ວິທີການໄລ່ຕາມເສາະຫາຄວາມຈິງ (8)
ຫຼັກການສຳລັບການແຍກແຍະຂີດຄວາມສາມາດຂອງຜູ້ຄົນ
ໃນຊ່ວງຫຼາຍມື້ທີ່ຜ່ານມານີ້ ການໂອ້ລົມຂອງພວກເຮົາແມ່ນກ່ຽວກັບຫົວຂໍ້ວິທີການແຍກແຍະຂີດຄວາມສາມາດໃນດ້ານຕ່າງໆ, ແມ່ນບໍ? (ແມ່ນແລ້ວ). ຜ່ານການໂອ້ລົມຂອງພວກເຮົາກ່ຽວກັບການສະແດງອອກທີ່ສະເພາະຂອງດ້ານຕ່າງໆ ແລະ ລະດັບຂີດຄວາມສາມາດ, ພວກເຈົ້າສາມາດສະຫຼຸບໄດ້ບໍວ່າ ຂີດຄວາມສາມາດທີ່ດີແມ່ນຫຍັງ, ຂີດຄວາມສາມາດທົ່ວໄປແມ່ນຫຍັງ, ຂີດຄວາມສາມາດຕ່ຳແມ່ນຫຍັງ ແລະ ການບໍ່ມີຂີດຄວາມສາມາດເລີຍແມ່ນຫຍັງ? ພວກເຮົາໄດ້ໂອ້ລົມຫຼາຍພໍສົມຄວນກ່ຽວກັບດ້ານນີ້, ສະນັ້ນ ພວກເຈົ້າຈຳເປັນຕ້ອງສາມາດສະຫຼຸບເນື້ອຫານີ້ ແລະ ຈາກນັ້ນກໍນຳໄປສົມທຽບໃສ່ການສະແດງອອກທີ່ສະເພາະໃນຊີວິດປະຈຳວັນ. ໂດຍການເຮັດເຊັ່ນນີ້ ການປະເມີນຕົວພວກເຈົ້າເອງ ແລະ ຄົນອື່ນກໍຈະຖືກຕ້ອງຫຼາຍຂຶ້ນພໍສົມຄວນ. ຖ້າເຈົ້າບໍ່ຮູ້ວິທີສະຫຼຸບ, ເມື່ອປະເຊີນກັບຄົນບາງຄົນໃນຊີວິດປະຈຳວັນ ເຈົ້າກໍຈະບໍ່ສາມາດແຍກແຍະພວກເຂົາໄດ້ ແລະ ເຈົ້າກໍຈະບໍ່ສາມາດແຍກແຍະການສະແດງອອກ ແລະ ການເປີດເຜີຍຂອງຕົວເຈົ້າເອງໃນດ້ານຕ່າງໆໄດ້ເຊັ່ນກັນ. ນັ້ນຈະບໍ່ໝາຍຄວາມວ່າເຈົ້າຟັງໂດຍສູນເປົ່າບໍ? ເຈົ້າຕ້ອງມີຄວາມຊຳນານໃນການສະຫຼຸບ. ການສະຫຼຸບໝາຍຄວາມວ່າແນວໃດ? ມັນໝາຍເຖິງການຊອກຫາຫຼັກການສຳລັບການແຍກແຍະ ຫຼື ການເຂົ້າໃຈສິ່ງຕ່າງໆ ພາຍໃນເນື້ອຫາທີ່ສະເພາະຂອງທຸກດ້ານຕ່າງໆເຫຼົ່ານີ້. ໂດຍການເຮັດເຊັ່ນນີ້ ຈຸດປະສົງຂອງການສະຫຼຸບຈຶ່ງບັນລຸຜົນ. ເມື່ອເຈົ້າໄດ້ຄົ້ນພົບຫຼັກການແລ້ວ, ເຈົ້າກໍຈະສາມາດໃຊ້ຫຼັກການຄວາມຈິງເພື່ອເບິ່ງຜູ້ຄົນ ແລະ ສິ່ງຕ່າງໆ ແລະ ເຈົ້າຈະສາມາດແຍກແຍະຄົນອື່ນ ແລະ ແຍກແຍະຕົວເຈົ້າເອງອີກດ້ວຍ. ສິ່ງນີ້ພິສູດວ່າເຈົ້າເຂົ້າໃຈຄວາມຈິງ. ເມື່ອເຈົ້າເຂົ້າໃຈຄວາມຈິງດ້ານໜຶ່ງ ແລະ ສາມາດນຳໃຊ້ມັນໄດ້, ເຈົ້າກໍຈະບັນລຸການເຂົ້າສູ່ຄວາມເປັນຈິງຄວາມຈິງໃນດ້ານນີ້. ສະນັ້ນ ພວກເຮົາບໍ່ຄວນສະຫຼຸບເນື້ອຫາທີ່ສະເພາະໃນດ້ານຕ່າງໆຂອງຂີດຄວາມສາມາດບໍ? (ແມ່ນແລ້ວ). ພວກເຮົາຕ້ອງສະຫຼຸບມັນ. ມີພຽງແຕ່ໂດຍການເຮັດເຊັ່ນນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດເຂົ້າໃຈຫຼັກການຄວາມຈິງທີ່ກ່ຽວຂ້ອງກັບຂີດຄວາມສາມາດໄດ້ຢ່າງແຈ່ມແຈ້ງ.
ການໃຊ້ຫຼັກການຄວາມຈິງເພື່ອປະເມີນຂີດຄວາມສາມາດຂອງຜູ້ຄົນ
I. ການສະແດງອອກຂອງຂີດຄວາມສາມາດທີ່ດີ
ພວກເຈົ້າຈຳເປັນຕ້ອງຮູ້ຫຼັກການ ເພື່ອດຳເນີນການປະເມີນໂດຍລວມກ່ຽວກັບຄົນທີ່ມີຂີດຄວາມສາມາດທີ່ດີ, ແມ່ນບໍ? (ແມ່ນແລ້ວ). ພວກເຮົາໄດ້ໂອ້ລົມກ່ຽວກັບການສະແດງອອກທີ່ສະເພາະຫຼາຍຢ່າງໂດຍລະອຽດ, ໂດຍໃຊ້ການສະແດງອອກທີ່ສະເພາະເຫຼົ່ານີ້ເພື່ອປະເມີນວ່າຂີດຄວາມສາມາດຂອງຄົນໆໜຶ່ງເປັນແນວໃດ. ແລ້ວການສະແດງອອກໂດຍລວມຂອງຄົນທີ່ມີຂີດຄວາມສາມາດທີ່ດີແມ່ນຫຍັງ? ພວກເຂົາມີຫຼັກການທີ່ສະເພາະບາງຢ່າງໃນໃຈຂອງພວກເຂົາສຳລັບການປະພຶດຕົນ ແລະ ການກະທຳ. ແມ່ນແຕ່ຕອນທີ່ພວກເຂົາບໍ່ເຂົ້າໃຈຄວາມຈິງ ຫຼື ຍັງບໍ່ທັນໄດ້ຍິນຄວາມຈິງ, ພວກເຂົາກໍມີຫຼັກການບາງຢ່າງທີ່ພື້ນຖານທີ່ສຸດສຳລັບການເບິ່ງຜູ້ຄົນ ແລະ ສິ່ງຕ່າງໆ ພ້ອມທັງສຳລັບການປະພຶດຕົນ ແລະ ການກະທຳ. ນັ້ນກໍຄື ພວກເຂົາມີຂອບເຂດບາງຢ່າງສຳລັບການປະພຶດຕົນຂອງພວກເຂົາ. ໃນລະດັບໃດໜຶ່ງ ຂອບເຂດເຫຼົ່ານີ້ຂ້ອນຂ້າງສອດຄ່ອງ ຫຼື ໃກ້ຄຽງກັບຫຼັກການຄວາມຈິງ ແລະ ຢ່າງໜ້ອຍທີ່ສຸດກໍໃກ້ຄຽງກັບມາດຕະຖານຂອງສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງຄວາມເປັນມະນຸດ. ຫຼັງຈາກທີ່ພວກເຂົາຄ່ອຍໆເຂົ້າໃຈຄວາມຈິງບາງຢ່າງຜ່ານການກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ ແລະ ການຍອມຮັບການຫົດນ້ຳ ແລະ ການສະໜອງຈາກພຣະທຳຂອງພຣະເຈົ້າ, ເຖິງແມ່ນວ່າພວກເຂົາຈະບໍ່ໄດ້ມີປະສົບການກັບຫຼາຍເລື່ອງ ຫຼື ສະພາບແວດລ້ອມພິເສດກໍຕາມ, ພວກເຂົາກໍຍັງສາມາດເຂົ້າໃຈ ແລະ ຈັບໃຈຄວາມຫຼັກການຄວາມຈິງບາງຢ່າງໃນໃຈຂອງພວກເຂົາໄດ້. ຈາກນັ້ນ ໃນຊີວິດຈິງ ພວກເຂົາກໍສາມາດນຳໃຊ້ຫຼັກການເຫຼົ່ານີ້ເພື່ອຮັບມືກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ. ແນ່ນອນວ່າ ເມື່ອພວກເຂົາຮັບມືກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ, ມັນບໍ່ແມ່ນພຽງແຕ່ການຮັບມືກັບບັນຫາທຳມະດາທີ່ມີພຽງດ້ານດຽວເທົ່ານັ້ນ. ກົງກັນຂ້າມ ເມື່ອພວກເຂົາປະເຊີນກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຊັບຊ້ອນ ແລະ ກ່ຽວພັນກັນ, ພວກເຂົາກໍສາມາດນຳໃຊ້ພຣະທຳຂອງພຣະເຈົ້າ ແລະ ຫຼັກການຄວາມຈິງເພື່ອປະຕິບັດຕໍ່ສິ່ງເຫຼົ່ານັ້ນ ແລະ ຈັດການກັບສິ່ງເຫຼົ່ານັ້ນໄດ້. ນີ້ຄືການສະແດງອອກຂອງຄົນທີ່ມີຂີດຄວາມສາມາດທີ່ດີ ເມື່ອເວົ້າເຖິງເລື່ອງທີ່ກ່ຽວຂ້ອງກັບຫຼັກການ. ຍ້ອນວ່າຂີດຄວາມສາມາດຂອງພວກເຂົາດີ, ຜ່ານການຫົດນ້ຳ ແລະ ການສະໜອງຈາກພຣະທຳຂອງພຣະເຈົ້າ, ພວກເຂົາຈຶ່ງສາມາດຊອກຫາຫຼັກການພາຍໃນພຣະທຳຂອງພຣະເຈົ້າດ້ວຍຕົນເອງເພື່ອເບິ່ງ ແລະ ຮັບມືກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ. ຄົນທີ່ມີຂີດຄວາມສາມາດທີ່ດີແບບນີ້ສາມາດຮັບຜິດຊອບວຽກງານໄດ້ດ້ວຍຕົນເອງ, ໂດຍເຮັດແຕ່ລະໜ້າວຽກຂອງພວກເຂົາເອງໃຫ້ສຳເລັດ. ນີ້ຄືການສະແດງອອກຂອງຂີດຄວາມສາມາດທີ່ດີ. ການສະແດງອອກຫຼັກແມ່ນຫຍັງ? (ການສະແດງອອກຫຼັກກໍຄື ພວກເຂົາສາມາດຊອກຫາຫຼັກການພາຍໃນພຣະທຳຂອງພຣະເຈົ້າດ້ວຍຕົນເອງເພື່ອເບິ່ງ ແລະ ຮັບມືກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ຜ່ານການຫົດນ້ຳ ແລະ ການສະໜອງຈາກພຣະທຳຂອງພຣະເຈົ້າ, ໂດຍສາມາດແກ້ໄຂບັນຫາດ້ວຍຕົນເອງ ແລະ ຮັບຜິດຊອບວຽກງານໄດ້ດ້ວຍຕົນເອງ). ຖືກຕ້ອງແລ້ວ ຜ່ານການກິນ ແລະ ດື່ມພະທໍາຂອງພຣະເຈົ້າ, ພວກເຂົາສາມາດເຂົ້າໃຈຄວາມຈິງ ແລະ ຊອກຫາຫຼັກການເພື່ອເບິ່ງ ແລະ ຮັບມືກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ, ໂດຍສາມາດແບກຮັບວຽກງານດ້ວຍຕົນເອງໄດ້. ມີພຽງແຕ່ສິ່ງນີ້ເທົ່ານັ້ນທີ່ໝາຍເຖິງການມີຂີດຄວາມສາມາດທີ່ດີ. ກ່ອນໜ້ານີ້ ພວກເຮົາໄດ້ເວົ້າວ່າ ການທີ່ສາມາດແບກຮັບວຽກງານດ້ວຍຕົນເອງນັ້ນຈຳເປັນຕ້ອງມີຄວາມສາມາດຕ່າງໆ. ຕອນນີ້ ເມື່ອໃຊ້ຫຼັກການຄວາມຈິງເພື່ອວັດແທກສິ່ງນີ້, ນີ້ກໍຄືການສະແດງອອກຂອງຄົນທີ່ມີຂີດຄວາມສາມາດທີ່ດີ.
II. ການສະແດງອອກຂອງຂີດຄວາມສາມາດທົ່ວໄປ
ການສະແດງອອກຂອງຄົນທີ່ມີຂີດຄວາມສາມາດທົ່ວໄປແມ່ນຫຍັງ? ແນ່ນອນວ່າ ພວກເຂົາດ້ອຍກວ່າຄົນທີ່ມີຂີດຄວາມສາມາດທີ່ດີຫຼາຍ. ເຖິງຢ່າງໃດກໍຕາມ ບໍ່ວ່າຜູ້ຄົນຈະມີຂີດຄວາມສາມາດທີ່ດີ ຫຼື ທົ່ວໄປ, ກ່ອນທີ່ພວກເຂົາຈະໄດ້ຮັບການສະໜອງຈາກພຣະທຳຂອງພຣະເຈົ້າ ແລະ ເຂົ້າໃຈຄວາມຈິງ, ພວກເຂົາກໍຈະບໍ່ມີຫຼັກການທີ່ຖືກຕ້ອງສຳລັບການປະພຶດຕົນ. ການບັນລຸການຈັບໃຈຄວາມຫຼັກການສຳລັບການປະພຶດຕົນຕ້ອງເຮັດໂດຍອີງໃສ່ພື້ນຖານຂອງການຮັບເອົາການສະໜອງຈາກພຣະທຳຂອງພຣະເຈົ້າ ແລະ ການຄ່ອຍໆເຂົ້າໃຈຄວາມຈິງ. ມີພຽງແຕ່ຜ່ານປະສົບການຕົວຈິງເທົ່ານັ້ນ ຄົນໆໜຶ່ງຈຶ່ງຈະສາມາດຄ່ອຍໆເຂົ້າໃຈຫຼັກການສຳລັບການປະພຶດຕົນໄດ້. ຖ້າເປັນຄົນທີ່ມີຂີດຄວາມສາມາດທົ່ວໄປ, ເມື່ອອ່ານພຣະທຳຂອງພຣະເຈົ້າ ພວກເຂົາສາມາດເຂົ້າໃຈໄດ້ພຽງແຕ່ຄວາມໝາຍພື້ນຖານ ແລະ ມາດຕະຖານທີ່ກຳນົດ ເຊິ່ງສະແດງອອກໃນພຣະທຳຂອງພຣະເຈົ້າເທົ່ານັ້ນ. ພວກເຂົາເຂົ້າໃຈສິ່ງເຫຼົ່ານີ້ໃນແງ່ຂອງຫຼັກຄຳສອນ, ແຕ່ເມື່ອປະເຊີນກັບສະຖານະການຕ່າງໆ ພວກເຂົາກໍຍັງບໍ່ສາມາດນຳໃຊ້ຫຼັກການຄວາມຈິງໄດ້. ມີພຽງແຕ່ຜ່ານການຊີ້ນຳ ແລະ ການສະໜອງຈາກຄົນອື່ນ ຫຼື ຫຼັງຈາກທີ່ມີປະສົບການກັບຫຼາຍສິ່ງຫຼາຍຢ່າງມາແລ້ວເທົ່ານັ້ນ ພວກເຂົາຈຶ່ງຈະສາມາດເຂົ້າໃຈຫຼັກການຄວາມຈິງພື້ນຖານບາງຢ່າງໄດ້. ຄຳວ່າ “ພື້ນຖານ” ໃນທີ່ນີ້ໝາຍເຖິງຫຍັງ? ມັນໝາຍຄວາມວ່າ ຫຼັກການທີ່ພວກເຂົາເຂົ້າໃຈ ແລະ ຈັບໃຈຄວາມໄດ້ນັ້ນ ໂດຍຫຼັກໆແລ້ວແມ່ນຫຼັກການທີ່ມີພຽງດ້ານດຽວ ແລະ ຂ້ອນຂ້າງງ່າຍ ແລະ ເຮັດໃຫ້ພວກເຂົາສາມາດຮັບມື ແລະ ແກ້ໄຂບັນຫາທົ່ວໄປໄດ້, ແຕ່ເມື່ອປະເຊີນກັບສະຖານະການ ຫຼື ບໍລິບົດທີ່ຊັບຊ້ອນ, ພວກເຂົາກໍບໍ່ຮູ້ວ່າຈະປະຕິບັດຕາມຫຼັກການແນວໃດ. ພວກເຂົາຕ້ອງເພິ່ງພາການຊີ້ນຳ ແລະ ການຊ່ວຍເຫຼືອຈາກຄົນທີ່ເຂົ້າໃຈຄວາມຈິງ ເພື່ອຈັດການກັບບັນຫາທີ່ຊັບຊ້ອນບາງຢ່າງ ຫຼື ໜ້າວຽກທີ່ມີຫຼາຍດ້ານ. ສິ່ງເຫຼົ່ານີ້ຄືການສະແດງອອກຂອງຄົນທີ່ມີຂີດຄວາມສາມາດທົ່ວໄປ. ສິ່ງທີ່ໂດດເດັ່ນໃນການສະແດງອອກຂອງຄົນທີ່ມີຂີດຄວາມສາມາດທົ່ວໄປແມ່ນຫຍັງ? ພວກເຂົາບໍ່ສາມາດເຂົ້າໃຈຄວາມຈິງ ຫຼື ຊອກຫາຫຼັກການຂອງການປະຕິບັດພາຍໃນພຣະທຳຂອງພຣະເຈົ້າໄດ້ດ້ວຍຕົນເອງ. ພວກເຂົາບໍ່ສາມາດເຂົ້າໃຈໄດ້ຢ່າງຖືກຕ້ອງວ່າ ມາດຕະຖານທີ່ພຣະເຈົ້າກຳນົດນັ້ນແມ່ນຫຍັງກັນແທ້. ພວກເຂົາຕ້ອງການໃຫ້ຄົນໃດຄົນໜຶ່ງມາໂອ້ລົມກັບພວກເຂົາ, ສະໜັບສະໜູນພວກເຂົາ ແລະ ຊ່ວຍກວດຄັດກອງສິ່ງຕ່າງໆ ພ້ອມທັງບອກ ແລະ ເຕືອນພວກເຂົາຢ່າງຊັດເຈນ. ມີພຽງແຕ່ໂດຍການເຮັດເຊັ່ນນີ້ເທົ່ານັ້ນ ພວກເຂົາຈຶ່ງຮູ້ໄດ້ວ່າ: “ນີ້ຄືຫຼັກການຄວາມຈິງ. ຂ້ອຍຕ້ອງຈື່ມັນໄວ້. ຂ້ອຍຕ້ອງປະຕິບັດຕາມສິ່ງນີ້. ຂ້ອຍຕ້ອງຈັດຕັ້ງປະຕິບັດວຽກງານຕາມການຈັດແຈງວຽກງານນີ້”. ນີ້ແມ່ນໃນແງ່ຂອງການຢັ່ງຮູ້ຂອງພວກເຂົາ. ຢ່າງທີສອງ ໃນແງ່ຂອງການເຮັດວຽກ ເມື່ອເຮັດວຽກທີ່ພວກເຂົາບໍ່ມີປະສົບການ, ພວກເຂົາບໍ່ສາມາດນຳໃຊ້ຫຼັກການຄວາມຈິງເພື່ອເບິ່ງ ຫຼື ຮັບມືກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆໄດ້ຢ່າງວ່ອງໄວ. ພວກເຂົາສາມາດຮັບມືກັບບາງວຽກງານທີ່ມີພຽງດ້ານດຽວໄດ້ ໂດຍອີງໃສ່ການເຂົ້າໃຈຫຼັກການຄວາມຈິງພື້ນຖານພຽງສອງສາມຂໍ້ເທົ່ານັ້ນ. ເມື່ອປະເຊີນກັບວຽກງານທີ່ຊັບຊ້ອນເຊິ່ງກ່ຽວຂ້ອງກັບຫຼັກການຄວາມຈິງຫຼາຍຂໍ້, ພວກເຂົາຕ້ອງການໃຫ້ຄົນອື່ນມາກວດຄັດກອງສິ່ງຕ່າງໆ ພ້ອມທັງສະໜັບສະໜູນ ແລະ ສະໜອງໃຫ້ແກ່ພວກເຂົາ. ສິ່ງເຫຼົ່ານີ້ຄືການສະແດງອອກຂອງຄົນທີ່ມີຂີດຄວາມສາມາດທົ່ວໄປ. ໃນແງ່ຂອງການຢັ່ງຮູ້ສ່ວນຕົວ, ພວກເຂົາຕ້ອງການໃຫ້ຄົນອື່ນມາໂອ້ລົມກັບພວກເຂົາ ແລະ ຊ່ວຍກວດຄັດກອງສິ່ງຕ່າງໆ. ພວກເຂົາຈຳເປັນຕ້ອງຟັງຫຼາຍໆ, ບໍ່ພຽງແຕ່ໜຶ່ງດ້ານຂອງຄວາມຈິງເທົ່ານັ້ນ ແຕ່ລວມເຖິງດ້ານຕ່າງໆ ແລະ ໃນທີ່ສຸດ ພວກເຂົາກໍຕ້ອງການໃຫ້ຄົນໃດຄົນໜຶ່ງມາບອກພວກເຂົາວ່າ ຫຼັກການພື້ນຖານຂອງຄວາມຈິງດ້ານຕ່າງໆນັ້ນແມ່ນຫຍັງ ເພື່ອໃຫ້ພວກເຂົາເຂົ້າໃຈຄວາມຈິງບາງຢ່າງໃນໃຈຂອງພວກເຂົາ. ເຖິງຢ່າງໃດກໍຕາມ, ເມື່ອພວກເຂົາປະເຊີນກັບສະຖານະການທີ່ຊັບຊ້ອນ, ພວກເຂົາກໍບໍ່ຮູ້ວິທີທີ່ຈະຢັ່ງຮູ້ອີກຄັ້ງ ແລະ ຍັງຈຳເປັນຕ້ອງສະແຫວງຫາ. ນີ້ແມ່ນໃນແງ່ຂອງການຢັ່ງຮູ້. ສຳລັບການຮັບມືກັບເລື່ອງຕ່າງໆໃນວຽກງານ ຫຼື ຊີວິດຈິງ, ຄວາມສາມາດໃນການຮັບມືກັບບັນຫາຂອງພວກເຂົາສາມາດບັນລຸໄດ້ພຽງແຕ່ລະດັບຂອງການຍຶດໝັ້ນກັບຫຼັກການຄວາມຈິງເພື່ອຮັບມືກັບວຽກງານທີ່ມີພຽງດ້ານດຽວເທົ່ານັ້ນ. ເມື່ອປະເຊີນກັບວຽກງານທີ່ຊັບຊ້ອນເຊິ່ງກ່ຽວຂ້ອງກັບຫຼັກການຄວາມຈິງຫຼາຍຂໍ້, ພວກເຂົາກໍພົບວ່າມັນຂ້ອນຂ້າງຫຍຸ້ງຍາກ ແລະ ຈຳເປັນຕ້ອງສະແຫວງຫາ ແລະ ໃຫ້ຄົນໃດຄົນໜຶ່ງມາກວດຄັດກອງສິ່ງຕ່າງໆ. ພວກເຂົາເອງບໍ່ສາມາດຮັບປະກັນໄດ້ວ່າ ພວກເຂົາສາມາດເຮັດວຽກງານນັ້ນໄດ້ດີ ແລະ ບໍ່ສາມາດກຳນົດໄດ້ວ່າ ສິ່ງທີ່ພວກເຂົາເຮັດນັ້ນສອດຄ່ອງກັບຫຼັກການຄວາມຈິງ ຫຼື ບໍ່. ບາງຄັ້ງກໍຈະມີການບ່ຽງເບນໃນວຽກງານຂອງພວກເຂົາ. ເຖິງຢ່າງໃດກໍຕາມ ການບ່ຽງເບນເຫຼົ່ານີ້ເປັນພຽງການບ່ຽງເບນ ແລະ ບໍ່ແມ່ນການບິດເບືອນ. ຖ້າພວກມັນເປັນການບິດເບືອນ, ແລ້ວມັນກໍຈະບົ່ງບອກເຖິງຂີດຄວາມສາມາດທີ່ຕ່ຳ. ມີຄວາມແຕກຕ່າງລະຫວ່າງການບ່ຽງເບນ ແລະ ການບິດເບືອນ: ການບ່ຽງເບນໝາຍຄວາມວ່າ ວຽກງານນັ້ນບໍ່ສອດຄ່ອງກັບຫຼັກການຄວາມຈິງທັງໝົດ, ເຮັດໄດ້ບໍ່ດີພໍ ຫຼື ຂາດການພິຈາລະນາທີ່ພຽງພໍ, ແຕ່ທິດທາງບໍ່ໄດ້ຜິດ. ມັນເປັນພຽງຍ້ອນວ່າ ພວກເຂົາມີປະສົບການໃນການເຮັດວຽກທີ່ບໍ່ພຽງພໍ ຫຼື ມີຄວາມເຂົ້າໃຈກ່ຽວກັບຄວາມຈິງທີ່ຂ້ອນຂ້າງຜິວເຜີນ ແລະ ມີການຈັບໃຈຄວາມຫຼັກການຄວາມຈິງທີ່ບໍ່ແມ່ນຍໍາພໍ, ວຽກງານຂອງພວກເຂົາຈຶ່ງບໍ່ໄດ້ມາດຕະຖານທີ່ພຽງພໍ. ມັນອາດຈະເຂົ້າໃກ້ກັບມາດຕະຖານ ແຕ່ກໍຍັງຕ້ອງການການປັບປຸງເພື່ອໃຫ້ໄດ້ມາດຕະຖານທີ່ຄົບຖ້ວນ. ສິ່ງເຫຼົ່ານີ້ຄືການສະແດງອອກຂອງຄົນທີ່ມີຂີດຄວາມສາມາດທົ່ວໄປ. ລັກສະນະຫຼັກຂອງຄົນປະເພດນີ້ແມ່ນຫຍັງ? (ນັ້ນກໍຄື ພວກເຂົາບໍ່ສາມາດເຮັດໜ້າວຽກໃດໜຶ່ງໃຫ້ຖືກຕ້ອງໄດ້ດ້ວຍຕົນເອງ; ພວກເຂົາຕ້ອງການຄວາມຊ່ວຍເຫຼືອ ແລະ ການສະໜັບສະໜູນຈາກຄົນອື່ນເພື່ອເຮັດວຽກບາງຢ່າງໃຫ້ສຳເລັດ). ລັກສະນະຂອງພວກເຂົາກໍຄື ບໍ່ວ່າຈະເປັນໃນແງ່ຂອງການຢັ່ງຮູ້ ຫຼື ການປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາກໍຂ້ອນຂ້າງດ້ອຍກວ່າ. ໂດຍທົ່ວໄປແລ້ວ ພວກເຂົາບໍ່ສາມາດເຮັດວຽກລາຍການໃດໜຶ່ງໃຫ້ຖືກຕ້ອງໄດ້ດ້ວຍຕົນເອງ, ເຊິ່ງຕ້ອງການການສະໜັບສະໜູນ, ການກວດຄັດກອງ ແລະ ການຄອຍເຕືອນຈາກຄົນອື່ນ. ສະນັ້ນ ເຫດຜົນພື້ນຖານທີ່ຄົນທີ່ມີຂີດຄວາມສາມາດທົ່ວໄປຄວນມີກໍຄື ການສະແຫວງຫາໃຫ້ຫຼາຍຂຶ້ນ ແລະ ການລໍຖ້າໃຫ້ຫຼາຍຂຶ້ນເມື່ອເຮັດສິ່ງຕ່າງໆ. ເມື່ອພວກເຂົາບໍ່ສາມາດເບິ່ງບາງຢ່າງອອກ, ພວກເຂົາກໍຄວນສະແຫວງຫາໃນທັນທີ ແລະ ຢ່າງຖ່ອມຕົວ, ບໍ່ວ່າຈະເປັນການຄົ້ນຫາຫຼັກການຄວາມຈິງໃນພຣະທຳຂອງພຣະເຈົ້າເພື່ອໃຊ້ເປັນພື້ນຖານສຳລັບຕົນເອງ ຫຼື ການສະແຫວງຫາຈາກຄົນທີ່ຢູ່ລະດັບສູງກວ່າ ແລະ ບໍ່ກະທຳການຢ່າງຫຼັບຫູຫຼັບຕາ ຫຼື ໃນລັກສະນະທີ່ເບົາປັນຍາ. ຫຼັງຈາກທີ່ເຮັດວຽກໄປໄດ້ໄລຍະໜຶ່ງ, ຖ້າເຈົ້າພົບວ່າຕົນເອງສັບສົນກ່ຽວກັບຫຼາຍສິ່ງຫຼາຍຢ່າງ, ໃຫ້ສະຫຼຸບ ແລະ ບັນທຶກສິ່ງເຫຼົ່ານັ້ນໃນທັນທີ ແລະ ສະແຫວງຫາຈາກຄົນທີ່ຢູ່ລະດັບສູງກວ່າ. ຈຸດປະສົງກໍຄືເພື່ອໃຫ້ຄົນທີ່ຢູ່ເໜືອເຈົ້າກວດຄັດກອງ ແລະ ກວດເບິ່ງວ່າ ວຽກງານທີ່ເຈົ້າໄດ້ເຮັດໃນຊ່ວງເວລານີ້ມີການບ່ຽງເບນ ຫຼື ຊ່ອງຫວ່າງໃດໆ ຫຼື ບໍ່. ຢ່າຖືຕົນວ່າຊອບທຳຫຼາຍເກີນໄປ, ໂດຍຄິດວ່າເຈົ້າມີປະສົບການໃນການເຮັດວຽກ ແລະ ຢ່າຮູ້ສຶກດີກັບຕົນເອງຫຼາຍເກີນໄປ. ເຈົ້າຕ້ອງມີການຮູ້ຈັກຕົນເອງ. ການສະແດງອອກຂອງຂີດຄວາມສາມາດທົ່ວໄປໄດ້ຖືກສົນທະນາກັນໄປແລ້ວ, ສະນັ້ນ ລັກສະນະຂອງຄົນທີ່ມີຂີດຄວາມສາມາດທົ່ວໄປແມ່ນຫຍັງ? (ພວກເຂົາບໍ່ສາມາດເຮັດວຽກໄດ້ດ້ວຍຕົນເອງ; ພວກເຂົາຕ້ອງການໃຫ້ຄົນອື່ນມາສະໜັບສະໜູນ, ຊ່ວຍເຫຼືອ ແລະ ກວດຄັດກອງສິ່ງຕ່າງໆ). ແລ້ວລັກສະນະຂອງພວກເຂົາໃນແງ່ຂອງການຢັ່ງຮູ້ພຣະທຳຂອງພຣະເຈົ້າແມ່ນຫຍັງ? (ໃນແງ່ຂອງການຢັ່ງຮູ້ພຣະທຳຂອງພຣະເຈົ້າ, ພວກເຂົາສາມາດຢັ່ງຮູ້ໄດ້ພຽງແຕ່ຫຼັກການພື້ນຖານບາງຢ່າງເທົ່ານັ້ນ ແຕ່ບໍ່ສາມາດນຳໃຊ້ຫຼັກການເຫຼົ່ານັ້ນໃນວຽກງານໄດ້ຢ່າງສຳພັນກັບຊີວິດຈິງ). ແລ້ວລັກສະນະຂອງພວກເຂົາໃນແງ່ຂອງຄວາມສາມາດໃນການເຮັດວຽກແມ່ນຫຍັງ? (ໃນແງ່ຂອງຄວາມສາມາດໃນການເຮັດວຽກ, ຄົນທີ່ມີຂີດຄວາມສາມາດທົ່ວໄປບໍ່ສາມາດນຳໃຊ້ຫຼັກການຄວາມຈິງເພື່ອເບິ່ງ ຫຼື ຮັບມືກັບບັນຫາຕ່າງໆໄດ້ຢ່າງວ່ອງໄວ. ຍິ່ງໄປກວ່ານັ້ນ ພວກເຂົາສາມາດຮັບຜິດຊອບວຽກໄດ້ພຽງໜຶ່ງລາຍການເທົ່ານັ້ນ; ເມື່ອເວົ້າເຖິງວຽກຫຼາຍລາຍການ, ພວກເຂົາກໍບໍ່ສາມາດຈັບໃຈຄວາມຫຼັກການໄດ້. ພວກເຂົາບໍ່ສາມາດຈັດລຳດັບວຽກງານຕ່າງໆຕາມຄວາມສຳຄັນ ຫຼື ຄວາມຮີບດ່ວນ ເພື່ອເຮັດພວກມັນໃຫ້ສຳເລັດດີໄດ້, ແຮງໄກທີ່ຈະຈັດແຈງວຽກງານຢ່າງສົມເຫດສົມຜົນ. ພວກເຂົາຕ້ອງມີຄົນມາກວດຄັດກອງສິ່ງຕ່າງໆ ແລະ ຊີ້ນຳທິດທາງຂອງພວກເຂົາ ພ້ອມທັງຊ່ວຍເຫຼືອ ແລະ ສະໜັບສະໜູນພວກເຂົາຢູ່ສະເໝີ). ຖືກຕ້ອງແລ້ວ. ຄົນທີ່ມີຂີດຄວາມສາມາດທົ່ວໄປສາມາດເຮັດວຽກງານບາງຢ່າງທີ່ມີພຽງດ້ານດຽວໄດ້ດ້ວຍຕົນເອງ ຫຼື ຮັບມືກັບວຽກງານງ່າຍໆບາງຢ່າງ ບົນພື້ນຖານຂອງການມີປະສົບການໃນການເຮັດວຽກໃນລະດັບໃດໜຶ່ງ. ເຖິງຢ່າງໃດກໍຕາມ ເມື່ອປະເຊີນກັບບັນຫາທີ່ຊັບຊ້ອນ, ໂດຍສະເພາະວຽກງານທີ່ກ່ຽວຂ້ອງກັບຫຼັກການຄວາມຈິງຫຼາຍຂໍ້, ພວກເຂົາກໍເລີ່ມສັບສົນ ແລະ ບໍ່ຮູ້ວ່າຈະປະຕິບັດແນວໃດ. ຄາວໜຶ່ງ ພວກເຂົາຄິດວ່າມັນຄວນເຮັດແບບນີ້ ແລະ ອີກຄາວໜຶ່ງ ພວກເຂົາກໍຄິດວ່າມັນຄວນເຮັດແບບນັ້ນ, ແຕ່ພວກເຂົາບໍ່ຮູ້ວ່າວິທີໃດທີ່ສອດຄ່ອງກັບຫຼັກການຄວາມຈິງ. ພວກເຂົາບໍ່ສາມາດປະເມີນຜົນສະທ້ອນທີ່ອາດຈະເກີດຂຶ້ນຫຼັງຈາກທີ່ໜ້າວຽກນັ້ນສຳເລັດລົງໃນທີ່ສຸດ. ໃນສະຖານະການດັ່ງກ່າວ ພວກເຂົາກໍຈະໝົດຫົນທາງ. ຄົນທີ່ມີຂີດຄວາມສາມາດທົ່ວໄປສາມາດຊຳນານໃນວຽກງານໜຶ່ງລາຍການ, ແຕ່ເມື່ອປະເຊີນກັບວຽກງານຫຼາຍລາຍການ ຫຼື ວຽກງານທີ່ຊັບຊ້ອນຂຶ້ນເລັກນ້ອຍ, ພວກເຂົາກໍເລີ່ມສັບສົນ. ຕົວຢ່າງ: ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນໃນທ່າມກາງພວກເຈົ້າສາມາດຮັບມືກັບວຽກງານໜຶ່ງລາຍການໄດ້ ເມື່ອມັນຖືກມອບໝາຍໃຫ້ພວກເຂົາ, ແຕ່ຖ້າພວກເຂົາຖືກມອບໝາຍວຽກງານສອງ ຫຼື ສາມລາຍການ, ພວກເຂົາກໍບໍ່ສາມາດຈັດການກັບພວກມັນໄດ້. ເຖິງແມ່ນວ່າພວກເຂົາຢາກເຮັດພວກມັນໃຫ້ດີ, ພວກເຂົາກໍບໍ່ສາມາດບັນລຸໄດ້. ເມື່ອພວກເຂົາຫຍຸ້ງຢູ່ກັບວຽກງານ, ທັນທີທີ່ຄົນໃດຄົນໜຶ່ງຍົກບັນຫາໃດໜຶ່ງ ຫຼື ບັນຫາອື່ນຂຶ້ນມາ, ພວກເຂົາກໍເລີ່ມສັບສົນ ແລະ ບໍ່ຮູ້ວິທີແກ້ໄຂບັນຫາເຫຼົ່ານັ້ນ. ຜົນຮັບກໍຄື ບໍ່ມີໜ້າວຽກໃດເລີຍທີ່ເຮັດໄດ້ດີ. ສິ່ງເຫຼົ່ານີ້ຄືການສະແດງອອກຂອງຄົນທີ່ມີຂີດຄວາມສາມາດທົ່ວໄປ. ຄົນທີ່ມີຂີດຄວາມສາມາດທົ່ວໄປບໍ່ສາມາດແບກຮັບວຽກງານສອງ ຫຼື ສາມລາຍການໄດ້ພ້ອມກັນ. ໂດຍສະເພາະເມື່ອພວກເຂົາປະເຊີນກັບສະຖານະການທີ່ຊັບຊ້ອນ ຫຼື ພິເສດ, ພວກເຂົາກໍເລີ່ມສັບສົນໃນທັນທີ ແລະ ບໍ່ຮູ້ວ່າຈະເຮັດແນວໃດ. ຜົນຮັບກໍຄື ວຽກງານທີ່ພວກເຂົາສາມາດເຮັດໄດ້ດີກໍພັດເຮັດໄດ້ບໍ່ດີ ແລະ ວຽກງານທີ່ພວກເຂົາຮັບຜິດຊອບກໍປະເຊີນກັບບັນຫາ ແລະ ຖືກເຮັດໃຫ້ຊັກຊ້າ. ສະນັ້ນ ຄົນທີ່ມີຂີດຄວາມສາມາດທົ່ວໄປຈຶ່ງບໍ່ສາມາດແບກຮັບວຽກງານສອງ ຫຼື ສາມລາຍການໄດ້ ແລະ ເໝາະສົມສຳລັບວຽກງານງ່າຍໆ ແລະ ເຮັດໄດ້ໂດຍລຳພັງເທົ່ານັ້ນ. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນຄິດຢູ່ສະເໝີວ່າການເຮັດວຽກເປັນເລື່ອງທີ່ງ່າຍຫຼາຍ. ເມື່ອຄົນອື່ນຊີ້ໃຫ້ເຫັນບັນຫາ, ພວກເຂົາກໍມັກຈະເສີຍເມີຍຢູ່ສະເໝີ ແລະ ບໍ່ເຫັນວ່າສິ່ງເຫຼົ່ານັ້ນເປັນບັນຫາ, ເຖິງຂັ້ນຄິດວ່າມີບາງຢ່າງຜິດພາດກັບສະໝອງຂອງຄົນເຫຼົ່ານັ້ນ ແລະ ຄິດວ່າພວກເຂົາກຳລັງເຮັດໃຫ້ສິ່ງຕ່າງໆຊັບຊ້ອນເກີນໄປ. ໃນທີ່ສຸດ ບັນຫາໃຫຍ່ກໍເກີດຂຶ້ນ ແລະ ພວກເຂົາກໍບໍ່ສາມາດແກ້ໄຂພວກມັນໄດ້ ແລະ ໃນຕອນນັ້ນເອງຈຶ່ງລາຍງານບັນຫາເຫຼົ່ານັ້ນໃຫ້ຄົນທີ່ຢູ່ລະດັບສູງກວ່າ. ຜູ້ນໍາ ແລະ ຜູ້ເຮັດວຽກແບບນັ້ນມີປະສົບການໜ້ອຍເກີນໄປ ແລະ ຂາດຄວາມເຂົ້າໃຈທີ່ເລິກເຊິ່ງ. ໃນວຽກງານຂອງພວກເຂົາ, ພວກເຂົາຄິດຢູ່ສະເໝີວ່າທຸກຢ່າງຈະດຳເນີນໄປຢ່າງລ່ຽນໄຫຼ, ພຽງແຕ່ຍຶດໝັ້ນກັບກົດລະບຽບບາງຢ່າງ ແລະ ຍຶດຕິດກັບເສັ້ນທາງເສັ້ນດຽວຢ່າງຫົວແຂງ. ບໍ່ວ່າບັນຫາທີ່ເກີດຂຶ້ນຈະຮ້າຍແຮງສໍ່າໃດກໍຕາມ, ພວກເຂົາກໍບໍ່ສາມາດຮັບຮູ້ພວກມັນໄດ້; ຍິ່ງໄປກວ່ານັ້ນ, ພວກເຂົາບໍ່ຮັບຮູ້ວ່າບັນຫາເຫຼົ່ານີ້ຈະເຮັດໃຫ້ວຽກງານໂດຍລວມຊັກຊ້າ ຖ້າພວກມັນບໍ່ໄດ້ຮັບການແກ້ໄຂ. ສິ່ງເຫຼົ່ານີ້ຄືການສະແດງອອກຂອງຄົນທີ່ມີຂີດຄວາມສາມາດທົ່ວໄປ.
ໂດຍທົ່ວໄປແລ້ວ ຖ້າຄົນທີ່ມີຂີດຄວາມສາມາດທົ່ວໄປໄດ້ມາດຕະຖານໃນທຸກດ້ານຂອງຄວາມເປັນມະນຸດຂອງພວກເຂົາ, ໂດຍພື້ນຖານແລ້ວ ພວກເຂົາກໍສາມາດຊຳນານໃນວຽກງານທີ່ມີພຽງດ້ານດຽວໄດ້ດ້ວຍຕົນເອງ. ເຫດຜົນທີ່ເຮົາເວົ້າວ່າພວກເຂົາບໍ່ສາມາດເຮັດວຽກງານທີ່ຄອບຄຸມໃຫ້ສຳເລັດໄດ້ດ້ວຍຕົນເອງກໍຄື ຂີດຄວາມສາມາດຂອງພວກເຂົາເຮັດໃຫ້ພວກເຂົາເຮັດໄດ້ດີສະເພາະວຽກງານທີ່ມີພຽງດ້ານດຽວເທົ່ານັ້ນ. ເມື່ອເວົ້າເຖິງວຽກງານບາງຢ່າງທີ່ກ່ຽວຂ້ອງກັບຄວາມສົນໃຈ, ກິດຈະກຳຍາມຫວ່າງ ແລະ ຈຸດແຂງຂອງພວກເຂົາ, ໃນແງ່ຂອງຂີດຄວາມສາມາດຂອງພວກເຂົາ, ພວກເຂົາກໍສາມາດຊຳນານໃນວຽກງານນັ້ນໄດ້. ເຖິງຢ່າງໃດກໍຕາມ ເມື່ອປະເຊີນກັບຄວາມຊັບຊ້ອນຂອງວຽກງານທີ່ມີຫຼາຍດ້ານ, ພວກເຂົາກໍເລີ່ມສັບສົນ. ເຖິງແມ່ນວ່າພວກເຂົາຈະມີປະສົບການບາງຢ່າງທີ່ສຳພັນກັບຊີວິດຈິງ, ຂີດຄວາມສາມາດຂອງພວກເຂົາກໍບໍ່ພຽງພໍສຳລັບໜ້າວຽກນັ້ນ. ບາງຄົນເວົ້າວ່າ “ນີ້ເປັນຍ້ອນຂ້ອຍຍັງໜຸ່ມບໍ?” ບໍ່, ບໍ່ແມ່ນ. ຖ້າຂີດຄວາມສາມາດຂອງເຈົ້າທົ່ວໄປ, ເຖິງແມ່ນວ່າຕອນທີ່ເຈົ້າອາຍຸຮອດສີ່ສິບ ຫຼື ຫ້າສິບປີ, ເຈົ້າກໍຍັງຈະບໍ່ຊຳນານໃນການແບກຮັບວຽກງານທີ່ມີຫຼາຍດ້ານໄດ້. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ຫຼັງຈາກທີ່ສະສົມປະສົບການບາງຢ່າງຜ່ານການປະຕິບັດວຽກງານແທ້ໆ, ເຈົ້າອາດຈະສາມາດຮັບມືກັບວຽກງານບາງວຽກທີ່ມີພຽງດ້ານດຽວໄດ້. ເຖິງຢ່າງໃດກໍຕາມ ເຈົ້າສາມາດເຮັດວຽກງານນັ້ນໃຫ້ສຳເລັດໄດ້ດີດ້ວຍຕົນເອງສະເພາະໃນສະຖານະການທີ່ເຈົ້າມີການຊີ້ນຳ, ມີຄົນມາກວດຄັດກອງສິ່ງຕ່າງໆ ຫຼື ມີການຕິດຕາມຈາກຄົນອື່ນເທົ່ານັ້ນ, ເຈົ້າຍັງຄົງບໍ່ສາມາດແບກຮັບວຽກງານທີ່ມີຫຼາຍດ້ານໄດ້ດ້ວຍຕົນເອງຕະຫຼອດໄປ. ສິ່ງນີ້ບົ່ງບອກວ່າເຈົ້າມີຂີດຄວາມສາມາດທົ່ວໄປ. ບາງຄົນ ຫຼັງຈາກທີ່ສະສົມປະສົບການບາງຢ່າງຜ່ານການປະເຊີນກັບສະຖານະການຕ່າງໆມາຫຼາຍປີ ແລະ ຫຼັງຈາກທີ່ເລີ່ມເຂົ້າໃຈຫຼັກການຄວາມຈິງບາງຢ່າງ, ກໍຍັງບໍ່ສາມາດແບກຮັບວຽກງານທີ່ມີຫຼາຍດ້ານໄດ້, ໂດຍສະເພາະວຽກງານທີ່ພວກເຂົາຕ້ອງຮັບຜິດຊອບດ້ວຍຕົນເອງ. ເມື່ອພວກເຂົາປະເຊີນກັບສະຖານະການທີ່ຊັບຊ້ອນ, ພວກເຂົາກໍເລີ່ມສັບສົນ ແລະ ບໍ່ສາມາດຈັດລຳດັບໜ້າວຽກຕ່າງໆຕາມຄວາມສຳຄັນ ຫຼື ຄວາມຮີບດ່ວນໄດ້. ຄົນແບບນັ້ນມີຂີດຄວາມສາມາດທົ່ວໄປຢ່າງແນ່ນອນ. ປະສົບການໃນການເຮັດວຽກເປັນພຽງດ້ານໜຶ່ງໃນຄວາມສາມາດໃນການເຮັດວຽກຂອງຄົນໆໜຶ່ງເທົ່ານັ້ນ; ມັນບໍ່ແມ່ນປັດໄຈຫຼັກ. ປັດໄຈຫຼັກກໍຄືຂີດຄວາມສາມາດຂອງຄົນໆໜຶ່ງ ແລະ ຄວາມສາມາດຂອງພວກເຂົາໃນດ້ານຕ່າງໆ. ປະສົບການໃນການເຮັດວຽກພຽງແຕ່ໃຫ້ການອ້າງອີງບາງຢ່າງເທົ່ານັ້ນ. ແນ່ນອນວ່າ ປະສົບການໃນການເຮັດວຽກກໍມີຄຸນຄ່າເຊັ່ນກັນ ເພາະມັນເກີດຈາກປະສົບການສ່ວນຕົວ, ແຕ່ປະສົບການໃນການເຮັດວຽກທີ່ສຳພັນກັບຊີວິດຈິງນີ້ບໍ່ສາມາດເຮັດໃຫ້ເຈົ້າສາມາດຈັບໃຈຄວາມຫຼັກການຂອງວຽກງານທີ່ມີຫຼາຍດ້ານໄດ້ຢ່າງຖືກຕ້ອງຂຶ້ນ. ຖ້າຂີດຄວາມສາມາດຂອງເຈົ້າດີ ແລະ ເຈົ້າເຂົ້າໃຈຫຼັກການຄວາມຈິງຢ່າງແທ້ຈິງ, ເຖິງແມ່ນວ່າເຈົ້າບໍ່ມີປະສົບການໃນການເຮັດວຽກ ຫຼື ປະສົບການສ່ວນຕົວຂອງເຈົ້າບໍ່ໄດ້ມີຫຼາຍ, ເຈົ້າກໍຍັງສາມາດແບກຮັບວຽກງານໂດຍລວມດ້ວຍຕົວເຈົ້າເອງ ແລະ ຮັບຜິດຊອບວຽກງານໄດ້ດ້ວຍຕົນເອງ. ເຖິງຢ່າງໃດກໍຕາມ ຄົນທີ່ມີຂີດຄວາມສາມາດທົ່ວໄປບໍ່ສາມາດເຮັດວຽກງານໂດຍລວມໃຫ້ສຳເລັດດ້ວຍຕົນເອງໄດ້; ພວກເຂົາສາມາດເຮັດພຽງແຕ່ວຽກງານທີ່ມີພຽງດ້ານດຽວໃຫ້ສຳເລັດ ແລະ ຕ້ອງການການຄອຍເຕືອນ, ການກວດຄັດກອງ, ການຊ່ວຍເຫຼືອ ແລະ ການຊີ້ນຳຢູ່ເລື້ອຍໆ. ສະນັ້ນ ສຳລັບພວກເຈົ້າທີ່ມີຂີດຄວາມສາມາດທົ່ວໄປ, ຢ່າຄິດວ່າການທີ່ສາມາດເຮັດໄດ້ດີໃນບາງວຽກງານທີ່ມີພຽງດ້ານດຽວໝາຍຄວາມວ່າ ເຈົ້າສາມາດຊຳນານໃນວຽກງານທີ່ມີຫຼາຍດ້ານໄດ້ ຫຼື ຮັບຜິດຊອບວຽກງານໄດ້ດ້ວຍຕົນເອງ. ນີ້ຄືພາບລວງຕາ ແລະ ຄວາມເຂົ້າໃຈທີ່ບໍ່ຖືກຕ້ອງ. ມີຊ່ອງຫວ່າງລະຫວ່າງການທີ່ສາມາດເຮັດບາງວຽກງານທີ່ມີພຽງດ້ານດຽວໃຫ້ສຳເລັດດ້ວຍຕົນເອງ ແລະ ການທີ່ສາມາດເຮັດວຽກງານທີ່ມີຫຼາຍດ້ານໃຫ້ສຳເລັດດ້ວຍຕົນເອງ, ນັ້ນກໍຄື ການທີ່ສາມາດຮັບຜິດຊອບວຽກງານໄດ້ດ້ວຍຕົນເອງ. ນີ້ຄືສິ່ງທີ່ພວກເຈົ້າຈະຄ່ອຍໆຮູ້ຈັກຜ່ານປະສົບການ. ຄຳເວົ້າເຫຼົ່ານີ້ອາດຈະບໍ່ເຂົ້າໃຈງ່າຍ, ມີພຽງແຕ່ຄົນທີ່ເຄີຍຮັບໃຊ້ເປັນຜູ້ນໍາ ຫຼື ຜູ້ເຮັດວຽກມາຫຼາຍປີ ແລະ ມີປະສົບການທີ່ສຳພັນກັບຊີວິດຈິງເທົ່ານັ້ນຈຶ່ງສາມາດເຂົ້າໃຈຄຳເວົ້າເຫຼົ່ານັ້ນໄດ້. ອ້າຍເອື້ອຍນ້ອງຄົນທຳມະດາອາດບໍ່ເຂົ້າໃຈ, ແມ່ນບໍ? ຜູ້ນໍາ ແລະ ຜູ້ເຮັດວຽກທີ່ເຄີຍແບກຮັບວຽກງານທີ່ມີຫຼາຍດ້ານມີປະສົບການທີ່ສຳພັນກັບຊີວິດຈິງ ແລະ ເຂົ້າໃຈຄວາມແຕກຕ່າງພາຍໃນສິ່ງນີ້, ພວກເຂົາມີຫຼັກການໃນວິທີທີ່ພວກເຂົາເຮັດວຽກງານຂອງພວກເຂົາ. ເຖິງຢ່າງໃດກໍຕາມ ຄົນທີ່ມີຂີດຄວາມສາມາດທົ່ວໄປກໍຍັງເຮັດບໍ່ໄດ້ເຖິງຂັ້ນນີ້. ການສະແດງອອກຂອງຄົນທີ່ມີຂີດຄວາມສາມາດທົ່ວໄປຈຶ່ງໄດ້ຖືກສະຫຼຸບຢ່າງຄົບຖ້ວນແລ້ວ.
III. ການສະແດງອອກຂອງຂີດຄວາມສາມາດຕ່ຳ
ຕໍ່ໄປ ໃຫ້ພວກເຮົາສະຫຼຸບການສະແດງອອກຂອງຄົນທີ່ມີຂີດຄວາມສາມາດຕ່ຳ. ການສະແດງອອກຂອງຄົນທີ່ມີຂີດຄວາມສາມາດຕ່ຳແມ່ນດ້ອຍກວ່າການສະແດງອອກຂອງຄົນທີ່ມີຂີດຄວາມສາມາດທົ່ວໄປຢ່າງແນ່ນອນ. ການສະແດງອອກຂອງຄົນທີ່ມີຂີດຄວາມສາມາດຕ່ຳແມ່ນຫຍັງ? ນັ້ນກໍຄື ຜ່ານການສະແຫວງຫາ ຫຼື ການກິນ ແລະ ດື່ມພຣະທໍາຂອງພຣະເຈົ້າດ້ວຍຕົນເອງ, ເຖິງແມ່ນວ່າພວກເຂົາສາມາດເຂົ້າໃຈຄວາມໝາຍຂອງແຕ່ລະປະໂຫຍກ ແລະ ແຕ່ລະວັກໃນພຣະທຳຂອງພຣະເຈົ້າໃນລະດັບທີ່ເປັນຕົວອັກສອນ ພ້ອມທັງເຂົ້າໃຈວ່າເຈດຕະນາ ແລະ ຂໍ້ກຳນົດຂອງພຣະເຈົ້າແມ່ນຫຍັງ, ພວກເຂົາກໍບໍ່ເຂົ້າໃຈຫຼັກການຄວາມຈິງ ຫຼື ມາດຕະຖານທີ່ພຣະເຈົ້າກຳນົດໄວ້ເລີຍ. ນັ້ນກໍຄື ພວກເຂົາບໍ່ເຂົ້າໃຈມາດຕະຖານທີ່ພຣະເຈົ້າກຳນົດສຳລັບວິທີການເບິ່ງຜູ້ຄົນ ແລະ ສິ່ງຕ່າງໆ ຫຼື ການປະພຶດຕົນ ແລະ ການກະທຳ ແລະ ພວກເຂົາບໍ່ເຂົ້າໃຈວ່າຫຼັກການຄວາມຈິງທີ່ກ່ຽວຂ້ອງນັ້ນແມ່ນຫຍັງ. ເມື່ອພວກເຂົາກິນ ແລະ ດື່ມພຣະທໍາຂອງພຣະເຈົ້າດ້ວຍຕົນເອງ, ພວກເຂົາບໍ່ສາມາດເຂົ້າໃຈສິ່ງເຫຼົ່ານີ້ໄດ້ ແລະ ຫຼັງຈາກທີ່ມີປະສົບການກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆໃນຊີວິດປະຈຳວັນ, ພວກເຂົາກໍຍັງບໍ່ເຂົ້າໃຈ. ແມ່ນແຕ່ຫຼັງຈາກການໂອ້ລົມ, ພວກເຂົາກໍຍັງບໍ່ທັນເຂົ້າໃຈແຈ່ມແຈ້ງວ່າຫຼັກການຄວາມຈິງແມ່ນຫຍັງ. ຄົນປະເພດນີ້ມີລັກສະນະຢ່າງໜຶ່ງ: ເຖິງແມ່ນວ່າພວກເຂົາຈະບໍ່ເຂົ້າໃຈວ່າຫຼັກການຄວາມຈິງແມ່ນຫຍັງ, ພວກເຂົາກໍສາມາດສະຫຼຸບກົດລະບຽບທີ່ພວກເຂົາຈຳເປັນຕ້ອງປະຕິບັດຕາມໄດ້ ໂດຍອາໄສຄວາມຮູ້ສຶກຂອງພວກເຂົາ. ສິ່ງທີ່ພວກເຂົາສາມາດຈື່ຈຳໄດ້ກໍຄືກົດລະບຽບ, ເຊິ່ງເປັນຫຼັກຄຳສອນທີ່ຕາຍຕົວ ຫຼື ຊຸດກົດເກນປະເພດໜຶ່ງ. ຕົວຢ່າງ: ພຣະເຈົ້າໂອ້ລົມກ່ຽວກັບໜຶ່ງດ້ານຂອງຫຼັກການຄວາມຈິງ, ໂດຍຍົກຕົວຢ່າງການສະແດງອອກທີ່ເປັນບວກ, ການສະແດງອອກທີ່ເປັນລົບ, ຄວາມຢັ່ງຮູ້ທີ່ແທ້ຈິງ ແລະ ຄວາມຢັ່ງຮູ້ທີ່ບິດເບືອນກ່ຽວກັບຜູ້ຄົນ, ລວມທັງການສະແດງອອກອື່ນໆໃນເລື່ອງນີ້, ໃນທີ່ສຸດແລ້ວ ຄົນທີ່ມີຂີດຄວາມສາມາດຕ່ຳໄດ້ຮັບຫຍັງຈາກສິ່ງນີ້? ພວກເຂົາເວົ້າວ່າ “ຕອນນີ້ຂ້ອຍເຂົ້າໃຈແລ້ວ. ພຣະເຈົ້າບໍ່ອະນຸຍາດໃຫ້ເຮັດສິ່ງນີ້ ຫຼື ສິ່ງນັ້ນ. ພຣະເຈົ້າບໍ່ອະນຸຍາດໃຫ້ກິນສິ່ງນີ້ ຫຼື ສິ່ງນັ້ນ. ພຣະເຈົ້າບໍ່ອະນຸຍາດໃຫ້ກ່າວຄຳເວົ້າເຫຼົ່ານີ້, ຄຳເວົ້າເຫຼົ່ານັ້ນ ຫຼື ໃຊ້ຄຳສັບເຫຼົ່ານັ້ນ”. ນີ້ຄືສິ່ງທີ່ພວກເຂົາຈື່ຈຳ ແລະ ພວກເຂົາກໍຍຶດໝັ້ນກັບສິ່ງນີ້ແບບຕາຍຕົວ, ໂດຍຄິດວ່າສິ່ງເຫຼົ່ານີ້ຄືຫຼັກການຄວາມຈິງ. ພວກເຂົາເຊື່ອວ່າ ຖ້າພວກເຂົາຍຶດໝັ້ນກັບກົດລະບຽບ, ຄຳເວົ້າ ແລະ ວິທີການກະທຳເຫຼົ່ານີ້, ພວກເຂົາກໍກຳລັງຍຶດໝັ້ນກັບຫຼັກການຄວາມຈິງ. ບໍ່ວ່າເຈົ້າຈະບອກພວກເຂົາຫຼາຍສໍ່າໃດວ່າ ນີ້ເປັນພຽງການຍຶດໝັ້ນກັບກົດລະບຽບເທົ່ານັ້ນ, ພວກເຂົາກໍຈະບໍ່ຍອມຮັບມັນ. ພວກເຂົາຢືນຢັນທີ່ຈະຍຶດໝັ້ນກັບກົດລະບຽບເຫຼົ່ານີ້, ໂດຍເຊື່ອວ່ານີ້ຄືການປະຕິບັດພຣະທຳຂອງພຣະເຈົ້າ ແລະ ການປະຕິບັດຄວາມຈິງ. ບໍ່ມີວິທີໃດທີ່ຈະຮັບມືກັບຄົນແບບນັ້ນທີ່ບໍ່ມີຄວາມເຂົ້າໃຈຝ່າຍວິນຍານ. ຖ້າພວກເຂົາເຕັມໃຈທີ່ຈະຍຶດໝັ້ນກັບກົດລະບຽບ, ກໍປ່ອຍໃຫ້ພວກເຂົາເຮັດໄປ, ຕາບໃດທີ່ເຈດຕະນາຂອງພວກເຂົາບໍ່ຜິດ, ມັນກໍບໍ່ເປັນຫຍັງ. ຕົວຢ່າງ: ມີຄັ້ງໜຶ່ງ ເຮົາເວົ້າວ່າ “ເມື່ອພວກເຈົ້າອະທິຖານ, ພວກເຈົ້າຕ້ອງມີຄວາມເຫຼື້ອມໃສ; ຢ່າອະທິຖານແບບພໍເປັນພິທີ. ໃນສະພາບແວດລ້ອມທີ່ເໝາະສົມ, ມັນເປັນການດີທີ່ສຸດທີ່ຈະຄຸເຂົ່າອະທິຖານ, ກົ້ມຂາບລົງຕໍ່ໜ້າພຣະເຈົ້າເພື່ອອະທິຖານ ແລະ ໃນລະຫວ່າງການອະທິຖານ ພວກເຈົ້າຕ້ອງສະຫງົບຕົນເອງລົງຕໍ່ໜ້າພຣະເຈົ້າ ແລະ ອະທິຖານດ້ວຍຫົວໃຈທີ່ຈົດຈໍ່. ນີ້ຄືການມີຄວາມເຫຼື້ອມໃສ ແລະ ການມີຫົວໃຈທີ່ຢຳເກງພຣະເຈົ້າ”. ຫຼັງຈາກທີ່ໄດ້ຍິນສິ່ງນີ້, ຄົນທີ່ມີຂີດຄວາມສາມາດຕ່ຳກໍຈື່ຈຳໄດ້ພຽງກົດລະບຽບຂໍ້ດຽວ: “ເພື່ອອະທິຖານດ້ວຍຄວາມເຫຼື້ອມໃສ ແລະ ຫົວໃຈທີ່ຢຳເກງພຣະເຈົ້າ, ຄົນໆໜຶ່ງຕ້ອງຄຸເຂົ່າ”. ພວກເຂົາຖືວ່າການທີ່ຕ້ອງຄຸເຂົ່າອະທິຖານເປັນຫຼັກການຄວາມຈິງ ແລະ ຍຶດໝັ້ນກັບມັນຕາມນັ້ນ, ໂດຍເຊື່ອວ່ານີ້ຄືການປະຕິບັດຄວາມຈິງ. ສະນັ້ນ ບໍ່ວ່າສະພາບແວດລ້ອມຈະເປັນແນວໃດກໍຕາມ, ພວກເຂົາກໍຢືນຢັນທີ່ຈະຄຸເຂົ່າອະທິຖານ. ແມ່ນແຕ່ເມື່ອພວກເຂົາຕ້ອງການອະທິຖານໃນເວລາກິນເຂົ້າ, ພວກເຂົາກໍຄຸເຂົ່າຢູ່ກ້ອງໂຕະເພື່ອອະທິຖານ. ໃນຂະນະທີ່ເຮັດວຽກຢູ່ທົ່ງນາ, ບໍ່ວ່າພື້ນດິນຈະສົກກະປົກສໍ່າໃດ ຫຼື ອາດຈະມີຫຍັງຢູ່ໃນດິນກໍຕາມ, ພວກເຂົາກໍຄຸເຂົ່າອະທິຖານ. ແມ່ນແຕ່ເມື່ອປະເຊີນກັບໄພພິບັດ ຫຼື ເຫດການສຳຄັນຕອນທີ່ພວກເຂົາຢູ່ທ່າມກາງຜູ້ບໍ່ມີຄວາມເຊື່ອ, ຖ້າພວກເຂົາຕ້ອງການອະທິຖານຫາພຣະເຈົ້າ, ພວກເຂົາກໍຕ້ອງຊອກຫາສະຖານທີ່ທີ່ລີ້ລັບເພື່ອຄຸເຂົ່າ ແລະ ອະທິຖານ. ພວກເຂົາເຊື່ອວ່າມີພຽງແຕ່ການອະທິຖານດ້ວຍວິທີນີ້ເທົ່ານັ້ນທີ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ, ສະນັ້ນ ບໍ່ວ່າສະຖານະການຈະເປັນແນວໃດກໍຕາມ, ພວກເຂົາກໍຕ້ອງຄຸເຂົ່າອະທິຖານ. ພວກເຂົາຄິດວ່າ ໂດຍການເຮັດເຊັ່ນນີ້ ພວກເຂົາກຳລັງປະຕິບັດຄວາມຈິງ. ຍິ່ງໄປກວ່ານັ້ນ ພວກເຂົາເຫັນວ່າຕົນເອງເປັນຄົນທີ່ເຫຼື້ອມໃສທີ່ສຸດ, ເປັນຄົນທີ່ປະຕິບັດຕາມແນວທາງຂອງພຣະເຈົ້າຢ່າງເຂັ້ມງວດທີ່ສຸດ, ເປັນຄົນທີ່ຮັກຄວາມຈິງທີ່ສຸດ ແລະ ເປັນຄົນທີ່ສາມາດອ່ອນນ້ອມຕໍ່ຄວາມຈິງ ແລະ ຕໍ່ພຣະທຳຂອງພຣະເຈົ້າຫຼາຍທີ່ສຸດ. ເຈົ້າເຫັນບໍວ່າ ສິ່ງເຫຼົ່ານີ້ຄືການສະແດງອອກຂອງຄົນທີ່ມີຂີດຄວາມສາມາດຕ່ຳ. ຄົນປະເພດນີ້ດ້ອຍກວ່າ ແລະ ມີບັນຫາໃນແງ່ຂອງການຢັ່ງຮູ້. ພວກເຂົາຍຶດຫຼັກການແບບຕາຍຕົວໄວ້ທີ່ປະໂຫຍກດຽວ ຫຼື ກົດລະບຽບຂໍ້ດຽວຢູ່ສະເໝີ. ພວກເຂົາໃຊ້ວິທີການເຂົ້າໃຈຄຳເວົ້າ ແລະ ຄວາມຮູ້ເພື່ອເຂົ້າໃຈຄວາມຈິງ ແລະ ແນ່ນອນວ່າ ພວກເຂົາກໍປະຕິບັດຄວາມຈິງໂດຍການຍຶດໝັ້ນກັບກົດລະບຽບ, ຄຳເວົ້າ, ຂໍ້ຄວາມ ແລະ ພິທີການເຊັ່ນກັນ. ບໍ່ວ່າເຈົ້າຈະໂອ້ລົມກ່ຽວກັບຫຼັກການຄວາມຈິງແນວໃດກໍຕາມ, ຫຼັງຈາກທີ່ໄດ້ຍິນແລ້ວ ພວກເຂົາກໍຄິດວ່າສິ່ງເຫຼົ່ານັ້ນເປັນພຽງປະໂຫຍກ, ກົດລະບຽບ, ວິທີການກະທຳ ຫຼື ຄຳຂວັນເທົ່ານັ້ນ. ສຳລັບພວກເຂົາແລ້ວ ມັນເປັນພຽງການປະຕິບັດຕາມກົດລະບຽບເທົ່ານັ້ນ. ພວກເຂົາເຫັນວ່າການປະຕິບັດຄວາມຈິງເປັນເລື່ອງງ່າຍດາຍແບບນີ້, ເປັນພຽງການຍຶດໝັ້ນກັບສິ່ງທີ່ສາມາດເຮັດໄດ້ ແລະ ສິ່ງທີ່ບໍ່ສາມາດເຮັດໄດ້ ແລະ ມັນກໍເປັນພຽງເທົ່ານັ້ນເອງ.
ຄົນທີ່ມີຂີດຄວາມສາມາດຕໍ່າເບິ່ງຜູ້ຄົນ ແລະ ສິ່ງຕ່າງໆ, ປະພຶດຕົນ ແລະ ກະທຳໂດຍໃຊ້ກົດລະບຽບເພື່ອວັດແທກ ແລະ ຈັດການກັບທຸກສິ່ງ. ບໍ່ວ່າສະພາບການພາຍນອກ ແລະ ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຢູ່ອ້ອມຂ້າງຈະປ່ຽນໄປແນວໃດກໍຕາມ, ພວກເຂົາກໍຍັງຄົງຍຶດໝັ້ນກັບກົດລະບຽບດຽວຢ່າງດື້ດຶງໂດຍບໍ່ມີການປ່ຽນແປງ. ຖ້າເຈົ້າເວົ້າວ່າພວກເຂົາບໍ່ຮັກຄວາມຈິງ ແລະ ບໍ່ປະຕິບັດຄວາມຈິງ, ພວກເຂົາກໍຮູ້ສຶກຄັບຂ້ອງໃຈໃນໃຈຂອງພວກເຂົາ. ພວກເຂົາເວົ້າວ່າ “ຂ້ອຍໄດ້ປະຖິ້ມຫຼາຍປານນີ້, ອົດກັ້ນກັບການທົນທຸກຫຼາຍປານນີ້, ປະຕິບັດຕາມພຣະທຳຂອງພຣະເຈົ້າຫຼາຍປານນີ້ ແລະ ປະຕິບັດພຣະທຳຂອງພຣະເຈົ້າຫຼາຍປານນີ້, ແລ້ວເປັນຫຍັງເຈົ້າຈຶ່ງເວົ້າວ່າຂ້ອຍບໍ່ຮັກຄວາມຈິງ ແລະ ບໍ່ປະຕິບັດຄວາມຈິງ? ເປັນຫຍັງເຈົ້າຈຶ່ງເຖິງຂັ້ນເວົ້າວ່າຂ້ອຍຍຶດໝັ້ນກັບກົດລະບຽບ? ຂ້ອຍກຳລັງຖືກໃສ່ຮ້າຍ!” ມັນບົ່ງບອກເຖິງບັນຫາຫຍັງທີ່ເຮັດໃຫ້ພວກເຂົາສາມາດກ່າວຄຳເວົ້າເຫຼົ່ານັ້ນໄດ້? ການສະແດງອອກຫຼັກຂອງຄົນທີ່ມີຂີດຄວາມສາມາດຕໍ່າແມ່ນຫຍັງ? ຂີດຄວາມສາມາດຂອງພວກເຂົາຕໍ່າໃນດ້ານໃດແດ່? ພວກເຂົາຂາດຄວາມສາມາດໃນການຢັ່ງຮູ້ຄວາມຈິງໂດຍສິ້ນເຊີງ, ສະນັ້ນ ບໍ່ວ່າຈະໂອ້ລົມຄວາມຈິງດ້ານໃດດ້ານໜຶ່ງຫຼາຍສໍ່າໃດກໍຕາມ, ສຳລັບພວກເຂົາແລ້ວ ສຸດທ້າຍ ມັນກໍລ້ວນແຕ່ສະຫຼຸບເຫຼືອພຽງວິທີການກະທຳດຽວ, ກົດເກນດຽວ, ວະລີດຽວ ຫຼື ພິທີການດຽວ ແທນທີ່ຈະເປັນຫຼັກການ. ຖ້າຄົນໃດຄົນໜຶ່ງເວົ້າໜຶ່ງປະໂຫຍກ ຫຼື ໃຊ້ຄຳສັບໜຶ່ງຄຳທີ່ລະເມີດກົດເກນນັ້ນຂອງພວກເຂົາ, ແລ້ວສຳລັບພວກເຂົາ ສິ່ງນີ້ກໍຄືການລະເມີດຫຼັກການຄວາມຈິງ. ນີ້ເປັນເລື່ອງທີ່ສ້າງຄວາມຫຍຸ້ງຍາກ. ສະນັ້ນ, ໃນດ້ານໜຶ່ງ ຄົນທີ່ມີຂີດຄວາມສາມາດຕໍ່າໃຊ້ກົດລະບຽບ, ພິທີການ, ຄຳເວົ້າ ແລະ ວິທີການກະທຳຕ່າງໆເພື່ອຕັດສິນວ່າພວກເຂົາເອງມີຄວາມເປັນຈິງຄວາມຈິງ. ນອກຈາກນີ້, ຍັງມີອີກເລື່ອງໜຶ່ງທີ່ສ້າງຄວາມຫຍຸ້ງຍາກ: ພວກເຂົາມັກໃຊ້ຫຼັກຄຳສອນທີ່ພວກເຂົາເວົ້າເລື້ອຍໆ ພ້ອມທັງກົດລະບຽບ ແລະ ວິທີການກະທຳທີ່ພວກເຂົາມັກຈະຍຶດໝັ້ນ ເພື່ອວັດແທກຄົນອື່ນ ແລະ ເຖິງຂັ້ນວັດແທກພຣະເຈົ້າ. ນອກເໜືອຈາກການວັດແທກແລ້ວ, ພວກເຂົາຍັງມັກຕັດສິນຄົນອື່ນ ແລະ ພຣະເຈົ້າ ພ້ອມທັງກຳນົດຂອບເຂດຄົນອື່ນ ແລະ ພຣະເຈົ້າອີກດ້ວຍ. ຕົວຢ່າງ: ເຮົາເຄີຍເວົ້າວ່າ “ໂດຍທົ່ວໄປແລ້ວ ເຮົາບໍ່ກ້າກິນຂອງເຢັນ. ຫຼັງຈາກທີ່ກິນແລ້ວ, ກະເພາະອາຫານຂອງເຮົາບໍ່ສາມາດຮັບມືກັບມັນໄດ້, ສະນັ້ນ ໂດຍພື້ນຖານແລ້ວ ເຮົາຈຶ່ງບໍ່ກິນອາຫານດິບ ແລະ ເຢັນເຫຼົ່ານີ້”. ຄົນທີ່ມີຂີດຄວາມສາມາດຕໍ່າໄດ້ຍິນສິ່ງນີ້ ແລະ ເວົ້າວ່າ “ຕອນນີ້ຂ້ານ້ອຍເຂົ້າໃຈພຣະອົງແລ້ວ. ໃນອະນາຄົດ, ຂ້ານ້ອຍຈະຕ້ອງກວດເບິ່ງໃຫ້ແນ່ໃຈວ່າຈະບໍ່ເອົາອາຫານດິບ ແລະ ເຢັນໃຫ້ພຣະອົງ. ບໍ່ວ່າໃນກໍລະນີໃດກໍຕາມ ຂ້ານ້ອຍຈະບໍ່ມີທາງໃຫ້ພຣະອົງກິນອາຫານດິບ ແລະ ເຢັນເດັດຂາດ”. ແຕ່ເມື່ອຮອດຊ່ວງຮ້ອນສຸດຂອງລະດູຮ້ອນ ແລະ ສະພາບອາກາດຮ້ອນທີ່ສຸດ ພ້ອມທັງໝາກສະຕໍເບີຣີໃນຟາມກໍສຸກແລ້ວ, ມື້ໜຶ່ງ ເຮົາໄດ້ກິນໝາກສະຕໍເບີຣີສອງໜ່ວຍຢູ່ທີ່ຟາມ ແລະ ເມື່ອເຫັນສິ່ງນີ້ ລາວກໍມີຄວາມຄິດວ່າ “ພຣະອົງບໍ່ເຄີຍກິນຂອງດິບ ແລະ ເຢັນ ບໍ່ແມ່ນບໍ? ໝາກສະຕໍເບີຣີບໍ່ເຢັນບໍ? ກ່ອນໜ້ານີ້ພຣະອົງບໍ່ໄດ້ເວົ້າບໍວ່າການກິນຂອງເຢັນເຮັດໃຫ້ກະເພາະອາຫານຂອງພຣະອົງບໍ່ສະບາຍ? ແລ້ວເປັນຫຍັງມື້ນີ້ພຣະອົງຈຶ່ງກິນໝາກສະຕໍເບີຣີ? ບໍ່ແມ່ນວ່າພຣະອົງກຳລັງເວົ້າຕົວະຢູ່ບໍ?” ລາວຄິດສິ່ງນີ້ໃນໃຈຂອງລາວ; ພຽງແຕ່ລາວບໍ່ໄດ້ເວົ້າມັນອອກມາສຽງດັງ. ຈົ່ງບອກເຮົາເບິ່ງວ່າວ່າ ມຸມມອງຂອງລາວຕໍ່ເລື່ອງຕ່າງໆຖືກຕ້ອງບໍ? (ບໍ່ຖືກ). ມັນບໍ່ຖືກຕ້ອງແນວໃດ? (ລາວເອົາສິ່ງໜຶ່ງທີ່ພຣະເຈົ້າກ່າວມາເປັນກົດລະບຽບເພື່ອວັດແທກສິ່ງຕ່າງໆ ໂດຍບໍ່ຄຳນຶງເຖິງບໍລິບົດທີ່ພຣະເຈົ້າກ່າວ). ລາວບໍ່ຮູ້ວ່າຄຳເວົ້າເຫຼົ່ານີ້ຂອງເຮົາໝາຍເຖິງຫຍັງ. ພາຍໃຕ້ສະຖານະການປົກກະຕິ, ການກິນຂອງດິບ ແລະ ເຢັນເຮັດໃຫ້ກະເພາະອາຫານຂອງເຮົາບໍ່ສະບາຍ ແຕ່ກໍມີຂໍ້ຍົກເວັ້ນ. ຕົວຢ່າງ: ເມື່ອເຮົາເຮັດວຽກທີ່ຕ້ອງໃຊ້ແຮງກາຍ ແລະ ຮ່າງກາຍຂອງເຮົາຮ້ອນຂຶ້ນ, ບວກກັບສະພາບອາກາດຮ້ອນທີ່ອຸນຫະພູມສູງເຖິງປະມານສາມສິບອົງສາ ແລະ ອາຫານດິບ ແລະ ເຢັນເຫຼົ່ານັ້ນກໍບໍ່ໄດ້ເຢັນຈັດປານນັ້ນ, ແລ້ວໃນກໍລະນີດັ່ງກ່າວ ເຮົາສາມາດກິນໄດ້ໃນປະລິມານໜ້ອຍ. ມັນບໍ່ແມ່ນວ່າເຮົາບໍ່ສາມາດກິນພວກມັນເດັດຂາດ. ເມື່ອເຮົາເວົ້າວ່າ “ບໍ່ສາມາດກິນໄດ້”, ເຮົາກຳລັງໝາຍເຖິງສະຖານະການທົ່ວໄປ; ໃນສະພາບອາກາດທີ່ຮ້ອນອົບເອົ້າຂອງລະດູຮ້ອນ, ເຮົາກິນໃນປະລິມານໜ້ອຍໄດ້ສະບາຍ. ຄົນທີ່ມີຂີດຄວາມສາມາດຕໍ່າບໍ່ສາມາດເຂົ້າໃຈຄຳເວົ້າເຫຼົ່ານີ້ໄດ້. ເມື່ອລາວໄດ້ຍິນຄຳເວົ້າເຫຼົ່ານັ້ນ, ລາວກໍປະຕິບັດຕໍ່ສິ່ງເຫຼົ່ານັ້ນຄືກັບກົດລະບຽບ ຫຼື ສູດຕາຍໂຕ. ເມື່ອເກີດສະຖານະການພິເສດຂຶ້ນ, ລາວກໍຍັງພະຍາຍາມນຳເອົາສິ່ງເຫຼົ່ານັ້ນມາຍັດໃສ່ໃນສູດຕາຍໂຕນີ້. ເມື່ອລາວເຫັນວ່າພວກມັນບໍ່ເຂົ້າກັນ, ລາວກໍບໍ່ສາມາດທຳຄວາມເຂົ້າໃຈກັບມັນໄດ້: “ພຣະອົງບໍ່ໄດ້ເວົ້າບໍວ່າພຣະອົງບໍ່ສາມາດກິນຂອງດິບ ແລະ ເຢັນໄດ້? ເປັນຫຍັງຕອນນີ້ພຣະອົງຈຶ່ງກິນ? ບໍ່ແມ່ນວ່າພຣະອົງກຳລັງເວົ້າຕົວະຢູ່ບໍ?” ຂໍ້ບົກພ່ອງຂອງລາວຢູ່ບ່ອນໃດໃນດ້ານທີ່ບໍ່ສາມາດເຂົ້າໃຈຄຳເວົ້າຂອງເຮົາ? (ລາວບໍ່ມີຄວາມສາມາດໃນການຢັ່ງຮູ້). ຂໍ້ບົກພ່ອງຂອງລາວແມ່ນຢູ່ທີ່ການທີ່ລາວບໍ່ສາມາດຕັດສິນ ແລະ ຢັ່ງຮູ້ເລື່ອງນີ້ໂດຍອີງໃສ່ການປ່ຽນແປງຂອງສະພາບແວດລ້ອມ ແລະ ສະຖານະການພິເສດ. ຖ້າຄົນທີ່ມີຂີດຄວາມສາມາດພຽງພໍເຫັນສິ່ງນີ້, ພວກເຂົາກໍຈະຮູ້ວ່າ ຫຼັງຈາກທີ່ເຮັດວຽກ ແລະ ຮ່າງກາຍຂອງເຮົາຮ້ອນຂຶ້ນ, ບວກກັບສະພາບອາກາດຮ້ອນ ແລະ ຂໍ້ເທັດຈິງທີ່ວ່າໝາກໄມ້ເຫຼົ່ານີ້ບໍ່ໄດ້ເຢັນເກີນໄປ, ການກິນໃນປະລິມານໜ້ອຍຈຶ່ງບໍ່ແມ່ນບັນຫາສຳລັບເຮົາ ແລະ ນີ້ກໍເປັນເລື່ອງປົກກະຕິຫຼາຍ. ພວກເຂົາສາມາດເຂົ້າໃຈເລື່ອງນີ້ ແລະ ເບິ່ງອອກ. ແຕ່ຄົນທີ່ມີຂີດຄວາມສາມາດຕໍ່າບໍ່ສາມາດເບິ່ງອອກ; ພວກເຂົາຕິດຢູ່ກັບຈຸດນີ້ ແລະ ມີຄວາມຄິດຫຼົງຜິດໃນໃຈຂອງພວກເຂົາ. ແມ່ນຫຍັງຄືຜົນສະທ້ອນຫຼັງຈາກທີ່ຄວາມຄິດຫຼົງຜິດກໍ່ຕົວຂຶ້ນ? ມັນນຳໄປສູ່ການທີ່ພວກເຂົາຕັດສິນ ແລະ ປະນາມໄດ້ງ່າຍ. ມັນບໍ່ໄດ້ເປັນແບບນີ້ບໍ? (ແມ່ນແລ້ວ). ແນ່ນອນວ່າ ເລື່ອງນ້ອຍໆນີ້ບໍ່ແມ່ນບັນຫາໃຫຍ່ ແຕ່ພວກເຂົາບໍ່ສາມາດປ່ອຍວາງມັນໃນໃຈຂອງພວກເຂົາໄດ້: “ນີ້ບໍ່ແມ່ນການເວົ້າຕົວະບໍ? ສະນັ້ນ ພຣະອົງກໍເວົ້າຕົວະຄືກັນ!” ເຈົ້າເຫັນບໍວ່າ ພວກເຂົາຟ້າວກຳນົດຂອບເຂດ ແລະ ຕັດສິນຢ່າງໄວວາ ແມ່ນແຕ່ໃນເລື່ອງທີ່ນ້ອຍໆແບບນີ້. ແລ້ວຍັງບໍ່ໄດ້ເວົ້າເຖິງບັນຫາໃຫຍ່ດ້ວຍຊໍ້າ, ພວກເຂົາກໍມີຄວາມຄິດຫຼົງຜິດແລ້ວ. ຄົນທີ່ມີຂີດຄວາມສາມາດຕໍ່າບໍ່ສາມາດເບິ່ງທະລຸແມ່ນແຕ່ເລື່ອງນ້ອຍໆແບບນີ້ ແລະ ບໍ່ມີການແຍກແຍະຫຍັງເລີຍ. ບໍ່ວ່າພວກເຂົາຈະກຳລັງເບິ່ງບັນຫາຫຍັງກໍຕາມ, ພວກເຂົາກໍນຳໃຊ້ກົດລະບຽບຢ່າງຕາຍໂຕ. ພວກເຂົາເຊື່ອວ່າມີພຽງຜູ້ທີ່ສາມາດຍຶດໝັ້ນກັບກົດລະບຽບເທົ່ານັ້ນຈຶ່ງມີຄວາມຈິງ. ບໍ່ວ່າຄຳເວົ້າ ແລະ ການກະທຳຂອງເຈົ້າຈະສອດຄ່ອງກັບຫຼັກການຄວາມຈິງແນວໃດກໍຕາມ, ຕາບໃດທີ່ສິ່ງເຫຼົ່ານັ້ນຂັດກັບຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຄົນແບບນັ້ນ ແລະ ຂັດກັບກົດລະບຽບທີ່ພວກເຂົາຮັບຮູ້, ພວກເຂົາກໍຈະຕັດສິນ ແລະ ປະນາມເຈົ້າໃນໃຈຂອງພວກເຂົາ. ເຖິງແມ່ນວ່າພວກເຂົາບໍ່ເວົ້າມັນອອກມາສຽງດັງ, ພວກເຂົາກໍຈະມີຄວາມຄິດຫຼົງຜິດ ຫຼື ອະຄະຕິຕໍ່ເຈົ້າ. ບໍ່ວ່າພວກເຂົາຈະໄດ້ຍິນຄຳເທດສະໜາຫຼາຍສໍ່າໃດ ຫຼື ມີການໂອ້ລົມຄວາມຈິງດ້ານໃດກໍຕາມ, ຄົນທີ່ມີຂີດຄວາມສາມາດຕໍ່າເຫຼົ່ານີ້ມັກສະຫຼຸບທຸກສິ່ງໃຫ້ເຫຼືອປະໂຫຍກດຽວ, ວິທີການກະທຳດຽວ ຫຼື ກົດລະບຽບດຽວຢູ່ສະເໝີ ແລະ ພວກເຂົາກໍຍຶດໝັ້ນກັບປະໂຫຍກ, ວິທີການກະທຳ ແລະ ກົດລະບຽບເຫຼົ່ານີ້ດ້ວຍຄວາມກະຕືລືລົ້ນຢ່າງຍິ່ງ; ພວກເຂົາເຖິງຂັ້ນເຊື່ອວ່າພວກເຂົາເປັນຄົນທີ່ປະຕິບັດຄວາມຈິງ ແລະ ພວກເຂົາອ່ອນນ້ອມຕໍ່ຄວາມຈິງແທ້ໆ ແລະ ຢຳເກງພຣະເຈົ້າແທ້ໆ. ບາງຄັ້ງພວກເຂົາເຖິງຂັ້ນເຮັດໃຫ້ຕົນເອງຊາບຊຶ້ງຈົນນໍ້າຕາໄຫຼ ໂດຍຄິດວ່າພວກເຂົາຮັກພຣະເຈົ້າແທ້ໆ ແລະ ບໍ່ມີໃຜໃນໂລກນີ້ທີ່ຮັກພຣະເຈົ້າຫຼາຍກວ່າພວກເຂົາ. ໃນຄວາມເປັນຈິງແລ້ວ, ສິ່ງທີ່ພວກເຂົາຍຶດໝັ້ນນັ້ນເປັນພຽງກົດລະບຽບດຽວ ຫຼື ວິທີການກະທຳດຽວເທົ່ານັ້ນ. ພວກເຂົາດຳເນີນການປະຕິບັດຂອງພວກເຂົາດ້ວຍວິທີນີ້ ແລະ ສາມາດຍຶດໝັ້ນໃນສິ່ງນັ້ນໄດ້ໂດຍບໍ່ມີການປ່ຽນແປງ, ໂດຍເຊື່ອວ່າພວກເຂົາໄດ້ຮັບຄວາມຈິງ ແລະ ຖືກເຮັດໃຫ້ສົມບູນໂດຍພຣະເຈົ້າແລ້ວ. ບອກເຮົາເບິ່ງວ່າ ນີ້ບໍ່ແມ່ນເລື່ອງທີ່ສ້າງຄວາມຫຍຸ້ງຍາກບໍ? (ແມ່ນແລ້ວ).
ພວກເຈົ້າມັກຈະເຫັນຕົວຢ່າງຂອງຄົນທີ່ຍຶດໝັ້ນກັບກົດລະບຽບຢູ່ເລື້ອຍໆບໍ? (ແມ່ນແລ້ວ). ຕົວຢ່າງ: ເຈົ້າບອກຄົນແຕ່ງກິນວ່າ ສະພາບອາກາດເລີ່ມຮ້ອນຂຶ້ນແລ້ວ, ສະນັ້ນ ໃນແຕ່ລະມື້ ພວກເຂົາຄວນກຽມນໍ້າຊາສະໝຸນໄພຄາຍຮ້ອນຈຳນວນໜຶ່ງ ຫຼື ເຮັດເຄື່ອງດື່ມເຢັນໆຈຳນວນໜຶ່ງ ແລະ ເສີບອາຫານເຢັນຈຳນວນໜຶ່ງເມື່ອເຮັດອາຫານ ນັ້ນກໍຄື ສິ່ງທີ່ຊາວຕາເວັນຕົກເອີ້ນວ່າສະຫຼັດ ເພື່ອກະຕຸ້ນຄວາມຢາກອາຫານຂອງຜູ້ຄົນ. ຄົນທີ່ມີຂີດຄວາມສາມາດຕໍ່າກໍຈື່ຈຳສິ່ງນີ້ຈົນຂຶ້ນໃຈ: ເມື່ອສະພາບອາກາດຮ້ອນຫຼາຍ, ຜູ້ຄົນຄວນກິນອາຫານເຢັນ ແລະ ດື່ມເຄື່ອງດື່ມເຢັນ. ພວກເຂົາຈື່ຈຳສິ່ງນີ້ໄດ້ເປັນຢ່າງດີ ແລະ ຍຶດໝັ້ນກັບມັນຢ່າງພາກພຽນ. ເຖິງຢ່າງໃດກໍຕາມ, ມື້ໜຶ່ງ ເມື່ອອຸນຫະພູມຫຼຸດລົງ, ພວກເຂົາກໍບໍ່ສົນໃຈວ່າມັນຈະເຢັນ ຫຼື ບໍ່ ແລະ ຄິດວ່າ “ຕອນນີ້ເປັນລະດູຮ້ອນ, ສະນັ້ນ ຂ້ອຍຕ້ອງເຮັດອາຫານເຢັນ ແລະ ເຄື່ອງດື່ມເຢັນ. ຂ້ອຍຈະເຮັດພວກມັນທຸກມື້ເພື່ອໃຫ້ເຈົ້າໄດ້ເພີດເພີນຢ່າງເຕັມທີ່ ເພື່ອເຮັດໃຫ້ເຈົ້າຄາຍເຢັນຢ່າງສົມບູນ. ຂ້ອຍບໍ່ສົນໃຈວ່າອຸນຫະພູມຈະຫຼຸດລົງ ຫຼື ບໍ່!” ພວກເຂົາບໍ່ພຽງແຕ່ເຮັດອາຫານເຢັນເທົ່ານັ້ນ, ແມ່ນແຕ່ເສັ້ນໝີ່ ພວກເຂົາກໍລ້າງມັນໃນນໍ້າເຢັນ, ຈາກນັ້ນກໍຕາມດ້ວຍເຄື່ອງດື່ມເຢັນຫຼັງອາຫານ, ເຖິງຂັ້ນໃສ່ນໍ້າກ້ອນສອງສາມກ້ອນ. ເມື່ອເຫັນສິ່ງນີ້, ບາງຄົນກໍເວົ້າວ່າ: “ມື້ນີ້ອາກາດໜາວຫຼາຍ. ເຈົ້າຍັງເຮັດອາຫານເຢັນໄດ້ແນວໃດ? ແລ້ວເຈົ້າຍັງໃສ່ນໍ້າກ້ອນລົງໃນເຄື່ອງດື່ມເຢັນອີກ, ເຈົ້າພະຍາຍາມຈະເຮັດໃຫ້ພວກເຮົາແຂງກະດ້າງບໍ?” ຄົນແຕ່ງກິນຮູ້ສຶກນ້ອຍໃຈ ແລະ ເວົ້າວ່າ “ຂ້ອຍມີຄວາມປະສົງຮ້າຍຂະໜາດນັ້ນແທ້ໆບໍ? ລະດູຮ້ອນແມ່ນຮ້ອນຫຼາຍ, ຂ້ອຍບໍ່ໄດ້ເຮັດສິ່ງນີ້ເພື່ອຊ່ວຍໃຫ້ທຸກຄົນຄາຍເຢັນ ແລະ ກິນໄດ້ຫຼາຍຂຶ້ນໜ້ອຍໜຶ່ງບໍ? ນີ້ບໍ່ແມ່ນການປະຕິບັດຕາມຫຼັກການ ແລະ ການຄຳນຶງເຖິງທຸກຄົນບໍ? ຂ້ອຍຜິດໄດ້ແນວໃດ? ແລ້ວຕອນນີ້ເຈົ້າເວົ້າວ່າຂ້ອຍພະຍາຍາມຈະເຮັດໃຫ້ເຈົ້າແຂງກະດ້າງ, ຂ້ອຍຂາດຄຸນນະທຳຂະໜາດນັ້ນແທ້ໆບໍ? ຄວາມເປັນມະນຸດຂອງຂ້ອຍບໍ່ດີຂະໜາດນັ້ນແທ້ໆບໍ? ພວກເຈົ້າທຸກຄົນບໍ່ເຫັນໃຈຂ້ອຍຫຼາຍເກີນໄປແລ້ວ!” ໂດຍການເຮັດອາຫານແບບນັ້ນ, ພວກເຂົາກຳລັງປະຕິບັດຕາມຫຼັກການບໍ? ຫຼັກການຢູ່ບ່ອນນີ້ແມ່ນຫຍັງ? ມັນຄືການປັບປ່ຽນອາຫານ ແລະ ເຄື່ອງດື່ມຕາມລະດູການ ແລະ ອຸນຫະພູມ. ໃນລະດູຮ້ອນເມື່ອສະພາບອາກາດຮ້ອນ, ການບໍລິໂພກອາຫານ ຫຼື ເຄື່ອງດື່ມທີ່ຂ້ອນຂ້າງເຢັນເຊິ່ງສາມາດກະຕຸ້ນຄວາມຢາກອາຫານຂອງຜູ້ຄົນໄດ້, ນີ້ຄືຫຼັກການ, ບໍ່ແມ່ນບໍ? ມັນຄືຫຼັກການ. ແຕ່ຕອນນີ້ ເມື່ອອຸນຫະພູມຫຼຸດລົງຢ່າງກະທັນຫັນ, ຄວນນຳໃຊ້ຫຼັກການນີ້ແນວໃດ? (ເມື່ອອຸນຫະພູມຫຼຸດລົງຢ່າງກະທັນຫັນ, ຄົນແຕ່ງກິນກໍບໍ່ສາມາດຍຶດຕິດກັບການກຽມອາຫານເຢັນ ຫຼື ສະຫຼັດຄືກັບທີ່ແນະນໍາໃຫ້ພວກເຂົາເຮັດກ່ອນໜ້ານັ້ນ ແຕ່ຕ້ອງປັບປ່ຽນຕາມສະພາບອາກາດ ແລະ ເຮັດອາຫານອຸ່ນໆແທນ. ພວກເຂົາບໍ່ສາມາດຍຶດໝັ້ນກັບກົດລະບຽບໄດ້). ຖືກຕ້ອງແລ້ວ. ເມື່ອສະພາບອາກາດເຢັນລົງເປັນບາງຄັ້ງຄາວໃນລະດູຮ້ອນ, ເຈົ້າບໍ່ສາມາດຍຶດຕິດກັບການເຮັດອາຫານເຢັນ ແລະ ເຄື່ອງດື່ມເຢັນໃນລະດູຮ້ອນໄດ້, ເຈົ້າບໍ່ສາມາດຍຶດໝັ້ນກັບກົດລະບຽບນີ້ໄດ້. ເມື່ອອຸນຫະພູມຫຼຸດລົງຢ່າງກະທັນຫັນ, ອາຫານ ແລະ ເຄື່ອງດື່ມທີ່ຜູ້ຄົນບໍລິໂພກກໍຕ້ອງປ່ຽນແປງໃນທັນທີເຊັ່ນກັນ. ບໍ່ຄວນເຮັດອາຫານເຢັນ ແລະ ເຄື່ອງດື່ມເຢັນອີກຕໍ່ໄປ ແລະ ບໍ່ຄວນໃສ່ນໍ້າກ້ອນເດັດຂາດ. ແຕ່ກົງກັນຂ້າມ, ເຈົ້າຄວນແຕ່ງອາຫານຮ້ອນໆ, ເຮັດເສັ້ນໝີ່ອຸ່ນໆຈຳນວນໜຶ່ງ ໂດຍປັບປ່ຽນອາຫານ ແລະ ເຄື່ອງດື່ມຕາມອຸນຫະພູມ ແລະ ສະພາບອາກາດ. ນີ້ຄືຫຼັກການ. ແຕ່ຄົນທີ່ມີຂີດຄວາມສາມາດຕໍ່າ, ຕາບໃດທີ່ມັນເປັນຊ່ວງລະດູຮ້ອນ, ກໍຍຶດຕິດກັບການເຮັດເຄື່ອງດື່ມເຢັນ ແລະ ອາຫານເຢັນ ໂດຍບໍ່ຄຳນຶງເຖິງອຸນຫະພູມ ຫຼື ສະພາບອາກາດ. ບັນຫາຢູ່ບ່ອນນີ້ແມ່ນຫຍັງ? (ການຍຶດໝັ້ນກັບກົດລະບຽບ). ນີ້ຄືການຍຶດໝັ້ນກັບກົດລະບຽບ, ການບໍ່ສາມາດນຳໃຊ້ຫຼັກການໄດ້ຢ່າງຄ່ອງໂຕຕາມສະຖານະການ. ສິ່ງເຫຼົ່ານີ້ຄືການສະແດງອອກຂອງຄົນທີ່ມີຂີດຄວາມສາມາດຕໍ່າໃນດ້ານຂອງວິທີທີ່ພວກເຂົາດຳເນີນສິ່ງຕ່າງໆ, ພວກເຂົາຈື່ປະໂຫຍກດຽວ ແລະ ປະຕິບັດກັບມັນຄືກັບເປັນກົດລະບຽບທີ່ຕ້ອງຍຶດໝັ້ນ ແລະ ບໍ່ວ່າສະພາບແວດລ້ອມ, ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆຈະປ່ຽນແປງໄປແນວໃດກໍຕາມ, ພວກເຂົາກໍບໍ່ສາມາດນຳໃຊ້ຫຼັກການໄດ້ຢ່າງຄ່ອງໂຕເພື່ອຈັດການກັບເລື່ອງຕ່າງໆ. ໃນຄວາມເປັນຈິງແລ້ວ, ຜົນຮັບທີ່ຄວນບັນລຸໂດຍການສ້າງຕັ້ງຫຼັກການກ່ຽວກັບອາຫານ ແລະ ເຄື່ອງດື່ມກໍເພື່ອຮັບປະກັນວ່າຜູ້ຄົນກິນໃນລັກສະນະທີ່ເຮັດໃຫ້ຮ່າງກາຍຂອງພວກເຂົາຮູ້ສຶກສະບາຍ. ຫຼັກການດັ່ງກ່າວບໍ່ແມ່ນກົດລະບຽບເລີຍ. ເຖິງຢ່າງໃດກໍຕາມ, ຄົນທີ່ຍຶດໝັ້ນກັບກົດລະບຽບໂດຍບໍ່ຄຳນຶງເຖິງອຸນຫະພູມ ຫຼື ສະພາບອາກາດ ແລະ ບໍ່ສົນໃຈວ່າເຈົ້າຮູ້ສຶກສະບາຍໃນການກິນ ຫຼື ບໍ່ ກໍຍຶດຕິດກັບການເຮັດອາຫານເຢັນ ແລະ ເຄື່ອງດື່ມເຢັນ ຕາບໃດທີ່ມັນເປັນລະດູຮ້ອນ. ສິ່ງນີ້ເອີ້ນວ່າການຍຶດໝັ້ນກັບກົດລະບຽບ. ການປະຕິບັດຕາມຫຼັກການໝາຍຄວາມວ່າ ທຸກສິ່ງທີ່ເຮັດນັ້ນມຸ່ງໄປທີ່ການບັນລຸຜົນຮັບທີ່ດີໃນທ້າຍທີ່ສຸດ. ເຖິງຢ່າງໃດກໍຕາມ, ການຍຶດໝັ້ນກັບກົດລະບຽບແມ່ນການບໍ່ສົນໃຈຜົນຮັບ ແລະ ຈົດຈໍ່ຢູ່ກັບພຽງແຕ່ພິທີການ ແລະ ວິທີການກະທຳເທົ່ານັ້ນ. ນີ້ຄືວິທີທີ່ຄົນທີ່ມີຂີດຄວາມສາມາດຕໍ່າຈັດການກັບບັນຫາຢ່າງແທ້ຈິງ. ບໍ່ວ່າມີສິ່ງໃດເກີດຂຶ້ນກໍຕາມ, ພວກເຂົາກໍໃຊ້ວິທີການດຽວກັນນີ້ເພື່ອຈັດການກັບພວກມັນ.
ຄົນທີ່ມີຂີດຄວາມສາມາດຕໍ່າບໍ່ສາມາດເບິ່ງອອກເຖິງແມ່ນຫຍັງກໍຕາມທີ່ເຂົ້າມາຫາພວກເຂົາ. ແມ່ນແຕ່ຕອນທີ່ອ່ານພຣະທຳຂອງພຣະເຈົ້າ ຫຼື ຟັງຄຳເທດສະໜາ, ຄວາມຢັ່ງຮູ້ຂອງພວກເຂົາກໍມີການບິດເບືອນບາງຢ່າງ ແລະ ລວມມີການບ່ຽງເບນຢ່າງຫຼີກລ່ຽງບໍ່ໄດ້. ພວກເຂົາກຳລັງຍຶດໝັ້ນກັບກົດລະບຽບ, ວິທີການກະທຳ ຫຼື ພິທີການ, ເຊິ່ງແຕກຕ່າງຈາກຫຼັກການຄວາມຈິງຢ່າງສິ້ນເຊີງ ແລະ ດ້ວຍເຫດນີ້ ຫຼາຍສິ່ງທີ່ບິດເບືອນຈຶ່ງເກີດຂຶ້ນ. ມັນສາມາດເວົ້າໄດ້ວ່າ ຄວາມຢັ່ງຮູ້ຂອງຄົນທີ່ມີຂີດຄວາມສາມາດຕໍ່າກ່ຽວກັບເລື່ອງໃດກໍຕາມແມ່ນມີທຳມະຊາດທີ່ຂ້ອນຂ້າງບິດເບືອນຢູ່ສະເໝີ. ເຖິງແມ່ນວ່າໃນສິ່ງງ່າຍໆ ແລະ ສາມາດຈັດການໄດ້ຢ່າງງ່າຍດ້າຍ ພວກເຂົາອາດຈະບັນລຸຄວາມເຊື່ອຟັງ ແລະ ຄວາມອ່ອນນ້ອມໂດຍບໍ່ສະແດງການບິດເບືອນ, ແຕ່ເມື່ອເວົ້າເຖິງເລື່ອງທີ່ອີງໃສ່ຫຼັກການ ຫຼື ບັນຫາທີ່ຂ້ອນຂ້າງຊັບຊ້ອນ, ພວກເຂົາກໍບໍ່ສາມາດຈັບໃຈຄວາມຫຼັກການຄວາມຈິງໄດ້ ແລະ ຮູ້ພຽງແຕ່ການຍຶດໝັ້ນກັບກົດລະບຽບເທົ່ານັ້ນ. ເຈົ້າເຂົ້າໃຈບໍ? (ເຂົ້າໃຈ). ຄົນທີ່ມີຂີດຄວາມສາມາດຕໍ່າຂາດຄວາມສາມາດໃນການຢັ່ງຮູ້ຄວາມຈິງໂດຍສິ້ນເຊີງ ແລະ ຮູ້ພຽງແຕ່ການຍຶດໝັ້ນກັບກົດລະບຽບເທົ່ານັ້ນ. ຄົນແບບນັ້ນຍັງສ້າງຄວາມຫຍຸ້ງຍາກພໍສົມຄວນ. ພວກເຂົາມີຄວາມກະຕືລືລົ້ນ ແລະ ຕັ້ງໃຈຫຼາຍທີ່ຈະຍຶດໝັ້ນກັບກົດລະບຽບ. ຖ້າເຈົ້າໂອ້ລົມກັບພວກເຂົາ ແລະ ເວົ້າວ່າ “ສິ່ງທີ່ເຈົ້າກຳລັງເຮັດຄືການຍຶດໝັ້ນກັບກົດລະບຽບ, ບໍ່ແມ່ນການປະຕິບັດຕາມຫຼັກການຄວາມຈິງ”, ພວກເຂົາກໍບໍ່ສາມາດຍອມຮັບມັນໄດ້. ພວກເຂົາຮູ້ສຶກວ່າ: “ຂ້ອຍກຳລັງຍຶດໝັ້ນກັບຫຼັກການຢ່າງແນ່ວແນ່ ແລະ ບໍ່ສາມາດປະນີປະນອມກັບຄົນອື່ນໄດ້! ຄົນອື່ນບໍ່ຍຶດໝັ້ນກັບຫຼັກການ ແລະ ຖືກກ່າວໂທດຍ້ອນເຮັດເຊັ່ນນັ້ນ, ແຕ່ເມື່ອຂ້ອຍຍຶດໝັ້ນ, ຂ້ອຍກໍຖືກກ່າວໂທດເຊັ່ນກັນ. ນີ້ບໍ່ຍຸຕິທຳເລີຍ!” ເບິ່ງແມວ່າພວກເຂົາດື້ດ້ານສໍ່າໃດ, ເຈົ້າບໍ່ສາມາດຊັກຈູງພວກເຂົາໄດ້ເລີຍ. ພວກເຈົ້າເຄີຍພົບພໍ້ກັບຄົນແບບນັ້ນບໍ? (ເຄີຍ). ຕົວຢ່າງ: ເຮົາບອກບາງຄົນວ່າ “ຖ້າເຈົ້າຢາກຮຽນເຕັ້ນ, ເຈົ້າສາມາດແບ່ງເວລາສອງຊົ່ວໂມງໃນແຕ່ລະມື້ເພື່ອຝຶກຝົນເມື່ອບໍ່ຫຍຸ້ງວຽກ. ຖ້າເຈົ້າອົດທົນໄປໄລຍະໜຶ່ງ, ເຈົ້າກໍຈະຮຽນຮູ້ມັນໄດ້”. ພວກເຂົາຈື່ປະໂຫຍກທີ່ວ່າ “ອົດທົນຝຶກຊ້ອມເປັນເວລາສອງຊົ່ວໂມງທຸກມື້” ແລະ ເຊື່ອວ່າການເຮັດເຊັ່ນນັ້ນຄືການປະຕິບັດຄວາມຈິງ ແລະ ການຍຶດຕິດກັບຫຼັກການ. ຫຼັງຈາກນັ້ນ, ບໍ່ວ່າໜ້າທີ່ທີ່ພວກເຂົາກຳລັງເຮັດຈະຫຍຸ້ງສໍ່າໃດກໍຕາມ, ພວກເຂົາກໍຍັງອົດທົນຝຶກຊ້ອມເປັນເວລາສອງຊົ່ວໂມງທຸກມື້. ໃນຊ່ວງເວລາໜຶ່ງທີ່ວຽກງານຂອງຄຣິສຕະຈັກຫຍຸ້ງຫຼາຍຕັ້ງແຕ່ເຊົ້າຈົນຮອດຄໍ່າ ແລະ ໂດຍພື້ນຖານແລ້ວ ພວກເຂົາບໍ່ມີເວລາຫວ່າງສອງຊົ່ວໂມງໃນໜຶ່ງມື້, ພວກເຂົາກໍຍັງຝືນຊ້ອມເຕັ້ນເປັນເວລາສອງຊົ່ວໂມງ. ເມື່ອຄົນອື່ນເຕືອນພວກເຂົາວ່າສິ່ງນີ້ສາມາດເຮັດໃຫ້ວຽກງານຂອງຄຣິສຕະຈັກຊັກຊ້າ, ພວກເຂົາກໍປະຕິເສດທີ່ຈະຟັງ ແລະ ເວົ້າວ່າ “ພຣະເຈົ້າໄດ້ສັ່ງໃຫ້ຂ້ອຍຊ້ອມເຕັ້ນເປັນເວລາສອງຊົ່ວໂມງໃນແຕ່ລະມື້. ຂ້ອຍຕ້ອງເຮັດສິ່ງນີ້. ຖ້າຂ້ອຍບໍ່ເຮັດສິ່ງນີ້, ມັນກໍໝາຍຄວາມວ່າຂ້ອຍບໍ່ເຊື່ອຟັງ ແລະ ບໍ່ມີການອ່ອນນ້ອມ”. ຖ້າເຈົ້າບອກບໍ່ໃຫ້ພວກເຂົາເຮັດ, ພວກເຂົາກໍບໍ່ເຕັມໃຈ. ພວກເຂົາບໍ່ສາມາດຈັດການກັບສິ່ງຕ່າງໆໄດ້ຢ່າງຍືດຫຍຸ່ນ ຫຼື ນຳໃຊ້ຄຳເວົ້າຂອງເຮົາໄດ້ຢ່າງຍືດຫຍຸ່ນໂດຍອີງໃສ່ຄວາມຈຳເປັນຂອງວຽກງານ ຫຼື ຄວາມຈຳເປັນໃນສະພາບແວດລ້ອມ. ພວກເຂົາບໍ່ເຂົ້າໃຈວ່າເປັນຫຍັງພວກເຂົາຈຶ່ງຄວນຝຶກຊ້ອມເປັນເວລາສອງຊົ່ວໂມງ, ຄວາມສຳຄັນຂອງການຝຶກຊ້ອມເປັນເວລາສອງຊົ່ວໂມງແມ່ນຫຍັງ ຫຼື ຜົນຮັບທີ່ຕັ້ງໃຈໃຫ້ມັນບັນລຸແມ່ນຫຍັງ. ພວກເຂົາບໍ່ເຂົ້າໃຈ ແລະ ບໍ່ຊັດເຈນກ່ຽວກັບສິ່ງເຫຼົ່ານີ້. ສຳລັບພວກເຂົາແລ້ວ ການປະຕິບັດຄວາມຈິງໝາຍເຖິງພຽງແຕ່ການຍຶດໝັ້ນກັບປະໂຫຍກໜຶ່ງດຽວ, ກົດລະບຽບ ຫຼື ພິທີການເທົ່ານັ້ນ, ໃນມຸມມອງຂອງພວກເຂົາ ນັ້ນຄືການປະຕິບັດຄວາມຈິງ. ບໍ່ວ່າຈະບັນລຸຜົນຮັບໃດກໍຕາມ ຫຼື ຜົນຮັບຈະອອກມາເປັນແນວໃດກໍຕາມ, ພວກເຂົາກໍຍັງຄົງເດີນຕາມເສັ້ນທາງໜຶ່ງດຽວຢ່າງດື້ດ້ານ, ປະຕິເສດທີ່ຈະຫັນຫຼັງກັບບໍ່ວ່າຈະເກີດຫຍັງຂຶ້ນກໍຕາມ, ບໍ່ຍອມກັບເຖິງແມ່ນວ່າມີງົວສິບໂຕມາດຶງພວກເຂົາກັບ. ເຖິງແມ່ນວ່າພວກເຂົາບ່ຽງເບນໃນການປະຕິບັດຂອງພວກເຂົາກໍຕາມ, ພວກເຂົາກໍຈະເຮັດແບບນັ້ນຢູ່ສະເໝີ. ເມື່ອບອກວ່າພວກເຂົາໄຮ້ເຫດຜົນ, ພວກເຂົາກໍຍັງຝືນເຮັດມັນ. ຄົນແບບນັ້ນບໍ່ສ້າງຄວາມຫຍຸ້ງຍາກຫຼາຍບໍ? ບໍ່ວ່າໃຜກໍຕາມຈະໂອ້ລົມກັບພວກເຂົາ, ມັນກໍບໍ່ໄດ້ຜົນ. ຫຼັງຈາກທີ່ເຈົ້າອະທິບາຍສິ່ງຕ່າງໆຢ່າງຊັດເຈນດ້ວຍຄວາມພາກພຽນແລ້ວ, ພວກເຂົາອາດເຂົ້າໃຈເລື່ອງນີ້ໃນມື້ນີ້, ແຕ່ມື້ອື່ນ ພວກເຂົາກໍຈະຍຶດໝັ້ນກັບກົດລະບຽບໃນເລື່ອງອື່ນ, ຍຶດໝັ້ນກັບກົດລະບຽບຢ່າງບໍ່ມີທີ່ສິ້ນສຸດ ແລະ ເຈົ້າກໍຕ້ອງແກ້ໄຂພວກເຂົາຢູ່ສະເໝີ. ພວກເຂົາກຳລັງເອນອຽງໄປທາງຊ້າຍ ຫຼື ທາງຂວາ ແລະ ບ່ຽງເບນໃນເລື່ອງປະເພດນີ້ ຫຼື ໃນເລື່ອງປະເພດນັ້ນ, ພວກເຂົາບ່ຽງເບນຢ່າງຕໍ່ເນື່ອງໂດຍບໍ່ມີທີ່ສິ້ນສຸດ. ການເບິ່ງພວກເຂົາເຮັດໃຫ້ເຈົ້າວິຕົກກັງວົນ, ແຕ່ເຈົ້າບໍ່ສາມາດແກ້ໄຂພວກເຂົາໄດ້ ບໍ່ວ່າເຈົ້າຈະພະຍາຍາມແນວໃດກໍຕາມ. ເປັນຫຍັງ? ເພາະວ່າຂີດຄວາມສາມາດຂອງພວກເຂົາຕໍ່າເກີນໄປ. ພວກເຂົາບໍ່ເຄີຍສາມາດແຍກແຍະລະຫວ່າງສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບ, ສິ່ງທີ່ຖືກ ແລະ ສິ່ງທີ່ຜິດ, ສິ່ງທີ່ຖືກຕ້ອງ ແລະ ສິ່ງທີ່ບໍ່ຖືກຕ້ອງ, ຄວາມຈິງ ແລະ ກົດລະບຽບໄດ້ຈັກເທື່ອ. ພວກເຂົາບໍ່ມີມາດຕະຖານສຳລັບການແບ່ງແຍກເລື່ອງເຫຼົ່ານີ້, ບໍ່ມີຄວາມສາມາດໃນການກຳນົດຂອບເຂດພວກມັນ ແລະ ພຽງແຕ່ບໍ່ສາມາດກຳນົດຂອບເຂດພວກມັນໄດ້. ສະນັ້ນ, ຄົນທີ່ມີຂີດຄວາມສາມາດຕໍ່າຈຶ່ງສາມາດເຮັດໄດ້ພຽງແຕ່ວຽກງານທີ່ອີງໃສ່ກົດລະບຽບ ແລະ ວຽກງ່າຍໆ ຫຼື ວຽກງານທີ່ມີພຽງດ້ານດຽວທີ່ບໍ່ກ່ຽວຂ້ອງກັບຫຼັກການຄວາມຈິງເທົ່ານັ້ນ, ເຊັ່ນ: ການປະຕິບັດຕາມຕາຕະລາງເວລາທຸກວັນ, ການເຮັດສິ່ງໜຶ່ງໃນເວລາໃດໜຶ່ງ ແລະ ການເຮັດອີກສິ່ງໜຶ່ງໃນອີກເວລາໜຶ່ງທີ່ກຳນົດໄວ້, ນັ້ນກໍຄື ພວກເຂົາສາມາດຈັດການໄດ້ພຽງແຕ່ໜ້າວຽກງ່າຍໆເຫຼົ່ານັ້ນ ເຊິ່ງການຍຶດໝັ້ນກັບຕາຕະລາງເວລາ, ພິທີການ ແລະ ວິທີການເຮັດສິ່ງຕ່າງໆກໍພຽງພໍທີ່ຈະເຮັດວຽກງານໄດ້ດີແລ້ວ. ແຕ່ພວກເຂົາບໍ່ສາມາດຈັດການກັບວຽກງານທີ່ຊັບຊ້ອນຂຶ້ນເລັກໜ້ອຍໄດ້. ເມື່ອມີການຮຽກຮ້ອງໃຫ້ພວກເຂົາກະທຳຕາມຫຼັກການຄວາມຈິງ ແລະ ບັນລຸຜົນຮັບບາງຢ່າງ, ພວກເຂົາກໍບໍ່ສາມາດເຮັດສິ່ງນີ້ໃຫ້ສຳເລັດໄດ້. ຖ້າເຈົ້າມອບໝາຍວຽກງານໜຶ່ງລາຍການໃຫ້ພວກເຂົາ ເຊິ່ງຮຽກຮ້ອງໃຫ້ພວກເຂົານຳໃຊ້ຫຼັກການຄວາມຈິງຢ່າງຍືດຫຍຸ່ນ, ຈັດການກັບບັນຫາຕ່າງໆຕາມຄວາມເໝາະສົມ ແລະ ປັບຕົວຕາມສະພາບແວດລ້ອມ, ພວກເຂົາກໍເລີ່ມສັບສົນ ແລະ ບໍ່ສາມາດເຮັດມັນໃຫ້ສຳເລັດໄດ້. ພວກເຂົາຕ້ອງມີຄົນມາຊ່ວຍເຫຼືອ ແລະ ແນະນຳພວກເຂົາ; ເຈົ້າບໍ່ສາມາດຄາດຫວັງໃຫ້ພວກເຂົາເຮັດວຽກງານໄດ້ດີດ້ວຍຕົນເອງ. ຄວນປະຕິບັດຕໍ່ຄົນແບບນັ້ນແນວໃດ? ເຖິງແມ່ນວ່າພວກເຂົາສາມາດອົດທົນໃນການປະຕິບັດໜ້າທີ່ຂອງພວກເຂົາເປັນປະຈຳທຸກວັນ, ເມື່ອປະເຊີນກັບສະຖານະການທີ່ບໍ່ຄາດຄິດ, ພວກເຂົາກໍບໍ່ຮູ້ວ່າຈະຕອບກັບແນວໃດ ແລະ ອາດຈະເຖິງຂັ້ນຢຸດປະຕິບັດໜ້າທີ່ຂອງພວກເຂົາ. ສຳລັບຄົນແບບນັ້ນ, ມັນຈຳເປັນຕ້ອງສອບຖາມ ແລະ ກວດກາວຽກງານຂອງພວກເຂົາຢູ່ເລື້ອຍໆ, ໂດຍຖາມວ່າ “ໃນຊ່ວງເວລານີ້, ມີການຂັດຂວາງ ຫຼື ການລົບກວນໃດຕໍ່ວຽກງານຂອງຄຣິສຕະຈັກບໍ? ມີບັນຫາໃດທີ່ຊັບຊ້ອນເຊິ່ງເຈົ້າບໍ່ຮູ້ວິທີຈັດການບໍ?” ຫຼັງຈາກທີ່ຄິດທົບທວນແລ້ວ, ພວກເຂົາກໍເວົ້າວ່າ “ທຸກຢ່າງເປັນປົກກະຕິດີໃນຊ່ວງເວລານີ້. ທຸກຄົນກຳລັງປະຕິບັດໜ້າທີ່ຂອງພວກເຂົາ ແລະ ສາມາດເຕົ້າໂຮມ ແລະ ກິນ ແລະ ດື່ມພະທໍາຂອງພຣະເຈົ້າໄດ້ຕາມປົກກະຕິ. ບໍ່ມີໃຜຂັດຂວາງ ຫຼື ລົບກວນ ແລະ ຂ້ອຍກໍບໍ່ໄດ້ຍິນວ່າມີໃຜເຜີຍແຜ່ຄວາມຜິດພ້ຽນເພື່ອເຮັດໃຫ້ຄົນອື່ນຫຼົງຜິດ”. ພວກເຂົາບໍ່ສາມາດລະບຸບັນຫາໃດໆໄດ້ ແລະ ບໍ່ຮູ້ວ່າຈະລາຍງານຫຍັງ ແລະ ພວກເຂົາເຖິງກັບບໍ່ສາມາດຕັ້ງຄຳຖາມໄດ້. ສະນັ້ນ, ເຈົ້າບໍ່ສາມາດຄາດຫວັງໃຫ້ພວກເຂົາຈັດການ ຫຼື ແກ້ໄຂບັນຫາທີ່ເກີດຂຶ້ນໃນຊີວິດຈິງ ຫຼື ໃນການປະຕິບັດໜ້າທີ່ຂອງພວກເຂົາດ້ວຍຕົນເອງໄດ້. ເຈົ້າຍັງບໍ່ສາມາດຄາດຫວັງໃຫ້ພວກເຂົາສະແຫວງຫາຈາກຄົນທີ່ຢູ່ເໜືອພວກເຂົາ ຫຼື ຖາມພວກເຂົາ ເມື່ອພວກເຂົາບໍ່ຮູ້ວິທີຈັດການກັບບາງສິ່ງບາງຢ່າງ. ພວກເຂົາບໍ່ສາມາດບັນລຸສິ່ງເຫຼົ່ານີ້ໄດ້ເລີຍ ເພາະວ່າຂີດຄວາມສາມາດຂອງພວກເຂົາບໍ່ພຽງພໍ. ຖ້າຄົນແບບນັ້ນບໍ່ລາຍງານບັນຫາໃຫ້ຄົນທີ່ຢູ່ເໜືອພວກເຂົາ, ຄົນອື່ນກໍອາດຈະຄິດວ່າພວກເຂົາບໍ່ມີບັນຫາ. ເຖິງຢ່າງໃດກໍຕາມ, ມັນບໍ່ໄດ້ເປັນແບບນັ້ນ. ພວກເຂົາບໍ່ສາມາດລະບຸໄດ້ແມ່ນແຕ່ບັນຫາທຳມະດາ, ແມ່ນແຕ່ຕອນທີ່ບັນຫາກອງຢູ່ຕໍ່ໜ້າພວກເຂົາ, ພວກເຂົາກໍບໍ່ຮັບຮູ້ວ່າສິ່ງເຫຼົ່ານັ້ນຄືບັນຫາ. ແລ້ວດ້ວຍເຫດນັ້ນ ພວກເຂົາຈຶ່ງບໍ່ແກ້ໄຂບັນຫາຫຍັງເຊັ່ນກັນ. ພວກເຂົາມີຫົວ, ມີຕາສອງໜ່ວຍ ແລະ ມີຫູສອງຂ້າງ; ພວກເຂົາສາມາດເບິ່ງເຫັນ, ໄດ້ຍິນ ແລະ ເວົ້າໄດ້, ແຕ່ພວກເຂົາກໍຍັງບໍ່ສາມາດລະບຸ ຫຼື ແກ້ໄຂບັນຫາ. ເພາະວ່າພວກເຂົາຂາດຂີດຄວາມສາມາດ ແລະ ຄວາມສາມາດໃນການລະບຸ ແລະ ຈັດການກັບບັນຫາຢ່າງສິ້ນເຊີງ, ບໍ່ວ່າພວກເຂົາຈະເບິ່ງຄືສະຫຼາດຫຼັກແຫຼມຈາກຮູບລັກສະນະພາຍນອກສໍ່າໃດກໍຕາມ, ມັນກໍບໍ່ມີປະໂຫຍດຫຍັງ. ພວກເຂົາບໍ່ສາມາດນຳເອົາສິ່ງທີ່ພວກເຂົາເຫັນ ຫຼື ໄດ້ຍິນ ແລະ ມາປະມວນຜົນໃນຄວາມຄິດຂອງພວກເຂົາ ເພື່ອຄິດທົບທວນ ແລະ ແຍກແຍະວ່າສິ່ງເຫຼົ່ານີ້ເປັນບັນຫາ ຫຼື ບໍ່ ຫຼື ຄວນຈັດການກັບພວກມັນແນວໃດ. ຖ້າພວກເຂົາບໍ່ສາມາດຈັດການກັບບັນຫາທີ່ກ່ຽວຂ້ອງກັບຫຼັກການຄວາມຈິງໄດ້, ພວກເຂົາກໍຈະບໍ່ລາຍງານພວກມັນໃຫ້ຄົນທີ່ຢູ່ເໜືອພວກເຂົາເຊັ່ນກັນ. ພວກເຂົາບໍ່ສາມາດເຮັດສິ່ງເຫຼົ່ານີ້ໄດ້ເລີຍ. ສິ່ງນີ້ບໍ່ໄດ້ສະແດງໃຫ້ເຫັນວ່າພວກເຂົາມີຂີດຄວາມສາມາດຕໍ່າບໍ? ສິ່ງເຫຼົ່ານີ້ບໍ່ແມ່ນການສະແດງອອກຂອງຄົນທີ່ມີຂີດຄວາມສາມາດຕໍ່າບໍ? (ແມ່ນແລ້ວ). ຖ້າເຈົ້າຖາມຄົນທີ່ມີຂີດຄວາມສາມາດຕໍ່າວ່າ “ມີບັນຫາໃດໆໃນວຽກງານໃນລະຫວ່າງຊ່ວງເວລານີ້ບໍ? ມີຂົງເຂດໃດທີ່ເຈົ້າບໍ່ເຂົ້າໃຈຫຼັກການບໍ?” ພວກເຂົາກໍຕອບວ່າ “ບໍ່ມີບັນຫາຫຍັງເລີຍ; ທຸກຄົນຫຍຸ້ງຢູ່ ແລະ ສິ່ງຕ່າງໆກໍດຳເນີນໄປໄດ້ດີພໍສົມຄວນ!” ສຳລັບພວກເຂົາແລ້ວ ທຸກຢ່າງເປັນປົກກະຕິດີ. ໃນຖານະທີ່ເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ຖ້າເຈົ້າພຽງແຕ່ເຊື່ອພວກເຂົາເມື່ອພວກເຂົາເວົ້າວ່າທຸກຢ່າງເປັນປົກກະຕິດີ, ແລ້ວເຈົ້າກໍໂງ່ຈ້າເກີນໄປ ແລະ ເປັນຄົນທີ່ມີຂີດຄວາມສາມາດຕໍ່າຄືກັນກັບພວກເຂົາ. ຄົນທີ່ມີຂີດຄວາມສາມາດທີ່ດີບໍ່ພຽງແຕ່ຮູ້ວິທີຊອກຮູ້ກ່ຽວກັບບັນຫາເທົ່ານັ້ນ ແຕ່ຍັງຕ້ອງສາມາດລະບຸພວກມັນໄດ້ດ້ວຍຕົນເອງອີກດ້ວຍ. ພວກເຂົາສາມາດມີສ່ວນຮ່ວມໃນການສົນທະນາທີ່ແນເປົ້າໃສ່ບັນຫາ ແລະ ໃນຂະນະທີ່ລົມກັນ ບັນຫາກໍເລີ່ມຊັດເຈນໂດຍທຳມະຊາດ. ເມື່ອເຈົ້າຄົ້ນພົບບັນຫາ ແລະ ຖາມຄົນທີ່ມີຂີດຄວາມສາມາດຕໍ່າວ່າພວກເຂົາຈັດການກັບມັນແນວໃດ, ພວກເຂົາກໍຕອບວ່າ “ບັນຫາຫຍັງ? ເປັນຫຍັງຂ້ອຍຈຶ່ງບໍ່ສັງເກດເຫັນມັນ?” ຄົນທີ່ມີຂີດຄວາມສາມາດຕໍ່າບໍ່ສາມາດລະບຸບັນຫາໄດ້, ສະນັ້ນ ໃນການເຮັດວຽກ ເຈົ້າຕ້ອງຊຳນານໃນການຊອກຮູ້ ແລະ ລະບຸບັນຫາ, ຈັບປະເດັນບັນຫາ ແລະ ບໍ່ປ່ອຍໄປ ແລະ ຈາກນັ້ນກໍຊ່ວຍໃນການຈັດການ ແລະ ແກ້ໄຂພວກມັນ. ເຈົ້າຈຳເປັນຕ້ອງຮູ້ວິທີລົມກັບຄົນທີ່ມີຂີດຄວາມສາມາດຕໍ່າ, ຖາມພວກເຂົາ ແລະ ສອບຖາມໃນລັກສະນະການລົມແບບຜ່ອນຄາຍ, ເພື່ອລະບຸບັນຫາ. ເມື່ອເຈົ້າລົມກັນ, ພວກເຂົາກໍຈະຍົກບັນຫາຂຶ້ນມາເອງໂດຍບໍ່ຮູ້ຕົວ. ຖ້າບໍ່ມີການລົມກັນແບບນີ້, ມັນກໍຈະເປັນໄປບໍ່ໄດ້ທີ່ຈະລະບຸບັນຫາເຫຼົ່ານີ້. ເພາະວ່າເຈົ້າລົມກັບພວກເຂົາດ້ວຍວິທີນີ້, ພວກເຂົາຈຶ່ງຄ່ອຍໆຖືກກະຕຸ້ນຄວາມຄິດ ແລະ ລະບຸບັນຫາເຫຼົ່ານີ້ໄດ້ຢ່າງກະທັນຫັນ. ຖ້າເຈົ້າບໍ່ໃຊ້ວິທີການນີ້ເພື່ອຊອກຮູ້ກ່ຽວກັບສະຖານະການ, ພວກເຂົາກໍຈະບໍ່ຮັບຮູ້ວ່າສິ່ງທີ່ພວກເຂົາເຫັນເຫຼົ່ານີ້ເປັນບັນຫາ. ສະນັ້ນ, ເມື່ອບັນຫາຖືກເປີດອອກໃນລະຫວ່າງການລົມກັນຂອງພວກເຈົ້າ ກໍຕ້ອງເຮັດໃຫ້ບັນຫາຊັດເຈນຂຶ້ນເທື່ອລະໜ້ອຍ, ຄືກັບການບີບຢາສີແຂ້ວ. ພວກເຂົາຈະຮູ້ສຶກລະອາຍໃຈເລັກໜ້ອຍກໍຕໍ່ເມື່ອບັນຫາທັງໝົດໄດ້ຮັບການແກ້ໄຂແລ້ວເທົ່ານັ້ນ. ສິ່ງນີ້ບໍ່ໄດ້ສະແດງໃຫ້ເຫັນວ່າພວກເຂົາມີຂີດຄວາມສາມາດຕໍ່າບໍ? (ແມ່ນແລ້ວ). ສິ່ງເຫຼົ່ານີ້ຄືການສະແດງອອກຂອງຄົນທີ່ມີຂີດຄວາມສາມາດຕໍ່າ: ແມ່ນແຕ່ຕອນທີ່ມີບັນຫາ, ພວກເຂົາກໍບໍ່ສາມາດລະບຸພວກມັນໄດ້ ແລະ ເພາະວ່າພວກເຂົາບໍ່ສາມາດລະບຸບັນຫາໄດ້, ພວກເຂົາຈຶ່ງບໍ່ສາມາດຍົກພວກມັນຂຶ້ນມາ ຫຼື ແກ້ໄຂພວກມັນໄດ້ຈັກເທື່ອ. ບອກເຮົາເບິ່ງວ່າ ຖ້າພວກເຂົາບໍ່ສາມາດລະບຸບັນຫາໄດ້, ພວກເຂົາຈະສາມາດເຮັດວຽກງານໄດ້ດີບໍ? ພວກເຂົາສາມາດເຮັດວຽກງານຂອງພວກເຂົາໄດ້ດີໂດຍການຍຶດໝັ້ນກັບກົດລະບຽບບໍ? (ບໍ່ໄດ້). ບໍ່ໄດ້ຢ່າງແນ່ນອນ. ນີ້ຄືການສະແດງອອກຂອງການມີຂີດຄວາມສາມາດຕໍ່າ. ຖ້າເຈົ້າເວົ້າວ່າຂີດຄວາມສາມາດຂອງພວກເຂົາຕໍ່າ, ພວກເຂົາກໍເຖິງກັບຄິດວ່າ “ຂີດຄວາມສາມາດຂອງຂ້ອຍດີເລີດ! ຫຼັງຈາກທີ່ພຣະເຈົ້າກ່າວກ່ຽວກັບບາງສິ່ງບາງຢ່າງ, ຂ້ອຍກໍຈັບໃຈຄວາມວິທີການກະທຳ ຫຼື ກົດລະບຽບໃນທັນທີ ແລະ ຂ້ອຍສາມາດຍຶດໝັ້ນກັບມັນໄດ້ຕະຫຼອດຊີວິດ. ເຫັນບໍ? ເບິ່ງແມວ່າຂີດຄວາມສາມາດຂອງຂ້ອຍດີສໍ່າໃດ! ພວກເຈົ້າທຸກຄົນລົ້ມເຫຼວທີ່ຈະຈັບໃຈຄວາມຈຸດສຳຄັນ, ແຕ່ຂ້ອຍສາມາດເຮັດໄດ້. ຕົວຢ່າງ: ມີການບອກຂ້ອຍວ່າ ໃນລະດູຮ້ອນ ສະພາບອາກາດຈະຮ້ອນ ແລະ ພວກເຮົາຄວນກິນອາຫານເຢັນ. ສະນັ້ນ, ຂ້ອຍຈຶ່ງເຮັດອາຫານເຢັນ ແລະ ເສີບເຄື່ອງດື່ມເຢັນຢ່າງຕໍ່ເນື່ອງ, ຂ້ອຍສາມາດຍຶດໝັ້ນກັບຄຳສັ່ງນີ້ໄດ້. ເຈົ້າເຫັນບໍວ່າ ບໍ່ມີໃຜໃນບັນດາພວກເຈົ້າທີ່ສາມາດຍຶດໝັ້ນກັບມັນໄດ້ ແລະ ພວກເຈົ້າກໍເວົ້າກ່ຽວກັບຫຼັກການຢູ່ສະເໝີ. ຫຼັກການບໍ່ແມ່ນພຽງກົດລະບຽບບໍ? ຖ້າເຈົ້າຍຶດໝັ້ນກັບກົດລະບຽບ, ນັ້ນບໍ່ແມ່ນການຍຶດໝັ້ນກັບຫຼັກການບໍ?” ພວກເຂົາເຖິງກັບຄິດວ່າຂີດຄວາມສາມາດຂອງພວກເຂົາດີ, ໂດຍເຊື່ອວ່າພວກເຂົາສາມາດຈັບໃຈຄວາມຈຸດສຳຄັນຂອງບັນຫາໄດ້ ແລະ ຈາກຄຳເທດສະໜາທີ່ຍາວຢຽດ, ພວກເຂົາສາມາດເລືອກເອົາປະໂຫຍກໜຶ່ງດຽວ, ວິທີການກະທຳ, ກົດລະບຽບ ຫຼື ແມ່ນແຕ່ວະລີ ຫຼື ຄຳສັບໜຶ່ງດຽວທີ່ພວກເຂົາຮູ້ສຶກວ່າພວກເຂົາຈຳເປັນຕ້ອງປະຕິບັດຕາມ. ບອກເຮົາເບິ່ງວ່າ ສິ່ງນີ້ບໍ່ໄດ້ສ້າງຄວາມຫຍຸ້ງຍາກບໍ? ມີຄົນແບບນັ້ນຫຼາຍພໍສົມຄວນ. ເມື່ອເຈົ້າໂອ້ລົມກ່ຽວກັບລາຍລະອຽດຕ່າງໆຂອງຄວາມຈິງ, ພວກເຂົາກໍບໍ່ສາມາດເຂົ້າໃຈໄດ້ ແລະ ເຖິງກັບເວົ້າວ່າ “ຈັ່ງແມ່ນໜ້າລຳຄານ! ເຈົ້າບໍ່ຍອມຢຸດເວົ້າແທ້ໆເລີຍ. ບັນຫາທັງໝົດບໍ່ແມ່ນການບໍ່ກ່າວຄຳເວົ້າເຫຼົ່ານັ້ນ ຫຼື ການບໍ່ເຮັດສິ່ງນັ້ນໆບໍ? ພຽງແຕ່ຍຶດໝັ້ນກັບໜຶ່ງປະໂຫຍກ ແລະ ບໍ່ຈຳເປັນຕ້ອງເຮັດຫຍັງອີກ, ມັນເປັນເລື່ອງກ່ຽວກັບໜຶ່ງປະໂຫຍກເທົ່ານັ້ນ. ເປັນຫຍັງຈຶ່ງເຮັດໃຫ້ມັນຫຍຸ້ງຍາກຂະໜາດນັ້ນ? ເຈົ້າເຖິງກັບຈຳແນກສະພາວະ, ສະພາບແວດລ້ອມ ແລະ ຄວາມເປັນມະນຸດຂອງຄົນປະເພດຕ່າງໆ ແລະ ຈຳແນກລະຫວ່າງຄວາມເຂົ້າໃຈທີ່ບິດເບືອນ ແລະ ຄວາມເຂົ້າໃຈທີ່ແທ້ຈິງ. ມັນມີລາຍລະອຽດຫຼາຍຂະໜາດນັ້ນເຂົ້າກ່ຽວຂ້ອງແທ້ໆບໍ? ເປັນຫຍັງຈຶ່ງຈູ້ຈີ້ຈຸກຈິກຂະໜາດນັ້ນ? ເຈົ້າຈູ້ຈີ້ຈຸກຈິກຫຼາຍ!” ພວກເຂົາເຖິງກັບກ່າວໂທດຄົນອື່ນ. ສິ່ງເຫຼົ່ານີ້ຄືການສະແດງອອກຂອງຄົນທີ່ມີຂີດຄວາມສາມາດຕໍ່າ.
ລັກສະນະຂອງຄົນທີ່ມີຂີດຄວາມສາມາດຕໍ່າແມ່ນຫຍັງ? ພວກເຂົາບໍ່ເຂົ້າໃຈຫຼັກການຄວາມຈິງ; ບໍ່ວ່າຈະເປັນຫຼັກການຄວາມຈິງດ້ານໃດກໍຕາມ, ພວກເຂົາກໍປະຕິບັດຄືກັບວ່າມັນເປັນກົດລະບຽບ ຫຼື ສູດຕາຍຕົວປະເພດໜຶ່ງ ແລະ ຈາກນັ້ນ ພວກເຂົາກໍປະຕິບັດຕາມມັນດ້ວຍຄວາມກະຕືລືລົ້ນຢ່າງບໍ່ຮູ້ອິດບໍ່ເມື່ອຍ. ພວກເຂົາສາມາດເວົ້າຫຼັກຄຳສອນໄດ້ຫຼາຍຢ່າງ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງຄິດວ່າພວກເຂົາເຂົ້າໃຈຫຼັກການຄວາມຈິງ, ແຕ່ໃນຄວາມເປັນຈິງແລ້ວ ພວກເຂົາບໍ່ເຂົ້າໃຈຄວາມຈິງເລີຍ. ຖ້າເຈົ້າອະທິບາຍຫຼັກການບາງຢ່າງສຳລັບຜູ້ນໍາ ແລະ ຜູ້ເຮັດວຽກທີ່ເຮັດວຽກ, ໂດຍຂໍໃຫ້ຄົນແບບນັ້ນເຮັດວຽກ ແລະ ຈັດການກັບບັນຫາຕ່າງໆໂດຍອີງໃສ່ຄວາມເຂົ້າໃຈກ່ຽວກັບຫຼັກການເຫຼົ່ານີ້, ຄົນທີ່ມີຂີດຄວາມສາມາດຕໍ່າເຫຼົ່ານີ້ກໍຈະບໍ່ສາມາດນຳໃຊ້ພວກມັນໄດ້ຢ່າງແນ່ນອນ. ພວກເຂົາບໍ່ເຂົ້າໃຈຫຼັກການຄວາມຈິງເຫຼົ່ານີ້ ແລະ ພວກເຂົາບໍ່ສາມາດນຳໃຊ້ຫຼັກການຄວາມຈິງເຫຼົ່ານີ້ເພື່ອເຮັດວຽກໄດ້. ເມື່ອພວກເຂົາລົງໄປເຮັດວຽກ, ມັນກໍເປັນພຽງການຍຶດໝັ້ນກັບກົດລະບຽບ, ການປະຕິບັດຕາມຂັ້ນຕອນ ແລະ ການນຳໃຊ້ຫຼັກຄຳສອນແບບບໍ່ຄິດຫຍັງເລີຍ. ມີບາງຄົນທີ່ຢາກຍຶດໝັ້ນກັບຫຼັກການຄວາມຈິງ, ແຕ່ຍ້ອນວ່າຂີດຄວາມສາມາດຂອງພວກເຂົາຕໍ່າ ແລະ ພວກເຂົາບໍ່ສາມາດບັນລຸຄວາມເຂົ້າໃຈກ່ຽວກັບຄວາມຈິງໄດ້, ພວກເຂົາຈຶ່ງບໍ່ສາມາດຍຶດໝັ້ນກັບຫຼັກການໄດ້. ບໍ່ວ່າພວກເຂົາຈະເຮັດວຽກຫຍັງກໍຕາມ, ເມື່ອປະເຊີນກັບບັນຫາ, ພວກເຂົາກໍຈະໝົດຫົນທາງ ແລະ ເຖິງກັບຮັບມືບໍ່ໄຫວ, ພວກເຂົາບໍ່ສາມາດເຮັດວຽກໃດໆໃຫ້ດີໄດ້. ເມື່ອຄົນທີ່ຢູ່ລະດັບສູງກວ່າໂອ້ລົມກ່ຽວກັບຫຼັກການ, ພວກເຂົາກໍຮູ້ສຶກວ່າພວກເຂົາໄດ້ເຂົ້າໃຈ, ຢັ່ງຮູ້, ຈັບໃຈຄວາມ ແລະ ຈື່ຈຳພວກມັນໄດ້ທັງໝົດແລ້ວ. ແຕ່ເມື່ອພວກເຂົາພົບພໍ້ກັບບັນຫາໃນຊີວິດຈິງ, ພວກເຂົາກໍເລີ່ມສັບສົນ, ເພາະຫຼັກຄຳສອນ ແລະ ກົດລະບຽບທີ່ພວກເຂົາເຂົ້າໃຈນັ້ນບໍ່ມີປະໂຫຍດຫຍັງເລີຍ, ສະນັ້ນ ພວກເຂົາຈຶ່ງຄິດວ່າ: “ຕອນນີ້ຂ້ອຍຄວນເຮັດແນວໃດ?” ພວກເຂົາບໍ່ຮູ້ວ່າຈະເລີ່ມຕົ້ນວຽກງານຈາກບ່ອນໃດ, ພວກເຂົາບໍ່ຮູ້ວ່າຈະໃຊ້ວິທີການໃດເພື່ອເຮັດວຽກ, ພວກເຂົາບໍ່ຮູ້ວ່າຈະຈັດຕັ້ງປະຕິບັດການຈັດແຈງວຽກງານແນວໃດ ແລະ ພວກເຂົາຍິ່ງບໍ່ຮູ້ວ່າບັນຫາໃດທີ່ຄວນໄດ້ຮັບການແກ້ໄຂໃນຕອນນີ້ ເພື່ອຮັບປະກັນຄວາມຄືບໜ້າທີ່ເປັນປົກກະຕິຂອງວຽກງານຄຣິສຕະຈັກ, ພວກເຂົາບໍ່ຮູ້ສິ່ງເຫຼົ່ານີ້ເລີຍ. ຜົນກໍຄື ບໍ່ວ່າພວກເຂົາເຮັດວຽກດົນປານໃດກໍຕາມ ກໍບໍ່ມີຜົນຮັບຫຍັງເລີຍ ແລະ ບໍ່ສາມາດຈັດຕັ້ງປະຕິບັດການຈັດແຈງວຽກງານໄດ້. ພວກເຂົາບໍ່ສາມາດແກ້ໄຂແມ່ນແຕ່ບັນຫາທີ່ວ່າຈະເຮັດແນວໃດໃຫ້ຊີວິດຄຣິສຕະຈັກດີ. ພວກເຂົາບໍ່ສາມາດຈັດຕັ້ງປະຕິບັດແມ່ນແຕ່ວຽກງານທີ່ເປັນພື້ນຖານທີ່ສຸດ ແລະ ບໍ່ຮູ້ວ່າຈະຈັດຕັ້ງປະຕິບັດມັນແນວໃດ. ພວກເຂົາພຽງແຕ່ສາມາດເວົ້າຫຼັກຄຳສອນໃຫ້ຜູ້ຄົນຟັງ ແລະ ຂໍໃຫ້ພວກເຂົາຍຶດໝັ້ນກັບກົດລະບຽບເທົ່ານັ້ນ. ເມື່ອເວົ້າເຖິງການຈັດຕັ້ງປະຕິບັດການຈັດແຈງວຽກງານ ແລະ ການເຮັດວຽກງານທີ່ເປັນຮູບປະທຳຂອງຄຣິສຕະຈັກ, ພວກເຂົາກໍເລີ່ມສັບສົນ ແລະ ບໍ່ສາມາດເຮັດມັນໄດ້. ພວກເຂົາຄິດໃນໃຈວ່າ “ຄວນຈັດຕັ້ງປະຕິບັດການຈັດແຈງວຽກງານເຫຼົ່ານີ້ແນວໃດ? ຄວນຍຶດໝັ້ນກັບກົດລະບຽບໃດແດ່?” ພວກເຂົາບໍ່ສາມາດເບິ່ງເຫັນສິ່ງເຫຼົ່ານີ້ໄດ້ຢ່າງຊັດເຈນ. ແຕ່ພວກເຂົາກໍຍັງມີທາງເລືອກສຸດທ້າຍ: ພວກເຂົາເຊື່ອວ່າຕາບໃດທີ່ພວກເຂົາຈັດການເຕົ້າໂຮມໃຫ້ຫຼາຍຂຶ້ນ, ບັນຫາກໍສາມາດໄດ້ຮັບການແກ້ໄຂ. ສະນັ້ນ, ວິທີການເຮັດວຽກຂອງພວກເຂົາກໍຄືການຈັດການເຕົ້າໂຮມຢ່າງບໍ່ຢຸດຢັ້ງ ແລະ ການເທດສະໜາຢ່າງບໍ່ຢຸດຢັ້ງ. ເມື່ອການເທດສະໜາຂອງພວກເຂົາປຸກລະດົມທຸກຄົນ ແລະ ເຮັດໃຫ້ພວກເຂົາຕື່ນເຕັ້ນ, ພວກເຂົາກໍຄິດວ່າບັນຫາທັງໝົດໄດ້ຮັບການແກ້ໄຂແລ້ວ ແລະ ບໍ່ມີບັນຫາຫຍັງອີກຕໍ່ໄປ ແລະ ຕາບໃດທີ່ທຸກຄົນມີຄວາມກະຕືລືລົ້ນ, ວຽກງານທັງໝົດກໍຈະຖືກເຮັດຢ່າງຖືກຕ້ອງ. ແຕ່ປາກົດວ່າ ຫຼັງຈາກການເຕົ້າໂຮມຫຼາຍມື້, ບໍ່ພຽງແຕ່ວ່າບັນຫາທີ່ແທ້ຈິງຍັງຄົງບໍ່ໄດ້ຮັບການແກ້ໄຂ ແລະ ໜ້າທີ່ທີ່ຜູ້ຄົນປະຕິບັດຍັງຄົງບໍ່ມີຜົນຮັບເທົ່ານັ້ນ, ແຕ່ວຽກງານຂອງຄຣິສຕະຈັກກໍຍັງບໍ່ມີຄວາມຄືບໜ້າຫຍັງເລີຍ. ເຖິງຢ່າງນັ້ນ ພວກເຂົາກໍຍັງມີອາລົມທີ່ຈະເທດສະໜາ. ຄົນທີ່ມີຂີດຄວາມສາມາດຕໍ່າບໍ່ສາມາດບັນລຸຜົນຮັບໃດໆເລີຍ ບໍ່ວ່າພວກເຂົາຈະເຮັດວຽກດົນປານໃດກໍຕາມ ແລະ ບໍ່ສາມາດຈັດຕັ້ງປະຕິບັດການຈັດແຈງວຽກງານໄດ້ ບໍ່ວ່າພວກເຂົາຈະໄດ້ຮັບເວລາຫຼາຍສໍ່າໃດກໍຕາມ, ພວກເຂົາບໍ່ມີທັງປະສິດທິພາບ ແລະ ປະສິດທິຜົນ. ສິ່ງເຫຼົ່ານີ້ຄືການສະແດງອອກຂອງຄົນທີ່ມີຂີດຄວາມສາມາດຕໍ່າ. ການສະແດງອອກຂອງຄົນທີ່ມີຂີດຄວາມສາມາດຕໍ່າເປັນດັ່ງທີ່ເຮົາຫາກໍອະທິບາຍໄປ, ບໍ່ຕ້ອງເວົ້າເຖິງຄົນທີ່ບໍ່ມີຂີດຄວາມສາມາດເລີຍ. ບໍ່ວ່າພວກເຂົາຈະໄດ້ຍິນຄຳເທດສະໜາຫຼາຍສໍ່າໃດ ຫຼື ຄົນອື່ນຈະໂອ້ລົມຄວາມຈິງກັບພວກເຂົາຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ສາມາດຈັບໃຈຄວາມຫຼັກການຄວາມຈິງໄດ້ ແລະ ບໍ່ສາມາດຈັບໃຈຄວາມແມ່ນແຕ່ກົດລະບຽບທີ່ເປັນພື້ນຖານທີ່ສຸດທີ່ຄວນຍຶດໝັ້ນ. ເມື່ອຂີດຄວາມສາມາດຂອງຄົນໆໜຶ່ງຕໍ່າເຖິງຂັ້ນນີ້, ຫຼັກການຄວາມຈິງກໍຈະຢູ່ເໜືອຄວາມສາມາດຂອງພວກເຂົາ. ເຖິງແມ່ນວ່າຄົນອື່ນຈະໂອ້ລົມຄວາມຈິງໃຫ້ພວກເຂົາຟັງກໍຕາມ, ພວກເຂົາກໍບໍ່ສາມາດຊອກຫາເສັ້ນທາງແຫ່ງການປະຕິບັດໄດ້ ແລະ ພວກເຂົາຕ້ອງມີຄົນມາໃຫ້ຄຳແນະນຳສະເພາະແກ່ພວກເຂົາກ່ອນທີ່ພວກເຂົາຈະຮູ້ວິທີປະຕິບັດ. ຄົນແບບນັ້ນປຽບເໝືອນກັບສັດເດຍລະສານທີ່ກັບຊາດມາເກີດ; ຄວາມຄິດຂອງພວກເຂົາມືດມົວ ແລະ ບໍ່ຊັດເຈນຢູ່ສະເໝີ ແລະ ພວກເຂົາບໍ່ສາມາດແຍກແຍະໄດ້ຈັກເທື່ອວ່າອັນໃດຄືຫຼັກການ ແລະ ອັນໃດຄືກົດລະບຽບ. ໃນໃຈຂອງພວກເຂົາ, ພວກເຂົາເວົ້າວ່າ “ເປັນຫຍັງການໄດ້ຍິນສິ່ງເຫຼົ່ານີ້ຈຶ່ງເຮັດໃຫ້ຂ້ອຍເຈັບຫົວ ແລະ ເຮັດໃຫ້ຂ້ອຍຢາກນອນຢູ່ສະເໝີ?” ໃນທີ່ສຸດ, ພວກເຂົາກໍສະຫຼຸບໄດ້ວ່າ: “ບໍ່ແມ່ນແຕ່ວ່າຫຼັກການຄວາມຈິງຢູ່ເໜືອຄວາມສາມາດຂອງຂ້ອຍເທົ່ານັ້ນ, ແຕ່ຂ້ອຍຍັງບໍ່ສາມາດຍຶດໝັ້ນກັບກົດລະບຽບອີກດ້ວຍ, ສະນັ້ນ ໃນອະນາຄົດ ຂ້ອຍຈະປະກອບສ່ວນສໍ່າກັບກຳລັງທີ່ຂ້ອຍມີຢູ່ພາຍໃນຕົວຂ້ອຍ, ໃຊ້ຄວາມພະຍາຍາມໃຫ້ຫຼາຍທີ່ສຸດເທົ່າທີ່ຄວາມສາມາດຂອງຂ້ອຍຈະເຮັດໄດ້ ແລະ ພຽງແຕ່ເຮັດທຸກຢ່າງທີ່ຂ້ອຍສາມາດເຮັດໄດ້ ແລະ ນັ້ນກໍພຽງພໍແລ້ວ”. ພວກເຂົາບາງຄົນເຖິງກັບປອບໃຈຕົນເອງໂດຍເວົ້າວ່າ “ຂ້ອຍບໍ່ຮູ້ວິທີຍຶດໝັ້ນກັບກົດລະບຽບ ແລະ ຂ້ອຍບໍ່ເຂົ້າໃຈຫຼັກການຄວາມຈິງ, ແຕ່ຂ້ອຍມີຫົວໃຈທີ່ຮັກພຣະເຈົ້າ!” ຖ້າພວກເຂົາສາມາດຮັກພຣະເຈົ້າໄດ້ຢ່າງແທ້ຈິງ, ນັ້ນກໍຄົງຈະບໍ່ແມ່ນເລື່ອງທີ່ບໍ່ດີ, ແຕ່ດ້ວຍຂີດຄວາມສາມາດຕໍ່າແບບນີ້, ພວກເຂົາບໍ່ເຂົ້າໃຈແມ່ນແຕ່ຄວາມຈິງ, ແລ້ວຄວາມຮັກທີ່ພວກເຂົາມີຕໍ່ພຣະເຈົ້າຈະເປັນຂອງແທ້ໄດ້ບໍ? ຄົນທີ່ບໍ່ມີຂີດຄວາມສາມາດເລີຍຈະຂາດຄວາມສາມາດໃນການຢັ່ງຮູ້ໃນທຸກດ້ານ ແລະ ບໍ່ມີແມ່ນແຕ່ຄວາມສາມາດໃນການຍຶດໝັ້ນກັບກົດລະບຽບ. ຄົນທີ່ມີຂີດຄວາມສາມາດຕໍ່າບາງຄົນ, ເມື່ອປະຕິບັດຄວາມຈິງ, ຢ່າງໜ້ອຍກໍສາມາດຈັບໃຈຄວາມຫຼັກການ, ກົດລະບຽບ ຫຼື ສູດຕາຍຕົວທີ່ເຂົ້າໃຈພຽງບາງສ່ວນໄດ້ ແລະ ດ້ວຍເຫດນີ້ ຈຶ່ງສາມາດນຳເອົາຄວາມຈິງເລັກນ້ອຍມາປະຕິບັດໄດ້. ເຖິງຢ່າງໃດກໍຕາມ, ຜູ້ທີ່ບໍ່ມີຂີດຄວາມສາມາດເລີຍບໍ່ສາມາດແມ່ນແຕ່ຈະຈັບໃຈຄວາມ ຫຼື ຍຶດໝັ້ນກັບສິ່ງທີ່ອີງໃສ່ກົດລະບຽບໄດ້, ຄົນປະເພດນີ້ຍິ່ງເປັນຕາສົມເພດຫຼາຍກວ່າ.
ການໃຊ້ຂໍ້ເທັດຈິງທີ່ຜູ້ຄົນມີຄວາມເຂົ້າໃຈຝ່າຍວິນຍານ ຫຼື ບໍ່ ເພື່ອປະເມີນຂີດຄວາມສາມາດຂອງພວກເຂົາ
ຖ້າພວກເຮົາປະເມີນຂີດຄວາມສາມາດຂອງຜູ້ຄົນໂດຍໃຊ້ຫຼັກການຄວາມຈິງດ້ວຍວິທີນີ້, ແລ້ວການສະແດງອອກທີ່ກ່ຽວຂ້ອງກໍຄືສິ່ງທີ່ພວກເຮົາຫາກໍໂອ້ລົມໄປ. ສະນັ້ນ, ຖ້າພວກເຮົາໃຊ້ຂໍ້ເທັດຈິງທີ່ຜູ້ຄົນມີຄວາມເຂົ້າໃຈຝ່າຍວິນຍານ ຫຼື ບໍ່ ເພື່ອປະເມີນຂີດຄວາມສາມາດຂອງພວກເຂົາ, ພວກເຮົາຄວນເຮັດເລື່ອງນີ້ແນວໃດ? ຄົນທີ່ມີຂີດຄວາມສາມາດທີ່ດີມີຄວາມເຂົ້າໃຈຝ່າຍວິນຍານຢ່າງແນ່ນອນ, ແມ່ນບໍ? (ແມ່ນແລ້ວ). ສິ່ງທີ່ໝາຍເຖິງການມີຄວາມເຂົ້າໃຈຝ່າຍວິນຍານກໍຄື ພວກເຂົາສາມາດເຂົ້າໃຈຄວາມຈິງ, ຈັບໃຈຄວາມຫຼັກການຄວາມຈິງ ແລະ ໃຊ້ຄວາມຈິງເພື່ອແກ້ໄຂບັນຫາຕ່າງໆທີ່ປາກົດຂຶ້ນໃນຂະບວນການເຊື່ອໃນພຣະເຈົ້າ ເຊິ່ງກ່ຽວຂ້ອງກັບຫຼັກການຄວາມຈິງ, ພ້ອມທັງຈັດການກັບບັນຫາພາຍໃນຕ່າງໆຂອງເຮືອນຂອງພຣະເຈົ້າໂດຍໃຊ້ຄວາມຈິງ. ແລ້ວບັນຫາຕ່າງໆຂອງໂລກພາຍນອກເດ? ຍ້ອນວ່າຄົນທີ່ມີຂີດຄວາມສາມາດທີ່ດີມີຄວາມເຂົ້າໃຈຝ່າຍວິນຍານ ແລະ ມີຄວາມສາມາດໃນການຈັດການກັບເລື່ອງຕ່າງໆ, ພວກເຂົາຈຶ່ງສາມາດໃຊ້ຫຼັກການບາງຢ່າງທີ່ຂ້ອນຂ້າງສອດຄ່ອງກັບຄວາມເປັນມະນຸດທີ່ປົກກະຕິ ຫຼື ຫຼັກການບາງຢ່າງທີ່ໃກ້ຄຽງກັບສິ່ງທີ່ເປັນບວກ ເພື່ອຈັດການກັບເລື່ອງຕ່າງໆຂອງໂລກພາຍນອກເຊັ່ນກັນ. ເຖິງແມ່ນວ່າມີຄວາມແຕກຕ່າງກັນຢ່າງຜິວເຜີນ, ແຕ່ພື້ນຖານຂອງສິ່ງຕ່າງໆກໍຄືກັນ ແລະ ໂດຍພື້ນຖານແລ້ວ ຫຼັກການພາຍໃນສິ່ງຕ່າງໆກໍຄືສິ່ງທີ່ຄົນທີ່ມີຂີດຄວາມສາມາດທີ່ດີສາມາດຈັບໃຈຄວາມໄດ້, ສະນັ້ນ ໂດຍທົ່ວໄປແລ້ວ ມັນຈຶ່ງສາມາດເວົ້າໄດ້ວ່າ ຄົນທີ່ມີຂີດຄວາມສາມາດທີ່ດີມີຄວາມເຂົ້າໃຈຝ່າຍວິນຍານ. ການມີຄວາມເຂົ້າໃຈຝ່າຍວິນຍານບໍ່ໄດ້ໝາຍຄວາມວ່າສາມາດສື່ສານກັບໂລກຝ່າຍວິນຍານໄດ້; ແຕ່ກົງກັນຂ້າມ, ມັນໝາຍຄວາມວ່າຄົນໆໜຶ່ງສາມາດຈັບໃຈຄວາມກົດເກນພື້ນຖານ ແລະ ຫຼັກການຂອງສິ່ງຕ່າງໆໄດ້. ນີ້ຄືວິທີການເວົ້າທີ່ກົງໄປກົງມາ, ງ່າຍດາຍ ແລະ ຊັດເຈນ. ການທີ່ສາມາດເຂົ້າໃຈກົດເກນພື້ນຖານຂອງສິ່ງຕ່າງໆຂອງໂລກພາຍນອກ ແລະ ຫຼັກການທີ່ກ່ຽວຂ້ອງກັບຄວາມຈິງນັ້ນ ຄືການສະແດງອອກຂອງຄົນທີ່ມີຂີດຄວາມສາມາດທີ່ດີ. ສະນັ້ນ, ພວກເຮົາຈະສາມາດວັດແທກການສະແດງອອກຂອງຄົນທີ່ມີຂີດຄວາມສາມາດທົ່ວໄປ ໂດຍອີງໃສ່ຂໍ້ເທັດຈິງທີ່ພວກເຂົາມີຄວາມເຂົ້າໃຈຝ່າຍວິນຍານ ຫຼື ບໍ່ ໄດ້ແນວໃດ? ຄົນທີ່ມີຂີດຄວາມສາມາດທົ່ວໄປມີຄວາມເຂົ້າໃຈຝ່າຍວິນຍານໃນເຄິ່ງໜຶ່ງຂອງສິ່ງຕ່າງໆ ແຕ່ບໍ່ມີໃນອີກເຄິ່ງໜຶ່ງ, ໂດຍເຂົ້າໃຈບາງສ່ວນ ໃນຂະນະທີ່ບໍ່ເຂົ້າໃຈສ່ວນອື່ນໆ. ສ່ວນທີ່ພວກເຂົາມີຄວາມເຂົ້າໃຈຝ່າຍວິນຍານກໍຄືສ່ວນທີ່ຂີດຄວາມສາມາດຂອງພວກເຂົາສາມາດໄປເຖິງໄດ້. ຜ່ານການໄດ້ຍິນການໂອ້ລົມກ່ຽວກັບຄວາມຈິງຕ່າງໆທີ່ກ່ຽວຂ້ອງກັບຄວາມເຊື່ອໃນພຣະເຈົ້າ, ພວກເຂົາກໍສາມາດຄ່ອຍໆເຂົ້າໃຈສິ່ງເຫຼົ່ານັ້ນ ແລະ ເຖິງແມ່ນວ່າຈະບໍ່ມີການແນະນຳຈາກໃຜກໍຕາມ ພວກເຂົາກໍສາມາດຄິດຫາຫຼັກການທີ່ຄວນຈັບໃຈຄວາມພາຍໃນສິ່ງເຫຼົ່ານັ້ນໄດ້. ສ່ວນທີ່ພວກເຂົາບໍ່ມີຄວາມເຂົ້າໃຈຝ່າຍວິນຍານກໍຄືສ່ວນທີ່ຂີດຄວາມສາມາດຂອງພວກເຂົາບໍ່ພຽງພໍ. ຖ້າປາສະຈາກການຊີ້ນຳ ແລະ ການຊີ້ແນະຈາກຄົນອື່ນ, ພວກເຂົາກໍຈະບໍ່ມີຫຼັກການຂອງການປະຕິບັດ, ພວກເຂົາບໍ່ສາມາດປະຕິບັດໜ້າທີ່ຕາມປົກກະຕິ ຫຼື ແກ້ໄຂບັນຫາໄດ້ ແລະ ພວກເຂົາຕ້ອງການການຫົດນ້ຳ, ການຊີ້ນຳ ແລະ ການແນະນໍາເພື່ອໃຫ້ຮູ້ວິທີເຮັດວຽກ ແລະ ຈັດການກັບບັນຫາ, ສິ່ງເຫຼົ່ານີ້ຄືການສະແດງອອກຂອງການທີ່ພວກເຂົາບໍ່ມີຄວາມເຂົ້າໃຈຝ່າຍວິນຍານ. ສາມາດເວົ້າໄດ້ວ່າ ໂດຍພື້ນຖານແລ້ວ ຄົນທີ່ມີຂີດຄວາມສາມາດທົ່ວໄປມີຄວາມເຂົ້າໃຈຝ່າຍວິນຍານ, ແຕ່ລະດັບຄວາມເຂົ້າໃຈຝ່າຍວິນຍານຂອງພວກເຂົານັ້ນຍັງຂາດຕົກບົກຜ່ອງເມື່ອທຽບກັບຄົນທີ່ມີຂີດຄວາມສາມາດທີ່ດີ, ພວກເຂົາເຂົ້າໃຈພຽງແຕ່ເຄິ່ງດຽວເທົ່ານັ້ນ. ມັນຂາດຕົກບົກຜ່ອງຢູ່ບ່ອນໃດ? ມັນຂາດຕົກບົກຜ່ອງໃນລະດັບທີ່ພວກເຂົາຈັບໃຈຄວາມຫຼັກການຄວາມຈິງ, ພວກເຂົາບໍ່ສາມາດເຮັດວຽກງານລາຍການຕ່າງໆໃຫ້ສຳເລັດໄດ້ດ້ວຍຕົນເອງ. ສະນັ້ນ, ຖ້າພວກເຮົາປະເມີນຄົນທີ່ມີຂີດຄວາມສາມາດຕໍ່າ ໂດຍໃຊ້ການທີ່ພວກເຂົາມີຄວາມເຂົ້າໃຈຝ່າຍວິນຍານ ຫຼື ບໍ່, ພວກເຮົາຄວນເຮັດເລື່ອງນີ້ແນວໃດ? ມັນງ່າຍບໍທີ່ຈະປະເມີນ? ຄົນທີ່ມີຂີດຄວາມສາມາດຕໍ່າມີຄວາມເຂົ້າໃຈຝ່າຍວິນຍານບໍ? (ບໍ່). ເຈົ້າສາມາດເບິ່ງອອກວ່າຄົນທີ່ມີຂີດຄວາມສາມາດຕໍ່າບໍ່ມີຄວາມເຂົ້າໃຈຝ່າຍວິນຍານ ໂດຍພຽງແຕ່ເບິ່ງການສະແດງອອກຂອງພວກເຂົາ, ເພາະວ່າພວກເຂົາພຽງແຕ່ຍຶດໝັ້ນກັບກົດລະບຽບເທົ່ານັ້ນ. ຄວາມຈິງແລ້ວ ຄົນທີ່ບໍ່ມີຂີດຄວາມສາມາດເລີຍນັ້ນບໍ່ມີວິນຍານຂອງມະນຸດ ແລະ ການບໍ່ມີວິນຍານຂອງມະນຸດກໍໝາຍຄວາມວ່າ ພວກເຂົາປາສະຈາກຄວາມເຂົ້າໃຈຝ່າຍວິນຍານຄືກັນກັບສັດເດຍລະສານ. ສຳລັບຄົນແບບນັ້ນ, ມັນບໍ່ຈຳເປັນຕ້ອງປະເມີນວ່າພວກເຂົາມີຄວາມເຂົ້າໃຈຝ່າຍວິນຍານ ຫຼື ບໍ່. ເມື່ອຄົນທີ່ບໍ່ມີວິນຍານເບິ່ງເລື່ອງໃດເລື່ອງໜຶ່ງ ຫຼື ຈັດການກັບຜູ້ຄົນຕ່າງໆ, ພວກເຂົາບໍ່ສາມາດປະເມີນສິ່ງເຫຼົ່ານັ້ນໄດ້ ແລະ ພວກເຂົາບໍ່ມີມຸມມອງກ່ຽວກັບສິ່ງທີ່ເປັນບວກ ຫຼື ເປັນລົບ. ພວກເຂົາມີພຽງການຄິດຄຳນວນບາງຢ່າງເພື່ອປົກປ້ອງຜົນປະໂຫຍດຂອງພວກເຂົາເອງ ແລະ ຫຼີກລ່ຽງການສູນເສຍເທົ່ານັ້ນ. ເມື່ອເຈົ້າສະແດງມຸມມອງໃດໜຶ່ງ, ຖ້າພວກເຂົາຄຸ້ນເຄີຍກັບເຈົ້າ ແລະ ຮູ້ວ່າເຈົ້າມີຂີດຄວາມສາມາດທີ່ດີ ແລະ ມີຄວາມຢັ່ງຮູ້ທີ່ແທ້ຈິງ ແລະ ຮູ້ວ່າເຈົ້າເປັນຄົນທີ່ເປັນບວກ, ພວກເຂົາກໍຈະເຫັນດີນຳມຸມມອງຂອງເຈົ້າ. ແຕ່ຖ້າພວກເຂົາບໍ່ຄຸ້ນເຄີຍກັບເຈົ້າ, ພວກເຂົາກໍດູຖູກເຈົ້າ. ບໍ່ວ່າມຸມມອງຂອງເຈົ້າຈະຖືກຕ້ອງສໍ່າໃດ ຫຼື ມັນຈະສອດຄ່ອງກັບຫຼັກການຄວາມຈິງຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ຍອມຮັບມັນ. ພວກເຂົາບໍ່ຮູ້ວ່າມັນຖືກຕ້ອງ, ບໍ່ຮູ້ວ່າມັນເປັນສິ່ງທີ່ຜູ້ຄົນຄວນຍອມຮັບ ແລະ ບໍ່ຮູ້ວ່າມຸມມອງທີ່ດີນີ້ສາມາດເປັນປະໂຫຍດຕໍ່ພວກເຂົາຫຼາຍສໍ່າໃດ ຫຼື ມັນສາມາດໃຫ້ຄວາມຊ່ວຍເຫຼືອແກ່ພວກເຂົາໄດ້ຫຼາຍສໍ່າໃດ, ພວກເຂົາບໍ່ຮັບຮູ້ເຖິງສິ່ງທັງໝົດນີ້ເລີຍ. ໃນທາງກົງກັນຂ້າມ, ເມື່ອຄົນທີ່ເປັນລົບສະເໜີມຸມມອງທີ່ເປັນລົບ, ຖ້າຄົນທີ່ເປັນລົບຜູ້ນີ້ມີອຳນາດເໜືອກວ່າ ແລະ ເປັນຄົນທີ່ພວກເຂົາຍົກຍ້ອງ ແລະ ເຄົາລົບນັບຖື, ພວກເຂົາກໍຍອມຮັບມຸມມອງທີ່ເປັນລົບນັ້ນ ເຖິງແມ່ນວ່າພວກເຂົາຮູ້ວ່າມັນຈະເຮັດໃຫ້ພວກເຂົາໄດ້ຮັບຄວາມເສຍຫາຍຫຼັງຈາກທີ່ເຮັດເຊັ່ນນັ້ນກໍຕາມ. ພວກເຂົາເປັນຄົນປະເພດໃດ? (ຄົນທີ່ບໍ່ມີຂີດຄວາມສາມາດເລີຍ). ພວກເຂົາເປັນຄົນທີ່ບໍ່ມີຂີດຄວາມສາມາດເລີຍ ເຊິ່ງໝາຍຄວາມວ່າ ພວກເຂົາຂາດຄວາມສາມາດໃນການແຍກແຍະສິ່ງຕ່າງໆ. ບໍ່ວ່າພວກເຂົາຈະພົບພໍ້ກັບສະຖານະການໃດກໍຕາມ, ພວກເຂົາກໍເບິ່ງມັນບໍ່ອອກ ແລະ ບໍ່ຮູ້ຫຼັກການໃດໆທີ່ພວກເຂົາຄວນຍຶດໝັ້ນ; ຄົນປະເພດນີ້ສາມາດເຮັດການກະທຳທີ່ບໍ່ດີໄດ້ເມື່ອຕິດຕາມຄົນທີ່ບໍ່ດີ ຫຼື ຄົນຊົ່ວຮ້າຍ ແລະ ພວກເຂົາສາມາດເຮັດສິ່ງທີ່ດີບາງຢ່າງໄດ້ເມື່ອຕິດຕາມຄົນທີ່ດີ, ພວກເຂົາຂາດຄວາມສາມາດໃນການແຍກແຍະສິ່ງຕ່າງໆ. ນັ້ນຄືເຫດຜົນທີ່ເຮົາເວົ້າວ່າ ພວກເຂົາເປັນຄົນຕາຍທີ່ປາສະຈາກວິນຍານ. ຄົນທີ່ມີຂີດຄວາມສາມາດຕໍ່າ, ຫຼັງຈາກທີ່ດຳລົງຊີວິດຢູ່ຮ່ວມກັບຄົນທີ່ມີຂີດຄວາມສາມາດທີ່ດີ ຫຼື ບຸກຄົນທີ່ເປັນບວກມາຫຼາຍປີ, ອາດໄດ້ຮັບອິດທິພົນຈາກສິ່ງທີ່ພວກເຂົາໄດ້ຍິນ ແລະ ເຫັນ ແລະ ສາມາດຮຽນຮູ້ສິ່ງທີ່ດີບາງຢ່າງ, ຍຶດໝັ້ນກັບກົດລະບຽບທີ່ດີບາງຢ່າງ ແລະ ຍຶດໝັ້ນກັບຄຳເວົ້າ ແລະ ວິທີການກະທຳທີ່ເປັນບວກ ຫຼື ຄວາມຄິດ ແລະ ມຸມມອງທີ່ເປັນບວກບາງຢ່າງໄດ້. ເຖິງຢ່າງໃດກໍຕາມ, ຄົນຕາຍທີ່ປາສະຈາກວິນຍານບໍ່ສາມາດແມ່ນແຕ່ຈະຮຽນຮູ້ ຫຼື ຍຶດໝັ້ນກັບຄວາມຄິດ ແລະ ມຸມມອງທີ່ເປັນບວກ, ວິທີການກະທຳ ແລະ ກົດລະບຽບທີ່ດີ, ຮູບແບບແນວຄວາມຄິດທີ່ດີ ຫຼື ວິຖີຊີວິດບາງຢ່າງທີ່ເປັນບວກ ແລະ ຄວາມຮູ້ທົ່ວໄປບາງຢ່າງທີ່ເປັນບວກໃນຊີວິດປະຈຳວັນ. ເມື່ອພວກເຂົາເລີ່ມດຳລົງຊີວິດດ້ວຍຕົນເອງ, ສະຖານະການດຳລົງຊີວິດຂອງພວກເຂົາ ເຊິ່ງເປັນສະຖານະການຂອງຄົນທີ່ເບົາປັນຍາ ກໍຈະຖືກເປີດໂປງຢ່າງສິ້ນເຊີງ. ສິ່ງເຫຼົ່ານີ້ຄືການສະແດງອອກຂອງຄົນຕາຍທີ່ປາສະຈາກວິນຍານ.
ຄົນທີ່ມີຄວາມເຂົ້າໃຈຝ່າຍວິນຍານຢ່າງໜ້ອຍທີ່ສຸດກໍມີຂີດຄວາມສາມາດທົ່ວໄປ. ຖ້າຄວາມຈິງຢູ່ໃນຂອບເຂດທີ່ພວກເຂົາສາມາດໄປເຖິງໄດ້ ແລະ ພວກເຂົາສາມາດເຂົ້າໃຈມັນໄດ້, ແລ້ວພວກເຂົາກໍເປັນຄົນທີ່ມີຂີດຄວາມສາມາດທີ່ດີ. ຄົນທີ່ບໍ່ມີຄວາມເຂົ້າໃຈຝ່າຍວິນຍານເປັນຄົນທີ່ມີຂີດຄວາມສາມາດຕໍ່າ ຫຼື ຄົນທີ່ບໍ່ມີຂີດຄວາມສາມາດເລີຍຢ່າງແນ່ນອນ, ຄົນສອງປະເພດນີ້ຂາດຄວາມເຂົ້າໃຈຝ່າຍວິນຍານຢ່າງແນ່ນອນ. ມີພຽງແຕ່ຄົນທີ່ມີຂີດຄວາມສາມາດທີ່ດີເທົ່ານັ້ນທີ່ສາມາດເວົ້າໄດ້ວ່າມີຄວາມເຂົ້າໃຈຝ່າຍວິນຍານຢ່າງຄົບຖ້ວນ, ໃນຂະນະທີ່ຄົນທີ່ມີຂີດຄວາມສາມາດທົ່ວໄປມີລະດັບຄວາມເຂົ້າໃຈຝ່າຍວິນຍານທົ່ວໄປ. ນັ້ນກໍຄື ມີຫຼາຍເລື່ອງທີ່ຂີດຄວາມສາມາດຂອງພວກເຂົາບໍ່ພຽງພໍ ແລະ ພວກເຂົາບໍ່ສາມາດບັນລຸຄວາມເຂົ້າໃຈຝ່າຍວິນຍານໄດ້. ມີພຽງແຕ່ໃນເລື່ອງທຳມະດາເທົ່ານັ້ນ ພວກເຂົາຈຶ່ງສາມາດບັນລຸຄວາມເຂົ້າໃຈຝ່າຍວິນຍານ ແລະ ຈັດການກັບສິ່ງຕ່າງໆໄດ້ດ້ວຍຕົນເອງ. ເມື່ອພວກເຂົາປະເຊີນກັບເລື່ອງທີ່ຊັບຊ້ອນ ຫຼື ວຽກງານທີ່ມີຫຼາຍດ້ານ, ພວກເຂົາບໍ່ສາມາດຈັດການກັບສິ່ງເຫຼົ່ານີ້ໄດ້ດ້ວຍຕົນເອງ ເພາະວ່າຫຼັກການຄວາມຈິງທີ່ກ່ຽວຂ້ອງນັ້ນເກີນກວ່າທີ່ພວກເຂົາຈະໄປເຖິງ ແລະ ເຂົ້າໃຈໄດ້. ສະນັ້ນ, ລະດັບຄວາມເຂົ້າໃຈຝ່າຍວິນຍານຂອງພວກເຂົາຈຶ່ງຂ້ອນຂ້າງທົ່ວໄປ. ລັກສະນະຂອງຄົນທີ່ມີຂີດຄວາມສາມາດຕໍ່າກໍຄື ຫຼັກການຄວາມຈິງນັ້ນເກີນກວ່າທີ່ພວກເຂົາຈະເຂົ້າໃຈໄດ້ ແລະ ພວກເຂົາພຽງແຕ່ຍຶດໝັ້ນກັບກົດລະບຽບເທົ່ານັ້ນ, ເພາະວ່າພວກເຂົາບໍ່ສາມາດເຂົ້າໃຈຫຼັກການຄວາມຈິງ ແລະ ພວກເຂົາເຖິງກັບບໍ່ເຂົ້າໃຈແນວຄວາມຄິດຂອງຫຼັກການຄວາມຈິງ ແລະ ພວກເຂົາເຊື່ອວ່າຫຼັກການຄວາມຈິງເປັນພຽງກົດລະບຽບເທົ່ານັ້ນ. ສະນັ້ນ, ມັນຈຶ່ງຊັດເຈນຫຼາຍວ່າຄົນປະເພດນີ້ບໍ່ມີຄວາມເຂົ້າໃຈຝ່າຍວິນຍານ. ລັກສະນະຫຼັກຂອງການທີ່ພວກເຂົາຂາດຄວາມເຂົ້າໃຈຝ່າຍວິນຍານກໍຄື ຄວາມຄິດ ແລະ ມຸມມອງທີ່ພວກເຂົາເປີດເຜີຍໃນຄວາມເຂົ້າໃຈຂອງພວກເຂົາກ່ຽວກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆລ້ວນແຕ່ບິດເບືອນ. ຄວນເຂົ້າໃຈຄຳວ່າ “ບິດເບືອນ” ໃນທີ່ນີ້ແນວໃດ? ມັນໝາຍເຖິງການແຍກອອກຈາກແນວທາງການຄິດຂອງຄວາມເປັນມະນຸດທີ່ປົກກະຕິໂດຍສິ້ນເຊີງ ແລະ ແຍກອອກຈາກແນວທາງຄວາມຕ້ອງການຂອງຄວາມເປັນມະນຸດທີ່ປົກກະຕິໂດຍສິ້ນເຊີງ, ນີ້ຄືການຖືກບິດເບືອນ. ເມື່ອເຈົ້າຟັງຕັກກະການຄິດຂອງສິ່ງທີ່ຄົນເຫຼົ່ານີ້ເວົ້າ, ເຈົ້າກໍພົບວ່າຕັກກະດັ່ງກ່າວແປກປະຫຼາດ ແລະ ທຸກຄັ້ງທີ່ເຈົ້າໄດ້ຍິນພວກເຂົາສະແດງມຸມມອງ ຫຼື ເວົ້າກ່ຽວກັບບາງສິ່ງບາງຢ່າງ, ເຈົ້າກໍຈະຮູ້ສຶກປະຫຼາດໃຈ. ຄຳວ່າ “ປະຫຼາດໃຈ” ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ເມື່ອເຈົ້າໄດ້ຍິນພວກເຂົາເວົ້າບາງສິ່ງບາງຢ່າງ, ເຈົ້າກໍຈະຮູ້ສຶກວ່າມັນບໍ່ເປັນຕາເຊື່ອ ແລະ ຄິດກັບຕົນເອງວ່າ “ພວກເຂົາມີຄວາມຄິດແບບນັ້ນໄດ້ແນວໃດ? ເປັນຫຍັງມັນຈຶ່ງແຕກຕ່າງຈາກສິ່ງທີ່ຄົນປົກກະຕິຄິດຫຼາຍແທ້? ຄວາມຄິດນີ້ແປກຫຼາຍ, ເປັນຫຍັງມັນຈຶ່ງຮູ້ສຶກຄືກັບວ່າໄຮ້ສາລະ?” ໃນໃຈຂອງເຈົ້າ, ເຈົ້າຮູ້ສຶກວ່າມັນເປັນຕາອຶດອັດ ແລະ ໄຮ້ເຫດຜົນເປັນພິເສດ. ຄົນທີ່ຄຳເວົ້າຂອງພວກເຂົາມັກຈະເຮັດໃຫ້ຄົນອື່ນຮູ້ສຶກປະຫຼາດໃຈຢູ່ສະເໝີແມ່ນຄົນທີ່ມັກບິດເບືອນ, ຍິ່ງເປັນເຊັ່ນນັ້ນ. ຕົວຢ່າງ: ເຈົ້າຖາມພວກເຂົາວ່າ “ເຈົ້າໄດ້ກິນຫຍັງແລ້ວບໍ?” ພວກເຂົາຕອບວ່າ “ມື້ນີ້ຂ້ອນຂ້າງໜາວ”. ມີຄວາມເຊື່ອມໂຍງຫຍັງໃນລະຫວ່າງສອງສິ່ງເຫຼົ່ານີ້ບໍ? (ບໍ່). ເຈົ້າເວົ້າວ່າ “ເປັນຫຍັງມື້ນີ້ເຈົ້າຈຶ່ງນຸ່ງເຄື່ອງບາງແ?” ພວກເຂົາເວົ້າວ່າ “ມື້ນີ້ຂ້ອຍດື່ມນ້ຳຂີງຈອກໜຶ່ງ”. ຄຳຕອບຂອງພວກເຂົາມີຄວາມເຊື່ອມໂຍງທີ່ຈຳເປັນກັບຄຳຖາມຂອງເຈົ້າບໍ? ຄຳຕອບຂອງພວກເຂົາມີການຄິດ ແລະ ຕັກກະທີ່ປົກກະຕິບໍ? (ບໍ່). ຄົນທີ່ມີການຄິດ ແລະ ຕັກກະທີ່ປົກກະຕິຄວນຕອບແນວໃດ? ພວກເຂົາສາມາດເວົ້າວ່າ “ຂ້ອຍນຸ່ງເຄື່ອງບາງເພາະວ່າຢູ່ທາງໃນມັນອຸ່ນຫຼາຍ ແລະ ອີກຢ່າງໜຶ່ງ ຢູ່ທາງນອກກໍມີແດດແຮງ ແລະ ອຸນຫະພູມກໍຂ້ອນຂ້າງສູງ”. ອີກຢ່າງໜຶ່ງ ພວກເຂົາສາມາດເວົ້າວ່າ “ຂ້ອຍນຸ່ງເຄື່ອງໜ້ອຍແບບນັ້ນເພາະວ່າຂ້ອຍຫາກໍອອກກຳລັງກາຍແລ້ວ ແລະ ຂ້ອຍຮູ້ສຶກຮ້ອນ”. ແຕ່ຖ້າມີຄົນຖາມວ່າ “ເປັນຫຍັງເຈົ້າຈຶ່ງນຸ່ງເຄື່ອງໜ້ອຍແບບນັ້ນ?” ແລະ ພວກເຂົາຕອບວ່າ: “ເພາະວ່າມື້ນີ້ຂ້ອຍໃສ່ເກີບທີ່ບຸດ້ວຍຜ້າຂົນແກະ”, ຄຳຕອບນີ້ບໍ່ມີຫຍັງກ່ຽວຂ້ອງກັບຄຳຖາມເລີຍ. ຮູບແບບແນວຄວາມຄິດຂອງພວກເຂົາ ແລະ ຕັກກະທີ່ພວກເຂົາປະຕິບັດຕາມເມື່ອພວກເຂົາຄິດນັ້ນບໍ່ສອດຄ່ອງກັບການຄິດ ແລະ ຕັກກະຂອງຄວາມເປັນມະນຸດທີ່ປົກກະຕິ. ມັນເປັນຄວາມຄິດທີ່ແປກຫຼາຍ ແລະ ເປັນຮູບແບບແນວຄວາມຄິດທີ່ແປກຫຼາຍ ເຊິ່ງບໍ່ມີຄົນທີ່ມີການຄິດຂອງຄວາມເປັນມະນຸດທີ່ປົກກະຕິຄົນໃດຈະຄິດອອກ. ດັ່ງນັ້ນ ຫຼັງຈາກທີ່ໄດ້ຟັງຄຳຕອບຂອງພວກເຂົາແລ້ວ, ເຈົ້າກໍຮູ້ສຶກວ່າມັນເປັນຕາອຶດອັດ. ເຈົ້າຢາກສົນທະນາກັບພວກເຂົາ, ແຕ່ເຈົ້າລົມກັບພວກເຂົາບໍ່ຮູ້ເລື່ອງ, ພວກເຂົາໃຫ້ຄຳຕອບທີ່ບໍ່ກ່ຽວຂ້ອງຢູ່ສະເໝີ, ເຮັດໃຫ້ມັນເປັນໄປບໍ່ໄດ້ທີ່ຈະສົນທະນາຕໍ່ໄປ. ຕົວຢ່າງ: ມີຄົນໜຶ່ງກຳລັງຮຽນຕັດຫຍິບເຄື່ອງນຸ່ງ ແລະ ເຮົາຖາມລາວວ່າ “ເຈົ້າມີຄວາມຄືບໜ້າແນວໃດແລ້ວໃນການຮຽນຕັດຫຍິບເຄື່ອງນຸ່ງຂອງ? ເຈົ້າສາມາດຕັດຫຍິບເຄື່ອງນຸ່ງທີ່ບຸດ້ວຍຝ້າຍໄດ້ບໍ?” ຄຳຕອບທີ່ສອດຄ່ອງກັບການຄິດ ແລະ ຕັກກະທີ່ປົກກະຕິຈະເປັນແນວໃດ? (ອາດແມ່ນ “ຂ້ອຍເຮັດໄດ້” ຫຼື “ຂ້ອຍເຮັດບໍ່ໄດ້”). ສິ່ງນັ້ນຈະສະທ້ອນເຖິງການຄິດ ແລະ ຕັກກະທີ່ປົກກະຕິ. ອີກຢ່າງໜຶ່ງ ລາວຍັງສາມາດເວົ້າວ່າ “ບາງຄັ້ງຂ້ອຍກໍເຮັດໄດ້ດີຂຶ້ນໜ້ອຍໜຶ່ງ ແລະ ຄູຝຶກຂອງຂ້ອຍກໍບອກວ່າມັນໃຊ້ໄດ້, ພໍຮັບໄດ້. ແຕ່ເມື່ອເວົ້າເຖິງບາງສ່ວນທີ່ຊັບຊ້ອນກວ່ານັ້ນ, ຜົນງານຂອງຂ້ອຍກໍຍັງບໍ່ດີພໍ ແລະ ຕ້ອງໄດ້ເຮັດໃໝ່”. ຄຳຕອບເຫຼົ່ານີ້ມາຈາກຄົນທີ່ມີການຄິດ ແລະ ຕັກກະທີ່ປົກກະຕິບໍ? (ແມ່ນແລ້ວ). ແລ້ວຄົນຜູ້ຄົນທີ່ບໍ່ມີການຄິດ ແລະ ຕັກກະທີ່ປົກກະຕິຕອບແນວໃດ? ເຮົາຖາມວ່າ “ຕອນນີ້ເຈົ້າສາມາດຕັດຫຍິບເຄື່ອງນຸ່ງທີ່ບຸດ້ວຍຝ້າຍປະເພດນີ້ໄດ້ແລ້ວບໍ?” ລາວຕອບວ່າ “ຂ້ານ້ອຍຮຽນຕັດຫຍິບເຄື່ອງນຸ່ງປະເພດນີ້ຕອນທີ່ຂ້ານ້ອຍມາບ່ອນນີ້ໃໝ່ໆ”. ເຮົາຖາມວ່າ “ແລ້ວຕອນນີ້ເຈົ້າສາມາດຕັດຫຍິບເຄື່ອງນຸ່ງປະເພດນີ້ໄດ້ແລ້ວບໍ?” ລາວກໍຍັງຕອບວ່າ “ຂ້ານ້ອຍຮຽນຕັດຫຍິບເຄື່ອງນຸ່ງປະເພດນີ້ຕອນທີ່ຂ້ານ້ອຍມາບ່ອນນີ້ໃໝ່ໆ”. ເຮົາຄິດກັບຕົນເອງວ່າ “ເຮົາບໍ່ເຂົ້າໃຈ. ເຈົ້າຮຽນຕັດຫຍິບເຄື່ອງນຸ່ງປະເພດນີ້ຕອນທີ່ເຈົ້າມາໃໝ່ໆ, ແລ້ວຕອນນີ້ເຈົ້າສາມາດຕັດຫຍິບມັນໄດ້ແລ້ວບໍ? ເປັນຫຍັງເຮົາຈຶ່ງຄິດເລື່ອງນີ້ບໍ່ອອກ?” ເມື່ອເຮົາໄດ້ຍິນຄຳຕອບຂອງລາວ, ເຮົາກໍຮູ້ສຶກວ່າມັນເປັນຕາອຶດອັດ. ເຮົາກຳລັງຖາມວ່າລາວສາມາດຕັດຫຍິບເຄື່ອງນຸ່ງປະເພດນີ້ໄດ້ບໍ ແລະ ລາວກໍບອກວ່າລາວຮຽນຕັດຫຍິບມັນຕອນທີ່ລາວມາຮອດໃໝ່ໆ. ເຮົາບໍ່ເຂົ້າໃຈວ່າລາວປ່ຽນໄປເວົ້າຫົວຂໍ້ນັ້ນໄດ້ແນວໃດ, ມັນກ່ຽວຂ້ອງຫຍັງກັບການທີ່ລາວສາມາດຕັດຫຍິບເຄື່ອງນຸ່ງປະເພດນີ້ໄດ້ ຫຼື ບໍ່? ເຮົາຄິດກັບຕົນເອງວ່າ: “ເຮົາຕາມການປ່ຽນຫົວຂໍ້ນີ້ບໍ່ທັນເລີຍ”. ແມ່ນແຕ່ຕອນທີ່ເຮົາຖາມຕິດຕໍ່ກັນສອງສາມຄັ້ງວ່າ “ແລ້ວຕອນນີ້ເຈົ້າສາມາດຕັດຫຍິບເຄື່ອງນຸ່ງປະເພດນີ້ໄດ້ແລ້ວບໍ?” ລາວກໍຍັງຕອບວ່າ: “ຕອນທີ່ຂ້ານ້ອຍມາໃໝ່ໆ, ຂ້ານ້ອຍຮຽນຕັດຫຍິບສິ່ງນີ້ ແລະ ຄູຝຶກຂອງຂ້ານ້ອຍກໍກຳລັງນໍາພາຂ້ານ້ອຍໃນການຕັດຫຍິບສິ່ງນີ້, ຂ້ານ້ອຍກຳລັງເຮັດສິ່ງນີ້ເປັນຫຼັກຢູ່”. ເຮົາກໍຍັງບໍ່ໄດ້ຮັບຄຳຕອບທີ່ເຮົາກຳລັງຊອກຫາ ແລະ ຈົນເຖິງທຸກມື້ນີ້ ເຮົາກໍຍັງບໍ່ຮູ້ວ່າລາວສາມາດຕັດຫຍິບມັນໄດ້ ຫຼື ບໍ່. ຈົ່ງວິເຄາະຕັກກະທີ່ຢູ່ເບື້ອງຫຼັງຄຳເວົ້າຂອງລາວ ແລະ ເຫດຜົນທີ່ລາວເວົ້າແບບນີ້ເບິ່ງ. (ຕຳຕອບຂອງລາວຂ້ອນຂ້າງບໍ່ກ່ຽວຂ້ອງກັບຄຳຖາມ. ຄົນທີ່ໄດ້ຍິນຄຳຕອບນັ້ນຈະພະຍາຍາມເດົາຄວາມໝາຍຂອງລາວ, ແຕ່ພວກເຂົາກໍຍັງຈະບໍ່ຮູ້ວ່າລາວສາມາດຕັດຫຍິບມັນໄດ້ແທ້ ຫຼື ບໍ່). ລາວຢາກໃຫ້ເຮົາຮູ້ ຫຼື ບໍ່? ລາວຢາກໃຫ້ຄຳຕອບທີ່ຖືກຕ້ອງແກ່ເຮົາບໍ? ໃນທີ່ນີ້ ລາວກຳລັງບອກໃບ້ວ່າ: “ຂ້ານ້ອຍໄດ້ບອກພຣະອົງແລ້ວວ່າ ຕອນທີ່ຂ້ານ້ອຍມາໃໝ່ໆ ຂ້ານ້ອຍຮຽນຕັດຫຍິບສິ່ງນີ້ເປັນຫຼັກ ແລະ ຕອນນີ້ກໍຜ່ານໄປໜຶ່ງອາທິດແລ້ວ, ສະນັ້ນ ແນ່ນອນວ່າຂ້ານ້ອຍສາມາດຕັດຫຍິບເຄື່ອງນຸ່ງປະເພດນີ້ໄດ້. ພຣະອົງບໍ່ຄວນຈະເຂົ້າໃຈສິ່ງທີ່ຂ້ານ້ອຍໝາຍເຖິງບໍ? ພຣະອົງບໍ່ສາມາດເຂົ້າໃຈໄດ້ແນວໃດ?” ພວກເຈົ້າສາມາດເຂົ້າໃຈຄວາມໝາຍນີ້ຈາກຄຳຕອບຂອງລາວໄດ້ບໍ? (ບໍ່). ຖ້າຄຳຕອບຂອງລາວເຮັດໃຫ້ເຈົ້າໄດ້ຮັບຄຳຕອບທີ່ຖືກຕ້ອງ ແລະ ຮູ້ວ່າລາວສາມາດ ຫຼື ບໍ່ສາມາດເຮັດໄດ້, ແລ້ວຄຳຕອບຂອງລາວກໍຈະມີເຫດຜົນ. ແຕ່ຄຳຕອບຂອງລາວພຽງແຕ່ໃຫ້ຄວາມໝາຍທີ່ຄຸມເຄືອແກ່ເຈົ້າ ແລະ ບໍ່ໄດ້ເຮັດໃຫ້ເຈົ້າຮູ້ຢ່າງແທ້ຈິງວ່າລາວສາມາດ ຫຼື ບໍ່ສາມາດເຮັດໄດ້. ຄົນທີ່ເວົ້າແບບນີ້ຢູ່ສະເໝີ, ພວກເຂົາບໍ່ເບົາປັນຍາຫຼາຍບໍ? ຖ້າພວກເຂົາຕັ້ງໃຈຕອບແບບນີ້, ມັນກໍເປັນເລື່ອງຂອງລັກສະນະ. ຖ້າພວກເຂົາບໍ່ໄດ້ຕັ້ງໃຈເຮັດ ແລະ ຄຳຕອບຂອງພວກເຂົາບໍ່ມີຄວາມເຊື່ອມໂຍງທີ່ຈຳເປັນກັບຄຳຕອບທີ່ເຈົ້າພະຍາຍາມຈະໄດ້ຮັບ, ແລ້ວມັນກໍມີບັນຫາກັບການຄິດ ແລະ ຕັກກະຂອງພວກເຂົາ. ຖ້າມີບັນຫາກັບການຄິດ ແລະ ຕັກກະຂອງພວກເຂົາ, ສິ່ງນີ້ບໍ່ໄດ້ໝາຍຄວາມວ່າພວກເຂົາມີຂີດຄວາມສາມາດຕໍ່າບໍ? ພວກເຂົາບໍ່ໄດ້ມີແນວໂນ້ມທີ່ມັກບິດເບືອນບໍ? (ແມ່ນແລ້ວ). ນີ້ຄືການສະແດງອອກຂອງແນວໂນ້ມທີ່ມັກບິດເບືອນ. ຄົນຜູ້ນັ້ນຄິດວ່າ “ຂ້ານ້ອຍກຳລັງບອກພຣະອົງວ່າ ຂ້ານ້ອຍຮຽນຕັດຫຍິບສິ່ງນີ້ຕອນທີ່ຂ້ານ້ອຍມາໃໝ່ໆ, ສະນັ້ນ ຜົນຮັບທີ່ຫຼີກລ່ຽງບໍ່ໄດ້ກໍຄື ຂ້ານ້ອຍສາມາດຕັດຫຍິບເຄື່ອງນຸ່ງປະເພດນີ້ໄດ້”. ສິ່ງທີ່ລາວຢາກຈະສື່ກໍຄືຄຳຕອບທີ່ວ່າ “ຂ້ານ້ອຍສາມາດຕັດຫຍິບເຄື່ອງນຸ່ງປະເພດນີ້ໄດ້”. ເຖິງຢ່າງໃດກໍຕາມ, ຄົນທີ່ມີການຄິດທີ່ປົກກະຕິບໍ່ໄດ້ຮັບຄຳຕອບທີ່ຖືກຕ້ອງຫຼັງຈາກທີ່ໄດ້ຍິນສິ່ງນີ້. ດັ່ງນັ້ນ ຄຳຕອບຂອງລາວທີ່ວ່າ “ຂ້ານ້ອຍຮຽນຕັດຫຍິບສິ່ງນີ້ຕອນທີ່ຂ້ານ້ອຍມາໃໝ່ໆ” ຈຶ່ງບໍ່ມີຄວາມເຊື່ອມໂຍງທາງດ້ານຕັກກະກັບການທີ່ລາວຢາກຈະສື່ວ່າລາວສາມາດຕັດຫຍິບເຄື່ອງນຸ່ງປະເພດນີ້ໄດ້. ສະນັ້ນ, ຄຳຕອບຂອງລາວບໍ່ແມ່ນຄຳເວົ້າທີ່ເບົາປັນຍາບໍ? (ແມ່ນແລ້ວ). ການກ່າວຄຳເວົ້າທີ່ເບົາປັນຍາໃນຂະນະທີ່ຄິດວ່າພວກເຂົາສາມາດສື່ສານໄດ້ດີ ແລະ ພວກເຂົາໄດ້ຕອບຄຳຖາມແລ້ວ, ສິ່ງນີ້ບໍ່ໄດ້ສະທ້ອນເຖິງຂີດຄວາມສາມາດຕໍ່າບໍ? (ແມ່ນແລ້ວ). ນີ້ຄືການສະແດງອອກໜຶ່ງຂອງຂີດຄວາມສາມາດຕໍ່າ. ຄົນຜູ້ນັ້ນບໍ່ມີການຄິດ ແລະ ເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ. ບໍ່ວ່າເຈົ້າຈະຖາມແນວໃດກໍຕາມ, ລາວກໍຈະບໍ່ສາມາດຮັບຮູ້ໄດ້ວ່າຈຸດສຳຄັນຂອງບັນຫາແມ່ນຫຍັງ ຫຼື ເປັນຫຍັງເຈົ້າຈຶ່ງຖາມສິ່ງດຽວກັນຢູ່ເລື້ອຍໆ. ເມື່ອເຈົ້າຖາມເປັນຄັ້ງທີສາມ, ລາວກໍຍັງຈະໃຫ້ຄຳຕອບເດີມ ແລະ ເຖິງຂັ້ນຮູ້ສຶກໝົດຄວາມອົດທົນ ໂດຍຄິດວ່າ “ເປັນຫຍັງເຈົ້າຈຶ່ງຖາມຢູ່ເລື້ອຍໆ? ຂ້ອຍໄດ້ບອກເຈົ້າແລ້ວ ແລະ ເຈົ້າກໍຍັງບໍ່ເຂົ້າໃຈ ແລະ ຍັງຖາມຕໍ່ອີກ!” ແມ່ນແຕ່ຫຼັງຈາກທີ່ຖືກຖາມສາມຄັ້ງ, ລາວກໍຈະບໍ່ສາມາດຮັບຮູ້ໄດ້ວ່າຄຳຕອບຂອງລາວບໍ່ຊັດເຈນ ແລະ ບໍ່ແມ່ນສິ່ງທີ່ອີກຝ່າຍກຳລັງຊອກຫາ, ລາວຄວນປ່ຽນຄຳເວົ້າຂອງລາວ ແລະ ບອກຢ່າງຊັດເຈນວ່າລາວສາມາດ ຫຼື ບໍ່ສາມາດເຮັດໄດ້ ແລະ ບໍ່ເຮັດໃຫ້ອີກຝ່າຍຕ້ອງເດົາ. ລາວບໍ່ສາມາດຮັບຮູ້ໄດ້ວ່າຄຳເວົ້າຂອງລາວເຮັດໃຫ້ຄົນອື່ນຮູ້ສຶກແນວໃດ ຫຼື ອີກຝ່າຍມີປະຕິກິລິຍາແນວໃດຫຼັງຈາກທີ່ໄດ້ຍິນ, ລາວບໍ່ສາມາດຮັບຮູ້ເຖິງສິ່ງທັງໝົດນີ້ເລີຍ. ສິ່ງນີ້ສະແດງໃຫ້ເຫັນວ່າລາວບໍ່ມີຂີດຄວາມສາມາດເລີຍ. ບໍ່ວ່າເຈົ້າຈະຖາມຈັກຄັ້ງກໍຕາມ, ລາວກໍຈະໃຫ້ຄຳຕອບເດີມ ແລະ ເຖິງຂັ້ນຮູ້ສຶກວ່າສິ່ງທີ່ລາວກຳລັງເວົ້ານັ້ນຈິງໃຈ ແລະ ບໍ່ແມ່ນເລື່ອງເທັດ ໂດຍຄິດວ່າ “ບໍ່ວ່າເຈົ້າຈະຖາມກ່ຽວກັບສິ່ງດຽວກັນຈັກຄັ້ງກໍຕາມ, ຂ້ອຍໄດ້ໃຫ້ຄຳຕອບເດີມ, ຂ້ອຍກຳລັງປະຕິບັດການເປັນຄົນຊື່ສັດ ແລະ ຂ້ອຍກຳລັງເວົ້າສິ່ງທີ່ຢູ່ໃນໃຈຂອງຂ້ອຍ”. ສິ່ງນີ້ບໍ່ແມ່ນການສະທ້ອນເຖິງຂີດຄວາມສາມາດຕໍ່າບໍ? (ແມ່ນແລ້ວ). ເມື່ອເຈົ້າຖາມເຖິງທອມ, ຄົນປະເພດນີ້ມັກຈະເວົ້າເຖິງດິກ ແລະ ແຮຣີຢູ່ສະເໝີ. ເມື່ອເຈົ້າຖາມເຖິງດິກ ແລະ ແຮຣີ, ພວກເຂົາກໍມັກຈະເວົ້າເຖິງທອມຢູ່ສະເໝີ. ຄົນທີ່ບໍ່ມີການຄິດທີ່ປົກກະຕິມີຄວາມຄິດທີ່ເບົາປັນຍາ ແລະ ການຄິດຂອງພວກເຂົາກໍສັບສົນ. ນີ້ຄືການສະແດງອອກຫຼັກຂອງຂີດຄວາມສາມາດຕໍ່າ. ສະຫຼຸບແລ້ວ, ສິ່ງເຫຼົ່ານີ້ຄືການສະແດງອອກຂອງຄົນທີ່ມີຂີດຄວາມສາມາດທີ່ແຕກຕ່າງກັນ. ບໍ່ວ່າເຈົ້າຈະປະເມີນຂີດຄວາມສາມາດຂອງພວກເຂົາໂດຍຄວາມສາມາດ ຫຼື ການຂາດຄວາມສາມາດໃນການເຂົ້າໃຈ ແລະ ການນຳໃຊ້ຫຼັກການຄວາມຈິງ ຫຼື ໂດຍການທີ່ພວກເຂົາມີຄວາມເຂົ້າໃຈຝ່າຍວິນຍານ ຫຼື ບໍ່, ສິ່ງເຫຼົ່ານີ້ກໍຄືການສະແດງອອກ. ເຖິງແມ່ນວ່າພວກເຮົາໄດ້ເວົ້າໃນແງ່ທົ່ວໄປພໍສົມຄວນ, ໂດຍພື້ນຖານແລ້ວ ພວກເຈົ້າບໍ່ສາມາດນຳເອົາຄຳເວົ້າຂອງເຮົາໄປປຽບທຽບໃສ່ຊີວິດຈິງໄດ້ບໍ? (ໄດ້). ສະນັ້ນ ພວກເຮົາໄດ້ສະຫຼຸບຫົວຂໍ້ກ່ຽວກັບຂີດຄວາມສາມາດໄປຫຼາຍພໍສົມຄວນແລ້ວບໍ ແມ່ນບໍ? (ແມ່ນແລ້ວ). ນັ້ນຄືການສິ້ນສຸດການສົນທະນາຂອງພວກເຮົາກ່ຽວກັບຫົວຂໍ້ຂີດຄວາມສາມາດ.
ການປະຕິບັດທຳອິດສຳລັບການໄລ່ຕາມເສາະຫາຄວາມຈິງ: ການປ່ອຍວາງ
ການປ່ອຍວາງອຸປະສັກລະຫວ່າງຕົນເອງກັບພຣະເຈົ້າ ແລະ ຄວາມບໍ່ເປັນມິດຂອງຕົນທີ່ມີຕໍ່ພຣະເຈົ້າ
I. ການປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຕົນກ່ຽວກັບພຣະເຈົ້າ: ການປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຕົນກ່ຽວກັບວຽກງານຂອງພຣະເຈົ້າ
F. ວຽກງານຂອງພຣະເຈົ້າບໍ່ໄດ້ປ່ຽນແປງເງື່ອນໄຂທີ່ຕິດໂຕມາແຕ່ເກີດຂອງຜູ້ຄົນ; ມັນແນໃສ່ເພື່ອປ່ຽນແປງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ
ບອກເຮົາເບິ່ງວ່າ ລະດັບທີ່ຜູ້ຄົນຕໍ່ຕ້ານ ແລະ ກະບົດຕໍ່ພຣະເຈົ້າມີຄວາມກ່ຽວຂ້ອງກັບການທີ່ຂີດຄວາມສາມາດຂອງພວກເຂົາດີ ຫຼື ຕໍ່າບໍ? ຜູ້ຄົນຕໍ່ຕ້ານ ແລະ ກະບົດຕໍ່ພຣະເຈົ້າຍ້ອນຂີດຄວາມສາມາດຕໍ່າບໍ? ພວກເຈົ້າເຄີຍພິຈາລະນາຄຳຖາມນີ້ບໍ? ນີ້ເປັນຄຳຖາມທີ່ຄູ່ຄວນແກ່ການພິຈາລະນາບໍ? (ແມ່ນແລ້ວ). ບາງຄົນເວົ້າວ່າ “ຍ້ອນວ່າພວກເຮົາມີຂີດຄວາມສາມາດຕໍ່າ, ຍ້ອນວ່າຂີດຄວາມສາມາດທີ່ພຣະເຈົ້າປະທານໃຫ້ພວກເຮົາບໍ່ດີ, ພວກເຮົາຈຶ່ງຕໍ່ຕ້ານ ແລະ ກະບົດຕໍ່ພຣະເຈົ້າຢ່າງຮ້າຍແຮງ”. ຄຳເວົ້ານີ້ຖືກຕ້ອງບໍ? (ບໍ່). ອີງໃສ່ການໂອ້ລົມກ່ອນໜ້ານີ້ຂອງພວກເຮົາກ່ຽວກັບຄວາມແຕກຕ່າງລະຫວ່າງເງື່ອນໄຂທີ່ຕິດໂຕມາແຕ່ເກີດ, ຄວາມເປັນມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມ, ຂີດຄວາມສາມາດຈັດຢູ່ໃນໝວດໝູ່ໃດ? (ເງື່ອນໄຂທີ່ຕິດໂຕມາແຕ່ເກີດ). ມັນຈັດຢູ່ໃນເງື່ອນໄຂທີ່ຕິດໂຕມາແຕ່ເກີດ. ສະນັ້ນ, ເຈົ້າຮູ້ບໍວ່າດ້ານຕ່າງໆຂອງເງື່ອນໄຂທີ່ຕິດໂຕມາແຕ່ເກີດມີຄວາມກ່ຽວຂ້ອງກັບຄວາມເປັນມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ ຫຼື ບໍ່? ໃຫ້ພວກເຮົາເລີ່ມຕົ້ນດ້ວຍຂີດຄວາມສາມາດ, ຂີດຄວາມສາມາດກຳນົດລະດັບທີ່ຄົນຜູ້ໜຶ່ງກະບົດ ແລະ ຕໍ່ຕ້ານພຣະເຈົ້າບໍ? (ບໍ່). ເປັນຫຍັງພວກເຮົາຈຶ່ງເວົ້າວ່າມັນບໍ່ໄດ້ກຳນົດສິ່ງນັ້ນ? ສິ່ງນີ້ກ່ຽວຂ້ອງກັບເຫດຜົນທີ່ຜູ້ຄົນຕໍ່ຕ້ານ ແລະ ກະບົດຕໍ່ພຣະເຈົ້າ. ຜູ້ຄົນກະບົດ ແລະ ຕໍ່ຕ້ານພຣະເຈົ້າຍ້ອນຂີດຄວາມສາມາດຕໍ່າບໍ? (ບໍ່, ມັນເປັນຍ້ອນພວກເຮົາມີອຸປະນິໄສທີ່ເສື່ອມຊາມ). ຖືກຕ້ອງແລ້ວ, ສິ່ງນີ້ສອດຄ່ອງກັບຄວາມເປັນຈິງ. ການທີ່ເຈົ້າຕໍ່ຕ້ານ ແລະ ການກະບົດຕໍ່ພຣະເຈົ້າ ພ້ອມທັງການທີ່ເຈົ້າບໍ່ສາມາດອ່ອນນ້ອມຕໍ່ຄວາມຈິງໄດ້ນັ້ນ ບໍ່ແມ່ນຍ້ອນຂີດຄວາມສາມາດຕໍ່າ, ພວກມັນເປັນຍ້ອນເຈົ້າມີອຸປະນິໄສທີ່ເສື່ອມຊາມ. ດັ່ງນັ້ນ, ເຈົ້າບໍ່ສາມາດຈົ່ມວ່າພຣະເຈົ້າທີ່ປະທານຂີດຄວາມສາມາດຕໍ່າໃຫ້ແກ່ເຈົ້າ ຍ້ອນວ່າເຈົ້າສາມາດຕໍ່ຕ້ານພຣະອົງໄດ້. ຂີດຄວາມສາມາດ ຫຼື ດ້ານອື່ນໆຂອງເງື່ອນໄຂທີ່ຕິດໂຕມາແຕ່ເກີດຂອງເຈົ້າ ໂດຍທຳມະຊາດແລ້ວແມ່ນເງື່ອນໄຂທີ່ຕົວເຈົ້າເອງມີ; ມັນເປັນເງື່ອນໄຂທີ່ຕິດໂຕມາແຕ່ເກີດ ແລະ ເປັນສິ່ງທີ່ຢູ່ພາຍໃນ ເຊິ່ງເຈົ້າມີໃນຖານະສິ່ງທີ່ຖືກສ້າງ. ບໍ່ວ່າຈະເປັນດ້ານໃດຂອງເງື່ອນໄຂທີ່ຕິດໂຕມາແຕ່ເກີດກໍຕາມ, ມັນກໍບໍ່ໄດ້ນຳໄປສູ່ການຕໍ່ຕ້ານພຣະເຈົ້າ ແລະ ມັນບໍ່ມີຄວາມກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມ. ຕົວຢ່າງ: ການເປັນຄົນສູງບໍ່ໄດ້ໝາຍຄວາມວ່າເຈົ້າມີອຸປະນິໄສທີ່ເສື່ອມຊາມໜ້ອຍລົງ. ການເປັນຄົນງາມ ຫຼື ມີຜິວຂາວບໍ່ໄດ້ໝາຍຄວາມວ່າເຈົ້າບໍ່ມີອຸປະນິໄສທີ່ເສື່ອມຊາມ. ການເກີດມາໃນເຊື້ອຊາດທີ່ຜູ້ຄົນຍົກຍ້ອງ ແລະ ເຄົາລົບນັບຖືບໍ່ໄດ້ໝາຍຄວາມວ່າເຈົ້າບໍ່ມີອຸປະນິໄສທີ່ເສື່ອມຊາມ. ເວົ້າອີກຢ່າງໜຶ່ງກໍຄື ບໍ່ວ່າພຣະເຈົ້າຈະປະທານເງື່ອນໄຂທີ່ຕິດໂຕມາແຕ່ເກີດແບບໃດໃຫ້ແກ່ຄົນຜູ້ໜຶ່ງ ແລະ ບໍ່ວ່າເງື່ອນໄຂທີ່ຕິດໂຕມາແຕ່ເກີດຂອງຄົນໆໜຶ່ງຈະເປັນແນວໃດກໍຕາມ, ສິ່ງເຫຼົ່ານັ້ນກໍບໍ່ມີຄວາມກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມຂອງຄົນໆນັ້ນ. ຕົວຢ່າງ: ຮູບຮ່າງໜ້າຕາຂອງຄົນໆໜຶ່ງບໍ່ໄດ້ນຳໄປສູ່ການຕໍ່ຕ້ານພຣະເຈົ້າ. ເຖິງຢ່າງໃດກໍຕາມ, ຍ້ອນວ່າຜູ້ຄົນມີອຸປະນິໄສທີ່ເສື່ອມຊາມ, ເມື່ອຄົນໃດໜຶ່ງໜ້າຕາດີ, ພວກເຂົາອາດຈະຄິດວ່າ “ຂ້ອຍງາມ, ສະນັ້ນ ຂ້ອຍຄວນມີສະຖານະ ແລະ ໄດ້ຮັບການເຄົາລົບ”. ສິ່ງເຫຼົ່ານີ້ຄືການເປີດເຜີຍຂອງອຸປະນິໄສທີ່ເສື່ອມຊາມ. ບາງຄົນໃຊ້ໜ້າຕາທີ່ດີຂອງພວກເຂົາເພື່ອນຳເອົາຈຸດແຂງຂອງພວກເຂົາມາໃຊ້, ດ້ວຍເຫດນັ້ນຈຶ່ງເປີດເຜີຍຄຳເວົ້າ ແລະ ການກະທຳທີ່ຜິດພາດຫຼາຍຢ່າງ. ຄຳເວົ້າ ແລະ ການກະທຳເຫຼົ່ານີ້ລ້ວນແຕ່ເກີດຈາກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ບໍ່ແມ່ນເກີດຈາກເງື່ອນໄຂທີ່ຕິດໂຕມາແຕ່ເກີດຂອງພວກເຂົາ. ບໍ່ວ່າເຈົ້າຈະມີຂີດຄວາມສາມາດທີ່ດີ ຫຼື ບໍ່ດີກໍຕາມ, ຂີດຄວາມສາມາດບໍ່ໄດ້ນຳໄປສູ່ການຕໍ່ຕ້ານພຣະເຈົ້າ. ຖ້າເຈົ້າມີຂີດຄວາມສາມາດທີ່ດີ ແຕ່ບໍ່ເຂົ້າໃຈ ຫຼື ບໍ່ຍອມຮັບຄວາມຈິງ, ເຈົ້າກໍຍັງຈະຕໍ່ຕ້ານ ແລະ ກະບົດຕໍ່ພຣະເຈົ້າ ຍ້ອນວ່າເຈົ້າມີອຸປະນິໄສທີ່ເສື່ອມຊາມ. ຖ້າເຈົ້າມີຂີດຄວາມສາມາດຕໍ່າ ແຕ່ສາມາດຍອມຮັບຄວາມຈິງ ແລະ ເມື່ອເຈົ້າເຂົ້າໃຈສິ່ງທີ່ພຣະເຈົ້າບອກໃຫ້ເຈົ້າເຮັດ ຫຼື ບໍ່ໃຫ້ເຮັດ, ເຈົ້າກໍສາມາດປະຕິບັດຕາມມັນໄດ້ ແລະ ເຈົ້າສາມາດບໍ່ກະທຳການໂດຍອີງໃສ່ອຸປະນິໄສທີ່ເສື່ອມຊາມຂອງເຈົ້າ, ແລ້ວເຈົ້າກໍຈະບໍ່ກະບົດຕໍ່ພຣະເຈົ້າ ແລະ ເຈົ້າຈະບໍ່ເປັນຄົນຫຼົບຫຼີກ ແລະ ຂີ້ຄ້ານ ຫຼື ເຮັດພໍແລ້ວມືແລ້ວຕີນ, ເອົາແຕ່ໃຈ ຫຼື ເຮັດຕາມອຳເພີໃຈ ແລະ ບໍ່ຢັ້ງຄິດ. ບໍ່ວ່າເຈົ້າຈະມີຂີດຄວາມສາມາດຕໍ່າ ຫຼື ບໍ່, ຕາບໃດທີ່ເຈົ້າມີອຸປະນິໄສທີ່ເສື່ອມຊາມ, ແລ້ວເຖິງແມ່ນວ່າເຈົ້າຈະສາມາດເຂົ້າໃຈພຣະທຳຂອງພຣະເຈົ້າ, ເຈົ້າກໍຍັງຈະກະບົດ ແລະ ຕໍ່ຕ້ານພຣະເຈົ້າ. ຍ້ອນວ່າເຈົ້າມີອຸປະນິໄສທີ່ເສື່ອມຊາມເປັນຊີວິດຂອງເຈົ້າ, ເຈົ້າຈຶ່ງຄ່ອຍໆມີຄວາມຄິດ ແລະ ມຸມມອງຕ່າງໆແບບຊາຕານ ພ້ອມທັງປັດຊະຍາການດໍາລົງຊີວິດທາງໂລກແບບຊາຕານ ຢ່າງເປັນທຳມະຊາດ, ພ້ອມທັງມຸມມອງແບບຊາຕານທີ່ຢູ່ເບື້ອງຫຼັງວິທີທີ່ເຈົ້າເບິ່ງຜູ້ຄົນ ແລະ ສິ່ງຕ່າງໆ ແລະ ເຈົ້າກໍຈະໂອ້ອວດ, ແກ້ຕົວ ແລະ ຕ້ອງການທີ່ຈະໂດດເດັ່ນ ແລະ ຍົກຕົນເອງໃຫ້ສູງກວ່າຄົນອື່ນຢູ່ສະເໝີ ແລະ ເຖິງຂັ້ນຄວບຄຸມ ແລະ ປົກຄອງຄົນອື່ນ. ການສະແດງອອກເຫຼົ່ານີ້ລ້ວນແຕ່ເກີດຈາກທຳມະຊາດແບບຊາຕານຂອງຜູ້ຄົນ. ຖ້າເຈົ້າເຮັດສິ່ງຕ່າງໆໂດຍອີງໃສ່ທຳມະຊາດແບບຊາຕານ ແລະ ຊີວິດແບບຊາຕານຂອງເຈົ້າ, ແລ້ວບໍ່ວ່າເຈົ້າຈະມີຂີດຄວາມສາມາດທີ່ດີ ຫຼື ຕໍ່າກໍຕາມ, ເຈົ້າກໍຈະຕໍ່ຕ້ານພຣະເຈົ້າ. ຂີດຄວາມສາມາດພຽງເທົ່ານັ້ນບໍ່ໄດ້ນຳໄປສູ່ການຕໍ່ຕ້ານພຣະເຈົ້າ. ເຈົ້າມີຂີດຄວາມສາມາດຕໍ່າ ແຕ່ເຈົ້າສາມາດກະທຳຕາມພຣະທຳຂອງພຣະເຈົ້າໄດ້ບໍ ຕາບໃດທີ່ເຈົ້າເຂົ້າໃຈພຣະທຳເຫຼົ່ານັ້ນ? ຖ້າເຈົ້າບໍ່ມີອຸປະນິໄສທີ່ເສື່ອມຊາມ ຫຼື ບໍ່ໄດ້ດຳລົງຊີວິດຕາມອຸປະນິໄສທີ່ເສື່ອມຊາມຂອງເຈົ້າ, ແລ້ວເຈົ້າກໍສາມາດບັນລຸສິ່ງນີ້ໄດ້ຢ່າງແນ່ນອນ. ຍົກຕົວຢ່າງການມີຈຸດແຂງສະເພາະໃດໜຶ່ງ, ຜູ້ຄົນມັກຈະຄິດວ່າ “ເນື່ອງຈາກຂ້ອຍມີຈຸດແຂງນີ້, ຂ້ອຍຈຶ່ງເໜືອກວ່າຄົນອື່ນ; ຂ້ອຍຄວນມີສະຖານະໃນເຮືອນຂອງພຣະເຈົ້າ, ຂ້ອຍຄວນເປັນຜູ້ນຳ ຫຼື ເປັນເສົາຫຼັກໃນເຮືອນຂອງພຣະເຈົ້າ”. ຄວາມຄິດເຫຼົ່ານີ້ບໍ່ໄດ້ເກີດຈາກການມີຈຸດແຂງ ແຕ່ເກີດຈາກອຸປະນິໄສທີ່ເສື່ອມຊາມ. ຍ້ອນວ່າຜູ້ຄົນມີອຸປະນິໄສທີ່ເສື່ອມຊາມເປັນຊີວິດຂອງພວກເຂົາ, ທຸກສິ່ງທີ່ພວກເຂົາເປີດເຜີຍ, ໃຊ້ຊີວິດຕາມ ແລະ ສະແດງອອກ ພ້ອມທັງມຸມມອງ, ຈຸດຢືນ ແລະ ຫຼັກການຂອງພວກເຂົາໃນການເບິ່ງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ລ້ວນແຕ່ເກີດຈາກການທີ່ພວກເຂົາມີອຸປະນິໄສທີ່ເສື່ອມຊາມເປັນຊີວິດຂອງພວກເຂົາ. ສິ່ງເຫຼົ່ານີ້ບໍ່ໄດ້ເກີດຈາກເງື່ອນໄຂທີ່ຕິດໂຕມາແຕ່ເກີດໃດໆທີ່ພຣະເຈົ້າໄດ້ປະທານໃຫ້ແກ່ພວກເຂົາ. ພວກເຈົ້າເຂົ້າໃຈບໍ? (ເຂົ້າໃຈ). ເຮົາໝາຍຄວາມວ່າແນວໃດໃນການໂອ້ລົມຄຳເວົ້າເຫຼົ່ານີ້? ຈຸດປະສົງຂອງການໂອ້ລົມນີ້ແມ່ນເພື່ອເຮັດໃຫ້ພວກເຈົ້າສາມາດເຂົ້າໃຈ ແລະ ຮັບຮູ້ສະຖານະການຕົວຈິງຂອງພວກເຈົ້າໄດ້ຢ່າງຊັດເຈນຍິ່ງຂຶ້ນ ແລະ ເພື່ອຮັບຮູ້ວ່າຂີດຄວາມສາມາດຂອງພວກເຈົ້າເປັນແນວໃດ, ຢ່າເປັນຄົນທີ່ບໍ່ມີເຫດຜົນ ແລະ ຢ່າພະຍາຍາມດິ້ນຮົນຢ່າງໄຮ້ສາລະກ່ຽວກັບການມີຂີດຄວາມສາມາດທົ່ວໄປ ຫຼື ຕໍ່າ ຫຼື ເຖິງຂັ້ນໃຫ້ຂໍ້ອ້າງທີ່ໄຮ້ສາລະເພື່ອສະແດງໃຫ້ເຫັນວ່າຂີດຄວາມສາມາດຂອງເຈົ້າບໍ່ໄດ້ຕໍ່າ. ການກະທຳເຫຼົ່ານີ້ບໍ່ມີຄຸນຄ່າເລີຍ. ການໂອ້ລົມນີ້ມີຈຸດປະສົງເພື່ອເຮັດໃຫ້ເຈົ້າສາມາດເຂົ້າໃຈຂີດຄວາມສາມາດ ແລະ ຄວາມສາມາດຕ່າງໆຂອງເຈົ້າຢ່າງຖືກຕ້ອງ ແລະ ຈາກນັ້ນກໍຊອກຫາຕຳແໜ່ງທີ່ເໝາະສົມຂອງເຈົ້າ ແລະ ປະພຶດຕົນຕາມສະຖານະທີ່ເໝາະສົມຂອງເຈົ້າ. ສິ່ງນີ້ຈະຊ່ວຍໃຫ້ເຈົ້າເປັນສິ່ງທີ່ຖືກສ້າງທີ່ເໝາະສົມໄດ້ຫຼາຍຂຶ້ນ, ຢືນຢູ່ໃນຕຳແໜ່ງຂອງເຈົ້າໃນຖານະສິ່ງທີ່ຖືກສ້າງຢ່າງເໝາະສົມ ແລະ ປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງໃຫ້ສຳເລັດ. ແນ່ນອນວ່າມັນຍັງຈະຊ່ວຍໃຫ້ເຈົ້າປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຈົ້າໄດ້ຫຼາຍຂຶ້ນໃນລະດັບໃດໜຶ່ງ. ບໍ່ວ່າຂີດຄວາມສາມາດ ຫຼື ຄວາມສາມາດຕ່າງໆຂອງເຈົ້າຈະຢູ່ໃນລະດັບໃດກໍຕາມ, ສິ່ງເຫຼົ່ານັ້ນກໍບໍ່ໄດ້ກຳນົດລະດັບທີ່ເຈົ້າຕໍ່ຕ້ານ ແລະ ກະບົດຕໍ່ພຣະເຈົ້າ. ເວົ້າອີກຢ່າງໜຶ່ງກໍຄື ສາມາດເວົ້າໄດ້ວ່າອຸປະນິໄສທີ່ເສື່ອມຊາມຂອງເຈົ້າບໍ່ໄດ້ຂຶ້ນຢູ່ກັບລະດັບຂີດຄວາມສາມາດຂອງເຈົ້າ ແລະ ແຮງບໍ່ໄດ້ຂຶ້ນຢູ່ກັບວ່າເງື່ອນໄຂທີ່ຕິດໂຕມາແຕ່ເກີດຂອງເຈົ້າເປັນແນວໃດ. ອຸປະນິໄສທີ່ເສື່ອມຊາມຂອງມະນຸດເກີດຂຶ້ນພາຍໃນເນື້ອໜັງທີ່ຕິດໂຕມາແຕ່ເກີດ ແລະ ເປັນສິ່ງທີ່ຢູ່ພາຍໃນຂອງພວກເຂົາ. ຫຼັງຈາກທີ່ມະນຸດຖືກຊາຕານເຮັດໃຫ້ເສື່ອມຊາມ, ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາກໍກາຍເປັນຊີວິດພາຍໃນຂອງພວກເຂົາ. ເມື່ອເຈົ້າຍັງບໍ່ທັນໄດ້ປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຈົ້າ, ເຈົ້າກໍສວຍໃຊ້ເງື່ອນໄຂທີ່ຕິດໂຕມາແຕ່ເກີດຂອງເຈົ້າເພື່ອເວົ້າ ແລະ ກະທຳໂດຍອີງໃສ່ຊີວິດແບບຊາຕານນີ້. ສິ່ງນີ້ໝາຍຄວາມວ່າ ກ່ອນທີ່ເຈົ້າຈະປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຈົ້າ, ເຈົ້າກຳລັງສວຍໃຊ້ເງື່ອນໄຂທີ່ຕິດໂຕມາແຕ່ເກີດຕ່າງໆທີ່ພຣະເຈົ້າປະທານໃຫ້ແກ່ເຈົ້າ ເພື່ອຮັບໃຊ້ການບັນລຸຈຸດປະສົງຂອງເຈົ້າເອງ. ແລ້ວດ້ວຍເຫດນັ້ນ ພວກເຮົາສາມາດເວົ້າສິ່ງນີ້ໄດ້: ຖ້າເຈົ້າບໍ່ປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຈົ້າ, ເຈົ້າກຳລັງສວຍໃຊ້ ຫຼື ຢຽບຍໍ່າເງື່ອນໄຂທີ່ຕິດໂຕມາແຕ່ເກີດຕ່າງໆທີ່ພຣະເຈົ້າໄດ້ປະທານໃຫ້ແກ່ເຈົ້າ; ຖ້າເຈົ້າຢູ່ໃນຂະບວນການໄລ່ຕາມເສາະຫາຄວາມຈິງ ແລະ ປະຕິບັດຄວາມຈິງເພື່ອປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຈົ້າ, ເຈົ້າກຳລັງໃຊ້ເງື່ອນໄຂທີ່ຕິດໂຕມາແຕ່ເກີດຕ່າງໆທີ່ພຣະເຈົ້າໄດ້ປະທານໃຫ້ແກ່ເຈົ້າຢ່າງເໝາະສົມ ແລະ ມີປະສິດທິພາບ; ເມື່ອເຈົ້າປ່ຽນແປງຈາກການມີອຸປະນິໄສທີ່ເສື່ອມຊາມເປັນຊີວິດຂອງເຈົ້າ ມາເປັນການມີຄວາມຈິງເປັນຊີວິດຂອງເຈົ້າ, ເຈົ້າກຳລັງໃຊ້ເງື່ອນໄຂທີ່ຕິດໂຕມາແຕ່ເກີດທີ່ພຣະເຈົ້າໄດ້ປະທານໃຫ້ແກ່ເຈົ້າຢ່າງເໝາະສົມ ແລະ ຖືກຕ້ອງ, ເວົ້າອີກຢ່າງໜຶ່ງກໍຄື ໃນລັກສະນະທີ່ມີຄວາມໝາຍຫຼາຍຂຶ້ນ. ຕອນນີ້ພວກເຈົ້າເຂົ້າໃຈແລ້ວບໍ? ເງື່ອນໄຂທີ່ຕິດໂຕມາແຕ່ເກີດບໍ່ແມ່ນຕົ້ນເຫດຂອງການທີ່ມະນຸດຊາດຕໍ່ຕ້ານພຣະເຈົ້າ. ແຕ່ກົງກັນຂ້າມ, ອຸປະນິໄສທີ່ເສື່ອມຊາມແບບຊາຕານຂອງຜູ້ຄົນ ແລະ ຊີວິດທີ່ຊາຕານປູກຝັງໄວ້ພາຍໃນຜູ້ຄົນນັ້ນຕ່າງຫາກທີ່ເປັນສາເຫດຕົ້ນຕໍຂອງການຕໍ່ຕ້ານ ແລະ ການກະບົດຕໍ່ພຣະເຈົ້າຂອງມະນຸດຊາດ. ມັນເປັນແບບນີ້ ບໍ່ແມ່ນບໍ? (ແມ່ນແລ້ວ). ຕອນນີ້ບັນຫານີ້ຊັດເຈນສຳລັບພວກເຈົ້າໂດຍພື້ນຖານແລ້ວບໍ? (ແມ່ນແລ້ວ).
6. ການສະແດງອອກຕ່າງໆຂອງເງື່ອນໄຂຕິດໂຕມາແຕ່ກຳເນີດ, ຄວາມເປັນມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມ
ກ່ອນທີ່ພວກເຮົາໄດ້ໂອ້ລົມກັນກ່ຽວກັບຫົວຂໍ້ຂີດຄວາມສາມາດ, ພວກເຮົາໄດ້ໂອ້ລົມກ່ຽວກັບການສະແດງອອກບາງຢ່າງໃນສາມດ້ານ: ເງື່ອນໄຂຕິດໂຕມາແຕ່ກຳເນີດ, ຄວາມເປັນມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມ. ຄັ້ງກ່ອນ ພວກເຮົາໄດ້ໂອ້ລົມກ່ຽວກັບການສະແດງອອກຫຍັງແດ່? (ຄັ້ງກ່ອນ ການສະແດງອອກທີ່ໄດ້ໂອ້ລົມແມ່ນ ຄວາມດຸໝັ່ນໃນການເຮັດສິ່ງຕ່າງໆ, ການເຮັດສິ່ງຕ່າງໆຢ່າງມີແບບແຜນ, ການເລີ່ມເຮັດສິ່ງຕ່າງໆຢ່າງໜັກແໜ້ນ ແຕ່ຈົບລົງຢ່າງອ່ອນແອ ແລະ ການໃຊ້ຄວາມລະມັດລະວັງໃນການເຮັດສິ່ງຕ່າງໆ, ພ້ອມທັງການເວົ້າໃຫຍ່ ແລະ ການຄຸຍໂມ້, ຄວາມປະໝາດ, ການມັກໂອ້ອວດກ່ຽວກັບຕົນເອງ, ການດູຖູກຄົນທຸກຍາກ ແລະ ການຍົກຍ້ອງຄົນຮັ່ງມີ, ການປະຈົບປະແຈງຄົນທີ່ມີອຳນາດ, ການມີຄວາມຈຳທີ່ດີເລີດ ແລະ ອື່ນໆອີກ). ພວກເຮົາຈະບໍ່ໂອ້ລົມກ່ຽວກັບສິ່ງເຫຼົ່ານີ້ອີກຕໍ່ໄປ. ພວກເຮົາຈະສືບຕໍ່ໂອ້ລົມກ່ຽວກັບການສະແດງອອກຕ່າງໆຂອງເງື່ອນໄຂຕິດໂຕມາແຕ່ກຳເນີດ, ຄວາມເປັນມະນຸດ ແລະ ການເປີດເຜີຍຂອງອຸປະນິໄສທີ່ເສື່ອມຊາມ. ເມື່ອການສະແດງອອກເຫຼົ່ານີ້ເກີດຂຶ້ນ, ເຈົ້າຕ້ອງຮູ້ວ່າພວກມັນເປັນການສະແດງອອກປະເພດໃດ ແລະ ເຈົ້າຕ້ອງສາມາດຈຳແນກ ແລະ ແຍກແຍະສິ່ງເຫຼົ່ານັ້ນໄດ້; ມີພຽງແຕ່ວິທີນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດຮັບມືກັບສິ່ງເຫຼົ່ານັ້ນໄດ້ຢ່າງຖືກຕ້ອງ. ຖ້າການສະແດງອອກບາງຢ່າງກ່ຽວຂ້ອງກັບເງື່ອນໄຂຕິດໂຕມາແຕ່ກຳເນີດ ເຊິ່ງບໍ່ສາມາດປ່ຽນແປງໄດ້, ແລ້ວເຈົ້າກໍບໍ່ຈຳເປັນຕ້ອງໃສ່ໃຈກັບມັນ. ຖ້າມັນເປັນຂໍ້ບົກຜ່ອງ ຫຼື ຂໍ້ດ້ອຍບາງຢ່າງຂອງຄວາມເປັນມະນຸດທີ່ສາມາດຖືກເອົາຊະນະ, ແກ້ໄຂ ຫຼື ປ່ຽນແປງໄດ້, ແລ້ວເຈົ້າກໍຄວນພະຍາຍາມແກ້ໄຂ ແລະ ປ່ຽນແປງພວກມັນ. ຖ້າບໍ່ຈຳເປັນຕ້ອງເອົາຊະນະສິ່ງເຫຼົ່ານັ້ນ ແລະ ພວກມັນບໍ່ໄດ້ສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງເຈົ້າ ຫຼື ການໄລ່ຕາມເສາະຫາຄວາມຈິງຂອງເຈົ້າ, ແລ້ວເຈົ້າກໍບໍ່ຈຳເປັນຕ້ອງໃສ່ໃຈກັບພວກມັນ. ຖ້າການສະແດງອອກໃດໜຶ່ງບໍ່ແມ່ນບັນຫາຂອງເງື່ອນໄຂຕິດໂຕມາແຕ່ກຳເນີດ ຫຼື ບັນຫາຂອງຄວາມເປັນມະນຸດ ແຕ່ກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມ, ແລ້ວມັນກໍຕ້ອງໄດ້ຮັບການປ່ຽນແປງ. ຖ້າເຈົ້າບໍ່ຜັນປ່ຽນ ຫຼື ປ່ຽນແປງມັນ, ແລ້ວດ້ວຍຮູບແບບຊີວິດທີ່ຖືກຄອບງຳໂດຍອຸປະນິໄສທີ່ເສື່ອມຊາມ ເຊິ່ງຢັ່ງຮາກເລິກ ແລະ ມີອຳນາດພາຍໃນຕົວເຈົ້າ, ສິ່ງທີ່ເຈົ້າໃຊ້ຊີວິດຕາມ ແລະ ເປີດເຜີຍອອກມາກໍບໍ່ແມ່ນພຽງແຕ່ບັນຫາເລັກນ້ອຍ ເຊັ່ນ: ການບໍ່ສາມາດເຂົ້າກັບຄົນອື່ນໄດ້ ຫຼື ການເຮັດໃຫ້ຄົນອື່ນບໍ່ພໍໃຈ ແລະ ການລົ້ມເຫຼວໃນການເສີມສ້າງພວກເຂົາໄດ້. ກົງກັນຂ້າມ, ສິ່ງທີ່ເຈົ້າໃຊ້ຊີວິດຕາມ ແລະ ເປີດເຜີຍອອກມານັ້ນໄປເຖິງລະດັບການລະເມີດຄວາມຈິງ, ການລະເມີດຫຼັກການຄວາມຈິງ, ການຕໍ່ຕ້ານພຣະເຈົ້າ, ການປະຕິເສດພຣະເຈົ້າ, ການເປັນປໍລະປັກຕໍ່ພຣະເຈົ້າ ແລະ ມັນເຖິງຂັ້ນທີ່ສາມາດເວົ້າໄດ້ວ່າ ເປັນການຢືນຢູ່ຝ່າຍກົງກັນຂ້າມກັບພຣະເຈົ້າ. ເພາະວ່າອຸປະນິໄສທີ່ເສື່ອມຊາມມີທຳມະຊາດແບບນີ້ເອງ, ຫຼັງຈາກທີ່ການສະແດງອອກເຫຼົ່ານີ້ກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມ, ເຈົ້າຈຶ່ງຕ້ອງມາຮູ້ຈັກອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້ ແລະ ຈາກນັ້ນກໍສະແຫວງຫາຄວາມຈິງ, ເຂົ້າໃຈ ແລະ ຈັບໃຈຄວາມຫຼັກການຂອງການປະຕິບັດຄວາມຈິງ ແລະ ປະຕິບັດຕາມຫຼັກການຄວາມຈິງເພື່ອທົດແທນອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້, ເພື່ອບໍ່ໃຫ້ອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້ຄອບງຳຊີວິດຂອງເຈົ້າອີກຕໍ່ໄປ ແລະ ໃຫ້ຄວາມຈິງກາຍເປັນຊີວິດຂອງເຈົ້າ ແລະ ຄວບຄຸມຊີວິດປະຈຳວັນຂອງເຈົ້າ ແລະ ສິ່ງທີ່ເຈົ້າໃຊ້ຊີວິດຕາມ.
ຄວາມຂີ້ຫຼົງຂີ້ລືມ
ພວກເຮົາຈະສືບຕໍ່ໂອ້ລົມກ່ຽວກັບການສະແດງອອກຕ່າງໆຂອງເງື່ອນໄຂຕິດໂຕມາແຕ່ກຳເນີດ, ຄວາມເປັນມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມ. ການສະແດງອອກສຸດທ້າຍທີ່ພວກເຮົາໄດ້ໂອ້ລົມຄັ້ງກ່ອນແມ່ນການມີຄວາມຈຳທີ່ດີ, ແມ່ນບໍ? (ແມ່ນແລ້ວ). ແລ້ວຄວາມຂີ້ຫຼົງຂີ້ລືມຈັດຢູ່ໃນດ້ານໃດ? (ເງື່ອນໄຂຕິດໂຕມາແຕ່ກຳເນີດ). ນີ້ຄືເງື່ອນໄຂຕິດໂຕມາແຕ່ກຳເນີດ ແລະ ຍັງເປັນຂໍ້ບົກຜ່ອງຂອງຄວາມເປັນມະນຸດອີກດ້ວຍ, ພຽງແຕ່ສອງດ້ານນີ້ເທົ່ານັ້ນ. ຄວາມຂີ້ຫຼົງຂີ້ລືມເປັນອຸປະນິໄສທີ່ເສື່ອມຊາມບໍ? (ບໍ່). ເຫັນໄດ້ຊັດເຈນວ່າບໍ່ແມ່ນ. ບາງຄົນຂີ້ຫຼົງຂີ້ລືມຍ້ອນພວກເຂົາມີຄວາມຈຳທີ່ບໍ່ດີໂດຍທຳມະຊາດ, ໃນຂະນະທີ່ຄົນອື່ນເລີ່ມຂີ້ຫຼົງຂີ້ລືມຍ້ອນຄວາມເສື່ອມຂອງສະໝອງຕາມອາຍຸ ແລະ ຄວາມຈຳທີ່ເສື່ອມຖອຍລົງເມື່ອພວກເຂົາອາຍຸຫຼາຍຂຶ້ນ. ຖ້າຄວາມຂີ້ຫຼົງຂີ້ລືມຕິດໂຕມາແຕ່ກຳເນີດ, ມັນກໍຈັດຢູ່ໃນເງື່ອນໄຂຕິດໂຕມາແຕ່ກຳເນີດ; ຖ້າມັນເກີດຂຶ້ນໃນພາຍຫຼັງ, ແລ້ວມັນກໍເປັນຂໍ້ບົກຜ່ອງຂອງຄວາມເປັນມະນຸດ. ແນ່ນອນວ່າ ການເປັນຄົນຂີ້ຫຼົງຂີ້ລືມໂດຍທຳມະຊາດແມ່ນຖືວ່າເປັນຂໍ້ບົກຜ່ອງເຊັ່ນກັນ, ແມ່ນບໍ? (ແມ່ນແລ້ວ).
ການຊຳນານໃນການວາງແຜນກ່ອນເຮັດສິ່ງຕ່າງໆ ແລະ ການເປັນຄົນຄິດຄຳນວນເປັນພິເສດ
ການຊຳນານໃນການວາງແຜນກ່ອນເຮັດສິ່ງຕ່າງໆ, ສິ່ງນີ້ຈັດຢູ່ໃນດ້ານໃດ? (ຂໍ້ດີຂອງຄວາມເປັນມະນຸດ). ນີ້ຄືຂໍ້ດີຂອງຄວາມເປັນມະນຸດ. ກ່ອນທີ່ຈະເຮັດບາງສິ່ງບາງຢ່າງ, ຄົນທີ່ຊຳນານໃນການວາງແຜນຈະວາງແຜນລ່ວງໜ້າ ແລະ ຈາກນັ້ນກໍເຮັດຕາມຂັ້ນຕອນ ໂດຍບໍ່ໃຈຮ້ອນ, ບໍ່ປະໝາດ ຫຼື ບໍ່ຟ້າວຟັ່ງ. ພວກເຂົາກະທຳການໃນລັກສະນະທີ່ໝັ້ນຄົງ, ບໍ່ຟ້າວເຮັດສິ່ງຕ່າງໆຕາມອາລົມຊົ່ວວູບ ແຕ່ພິຈາລະນາລ່ວງໜ້າວ່າພວກເຂົາຄວນໄປແນວໃດ, ໄປກັບໃຜ, ຈະເຮັດແນວໃດໃນສະຖານະການພິເສດ, ຈຳເປັນຕ້ອງເອົາເອກະສານ ຫຼື ສິ່ງຂອງຫຍັງໄປນຳ, ຈະເອົາເຄື່ອງໃຊ້ທີ່ຈຳເປັນໃນຊີວິດປະຈຳວັນໄປນຳ ຫຼື ບໍ່ ໂດຍຂຶ້ນຢູ່ກັບສະພາບແວດລ້ອມ ແລະ ອື່ນໆອີກ. ພວກເຂົາສາມາດນຳເອົາທຸກສິ່ງເຫຼົ່ານີ້ມາພິຈາລະນາໄດ້. ກ່ອນທີ່ຈະເຮັດສິ່ງຕ່າງໆ, ພວກເຂົາກຽມຕົວຢ່າງຖີ່ຖ້ວນ ໂດຍພິຈາລະນາປັດໄຈຕ່າງໆຫຼາຍຂຶ້ນ ແລະ ມີຄວາມລະອຽດຮອບຄອບຫຼາຍຂຶ້ນໃນການພິຈາລະນາຂອງພວກເຂົາ. ພວກເຂົາຈະປະເມີນລ່ວງໜ້າເຖິງຄວາມແຕກຕ່າງລະຫວ່າງເງື່ອນໄຂທີ່ເອື້ອອຳນວຍ ແລະ ບໍ່ເອື້ອອຳນວຍ ແລະ ພວກເຂົາຈະຈຳແນກລະຫວ່າງສະຖານະການທີ່ດີທີ່ສຸດ ແລະ ຜົນສະທ້ອນທີ່ຮ້າຍແຮງທີ່ສຸດທີ່ອາດຈະເກີດຂຶ້ນ. ພວກເຂົາຈະດຳເນີນການຈັດແຈງຢ່າງສົມເຫດສົມຜົນເພື່ອໃຫ້ໄດ້ຜົນຮັບທີ່ດີທີ່ສຸດ. ຍ້ອນວ່າພວກເຂົາຊຳນານໃນການວາງແຜນ ແລະ ການຈັດແຈງຢ່າງສົມເຫດສົມຜົນ, ການຮັບມືກັບເລື່ອງຕ່າງໆຂອງພວກເຂົາຈຶ່ງລະອຽດຖີ່ຖ້ວນກວ່າໂດຍປົກກະຕິ. ສະຖານະການທີ່ບໍ່ຄາດຄິດໃນສິ່ງຕ່າງໆ ແລະ ກຳນົດການເດີນທາງທີ່ພວກເຂົາຈັດແຈງນັ້ນເກີດຂຶ້ນໜ້ອຍລົງ ແລະ ຜົນຂອງວຽກງານຂອງພວກເຂົາກໍມີແນວໂນ້ມທີ່ຈະດີຂຶ້ນ. ຄົນທີ່ເຮັດວຽກຮ່ວມກັບພວກເຂົາບໍ່ຮູ້ສຶກວິຕົກກັງວົນ ແຕ່ກັບຮູ້ສຶກສະບາຍໃຈຫຼາຍກວ່າ. ສະນັ້ນ, ມັນສາມາດເວົ້າໄດ້ບໍວ່າ ເມື່ອທຽບກັນແລ້ວ ການຊຳນານໃນການວາງແຜນຈັດຢູ່ໃນຂໍ້ດີຂອງຄວາມເປັນມະນຸດ? (ແມ່ນແລ້ວ). ເລື່ອງການຊຳນານໃນການວາງແຜນກໍມີພຽງເທົ່ານີ້. ແລ້ວການເປັນຄົນມັກຄິດຄຳນວນນັ້ນດີ ຫຼື ບໍ່? (ມັນບໍ່ດີ. ມັນເປັນຂໍ້ບົກຜ່ອງຂອງຄວາມເປັນມະນຸດ). ການຊຳນານໃນການວາງແຜນເປັນຂໍ້ດີ ແລະ ຈຸດແຂງຂອງຄວາມເປັນມະນຸດ, ມັນຄືສິ່ງທີ່ເປັນບວກ, ໃນຂະນະທີ່ການເປັນຄົນຄິດຕຳນວນເປັນຂໍ້ບົກຜ່ອງຂອງຄວາມເປັນມະນຸດ. ຕົວຢ່າງ: ຖ້າຄົນສອງຄົນກິນເຂົ້າເຊິ່ງມີລາຄາທັງໝົດສິບຢວນ ແລະ ເມື່ອຈ່າຍເງິນ ຄົນທີ່ມັກຄິດຄຳນວນກໍຈ່າຍຫ້າຢວນຫ້າສິບເຊັນ ໃນຂະນະທີ່ອີກຄົນໜຶ່ງຈ່າຍສີ່ຢວນ ແລະ ຫ້າສິບເຊັນ, ພວກເຂົາກໍຮູ້ສຶກວ່າ “ນີ້ບໍ່ແມ່ນສິ່ງທີ່ຖືກຕ້ອງ, ລາວຈ່າຍໜ້ອຍກວ່າຫ້າສິບເຊັນ. ແຕ່ລະຄົນຄວນຈ່າຍຫ້າຢວນຈຶ່ງຈະເປັນທຳ ແລະ ສົມເຫດສົມຜົນ”. ພວກເຂົາເຖິງກັບຄິດໄລ່ເງິນຈຳນວນນ້ອຍໆຂະໜາດນັ້ນ. ຖ້າພວກເຂົາຮູ້ສຶກວ່າພວກເຂົາເສຍປຽບ, ພວກເຂົາກໍຈະບໍ່ສະບາຍໃຈ ແລະ ຊອກຫາໂອກາດເພື່ອເອົາຄືນສິ່ງທີ່ເສຍໄປຜ່ານວິທີການທີ່ມີເລ່ລ່ຽມຢູ່ສະເໝີ. ຖ້າພວກເຂົາບໍ່ສາມາດເອົາຄືນສິ່ງທີ່ເສຍໄປດ້ວຍວິທີນີ້ໄດ້, ພວກເຂົາກໍກິນບໍ່ແຊບນອນບໍ່ຫຼັບ. ການເປັນຄົນມັກຄິດຄຳນວນເປັນຂໍ້ບົກຜ່ອງຂອງຄວາມເປັນມະນຸດ. ຖ້າສິ່ງນີ້ກາຍເປັນເລື່ອງຮ້າຍແຮງ ແລະ ພວກເຂົາຄິດຄຳນວນແມ່ນແຕ່ໃນເລື່ອງສຳຄັນ, ໂດຍພະຍາຍາມທີ່ຈະດຶງເອົາຜົນປະໂຫຍດຈາກຄົນອື່ນ ຫຼື ເອົາປຽບພວກເຂົາຢູ່ສະເໝີ ຫຼື ຫັນໄປໃຊ້ເລ່ລ່ຽມເພື່ອຜົນປະໂຫຍດໃນການຄິດຄຳນວນຂອງພວກເຂົາ, ແລ້ວສິ່ງນີ້ກໍບໍ່ແມ່ນພຽງແຕ່ຂໍ້ບົກຜ່ອງຂອງຄວາມເປັນມະນຸດອີກຕໍ່ໄປ ແຕ່ກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມ. ຖ້າການເປັນຄົນຂອງຄົນໆໜຶ່ງບໍ່ສົ່ງຜົນກະທົບຕໍ່ຄົນອື່ນ ຫຼື ສ້າງຄວາມເສຍຫາຍໃຫ້ຜົນປະໂຫຍດຂອງພວກເຂົາ ແລະ ມີພຽງແຕ່ໃນເລື່ອງເລັກໆນ້ອຍໆຂອງຊີວິດປະຈຳວັນເທົ່ານັ້ນ ເຊິ່ງໃນທີ່ສຸດກໍນຳໄປສູ່ຄວາມລົ້ມເຫຼວຢູ່ເລື້ອຍໆ ຫຼື ຜົນຮັບທີ່ບໍ່ດີໃນການຈັດການກັບເລື່ອງຕ່າງໆ, ນີ້ກໍຄືຂໍ້ບົກຜ່ອງຂອງຄວາມເປັນມະນຸດ.
ການເປັນຄົນຂີ້ຖີ່ແມ່ນບັນຫາປະເພດໃດ? (ຂໍ້ບົກຜ່ອງຂອງຄວາມເປັນມະນຸດ). ແມ່ນຫຍັງຄືການສະແດງອອກຂອງການເປັນຄົນຂີ້ຖີ່? ຕົວຢ່າງ: ຖ້າຄົນຂີ້ຖີ່ກຳລັງຈະຂັບລົດໄປບ່ອນໃດບ່ອນໜຶ່ງ ແລະ ມີຄົນເວົ້າວ່າ “ມັນເປັນທາງຜ່ານພໍດີ, ເຈົ້າໃຫ້ຂ້ອຍຕິດລົດໄປນຳໄດ້ບໍ? ມັນໃຊ້ເວລາພຽງຫ້ານາທີເທົ່ານັ້ນ ແລະ ຂ້ອຍສາມາດເອົາເງິນໃຫ້ເປັນຄ່ານ້ຳມັນເຈົ້າໄດ້”, ພວກເຂົາຢ້ານວ່າຄົນນັ້ນອາດບໍ່ຈ່າຍເງິນຫຼັງຈາກທີ່ໄປຮອດຈຸດໝາຍແລ້ວ ແລະ ຊອກຫາຂໍ້ອ້າງເພື່ອປະຕິເສດບໍ່ໃຫ້ລາວຕິດລົດໄປນຳ, ນີ້ຄືການເປັນຄົນຂີ້ຖີ່. ຍັງມີຄົນທີ່ເມື່ອມີຄົນມາຂໍຢືມບາງສິ່ງບາງຢ່າງຈາກພວກເຂົາ ແລະ ພວກເຂົາບໍ່ຢາກໃຫ້ຢືມ, ພວກເຂົາກໍເວົ້າວ່າ “ຂ້ອຍກຳລັງໃຊ້ມັນຢູ່ຕອນນີ້. ຂ້ອຍບໍ່ສະດວກທີ່ຈະໃຫ້ເຈົ້າຢືມແທ້ໆ. ເຈົ້າຄວນໄປຂໍຢືມຄົນອື່ນ”. ພວກເຂົາຂີ້ຖີ່ ແລະ ໃຈແຄບທີ່ສຸດ; ພວກເຂົາບໍ່ມີປະຕິສຳພັນທີ່ເປັນປົກກະຕິລະຫວ່າງບຸກຄົນ ແລະ ຢ້ານຫຼາຍທີ່ຈະຖືກຄົນອື່ນເອົາປຽບ, ໃນຂະນະທີ່ຫວັງຢູ່ສະເໝີທີ່ຈະເອົາປຽບຄົນອື່ນ. ສິ່ງນີ້ເອີ້ນວ່າ ການເປັນຄົນຂີ້ຖີ່. ຍັງມີຄົນທີ່ເມື່ອເຈົ້າຂໍຢືມເງິນສິບຢວນເພື່ອຊື້ເຂົ້າກິນ ແລະ ສິ່ງອື່ນໆ, ພວກເຂົາກໍຄິດວ່າ: “ຂ້ອຍຈະໃຫ້ເຈົ້າຢືມພຽງຫ້າຢວນສຳລັບຄ່າເຂົ້າກິນເທົ່ານັ້ນ, ບໍ່ໃຫ້ຫຼາຍກວ່ານີ້, ແມ່ນແຕ່ເຊັນດຽວກໍບໍ່ໃຫ້!” ມື້ຕໍ່ມາເມື່ອພວກເຂົາເຫັນເຈົ້າ, ພວກເຂົາເຖິງກັບຖາມວ່າ “ເຂົ້າຄາບນັ້ນເປັນແນວໃດ? ເຈົ້າໃຊ້ເງິນຫ້າຢວນນັ້ນໝົດເລີຍບໍ?” ຄຳເວົ້າຂອງພວກເຂົາບອກໃບ້ຢ່າງມີເລ່ຫຼ່ຽມວ່າ “ຟ້າວເອົາເງິນມາຄືນຂ້ອຍແດ່! ເຈົ້າຍັງຕິດໜີ້ຄ່າເຂົ້າຄາບນັ້ນນຳຂ້ອຍຢູ່. ຖ້າເຈົ້າບໍ່ເອົາເງິນມາຄືນຂ້ອຍ, ເຈົ້າກໍຕ້ອງລ້ຽງເຂົ້າຂ້ອຍ!” ຄົນປະເພດນີ້ເປັນຄົນໃຈແຄບທີ່ສຸດໃນການປະພຶດຕົນຂອງພວກເຂົາ ແລະ ຊຳນານໃນການຄິດຄຳນວນ. ພວກເຂົາບໍ່ພຽງແຕ່ຊຳນານໃນການຄິດຄຳນວນເມື່ອເວົ້າເຖິງສິ່ງຂອງທາງວັດຖຸເທົ່ານັ້ນ ແຕ່ຍັງຊຳນານເປັນພິເສດໃນການຄິດຄຳນວນໃນປະຕິສຳພັນລະຫວ່າງບຸກຄົນອີກດ້ວຍ. ບໍ່ວ່າຄົນໃດໜຶ່ງຈະເວົ້າຫຍັງກັບພວກເຂົາກໍຕາມ, ພວກເຂົາກໍມັກຈະຕີຄວາມໝາຍ ແລະ ໄຕ່ຕອງເຖິງຄວາມໝາຍທີ່ຢູ່ເບື້ອງຫຼັງຄຳເວົ້ານັ້ນຢູ່ສະເໝີ. ຖ້າຄຳເວົ້ານັ້ນທຳຮ້າຍພວກເຂົາ ຫຼື ລ່ວງລະເມີດຜົນປະໂຫຍດຂອງພວກເຂົາ, ພວກເຂົາກໍຈະຕອບໂຕ້ໃນທັນທີ. ແມ່ນແຕ່ໃນການສົນທະນາ, ພວກເຂົາກໍພະຍາຍາມເອົາປຽບ ແລະ ປະຕິເສດຢ່າງເດັດຂາດທີ່ຈະຍອມເສຍປຽບ. ສິ່ງນີ້ບໍ່ແມ່ນພຽງແຕ່ການເປັນຄົນໃຈແຄບ ຫຼື ຂີ້ຖີ່ອີກຕໍ່ໄປ, ມັນເປັນອຸປະນິໄສທີ່ເສື່ອມຊາມ. ຖ້າມັນກ່ຽວຂ້ອງກັບການພະຍາຍາມເອົາປຽບ ແລະ ຫຼີກລ່ຽງການເສຍປຽບໃນປະຕິສຳພັນທາງດ້ານວັດຖຸ ແລະ ການເງິນໃນຊີວິດປະຈຳວັນຢູ່ສະເໝີ, ສິ່ງນີ້ກໍເປັນພຽງຂໍ້ບົກຜ່ອງຂອງຄວາມເປັນມະນຸດ ແລະ ຍັງບໍ່ທັນເຖິງລະດັບຂອງອຸປະນິໄສທີ່ເສື່ອມຊາມ. ເຖິງຢ່າງໃດກໍຕາມ, ຖ້າມັນກ່ຽວຂ້ອງກັບຫຼັກການຂອງການປະພຶດຕົນ ແລະ ການກະທຳ, ແລ້ວມັນກໍບໍ່ແມ່ນຂໍ້ບົກຜ່ອງຂອງຄວາມເປັນມະນຸດອີກຕໍ່ໄປ ແຕ່ໄດ້ຍົກລະດັບຂຶ້ນເປັນອຸປະນິໄສທີ່ເສື່ອມຊາມ. ແລ້ວຄວາມເອື້ອເຟື້ອເພື່ອແຜ່ຈັດຢູ່ໃນດ້ານໃດ? (ຂໍ້ດີຂອງຄວາມເປັນມະນຸດ). ສິ່ງນີ້ສາມາດຈັດເປັນຂໍ້ດີຂອງຄວາມເປັນມະນຸດໄດ້. ໃນການພົວພັນກັບຄົນອື່ນ, ຄົນທີ່ເອື້ອເຟື້ອເພື່ອແຜ່ບໍ່ໄດ້ໃສ່ໃຈຫຼາຍປານໃດກ່ຽວກັບຜົນປະໂຫຍດ ແລະ ສິ່ງທີ່ສູນເສຍ. ເມື່ອຄົນອື່ນເອົາປຽບເລັກໆນ້ອຍໆ ຫຼື ເອົາບາງສິ່ງບາງຢ່າງໄປຈາກພວກເຂົາເລັກນ້ອຍ ຫຼື ບາງຄັ້ງເມື່ອຄົນໃດໜຶ່ງບໍ່ສົ່ງເງິນທີ່ຢືມໄປຄືນໃຫ້ພວກເຂົາ, ພວກເຂົາກໍບໍ່ໄດ້ຄິດຄຳນວນກ່ຽວກັບເລື່ອງດັ່ງກ່າວແທ້ໆ. ພວກເຂົາຂ້ອນຂ້າງເອື້ອເຟື້ອເພື່ອແຜ່ ແລະ ອົດທົນຕໍ່ຄົນອື່ນ, ນີ້ຄືຂໍ້ດີຂອງຄວາມເປັນມະນຸດ.
ຄວາມໃຈແຄບ
ການເປັນຄົນໃຈແຄບແມ່ນບັນຫາປະເພດໃດ? (ຂໍ້ບົກຜ່ອງຂອງຄວາມເປັນມະນຸດ). ມັນເປັນຂໍ້ບົກຜ່ອງຂອງຄວາມເປັນມະນຸດ. ແມ່ນຫຍັງຄືການສະແດງອອກຂອງຄວາມໃຈແຄບ? (ແນວໂນ້ມທີ່ຈະຈຸກຈິກເກີນໄປກັບເລື່ອງເລັກໆນ້ອຍໆ). ຕົວຢ່າງ: ໃນລະຫວ່າງທີ່ກິນເຂົ້າ ຖ້າເຈົ້າເວົ້າກັບຄົນໃຈແຄບວ່າ “ເຈົ້າກິນເກັ່ງຫຼາຍແທ້ໆ, ເຈົ້າກິນຫຼາຍກວ່າຄົນທົ່ວໄປ”, ພວກເຂົາກໍໃຈຮ້າຍ “ເຈົ້າກຳລັງເອີ້ນຂ້ອຍວ່າເປັນຄົນພາໂລບໍ?” ເຈົ້າໄດ້ສະແດງຄວາມຄິດເຫັນທີ່ບັງເອີນໄປທຳຮ້າຍພວກເຂົາ ຫຼື ເຮັດໃຫ້ພວກເຂົາບໍ່ພໍໃຈ ແລະ ພວກເຂົາເກັບມັນມາໃສ່ໃຈ ແລະ ຈະບໍ່ຍອມປ່ອຍວາງ. ພວກເຂົາສາມາດໃຈຮ້າຍໃຫ້ເຈົ້າເປັນເວລາເຄິ່ງເດືອນ ແລະ ປະຕິເສດທີ່ຈະເວົ້າກັບເຈົ້າ ແລະ ເຈົ້າກໍຈະບໍ່ຮູ້ເລີຍວ່າອັນໃດເປັນສາເຫດຂອງເລື່ອງນີ້. ໃນຄວາມເປັນຈິງແລ້ວ, ເຈົ້າພຽງແຕ່ເວົ້າຫຼິ້ນໆໂດຍບໍ່ມີເຈດຕະນາທີ່ຈະເຍາະເຍີ້ຍພວກເຂົາ, ແຕ່ພວກເຂົາພັດຂະຫຍາຍຄຳຄິດເຫັນນີ້ໃຫ້ໃຫຍ່ໂຕ, ໂດຍເຊື່ອວ່າພວກເຂົາກຳລັງຖືກຫົວຂວັນ. ພວກເຂົາເກັບແມ່ນແຕ່ເລື່ອງເລັກໆນ້ອຍໆນີ້ມາໃສ່ໃຈ ແລະ ເວົ້າເກີນຈິງຢ່າງບໍ່ມີທີ່ສິ້ນສຸດ, ເຮັດໃຫ້ເລື່ອງໃຫຍ່ໂຕເກີນຄວາມເປັນຈິງ ແລະ ບໍ່ຍອມໃຫ້ອະໄພເລີຍ, ນີ້ຄືຄວາມໃຈແຄບ. ຄົນປະເພດນີ້ສາມາດໃຈແຄບໄດ້ສໍ່າໃດ? ພວກເຂົາສາມາດເອົາແຕ່ໃຈຄືກັບເດັກນ້ອຍ, ບໍ່ມີໃຜກ້າເຮັດໃຫ້ພວກເຂົາໃຈຮ້າຍ. ເມື່ອພົວພັນກັບພວກເຂົາ, ເຈົ້າຕ້ອງລະມັດລະວັງຢູ່ສະເໝີ, ບໍ່ກ້າເວົ້າກັບພວກເຂົາຕາມປົກກະຕິ, ເພາະຖ້າເຈົ້າເວົ້າອອກໄປ, ສິ່ງໃດກໍຕາມທີ່ເຈົ້າເວົ້າອາດຈະເຮັດໃຫ້ພວກເຂົາຜິດໃຈ ຫຼື ທຳຮ້າຍພວກເຂົາ ແລະ ນັ້ນກໍຈະສົ່ງຜົນຕາມມາຄື: ໃນຄັ້ງຕໍ່ໄປທີ່ພວກເຈົ້າພົບກັນ, ພວກເຂົາກໍຈະເຮັດໜ້າບູດບ້ຽວໃສ່ເຈົ້າ, ຫຼີກລ່ຽງການສົບຕາ ແລະ ເຖິງກັບທຳລາຍເຄື່ອງຂອງ. ຖ້າເຈົ້າພະຍາຍາມລົມກັບພວກເຂົາ, ພວກເຂົາກໍຈະບໍ່ສົນໃຈເຈົ້າ. ການລົມກັບພວກເຂົາກ່ຽວກັບສິ່ງຕ່າງໆ ຫຼື ການພະຍາຍາມກ້ຽວກ່ອມພວກເຂົາກໍບໍ່ໄດ້ຜົນ. ຖ້າເຈົ້ານັ່ງໃກ້ພວກເຂົາ, ພວກເຂົາກໍຈະຫຼີກລ່ຽງເຈົ້າ ແລະ ບໍ່ສົນໃຈເຈົ້າ. ບໍ່ວ່າພວກເຂົາຈະອາຍຸເທົ່າໃດກໍຕາມ, ພວກເຂົາກໍມັກຈະອາລະວາດຄືກັບເດັກນ້ອຍ ແລະ ເຮັດແບບເອົາແຕ່ໃຈຢູ່ສະເໝີ, ນີ້ບໍ່ແມ່ນຄວາມໃຈແຄບບໍ? (ແມ່ນແລ້ວ). ນີ້ຄືຂໍ້ບົກຜ່ອງຂອງຄວາມເປັນມະນຸດ. ຄົນແບບນີ້ເຂົ້າກັບຄົນອື່ນໄດ້ຍາກຫຼາຍ. ເມື່ອອ້າຍເອື້ອຍນ້ອງໂອ້ລົມກັນຢ່າງເປີດໃຈ, ໂດຍຊີ້ໃຫ້ເຫັນຂໍ້ບົກຜ່ອງຂອງກັນ ແລະ ກັນ, ກໍບໍ່ມີໃຜກ້າຊີ້ໃຫ້ເຫັນສິ່ງໃດກັບຄົນປະເພດນີ້. ແຕ່ຖ້າບໍ່ໄດ້ໂອ້ລົມເລື່ອງເຫຼົ່ານີ້ຮ່ວມກັບພວກເຂົາ, ພວກເຂົາກໍເລີ່ມບໍ່ພໍໃຈ ແລະ ເລີ່ມມີຄວາມຄິດບາງຢ່າງວ່າ: “ພວກເຈົ້າທຸກຄົນໂອ້ລົມກັນຢ່າງເປີດໃຈ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ແຕ່ພວກເຈົ້າບໍ່ປະຕິບັດຕໍ່ຂ້ອຍຄືກັບອ້າຍເອື້ອຍນ້ອງ”. ການບໍ່ເວົ້າຫຍັງກັບພວກເຂົາເລີຍກໍບໍ່ດີ, ເຈົ້າຕ້ອງເວົ້າບາງສິ່ງບາງຢ່າງກັບພວກເຂົາເລັກນ້ອຍວ່າ: “ເຈົ້າເກັ່ງຫຼາຍ, ແຕ່ບາງຄັ້ງອາລົມຂອງເຈົ້າກໍບໍ່ຄ່ອຍດີປານໃດ. ເຖິງຢ່າງໃດກໍຕາມ, ພວກເຮົາກໍມີຂໍ້ຜິດພາດຂອງພວກເຮົາຄືກັນ ແລະ ມັກຈະບໍ່ໃສ່ໃຈກັບສິ່ງທີ່ພວກເຮົາກຳລັງເວົ້າ”. ຖ້າເຈົ້າບໍ່ເວົ້າແບບນັ້ນ ແລະ ພຽງແຕ່ເວົ້າວ່າພວກເຂົາມີອາລົມຮ້າຍ ແລະ ໃຈແຄບ, ມັນກໍຈະບໍ່ໄດ້ຜົນ, ພວກເຂົາຈະໃຈຮ້າຍ. ເມື່ອພົວພັນກັບພວກເຂົາ, ເຈົ້າຕ້ອງລະມັດລະວັງເປັນພິເສດ ແລະ ເວົ້າຢ່າງລະມັດລະວັງ. ຖ້າເຈົ້າເວົ້າສິ່ງໜຶ່ງທີ່ບໍ່ເໝາະສົມ, ເຈົ້າກໍຈະຕ້ອງແບກຮັບຜົນທີ່ຕາມມາ. ສະນັ້ນ, ມັນຈຶ່ງອິດເມື່ອຍເປັນພິເສດທີ່ຈະພົວພັນກັບພວກເຂົາ. ຜູ້ບໍ່ມີຄວາມເຊື່ອມີຄຳສັບສຳລັບສິ່ງນີ້, ພວກເຂົາເວົ້າວ່າຄົນປະເພດນີ້ມີ “ຫົວໃຈແກ້ວ”, ເຊິ່ງໝາຍຄວາມວ່າພວກເຂົາຮູ້ສຶກເຈັບປວດໄດ້ງ່າຍເປັນພິເສດ. ພຽງແຕ່ມີເລື່ອງເລັກນ້ອຍ, ຄົນແບບນີ້ກໍຮູ້ສຶກເຈັບປວດ, ເລີ່ມຮ້ອງໄຫ້, ປະຕິເສດທີ່ຈະກິນເຂົ້າ, ນອນບໍ່ຫຼັບ ແລະ ເລີ່ມຄິດລົບ. ພວກເຂົາເວົ້າວ່າ “ພວກເຈົ້າທຸກຄົນເວົ້າວ່າຂ້ອຍບໍ່ດີ. ພວກເຈົ້າບໍ່ມີໃຜມັກຂ້ອຍເລີຍ, ພວກເຈົ້າບໍ່ມີໃຜລົມກັບຂ້ອຍເລີຍ ແລະ ພວກເຈົ້າທຸກຄົນຫຼີກລ່ຽງຂ້ອຍ ແລະ ບໍ່ຢາກຢູ່ໃກ້ຂ້ານ້ອຍ”. ນີ້ບໍ່ແມ່ນນິໄສເດັກນ້ອຍບໍ? (ແມ່ນແລ້ວ). ມີຄົນເວົ້າວ່າ: “ຫົວໃຈຂອງເຈົ້າອ່ອນແອຫຼາຍ, ຄືກັບແກ້ວ, ມັນແຕກສະຫຼາຍເມື່ອຖືກກະທົບກະເທືອນພຽງເລັກນ້ອຍ. ໃຜຈະກ້າເປີດໂປງເຈົ້າ? ໃຜຈະກ້າພົວພັນກັບເຈົ້າ? ທຸກຄົນລ້ວນແຕ່ຢ້ານທີ່ຈະເຮັດແບບນັ້ນ”. ການເວົ້າວ່າຄົນປະເພດນີ້ມີຄວາມເປັນມະນຸດທີ່ຊົ່ວຮ້າຍກໍຄົງຈະບໍ່ເປັນກາງ, ພວກເຂົາບໍ່ໄດ້ມີສ່ວນຮ່ວມໃນການກະທຳທີ່ຊົ່ວຮ້າຍໃດໆແທ້ໆ. ມັນເປັນພຽງແຕ່ພວກເຂົາຄຽດງ່າຍເປັນພິເສດ, ພວກເຂົາເອົາແຕ່ໃຈ, ຈຸກຈິກ ແລະ ມີອາລົມຄືກັບເດັກນ້ອຍ. ເຈົ້າບໍ່ສາມາດໄປຂັດໃຈ ຫຼື ເຮັດໃຫ້ພວກເຂົາໃຈຮ້າຍໄດ້. ຖ້າເຈົ້າໃຫ້ອະໄພພວກເຂົາ, ພວກເຂົາກໍເວົ້າວ່າເຈົ້າກຳລັງດູຖູກພວກເຂົາ ແລະ ບໍ່ຈິງຈັງກັບພວກເຂົາ; ຖ້າເຈົ້າຈິງຈັງກັບພວກເຂົາ, ພວກເຂົາກໍເວົ້າວ່າເຈົ້າກຳລັງຈຸກຈິກກັບພວກເຂົາ, ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ, ມັນກໍຜິດ. ເມື່ອພົວພັນກັບຄົນປະເພດນີ້, ຖ້າວິທີການຂອງເຈົ້າເໝາະສົມ ແລະ ເຈົ້າສາມາດເຮັດໃຫ້ພວກເຂົາພໍໃຈໄດ້, ເຖິງແມ່ນວ່າຂີດຄວາມສາມາດຂອງພວກເຂົາຈະຂ້ອນຂ້າງຕໍ່າ, ພວກເຂົາກໍສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ດີ. ແຕ່ຖ້າວິທີການຂອງເຈົ້າບໍ່ເໝາະສົມ ແລະ ມີບາງສິ່ງບາງຢ່າງເຮັດໃຫ້ພວກເຂົາບໍ່ພໍໃຈ, ພວກເຂົາກໍຈະເລີ່ມຄິດລົບ ແລະ ເຈົ້າກໍຕ້ອງລະດົມສະໝອງຄິດຫາວິທີເພື່ອເອົາໃຈພວກເຂົາ. ຄົນທີ່ໃຈແຄບເປັນຄົນທີ່ສ້າງຄວາມຫຍຸ້ງຍາກຫຼາຍ. ກັບເລື່ອງເລັກໆນ້ອຍໆ, ພວກເຂົາສາມາດຮ້ອງໄຫ້ໄດ້ເປັນເວລາດົນ, ຈົນຕາຂອງພວກເຂົາແດງຫຼາຍ. ຖ້າເລື່ອງເລັກໆນ້ອຍໆບໍ່ເປັນໄປຕາມທີ່ພວກເຂົາຕ້ອງການ, ພວກເຂົາກໍສາມາດໜ້າບູດໄດ້ເປັນເວລາຫຼາຍຊົ່ວໂມງ. ເມື່ອພວກເຂົາອາລົມບໍ່ດີ, ພວກເຂົາສາມາດຢູ່ໄດ້ເປັນເວລາເຄິ່ງເດືອນໂດຍບໍ່ສົນໃຈ ຫຼື ບໍ່ເວົ້າກັບຄົນອື່ນ. ຄົນປະເພດນີ້ມີອາລົມຮ້າຍ ແລະ ໃຈແຄບ, ແຕ່ພວກເຂົາກໍຍັງເຮັດວຽກທີ່ພວກເຂົາຄວນເຮັດ, ມັນເປັນພຽງແຕ່ພວກເຂົາເຮັດມັນດ້ວຍຄວາມໃຈຮ້າຍເທົ່ານັ້ນ. ເມື່ອອາລົມຂອງພວກເຂົາດີຂຶ້ນ, ພວກເຂົາກໍສາມາດເຮັດວຽກໄດ້ດີອີກຄັ້ງ. ໂດຍລວມແລ້ວ, ຂໍ້ບົກຜ່ອງ ແລະ ບັນຫາຂອງຄວາມເປັນມະນຸດຂອງພວກເຂົານີ້ແມ່ນຮ້າຍແຮງ. ພວກເຂົາມີແນວໂນ້ມທີ່ຈະສ້າງບັນຍາກາດທີ່ຕຶງຄຽດ ແລະ ສ້າງບັນຫາ ພ້ອມທັງສ້າງພາລະໃຫ້ກັບທັງຕົວພວກເຂົາເອງ ແລະ ຄົນອື່ນ. ຄົນປະເພດນີ້ບໍ່ມີຄວາມໃຈກວ້າງຂອງຜູ້ໃຫຍ່ ຫຼື ທັດສະນະຄະຕິໃນການດຳລົງຊີວິດທາງໂລກແບບຜູ້ໃຫຍ່. ພວກເຂົາຄ້າຍຄືກັບເດັກນ້ອຍອາຍຸປະມານສິບປີ, ເຈົ້າບໍ່ສາມາດເວົ້າໄດ້ວ່າພວກເຂົາມີເຫດຜົນ, ເພາະພວກເຂົາບໍ່ໄດ້ມີເຫດຜົນແທ້ໆ, ແຕ່ເຈົ້າກໍບໍ່ສາມາດເວົ້າໄດ້ວ່າພວກເຂົາບໍ່ເປັນຜູ້ໃຫຍ່, ເພາະພວກເຂົາມັກຈະເວົ້າຄືກັບຜູ້ໃຫຍ່. ຖ້າເຈົ້າປະຕິບັດຕໍ່ພວກເຂົາຄືກັບຜູ້ໃຫຍ່, ແລ້ວມັນກໍເປັນໄປໄດ້ວ່າສິ່ງໃດກໍຕາມທີ່ເຈົ້າເວົ້າອາດຈະເຮັດໃຫ້ພວກເຂົາບໍ່ພໍໃຈ ແລະ ເຮັດໃຫ້ພວກເຂົາຮູ້ສຶກຖືກບີບຄັ້ນ, ເຊິ່ງເຮັດໃຫ້ພວກເຂົາອາລະວາດຄືກັບເດັກນ້ອຍຢ່າງກະທັນຫັນ. ແຕ່ຖ້າເຈົ້າປະຕິບັດຕໍ່ພວກເຂົາຄືກັບເດັກນ້ອຍ, ພວກເຂົາກໍຈະຮູ້ສຶກວ່າເຈົ້າກຳລັງດູຖູກພວກເຂົາ. ສະຫຼຸບແລ້ວ, ພວກເຂົາບໍ່ປົກກະຕິຫຼາຍ. ນີ້ຄືຂໍ້ບົກຜ່ອງຂອງຄວາມເປັນມະນຸດ. ຖ້າຄົນໃດໜຶ່ງມີບັນຫາປະເພດນີ້, ພວກເຂົາກໍຄວນປ່ຽນແປງ ແລະ ພະຍາຍາມຮຽນຮູ້ທີ່ຈະອົດທົນ ແລະ ອົດກັ້ນ, ຮຽນຮູ້ທີ່ຈະຮັບມື ແລະ ຈັດການກັບບັນຫາດ້ວຍວິທີທີ່ຖືກຕ້ອງ ແລະ ດ້ວຍທັດສະນະຄະຕິທີ່ຖືກຕ້ອງ ແລະ ພົວພັນກັບຄົນອື່ນໃນລັກສະນະທີ່ມີເຫດຜົນຂອງຄົນປົກກະຕິ. ເຖິງແມ່ນວ່າຄົນສ່ວນໃຫຍ່ບໍ່ຍອມຮັບຄວາມຈິງ ຫຼື ວິທີການເຮັດສິ່ງຕ່າງໆທີ່ຖືກຕ້ອງ, ເຈົ້າກໍບໍ່ຄວນຖືກບີບຄັ້ນ ຫຼື ໄດ້ຮັບອິດທິພົນຈາກສິ່ງນີ້ ແລະ ເຈົ້າບໍ່ຄວນຖືກຈຳກັດ ຫຼື ຜູກມັດໂດຍສິ່ງນີ້. ເຈົ້າຍັງຄວນຢືນຢັດທີ່ຈະເຮັດສິ່ງຕ່າງໆດ້ວຍວິທີທີ່ຖືກຕ້ອງ. ເຖິງແມ່ນວ່າເຈົ້າຈະຮູ້ສຶກວ່າມັນຍາກກໍຕາມ, ຢ່າຍອມແພ້, ນີ້ກໍເປັນສ່ວນໜຶ່ງຂອງຂະບວນການຮຽນຮູ້ເຊັ່ນກັນ. ເທື່ອລະໜ້ອຍ, ຄວາມເປັນມະນຸດ, ຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ດ້ານອື່ນໆຂອງເຈົ້າກໍຈະເປັນຜູ້ໃຫຍ່ຂຶ້ນ ແລະ ເຈົ້າຈະເຕີບໂຕຂຶ້ນ. ເຄື່ອງໝາຍຂອງການເຕີບໂຕແມ່ນຫຍັງ? ມັນຄືການທີ່ສາມາດເຂົ້າກັບຄົນສ່ວນໃຫຍ່ໄດ້ຢ່າງກົມກຽວ; ມັນຄືການທີ່ສາມາດທົນຮັບມັນໄດ້, ເຂົ້າໃຈມັນ ແລະ ປະຕິບັດຕໍ່ມັນຢ່າງຖືກຕ້ອງ ເມື່ອຄົນໃດໜຶ່ງເວົ້າບາງສິ່ງບາງຢ່າງທີ່ບໍ່ໜ້າຟັງ, ເວົ້າຢອກ ຫຼື ເວົ້າບາງສິ່ງບາງຢ່າງທີ່ເຮັດໃຫ້ເຈົ້າເຈັບປວດ. ຖ້າສິ່ງທີ່ຄົນອື່ນເວົ້າຟັງເບິ່ງຄືວ່າບໍ່ໜ້າຟັງ ແຕ່ສະທ້ອນເຖິງສະຖານະການຕົວຈິງຂອງເຈົ້າ, ເຈົ້າກໍຄວນຍອມຮັບ ແລະ ຮັບຮູ້ມັນ. ຖ້າຄົນໃດໜຶ່ງບັງເອີນເວົ້າບາງສິ່ງບາງຢ່າງທີ່ເຮັດໃຫ້ເຈົ້າຜິດໃຈ ແລະ ເຈົ້າເຫັນວ່າມັນບໍ່ແມ່ນການເວົ້າແບບຕັ້ງໃຈ, ເຈົ້າກໍຄວນເລືອກທີ່ຈະປະຕິບັດຄວາມອົດທົນ. ຖ້າຄົນໃດໜຶ່ງຕັ້ງໃຈແນເປົ້າໃສ່ເຈົ້າ ແລະ ເວົ້າບາງສິ່ງບາງຢ່າງທີ່ທຳຮ້າຍຈິດໃຈຫຼາຍ, ແລ້ວເຈົ້າກໍຈຳເປັນຕ້ອງສະຫງົບສະຕິອາລົມ, ອະທິຖານຕໍ່ພຣະເຈົ້າ ແລະ ສະແຫວງຫາວ່າ: “ເປັນຫຍັງພວກເຂົາຈຶ່ງແນເປົ້າໃສ່ຂ້ານ້ອຍແບບນີ້? ເຈດຕະນາຂອງພວກເຂົາແມ່ນຫຍັງ? ພວກເຂົາເປັນຄົນຊົ່ວຮ້າຍບໍ ຫຼື ນີ້ຄືການເປີດເຜີຍຂອງອຸປະນິໄສທີ່ເສື່ອມຊາມ? ຖ້າພວກເຂົາເປັນຄົນຊົ່ວຮ້າຍ, ແລ້ວຂ້ານ້ອຍກໍຈຳເປັນຕ້ອງມີການແຍກແຍະຫຼາຍຂຶ້ນ ແລະ ລະມັດລະວັງພວກເຂົາ. ຖ້າສິ່ງທີ່ພວກເຂົາເວົ້າຖືກຕ້ອງ ແລະ ສອດຄ່ອງກັບຄວາມຈິງ, ຂ້ານ້ອຍກໍຈະຍອມຮັບມັນ; ຖ້າມັນບໍ່ຖືກຕ້ອງ, ແລ້ວມັນກໍບໍ່ຈຳເປັນຕ້ອງໂຕ້ຖຽງກັບພວກເຂົາ. ຖ້າພວກເຂົາກຳລັງເປີດເຜີຍອຸປະນິໄສທີ່ເສື່ອມຊາມ, ຂ້ານ້ອຍກໍຈະເບິ່ງວ່າພວກເຂົາສາມາດຍອມຮັບຄວາມຈິງໄດ້ ຫຼື ບໍ່. ຖ້າພວກເຂົາສາມາດຍອມຮັບຄວາມຈິງໄດ້, ແລ້ວຂ້ານ້ອຍກໍຈະໂອ້ລົມຄວາມຈິງກັບພວກເຂົາ. ຖ້າພວກເຂົາບໍ່ຍອມຮັບຄວາມຈິງ, ແລ້ວຂ້ານ້ອຍກໍສາມາດປະຕິບັດພຽງຄວາມອົດກັ້ນເທົ່ານັ້ນ”. ນັ້ນບໍ່ໄດ້ແກ້ໄຂບັນຫາບໍ? ໂດຍການເຮັດເຊັ່ນນີ້ ເມື່ອເຈົ້າພົວພັນກັບຄົນທຸກປະເພດ, ເຈົ້າກໍສາມາດອົດທົນກັນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ພ້ອມທັງເຂົ້າກັບພວກເຂົາໄດ້ຢ່າງກົມກຽວ, ສິ່ງນີ້ດີກວ່າການເປັນຄົນໃຈແຄບສະເໝີ. ຄົນໃຈແຄບ, ໃນດ້ານໜຶ່ງ, ໄດ້ນຳຄວາມບໍ່ສະບາຍໃຈຢ່າງໃຫຍ່ຫຼວງມາສູ່ຄົນອື່ນ ແລະ ໃນອີກດ້ານໜຶ່ງ ພວກເຂົາກໍບໍ່ສາມາດເຂົ້າກັບກຸ່ມໃດກຸ່ມໜຶ່ງໄດ້, ເຊິ່ງເບິ່ງຄືວ່າໂດດດ່ຽວຫຼາຍ ແລະ ບໍ່ເຂົ້າພວກຫຼາຍ. ຄົນໃຈດີບາງຄົນຈະຮູ້ສຶກສົງສານເຈົ້າ ແລະ ທຸກຄົນກໍຢາກຈະຊ່ວຍເຫຼືອເຈົ້າແທ້ໆ, ເພາະພວກເຈົ້າທຸກຄົນລ້ວນແຕ່ເປັນອ້າຍເອື້ອຍນ້ອງກັນ, ແຕ່ເມື່ອເຈົ້າແຍກຕົວເອງອອກມາ ແລະ ຢູ່ຄົນດຽວແບບນີ້ສະເໝີ, ເຈົ້າບໍ່ຄິດບໍວ່າເຈົ້າເບິ່ງຄືວ່າເປັນຄົນທີ່ເຂົ້າກັບຄົນຍາກສຳລັບຄົນອື່ນ? (ແມ່ນແລ້ວ). ເປັນຫຍັງເຈົ້າຈຶ່ງບໍ່ເຂົ້າພວກ? ມັນເປັນເພາະວ່າເຈົ້າມີຂໍ້ບົກຜ່ອງນີ້ຂອງຄວາມເປັນມະນຸດ, ສະນັ້ນ ເຈົ້າຈຶ່ງຄວນພະຍາຍາມເອົາຊະນະມັນ ແລະ ຄ່ອຍໆປ່ຽນແປງ, ແມ່ນບໍ? (ແມ່ນແລ້ວ).
ການມີອາລົມຮ້າຍ
ການມີອາລົມຮ້າຍ, ການເປັນຄົນໃຈຮ້ອນ, ສິ່ງນີ້ຈັດຢູ່ໃນດ້ານໃດ? (ຂໍ້ບົກຜ່ອງຂອງຄວາມເປັນມະນຸດ). ການມີອາລົມຮ້າຍຍັງສາມາດເອີ້ນວ່າການເປັນຄົນໃຈຮ້ອນໄດ້ອີກດ້ວຍ, ສິ່ງນີ້ນັບວ່າເປັນຂໍ້ບົກຜ່ອງຂອງຄວາມເປັນມະນຸດບໍ? (ບໍ່). ຄວນເບິ່ງເລື່ອງນີ້ແນວໃດ? ຄົນທີ່ມີອາລົມດີ, ເປັນຄົນໜ້າເນື້ອໃຈເສືອ, ເວົ້າດ້ວຍທ່າທີທີ່ອ່ອນໂຍນ ແລະ ເປັນມິດຢູ່ສະເໝີ, ບໍ່ເຄີຍໂຕ້ຖຽງກັບໃຜ ແລະ ມັກເວົ້າໃນສິ່ງທີ່ຄົນອື່ນຢາກຟັງຢູ່ສະເໝີ, ສິ່ງນີ້ດີບໍ? (ບໍ່). ຖ້າມີຄົນເວົ້າວ່າຄົນໆນີ້ເປັນຄົນດິບໆ, ລາວກໍເວົ້າວ່າ: “ການເປັນຄົນດິບໆກໍດີ; ຄົນດິບໆບໍ່ສ້າງບັນຫາ”. ຖ້າມີຄົນເວົ້າວ່າລາວຫົວລ້ານ, ລາວກໍເວົ້າວ່າ “ການເປັນຄົນຫົວລ້ານກໍດີ; ຄົນຫົວລ້ານເປັນຄົນສະຫຼາດ”. ນັ້ນກໍຄື ບໍ່ວ່າຄົນອື່ນຈະເວົ້າຫຍັງ ຫຼື ຄົນອື່ນຈະປະຕິບັດຕໍ່ລາວແນວໃດກໍຕາມ, ລາວກໍບໍ່ເຄີຍອາລົມເສຍ ຫຼື ໃຈຮ້າຍເລີຍ, ຄົນປະເພດນີ້ດີບໍ? (ບໍ່). ເມື່ອເວົ້າເຖິງຄົນທີ່ລາວມັກແທ້ໆ, ຄວາມຄິດ ແລະ ມຸມມອງຂອງລາວກ່ຽວກັບຄົນດີ ແລະ ສິ່ງທີ່ດີ ພ້ອມທັງຄົນຊົ່ວຮ້າຍ ແລະ ສິ່ງທີ່ຊົ່ວຮ້າຍແມ່ນຫຍັງ ແລະ ລາວເຫັນດີນຳຄົນດີ ແລະ ລັງກຽດຄົນຊົ່ວຮ້າຍ ຫຼື ເຫັນດີນຳຄົນຊົ່ວຮ້າຍ ແລະ ລັງກຽດຄົນດີ, ລາວບໍ່ມີມຸມມອງ ຫຼື ຈຸດຢືນທີ່ຊັດເຈນກ່ຽວກັບສິ່ງເຫຼົ່ານີ້ ແລະ ລາວກໍບໍ່ອອກຄວາມຄິດເຫັນກ່ຽວກັບສິ່ງໃດເລີຍ. ບໍ່ວ່າລາວຈະພົບພໍ້ກັບເລື່ອງໃດກໍຕາມ, ລາວກໍມັກຈະຍິ້ມຮັບແລ້ວກໍປ່ອຍຜ່ານຢູ່ສະເໝີ ແລະ ລາວກໍເປັນຄົນທີ່ເຫັນດີນຳງ່າຍເປັນພິເສດ ແລະ ບໍ່ມີອາລົມຮ້າຍ. ນີ້ຄືຂໍ້ດີຂອງຄວາມເປັນມະນຸດບໍ? (ບໍ່). ການມີອາລົມດີບໍ່ແມ່ນຂໍ້ດີຂອງຄວາມເປັນມະນຸດ, ແລ້ວການມີອາລົມຮ້າຍເປັນຂໍ້ບົກຜ່ອງຂອງຄວາມເປັນມະນຸດບໍ? ການທີ່ຄົນໆໜຶ່ງມີອາລົມດີ ຫຼື ຮ້າຍສາມາດກຳນົດໄດ້ບໍວ່າຄວາມເປັນມະນຸດຂອງລາວເປັນແນວໃດ? (ບໍ່). ຕົວຢ່າງ: ບາງຄົນເຫັນຄົນໃດໜຶ່ງເຮັດແບບພໍແລ້ວມືແລ້ວຕີນໃນໜ້າທີ່ຂອງພວກເຂົາ ແລະ ບໍ່ສົນໃຈ, ພວກເຂົາເຫັນຄົນໃດໜຶ່ງລົບກວນວຽກງານຂອງຄຣິສຕະຈັກ ແລະ ບໍ່ຮູ້ສຶກໂມໂຫ; ແລະ ພວກເຂົາເຖິງກັບເວົ້າວ່າ “ບໍ່ເປັນຫຍັງ, ເຈົ້າຈະດີຂຶ້ນ, ຄ່ອຍໆເຮັດໄປ. ພຣະເຈົ້າມີເຈດຕະນາທີ່ພຽນພະຍາຍາມສຳລັບພວກເຮົາ; ພວກເຮົາຕ້ອງຕອບແທນຄວາມຮັກຂອງພຣະເຈົ້າ ແລະ ພຣະຄຸນຂອງພຣະອົງ ແລະ ພວກເຮົາຕ້ອງບໍ່ເຮັດແບບພໍແລ້ວມືແລ້ວຕີນ. ໃຫ້ໃສ່ໃຈກັບສິ່ງນີ້ໃນຄັ້ງຕໍ່ໄປ”. ຄົນເຫຼົ່ານີ້ມີອາລົມດີບໍ? (ແມ່ນແລ້ວ). ບາງຄົນ, ເມື່ອພວກເຂົາເຫັນຄົນໃດໜຶ່ງບໍ່ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ກໍເວົ້າວ່າ “ເຈົ້າລອງພະຍາຍາມປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າໄດ້ບໍ? ມັນຄົງຈະດີຫຼາຍຖ້າເຈົ້າຄຳນຶງເຖິງເຈດຕະນາຂອງພຣະເຈົ້າ. ພວກເຮົາຕ້ອງເປັນຄົນດີ, ຖ້າພວກເຮົາບໍ່ແມ່ນຄົນດີ, ພຣະເຈົ້າກໍຈະບໍ່ມັກພວກເຮົາ. ໃນວິທີທີ່ພວກເຮົາປະພຶດຕົນ, ຢ່າງໜ້ອຍທີ່ສຸດ ພວກເຮົາຕ້ອງປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ໃຫ້ໃສ່ໃຈກັບສິ່ງນີ້ໃນອະນາຄົດ”. ມີການສະແດງອາລົມຮ້າຍໃນສິ່ງນີ້ບໍ? (ບໍ່). ອາລົມຂອງພວກເຂົາຂ້ອນຂ້າງດີ, ແມ່ນບໍ? ບາງຄົນບໍ່ເຄີຍໃຈຮ້າຍເລີຍບໍ່ວ່າຈະເກີດຫຍັງຂຶ້ນກໍຕາມ. ເມື່ອພວກເຂົາເຫັນວ່າບາງຄົນມັກຈະລາຍງານຕົວເລກປອມເພື່ອຫຼອກລວງເບື້ອງເທິງ ແລະ ເຮືອນຂອງພຣະເຈົ້າໃນຂະນະທີ່ເທດສອນຂ່າວປະເສີດ, ພວກເຂົາກໍເວົ້າວ່າ “ຖ້າຄົນສ່ວນໃຫຍ່ກຳລັງລາຍງານຕົວເລກປອມແບບນີ້, ແລ້ວນັ້ນກໍຄືກະແສວຽກງານຂອງພຣະວິນຍານບໍລິສຸດ, ພວກເຮົາຕ້ອງອ່ອນນ້ອມຕໍ່ມັນ!” ມີຄົນໂຕ້ແຍ້ງພວກເຂົາ ໂດຍເວົ້າວ່າ “ການລາຍງານຕົວເລກປອມຄືການຕົວະ ແລະ ການຫຼອກລວງພຣະເຈົ້າ; ຂ້ອຍບໍ່ສາມາດເຮັດແບບນັ້ນໄດ້”. ພວກເຂົາຕອບວ່າ: “ເປັນຫຍັງຈຶ່ງບໍ່ໄດ້? ຄົນອື່ນລາຍງານຕົວເລກປອມ, ໂດຍລາຍງານແຕ່ຂ່າວດີ ແລະ ບໍ່ລາຍງານຂ່າວຮ້າຍ. ເປັນຫຍັງເຈົ້າຈຶ່ງໂງ່ຈ້າແບບນີ້?” ເມື່ອພວກເຂົາເຫັນຜູ້ຄົນລາຍງານຕົວເລກປອມ, ພວກເຂົາກໍຮູ້ສຶກດີໃຈ. ເມື່ອພວກເຂົາເຫັນບາງຄົນຍຶດໝັ້ນກັບຫຼັກການ ແລະ ປະຕິເສດທີ່ຈະລາຍງານຕົວເລກປອມ, ພວກເຂົາກໍເລີ່ມໃຈຮ້າຍ ແລະ ໂມໂຫ, ທຸບໂຕະ ແລະ ເວົ້າວ່າ “ເປັນຫຍັງເຈົ້າຈຶ່ງບໍ່ລາຍງານຕົວເລກປອມ? ເຈົ້າຢາກຕໍ່ຕ້ານກະແສຂອງພຣະວິນຍານບໍລິສຸດບໍ? ຖ້າເຈົ້າບໍ່ລາຍງານຕົວເລກປອມ, ຂ້ອຍຈະປົດເຈົ້າອອກ! ຂ້ອຍຈະຄັດເຈົ້າອອກ!” ພວກເຈົ້າຄິດແນວໃດກັບການທີ່ພວກເຂົາອາລົມເສຍແບບນີ້? (ມັນບໍ່ດີ). ນີ້ຄືການລະເບີດຄວາມໂກດຮ້າຍທີ່ຊົ່ວຊ້າ. ການບໍ່ອາລົມເສຍໃນເວລາທີ່ພວກເຂົາຄວນອາລົມເສຍ ແລະ ການອາລົມເສຍຕາມອຳເພີໃຈໃນເວລາທີ່ພວກເຂົາບໍ່ຄວນອາລົມເສຍ, ການເອີ້ນສິ່ງທີ່ຊົ່ວຮ້າຍວ່າເປັນທຳ, ການເອີ້ນການລາຍງານຕົວເລກປອມວ່າເປັນກະແສຂອງພຣະວິນຍານບໍລິສຸດ ແລະ ການຍົກຍ້ອງມັນຫຼາຍຂະໜາດນັ້ນ ແລະ ແມ່ນແຕ່ການສົ່ງເສີມມັນ, ນີ້ບໍ່ແມ່ນສິ່ງທີ່ຕ່ຳຊ້າບໍ? (ແມ່ນແລ້ວ). ເມື່ອພວກເຂົາເຫັນວ່າຄົນໃດໜຶ່ງປະຕິເສດທີ່ຈະລາຍງານຕົວເລກປອມ, ພວກເຂົາກໍທຸບໂຕະ, ໃຈຮ້າຍ ແລະ ຈ້ອງມອງ, ໂດຍຕ້ອງການທີ່ຈະປົດລາວອອກ ຫຼື ຄັດລາວອອກ, ນີ້ຄື “ຄວາມໂກດຮ້າຍດັ່ງສຽງຟ້າຮ້ອງ!” ພະຍານາກໃຫຍ່ສີແດງມີ “ປະຕິບັດການສຽງຟ້າຮ້ອງ”; ການສະແດງກຳລັງຂອງມານຮ້າຍນັ້ນເອີ້ນວ່າ “ປະຕິບັດການສຽງຟ້າຮ້ອງ” ແລະ ນີ້ກໍຄື “ຄວາມໂກດຮ້າຍດັ່ງສຽງຟ້າຮ້ອງ” ຂອງຄົນເຫຼົ່ານີ້. ຖ້າເຈົ້າປະຕິເສດທີ່ຈະລາຍງານຕົວເລກປອມ ແລະ ພວກເຂົາທຸບໂຕະ ແລະ ປົດປ່ອຍຄວາມໂກດຮ້າຍດັ່ງສຽງຟ້າຮ້ອງຂອງພວກເຂົາໃສ່ເຈົ້າ, ໃນສະຖານະການດັ່ງກ່າວ ພວກເຈົ້າຈະກ້າຍຶດໝັ້ນກັບຫຼັກການ, ໂດຍລາຍງານພຽງແຕ່ຕົວເລກຈິງ ແລະ ປະຕິເສດທີ່ຈະລາຍງານຕົວເລກປອມບໍ? ພວກເຈົ້າຈະກ້າລຸກຂຶ້ນ ແລະ ວິພາກວິຈານ ພ້ອມທັງເປີດໂປງພວກເຂົາ ໂດຍເວົ້າວ່າ: “ເຈົ້າກຳລັງບັງຄັບໃຫ້ຜູ້ຄົນລາຍງານຕົວເລກປອມ, ເຈົ້າເປັນມານຮ້າຍ! ເຈົ້າເຖິງກັບເອີ້ນການຕິດຕາມຜູ້ຕໍ່ຕ້ານພຣະຄຣິສໃນການລາຍງານຕົວເລກປອມວ່າເປັນກະແສຂອງພຣະວິນຍານບໍລິສຸດ. ນີ້ບໍ່ແມ່ນການໝິ່ນປະໝາດພຣະວິນຍານບໍລິສຸດ ແລະ ການໝິ່ນປະໝາດພຣະເຈົ້າບໍ? ເຈົ້າບໍ່ແຍກແຍະຜິດຖືກ ແລະ ເຈົ້າໝິ່ນປະໝາດພຣະວິນຍານບໍລິສຸດ ແຕ່ເຈົ້າພັດຄິດວ່າຕົນເອງເປັນທູດສະຫວັນທີ່ຍຸຕິທຳ. ເຈົ້າບໍ່ອະນຸຍາດໃຫ້ໃຜມາຕໍ່ຕ້ານຂໍ້ຮຽກຮ້ອງຂອງເຈົ້າທີ່ໃຫ້ລາຍງານຕົວເລກປອມ ແລະ ເຈົ້າເຖິງກັບອາລົມເສຍ. ເຈົ້າບໍ່ມີຄວາມຮູ້ສຶກຍຸຕິທຳແມ່ນແຕ່ໜ້ອຍດຽວ. ບໍ່ພຽງແຕ່ເຈົ້າບໍ່ເປີດໂປງ ແລະ ກ່າວປະນາມສິ່ງທີ່ຊົ່ວຮ້າຍເທົ່ານັ້ນ ແຕ່ເຈົ້າຍັງລະເບີດອາລົມຮ້າຍຢ່າງຮຸນແຮງໃສ່ຜູ້ທີ່ຍຶດໝັ້ນກັບຄວາມຈິງ ແລະ ປະຕິເສດທີ່ຈະລາຍງານຕົວເລກປອມ, ເຖິງກັບປົດປ່ອຍ ‘ຄວາມໂກດຮ້າຍດັ່ງສຽງຟ້າຮ້ອງ’ ຂອງເຈົ້າໃສ່ພວກເຂົາ. ນີ້ບໍ່ແມ່ນການຕັ້ງໃຈຂັດຂວາງ ແລະ ລົບກວນວຽກງານຂອງເຮືອນຂອງພຣະເຈົ້າບໍ? ພຶດຕິກຳນີ້ບໍ່ໄດ້ມີທຳມະຊາດດຽວກັນກັບສິ່ງທີ່ພະຍານາກໃຫຍ່ສີແດງເຮັດບໍ?” ສະນັ້ນ, ເມື່ອກັບມາເບິ່ງອີກຄັ້ງວ່າການມີອາລົມຮ້າຍເປັນຂໍ້ບົກຜ່ອງຂອງຄວາມເປັນມະນຸດ ຫຼື ເປັນຂໍ້ດີຂອງຄວາມເປັນມະນຸດແທ້ໆ, ສິ່ງນີ້ບໍ່ສາມາດເໝົາລວມໄດ້. ມັນຂຶ້ນຢູ່ກັບວ່າສະຖານະການໃດທີ່ເຮັດໃຫ້ຄົນຜູ້ໜຶ່ງອາລົມເສຍ ແລະ ສະຖານະການໃດທີ່ບໍ່ເຮັດໃຫ້ອາລົມເສຍ ພ້ອມທັງເຫດຜົນທີ່ວ່າເປັນຫຍັງຄົນຜູ້ນັ້ນຈຶ່ງມັກຈະມີອາລົມຮ້າຍ. ມັນຂຶ້ນຢູ່ກັບວ່າຄົນຜູ້ນັ້ນກຳລັງໄລ່ຕາມເສາະຫາຫຍັງ, ຄົນໆນັ້ນມີຫຼັກການສຳລັບການປະພຶດຕົນຂອງລາວ ຫຼື ບໍ່ ແລະ ທັດສະນະຄະຕິຂອງລາວທີ່ມີຕໍ່ຄວາມຈິງເປັນແນວໃດແທ້ ພ້ອມທັງທັດສະນະຄະຕິຂອງລາວທີ່ມີຕໍ່ພຣະເຈົ້າ, ວຽກງານຂອງພຣະເຈົ້າ, ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ວຽກງານຂອງຄຣິສຕະຈັກ. ຖ້າເພື່ອເຫັນແກ່ການຍຶດໝັ້ນກັບຫຼັກການຄວາມຈິງ, ການປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ການປົກປ້ອງວຽກງານຂອງເຮືອນຂອງພຣະເຈົ້າ, ລາວມີອາລົມຮ້າຍຢູ່ສະເໝີເມື່ອປະເຊີນກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຊົ່ວຮ້າຍ, ແລ້ວນັ້ນກໍຄືຂໍ້ດີຂອງຄວາມເປັນມະນຸດຂອງລາວ. ແຕ່ຖ້າລາວບໍ່ເຄີຍໂມໂຫ ຫຼື ໃຈຮ້າຍເມື່ອປະເຊີນກັບສິ່ງທີ່ຊົ່ວຮ້າຍຕ່າງໆ ຫຼື ສິ່ງທີ່ຕໍ່ຕ້ານພຣະເຈົ້າ, ຄືກັບວ່າມັນບໍ່ກ່ຽວຂ້ອງກັບລາວ, ແລ້ວນັ້ນກໍບໍ່ແມ່ນຂໍ້ບົກຜ່ອງຂອງຄວາມເປັນມະນຸດຂອງລາວ, ນີ້ຄືຄວາມເປັນມະນຸດທີ່ບໍ່ດີ, ເປັນການຂາດຄວາມຮູ້ສຶກຍຸຕິທຳຢ່າງສິ້ນເຊີງ ແລະ ແນ່ນອນວ່າມັນຈັດຢູ່ໃນໝວດໝູ່ຂອງອຸປະນິໄສທີ່ເສື່ອມຊາມ. ສະນັ້ນ, ຄວນເບິ່ງເລື່ອງອາລົມແນວໃດ? ການທີ່ຄົນຜູ້ໜຶ່ງມີອາລົມດີບໍ່ໄດ້ໝາຍຄວາມວ່າຄວາມເປັນມະນຸດຂອງລາວຈະດີສະເໝີໄປ ແລະ ການທີ່ຄົນຜູ້ໜຶ່ງມີອາລົມຮ້າຍກໍບໍ່ໄດ້ໝາຍຄວາມວ່າຄວາມເປັນມະນຸດຂອງລາວຈະບໍ່ດີສະເໝີໄປ, ມັນຂຶ້ນຢູ່ກັບວ່າອາລົມຮ້າຍຂອງລາວແນໃສ່ຫຍັງ. ຖ້າອາລົມຮ້າຍຂອງລາວແນໃສ່ສິ່ງທີ່ຊົ່ວຮ້າຍ, ມືດມົນ ແລະ ບໍ່ສອດຄ່ອງກັບຄວາມຈິງ; ຖ້າມັນແນໃສ່ສິ່ງທີ່ລະເມີດຫຼັກການຂອງເຮືອນຂອງພຣະເຈົ້າ, ສ້າງຄວາມເສຍຫາຍຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ພ້ອມທັງຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ ແລະ ລາວມັກໃຈຮ້າຍ ແລະ ອາລົມເສຍຢູ່ເລື້ອຍໆ ຍ້ອນຮູ້ສຶກກັງວົນ, ຮ້ອນຮົນ ແລະ ເປັນຫ່ວງກ່ຽວກັບສິ່ງເຫຼົ່ານີ້, ແລ້ວນັ້ນກໍບໍ່ແມ່ນຄວາມເປັນມະນຸດທີ່ບໍ່ດີ. ນີ້ຄືການຄຳນຶງເຖິງເຈດຕະນາຂອງພຣະເຈົ້າ, ນີ້ຄືຂໍ້ດີຂອງຄວາມເປັນມະນຸດ. ໃນທາງກົງກັນຂ້າມ, ຖ້າເມື່ອປະເຊີນກັບສິ່ງທີ່ເປັນລົບເຫຼົ່ານີ້, ລາວບໍ່ສະແດງອາລົມຮ້າຍ, ບໍ່ກ້າວອອກມາເພື່ອປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ຫຼື ຄຳພະຍານຂອງພຣະເຈົ້າ ແລະ ບໍ່ຍຶດໝັ້ນກັບຫຼັກການຄວາມຈິງ ພ້ອມທັງກ້າວອອກມາເພື່ອຢຸດຢັ້ງ ຫຼື ຈຳກັດສິ່ງເຫຼົ່ານີ້ ແຕ່ພັດປ່ອຍໃຫ້ການຂັດຂວາງ ແລະ ການລົບກວນເຫຼົ່ານີ້ເຕີບໂຕ ແລະ ແຜ່ລາມໄປຢ່າງບໍ່ມີການຄວບຄຸມ, ແລ້ວເຖິງແມ່ນວ່າຄົນແບບນັ້ນອາດຈະເບິ່ງຄືວ່າມີອາລົມດີຫຼາຍກໍຕາມ, ໃນຄວາມເປັນຈິງແລ້ວ ລັກສະນະຂອງລາວແມ່ນຕ່ຳຊ້າ. ມັນເປັນແບບນີ້ ບໍ່ແມ່ນບໍ? (ແມ່ນແລ້ວ). ຄວນເບິ່ງບັນຫາຂອງການມີອາລົມຮ້າຍແນວໃດ? ມັນຂຶ້ນຢູ່ກັບວ່າອາລົມຮ້າຍຂອງຄົນຜູ້ໜຶ່ງແນໃສ່ເລື່ອງໃດ; ເຈົ້າຄວນເບິ່ງວ່າລັກສະນະຂອງຄົນຜູ້ນັ້ນເປັນແນວໃດ, ລາວໄລ່ຕາມເສາະຫາຫຍັງ ແລະ ລາວຍ່າງໃນເສັ້ນທາງໃດ ພ້ອມທັງລາວມີທັດສະນະຄະຕິແນວໃດຕໍ່ຄວາມຈິງ, ຕໍ່ພຣະເຈົ້າ, ຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ ແລະ ຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ວິທີການເບິ່ງແບບນີ້ຖືກຕ້ອງບໍ? (ແມ່ນແລ້ວ). ຖ້າຄົນຜູ້ໜຶ່ງບໍ່ມີຄວາມຮູ້ສຶກຍຸຕິທຳ ແຕ່ເປັນຄົນໃຈຮ້ອນ, ໂມໂຫງ່າຍ ແລະ ຫົວຮ້ອນຫຼາຍເມື່ອຄົບຫາສະມາຄົມກັບຜູ້ຄົນໃນຊີວິດປະຈຳວັນຂອງລາວ, ມັກຈະໂມໂຫຮ້າຍຢູ່ເລື້ອຍໆ ພ້ອມທັງມັກໂຕ້ຖຽງ ແລະ ປະເຊີນໜ້າກັບຄົນອື່ນໃນເລື່ອງເລັກໆນ້ອຍໆ, ເຖິງກັບໃຊ້ຄຳເວົ້າທີ່ຫຍາບຄາຍ, ນີ້ບໍ່ແມ່ນຂໍ້ບົກຜ່ອງຂອງຄວາມເປັນມະນຸດ, ນີ້ຄືລັກສະນະທີ່ຕ່ຳຊ້າ. ເມື່ອເບິ່ງໃນແງ່ຂອງອຸປະນິໄສທີ່ເສື່ອມຊາມ, ອຸປະນິໄສຂອງຄົນໆນີ້ແມ່ນໂຫດຮ້າຍ ແລະ ບໍ່ມີໃຜກ້າເຮັດໃຫ້ລາວໃຈຮ້າຍ. ລາວບໍ່ໄດ້ອາລົມເສຍເພື່ອເຫັນແກ່ການປົກປ້ອງວຽກງານທີ່ຍຸຕິທຳ, ການປົກປ້ອງສິ່ງທີ່ເປັນບວກ, ການຍຶດໝັ້ນກັບຫຼັກການຄວາມຈິງ ຫຼື ການປົກປ້ອງຜົນປະໂຫຍດ ແລະ ວຽກງານຂອງເຮືອນຂອງພຣະເຈົ້າ ແຕ່ເພື່ອເຫັນແກ່ການປົກປ້ອງຜົນປະໂຫຍດທັງໝົດຂອງລາວເອງ, ຊື່ສຽງ, ສະຖານະ, ຄວາມໂອຫັງ, ຊັບສິນທາງວັດຖຸ, ເງິນທອງຂອງລາວ ແລະ ອື່ນໆ. ອາລົມຮ້າຍຂອງຄົນແບບນັ້ນສາມາດຈັດວ່າເປັນລັກສະນະທີ່ຕ່ຳຊ້າ. ຕ້ອງເບິ່ງອາລົມຮ້າຍໂດຍອີງໃສ່ສະຖານະການ, ໂດຍພິຈາລະນາວ່າອາລົມຮ້າຍຂອງຄົນໃດໜຶ່ງແນໃສ່ຫຍັງ ແລະ ເຈດຕະນາທີ່ຢູ່ເບື້ອງຫຼັງມັນ. ຖ້າເພື່ອປົກປ້ອງຜົນປະໂຫຍດຂອງລາວເອງ ຫຼື ປົກປ້ອງຊື່ສຽງ ແລະ ສະຖານະຂອງລາວ, ລາວສາມາດອາລົມເສຍ ແລະ ອາລະວາດຍ້ອນຄຳເວົ້າພຽງຄຳດຽວແທ້ໆ, ແລ້ວລັກສະນະຂອງລາວກໍຕ່ຳຊ້າ. ຖ້າໂດຍທົ່ວໄປແລ້ວລາວຂ້ອນຂ້າງໃຈກວ້າງໃນເລື່ອງທີ່ກ່ຽວຂ້ອງກັບຜົນປະໂຫຍດສ່ວນຕົວຂອງລາວ, ຕົວຢ່າງ: ເມື່ອບາງຄັ້ງຜູ້ຄົນເວົ້າຄຳເວົ້າທີ່ແນໃສ່ລາວ ແລະ ເຮັດໃຫ້ລາວເສຍໜ້າເລັກນ້ອຍ ຫຼື ເອົາປຽບລາວເລັກນ້ອຍ, ໂດຍປົກກະຕິແລ້ວລາວກໍປ່ອຍຜ່ານ ແລະ ບໍ່ອາລົມເສຍ; ຖ້າລາວບໍ່ຈຸກຈິກກັບເລື່ອງເລັກໆນ້ອຍໆ ແລະ ສາມາດໂອບອ້ອມອາລີໄດ້ໃນຂະນະທີ່ຄົບຫາສະມາຄົມກັບຄົນອື່ນ ແຕ່ລາວພັດອາລົມເສຍເມື່ອເຫັນຄົນໃດໜຶ່ງຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ ພ້ອມທັງສ້າງຄວາມເສຍຫາຍຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ແລ້ວນັ້ນກໍບໍ່ແມ່ນລັກສະນະທີ່ບໍ່ດີ. ແຕ່ກົງກັນຂ້າມ, ມັນຄືຄວາມຮູ້ສຶກຍຸຕິທຳທີ່ຄວາມເປັນມະນຸດຄວນມີ; ມັນຄືຂໍ້ດີຂອງຄວາມເປັນມະນຸດ.
ການມັກງອນ
ການມັກງອນ, ສິ່ງນີ້ຈັດຢູ່ໃນບັນຫາປະເພດໃດ? (ຂໍ້ບົກຜ່ອງຂອງຄວາມເປັນມະນຸດ). ນີ້ຄືຂໍ້ບົກຜ່ອງຂອງຄວາມເປັນມະນຸດ. ຄົນປະເພດໃດມັກງອນ? (ຄົນໃຈແຄບ). ຄົນໃຈແຄບ, ຄົນທີ່ອ່ອນໄຫວງ່າຍ ແລະ ເດັກນ້ອຍລ້ວນແຕ່ມັກງອນ. ເມື່ອພວກເຂົາພົບກັບບັນຫາເລັກນ້ອຍບາງຢ່າງ, ພວກເຂົາກໍເລີ່ມໃຈຮ້າຍຂຶ້ນມາທັນທີ, ປະຕິເສດທີ່ຈະເວົ້າກັບເຈົ້າ, ປະຕິເສດທີ່ຈະພົບເຈົ້າ ແລະ ຈະບໍ່ຮັບໂທລະສັບຂອງເຈົ້າ. ເຈົ້າເວົ້າບາງສິ່ງບາງຢ່າງທີ່ເຮັດໃຫ້ພວກເຂົາເຈັບປວດໂດຍບໍ່ໄດ້ຕັ້ງໃຈ ແລ້ວພວກເຂົາກໍເລີ່ມງອນ, ເມີນເສີຍເຈົ້າເປັນເວລາດົນ ແລະ ແມ່ນແຕ່ຕອນທີ່ຖືກຖາມກ່ຽວກັບເລື່ອງນີ້, ພວກເຂົາກໍບໍ່ເວົ້າຫຍັງເລີຍ. ເຈົ້າຖາມພວກເຂົາວ່າ “ເກີດຫຍັງຂຶ້ນ? ຖ້າມີບັນຫາ, ພວກເຮົາແກ້ໄຂມັນນໍາກັນເທາະ. ຖ້າຂ້ອຍຕິດຄ້າງຫຍັງກັບເຈົ້າ, ຂ້ອຍກໍຈະຊົດເຊີຍໃຫ້. ຖ້າບາງຢ່າງທີ່ຂ້ອຍເວົ້າເຮັດໃຫ້ເຈົ້າເຈັບປວດ, ຂ້ອຍກໍຂໍໂທດ ແລະ ຂ້ອຍສາມາດເຮັດທຸກຢ່າງທີ່ເຈົ້າຕ້ອງການໃຫ້ຂ້ອຍເຮັດ”. ແຕ່ພວກເຂົາກໍຍັງຄົງມິດງຽບ, ງອນຢູ່. ຄົນແບບນັ້ນບໍ່ສ້າງຄວາມຫຍຸ້ງຍາກບໍ? (ແມ່ນແລ້ວ). ນີ້ຄືຄວາມເປັນມະນຸດທີ່ບໍ່ປົກກະຕິ. ບັນຫາທີ່ກ່ຽວຂ້ອງກັບຄວາມເປັນມະນຸດທີ່ບໍ່ເຖິງຂັ້ນເປັນບັນຫາກ່ຽວກັບລັກສະນະ ແມ່ນລ້ວນແຕ່ຈັດຢູ່ໃນຂໍ້ບົກຜ່ອງຂອງຄວາມເປັນມະນຸດ. ຂໍ້ບົກຜ່ອງໝາຍຄວາມວ່າ ສິ່ງທີ່ຄວນມີຢູ່ໃນຄວາມເປັນມະນຸດທີ່ປົກກະຕິພັດຂາດຫາຍໄປຈາກຄົນໆໜຶ່ງ, ທັດສະນະຄະຕິ ຫຼື ທ່າທາງໃນການປະພຶດຕົນ ແລະ ການຮັບມືກັບເລື່ອງຕ່າງໆຂອງຄົນໆໜຶ່ງແມ່ນບໍ່ປົກກະຕິ ຫຼື ຂາດວຸດທິພາວະ ແລະ ບໍ່ໄດ້ມາດຕະຖານຂອງເຫດຜົນສຳລັບຄວາມເປັນມະນຸດທີ່ປົກກະຕິ. ນີ້ຄືຂໍ້ບົກຜ່ອງ. ການມັກງອນ, ຢ່າງໜຶ່ງກໍຄືເຮັດໃຫ້ຄົນອື່ນລຳຄານ ແລະ ພວກເຂົາກໍບໍ່ມັກມີປະຕິສຳພັນກັບຄົນແບບນັ້ນ. ນອກຈາກນີ້, ການມັກງອນຄືການຂາດວຸດທິພາວະຄ້າຍຄືກັບເດັກນ້ອຍ. ໂດຍທົ່ວໄປແລ້ວ ມີພຽງແຕ່ເດັກນ້ອຍອາຍຸປະມານສິບປີເທົ່ານັ້ນທີ່ປະພຶດແບບນີ້, ຜູ້ໃຫຍ່ບໍ່ມີການສະແດງອອກເຫຼົ່ານີ້. ເມື່ອຄົນແບບນັ້ນມີຄວາມສຳພັນທີ່ດີກັບເຈົ້າ, ພວກເຈົ້າທັງສອງຄົນກໍເຂົ້າກັນປານປີ່ກັບຂຸ່ຍ. ແຕ່ເມື່ອຄວາມສຳພັນລະຫວ່າງພວກເຈົ້າເລີ່ມຂົມຂື່ນ, ພວກເຂົາກໍເລີ່ມເປັນປໍລະປັກ, ງອນ, ປະຕິເສດທີ່ຈະເວົ້າກັບເຈົ້າ, ສົ່ງຄືນທຸກຢ່າງທີ່ເຈົ້າໃຫ້ພວກເຂົາ ແລະ ຕັດຂາດຈາກເຈົ້າຕະຫຼອດໄປ. ແຕ່ໃຜຈະຮູ້, ມື້ໜຶ່ງພວກເຂົາອາດຄືນດີກັນ ແລະ ກັບມາສະໜິດສະໜົມກັນຄືເກົ່າ. ສິ່ງເຫຼົ່ານີ້ຄືການສະແດງອອກຂອງການຂາດວຸດທິພາວະ. ການສະແດງອອກເຖິງການຂາດວຸດທິພາວະທັງໝົດນີ້ແມ່ນຖືກເອີ້ນວ່າຂໍ້ບົກຜ່ອງຂອງຄວາມເປັນມະນຸດ. ການມັກງອນເປັນຂໍ້ບົກຜ່ອງຂອງຄວາມເປັນມະນຸດ. ຄົນທີ່ມັກງອນມີແນວໂນ້ມສູງທີ່ສຸດທີ່ຈະເຮັດໃຫ້ສິ່ງຕ່າງໆຊັກຊ້າ ເມື່ອປະຕິບັດໜ້າທີ່. ເຈົ້າບໍ່ມີທາງຮູ້ເລີຍວ່າຕອນໃດພວກເຂົາອາດງອນເປັນເວລາຫຼາຍມື້ ຍ້ອນມີຄົນເວົ້າບາງຢ່າງທີ່ເຮັດໃຫ້ພວກເຂົາເຈັບປວດ. ບໍ່ວ່າໜ້າທີ່ຈະສຳຄັນສໍ່າໃດກໍຕາມ, ພວກເຂົາກໍສາມາດຢຸດເຮັດໜ້າທີ່ໂດຍບໍ່ເວົ້າຫຍັງເລີຍ. ເຈົ້າອາດຄິດວ່າພວກເຂົາຍັງຄົງປະຕິບັດໜ້າທີ່ຂອງພວກເຂົາຕາມປົກກະຕິ, ແຕ່ໃນຄວາມເປັນຈິງແລ້ວ ພວກເຂົາໄດ້ຢຸດວຽກງານຂອງພວກເຂົາໄປດົນແລ້ວ. ສະນັ້ນ, ມັນຈຶ່ງເປັນສິ່ງຈຳເປັນຢ່າງຍິ່ງທີ່ຈະບໍ່ມອບໝາຍວຽກງານທີ່ສຳຄັນໃຫ້ກັບຄົນທີ່ມັກງອນ, ໂດຍສະເພາະໜ້າວຽກໃນຂັ້ນຕອນທີ່ສຳຄັນ, ເພາະພວກເຂົາເອົາແຕ່ໃຈທີ່ສຸດ, ໃຊ້ອາລົມຢູ່ສະເໝີ ແລະ ມັກງອນ, ຂາດຄວາມມີເຫດຜົນ ເຊິ່ງນຳໄປສູ່ການທີ່ພວກເຂົາປະຖິ້ມວຽກງານຂອງພວກເຂົາໃນລະຫວ່າງການປະຕິບັດໜ້າທີ່ຂອງພວກເຂົາໄດ້ງ່າຍ. ຖ້າຕ້ອງໃຫ້ພວກເຂົາເຮັດວຽກງານນີ້ແທ້ໆ ຫຼື ບໍ່ມີໃຜມາແທນພວກເຂົາໄດ້, ແລ້ວເມື່ອມອບໝາຍວຽກງານໃຫ້ພວກເຂົາ, ເຈົ້າຕ້ອງໃຫ້ຄົນມາກຳກັບດູແລວຽກງານຂອງພວກເຂົາ. ຖ້າມີຄົນອື່ນທີ່ສາມາດມາແທນພວກເຂົາໄດ້, ແລ້ວກໍບໍ່ຄວນມອບໝາຍວຽກງານທີ່ຂ້ອນຂ້າງສຳຄັນໃຫ້ພວກເຂົາ. ຕົວຢ່າງ: ບາງຄົນມີຂີດຄວາມສາມາດເລັກໜ້ອຍ ແລະ ສາມາດຈັດການກັບວຽກງານຂອງຜູ້ນຳຄຣິສຕະຈັກໄດ້, ແຕ່ເມື່ອອ້າຍເອື້ອຍນ້ອງເວົ້າບາງສິ່ງບາງຢ່າງທີ່ເຮັດໃຫ້ພວກເຂົາເຈັບປວດ, ພວກເຂົາກໍຈະງອນແລ້ວເວົ້າວ່າ “ຂ້ອຍຂໍລາອອກ! ພວກເຈົ້າຈະໃຫ້ໃຜເປັນຜູ້ນຳກໍໄດ້. ຂ້ອຍຈະກັບບ້ານໄປໃຊ້ຊີວິດຂອງຂ້ອຍ, ຂ້ອຍພໍແລ້ວກັບເລື່ອງນີ້!” ເມື່ອພວກເຂົາເລີ່ມງອນ, ພວກເຂົາກໍສາມາດປະຖິ້ມໜ້າທີ່ຂອງພວກເຂົາ ແລະ ໜີໄປ ແລະ ໃຜຈະຮູ້ວ່າພວກເຂົາຈະກັບມາຕອນໃດ. ຄົນແບບນັ້ນໄວ້ໃຈໄດ້ບໍ? (ບໍ່). ພວກເຂົາລະບາຍຄວາມໂກດຮ້າຍຂອງພວກເຂົາໃສ່ໜ້າທີ່ຂອງພວກເຂົາ ແລະ ວຽກງານຂອງຄຣິສຕະຈັກ, ໂດຍປະຖິ້ມໜ້າທີ່ຂອງພວກເຂົາໄດ້ທຸກເວລາ. ນີ້ບໍ່ແມ່ນການສະແດງອອກຂອງການຂາດວຸດທິພາວະບໍ? (ແມ່ນແລ້ວ). ການປະຕິບັດຕໍ່ໜ້າທີ່ຂອງພວກເຂົາ ແລະ ວຽກງານຂອງຄຣິສຕະຈັກຄືກັບວ່າມັນເປັນການຫຼິ້ນຂອງເດັກນ້ອຍ, ຄືກັບການຫຼິ້ນເຮືອນນ້ອຍ, ນັ້ນຄືການສະແດງອອກຂອງການຂາດວຸດທິພາວະ. ເມື່ອເດັກນ້ອຍຫຼິ້ນເຮືອນນ້ອຍ, ມັນກໍເປັນພຽງການຫຼິ້ນ, ຖ້າພວກເຂົາອາລົມເສຍ, ພວກເຂົາກໍຢຸດຫຼິ້ນ; ມັນບໍ່ໄດ້ເຮັດໃຫ້ຫຍັງຊັກຊ້າ. ແຕ່ການປະຕິບັດຕໍ່ວຽກງານຂອງຄຣິສຕະຈັກ ຫຼື ໜ້າທີ່ບາງຢ່າງຄືກັບເດັກນ້ອຍທີ່ຫຼິ້ນເຮືອນນ້ອຍ, ໂດຍລາອອກເມື່ອໃດກໍຕາມທີ່ພວກເຂົາຕ້ອງການ, ນັ້ນບໍ່ໄດ້ເຮັດໃຫ້ສິ່ງຕ່າງໆຊັກຊ້າບໍ? ສິ່ງນີ້ບໍ່ພຽງແຕ່ເຮັດໃຫ້ເລື່ອງຂອງພວກເຂົາເອງຊັກຊ້າເທົ່ານັ້ນ, ຖ້າພວກເຂົາເປັນຜູ້ນຳຄຣິສຕະຈັກ, ວຽກງານຂອງຄຣິສຕະຈັກກໍຈະຊັກຊ້າຍ້ອນພວກເຂົາ. ຖ້າພວກເຂົາກຳລັງປະຕິບັດໜ້າທີ່ທີ່ສຳຄັນ, ແລ້ວໜ້າທີ່ທີ່ສຳຄັນນັ້ນກໍຖືກເຮັດໃຫ້ຊັກຊ້າ. ສະນັ້ນ, ເມື່ອເລືອກໃຊ້ຄົນ ເຈົ້າຕ້ອງພິຈາລະນາວ່າພວກເຂົາມີບັນຫາເລື່ອງການມັກງອນ ຫຼື ບໍ່. ຖ້າພວກເຂົາມີບັນຫານີ້, ມັນຮ້າຍແຮງບໍ? ມັນຮ້າຍແຮງສໍ່າໃດ? ພວກເຂົາຈະປະຖິ້ມວຽກງານຂອງພວກເຂົາບໍ? ເມື່ອພວກເຂົາງອນ, ພວກເຂົາຈະໃຈຮ້າຍ, ກັບບ້ານ ແລະ ຢຸດປະຕິບັດໜ້າທີ່ຂອງພວກເຂົາ, ໂດຍປະຕິເສດທີ່ຈະກັບມາບໍ່ວ່າໃຜຈະໄປເອີ້ນພວກເຂົາກໍຕາມບໍ? ຄົນປະເພດນີ້ຮັບມືນໍາຍາກຫຼາຍ. ຢ່າໃຊ້ພວກເຂົາເດັດຂາດ, ພວກເຂົາເປັນຄົນທີ່ຮັບມືນໍາຍາກ. ການປອບໂຍນພວກເຂົາບໍ່ໄດ້ຜົນຫຍັງ, ການລົງວິໄນພວກເຂົາກໍບໍ່ໄດ້ຜົນຫຍັງ ແລະ ບໍ່ວ່າຈະໂອ້ລົມກ່ຽວກັບຄວາມຈິງແນວໃດກໍຕາມ, ພວກເຂົາກໍພົບວ່າມັນຍາກທີ່ຈະຍອມຮັບ. ມີພຽງແຕ່ເມື່ອພວກເຂົາຄິດອອກດ້ວຍຕົນເອງ ແລະ ເຂົ້າໃຈມັນດ້ວຍຕົນເອງເທົ່ານັ້ນ ພວກເຂົາຈຶ່ງຈະສາມາດຟື້ນຕົວ ແລະ ກັບຄືນສູ່ເຫດຜົນທີ່ປົກກະຕິໄດ້. ສະນັ້ນ, ນອກເໜືອຈາກການມີອຸປະນິໄສທີ່ເສື່ອມຊາມແລ້ວ, ຖ້າຄວາມເປັນມະນຸດຂອງຄົນໆໜຶ່ງຍັງມີຂໍ້ບົກຜ່ອງ ຫຼື ຂໍ້ຕຳໜິຫຼາຍຢ່າງ, ແລ້ວເມື່ອພວກເຂົາພົບພໍ້ກັບສິ່ງທີ່ບໍ່ໜ້າພໍໃຈ, ມັນກໍສາມາດເຮັດໃຫ້ພວກເຂົາກາຍເປັນຄົນຄິດລົບຈົນພວກເຂົາບໍ່ສາມາດຟື້ນຕົວໄດ້. ເຖິງແມ່ນວ່າພວກເຂົາຈະມີຄວາມຕັ້ງໃຈບາງຢ່າງ ແລະ ເຕັມໃຈທີ່ຈະໄລ່ຕາມເສາະຫາຄວາມຈິງເພື່ອບັນລຸຄວາມລອດພົ້ນ ແລະ ເຖິງແມ່ນວ່າພວກເຂົາມີຄວາມຄິດທີ່ຈະປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີ ແລະ ໄດ້ມາດຕະຖານໃນຖານະສິ່ງທີ່ຖືກສ້າງກໍຕາມ, ເມື່ອຄວາມຫຍຸ້ງຍາກ ຫຼື ສະຖານະການທີ່ບໍ່ໜ້າພໍໃຈເກີດຂຶ້ນ, ພວກເຂົາກໍບໍ່ສາມາດກ້າວຕໍ່ໄປໄດ້ອີກ. ສະນັ້ນ, ຖ້າຄົນໆໜຶ່ງຕ້ອງການໄລ່ຕາມເສາະຫາຄວາມຈິງ ແລະ ປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີ, ພວກເຂົາກໍຕ້ອງສະແຫວງຫາຄວາມຈິງເພື່ອແກ້ໄຂຂໍ້ບົກຜ່ອງ ຫຼື ຂໍ້ຕຳໜິໃດໆທີ່ອາດມີຢູ່ໃນຄວາມເປັນມະນຸດຂອງພວກເຂົາ. ຖ້າເຈົ້າບໍ່ມີຫົວໃຈທີ່ມີຄວາມປາຖະໜາຢ່າງແຮງກ້າຕໍ່ພຣະເຈົ້າ ຫຼື ປາຖະໜາຄວາມຈິງ ແລະ ເຈົ້າບໍ່ເຕັມໃຈທີ່ຈະເອົາຊະນະຂໍ້ບົກຜ່ອງຂອງຄວາມເປັນມະນຸດເຫຼົ່ານີ້ ຫຼື ມີຄວາມຕັ້ງໃຈບໍ່ພຽງພໍທີ່ຈະເຮັດເຊັ່ນນັ້ນ, ແລ້ວສິ່ງທ້າທາຍທີ່ເຈົ້າປະເຊີນກໍຈະມີຫຼວງຫຼາຍ. ຖ້າເຈົ້າບໍ່ສາມາດແມ່ນແຕ່ຈະປ່ຽນແປງ ຫຼື ເອົາຊະນະຂໍ້ບົກຜ່ອງສ່ວນຕົວເຫຼົ່ານີ້ໄດ້, ມັນກໍຈະຍິ່ງຍາກຂຶ້ນທີ່ຈະປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຈົ້າ.
ການມັກເອົາປຽບ
ຕອນນີ້ໃຫ້ພວກເຮົາເວົ້າກ່ຽວກັບ “ການມັກເອົາປຽບ”, ສິ່ງນີ້ຈັດຢູ່ໃນບັນຫາປະເພດໃດ? (ຂໍ້ບົກຜ່ອງຂອງຄວາມເປັນມະນຸດ). ນີ້ຄືຂໍ້ບົກຜ່ອງຂອງຄວາມເປັນມະນຸດບໍ? ການມັກເອົາປຽບເປັນບັນຫາກ່ຽວກັບລັກສະນະ. ຖ້າຄົນໃດໜຶ່ງເອົາປຽບໃນທຸກສະຖານະການ, ແມ່ນແຕ່ເລື່ອງນ້ອຍໆ ເຊັ່ນ: ຜັກ, ເຈ້ຍໃບໜຶ່ງ ຫຼື ຕຸກນ້ຳນ້ອຍໆ, ນີ້ກໍເປັນບັນຫາກ່ຽວກັບລັກສະນະຂອງພວກເຂົາ, ລັກສະນະຂອງພວກເຂົາແມ່ນຕ່ຳຊ້າ. ນີ້ບໍ່ແມ່ນຂໍ້ບົກຜ່ອງຂອງຄວາມເປັນມະນຸດ. ເຈົ້າເຂົ້າໃຈບໍ? (ເຂົ້າໃຈ). ຄົນແບບນັ້ນມີລັກສະນະທີ່ຕໍ່າຊ້າ ແລະ ບໍ່ມີຄວາມສຸດຈະລິດ. ເມື່ອພວກເຂົາໄປຊື້ເຄື່ອງຢູ່ຮ້ານ, ພວກເຂົາພະຍາຍາມຕໍ່ລາຄາ ແລະ ຂໍສ່ວນຫຼຸດຢູ່ສະເໝີ. ເມື່ອພວກເຂົາຊື້ຜັກຢູ່ຕະຫຼາດ, ພວກເຂົາກໍຖຽງກັນຢ່າງບໍ່ຢຸດຢ່ອນຍ້ອນເງິນພຽງສອງສາມເຊັນ. ເມື່ອພວກເຂົາພັກຢູ່ໂຮງແຮມ ແລະ ເຫັນເຄື່ອງໃຊ້ຟຣີ ເຊັ່ນ: ຜ້າເຊັດຕົວແບບໃຊ້ແລ້ວຖິ້ມ, ແປງຖູແຂ້ວ ແລະ ຢາຖູແຂ້ວ, ພວກເຂົາກໍເອົາທຸກຢ່າງກັບບ້ານໂດຍບໍ່ຈົ່ງໄວ້ຈັກອັນ, ຍ້ອນຢ້ານວ່າຈະພາດຫຍັງໄປ. ບາງຄົນເວົ້າວ່າ “ພວກເຂົາມັກເອົາປຽບຍ້ອນພວກເຂົາທຸກຍາກບໍ?” ບໍ່, ຄົນປະເພດນີ້ພຽງແຕ່ມີລັກສະນະແບບນີ້ເທົ່ານັ້ນ. ຄອບຄົວຂອງພວກເຂົາບໍ່ໄດ້ຂາດແຄນເງິນ, ແຕ່ພວກເຂົາກໍຍັງຍືນຍັນທີ່ຈະເອົາປຽບ. ຫຼັງຈາກທີ່ເຊື່ອໃນພຣະເຈົ້າ, ຄົນປະເພດນີ້ເຖິງຂັ້ນເອົາປຽບເຮືອນຂອງພຣະເຈົ້າ. ບາງຄົນບໍ່ກິນເຂົ້າຢູ່ເຮືອນຂອງຕົນເອງ ແຕ່ໄປເຮືອນເຈົ້າພາບເພື່ອກິນເຂົ້າຟຣີຢູ່ສະເໝີ, ໂດຍທຳທ່າວ່າພວກເຂົາໄປຢູ່ບ່ອນນັ້ນເພື່ອຊ່ວຍເຮັດສິ່ງຕ່າງໆໃຫ້ເຮືອນເຈົ້າພາບ. ພວກເຂົາລັກໃຊ້ເຄື່ອງຂອງຂອງອ້າຍເອື້ອຍນ້ອງ. ພວກເຂົາບໍ່ຍອມໃຊ້ເຄື່ອງຂອງຂອງຕົນເອງ ແລະ ມັກຈະໃຊ້ເຄື່ອງຂອງຂອງຄົນອື່ນຢູ່ສະເໝີ. ພວກເຂົາບໍ່ນຸ່ງເຄື່ອງຂອງຕົນເອງ ແລະ ມັກຈະນຸ່ງເຄື່ອງຂອງຄົນອື່ນຢູ່ສະເໝີ. ເມື່ອພວກເຂົາເຫັນຄົນໃດໜຶ່ງກຳລັງຊັກເຄື່ອງ, ພວກເຂົາກໍຂໍໃຫ້ຄົນນັ້ນຊັກເຄື່ອງໃຫ້ພວກເຂົາສອງສາມຜືນໃນຂະນະທີ່ກຳລັງຊັກຢູ່ ແລະ ໃນທີ່ສຸດກໍເອົາເຄື່ອງໃຫ້ພວກເຂົາຊັກເຈັດ ຫຼື ແປດຜືນ, ນີ້ຄືການເອົາປຽບຢ່າງຊັດເຈນ. ພວກເຂົາພຽງແຕ່ມີລັກສະນະແບບນີ້ເທົ່ານັ້ນ. ເຖິງແມ່ນວ່າຄອບຄົວຂອງພວກເຂົາມີເງິນຢ່າງຊັດເຈນກໍຕາມ, ພວກເຂົາກໍຍັງຢືມເງິນຈາກອ້າຍເອື້ອຍນ້ອງ. ເມື່ອຖືກຖາມວ່າພວກເຂົາຈະສົ່ງຄືນຕອນໃດ, ພວກເຂົາກໍເວົ້າວ່າ “ຂ້ອຍຈະສົ່ງຄືນເມື່ອຂ້ອຍມີເງິນ. ຖ້າຂ້ອຍບໍ່ມີເງິນ, ຂ້ອຍຈະສົ່ງຄືນໄດ້ແນວໃດ? ຂ້ອຍບໍ່ມີເງິນ, ມີແຕ່ຊີວິດຂອງຂ້ອຍ!” ຄຳເວົ້າເຫຼົ່ານີ້ໝາຍຄວາມວ່າແນວໃດ? ພວກເຂົາບໍ່ຕ້ອງການສົ່ງຄືນຢ່າງຊັດເຈນ ແລະ ບໍ່ເຄີຍຕັ້ງໃຈທີ່ຈະສົ່ງຄືນ, ພວກເຂົາພຽງແຕ່ຕ້ອງການເອົາປຽບ, ໂດຍໃຊ້ເງິນຂອງຄົນອື່ນເພື່ອຄວາມເພີດເພີນຂອງຕົນເອງ ແລະ ໃຊ້ຈ່າຍຕາມໃຈມັກ. ນີ້ຄືຈຸດປະສົງຂອງພວກເຂົາ. ເມື່ອພວກເຂົາເຫັນຄົນໃດໜຶ່ງຊື້ເຄື່ອງໃໝ່, ພວກເຂົາກໍເລີ່ມສົນໃຈຫຼາຍ ແລະ ຄິດຢາກຢືມເຄື່ອງໃໝ່ນັ້ນຢູ່ຕະຫຼອດເວລາ. ຖ້າເຈົ້າຂອງຕ້ອງການໃຊ້ມັນ ແລະ ບໍ່ຢາກໃຫ້ຢືມ, ພວກເຂົາກໍຍັງຝືນຢືມມັນຢູ່ດີ. ພວກເຂົາໃຊ້ມັນຈົນກວ່າມັນເກົ່າ ຫຼື ເພ ແລະ ຍັງບໍ່ສົ່ງຄືນ, ໂດຍປະຕິບັດຕໍ່ມັນຄືກັບວ່າມັນເປັນຂອງພວກເຂົາເອງ. ຄົນປະເພດນີ້ເອົາປຽບຢູ່ທຸກບ່ອນ, ຢືມເຄື່ອງແລ້ວບໍ່ເຄີຍສົ່ງຄືນ. ນີ້ຄືຂໍ້ບົກຜ່ອງຂອງຄວາມເປັນມະນຸດບໍ? (ບໍ່). ນີ້ຄືການບໍ່ມີຄວາມສຸດຈະລິດ ແລະ ມີລັກສະນະທີ່ຕ່ຳຊ້າ. ພວກເຈົ້າເຄີຍເຫັນຄົນປະເພດນີ້ບໍ? (ເຄີຍ). ມີຄົນແບບນີ້ຢູ່ບໍ່ໜ້ອຍ. ບອກເຮົາເບິ່ງວ່າ ຄົນປະເພດນີ້ສາມາດປະຕິບັດຄວາມຈິງໄດ້ບໍ? (ບໍ່ໄດ້). ຄົນສ່ວນໃຫຍ່ເຫຼົ່ານີ້ແມ່ນຄົນປະເພດໃດ? ພວກເຂົາບໍ່ແມ່ນຄົນອັນທະພານບໍ? ບໍ່ວ່າພວກເຂົາຈະເອົາປຽບຄົນອື່ນຫຼາຍສໍ່າໃດກໍຕາມ, ສະຕິຮູ້ສຶກຜິດຊອບຂອງພວກເຂົາກໍບໍ່ຮູ້ສຶກກ່າວໂທດຕົນເອງເລີຍ. ບອກເຮົາເບິ່ງວ່າ ພວກເຂົາມີສະຕິຮູ້ສຶກຜິດຊອບບໍ? (ບໍ່ມີ). ຄົນທີ່ບໍ່ມີສະຕິຮູ້ສຶກຜິດຊອບແມ່ນຄົນປະເພດໃດ? ຢ່າຟ້າວເວົ້າວ່າພວກເຂົາເປັນຄົນດີ ຫຼື ຄົນຊົ່ວຮ້າຍ, ຢ່າງໜ້ອຍທີ່ສຸດ ພວກເຂົາກໍຂາດມາດຕະຖານ ແລະ ເງື່ອນໄຂພື້ນຖານທີ່ສຸດຂອງຄວາມເປັນມະນຸດທີ່ຈຳເປັນສຳລັບການປະຕິບັດຄວາມຈິງ. ກ່ອນໜ້ານີ້ພວກເຮົາໄດ້ໂອ້ລົມກັນວ່າ ເພື່ອປະຕິບັດຄວາມຈິງ, ຢ່າງໜ້ອຍທີ່ສຸດ ຄົນໆໜຶ່ງຕ້ອງມີສະຕິຮູ້ສຶກຜິດຊອບ. ສະຕິຮູ້ສຶກຜິດຊອບຂອງຄົນໆໜຶ່ງລວມເຖິງຄວາມຮູ້ສຶກລະອາຍໃຈ. ຄົນທີ່ເອົາປຽບຄົນອື່ນຢູ່ສະເໝີໂດຍບໍ່ຮູ້ສຶກກ່າວໂທດຕົນເອງໃນສະຕິຮູ້ສຶກຜິດຊອບຂອງພວກເຂົາມີຄວາມຮູ້ສຶກລະອາຍໃຈບໍ? (ບໍ່ມີ). ຄົນທີ່ບໍ່ມີຄວາມຮູ້ສຶກລະອາຍໃຈສາມາດປະຕິບັດຄວາມຈິງໄດ້ບໍ? (ບໍ່ໄດ້). ພວກເຂົາເຮັດຄວາມຊົ່ວໂດຍບໍ່ຮູ້ສຶກຫຍັງເລີຍ ແລະ ບໍ່ມີການຕຳໜິໃດໆຈາກສະຕິຮູ້ສຶກຜິດຊອບຂອງພວກເຂົາ. ສະນັ້ນ, ການດຳເນີນການກະທຳທີ່ເປັນທຳ ແລະ ການຍ່າງໃນເສັ້ນທາງທີ່ຖືກຕ້ອງຈຶ່ງບໍ່ມີຄວາມໜ້າສົນໃຈສຳລັບພວກເຂົາ ເພາະຄວາມເປັນມະນຸດຂອງພວກເຂົາບໍ່ມີຄວາມຕ້ອງການສຳລັບສິ່ງເຫຼົ່ານັ້ນ. ຄວາມຕ້ອງການຂອງພວກເຂົາແມ່ນຫຍັງ? ຄວາມຕ້ອງການຂອງພວກເຂົາກໍຄືການປົກປ້ອງຜົນປະໂຫຍດຂອງພວກເຂົາເອງຈາກການສູນເສຍໃດໆ ໃນຂະນະດຽວກັນກໍຍຶດເອົາຜົນປະໂຫຍດຂອງຄົນອື່ນ ແລະ ໃຊ້ພວກມັນເພື່ອຮັບໃຊ້ຕົນເອງ. ຄວາມເປັນມະນຸດຂອງພວກເຂົາບໍ່ມີຄວາມຮູ້ສຶກຕຳໜິ ຫຼື ກ່າວໂທດຕົນເອງສຳລັບພຶດຕິກຳດັ່ງກ່າວ ແລະ ບໍ່ມີຄວາມຮູ້ສຶກລະອາຍໃຈໃດໆ. ສະນັ້ນ, ມັນຈຶ່ງຍາກຫຼາຍສຳລັບຄົນປະເພດນີ້ທີ່ຈະປະຕິບັດຄວາມຈິງ. ຫຼັກການໃນການປະພຶດຕົນຂອງພວກເຂົາກໍຄື: ຕ້ອງບໍ່ຍອມສະລະສິ່ງໃດກໍຕາມທີ່ເປັນປະໂຫຍດຕໍ່ຕົນເອງແມ່ນແຕ່ໜ້ອຍດຽວ, ບໍ່ວ່າຈະເປັນໃນແງ່ຂອງວັດຖຸ ຫຼື ໃນຄວາມຮູ້ສຶກຂອງຈິດໃຈ. ສຳລັບສິ່ງທີ່ດີ ແລະ ມີຄຸນຄ່າຂອງຄົນອື່ນ, ພວກເຂົາມັກຈະຕ້ອງການເປັນເຈົ້າຂອງ, ຍຶດເອົາ ຫຼື ເຖິງຂັ້ນຝືນຍຶດຄອງເອົາພວກມັນຢູ່ສະເໝີ. ເມື່ອພວກເຂົາມີໂອກາດ, ພວກເຂົາກໍຈະຍຶດເອົາສິ່ງທີ່ດີຂອງຄົນອື່ນມາເປັນຂອງຕົນເອງ. ພວກເຂົາບໍ່ສາມາດປ່ອຍໃຫ້ຕົນເອງພາດໂອກາດນັ້ນໄດ້ຢ່າງເດັດຂາດ ແລະ ຖ້າພວກເຂົາພາດມັນ ພວກເຂົາກໍຈະເສຍໃຈໄປຕະຫຼອດຊີວິດ. ນີ້ຄືຫຼັກການໃນການປະພຶດຕົນຂອງພວກເຂົາ. ຍ້ອນພວກເຂົາຖືກຄວບຄຸມໂດຍຫຼັກການນີ້, ພວກເຂົາຈຶ່ງຮູ້ສຶກວ່າມັນສົມເຫດສົມຜົນ ແລະ ສະບາຍໃຈເມື່ອເອົາປຽບຄົນອື່ນ ແລະ ອ້າງເອົາຜົນປະໂຫຍດຂອງຄົນອື່ນມາເປັນຂອງຕົນເອງ, ໂດຍຮູ້ສຶກເຖິງຄວາມສຳເລັດອັນຍິ່ງໃຫຍ່. ຖ້າພວກເຂົາລົ້ມເຫຼວໃນການເອົາປຽບ ຫຼື ພາດໂອກາດທີ່ຈະເຮັດເຊັ່ນນັ້ນ, ພວກເຂົາກໍຮູ້ສຶກວ່າພວກເຂົາໄດ້ລົ້ມເຫຼວ ແລະ ຄິດວ່າຕົນເອງໂງ່ຈ້າ. ເມື່ອພວກເຂົາເອົາປຽບ, ພວກເຂົາກໍຮູ້ສຶກດີ, ຍິນດີ ແລະ ສະຫງົບໃຈ. ແຕ່ເມື່ອພວກເຂົາເຫັນໂອກາດທີ່ຈະເອົາປຽບແລ້ວບໍ່ໄດ້ເຮັດ, ພວກເຂົາກໍຮູ້ສຶກອາລົມເສຍ ແລະ ບໍ່ສະບາຍໃຈ: “ຖ້າຂ້ອຍບໍ່ເອົາປຽບນີ້, ມັນກໍເປັນການສູນເປົ່າ. ຖ້າຄົນອື່ນເອົາໄປ, ຂ້ອຍຈະບໍ່ເປັນຜູ້ເສຍປຽບບໍ?” ເບິ່ງນັ້ນແມ, ຄົນທີ່ຖືກຄວບຄຸມໂດຍຫຼັກການນີ້ສາມາດພະຍາຍາມເປັນຄົນດີໄດ້ບໍ? (ບໍ່ໄດ້). ເມື່ອປະຕິບັດຄວາມຈິງ, ຜູ້ຄົນຈຳເປັນຕ້ອງປ່ອຍວາງຫຼາຍສິ່ງຫຼາຍຢ່າງ ເຊັ່ນ: ຄວາມຮູ້ສຶກພາກພູມໃຈທີ່ພວກເຂົາຫວງແຫນ, ສະຖານະ ແລະ ສິ່ງທາງຈິດໃຈອື່ນໆ, ພ້ອມທັງສິ່ງຂອງທາງວັດຖຸບາງຢ່າງ. ສິ່ງທັງໝົດເຫຼົ່ານີ້ກ່ຽວຂ້ອງກັບຜົນປະໂຫຍດສ່ວນຕົວ ແລະ ການປະຕິບັດຄວາມຈິງຮຽກຮ້ອງໃຫ້ຄົນເຮົາກະບົດ, ເອົາຊະນະ, ປະຖິ້ມ ແລະ ປ່ອຍວາງສິ່ງເຫຼົ່ານີ້. ຄົນທີ່ມັກເອົາປຽບບໍ່ສາມາດເຮັດສິ່ງເຫຼົ່ານີ້ໄດ້ເລີຍ. ພວກເຂົາບໍ່ສາມາດປ່ອຍວາງຄວາມພາກພູມໃຈ ຫຼື ສະຖານະຂອງພວກເຂົາໄດ້ ແລະ ພວກເຂົາຍິ່ງບໍ່ສາມາດຍອມເສຍສະລະຜົນປະໂຫຍດທາງວັດຖຸໃດໆໄດ້. ເມື່ອປະຕິບັດຄວາມຈິງ, ພວກເຂົາບໍ່ສາມາດເຮັດຫຍັງໄດ້ເລີຍ. ສະນັ້ນ, ພວກເຂົາສາມາດປະຕິບັດຄວາມຈິງໄດ້ບໍ? (ບໍ່ໄດ້). ດັ່ງນັ້ນ, ມັນຈຶ່ງຍາກທີ່ສຸດສຳລັບພວກເຂົາທີ່ຈະປະຕິບັດຄວາມຈິງ. ພວກເຂົາຕ້ອງການຄອບຄອງສິ່ງທີ່ດີທາງຈິດໃຈ ແລະ ທາງວັດຖຸທັງໝົດໄວ້ສຳລັບຕົນເອງ ແລະ ບໍ່ສາມາດປ່ອຍວາງພວກມັນໄດ້ເລີຍ, ເຊິ່ງຂັດແຍ່ງ ແລະ ຂັດກັບຫຼັກການຂອງການປະຕິບັດຄວາມຈິງໂດຍກົງ. ນັ້ນຄືເຫດຜົນທີ່ພວກເຂົາບໍ່ສາມາດປະຕິບັດຄວາມຈິງໄດ້. ລອງເບິ່ງຄົນທີ່ມັກເອົາປຽບເປັນພິເສດເຫຼົ່ານັ້ນແມ, ພວກເຂົາເຮັດໄປໄກຮອດສໍ່າໃດ? ເມື່ອໄປຢ້ຽມຢາມບ້ານຂອງຄົນໃດໜຶ່ງ, ພວກເຂົາເຖິງຂັ້ນຕ້ອງດື່ມນ້ຳ ແລະ ກິນອາຫານຈຳນວນໜຶ່ງຂອງພວກເຂົາກ່ອນທີ່ຈະຈາກໄປ. ບອກເຮົາເບິ່ງວ່າ ຄົນທີ່ມີລັກສະນະແບບນີ້ສາມາດປະຕິບັດຄວາມຈິງໄດ້ບໍ? (ບໍ່ໄດ້). ມາດຕະຖານຂອງພວກເຂົາໃນການວັດແທກທຸກສິ່ງແມ່ນອີງໃສ່ຫຼັກການທີ່ວ່າພວກເຂົາສາມາດເອົາປຽບ ແລະ ຫາຜົນປະໂຫຍດໄດ້ ຫຼື ບໍ່. ຜົນປະໂຫຍດສ່ວນຕົວຄືຫຼັກການທີ່ພວກເຂົາໃຊ້ວັດແທກທຸກສິ່ງ. ການປະພຶດຕົນຂອງພວກເຂົາແມ່ນຈົດຈໍ່ຢູ່ກັບການເອົາປຽບຄົນອື່ນພຽງຢ່າງດຽວ. ຕາບໃດທີ່ພວກເຂົາບໍ່ທົນທຸກກັບການສູນເສຍ ແລະ ສາມາດເອົາປຽບໄດ້, ພວກເຂົາກໍຮູ້ສຶກວ່າມັນຄຸ້ມຄ່າ. ພວກເຂົາເຊື່ອວ່າ ໃນການປະພຶດຕົນ ຄົນໆໜຶ່ງຕ້ອງສາມາດເອົາປຽບໄດ້ ແລະ ຄົນໆໜຶ່ງຈະສະຫຼາດ ແລະ ມີໄຫວພິບກໍຕໍ່ເມື່ອພວກເຂົາໄດ້ເອົາປຽບເລື້ອຍໆ, ຖ້າຄົນໃດໜຶ່ງບໍ່ຮູ້ວິທີເອົາປຽບ, ຄົນນັ້ນກໍໂງ່ຈ້າ! ມາດຕະຖານສຳລັບການປະພຶດຕົນຂອງພວກເຂົາກໍຄືການເອົາປຽບພຽງຢ່າງດຽວ ແລະ ບໍ່ຮັບການສູນເສຍໃດໆເລີຍ. ພວກເຂົາຖືເອົາວິທີການນີ້ເປັນມາດຕະຖານສຳລັບການປະພຶດຕົນຂອງພວກເຂົາ, ພວກເຂົາສາມາດປະຕິບັດຄວາມຈິງໄດ້ບໍ? (ບໍ່ໄດ້). ຄວາມຈິງມີບ່ອນຢູ່ໃນໃຈຂອງພວກເຂົາບໍ? ມັນສາມາດມີອຳນາດໃນໃຈຂອງພວກເຂົາບໍ? (ບໍ່ໄດ້). ແລ້ວພວກເຂົາສາມາດປະຕິບັດຄວາມຈິງຫຍັງໄດ້ແດ່? (ບໍ່ໄດ້ເລີຍ). ພວກເຂົາບໍ່ສາມາດປະຕິບັດຄວາມຈິງຫຍັງໄດ້ເລີຍ, ລັກສະນະຂອງພວກເຂົາຕ່ຳຊ້າເກີນໄປ, ເຊິ່ງເຮັດໃຫ້ຄົນອື່ນລັງກຽດພວກເຂົາ. ບາງຄົນປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າ; ເຮືອນຂອງພຣະເຈົ້າສະໜອງເຄື່ອງໃຊ້ບາງຢ່າງໃຫ້ພວກເຂົາສຳລັບການນຳໃຊ້ປະຈຳວັນ ແລະ ພວກເຂົາຂໍເພີ່ມຢູ່ເລື້ອຍໆໂດຍໃຊ້ຂໍ້ອ້າງທີ່ວ່າພວກເຂົາໃຊ້ໝົດແລ້ວ, ທັງທີ່ຈິງແລ້ວພວກເຂົາຍັງມີເຫຼືອຢູ່. ເປັນຫຍັງພວກເຂົາຈຶ່ງຂໍເພີ່ມຢູ່ສະເໝີ? ພວກເຂົາຄິດວ່າ “ຖ້າຂ້ອຍບໍ່ເອົາປຽບຈາກສິ່ງນີ້ ແລະ ຄົນອື່ນເອົາໄປ, ຂ້ອຍຈະບໍ່ເປັນຜູ້ເສຍປຽບບໍ?” ເບິ່ງນັ້ນແມ, ນີ້ຄືລັກສະນະປະເພດໃດ? ມາດຕະຖານທີ່ຄົນປະເພດນີ້ໃຊ້ສຳລັບການວັດແທກທຸກສິ່ງແມ່ນອີງໃສ່ຫຼັກການທີ່ວ່າພວກເຂົາສາມາດເອົາປຽບ ແລະ ຫາຜົນປະໂຫຍດໄດ້ ຫຼື ບໍ່. ຫົວໃຈຂອງພວກເຂົາຖືກຄອບງຳໂດຍຄວາມຄິດເລື່ອງຜົນປະໂຫຍດໂດຍສິ້ນເຊີງ. ບໍ່ວ່າຈະໂອ້ລົມກັບພວກເຂົາກ່ຽວກັບສິ່ງທີ່ເປັນບວກ ຫຼື ຄວາມຈິງແນວໃດກໍຕາມ, ພວກເຂົາກໍປະຕິເສດທີ່ຈະຍອມຮັບມັນ, ເຊິ່ງບໍ່ມີຫຍັງກ່ຽວຂ້ອງກັບຂີດຄວາມສາມາດຂອງພວກເຂົາ ຫຼື ພວກເຂົາສາມາດເຂົ້າໃຈໄດ້ ຫຼື ບໍ່, ມັນເປັນຍ້ອນຫຼັກການໃນການປະພຶດຕົນຂອງພວກເຂົາມີບັນຫາ. ພວກເຂົາຈະບໍ່ຍອມຮັບ ຫຼື ປະຕິບັດສິ່ງທີ່ເປັນບວກຢ່າງເດັດຂາດ ແລະ ບໍ່ຍຶດໝັ້ນກັບຫຼັກການຄວາມຈິງ. ລັກສະນະຂອງພວກເຂົາແມ່ນຕ່ຳຊ້າທີ່ສຸດ. ບອກເຮົາເບິ່ງວ່າ ມັນຈຳເປັນຕ້ອງໂອ້ລົມກ່ຽວກັບຄວາມຈິງກັບຄົນປະເພດນີ້ບໍ? (ບໍ່ຈຳເປັນ). ເປັນຫຍັງຈຶ່ງບໍ່ຈຳເປັນ? (ເພາະວ່າພວກເຂົາຈະບໍ່ມີທາງປະຕິບັດຄວາມຈິງ). ຄວາມເປັນມະນຸດຂອງພວກເຂົາຂາດຄວາມຮູ້ສຶກຂອງສະຕິຮູ້ສຶກຜິດຊອບ ແລະ ບໍ່ມີເງື່ອນໄຂພື້ນຖານສຳລັບການປະຕິບັດຄວາມຈິງ. ຫົວໃຈຂອງພວກເຂົາຈົດຈໍ່ຢູ່ກັບການເອົາປຽບ ແລະ ການໄດ້ຮັບຜົນປະໂຫຍດພຽງຢ່າງດຽວ. ມັນສາມາດເວົ້າໄດ້ວ່າ ຄົນປະເພດນີ້ບໍ່ຄູ່ຄວນທີ່ຈະໄດ້ຍິນຄວາມຈິງ ແລະ ບໍ່ຄູ່ຄວນທີ່ຈະຟັງຄຳເທດສະໜາກ່ຽວກັບການບັນລຸຄວາມລອດພົ້ນເລີຍ. ເຫັນບໍວ່າ ພວກເຈົ້າບໍ່ເຂົ້າໃຈຢ່າງຄົບຖ້ວນວ່າການມັກເອົາປຽບເປັນບັນຫາປະເພດໃດ, ແມ່ນບໍ? ພວກເຈົ້າເຖິງຂັ້ນຄິດວ່າມັນເປັນຂໍ້ບົກຜ່ອງຂອງຄວາມເປັນມະນຸດ. ມັນເປັນຂໍ້ບົກຜ່ອງຂອງຄວາມເປັນມະນຸດບໍ? (ບໍ່ແມ່ນ). ຕອນນີ້ພວກເຈົ້າເຂົ້າໃຈແລ້ວ, ແມ່ນບໍ? ມັນເປັນບັນຫາປະເພດໃດ? (ມັນເປັນບັນຫາກ່ຽວກັບລັກສະນະ, ຄົນປະເພດນີ້ມີລັກສະນະທີ່ຕ່ຳຊ້າ).
ການມັກໃຫ້ທານ
ຕອນນີ້ໃຫ້ພວກເຮົາເວົ້າກ່ຽວກັບການມັກໃຫ້ທານ. ຖ້າບໍ່ມີແຮງຈູງໃຈໃດໆຢູ່ເບື້ອງຫຼັງການມັກໃຫ້ທານ ແລະ ມັນເປັນພຽງພຶດຕິກຳ ຫຼື ການປະຕິບັດທົ່ວໄປໃນຊີວິດປະຈຳວັນ, ແລ້ວການມັກໃຫ້ທານນີ້ກໍຄວນຖືວ່າເປັນຈຸດດີຂອງຄວາມເປັນມະນຸດ. ບໍ່ວ່າແນວໃດກໍຕາມ ການໃຫ້ກໍດີກວ່າການຮັບ. ຢ່າງໜ້ອຍທີ່ສຸດ ຄົນທີ່ມັກໃຫ້ທານກໍມີຫົວໃຈທີ່ເຫັນອົກເຫັນໃຈຄົນອື່ນ ແລະ ມີອົງປະກອບຂອງຄວາມເມດຕາໃນຄວາມເປັນມະນຸດຂອງພວກເຂົາ ແລະ ພວກເຂົາບໍ່ຂີ້ຖີ່ ແລະ ບໍ່ໃຫ້ຄວາມສຳຄັນກັບສິ່ງຂອງທາງວັດຖຸຫຼາຍເກີນໄປ. ຍິ່ງໄປກວ່ານັ້ນ ເມື່ອພວກເຂົາມີສິ່ງຂອງທາງວັດຖຸທີ່ຂ້ອນຂ້າງອຸດົມສົມບູນ, ພວກເຂົາກໍຈະແຈກຢາຍສິ່ງຂອງທີ່ເຫຼືອໃຊ້ຂອງພວກເຂົາ ຫຼື ສິ່ງທີ່ພວກເຂົາບໍ່ໄດ້ໃຊ້ແຕ່ເໝາະສົມສຳລັບຄົນອື່ນໃຊ້ ເຊິ່ງເຮັດໃຫ້ຊີວິດຂອງຄົນອື່ນມີກິນມີໃຊ້ ຫຼື ສະດວກສະບາຍຂຶ້ນເລັກໜ້ອຍ. ເມື່ອພິຈາລະນາຈາກແຮງຈູງໃຈທີ່ຢູ່ເບື້ອງຫຼັງການກະທຳເຫຼົ່ານີ້, ຢ່າງໜ້ອຍທີ່ສຸດ ຄົນທີ່ມັກໃຫ້ທານກໍມີຄວາມເປັນມະນຸດທີ່ເມດຕາ ແລະ ສະແດງໃຫ້ເຫັນເຖິງການສະແດງອອກທີ່ສຳຄັນຂອງການເຫັນອົກເຫັນໃຈ ແລະ ສົງສານຄົນອື່ນ, ມັນເປັນຈຸດດີຂອງຄວາມເປັນມະນຸດຂອງພວກເຂົາ. ຄົນແບບນັ້ນມີລັກສະນະທີ່ຂ້ອນຂ້າງດີ, ດີກວ່າຄົນຊົ່ວຮ້າຍທີ່ມັກເອົາປຽບຄົນອື່ນ ແລະ ຍຶດເອົາຊັບສິນຂອງຄົນອື່ນຕາມອຳເພີໃຈຫຼາຍ, ພວກເຂົາມີຄວາມສຸດຈະລິດຫຼາຍກວ່າພໍສົມຄວນ. ພວກເຂົາໃຫ້ທານ ແລະ ຊ່ວຍເຫຼືອຄົນອື່ນໂດຍບໍ່ຫວັງສິ່ງຕອບແທນໃດໆ, ໂດຍບໍ່ສະແຫວງຫາຄຳຍ້ອງຍໍຈາກຄົນອື່ນ ຫຼື ເພື່ອປະໄວ້ເຊິ່ງຊື່ສຽງທີ່ດີ. ນີ້ເປັນພຽງທັດສະນະຄະຕິຂອງພວກເຂົາໃນການປະພຶດຕົນ ຫຼື ວິຖີຊີວິດຂອງພວກເຂົາ. ຕົວຢ່າງ: ເມື່ອພວກເຂົາເຫັນວ່າຄົນໃດໜຶ່ງຂາດແຄນເຄື່ອງນຸ່ງ, ພວກເຂົາກໍເອົາເຄື່ອງນຸ່ງທີ່ເຫຼືອໃຊ້ຂອງພວກເຂົາໃຫ້ຄົນນັ້ນນຸ່ງທັນທີ. ເມື່ອພວກເຂົາເຫັນວ່າຄອບຄົວຂອງຄົນອື່ນທຸກຍາກ ແລະ ບໍ່ມີກິນພຽງພໍຢູ່ເລື້ອຍໆ, ພວກເຂົາກໍເອົາເຂົ້າສານຈຳນວນໜຶ່ງຈາກຄອບຄົວພວກເຂົາໃຫ້ຄົນເຫຼົ່ານັ້ນ ເພື່ອໃຫ້ພວກເຂົາສາມາດມີກິນພຽງພໍເຊັ່ນກັນ. ເມື່ອພວກເຂົາຊື້ຄອມພິວເຕີໜ່ວຍໃໝ່ ແລະ ເຫັນວ່າຄອມພິວເຕີຂອງອີກຄົນເກືອບຈະໃຊ້ການບໍ່ໄດ້, ພວກເຂົາກໍເອົາຄອມພິວເຕີໜ່ວຍເກົ່າຂອງພວກເຂົາໃຫ້ຄົນນັ້ນໃຊ້. ພວກເຂົາໃຫ້ທານໂດຍບໍ່ຫວັງສິ່ງຕອບແທນໃດໆ, ນີ້ເປັນພຽງລັກສະນະຂອງພວກເຂົາ. ນີ້ຄືຈຸດດີຂອງຄວາມເປັນມະນຸດ ແລະ ຍັງສາມາດຈັດວ່າເປັນການສະແດງອອກຂອງລັກສະນະທີ່ດີ. ພຶດຕິກຳຂອງການມັກໃຫ້ທານບໍ່ແມ່ນສິ່ງທີ່ບໍ່ດີເລີຍ ແຕ່ບາງຄົນ, ຍ້ອນພວກເຂົາມັກໃຫ້ທານ, ພວກເຂົາຈຶ່ງມັກຈະຄິດວ່າ “ຂ້ອຍເປັນຄົນໃຈດີ, ຂ້ອຍເປັນຄົນສູງສົ່ງ, ຂ້ອຍເປັນຄົນໃຈກວ້າງ. ຊີວິດຂອງຫຼາຍຄົນດີຂຶ້ນຫຼັງຈາກທີ່ໄດ້ຮັບທານ ແລະ ການຊ່ວຍເຫຼືອຈາກຂ້ອຍ. ຂ້ອຍເປັນເປົ້າໝາຍແຫ່ງຄວາມລອດພົ້ນຂອງພຣະເຈົ້າ. ຖ້າພຣະເຈົ້າບໍ່ຊ່ວຍຄົນແບບຂ້ອຍໃຫ້ລອດພົ້ນ, ພຣະອົງຈະຊ່ວຍຄົນປະເພດໃດໃຫ້ລອດພົ້ນ?” ພວກເຂົາມັກຈະຖືວ່າຕົນເອງເປັນ “ຄົນດີທີ່ມັກໃຫ້ທານ”. ສົມມຸດວ່າມີຄົນເວົ້າກັບພວກເຂົາວ່າ “ຄວາມເປັນມະນຸດຂອງເຈົ້າບໍ່ດີ. ເຈົ້າເຮັດຫຼາຍສິ່ງທີ່ຂັດກັບຄວາມຈິງ ແລະ ເຈົ້າບໍ່ຮັກຄວາມຈິງ”. ຫຼັງຈາກທີ່ໄດ້ຍິນສິ່ງນີ້, ພວກເຂົາກໍຈະເລີ່ມໃຈຮ້າຍ. ບັນຫາຢູ່ບ່ອນນີ້ແມ່ນຫຍັງ? ຄອບຄົວຂອງບາງຄົນຂ້ອນຂ້າງມີຖານະດີ ແລະ ອ້າຍເອື້ອຍນ້ອງທີ່ຢູ່ອ້ອມຂ້າງພວກເຂົາກໍລ້ວນແຕ່ໄດ້ຮັບຄວາມຊ່ວຍເຫຼືອຈາກພວກເຂົາ. ສະນັ້ນ ຄົນເຫຼົ່ານັ້ນຈຶ່ງມັກຈະໄຕ່ຕອງວ່າ “ຂ້ອຍໄດ້ປະຕິບັດຕໍ່ຄົນເຫຼົ່ານີ້ໃນຄຣິສຕະຈັກເປັນຢ່າງດີ, ພວກເຂົາທຸກຄົນລ້ວນແຕ່ໄດ້ຮັບຄວາມຊ່ວຍເຫຼືອບາງຢ່າງຈາກຂ້ອຍ. ຂ້ອຍບໍ່ມີກຽດຕິຍົດ ແລະ ສະຖານະໃນໃຈຂອງຄົນເຫຼົ່ານີ້ບໍ? ຂ້ອຍບໍ່ແມ່ນຄົນທີ່ມີຂີດຄວາມສາມາດດີທີ່ສຸດ ແລະ ມີຄວາມເປັນມະນຸດດີທີ່ສຸດໃນຄຣິສຕະຈັກບໍ? ຂ້ອຍບໍ່ຄວນເປັນຜູ້ນຳບໍ? ອ້າຍເອື້ອຍນ້ອງທຸກຄົນບໍ່ຄວນຟັງຂ້ອຍບໍ?” ນີ້ຄືບັນຫາປະເພດໃດ? ນີ້ບໍ່ແມ່ນບັນຫາຂອງອຸປະນິໄສທີ່ເສື່ອມຊາມບໍ? (ແມ່ນແລ້ວ). ພຽງແຕ່ຍ້ອນພວກເຂົາມີພຶດຕິກຳທີ່ດີເລັກໜ້ອຍ, ພວກເຂົາກໍບໍ່ຮູ້ຈັກປະມານຕົນເອງອີກຕໍ່ໄປ, ພວກເຂົາປະຕິບັດຕໍ່ພຶດຕິກຳນີ້ຄືກັບເປັນຕົ້ນທຶນ, ໂດຍຢາກເປັນຜູ້ນຳຄຣິສຕະຈັກຢູ່ສະເໝີ ແລະ ພວກເຂົາມີຄວາມທະນົງຕົວທີ່ເກີນຈິງ, ໂດຍຄິດວ່າພວກເຂົາພິເສດກວ່າຄົນອື່ນ. ພວກເຂົາບໍ່ເຊື່ອມໂຍງອຸປະນິໄສທີ່ເສື່ອມຊາມຕ່າງໆທີ່ຖືກເປີດໂປງໂດຍພຣະທຳຂອງພຣະເຈົ້າເຂົ້າກັບຕົນເອງ. ພວກເຂົາເຊື່ອວ່າການມັກໃຫ້ທານຂອງພວກເຂົາໝາຍຄວາມວ່າພວກເຂົາເປັນຄົນດີ, ພວກເຂົາບໍ່ມີອຸປະນິໄສທີ່ເສື່ອມຊາມໃດໆ, ທຸກສິ່ງທີ່ພວກເຂົາເຮັດແມ່ນຖືກຕ້ອງ ແລະ ພວກເຂົາຄວນເປັນຜູ້ນຳ ແລະ ເປັນແບບຢ່າງໃນຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງທຸກຄົນຄວນຮຽນແບບພວກເຂົາ. ສິ່ງເຫຼົ່ານີ້ແມ່ນການເປີດເຜີຍເຖິງຫຍັງ? (ອຸປະນິໄສທີ່ເສື່ອມຊາມ). ສິ່ງນີ້ໄດ້ກ້າວໄປເຖິງຂັ້ນເປັນອຸປະນິໄສທີ່ເສື່ອມຊາມແລ້ວ. ເຖິງແມ່ນວ່າການມັກໃຫ້ທານຈະເປັນຈຸດດີຂອງຄວາມເປັນມະນຸດກໍຕາມ ແຕ່ຖ້າຄົນໆໜຶ່ງຕັດສິນຕົນເອງວ່າເປັນຄົນດີທີ່ຈະໄດ້ຮັບຄວາມລອດພົ້ນຍ້ອນສິ່ງນີ້ຢ່າງແນ່ນອນ, ຄວາມຄິດ ແລະ ມຸມມອງປະເພດນີ້ຖືກຕ້ອງບໍ? ພວກເຂົາຖືວ່າພຶດຕິກຳທີ່ດີຂອງພວກເຂົາໃນການມັກໃຫ້ທານເປັນການທີ່ພວກເຂົາມີລັກສະນະທີ່ດີ ແລະ ມີຄວາມສຸດຈະລິດທີ່ສູງສົ່ງ ແລະ ເຖິງຂັ້ນຖືວ່າມັນເປັນການປະຕິບັດຄວາມຈິງ ແລະ ການອ່ອນນ້ອມຕໍ່ພຣະເຈົ້າ. ນີ້ຄືຄວາມຜິດພາດອັນຮ້າຍແຮງ. ນີ້ຄືຄວາມອວດດີ ແລະ ຄວາມຖືຕົນວ່າຊອບທຳ ແລະ ເປັນການຂາດການຮູ້ຈັກຕົນເອງຢ່າງສິ້ນເຊີງ. ສາມາດເວົ້າໄດ້ວ່າການມັກໃຫ້ທານເປັນພຶດຕິກຳທີ່ດີ. ຢ່າງຫຼາຍທີ່ສຸດ ຄົນທີ່ມັກໃຫ້ທານກໍມີລັກສະນະທີ່ຂ້ອນຂ້າງດີ, ດີກວ່າຜູ້ທີ່ມັກເອົາປຽບຫຼາຍ. ເຖິງຢ່າງໃດກໍຕາມ, ເຈົ້າບໍ່ສາມາດອ້າງວ່າເຈົ້າເປັນຄົນດີ, ເຈົ້າບໍ່ມີອຸປະນິໄສທີ່ເສື່ອມຊາມ ແລະ ມີຄວາມເປັນຈິງຄວາມຈິງ ແລະ ເຈົ້າມີຄຸນສົມບັດທີ່ຈະເປັນຜູ້ນຳຄຣິສຕະຈັກ ແລະ ຢືນຢູ່ເໜືອຄົນອື່ນ ແລະ ອອກຄຳສັ່ງ, ພຽງແຕ່ຍ້ອນເຈົ້າມີພຶດຕິກຳທີ່ດີໃນການມັກໃຫ້ທານນີ້. ນີ້ຄືອຸປະນິໄສທີ່ອວດດີ. ເຖິງແມ່ນວ່າເຈົ້າມັກໃຫ້ທານ ແລະ ຊ່ວຍເຫຼືອຄົນອື່ນ ໂດຍເຮັດພຶດຕິກຳທີ່ດີບາງຢ່າງເຫຼົ່ານີ້, ເຊິ່ງເປັນຈຸດດີຂອງຄວາມເປັນມະນຸດ, ສິ່ງນີ້ກໍບໍ່ໄດ້ພິສູດວ່າເຈົ້າບໍ່ມີອຸປະນິໄສທີ່ເສື່ອມຊາມ. ຖ້າເຈົ້າປະຕິບັດຕໍ່ການມັກໃຫ້ທານ ແລະ ຊ່ວຍເຫຼືອຄົນອື່ນຂອງເຈົ້າຄືກັບເປັນຕົ້ນທຶນ ແລະ ເກີດມີຄວາມທະເຍີທະຍານທີ່ຈະກາຍເປັນຜູ້ນຳຄຣິສຕະຈັກ ແລະ ຍົກລະດັບຕົນເອງໃຫ້ເໜືອຄົນອື່ນ, ນີ້ກໍເປັນບັນຫາຂອງອຸປະນິໄສທີ່ເສື່ອມຊາມ. ຕອນນີ້ເຈົ້າສາມາດເຫັນຄວາມແຕກຕ່າງໄດ້ແລ້ວບໍ? ການມີລັກສະນະທີ່ດີບໍ່ໄດ້ໝາຍຄວາມວ່າຄົນເຮົາບໍ່ມີອຸປະນິໄສທີ່ເສື່ອມຊາມ. ບາງຄົນໂດຍພື້ນຖານແລ້ວມີປະຕິສຳພັນ ແລະ ຄົບຫາສະມາຄົມກັບຄົນອື່ນໄດ້ດີພໍສົມຄວນ, ພວກເຂົາບໍ່ເອົາປຽບຄົນອື່ນ ແລະ ພວກເຂົາເຖິງຂັ້ນໃຫ້ທານ ແລະ ຊ່ວຍເຫຼືອຄົນອື່ນ, ພວກເຂົາມີຈຸດດີຂອງຄວາມເປັນມະນຸດບາງຢ່າງ. ເຖິງຢ່າງໃດກໍຕາມ, ຫຼັງຈາກທີ່ໃຊ້ເວລາຢູ່ກັບພວກເຂົາໄລຍະໜຶ່ງ, ເຈົ້າກໍຄົ້ນພົບວ່າພວກເຂົາອວດດີຫຼາຍ, ພວກເຂົາມັກໂອ້ອວດ ແລະ ບາງຄັ້ງພວກເຂົາກໍເຖິງຂັ້ນເວົ້າຕົວະ ແລະ ຫຼອກລວງພໍສົມຄວນ. ຖ້າເຈົ້າຕຳໜິພວກເຂົາ, ພວກເຂົາກໍປະຕິເສດທີ່ຈະຍອມຮັບມັນ ແລະ ຂ້ອນຂ້າງໂຫດຮ້າຍ, ເຖິງຂັ້ນຕົບໂຕະ ແລະ ເວົ້າວ່າ “ຂ້ອຍໄດ້ເຊື່ອໃນພຣະເຈົ້າມາຫຼາຍປີແລ້ວ, ໃຜແດ່ທີ່ບໍ່ເຄີຍໄດ້ຮັບທານຈາກຂ້ອຍ? ລອງຖາມອ້າຍເອື້ອຍນ້ອງເບິ່ງດຸ, ຂ້ອຍເຄີຍເອົາປຽບໃຜບໍ? ຂ້ອຍເຄີຍທຳຮ້າຍ ຫຼື ເຮັດໃຫ້ໃຜເຈັບປວດບໍ?” ການບໍ່ເຄີຍທຳຮ້າຍຄົນອື່ນເຮັດໃຫ້ເຈົ້າເປັນຄົນດີບໍ? ການບໍ່ທຳຮ້າຍຄົນອື່ນບໍ່ແມ່ນພຽງແຕ່ສິ່ງທີ່ໜ້ອຍທີ່ສຸດທີ່ຄົນເຮົາຄວນເຮັດບໍ? ເຈົ້າມີເຫດຜົນຫຍັງທີ່ຈະມາຈອງຫອງ? ການບໍ່ເຄີຍທຳຮ້າຍ ຫຼື ເຮັດໃຫ້ໃຜເຈັບປວດແມ່ນສິ່ງທີ່ຄົນເຮົາຄວນເຮັດ, ມັນບໍ່ແມ່ນຕົ້ນທຶນ. ການບໍ່ເອົາປຽບຄົນອື່ນບໍ່ໄດ້ໝາຍຄວາມວ່າເຈົ້າສາມາດປະຕິບັດຄວາມຈິງ ແລະ ອ່ອນນ້ອມຕໍ່ພຣະເຈົ້າໄດ້. ເຈົ້າຄວນຮຽນຮູ້ທີ່ຈະໄຕ່ຕອງກ່ຽວກັບຕົນເອງ ແລະ ສາມາດຍອມຮັບການຕຳໜິ ແລະ ການຊ່ວຍເຫຼືອຈາກຄົນອື່ນ, ມີພຽງແຕ່ວິທີນີ້ເທົ່ານັ້ນທີ່ເຈົ້າຈຶ່ງຈະເປັນຄົນທີ່ມີເຫດຜົນ. ຕອນນີ້ເຈົ້າກຳລັງຖືກລິຮານຍ້ອນເຈົ້າໄດ້ເປີດເຜີຍອຸປະນິໄສທີ່ເສື່ອມຊາມ ແລະ ການກະທຳຂອງເຈົ້າກໍບໍ່ສອດຄ່ອງກັບຄວາມຈິງ. ນີ້ບໍ່ແມ່ນການປະຕິເສດຂໍ້ເທັດຈິງທີ່ວ່າພຶດຕິກຳທີ່ດີຂອງເຈົ້າໃນການມັກໃຫ້ທານເປັນສິ່ງທີ່ເປັນບວກ ຫຼື ເປັນການປະຕິເສດລັກສະນະຂອງເຈົ້າ. ແຕ່ກົງກັນຂ້າມ, ການລິຮານ ແລະ ການເປີດໂປງກຳລັງຖືກປະຕິບັດຍ້ອນເຈົ້າໄດ້ເຮັດຜິດພາດ ແລະ ລະເມີດຫຼັກການຄວາມຈິງ. ຖ້າເຈົ້າສາມາດຍອມຮັບມັນໄດ້, ແລ້ວເຈົ້າກໍເປັນຄົນທີ່ຮັກຄວາມຈິງ ແລະ ສາມາດປະຕິບັດຄວາມຈິງໄດ້. ຖ້າເຈົ້າບໍ່ຍອມຮັບມັນ, ແລ້ວຢ່າງຫຼາຍທີ່ສຸດ ການມັກໃຫ້ທານຂອງເຈົ້າກໍເປັນພຽງຈຸດດີຂອງຄວາມເປັນມະນຸດ. ແຕ່ຍ້ອນຄວາມອວດດີ, ຄວາມໂຫດຮ້າຍ ແລະ ຄວາມຊົ່ວຊ້າພາຍໃນອຸປະນິໄສທີ່ເສື່ອມຊາມຂອງເຈົ້າຄອບງຳ, ເຈົ້າຈຶ່ງບໍ່ສາມາດຍອມຮັບຄວາມຈິງໄດ້ ແລະ ດັ່ງນັ້ນ ເຈົ້າຈຶ່ງຕ່ຳຊ້າຢ່າງສິ້ນເຊີງ ແລະ ເຈົ້າໄຮ້ຄ່າ. ເມື່ອປະເຊີນກັບການລິຮານ, ຄົນປະເພດນີ້ກໍຈະເຮັດໃຫ້ເປັນເລື່ອງໃຫຍ່ໂຕ, ເວົ້າກ່ຽວກັບຄຸນວຸດທິຂອງພວກເຂົາ ແລະ ໂອ້ອວດພຶດຕິກຳທີ່ດີເລັກໆນ້ອຍໆທີ່ພວກເຂົາໄດ້ເຮັດ. ພວກເຂົາປະພຶດຄືກັບໝາວໍ້ທີ່ອາລະວາດໄປມາ. ພາບລັກທີ່ດີເລັກໆນ້ອຍໆທີ່ພວກເຂົາມີນັ້ນຫາຍໄປຢ່າງສິ້ນເຊີງ ແລະ ທຳມະຊາດຂອງພວກເຂົາກໍຖືກເປີດໂປງຢ່າງສົມບູນ. ທຸກຄົນເຫັນສິ່ງນີ້ຢ່າງຊັດເຈນ ແລະ ເວົ້າວ່າ “ຄົນໆນີ້ມີອຸປະນິໄສທີ່ເສື່ອມຊາມຢ່າງຮ້າຍແຮງ, ພວກເຂົາເປັນຄົນຊົ່ວຮ້າຍ, ເປັນຄົນປາກຮ້າຍ! ໂຊກດີທີ່ພວກເຂົາບໍ່ໄດ້ຖືກເລືອກໃຫ້ເປັນຜູ້ນຳຄຣິສຕະຈັກ. ຖ້າພວກເຂົາໄດ້ກາຍເປັນຜູ້ນຳຄຣິສຕະຈັກ, ພວກເຂົາກໍຄົງບໍ່ທົນກັບການວິພາກວິຈານແມ່ນແຕ່ໜ້ອຍດຽວເລີຍ, ຖ້າມີຄົນພະຍາຍາມປົດພວກເຂົາອອກ, ພວກເຂົາກໍຈະບໍ່ມີທາງປ່ອຍຄົນນັ້ນໄປ ແລະ ພວກເຂົາກໍຈະຕໍ່ສູ້ກັບຄົນນັ້ນຈົນຕາຍ. ນັ້ນຈະເປັນຄວາມຫາຍະນະ!” ຖ້າເຈົ້າພຽງແຕ່ເບິ່ງພຶດຕິກຳທີ່ດີຢ່າງໜຶ່ງຂອງພວກເຂົາ ຫຼື ຄຸນນະພາບຢ່າງໜຶ່ງຂອງຄວາມເປັນມະນຸດຂອງພວກເຂົາ, ເຈົ້າກໍຈະບໍ່ສາມາດເຫັນໄດ້ເລີຍວ່າອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເປັນແນວໃດ, ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ຄວາມຈິງເປັນແນວໃດ ຫຼື ພວກເຂົາສາມາດອ່ອນນ້ອມຕໍ່ຄວາມຈິງໄດ້ ຫຼື ບໍ່. ເມື່ອພວກເຂົາເປີດເຜີຍອຸປະນິໄສທີ່ເສື່ອມຊາມ ແລະ ຈາກນັ້ນກໍຜ່ານການເປີດໂປງ ແລະ ການລິຮານ, ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ຄວາມຈິງກໍຈະປາກົດຂຶ້ນມາເທື່ອລະໜ້ອຍ ແລະ ຖືກເປີດໂປງ. ສະນັ້ນ, ລັກສະນະຂອງຄົນໆໜຶ່ງ ຫຼື ຈຸດດີ ແລະ ຂໍ້ບົກຜ່ອງໃນຄວາມເປັນມະນຸດຂອງພວກເຂົາ ບໍ່ສາມາດກຳນົດໄດ້ຢ່າງຄົບຖ້ວນວ່າພວກເຂົາຍອມຮັບຄວາມຈິງ ຫຼື ບໍ່. ເມື່ອເບິ່ງລັກສະນະຂອງພວກເຂົາ ຫຼື ຈຸດດີ ແລະ ຂໍ້ບົກຜ່ອງຂອງຄວາມເປັນມະນຸດຂອງພວກເຂົາ, ມັນກໍເປັນໄປບໍ່ໄດ້ເຊັ່ນກັນທີ່ຈະເຫັນວ່າທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ຄວາມຈິງເປັນແນວໃດ. ມີພຽງແຕ່ເມື່ອພວກເຂົາເປີດເຜີຍອຸປະນິໄສທີ່ເສື່ອມຊາມ ຫຼື ເມື່ອພວກເຂົາປະເຊີນກັບການເປີດໂປງ ແລະ ການລິຮານເທົ່ານັ້ນ ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ຄວາມຈິງຈຶ່ງຈະຖືກເປີດເຜີຍ ແລະ ມີພຽງແຕ່ວິທີນີ້ເທົ່ານັ້ນ ມັນຈຶ່ງສາມາດຮູ້ໄດ້ວ່າພວກເຂົາຮັກຄວາມຈິງ ຫຼື ບໍ່, ພວກເຂົາສາມາດປະຕິບັດຄວາມຈິງໄດ້ ຫຼື ບໍ່ ແລະ ພວກເຂົາມີຄວາມຫວັງຫຼາຍສໍ່າໃດທີ່ຈະໄດ້ຮັບຄວາມລອດພົ້ນໃນທີ່ສຸດ. ຈາກການມັກໃຫ້ທານ ແລະ ຊ່ວຍເຫຼືອຄົນອື່ນຂອງຄົນແບບນັ້ນ, ເຈົ້າສາມາດເຫັນໄດ້ວ່າພວກເຂົາແມ່ນຫຍັງຄືຈຸດດີ ແລະ ຂໍ້ບົກຜ່ອງຂອງຄວາມເປັນມະນຸດ. ຈາກນັ້ນ, ຈາກບັນຫາຫຼາຍຢ່າງຂອງພວກເຂົາ ເຊັ່ນ: ການທີ່ພວກເຂົາກາຍເປັນຄົນອວດດີ ແລະ ຖືຕົນວ່າຊອບທຳ ແລະ ຢາກກາຍເປັນຜູ້ນຳ ແລະ ຢືນຢູ່ເໜືອຄົນອື່ນຍ້ອນການມັກໃຫ້ທານ ແລະ ຊ່ວຍເຫຼືອຄົນອື່ນຂອງພວກເຂົາ, ເຈົ້າສາມາດເຫັນທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ຄວາມຈິງໄດ້ຢ່າງຊັດເຈນ; ແລະ ໂດຍອີງໃສ່ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ຄວາມຈິງ, ເຈົ້າສາມາດເຫັນໄດ້ຢ່າງຊັດເຈນວ່າພວກເຂົາສາມາດບັນລຸຄວາມລອດພົ້ນໄດ້ ຫຼື ບໍ່. ຜ່ານພຶດຕິກຳເຫຼົ່ານີ້, ເຈົ້າສາມາດແຍກແຍະຈຸດດີ ແລະ ຂໍ້ບົກຜ່ອງຂອງຄວາມເປັນມະນຸດຂອງພວກເຂົາ, ແຍກແຍະລັກສະນະຂອງພວກເຂົາ ແລະ ໃນເວລາດຽວກັນກໍຮຽນຮູ້ທີ່ຈະບອກຄວາມແຕກຕ່າງລະຫວ່າງຄວາມເປັນມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມ, ແຕ່ເຈົ້າບໍ່ສາມາດບອກໄດ້ຢ່າງຄົບຖ້ວນວ່າໃນທີ່ສຸດແລ້ວພວກເຂົາຈະສາມາດໄດ້ຮັບຄວາມລອດພົ້ນ ຫຼື ບໍ່ ຫຼື ຜົນຮັບຂອງພວກເຂົາຈະເປັນແນວໃດ. ການຕັດສິນວ່າຄົນໆໜຶ່ງສາມາດໄດ້ຮັບຄວາມລອດພົ້ນໄດ້ ຫຼື ບໍ່ນັ້ນຂ້ອນຂ້າງຊັບຊ້ອນຍິ່ງຂຶ້ນ, ເຈົ້າຍັງຕ້ອງເບິ່ງວ່າພວກເຂົາສາມາດຍອມຮັບຄວາມຈິງ, ໄຕ່ຕອງກ່ຽວກັບຕົນເອງ ແລະ ມີການກັບໃຈຢ່າງແທ້ຈິງເມື່ອພວກເຂົາເປີດເຜີຍອຸປະນິໄສທີ່ເສື່ອມຊາມ ຫຼື ບໍ່; ມັນຕ້ອງຖືກຕັດສິນໂດຍອີງໃສ່ດ້ານເຫຼົ່ານີ້.
ການມັກເຂົ້າສັງຄົມ ແລະ ການມັກເກັບຕົວ
ການມັກເຂົ້າສັງຄົມ, ນີ້ແມ່ນດ້ານໃດ? (ເງື່ອນໄຂທີ່ຕິດໂຕມາແຕ່ເກີດ). ນີ້ແມ່ນເງື່ອນໄຂທີ່ຕິດໂຕມາແຕ່ເກີດ, ເປັນວິທີການດຳລົງຊີວິດທາງໂລກໃນຂະນະທີ່ຢູ່ທ່າມກາງກຸ່ມຄົນ. ບາງຄົນເພີດເພີນກັບການຄົບຫາສະມາຄົມກັບຄົນອື່ນ, ພວກເຂົາບໍ່ເບື່ອມັນຈັກເທື່ອ ແລະ ບໍ່ວ່າຄົນອື່ນຈະມີລັກສະນະນິໄສແນວໃດກໍຕາມ, ພວກເຂົາກໍສາມາດ ແລະ ເຕັມໃຈທີ່ຈະຄົບຫາສະມາຄົມກັບພວກເຂົາ. ເຖິງຢ່າງໃດກໍຕາມ, ບາງຄົນເລືອກທີ່ຈະຫຼີກລ່ຽງຝູງຊົນ ແລະ ບໍ່ເຕັມໃຈທີ່ຈະຄົບຫາສະມາຄົມກັບຄົນອື່ນ. ສິ່ງນີ້ມີຄວາມເຊື່ອມໂຍງບາງຢ່າງກັບລັກສະນະນິໄສທີ່ຕິດໂຕມາແຕ່ເກີດ. ເມື່ອມັນກ່ຽວຂ້ອງກັບລັກສະນະນິໄສ, ມັນກໍກ່ຽວຂ້ອງກັບເງື່ອນໄຂທີ່ຕິດໂຕມາແຕ່ເກີດຢ່າງແນ່ນອນ. ການມັກເຂົ້າສັງຄົມແມ່ນກ່ຽວຂ້ອງກັບລັກສະນະນິໄສຂອງຄົນໆໜຶ່ງ; ມັນບໍ່ກ່ຽວຂ້ອງກັບຂໍ້ດີ ຫຼື ຂໍ້ບົກຜ່ອງຂອງຄວາມເປັນມະນຸດ ແລະ ແນ່ນອນວ່າມັນບໍ່ກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມໃດໆ. ນີ້ຄືການສະແດງອອກທີ່ຂ້ອນຂ້າງງ່າຍດາຍ. ການມັກເກັບຕົວ, ສິ່ງນີ້ຕົກຢູ່ໃນດ້ານໃດ? (ມັນເປັນສ່ວນໜຶ່ງຂອງລັກສະນະນິໄສທີ່ຕິດໂຕມາແຕ່ເກີດຂອງຄົນໆໜຶ່ງ). (ມັນເປັນຂໍ້ບົກຜ່ອງຂອງຄວາມເປັນມະນຸດ). ມີຄວາມເຫັນບໍ່ກົງກັນບາງຢ່າງຢູ່ບ່ອນນີ້, ແລ້ວການມັກເກັບຕົວເປັນບັນຫາປະເພດໃດແທ້? (ການມັກເກັບຕົວບົ່ງບອກວ່າລັກສະນະນິໄສຂອງຄົນໆໜຶ່ງບໍ່ດີ). ການມີລັກສະນະນິໄສທີ່ບໍ່ດີເປັນຂໍ້ບົກຜ່ອງຂອງຄວາມເປັນມະນຸດ. ລັກສະນະນິໄສນັ້ນເອງກໍເປັນດ້ານໜຶ່ງຂອງເງື່ອນໄຂທີ່ຕິດໂຕມາແຕ່ເກີດເຊັ່ນກັນ, ສະນັ້ນ ລັກສະນະຂອງການມັກເກັບຕົວແບບນີ້ຈຶ່ງເປັນທັງເງື່ອນໄຂທີ່ຕິດໂຕມາແຕ່ເກີດ ແລະ ຂໍ້ບົກຜ່ອງຂອງຄວາມເປັນມະນຸດ. ສິ່ງນີ້ບໍ່ໄດ້ຕົກຢູ່ໃນອຸປະນິໄສທີ່ເສື່ອມຊາມ ແລະ ບໍ່ກ່ຽວຂ້ອງກັບການປະພຶດຕົນຂອງຄົນໆໜຶ່ງ. ການມັກເກັບຕົວໝາຍເຖິງການຫຼີກລ່ຽງຜູ້ຄົນຢູ່ສະເໝີ, ການບໍ່ເຕັມໃຈທີ່ຈະສື່ສານຄວາມຄິດຂອງຕົນກັບຄົນອື່ນ, ການເລືອກເຮັດສິ່ງຕ່າງໆຕາມລຳພັງ, ການບໍ່ມັກຄົບຫາສະມາຄົມກັບຄົນອື່ນ ແລະ ການບໍ່ມັກດຳລົງຊີວິດຢູ່ທ່າມກາງຜູ້ຄົນ. ຄົນແບບນັ້ນມັກຢູ່ແຕ່ໃນສະພາບແວດລ້ອມສັນໂດດ ຫຼື ຢູ່ແຈໃດແຈໜຶ່ງເທົ່ານັ້ນ. ເມື່ອມີຄົນຫຼາຍ, ພວກເຂົາກໍບໍ່ເຕັມໃຈທີ່ຈະເວົ້າ. ພວກເຂົາບໍ່ເກັ່ງໃນການສື່ສານກັບຄົນອື່ນ. ເມື່ອພວກເຂົາສື່ສານກັບຄົນອື່ນ, ພວກເຂົາກໍຮູ້ສຶກວິຕົກກັງວົນ ແລະ ຕື່ນຕົກໃຈ ຫຼື ຕົກຢູ່ໃນສະຖານະການບາງຢ່າງທີ່ໜ້າອັບອາຍ ແລະ ອຶດອັດ. ນີ້ຄືບັນຫາລັກສະນະນິໄສພາຍໃນເງື່ອນໄຂທີ່ຕິດໂຕມາແຕ່ເກີດ ແລະ ແນ່ນອນວ່າ ເປັນຂໍ້ບົກຜ່ອງຂອງຄວາມເປັນມະນຸດເຊັ່ນກັນ, ແມ່ນບໍ? (ແມ່ນແລ້ວ).
ຄວາມຂີ້ຢ້ານ ແລະ ຄວາມຫ້າວຫານ
ຕອນນີ້ ພວກເຮົາມາເບິ່ງທີ່ການເປັນຄົນຂີ້ຢ້ານກັນເທາະ, ນີ້ເປັນບັນຫາປະເພດໃດ? (ເງື່ອນໄຂທີ່ຕິດໂຕມາແຕ່ເກີດ). (ຂໍ້ບົກຜ່ອງຂອງຄວາມເປັນມະນຸດ). ມັນເປັນເງື່ອນໄຂທີ່ຕິດໂຕມາແຕ່ເກີດ ແລະ ຍັງເປັນຂໍ້ບົກຜ່ອງຂອງຄວາມເປັນມະນຸດອີກດ້ວຍ. ບອກເຮົາເບິ່ງວ່າ ການເປັນຄົນຂີ້ຢ້ານໝາຍຄວາມວ່າແນວໃດ? ການຢ້ານທີ່ຈະອອກໄປຂ້າງນອກໃນຕອນກາງຄືນ, ການຢ້ານໜູ, ຂີ້ເຂັບ ແລະ ແມງງອດ, ພ້ອມທັງການຢ້ານທີ່ຈະພົບກັບບັນຫາ ແລະ ບໍ່ເຕັມໃຈທີ່ຈະປະເຊີນກັບບັນຫາທີ່ຊັບຊ້ອນ, ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນການສະແດງອອກຂອງການເປັນຄົນຂີ້ຢ້ານ. ບາງຄົນເປັນລົມຍ້ອນຄວາມຢ້ານເມື່ອພວກເຂົາເຫັນງູ. ບາງຄົນຢ້ານຫຼາຍຈົນພວກເຂົາສັ່ນໄປທັງຕົວ ເມື່ອພວກເຂົາໄດ້ຍິນກ່ຽວກັບອຸບັດຕິເຫດທາງລົດ. ບາງຄົນ, ເມື່ອໄດ້ຍິນວ່າຜູ້ເຊື່ອໃນພຣະເຈົ້າຖືກຂົ່ມເຫັງ ແລະ ສາມາດຖືກຈັບກຸມ, ຖືກຕັດສິນໂທດ ແລະ ຖືກຈຳຄຸກ, ກໍຢ້ານຫຼາຍຈົນພວກເຂົາບໍ່ກ້າທີ່ຈະເຊື່ອ. ຍັງມີຄົນທີ່ບໍ່ກ້າຂີ່ລົດໄຟເຫາະອີກດ້ວຍ. ຄົນແບບນັ້ນບໍ່ກ້າທີ່ຈະເຂົ້າຮ່ວມ ຫຼື ລອງເຮັດຫຍັງເລີຍ ຖ້າມີແມ່ນແຕ່ສິ່ງເລັກນ້ອຍທີ່ພວກເຂົາບໍ່ສາມາດເບິ່ງອອກ ຫຼື ຖ້າມັນເປັນສິ່ງທີ່ພວກເຂົາບໍ່ເຄີຍເຮັດມາກ່ອນ. ພວກເຂົາບໍ່ພຽງແຕ່ບໍ່ກ້າລອງເຮັດວຽກທີ່ເປັນອັນຕະລາຍ ຫຼື ກິດຈະກຳທີ່ເປັນອັນຕະລາຍເທົ່ານັ້ນ, ແຕ່ພວກເຂົາຍັງຢ້ານທີ່ຈະເຮັດສິ່ງທີ່ຄົນປົກກະຕິຄວນເຮັດໃນຊີວິດປະຈຳວັນອີກດ້ວຍ. ຕົວຢ່າງ: ຖ້າຖືກຂໍໃຫ້ຮຽນຂັບລົດ, ພວກເຂົາກໍເວົ້າວ່າ “ຂ້ອຍບໍ່ກ້າຂັບລົດ. ມີລົດຫຼາຍຄັນຢູ່ເທິງຖະໜົນ ແລະ ພວກເຂົາຂັບໄວຫຼາຍ, ຈະເປັນແນວໃດຖ້າຂ້ອຍຖືກຕຳ?” ບາງຄົນເວົ້າວ່າ “ເປັນຫຍັງເຈົ້າຈຶ່ງກັງວົນກ່ຽວກັບລົດຊົນກັນຢູ່ສະເໝີ? ເຈົ້າພຽງແຕ່ລະມັດລະວັງໃຫ້ຫຼາຍຂຶ້ນອີກໜ້ອຍເມື່ອຂັບລົດ ບໍ່ໄດ້ບໍ?” ແຕ່ພວກເຂົາກໍຍັງຢ້ານຢູ່ “ຫຼັງຈາກທີ່ລົດເລີ່ມເຄື່ອນທີ່, ມັນກໍຢູ່ນອກເໜືອການຄວບຄຸມຂອງຂ້ອຍແລ້ວ. ຖ້າເກີດການຊົນກັນແທ້ໆ, ບໍ່ມີໃຜສາມາດຄວບຄຸມມັນໄດ້!” ພວກເຂົາຄິດໃນທິດທາງທີ່ເປັນລົບຢູ່ສະເໝີ, ສະນັ້ນ ພວກເຂົາຈຶ່ງບໍ່ສາມາດເຮັດຫຍັງໃຫ້ສຳເລັດໄດ້. ການເປັນຄົນຂີ້ຢ້ານເປັນເງື່ອນໄຂທີ່ຕິດໂຕມາແຕ່ເກີດ ແລະ ມັນຍັງເປັນຂໍ້ບົກຜ່ອງຂອງຄວາມເປັນມະນຸດເຊັ່ນກັນ. ຄົນຂີ້ຢ້ານລະມັດລະວັງ ແລະ ລະອຽດຮອບຄອບຫຼາຍເກີນໄປໃນທຸກສິ່ງທີ່ພວກເຂົາເຮັດ. ໂດຍປົກກະຕິແລ້ວ ພວກເຂົາບໍ່ເຮັດຄວາມຜິດພາດທີ່ໃຫຍ່ຫຼວງ ຫຼື ກະທຳຄວາມຜິດທີ່ຮ້າຍແຮງ. ແຕ່ຈາກມຸມມອງໃດກໍຕາມ, ສິ່ງນີ້ບໍ່ສາມາດຖືວ່າເປັນຂໍ້ດີໄດ້, ນີ້ຄືຂໍ້ບົກຜ່ອງຂອງຄວາມເປັນມະນຸດ. ແລ້ວການເປັນຄົນຫ້າວຫານເດ? ໂດຍທົ່ວໄປແລ້ວ ຄຳສັບໃດມັກເຊື່ອມໂຍງກັບການເປັນຄົນຫ້າວຫານ? (ການເປັນຄົນຫ້າວຫານແບບໂງ່ໆ, ການກະທຳຢ່າງບໍ່ຢັ້ງຄິດຍ້ອນຄວາມຫ້າວຫານ). “ການກະທຳຢ່າງບໍ່ຢັ້ງຄິດຍ້ອນຄວາມຫ້າວຫານ”, “ການເປັນຄົນຫ້າວຫານແບບສຸດໂຕ່ງ” ແລະ “ການເປັນຄົນຫ້າວຫານແບບໜ້າດ້ານ” ລ້ວນແຕ່ໝາຍເຖິງການເປັນຄົນຫ້າວຫານ. ສະນັ້ນ, ການເປັນຄົນຫ້າວຫານເປັນສິ່ງທີ່ດີ ຫຼື ບໍ່? (ມັນແລ້ວແຕ່ກໍລະນີ). ມັນຂຶ້ນຢູ່ກັບສະຖານະການ ແລະ ວ່າພວກເຂົາເປັນຄົນປະເພດໃດ. ຖ້າເບິ່ງຈາກມຸມມອງຂອງຄວາມເປັນມະນຸດ, ການເປັນຄົນຫ້າວຫານແມ່ນບໍ່ສາມາດຈັດປະເພດເປັນຂໍ້ດີ ຫຼື ຂໍ້ບົກຜ່ອງໄດ້, ພວກເຮົາຈະຈັດໃຫ້ມັນຢູ່ໃນໝວດໝູ່ເງື່ອນໄຂທີ່ຕິດໂຕມາແຕ່ເກີດ. ຄວາມຫ້າວຫານຂອງຄົນໆໜຶ່ງຕ້ອງໄດ້ຮັບການພິຈາລະນາໃນແງ່ຂອງກໍລະນີນັ້ນໆ; ນອກຈາກນີ້, ເຈົ້າຕ້ອງເບິ່ງວ່າພວກເຂົາມີຂອບເຂດໃນການເຮັດສິ່ງຕ່າງໆ ຫຼື ບໍ່ ແລະ ລັກສະນະຂອງພວກເຂົາເປັນແນວໃດ. ຖ້າລັກສະນະຂອງພວກເຂົາບໍ່ດີ, ຄວາມຫ້າວຫານກໍສາມາດພາໃຫ້ພວກເຂົາລະເມີດກົດໝາຍ, ເຮັດຄວາມຊົ່ວ ແລະ ກໍ່ອາຊະຍາກຳ, ເອົາປຽບ, ຫາຜົນປະໂຫຍດດ້ວຍວິທີທີ່ຜິດກົດໝາຍ ແລະ ຕົ້ມຕຸ໋ນ ແລະ ສໍ້ໂກງຄົນອື່ນຢູ່ທຸກຫົນທຸກແຫ່ງ. ຖ້າມີຄົນສະເໜີເງິນໃຫ້ພວກເຂົາເພື່ອເຮັດຄວາມຜິດ, ພວກເຂົາກໍສາມາດເຮັດມັນໄດ້. ເພື່ອທີ່ຈະເອົາປຽບ, ພວກເຂົາກ້າທີ່ຈະເຮັດການກະທຳໃດກໍຕາມທີ່ບໍ່ດີ, ໂດຍບໍ່ຄຳນຶງເຖິງຜົນສະທ້ອນ ຫຼື ໂດຍບໍ່ມີການຄຳນຶງເຖິງຄົນອື່ນ. ການກະທຳຢ່າງບໍ່ຢັ້ງຄິດຍ້ອນຄວາມຫ້າວຫານແບບນີ້ດີບໍ? (ບໍ່). ບາງຄົນຫຼອກລວງຄົນອື່ນຢູ່ທຸກຫົນທຸກແຫ່ງເພື່ອຜົນປະໂຫຍດທາງທຸລະກິດຂອງພວກເຂົາ. ທຸລະກິດທີ່ພວກເຂົາດຳເນີນການນັ້ນຜິດກົດໝາຍ, ມັນເປັນພຽງບໍລິສັດບັງໜ້າທີ່ບໍ່ມີການດຳເນີນງານຕົວຈິງ. ແຕ່ຍ້ອນຄວາມຫ້າວຫານຂອງພວກເຂົາບວກກັບຄວາມສາມາດຂອງພວກເຂົາໃນການຫຼອກລວງ, ພວກເຂົາຈຶ່ງສ້າງລາຍໄດ້ຢ່າງມະຫາສານຊົ່ວຄາວ, ອາໄສຢູ່ໃນເຮືອນວິນລາ ແລະ ຂັບລົດເກັງ, ພວກເຂົາເພີດເພີນກັບຊີວິດທີ່ດີຫຼາຍ, ແຕ່ເງິນ ແລະ ຊັບສິນທາງວັດຖຸທີ່ພວກເຂົາເພີດເພີນນັ້ນລ້ວນແຕ່ໄດ້ມາຈາກການຫຼອກລວງ ເຊິ່ງເປັນຜົນມາຈາກຄວາມຫ້າວຫານຂອງພວກເຂົາ. ນີ້ເປັນສິ່ງທີ່ດີບໍ? ບອກເຮົາເບິ່ງວ່າ ຄວາມຫ້າວຫານນີ້ດີບໍ? (ບໍ່). ສະນັ້ນ, ເມື່ອເວົ້າເຖິງຄົນທີ່ຫ້າວຫານ, ເຈົ້າຕ້ອງເບິ່ງເສັ້ນທາງທີ່ພວກເຂົາຍ່າງ. ຖ້າພວກເຂົາກ້າທີ່ຈະຕົ້ມຕຸ໋ນ ແລະ ຫຼອກລວງຄົນອື່ນຍ້ອນຄວາມຫ້າວຫານຂອງພວກເຂົາ, ພວກເຂົາກໍກຳລັງເຮັດຄວາມຊົ່ວຮ້າຍທີ່ໃຫຍ່ຫຼວງ. ຍິ່ງເຈົ້າຫຼອກລວງຫຼາຍເທົ່າໃດ ແລະ ຍິ່ງເຈົ້າເອົາປຽບຄົນອື່ນຫຼາຍເທົ່າໃດ, ການລົງໂທດທີ່ເຈົ້າຈະໄດ້ຮັບໃນອະນາຄົດກໍຍິ່ງຈະຮຸນແຮງເທົ່ານັ້ນ, ແມ່ນບໍ? ສິ່ງນີ້ບໍ່ໄດ້ນຳເອົາໄພພິບັດມາໃຫ້ບໍ? (ແມ່ນແລ້ວ). ຖ້າເຈົ້າເປັນຄົນຂີ້ຢ້ານ ແລະ ຕ້ອງການຕົ້ມຕຸ໋ນ ແລະ ຫຼອກລວງຄົນອື່ນ, ເຈົ້າກໍຈະມີສ່ວນຮ່ວມໃນການຫຼອກລວງໜ້ອຍລົງເລັກໜ້ອຍ ແລະ ການລົງໂທດທີ່ເຈົ້າໄດ້ຮັບໃນອະນາຄົດກໍຈະເບົາບາງລົງ. ສະນັ້ນ ສຳລັບຄົນແບບນັ້ນທີ່ບໍ່ຍ່າງໃນເສັ້ນທາງທີ່ຖືກຕ້ອງ, ສຳລັບພວກເຂົາແລ້ວ ການຈະຂີ້ຢ້ານເລັກໜ້ອຍ ຫຼື ຫ້າວຫານເລັກໜ້ອຍ ອັນໃດດີກວ່າກັນ? (ການເປັນຄົນຂີ້ຢ້ານເລັກໜ້ອຍແມ່ນດີກວ່າ). ສຳລັບຄົນເຫຼົ່ານີ້ທີ່ບໍ່ຍ່າງໃນເສັ້ນທາງທີ່ຖືກຕ້ອງ, ຄົນທີ່ສາມາດຕົ້ມຕຸ໋ນ ແລະ ຫຼອກລວງຄົນອື່ນ, ຄົນທີ່ບໍ່ສົນໃຈກົດໝາຍ ແລະ ພະຍາຍາມໃຊ້ປະໂຫຍດຈາກຊ່ອງຫວ່າງທາງກົດໝາຍ ເພື່ອຫາຜົນກຳໄລຢ່າງມະຫາສານ ແລະ ຄົນທີ່ສາມາດລະເມີດກົດໝາຍໄດ້ທຸກເວລາ, ຄວາມຫ້າວຫານຄືໄພພິບັດ, ມັນເປັນຂໍ້ບົກຜ່ອງ ແລະ ຄວາມລົ້ມເຫຼວໃນຄວາມເປັນມະນຸດຂອງພວກເຂົາ. ໃນທາງກົງກັນຂ້າມ, ການເປັນຄົນຂີ້ຢ້ານກາຍເປັນສິ່ງທີ່ດີ, ມັນເຖິງກັບເປັນການປົກປ້ອງສຳລັບພວກເຂົາ. ຄົນຂີ້ຢ້ານຫາເງິນໄດ້ຈຳນວນໜຶ່ງເພື່ອໃຫ້ພວກເຂົາສາມາດຕອບສະໜອງຄວາມຕ້ອງການພື້ນຖານຂອງຄອບຄົວພວກເຂົາ ແລະ ຕົວພວກເຂົາເອງ ພ້ອມທັງເພີດເພີນກັບຄວາມຫຼູຫຼາບາງຢ່າງ ແລະ ຢຸດຢູ່ພຽງເທົ່ານັ້ນ. ການລົງໂທດທີ່ພວກເຂົາໄດ້ຮັບໃນອະນາຄົດກໍຈະເບົາຂຶ້ນ. ຄົນທີ່ຫ້າວຫານກ້າທີ່ຈະເຮັດການກະທຳທີ່ບໍ່ດີໂດຍບໍ່ຢັ້ງຄິດ ພ້ອມທັງຫຼອກລວງ ແລະ ຕົ້ມຕຸ໋ນຄົນອື່ນ, ໂດຍເອົາສິ່ງທີ່ເປັນຂອງຄົນອື່ນ ເພື່ອໃຫ້ພວກເຂົາເອງມີສິ່ງທີ່ເພີດເພີນຫຼາຍຂຶ້ນ. ພວກເຂົາເອົາປຽບຄົນອື່ນ, ພວກເຂົາຈະບໍ່ຕ້ອງຊົດເຊີຍສຳລັບສິ່ງນັ້ນໃນອະນາຄົດບໍ? (ແມ່ນແລ້ວ). ຖ້າພວກເຂົາມີຊາດໜ້າ, ການລົງໂທດທີ່ພວກເຂົາໄດ້ຮັບໃນຕອນນັ້ນກໍຈະຮຸນແຮງ, ພວກເຂົາບໍ່ສາມາດຊົດເຊີຍມັນໄດ້ຢ່າງຄົບຖ້ວນໃນໜຶ່ງ ຫຼື ສອງຊາດ. ບາງຄົນໃຊ້ເວລາທັງຊີວິດຂອງພວກເຂົາເພື່ອບໍລິຫານຮ້ານອາຫານ ຫຼື ເຮັດທຸລະກິດ, ໂດຍສະສົມຊັບສິນໄດ້ຮອດໜຶ່ງ ຫຼື ສອງລ້ານ ຫຼື ເຖິງຂັ້ນຫຼາຍສິບລ້ານ, ແຕ່ພວກເຂົາບໍ່ສາມາດມີຄວາມສຸກຈາກສິ່ງເຫຼົ່ານັ້ນດ້ວຍຕົນເອງເລີຍ ເພາະມັນລ້ວນແຕ່ແມ່ນຖືກນຳໄປໃຊ້ເພື່ອໃຊ້ໜີ້ທັງໝົດ. ແມ່ນແຕ່ຕອນທີ່ພວກເຂົາອາຍຸຮອດເຈັດສິບ ຫຼື ແປດສິບປີ, ພວກເຂົາກໍຍັງໃຊ້ໜີ້ບໍ່ໝົດ. ກຳລັງເກີດຫຍັງຂຶ້ນແທ້ໆຢູ່ບ່ອນນີ້? ນີ້ຄືກຳຕາມສະໜອງ, ບາງທີອາດເປັນເພາະວ່າໃນຊາດກ່ອນຂອງພວກເຂົາ, ພວກເຂົາເອົາຈາກຄົນອື່ນຫຼາຍເກີນໄປຍ້ອນຄວາມໂລບ, ສະນັ້ນ ພວກເຂົາຈຶ່ງຕ້ອງໃຊ້ໜີ້ຕະຫຼອດສອງສາມຊາດເຫຼົ່ານີ້. ມັນບໍ່ແມ່ນວ່າ ໃນຊາດກ່ອນຂອງພວກເຂົາ, ພວກເຂົາໂລບເກີນໄປ, ຫ້າວຫານເກີນໄປ ແລະ ເອົາປຽບຄົນອື່ນຫຼາຍເກີນໄປ, ເຊິ່ງສົ່ງຜົນໃຫ້ເກີດກຳຕາມສະໜອງໃນຊີວິດປັດຈຸບັນຂອງພວກເຂົາບໍ? (ແມ່ນແລ້ວ). ສຳລັບຄົນທີ່ບໍ່ຍ່າງໃນເສັ້ນທາງທີ່ຖືກຕ້ອງ, ການເປັນຄົນຂີ້ຢ້ານເລັກໜ້ອຍຄືການປົກປ້ອງສຳລັບພວກເຂົາ, ໃນຂະນະທີ່ຄວາມຫ້າວຫານເປັນສັນຍານທີ່ບໍ່ດີ.
ຖ້າຄົນໃດໜຶ່ງຍ່າງໃນເສັ້ນທາງທີ່ຖືກຕ້ອງ, ຄວາມຫ້າວຫານເປັນສິ່ງທີ່ດີບໍ? (ແມ່ນແລ້ວ). ມັນດີແນວໃດ? (ຖ້າພວກເຂົາຫ້າວຫານ, ພວກເຂົາກໍຍັງສາມາດຍຶດໝັ້ນໃນການເຊື່ອໃນພຣະເຈົ້າໄດ້ ເມື່ອປະເຊີນກັບການຂົ່ມເຫັງ). ຄວາມຫ້າວຫານນີ້ບໍ່ພຽງແຕ່ໝາຍເຖິງຄວາມກ້າຫານທາງເນື້ອໜັງເທົ່ານັ້ນ. ຖ້າມັນເປັນຄວາມຫ້າວຫານປະເພດທີ່ເປັນຄວາມກ້າຫານທາງເນື້ອໜັງ, ແລ້ວມັນກໍຄືຄວາມບໍ່ຢັ້ງຄິດ ແລະ ຄວາມຫຸນຫັນ ນັ້ນກໍຄື ມັນຂ້ອນຂ້າງຮີບຮ້ອນ ແລະ ຂາດການໄຕ່ຕອງ. ຕົວຢ່າງ: ຖ້າເຈົ້າຫ້າວຫານ ແລະ ເຈົ້າຖືກຈັບກຸມຍ້ອນການເຊື່ອໃນພຣະເຈົ້າ, ເຈົ້າຈະຢ້ານການຖືກທໍລະມານບໍ? ເຈົ້າຈະຢ້ານຄວາມຕາຍບໍ? ເຈົ້າຈະຢ້ານການຖືກຈຳຄຸກເປັນເວລາຊາວ ຫຼື ສາມສິບປີບໍ? ຖ້າເຈົ້າຈະຢ້ານ, ແລ້ວການທີ່ເຈົ້າເວົ້າວ່າ “ຂ້ອຍບໍ່ຢ້ານ” ເມື່ອເຈົ້າເລີ່ມເຊື່ອໃນພຣະເຈົ້າກໍຄືຄວາມບໍ່ຢັ້ງຄິດ, ບໍ່ແມ່ນຄວາມຫ້າວຫານທີ່ແທ້ຈິງ. ແມ່ນຫຍັງຄືການສະແດງອອກທີ່ບໍ່ແມ່ນຄວາມບໍ່ຢັ້ງຄິດ? ນັ້ນກໍຄື ເມື່ອເຈົ້າເລີ່ມເຊື່ອໃນພຣະເຈົ້າ ເຈົ້າມີຄວາມກ້າຫານໃນລະດັບໜຶ່ງ, ແຕ່ເຈົ້າຍັງມີຄວາມເຊື່ອທີ່ແທ້ຈິງເຊັ່ນກັນ. ຄວາມເຊື່ອທີ່ແທ້ຈິງນີ້ໝາຍເຖິງຫຍັງ? ມັນໝາຍຄວາມວ່າ ໃນການເຊື່ອໃນພຣະເຈົ້າ ເຈົ້າມີຄວາມຕັ້ງໃຈວ່າ: “ຖ້າຂ້ອຍຖືກຂົ່ມເຫັງ, ຖືກຈັບກຸມ ແລະ ຖືກທໍລະມານຍ້ອນການເຊື່ອໃນພຣະເຈົ້າ, ຂ້ອຍກໍຕ້ອງກຽມພ້ອມທີ່ຈະສະລະຊີວິດຂອງຂ້ອຍ. ບໍ່ວ່າຂ້ອຍຈະຖືກທໍລະມານແນວໃດ ຫຼື ຈົນຮອດລະດັບໃດກໍຕາມ, ຂ້ອຍກໍຈະບໍ່ຫັກຫຼັງຄຣິສຕະຈັກ ຫຼື ກາຍເປັນຢູດາ, ຂ້ອຍບໍ່ຢ້ານຄວາມຕາຍ!” ນີ້ແມ່ນດ້ານໜຶ່ງ. ອີກດ້ານໜຶ່ງກໍຄື ຖ້າເຈົ້າຖືກຈັບກຸມ ແລະ ຖືກຂົ່ມເຫັງແທ້ໆ ແລະ ພະຍານາກໃຫຍ່ສີແດງຂົ່ມຂູ່ເຈົ້າເພື່ອໃຫ້ເຈົ້າຫັກຫຼັງຄຣິສຕະຈັກ, ເຈົ້າກໍສາມາດຮູ້ທັນແຜນອຸບາຍຂອງຊາຕານ ແລະ ບໍ່ຖືກມັນຈຳກັດ ແລະ ຍຶດໝັ້ນໃນຄຳພະຍານຂອງເຈົ້າ, ໂດຍກ່າວວ່າ “ທຸກສິ່ງກ່ຽວກັບມະນຸດ, ລວມທັງຊີວິດ ແລະ ຄວາມຕາຍ, ແມ່ນຢູ່ໃນພຣະຫັດຂອງພຣະເຈົ້າ. ຂ້ອຍບໍ່ຢ້ານ!” ນີ້ບໍ່ແມ່ນຄວາມບໍ່ຢັ້ງຄິດ ແລະ ບໍ່ແມ່ນຄວາມກ້າຫານພຽງຢ່າງດຽວ; ນີ້ຄືຄວາມເຊື່ອທີ່ແທ້ຈິງ. ການມີຄວາມເຊື່ອທີ່ແທ້ຈິງນີ້ ແລະ ການທີ່ສາມາດຍຶດໝັ້ນໃນຄຳພະຍານຂອງເຈົ້າຄືຂໍ້ດີຂອງເຈົ້າ. ສົມມຸດວ່າເຈົ້າບໍ່ມີຄວາມເຊື່ອທີ່ແທ້ຈິງ ແລະ ພຽງແຕ່ເວົ້າວ່າ “ຂ້ອຍບໍ່ຢ້ານ, ໂຫດຮ້າຍທີ່ສຸດ ມັນກໍເປັນຄວາມຕາຍ”, ແຕ່ເມື່ອເຈົ້າປະເຊີນກັບການຖືກຈັບກຸມ, ເຈົ້າກໍຢ້ານຫຼາຍຈົນຍ່ຽວໃສ່ໂສ້ງ. ຫຼັງຈາກທີ່ຖືກຈັບກຸມ, ສິ່ງທຳອິດທີ່ເຈົ້າຄິດກໍຄື “ຂ້ອຍຈະຖືກທໍລະມານບໍ? ເນື້ອໜັງຂອງຂ້ອຍຈະທົນທຸກບໍ? ຖ້າມີເຫຼັກຈີ້ໄຟຟ້າຕິດໃສ່ຮ່າງກາຍຂອງຂ້ອຍ, ຂ້ອຍຈະສາມາດທົນຮັບມັນໄດ້ບໍ? ຖ້າການທໍລະມານນັ້ນຮຸນແຮງ, ຂ້ອຍຈະຕາຍບໍ? ຖ້າຂ້ອຍຕາຍ, ພຣະເຈົ້າຈະບໍ່ຈື່ຈຳຂ້ອຍບໍ? ຂ້ອຍຈະບໍ່ສາມາດໄດ້ຮັບຄວາມລອດພົ້ນບໍ? ຖ້າຂ້ອຍບໍ່ສາມາດທົນຮັບມັນແທ້ໆ, ຂ້ອຍກໍຈະຫັກຫຼັງຄຣິສຕະຈັກ ແລະ ກາຍເປັນຢູດາ. ຖ້າຂ້ອຍຖືກລົງໂທດ ແລະ ຖືກທຳລາຍຫຼັງຈາກທີ່ຂ້ອຍກາຍເປັນຢູດາ, ກໍປ່ອຍໃຫ້ມັນເປັນໄປ, ຢ່າງໜ້ອຍທີ່ສຸດ ຂ້ອຍກໍຈະບໍ່ທົນທຸກກັບຄວາມເຈັບປວດໃນຕອນນີ້”. ໃນກໍລະນີນັ້ນ, ເຈົ້າບໍ່ໄດ້ກຳລັງສູນເສຍຄຳພະຍານຂອງເຈົ້າບໍ? ສົມມຸດວ່າ ພັກກອມມູນິດຂົ່ມຂູ່ເຈົ້າ, ໂດຍໃຊ້ຄອບຄົວຂອງເຈົ້າມາຂູ່ກັນໂຊກເຈົ້າ, ບໍ່ອະນຸຍາດໃຫ້ລູກໆຂອງເຈົ້າເຂົ້າຮຽນໃນມະຫາວິທະຍາໄລ, ປະຕິເສດບໍ່ໃຫ້ພໍ່ແມ່ຂອງເຈົ້າເຂົ້າເຖິງປະກັນໄພທາງການແພດ, ຕັດສິດທັງໝົດຂອງຄອບຄົວເຈົ້າ, ແລ້ວເຈົ້າກໍຈະກາຍເປັນຄົນຂີ້ຢ້ານ ແລະ ບໍ່ມີຄວາມເຊື່ອທີ່ແທ້ຈິງ. ຄວາມກ້າຫານຂອງເຈົ້າຈະຫາຍໄປໃສ? ເຈົ້າຫ້າວຫານຢ່າງແທ້ຈິງບໍ? ຖ້າເຈົ້າບໍ່ມີຄວາມເຊື່ອທີ່ແທ້ຈິງ, ແລ້ວຄວາມຫ້າວຫານຂອງເຈົ້າກໍເປັນພຽງຄວາມບໍ່ຢັ້ງຄິດເທົ່ານັ້ນ. ມີພຽງແຕ່ເມື່ອເຈົ້າມີຄວາມເຊື່ອທີ່ແທ້ຈິງເທົ່ານັ້ນ ຄວາມກ້າຫານຂອງເຈົ້າຈຶ່ງຈະເປັນຂອງແທ້. ກ່ອນທີ່ຈະຖືກຈັບກຸມ, ຖ້າເຈົ້າຄິດວ່າ “ພຣະເຈົ້າຈະບໍ່ປ່ອຍໃຫ້ຂ້ອຍຖືກຈັບກຸມ” ແລະ ເຈົ້າເລີ່ມຫ້າວຫານຂຶ້ນຍ້ອນຄວາມຄິດນີ້, ນັ້ນກໍບໍ່ແມ່ນຄວາມແຂງແກ່ນທີ່ແທ້ຈິງ ຫຼື ຄວາມເຊື່ອທີ່ແທ້ຈິງ. ສົມມຸດວ່າ ກ່ອນທີ່ຈະຖືກຈັບກຸມ ເຈົ້າໄດ້ຄິດທົບທວນກ່ຽວກັບສິ່ງທັງໝົດນີ້ແລ້ວ ແລະ ເວົ້າວ່າ “ຊີວິດ ແລະ ຄວາມຕາຍຂອງມະນຸດແມ່ນຢູ່ໃນພຣະຫັດຂອງພຣະເຈົ້າ. ຖ້າພຣະເຈົ້າຕ້ອງການເອົາຊີວິດຂອງຂ້ອຍໄປແທ້ໆ, ຂ້ອຍກໍຄວນອ່ອນນ້ອມ. ສຳລັບຈຸດໝາຍປາຍທາງໃນອະນາຄົດຂອງຂ້ອຍ, ສິ່ງນັ້ນຖືກກຳນົດໂດຍພຣະທຳພຽງຂໍ້ດຽວຈາກພຣະເຈົ້າ. ບໍ່ວ່າພຣະເຈົ້າຈະປະຕິບັດຕໍ່ຂ້ອຍແນວໃດ ແລະ ບໍ່ວ່າພຣະອົງຈະປະທານຈຸດໝາຍປາຍທາງຫຍັງໃຫ້ແກ່ຂ້ອຍ, ມັນລ້ວນແຕ່ເປັນຄວາມຊອບທຳຂອງພຣະເຈົ້າ ແລະ ຂ້ອຍຈະອ່ອນນ້ອມ. ຖ້າພຣະເຈົ້າຈັດວາງໃຫ້ຂ້ອຍຕາຍໃນຄຸກ, ນັ້ນກໍຄືກຽດຂອງຂ້ອຍ, ຂ້ອຍເຕັມໃຈທີ່ຈະຖວາຍຊີວິດນີ້ໃຫ້ແກ່ພຣະເຈົ້າ. ບໍ່ວ່າຂ້ອຍຈະປະສົບກັບການທົນທຸກຫຼາຍສໍ່າໃດກໍຕາມ, ຂ້ອຍກໍຈະມີຄວາມເຊື່ອໜັກແໜ້ນພຽງໜຶ່ງດຽວທີ່ບໍ່ປ່ຽນແປງ, ນັ້ນກໍຄື ຂ້ອຍມອບຊີວິດຂອງຂ້ອຍໄວ້ໃນພຣະຫັດຂອງພຣະເຈົ້າ ແລະ ບໍ່ວ່າຊາຕານຈະທໍລະມານຂ້ອຍ, ທຳລາຍຂ້ອຍ ຫຼື ສ້າງຄວາມທົນທຸກໃຫ້ຂ້ອຍແນວໃດກໍຕາມ, ຂ້ອຍກໍຈະບໍ່ຍອມຈຳນົນຕໍ່ມັນເດັດຂາດ. ຂ້ອຍບໍ່ກັງວົນວ່າຂ້ອຍຈະຕາຍ ຫຼື ບໍ່. ເຖິງແມ່ນວ່າຂ້ອຍຕາຍ, ມັນກໍຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າ ແລະ ພຣະອົງໄດ້ກຳນົດມັນໄວ້ລ່ວງໜ້າແລ້ວ. ຂ້ອຍກໍຍັງຈະຂອບພຣະຄຸນ ແລະ ສັນລະເສີນພຣະເຈົ້າ!” ນີ້ຄືຄວາມເຊື່ອປະເພດທີ່ເຈົ້າຕ້ອງມີ; ມີພຽງແຕ່ດ້ວຍຄວາມເຊື່ອແບບນີ້ເທົ່ານັ້ນ ເຈົ້າຈຶ່ງສາມາດມີຄວາມກ້າຫານທີ່ແທ້ຈິງໄດ້. ສົມມຸດວ່າ ກ່ອນທີ່ຈະຖືກຈັບກຸມ, ກ່ອນທີ່ສິ່ງນັ້ນຈະເກີດຂຶ້ນກັບເຈົ້າແທ້ໆ, ເຈົ້າໄດ້ເບິ່ງທະລຸເລື່ອງເຫຼົ່ານີ້ແລ້ວ, ມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ, ມີການອ່ອນນ້ອມທີ່ແທ້ຈິງຕໍ່ພຣະເຈົ້າ ແລະ ມີຄວາມເຂົ້າໃຈ ແລະ ການຍອມຮັບທີ່ແທ້ຈິງກ່ຽວກັບເລື່ອງຂອງຊີວິດ ແລະ ຄວາມຕາຍ ແລະ ເຈົ້າສາມາດມອບຕົວເຈົ້າເອງໄວ້ໃນພຣະຫັດຂອງພຣະເຈົ້າໄດ້ຢ່າງສົມບູນ ແລະ ເມື່ອເຈົ້າຖືກຈັບກຸມແທ້ໆ ແລະ ປະເຊີນກັບຄວາມເປັນໄປໄດ້ທີ່ຈະຕາຍ, ຄວາມເຂົ້າໃຈເຫຼົ່ານີ້ໃນໃຈຂອງເຈົ້າຍັງຄົງບໍ່ປ່ຽນແປງ, ແລ້ວຄວາມເຊື່ອຂອງເຈົ້າກໍຈະບໍ່ຫວັ່ນໄຫວ. ບໍ່ວ່າສະຖານະການຈະເປັນແນວໃດກໍຕາມ, ຖ້າຄວາມເຊື່ອຂອງເຈົ້າບໍ່ຖືກທຳລາຍ ຫຼື ຜ່າຍແພ້, ເຈົ້າກໍຈະມີຄວາມກ້າຫານຢູ່ສະເໝີ. ສົມມຸດວ່າ ກ່ອນທີ່ຈະຖືກຈັບກຸມ, ກ່ອນທີ່ສິ່ງນັ້ນເກີດຂຶ້ນກັບເຈົ້າແທ້ໆ, ເຈົ້າບໍ່ໄດ້ຄິດທົບທວນກ່ຽວກັບສິ່ງເຫຼົ່ານີ້ ແລະ ພຽງແຕ່ຄິດຕາມອຳເພີໃຈວ່າ “ຂ້ອຍເຕັມໃຈທີ່ຈະຖວາຍຊີວິດຂອງຂ້ອຍ. ຊີວິດຂອງຂ້ອຍຖືກປະທານໃຫ້ໂດຍພຣະເຈົ້າ, ໃນສະຖານະການທີ່ໂຫດຮ້າຍສຸດ ຂ້ອຍຈະຕາຍໃນຖານະມໍລະນະສັກຂີເພື່ອພຣະເຈົ້າ!” ໃນກໍລະນີນັ້ນ, ເມື່ອພະຍານາກໃຫຍ່ສີແດງທໍລະມານເຈົ້າ ແລ້ວຕັດສິນຈຳຄຸກເຈົ້າເປັນເວລາສິບປີ, ເຈົ້າກໍຈະຕົກຕະລຶງ: “ຂ້ອຍຄິດວ່າການຕາຍຈະເປັນຈຸດຈົບຂອງສະຖານະການນັ້ນ. ຖ້າຂ້ອຍຕາຍເປັນມໍລະນະສັກຂີ, ພຣະເຈົ້າກໍຈະຈື່ຈຳຂ້ອຍ. ຂ້ອຍບໍ່ຄາດຄິດເລີຍວ່າຂ້ອຍຈະລົ້ມເຫຼວໃນການເປັນຄຳພະຍານນັ້ນ ແລະ ໃນທີ່ສຸດກໍຖືກຕັດສິນຈຳຄຸກສິບປີ. ສິບປີ, ນັ້ນບໍ່ແມ່ນສິບມື້ ຫຼື ສິບເດືອນ! ຂ້ອຍຈະທົນຮັບສິ່ງນີ້ໄດ້ແນວໃດ?” ເນື່ອງຈາກເຈົ້າບໍ່ເຄີຍຄິດກ່ຽວກັບສິ່ງເຫຼົ່ານີ້ມາກ່ອນ, ມັນຈະງ່າຍບໍທີ່ຈະຄິດຫາທາງອອກໃນເວລານີ້? ມັນຈະຂ້ອນຂ້າງຍາກ, ແມ່ນບໍ? (ແມ່ນແລ້ວ). ເມື່ອຄວາມຫຍຸ້ງຍາກເກີດຂຶ້ນ, ຜູ້ຄົນກໍພຽງແຕ່ຄິດກ່ຽວກັບວິທີຈັດການສະຖານະການເຫຼົ່ານັ້ນ ແລະ ວິທີຫຼີກໜີຈາກພວກມັນ. ຖ້າແຮງຈູງໃຈຂອງເຈົ້າໃນການຫຼີກໜີຈາກຄວາມຫຍຸ້ງຍາກນັ້ນແຮງກ້າ, ແລ້ວແຮງຈູງໃຈຂອງເຈົ້າໃນການປັບຕົວເຂົ້າກັບພວກມັນໃນທ່າມກາງຄວາມທຸກລຳບາກກໍຈະອ່ອນແອທີ່ສຸດ. ສະນັ້ນ, ເມື່ອປະເຊີນກັບຄວາມຫຍຸ້ງຍາກ ມັນຈຶ່ງຍາກຫຼາຍສຳລັບເຈົ້າທີ່ຈະອ່ອນນ້ອມຕໍ່ສະພາບແວດລ້ອມແບບນັ້ນ. ແລ້ວຄວນແກ້ໄຂສະຖານະການດັ່ງກ່າວແນວໃດ? ເຈົ້າຕ້ອງສະແຫວງຫາຄວາມຈິງໃນທັນທີ ແລະ ຄິດທົບທວນກ່ຽວກັບເລື່ອງເຫຼົ່ານີ້; ເຈົ້າຍັງຕ້ອງຄິດຫາເສັ້ນທາງສຳລັບວິທີທີ່ເຈົ້າຄວນປະຕິບັດຄວາມຈິງ. ຕົວຢ່າງ: ຖ້າເຈົ້າຕ້ອງຖືກຈຳຄຸກເປັນເວລາສິບປີ, ເຈົ້າຈະຄິດແນວໃດ? “ເມຍ (ຫຼື ຜົວ) ຂອງຂ້ອຍຈະຢ່າຮ້າງກັບຂ້ອຍບໍ? ລູກໆຂອງຂ້ອຍຈະອາຍຸເທົ່າໃດຫຼັງຈາກສິບປີ? ຂ້ອຍຈະບໍ່ໄດ້ປະຕິບັດຄວາມຮັບຜິດຊອບຂອງຂ້ອຍທີ່ມີຕໍ່ພວກເຂົາ, ພວກເຂົາຈະຕັດຂາດຈາກຂ້ອຍ ແລະ ປະຕິເສດທີ່ຈະເບິ່ງແຍງຂ້ອຍໃນຍາມທີ່ຂ້ອຍເຖົ້າແກ່ບໍ? ຂ້ອຍຈະດຳລົງຊີວິດແນວໃດຫຼັງຈາກຖືກປ່ອຍຕົວ? ຫຼັງຈາກສິບປີ, ພໍ່ແມ່ຂອງຂ້ອຍກໍຈະເຖົ້າແກ່ ແລະ ຂ້ອຍຈະບໍ່ໄດ້ປະຕິບັດຄວາມຮັບຜິດຊອບຢ່າງກະຕັນຍູຕໍ່ພວກເພິ່ນ, ນັ້ນຈະບໍ່ເຮັດໃຫ້ຂ້ອຍກາຍເປັນຄົນອະກະຕັນຍູບໍ? ວຽກງານຂອງພຣະເຈົ້າຈະສຳເລັດຫຼັງຈາກສິບປີບໍ? ຂ້ອຍຈະບໍ່ໄດ້ຮັບຫຍັງເລີຍໃນຄຸກ, ຂ້ອຍຈະບໍ່ໄດ້ເຂົ້າຮ່ວມການເຕົ້າໂຮມໃດໆ ຫຼື ຟັງຄຳເທດສະໜາໃດໆ ແລະ ຂ້ອຍຈະບໍ່ເຂົ້າໃຈຄວາມຈິງ. ຂ້ອຍຈະບໍ່ຕາມຫຍັງບໍ່ທັນເລີຍບໍໃນຊ່ວງສິບປີນີ້? ແບບນີ້ຈະບໍ່ໝາຍຄວາມວ່າຂ້ອຍຖືກກຳຈັດອອກບໍ? ພຣະເຈົ້າຍັງຈະຕ້ອງການຂ້ອຍຢູ່ບໍ? ຖ້າຂ້ອຍປະສົບກັບການທົນທຸກນີ້, ພຣະເຈົ້າຈະຈື່ຈຳສິ່ງນີ້ບໍ? ຖ້າພຣະອົງບໍ່ຈື່ຈຳສິ່ງນີ້ ແລະ ຂ້ອຍບໍ່ສາມາດໄດ້ຮັບຄວາມລອດພົ້ນ, ແລ້ວຂ້ອຍຈະບໍ່ໄດ້ໃຊ້ເວລາໃນຄຸກນີ້ໂດຍສູນເປົ່າບໍ? ຫຼາຍສິ່ງຫຼາຍຢ່າງຈະປ່ຽນແປງໃນສິບປີ ແລະ ຂ້ອຍຈະບໍ່ໄດ້ຮັບຫຍັງເລີຍໃນຂະນະທີ່ສູນເສຍຫຼາຍສິ່ງຫຼາຍຢ່າງ”. ເມື່ອເຈົ້າຄິດເຖິງສິ່ງເຫຼົ່ານີ້, ຄວາມຫຍຸ້ງຍາກກໍຈະເກີດຂຶ້ນ. ເຈົ້າຄວນປະເຊີນກັບຄວາມຫຍຸ້ງຍາກເຫຼົ່ານີ້ແນວໃດ? ເຈົ້າບໍ່ຄວນຄິດກ່ຽວກັບວິທີທີ່ຈະຜ່ານແຕ່ລະມື້ໄປບໍ? ຖ້າເຈົ້າບໍ່ໄດ້ຄິດທົບທວນກ່ຽວກັບສິ່ງເຫຼົ່ານີ້ ແລະ ຍັງບໍ່ທັນເຖິງຈຸດທີ່ເຈົ້າເຂົ້າໃຈຄວາມຈິງ ແລະ ເບິ່ງເລື່ອງຕ່າງໆໄດ້ຢ່າງຊັດເຈນ, ແລ້ວເມື່ອເຈົ້າປະເຊີນກັບການຖືກຈັບກຸມ, ຊີວິດ ແລະ ຄວາມຕາຍຂອງເຈົ້າກໍຈະຂຶ້ນຢູ່ກັບຄວາມຄິດພຽງໜຶ່ງດຽວ: ຊ່ວງເວລາແຫ່ງຄວາມຂີ້ຢ້ານ ແລະ ຄວາມຢ້ານກົວ, ຄວາມຄິດ ຫຼື ແນວຄວາມຄິດພຽງໜຶ່ງດຽວ, ສາມາດເຮັດໃຫ້ເຈົ້າກາຍເປັນຢູດາ, ຫັກຫຼັງຄຣິສຕະຈັກ ແລະ ເຮັດໃຫ້ຄວາມພະຍາຍາມທັງໝົດໃນອະດີດຂອງເຈົ້າສູນເປົ່າ. ຖ້າເຈົ້າບໍ່ສາມາດຄິດທົບທວນ ຫຼື ເບິ່ງເລື່ອງນີ້ບໍ່ອອກ, ມັນກໍຈະເປັນເລື່ອງຍາກຫຼາຍທີ່ຈະບໍ່ກັງວົນກ່ຽວກັບອະນາຄົດ ແລະ ຊະຕາກຳຂອງເຈົ້າ ແລະ ມັນຈະເປັນເລື່ອງຍາກຫຼາຍທີ່ຈະມອບຊີວິດ ແລະ ຄວາມຕາຍຂອງເຈົ້າໄວ້ໃນພຣະຫັດຂອງພຣະເຈົ້າ ແລະ ປ່ອຍໃຫ້ພຣະອົງຈັດວາງຕາມທີ່ພຣະອົງປາຖະໜາ. ຖ້າເຈົ້າເບິ່ງເລື່ອງຂອງຊີວິດ ແລະ ຄວາມຕາຍບໍ່ອອກ ແລະ ຍັງແອບມີທັດສະນະຄວາມຄິດທີ່ຢາກລອງສ່ຽງໂຊກ, ຕ້ອງການພໍໃຫ້ຜ່ານພົ້ນໄປວັນໆ, ແລ້ວເມື່ອສະພາບແວດລ້ອມເກີດຂຶ້ນກັບເຈົ້າ, ເຈົ້າກໍຈະຖືກເປີດເຜີຍ. ທຸກຄົນທີ່ກາຍເປັນຢູດາເມື່ອພວກເຂົາຖືກຈັບກຸມ, ໂດຍການເຊັນ “ຖະແຫຼງການສາມສະບັບ”, ລ້ວນແຕ່ເຮັດເຊັ່ນນັ້ນພຽງຊົ່ວຂ້າມຄືນ ແລະ ພວກເຂົາກໍຖືກຊາຕານຕີຕາດ້ວຍເຄື່ອງໝາຍຂອງສັດຮ້າຍ. ບາງຄັ້ງ ຊີວິດ ແລະ ຄວາມຕາຍຂອງມະນຸດກໍຂຶ້ນຢູ່ກັບຄວາມຄິດພຽງໜຶ່ງດຽວ. ຖ້າປາສະຈາກຄວາມຈິງ, ມັນກໍຍາກຫຼາຍທີ່ຈະຜ່ານພົ້ນວິກິດການໄປໄດ້. ສະນັ້ນ, ຄວາມຫ້າວຫານທີ່ແທ້ຈິງແມ່ນຫຍັງ? ຖ້າຄົນໃດໜຶ່ງເຮັດບາງຢ່າງໃຫ້ສຳເລັດໂດຍອາໄສແຮງຮຶດພຽງຢ່າງດຽວ, ນັ້ນແມ່ນຄວາມຫ້າວຫານທີ່ແທ້ຈິງບໍ? ມັນບໍ່ແມ່ນ, ມັນຄືຄວາມຫຸນຫັນ. ຄົນທີ່ກ້າຫານຢ່າງແທ້ຈິງມີການແຍກແຍະໃນລະດັບໜຶ່ງໃນໃຈຂອງພວກເຂົາກ່ຽວກັບຫຼາຍສິ່ງທີ່ເປັນບວກ ແລະ ເປັນລົບ. ພວກເຂົາສາມາດເຫັນດີ, ຍອມຮັບ ແລະ ຮັບຮູ້ສິ່ງທີ່ເປັນບວກຢ່າງໜັກແໜ້ນຢູ່ພາຍໃນ, ຈົນເຖິງຈຸດທີ່ສາມາດອ່ອນນ້ອມຕໍ່ຄວາມຈິງ ແລະ ຕໍ່ອຳນາດສູງສຸດຂອງພຣະເຈົ້າໄດ້. ມີພຽງແຕ່ວິທີນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດມີຄວາມກ້າຫານທີ່ແທ້ຈິງໄດ້. ຖ້າເຈົ້າບໍ່ມີສິ່ງເຫຼົ່ານີ້ໃນໃຈຂອງເຈົ້າ, ຄວາມຫ້າວຫານຂອງເຈົ້າກໍເປັນພຽງຄວາມໂງ່ຈ້າເທົ່ານັ້ນ, ຄືກັບລູກງົວເກີດໃໝ່ທີ່ບໍ່ຢ້ານເສືອ. ສະນັ້ນ, ໃນປະເທດທີ່ຕໍ່ຕ້ານພຣະເຈົ້າ, ການເຊື່ອ ແລະ ການຕິດຕາມພຣະເຈົ້າບໍ່ພຽງແຕ່ຮຽກຮ້ອງໃຫ້ມີຄວາມກ້າຫານເທົ່ານັ້ນ ແຕ່ທີ່ສຳຄັນກວ່ານັ້ນຄືຮຽກຮ້ອງໃຫ້ມີສັດທາ. ເຈົ້າກ້າທີ່ຈະເຊື່ອໃນພຣະເຈົ້າບໍ່ແມ່ນຍ້ອນເຈົ້າຫ້າວຫານ, ແຕ່ຍ້ອນເຈົ້າມີສັດທາ. ບາງຄົນເວົ້າວ່າ “ຂ້ອຍຄິດວ່າຂ້ອຍເຊື່ອໃນພຣະເຈົ້າພຽງແຕ່ຍ້ອນຂ້ອຍຫ້າວຫານ ແລະ ບໍ່ຢ້ານການຖືກຂົ່ມເຫັງ”. ຄຳເວົ້ານີ້ອາດຈະຖືກຕ້ອງ. ເຈົ້າເຊື່ອຍ້ອນຄວາມມຸທະລຸ, ແຕ່ເມື່ອພິຈາລະນາເຖິງຄວາມໂງ່ຈ້າ, ຄວາມບໍ່ຮູ້ ແລະ ຄວາມຄິດຕື້ນຂີນຂອງເຈົ້າ, ພຣະເຈົ້າກໍສະແດງພຣະຄຸນພິເສດໃຫ້ເຈົ້າ, ໂດຍການຈັດສະພາບແວດລ້ອມບາງຢ່າງໃຫ້ແກ່ເຈົ້າ ພ້ອມທັງມອບການຫົດນ້ຳ ແລະ ການສະໜອງຄວາມຈິງໃຫ້ແກ່ເຈົ້າ. ຜ່ານສິ່ງນີ້, ເຈົ້າຈຶ່ງຄ່ອຍໆເຂົ້າໃຈ ແລະ ຮັບຄວາມຈິງຫຼາຍພໍສົມຄວນ. ເມື່ອເວລາຜ່ານໄປ, ຄວາມມຸທະລຸຂອງເຈົ້າກໍມີອົງປະກອບຂອງຄວາມເຊື່ອທີ່ແທ້ຈິງ ແລະ ມີພຽງແຕ່ຕອນນັ້ນເອງ ຄວາມກ້າຫານຂອງເຈົ້າຈຶ່ງເຕີບໂຕຂຶ້ນ ແລະ ເຈົ້າຈຶ່ງກ້າທີ່ຈະປະເຊີນກັບສະພາບແວດລ້ອມ ຫຼື ການຂົ່ມເຫັງໃນອະນາຄົດຫຼາຍຂຶ້ນ. ຖ້າຄົນໆໜຶ່ງບໍ່ມີຄວາມເຊື່ອທີ່ແທ້ຈິງ ແລະ ອາໄສແຮງຮຶດ ໂດຍເວົ້າວ່າ “ຂ້ອຍກ້າທີ່ຈະເຊື່ອໃນພຣະເຈົ້າ! ຂ້ອຍບໍ່ຢ້ານການຖືກຂົ່ມເຫັງ ຫຼື ການຖືກຈັບກຸມ ແລະ ຖືກຈຳຄຸກ!” ຄວາມກ້າຫານແບບນັ້ນຈະຢູ່ໄດ້ບໍ່ດົນ. ຖ້າປາສະຈາກການສະໜອງຄວາມຈິງ, ຖ້າປາສະຈາກການທີ່ພຣະເຈົ້າຈັດສະພາບແວດລ້ອມໃນຊີວິດຈິງເພື່ອຝຶກຝົນເຈົ້າ, ເພື່ອໃຫ້ເຈົ້າປະຕິບັດ ແລະ ເພື່ອສອນເຈົ້າກ່ຽວກັບວິທີປະເຊີນກັບສິ່ງຕ່າງໆ, ຄວາມຫ້າວຫານຂອງເຈົ້າກໍເປັນພຽງຄວາມມຸທະລຸ ແລະ ມັນບໍ່ແມ່ນຄວາມເຊື່ອທີ່ແທ້ຈິງເລີຍ. ເຈົ້າເຂົ້າໃຈບໍ? (ເຂົ້າໃຈ). ຖ້າມັນເປັນຄວາມມຸທະລຸແທ້ໆ, ແລ້ວນັ້ນກໍເຮັດໃຫ້ເຈົ້າກາຍເປັນຄົນທີ່ບໍ່ຢັ້ງຄິດ, ໂງ່ຈ້າ ແລະ ບໍ່ຮູ້ຫຍັງ. ບາງຄົນທີ່ເຊື່ອໃນພຣະເຈົ້າກໍມີຄວາມຄິດທີ່ຕື້ນເຂີນຫຼາຍ, ໂດຍຈິນຕະນາການວ່າສິ່ງຕ່າງໆເປັນເລື່ອງທີ່ງ່າຍດາຍຫຼາຍ, ໂດຍບໍ່ໄດ້ຄາດຄິດເລີຍວ່າຈະມີອັນຕະລາຍຫຍັງແດ່ທີ່ກ່ຽວຂ້ອງກັບການຕິດຕາມພຣະເຈົ້າ. ແຕ່ເມື່ອພວກເຂົາພົບກັບຄວາມລົ້ມເຫຼວ, ໃນຕອນນັ້ນເອງ ພວກເຂົາຈຶ່ງຮູ້ວ່າການຕິດຕາມພຣະເຈົ້າບໍ່ແມ່ນເລື່ອງທີ່ງ່າຍດາຍ. ຖ້າຄວາມຫ້າວຫານຂອງຄົນຜູ້ໜຶ່ງເປັນຂໍ້ດີຂອງຄວາມເປັນມະນຸດ, ແລ້ວຢ່າງໜ້ອຍທີ່ສຸດ ພວກເຂົາກໍເປັນຄົນຕື້ນເຂີນ ແລະ ກົງໄປກົງມາ, ບໍ່ຊັບຊ້ອນ ແລະ ພວກເຂົາບໍ່ກັງວົນສິ່ງນີ້ສິ່ງນັ້ນ. ແຕ່ສົມມຸດວ່າຄວາມຫ້າວຫານຂອງເຈົ້າຖືກຂັບເຄື່ອນໂດຍເຈດຕະນາທີ່ຢາກຮັບພອນ ແລະ ເຈົ້າຄິດວ່າ “ຖ້າເຈົ້າເຊື່ອໃນພຣະເຈົ້າ, ເຈົ້າກໍສາມາດເຂົ້າສະຫວັນ, ຮັບເອົາພອນທີ່ຍິ່ງໃຫຍ່ ແລະ ຫຼົບໜີຈາກໄພພິບັດ ແລະ ຫຼີກລ່ຽງຄວາມຕາຍໄດ້, ສະນັ້ນ ຂ້ອຍຈະເຊື່ອ ບໍ່ວ່າຈະເກີດຫຍັງຂຶ້ນກໍຕາມ!” ເວົ້າອີກຢ່າງໜຶ່ງກໍຄື ຄວາມເຊື່ອຂອງເຈົ້າຖືກຂັບເຄື່ອນໂດຍແຮງຮຶດທີ່ມຸທະລຸຢ່າງບ້າປ່ວງ; ມັນບໍ່ແມ່ນການທີ່ເຈົ້າປາຖະໜາທີ່ຈະເຊື່ອໃນພຣະເຈົ້າດ້ວຍຄວາມໃສຊື່; ແຕ່ກົງກັນຂ້າມ ມັນຄືການໄລ່ຕາມພອນ. ໃນກໍລະນີນັ້ນ, ຄວາມກ້າຫານຂອງເຈົ້າຢ່າງດີທີ່ສຸດກໍເປັນພຽງຄວາມບ້າບິ່ນ ແລະ ບໍ່ສາມາດຈັດປະເພດເປັນຂໍ້ດີຂອງຄວາມເປັນມະນຸດໄດ້. ສະນັ້ນ, ເມື່ອເວົ້າເຖິງຄົນທີ່ກ້າຫານ, ເຈົ້າຕ້ອງເບິ່ງວ່າແກ່ນແທ້ຄວາມເປັນມະນຸດຂອງພວກເຂົາເປັນແນວໃດ. ຖ້າພວກເຂົາບໍ່ມີມະໂນທຳ ແລະ ຄວາມສຳນຶກ ແລະ ເປັນພຽງຄົນບ້າບິ່ນ, ພວກເຂົາກໍມີຄຸນຄ່າພຽງເລັກໜ້ອຍ ແລະ ບໍ່ສາມາດເຮັດສິ່ງທີ່ມີຄວາມໝາຍໃດໆໃຫ້ສຳເລັດໄດ້. ແຕ່ຖ້າພວກເຂົາສາມາດເຊື່ອໃນພຣະເຈົ້າ ແລະ ຍອມຮັບຄວາມຈິງ, ຄົນແບບນັ້ນກໍມີຄຸນຄ່າ. ຖ້າຄົນຜູ້ໜຶ່ງກ້າຫານ ແຕ່ບໍ່ມີຄວາມສາມາດໃນການຢັ່ງຮູ້, ບໍ່ສາມາດເຂົ້າໃຈຄວາມຈິງ ແລະ ເຊື່ອໃນພຣະເຈົ້າພຽງເພື່ອເຫັນແກ່ການໄດ້ຮັບພອນ ແລະ ພວກເຂົາເຕັມໃຈທີ່ຈະປະຖິ້ມຄອບຄົວ ແລະ ອາຊີບຂອງພວກເຂົາ ແລະ ບໍ່ຢ້ານການຖືກຂົ່ມເຫັງເພື່ອໃຫ້ໄດ້ຮັບພອນ, ແລ້ວນີ້ກໍບໍ່ແມ່ນຂໍ້ດີຂອງຄວາມເປັນມະນຸດ ແຕ່ເປັນຄວາມຄິດ ແລະ ມຸມມອງທີ່ຜິດພາດ. ຄວາມຄິດ ແລະ ມຸມມອງທີ່ຜິດພາດສອດຄ່ອງກັບເຈດຕະນາຂອງພຣະເຈົ້າບໍ? (ບໍ່). ການທີ່ຄົນຜູ້ໜຶ່ງຂີ້ຢ້ານ ຫຼື ກ້າຫານນັ້ນກ່ຽວຂ້ອງກັບເງື່ອນໄຂທີ່ຕິດໂຕມາແຕ່ເກີດຂອງພວກເຂົາ ແລະ ບໍ່ຄ່ອຍກ່ຽວຂ້ອງກັບແກ່ນແທ້ຄວາມເປັນມະນຸດຂອງພວກເຂົາ.
ຖ້າພວກເຮົາບໍ່ໄດ້ໂອ້ລົມກ່ຽວກັບການສະແດງອອກຕ່າງໆຂອງເງື່ອນໄຂທີ່ຕິດໂຕມາແຕ່ເກີດ, ຄວາມເປັນມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມ, ພວກເຈົ້າຈະສາມາດແຍກແຍະສິ່ງເຫຼົ່ານັ້ນດ້ວຍຕົນເອງໄດ້ບໍ? (ບາງທີ ພວກເຮົາສາມາດແຍກແຍະການສະແດງອອກແບບທຳມະດາ, ແຕ່ພວກເຮົາບໍ່ສາມາດແຍກແຍະການສະແດງອອກທີ່ຊັບຊ້ອນກວ່ານັ້ນໄດ້). ເນື່ອງຈາກໄດ້ໂອ້ລົມກ່ຽວກັບ ຄວາມແຕກຕ່າງລະຫວ່າງເງື່ອນໄຂທີ່ຕິດໂຕມາແຕ່ເກີດ, ຄວາມເປັນມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມແລ້ວ, ຕອນນີ້ ພວກເຈົ້າສາມາດແຍກແຍະສິ່ງເຫຼົ່ານັ້ນໄດ້ບໍ? (ພວກເຮົາສາມາດແຍກແຍະສິ່ງເຫຼົ່ານັ້ນໄດ້ດີກວ່າແຕ່ກ່ອນເລັກໜ້ອຍ). ຖ້າເຮົາຍົກຕົວຢ່າງທີ່ບໍ່ຄ່ອຍພົບເຫັນໄດ້ອີກຈຳນວນໜຶ່ງ, ແລ້ວພວກເຈົ້າຈະສາມາດແຍກແຍະສິ່ງເຫຼົ່ານັ້ນໂດຍອີງໃສ່ສິ່ງທີ່ເຮົາໄດ້ໂອ້ລົມໄປແລ້ວໄດ້ບໍ? ມັນຍາກທີ່ຈະເວົ້າ, ແມ່ນບໍ? ແລ້ວຄັ້ງຕໍ່ໄປ ພວກເຮົາຈະສືບຕໍ່ໂອ້ລົມກ່ຽວກັບບັນຫາທີ່ກ່ຽວຂ້ອງກັບຫົວຂໍ້ນີ້. ເມື່ອພວກເຮົາໂອ້ລົມຫຼາຍຂຶ້ນ, ພວກເຈົ້າກໍຈະພົບເຫັນກົດເກນບາງຢ່າງສຳລັບການແຍກແຍະບັນຫາປະເພດທີ່ແຕກຕ່າງກັນ. ໃນແງ່ຂອງການສະແດງອອກຕ່າງໆຂອງຄວາມເປັນມະນຸດ, ເງື່ອນໄຂທີ່ຕິດໂຕມາແຕ່ເກີດ ແລະ ອຸປະນິໄສທີ່ເສື່ອມຊາມ, ໂດຍທົ່ວໄປແລ້ວ ພວກເຈົ້າສາມາດແຍກແຍະການສະແດງອອກທີ່ຖືກໂອ້ລົມໄປແລ້ວ. ສຳລັບສິ່ງທີ່ບໍ່ທັນໄດ້ໂອ້ລົມນັ້ນ ມີພຽງແຕ່ຄົນທີ່ມີຄວາມເຂົ້າໃຈຝ່າຍວິນຍານ ຫຼື ຄົນທີ່ຮູ້ວິທີສະແຫວງຫາຄວາມຈິງເທົ່ານັ້ນຈຶ່ງສາມາດແຍກແຍະບາງສິ່ງເຫຼົ່ານັ້ນໄດ້. ຄົນທີ່ມີຂີດຄວາມສາມາດຕໍ່າອາດເຮັດບໍ່ໄດ້ຮອດມາດຕະຖານ ແລະ ບໍ່ສາມາດແຍກແຍະສິ່ງເຫຼົ່ານັ້ນໄດ້, ສະນັ້ນ ພວກເຂົາຈຶ່ງຈຳເປັນຕ້ອງຟັງໃຫ້ຫຼາຍຂຶ້ນ ແລະ ຕັ້ງຄຳຖາມໃຫ້ຫຼາຍຂຶ້ນ. ຖ້າພວກເຮົາບໍ່ໂອ້ລົມກ່ຽວກັບບັນຫາເຫຼົ່ານີ້, ບັນຫາເຫຼົ່ານີ້ກໍຈະຍັງຄົງຄຸມເຄືອສຳລັບພວກເຈົ້າຢູ່ສະເໝີ ແລະ ສິ່ງທີ່ພວກເຈົ້າເວົ້າກໍຈະບໍ່ຊັດເຈນເຊັ່ນກັນ; ມັນຈະມີຊ່ອງຫວ່າງລະຫວ່າງຄວາມເຂົ້າໃຈຂອງພວກເຈົ້າ ແລະ ຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບຄວາມຈິງຢູ່ສະເໝີ, ແມ່ນບໍ? (ແມ່ນແລ້ວ).
ມື້ນີ້ ພວກເຮົາໄດ້ໂອ້ລົມກ່ຽວກັບເລື່ອງຂອງຂີດຄວາມສາມາດ. ຕອນນີ້ ພວກເຈົ້າສາມາດແຍກແຍະໄດ້ບໍວ່າຂີດຄວາມສາມາດຂອງຜູ້ຄົນເປັນແນວໃດ? (ພວກເຮົາສາມາດແຍກແຍະພໍສໍ່າໃດສໍ່າໜຶ່ງ). ຖ້າພວກເຈົ້າບໍ່ສາມາດແຍກແຍະມັນໄດ້, ແລ້ວໃຫ້ຄ່ອຍໆມີປະສົບການກັບສິ່ງຕ່າງໆໄປ. ໃນຊີວິດປະຈຳວັນ, ພວກເຈົ້າຈະພົບພໍ້ກັບເລື່ອງເຫຼົ່ານີ້. ຈົ່ງຮຽນຮູ້ທີ່ຈະນຳໃຊ້ຄຳເວົ້າຈາກການໂອ້ລົມຂອງພວກເຮົາເຂົ້າໃນຊີວິດຈິງ, ໂດຍປຽບທຽບພວກມັນໃສ່ການສະແດງອອກຂອງຜູ້ຄົນເທື່ອລະເລັກເທື່ອລະໜ້ອຍ ນັ້ນກໍຄື ແຍກແຍະຕົວພວກເຈົ້າເອງ ແລະ ແຍກແຍະຄົນອື່ນ, ຄ່ອຍໆຮູ້ຈັກຕົວພວກເຈົ້າເອງ ແລະ ຄ່ອຍໆຮູ້ຈັກຄົນອື່ນ. ເທື່ອລະເລັກເທື່ອລະນ້ອຍ ເຈົ້າຈະສາມາດວັດແທກສິ່ງເຫຼົ່ານີ້ໄດ້ ແລະ ມີມາດຕະຖານສຳລັບການເຮັດສິ່ງນີ້. ຫຼັກການສຳລັບການເບິ່ງຜູ້ຄົນ ແລະ ສິ່ງຕ່າງໆ ພ້ອມທັງສຳລັບການປະພຶດຕົນ ແລະ ການກະທຳກໍຈະເລີ່ມຊັດເຈນຂຶ້ນເລື້ອຍໆ. ພວກເຮົາໄດ້ໂອ້ລົມຫຼາຍແລ້ວກ່ຽວກັບດ້ານຕ່າງໆຂອງການແຍກແຍະເງື່ອນໄຂທີ່ຕິດໂຕມາແຕ່ເກີດ, ຄວາມເປັນມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມ. ບໍ່ວ່າພວກເຮົາຈະໂອ້ລົມກ່ຽວກັບການສະແດງອອກອັນໃດ ຫຼື ການເປີດເຜີຍອັນໃດໃນຄວາມເປັນມະນຸດ, ບໍ່ມີສິ່ງໃດເລີຍທີ່ເປັນຄຳເວົ້າຫວ່າງເປົ່າ, ສິ່ງເຫຼົ່ານີ້ລ້ວນແຕ່ສາມາດຖືກພົບພໍ້, ພົບເຫັນ ແລະ ສຳຜັດໄດ້ໃນຊີວິດຈິງ. ສະນັ້ນ, ເຈົ້າຕ້ອງຮຽນຮູ້ທີ່ຈະເບິ່ງສິ່ງຕ່າງໆ ແລະ ຄົນປະເພດຕ່າງໆ ໂດຍປຽບທຽບພຣະທຳຂອງພຣະເຈົ້າໃສ່ພວກເຂົາ. ມີພຽງແຕ່ໂດຍການຮຽນຮູ້ທີ່ຈະນຳເອົາສະພາວະ ແລະ ເລື່ອງຕ່າງໆຈາກການໂອ້ລົມຂອງພວກເຮົາໄປປຽບທຽບໃສ່ຊີວິດຈິງເທົ່ານັ້ນ ເຈົ້າຈຶ່ງຄ່ອຍໆມີຄວາມຄືບໜ້າໃນການເບິ່ງຜູ້ຄົນ ແລະ ສິ່ງຕ່າງໆ ພ້ອມທັງໃນການປະພຶດຕົນ ແລະ ການກະທຳ, ມີຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບເລື່ອງຕ່າງໆທີ່ກ່ຽວຂ້ອງກັບຄວາມຈິງ ແລະ ຄ່ອຍໆຈັບໃຈຄວາມຫຼັກການຄວາມຈິງຕ່າງໆໄດ້. ເຈົ້າເຂົ້າໃຈບໍ? (ເຂົ້າໃຈ). ເຖິງແມ່ນວ່າເລື່ອງທີ່ພວກເຮົາໄດ້ສົນທະນາກັນໂດຍຫຼັກໆແລ້ວແມ່ນໃຊ້ເພື່ອແຍກແຍະສະພາວະ ແລະ ການເປີດເຜີຍຕ່າງໆທີ່ຜູ້ຄົນສະແດງອອກ ແລະ ບໍ່ໄດ້ເຮັດໃຫ້ເຈົ້າສາມາດເຂົ້າໃຈ ແລະ ເຂົ້າສູ່ຄວາມຈິງໂດຍກົງ, ເລື່ອງເຫຼົ່ານີ້ລ້ວນແຕ່ຈະສົ່ງຜົນກະທົບຕໍ່ຄວາມເຂົ້າໃຈຂອງເຈົ້າຕໍ່ຄວາມຈິງ ພ້ອມທັງການເຂົ້າສູ່ຄວາມເປັນຈິງຄວາມຈິງຂອງເຈົ້າ. ສະນັ້ນ, ເຖິງແມ່ນວ່າ ໃນຄວາມຄິດຫຼົງຜິດຂອງຜູ້ຄົນ ເລື່ອງເຫຼົ່ານີ້ອາດຈະເບິ່ງຄືວ່າກ່ຽວຂ້ອງກັບພຽງແຕ່ຄວາມເປັນມະນຸດ, ເງື່ອນໄຂທີ່ຕິດໂຕມາແຕ່ເກີດ ຫຼື ອຸປະນິໄສທີ່ເສື່ອມຊາມທີ່ຊັດເຈນບາງຢ່າງ, ທຸກເລື່ອງ ແລະ ທຸກຄຳເວົ້າລ້ວນແຕ່ກ່ຽວຂ້ອງກັບການເຂົ້າສູ່ຄວາມຈິງຂອງຜູ້ຄົນ. ແລ້ວດ້ວຍເຫດນັ້ນ ເລື່ອງເຫຼົ່ານີ້ຈຶ່ງເປັນເລື່ອງທີ່ເຈົ້າຕ້ອງປະເຊີນໃນເສັ້ນທາງແຫ່ງການເຂົ້າສູ່ຄວາມຈິງ, ເຈົ້າບໍ່ສາມາດຫຼີກລ່ຽງພວກມັນໄດ້. ເລື່ອງ ແລະ ການສະແດງອອກຕ່າງໆຂອງຄວາມເປັນມະນຸດ, ບໍ່ວ່າຈະບວກ ຫຼື ລົບ, ລ້ວນແຕ່ເປັນສິ່ງທີ່ເຈົ້າຈະປະເຊີນ ແລະ ພົບພໍ້ໃນສະພາບແວດລ້ອມຕ່າງໆໃນຊີວິດປະຈຳວັນ. ຖ້າເມື່ອເຈົ້າປະເຊີນກັບເລື່ອງຕ່າງໆ, ເຈົ້າບໍ່ສາມາດແຍກແຍະສິ່ງໃດໃນພວກມັນໄດ້ເລີຍ ແລະ ເໝົາລວມພວກມັນທັງໝົດ, ໂດຍຖືວ່າຫຼັກການຄວາມຈິງຈາກການໂອ້ລົມຂອງພວກເຮົາເປັນກົດລະບຽບ ຫຼື ຫຼັກຄຳສອນ, ແລ້ວເຈົ້າກໍຈະບໍ່ມີທາງເຂົ້າສູ່ຄວາມເປັນຈິງຄວາມຈິງໄດ້ເລີຍ. ເປັນຫຍັງຈຶ່ງເປັນແນວນັ້ນ? ເພາະວ່າເຈົ້າຈະບໍ່ມີທາງເຂົ້າໃຈເລີຍວ່າຄວາມຈິງແມ່ນຫຍັງ.
ເອົາລະ, ນັ້ນຄືທັງໝົດສຳລັບການໂອ້ລົມໃນມື້ນີ້. ລາກ່ອນ!
ວັນທີ 25 ພະຈິກ 2023