແນວນັ້ນ? ເພາະວ່າມັນຍາກສຳລັບພວກເຂົາທີ່ຈະເປັນຄົນຊື່ສັດ; ສະຕິຮູ້ສຶກຜິດຊອບຂອງພວກເຂົາຂາດຄວາມຮູ້ສຶກຍຸຕິທຳ, ເຫດຜົນຂອງພວກເຂົາບໍ່ໜັກແໜ້ນ ແລະ ວິທີການຕັດສິນສິ່ງຕ່າງໆຂອງພວກເຂົາກໍບໍ່ສົມເຫດສົມຜົນ. ເປັນຫຍັງເຮົາຈຶ່ງເວົ້າວ່າມັນບໍ່ສົມເຫດສົມຜົນ? ເພາະວ່າພວກເຂົາຂ້ອນຂ້າງສຸດໂຕ່ງ, ມັກໝົກມຸ້ນກັບສິ່ງຕ່າງໆ ແລະ ຕ່ຳຊ້າ, ພວກເຂົາບໍ່ເບິ່ງສິ່ງຕ່າງໆໂດຍໃຊ້ວິທີຄິດຂອງຄວາມເປັນມະນຸດທີ່ປົກກະຕິ. ພວກເຂົາບໍ່ເປີດເຜີຍ ແລະ ກົງໄປກົງມາ ແຕ່ພັດດຳລົງຊີວິດໃນລັກສະນະທີ່ມືດມົນເປັນພິເສດ. ເຖິງຢ່າງໃດກໍຕາມ ພວກເຂົາບໍ່ເຄີຍຮູ້ສຶກວ່າພວກເຂົາດຳລົງຊີວິດໃນລັກສະນະທີ່ມືດມົນ ແລະ ເຖິງກັບຄິດວ່າພວກເຂົາສະຫຼາດກວ່າຄົນອື່ນ ແລະ ພວກເຂົາດຳລົງຊີວິດດ້ວຍຄວາມປະນີດ ແລະ ໃສ່ໃຈໃນລາຍລະອຽດຫຼາຍກວ່າຄົນອື່ນ. ພວກເຂົາຊື່ນຊົມຄວາມສະຫຼາດຂອງພວກເຂົາເອງເປັນພິເສດ. ສິ່ງນີ້ເອີ້ນວ່າການຄິດວ່າຕົນເອງສະຫຼາດ. ຄົນທີ່ຄິດວ່າຕົນເອງສະຫຼາດນັ້ນຂາດເຂີນຫຼາຍໃນແງ່ຂອງເຫດຜົນຂອງຄວາມເປັນມະນຸດຂອງພວກເຂົາ ແລະ ໃນແງ່ຂອງຄວາມຮູ້ສຶກຍຸຕິທຳພາຍໃນສະຕິຮູ້ສຶກຜິດຊອບຂອງພວກເຂົາ. ສະນັ້ນ, ຄວາມເປັນມະນຸດຂອງຄົນແບບນັ້ນຈຶ່ງບໍ່ດີ ແລະ ຄົນອື່ນກໍບໍ່ເຕັມໃຈທີ່ຈະຕິດຕໍ່ພົວພັນກັບພວກເຂົາ. ບໍ່ວ່າໃຜຈະເວົ້າຫຍັງກໍຕາມ, ຄົນແບບນັ້ນກໍຈະເຮັດໃຫ້ມັນກາຍເປັນບັນຫາ. ສິ່ງທີ່ພວກເຂົາຕີຄວາມໝາຍລ້ວນແຕ່ເປັນສິ່ງທີ່ສຸດໂຕ່ງທີ່ຖືກບິດເບືອນ, ເປັນຄວາມມຸທະລຸ, ເປັນຂອງຊາຕານ ແລະ ເປັນອາລົມ, ພວກມັນລ້ວນແຕ່ເປັນສິ່ງທີ່ມືດມົນ ແລະ ເປັນລົບ, ເປັນສິ່ງທີ່ກົງກັນຂ້າມກັບຄວາມຈິງ ແລະ ຕໍ່ຕ້ານຄວາມຈິງ. ສິ່ງເຫຼົ່ານີ້ບໍ່ສາມາດນໍາພາຜູ້ຄົນໄປສູ່ເສັ້ນທາງທີ່ຖືກຕ້ອງໄດ້ເລີຍ. ສະນັ້ນ, ຄົນປະເພດນີ້ຈຶ່ງໜ້າລັງກຽດ ແລະ ໜ້າຂີ້ດຽດຫຼາຍ. ພວກເຂົາດຳລົງຊີວິດຢູ່ໃນມຸມມືດ ແລະ ໃນໂລກນ້ອຍໆຂອງພວກເຂົາເອງ. ພວກເຂົາຫຼົງຮັກຕົນເອງ ແລະ ຊື່ນຊົມຕົນເອງເປັນພິເສດ, ໂດຍຄິດວ່າພວກເຂົາດຳລົງຊີວິດທີ່ງົດງາມ, ສູງສົ່ງ, ມີກຽດ ແລະ ກຽດສັກສີກວ່າຄົນອື່ນ, ບໍ່ມີໃຜສາມາດແຕະຕ້ອງພວກເຂົາໄດ້. ໃນຄວາມເປັນຈິງແລ້ວ, ລັກສະນະຂອງຄົນແບບນັ້ນແມ່ນຕໍ່າຕ້ອຍຫຼາຍ ແລະ ພວກເຂົາກໍບໍ່ມີກຽດສັກສີທີ່ແທ້ຈິງ. ຄວາມໝາຍຂອງການຂາດກຽດສັກສີທີ່ແທ້ຈິງກໍຄື ລັກສະນະຂອງພວກເຂົາບໍ່ດີເປັນພິເສດ, ເພາະວ່າສິ່ງທີ່ເກີດຂຶ້ນຈາກຄວາມເປັນມະນຸດຂອງພວກເຂົາລ້ວນແຕ່ເປັນສິ່ງທີ່ມືດມົນທີ່ບໍ່ສາມາດນຳມາເປີດເຜີຍໄດ້, ບໍ່ແມ່ນສິ່ງທີ່ຊື່ກົງ ແລະ ກົງໄປກົງມາ. ສະນັ້ນ, ຄົນແບບນັ້ນຈຶ່ງບໍ່ມີກຽດສັກສີຫຍັງໃຫ້ເວົ້າເຖິງເລີຍ. ການເປັນຄົນມັກສົງໄສມີແນວໂນ້ມທີ່ຈະນຳຜົນສະທ້ອນຫຍັງມາແດ່? ເວົ້າງ່າຍໆກໍຄື ຄົນແບບນັ້ນເຕັມໄປດ້ວຍເລ່ຫຼ່ຽມທີ່ຫຼອກລວງ. ການມັກສົງໄສໝາຍຄວາມວ່າຄົນເຫຼົ່ານີ້ແອບມີແຜນການທີ່ຫຼອກລວງຫຼາຍຢ່າງ. ລອງເບິ່ງວ່າພວກກະສັດມານຮ້າຍກົດຂີ່ ແລະ ຈັບກຸມປະຊາກອນທີ່ພຣະເຈົ້າເລືອກແນວໃດ, ພວກເຂົາແອບມີແຜນການທີ່ຫຼອກລວງຫຼາຍຢ່າງ, ໃນທີ່ສຸດກໍທຳຮ້າຍຜູ້ຄົນຈົນເຖິງຂັ້ນຄອບຄົວຂອງພວກເຂົາແຕກແຍກ, ໂດຍສະມາຊິກບາງຄົນເສຍຊີວິດ ແລະ ຕ້ອງພັດພາກຈາກກັນ. ນັ້ນຄືການກະທຳຂອງຜີຮ້າຍ ແລະ ກະສັດມານຮ້າຍ. ສະນັ້ນ, ບໍ່ມີຄົນທີ່ມັກສົງໄສຄົນໃດທີ່ເປັນຄົນດີເລີຍ. ຜູ້ທີ່ເຊື່ອໃນພຣະເຈົ້າຄວນເບິ່ງຜູ້ຄົນ ແລະ ສິ່ງຕ່າງໆໂດຍອີງໃສ່ຫຼັກການຄວາມຈິງ, ພວກເຂົາຕ້ອງບໍ່ສົງໄສໄປທົ່ວຖີບ ແລະ ຕ້ອງມີຫຼັກຖານຢູ່ເບື້ອງຫຼັງສິ່ງທີ່ພວກເຂົາເວົ້າ. ຄວາມຄິດທີ່ເຈົ້າສ້າງຂຶ້ນເມື່ອເບິ່ງຄົນໃດໜຶ່ງ ຫຼື ເລື່ອງໃດໜຶ່ງ ຢ່າງໜ້ອຍກໍຄວນຈະເປັນບວກ ແລະ ເປັນທີ່ຍອມຮັບຂອງຄົນອື່ນ. ຈະດີກວ່ານັ້ນ ຖ້າພວກມັນສອດຄ່ອງກັບຫຼັກການຄວາມຈິງ, ເປັນປະໂຫຍດຕໍ່ຄົນອື່ນ ແລະ ມີອິດທິພົນທີ່ເປັນບວກຕໍ່ພວກເຂົາ. ເຖິງຢ່າງໃດກໍຕາມ, ບໍ່ມີຄວາມຄິດ ແລະ ມຸມມອງໃດທີ່ເກີດຈາກຄົນທີ່ມັກສົງໄສຈະສອດຄ່ອງກັບຄວາມຈິງ; ຢ່າງໜ້ອຍທີ່ສຸດ ພວກມັນກໍບໍ່ແມ່ນສິ່ງທີ່ເປັນບວກ, ນັ້ນກໍຄື ມຸມມອງທີ່ຄົນແບບນັ້ນໃຊ້ພິຈາລະນາບັນຫາ ຫຼື ຄວາມຄິດ ແລະ ແນວຄວາມຄິດທີ່ພວກເຂົາສ້າງຂຶ້ນນັ້ນບໍ່ສອດຄ່ອງກັບຄວາມຈິງເລີຍ. ສະນັ້ນ, ຄົນປະເພດນີ້ຈຶ່ງດຳລົງຊີວິດຢູ່ໃນມຸມມືດ ແລະ ບໍ່ມີຄວາມສຸດຈະລິດ ຫຼື ກຽດສັກສີຫຍັງໃຫ້ເວົ້າເຖິງເລີຍ. ສິ່ງທີ່ເກີດຈາກຄວາມຄິດຂອງພວກເຂົາລ້ວນແຕ່ເປັນສິ່ງທີ່ມືດມົນ ແລະ ຊົ່ວຊ້າ, ສິ່ງເຫຼົ່ານີ້ບໍ່ສອດຄ່ອງກັບຫຼັກການຄວາມຈິງ ແລະ ຈະບໍ່ມີອິດທິພົນທີ່ເປັນບວກຕໍ່ຜູ້ຄົນ ຫຼື ຊີວິດຂອງພວກເຂົາ. ຖ້າເຈົ້າຍອມຮັບຄວາມຄິດ ແລະ ມຸມມອງຕ່າງໆທີ່ເກີດຈາກຄວາມສົງໄສຂອງຄົນແບບນັ້ນ, ເຈົ້າກໍຄ່ອຍໆໄດ້ຮັບພິດ ແລະ ຖືກພວກເຂົາດຶງຕໍ່າລົງ, ສິ່ງນີ້ເທົ່າກັບການຖືກຊາຕານເຮັດໃຫ້ເສື່ອມຊາມ. ເຖິງຢ່າງໃດກໍຕາມ, ຖ້າເຈົ້າມີການແຍກແຍະຄົນແບບນັ້ນ ແລະ ປະຕິບັດຕໍ່ພວກເຂົາເປັນຕົວຢ່າງທີ່ເປັນລົບ, ເຈົ້າກໍສາມາດມີຄວາມຄືບໜ້າບາງຢ່າງ ແລະ ໄດ້ຮັບການແຍກແຍະບາງຢ່າງໃນການເຂົ້າໃຈສິ່ງທີ່ເປັນລົບ. ນີ້ຄືການສະຫຼຸບການສົນທະນາຂອງພວກເຮົາກ່ຽວກັບການມັກສົງໄສ.
ຄວາມບໍ່ເກັ່ງ
ຕໍ່ໄປ, ພວກເຮົາມາລົມກັນກ່ຽວກັບຄວາມບໍ່ເກັ່ງກັນເທາະ. ທຸກຄົນເຂົ້າໃຈວ່າຄວາມບໍ່ເກັ່ງໝາຍເຖິງຫຍັງ, ມັນໝາຍເຖິງການບໍ່ສາມາດຈັດການກັບສິ່ງໃດໄດ້ດີ, ເບິ່ງຄືວ່າໄຮ້ຄວາມສາມາດ, ຄືກັບທີ່ຜູ້ຄົນມັກເວົ້າວ່າ: “ເປັນຫຍັງເຈົ້າຈຶ່ງບໍ່ໄດ້ເກັ່ງໄດ້ຂະໜາດນີ້? ເຈົ້າບໍ່ມີອະນາຄົດແທ້ໆ!” ຄວາມບໍ່ເກັ່ງເປັນສິ່ງທີ່ດີບໍ? (ບໍ່.) ແລ້ວໃຫ້ພວກເຮົາຈັດໝວດໝູ່ມັນເບິ່ງ, ມັນແມ່ນຫຍັງ? (ມັນເປັນຄວາມບົກຜ່ອງຂອງຄວາມເປັນມະນຸດ.) ຄວາມບໍ່ເກັ່ງເປັນຄວາມບົກຜ່ອງຂອງຄວາມເປັນມະນຸດຢ່າງຊັດເຈນ. ຄວາມບໍ່ເກັ່ງໝາຍຄວາມວ່າຄົນໆໜຶ່ງມີສະຕິປັນຍາຕໍ່າຫຼາຍໃນການຈັດການກັບເລື່ອງຕ່າງໆ ແລະ ມີຄວາມສາມາດໃນການເອົາຕົວລອດທີ່ບໍ່ດີ, ສິ່ງນີ້ເອີ້ນວ່າຄວາມບໍ່ເກັ່ງ. ບາງຄົນເວົ້າຈາຕິດຂັດ, ບໍ່ສາມາດສະແດງຄວາມຄິດເຫັນຂອງຕົນເອງໄດ້; ບາງຄົນເຖິງກັບມີບຸກຄະລິກທີ່ຂີ້ອາຍ ແລະ ເກັບຕົວ, ເມື່ອພວກເຂົາຕ້ອງເວົ້າຕໍ່ໜ້າຄົນຈຳນວນຫຼາຍ ຫຼື ຕ້ອງເປັນຈຸດສົນໃຈ, ພວກເຂົາກໍຈະຕື່ນເວທີ, ຮູ້ສຶກຢ້ານກົວ ແລະ ບໍ່ກ້າເວົ້າ ແລະ ພວກເຂົາມັກຈະຖືກຄົນອື່ນລັງແກ. ຄົນຊົ່ວຮ້າຍບາງຄົນເຊື່ອວ່າການລັງແກຄົນແບບນັ້ນເປັນສິ່ງທີ່ສົມເຫດສົມຜົນ ແລະ ມັນມ່ວນ ແລະ ໜ້າເພີດເພີນຫຼາຍ, ພວກເຂົາເຍາະເຍີ້ຍ ແລະ ກັ່ນແກ້ງຄົນປະເພດນີ້ທຸກມື້. ຄົນບໍ່ເກັ່ງມີຄວາມສາມາດຕໍ່າໃນການຈັດການກັບເລື່ອງຕ່າງໆ. ມັນອາດຈະເປັນໄປໄດ້ວ່າ ພວກເຂົາບາງຄົນກໍມີຄວາມສາມາດທີ່ບໍ່ດີໃນການເອົາຕົວລອດເຊັ່ນກັນ, ບໍ່ສາມາດຫາເງິນໄດ້ ແລະ ຂີ້ຢ້ານຫຼາຍ ແລະ ລະມັດລະວັງຕົວຫຼາຍເກີນໄປເມື່ອຢູ່ອ້ອມຂ້າງຄົນອື່ນ. ເມື່ອພວກເຂົາເຫັນຄົນທີ່ໜ້າເກງຂາມ ພວກເຂົາກໍຈະຫຼີກລ່ຽງຄົນເຫຼົ່ານັ້ນ ແລະ ບໍ່ກ້າເວົ້າ. ເຖິງແມ່ນວ່າໃນເວລາທີ່ພວກເຂົາຖືກລັງແກ, ພວກເຂົາກໍບໍ່ກ້າຕໍ່ຕ້ານ, ໂດຍຢ້ານວ່າພວກເຂົາອາດລ່ວງເກີນຄົນອື່ນ. ເມື່ອຕັດສິນຈາກການສະແດງອອກຂອງຄວາມບໍ່ເກັ່ງໃນຄວາມເປັນມະນຸດຂອງຄົນປະເພດນີ້, ສິ່ງນີ້ເປັນພຽງຄວາມບົກຜ່ອງປະເພດໜຶ່ງຂອງຄວາມເປັນມະນຸດ. ຄວາມບໍ່ເກັ່ງຂອງໃຜກໍຕາມບໍ່ເຄີຍເຮັດໃຫ້ພວກເຂົາຄ່ອຍໆມີຄວາມຄິດ ແລະ ມຸມມອງທີ່ຜິດພາດ ຫຼື ນຳຜົນກະທົບຫຍັງທີ່ບໍ່ດີມາສູ່ຕົນເອງ ຫຼື ຄົນອື່ນ; ສະນັ້ນ, ຄວາມບໍ່ເກັ່ງຈຶ່ງເປັນພຽງຄວາມບົກຜ່ອງຂອງຄວາມເປັນມະນຸດ. ມີໃຜຢາກເປັນຄົນບໍ່ເກັ່ງບໍ? (ບໍ່.) ບໍ່ມີໃຜຢາກເປັນຄົນບໍ່ເກັ່ງ, ເປັນຫຍັງຈຶ່ງເປັນແນວນັ້ນ? ຄົນບໍ່ເກັ່ງຖືກລັງແກ ແລະ ທຸກຄົນກໍດູຖູກພວກເຂົາ, ແມ່ນບໍ? (ແມ່ນແລ້ວ.) ຖ້າເຈົ້າຖືກຂໍໃຫ້ເລືອກລະຫວ່າງການເປັນຄົນຊົ່ວຮ້າຍ ແລະ ການເປັນຄົນບໍ່ເກັ່ງ, ເຈົ້າຈະເລືອກເປັນຄົນຊົ່ວຮ້າຍຫຼາຍກວ່າການເປັນຄົນບໍ່ເກັ່ງຢ່າງແນ່ນອນ. ເຈົ້າຈະຄິດໃນໃຈວ່າ: “ຂ້ອຍຈະບໍ່ມີທາງເປັນຄົນບໍ່ເກັ່ງເດັດຂາດ! ໃນສັງຄົມນີ້, ຄົນບໍ່ເກັ່ງຖືກປະຕິບັດຢ່າງບໍ່ດີ ແລະ ຖືກລັງແກ, ພວກເຂົາບໍ່ເປັນທີ່ນິຍົມ; ບໍ່ວ່າພວກເຂົາຈະໄປໃສ, ພວກເຂົາກໍຖືກຄົນອື່ນດູຖູກ ແລະ ຢຽບຍໍ່າ. ບໍ່ແມ່ນພຽງແຕ່ວ່າພວກເຂົາບໍ່ມີຕົວຕົນເທົ່ານັ້ນ, ແມ່ນແຕ່ສິດຂອງພວກເຂົາໃນການຢູ່ລອດກໍອາດຖືກຍຶດໄປ. ແຕ່ການເປັນຄົນຊົ່ວຮ້າຍນັ້ນແຕກຕ່າງກັນ, ບໍ່ວ່າຄົນຊົ່ວຮ້າຍຈະໄປໃສ ຄົນອື່ນກໍຢ້ານກົວພວກເຂົາ ແລະ ປະຕິບັດຕໍ່ພວກເຂົາດ້ວຍຄວາມເຄົາລົບຢ່າງສູງ. ບໍ່ມີໃຜກ້າເຮັດໃຫ້ພວກເຂົາໃຈຮ້າຍ. ບໍ່ວ່າພວກເຂົາໄປໃສ, ພວກເຂົາກໍໄດ້ຮັບສິດທິພິເສດ ແລະ ເຖິງກັບສາມາດຂົ່ມເຫັງຄົນອື່ນໄດ້. ຄົນຊົ່ວຮ້າຍຈະເລີນຮຸ່ງເຮືອງບໍ່ວ່າພວກເຂົາຈະຢູ່ໃສກໍຕາມໃນໂລກນີ້”. ຖ້າຂໍໃຫ້ພວກເຈົ້າເລືອກໃນຕອນນີ້, ຈະບໍ່ມີໃຜໃນພວກເຈົ້າເລືອກທີ່ຈະເປັນຄົນບໍ່ເກັ່ງ, ພວກເຈົ້າທຸກຄົນຈະເລືອກເປັນຄົນຊົ່ວຮ້າຍ. ມຸມມອງນີ້ຖືກຕ້ອງບໍ? (ບໍ່.) ເປັນຫຍັງມັນຈຶ່ງບໍ່ຖືກຕ້ອງ? ສິ່ງນີ້ຂັດແຍ້ງກັບຫຼັກການຄວາມຈິງຂໍ້ໃດ? ຄວາມບໍ່ເກັ່ງເປັນຄວາມບົກຜ່ອງຂອງຄວາມເປັນມະນຸດ. ການສະແດງອອກທີ່ພົບເຫັນໄດ້ທົ່ວໄປທີ່ສຸດກໍຄື ການບໍ່ສາມາດຈັດການກັບສິ່ງໃດໄດ້ດີ, ການຖືກຈຳແນກ ແລະ ການຖືກກີດກັນ. ເນື່ອງຈາກຄົນບໍ່ເກັ່ງຖືກລັງແກ ແລະ ຖືກຢຽບຍໍ່າໃນສັງຄົມ, ບໍ່ມີໃຜເຕັມໃຈທີ່ຈະເປັນຄົນບໍ່ເກັ່ງ. ຜູ້ຄົນລ້ວນແຕ່ອິດສາຜູ້ທີ່ມີຄວາມສາມາດ ແລະ ມີທັກສະ ແລະ ພວກເຂົາທຸກຄົນເຖິງກັບປາຖະໜາທີ່ຈະໂດດເດັ່ນກວ່າຄົນອື່ນ, ເພື່ອໃຫ້ໄດ້ຮັບອຳນາດ ແລະ ອິດທິພົນ ແລະ ເພື່ອຂົ່ມເຫັງຄົນອື່ນ, ເພື່ອໃຫ້ມີສິດທິພິເສດ ແລະ ກຽດຕິຍົດພາຍໃນກຸ່ມໃດໜຶ່ງ, ບໍ່ພຽງແຕ່ຫຼີກລ່ຽງການຖືກຄົນອື່ນລັງແກເທົ່ານັ້ນ ແຕ່ຍັງສາມາດລັງແກຄົນອື່ນໄດ້ຕາມໃຈມັກອີກດ້ວຍ. ຄວາມຄິດ ແລະ ມຸມມອງປະເພດນີ້ຖືກຕ້ອງບໍ? ມັນສອດຄ່ອງກັບຄວາມຈິງບໍ? (ບໍ່.) ພວກເຈົ້າໄດ້ຟັງຄວາມຈິງມາຫຼາຍແລ້ວ, ແຕ່ຈົນເຖິງຕອນນີ້ ພວກເຈົ້າກໍຍັງຄົງເຫັນດີນຳຄົນຊົ່ວຮ້າຍ, ສິ່ງນີ້ໝາຍຄວາມວ່າອຸປະນິໄສຂອງພວກເຈົ້າກໍຊົ່ວຊ້າພໍສົມຄວນເຊັ່ນກັນ. ຜູ້ໃດກໍຕາມທີ່ເຈົ້າເຫັນວ່າຊົ່ວຮ້າຍ, ພວກເຈົ້າກໍອິດສາ ແລະ ຊື່ນຊົມພວກເຂົາ. ພວກເຈົ້າຮູ້ດີແກ່ໃຈວ່າຄົນຊົ່ວຮ້າຍນັ້ນບໍ່ດີ, ແຕ່ພວກເຈົ້າກໍອົດບໍ່ໄດ້ທີ່ຈະຕິດຕາມພວກເຂົາ, ໂດຍຮູ້ສຶກວ່າການເຮັດແບບນັ້ນເຮັດໃຫ້ພວກເຈົ້າມີບ່ອນເພິ່ງພາ ແລະ ປ້ອງກັນບໍ່ໃຫ້ພວກເຈົ້າຖືກລັງແກ. ເມື່ອພວກເຈົ້າເຫັນຄົນບໍ່ເກັ່ງ, ພວກເຈົ້າກໍຮູ້ສຶກລັງກຽດພວກເຂົາ ແລະ ດູຖູກພວກເຂົາ, ເຖິງກັບຕ້ອງການຢຽບຍໍ່າພວກເຂົາ. ແຕ່ເຈົ້າເຄີຍຄິດບໍວ່າ ເຈົ້າຈະເຮັດຄວາມຊົ່ວຫຼາຍສໍ່າໃດ ແລະ ເຈົ້າຈະໄດ້ຮັບກຳຕາມສະໜອງຫຼາຍສໍ່າໃດ ຖ້າເຈົ້າຕິດຕາມຄົນຊົ່ວຮ້າຍ? ໂອກາດທີ່ເຈົ້າຈະໄດ້ຮັບຄວາມລອດພົ້ນຈະເປັນແນວໃດ ຖ້າເຈົ້າຕິດຕາມຄົນຊົ່ວຮ້າຍ? ເຈົ້າຈະສາມາດຫຼີກລ່ຽງການເຮັດຄວາມຊົ່ວໄດ້ບໍ ຖ້າເຈົ້າຕິດຕາມຄົນຊົ່ວຮ້າຍ? ສົມມຸດວ່າເຈົ້າຕິດຕາມຄົນຊົ່ວຮ້າຍ, ຮັບໃຊ້ພວກເຂົາຢ່າງຊື່ສັດ ແລະ ເຮັດໜ້າທີ່ເປັນລູກນ້ອງຂອງພວກເຂົາ. ພວກເຂົາອາດແບ່ງປັນຜົນປະໂຫຍດບາງຢ່າງໃຫ້ເຈົ້າ ແລະ ເຈົ້າອາດຈະສາມາດຕິດຕາມພວກເຂົາເພື່ອຂົ່ມເຫັງຄົນອື່ນ ແລະ ໄດ້ກິນດື່ມສິ່ງທີ່ດີທີ່ສຸດ, ປະສົບກັບຄວາມເພີດເພີນຢ່າງຍິ່ງ, ຫຼີກລ່ຽງການຖືກລັງແກ ແລະ ໄດ້ຮັບສະຖານະໃນທ່າມກາງຄົນອື່ນໃນຊີວິດນີ້. ແຕ່ເຈົ້າຕ້ອງເຮັດຄວາມຊົ່ວຢ່າງຫຼວງຫຼາຍເພື່ອທີ່ຈະໄດ້ເພີດເພີນກັບສິ່ງເຫຼົ່ານີ້! ເຈົ້າຮູ້ບໍວ່າເຈົ້າຈະໄດ້ຮັບກຳຕາມສະໜອງຫຼາຍສໍ່າໃດ ແລະ ຈະໄດ້ຮັບການລົງໂທດທີ່ຮ້າຍແຮງສໍ່າໃດ? ນີ້ແມ່ນເສັ້ນທາງທີ່ຖືກຕ້ອງບໍ? (ບໍ່.) ສະນັ້ນ, ພວກເຈົ້າຍັງເຕັມໃຈທີ່ຈະເສຍສະລະໂດຍການເລືອກທີ່ຈະເຮັດຄວາມຊົ່ວ ແລະ ໄດ້ຮັບການລົງໂທດພຽງເພື່ອບໍ່ໃຫ້ເປັນຄົນບໍ່ເກັ່ງ ແລະ ຫຼີກລ່ຽງການຖືກລັງແກບໍ, ເຊິ່ງເປັນການເສຍສະລະຈຸດໝາຍປາຍທາງ ແລະ ຊະຕາກຳຂອງພວກເຈົ້າເພື່ອແລກກັບຄວາມເພີດເພີນໃນຊີວິດນີ້? ນີ້ຄືຄວາມຄິດ ແລະ ມຸມມອງຂອງພວກເຈົ້າບໍ? ບາງຄົນມີມຸມມອງປະເພດນີ້ແທ້ໆ, ພວກເຂົາຍອມເລືອກທີ່ຈະເປັນຄົນຊົ່ວຮ້າຍດີກວ່າການເປັນຄົນບໍ່ເກັ່ງ ແລະ ຖືກລັງແກ. ນີ້ບໍ່ແມ່ນການປາຖະໜາທີ່ຈະຍ່າງໃນເສັ້ນທາງຂອງຄົນຊົ່ວຮ້າຍບໍ? ຄວາມບໍ່ເກັ່ງເປັນພຽງຄວາມບົກຜ່ອງຂອງຄວາມເປັນມະນຸດ, ມັນມີຫຍັງບໍ່ດີຂະໜາດນັ້ນ? ການລັງແກຄົນອື່ນ ແລະ ການເຮັດຄວາມຊົ່ວເປັນທາງເລືອກທີ່ດີກວ່າແທ້ໆບໍ? ຖ້າພຣະເຈົ້າບໍ່ປ່ອຍໃຫ້ເຈົ້າອຶດຫິວ ແລະ ຈັດຫາອາຫານໃຫ້ເຈົ້າກິນ, ເຈົ້າຈະອຶດຫິວຈົນຕາຍໄດ້ແທ້ໆບໍ? ຖ້າພຣະເຈົ້າອະນຸຍາດໃຫ້ເຈົ້າດຳລົງຊີວິດດ້ວຍຄວາມຍິນດີ, ອິດສະຫຼະ, ຄວາມສຸກ, ຄວາມເບີກບານໃຈ ແລະ ຄວາມສະຫງົບສຸກ, ເຈົ້າກໍຈະບໍ່ຂາດສິ່ງເຫຼົ່ານີ້ເລີຍ. ແລ້ວຈະເປັນແນວໃດຖ້າຄົນອື່ນລັງແກເຈົ້າ? ບໍ່ມີໃຜສາມາດຍາດຍຶດເອົາສິ່ງເຫຼົ່ານີ້ໄປຈາກເຈົ້າໄດ້ ນັ້ນກໍຄື ສິ່ງທີ່ພຣະເຈົ້າປະທານໃຫ້ເຈົ້າ, ບໍ່ມີໃຜສາມາດຍຶດເອົາໄປໄດ້. ຖ້າເຈົ້າຕິດຕາມຄົນຊົ່ວຮ້າຍ ແລະ ຍ່າງໃນເສັ້ນທາງຂອງຄົນຊົ່ວຮ້າຍ, ຄວາມເພີດເພີນທີ່ເຈົ້າໄດ້ຮັບກໍຈະເປັນຄວາມເພີດເພີນທີ່ເປັນບາບທັງໝົດ. ນອກຈາກນີ້, ເງິນ ຫຼື ຄວາມເພີດເພີນທາງວັດຖຸໃດກໍຕາມທີ່ເຈົ້າໄດ້ຮັບໂດຍວິທີການເຮັດຄວາມຊົ່ວ ກໍຈະໄດ້ມາໂດຍການຍຶດເອົາດ້ວຍກຳລັງ, ຄວາມເພີດເພີນທີ່ເຈົ້າໄດ້ຮັບໃນຊີວິດນີ້ຈະເກີນກວ່າສິ່ງທີ່ພຣະເຈົ້າໄດ້ປະທານໃຫ້ເຈົ້າ, ແລ້ວດ້ວຍເຫດນັ້ນ ເຈົ້າຈຶ່ງຕ້ອງຊົດໃຊ້ຄືນດ້ວຍຫຼາຍຊາດຫຼາຍພົບໃນອະນາຄົດ. ການໄດ້ຮັບຄວາມເພີດເພີນຂອງເນື້ອໜັງໃນຊີວິດນີ້ໂດຍຕ້ອງແລກກັບການໄດ້ຮັບການລົງໂທດ, ແບບນີ້ບໍ່ເອີ້ນວ່າເດີນຜິດທາງບໍ? ພວກເຈົ້າຍອມເລືອກທີ່ຈະເປັນຄົນຊົ່ວຮ້າຍດີກວ່າການຖືກລັງແກ, ສິ່ງນີ້ສະທ້ອນໃຫ້ເຫັນເຖິງການຮັບຮູ້ ແລະ ການເຊີດຊູຄວາມຊົ່ວຮ້າຍໃນສ່ວນເລິກຂອງຈິດວິນຍານຂອງພວກເຈົ້າ. ສະນັ້ນ, ການເປັນຄົນບໍ່ເກັ່ງມີຫຍັງບໍ່ດີຂະໜາດນັ້ນ? ເມື່ອເບິ່ງຈາກມຸມມອງຂອງຄວາມເປັນມະນຸດ, ມັນເປັນຄວາມບົກຜ່ອງປະເພດໜຶ່ງ, ແຕ່ມັນກໍເປັນເງື່ອນໄຂຕິດຕົວເຊັ່ນກັນ, ເຊິ່ງເປັນສິ່ງທີ່ຜູ້ຄົນບໍ່ສາມາດປ່ຽນແປງໄດ້. ຄົນບໍ່ເກັ່ງບໍ່ໄດ້ກາຍເປັນຄົນບໍ່ເກັ່ງຍ້ອນການເລືອກຂອງພວກເຂົາເອງ. ເຖິງແມ່ນວ່າມັນຈະເປັນຄວາມບົກຜ່ອງ, ແຕ່ມັນກໍບໍ່ແມ່ນອຸປະນິໄສທີ່ເສື່ອມຊາມ, ມັນບໍ່ແມ່ນບັນຫາຂອງລັກສະນະຂອງຄົນເຮົາ. ແລ້ວມັນມີຫຍັງບໍ່ດີຂະໜາດນັ້ນ? ຖ້າຫາກວ່າ ຍ້ອນຄວາມບໍ່ເກັ່ງ ແລະ ສະຖານະທີ່ຕໍ່າຕ້ອຍຂອງເຈົ້າ, ເຈົ້າຈຶ່ງມັກຈະຖືກລັງແກ ແລະ ສາມາດເຂົ້າໃຈຢ່າງເລິກເຊິ່ງເຖິງຄວາມບໍ່ຍຸຕິທຳ ແລະ ຄວາມຊົ່ວຮ້າຍຂອງໂລກນີ້ ພ້ອມທັງຄວາມມືດມົນຂອງສັງຄົມນີ້ ແລະ ດ້ວຍເຫດນັ້ນຈຶ່ງມາຢູ່ຕໍ່ໜ້າພຣະເຈົ້າຢ່າງຈິງໃຈເພື່ອຍອມຮັບອຳນາດສູງສຸດຂອງພຣະເຈົ້າ ແລະ ຍິນດີອ່ອນນ້ອມຕໍ່ອຳນາດປົກຄອງ ແລະ ການຈັດວາງຂອງພຣະເຈົ້າ, ໂດຍປ່ອຍໃຫ້ພຣະເຈົ້າຄວບຄຸມຊະຕາກຳຂອງເຈົ້າ, ແລ້ວຄວາມບໍ່ເກັ່ງນີ້ບໍ່ແມ່ນຮູບແບບໜຶ່ງຂອງການປົກປ້ອງສຳລັບເຈົ້າບໍ? ຄວາມບໍ່ເກັ່ງບໍ່ແມ່ນສິ່ງທີ່ເປັນລົບ; ມັນເປັນພຽງຄວາມບົກຜ່ອງປະເພດໜຶ່ງຂອງຄວາມເປັນມະນຸດເທົ່ານັ້ນ. ຄວາມບົກຜ່ອງໝາຍເຖິງຫຍັງ? ມັນໝາຍເຖິງຄວາມບໍ່ພຽງພໍ, ບັນຫາເລັກນ້ອຍ, ຈຸດດ່າງພ້ອຍ ນັ້ນກໍຄື ມັນເປັນພຽງບາງຢ່າງທີ່ບໍ່ສົມບູນແບບ, ເປັນສິ່ງທີ່ຂາດຕົກບົກພ່ອງເລັກນ້ອຍ, ບໍ່ຄ່ອຍຖືກໃຈຄົນເຮົາທັງໝົດ ຫຼື ບໍ່ເປັນໄປຕາມອຸດົມຄະຕິ, ແຕ່ມັນບໍ່ໄດ້ບົ່ງບອກເຖິງລັກສະນະທີ່ບໍ່ດີ ຫຼື ຕໍ່າຊ້າ. ແລ້ວເປັນຫຍັງພວກເຈົ້າຈຶ່ງບໍ່ສາມາດທົນກັບຄວາມບົກຜ່ອງເລັກນ້ອຍນີ້ໄດ້? ຍິ່ງໄປກວ່ານັ້ນ, ຄວາມບົກຜ່ອງເລັກນ້ອຍນີ້ສາມາດນຳຜົນປະໂຫຍດອັນໃຫຍ່ຫຼວງມາສູ່ການເຂົ້າສູ່ຊີວິດຂອງເຈົ້າໄດ້. ນອກຈາກນັ້ນ ມັນສາມາດເວົ້າໄດ້ວ່າ ເນື່ອງຈາກພວກເຂົາມີຄວາມບົກຜ່ອງຂອງຄວາມເປັນມະນຸດນີ້ ເຊິ່ງເປັນເງື່ອນໄຂຕິດຕົວນີ້, ບາງຄົນມີຄວາມສາມາດຫຼາຍກວ່າທີ່ຈະຕິດຕາມພຣະເຈົ້າຢ່າງສຸດໃຈຈົນເຖິງທີ່ສຸດ. ໃນທີ່ສຸດແລ້ວ, ເພາະພວກເຂົາສາມາດຍອມຮັບຄວາມຈິງ, ອ່ອນນ້ອມຕໍ່ພຣະເຈົ້າ ແລະ ມີຫົວໃຈທີ່ຢຳເກງພຣະເຈົ້າ, ພວກເຂົາຈຶ່ງສາມາດປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ໄດ້ຮັບຄວາມລອດພົ້ນ. ຈາກມຸມມອງນີ້, ມັນເປັນພອນ ນັ້ນກໍຄື ຜູ້ຄົນບໍ່ຄວນປະຕິເສດທີ່ຈະເປັນຄົນບໍ່ເກັ່ງ. ການເປັນຄົນບໍ່ເກັ່ງມີຫຍັງບໍ່ດີຂະໜາດນັ້ນ? ອຸປະນິໄສທີ່ເສື່ອມຊາມຂອງຄົນເຮົາຈະບໍ່ຮ້າຍແຮງຂຶ້ນຍ້ອນຄວາມບໍ່ເກັ່ງ. ພຣະເຈົ້າຈະບໍ່ດູຖູກຄົນໃດໜຶ່ງ ຫຼື ປະຕິເສດທີ່ຈະຊ່ວຍພວກເຂົາໃຫ້ລອດພົ້ນຍ້ອນພວກເຂົາບໍ່ເກັ່ງ ແລະ ຄວາມບໍ່ເກັ່ງຈະບໍ່ສົ່ງຜົນກະທົບຕໍ່ການທີ່ພວກເຂົາຍອມຮັບຄວາມຈິງ ຫຼື ການທີ່ພວກເຂົາຖືກຊ່ວຍໃຫ້ລອດພົ້ນ. ສະນັ້ນ, ຄວາມຄິດ ແລະ ມຸມມອງຂອງພວກເຈົ້າຕ້ອງປ່ຽນແປງ ນັ້ນກໍຄື ມັນຍັງຄົງຫ່າງໄກຫຼາຍ. ບາງຄົນເວົ້າວ່າ “ຂ້ອຍຍອມເປັນຄົນຊົ່ວຮ້າຍດີກວ່າການເປັນຄົນບໍ່ເກັ່ງ. ຄົນບໍ່ເກັ່ງບໍ່ມີອະນາຄົດ, ພວກເຂົາຖືກທຸກຄົນດູຖູກ ແລະ ແມ່ນແຕ່ພວກເຂົາເອງກໍຍັງດູຖູກຕົນເອງ. ການເປັນຄົນບໍ່ເກັ່ງນັ້ນໄຮ້ປະໂຫຍດ; ການເປັນຄົນຊົ່ວຮ້າຍນັ້ນຍອດຢ້ຽມ, ເຈົ້າສາມາດເຮັດຫຍັງກໍໄດ້ຕາມທີ່ເຈົ້າຕ້ອງການ, ລັງແກໃຜກໍໄດ້ທີ່ເບິ່ງຄືວ່າລັງແກງ່າຍ ແລະ ບໍ່ມີໃຜກ້າຕໍ່ຕ້ານ. ການດຳລົງຊີວິດແບບນັ້ນມັນຊ່າງໜ້າຊື່ນຊົມແທ້ໆ!” ຄວາມໜ້າຊື່ນຊົມມີປະໂຫຍດຫຍັງ? ຖ້າເຈົ້າຈະເລີນຮຸ່ງເຮືອງ ແລະ ດຳລົງຊີວິດຢ່າງໜ້າຊື່ນຊົມໃນໂລກ, ອະນາຄົດ ແລະ ຈຸດໝາຍປາຍທາງຂອງເຈົ້າກໍຈະຖືກທຳລາຍ. ເຈົ້າຈະບໍ່ສາມາດມາຢູ່ຕໍ່ໜ້າພຣະເຈົ້າໄດ້ອີກຕໍ່ໄປ ແລະ ເຈົ້າຈະບໍ່ຮູ້ສຶກຜູກພັນກັບພຣະເຈົ້າອີກຕໍ່ໄປ; ພຣະເຈົ້າຈະບໍ່ດຶງດູດເຈົ້າອີກຕໍ່ໄປ ແລະ ສະພາບແວດລ້ອມໃນການດຳລົງຊີວິດ ແລະ ສະພາບແວດລ້ອມໃນການເຮັດວຽກຂອງເຮືອນຂອງພຣະເຈົ້າກໍຈະບໍ່ດຶງດູດເຈົ້າອີກຕໍ່ໄປ. ເຈົ້າຈະອອກຈາກພຣະເຈົ້າ ແລະ ຊອກຫາສະພາບແວດລ້ອມໃນການດຳລົງຊີວິດທີ່ເຈົ້າສາມາດນຳເອົາຈຸດແຂງຂອງເຈົ້າມາໃຊ້ໃຫ້ເກີດປະໂຫຍດ ແລະ ເຮັດໃຫ້ເຖິງຄຸນຄ່າຂອງເຈົ້າກາຍເປັນຈິງ. ເຮືອນຂອງພຣະເຈົ້າຈຳກັດການເຮັດຄວາມຊົ່ວຂອງຜູ້ຄົນ ແລະ ບໍ່ມີຄົນຊົ່ວຮ້າຍຄົນໃດສາມາດໄປລອດ ຫຼື ຢືນຢັດຢ່າງໝັ້ນຄົງໃນເຮືອນຂອງພຣະເຈົ້າໄດ້. ຖ້າເຈົ້າມັກຄົນຊົ່ວຮ້າຍ ແລະ ຕ້ອງການກາຍເປັນຄົນຊົ່ວຮ້າຍ, ເຈົ້າຍັງຈະສາມາດຢູ່ໃນເຮືອນຂອງພຣະເຈົ້າໄດ້ບໍ? ບໍ່ຊ້າກໍໄວ ເຈົ້າກໍຈະຖືກຊຳລະລ້າງອອກໄປ. ເຈົ້າບໍ່ພຽງແຕ່ຈະບໍ່ໄດ້ຮັບຈຸດໝາຍປາຍທາງທີ່ດີເທົ່ານັ້ນ, ແຕ່ຫຼັງຈາກທີ່ຕາຍໄປ ເຈົ້າຍັງຈະໄດ້ຮັບການລົງໂທດສຳລັບຄວາມຊົ່ວທີ່ເຈົ້າໄດ້ເຮັດອີກດ້ວຍ. ສະນັ້ນ, ເຖິງແມ່ນວ່າຄວາມບໍ່ເກັ່ງເປັນຄວາມບົກຜ່ອງຂອງຄວາມເປັນມະນຸດ, ມັນກໍບໍ່ແມ່ນອຸປະນິໄສທີ່ເສື່ອມຊາມ ແລະ ມັນບໍ່ໄດ້ໝາຍຄວາມວ່າຄວາມເປັນມະນຸດຂອງຄົນເຮົາຊົ່ວຮ້າຍ. ໃຜແດ່ທີ່ບໍ່ມີຂໍ້ບົກຜ່ອງບາງຢ່າງ? ຄວາມບໍ່ເກັ່ງກໍຄືກັນກັບການທີ່ບາງຄົນເກີດມາພ້ອມກັບການເວົ້າຕິດອ່າງ ຫຼື ການທີ່ບາງຄົນເກີດມາຂີ້ຮ້າຍໜ້ອຍໜຶ່ງ, ສິ່ງເຫຼົ່ານີ້ລ້ວນແຕ່ເປັນຄວາມບົກຜ່ອງຕິດຕົວ. ມະນຸດມີສີຜິວທີ່ແຕກຕ່າງກັນ, ບາງຄົນເກີດມາຜິວຂາວ, ບາງຄົນເກີດມາຜິວເຫຼືອງ ແລະ ບາງຄົນເກີດມາຜິວດຳ. ນີ້ຄືເງື່ອນໄຂຕິດຕົວ. ຄົນຜິວເຫຼືອງອາດຈະເບິ່ງຄືວ່າບໍ່ຄ່ອຍແຂງແຮງປານໃດ, ມີສີຜິວທີ່ບໍ່ຄ່ອຍດີປານໃດ, ນີ້ຄືຄວາມບົກຜ່ອງເລັກນ້ອຍ. ຄົນຜິວດຳເບິ່ງແຂງແຮງກວ່າ, ແຕ່ກໍບໍ່ມີໃຜຢາກມີຜິວດຳ. ໂດຍທົ່ວໄປແລ້ວ ຄົນຜິວຂາວມັກຈະຖືກອິດສາ, ແມ່ນແຕ່ໃນທ່າມກາງພວກເຂົາ ບາງຄົນກໍຮູ້ສຶກວ່າຜິວຂາວເກີນໄປກໍບໍ່ດີ, ດັ່ງນັ້ນ ພວກເຂົາຈຶ່ງມັກອາບແດດໃຫ້ຜິວຂອງພວກເຂົາເປັນສີທອງແດງ, ໂດຍເຊື່ອວ່າມັນເຮັດໃຫ້ພວກເຂົາເບິ່ງແຂງແຮງ ແລະ ເຮັດໃຫ້ຜິວຂອງພວກເຂົາເປັ່ງປະກາຍ. ເຈົ້າເຫັນບໍວ່າ ຄວາມບໍ່ເກັ່ງກໍຄືກັນກັບເງື່ອນໄຂຕິດຕົວຕ່າງໆຂອງຜູ້ຄົນ, ມັນເປັນພຽງຄວາມບົກຜ່ອງປະເພດໜຶ່ງ. ສະນັ້ນ, ມັນເປັນບັນຫາໃຫຍ່ບໍ? (ບໍ່.) ດັ່ງນັ້ນ, ເຖິງແມ່ນວ່າບັນຫານີ້ຈະເປັນຄວາມບົກຜ່ອງຂອງຄວາມເປັນມະນຸດ, ມັນກໍບໍ່ໄດ້ສົ່ງຜົນກະທົບຕໍ່ການຍອມຮັບຄວາມຈິງຂອງເຈົ້າ ຫຼື ຄວາມເຂົ້າໃຈຄວາມຈິງຂອງເຈົ້າ. ສະນັ້ນ, ພວກເຈົ້າຍັງຕໍ່ຕ້ານການເປັນຄົນບໍ່ເກັ່ງຢູ່ບໍ? (ບໍ່ແລ້ວ.) ພວກເຈົ້າຍັງຈະລັງແກຄົນບໍ່ເກັງເມື່ອພວກເຈົ້າເຫັນພວກເຂົາຢູ່ບໍ? (ບໍ່.) ເມື່ອກ່ອນພວກເຈົ້າເຄີຍລັງແກພວກເຂົາຫຼາຍພໍສົມຄວນ, ແມ່ນບໍ? ຕອນນີ້, ເມື່ອພວກເຈົ້າເຫັນຄົນບໍ່ເກັ່ງ, ພວກເຈົ້າຍັງຈະດູຖູກ ແລະ ຢຽບຍໍ່າພວກເຂົາຢູ່ບໍ? (ບໍ່.) ຖ້າຕົວເຈົ້າເອງເປັນຄົນບໍ່ເກັ່ງ, ເຈົ້າຍິ່ງບໍ່ຄວນດູຖູກຕົນເອງ. ຖ້າເຈົ້າບໍ່ເກັ່ງ, ກໍປ່ອຍໃຫ້ມັນເປັນໄປ, ຈົ່ງປະຕິບັດການເປັນຄົນຊື່ສັດຕາມພຣະທຳຂອງພຣະເຈົ້າ. ເຖິງແມ່ນວ່າເຈົ້າອາດບໍ່ເກັ່ງ, ເຈົ້າກໍຄວນຊື່ສັດ ແລະ ບໍ່ມີເລ່ລ່ຽມ ແລະ ພຣະເຈົ້າກໍມັກຄົນປະເພດນີ້. ພຣະເຈົ້າມັກຫຍັງ? ມັນບໍ່ແມ່ນຄວາມບໍ່ເກັ່ງຂອງເຈົ້າ. ມັນເປັນເພາະວ່າຄວາມບໍ່ເກັ່ງຂອງເຈົ້າ, ເຈົ້າຈຶ່ງເຕັມໃຈທີ່ຈະເປັນຄົນຊື່ສັດ; ມັນເປັນເພາະວ່າເຈົ້າຖືກດູຖູກ ແລະ ບໍ່ສາມາດເປັນທີ່ໂປດປານຂອງຜູ້ຄົນໄດ້, ເຈົ້າຈຶ່ງຄິດຫາວິທີທີ່ຈະເປັນຄົນຊື່ສັດເພື່ອເຮັດໃຫ້ພຣະເຈົ້າມີຄວາມສຸກ ແລະ ເຮັດໃຫ້ພຣະເຈົ້າພໍໃຈ ແລະ ເຈົ້າກໍເຮັດທຸກຢ່າງທີ່ພຣະເຈົ້າກ່າວ. ດ້ວຍວິທີນີ້, ຄວາມບໍ່ເກັ່ງຂອງເຈົ້າກໍກາຍເປັນຜົນປະໂຫຍດ, ແມ່ນບໍ? (ແມ່ນແລ້ວ.) ຕອນນີ້ມຸມມອງຂອງພວກເຈົ້າປ່ຽນແປງແລ້ວບໍ? (ແມ່ນແລ້ວ.) ແນ່ນອນວ່າ ບໍ່ແມ່ນຄົນບໍ່ເກັ່ງທຸກຄົນຈະສາມາດຍອມຮັບຄວາມຈິງໄດ້ສະເໝີໄປ. ບາງຄົນ, ນອກເໜືອຈາກການມີຄວາມບົກຜ່ອງຂອງຄວາມບໍ່ເກັ່ງໃນຄວາມເປັນມະນຸດຂອງພວກເຂົາແລ້ວ, ພວກເຂົາຍັງມີບັນຫາກັບລັກສະນະຂອງພວກເຂົາອີກດ້ວຍ. ສິ່ງນີ້ບໍ່ສາມາດເໝົາລວມໄດ້. ໃນຕົວມັນເອງແລ້ວ, ຄວາມບໍ່ເກັ່ງບໍ່ແມ່ນບັນຫາໃຫຍ່, ແຕ່ເຈົ້າກໍຕ້ອງເບິ່ງນຳວ່າລັກສະນະຂອງຄົນໆໜຶ່ງເປັນແນວໃດ. ຖ້າຄົນໃດໜຶ່ງມີເລ່ລ່ຽມ ຫຼື ມີລັກສະນະທີ່ຕໍ່າຊ້າ, ຖ້າພວກເຂົາໜ້າດ້ານຢ່າງບໍ່ຮູ້ສຶກອາຍ, ມັກສົງໄສ, ອ່ອນໄຫວ, ຫົວແຂງ ຫຼື ເຖິງກັບມີອຸປະນິໄສທີ່ໂຫດຮ້າຍ, ແລ້ວຄົນຜູ້ນັ້ນກໍບໍ່ແມ່ນຄົນດີເລີຍ. ສະນັ້ນ, ຄົນບໍ່ເກັ່ງຈຶ່ງບໍ່ຈຳເປັນຕ້ອງເປັນຄົນທີ່ມີລັກສະນະທີ່ດີສະເໝີໄປ. ເອົາລະ, ນັ້ນຄືທັງໝົດສຳລັບການສົນທະນາຂອງພວກເຮົາກ່ຽວກັບຄວາມບໍ່ເກັ່ງ.
ຄວາມໃຈດີ
ການສະແດງອອກຕໍ່ໄປຄືຄວາມໃຈດີ. ການສະແດງອອກນີ້ເປັນຂໍ້ດີຂອງຄວາມເປັນມະນຸດ. ຫຼັງຈາກທີ່ພວກເຮົາໄດ້ສົນທະນາກັນມາຫຼາຍແລ້ວ, ໃນທີ່ສຸດ ພວກເຮົາກໍມາຮອດຂໍ້ດີຂອງຄວາມເປັນມະນຸດ; ໂດຍແທ້ຈິງແລ້ວບໍ່ມີຂໍ້ດີຂອງຄວາມເປັນມະນຸດຫຼາຍ. ຄວາມໃຈດີເປັນຂໍ້ດີປະເພດໜຶ່ງຂອງຄວາມເປັນມະນຸດ. ຍ້ອນມັນເປັນຂໍ້ດີ, ພວກເຮົາກໍຕ້ອງເວົ້າກ່ຽວກັບມັນຢ່າງລະອຽດ ເພາະວ່າຄົນສ່ວນໃຫຍ່ບໍ່ມີການສະແດງອອກເຖິງຂໍ້ດີຂອງຄວາມເປັນມະນຸດພຽງເລັກນ້ອຍທີ່ສາມາດພົບເຫັນໄດ້ໃນຕົວຜູ້ຄົນ. ສະນັ້ນ, ພວກເຮົາມາເບິ່ງກັນເທາະ; ຂໍ້ດີຂອງຄວາມໃຈດີຢູ່ບ່ອນໃດ? (ຄວາມໃຈດີໝາຍຄວາມວ່າຄົນໃດໜຶ່ງຂ້ອນຂ້າງຈິງໃຈ. ເມື່ອພວກເຂົາຈັດການກັບສິ່ງຕ່າງໆ, ຄົນອື່ນກໍຮູ້ສຶກອຸ່ນໃຈພໍສົມຄວນ. ພວກເຂົາແບກຮັບພາລະເພື່ອຈັດການກັບໜ້າວຽກທີ່ຖືກມອບໝາຍໃຫ້ພວກເຂົາເປັນຢ່າງດີ.) (ຄົນໃຈດີມີຄວາມປະພຶດທາງດ້ານສິນທຳທີ່ຂ້ອນຂ້າງດີ, ຈະຄຳນຶງເຖິງຄົນອື່ນ ແລະ ຄິດແທນຄົນອື່ນ.) ການຄິດແທນຄົນອື່ນ, ນີ້ຄືຮູບແບບທີ່ສູງສົ່ງ! ຄົນແບບນັ້ນສູງສົ່ງ, ແຕ່ຄວາມໃຈດີສູງສົ່ງຂະໜາດນັ້ນບໍ? (ບໍ່.) ຄວາມໃຈດີພຽງແຕ່ໝາຍຄວາມວ່າຄວາມຄິດຂອງຄົນເຮົາບໍ່ໄດ້ຊັບຊ້ອນປານນັ້ນ; ພວກມັນຂ້ອນຂ້າງຮຽບງ່າຍ, ບໍ່ມີເລ່ລ່ຽມ; ພວກເຂົາໃຈກວ້າງ ແລະ ບໍ່ຮຸນແຮງຕໍ່ຄົນອື່ນ ແລະ ພວກເຂົາບໍ່ຄິດຄຳນວນຜົນໄດ້ຜົນເສຍເມື່ອຄົບຫາສະມາຄົມກັບຄົນອື່ນ. ມີຄົນດູໝິ່ນພວກເຂົາ ແລະ ພວກເຂົາກໍຮູ້ສຶກເສຍໃຈໄລຍະໜຶ່ງ ແຕ່ຈາກນັ້ນພວກເຂົາກໍຄິດວ່າ “ຊ່າງມັນເຖາະ” ແລະ ປ່ອຍເລື່ອງນັ້ນໄປ. ມີຄົນຕິດໜີ້ພວກເຂົາເປັນເວລາດົນໂດຍບໍ່ຍອມຈ່າຍຄືນ ແລະ ພວກເຂົາກໍຄິດທົບທວນເລື່ອງນີ້ວ່າ: “ມັນຄົງຈະເປັນຕາໜ້າອາຍທີ່ຈະໄປທວງໃຫ້ພວກເຂົາຈ່າຍ. ນອກຈາກນີ້, ພວກເຂົາກໍລຳບາກ ແລະ ໃນເວລານັ້ນ ຂ້ອຍກໍມີຖານະດີກວ່າພວກເຂົາ. ຂ້ອຍໃຫ້ຢືມໄປແລ້ວ ແລະ ມັນກໍຈົບແລ້ວ. ຂ້ອຍຈະຖືວ່າມັນເປັນການຊ່ວຍເຫຼືອຄົນຍາກຈົນກໍແລ້ວກັນ”. ເຈົ້າເຫັນບໍວ່າ ຄວາມຄິດຂອງພວກເຂົາຂ້ອນຂ້າງໃຈກວ້າງ ແລະ ອົດທົນ. ຕົວຢ່າງ: ເມື່ອຄົນອື່ນເຂົ້າໃຈພວກເຂົາຜິດ, ພວກເຂົາກໍບໍ່ໃສ່ໃຈ ແລະ ບໍ່ປົກປ້ອງຕົນເອງ. ເມື່ອຄົນອື່ນຕັດສິນພວກເຂົາ ແລະ ເອີ້ນພວກເຂົາວ່າໂງ່, ພວກເຂົາກໍບໍ່ສົນໃຈ. ເມື່ອປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາກໍບໍ່ຮູ້ສຶກວ່າມັນອິດເມື່ອຍ ແລະ ເຮັດໃນສິ່ງທີ່ຄົນອື່ນບໍ່ເຕັມໃຈທີ່ຈະເຮັດ. ມີຄົນເຍາະເຍີ້ຍພວກເຂົາໂດຍເວົ້າວ່າ “ຄົນອື່ນພັກຜ່ອນກັນໝົດແລ້ວ, ແລ້ວເປັນຫຍັງເຈົ້າຈຶ່ງຍັງເຮັດວຽກຢູ່?” ພວກເຂົາຕອບວ່າ “ການເຮັດວຽກອີກໜ້ອຍໜຶ່ງຈະເສຍຫາຍຫຍັງ? ມັນບໍ່ໄດ້ເຮັດໃຫ້ຂ້ອຍອິດເມື່ອຍ. ການເຮັດວຽກສາມາດເຮັດໃຫ້ຄົນເຮົາອິດເມື່ອຍໄດ້ແທ້ໆບໍ? ຖ້າຄົນອື່ນບໍ່ເຮັດ, ແລ້ວກໍປ່ອຍພວກເຂົາໄປ. ໃນເມື່ອຂ້ອຍສາມາດເຮັດໄດ້, ຂ້ອຍກໍຈະເຮັດອີກໜ້ອຍໜຶ່ງ.” ພວກເຂົາບໍ່ຄິດເລັກຄິດນ້ອຍກັບເລື່ອງດັ່ງກ່າວ ແລະ ລົງມືເຮັດວຽກນັ້ນ. ພວກເຂົາບໍ່ຄິດເລັກຄິດນ້ອຍຫຼາຍກັບຜົນປະໂຫຍດ ແລະ ການສູນເສຍ ແລະ ພວກເຂົາບໍ່ຄິດເລັກຄິດນ້ອຍຫຼາຍກັບໜ້າຕາ ຫຼື ສະຖານະ. ເຖິງແມ່ນວ່າພວກເຂົາເອງເປັນຝ່າຍເສຍປຽບ, ພວກເຂົາກໍບໍ່ເວົ້າເຖິງມັນ. ເມື່ອຄົນອື່ນພົບກັບຄວາມຫຍຸ້ງຍາກ, ພວກເຂົາກໍເປັນຝ່າຍລິເລີ່ມທີ່ຈະຊ່ວຍເຫຼືອ. ການຊ່ວຍເຫຼືອຂອງພວກເຂົາແມ່ນປາສະຈາກເຈດຕະນາ ແລະ ຈຸດປະສົງຂອງພວກເຂົາເອງ ແລະ ຖ້າຄົນອື່ນຕ້ອງການຕອບແທນບຸນຄຸນຂອງພວກເຂົາ, ພວກເຂົາກໍຮູ້ສຶກວ່າການຊ່ວຍເຫຼືອພຽງເລັກນ້ອຍບໍ່ແມ່ນເລື່ອງໃຫຍ່ ແລະ ເປັນສິ່ງທີ່ພວກເຂົາຄວນເຮັດ. ເຖິງແມ່ນວ່າຄົນອື່ນບໍ່ເຫັນຄຸນຄ່າການຊ່ວຍເຫຼືອຂອງພວກເຂົາຫຼັງຈາກທີ່ພວກເຂົາໄດ້ໃຫ້ໄປແລ້ວກໍຕາມ, ພວກເຂົາກໍບໍ່ຄິດເລັກຄິດນ້ອຍກັບສິ່ງດັ່ງກ່າວ. ເມື່ອເຖິງເວລາທີ່ຕ້ອງຊ່ວຍເຫຼືອຄົນອື່ນ, ພວກເຂົາກໍຍັງຈະຊ່ວຍເຫຼືອ. ມີຄົນແບບນັ້ນຫຼາຍບໍ? (ບໍ່ຫຼາຍ.) ມີຄົນແບບນັ້ນບໍ່ຫຼາຍ. ເຖິງແມ່ນວ່າພວກເຂົາຈະໃຈດີ, ພວກເຂົາກໍມີຂອບເຂດທີ່ແນ່ນອນໃນວິທີທີ່ພວກເຂົາປະພຶດຕົນ. ຕົວຢ່າງ: ບາງຄົນຕ້ອງການເອົາປຽບຄົນແບບນັ້ນຢູ່ສະເໝີ, ໂດຍຖືວ່າພວກເຂົາເປັນຄົນໂງ່. ຫຼັງຈາກທີ່ເອົາປຽບແລ້ວ, ພວກເຂົາກໍກ່າວຄຳເວົ້າບາງຢ່າງທີ່ໜ້າຟັງ ເພື່ອເວົ້າຈາຫວ່ານລ້ອມພວກເຂົາ ແລະ ຫຼັງຈາກນັ້ນບໍ່ດົນ ພວກເຂົາກໍເອົາປຽບພວກເຂົາອີກຄັ້ງ. ເມື່ອຄົນໃຈດີເຫັນວ່າເລື່ອງນີ້ຈະບໍ່ມີວັນສິ້ນສຸດ, ພວກເຂົາກໍບໍ່ຄິດເລັກຄິດນ້ອຍ, ບໍ່ໂຕ້ຖຽງ ຫຼື ບໍ່ໃຊ້ເຫດຜົນກັບພວກເຂົາ. ໃນໃຈຂອງພວກເຂົາ, ພວກເຂົາຮູ້ວ່າຄົນແບບນັ້ນບໍ່ດີ ແລະ ບໍ່ເໝາະສົມສຳລັບການຄົບຫາສະມາຄົມ, ສະນັ້ນ ພວກເຂົາຈຶ່ງບໍ່ສົນໃຈຄົນເຫຼົ່ານັ້ນນັບຕັ້ງແຕ່ນັ້ນມາ. ເຖິງຢ່າງໃດກໍຕາມ, ພວກເຂົາກໍບໍ່ຕັດສິນຄົນເຫຼົ່ານັ້ນລັບຫຼັງ. ຢ່າງຫຼາຍທີ່ສຸດ, ເມື່ອມີຄົນຖາມກ່ຽວກັບຄົນປະເພດນີ້, ພວກເຂົາກໍເວົ້າວ່າ “ຄົນນັ້ນພຽງແຕ່ມັກເອົາປຽບເລັກໆນ້ອຍໆ”. ພວກເຂົາບໍ່ເວົ້າເກີນຈິງ ແລະ ພວກເຂົາບໍ່ຕັດສິນຜູ້ຄົນດ້ວຍຄວາມມຸທະລຸ; ພວກເຂົາພຽງແຕ່ເວົ້າໄປຕາມຂໍ້ເທັດຈິງ. ຄວາມເປັນມະນຸດຂອງຄົນໃຈດີນັ້ນຂ້ອນຂ້າງດີແທ້ໆ. ຂໍ້ດີຂອງພວກເຂົາກໍຄື ພວກເຂົາບໍ່ຄິດເລັກຄິດນ້ອຍກັບສິ່ງຕ່າງໆຫຼາຍເກີນໄປ. ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ພວກເຂົາກໍບໍ່ກະທຳໂດຍອີງໃສ່ຄວາມມຸທະລຸ, ອາລົມ ຫຼື ຄວາມຮູ້ສຶກ; ພວກເຂົາພຽງແຕ່ເຮັດໃນສິ່ງທີ່ຜູ້ຄົນຄວນເຮັດ ແລະ ປະຕິບັດຄວາມຮັບຜິດຊອບທີ່ຜູ້ຄົນຄວນປະຕິບັດໃຫ້ສຳເລັດ. ພາຍໃນຂອບເຂດຂອງຄວາມສຳພັນລະຫວ່າງບຸກຄົນທີ່ປົກກະຕິ, ພວກເຂົາເຮັດໃນສິ່ງທີ່ພວກເຂົາຄວນເຮັດ; ບໍ່ວ່າພວກເຂົາຈະສາມາດເຮັດຫຍັງໄດ້ກໍຕາມ, ພວກເຂົາກໍພະຍາຍາມຢ່າງສຸດຄວາມສາມາດເພື່ອເຮັດມັນ, ພະຍາຍາມຊ່ວຍເຫຼືອຄົນອື່ນ ແລະ ພວກເຂົາກໍເຮັດເຊັ່ນນັ້ນຢ່າງຈິງໃຈ ແລະ ຈິງຈັງ. ພວກເຂົາບາງຄົນເຖິງກັບບໍ່ສະແຫວງຫາການຕອບແທນໃດໆເລີຍ, ໂດຍຄິດວ່າ “ຂ້ອຍພຽງແຕ່ຍື່ນມືເຂົ້າຊ່ວຍເຫຼືອ. ເຈົ້າບໍ່ຈຳເປັນຕ້ອງຮູ້ສຶກວ່າເຈົ້າຕິດໜີ້ບຸນຄຸນຂ້ອຍຫຼາຍ ແລະ ເຈົ້າບໍ່ຈຳເປັນຕ້ອງຮູ້ສຶກວ່າເຈົ້າບໍ່ມີວັນຕອບແທນຂ້ອຍໄດ້ພຽງເພາະວ່າເຈົ້າຕິດໜີ້ຂ້ອຍເລັກນ້ອຍນີ້, ໂດຍເຮັດຕົວຄືກັບທາດ ແລະ ໃຫ້ກຽດຫຼາຍເກີນໄປຕໍ່ໜ້າຂ້ອຍຢູ່ສະເໝີ. ນັ້ນເປັນສິ່ງທີ່ບໍ່ຈຳເປັນ”. ບຸກຄົນແບບນັ້ນມີຄວາມເປັນມະນຸດທີ່ດີທີ່ສຸດໃນທ່າມກາງຜູ້ຄົນ. ພວກເຂົາບໍ່ມີເລ່ລ່ຽມ ແລະ ພວກເຂົາບໍ່ຮຸນແຮງຕໍ່ຄົນອື່ນ. ພວກເຂົາມີນ້ຳໃຈ ແລະ ມີດ້ານທີ່ໃຈດີໃນຄວາມເປັນມະນຸດຂອງພວກເຂົາ. ພວກເຂົາເຮັດທຸກຢ່າງທີ່ພວກເຂົາສາມາດເຮັດໄດ້, ບໍ່ຄິດເລັກຄິດນ້ອຍກັບຜົນໄດ້ຜົນເສຍສ່ວນຕົວຫຼາຍເກີນໄປ ແລະ ບໍ່ສົນໃຈຫຼາຍກັບການຕອບແທນ. ນີ້ຄືຂໍ້ດີຂອງຄວາມເປັນມະນຸດ. ລອງເບິ່ງໄປອ້ອມໆຕົວພວກເຈົ້າ ແລະ ເບິ່ງວ່າມີໃຜແດ່ທີ່ມີຂໍ້ດີແບບນັ້ນ. ຖ້າຄົນໃດໜຶ່ງມີລັກສະນະແບບນັ້ນ, ແລ້ວພວກເຂົາກໍສາມາດຖືວ່າເປັນຄົນດີ, ເປັນຄົນຊື່ກົງໃນທ່າມກາງມວນມະນຸດທີ່ເສື່ອມຊາມ. ພວກເຂົາບໍ່ຄິດເລັກຄິດນ້ອຍກັບສິ່ງຕ່າງໆ, ບໍ່ມີເລ່ລ່ຽມ, ບໍ່ຮຸນແຮງຕໍ່ຄົນອື່ນ ແລະ ຊ່ວຍເຫຼືອຄົນອື່ນໂດຍບໍ່ຫວັງຜົນປະໂຫຍດ. ພວກເຂົາອົດທົນຕໍ່ຄົນອື່ນເປັນພິເສດ ແລະ ໃຈກວ້າງຫຼາຍໃນການປະພຶດຕົນຂອງພວກເຂົາ. ການເປັນຄົນໃຈກວ້າງຫຼາຍໝາຍຄວາມວ່າແນວໃດ? ມັນໝາຍເຖິງການບໍ່ຄິດເລັກຄິດນ້ອຍກັບເລື່ອງເລັກໆນ້ອຍໆຢ່າງບໍ່ສິ້ນສຸດ ແລະ ບໍ່ແອບມີຄວາມຂຸ່ນເຄືອງເມື່ອຄົນອື່ນເອົາປຽບພວກເຂົາ. ສິ່ງນີ້ເອີ້ນວ່າການເປັນຄົນໃຈກວ້າງ ແລະ ມັນເປັນຂໍ້ດີທີ່ສຳຄັນຂອງຄວາມເປັນມະນຸດ. ຄວາມໃຈດີກໍເປັນຂໍ້ດີເຊັ່ນກັນ ແລະ ຄວາມໃຈກວ້າງກໍເປັນຂໍ້ດີເຊັ່ນດຽວກັນ. ສິ່ງນີ້ບໍ່ຄືກັບຄົນທີ່ຄິດເລັກຄິດນ້ອຍ, ມັກສົງໄສ, ອ່ອນໄຫວງ່າຍ ແລະ ຫົວແຂງ, ຄົນເຫຼົ່ານີ້ຄິດເລັກຄິດນ້ອຍກັບເລື່ອງເລັກໆນ້ອຍໆຢ່າງບໍ່ສິ້ນສຸດ, ໃຈຮ້າຍງ່າຍ, ໂມໂຫຮ້າຍ, ມີສີໜ້າທີ່ເຢັນຊາຈົນໜ້າຢ້ານ, ບໍ່ສົນໃຈໃຜກໍຕາມທີ່ເວົ້າກັບພວກເຂົາ ແລະ ບໍ່ຄິດເຖິງສິ່ງອື່ນໃດນອກຈາກວິທີແກ້ແຄ້ນຄົນອື່ນ. ບໍ່ມີສິ່ງໃດໃນສິ່ງເຫຼົ່ານີ້ທີ່ຄົນປົກກະຕິຄວນມີ. ຄົນໃຈດີບໍ່ມີເລື່ອງທີ່ຊັບຊ້ອນເຫຼົ່ານັ້ນຢູ່ໃນຄວາມຄິດຂອງພວກເຂົາ, ແລະ ພວກເຂົາບໍ່ມີຄວາມຄິດທີ່ສົງໄສກ່ຽວກັບຄົນອື່ນ. ທຸກສິ່ງໃນໃຈຂອງພວກເຂົາຄືສິ່ງທີ່ຄົນປົກກະຕິຄວນມີ; ມັນສອດຄ່ອງກັບສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງຄວາມເປັນມະນຸດເປັນພິເສດ, ພ້ອມທັງສອດຄ່ອງກັບມາດຕະຖານຂອງຄວາມຮູ້ສຶກຍຸຕິທຳ ແລະ ຄວາມໃຈດີໃນຄວາມເປັນມະນຸດ. ເມື່ອເຈົ້າຄົບຫາສະມາຄົມກັບພວກເຂົາ, ເຈົ້າກໍຮູ້ສຶກຜ່ອນຄາຍຫຼາຍ ແລະ ເຈົ້າກໍຮູ້ສຶກວ່າສິ່ງຕ່າງໆນັ້ນຮຽບງ່າຍຫຼາຍ ນັ້ນກໍຄື ບໍ່ມີເລື່ອງທີ່ສ້າງຄວາມຫຍຸ້ງຍາກຫຼາຍປານນັ້ນ ແລະ ເຈົ້າກໍບໍ່ຈຳເປັນຕ້ອງລະວັງສິ່ງໃດ. ເຈົ້າບໍ່ຈຳເປັນຕ້ອງຄາດເດົາຄວາມຄິດຂອງພວກເຂົາ ຫຼື ຫຼິ້ນເກມທາຍໃຈ. ເຖິງແມ່ນວ່າເຈົ້າເຮັດໃຫ້ພວກເຂົາເຈັບປວດໂດຍບໍ່ຕັ້ງໃຈ, ເຈົ້າກໍບໍ່ຈຳເປັນຕ້ອງກັງວົນກ່ຽວກັບຜົນຕາມມາໃດໆ ແລະ ແນ່ນອນວ່າ ເຈົ້າກໍບໍ່ຈຳເປັນຕ້ອງຮັບຜິດຊອບຕໍ່ຜົນຕາມມາເຊັ່ນກັນ. ມັນເປັນໄປໄດ້ວ່າເມື່ອເຈົ້າໃຈຮ້າຍ ເຈົ້າກໍກາຍເປັນຄົນມຸທະລຸ ແລະ ຮ້ອງດ່າພວກເຂົາດ້ວຍຄຳເວົ້າທີ່ຮຸນແຮງສອງສາມຄຳ ແລະ ໃນເວລານັ້ນ ພວກເຂົາກໍຜິດຖຽງ ແລະ ໂຕ້ຖຽງກັບເຈົ້າເຊັ່ນກັນ ແຕ່ຫຼັງຈາກການໂຕ້ຖຽງນັ້ນ, ພວກເຂົາກໍບໍ່ເກັບມາຄຽດແຄ້ນ ແລະ ພວກເຂົາບໍ່ວາງແຜນຮ້າຍ ຫຼື ແກ້ແຄ້ນເຈົ້າ. ເຈົ້າບໍ່ຈຳເປັນຕ້ອງກັງວົນວ່າ ຖ້າພວກເຂົາໄດ້ຮັບສະຖານະ ພວກເຂົາກໍຈະເຮັດໃຫ້ສິ່ງຕ່າງໆຍາກລຳບາກສຳລັບເຈົ້າ ຫຼື ຈັບຜິດເຈົ້າ ແລະ ເຈົ້າບໍ່ຈຳເປັນຕ້ອງກັງວົນວ່າພວກເຂົາຈະເລັ່ງເປົ້າໃສ່ເຈົ້າໂດຍບໍ່ມີເຫດຜົນ. ພວກເຂົາບໍ່ມີສິ່ງດັ່ງກ່າວຢູ່ພາຍໃນຕົວພວກເຂົາ, ພວກເຂົາພຽງແຕ່ເປັນຄົນຮຽບງ່າຍແບບນີ້. ພວກເຂົາຈະບໍ່ເກັບເລື່ອງຕ່າງໆມາຄຽດແຄ້ນເຈົ້າຢ່າງແນ່ນອນນັບຕັ້ງແຕ່ນັ້ນເປັນຕົ້ນໄປ. ເມື່ອເລື່ອງນັ້ນຈົບລົງ, ມັນກໍຈົບລົງ. ຫຼັງຈາກນັ້ນ, ເມື່ອພວກເຂົາເວົ້າກັບເຈົ້າ, ພວກເຂົາກໍຍັງປະຕິບັດຕໍ່ເຈົ້າຕາມປົກກະຕິ. ເຖິງແມ່ນວ່າພວກເຂົາໃຈຮ້າຍໃນເວລານັ້ນ ແລະ ຜິດຖຽງກັບເຈົ້າກໍຕາມ, ພວກເຂົາກໍບໍ່ເກັບມາຄຽດແຄ້ນເຈົ້າໃນພາຍຫຼັງ. ພວກເຂົາຮູ້ວ່າເຈົ້າພຽງແຕ່ກ່າວຄຳເວົ້າທີ່ໃຈຮ້າຍສອງສາມຄຳ ແລະ ພວກເຂົາກໍສາມາດເຂົ້າໃຈມັນໄດ້: “ໃຜແດ່ທີ່ບໍ່ກ່າວບາງຄຳເວົ້າທີ່ຮຸນແຮງເມື່ອພວກເຂົາໃຈຮ້າຍ? ມັນບໍ່ໄດ້ຕັ້ງໃຈ. ນອກຈາກນີ້, ທຸກຄົນມີອຸປະນິໄສທີ່ເສື່ອມຊາມ, ທຸກຄົນມີເວລາທີ່ພວກເຂົາອາລົມບໍ່ດີ ແລະ ທຸກຄົນກໍມີຄວາມມຸທະລຸ. ຫຼັງຈາກນັ້ນ, ຕາບໃດທີ່ທຸກຄົນສະຫງົບລົງ, ຍອມຮັບຄວາມຜິດພາດຂອງພວກເຂົາ ແລະ ໄຕ່ຕອງເຖິງຂໍ້ເທັດຈິງທີ່ວ່າພວກເຂົາໄດ້ເປີດເຜີຍອຸປະນິໄສທີ່ເສື່ອມຊາມ ແລະ ລົ້ມເຫຼວທີ່ຈະກະທຳຕາມຫຼັກການ, ນັ້ນກໍບໍ່ເປັນຫຍັງ”. ພວກເຂົາຈະໃຫ້ອະໄພເຈົ້າ, ບໍ່ຄືກັບຄົນຊົ່ວຮ້າຍທີ່ຕາມລ່າເຈົ້າຢ່າງບໍ່ລົດລະ ແລະ ຈະບໍ່ຢຸດຈົນກວ່າພວກເຂົາຈະທຳລາຍເຈົ້າ. ໂດຍທົ່ວໄປແລ້ວ ຄົນໃຈດີບໍ່ມີຫົວໃຈທີ່ຢາກແກ້ແຄ້ນ. ຖ້າເຈົ້າເຮັດບາງຢ່າງທີ່ລ່ວງເກີນພວກເຂົາ, ບາງຄັ້ງພວກເຂົາອາດຈະກຽດຊັງເຈົ້າ ແຕ່ພວກເຂົາຈະບໍ່ລະເມີດສິນທຳຂອງຄວາມເປັນມະນຸດຢ່າງແນ່ນອນ ແລະ ໃຊ້ວິທີທີ່ໜ້າລັງກຽດເພື່ອທໍລະມານເຈົ້າ. ເຖິງແມ່ນວ່າພວກເຂົາຈະມີອຸປະນິໄສທີ່ເສື່ອມຊາມ ແລະ ອາດຈະເວົ້າ ຫຼື ເຮັດບາງຢ່າງໂດຍອີງໃສ່ອຸປະນິໄສທີ່ເສື່ອມຊາມເຫຼົ່ານັ້ນ ເຊັ່ນ: ການເວົ້າເຖິງຄວາມຜິດພາດທີ່ເຈົ້າເຄີຍເຮັດໃນອະດີດ ຫຼື ການລິຮານເຈົ້າ, ພວກເຂົາກໍຈະບໍ່ແຕ່ງເລື່ອງຂຶ້ນມາລອຍໆ ຫຼື ໃຊ້ອຳນາດທີ່ພວກເຂົາມີເພື່ອໂຈມຕີ ຫຼື ແກ້ແຄ້ນເຈົ້າ. ເຖິງແມ່ນວ່າພວກເຂົາຕ້ອງການໂຈມຕີ ຫຼື ແກ້ແຄ້ນເຈົ້າ ແລະ ພວກເຂົາມີອຸປະນິໄສທີ່ເສື່ອມຊາມປະເພດນີ້, ເພາະຄວາມເປັນມະນຸດຂອງພວກເຂົາມີຂໍ້ດີຂອງຄວາມໃຈດີ, ເມື່ອພວກເຂົາຕ້ອງການແກ້ແຄ້ນ, ພວກເຂົາກໍຈະຖືກຢັບຢັ້ງ ແລະ ພວກເຂົາກໍຈະສາມາດຄວບຄຸມສິ່ງຕ່າງໆໃຫ້ຢູ່ໃນຂອບເຂດທີ່ເໝາະສົມໄດ້. ຖ້າມະນຸດທີ່ເສື່ອມຊາມທີ່ມີອຳນາດຍັງສາມາດບັນລຸລະດັບນີ້ໄດ້, ມັນກໍເປັນສິ່ງທີ່ໜ້າຍົກຍ້ອງຫຼາຍແລ້ວ. ຄົນສ່ວນໃຫຍ່, ຖ້າພວກເຂົາບໍ່ມີຂໍ້ດີນີ້, ພວກເຂົາກໍບໍ່ສາມາດບັນລຸໄດ້ແມ່ນແຕ່ລະດັບຂອງການຢັບຢັ້ງນີ້ ແລະ ບໍ່ສາມາດລະງັບໃຈຈາກການໂຈມຕີ ແລະ ການແກ້ແຄ້ນຄົນອື່ນໄດ້.
ການສະແດງອອກ ຫຼື ການເປີດເຜີຍຂອງຄວາມໃຈດີເປັນຂໍ້ດີຂອງຄວາມເປັນມະນຸດ. ໃນລະດັບທີ່ໃຫຍ່, ຂໍ້ດີຂອງຄວາມເປັນມະນຸດນີ້ຈະຢັບຢັ້ງ ຫຼື ຄອຍເຕືອນຜູ້ຄົນ, ເຮັດໃຫ້ພວກເຂົາສາມາດໄດ້ຮັບການຄວບຄຸມ ແລະ ການຢັບຢັ້ງໃນລະດັບໃດໜຶ່ງ ເມື່ອອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຖືກເປີດເຜີຍ. ຖ້າຄົນໃຈດີແບບນັ້ນເປັນຄົນທີ່ມີຄວາມເຂົ້າໃຈຝ່າຍວິນຍານ, ເຊິ່ງສາມາດຢັ່ງຮູ້ຄວາມຈິງ ແລະ ຍອມຮັບຄວາມຈິງໄດ້, ແລ້ວຂໍ້ດີຂອງຄວາມເປັນມະນຸດຂອງພວກເຂົານີ້ກໍສາມາດເຮັດໃຫ້ພວກເຂົາປະຕິບັດຕາມຫຼັກການຄວາມຈິງຢ່າງເຂັ້ມງວດຫຼາຍຂຶ້ນ ເມື່ອເບິ່ງຜູ້ຄົນ ແລະ ສິ່ງຕ່າງໆ ພ້ອມທັງປະພຶດຕົນ ແລະ ກະທຳ, ມັນບໍ່ເປັນແບບນັ້ນບໍ? (ແມ່ນແລ້ວ.) ໃນທາງກົງກັນຂ້າມ, ຄົນທີ່ມີເລ່ລ່ຽມນັ້ນເຈົ້າເລ່ຫຼາຍກວ່າ ແລະ ແຕກຕ່າງຈາກຄົນໃຈດີ. ຫຼັງຈາກທີ່ເຮັດບາງຢ່າງທີ່ບໍ່ດີແລ້ວ, ພວກເຂົາບໍ່ພຽງແຕ່ບໍ່ໄຕ່ຕອງກ່ຽວກັບຕົນເອງເທົ່ານັ້ນ ແຕ່ພວກເຂົາຍັງເຮັດຜິດໜັກຂຶ້ນກວ່າເກົ່າ ແລະ ເຮັດມັນຈົນເຖິງທີ່ສຸດອີກດ້ວຍ. ສິ່ງນີ້ປ່ຽນພວກເຂົາໃຫ້ກາຍເປັນມານຮ້າຍ, ເຊິ່ງກົງກັນຂ້າມຢ່າງສິ້ນເຊີງກັບຫຼັກການທີ່ຄົນໃຈດີກະທຳ. ຕົວຢ່າງ: ຖ້າຄົນໃດໜຶ່ງເປັນຄົນໃຈດີ ແລະ ມີຂໍ້ດີຂອງຄວາມເປັນມະນຸດນີ້, ແລ້ວເມື່ອໂຕ້ຖຽງກັບເຈົ້າ, ພວກເຂົາກໍຈະເວົ້າໂດຍອີງໃສ່ຂໍ້ເທັດຈິງ. ພວກເຂົາຈະບໍ່ເວົ້າເກີນຈິງ, ບໍ່ແຕ່ງເລື່ອງທີ່ເປັນລົບກ່ຽວກັບເຈົ້າຂຶ້ນມາລອຍໆ ຫຼື ໃສ່ຮ້າຍປ້າຍສີເຈົ້າ ແລະ ດູຖູກຄວາມສຸດຈະລິດຂອງເຈົ້າພຽງເພາະວ່າພວກເຂົາໃຈຮ້າຍໃຫ້ເຈົ້າ. ພວກເຂົາຈະບໍ່ເຮັດສິ່ງດັ່ງກ່າວຢ່າງແນ່ນອນ. ເມື່ອໂຕ້ຖຽງກັບເຈົ້າ, ພວກເຂົາອາດເປີດເຜີຍອຸປະນິໄສທີ່ອວດດີ ຫຼື ໂຫດຮ້າຍ ແຕ່ຄຳເວົ້າທີ່ພວກເຂົາກ່າວອອກມານັ້ນຖືກຢັບຢັ້ງໂດຍສະຕິຮູ້ສຶກຜິດຊອບ, ເຫດຜົນ ແລະ ຄວາມເປັນມະນຸດທີ່ໃຈດີຂອງພວກເຂົາຢ່າງແນ່ນອນ. ດ້ວຍວິທີນີ້, ໃນລະດັບໃດໜຶ່ງ ລະດັບການຖືກທຳຮ້າຍທີ່ເກີດຂຶ້ນກັບເຈົ້າກໍຈະຫຼຸດລົງ. ເຖິງຢ່າງໃດກໍຕາມ, ຄົນຊົ່ວຮ້າຍຂາດດ້ານທີ່ໃຈດີຂອງຄວາມເປັນມະນຸດ. ຄົນຊົ່ວຮ້າຍຜິດຖຽງກັນແນວໃດ? “ເຈົ້າເປັນກະຫຼີ, ເປັນໂສເພນີ! ຂ້ອຍດ່າໂຄດເຫງົ້າເຈົ້າແປດຊົ່ວຄົນ ແລະ ສາບແຊ່ງໂຄດເຫງົ້າເຈົ້າແປດຊົ່ວຄົນ!” ພວກເຂົາຈະກ່າວຄຳເວົ້າທີ່ຮຸນແຮງ ແລະ ປະສົງຮ້າຍທຸກປະເພດ. ນີ້ຄືສິ່ງທີ່ຄົນຊົ່ວຮ້າຍເປັນ, ລັກສະນະຂອງພວກເຂົາຊົ່ວຊ້າ. ຄົນທີ່ມີລັກສະນະຊົ່ວຊ້າບາງຄົນບໍ່ໄດ້ອີງຄຳຂອງພວກເຂົາໃສ່ຂໍ້ເທັດຈິງ. ເປັນຫຍັງພວກເຂົາຈຶ່ງບໍ່ອີງໃສ່ຂໍ້ເທັດຈິງ? ເພາະວ່າພວກເຂົາຂາດສະຕິຮູ້ສຶກຜິດຊອບ ແລະ ບໍ່ບັນລຸມາດຕະຖານຂອງສະຕິຮູ້ສຶກຜິດຊອບ. ເມື່ອພວກເຂົາດ່າຄົນອື່ນ, ພວກເຂົາກໍບໍ່ຖືກຈຳກັດໂດຍສະຕິຮູ້ສຶກຜິດຊອບຂອງພວກເຂົາ. ພວກເຂົາດ່າຢ່າງບໍ່ຄິດ, ເວົ້າຄຳດ່າໃດກໍຕາມທີ່ເຂົ້າມາໃນຫົວ. ຄຳເວົ້າໃດກໍຕາມທີ່ສາມາດລະບາຍຄວາມກຽດຊັງຂອງພວກເຂົາ, ເຮັດໃຫ້ຫົວໃຈຂອງເຈົ້າເຈັບປວດຢ່າງໜັກ ແລະ ເຮັດໃຫ້ເຈົ້າໃຈຮ້າຍຈົນເປັນບ້າ, ນັ້ນຄືຄຳເວົ້າທີ່ພວກເຂົາຈະເວົ້າ. ຄຳດ່າຂອງພວກເຂົາສາມາດເຮັດໃຫ້ເຈົ້າໃຈຮ້າຍຈົນຕາຍໄດ້ແທ້ໆ. ຄົນແບບນັ້ນບໍ່ມີຄວາມໃຈດີໃນໃຈຂອງພວກເຂົາ ແລະ ເຕັມໄປດ້ວຍຄວາມປະສົງຮ້າຍ. ສິ່ງທີ່ຄົນຊົ່ວຮ້າຍເປີດເຜີຍໂດຍຫຼັກແລ້ວຄືອຸປະນິໄສສອງປະເພດນີ້ ນັ້ນກໍຄືຄວາມອວດດີ ແລະ ຄວາມໂຫດຮ້າຍ. ໂດຍແກ່ນແທ້ແລ້ວ, ຄຳເວົ້າທີ່ພວກເຂົາດ່າອອກມານັ້ນມີຄຳສາບແຊ່ງ, ເຕັມໄປດ້ວຍຄວາມປະສົງຮ້າຍຂອງຊາຕານ ແລະ ມີພະລັງທຳລາຍລ້າງທີ່ພຽງພໍ; ພວກເຂົາເຖິງກັບສາມາດດ່າດ້ວຍຄຳສາບແຊ່ງທີ່ປະສົງຮ້າຍທີ່ສຸດ. ຖ້າເຈົ້າມີຄວາມເປັນມະນຸດ ຫຼື ຖ້າຄວາມເປັນມະນຸດຂອງເຈົ້າໃຈດີ, ແລ້ວເຈົ້າກໍບໍ່ສາມາດເວົ້າຄຳດ່າແບບນັ້ນໄດ້; ຍິ່ງໄປກວ່ານັ້ນ, ເຈົ້າກໍບໍ່ສາມາດແຕ່ງເລື່ອງຂຶ້ນມາລອຍໆໄດ້. ນີ້ເປັນເພາະວ່າເຈົ້າມີຄວາມສຳນຶກຂອງສະຕິຮູ້ສຶກຜິດຊອບ ແລະ ເຈົ້າມີຄວາມມີເຫດຜົນ ພ້ອມທັງດ້ານທີ່ເປັນຄົນລັກສະນະດີ ແລະ ໃຈດີພາຍໃນສະຕິຮູ້ສຶກຜິດຊອບຂອງເຈົ້າກໍຢັບຢັ້ງ ແລະ ຄວບຄຸມເຈົ້າຢ່າງຫຼວງຫຼາຍ, ເຮັດໃຫ້ມັນເປັນໄປບໍ່ໄດ້ທີ່ເຈົ້າຈະເວົ້າຄຳດ່າແບບນັ້ນ. ເມື່ອມີຄົນດ່າເຈົ້າ, ເຈົ້າກໍຮູ້ສຶກໃຈຮ້າຍ ແລະ ຕ້ອງການດ່າໂຄດເຫງົ້າພວກເຂົາແປດຊົ່ວຄົນ ແລະ ສາບແຊ່ງພວກເຂົາ, ໂດຍເວົ້າວ່າພວກເຂົາຄວນຕົກນະຮົກ ແຕ່ເຈົ້າກໍຄິດທົບທວນວ່າ: “ຂ້ອຍມີສິດຫຍັງໄປສາບແຊ່ງພວກເຂົາ? ຂ້ອຍບໍ່ແມ່ນພຣະເຈົ້າ ແລະ ຂ້ອຍກໍບໍ່ມີສິດຕັດສິນຊີ້ຂາດ”. ເຈົ້າຍັງຕ້ອງການດ່າພວກເຂົາກັບດ້ວຍຄຳເວົ້າທີ່ຫຍາບຄາຍ ແຕ່ເຈົ້າກໍຄິດທົບທວນວ່າ: “ຖ້າຂ້ອຍໃຊ້ຄຳເວົ້າທີ່ຫຍາບຄາຍ, ແມ່ນແຕ່ຂ້ອຍເອງກໍຈະຮູ້ສຶກລັງກຽດ, ແລ້ວຄົນອ້ອມຂ້າງຈະຄິດແນວໃດກັບຂ້ອຍ? ນັ້ນຈະບໍ່ໝາຍຄວາມວ່າຂ້ອຍບໍ່ມີຄວາມສຸດຈະລິດ ຫຼື ກຽດສັກສີບໍ? ຂ້ອຍຈະບໍ່ເຮັດຕົວຄືກັບຜູ້ຍິງທີ່ປາກຮ້າຍບໍ? ຂ້ອຍຈະບໍ່ເປັນຄົນປະເພດນັ້ນ”. ເຈົ້າບໍ່ສາມາດທຳໃຈດ່າພວກເຂົາໄດ້. ສະນັ້ນ ຄຳເວົ້າຂອງເຈົ້າຈຶ່ງຖືກຢັບຢັ້ງຢ່າງຫຼວງຫຼາຍ ແລະ ສິ່ງທີ່ເຈົ້າສາມາດທຳໃຈເວົ້າອອກມາໄດ້ນັ້ນກໍມີຈຳກັດຫຼາຍ. ຢ່າງຫຼາຍທີ່ສຸດ, ເຈົ້າອາດເວົ້າວ່າ “ເຈົ້າຄືຊາຕານ, ອຸປະນິໄສທີ່ເສື່ອມຊາມຂອງເຈົ້າຮ້າຍແຮງ, ເຈົ້າບໍ່ສາມາດຮັບເອົາຄວາມລອດພົ້ນໄດ້ ແລະ ພຣະເຈົ້າກໍບໍ່ມັກເຈົ້າ”. ຢ່າງຫຼາຍທີ່ສຸດ ເຈົ້າອາດຈະເວົ້າສິ່ງດັ່ງກ່າວສອງສາມຢ່າງ ແຕ່ຈາກນັ້ນເຈົ້າກໍຄິດທົບທວນວ່າ: “ການທີ່ພຣະເຈົ້າບໍ່ມັກຄົນໃດໜຶ່ງນັ້ນບໍ່ແມ່ນສິ່ງທີ່ຂ້ອຍຈະຕັດສິນໄດ້” ແລະ ດັ່ງນັ້ນ ເຈົ້າຈຶ່ງຂາດຄວາມໝັ້ນໃຈເມື່ອເຈົ້າເວົ້າແບບນັ້ນ. ເມື່ອມີຄົນດ່າເຈົ້າ ແລະ ສາບແຊ່ງເຈົ້າ, ໂດຍບອກໃຫ້ເຈົ້າຕົກນະຮົກຂຸມທີສິບແປດ, ເຈົ້າກໍຄິດໃນໃຈວ່າ: “ການສາບແຊ່ງຄົນໃດໜຶ່ງ, ໂດຍບອກໃຫ້ພວກເຂົາຕົກນະຮົກຂຸມທີສິບແປດ, ຄຳເວົ້າເຫຼົ່ານັ້ນຮຸນແຮງເກີນໄປ! ຂ້ອຍບໍ່ສາມາດເວົ້າສິ່ງແບບນັ້ນໄດ້. ຂ້ອຍຕ້ອງໃຊ້ຄຳເວົ້າທີ່ອ່ອນໂຍນກວ່າ!” ເປັນຫຍັງເຈົ້າຈຶ່ງສາມາດມີຄວາມຄິດເຫຼົ່ານີ້ໄດ້? ເພາະວ່າສິ່ງທີ່ມີຢູ່ພາຍໃນຄວາມເປັນມະນຸດຂອງເຈົ້ານັ້ນແຕກຕ່າງຈາກສິ່ງທີ່ມີຢູ່ໃນຄົນຊົ່ວຮ້າຍ. ຖ້າເຈົ້າໃຈດີ ແລະ ມີລັກສະນະທີ່ດີ ພ້ອມທັງເຈົ້າມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ, ຄຳເວົ້າທີ່ເຈົ້າກ່າວກໍຈະສົມເຫດສົມຜົນຫຼາຍ. ພາຍໃນຂອບເຂດສະຕິຮູ້ສຶກຜິດຊອບຂອງເຈົ້າ, ເຈົ້າອາດກ່າວບາງຄຳເວົ້າທີ່ໃຈຮ້າຍ ຫຼື ຫຼຸດປາກກ່າວຄຳເວົ້າທີ່ຫຍາບຄາຍບາງຄຳ ແຕ່ຫຼັງຈາກທີ່ເວົ້າໄປແລ້ວ, ເຈົ້າເອງກໍຮູ້ສຶກເສຍໃຈຫຼາຍ ແລະ ບໍ່ໄດ້ເຮັດໃຫ້ອີກຝ່າຍເຈັບປວດແທ້ໆ ນັ້ນກໍຄື ຄຳເວົ້າຂອງເຈົ້າຂາດພະລັງທຳລາຍລ້າງ. ຄົນຊົ່ວຮ້າຍຍິ່ງດ່າຄົນອື່ນຫຼາຍເທົ່າໃດກໍຍິ່ງດີໃຈຫຼາຍຂຶ້ນເທົ່ານັ້ນ, ໃນຂະນະທີ່ເຈົ້າຍິ່ງດ່າຄົນອື່ນຫຼາຍເທົ່າໃດກໍຍິ່ງເສຍໃຈຫຼາຍຂຶ້ນເທົ່ານັ້ນ, ເຈົ້າຄິດໃນໃຈວ່າ: “ຊ່າງມັນເຖາະ, ການຫຼຸດຕົວລົງໄປໃນລະດັບດຽວກັບຄົນທີ່ມີລັກສະນະທີ່ໜ້າລັງກຽດ ແລະ ຄົນຊົ່ວຮ້າຍແບບນັ້ນເປັນສິ່ງທີ່ໄຮ້ຄ່າ ແລະ ບໍ່ມີຄວາມໝາຍ. ຂ້ອຍຈະບໍ່ຜິດຖຽງກັບພວກເຂົາອີກຕໍ່ໄປ”. ການໂຕ້ຖຽງກັບຄົນຊົ່ວຮ້າຍນັ້ນບໍ່ມີປະໂຫຍດຫຍັງເລີຍຄືກັບການພະຍາຍາມເວົ້າກ່ຽວກັບຄວາມຈິງກັບຊາຕານ. ບໍ່ຈຳເປັນຕ້ອງໂຕ້ຖຽງ ຫຼື ຄິດເລັກຄິດນ້ອຍກັບສິ່ງຕ່າງໆກັບພວກເຂົາ. ພຽງແຕ່ຢູ່ໃຫ້ຫ່າງຈາກຄົນແບບນັ້ນໃນອະນາຄົດ. ເຈົ້າຈະຄິດຢາກທຳຮ້າຍພວກເຂົາບໍ? ເຈົ້າຈະຄິດຢາກແກ້ແຄ້ນພວກເຂົາ ແລະ ຊອກຫາໂອກາດເພື່ອສັ່ງສອນພວກເຂົາບໍ? ເຈົ້າບໍ່ມີຫົວໃຈທີ່ໂຫດຮ້າຍແບບນັ້ນ. ເຈົ້າພຽງແຕ່ບອກຕົນເອງຢູ່ສະເໝີວ່າ “ຊ່າງມັນເຖາະ. ຄຳດ່າສອງສາມຄຳຈາກພວກເຂົາບໍ່ໄດ້ເຮັດໃຫ້ຂ້ອຍເສຍປຽບຫຍັງ; ຂ້ອຍຈະບໍ່ຄິດເລັກຄິດນ້ອຍກັບພວກເຂົາ”. ບາງຄົນເຖິງກັບປອບໃຈຕົນເອງໂດຍເວົ້າວ່າ “ເຖິງແນວໃດກໍຕາມ, ພຣະເຈົ້າກໍບໍ່ໄດ້ສາບແຊ່ງຂ້ອຍ. ຄຳສາບແຊ່ງຂອງພວກເຂົາບໍ່ມີຜົນຫຍັງເລີຍ”. ໃນຄວາມເປັນຈິງແລ້ວ, ເພາະວ່າເຈົ້າມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ ພ້ອມທັງເຈົ້າກໍໃຈດີ ແລະ ມີລັກສະນະທີ່ດີພາຍໃນຄວາມເປັນມະນຸດຂອງເຈົ້າ, ເຈົ້າຈຶ່ງບໍ່ສາມາດເວົ້າຄຳດ່າເຫຼົ່ານັ້ນໄດ້ເລີຍ. ເຈົ້າພົບວ່າພວກມັນສົກກະປົກ ແລະ ເປັນການຫຼຸດກຽດ. ຖ້າຄຳເວົ້າເຫຼົ່ານັ້ນອອກມາຈາກປາກຂອງເຈົ້າ, ເຈົ້າກໍຈະຮູ້ສຶກວ່າພວກມັນຂັດຕໍ່ສະຕິຮູ້ສຶກຜິດຊອບຂອງເຈົ້າ. ໂດຍສະເພາະເມື່ອເວົ້າເຖິງການແຕ່ງເລື່ອງ ຫຼື ເລື່ອງທີ່ບໍ່ມີມູນຄວາມຈິງ, ເຈົ້າຍິ່ງບໍ່ສາມາດເວົ້າພວກມັນໄດ້. ການທີ່ບໍ່ສາມາດເວົ້າພວກມັນໄດ້ນັ້ນ, ສຳລັບເຈົ້າແລ້ວ, ມັນຄືການປົກປ້ອງ. ຄຳເວົ້າຂອງພວກເຂົາມີພະລັງທຳລາຍລ້າງຢ່າງຫຼວງຫຼາຍ ແລະ ໄດ້ເຮັດໃຫ້ເຈົ້າເຈັບປວດ, ນີ້ຄືການກະທຳທີ່ຊົ່ວຮ້າຍຂອງພວກເຂົາ. ການກະທຳທີ່ຊົ່ວຮ້າຍນີ້ເກີດຂຶ້ນໄດ້ແນວໃດ? ມັນເປັນເພາະວ່າຄວາມເປັນມະນຸດຂອງພວກເຂົາມີຄຸນລັກສະນະທີ່ຊົ່ວຊ້າ. ເມື່ອພວກເຂົາມີຂໍ້ຂັດແຍ່ງ ຫຼື ຂໍ້ໂຕ້ແຍ້ງກັບເຈົ້າ, ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາກໍຈະພອງຂຶ້ນຢ່າງບໍ່ມີຂີດຈຳກັດ ແລະ ພວກເຂົາກໍສາມາດດ່າເຈົ້າຢ່າງຕາມອຳເພີໃຈ. ພວກເຂົາມີລັກສະນະທີ່ຊົ່ວຊ້າແບບນີ້, ສະນັ້ນ ໂດຍທຳມະຊາດແລ້ວ ພວກເຂົາຈຶ່ງເປີດເຜີຍອຸປະນິໄສທີ່ເສື່ອມຊາມ. ໃນທາງກົງກັນຂ້າມ, ຖ້າເຈົ້າເປັນຄົນໃຈດີ ແລະ ນິໄສດີ ທີ່ມີສະຕິຮູ້ສຶກຜິດຊອບ, ເຫດຜົນ ແລະ ຄວາມເປັນມະນຸດ, ໃນສະຖານະການແບບນີ້, ບໍ່ພຽງແຕ່ເຈົ້າຈະບໍ່ລະບາຍອຸປະນິໄສທີ່ເສື່ອມຊາມຂອງເຈົ້າອອກມາເທົ່ານັ້ນ ແຕ່ຄວາມເປັນມະນຸດຂອງເຈົ້າຍັງຈະຢັບຢັ້ງການເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງເຈົ້າຢ່າງຫຼວງຫຼາຍອີກດ້ວຍ. ສິ່ງນີ້ເປັນປະໂຫຍດທີ່ສຸດສຳລັບເຈົ້າ. ໃນພາຍນອກ, ມັນເບິ່ງຄືວ່າເຈົ້າເສຍປຽບ, ຕົກເປັນຮອງ ແລະ ບໍ່ສາມາດເອົາຊະນະພວກເຂົາໃນການໂຕ້ຖຽງໄດ້, ກາຍເປັນຕົວຕະຫຼົກສຳລັບຄົນອື່ນ. ໃນຄວາມເປັນຈິງແລ້ວ, ຄວາມເປັນມະນຸດຂອງເຈົ້າໄດ້ປົກປ້ອງເຈົ້າ, ປ້ອງກັນບໍ່ໃຫ້ເຈົ້າເຮັດຄວາມຊົ່ວ, ເຮັດໃນສິ່ງທີ່ພຣະເຈົ້າບໍ່ພໍໃຈ ຫຼື ກ່າວຄຳເວົ້າທີ່ພຣະເຈົ້າບໍ່ພໍໃຈ. ດ້ວຍວິທີນີ້, ມັນບໍ່ໄດ້ປົກປ້ອງເຈົ້າໃນລະດັບໃດໜຶ່ງບໍ? (ແມ່ນແລ້ວ.) ຂໍ້ດີຂອງຄວາມເປັນມະນຸດນີ້ໄດ້ປົກປ້ອງເຈົ້າຢ່າງຫຼວງຫຼາຍ, ປ້ອງກັນບໍ່ໃຫ້ເຈົ້າເຮັດໃນສິ່ງທີ່ພຣະເຈົ້າບໍ່ພໍໃຈ ຫຼື ລັງກຽດຕື່ມອີກ ຫຼື ກ່າວຄຳເວົ້າທີ່ພຣະເຈົ້າລັງກຽດ ແລະ ກ່າວໂທດ ເມື່ອເປີດເຜີຍອຸປະນິໄສທີ່ເສື່ອມຊາມ. ເຖິງແມ່ນວ່າສິ່ງນີ້ຈະບໍ່ນັບວ່າເປັນການກະທຳທີ່ດີກໍຕາມ, ຢ່າງໜ້ອຍທີ່ສຸດ ເຈົ້າກໍບໍ່ໄດ້ເຮັດຄວາມຊົ່ວ. ສິ່ງທີ່ເຈົ້າເຮັດໃນສະຖານະການນີ້ຈະບໍ່ຖືກກ່າວໂທດ ແລະ ເຈົ້າຈະບໍ່ຖືກລົງໂທດສຳລັບມັນ. ໃນທາງກົງກັນຂ້າມ, ຄົນຊົ່ວຮ້າຍບໍ່ພຽງແຕ່ຈະຖືກກ່າວໂທດເທົ່ານັ້ນ ແຕ່ຍັງຈະຖືກລົງໂທດສຳລັບສິ່ງທີ່ພວກເຂົາເຮັດພາຍໃຕ້ການຄອບງຳຂອງລັກສະນະທີ່ຊົ່ວຊ້າຂອງພວກເຂົາອີກດ້ວຍ. ພວກເຂົາຈະຕ້ອງຮັບຜິດຊອບຕໍ່ຜົນຕາມມາ ແລະ ຮັບຜິດຊອບ. ສະນັ້ນ, ຄົນທີ່ມີຂໍ້ດີຕ່າງໆໃນຄວາມເປັນມະນຸດຂອງພວກເຂົາອາດຈະເບິ່ງຄືວ່າເສຍໜ້າ, ສະຖານະ ແລະ ກຽດສັກສີໃນບາງເລື່ອງ ແລະ ໂດຍສະເພາະແມ່ນສູນເສຍໂອກາດທີ່ຈະເປັນຝ່າຍລິເລີ່ມໃນການໂຕ້ແຍ້ງດ້ວຍເຫດຜົນຂອງພວກເຂົາ ແຕ່ນີ້ບໍ່ແມ່ນການເສຍປຽບ. ບາງຄົນເວົ້າວ່າ “ຖ້າມັນບໍ່ແມ່ນການເສຍປຽບ, ນັ້ນໝາຍຄວາມວ່າມັນເປັນການເອົາປຽບບໍ?” ມັນບໍ່ສາມາດວັດແທກໄດ້ໃນແງ່ຂອງການເສຍປຽບ ຫຼື ການເອົາປຽບ. ແລ້ວມັນຄວນຈະວັດແທກແນວໃດ? ມັນຄວນຈະວັດແທກແບບນີ້: ການເສຍປຽບໃນບາງສະຖານະການນັ້ນບໍ່ສຳຄັນ, ສິ່ງສຳຄັນກໍຄືເຈົ້າສາມາດໄດ້ຮັບຜົນປະໂຫຍດຈາກມັນ. ໃນສະຖານະການນີ້, ມັນຄືຂໍ້ດີຂອງຄວາມເປັນມະນຸດຂອງເຈົ້າທີ່ໄດ້ປົກປ້ອງພຶດຕິກຳຂອງເຈົ້າ, ປ້ອງກັນບໍ່ໃຫ້ເຈົ້າເຮັດຄວາມຊົ່ວ ແລະ ຮັບປະກັນວ່າເຈົ້າຈະບໍ່ຖືກກ່າວໂທດໂດຍພຣະເຈົ້າ. ນີ້ບໍ່ແມ່ນການຮັບເອົາຜົນປະໂຫຍດບໍ? ຕອນນີ້ມັນເປັນໄປບໍ່ໄດ້ເລີຍທີ່ທົນທຸກກັບການລົງໂທດ ເຊິ່ງເປັນຜົນມາຈາກການເຮັດຄວາມຊົ່ວ. ນີ້ບໍ່ແມ່ນສິ່ງທີ່ດີສຳລັບເຈົ້າບໍ? (ແມ່ນແລ້ວ). ເຖິງແມ່ນວ່າມັນຈະບໍ່ແມ່ນການກະທຳທີ່ດີທີ່ເຈົ້າເປັນຝ່າຍລິເລີ່ມເຮັດ ແລະ ມັນບໍ່ແມ່ນການກະທຳທີ່ຕັ້ງໃຈປະຕິບັດຕາມຫຼັກການຄວາມຈິງກໍຕາມ, ພາຍໃນຂອບເຂດຂອງການມີຂໍ້ດີໃນຄວາມເປັນມະນຸດຂອງເຈົ້າ, ເຈົ້າກໍໄດ້ເຮັດບາງສິ່ງບາງຢ່າງທີ່ບໍ່ລະເມີດຫຼັກການຄວາມຈິງ. ດ້ວຍວິທີນີ້, ເຈົ້າຈຶ່ງໄດ້ຮັບການປົກປ້ອງ. ເຖິງແມ່ນວ່າມັນຈະບໍ່ຖືກຈື່ຈຳກໍຕາມ, ຢ່າງໜ້ອຍທີ່ສຸດ ມັນກໍບໍ່ຖືກກ່າວໂທດ. ແລະ ດັ່ງນັ້ນ ເຈົ້າຈຶ່ງບໍ່ຈຳເປັນຕ້ອງຮັບຜິດຊອບ ຫຼື ທົນທຸກກັບການລົງໂທດໃດໆ. ນີ້ບໍ່ແມ່ນສິ່ງທີ່ດີບໍ? (ແມ່ນແລ້ວ.) ໃນຂະບວນການຕິດຕາມພຣະເຈົ້າ, ບໍ່ວ່າສິ່ງທີ່ເຈົ້າເຮັດຈະສອດຄ່ອງກັບຄວາມຈິງ ຫຼື ບໍ່ ແລະ ບໍ່ວ່າພຣະເຈົ້າຈະເບິ່ງມັນແນວໃດກໍຕາມ, ຢ່າງໜ້ອຍທີ່ສຸດ ເຈົ້າກໍມີສະຕິຮູ້ສຶກຜິດຊອບທີ່ບໍລິສຸດ. ເຖິງແມ່ນວ່າພຣະເຈົ້າຈະບໍ່ຈື່ຈຳມັນກໍຕາມ, ຢ່າງໜ້ອຍເຈົ້າກໍຄວນຫຼີກລ່ຽງການຖືກກ່າວໂທດໂດຍພຣະເຈົ້າ ຫຼື ການເຮັດໃຫ້ພຣະເຈົ້າກຽດຊັງເຈົ້າ. ນີ້ຄືຫຼັກການພື້ນຖານທີ່ສຸດທີ່ເຈົ້າຄວນປະຕິບັດຕາມ. ຂໍ້ດີຂອງຄວາມເປັນມະນຸດບໍ່ສຳຄັນຫຼາຍສຳລັບຜູ້ຄົນບໍ? (ແມ່ນແລ້ວ.) ສະນັ້ນ ຢ່າຮູ້ສຶກບໍ່ເຕັມໃຈຢູ່ຕະຫຼອດເວລາ ພຽງເພາະວ່າເຈົ້າຄິດວ່າການມີຂໍ້ດີບາງຢ່າງຂອງຄວາມເປັນມະນຸດເຮັດໃຫ້ເຈົ້າບໍ່ເປັນທີ່ນິຍົມໃນທ່າມກາງຜູ້ຄົນ, ເຈົ້າຈະພາດໂອກາດທີ່ຈະເອົາປຽບ ຫຼື ໄດ້ຮັບຜົນປະໂຫຍດຢູ່ສະເໝີ ແລະ ຜົນປະໂຫຍດທັງໝົດຈະຖືກຄົນອື່ນເອົາໄປ ໃນຂະນະທີ່ເຈົ້າຈະເປັນຜູ້ທີ່ເສຍປຽບຢູ່ສະເໝີ. ການເສຍປຽບບໍ່ດີແນວໃດ? ຢ່າງໜ້ອຍທີ່ສຸດ, ສິ່ງທີ່ເຈົ້າກຳລັງໄດ້ຮັບຢູ່ນັ້ນກໍຄືສິ່ງທີ່ພຣະເຈົ້າໄດ້ປະທານໃຫ້ເຈົ້າຕັ້ງແຕ່ເດີມ ແລະ ເຈົ້າກໍບໍ່ໄດ້ເອົາສິ່ງທີ່ເປັນຂອງຄົນອື່ນໄປ. ຖ້າເຈົ້າເອົາປຽບ, ນັ້ນກໍບໍ່ຖືກຕ້ອງ, ມັນໝາຍຄວາມວ່າເຈົ້າໄດ້ເອົາສ່ວນຂອງຄົນອື່ນໄປ. ຖ້າເຈົ້າເອົາສິ່ງທີ່ບໍ່ແມ່ນຂອງເຈົ້າໄປ, ເຈົ້າກໍຈະຖືກກ່າວໂທດໂດຍພຣະເຈົ້າ. ຜູ້ຄົນບໍ່ຄວນເຮັດໃນສິ່ງທີ່ຖືກກ່າວໂທດໂດຍພຣະເຈົ້າ. ບາງຄົນເວົ້າວ່າ “ຂ້ອຍບໍ່ຮູ້ວ່າຂ້ອຍຄວນເຮັດການກະທຳປະເພດໃດທີ່ຈະຖືກຈື່ຈຳໂດຍພຣະເຈົ້າ”. ແຕ່ເຈົ້າຮູ້ບໍວ່າການກະທຳໃດທີ່ຖືກກ່າວໂທດໂດຍພຣະເຈົ້າ? ຖ້າເຈົ້າຮູ້, ແລ້ວຢ່າງໜ້ອຍທີ່ສຸດ, ເຈົ້າກໍຄວນປະຕິບັດຕາມຂອບເຂດນີ້: ຢ່າເຮັດໃນສິ່ງທີ່ຖືກກ່າວໂທດໂດຍພຣະເຈົ້າ. ເຈົ້າເຂົ້າໃຈບໍ? (ເຂົ້າໃຈ.) ຕອນນີ້ພວກເຮົາໄດ້ສົນທະນາກັນກ່ຽວກັບເລື່ອງເຫຼົ່ານີ້ຫຼາຍຂຶ້ນແລ້ວ, ເຈົ້າຄວນຈະເຂົ້າໃຈ.
ຂໍ້ດີຂອງຄວາມໃຈດີໃນຄວາມເປັນມະນຸດນັ້ນບໍ່ມີຢູ່ໃນຄົນສ່ວນໃຫຍ່. ເຖິງຢ່າງໃດກໍຕາມ, ຖ້າຄົນໃດໜຶ່ງມີຂໍ້ດີນີ້ຢ່າງແທ້ຈິງ, ແລ້ວພວກເຂົາກໍເປັນຄົນດີຢ່າງແທ້ຈິງໃນທ່າມກາງມວນມະນຸດທີ່ເສື່ອມຊາມ, ຄົນແບບນັ້ນຫາຍາກຫຼາຍ. ຖ້າເຈົ້າມີຂໍ້ດີນີ້ຢ່າງແທ້ຈິງ, ພຣະເຈົ້າກໍຈະອວຍພອນເຈົ້າ, ພຣະເຈົ້າຈະສະແດງພຣະຄຸນຕໍ່ເຈົ້າໃນທຸກໆດ້ານ. ໃນພາສາມະນຸດ, ມັນໝາຍຄວາມວ່າພຣະເຈົ້າຈະເບິ່ງແຍງເຈົ້າໃນທຸກໆດ້ານ. ພຣະອົງເບິ່ງແຍງເຈົ້າແນວໃດ? ການເບິ່ງແຍງຂອງພຣະເຈົ້າທີ່ມີຕໍ່ເຈົ້າກໍຄື ເຖິງແມ່ນວ່າເຈົ້າຈະຄິດເຖິງຄົນອື່ນຢູ່ສະເໝີ ແລະ ຍອມສະລະຜົນປະໂຫຍດຂອງເຈົ້າເອງ ແລະ ຄົນອື່ນກໍເອົາປຽບເຈົ້າກໍຕາມ ພວກເຂົາກໍບໍ່ສາມາດໄດ້ຮັບພອນຂອງພຣະເຈົ້າ. ພວກເຂົາສາມາດດຳລົງຊີວິດໄດ້ພຽງແຕ່ໂດຍການເອົາປຽບຄົນອື່ນ ແລະ ຈະຕ້ອງຊົດໃຊ້ສິ່ງນີ້ໃນຊາດໜ້າ. ເຖິງຢ່າງໃດກໍຕາມ, ເຈົ້າດຳລົງຊີວິດໂດຍພອນຂອງພຣະເຈົ້າ. ເຖິງແມ່ນວ່າຄົນອື່ນອາດຈະເອົາປຽບເຈົ້າກໍຕາມ, ແຕ່ໃນຄວາມເປັນຈິງແລ້ວ ເຈົ້າກໍບໍ່ໄດ້ເສຍປຽບຫຍັງເລີຍ. ບອກເຮົາເບິ່ງວ່າ ສິ່ງນີ້ດີບໍ? (ດີ.) ເຈົ້າເຫັນບໍວ່າ ໃນພາຍນອກ ຄົນໃຈດີເບິ່ງຄືວ່າຈະເສຍປຽບຢູ່ສະເໝີ. ຜູ້ຄົນເຫັນວ່າພວກເຂົາເປັນຄົນຮຽບງ່າຍ ແລະ ບໍ່ມີເລ່ລ່ຽມ, ສະນັ້ນ ເມື່ອເວົ້າ ແລະ ກະທຳ ພວກເຂົາຈຶ່ງເອົາປຽບຄົນໃຈດີຢູ່ສະເໝີ, ປະຕິບັດຕໍ່ພວກເຂົາຄືກັບຄົນໂງ່, ລັງແກພວກເຂົາ, ຮີດໄຖທັງເງິນ ແລະ ຜົນປະໂຫຍດຈາກພວກເຂົາ ພ້ອມທັງຍຶດເອົາຊັບສິນຫຼາຍຢ່າງຂອງພວກເຂົາໄປ. ແຕ່ເຈົ້າເຫັນຄົນໃຈດີຂາດແຄນຫຍັງບໍ? ພວກເຂົາບໍ່ຂາດແຄນຫຍັງເລີຍ. ພວກເຂົາໄດ້ຮັບການສະໜອງຢ່າງອຸດົມສົມບູນໃນທຸກສິ່ງ. ເມື່ອເຮັດສິ່ງຕ່າງໆ, ພວກເຂົາມີຄວາມສະຫຼາດ ແລະ ສະຕິປັນຍາ ພ້ອມທັງບໍ່ກັງວົນ. ບໍ່ວ່າເຮືອນຂອງພຣະເຈົ້າຈະມອບໝາຍໜ້າທີ່ໃດໃຫ້ພວກເຂົາກໍຕາມ, ພວກເຂົາກໍບໍ່ຄິດເລັກຄິດນ້ອຍກັບຜົນໄດ້ຜົນເສຍ ແລະ ພວກເຂົາບໍ່ຕໍ່ສູ້ ຫຼື ແຂ່ງຂັນ. ພວກເຂົາພຽງແຕ່ເຮັດທຸກຢ່າງທີ່ພວກເຂົາຖືກຂໍໃຫ້ເຮັດ. ບໍ່ວ່າຈະເປັນໜ້າວຽກໃດກໍຕາມ, ພວກເຂົາກໍບໍ່ຄ່ອຍເຮັດຜິດພາດ. ເຖິງແມ່ນວ່າບາງຄັ້ງຈະມີບັນຫາເລັກນ້ອຍ ຫຼື ຂໍ້ຜິດພາດເລັກນ້ອຍເກີດຂຶ້ນກໍຕາມ, ພວກເຂົາກໍບໍ່ໄດ້ຕັ້ງໃຈ. ພວກເຂົາຕັ້ງໃຈເຮັດໃນສິ່ງທີ່ພວກເຂົາເຮັດ, ພວກເຂົາຜ່ານເກນມາດຕະຖານຂັ້ນຕໍ່າສຸດໃນແງ່ຂອງສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງພວກເຂົາ ພ້ອມທັງພວກເຂົາກໍສາມາດຍອມຮັບການກວດສອບຂອງພຣະເຈົ້າໄດ້. ສະນັ້ນ, ຄົນແບບນັ້ນຈຶ່ງສາມາດໄດ້ຮັບພອນຂອງພຣະເຈົ້າ. ໃນເມື່ອເຈົ້າຮູ້ວ່າຄວາມໃຈດີເປັນຂໍ້ດີຂອງຄວາມເປັນມະນຸດ, ເຈົ້າຄວນພະຍາຍາມກ້າວໄປສູ່ສິ່ງນີ້ໃນການປະພຶດຕົນຂອງເຈົ້າບໍ? (ແມ່ນແລ້ວ.) ຢ່າຄິດເລັກຄິດນ້ອຍກັບບັນຫາເລັກໆນ້ອຍໆ ແລະ ຢ່າເປັນຄືກັບຄົນທີ່ອາລົມຮ້າຍຈົນບໍ່ມີໃຜກ້າເຂົ້າໃກ້ ຫຼື ເຮັດໃຫ້ໃຈຮ້າຍ, ຢ່າເປັນຄົນປະເພດນັ້ນ. ຖ້າຄົນອື່ນເອົາປຽບເຈົ້າເລັກນ້ອຍ, ກໍຢ່າຮູ້ສຶກຢູ່ສະເໝີວ່າພວກເຂົາກຳລັງລັງແກເຈົ້າ. ການເປັນຄົນທີ່ຮຽບງ່າຍຂຶ້ນອີກໜ້ອຍໜຶ່ງ ແລະ ບໍ່ມີເລ່ລ່ຽມຫຼາຍຂຶ້ນອີກໜ້ອຍໜຶ່ງບໍ່ດີແນວໃດ? ບາງຄົນມີເລ່ລ່ຽມຫຼາຍເກີນໄປ ແລະ ຕ້ອງການພິສູດຢູ່ສະເໝີວ່າພວກເຂົາບໍ່ໄດ້ໂງ່, ໂດຍເວົ້າວ່າ “ຢ່າຖືວ່າຂ້ອຍເປັນຄົນໂງ່. ຂ້ອຍມີສະໝອງ! ຂ້ອຍສາມາດເບິ່ງອອກວ່າໃຜບໍ່ມັກຂ້ອຍ ຫຼື ປະຕິບັດຕໍ່ຂ້ອຍບໍ່ດີ. ຂ້ອຍສາມາດແຍກແຍະໄດ້ວ່າໃຜດູຖູກຂ້ອຍ ແລະ ຄຳເວົ້າຂອງໃຜທີ່ເຕັມໄປດ້ວຍການປະຊົດ ຫຼື ການສຽດສີທີ່ເຊື່ອງຊ້ອນຢູ່”. ການທີ່ສາມາດເຫັນ ແລະ ໄດ້ຍິນສິ່ງດັ່ງກ່າວນັ້ນບໍ່ມີປະໂຫຍດຫຍັງເລີຍ. ນີ້ເປັນພຽງຄວາມສະຫຼາດເລັກໆນ້ອຍໆ ແລະ ການມີເລ່ລ່ຽມເທົ່ານັ້ນ. ການມີເລ່ລ່ຽມພຽງເລັກນ້ອຍນີ້ບໍ່ໄດ້ໝາຍຄວາມວ່າເຈົ້າມີສະຕິປັນຍາ ຫຼື ເຈົ້າສະຫຼາດຢ່າງແທ້ຈິງ. ໃນທາງກົງກັນຂ້າມ, ຜູ້ຄົນຈະດູຖູກເຈົ້າ, ເພາະວ່າແມ່ນແຕ່ສັດກໍຍັງມີເລ່ລ່ຽມ ແລະ ຄວາມຄິດເລັກໆນ້ອຍໆແບບນີ້. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ຜູ້ທີ່ໃກ້ຊິດກັບສັດລ້ວນແຕ່ຮູ້ເລື່ອງນີ້ດີ: ແມ່ນແຕ່ສັດນ້ອຍໆກໍສາມາດເຂົ້າໃຈໄດ້ເມື່ອເຈົ້າເວົ້າສິ່ງທີ່ໜ້າຟັງ ຫຼື ບໍ່ໜ້າຟັງກ່ຽວກັບພວກມັນ. ຕົວຢ່າງ: ຖ້າໝາໄດ້ຍິນເຈົ້າກ່າວຄຳເວົ້າທີ່ບໍ່ໜ້າຟັງ, ມັນກໍຈະບໍ່ມີຄວາມສຸກໃນທັນທີ, ໃນຂະນະທີ່ມັນກໍສາມາດຮັບຮູ້ໄດ້ເຊັ່ນກັນ ຖ້າເຈົ້າເວົ້າຄຳເວົ້າທີ່ໜ້າຟັງຢ່າງຊັດເຈນ. ຖ້າຜູ້ຄົນໃຊ້ສິ່ງທີ່ແມ່ນແຕ່ສັດນ້ອຍໆກໍມີ ເພື່ອວັດແທກຕົນເອງຢູ່ສະເໝີ, ນັ້ນຈະບໍ່ເປັນການຫຼຸດຄຸນຄ່າຄຸນລັກສະນະຂອງການເປັນມະນຸດຂອງພວກເຂົາເອງບໍ? ໂດຍການຫຼຸດມາດຕະຖານສຳລັບການວັດແທກມວນມະນຸດທີ່ຖືກສ້າງຂຶ້ນ, ເຈົ້າກຳລັງຫຼຸດຄຸນຄ່າຂອງຕົນເອງ. ຢ່າເວົ້າສິ່ງຕ່າງໆຢູ່ສະເໝີ ເຊັ່ນ: “ຢ່າຄິດວ່າຂ້ອຍໂງ່ ແລະ ປະຕິບັດຕໍ່ຂ້ອຍຄືກັບເດັກນ້ອຍອາຍຸສາມປີ. ຖ້າເຈົ້າເອົາເຂົ້າຈີ່ສາລີໃຫ້ຂ້ອຍ, ຂ້ອຍຈະບໍ່ກິນມັນຢ່າງແນ່ນອນ, ເອົາກ້ຽວມາໃຫ້ຂ້ອຍແທນ. ໃຜແດ່ທີ່ບໍ່ຮູ້ວ່າກ້ຽວແຊບ?” ຢ່າໃຊ້ຄຳເວົ້າທີ່ໂງ່ຈ້າແບບນັ້ນເພື່ອພະຍາຍາມພິສູດວ່າເຈົ້າບໍ່ໄດ້ໂງ່. ຖ້າເຈົ້າບໍ່ໄດ້ໂງ່ຢ່າງແທ້ຈິງ, ແລ້ວກໍຈົ່ງພະຍາຍາມບັນລຸມາດຕະຖານຂອງຄວາມເປັນມະນຸດ. ສິ່ງທີ່ຄວນມີຢູ່ໃນສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງຜູ້ຄົນ, ການສະແດງອອກເຖິງຂໍ້ດີຂອງຄວາມເປັນມະນຸດແມ່ນຫຍັງ, ການສະແດງອອກເຖິງຂໍ້ບົກຜ່ອງຂອງຄວາມເປັນມະນຸດ ແລະ ລັກສະນະທີ່ບໍ່ດີແມ່ນຫຍັງ, ໃຫ້ໂອ້ລົມ ແລະ ເຂົ້າໃຈດ້ານເຫຼົ່ານີ້. ໂອ້ລົມເລັກນ້ອຍກ່ຽວກັບສິ່ງທີ່ຜູ້ຄົນຄວນມີໃນຄວາມເປັນມະນຸດຂອງພວກເຂົາ ແລະ ສິ່ງທີ່ມວນມະນຸດທີ່ຖືກສ້າງຂຶ້ນຄວນມີ, ຈາກນັ້ນກໍພະຍາຍາມກ້າວໄປສູ່ສິ່ງເຫຼົ່ານັ້ນ ແລະ ອອກແຮງເພື່ອໃຫ້ມີສິ່ງເຫຼົ່ານີ້. ສິ່ງນີ້ຈະບໍ່ຍົກລະດັບຄຸນຄ່າສ່ວນຕົວຂອງເຈົ້າບໍ? ເຈົ້າຈະປະສົບຄວາມສຳເລັດບໍ ໂດຍປຽບທຽບຄວາມສະຫຼາດຂອງເຈົ້າກັບເດັກນ້ອຍອາຍຸສາມປີຢູ່ຕະຫຼອດເວລາ? ເຈົ້າຈະສາມາດເຕີບໃຫຍ່ໄດ້ບໍ ຖ້າເຮັດແບບນັ້ນ? ເດັກນ້ອຍອາຍຸສາມປີເວົ້າວ່າ “ຂ້ອຍສາມາດດື່ມນົມຈາກຕຸກນົມຢາງໄດ້” ແລະ ເຈົ້າກໍເວົ້າວ່າ “ຂ້ອຍສາມາດດື່ມຈາກຕຸກແກ້ວໄດ້ ແລະ ຂ້ອຍບໍ່ຢ້ານວ່າມັນຈະລວກມືຂ້ອຍ”. ເດັກນ້ອຍອາຍຸສາມປີເວົ້າວ່າ “ຂ້ອຍສາມາດແຍກແຍະຊ້າຍຂວາໄດ້ເມື່ອໃສ່ເກີບ” ແລະ ເຈົ້າກໍເວົ້າວ່າ “ຂ້ອຍສາມາດແຍກແຍະໜ້າຫຼັງໄດ້ເມື່ອໃສ່ເສື້ອກັນໜາວ. ເຈົ້າເຮັດໄດ້ບໍ?” ເຈົ້າຈະປະສົບຄວາມສຳເລັດໄດ້ບໍ ຖ້າເຮັດແບບນີ້? ຖ້າຄວາມສະຫຼາດ, ລັກສະນະ ແລະ ຄວາມສາມາດຕ່າງໆທີ່ຄວາມເປັນມະນຸດຂອງເຈົ້າຄວນມີຍັງຄົງຕິດຢູ່ໃນຂັ້ນຕອນຂອງເດັກນ້ອຍອາຍຸສາມປີ ຫຼື ຜູ້ເຍົາ, ແລ້ວມັນກໍຈະເປັນເລື່ອງຍາກຫຼາຍສຳລັບເຈົ້າທີ່ຈະກາຍເປັນຄົນທີ່ມີຄວາມເປັນຜູ້ໃຫຍ່ ຫຼື ໃຫ້ຄົນອື່ນປະຕິບັດຕໍ່ເຈົ້າຄືກັບຜູ້ໃຫຍ່. ເຈົ້າຈະເຮັດໃຫ້ຄົນອື່ນປະຕິບັດຕໍ່ເຈົ້າຄືກັບຜູ້ໃຫຍ່ໄດ້ແນວໃດ? ເຈົ້າຈຳເປັນຕ້ອງເຮັດໃນສິ່ງທີ່ຜູ້ໃຫຍ່ຄວນເຮັດ ແລະ ສິ່ງທີ່ມະນຸດທີ່ຖືກສ້າງຂຶ້ນຄວນເຮັດ. ເຈົ້າຕ້ອງມີຄວາມເປັນມະນຸດທີ່ມະນຸດທີ່ຖືກສ້າງຂຶ້ນຄວນມີ. ຢ່າງໜ້ອຍທີ່ສຸດ ຄວາມເປັນມະນຸດນີ້ຄວນມີຫຍັງແດ່? ສະຕິຮູ້ສຶກຜິດຊອບ, ເຫດຜົນ ແລະ ດ້ານຕ່າງໆຂອງລັກສະນະທີ່ດີ. ດ້ວຍວິທີນີ້, ເຈົ້າກໍຈະຄ່ອຍໆປັບປຸງ ແລະ ມີຄວາມຄືບໜ້າກ່ຽວກັບຂໍ້ບົກຜ່ອງ ແລະ ບັນຫາຂອງຄວາມເປັນມະນຸດຂອງເຈົ້າ. ຈາກນັ້ນ, ມັນກໍຈະງ່າຍຂຶ້ນຫຼາຍທີ່ຈະເຂົ້າສູ່ຄວາມຈິງ ແລະ ຈະມີອຸປະສັກໜ້ອຍລົງ.
ຂໍ້ດີຂອງຄວາມໃຈດີໃນຄວາມເປັນມະນຸດນັ້ນຂ້ອນຂ້າງຫາຍາກ ແລະ ຄົນສ່ວນໃຫຍ່ກໍບໍ່ມີ. ແລ້ວຄົນເຮົາຈະສາມາດບັນລຸຂໍ້ດີນີ້ໄດ້ແນວໃດ? ເມື່ອເຈົ້າບໍ່ເຂົ້າໃຈຄວາມຈິງໃດໆເລີຍ, ມັນກໍເປັນເລື່ອງຍາກຫຼາຍທີ່ຈະມີຂໍ້ດີຂອງຄວາມເປັນມະນຸດນີ້ ແລະ ທີ່ຈະເປັນຄົນແບບນັ້ນ. ເຖິງຢ່າງໃດກໍຕາມ, ເມື່ອເຈົ້າຢັ່ງຮູ້ຄວາມຈິງບາງຢ່າງແລ້ວ, ເຈົ້າກໍຈະມີເສັ້ນທາງເພື່ອກາຍເປັນຄົນແບບນັ້ນ ແລະ ເຈົ້າກໍຈະມີຄວາມຫວັງທີ່ຈະບັນລຸສິ່ງນີ້. ສຳລັບເລື່ອງທີ່ວ່າເຈົ້າຈະສາມາດບັນລຸມັນ ແລະ ໄດ້ຮັບຜົນຮັບໃນທີ່ສຸດ ຫຼື ບໍ່ນັ້ນ, ມັນຂຶ້ນຢູ່ກັບວ່າເຈົ້າສາມາດໄດ້ຮັບຄວາມຈິງ ແລະ ມີການເຂົ້າສູ່ຊີວິດ ຫຼື ບໍ່. ຄົນເຮົາຄວນປະຕິບັດແນວໃດເພື່ອບັນລຸຂໍ້ດີນີ້? ບໍ່ວ່າຄົນໃດໜຶ່ງຈະເຮັດ ຫຼື ເວົ້າຫຍັງກັບເຈົ້າກໍຕາມ, ຢ່າປະຕິບັດຕໍ່ມັນໂດຍອີງໃສ່ຄວາມມຸທະລຸ ຫຼື ອາລົມ. ຢ່າວິເຄາະວ່າເຈດຕະນາຂອງພວກເຂົາທີ່ມີຕໍ່ເຈົ້າແມ່ນຫຍັງ, ພວກເຂົາໄດ້ສ້າງຄວາມເສຍຫາຍໃຫ້ກັບເຈົ້າເປັນສ່ວນຕົວຫຼາຍສໍ່າໃດ ຫຼື ພວກເຂົາໄດ້ສ້າງຄວາມເສຍຫາຍຕໍ່ຊື່ສຽງຂອງເຈົ້າຫຼາຍສໍ່າໃດ. ຢ່າປະຕິບັດຕໍ່ເລື່ອງໃດໆເຫຼົ່ານີ້ໂດຍອີງໃສ່ຄວາມຄິດຂອງເຈົ້າ, ຄວາມປະສົງຂອງມະນຸດ ຫຼື ປັດຊະຍາການດຳລົງຊີວິດທາງໂລກ. ແລ້ວເຈົ້າຄວນປະຕິບັດຕໍ່ພວກມັນແນວໃດ? ໃຫ້ປະຕິບັດຕໍ່ທຸກສິ່ງໂດຍອີງໃສ່ພຣະທຳຂອງພຣະເຈົ້າ ແລະ ຫຼັກການຄວາມຈິງ. ຈົ່ງພະຍາຍາມຮັບປະກັນວ່າໃນທຸກສະພາບແວດລ້ອມ ແລະ ເມື່ອປະເຊີນໜ້າກັບທຸກຄົນ ບໍ່ວ່າຈະເປັນການເວົ້າກັບພວກເຂົາ, ການຄົບຫາສະມາຄົມກັບພວກເຂົາ ຫຼື ການຈັດການກັບເລື່ອງສະເພາະໃດໜຶ່ງ, ເຈົ້າກໍສະແຫວງຫາຫຼັກການຄວາມຈິງ ແລະ ກະທຳຕາມຫຼັກການເຫຼົ່ານັ້ນ. ວິທີການນີ້ຈະມີຜົນໃນການປັບປຸງຄວາມເປັນມະນຸດຂອງເຈົ້າຢ່າງຫຼວງຫຼາຍ. ນັ້ນກໍຄື ມັນຈະໃຫ້ການສະໜັບສະໜູນໃນລະດັບໜຶ່ງຕໍ່ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງຄວາມເປັນມະນຸດຂອງເຈົ້າ, ຊ່ວຍໃຫ້ເຈົ້າພັດທະນາຄວາມຮູ້ສຶກຍຸຕິທຳ ແລະ ເຮັດໃຫ້ເຈົ້າສາມາດເບິ່ງຜູ້ຄົນ ແລະ ສິ່ງຕ່າງໆຈາກຈຸດຢືນ ແລະ ມຸມມອງທີ່ຖືກຕ້ອງ. ນີ້ຄືສິ່ງທີ່ເອີ້ນວ່າການປັບປຸງໃຫ້ເໝາະສົມ. ການປັບປຸງໃຫ້ເໝາະສົມຄືການເຮັດໃຫ້ຄວາມເປັນມະນຸດທີ່ບໍ່ດີແຕ່ເດີມຂອງເຈົ້າກາຍເປັນດີ, ເຮັດໃຫ້ມັນປົກກະຕິ. ແລ້ວຄວາມເປັນມະນຸດທີ່ບໍ່ດີແຕ່ເດີມຂອງເຈົ້າເກີດຂຶ້ນໄດ້ແນວໃດ? ມັນເປັນຜົນມາຈາກອິດທິພົນ ແລະ ການຄອບງຳຂອງອຸປະນິໄສທີ່ເສື່ອມຊາມ. ຕອນນີ້, ຖ້າເຈົ້າປະພຶດຕົນ ແລະ ກະທຳໂດຍອີງໃສ່ພຣະທຳຂອງພຣະເຈົ້າ ແລະ ຫຼັກການຄວາມຈິງ, ແລ້ວເມື່ອເຈົ້າກະທຳ, ຄວາມເປັນມະນຸດຂອງເຈົ້າກໍຈະໄດ້ຮັບອິດທິພົນຈາກພຣະທຳຂອງພຣະເຈົ້າ ແລະ ຄວາມຈິງຢ່າງຫຼວງຫຼາຍ. ອິດທິພົນນີ້ຄືສິ່ງທີ່ເອີ້ນວ່າການປັບປຸງໃຫ້ເໝາະສົມ. ແນ່ນອນວ່າ ການປັບປຸງໃຫ້ເໝາະສົມນີ້ບໍ່ໄດ້ໝາຍຄວາມວ່າຄວາມເປັນມະນຸດຂອງເຈົ້າຈະປ່ຽນແປງ ແລະ ລັກສະນະຂອງເຈົ້າຈະເລີ່ມສູງສົ່ງຜ່ານເຫດການພຽງຄັ້ງດຽວ. ໃນທາງກົງກັນຂ້າມມັນມາຈາກການປະຕິບັດ ແລະ ການມີປະສົບການໃນການຖືເອົາພຣະທຳຂອງພຣະເຈົ້າ ແລະ ຄວາມຈິງເປັນເກນ, ຮູບແບບ ແລະ ທິດທາງສຳລັບການກະທຳຂອງເຈົ້າເປັນໄລຍະເວລາທີ່ຍາວນານ, ເຊິ່ງໃນລະຫວ່າງນັ້ນ ເຈົ້າກໍຈະເຂົ້າໃຈຄວາມຈິງຫຼາຍຂຶ້ນເລື້ອຍໆ ແລະ ຈັດການກັບເລື່ອງຕ່າງໆໂດຍຍຶດໝັ້ນໃນຫຼັກການຫຼາຍຂຶ້ນເລື້ອຍໆ. ດ້ວຍວິທີນີ້, ຄວາມເປັນມະນຸດຂອງເຈົ້າກໍຈະຄ່ອຍໆປ່ຽນແປງ ແລະ ພັດທະນາໄປໃນທິດທາງທີ່ເປັນບວກ. ເຈົ້າຈະພັດທະນາຄວາມສຳນຶກເຖິງສະຕິຮູ້ສຶກຜິດຊອບຫຼາຍຂຶ້ນເລື້ອຍໆ, ກາຍເປັນຄົນໃຈດີຫຼາຍຂຶ້ນເລື້ອຍໆ ແລະ ມີຄວາມຮູ້ສຶກຍຸຕິທຳຫຼາຍຂຶ້ນເລື້ອຍໆ. ເຫດຜົນຂອງເຈົ້າຈະເລີ່ມປົກກະຕິຫຼາຍຂຶ້ນເລື້ອຍໆ ແລະ ເຈົ້າຈະບໍ່ກະທຳໂດຍອີງໃສ່ຄວາມມຸທະລຸ ຫຼື ໃຈຮ້ອນອີກຕໍ່ໄປ. ດັ່ງນັ້ນ ການຢັບຢັ້ງທີ່ຄວາມເປັນມະນຸດຂອງເຈົ້າມີຕໍ່ອຸປະນິໄສທີ່ເສື່ອມຊາມຂອງເຈົ້າກໍຈະເຂັ້ມແຂງຂຶ້ນເລື້ອຍໆຢ່າງຫຼວງຫຼາຍ. ບົນພື້ນຖານຂອງເງື່ອນໄຂຂອງຄວາມເປັນມະນຸດດັ່ງກ່າວ, ການຢັບຢັ້ງຕໍ່ການເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງເຈົ້າກໍຈະເຂັ້ມແຂງຂຶ້ນເລື້ອຍໆ ແລະ ຄ່ອຍໆມີພະລັງຫຼາຍຂຶ້ນເລື້ອຍໆ. ດັ່ງນັ້ນ, ການເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງເຈົ້າກໍຈະຫຼຸດລົງເລື້ອຍໆ ແລະ ລະດັບກໍຈະອ່ອນລົງເລື້ອຍໆ. ການກະທຳທີ່ເຈົ້າເຮັດ ຫຼື ມຸມມອງທີ່ເຈົ້າເປີດເຜີຍກໍຈະສອດຄ່ອງກັບສິ່ງທີ່ເປັນບວກ ແລະ ຫຼັກການຄວາມຈິງຫຼາຍຂຶ້ນເລື້ອຍໆ. ປາກົດການປະເພດນີ້, ການເປີດເຜີຍປະເພດນີ້, ບົ່ງບອກວ່າຊີວິດຂອງຄົນເຮົາກຳລັງໄດ້ຮັບການປ່ຽນແປງ. ໂດຍສະເພາະແລ້ວ, ຖ້າເຈົ້າເບິ່ງຜູ້ຄົນ ແລະ ສິ່ງຕ່າງໆ ພ້ອມທັງປະພຶດຕົນ ແລະ ກະທຳຕາມພຣະທຳຂອງພຣະເຈົ້າ ໂດຍມີຄວາມຈິງເປັນເກນຂອງເຈົ້າ, ແລ້ວຄວາມເປັນມະນຸດຂອງເຈົ້າກໍຈະເລີ່ມປົກກະຕິຫຼາຍຂຶ້ນເລື້ອຍໆ ແລະ ການເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງເຈົ້າກໍຈະຫຼຸດລົງເລື້ອຍໆ. ເຈົ້າຈະຄ່ອຍໆປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຈົ້າ. ນີ້ຄືວົງຈອນທີ່ເປັນບວກ. ເຖິງຢ່າງໃດກໍຕາມ, ຖ້າເຈົ້າເບິ່ງຜູ້ຄົນ ແລະ ສິ່ງຕ່າງໆ ພ້ອມທັງປະພຶດຕົນ ແລະ ກະທຳຕາມເຫດຜົນຂອງຊາຕານ, ແລ້ວສິ່ງນີ້ກໍຈະເຮັດໃຫ້ຄວາມເປັນມະນຸດຂອງເຈົ້າເປັນມົນທິນ ແລະ ເສື່ອມໂຊມຢ່າງຫຼວງຫຼາຍ. ອຸປະນິໄສທີ່ເສື່ອມຊາມຂອງເຈົ້າກໍຈະພອງຂຶ້ນເລື້ອຍໆ ແລະ ເລີ່ມຮ້າຍແຮງຂຶ້ນເລື້ອຍໆ. ນີ້ຄືວົງຈອນທີ່ໂຫດຮ້າຍ. ການເບິ່ງຜູ້ຄົນ ແລະ ສິ່ງຕ່າງໆ ພ້ອມທັງການປະພຶດຕົນ ແລະ ການກະທຳຕາມພຣະທຳຂອງພຣະເຈົ້າຄືວົງຈອນທີ່ເປັນບວກ. ການເບິ່ງຜູ້ຄົນ ແລະ ສິ່ງຕ່າງໆ ພ້ອມທັງການປະພຶດຕົນ ແລະ ການກະທຳຕາມເຫດຜົນຂອງຊາຕານສາມາດນຳພາເຈົ້າໃຫ້ວົນວຽນຢ່າງບໍ່ສິ້ນສຸດພາຍໃນຊີວິດ ແລະ ສະພາບແວດລ້ອມຂອງວົງຈອນອຸບາດເທົ່ານັ້ນ, ໂດຍບໍ່ມີວັນສາມາດຫຼຸດພົ້ນອອກມາໄດ້. ຖ້າເຈົ້າຕ້ອງການເຂົ້າສູ່ວົງຈອນທີ່ເປັນບວກ, ວິທີການທີ່ງ່າຍທີ່ສຸດ ແລະ ກົງໄປກົງມາທີ່ສຸດກໍຄືການເລີ່ມຕົ້ນໄຕ່ຕອງ ແລະ ເຂົ້າໃຈຕົນເອງໂດຍເລີ່ມຈາກຂໍ້ບົກຜ່ອງຂອງຄວາມເປັນມະນຸດຂອງເຈົ້າ ແລະ ການເປີດເຜີຍຄວາມເສື່ອມຊາມຂອງເຈົ້າ, ແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງເຈົ້າໂດຍໃຊ້ພຣະທຳຂອງພຣະເຈົ້າ ແລະ ຫຼັກການຄວາມຈິງເປັນພື້ນຖານ, ດ້ວຍເຫດນັ້ນຈຶ່ງບັນລຸຜົນຮັບຂອງການສາມາດປະຕິບັດຄວາມຈິງ ແລະ ອ່ອນນ້ອມຕໍ່ພຣະເຈົ້າ. ດ້ວຍວິທີນີ້, ຊີວິດຂອງເຈົ້າກໍຈະເຂົ້າສູ່ວົງຈອນທີ່ເປັນບວກ, ຄວາມເປັນມະນຸດຂອງເຈົ້າກໍຈະເລີ່ມປົກກະຕິຫຼາຍຂຶ້ນເລື້ອຍໆ ແລະ ອຸປະນິໄສທີ່ເສື່ອມຊາມຂອງເຈົ້າກໍຈະຄ່ອຍໆໄດ້ຮັບການປ່ຽນແປງ ແລະ ຖືກປະຖິ້ມ. ນີ້ຄືຂະບວນການຂອງການເຂົ້າສູ່ຊີວິດ ແລະ ຍັງເປັນຂະບວນການທີ່ຈຳເປັນສຳລັບຜູ້ຄົນໃນການປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ໄດ້ຮັບຄວາມລອດພົ້ນ. ແນ່ນອນວ່າ ນີ້ກໍເປັນເສັ້ນທາງສຳລັບການເຂົ້າສູ່ເຊັ່ນກັນ. ຂໍ້ບົກຜ່ອງ ແລະ ຈຸດອ່ອນຂອງຄວາມເປັນມະນຸດ ພ້ອມທັງບັນຫາຂອງລັກສະນະທີ່ຊົ່ວຊ້າ ແລະ ການຂາດຄວາມສຸດຈະລິດ ທີ່ພວກເຮົາໄດ້ໂອ້ລົມກັນໄປນັ້ນ, ຖ້າເຈົ້າພົບເຫັນບັນຫາເຫຼົ່ານີ້ໃນຕົວເຈົ້າເອງ, ເຈົ້າກໍຄວນສະແຫວງຫາຄວາມຈິງເພື່ອແກ້ໄຂພວກມັນ. ຈາກນັ້ນ, ຈົ່ງແທນທີ່ພວກມັນໂດຍການປະຕິບັດພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ. ດ້ວຍວິທີນີ້, ເຈົ້າກໍຈະເຂົ້າສູ່ວົງຈອນທີ່ເປັນບວກ. ໃນທີ່ສຸດແລ້ວ, ສິ່ງທີ່ເຈົ້າໄດ້ຮັບບໍ່ພຽງແຕ່ເປັນການປ່ຽນແປງຂອງຄວາມເປັນມະນຸດເທົ່ານັ້ນ ແຕ່ຍັງເປັນການປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຈົ້າອີກດ້ວຍ. ພື້ນຖານຂອງອຸປະນິໄສທີ່ເສື່ອມຊາມຂອງເຈົ້າທີ່ເຈົ້າເພິ່ງພາອາໄສເພື່ອຄວາມຢູ່ລອດກໍຈະໄດ້ຮັບການປ່ຽນແປງ. ການປະຕິບັດດ້ວຍວິທີນີ້ເຮັດໃຫ້ເຈົ້າມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ. ເຖິງຢ່າງໃດກໍຕາມ, ຖ້າເຈົ້າບໍ່ສະແຫວງຫາຄວາມຈິງ ຫຼື ປະຕິບັດຄວາມຈິງດ້ວຍວິທີນີ້ ແລະ ເຈົ້າຄິດໃນໃຈວ່າ “ເຈົ້າເວົ້າວ່າຂ້ອຍເປັນຄົນຄິດເລັກຄິດນ້ອຍ, ວ່າຂ້ອຍມີຂໍ້ບົກຜ່ອງ ແລະ ຂໍ້ຕຳໜິໃນຄວາມເປັນມະນຸດຂອງຂ້ອຍ ເຊັ່ນ: ການເປັນຄົນຫົວແຂງ, ໜ້າດ້ານໂດຍບໍ່ຮູ້ອາຍ ແລະ ມັກສົງໄສ. ເອົາລະ, ຂ້ອຍກໍເປັນແບບນີ້ແຫຼະ ແລະ ຂ້ອຍກໍຈະດຳລົງຊີວິດແບບນີ້. ຂ້ອຍຈະບໍ່ປ່ຽນແປງ. ຢາກເວົ້າຫຍັງກໍເວົ້າໄປໂລດ! ເຖິງແນວໃດກໍຕາມ, ຂ້ອຍພຽງແຕ່ບໍ່ຕ້ອງການເສຍປຽບ. ຕາບໃດທີ່ຂ້ອຍສາມາດເອົາປຽບໄດ້, ຂ້ອຍກໍບໍ່ເປັນຫຍັງ!” ຖ້າສິ່ງເຫຼົ່ານີ້ຄືຄວາມຄິດ ແລະ ມຸມມອງຂອງເຈົ້າ, ແລ້ວໜ້າເສຍດາຍທີ່ເຈົ້າຈະຕົກເຂົ້າໄປໃນວົງວຽນທີ່ໜ້າຢ້ານກົວຂອງວົງຈອນທີ່ໂຫດຮ້າຍ, ໂດຍບໍ່ມີວັນສາມາດອອກມາໄດ້. ຜົນຕາມມາໃນທີ່ສຸດຈະເປັນແນວໃດ? ມັນຈະເປັນສິ່ງທີ່ເຈົ້າອາດຈະບໍ່ຕ້ອງການເຫັນ: ອຸປະນິໄສທີ່ເສື່ອມຊາມຂອງເຈົ້າຈະເປັນຊີວິດຂອງເຈົ້າຕະຫຼອດໄປ. ພວກມັນຈະຜູກມັດເຈົ້າຢ່າງແໜ້ນໜາຕະຫຼອດຊີວິດຂອງເຈົ້າ, ຝັງຮາກເລິກຢູ່ໃນຄວາມຄິດຂອງເຈົ້າ ແລະ ສ່ວນເລິກໃນຈິດວິນຍານຂອງເຈົ້າ ພ້ອມທັງມັນຈະເປັນໄປບໍ່ໄດ້ທີ່ເຈົ້າຈະປະຖິ້ມພວກມັນ. ການທີ່ເປັນໄປບໍ່ໄດ້ທີ່ຈະປະຖິ້ມພວກມັນໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າເຈົ້າບໍ່ມີຄວາມຫວັງທີ່ຈະຮັບເອົາຄວາມລອດພົ້ນ ແລະ ເຈົ້າບໍ່ມີສ່ວນຮ່ວມໃນຈຸດໝາຍປາຍທາງທີ່ພຣະເຈົ້າໄດ້ກຽມໄວ້ສຳລັບມວນມະນຸດ. ນີ້ຄືຜົນຕາມມາ. ຖ້າເຈົ້າບໍ່ຕ້ອງການເຫັນຜົນຕາມມານີ້, ແລ້ວກໍຈົ່ງເລີ່ມຕົ້ນເຂົ້າສູ່ ແລະ ປະຕິບັດຕາມເສັ້ນທາງທີ່ເຮົາໄດ້ອະທິບາຍໄປ ແລະ ບັນລຸວົງຈອນທີ່ເປັນບວກ ແລະ ໃນທີ່ສຸດ ເຈົ້າກໍຈະເກັບກ່ຽວຜົນຮັບຢ່າງແນ່ນອນ. ເຈົ້າເຂົ້າໃຈບໍ? (ເຂົ້າໃຈ).
ເຖິງແມ່ນວ່າພວກເຮົາຈະບໍ່ໄດ້ເວົ້າເຖິງຫຼາຍຫົວຂໍ້ທີ່ແຕກຕ່າງກັນໃນການໂອ້ລົມຂອງມື້ນີ້ກໍຕາມ ພວກເຮົາກໍໄດ້ໂອ້ລົມກັນກ່ຽວກັບເນື້ອຫາຫຼາຍຢ່າງ. ໃຫ້ພວກເຮົາຈົບການໂອ້ລົມຂອງມື້ນີ້ໄວ້ພຽງເທົ່ານີ້. ພວກເຮົາຈະສືບຕໍ່ໂອ້ລົມກ່ຽວກັບຫົວຂໍ້ ແລະ ເນື້ອຫາອື່ນໆໃນພາຍຫຼັງ. ລາກ່ອນ!
ວັນທີ 2 ເດືອນທັນວາ 2023