ວິທີການໄລ່ຕາມເສາະຫາຄວາມຈິງ (10)
ການປະຕິບັດທຳອິດສຳລັບການໄລ່ຕາມເສາະຫາຄວາມຈິງ: ການປ່ອຍວາງ
ການປ່ອຍວາງອຸປະສັກລະຫວ່າງຕົນເອງກັບພຣະເຈົ້າ ແລະ ຄວາມບໍ່ເປັນມິດຂອງຕົນທີ່ມີຕໍ່ພຣະເຈົ້າ
I. ການປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຕົນກ່ຽວກັບພຣະເຈົ້າ: ການປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຕົນກ່ຽວກັບວຽກງານຂອງພຣະເຈົ້າ
F. ວຽກງານຂອງພຣະເຈົ້າບໍ່ໄດ້ປ່ຽນແປງເງື່ອນໄຂທີ່ຕິດໂຕມາແຕ່ເກີດຂອງຜູ້ຄົນ; ມັນແນໃສ່ເພື່ອປ່ຽນແປງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ
ເມື່ອບໍ່ດົນມານີ້, ພວກເຮົາໄດ້ດຳເນີນການໂອ້ລົມຫຼາຍຄັ້ງທີ່ກ່ຽວຂ້ອງກັບບັນຫາເງື່ອນໄຂທີ່ຕິດໂຕມາແຕ່ເກີດ, ຄວາມເປັນມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມ; ໂດຍຫຼັກໆແລ້ວ ພວກເຮົາໄດ້ໂອ້ລົມຢ່າງລະອຽດ ແລະ ສະເພາະເຈາະຈົງກ່ຽວກັບການສະແດງອອກບາງຢ່າງຂອງສາມດ້ານນີ້. ຜ່ານການໂອ້ລົມຢ່າງລະອຽດດັ່ງກ່າວ, ພວກເຈົ້າໄດ້ຮັບຄວາມເຂົ້າໃຈບາງຢ່າງກ່ຽວກັບການຈັດປະເພດສະເພາະຂອງການສະແດງອອກເຫຼົ່ານີ້ບໍ? (ແມ່ນແລ້ວ.) ເມື່ອໄດ້ຮັບຄວາມເຂົ້າໃຈກ່ຽວກັບການສະແດງອອກທີ່ສະເພາະໃນສາມດ້ານນີ້ແລ້ວ, ຕອນນີ້ພວກເຈົ້າເຂົ້າໃຈແຈ່ງແຈ້ງຂຶ້ນແລ້ວບໍວ່າ ເປັນຫຍັງຜູ້ຄົນຈຶ່ງຕ້ອງປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ຫຼື ຈຳເປັນຕ້ອງປ່ຽນແປງ ແລະ ປະຖິ້ມສິ່ງໃດໃນຜູ້ຄົນ? ດ້ານໃດທີ່ຈຳເປັນຕ້ອງໄດ້ຮັບການປ່ຽນແປງ, ດ້ານໃດທີ່ບໍ່ຈຳເປັນຕ້ອງໄດ້ຮັບການປ່ຽນແປງ, ດ້ານໃດທີ່ຄວນຖືກປະຕິບັດຕາມຫຼັກການຄວາມຈິງ ແລະ ດ້ານໃດທີ່ເປັນເງື່ອນໄຂທີ່ຕິດໂຕມາແຕ່ເກີດເຊິ່ງຖືກກຳນົດລ່ວງໜ້າ ແລະ ຈັດວາງໂດຍພຣະເຈົ້າ, ບໍ່ກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມ ແລະ ບໍ່ຮຽກຮ້ອງໃຫ້ຜູ້ຄົນໃຊ້ຄວາມພະຍາຍາມ ຫຼື ເຮັດການປ່ຽນແປງໃດໆ, ເລື່ອງເຫຼົ່ານີ້ແຈ່ມແຈ້ງແລ້ວບໍ? (ພວກເຮົາຮູ້ສຶກວ່າເຂົ້າໃຈແຈ່ມແຈ້ງຫຼາຍກວ່າເມື່ອກ່ອນພໍສົມຄວນກ່ຽວກັບເລື່ອງເຫຼົ່ານີ້.) ຫຼັງຈາກທີ່ໄດ້ຮັບຄວາມແຈ່ມແຈ້ງແລ້ວ, ພວກເຈົ້າເຂົ້າໃຈຄວາມສຳຄັນຂອງວຽກງານຂອງພຣະເຈົ້າໃນການເຮັດໃຫ້ຜູ້ຄົນບໍລິສຸດ, ປ່ຽນແປງອຸປະນິໄສຂອງພວກເຂົາ ແລະ ຊ່ວຍພວກເຂົາໃຫ້ລອດພົ້ນຈາກອິດທິພົນຂອງຊາຕານບໍ? ຕອນນີ້ມັນແຈ່ມແຈ້ງແລ້ວບໍວ່າ ການປະຕິບັດວຽກງານ ແລະ ການກ່າວຂອງພຣະເຈົ້າເພື່ອສະໜອງຄວາມຈິງ ແລະ ເປີດໂປງບັນຫາຕ່າງໆໃນຕົວຜູ້ຄົນນັ້ນແມ່ນແນໃສ່ຫຍັງ? ການທີ່ພຣະເຈົ້າເປີດໂປງບັນຫາທັງໝົດໃນຕົວຜູ້ຄົນນັ້ນແມ່ນແນໃສ່ເງື່ອນໄຂທີ່ຕິດໂຕມາແຕ່ເກີດຂອງພວກເຂົາບໍ? (ບໍ່.) ມັນແນໃສ່ຂໍ້ບົກຜ່ອງໂດຍທຳມະຊາດໃນຄວາມເປັນມະນຸດຂອງຜູ້ຄົນບໍ? (ບໍ່.) ແລ້ວມັນແນໃສ່ຫຍັງ? (ໂດຍຫຼັກໆແລ້ວແມ່ນແນໃສ່ອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ.) ໂດຍຫຼັກໆແລ້ວ ມັນແນໃສ່ຫຼັກການທີ່ຜູ້ຄົນໃຊ້ເພື່ອປະພຶດຕົນ ແລະ ກະທຳ, ມຸມມອງ ແລະ ທັດສະນະຄະຕິຂອງພວກເຂົາຕໍ່ພຣະເຈົ້າ, ຄວາມຈິງ, ສິ່ງທີ່ເປັນບວກ ແລະ ບັນຫາອື່ນໆນັ້ນ. ອຸປະນິໄສທີ່ເສື່ອມຊາມແມ່ນຫຍັງ? ອຸປະນິໄສທີ່ເສື່ອມຊາມເກີດມາຈາກທຳມະຊາດຂອງຊາຕານ ແລະ ຖືກເປີດເຜີຍຈາກທຳມະຊາດຂອງຊາຕານ. ສິ່ງທັງໝົດເຫຼົ່ານີ້ລ້ວນແຕ່ຂັດກັບຫຼັກການຄວາມຈິງ, ເປັນສິ່ງທີ່ຜິດພ້ຽນ ແລະ ເປັນການກະທຳ ແລະ ການສະແດງອອກຂອງການຕໍ່ຕ້ານພຣະເຈົ້າ. ສິ່ງເຫຼົ່ານີ້ແມ່ນສິ່ງຫຼັກໆທີ່ຕໍ່ຕ້ານພຣະເຈົ້າ ແລະ ເປັນສາເຫດຕົ້ນຕໍທີ່ເຮັດໃຫ້ຜູ້ຄົນສາມາດຂັດກັບຄວາມຈິງ, ທໍລະຍົດຄວາມຈິງ, ຂັດກັບເຈດຕະນາຂອງພຣະເຈົ້າ ແລະ ຂັດກັບຂໍ້ກຳນົດຂອງພຣະເຈົ້າ. ໃນທາງກົງກັນຂ້າມ, ເງື່ອນໄຂທີ່ຕິດໂຕມາແຕ່ເກີດເປັນພຽງສິ່ງເປັນພື້ນຖານ ແລະ ຕາມສັນຊາດຕະຍານບາງຢ່າງທີ່ຜູ້ຄົນມີມາແຕ່ເກີດ; ແຕ່ຊີວິດທີ່ມວນມະນຸດອາໄສເພື່ອຄວາມຢູ່ລອດໃນປັດຈຸບັນນີ້ຄືອຸປະນິໄສທີ່ເສື່ອມຊາມ. ສະນັ້ນ, ສິ່ງທີ່ວຽກງານຂອງພຣະເຈົ້າແນໃສ່ເພື່ອປ່ຽນແປງກໍຄືອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ. ແທ້ຈິງແລ້ວແມ່ນຍ້ອນວ່າອຸປະນິໄສທີ່ເສື່ອມຊາມຕໍ່ຕ້ານພຣະເຈົ້າ ແລະ ເປັນຂອງຊາຕານ ແລະ ສາມາດເວົ້າໄດ້ວ່າເປັນການສະແດງອອກໂດຍລວມຂອງສິ່ງທີ່ເປັນລົບທັງໝົດ ນັ້ນກໍຄື ອຸປະນິໄສທີ່ເສື່ອມຊາມຕ່າງໆທີ່ຖືກເປີດເຜີຍໃນຕົວຜູ້ຄົນ ຫຼື ສະພາວະຕ່າງໆ ແລະ ການເປີດເຜີຍ ແລະ ການສະແດງອອກໂດຍລະອຽດທີ່ກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມ ລ້ວນແຕ່ກ່ຽວຂ້ອງກັບສິ່ງທີ່ເປັນລົບ, ສະນັ້ນ ສາເຫດຕົ້ນຕໍທີ່ຜູ້ຄົນຕໍ່ຕ້ານພຣະເຈົ້າຈຶ່ງບໍ່ແມ່ນເງື່ອນໄຂທີ່ຕິດໂຕມາແຕ່ເກີດຂອງພວກເຂົາ ຫຼື ຂໍ້ບົກຜ່ອງບາງຢ່າງໃນຄວາມເປັນມະນຸດຂອງພວກເຂົາ ແຕ່ເປັນຊີວິດທີ່ເອົາອຸປະນິໄສທີ່ເສື່ອມຊາມມາເປັນພື້ນຖານສຳລັບຄວາມຢູ່ລອດ. ຊີວິດນີ້ເກີດມາຈາກຊາຕານຢ່າງແທ້ຈິງ. ດັ່ງນັ້ນ, ສິ່ງທີ່ຈຳເປັນຕ້ອງໄດ້ຮັບການປ່ຽນແປງໃນທີ່ສຸດກໍຄືອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ ແລະ ສິ່ງທີ່ຈຳເປັນຕ້ອງປະຖິ້ມກໍຄືອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນເຊັ່ນກັນ. ແນ່ນອນ, ມັນຍັງສາມາດເວົ້າໄດ້ວ່າ ມີພຽງແຕ່ເມື່ອອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນຖືກປ່ຽນແປງເທົ່ານັ້ນ ພວກເຂົາຈຶ່ງຈະສາມາດຢຸດຕໍ່ຕ້ານພຣະເຈົ້າໄດ້. ເວົ້າອີກຢ່າງໜຶ່ງກໍຄື ມີພຽງແຕ່ເມື່ອຜູ້ຄົນໄດ້ປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເທົ່ານັ້ນ ມັນຈຶ່ງໝາຍຄວາມວ່າພວກເຂົາໄດ້ຖືກຊ່ວຍໃຫ້ລອດພົ້ນແລ້ວ ແລະ ມີພຽງແຕ່ເມື່ອຜູ້ຄົນໄດ້ຖືກຊ່ວຍໃຫ້ລອດພົ້ນແລ້ວເທົ່ານັ້ນ ພວກເຂົາຈຶ່ງຈະສາມາດຢຸດຕໍ່ຕ້ານພຣະເຈົ້າ ແລະ ອ່ອນນ້ອມຕໍ່ພຣະເຈົ້າຢ່າງສົມບູນໄດ້. ສະນັ້ນ, ຄວາມໝາຍທີ່ແທ້ຈິງຂອງວຽກງານຂອງພຣະເຈົ້າໃນການຊ່ວຍຜູ້ຄົນໃຫ້ລອດພົ້ນກໍຄື ການເຮັດໃຫ້ພວກເຂົາສາມາດປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາໄດ້. ຄວາມໝາຍທີ່ແທ້ຈິງ ແລະ ຜົນຮັບທີ່ຕັ້ງໃຈໄວ້ຂອງການທີ່ພຣະເຈົ້າບອກຜູ້ຄົນວ່າ ການໄລ່ຕາມເສາະຫາຄວາມຈິງຄືການເບິ່ງຜູ້ຄົນ ແລະ ສິ່ງຕ່າງໆ ແລະ ການປະພຶດຕົນ ແລະ ການກະທຳ ຕາມພຣະທຳຂອງພຣະເຈົ້າ ແລະ ໂດຍມີຄວາມຈິງເປັນເກນຂອງຕົນນັ້ນ ແມ່ນເພື່ອເຮັດໃຫ້ຜູ້ຄົນສາມາດປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ເບິ່ງຜູ້ຄົນ ແລະ ສິ່ງຕ່າງໆ ແລະ ປະພຶດຕົນ ແລະ ກະທຳ ໂດຍມີພຣະທຳຂອງພຣະເຈົ້າເປັນຊີວິດຂອງພວກເຂົາ. ພວກເຈົ້າເຂົ້າໃຈບໍ? (ເຂົ້າໃຈແລ້ວ.)
ກ່ອນໜ້ານີ້ ພວກເຮົາໄດ້ໂອ້ລົມກ່ຽວກັບການເປີດເຜີຍ ແລະ ການສະແດງອອກສະເພາະບາງຢ່າງທີ່ກ່ຽວຂ້ອງກັບເງື່ອນໄຂທີ່ຕິດໂຕມາແຕ່ເກີດ, ຄວາມເປັນມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມ. ການສະແດງອອກບາງຢ່າງກ່ຽວຂ້ອງກັບເງື່ອນໄຂທີ່ຕິດໂຕມາແຕ່ເກີດ, ບາງຢ່າງກ່ຽວຂ້ອງກັບຂໍ້ບົກຜ່ອງໃນຄວາມເປັນມະນຸດ, ບາງຢ່າງເປັນການສະແດງອອກເຖິງລັກສະນະທີ່ຊົ່ວຊ້າ ແລະ ບາງຢ່າງເປັນການສະແດງອອກສະເພາະຂອງອຸປະນິໄສທີ່ເສື່ອມຊາມ. ຂໍ້ບົກຜ່ອງໃນຄວາມເປັນມະນຸດຂອງຄົນໆໜຶ່ງ ແລະ ແກ່ນແທ້ທີ່ຊົ່ວຊ້າໃນຄວາມເປັນມະນຸດຂອງຄົນໆໜຶ່ງແມ່ນສິ່ງທີ່ຜູ້ຄົນມັກສັບສົນກັນງ່າຍທີ່ສຸດ. ຂໍ້ບົກຜ່ອງໃນຄວາມເປັນມະນຸດສ່ວນໃຫຍ່ແມ່ນຈັດຢູ່ໃນເງື່ອນໄຂທີ່ຕິດໂຕມາແຕ່ເກີດ. ຕົວຢ່າງ: ບາງຄົນເວົ້າຕິດອ່າງ ແລະ ບາງຄົນມີອາລົມຮ້ອນ ຫຼື ຊ້າ. ຕາບໃດທີ່ພວກມັນບໍ່ໄດ້ຈັດຢູ່ໃນໝວດໝູ່ຂອງລັກສະນະທີ່ຊົ່ວຊ້າ, ໂດຍພື້ນຖານແລ້ວ ຂໍ້ບົກຜ່ອງໃນຄວາມເປັນມະນຸດເຫຼົ່ານີ້ແມ່ນຕົກຢູ່ໃນຂອບເຂດຂອງເງື່ອນໄຂທີ່ຕິດໂຕມາແຕ່ເກີດ. ເຖິງຢ່າງໃດກໍຕາມ, ລັກສະນະທີ່ຊົ່ວຊ້າບໍ່ກ່ຽວຂ້ອງກັບເງື່ອນໄຂທີ່ຕິດໂຕມາແຕ່ເກີດ; ມັນເປັນການເປີດເຜີຍເຖິງອຸປະນິໄສທີ່ເສື່ອມຊາມ ແລະ ຄວນຈັດຢູ່ໃນອຸປະນິໄສທີ່ເສື່ອມຊາມ, ບໍ່ແມ່ນໃນເງື່ອນໄຂທີ່ຕິດໂຕມາແຕ່ເກີດ. ນີ້ກໍຍ້ອນວ່າ ພາຍໃນລັກສະນະຂອງຄົນໆໜຶ່ງ, ພຣະເຈົ້າໄດ້ປະທານສອງສິ່ງພື້ນຖານໃຫ້ພວກເຂົາຄື: ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ. ຖ້າລັກສະນະຂອງຄົນໃດໜຶ່ງຊົ່ວຊ້າ, ສິ່ງນີ້ກໍກ່ຽວຂ້ອງກັບບັນຫາເລື່ອງສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງພວກເຂົາ. ສິ່ງນີ້ບໍ່ກ່ຽວຂ້ອງກັບເງື່ອນໄຂທີ່ຕິດໂຕມາແຕ່ເກີດຂອງພວກເຂົາຢ່າງແນ່ນອນ. ມັນຈັດຢູ່ໃນອຸປະນິໄສທີ່ເສື່ອມຊາມຢ່າງແນ່ນອນ; ມັນເປັນການສະແດງອອກສະເພາະຂອງອຸປະນິໄສທີ່ເສື່ອມຊາມບາງຢ່າງ. ຂໍ້ເທັດຈິງແມ່ນພຽງພໍທີ່ຈະສະແດງໃຫ້ເຫັນວ່າ ຫຼັງຈາກທີ່ຄົນໃດໜຶ່ງຖືກຊາຕານເຮັດໃຫ້ເສື່ອມຊາມ, ພວກເຂົາກໍສູນເສຍສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງພວກເຂົາ. ຫົວໃຈຂອງພວກເຂົາຖືກຊາຕານເຮັດໃຫ້ຫຼົງຜິດຢ່າງສົມບູນ ແລະ ພວກເຂົາຍອມຮັບຄວາມຄິດ ແລະ ມຸມມອງຫຼາຍຢ່າງທີ່ມາຈາກຊາຕານ, ພ້ອມທັງຄຳເວົ້າ ແລະ ຄວາມຄິດເຫັນບາງຢ່າງຈາກກະແສທີ່ຊົ່ວຮ້າຍ. ເມື່ອສິ່ງຕ່າງໆມາເຖິງຈຸດນີ້, ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງພວກເຂົາກໍຖືກເຮັດໃຫ້ເສື່ອມຊາມ ແລະ ຖືກກັດກິນໂດຍສິ້ນເຊີງ ນັ້ນກໍຄື ມັນສາມາດເວົ້າໄດ້ວ່າໃນເວລານີ້ ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງພວກເຂົາໄດ້ສູນເສຍໄປຢ່າງສົມບູນ. ສິ່ງທີ່ສະແດງອອກມາກໍຄື ລັກສະນະຂອງພວກເຂົາບໍ່ດີຫຼາຍ ແລະ ຊົ່ວຮ້າຍ. ນັ້ນກໍຄື ກ່ອນທີ່ພວກເຂົາໄດ້ຍອມຮັບສິ່ງທີ່ເປັນບວກ, ພວກເຂົາກໍໄດ້ຍອມຮັບສິ່ງທີ່ຜິດພ້ຽນຫຼາຍຢ່າງຈາກຊາຕານເຂົ້າມາໃນຫົວໃຈຂອງພວກເຂົາແລ້ວ. ສິ່ງເຫຼົ່ານີ້ໄດ້ເຮັດໃຫ້ຄວາມເປັນມະນຸດຂອງພວກເຂົາເສື່ອມຊາມຢ່າງໜັກ, ສົ່ງຜົນໃຫ້ຄວາມເປັນມະນຸດຂອງພວກເຂົາບໍ່ດີຫຼາຍ. ຕົວຢ່າງ: ຫຼັງຈາກທີ່ພວກເຂົາຍອມຮັບຄວາມຄິດ ແລະ ມຸມມອງແບບຊາຕານຈາກໂລກທີ່ກ່າວວ່າ “ທຸກຄົນເບິ່ງໂຕໃຜໂຕມັນ ແລະ ປ່ອຍຜູ້ທີ່ຊ້າສຸດຕາມຊະຕາກໍາຂອງເຂົາ”, ສະຕິຮູ້ສຶກຜິດຊອບຂອງພວກເຂົາຈະດີຂຶ້ນ ຫຼື ຄືເກົ່າ ຫຼື ມັນຈະຊຸດໂຊມລົງ? (ມັນຈະຊຸດໂຊມລົງ.) ແລ້ວການສະແດງອອກສະເພາະຂອງຄວາມຊຸດໂຊມນີ້ແມ່ນຫຍັງ? (ພວກເຂົາຄຳນຶງເຖິງແຕ່ຜົນປະໂຫຍດຂອງຕົນເອງໃນທຸກສິ່ງທີ່ພວກເຂົາເຮັດ.) ເພື່ອເຫັນແກ່ຈຸດປະສົງ ແລະ ຜົນປະໂຫຍດຂອງພວກເຂົາເອງ, ພວກເຂົາເຮັດທຸກວິຖີທາງ. ພວກເຂົາສາມາດຫຼອກລວງ ແລະ ທຳຮ້າຍຄົນອື່ນ ແລະ ເຮັດທຸກສິ່ງທີ່ຂັດກັບສິນທຳ ແລະ ສະຕິຮູ້ສຶກຜິດຊອບ. ຍິ່ງພວກເຂົາເຮັດຫຼາຍສໍ່າໃດ, ການກະທຳຂອງພວກເຂົາກໍຍິ່ງອຳມະຫິດຫຼາຍສໍ່ານັ້ນ, ຫົວໃຈຂອງພວກເຂົາກໍຍິ່ງມືດມົນຫຼາຍຂຶ້ນ, ພວກເຂົາມີຄວາມສຳນຶກທາງດ້ານສະຕິຮູ້ສຶກຜິດຊອບໜ້ອຍລົງ ແລະ ພວກເຂົາກໍຮັກສາຄວາມເປັນມະນຸດໄວ້ໜ້ອຍລົງ. ເພື່ອຜົນປະໂຫຍດຂອງພວກເຂົາເອງ, ພວກເຂົາຈະຫຼອກລວງ ແລະ ຕົວະໃຜກໍໄດ້, ຕົວະທັງຄົນທີ່ພວກເຂົາຮູ້ຈັກ ແລະ ຄົນທີ່ພວກເຂົາບໍ່ຮູ້ຈັກ, ພວກເຂົາຈະຕົວະເພື່ອນຮ່ວມງານ, ສະມາຊິກໃນຄອບຄົວ ແລະ ແມ່ນແຕ່ຄົນໃກ້ຊິດທີ່ສຸດທີ່ຢູ່ອ້ອມຂ້າງພວກເຂົາ, ທຳຮ້າຍຄົນທີ່ໄວ້ໃຈພວກເຂົາຫຼາຍທີ່ສຸດ. ໃນຕອນເລີ່ມຕົ້ນ, ເມື່ອພວກເຂົາເຮັດສິ່ງເຫຼົ່ານີ້ ພວກເຂົາກໍປະສົບກັບຄວາມຂັດແຍ່ງພາຍໃນໃຈບາງຢ່າງ ແລະ ມີຄວາມຮູ້ສຶກໃນສະຕິຮູ້ສຶກຜິດຊອບຂອງພວກເຂົາຢູ່ແດ່. ຕໍ່ມາ, ພວກເຂົາກໍເລີ່ມຄິດທົບທວນວ່າຈະລົງມືເຮັດແນວໃດ, ໂດຍເລີ່ມຈາກຄົນແປກໜ້າທີ່ບໍ່ຄຸ້ນເຄີຍກ່ອນ ແລະ ໃນທີ່ສຸດກໍບໍ່ສະແດງຄວາມເມດຕາແມ່ນແຕ່ກັບຍາດພີ່ນ້ອງຂອງພວກເຂົາເອງ. ເຈົ້າເຫັນບໍວ່າ ຄວາມເປັນມະນຸດຂອງພວກເຂົາກຳລັງຖືກເຮັດໃຫ້ເສື່ອມຊາມໄປເລື້ອຍໆ, ມັນຄ່ອຍໆຖືກກັດກິນໂດຍຄວາມຄິດ ແລະ ມຸມມອງຂອງຊາຕານ ເຊັ່ນ: “ຜົນປະໂຫຍດເໜືອສິ່ງອື່ນໃດ” ແລະ “ທຸກຄົນເບິ່ງໂຕໃຜໂຕມັນ ແລະ ປ່ອຍຜູ້ທີ່ຊ້າສຸດຕາມຊະຕາກໍາຂອງເຂົາ”. ຂະບວນການກັດກິນເທື່ອລະໜ້ອຍນີ້ຄືຂະບວນການທີ່ສະຕິຮູ້ສຶກຜິດຊອບຂອງພວກເຂົາຄ່ອຍໆສູນເສຍຄວາມຮັບຮູ້ ແລະ ຢຸດເຮັດວຽກ, ຈົນໃນທີ່ສຸດມັນກໍມາເຖິງຈຸດທີ່ສູນເສຍໄປຢ່າງສົມບູນ. ໃນທີ່ສຸດແລ້ວ ພວກເຂົາກໍບໍ່ມີຂອບເຂດທາງດ້ານສິນທຳ ຫຼື ຄວາມສຳນຶກທາງດ້ານສະຕິຮູ້ສຶກຜິດຊອບໃນການກະທຳຂອງພວກເຂົາ ແລະ ພວກເຂົາສາມາດຕົວະໃຜກໍໄດ້. ແມ່ນຫຍັງຄືເຫດຜົນທີ່ພວກເຂົາສາມາດຕົວະໃຜກໍໄດ້? ສາເຫດຕົ້ນຕໍແມ່ນຫຍັງ? ມັນເປັນເພາະວ່າພວກເຂົາໄດ້ຍອມຮັບຄວາມຄິດ ແລະ ມຸມມອງຂອງຊາຕານ ແລະ ພວກເຂົາກະທຳພາຍໃຕ້ການຄອບງຳຂອງຄວາມຄິດ ແລະ ມຸມມອງຂອງຊາຕານ. ໃນທີ່ສຸດ, ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນໃນຄວາມເປັນມະນຸດຂອງພວກເຂົາກໍບໍ່ເຮັດວຽກອີກຕໍ່ໄປ; ນັ້ນກໍຄື ສິ່ງພື້ນຖານທີ່ຄວາມເປັນມະນຸດຄວນມີນັ້ນຢຸດເຮັດວຽກໂດຍສິ້ນເຊີງ, ພວກມັນຖືກກັດກິນ ແລະ ຄວບຄຸມໂດຍຄວາມຄິດທີ່ຊົ່ວຮ້າຍຂອງຊາຕານຢ່າງສົມບູນ. ຂະບວນການຂອງການກັດກິນ ແລະ ການຄວບຄຸມຄືຂະບວນການທີ່ພວກເຂົາຍອມຮັບຄວາມຄິດ ແລະ ມຸມມອງເຫຼົ່ານີ້ ແລະ ແນ່ນອນວ່າມັນກໍເປັນຂະບວນການທີ່ພວກເຂົາຖືກເຮັດໃຫ້ເສື່ອມຊາມເຊັ່ນກັນ. ໃນຂະນະທີ່ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນໃນຄວາມເປັນມະນຸດຂອງພວກເຂົາຖືກເຮັດໃຫ້ເສື່ອມຊາມ, ສິ່ງທີ່ສະແດງອອກມາໃນຕົວພວກເຂົາໃນທີ່ສຸດກໍຄືຄວາມເປັນມະນຸດຂອງພວກເຂົາບໍ່ດີຫຼາຍ ແລະ ໃນກໍລະນີທີ່ຮ້າຍແຮງກວ່ານັ້ນ ພວກເຂົາສູນເສຍຄວາມເປັນມະນຸດຂອງພວກເຂົາ. ສິ່ງເຫຼົ່ານີ້ແມ່ນການສະແດງອອກບາງຢ່າງເຖິງຄວາມເປັນມະນຸດຂອງມະນຸດທີ່ເສື່ອມຊາມປົກກະຕິ.
ຍັງມີກໍລະນີພິເສດບາງຢ່າງ ທີ່ບາງຄົນບໍ່ໄດ້ເກີດມາເປັນມະນຸດດ້ວຍຊໍ້າ, ສະນັ້ນ ຈຶ່ງບໍ່ສາມາດເວົ້າໄດ້ວ່າພວກເຂົາມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ. ເວົ້າແບບນາມມະທຳກໍຄື ພວກເຂົາບໍ່ໄດ້ບັງເກີດໃໝ່ຈາກມະນຸດ. ເຖິງແມ່ນວ່າເລື່ອງການເກີດໃໝ່, ການບັງເກີດໃໝ່ ແລະ ການວຽນວາຍຕາຍເກີດເປັນເລື່ອງນາມມະທຳ ແລະ ຜູ້ຄົນບໍ່ສາມາດເບິ່ງເຫັນໄດ້, ຜູ້ຄົນກໍຄວນຈະສາມາດເຂົ້າໃຈເລື່ອງນີ້ໄດ້ງ່າຍໆ; ມັນເປັນສິ່ງທີ່ຜູ້ຄົນສາມາດຄິດອອກ ແລະ ຢັ່ງຮູ້ໄດ້. ຄົນແບບນັ້ນບໍ່ໄດ້ບັງເກີດໃໝ່ຈາກມະນຸດ, ແລ້ວພວກເຂົາບັງເກີດໃໝ່ຈາກຫຍັງ? ບາງຄົນເກີດໃໝ່ ແລະ ວຽນວາຍຕາຍເກີດມາຈາກສັດ ແລະ ບາງຄົນບັງເກີດໃໝ່ຈາກມານຮ້າຍ; ພວກເຂົາເກີດມາໂດຍບໍ່ມີຄວາມເປັນມະນຸດ. ຄົນທີ່ບໍ່ມີຄວາມເປັນມະນຸດເກີດມາໂດຍບໍ່ມີສະຕິຮູ້ສຶກຜິດຊອບ ຫຼື ເຫດຜົນ; ສິ່ງນີ້ບໍ່ໄດ້ເກີດຈາກຄວາມເສື່ອມຊາມຫຍັງທັງສິ້ນ. ໂດຍທຳມະຊາດແລ້ວ ພວກເຂົາເປັນຊາຕານທີ່ມີຊີວິດ ແລະ ມານຮ້າຍທີ່ມີຊີວິດ. ພວກເຂົາບັງເກີດໃໝ່ຈາກມານຮ້າຍ. ຕົວຢ່າງ: ຜູ້ຕໍ່ຕ້ານພຣະຄຣິສແມ່ນຄົນຊົ່ວຮ້າຍ; ພວກເຂົາບັງເກີດໃໝ່ຈາກຄົນຊົ່ວຮ້າຍ. ພາຍຫຼັງໃນຊີວິດ, ພວກເຂົາຍອມຮັບແມ່ນແຕ່ຄວາມຄິດ ແລະ ມຸມມອງຂອງຊາຕານຫຼາຍຂຶ້ນ. ສິ່ງທີ່ພວກເຂົາມີມາແຕ່ເດີມ, ບວກກັບສິ່ງທີ່ພວກເຂົາໄດ້ຮັບໃນພາຍຫຼັງ, ເຮັດໃຫ້ພວກເຂົາຊົ່ວຂຶ້ນເລື້ອຍໆ. ຄົນແບບນັ້ນເກີດມາໂດຍບໍ່ຮັກສິ່ງທີ່ເປັນບວກ; ໂດຍທຳມະຊາດແລ້ວ ພວກເຂົາເບື່ອໜ່າຍສິ່ງທີ່ເປັນບວກ ແລະ ຕໍ່ຕ້ານ ແລະ ກຽດຊັງສິ່ງທີ່ເປັນບວກຢ່າງຮຸນແຮງ. ສະນັ້ນ, ການສະແດງອອກເຖິງຄວາມເປັນມະນຸດໃນຄົນແບບນັ້ນກໍຄື ພວກເຂົາບໍ່ມີສະຕິຮູ້ສຶກຜິດຊອບ ຫຼື ເຫດຜົນແມ່ນແຕ່ໜ້ອຍດຽວ. ມັນເປັນໄປບໍ່ໄດ້ເລີຍທີ່ຈະເຫັນຂໍ້ດີ ຫຼື ຈຸດແຂງໃດໆຂອງຄວາມເປັນມະນຸດໃນຕົວພວກເຂົາ. ແນ່ນອນ, ຂໍ້ດີນີ້ບໍ່ໄດ້ໝາຍເຖິງການເກັ່ງໃນການຮ້ອງເພງ, ເກັ່ງໃນການສະແດງມຸມມອງຂອງຕົນ ຫຼື ເກັ່ງໃນທັກສະທາງດ້ານວິຊາການ ຫຼື ວິຊາຊີບໃດໜຶ່ງຢ່າງຊັດເຈນ. ສິ່ງເຫຼົ່ານີ້ບໍ່ແມ່ນຂໍ້ດີທີ່ກ່າວເຖິງ. ກົງກັນຂ້າມ ມັນໝາຍເຖິງຂໍ້ດີຂອງຄວາມເປັນມະນຸດເ ຊັ່ນ: ການມີຈິດໃຈດີ ແລະ ມີນິໄສດີ, ການເຂົ້າໃຈຄົນອື່ນ ຫຼື ການມີຄວາມເຫັນອົກເຫັນໃຈ. ການສະແດງອອກສະເພາະເຫຼົ່ານີ້ທີ່ຢູ່ໃນຂອບເຂດສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງຄວາມເປັນມະນຸດແມ່ນຂາດຫາຍໄປໂດຍສິ້ນເຊີງໃນຕົວພວກເຂົາ. ແລ້ວລັກສະນະຫຼັກຂອງຄວາມເປັນມະນຸດຂອງຄົນແບບນັ້ນແມ່ນຫຍັງ? ຄວາມຜິດພ້ຽນ ແລະ ຄວາມຊົ່ວຮ້າຍ. ສິ່ງເຫຼົ່ານີ້ຄືສອງລັກສະນະຫຼັກ. ພວກເຂົາບໍ່ຮັກສິ່ງທີ່ເປັນບວກ; ເມື່ອພວກເຂົາໄດ້ຍິນກ່ຽວກັບສິ່ງທີ່ເປັນບວກ, ພວກເຂົາກໍສາມາດຮັບຮູ້ວ່າພວກມັນຖືກຕ້ອງ ແຕ່ບໍ່ຍອມຮັບພວກມັນຈັກເທື່ອ. ທຸກສິ່ງໃນຫົວໃຈຂອງພວກເຂົາ ແລະ ທຸກສິ່ງທີ່ພວກເຂົາເປີດເຜີຍລ້ວນແຕ່ກ່ຽວຂ້ອງກັບຄວາມຜິດພ້ຽນ ແລະ ຄວາມຊົ່ວຮ້າຍ. ນີ້ຄືໜຶ່ງໃນລັກສະນະຫຼັກຂອງຜູ້ຄົນທີ່ມີແກ່ນແທ້ຄວາມເປັນມະນຸດທີ່ຕິດໂຕມາແຕ່ເກີດເປັນສິ່ງທີ່ຊົ່ວຮ້າຍ. ຄົນແບບນັ້ນບັງເກີດໃໝ່ ແລະ ວຽນວາຍຕາຍເກີດຈາກມານຮ້າຍ ແລະ ຊາຕານ. ເຖິງແມ່ນວ່າຈະບໍ່ມີການປູກຝັງ, ການສັ່ງສອນ, ອິດທິພົນ ຫຼື ການວາງເງື່ອນໄຂທີ່ສ້າງຂຶ້ນໃນພາຍຫຼັງຂອງຊີວິດ ພວກເຂົາກໍຊົ່ວຮ້າຍຫຼາຍຢູ່ແລ້ວ. ໂດຍທຳມະຊາດແລ້ວ ພວກເຂົາເປັນສິ່ງມີຊີວິດປະເພດນີ້. ຄວາມຄິດ ແລະ ມຸມມອງຂອງພວກເຂົາໂດຍທຳມະຊາດແລ້ວມີສິ່ງທີ່ເປັນແກ່ນແທ້ຫຼາຍຢ່າງທີ່ເປັນຂອງຊາຕານ. ຍິ່ງໄປກວ່ານັ້ນ, ພວກເຂົາຍອມຮັບຄວາມຄິດ ແລະ ມຸມມອງທີ່ຜິດພ້ຽນຫຼາຍຍິ່ງຂຶ້ນຈາກກະແສທີ່ຊົ່ວຮ້າຍຂອງຊາຕານຫຼັງຈາກເກີດມາ. ສະນັ້ນ, ມັນສາມາດເວົ້າໄດ້ວ່າເປັນການຕື່ມນໍ້າມັນລົງໃນກອງໄຟແຫ່ງແກ່ນແທ້ທໍາມະຊາດຂອງຄົນແບບນັ້ນ, ມັນຍິ່ງຊົ່ວຮ້າຍ ແລະ ຮ້າຍແຮງຂຶ້ນກວ່າເກົ່າ, ນັ້ນກໍຄື ມັນມີຄຸນສົມບັດທີ່ເປັນພິດທຸກຢ່າງທີ່ສາມາດຈິນຕະນາການໄດ້ ແລະ ຍິ່ງຮ້າຍແຮງຂຶ້ນກວ່າເກົ່າ. ສິ່ງເລົ່ານີ້ຄືສອງກໍລະນີພິເສດຂອງຄົນທີ່ບັງເກີດໃໝ່ຈາກສັດ ແລະ ຄົນທີ່ບັງເກີດໃໝ່ຈາກມານຮ້າຍ. ສະຖານະການປົກກະຕິກໍຄື ບໍ່ວ່າຄົນເຮົາຈະເກີດມາພ້ອມກັບຂໍ້ບົກຜ່ອງໃນຄວາມເປັນມະນຸດແບບໃດກໍຕາມ, ຕາບໃດທີ່ພວກເຂົາສະແດງອອກເຖິງລັກສະນະທີ່ຊົ່ວຊ້າບາງຢ່າງ, ມັນກໍຕົກຢູ່ໃນຂອບເຂດຂອງອຸປະນິໄສທີ່ເສື່ອມຊາມ. ຖ້າພວກເຂົາສາມາດຍອມຮັບຄວາມຈິງ, ປະຕິບັດຄວາມຈິງ ແລະ ຍ່າງໃນເສັ້ນທາງແຫ່ງການໄລ່ຕາມເສາະຫາຄວາມຈິງ, ໃນທີ່ສຸດ ອຸປະນິໄສທີ່ເສື່ອມຊາມທັງໝົດຂອງພວກເຂົາກໍສາມາດຖືກປະຖິ້ມໄດ້. ເມື່ອອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຖືກປະຖິ້ມ, ດ້ານທີ່ຊົ່ວຊ້າໃນລັກສະນະຂອງພວກເຂົາກໍຈະຖືກປ່ຽນແປງໄປຕາມນັ້ນ. ຄົນແບບນັ້ນຄືຜູ້ທີ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້; ພວກເຂົາເປັນມະນຸດທີ່ເສື່ອມຊາມປົກກະຕິ. ເຖິງແມ່ນວ່າເຈົ້າສະແດງລັກສະນະບາງຢ່າງທີ່ບໍ່ດີ ຫຼື ຂາດຄວາມສຸດຈະລິດ ຫຼື ການສະແດງອອກບາງຢ່າງໃນຄວາມເປັນມະນຸດຂອງເຈົ້າບໍ່ສອດຄ່ອງກັບຄວາມຈິງ ແລະ ເປັນຕາລັງກຽດສຳລັບຄົນອື່ນ, ຕາບໃດທີ່ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງເຈົ້າຍັງຄົງມີຢູ່ ແລະ ຍັງສາມາດເຮັດໜ້າທີ່ເປັນເງື່ອນໄຂພື້ນຖານສຳລັບວິທີທີ່ເຈົ້າເບິ່ງຜູ້ຄົນ ແລະ ສິ່ງຕ່າງໆ ແລະ ປະພຶດຕົນ ແລະ ກະທຳ, ນັ້ນໝາຍຄວາມວ່າສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງເຈົ້າຍັງສາມາດມີອິດທິພົນຕໍ່ວິທີທີ່ເຈົ້າເບິ່ງຜູ້ຄົນ ແລະ ສິ່ງຕ່າງໆ ແລະ ປະພຶດຕົນ ແລະ ກະທຳ ແລະ ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງເຈົ້າຍັງສາມາດເຮັດວຽກໃນຕົວເຈົ້າໄດ້, ແລ້ວໃນທີ່ສຸດ ອຸປະນິໄສທີ່ເສື່ອມຊາມຂອງເຈົ້າກໍສາມາດຖືກປ່ຽນແປງໄດ້. ຖ້າສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງຄົນໃດໜຶ່ງບໍ່ສາມາດຄວບຄຸມ ຫຼື ຊີ້ນຳສິ່ງໃດກໍຕາມທີ່ພວກເຂົາເຮັດ, ແລ້ວມັນກໍສາມາດເວົ້າໄດ້ວ່າຄົນປະເພດນີ້ບໍ່ສາມາດຍອມຮັບຄວາມຈິງ ແລະ ຍິ່ງບໍ່ສາມາດປະຕິບັດຄວາມຈິງນັ້ນໄດ້. ສະນັ້ນ ອຸປະນິໄສທີ່ເສື່ອມຊາມຂອງຄົນແບບນັ້ນຈຶ່ງຈະບໍ່ຖືກປະຖິ້ມງ່າຍໆ. ເປັນຫຍັງຈຶ່ງເປັນແບບນີ້? ເພາະວ່າສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງຄົນແບບນັ້ນບໍ່ເຮັດວຽກຫຍັງເລີຍ. ພວກເຂົາບໍ່ມີໂອກາດທີ່ຈະຍອມຮັບຄວາມຈິງອີກຕໍ່ໄປ ແລະ ບໍ່ມີເງື່ອນໄຂພື້ນຖານສຳລັບການຍອມຮັບຄວາມຈິງອີກຕໍ່ໄປ. ມັນຍາກຫຼາຍສຳລັບຄົນເຫຼົ່ານີ້ທີ່ຈະປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ສະນັ້ນ, ບໍ່ວ່າຈະມີບັນຫາໃດກໍຕາມໃນຄວາມເປັນມະນຸດຂອງເຈົ້າ, ໃຫ້ກວດສອບຕົນເອງເພື່ອເບິ່ງວ່າ ເມື່ອເຈົ້າກຳລັງຈະກະທຳໃນລັກສະນະທີ່ຂັດກັບຄວາມເປັນມະນຸດ ຫຼື ຄວາມຈິງ, ເຈົ້າຮູ້ສຶກເຖິງສິ່ງໃດໃນສະຕິຮູ້ສຶກຜິດຊອບຂອງເຈົ້າ ຫຼື ຮູ້ສຶກເຈັບປວດ ຫຼື ຖືກຕຳໜິໃນໃຈຂອງເຈົ້າ ຫຼື ບໍ່ ແລະ ເຈົ້າມີຂອບເຂດ ຫຼື ມາດຕະຖານໃນໃຈຂອງເຈົ້າເພື່ອວັດແທກວ່າເລື່ອງນີ້ຄວນເຮັດ ຫຼື ບໍ່ຄວນເຮັດ ຫຼື ບໍ່, ການເຮັດເລື່ອງນີ້ຂັດກັບສິນທຳ ຫຼື ສະຕິຮູ້ສຶກຜິດຊອບ ຫຼື ບໍ່ ແລະ ທີ່ເລິກໄປກວ່ານັ້ນກໍຄື ມັນລະເມີດຫຼັກການຄວາມຈິງ ຫຼື ບໍ່. ຖ້າເຈົ້າມີຄວາມສຳນຶກທາງດ້ານສະຕິຮູ້ສຶກຜິດຊອບ, ສາມາດວັດແທກໄດ້ວ່າເລື່ອງນີ້ຂັດກັບຄວາມເປັນມະນຸດ ແລະ ຄວາມຈິງ ແລະ ສາມາດຢັບຢັ້ງຕົນເອງ ແລະ ກວດສອບການກະທຳຂອງເຈົ້າໄດ້ພາຍໃຕ້ການເຮັດວຽກຂອງສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງເຈົ້າ, ແລ້ວເຈົ້າກໍມີໂອກາດ ຫຼື ຄວາມເປັນໄປໄດ້ທີ່ຈະສາມາດຍອມຮັບຄວາມຈິງ ແລະ ປະຕິບັດຕາມຫຼັກການຄວາມຈິງ. ແຕ່ຖ້າເມື່ອເຮັດສິ່ງໃດກໍຕາມ, ເຈົ້າບໍ່ຮູ້ສຶກຫຍັງເລີຍໃນສະຕິຮູ້ສຶກຜິດຊອບຂອງເຈົ້າ, ບໍ່ສາມາດວັດແທກໄດ້ວ່າມາດຕະຖານສຳລັບເລື່ອງນີ້ແມ່ນຫຍັງ ຫຼື ເຈົ້າຄວນເຮັດມັນ ຫຼື ບໍ່ ແລະ ບໍ່ຮູ້ວ່າການເຮັດສິ່ງນີ້ສອດຄ່ອງກັບຄວາມເປັນມະນຸດ, ຄວາມຍຸຕິທຳທາງດ້ານສິນທຳ ຫຼື ຫຼັກການຄວາມຈິງ ຫຼື ບໍ່ ແລະ ຍິ່ງໄປກວ່ານັ້ນ, ເມື່ອເຮັດສິ່ງນີ້ ມັນຂັດກັບສະຕິຮູ້ສຶກຜິດຊອບ, ຄວາມເປັນມະນຸດ ຫຼື ຫຼັກການຄວາມຈິງ ແຕ່ສະຕິຮູ້ສຶກຜິດຊອບຂອງເຈົ້າບໍ່ສາມາດເຮັດວຽກເພື່ອຢຸດເຈົ້າຈາກການເຮັດສິ່ງທີ່ຜິດ ແລະ ເປັນລົບນີ້ໄດ້, ແລ້ວໂດຍພື້ນຖານແລ້ວ ຄົນແບບເຈົ້າກໍບໍ່ມີໂອກາດທີ່ຈະຍອມຮັບຄວາມຈິງ. ສິ່ງທີ່ຕາມມາກໍຄື ເຈົ້າບໍ່ມີໂອກາດທີ່ຈະປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຈົ້າ.
ການທີ່ຜູ້ຄົນສາມາດປະຖິ້ມອຸປະນິໄສທີ່ເສື່ອມຊາມໄດ້ ຫຼື ບໍ່ນັ້ນ ແມ່ນຂຶ້ນຢູ່ກັບວ່າພວກເຂົາສາມາດຍອມຮັບຄວາມຈິງໄດ້ ຫຼື ບໍ່, ສິ່ງນີ້ເຫັນໄດ້ຂ້ອນຂ້າງຊັດເຈນ. ນອກຈາກນັ້ນ ການທີ່ຜູ້ຄົນສາມາດຍອມຮັບຄວາມຈິງໄດ້ ຫຼື ບໍ່ນັ້ນ ແມ່ນຂຶ້ນຢູ່ກັບວ່າພວກເຂົາມີຄວາມສຳນຶກທາງດ້ານສະຕິຮູ້ສຶກຜິດຊອບ ຫຼື ບໍ່. ແລ້ວຈະສາມາດແຍກແຍະໄດ້ແນວໃດວ່າຄົນໃດໜຶ່ງມີຄວາມສຳນຶກທາງດ້ານສະຕິຮູ້ສຶກຜິດຊອບ ຫຼື ບໍ່? ມັນຈຳເປັນຕ້ອງເບິ່ງວ່າ ເມື່ອເຮັດສິ່ງຕ່າງໆ ພວກເຂົາມີສະຕິຮູ້ສຶກຜິດຊອບພື້ນຖານທີ່ສຸດທີ່ຄວາມເປັນມະນຸດຄວນມີ ຫຼື ບໍ່ ແລະ ເມື່ອພວກເຂົາເຮັດບາງສິ່ງ ຫຼື ເວົ້າບາງສິ່ງ, ສະຕິຮູ້ສຶກຜິດຊອບຂອງພວກເຂົາເຮັດວຽກ ຫຼື ບໍ່. ຕົວຢ່າງ: ເມື່ອເຈົ້າຢາກເວົ້າບາງຢ່າງທີ່ຂັດກັບສະຕິຮູ້ສຶກຜິດຊອບຂອງເຈົ້າ ແລະ ຂໍ້ເທັດຈິງເພື່ອໃສ່ຮ້າຍຄົນໃດໜຶ່ງ ຫຼື ເມື່ອເຈົ້າຢາກຕົວະ ສະຕິຮູ້ສຶກຜິດຊອບຂອງເຈົ້າກໍຕຳໜິເຈົ້າວ່າ “ຂ້ອຍບໍ່ຄວນເວົ້າແບບນີ້. ການເວົ້າແບບນີ້ຄືການຕົວະ ແລະ ການຫຼອກລວງ, ເຊິ່ງໝາຍຄວາມວ່າຂ້ອຍບໍ່ແມ່ນຄົນຊື່ສັດ. ພຣະເຈົ້າກຳລັງກວດສອບຢູ່ ແລະ ສະຕິຮູ້ສຶກຜິດຊອບຂອງຂ້ອຍເອງກໍບໍ່ຍອມໃຫ້ຂ້ອຍເຮັດແບບນີ້. ມັນບໍ່ເໝາະສົມທີ່ຈະເວົ້າແບບນີ້”. ການມີຄວາມຄິດເຫຼົ່ານີ້ໝາຍຄວາມວ່າສະຕິຮູ້ສຶກຜິດຊອບຂອງເຈົ້າກຳລັງເຮັດວຽກ. ເມື່ອສະຕິຮູ້ສຶກຜິດຊອບຂອງເຈົ້າກຳລັງເຮັດວຽກ, ຄຳເວົ້າທີ່ເຈົ້າເວົ້າອາດຈະຍັງມີການເຈືອປົນ ຫຼື ອົງປະກອບບາງຢ່າງຂອງເຈດຕະນາມະນຸດ ແລະ ອາດບໍ່ຖືກຕ້ອງ 100%. ເຖິງຢ່າງໃດກໍຕາມ, ພາຍໃຕ້ຜົນກະທົບຂອງສະຕິຮູ້ສຶກຜິດຊອບຂອງເຈົ້າ, ຄຳເວົ້າທີ່ເຈົ້າກ່າວກໍຂ້ອນຂ້າງເໝາະສົມແລ້ວ. ຖ້າເຈົ້າສາມາດປະຕິບັດຄວາມຈິງຕໍ່ໄປ ແລະ ເວົ້າໂດຍອີງໃສ່ຫຼັກການ, ແລ້ວຄຳເວົ້າທີ່ເຈົ້າກ່າວກໍຈະເໝາະສົມຢ່າງສົມບູນ ແລະ ເຈົ້າກໍຈະກາຍເປັນຄົນຊື່ສັດ. ແຕ່ຖ້າຄົນໃດໜຶ່ງບໍ່ຢູ່ພາຍໃຕ້ການເຮັດວຽກຂອງສະຕິຮູ້ສຶກຜິດຊອບ, ພວກເຂົາກໍອາດຈະບໍ່ສາມາດກາຍເປັນຄົນຊື່ສັດ ຫຼື ກ່າວຄຳເວົ້າທີ່ຊື່ສັດໄດ້. ຕົວຢ່າງ: ເມື່ອເບື້ອງເທິງຖາມພວກເຂົາກ່ຽວກັບຄົນໃດໜຶ່ງ, ພວກເຂົາອາດຈະຄິດວ່າ “ຄົນນັ້ນບໍ່ໄດ້ຊົ່ວແທ້ໆ. ຂີດຄວາມສາມາດຂອງພວກເຂົາກໍດີ ແລະ ຄວາມເປັນມະນຸດຂອງພວກເຂົາກໍຂ້ອນຂ້າງດີເຊັ່ນກັນ. ເບື້ອງເທິງກຳລັງຖາມກ່ຽວກັບພວກເຂົາເພື່ອເລື່ອນຕຳແໜ່ງໃຫ້ພວກເຂົາບໍ? ຖ້າພວກເຂົາຖືກເລື່ອນຕຳແໜ່ງ, ແລ້ວນັ້ນກໍໝາຍຄວາມວ່າຂ້ອຍຈະບໍ່ຖືກເລື່ອນຕຳແໜ່ງ. ຂ້ອຍບໍ່ສາມາດບອກຄວາມຈິງໄດ້; ຂ້ອຍຈະບອກພຽງແຕ່ວ່າພວກເຂົາທຳມະດາ” ນັ້ນກໍຄື ພວກເຂົາເລີ່ມຄິດກ່ຽວກັບວິທີການເວົ້າໃນລັກສະນະທີ່ເປັນປະໂຫຍດຕໍ່ຕົນເອງ. ເມື່ອພວກເຂົາຄິດແບບນີ້, ສະຕິຮູ້ສຶກຜິດຊອບຂອງພວກເຂົາກຳລັງເຮັດວຽກຢູ່ບໍ? ພວກເຂົາບໍ່ມີສະຕິຮູ້ສຶກຜິດຊອບ ແລະ ພວກເຂົາບໍ່ຢູ່ພາຍໃຕ້ການເຮັດວຽກຂອງສະຕິຮູ້ສຶກຜິດຊອບ. ຄົນທີ່ບໍ່ມີສະຕິຮູ້ສຶກຜິດຊອບກໍບໍ່ມີຄວາມເປັນມະນຸດ. ພວກເຂົາເວົ້າແມ່ນຫຍັງກໍຕາມທີ່ພວກເຂົາຢາກເວົ້າ ແລະ ຕົວະເມື່ອໃດກໍຕາມທີ່ພວກເຂົາຢາກຕົວະ. ເປັນຫຍັງການຕົວະຈຶ່ງບໍ່ເຮັດໃຫ້ພວກເຂົາຮູ້ສຶກຜິດ? ເພາະວ່າພວກເຂົາບໍ່ຢູ່ພາຍໃຕ້ການເຮັດວຽກຂອງສະຕິຮູ້ສຶກຜິດຊອບ. ດັ່ງນັ້ນ, ຈຶ່ງບໍ່ມີການຢັບຢັ້ງຈາກສະຕິຮູ້ສຶກຜິດຊອບ ແລະ ເຫດຜົນໃນຫົວໃຈຂອງພວກເຂົາ, ທັງບໍ່ມີພະລັງໃນການຢັບຢັ້ງໃດໆ. ໃນທີ່ສຸດ, ພວກເຂົາສາມາດເວົ້າຕົວະ ແລະ ຕອບສະໜອງຄວາມປາຖະໜາສ່ວນຕົວຂອງພວກເຂົາທີ່ຈະຕົວະຕາມຄວາມປະສົງຂອງພວກເຂົາເອງ. ໃນທີ່ສຸດແລ້ວ, ແກ່ນແທ້ທີ່ສະແດງອອກໂດຍຄົນແບບນັ້ນແມ່ນຫຍັງ? ມັນຄືການເຮັດສິ່ງຕ່າງໆໂດຍປາສະຈາກພະລັງໃນການຢັບຢັ້ງຂອງສະຕິຮູ້ສຶກຜິດຊອບ, ເຊິ່ງໝາຍຄວາມວ່າພວກເຂົາບໍ່ຢູ່ພາຍໃຕ້ການເຮັດວຽກຂອງສະຕິຮູ້ສຶກຜິດຊອບ. ຄົນທີ່ບໍ່ຢູ່ພາຍໃຕ້ການເຮັດວຽກຂອງສະຕິຮູ້ສຶກຜິດຊອບເຮັດຜິດພາດ ແລະ ກະທຳຄວາມຊົ່ວໂດຍບໍ່ຮູ້ສຶກຖືກກ່າວໂທດ ຫຼື ບໍ່ສະບາຍໃຈ. ສະນັ້ນ, ພວກເຂົາຈຶ່ງເຮັດທຸກສິ່ງໂດຍໃຊ້ຜົນປະໂຫຍດຂອງພວກເຂົາເອງເປັນເກນ. ຄົນແບບນັ້ນບໍ່ມີພະລັງໃນການຢັບຢັ້ງຫຍັງເລີຍ ແລະ ບໍ່ຢູ່ພາຍໃຕ້ການເຮັດວຽກຂອງສະຕິຮູ້ສຶກຜິດຊອບ, ແລ້ວພວກເຂົາສາມາດປະຕິບັດຄວາມຈິງໄດ້ບໍ? (ບໍ່ໄດ້.) ພວກເຂົາບໍ່ສາມາດປະຕິບັດຄວາມຈິງໄດ້. ເພື່ອວັດແທກວ່າເຈົ້າມີຄວາມເປັນມະນຸດປະເພດໃດ, ໂດຍຫຼັກໆແລ້ວເຈົ້າຕ້ອງເບິ່ງວ່າຄຳເວົ້າ ແລະ ການກະທຳຂອງເຈົ້າຖືກຄວບຄຸມໂດຍສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ ຫຼື ບໍ່ ແລະ ເຈົ້າສາມາດປະຕິບັດຄວາມຈິງ, ປະຖິ້ມອຸປະນິໄສທີ່ເສື່ອມຊາມ ແລະ ບັນລຸຄວາມລອດພົ້ນໄດ້ ຫຼື ບໍ່. ຖ້າສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງເຈົ້າຍັງສາມາດເຮັດວຽກໄດ້ຕາມປົກກະຕິ, ແລ້ວເຈົ້າກໍເປັນຄົນທີ່ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ. ຖ້າຄຳເວົ້າ ແລະ ການກະທຳຂອງເຈົ້າບໍ່ຖືກຢັບຢັ້ງໂດຍສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ ແລະ ເຈົ້າເຖິງກັບສາມາດກະທຳຕາມອຳເພີໃຈ ແລະ ບໍ່ມີຄວາມລະອາຍຢ່າງສິ້ນເຊີງໂດຍປາສະຈາກການຢັບຢັ້ງໃດໆ, ແລ້ວເຈົ້າບໍ່ພຽງແຕ່ຂາດສະຕິຮູ້ສຶກຜິດຊອບ ແລະ ເຫດຜົນເທົ່ານັ້ນ ແຕ່ຍັງຂາດຄວາມເປັນມະນຸດອີກດ້ວຍ. ຖ້າທຸກສິ່ງທີ່ສະແດງອອກໃນຄວາມເປັນມະນຸດຂອງຄົນໆໜຶ່ງໂດຍພື້ນຖານແລ້ວສາມາດຕົກຢູ່ໃນຂອບເຂດຂອງລັກສະນະທີ່ຊົ່ວຊ້າ, ແລ້ວຄົນໆນີ້ໂດຍພື້ນຖານແລ້ວກໍບໍ່ມີຄວາມເປັນມະນຸດ. ຈຸດເດັ່ນຂອງການບໍ່ມີຄວາມເປັນມະນຸດກໍຄືການຂາດສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ ແລະ ການເຮັດສິ່ງຕ່າງໆໂດຍປາສະຈາກການເຮັດວຽກຂອງສະຕິຮູ້ສຶກຜິດຊອບ. ຕົວຢ່າງ: ຖ້າເຈົ້າບອກພວກເຂົາວ່າ ຄົນເຮົາຄວນປະພຶດຕົນດ້ວຍສະຕິຮູ້ສຶກຜິດຊອບ ແລະ ຄວາມເປັນມະນຸດ, ພວກເຂົາກໍຈະຄິດວ່າ “ສະຕິຮູ້ສຶກຜິດຊອບມີຄ່າຫຍັງ? ການມີສະຕິຮູ້ສຶກຜິດຊອບສາມາດນຳເງິນມາໃຫ້ໄດ້ບໍ? ການມີສະຕິຮູ້ສຶກຜິດຊອບສາມາດເຮັດໃຫ້ທ້ອງຂອງຂ້ອຍອີ່ມໄດ້ບໍ?” ແຕ່ສຳລັບຄົນທີ່ມີສະຕິຮູ້ສຶກຜິດຊອບ, ມັນແຕກຕ່າງກັນ. ຖ້າບາງຄັ້ງພວກເຂົາເຮັດສິ່ງທີ່ບໍ່ດີໂດຍຖືກຂັບເຄື່ອນດ້ວຍຄວາມໂລບ, ເຊິ່ງສ້າງຄວາມເສຍຫາຍໃຫ້ຄົນອື່ນ, ຕໍ່ມາພວກເຂົາກໍຈະຮູ້ສຶກຕຳນິຕົນເອງ ແລະ ເສຍໃຈ, ໂດຍຄິດວ່າ “ຂ້ອຍໄດ້ເຮັດຜິດຕໍ່ຜູ້ຄົນແທ້ໆ ໂດຍການເຮັດແບບນີ້ກັບພວກເຂົາ. ນີ້ບໍ່ແມ່ນການກະທຳຄວາມຊົ່ວບໍ? ຕອນນັ້ນຂ້ອຍຫຼົງຜິດຂະໜາດນັ້ນໄດ້ແນວໃດ? ເປັນຫຍັງຂ້ອຍຈຶ່ງບໍ່ສາມາດຢັບຢັ້ງຕົນເອງໄດ້? ຂ້ອຍຕ້ອງຊອກຫາວິທີແກ້ໄຂ”. ເຈົ້າເຫັນບໍວ່າ ພວກເຂົາໄດ້ຫຼອກລວງຄົນໃດໜຶ່ງໃນເວລານັ້ນ ແລະ ເຖິງແມ່ນວ່າພວກເຂົາຈະໄດ້ຮັບຜົນປະໂຫຍດບາງຢ່າງ, ເມື່ອພວກເຂົາຄິດກ່ຽວກັບຜົນປະໂຫຍດນີ້, ພວກເຂົາກໍຮູ້ສຶກບໍ່ສະບາຍໃຈ ແລະ ກຽດຊັງຕົນເອງ ໂດຍຄິດວ່າ “ຂ້ອຍເຮັດເລື່ອງແບບນີ້ໄດ້ແນວໃດ? ຂ້ອຍບໍ່ສາມາດເຮັດແບບນີ້ໄດ້ອີກຢ່າງເດັດຂາດໃນອະນາຄົດ. ຂ້ອຍຍອມດຳລົງຊີວິດຢູ່ໃນຄວາມທຸກຍາກ ຫຼື ອຶດຫິວ ດີກວ່າທີ່ຈະເຮັດແບບນີ້ອີກ. ນັ້ນບໍ່ແມ່ນສິ່ງທີ່ຄົນເຮົາຄວນເຮັດ, ການເຮັດມັນຈະນຳໄປສູ່ຄວາມເສຍໃຈຕະຫຼອດຊີວິດ!” ການເຮັດເລື່ອງແບບນີ້ຄັ້ງໜຶ່ງຮູ້ສຶກເປັນຕາໜ້າລັງກຽດຄືກັບການກືນແມງວັນທີ່ຕາຍແລ້ວສຳລັບພວກເຂົາ. ສະນັ້ນ ພວກເຂົາຈຶ່ງບໍ່ເຮັດມັນອີກເລີຍ. ພວກເຂົາຮູ້ສຶກສຳນຶກຜິດ ແລະ ທຸກໃຈໃນຫົວໃຈຂອງພວກເຂົາ. ໃນທາງກົງກັນຂ້າມ, ຄົນທີ່ບໍ່ມີຄວາມເປັນມະນຸດຈະລະດົມສະໝອງຂອງພວກເຂົາ ແລະ ຈົດຈໍ່ກັບການຫຼອກລວງຄົນອື່ນຢ່າງເຕັມທີ່, ຫຼອກລວງພວກເຂົາຢ່າງສົມບູນໂດຍບໍ່ຢັ້ງມື; ສະຕິຮູ້ສຶກຜິດຊອບຂອງພວກເຂົາບໍ່ໄດ້ກ່າວໂທດພວກເຂົາ ແລະ ພວກເຂົາບໍ່ສະແດງຄວາມເມດຕາ. ພວກເຂົາທຳຮ້າຍຄົນອື່ນຢ່າງຮ້າຍແຮງ ແລະ ເຖິງກັບຮູ້ສຶກມີຄວາມສຸກ, ໂດຍຄິດວ່າ “ສົມນໍ້າໜ້າພວກເຂົາ! ໃຜບອກໃຫ້ພວກເຂົາຕົກມາຢູ່ໃນມືຂອງຂ້ອຍ? ຖ້າຂ້ອຍບໍ່ຫຼອກລວງພວກເຂົາ, ຂ້ອຍຈະຫຼອກລວງໃຜໄດ້ອີກ? ມັນເປັນພຽງຄວາມໂຊກຮ້າຍຂອງພວກເຂົາທີ່ມາພົບກັບຂ້ອຍ!” ຄົນແບບນັ້ນມີຄວາມສຳນຶກທາງດ້ານສະຕິຮູ້ສຶກຜິດຊອບບໍ? (ບໍ່ມີ.) ບໍ່ວ່າພວກເຂົາຈະຫຼອກລວງຄົນອື່ນຢ່າງຮ້າຍແຮງສໍ່າໃດ ຫຼື ທຳຮ້າຍພວກເຂົາໃນລະດັບໃດກໍຕາມ, ພວກເຂົາກໍບໍ່ເຄີຍກ່າວຄຳຂໍໂທດແມ່ນແຕ່ຄຳດຽວ ແລະ ບໍ່ຮູ້ສຶກຜິດ ຫຼື ສຳນຶກຜິດແມ່ນແຕ່ໜ້ອຍດຽວ. ກົງກັນຂ້າມ, ພວກເຂົາຮູ້ສຶກພູມໃຈ ແລະ ໂຊກດີໃນຫົວໃຈຂອງພວກເຂົາ. ແຕ່ລະຄັ້ງທີ່ພວກເຂົາເພີດເພີນກັບສິ່ງທີ່ພວກເຂົາໄດ້ຮັບຜ່ານການຫຼອກລວງ, ພວກເຂົາບໍ່ຮູ້ສຶກທຸກໃຈ ແຕ່ເຊື່ອວ່າມັນສົມເຫດສົມຜົນໂດຍສິ້ນເຊີງ. ພວກເຂົາຄິດວ່າພວກເຂົາມີຄວາມສາມາດ, ມີທັກສະ ແລະ ສະຫຼາດ, ສິ່ງທີ່ພວກເຂົາຄິດ ແລະ ເຮັດໃນເວລານັ້ນແມ່ນຖືກຕ້ອງ ແລະ ພວກເຂົາຄວນຈະໄດ້ຮັບຫຼາຍກວ່ານີ້ຜ່ານການຫຼອກລວງຂອງພວກເຂົາ. ບອກເຮົາເບິ່ງວ່າ ຄົນແບບນັ້ນມີຄວາມເປັນມະນຸດບໍ? (ບໍ່ມີ.) ຫຼັງຈາກທີ່ກະທຳຄວາມຊົ່ວແລ້ວ, ພວກເຂົາຍັງສາມາດຄິດແບບນີ້ ແລະ ສະແດງພຶດຕິກຳແບບນີ້ໄດ້. ເຈົ້າຄິດວ່າຄົນປະເພດນີ້ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ບໍ? ພວກເຂົາຈະຫຼອກລວງອີກບໍ ຖ້າປະເຊີນກັບສະຖານະການທີ່ຄ້າຍຄືກັນ? (ພວກເຂົາຈະເຮັດ.) ພວກເຂົາຈະມີທັກສະຫຼາຍຂຶ້ນໃນການຫຼອກລວງ, ພໍໃຈກັບຕົນເອງຫຼາຍຂຶ້ນ ແລະ ຮູ້ສຶກສະຫຼາດຫຼາຍຂຶ້ນເມື່ອພວກເຂົາຫຼອກລວງຫຼາຍຂຶ້ນ. ດ້ວຍການຫຼອກລວງແຕ່ລະຄັ້ງ, ຫົວໃຈຂອງພວກເຂົາກໍຍິ່ງມືດມົນຫຼາຍຂຶ້ນ, ການກະທຳຂອງພວກເຂົາກໍຍິ່ງອຳມະຫິດຫຼາຍຂຶ້ນ ແລະ ວິທີການຂອງພວກເຂົາກໍຍິ່ງປ່າເຖື່ອນຫຼາຍຂຶ້ນ. ຄົນແບບນັ້ນເກີນກວ່າທີ່ຈະຊ່ວຍໃຫ້ລອດພົ້ນໄດ້. ມັນສາມາດເວົ້າໄດ້ວ່າພວກເຂົາຖືກຊາຕານຈັບເປັນຊະເລີຍຢ່າງສົມບູນແລ້ວ. ພວກເຂົາເປັນຄົນຊົ່ວຮ້າຍ, ມານຮ້າຍ ແລະ ຄົນຊົ່ວຮ້າຍຢ່າງແທ້ຈິງ. ຖ້າເຈົ້າເວົ້າກັບຄົນແບບນັ້ນກ່ຽວກັບສະຕິຮູ້ສຶກິດຊອບ ແລະ ຄວາມເປັນມະນຸດ, ພວກເຂົາກໍຈະເຍາະເຍີ້ຍເຈົ້າ ແລະ ເວົ້າວ່າ “ເຈົ້າຄົນໂງ່, ເຮັດຕົວມີສະຕິຮູ້ສຶກຜິດຊອບ ແລະ ຄວາມເປັນມະນຸດ, ໃຜຈະເອົາເງິນໃຫ້ເຈົ້າສຳລັບສິ່ງນັ້ນ? ເຈົ້າຈະບໍ່ຈົບລົງດ້ວຍຄວາມທຸກຍາກບໍ? ເບິ່ງແມວ່າຂ້ອຍສະບາຍສໍ່າໃດ ແລະ ເບິ່ງເຈົ້າແມ, ໜ້າສົມເພດແທ້ໆ!” ພວກເຂົາຈະເຍາະເຍີ້ຍເຈົ້າ ແລະ ດູຖູກເຈົ້າ. ຄວາມເປັນມະນຸດແບບນັ້ນຂາດສະຕິຮູ້ສຶກຜິດຊອບຢ່າງສິ້ນເຊີງ, ສະຕິຮູ້ສຶກຜິດຊອບຂອງຄົນແບບນັ້ນໄດ້ສູນເສຍໄປຢ່າງສົມບູນແລ້ວ; ພວກເຂົາຖືກມານຮ້າຍເຂົ້າຄອບງຳຢ່າງສິ້ນເຊີງ ແລະ ພວກເຂົາກໍກາຍເປັນມານຮ້າຍທີ່ມີຊີວິດຢ່າງແທ້ຈິງ. ສະນັ້ນ, ຢ່າເວົ້າກ່ຽວກັບຄວາມຈິງກັບຄົນແບບນັ້ນ, ພວກເຂົາບໍ່ສາມາດຍອມຮັບມັນໄດ້. ພວກເຂົາບໍ່ມີແມ່ນແຕ່ຄວາມເປັນມະນຸດທີ່ປົກກະຕິ, ແລ້ວພວກເຂົາຈະຍອມຮັບຄວາມຈິງໄດ້ແນວໃດ? ຄົນທີ່ສາມາດຍອມຮັບຄວາມຈິງໄດ້ຈະມີຂອບເຂດເມື່ອເວົ້າເຖິງການເບິ່ງຜູ້ຄົນ ແລະ ເລື່ອງຕ່າງໆ ແລະ ການປະພຶດຕົນ ແລະ ການກະທຳ, ໂດຍສະເພາະເມື່ອມັນກ່ຽວຂ້ອງກັບຜົນປະໂຫຍດຂອງພວກເຂົາເອງ. ຂອບເຂດນີ້ແມ່ນຫຍັງ? ມັນຄືການຖືກຢັບຢັ້ງ ແລະ ຄວບຄຸມໂດຍສະຕິຮູ້ສຶກຜິດຊອບຂອງພວກເຂົາ. ຖ້າພວກເຂົາສາມາດຖືກຢັບຢັ້ງ ແລະ ຄວບຄຸມໂດຍສະຕິຮູ້ສຶກຜິດຊອບຂອງພວກເຂົາ, ມັນກໍສາມາດເວົ້າໄດ້ວ່າຄົນແບບນັ້ນຍັງມີຄວາມເປັນມະນຸດໃນລະດັບໃດໜຶ່ງ ແລະ ມີຂອບເຂດໃນການປະພຶດຕົນຂອງພວກເຂົາ. ສິ່ງນີ້ໝາຍຄວາມວ່າພວກເຂົາກະທຳດ້ວຍຄວາມເໝາະສົມໃນລະດັບໃດໜຶ່ງ. ເມື່ອຄົບຫາສະມາຄົມກັບຄົນອື່ນ ຫຼື ເຮັດສິ່ງໃດກໍຕາມ, ຖ້າພວກເຂົາບໍ່ເຂົ້າໃຈຫຼັກການຄວາມຈິງ ຫຼື ບໍ່ຮູ້ວິທີກະທຳໃຫ້ສອດຄ່ອງກັບຄວາມຈິງ, ຢ່າງໜ້ອຍທີ່ສຸດ ພວກເຂົາກໍສາມາດຮັກສາຂອບເຂດຂອງສະຕິຮູ້ສຶກຜິດຊອບໄດ້. ເວົ້າອີກຢ່າງໜຶ່ງກໍຄື ສະຕິຮູ້ສຶກຜິດຊອບຂອງພວກເຂົາຍັງມີຄວາມຮັບຮູ້ ແລະ ສາມາດເຮັດວຽກໄດ້. ຖ້າສະຕິຮູ້ສຶກຜິດຊອບຂອງພວກເຂົາສາມາດເຮັດວຽກໄດ້, ແລ້ວພວກເຂົາກໍມີໂອກາດທີ່ຈະຍອມຮັບຄວາມຈິງ. ສະຕິຮູ້ສຶກຜິດຊອບຂອງພວກເຂົາຈະພັດທະນາໄປໃນທິດທາງທີ່ເປັນບວກ ແລະ ໃນທີ່ສຸດ ສ່ວນທີ່ບໍ່ດີໃນລັກສະນະຂອງພວກເຂົາກໍຈະປ່ຽນແປງໄປພໍສົມຄວນ. ໃນຂະນະທີ່ລັກສະນະຂອງພວກເຂົາຄ່ອຍໆໄດ້ຮັບການປ່ຽນແປງ, ອຸປະນິໄສທີ່ເສື່ອມຊາມຕ່າງໆຂອງພວກເຂົາກໍຈະຖືກປະຖິ້ມໄປເທື່ອລະກ້າວເຊັ່ນກັນ. ຕອນນີ້ເຂົ້າໃຈເລື່ອງນີ້ແຈ່ມແຈ້ງແລ້ວບໍ? (ແຈ່ມແຈ້ງແລ້ວ.)
ຜູ້ຄົນຄວນເຫັນຢ່າງຊັດເຈນວ່າພຣະເຈົ້າຊ່ວຍໃຜໃຫ້ລອດພົ້ນ ແລະ ພຣະເຈົ້າຊ່ວຍໃຫ້ລອດພົ້ນ ແລະ ປ່ຽນແປງສ່ວນໃດຂອງຜູ້ຄົນ. ຢ່າງໜຶ່ງກໍຄື ພວກເຂົາຄວນມີຄວາມເຂົ້າໃຈຢ່າງຊັດເຈນກ່ຽວກັບຕົນເອງ ແລະ ອີກຢ່າງໜຶ່ງກໍຄື ພວກເຂົາຍັງຄວນມີການແຍກແຍະກ່ຽວກັບຄົນທີ່ຢູ່ອ້ອມຂ້າງພວກເຂົາ. ກ່ຽວກັບການສະແດງອອກເຖິງລັກສະນະທີ່ຊົ່ວຊ້າ, ບາງຢ່າງກ່ຽວຂ້ອງກັບການເປີດເຜີຍອຸປະນິໄສທີ່ເສື່ອມຊາມ. ສິ່ງເຫຼົ່ານີ້ໂດຍຫຼັກໆແລ້ວໝາຍເຖິງການສະແດງອອກທີ່ລະເມີດຄວາມຈິງ ແລະ ເປັນການກະບົດຕໍ່ພຣະເຈົ້າ ແລະ ຕໍ່ຕ້ານພຣະເຈົ້າ. ໃນສາຍຕາຂອງຜູ້ຄົນ, ການກະທຳດັ່ງກ່າວບໍ່ໄດ້ລະເມີດກົດໝາຍ ແລະ ຈະບໍ່ຖືກຕັດສິນລົງໂທດໂດຍກົດໝາຍ ແຕ່ພວກມັນຖືກຕັດສິນລົງໂທດໂດຍພຣະເຈົ້າ. ສິ່ງເຫຼົ່ານີ້ຈັດຢູ່ໃນອຸປະນິໄສທີ່ເສື່ອມຊາມ. ການສະແດງອອກອື່ນໆກ່ຽວກັບລັກສະນະທີ່ຊົ່ວຊ້າບໍ່ພຽງແຕ່ກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມເທົ່ານັ້ນ ແຕ່ຍັງກ່ຽວຂ້ອງກັບບັນຫາຂອງການມີແກ່ນແທ້ຄວາມເປັນມະນຸດທີ່ໂຫດຮ້າຍອີກດ້ວຍ. ຄົນແບບນັ້ນສາມາດເຮັດການກະທຳທີ່ບໍ່ດີໄດ້ທຸກປະເພດ ແລະ ພວກເຂົາເປັນຄົນທີ່ຊົ່ວຮ້າຍຢ່າງແທ້ຈິງ. ຖ້າຄົນໃດໜຶ່ງມີບັນຫາກັບລັກສະນະຂອງພວກເຂົາພຽງດ້ານດຽວ ແຕ່ພວກເຂົາຍັງເວົ້າ ແລະ ກະທຳດ້ວຍສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ ແລະ ພວກເຂົາພຽງແຕ່ກະທຳຄວາມຊົ່ວບາງຢ່າງພາຍໃຕ້ສະຖານະການພິເສດ, ແລ້ວພວກເຂົາກໍບໍ່ແມ່ນຄົນຊົ່ວຮ້າຍ. ຄົນຊົ່ວຮ້າຍບໍ່ມີສະຕິຮູ້ສຶກຜິດຊອບ ຫຼື ເຫດຜົນຫຍັງເລີຍ. ຄົນທີ່ບໍ່ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນສາມາດເຮັດສິ່ງທີ່ດີໄດ້ບໍ? ບໍ່ໄດ້ຢ່າງແນ່ນອນ. ພວກເຂົາສາມາດປະຕິບັດຄວາມຈິງໄດ້ບໍ? ຍິ່ງເປັນໄປບໍ່ໄດ້. ຖ້າສະຕິຮູ້ສຶກຜິດຊອບຂອງຄົນໃດໜຶ່ງກຳລັງເຮັດວຽກ ແລະ ມີພະລັງໃນການຢັບຢັ້ງ, ແລ້ວລັກສະນະ ແລະ ພຶດຕິກຳຂອງພວກເຂົາກໍສາມາດປັບປຸງໄດ້ໃນລະດັບໃດໜຶ່ງ. ຖ້າຄົນໃດໜຶ່ງບໍ່ມີສະຕິຮູ້ສຶກຜິດຊອບ ແລະ ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ ພວກເຂົາກໍຂາດການເຮັດວຽກຂອງສະຕິຮູ້ສຶກຜິດຊອບ, ແລ້ວລັກສະນະ ແລະ ພຶດຕິກຳຂອງພວກເຂົາກໍຈະບໍ່ປັບປຸງ. ສະນັ້ນ, ການແຍກແຍະຄົນໃດໜຶ່ງບໍ່ສາມາດອີງໃສ່ລັກສະນະ ຫຼື ຄວາມສຸດຈະລິດຂອງພວກເຂົາທັງໝົດ; ສິ່ງຫຼັກກໍຄືການເບິ່ງວ່າພວກເຂົາມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ ຫຼື ບໍ່ ແລະ ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງພວກເຂົາກຳລັງເຮັດວຽກ ຫຼື ບໍ່. ຖ້າພວກເຂົາມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ ແລະ ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງພວກເຂົາສາມາດເຮັດວຽກໄດ້ເມື່ອພວກເຂົາກະທຳ, ແລ້ວພວກເຂົາກໍຍັງມີຄວາມເປັນມະນຸດພື້ນຖານ. ຖ້າການກະທຳຂອງພວກເຂົາຂາດການເຮັດວຽກຂອງສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ, ແລ້ວພວກເຂົາກໍບໍ່ມີຄວາມເປັນມະນຸດພື້ນຖານ, ພວກເຂົາຂາດຄວາມເປັນມະນຸດ. ຄົນທີ່ມີການເຮັດວຽກພື້ນຖານຂອງສະຕິຮູ້ສຶກຜິດຊອບ ແລະ ຄວາມເປັນມະນຸດພື້ນຖານມີໂອກາດສຳລັບຄວາມລອດພົ້ນ, ໃນຂະນະທີ່ຄົນທີ່ຂາດຄວາມເປັນມະນຸດພື້ນຖານບໍ່ມີໂອກາດສຳລັບຄວາມລອດພົ້ນ. ປັດໄຈຫຼັກທີ່ວ່າຄົນໃດໜຶ່ງສາມາດໄດ້ຮັບຄວາມລອດພົ້ນ ຫຼື ບໍ່ນັ້ນແມ່ນຫຍັງ? (ປັດໄຈຫຼັກກໍຄືພວກເຂົາມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຢູ່ພາຍໃນພວກເຂົາ ຫຼື ບໍ່.) ຖືກຕ້ອງແລ້ວ. ແລ້ວພວກເຈົ້າສາມາດແຍກແຍະໄດ້ບໍວ່າຄົນໆໜຶ່ງມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ ຫຼື ບໍ່? (ພວກເຮົາສາມາດແຍກແຍະໄດ້ເລັກໜ້ອຍ. ສິ່ງທີ່ສຳຄັນທີ່ສຸດກໍຄືການເບິ່ງວ່າຄົນໆນັ້ນຖືກຢັບຢັ້ງຈາກພາຍໃນໂດຍສະຕິຮູ້ສຶກຜິດຊອບ ແລະ ເຫດຜົນເມື່ອພວກເຂົາກະທຳ ຫຼື ບໍ່ ແລະ ພວກເຂົາມີຂອບເຂດທາງສິນທຳ ຫຼື ບໍ່.) ໃນແງ່ຂອງຫຼັກຄຳສອນ ແລະ ທິດສະດີ, ນີ້ຄືວິທີການອະທິບາຍມັນ, ພວກເຈົ້າມີຕົວຢ່າງທີ່ເປັນຮູບປະທຳບໍ? (ຕົວຢ່າງ: ໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ, ບາງຄົນໄດ້ລະເມີດຫຼັກການ ແລະ ກະທຳຜິດໂດຍບໍ່ຢັ້ງຄິດ ແລະ ອ້າຍເອື້ອຍນ້ອງກໍຊີ້ໃຫ້ເຫັນບັນຫາຂອງພວກເຂົາ ຫຼື ລິຮານພວກເຂົາ. ໃນກໍລະນີດັ່ງກ່າວ, ຖ້າຄົນເຫຼົ່ານັ້ນມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ, ພວກເຂົາກໍຈະໄຕ່ຕອງແຕ່ຫົວທີ ແລະ ພະຍາຍາມຮູ້ຈັກຕົນເອງ. ເຖິງຢ່າງໃດກໍຕາມ, ຖ້າພວກເຂົາຂາດສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ, ພວກເຂົາອາດຈະເກີດຄວາມຄຽດແຄ້ນ ຫຼື ເຖິງກັບໂຈມຕີ ແລະ ແກ້ແຄ້ນ.) ນີ້ເປັນຕົວຢ່າງທີ່ດີ. ເມື່ອຄົນທີ່ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຖືກຄົນອື່ນວິພາກວິຈານຍ້ອນເຮັດບາງສິ່ງຜິດ, ພວກເຂົາກໍຈະຮູ້ສຶກລະອາຍ ແລະ ຮູ້ສຶກຜິດ. ພວກເຂົາເກີດຄວາມສຳນຶກຜິດໃນຫົວໃຈຂອງພວກເຂົາ ແລະ ດ້ວຍຄວາມສຳນຶກຜິດ ພວກເຂົາກໍຈະມີການສະແດງອອກເຖິງການກັບໃຈ ແລະ ເຕັມໃຈທີ່ຈະເຮັດໃຫ້ດີຂຶ້ນ. ສຳລັບຄົນທີ່ບໍ່ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ, ບໍ່ວ່າການກະທຳຜິດ ຫຼື ຄວາມຜິດພາດທີ່ພວກເຂົາກະທຳຈະໃຫຍ່ຫຼວງສໍ່າໃດກໍຕາມ, ບໍ່ວ່າພວກເຂົາຈະກໍ່ໃຫ້ເກີດຄວາມເສຍຫາຍຕໍ່ວຽກງານຂອງຄຣິສຕະຈັກຫຼາຍສໍ່າໃດ ຫຼື ນຳເອົາບັນຫາ ແລະ ການລົບກວນມາສູ່ອ້າຍເອື້ອຍນ້ອງຫຼາຍສໍ່າໃດກໍຕາມ, ເມື່ອຖືກວິພາກວິຈານ ພວກເຂົາກໍມີເຫດຜົນເປັນຮ້ອຍເພື່ອໃຊ້ແກ້ຕົວ ແລະ ປົກປ້ອງຕົນເອງ, ໂດຍປະຕິເສດທີ່ຈະຍອມຮັບການກະທຳຜິດຂອງພວກເຂົາແມ່ນແຕ່ໜ້ອຍດຽວ. ມັນເຫັນໄດ້ຊັດເຈນວ່າພວກເຂົາກໍ່ໃຫ້ເກີດຄວາມເສຍຫາຍຕໍ່ວຽກງານ ແຕ່ພວກເຂົາກໍບໍ່ຮູ້ສຶກຜິດໃນຫົວໃຈຂອງພວກເຂົາ. ບອກເຮົາເບິ່ງວ່າ ພວກເຂົາຈະຮູ້ສຶກສຳນຶກຜິດບໍ? (ພວກເຂົາຈະບໍ່ຮູ້ສຶກ.) ພວກເຂົາຈະບໍ່ຮູ້ສຶກສຳນຶກຜິດ. ຄົນທີ່ບໍ່ມີຄວາມສຳນຶກຜິດສາມາດກັບໃຈໄດ້ບໍ? (ບໍ່ໄດ້.) ຄົນທີ່ບໍ່ສາມາດກັບໃຈໄດ້ແມ່ນຜູ້ທີ່ຍອມຮັບຄວາມຈິງບໍ? (ພວກເຂົາບໍ່ແມ່ນ.) ພວກເຂົາຈະສືບຕໍ່ເຮັດສິ່ງເດີມໆບໍ? (ແມ່ນແລ້ວ.) ຈົນເຖິງເມື່ອໃດ? (ເນື່ອງຈາກພວກເຂົາຂາດຄວາມສຳນຶກທາງດ້ານສະຕິຮູ້ສຶກຜິດຊອບ, ພວກເຂົາກໍຈະເຮັດມັນຕໍ່ໄປ.) ຖືກຕ້ອງແລ້ວ. ພວກເຂົາຈະເຮັດແບບນີ້ຕໍ່ໄປ. ບໍ່ວ່າຄົນອື່ນຈະເວົ້າຫຍັງກໍຕາມ, ພວກເຂົາກໍຈະບໍ່ຟັງ: “ນີ້ຄືວິທີທີ່ຂ້ອຍເຮັດສິ່ງຕ່າງໆ, ມັກ ຫຼື ບໍ່ມັກກໍຕາມໃຈ! ການທີ່ວຽກງານຂອງຄຣິສຕະຈັກໄດ້ຮັບຄວາມເສຍຫາຍກ່ຽວຂ້ອງຫຍັງກັບຂ້ອຍ? ສິ່ງດຽວທີ່ສຳຄັນກໍຄືຂ້ອຍເອງບໍ່ໄດ້ຮັບຄວາມເສຍຫາຍໃດໆ”. ນີ້ຄືມຸມມອງຂອງພວກເຂົາ. ເອົາລະ, ນັ້ນຄືທັງໝົດສຳລັບການໂອ້ລົມຂອງພວກເຮົາໃນຫົວຂໍ້ນີ້. ໃຫ້ໄຕ່ຕອງກ່ຽວກັບສິ່ງທີ່ພວກເຮົາໄດ້ໂອ້ລົມ, ນຳມັນມາປຽບທຽບກັບຕົວພວກເຈົ້າເອງ ແລະ ສິ່ງຕ່າງໆ ແລະ ຜູ້ຄົນທີ່ຢູ່ອ້ອມຂ້າງພວກເຈົ້າ, ຄ່ອຍໆເຂົ້າໃຈມັນ ແລະ ໃຊ້ພຣະທຳເຫຼົ່ານີ້ເພື່ອເບິ່ງຄົນອື່ນ, ເບິ່ງສິ່ງຕ່າງໆ ແລະ ເບິ່ງຕົວພວກເຈົ້າເອງ. ເທື່ອລະໜ້ອຍ, ພວກເຈົ້າກໍຈະໄດ້ຮັບຄວາມເຂົ້າໃຈກ່ຽວກັບສິ່ງເຫຼົ່ານີ້.
6. ການສະແດງອອກຕ່າງໆຂອງເງື່ອນໄຂແຕ່ກຳເນີດ, ຄວາມເປັນມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມ
ຄວາມຕ່ຳຊ້າ
ພວກເຮົາໄດ້ໂອ້ລົມກ່ອນໜ້ານີ້ກ່ຽວກັບການສະແດງອອກສະເພາະຫຼາຍຢ່າງທີ່ກ່ຽວຂ້ອງກັບຄວາມເປັນມະນຸດ, ເງື່ອນໄຂທີ່ຕິດໂຕມາແຕ່ເກີດ ແລະ ອຸປະນິໄສທີ່ເສື່ອມຊາມ. ມື້ນີ້, ພວກເຮົາຈະສືບຕໍ່ໂອ້ລົມກ່ຽວກັບການສະແດງອອກສະເພາະບາງຢ່າງທີ່ກ່ຽວຂ້ອງກັບສາມດ້ານນີ້. ພວກເຮົາຈະເລີ່ມຕົ້ນດ້ວຍການສະແດງອອກຢ່າງທຳອິດ: ຄວາມຕ່ຳຊ້າ. ຄຳນີ້ໝາຍຄວາມວ່າແນວໃດ? (ມັນໝາຍຄວາມວ່າຄົນໃດໜຶ່ງບໍ່ສະຫງ່າຜ່າເຜີຍ, ບໍ່ຊື່ກົງ ແລະ ບໍ່ເໝາະສົມ ແລະ ພວກເຂົາເປັນຄົນມັກປິດບັງ ແລະ ມີລັບລົມຄົມໃນ.) (ມັນໝາຍຄວາມວ່າພຶດຕິກຳ ແລະ ທ່າທາງຂອງຄົນໃດໜຶ່ງເບິ່ງຄືວ່າຊົ່ວຊ້າພໍສົມຄວນ). ຊົ່ວຊ້າພໍສົມຄວນນັ້ນເບິ່ງຄືວ່າເປັນນາມມະທຳເລັກໜ້ອຍ. ຄົນສ່ວນໃຫຍ່ບໍ່ສາມາດຈິນຕະນາການໄດ້ວ່າຄວາມຊົ່ວຊ້ານີ້ສະແດງອອກເຖິງຫຍັງກັນແທ້. ມີອີກບໍ? (ຄວາມຕໍ່າຊ້າໝາຍຄວາມວ່າພຶດຕິກຳ ແລະ ທ່າທາງຂອງຄົນໃດໜຶ່ງຂ້ອນຂ້າງຫຍາບຊ້າ.) ພວກເຈົ້າໄດ້ກ່າວເຖິງຈັກດ້ານແລ້ວ? ການມັກປິດບັງ ແລະ ມີລັບລົມຄົມໃນ, ຄວາມຊົ່ວຊ້າ, ຄວາມຫຍາບຊ້າ, ຄວາມໜ້າລັງກຽດ, ຄວາມໜ້າອັບອາຍ, ສິ່ງເຫຼົ່ານີ້ບໍ່ແມ່ນການສະແດງອອກບໍ? (ແມ່ນແລ້ວ.) ແລ້ວແນວຄວາມຄິດຂອງຄວາມຕ່ຳຊ້າສາມາດຖືກແທນທີ່ດ້ວຍຄວາມໜ້າລັງກຽດ ແລະ ຄວາມຫຍາບຊ້າໄດ້ບໍ? (ໄດ້.) ການສະແດງອອກເຖິງຄວາມຕ່ຳຊ້າເຫຼົ່ານີ້ຖືກຈັດຢູ່ໃນດ້ານໃດ? (ລັກສະນະທີ່ຊົ່ວຊ້າ.) ນີ້ແມ່ນຂໍ້ບົກຜ່ອງຂອງຄວາມເປັນມະນຸດບໍ? (ບໍ່.) ການສະແດງອອກນີ້ມີລັກສະນະທີ່ຮ້າຍແຮງກວ່າຂໍ້ບົກຜ່ອງຂອງຄວາມເປັນມະນຸດຫຼາຍ, ສະນັ້ນ ມັນຈຶ່ງບໍ່ສາມາດຖືກຈັດໝວດໝູ່ເປັນຂໍ້ບົກຜ່ອງຂອງຄວາມເປັນມະນຸດໄດ້. ຄວາມຕ່ຳຊ້າແມ່ນການສະແດງອອກເຖິງລັກສະນະທີ່ຊົ່ວຊ້າ. ຖ້າຄົນໃດໜຶ່ງກະທຳໃນລັກສະນະທີ່ຕ່ຳຊ້າ, ເຖິງແມ່ນມັນບໍ່ສາມາດເວົ້າໄດ້ວ່າຄົນຜູ້ນີ້ເປັນຄົນຊົ່ວຮ້າຍກໍຕາມ ເມື່ອເບິ່ງຈາກການສະແດງອອກເຖິງຄວາມຕ່ຳຊ້າແລ້ວ ພວກເຂົາມັກຈະເຮັດໃຫ້ຜູ້ຄົນຮູ້ສຶກເບື່ອໜ່າຍ ແລະ ຂີ້ດຽດຢູ່ສະເໝີ. ຄົນແບບນັ້ນທີ່ສະແດງອອກເຖິງຄວາມຕ່ຳຊ້າຈະເຮັດສິ່ງຕ່າງໆໃນລັກສະນະທີ່ຫຼົບໆຊ່ອນໆ ແລະ ມີລັບລົມຄົມໃນຢູ່ສະເໝີ, ໂດຍບໍ່ເປີດເຜີຍຢ່າງກົງໄປກົງມາເລີຍ, ປະພຶດຕົນໃນທາງທີ່ຂ້ອນຂ້າງຕ່ຳຊ້າ ແລະ ມັກຈະເຮັດສິ່ງທີ່ໜ້າລັງກຽດຢູ່ສະເໝີ. ນັ້ນກໍຄື ພວກເຂົາໃຊ້ວິທີການທີ່ໜ້າລັງກຽດ, ໄຮ້ຢາງອາຍ ແລະ ໜ້າອັບອາຍໃນການເຮັດສິ່ງຕ່າງໆ ເຊິ່ງເປັນວິທີການທີ່ບໍ່ຊື່ກົງ ຫຼື ເປີດເຜີຍ. ຄົນສ່ວນໃຫຍ່ຮູ້ສຶກຂີ້ດຽດ ແລະ ລັງກຽດເມື່ອພວກເຂົາເຫັນສິ່ງນີ້. ສິ່ງນີ້ສະແດງໃຫ້ເຫັນວ່າພວກເຂົາໜ້າລັງກຽດ ແລະ ຕ່ຳຕ້ອຍ. ລັກສະນະທີ່ໂດດເດັ່ນທີ່ສຸດຂອງພວກເຂົາກໍຄືການເປັນຄົນທີ່ໜ້າສົມເພດ, ຕ່ຳຊ້າ ແລະ ໜ້າລັງກຽດເປັນພິເສດ. ບໍ່ວ່າພວກເຂົາຈະເຮັດ ຫຼື ເວົ້າຫຍັງກໍຕາມ, ພວກເຂົາກໍບໍ່ສາມາດເຮັດຢ່າງຊື່ກົງ ແລະ ເປີດເຜີຍໄດ້; ພວກເຂົາມັກຈະໃຊ້ເລ່ລ່ຽມທີ່ມືດມົວ ແລະ ເຂົ້າໄປກ່ຽວຂ້ອງກັບສິ່ງທີ່ໜ້າອັບອາຍບາງຢ່າງຢູ່ສະເໝີ. ຕົວຢ່າງ: ການເຊື່ອໃນພຣະເຈົ້າເປັນທີ່ຍອມຮັບໃນສາກົນວ່າເປັນເລື່ອງທີ່ເໝາະສົມຫຼາຍ ເຊິ່ງເປັນສິ່ງທີ່ຜູ້ຄົນສາມາດເຂົ້າໃຈ ແລະ ເຫັນດີນຳໄດ້. ແຕ່ເມື່ອຄົນເຫຼົ່ານີ້ເຊື່ອໃນພຣະເຈົ້າ, ພວກເຂົາກໍເຮັດຄືກັບວ່າພວກເຂົາໄດ້ຍ່າງໃນເສັ້ນທາງທີ່ຜິດ, ຄືກັບວ່າມັນເປັນສິ່ງທີ່ໜ້າອັບອາຍ. ນີ້ຄືຄົນປະເພດທີ່ໜ້າລັງກຽດ ແລະ ຕ່ຳຊ້າ. ໂດຍປົກກະຕິແລ້ວ ຄົນທີ່ຕ່ຳຊ້າຈະມີບົດບາດແນວໃດໃນທ່າມກາງຄົນອື່ນ? (ພວກເຂົາເປັນບຸກຄົນທີ່ເປັນລົບ, ເປັນຄົນທີ່ໜ້າລັງກຽດ.) ພວກເຂົາມີບົດບາດທີ່ເປັນລົບ. ຄົນແບບນັ້ນມີລັກສະນະແນວໃດ? ມັນອາດຈະເປັນໄປໄດ້ວ່າ ຈາກຮູບລັກສະນະພາຍນອກຂອງພວກເຂົາ, ເຈົ້າບໍ່ສາມາດເບິ່ງອອກວ່າພວກເຂົາບໍ່ດີຫຼາຍ ຫຼື ເຈົ້າບໍ່ສາມາດເຫັນໄດ້ວ່າພວກເຂົາມີເຈດຕະນາທີ່ບໍ່ດີເລີຍໃນສິ່ງທີ່ພວກເຂົາເຮັດ. ເຖິງຢ່າງໃດກໍຕາມ, ຫຼັງຈາກທີ່ມີປະຕິສຳພັນກັບພວກເຂົາເປັນໄລຍະເວລາໜຶ່ງ, ເຈົ້າກໍຮູ້ສຶກວ່າພວກເຂົາເວົ້າ ແລະ ກະທຳໃນວິທີທີ່ບໍ່ຊື່ກົງ ແລະ ເປີດເຜີຍຢູ່ສະເໝີ. ສິ່ງທີ່ພວກເຂົາເວົ້າຟັງເບິ່ງຄືດີ ແຕ່ສິ່ງທີ່ພວກເຂົາເຮັດຢູ່ເບື້ອງຫຼັງນັ້ນເປັນອີກຢ່າງໜຶ່ງ. ເຈົ້າຮູ້ສຶກຢູ່ສະເໝີວ່າເຈດຕະນາຂອງພວກເຂົາບໍ່ຖືກຕ້ອງ ຫຼື ພວກເຂົາບໍ່ເວົ້າກ່ຽວກັບສິ່ງທີ່ພວກເຂົາຕັ້ງໃຈຈະເຮັດ, ເຊິ່ງເຮັດໃຫ້ເຈົ້າຮູ້ສຶກສັບສົນ. ໃນທີ່ສຸດ, ເຈົ້າກໍຄ່ອຍໆຮູ້ສຶກວ່າຄົນແບບນັ້ນບໍ່ໜ້າໄວ້ວາງໃຈທີ່ສຸດ ແລະ ເຮັດແຕ່ສິ່ງທີ່ໜ້າລັງກຽດ, ຫຼົບໆຊ່ອນໆ ແລະ ທຳລາຍວຽກງານຂອງເຈົ້າຢູ່ສະເໝີ. ຄົນເຫຼົ່ານີ້ຄືຄົນທີ່ຕ່ຳຊ້າ. ເຈົ້າຈະບໍ່ເຫັນຄົນເຫຼົ່ານີ້ສະແດງມຸມມອງທີ່ແຕກຕ່າງຂອງພວກເຂົາຢ່າງເປີດເຜີຍ ຫຼື ສະແດງການຄັດຄ້ານຢ່າງເປີດເຜີຍ. ຕໍ່ໜ້າຄົນອື່ນ, ພວກເຂົາອາດເຖິງກັບເວົ້າບາງສິ່ງທີ່ຟັງເບິ່ງມ່ວນຫູ ເຊັ່ນ: “ພວກເຮົາບໍ່ສາມາດເຮັດແບບນັ້ນໄດ້; ພວກເຮົາຕ້ອງກະທຳດ້ວຍສະຕິຮູ້ສຶກຜິດຊອບ”. ເຖິງຢ່າງໃດກໍຕາມ, ຢູ່ເບື້ອງຫຼັງ ພວກເຂົາບົງການສິ່ງຕ່າງໆ, ຍຸຍົງບາງຄົນທີ່ບໍ່ມີການແຍກແຍະ, ໂງ່ຈ້າ ແລະ ເບົາປັນຍາໃຫ້ກະທຳຕາມເຈດຕະນາຂອງພວກເຂົາ. ໃນທີ່ສຸດ, ເລື່ອງທີ່ພວກເຂົາຕ້ອງການເຮັດໃຫ້ສຳເລັດກໍສຳເລັດ, ພວກເຂົາເພີດເພີນກັບຜົນຮັບຂອງຄວາມສຳເລັດນີ້ ແລະ ກໍຍັງບໍ່ມີໃຜຮູ້ວ່າມັນເປັນການກະທຳຂອງພວກເຂົາ. ເຈົ້າເຫັນວ່າພວກເຂົາບໍ່ໄດ້ເວົ້າ ຫຼື ເຮັດຫຍັງເລີຍຕໍ່ໜ້າຄົນອື່ນ ແຕ່ໃນທີ່ສຸດ ເຫດການຕ່າງໆກໍດຳເນີນໄປໃນທິດທາງທີ່ພວກເຂົາໄດ້ບົງການໄວ້. ຈາກມຸມມອງນີ້, ຄົນແບບນັ້ນກໍຂ້ອນຂ້າງມີຄວາມມຸ່ງຮ້າຍເຊັ່ນກັນ. ມີຄົນທີ່ຕ່ຳຊ້າຢູ່ອ້ອມຂ້າງພວກເຈົ້າບໍ? ໂດຍທົ່ວໄປແລ້ວ ຄົນອື່ນສາມາດແຍກແຍະ ຫຼື ເບິ່ງທະລຸຄົນຕໍ່າຊ້າໄດ້ງ່າຍບໍ? (ບໍ່.) ຄົນເຫຼົ່ານີ້ເຊື່ອງຕົນເອງໄວ້ໃນສ່ວນເລິກພໍສົມຄວນ. ບັນຫາຂອງພວກເຂົາຄືບັນຫາເລື່ອງລັກສະນະ; ພວກເຂົາມີແກ່ນແທ້ຄວາມເປັນມະນຸດທີ່ບໍ່ດີ. ພວກເຈົ້າເຄີຍພົບພໍ້ກັບຄົນທີ່ຕ່ຳຊ້າບໍ? ພວກເຈົ້າເຂົ້າໃຈແຈ່ມແຈ້ງກ່ຽວກັບການສະແດງອອກຫຼັກໆຂອງຄົນແບບນັ້ນບໍ? (ບໍ່ແຈ່ມແຈ້ງປານໃດ.) ນັບແຕ່ນີ້ເປັນຕົ້ນໄປ, ພວກເຈົ້າຈຳເປັນຕ້ອງເອົາໃຈໃສ່ ແລະ ສັງເກດເບິ່ງວ່າຄົນປະເພດໃດທີ່ຢູ່ອ້ອມຂ້າງພວກເຈົ້າມັກເປີດເຜີຍການສະແດງອອກຕ່າງໆເຖິງຄວາມຕ່ຳຊ້າ. ການສະແດງອອກໃນເລື່ອງນີ້ຂ້ອນຂ້າງເປັນນາມມະທຳ ແລະ ລີ້ລັບບໍ? (ແມ່ນແລ້ວ.) ເຖິງແມ່ນວ່າຈະມີຄົນແບບນັ້ນຢູ່ອ້ອມຂ້າງເຈົ້າກໍຕາມ, ເພາະພວກເຂົາຍາກທີ່ຈະແຍກແຍະ, ມັນຈຶ່ງບໍ່ແມ່ນເລື່ອງງ່າຍທີ່ເຈົ້າຈະສັງເກດເຫັນພວກເຂົາ. ເມື່ອມື້ໜຶ່ງພວກເຈົ້າສາມາດລະບຸຕົວຄົນແບບນັ້ນໄດ້, ພວກເຈົ້າກໍສາມາດສັງເກດພວກເຂົາ ແລະ ບັນທຶກການສະແດງອອກຂອງພວກເຂົາຕັ້ງແຕ່ຕົ້ນຈົນຈົບ ເພື່ອເບິ່ງວ່າລັກສະນະ ແລະ ແກ່ນແທ້ຂອງພວກເຂົາແມ່ນຫຍັງແທ້ ແລະ ຈາກນັ້ນກໍສະຫຼຸບພວກມັນ. ພວກເຮົາຈະຢຸດໄວ້ພຽງເທົ່ານີ້ກ່ອນສຳລັບຫົວຂໍ້ການສະແດງອອກເຖິງຄວາມຕ່ຳຊ້າ.
ຄວາມລາມົກ
ການສະແດງອອກຕໍ່ໄປຄືຄວາມລາມົກ. ກ່ອນອື່ນ, ໃຫ້ລອງເບິ່ງວ່າຄວາມລາມົກຕົກຢູ່ໃນດ້ານໃດ? (ລັກສະນະທີ່ຊົ່ວຊ້າ). ມັນຕົກຢູ່ໃນລັກສະນະທີ່ຊົ່ວຊ້າ. ແລ້ວໂດຍທົ່ວໄປຄວາມລາມົກໝາຍເຖິງບັນຫາປະເພດໃດ? (ບັນຫາເລື່ອງການປະພຶດລະຫວ່າງບຸກຄົນຂອງຄົນໆໜຶ່ງ). ນັ້ນຂ້ອນຂ້າງຖືກຕ້ອງແລ້ວ. ໂດຍທົ່ວໄປຄວາມລາມົກກ່ຽວຂ້ອງກັບບັນຫາເລື່ອງການປະພຶດລະຫວ່າງແມ່ຍິງ ແລະ ຜູ້ຊາຍ. ແລ້ວຄວາມລາມົກໃຊ້ກັບຜູ້ຊາຍ ຫຼື ແມ່ຍິງ? (ທັງຜູ້ຊາຍ ແລະ ແມ່ຍິງ). ມັນບໍ່ໄດ້ໃຊ້ກັບພຽງແຕ່ເພດດຽວເທົ່ານັ້ນ. ມີຜູ້ຊາຍທີ່ເປັນແບບນີ້ ແລະ ກໍມີແມ່ຍິງທີ່ເປັນແບບນີ້. ສະນັ້ນ, ບໍ່ພຽງແຕ່ຜູ້ຊາຍເທົ່ານັ້ນທີ່ສາມາດລາມົກໄດ້. ຖ້າແມ່ຍິງມີບັນຫາເລື່ອງການປະພຶດລະຫວ່າງບຸກຄົນ, ມັນກໍເປັນຄວາມລາມົກເຊັ່ນກັນ. ແລ້ວການສະແດງອອກສະເພາະຂອງຄວາມລາມົກແມ່ນຫຍັງ? ການມັກເຂົ້າໄປຄຸກຄີກັບເພດກົງກັນຂ້າມ ແລະ ໂອ້ອວດຢູ່ສະເໝີ. ນີ້ແມ່ນບັນຫາປະເພດໃດ? ນີ້ບໍ່ແມ່ນຄວາມລາມົກໜ້ອຍໜຶ່ງບໍ? (ແມ່ນແລ້ວ). ການເຫັນເພດກົງກັນຂ້າມເຮັດໃຫ້ພວກເຂົາຕື່ນເຕັ້ນ. ຍິ່ງມີຄົນເພດກົງກັນຂ້າມຫຼາຍເທົ່າໃດ, ພວກເຂົາກໍຍິ່ງຕື່ນເຕັ້ນຫຼາຍເທົ່ານັ້ນ ແລະ ພວກເຂົາກໍຍິ່ງຢາກໂອ້ອວດຫຼາຍຂຶ້ນ. ໂດຍສະເພາະສຳລັບບາງຄົນ, ພວກເຂົາໂອ້ອວດໃນລະດັບໃດ? ການເປືອຍໜ້າເອິກຂອງພວກເຂົາ ແລະ ການເປີດເຜີຍແຜ່ນຫຼັງຂອງພວກເຂົາ, ການເຮັດທ່າທາງທີ່ຍົວະຍວນ, ການເວົ້າຄຳເວົ້າທີ່ຍົວະເຍົ້າ, ສິ່ງເຫຼົ່ານີ້ບໍ່ແມ່ນການສະແດງອອກເຖິງຄວາມລາມົກບໍ? (ແມ່ນແລ້ວ). ຕາບໃດທີ່ມີບຸກຄົນທີ່ເປັນເພດກົງກັນຂ້າມຢູ່ອ້ອມຂ້າງ, ບໍ່ວ່າພວກເຂົາຈະມີອາຍຸເທົ່າໃດ ຫຼື ຄົນເຫຼົ່ານັ້ນຈະເປັນຄົນທີ່ພວກເຂົາມັກ ຫຼື ບໍ່ກໍຕາມ, ພວກເຂົາກໍຈະແຕ່ງກາຍແບບສະດຸດຕາ, ຍົວະເຍົ້າ ຫຼື ມີສະເໜ່ເພື່ອດຶງດູດເພດກົງກັນຂ້າມ. ນີ້ບໍ່ແມ່ນການສະແດງອອກເຖິງຄວາມລາມົກບໍ? (ແມ່ນແລ້ວ). ນີ້ຄືການສະແດງອອກທີ່ພົບເຫັນໄດ້ທົ່ວໄປທີ່ສຸດ. ປາກົດການເຫຼົ່ານີ້ໄດ້ກາຍເປັນເລື່ອງທຳມະດາໄປແລ້ວ ແລະ ຖືກເບິ່ງວ່າບໍ່ມີຫຍັງຜິດປົກກະຕິໃນທ່າມກາງຜູ້ບໍ່ມີຄວາມເຊື່ອ. ພວກເຂົາບໍ່ຖືວ່າສິ່ງນີ້ເປັນຄວາມລາມົກ ແຕ່ກັບເບິ່ງວ່າມັນເປັນເລື່ອງປົກກະຕິ ແລະ ເໝາະສົມຫຼາຍ. ພວກເຂົາເຊື່ອວ່າທັງສອງເພດຄວນແຕ່ງກາຍໃຫ້ງາມເພື່ອເຮັດໃຫ້ຕົນເອງເປັນຕາດຶງດູດ ແລະ ເປັນທີ່ຊື່ນຊົມຂອງເພດກົງກັນຂ້າມ ເພື່ອໃຫ້ບຸກຄົນທີ່ເປັນເພດກົງກັນຂ້າມຖືກລໍ້ລວງໃຫ້ມາຕາມຈີບພວກເຂົາ. ຄວາມຄິດ ແລະ ມຸມມອງແບບນັ້ນເປັນຄວາມຄິດ ແລະ ມຸມມອງທີ່ລາມົກບໍ? (ແມ່ນແລ້ວ). ພວກເຂົາຢາກເປັນຈຸດສົນໃຈຂອງເພດກົງກັນຂ້າມຢູ່ສະເໝີ, ຢາກດຶງດູດເພດກົງກັນຂ້າມ ແລະ ເຮັດໃຫ້ອີກຝ່າຍສົນໃຈໃນຕົວພວກເຂົາເອງຢູ່ສະເໝີ; ບໍ່ວ່າຈະມີສະຖານະພາບການແຕ່ງງານ ຫຼື ອາຍຸຂອງພວກເຂົາແນວໃດກໍຕາມ, ພວກເຂົາກໍມັກຈະມີຄວາມຄິດ ແລະ ການກະທຳເຫຼົ່ານີ້ຢູ່ສະເໝີ ແລະ ຊີວິດຂອງພວກເຂົາກໍເຕັມໄປດ້ວຍຄວາມຄິດແບບນັ້ນ, ນີ້ບໍ່ແມ່ນຄວາມລາມົກບໍ? (ແມ່ນແລ້ວ). ສິ່ງເຫຼົ່ານີ້ແມ່ນການສະແດງອອກບາງຢ່າງທີ່ຄົນສ່ວນໃຫຍ່ເຫັນວ່າຂ້ອນຂ້າງຍອມຮັບໄດ້ ແລະ ບໍ່ເຫັນວ່າລາມົກເກີນໄປ, ພຽງແຕ່ມັກສະເໜີຕົວເອງ ແລະ ໂອ້ອວດຕໍ່ໜ້າເພດກົງກັນຂ້າມ. ຕົວຢ່າງ: ການນຸ່ງເຄື່ອງທີ່ງາມ, ການສີດນໍ້າຫອມໜ້ອຍໜຶ່ງ, ການແຕ່ງກາຍທີ່ດຶງດູດໃຈໜ້ອຍໜຶ່ງ, ການກ່າວຄຳເວົ້າທີ່ຍົວະເຍົ້າ ຫຼື ການໂອ້ອວດສະເໜ່ຂອງຕົນເອງ, ການສະແດງອອກເຖິງຄວາມລາມົກເຫຼົ່ານີ້ແມ່ນສິ່ງທີ່ຄົນສ່ວນໃຫຍ່ເຫັນວ່າພໍທົນໄດ້. ການສະແດງອອກເຖິງຄວາມລາມົກທີ່ຮ້າຍແຮງກວ່ານັ້ນກໍຄື ບໍ່ວ່າພວກເຂົາຈະເຫັນບຸກຄົນທີ່ເປັນເພດກົງກັນຂ້າມໃນສະພາບແວດລ້ອມໃດກໍຕາມ, ຄົນແບບນັ້ນກໍກ້າຖືວິສາສະ ແລະ ຈັບບາຍພວກເຂົາ. ພວກເຂົາເຂົ້າໄປໃກ້ ແລະ ຈັບບາຍອີກຝ່າຍຕາມອຳເພີໃຈ ໂດຍບໍ່ຄຳນຶງວ່າອີກຝ່າຍຈະຍິນຍອມ ຫຼື ບໍ່, ເຮັດຄືກັບວ່າພວກເຂົາຄຸ້ນເຄີຍກັນມາຕະຫຼອດ. ພວກເຂົາມີທັກສະເປັນພິເສດໃນການສັງເກດສີໜ້າ ແລະ ປະຕິກິລິຍາຂອງຄົນອື່ນ. ຖ້າພວກເຂົາເຫັນວ່າຄົນໃດໜຶ່ງບໍ່ປະຕິເສດ ແລະ ຂ້ອນຂ້າງຫົວອ່ອນ, ພວກເຂົາກໍກ້າທີ່ຈະຈັບບາຍຫົວ ຫຼື ຫຼັງຂອງອີກຝ່າຍຕາມອຳເພີໃຈ ຫຼື ເຖິງກັບນັ່ງໃກ້ພວກເຂົາ ຫຼື ຖ້າອີກຝ່າຍບໍ່ຂັດຂືນ, ພວກເຂົາກໍຈະຈັບມືຂອງອີກຝ່າຍ. ແມ່ຍິງບາງຄົນສາມາດນັ່ງເທິງຕັກຂອງຜູ້ຊາຍໄດ້ໂດຍກົງ ໂດຍບໍ່ສົນໃຈວ່າຄົນອື່ນຈະຮູ້ສຶກແນວໃດເມື່ອພວກເຂົາເຫັນສິ່ງນັ້ນ. ສິ່ງນີ້ໄດ້ກ້າວຂ້າມການໂອ້ອວດທຳມະດາໄປສູ່ສິ່ງທີ່ເປັນຮູບປະທຳຫຼາຍຂຶ້ນ. ນີ້ບໍ່ແມ່ນຄວາມລາມົກບໍ? (ແມ່ນແລ້ວ). ຄົນສ່ວນໃຫຍ່ສາມາດຍອມຮັບຄວາມລາມົກປະເພດນີ້ໄດ້ບໍ? (ພວກເຂົາບໍ່ສາມາດຍອມຮັບໄດ້). ບາງຄົນບໍ່ຄິດວ່າສິ່ງນີ້ເປັນເລື່ອງໃຫຍ່ ແລະ ເຖິງກັບເວົ້າວ່າ “ນີ້ບໍ່ແມ່ນຄວາມລາມົກ. ການທີ່ຜູ້ຊາຍ ແລະ ແມ່ຍິງສະແດງຄວາມຮັກຕໍ່ກັນເປັນເລື່ອງປົກກະຕິຫຼາຍ. ຖ້າບໍ່ດັ່ງນັ້ນ, ການມີຊີວິດຢູ່ຈະມີຄວາມໝາຍຫຍັງ? ຜູ້ຊາຍຄວນມີຄວາມສຸກກັບແມ່ຍິງ ແລະ ແມ່ຍິງກໍຄວນມີຄວາມສຸກກັບຜູ້ຊາຍ, ມີພຽງແຕ່ວິທີນີ້ເທົ່ານັ້ນ ຊີວິດຈຶ່ງຈະມີຄວາມໜ້າສົນໃຈ”. ຖ້າບໍ່ມີເພດກົງກັນຂ້າມສະແດງທ່າທາງທີ່ລາມົກແບບນັ້ນຕໍ່ພວກເຂົາ, ພວກເຂົາກໍຈະຄິດວ່າ “ເປັນເພາະຂ້ອຍບໍ່ມີສະເໜ່ບໍ? ເປັນຫຍັງຂ້ອຍຈຶ່ງບໍ່ສາມາດດຶງດູດເພດກົງກັນຂ້າມໄດ້?” ຈາກນັ້ນ ພວກເຂົາກໍຮູ້ສຶກຜິດຫວັງ. ເມື່ອຄົນແບບນັ້ນພົບກັບຄົນລາມົກທີ່ເຂົ້າມາຈີບພວກເຂົາ, ພວກເຂົາກໍຮູ້ສຶກພໍໃຈຫຼາຍ ແລະ ຍິນດີຢູ່ພາຍໃນ. ຢ່າງໜ້ອຍທີ່ສຸດ, ພວກເຂົາກໍຮູ້ສຶກເພິ່ງພໍໃຈທັງທາງຮ່າງກາຍ ແລະ ຈິດໃຈ ໂດຍຄິດວ່າການມີຄົນສົນໃຈໃນຕົວພວກເຂົາເຮັດໃຫ້ຊີວິດຂອງພວກເຂົາມີຄຸນຄ່າ. ສະນັ້ນ, ບາງຄົນຈຶ່ງສາມາດຍອມຮັບຄວາມລາມົກປະເພດນີ້ໄດ້. ຕົວຢ່າງ: ສົມມຸດວ່າຄົນໃດໜຶ່ງມັກຄົນອື່ນ ແລະ ມີຄວາມຮູ້ສຶກຕໍ່ພວກເຂົາ; ຖ້າຄົນນັ້ນມັກຈະເມີນເສີຍຕໍ່ພວກເຂົາຢູ່ສະເໝີ ແລະ ບໍ່ສະແດງຄວາມສົນໃຈໃນຕົວພວກເຂົາ, ພວກເຂົາກໍຈະຮູ້ສຶກຜິດຫວັງຫຼາຍ. ແຕ່ຖ້າຄົນນັ້ນຈັບບາຍພວກເຂົາເປັນບາງຄັ້ງຄາວ, ຢອກລໍ້ພວກເຂົາ, ລູບຄຳມືຂອງພວກເຂົາ ຫຼື ນັ່ງໃກ້ພໍທີ່ຈະໃຫ້ພວກເຂົາຮູ້ສຶກເຖິງຄວາມອົບອຸ່ນຂອງຮ່າງກາຍຂອງພວກເຂົາ ຫຼື ຍິ່ງໄປກວ່ານັ້ນ, ຖ້າເປັນຜູ້ຊາຍທີ່ຖືວິສາສະຢູ່ກັບແມ່ຍິງ, ຈາກນັ້ນຜູ້ກ່ຽວກໍຈະຄິດວ່າ “ອ້າ, ດີແທ້, ລາວມັກຂ້ອຍ. ເຖິງແມ່ນວ່າພວກເຮົາຈະບໍ່ສາມາດຮ່ວມກັນເປັນໜຶ່ງດຽວໃນໂລກນີ້ໄດ້ ແຕ່ການຖືກລາວປະຕິບັດຢ່າງລາມົກແບບນີ້ ຢ່າງໜ້ອຍກໍເຮັດໃຫ້ຊີວິດຂອງຂ້ອຍມີຄຸນຄ່າ!” ເຈົ້າເຫັນບໍວ່າ ບາງຄົນຍອມຮັບຄວາມລາມົກປະເພດນີ້ຈາກສ່ວນເລິກຂອງຫົວໃຈຂອງພວກເຂົາ ແທນທີ່ຈະລັງກຽດມັນ. ທັດສະນະຄະຕິຂອງພວກເຂົາແມ່ນຂຶ້ນຢູ່ກັບວ່າຄົນທີ່ເປັນເພດກົງກັນຂ້າມທີ່ເຮັດສິ່ງເຫຼົ່ານີ້ເປັນຄົນທີ່ພວກເຂົາມັກ ຫຼື ບໍ່. ຖ້າພວກເຂົາມັກອີກຝ່າຍ ແລະ ບໍ່ຮູ້ສຶກລັງກຽດ ຫຼື ເຖິງກັບປາຖະໜາອີກຝ່າຍໃນຫົວໃຈຂອງພວກເຂົາ, ແລ້ວພວກເຂົາກໍຈະບໍ່ລັງກຽດຄົນລາມົກ ຫຼື ການກະທຳທີ່ລາມົກແບບນັ້ນ. ກົງກັນຂ້າມ, ພວກເຂົາສາມາດຍອມຮັບຄົນເຫຼົ່ານັ້ນ ແລະ ຕ້ອນຮັບຄົນເຫຼົ່ານັ້ນໃນຫົວໃຈຂອງພວກເຂົາ ໂດຍໃຫ້ພື້ນທີ່ແກ່ຄົນເຫຼົ່ານັ້ນໃນຫົວໃຈຂອງພວກເຂົາ. ດັ່ງນັ້ນ, ບາງຄົນຈຶ່ງຍອມຮັບບຸກຄົນທີ່ລາມົກແບບນັ້ນຢູ່ພາຍໃນ. ເນື່ອງຈາກຄົນລາມົກບໍ່ດີ, ນັ້ນບໍ່ໄດ້ໝາຍຄວາມວ່າຜູ້ທີ່ສາມາດຍອມຮັບພຶດຕິກຳທີ່ລາມົກແບບນັ້ນກໍລາມົກເຊັ່ນກັນບໍ? (ແມ່ນແລ້ວ). ພວກເຂົາກໍລາມົກເຊັ່ນກັນ. ມີການສະແດງອອກບາງຢ່າງທີ່ຮ້າຍແຮງກວ່າຄວາມລາມົກປະເພດນີ້, ບໍ່ພຽງແຕ່ເປັນການໂອ້ອວດໜ້ອຍໜຶ່ງ, ບໍ່ພຽງແຕ່ເປັນການແລກປ່ຽນສາຍຕາ ຫຼື ການລູບຄຳບາງຢ່າງເທົ່ານັ້ນ ແຕ່ກ້າວໄປໄກກວ່ານັ້ນອີກ. ຈິດໃຈຂອງຄົນເຫຼົ່ານີ້ຖືກຄອບງຳດ້ວຍສິ່ງທີ່ລາມົກແບບນັ້ນຢ່າງສິ້ນເຊີງ. ຖ້າສິ່ງນີ້ເກີດຂຶ້ນເມື່ອຄົນໃດໜຶ່ງກຳລັງຄົບຫາກັນ, ມັນກໍເປັນການສະແດງອອກທີ່ປົກກະຕິ. ແຕ່ຖ້າອາຍຸ ແລະ ສະຖານະການຕົວຈິງຂອງຄົນໃດໜຶ່ງບໍ່ອຳນວຍ ແລະ ພວກເຂົາຍັງຄົງຄິດແຕ່ເລື່ອງແບບນັ້ນແຕ່ຢ່າງດຽວເມື່ອພວກເຂົາເຫັນເພດກົງກັນຂ້າມ, ແລ້ວແກ່ນແທ້ຂອງການສະແດງອອກນີ້ແມ່ນຫຍັງ? ມັນໝາຍຄວາມວ່າເມື່ອຜະເຊີນໜ້າກັບເພດກົງກັນຂ້າມ, ພວກເຂົາມັກຈະມີຄວາມປາຖະໜາ ແລະ ຄວາມຢາກບາງຢ່າງຢູ່ສະເໝີ ຫຼື ພວກເຂົາມີເປົ້າໝາຍບາງຢ່າງຢູ່ໃນໃຈ. ມັນບໍ່ແມ່ນວ່າພວກເຂົາພຽງແຕ່ຕ້ອງການຕອບສະໜອງຄວາມຕ້ອງການທາງດ້ານຈິດໃຈບາງຢ່າງແລ້ວກໍຈົບ; ກົງກັນຂ້າມ, ພວກເຂົາຕ້ອງການລົງມືປະຕິບັດຢ່າງເປັນຮູບປະທຳ ແລະ ມີຄວາມຄືບໜ້າຢ່າງເປັນຮູບປະທຳ. ໃນຫົວໃຈຂອງພວກເຂົາ ພວກເຂົາກຳລັງໄລ່ຕາມສິ່ງເຫຼົ່ານີ້ຢູ່ຕະຫຼອດເວລາ; ນອກເໜືອຈາກການຄິດກ່ຽວກັບສິ່ງທີ່ລາມົກໃນຈິດໃຈຂອງພວກເຂົາແລ້ວ, ໃນດ້ານພຶດຕິກຳຂອງພວກເຂົາ ພວກເຂົາຍັງເລີ່ມຊອກຫາການຕິດຕໍ່ພົວພັນກັບບຸກຄົນທີ່ເປັນເພດກົງກັນຂ້າມທີ່ເໝາະສົມ ເພື່ອຕອບສະໜອງຕັນຫາ ແລະ ລະບາຍຄວາມປາຖະໜາທາງເພດຂອງພວກເຂົາ. ຄົນແບບນັ້ນບໍ່ລາມົກບໍ? (ແມ່ນແລ້ວ). ເມື່ອປຽບທຽບກັບຄົນລາມົກສອງປະເພດກ່ອນໜ້ານີ້, ຄົນລາມົກປະເພດນີ້ບໍ່ເປັນອັນຕະລາຍ ແລະ ໜ້າຢ້ານກົວຫຼາຍບໍ? (ແມ່ນແລ້ວ). ຄົນລາມົກແບບນັ້ນສາມາດລົງມືປະຕິບັດໄດ້ທຸກເວລາ. ສິ່ງນີ້ສະແດງໃຫ້ເຫັນແລ້ວວ່າພວກເຂົາຊົ່ວຊ້າ ແລະ ລາມົກຫຼາຍ. ສຳລັບລະດັບທີ່ເໜືອກວ່ານີ້, ພວກເຮົາຈະບໍ່ສົນທະນາກ່ຽວກັບພວກມັນຕື່ມອີກ.
ສະນັ້ນ, ໃນບັນດາຄວາມລາມົກສາມປະເພດນີ້, ພວກເຈົ້າສາມາດຍອມຮັບປະເພດໃດໄດ້? ນັ້ນກໍຄື ປະເພດໃດທີ່ເຮັດໃຫ້ພວກເຈົ້າຮູ້ສຶກວ່າການທີ່ຄົນໃດໜຶ່ງກະທຳແບບນັ້ນເປັນເລື່ອງປົກກະຕິ, ບໍ່ແມ່ນບັນຫາໃຫຍ່ ແລະ ພວກເຂົາເປັນຄົນທີ່ພວກເຈົ້າບໍ່ຮູ້ສຶກລັງກຽດ ຫຼື ດູຖູກຫຼາຍປານໃດ ແລະ ພໍສາມາດຍອມຮັບໄດ້? ພວກເຈົ້າສາມາດຍອມຮັບຄວາມລາມົກໃນລະດັບໃດໄດ້? (ພວກເຮົາບໍ່ສາມາດຍອມຮັບໄດ້ໃນທຸກລະດັບ). ເປັນຫຍັງພວກເຈົ້າຈຶ່ງບໍ່ສາມາດຍອມຮັບຄວາມລາມົກໃນທຸກລະດັບໄດ້? (ທຳມະຊາດຂອງຄວາມລາມົກປະເພດສຸດທ້າຍນັ້ນຊົ່ວຊ້າພໍສົມຄວນ ແລະ ເຖິງແມ່ນວ່າຄວາມລາມົກປະເພດທຳອິດຈະກ່ຽວຂ້ອງກັບການໂອ້ອວດຕໍ່ໜ້າເພດກົງກັນຂ້າມເທົ່ານັ້ນ, ມັນກໍເຮັດໃຫ້ເກີດການລົບກວນຕໍ່ຄົນທີ່ຢູ່ອ້ອມຂ້າງພວກເຂົາ). ຄົນປະເພດທຳອິດບໍ່ມີຄວາມສຳນຶກທີ່ຊັດເຈນກ່ຽວກັບຄວາມແຕກຕ່າງທາງເພດໃນຫົວໃຈຂອງພວກເຂົາ. ຄົນສ່ວນໃຫຍ່ເອົາໃຈໃສ່ກັບຂອບເຂດລະຫວ່າງຜູ້ຊາຍ ແລະ ແມ່ຍິງເມື່ອມີປະຕິສຳພັນກັບເພດກົງກັນຂ້າມ. ໂດຍສະເພາະເມື່ອເວົ້າເຖິງແມ່ຍິງທີ່ມີປະຕິສຳພັນກັບຜູ້ຊາຍ, ພວກເຂົາຄວນສະຫງວນທ່າທາງ ແລະ ຮັກສາຂອບເຂດບາງຢ່າງຕໍ່ໜ້າຜູ້ຊາຍ. ເຖິງຢ່າງໃດກໍຕາມ, ແມ່ຍິງບາງຄົນມັກມີປະຕິສຳພັນກັບເພດກົງກັນຂ້າມ ແລະ ເລີ່ມຕື່ນເຕັ້ນເມື່ອພວກເຂົາເຫັນຄົນທີ່ພວກເຂົາມັກ. ທັນທີທີ່ພວກເຂົາມີໂອກາດ, ພວກເຂົາກໍຈະຫາຂໍ້ອ້າງເພື່ອຕິດຕໍ່ພົວພັນ. ໃຜກໍຕາມທີ່ຕັ້ງໃຈຊອກຫາການມີປະຕິສຳພັນກັບເພດກົງກັນຂ້າມລ້ວນແຕ່ມີບາງສິ່ງທີ່ຜິດປົກກະຕິໃນຫົວໃຈຂອງພວກເຂົາ. ເຖິງແມ່ນວ່າຄວາມລາມົກປະເພດທຳອິດຈະບໍ່ກ່ຽວຂ້ອງກັບວິທີການກະທຳທີ່ລາມົກຢ່າງເປັນຮູບປະທຳ ຫຼື ນຳໄປສູ່ເຫດການທີ່ເປັນຮູບປະທຳໃດໆ ແລະ ມັນບໍ່ກ່ຽວຂ້ອງກັບການລ່ວງລະເມີດທາງເພດກໍຕາມ, ແຕ່ເມື່ອອີງໃສ່ການສະແດງອອກຂອງພວກເຂົາ, ໃນດ້ານບັນຫາເລື່ອງການປະພຶດລະຫວ່າງບຸກຄົນແລ້ວ, ຄົນເຫຼົ່ານີ້ຂາດຂອບເຂດທີ່ຊັດເຈນລະຫວ່າງຜູ້ຊາຍ ແລະ ແມ່ຍິງ. ນັ້ນກໍຄື ໃນຫົວໃຈຂອງພວກເຂົາ, ພວກເຂົາບໍ່ມີຂອບເຂດທີ່ຊັດເຈນ ແລະ ບໍ່ເຂົ້າໃຈວ່າຄົນປົກກະຕິຄວນມີຄວາມຮູ້ສຶກລະອາຍໃຈ ແລະ ບໍ່ເຮັດໃຫ້ຄົນອື່ນດູຖູກພວກເຂົາ. ຖ້າຄົນໃດໜຶ່ງມີການສະແດງອອກເຖິງຄວາມລາມົກໂດຍບໍ່ຮູ້ສຶກຫຍັງກັບມັນເລີຍ, ພວກເຂົາກໍບໍ່ແມ່ນຄົນປົກກະຕິ ແລະ ຢ່າງໜ້ອຍກໍຂາດຄວາມສໍານຶກ ແລະ ເຫດຜົນຂອງຄົນປົກກະຕິ. ບໍ່ວ່າຄົນເຮົາຈະເປັນຜູ້ຊາຍ ຫຼື ແມ່ຍິງກໍຕາມ, ພວກເຂົາຕ້ອງຮັກສາຂອບເຂດລະຫວ່າງເພດ ແລະ ມັນຕ້ອງຊັດເຈນໃນຫົວໃຈຂອງພວກເຂົາວ່າຂອບເຂດເຫຼົ່ານີ້ບໍ່ສາມາດກ້າວລ່ວງໄດ້. ພຣະເຈົ້າສ້າງຜູ້ຊາຍ ແລະ ແມ່ຍິງໃຫ້ມີຄວາມແຕກຕ່າງກັນມາແຕ່ກຳເນີດ; ມັນເປັນໄປບໍ່ໄດ້ທີ່ຈະເຮັດໃຫ້ເສັ້ນແບ່ງລະຫວ່າງພວກເຂົາບໍ່ສັບສົນ. ຖ້າຄົນໃດໜຶ່ງຂາດຂອບເຂດທີ່ຊັດເຈນລະຫວ່າງຜູ້ຊາຍ ແລະ ແມ່ຍິງຢູ່ສະເໝີ ແລະ ມັກໂອ້ອວດຕໍ່ໜ້າເພດກົງກັນຂ້າມຢູ່ຕະຫຼອດເວລາ, ນີ້ບໍ່ແມ່ນພຽງແຕ່ຄວາມປ່ອຍປະລະເລີຍ ຫຼື ການຂາດການຢັບຢັ້ງທົ່ວໄປເທົ່ານັ້ນ ແຕ່ມັນກ່ຽວຂ້ອງກັບບັນຫາເລື່ອງການປະພຶດລະຫວ່າງບຸກຄົນ. ບໍ່ວ່າສິ່ງທີ່ພວກເຂົາເຮັດຈະກ່ຽວຂ້ອງກັບບັນຫາທີ່ເປັນຮູບປະທຳ ຫຼື ບໍ່ກໍຕາມ, ຕາບໃດທີ່ການສະແດງອອກເຫຼົ່ານີ້ກ່ຽວຂ້ອງກັບບັນຫາເລື່ອງການປະພຶດລະຫວ່າງບຸກຄົນ, ພວກມັນກໍບໍ່ສອດຄ່ອງກັບຄວາມຮູ້ສຶກລະອາຍໃຈຂອງມະນຸດ. ໂດຍສະເພາະໃນເລື່ອງລະຫວ່າງຜູ້ຊາຍ ແລະ ແມ່ຍິງ, ຖ້າຄົນໃດໜຶ່ງບໍ່ຮູ້ຈັກຄວາມລະອາຍ ຫຼື ຂາດຄວາມຮູ້ສຶກລະອາຍໃຈ, ພວກເຂົາກໍຕົກຢູ່ໃນອັນຕະລາຍຢ່າງໃຫຍ່ຫຼວງ. ຖ້າເຈົ້າສາມາດຕັ້ງໃຈໂອ້ອວດສະເໜ່ຂອງເຈົ້າຕໍ່ໜ້າເພດກົງກັນຂ້າມ ແລະ ພະຍາຍາມດຶງດູດພວກເຂົາ, ເຈົ້າກໍມີແນວໂນ້ມສູງຫຼາຍທີ່ຈະກ້າວໄປສູ່ຄວາມລາມົກໃນລະດັບຕໍ່ໄປ. ເຈົ້າອາດຈະເລີ່ມຕົ້ນດ້ວຍການໂອ້ອວດ ແຕ່ສິ່ງນັ້ນສາມາດພັດທະນາໄປສູ່ການຈັບບາຍຮ່າງກາຍໄດ້ຢ່າງງ່າຍດາຍ ແລະ ຈາກການຈັບບາຍຮ່າງກາຍ, ມັນກໍສາມາດພັດທະນາໄປສູ່ສິ່ງທີ່ເປັນຮູບປະທຳຫຼາຍຂຶ້ນໄດ້ຢ່າງງ່າຍດາຍ ຈົນໃນທີ່ສຸດກໍຈະຄວບຄຸມບໍ່ໄດ້ສຳລັບເຈົ້າ. ເຈົ້າເຫັນບໍວ່າ ບໍ່ວ່າຄວາມລາມົກຈະຢູ່ໃນລະດັບໃດກໍຕາມ, ຕາບໃດທີ່ມັນຕົກຢູ່ໃນຂອບເຂດຂອງຄວາມລາມົກ, ມັນກໍກ່ຽວຂ້ອງກັບບັນຫາເລື່ອງການປະພຶດລະຫວ່າງບຸກຄົນ. ເມື່ອມັນກ່ຽວຂ້ອງກັບບັນຫາເລື່ອງການປະພຶດລະຫວ່າງບຸກຄົນ, ກໍຈະບໍ່ມີຄວາມແຕກຕ່າງລະຫວ່າງລະດັບຄວາມຮ້າຍແຮງ. ນີ້ກໍຍ້ອນວ່າບັນຫາດັ່ງກ່າວສາມາດຮຸນແຮງຂຶ້ນໄດ້, ໂດຍເລີ່ມຈາກການໂອ້ອວດ ແລະ ການຂາດຄວາມຮູ້ສຶກລະອາຍໃຈ, ມັນສາມາດກ້າວໄປສູ່ການສຳຜັດທາງຮ່າງກາຍ, ການພັດທະນາຄວາມມັກຮັກ ແລະ ຈາກນັ້ນກໍກາຍເປັນການແຍກຈາກກັນບໍ່ໄດ້. ຈາກຈຸດນັ້ນ, ມັນສາມາດຮຸນແຮງຂຶ້ນໄປອີກ, ຈົນຄວບຄຸມບໍ່ໄດ້, ເຮັດໃຫ້ມັນຊ້າເກີນໄປທີ່ຈະເສຍໃຈ. ເມື່ອມັນກາຍເປັນຄວາມຈິງແລ້ວ, ມັນກໍຍາກທີ່ຈະເຮັດໃຫ້ມັນຈົບລົງຢ່າງເໝາະສົມ. ສະນັ້ນ, ບໍ່ວ່າເຈົ້າຈະມີການສະແດງອອກເຖິງຄວາມລາມົກປະເພດໃດກໍຕາມ, ຕາບໃດທີ່ພວກມັນກ່ຽວຂ້ອງກັບບັນຫາເລື່ອງການປະພຶດລະຫວ່າງບຸກຄົນ, ຖ້າເຈົ້າບໍ່ຢັບຢັ້ງຕົນເອງ ແລະ ເຈົ້າຂາດຄວາມຮູ້ສຶກລະອາຍໃຈ ນັ້ນກໍຄື ຖ້າເຈົ້າບໍ່ສົນໃຈເລີຍວ່າຄົນອື່ນຈະເວົ້າແນວໃດກ່ຽວກັບເຈົ້າ, ຜູ້ຄົນຈະປະເມີນເຈົ້າແນວໃດ ຫຼື ພຣະເຈົ້າຈະເບິ່ງເຈົ້າແນວໃດ, ແລ້ວເຈົ້າກໍຕົກຢູ່ໃນອັນຕະລາຍຢ່າງໃຫຍ່ຫຼວງ. ການຕົກຢູ່ໃນອັນຕະລາຍຢ່າງໃຫຍ່ຫຼວງໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າໂດຍເລີ່ມຈາກການກະທຳ ແລະ ການສະແດງອອກທີ່ລາມົກທົ່ວໄປ, ມັນງ່າຍຫຼາຍທີ່ຈະເສື່ອມຊາມລົງ ແລະ ເຮັດສິ່ງທີ່ໄຮ້ສາລະເຊິ່ງເຮັດໃຫ້ເຈົ້າຕ້ອງເສຍໃຈໄປຕະຫຼອດຊີວິດ. ພວກເຈົ້າເຂົ້າໃຈບໍ? (ເຂົ້າໃຈແລ້ວ.) ດັ່ງນັ້ນ, ຖ້າເຈົ້າບໍ່ສາມາດເບິ່ງທະລຸເຖິງແກ່ນແທ້ຂອງບັນຫາຄວາມລາມົກ ແລະ ບໍ່ສາມາດແກ້ໄຂມັນໄດ້ທັນເວລາ, ເຈົ້າກໍຈະຕົກຢູ່ໃນບັນຫາໃຫຍ່. ຖ້າເຈົ້າມີການສະແດງອອກແບບນັ້ນ ຫຼື ມັກໄລ່ຕາມສິ່ງແບບນັ້ນ, ມັນກໍພິສູດໃຫ້ເຫັນວ່າມີບັນຫາຮ້າຍແຮງໃນຄວາມເປັນມະນຸດຂອງເຈົ້າ. ບັນຫາຫຍັງ? ການຂາດຄວາມຮູ້ສຶກລະອາຍໃຈ. ບັນຫາເລື່ອງການປະພຶດລະຫວ່າງບຸກຄົນກ່ຽວຂ້ອງກັບຄວາມຮູ້ສຶກລະອາຍໃຈຂອງຄົນໆໜຶ່ງ. ຖ້າເຈົ້າຂາດຄວາມຮູ້ສຶກລະອາຍໃຈ, ແລ້ວເຈົ້າກໍຈະບໍ່ມີຂອບເຂດເມື່ອເຮັດສິ່ງແບບນັ້ນ. ບໍ່ວ່າເຈົ້າຈະຄິດເຖິງສິ່ງໃດກໍຕາມ, ເຈົ້າກໍສາມາດລົງມືເຮັດໄດ້. ຄວາມຄິດ ແລະ ຄວາມປາຖະໜາຂອງເຈົ້າຈະບໍ່ຖືກຄວບຄຸມ ຫຼື ຖືກຈຳກັດ. ຕາບໃດທີ່ສະພາບແວດລ້ອມເໝາະສົມ, ຄວາມຄິດ ແລະ ຄວາມປາຖະໜາຂອງເຈົ້າກໍຈະສວຍໂອກາດສະແດງຕົວພວກມັນອອກມາ, ພວກມັນຈະຄ່ອຍໆຂະຫຍາຍຕົວຂຶ້ນ ແລະ ມາເຖິງຈຸດທີ່ລະເບີດອອກ. ສິ່ງນີ້ຈະນຳໄປສູ່ຜົນສະທ້ອນທີ່ເປັນຕາຢ້ານ.
ຖ້າມີຄົນລາມົກແບບນັ້ນຢູ່ອ້ອມຂ້າງພວກເຈົ້າ, ເຊິ່ງບັນຫາຄວາມລາມົກຂອງພວກເຂົາບໍ່ແມ່ນພຽງແຕ່ການເວົ້າຄຳເວົ້າທີ່ຍົວະເຍົ້າເປັນບາງຄັ້ງຄາວ ແລະ ຄວາມລາມົກຂອງພວກເຂົາກໍບໍ່ໄດ້ແນເປົ້າໃສ່ພຽງແຕ່ບຸກຄົນສະເພາະຈຳນວນໜຶ່ງເທົ່ານັ້ນ, ກົງກັນຂ້າມ ພວກເຂົາມັກປະພຶດແບບນີ້ຢູ່ສະເໝີ, ໂດຍບໍ່ມີຄວາມຮູ້ສຶກລະອາຍໃຈຫຍັງເລີຍ ແລະ ບັນຫາກໍຍັງຄົງບໍ່ໄດ້ຮັບການແກ້ໄຂເຖິງແມ່ນວ່າຄົນອື່ນຈະລັງກຽດ, ເຕືອນສະຕິ ຫຼື ຕັກເຕືອນພວກເຂົາກໍຕາມ, ໂດຍພວກເຂົາຍັງຄົງລາມົກຕໍ່ໄປ ແລະ ຄວາມລາມົກຂອງພວກເຂົາກໍຍິ່ງຮ້າຍແຮງຂຶ້ນເລື້ອຍໆ ແລະ ຖ້າພວກເຈົ້າພົບພໍ້ກັບຄົນແບບນັ້ນ, ແລ້ວພວກເຈົ້າກໍຕ້ອງຫຼີກລ່ຽງພວກເຂົາ. ເປັນຫຍັງພວກເຈົ້າຈຶ່ງຄວນຫຼີກລ່ຽງພວກເຂົາ? ເພາະວ່າຄົນລາມົກບໍ່ມີຄວາມລະອາຍ. ຄົນທີ່ບໍ່ມີຄວາມລະອາຍມີການຢັບຢັ້ງໃນການກະທຳຂອງພວກເຂົາບໍ? ພວກເຂົາສາມາດຢັບຢັ້ງຕົນເອງໄດ້ບໍ? (ບໍ່ໄດ້.) ພວກເຂົາບໍ່ສາມາດຢັບຢັ້ງຕົນເອງໄດ້, ສະນັ້ນ ເຈົ້າຕ້ອງຫຼີກລ່ຽງຄົນແບບນັ້ນ; ຈົ່ງເຮັດໃຫ້ດີທີ່ສຸດເພື່ອຫຼີກລ່ຽງການຄົບຫາສະມາຄົມກັບພວກເຂົາ. ຖ້າວຽກງານຮຽກຮ້ອງໃຫ້ເຈົ້າຕ້ອງຕິດຕໍ່ພົວພັນກັບພວກເຂົາ ແລະ ມັນບໍ່ສາມາດຫຼີກລ່ຽງໄດ້, ແລ້ວກໍຈົ່ງຮັກສາມັນໄວ້ເປັນພຽງເລື່ອງວຽກງານຢ່າງເຂັ້ມງວດ ແຕ່ມັນຈະດີທີ່ສຸດຖ້າມີຄົນອື່ນອີກຫຼາຍຄົນຢູ່ຮ່ວມນຳເມື່ອເຈົ້າມີປະຕິສຳພັນກັບພວກເຂົາ. ຢ່າພົວພັນກັບພວກເຂົາຕາມລຳພັງ ແລະ ຢ່າໃຫ້ໂອກາດພວກເຂົາໄດ້ສວຍໃຊ້. ຈົ່ງເຮັດໃຫ້ດີທີ່ສຸດເພື່ອຫຼີກລ່ຽງການຢູ່ຕາມລຳພັງກັບພວກເຂົາ, ເພື່ອບໍ່ໃຫ້ຕົກຢູ່ໃນການລອງໃຈ ແລະ ບໍ່ໃຫ້ໂອກາດຊາຕານໄດ້ສວຍໃຊ້. ບໍ່ວ່າຈະເປັນພຶດຕິກຳທີ່ລາມົກປະເພດໃດກໍຕາມ, ຕາບໃດທີ່ເຈົ້າເບິ່ງອອກວ່າຄົນແບບນັ້ນບໍ່ມີຄວາມລະອາຍໃນບັນຫາເລື່ອງການປະພຶດລະຫວ່າງບຸກຄົນຂອງພວກເຂົາ, ພວກເຂົາສາມາດຈີບເພດກົງກັນຂ້າມຄົນໃດກໍໄດ້ ແລະ ພວກເຂົາເຖິງກັບລາມົກຈົນສາມາດເວົ້າຕະຫຼົກທີ່ລາມົກຕໍ່ໜ້າຄົນເພດກົງກັນຂ້າມຫຼາຍຄົນ, ໂດຍເວົ້າຄືກັບວ່າມັນເປັນເລື່ອງປົກກະຕິຢ່າງສົມບູນ, ເຮັດໃຫ້ຜູ້ຟັງໜ້າແດງ, ອັບອາຍ ແລະ ບໍ່ສາມາດທົນຟັງໄດ້, ໃນຂະນະທີ່ພວກເຂົາເອງບໍ່ຮູ້ສຶກຫຍັງເລີຍ, ບໍ່ຮັບຮູ້ ແລະ ບໍ່ສົນໃຈ, ແລ້ວກໍຕ້ອງຫຼີກລ່ຽງຄົນແບບນັ້ນ. ພວກເຈົ້າເຂົ້າໃຈບໍ? (ເຂົ້າໃຈແລ້ວ.) ໂດຍສະເພາະເມື່ອມີປະຕິສຳພັນກັບພວກເຂົາຕາມລຳພັງ, ພວກເຂົາສະແດງຄວາມຫ່ວງໃຍ ແລະ ຄວາມເອົາໃຈໃສ່ຕໍ່ເຈົ້າເປັນພິເສດ ແລະ ຍິ່ງໄປກວ່ານັ້ນກໍຄື ພວກເຂົາອົດທົນຕໍ່ຂໍ້ບົກຜ່ອງ ແລະ ຈຸດອ່ອນຂອງເຈົ້າ ແລະ ຈາກນັ້ນກໍຈັບບາຍຮ່າງກາຍຂອງເຈົ້າ ຫຼື ສະແດງອອກພາຍນອກວ່າເປັນສຸພາບຊົນ ແລະ ສຸພາບຮຽບຮ້ອຍ ແຕ່ຄຳເວົ້າຂອງພວກເຂົາມັກຈະແຝງໄປດ້ວຍຄວາມລາມົກຢູ່ສະເໝີ, ຄົນແບບນັ້ນເປັນອັນຕະລາຍຫຼາຍ ແລະ ພວກເຈົ້າຕ້ອງລະວັງພວກເຂົາ. ນອກຈາກນີ້ຍັງມີບາງຄົນທີ່ບໍ່ເຮັດໂອ້ລົມ ຫຼື ສອບຖາມກັບຄົນທີ່ເປັນເພດດຽວກັນ ສຳລັບເລື່ອງທີ່ສາມາດໂອ້ລົມ ຫຼື ສອບຖາມໄດ້ຢ່າງຊັດເຈນ ຫຼື ບໍ່ສາມາດຈັດການກັບຄົນທີ່ເປັນເພດດຽວກັນ ສຳລັບວຽກງານທີ່ສາມາດຈັດການໄດ້, ແຕ່ພັດດື້ດຶງທີ່ຈະຊອກຫາຄົນທີ່ເປັນເພດກົງກັນຂ້າມແທນ. ບໍ່ວ່າພວກເຂົາຈະໝາຍຕາຄົນທີ່ເປັນເພດກົງກັນຂ້າມຄົນໃດກໍຕາມ, ພວກເຂົາກໍຈະຕັ້ງຄຳຖາມອີກຝ່າຍຢູ່ຕະຫຼອດເວລາ, ລົບກວນພວກເຂົາ, ເລີ່ມຕົ້ນການສົນທະນາທີ່ບໍ່ຈຳເປັນ ແລະ ແຕ່ງເລື່ອງຂຶ້ນມາເພື່ອລົບກວນພວກເຂົາ, ຕັ້ງຄຳຖາມທີ່ໄຮ້ປະໂຫຍດເຊິ່ງບໍ່ຈຳເປັນຕ້ອງຖາມ ແລະ ພະຍາຍາມຢ່າງໜັກເພື່ອສ້າງໂອກາດໃນການມີປະຕິສຳພັນແບບຕົວຕໍ່ຕົວກັບຄົນຜູ້ນີ້. ຈຸດປະສົງຂອງພວກເຂົາໃນການຊອກຫາໂອກາດກໍເພື່ອຕອບສະໜອງຄວາມປາຖະໜາຂອງພວກເຂົາເອງ. ບໍ່ວ່າເຈົ້າຈະເປັນຜູ້ຊາຍ ຫຼື ແມ່ຍິງກໍຕາມ, ເຈົ້າຄວນເຮັດແນວໃດເມື່ອພົບພໍ້ກັບຄົນແບບນັ້ນ? (ຢູ່ໃຫ້ຫ່າງຈາກພວກເຂົາ.) ເຈົ້າຄວນຄິດຫາວິທີປະຕິເສດພວກເຂົາ; ອະທິບາຍສິ່ງຕ່າງໆໃຫ້ພວກເຂົາຟັງຢ່າງຊັດເຈນ. ຢ່າພຽງແຕ່ຢູ່ໃຫ້ຫ່າງຈາກພວກເຂົາຢ່າງງຽບໆ ແລະ ຄິດວ່ານັ້ນພຽງພໍແລ້ວ. ຖ້າພວກເຂົາລົບກວນເຈົ້າເປັນບາງຄັ້ງຄາວ, ເຈົ້າອາດບໍ່ສາມາດຕັດສິນໄດ້ວ່າພວກເຂົາກຳລັງປະພຶດຕົວບໍ່ເໝາະສົມ ຫຼື ບໍ່. ແຕ່ຖ້າພວກເຂົາລົບກວນເຈົ້າຊໍ້າແລ້ວຊໍ້າອີກ, ເຈົ້າກໍຕ້ອງອະທິບາຍໃຫ້ພວກເຂົາຟັງຢ່າງຊັດເຈນ. ເຈົ້າຄວນເວົ້າແນວໃດ? ເຈົ້າສາມາດບອກພວກເຂົາວ່າ “ເຈົ້າລົບກວນຂ້ອຍຫຼາຍກວ່າໜຶ່ງ ຫຼື ສອງຄັ້ງແລ້ວ, ເຈົ້າຕ້ອງການຫຍັງກັນແທ້? ເວົ້າໃຫ້ຊັດເຈນແມ! ພວກເຮົາສະໜິດກັນຈົນມີສາຍພົວພັນວຽກງານແບບນັ້ນແທ້ບໍ? ມີຄົນຕັ້ງຫຼາຍທີ່ເຈົ້າສາມາດຖາມໄດ້ ແຕ່ເຈົ້າກໍຍັງດື້ດຶງທີ່ຈະຖາມຂ້ອຍ ແລະ ມາຫາຂ້ອຍ, ພວກເຮົາສະໜິດກັນຂະໜາດນັ້ນແທ້ບໍ? ຢ່າເຮັດແບບນີ້. ຂ້ອຍບໍ່ສົນໃຈ ແລະ ຂ້ອຍບໍ່ມັກຄົບຫາສະມາຄົມກັບຄົນແບບນີ້. ກະລຸນາຢ່າມາລົບກວນຂ້ອຍອີກໃນອະນາຄົດ. ຂ້ອຍບໍ່ມີຄວາມສົນໃຈໃນຕົວເຈົ້າເລີຍ. ຖ້າເຈົ້າຍັງສືບຕໍ່ຄຸກຄາມຂ້ອຍແບບນີ້ອີກໃນອະນາຄົດ, ຂ້ອຍຈະບໍ່ໃຈດີນຳແລ້ວເດີ້!” ຄວນໃຊ້ວິທີການໃດຕໍ່ກັບຄົນແບບນັ້ນ? (ຢູ່ໃຫ້ຫ່າງຈາກພວກເຂົາ ແລະ ປະຕິເສດພວກເຂົາ.) ຖ້າຄົນແບບນັ້ນຍັງຄົງດື້ດຶງເຖິງແມ່ນວ່າຈະຖືກຕັກເຕືອນຫຼາຍຄັ້ງກໍຕາມ, ຄວນຈັດການກັບພວກເຂົາແນວໃດ? ຈາກນັ້ນ ພວກເຂົາກໍຄວນຖືກຈັດການຕາມກົດລະບຽບການປົກຄອງຂອງຄຣິສຕະຈັກ, ໂດຍການແຍກພວກເຂົາອອກ ຫຼື ຄັດພວກເຂົາອອກ. ບາງຄົນເປັນຄົນປະຈົບປະແຈງ, ເຊິ່ງບໍ່ກ້າເຮັດໃຫ້ຄົນອື່ນຂຸ່ນເຄືອງ ແລະ ຢ້ານກົວຄົນລາມົກປະເພດນີ້ຢູ່ພາຍໃນ. ສິ່ງນີ້ສ້າງຄວາມຫຍຸ້ງຍາກ. ພວກເຂົາພຽງແຕ່ສາມາດຖືກຄົນເຫຼົ່ານັ້ນປັ່ນຫົວໄດ້. ຄົນລາມົກແບບນັ້ນຕ້ອງຖືກປະຕິບັດຢ່າງຈິງຈັງ. ທ່າທີຂອງເຈົ້າທີ່ມີຕໍ່ພວກເຂົາຄວນຈະເຢັນຊາກວ່າ ແຕ່ບໍ່ຈຳເປັນຕ້ອງໃຈຮ້າຍ, ພຽງແຕ່ເວົ້າຢ່າງໃຈເຢັນວ່າ “ຢ່າມາຫຼິ້ນເກມແບບເດັກນ້ອຍນີ້ເລີຍ. ຂ້ອຍສາມາດເຫັນໄດ້ຢ່າງຊັດເຈນວ່າເຈົ້າຕ້ອງການຫຍັງ. ການຫຼິ້ນເກມນີ້ກັບຂ້ອຍຈະບໍ່ໄດ້ຜົນດອກ. ຂ້ອຍບໍ່ມັກເຈົ້າ, ສະນັ້ນ ກະລຸນາຢ່າມາລົບກວນຂ້ອຍອີກ! ຖ້າເຈົ້າລົບກວນຂ້ອຍຊໍ້າແລ້ວຊໍ້າອີກ, ຂ້ອຍກໍມີວິທີຈັດການກັບເຈົ້າຫຼາຍຢ່າງ!” ນີ້ບໍ່ແມ່ນການປະຕິເສດພວກເຂົາບໍ? (ແມ່ນແລ້ວ.) ພວກເຈົ້າຈະສາມາດປະຕິເສດພວກເຂົາດ້ວຍວິທີນີ້ໄດ້ບໍ? (ຫຼັງຈາກທີ່ໄດ້ຍິນພຣະທຳຂອງພຣະເຈົ້າແລ້ວ, ພວກເຮົາສາມາດເຮັດໄດ້. ກ່ອນທີ່ພຣະເຈົ້າຈະກ່າວ, ພວກເຮົາຄົງຈະບໍ່ກ້າປະຕິເສດພວກເຂົາແບບນີ້.) ແນ່ນອນ, ນີ້ເປັນພຽງຕົວຢ່າງເທົ່ານັ້ນ. ສະຖານະການແບບນັ້ນບໍ່ໄດ້ຈຳກັດພຽງແຕ່ແມ່ຍິງທີ່ຖືກຜູ້ຊາຍຄຸກຄາມເທົ່ານັ້ນ; ພວກມັນຍັງລວມເຖິງຜູ້ຊາຍທີ່ຖືກແມ່ຍິງຄຸກຄາມອີກດ້ວຍ. ສະຫຼຸບແລ້ວ, ບໍ່ວ່າເຈົ້າຈະເປັນຜູ້ຊາຍ ຫຼື ແມ່ຍິງທີ່ຖືກຄຸກຄາມກໍຕາມ, ຖ້າເຈົ້າສາມາດເຫັນໄດ້ຢ່າງຊັດເຈນວ່າຄົນລາມົກແບບນັ້ນບໍ່ໄດ້ມີປະຕິສຳພັນ, ສົນທະນາແບບເປີດໃຈ ຫຼື ປຶກສາຫາລືກັບເຈົ້າຢ່າງປົກກະຕິແທ້ໆ, ແລ້ວເຈົ້າກໍສາມາດປະຕິເສດພວກເຂົາໄດ້. ເມື່ອມີປະຕິສຳພັນກັບຄົນແບບນັ້ນ, ມັນງ່າຍຫຼາຍທີ່ຈະຮັບຮູ້ເຖິງເຈດຕະນາຂອງພວກເຂົາ ແລະ ເຈົ້າຄວນລະວັງຕົວໄວ້. ເຈົ້າຄວນເວົ້າກັບພວກເຂົາວ່າ “ພວກເຮົາບໍ່ໄດ້ສະໜິດກັນ, ສະນັ້ນ ເຈົ້າຢ່າມາຄຸກຄາມຂ້ອຍດີກວ່າ!” ຖ້າພວກເຂົາຄຸກຄາມເຈົ້າຊໍ້າແລ້ວຊໍ້າອີກ ແລະ ເຈົ້າຍັງຮູ້ສຶກອາຍເກີນໄປທີ່ຈະປະຕິເສດພວກເຂົາ, ໂດຍກັງວົນວ່າເຈົ້າອາດຈະທຳຮ້າຍຄວາມຮູ້ສຶກຂອງພວກເຂົາ, ໂດຍຄິດວ່າໃນຖານະອ້າຍເອື້ອຍນ້ອງ ເຈົ້າຄວນອົດທົນຕໍ່ພວກເຂົາ, ເຈົ້າກໍຄວນເຂົ້າໃຈເຖິງຜົນສະທ້ອນທີ່ຄວາມອົດທົນແບບນັ້ນສາມາດນຳມາໃຫ້ໄດ້. ຖ້າເຈົ້າມັກພວກເຂົາ ແລະ ເຕັມໃຈທີ່ຈະຄົບຫາສະມາຄົມກັບພວກເຂົາ, ນັ້ນກໍຄືເສລີພາບຂອງເຈົ້າ. ແນ່ນອນ, ມັນບໍ່ໂງ່ຈ້າບໍທີ່ຈະເຫັນໃຈ ຫຼື ເຖິງກັບມັກຄົນລາມົກ? ຖ້າພວກເຂົາສາມາດປະພຶດຕົວລາມົກຕໍ່ເຈົ້າໄດ້, ພວກເຂົາກໍສາມາດເຮັດແບບດຽວກັນກັບຄົນອື່ນໄດ້. ການຄົບຫາສະມາຄົມກັບຄົນແບບນັ້ນຄືການຂຸດຂຸມຝັງສົບຂອງຕົນເອງ, ເປັນການຫາຄວາມຕາຍໃສ່ຕົວ. ສະນັ້ນ, ກັບຄົນແບບນັ້ນ ເຈົ້າຄວນປະຕິເສດພວກເຂົາໂດຍກົງ; ເຮັດໃຫ້ສິ່ງຕ່າງໆຊັດເຈນສຳລັບພວກເຂົາ ແລະ ບອກໃຫ້ພວກເຂົາຢູ່ຫ່າງໆ. ນັ້ນບໍ່ແມ່ນເລື່ອງງ່າຍຫຼາຍບໍ? (ແມ່ນແລ້ວ.) ຄົນທີ່ລາມົກຢ່າງແທ້ຈິງໝາຍເຖິງຜູ້ທີ່ຂາດຄວາມລະອາຍໃນຄວາມເປັນມະນຸດຂອງພວກເຂົາ. ແນ່ນອນ, ບໍ່ວ່າຈະເປັນຜູ້ຊາຍ ຫຼື ແມ່ຍິງກໍຕາມ, ຜູ້ຄົນອາດຈະມີການສະແດງອອກທີ່ຜິດປົກກະຕິເລັກໜ້ອຍເປັນບາງຄັ້ງຄາວເມື່ອພົບພໍ້ກັບເພດກົງກັນຂ້າມ. ຕາບໃດທີ່ມັນບໍ່ເປັນນິໄສ, ບໍ່ນຳໄປສູ່ການກະທຳ ຫຼື ຜົນສະທ້ອນ ແລະ ຄົນເຮົາສາມາດແກ້ໄຂມັນໄດ້ເມື່ອພວກເຂົາຮູ້ສຶກວ່າມັນບໍ່ເໝາະສົມຫຼັງຈາກໄລຍະເວລາໜຶ່ງ, ມັນກໍບໍ່ສາມາດຖືກຈັດໝວດໝູ່ເປັນຄວາມລາມົກໄດ້. ການສະແດງອອກທີ່ຜິດປົກກະຕິເລັກໜ້ອຍເຫຼົ່ານີ້ບໍ່ຄວນຖືກເໝົາລວມ. ການເປັນຄົນລາມົກຄືການສະແດງອອກເຖິງການຂາດຄວາມລະອາຍພາຍໃນຄວາມເປັນມະນຸດຂອງຄົນໆໜຶ່ງ. ການສະແດງອອກຫຼັກຂອງຄົນແບບນັ້ນກໍຄື ພວກເຂົາບໍ່ມີຄວາມລະອາຍໃນບັນຫາເລື່ອງການປະພຶດລະຫວ່າງບຸກຄົນຂອງພວກເຂົາ, ພວກເຂົາບໍ່ມີການຢັບຢັ້ງ, ບໍ່ມີການຄວບຄຸມ ແລະ ປ່ອຍຕົວປ່ອຍໃຈເປັນພິເສດ. ສິ່ງນີ້ຖືກຈັດໝວດໝູ່ເປັນການສະແດງອອກເຖິງຄວາມລາມົກພາຍໃນຄວາມເປັນມະນຸດຂອງຄົນໆໜຶ່ງ. ຕອນນີ້, ພວກເຈົ້າຮູ້ວິທີປະຕິບັດ ແລະ ຈັດການກັບຄົນແບບນັ້ນແລ້ວບໍ? (ຮູ້ແລ້ວ.) ນັ້ນຄືທັງໝົດສຳລັບການໂອ້ລົມຂອງພວກເຮົາໃນຫົວຂໍ້ຄວາມລາມົກ.
ຄວາມເລວຊາມ
ພວກເຮົາໂອ້ລົມກ່ຽວກັບການສະແດງອອກອີກຢ່າງໜຶ່ງກັນເທາະ: ຄວາມເລວຊາມ. ນີ້ແມ່ນບັນຫາປະເພດໃດ? (ມັນເປັນບັນຫາຂອງລັກສະນະທີ່ຊົ່ວຊ້າ.) ຄວາມເລວຊາມຈັດຢູ່ໃນລັກສະນະທີ່ຊົ່ວຊ້າ ແລະ ຖືກຈັດຢູ່ໃນໝວດໝູ່ຂອງຄວາມເປັນມະນຸດ. ຄວາມເລວຊາມຂ້ອນຂ້າງຄ້າຍຄືກັບຄວາມຕ່ຳຊ້າບໍ? (ແມ່ນແລ້ວ.) ນີ້ກໍເປັນການສະແດງອອກເຖິງລັກສະນະທີ່ຊົ່ວຊ້າເຊັ່ນກັນ. ຄວາມເລວຊາມໝາຍເຖິງການກະທຳໂດຍບໍ່ປະຕິບັດຕາມກົດລະບຽບ, ໃຊ້ວິທີທີ່ມີເລ່ລ່ຽມ, ບໍ່ພຽງແຕ່ເຮັດສິ່ງຕ່າງໆໂດຍປາສະຈາກຫຼັກການ ຫຼື ຂອບເຂດຂອງສະຕິຮູ້ສຶກຜິດຊອບ ແລະ ສິນທຳເທົ່ານັ້ນ ແຕ່ຍັງເຮັດສິ່ງຕ່າງໆໃນລັກສະນະທີ່ໜ້າລັງກຽດ ແລະ ຕ່ຳຊ້າເປັນພິເສດອີກດ້ວຍ. ການສະແດງອອກຂອງຄວາມເລວຊາມແມ່ນຫຍັງ? ຕົວຢ່າງ: ຄົນທີ່ເລວຊາມເຫັນວ່າຄົນໃດໜຶ່ງໄດ້ຊື້ລົດງາມ ເຊິ່ງພວກເຂົາເອງບໍ່ສາມາດຊື້ໄດ້. ເມື່ອຍ່າງຜ່ານ, ພວກເຂົາກໍທັກທາຍຄົນນັ້ນອອກມາໂດຍເວົ້າວ່າ “ລົດງາມແທ້! ເຈົ້າຕ້ອງລວຍແນ່ນອນ!” ຄຳເວົ້າຂອງພວກເຂົາຟັງເບິ່ງຄືດີ ແຕ່ທັນທີທີ່ເຈົ້າຂອງລົດຍ່າງຈາກໄປ, ພວກເຂົາກໍຖົ່ມນໍ້າລາຍໃສ່ລົດ, ຖຸຍ. ນີ້ບໍ່ແມ່ນການເປັນຄົນເລວຊາມບໍ? (ແມ່ນແລ້ວ.) ການຖົ່ມນໍ້າລາຍເປັນພຶດຕິກຳປະເພດໃດ? (ການເປັນຄົນເລວຊາມ.) ສິ່ງນີ້ເອີ້ນວ່າການເປັນຄົນເລວຊາມ. ຄວາມເລວຊາມຄືຄວາມລັງກຽດ, ສົກກະປົກ ແລະ ຕ່ຳຕ້ອຍເປັນພິເສດ, ມັນຄືການກະທຳທີ່ໜ້າອັບອາຍ, ເຮັດໃຫ້ຄົນອື່ນເຍາະເຍີ້ຍ ແລະ ລັງກຽດເຈົ້າ, ເຮັດໃຫ້ຜູ້ຄົນຮູ້ສຶກວ່າລັກສະນະຂອງເຈົ້າຕ່ຳຕ້ອຍ ແລະ ເຈົ້າໜ້າອັບອາຍ. ຕົວຢ່າງ: ບາງຄົນເຫັນວ່າເພື່ອນບ້ານຂອງພວກເຂົາມີໝາທີ່ດີ ແລະ ຮູ້ສຶກອິດສາໃນໃຈວ່າ: “ຄອບຄົວຂອງພວກເຂົາມີໝາທີ່ດີຂະໜາດນີ້. ເປັນຫຍັງຂ້ອຍຈຶ່ງບໍ່ຊື້ໝາໂຕນັ້ນ?” ສະນັ້ນ ພວກເຂົາຈຶ່ງຊອກຫາວິທີຂ້າໝາໂຕນັ້ນ ແລະ ຫຼັງຈາກນັ້ນ ພວກເຂົາກໍດີໃຈຫຼາຍ. ພວກເຂົາສະຫຼອງທັນທີທີ່ພວກເຂົາກັບຮອດບ້ານ, ເປີດແຊມເປນ ແລະ ກິນລ້ຽງ, ຮູ້ສຶກມີຄວາມສຸກຫຼາຍກວ່າທີ່ພວກເຂົາເຄີຍເປັນມາກ່ອນ. ບອກເຮົາເບິ່ງວ່າ ຄົນຜູ້ນີ້ອຳມະຫິດ ຫຼື ບໍ່? (ພວກເຂົາອຳມະຫິດ.) ນີ້ຄືການເປັນຄົນເລວຊາມ. ຕາບໃດທີ່ຄົນອື່ນມີສິ່ງທີ່ດີເກີດຂຶ້ນ ແລະ ຮູ້ສຶກມີຄວາມສຸກ, ພວກເຂົາກໍເລີ່ມບໍ່ມີຄວາມສຸກ ແລະ ຄິດຫາວິທີທຳລາຍສິ່ງຕ່າງໆສຳລັບພວກເຂົາ. ເມື່ອພວກເຂົາເຫັນຄົນອື່ນປະເຊີນກັບໄພພິບັດ, ພວກເຂົາກໍດີໃຈໃນຄວາມໂຊກຮ້າຍຂອງຄົນເຫຼົ່ານັ້ນ. ຄົນແບບນັ້ນເລວຊາມຫຼາຍ.
ຄວາມຄິດຂອງຄົນເລວຊາມນັ້ນເປັນລົບຫຼາຍ. ຄວາມຄິດເຫຼົ່ານັ້ນເປັນລົບແນວໃດ? ຕົວຢ່າງ: ເມື່ອເຈົ້າໃຫ້ບາງສິ່ງບາງຢ່າງແກ່ຄົນໃດໜຶ່ງ, ພາຍໃຕ້ສະຖານະການປົກກະຕິ, ພວກເຂົາຄວນຮູ້ສຶກຂອບໃຈ ໂດຍເວົ້າວ່າ “ສິ່ງນີ້ຂ້ອນຂ້າງດີເລີຍ. ເຈົ້າເຄີຍມັກມັນຫຼາຍ ແຕ່ຕອນນີ້ເຈົ້າບໍ່ຕ້ອງການມັນອີກແລ້ວ. ເຈົ້າບໍ່ໄດ້ໃຫ້ມັນແກ່ຄົນອື່ນ ແຕ່ໃຫ້ມັນແກ່ຂ້ອຍທັນທີ, ພວກເຮົາເປັນໝູ່ກັນແທ້ໆ!” ໃຜກໍຕາມທີ່ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນກໍຈະຄິດແບບນີ້; ພວກເຂົາຈະຢັ່ງຮູ້ເລື່ອງນີ້ໃນທາງບວກ. ແຕ່ຄວາມຄິດຂອງຄົນເລວຊາມນັ້ນບິດເບືອນ. ພວກເຂົາຈະເວົ້າກັບຕົນເອງວ່າ: “ເຈົ້າໃຫ້ສິ່ງນີ້ແກ່ຂ້ອຍກໍຍ້ອນວ່າເຈົ້າບໍ່ຕ້ອງການມັນອີກແລ້ວ. ຖ້າເຈົ້າຍັງຕ້ອງການມັນຢູ່, ເຈົ້າຈະໃຫ້ມັນແກ່ຂ້ອຍບໍ? ເຈົ້າເກັບສິ່ງທີ່ດີໄວ້ສຳລັບຕົວເຈົ້າເອງ ແລະ ເອົາສິ່ງທີ່ບໍ່ດີໃຫ້ຂ້ອຍ, ໃຜຈະຕ້ອງການມັນ! ເຈົ້າກຳລັງໄລ່ຂ້ອຍໄປໃຫ້ພົ້ນຄືກັບຂໍທານບໍ? ເຈົ້າຄິດວ່າຂ້ອຍບໍ່ຮູ້ບໍວ່າອັນໃດດີ? ເຈົ້າໃຫ້ມັນແກ່ຂ້ອຍ ເພາະເຈົ້າບໍ່ຕ້ອງການມັນອີກແລ້ວ ແລະ ເຈົ້າຍັງຄາດຫວັງໃຫ້ຂ້ອຍຮູ້ບຸນຄຸນອີກ. ເຈົ້າຄິດວ່າຂ້ອຍເປັນຄົນໂງ່ບໍ?” ເຈົ້າເຫັນບໍວ່າ ກັບເລື່ອງງ່າຍໆແບບນີ້ ພວກເຂົາກໍຄິດໃນລັກສະນະທີ່ໜ້າລັງກຽດ, ສົກກະປົກ ແລະ ຕ່ຳຕ້ອຍ. ການໃຫ້ບາງສິ່ງບາງຢ່າງແກ່ພວກເຂົາພັດກາຍເປັນການສ້າງບັນຫາໃຫ້ກັບຕົວເຈົ້າເອງແທນ. ເປັນຫຍັງມັນຈຶ່ງສ້າງບັນຫາ? ເພາະວ່າຄົນທີ່ເຈົ້າໃຫ້ສິ່ງນັ້ນໄປເປັນຄົນເລວຊາມ, ເປັນຄົນທີ່ມີຄວາມຄິດໜ້າລັງກຽດ, ສົກກະປົກ ແລະ ຕ່ຳຊ້າ. ພວກເຂົາຄິດໃນແງ່ລົບກ່ຽວກັບທຸກຄົນ. ເມື່ອພວກເຂົາເບິ່ງຄົນໃດໜຶ່ງ, ພວກເຂົາບໍ່ໄດ້ເບິ່ງພວກເຂົາໂດຍອີງໃສ່ຫຼັກການ ຫຼື ອີງໃສ່ລັກສະນະ ຫຼື ຫຼັກການໃນການປະພຶດຕົນຂອງຄົນນັ້ນ ເຊິ່ງພວກເຂົາຮູ້ຈັກຈາກການໃຊ້ເວລາຮ່ວມກັບພວກເຂົາຫຼາຍປີ. ກົງກັນຂ້າມ, ພວກເຂົາເບິ່ງຄົນອື່ນໂດຍອີງໃສ່ຄວາມຄິດ ແລະ ມຸມມອງທີ່ສຸດໂຕ່ງ ແລະ ດື້ດ້ານຂອງພວກເຂົາເອງ. ຄົນແບບນັ້ນເລວຊາມຫຼາຍ. ຖ້າເຈົ້າບໍ່ຄົບຫາສະມາຄົມກັບພວກເຂົາ ຫຼື ບໍ່ໃຫ້ຫຍັງແກ່ພວກເຂົາ, ສິ່ງຕ່າງໆກໍຈະຍັງຄົງສະຫງົບສຸກ. ແຕ່ຖ້າເຈົ້າຄົບຫາສະມາຄົມກັບພວກເຂົາ ແລະ ຊ່ວຍເຫຼືອພວກເຂົາຢ່າງແທ້ຈິງ, ເຈົ້າມັກລົງເອີຍດ້ວຍການຖືກພວກເຂົາຕັດສິນ ແລະ ວິພາກວິຈານ. ເມື່ອພວກເຂົາເຫັນເຈົ້າໃຊ້ສິ່ງທີ່ດີ, ພວກເຂົາກໍຕ້ອງການສິ່ງນັ້ນຢູ່ສະເໝີ. ຖ້າເຈົ້າບໍ່ໃຫ້ມັນແກ່ພວກເຂົາ, ພວກເຂົາກໍຈະຄິດວ່າເຈົ້າຂີ້ຖີ່ ແລະ ຂີ້ໜຽວ. ຄົນແບບນັ້ນສ້າງຄວາມຫຍຸ້ງຍາກຫຼາຍ ແລະ ມັນຍາກຫຼາຍທີ່ຈະເຂົ້າກັບພວກເຂົາໄດ້. ພວກເຂົາອາດຈະບໍ່ເວົ້າຫຍັງອອກມາຢ່າງເປີດເຜີຍ ແຕ່ເລິກໆແລ້ວ, ພວກເຂົາແຂ່ງຂັນກັບເຈົ້າຢ່າງລັບໆຢູ່ສະເໝີ, ເກີດຄວາມຄິດທີ່ບໍ່ດີກ່ຽວກັບເຈົ້າໃນຫົວໃຈຂອງພວກເຂົາ. ເວົ້າງ່າຍໆກໍຄື ຄົນແບບນັ້ນມີຫົວໃຈທີ່ສົກກະປົກ ແລະ ຄວາມຄິດທີ່ສົກກະປົກ. ເຮົາຄິດວ່າຄຳວ່າ “ສົກກະປົກ” ແມ່ນເໝາະສົມຫຼາຍທີ່ຈະອະທິບາຍເຖິງຄວາມຄິດ ແລະ ຫົວໃຈຂອງຄົນໆໜຶ່ງວ່າເປິເປື້ອນ, ມັນໝາຍຄວາມວ່າພວກເຂົາບໍ່ສະອາດ, ບໍ່ເປັນບວກ ແລະ ບໍ່ມີເມດຕາ. ບໍ່ວ່າບາງສິ່ງຈະເປັນບວກສໍ່າໃດກໍຕາມ, ເມື່ອພວກເຂົາເວົ້າເຖິງມັນ, ມັນກໍກັບກາຍເປັນສິ່ງທີ່ເປັນລົບ. ບໍ່ວ່າເຈົ້າຈະເຮັດສິ່ງທີ່ດີໃຫ້ພວກເຂົາຫຼາຍສໍ່າໃດກໍຕາມ, ພວກເຂົາບໍ່ພຽງແຕ່ບໍ່ເຫັນຄຸນຄ່າມັນເທົ່ານັ້ນ ແຕ່ພວກເຂົາຍັງດູຖູກເຈົ້າ ແລະ ໃສ່ຮ້າຍເຈົ້າ ໂດຍເວົ້າວ່າເຈົ້າມີເຈດຕະນາທີ່ບໍ່ດີ. ຖ້າເຈົ້າໃຫ້ຜົນປະໂຫຍດບາງຢ່າງແກ່ພວກເຂົາ, ພວກເຂົາກໍຈະຄິດວ່າເຈົ້າກຳລັງພະຍາຍາມສະແຫວງຫາປະໂຫຍດຈາກພວກເຂົາ ຫຼື ບໍ່. ຖ້າເຈົ້າເສີຍເມີຍຕໍ່ພວກເຂົາ, ພວກເຂົາກໍຈະຄິດວ່າຍ້ອນເຈົ້າຮັ່ງມີ ແລະ ມີອຳນາດ, ເຈົ້າຈຶ່ງດູຖູກຄົນທຸກຍາກ. ພວກເຂົາຈະຮູ້ສຶກວ່າເຈົ້າຂາດນໍ້າໃຈ, ບໍ່ຮູ້ວິທີເຂົ້າກັບຜູ້ຄົນ ແລະ ບໍ່ສາມາດຄຳນຶງເຖິງຄວາມຮູ້ສຶກຂອງຄົນອື່ນ. ຖ້າເຈົ້າເອົາຕົວອອກຫ່າງຈາກພວກເຂົາ, ມັນກໍບໍ່ໄດ້ຊ່ວຍໃຫ້ຫຍັງດີຂຶ້ນ, ພວກເຂົາຍັງຈະມີບາງຢ່າງໃຫ້ເວົ້າກ່ຽວກັບເລື່ອງນີ້. ຄົນແບບນັ້ນສ້າງຄວາມຫຍຸ້ງຍາກຫຼາຍ. ບໍ່ວ່າເຈົ້າຈະຄົບຫາສະມາຄົມກັບພວກເຂົາແນວໃດກໍຕາມ, ເຈົ້າກໍບໍ່ມີທາງເຮັດໃຫ້ພວກເຂົາພໍໃຈໄດ້. ເຈົ້າບໍ່ຮູ້ວ່າພວກເຂົາຈະຄິດແນວໃດ ແລະ ເຈົ້າບໍ່ຮູ້ວ່າຈະເກີດບັນຫາຫຍັງຈາກສິ່ງທີ່ເຈົ້າເຮັດດ້ວຍເຈດຕະນາດີ. ສະນັ້ນ ຈຶ່ງມີພຽງວິທີດຽວທີ່ຈະຮັບມືກັບຄົນແບບນັ້ນ ນັ້ນກໍຄື ຢູ່ໃຫ້ຫ່າງ ແລະ ບໍ່ຕ້ອງໄປຫຍຸ້ງກັບພວກເຂົາ. ເມື່ອເລືອກຄົບໝູ່, ຢ່າເລືອກຄົນແບບນັ້ນ, ເພາະວ່າພວກເຂົາເລວຊາມເກີນໄປ; ການຄົບຫາສະມາຄົມກັບພວກເຂົາຈະນຳບັນຫາໃຫຍ່ ແລະ ຄວາມທຸກໃຈຢ່າງໃຫຍ່ຫຼວງມາສູ່ເຈົ້າ ແລະ ຄວາມທຸກໃຈ ແລະ ບັນຫາທັງໝົດນີ້ກໍບໍ່ຈຳເປັນເລີຍ. ຄົນເລວຊາມມີຄວາມມີເຫດຜົນບໍ? (ບໍ່ມີ.) ການເວົ້າວ່າພວກເຂົາບໍ່ມີຄວາມມີເຫດຜົນນັ້ນໝາຍຄວາມວ່າແນວໃດ? (ພວກເຂົາບໍ່ມີສະຕິຮູ້ສຶກຜິດຊອບ ຫຼື ເຫດຜົນ ແລະ ບໍ່ມີຂອບເຂດທາງດ້ານສິນທຳ.) ລາຍລະອຽດຂອງເລື່ອງນີ້ແມ່ນຫຍັງ? (ພວກເຂົາບໍ່ມີຄວາມຄິດຂອງຄົນປົກກະຕິ.) ການບໍ່ມີຄວາມຄິດຂອງຄົນປົກກະຕິແມ່ນດ້ານໜຶ່ງ. ບອກເຮົາເບິ່ງວ່າ ຄົນແບບນັ້ນມີຄວາມຮູ້ສຶກລະອາຍໃຈບໍ? (ບໍ່ມີ.) ພວກເຂົາບໍ່ມີຄວາມຮູ້ສຶກລະອາຍໃຈ, ບໍ່ມີຄວາມຄິດຂອງຄວາມເປັນມະນຸດທີ່ປົກກະຕິ ແລະ ເວົ້າແຕ່ເຫດຜົນທີ່ບິດເບືອນ ແລະ ຜິດພ້ຽນ. ການໃຊ້ເຫດຜົນຂອງພວກເຂົາແມ່ນແນໃສ່ເພື່ອປົກປ້ອງຜົນປະໂຫຍດຂອງພວກເຂົາເອງ, ມັນລ້ວນແຕ່ເປັນເຫດຜົນທີ່ບິດເບືອນ. ຖ້າເຈົ້າໃຫ້ບາງຢ່າງແກ່ພວກເຂົາ, ພວກເຂົາກໍເວົ້າວ່າເຈົ້າດູຖູກພວກເຂົາ ແລະ ໃຫ້ແຕ່ສິ່ງທີ່ເຈົ້າບໍ່ຕ້ອງການແກ່ພວກເຂົາ. ຖ້າເຈົ້າບໍ່ໃຫ້ຫຍັງແກ່ພວກເຂົາ, ພວກເຂົາກໍເວົ້າວ່າເຈົ້າຂີ້ໜຽວເກີນໄປ. ຄຳເວົ້າແບບນັ້ນບໍ່ແມ່ນການໃຊ້ເຫດຜົນທີ່ບິດເບືອນບໍ? (ແມ່ນແລ້ວ.) ພວກເຂົາບໍ່ສາມາດຢັ່ງຮູ້ສິ່ງຕ່າງໆໄດ້ຢ່າງຖືກຕ້ອງເລີຍ ແລະ ຄິດໃນແງ່ລົບຫຼາຍ, ນີ້ຄືການໃຊ້ເຫດຜົນທີ່ບິດເບືອນ. ຜູ້ບໍ່ມີຄວາມເຊື່ອມັກຈະເວົ້າວ່າ ຜູ້ຄົນຕ້ອງປະພຶດຕົນຢ່າງສົມເຫດສົມຜົນ, ຖ້າຄົນໃດໜຶ່ງບໍ່ມີເຫດຜົນ ແລະ ເວົ້າເຖິງແຕ່ການໃຊ້ເຫດຜົນທີ່ບິດເບືອນ, ພວກເຂົາກໍບໍ່ແມ່ນຄົນດີຫຍັງ. ຖ້າຄົນໃດໜຶ່ງໃຫ້ບາງຢ່າງແກ່ເຈົ້າ, ມັນກໍໝາຍຄວາມວ່າພວກເຂົາມີຄວາມນັບຖືໃນລະດັບໜຶ່ງຕໍ່ເຈົ້າ; ຖ້າພວກເຂົາບໍ່ໃຫ້ມັນແກ່ເຈົ້າ, ນັ້ນກໍເປັນເລື່ອງຊອບທຳເຊັ່ນກັນ, ພວກເຂົາອາດຈະໃຫ້ຊັບສິນຂອງພວກເຂົາເອງແກ່ໃຜກໍໄດ້ຕາມທີ່ພວກເຂົາຕ້ອງການ. ຖ້າເຈົ້າຍັງຈັບຜິດເມື່ອພວກເຂົາໃຫ້ມັນແກ່ເຈົ້າ ແຕ່ເອີ້ນພວກເຂົາວ່າຂີ້ໜຽວຖ້າພວກເຂົາບໍ່ໃຫ້, ນີ້ບໍ່ແມ່ນການເປັນຄົນທີ່ບໍ່ມີເຫດຜົນເລີຍບໍ? ຄົນທີ່ໃຊ້ເຫດຜົນທີ່ບິດເບືອນແບບນີ້ບໍ່ແມ່ນຄົນເລວຊາມບໍ? (ແມ່ນແລ້ວ.) ພວກເຂົາເລວຊາມທີ່ສຸດ! ຄົນເລວຊາມນັ້ນບໍ່ມີເຫດຜົນເລີຍ, ສະນັ້ນ ຈຶ່ງບໍ່ສາມາດເວົ້າເຫດຜົນກັບພວກເຂົາໄດ້ເລີຍ. ການກະທຳຕາມສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ ຫຼື ອີງໃສ່ຫຼັກການຄວາມຈິງ ແມ່ນໃຊ້ກັບພວກເຂົາບໍ່ໄດ້ເລີຍ. ຄວາມເລວຊາມຂ້ອນຂ້າງຄ້າຍຄືກັບຄວາມຕ່ຳຊ້າ ແມ່ນບໍ? (ແມ່ນແລ້ວ.) ຕົວຢ່າງ: ບາງຄົນໃຊ້ເງິນເພື່ອຊື້ບາງສິ່ງບາງຢ່າງ ແລະ ຮູ້ສຶກສະເໝີວ່າມັນບໍ່ຄຸ້ມຄ່າກັບລາຄາ, ຄືກັບວ່າພວກເຂົາເສຍປຽບ. ຈາກນັ້ນ ພວກເຂົາກໍຄຸ່ນຄິດວ່າ “ເຈົ້າເອົາປຽບຂ້ອຍ, ສະນັ້ນ ຂ້ອຍຈຶ່ງຕ້ອງຊອກຫາວິທີທີ່ຈະເຮັດໃຫ້ເຈົ້າເສຍປຽບ, ມີພຽງແຕ່ວິທີນີ້ເທົ່ານັ້ນ ຂ້ອຍຈຶ່ງຈະຮູ້ສຶກສົມດຸນຢູ່ພາຍໃນ”. ຄົນແບບນີ້ທີ່ໜ້າລັງກຽດ ແລະ ເລວຊາມມັກຈະຄຸ່ນຄິດຫາວິທີເອົາປຽບຄົນອື່ນສະເໝີ. ຖ້າພວກເຂົາຮູ້ສຶກວ່າພວກເຂົາເສຍປຽບ, ພວກເຂົາກໍຈະສ້າງຄວາມຫຍຸ້ງຍາກໃຫ້ກັບຄົນອື່ນ; ພວກເຂົາຕ້ອງການໃຫ້ແນ່ໃຈສະເໝີວ່າພວກເຂົາຈະບໍ່ເສຍປຽບ ແລະ ມີພຽງແຕ່ວິທີນີ້ເທົ່ານັ້ນ ພວກເຂົາຈຶ່ງຈະຮູ້ສຶກພໍໃຈ. ຖ້າພວກເຂົາເອົາປຽບຄົນອື່ນ, ພວກເຂົາກໍສະຫຼອງ ແລະ ມີຄວາມສຸກຫຼາຍຈົນຕື່ນຂຶ້ນມາຫົວເລາະຈາກຄວາມຝັນຂອງພວກເຂົາ. ຈຳນວນເງິນທີ່ເຈົ້າໃຊ້ຈ່າຍສຳລັບບາງຢ່າງແມ່ນທາງເລືອກຂອງເຈົ້າເອງ, ບໍ່ມີໃຜບັງຄັບໃຫ້ເຈົ້າເອົາເງິນຂອງເຈົ້າໃຫ້ພວກເຂົາ. ຍ້ອນເຈົ້າຊື້ມັນດ້ວຍຄວາມເຕັມໃຈ, ເປັນຫຍັງເຈົ້າຈຶ່ງຍັງຄຽດແຄ້ນ ແລະ ຍັງພະຍາຍາມເອົາປຽບຄົນອື່ນ ແລະ ຫຼີກລ່ຽງການເສຍປຽບ? ຄົນແບບນັ້ນບໍ່ເລວຊາມຫຼາຍບໍ? (ແມ່ນແລ້ວ.) ເມື່ອພວກເຂົາໄປຫ້າງຊັບພະສິນຄ້າເພື່ອຊື້ເຄື່ອງ ແລະ ຮູ້ສຶກວ່າພວກມັນແພງເກີນໄປ, ເພື່ອຫຼີກລ່ຽງບໍ່ໃຫ້ເສຍປຽບ, ພວກເຂົາກໍຈະເອົາຖົງຢາງເພີ່ມອີກສອງສາມຖົງ. ຖ້າບັງເອີນເປັນຊ່ວງປີໃໝ່ ຫຼື ວັນພັກ ແລະ ຫ້າງຊັບພະສິນຄ້າກຳລັງແຈກປະຕິທິນ, ພວກເຂົາກໍຕ້ອງເອົາເພີ່ມອີກຫຼາຍໆອັນ ແລະ ມີພຽງແຕ່ວິທີນີ້ເທົ່ານັ້ນ ພວກເຂົາຈຶ່ງຈະຮູ້ສຶກພໍໃຈ. ເມື່ອພວກເຂົາເອົາປຽບຄົນອື່ນ, ພວກເຂົາກໍຮູ້ສຶກຍິນດີ ແລະ ເຖິງກັບອວດອ້າງໄປທົ່ວວ່າພວກເຂົາມີຄວາມສາມາດ ແລະ ມີທັກສະຫຼາຍສໍ່າໃດ. ບອກເຮົາເບິ່ງວ່າ ຄົນແບບນັ້ນມີຊຸດຄວາມຄິດປະເພດໃດ? ບໍ່ວ່າມັນເປັນຫຍັງກໍຕາມ, ພວກເຂົາວັດແທກສິ່ງຕ່າງໆໂດຍອີງໃສ່ວ່າພວກເຂົາສາມາດເອົາປຽບ ແລະ ຫຼີກລ່ຽງບໍ່ໃຫ້ເສຍປຽບຢູ່ສະເໝີ ຫຼື ບໍ່. ພຽງແຕ່ຄວາມຄິດ ແລະ ມຸມມອງແບບນີ້ກໍເລວຊາມ ແລະ ໜ້າລັງກຽດຫຼາຍແລ້ວ. ແນ່ນອນ, ມັນຍັງມີດ້ານທີ່ມັກຂົ່ມເຫັງໃນເລື່ອງນີ້ ພ້ອມທັງດ້ານທີ່ຊົ່ວຮ້າຍອີກດ້ວຍ. ຄົນແບບນັ້ນຮັບມືໄດ້ຍາກ ແລະ ຈຸກຈິກ. ຂໍ້ບົກຜ່ອງຫຼາຍຢ່າງຂອງຄວາມເປັນມະນຸດຖືກສະແດງອອກໃນຕົວຄົນແບບນັ້ນ, ວິທີການຄິດຂອງພວກເຂົາ, ຈາກມຸມມອງຂອງຄວາມເປັນມະນຸດ, ບໍ່ສອດຄ່ອງກັບສາມັນສຳນຶກ ຫຼື ກົດລະບຽບຂອງພຶດຕິກຳໃດໆເລີຍ ແລະ ຕົກຢູ່ຕໍ່າກວ່າເສັ້ນຕໍ່າສຸດທາງດ້ານສິນທຳຂອງຄວາມເປັນມະນຸດທີ່ປົກກະຕິ; ແນ່ນອນ, ວິທີການຄິດເຫຼົ່ານັ້ນກໍບໍ່ສອດຄ່ອງກັບສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງຄວາມເປັນມະນຸດເຊັ່ນກັນ. ພວກເຂົາບິດເບືອນຫຼາຍ, ຕ່ຳຊ້າຫຼາຍ ແລະ ຍັງມັກຂົ່ມເຫັງຫຼາຍອີກດ້ວຍ. ໃນກຸ່ມຄົນເຮົາມັກຈະເຫັນຄົນແບບນັ້ນເລື້ອຍໆ ແມ່ນບໍ? (ແມ່ນແລ້ວ.) ຄົນເລວຊາມມີລັກສະນະທີ່ຊົ່ວຊ້າ ແລະ ຮັບມືໄດ້ຍາກຫຼາຍ. ຕາບໃດທີ່ບາງຢ່າງກ່ຽວຂ້ອງກັບຜົນປະໂຫຍດຂອງພວກເຂົາ, ບໍ່ວ່າມັນຈະກ່ຽວຂ້ອງກັບຜົນປະໂຫຍດທາງດ້ານວັດຖຸ ຫຼື ໜ້າຕາ ແລະ ສະຖານະຂອງພວກເຂົາກໍຕາມ, ການປະພຶດຂອງພວກເຂົາໃນເລື່ອງນີ້ກໍຈະຖືກເປີດເຜີຍ; ມັນຈະຖືກສະແດງອອກຢ່າງຊັດເຈນເປັນພິເສດ. ພວກເຂົາຈະເລີ່ມເວົ້າເຖິງການໃຊ້ເຫດຜົນທີ່ບິດເບືອນ ແລະ ຜິດພ້ຽນ, ກາຍເປັນຄົນທີ່ບໍ່ມີເຫດຜົນຢ່າງສິ້ນເຊີງ. ເອົາລະ, ນັ້ນຄືທັງໝົດສຳລັບການສົນທະນາຂອງພວກເຮົາກ່ຽວກັບຄົນເລວຊາມ.
ຄວາມເຫັນແກ່ຕົວ
ການສະແດງອອກອີກຢ່າງໜຶ່ງກໍຄື ຄວາມເຫັນແກ່ຕົວ. ຄວາມເຫັນແກ່ຕົວເປັນສິ່ງທີ່ດີບໍ? (ບໍ່.) ແລ້ວກ່ອນອື່ນ ບອກເຮົາເບິ່ງວ່າ ຄວາມເຫັນແກ່ຕົວເປັນສິ່ງທີ່ຕິດໂຕມາແຕ່ເກີດບໍ? (ບໍ່.) ຄວາມເຫັນແກ່ຕົວບໍ່ໄດ້ຕິດໂຕມາແຕ່ເກີດ, ແລ້ວມັນເປັນບັນຫາປະເພດໃດ? (ຂໍ້ບົກຜ່ອງຂອງຄວາມເປັນມະນຸດ.) (ຂ້ານ້ອຍຄິດວ່າມັນເປັນບັນຫາຂອງລັກສະນະ). ຄວາມເຫັນແກ່ຕົວຄວນຖືກຈັດໝວດໝູ່ໂດຍອີງໃສ່ສະຖານະການ. ບາງກໍລະນີຂອງຄວາມເຫັນແກ່ຕົວເປັນການສະແດງອອກເຖິງສັນຊາດຕະຍານຂອງມະນຸດ; ພວກມັນເປັນສັນຊາດຕະຍານຂອງມະນຸດປະເພດໜຶ່ງ, ເປັນສິດທີ່ຜູ້ຄົນຄວນມີ, ເປັນສິດໃນການປົກປ້ອງຜົນປະໂຫຍດຂອງຕົນເອງ. ຖ້າສິ່ງນີ້ເປັນການສະແດງອອກເຖິງສັນຊາດຕະຍານຂອງມະນຸດ, ແລ້ວມັນກໍເປັນສິ່ງທີ່ຜູ້ຄົນຄວນມີ. ຄວາມເຫັນແກ່ຕົວປະເພດນີ້ເປັນການສະແດງອອກເຖິງການປົກປ້ອງສິດທິມະນຸດຂອງຕົນເອງ ແລະ ການປົກປ້ອງສິດ ແລະ ຜົນປະໂຫຍດທີ່ຊອບທຳໂດຍກົດໝາຍຂອງຕົນເອງ. ຄວາມເຫັນແກ່ຕົວປະເພດນີ້ແມ່ນສົມເຫດສົມຜົນ; ມັນບໍ່ແມ່ນຂໍ້ບົກຜ່ອງຂອງຄວາມເປັນມະນຸດ. ເຖິງຢ່າງໃດກໍຕາມ, ຍັງມີການສະແດງອອກອີກປະເພດໜຶ່ງທີ່ຮ້າຍແຮງກວ່າຄວາມເຫັນແກ່ຕົວປະເພດນີ້, ມັນກ່ຽວຂ້ອງກັບການທຳຮ້າຍຜົນປະໂຫຍດຂອງຄົນອື່ນ ແລະ ສິ່ງນີ້ຄືຂໍ້ບົກຜ່ອງຂອງຄວາມເປັນມະນຸດ; ມັນໄດ້ຍົກລະດັບກາຍເປັນບັນຫາຂອງລັກສະນະ. ບັນຫາເຫຼົ່ານີ້ຕ້ອງໄດ້ຮັບການແຍກແຍະ: ການສະແດງອອກໃດຂອງຄວາມເຫັນແກ່ຕົວທີ່ສົມເຫດສົມຜົນ, ການສະແດງອອກໃດຂອງຄວາມເຫັນແກ່ຕົວທີ່ເປັນຂໍ້ບົກຜ່ອງຂອງຄວາມເປັນມະນຸດ ແລະ ການສະແດງອອກໃດຂອງຄວາມເຫັນແກ່ຕົວທີ່ກ່ຽວຂ້ອງກັບບັນຫາຂອງລັກສະນະ. ຖ້າສາມາດເຫັນບັນຫາເຫຼົ່ານີ້ໄດ້ຢ່າງຊັດເຈນ, ແລ້ວຄົນເຮົາກໍຈະຮູ້ວິທີປະຕິບັດໃຫ້ສອດຄ່ອງກັບຫຼັກການ. ຕົວຢ່າງ: ຜູ້ຄົນຕ້ອງການເບິ່ງແຍງຊີວິດຂອງພວກເຂົາເອງໃຫ້ດີ, ປະຕິບັດຄວາມຮັບຜິດຊອບ ແລະ ພັນທະຂອງພວກເຂົາໃຫ້ສຳເລັດຢ່າງສົມບູນ ແລະ ຈັດການຕົນເອງໃຫ້ດີໂດຍບໍ່ສົນໃຈຄົນອື່ນ, ພຽງແຕ່ຈັດການຕົນເອງໃຫ້ດີໃນຂະນະທີ່ບໍ່ລະເມີດຜົນປະໂຫຍດຂອງຄົນອື່ນ, ຈາກມຸມມອງຂອງຄວາມເປັນມະນຸດ, ສິ່ງນີ້ກໍເປັນຄວາມເຫັນແກ່ຕົວປະເພດໜຶ່ງເຊັ່ນກັນ ແມ່ນບໍ? ເຖິງຢ່າງໃດກໍຕາມ, ຈາກອີກມຸມມອງໜຶ່ງ, ສິ່ງນີ້ກໍເປັນປະຕິກິລິຍາທາງສັນຊາດຕະຍານທີ່ຜູ້ຄົນມີເຊັ່ນກັນ. ແນ່ນອນ, ມັນຍັງເປັນສິດທີ່ຕິດໂຕມາແຕ່ເກີດທີ່ພຣະເຈົ້າປະທານໃຫ້ແກ່ຜູ້ຄົນອີກດ້ວຍ, ນັ້ນກໍຄື ເຈົ້າມີສິດທີ່ຈະເບິ່ງແຍງຕົນເອງກ່ອນໂດຍບໍ່ສົນໃຈຄົນອື່ນ. ໂດຍການຮັກສາຊີວິດມະນຸດຂອງເຈົ້າເອງ, ເຈົ້າກຳລັງຮັກສາຄວາມຢູ່ລອດຂອງເຈົ້າເອງ. ສິ່ງນີ້ແມ່ນສົມເຫດສົມຜົນ. ແນ່ນອນ, ຈາກມຸມມອງຂອງຄວາມເປັນມະນຸດ, ການສົນໃຈແຕ່ຕົນເອງ ແລະ ບໍ່ສົນໃຈຄົນອື່ນກໍເປັນການສະແດງອອກເຖິງຄວາມເຫັນແກ່ຕົວເຊັ່ນກັນ. ເຖິງຢ່າງໃດກໍຕາມ, ຄວາມເຫັນແກ່ຕົວປະເພດນີ້ເປັນການສະແດງອອກທີ່ປົກກະຕິຂອງຄວາມເປັນມະນຸດ ແລະ ເປັນສິ່ງທີ່ສົມເຫດສົມຜົນ. ເຖິງແມ່ນວ່າຈາກມຸມມອງຂອງມະນຸດ, ມັນຈະຖືກເບິ່ງວ່າເປັນຂໍ້ບົກຜ່ອງຂອງຄວາມເປັນມະນຸດ ແຕ່ໃນຄວາມເປັນຈິງແລ້ວ ມັນບໍ່ແມ່ນຂໍ້ບົກຜ່ອງຂອງຄວາມເປັນມະນຸດ. ການສົນໃຈແຕ່ຕົວເຈົ້າເອງ, ການກິນອີ່ມ ແລະ ນຸ່ງອຸ່ນ, ການເຮັດວຽກຂອງເຈົ້າໃຫ້ດີ, ການປະຕິບັດພັນທະຂອງເຈົ້າໃຫ້ສຳເລັດ ແລະ ນັ້ນຄືທັງໝົດ, ໂດຍບໍ່ສາມາດເບິ່ງແຍງຄົນອື່ນ ຫຼື ຕ້ອງການເບິ່ງແຍງຄົນອື່ນ, ເປັນສິດທີ່ເຈົ້າມີ ແລະ ມັນຍັງເປັນສັນຊາດຕະຍານທີ່ພຣະເຈົ້າປະທານໃຫ້ແກ່ເຈົ້າອີກດ້ວຍ. ຈາກມຸມມອງຂອງເງື່ອນໄຂທີ່ຕິດໂຕມາແຕ່ເກີດ, ຖ້າຄົນໃດໜຶ່ງບໍ່ຮູ້ແມ່ນແຕ່ການເບິ່ງແຍງຕົນເອງ, ຖ້າພວກເຂົາຂາດສັນຊາດຕະຍານທີ່ຕິດໂຕມາແຕ່ເກີດນີ້, ແລ້ວພວກເຂົາກໍບໍ່ບັນລຸມາດຕະຖານຂອງການເປັນຜູ້ໃຫຍ່. ຄວາມເຫັນແກ່ຕົວປະເພດນີ້ເປັນປະຕິກິລິຍາຕາມສັນຊາດຕະຍານທີ່ຜູ້ຄົນມີ. ເຖິງແມ່ນວ່າພວກເຂົາສົນໃຈແຕ່ຕົນເອງ, ພຽງແຕ່ປົກປ້ອງແຕ່ສິດ ແລະ ຜົນປະໂຫຍດຂອງພວກເຂົາເອງ, ພຽງແຕ່ເບິ່ງແຍງແຕ່ສິ່ງຈຳເປັນພື້ນຖານສຳລັບການດຳລົງຊີວິດຂອງພວກເຂົາເອງ ພ້ອມທັງເລື່ອງຕ່າງໆທີ່ຢູ່ໃນຂອບເຂດຊີວິດ ແລະ ວຽກງານຂອງພວກເຂົາເອງກໍຕາມ, ຕາບໃດທີ່ພວກເຂົາບໍ່ລະເມີດຜົນປະໂຫຍດຂອງຄົນອື່ນ, ຄວາມເຫັນແກ່ຕົວປະເພດນີ້ກໍຈະບໍ່ຖືກຕັດສິນລົງໂທດ. ຄວາມເຫັນແກ່ຕົວປະເພດທີ່ຍົກລະດັບໄປສູ່ລະດັບຂອງລັກສະນະທີ່ຊົ່ວຊ້າຢ່າງແທ້ຈິງ, ນອກເໜືອຈາກການສົນໃຈແຕ່ຕົນເອງແລ້ວ, ຍັງກ່ຽວຂ້ອງກັບການລ່ວງລໍ້າ ຫຼື ການທຳຮ້າຍຜົນປະໂຫຍດ ແລະ ສິດຂອງຄົນອື່ນ, ການລະເມີດສິດທິມະນຸດຂອງຄົນອື່ນ. ນີ້ຄືຄວາມເຫັນແກ່ຕົວທີ່ແທ້ຈິງ ແລະ ນີ້ຄືບັນຫາຂອງລັກສະນະທີ່ຊົ່ວຊ້າ. ຖ້າເພື່ອປົກປ້ອງຜົນປະໂຫຍດ, ຊື່ສຽງ, ສະຖານະ ແລະ ໜ້າຕາຂອງເຈົ້າເອງ, ເຈົ້າເຮັດທຸກວິຖີທາງເພື່ອຍຶດ ຫຼື ບັງຄັບເອົາຜົນປະໂຫຍດຂອງຄົນອື່ນ, ໂດຍເອົາຜົນປະໂຫຍດຂອງຄົນອື່ນມາເປັນຂອງຕົນເອງ, ພຽງແຕ່ຄຳນຶງເຖິງແຕ່ຕົນເອງ ແລະ ບໍ່ຄຳນຶງເຖິງຄົນອື່ນ, ເຖິງຂັ້ນເຮັດໃຫ້ຄົນອື່ນບໍ່ມີທາງລອດ, ຄວາມເຫັນແກ່ຕົວປະເພດນີ້ບົ່ງບອກເຖິງລັກສະນະທີ່ຊົ່ວຊ້າ. ຕົວຢ່າງ: ໃນຕອນກາງຄືນ, ເມື່ອທຸກຄົນນອນຫຼັບໝົດແລ້ວ, ເຈົ້າຮູ້ສຶກຕື່ນເຕັ້ນ ແລະ ບໍ່ສາມາດນອນຫຼັບໄດ້, ສະນັ້ນ ເຈົ້າຈຶ່ງຢາກຮ້ອງເພງ. ເມື່ອເຈົ້າເພີດເພີນໄປກັບມັນ, ເຈົ້າກໍເລີ່ມຮ້ອງເພງສຽງດັງ, ເຖິງຂັ້ນເປີດເພງ ແລະ ເຕັ້ນໄປພ້ອມກັບຮ້ອງເພງ. ອາລົມຂອງເຈົ້າເອງດີຂຶ້ນ ແລະ ເຈົ້າຮູ້ສຶກມີຄວາມສຸກ ແຕ່ເຈົ້າເຮັດໃຫ້ຄົນອື່ນຕື່ນ, ເຮັດໃຫ້ພວກເຂົາບໍ່ສາມາດນອນຫຼັບໄດ້. ສິ່ງນີ້ເອີ້ນວ່າຫຍັງ? (ຄວາມເຫັນແກ່ຕົວ.) ພຶດຕິກຳປະເພດນີ້ເອີ້ນວ່າຄວາມເຫັນແກ່ຕົວ. ພຶດຕິກຳນີ້ບົ່ງບອກເຖິງລັກສະນະທີ່ຊົ່ວຊ້າບໍ? (ແມ່ນແລ້ວ.) ເປັນຫຍັງພຶດຕິກຳນີ້ຈຶ່ງບົ່ງບອກເຖິງລັກສະນະທີ່ຊົ່ວຊ້າ? (ເພາະວ່າພວກເຂົາບໍ່ຄຳນຶງເຖິງຄົນອື່ນ ແລະ ພວກເຂົາກຳລັງສົ່ງຜົນກະທົບຕໍ່ການພັກຜ່ອນຂອງຄົນອື່ນ.) ເພື່ອເຮັດໃຫ້ຕົນເອງມີຄວາມສຸກ, ເຈົ້າບໍ່ລັງເລທີ່ຈະເສຍສະລະເວລາສຳລັບການພັກຜ່ອນ ແລະ ການນອນຫຼັບຂອງຄົນອື່ນ, ໂດຍບັງຄັບໃຫ້ທຸກຄົນມາຮ່ວມຮ້ອງເພງ ແລະ ມ່ວນຊື່ນກັບເຈົ້າ. ເພື່ອບັນລຸເປົ້າໝາຍຂອງເຈົ້າເອງ ແລະ ປົກປ້ອງຜົນປະໂຫຍດຂອງເຈົ້າເອງ, ເຈົ້າລະເມີດຜົນປະໂຫຍດ ແລະ ສິດຂອງຄົນອື່ນ. ນັ້ນກໍຄື ເງື່ອນໄຂສຳລັບການປົກປ້ອງຜົນປະໂຫຍດຂອງເຈົ້າເອງຄືການເສຍສະລະຜົນປະໂຫຍດ ແລະ ສິດຂອງຄົນອື່ນ. ການສະແດງອອກປະເພດນີ້ເອີ້ນວ່າຄວາມເຫັນແກ່ຕົວ. ເຫດຜົນທີ່ຄວາມເຫັນແກ່ຕົວປະເພດນີ້ບົ່ງບອກເຖິງລັກສະນະທີ່ຕ່ຳຊ້າ ແລະ ຊົ່ວຊ້າກໍຄື ພຶດຕິກຳປະເພດນີ້ທຳຮ້າຍຜົນປະໂຫຍດຂອງຄົນອື່ນ. ເຈົ້າໃຊ້ວິທີການທີ່ບໍ່ເໝາະສົມເພື່ອປົກປ້ອງຜົນປະໂຫຍດຂອງເຈົ້າເອງ ໃນຂະນະທີ່ສ້າງຄວາມເສຍຫາຍ ແລະ ທຳລາຍຜົນປະໂຫຍດຂອງຄົນອື່ນ, ສິ່ງນີ້ເອີ້ນວ່າຄວາມເຫັນແກ່ຕົວ. ຕົວຢ່າງ: ເມື່ອທຸກຄົນກິນເຂົ້າຮ່ວມກັນ, ບາງຄົນສົນໃຈແຕ່ວ່າພວກເຂົາຈະໄດ້ກິນຊີ້ນ ຫຼື ບໍ່ ແລະ ເຖິງກັບກິນຊີ້ນໃນສ່ວນຂອງຄົນອື່ນນຳອີກ. ຄົນແບບນັ້ນທີ່ກິນຊີ້ນຫຼາຍກວ່າກຳລັງເຫັນແກ່ຕົວບໍ? (ແມ່ນແລ້ວ.) ພວກເຂົາບໍ່ເໝາະສົມໃນວິທີທີ່ພວກເຂົາປະພຶດຕົນ, ໂດຍຄຳນຶງເຖິງແຕ່ຕົນເອງ ແລະ ບໍ່ສົນໃຈຄົນອື່ນ, ສິ່ງນີ້ເອີ້ນວ່າຄວາມເຫັນແກ່ຕົວ. ເປັນຫຍັງສະຖານະການນີ້ຈຶ່ງເອີ້ນວ່າຄວາມເຫັນແກ່ຕົວ? ເປັນຫຍັງມັນຈຶ່ງຖືກຖືວ່າເປັນລັກສະນະທີ່ຊົ່ວຊ້າ? ມັນເປັນເພາະວ່າ ເພື່ອປົກປ້ອງຜົນປະໂຫຍດຂອງພວກເຂົາເອງ, ພວກເຂົາລ່ວງລໍ້າຜົນປະໂຫຍດຂອງຄົນອື່ນ, ຍຶດເອົາສິ່ງຂອງຂອງຄົນອື່ນ ແລະ ເອົາມາເປັນຂອງຕົນເອງ. ສິ່ງນີ້ເອີ້ນວ່າຄວາມເຫັນແກ່ຕົວ ແລະ ຄວາມເຫັນແກ່ຕົວປະເພດນີ້ບົ່ງບອກເຖິງຄວາມເປັນມະນຸດທີ່ຕ່ຳຊ້າ ແລະ ລັກສະນະທີ່ຊົ່ວຊ້າ. ສະນັ້ນ, ຖ້າເຈົ້າປົກປ້ອງສິດ ແລະ ຜົນປະໂຫຍດຂອງເຈົ້າເອງໂດຍການລ່ວງລໍ້າ ແລະ ສ້າງຄວາມເສຍຫາຍຕໍ່ຜົນປະໂຫຍດຂອງຄົນອື່ນ, ແລ້ວເຈົ້າກໍເປັນຄົນເຫັນແກ່ຕົວ, ເປັນຄົນທີ່ມີລັກສະນະທີ່ຊົ່ວຊ້າ. ມັນຍັງສາມາດເວົ້າໄດ້ວ່າ ເຈົ້າເປັນຄົນທີ່ມີຄວາມເປັນມະນຸດທີ່ບໍ່ດີ. ເຖິງຢ່າງໃດກໍຕາມ, ຖ້າເຈົ້າບໍ່ໄດ້ສ້າງຄວາມເສຍຫາຍຕໍ່ຜົນປະໂຫຍດຂອງຄົນອື່ນ, ບໍ່ໄດ້ມ້າງເພ ຫຼື ທຳລາຍຄວາມສຳພັນຂອງຄົນອື່ນ ແລະ ສົນໃຈແຕ່ຕົນເອງໂດຍບໍ່ສົນໃຈຄົນອື່ນ, ແລ້ວຄວາມເຫັນແກ່ຕົວປະເພດນີ້ກໍຍັງສົມເຫດສົມຜົນຢູ່ແດ່. ຢ່າງຫຼາຍທີ່ສຸດ, ມັນກໍສາມາດເວົ້າໄດ້ວ່າເຈົ້າບໍ່ຄ່ອຍມີເມດຕາ ແລະ ເຈົ້າເປັນຄົນໃຈແຄບ ແລະ ເອົາຕົນເອງເປັນຈຸດສູນກາງ ແຕ່ເຈົ້າບໍ່ແມ່ນຄົນຊົ່ວ; ສິ່ງນີ້ບໍ່ໄດ້ຍົກໄປສູ່ລະດັບຂອງລັກສະນະທີ່ຊົ່ວຊ້າ. ທຳມະຊາດຂອງຄວາມເຫັນແກ່ຕົວສອງປະເພດນີ້ມີຄວາມແຕກຕ່າງກັນບໍ? (ມີ.) ໂດຍການແຍກແຍະລັກສະນະຂອງຜູ້ຄົນໂດຍອີງໃສ່ລະດັບຄວາມເຫັນແກ່ຕົວຂອງພວກເຂົາ ແລະ ແກ່ນແທ້ຂອງວິທີທີ່ພວກເຂົາກະທຳ, ຄົນເຮົາສາມາດເຫັນໄດ້ວ່າລັກສະນະພາຍໃນຕົວຜູ້ຄົນນັ້ນແຕກຕ່າງກັນ ນັ້ນກໍຄື ມີຄວາມແຕກຕ່າງກັນ.
ບາງຄົນບໍ່ເຄີຍສົນໃຈເລື່ອງຂອງຄົນອື່ນ ແລະ ຈົດຈໍ່ກັບແຕ່ເລື່ອງຂອງພວກເຂົາເອງ. ຄົນແບບນັ້ນອາດເບິ່ງຄືວ່າບໍ່ຄ່ອຍມີນໍ້າໃຈ, ບໍ່ຄ່ອຍເປັນມິດ ແລະ ບໍ່ຄ່ອຍອົບອຸ່ນໃນການພົວພັນຂອງພວກເຂົາກັບຄົນອື່ນ. ເຖິງຢ່າງໃດກໍຕາມ, ພວກເຂົາບໍ່ເຄີຍສ້າງການລົບກວນ, ບໍ່ເຄີຍປັ້ນແຕ່ງເລື່ອງຕົວະ ຫຼື ຂ່າວລືກ່ຽວກັບຄົນອື່ນ ແລະ ບໍ່ເຄີຍລ່ວງລໍ້າ ຫຼື ຍຶດເອົາສິ່ງຂອງຂອງຄົນອື່ນ. ແນ່ນອນ, ພວກເຂົາບໍ່ເຄີຍໃຫ້ສິ່ງຂອງຂອງພວກເຂົາເອງແກ່ຄົນອື່ນ. ພວກເຂົາອາດເບິ່ງຄືວ່າຂີ້ຖີ່ຫຼາຍ ແລະ ຂີ້ໜຽວຫຼາຍ ແຕ່ພວກເຂົາບໍ່ເຄີຍສ້າງຄວາມເສຍຫາຍຕໍ່ຜົນປະໂຫຍດຂອງຄົນອື່ນ ແລະ ພວກເຂົາມີຫຼັກການຫຼາຍໃນວິທີທີ່ພວກເຂົາປະພຶດຕົນ. ຄົນແບບນັ້ນມີຫຼັກການພື້ນຖານ ເຊິ່ງກໍຄື: “ຂ້ອຍບໍ່ເອົາປຽບເຈົ້າ ແລະ ເຈົ້າກໍບໍ່ຄວນຄິດທີ່ຈະເອົາປຽບຂ້ອຍ. ຂ້ອຍບໍ່ເຄີຍສະແຫວງຫາປະໂຫຍດຈາກເຈົ້າ ແລະ ເຈົ້າກໍບໍ່ຄວນຄິດທີ່ຈະສະແຫວງຫາປະໂຫຍດຈາກຂ້ອຍ”. ພວກເຂົາມີຫຼັກການຫຼາຍ. ເຖິງແມ່ນວ່າຄົນແບບນັ້ນຈະເສີຍເມີຍຕໍ່ຄົນອື່ນ, ບໍ່ກະຕືລືລົ້ນທີ່ຈະຊ່ວຍເຫຼືອຄົນອື່ນ, ບໍ່ພົວພັນກັບຄົນອື່ນ ແລະ ບໍ່ສະແດງຄວາມເປັນມິດ ຫຼື ຄວາມກະຕືລືລົ້ນຕໍ່ຄົນອື່ນຫຼາຍປານໃດກໍຕາມ ພວກເຂົາກໍບໍ່ເຄີຍສ້າງຄວາມເສຍຫາຍໃຫ້ຄົນອື່ນ. ເຖິງແມ່ນວ່າພວກເຂົາຈະມີບາງຢ່າງຫຼາຍ, ພວກເຂົາກໍບໍ່ໃຫ້ມັນແກ່ຄົນອື່ນ. ເມື່ອພວກເຂົາເຫັນຄົນອື່ນມີສິ່ງທີ່ດີ, ບາງຄັ້ງພວກເຂົາອາດຈະຮູ້ສຶກອິດສາ ຫຼື ລິດສະຍາ ແຕ່ພວກເຂົາບໍ່ມີເຈດຕະນາທີ່ຈະຍຶດເອົາພວກມັນຢ່າງໂລບມາກ; ພວກເຂົາຍັງບໍ່ເອົາປຽບຄົນອື່ນຢ່າງລັບໆ ແລະ ພວກເຂົາບໍ່ລ່ວງລໍ້າຜົນປະໂຫຍດຂອງຄົນອື່ນເພື່ອຜົນປະໂຫຍດຂອງພວກເຂົາເອງ. ເມື່ອຕັດສິນຈາກປະເດັນທີ່ກ່າວມາຂ້າງເທິງນີ້, ພວກເຂົາບໍ່ແມ່ນຄົນຊົ່ວຮ້າຍ. ແລ້ວສິ່ງນີ້ໝາຍຄວາມວ່າຄວາມເປັນມະນຸດຂອງພວກເຂົາດີບໍ? ຄວາມເປັນມະນຸດຂອງພວກເຂົາຈະດີ ຫຼື ບໍ່ນັ້ນ ແມ່ນຂຶ້ນຢູ່ກັບສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງພວກເຂົາ, ທັດສະນະຄະຕິຂອງພວກເຂົາຕໍ່ການຍອມຮັບຄວາມຈິງ ແລະ ທັດສະນະຄະຕິຂອງພວກເຂົາຕໍ່ສິ່ງທີ່ເປັນບວກ, ນີ້ຄືອີກເລື່ອງໜຶ່ງ. ແຕ່ຢ່າງໜ້ອຍ, ເມື່ອຕັດສິນຈາກທັດສະນະຄະຕິ ແລະ ລັກສະນະທ່າທາງທີ່ພວກເຂົານຳໃຊ້ໃນການເຂົ້າກັບຄົນອື່ນ, ພວກເຂົາບໍ່ໄດ້ມີເຈດຕະນາຮ້າຍຕໍ່ຄົນອື່ນ. ພາຍນອກແລ້ວ, ພວກເຂົາເບິ່ງຄືວ່າເຫັນແກ່ຕົວຫຼາຍ, ສົນໃຈແຕ່ຕົນເອງ, ດຳລົງຊີວິດຢູ່ໃນໂລກນ້ອຍໆຂອງພວກເຂົາເອງ ແລະ ບໍ່ສົນໃຈເລື່ອງຂອງຄົນອື່ນ. ເຖິງຢ່າງໃດກໍຕາມ, ພວກເຂົາບໍ່ເຄີຍສ້າງຄວາມເສຍຫາຍຕໍ່ຜົນປະໂຫຍດຂອງຄົນອື່ນ, ສະນັ້ນ ລັກສະນະຂອງພວກເຂົາຈຶ່ງຍັງພໍຮັບໄດ້. ນັ້ນກໍຄື ເມື່ອເຈົ້າພົວພັນກັບພວກເຂົາ ຫຼື ມີການແລກປ່ຽນທາງດ້ານວັດຖຸ ຫຼື ທາງດ້ານສັງຄົມກັບພວກເຂົາ, ຢ່າງໜ້ອຍພວກເຂົາກໍຈະບໍ່ສ້າງຄວາມເສຍຫາຍຕໍ່ຜົນປະໂຫຍດຂອງເຈົ້າ. ຖ້າເຈົ້າຂໍຄຳແນະນຳຈາກພວກເຂົາ ຫຼື ໃຫ້ພວກເຂົາສະເໜີແນວຄວາມຄິດບາງຢ່າງ, ພວກເຂົາກໍຈະຊ່ວຍເຫຼືອເຈົ້າ, ແຕ່ຖ້າເຈົ້າບໍ່ຂໍ ພວກເຂົາກໍຈະບໍ່ເປັນຝ່າຍເລີ່ມຊ່ວຍເຫຼືອກ່ອນ. ເມື່ອຕັດສິນຈາກການສະແດງອອກນີ້, ຄົນແບບນັ້ນອາດເບິ່ງຄືວ່າເຢັນຊາພໍສົມຄວນ ແຕ່ເມື່ອຕັດສິນຈາກຂໍ້ເທັດຈິງທີ່ວ່າພວກເຂົາບໍ່ເຄີຍເອົາປຽບຄົນອື່ນ ຫຼື ທຳຮ້າຍຜົນປະໂຫຍດຂອງຄົນອື່ນ, ພວກເຂົາກໍຍັງມີຄວາມເປັນມະນຸດ ແລະ ຂ້ອນຂ້າງເປັນຄົນດີ. ການເບິ່ງໃນລັກສະນະນີ້ຖືກຕ້ອງ ແລະ ກົງໄປກົງມາບໍ? (ແມ່ນແລ້ວ.) ສະນັ້ນ, ບໍ່ແມ່ນຄົນເຫັນແກ່ຕົວທຸກຄົນຈະເປັນຄົນຊົ່ວຮ້າຍ ຫຼື ຄົນທີ່ມີລັກສະນະທີ່ບໍ່ດີ. ເຈົ້າຍັງຕ້ອງເບິ່ງວ່າຄວາມເຫັນແກ່ຕົວຂອງພວກເຂົາໄດ້ໄປເຖິງຈຸດທີ່ທຳຮ້າຍຜົນປະໂຫຍດຂອງຄົນອື່ນ ຫຼື ຍຶດເອົາຊັບສິນຂອງຄົນອື່ນ ຫຼື ບໍ່, ພ້ອມທັງຫຼັກການຂອງພວກເຂົາໃນການປະພຶດຕົນ ແລະ ການຮັບມືກັບໂລກແມ່ນຫຍັງ, ແກ່ນແທ້ຂອງລັກສະນະຂອງພວກເຂົາແມ່ນຫຍັງ ແລະ ພວກເຂົາມີຂອບເຂດ ແລະ ຫຼັກການໃນວິທີທີ່ພວກເຂົາປະພຶດຕົນ ຫຼື ບໍ່. ພາຍນອກແລ້ວ ບາງຄົນເບິ່ງຄືວ່າໃຈກວ້າງ ແລະ ມີນໍ້າໃຈຫຼາຍໃນວິທີທີ່ພວກເຂົາເຂົ້າກັບຄົນອື່ນ. ພວກເຂົາຍັງໃຫ້ຄົນອື່ນ, ຊ່ວຍເຫຼືອຄົນອື່ນ ແລະ ເຮັດສິ່ງຕ່າງໆໃຫ້ຄົນອື່ນ. ຖ້າມີບາງສິ່ງທີ່ເຈົ້າຕ້ອງການຄວາມຊ່ວຍເຫຼືອ, ຕາບໃດທີ່ພວກເຂົາເຫັນສິ່ງນີ້, ພວກເຂົາກໍຈະຍື່ນມືເຂົ້າມາຊ່ວຍໂດຍທີ່ເຈົ້າບໍ່ຈຳເປັນຕ້ອງຂໍ. ເມື່ອຕັດສິນຈາກການສະແດງອອກເຫຼົ່ານີ້, ພວກເຂົາເບິ່ງຄືວ່າເປັນຄົນຂ້ອນຂ້າງໃຈດີ. ເຖິງຢ່າງໃດກໍຕາມ, ຖ້າເຈົ້າເຮັດໃຫ້ພວກເຂົາຜິດໃຈ ຫຼື ບັງເອີນເຮັດບາງສິ່ງທີ່ສ້າງຄວາມເສຍຫາຍຕໍ່ຜົນປະໂຫຍດຂອງພວກເຂົາ, ພວກເຂົາກໍຈະປະຕິເສດທີ່ຈະປ່ອຍມັນໄປ, ໂດຍເກັບຄວາມຄຽດແຄ້ນໄວ້, ຂຸດຄຸ້ຍເລື່ອງເກົ່າໆຂຶ້ນມາ ແລະ ຈະບໍ່ຍອມຢຸດຈົນກວ່າພວກເຂົາຈະທຳລາຍເຈົ້າໄດ້. ຄົນເຫຼົ່ານີ້ຄືຄົນຊົ່ວຮ້າຍ ເຊິ່ງມີຄວາມເປັນມະນຸດທີ່ຊົ່ວຊ້າກວ່າຄົນທີ່ພາຍນອກເບິ່ງຄືວ່າເຫັນແກ່ຕົວຫຼາຍ. ພວກເຈົ້າເຂົ້າໃຈບໍ? (ເຂົ້າໃຈແລ້ວ.) ໃນບັນດາຜູ້ຄົນ, ອັນໃດໃນສອງປະເພດນີ້ທີ່ພົບເຫັນໄດ້ທົ່ວໄປກວ່າກັນ? ພວກເຈົ້າມັກປະເພດໃດ? ຄົນສ່ວນໃຫຍ່ບໍ່ມັກຄົນທີ່ເສີຍເມີຍ ແລະ ເຫັນແກ່ຕົວ. ເມື່ອພວກເຂົາເຫັນເຈົ້າຕົກຢູ່ໃນຄວາມຫຍຸ້ງຍາກ, ບາງຄົນກໍຈະເປັນຝ່າຍເລີ່ມຊ່ວຍເຫຼືອກ່ອນ. ເຖິງແມ່ນວ່າເຈົ້າຈະບໍ່ຂໍ, ພວກເຂົາກໍຍັງຈະກວດເບິ່ງວ່າເຈົ້າຕ້ອງການຄວາມຊ່ວຍເຫຼືອ ຫຼື ບໍ່. ຖ້າເຈົ້າຕ້ອງການ, ພວກເຂົາກໍຈະຊ່ວຍເຫຼືອເຈົ້າ. ຄົນແບບນັ້ນມີຄວາມຮັກຕໍ່ຄົນອື່ນ ແລະ ມີທ່າອ່ຽງທີ່ຈະໃຫ້ ແລະ ຊ່ວຍເຫຼືອຄົນອື່ນ. ເມື່ອພວກເຂົາເຫັນເຈົ້າຕົກຢູ່ໃນຄວາມຫຍຸ້ງຍາກ, ບາງຄົນຈະບໍ່ເປັນຝ່າຍເລີ່ມຊ່ວຍເຫຼືອເຈົ້າກ່ອນ ແຕ່ຕາບໃດທີ່ເຈົ້າເວົ້າອອກມາ ແລະ ຂໍພວກເຂົາ, ພວກເຂົາກໍຍັງຈະຊ່ວຍເຫຼືອ. ເຖິງແມ່ນວ່າຄົນແບບນັ້ນຈະບໍ່ຄ່ອຍກະຕືລືລົ້ນປານໃດ ພວກເຂົາກໍຍັງບໍ່ແມ່ນຄົນຊົ່ວ ແລະ ສາມາດຖືວ່າເປັນຄົນດີໄດ້. ຍັງມີຄົນອີກປະເພດໜຶ່ງ, ບໍ່ວ່າຄວາມຫຍຸ້ງຍາກທີ່ເຈົ້າປະເຊີນຈະໃຫຍ່ຫຼວງສໍ່າໃດກໍຕາມ, ພວກເຂົາກໍຈະບໍ່ຊ່ວຍເຫຼືອ. ເຖິງແມ່ນວ່າເຈົ້າຈະຂໍພວກເຂົາ, ພວກເຂົາກໍຈະຫາຂໍ້ອ້າງ ແລະ ເຫດຜົນເພື່ອປະຕິເສດ. ຄົນປະເພດນີ້ເຫັນແກ່ຕົວທີ່ສຸດ. ບາງຄົນມັກຈະເວົ້າອອກມາພາຍນອກວ່າ “ຖ້າເຈົ້າຕ້ອງການຄວາມຊ່ວຍເຫຼືອຫຍັງ, ພຽງແຕ່ບອກຂ້ອຍ”. ເມື່ອບໍ່ມີຫຍັງເກີດຂຶ້ນ, ພວກເຂົາກໍເບິ່ງຄືວ່າມີນໍ້າໃຈ, ສະເໜີຄວາມຊ່ວຍເຫຼືອແຕ່ຫົວທີ ແລະ ເປັນບວກເປັນພິເສດ. ແຕ່ເມື່ອເຈົ້າຂໍຄວາມຊ່ວຍເຫຼືອຈາກພວກເຂົາແທ້ໆ, ຫຼັງຈາກທີ່ຊ່ວຍເຫຼືອແລ້ວ ພວກເຂົາກໍຈະເລີ່ມບອກເປັນໄນເຖິງການຕອບແທນ ໂດຍເວົ້າສິ່ງຕ່າງໆເຊັ່ນ: “ຂ້ອຍໃຊ້ເງິນໄປຫຼາຍຂະໜາດນີ້ເພື່ອຊື້ຂອງຂວັນໃຫ້ຫົວໜ້າຂອງຂ້ອຍສຳລັບເລື່ອງນັ້ນ”. ເຈົ້າເຫັນບໍວ່າ ພາຍນອກແລ້ວ ພວກເຂົາເບິ່ງຄືວ່າມີນໍ້າໃຈພໍສົມຄວນ, ສະເໜີທີ່ຈະໃຫ້ບໍລິການ ແລະ ເຮັດສິ່ງຕ່າງໆໃຫ້ເຈົ້າໂດຍບໍ່ຮຽກຮ້ອງສິ່ງຕອບແທນໃດໆ. ແຕ່ຫຼັງຈາກທີ່ພວກເຂົາຊ່ວຍເຫຼືອແລ້ວ, ເຈົ້າກໍຈະບໍ່ມີທາງຕອບແທນບຸນຄຸນສ່ວນຕົວນັ້ນໄດ້ຢ່າງຄົບຖ້ວນເລີຍ. ຄົນແບບນັ້ນມີເລ່ລ່ຽມຫຼາຍ! ເຈົ້າຄວນຄົບຫາສະມາຄົມກັບຄົນແບບນັ້ນບໍ? (ບໍ່ຄວນ.) ເຮົາພຽງແຕ່ບໍ່ຄົບຫາສະມາຄົມກັບຄົນແບບນັ້ນ. ພວກເຂົາເວົ້າຈາຫວານຫູ, ສະແດງຄວາມອົບອຸ່ນ ແລະ ຄວາມເອົາໃຈໃສ່ເປັນພິເສດ. ພວກເຂົາເວົ້າສິ່ງທີ່ດີຕໍ່ໜ້າເຈົ້າ ແຕ່ເຮັດສິ່ງທີ່ບໍ່ດີລັບຫຼັງເຈົ້າ. ພວກເຂົາບໍ່ມີຫຼັກການໃດໆເລີຍໃນສິ່ງທີ່ພວກເຂົາເຮັດ; ພວກເຂົາເປັນພຽງຄົນໜ້າໄຫວ້ຫຼັງຫຼອກ, ເຊື່ອງມີດສັ້ນໄວ້ຢູ່ຫຼັງຮອຍຍິ້ມຂອງພວກເຂົາ. ເມື່ອບໍ່ມີຫຍັງເກີດຂຶ້ນ, ພວກເຂົາກໍມັກຈະຫົວເລາະ ແລະ ຍອກຫຼິ້ນກັບເຈົ້າສະເໝີ, ເຮັດຄືກັບວ່າພວກເຈົ້າຂ້ອນຂ້າງສະໜິດກັນ. ແຕ່ເມື່ອເຈົ້າຕ້ອງການຄວາມຊ່ວຍເຫຼືອຈາກພວກເຂົາແທ້ໆ, ພວກເຂົາກໍຫາຍຕົວໄປ. ແມ່ນແຕ່ສຳລັບສິ່ງທີ່ງ່າຍຫຼາຍສຳລັບພວກເຂົາທີ່ຈະເຮັດ, ພວກເຂົາກໍຈະຫາເຫດຜົນ ແລະ ຂໍ້ອ້າງເພື່ອຫຼີກລ່ຽງພວກມັນ. ເຖິງແມ່ນວ່າມັນເປັນສິ່ງທີ່ຕ້ອງການຄວາມພະຍາຍາມພຽງເລັກໜ້ອຍກໍຕາມ, ພວກເຂົາກໍຍັງເຮັດໃຫ້ເຈົ້າຕິດໜີ້ບຸນຄຸນ. ເມື່ອພວກເຂົາເຮັດບາງສິ່ງໃຫ້ເຈົ້າ, ພວກເຂົາກໍຈະຄິດຫາວິທີຕ່າງໆນາໆເພື່ອເຮັດໃຫ້ເຈົ້າໃຫ້ບາງຢ່າງຕອບແທນພວກເຂົາ. ເຈົ້າຈະບໍ່ມີທາງຕອບແທນບຸນຄຸນສ່ວນຕົວນີ້ໄດ້ຢ່າງຄົບຖ້ວນເລີຍ. ໃນທາງກົງກັນຂ້າມ, ຄົນທີ່ພາຍນອກເບິ່ງຄືວ່າຂ້ອນຂ້າງເຢັນຊາ ແລະ ເບິ່ງຄືວ່າຂ້ອນຂ້າງເຫັນແກ່ຕົວນັ້ນ ມັກຈະມີຂອບເຂດໃນວິທີທີ່ພວກເຂົາປະພຶດຕົນ ແລະ ມີຄວາມລະມັດລະວັງຫຼາຍໃນການກະທຳຂອງພວກເຂົາ. ເຖິງແມ່ນວ່າພວກເຂົາອາດຈະເສີຍເມີຍຕໍ່ເຈົ້າ ພວກເຂົາກໍຈະບໍ່ເຄີຍວາງແຜນຮ້າຍຕໍ່ເຈົ້າ. ຖ້າເຈົ້າຂໍໃຫ້ພວກເຂົາຊ່ວຍເຫຼືອເຈົ້າໃນບາງຢ່າງແທ້ໆ, ພວກເຂົາກໍຈະເຮັດມັນດ້ວຍຄວາມຈິງຈັງຢ່າງແນ່ນອນ. ຫຼັງຈາກນັ້ນ, ຖ້າເຈົ້າຕອບແທນພວກເຂົາດ້ວຍບຸນຄຸນສ່ວນຕົວເລັກໆນ້ອຍໆ ຫຼື ສິ່ງຂອງທາງດ້ານວັດຖຸ, ພວກເຂົາກໍຈະປະຕິບັດຕໍ່ການຕອບແທນຢ່າງເໝາະສົມ. ເຖິງຢ່າງໃດກໍຕາມ, ຖ້າເຈົ້າບໍ່ໃຫ້ຫຍັງແກ່ພວກເຂົາ, ພວກເຂົາກໍຈະບໍ່ຂໍຫຍັງຈາກເຈົ້າ ແລະ ພວກເຂົາກໍຈະບໍ່ເອົາມັນມາເວົ້າເລື້ອຍໆເພື່ອຂໍບຸນຄຸນ ຫຼື ການຕອບແທນ. ຄົນແບບນັ້ນເປັນຄົນຈິງໃຈ; ສິ່ງທີ່ພວກເຂົາສະແດງອອກມາພາຍນອກກໍຄືສິ່ງທີ່ພວກເຂົາເປັນຢູ່ພາຍໃນຢ່າງແທ້ຈິງ. ເຖິງຢ່າງໃດກໍຕາມ, ຫຼາຍຄັ້ງທີ່ບໍ່ມີໃຜມັກຄົນແບບນັ້ນ, ໂດຍເວົ້າວ່າພວກເຂົາເຫັນແກ່ຕົວ, ເຂົ້ານໍາໄດ້ຍາກ, ເຢັນຊາ ແລະ ຂາດນໍ້າໃຈ ແລະ ພວກເຂົາກໍບໍ່ຕ້ອງການທີ່ຈະມີການຕິດຕໍ່ໃດໆກັບພວກເຂົາ. ໃນຄວາມເປັນຈິງແລ້ວ, ບາງຄົນໃນຜູ້ຄົນນີ້ມີຄວາມເປັນມະນຸດທີ່ເໝາະສົມ. ຈົ່ງເບິ່ງໄປອ້ອມໆຕົວພວກເຈົ້າ ແລະ ເບິ່ງວ່າໃຜເປັນຄົນປະເພດນີ້. ເຖິງແມ່ນວ່າພວກເຂົາເວົ້າບໍ່ຄ່ອງແຄ້ວ, ບຸກຄະລິກຂອງພວກເຂົາຂ້ອນຂ້າງເຢັນຊາ ແລະ ພາຍນອກພວກເຂົາເບິ່ງຄືວ່າຂາດນໍ້າໃຈ ແລະ ບໍ່ຮູ້ວິທີພົວພັນ ຫຼື ເລີ່ມການສົນທະນາກັບຄົນອື່ນກໍຕາມ, ພວກເຂົາກໍມີຂ້ອນຂ້າງຫຼັກການໃນວິທີທີ່ພວກເຂົາປະພຶດຕົນ. ເຖິງແມ່ນວ່າພວກເຂົາອາດຈະບໍ່ຄ່ອຍໃຈດີຫຼາຍປານໃດ, ມັນກໍບໍ່ມີເຈດຕະນາຮ້າຍໃນຫົວໃຈຂອງພວກເຂົາ; ຢ່າງໜ້ອຍທີ່ສຸດ, ພວກເຂົາກໍບໍ່ມີເຈດຕະນາທີ່ບໍ່ດີຕໍ່ຄົນສ່ວນໃຫຍ່. ສິ່ງທີ່ພວກເຂົາສະແດງອອກມາພາຍນອກກໍຄືສິ່ງທີ່ພວກເຂົາເປັນຢູ່ພາຍໃນຢ່າງແທ້ຈິງ. ພວກເຂົາບໍ່ໃຊ້ກົນອຸບາຍ ຫຼື ປັດຊະຍາການດໍາລົງຊີວິດທາງໂລກເພື່ອເອົາຊະນະໃຈຜູ້ຄົນ. ຄົນແບບນັ້ນເປັນຄົນຮຽບງ່າຍ. ເປັນແບບນັ້ນບໍ? (ແມ່ນແລ້ວ.) ສະນັ້ນ ຕອນນີ້ ເຈົ້າບໍ່ມີພື້ນຖານທີ່ເຈົ້າຄວນປະຕິບັດຕໍ່ຄົນເຫັນແກ່ຕົວຢ່າງຖືກຕ້ອງແລ້ວບໍ? ເຈົ້າຄວນປະຕິບັດຕໍ່ພວກເຂົາໂດຍອີງໃສ່ພື້ນຖານໃດ? ມັນບໍ່ສາມາດອີງໃສ່ຄວາມຮູ້ສຶກ ຫຼື ຄວາມມັກຂອງເຈົ້າ ແລະ ບໍ່ສາມາດອີງໃສ່ວ່າເຈົ້າມັກຄົນເຫຼົ່ານີ້ ຫຼື ບໍ່, ເຈົ້າເຂົ້າກັບພວກເຂົາໄດ້ ຫຼື ບໍ່, ພວກເຂົາຊ່ວຍເຫຼືອ ຫຼື ເປັນປະໂຫຍດຕໍ່ເຈົ້າ ຫຼື ບໍ່ ຫຼື ອີງໃສ່ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ເຈົ້າ, ມັນບໍ່ສາມາດອີງໃສ່ສິ່ງເຫຼົ່ານີ້ໄດ້. ກົງກັນຂ້າມ, ມັນຄວນອີງໃສ່ລັກສະນະຂອງພວກເຂົາ, ແກ່ນແທ້ຄວາມເປັນມະນຸດຂອງພວກເຂົາ ແລະ ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ຜູ້ຄົນ, ຕໍ່ຄວາມຈິງ ແລະ ຕໍ່ສິ່ງທີ່ເປັນບວກ. ມັນແມ່ນການອີງໃສ່ປັດໄຈເຫຼົ່ານີ້ທີ່ເຈົ້າຄວນປະຕິບັດຕໍ່ຄົນເຫັນແກ່ຕົວ. ຖ້າພວກເຂົາເປັນຄົນຊົ່ວຮ້າຍຢ່າງແທ້ຈິງ, ແລ້ວກໍຈົ່ງຮັບມືກັບພວກເຂົາຕາມນັ້ນ. ຖ້າພວກເຂົາເບິ່ງຄືວ່າເຫັນແກ່ຕົວຢູ່ພາຍນອກ ແຕ່ຄວາມເປັນມະນຸດຂອງພວກເຂົາບໍ່ໄດ້ຊົ່ວຮ້າຍ, ແລ້ວເຈົ້າກໍບໍ່ຄວນປະຕິບັດຕໍ່ພວກເຂົາຄືກັບຄົນຊົ່ວຮ້າຍ ຫຼື ຄົນທີ່ມີຄວາມເປັນມະນຸດທີ່ບໍ່ດີ. ເຖິງແມ່ນວ່າເຈົ້າຈະບໍ່ມັກຄົນເຫຼົ່ານີ້ ຫຼື ເຖິງແມ່ນວ່າພວກເຂົາບໍ່ເກັ່ງໃນການຄົບຫາສະມາຄົມກັບຄົນອື່ນ ຫຼື ການຮັກສາຄວາມສຳພັນກໍຕາມ, ເຈົ້າກໍບໍ່ສາມາດຖືວ່າພວກເຂົາເປັນຄົນຊົ່ວຮ້າຍ ຫຼື ເປັນຄົນທີ່ບໍ່ມີຄວາມເປັນມະນຸດພຽງເພາະວ່າພວກເຂົາເບິ່ງຄືວ່າເຫັນແກ່ຕົວຢູ່ພາຍນອກ. ນີ້ຄືອະຄະຕິທີ່ມີຕໍ່ຄົນເຫຼົ່ານີ້. ສະນັ້ນ ຕອນນີ້ ເຈົ້າບໍ່ມີຫຼັກການສຳລັບວິທີການປະຕິບັດຕໍ່ຄົນເຫັນແກ່ຕົວແລ້ວບໍ? ມັນບໍ່ສາມາດສະຫຼຸບລວມໄດ້; ກົງກັນຂ້າມ, ມັນຄວນອີງໃສ່ແກ່ນແທ້ຄວາມເປັນມະນຸດຂອງພວກເຂົາ ແລະ ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ຄວາມຈິງ ແລະ ໜ້າທີ່ຂອງພວກເຂົາ ພ້ອມທັງທັດສະນະຄະຕິທີ່ພວກເຂົາໃຊ້ໃນການປະພຶດຕົນ, ນີ້ຄືຫຼັກການທີ່ເຈົ້າຄວນປະຕິບັດຕໍ່ພວກເຂົາ. ນັ້ນຄືທັງໝົດສຳລັບການໂອ້ລົມຂອງພວກເຮົາກ່ຽວກັບບັນຫາຂອງຄວາມເຫັນແກ່ຕົວ.
ການເວົ້າຈາໃຫຍ່ໂຕ
ການສະແດງອອກຕໍ່ໄປກໍຄືການເວົ້າຈາໃຫຍ່ໂຕ ແລະ ບໍ່ລົງມືເຮັດຕົວຈິງ. ກ່ອນອື່ນ ພວກເຮົາສົນທະນາກັນກ່ອນວ່າບັນຫານີ້ແມ່ນບັນຫາປະເພດໃດ. ຄົນແບບນັ້ນມັກເວົ້າຫຼັກຄຳສອນທີ່ສູງສົ່ງ ແລະ ເວົ້າຈາໃຫຍ່ໂຕ. ໃນການເຕົ້າໂຮມ, ພວກເຂົາມັກຈະໂອ້ລົມກ່ຽວກັບຄວາມປາຖະໜາ ແລະ ຄວາມຕັ້ງໃຈຂອງພວກເຂົາເອງ, ຄວາມເຂົ້າໃຈຂອງພວກເຂົາເອງ ແລະ ແຜນການຂອງພວກເຂົາສຳລັບວຽກງານ. ແຕ່ເມື່ອຮອດເວລາທີ່ຕ້ອງລົງມືເຮັດສິ່ງທີ່ເປັນຈິງ, ພວກເຂົາພັດບໍ່ສາມາດຮວບຮວມເຫື່ອແຮງໄດ້ເລີຍ. ຄົນແບບນັ້ນມີບັນຫາປະເພດໃດ? ມັນເປັນບັນຫາເລື່ອງເງື່ອນໄຂທີ່ຕິດໂຕມາແຕ່ເກີດ, ຄວາມເປັນມະນຸດ ຫຼື ອຸປະນິໄສທີ່ເສື່ອມຊາມບໍ? (ຂ້ານ້ອຍຄິດວ່າມັນຈັດຢູ່ໃນອຸປະນິໄສທີ່ເສື່ອມຊາມ.) ມັນຈັດຢູ່ໃນອຸປະນິໄສທີ່ເສື່ອມຊາມບໍ? ມີສອງບັນຫາທີ່ກ່ຽວຂ້ອງຢູ່ບ່ອນນີ້, ແມ່ນບໍ? ຢ່າງໜຶ່ງກໍຄືຂໍ້ບົກຜ່ອງໃນຄວາມເປັນມະນຸດ, ພວກເຂົາບໍ່ເຕັມໃຈທີ່ຈະລົງມືເຮັດຕົວຈິງ ເພາະພວກເຂົາຮູ້ສຶກວ່າມັນຮຽກຮ້ອງໃຫ້ພວກເຂົາຕ້ອງກັງວົນ, ອົດທົນຕໍ່ຄວາມຍາກລຳບາກ, ຈ່າຍລາຄາ ແລະ ສະລະເຫື່ອແຮງ. ມັນບໍ່ໄດ້ມີຮ່ອງຮອຍຂອງຄວາມຂີ້ຄ້ານຢູ່ບ່ອນນີ້ບໍ? ຄວາມຂີ້ຄ້ານເປັນຂໍ້ບົກຜ່ອງໃນຄວາມເປັນມະນຸດບໍ? (ແມ່ນແລ້ວ.) ຄົນທີ່ຂີ້ຄ້ານຂະໜາດນີ້ບໍ່ລົງມືເຮັດຕົວຈິງ ແຕ່ກໍຍັງເວົ້າຈາໃຫຍ່ໂຕ. ພວກເຂົາຍັງມັກວາງຕົນເອງຢູ່ເທິງແທ່ນທຳມາດ ແລະ ເທດສະໜາຫຼັກຄຳສອນທີ່ສູງສົ່ງໃຫ້ຄົນອື່ນຟັງ. ສິ່ງນີ້ບົ່ງບອກເຖິງອຸປະນິໄສທີ່ບໍ່ດີບໍ? ມັນຍັງມີອົງປະກອບຂອງອຸປະນິໄສທີ່ເສື່ອມຊາມນຳບໍ? (ແມ່ນແລ້ວ.) ມັນເປັນອຸປະນິໄສທີ່ເສື່ອມຊາມປະເພດໃດ? (ຄວາມອວດດີ.) ມັນຄືອຸປະນິໄສທີ່ເສື່ອມຊາມທີ່ອວດດີ. ຍິ່ງໄປກວ່ານັ້ນ, ພວກເຂົາຂີ້ຄ້ານ, ພວກເຂົາມັກຄວາມສະບາຍໃນຂະນະທີ່ກຽດຊັງການເຮັດວຽກ, ພວກເຂົາບໍ່ເຮັດສິ່ງຕ່າງໆໃນລັກສະນະທີ່ເປັນຈິງເປັນຈັງ ແລະ ພວກເຂົາບໍ່ເຕັມໃຈທີ່ຈະລົງມືປະຕິບັດຕົວຈິງ ແຕ່ພວກເຂົາກໍຍັງຢາກເຮັດຕົວເໜືອກວ່າ, ອວດອ້າງສະຖານະຂອງພວກເຂົາ ແລະ ເທດສະໜາໃຫ້ຄົນອື່ນຟັງ, ພວກເຂົາພຽງແຕ່ເຕັມໃຈທີ່ຈະແກວ່ງປາກເວົ້າ ແຕ່ບໍ່ຍອມລົງມືເຮັດ. ຂໍ້ບົກຜ່ອງໃນຄວາມເປັນມະນຸດຂອງພວກເຂົາແມ່ນໃຫຍ່ຫຼວງ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາກໍເຫັນໄດ້ຊັດເຈນຫຼາຍ. ສອງສິ່ງນີ້ບໍ່ແມ່ນບັນຫາທີ່ຊັດເຈນຫຼາຍບໍ? (ແມ່ນແລ້ວ.) ບໍ່ມີຄົນແບບນັ້ນຫຼາຍບໍ? (ມີຫຼາຍ.) ເມື່ອໂອ້ລົມກ່ຽວກັບວຽກງານ, ພວກເຂົາເວົ້າຈາໃຫຍ່ໂຕ ແລະ ເວົ້າໄປເລື້ອຍໆ ແຕ່ເມື່ອເວົ້າເຖິງການລົງມືເຮັດຕົວຈິງ, ພວກເຂົາພັດບໍ່ສາມາດກ້າວໄປໄດ້ແມ່ນແຕ່ກ້າວດຽວ. ຢ່າຟ້າວເວົ້າເຖິງວ່າຂີດຄວາມສາມາດຂອງພວກເຂົາເປັນແນວໃດ, ພຽງແຕ່ອີງໃສ່ຂໍ້ເທັດຈິງທີ່ວ່າພວກເຂົາເກັ່ງແຕ່ປາກ ແລະ ບໍ່ລົງມືເຮັດຕົວຈິງ, ພວກເຂົາກໍສາມາດຖືກກຳນົດລັກສະນະວ່າເປັນຄົນທີ່ໄຮ້ປະໂຫຍດແລ້ວ. ພວກເຂົາບໍ່ລົງມືເຮັດສິ່ງທີ່ເປັນຈິງ ແຕ່ກໍຍັງຢາກເຮັດຕົວເໜືອກວ່າ ແລະ ເພີດເພີນກັບຜົນປະໂຫຍດຈາກສະຖານະ, ພວກເຂົາບໍ່ໄດ້ອວດດີຈົນເຖິງຂັ້ນຂາດເຫດຜົນບໍ? ພວກເຂົາເກັ່ງແຕ່ປາກ, ພວກເຂົາບໍ່ລົງມືເຮັດຕົວຈິງເລີຍ ແລະ ພວກເຂົາທັງຂີ້ຄ້ານ ແລະ ອວດດີ, ພວກເຂົາເປັນຄົນທີ່ໄຮ້ປະໂຫຍດ, ແມ່ນບໍ? ຖ້າພວກເຂົາຖືກຂໍໃຫ້ລົງມືປະຕິບັດ ແລະ ເຮັດຕົວຈິງ, ໃຫ້ຈັດຕັ້ງ, ວາງແຜນ ແລະ ຈັດຕັ້ງປະຕິບັດວຽກງານ, ພວກເຂົາກໍບໍ່ເຕັມໃຈທີ່ຈະເຮັດ. ພວກເຂົາຮູ້ສຶກຕໍ່ຕ້ານມັນໃນສ່ວນເລິກຂອງຫົວໃຈຂອງພວກເຂົາ. ຄົນແບບນັ້ນຕ້ອງຂີ້ຄ້ານສໍ່າໃດກັນແທ້! ຄົນເຫຼົ່ານີ້ຄືຄົນຂີ້ຄ້ານທີ່ບໍ່ໃສ່ໃຈໜ້າທີ່ການງານຫຼັກຂອງພວກເຂົາ. ພວກເຂົາພຽງແຕ່ມັກນັ່ງລົມກັນໄປເລື້ອຍ, ພວກເຂົາບໍ່ຢາກເຮັດຫຍັງເລີຍ, ພວກເຂົາພຽງແຕ່ຢາກໃຊ້ຊີວິດໄປວັນໆ, ກິນດີ, ນຸ່ງດີ ແຕ່ພວກເຂົາກໍຍັງຢາກໃຫ້ຄົນອື່ນນັບຖືຢ່າງສູງ ແລະ ເພີດເພີນກັບການປະຕິບັດທີ່ພິເສດໃນລະດັບສູງ ແລະ ການປະຕິບັດປະເພດທີ່ມອບໃຫ້ກັບຜູ້ທີ່ມີສະຖານະ. ຄວາມເປັນມະນຸດຂອງພວກເຂົາເປັນແນວໃດ? (ບໍ່ດີ.) ພວກເຈົ້າຄິດວ່າຄົນແບບນັ້ນໜ້າລັງກຽດບໍ? (ແມ່ນແລ້ວ.) ເມື່ອບາງຄົນເຫັນຜູ້ທີ່ເວົ້າຈາຄ່ອງແຄ້ວ ແຕ່ບໍ່ລົງມືເຮັດຕົວຈິງ, ພວກເຂົາກໍອິດສາຄົນເຫຼົ່ານັ້ນ. ພວກເຂົາຄິດວ່າ “ພວກເຂົາສາມາດເວົ້າໄປໄດ້ເລື້ອຍໆ ແລະ ທຸກສິ່ງທີ່ພວກເຂົາເວົ້າກໍມີໂຄງສ້າງ ແລະ ເປັນລະບົບ, ສິ່ງນີ້ສະແດງໃຫ້ເຫັນວ່າພວກເຂົາມີຄວາມເປັນຈິງຄວາມຈິງ”. ທຸກຄົນທີ່ມີການແຍກແຍະສາມາດເບິ່ງອອກວ່າ ສິ່ງທີ່ພວກເຂົາມັກຈະເວົ້ານັ້ນລ້ວນແຕ່ຮຽນຮູ້ມາຈາກຄຳເທດສະໜາ ແລະ ການໂອ້ລົມຂອງຄອບຄົວຂອງພຣະເຈົ້າ ແລະ ບໍ່ໄດ້ມາຈາກປະສົບການຂອງພວກເຂົາເອງ. ສະນັ້ນ, ເຖິງແມ່ນວ່າການເທດສະໜາຂອງພວກເຂົາຈະຟັງເບິ່ງໜ້າປະທັບໃຈ, ພວກເຂົາກໍບໍ່ສາມາດແກ້ໄຂບັນຫາໃດໄດ້ເລີຍ. ເມື່ອເວລາຜ່ານໄປ, ຜູ້ຄົນກໍສາມາດເຫັນໄດ້ຢ່າງຊັດເຈນວ່າ ບຸກຄົນດັ່ງກ່າວເປັນຄົນຫຼອກລວງມາໂດຍຕະຫຼອດ. ບໍ່ວ່າເຈົ້າຈະຕັ້ງຄຳຖາມຫຍັງກໍຕາມ, ພວກເຂົາກໍບໍ່ສາມາດຕອບໄດ້ ແລະ ພວກເຂົາບໍ່ສາມາດແບ່ງປັນຫຼັກການ ຫຼື ເສັ້ນທາງແຫ່ງການປະຕິບັດໃດໆ ແຕ່ພວກເຂົາກໍຍັງຢາກໃຫ້ເຈົ້ານັບຖືພວກເຂົາຢ່າງສູງ. ພວກເຂົາເຮັດໃຫ້ເຈົ້ານັບຖືພວກເຂົາຢ່າງສູງໄດ້ແນວໃດ? ພວກເຂົາໃຊ້ການສະແດງ ແລະ ຄຳເວົ້າຂອງພວກເຂົາເພື່ອຍຶດຄອງພື້ນທີ່ໃນຫົວໃຈຂອງເຈົ້າ, ເຮັດໃຫ້ເຈົ້າອິດສາພວກເຂົາ, ຊື່ນຊົມພວກເຂົາ ແລະ ເຄົາລົບນັບຖືພວກເຂົາ. ຄົນແບບນັ້ນບໍ່ໜ້າດ້ານບໍ? ພວກເຂົາບໍ່ລົງມືເຮັດວຽກງານຕົວຈິງ ແລະ ພວກເຂົາບໍ່ມີຄວາມສາມາດໃນການເຮັດວຽກງານຕົວຈິງ ແຕ່ພວກເຂົາກໍຍັງຢາກໃຫ້ຄົນອື່ນນັບຖືພວກເຂົາຢ່າງສູງ ແລະ ພວກເຂົາກໍຍັງຢາກເຮັດໃຫ້ເຫື່ອແຮງ ແລະ ເວລາຂອງຄົນອື່ນສູນເປົ່າໄປກັບການເວົ້າຈາໃຫຍ່ໂຕຂອງພວກເຂົາ ແຕ່ໃນທີ່ສຸດແລ້ວ ພວກເຂົາກໍບໍ່ສາມາດແກ້ໄຂບັນຫາໃດໄດ້ເລີຍ. ຄົນທີ່ເຊື່ອໃນພຣະເຈົ້າພຽງແຕ່ໜຶ່ງ ຫຼື ສອງປີອາດຈະຍັງຖືກພວກເຂົາເຮັດໃຫ້ຫຼົງຜິດ ແຕ່ຜູ້ທີ່ເຊື່ອໃນພຣະເຈົ້າມາຫຼາຍປີ ແລະ ເຂົ້າໃຈຄວາມເປັນຈິງຄວາມຈິງເລັກໜ້ອຍກໍບໍ່ຢາກຟັງການເວົ້າຈາໃຫຍ່ໂຕຂອງພວກເຂົາ. ແຕ່ຖ້າເຈົ້າປະຕິເສດທີ່ຈະຟັງ, ພວກເຂົາກໍຈະມີຄວາມຄິດເຫັນທີ່ເປັນລົບຕໍ່ເຈົ້າ ແລະ ເວົ້າວ່າເຈົ້າບໍ່ຮັກຄວາມຈິງ. ຄົນແບບນັ້ນບໍ່ໜ້າລຳຄານຫຼາຍບໍ? (ແມ່ນແລ້ວ.) ພວກເຂົາມີພຽງຄວາມເຂົ້າໃຈບາງສ່ວນກ່ຽວກັບຄວາມຈິງດ້ານໃດໜຶ່ງ ແລະ ເມື່ອພວກເຂົາເຂົ້າໃຈຫຼັກຄຳສອນສອງສາມຂໍ້, ພວກເຂົາກໍບໍ່ສາມາດອະທິບາຍພວກມັນໄດ້ຢ່າງຊັດເຈນ ແຕ່ພວກເຂົາກໍຍັງຢາກເທດສະໜາຫຼັກຄຳສອນເຫຼົ່ານີ້ໃຫ້ຄົນອື່ນຟັງ ແລະ ໃຫ້ຄົນອື່ນຍອມຮັບພວກມັນ. ຖ້າເຈົ້າປະຕິເສດທີ່ຈະຟັງ, ພວກເຂົາກໍຈະເວົ້າວ່າເຈົ້າບໍ່ຮັກຄວາມຈິງ ແລະ ບໍ່ເຄົາລົບພວກເຂົາ. ແຕ່ຖ້າເຈົ້າຟັງພວກເຂົາ, ເຈົ້າກໍຮູ້ສຶກບໍ່ສະບາຍໃຈ ແລະ ບໍ່ສາມາດນັ່ງຢູ່ຊື່ໆໄດ້. ເປັນຫຍັງເຈົ້າຈຶ່ງບໍ່ສາມາດນັ່ງຢູ່ຊື່ໆໄດ້? ເພາະວ່າເຈົ້າມີບັນຫາຫຼາຍຢ່າງທີ່ຕ້ອງໄດ້ຮັບການແກ້ໄຂ ແລະ ມີວຽກງານຫຼາຍຢ່າງທີ່ຕ້ອງເຮັດ ແລະ ເຈົ້າກໍບໍ່ມີເວລາທີ່ຈະຟັງການເວົ້າຈາໃຫຍ່ໂຕຂອງພວກເຂົາ. ຖ້າຄົນໃດໜຶ່ງອິດສາຜູ້ທີ່ເວົ້າຈາໃຫຍ່ໂຕຢ່າງແທ້ຈິງ, ພວກເຂົາເປັນຄົນປະເພດໃດ? ພວກເຂົາເປັນຄົນທີ່ຢູ່ຊື່ໆ, ເປັນຄົນໂງ່ ແລະ ເປັນຄົນທີ່ບໍ່ມີວຽກເຮັດງານທຳ. ເມື່ອເວົ້າເຖິງການປະຕິບັດໜ້າທີ່, ຄົນແບບນັ້ນບໍ່ມີຄວາມອຸທິດຕົນ ແລະ ບໍ່ແບກຮັບພາລະຫຍັງເລີຍ. ພວກເຂົາພຽງແຕ່ຢາກໃຊ້ຊີວິດໄປວັນໆ, ອາໄສຄົນອື່ນຫາກິນໂດຍບໍ່ເຮັດຫຍັງ ແລະ ລໍຖ້າຄວາມຕາຍ. ທຸກໆມື້, ພວກເຂົາຟັງຫຼັກຄຳສອນທີ່ເລິກເຊິ່ງບາງຢ່າງເພື່ອຂ້າເວລາ ແຕ່ພວກເຂົາກໍຍັງຄິດວ່າພວກເຂົາໄດ້ຮັບບາງສິ່ງ ແລະ ມີຄວາມຄືບໜ້າໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ: “ຄວາມຈິງທີ່ພວກເຂົາກຳລັງເທດສະໜານັ້ນນັບມື້ນັບສູງສົ່ງຂຶ້ນ, ການເທດສະໜາຂອງພວກເຂົາໃກ້ຈະໄປເຖິງລະດັບຂອງສະຫວັນຊັ້ນສາມແລ້ວ! ສິ່ງເຫຼົ່ານີ້ລ້ວນແຕ່ເປັນຄວາມເລິກລັບຈາກສະຫວັນ!” ພວກເຂົາຟັງຫຼັກຄຳສອນຫຼາຍຢ່າງທີ່ເວົ້າໂດຍຜູ້ທີ່ເວົ້າຈາໃຫຍ່ໂຕ ແຕ່ພວກເຂົາກໍຍັງບໍ່ຮູ້ວິທີທີ່ຈະຈົງຮັກພັກດີໃນການປະຕິບັດໜ້າທີ່ຂອງພວກເຂົາ ຫຼື ຫຼັກການໃດທີ່ຄວນປະຕິບັດຕາມເມື່ອປະຕິບັດໜ້າທີ່ຂອງພວກເຂົາ. ແລ້ວການຟັງສິ່ງເຫຼົ່ານີ້ມີປະໂຫຍດບໍ? (ບໍ່ມີ.) ພວກເຈົ້າຄວນເຮັດແນວໃດເມື່ອພວກເຈົ້າພົບກັບຄົນທີ່ເວົ້າຈາໃຫຍ່ໂຕ ແລະ ເທດສະໜາຫຼັກຄຳສອນທີ່ສູງສົ່ງ? ພວກເຈົ້າຄວນຕິດຕາມພວກເຂົາຢ່າງໃກ້ຊິດ ຫຼື ປະຕິເສດພວກເຂົາ? (ປະຕິເສດພວກເຂົາ.) ເຈົ້າປະຕິເສດພວກເຂົາແນວໃດ? ເຈົ້າຈຳເປັນຕ້ອງຮູ້ວິທີປະຕິເສດພວກເຂົາ ແລະ ຮູ້ວ່າເປັນຫຍັງເຈົ້າຈຶ່ງປະຕິເສດພວກເຂົາ. ຖ້າເຈົ້າບໍ່ຮູ້ສິ່ງນີ້, ແລ້ວເມື່ອເຈົ້າປະຕິເສດພວກເຂົາ, ເຈົ້າກໍອາດຈະຍັງສົງໄສໃນໃຈຂອງເຈົ້າວ່າ “ການປະຕິເສດພວກເຂົາໝາຍຄວາມວ່າຂ້ອຍບໍ່ຮັກຄວາມຈິງບໍ?” ຖ້າເຈົ້າມີຄວາມຄິດນີ້, ມັນກໍເປັນບັນຫາ, ມັນພິສູດວ່າເຈົ້າບໍ່ມີການແຍກແຍະ ແລະ ບໍ່ເຂົ້າໃຈວ່າຄວາມເປັນຈິງຄວາມຈິງແມ່ນຫຍັງ. ຖ້າເຈົ້າຟັງພວກເຂົາເວົ້າຫຼັກຄຳສອນ ແລະ ຍັງຄິດວ່າພວກເຂົາກຳລັງໂອ້ລົມກ່ຽວກັບຄວາມຈິງ ແລະ ເຖິງກັບຮັບຮອງພວກເຂົາໃນໃຈຂອງເຈົ້າ, ແລ້ວເຈົ້າກໍເປັນຄົນໂງ່ຢ່າງແທ້ຈິງ. ຖ້າເຈົ້າມີການແຍກແຍະກ່ຽວກັບຫຼັກຄຳສອນທີ່ເວົ້າໂດຍຄົນທີ່ເວົ້າຈາໃຫຍ່ໂຕແບບນັ້ນ, ແລ້ວເຈົ້າກໍຄວນປະຕິເສດພວກເຂົາ. ເຫດຜົນສຳລັບສິ່ງນີ້ກໍຄື ທຸກສິ່ງທີ່ພວກເຂົາເວົ້າແມ່ນຫຼັກຄຳສອນ ແລະ ຄຳເວົ້າທີ່ວ່າງເປົ່າ, ມັນໄຮ້ປະໂຫຍດ. ນັ້ນປຽບເໝືອນການວາດພາບເຄັກເພື່ອບັນເທົາຄວາມຫິວ ຫຼື ການຫຼຽວເບິ່ງໝາກຄາຍເພື່ອດັບກະຫາຍ, ມັນບໍ່ສາມາດແກ້ໄຂບັນຫາທີ່ເປັນຈິງໄດ້ເລີຍ. ພວກເຂົາເວົ້າຫຼັກຄຳສອນຫຼາຍຢ່າງ ແຕ່ຫຼັກຄຳສອນເຫຼົ່ານີ້ບໍ່ກົງກັບບັນຫາທີ່ເປັນຈິງທີ່ຜູ້ຄົນພົບພໍ້ໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ ແລະ ບໍ່ສາມາດແກ້ໄຂພວກມັນໄດ້ເລີຍ. ການຟັງພວກເຂົາກໍບໍ່ຕ່າງຫຍັງກັບການບໍ່ຟັງ. ພວກເຂົາບໍ່ຮູ້ວິທີແກ້ໄຂບັນຫາທີ່ເກີດຂຶ້ນໃນວຽກງານຂ່າວປະເສີດ ແລະ ຊີວິດຄຣິສຕະຈັກ. ພວກເຂົາບໍ່ຮູ້ວິທີຈັດຕັ້ງປະຕິບັດການຈັດແຈງວຽກງານ ຫຼື ວຽກງານໃດທີ່ມີຂໍ້ບົກຜ່ອງ ແລະ ຊ່ອງຫວ່າງທີ່ຕ້ອງໄດ້ຮັບການແກ້ໄຂ ຫຼື ຕິດຕາມ; ແລະ ພວກເຂົາບໍ່ຮູ້ວິທີແກ້ໄຂ ຫຼື ໂຕ້ແຍ້ງຄວາມຄິດຫຼົງຜິດທີ່ບິດເບືອນເມື່ອຄົນອື່ນຍົກພວກມັນຂຶ້ນມາ. ພວກເຂົາບໍ່ຮູ້ສິ່ງເຫຼົ່ານີ້ເລີຍ, ແລ້ວການຟັງການເວົ້າຈາໃຫຍ່ໂຕຂອງພວກເຂົາບໍ່ແມ່ນການເສຍເວລາບໍ? ນີ້ຄືເຫດຜົນທີ່ເຈົ້າຄວນປະຕິເສດພວກເຂົາ. ສະນັ້ນ, ການເວົ້າຈາໃຫຍ່ໂຕນີ້ຄວນຖືກປະຕິເສດ ເພາະສິ່ງທີ່ຄົນເຫຼົ່ານີ້ເວົ້າບໍ່ແມ່ນຄວາມຈິງ ແຕ່ເປັນຫຼັກຄຳສອນ. ຫຼັກຄຳສອນແມ່ນຫຍັງ? ຫຼັກຄຳສອນປະກອບດ້ວຍຄຳເວົ້າທີ່ສອດຄ່ອງກັບຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງມະນຸດ. ຄົນເຫຼົ່ານີ້ບໍ່ໄດ້ໂອ້ລົມກ່ຽວກັບຫຼັກການຄວາມຈິງໂດຍເນັ້ນໃສ່ແກ່ນແທ້ຂອງບັນຫາ. ເຖິງແມ່ນວ່າຄຳເວົ້າຂອງພວກເຂົາຈະຟັງເບິ່ງມ່ວນຫູ ແລະ ຖືກສະແດງອອກໃນລັກສະນະທີ່ຊັດເຈນ ແລະ ມີເຫດຜົນ, ພວກເຂົາກໍບໍ່ສາມາດແກ້ໄຂບັນຫາໄດ້ເລີຍ. ແລ້ວຄຳເວົ້າເຫຼົ່ານີ້ກໍຄືຫຼັກຄຳສອນ. ບໍ່ວ່າພວກມັນອາດເບິ່ງຄືວ່າຖືກຕ້ອງສໍ່າໃດກໍຕາມ, ພວກມັນກໍບໍ່ແມ່ນຫຼັກການຄວາມຈິງ. ຄຳເວົ້າຂອງບາງຄົນອາດເບິ່ງຄືວ່າຕື້ນເຂີນ ແຕ່ພວກມັນສາມາດເຂົ້າເຖິງຈຸດສຳຄັນຂອງບັນຫາ ແລະ ອະທິບາຍແກ່ນແທ້ຂອງມັນໄດ້ຢ່າງຊັດເຈນ. ເຖິງແມ່ນວ່າຄຳເວົ້າບາງຄຳຂອງພວກເຂົາຈະຟັງເບິ່ງບໍ່ມ່ວນຫູຄືກັບຄຳດ່າ, ພວກມັນກໍເປັນຄຳເວົ້າທີ່ຜູ້ຄົນສາມາດຍອມຮັບໄດ້ ແລະ ພວກມັນສາມາດແກ້ໄຂບັນຫາທີ່ເປັນຈິງໄດ້. ໂດຍບໍ່ຕ້ອງສົງໄສເລີຍ ຄຳເວົ້າເຫຼົ່ານີ້ສອດຄ່ອງກັບຫຼັກການຄວາມຈິງ. ຄຳເວົ້າບາງຄຳອາດຈະຟັງເບິ່ງມ່ວນຫູ, ມີໄຫວພິບ, ສະຫຼາດຫຼັກແຫຼມ ແລະ ເລິກເຊິ່ງ, ແຕ່ພວກມັນບໍ່ສາມາດແກ້ໄຂບັນຫາທີ່ເປັນຈິງໄດ້ເລີຍ. ພວກມັນບໍ່ກ່ຽວຂ້ອງກັບຫຼັກການຄວາມຈິງແມ່ນແຕ່ໜ້ອຍດຽວ ແລະ ພວກມັນບໍ່ສາມາດຊີ້ບອກເສັ້ນທາງ ຫຼື ທິດທາງໃຫ້ກັບຜູ້ຄົນໄດ້. ພວກມັນລ້ວນແຕ່ເປັນຫຼັກຄຳສອນທີ່ເບິ່ງຄືວ່າຖືກຕ້ອງແຕ່ຄວາມຈິງແລ້ວຜິດ. ແລ້ວຄຳເວົ້າເຫຼົ່ານີ້ກໍຄວນຖືກປະຕິເສດ. ເຫດຜົນໃນການປະຕິເສດຄົນແບບນັ້ນກໍຄື ການເວົ້າຈາໃຫຍ່ໂຕຂອງພວກເຂົາເຮັດໃຫ້ເສຍເວລາທີ່ເຈົ້າຄວນໃຊ້ເພື່ອປະຕິບັດໜ້າທີ່ຂອງເຈົ້າ, ເຮັດໃຫ້ເສຍເວລາທີ່ເຈົ້າຄວນໃຊ້ເພື່ອສະແຫວງຫາຄວາມຈິງ ແລະ ເຮັດໃຫ້ເຫື່ອແຮງສ່ວນຕົວຂອງເຈົ້າສູນເປົ່າ, ດັ່ງນັ້ນ ເຈົ້າຈຶ່ງຄວນປະຕິເສດພວກເຂົາ. ເຈົ້າຄວນປະຕິເສດພວກເຂົາແນວໃດ? ພຽງແຕ່ເວົ້າວ່າ “ລາກ່ອນ”, ເຈົ້າກໍປະຕິເສດພວກເຂົາແລ້ວ, ແມ່ນບໍ? ຫຼື ເຈົ້າສາມາດເວົ້າວ່າ “ເຊົາເວົ້າໄດ້ແລ້ວ, ຂ້ອຍເຂົ້າໃຈທຸກສິ່ງທີ່ເຈົ້າກຳລັງເວົ້າ. ເມື່ອໃດເຈົ້າຈຶ່ງຈະຕອບຄຳຖາມທີ່ຂ້ອຍຖາມເຈົ້າ? ຖ້າເຈົ້າບໍ່ສາມາດຕອບໄດ້, ກໍຈົ່ງອອກໄປຈາກບ່ອນນີ້ທັນທີ ແລະ ເຊົາເຮັດໃຫ້ຂ້ອຍເສຍເວລາ”. ວິທີການປະຕິເສດພວກເຂົາແບບນີ້ດີບໍ? (ດີ). ມັນເບິ່ງຄືວ່າດີພໍສົມຄວນສຳລັບເຮົາ, ຖ້າບໍ່ດັ່ງນັ້ນ ເຈົ້າຈະປະຕິເສດພວກເຂົາດ້ວຍວິທີໃດອີກ? ການປະຕິເສດການເວົ້າຈາໃຫຍ່ໂຕ, ຫຼັກຄຳສອນ ແລະ ຄຳຂວັນຂອງພວກເຂົາກໍຄືກັບການປະຕິເສດພວກຟາຣີຊາຍ. ຄົນແບບນີ້ບໍ່ສາມາດເຮັດສິ່ງທີ່ເປັນຈິງໄດ້. ຄວາມເປັນມະນຸດຂອງພວກເຂົາບໍ່ໄດ້ມາດຕະຖານ, ຂີດຄວາມສາມາດຂອງພວກເຂົາກໍບໍ່ດີ ແລະ ໂດຍພື້ນຖານແລ້ວ ພວກເຂົາບໍ່ມີຄວາມສາມາດໃນການເຮັດວຽກງານຕົວຈິງ. ແຕ່ພວກເຂົາກໍຍັງໃຊ້ຫຼັກຄຳສອນທີ່ສູງສົ່ງເພື່ອພະຍາຍາມເຮັດໃຫ້ເຈົ້າຫຼົງຜິດ. ຖ້າເຈົ້າບໍ່ປະຕິເສດພວກເຂົາ, ແລ້ວເຈົ້າກໍເປັນຄົນໂງ່ຢ່າງແທ້ຈິງ. ມັນເປັນສິ່ງທີ່ຖືກຕ້ອງແລ້ວທີ່ຈະປະຕິເສດຄົນແບບນັ້ນເມື່ອເຈົ້າພົບກັບພວກເຂົາ. ພຽງແຕ່ເວົ້າວ່າ “ລາກ່ອນ” ແລ້ວກໍຍ່າງໜີໄປ, ມັນເປັນສິ່ງທີ່ແກ້ໄຂໄດ້ງ່າຍຫຼາຍ, ແມ່ນບໍ? ນີ້ຄືວິທີປະຕິບັດຕໍ່ຜູ້ທີ່ເວົ້າຈາໃຫຍ່ໂຕ ແຕ່ບໍ່ລົງມືເຮັດຕົວຈິງຢ່າງແທ້ຈິງ. ຄົນແບບນີ້ບໍ່ແມ່ນຜູ້ທີ່ເຮັດສິ່ງຕ່າງໆໃນລັກສະນະທີ່ເໝາະສົມ ແລະ ຈິງຈັງ. ພວກເຂົາບໍ່ແມ່ນຜູ້ທີ່ເຮັດສິ່ງຕ່າງໆໃນລັກສະນະທີ່ຕິດດິນ. ສິ່ງທີ່ພວກເຂົາເວົ້າຂາດຄວາມໜ້າເຊື່ອຖື, ບໍ່ຄຸ້ມຄ່າທີ່ຈະໄປຜູກພັນນຳ ແລະ ບໍ່ຄຸ້ມຄ່າທີ່ຈະຟັງຄືກັບວ່າມັນເປັນຄຳແນະນຳທີ່ມີປະສິດທິຜົນ ຫຼື ເສັ້ນທາງທີ່ມີປະສິດທິຜົນ. ສະນັ້ນ ເມື່ອເວົ້າເຖິງການເວົ້າຈາໃຫຍ່ໂຕຂອງພວກເຂົາ, ພຽງແຕ່ປະຕິເສດມັນໄປເລີຍ, ບໍ່ຈຳເປັນຕ້ອງຈົດບັນທຶກ ແລະ ມັນກໍບໍ່ຄຸ້ມຄ່າທີ່ຈະທະນຸຖະໜອມ. ນີ້ຄືການສິ້ນສຸດການສົນທະນາຂອງພວກເຮົາກ່ຽວກັບບັນຫາການເວົ້າຈາໃຫຍ່ໂຕ.
ການມັກສົນທະນາກ່ຽວກັບການເມືອງ
ພວກເຮົາລົມກັນກ່ຽວກັບການສະແດງອອກອີກຢ່າງໜຶ່ງກັນເທາະ: ການມັກສົນທະນາກ່ຽວກັບການເມືອງ. ບາງຄົນມັກສົນທະນາກ່ຽວກັບສະຖານະການທາງການເມືອງຂອງປະເທດຕົນເອງ ຫຼື ສະຖານະການການເມືອງຂອງໂລກ ພ້ອມທັງນະໂຍບາຍ ແລະ ຄຳຖະແຫຼງຂອງບຸກຄົນສຳຄັນທາງການເມືອງລະດັບສູງ, ວາລະການປົກຄອງ ແລະ ແນວທາງການເມືອງຂອງພວກເຂົາ, ວິທີການ ແລະ ຊ່ອງທາງທີ່ພວກເຂົາຈັດຕັ້ງປະຕິບັດນະໂຍບາຍຕ່າງໆ ແລະ ອື່ນໆອີກ. ເວົ້າສັ້ນໆກໍຄື ພວກເຂົາມັກຈະສົນທະນາກ່ຽວກັບຫົວຂໍ້ທີ່ກ່ຽວຂ້ອງກັບການເມືອງ. ບໍ່ວ່າຫົວຂໍ້ເຫຼົ່ານີ້ຈະກ່ຽວຂ້ອງກັບການເມືອງໃນສະໄໝບູຮານ ຫຼື ສະໄໝໃໝ່, ການເມືອງພາຍໃນ ຫຼື ຕ່າງປະເທດ, ພວກເຂົາກໍມັກຈະຍົກພວກມັນຂຶ້ນມາເວົ້າເປັນບາງຄັ້ງຄາວ. ການມັກສົນທະນາກ່ຽວກັບການເມືອງຈັດຢູ່ໃນເງື່ອນໄຂທີ່ຕິດໂຕມາແຕ່ເກີດ, ຄວາມເປັນມະນຸດ ຫຼື ອຸປະນິໄສທີ່ເສື່ອມຊາມບໍ? ພວກເຈົ້າບໍ່ຮູ້, ແມ່ນບໍ? ນັ້ນກໍເພາະວ່າຫົວຂໍ້ນີ້ຂ້ອນຂ້າງພິເສດ. ສິ່ງທີ່ພວກເຂົາມັກສົນທະນາແມ່ນການເມືອງ ແລະ ໃນມຸມມອງຂອງພວກເຈົ້າ, ການເມືອງບໍ່ແມ່ນສິ່ງທີ່ເປັນບວກ. ພວກເຈົ້າຄິດວ່າ: “ຖ້າການມັກສົນທະນາກ່ຽວກັບການເມືອງເປັນຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງທີ່ຢູ່ໃນເງື່ອນໄຂທີ່ຕິດໂຕມາແຕ່ເກີດ, ແລ້ວພຣະເຈົ້າກໍຄົງຈະບໍ່ປະທານຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງປະເພດນີ້ໃຫ້ກັບຜູ້ຄົນ. ຖ້າມັນເປັນບັນຫາຂອງຄວາມເປັນມະນຸດທີ່ບໍ່ດີ, ການພຽງແຕ່ສົນທະນາກ່ຽວກັບມັນໂດຍບໍ່ໄດ້ເຮັດສິ່ງທີ່ບໍ່ດີໃດໆກໍບໍ່ຄວນນັບວ່າເປັນຄວາມເປັນມະນຸດທີ່ບໍ່ດີ ແລະ ຍິ່ງບໍ່ສາມາດຍົກລະດັບໄປເຖິງຂັ້ນຂອງອຸປະນິໄສທີ່ເສື່ອມຊາມໄດ້. ແລ້ວມັນຄວນຖືກຈັດປະເພດໄວ້ບ່ອນໃດ?” ໃນທີ່ສຸດ, ພວກເຈົ້າກໍບໍ່ໄດ້ຂໍ້ສະຫຼຸບ. ມັນເປັນແບບນີ້ບໍ? (ແມ່ນແລ້ວ.) ແລ້ວພວກເຈົ້າຖືກຕ້ອງບໍທີ່ຈະຄິດແບບນີ້? ເປັນຫຍັງໃນທີ່ສຸດພວກເຈົ້າຈຶ່ງບໍ່ໄດ້ຂໍ້ສະຫຼຸບ? ພວກເຈົ້າຕິດຂັດຢູ່ບ່ອນໃດ? ພວກເຈົ້າກຳລັງຕິດຂັດຢູ່ກັບຄຳວ່າ “ການເມືອງ”, ແມ່ນບໍ? (ແມ່ນແລ້ວ.) ຖ້າເຮົາເວົ້າເຖິງການມັກສົນທະນາກ່ຽວກັບວິຈິດສິນ, ດົນຕີ, ການເຕັ້ນ, ການອອກແບບ ຫຼື ເສດຖະກິດ, ສິ່ງນັ້ນຈະຖືກຈັດປະເພດໄວ້ບ່ອນໃດ? (ມັນຈະຖືກຈັດປະເພດເປັນຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງທີ່ຢູ່ໃນເງື່ອນໄຂທີ່ຕິດໂຕມາແຕ່ເກີດ.) ຖ້າເຮົາກ່າວເຖິງການມັກສົນທະນາກ່ຽວກັບປະຫວັດສາດ ຫຼື ການມັກສົນທະນາກ່ຽວກັບອາຫານເລີດລົດ, ສິ່ງນັ້ນຄວນຖືກຈັດປະເພດໄວ້ບ່ອນໃດ? (ເງື່ອນໄຂທີ່ຕິດໂຕມາແຕ່ເກີດ.) ເມື່ອມີການເວົ້າວ່າຄົນໃດໜຶ່ງມັກສົນທະນາກ່ຽວກັບບາງສິ່ງ, ມັກຄົ້ນຄວ້າບາງສິ່ງ ຫຼື ເກັ່ງໃນບາງສິ່ງ, ມັນໝາຍຄວາມວ່າພວກເຂົາມັກໃນຂົງເຂດນັ້ນ ແລະ ມີຄວາມສົນໃຈໃນສິ່ງນັ້ນ. ສະນັ້ນ, ມັນຈຶ່ງຖືກຈັດປະເພດເປັນຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງທີ່ຢູ່ໃນເງື່ອນໄຂທີ່ຕິດໂຕມາແຕ່ເກີດ. ແຕ່ຍ້ອນວ່າຫົວຂໍ້ທີ່ຄົນເຫຼົ່ານີ້ມັກສົນທະນາໃນກໍລະນີນີ້ແມ່ນການເມືອງ, ພວກເຈົ້າຈຶ່ງບໍ່ກ້າທີ່ຈະຈັດປະເພດມັນແບບນີ້. ເປັນຫຍັງພວກເຈົ້າຈຶ່ງບໍ່ກ້າທີ່ຈະຈັດປະເພດມັນແບບນີ້? ເພາະວ່າການເມືອງເປັນຫົວຂໍ້ທີ່ອ່ອນໄຫວຫຼາຍ ແລະ ການເມືອງກໍບໍ່ແມ່ນສິ່ງທີ່ເປັນບວກເປັນພິເສດ, ແມ່ນບໍ? (ແມ່ນແລ້ວ.) ເຖິງແມ່ນວ່າການເມືອງຈະບໍ່ແມ່ນສິ່ງທີ່ເປັນບວກເປັນພິເສດ, ກິດຈະກຳໃນການມັກສົນທະນາກ່ຽວກັບການເມືອງ ດັ່ງທີ່ຫາກໍກ່າວເຖິງນັ້ນ ແມ່ນການສົນທະນາ. ດັ່ງນັ້ນ, ມັນຈຶ່ງຄວນຖືກຈັດປະເພດເປັນຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງທີ່ຢູ່ໃນເງື່ອນໄຂທີ່ຕິດໂຕມາແຕ່ເກີດ. ຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງທີ່ຕິດໂຕມາແຕ່ເກີດຂອງຄົນແບບນັ້ນກໍຄືການມັກຕິດຕາມ ແລະ ສົນທະນາກ່ຽວກັບການເມືອງໃນລະດັບໜຶ່ງ. ແຕ່ພວກເຂົາເຂົ້າຮ່ວມໃນການເມືອງບໍ? ພວກເຮົາຍັງບໍ່ທັນໄປຮອດຈຸດນັ້ນເທື່ອ; ສຳລັບຕອນນີ້, ພວກເຮົາພຽງແຕ່ຈຳກັດຈຸດສຸມຂອງພວກເຮົາຢູ່ທີ່ການກະທຳຂອງການສົນທະນາ, ສະນັ້ນ ມັນຈຶ່ງສາມາດຖືກຈັດປະເພດເປັນຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງທີ່ຢູ່ໃນເງື່ອນໄຂທີ່ຕິດໂຕມາແຕ່ເກີດເທົ່ານັ້ນ. ຕອນນີ້ພວກເຈົ້າເຂົ້າໃຈແລ້ວບໍ? (ເຂົ້າໃຈແລ້ວ.) ການເວົ້າແບບນີ້ແມ່ນກົງໄປກົງມາ. ມັນເປັນຂໍ້ເທັດຈິງ, ແມ່ນບໍ? (ແມ່ນແລ້ວ). ຕົວຢ່າງ: ສົມມຸດວ່າຄົນໃດໜຶ່ງມັກສົນທະນາກ່ຽວກັບກະສັດໃນສະໄໝບູຮານ ແລະ ມັກເວົ້າກ່ຽວກັບວິທີທີ່ຈັກກະພັດບາງອົງປະຕິບັດຕໍ່ຂຸນນາງ ແລະ ປະຊາຊົນທຳມະດາຂອງພວກເຂົາ, ວິທີທີ່ຜູ້ປົກຄອງບາງຄົນປົກຄອງຢ່າງເອົາໃຈໃສ່ ແລະ ຫ່ວງໃຍປະຊາຊົນ ພ້ອມທັງວິທີທີ່ຄັງສຳຮອງເມັດພືດຂອງຊາດມີພຽງພໍ ແລະ ມາດຕະຖານການດຳລົງຊີວິດຂອງປະຊາຊົນໄປເຖິງລະດັບໃດໃນລະຫວ່າງການປົກຄອງຂອງພວກເຂົາ. ພວກເຂົາຍັງເວົ້າກ່ຽວກັບວ່າຈັກກະພັດພະອົງໃດທີ່ເປັນຜະເດັດການ ແລະ ປະຊາຊົນທຸກຍາກລຳບາກແນວໃດພາຍໃຕ້ການປົກຄອງຂອງພວກເຂົາ ໃນຂະນະທີ່ຈັກກະພັດເຫຼົ່ານີ້ເພີດເພີນກັບງານລ້ຽງທີ່ຟຸມເຟືອຍ ແລະ ຄວາມລາມົກ ແລະ ດຳລົງຊີວິດຢ່າງຫຼູຫຼາໃນພະລາຊະວັງຂອງພວກເຂົາ. ຈາກນັ້ນ ພວກເຂົາກໍສືບຕໍ່ສົນທະນາກ່ຽວກັບບັນຫາຂອງບຸກຄົນສຳຄັນທາງການເມືອງໃນຍຸກປັດຈຸບັນ, ໂດຍເວົ້າກ່ຽວກັບວ່າໃຜເຮັດວຽກໄດ້ດີ ແລະ ໃຜເຮັດໄດ້ບໍ່ດີ ແລະ ອື່ນໆອີກ. ພວກເຂົາພຽງແຕ່ມັກສົນທະນາກ່ຽວກັບສິ່ງເຫຼົ່ານີ້. ເວົ້າອີກຢ່າງໜຶ່ງກໍຄື ໂດຍທຳມະຊາດແລ້ວ ຄົນໆນີ້ຂ້ອນຂ້າງສົນໃຈໃນຫົວຂໍ້ ແລະ ເລື່ອງລາວປະເພດເຫຼົ່ານີ້. ໃນຊີວິດປະຈຳວັນຂອງພວກເຂົາ, ວິທີການຜ່ອນຄາຍ ແລະ ສ້າງຄວາມບັນເທີງໃຫ້ກັບຕົນເອງກໍຄືການສົນທະນາກ່ຽວກັບເລື່ອງການເມືອງເຫຼົ່ານີ້, ໂດຍໃຊ້ມັນເປັນວິທີການຂ້າເວລາ, ນີ້ຄືສ່ວນໜຶ່ງໃນຊີວິດຂອງພວກເຂົາ. ຖ້າພວກເຂົາພຽງແຕ່ມັກສົນທະນາກ່ຽວກັບການເມືອງ, ແລ້ວມັນກໍເປັນພຽງຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງ. ສິ່ງນີ້ກ່ຽວຂ້ອງກັບຄວາມເປັນມະນຸດຂອງພວກເຂົາບໍ? ຖ້າເຈົ້າພຽງແຕ່ເບິ່ງການມັກສົນທະນາກ່ຽວກັບການເມືອງຂອງພວກເຂົາ, ເຈົ້າກໍເບິ່ງບໍ່ອອກວ່າລັກສະນະຂອງພວກເຂົາເປັນແນວໃດ ເພາະເຈົ້າບໍ່ສາມາດເຫັນໄດ້ວ່າທັດສະນະຄະຕິ ແລະ ມຸມມອງຂອງພວກເຂົາທີ່ມີຕໍ່ການເມືອງນັ້ນເປັນແນວໃດ. ພວກເຂົາພຽງແຕ່ເພີດເພີນກັບການສົນທະນາກ່ຽວກັບຫົວຂໍ້ດັ່ງກ່າວ ແລະ ສົນໃຈໃນເລື່ອງເຫຼົ່ານີ້. ສິ່ງນີ້ບໍ່ກ່ຽວຂ້ອງກັບຫຼັກການໃນການປະພຶດຕົນຂອງພວກເຂົາ. ຖ້າຄົນໃດໜຶ່ງພຽງແຕ່ມັກສົນທະນາກ່ຽວກັບການເມືອງ ແລະ ໃນຊີວິດປະຈຳວັນຂອງພວກເຂົາ ພວກເຂົາຖືວ່າມັນເປັນຫົວຂໍ້ເພື່ອຄວາມບັນເທີງ, ເປັນເນື້ອໃນການສົນທະນາ ຫຼື ເປັນຈຸດສຸມຂອງການສົນທະນາເລື້ອຍໆເມື່ອມີປະຕິສຳພັນກັບຄົນອື່ນ ແລະ ຈັດການກັບສິ່ງຕ່າງໆ, ແລ້ວມັນກໍເປັນຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງ ແລະ ມັນບໍ່ກ່ຽວຂ້ອງກັບຄວາມເປັນມະນຸດຂອງຄົນໆນັ້ນ. ຄົນທີ່ມີຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງນີ້ກໍຄືກັນກັບຄົນທີ່ມີກິດຈະກຳຍາມຫວ່າງອື່ນໆ, ພວກເຂົາເທົ່າທຽມກັນ. ຄົນເຮົາບໍ່ສາມາດກຳນົດລັກສະນະຂອງຄົນໆນີ້ວ່າເປັນຄົນທີ່ມີຄວາມທະເຍີທະຍານ, ມີຄວາມເປັນມະນຸດທີ່ບໍ່ດີ ຫຼື ມີລັກສະນະທີ່ຊົ່ວຊ້າ ເພາະພວກເຂົາມັກສົນທະນາກ່ຽວກັບການເມືອງ. ເຖິງແມ່ນວ່າຜູ້ທີ່ເຊື່ອໃນພຣະເຈົ້າຈະບໍ່ເຂົ້າຮ່ວມໃນການເມືອງກໍຕາມ, ເມື່ອເວົ້າເຖິງການເມືອງນັ້ນເອງ, ທຸກຄົນກໍມີສິດທີ່ຈະເຂົ້າຮ່ວມໃນມັນ. ການເມືອງບໍ່ແມ່ນສິ່ງທີ່ເປັນບວກ ແຕ່ກໍບໍ່ສາມາດເວົ້າໄດ້ວ່າມັນເປັນລົບ, ມັນເປັນພຽງສິ່ງທີ່ຫຼີກລ່ຽງບໍ່ໄດ້ທີ່ຈະມີຢູ່ໃນເສັ້ນທາງການພັດທະນາສັງຄົມຂອງມະນຸດ. ດັ່ງນັ້ນ, ການພຽງແຕ່ມັກສົນທະນາກ່ຽວກັບການເມືອງຈຶ່ງບໍ່ໄດ້ບົ່ງບອກວ່າລັກສະນະຂອງຄົນໆໜຶ່ງເປັນແນວໃດ. ມັນກໍຄືກັບຄົນທີ່ມັກການເຕັ້ນ, ເຈົ້າບໍ່ສາມາດເວົ້າໄດ້ວ່າຄົນໆນີ້ຜິດພ້ຽນ ຫຼື ບໍ່ໃສ່ໃຈໜ້າທີ່ການງານຫຼັກ. ຖ້າຄົນໃດໜຶ່ງມັກຜະລິດຕະພັນເອເລັກໂຕຣນິກ, ເຈົ້າກໍບໍ່ສາມາດເວົ້າໄດ້ວ່າຄົນໆນີ້ມີຄວາມສາມາດໃນການເຮັດສິ່ງທີ່ຍິ່ງໃຫຍ່ ຫຼື ເປັນບຸກຄົນທີ່ເປັນບວກ. ການຕັດສິນແບບນັ້ນຈະຖືກຕ້ອງບໍ? (ບໍ່.) ແລ້ວສິ່ງນີ້ຄວນຖືກປະເມີນແນວໃດ? ມັນຂຶ້ນຢູ່ກັບວ່າເຈົ້າເຮັດຫຍັງກັບຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງຂອງເຈົ້າ. ຖ້າເຈົ້າເຂົ້າຮ່ວມໃນພາລະກິດທີ່ຊອບທຳ, ແລ້ວຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງຂອງເຈົ້າກໍສາມາດສ້າງຄຸນຄ່າທີ່ເປັນປະໂຫຍດໄດ້. ຖ້າເຈົ້າໃຊ້ຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງຂອງເຈົ້າເພື່ອເຮັດສິ່ງທີ່ເປັນລົບ, ສິ່ງທີ່ສ້າງຄວາມເສຍຫາຍໃຫ້ຜູ້ຄົນ ແລະ ທຳລາຍຜົນປະໂຫຍດຂອງພວກເຂົາ, ມັນກໍຍັງບໍ່ສາມາດເວົ້າໄດ້ວ່າຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງຂອງເຈົ້າເປັນລົບ, ກົງກັນຂ້າມ ມັນໝາຍຄວາມວ່າຄວາມເປັນມະນຸດຂອງເຈົ້າບໍ່ດີ ແລະ ເສັ້ນທາງທີ່ເຈົ້າຍ່າງນັ້ນຜິດ. ເຈົ້າອາດຈະໃຊ້ຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງຂອງເຈົ້າເພື່ອເຮັດສິ່ງທີ່ບໍ່ດີ ແຕ່ຄວາມສົນໃຈ, ກິດຈະກຳຍາມຫວ່າງ, ຈຸດແຂງ ແລະ ທັກສະທາງດ້ານວິຊາຊີບ, ທັກສະທາງດ້ານວິຊາການ ແລະ ຄວາມຮູ້ທີ່ກ່ຽວຂ້ອງຂອງເຈົ້າໃນຕົວພວກມັນເອງນັ້ນບໍ່ແມ່ນສິ່ງທີ່ເປັນລົບ. ບໍ່ວ່າເຈົ້າຈະມີຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງຫຍັງກໍຕາມ, ພວກມັນກໍມີໄວ້ເພື່ອໃຫ້ເຈົ້ານຳໃຊ້. ຖ້າເຈົ້າຍ່າງໃນເສັ້ນທາງທີ່ຖືກຕ້ອງ, ແລ້ວສິ່ງທີ່ເຈົ້າເຮັດກັບຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງຂອງເຈົ້າກໍເປັນທຳ. ຖ້າເຈົ້າບໍ່ຍ່າງໃນເສັ້ນທາງທີ່ຖືກຕ້ອງ, ແລ້ວສິ່ງທີ່ເຈົ້າໃຊ້ຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງຂອງເຈົ້າເພື່ອເຮັດນັ້ນກໍບໍ່ເປັນທຳ ແຕ່ຊົ່ວຮ້າຍ. ຕົວຢ່າງ: ຄອມພິວເຕີເປັນພຽງເຄື່ອງຈັກ, ມັນເປັນເຄື່ອງມືເຕັກໂນໂລຊີ. ເຈົ້າສາມາດໃຊ້ຄອມພິວເຕີສຳລັບການເຕົ້າໂຮມ, ການເທດສະໜາ ແລະ ການເທດສອນຂ່າວປະເສີດ, ແຕ່ໃນເວລາດຽວກັນ ຄົນບໍ່ດີ ແລະ ຄົນຊົ່ວຮ້າຍຫຼາຍຄົນກໍສາມາດໃຊ້ຄອມພິວເຕີເພື່ອເຮັດສິ່ງທີ່ຊົ່ວຮ້າຍໄດ້ເຊັ່ນກັນ. ສະນັ້ນ, ເມື່ອຄອມພິວເຕີຖືກໃຊ້ເພື່ອເຂົ້າຮ່ວມໃນພາລະກິດທີ່ຊອບທຳ, ເຈົ້າກໍບໍ່ສາມາດເວົ້າໄດ້ວ່າຕົວຄອມພິວເຕີເອງນັ້ນເປັນທຳ. ເຊັ່ນດຽວກັນ, ເມື່ອຄອມພິວເຕີຖືກໃຊ້ເພື່ອເຮັດສິ່ງທີ່ຊົ່ວຮ້າຍ, ເຈົ້າກໍບໍ່ສາມາດເວົ້າໄດ້ວ່າຕົວຄອມພິວເຕີເອງນັ້ນຊົ່ວຮ້າຍ. ພວກເຈົ້າເຂົ້າໃຈບໍ? (ເຂົ້າໃຈແລ້ວ.) ໃນທຳນອງດຽວກັນ, ສຳລັບຜູ້ທີ່ມັກສົນທະນາກ່ຽວກັບການເມືອງ, ການສະແດງອອກເຖິງການມັກສົນທະນາກ່ຽວກັບການເມືອງນີ້ເປັນຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງ, ມັນບໍ່ກ່ຽວຂ້ອງກັບບັນຫາເລື່ອງແກ່ນແທ້ຄວາມເປັນມະນຸດຂອງພວກເຂົາ. ນອກຈາກນີ້, ຜູ້ທີ່ມັກສົນທະນາກ່ຽວກັບການເມືອງກໍມັກຫົວຂໍ້ທາງການເມືອງ. ພວກເຂົາມັກສົນທະນາກ່ຽວກັບເລື່ອງທີ່ຖືກ ແລະ ຜິດຢູ່ສະເໝີ ແລະ ໂຕ້ຖຽງກັບຄົນອື່ນກ່ຽວກັບບາງຫົວຂໍ້ທີ່ກ່ຽວຂ້ອງກັບມຸມມອງທາງການເມືອງ. ບາງຄົນສົນໃຈເປັນພິເສດໃນຫົວຂໍ້ທີ່ກ່ຽວຂ້ອງກັບຄົນທີ່ມີຊື່ສຽງ ແລະ ບຸກຄົນທີ່ຍິ່ງໃຫຍ່, ໃນຂະນະທີ່ບາງຄົນສົນໃຈເປັນພິເສດໃນຫົວຂໍ້ທີ່ເປີດໂປງດ້ານມືດຂອງສັງຄົມ. ແຕ່ບໍ່ວ່າໃນກໍລະນີໃດກໍຕາມ, ຄົນທີ່ມັກສົນທະນາກ່ຽວກັບການເມືອງກໍບໍ່ມີຄວາມຈິງ ແລະ ພຣະເຈົ້າກໍບໍ່ມີບ່ອນຢູ່ໃນຫົວໃຈຂອງພວກເຂົາ, ສິ່ງນີ້ແນ່ນອນທີ່ສຸດ. ເອົາລະ, ນັ້ນຄືທັງໝົດສຳລັບການສົນທະນາຂອງພວກເຮົາກ່ຽວກັບບັນຫາການມັກສົນທະນາກ່ຽວກັບການເມືອງ.
ການມັກເຂົ້າຮ່ວມໃນການເມືອງ
ການມັກສົນທະນາກ່ຽວກັບການເມືອງເປັນຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງຂອງບາງຄົນ. ຕໍ່ໄປ, ໃຫ້ພວກເຮົານຳການສົນທະນານີ້ກ້າວໄປອີກຂັ້ນໜຶ່ງ ແລະ ໂອ້ລົມກ່ຽວກັບການມັກເຂົ້າຮ່ວມໃນການເມືອງ. ການມັກເຂົ້າຮ່ວມໃນການເມືອງບໍ່ຄືກັນກັບການມັກສົນທະນາກ່ຽວກັບການເມືອງ ແຕ່ມັນກ່ຽວຂ້ອງກັບການກະທຳ. ການມັກເຂົ້າຮ່ວມໃນການເມືອງບໍ່ແມ່ນພຽງແຕ່ຫົວຂໍ້ສົນທະນາຫຼັງອາຫານຄໍ່າ ຫຼື ຄວາມບັນເທີງບາງປະເພດເທົ່ານັ້ນ ແລະ ມັນບໍ່ໄດ້ຢຸດຢູ່ພຽງແຕ່ລະດັບຂອງຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງ ຫຼື ການໃສ່ໃຈກ່ຽວກັບການເມືອງ; ກົງກັນຂ້າມ ມັນກ່ຽວຂ້ອງກັບເສັ້ນທາງທີ່ຄົນໆໜຶ່ງຍ່າງ. ແລ້ວຜູ້ທີ່ມັກເຂົ້າຮ່ວມໃນການເມືອງຍ່າງໃນເສັ້ນທາງໃດ? ສິ່ງນີ້ກ່ຽວຂ້ອງກັບຄວາມເປັນມະນຸດຂອງພວກເຂົາບໍ? (ແມ່ນແລ້ວ.) ແລ້ວການມັກເຂົ້າຮ່ວມໃນການເມືອງຄວນຖືກຈັດປະເພດເປັນຫຍັງ? ນີ້ເປັນຄຳຖາມທີ່ຍາກສຳລັບພວກເຈົ້າທຸກຄົນ, ພວກເຈົ້າບໍ່ສາມາດເບິ່ງອອກໄດ້. ຖ້າເປັນແນວນັ້ນ ໃຫ້ພວກເຮົາໂອ້ລົມກ່ຽວກັບມັນກັນເທາະ. ມີຜູ້ຄົນໃນທຸກສາຂາອາຊີບທີ່ມັກສົນທະນາກ່ຽວກັບການເມືອງ. ລອງເບິ່ງແມ ເຖິງແມ່ນວ່າຊາວກະສິກອນຈະດຳລົງຊີວິດຢູ່ໃນລະດັບຕໍ່າສຸດຂອງສັງຄົມ, ພວກເຂົາບາງຄົນກໍຮູ້ຫຼາຍກ່ຽວກັບເລື່ອງທີ່ກ່ຽວຂ້ອງກັບການເມືອງລະດັບສູງ ແລະ ພວກເຂົາສາມາດສະແດງມຸມມອງບາງຢ່າງທີ່ກ່ຽວຂ້ອງກັບການເມືອງໄດ້. ຜູ້ທີ່ເຮັດທຸລະກິດ ແລະ ເສດຖະກິດກໍສົນທະນາກ່ຽວກັບການເມືອງເຊັ່ນກັນ ແລະ ແມ່ນແຕ່ຜູ້ທີ່ຢູ່ໃນວົງການສິລະປະ ແລະ ການສຶກສາກໍສົນທະນາກ່ຽວກັບການເມືອງ. ນັ້ນໝາຍຄວາມວ່າ ໃນທຸກຂົງເຂດ ມີຄົນທີ່ມັກສົນທະນາກ່ຽວກັບການເມືອງ ແລະ ສົນໃຈໃນຫົວຂໍ້ທາງດ້ານການເມືອງ. ບໍ່ວ່າຄົນໆໜຶ່ງຈະເຮັດວຽກໃນຂົງເຂດໃດກໍຕາມ, ຖ້າພວກເຂົາມັກສົນທະນາກ່ຽວກັບການເມືອງ, ນັ້ນກໍເປັນເພາະວ່າພວກເຂົາມີຄວາມສົນໃຈໃນການເມືອງຢ່າງແທ້ຈິງ. ຄວາມສົນໃຈນີ້ມີຄວາມສຳພັນບາງຢ່າງກັບຂີດຄວາມສາມາດທີ່ຕິດໂຕມາແຕ່ເກີດຂອງພວກເຂົາ ແລະ ລະດັບມຸມມອງຂອງພວກເຂົາ. ພວກເຂົາສາມາດກຳແໜ້ນເລື່ອງຕ່າງໆທີ່ຢູ່ໃນຂອບເຂດຂອງອຳນາດທາງການເມືອງ, ດັ່ງນັ້ນ ພວກເຂົາຈຶ່ງສະແດງມຸມມອງຂອງພວກເຂົາເອງເປັນບາງຄັ້ງຄາວ. ການສະແດງອອກຂອງພວກເຂົາຍັງຄົງຢູ່ໃນລະດັບຂອງຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງທີ່ຢູ່ໃນເງື່ອນໄຂທີ່ຕິດໂຕມາແຕ່ເກີດ. ເຖິງຢ່າງໃດກໍຕາມ, ການເຂົ້າຮ່ວມໃນການເມືອງບໍ່ໄດ້ໝາຍຄວາມວ່າພໍໃຈກັບຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງປະເພດນີ້ໃນລະດັບຄວາມຄິດ; ກົງກັນຂ້າມ ມັນໝາຍເຖິງການປະຖິ້ມຂົງເຂດເດີມຂອງຕົນ ແລະ ເລືອກທີ່ຈະເຂົ້າຮ່ວມໃນວຽກງານທາງການເມືອງ, ກ້າວຂຶ້ນສູ່ເວທີການເມືອງ ແລະ ມີການພົວພັນກັບບຸກຄົນສຳຄັນທາງການເມືອງ. ແລ້ວບັນຫາຂອງຄົນແບບນັ້ນແມ່ນຫຍັງ? ຄົນປະເພດນີ້ທີ່ມັກເຂົ້າຮ່ວມໃນການເມືອງອາດບໍ່ສົນທະນາກ່ຽວກັບການເມືອງຫຼາຍປານໃດໂດຍປົກກະຕິ ແຕ່ບໍ່ວ່າພວກເຂົາຈະເລືອກອາຊີບໃດກໍຕາມ, ຕາບໃດທີ່ພວກເຂົາເຮັດວຽກທີ່ບໍ່ກ່ຽວຂ້ອງກັບການເມືອງ, ພວກເຂົາກໍບໍ່ມີຄວາມສົນໃຈໃນມັນ ແລະ ຮູ້ສຶກວ່າອະນາຄົດຂອງພວກເຂົາມືດມົວ. ແຕ່ເມື່ອເວົ້າເຖິງການເຂົ້າຮ່ວມໃນການເມືອງ, ແວວຕາຂອງພວກເຂົາກໍເປັນປະກາຍດ້ວຍຄວາມປາຖະໜາ ແລະ ຄວາມສົນໃຈຂອງພວກເຂົາກໍຖືກກະຕຸ້ນ. ເມື່ອພວກເຂົາໄດ້ຍິນວ່າຄົນໃດໜຶ່ງກຳລັງລົງສະໝັກເປັນເຈົ້າເມືອງ, ຜູ້ວ່າການລັດ, ສະມາຊິກສະພາ ຫຼື ປະທານາທິບໍດີ, ພວກເຂົາກໍຮູ້ສຶກຜິດຫວັງໃນໃຈຂອງພວກເຂົາ ແລະ ລະດົມສະໝອງຂອງພວກເຂົາເພື່ອຄິິດຫາວິທີການເຂົ້າຮ່ວມດ້ວຍຕົນເອງຢ່າງໜັກ. ພວກເຂົາເປັນຄົນປະເພດໃດ? ພວກເຂົາບໍ່ແມ່ນຄົນປະເພດທີ່ມີຄວາມປາຖະໜາອັນໃຫຍ່ຫຼວງຕໍ່ອຳນາດບໍ? (ແມ່ນແລ້ວ.) ແລ້ວຄົນປະເພດນີ້ມີສິ່ງໃດເພີ່ມເຕີມພາຍໃນຄວາມເປັນມະນຸດຂອງພວກເຂົາ? ພວກເຂົາຫຼົງໄຫຼກັບເງິນຕາໂດຍສິ້ນເຊີງ ຫຼື ຫຼົງໄຫຼກັບອຳນາດໂດຍສິ້ນເຊີງບໍ? (ພວກເຂົາຫຼົງໄຫຼກັບອຳນາດໂດຍສິ້ນເຊີງ.) ພວກເຂົາເຫັນວ່າອຳນາດຢູ່ເໜືອສິ່ງອື່ນໃດ, ໂດຍເບິ່ງວ່າມັນເປັນຊີວິດຂອງພວກເຂົາ, ຖືວ່າມັນເປັນເປົ້າໝາຍທີ່ຈະໄລ່ຕາມຕະຫຼອດຊີວິດຂອງພວກເຂົາ. ແລ້ວພວກເຂົາເປັນຄົນປະເພດໃດກັນແທ້? ພວກເຂົາມີສິ່ງໃດເພີ່ມເຕີມພາຍໃນຄວາມເປັນມະນຸດຂອງພວກເຂົາທີ່ຄົນທຳມະດາບໍ່ມີ? (ຄວາມທະເຍີທະຍານ ແລະ ຄວາມປາຖະໜາ.) ພວກເຂົາມີຄວາມທະເຍີທະຍານ ແລະ ຄວາມປາຖະໜາທີ່ຈະເຮັດຫຍັງ? (ເພື່ອມີອຳນາດ.) ຜົນປະໂຫຍດໂດຍກົງທີ່ສຸດທີ່ການມີອຳນາດນຳມາໃຫ້ພວກເຂົາແມ່ນຫຍັງ? (ການໄດ້ຮັບສະຖານະ ແລະ ໄດ້ຮັບການນັບຖືຢ່າງສູງຈາກຄົນອື່ນ.) ສິ່ງເຫຼົ່ານັ້ນເປັນເລື່ອງຮອງ, ບໍ່ແມ່ນຜົນປະໂຫຍດທີ່ສຳຄັນ. (ພວກເຂົາຕ້ອງການຄວບຄຸມຜູ້ຄົນ.) ນັ້ນໃກ້ຄຽງແລ້ວ. ຖ້າຄົນໃດໜຶ່ງມັກການດຳລົງຕຳແໜ່ງ ແຕ່ຕຳແໜ່ງທີ່ພວກເຂົາດຳລົງນັ້ນເປັນພຽງນາມະຍົດທີ່ຫວ່າງເປົ່າ ແລະ ພວກເຂົາບໍ່ມີຜູ້ໃຕ້ບັງຄັບບັນຊາແມ່ນແຕ່ຄົນດຽວ, ສິ່ງນີ້ສາມາດຖືວ່າເປັນການມີອຳນາດໄດ້ບໍ? (ບໍ່ໄດ້.) ສິ່ງນີ້ບໍ່ສາມາດຖືວ່າເປັນການມີອຳນາດໄດ້. ພວກເຂົາບໍ່ມີສິດທິພິເສດໃດໆ ແລະ ບໍ່ສາມາດເພີດເພີນກັບຜົນປະໂຫຍດໃດໆຂອງການດຳລົງຕຳແໜ່ງ. ໃນມຸມມອງຂອງພວກເຂົາ, ການດຳລົງຕຳແໜ່ງດັ່ງກ່າວມີຄຸນຄ່າທີ່ແທ້ຈິງບໍ? (ບໍ່ມີ.) ສະນັ້ນ ຄົນປະເພດນີ້ຈຶ່ງມີສິ່ງໜຶ່ງທີ່ຄົນອື່ນບໍ່ມີ ນັ້ນກໍຄື ຄວາມທະເຍີທະຍານ ແລະ ຄວາມປາຖະໜາອັນແຮງກ້າທີ່ສຸດຕໍ່ອຳນາດ. ເນື່ອງຈາກພວກເຂົາມີຄວາມທະເຍີທະຍານ ແລະ ຄວາມປາຖະໜາປະເພດນີ້, ເປົ້າໝາຍທີ່ພວກເຂົາປາຖະໜາທີ່ຈະບັນລຸຈຶ່ງບໍ່ແມ່ນສິ່ງທີ່ງ່າຍດາຍຄືກັບການໄດ້ຮັບການນັບຖືຢ່າງສູງ, ການຖືກຍົກຍ້ອງ ຫຼື ການຖືກອິດສາຈາກຄົນອື່ນ ແຕ່ພວກເຂົາປາຖະໜາທີ່ຈະດຳລົງຕຳແໜ່ງ, ເປັນຜູ້ຕັດສິນໃຈ ແລະ ນຳພາຄົນອື່ນ. ພວກເຂົາມີຄວາມທະເຍີທະຍານ ແລະ ຄວາມປາຖະໜານີ້, ຖ້າພວກເຂົາບໍ່ມີສະຖານະ, ພວກເຂົາຈະສາມາດບັນລຸເປົ້າໝາຍຂອງພວກເຂົາໄດ້ບໍ? ຈະມີໃຜຟັງພວກເຂົາບໍ? ບໍ່ມີຢ່າງແນ່ນອນ. ນັ້ນຄືເຫດຜົນທີ່ພວກເຂົາມຸ່ງໝັ້ນທີ່ຈະໄດ້ຮັບສະຖານະ. ຫຼັງຈາກທີ່ພວກເຂົາມີສະຖານະແລ້ວ, ກໍຈະມີຄົນທີ່ຟັງພວກເຂົາເມື່ອພວກເຂົາເວົ້າ ແລະ ເມື່ອພວກເຂົາຮຽກຮ້ອງໃຫ້ຄົນອື່ນເຮັດບາງສິ່ງ, ກໍຈະມີຜູ້ທີ່ເຊື່ອຟັງ ແລະ ປະຕິບັດຕາມ, ຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາ, ສິ່ງທີ່ພວກເຂົາຕ້ອງການເຮັດໃຫ້ສຳເລັດ, ກໍສາມາດກາຍເປັນຈິງໄດ້. ຜູ້ທີ່ມັກເຂົ້າຮ່ວມໃນການເມືອງອາດຈະຖືກອະທິບາຍດ້ວຍຄຳເວົ້າທີ່ດີວ່າເປັນຄົນສູງສົ່ງ ແລະ ມັກໃຫຍ່ໃຝ່ສູງ, ແຕ່ເວົ້າຢ່າງກົງໄປກົງມາກໍຄື ພວກເຂົາພຽງແຕ່ຫຼົງໄຫຼກັບການດຳລົງຕຳແໜ່ງ, ພວກເຂົາພຽງແຕ່ມັກການດຳລົງຕຳແໜ່ງ. ເມື່ອພວກເຂົາບໍ່ໄດ້ດຳລົງຕຳແໜ່ງ, ພວກເຂົາກໍບໍ່ສາມາດເປັນຜູ້ຕັດສິນໃຈໄດ້ ແລະ ພວກເຂົາກໍບໍ່ມີຜູ້ໃຕ້ບັງຄັບບັນຊາສອງສາມຄົນໃຫ້ນຳພາ, ດັ່ງນັ້ນ ພວກເຂົາຈຶ່ງໝົດກຳລັງໃຈ ແລະ ຮູ້ສຶກວ່າຊີວິດມືດມົວ. ແຕ່ຫຼັງຈາກທີ່ພວກເຂົາດຳລົງຕຳແໜ່ງ, ກໍມີຄົນທີ່ຟັງພວກເຂົາເມື່ອພວກເຂົາເວົ້າ ແລະ ພວກເຂົາກໍມີຜູ້ຕິດຕາມ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງຮູ້ສຶກວ່າຊີວິດເປັນຕາມ່ວນ. ແລ້ວຄວາມເປັນມະນຸດຂອງພວກເຂົາມີບັນຫາບໍ? (ມີ.) ສິ່ງນີ້ສາມາດເອີ້ນວ່າເປັນຂໍ້ບົກຜ່ອງໃນຄວາມເປັນມະນຸດຂອງພວກເຂົາໄດ້ບໍ? (ບໍ່ໄດ້.) ມັນແນ່ນອນວ່າບໍ່ໄດ້ງ່າຍດາຍຂະໜາດນັ້ນ. ແລ້ວນີີ້ແມ່ນບັນຫາປະເພດໃດ? (ອຸປະນິໄສທີ່ເສື່ອມຊາມ.) ໃນແງ່ຂອງຄວາມເປັນມະນຸດຂອງພວກເຂົາ, ຄົນປະເພດນີ້ໄວ້ໃຈໄດ້ບໍ? (ບໍ່ໄດ້.) ແລ້ວລັກສະນະຂອງພວກເຂົາດີບໍ? (ບໍ່ດີ.) ເປັນຫຍັງຈຶ່ງບໍ່ດີ? (ພວກເຂົາຕ້ອງການຄວບຄຸມຜູ້ຄົນ ແລະ ຕ້ອງການເປັນຜູ້ຕັດສິນໃຈຢູ່ສະເໝີ.) ຄົນປະເພດນີ້ມີຄວາມປາຖະໜາອັນແຮງກ້າເປັນພິເສດຕໍ່ສະຖານະ, ພວກເຂົາມັກຈະຕ້ອງການຊອກຫາໂອກາດຕ່າງໆເພື່ອເປັນຜູ້ຕັດສິນໃຈ ແລະ ຕ້ອງການຢູ່ໃນບົດບາດຜູ້ນຳ ແລະ ຄວບຄຸມຄົນອື່ນຢູ່ສະເໝີ. ຄົນແບບນັ້ນໄວ້ໃຈບໍ່ໄດ້ ແລະ ລັກສະນະຂອງພວກເຂົາກໍບໍ່ດີເຊັ່ນກັນ. ມີຄົນປະເພດນີ້ຈຳນວນບໍ່ໜ້ອຍໃນຄອບຄົວຂອງພຣະເຈົ້າ. ຖ້າຄອບຄົວຂອງພຣະເຈົ້າໃຫ້ພວກເຂົາຮັບຜິດຊອບວຽກງານລາຍການໃດໜຶ່ງ, ພວກເຂົາກໍເຊື່ອວ່າສິ່ງນີ້ໝາຍຄວາມວ່າພວກເຂົາກຳລັງດຳລົງຕຳແໜ່ງ ແລະ ຮັບໃຊ້ໃນບົດບາດຜູ້ນຳ. ພວກເຂົາຈະສະແຫວງຫາຫຼັກການຄວາມຈິງບໍ? ພວກເຂົາຈະຈັດຕັ້ງປະຕິບັດການຈັດແຈງວຽກງານບໍ? (ບໍ່.) ຖ້າພວກເຂົາຖືວ່າການເປັນຜູ້ກຳກັບດູແລ ຫຼື ຜູ້ນຳຄືການດຳລົງຕຳແໜ່ງ, ພວກເຂົາກໍຈະບໍ່ຈັດຕັ້ງປະຕິບັດການຈັດແຈງວຽກງານຢ່າງແນ່ນອນ ແລະ ພວກເຂົາກໍຈະບໍ່ເຮັດວຽກງານຕົວຈິງຢ່າງແນ່ນອນ. ພວກເຂົາຈະເຮັດຫຍັງ? ພວກເຂົາຈະດຳເນີນກິດຈະການຂອງຕົນເອງ, ສ້າງສິດອຳນາດຂອງຕົນເອງ, ຮວບຮວມສະຖານະຂອງຕົນເອງ ແລະ ສື່ສານແນວຄິດຂອງຕົນເອງໃຫ້ກັບຜູ້ທີ່ຢູ່ເບື້ອງລຸ່ມຂອງພວກເຂົາ ແລະ ເຮັດໃຫ້ຜູ້ຄົນຟັງພວກເຂົາ, ເຊິ່ງເຮັດໃຫ້ການຈັດແຈງວຽກງານ, ເຈດຕະນາຂອງພຣະເຈົ້າ ແລະ ຄວາມຈິງກາຍເປັນສິ່ງທີ່ເປັນໂມຄະ ແລະ ໄຮ້ຜົນ. ນີ້ຄືແກ່ນແທ້ຂອງຄົນແບບນັ້ນຢ່າງແທ້ຈິງ. ເມື່ອພວກເຂົາບໍ່ມີສະຖານະ, ພວກເຂົາກໍໄລ່ຕາມມັນດ້ວຍກຳລັງທັງໝົດຂອງພວກເຂົາ ແລະ ເມື່ອພວກເຂົາໄດ້ຮັບສະຖານະ, ສຳລັບພວກເຂົາແລ້ວ ມັນໝາຍຄວາມວ່າພວກເຂົາໄດ້ພົບໂອກາດແລ້ວ. ໂອກາດທີ່ຈະເຮັດຫຍັງ? ເພື່ອຕອບສະໜອງຄວາມທະເຍີທະຍານຂອງຕົນເອງ ແລະ ຮວບຮວມສະຖານະຂອງຕົນເອງໃຫ້ຫຼາຍທີ່ສຸດເທົ່າທີ່ຈະຫຼາຍໄດ້. ພວກເຂົາໃຊ້ໂອກາດດັ່ງກ່າວເພື່ອຕອບສະໜອງຄວາມທະເຍີທະຍານຂອງຕົນເອງ ແລະ ຄວາມເສບຕິດຂອງພວກເຂົາໃນການດຳລົງຕຳແໜ່ງ.
ການມັກເຂົ້າຮ່ວມໃນການເມືອງເປັນທັງເລື່ອງຂອງລັກສະນະທີ່ບໍ່ດີ ແລະ ອຸປະນິໄສທີ່ເສື່ອມຊາມ. ມີອຸປະນິໄສທີ່ເສື່ອມຊາມຈັກຢ່າງທີ່ກ່ຽວຂ້ອງຢູ່ບ່ອນນີ້? (ຄວາມອວດດີ ແລະ ຄວາມໂຫດຮ້າຍ.) ຄວາມອວດດີ, ຄວາມໂຫດຮ້າຍ, ຄວາມເບື່ອໜ່າຍຕໍ່ຄວາມຈິງ ແລະ ຄວາມຫົວແຂງ, ອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້ລ້ວນແຕ່ມີຢູ່. ທຸກຢ່າງລ້ວນແຕ່ມີຢູ່. ແລ້ວອຸປະນິໄສທີ່ເສື່ອມຊາມທີ່ຮ້າຍແຮງທີ່ສຸດຢູ່ບ່ອນນີ້ແມ່ນຫຍັງ? ມັນຄືຄວາມໂຫດຮ້າຍ, ລັກສະນະທົ່ວໄປທີ່ໂດດເດັ່ນທີ່ສຸດກໍຄືຄວາມໂຫດຮ້າຍ. ສຳລັບຜູ້ທີ່ມັກເຂົ້າຮ່ວມໃນການເມືອງ, ຖ້າພວກເຂົາຜິດຫວັງ ແລະ ບໍ່ປະສົບຄວາມສຳເລັດໃນໂລກ, ປາຖະໜາທີ່ຈະເຂົ້າຮ່ວມໃນການເມືອງ ແຕ່ບໍ່ມີໂອກາດ ຫຼື ບໍ່ພົບວິທີທີ່ຈະເຂົ້າສູ່ແວດວົງການເມືອງ, ແລ້ວເມື່ອພວກເຂົາມາທີ່ຄອບຄົວຂອງພຣະເຈົ້າ, ຄວາມທະເຍີທະຍານຂອງພວກເຂົາກໍບໍ່ໄດ້ຕາຍໄປ, ພວກເຂົາຍັງຄົງຕ້ອງການເຂົ້າຮ່ວມໃນການເມືອງ. ດັ່ງນັ້ນ, ພວກເຂົາຈຶ່ງປະຕິບັດຕໍ່ການເລືອກຕັ້ງຜູ້ນຳໃນທຸກລະດັບຄືກັບວ່າມັນເປັນການເລືອກຕັ້ງເຈົ້າໜ້າທີ່ລັດຖະບານ. ທຸກຄັ້ງທີ່ມີການເລືອກຕັ້ງດັ່ງກ່າວ, ພວກເຂົາກໍກະຕືລືລົ້ນທີ່ຈະລົງມື, ໂດຍການຫາສຽງນຳຜູ້ຄົນຢູ່ທົ່ວທຸກແຫ່ງໃຫ້ລົງຄະແນນສຽງໃຫ້ພວກເຂົາ. ຫຼັງຈາກທີ່ພວກເຂົາກາຍເປັນຜູ້ນຳ, ພວກເຂົາກໍເບິ່ງວ່າມັນເປັນການດຳລົງຕຳແໜ່ງ, ການຍຶດຕິດກັບສະຖານະສຳລັບຕົນເອງ, ການຍຶດອຳນາດ ແລະ ການເຮັດຕາມໃຈມັກ. ພວກເຂົາກະທຳຕາມທີ່ພວກເຂົາຕ້ອງການ ແລະ ເມີນເສີຍຕໍ່ວຽກງານທີ່ຄອບຄົວຂອງພຣະເຈົ້າມອບໝາຍໃຫ້ພວກເຂົາ ແລະ ໜ້າທີ່ທີ່ພວກເຂົາຄວນປະຕິບັດ, ໂດຍສົນໃຈພຽງແຕ່ການເພີດເພີນກັບຜົນປະໂຫຍດຈາກສະຖານະ. ພວກເຂົາປະຕິບັດຕໍ່ການເຮັດໜ້າທີ່ຂອງຜູ້ນຳຄືກັບການດຳລົງຕຳແໜ່ງ, ເຮັດທຸກສິ່ງທີ່ພວກເຂົາມັກ ແລະ ຕ້ອງການເຮັດ ແລະ ກະທຳໃນວິທີໃດກໍຕາມທີ່ເຮັດໃຫ້ພວກເຂົາສາມາດສ້າງສິດອຳນາດຂອງຕົນເອງ, ຮວບຮວມສະຖານະຂອງຕົນເອງ, ເຮັດໃຫ້ຄົນອື່ນຟັງພວກເຂົາ ແລະ ຕອບສະໜອງຄວາມເສບຕິດໃນການດຳລົງຕຳແໜ່ງຂອງພວກເຂົາຢ່າງເຕັມທີ່. ພວກເຂົາບໍ່ຄຳນຶງເຖິງວຽກງານຂອງຄອບຄົວຂອງພຣະເຈົ້າ ຫຼື ຂໍ້ກຳນົດຂອງການຈັດແຈງວຽກງານ. ຄົນປະເພດນີ້ເປັນອັນຕະລາຍຫຼາຍ, ເຖິງແມ່ນວ່າພວກເຂົາຈະຍັງບໍ່ທັນຖືກເປີດໂປງວ່າເປັນຜູ້ຕໍ່ຕ້ານພຣະຄຣິສກໍຕາມ, ພວກເຂົາກໍເປັນຜູ້ຕໍ່ຕ້ານພຣະຄຣິສທີ່ກຳລັງກໍ່ຕົວຂຶ້ນ. ມີຄົນດີໃນບັນດາຄົນທີ່ມັກເຂົ້າຮ່ວມໃນການເມືອງບໍ? ບໍ່ມີ, ບໍ່ມີຄົນດີເລີຍ. ຄົນທີ່ມີຄວາມປາຖະໜາອັນແຮງກ້າຕໍ່ອຳນາດບໍ່ມີທາງທີ່ຈະຮັກຄວາມຈິງໄດ້. ເພາະພວກເຂົາມີຄວາມປາຖະໜາອັນແຮງກ້າທີ່ສຸດຕໍ່ອຳນາດ, ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງພວກເຂົາຈຶ່ງບໍ່ສາມາດສະກັດກັ້ນ ຫຼື ຢັບຢັ້ງຄວາມປາຖະໜາ ແລະ ການໄລ່ຕາມອຳນາດຂອງພວກເຂົາໄດ້. ຖ້າຄົນໃດໜຶ່ງມັກເຂົ້າຮ່ວມໃນການເມືອງ ຫຼື ຫຼົງໄຫຼກັບການເຮັດເຊັ່ນນັ້ນຢ່າງສຸດຂີດ ແລະ ມີຄວາມປາຖະໜາອັນແຮງກ້າທີ່ຈະເຮັດເຊັ່ນນັ້ນ, ສິ່ງນີ້ໝາຍຄວາມວ່າພວກເຂົາມີຄວາມທະເຍີທະຍານອັນແຮງກ້າຕໍ່ສະຖານະ ແລະ ອຳນາດ. ເຈດຕະນາ, ຈຸດປະສົງ ແລະ ພື້ນຖານຂອງການປະພຶດຕົນ ແລະ ການກະທຳຂອງພວກເຂົາແມ່ນຂຶ້ນຢູ່ກັບວ່າພວກເຂົາສາມາດໄດ້ຮັບອຳນາດ ແລະ ຄວາມທະເຍີທະຍານຂອງພວກເຂົາສາມາດໄດ້ຮັບການຕອບສະໜອງ ຫຼື ບໍ່ໂດຍສິ້ນເຊີງ, ແທນທີ່ຈະຖືກກຳນົດໂດຍສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ. ນີ້ຄືເຫດຜົນທີ່ຄວາມເປັນມະນຸດຂອງຄົນແບບນັ້ນເປັນຕາໜ້າຢ້ານກົວ. ເພື່ອຕອບສະໜອງຄວາມປາຖະໜາຕໍ່ອຳນາດຂອງພວກເຂົາ ແລະ ເພື່ອໃຫ້ໄດ້ຮັບອຳນາດ, ພວກເຂົາສາມາດເຮັດທຸກສິ່ງ ແລະ ເສຍສະລະທຸກສິ່ງ, ແມ່ນແຕ່ການເສຍສະລະຄົນທີ່ພວກເຂົາໃກ້ຊິດທີ່ສຸດ ແລະ ຮັກທີ່ສຸດ. ເມື່ອຕັດສິນຈາກສິ່ງນີ້, ຄົນແບບນັ້ນມີຄວາມເປັນມະນຸດບໍ? (ບໍ່ມີ.) ຕົວຢ່າງ: ສົມມຸດວ່າຜູ້ຊາຍຄົນໜຶ່ງມັກເຂົ້າຮ່ວມໃນການເມືອງ ແລະ ມີຄວາມປາຖະໜາອັນແຮງກ້າທີ່ສຸດຕໍ່ອຳນາດ. ເມື່ອໂອກາດມາເຖິງເພື່ອໃຫ້ລາວເຂົ້າຮ່ວມໃນການເມືອງ ແລະ ໄດ້ຮັບສະຖານະ ແລະ ອຳນາດທີ່ລາວປາຖະໜາ, ຖ້າລາວຕ້ອງເສຍສະລະຜູ້ຍິງທີ່ລາວຮັກເພື່ອໃຫ້ໄດ້ຮັບສະຖານະທີ່ລາວໄລ່ຕາມ, ລາວກໍບໍ່ລັງເລທີ່ຈະເຮັດເຊັ່ນນັ້ນ, ລາວຈະບໍ່ໃຈອ່ອນຢ່າງແນ່ນອນ. ບາງຄົນເຖິງກັບບໍ່ລັງເລທີ່ຈະເສຍສະລະພໍ່ແມ່ຂອງຕົນເອງເພື່ອໃຫ້ໄດ້ຮັບສະຖານະ, ພວກເຂົາສາມາດເສຍສະລະໃຜກໍໄດ້. ສິ່ງດຽວທີ່ພວກເຂົາຈະບໍ່ມີວັນປ່ອຍວາງກໍຄືສະຖານະ. ເວົ້າອີກຢ່າງໜຶ່ງກໍຄື ພວກເຂົາອາດຈະໃຊ້ບຸກຄົນ, ເຫດການ ຫຼື ສິ່ງໃດກໍຕາມເປັນຂໍ້ຕໍ່ລອງ ແລະ ເປັນລາຄາທີ່ຕ້ອງຈ່າຍເພື່ອແລກປ່ຽນກັບສະຖານະ. ສະນັ້ນ, ເມື່ອຕັດສິນຈາກລັກສະນະຂອງຄົນແບບນັ້ນ, ພວກເຂົາມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຢ່າງແທ້ຈິງບໍ? (ບໍ່ມີ.) ນັ້ນຄືເຫດຜົນທີ່ຄົນປະເພດນີ້ເປັນຕາໜ້າຢ້ານກົວຫຼາຍ. ມັນອາດຈະເປັນໄປໄດ້ວ່າສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງພວກເຂົາໄດ້ຫາຍໄປແລ້ວ ຫຼື ມັນອາດຈະເປັນໄປໄດ້ວ່າພວກເຂົາບໍ່ເຄີຍມີສະຕິຮູ້ສຶກຜິດຊອບ ຫຼື ເຫດຜົນມາຕັ້ງແຕ່ຕົ້ນ, ທັງສອງຢ່າງລ້ວນແຕ່ເປັນໄປໄດ້. ເປັນຫຍັງເຮົາຈຶ່ງເວົ້າວ່າທັງສອງຢ່າງລ້ວນແຕ່ເປັນໄປໄດ້? ເມື່ອຄົນເຫຼົ່ານີ້ບໍ່ມີສະຖານະ ແລະ ເມື່ອບໍ່ມີເລື່ອງການເມືອງເຂົ້າມາກ່ຽວຂ້ອງ, ພວກເຂົາອາດຈະເຂົ້າກັບຄົນອື່ນໄດ້ດີຫຼາຍ, ພວກເຂົາອາດຊ່ວຍເຫຼືອຜູ້ຄົນ, ພວກເຂົາອາດບໍ່ເຄີຍເອົາປຽບຄົນອື່ນ ແລະ ພວກເຂົາອາດໃຫ້ທານ ແລະ ມີຄວາມອົດທົນຫຼາຍ. ເບິ່ງພາຍນອກແລ້ວ ພວກເຂົາເບິ່ງຄືວ່າມີຄວາມເປັນມະນຸດ ແລະ ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງພວກເຂົາກໍເບິ່ງຄືວ່າປົກກະຕິ. ແຕ່ເຈົ້າບໍ່ຮູ້ວ່າສິ່ງທີ່ພວກເຂົາຮັກໃນສ່ວນເລິກຂອງຈິດໃຈຂອງພວກເຂົາແມ່ນຫຍັງ. ເມື່ອເຈົ້າຄົ້ນພົບວ່າສິ່ງທີ່ພວກເຂົາຮັກໃນສ່ວນເລິກຂອງຈິດໃຈຂອງພວກເຂົາແມ່ນສະຖານະ ແລະ ອຳນາດ ແລະ ເຈົ້າສັງເກດເບິ່ງຄວາມເປັນມະນຸດຂອງພວກເຂົາອີກຄັ້ງ, ມຸມມອງຂອງເຈົ້າກໍຈະປ່ຽນໄປ ແລະ ຄວາມເຂົ້າໃຈ ແລະ ການປະເມີນຄວາມເປັນມະນຸດຂອງພວກເຂົາຂອງເຈົ້າກໍຈະປ່ຽນໄປເຊັ່ນກັນ. ເມື່ອບໍ່ມີສະຖານະ ແລະ ອຳນາດເຂົ້າມາກ່ຽວຂ້ອງ, ພວກເຂົາກໍປະພຶດຕົວເປັນປົກກະຕິເມື່ອພວກເຂົາມີປະຕິສຳພັນກັບຄົນອື່ນ ແລະ ພວກເຂົາກໍເບິ່ງຄືວ່າເປັນຄົນດີ. ແຕ່ເມື່ອພວກເຂົາໄດ້ຮັບສະຖານະ ແລະ ອຳນາດແລ້ວ, ພຶດຕິກຳຂອງພວກເຂົາກໍບໍ່ຄືເກົ່າອີກຕໍ່ໄປ, ເຈົ້າບໍ່ສາມາດເຫັນໄດ້ອີກຕໍ່ໄປວ່າສະຕິຮູ້ສຶກຜິດຊອບ ຫຼື ເຫດຜົນຂອງພວກເຂົາຢູ່ໃສ. ເມື່ອນັ້ນເຈົ້າຈຶ່ງຈະຮູ້ສຶກຕົວວ່າຄົນແບບນັ້ນເປັນຕາຢ້ານແທ້ໆ. ມັນກັບກາຍເປັນວ່າຄວາມເປັນມະນຸດທີ່ພວກເຂົາສະແດງອອກມານັ້ນເປັນພຽງຊົ່ວຄາວ, ມັນພຽງແຕ່ຖືກເປີດເຜີຍອອກມາຍ້ອນການກະຕຸ້ນຂອງສະພາບແວດລ້ອມບາງຢ່າງ ແລະ ຜົນປະໂຫຍດບາງຢ່າງ, ພາຍໃຕ້ສະຖານະການທີ່ອຳນາດ ແລະ ສະຖານະທີ່ພວກເຂົາຮັກບໍ່ໄດ້ເຂົ້າມາກ່ຽວຂ້ອງ. ແຕ່ຫຼັງຈາກທີ່ສະຖານະ ແລະ ອຳນາດເຂົ້າມາກ່ຽວຂ້ອງ, ຄວາມເປັນມະນຸດທີ່ແທ້ຈິງຂອງພວກເຂົາກໍຈະຖືກເປີດເຜີຍ. ເມື່ອເຈົ້າເຫັນຄວາມເປັນມະນຸດທີ່ແທ້ຈິງຂອງພວກເຂົາ, ເຈົ້າກໍຈະໃຫ້ນິຍາມພວກເຂົາວ່າເປັນຄົນທີ່ຂາດຄວາມເປັນມະນຸດ. ນັ້ນກໍຄື ກ່ອນທີ່ເຈົ້າຈະເຫັນສິ່ງທີ່ເປັນແກ່ນແທ້ໃນສ່ວນເລິກຂອງຫົວໃຈຂອງພວກເຂົາ, ເຈົ້າຮູ້ສຶກວ່າພວກເຂົາສາມາດເຂົ້າກັບຄົນອື່ນໄດ້ດີພໍສົມຄວນ ແລະ ພວກເຂົາບໍ່ໄດ້ຂາດຄວາມເປັນມະນຸດ. ແຕ່ເມື່ອເຈົ້າເຂົ້າໃຈໂລກພາຍໃນພວກເຂົາ ແລະ ແກ່ນແທ້ຄວາມເປັນມະນຸດຂອງພວກເຂົາຢ່າງແທ້ຈິງ ແລະ ເຫັນວ່າສິ່ງທີ່ພວກເຂົາຮັກຄືສະຖານະ ແລະ ອຳນາດ, ເຈົ້າກໍຈະຮູ້ສຶກຕົວວ່າຄົນແບບນັ້ນບໍ່ມີຄວາມເປັນມະນຸດ, ພວກເຂົາເປັນນົກສອງຫົວ. ຜູ້ບໍ່ມີຄວາມເຊື່ອເອີ້ນການສະແດງອອກປະເພດນີ້ວ່າແນວໃດ? ມັນບໍ່ໄດ້ຖືກເອີ້ນວ່າບຸກຄະລິກກະພາບແຕກແຍກບໍ? (ແມ່ນແລ້ວ.) ສິ່ງທີ່ບໍ່ແມ່ນມະນຸດນຸ່ງເນື້ອໜັງຂອງມະນຸດ, ເມື່ອພວກເຂົາມີປະຕິສຳພັນກັບຄົນອື່ນ, ເຈົ້າບໍ່ສາມາດເຫັນສິ່ງທີ່ຢູ່ເລິກລົງໄປພາຍໃນຈິດວິນຍານຂອງພວກເຂົາໄດ້, ດັ່ງນັ້ນ ເຈົ້າຈຶ່ງຄິດວ່າພວກເຂົາເປັນຄົນປົກກະຕິ, ບາງທີເຈົ້າອາດຈະເຖິງກັບເຊື່ອວ່າພວກເຂົາເປັນຄົນດີ. ແຕ່ເມື່ອເຈົ້າເຫັນອີກດ້ານໜຶ່ງຂອງພວກເຂົາ, ເຈົ້າບໍ່ພຽງແຕ່ຢຸດຄິດວ່າພວກເຂົາເປັນຄົນດີເທົ່ານັ້ນ ແຕ່ເຈົ້າຍັງຄິດວ່າພວກເຂົາເປັນຕາຢ້ານອີກດ້ວຍ. ນີ້ຄືຄວາມໝາຍຂອງການເປັນສິ່ງທີ່ບໍ່ແມ່ນມະນຸດ. ແລ້ວສິ່ງທີ່ບໍ່ແມ່ນມະນຸດແມ່ນຫຍັງກັນແທ້? ເຖິງແມ່ນວ່າຈະມີລັກສະນະຄ້າຍຄືມະນຸດເລັກໜ້ອຍໃນສິ່ງທີ່ພວກເຂົາສະແດງອອກມາກໍຕາມ, ມັນກໍບໍ່ແມ່ນຂອງແທ້. ເນື່ອງຈາກພວກເຂົາບໍ່ມີຄວາມເປັນຈິງຄວາມຈິງ, ການສະແດງອອກທີ່ດີເປັນບາງຄັ້ງຄາວຂອງພວກເຂົາຈຶ່ງບໍ່ໄດ້ເປັນຕົວແທນໃຫ້ກັບແກ່ນແທ້ຂອງພວກເຂົາ. ຄວາມເປັນມະນຸດທີ່ພວກເຂົາສະແດງອອກມາເມື່ອພວກເຂົາເລືອກເສັ້ນທາງຂອງພວກເຂົາຢ່າງແທ້ຈິງນັ້ນຕ່າງຫາກທີ່ເປັນແກ່ນແທ້ຂອງພວກເຂົາ. ດັ່ງນັ້ນ, ເຈົ້າຕ້ອງບໍ່ຖືກເຮັດໃຫ້ຫຼົງຜິດໂດຍຮູບລັກສະນະພາຍນອກຂອງຄົນແບບນັ້ນ, ສິ່ງສຳຄັນກໍຄືການເບິ່ງເສັ້ນທາງທີ່ພວກເຂົາຍ່າງ ແລະ ແກ່ນແທ້ຂອງພວກເຂົາ. ຕອນນີ້ເຮົາໄດ້ອະທິບາຍເລື່ອງນີ້ຢ່າງຊັດເຈນແລ້ວບໍ? (ຊັດເຈນແລ້ວ.) ພວກເຈົ້າເຂົ້າໃຈຫຍັງແດ່? ຖ້າຄົນໃດໜຶ່ງມັກສົນທະນາກ່ຽວກັບການເມືອງ ແລະ ສິ່ງນີ້ຍັງຄົງຢູ່ໃນລະດັບຄວາມຄິດເທົ່ານັ້ນ ແລະ ເປັນພຽງຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງ, ແລ້ວມັນກໍບໍ່ແມ່ນບັນຫາ. ແຕ່ຖ້າພວກເຂົາມັກເຂົ້າຮ່ວມໃນການເມືອງ, ແລ້ວມັນກໍບໍ່ແມ່ນບັນຫາເລື່ອງຄວາມຄິດອີກຕໍ່ໄປ, ມັນກ່ຽວຂ້ອງກັບບັນຫາກ່ຽວກັບການປະພຶດຕົນຂອງພວກເຂົາ ແລະ ເສັ້ນທາງທີ່ພວກເຂົາຍ່າງ. ເມື່ອມັນກ່ຽວຂ້ອງກັບວິທີທີ່ພວກເຂົາປະພຶດຕົນ ແລະ ເສັ້ນທາງທີ່ພວກເຂົາຍ່າງ, ມັນກໍກ່ຽວຂ້ອງກັບລັກສະນະຂອງພວກເຂົາ. ນອກຈາກນັ້ນ ເມື່ອມັນກ່ຽວຂ້ອງກັບລັກສະນະ, ໃນກໍລະນີສ່ວນໃຫຍ່ ມັນກໍກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມ. ມັນບໍ່ເປັນແບບນີ້ບໍ? (ແມ່ນແລ້ວ.) ເອົາລະ, ນັ້ນຄືການສິ້ນສຸດການສົນທະນາຂອງພວກເຮົາກ່ຽວກັບການສະແດງອອກເຖິງການມັກເຂົ້າຮ່ວມໃນການເມືອງ.
ການມັກວັນນະຄະດີ, ການມັກເຕັກໂນໂລຊີ ແລະ ອື່ນໆອີກ
ພວກເຮົາລົມກັນກ່ຽວກັບການສະແດງອອກອີກຢ່າງໜຶ່ງກັນເທາະ ນັ້ນກໍຄື ການມັກວັນນະຄະດີ. ນີ້ແມ່ນການສະແດງອອກປະເພດໃດ? (ເງື່ອນໄຂທີ່ຕິດໂຕມາແຕ່ເກີດ.) ນັ້ນກໍຄື ຄົນແບບນັ້ນມັກວັນນະຄະດີໂດຍທຳມະຊາດ. ຍ້ອນວ່າພວກເຂົາມັກວັນນະຄະດີ, ເມື່ອເວົ້າເຖິງຫົວຂໍ້, ໜັງສື ແລະ ເລື່ອງຕ່າງໆທີ່ກ່ຽວຂ້ອງກັບວັນນະຄະດີ, ພວກເຂົາກໍສະແດງອອກເຖິງຄວາມມັກ ແລະ ຄວາມຢາກຮູ້ຢາກເຫັນເປັນພິເສດ ຫຼື ພວກເຂົາສະແດງອອກເຖິງທັດສະນະຄະຕິທີ່ພິເສດ, ນີ້ຄືເງື່ອນໄຂທີ່ຕິດໂຕມາແຕ່ເກີດ. ແລ້ວການມັກເຕັກໂນໂລຊີເດ? (ມັນເປັນເງື່ອນໄຂທີ່ຕິດໂຕມາແຕ່ເກີດ.) ນັ້ນກໍຄື ເມື່ອບໍ່ມີສິ່ງຕ່າງໆຈາກໂລກພາຍນອກມາແຊກແຊງ ຫຼື ກ້າວກ່າຍ, ຜູ້ຄົນກໍມີຄວາມສົນໃຈຫຼາຍໃນສິ່ງບາງປະເພດ, ພວກເຂົາມັກອ່ານໜັງສືປະເພດນັ້ນ ແລະ ພວກເຂົາຍັງມັກໃຫ້ຄວາມສົນໃຈ ແລະ ສົນທະນາກ່ຽວກັບຫົວຂໍ້ປະເພດນັ້ນ; ໃນເວລາດຽວກັນ, ຄວາມປາຖະໜາຂອງພວກເຂົາກໍຄືການເຮັດອາຊີບ ຫຼື ຢູ່ໃນຂົງເຂດທີ່ກ່ຽວຂ້ອງກັບສິ່ງປະເພດນັ້ນ. ສິ່ງນີ້ຕິດໂຕມາແຕ່ເກີດ, ມັນບໍ່ຈຳເປັນຕ້ອງໃຫ້ຄົນອື່ນມາກ້າວກ່າຍ ແລະ ມັນບໍ່ຈຳເປັນຕ້ອງໄດ້ຮັບການສັ່ງສອນ ແລະ ແນ່ນອນວ່າມັນບໍ່ຈຳເປັນຕ້ອງໃຫ້ຄົນອື່ນຕັ້ງໃຈມີອິດທິພົນ ຫຼື ປູກຝັງພວກເຂົາໃນລະຫວ່າງທີ່ພວກເຂົາມີຊີວິດ. ພວກເຂົາເກີດມາກໍມັກສິ່ງບາງຢ່າງແລ້ວ. ການມັກເຕັກໂນໂລຊີເປັນເງື່ອນໄຂທີ່ຕິດໂຕມາແຕ່ເກີດ, ແລ້ວການມັກພືດ ແລະ ສັດເດ? (ນັ້ນກໍເປັນເງື່ອນໄຂທີ່ຕິດໂຕມາແຕ່ເກີດເຊັ່ນກັນ.) ການມັກພືດ ແລະ ສັດ, ການໃສ່ໃຈຕົ້ນໄມ້, ແມງໄມ້ ແລະ ນົກ; ໂດຍສະເພາະການມັກມີປະຕິສຳພັນກັບສັດນ້ອຍໆ, ການໄດ້ສຳຜັດໃກ້ຊິດກັບພວກມັນ ແລະ ການມີຄວາມຮັກ ແລະ ຄວາມອົດທົນຕໍ່ພວກມັນເປັນພິເສດ, ສິ່ງເຫຼົ່ານີ້ຄືເງື່ອນໄຂທີ່ຕິດໂຕມາແຕ່ເກີດ. ເຈົ້າເຫັນບໍວ່າ ສິ່ງເຫຼົ່ານີ້ທີ່ລວມຢູ່ໃນເງື່ອນໄຂທີ່ຕິດໂຕມາແຕ່ເກີດແມ່ນປົກກະຕິຫຼາຍ, ແມ່ນບໍ? (ແມ່ນແລ້ວ.) ພວກມັນບໍ່ກ່ຽວຂ້ອງກັບສິ່ງທີ່ເປັນລົບພາຍໃນອຸປະນິໄສທີ່ເສື່ອມຊາມ ເຊັ່ນ: ຄວາມອວດດີ ແລະ ຄວາມຊົ່ວຊ້າ. ແລ້ວສິ່ງຕ່າງໆ ເຊັ່ນ: ການມັກການບິນ, ການມັກປະຫວັດສາດ, ການມັກດາລາສາດ ແລະ ພູມສາດ, ການມັກວິທະຍາສາດໂພຊະນາການ ແລະ ການຢາ, ການມັກກົດໝາຍ, ການມັກກະສິກຳ, ສິ່ງເຫຼົ່ານີ້ແມ່ນການສະແດງອອກປະເພດໃດ? (ເງື່ອນໄຂທີ່ຕິດໂຕມາແຕ່ເກີດ.) ບາງຄົນມັກກະສິກຳ; ພວກເຂົາມັກຄົ້ນຄວ້າການຕໍ່ກິ່ງ, ການປັບປຸງ ແລະ ຜົນຜະລິດຂອງພືດຕ່າງໆ, ພວກເຂົາມັກຄົ້ນຄວ້າຜົນກະທົບຂອງສະພາບອາກາດ ແລະ ອຸນຫະພູມທີ່ມີຕໍ່ພືດ, ພວກເຂົາມັກປູກຜັກ, ພືດຜົນ, ຕົ້ນໄມ້ ແລະ ດອກໄມ້. ມືຂອງພວກເຂົາເປື້ອນຂີ້ຕົມທຸກມື້ ແລະ ດ້ານຍ້ອນການອອກແຮງງານ. ຄົນເຫຼົ່ານີ້ຈະບໍ່ມັກເປັນທ່ານໝໍ, ທະນາຍຄວາມ ຫຼື ເຈົ້າໜ້າທີ່, ພວກເຂົາພຽງແຕ່ມັກເຮັດການກະເສດ ແລະ ຄຸກຄີກັບພືດ ແລະ ຮູ້ສຶກສະບາຍໃຈຫຼາຍທີ່ໄດ້ດຳລົງຊີວິດແບບນີ້. ສິ່ງທີ່ຜູ້ຄົນມັກ, ຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງທີ່ພວກເຂົາມີ, ມີຄວາມກ່ຽວຂ້ອງຫຍັງກັບຄວາມເປັນມະນຸດຂອງພວກເຂົາບໍ? (ບໍ່ມີ.) ມັນສົ່ງຜົນກະທົບຕໍ່ຄວາມເປັນມະນຸດຂອງພວກເຂົາບໍ? (ບໍ່.) ໂດຍພື້ນຖານແລ້ວ ມັນບໍ່ໄດ້ສົ່ງຜົນກະທົບຕໍ່ສິ່ງນັ້ນ. ຊາວກະສິກອນກໍບໍ່ສາມາດເວົ້າໄດ້ວ່າສູງສົ່ງຫຍັງຫຼາຍ; ພວກເຂົາກໍມີອຸປະນິໄສທີ່ເສື່ອມຊາມເຊັ່ນກັນ. ໃນທຳນອງດຽວກັນ, ປັນຍາຊົນລະດັບສູງເຫຼົ່ານັ້ນ ເຊັ່ນ: ຄົນທີ່ເຮັດວຽກໃນຂົງເຂດຕ່າງໆ ເຊັ່ນ: ເຕັກໂນໂລຊີ, ວັນນະຄະດີ, ການຢາ ຫຼື ກົດໝາຍ, ກໍບໍ່ໄດ້ມີຄວາມເປັນມະນຸດທີ່ສູງສົ່ງໄປກວ່າຊາວກະສິກອນ. ຫຼັງຈາກທີ່ໄດ້ຮັບຄວາມຮູ້ຫຼາຍຢ່າງ, ອ່ານໜັງສືຫຼາຍຫົວ ແລະ ໄດ້ຮັບການສຶກສາເປັນເວລາດົນນານ, ໃນທີ່ສຸດແລ້ວ ພວກເຂົາກໍບໍ່ມີຄວາມເຂົ້າໃຈກ່ຽວກັບພຣະເຈົ້າເລີຍ, ພວກເຂົາພຽງແຕ່ໄດ້ຮຽນຮູ້ຈາກໜັງສືຫຼາຍຂຶ້ນເລັກໜ້ອຍ ແລະ ໄດ້ຮັບຄວາມຮູ້ ແລະ ຄວາມເຂົ້າໃຈຫຼາຍຂຶ້ນເລັກໜ້ອຍເທົ່ານັ້ນ. ແຕ່ເມື່ອເວົ້າເຖິງວິທີການປະພຶດຕົນ, ເສັ້ນທາງຊີວິດປະເພດໃດທີ່ພວກເຂົາຄວນຕິດຕາມ, ພວກເຂົາຄວນເຊື່ອ ແລະ ນະມັດສະການພຣະເຈົ້າແນວໃດ ແລະ ຄວນກະທຳແນວໃດເພື່ອໃຫ້ສອດຄ່ອງກັບຫຼັກການແຫ່ງການປະພຶດຕົນໃນທຸກເລື່ອງຂອງຊີວິດ, ພວກເຂົາກໍບໍ່ຮູ້ຫຍັງເລີຍກ່ຽວກັບສິ່ງເຫຼົ່ານີ້. ລັກສະນະທົ່ວໄປຂອງຜູ້ຄົນທີ່ມີຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງໃນຂົງເຂດຕ່າງໆກໍຄື ບໍ່ວ່າພວກເຂົາຈະມັກຫຍັງກໍຕາມ, ພວກເຂົາກໍເຕັມໃຈທີ່ຈະເຮັດ ແລະ ພວກເຂົາເຕັມໃຈທີ່ຈະເຮັດວຽກໃນຂົງເຂດນັ້ນ ແລະ ຈາກນັ້ນພວກເຂົາກໍອຸທິດຕົນໃຫ້ກັບຂົງເຂດນັ້ນ. ບໍ່ວ່າພວກເຂົາຈະອຸທິດຕົນໃຫ້ກັບຂົງເຂດໃດກໍຕາມ, ຕາບໃດທີ່ພວກເຂົາຢູ່ໃນສັງຄົມນີ້, ພວກເຂົາກໍຖືກຫຼໍ່ຫຼອມ ແລະ ຖືກເຮັດໃຫ້ເສື່ອມຊາມໂດຍຊາຕານ. ບໍ່ມີຄວາມເປັນມະນຸດຂອງຄົນໃດກາຍເປັນສິ່ງທີ່ສູງສົ່ງພຽງເພາະວ່າຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງຂອງພວກເຂົາ ຫຼື ຂົງເຂດທີ່ພວກເຂົາເຮັດວຽກນັ້ນສູງສົ່ງ ຫຼື ໜ້ານັບຖືຫຼາຍກວ່າຂອງຄົນອື່ນ. ໃນທຳນອງດຽວກັນ, ບໍ່ມີຄົນໃດກາຍເປັນຄົນທີ່ຕໍ່າຕ້ອຍ ຫຼື ເສື່ອມຊາມຫຼາຍກວ່າຄົນອື່ນພຽງເພາະວ່າອາຊີບທີ່ພວກເຂົາເຮັດນັ້ນຢູ່ໃນລະດັບຕໍ່າ, ຕໍ່າຕ້ອຍ ຫຼື ຖືກຄົນອື່ນດູຖູກ. ໃນທາງກົງກັນຂ້າມ, ບໍ່ວ່າຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງຂອງຄົນໃດໜຶ່ງຈະເປັນແນວໃດກໍຕາມ, ບໍ່ວ່າພວກເຂົາຈະເຮັດວຽກໃນຂົງເຂດໃດກໍຕາມໂດຍໃຊ້ຈຸດແຂງ ຫຼື ພອນສະຫວັນໃດໆ, ໃນທີ່ສຸດແລ້ວ ຄວາມຄິດ ແລະ ມຸມມອງທີ່ພວກເຂົາມີກໍບໍ່ສອດຄ່ອງກັບຄວາມຈິງ. ຜູ້ຄົນລ້ວນແຕ່ມີທັດສະນະຄະຕິແບບດຽວກັນຕໍ່ຄວາມຈິງ ແລະ ຕໍ່ພຣະເຈົ້າ ແລະ ສິ່ງທີ່ພວກເຂົາເປີດເຜີຍລ້ວນແຕ່ເປັນອຸປະນິໄສທີ່ເສື່ອມຊາມ. ຈຸດຮ່ວມຂອງຜູ້ຄົນກໍຄື ພວກເຂົາດຳລົງຊີວິດໂດຍມີອຸປະນິໄສທີ່ເສື່ອມຊາມເປັນຊີວິດຂອງພວກເຂົາ. ສະນັ້ນ, ບໍ່ວ່າເຈົ້າຈະມີຄວາມສົນໃຈ ແລະ ງານອະດິເລກຫຍັງກໍຕາມ ແລະ ບໍ່ວ່າເຈົ້າຈະເຮັດອາຊີບຫຍັງກໍຕາມ, ມັນບໍ່ໄດ້ໝາຍຄວາມວ່າຄວາມເປັນມະນຸດຂອງເຈົ້າຈະໄດ້ຮັບຜົນກະທົບຈາກມັນ ແລະ ມັນບໍ່ໄດ້ໝາຍຄວາມວ່າຄວາມເປັນມະນຸດຂອງເຈົ້າຈະຖືກຍົກລະດັບ ຫຼື ຖືກກັດກິນໃນລະດັບໃດໜຶ່ງ. ຈາກຂໍ້ເທັດຈິງເຫຼົ່ານີ້, ມັນສາມາດເຫັນໄດ້ວ່າເງື່ອນໄຂທີ່ຕິດໂຕມາແຕ່ເກີດທີ່ພຣະເຈົ້າປະທານໃຫ້ຜູ້ຄົນນັ້ນບໍ່ໄດ້ສົ່ງຜົນກະທົບຕໍ່ເກນຂອງພວກເຂົາສຳລັບການປະພຶດຕົນ ແລະ ການກະທຳຂອງພວກເຂົາ ຫຼື ປ່ຽນແປງເສັ້ນທາງ ແລະ ທິດທາງໃນການກະທຳຂອງພວກເຂົາ. ຢ່າງຫຼາຍທີ່ສຸດ, ຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງເຫຼົ່ານີ້ກໍເປັນພຽງເຄື່ອງມື ຫຼື ທຶນຮອນທີ່ຕິດໂຕມາແຕ່ເກີດປະເພດໜຶ່ງທີ່ພວກເຂົາອາໄສເພື່ອຄວາມຢູ່ລອດ, ເພື່ອວ່າຜ່ານຂົງເຂດທີ່ພວກເຂົາເຮັດວຽກນັ້ນ ພວກເຂົາຈະສາມາດມີລາຍໄດ້ ແລະ ດ້ວຍເຫດນັ້ນຈຶ່ງສາມາດລ້ຽງຊີບພວກເຂົາໄດ້. ເຖິງຢ່າງໃດກໍຕາມ, ໃນຂະບວນການລ້ຽງຊີບພວກເຂົາ, ຄວາມຄິດ ແລະ ມຸມມອງຕ່າງໆທີ່ຜູ້ຄົນຍອມຮັບໃນທ່າມກາງກຸ່ມຄົນໃນຂົງເຂດຕ່າງໆແມ່ນຄືກັນ. ສະນັ້ນ, ໃນທີ່ສຸດແລ້ວ ບໍ່ວ່າຄົນໃດໜຶ່ງຈະຢູ່ໃນຂົງເຂດໃດ, ຢູ່ໃນມຸມໃດຂອງສັງຄົມ ຫຼື ພວກເຂົາຂຶ້ນກັບກຸ່ມຄົນໃດ ຫຼື ຊົນຊາດໃດກໍຕາມ, ຄວາມເສື່ອມຊາມທີ່ພວກເຂົາໄດ້ຮັບແມ່ນຄືກັນ. ເຈົ້າບໍ່ໄດ້ກາຍເປັນຄົນທີ່ສູງສົ່ງກວ່າ ຫຼື ເສື່ອມຊາມໜ້ອຍກວ່າຄົນອື່ນພຽງເພາະວ່າເຈົ້າເຮັດວຽກ ຫຼື ອາຊີບໃນລະດັບທີ່ສູງກວ່າເລັກໜ້ອຍ ແລະ ເຈົ້າກໍບໍ່ໄດ້ກາຍເປັນຄົນທີ່ເສື່ອມຊາມຢ່າງເລິກເຊິ່ງກວ່າຄົນອື່ນພຽງເພາະວ່າຂົງເຂດທີ່ເຈົ້າເຮັດວຽກນັ້ນຢູ່ໃນລະດັບຕໍ່າ. ສະຫຼຸບແລ້ວ, ບໍ່ວ່າຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງທີ່ຕິດໂຕມາແຕ່ເກີດຂອງເຈົ້າຈະເປັນແນວໃດກໍຕາມ, ໃນທີ່ສຸດແລ້ວ ເຈົ້າກໍຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຫຼີກລ່ຽງບໍ່ໄດ້ ແລະ ຕ້ານທານບໍ່ໄດ້ໃນສັງຄົມນີ້ ແລະ ໃນທ່າມກາງຜູ້ຄົນ.
ການມັກວຽກງານການເງິນ ແລະ ການບັນຊີ
ຕໍ່ໄປ, ພວກເຮົາລົມກັນກ່ຽວກັບການສະແດງອອກອີກຢ່າງໜຶ່ງ. ບາງຄົນມັກວຽກງານການເງິນ ແລະ ການບັນຊີ; ພວກເຂົາມັກຈັດການກັບຕົວເລກ ແລະ ໃຊ້ເວລາຕະຫຼອດຊີວິດຂອງພວກເຂົາເຮັດວຽກງານການເງິນ. ທຸກໆມື້, ພວກເຂົາເຮັດບັນຊີ, ຊຳລະບັນຊີ, ດຳເນີນການຈ່າຍເງິນ ແລະ ການຮັບເງິນທຶນ, ຄວາມຄິດຂອງພວກເຂົາເຕັມໄປດ້ວຍຂໍ້ມູນຢູ່ຕະຫຼອດເວລາ ແຕ່ພວກເຂົາກໍບໍ່ເຄີຍຮູ້ສຶກເບື່ອໜ່າຍ. ການມັກວຽກງານການເງິນ ແລະ ການບັນຊີ, ສິ່ງນີ້ຈັດຢູ່ໃນດ້ານໃດ? (ເງື່ອນໄຂທີ່ຕິດໂຕມາແຕ່ເກີດ.) ນີ້ຄືຈຸດແຂງທີ່ພຣະເຈົ້າປະທານໃຫ້ຜູ້ຄົນ. ເນື່ອງຈາກເຈົ້າເກັ່ງໃນເລື່ອງນີ້, ໂດຍທຳມະຊາດແລ້ວ ເຈົ້າຈຶ່ງເຮັດອາຊີບນີ້ ແລະ ຈາກນັ້ນເຈົ້າກໍຮັບປະກັນການດຳລົງຊີວິດສຳລັບຕະຫຼອດຊີວິດຂອງເຈົ້າ, ນີ້ຄືວິທີທີ່ເຈົ້າລ້ຽງຊີບຕົນເອງ. ມັນທຽບເທົ່າການທີ່ພຣະເຈົ້າປະທານມານາ ຫຼື ນົກຄຸ້ມຈາກສະຫວັນລົງມາໃຫ້ເຈົ້າ ເພື່ອໃຫ້ເຈົ້າມີບາງຢ່າງກິນ. ຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງນີ້ປຽບຄືກັບໂຊກລາບທີ່ຕົກລົງມາຈາກຟ້າ, ຕົກລົງມາຢູ່ໃນມືຂອງເຈົ້າ, ເຮັດໃຫ້ເຈົ້າສາມາດມີຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງນີ້. ຈາກນັ້ນ, ໂດຍທຳມະຊາດແລ້ວ ເຈົ້າກໍເຮັດອາຊີບທີ່ກ່ຽວຂ້ອງກັບຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງຂອງເຈົ້າ ແລະ ໂດຍມີສິ່ງນີ້ເປັນການດຳລົງຊີວິດຂອງເຈົ້າ, ເຈົ້າກໍລ້ຽງຊີບຕົນເອງມາຈົນເຖິງປັດຈຸບັນ. ບໍ່ວ່າເຈົ້າຈະເຮັດມັນໄດ້ດີ ຫຼື ບໍ່ກໍຕາມ, ບໍ່ວ່າເຈົ້າຈະເຮັດມັນມາຈັກປີແລ້ວກໍຕາມ, ຕາບໃດທີ່ມັນເປັນສິ່ງທີ່ເຈົ້າເກີດມາພ້ອມກັບມັນ, ແລ້ວມັນກໍຄືສິ່ງທີ່ພຣະເຈົ້າໄດ້ກຳນົດໄວ້ສຳລັບເຈົ້າ, ມັນເປັນເງື່ອນໄຂທີ່ຕິດໂຕມາແຕ່ເກີດ. ສະຫຼຸບແລ້ວ, ທັງໝົດນີ້ມາຈາກພຣະເຈົ້າ, ບໍ່ມີຫຍັງໃນເລື່ອງນີ້ໃຫ້ຜູ້ຄົນໂອ້ອວດ. ບໍ່ແມ່ນແນວນັ້ນບໍ? (ແມ່ນແລ້ວ.)
ການມີທັກສະໃນການເຮັດທຸລະກິດ
ການມັກເຮັດທຸລະກິດ, ການມີທັກສະໃນການເຮັດທຸລະກິດ, ສິ່ງນີ້ຈັດຢູ່ໃນດ້ານໃດ? (ເງື່ອນໄຂທີ່ຕິດໂຕມາແຕ່ເກີດ.) ການມີທັກສະໃນການເຮັດທຸລະກິດໝາຍເຖິງການດຳເນີນທຸລະກິດຂອງຕົນເອງໄດ້ດີກວ່າຄົນສ່ວນໃຫຍ່. ຄົນອື່ນອາດຈະດຳເນີນທຸລະກິດເປັນເວລາສອງ ຫຼື ສາມເດືອນ ແລ້ວກໍລົ້ມລະລາຍ, ສູນເສຍແມ່ນແຕ່ທຶນຮອນເບື້ອງຕົ້ນຂອງພວກເຂົາ ແຕ່ລາວດຳເນີນທຸລະກິດຂອງລາວເປັນເວລາສອງ ຫຼື ສາມປີ ແລະ ເຮັດໄດ້ດີຂຶ້ນເລື້ອຍໆ. ເທື່ອລະໜ້ອຍ, ຊີວິດຂອງລາວກໍຈະເລີນຮຸ່ງເຮືອງ, ຄອບຄົວຂອງລາວກິນ ແລະ ນຸ່ງເຄື່ອງດີຂຶ້ນ, ເຮືອນຫຼັງນ້ອຍຂອງລາວປ່ຽນເປັນເຮືອນຫຼັງໃຫຍ່ກວ່າ, ລົດຄັນນ້ອຍຂອງລາວປ່ຽນເປັນລົດຄັນໃຫຍ່ກວ່າ ແລະ ຊີວິດຂອງລາວກໍດີຂຶ້ນເລື້ອຍໆ; ລາວກາຍເປັນນັກທຸລະກິດທີ່ຮັ່ງມີ. ການມີທັກສະໃນການເຮັດທຸລະກິດ, ສິ່ງນີ້ເປັນເງື່ອນໄຂທີ່ຕິດໂຕມາແຕ່ເກີດບໍ? (ແມ່ນແລ້ວ.) ການມີທັກສະໃນການເຮັດທຸລະກິດ, ເງື່ອນໄຂທີ່ຕິດໂຕມາແຕ່ເກີດນີ້, ຄືຈຸດແຂງຂອງລາວ. ລາວບໍ່ເຄີຍສຶກສາວິທີການເຮັດທຸລະກິດເປັນພິເສດ ແລະ ລາວບໍ່ໄດ້ຮັບອິດທິພົນຈາກພໍ່ແມ່ຂອງລາວ ແຕ່ລາວກໍປະສົບຄວາມສຳເລັດໃນການດຳເນີນທຸລະກິດຂະໜາດນ້ອຍ ແລະ ຫາເງິນໄດ້ຢ່າງງ່າຍດາຍ. ເຈົ້າຖາມລາວວ່າ “ເຈົ້າຄິດວ່າການເຮັດທຸລະກິດເປັນເລື່ອງຍາກບໍ?” ລາວເວົ້າວ່າ “ບໍ່ຍາກເລີຍ. ຂ້ອຍພຽງແຕ່ໃຊ້ສະໝອງຂອງຂ້ອຍ ແລະ ຄິດກ່ຽວກັບວິທີການເຮັດສິ່ງຕ່າງໆໃນລັກສະນະທີ່ເໝາະສົມ ແລະ ສາມາດຫາເງິນໄດ້ ແລະ ຈາກນັ້ນຂ້ອຍກໍລົງມືເຮັດຕາມວິທີນັ້ນ ແລະ ໃນທີ່ສຸດ, ເງິນກໍເປັນຂອງຂ້ອຍ”. ເຈົ້າເວົ້າວ່າ “ການເຮັດທຸລະກິດເບິ່ງຄືວ່າບໍ່ຕ້ອງໃຊ້ຄວາມພະຍາຍາມ ແລະ ງ່າຍດາຍຫຼາຍສຳລັບເຈົ້າ. ເປັນຫຍັງຂ້ອຍຈຶ່ງເຮັດບໍ່ໄດ້?” ເປັນຫຍັງ? ເພາະວ່າພຣະເຈົ້າບໍ່ໄດ້ປະທານຈຸດແຂງນັ້ນໃຫ້ເຈົ້າ, ສະນັ້ນ ເຈົ້າຈຶ່ງບໍ່ມີທັກສະສຳລັບສິ່ງນັ້ນ. ສະນັ້ນ, ຄົນທີ່ມີຈຸດແຂງກໍບໍ່ຄວນອວດດີ ແລະ ຜູ້ທີ່ບໍ່ມີຈຸດແຂງກໍບໍ່ຄວນອິດສາ. ສິ່ງທີ່ພຣະເຈົ້າປະທານໃຫ້, ບໍ່ມີໃຜສາມາດເອົາໄປໄດ້, ເຖິງແມ່ນວ່າເຈົ້າຈະບໍ່ຕ້ອງການມັນ ເຈົ້າກໍບໍ່ສາມາດປະຕິເສດມັນໄດ້. ພຣະເຈົ້າພຽງແຕ່ເຮັດໃຫ້ເຈົ້າມີທັກສະໃນເລື່ອງນີ້ ແລະ ຜ່ານຈຸດແຂງນີ້, ພຣະອົງກໍປະທານວິທີການດຳລົງຊີວິດ ຫຼື ອາຊີບໃຫ້ເຈົ້າເພື່ອລ້ຽງຊີບເຈົ້າ. ນີ້ຄືພຣະຄຸນຂອງພຣະເຈົ້າ. ຄົນອື່ນຮຽນຮູ້, ໄດ້ຮັບການສັ່ງສອນ ແລະ ປະຕິບັດ ແຕ່ບໍ່ວ່າພວກເຂົາຈະພະຍາຍາມແນວໃດກໍຕາມ, ພວກເຂົາກໍບໍ່ສາມາດບັນລຸຜົນຮັບທີ່ດີໄດ້. ແຕ່ເຈົ້າສາມາດເຮັດມັນໄດ້ໂດຍບໍ່ຕ້ອງຮຽນຮູ້ມັນ. ບໍ່ວ່າພວກເຂົາຈະຄິດແນວໃດກໍຕາມ, ສະໝອງຂອງພວກເຂົາກໍຄິດບໍ່ໄວເທົ່າກັບຂອງເຈົ້າ ແລະ ພວກເຂົາກໍບໍ່ສາມາດດຳເນີນການໄດ້ດີເທົ່າກັບເຈົ້າ. ສະນັ້ນ, ຈຸດແຂງນີ້ຂອງເຈົ້າມາຈາກໃສ? ມັນບໍ່ໄດ້ຕິດໂຕມາແຕ່ເກີດບໍ? ແລ້ວສິ່ງທີ່ຕິດໂຕມາແຕ່ເກີດນັ້ນບໍ່ໄດ້ຖືກປະທານໃຫ້ໂດຍພຣະເຈົ້າບໍ? ເຈົ້າມັກຈະເວົ້າເຖິງສິ່ງທີ່ເຈົ້າມັກ, ສິ່ງທີ່ເຈົ້າມີທັກສະ ແຕ່ນັ້ນແມ່ນສິ່ງທີ່ເຈົ້າຮ້ອງຂໍບໍ? ບາງຄົນເວົ້າວ່າ ມັນໄດ້ຮັບການສືບທອດມາຈາກພໍ່ແມ່ຂອງພວກເຂົາ. ແລ້ວເປັນຫຍັງເຈົ້າຈຶ່ງບໍ່ສືບທອດສິ່ງອື່ນ? ລອງຊອກຫາວິທີທີ່ຈະສົ່ງຕໍ່ຈຸດແຂງນີ້ໃຫ້ກັບຄົນຮຸ່ນຕໍ່ໄປຂອງເຈົ້າເບິ່ງ, ເຈົ້າສາມາດເຮັດໄດ້ບໍ? ເຈົ້າກຳນົດເລື່ອງນີ້ໄດ້ບໍ? (ບໍ່ໄດ້.) ບໍ່ໄດ້ຢ່າງແນ່ນອນ. ຈຸດແຂງທີ່ເຈົ້າມີແມ່ນພຣະເຈົ້າປະທານໃຫ້, ບໍ່ວ່າຄົນອື່ນຈະອິດສາເຈົ້າຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ສາມາດເອົາມັນອອກໄປ ຫຼື ຍາດເອົາມັນໄປໄດ້ ແລະ ເຖິງແມ່ນວ່າເຈົ້າຈະບໍ່ຕ້ອງການມັນ ພຣະເຈົ້າກໍຍັງປະທານມັນໃຫ້ເຈົ້າ. ເນື່ອງຈາກພຣະເຈົ້າໄດ້ສະແດງພຣະຄຸນຕໍ່ເຈົ້າ, ເຈົ້າກໍຄວນຍອມຮັບມັນຈາກພຣະອົງ. ຢ່າອວດດີ ແລະ ຢ່າໂອ້ອວດ. ຄວາມອວດດີ ແລະ ການໂອ້ອວດແມ່ນການສະແດງອອກເຖິງຄວາມໂງ່ຈ້າຂອງມະນຸດ.
ແລ້ວເຈົ້າຄວນປະຕິບັດຕໍ່ຈຸດແຂງທີ່ພຣະເຈົ້າປະທານໃຫ້ເຈົ້າຢ່າງຖືກຕ້ອງແນວໃດ? ຖ້າເຮືອນຂອງພຣະເຈົ້າຕ້ອງການໃຫ້ເຈົ້າປະຕິບັດໜ້າທີ່ໃນຂົງເຂດນີ້, ແລ້ວເຈົ້າກໍຄວນໃຊ້ຈຸດແຂງຂອງເຈົ້າໃນໜ້າທີ່ຂອງເຈົ້າ, ໃນວຽກງານຂອງຄຣິສຕະຈັກ. ຢ່າກັກໄວ້, ຈົ່ງນຳມັນມາໃຊ້ ແລະ ເຮັດໃຫ້ເຕັມທີ່. ດ້ວຍວິທີນີ້, ຈຸດແຂງທີ່ພຣະເຈົ້າປະທານໃຫ້ເຈົ້າກໍຈະບໍ່ຖືກປະທານໃຫ້ຢ່າງສູນເປົ່າ; ພຣະຄຸນ ແລະ ການປະຕິບັດພິເສດທີ່ເຈົ້າໄດ້ຮັບຈາກພຣະເຈົ້າກໍຈະຖືກຕອບແທນແດ່ພຣະອົງ. ໃນການເຮັດເຊັ່ນນັ້ນ, ເຈົ້າກໍເປັນຄົນທີ່ມີສະຕິຮູ້ສຶກຜິດຊອບ, ເຈົ້າບໍ່ພຽງແຕ່ສະແຫວງຫາຜົນປະໂຫຍດໃຫ້ກັບຕົນເອງເທົ່ານັ້ນ ແຕ່ຍັງຕອບແທນພຣະເຈົ້າອີກດ້ວຍ. ນີ້ຄືການກະທຳທີ່ຖືກຕ້ອງ. ເຖິງແມ່ນວ່າເຈົ້າຈະຄິດວ່າ “ຂ້ອຍມີຈຸດແຂງນີ້, ຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງນີ້ ແລະ ການເຮັດສິ່ງນີ້ກໍເປັນເລື່ອງງ່າຍຫຼາຍສຳລັບຂ້ອຍ”, ຕາບໃດທີ່ເຈົ້າຖືວ່າມັນເປັນໜ້າທີ່ຂອງເຈົ້າ, ແລ້ວເຈົ້າກໍບໍ່ສາມາດເພິ່ງພາພຽງແຕ່ຈຸດແຂງ, ຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງຂອງເຈົ້າເທົ່ານັ້ນ. ເຈົ້າຕ້ອງເຮັດມັນຕາມຫຼັກການທີ່ພຣະເຈົ້າໄດ້ບອກເຈົ້າ ແລະ ຂໍ້ກຳນົດຂອງເຮືອນຂອງພຣະເຈົ້າ ແລະ ຈາກນັ້ນກໍລວມສິ່ງນັ້ນເຂົ້າກັບຈຸດແຂງຂອງເຈົ້າ. ດ້ວຍວິທີນີ້, ໜ້າທີ່ຂອງເຈົ້າກໍຈະສຳເລັດຢ່າງຖືກຕ້ອງ ແລະ ເຈົ້າກໍຈະໄດ້ຖວາຍຄວາມຈົງຮັກພັກດີຂອງເຈົ້າ. ສິ່ງນີ້ກໍຄືກັນກັບວິທີທີ່ພຣະເຈົ້າປະທານບຸດຊາຍໃຫ້ອັບຣາຮາມ, ເມື່ອພຣະເຈົ້າປະທານໃຫ້ລາວ, ອັບຣາຮາມກໍປິຕິຍິນດີຫຼາຍ ແລະ ເມື່ອພຣະເຈົ້າຕ້ອງການເອົາລາວໄປ, ອັບຣາຮາມກໍຕ້ອງຖວາຍລາວແດ່ພຣະເຈົ້າຢ່າງເຕັມໃຈ ແລະ ສົມບູນ. ລາວບໍ່ສາມາດເກັບກັກໄວ້ ຫຼື ພະຍາຍາມຕັ້ງເງື່ອນໄຂ ແລະ ຍິ່ງໄປກວ່ານັ້ນ ລາວກໍບໍ່ສາມາດຈົ່ມວ່າ ຫຼື ດູຖູກພຣະເຈົ້າ, ລາວຕ້ອງຖວາຍບຸດຊາຍຂອງລາວດ້ວຍສຸດໃຈ ແລະ ດ້ວຍຄວາມຈິງໃຈ. ເມື່ອພຣະເຈົ້າປະທານພຣະຄຸນໃຫ້ເຈົ້າ, ເຈົ້າກໍມີຄວາມສຸກ ແລະ ພໍໃຈຫຼາຍ, ໂດຍຮູ້ສຶກວ່າເຈົ້າໄດ້ຮັບຜົນປະໂຫຍດ ແລະ ພຣະເຈົ້າສະແດງຄວາມເມດຕາຕໍ່ເຈົ້າ. ຫຼັງຈາກທີ່ເຈົ້າເພີດເພີນກັບພຣະຄຸນຂອງພຣະເຈົ້າຫຼາຍຂະໜາດນັ້ນແລ້ວ, ທັດສະນະຄະຕິຂອງເຈົ້າເປັນແນວໃດ ເມື່ອພຣະເຈົ້າຂໍໃຫ້ເຈົ້າຖວາຍບາງສິ່ງບາງຢ່າງ? ເຈົ້າສາມາດຕັດໃຈປະມັນໄດ້ບໍ? ເຈົ້າສາມາດຖວາຍມັນແດ່ພຣະເຈົ້າ ແລະ ສົ່ງຄືນໃຫ້ພຣະອົງໂດຍບໍ່ເກັບກັກໄວ້ໄດ້ບໍ? ຖ້າເຈົ້າສາມາດສົ່ງຄືນສິ່ງທີ່ພຣະເຈົ້າປະທານໃຫ້ເຈົ້າແດ່ພຣະອົງໂດຍບໍ່ປະນີປະນອມ, ຕາມຫຼັກການທີ່ພຣະອົງຮຽກຮ້ອງ, ໂດຍບໍ່ມີການຈົ່ມວ່າ, ໂດຍບໍ່ເກັບກັກໄວ້ ແລະ ໂດຍບໍ່ເກັບມັນໄວ້ສຳລັບຕົວເຈົ້າເອງ ແຕ່ຖວາຍມັນແດ່ພຣະເຈົ້າ, ແລ້ວເຈົ້າກໍໄດ້ມາດຕະຖານໃນຖານະສິ່ງທີ່ຖືກສ້າງ; ໜ້າທີ່ທີ່ເຈົ້າໄດ້ເຮັດກໍໄດ້ມາດຕະຖານເຊັ່ນກັນ ແລະ ພຣະເຈົ້າກໍຈະພໍໃຈ. ຂໍ້ຮຽກຮ້ອງຂອງພຣະເຈົ້າທີ່ມີຕໍ່ເຈົ້າບໍ່ໄດ້ສູງ, ເພາະສິ່ງທີ່ພຣະເຈົ້າປະທານໃຫ້ເຈົ້ານັ້ນເກີນກວ່າສິ່ງທີ່ເຈົ້າສາມາດຖວາຍໄດ້ຫຼາຍເທົ່າ. ນອກຈາກການປະທານຊີວິດໃຫ້ເຈົ້າແລ້ວ, ພຣະເຈົ້າຍັງປະທານທຶນຮອນ ແລະ ເງື່ອນໄຂທີ່ເຈົ້າອາໄສເພື່ອຄວາມຢູ່ລອດໃຫ້ເຈົ້າອີກດ້ວຍ. ເນື່ອງຈາກເຈົ້າມີຈຸດແຂງ, ຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງນີ້, ເຈົ້າໄດ້ຮັບຜົນປະໂຫຍດຫຼາຍສໍ່າໃດ? ເຈົ້າໄດ້ເພີດເພີນກັບພຣະຄຸນຂອງພຣະເຈົ້າຫຼາຍສໍ່າໃດ? ມາຈົນເຖິງປັດຈຸບັນ, ເຈົ້າໄດ້ຕອບແທນພຣະເຈົ້າຫຼາຍສໍ່າໃດ? ຖ້າເຈົ້າຫາກໍເລີ່ມຕອບແທນພຣະເຈົ້າໃນຕອນນີ້, ແລ້ວເຈົ້າກໍຊ້າເກີນໄປໜ້ອຍໜຶ່ງ. ຖ້າເຈົ້າເຮັດໄດ້ບໍ່ດີໃນອະດີດ, ຕັ້ງແຕ່ນີ້ເປັນຕົ້ນໄປ, ເຈົ້າຄວນຖວາຍແດ່ພຣະເຈົ້າໂດຍບໍ່ເກັບກັກໄວ້; ຈົ່ງໃຊ້ຈຸດແຂງ ແລະ ທັກສະທາງດ້ານວິຊາຊີບຂອງເຈົ້າ ພ້ອມທັງຫຼັກການຕ່າງໆຂອງວິຊາຊີບທີ່ເຈົ້າໄດ້ຮຽນຮູ້ຢ່າງຊຳນານໃນໜ້າທີ່ຂອງເຈົ້າ, ໂດຍບໍ່ເກັບກັກສິ່ງໃດໄວ້ເລີຍ, ເພາະສິ່ງທີ່ເຈົ້າຖວາຍນັ້ນເດີມທີເປັນຂອງພຣະເຈົ້າ, ມັນຖືກປະທານໃຫ້ເຈົ້າໂດຍພຣະເຈົ້າ. ເມື່ອເຈົ້າຖວາຍສິ່ງເຫຼົ່ານີ້ ແລະ ໃຊ້ພວກມັນໃນໜ້າທີ່ຂອງເຈົ້າ, ຢ່າງໜຶ່ງກໍຄື ພຣະເຈົ້າຈະຍອມຮັບມັນ ແລະ ອີກຢ່າງໜຶ່ງກໍຄື ເຈົ້າຈະໄດ້ຮັບຄວາມຈິງ, ໄດ້ຮັບຊີວິດ ແລະ ໄດ້ຮັບການຮັບຮອງຈາກພຣະເຈົ້າ, ເຈົ້າຈະໄດ້ຮັບຜົນປະໂຫຍດອັນມະຫາສານ ແລະ ບໍ່ເສຍປຽບຫຍັງເລີຍ. ໃນເວລາດຽວກັນ, ພຣະເຈົ້າກໍບໍ່ໄດ້ເອົາສິດຂອງເຈົ້າໃນການເພີດເພີນກັບຄວາມສົນໃຈ, ກິດຈະກຳຍາມຫວ່າງ ແລະ ຈຸດແຂງຂອງເຈົ້າໄປ. ເນື່ອງຈາກພຣະເຈົ້າໄດ້ປະທານຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງນີ້ໃຫ້ເຈົ້າ, ພຣະອົງກໍຈະບໍ່ມີວັນເອົາພວກມັນໄປ. ບໍ່ວ່າເຈົ້າຈະຖວາຍຫຼາຍສໍ່າໃດກໍຕາມ, ເຈົ້າກໍຍັງຈະມີພວກມັນຢູ່, ພຣະເຈົ້າຮັບປະກັນວ່າພວກມັນຈະຍັງຄົງມີຢູ່ໃນຕົວເຈົ້າຢ່າງບໍ່ມີວັນສິ້ນສຸດ; ພວກມັນເປັນສ່ວນໜຶ່ງໃນຕົວຕົນຂອງເຈົ້າ. ຖ້າເຈົ້າບໍ່ຖວາຍແດ່ພຣະເຈົ້າ, ແລ້ວກໍສາມາດເວົ້າໄດ້ພຽງແຕ່ວ່າ ເຈົ້າບໍ່ມີສະຕິຮູ້ສຶກຜິດຊອບ, ເຈົ້າບໍ່ໄດ້ມາດຕະຖານໃນຖານະສິ່ງທີ່ຖືກສ້າງ ແລະ ເຈົ້າບໍ່ມີຄວາມຈິງໃຈຕໍ່ພຣະເຈົ້າ. ຖ້າເຈົ້າມີຄວາມຈິງໃຈ, ແລ້ວເຈົ້າກໍຄວນຕອບແທນສິ່ງທີ່ເຈົ້າໄດ້ຮັບຈາກພຣະອົງ ແລະ ສິ່ງທີ່ເຈົ້າມີແດ່ພຣະເຈົ້າ. ເຈົ້າຄວນມີທັດສະນະຄະຕິນີ້. ບໍ່ວ່າພຣະເຈົ້າຈະປະທານໃຫ້ເຈົ້າຫຼາຍສໍ່າໃດກໍຕາມ, ບໍ່ວ່າເຈົ້າຈະເຂົ້າໃຈຫຼາຍສໍ່າໃດກໍຕາມ ແລະ ບໍ່ວ່າເຈົ້າຈະສາມາດເຮັດໄດ້ຫຼາຍສໍ່າໃດກໍຕາມ, ຈາກນັ້ນເຈົ້າກໍຕ້ອງຖວາຍແດ່ພຣະເຈົ້າໂດຍບໍ່ເກັບກັກໄວ້. ເຈົ້າຄິດວ່າພຣະເຈົ້າຈະໃຫ້ເຈົ້າຖວາຍມັນຢ່າງສູນເປົ່າບໍ? ຈົ່ງເບິ່ງອັບຣາຮາມ, ເມື່ອພຣະເຈົ້າຂໍອີຊາກຈາກລາວ, ລາວກໍຖວາຍອີຊາກເທິງແທ່ນບູຊາ. ແຕ່ຫຼັງຈາກທີ່ເຫັນຄວາມຈິງໃຈຂອງອັບຣາຮາມແລ້ວ, ພຣະເຈົ້າໄດ້ເອົາອີຊາກໄປແທ້ໆບໍ? ພຣະເຈົ້າບໍ່ໄດ້ເອົາລາວໄປ, ພຣະເຈົ້າສົ່ງອີຊາກຄືນໃຫ້ລາວ ແລະ ກຽມລູກແກະໄວ້ໃກ້ໆ. ອັບຣາຮາມບໍ່ພຽງແຕ່ບໍ່ຈຳເປັນຕ້ອງສົ່ງອີຊາກຄືນໃຫ້ພຣະເຈົ້າເທົ່ານັ້ນ ແຕ່ລາວຍັງໄດ້ຮັບລູກແກະທີ່ຖືກກຽມໄວ້ແລ້ວອີກດ້ວຍ. ໃນທີ່ສຸດ, ພອນທີ່ພຣະເຈົ້າປະທານໃຫ້ລາວກໍເກີນກວ່າສິ່ງທີ່ລາວສາມາດຈິນຕະນາການໄດ້ຫຼາຍເທົ່າຈົນບໍ່ຖ້ວນ. ແນ່ນອນ, ນີ້ບໍ່ແມ່ນສິ່ງທີ່ອັບຣາຮາມສາມາດຈິນຕະນາການໄດ້ ແລະ ມັນບໍ່ແມ່ນສິ່ງທີ່ລາວຮ້ອງຂໍ. ແຕ່ພຣະເຈົ້າບໍ່ປະຕິບັດຕໍ່ຜູ້ຄົນຢ່າງບໍ່ເປັນທຳ; ພຣະອົງພຽງແຕ່ອວຍພອນຜູ້ຄົນດ້ວຍວິທີນີ້, ນີ້ຄືສິ່ງທີ່ພຣະເຈົ້າປະສົງ. ແມ່ນແຕ່ຕອນທີ່ເຈົ້າຍັງບໍ່ໄດ້ຕອບແທນສິ່ງໃດແດ່ພຣະເຈົ້າ, ພຣະອົງກໍໄດ້ປະທານໃຫ້ເຈົ້າຫຼາຍແລ້ວ. ສະນັ້ນ ຖ້າເຈົ້າຕອບແທນພຣະເຈົ້າຢ່າງແທ້ຈິງ, ເຈົ້າຄິດວ່າພຣະອົງຈະປະທານໃຫ້ເຈົ້າໜ້ອຍລົງບໍ? ບໍ່ຢ່າງແນ່ນອນ, ພອນທີ່ພຣະເຈົ້າປະທານໃຫ້ເຈົ້າຈະເກີນກວ່າທຸກສິ່ງທີ່ເຈົ້າສາມາດຈິນຕະນາການໄດ້. ສະນັ້ນ ບອກເຮົາເບິ່ງວ່າ ມັນງ່າຍບໍທີ່ຈະຖວາຍຈຸດແຂງທັງໝົດທີ່ພຣະເຈົ້າປະທານໃຫ້ເຈົ້າ ແລະ ໃຊ້ພວກມັນໃນໜ້າທີ່ຂອງເຈົ້າ? ສົມມຸດເຈົ້າຄິດວ່າ “ຈຸດແຂງ, ຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງເຫຼົ່ານີ້ທີ່ຂ້ອຍມີໂດຍທຳມະຊາດແມ່ນສິ່ງທີ່ຂ້ອຍເກີດມາພ້ອມກັບມັນ, ຂ້ອຍໄດ້ຮັບການສືບທອດພວກມັນມາຈາກພໍ່ແມ່ຂອງຂ້ອຍ. ພວກມັນເປັນຍ້ອນກຳມະພັນທີ່ດີ ແລະ ພູມຫຼັງທີ່ເອື້ອອຳນວຍຂອງຂ້ອຍ. ພວກມັນຖືກປະທານໃຫ້ໂດຍພຣະເຈົ້າ ຫຼື ບໍ່ນັ້ນ, ຂ້ອຍບໍ່ຮູ້. ແນວໃດກໍຕາມ, ຂ້ອຍພຽງແຕ່ມີໂຊກດີ, ມັນເປັນໂຊກຂອງຂ້ອຍເອງ. ສ່ວນເລື່ອງທີ່ວ່າຂ້ອຍຈະສົ່ງພວກມັນຄືນໃຫ້ພຣະເຈົ້າ ຫຼື ບໍ່ນັ້ນ, ຂ້ອຍຈະຕັດສິນໃຈໃນພາຍຫຼັງ. ຕອນນີ້, ຂ້ອຍຍັງບໍ່ມີແຜນທີ່ຈະເຮັດແບບນັ້ນ”. ບອກເຮົາເບິ່ງວ່າ ນັ້ນຈະໝາຍຄວາມວ່າເຈົ້າມີສະຕິຮູ້ສຶກຜິດຊອບບໍ? (ບໍ່ມີ.) ເຖິງແມ່ນວ່າພຣະເຈົ້າຈະບໍ່ໄດ້ເອົາຄວາມສົນໃຈ, ກິດຈະກຳຍາມຫວ່າງ, ຈຸດແຂງ ແລະ ສິ່ງອື່ນໆທີ່ພຣະອົງປະທານໃຫ້ເຈົ້າໄປ, ເຈົ້າກໍຈະບໍ່ໄດ້ຮັບພອນຂອງພຣະເຈົ້າ. ໃນສາຍຕາຂອງພຣະເຈົ້າ, ເຈົ້າຈະບໍ່ໄດ້ມາດຕະຖານໃນຖານະສິ່ງທີ່ຖືກສ້າງ, ຢ່າງໜ້ອຍທີ່ສຸດ ພຣະເຈົ້າກໍບໍ່ມັກຄົນແບບນີ້. ພຣະເຈົ້າປະທານຄວາມສົນໃຈ, ກິດຈະກຳຍາມຫວ່າງ ແລະ ຈຸດແຂງບາງຢ່າງໃຫ້ຜູ້ຄົນ ແລະ ພຣະອົງກໍມີຂໍ້ກຳນົດສະເພາະສຳລັບພວກເຂົາເຊັ່ນກັນ. ສ່ວນວິທີທີ່ຜູ້ຄົນປະຕິບັດຕໍ່ຄວາມສົນໃຈ, ກິດຈະກຳຍາມຫວ່າງ ແລະ ຈຸດແຂງເຫຼົ່ານີ້, ພວກເຂົາກໍຄວນມີຫຼັກການທີ່ສອດຄ່ອງກັບຄວາມຈິງເຊັ່ນກັນ. ຢ່າງໜຶ່ງກໍຄື ຢ່າຖືເອົາສິ່ງເຫຼົ່ານີ້ເປັນທຶນຮອນຂອງເຈົ້າ; ນອກຈາກນີ້, ຖ້າວຽກງານຂອງເຮືອນຂອງພຣະເຈົ້າຕ້ອງການໃຫ້ເຈົ້າປະຕິບັດໜ້າທີ່ທີ່ກ່ຽວຂ້ອງກັບຄວາມສົນໃຈ, ກິດຈະກຳຍາມຫວ່າງ ແລະ ຈຸດແຂງຂອງເຈົ້າ, ແລ້ວເຈົ້າກໍຄວນຮູ້ສຶກວ່າເປັນໜ້າທີ່ທີ່ປະຕິເສດບໍ່ໄດ້ທີ່ຈະຖືເອົາໜ້າທີ່ນີ້ເປັນພັນທະສ່ວນຕົວຂອງເຈົ້າ. ເຈົ້າຄວນຖວາຍສິ່ງທີ່ພຣະເຈົ້າປະທານໃຫ້ເຈົ້າຢ່າງສົມບູນ ແລະ ໂດຍບໍ່ເກັບກັກໄວ້, ເພື່ອໃຫ້ພຣະເຈົ້າສາມາດເພີດເພີນກັບຄວາມຈິງໃຈ ແລະ ການອ່ອນນ້ອມຂອງສິ່ງທີ່ຖືກສ້າງທີ່ມີຕໍ່ພຣະອົງ. ນີ້ບໍ່ແມ່ນສິ່ງທີ່ມີກຽດ ແລະ ມີສະຫງ່າລາສີບໍ? (ແມ່ນແລ້ວ.) ຖ້າເຈົ້າບໍ່ສາມາດຖວາຍພອນສະຫວັນ ແລະ ຈຸດແຂງທີ່ພຣະອົງປະທານໃຫ້ເຈົ້າແດ່ພຣະເຈົ້າໄດ້, ແລ້ວເຈົ້າກໍເປັນໜີ້ບຸນຄຸນພຣະເຈົ້າ, ນັ້ນເປັນສິ່ງທີ່ໜ້າອັບອາຍ. ເມື່ອພຣະເຈົ້າປະທານພອນສະຫວັນ ແລະ ຈຸດແຂງເຫຼົ່ານີ້ໃຫ້ເຈົ້າ, ເຈົ້າກໍມີຄວາມສຸກຫຼາຍ ແຕ່ເມື່ອພຣະເຈົ້າຂໍໃຫ້ເຈົ້າຖວາຍພວກມັນແດ່ພຣະອົງ, ເຈົ້າກໍຮູ້ສຶກລຳຄານ, ບໍ່ຕ້ອງການໃຫ້ພຣະເຈົ້າໃຊ້ພວກມັນ ແລະ ຕ້ອງການໃຫ້ພວກມັນຖືກໃຊ້ສຳລັບຕົວເຈົ້າເອງເທົ່ານັ້ນ. ສິ່ງນີ້ມີເຫດຜົນບໍ? ສິ່ງເຫຼົ່ານັ້ນບໍ່ແມ່ນຊັບສິນສ່ວນຕົວຂອງເຈົ້າ, ພວກມັນຖືກປະທານໃຫ້ໂດຍພຣະເຈົ້າ. ເນື່ອງຈາກພວກມັນຖືກປະທານໃຫ້ໂດຍພຣະເຈົ້າ, ເມື່ອພຣະອົງຮຽກຮ້ອງພວກມັນ, ເຈົ້າກໍຄວນຖວາຍພວກມັນ. ການທີ່ສາມາດຖວາຍພວກມັນໄດ້ສະແດງໃຫ້ເຫັນວ່າເຈົ້າມີການອ່ອນນ້ອມ ແລະ ຄວາມຈິງໃຈຕໍ່ພຣະເຈົ້າ. ຖ້າເຈົ້າບໍ່ຕ້ອງການຖວາຍພວກມັນ ຫຼື ເຈົ້າເຮັດແບບນັ້ນຢ່າງບໍ່ເຕັມໃຈ ແລະ ຝືນໃຈ, ມັນກໍພິສູດວ່າເຈົ້າບໍ່ມີທັງການອ່ອນນ້ອມ ແລະ ຄວາມຈິງໃຈຕໍ່ພຣະເຈົ້າ. ມັນສາມາດເວົ້າໄດ້ພຽງແຕ່ວ່າ ມີບັນຫາກັບຄວາມເປັນມະນຸດ ແລະ ລັກສະນະຂອງເຈົ້າ.
ເອົາລະ, ນັ້ນຄືທັງໝົດສຳລັບການໂອ້ລົມຂອງພວກເຮົາໃນມື້ນີ້. ລາກ່ອນ!
ວັນທີ 23 ທັນວາ 2023