ວິທີການໄລ່ຕາມເສາະຫາຄວາມຈິງ (7)
11 ມາດຕະຖານສຳລັບການປະເມີນຂີດຄວາມສາມາດຂອງຄົນໆໜຶ່ງ
ໃນການເຕົ້າໂຮມຄັ້ງກ່ອນ, ພວກເຮົາໄດ້ໂອ້ລົມກ່ຽວກັບວ່າຂີດຄວາມສາມາດແມ່ນຫຍັງ ພ້ອມທັງວິທີການປະເມີນຂີດຄວາມສາມາດຂອງຄົນໆໜຶ່ງ. ພວກເຮົາໄດ້ລະບຸມາດຕະຖານທັງໝົດເທົ່າໃດຂໍ້ ສຳລັບການປະເມີນຂີດຄວາມສາມາດຂອງຄົນໆໜຶ່ງ? (ສິບເອັດຂໍ້). ໃຫ້ເວົ້າຄືນສິບເອັດມາດຕະຖານເຫຼົ່ານີ້ອີກຄັ້ງ. (ຄວາມສາມາດໃນການຮຽນຮູ້, ຄວາມສາມາດໃນການເຂົ້າໃຈສິ່ງຕ່າງໆ, ຄວາມສາມາດໃນການຢັ່ງຮູ້, ຄວາມສາມາດໃນການຍອມຮັບສິ່ງຕ່າງໆ, ຄວາມສາມາດໃນການຮັບຮູ້, ຄວາມສາມາດໃນການຕັດສິນ, ຄວາມສາມາດໃນການແຍກແຍະສິ່ງຕ່າງໆ, ຄວາມສາມາດໃນການຕອບສະໜອງຕໍ່ສິ່ງຕ່າງໆ, ຄວາມສາມາດໃນການຕັດສິນໃຈ, ຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ ແລະ ຄວາມສາມາດໃນການສ້າງສັນ). ແຕ່ລະຢ່າງໃນສິບເອັດຄວາມສາມາດເຫຼົ່ານີ້ແມ່ນສ່ວນໜຶ່ງຂອງການວັດແທກຂີດຄວາມສາມາດທີ່ຄອບຄຸມຂອງຄົນໆໜຶ່ງ. ຄັ້ງກ່ອນ, ພວກເຮົາໄດ້ໂອ້ລົມກ່ຽວກັບສິບຢ່າງໃນນັ້ນ, ໂດຍໂອ້ລົມໄປຈົນເຖິງຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ. ສຳລັບຄວາມສາມາດແຕ່ລະຢ່າງ, ພວກເຮົາໄດ້ໂອ້ລົມກ່ຽວກັບການສະແດງອອກເຖິງຂີດຄວາມສາມາດທີ່ດີ, ຂີດຄວາມສາມາດປົກກະຕິ, ຂີດຄວາມສາມາດຕໍ່າ ແລະ ການບໍ່ມີຂີດຄວາມສາມາດ. ໂດຍພື້ນຖານແລ້ວ ຄົນທີ່ບໍ່ມີຂີດຄວາມສາມາດແມ່ນບໍ່ມີຈຸດແຂງ, ບໍ່ມີກິດຈະກຳຍາມຫວ່າງ ຫຼື ຄວາມສົນໃຈທີ່ແທ້ຈິງ. ເມື່ອພົບພໍ້ກັບສິ່ງໃດກໍຕາມ, ພວກເຂົາບໍ່ມີຄວາມຄິດເຫັນ ແລະ ບໍ່ມີຄວາມສາມາດໃນການຕັດສິນ. ພວກເຂົາບໍ່ມີຄວາມສາມາດໃນການຈຳແນກຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ; ພວກເຂົາຍັງບໍ່ມີຄວາມສາມາດໃນການຍອມຮັບສິ່ງໃດເລີຍ ແລະ ແນ່ນອນແຮງບໍ່ຕ້ອງເວົ້າເຖິງວ່າ ພວກເຂົາມີຄວາມສາມາດໃນການຕອບສະໜອງຕໍ່ສິ່ງຕ່າງໆ ຫຼື ຄວາມສາມາດໃນການຕັດສິນໃຈ. ຍ້ອນວ່າຄົນແບບນັ້ນບໍ່ມີຈຸດແຂງ, ພວກເຂົາຈຶ່ງຍິ່ງຫ່າງໄກຈາກຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆເລີຍ.
ຂໍ້ທີ 10: ຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ
ກ່ຽວກັບຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ, ໃນການເຕົ້າໂຮມຄັ້ງກ່ອນ ພວກເຮົາໄດ້ໂອ້ລົມກ່ຽວກັບເນື້ອໃນບາງສ່ວນຂອງຄວາມສາມາດນີ້. ໂດຍຫຼັກໆແລ້ວ ຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆໝາຍເຖິງຫຍັງ? ການປະເມີນໝາຍເຖິງສິ່ງທີ່ຜູ້ຄົນເອີ້ນວ່າການແຍກແຍະ, ໃນຄວາມໝາຍຂອງຄວາມສາມາດໃນການລະບຸຄວາມຄິດ, ມຸມມອງ, ຈຸດຢືນ ແລະ ຫົວຂໍ້ທີ່ຖືກສົ່ງເສີມຂອງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ. ໂດຍຫຼັກໆແລ້ວ ຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆແມ່ນກ່ຽວຂ້ອງກັບຄວາມຄິດ ແລະ ມຸມມອງຂອງຄົນໆໜຶ່ງຕໍ່ບັນຫາບາງຢ່າງ; ນັ້ນກໍຄື ສິ່ງທີ່ກ່ຽວຂ້ອງກັບຂອບເຂດຂອງຄວາມຄິດ. ຖ້າເຈົ້າມີຄວາມສາມາດໃນການລະບຸ ແລະ ຊື່ນຊົມສິ່ງເຫຼົ່ານີ້ໄດ້, ແລ້ວເຈົ້າກໍເປັນຄົນທີ່ມີຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ. ຖ້າເຈົ້າບໍ່ຮູ້ວິທີເບິ່ງ ແລະ ໂດຍພື້ນຖານແລ້ວບໍ່ສາມາດຮັບຮູ້ບັນຫາເຫຼົ່ານີ້ທີ່ກ່ຽວຂ້ອງກັບຄວາມຄິດ ແລະ ມຸມມອງ, ແລ້ວເຈົ້າກໍບໍ່ສາມາດຖືກພິຈາລະນາວ່າມີຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ ນັ້ນກໍຄື ຄວາມສາມາດນີ້ບໍ່ມີຫຍັງກ່ຽວຂ້ອງກັບເຈົ້າ. ເຖິງຢ່າງໃດກໍຕາມ, ເມື່ອເຈົ້າພົບພໍ້ກັບບາງສິ່ງບາງຢ່າງ, ຖ້າເຈົ້າສາມາດລະບຸຕົ້ນກຳເນີດຂອງສິ່ງນີ້ ແລະ ຈຸດປະສົງທີ່ຢູ່ເບື້ອງຫຼັງຂອງມັນ ແລະ ສາມາດລະບຸໄດ້ວ່າຄວາມຄິດ ແລະ ມຸມມອງທີ່ມັນຖ່າຍທອດ ແລະ ສົ່ງເສີມນັ້ນຖືກຕ້ອງ ຫຼື ບໍ່ ແລະ ຍັງສາມາດລະບຸໄດ້ວ່າຄວາມຄິດ ແລະ ມຸມມອງເຫຼົ່ານີ້ສົມເຫດສົມຜົນ ຫຼື ບໍ່, ພວກມັນເປັນສິ່ງທີ່ເປັນບວກ ຫຼື ສິ່ງທີ່ເປັນລົບ ແລະ ພວກມັນສອດຄ່ອງກັບກົດເກນການພັດທະນາຂອງສິ່ງຕ່າງໆ ຫຼື ໃກ້ຄຽງກັບປາກົດການພາຍໃຕ້ກົດເກນທີ່ພຣະເຈົ້າສ້າງຂຶ້ນເພື່ອປົກຄອງສິ່ງທັງປວງ ຫຼື ບໍ່, ຖ້າເຈົ້າມີຄວາມສາມາດໃນການປະເມີນ ແລະ ຊື່ນຊົມຂອງສິ່ງຕ່າງໆປະເພດນີ້, ແລ້ວມັນກໍພິສູດວ່າຂີດຄວາມສາມາດຂອງເຈົ້າຂ້ອນຂ້າງດີ. ຖ້າຄວາມຄິດ ແລະ ມຸມມອງທີ່ສິ່ງນີ້ສົ່ງເສີມ ຫຼື ທິດທາງ ແລະ ເປົ້າໝາຍທີ່ມັນສົ່ງເສີມນັ້ນມີຂໍ້ຜິດພາດ, ການບິດເບືອນ, ສິ່ງທີ່ບໍ່ສອດຄ່ອງກັບຄວາມເປັນມະນຸດ ຫຼື ຕັກກະການຄິດ ຫຼື ສິ່ງທີ່ໂດຍພື້ນຖານແລ້ວບໍ່ສອດຄ່ອງກັບກົດເກນພາວະວິໄສທີ່ພຣະເຈົ້າສ້າງຂຶ້ນເພື່ອປົກຄອງສິ່ງທັງປວງ, ຖ້າເຈົ້າສາມາດເບິ່ງເຫັນທຸກສິ່ງນີ້ ແລະ ເຈົ້າສາມາດເບິ່ງເຫັນທັງສິ່ງທີ່ຖືກຕ້ອງ ແລະ ສິ່ງທີ່ບໍ່ຖືກຕ້ອງ, ສິ່ງນີ້ກໍພຽງພໍທີ່ຈະພິສູດວ່າເຈົ້າມີຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ ແລະ ຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆຂອງເຈົ້ານັ້ນສູງ; ຂໍ້ເທັດຈິງທີ່ວ່າເຈົ້າມີຄວາມສາມາດນີ້ໝາຍຄວາມວ່າ ຂີດຄວາມສາມາດຂອງເຈົ້າດີຫຼາຍ. ຕົວຢ່າງ: ເມື່ອເຈົ້າອ່ານບົດຄວາມທີ່ຂຽນໂດຍອ້າຍເອື້ອຍນ້ອງໃນຄຣິສຕະຈັກ, ເຈົ້າສາມາດເບິ່ງເຫັນວ່າຄວາມເຂົ້າໃຈຂອງພວກເຂົາກ່ຽວກັບສິ່ງຕ່າງໆ, ຄວາມເຂົ້າໃຈຂອງພວກເຂົາກ່ຽວກັບແກ່ນແທ້ທຳມະຊາດຂອງຜູ້ຄົນ ແລະ ຄວາມເຂົ້າໃຈຂອງພວກເຂົາກ່ຽວກັບພຣະທຳຂອງພຣະເຈົ້າສອດຄ່ອງກັບຫຼັກການຄວາມຈິງ ຫຼື ບໍ່, ມຸມມອງທີ່ສະແດງອອກໃນບົດຄວາມນັ້ນບິດເບືອນ ຫຼື ບໍ່ ແລະ ທັດສະນະ ແລະ ຈຸດຢືນທີ່ພວກເຂົາໃຊ້ນັ້ນຖືກຕ້ອງ ຫຼື ບໍ່ຖືກຕ້ອງ, ເຈົ້າສາມາດເບິ່ງເຫັນທຸກສິ່ງເຫຼົ່ານີ້ໄດ້. ຖ້າເຈົ້າສາມາດເຫັນດີກັບຄວາມຄິດ ແລະ ມຸມມອງພາຍໃນບົດຄວາມທີ່ຖືກຕ້ອງ; ແລະ ຖ້າເຈົ້າຍັງສາມາດລະບຸ ແລະ ແກ້ໄຂຄວາມຄິດ ແລະ ມຸມມອງທີ່ຜິດພ້ຽນພາຍໃນບົດຄວາມ ແລະ ເຈົ້າຮູ້ວ່າເປັນຫຍັງຄວາມຄິດ ແລະ ມຸມມອງດັ່ງກ່າວຈຶ່ງບໍ່ຖືກຕ້ອງ ແລະ ພວກມັນລະເມີດຕັກກະການຄິດດ້ານໃດ ຫຼື ກົດເກນພາວະວິໄສໃດຂອງສິ່ງທີ່ເປັນບວກ ແລະ ໃນລະດັບທີ່ເລິກລົງໄປກວ່ານັ້ນ ເຈົ້າສາມາດເຫັນວ່າພວກມັນລະເມີດຫຼັກການຄວາມຈິງດ້ານໃດທີ່ພຣະເຈົ້າໄດ້ສັ່ງສອນມະນຸດຊາດ, ສິ່ງນີ້ພິສູດວ່າຂີດຄວາມສາມາດຂອງເຈົ້ານັ້ນດີ. ໃນດ້ານໜຶ່ງ ຖ້າເຈົ້າສາມາດເຫັນວ່າແມ່ນຫຍັງຄືສິ່ງທີ່ເປັນບວກໃນບົດຄວາມນີ້ທີ່ຄຸ້ມຄ່າແກ່ການຮຽນຮູ້ ແລະ ເຈົ້າຍັງສາມາດປະເມີນໄດ້ວ່າມັນໃຫ້ທິດທາງທີ່ເປັນບວກຫຍັງແກ່ຜູ້ຄົນ ພ້ອມທັງການສະໜອງ, ການຊ່ວຍເຫຼືອ ແລະ ການສະໜັບສະໜູນທີ່ເປັນບວກຫຍັງທີ່ມັນນຳມາໃຫ້ ແລະ ຍິ່ງໄປກວ່ານັ້ນ ຖ້າເຈົ້າສາມາດຮູ້ວ່າບົດຄວາມດັ່ງກ່າວມີສິ່ງທີ່ເປັນຜົນຮ້າຍ, ເປັນລົບ ແລະ ບິດເບືອນໃດແດ່; ມັນປະກອບມີຄວາມຄິດ ແລະ ມຸມມອງທີ່ຜິດພ້ຽນຫຍັງທີ່ອາດຈະນຳພາການຄິດຂອງຜູ້ຄົນໄປໃນທິດທາງທີ່ບໍ່ດີ ແລະ ພວກມັນອາດຈະມີຜົນກະທົບທາງລົບຫຍັງຕໍ່ຜູ້ຄົນ; ຄວນແກ້ໄຂສິ່ງທີ່ຜິດພ້ຽນເຫຼົ່ານີ້ແນວໃດ; ແລະ ຄວນຊົດເຊີຍຂໍ້ບົກຜ່ອງບາງຢ່າງແນວໃດ ເພື່ອໃຫ້ມັນສາມາດນຳຜົນປະໂຫຍດທີ່ໃຫຍ່ກວ່າມາສູ່ຜູ້ຄົນ, ແລ້ວນີ້ກໍຄືການສະແດງອອກໜຶ່ງຢ່າງຂອງການມີຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ. ຕົວຢ່າງ: ໃນການຮຽນເຕັ້ນ, ເມື່ອເຈົ້າສັງເກດເບິ່ງການສະແດງເຕັ້ນ, ເຈົ້າສາມາດກວດເບິ່ງວ່າການເຄື່ອນໄຫວໃດທີ່ມີຄວາມເປັນມະນຸດຫຼາຍ, ເຊິ່ງສະແດງເຖິງຄວາມຄິດ ແລະ ຄວາມປາຖະໜາພາຍໃນຄວາມເປັນມະນຸດ ແລະ ມີຕົ້ນກຳເນີດມາຈາກມຸມມອງຂອງຄວາມເປັນມະນຸດ ແລະ ມີພື້ນຖານຢູ່ໃນຄວາມເປັນມະນຸດ ແລະ ສອດຄ່ອງກັບຄວາມຕ້ອງການຂອງສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິຫຼາຍ; ແລະ ເຈົ້າສາມາດກວດເບິ່ງວ່າການເຄື່ອນໄຫວ, ການສະແດງອອກທາງສີໜ້າ ແລະ ວິທີການສະແດງອອກຂອງພາສາກາຍໃດ ພ້ອມທັງຄວາມຄິດທີ່ຖືກນໍາສະເໜີພາຍໃນສິ່ງເຫຼົ່ານັ້ນ ຄືສິ່ງທີ່ເປັນບວກ ແລະ ສາມາດເພີ່ມພູນໂລກຝ່າຍວິນຍານຂອງຄົນໆໜຶ່ງ ນັ້ນກໍຄື ເຈົ້າສາມາດເຫັນສິ່ງທັງໝົດເຫຼົ່ານີ້ໄດ້. ເຈົ້າບໍ່ພຽງແຕ່ສາມາດເຕັ້ນ ຫຼື ສະແດງການເຄື່ອນໄຫວທພມະດາບາງຢ່າງເທົ່ານັ້ນ, ໃນທາງກົງກັນຂ້າມ ເຈົ້າສາມາດເຫັນຄວາມຄິດທີ່ຖືກນໍາສະເໜີໃນການສະແດງເຕັ້ນ; ເຈົ້າສາມາດຈັບຈຸດຄວາມໝາຍຂອງຄວາມຄິດທີ່ຢູ່ພາຍໃນນັ້ນ ພ້ອມທັງຮູບແບບການເຕັ້ນທີ່ຖືກນຳໃຊ້ພາຍໃຕ້ການນໍາພາຂອງຄວາມຄິດເຫຼົ່ານີ້. ຖ້າຮູບແບບການເຕັ້ນ ແລະ ພາສາກາຍເປັນປະໂຫຍດຕໍ່ຜູ້ຄົນ ແລະ ເປັນສິ່ງທີ່ເຈົ້າຄວນຮຽນຮູ້, ຍອມຮັບ ແລະ ນຳມາໃຊ້, ເຈົ້າສາມາດເຫັນ ແລະ ຮຽນຮູ້ສິ່ງເຫຼົ່ານີ້ ແລະ ເຈົ້າສາມາດຍອມຮັບອົງປະກອບທີ່ເປັນບວກຂອງມັນ, ແລ້ວນີ້ກໍຄືການສະແດງອອກເຖິງການມີຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ. ແນ່ນອນ, ຖ້າການເຕັ້ນນຳສະເໜີຄວາມຄິດທີ່ບິດເບືອນບາງຢ່າງ ເຊິ່ງບໍ່ສອດຄ່ອງກັບຄວາມເປັນມະນຸດ ແລະ ເຈົ້າຍັງສາມາດຮັບຮູ້ພວກມັນໄດ້ ແລະ ເຈົ້າສາມາດລະບຸໄດ້ວ່າຂໍ້ຜິດພາດຢູ່ບ່ອນໃດ ແລະ ເຈົ້າຍັງຮູ້ວ່າຮູບແບບການນຳສະເໜີນີ້ຜິດພາດແນວໃດ ແລະ ແມ່ນຫຍັງຄືຄວາມຄິດນໍາພາທີ່ຢູ່ເບື້ອງຫຼັງຂອງມັນ, ຖ້າເຈົ້າສາມາດເຫັນ ແລະ ລະບຸສິ່ງທັງໝົດນີ້ໄດ້, ແລ້ວນີ້ກໍຄືການສະແດງອອກໜຶ່ງຢ່າງຂອງການມີຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆເຊັ່ນກັນ. ຫຼັງຈາກທີ່ຍົກສອງຕົວຢ່າງນີ້ແລ້ວ, ຕອນນີ້ພວກເຈົ້າເຂົ້າໃຈແລ້ວບໍວ່າ ແມ່ນຫຍັງຄືຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ? ໄດ້ສ້າງຕັ້ງມາດຕະຖານເພື່ອປະເມີນວ່າຄົນໃດຄົນໜຶ່ງມີຂີດຄວາມສາມາດທີ່ດີ ແລະ ຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆນີ້ແລ້ວບໍ? (ແມ່ນແລ້ວ).
ຖ້າເຈົ້າເຫັນບາງສິ່ງບາງຢ່າງ ແລະ ຮູ້ເຖິງຄວາມຄິດ ແລະ ມຸມມອງທີ່ມັນສົ່ງເສີມ ຫຼື ທັດສະນະ ແລະ ຈຸດຢືນທີ່ມັນໃຊ້, ແຕ່ບໍ່ຮູ້ວ່າຄວາມຄິດ ແລະ ມຸມມອງເຫຼົ່ານີ້ຖືກຕ້ອງ ຫຼື ບໍ່ຖືກຕ້ອງ, ແລ້ວເຈົ້າກໍບໍ່ມີຄວາມສາມາດໃນການລະບຸສິ່ງຕ່າງໆຫຼາຍປານໃດ. ເຈົ້າອາດຈະພຽງແຕ່ຮູ້ສຶກວ່າ “ການເຕັ້ນນີ້ດີພໍສົມຄວນ; ບົດຄວາມນີ້ດີພໍສົມຄວນ; ຮູບເງົານີ້ດີພໍສົມຄວນ; ມັນມີຄຸນຄ່າທາງສິລະປະ ແລະ ເຕັກນິກການສະແດງອອກຂອງມັນກໍຍອດຢ້ຽມ”, ໂດຍພຽງແຕ່ສັງເກດ ແລະ ຮຽນຮູ້ກ່ຽວກັບສິ່ງນີ້ຈາກມຸມມອງຂອງອຸດສາຫະກຳ ຫຼື ຈາກມຸມມອງຂອງຄວາມຮູ້, ແຕ່ບໍ່ສາມາດກຳນົດໄດ້ວ່າຄວາມຄິດ ແລະ ມຸມມອງທີ່ສິ່ງນີ້ນໍາສະເໜີນັ້ນຖືກຕ້ອງ ຫຼື ບໍ່ຖືກຕ້ອງ, ຖືກ ຫຼື ຜິດ, ເປັນບວກ ຫຼື ເປັນລົບ; ແລະ ເຈົ້າອາດຈະຕັ້ງຄຳຖາມຕ່າງໆ ເຊັ່ນ “ຄວາມຄິດ ແລະ ມຸມມອງເຫຼົ່ານີ້ສອດຄ່ອງກັບຄວາມຈິງບໍ? ການກະທຳນີ້ສອດຄ່ອງກັບຄວາມເປັນມະນຸດບໍ? ມັນສອດຄ່ອງກັບກົດເກນການພັດທະນາຂອງສິ່ງຕ່າງໆບໍ? ມີຄົນແບບນີ້ຢູ່ບໍ? ມີເຫດການແບບນີ້ເກີດຂຶ້ນບໍ? ນີ້ເປັນສິ່ງທີ່ເປັນບວກບໍ?” ຖ້າທຸກປະໂຫຍກທີ່ເຈົ້າເວົ້າອອກມາລ້ວນແຕ່ເຕັມໄປດ້ວຍເຄື່ອງໝາຍຄຳຖາມ, ແລ້ວເຈົ້າກໍຂາດຄວາມສາມາດໃນການລະບຸສິ່ງຕ່າງໆ. ຖ້າເຈົ້າຮູ້ພຽງແຕ່ດ້ານເຕັກນິກ, ດ້ານວິຊາຊີບ ຫຼື ດ້ານທີ່ອີງໃສ່ຄວາມຮູ້ທີ່ກ່ຽວຂ້ອງເທົ່ານັ້ນ, ແຕ່ເມື່ອເວົ້າເຖິງສິ່ງຕ່າງໆໃນລະດັບຂອງຄວາມຄິດ, ເຈົ້າກໍຂາດຄວາມສາມາດໃນການຕັດສິນວ່າພວກມັນຖືກຕ້ອງ ຫຼື ບໍ່ຖືກຕ້ອງ, ຖືກ ຫຼື ຜິດ, ສິ່ງນີ້ບອກຫຍັງກ່ຽວກັບຂີດຄວາມສາມາດຂອງເຈົ້າ? ສິ່ງນີ້ບົ່ງບອກວ່າເຈົ້າມີຂີດຄວາມສາມາດປົກກະຕິ. ເຖິງແມ່ນວ່າເຈົ້າມີຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆຢູ່ແດ່, ຄວາມສາມາດຂອງເຈົ້າກໍຈຳກັດຢູ່ພຽງແຕ່ການຊື່ນຊົມຄວາມຄິດຜູ້ຂຽນຈາກມຸມມອງດ້ານເຕັກນິກ ແລະ ດ້ານວິຊາຊີບເທົ່ານັ້ນ. ເຈົ້າສາມາດພຽງແຕ່ຈັບຈຸດ ຫຼື ເຂົ້າໃຈວ່າເປັນຫຍັງຜູ້ຂຽນຈຶ່ງເຮັດໃນສິ່ງທີ່ພວກເຂົາເຮັດ, ແຕ່ເຈົ້າບໍ່ສາມາດປະເມີນໄດ້ວ່າຄວາມຄິດ ແລະ ມຸມມອງທີ່ພວກເຂົາສົ່ງເສີມນັ້ນຖືກຕ້ອງ ຫຼື ບໍ່ ແລະ ພວກມັນເປັນສິ່ງທີ່ເປັນບວກ ຫຼື ບໍ່ ຫຼື ຄວາມຄິດ ແລະ ມຸມມອງເຫຼົ່ານີ້ມີຜົນກະທົບຫຼາຍສໍ່າໃດຕໍ່ຜູ້ຄົນ ຫຼັງຈາກທີ່ຖືກນຳສະເໜີອອກມາ ຫຼື ມັນເປັນຜົນກະທົບທີ່ເປັນບວກ ຫຼື ຜົນກະທົບທີ່ເປັນລົບ ຫຼື ພວກມັນນຳຜົນສະທ້ອນໃດມາສູ່ຜູ້ຄົນ, ເຈົ້າບໍ່ຮູ້ສິ່ງເຫຼົ່ານີ້ເລີຍ. ໂດຍອີງໃສ່ລະດັບນີ້, ຂີດຄວາມສາມາດຂອງຄົນແບບນັ້ນແມ່ນພຽງແຕ່ປົກກະຕິເທົ່ານັ້ນ. ພວກເຂົາສາມາດພຽງແຕ່ຊື່ນຊົມ ແຕ່ບໍ່ສາມາດປະເມີນໄດ້ ແລະ ດັ່ງນັ້ນຈຶ່ງບໍ່ສາມາດບັນລຸຂີດຄວາມສາມາດຂອງການມີຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ. ບາງຄົນ, ບໍ່ວ່າພວກເຂົາຈະປະຕິບັດໜ້າທີ່ໃດກໍຕາມ, ກໍມີຄວາມສາມາດໃນການລະບຸສິ່ງຕ່າງໆທີ່ບໍ່ດີຫຼາຍ. ພວກເຂົາຄິດວ່າການເຮັດສິ່ງຕ່າງໆດ້ວຍວິທີໃດກໍເປັນທີ່ຍອມຮັບໄດ້. ມຸມມອງ ແລະ ທັດສະນະຄະຕິຂອງພວກເຂົາແມ່ນຄຸມເຄືອຫຼາຍ ແລະ ບໍ່ຊັດເຈນຢ່າງສິ້ນເຊີງ. ບໍ່ວ່າຄົນອື່ນຈະເວົ້າຫຍັງກໍຕາມ, ພວກເຂົາກໍສາມາດຍອມຮັບໄດ້, ໂດຍບໍ່ມີມຸມມອງ ຫຼື ຫຼັກການຂອງການປະຕິບັດທີ່ຖືກຕ້ອງ. ຜົນຕາມມາກໍຄື ພວກເຂົາບໍ່ປະຕິບັດໜ້າທີ່ໃດໆໄດ້ດີ. ບໍ່ວ່າພວກເຂົາຈະຮັບຜິດຊອບວຽກງານໃດກໍຕາມ, ພວກເຂົາຈະຄຸມເຄືອ ແລະ ບໍ່ຊັດເຈນເປັນພິເສດ ເມື່ອເວົ້າເຖິງການກຳນົດ ແລະ ການຂີດຂອບເຂດກ່ຽວກັບຄວາມເປັນບວກ ຫຼື ຄວາມເປັນລົບ ແລະ ຄວາມຖືກຕ້ອງ ຫຼື ຄວາມຜິດພາດຂອງຄວາມຄິດ ແລະ ມຸມມອງຕ່າງໆທີ່ເກີດຂຶ້ນໃນລະຫວ່າງການເຮັດວຽກຂອງພວກເຂົາ. ເມື່ອຜູ້ຄົນຖາມພວກເຂົາວ່າ “ຄວາມຄິດ ຫຼື ມຸມມອງປະເພດນີ້ໄດ້ຜຸດຂຶ້ນມາແລ້ວ, ມັນຖືກຕ້ອງບໍ?” ພວກເຂົາກໍເວົ້າວ່າ “ຄວາມຄິດຂອງຜູ້ຄົນເປັນອິດສະຫຼະ. ພວກເຂົາບໍ່ຄວນຖືກຈຳກັດ. ມັນຕ້ອງມີຄວາມຫຼາກຫຼາຍ, ຄວນປ່ອຍໃຫ້ນໍາສະເໜີ ແລະ ສະແດງຄວາມຄິດປະເພດໃດກໍຕາມ”. ນີ້ຄືມຸມມອງຂອງພວກເຂົາກ່ຽວກັບການມີຢູ່ຂອງຄວາມຄິດຕ່າງໆ. ນັ້ນກໍຄື ບໍ່ວ່າຄວາມຄິດ ຫຼື ມຸມມອງໃດຈະຜຸດຂຶ້ນມາ, ບໍ່ວ່າພວກມັນຈະຖືກ ຫຼື ຜິດ, ຖືກຕ້ອງ ຫຼື ບໍ່ຖືກຕ້ອງ, ພວກເຂົາກໍເຊື່ອວ່າຄວນປ່ອຍໃຫ້ພວກມັນມີຢູ່ ແລະ ພວກມັນຄວນຖືກນຳສະເໜີຢ່າງອິດສະຫຼະ. ພວກເຂົາຄິດວ່າ ຕາບໃດທີ່ຄົນໃດໜຶ່ງຄິດດ້ວຍວິທີການບາງຢ່າງ, ຕາບໃດທີ່ຄົນໃດໜຶ່ງມີຄວາມຕ້ອງການບາງຢ່າງ, ຕາບໃດທີ່ມີຜູ້ຊົມສຳລັບຄວາມຄິດບາງຢ່າງ ຫຼື ມີຄົນທີ່ສະໜັບສະໜູນມັນ, ແລ້ວມັນກໍມີຄຸນຄ່າໃນການມີຢູ່ຂອງມັນ. ຄວາມຄິດ ແລະ ມຸມມອງນີ້ຂອງພວກເຂົາແມ່ນຄຸມເຄືອຫຼາຍ. ໃນຄຳເວົ້າຂອງຜູ້ບໍ່ມີຄວາມເຊື່ອ, ມັນມັກຈະມີຢູ່ໃນ “ພື້ນທີ່ສີເທົາ” ໂດຍບໍ່ມີຂອບເຂດ. ຄົນເຫຼົ່ານີ້ບໍ່ມີມາດຕະຖານ ຫຼື ເກນທີ່ເຂັ້ມງວດສຳລັບການຕັດສິນວ່າສິ່ງຕ່າງໆຖືກຕ້ອງ ຫຼື ບໍ່ຖືກຕ້ອງ. ຍັງສາມາດເວົ້າໄດ້ອີກວ່າ ຄົນແບບນັ້ນບໍ່ມີຈຸດຢືນ, ບໍ່ມີຄວາມຄິດ ຫຼື ມຸມມອງທີ່ແທ້ຈິງ. ແນ່ນອນ, ມັນຍັງສາມາດເວົ້າໄດ້ອີກວ່າ ຄົນເຫຼົ່ານີ້ບໍ່ມີການສົ່ງເສີມທີ່ເປັນບວກກ່ຽວກັບສິ່ງໃດເລີຍ. ແລ້ວຄົນແບບນັ້ນສາມາດຍອມຮັບຄວາມຈິງໄດ້ບໍ? ພວກເຂົາສາມາດເຂົ້າໃຈຄວາມຈິງໄດ້ບໍ? ມັນຍາກທີ່ຈະເວົ້າແທ້ໆ. ການມີຂີດຄວາມສາມາດຕໍ່າຄືບັນຫາ. ເມື່ອຄົນທີ່ມີຂີດຄວາມສາມາດຕໍ່າພົບພໍ້ກັບການປາກົດຂອງສອງຄວາມຄິດ ຫຼື ສອງມຸມມອງໃນເວລາດຽວກັນ, ພວກເຂົາບໍ່ມີຄວາມຄິດເຫັນຂອງຕົນເອງ; ພວກເຂົາບໍ່ຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ. ຝ່າຍໃດທີ່ມີກຳລັງແຮງກວ່າ, ພວກເຂົາກໍຕິດຕາມຝ່າຍນັ້ນ. ສິ່ງນີ້ເອີ້ນວ່າການບໍ່ມີຈຸດຢືນ. ຄົນແບບນັ້ນເປັນຄົນເບົາປັນຍາ. ພວກເຮົາຈະບໍ່ສົນທະນາກັນວ່າການໄລ່ຕາມເສາະຫາຄວາມເປັນມະນຸດຂອງພວກເຂົາເປັນແນວໃດ ຫຼື ລັກສະນະຂອງພວກເຂົາເປັນແນວໃດ, ພຽງແຕ່ເວົ້າໃນແງ່ຂອງຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆຂອງພວກເຂົາ, ສຳລັບຄົນແບບນີ້ ຂີດຄວາມສາມາດຂອງພວກເຂົາແມ່ນພຽງແຕ່ປົກກະຕິເທົ່ານັ້ນ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ເພາະເຖິງແມ່ນວ່າຂີດຄວາມສາມາດຂອງພວກເຂົາຈະເຮັດໃຫ້ພວກເຂົາສາມາດຊື່ນຊົມບາງຢ່າງໃນລະດັບຂອງຄວາມຄິດໄດ້, ພວກເຂົາກໍຂາດຄວາມສາມາດໃນການປະເມີນຄວາມແທ້ຈິງຂອງສິ່ງຕ່າງໆ ແລະ ໃນການລະບຸວ່າສິ່ງຕ່າງໆຖືກ ຫຼື ຜິດ, ຖືກຕ້ອງ ຫຼື ບໍ່ຖືກຕ້ອງ. ສະນັ້ນ, ຂີດຄວາມສາມາດຂອງພວກເຂົາຈຶ່ງຖືກຈັດຢູ່ໃນລະດັບປົກກະຕິ. ເພາະເມື່ອເວົ້າເຖິງການປະເມີນສິ່ງຕ່າງໆ, ຄວາມຄິດ, ມຸມມອງ ແລະ ຈຸດຢືນຂອງພວກເຂົາແມ່ນຄຸມເຄືອຫຼາຍ ແລະ ພວກເຂົາບໍ່ມີສິ່ງທີ່ເປັນບວກເປັນພື້ນຖານ ຫຼື ເກນ, ພວກເຂົາສາມາດເຮັດສິ່ງທີ່ດີບາງຢ່າງໄດ້ ແຕ່ກໍສາມາດເຮັດສິ່ງທີ່ບໍ່ດີບາງຢ່າງໄດ້ເຊັ່ນກັນ. ພວກເຂົາສາມາດເຮັດສິ່ງທີ່ຂ້ອນຂ້າງຖືກຕ້ອງບາງຢ່າງທີ່ເປັນປະໂຫຍດຕໍ່ຄົນອື່ນ ແລະ ຊ່ວຍເຫຼືອມະນຸດຊາດ, ແຕ່ໃນເວລາດຽວກັນ ພວກເຂົາກໍສາມາດເຮັດສິ່ງທີ່ທຳຮ້າຍຄົນອື່ນ ແລະ ມີອິດທິພົນທີ່ເປັນຜົນຮ້າຍຕໍ່ພວກເຂົາໄດ້ເຊັ່ນກັນ. ສະນັ້ນ, ຂີດຄວາມສາມາດຂອງຄົນແບບນັ້ນຈຶ່ງປົກກະຕິເທົ່ານັ້ນ. ຕົວຢ່າງ: ສົມມຸດວ່າມີຮູບເງົາເລື່ອງໜຶ່ງເຊິ່ງຄວາມຄິດທີ່ຜູ້ກຳກັບສົ່ງເສີມນັ້ນຂ້ອນຂ້າງເປັນບວກ ແລະ ຂ້ອນຂ້າງມີມະນຸດສະທຳ ແລະ ເປັນສິ່ງທີ່ຂ້ອນຂ້າງສອດຄ່ອງກັບຄວາມຕ້ອງການຂອງມະນຸດຊາດ ນັ້ນກໍຄື ຄວາມຕ້ອງການທີ່ສົມເຫດສົມຜົນໃນສັງຄົມປັດຈຸບັນ ເຊັ່ນ: ປະຊາທິປະໄຕ, ເສລີພາບ, ສິດທິມະນຸດ ແລະ ສິ່ງອື່ນໆທີ່ເປັນບວກ ແລະ ຜ່ານຮູບເງົາເລື່ອງນີ້ ຜູ້ກຳກັບໄດ້ນຳເອົາສິ່ງເຫຼົ່ານີ້ທີ່ຢູ່ເລິກພາຍໃນຄວາມຄິດຂອງມະນຸດອອກມາ ເພື່ອຊ່ວຍໃຫ້ຜູ້ຄົນມາຮູ້ຈັກພວກມັນ. ຖ້າຄົນທີ່ມີຂີດຄວາມສາມາດປົກກະຕິເບິ່ງຮູບເງົາເລື່ອງນີ້, ພວກເຂົາກໍສາມາດຮັບຮູ້ໄດ້ວ່າຄວາມຄິດເຫຼົ່ານັ້ນດີ ແລະ ຖືກຕ້ອງ. ພວກເຂົາສາມາດເຫັນໄດ້ວ່າຄວາມຄິດເຫຼົ່ານັ້ນຂ້ອນຂ້າງເປັນທີ່ນິຍົມ ແລະ ໄດ້ຮັບການເຄົາລົບໃນສັງຄົມປັດຈຸບັນ; ພວກເຂົາສາມາດຮັບຮູ້ເຖິງຄວາມຖືກຕ້ອງຂອງຄວາມຄິດທີ່ຜູ້ກຳກັບສົ່ງເສີມ. ແຕ່ຖ້າໃນຮູບເງົາເລື່ອງນີ້, ຜູ້ກຳກັບຍັງສົ່ງເສີມຄວາມຄິດບາງຢ່າງທີ່ຂ້ອນຂ້າງສະເພາະກຸ່ມ ເຊິ່ງເປັນສິ່ງທີ່ຜູ້ໃຫຍ່ສ່ວນຫຼາຍ ແລະ ຄົນທີ່ມີຄວາມສາມາດໃນການຢັ່ງຮູ້ຈະຄິດບໍ່ເຖິງ, ເຊິ່ງສຸດໂຕ່ງຫຼາຍ ແລະ ມັນເຖິງກັບສາມາດເວົ້າໄດ້ວ່າ ເປັນສິ່ງທີ່ພົບເຫັນໄດ້ຍາກ ຫຼື ເກືອບຈະເປັນໄປບໍ່ໄດ້ເລີຍທີ່ຈະເກີດຂຶ້ນຕາມກົດເກນການພັດທະນາທີ່ປົກກະຕິຂອງສິ່ງຕ່າງໆ, ແລ້ວຄົນທີ່ມີຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆໃນລະດັບປົກກະຕິກໍຈະບໍ່ສາມາດແຍກແຍະພວກມັນໄດ້ເມື່ອເບິ່ງຮູບເງົາ. ພວກເຂົາຈະຄິດວ່າ “ຄວາມຄິດສະເພາະເຫຼົ່ານີ້ທີ່ຜູ້ກຳກັບສົ່ງເສີມນັ້ນບໍ່ຜິດ. ເຖິງແມ່ນວ່າສິ່ງເຫຼົ່ານີ້ຈະເປັນສິ່ງທີ່ຄົນພຽງຈຳນວນໜ້ອຍມັກ ແລະ ໂອບຮັບເອົາກໍຕາມ, ຄວາມຄິດເຫຼົ່ານີ້ກໍຍັງຄວນໄດ້ຮັບການຍົກຍ້ອງໃນສັງຄົມປັດຈຸບັນ; ພວກມັນຄວນຖືກເປີດເຜີຍຕໍ່ສາທາລະນະ ເພື່ອໃຫ້ທຸກຄົນສາມາດຮູ້ ແລະ ຍອມຮັບພວກມັນໄດ້”. ເຈົ້າເຫັນບໍວ່າ ບໍ່ວ່າສິ່ງທີ່ຜູ້ກຳກັບສົ່ງເສີມໃນຮູບເງົາເລື່ອງດຽວກັນນັ້ນຈະເປັນບວກ ຫຼື ມີອິດທິພົນທີ່ເປັນລົບຕໍ່ຜູ້ຄົນກໍຕາມ, ພວກເຂົາກໍຈະຍອມຮັບພວກມັນ ແລະ ເຖິງກັບຊື່ນຊົມພວກມັນເປັນພິເສດ. ສຳລັບພວກເຂົາແລ້ວ, ບໍ່ມີການແຍກແຍະທີ່ຊັດເຈນ ຫຼື ແນ່ນອນລະຫວ່າງຄວາມຖືກຕ້ອງ ແລະ ຄວາມຜິດພາດ. ສະນັ້ນ, ພວກເຂົາຈຶ່ງສາມາດຍອມຮັບສິ່ງທີ່ເປັນບວກໃນຮູບເງົາເລື່ອງນີ້ໄດ້ ແລະ ພວກເຂົາກໍສາມາດຍອມຮັບສິ່ງທີ່ເປັນລົບໄດ້ເຊັ່ນກັນ. ເນື່ອງຈາກພວກເຂົາສາມາດຍອມຮັບສິ່ງເຫຼົ່ານີ້ໄດ້, ພວກເຂົາກໍຈະນຳໃຊ້ພວກມັນເຊັ່ນກັນ. ພວກເຂົາຈະລວມສິ່ງເຫຼົ່ານີ້ເຂົ້າໃນຜົນງານທີ່ສະແດງເຖິງຄວາມຄິດ ແລະ ມຸມມອງຂອງພວກເຂົາເອງ ຫຼື ປູກຝັງພວກມັນໃຫ້ກັບຄົນອື່ນໃນຊີວິດປະຈຳວັນ, ເຊິ່ງສົ່ງຜົນກະທົບຕໍ່ຄົນອື່ນ. ແນ່ນອນ, ສິ່ງທີ່ເປັນບວກຈະມີຜົນດີຕໍ່ຜູ້ຄົນ, ໃນຂະນະທີ່ສິ່ງທີ່ເປັນລົບກໍຈະມີຜົນກະທົບທີ່ເປັນລົບຕໍ່ຜູ້ຄົນຢ່າງແນ່ນອນ. ສະນັ້ນ, ຄົນແບບນັ້ນກໍຈະເຮັດສິ່ງທີ່ບໍ່ດີບາງຢ່າງໃນຂະນະທີ່ເຮັດສິ່ງທີ່ດີເຊັ່ນກັນ. ນັ້ນກໍຄື ຕົວຢ່າງ: ເມື່ອເຈົ້າຫິວ, ພວກເຂົາຈະເອົາເຂົ້າປຽກໃຫ້ເຈົ້າຖ້ວຍໜຶ່ງ, ແຕ່ມັນຈະບໍ່ສະອາດ ແລະ ຈະມີຊາຍຈຳນວນໜຶ່ງປະປົນຢູ່ ແລະ ການກິນມັນເປັນເວລາດົນກໍຈະເປັນອັນຕະລາຍຕໍ່ສຸຂະພາບຂອງເຈົ້າ. ອີກຕົວຢ່າງໜຶ່ງ ພວກເຂົາຈະເອົາອາຫານໃຫ້ເຈົ້າຖ້ວຍໜຶ່ງ, ແຕ່ມັນຈະປະປົນກັບສິ່ງຕ່າງໆ ເຊັ່ນ: ແມງວັນ ແລະ ຍຸງ. ເຈົ້າອາດຈະຮູ້ສຶກວ່າມັນແຊບ, ແຕ່ມັນມີເຊື້ອແບັກທີເຣຍບາງຊະນິດທີ່ເປັນອັນຕະລາຍຕໍ່ຮ່າງກາຍ. ເຖິງແມ່ນວ່າຄົນແບບນັ້ນຈະແກ້ໄຂຄວາມຫິວຂອງເຈົ້າ ແລະ ເຮັດໃຫ້ທ້ອງຂອງເຈົ້າອີ່ມໄດ້, ພວກເຂົາກໍຈະນຳເອົາຜົນຮ້າຍບາງຢ່າງມາສູ່ຮ່າງກາຍຂອງເຈົ້າເຊັ່ນກັນ. ໃນທຳນອງດຽວກັນ, ຖ້າເຈົ້າຂາດການແຍກແຍະ, ແລ້ວເມື່ອເຈົ້າເບິ່ງຜົນງານໃດໜຶ່ງ, ເຈົ້າກໍມີແນວໂນ້ມສູງທີ່ຈະຍອມຮັບຄວາມຄິດ ແລະ ມຸມມອງທີ່ບໍ່ຖືກຕ້ອງບາງຢ່າງຈາກມັນ, ໂດຍຖືກມັນເຮັດໃຫ້ຫຼົງຜິດ ແລະ ຖືກມັນວາງຢາພິດ. ສະນັ້ນ, ການມີຄວາມສາມາດໃນການລະບຸສິ່ງຕ່າງໆຈຶ່ງສຳຄັນຫຼາຍເຊັ່ນກັນ. ສິ່ງເຫຼົ່ານີ້ຄືການສະແດງອອກຂອງຄົນທີ່ມີຂີດຄວາມສາມາດປົກກະຕິ, ໃນແງ່ຂອງຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆຂອງພວກເຂົາ.
ລະດັບຕໍ່ໄປແມ່ນຄົນທີ່ມີຂີດຄວາມສາມາດຕໍ່າ. ຄົນທີ່ມີຂີດຄວາມສາມາດຕໍ່າບໍ່ມີຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ. ນັ້ນກໍຄື ເມື່ອພວກເຂົາເຫັນສິ່ງໃດກໍຕາມ, ພວກເຂົາບໍ່ຮູ້ວ່າຄວາມຄິດ ແລະ ມຸມມອງໃດທີ່ຖືກຕ້ອງທີ່ຕ້ອງມີ ແລະ ພວກເຂົາບໍ່ຮູ້ວ່າມຸມ ຫຼື ຈຸດຢືນໃດທີ່ຖືກຕ້ອງທີ່ຕ້ອງໃຊ້. ພວກເຂົາເຖິງກັບບໍ່ຮູ້ວ່າຜູ້ຄົນມີຄວາມຄິດ ແລະ ມຸມມອງທີ່ບໍ່ຖືກຕ້ອງປະເພດໃດໃນເລື່ອງນີ້ ຫຼື ຜູ້ຄົນເຄີຍຖືກຄວບຄຸມດ້ວຍຄວາມຄິດຫຍັງເມື່ອຜະເຊີນກັບເລື່ອງດັ່ງກ່າວ. ສິ່ງນີ້ກ່ຽວຂ້ອງກັບຕັກກະທາງດ້ານການຄິດ ແລະ ຄົນທີ່ມີຂີດຄວາມສາມາດຕໍ່າກໍພຽງແຕ່ຂາດສິ່ງນີ້, ສະນັ້ນ ມັນຈຶ່ງຍິ່ງບໍ່ຕ້ອງສົງໄສເລີຍວ່າພວກເຂົາຈະສາມາດຊື່ນຊົມສິ່ງຕ່າງໆໄດ້. ພຽງແຕ່ຫຼັງຈາກທີ່ຄົນໃດໜຶ່ງສາມາດຊື່ນຊົມສິ່ງຕ່າງໆໄດ້ ຈຶ່ງສາມາດເວົ້າໄດ້ວ່າການຊື່ນຊົມສິ່ງຕ່າງໆຂອງພວກເຂົາເປັນແນວໃດ ຫຼື ພວກເຂົາມີຄວາມສາມາດໃນການປະເມີນສິ່ງຕ່າງໆ ຫຼື ບໍ່. ຖ້າພວກເຂົາເຖິງກັບບໍ່ສາມາດຊື່ນຊົມສິ່ງຕ່າງໆໄດ້, ມັນກໍບໍ່ສົມເຫດສົມຜົນເລີຍທີ່ຈະສົນທະນາກັນວ່າພວກເຂົາມີຄວາມສາມາດໃນການປະເມີນສິ່ງຕ່າງໆ ຫຼື ບໍ່. ຕົວຢ່າງ: ຫຼັງຈາກທີ່ອ່ານບົດຄວາມແລ້ວ, ບາງຄົນເວົ້າວ່າ: “ບົດຄວາມນີ້ໃຊ້ພາສາທີ່ງົດງາມຄືດອກໄມ້, ສະແດງອອກໄດ້ຢ່າງລ່ຽນໄຫຼຫຼາຍ ແລະ ຂ້ອນຂ້າງມີອາລົມຊວນຫົວ. ບົດຄວາມນີ້ຂຽນໄດ້ຢ່າງສຸດຍອດ!” ມີຄົນຖາມວ່າ: “ຜູ້ຂຽນມີຈຸດປະສົງທີ່ຈະສະແດງຄວາມຄິດ ແລະ ມຸມມອງຫຍັງໃນບົດຄວາມນີ້? ທັດສະນະຄະຕິຂອງເຂົາຕໍ່ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆປະເພດນີ້ແມ່ນຫຍັງ?” “ໂອ້, ມີທັດສະນະຄະຕິນໍາບໍ? ມັນຍັງກ່ຽວຂ້ອງກັບຄວາມຄິດ ແລະ ມຸມມອງອີກບໍ? ຂ້ອຍບໍ່ໄດ້ສັງເກດເຫັນສິ່ງນັ້ນ. ແນວໃດກໍຕາມ, ຂ້ອຍຄິດວ່າບົດຄວາມຂອງເຂົາຂຽນໄດ້ດີ ແລະ ຂ້ອຍກໍມັກອ່ານມັນ”. ອີກຝ່າຍຖາມວ່າ: “ແລ້ວເຈົ້າມັກຄວາມຄິດ ແລະ ມຸມມອງໃດທີ່ເຂົາສະແດງອອກມາ? ເຈົ້າຮູ້ບໍວ່າວັກໃດ ຫຼື ເລື່ອງໃດທີ່ສະແດງເຖິງຄວາມຄິດ ແລະ ມຸມມອງປະເພດໃດຂອງຜູ້ຂຽນ ແລະ ແນວຄິດແກນຫຼັກຂອງບົດຄວາມແມ່ນຫຍັງ?” ພວກເຂົາເວົ້າວ່າ: “ຂ້ອຍຍັງຄິດເລື່ອງນັ້ນບໍ່ອອກເທື່ອ”. ພວກເຂົາອ່ານມັນອີກສອງ ຫຼື ສາມຄັ້ງ ແລະ ກໍຍັງຮູ້ສຶກພຽງແຕ່ວ່າບົດຄວາມນັ້ນຂຽນໄດ້ດີ ແລະ ມີວາທະສິນ. ສ່ວນເລື່ອງທີ່ວ່າມັນສະແດງຄວາມຄິດ ແລະ ມຸມມອງໃດນັ້ນ, ພວກເຂົາບໍ່ສາມາດຮັບຮູ້ສິ່ງນີ້ໄດ້. ສິ່ງນີ້ເປີດໂປງວ່າຂີດຄວາມສາມາດຂອງພວກເຂົາເປັນແນວໃດ, ແມ່ນບໍ? ຖ້າພວກເຂົາອ່ານບົດຄວາມນີ້ ແລະ ບໍ່ສາມາດຮັບຮູ້ໄດ້ວ່າບົດຄວາມນັ້ນອະທິບາຍຄວາມຄິດ ແລະ ມຸມມອງຫຍັງ, ກໍສາມາດເວົ້າໄດ້ພຽງແຕ່ວ່າ ພວກເຂົາຂາດຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ ແລະ ເປັນຄົນທີ່ມີຂີດຄວາມສາມາດຕໍ່າ. ຖ້າບົດຄວາມນັ້ນມີພາສາທີ່ຊັດເຈນເຊິ່ງອະທິບາຍຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງ ແລະ ພວກເຂົາກໍຍັງບໍ່ສາມາດຮັບຮູ້ສິ່ງນີ້ໄດ້, ສິ່ງນີ້ກໍພິສູດວ່າຂີດຄວາມສາມາດຂອງພວກເຂົາຕໍ່າທີ່ສຸດ. ພວກເຂົາສາມາດເວົ້າໄດ້ພຽງແຕ່ວ່າ “ບົດຄວາມນີ້ຂຽນໄດ້ດີ, ພາສາລ່ຽນໄຫຼ ແລະ ຮູບແບບການຂຽນກໍດີ” ແຕ່ພວກເຂົາບໍ່ຮູ້ ຫຼື ບໍ່ເຂົ້າໃຈວ່າຂໍ້ເທັດຈິງທີ່ສົນທະນາໃນບົດຄວາມນັ້ນເປັນພາວະວິໄສ ຫຼື ບໍ່, ມັນເຮັດໃຫ້ຜູ້ອ່ານຮູ້ສຶກແນວໃດ ຫຼື ຜູ້ອ່ານສາມາດຮຽນຮູ້ ແລະ ຖອດຖອນຫຍັງໄດ້ຈາກມັນ, ພວກເຂົາຍັງຈຳເປັນຕ້ອງຖາມຜູ້ຂຽນ. ສິ່ງນີ້ພິສູດຢ່າງສິ້ນເຊີງວ່າຄົນແບບນັ້ນມີຂີດຄວາມສາມາດຕໍ່າ. ຂີດຄວາມສາມາດຕໍ່າຂອງພວກເຂົາສະແດງອອກແນວໃດ? ຂີດຄວາມສາມາດຕໍ່າຂອງພວກເຂົາສະແດງອອກໃນການທີ່ພວກເຂົາບໍ່ເຂົ້າໃຈວ່າຄວາມຄິດ ແລະ ມຸມມອງແມ່ນຫຍັງ ແລະ ບໍ່ເຂົ້າໃຈວິທີການຊື່ນຊົມສິ່ງຕ່າງໆ ແລະ ແນ່ນອນວ່າ ຍິ່ງໄປກວ່ານັ້ນກໍຄືໃນການທີ່ພວກເຂົາບໍ່ສາມາດປະເມີນສິ່ງຕ່າງໆໄດ້ທັງໝົດ. ໂດຍລວມແລ້ວ, ສິ່ງນີ້ເອີ້ນວ່າການຂາດຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ. ວິທີການທີ່ຄົນທີ່ຂາດຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ ດ້ອຍກວ່າຄົນທີ່ມີຂີດຄວາມສາມາດປົກກະຕິກໍຄື ພວກເຂົາບໍ່ພຽງແຕ່ຂາດຄວາມສາມາດໃນການປະເມີນສິ່ງຕ່າງໆເທົ່ານັ້ນ ແຕ່ຍັງຂາດຄວາມສາມາດໃນການຊື່ນຊົມສິ່ງຕ່າງໆອີກດ້ວຍ. ສະນັ້ນ, ເມື່ອເວົ້າເຖິງສິ່ງຕ່າງໆໃນລະດັບຂອງຄວາມຄິດ ແລະ ມຸມມອງ, ຕັກກະທາງດ້ານການຄິດ ຫຼື ບາງສິ່ງບາງຢ່າງສອດຄ່ອງກັບຄວາມເປັນມະນຸດ ຫຼື ກົດເກນພາວະວິໄສຂອງສິ່ງຕ່າງໆ ຫຼື ບໍ່, ພວກເຂົາກໍບໍ່ສາມາດເບິ່ງທະລຸພວກມັນໄດ້ ແລະ ບໍ່ຮູ້ວິທີທີ່ຈະຊື່ນຊົມພວກມັນ. ພວກເຂົາເຖິງກັບບໍ່ສາມາດຮັບຮູ້ໄດ້ວ່າບົດຄວາມນີ້ອະທິບາຍຄວາມຄິດ ຫຼື ມຸມມອງໃດໆ ຫຼື ບໍ່, ແລ້ວຍິ່ງບໍ່ຕ້ອງເວົ້າເຖິງການແຍກແຍະວ່າຄວາມຄິດ ແລະ ມຸມມອງນັ້ນຖືກຕ້ອງ ຫຼື ບໍ່ຖືກຕ້ອງ. ພຽງແຕ່ເພາະວ່າພວກເຂົາເຄີຍໄປໂຮງຮຽນ ພວກເຂົາຈຶ່ງສາມາດອ່ານສິ່ງຕ່າງໆທີ່ກ່ຽວຂ້ອງກັບຄຳສັບ, ຄວາມຮູ້, ທັກສະທາງດ້ານເຕັກນິກ ແລະ ວິຊາຊີບໄດ້ ແຕ່ພວກເຂົາຍັງຄົງຢູ່ໃນລະດັບທີ່ສາມາດອ່ານ, ເບິ່ງ ແລະ ຟັງສິ່ງຕ່າງໆໄດ້ ໂດຍບໍ່ສາມາດຊື່ນຊົມພວກມັນໄດ້. ຄົນແບບນັ້ນຄືຄົນທີ່ມີຂີດຄວາມສາມາດຕໍ່າ. ຄົນທີ່ມີຂີດຄວາມສາມາດຕໍ່າສາມາດເວົ້າກ່ຽວກັບສິ່ງຕ່າງໆທີ່ກ່ຽວຂ້ອງກັບລະດັບຂອງທັກສະທາງດ້ານເຕັກນິກ ແລະ ວິຊາຊີບ ຫຼື ຄວາມຮູ້ໄດ້ ເຊັ່ນ: ບາງສິ່ງບາງຢ່າງເປັນຜົນງານຂອງຄົນທີ່ມີຊື່ສຽງຄົນໃດ, ມີການກ່າວເຖິງຄຳຄົມທີ່ມີຊື່ສຽງຂອງຄົນທີ່ມີຊື່ສຽງຄົນໃດ, ມີການອ້າງອີງຮູບແບບການສະແດງອອກໃດ ຫຼື ມີການນຳໃຊ້ທັກສະທາງດ້ານເຕັກນິກ ຫຼື ວິຊາຊີບໃດເພື່ອໃຫ້ບັນລຸສິ່ງນັ້ນ, ພວກເຂົາສາມາດຮັບຮູ້ສິ່ງເຫຼົ່ານີ້ໄດ້. ເຖິງຢ່າງໃດກໍຕາມ, ພວກເຂົາບໍ່ເຂົ້າໃຈແນວຄິດທີ່ຖືກສົ່ງເສີມ ແລະ ສະແດງອອກບົນພື້ນຖານລະດັບຂອງວິຊາຊີບ ແລະ ທັກສະທາງດ້ານເຕັກນິກ ຫຼື ຄວາມຮູ້ເຫຼົ່ານີ້ ພ້ອມທັງແນວຄິດ, ພື້ນຖານ ຫຼື ຫຼັກການພື້ນຖານທີ່ຢູ່ເບື້ອງຫຼັງການອອກແບບ ແລະ ການນຳສະເໜີສິ່ງເຫຼົ່ານີ້ແມ່ນຫຍັງ. ນີ້ຄືຄວາມໝາຍຂອງການມີຂີດຄວາມສາມາດຕໍ່າ. ຄົນແບບນັ້ນມີລັກສະນະໜຶ່ງຄື: ພວກເຂົາບໍ່ຮູ້ວິທີທີ່ຈະໄຕ່ຕອງ ຫຼື ຄິດກ່ຽວກັບບັນຫາຕ່າງໆ. ພວກເຂົາບໍ່ຮູ້ວິທີທີ່ຈະແຍກແຍະ, ຕັດສິນ ຫຼື ຄ່ອຍໆຮູ້ຈັກສາເຫດຕົ້ນຕໍ ແລະ ແກ່ນແທ້ຂອງປາກົດການທີ່ເກີດຈາກບາງສິ່ງບາງຢ່າງ ຫຼື ທິດທາງໃນອະນາຄົດຂອງການມີປາກົດການເຫຼົ່ານີ້ ແລະ ຜົນກະທົບທີ່ພວກມັນຈະມີຕໍ່ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ. ຄົນແບບນັ້ນບໍ່ມີການຄິດທີ່ປົກກະຕິ. ສິ່ງທີ່ພວກເຂົາສາມາດເຂົ້າໃຈ ແລະ ປະສົບການຊີວິດທີ່ພວກເຂົາສາມາດຈັບໃຈຄວາມໄດ້ນັ້ນມີຈຳກັດທີ່ສຸດ. ບໍ່ວ່າພວກເຂົາຈະພົບພໍ້ກັບເລື່ອງທີ່ຊັບຊ້ອນໃດກໍຕາມ, ພວກເຂົາກໍບໍ່ສາມາດເຂົ້າໃຈພວກມັນ ຫຼື ເບິ່ງທະລຸພວກມັນໄດ້. ນັ້ນກໍຄື ພວກເຂົາສາມາດຄິດຫາຄຳເວົ້າທີ່ພວກເຂົາໄດ້ຍິນ ແລະ ຂໍ້ຄວາມທີ່ພວກເຂົາເຫັນກ່ຽວກັບບາງສິ່ງບາງຢ່າງໃນທາງຜິວເຜີນ ພ້ອມທັງຮູບແບບ ແລະ ວິທີການພາຍນອກທີ່ກ່ຽວຂ້ອງເທົ່ານັ້ນ ໂດຍບັນລຸພຽງແຕ່ລະດັບນີ້ເທົ່ານັ້ນ. ສ່ວນດ້ານທີ່ເລິກເຊິ່ງກວ່ານັ້ນ ເຊັ່ນ: ຄວາມສຳພັນ, ຕັກກະ ແລະ ອິດທິພົນທີ່ມີຕໍ່ກັນລະຫວ່າງສິ່ງຕ່າງໆ, ພວກເຂົາບໍ່ໄດ້ຄິດກ່ຽວກັບພວກມັນ ແລະ ພວກເຂົາບໍ່ສາມາດຄິດກ່ຽວກັບພວກມັນໄດ້. ບາງຄົນເຖິງກັບຄິດກ່ຽວກັບບາງສິ່ງບາງຢ່າງຈົນເຖິງຂັ້ນກິນບໍ່ໄດ້, ນອນບໍ່ຫຼັບ ຫຼື ຊຶມເສົ້າ ແລະ ພວກເຂົາກໍຍັງບໍ່ສາມາດເບິ່ງທະລຸມັນໄດ້. ນີ້ຄືຄວາມໝາຍຂອງການມີຂີດຄວາມສາມາດຕໍ່າ. ການວັດແທກວ່າຄົນໃດໜຶ່ງມີຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ ຫຼື ບໍ່ນັ້ນ ຂຶ້ນຢູ່ກັບວ່າ ເມື່ອພົບພໍ້ກັບເລື່ອງໃດໜຶ່ງ, ພວກເຂົາສາມາດຕັດສິນເພື່ອຄິດຫາຄວາມເປັນໄປໄດ້ຫຼາຍຢ່າງກ່ຽວກັບຄວາມສຳພັນທີ່ຊັບຊ້ອນ, ສາຍສຳພັນ ຫຼື ອິດທິພົນທີ່ມີຕໍ່ກັນລະຫວ່າງສິ່ງຕ່າງໆ ພ້ອມທັງຜົນຕາມມາທີ່ພວກມັນອາດບັນລຸ. ຖ້າຄົນໃດໜຶ່ງສາມາດເວົ້າໄດ້ພຽງແຕ່ວ່າຄົນອື່ນເວົ້າ ຫຼື ເຮັດຫຍັງ, ພຽງແຕ່ເລົ່າຄືນສິ່ງທີ່ພວກເຂົາໄດ້ຍິນ ຫຼື ເຫັນ ໂດຍບໍ່ມີການແຍກແຍະໃດໆ ແລະ ໂດຍບໍ່ສາມາດຮັບຮູ້ບັນຫາໃດໆໄດ້, ສິ່ງນີ້ບົ່ງບອກວ່າພວກເຂົາບໍ່ມີການຄິດທີ່ປົກກະຕິ. ຄົນທີ່ຂາດຄວາມສາມາດໃນການຄິດກໍຂາດຄວາມສາມາດໃນການຊື່ນຊົມສິ່ງຕ່າງໆ ແລະ ແນ່ນອນວ່າ ພວກເຂົາຍັງຂາດຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆອີກດ້ວຍ ແລະ ພວກເຂົາບໍ່ຮູ້ວິທີທີ່ຈະຄິດ. ແລ້ວເປັນຫຍັງພວກເຮົາຈຶ່ງຈຳເປັນຕ້ອງສົນທະນາກ່ຽວກັບຄວາມສາມາດນີ້? ຖ້າຜູ້ຄົນຂາດຄວາມສາມາດຕ່າງໆໃນການຊື່ນຊົມໂລກວັດຖຸ, ຂີດຄວາມສາມາດຂອງຄົນເຫຼົ່ານີ້ກໍຕໍ່າ. ພວກເຂົາບໍ່ຮູ້ວິທີທີ່ຈະຄິດ ແລະ ການຄິດຂອງພວກເຂົາກໍຂາດຕັກກະ, ສະນັ້ນ ຄົນແບບນັ້ນຈຶ່ງຂາດຄວາມສາມາດໃນການຢັ່ງຮູ້ຄວາມຈິງ. ໃນດ້ານໜຶ່ງ, ນີ້ກໍຍ້ອນວ່າຄວາມຈິງກ່ຽວຂ້ອງກັບບັນຫາດ້ານຕ່າງໆໃນຊີວິດຈິງຂອງຜູ້ຄົນ; ໃນເວລາດຽວກັນ, ມັນຍັງກ່ຽວຂ້ອງກັບຫຼັກການຕ່າງໆທີ່ຜູ້ຄົນຄວນປະຕິບັດ ເພື່ອປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ແນ່ນອນວ່າ ມັນຍັງກ່ຽວຂ້ອງກັບບັນຫາປະເພດຕ່າງໆທີ່ມີດ້ານດຽວ ຫຼື ຊັບຊ້ອນ, ບັນຫາທີ່ມີຫຼາຍດ້ານທີ່ຜູ້ຄົນພົບພໍ້ໃນຊີວິດຈິງ ແລະ ຄວາມສຳພັນລະຫວ່າງພວກມັນອີກດ້ວຍ. ບໍ່ວ່າມັນຈະກ່ຽວກັບຄວາມຈິງຂໍ້ດຽວ ຫຼື ຄວາມຈິງຫຼາຍຂໍ້ທີ່ເຊື່ອມໂຍງກັນ, ບໍ່ມີຄວາມຈິງຂໍ້ໃດທີ່ເປັນກົດລະບຽບ; ກົງກັນຂ້າມ, ພວກມັນເປັນຫຼັກການ ຫຼື ເກນສຳລັບການວັດແທກໝວດສິ່ງຕ່າງໆ. ເມື່ອເວົ້າເຖິງຫຼັກການ ແລະ ເກນ, ພວກມັນບໍ່ແມ່ນກົດລະບຽບ ຫຼື ສູດຄືກັບໜຶ່ງບວກໜຶ່ງເທົ່າກັບສອງ. ເນື່ອງຈາກພວກມັນບໍ່ແມ່ນສູດ, ເມື່ອພົບພໍ້ກັບເລື່ອງຕ່າງໆໃນຊີວິດຈິງ, ຜູ້ຄົນຕ້ອງສາມາດໄຕ່ຕອງ ແລະ ສະແຫວງຫາວ່າບັນຫາໃດຂອງຄວາມເປັນມະນຸດທີ່ກ່ຽວຂ້ອງ, ການເປີດເຜີຍຂອງຄວາມເປັນມະນຸດໃນດ້ານນີ້ມີອົງປະກອບຂອງອຸປະນິໄສທີ່ເສື່ອມຊາມ ຫຼື ບໍ່ ແລະ ມີສະພາວະ ແລະ ການເປີດເຜີຍໃດແດ່ສຳລັບອຸປະນິໄສທີ່ເສື່ອມຊາມປະເພດດຽວກັນ ພ້ອມທັງຜູ້ຄົນຄວນປະຕິບັດ ແລະ ຍຶດໝັ້ນຄວາມຈິງດ້ານໃດ ເພື່ອປ່ຽນແປງມັນ, ຜູ້ຄົນຈຳເປັນຕ້ອງເຂົ້າໃຈທັງໝົດນີ້. ຖ້າເຈົ້າຮູ້ພຽງແຕ່ຄຳເວົ້າແຫ່ງຄວາມຈິງ ແຕ່ບໍ່ຮູ້ວ່າຫຼັກການທີ່ກ່າວເຖິງໃນຄວາມຈິງດ້ານນີ້ແມ່ນຫຍັງ, ເຈົ້າກໍຈະບໍ່ຮູ້ວິທີທີ່ຈະເຊື່ອມໂຍງມັນກັບສິ່ງຕ່າງໆໃນຊີວິດຈິງ ແລະ ເຈົ້າຈະບໍ່ຮູ້ວິທີທີ່ຈະປະຕິບັດຄວາມຈິງ. ຖ້າເຈົ້າບໍ່ມີຄວາມສາມາດໃນການຢັ່ງຮູ້ຄວາມຈິງ, ເຈົ້າກໍຈະບໍ່ສາມາດເຊື່ອມໂຍງມັນກັບບັນຫາທີ່ມີຢູ່ໃນຕົວເຈົ້າເອງ ຫຼື ກັບບັນຫາທີ່ເຈົ້າພົບພໍ້ໃນຊີວິດຈິງ. ເຈົ້າຈະບໍ່ຮູ້ວ່າກ່ຽວຂ້ອງກັບຄວາມຈິງຈັກດ້ານ, ເສັ້ນທາງແຫ່ງການປະຕິບັດ ແລະ ການເຂົ້າສູ່ແມ່ນຫຍັງ ຫຼື ບັນຫາໃດທີ່ເຈົ້າຄວນແກ້ໄຂ. ແນ່ນອນວ່າ ມັນຍິ່ງບໍ່ຕ້ອງເວົ້າເຖິງເລີຍວ່າເຈົ້າຈະສາມາດເບິ່ງຜູ້ຄົນ ແລະ ສິ່ງຕ່າງໆ ຫຼື ປະພຶດຕົນ ແລະ ກະທຳບົນພື້ນຖານພຣະທຳຂອງພຣະເຈົ້າ ຫຼື ເຈົ້າຈະສາມາດຍຶດໝັ້ນກັບຫຼັກການຄວາມຈິງ ຫຼື ປະຕິບັດຕາມຫຼັກການຄວາມຈິງໄດ້. ຖ້າເຈົ້າຂາດຄວາມສາມາດໃນການຊື່ນຊົມຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆບາງຢ່າງທີ່ກ່ຽວຂ້ອງກັບຊີວິດມະນຸດ, ບໍ່ມີຄວາມຄິດ ຫຼື ມຸມມອງກ່ຽວກັບພວກມັນ ແລະ ໂດຍພື້ນຖານແລ້ວບໍ່ສາມາດຈັບໃຈຄວາມສິ່ງຕ່າງໆທີ່ກ່ຽວຂ້ອງກັບລະດັບຂອງຄວາມຄິດ ໂດຍບໍ່ມີຄວາມສາມາດໃນການຊື່ນຊົມພວກມັນ ແລະ ຍິ່ງໄປກວ່ານັ້ນກໍຄືບໍ່ມີຄວາມສາມາດໃນການປະເມີນພວກມັນ, ມັນກໍສາມາດເວົ້າໄດ້ວ່າເຈົ້າບໍ່ມີຄວາມສາມາດໃນການຢັ່ງຮູ້ຄວາມຈິງ. ຖ້າເຈົ້າບໍ່ມີຄວາມສາມາດໃນການຢັ່ງຮູ້ຄວາມຈິງ ແລະ ບໍ່ສາມາດເຂົ້າໃຈຄວາມຈິງ, ເຈົ້າຈະໃຊ້ຫຍັງເພື່ອປ່ຽນແປງຂໍ້ບົກພ່ອງໃນຄວາມເປັນມະນຸດຂອງເຈົ້າ ແລະ ເພື່ອປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຈົ້າ? ຖ້າເຈົ້າບໍ່ມີຄວາມສາມາດໃນການຢັ່ງຮູ້ຄວາມຈິງ, ເຈົ້າກໍຈະບໍ່ຮູ້ວ່າຫຼັກການຄວາມຈິງໃດທີ່ກ່ຽວຂ້ອງກັບເລື່ອງທີ່ຢູ່ຕໍ່ໜ້າເຈົ້າ. ແນ່ນອນວ່າ ເຈົ້າກໍຈະບໍ່ຮູ້ເຊັ່ນກັນວ່າເຈົ້າຄວນຍຶດໝັ້ນຫຼັກການຄວາມຈິງໃດ. ໃນກໍລະນີນັ້ນ, ເຈົ້າກໍຈະກະທຳການຢ່າງຫຼັບຫູຫຼັບຕາ, ບໍ່ວ່າຈະເປັນການປະຕິບັດຕາມກົດລະບຽບ ຫຼື ການກະທຳບົນພື້ນຖານຄວາມຄິດຫຼົງຜິດ ແລະ ຈິນຕະນາການ ຫຼື ບໍ່ດັ່ງນັ້ນກໍປະພຶດຜິດໂດຍບໍ່ໄຕ່ຕອງ. ການບໍ່ເຂົ້າໃຈຄວາມຈິງນຳໄປສູ່ຜົນສະທ້ອນເຫຼົ່ານີ້, ການສະແດງອອກເຫຼົ່ານີ້.
ເມື່ອເວົ້າເຖິງຫົວຂໍ້ຂອງຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ, ເຖິງແມ່ນວ່າມັນຈະບໍ່ກ່ຽວຂ້ອງກັບບັນຫາຂອງການໄລ່ຕາມເສາະຫາຄວາມຈິງເພື່ອປະຖິ້ມອຸປະນິໄສທີ່ເສື່ອມຊາມກໍຕາມ, ໃນແງ່ຂອງຊີວິດມະນຸດເອງ ຖ້າເຈົ້າບໍ່ມີຄວາມສາມາດໃນການຊື່ນຊົມສິ່ງຕ່າງໆ, ເຈົ້າກໍບໍ່ມີມຸມມອງກ່ຽວກັບສິ່ງໃດກໍຕາມທີ່ເຈົ້າເຫັນ ແລະ ເຈົ້າຍັງບໍ່ມີຄວາມຄິດເຫັນໃດໆໃນລະດັບຂອງຄວາມຄິດ, ໂດຍເບິ່ງທຸກສິ່ງທຸກຢ່າງຄືກັບວ່າມີຜ້າພັນບາດບາງໆປິດບັງສາຍຕາຂອງເຈົ້າຢູ່, ໂດຍບໍ່ສາມາດເຫັນໄດ້ວ່າມີບັນຫາຢູ່ບ່ອນນັ້ນ ແລະ ເຈົ້າຮູ້ພຽງແຕ່ຂະບວນການເປີດເຜີຍເຫດການທັງໝົດ ຫຼື ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ກ່ຽວຂ້ອງ ແຕ່ເຈົ້າບໍ່ຮູ້ວ່າແກ່ນແທ້ຂອງບັນຫາແມ່ນຫຍັງ ຫຼື ຄວາມຄິດ ແລະ ມຸມມອງທີ່ກ່ຽວຂ້ອງຂອງຜູ້ຄົນແມ່ນຫຍັງ, ແລ້ວສິ່ງນີ້ກໍບົ່ງບອກວ່າເຈົ້າເປັນຄົນທີ່ມີຂີດຄວາມສາມາດຕໍ່າ. ນີ້ກໍຍ້ອນວ່າເຈົ້າບໍ່ມີຄວາມຄິດຫຍັງເລີຍກ່ຽວກັບບັນຫາທັງໝົດໃນຊີວິດຂອງເຈົ້າ. ເຈົ້າບໍ່ຮູ້ວິທີທີ່ຈະພິຈາລະນາ, ຄິດ ຫຼື ກຳນົດບັນຫາໃນລະດັບຂອງຄວາມຄິດ. ເຈົ້າບໍ່ຮູ້ວິທີທີ່ຈະພິຈາລະນາ, ໂດຍອີງໃສ່ອາຍຸຂອງເຈົ້າເອງ, ຄວາມເປັນຜູ້ໃຫຍ່ໃນຄວາມເປັນມະນຸດຂອງເຈົ້າ ຫຼື ປະສົບການໃນອະດີດຂອງເຈົ້າວ່າ ບາງສິ່ງບາງຢ່າງແມ່ນບັນຫາປະເພດໃດແທ້ໆ, ເຈົ້າຄວນຮຽນຮູ້ ແລະ ຖອດຖອນຫຍັງຈາກມັນ, ມັນມີຜົນກະທົບຫຍັງຕໍ່ເຈົ້າ, ມັນນຳບົດຮຽນຫຍັງມາສູ່ເຈົ້າ, ເຈົ້າຄວນເບິ່ງ ແລະ ຈັດການກັບບັນຫາປະເພດນີ້ຈາກມຸມມອງຫຍັງ ຫຼື ເຈົ້າຄວນກະທຳແນວໃດ ແລະ ເຈົ້າຄວນຫຼີກລ່ຽງຫຍັງ ຖ້າເຈົ້າພົບພໍ້ກັບເລື່ອງປະເພດນີ້ອີກ. ເຈົ້າຂາດການໄຕ່ຕອງທັງໝົດເຫຼົ່ານີ້. ບໍ່ວ່າຈະມີເກີດຫຍັງຂຶ້ນກັບເຈົ້າ, ເຈົ້າກໍມີຄວາມຄິດທີ່ຕື້ນເຂີນຄືກັບສັດ ແລະ ບໍ່ມີມຸມມອງ. ບໍ່ວ່າເຈົ້າຈະມີອາຍຸຍືນຍາວສໍ່າໃດ ຫຼື ເຈົ້າໄດ້ມີປະສົບການຫຼາຍສໍ່າໃດກໍຕາມ, ເຈົ້າກໍຍັງບໍ່ຮູ້ວິທີທີ່ຈະຄິດກ່ຽວກັບບັນຫາຕ່າງໆ. ເຈົ້າບໍ່ຮູ້ວິທີທີ່ຈະໃຊ້ປະສົບການໃນອະດີດຂອງເຈົ້າເອງ, ຄວາມຮູ້ຂອງເຈົ້າ ແລະ ສິ່ງທີ່ເຈົ້າໄດ້ຮຽນຮູ້ມາເພື່ອໄຕ່ຕອງກ່ຽວກັບບັນຫາໃນດ້ານຕ່າງໆ. ຄົນແບບນີ້ຄືຄົນທີ່ມີຂີດຄວາມສາມາດຕໍ່າ. ສຳລັບຄົນທີ່ມີຂີດຄວາມສາມາດຕໍ່າ, ບໍ່ຕ້ອງເວົ້າເຖິງການມີການເຂົ້າສູ່ຄວາມຈິງເລີຍ, ແມ່ນແຕ່ໃນເລື່ອງເລັກໆນ້ອຍໆຂອງຊີວິດປະຈຳວັນ, ພວກເຂົາກໍບໍ່ສາມາດຄົ້ນພົບຮູບແບບໃດໆໄດ້. ເຖິງແມ່ນວ່າພວກເຂົາຈະມີອາຍຸເຖິງສີ່ສິບ ຫຼື ຫ້າສິບປີ ຫຼື ເຈັດສິບ ຫຼື ແປດສິບປີກໍຕາມ, ພວກເຂົາກໍຍັງເປັນຄົນເບົາປັນຍາທີ່ບໍ່ສາມາດແບ່ງປັນປະສົບການໃດໆໄດ້. ຄົນແບບນັ້ນເປັນຄົນຫົວຊ້າ ເຊິ່ງບໍ່ມີຄວາມຄິດ. ເພາະວ່າຂີດຄວາມສາມາດຂອງພວກເຂົາຕໍ່າ ແລະ ພວກເຂົາຂາດຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ, ບໍ່ວ່າຄົນແບບນັ້ນຈະມີອາຍຸຍືນຍາວສໍ່າໃດກໍຕາມ, ພວກເຂົາກໍບໍ່ເຄີຍເບິ່ງສິ່ງໃດໃນລະດັບຂອງຄວາມຄິດເລີຍ. ພວກເຂົາບໍ່ຮູ້ວິທີທີ່ຈະເບິ່ງສິ່ງຕ່າງໆ ແລະ ບໍ່ສາມາດເບິ່ງທະລຸສິ່ງໃດໄດ້. ສະນັ້ນ, ເມື່ອປະເມີນຂີດຄວາມສາມາດຂອງຄົນໃດໜຶ່ງ, ໂດຍສະເພາະວ່າພວກເຂົາມີຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ ຫຼື ບໍ່ນັ້ນ, ຢ່າເບິ່ງທີ່ອາຍຸຂອງພວກເຂົາ ຫຼື ປະສົບການໃນອະດີດຂອງພວກເຂົາ. ກົງກັນຂ້າມ, ເຈົ້າຄວນເບິ່ງຫຍັງ? (ພວກເຮົາຄວນເບິ່ງວ່າພວກເຂົາມີຄວາມຄິດ ຫຼື ບໍ່). ນັ້ນກໍຄື ເຈົ້າຄວນເບິ່ງວ່າ ຫຼັງຈາກທີ່ພວກເຂົາໄດ້ມີປະສົບການກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆມາເປັນເວລາສີ່ສິບ ຫຼື ຫ້າສິບປີແລ້ວ, ພວກເຂົາມີການຢັ່ງຮູ້ສ່ວນຕົວໃນລະດັບຂອງຄວາມຄິດ ພ້ອມທັງປະສົບການໃນອະດີດຂອງພວກເຂົາກ່ຽວຂ້ອງກັບຄຸນຄ່າຂອງຊີວິດມະນຸດ, ເສັ້ນທາງທີ່ຜູ້ຄົນເລືອກຍ່າງ ຫຼື ສິ່ງທີ່ກ່ຽວຂ້ອງກັບຄວາມເລິກເຊິ່ງຂອງຄວາມຄິດຂອງມະນຸດ ແລະ ໂລກຝ່າຍວິນຍານຂອງພວກເຂົາ ຫຼື ບໍ່. ຖ້າປະສົບການຂອງພວກເຂົາກ່ຽວຂ້ອງກັບເລື່ອງບາງຢ່າງເທົ່ານັ້ນ ແລະ ບໍ່ກ່ຽວຂ້ອງກັບສິ່ງຕ່າງໆໃນລະດັບຂອງຄວາມຄິດ, ແລ້ວພວກເຂົາກໍບໍ່ມີຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ. ຕົວຢ່າງ: ບາງຄົນມັກຈະເວົ້າວ່າ “ໃນຄົນຮຸ່ນຂອງພວກເຮົາ, ພວກເຮົາໃຊ້ຊີວິດແບບຫາເຊົ້າກິນຄໍ່າ. ມັນບໍ່ແມ່ນເລື່ອງງ່າຍເລີຍທີ່ຈະໄດ້ກິນຂອງດີໆ; ພວກເຮົາສາມາດກິນຊີ້ນຈຳນວນໜຶ່ງໄດ້ໃນຊ່ວງປີໃໝ່ ຫຼື ເທດສະການອື່ນໆເທົ່ານັ້ນ. ຄົນໃນຮຸ່ນຂອງພວກເຮົາເປັນຄົນທີ່ຮຽບງ່າຍ ແລະ ບໍ່ມີເລ່ລ່ຽມ ແລະ ພວກເຮົາແຕ່ງກາຍແບບທຳມະດາຫຼາຍ”. ພວກເຂົາເວົ້າຕໍ່ໄປກ່ຽວກັບສິ່ງຕ່າງໆເຊັ່ນນີ້. ຄົນອື່ນຈຶ່ງຖາມວ່າ “ເປັນຫຍັງຄົນຮຸ່ນຂອງພວກເຈົ້າຈຶ່ງຄູ່ຄວນແກ່ການລະນຶກເຖິງຫຼາຍແທ້? ມີສິ່ງທີ່ພວກເຮົາຄົນໜຸ່ມສາວສາມາດຖອດຖອນໄດ້ ແລະ ພວກເຮົາສາມາດສື່ສານໃນລະດັບຂອງຄວາມຄິດໄດ້ບໍ?” ພວກເຂົາຕອບວ່າ “ໃນສະໄໝຂອງພວກເຮົາ, ເມື່ອພວກເຮົາໄປສະໜາມຮົບເພື່ອຕໍ່ສູ້, ພວກເຮົາບໍ່ໄດ້ນອນເປັນເວລາຫຼາຍມື້ ເພາະວ່າພວກເຮົາຕ້ອງເດີນທັບຢ່າງຕໍ່ເນື່ອງ. ບາງຄັ້ງພວກເຮົາບໍ່ໄດ້ກິນເຂົ້າຈັກຄາບເລີຍໝົດມື້. ເມື່ອພວກເຮົາໄປຮອດຄ້າຍ, ທະຫານໃໝ່ກໍຈະໄປນອນທັນທີ ແຕ່ພວກເຮົາທີ່ເປັນທະຫານເກົ່າຈະກິນກ່ອນແລ້ວຈຶ່ງນອນ. ຖ້າບໍ່ດັ່ງນັ້ນ, ພວກເຮົາກໍຈະຕ້ອງອອກເດີນທາງອີກຄັ້ງຫຼັງຈາກເວລາກິນເຂົ້າ ແລະ ພວກເຮົາກໍຈະຕ້ອງອົດເຂົ້າຢູ່ຕາມທາງ.” ຄົນອື່ນເວົ້າວ່າ “ນີ້ເປັນພຽງເຫດການໜຶ່ງ; ມັນບໍ່ນັບວ່າເປັນບາງສິ່ງບາງຢ່າງໃນລະດັບຂອງຄວາມຄິດ. ຈົ່ງແບ່ງປັນບາງສິ່ງບາງຢ່າງທີ່ຄູ່ຄວນໃຫ້ພວກເຮົາທີ່ເປັນຄົນໜຸ່ມສາວໄດ້ຮຽນຮູ້ ຫຼື ບົດຮຽນບາງຢ່າງທີ່ສາມາດຊ່ວຍໃຫ້ພວກເຮົາຫຼີກລ່ຽງການເດີນທາງຜິດ ແລະ ປ້ອງກັນບໍ່ໃຫ້ພວກເຮົາເຮັດຜິດພາດ ຫຼື ກະທຳຄວາມຜິດພາດພື້ນຖານເນື່ອງຈາກຄວາມໂງ່ຈ້າ”. ພວກເຂົາເວົ້າວ່າ “ໃນເວລານັ້ນ, ພວກເຮົາບໍ່ຄືກັບຄົນໜຸ່ມສາວໃນສະໄໝນີ້ທີ່ຂີ້ຄ້ານ, ມັກກິນ ແລະ ເພີດເພີນກັບຄວາມສະດວກສະບາຍ ໃນຂະນະທີ່ກຽດຊັງການເຮັດວຽກ. ໃນຕອນນັ້ນ, ພວກເຮົາພຽງແຕ່ຢາກອົດກັ້ນກັບຄວາມລຳບາກຫຼາຍຂຶ້ນ, ເຮັດວຽກໃຫ້ຫຼາຍຂຶ້ນ ແລະ ເຮັດຜົນງານໃຫ້ດີ ເພື່ອທີ່ພວກເຮົາຈະໄດ້ຮັບຄວາມສົນໃຈຈາກຜູ້ນຳຂອງພວກເຮົາ ແລະ ໄດ້ຮັບການເລື່ອນຕຳແໜ່ງ”. ມີສິ່ງໃດໃນລະດັບຂອງຄວາມຄິດໃນຄຳເວົ້າເຫຼົ່ານີ້ບໍ? (ບໍ່ມີ). ຫຼັງຈາກທີ່ໄດ້ຍິນສິ່ງນີ້ແລ້ວ, ມັນເຮັດໃຫ້ເຈົ້າຮູ້ສຶກວ່າສິ່ງເຫຼົ່ານີ້ເປັນຄຳເວົ້າຂອງຄູສອນຝ່າຍວິນຍານ, ເປັນຄຳເວົ້າສ້າງແຮງບັນດານໃຈປະເພດທີ່ຜູ້ບໍ່ມີຄວາມເຊື່ອເວົ້າບໍ? ມັນເປີດກວ້າງການຄິດຂອງເຈົ້າ, ຍົກລະດັບຄວາມຄິດຂອງເຈົ້າ, ເສີມສ້າງຄວາມສາມາດໃນການຮັບຮູ້ຂອງເຈົ້າຕໍ່ສິ່ງຕ່າງໆ ຫຼື ຊ່ວຍໃຫ້ເຈົ້າຄົ້ນພົບສິ່ງໃໝ່ໆບາງຢ່າງ ຫຼື ຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງທີ່ເຈົ້າບໍ່ເຄີຍຄິດເຖິງມາກ່ອນບໍ? (ບໍ່). ແລ້ວຄົນແບບນັ້ນມີຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆບໍ? ບໍ່ວ່າເຈົ້າຈະຖາມພວກເຂົາກ່ຽວກັບເລື່ອງທີ່ກ່ຽວຂ້ອງກັບລະດັບຂອງຄວາມຄິດແນວໃດກໍຕາມ, ເຈົ້າກໍຈະບໍ່ໄດ້ຫຍັງຈາກພວກເຂົາເລີຍ. ມັນບໍ່ແມ່ນວ່າພວກເຂົາບໍ່ເຕັມໃຈທີ່ຈະເວົ້າແທ້ໆ; ມັນເປັນຍ້ອນວ່າພວກເຂົາບໍ່ມີຫຍັງພາຍໃນເລີຍ. ນີ້ຄືຄວາມໝາຍຂອງການມີຂີດຄວາມສາມາດຕໍ່າ. ເຖິງແມ່ນວ່າພວກເຂົາຈະມີອາຍຸເຖິງຫ້າສິບ ຫຼື ຫົກສິບປີກໍຕາມ, ພວກເຂົາກໍບໍ່ມີຄວາມຄິດ ຫຼື ມຸມມອງໃດໆ; ພວກເຂົາພຽງແຕ່ໃຊ້ຊີວິດແບບຜ່ານໆໄປແບບນີ້. ພວກເຂົາບໍ່ຮູ້ວ່າການດຳລົງຊີວິດບໍ່ພຽງແຕ່ກ່ຽວກັບການໄລ່ຕາມເສາະຫາອະນາຄົດ, ຄອບຄົວທີ່ດີ, ວຽກທີ່ດີ ຫຼື ຊີວິດທີ່ດີເທົ່ານັ້ນ ແຕ່ຍັງມີເລື່ອງໃນລະດັບຂອງຄວາມຄິດທີ່ຕ້ອງການການໄຕ່ຕອງ, ການຄິດພິຈາລະນາ ແລະ ການກັ່ນຕອງຢ່າງຕໍ່ເນື່ອງຢູ່ພາຍໃນສ່ວນເລິກຂອງຫົວໃຈ. ພວກເຂົາບໍ່ຮູ້ວ່າໃນເສັ້ນທາງຂອງຊີວິດມະນຸດ, ຜູ້ຄົນຈະພົບພໍ້ກັບສິ່ງທີ່ບໍ່ຮູ້ຈັກຫຼາຍຢ່າງ ແລະ ພວກເຂົາບໍ່ຮູ້ວ່າພວກເຂົາຄວນປະເຊີນໜ້າກັບພວກມັນແນວໃດ. ເມື່ອບໍ່ມີຫຍັງເກີດຂຶ້ນກັບພວກເຂົາ, ພວກເຂົາກໍບໍ່ຄິດ ຫຼື ຕຶກຕອງລ່ວງໜ້າເພື່ອຫຼີກລ່ຽງການເດີນທາງຜິດ ຫຼື ການຍ່າງໄປໃນເສັ້ນທາງທີ່ຜິດ. ພວກເຂົາຍັງບໍ່ຮູ້ວ່າເປັນຫຍັງພວກເຂົາຈຶ່ງກະທຳໃນວິທີບາງຢ່າງໃນບາງສິ່ງທີ່ພວກເຂົາໄດ້ມີປະສົບການ, ການກະທຳແບບນັ້ນຖືກ ຫຼື ຜິດ ຫຼື ພວກເຂົາຄວນຍ່າງໃນເສັ້ນທາງຂ້າງໜ້າແນວໃດເພື່ອໃຫ້ມີຊີວິດຢ່າງມີຄວາມສຸກ, ມີຊີວິດດ້ວຍຄວາມສະຫງົບໃຈ ແລະ ມີຊີວິດທີ່ມີຄຸນຄ່າ, ບໍ່ມີຊີວິດຢ່າງສູນເປົ່າ. ເພາະວ່າຄົນແບບນັ້ນມີຂີດຄວາມສາມາດຕໍ່າ, ພວກເຂົາຈຶ່ງບໍ່ຄິດກ່ຽວກັບບັນຫາເຫຼົ່ານີ້. ເມື່ອຄົນເຫຼົ່ານີ້ອາຍຸຮອດຫົກສິບປີ, ພວກເຂົາກໍພຽງແຕ່ນັ່ງຢູ່ບ່ອນນັ້ນເພື່ອລະນຶກຄວາມຫຼັງ ໂດຍເວົ້າວ່າ “ຕອນທີ່ຂ້ອຍຍັງໜຸ່ມ, ຂ້ອຍງາມ ແລະ ມີພອນສະຫວັນ; ມີຄົນມາຕາມຈີບຂ້ອຍຕັ້ງຫຼາຍຄົນ! ໂອ້, ໃນໄວໜຸ່ມຂອງຂ້ອຍ....” ພວກເຂົາພຽງແຕ່ຍົກເອົາເລື່ອງລາວຈາກຍຸກທີ່ຮຸ່ງເຮືອງຂອງພວກເຂົາຂຶ້ນມາເວົ້າ, ເຊິ່ງເປັນສິ່ງທີ່ບໍ່ຄູ່ຄວນແກ່ການກ່າວເຖິງ. ຄົນທີ່ມີຂີດຄວາມສາມາດຕໍ່າ, ບໍ່ວ່າພວກເຂົາຈະມີອາຍຸຍືນຍາວສໍ່າໃດກໍຕາມ, ກໍບໍ່ຄິດກ່ຽວກັບບັນຫາທີ່ກ່ຽວຂ້ອງກັບຊີວິດມະນຸດ, ເສັ້ນທາງທີ່ຜູ້ຄົນເລືອກຍ່າງ ຫຼື ຜູ້ຄົນຄວນດຳລົງຊີວິດແນວໃດ. ພວກເຂົາບໍ່ຄິດວ່າຜູ້ຄົນຄວນມີມຸມມອງປະເພດໃດເມື່ອຈັດການກັບເລື່ອງຕ່າງໆ. ຜົນຕາມມາກໍຄື ບໍ່ວ່າພວກເຂົາຈະດຳລົງຊີວິດແນວໃດກໍຕາມ, ລະດັບຂອງຄວາມຄິດຂອງພວກເຂົາກໍຈະບໍ່ພັດທະນາຂຶ້ນ, ຄວາມຄິດຂອງພວກເຂົາຈະຂາດແກ່ນສານ, ໂລກຝ່າຍວິນຍານຂອງພວກເຂົາຈະຍັງຄົງທຸກຍາກ ແລະ ພວກເຂົາຈະບໍ່ມີປະສົບການຊີວິດທີ່ແທ້ຈິງ. ນີ້ຄືຄວາມໝາຍຂອງການມີຂີດຄວາມສາມາດຕໍ່າ. ເມື່ອເຈົ້າພົວພັນກັບຄົນແບບນັ້ນ, ຕອນອາຍຸຊາວປີ, ພວກເຂົາຂ້ອນຂ້າງເປັນເດັກນ້ອຍ ແລະ ໄຮ້ດຽງສາ, ພວກເຂົາເຕັມໄປດ້ວຍຄວາມຫົວຮ້ອນ ແລະ ມີອາລົມຮ້າຍ. ເມື່ອພວກເຂົາອາຍຸສາມສິບປີ, ພວກເຂົາກໍຍັງຄົງເປັນແບບເດີມທີ່ບໍ່ປ່ຽນແປງເລີຍ. ຕອນອາຍຸຫ້າສິບປີ, ວິທີທີ່ພວກເຂົາເວົ້າກໍຍັງຢູ່ໃນລະດັບເດີມ, ພວກເຂົາຮູ້ພຽງແຕ່ວິທີເວົ້າປະໂຫຍກງ່າຍໆສອງສາມປະໂຫຍກເທົ່ານັ້ນ. ໃບໜ້າຂອງພວກເຂົາມີຮອຍຫ່ຽວ ແລະ ຈຸດດ່າງດຳຕາມອາຍຸຫຼາຍຂຶ້ນ ແລະ ພວກເຂົາມີຜົມຫງອກຫຼາຍຂຶ້ນ. ພວກເຂົາມີອາຍຸຫຼາຍຂຶ້ນຢ່າງຊັດເຈນ ແຕ່ພວກເຂົາບໍ່ມີຄວາມຄິດ ຫຼື ມຸມມອງ. ເມື່ອສົນທະນາກັບຄົນອື່ນ, ພວກເຂົາບໍ່ເຄີຍມີຫຍັງຈະເວົ້າ. ຫຼາຍສິບປີມານີ້ໄດ້ສູນເປົ່າໄປ ແລະ ພວກເຂົາບໍ່ມີຄວາມກ້າວໜ້າໃດໆ. ຄົນທີ່ມີຂີດຄວາມສາມາດຕໍ່າເປັນແບບນີ້ໃນຊີວິດ ແລະ ຖ້າພວກເຂົາເຊື່ອໃນພຣະເຈົ້າ, ການສະແດງອອກຂອງພວກເຂົາຕັ້ງແຕ່ຕົ້ນຈົນຈົບກໍຄືກັນ. ເມື່ອພວກເຂົາເຊື່ອໃນພຣະເຈົ້າຄັ້ງທຳອິດໃນຊ່ວງຊາວປີ, ພວກເຂົາກໍເປັນແບບນີ້. ເມື່ອພວກເຂົາອາຍຸສາມສິບ ຫຼື ຫ້າສິບປີ, ພວກເຂົາກໍຍັງເປັນແບບນີ້, ໂດຍບໍ່ເກີດຄວາມກ້າວໜ້າເລີຍ. ສິ່ງທີ່ພວກເຂົາເວົ້າກໍຍັງຄືເກົ່າ. ພຽງແຕ່ພວກເຂົາໄດ້ມີປະສົບການກັບບາງສິ່ງບາງຢ່າງໃນຂະນະທີ່ເຊື່ອໃນພຣະເຈົ້າ, ໄດ້ມາເຂົ້າໃຈຄຳເວົ້າ ແລະ ຫຼັກຄຳສອນບາງຢ່າງ ແລະ ສາມາດເວົ້າຄຳສັບຝ່າຍວິນຍານໄດ້ຄົບຖ້ວນຂຶ້ນ. ເຖິງຢ່າງໃດກໍຕາມ, ພວກເຂົາບໍ່ມີຄວາມເຂົ້າໃຈຈາກປະສົບການທີ່ແທ້ຈິງ. ຄວາມຄິດຂອງພວກເຂົາຍັງຂາດຄວາມເລິກເຊິ່ງ, ມຸມມອງຂອງພວກເຂົາຕໍ່ສິ່ງຕ່າງໆກໍບໍ່ໄດ້ປ່ຽນແປງ, ຄວາມຮູ້ຂອງພວກເຂົາກ່ຽວກັບພຣະເຈົ້າ ແລະ ຄວາມຈິງກໍບໍ່ໄດ້ເພີ່ມຂຶ້ນ ແລະ ຄວາມຮູ້ຂອງພວກເຂົາກ່ຽວກັບຕົນເອງກໍບໍ່ໄດ້ເຕີບໂຕຂຶ້ນ. ພວກເຂົາບໍ່ມີການປ່ຽນແປງໃດໆເລີຍ, ແມ່ນບໍ? (ແມ່ນແລ້ວ). ການສະສົມຄຳເວົ້າ ແລະ ຫຼັກຄຳສອນ ຫຼື ຄຳສັບຝ່າຍວິນຍານບາງຢ່າງຜ່ານຄວາມຊົງຈຳ ຫຼື ການຫຼໍ່ຫຼອມຂອງເວລາບໍ່ແມ່ນການປ່ຽນແປງ, ບໍ່ແມ່ນຄວາມຄືບໜ້າ ແລະ ແນ່ນອນວ່າມັນບໍ່ແມ່ນຜົນໄດ້ຮັບ. ນີ້ຄືການສະແດງອອກຂອງຄົນທີ່ມີຂີດຄວາມສາມາດຕໍ່າຢ່າງແທ້ຈິງ. ບໍ່ວ່າພວກເຂົາຈະຜ່ານພາຍຸລົມແດງຄັ້ງໃຫຍ່ຫຼາຍສໍ່າໃດ ຫຼື ພວກເຂົາຈະປະສົບກັບຄວາມຜິດຫວັງ, ຄວາມລົ້ມເຫຼວ ຫຼື ຄວາມທໍ້ແທ້ຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ໄດ້ຮຽນຮູ້ບົດຮຽນໃດໆ ຫຼື ຮັບເອົາປະສົບການໃດໆ ແລະ ບໍ່ສາມາດໄດ້ຮັບສິ່ງທີ່ເປັນປະໂຫຍດໃດໆເລີຍ. ຫຼັງຈາກທີ່ບາງສິ່ງບາງຢ່າງຈົບລົງ, ມັນກໍແລ້ວໄປສຳລັບພວກເຂົາ, ພວກເຂົາພຽງແຕ່ຜ່ານຂະບວນການນັ້ນ ແລະ ໃນທີ່ສຸດກໍບໍ່ບັນລຸຫຍັງເລີຍ. ສາມາດອະທິບາຍໄດ້ວ່າຄົນແບບນັ້ນເປັນຕາສັງເວດຫຼາຍ. ພວກເຮົາເວົ້າວ່າຄົນແບບນັ້ນມີຂີດຄວາມສາມາດຕໍ່າຫຼາຍ ກໍຍ້ອນວ່າພວກເຂົາຂາດຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆຢ່າງແນ່ນອນ. ຍິ່ງບໍ່ຕ້ອງເວົ້າເຖິງເລີຍວ່າພວກເຂົາມີຄວາມສາມາດໃນການຢັ່ງຮູ້ຄວາມຈິງໃດໆ ແລະ ບໍ່ສາມາດເວົ້າໄດ້ວ່າພວກເຂົາມີການປ່ຽນແປງໃດໆ.
ສຳລັບຄົນທີ່ມີຂີດຄວາມສາມາດຕໍ່າ, ໃນແງ່ຂອງຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ, ພວກເຂົາຍັງບໍ່ຮອດມາດຕະຖານ. ສ່ວນຜູ້ທີ່ບໍ່ມີຂີດຄວາມສາມາດໃດໜຶ່ງ, ພວກເຂົາຍິ່ງຂາດຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ, ພວກເຂົາບໍ່ສາມາດຊື່ນຊົມສິ່ງຕ່າງໆໄດ້ ແລະ ຍິ່ງໄປກວ່ານັ້ນ ພວກເຂົາບໍ່ສາມາດປະເມີນພວກມັນໄດ້. ເມື່ອເຈົ້າແບ່ງປັນຄວາມຄິດ ແລະ ມຸມມອງຂອງເຈົ້າກ່ຽວກັບບາງສິ່ງບາງຢ່າງ, ຄົນທີ່ມີຂີດຄວາມສາມາດຕໍ່າກໍຈະງົງໃນຂະນະທີ່ພວກເຂົາຮັບຟັງ, ໂດຍບໍ່ສະແດງປະຕິກິລິຍາໃດໆ. ໃນໃຈຂອງພວກເຂົາ, ພວກເຂົາຄິດວ່າ “ມີຄວາມຄິດ ແລະ ມຸມມອງໃນເລື່ອງນີ້ນໍາບໍ? ເປັນຫຍັງຂ້ອຍຈຶ່ງບໍ່ຮັບຮູ້ສິ່ງນີ້?” ເຖິງແມ່ນວ່າພວກເຂົາຈະສາມາດເຂົ້າໃຈໜ້ອຍໜຶ່ງກ່ຽວກັບສິ່ງທີ່ເຈົ້າເວົ້າ, ພວກເຂົາກໍສາມາດຮັບຟັງມັນເປັນຄຳເວົ້າ ແລະ ຫຼັກຄຳສອນ ຫຼື ສູດຕາຍຕົວເທົ່ານັ້ນ. ສ່ວນຄົນທີ່ບໍ່ມີຂີດຄວາມສາມາດ, ເມື່ອພວກເຂົາໄດ້ຍິນຄົນອື່ນໂອ້ລົມກ່ຽວກັບຄວາມຄິດ ແລະ ມຸມມອງພາຍໃນບາງສິ່ງບາງຢ່າງ ຫຼື ແກ່ນແທ້ຂອງບັນຫາ ແລະ ຈຸດຢືນທີ່ຜູ້ຄົນຄວນມີກ່ຽວກັບມັນ, ພວກເຂົາກໍບໍ່ສາມາດເຂົ້າໃຈມັນໄດ້. ພວກເຂົາພຽງແຕ່ຮູ້ສຶກວ່າມັນເລິກເຊິ່ງພໍສົມຄວນ ແຕ່ມັນເກີນຄວາມສາມາດໃນການຈັບໃຈຄວາມຂອງພວກເຂົາ. ຍິ່ງເຈົ້າໂອ້ລົມກ່ຽວກັບຄວາມຄິດ ແລະ ຄວາມເຂົ້າໃຈຫຼາຍສໍ່າໃດ, ພວກເຂົາກໍຍິ່ງສັບສົນຫຼາຍຫຼາຍສໍ່ານັ້ນ. ພວກເຂົາຮູ້ສຶກວ່າ “ເລື່ອງທຳມະດານີ້ກາຍເປັນເລື່ອງຊັບຊ້ອນໄດ້ແນວໃດ? ເປັນຫຍັງຂ້ອຍຈຶ່ງບໍ່ສາມາດເຂົ້າໃຈຫຍັງກ່ຽວກັບຄວາມຄິດ, ມຸມມອງ ຫຼື ຈຸດຢືນເລີຍ? ຈຸດຢືນຫຍັງ? ພວກເຮົາພຽງແຕ່ຕ້ອງເຊື່ອໃນພຣະເຈົ້າຢ່າງຖືກຕ້ອງ ແລະ ປະຕິບັດໜ້າທີ່ຂອງພວກເຮົາຢ່າງຖືກຕ້ອງ ແລ້ວພຣະເຈົ້າກໍຈະຮັບຮອງ. ເປັນຫຍັງຍິ່ງຄົນໆໜຶ່ງເຊື່ອໃນພຣະເຈົ້າດົນສໍ່າໃດ ສິ່ງຕ່າງໆກໍຍິ່ງຊັບຊ້ອນຫຼາຍຂຶ້ນເທົ່ານັ້ນ? ເມື່ອຟັງເຈົ້າເວົ້າແລ້ວ, ມັນຟັງເບິ່ງຄືວ່າບໍ່ມີໃຜສາມາດເຂົ້າສູ່ລາຊະອານາຈັກໄດ້ເລີຍ!” ເຈົ້າສາມາດສື່ສານກັບຄົນແບບນັ້ນໄດ້ບໍ? (ບໍ່ໄດ້). ບໍ່ພຽງແຕ່ເຈົ້າບໍ່ສາມາດສື່ສານກັບພວກເຂົາເທົ່ານັ້ນ, ແຕ່ພວກເຂົາຍັງສາມາດເວົ້າບາງສິ່ງທີ່ບໍ່ສົມເຫດສົມຜົນໄດ້ອີກດ້ວຍ: “ຄວາມຄິດ ແລະ ມຸມມອງເຫຼົ່ານັ້ນທີ່ເຈົ້າກ່າວເຖິງນັ້ນດີປານນັ້ນ ແລະ ຖືກຕ້ອງປານນັ້ນບໍ? ຂ້ອຍບໍ່ຄິດແນວນັ້ນ! ຜູ້ຄົນບໍ່ສາມາດເຮັດຫຍັງໄດ້ຫາກບໍ່ມີເງິນ. ຜູ້ຄົນຄວນກິນດີ ແລະ ເພີດເພີນກັບສິ່ງດີໆຢູ່ສະເໝີ. ຖ້າບໍ່ມີເງິນໃຊ້ ຫຼື ບໍ່ມີອາຫານດີໆກິນ, ຄົນໆໜຶ່ງຈະສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ແນວໃດ?” ນີ້ມັນແມ່ນຕັກກະແບບໃດ? ພວກເຂົາເວົ້າວ່າ “ເຈົ້າເວົ້າກ່ຽວກັບຊີວິດມະນຸດ, ກ່ຽວກັບຄຸນຄ່າ, ຄວາມຄິດ ແລະ ມຸມມອງຂອງຜູ້ຄົນ ພ້ອມທັງເສັ້ນທາງທີ່ຜູ້ຄົນເລືອກຍ່າງຢູ່ສະເໝີ. ເປັນຫຍັງເຈົ້າຈຶ່ງບໍ່ເວົ້າກ່ຽວກັບການກິນ ແລະ ການນຸ່ງຖື? ເປັນຫຍັງເຈົ້າຈຶ່ງບໍ່ເວົ້າກ່ຽວກັບວິທີເບິ່ງແຍງຮ່າງກາຍຂອງເຈົ້າ ເພື່ອໃຫ້ເຈົ້າສາມາດປະຕິບັດໜ້າທີ່ຂອງເຈົ້າໃຫ້ດີໄດ້?” ສິ່ງທີ່ພວກເຂົາກຳລັງຄິດກໍຄືສິ່ງເຫຼົ່ານີ້, ພວກເຂົາຍັງຈະສາມາດຢັ່ງຮູ້ຄວາມຈິງໄດ້ຢູ່ບໍ? ເຈົ້າບໍ່ສາມາດສື່ສານກັບຄົນແບບນັ້ນໄດ້ເລີຍແທ້ໆ. ເມື່ອເຈົ້າພະຍາຍາມລົມກັບພວກເຂົາ, ພວກເຂົາກໍເວົ້າແຕ່ເລື່ອງການຫາເງິນ. ພວກເຂົາຖືວ່າການຫາເງິນ, ການໃຊ້ຊີວິດຂອງພວກເຂົາ, ການໄລ່ຕາມທາງໂລກ ແລະ ການໃຊ້ຊີວິດຂອງພວກເຂົາໄປກັບການກິນ, ການດື່ມ ແລະ ການຫາຄວາມສຸກໃສ່ຕົວ ເປັນເລື່ອງສຳຄັນຂອງຊີວິດມະນຸດ ແລະ ເປັນເສັ້ນທາງທີ່ຜູ້ຄົນຄວນຍ່າງໃນຊີວິດ. ສ່ວນເລື່ອງທີ່ວ່າຜູ້ຄົນຄວນໄລ່ຕາມເສາະຫາ ຫຼື ໄດ້ຮັບຫຍັງຈາກການເຊື່ອໃນພຣະເຈົ້ານັ້ນ, ສິ່ງເຫຼົ່ານີ້ບໍ່ມີຢູ່ໃນຄວາມຄິດ ຫຼື ຈິດສຳນຶກຂອງພວກເຂົາເລີຍ. ພວກເຂົາເຊື່ອວ່າ ບໍ່ວ່າຜູ້ຄົນຈະເຊື່ອໃນພຣະເຈົ້າມາຈັກປີກໍຕາມ, ພວກເຂົາກໍຍັງຕ້ອງກິນ ແລະ ດຳລົງຊີວິດ ແລະ ເພື່ອໃຫ້ດຳລົງຊີວິດເປັນຢ່າງດີ, ເຈົ້າບໍ່ສາມາດເຮັດຫຍັງໄດ້ຫາກບໍ່ມີເງິນໄດ້ ນັ້ນກໍຄື ການມີເງິນໝາຍເຖິງການມີຊີວິດທີ່ດີ ແລະ ຖ້າບໍ່ມີເງິນ ຊີວິດກໍດຳເນີນຕໍ່ໄປບໍ່ໄດ້. ນີ້ຄືຕັກກະຂອງພວກເຂົາ; ຄົນແບບນັ້ນມີແນວໂນ້ມຕໍ່ການບິດເບືອນ. ຄົນທີ່ມີແນວໂນ້ມຕໍ່ການບິດເບືອນບໍ່ມີຄວາມຄິດ ຫຼື ມຸມມອງທີ່ຖືກຕ້ອງ; ພວກເຂົາປຽບເໝືອນຄົນທີ່ບໍ່ມີຈິດວິນຍານ. ມີຄວາມແຕກຕ່າງຫຍັງລະຫວ່າງຊີວິດຂອງຄົນແບບນັ້ນ ແລະ ຊີວິດຂອງໝູ ຫຼື ໝາ? (ບໍ່ມີຄວາມແຕກຕ່າງ). ຖ້າເຈົ້າພະຍາຍາມຝຶກໝາ ຫຼື ແມວເພື່ອໃຫ້ມັນເຊື່ອຟັງ ແລະ ປະພຶດຕົວຄືກັບເດັກນ້ອຍທີ່ປະພຶດຕົວດີ, ມັນສາມາດເຂົ້າໃຈໄດ້ບໍ? (ມັນບໍ່ສາມາດເຂົ້າໃຈໄດ້). ຢ່າງຫຼາຍທີ່ສຸດແລ້ວ ໝາສາມາດເຂົ້າໃຈຫຍັງໄດ້? ຖ້າເຈົ້າບອກມັນວ່າ “ນັ່ງລົງ” ແລ້ວເອົາຊີ້ນຕ່ອນໜຶ່ງໃຫ້ມັນ, ມັນກໍຈະຈື່. ຫຼັງຈາກນັ້ນ, ທັນທີທີ່ເຈົ້າເວົ້າວ່າ “ນັ່ງລົງ”, ບໍ່ວ່າມັນຈະຢູ່ໄກສໍ່າໃດກໍຕາມ, ມັນກໍຈະນັ່ງລົງທັນທີ ແລະ ລໍຖ້າໃຫ້ເຈົ້າປ້ອນຊີ້ນໃຫ້ມັນ. ໝາສາມາດຈື່ການກະທຳເຊີງກົນໄກນີ້ໄດ້; ຕາບໃດທີ່ເຈົ້າເຮັດໃຫ້ມັນຮູ້ວ່າການນັ່ງລົງຈະນຳໄປສູ່ລາງວັນ, ມັນກໍຈະເຊື່ອຟັງ. ຄວາມຄິດຂອງມັນງ່າຍດາຍແບບນັ້ນແຫຼະ. ສະນັ້ນ, ຄວາມແຕກຕ່າງລະຫວ່າງຄວາມຄິດຂອງຄົນທີ່ບໍ່ມີຂີດຄວາມສາມາດ ແລະ ຄວາມຄິດຂອງສັດນັ້ນມີຫຼາຍສໍ່າໃດ? (ບໍ່ມີຄວາມແຕກຕ່າງທີ່ສຳຄັນ). ຫຼັງຈາກທີ່ສັດກິນອີ່ມແລ້ວໃນແຕ່ລະມື້, ພວກມັນກໍອອກໄປຫຼິ້ນ. ເມື່ອຮອດເວລາກິນອີກຄັ້ງ ແລະ ເຈົ້າເອີ້ນພວກມັນກັບມາ, ພວກມັນກໍຈະແລ່ນມາທັນທີ. ບໍ່ວ່າເຈົ້າຈະຜູກພວກມັນໄວ້ ຫຼື ໃຫ້ພວກມັນນັ່ງ, ພວກມັນກໍຈະຍອມເຮັດຕາມ. ເປັນຫຍັງຈຶ່ງເປັນແນວນັ້ນ? ເພາະວ່າມີອາຫານໃຫ້ກິນ. ພວກມັນເຕັມໃຈຢ່າງຍິ່ງທີ່ຈະເຊື່ອຟັງຄຳສັ່ງຂອງເຈົ້າເພື່ອເຫັນແກ່ອາຫານພຽງເລັກນ້ອຍນັ້ນ. ຄວາມຄິດຂອງສັດກໍງ່າຍດາຍແບບນີ້ແຫຼະ. ສຳລັບພວກມັນແລ້ວ, ການຍຶດໝັ້ນກັບກົດລະບຽບ ຫຼື ສູດທີ່ເປັນປະໂຫຍດຕໍ່ພວກມັນກໍພຽງພໍແລ້ວ; ພວກມັນບໍ່ໄດ້ຄິດຫຍັງຫຼາຍໄປກວ່ານັ້ນ. ເພາະວ່າສັນຊາດຕະຍານທີ່ພຣະເຈົ້າປະທານໃຫ້ແກ່ສັດນັ້ນຈຳກັດຢູ່ພຽງແຕ່ສິ່ງເຫຼົ່ານີ້, ເຊິ່ງພຽງພໍທີ່ຈະຮັກສາການຢູ່ລອດຂອງພວກມັນໄວ້ ແລະ ພຣະເຈົ້າກໍບໍ່ໄດ້ປະທານພຣະບັນຊາໃດໆໃຫ້ແກ່ພວກມັນ, ສັດຈຶ່ງບໍ່ຈຳເປັນຕ້ອງພິຈາລະນາກ່ຽວກັບຊີວິດ, ອະນາຄົດ, ຈຸດໝາຍປາຍທາງຂອງພວກມັນ ຫຼື ຄວາມຮັບຜິດຊອບ ແລະ ພັນທະຂອງພວກມັນ. ພວກມັນຍັງບໍ່ຈຳເປັນຕ້ອງພິຈາລະນາວ່າຈະຍ່າງໃນເສັ້ນທາງໃດ ຫຼື ການໄລ່ຕາມເສາະຫາຊີວິດທີ່ມີຄວາມໝາຍ ແລະ ອື່ນໆ. ແຕ່ຜູ້ຄົນນັ້ນແຕກຕ່າງ. ພຣະເຈົ້າໄດ້ປະທານສັນຊາດຕະຍານຕ່າງໆໃຫ້ແກ່ຜູ້ຄົນ ແລະ ຍັງໄດ້ປະທານຄວາມຈິງໃຫ້ເປັນຊີວິດຂອງພວກເຂົາອີກດ້ວຍ. ສະນັ້ນ, ພຣະເຈົ້າຈຶ່ງມີມາດຕະຖານທີ່ກຳນົດສຳລັບຜູ້ຄົນ. ດັ່ງນັ້ນ, ຜູ້ຄົນຈຶ່ງຄວນພິຈາລະນາບັນຫາເຫຼົ່ານີ້; ມີພຽງແຕ່ການເຮັດແບບນີ້ເທົ່ານັ້ນຈຶ່ງນໍາໄປສູ່ການທີ່ພວກເຂົາໄດ້ຮັບຄວາມຈິງມາເປັນຊີວິດຂອງພວກເຂົາ. ນີ້ຄືຄວາມຮັບຜິດຊອບ ແລະ ພັນທະທີ່ຜູ້ຄົນຄວນມີ ແລະ ແນ່ນອນວ່າມັນກໍເປັນສິດຂອງພວກເຂົາເຊັ່ນກັນ. ແຕ່ຖ້າເຈົ້າບໍ່ສາມາດໃຊ້ສິດນີ້ ຫຼື ຂາດຄວາມສາມາດນີ້ໃນການຄິດກ່ຽວກັບບັນຫາຕ່າງໆ, ມັນກໍພິສູດວ່າຂີດຄວາມສາມາດຂອງເຈົ້າຕໍ່າຫຼາຍ. ໃນບັນດາສິ່ງທີ່ມີຊີວິດໃນລະດັບຂອງມະນຸດ, ເຈົ້າຈັດຢູ່ໃນໝວດໝູ່ຂອງຜູ້ທີ່ມີຂີດຄວາມສາມາດຕໍ່າ. ເຈົ້າບໍ່ສາມາດຄິດດ້ວຍຕົວເຈົ້າເອງໄດ້ ແລະ ເຖິງແມ່ນວ່າຄົນອື່ນຈະອະທິບາຍສິ່ງຕ່າງໆໃຫ້ເຈົ້າຟັງກໍຕາມ, ເຈົ້າກໍບໍ່ສາມາດເຂົ້າໃຈໄດ້. ໃນກໍລະນີທີ່ຮ້າຍແຮງກວ່ານັ້ນ, ເຈົ້າຕໍ່ຕ້ານ, ເຍາະເຍີ້ຍ, ຫຍໍ້ຫຍັນ ຫຼື ເຖິງກັບວິພາກວິຈານຄົນອື່ນ. ຖ້າຂີດຄວາມສາມາດຂອງເຈົ້າຕໍ່າຮອດລະດັບນີ້, ມັນກໍໝາຍຄວາມວ່າເຈົ້າບໍ່ມີຂີດຄວາມສາມາດເລີຍ. ຕົວຢ່າງ: ຄົນທີ່ບໍ່ມີຂີດຄວາມສາມາດອ່ານບົດຄວາມຄຳພະຍານຈາກປະສົບການ ແລະ ເຈົ້າຖາມລາວວ່າ “ບົດຄວາມນີ້ດີບໍ?” ລາວເວົ້າວ່າ “ມັນດີພໍສົມຄວນ. ແຕ່ລະວັກຖືກແບ່ງອອກໄດ້ຢ່າງຖືກຕ້ອງ ແລະ ເຄື່ອງໝາຍວັກກໍຖືກຕ້ອງເປັນສ່ວນໃຫຍ່. ວັກທຳອິດອະທິບາຍເຖິງເວລາ ແລະ ສະຖານທີ່, ວັກທີສອງອະທິບາຍເຖິງພູມຫຼັງຂອງຕົວລະຄອນ, ວັກທີສາມເລີ່ມເລົ່າເຖິງຄວາມເປັນມາຂອງເລື່ອງລາວ ແລະ ຈາກນັ້ນມັນກໍກ້າວໄປສູ່ຈຸດສູງສຸດ ແລະ ບົດສະຫຼຸບ”. ຖ້າເຈົ້າຖາມລາວຕໍ່ໄປວ່າ ຄວາມຄິດ ແລະ ມຸມມອງຂອງຜູ້ຂຽນແມ່ນຫຍັງ, ລາວກໍເວົ້າວ່າ “ມີຄວາມຄິດ ແລະ ມຸມມອງນໍາບໍ? ພຣະທຳຂອງພຣະເຈົ້າໃນສ່ວນທີ່ຜູ້ຂຽນໄດ້ອ້າງອີງນັ້ນສະແດງເຖິງຄວາມຄິດ ແລະ ມຸມມອງຂອງລາວແລ້ວ”. ເຈົ້າຖາມວ່າ “ພຣະທຳຂອງພຣະເຈົ້າທີ່ລາວອ້າງອີງນັ້ນກົງປະເດັນບໍ? ຄວາມຄິດ ແລະ ມຸມມອງທີ່ລາວຕ້ອງການສະແດງອອກນັ້ນຖືກຕ້ອງບໍ?” ລາວກໍເວົ້າວ່າລາວບໍ່ຮູ້. ແລ້ວເຈົ້າກໍຕັ້ງຄຳຖາມຕ່າງໆ ເຊັ່ນ: “ຄວາມເຂົ້າໃຈທີ່ຜູ້ຂຽນໄດ້ແບ່ງປັນນັ້ນແທ້ຈິງ ແລະ ສຳພັນກັບຊີວິດຈິງບໍ? ສິ່ງທີ່ລາວເຂົ້າໃຈນັ້ນເປັນຫຼັກຄຳສອນ ຫຼື ມັນໃກ້ຄຽງກັບຄວາມເປັນຈິງ? ມັນເສີມສ້າງຄົນອື່ນ ຫຼື ມີຄຸນຄ່າຕໍ່ພວກເຂົາບໍ? ມັນໃຫ້ຄວາມຊ່ວຍເຫຼືອ ຫຼື ຜົນປະໂຫຍດແກ່ຜູ້ອ່ານບໍ?” ພວກເຂົາບໍ່ຮູ້ສິ່ງເຫຼົ່ານີ້ເລີຍ ແລະ ບໍ່ສາມາດຮັບຮູ້ມັນໄດ້. ນີ້ຄືຄວາມໝາຍຂອງການມີຂີດຄວາມສາມາດຕໍ່າຫຼາຍ. ຖ້າເຈົ້າໂອ້ລົມກັບພວກເຂົາກ່ຽວກັບຂໍ້ຜິດພາດໃນຄວາມຄິດ ແລະ ມຸມມອງໃນບົດຄວາມ, ສ່ວນໃດທີ່ສຳພັນກັບຊີວິດຈິງ ແລະ ສ່ວນໃດທີ່ບໍ່ສຳພັນກັບຊີວິດຈິງ, ພວກເຂົາກໍຍັງບໍ່ຮູ້ ແລະ ບໍ່ສາມາດເຊື່ອມໂຍງມັນກັບບົດຄວາມໄດ້. ສິ່ງນີ້ສະແດງໃຫ້ເຫັນເຖິງການຂາດຂີດຄວາມສາມາດບໍ? (ແມ່ນແລ້ວ). ເຖິງແມ່ນວ່າຄົນອື່ນຈະໂອ້ລົມກ່ຽວກັບບັນຫາທີ່ມີຢູ່ກໍຕາມ, ພວກເຂົາກໍຍັງບໍ່ຮູ້. ສິ່ງນີ້ບໍ່ໄດ້ສະແດງເຖິງການຂາດຂີດຄວາມສາມາດບໍ? ມັນຄືກັບຜູ້ນຳຄຣິສຕະຈັກບາງຄົນ: ເມື່ອຄົນຊົ່ວຮ້າຍ ຫຼື ຜູ້ບໍ່ເຊື່ອປາກົດຕົວໃນຄຣິສຕະຈັກ, ພວກເຂົາບໍ່ຮູ້ວິທີຈັດການກັບຄົນເຫຼົ່ານັ້ນ. ຫຼັງຈາກທີ່ເຈົ້າໂອ້ລົມຫຼັກການຄວາມຈິງກັບພວກເຂົາແລ້ວ, ພວກເຂົາກໍບໍ່ເຂົ້າໃຈ ແລະ ຂໍໃຫ້ເຈົ້າຍົກຕົວຢ່າງ. ຫຼັງຈາກທີ່ເຈົ້າຍົກຕົວຢ່າງແລ້ວ, ພວກເຂົາກໍຍັງບໍ່ຮູ້ວິທີຈັດການກັບຄົນເຫຼົ່ານັ້ນ. ພວກເຂົາເວົ້າວ່າ “ກະລຸນາສອນຂ້ອຍແດ່. ຂ້ອຍຄວນຈັດການກັບຄົນນັ້ນແນວໃດແທ້? ຂ້ອຍຄວນຈັດໃຫ້ລາວຢູ່ໃນຄຣິສຕະຈັກທຳມະດາ, ຈັດໃຫ້ລາວຢູ່ໃນກຸ່ມ B ຫຼື ຄັດລາວອອກ? ຂ້ອຍຄວນໂອ້ລົມກັບຄົນນັ້ນແນວໃດ? ກະລຸນາອະທິບາຍໃຫ້ຂ້ອຍຟັງເທື່ອລະຄຳ. ຂ້ອຍຈະບັນທຶກມັນໄວ້ ແລ້ວເຮັດຕາມນັ້ນທຸກຄຳເວົ້າເພື່ອຮັບມືກັບສະຖານະການ, ດ້ວຍວິທີນັ້ນ ຂ້ອຍຈຶ່ງຈະສາມາດເຮັດໄດ້”. ເມື່ອພວກເຂົາເປັນແບບນີ້, ການໂອ້ລົມຫຼັກການກັບພວກເຂົາຈະມີປະໂຫຍດຫຍັງ? ເຖິງແມ່ນວ່າເຈົ້າຈະຍົກຕົວຢ່າງກໍຕາມ, ພວກເຂົາກໍບໍ່ເຂົ້າໃຈ ແລະ ບໍ່ສາມາດຈັດການກັບເລື່ອງນັ້ນໄດ້. ຄົນແບບນັ້ນແມ່ນບໍ່ມີຄວາມສາມາດໃນການຢັ່ງຮູ້ເລີຍ. ໃນທີ່ສຸດ, ພວກເຂົາກໍຍັງຖາມວ່າ “ບອກຂ້ອຍແດ່ວ່າຂ້ອຍຄວນເຮັດແນວໃດກ່ຽວກັບບັນຫາໃນປັດຈຸບັນນີ້ ແລ້ວຂ້ອຍຈະເຮັດຕາມ”. ເຈົ້າບອກພວກເຂົາວ່າຄວນໄປຈັດການກັບເລື່ອງນັ້ນຢູ່ໃສ, ຄວນເວົ້າຫຍັງກັບໃຜເພື່ອໃຫ້ມັນສຳເລັດ ແລະ ຕ້ອງຈັດການເລື່ອງນັ້ນໃນລະດັບໃດຈຶ່ງຈະຖືວ່າໄດ້ຮັບການແກ້ໄຂຢ່າງຖີ່ຖ້ວນ. ຫຼັງຈາກທີ່ເຈົ້າອະທິບາຍຈົບ, ພວກເຂົາເບິ່ງຄືວ່າຈະເຂົ້າໃຈ ແຕ່ພວກເຂົາກໍຍັງບໍ່ສາມາດຈັດການກັບມັນໄດ້ ແລະ ເຈົ້າກໍຕ້ອງຊອກຫາຄົນມາຮ່ວມມືກັບພວກເຂົາເພື່ອເຮັດໃຫ້ມັນສຳເລັດ. ຄົນແບບນັ້ນເປັນຄົນຫົວຊ້າທີ່ສຸດ ແລະ ຂາດຂີດຄວາມສາມາດ. ຕົວຢ່າງ: ສົມມຸດວ່າເຈົ້າບອກຄົນທີ່ກຳລັງຮຽນເຕັ້ນວ່າທ່າເຕັ້ນບາງທ່າດີຫຼາຍ ແລະ ໃຫ້ພວກເຂົາເຮັດຕາມວິດີໂອເພື່ອຮຽນທ່າເຫຼົ່ານັ້ນ. ຫຼັງຈາກຜ່ານໄປສອງສາມມື້, ເມື່ອເຈົ້າຖາມວ່າພວກເຂົາມີຄວາມຄືບໜ້າແນວໃດ, ຄົນຫົວຊ້າບາງຄົນກໍຈະເວົ້າວ່າ ພວກເຂົາເບິ່ງບໍ່ອອກວ່າທ່າເຕັ້ນໃດດີ. ເຖິງແມ່ນວ່າພວກເຂົາຈະມີອຸປະກອນການສອນກໍຕາມ, ພວກເຂົາກໍຍັງບໍ່ສາມາດຮຽນຮູ້ມັນໄດ້. ພວກເຂົາບໍ່ຮູ້ວ່າການເຄື່ອນໄຫວໃດດີ ຫຼື ການເຄື່ອນໄຫວໃດມີປະໂຫຍດ ແລະ ພວກເຂົາບໍ່ຮູ້ວິທີເລືອກ. ໃນທີ່ສຸດແລ້ວພວກເຂົາເຮັດຫຍັງ? ພວກເຂົາມີໜຶ່ງກົນລະຍຸດ; ພວກເຂົາເວົ້າວ່າ “ພຽງແຕ່ເລືອກທ່າເຕັ້ນສອງສາມທ່າໃຫ້ຂ້ອຍຮຽນ ແລ້ວຂ້ອຍຈະເຮັດຕາມພວກມັນ, ຈົບເລື່ອງ”. ພວກເຂົາມີລູກຫຼິ້ນແບບນີ້ແທ້ໆ; ເຖິງແມ່ນວ່າພວກເຂົາຈະບໍ່ເຂົ້າໃຈຫຼັກການ, ພວກເຂົາກໍມີຄວາມສະຫຼຽວສະຫຼາດຢູ່ເລັກໜ້ອຍ. ພວກເຂົາບໍ່ຄືກັບຫຸ່ນຍົນບໍ? ພວກເຂົາອາດຈະມີຄວາມຮູ້ ແລະ ການສຶກສາ ແຕ່ພວກເຂົາຂາດຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ, ນີ້ຄືຄວາມໝາຍຂອງການບໍ່ມີຂີດຄວາມສາມາດ. ພວກເຂົາບໍ່ຮູ້ວ່າເປັນຫຍັງພວກເຂົາຈຶ່ງຄວນຮຽນຮູ້ສິ່ງທີ່ເຈົ້າບອກໃຫ້ພວກເຂົາຮຽນຮູ້. ສຳລັບສິ່ງທີ່ເຈົ້າບອກບໍ່ໃຫ້ພວກເຂົາຮຽນຮູ້, ພວກເຂົາກໍບໍ່ຮູ້ວ່າມັນຜິດປົກກະຕິແນວໃດ ຫຼື ເປັນຫຍັງພວກເຂົາຈຶ່ງບໍ່ຄວນຮຽນຮູ້ພວກມັນ. ເຖິງແມ່ນວ່າຫຼັງຈາກທີ່ຖືກບອກແລ້ວກໍຕາມ, ພວກເຂົາກໍຍັງບໍ່ສາມາດເຂົ້າໃຈມັນໄດ້. ບອກເຮົາເບິ່ງວ່າ ຄົນແບບນັ້ນມີຂີດຄວາມສາມາດບໍ? (ບໍ່ມີ). ການຂາດຄວາມສາມາດໃນການຮັບຮູ້ສິ່ງຕ່າງໆດ້ວຍຕົນເອງ ແລະ ການຂາດຄວາມສາມາດໃນການລະບຸ ແລະ ຕັດສິນສິ່ງທີ່ຖືກຈາກສິ່ງທີ່ຜິດຢ່າງເປັນອິດສະຫຼະ, ນີ້ຄືຄວາມໝາຍຂອງການບໍ່ມີຂີດຄວາມສາມາດ. ຄືກັບງົວ ຫຼື ມ້າ, ພວກເຂົາຈຳເປັນຕ້ອງມີຄົນຈູງພວກເຂົາຢູ່ສະເໝີ, ພວກເຂົາບໍ່ໄດ້ເປັນພຽງແຕ່ເຄື່ອງມືບໍ? ຖ້າເຈົ້າມີຂີດຄວາມສາມາດ, ເຈົ້າຍັງຈຳເປັນຕ້ອງມີຄົນມາຈູງເຈົ້າຢູ່ບໍ? ແລ້ວເຈົ້າມີສະໝອງໄວ້ເຮັດຫຍັງ? ສະໝອງຂອງເຈົ້າໄຮ້ປະໂຫຍດ. ເວົ້າໃຫ້ຊັດເຈນກໍຄື ເຈົ້າບໍ່ມີຂີດຄວາມສາມາດ. ເຈົ້າຕ້ອງຟັງຄົນອື່ນ ແລະ ຖືກພວກເຂົາຈູງໄປ, ເຈົ້າເປັນພຽງເຄື່ອງມື. ບໍ່ວ່າຄົນແບບນີ້ຈະສຶກສາວິຊາຊີບໃດໜຶ່ງດົນປານໃດ ຫຼື ພວກເຂົາຈະໄດ້ຍິນຫຼັກການທີ່ກ່ຽວຂ້ອງກັບມັນຫຼາຍປານໃດກໍຕາມ, ພວກເຂົາກໍຍັງບໍ່ສາມາດເຂົ້າໃຈ ຫຼື ຈັບໃຈຄວາມມັນໄດ້. ໃນທີ່ສຸດ, ພວກເຂົາກໍບໍ່ຮູ້ວິທີນຳໃຊ້ ຫຼື ຈັດຕັ້ງປະຕິບັດຫຼັກການເຫຼົ່ານີ້. ຄົນເຫຼົ່ານີ້ຄືຄົນປະເພດທີ່ມີຂີດຄວາມສາມາດຕໍ່າທີ່ສຸດ ນັ້ນກໍຄື ຜູ້ທີ່ບໍ່ມີຂີດຄວາມສາມາດ. ບາງຄົນເວົ້າວ່າ “ຢ່າຄິດວ່າພຽງແຕ່ຍ້ອນພວກເຂົາຂາດຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ ແລະ ເຮັດຕາມການນຳພາຂອງເຈົ້າໃນການປະຕິບັດໜ້າທີ່ຂອງພວກເຂົາສະເໝີ, ມັນຈະໝາຍຄວາມວ່າພວກເຂົາມີຂີດຄວາມສາມາດຕໍ່າ. ຄວາມຈິງແລ້ວ, ພວກເຂົາພຽງແຕ່ຂາດຂີດຄວາມສາມາດເມື່ອເວົ້າເຖິງການຢັ່ງຮູ້ຄວາມຈິງເທົ່ານັ້ນ. ເມື່ອເວົ້າເຖິງເລື່ອງທີ່ກ່ຽວຂ້ອງກັບຜົນປະໂຫຍດຂອງພວກເຂົາເອງ, ພວກເຂົາຄິດຫາທຸກວິທີທາງເພື່ອປົກປ້ອງຕົນເອງບໍ່ໃຫ້ຮັບການສູນເສຍ. ໃນເລື່ອງເຫຼົ່ານີ້, ພວກເຂົາສະຫຼາດຫຼັກແຫຼມ, ພວກເຂົາບໍ່ແມ່ນຄົນຫົວຊ້າຢ່າງແນ່ນອນ. ໃນຄຣິສຕະຈັກ, ພວກເຂົາເບິ່ງຄືວ່າເປັນຄົນຫົວຊ້າ ແຕ່ຖ້າພວກເຂົາກັບຄືນສູ່ໂລກ, ພວກເຂົາກໍຈະບໍ່ເປັນຄົນຫົວຊ້າ. ໃນສິ່ງທີ່ພວກເຂົາເພີດເພີນ, ພວກເຂົາມີຄວາມຄິດ ແລະ ຜົນງານສ້າງສັນ; ບາງທີພວກເຂົາສາມາດປະສົບຄວາມສຳເລັດບາງຢ່າງ”. ຍັງມີຄົນທີ່ເຮັດການກະທຳຜິດໂດຍບໍ່ຢັ້ງຄິດໃນຄຣິສຕະຈັກ ແລະ ທຸກຄົນກໍເວົ້າວ່າພວກເຂົາມີຂີດຄວາມສາມາດຕໍ່າ ແຕ່ພວກເຂົາເອງພັດບໍ່ຍອມຮັບ: “ເຈົ້າເວົ້າວ່າຂ້ອຍມີຂີດຄວາມສາມາດຕໍ່າ ແຕ່ຖ້າຂ້ອຍຢູ່ໃນໂລກທີ່ບໍ່ມີຄວາມເຊື່ອ, ຂ້ອຍກໍຍັງສາມາດຫາເງິນ ແລະ ລ້ຽງຊີບໄດ້. ຂ້ອຍຍັງສາມາດຈະເລີນໄດ້, ມັນບໍ່ແນ່ນອນດອກວ່າຂ້ອຍຈະເຮັດໄດ້ບໍ່ດີກວ່າຄົນອື່ນ!” ໂລກທີ່ບໍ່ມີຄວາມເຊື່ອວັດແທກທຸກສິ່ງດ້ວຍຫຼັກການຄວາມຈິງບໍ? ມັນອາໄສພຣະທຳຂອງພຣະເຈົ້າເປັນພື້ນຖານບໍ? ຖ້າບໍ່, ແລ້ວເຖິງແມ່ນວ່າຜົນງານສ້າງສັນຂອງພວກເຂົາຈະເປັນທີ່ຍອມຮັບໃນໂລກທີ່ບໍ່ມີຄວາມເຊື່ອກໍຕາມ, ມັນກໍບໍ່ໄດ້ພິສູດວ່າພວກເຂົາມີຂີດຄວາມສາມາດ. ຕົວຢ່າງ: ບາງຄົນແຕ້ມຮູບ ແລະ ເມື່ອເບິ່ງຜິວເຜີນ, ສີ, ອົງປະກອບ, ແສງ, ສັດສ່ວນຂອງຕົວລະຄອນ ແລະ ດ້ານອື່ນໆໃນຮູບແຕ້ມຂອງພວກເຂົາເບິ່ງຄືວ່າດີພໍສົມຄວນ. ເຖິງຢ່າງໃດກໍຕາມ, ເມື່ອພວກເຂົາແຕ້ມຮູບໄພ່ພົນບາງຄົນໃນສະໄໝບູຮານໃນເຮືອນຂອງພຣະເຈົ້າ, ບັນຫາກໍເກີດຂຶ້ນ. ເຮົາເວົ້າວ່າ “ຜົນງານຂອງນັກແຕ້ມຄົນນີ້ເຄີຍຂາຍໄດ້ຂ້ອນຂ້າງດີໃນທ່າມກາງຜູ້ບໍ່ມີຄວາມເຊື່ອ ແລະ ຜູ້ຄົນກໍຊື່ນຊົມພວກມັນ. ແຕ່ເປັນຫຍັງເຮົາຈຶ່ງພົບວ່າຮູບແຕ້ມຂອງພວກເຂົາກ່ຽວກັບອັບຣາຮາມ, ໂຢບ ແລະ ໂນອາຈຶ່ງເບິ່ງບໍ່ເປັນທຳມະຊາດຫຼາຍແທ້? ສາມຄົນນີ້ຈາກຍຸກສະໄໝທີ່ແຕກຕ່າງກັນຈຶ່ງເບິ່ງຄືກັບວ່າພວກເຂົາທຸກຄົນມາຈາກຄອບຄົວດຽວກັນໄດ້ແນວໃດ? ພວກເຂົາເປັນຊາວອິດສະຣາເອນບູຮານ ແລະ ໂຄງສ້າງກະດູກຂອງລັກສະນະໃບໜ້າຂອງພວກເຂົາຄວນສະທ້ອນໃຫ້ເຫັນເຖິງລັກສະນະຂອງຊົນຊາດນັ້ນ. ເຖິງແມ່ນວ່າພວກເຂົາຈະບໍ່ຮູ້ຈັກບຸກຄະລິກຂອງແຕ່ລະຕົວລະຄອນກໍຕາມ, ຢ່າງໜ້ອຍທີ່ສຸດ ພວກເຂົາກໍຄວນເຂົ້າໃຈວ່າໂຄງສ້າງກະດູກ ແລະ ລັກສະນະຂອງຊາຕິພັນນັ້ນເປັນແນວໃດ. ບໍ່ວ່າຄົນທີ່ພວກເຂົາກຳລັງແຕ້ມນັ້ນຢູ່ໃນຍຸກສະໄໝໃດກໍຕາມ, ລັກສະນະທາງຊາຕິພັນຂອງພວກເຂົາຄວນໄດ້ຮັບການເນັ້ນໜັກ ແລະ ເຮັດໃຫ້ເຫັນໄດ້ຊັດເຈນຜ່ານເສັ້ນຜົມ, ລັກສະນະໃບໜ້າ, ສີຕາ ແລະ ຮູບຊົງໃບໜ້າຂອງພວກເຂົາ.” ແລ້ວເປັນຫຍັງຕົວລະຄອນທີ່ພວກເຂົາແຕ້ມຈາກຍຸກສະໄໝທີ່ແຕກຕ່າງກັນເຫຼົ່ານີ້, ເຖິງແມ່ນວ່າຈະມີອາຍຸແຕກຕ່າງກັນກໍຕາມ, ທັງໝົດຈຶ່ງມີໂຄງສ້າງກະດູກທີ່ບໍ່ຄືກັບໂຄງສ້າງກະດູກຂອງຊາຕິພັນຂອງພວກເຂົາ? ພວກເຂົາທຸກຄົນມີໃບໜ້າເປັນສີ່ລ່ຽມ; ຄົນທີ່ໜຸ່ມກວ່າພຽງແຕ່ມີຮອຍຫ່ຽວໜ້ອຍກວ່າ ແລະ ມີຜົມສີເຂັ້ມກວ່າ, ໃນຂະນະທີ່ຄົນທີ່ເຖົ້າກວ່າພັດມີຮອຍຫ່ຽວຫຼາຍກວ່າ, ມີຜິວສີເຂັ້ມກວ່າ ແລະ ມີຜົມຫງອກຫຼາຍກວ່າ. ລັກສະນະຂອງຕົວລະຄອນເຫຼົ່ານີ້ໂດຍພື້ນຖານແລ້ວແມ່ນຄືກັນໝົດ: ໃບໜ້າກວ້າງເປັນສີ່ລ່ຽມ, ຮູບຮ່າງສູງ ແລະ ມີຮ່າງກາຍທີ່ແຂງແຮງເປັນພິເສດ. ເຮົາເວົ້າວ່າ “ເປັນຫຍັງຕົວລະຄອນທັງໝົດນີ້ຈຶ່ງເບິ່ງຄືກັນ? ພວກເຂົາຄ້າຍຄືກັນເກີນໄປ ແລະ ຂາດລັກສະນະທີ່ໂດດເດັ່ນ”. ຕົວນັກແຕ້ມເອງບໍ່ໄດ້ສັງເກດເຫັນບັນຫານີ້. ບາງທີພວກເຂົາອາດຈະແຕ້ມຜົນງານປະເພດນີ້ຫຼາຍເກີນໄປ, ເຕັກນິກຂອງພວກເຂົາກໍຊຳນານເກີນໄປ ແລະ ຮູບແບບຂອງພວກເຂົາກໍກາຍເປັນສິ່ງທີ່ຕາຍຕົວແລ້ວ. ເມື່ອໃດກໍຕາມທີ່ພວກເຂົາແຕ້ມຕົວລະຄອນ, ຜູ້ຊາຍເກືອບຈະມີຮູບຊົງໃບໜ້າຄືກັນສະເໝີ ແລະ ພວກເຂົາບໍ່ສາມາດຖ່າຍທອດລັກສະນະໃບໜ້າທີ່ເປັນເອກະລັກຂອງຕົວລະຄອນທີ່ແຕກຕ່າງກັນໄດ້. ຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆຂອງພວກເຂົາຕໍ່າໜ້ອຍໜຶ່ງ ບໍ່ແມ່ນບໍ? (ແມ່ນແລ້ວ). ຫຼັງຈາກທີ່ແຕ້ມຮູບສຳເລັດແລ້ວ, ພວກເຂົາບໍ່ຮູ້ວ່າລັກສະນະໃບໜ້າທີ່ພວກເຂົາໄດ້ແຕ້ມໃຫ້ເຫັນນັ້ນສອດຄ່ອງກັບລັກສະນະໂຄງສ້າງກະດູກຂອງຊາຕິພັນນັ້ນ ຫຼື ບໍ່; ພວກເຂົາບໍ່ແນ່ໃຈກ່ຽວກັບລັກສະນະເຫຼົ່ານັ້ນ. ພວກເຈົ້າຈະເວົ້າວ່າຂີດຄວາມສາມາດຂອງພວກເຂົາໃນດ້ານນີ້ປົກກະຕິ ຫຼື ຕໍ່າ? (ຕໍ່າ). ພວກເຂົາສາມາດແກ້ໄຂມັນໄດ້ບໍ ຫຼັງຈາກທີ່ຄົນອື່ນໃຫ້ຄຳແນະນຳແກ່ພວກເຂົາ? ຄັ້ງໜຶ່ງ ເຮົາໄດ້ໃຫ້ຄຳແນະນຳແກ່ພວກເຂົາ ແຕ່ເມື່ອເຮົາເຫັນຜົນງານຂອງພວກເຂົາໃນພາຍຫຼັງ, ມັນກໍຍັງຄືເກົ່າ. ມາຮອດຈຸດນັ້ນ, ກໍບໍ່ມີຫຍັງຈະເວົ້າອີກແລ້ວ, ການອະທິບາຍເພີ່ມເຕີມກໍຍັງຈະເກີນຄວາມສາມາດຂອງພວກເຂົາທີ່ຈະຈັບໃຈຄວາມໄດ້.
ເມື່ອເວົ້າເຖິງບັນຫາທີ່ກ່ຽວຂ້ອງກັບຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆຂອງຜູ້ຄົນ, ສິ່ງເຫຼົ່ານີ້ຄືການສະແດງອອກຂອງຜູ້ຄົນໃນລະດັບຂີດຄວາມສາມາດທີ່ແຕກຕ່າງກັນ. ຄົນທີ່ມີຂີດຄວາມສາມາດທີ່ດີບໍ່ພຽງແຕ່ສາມາດຊື່ນຊົມສິ່ງຕ່າງໆໄດ້ເທົ່ານັ້ນ ແຕ່ຍັງສາມາດປະເມີນພວກມັນໄດ້ອີກດ້ວຍ. ຜູ້ທີ່ມີຂີດຄວາມສາມາດທີ່ດີກວ່ານັ້ນ, ເມື່ອພົບພໍ້ກັບຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງ, ກໍຈະສົ່ງເສີມພວກມັນ ແລະ ແບ່ງປັນ ຫຼື ສະໜອງພວກມັນໃຫ້ກັບຄົນອື່ນ ແລະ ເມື່ອພວກເຂົາພົບພໍ້ກັບຄວາມຄິດ ແລະ ມຸມມອງທີ່ບໍ່ຖືກຕ້ອງ, ພວກເຂົາກໍສາມາດລະບຸ ແລະ ແກ້ໄຂພວກມັນໄດ້. ຄົນທີ່ມີຂີດຄວາມສາມາດປົກກະຕິມີຄວາມສາມາດໃນການຊື່ນຊົມສິ່ງຕ່າງໆໃນລະດັບໜຶ່ງ ແຕ່ຂາດຄວາມສາມາດໃນການປະເມີນສິ່ງຕ່າງໆ, ພວກເຂົາບໍ່ສາມາດລະບຸສິ່ງຕ່າງໆໃນລະດັບຂອງຄວາມຄິດໄດ້. ຄົນທີ່ມີຂີດຄວາມສາມາດຕໍ່າບໍ່ເຂົ້າໃຈສິ່ງຕ່າງໆໃນລະດັບຂອງຄວາມຄິດ, ສະນັ້ນ ຈຶ່ງບໍ່ສາມາດເວົ້າໄດ້ວ່າພວກເຂົາມີຄວາມສາມາດໃນການລະບຸສິ່ງຕ່າງໆ. ຄົນທີ່ບໍ່ມີຂີດຄວາມສາມາດບໍ່ສາມາດເຂົ້າໃຈເລື່ອງເຫຼົ່ານີ້ໄດ້ເລີຍ. ເຖິງແມ່ນວ່າຈະມີຄົນອະທິບາຍສິ່ງເຫຼົ່ານີ້ໃຫ້ພວກເຂົາຟັງກໍຕາມ, ພວກເຂົາກໍຍັງບໍ່ສາມາດເຂົ້າໃຈໄດ້ວ່າ ທີ່ຈິງແລ້ວຄວາມຄິດ ແລະ ມຸມມອງທີ່ກຳລັງສົນທະນາກັນຢູ່ນັ້ນແມ່ນຫຍັງ. ສຳລັບພວກເຂົາແລ້ວ, ມັນຄືກັບຟັງເລື່ອງລາວກ່ຽວກັບດາວເຄາະອື່ນ, ມັນເກີນຄວາມສາມາດຂອງພວກເຂົາທີ່ຈະຈັບໃຈຄວາມໄດ້ຢ່າງສິ້ນເຊີງ. ສິ່ງເຫຼົ່ານີ້ຄືລັກສະນະທີ່ແຕກຕ່າງກັນທີ່ຜູ້ຄົນທີ່ມີຂີດຄວາມສາມາດແຕກຕ່າງກັນສະແດງອອກມາ ໃນແງ່ຂອງຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ.
ຂໍ້ທີ 11: ຄວາມສາມາດໃນການສ້າງສັນ
ມາດຕະຖານທີສິບເອັດສຳລັບການປະເມີນຂີດຄວາມສາມາດຂອງຄົນໆໜຶ່ງແມ່ນຄວາມສາມາດໃນການສ້າງສັນ. ຄວາມສາມາດໃນການສ້າງສັນແມ່ນຄວາມສາມາດໃນການປະດິດສ້າງທີ່ເຈົ້າມີ ໂດຍອີງໃສ່ຄວາມເຂົ້າໃຈທີ່ເຈົ້າມີ ຫຼັງຈາກທີ່ເຈົ້າຮູ້ພື້ນຖານ, ຫຼັກການ ແລະ ກົດເກນຂອງບາງສິ່ງບາງຢ່າງ. ຄວາມສາມາດໃນການປະດິດສ້າງນີ້ໝາຍເຖິງການປັບປຸງສິ່ງນີ້ຈາກພື້ນຖານເດີມຂອງມັນ, ການພັດທະນາມັນ, ການຂະຫຍາຍຂອບເຂດອິດທິພົນຂອງມັນ ຫຼື ການປ່ຽນມັນໃຫ້ກາຍເປັນຮຸ່ນໃໝ່ຂອງບາງສິ່ງ, ສິ່ງນີ້ເອີ້ນວ່າຄວາມສາມາດໃນການສ້າງສັນ. ໂດຍສະເພາະແລ້ວ ມັນໝາຍຄວາມວ່າ ພາຍໃຕ້ເງື່ອນໄຂຂອງການເຂົ້າໃຈກົດເກນທາງພາວະວິໄສຂອງສິ່ງໃດໜຶ່ງຢ່າງຖືກຕ້ອງ, ເຈົ້າສາມາດນຳໃຊ້ສິ່ງເຫຼົ່ານັ້ນເຂົ້າໃນຊີວິດຈິງ, ຂະຫຍາຍ ແລະ ເຮັດໃຫ້ຂອບເຂດການນຳໃຊ້ຂອງສິ່ງເຫຼົ່ານັ້ນກວ້າງຂຶ້ນ ແລະ ເຮັດໃຫ້ພື້ນຖານ ແລະ ຫຼັກການເຫຼົ່ານີ້ທີ່ສອດຄ່ອງກັບກົດເກນການພັດທະນາຂອງສິ່ງຕ່າງໆໄດ້ຮັບໃຊ້ຜູ້ຄົນຫຼາຍຂຶ້ນ ເພື່ອໃຫ້ຜູ້ຄົນຫຼາຍຂຶ້ນໄດ້ຮັບຜົນປະໂຫຍດ ແລະ ການຊ່ວຍເຫຼືອຈາກມັນ. ດ້ານໜຶ່ງ ເຈົ້າກຳລັງຮັກສາພື້ນຖານ ແລະ ຫຼັກການເຫຼົ່ານີ້ໄວ້, ໂດຍຂະຫຍາຍຂອບເຂດອິດທິພົນຂອງສິ່ງເຫຼົ່ານີ້ ແລະ ກຸ່ມເປົ້າໝາຍຂອງພວກມັນຢ່າງຕໍ່ເນື່ອງ. ນອກຈາກນີ້ ເຈົ້າກຳລັງປ່ຽນສິ່ງເຫຼົ່ານີ້ຈາກການນຳສະເໜີຕາມຕົວອັກສອນໃຫ້ກາຍເປັນສິ່ງທີ່ຈັບຕ້ອງໄດ້ ເຊິ່ງຜູ້ຄົນສາມາດໄດ້ຮັບຜົນປະໂຫຍດທີ່ແທ້ຈິງຈາກມັນໃນລັກສະນະທີ່ສຳພັນກັບຊີວິດຈິງຫຼາຍຂຶ້ນ ແລະ ກ້າວໄປອີກຂັ້ນໜຶ່ງ. ນີ້ຄືຄວາມໝາຍຂອງການມີຄວາມສາມາດໃນການສ້າງສັນ. ຖ້າຄົນໃດໜຶ່ງ ອີງໃສ່ພື້ນຖານຂອງສະພາບແວດລ້ອມຄອບຄົວ ແລະ ພູມຫຼັງການເຕີບໂຕທີ່ພວກເຂົາມີ ພ້ອມທັງຄວາມຮູ້ທີ່ພວກເຂົາໄດ້ຮັບ, ສາມາດເຂົ້າໃຈພື້ນຖານ, ຫຼັກການ ແລະ ກົດເກນການພັດທະນາຂອງບາງສິ່ງບາງຢ່າງໄດ້ຢ່າງຖືກຕ້ອງ, ຮູ້ວິທີການນຳໃຊ້ພື້ນຖານ ແລະ ຫຼັກການເຫຼົ່ານີ້ ແລະ ວິທີການປ່ຽນພື້ນຖານ ແລະ ຫຼັກການເຫຼົ່ານີ້ຈາກທິດສະດີໃຫ້ກາຍເປັນສິ່ງທີ່ຈັບຕ້ອງໄດ້, ໂດຍບໍ່ຢຸດຢູ່ພຽງແຕ່ລະດັບຂອງຄຳເວົ້າ ແລະ ຫຼັກຄຳສອນ, ແຕ່ນຳໃຊ້ສິ່ງເຫຼົ່ານີ້ເຂົ້າໃນຊີວິດຈິງ, ເຮັດໃຫ້ພວກມັນເປັນສ່ວນໜຶ່ງໃນຊີວິດຂອງຜູ້ຄົນ ແລະ ປ່ຽນພວກມັນໃຫ້ກາຍເປັນຜົນຮັບທີ່ຮັບໃຊ້ຜູ້ຄົນ, ເຮັດໃຫ້ຜູ້ຄົນສາມາດໄດ້ຮັບຜົນປະໂຫຍດ ແລະ ການຊ່ວຍເຫຼືອຈາກສິ່ງເຫຼົ່ານີ້ ແລະ ເຮັດໃຫ້ຊີວິດຂອງຜູ້ຄົນມີຄວາມສະດວກສະບາຍ ແລະ ງ່າຍດາຍຫຼາຍຂຶ້ນ, ຖ້າຄົນໆໜຶ່ງສາມາດບັນລຸລະດັບນີ້ໄດ້, ພວກເຂົາກໍເປັນຄົນທີ່ມີຄວາມສາມາດໃນການສ້າງສັນ ແລະ ເປັນຄົນທີ່ມີຂີດຄວາມສາມາດທີ່ດີ. ນັ້ນກໍຄື ອີງໃສ່ພື້ນຖານຂອງການເຂົ້າໃຈພື້ນຖານຂອງກົດເກນການພັດທະນາຂອງສິ່ງຕ່າງໆ ແລະ ຫຼັກການຄວາມຈິງ, ຖ້າເຈົ້າສາມາດເຮັດໃຫ້ການສົ່ງເສີມ, ການຮັກສາໄວ້, ການຂະຫຍາຍ ຫຼື ການປ່ຽນແປງບາງສິ່ງບາງຢ່າງໃຫ້ກາຍເປັນສິ່ງໃໝ່ເກີດຂຶ້ນຈິງໄດ້, ຖ້າເຈົ້າມີຄວາມສາມາດນີ້ ຫຼື ສາມາດເຮັດສິ່ງໃດໜຶ່ງໃນສິ່ງເຫຼົ່ານີ້ໃຫ້ສຳເລັດໄດ້ ແລະ ສາມາດເຮັດໃຫ້ພື້ນຖານ ແລະ ກົດເກນຂອງສິ່ງທີ່ເປັນບວກ ຫຼື ຫຼັກການຄວາມຈິງໄດ້ຮັບການຈັດຕັ້ງປະຕິບັດ, ເຮັດໃຫ້ປະກົດຜົນເປັນຈິງ ແລະ ຂະຫຍາຍອອກໄປໃນທ່າມກາງຜູ້ຄົນ, ແລ້ວສິ່ງນີ້ກໍພິສູດວ່າຂີດຄວາມສາມາດຂອງເຈົ້າດີ. ເຖິງແມ່ນວ່າເຈົ້າຈະບໍ່ສາມາດພັດທະນາມັນໄປສູ່ລະດັບທີ່ເລິກເຊິ່ງກວ່າເກົ່າໄດ້, ແຕ່ຢ່າງໜ້ອຍທີ່ສຸດ, ຖ້າເຈົ້າສາມາດຮັກສາ, ຂະຫຍາຍ ແລະ ເຮັດໃຫ້ມັນປະກົດຜົນເປັນຈິງໄດ້ ແລະ ສາມາດຂະຫຍາຍອິດທິພົນທີ່ເປັນບວກຂອງມັນໄດ້, ແລ້ວສິ່ງນີ້ກໍພິສູດວ່າເຈົ້າເປັນຄົນທີ່ມີຄວາມສາມາດໃນການສ້າງສັນ. ຖ້າເຈົ້າບໍ່ມີຄວາມສາມາດນີ້ ແລະ ເຈົ້າພຽງແຕ່ມີຄວາມສາມາດໃນການຢັ່ງຮູ້ກົດເກນຂອງສິ່ງທີ່ເປັນບວກ, ແຕ່ຄວາມສາມາດໃນການຢັ່ງຮູ້ນີ້ຍັງຄົງຢູ່ພຽງແຕ່ລະດັບຂອງການຢັ່ງຮູ້ຕາມຕົວອັກສອນ ແລະ ທາງທິດສະດີເທົ່ານັ້ນ ແລະ ເຈົ້າບໍ່ສາມາດຈັດຕັ້ງປະຕິບັດ ຫຼື ເຮັດໃຫ້ສິ່ງເຫຼົ່ານີ້ປະກົດຜົນເປັນຈິງກັບຜູ້ຄົນໄດ້ ແລະ ບໍ່ສາມາດເຮັດໃຫ້ສິ່ງເຫຼົ່ານີ້ຮັບໃຊ້ຜູ້ຄົນ ແລະ ເປັນປະໂຫຍດຕໍ່ພວກເຂົາໄດ້, ແລ້ວເຈົ້າກໍບໍ່ໄດ້ມີຄວາມສາມາດໃນການສ້າງສັນ. ເຈົ້າຕ້ອງສາມາດລົງມືປະຕິບັດງານ ແລະ ນຳໃຊ້ພື້ນຖານ, ຫຼັກການ, ກົດເກນ ແລະ ກົດລະບຽບຕ່າງໆໄດ້ຢ່າງແທ້ຈິງ, ເມື່ອນັ້ນຈຶ່ງຈະສາມາດເວົ້າໄດ້ວ່າເຈົ້າມີຄວາມສາມາດໃນການສ້າງສັນ. ສະເພາະແຕ່ຜູ້ທີ່ມີຄວາມສາມາດນີ້ເທົ່ານັ້ນຈຶ່ງເປັນຄົນທີ່ມີຂີດຄວາມສາມາດທີ່ດີ. ຕົວຢ່າງ: ຜູ້ນໍາ ແລະ ຜູ້ເຮັດວຽກ ຫຼື ຜູ້ກຳກັບດູແລບາງຄົນສາມາດຈັດຕັ້ງປະຕິບັດຫຼັກການ ແລະ ຂໍ້ກຳນົດຂອງເຮືອນຂອງພຣະເຈົ້າໄດ້ທັນທີຫຼັງຈາກທີ່ພວກເຂົາເຂົ້າໃຈສິ່ງເຫຼົ່ານັ້ນ. ພວກເຂົາຈັດຕັ້ງປະຕິບັດຫຼັກການຄວາມຈິງຂອງວຽກງານແຕ່ລະຢ່າງກັບປະຊາກອນທີ່ພຣະເຈົ້າເລືອກ, ຊ່ວຍໃຫ້ຜູ້ຄົນເຂົ້າໃຈຄວາມຈິງຫຼາຍຂຶ້ນ ແລະ ເຮັດໃຫ້ວຽກງານຂອງຄຣິສຕະຈັກດຳເນີນໄປຢ່າງເປັນລະບຽບ, ນັ້ນກໍຄື ເພື່ອໃຫ້ມັນໝູນວຽນຢ່າງເປັນບວກພາຍໃນຂອບເຂດຂອງຫຼັກການ, ພັດທະນາ ແລະ ກ້າວໜ້າຢ່າງຕໍ່ເນື່ອງ ໂດຍບໍ່ມີການບ່ຽງເບນ. ຜູ້ຄົນເຫັນຜົນຮັບຫຍັງຈາກສິ່ງນີ້? ທຸກຄົນເຮັດໃນສິ່ງທີ່ພວກເຂົາຄວນເຮັດພາຍໃນຂອບເຂດຂອງວຽກງານນີ້, ທຸກຄົນເຂົ້າໃຈຫຼັກການ ແລະ ກະທຳຕາມຫຼັກການ, ວຽກງານບໍ່ມີການບ່ຽງເບນ ແລະ ວຽກງານນີ້ກໍສ້າງຜົນຮັບໃໝ່ໆ ຫຼື ວຽກງານໃໝ່ໆຢ່າງຕໍ່ເນື່ອງ. ເຖິງແມ່ນວ່າຈະມີສະຖານະການພິເສດເກີດຂຶ້ນມາໃນຂະບວນການນັ້ນ, ຜູ້ກຳກັບດູແລກໍຈະຮູ້ວິທີຈັດການກັບສະຖານະການເຫຼົ່ານັ້ນຢ່າງຍືດຍຸ່ນຕາມພື້ນຖານ, ຂໍ້ກຳນົດ ແລະ ຫຼັກການຂອງວຽກງານ. ພາຍໃຕ້ການນຳພາຂອງພວກເຂົາ, ວຽກງານນີ້ດຳເນີນໄປໃນລັກສະນະທີ່ເປັນລະບຽບຢ່າງຕໍ່ເນື່ອງ ແລະ ໂດຍພື້ນຖານແລ້ວແມ່ນດຳເນີນໄປໂດຍບໍ່ຢຸດຢັ້ງ. ນັ້ນກໍຄື ບໍ່ວ່າສະຖານະການໃດຈະເກີດຂຶ້ນມາ, ບໍ່ວ່າໃຜຈະມາລົບກວນ ຫຼື ເຜີຍແຜ່ຄວາມຜິດພ້ຽນໃດໆກໍຕາມ, ມັນກໍຈະບໍ່ສົ່ງຜົນກະທົບຕໍ່ຄວາມຄືບໜ້າທີ່ເປັນລະບຽບຂອງວຽກງານ; ວຽກງານຍັງຄົງກ້າວໄປຂ້າງໜ້າຢ່າງຕໍ່ເນື່ອງ. ສາມາດເວົ້າໄດ້ບໍວ່າພື້ນຖານຂອງວຽກງານນີ້ ແລະ ຫຼັກການຄວາມຈິງໃນເລື່ອງນີ້ກຳລັງຖືກຮັກສາໄວ້ຢ່າງຕໍ່ເນື່ອງ? (ແມ່ນແລ້ວ). ຜ່ານການຈັດຕັ້ງປະຕິບັດ, ການຮັກສາໄວ້ ແລະ ຄວາມກ້າວໜ້າຂອງພື້ນຖານ ແລະ ຫຼັກການຂອງວຽກງານນີ້, ວຽກງານນີ້ຈຶ່ງບໍ່ຖືກຂັດຈັງຫວະ; ມັນຖືກຈັດຕັ້ງປະຕິບັດ ແລະ ຮັກສາໄວ້ຢ່າງເປັນລະບຽບຢ່າງຕໍ່ເນື່ອງ ແລະ ໃນເວລາດຽວກັນ ຜົນງານທີ່ດີກໍປາກົດຂຶ້ນໃນຊ່ວງເວລາທີ່ແຕກຕ່າງກັນ. ອິດທິພົນຂອງຜົນງານເຫຼົ່ານີ້ກຳລັງຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຜູ້ຄົນກໍໄດ້ຮັບຜົນປະໂຫຍດຈາກຜົນງານເຫຼົ່ານີ້ຫຼາຍຂຶ້ນເລື້ອຍໆ. ຄວາມຈິງແລ້ວ ຜູ້ທີ່ໄດ້ຮັບຜົນປະໂຫຍດແມ່ນກຳລັງໄດ້ຮັບຜົນປະໂຫຍດຈາກຫຼັກການ, ພື້ນຖານຕ່າງໆ ແລະ ແມ່ນແຕ່ຂໍ້ກຳນົດທີ່ຕາຍຕົວຂອງການຈັດແຈງວຽກງານທີ່ຜູ້ກຳກັບດູແລເຫຼົ່ານີ້ສາມາດຢັ່ງຮູ້ ແລະ ຍອມຮັບໄດ້. ນີ້ຄືຄວາມໝາຍຂອງການມີຄວາມສາມາດໃນການສ້າງສັນ. ນັ້ນກໍຄື ຄົນທີ່ມີຂີດຄວາມສາມາດທີ່ດີສາມາດຈັດຕັ້ງປະຕິບັດຫຼັກການວຽກງານ ແລະ ຫຼັກການຄວາມຈິງທີ່ພວກເຂົາຢັ່ງຮູ້ ແລະ ຍອມຮັບເຂົ້າໃນວຽກງານທີ່ພວກເຂົາຮັບຜິດຊອບຢ່າງຕໍ່ເນື່ອງ ແລະ ຈັດຕັ້ງປະຕິບັດສິ່ງເຫຼົ່ານັ້ນກັບທຸກຄົນ, ເຮັດໃຫ້ວຽກງານສາມາດດຳເນີນໄປຢ່າງເປັນລະບຽບ ຫຼື ກ້າວໄປຂ້າງໜ້າໄດ້. ໃນເວລາດຽວກັນ ຜົນງານກໍຈະຖືກສ້າງຂຶ້ນເປັນໄລຍະ ຫຼື ຢ່າງບໍ່ມີກຳນົດເວລາຕາຍຕົວ; ຜູ້ບໍ່ມີຄວາມເຊື່ອເອີ້ນສິ່ງນີ້ວ່າ “ການສ້າງຜົນງານ”, ນັ້ນກໍຄື ຜົນງານຈະປາກົດຂຶ້ນຢ່າງຕໍ່ເນື່ອງ ແລະ ການປາກົດຂຶ້ນຂອງຜົນງານເຫຼົ່ານີ້ກໍຈະນຳມາເຊິ່ງອິດທິພົນທີ່ຍິ່ງໃຫຍ່ຂຶ້ນ ແລະ ເຂົ້າເຖິງຜູ້ຄົນໄດ້ຫຼາຍຂຶ້ນໃນພາຍຫຼັງ. ໃນທີ່ສຸດແລ້ວ ຜູ້ຄົນທີ່ມີຄວາມສາມາດນີ້ສາມາດຂະຫຍາຍຜົນງານໄດ້ຢ່າງຕໍ່ເນື່ອງ ເພື່ອໃຫ້ຜູ້ຄົນໄດ້ຮັບຜົນປະໂຫຍດຫຼາຍຂຶ້ນເລື້ອຍໆ. ຄົນແບບນັ້ນຄືຄົນທີ່ມີຂີດຄວາມສາມາດທີ່ດີ. ເພື່ອປະເມີນຂີດຄວາມສາມາດຂອງເຈົ້າໂດຍຜ່ານຄວາມສາມາດໃນການສ້າງສັນຂອງເຈົ້າ, ມັນຈຳເປັນຕ້ອງເບິ່ງວ່າ ຫຼັງຈາກທີ່ຢັ່ງຮູ້ຫຼັກການວຽກງານ, ຂໍ້ກຳນົດຂອງວຽກງານ ແລະ ຫຼັກການຄວາມຈິງແລ້ວ, ຄວາມສາມາດໃນການຈັດຕັ້ງປະຕິບັດ, ການກ້າວໜ້າ ແລະ ການຂະຫຍາຍສິ່ງເຫຼົ່ານັ້ນຂອງເຈົ້າເປັນແນວໃດ; ນັ້ນກໍຄື ຄວາມສາມາດໃນການຮັກສາວຽກງານນີ້ຂອງເຈົ້າເປັນແນວໃດ. ອັນດັບທີສອງ ມັນຈຳເປັນຕ້ອງເບິ່ງວ່າວຽກງານທີ່ເຈົ້າເຮັດເຂົ້າເຖິງຜູ້ຄົນຫຼາຍສ່ຳໃດ, ຂອບເຂດຂອງຜູ້ທີ່ເຂົ້າເຖິງນັ້ນກວ້າງຂວາງສໍ່າໃດ, ລະດັບຂອງອິດທິພົນນັ້ນຍິ່ງໃຫຍ່ສໍ່າໃດ ແລະ ປະສິດທິພາບ ແລະ ຜົນຮັບໃນວຽກງານຂອງເຈົ້າເປັນແນວໃດ. ຖ້າປະສິດທິພາບໃນການເຮັດວຽກຂອງເຈົ້າສູງ, ຜົນງານຂອງເຈົ້າດີ ແລະ ຂອບເຂດຂອງຜູ້ທີ່ເຂົ້າເຖິງຂະຫຍາຍຕົວຢ່າງຕໍ່ເນື່ອງ ແລ້ວຂີດຄວາມສາມາດຂອງເຈົ້າກໍດີ. ຖ້າຈຳນວນຜູ້ຄົນທີ່ເຂົ້າເຖິງມີໜ້ອຍ, ປະສິດທິພາບໃນການເຮັດວຽກຕໍ່າ, ຜົນຮັບບໍ່ດີ ແລະ ມີການເຮັດວຽກຄືນໃໝ່, ການຢຸດສະງັກ ແລະ ການອຸດຊ່ອງຫວ່າງຢູ່ຕະຫຼອດເວລາ ແລ້ວຂີດຄວາມສາມາດຂອງເຈົ້າກໍປານກາງ. ຖ້າຄົນໃດໜຶ່ງຢັ່ງຮູ້ຫຼັກການວຽກງານ, ການຈັດແຈງວຽກງານ ແລະ ດ້ານອື່ນໆໄດ້ດີ ແລະ ໄວພໍສົມຄວນ ແຕ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດຂອງພວກເຂົາຊ້າຫຼາຍ ແລະ ປະສິດທິພາບຂອງພວກເຂົາກໍຕໍ່າຫຼາຍ, ພາຍໃຕ້ສະຖານະການປົກກະຕິ ຜົນຮັບອາດຈະຖືກສ້າງຂຶ້ນພາຍໃນໜຶ່ງເດືອນ ແຕ່ພວກເຂົາໃຊ້ເວລາສາມເດືອນ ຫຼື ເຖິງກັບຫົກເດືອນ ແລະ ຜົນຮັບທີ່ສ້າງຂຶ້ນກໍຍັງເປັນພຽງປານກາງ, ຈຳນວນຜູ້ຄົນທີ່ເຂົ້າເຖິງກໍມີໜ້ອຍ ແລະ ຜົນປະໂຫຍດຕໍ່ຜູ້ຄົນກໍບໍ່ມີຄວາມໝາຍສຳຄັນ, ຄົນແບບນັ້ນຄືຄົນທີ່ມີຂີດຄວາມສາມາດປານກາງ.
ບາງຄົນ ຫຼັງຈາກທີ່ເຂົ້າໃຈຫຼັກການ ຫຼື ພື້ນຖານບາງຢ່າງແລ້ວ ກໍພຽງແຕ່ເຂົ້າໃຈຄວາມໝາຍຕາມຕົວອັກສອນໃນເວລານັ້ນ ແລະ ບໍ່ສາມາດເຊື່ອມໂຍງມັນເຂົ້າກັບຜູ້ຄົນ, ເຫດການ ຫຼື ສິ່ງຕ່າງໆໃນວຽກງານຂອງພວກເຂົາທີ່ກ່ຽວຂ້ອງກັບຫຼັກການ ຫຼື ພື້ນຖານເຫຼົ່ານີ້ໄດ້ເລີຍ. ພວກເຂົາພຽງແຕ່ຟັງຫຼັກການ ແລະ ພື້ນຖານເຫຼົ່ານັ້ນເປັນຄືກັບກົດລະບຽບ ຫຼື ຫຼັກຄຳສອນ ແລະ ຫຼັງຈາກທີ່ໄດ້ຍິນສິ່ງເຫຼົ່ານັ້ນແລ້ວ ໃນໃຈຂອງພວກເຂົາກໍບໍ່ໄດ້ວາງແຜນໃດໆ ແລະ ບໍ່ຮູ້ວິທີທີ່ຈະຈັດຕັ້ງປະຕິບັດພວກມັນ ຫຼື ວິທີທີ່ຈະນຳໃຊ້ການຈັດແຈງວຽກງານ ແລະ ພື້ນຖານ ຫຼື ຫຼັກການທີ່ພວກເຂົາເຂົ້າໃຈເຂົ້າໃນຊີວິດຈິງ. ໂດຍພື້ນຖານແລ້ວ ພວກເຂົາບໍ່ສາມາດເຊື່ອມໂຍງລະຫວ່າງຊີວິດຈິງ ແລະ ພື້ນຖານ ຫຼື ຫຼັກການເຫຼົ່ານີ້ໄດ້ເລີຍ. ເມື່ອເວົ້າເຖິງຊີວິດຈິງ ຫຼື ວຽກງານ ພວກເຂົາກໍປະຖິ້ມຫຼັກການ, ພື້ນຖານ ແລະ ກົດເກນການພັດທະນາຂອງສິ່ງຕ່າງໆ, ບໍ່ສາມາດນຳໃຊ້ສິ່ງເຫຼົ່ານັ້ນໄດ້ ແລະ ພຽງແຕ່ເຮັດໃນສິ່ງທີ່ພວກເຂົາຢາກເຮັດ. ຕອນນີ້ພວກເຮົາຈະບໍ່ເວົ້າເຖິງວ່າຄວາມເປັນມະນຸດຂອງພວກເຂົານັ້ນດີ ຫຼື ບໍ່ດີ ຫຼື ລັກສະນະຂອງພວກເຂົາເປັນແນວໃດ ຫຼື ພວກເຂົາຕັ້ງໃຈທີ່ຈະບໍ່ເຮັດບາງສິ່ງບາງຢ່າງ ຫຼື ບໍ່ ຫຼື ພວກເຂົາບໍ່ຢາກເຮັດບາງສິ່ງບາງຢ່າງ ຫຼື ບໍ່, ພຽງແຕ່ໃນແງ່ຂອງຂີດຄວາມສາມາດ ຄົນແບບນັ້ນກໍມີຂີດຄວາມສາມາດທີ່ຕ່ຳແລ້ວ. ບໍ່ວ່າພວກເຂົາຈະໄປໃສ ພວກເຂົາກໍສາມາດເວົ້າຫຼັກຄຳສອນໄດ້ຢ່າງຫຼວງຫຼາຍ, ເວົ້າກ່ຽວກັບພື້ນຖານບາງຢ່າງ ແລະ ສົນທະນາກ່ຽວກັບສິ່ງທີ່ເອີ້ນວ່າກົດເກນການພັດທະນາຂອງສິ່ງຕ່າງໆກັບຄົນອື່ນ. ພວກເຂົາເບິ່ງຄືວ່າມີລະດັບຂອງຄວາມຄິດທີ່ຂ້ອນຂ້າງສູງ ແລະ ມີຄວາມສາມາດໃນການຢັ່ງຮູ້ ແລະ ພວກເຂົາເບິ່ງຄືວ່າມີຂີດຄວາມສາມາດຢູ່ແດ່. ເຖິງຢ່າງໃດກໍຕາມ ເມື່ອພວກເຂົາໄດ້ຮັບມອບໝາຍວຽກງານໃດໜຶ່ງ ເວລາຜ່ານໄປໜຶ່ງ ຫຼື ສອງເດືອນກໍບໍ່ມີຜົນຮັບໃດໆ ແລະ ບໍ່ໄດ້ຍິນຄວາມຄືບໜ້າໃດໆຈາກພວກເຂົາເລີຍ. ໃນຕອນທີ່ສະແດງຄວາມຕັ້ງໃຈຂອງພວກເຂົາ ພວກເຂົາເວົ້າໄດ້ດີຫຼາຍ ແຕ່ເມື່ອເຖິງເວລາທີ່ຕ້ອງລົງມືເຮັດແທ້ໆ ພວກເຂົາກໍບໍ່ຮູ້ວ່າຕ້ອງເຮັດແນວໃດ. “ເບື້ອງເທິງໄດ້ອະທິບາຍຫຼັກການຢ່າງຊັດເຈນຫຼາຍແລ້ວ ແລ້ວຕອນນີ້ຂ້ອຍຄວນເຮັດແນວໃດ? ຂ້ອຍຄວນແຕ່ງຕັ້ງໃຜເປັນຜູ້ກຳກັບດູແລ, ໃຜເປັນຜູ້ເທດສະໜາ ແລະ ໃຜຄວນຈັດການກັບວຽກງານພາຍນອກ? ຂ້ອຍບໍ່ຮູ້ວ່າຈະເຮັດແນວໃດ! ແຕ່ຂ້ອຍໄດ້ເວົ້າໂອ້ອວດ ແລະ ສະແດງຄວາມຕັ້ງໃຈຂອງຂ້ອຍໄປແລ້ວ ສະນັ້ນ ຂ້ອຍຈຶ່ງຕ້ອງເຮັດມັນ!” ພວກເຂົາກັງວົນຫຼາຍຈົນເກີດອາການຮ້ອນໃນ ແລະ ເປັນແຜໃນປາກ, ກິນບໍ່ໄດ້ ຫຼື ນອນບໍ່ຫຼັບ, ຈົບລົງດ້ວຍສະພາບທີ່ວຸ້ນວາຍ ແລະ ໝົດປັນຍາ ແຕ່ພວກເຂົາກໍຍັງບໍ່ຮູ້ວ່າຈະເຮັດແນວໃດ. ສິ່ງເຫຼົ່ານີ້ຄືການສະແດງອອກຂອງຄົນທີ່ມີຂີດຄວາມສາມາດທີ່ຕ່ຳ. ບໍ່ຕ້ອງສົນໃຈວ່າ ເມື່ອມີການຈັດແຈງວຽກງານໃຫ້ພວກເຂົາ ພວກເຂົາຈະໃຫ້ຄຳປະຕິຍານຢ່າງໜັກແໜ້ນ ແລະ ສະແດງຄວາມຕັ້ງໃຈຂອງພວກເຂົາແນວໃດ, ເວົ້າຄຳເວົ້າທີ່ໂອ້ອວດ ແລະ ຍິ່ງໃຫຍ່ດ້ວຍຄວາມຫ້າວຫັນແບບນັ້ນ, ເຈົ້າຕ້ອງເບິ່ງວ່າພວກເຂົາສາມາດເຮັດວຽກນັ້ນໄດ້ ຫຼື ບໍ່, ພວກເຂົາມີຂັ້ນຕອນ ແລະ ແຜນການ ຫຼື ບໍ່ ແລະ ພວກເຂົາເຂົ້າໃຈວິທີການຈັດຕັ້ງປະຕິບັດການຈັດແຈງວຽກງານ ແລະ ກະທຳຕາມຫຼັກການ ຫຼື ບໍ່. ຖ້າພວກເຂົາບໍ່ເຂົ້າໃຈ ຫຼື ບໍ່ສາມາດເຮັດສິ່ງນີ້ໄດ້ ແລ້ວພວກເຂົາກໍມີຂີດຄວາມສາມາດທີ່ຕ່ຳ. ຖ້າພວກເຂົາເຂົ້າໃຈພຽງແຕ່ຫຼັກຄຳສອນ ແຕ່ບໍ່ສາມາດນຳໃຊ້ຫຼັກການໄດ້ ແລະ ພຽງແຕ່ກະທຳຢ່າງຫຼັບຫູຫຼັບຕາ ແລະ ຢ່າງປະໝາດ ສິ່ງນີ້ກໍສະແດງໃຫ້ເຫັນເຖິງຂີດຄວາມສາມາດທີ່ຕ່ຳເຊັ່ນກັນ. ຕາບໃດທີ່ເຈົ້າບໍ່ສາມາດຈັດຕັ້ງປະຕິບັດຫຼັກການ, ພື້ນຖານ ຫຼື ກົດເກນການພັດທະນາຂອງສິ່ງຕ່າງໆ ຢ່າງມີປະສິດທິພາບ ແລະ ສອດຄ່ອງກັບຊີວິດຈິງ ແລ້ວບໍ່ວ່າເຈົ້າຈະກັງວົນ ແລະ ລົກລົນ ຫຼື ເຈົ້າຈະເຮັດຄວາມຊົ່ວຢ່າງບໍ່ຢ້ານກົວກໍຕາມ ສິ່ງເຫຼົ່ານີ້ກໍຄືການສະແດງອອກຂອງຂີດຄວາມສາມາດທີ່ຕ່ຳ. ຄຳເວົ້າເຫຼົ່ານີ້ຖືກຕ້ອງບໍ? (ຖືກຕ້ອງ). ບາງຄົນກະທຳຢ່າງຫຼັບຫູຫຼັບຕາ ໃນຂະນະທີ່ຄົນອື່ນບໍ່ຮູ້ວ່າຈະເຮັດແນວໃດ ແລະ ບໍ່ກ້າທີ່ຈະເຮັດ, ພວກເຂົາເຖິງກັບບໍ່ຮູ້ວ່າຈະເລີ່ມຕົ້ນຈາກບ່ອນໃດ. ການສະແດງອອກທີ່ສະເພາະເຈາະຈົງຂອງຄົນທີ່ມີຂີດຄວາມສາມາດທີ່ຕ່ຳ ໃນແງ່ຂອງຄວາມສາມາດໃນການສ້າງສັນຂອງພວກເຂົາກໍຄື ພວກເຂົາບໍ່ຮູ້ວິທີທີ່ຈະນຳໃຊ້ພື້ນຖານ ແລະ ຫຼັກການເຂົ້າໃນວຽກງານຕົວຈິງທີ່ສະເພາະເຈາະຈົງ, ພວກເຂົາສາມາດພຽງແຕ່ຮຽນແບບຄຳເວົ້າ, ຮຽນຮູ້ຫຼັກຄຳສອນ ແລະ ຈື່ຈຳກົດລະບຽບເທົ່ານັ້ນ. ການພຽງແຕ່ຈື່ຈຳຫຼັກຄຳສອນ ແລະ ກົດລະບຽບນັ້ນເປັນເລື່ອງໄຮ້ປະໂຫຍດ ແລະ ບໍ່ໄດ້ບົ່ງບອກວ່າເຈົ້າມີຄວາມສາມາດໃນການສ້າງສັນ. ການທີ່ເຈົ້າມີຄວາມສາມາດໃນການສ້າງສັນ ຫຼື ບໍ່ນັ້ນ ຈະເຫັນໄດ້ຊັດເຈນຈາກການທີ່ເຈົ້າສາມາດຈັດຕັ້ງປະຕິບັດພື້ນຖານ, ຫຼັກການ ແລະ ກົດລະບຽບເຫຼົ່ານີ້ເຂົ້າໃນຊີວິດຈິງໄດ້ ຫຼື ບໍ່ ໂດຍການເຮັດວຽກງານທີ່ກ່ຽວຂ້ອງກັບພື້ນຖານ ແລະ ຫຼັກການເຫຼົ່ານີ້ໃຫ້ດີ ເພື່ອບໍ່ໃຫ້ພື້ນຖານ ແລະ ຫຼັກການເຫຼົ່ານີ້ຍັງຄົງເປັນພຽງຄຳເວົ້າ ແລະ ຫຼັກຄຳສອນ, ກົດລະບຽບ ແລະ ສູດຕາຍຕົວ ແຕ່ໄດ້ຮັບການຈັດຕັ້ງປະຕິບັດເຂົ້າໃນຊີວິດຂອງຜູ້ຄົນ ແລະ ນຳໃຊ້ກັບຜູ້ຄົນ, ເຮັດໃຫ້ຜູ້ຄົນສາມາດນຳໃຊ້ສິ່ງເຫຼົ່ານີ້ ແລະ ໄດ້ຮັບຜົນປະໂຫຍດ ແລະ ຄວາມຊ່ວຍເຫຼືອຈາກສິ່ງເຫຼົ່ານີ້, ເຮັດໃຫ້ພວກມັນກາຍເປັນເສັ້ນທາງສຳລັບການປະຕິບັດໃນຊີວິດ ຫຼື ເປັນການຊີ້ແນະ, ທິດທາງ ແລະ ເປົ້າໝາຍສຳລັບການດຳລົງຊີວິດ. ຖ້າຄົນໃດໜຶ່ງຂາດຄວາມສາມາດໃນການສ້າງສັນນີ້ ແລະ ຮູ້ພຽງແຕ່ວິທີການເວົ້າຄຳເວົ້າ ແລະ ຫຼັກຄຳສອນ ແລະ ຮ້ອງຄຳຂວັນ ແລະ ບໍ່ສາມາດນຳໃຊ້ຫຼັກການ ແລະ ພື້ນຖານເຫຼົ່ານີ້ໄດ້ເມື່ອເຖິງເວລາທີ່ຕ້ອງປະຕິບັດໜ້າທີ່ຂອງພວກເຂົາ ຜູ້ທີ່ຕິດຕາມຜູ້ນໍາ ຫຼື ຜູ້ກຳກັບດູແລແບບນັ້ນກໍຈະບໍ່ໄດ້ຮັບຫຼັກການຂອງການປະຕິບັດໃນຄວາມຈິງດ້ານນີ້. ຜູ້ນໍາ ຫຼື ຜູ້ກຳກັບດູແລແບບນັ້ນຄືຄົນທີ່ມີຂີດຄວາມສາມາດທີ່ຕ່ຳ, ບໍ່ມີຄວາມສາມາດໃນການເຮັດວຽກ ແລະ ຄວນຖືກລາຍງານ ແລະ ປົດອອກເມື່ອຖືກລະບຸຕົວ. ເພື່ອປະເມີນວ່າຄົນໃດໜຶ່ງສາມາດແບກຮັບວຽກງານໃດໜຶ່ງໄດ້ ຫຼື ບໍ່, ກ່ອນອື່ນ ເຈົ້າຕ້ອງເບິ່ງວ່າ ຫຼັງຈາກທີ່ພວກເຂົາອ່ານການຈັດແຈງວຽກງານ ແລະ ເຂົ້າໃຈຫຼັກການຄວາມຈິງແລ້ວ ພວກເຂົາສາມາດຈັດແຈງ ແລະ ຈັດຕັ້ງປະຕິບັດສິ່ງເຫຼົ່ານັ້ນ ແລະ ເຮັດໃຫ້ວຽກງານດຳເນີນໄປໄດ້ ຫຼື ບໍ່. ບໍ່ວ່າຈະມີຄົນຫຼາຍສ່ຳໃດໃນຄຣິສຕະຈັກກໍຕາມ ຖ້າພວກເຂົາເຮັດໃຫ້ວຽກງານທຸກຢ່າງຂອງຄຣິສຕະຈັກດຳເນີນໄປໄດ້ ແລະ ບໍ່ວ່າພວກເຂົາຈະຮັບຜິດຊອບວຽກງານຂອງຄົນຈຳນວນຫຼາຍສ່ຳໃດກໍຕາມ, ບໍ່ວ່າຈະເປັນຫ້າສິບ ຫຼື ໜຶ່ງຮ້ອຍຄົນ, ພວກເຂົາກໍສາມາດເຮັດໃຫ້ວຽກງານກ້າວໜ້າໄປໄດ້ ໂດຍຮັບປະກັນວ່າທຸກຄົນມີຕຳແໜ່ງທີ່ເໝາະສົມຂອງຕົນເອງ ແລະ ສາມາດເຮັດວຽກ ແລະ ປະຕິບັດໜ້າທີ່ຂອງພວກເຂົາຕາມຫຼັກການຄວາມຈິງໄດ້ ແລ້ວຄົນແບບນັ້ນກໍສາມາດໄດ້ຮັບການພິຈາລະນາເພື່ອເລືອກຕັ້ງເປັນຜູ້ນໍາ ຫຼື ຜູ້ກຳກັບດູແລໄດ້. ແນ່ນອນ ເຈົ້າຍັງຕ້ອງເບິ່ງວ່າລັກສະນະຂອງພວກເຂົາເປັນແນວໃດ, ພວກເຂົາເປັນຄົນທີ່ເໝາະສົມ ຫຼື ບໍ່ ແລະ ພວກເຂົາເປັນຄົນທີ່ໄລ່ຕາມເສາະຫາຄວາມຈິງ ຫຼື ບໍ່, ການຮູ້ສິ່ງເຫຼົ່ານີ້ເປັນສິ່ງຈຳເປັນ! ຜູ້ນໍາ ຫຼື ຜູ້ເຮັດວຽກຢ່າງໜ້ອຍທີ່ສຸດຕ້ອງມີຂີດຄວາມສາມາດ ແລະ ວຸດທິພາວະໃນດ້ານເຫຼົ່ານີ້ ເພື່ອທີ່ຈະນໍາພາປະຊາກອນທີ່ພຣະເຈົ້າເລືອກເຂົ້າສູ່ຄວາມເປັນຈິງຄວາມຈິງ ແລະ ເພື່ອໃຫ້ທຸກຄົນສາມາດເຮັດວຽກ ແລະ ປະຕິບັດໜ້າທີ່ຂອງພວກເຂົາຕາມການຈັດແຈງວຽກງານ ຫຼື ຫຼັກການຄວາມຈິງໄດ້, ດ້ວຍວິທີນີ້ ປະຊາກອນທີ່ພຣະເຈົ້າເລືອກຈຶ່ງສາມາດໄດ້ຮັບຜົນປະໂຫຍດຈາກພວກເຂົາ. ຖ້າພວກເຂົາບໍ່ມີຄວາມສາມາດນີ້ ແລ້ວພວກເຂົາກໍບໍ່ສາມາດຖືກເລືອກໄດ້. ຖ້າເຈົ້າເລືອກຄົນແບບນັ້ນ ເຖິງແມ່ນວ່າການຢູ່ຊື່ໆໂດຍບໍ່ເຮັດວຽກຫຍັງເລີຍໃນທຸກໆວັນໃນຂະນະທີ່ເຈົ້າຕິດຕາມພວກເຂົາອາດຈະນຳຄວາມສະບາຍມາສູ່ເນື້ອໜັງຂອງເຈົ້າ ແຕ່ເຈົ້າຈະຮູ້ສຶກເຕັມອີ່ມໃນວິນຍານຂອງເຈົ້າບໍ? ຖ້າເຈົ້າໃຊ້ເວລາຫຼາຍຊົ່ວໂມງໃນທຸກໆວັນໃນການເຕົ້າໂຮມເພື່ອຟັງພວກເຂົາເທດສະໜາຫຼັກຄຳສອນ ແຕ່ບໍ່ໄດ້ເຮັດວຽກງານຕົວຈິງໃດໆເລີຍ ສິ່ງນີ້ແມ່ນການປະຕິບັດໜ້າທີ່ຂອງເຈົ້າບໍ? (ບໍ່). ພວກເຂົາເທດສະໜາຫຼັກຄຳສອນໃຫ້ເຈົ້າຟັງທຸກວັນ ແລະ ໃນຂະນະທີ່ຫູຂອງເຈົ້າອາດຈະໄດ້ຟັງຈົນພໍໃຈ ແຕ່ເຈົ້າບໍ່ໄດ້ປະຕິບັດໜ້າທີ່ຂອງເຈົ້າ ແລະ ພຽງແຕ່ຕິດຕາມພວກເຂົາໃນການໃຊ້ຊີວິດໄປວັນໆຢ່າງບໍ່ມີຈຸດໝາຍ. ໃນກໍລະນີນັ້ນ ເຈົ້າກໍຖືກພວກເຂົາເຮັດໃຫ້ຫຼົງຜິດ ແລະ ຖືກກີດກັນ. ຖ້າເຈົ້າເອົາແຕ່ຟັງພວກເຂົາເວົ້າຄຳເວົ້າ ແລະ ຫຼັກຄຳສອນທີ່ແຫ້ງແລ້ງເຫຼົ່ານັ້ນ ແລະ ໃນທີ່ສຸດກໍບໍ່ໄດ້ປະຕິບັດໜ້າທີ່ຂອງເຈົ້າ ຫຼື ສະແດງຄວາມຊື່ສັດ ແລະ ບໍ່ມີປະສົບການຈິງໃນຄວາມຈິງ, ບໍ່ໄດ້ຖວາຍຄວາມຊື່ສັດໃນສິ່ງທີ່ພຣະເຈົ້າໄດ້ມອບໝາຍໃຫ້ເຈົ້າ, ບໍ່ໄດ້ເຮັດໃຫ້ວຽກງານດຳເນີນໄປໄດ້ ຫຼື ບັນລຸຜົນຮັບໃດໆເລີຍ, ຈົນເມື່ອພຣະເຈົ້າຖາມຫາຜົນຮັບຈາກຜູ້ຄົນ ເຈົ້າກໍບໍ່ມີຫຍັງທີ່ຈະນຳສະເໜີ, ເຈົ້າຈະບໍ່ໄດ້ຮັບຄວາມເສຍຫາຍບໍ? ສະນັ້ນ ຖ້າກ່ອນໜ້ານີ້ເຈົ້າຄິດວ່າຄົນແບບນັ້ນເປັນຜູ້ສະໝັກໃນຖານະຜູ້ນໍາ ຕອນນີ້ຈົ່ງຟ້າວປ່ຽນມຸມມອງຂອງເຈົ້າ ແລະ ຂີດຊື່ຄົນແບບນັ້ນອອກຈາກລາຍຊື່ຜູ້ສະໝັກຂອງເຈົ້າ. ພວກເຂົາຕ້ອງບໍ່ຖືກເລືອກໃຫ້ເປັນຜູ້ນໍາ. ຄົນທີ່ມີຂີດຄວາມສາມາດທີ່ຕ່ຳ ແລະ ບໍ່ມີຄວາມສາມາດໃນການສ້າງສັນມີຂໍ້ບົກພ່ອງຢູ່ບ່ອນໃດ? ພວກເຂົາບົກພ່ອງ ໃນການທີ່ພວກເຂົາຮູ້ພຽງແຕ່ວິທີເຮັດປາກເກັ່ງ ໃນຂະນະທີ່ບໍ່ເຄີຍຮູ້ວິທີການນຳໃຊ້ແນວຄິດຂອງພວກເຂົາເຂົ້າໃນວຽກງານໃນຊີວິດຈິງ ແລະ ໃນການທີ່ພວກເຂົາບໍ່ສາມາດເຮັດວຽກງານຕົວຈິງໄດ້. ຜົນສະທ້ອນຈະເປັນແນວໃດຖ້າຄົນແບບນັ້ນກາຍເປັນຜູ້ນໍາ? ພວກເຂົາກໍຈະມີແຕ່ເຮັດໃຫ້ວຽກງານວຸ້ນວາຍໄປໝົດ. ຖ້າພວກເຂົາຮັບໃຊ້ໃນຖານະຜູ້ນໍາຄຣິສຕະຈັກໃນຈີນແຜ່ນດິນໃຫຍ່ ພວກເຂົາກໍຈະນຳພາທັງຄຣິສຕະຈັກໄປສູ່ຄວາມພິນາດ. ບໍ່ພຽງແຕ່ພວກເຂົາຈະລົ້ມເຫຼວໃນການໄດ້ຮັບຄວາມຈິງດ້ວຍຕົນເອງເທົ່ານັ້ນ ແຕ່ຊີວິດຂອງຜູ້ທີ່ພວກເຂົານຳພາກໍຈະໄດ້ຮັບຄວາມເສຍຫາຍເຊັ່ນກັນ. ຖ້າເຈົ້າສາມາດລະບຸຄົນແບບນັ້ນໄດ້ທັນທີ ແລະ ປົດພວກເຂົາອອກ ກໍຈະສາມາດຫຼີກລ່ຽງໄພພິບັດບາງຢ່າງໄດ້ ແລະ ວຽກງານຂອງຄຣິສຕະຈັກກໍຈະບໍ່ຕ້ອງໄດ້ຮັບຄວາມເສຍຫາຍ. ແຕ່ຖ້າເຈົ້າຍັງຄົງເປັນຜູ້ຕິດຕາມພາຍໃຕ້ຄົນແບບນັ້ນ ແລະ ຍອມຮັບການນຳພາຂອງພວກເຂົາ ແລ້ວຄວາມຫວັງໃນການບັນລຸຄວາມລອດພົ້ນຂອງເຈົ້າກໍອາດຈະຖືກພວກເຂົາທຳລາຍໄປ ແລະ ໂອກາດສຳລັບຄວາມລອດພົ້ນຂອງເຈົ້າກໍຈະໝົດໄປ. ສະນັ້ນ ຄວາມສາມາດໃນການສ້າງສັນຈຶ່ງເປັນຄວາມສາມາດທີ່ສຳຄັນສຳລັບຜູ້ນໍາ ຫຼື ຜູ້ເຮັດວຽກ ຫຼື ຜູ້ກຳກັບດູແລ. ຖ້າເຈົ້າຂາດຂີດຄວາມສາມາດ ແລະ ຄວາມສາມາດພື້ນຖານໃນການເຮັດວຽກ ເຈົ້າກໍຕ້ອງລະມັດລະວັງຢ່າງແນ່ນອນ ແລະ ບໍ່ພຽງແຕ່ບຸກທະລຸໄປຂ້າງໜ້າດ້ວຍຄວາມຫ້າວຫັນ ແລະ ເຈົ້າຕ້ອງບໍ່ຢາກເຮັດຕົວໃຫ້ໂດດເດັ່ນຢູ່ສະເໝີ ແລະ ຢາກເປັນຜູ້ນໍາ ຫຼື ຜູ້ກຳກັບດູແລຢູ່ສະເໝີ. ການເຮັດເຊັ່ນນັ້ນບໍ່ພຽງແຕ່ກີດກັນຕົວເຈົ້າເອງເທົ່ານັ້ນ ແຕ່ຍັງກີດກັນຄົນອື່ນຈາກການບັນລຸຄວາມລອດພົ້ນອີກດ້ວຍ. ຖ້າເຈົ້າກີດກັນພຽງແຕ່ຕົວເຈົ້າເອງ ມັນກໍເປັນພຽງຄວາມຕາຍຂອງເຈົ້າເອງທີ່ເຈົ້າໄດ້ກໍ່ຂຶ້ນ ແຕ່ຖ້າເຈົ້າກີດກັນອ້າຍເອື້ອຍນ້ອງ ເຈົ້າບໍ່ໄດ້ກຳລັງທຳຮ້າຍຄົນຈຳນວນຫຼາຍຢູ່ບໍ? ເຈົ້າອາດຈະບໍ່ສົນໃຈຊີວິດຂອງເຈົ້າເອງ ແຕ່ຄົນອື່ນສົນໃຈຊີວິດຂອງພວກເຂົາ. ຍິ່ງໄປກວ່ານັ້ນ ການກີດກັນຊີວິດປະຈຳວັນ ຫຼື ຄວາມສຳເລັດທາງການເງິນຂອງເຈົ້າເອງບໍ່ແມ່ນເລື່ອງໃຫຍ່ ແຕ່ການກີດກັນວຽກງານຂອງຄຣິສຕະຈັກບໍ່ແມ່ນເລື່ອງນ້ອຍໆ. ເຈົ້າສາມາດແບກຮັບຄວາມຮັບຜິດຊອບແບບນັ້ນໄດ້ບໍ? ຖ້າເຈົ້າເປັນຄົນທີ່ມີສະຕິຮູ້ສຶກຜິດຊອບຢ່າງແທ້ຈິງ ແລະ ຮູ້ສຶກວ່າເລື່ອງນີ້ແບກຮັບຄວາມຮັບຜິດຊອບທີ່ມີຄວາມໝາຍສຳຄັນ, ການກີດກັນວຽກງານຂອງຄຣິສຕະຈັກບໍ່ແມ່ນສິ່ງທີ່ເຈົ້າສາມາດແບກຮັບຄວາມຮັບຜິດຊອບໄດ້ ແລ້ວເຈົ້າກໍຕ້ອງບໍ່ຫັນໄປໃຊ້ວິທີການໃດກໍຕາມທີ່ຈຳເປັນເພື່ອໂອ້ອວດ ແລະ ຍາດແຍ່ງການເປັນຜູ້ນໍາຢ່າງເດັດຂາດ. ຖ້າເຈົ້າຂາດຂີດຄວາມສາມາດ ແລະ ວຸດທິພາວະ ກໍຢ່າພະຍາຍາມທີ່ຈະເຮັດຕົວໃຫ້ໂດດເດັ່ນຢູ່ສະເໝີ. ຢ່າກີດກັນວຽກງານຂອງຄຣິສຕະຈັກ ຫຼື ກີດກັນປະຊາກອນທີ່ພຣະເຈົ້າເລືອກຈາກການເຂົ້າສູ່ຄວາມຈິງ ແລະ ການໄດ້ຮັບຈຸດໝາຍປາຍທາງທີ່ດີພຽງເພື່ອຕອບສະໜອງຄວາມປາຖະໜາໃນອຳນາດຂອງເຈົ້າ, ນີ້ຄືຄວາມຊົ່ວຊ້າ! ເຈົ້າຄວນມີການຮູ້ຈັກຕົນເອງຢູ່ແດ່. ຈົ່ງເຮັດໃນສິ່ງທີ່ເຈົ້າສາມາດເຮັດໄດ້ ແລະ ຢ່າປາຖະໜາທີ່ຈະເປັນຜູ້ນໍາຢູ່ສະເໝີ. ນອກເໜືອຈາກການເປັນຜູ້ນໍາແລ້ວ ຍັງມີໜ້າທີ່ອື່ນໆອີກຫຼາຍໜ້າທີ່ທີ່ເຈົ້າສາມາດເຮັດໄດ້. ການເປັນຜູ້ນໍາບໍ່ແມ່ນສິດທິພິເສດຂອງເຈົ້າ ແລະ ບໍ່ຄວນເປັນການໄລ່ຕາມເສາະຫາຂອງເຈົ້າ. ຖ້າເຈົ້າມີຂີດຄວາມສາມາດ ແລະ ວຸດທິພາວະທີ່ຈະເປັນຜູ້ນໍາ ແລະ ເຈົ້າຍັງມີຄວາມຮູ້ສຶກແບກຮັບພາລະ ແລ້ວມັນກໍດີກວ່າທີ່ຈະປ່ອຍໃຫ້ຄົນອື່ນເລືອກຕັ້ງເຈົ້າ. ການປະຕິບັດນີ້ເປັນປະໂຫຍດຕໍ່ວຽກງານຂອງຄຣິສຕະຈັກ ແລະ ທຸກຄົນທີ່ກ່ຽວຂ້ອງ. ຖ້າເຈົ້າຂາດຂີດຄວາມສາມາດທີ່ຈະເປັນຜູ້ນໍາ ເຈົ້າກໍຄວນສະແດງຄວາມເມດຕາອອກມາແດ່ ແລະ ຮັບຜິດຊອບຕໍ່ອະນາຄົດຂອງຄົນອື່ນແດ່. ຢ່າຍາດແຍ່ງທີ່ຈະເປັນຜູ້ນໍາຢູ່ສະເໝີ ແລະ ຢ່າກີດກັນຄົນອື່ນ. ການຢາກເປັນຜູ້ນໍາ ແລະ ຮັບຜິດຊອບວຽກງານຂອງຄຣິສຕະຈັກທັງທີ່ມີຂີດຄວາມສາມາດທີ່ຕ່ຳນັ້ນສະແດງໃຫ້ເຫັນເຖິງການຂາດເຫດຜົນ. ຖ້າເຈົ້າຂາດຂີດຄວາມສາມາດ ແລະ ວຸດທິພາວະ ກໍພຽງແຕ່ປະຕິບັດໜ້າທີ່ຂອງເຈົ້າເອງໃຫ້ດີ. ການປະຕິບັດໜ້າທີ່ຂອງເຈົ້າໃຫ້ສຳເລັດຢ່າງແທ້ຈິງສະແດງໃຫ້ເຫັນວ່າເຈົ້າມີເຫດຜົນຢູ່ແດ່. ຈົ່ງເຮັດວຽກງານໃດກໍຕາມທີ່ເຈົ້າສາມາດເຮັດໄດ້ຕາມຄວາມສາມາດຂອງເຈົ້າ; ຢ່າມີຄວາມທະເຍີທະຍານ ແລະ ຄວາມປາຖະໜາ. ຢ່າພຽງແຕ່ສະແຫວງຫາທີ່ຈະຕອບສະໜອງຄວາມປາຖະໜາສ່ວນຕົວຂອງເຈົ້າໃນຂະນະທີ່ລະເລີຍວຽກງານຂອງຄຣິສຕະຈັກ, ສິ່ງນີ້ທຳຮ້າຍທັງຕົວເຈົ້າເອງ ແລະ ຄຣິສຕະຈັກ. ນີ້ຄືການສະແດງອອກຂອງຄົນທີ່ມີຂີດຄວາມສາມາດທີ່ຕ່ຳໃນແງ່ຂອງຄວາມສາມາດໃນການສ້າງສັນ.
ຄົນທີ່ມີຂີດຄວາມສາມາດທີ່ຕ່ຳລ້ວນແຕ່ຂາດ ຄວາມສາມາດໃນການສ້າງສັນ, ແລ້ວຄົນທີ່ບໍ່ມີຂີດຄວາມສາມາດກໍຍິ່ງຫ່າງໄກທີ່ຈະມີຄວາມສາມາດນີ້ຢູ່. ຄົນແບບນັ້ນບໍ່ສາມາດເຂົ້າໃຈພື້ນຖານຂອງສິ່ງຕ່າງໆ, ກົດເກນການພັດທະນາຂອງສິ່ງຕ່າງໆ ຫຼື ຫຼັກການຄວາມຈິງໄດ້ເລີຍເມື່ອພວກເຂົາໄດ້ຍິນສິ່ງເຫຼົ່ານີ້. ເມື່ອອ່ານພຣະທຳຂອງພຣະເຈົ້າ ເຖິງແມ່ນວ່າພວກເຂົາຈະສາມາດເຫັນໄດ້ວ່າສິ່ງເຫຼົ່ານີ້ຄືຫຼັກການຄວາມຈິງ ແຕ່ພວກເຂົາກໍບໍ່ສາມາດເຊື່ອມໂຍງຫຼັກການເຂົ້າກັບຂອບເຂດການນຳໃຊ້ຂອງສິ່ງເຫຼົ່ານີ້ ຫຼື ເຂົ້າກັບຜູ້ຄົນ ແລະ ເລື່ອງຕ່າງໆທີ່ກ່ຽວຂ້ອງກັບສິ່ງເຫຼົ່ານີ້ໄດ້. ພວກເຂົາເຖິງກັບຄິດວ່າ “ການໂອ້ລົມກ່ຽວກັບຄວາມຈິງນີ້ລະອຽດເກີນໄປ ແລະ ມັນກໍມີຫຼາຍເກີນໄປ. ເມື່ອໄດ້ຍິນຄຳເວົ້າເຫຼົ່ານີ້ ຂ້ອຍສາມາດເຂົ້າໃຈໄດ້ວ່າສິ່ງເຫຼົ່ານີ້ເປັນຫຼັກການ ແຕ່ຂ້ອຍບໍ່ຮູ້ວ່າຄຳນິຍາມຂອງຫຼັກການແມ່ນຫຍັງ ຫຼື ຫຼັກການນັ້ນກຳນົດຂອບເຂດຫຍັງແດ່”. ຖ້າພວກເຂົາບໍ່ຮູ້ແມ່ນແຕ່ຄຳນິຍາມຂອງຫຼັກການ ແລ້ວພວກເຂົາກໍບໍ່ຮູ້ວິທີທີ່ຈະຈັດຕັ້ງປະຕິບັດ ຫຼື ປະຕິບັດຫຼັກການເຫຼົ່ານັ້ນຢ່າງແນ່ນອນ. ຕົວຢ່າງ: ເມື່ອມີບາງສິ່ງບາງຢ່າງເກີດຂຶ້ນທີ່ຈຳເປັນຕ້ອງໄດ້ຮັບການຈັດການ ຄົນອື່ນບອກພວກເຂົາວ່າ: “ເຈົ້າຄວນປະຕິບັດຕາມຫຼັກການ”. ພວກເຂົາເວົ້າວ່າ: “ຂ້ອຍບໍ່ຮູ້ແມ່ນແຕ່ວິທີທີ່ຈະປະຕິບັດຕາມຫຼັກການ. ຂ້ອຍບໍ່ຮູ້ວ່າເລື່ອງນີ້ກ່ຽວຂ້ອງກັບຫຼັກການໃດ”. ເຖິງແມ່ນວ່າຫຼັງຈາກທີ່ຄົນອື່ນອະທິບາຍໃຫ້ພວກເຂົາຟັງເຖິງຫຼັກການທີ່ພວກເຂົາຄວນປະຕິບັດໃນການຈັດການກັບເລື່ອງນີ້ແລ້ວ ພວກເຂົາກໍຍັງບໍ່ຮູ້ວ່າຈະເຮັດແນວໃດ. ຄົນແບບນັ້ນມີຂີດຄວາມສາມາດທີ່ຕ່ຳຢ່າງຍິ່ງ; ພວກເຂົາບໍ່ສາມາດເຂົ້າໃຈແມ່ນແຕ່ພາສາມະນຸດໄດ້ ແລະ ຍິ່ງໄປກວ່ານັ້ນກໍຄືບໍ່ເໝາະສົມທີ່ຈະໃຊ້ງານ. ສິ່ງນີ້ບໍ່ໄດ້ສະແດງໃຫ້ເຫັນບໍວ່າຄົນແບບນັ້ນໄຮ້ຄວາມສາມາດຈົນເກີນກວ່າຈະຊ່ວຍເຫຼືອໄດ້? ຄົນທີ່ໄຮ້ຄວາມສາມາດຢ່າງສິ້ນເຊີງບໍ່ມີຄວາມຄິດ ແລະ ຄວາມສາມາດໃນການເຂົ້າໃຈສິ່ງຕ່າງໆໃນຄວາມເປັນມະນຸດທີ່ປົກກະຕິ, ຍິ່ງບໍ່ຕ້ອງເວົ້າເຖິງຕັກກະທາງຄວາມຄິດເລີຍ. ສະນັ້ນ ຄົນທີ່ເຂົ້າໃຈຫຼັກການຄວາມຈິງ ຫຼື ພື້ນຖານ ແລະ ກົດລະບຽບຕ່າງໆຈຶ່ງບໍ່ມີວິທີທີ່ຈະສື່ສານກັບຄົນທີ່ຂາດຂີດຄວາມສາມາດໄດ້; ພວກເຂົາບໍ່ສາມາດບັນລຸຄວາມເຫັນດີຮ່ວມກັນໄດ້ ແລະ ແນ່ນອນວ່າບໍ່ມີພາສາຮ່ວມກັນ. ເປັນຫຍັງພວກເຂົາຈຶ່ງບໍ່ສາມາດສື່ສານກັນໄດ້? ມີບັນຫາທີ່ສຳຄັນຢ່າງໜຶ່ງ ນັ້ນກໍຄື ຄວາມສາມາດຂອງຄົນສອງປະເພດນີ້ໃນການຮັບຮູ້, ການລະບຸ, ການຕັດສິນ, ການເຂົ້າໃຈ ແລະ ການຍອມຮັບສິ່ງຕ່າງໆນັ້ນບໍ່ໄດ້ຢູ່ໃນລະດັບດຽວກັນ ຫຼື ແນວທາງດຽວກັນ, ພວກເຂົາປຽບເໝືອນເສັ້ນຂະໜານສອງເສັ້ນທີ່ຈະບໍ່ມີວັນມາຕັດກັນ. ນີ້ແມ່ນການເວົ້າໃນແງ່ທີ່ຂ້ອນຂ້າງເປັນນາມມະທຳ. ໃນການເວົ້າຢ່າງເປັນຮູບປະທຳຫຼາຍຂຶ້ນກໍຄື ຂີດຄວາມສາມາດຂອງຄົນສອງປະເພດນີ້ແຕກຕ່າງກັນຄືຢູ່ຄົນລະໂລກ ແລະ ບໍ່ໄດ້ຢູ່ໃນລະດັບດຽວກັນ. ສະນັ້ນ ພວກເຂົາຈຶ່ງບໍ່ມີວັນມີຄວາມສາມາດໃນການຕັດສິນ, ຄວາມສາມາດໃນການລະບຸສິ່ງຕ່າງໆ ຫຼື ຄວາມສາມາດໃນການຮັບຮູ້ທີ່ຄືກັນກ່ຽວກັບເລື່ອງດຽວກັນ. ນັ້ນກໍຄື ສິ່ງທີ່ຄົນທີ່ມີຂີດຄວາມສາມາດທີ່ດີ ຫຼື ຂີດຄວາມສາມາດປານກາງສາມາດຮັບຮູ້ໄດ້ນັ້ນ ຄົນທີ່ບໍ່ມີຂີດຄວາມສາມາດກໍບໍ່ມີການຮັບຮູ້ໄດ້ເລີຍ, ພວກເຂົາຍິ່ງຂາດຕົກບົກພ່ອງໃນສິ່ງນີ້ ແລະ ພວກເຂົາກໍຈະຂາດຕົກບົກພ່ອງຕະຫຼອດໄປ ຄືກັບວ່າພວກເຂົາຂາດຄວາມສາມາດນັ້ນ. ຕົວຢ່າງ: ເມື່ອແມ່ໄກ່ໃຫຍ່ເຕັມໄວ ມັນກໍຈະອອກໄຂ່ໄດ້ຕາມທຳມະຊາດ. ເຖິງແມ່ນວ່າຜົນຜະລິດຂອງມັນຈະຕໍ່າ ມັນກໍຍັງຈະອອກໄຂ່ໄດ້ຢູ່ ເພາະມັນມີຄວາມສາມາດນັ້ນ. ເຖິງຢ່າງໃດກໍຕາມ ບໍ່ວ່າຈະລ້ຽງໄກ່ໂຕຜູ້ດີສໍ່າໃດກໍຕາມ ມັນກໍບໍ່ສາມາດອອກໄຂ່ໄດ້ ເພາະມັນບໍ່ມີຄວາມສາມາດນັ້ນ. ໄກ່ໂຕຜູ້ເວົ້າວ່າ: “ເຖິງແມ່ນວ່າຂ້ອຍຈະບໍ່ມີຄວາມສາມາດໃນການອອກໄຂ່ ແຕ່ຂ້ອຍກໍສາມາດຂັນໃນຕອນເຊົ້າໄດ້!” ບໍ່ວ່າເຈົ້າຈະຂັນຈັກຄັ້ງ ຫຼື ສຽງຂອງເຈົ້າຈະດັງສໍ່າໃດກໍຕາມ ມັນກໍບໍ່ໄດ້ໝາຍຄວາມວ່າເຈົ້າສາມາດອອກໄຂ່ໄດ້. ໃນຂະນະທີ່ແມ່ໄກ່ບໍ່ຂັນ ມັນກໍມີຄວາມສາມາດໃນການອອກໄຂ່. ເປັນຫຍັງເຮົາຈຶ່ງຍົກຕົວຢ່າງນີ້ໃຫ້ພວກເຈົ້າຟັງ? ເພາະວ່າ ຄົນທີ່ບໍ່ມີຂີດຄວາມສາມາດຈະເວົ້າເຫດຜົນທີ່ບິດເບືອນ, ຜິດພ້ຽນ ແລະ ບໍ່ມີຕັກກະແບບນັ້ນ, ສິ່ງນີ້ເອີ້ນວ່າການບໍ່ມີຂີດຄວາມສາມາດ. ສະນັ້ນ ເມື່ອຄົນທີ່ມີຂີດຄວາມສາມາດທີ່ດີ, ຂີດຄວາມສາມາດປານກາງ ຫຼື ແມ່ນແຕ່ຂີດຄວາມສາມາດທີ່ຕ່ຳສື່ສານ ແລະ ສົນທະນາເລື່ອງຕ່າງໆກັບຄົນທີ່ບໍ່ມີຂີດຄວາມສາມາດ ມັນກໍຈະຮູ້ສຶກອຶດອັດ. ກັບຄົນທີ່ມີຂີດຄວາມສາມາດທີ່ຕ່ຳ ເຈົ້າຍັງສາມາດສື່ສານກັນໄດ້ໃນເລື່ອງທີ່ງ່າຍໆ ແລະ ເຂົ້າໃຈງ່າຍບາງເລື່ອງໄດ້. ແຕ່ກັບຄົນທີ່ບໍ່ມີຂີດຄວາມສາມາດ ບໍ່ມີໃຜສາມາດສື່ສານກັບພວກເຂົາໄດ້ ເພາະພວກເຂົາບໍ່ມີຄວາມສາມາດໃນການຢັ່ງຮູ້ ແລະ ບໍ່ມີຄວາມຄິດ ຫຼື ມຸມມອງກ່ຽວກັບສິ່ງໃດເລີຍ. ນີ້ຄືຄຳອະທິບາຍ ຫຼື ການຊີ້ແຈງກ່ຽວກັບຄົນທີ່ບໍ່ມີຂີດຄວາມສາມາດ. ເມື່ອເຈົ້າສື່ສານບາງສິ່ງບາງຢ່າງກັບພວກເຂົາ ເຖິງແມ່ນວ່າເຈົ້າຈະອະທິບາຍຢ່າງລະອຽດ ແລະ ຊັດເຈນ ແລະ ພວກເຂົາອາດຈະເວົ້າວ່າພວກເຂົາເຂົ້າໃຈ ແຕ່ເຖິງຢ່າງນັ້ນກໍຕາມ ເມື່ອສິ່ງດຽວກັນເກີດຂຶ້ນອີກຄັ້ງ ພວກເຂົາກໍຍັງບໍ່ເຂົ້າໃຈ ແລະ ຈະເວົ້າເຫດຜົນທີ່ບິດເບືອນ ແລະ ຜິດພ້ຽນອີກຄັ້ງ. ບອກເຮົາເບິ່ງວ່າ ຄົນແບບນັ້ນສາມາດເຂົ້າໃຈຄວາມຈິງໄດ້ບໍ? (ບໍ່ໄດ້). ພວກເຂົາບໍ່ມີຄວາມສາມາດໃນການລະບຸ ຫຼື ຮັບຮູ້ສິ່ງຕ່າງໆ, ແລ້ວພວກເຂົາຈະເຂົ້າໃຈຄວາມຈິງໄດ້ແນວໃດ? ການເວົ້າວ່າພວກເຂົາສາມາດເຂົ້າໃຈຄວາມຈິງໄດ້ນັ້ນເປັນພຽງເລື່ອງໄຮ້ສາລະ. ຄົນທີ່ບໍ່ມີຂີດຄວາມສາມາດຂາດຄວາມສາມາດໃນການສ້າງສັນ, ສະນັ້ນ ການສະແດງອອກຂອງພວກເຂົາໃນດ້ານນີ້ຈຶ່ງເປັນແບບນີ້. ເພາະວ່າພວກເຂົາບໍ່ເຂົ້າໃຈພື້ນຖານ ຫຼື ຫຼັກການໃດໆ ພວກເຂົາຈຶ່ງບໍ່ມີການວາງແຜນໃນສິ່ງໃດກໍຕາມທີ່ພວກເຂົາເຮັດ. ຈິດໃຈຂອງພວກເຂົາບໍ່ມີແຜນການ ຫຼື ຂັ້ນຕອນ ແລະ ພວກເຂົາຍິ່ງບໍ່ສາມາດຈັດຕັ້ງປະຕິບັດພື້ນຖານ ຫຼື ຫຼັກການໃດໆໄດ້. ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ ມັນກໍວຸ້ນວາຍ ແລະ ສັບສົນໄປໝົດ. ຄົນແບບນັ້ນສາມາດພຽງແຕ່ອອກແຮງທາງກາຍ ແລະ ເຮັດໜ້າວຽກທີ່ໃຊ້ແຮງງານເທົ່ານັ້ນ. ພວກເຂົາຈັດການກັບວຽກງ່າຍໆທີ່ເປັນວຽກດ່ຽວໄດ້ຢ່າງຍາກລຳບາກ; ແນ່ນອນວ່າ ພວກເຂົາເປັນຄົນປົກກະຕິ ເຊິ່ງສາມາດມີສ່ວນຮ່ວມໃນວຽກງານດ່ຽວໄດ້ ແຕ່ເມື່ອສະຖານະການຍົກລະດັບຂຶ້ນເຖິງຂັ້ນທີ່ຕ້ອງຮັບຜິດຊອບວຽກງານໃດໜຶ່ງ ພວກເຂົາກໍບໍ່ມີຄວາມສາມາດສຳລັບວຽກງານນັ້ນອີກຕໍ່ໄປ. ຄົນແບບນັ້ນບໍ່ສາມາດເຮັດວຽກງານທີ່ມີຄຸນຄ່າ ຫຼື ຮຽກຮ້ອງທັກສະທາງເຕັກນິກໃດໆໄດ້. ພວກເຂົາສາມາດຈັດການກັບວຽກນ້ອຍໆບາງວຽກໄດ້ເທົ່ານັ້ນ ເຊັ່ນ: ວຽກໃຊ້ແຮງງານ, ວຽກກະສິກຳ ຫຼື ການລ້ຽງສັດ ແລະ ເຖິງຢ່າງນັ້ນກໍຕາມ ພວກເຂົາກໍຍັງຕ້ອງການຜູ້ກຳກັບດູແລຢູ່ໃກ້ໆເພື່ອເບິ່ງແຍງ ແລະ ສະໜັບສະໜູນພວກເຂົາ. ບາງຄັ້ງ ເມື່ອພວກເຂົາອາລົມບໍ່ດີ ກໍຕ້ອງມີຄົນມາປັບທັດສະນະຄະຕິຂອງພວກເຂົາໃຫ້ຖືກຕ້ອງ ແລະ ບາງຄັ້ງເມື່ອພວກເຂົາເຂົ້າໄປພົວພັນກັບການບິດເບືອນ ຫຼື ກາຍເປັນຄົນຄິດລົບ ກໍຕ້ອງມີຄົນມາໃຫ້ຄຳປຶກສາແກ່ພວກເຂົາໃນວິທີການຄິດຂອງພວກເຂົາ. ແມ່ນແຕ່ສຳລັບໜ້າວຽກນ້ອຍໆ ກໍຕ້ອງມີຄົນມາກວດສອບສິ່ງທີ່ພວກເຂົາເຮັດ; ຖ້າບໍ່ດັ່ງນັ້ນ ບັນຫາ ແລະ ຂໍ້ຜິດພາດກໍຈະເກີດຂຶ້ນ ແລະ ວຽກງານກໍຈະຕ້ອງໄດ້ເຮັດຄືນໃໝ່. ຖ້າພວກເຂົາບໍ່ສິ້ນເປືອງວັດສະດຸ ພວກເຂົາກໍສິ້ນເປືອງພະລັງງານ ຫຼື ນໍ້າ, ໄຟຟ້າ ແລະ ແກັສ. ໃນປະເທດຕາເວັນຕົກ ພວກເຂົາຖືກຄົນອື່ນລາຍງານ ແລະ ຖືກຕຳຫຼວດປັບໃໝຢູ່ຕະຫຼອດເວລາ. ຖ້າບໍ່ມີຄົນຄອຍຈັບຕາເບິ່ງພວກເຂົາ ພວກເຂົາກໍບໍ່ສາມາດແມ່ນແຕ່ຈະເຮັດວຽກນ້ອຍໆຢ່າງຖືກຕ້ອງໄດ້, ພວກເຂົາເປັນຄົນທີ່ມີບັນຫາ ແລະ ໜ້າເວດທະນາແບບນີ້ແຫຼະ. ສິ່ງເຫຼົ່ານີ້ຄືການສະແດງອອກຂອງຄົນທີ່ບໍ່ມີຂີດຄວາມສາມາດ. ພວກເຂົາບໍ່ແມ່ນພຽງຄົນໄຮ້ປະໂຫຍດ ແລະ ຄົນໂງ່ເທົ່ານັ້ນບໍ? ພວກເຂົາຍັງສາມາດຖືກໃຊ້ງານໃນຖານະມະນຸດໄດ້ຢູ່ບໍ? ຄວາມຈິງແລ້ວ ໃນເຮືອນຂອງພຣະເຈົ້າ ຄົນແບບນັ້ນສາມາດພຽງແຕ່ອອກແຮງທາງກາຍໄດ້ເລັກນ້ອຍເທົ່ານັ້ນ. ເມື່ອເວົ້າເຖິງວຽກງານຂອງຄຣິສຕະຈັກ ພວກເຂົາບໍ່ສາມາດເຮັດມັນໄດ້; ພວກເຂົາບໍ່ສາມາດເຮັດຫຍັງໄດ້ເລີຍ. ແມ່ນແຕ່ກັບວຽກທີ່ຮຽກຮ້ອງໃຫ້ອອກແຮງທາງກາຍ ພວກເຂົາກໍບໍ່ສາມາດເຮັດໃຫ້ສຳເລັດດ້ວຍຕົນເອງໄດ້ ແລະ ຍັງຕ້ອງການໃຫ້ຄົນອື່ນມາແນະນຳ, ກຳກັບດູແລ ແລະ ກວດສອບສິ່ງທີ່ພວກເຂົາເຮັດ. ແຕ່ເມື່ອພວກເຂົາເຮັດໜ້າວຽກທີ່ຮຽກຮ້ອງໃຫ້ອອກແຮງທາງກາຍ ພວກເຂົາກໍຍັງຮູ້ສຶກວ່າວຽກນັ້ນບໍ່ສົມກັບຄວາມສາມາດພິເສດຂອງພວກເຂົາ, ພວກເຂົາເກັ່ງເກີນໄປສຳລັບວຽກນີ້ ແລະ ພວກເຂົາກໍກາຍເປັນຄົນທີ່ຕໍ່ຕ້ານ, ເຖິງກັບຈົ່ມວ່າ: “ເບິ່ງຄົນເຫຼົ່ານັ້ນທີ່ເຮັດວຽກດ້ານເຕັກນິກຄອມພິວເຕີ, ຂຽນບົດຄວາມ, ຮ້ອງເພງ ແລະ ເຕັ້ນ ຫຼື ສະແດງແມ, ພວກເຂົາຊ່າງສະຫງ່າງາມເຫຼືອເກີນ! ແຕ່ຂ້ອຍເຮັດໄດ້ພຽງແຕ່ຈັດການເລື່ອງການຕ້ອນຮັບ ແລະ ການແຕ່ງກິນ, ຕ້ອງຮັບມືກັບນໍ້າມັນ ແລະ ຄວັນໝົດມື້. ອີກບໍ່ເທົ່າໃດປີ ຂ້ອຍກໍຈະກາຍເປັນຜູ້ຍິງທີ່ຊຸດໂຊມ. ເບິ່ງແມວ່າຂ້ອຍໜ້າເວດທະນາສໍ່າໃດ!” ພວກເຂົາມັກຈະຮູ້ສຶກໜ້າເວດທະນາຫຼາຍທີ່ເຮັດວຽກນີ້ ແຕ່ພວກເຂົາບໍ່ເຄີຍຢຸດຄິດເລີຍວ່າເປັນຫຍັງພວກເຂົາຈຶ່ງສາມາດເຮັດໄດ້ພຽງແຕ່ວຽກປະເພດນີ້. ພວກເຂົາບໍ່ໄດ້ປະເມີນວ່າພວກເຂົາສາມາດຈັດການກັບວຽກອື່ນໄດ້ຢ່າງແທ້ຈິງ ຫຼື ບໍ່. ມັນເປັນເພາະວ່າຂີດຄວາມສາມາດຂອງພວກເຂົາຕ່ຳ ພວກເຂົາຈຶ່ງມັກຈະຮູ້ສຶກອຸກໃຈເມື່ອເຮັດວຽກບາງຢ່າງທີ່ຮຽກຮ້ອງໃຫ້ອອກແຮງທາງກາຍ. ຖ້າຂີດຄວາມສາມາດຂອງພວກເຂົາດີຢ່າງແທ້ຈິງ ພວກເຂົາກໍຈະບໍ່ຮູ້ສຶກອຸກໃຈ. ຂີດຄວາມສາມາດຂອງພວກເຂົາຕ່ຳຫຼາຍຈົນພວກເຂົາສາມາດເຮັດໄດ້ພຽງແຕ່ໜ້າວຽກທີ່ໃຊ້ແຮງງານເທົ່ານັ້ນ ແຕ່ພວກເຂົາກໍຍັງຮູ້ສຶກວ່າວຽກນັ້ນບໍ່ສົມກັບຄວາມສາມາດພິເສດຂອງພວກເຂົາ. ພວກເຂົາບໍ່ແມ່ນຄົນໂງ່ບໍ? ຄົນແບບນັ້ນເບົາປັນຍາຢ່າງແທ້ຈິງ. ຄົນປະເພດນີ້ແມ່ນແຕ່ບໍ່ສາມາດເຮັດໜ້າວຽກທີ່ຮຽກຮ້ອງໃຫ້ອອກແຮງທາງກາຍຢ່າງຖືກຕ້ອງໄດ້. ເມື່ອແຕ່ງກິນ ພວກເຂົາກໍເຮັດຫຼາຍເກີນໄປ ຫຼື ໜ້ອຍເກີນໄປ ແລະ ບໍ່ວ່າພວກເຂົາຈະແຕ່ງກິນມາດົນປານໃດກໍຕາມ ພວກເຂົາກໍຍັງບໍ່ຮູ້ເລີຍວ່າຮູບແບບໃດທີ່ພວກເຂົາຄວນເຮັດຕາມ. ເຖິງຢ່າງນັ້ນກໍຕາມ ພວກເຂົາກໍຍັງຮູ້ສຶກວ່າວຽກແບບນັ້ນບໍ່ສົມກັບຄວາມສາມາດພິເສດຂອງພວກເຂົາ, ພວກເຂົາເກັ່ງເກີນໄປສຳລັບວຽກນີ້ ແລະ ຄິດວ່າພວກເຂົາບໍ່ຄວນເຮັດໜ້າວຽກທີ່ຮຽກຮ້ອງໃຫ້ອອກແຮງທາງກາຍ. ພວກເຂົາເຊື່ອວ່າພວກເຂົາຄວນເຮັດວຽກຢູ່ໃນຫ້ອງການໃນຖານະເລຂາ, ຮັບຜິດຊອບວຽກງານໃດໜຶ່ງໃນເຮືອນຂອງພຣະເຈົ້າ ຫຼື ຢ່າງໜ້ອຍກໍຮັບໃຊ້ໃນຖານະຜູ້ນໍາຄຣິສຕະຈັກ. ສິ່ງນີ້ບໍ່ແມ່ນການຂາດເຫດຜົນຢ່າງສິ້ນເຊີງບໍ? ບອກເຮົາເບິ່ງວ່າ ເຈົ້າມີຄວາມສາມາດສຳລັບວຽກງານຫຍັງ? ຖ້າເຈົ້າບໍ່ມີຄວາມສາມາດສຳລັບວຽກງານປະເພດໃດເລີຍ ແລະ ເຈົ້າໄດ້ຮັບມອບໝາຍວຽກທີ່ຮຽກຮ້ອງໃຫ້ອອກແຮງທາງກາຍເພື່ອເຮັດ ໃນຂະນະທີ່ເຮືອນຂອງພຣະເຈົ້າຍັງຄົງລ້ຽງດູເຈົ້າຢູ່, ສິ່ງນີ້ບໍ່ແມ່ນການຍົກຊູເຈົ້າບໍ? ແຕ່ເຈົ້າກໍຍັງບໍ່ພໍໃຈ. ບໍ່ແມ່ນເຫດຜົນຂອງເຈົ້າຕ່ຳຕ້ອຍເກີນໄປບໍ? (ແມ່ນແລ້ວ). ມີຄວາມກ່ຽວຂ້ອງລະຫວ່າງເຫດຜົນ ແລະ ຂີດຄວາມສາມາດບໍ? (ມີ). ການບໍ່ຮູ້ຈັກຕົນເອງ, ການບໍ່ຮູ້ວ່າຂີດຄວາມສາມາດຂອງຕົນເອງຢູ່ໃນລະດັບໃດ, ການຄິດຢູ່ສະເໝີວ່າຂີດຄວາມສາມາດຂອງຕົນເອງສູງ, ສິ່ງເຫຼົ່ານີ້ບໍ່ແມ່ນການສະແດງອອກຂອງຂີດຄວາມສາມາດທີ່ຕ່ຳບໍ? (ແມ່ນແລ້ວ). ຄົນທີ່ມີຂີດຄວາມສາມາດທີ່ດີຈະຮູ້ວິທີການປະເມີນຕົນເອງ ແລະ ຫຼັງຈາກທີ່ປະເມີນແລ້ວ ພວກເຂົາກໍຈະຮູ້ລະດັບຂີດຄວາມສາມາດຂອງພວກເຂົາ. ເມື່ອພວກເຂົາກຳນົດໄດ້ວ່າຂີດຄວາມສາມາດຂອງພວກເຂົາແມ່ນຫຍັງ ພວກເຂົາກໍຈະສາມາດຊອກຫາຕຳແໜ່ງທີ່ເໝາະສົມຂອງຕົນເອງໃນຄຣິສຕະຈັກໄດ້. ພວກເຂົາຈະຮູ້ສຶກສະບາຍໃຈບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ ແລະ ພວກເຂົາຈະສາມາດຮັບມືກັບໜ້າທີ່ທີ່ພວກເຂົາເຮັດຢ່າງມີເຫດຜົນໄດ້. ເຖິງແມ່ນວ່າພວກເຂົາຈະໄດ້ຮັບມອບໝາຍໜ້າວຽກທີ່ຮຽກຮ້ອງໃຫ້ອອກແຮງທາງກາຍ ພວກເຂົາກໍຈະຮູ້ສຶກສະຫງົບ ແລະ ສົມເຫດສົມຜົນໃນການເຮັດເຊັ່ນນັ້ນ; ພວກເຂົາຈະອ່ອນນ້ອມ ແລະ ເຫັນດີກັບມັນຈາກສ່ວນເລິກຂອງຫົວໃຈຂອງພວກເຂົາ, ໂດຍຍອມຮັບວຽກນີ້ ແລະ ໜ້າວຽກນີ້. ສິ່ງນີ້ເອີ້ນວ່າການມີຄວາມມີເຫດຜົນ. ຖ້າຄົນໃດໜຶ່ງບໍ່ເຄີຍສະບາຍໃຈເມື່ອປະຕິບັດໜ້າທີ່ຂອງພວກເຂົາ, ມັກຈະຮູ້ສຶກຄັບແຄ້ນໃຈ ແລະ ຄິດວ່າໜ້າວຽກໃດກໍຕາມທີ່ພວກເຂົາຖືກຂໍໃຫ້ເຮັດນັ້ນບໍ່ສົມກັບຄວາມສາມາດພິເສດຂອງພວກເຂົາ, ພວກເຂົາບໍ່ໄດ້ຂາດເຫດຜົນບໍ? (ແມ່ນແລ້ວ).
ວິທີການປະເມີນຂີດຄວາມສາມາດຂອງຜູ້ຄົນຢ່າງຄອບຄຸມ
ຕອນນີ້ພວກເຮົາໄດ້ສົນທະນາກ່ຽວກັບຄວາມສາມາດຂໍ້ສຸດທ້າຍຈາກຄວາມສາມາດສິບເອັດຂໍ້ສຳລັບການປະເມີນຂີດຄວາມສາມາດຂອງຄົນໆໜຶ່ງຈົບແລ້ວ, ນັ້ນກໍຄື ຄວາມສາມາດໃນການສ້າງສັນ. ພາຍຫຼັງທີ່ໄດ້ໂອ້ລົມກ່ຽວກັບຄວາມສາມາດສິບເອັດຂໍ້ເຫຼົ່ານີ້ຈົບແລ້ວ, ພວກເຈົ້າເຂົ້າໃຈ ກ່ຽວກັບຂີດຄວາມສາມາດຂອງຕົນເອງຊັດເຈນຂຶ້ນແດ່ບໍ? (ຊັດເຈນຂຶ້ນແລ້ວ). ແລ້ວພວກເຈົ້າສາມາດປະເມີນມັນໄດ້ບໍ? ພວກເຈົ້າສາມາດປະເມີນໄດ້ຢ່າງຖືກຕ້ອງ ຫຼື ບໍວ່າຂີດຄວາມສາມາດທີ່ແທ້ຈິງຂອງຕົນເອງແມ່ນຫຍັງ? ມັນມີມາດຕະຖານການວັດແທກ ເມື່ອເວົ້າເຖິງການກຳນົດວ່າຂີດຄວາມສາມາດຂອງຕົນເອງນັ້ນດີ, ປານກາງ, ຕ່ຳ ຫຼື ບໍ່ມີເລີຍ, ພວກເຈົ້າບໍ່ສາມາດເບິ່ງພຽງແຕ່ດ້ານດຽວໄດ້; ມັນຕ້ອງໄດ້ຮັບການປະເມີນຢ່າງຄອບຄຸມ. ແລ້ວຄວນເບິ່ງດ້ານໃດແດ່ເພື່ອປະເມີນວ່າຂີດຄວາມສາມາດຂອງຄົນໆໜຶ່ງແມ່ນຫຍັງ? ຕັດສິນຈາກການສະແດງອອກຂອງຄວາມສາມາດສິບເອັດຂໍ້ທີ່ພວກເຮົາໄດ້ໂອ້ລົມກັນ, ເພື່ອໃຫ້ຄົນໆໜຶ່ງໄດ້ຮັບການປະເມີນວ່າມີຂີດຄວາມສາມາດທີ່ດີ, ຢ່າງໜ້ອຍທີ່ສຸດ ພວກເຂົາຕ້ອງມີຄວາມສາມາດທີ່ຂ້ອນຂ້າງສຳຄັນຢູ່ຫຼາຍປະການ. ຈົ່ງພິຈາລະນາເບິ່ງຄາວໜຶ່ງ: ຄວາມສາມາດຂໍ້ໃດໃນຄວາມສາມາດສິບເອັດຂໍ້ທີ່ເປັນຄວາມສາມາດຫຼັກ ເຊິ່ງສາມາດສະແດງໃຫ້ເຫັນວ່າຄົນໆໜຶ່ງມີຂີດຄວາມສາມາດທີ່ດີ? ພວກເຈົ້າສາມາດວັດແທກສິ່ງນີ້ໄດ້ບໍ? ລຳດັບຄວນເລີ່ມຈາກຄວາມສາມາດຂໍ້ສຸດທ້າຍໄປຫາຄວາມສາມາດຂໍ້ທຳອິດ: ຄົນທີ່ມີຂີດຄວາມສາມາດທີ່ດີຢ່າງໜ້ອຍຕ້ອງມີຄວາມສາມາດໃນການສ້າງສັນ; ຕໍ່ໄປແມ່ນຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ, ຄວາມສາມາດໃນການຕັດສິນໃຈ ແລະ ຄວາມສາມາດໃນການຕອບສະໜອງຕໍ່ສິ່ງຕ່າງໆ; ຈາກນັ້ນກໍຄືຄວາມສາມາດໃນການລະບຸສິ່ງຕ່າງໆ, ຄວາມສາມາດໃນການຕັດສິນ ແລະ ຄວາມສາມາດໃນການຮັບຮູ້; ສຸດທ້າຍກໍຄືຄວາມສາມາດໃນການຍອມຮັບສິ່ງຕ່າງໆ, ຄວາມສາມາດໃນການຢັ່ງຮູ້, ຄວາມສາມາດໃນການເຂົ້າໃຈສິ່ງຕ່າງໆ ແລະ ຄວາມສາມາດໃນການຮຽນຮູ້. ລຳດັບແມ່ນເປັນແບບນີ້. ເປັນຫຍັງລຳດັບຈຶ່ງປີ້ນກັນ? ລຳດັບທີ່ພວກເຮົາຈັດໄວ້ໃນຕອນທຳອິດແມ່ນຈາກຕ່ຳໄປຫາສູງ, ແຕ່ເພື່ອປະເມີນວ່າຄົນໆໜຶ່ງມີຂີດຄວາມສາມາດທີ່ດີ ຫຼື ບໍ່, ມັນຖືກຈັດຈາກສູງໄປຫາຕ່ຳ. ຄົນທີ່ມີຂີດຄວາມສາມາດທີ່ດີຢ່າງໜ້ອຍຕ້ອງມີຄວາມສາມາດໃນການສ້າງສັນ. ສິ່ງນີ້ບັນລຸໄດ້ຈາກພື້ນຖານຂອງການມີຄວາມສາມາດໃນການຕັດສິນໃຈ, ຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ ແລະ ຄວາມສາມາດໃນການລະບຸສິ່ງຕ່າງໆຢູ່ແລ້ວ. ຖ້າເຈົ້າສາມາດຮັບຮູ້, ລະບຸ ແລະ ຕັດສິນສິ່ງຕ່າງໆ ແລະ ເຈົ້າຍັງມີຄວາມສາມາດໃນການເຂົ້າໃຈສິ່ງຕ່າງໆ ແລະ ຈາກນັ້ນເຈົ້າກໍສາມາດສ້າງສັນໄດ້, ນັ້ນເຮັດໃຫ້ເຈົ້າເປັນຄົນທີ່ມີຂີດຄວາມສາມາດທີ່ດີ. ຄົນແບບນັ້ນຄືຄົນທີ່ມີຄວາມສາມາດໃນການເປັນຜູ້ນຳ, ສາມາດເຂົ້າສູ່ລະດັບການຕັດສິນໃຈໄດ້; ພວກເຂົາມີຄວາມສາມາດພິເສດໃນການເປັນຜູ້ນຳ ແລະ ສາມາດເບິ່ງແຍງຄວບຄຸມວຽກງານໃນຂົງເຂດໃດໜຶ່ງໄດ້. ຄົນເຫຼົ່ານີ້ຄືຄົນທີ່ມີຂີດຄວາມສາມາດທີ່ດີ. ຄົນທີ່ມີຂີດຄວາມສາມາດປານກາງຄືຄົນທີ່ຄວາມສາມາດໃນທຸກດ້ານ, ຕັ້ງແຕ່ຄວາມສາມາດໃນການສ້າງສັນໄປຈົນເຖິງຄວາມສາມາດໃນການຮຽນຮູ້, ລ້ວນແຕ່ຢູ່ໃນລະດັບປານກາງ. ປະສິດທິພາບ ແລະ ຜົນໄດ້ຮັບໃນການເຮັດສິ່ງຕ່າງໆຂອງພວກເຂົາກໍຢູ່ໃນລະດັບປານກາງທັງສອງ. ຄົນເຫຼົ່ານີ້ຄືຄົນທີ່ມີຂີດຄວາມສາມາດປານກາງ. ການສະແດງອອກຫຼັກຂອງຄົນທີ່ມີຂີດຄວາມສາມາດປານກາງແມ່ນຫຍັງ? ນັ້ນກໍຄື ການຢັ່ງຮູ້ ແລະ ຄວາມເຂົ້າໃຈກ່ຽວກັບຫຼັກການຂອງພວກເຂົາຂາດຄວາມເລິກເຊິ່ງ ແລະ ບໍ່ຄ່ອຍຖືກຕ້ອງ. ເມື່ອຈັດຕັ້ງປະຕິບັດ ແລະ ປະຕິບັດຕົວຈິງ, ກໍມັກຈະມີຊ່ອງຫວ່າງ ແລະ ການບ່ຽງເບນຢູ່ສະເໝີ. ພວກເຂົາມັກຈະເຮັດສິ່ງຕ່າງໆຕົກຫຼົ່ນຢູ່ສະເໝີ, ລືມອັນນັ້ນອັນນີ້ ແລະ ບໍ່ສາມາດຄຳນຶງເຖິງທຸກສິ່ງທຸກຢ່າງໄດ້ຢ່າງຄອບຄຸມ. ຕົວຢ່າງ: ພວກເຂົາຖືກເລືອກໃຫ້ເປັນຜູ້ນຳຄຣິສຕະຈັກ ແຕ່ບໍ່ສາມາດຮັບຜິດຊອບວຽກງານທຸກດ້ານຢ່າງຄອບຄຸມໄດ້. ເມື່ອພວກເຂົາຮັບຜິດຊອບວຽກງານຂ່າວປະເສີດ, ພວກເຂົາກໍຈົດຈໍ່ຢູ່ແຕ່ກັບວຽກງານຂ່າວປະເສີດ ແລະ ບໍ່ສາມາດເອົາໃຈໃສ່ວຽກງານອື່ນໄດ້. ພວກເຂົາອາດຈະເຮັດໃຫ້ວຽກງານຂ່າວປະເສີດດຳເນີນໄປໄດ້ ແຕ່ບໍ່ມີເວລາທີ່ຈະຖາມຄຳຖາມກ່ຽວກັບວຽກງານຂໍ້ຄວາມ ຫຼື ວຽກງານການຜະລິດຮູບເງົາ. ເປັນຫຍັງຈຶ່ງເປັນແບບນີ້? ເພາະວ່າຂີດຄວາມສາມາດຂອງພວກເຂົາຢູ່ໃນລະດັບປານກາງຢ່າງສິ້ນເຊີງ ແລະ ພວກເຂົາສາມາດຮັບມືກັບວຽກງານໄດ້ພຽງດ້ານດຽວ; ພວກເຂົາເກືອບຈະບໍ່ສາມາດຮັບຜິດຊອບວຽກງານຂົງເຂດດຽວໄດ້ ແຕ່ຫຼັງຈາກພວກເຂົາຖືກຂໍໃຫ້ເອົາໃຈໃສ່ວຽກງານອື່ນນຳ, ພວກເຂົາກໍຈົ່ມວ່າຢ່າງຂົມຂື່ນ ແລະ ຮູ້ສຶກຮັບມືບໍ່ໄຫວ, ຈົນບໍ່ສາມາດເຮັດວຽກງານໃດໃຫ້ດີໄດ້. ໃນວຽກງານຂອງພວກເຂົາ, ຕ້ອງມີຄົນຄອຍກຳກັບດູແລ, ເຕືອນສະຕິ, ກວດກາ ແລະ ກວດສອບສິ່ງທີ່ພວກເຂົາເຮັດຢູ່ສະເໝີ. ຕ້ອງມີຄົນຢູ່ຂ້າງໆພວກເຂົາເພື່ອຄອຍຊ່ວຍເຫຼືອພວກເຂົາ, ເພື່ອໂອ້ລົມກ່ຽວກັບຄວາມຈິງ, ເພື່ອເນັ້ນຢໍ້າຊ້ຳແລ້ວຊ້ຳອີກເຖິງຫຼັກການຂອງວຽກງານ ພ້ອມທັງການບ່ຽງເບນ ແລະ ຊ່ອງຫວ່າງຕ່າງໆທີ່ມັກຈະເກີດຂຶ້ນ. ຕ້ອງມີຄົນຄອຍເຕືອນສະຕິພວກເຂົາຢູ່ສະເໝີ. ເປັນຫຍັງພວກເຂົາຈຶ່ງຕ້ອງການຄົນມາຄອຍເຕືອນສະຕິ ແລະ ໃຫ້ການຊີ້ນຳແກ່ພວກເຂົາຢູ່ສະເໝີ? ມັນບໍ່ແມ່ນຍ້ອນວ່າປະສົບການໃນການເຮັດວຽກຂອງພວກເຂົາບໍ່ພຽງພໍ ແຕ່ເປັນຍ້ອນວ່າຂີດຄວາມສາມາດຂອງພວກເຂົາຢູ່ໃນລະດັບປານກາງ. ພວກເຂົາບໍ່ສາມາດຄາດຄະເນສະຖານະການ ແລະ ບັນຫາທີ່ມັກຈະເກີດຂຶ້ນມາໄດ້ ຫຼື ສິ່ງທີ່ພວກເຂົາສາມາດຄາດຄະເນໄດ້ນັ້ນກໍມີຈຳກັດຢ່າງຍິ່ງ. ສະນັ້ນ ຈຶ່ງຕ້ອງມີຄົນຢູ່ຂ້າງໆພວກເຂົາເພື່ອຄອຍນຳພາ, ກວດສອບ ແລະ ຕິດຕາມຢູ່ສະເໝີ, ເຊິ່ງຈຳເປັນຕ້ອງໄປກວດເບິ່ງພວກເຂົາຢູ່ເລື້ອຍໆ. ເມື່ອກວດເບິ່ງ, ກໍປາກົດວ່າພວກເຂົາບໍ່ໄດ້ເຮັດວຽກງານລາຍການນີ້ ຫຼື ບໍ່ກໍລືມວຽກງານລາຍການນັ້ນ; ຖ້າບໍ່ດັ່ງນັ້ນ ພວກເຂົາກໍລະເລີຍວຽກງານບາງດ້ານ ຫຼື ບໍ່ຮູ້ວ່າຈະດຳເນີນການຕໍ່ໄປແນວໃດ ແຕ່ກໍຍັງບໍ່ຮູ້ວ່າຈະຖາມໃຜ ຫຼື ຈະສະແຫວງຫາແນວໃດ ແລະ ກໍຍັງຄົງລໍຖ້າຢູ່. ສະຫຼຸບແລ້ວ ຄວາມສາມາດໃນການຮັບຜິດຊອບວຽກງານຂອງພວກເຂົາແມ່ນຢູ່ໃນລະດັບປານກາງຫຼາຍ. ຄຳວ່າ “ປານກາງ” ນີ້ບໍ່ມີຫຍັງກ່ຽວຂ້ອງກັບວ່າພວກເຂົາມີຄວາມຕັ້ງໃຈຫຼາຍສໍ່າໃດ, ພວກເຂົາເຂັ້ມແຂງສໍ່າໃດ, ພວກເຂົາມັກເຮັດວຽກຫຼາຍສໍ່າໃດ ຫຼື ພວກເຂົາສາມາດທົນຕໍ່ຄວາມຍາກລຳບາກ ແລະ ຈ່າຍລາຄາໄດ້ຫຼາຍສໍ່າໃດ, ມັນບໍ່ມີຫຍັງກ່ຽວຂ້ອງກັບສິ່ງເຫຼົ່ານີ້ເລີຍ. ກົງກັນຂ້າມ ມັນໝາຍເຖິງພຽງແຕ່ຄວາມສາມາດໃນການເຮັດວຽກຂອງພວກເຂົາຢູ່ໃນລະດັບປານກາງເທົ່ານັ້ນ. ໃນທາງກັບກັນ ຄົນທີ່ມີຂີດຄວາມສາມາດທີ່ດີໂດຍພື້ນຖານແລ້ວຈະບໍ່ເຮັດຄວາມຜິດພາດຄັ້ງໃຫຍ່ໃນວຽກງານຂອງພວກເຂົາ. ຫຼັກການ, ທິດທາງ ແລະ ໂດຍພື້ນຖານແລ້ວໂຄງຮ່າງລວມທີ່ພວກເຂົາປະຕິບັດຕາມນັ້ນແມ່ນຖືກຕ້ອງ. ເຖິງແມ່ນວ່າພວກເຂົາອາດຈະເບິ່ງຂ້າມລາຍລະອຽດເລັກນ້ອຍບາງຢ່າງ ແຕ່ລາຍລະອຽດເຫຼົ່ານີ້ກໍບໍ່ໄດ້ສົ່ງຜົນກະທົບຕໍ່ປະສິດທິພາບ ແລະ ຜົນໄດ້ຮັບຂອງວຽກງານໂດຍລວມ. ຄົນເຫຼົ່ານີ້ຄືຄົນທີ່ມີຂີດຄວາມສາມາດທີ່ດີ. ແນ່ນອນວ່າ ບໍ່ມີມະນຸດຄົນໃດທີ່ສົມບູນແບບ. ແມ່ນແຕ່ຄົນທີ່ມີຂີດຄວາມສາມາດທີ່ດີກໍອາດຈະມີຊ່ອງຫວ່າງເລັກນ້ອຍໃນວຽກງານຂອງພວກເຂົາ, ບາງຄັ້ງກໍເບິ່ງຂ້າມບາງສິ່ງບາງຢ່າງໄປຊົ່ວໄລຍະໜຶ່ງ ຫຼື ລະເລີຍວຽກງານລາຍການໜຶ່ງໄປເລັກນ້ອຍ ເພາະວ່າຊ່ວງນີ້ພວກເຂົາຫຍຸ້ງຢູ່ກັບວຽກງານອີກລາຍການໜຶ່ງ. ເຖິງຢ່າງໃດກໍຕາມ ພຽງແຕ່ໃນແງ່ຂອງຂີດຄວາມສາມາດຂອງພວກເຂົາ, ພວກເຂົາສາມາດພິກສະຖານະການກັບຄືນມາໄດ້ຢ່າງວ່ອງໄວ ພ້ອມທັງຈັດການ ແລະ ຄວບຄຸມມັນໄດ້, ໂດຍຮັບປະກັນວ່າວຽກງານໂດຍລວມນັ້ນເກືອບຈະປາສະຈາກຂໍ້ຜິດພາດ ແລະ ໂດຍທົ່ວໄປແລ້ວວຽກງານໂດຍລວມໄດ້ດຳເນີນໄປໂດຍສອດຄ່ອງກັບຫຼັກການຄວາມຈິງ, ການຈັດແຈງວຽກງານ ຫຼື ຂໍ້ກຳນົດຂອງກົດການປົກຄອງ, ເຊິ່ງດຳເນີນໄປຢ່າງເປັນລະບຽບ. ແມ່ນແຕ່ເມື່ອຜູ້ຕໍ່ຕ້ານພຣະຄຣິສ ຫຼື ຄົນຊົ່ວຮ້າຍປາກົດຕົວຂຶ້ນມາກໍ່ຄວາມລົບກວນພາຍໃນຂອບເຂດວຽກງານຂອງພວກເຂົາ, ເພາະວ່າພວກເຂົາມີຄວາມສາມາດໃນການຕອບສະໜອງຕໍ່ສິ່ງຕ່າງໆ, ພວກເຂົາກໍຈະຮັບມື ກັບສະຖານະການນັ້ນຢ່າງວ່ອງໄວ. ພວກເຂົາຈະຮັບມື ແລະ ແກ້ໄຂບັນຫານັ້ນໃນໂອກາດທຳອິດ, ໂດຍຮັບປະກັນວ່າວຽກງານຂອງຄຣິສຕະຈັກຈະກັບຄືນສູ່ເສັ້ນທາງທີ່ຖືກຕ້ອງຢ່າງວ່ອງໄວ ແລະ ສະພາບແວດລ້ອມສຳລັບອ້າຍເອື້ອຍນ້ອງໃນການປະຕິບັດໜ້າທີ່ຂອງພວກເຂົາຈະບໍ່ໄດ້ຮັບຜົນກະທົບ. ແມ່ນແຕ່ເມື່ອສະຖານະການທີ່ບໍ່ຄາດຄິດເກີດຂຶ້ນມາ, ຄົນທີ່ມີຂີດຄວາມສາມາດທີ່ດີກໍຮູ້ວິທີຮັບມືກັບສະຖານະການເຫຼົ່ານັ້ນ. ເຖິງແມ່ນວ່າພວກເຂົາບໍ່ເຄີຍຮັບມືກັບສະຖານະການແບບນັ້ນມາກ່ອນ, ພວກເຂົາກໍຈະຮູ້ວິທີສະແຫວງຫາຫຼັກການ. ເພາະວ່າພວກເຂົາມີຄວາມສາມາດໃນການລະບຸສິ່ງຕ່າງໆ, ຄວາມສາມາດໃນການຕັດສິນ ແລະ ຄວາມສາມາດໃນການຮັບຮູ້, ພວກເຂົາກໍຈະແກ້ໄຂບັນຫາຕ່າງໆຕາມຫຼັກການຢ່າງວ່ອງໄວ. ພວກເຂົາມີຄວາມສາມາດໃນການແກ້ໄຂບັນຫາຢ່າງແນ່ນອນ. ຄວາມສາມາດໃນການລະບຸສິ່ງຕ່າງໆ, ຄວາມສາມາດໃນການຕອບສະໜອງຕໍ່ສິ່ງຕ່າງໆ ແລະ ຄວາມສາມາດໃນການຕັດສິນຂອງພວກເຂົາ ເຮັດໃຫ້ພວກເຂົາສາມາດແກ້ໄຂ ແລະ ເຮັດໃຫ້ສະຖານະການທີ່ບໍ່ຄາດຄິດສະຫງົບລົງໄດ້ຢ່າງວ່ອງໄວ, ເຊິ່ງບັນລຸການປົກປ້ອງຄວາມຄືບໜ້າທີ່ປົກກະຕິ ແລະ ເປັນລະບຽບຂອງວຽກງານຄຣິສຕະຈັກ ແລະ ການປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ໂດຍຮັບປະກັນວ່າສະຖານະການແບບນັ້ນຈະບໍ່ເກີດຂຶ້ນຊ້ຳອີກ ຫຼື ບໍ່ຖືກປ່ອຍໃຫ້ບໍ່ສະຫງົບເປັນໄລຍະເວລາດົນນານ. ໃນເວລາດຽວກັນ ທັງຫຼັກການທີ່ພວກເຂົາໃຊ້ຮັບມືກັບສິ່ງຕ່າງໆ ແລະ ຜົນໄດ້ຮັບສຸດທ້າຍທີ່ພວກເຂົາບັນລຸ ລ້ວນແຕ່ເຮັດໜ້າທີ່ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ປະສິດທິພາບສູງ ແລະ ຜົນໄດ້ຮັບທີ່ດີຄືສິ່ງທີ່ຄົນທີ່ມີຂີດຄວາມສາມາດທີ່ດີສາມາດບັນລຸໄດ້ໃນວຽກງານຂອງພວກເຂົາ. ເຖິງຢ່າງໃດກໍຕາມ ເມື່ອຄົນທີ່ມີຂີດຄວາມສາມາດປານກາງຮັບມືກັບບັນຫາທີ່ເກີດຂຶ້ນໃນວຽກງານຄຣິສຕະຈັກ ຫຼື ຊີວິດປະຈຳວັນ, ພວກເຂົາຈະຮູ້ສຶກຮັບມືບໍ່ໄຫວຢູ່ແດ່ເລັກນ້ອຍ ແລະ ຮູ້ສຶກວ່າມັນຍາກເລັກນ້ອຍ. ການຮັບມືກັບບັນຫາຂອງພວກເຂົາມັກຈະບໍ່ມີປະສິດທິພາບ ແລະ ຊ້າຫຼາຍ. ສຳລັບບັນຫາທີ່ຄວນໄດ້ຮັບການແກ້ໄຂພາຍໃນໜຶ່ງ ຫຼື ສອງມື້, ເພາະວ່າພວກເຂົາບໍ່ສາມາດເບິ່ງທະລຸພວກມັນໄດ້, ພວກເຂົາກໍອາດຈະຕ້ອງລໍຖ້າ ແລະ ພວກເຂົາອາດຈະຕ້ອງໄດ້ໄຕ່ຕອງເຖິງສາມຫາຫ້າມື້. ພວກເຂົາບໍ່ສາມາດຕັດສິນໃຈຢ່າງເດັດຂາດເພື່ອພິກສະຖານະການໄດ້ ແລະ ໃນທາງກົງກັນຂ້າມພວກເຂົາກັບຈົນປັນຍາ ແລະ ເຮັດໄດ້ພຽງປ່ອຍໃຫ້ສະຖານະການສືບຕໍ່ຊຸດໂຊມລົງ. ພວກເຂົາສາມາດຮັບມືໄດ້ພຽງແຕ່ໜ້າວຽກທີ່ງ່າຍດາຍບາງຢ່າງ ເຊັ່ນ: ການກວດສອບຂໍ້ເທັດຈິງ, ການຖາມຄົນທີ່ກ່ຽວຂ້ອງກ່ຽວກັບສະຖານະການ ຫຼື ການຈັດລະບຽບບັນຫາ ແລະ ລາຍງານຂຶ້ນໄປເບື້ອງເທິງ. ບັນຫາທີ່ຄົນອື່ນສາມາດແກ້ໄຂໄດ້ພາຍໃນສອງມື້ ອາດຈະໃຊ້ເວລາເຖິງເຄິ່ງເດືອນສຳລັບພວກເຂົາ. ເຖິງແມ່ນວ່າໃນທີ່ສຸດບັນຫາຈະຖືກແກ້ໄຂ ແຕ່ຄວາມຊັກຊ້າທີ່ແກ່ຍາວນັ້ນກໍກໍ່ໃຫ້ເກີດຄວາມເສຍຫາຍບາງຢ່າງຕໍ່ວຽກງານຄຣິສຕະຈັກ. ໃນຊ່ວງເວລານີ້ ບາງຄົນອາດຈະຖືກເຮັດໃຫ້ຫຼົງຜິດໂດຍຜູ້ຕໍ່ຕ້ານພຣະຄຣິສ, ເຄື່ອງຖວາຍອາດຈະສູນຫາຍ ຫຼື ວຽກງານບາງລາຍການອາດຈະໄດ້ຮັບຄວາມເສຍຫາຍ ເພາະວ່າບັນຫາບໍ່ໄດ້ຮັບການແກ້ໄຂໂດຍທັນທີ. ເຖິງແມ່ນວ່າຈະມີການຊົດເຊີຍ ຫຼື ການທົດແທນໃນພາຍຫຼັງ ແລະ ຄົນທີ່ຄວນຖືກຈັດການກໍຖືກຈັດການໃນທີ່ສຸດ ແຕ່ຜົນໄດ້ຮັບ ແລະ ປະສິດທິພາບກໍຢູ່ໃນລະດັບປານກາງຫຼາຍ. ມັນປຽບເໝືອນການດັບເພີງ: ຄົນທີ່ມີຂີດຄວາມສາມາດທີ່ດີມີຄວາມຊຳນານໃນການດັບໄຟ, ເຊິ່ງບັນລຸຜົນໄດ້ຮັບທີ່ດີ ແລະ ປ້ອງກັນຄວາມເສຍຫາຍທາງດ້ານການເງິນ. ເຖິງຢ່າງໃດກໍຕາມ ຄົນທີ່ມີຂີດຄວາມສາມາດປານກາງ, ເນື່ອງຈາກວິທີການທີ່ບໍ່ເໝາະສົມ, ການຂາດມາດຕະການສຸກເສີນ, ການກະທຳທີ່ຊັກຊ້າ ແລະ ຄວາມບໍ່ສາມາດໃນການຕັດສິນໃຈຢ່າງເດັດຂາດ ແລະ ຈັບໃຈຄວາມປະເດັນສຳຄັນເພື່ອແກ້ໄຂບັນຫາ, ຈຶ່ງຈົບລົງດ້ວຍການກໍ່ໃຫ້ເກີດຄວາມເສຍຫາຍທີ່ໃຫຍ່ຫຼວງກວ່າ. ບາງຄົນເວົ້າວ່າ “ຂ້ອຍເຕັມໃຈທີ່ຈະໃຫ້ການຊົດເຊີຍສຳລັບຄວາມເສຍຫາຍທີ່ຂ້ອຍກໍ່ຂຶ້ນ”. ຖ້າມັນເປັນພຽງຄວາມເສຍຫາຍທາງດ້ານເສດຖະກິດ, ການຊົດເຊີຍກໍສາມາດແກ້ໄຂບັນຫາໄດ້. ແຕ່ຖ້າປະເຊີນກັບການຈັບກຸມຂອງພະຍານາກໃຫຍ່ສີແດງ ແລະ ເຈົ້າບໍ່ສາມາດຮັບມືໄດ້ຢ່າງເໝາະສົມ, ເຊິ່ງກໍ່ໃຫ້ເກີດຄວາມເສຍຫາຍຕໍ່ວຽກງານຂອງຄຣິສຕະຈັກ, ເຈົ້າສາມາດຊົດເຊີຍສຳລັບສິ່ງນັ້ນໄດ້ບໍ? ເຈົ້າສາມາດຊົດເຊີຍລາຄາສຳລັບວຽກງານທີ່ຊັກຊ້າ ແລະ ເວລາທີ່ສູນເສຍໄປໄດ້ບໍ? ເມື່ອເຫດການທີ່ບໍ່ຄາດຄິດເກີດຂຶ້ນ, ເພາະວ່າຄວາມສາມາດໃນການຕອບສະໜອງຕໍ່ສິ່ງຕ່າງໆ, ຄວາມສາມາດໃນການຕັດສິນ, ຄວາມສາມາດໃນການລະບຸສິ່ງຕ່າງໆ ແລະ ແມ່ນແຕ່ຄວາມສາມາດໃນການຕັດສິນໃຈຂອງຄົນທີ່ມີຂີດຄວາມສາມາດປານກາງ ລ້ວນແຕ່ຢູ່ໃນລະດັບປານກາງ, ດ້ວຍເຫດນັ້ນ ພວກເຂົາຈຶ່ງຮັບມືກັບບັນຫາຢ່າງຊັກຊ້າ ແລະ ມີປະສິດທິພາບຕ່ຳຢ່າງຍິ່ງ ແລະ ມາດຕະການສຸກເສີນຂອງພວກເຂົາກໍບໍ່ມີປະສິດທິຜົນ, ເຊິ່ງໃນທີ່ສຸດກໍສົ່ງຜົນໃຫ້ຜົນໄດ້ຮັບຂອງວຽກງານບໍ່ເປັນທີ່ໜ້າພໍໃຈ ແລະ ເກີດຄວາມເສຍຫາຍບາງຢ່າງ. ເຖິງແມ່ນວ່າໃນທີ່ສຸດບັນຫາຈະຖືກແກ້ໄຂ ແຕ່ເພາະວ່າຄວາມຊັກຊ້າທີ່ແກ່ຍາວໄດ້ເກີດຂຶ້ນ ແລະ ປະສິດທິພາບກໍຫຼຸດລົງ, ສິ່ງນີ້ຈຶ່ງຖືວ່າເປັນຄວາມເສຍຫາຍ. ສະນັ້ນ ຄົນເຫຼົ່ານີ້ຈຶ່ງຖືກກຳນົດລັກສະນະວ່າມີຂີດຄວາມສາມາດປານກາງ. ບາງຄົນເວົ້າວ່າ “ນັ້ນບໍ່ເປັນທຳເລີຍ. ພວກເຂົາກໍໄດ້ທຸ່ມເທຄວາມພະຍາຍາມ, ເຮັດວຽກໜັກ ແລະ ແກ້ໄຂບັນຫາແລ້ວ. ພຣະອົງຍັງຈະເວົ້າໄດ້ແນວໃດວ່າຂີດຄວາມສາມາດຂອງພວກເຂົາຢູ່ໃນລະດັບປານກາງ?” ການປະເມີນເລື່ອງແບບນັ້ນບໍ່ສາມາດອີງໃສ່ອາລົມ ຫຼື ຄວາມຮູ້ສຶກໄດ້. ເວົ້າຢ່າງເປັນກາງ ແລະ ຢ່າງເປັນທຳ ແລະ ໃນແງ່ຂອງລະດັບທີ່ຂີດຄວາມສາມາດຂອງຄົນໆໜຶ່ງສາມາດບັນລຸໄດ້, ຂີດຄວາມສາມາດຂອງເຈົ້າແມ່ນຢູ່ໃນລະດັບປານກາງ. ເປັນຫຍັງມັນຈຶ່ງຢູ່ໃນລະດັບປານກາງ? ເພາະວ່າມີຄົນທີ່ມີຂີດຄວາມສາມາດສູງກວ່າເຈົ້າ; ໃນສະຖານະການທີ່ຄວາມເປັນມະນຸດຂອງພວກເຂົາໃກ້ຄຽງກັບຂອງເຈົ້າ, ຄົນທີ່ມີຂີດຄວາມສາມາດທີ່ດີຮັບມືກັບບັນຫາດ້ວຍປະສິດທິພາບ ແລະ ຜົນໄດ້ຮັບທີ່ດີກວ່າເຈົ້າ ແລະ ຄວາມເສຍຫາຍກໍໜ້ອຍກວ່າຂອງເຈົ້າ. ສະນັ້ນ ຂີດຄວາມສາມາດຂອງເຈົ້າຈຶ່ງສາມາດຖືກຈັດຢູ່ໃນລະດັບປານກາງເທົ່ານັ້ນ. ພວກເຈົ້າເຂົ້າໃຈບໍ? (ເຂົ້າໃຈ). ເຫດຜົນທີ່ຄົນແບບນັ້ນຖືກກຳນົດລັກສະນະວ່າມີຂີດຄວາມສາມາດປານກາງກໍຍ້ອນວ່າມີຄົນທີ່ມີຂີດຄວາມສາມາດທີ່ດີເຊິ່ງບັນລຸປະສິດທິພາບ ແລະ ຜົນໄດ້ຮັບໃນການກະທຳຂອງພວກເຂົາໄດ້ດີກວ່າຄົນເຫຼົ່ານັ້ນ. ສະນັ້ນ ຂີດຄວາມສາມາດຂອງພວກເຂົາຈຶ່ງຢູ່ໃນລະດັບປານກາງ. ຄຳອະທິບາຍນີ້ແມ່ນເປັນທຳ ແລະ ສົມເຫດສົມຜົນ. ບາງຄົນເວົ້າວ່າ “ພວກເຂົາມີຄວາມຈິງໃຈ ແລະ ພວກເຂົາກໍໄດ້ທຸ່ມເທຄວາມຕັ້ງໃຈເຂົ້າໃນໜ້າວຽກນີ້; ພວກເຂົາໄດ້ທົນຕໍ່ຄວາມຍາກລຳບາກຢ່າງຫຼວງຫຼາຍ ແລະ ຈ່າຍລາຄາບໍ່ໜ້ອຍເລີຍ”. ການເວົ້າແບບນັ້ນຈະມີປະໂຫຍດຫຍັງ? ນັ້ນໝາຍຄວາມວ່າພວກເຂົາມີຂີດຄວາມສາມາດທີ່ດີບໍ? ບໍ່ວ່າຄວາມເປັນມະນຸດ, ຄວາມຮູ້ສຶກ ຫຼື ຄວາມປາຖະໜາຂອງພວກເຂົາຈະແມ່ນຫຍັງກໍຕາມ, ພຽງແຕ່ໃນແງ່ຂອງຂີດຄວາມສາມາດຂອງພວກເຂົາ, ສິ່ງເຫຼົ່ານີ້ຄືການສະແດງອອກຂອງການມີຂີດຄວາມສາມາດປານກາງ.
ການສະແດງອອກຂອງຄົນທີ່ມີຂີດຄວາມສາມາດທີ່ຕ່ຳແມ່ນຫຍັງ? ເມື່ອເບິ່ງຈາກມຸມມອງຂອງຄວາມສາມາດຕ່າງໆ, ຄົນທີ່ມີຂີດຄວາມສາມາດທີ່ຕ່ຳຂ້ອນຂ້າງຈະມີຄວາມສາມາດໃນການຮຽນຮູ້ ແລະ ຄວາມສາມາດໃນການເຂົ້າໃຈສິ່ງຕ່າງໆຢູ່ແດ່. ເມື່ອພວກເຂົາຮຽນຮູ້ຄວາມຮູ້, ທິດສະດີ, ທັກສະທາງວິຊາຊີບ ຫຼື ສາຂາວິຊາການບາງຢ່າງ, ພວກເຂົາສາມາດຈື່ຈຳສິ່ງເຫຼົ່ານີ້ໄດ້ຢ່າງໜັກແໜ້ນ ແລະ ຖືກຕ້ອງ, ໂດຍຈົດບັນທຶກປະເດັນສຳຄັນລົງໃນປຶ້ມບັນທຶກຂອງພວກເຂົາ. ເພາະວ່າພວກເຂົາໄດ້ຮັບການສຶກສາ, ຄວາມສາມາດໃນການເຂົ້າໃຈສິ່ງຕ່າງໆຂອງພວກເຂົາຈຶ່ງບໍ່ໄດ້ຕ່ຳຈົນເກີນໄປ; ມັນສາມາດບັນລຸລະດັບປານກາງໄດ້. ເຖິງຢ່າງໃດກໍຕາມ ພວກເຂົາບໍ່ມີຄວາມສາມາດທີ່ຢູ່ຖັດຈາກຄວາມສາມາດໃນການຢັ່ງຮູ້ ເຊັ່ນ: ຄວາມສາມາດໃນການຍອມຮັບສິ່ງຕ່າງໆ ແລະ ຄວາມສາມາດໃນການລະບຸສິ່ງຕ່າງໆ. ນັ້ນກໍຄື ຄວາມສາມາດຂອງພວກເຂົາຍັງຄົງຈຳກັດຢູ່ພຽງແຕ່ການຮຽນຮູ້ ແລະ ການເຂົ້າໃຈທິດສະດີ, ຄວາມຮູ້, ທັກສະທາງເຕັກນິກ ຫຼື ວິຊາຊີບໃນລະດັບຕົວອັກສອນເທົ່ານັ້ນ. ເມື່ອເວົ້າເຖິງການເບິ່ງຜູ້ຄົນ, ການຮັບມືກັບເລື່ອງຕ່າງໆ, ການແກ້ໄຂບັນຫາ ແລະ ການຈັດຕັ້ງປະຕິບັດການຈັດແຈງວຽກງານໃນຊີວິດຈິງ, ພວກເຂົາກໍຂາດຕົກບົກພ່ອງ. ຄວາມສາມາດຂອງພວກເຂົາຍັງຄົງຈຳກັດຢູ່ພຽງແຕ່ຄວາມສາມາດໃນການຮຽນຮູ້ ແລະ ຄວາມສາມາດໃນການເຂົ້າໃຈສິ່ງຕ່າງໆ; ພວກເຂົາສາມາດບັນລຸຄວາມສາມາດໃນການຢັ່ງຮູ້ໄດ້ ແຕ່ພວກເຂົາກໍຂາດຕົກບົກພ່ອງເມື່ອເວົ້າເຖິງຄວາມສາມາດໃນການຍອມຮັບສິ່ງຕ່າງໆ. ຄົນທີ່ມີຄວາມສາມາດໃນການຍອມຮັບສິ່ງຕ່າງໆສາມາດຮູ້ໄດ້ວ່າຫຼັກການ, ທິດສະດີ ແລະ ພື້ນຖານເຫຼົ່ານີ້ສອດຄ່ອງກັບສິ່ງໃດໃນຊີວິດຈິງ ພ້ອມທັງສິ່ງໃດທີ່ສຳພັນກັບຊີວິດຈິງ ແລະ ນຳໃຊ້ໄດ້, ສິ່ງໃດທີ່ບໍ່ໄດ້ສຳພັນກັບຊີວິດຈິງ ແລະ ສິ່ງໃດທີ່ເໝາະສົມກັບຕົນເອງ ແລະ ສິ່ງໃດທີ່ບໍ່ເໝາະສົມ. ເຖິງຢ່າງໃດກໍຕາມ ຄົນທີ່ມີຂີດຄວາມສາມາດທີ່ຕ່ຳບໍ່ສາມາດເບິ່ງທະລຸສິ່ງເຫຼົ່ານີ້ໄດ້. ຕົວຢ່າງ: ມີຄວາມຮູ້ດ້ານສຸຂະພາບ ແລະ ສື່ການຝຶກອອກກຳລັງກາຍຕ່າງໆຢູ່ເທິງອິນເຕີເນັດ. ຄົນທີ່ມີຂີດຄວາມສາມາດທີ່ຕ່ຳກໍສາມາດຮຽນຮູ້ວິທີການອອກກຳລັງກາຍ ແລະ ເບິ່ງແຍງຕົນເອງຈາກແຫຼ່ງຂໍ້ມູນເຫຼົ່ານີ້ໄດ້ເຊັ່ນກັນ. ພວກເຂົາມີຄວາມສາມາດໃນການຮຽນຮູ້, ຄວາມສາມາດໃນການເຂົ້າໃຈສິ່ງຕ່າງໆ ແລະ ຄວາມສາມາດໃນການຢັ່ງຮູ້ ແລະ ພວກເຂົາຍັງຮູ້ຈັກຊອກຫາສິ່ງທີ່ພວກເຂົາມັກອີກດ້ວຍ. ເຖິງຢ່າງໃດກໍຕາມ ເມື່ອເວົ້າເຖິງວ່າສິ່ງໃດໃນສິ່ງເຫຼົ່ານີ້ທີ່ສຳພັນກັບຊີວິດຈິງ, ມີປະສິດທິຜົນ ແລະ ເປັນສິ່ງທີ່ຜູ້ຄົນຕ້ອງການຢ່າງແທ້ຈິງ, ຄົນທີ່ມີຂີດຄວາມສາມາດທີ່ຕ່ຳບໍ່ສາມາດລະບຸສິ່ງນີ້ໄດ້. ພວກເຂົາຂາດຕົກບົກພ່ອງເມື່ອເວົ້າເຖິງຄວາມສາມາດໃນການຍອມຮັບສິ່ງຕ່າງໆ. ໃນປັດຈຸບັນເທິງອິນເຕີເນັດບອກວ່າຜັກຫົມຕຸ໋ນກັບເຕົ້າຫູ້ມີຄຸນຄ່າທາງໂພຊະນາການສູງຫຼາຍ, ສະນັ້ນ ພວກເຂົາຈຶ່ງກິນມັນທຸກມື້. ແຕ່ຫຼັງຈາກທີ່ກິນໄປໄດ້ໄລຍະໜຶ່ງ, ພວກເຂົາກໍບໍ່ຮູ້ເລີຍວ່າຜົນກະທົບເປັນແນວໃດ ຫຼື ວ່າມັນມີຜົນກະທົບຕາມທີ່ກ່າວອ້າງເທິງອິນເຕີເນັດ ຫຼື ບໍ່. ຕໍ່ມາເທິງອິນເຕີເນັດບອກວ່າຜັກຫົມ ແລະ ເຕົ້າຫູ້ກິນນຳກັນບໍ່ໄດ້ ແລະ ຫຼັງຈາກທີ່ໄດ້ຍິນສິ່ງນີ້, ພວກເຂົາກໍບໍ່ເຮັດຜັກຫົມຕຸ໋ນກັບເຕົ້າຫູ້ກິນອີກເລີຍ. ສ່ວນເລື່ອງທີ່ວ່າຜັກຫົມ ແລະ ເຕົ້າຫູ້ມີຄຸນຄ່າທາງໂພຊະນາການສູງຫຼາຍ ຫຼື ກິນນຳກັນບໍ່ໄດ້ຢ່າງແທ້ຈິງ ຫຼື ບໍ່ນັ້ນ, ພວກເຂົາບໍ່ຮູ້ ແລະ ຈະບໍ່ຖາມ; ພວກເຂົາຮູ້ພຽງແຕ່ເຮັດຕາມຢ່າງຫຼັບຫູຫຼັບຕາເທົ່ານັ້ນ. ຂໍ້ມູນຂ່າວສານໃນປັດຈຸບັນມີຄວາມກ້າວໜ້າຫຼາຍ; ຂ່າວສານຕ່າງໆມີຄວາມຊັບຊ້ອນຢ່າງຍິ່ງ. ພວກເຂົາບໍ່ສາມາດລະບຸໄດ້ວ່າອັນໃດຖືກ ແລະ ຜິດ ຫຼື ອັນໃດຖືກຕ້ອງ ແລະ ບໍ່ຖືກຕ້ອງ. ພວກເຂົາອ່ານ ແລະ ຟັງທຸກສິ່ງທຸກຢ່າງ, ໂດຍເຊື່ອວ່າສິ່ງໃດກໍຕາມທີ່ພວກເຂົາບໍ່ເຄີຍໄດ້ຍິນມາກ່ອນ, ສິ່ງໃດກໍຕາມທີ່ແປກໃໝ່ ຫຼື ເບິ່ງຄືວ່າເລິກເຊິ່ງ, ຈະຕ້ອງເປັນສິ່ງທີ່ດີ. ຕົວຢ່າງ: ເທິງອິນເຕີເນັດບອກວ່າການກິນຊັອກໂກແລັດດີຕໍ່ຫົວໃຈ, ສະນັ້ນ ພວກເຂົາຈຶ່ງກິນຊັອກໂກແລັດທຸກມື້. ຜົນໄດ້ຮັບກໍຄື ພວກເຂົາເກີດອາການຮ້ອນໃນ, ເປັນແຜໃນປາກ, ຕາແດງ ແລະ ມີອາການຫູອື້. ຄວາມຈິງແລ້ວ ສິ່ງທີ່ຖືກກ່າວໄວ້ກໍຄືການກິນຊັອກໂກແລັດໃນປະລິມານທີ່ພໍດີນັ້ນດີຕໍ່ຫົວໃຈ ແຕ່ພວກເຂົາບໍ່ໄດ້ຈື່ຄຳວ່າ “ໃນປະລິມານທີ່ພໍດີ”. ພວກເຂົາບໍ່ສາມາດຈັບໃຈຄວາມປະເດັນສຳຄັນໄດ້ ແລະ ຈົບລົງດ້ວຍການທຳຮ້າຍຕົນເອງ. ສອງສາມມື້ຕໍ່ມາ ຕອນນີ້ເທິງອິນເຕີເນັດບອກວ່າ: “ການກິນຊັອກໂກແລັດບໍ່ດີຕໍ່ຫົວໃຈ ແລະ ການກິນຫຼາຍເກີນໄປກໍສາມາດເຮັດໃຫ້ນ້ຳໜັກຂຶ້ນໄດ້ເຊັ່ນກັນ”. ຄົນທີ່ສາມາດລະບຸໄດ້ຈະຮູ້ວ່າການກິນຫຼາຍເກີນໄປນັ້ນບໍ່ດີຕໍ່ຮ່າງກາຍ ແຕ່ການກິນໃນປະລິມານທີ່ພໍດີນັ້ນບໍ່ເປັນຫຍັງ. ເຖິງຢ່າງໃດກໍຕາມ ພວກເຂົາບໍ່ສາມາດລະບຸສິ່ງນີ້ໄດ້; ຫຼັງຈາກທີ່ໄດ້ຍິນສິ່ງນີ້, ພວກເຂົາກໍເຊົາກິນຊັອກໂກແລັດໄປເລີຍ. ພວກເຂົາປ່ຽນຈາກການສຸດໂຕ່ງຂົ້ວໜຶ່ງໄປສູ່ອີກຂົ້ວໜຶ່ງ, ບໍ່ວ່າຈະອຽງໄປທາງຊ້າຍຫຼາຍເກີນໄປ ຫຼື ທາງຂວາຫຼາຍເກີນໄປ ແຕ່ພວກເຂົາກໍຍັງຄິດວ່າພວກເຂົາເປັນຄົນທີ່ທັນສະໄໝ: “ເບິ່ງແມ, ສິ່ງໃດກໍຕາມທີ່ອິນເຕີເນັດບອກວ່າດີ ຂ້ອຍກໍກິນ; ສິ່ງໃດກໍຕາມທີ່ອິນເຕີເນັດບອກວ່າບໍ່ດີ ຂ້ອຍກໍບໍ່ກິນ. ຂ້ອຍເປັນຄົນທີ່ຕາມທັນກະແສຂອງຍຸກສະໄໝ”. ໃນຄວາມເປັນຈິງແລ້ວ ພວກເຂົາຄືຄົນທີ່ບໍ່ມີຄວາມສາມາດໃນການລະບຸສິ່ງຕ່າງໆ, ເປັນບຸກຄົນເບົາປັນຍາທີ່ເຮັດຕາມກະແສຢ່າງຫຼັບຫູຫຼັບຕາ. ມີຂໍ້ມູນຂ່າວສານທຸກປະເພດຢູ່ເທິງອິນເຕີເນັດ ແລະ ຄຳກ່າວອ້າງສ່ວນໃຫຍ່ກໍບໍ່ຖືກຕ້ອງ. ແນ່ນອນວ່າ ມັນກໍມີຂໍ້ມູນຂ່າວສານ ແລະ ຄຳກ່າວອ້າງຈຳນວນໜ້ອຍທີ່ຖືກຕ້ອງເຊັ່ນກັນ. ເຈົ້າຈຳເປັນຕ້ອງສາມາດລະບຸສິ່ງເຫຼົ່ານັ້ນໄດ້. ສ່ວນເລື່ອງທີ່ວ່າຈະຍອມຮັບຂໍ້ມູນຂ່າວສານຫຍັງນັ້ນ, ເຈົ້າຕ້ອງປະເມີນມັນຕາມຄວາມຕ້ອງການຂອງເຈົ້າ, ວ່າມັນເປັນປະໂຫຍດຕໍ່ເຈົ້າ ຫຼື ບໍ່ ແລະ ຂໍ້ມູນຂ່າວສານນັ້ນເປັນບວກ ຫຼື ບໍ່. ຄົນທີ່ມີຂີດຄວາມສາມາດທີ່ຕ່ຳຂາດຄວາມສາມາດໃນການລະບຸສິ່ງດັ່ງກ່າວ. ພວກເຂົາຂາດຕົກບົກພ່ອງສຳລັບຄວາມສາມາດທັງໝົດຕັ້ງແຕ່ລະດັບຂອງຄວາມສາມາດໃນການຍອມຮັບສິ່ງຕ່າງໆເປັນຕົ້ນໄປ. ພວກເຂົາຍັງຄົງຈຳກັດຢູ່ພຽງແຕ່ການຮຽນຮູ້ ແລະ ການເຂົ້າໃຈສິ່ງຕ່າງໆໃນລະດັບຕົວອັກສອນ, ທິດສະດີ ແລະ ຄວາມຮູ້, ໂດຍມີຄວາມສາມາດໃນການຢັ່ງຮູ້ຢູ່ແດ່. ເຖິງຢ່າງໃດກໍຕາມ ສຳລັບການລະບຸເພີ່ມເຕີມເຖິງຄວາມຖືກຕ້ອງຂອງຄຳກ່າວອ້າງຕ່າງໆ ພ້ອມທັງເລື່ອງທີ່ວ່າມັນມີຄຸນຄ່າ ແລະ ມີຄວາມໝາຍ ຫຼື ບໍ່ນັ້ນ, ຄົນທີ່ມີຂີດຄວາມສາມາດທີ່ຕ່ຳຂາດຄວາມສາມາດໃນການຕັດສິນ ແລະ ລະບຸສິ່ງນີ້. ແລ້ວກໍຍັງມີຄວາມສາມາດໃນການຕອບສະໜອງຕໍ່ສິ່ງຕ່າງໆ ເຊິ່ງຄົນທີ່ມີຂີດຄວາມສາມາດທີ່ຕ່ຳກໍບໍ່ມີເຊັ່ນກັນ. ເມື່ອເວົ້າເຖິງບັນຫາຕ່າງໆທີ່ຜຸດຂຶ້ນມາໃນຊີວິດຈິງ ຫຼື ເທິງເສັ້ນທາງແຫ່ງການຢູ່ລອດ, ພວກເຂົາບໍ່ສາມາດຮັບມືກັບບັນຫາເຫຼົ່ານັ້ນໂດຍອີງໃສ່ຫຼັກການຄວາມຈິງທີ່ພວກເຂົາຮູ້ ຫຼື ເຂົ້າໃຈໄດ້. ບໍ່ວ່າພວກເຂົາຈະສາມາດເວົ້າຄຳເວົ້າ ແລະ ຫຼັກຄຳສອນໄດ້ຫຼາຍສໍ່າໃດກໍຕາມ, ສິ່ງເຫຼົ່ານີ້ກໍວ່າງເປົ່າ ແລະ ບໍ່ໄດ້ສຳພັນກັບຊີວິດຈິງ. ສຳລັບບັນຫາທີ່ເກີດຂຶ້ນອ້ອມຕົວພວກເຂົາ ຫຼື ເທິງເສັ້ນທາງແຫ່ງການຢູ່ລອດ, ພວກເຂົາເພິ່ງພາເລ່ລ່ຽມເລັກໆນ້ອຍໆຂອງພວກເຂົາເອງເພື່ອຈັດການກັບພວກມັນ; ພວກເຂົາພຽງແຕ່ພະຍາຍາມຫຼີກລ່ຽງການສູນເສຍ ແລ້ວກໍຈົບເທົ່ານັ້ນ, ໂດຍທີ່ໄປບໍ່ສາມາດໄປເຖິງລະດັບຂອງການມີປະສົບການ, ການເຂົ້າໃຈ ຫຼື ການພິສູດຢືນຢັນຫຼັກການທີ່ພວກເຂົາໄດ້ເຂົ້າໃຈ. ຍິ່ງໄປກວ່ານັ້ນ ຄົນທີ່ມີຂີດຄວາມສາມາດທີ່ຕ່ຳກໍບໍ່ມີຄວາມສາມາດໃນການຮັບຮູ້ເຊັ່ນກັນ. ນັ້ນກໍຄື ເມື່ອມີບັນຫາໃດເກີດຂຶ້ນມາ, ພວກເຂົາບໍ່ສາມາດຫາຂໍ້ສະຫຼຸບໃດໆ ຫຼື ຮັບຮູ້ແກ່ນແທ້ຂອງເລື່ອງນັ້ນເອງ, ຕົ້ນເຫດທີ່ຢູ່ເບື້ອງຫຼັງຂອງມັນ ຫຼື ຜົນສະທ້ອນທີ່ມັນອາດຈະນຳໄປສູ່ໃນອະນາຄົດໄດ້. ຄົນທີ່ມີຂີດຄວາມສາມາດທີ່ຕ່ຳບໍ່ຮູ້ວິທີຄິດກ່ຽວກັບສິ່ງເຫຼົ່ານີ້ເລີຍ, ແຮງໄກທີ່ຈະນຳໃຊ້ຄວາມຈິງ ຫຼື ຫຼັກການ ແລະ ກົດເກນຂອງສິ່ງຕ່າງໆທີ່ພວກເຂົາໄດ້ເຂົ້າໃຈເພື່ອປະເຊີນໜ້າ ແລະ ຮັບມືກັບບັນຫາດັ່ງກ່າວ. ເພາະວ່າຂີດຄວາມສາມາດຂອງພວກເຂົາຕ່ຳ, ຄວາມຄິດຂອງພວກເຂົາຈຶ່ງຮຽບງ່າຍ ແລະ ຜິວເຜີນ ແລະ ມຸມມອງຂອງພວກເຂົາຕໍ່ເລື່ອງຕ່າງໆກໍມີການບ່ຽງເບນ. ນອກຈາກນີ້ ສິ່ງທີ່ເປັນບັນຫາຍິ່ງກວ່ານັ້ນກໍຄື ພວກເຂົາບໍ່ຮູ້ວ່າພວກເຂົາສາມາດເບິ່ງສິ່ງຕ່າງໆຢ່າງຖືກຕ້ອງໄດ້ຈາກມຸມມອງໃດ. ສະນັ້ນ ພວກເຂົາຈຶ່ງບໍ່ສາມາດເບິ່ງທະລຸແກ່ນແທ້ຂອງສິ່ງໃດກໍຕາມໄດ້ ແລະ ບໍ່ສາມາດຕັດສິນຄວາມຖືກຕ້ອງ ຫຼື ສິ່ງທີ່ຖືກ ແລະ ສິ່ງທີ່ຜິດໄດ້. ເມື່ອປາສະຈາກການຕັດສິນ, ພວກເຂົາກໍບໍ່ສາມາດລະບຸໄດ້; ແນ່ນອນວ່າ ເມື່ອເປັນແນວນັ້ນ ພວກເຂົາກໍບໍ່ມີຄວາມສາມາດໃນການຕອບສະໜອງຕໍ່ສິ່ງຕ່າງໆເຊັ່ນກັນ, ຍິ່ງບໍ່ຕ້ອງເວົ້າເຖິງຄວາມສາມາດໃນການຕັດສິນໃຈ. ບາງຄົນເວົ້າວ່າ “ຄົນທີ່ມີຂີດຄວາມສາມາດທີ່ຕ່ຳກໍຮູ້ວ່າຕ້ອງກິນ ແລະ ນຸ່ງຫຍັງໃນແຕ່ລະມື້ ແລະ ສາມາດຈັດການຊີວິດປະຈຳວັນຂອງພວກເຂົາໄດ້”. ນັ້ນບໍ່ແມ່ນຄວາມໝາຍຂອງການມີຂີດຄວາມສາມາດ. ການມີຂີດຄວາມສາມາດໝາຍເຖິງການສາມາດຮັບມືກັບບັນຫາທີ່ຈຳເປັນຕ່າງໆທີ່ປະເຊີນໃນຊີວິດ ແລະ ເທິງເສັ້ນທາງແຫ່ງການຢູ່ລອດຕາມຫຼັກການຄວາມຈິງທີ່ຕົນເຂົ້າໃຈ. ບັນຫາຕ່າງໆທີ່ປະເຊີນໃນຊີວິດລວມມີການປະເມີນຄົນໆໜຶ່ງ, ການຮັບມືກັບເລື່ອງໃດໜຶ່ງ ແລະ ອື່ນໆ. ບັນຫາທີ່ປະເຊີນເທິງເສັ້ນທາງແຫ່ງການຢູ່ລອດລວມມີການປະເຊີນໜ້າກັບປະເດັນສຳຄັນກ່ຽວກັບຄວາມຖືກ ແລະ ຜິດ, ສະພາບແວດລ້ອມທີ່ພຣະເຈົ້າຈັດໄວ້ໃຫ້ເຈົ້າ, ອຳນາດສູງສຸດຂອງພຣະເຈົ້າ, ເລື່ອງທີ່ກ່ຽວຂ້ອງກັບອະນາຄົດ ແລະ ຈຸດໝາຍປາຍທາງ ພ້ອມທັງວິທີການເລືອກເສັ້ນທາງໃນອະນາຄົດ ແລະ ອື່ນໆ, ສິ່ງທັງໝົດເຫຼົ່ານີ້ລ້ວນແຕ່ຈັດຢູ່ໃນບັນຫາທີ່ກ່ຽວຂ້ອງກັບການຢູ່ລອດ. ຖ້າຄົນໃດໜຶ່ງບໍ່ມີຄວາມສາມາດໃນການຮັບມືກັບບັນຫາທີ່ເກີດຂຶ້ນໃນຊີວິດ ຫຼື ເທິງເສັ້ນທາງແຫ່ງການຢູ່ລອດ, ສິ່ງນີ້ໝາຍຄວາມວ່າພວກເຂົາຂາດຄວາມສາມາດໃນການຕັດສິນໃຈ. ຄົນແບບນັ້ນມີຄວາມຄິດທີ່ວ່າງເປົ່າ, ສະນັ້ນ ການເວົ້າເຖິງຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆກ່ຽວກັບພວກເຂົາຈຶ່ງເປັນເລື່ອງທີ່ບໍ່ສົມເຫດສົມຜົນປານໃດ. ແນ່ນອນວ່າ ຄວາມສາມາດຂໍ້ສຸດທ້າຍ, ນັ້ນກໍຄືຄວາມສາມາດໃນການສ້າງສັນ, ຍິ່ງເປັນສິ່ງທີ່ຫ່າງໄກເກີນໄປສຳລັບຄົນທີ່ມີຂີດຄວາມສາມາດທີ່ຕ່ຳ. ມັນປຽບເໝືອນການສົນທະນາກັນວ່າສິງ ຫຼື ເສືອເປັນເຈົ້າປ່າ. ຢ່າງໜ້ອຍທີ່ສຸດ ທັງສອງລ້ວນແຕ່ເປັນຕົວເລືອກທີ່ມີຄຸນສົມບັດ ເພາະວ່າສິງ ແລະ ເສືອຕ່າງລ້ວນແຕ່ມີທ່າທາງ ແລະ ຄວາມສາມາດຂອງຜູ້ປົກຄອງໃນໝູ່ສັດປ່າ. ພວກມັນແຕ່ລະຕົວລ້ວນແຕ່ມີຈຸດແຂງຂອງມັນເອງ ແລະ ເມື່ອຈັບຄູ່ຕໍ່ສູ້ກັນ ພວກມັນກໍອາດຈະສູສີກັນ, ເຊິ່ງເຮັດໃຫ້ພວກມັນມີຄຸນສົມບັດທີ່ຈະແຂ່ງຂັນກັນເພື່ອຊິງຕຳແໜ່ງເຈົ້າປ່າ. ຖ້າເຈົ້າເອົາຝູງງົວປ່າ, ກວາງເອວ ຫຼື ງົວຢັກມາທຽບກັບສິງ ແລະ ເສືອເພື່ອຕັດສິນວ່າໃຜເປັນເຈົ້າປ່າ, ຜູ້ຄົນກໍຈະຫົວຂວັນເຈົ້າ. ເປັນຫຍັງພວກເຂົາຈຶ່ງຈະຫົວຂວັນເຈົ້າ? (ເພາະວ່າສັດເຫຼົ່ານີ້ທຽບກັນບໍ່ໄດ້). ພວກມັນບໍ່ໄດ້ຢູ່ໃນລະດັບດຽວກັນ, ບໍ່ໄດ້ຢູ່ໃນຮຸ່ນນ້ຳໜັກດຽວກັນ; ພວກມັນທຽບກັນບໍ່ໄດ້. ເຊັ່ນດຽວກັນນັ້ນ ຄົນທີ່ມີຂີດຄວາມສາມາດທີ່ຕ່ຳບໍ່ມີຄວາມຄິດໃດໆ ແລະ ພວກເຂົາບໍ່ມີຄວາມສາມາດໃນການປະເມີນ ແລະ ຊື່ນຊົມບຸກຄົນ, ເຫດການ ຫຼື ສິ່ງໃດໆໃນລະດັບຂອງຄວາມຄິດ. ສະນັ້ນ ມັນຈຶ່ງບໍ່ຄຸ້ມຄ່າເລີຍທີ່ຈະເວົ້າເຖິງວ່າຄົນແບບນັ້ນມີຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ ຫຼື ບໍ່. ຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆນັ້ນຂ້ອນຂ້າງຢູ່ຂັ້ນສູງ ແລະ ໃຊ້ໄດ້ກັບຄົນທີ່ມີຂີດຄວາມສາມາດທີ່ດີ. ແລ້ວຄວາມສາມາດໃນການສ້າງສັນກໍຍິ່ງໃຊ້ໄດ້ກັບຄົນທີ່ມີຂີດຄວາມສາມາດທີ່ດີ. ຄວາມສາມາດໃນການສ້າງສັນຖືກຕັດສິນຈາກຄວາມສາມາດຂອງຄົນໆໜຶ່ງໃນການຮັບມືກັບສິ່ງໃດກໍຕາມໃນຊີວິດຈິງຢ່າງແທ້ຈິງ. ຄົນທີ່ມີຂີດຄວາມສາມາດທີ່ຕ່ຳບໍ່ພຽງແຕ່ຂາດຄວາມຄິດ ແລະ ຂັ້ນຕອນໃນສິ່ງໃດກໍຕາມທີ່ພວກເຂົາເຮັດເທົ່ານັ້ນ ແຕ່ພວກເຂົາຍັງບໍ່ມີຄວາມສາມາດໃດໆທີ່ຈະເຮັດສິ່ງຕ່າງໆໃຫ້ສຳເລັດໄດ້ອີກດ້ວຍ, ສະນັ້ນ ຈຶ່ງບໍ່ສາມາດເວົ້າໄດ້ວ່າພວກເຂົາມີຄວາມສາມາດໃນການສ້າງສັນໃດໆ. ແລ້ວຄົນທີ່ບໍ່ມີຂີດຄວາມສາມາດມີຄວາມສາມາດຫຍັງແດ່? ຄົນສ່ວນໃຫຍ່ທີ່ບໍ່ມີຂີດຄວາມສາມາດມີລັກສະນະຮ່ວມກັນຢ່າງໜຶ່ງຄື: ພວກເຂົາບໍ່ມີຈຸດແຂງ. ໃນແງ່ຂອງຄວາມສາມາດໃນການສະແດງອອກ, ພວກເຂົາບໍ່ມີເລີຍ; ໃນແງ່ຂອງຈຸດແຂງທາງດ້ານເຕັກນິກ ຫຼື ວິຊາຊີບໃດໆ, ພວກເຂົາກໍບໍ່ມີເຊັ່ນກັນ; ແມ່ນແຕ່ໃນການປະຕິບັດໜ້າວຽກທີ່ງ່າຍດາຍທີ່ສຸດ ເຊັ່ນ: ການທຳຄວາມສະອາດ, ພວກເຂົາກໍບໍ່ມີວິທີແກ້ໄຂທີ່ວ່ອງໄວ ແລະ ຮັດກຸມ, ບໍ່ມີຂັ້ນຕອນ ແລະ ບໍ່ມີຄວາມເປັນລະບຽບ. ຈາກການປະຕິບັດໜ້າວຽກທີ່ງ່າຍດາຍ, ເຈົ້າສາມາດເຫັນໄດ້ເລີຍວ່າລັກສະນະຂອງຄົນທີ່ບໍ່ມີຂີດຄວາມສາມາດນັ້ນເປັນແນວໃດແທ້. ລັກສະນະທີ່ຊັດເຈນທີ່ສຸດຂອງຄົນທີ່ບໍ່ມີຂີດຄວາມສາມາດກໍຄື ພວກເຂົາຂາດຄວາມສາມາດໃນທຸກໆດ້ານ. ເວົ້າງ່າຍໆກໍຄື ພວກເຂົາບໍ່ສາມາດແມ່ນແຕ່ຈະດຳເນີນຊີວິດມະນຸດຂອງພວກເຂົາເອງ ຫຼື ສິ່ງຈຳເປັນພື້ນຖານທີ່ສຸດໄດ້, ສິ່ງທັງໝົດເຫຼົ່ານີ້ລ້ວນແຕ່ຕົກຢູ່ໃນຄວາມວຸ້ນວາຍຢ່າງສິ້ນເຊີງ ແລະ ປາສະຈາກຫຼັກການໃດໆ. ຄຳອະທິບາຍທີ່ຖືກຕ້ອງທີ່ສຸດກ່ຽວກັບຄົນທີ່ບໍ່ມີຂີດຄວາມສາມາດກໍຄື ພວກເຂົາບໍ່ສາມາດເຮັດສິ່ງໃດກໍຕາມໃຫ້ສຳເລັດໄດ້ ແລະ ມີຊີວິດຢູ່ພຽງເພື່ອຕອບສະໜອງຄວາມຕ້ອງການພື້ນຖານປະຈຳວັນຂອງພວກເຂົາເທົ່ານັ້ນ, ບໍ່ມີຫຍັງຫຼາຍໄປກວ່ານັ້ນ. ການສະແດງອອກຕ່າງໆຂອງຄົນທີ່ມີຂີດຄວາມສາມາດໃນລະດັບທີ່ແຕກຕ່າງກັນ, ພ້ອມທັງລັກສະນະຂອງຂີດຄວາມສາມາດ ແລະ ຄວາມສາມາດທີ່ພວກເຂົາມີ, ລ້ວນແຕ່ໄດ້ຖືກອະທິບາຍໄວ້ຢ່າງຊັດເຈນແລ້ວ. ຖ້າພວກເຈົ້າເຂົ້າໃຈແລ້ວ, ພວກເຈົ້າກໍຈະສາມາດຮຽນຮູ້ວິທີແຍກແຍະ ແລະ ປະຕິບັດຕໍ່ຄົນທີ່ມີຂີດຄວາມສາມາດແຕກຕ່າງກັນໄດ້.
ວິທີການປະຕິບັດຕໍ່ຂີດຄວາມສາມາດຂອງຕົນເອງຢ່າງຖືກຕ້ອງ
ເມື່ອໄດ້ໂອ້ລົມກ່ຽວກັບວ່າຂີດຄວາມສາມາດແມ່ນຫຍັງ ພ້ອມທັງວິທີການແບ່ງລະດັບ ແລະ ປະເພດຂີດຄວາມສາມາດຂອງຜູ້ຄົນ, ຫຼັງຈາກທີ່ພວກເຈົ້າຟັງຈົບແລ້ ພວກເຈົ້າໄດ້ຮັບຜົນປະໂຫຍດຫຍັງບໍ? (ໄດ້ຮັບ.) ພວກເຈົ້າຮູ້ຢ່າງແທ້ຈິງບໍວ່າຂີດຄວາມສາມາດຂອງພວກເຈົ້າຕໍ່າ? (ຮູ້). ບາງຄົນທີ່ບໍ່ມີຂີດຄວາມສາມາດເວົ້າວ່າ: “ເປັນໄປໄດ້ແນວໃດທີ່ຂ້ອຍບໍ່ມີຂີດຄວາມສາມາດ? ເຖິງແມ່ນວ່າຂີດຄວາມສາມາດຂອງຂ້ອຍຈະປົກກະຕິ ຫຼື ຕໍ່າ, ນັ້ນກໍຍັງພໍຮັບໄດ້”. ບໍ່ມີໃຜເຕັມໃຈທີ່ຈະຕົກຢູ່ໃນລະດັບຂອງການບໍ່ມີຂີດຄວາມສາມາດ, ເປັນຄົນປຶກ, ຄົນໂງ່ ຫຼື ຄົນທີ່ໄຮ້ປະໂຫຍດ, ແຕ່ບັງເອີນວ່າ ເມື່ອປະເມີນຕົນເອງໂດຍອີງໃສ່ການສະແດງອອກຫຼັກຂອງພວກເຂົາ ແລະ ຜົນຂອງການປະຕິບັດໜ້າທີ່ຂອງຕົນໃນຫຼາຍປີທີ່ຜ່ານມານີ້, ບາງຄົນກໍຕົກຢູ່ໃນລະດັບຂອງຄົນທີ່ບໍ່ມີຂີດຄວາມສາມາດຢ່າງແທ້ຈິງ. ສິ່ງນີ້ເຮັດໃຫ້ບາງຄົນຄິດລົບບໍ? ເມື່ອຫຼາຍສິ່ງບໍ່ໄດ້ຖືກເຮັດໃຫ້ຊັດເຈນ, ຜູ້ຄົນກໍຄິດຢ່າງໂງ່ຈ້າວ່າ “ຂ້ອຍມີຄວາມສາມາດ, ຂ້ອຍມີທັກສະ, ຂ້ອຍມີສະຕິປັນຍາ, ຂີດຄວາມສາມາດຂອງຂ້ອຍກໍບໍ່ໄດ້ຂີ້ຮ້າຍ, ຂ້ອຍສູງສົ່ງ, ຂ້ອຍເປັນຄົນໃນລາຊະອານາຈັກຂອງພຣະເຈົ້າ, ຂ້ອຍເປັນເສົາຫຼັກ, ເປັນແກນຫຼັກ”, ໂດຍຍຶດຕິດກັບຄວາມຄິດເພີ້ຝັນຂອງພວກເຂົາຢ່າງໂງ່ຈ້າ, ຮູ້ສຶກດີພໍສົມຄວນ, ໝັ້ນໃຈພໍສົມຄວນ, ຄິດວ່າພວກເຂົາມີສັກກາຍະພາບ ແລະ ຄວາມຫວັງ; ພວກເຂົາບໍ່ຄິດລົບ ແລະ ດຳລົງຊີວິດໂດຍມີຈຸດປະສົງ. ເຖິງຢ່າງໃດກໍຕາມ, ຫຼັງຈາກທີ່ພວກເຂົາຮູ້ຂໍ້ເທັດຈິງທີ່ແທ້ຈິງ, ພວກເຂົາກໍຈະເສົ້າໃຈ ໂດຍຄິດວ່າ “ນີ້ບໍ່ໄດ້ໝາຍຄວາມວ່າຂ້ອຍບໍ່ມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນບໍ?” ແລະ ຕົກຢູ່ໃນສະພາວະທີ່ເປັນລົບ. ຖ້າສິ່ງເຫຼົ່ານີ້ບໍ່ໄດ້ຖືກເຮັດໃຫ້ຊັດເຈນ, ຜູ້ຄົນກໍຈະອວດດີຢ່າງໂງ່ຈ້າ; ຍິ່ງຄົນໆໜຶ່ງໂງ່ຈ້າຫຼາຍສໍ່າໃດ, ພວກເຂົາກໍຍິ່ງອວດດີຫຼາຍສໍ່ານັ້ນ ແລະ ຄວາມອວດດີຂອງພວກເຂົາກໍຍິ່ງບໍ່ມີຂອບເຂດຫຼາຍສໍ່ານັ້ນ. ຫຼັງຈາກທີ່ຍອມຮັບການສະໜອງຄວາມຈິງໃນຫຼາຍປີທີ່ຜ່ານມານີ້, ຄົນທີ່ສະຫຼາດກໍຈະໄຕ່ຕອງ ແລະ ກວດສອບຕົນເອງ, ຈະປຽບທຽບຄວາມຈິງກັບຕົນເອງ ແລະ ການເປີດເຜີຍອຸປະນິໄສທີ່ອວດດີຂອງພວກເຂົາກໍຈະຄ່ອຍໆຫຼຸດລົງ. ຍິ່ງຂີດຄວາມສາມາດຂອງຄົນໆໜຶ່ງຕໍ່າຫຼາຍສໍ່າໃດ, ພວກເຂົາກໍຍິ່ງອວດດີຢ່າງໂງ່ຈ້າຫຼາຍສໍ່ານັ້ນ. ບໍ່ມີຄຳເວົ້າທີ່ວ່າ: “ພວກເຂົາບໍ່ມີຄວາມສາມາດຫຍັງເລີຍ, ແຕ່ພວກເຂົາກໍບໍ່ຍອມກົ້ມຫົວໃຫ້ໃຜ” ບໍ? ຄຳເວົ້ານີ້ຂ້ອນຂ້າງເໝາະສົມ; ຜູ້ທີ່ບໍ່ມີຄວາມສາມດຫຍັງເລີຍຈະບໍ່ຍອມກົ້ມຫົວໃຫ້ໃຜ. ເປັນຫຍັງ? ມັນເປັນຍ້ອນວ່າຂີດຄວາມສາມາດຂອງພວກເຂົາຕໍ່າເກີນໄປ. ຈົນຮອດລະດັບໃດ? ຈົນຮອດລະດັບທີ່ບໍ່ມີສະຕິປັນຍາ, ບໍ່ຮູ້ເຖິງຂອບເຂດຄວາມສາມາດຂອງພວກເຂົາ, ບໍ່ຮູ້ວ່າສະຕິປັນຍາຂອງພວກເຂົາຢູ່ໃນລະດັບໃດ, ບໍ່ຮູ້ວ່າມີຄົນທີ່ເກັ່ງກວ່າພວກເຂົາສະເໝີ ແລະ ບໍ່ຮູ້ວ່າຂີດຄວາມສາມາດທີ່ດີແມ່ນຫຍັງ. ນອກຈາກນັ້ນ ຄວາມອວດດີຂອງພວກເຂົາໄປເຖິງລະດັບໃດ? ໄປເຖິງລະດັບທີ່ຜູ້ຄົນຮູ້ສຶກລັງກຽດ ແລະ ຂີ້ດຽດເມື່ອຫຼຽວເບິ່ງພວກເຂົາ, ນີ້ຄືຄວາມອວດດີທີ່ໂງ່ຈ້າ. “ພວກເຂົາບໍ່ມີຄວາມສາມາດຫຍັງເລີຍ, ແຕ່ພວກເຂົາກໍບໍ່ຍອມກົ້ມຫົວໃຫ້ໃຜ” ໝາຍຄວາມວ່າພວກເຂົາບໍ່ສາມາດເຮັດຫຍັງໃຫ້ສຳເລັດໄດ້, ເລື່ອງລາວໃນຊີວິດຂອງພວກເຂົາເອງກໍວຸ້ນວາຍໄປໝົດ, ພວກເຂົາບໍ່ສາມາດເບິ່ງທະລຸສິ່ງໃດໄດ້, ພວກເຂົາບໍ່ມີຄວາມຄິດ ຫຼື ມຸມມອງ ແລະ ພວກເຂົາບໍ່ສາມາດບອກໄດ້ວ່າມຸມມອງຂອງຄົນອື່ນຖືກຕ້ອງ ຫຼື ບໍ່ ຫຼື ພວກມັນແມ່ນຍຳ ຫຼື ບໍ່ ແລະ ພວກເຂົາກໍພຽງແຕ່ຍຶດໝັ້ນໃນຄວາມອວດດີຂອງພວກເຂົາຢ່າງໂງ່ຈ້າ ໂດຍຄິດວ່າ “ຂ້ອຍມີຄວາມສາມາດ, ຂ້ອຍມີທັກສະ, ຂ້ອຍມີສະຕິປັນຍາ, ຂ້ອຍດີກວ່າຄົນອື່ນ!” ບອກເຮົາເບິ່ງວ່າ ມັນດີກວ່າບໍທີ່ຈະປ່ອຍໃຫ້ພວກເຂົາເປັນຄົນທີ່ອວດດີຢ່າງໂງ່ຈ້າທີ່ບໍ່ຍອມກົ້ມຫົວໃຫ້ໃຜ ຫຼື ປ່ອຍໃຫ້ພວກເຂົາຮູ້ວ່າຂີດຄວາມສາມາດຂອງພວກເຂົາຕໍ່າ, ພວກເຂົາບໍ່ມີຄວາມສາມາດຫຍັງເລີຍ, ເປັນພຽງຄົນໂງ່, ຄົນທີ່ໄຮ້ປະໂຫຍດ ແລະ ຄົນປັນຍາອ່ອນ, ເພື່ອໃຫ້ພວກເຂົາເລີ່ມຄິດລົບ? ພວກເຈົ້າຈະເລືອກອັນໃດ? (ປ່ອຍໃຫ້ພວກເຂົາເລີ່ມຄິດລົບ, ເພາະວ່າຖ້າພວກເຂົາອວດດີຢ່າງໂງ່ຈ້າ, ພວກເຂົາກໍມີແນວໂນ້ມທີ່ຈະເຮັດສິ່ງທີ່ລະເມີດຫຼັກການ ແລະ ພວກເຂົາສາມາດຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກໄດ້.) ຖ້າພວກເຂົາເລີ່ມຄິດລົບ, ພວກເຂົາກໍສາມາດກັບຄືນສູ່ເຫດຜົນຂອງຄວາມເປັນມະນຸດ ແລະ ປະພຶດຕົວດີຂຶ້ນ, ເຮັດສິ່ງທີ່ຂັດຂວາງ ແລະ ລົບກວນໜ້ອຍລົງ. ນີ້ຄືການປົກປ້ອງສຳລັບພວກເຂົາ. ເຖິງແມ່ນວ່າພວກເຂົາຈະບໍ່ໄດ້ເຮັດສິ່ງທີ່ເປັນປະໂຫຍດຕໍ່ຄົນອື່ນຫຼາຍປານໃດ, ການເຮັດສິ່ງທີ່ຂັດຂວາງ ແລະ ລົບກວນໜ້ອຍລົງກໍໝາຍຄວາມວ່າພວກເຂົາຈະກະທຳຜິດ ແລະ ເຮັດການກະທຳທີ່ຊົ່ວຮ້າຍໜ້ອຍລົງຫຼາຍ ແລະ ໂອກາດທີ່ພວກເຂົາຈະຖືກລົງໂທດໃນອະນາຄົດກໍຈະຫຼຸດລົງ, ແມ່ນບໍ? (ແມ່ນແລ້ວ.) ໂດຍບໍ່ຕ້ອງເວົ້າເຖິງເລື່ອງທີ່ວ່າພວກເຂົາຈະສາມາດໄດ້ຮັບຄວາມລອດພົ້ນ ຫຼື ບໍ່, ເພາະນັ້ນເປັນສິ່ງທີ່ຂ້ອນຂ້າງຫ່າງໄກ, ໂອກາດທີ່ພວກເຂົາຈະລະເມີດກົດການປົກຄອງຂອງພຣະເຈົ້າ ແລະ ລ່ວງເກີນອຸປະນິໄສຂອງພຣະເຈົ້າຈະຫຼຸດລົງບໍ? ແລ້ວໂອກາດໃນການຢູ່ລອດຂອງພວກເຂົາຈະເພີ່ມຂຶ້ນບໍ? (ແມ່ນແລ້ວ.) ເມື່ອຕັດສິນຈາກມຸມມອງຂອງຜົນປະໂຫຍດເຫຼົ່ານີ້, ການປ່ອຍໃຫ້ຜູ້ຄົນຮັບຮູ້ເຖິງຂີດຄວາມສາມາດຂອງພວກເຂົາເອງ ແລະ ໃນທີ່ສຸດກໍຮັບຮູ້ວ່າພວກເຂົາບໍ່ມີຂີດຄວາມສາມາດ ແລະ ເລີ່ມຄິດລົບນັ້ນ ທີ່ຈິງແລ້ວກໍກາຍເປັນສິ່ງທີ່ດີ. ຖ້າບໍ່ດັ່ງນັ້ນ ເມື່ອຜູ້ຄົນເວົ້າວ່າ “ເຈົ້າບໍ່ມີຄວາມສາມາດຫຍັງເລີຍ, ແຕ່ເຈົ້າກໍບໍ່ຍອມກົ້ມຫົວໃຫ້ໃຜ, ນີ້ຄືຄວາມອວດດີທີ່ໂງ່ຈ້າ!” ພວກເຂົາກໍພຽງແຕ່ບໍ່ສາມາດເບິ່ງທະລຸມັນ ຫຼື ຮັບຮູ້ມັນໄດ້; ພວກເຂົາກາຍເປັນຄົນທີ່ຂັດຂືນ ແລະ ຍັງຄົງຄິດວ່າ “ຂີດຄວາມສາມາດຂອງຂ້ອຍບໍ່ໄດ້ຕໍ່າ! ແລະ ເຈົ້າເວົ້າວ່າຂ້ອຍອວດດີຢ່າງໂງ່ຈ້າ. ຂ້ອຍດີກວ່າຄົນໂງ່ຫຼາຍ!” ສິ່ງນີ້ຍິ່ງພິສູດໃຫ້ເຫັນວ່າພວກເຂົາໂງ່ຈ້າຢ່າງແທ້ຈິງ, ສະຕິປັນຍາຂອງພວກເຂົາຕໍ່າເກີນໄປ ແລະ ຍິ່ງໄປກວ່ານັ້ນ ພວກເຂົາຈຳເປັນຕ້ອງຍອມຮັບຂໍ້ເທັດຈິງທີ່ວ່າພວກເຂົາບໍ່ມີຂີດຄວາມສາມາດ. ຜົນປະໂຫຍດຂອງການຍອມຮັບຂໍ້ເທັດຈິງນີ້ແມ່ນຫຍັງ? ມັນບໍ່ແມ່ນເພື່ອເຮັດໃຫ້ເຈົ້າຄິດລົບ, ແຕ່ເພື່ອຊ່ວຍໃຫ້ເຈົ້າປະຕິບັດຕໍ່ຕົນເອງຢ່າງຖືກຕ້ອງ ແລະ ຫຼີກລ່ຽງການກະທຳຢ່າງໂງ່ຈ້າ. ຜູ້ຄົນອວດດີກໍຍ້ອນວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມ ແລະ ບໍ່ມີການຮູ້ຈັກຕົນເອງເລີຍ. ເຖິງຢ່າງໃດກໍຕາມ, ຄວາມອວດດີຂອງບາງຄົນກໍເປັນຄວາມອວດດີທີ່ປົກກະຕິ. ຕົວຢ່າງ: ບາງຄົນມີຂໍ້ໄດ້ປຽບຈາກການຖືກຈຳຄຸກ ແລະ ການອົດກັ້ນກັບການທົນທຸກ, ພວກເຂົາໄດ້ປະກອບສ່ວນໃຫ້ກັບຄຣິສຕະຈັກດ້ວຍວິທີການບາງຢ່າງ ຫຼື ພວກເຂົາມີພອນສະຫວັນທີ່ເຮັດໃຫ້ພວກເຂົາດີກວ່າຄົນອື່ນ; ຍ້ອນວ່າພວກເຂົາມີອຸປະນິໄສທີ່ອວດດີ ບວກກັບການມີຂໍ້ໄດ້ປຽບບາງຢ່າງ, ມັນກໍຍັງສາມາດຖືວ່າເປັນທີ່ເຂົ້າໃຈໄດ້ທີ່ພວກເຂົາເປີດເຜີຍຄວາມອວດດີ. ແຕ່ຖ້າເຈົ້າບໍ່ມີຄວາມສາມາດຫຍັງເລີຍ, ຖ້າໂດຍພື້ນຖານແລ້ວເຈົ້າບໍ່ສາມາດເຮັດຫຍັງໃຫ້ສຳເລັດໄດ້, ບໍ່ໄດ້ປະກອບສ່ວນຫຍັງເລີຍ ແລະ ຍິ່ງໄປກວ່ານັ້ນກໍຄືບໍ່ມີຈຸດແຂງໃດໆ, ແຕ່ເຈົ້າກໍຍັງອວດດີຢູ່, ສິ່ງນີ້ກໍບໍ່ສົມເຫດສົມຜົນ, ມັນຂາດຄວາມມີເຫດຜົນ. ຕອນນີ້ມັນຖືກເຮັດໃຫ້ຊັດເຈນສຳລັບເຈົ້າແລ້ວ: ເຈົ້າບໍ່ມີຂີດຄວາມສາມາດ, ເຈົ້າບໍ່ມີຄວາມສາມາດຫຍັງເລີຍ ແລະ ເຈົ້າບໍ່ມີແມ່ນແຕ່ຈຸດແຂງຫຍັງເລີຍ. ຄວາມຄິດຂອງເຈົ້າວ່າງເປົ່າ ແລະ ເມື່ອປຽບທຽບກັບຄົນທີ່ມີຄວາມຄິດ, ຄວາມຄິດຂອງເຈົ້າກໍຂາດເນື້ອໃນ. ເຖິງແມ່ນວ່າເຈົ້າຈະເປັນມະນຸດຄືກັນ, ເຈົ້າກໍດ້ອຍກວ່າພວກເຂົາຫຼາຍ; ໃນມຸມມອງຂອງພຣະເຈົ້າ, ເຈົ້າບໍ່ບັນລຸມາດຕະຖານຂອງການເປັນມະນຸດ. ແລ້ວເຈົ້າຍັງອວດດີເລື່ອງຫຍັງອີກ? ໂດຍການວັດແທກຂອງພຣະທຳຂອງພຣະເຈົ້າ, ເຈົ້າບໍ່ບັນລຸມາດຕະຖານຂອງການເປັນມະນຸດ. ໃນສາຍຕາຂອງພຣະເຈົ້າ, ເຈົ້າບໍ່ຄວນຖືກປະຕິບັດຄືກັບມະນຸດ. ແຕ່ຍ້ອນວ່າພຣະຄຸນຂອງພຣະເຈົ້ານັ້ນຍິ່ງໃຫຍ່, ພຣະເຈົ້າຈຶ່ງໄດ້ຍົກເຈົ້າໃຫ້ສູງຂຶ້ນ, ເລືອກເອົາເຈົ້າ ແລະ ປະຕິບັດຕໍ່ເຈົ້າຄືກັບມະນຸດ, ໂດຍອະນຸຍາດໃຫ້ເຈົ້າປະຕິບັດໜ້າທີ່ຂອງຕົນໃນເຮືອນຂອງພຣະເຈົ້າ. ພຣະເຈົ້າປະຕິບັດຕໍ່ເຈົ້າຄືກັບມະນຸດ ເພື່ອເບິ່ງເຈົ້າປະຕິບັດຕໍ່ພຣະເຈົ້າ ແລະ ຄວາມຈິງທີ່ພຣະອົງສະໜອງໃຫ້ເຈົ້າໃນລັກສະນະທີ່ອວດດີຢ່າງໂງ່ຈ້າບໍ? ເພື່ອເບິ່ງເຈົ້າປະຕິບັດຕໍ່ໜ້າທີ່ຂອງເຈົ້າ ແລະ ຊີວິດຂອງເຈົ້າດ້ວຍວິທີນີ້ບໍ? ບໍ່. ເນື່ອງຈາກພຣະເຈົ້າປະຕິບັດຕໍ່ເຈົ້າຄືກັບມະນຸດ ແລະ ບອກເຈົ້າເຖິງຄວາມຈິງຕ່າງໆທີ່ມະນຸດຄວນເຂົ້າໃຈ, ພຣະອົງຈຶ່ງຫວັງວ່າເຈົ້າຈະສາມາດເປັນມະນຸດທີ່ແທ້ຈິງ, ຫວັງວ່າເຈົ້າຈະສາມາດຍອມຮັບຄວາມຄິດທີ່ມະນຸດຄວນມີ ແລະ ຈະບໍ່ອວດດີຢ່າງໂງ່ຈ້າ. ສະນັ້ນ, ການຄິດລົບຈຶ່ງຜິດ, ເຈົ້າບໍ່ຄວນຄິດລົບ. ເນື່ອງຈາກພຣະເຈົ້າບໍ່ໄດ້ປະຕິບັດຕໍ່ເຈົ້າ ຫຼື ເມີນເສີຍຕໍ່ເຈົ້າໂດຍອີງໃສ່ຂີດຄວາມສາມາດຂອງເຈົ້າ, ແຕ່ກົງກັນຂ້າມ ພຣະອົງໄດ້ປະຕິບັດຕໍ່ເຈົ້າຄືກັບຄົນປົກກະຕິ ແລະ ນຳໃຊ້ເຈົ້າດ້ວຍວິທີນີ້, ເຈົ້າກໍຄວນເຮັດໃຫ້ສົມກັບພຣະຄຸນນີ້ຈາກພຣະເຈົ້າ ແລະ ບໍ່ເຮັດໃຫ້ພຣະເຈົ້າຜິດຫວັງ. ບໍ່ວ່າເຈົ້າຈະມີຂີດຄວາມສາມາດຫຍັງກໍຕາມ ແລະ ບໍ່ວ່າເຈົ້າຈະສາມາດເຮັດວຽກງານຫຍັງກໍຕາມ, ພຽງແຕ່ເຮັດວຽກງານນັ້ນໃຫ້ດີ. ຢ່າພະຍາຍາມເວົ້າແນວຄິດທີ່ຟັງຄືວ່າສູງສົ່ງ, ຢ່າເຮັດໃນສິ່ງທີ່ຄົນເຮົາບໍ່ຄວນເຮັດ ແລະ ຢ່າມີແນວຄິດທີ່ເກີນຈິງ ຫຼື ຄວາມທະເຍີທະຍານທີ່ຄົນເຮົາບໍ່ຄວນມີ. ຈົ່ງເຮັດໃນສິ່ງທີ່ຄົນເຮົາຄວນເຮັດ ແລະ ເຮັດໃຫ້ສົມກັບການຍົກຂຶ້ນຂອງພຣະເຈົ້າ. ສິ່ງນີ້ບໍ່ເໝາະສົມບໍ? ສິ່ງນີ້ບໍ່ໄດ້ແກ້ໄຂບັນຫາຂອງການຄິດລົບບໍ? (ແກ້ໄຂ).
ການແຍກແຍະການສະແດງອອກຕ່າງໆຂອງຜູ້ຄົນທີ່ມີຂີດຄວາມສາມາດແຕກຕ່າງກັນ ແລະ ການຍົກຕົວຢ່າງສະເພາະເຫຼົ່ານີ້ແມ່ນເພື່ອຊ່ວຍໃຫ້ເຈົ້າເອົາພວກມັນມາປຽບທຽບໃສ່ຕົນເອງ. ມັນແມ່ນເພື່ອໃຫ້ເຈົ້າສາມາດລະບຸຕຳແໜ່ງຂອງຕົນເອງໄດ້ຢ່າງຖືກຕ້ອງ, ປະຕິບັດຕໍ່ຂີດຄວາມສາມາດຂອງເຈົ້າເອງ ແລະ ສະພາວະຕ່າງໆຢ່າງມີເຫດຜົນ ແລະ ຮັບມືກັບການເປີດໂປງ, ການພິພາກສາ ແລະ ການລິຮານຂອງພຣະເຈົ້າທີ່ມີຕໍ່ເຈົ້າ ຫຼື ວຽກງານທີ່ຈັດແຈງໄວ້ໃຫ້ເຈົ້າຢ່າງມີເຫດຜົນ ແລະ ເພື່ອໃຫ້ເຈົ້າສາມາດອ່ອນນ້ອມ ແລະ ຮູ້ບຸນຄຸນຈາກສ່ວນເລິກຂອງຫົວໃຈຂອງເຈົ້າ, ແທນທີ່ຈະສະແດງການຕໍ່ຕ້ານ ແລະ ຄວາມລັງກຽດ. ເມື່ອຜູ້ຄົນສາມາດປະຕິບັດຕໍ່ຂີດຄວາມສາມາດຂອງພວກເຂົາເອງຢ່າງມີເຫດຜົນ ແລະ ຈາກນັ້ນກໍລະບຸຕຳແໜ່ງຂອງພວກເຂົາເອງໄດ້ຢ່າງຖືກຕ້ອງ, ໂດຍເຮັດໜ້າທີ່ເປັນສິ່ງທີ່ຖືກສ້າງທີ່ພຣະເຈົ້າຕ້ອງການ ໃນລັກສະນະຕິດດິນ, ເຮັດໃນສິ່ງທີ່ພວກເຂົາຄວນເຮັດຢ່າງຖືກຕ້ອງໂດຍອີງໃສ່ຂີດຄວາມສາມາດໂດຍທຳມະຊາດຂອງພວກເຂົາ ແລະ ອຸທິດຄວາມຊື່ສັດຂອງພວກເຂົາ ແລະ ຄວາມພະຍາຍາມທັງໝົດຂອງພວກເຂົາ, ພວກເຂົາກໍເຮັດໃຫ້ພຣະເຈົ້າເພິ່ງພໍໃຈແລ້ວ. ເນື່ອງຈາກພຣະເຈົ້າໄດ້ປະທານຂີດຄວາມສາມາດນີ້ ແລະ ເງື່ອນໄຂເຫຼົ່ານີ້ໃຫ້ແກ່ເຈົ້າ, ພຣະເຈົ້າຈະບໍ່ບັງຄັບໃຫ້ເຈົ້າເຮັດໃນສິ່ງທີ່ຍາກສຳລັບເຈົ້າ, ພຣະອົງຈະບໍ່ບັງຄັບໃຫ້ປາດຳລົງຊີວິດຢູ່ເທິງບົກ. ບໍ່ວ່າພຣະເຈົ້າຈະປະທານໃຫ້ເຈົ້າຫຼາຍສໍ່າໃດກໍຕາມ, ນັ້ນຄືສິ່ງທີ່ພຣະອົງໃຫ້ເຈົ້າຖວາຍ. ສິ່ງທີ່ພຣະເຈົ້າບໍ່ໄດ້ປະທານໃຫ້ເຈົ້າ, ພຣະອົງກໍຈະບໍ່ຮຽກຮ້ອງຫຼາຍເກີນໄປ. ຖ້າເຈົ້າຕັ້ງຂໍ້ກຳນົດທີ່ສູງເກີນໄປສຳລັບຕົນເອງຢູ່ສະເໝີ, ໂດຍພະຍາຍາມເປັນຄົນທີ່ເຂັ້ມແຂງ, ເປັນຍອດມະນຸດ, ເປັນຄົນທີ່ເໜືອທຳມະດາ, ສິ່ງນີ້ບົ່ງບອກວ່າເຈົ້າມີອຸປະນິໄສທີ່ເສື່ອມຊາມ, ນີ້ຄືຄວາມທະເຍີທະຍານ. ຖ້າຂີດຄວາມສາມາດຂອງເຈົ້າດີ, ເຈົ້າກໍຮັບຜິດຊອບວຽກງານຫຼາຍຂຶ້ນ; ຖ້າຂີດຄວາມສາມາດຂອງເຈົ້າປົກກະຕິ, ເຈົ້າກໍພຽງແຕ່ສາມາດຮັບຜິດຊອບວຽກງານໄດ້ໜ້ອຍລົງ. ບໍ່ວ່າເຈົ້າຈະສາມາດປະຕິບັດໜ້າທີ່ຫຍັງກໍຕາມ, ໃຫ້ທຸ່ມເທສຸດຄວາມສາມາດຂອງເຈົ້າ, ມອບຄວາມຊື່ສັດຂອງເຈົ້າ ແລະ ກະທຳຕາມຫຼັກການ, ຢ່າພະຍາຍາມເວົ້າແນວຄິດທີ່ຟັງຄືວ່າສູງສົ່ງ. ການທີ່ຢາກພິສູດຢູ່ສະເໝີວ່າເຈົ້າບໍ່ແມ່ນຄົນທຳມະດາ, ການທີ່ຢາກໃຫ້ຄົນອື່ນນັບຖືເຈົ້າຢູ່ສະເໝີ, ນີ້ຄືສິ່ງທີ່ຜິດ. ສິ່ງນີ້ສະແດງໃຫ້ເຫັນເຖິງການຂາດການຮູ້ຈັກຕົນເອງຢ່າງຫຼວງຫຼາຍ, ບໍ່ຮູ້ຈັກຂອບເຂດຄວາມສາມາດຂອງຕົນເອງ. ຖ້າເຈົ້າຍັງຄົງໄລ່ຕາມເສາະຫາຕາມຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງເຈົ້າ, ສິ່ງຕ່າງໆຈະລົງບໍ່ດີສຳລັບເຈົ້າ. ສະນັ້ນ, ຄົນທີ່ມີຂີດຄວາມສາມາດຕໍ່າບໍ່ຄວນປາຖະໜາທີ່ຈະເປັນຜູ້ນໍາ, ຫົວໜ້າທີມ ຫຼື ຜູ້ກຳກັບດູແລຢູ່ສະເໝີ; ພວກເຂົາບໍ່ຄວນຕັ້ງເປົ້າໝາຍສູງເກີນໄປ. ຖ້າຂີດຄວາມສາມາດຂອງເຈົ້າຕໍ່າ, ກໍພຽງແຕ່ເຮັດໃນສິ່ງທີ່ຄົນທີ່ມີຂີດຄວາມສາມາດຕໍ່າສາມາດເຮັດໄດ້ຢ່າງຖືກຕ້ອງຕາມໜ້າທີ່. ຖ້າເຈົ້າຂາດຄວາມຄິດ ແລະ ບໍ່ສາມາດຈັດການກັບວຽກງານໃດໆໄດ້, ກໍຢ່າຝືນ, ເນື່ອງຈາກພຣະເຈົ້າບໍ່ໄດ້ປະທານຂີດຄວາມສາມາດນັ້ນໃຫ້ແກ່ເຈົ້າ, ພຣະອົງຈຶ່ງບໍ່ໄດ້ຕັ້ງຂໍ້ກຳນົດທີ່ສູງເກີນໄປສຳລັບເຈົ້າ. ສຳລັບຫຼັກການຄວາມຈິງ, ໃຫ້ປະຕິບັດພວກມັນເທົ່າທີ່ເຈົ້າສາມາດເຂົ້າໃຈ ແລະ ຍອມຮັບພວກມັນໄດ້, ນີ້ຄືສິ່ງທີ່ສຳຄັນທີ່ສຸດ. ສິ່ງທີ່ເຈົ້າສາມາດຢັ່ງຮູ້ໄດ້ກໍຄືສິ່ງທີ່ພຣະເຈົ້າໄດ້ປະທານໃຫ້ແກ່ເຈົ້າ. ເຈົ້າໄດ້ນຳໃຊ້ສິ່ງເຫຼົ່ານີ້ເຂົ້າໃນໜ້າທີ່ຂອງເຈົ້າ ຫຼື ເຂົ້າໃນພຣະບັນຊາທີ່ພຣະເຈົ້າໄດ້ມອບໝາຍໃຫ້ເຈົ້າແລ້ວບໍ? ຖ້າເຈົ້າໄດ້ນຳໃຊ້ພວກມັນແລ້ວ, ເຈົ້າກໍໄດ້ທຸ່ມເທຢ່າງສຸດຄວາມສາມາດຂອງເຈົ້າ ແລະ ມອບຄວາມຊື່ສັດຂອງເຈົ້າແລ້ວ. ພຣະເຈົ້າຈະພໍໃຈ ແລະ ເຈົ້າກໍຈະໄດ້ມາດຕະຖານໃນຖານະສິ່ງທີ່ຖືກສ້າງ. ຖ້າຂີດຄວາມສາມາດຂອງເຈົ້າຕໍ່າ, ພຣະເຈົ້າຈະບໍ່ຮຽກຮ້ອງຈາກເຈົ້າຕາມມາດຕະຖານສຳລັບຜູ້ທີ່ມີຂີດຄວາມສາມາດທີ່ດີຢ່າງເດັດຂາດ. ພຣະເຈົ້າຈະບໍ່ເຮັດແບບນັ້ນ. ຜູ້ທີ່ບໍ່ມີຂີດຄວາມສາມາດແມ່ນຢູ່ໃນລະດັບຂີດຄວາມສາມາດທີ່ຕໍ່າທີ່ສຸດໃນທ່າມກາງຜູ້ຄົນ. ຖ້າຜູ້ເຊື່ອໃນພຣະເຈົ້າບາງຄົນບໍ່ມີຂີດຄວາມສາມາດ, ແລ້ວພວກເຂົາຄວນປະຕິບັດແນວໃດ? ເຈົ້າຢາກຕິດຕາມພຣະເຈົ້າບໍ? ເຈົ້າຍອມຮັບບໍວ່າພຣະເຈົ້າມີອຳນາດສູງສຸດເໜືອທຸກສິ່ງທີ່ກ່ຽວກັບມະນຸດ? ເຈົ້າຢາກອ່ອນນ້ອມຕໍ່ການຈັດວາງ ແລະ ການຈັດແຈງຂອງພຣະເຈົ້າສຳລັບເຈົ້າບໍ? ຖ້າເຈົ້າເຕັມໃຈທີ່ຈະຍອມຮັບ ແລະ ອ່ອນນ້ອມ, ແລ້ວກໍຈົ່ງເຮັດໃຫ້ຫົວໃຈຂອງເຈົ້າສະຫງົບລົງ ແລະ ຍອມຮັບການຈັດແຈງທັງໝົດຂອງພຣະເຈົ້າສຳລັບເຈົ້າ. ອີງຕາມຂີດຄວາມສາມາດຂອງເຈົ້າ, ເຈົ້າສາມາດເຮັດໄດ້ພຽງແຕ່ວຽກທີ່ຕ້ອງອອກເຫື່ອແຮງ, ວຽກທີ່ເບິ່ງບໍ່ເຫັນ, ວຽກທີ່ຖືກດູຖູກ ແລະ ວຽກທີ່ຜູ້ຄົນບໍ່ຈື່ຈຳ, ຖ້ານີ້ຄືສະຖານະການຂອງເຈົ້າ, ເຈົ້າກໍຄວນຍອມຮັບມັນຈາກພຣະເຈົ້າ ແລະ ບໍ່ເກັບຄວາມຈົ່ມວ່າໄວ້ໃນໃຈ ແລະ ຍິ່ງໄປກວ່ານັ້ນກໍຄື ເຈົ້າບໍ່ຄວນເລືອກໜ້າທີ່ຂອງເຈົ້າໂດຍອີງໃສ່ຄວາມປາຖະໜາຂອງເຈົ້າເອງ. ຈົ່ງເຮັດທຸກຢ່າງທີ່ເຮືອນຂອງພຣະເຈົ້າຈັດແຈງໃຫ້ເຈົ້າ ແລະ ຕາບໃດທີ່ມັນຢູ່ໃນຂີດຄວາມສາມາດຂອງເຈົ້າ, ເຈົ້າກໍຄວນເຮັດມັນໃຫ້ດີ. ຕົວຢ່າງ: ຖ້າເຈົ້າຖືກມອບໝາຍໃຫ້ລ້ຽງໝູ, ເຈົ້າກໍຄວນເກືອພວກມັນໃຫ້ດີ ເພື່ອໃຫ້ອ້າຍເອື້ອຍນ້ອງໄດ້ກິນຊີ້ນໝູທີ່ດີ. ຖ້າເຈົ້າຖືກມອບໝາຍໃຫ້ລ້ຽງໄກ່, ເຈົ້າກໍຄວນເກືອ ແລະ ຈັດການພວກມັນໃຫ້ດີ ເພື່ອໃຫ້ພວກມັນອອກໄຂ່ຕາມປົກກະຕິໃນລະດູວາງໄຂ່ ແລະ ເຈົ້າກໍຄວນປົກປ້ອງພວກມັນຈາກສັດອື່ນໆ, ເຮັດໃຫ້ທຸກຄົນທີ່ເຫັນໄກ່ທີ່ເຈົ້າລ້ຽງເວົ້າວ່າພວກມັນຖືກລ້ຽງມາເປັນຢ່າງດີ. ສິ່ງນີ້ພິສູດວ່າເຈົ້າທະນຸຖະໜອມທຸກສິ່ງທີ່ພຣະເຈົ້າສ້າງ ແລະ ເຈົ້າສາມາດຈັດການພວກມັນໄດ້ເປັນຢ່າງດີ; ມັນພິສູດວ່າ ບໍ່ວ່າຈະເປັນສິ່ງມີຊີວິດ ຫຼື ສັດປະເພດໃດກໍຕາມ, ເຈົ້າກໍສາມາດທະນຸຖະໜອມມັນ ແລະ ຈັດການມັນໄດ້ເປັນຢ່າງດີ, ໂດຍຖືເອົາສິ່ງນີ້ເປັນຄວາມຮັບຜິດຊອບ ແລະ ໜ້າທີ່ຂອງເຈົ້າທີ່ຈະຕ້ອງປະຕິບັດ. ເຖິງແມ່ນວ່າເຈົ້າຈະບໍ່ສາມາດເຮັດວຽກງານອື່ນໄດ້, ເຖິງແມ່ນວ່າເຈົ້າຈະບໍ່ສາມາດມີບົດບາດສຳຄັນ ແລະ ຕັດສິນຊີ້ຂາດໃນວຽກງານຂອງຄຣິສຕະຈັກ ແລະ ເຈົ້າບໍ່ມີການປະກອບສ່ວນທີ່ສຳຄັນ, ຖ້າເຈົ້າສາມາດທຸ່ມເທຄວາມພະຍາຍາມ ແລະ ຄວາມຊື່ສັດຢ່າງເຕັມທີ່ໃນວຽກງານທີ່ບໍ່ໂດດເດັ່ນບາງຢ່າງ ແລະ ສະແຫວງຫາພຽງແຕ່ເພື່ອເຮັດໃຫ້ພຣະເຈົ້າພໍໃຈ, ນັ້ນກໍພຽງພໍແລ້ວ. ນີ້ບໍ່ແມ່ນການເຮັດໃຫ້ການທີ່ພຣະເຈົ້າຍົກເຈົ້າຂຶ້ນຕ້ອງສູນເປົ່າ. ຢ່າເລືອກໜ້າວຽກໂດຍອີງໃສ່ວ່າພວກມັນສົກກະປົກ ຫຼື ເມື່ອຍ, ຄົນອື່ນເຫັນເຈົ້າເຮັດພວກມັນ ຫຼື ບໍ່, ຜູ້ຄົນຍົກຍ້ອງເຈົ້າ ຫຼື ບໍ່ ຫຼື ພວກເຂົາດູຖູກເຈົ້າທີ່ເຮັດພວກມັນ ຫຼື ບໍ່. ຢ່າຄິດກ່ຽວກັບສິ່ງເຫຼົ່ານີ້; ພຽງແຕ່ສະແຫວງຫາທີ່ຈະຍອມຮັບມັນຈາກພຣະເຈົ້າ, ອ່ອນນ້ອມ ແລະ ປະຕິບັດໜ້າທີ່ຂອງຕົນທີ່ເຈົ້າຄວນເຮັດໃຫ້ສຳເລັດ. ເມື່ອເຮົາໂອ້ລົມກ່ຽວກັບການສະແດງອອກຂອງຄົນທີ່ບໍ່ມີຂີດຄວາມສາມາດ, ເຮົາອາດຈະເວົ້າວ່າເຈົ້າເປັນຄົນໂງ່, ຄົນທີ່ໄຮ້ປະໂຫຍດ ແລະ ຄົນປັນຍາອ່ອນ. ເຖິງຢ່າງໃດກໍຕາມ, ຖ້າເຈົ້າສາມາດແບກຮັບວຽກທີ່ມອບໝາຍໃຫ້ເຈົ້າໄດ້ ແລະ ໃນທີ່ສຸດ ເຈົ້າກໍບໍ່ໄດ້ເຮັດໃຫ້ການທີ່ພຣະເຈົ້າຍົກເຈົ້າຂຶ້ນ ຫຼື ລົມຫາຍໃຈແຫ່ງຊີວິດທີ່ພຣະເຈົ້າໄດ້ປະທານໃຫ້ເຈົ້າຕ້ອງສູນເປົ່າ, ເຈົ້າບໍ່ໄດ້ດຳລົງຊີວິດ ຫຼື ກິນຢ່າງສູນເປົ່າ, ເຈົ້າບໍ່ໄດ້ເພີດເພີນກັບສິ່ງຂອງທາງວັດຖຸໃດໆທີ່ພຣະເຈົ້າສະໜອງໃຫ້ມະນຸດຊາດຢ່າງສູນເປົ່າ ແລະ ເຈົ້າບໍ່ໄດ້ເຮັດໃຫ້ພຣະທຳຈາກພຣະໂອດຂອງພຣະເຈົ້າຕ້ອງສູນເປົ່າ, ນັ້ນກໍພຽງພໍແລ້ວ. ເຖິງແມ່ນວ່າໃນແງ່ຂອງຂີດຄວາມສາມາດ ເຈົ້າຈະບໍ່ໄດ້ມາດຕະຖານຂອງການເປັນຄົນທີ່ສົມບູນ, ຖ້າເຈົ້າສາມາດປະຕິບັດໜ້າທີ່ຂອງເຈົ້າ ແລະ ເຮັດວຽກງານດ້ວຍຄວາມຊື່ສັດ ແລະ ຄວາມຈິງໃຈນີ້, ຢ່າງໜ້ອຍທີ່ສຸດ ໃນຫົວໃຈຂອງພຣະເຈົ້າ ເຈົ້າກໍໄດ້ມາດຕະຖານໃນຖານະສິ່ງທີ່ຖືກສ້າງ. ສິ່ງທີ່ພຣະເຈົ້າຕ້ອງການກໍຄືຄວາມຊື່ສັດ ແລະ ຄວາມຈິງໃຈນີ້; ພຣະອົງຕ້ອງການສິ່ງທີ່ຖືກສ້າງທີ່ໄດ້ມາດຕະຖານ. ບໍ່ວ່າເຮືອນຂອງພຣະເຈົ້າຈະຈັດແຈງໜ້າທີ່ໃດໃຫ້ເຈົ້າ, ເຈົ້າກໍຍອມຮັບມັນຈາກພຣະເຈົ້າ ແລະ ສາມາດຍອມຮັບ ແລະ ອ່ອນນ້ອມ. ນີ້ຄືສິ່ງທີ່ລໍ້າຄ່າທີ່ສຸດ. ຖ້າເຈົ້າໄດ້ເຮັດໃນສິ່ງທີ່ພຣະເຈົ້າຮຽກຮ້ອງຈາກເຈົ້າ ແລະ ເຈົ້າໄດ້ຖວາຍທຸກສິ່ງທີ່ເຈົ້າສາມາດຖວາຍໄດ້, ພຣະເຈົ້າຍັງຈະມີຄວາມຮຽກຮ້ອງຕ້ອງການທີ່ສູງຂຶ້ນຈາກເຈົ້າບໍ? ຖ້າຄວາມຈິງໃຈ ແລະ ຄວາມຊື່ສັດຂອງເຈົ້າຖືກເບິ່ງວ່າລໍ້າຄ່າໃນສາຍຕາຂອງພຣະເຈົ້າ, ແລ້ວຊີວິດຂອງເຈົ້າກໍມີຄຸນຄ່າ. ຄວາມຢັ່ງຮູ້ນີ້ດີບໍ? (ດີ).
ບາງຄົນເວົ້າວ່າ: “ຂ້ອຍຍັງຮູ້ສຶກວ່າຂ້ອຍບໍ່ເຂົ້າໃຈ. ເປັນຫຍັງພຣະເຈົ້າຈຶ່ງກຳນົດໄວ້ລ່ວງໜ້າໃຫ້ຜູ້ຄົນມີຂີດຄວາມສາມາດທຸກປະເພດ? ເນື່ອງຈາກພຣະເຈົ້າຕ້ອງການໃຫ້ຜູ້ຄົນເປັນພະຍານໃຫ້ກັບພຣະອົງ, ປະຕິບັດຄວາມຈິງ ແລະ ປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ເປັນຫຍັງພຣະອົງຈຶ່ງບໍ່ສາມາດປະທານຂີດຄວາມສາມາດທີ່ດີໃຫ້ແກ່ຜູ້ຄົນໄດ້? ມັນຍາກສຳລັບພຣະເຈົ້າບໍທີ່ຈະປະທານຂີດຄວາມສາມາດທີ່ດີໃຫ້ແກ່ຜູ້ຄົນ? ຖ້າພຣະເຈົ້າເຮັດໃຫ້ຜູ້ຄົນມີຄວາມສາມາດໃນທຸກດ້ານ ນັ້ນກໍຄື ຄວາມສາມາດໃນການຮັບຮູ້, ຄວາມສາມາດໃນການຕັດສິນ, ຄວາມສາມາດໃນການແຍກແຍະສິ່ງຕ່າງໆ, ຄວາມສາມາດໃນການຕອບສະໜອງຕໍ່ສິ່ງຕ່າງໆ, ຄວາມສາມາດໃນການຕັດສິນໃຈ, ຄວາມສາມາດໃນການສ້າງສັນ ແລະ ຍິ່ງໄປກວ່ານັ້ນກໍຄືຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ, ໂດຍການປະທານຄວາມສາມາດໃນທຸກດ້ານໃຫ້ແກ່ຜູ້ຄົນ, ຂີດຄວາມສາມາດຂອງຜູ້ຄົນຈະບໍ່ດີບໍ? ເຖິງແມ່ນວ່າພຣະອົງຈະປະທານຂີດຄວາມສາມາດປົກກະຕິໃຫ້ແກ່ຜູ້ຄົນ, ພວກເຂົາຈະບໍ່ສາມາດຢັ່ງຮູ້ຄວາມຈິງໃນລະດັບປົກກະຕິໄດ້ບໍ? ຖ້າຜູ້ຄົນສາມາດຢັ່ງຮູ້ຄວາມຈິງໄດ້, ພວກເຂົາຈະບໍ່ສາມາດປະຕິບັດຄວາມຈິງໄດ້ບໍ? ແລະ ພວກເຂົາຈະບໍ່ສາມາດປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ບັນລຸຄວາມລອດພົ້ນໄດ້ບໍ?” ບັນຫາຂອງການທີ່ຜູ້ຄົນມີຄວາມຄິດເຫຼົ່ານີ້ແມ່ນຫຍັງ? ຜູ້ຄົນບໍ່ເຂົ້າໃຈວ່າເປັນຫຍັງພຣະເຈົ້າຈຶ່ງປະທານຂີດຄວາມສາມາດປົກກະຕິຢ່າງສິ້ນເຊີງໃຫ້ແກ່ພວກເຂົາ. ມັນຍາກທີ່ຈະຊອກຫາຜູ້ນໍາທີ່ມີຂີດຄວາມສາມາດທີ່ດີ ແລະ ມັນກໍຍາກຫຼາຍທີ່ຈະເຮັດວຽກງານຂອງຄຣິສຕະຈັກໃຫ້ດີ. ຜູ້ຄົນຄິດວ່າ “ຖ້າພຣະເຈົ້າປະທານຂີດຄວາມສາມາດທີ່ດີໃຫ້ແກ່ຜູ້ຄົນ, ການຊອກຫາຜູ້ນໍາຈະບໍ່ໄດ້ງ່າຍກວ່າບໍ? ວຽກງານຂອງຄຣິສຕະຈັກຈະບໍ່ເຮັດໄດ້ງ່າຍກວ່າບໍ? ເປັນຫຍັງພຣະເຈົ້າຈຶ່ງບໍ່ປະທານຂີດຄວາມສາມາດທີ່ດີໃຫ້ແກ່ຜູ້ຄົນ?” ເມື່ອເບິ່ງຈາກມຸມມອງຂອງວຽກງານໂດຍລວມຂອງເຮືອນຂອງພຣະເຈົ້າ, ແນ່ນອນວ່າ ຖ້າມີຄົນອີກຫຼາຍຄົນທີ່ມີຂີດຄວາມສາມາດທີ່ດີ, ວຽກງານຂອງຄຣິສຕະຈັກກໍຈະງ່າຍຂຶ້ນແທ້. ເຖິງຢ່າງໃດກໍຕາມ, ມີຂໍ້ກຳນົດເບື້ອງຕົ້ນ: ໃນເຮືອນຂອງພຣະເຈົ້າ, ພຣະເຈົ້າກຳລັງເຮັດວຽກງານຂອງພຣະອົງເອງ ແລະ ຜູ້ຄົນບໍ່ໄດ້ມີບົດບາດຕັດສິນຊີ້ຂາດ. ສະນັ້ນ, ບໍ່ວ່າຂີດຄວາມສາມາດຂອງຜູ້ຄົນຈະດີ, ປົກກະຕິ ຫຼື ຕໍ່າ ກໍບໍ່ໄດ້ກຳນົດຜົນຂອງວຽກງານຂອງພຣະເຈົ້າ. ຜົນສຸດທ້າຍທີ່ຈະບັນລຸໄດ້ແມ່ນສຳເລັດໂດຍພຣະເຈົ້າ. ທຸກສິ່ງຖືກນໍາພາໂດຍພຣະເຈົ້າ; ທຸກສິ່ງແມ່ນວຽກງານຂອງພຣະວິນຍານບໍລິສຸດ. ຈາກມຸມມອງຂອງວຽກງານຂອງພຣະເຈົ້າ, ເລື່ອງນີ້ຄວນຖືກອະທິບາຍດ້ວຍວິທີນີ້, ນີ້ຄືເຫດຜົນໜຶ່ງ. ມີອີກເຫດຜົນໜຶ່ງຄື: ຫຼັງຈາກທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ, ຜູ້ຄົນກໍມີອຸປະນິໄສທີ່ເສື່ອມຊາມຂອງຊາຕານເປັນແກ່ນແທ້ຊີວິດຂອງພວກເຂົາ; ນັ້ນກໍຄື ພວກເຂົາທຸກຄົນດຳລົງຊີວິດດ້ວຍອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ຊີວິດຂອງພວກເຂົາກໍຖືກຄວບຄຸມໂດຍອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ຖ້ານອກເໜືອຈາກສິ່ງນີ້ແລ້ວ, ຄົນໃດໜຶ່ງມີຂີດຄວາມສາມາດທີ່ດີ ຫຼື ພິເສດ ແລະ ຄວາມສາມາດໃນທຸກດ້ານຂອງພວກເຂົາກໍຄົບຖ້ວນ, ສົມບູນແບບ ແລະ ບໍ່ມີຂໍ້ບົກຜ່ອງ, ມັນກໍຈະເຮັດໃຫ້ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຮ້າຍແຮງຂຶ້ນ. ມັນຈະນຳໄປສູ່ການເພີ່ມຂຶ້ນຢ່າງຮຸນແຮງຂອງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ເຮັດໃຫ້ພວກເຂົາບໍ່ສາມາດຄວບຄຸມໄດ້ ແລະ ນຳໄປສູ່ການທີ່ຄົນນັ້ນກາຍເປັນຄົນທີ່ອວດດີ, ຫົວແຂງ, ມີເລ່ລ່ຽມ ແລະ ຊົ່ວຊ້າຫຼາຍຂຶ້ນ. ຄວາມຫຍຸ້ງຍາກໃນການຍອມຮັບຄວາມຈິງຂອງພວກເຂົາກໍຈະເພີ່ມຂຶ້ນ ແລະ ຈະບໍ່ມີທາງແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງພວກເຂົາໄດ້. ນີ້ຄືອີກເຫດຜົນໜຶ່ງ. ນອກຈາກນີ້, ພຣະເຈົ້າປະທານຂີດຄວາມສາມາດດັ່ງກ່າວໃຫ້ແກ່ຜູ້ຄົນກໍຍ້ອນວ່າມະນຸດຊາດທີ່ພຣະເຈົ້າຕ້ອງການຊ່ວຍໃຫ້ລອດພົ້ນນັ້ນ ໂດຍທຳມະຊາດແລ້ວເປັນມະນຸດຊາດທີ່ບໍ່ສົມບູນ, ເຊິ່ງມີຄວາມສາມາດໃນທຸກດ້ານທີ່ປົກກະຕິ ແລະ ມີຂໍ້ບົກຜ່ອງ. ຍິ່ງໄປກວ່ານັ້ນ, ການຮູ້ຈັກພຣະທຳຂອງພຣະເຈົ້າ ແລະ ຄວາມຈິງບໍ່ໄດ້ສຳເລັດພຽງແຕ່ໂດຍການໃຊ້ຄວາມສາມາດຕ່າງໆເທົ່ານັ້ນ; ມັນຕ້ອງການຂະບວນການໜຶ່ງ. ຂະບວນການນີ້ລວມມີຫຍັງແດ່? ມັນລວມມີການປ່ຽນແປງໃນສະພາບແວດລ້ອມ, ການເຕີບໂຕຂອງອາຍຸຂອງຄົນໆໜຶ່ງ, ການເພີ່ມຂຶ້ນຂອງປະສົບການຊີວິດ ແລະ ຄວາມຮູ້ ແລະ ປະສົບການທີ່ໄດ້ຮັບຜ່ານສະພາບແວດລ້ອມຕ່າງໆ, ເຊິ່ງເຮັດໃຫ້ຜູ້ຄົນຄ່ອຍໆມາເຂົ້າໃຈ ແລະ ຮູ້ວ່າຄວາມຈິງໃນພຣະທຳຂອງພຣະເຈົ້າໝາຍເຖິງຫຍັງແທ້ ບົນພື້ນຖານຂອງຂີດຄວາມສາມາດ ແລະ ສັນຊາດຕະຍານດັ່ງເດີມຂອງພວກເຂົາ; ຈາກນັ້ນ, ພວກເຂົາກໍຍອມຮັບ ແລະ ປະຕິບັດພຣະທຳຂອງພຣະເຈົ້າ. ຜ່ານຂະບວນການດັ່ງກ່າວ, ຄວາມຈິງໃນພຣະທຳຂອງພຣະເຈົ້າກໍຖືກປູກຝັງເຂົ້າໄປໃນຄົນໆໜຶ່ງເພື່ອໃຫ້ກາຍເປັນຊີວິດຂອງພວກເຂົາ, ມັນບໍ່ໄດ້ກາຍເປັນທິດສະດີຂອງການດຳລົງຊີວິດ ຫຼື ປັດຊະຍາ ແລະ ວິທີການດຳລົງຊີວິດ; ແຕ່ກົງກັນຂ້າມ, ພຣະທຳຂອງພຣະເຈົ້າກາຍເປັນພື້ນຖານສຳລັບການມີຢູ່ຂອງພວກເຂົາ. ຄົນແບບນັ້ນຄືຄົນໃໝ່, ເປັນຊີວິດທີ່ເກີດໃໝ່. ນີ້ຄືຂະບວນການທີ່ຈຳເປັນ. ເຖິງແມ່ນວ່າຂີດຄວາມສາມາດ ແລະ ຄວາມສາມາດໃນທຸກດ້ານຂອງເຈົ້າຈະດີ ແລະ ສູງເປັນພິເສດ, ຂະບວນການເຫຼົ່ານີ້ກໍບໍ່ສາມາດຖືກຍົກເວັ້ນໄດ້. ໃນຖານະມະນຸດທີ່ຖືກສ້າງ, ໃນການບັນລຸການປ່ຽນແປງຂອງພຣະທຳຂອງພຣະເຈົ້າໃຫ້ກາຍເປັນຊີວິດຂອງເຈົ້າໃນທີ່ສຸດ, ບໍ່ມີໃຜສາມາດຂ້າມຂັ້ນຕອນໃດໜຶ່ງຂອງຂະບວນການທັງໝົດທີ່ຕ້ອງໄດ້ປະສົບ. ນັ້ນກໍຄື ທຸກຄົນຈະເກີດມີຄວາມຄິດຫຼົງຜິດ, ຈິນຕະນາການ, ການຕໍ່ຕ້ານ, ການຄັດຄ້ານ ແລະ ການກະບົດຕໍ່ພຣະເຈົ້າ. ພວກເຂົາທຸກຄົນຈະຜ່ານຄວາມລົ້ມເຫຼວ, ຄວາມຜິດພາດ, ການສະດຸດລົ້ມ, ການປົດອອກ, ການລິຮານ, ການພິພາກສາ ແລະ ການລົງທັນ, ປະສົບກັບສະພາບແວດລ້ອມຕ່າງໆ, ພົບພໍ້ກັບຄົນປະເພດຕ່າງໆ ແລະ ຂະບວນການອື່ນໆດັ່ງກ່າວ. ບໍ່ວ່າຂີດຄວາມສາມາດຂອງເຈົ້າຈະດີ ຫຼື ສູງສໍ່າໃດ ຫຼື ຄວາມສາມາດໃນທຸກດ້ານຂອງເຈົ້າຈະເຂັ້ມແຂງສໍ່າໃດກໍຕາມ, ບໍ່ມີຂະບວນການ ຫຼື ຂັ້ນຕອນໃດເຫຼົ່ານີ້ທີ່ສາມາດຖືກຍົກເວັ້ນໄດ້. ສະນັ້ນ, ເຖິງແມ່ນວ່າພຣະເຈົ້າຈະປະທານຂີດຄວາມສາມາດ ແລະ ຄວາມສາມາດທີ່ສູງເປັນພິເສດໃຫ້ແກ່ເຈົ້າ, ມັນກໍຍັງຈະສູນເປົ່າ. ມັນດີກວ່າສຳລັບເຈົ້າທີ່ຈະເປັນຄົນທຳມະດາ ແລະ ທົ່ວໄປ. ເຖິງແມ່ນວ່າເຈົ້າອາດຈະມີຂໍ້ບົກຜ່ອງບາງຢ່າງໃນຄວາມເປັນມະນຸດ, ເຈົ້າກໍສາມາດມີປະສົບການກັບວຽກງານຂອງພຣະເຈົ້າ, ເຂົ້າໃຈພຣະທຳຂອງພຣະເຈົ້າຫຼັງຈາກທີ່ໄດ້ຍິນພວກມັນ ແລະ ຮັບຮູ້ເຖິງຄວາມອ່ອນແອ ແລະ ຂໍ້ບົກຜ່ອງຂອງເຈົ້າ. ດ້ວຍວິທີນີ້, ໃນດ້ານໜຶ່ງ ສິ່ງທີ່ເຈົ້າໄດ້ຮັບກໍສຳພັນກັບຊີວິດຈິງຫຼາຍຂຶ້ນ ແລະ ເຈົ້າກໍໄດ້ຮັບຈາກພຣະເຈົ້າຫຼາຍຂຶ້ນ; ໃນອີກດ້ານໜຶ່ງ, ເຈົ້າກໍມາຮູ້ຈັກຄວາມສາມາດໂດຍທຳມະຊາດຂອງເຈົ້າຢ່າງຖືກຕ້ອງຫຼາຍຂຶ້ນ ແລະ ເຈົ້າກໍມີເຫດຜົນຫຼາຍຂຶ້ນ. ນັ້ນຄືເຫດຜົນທີ່ພຣະເຈົ້າບໍ່ໄດ້ຕັ້ງໃຈທີ່ຈະປະທານຂີດຄວາມສາມາດທີ່ດີໃຫ້ແກ່ທຸກຄົນ, ພຣະອົງປະທານຂີດຄວາມສາມາດປານກາງໃຫ້ແກ່ຜູ້ຄົນ.
ຫຼັງຈາກທີ່ໄດ້ຍິນກ່ຽວກັບການສະແດງອອກສະເພາະເຫຼົ່ານີ້ຂອງຄວາມສາມາດຕ່າງໆທີ່ຖືກນຳໃຊ້ເພື່ອປະເມີນຂີດຄວາມສາມາດຂອງຜູ້ຄົນ, ພວກເຈົ້າກໍປະເມີນຕົນເອງ ແລະ ພົບວ່າຢ່າງຫຼາຍທີ່ສຸດພວກເຈົ້າກໍມີພຽງແຕ່ຂີດຄວາມສາມາດປົກກະຕິ, ບໍ່ເຖິງລະດັບຂອງການມີຂີດຄວາມສາມາດທີ່ດີ. ແລ້ວໃຜແດ່ທີ່ບັນລຸເຖິງລະດັບຂອງການມີຂີດຄວາມສາມາດທີ່ດີ? ພວກເຂົາຄືຜູ້ທີ່ຖືກນຳໃຊ້ໂດຍພຣະວິນຍານບໍລິສຸດ. ຖ້າພຣະເຈົ້າປະທານຂີດຄວາມສາມາດທີ່ດີໃຫ້ແກ່ເຈົ້າ, ເຈົ້າກໍຕ້ອງຮັບຜິດຊອບວຽກງານທີ່ກົງກັບຂີດຄວາມສາມາດທີ່ດີ. ຖ້າບໍ່ມີຄວາມຈຳເປັນທີ່ເຈົ້າຈະຕ້ອງຮັບຜິດຊອບວຽກງານດັ່ງກ່າວ, ມັນກໍດີພໍສົມຄວນທີ່ພຣະເຈົ້າໄດ້ປະທານຂີດຄວາມສາມາດປົກກະຕິໃຫ້ແກ່ເຈົ້າ, ນີ້ຄືພຣະຄຸນຂອງພຣະເຈົ້າ. ຖ້າພຣະເຈົ້າປະທານຂີດຄວາມສາມາດປົກກະຕິໃຫ້ແກ່ເຈົ້າ, ເຈົ້າກໍບໍ່ສາມາດເຮັດວຽກງານທີ່ໃຫຍ່ຫຼວງຫຼາຍໄດ້, ສະນັ້ນ ເຈົ້າຈຶ່ງບໍ່ສາມາດອວດດີໄດ້. ນີ້ຄືການປົກປ້ອງສຳລັບເຈົ້າ. ດ້ວຍຂີດຄວາມສາມາດປົກກະຕິທີ່ປະທານໃຫ້ແກ່ເຈົ້າ, ເຈົ້າບໍ່ມີຂໍ້ໄດ້ປຽບໃຫ້ໂອ້ອວດໄດ້ ແລະ ເຈົ້າບໍ່ສາມາດສ້າງຜົນງານທີ່ສັ່ນສະເທືອນໂລກໄດ້. ເຈົ້າຈຳເປັນຕ້ອງຄິດຢູ່ສະເໝີວ່າ “ຂີດຄວາມສາມາດຂອງຂ້ອຍແມ່ນປົກກະຕິ; ຂ້ອຍບໍ່ເກັ່ງໃນດ້ານນີ້ ແລະ ບໍ່ເກັ່ງໃນດ້ານນັ້ນ. ຂ້ອຍຕ້ອງຮອບຄອບ ແລະ ສະແຫວງຫາຫຼັກການຄວາມຈິງໃນການປະຕິບັດໜ້າທີ່ຂອງຂ້ອຍ”. ເມື່ອເຈົ້າຮູ້ສຶກວ່າເຈົ້າຂາດຕົກບົກຜ່ອງໃນທຸກດ້ານ, ເຈົ້າກໍຈະປະພຶດຕົວດີຂຶ້ນຫຼາຍ ແລະ ປະຕິບັດຕາມກົດລະບຽບຫຼາຍຂຶ້ນ, ຖ່ອມຕົວຫຼາຍຂຶ້ນ. ຕົວຢ່າງ: ບໍ່ວ່າພວກເຈົ້າຈະເຮັດວຽກຫຍັງກໍຕາມ, ບໍ່ວ່າພວກເຈົ້າຈະເປັນຜູ້ກຳກັບດູແລ ຫຼື ສະມາຊິກທຳມະດາ, ຖ້າໃນຊ່ວງເວລາໃດໜຶ່ງ ວຽກງານຂອງເຈົ້າດຳເນີນໄປຢ່າງລ່ຽນໄຫຼພໍສົມຄວນ, ເກີດຜົນບາງຢ່າງ ແລະ ຜົນສຳເລັດກໍໂດດເດັ່ນພໍສົມຄວນ ແລະ ເຈົ້າໄດ້ຮັບການຮັບຮອງຈາກເບື້ອງເທິງ, ແລ້ວຊຸດຄວາມຄິດຂອງເຈົ້າຈະເປັນແນວໃດ? (ພວກເຮົາຈະກາຍເປັນຄົນຫຼົງຕົວເອງ, ຮູ້ສຶກວ່າພວກເຮົາເກັ່ງ ແລະ ບໍ່ສະແຫວງຫາຄວາມຈິງຢ່າງງ່າຍດາຍອີກຕໍ່ໄປ.) ແລ້ວມັນກໍຈະກາຍເປັນເລື່ອງຍາກສຳລັບເຈົ້າທີ່ຈະປະຕິບັດຕາມກົດລະບຽບ ແລະ ປະພຶດຕົນຢ່າງຖ່ອມຕົວ. ນີ້ຄືການລອງໃຈທີ່ເປັນອັນຕະລາຍຫຼາຍສຳລັບເຈົ້າ; ນີ້ບໍ່ແມ່ນສັນຍານທີ່ດີ. ເຖິງຢ່າງໃດກໍຕາມ, ຍ້ອນວ່າເຈົ້າຂາດຕົກບົກຜ່ອງ ຫຼື ມີຂໍ້ບົກຜ່ອງໃນຄວາມສາມາດຕ່າງໆ ແລະ ເມື່ອເຮັດວຽກ ເຈົ້າອາດຈະບໍ່ໄດ້ພິຈາລະນາດ້ານໜຶ່ງ ຫຼື ຄາດການບໍ່ເຖິງ ຫຼື ເບິ່ງຂ້າມ ແລະ ລືມອີກດ້ານໜຶ່ງ, ບໍ່ວ່າຈະຖືກລິຮານໃນດ້ານໜຶ່ງ ຫຼື ປະເຊີນກັບຄວາມລົ້ມເຫຼວ ແລະ ການຖືກໂຈມຕີໃນອີກດ້ານໜຶ່ງ, ໃນສ່ວນເລິກຂອງຫົວໃຈຂອງເຈົ້າ, ເຈົ້າເຕືອນຕົນເອງຢູ່ສະເໝີວ່າ: “ຂ້ອຍບໍ່ມີຄວາມສາມາດ. ຂີດຄວາມສາມາດຂອງຂ້ອຍຕໍ່າ ແລະ ຂ້ອຍບໍ່ເຂົ້າໃຈຄວາມຈິງ. ຂ້ອຍບໍ່ເຂົ້າໃຈຫຼັກການ.” ດ້ວຍວິທີນີ້, ເຈົ້າຈຶ່ງກາຍເປັນຄົນທີ່ລະມັດລະວັງຫຼາຍໃນການເຮັດສິ່ງຕ່າງໆ, ຢ້ານການເຮັດຜິດພາດ ແລະ ຖືກລິຮານຫຼາຍ, ຢ້ານການຂັດຂວາງ ແລະ ລົບກວນຫຼາຍ ແລະ ຢ້ານຫຼາຍທີ່ຈະສ້າງຊ່ອງໂຫວ່ໃນວຽກງານທີ່ສົ່ງຜົນໃຫ້ເກີດຄວາມເສຍຫາຍ. ຍ້ອນວ່າຄວາມສາມາດໃນດ້ານຕ່າງໆຂອງເຈົ້າຂາດຕົກບົກຜ່ອງ ຫຼື ລ້ວນແຕ່ປົກກະຕິຫຼາຍ, ຄວາມສາມາດໃນການເຮັດວຽກຂອງເຈົ້າກໍປານກາງຫຼາຍເຊັ່ນກັນ ແລະ ວຽກງານທີ່ເຈົ້າເຮັດກໍປົກກະຕິຫຼາຍ. ສະນັ້ນ ເຈົ້າຈຶ່ງຮູ້ສຶກວ່າບໍ່ມີຫຍັງທີ່ຈະໂອ້ອວດ, ເຖິງແມ່ນວ່າເຈົ້າຈະສາມາດບັນລຸຜົນສຳເລັດບາງຢ່າງທີ່ໄດ້ມາຢ່າງຍາກລຳບາກກໍຕາມ, ເຈົ້າກໍບັນລຸພວກມັນໄດ້ພຽງແຕ່ຫຼັງຈາກທີ່ອົດກັ້ນກັບຄວາມລຳບາກຫຼາຍຢ່າງ ແລະ ໃຊ້ຄວາມພະຍາຍາມຢ່າງມະຫາສານຢູ່ເບື້ອງຫຼັງເທົ່ານັ້ນ. ເຈົ້າຢາກທຳທ່າວ່າເຈົ້າມີຄວາມສາມາດ ແລະ ເກັ່ງພໍສົມຄວນຕໍ່ໜ້າຄົນອື່ນ, ແຕ່ໃນໃຈຂອງເຈົ້າ ເຈົ້າຂາດຄວາມໝັ້ນໃຈ. ເຈົ້າຮູ້ວ່າບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ, ເຈົ້າກໍບໍ່ສາມາດເຮັດມັນໄດ້ດີ ແລະ ຍັງຕ້ອງການໃຫ້ເບື້ອງເທິງກວດຄັດກອງໃຫ້. ໃນບາງເລື່ອງ, ພຽງແຕ່ເມື່ອປະເຊີນກັບການຖືກລິຮານ ເຈົ້າຈຶ່ງຮູ້ສຶກຕົວວ່າເຈົ້າຜິດພາດຢູ່ບ່ອນໃດ ແລະ ເຫັນວ່າຂີດຄວາມສາມາດຂອງເຈົ້າຕໍ່າຢ່າງເຫຼືອເຊື່ອສໍ່າໃດ. ດ້ວຍວິທີນີ້, ເຈົ້າກໍຈະບໍ່ສາມາດອວດດີໄດ້. ນັ້ນກໍຄື ຈະມີຄົນທີ່ມີຂີດຄວາມສາມາດທີ່ດີຢູ່ອ້ອມຂ້າງເຈົ້າສະເໝີ ເຊິ່ງເໜືອກວ່າເຈົ້າ ແລະ ຈະມີຄວາມຈິງ ແລະ ມາດຕະຖານທີ່ພຣະເຈົ້າກຳນົດຄອຍຢັບຢັ້ງເຈົ້າຢູ່ສະເໝີ. ເຈົ້າຮູ້ສຶກວ່າ “ວຽກງານເລັກນ້ອຍທີ່ຂ້ອຍສາມາດເຮັດສຳເລັດໄດ້ນັ້ນກໍເປັນພຽງຍ້ອນວ່າເບື້ອງເທິງໄດ້ກວດຄັດກອງ ແລະ ຕັດສິນໃຈກ່ຽວກັບມັນ; ມັນສຳເລັດໄດ້ກໍພຽງຍ້ອນວ່າເບື້ອງເທິງໄດ້ກວດກາ, ກວດສອບ ແລະ ແກ້ໄຂມັນຊໍ້າແລ້ວຊໍ້າອີກ. ຂ້ອຍບໍ່ມີຫຍັງທີ່ຈະໂອ້ອວດ.” ຄັ້ງຕໍ່ໄປທີ່ເຈົ້າເຮັດບາງສິ່ງບາງຢ່າງ, ເຈົ້າຍັງຄິດທີ່ຈະສະແດງທັກສະຂອງເຈົ້າ ແຕ່ເຈົ້າກໍຍັງເຮັດມັນບໍ່ໄດ້ດີ ແລະ ບໍ່ເຄີຍໂດດເດັ່ນຂຶ້ນມາໄດ້ເລີຍ. ເປັນເພາະວ່າຂີດຄວາມສາມາດ ແລະ ຄວາມສາມາດຂອງເຈົ້າມີຈຳກັດແທ້ໆ, ຜົນຂອງການປະຕິບັດໜ້າທີ່ຂອງເຈົ້າຈຶ່ງປົກກະຕິຢູ່ສະເໝີ, ລົ້ມເຫຼວທີ່ຈະບັນລຸລະດັບ ຫຼື ມາດຕະຖານທີ່ເຈົ້າຕັ້ງໄວ້ເປັນອຸດົມຄະຕິຢູ່ສະເໝີ. ສະນັ້ນ, ໂດຍບໍ່ຮູ້ຕົວ ເຈົ້າຈຶ່ງຮັບຮູ້ຢ່າງຕໍ່ເນື່ອງວ່າເຈົ້າບໍ່ແມ່ນຄົນທີ່ໂດດເດັ່ນ, ບໍ່ແມ່ນຄົນທີ່ເໜືອກວ່າ ຫຼື ພິເສດໃດໆ. ເທື່ອລະໜ້ອຍ, ເຈົ້າກໍເລີ່ມເຂົ້າໃຈວ່າຂີດຄວາມສາມາດຂອງເຈົ້າບໍ່ໄດ້ດີຄືກັບທີ່ເຈົ້າຈິນຕະນາການໄວ້ ແຕ່ລ້ວນແລ້ວເປັນພຽງສິ່ງທີ່ທຳມະດາເກີນໄປ. ຂະບວນການທີ່ເພີ່ມຂຶ້ນເທື່ອລະໜ້ອຍນີ້ເປັນປະໂຫຍດຫຼາຍສຳລັບເຈົ້າໃນການຮູ້ຈັກຕົນເອງ, ເຈົ້າປະສົບກັບຄວາມລົ້ມເຫຼວ ແລະ ຄວາມຖົດຖອຍບາງຢ່າງໃນລັກສະນະທີ່ສຳພັນກັບຊີວິດຈິງ ແລະ ຫຼັງຈາກທີ່ໄຕ່ຕອງພາຍໃນແລ້ວ, ເຈົ້າກໍຈະມີຄວາມແມ່ນຍຳຫຼາຍຂຶ້ນໃນການປະເມີນລະດັບ, ຄວາມສາມາດ ແລະ ຂີດຄວາມສາມາດຂອງເຈົ້າ. ເຈົ້າຮັບຮູ້ຫຼາຍຂຶ້ນວ່າເຈົ້າບໍ່ແມ່ນຄົນທີ່ມີຂີດຄວາມສາມາດທີ່ດີ, ເຖິງແມ່ນວ່າເຈົ້າອາດຈະມີຈຸດແຂງ ແລະ ພອນສະຫວັນບາງຢ່າງ, ມີຄວາມສາມາດໃນການຕັດສິນເລັກນ້ອຍ ຫຼື ບາງຄັ້ງກໍມີແນວຄິດ ຫຼື ແຜນການບາງຢ່າງ ເຈົ້າກໍຍັງບໍ່ເຖິງຫຼັກການຄວາມຈິງ, ຍັງຫ່າງໄກຈາກຂໍ້ກຳນົດຂອງພຣະເຈົ້າ ແລະ ມາດຕະຖານຂອງຄວາມຈິງ ແລະ ຍິ່ງຫ່າງໄກຈາກມາດຕະຖານຂອງການມີຄວາມເປັນຈິງຄວາມຈິງ, ໂດຍບໍ່ຮູ້ຕົວ ເຈົ້າກໍມີການຕັດສິນ ແລະ ການປະເມີນເຫຼົ່ານີ້ກ່ຽວກັບຕົນເອງ. ໃນຂະບວນການຕັດສິນ ແລະ ປະເມີນຕົນເອງ, ຄວາມຮູ້ກ່ຽວກັບຕົນເອງຂອງເຈົ້າຈະມີຄວາມແມ່ນຍຳຫຼາຍຂຶ້ນ ແລະ ອຸປະນິໄສທີ່ເສື່ອມຊາມ ແລະ ການເປີດເຜີຍຄວາມເສື່ອມຊາມຂອງເຈົ້າກໍຈະໜ້ອຍລົງເລື້ອຍໆ, ຖືກຢັບຢັ້ງ ແລະ ຄວບຄຸມຫຼາຍຂຶ້ນ. ແນ່ນອນວ່າ ການທີ່ອຸປະນິໄສທີ່ເສື່ອມຊາມຂອງເຈົ້າຖືກຄວບຄຸມນັ້ນບໍ່ແມ່ນເປົ້າໝາຍ. ເປົ້າໝາຍແມ່ນຫຍັງ? ເປົ້າໝາຍກໍຄື ໃນຂະນະທີ່ອຸປະນິໄສທີ່ເສື່ອມຊາມຂອງເຈົ້າຖືກຄວບຄຸມ, ເຈົ້າກໍຄ່ອຍໆຮຽນຮູ້ທີ່ຈະສະແຫວງຫາຄວາມຈິງ ແລະ ປະພຶດຕົນໃນລັກສະນະທີ່ດີ, ບໍ່ພະຍາຍາມທີ່ຈະເວົ້າແນວຄິດທີ່ຟັງຄືວ່າສູງສຸດ ຫຼື ໂອ້ອວດທັກສະຂອງເຈົ້າຢູ່ສະເໝີ, ບໍ່ພະຍາຍາມແຂ່ງຂັນເພື່ອເປັນຄົນທີ່ດີທີ່ສຸດ ຫຼື ເຂັ້ມແຂງທີ່ສຸດຢູ່ສະເໝີ ແລະ ບໍ່ພະຍາຍາມທີ່ຈະພິສູດຕົນເອງຢູ່ສະເໝີ. ໃນຂະນະທີ່ຄວາມຮັບຮູ້ນີ້ສະຫຼັກເລິກລົງໃນຫົວໃຈຂອງເຈົ້າຢ່າງຕໍ່ເນື່ອງ, ເຈົ້າກໍຈະໄຕ່ຕອງວ່າ “ຂ້ອຍຕ້ອງສະແຫວງຫາວ່າຫຼັກການຄວາມຈິງສຳລັບການເຮັດສິ່ງນີ້ແມ່ນຫຍັງ ແລະ ພຣະເຈົ້າກ່າວແນວໃດກ່ຽວກັບມັນ”. ຄວາມຮັບຮູ້ນີ້ຈະຄ່ອຍໆຖືກສ້າງຕັ້ງຂຶ້ນໃນສ່ວນເລິກຂອງຫົວໃຈຂອງເຈົ້າ ແລະ ລະດັບການສະແຫວງຫາ, ການຮັບຮູ້ ແລະ ການຍອມຮັບພຣະທຳຂອງພຣະເຈົ້າ ແລະ ຄວາມຈິງຂອງເຈົ້າກໍຈະສູງຂຶ້ນເລື້ອຍໆ, ເຊິ່ງສຳລັບເຈົ້າແລ້ວ ມັນບົ່ງບອກເຖິງຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ. ຍິ່ງເຈົ້າສາມາດຍອມຮັບຄວາມຈິງໄດ້ຫຼາຍເທົ່າໃດ, ອຸປະນິໄສທີ່ເສື່ອມຊາມຂອງເຈົ້າກໍຈະຍິ່ງເປີດເຜີຍອອກມາໜ້ອຍລົງເທົ່ານັ້ນ; ຜົນທີ່ດີກວ່ານັ້ນກໍຄື ເຈົ້າຈະມີໂອກາດຫຼາຍຂຶ້ນໃນການໃຊ້ພຣະທຳຂອງພຣະເຈົ້າເປັນມາດຕະຖານສຳລັບການປະຕິບັດ. ນີ້ບໍ່ແມ່ນການຄ່ອຍໆກ້າວເຂົ້າສູ່ເສັ້ນທາງແຫ່ງຄວາມລອດພົ້ນບໍ? ນີ້ບໍ່ແມ່ນສິ່ງທີ່ດີບໍ? (ແມ່ນແລ້ວ). ແຕ່ຖ້າຄວາມສາມາດທັງໝົດຂອງເຈົ້າເໜືອກວ່າ ແລະ ສົມບູນແບບ ແລະ ພິເສດຢູ່ທ່າມກາງຜູ້ຄົນ, ເຈົ້າຍັງຈະສາມາດສະແຫວງຫາຄວາມຈິງໃນຂະນະທີ່ຈັດການກັບເລື່ອງຕ່າງໆ ແລະ ປະຕິບັດໜ້າທີ່ຂອງເຈົ້າບໍ? ນັ້ນເປັນເລື່ອງຍາກທີ່ຈະເວົ້າ. ມັນຍາກຫຼາຍສຳລັບຄົນທີ່ມີຄວາມສາມາດພິເສດໃນທຸກດ້ານທີ່ຈະມາຢູ່ຕໍ່ໜ້າພຣະເຈົ້າດ້ວຍຫົວໃຈທີ່ສະຫງົບ ຫຼື ທັດສະນະຄະຕິທີ່ຖ່ອມຕົວເພື່ອຮູ້ຈັກຕົນເອງ, ຮູ້ຈັກຂໍ້ບົກຜ່ອງ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ບັນລຸເຖິງຈຸດທີ່ສະແຫວງຫາຄວາມຈິງ, ຍອມຮັບຄວາມຈິງ ແລະ ຈາກນັ້ນກໍປະຕິບັດຄວາມຈິງ. ສິ່ງນີ້ຂ້ອນຂ້າງຍາກທີ່ຈະເຮັດ, ແມ່ນບໍ? (ແມ່ນແລ້ວ).
ການທີ່ຜູ້ຄົນມີຂີດຄວາມສາມາດປົກກະຕິນັ້ນມີເຈດຕະນາດີຂອງພຣະເຈົ້າ; ການທີ່ຜູ້ຄົນມີຂີດຄວາມສາມາດຕໍ່າເກີນໄປກໍມີເຈດຕະນາດີຂອງພຣະເຈົ້າເຊັ່ນກັນ. ຍ້ອນຕ້ອງການຊ່ວຍໃຫ້ເຈົ້າລອດພົ້ນ, ພຣະເຈົ້າບໍ່ໄດ້ປະທານຂີດຄວາມສາມາດທີ່ດີເກີນໄປໃຫ້ແກ່ເຈົ້າ. ເປັນຫຍັງຈຶ່ງເປັນແນວນັ້ນ? ພຣະເຈົ້າປະທານເງື່ອນໄຂຕິດຕົວມາແຕ່ເກີດຕ່າງໆໃຫ້ແກ່ຜູ້ຄົນ ເຊັ່ນ: ພູມຫຼັງຄອບຄົວ, ຮູບຮ່າງໜ້າຕາ, ສັນຊາດຕະຍານ, ບຸກຄະລິກ ແລະ ຄວາມສາມາດໃນການດຳລົງຊີວິດຕ່າງໆຂອງພວກເຂົາ. ພຣະເຈົ້າຍັງປະທານຈຸດແຂງ, ຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງບາງຢ່າງໃຫ້ແກ່ຜູ້ຄົນ ແລະ ຍັງປະທານພອນສະຫວັນພິເສດບາງຢ່າງໃຫ້ແກ່ບາງຄົນອີກດ້ວຍ. ສິ່ງນີ້ພຽງພໍແລ້ວ. ສິ່ງເຫຼົ່ານີ້ພຽງພໍທີ່ຈະສົ່ງເສີມການຢູ່ລອດສ່ວນຕົວຂອງເຈົ້າແລ້ວ. ດ້ວຍສິ່ງເຫຼົ່ານີ້, ເຈົ້າກໍມີຄວາມສາມາດ ແລະ ເງື່ອນໄຂທີ່ຈະດຳລົງຊີວິດຢ່າງເປັນອິດສະລະ ແລະ ບົນພື້ນຖານຂອງຂີດຄວາມສາມາດໃນລະດັບໃດໜຶ່ງ, ເຈົ້າສາມາດຍອມຮັບພຣະທຳຂອງພຣະເຈົ້າ, ປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຈົ້າໃນລະດັບທີ່ແຕກຕ່າງກັນ ແລະ ບັນລຸການໄດ້ຮັບຄວາມລອດພົ້ນ. ນີ້ຄືເຫດຜົນທີ່ພຣະເຈົ້າບໍ່ປະທານຂີດຄວາມສາມາດທີ່ສູງເກີນໄປໃຫ້ແກ່ຜູ້ຄົນ. ພຣະເຈົ້າບໍ່ປະທານຂີດຄວາມສາມາດທີ່ດີເກີນໄປໃຫ້ແກ່ຜູ້ຄົນ. ໃນດ້ານໜຶ່ງ, ສິ່ງນີ້ກໍເພື່ອໃຫ້ຜູ້ຄົນສາມາດຍັງຄົງປະພຶດຕົນຢ່າງຖ່ອມຕົວໜ້ອຍໜຶ່ງ ດ້ວຍເງື່ອນໄຂພື້ນຖານນີ້ ແລະ ບົນພື້ນຖານຂອງການຮູ້ສຶກວ່າພວກເຂົາເປັນຄົນທຳມະດາ, ເປັນຄົນປົກກະຕິ, ເປັນຄົນທີ່ມີອຸປະນິໄສທີ່ເສື່ອມຊາມ, ພວກເຂົາສາມາດເຕັມໃຈຍອມຮັບພາລະກິດຂອງພຣະເຈົ້າ ແລະ ຄວາມລອດພົ້ນຂອງພຣະເຈົ້າ. ມີພຽງແຕ່ວິທີນີ້ເທົ່ານັ້ນທີ່ຜູ້ຄົນຈະມີເງື່ອນໄຂພື້ນຖານໃນການຍອມຮັບພຣະທຳຂອງພຣະເຈົ້າ. ອີກດ້ານໜຶ່ງ, ຖ້າຜູ້ຄົນມີຂີດຄວາມສາມາດທີ່ດີຫຼາຍ ຫຼື ມີຄວາມຄິດທີ່ໄວເປັນພິເສດ, ມີຄວາມສາມາດທີ່ເຂັ້ມແຂງຫຼາຍໃນທຸກດ້ານ, ລ້ວນແຕ່ເປັນຄົນພິເສດ, ເຮັດຫຍັງຢູ່ໃນໂລກກໍລ່ຽນໄຫຼໄປໝົດ, ຫາເງິນໄດ້ຫຼາຍໃນທຸລະກິດ, ມີອາຊີບທາງການເມືອງທີ່ບໍ່ມີອຸປະສັກຫຍັງເປັນພິເສດເລີຍ, ດຳເນີນການໂດຍບໍ່ຕ້ອງພະຍາຍາມຫຼາຍໃນທຸກສະຖານະການ, ຮູ້ສຶກຄືກັບປາໃນນໍ້າ, ແລ້ວຄົນແບບນັ້ນກໍບໍ່ສາມາດມາຢູ່ຕໍ່ໜ້າພຣະເຈົ້າ ແລະ ຍອມຮັບຄວາມລອດພົ້ນຂອງພຣະເຈົ້າໄດ້ງ່າຍໆ, ແມ່ນບໍ? (ແມ່ນແລ້ວ). ຄົນສ່ວນໃຫຍ່ທີ່ພຣະເຈົ້າຊ່ວຍໃຫ້ລອດພົ້ນບໍ່ໄດ້ດຳລົງຕຳແໜ່ງສູງໃນໂລກ ຫຼື ໃນທ່າມກາງຜູ້ຄົນໃນສັງຄົມ. ຍ້ອນວ່າຂີດຄວາມສາມາດ ແລະ ຄວາມສາມາດຂອງພວກເຂົາປົກກະຕິ ຫຼື ເຖິງຂັ້ນຕໍ່າ ແລະ ພວກເຂົາຕ້ອງດີ້ນຮົນເພື່ອຊອກຫາຄວາມນິຍົມ ຫຼື ຄວາມສຳເລັດໃນໂລກ, ຮູ້ສຶກຢູ່ສະເໝີວ່າໂລກນີ້ມືດມົນ ແລະ ບໍ່ຍຸຕິທຳ, ພວກເຂົາຈຶ່ງມີຄວາມຕ້ອງການຄວາມເຊື່ອ ແລະ ໃນທີ່ສຸດ ພວກເຂົາກໍມາຢູ່ຕໍ່ໜ້າພຣະເຈົ້າ ແລະ ເຂົ້າສູ່ເຮືອນຂອງພຣະເຈົ້າ. ນີ້ຄືເງື່ອນໄຂພື້ນຖານທີ່ພຣະເຈົ້າປະທານໃຫ້ແກ່ຜູ້ຄົນໃນການເລືອກພວກເຂົາ. ມີພຽງແຕ່ຄວາມຕ້ອງການນີ້ເທົ່ານັ້ນທີ່ເຈົ້າຈຶ່ງສາມາດມີຄວາມປາຖະໜາທີ່ຈະຍອມຮັບຄວາມລອດພົ້ນຂອງພຣະເຈົ້າ. ຖ້າເງື່ອນໄຂໃນທຸກດ້ານຂອງເຈົ້າດີຫຼາຍ ແລະ ເໝາະສົມສຳລັບການດີ້ນຮົນໃນໂລກ ແລະ ເຈົ້າຕ້ອງການສ້າງຊື່ສຽງໃຫ້ກັບຕົນເອງຢູ່ສະເໝີ, ແລ້ວເຈົ້າກໍຈະບໍ່ມີຄວາມປາຖະໜາທີ່ຈະຍອມຮັບຄວາມລອດພົ້ນຂອງພຣະເຈົ້າ ແລະ ເຈົ້າຈະບໍ່ມີໂອກາດໄດ້ຮັບຄວາມລອດພົ້ນຂອງພຣະເຈົ້າດ້ວຍຊໍ້າ. ເຖິງແມ່ນວ່າເຈົ້າອາດຈະມີຂີດຄວາມສາມາດປົກກະຕິ ຫຼື ບໍ່ດີ, ເຈົ້າກໍຍັງໄດ້ຮັບພອນຫຼາຍກວ່າຜູ້ບໍ່ມີຄວາມເຊື່ອໃນການມີໂອກາດໄດ້ຮັບຄວາມລອດພົ້ນໂດຍພຣະເຈົ້າ. ສະນັ້ນ, ການມີຂີດຄວາມສາມາດຕໍ່າຈຶ່ງບໍ່ແມ່ນຂໍ້ບົກຜ່ອງຂອງເຈົ້າ ແລະ ມັນບໍ່ແມ່ນອຸປະສັກຕໍ່ການປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຈົ້າ ແລະ ການບັນລຸຄວາມລອດພົ້ນ. ເວົ້າສະຫຼຸບແລ້ວ ພຣະເຈົ້າເປັນຜູ້ປະທານຂີດຄວາມສາມາດນີ້ໃຫ້ແກ່ເຈົ້າ. ເຈົ້າມີຫຼາຍສໍ່າທີ່ພຣະເຈົ້າປະທານໃຫ້ແກ່ເຈົ້າ. ຖ້າພຣະເຈົ້າປະທານຂີດຄວາມສາມາດທີ່ດີໃຫ້ແກ່ເຈົ້າ, ແລ້ວເຈົ້າກໍມີຂີດຄວາມສາມາດທີ່ດີ. ຖ້າພຣະເຈົ້າປະທານຂີດຄວາມສາມາດປົກກະຕິໃຫ້ແກ່ເຈົ້າ, ແລ້ວຂີດຄວາມສາມາດຂອງເຈົ້າກໍປົກກະຕິ. ຖ້າພຣະເຈົ້າປະທານຂີດຄວາມສາມາດຕໍ່າໃຫ້ແກ່ເຈົ້າ, ແລ້ວຂີດຄວາມສາມາດຂອງເຈົ້າກໍຕໍ່າ. ເມື່ອເຈົ້າເຂົ້າໃຈສິ່ງນີ້ແລ້ວ, ເຈົ້າກໍຕ້ອງຍອມຮັບມັນຈາກພຣະເຈົ້າ ແລະ ສາມາດອ່ອນນ້ອມຕໍ່ອຳນາດສູງສຸດ ແລະ ການຈັດວາງຂອງພຣະເຈົ້າ. ຄວາມຈິງຂໍ້ໃດທີ່ເປັນພື້ນຖານສຳລັບການອ່ອນນ້ອມ? ນັ້ນກໍຄື ການຈັດວາງດັ່ງກ່າວໂດຍພຣະເຈົ້າມີເຈດຕະນາດີຂອງພຣະເຈົ້າ; ພຣະເຈົ້າມີເຈດຕະນາທີ່ພຽນພະຍາຍາມ ແລະ ຜູ້ຄົນຕ້ອງບໍ່ຈົ່ມວ່າ ຫຼື ເຂົ້າໃຈຫົວໃຈຂອງພຣະເຈົ້າຜິດ. ພຣະເຈົ້າຈະບໍ່ຍົກຍ້ອງເຈົ້າຢ່າງສູງຍ້ອນຂີດຄວາມສາມາດທີ່ດີຂອງເຈົ້າ ແລະ ພຣະອົງຈະບໍ່ລັງກຽດ ຫຼື ກຽດຊັງເຈົ້າຍ້ອນຂີດຄວາມສາມາດຕໍ່າຂອງເຈົ້າ. ສິ່ງທີ່ພຣະເຈົ້າກຽດຊັງແມ່ນຫຍັງ? ສິ່ງທີ່ພຣະເຈົ້າກຽດຊັງກໍຄື ຜູ້ຄົນທີ່ບໍ່ຮັກ ຫຼື ບໍ່ຍອມຮັບຄວາມຈິງ, ຜູ້ຄົນທີ່ເຂົ້າໃຈຄວາມຈິງແຕ່ບໍ່ປະຕິບັດມັນ, ຜູ້ຄົນທີ່ບໍ່ເຮັດໃນສິ່ງທີ່ພວກເຂົາສາມາດເຮັດໄດ້, ຜູ້ຄົນທີ່ບໍ່ສາມາດທຸ່ມເທຢ່າງສຸດຄວາມສາມາດໃນໜ້າທີ່ຂອງພວກເຂົາ ແຕ່ຍັງມີຄວາມປາຖະໜາທີ່ເກີນຕົວຢູ່ສະເໝີ, ຕ້ອງການສະຖານະຢູ່ສະເໝີ, ຍາດແຍ່ງຕຳແໜ່ງຢູ່ສະເໝີ ແລະ ຮຽກຮ້ອງຈາກພຣະອົງຢູ່ສະເໝີ. ນີ້ຄືສິ່ງທີ່ພຣະເຈົ້າພົບວ່າໜ້າລັງກຽດ ແລະ ໜ້າກຽດຊັງ. ເຈົ້າມີຂີດຄວາມສາມາດຕໍ່າ ຫຼື ບໍ່ມີຂີດຄວາມສາມາດຕັ້ງແຕ່ຕົ້ນ, ບໍ່ສາມາດເຮັດວຽກງານໃດໆໄດ້ ແລະ ເຖິງຢ່າງນັ້ນ ເຈົ້າກໍຍັງຕ້ອງການເປັນຜູ້ນຳຢູ່ສະເໝີ; ເຈົ້າຍາດແຍ່ງຕຳແໜ່ງ ແລະ ອຳນາດຢູ່ສະເໝີ ແລະ ຕ້ອງການໃຫ້ພຣະເຈົ້າໃຫ້ຄຳຕອບທີ່ຊັດເຈນແກ່ເຈົ້າຢູ່ສະເໝີ, ໂດຍບອກເຈົ້າວ່າໃນອະນາຄົດເຈົ້າສາມາດເຂົ້າສູ່ລາຊະອານາຈັກ, ໄດ້ຮັບພອນ ແລະ ມີຈຸດໝາຍປາຍທາງທີ່ດີ. ການທີ່ພຣະເຈົ້າເລືອກເຈົ້າກໍເປັນການຍົກຂຶ້ນອັນໃຫຍ່ຫຼວງແລ້ວ ແຕ່ເຈົ້າກໍຍັງໄດ້ຄືບຈະເອົາສອກ. ພຣະເຈົ້າໄດ້ປະທານສິ່ງທີ່ເຈົ້າຄວນໄດ້ຮັບໃຫ້ແກ່ເຈົ້າແລ້ວ ແລະ ເຈົ້າກໍໄດ້ຮັບຫຼາຍຢ່າງຈາກພຣະເຈົ້າແລ້ວ ແຕ່ເຈົ້າກໍຍັງຮຽກຮ້ອງຢ່າງບໍ່ສົມເຫດສົມຜົນ. ນີ້ຄືສິ່ງທີ່ພຣະເຈົ້າກຽດຊັງ. ຂີດຄວາມສາມາດຂອງເຈົ້າຕໍ່າຫຼາຍ ຫຼື ເຈົ້າເຖິງກັບບໍ່ໄດ້ໄປຮອດລະດັບສະຕິປັນຍາຂອງມະນຸດ ແຕ່ພຣະເຈົ້າກໍບໍ່ໄດ້ປະຕິບັດຕໍ່ເຈົ້າຄືກັບສັດ ແຕ່ຍັງປະຕິບັດຕໍ່ເຈົ້າໃນຖານະມະນຸດ. ສະນັ້ນ, ເຈົ້າຄວນເຮັດໃນສິ່ງທີ່ມະນຸດຄວນເຮັດ, ເວົ້າໃນສິ່ງທີ່ມະນຸດຄວນເວົ້າ ແລະ ຍອມຮັບທຸກສິ່ງທີ່ພຣະເຈົ້າໄດ້ປະທານໃຫ້ແກ່ເຈົ້າວ່າເປັນສິ່ງທີ່ມາຈາກພຣະອົງ. ບໍ່ວ່າເຈົ້າຈະສາມາດປະຕິບັດໜ້າທີ່ໃດກໍຕາມ, ກໍຈົ່ງເຮັດມັນ. ຢ່າເຮັດໃຫ້ພຣະເຈົ້າຜິດຫວັງ. ຢ່າໄດ້ຄືບຈະເອົາສອກພຽງເພາະວ່າພຣະເຈົ້າປະຕິບັດຕໍ່ເຈົ້າໃນຖານະມະນຸດ ໂດຍເວົ້າວ່າ “ໃນເມື່ອພຣະເຈົ້າປະຕິບັດຕໍ່ຂ້ອຍໃນຖານະມະນຸດ, ແລ້ວພຣະອົງກໍຄວນປະທານຂີດຄວາມສາມາດທີ່ດີກວ່າໃຫ້ແກ່ຂ້ອຍ, ໃຫ້ຂ້ອຍເປັນຫົວໜ້າທີມ, ຜູ້ກຳກັບດູແລ ຫຼື ຜູ້ນຳ. ມັນຈະດີທີ່ສຸດຖ້າພຣະອົງເຮັດໃຫ້ຂ້ອຍບໍ່ຕ້ອງເຮັດວຽກທີ່ອິດເມື່ອຍໃດໆ, ເພື່ອໃຫ້ເຮືອນຂອງພຣະເຈົ້າລ້ຽງດູຂ້ອຍລ້າໆ ແລະ ເພື່ອໃຫ້ຂ້ອຍບໍ່ຈຳເປັນຕ້ອງອອກແຮງ ຫຼື ທົນທຸກກັບຄວາມອິດເມື່ອຍ, ໂດຍອະນຸຍາດໃຫ້ຂ້ອຍເຮັດໃນສິ່ງທີ່ຂ້ອຍຕ້ອງການ.” ສິ່ງເຫຼົ່ານີ້ລ້ວນແຕ່ເປັນການຮຽກຮ້ອງທີ່ບໍ່ສົມເຫດສົມຜົນ. ສິ່ງເຫຼົ່ານີ້ບໍ່ແມ່ນການສະແດງອອກ ຫຼື ການຮຽກຮ້ອງທີ່ສິ່ງທີ່ຖືກສ້າງຄວນມີ ຫຼື ສະເໜີອອກມາ. ພຣະເຈົ້າບໍ່ໄດ້ປະຕິບັດຕໍ່ເຈົ້າຕາມຂີດຄວາມສາມາດຕໍ່າຂອງເຈົ້າ ແຕ່ພຣະອົງໄດ້ເລືອກເຈົ້າ ແລະ ປະທານໂອກາດໃຫ້ເຈົ້າໄດ້ປະຕິບັດໜ້າທີ່ຂອງເຈົ້າແທນ. ນີ້ຄືການຍົກຂຶ້ນຂອງພຣະເຈົ້າ. ເຈົ້າບໍ່ຄວນໄດ້ຄືບຈະເອົາສອກ ແລະ ຮຽກຮ້ອງຢ່າງບໍ່ສົມເຫດສົມຜົນຈາກພຣະເຈົ້າ. ກົງກັນຂ້າມ, ເຈົ້າຄວນຂອບພຣະຄຸນພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງຕົນເພື່ອຕອບແທນຄວາມຮັກຂອງພຣະເຈົ້າ. ນີ້ຄືຂໍ້ກຳນົດຂອງພຣະເຈົ້າສຳລັບເຈົ້າ. ຂີດຄວາມສາມາດຂອງເຈົ້າຕໍ່າ ແຕ່ພຣະເຈົ້າກໍບໍ່ໄດ້ຕັ້ງຂໍ້ກຳນົດສຳລັບເຈົ້າຕາມມາດຕະຖານສຳລັບຄົນທີ່ມີຂີດຄວາມສາມາດທີ່ດີ. ເຈົ້າຂາດຂີດຄວາມສາມາດ ແລະ ສະຕິປັນຍາ ແຕ່ພຣະເຈົ້າກໍບໍ່ໄດ້ຮຽກຮ້ອງໃຫ້ເຈົ້າບັນລຸມາດຕະຖານທີ່ຄົນທີ່ມີຂີດຄວາມສາມາດທີ່ດີສາມາດບັນລຸໄດ້. ບໍ່ວ່າເຈົ້າຈະສາມາດເຮັດຫຍັງໄດ້ກໍຕາມ, ກໍຈົ່ງເຮັດສິ່ງນັ້ນ. ພຣະເຈົ້າບໍ່ໄດ້ບັງຄັບໃຫ້ຄົນເຮັດໃນສິ່ງທີ່ເກີນຄວາມສາມາດ. ມັນເປັນພຽງຍ້ອນວ່າຕົວເຈົ້າເອງມີຄວາມປາຖະໜາເກີນຕົວຢູ່ສະເໝີ ແລະ ບໍ່ເຕັມໃຈທີ່ຈະເປັນຄົນທຳມະດາ, ເປັນຄົນທົ່ວໄປທີ່ມີຂີດຄວາມສາມາດຕໍ່າຢູ່ສະເໝີ; ມັນເປັນຍ້ອນວ່າເຈົ້າບໍ່ຕ້ອງການເຮັດວຽກທີ່ຍາກລຳບາກເຫຼົ່ານີ້ທີ່ບໍ່ໄດ້ເຮັດໃຫ້ເຈົ້າໂດດເດັ່ນ ແລະ ໃນການປະຕິບັດໜ້າທີ່ຂອງເຈົ້າ, ເຈົ້າບໍ່ມັກຄວາມຍາກລຳບາກ ແລະ ຫຼີກລ່ຽງຄວາມອິດເມື່ອຍຢູ່ສະເໝີ, ເລືອກເຮັດແຕ່ສິ່ງທີ່ຢາກເຮັດ; ເຈົ້າເອົາແຕ່ໃຈຢູ່ສະເໝີ ແລະ ມີແຜນການ ແລະ ຄວາມມັກຂອງເຈົ້າເອງຢູ່ສະເໝີ, ມັນບໍ່ແມ່ນວ່າພຣະເຈົ້າປະຕິບັດຕໍ່ເຈົ້າບໍ່ດີ. ສະນັ້ນ, ຜູ້ຄົນຄວນປະຕິບັດຕໍ່ຂີດຄວາມສາມາດຂອງພວກເຂົາເອງແນວໃດໃຫ້ຖືກຕ້ອງ? ໃນດ້ານໜຶ່ງ, ບໍ່ວ່າພຣະເຈົ້າຈະປະທານຂີດຄວາມສາມາດໃດໃຫ້ແກ່ເຈົ້າ, ເຈົ້າກໍຄວນຍອມຮັບມັນຈາກພຣະເຈົ້າ ແລະ ອ່ອນນ້ອມຕໍ່ອຳນາດສູງສຸດ ແລະ ການຈັດວາງຂອງພຣະເຈົ້າ. ນີ້ຄືຄວາມຄິດ ແລະ ມຸມມອງພື້ນຖານທີ່ສຸດທີ່ຜູ້ຄົນຄວນມີ. ມຸມມອງນີ້ຖືກຕ້ອງ ແລະ ມັນຍັງຄົງໃຊ້ໄດ້ໃນທຸກສະຖານະການ. ມັນຄືຫຼັກການຄວາມຈິງທີ່ຍັງຄົງຢູ່ ບໍ່ວ່າສິ່ງຕ່າງໆຈະປ່ຽນແປງໄປແນວໃດກໍຕາມ. ໃນອີກດ້ານໜຶ່ງ, ບໍ່ວ່າຂີດຄວາມສາມາດຂອງເຈົ້າຈະດີ, ປົກກະຕິ, ຕໍ່າ ຫຼື ບໍ່ມີເລີຍກໍຕາມ, ເຈົ້າກໍຄວນເຮັດວຽກງານທີ່ຂີດຄວາມສາມາດຂອງເຈົ້າສາມາດບັນລຸໄດ້. ເຈົ້າບໍ່ຄວນກັກເກັບຄວາມສາມາດໄວ້ ແລະ ບໍ່ຄວນສະແຫວງຫາເພື່ອທີ່ຈະໂດດເດັ່ນ. ບໍ່ວ່າຂີດຄວາມສາມາດຂອງເຈົ້າຈະດີ ຫຼື ປົກກະຕິກໍຕາມ, ເຈົ້າກໍສາມາດເຮັດໄດ້ພຽງແຕ່ສິ່ງທີ່ຢູ່ໃນຂອບເຂດຂີດຄວາມສາມາດ ແລະ ຄວາມສາມາດຂອງເຈົ້າເທົ່ານັ້ນ; ບໍ່ມີສິ່ງໃດທີ່ຈະເອົາໄປໂອ້ອວດໄດ້, ນັ້ນຄືສິ່ງທີ່ພຣະເຈົ້າໄດ້ປະທານໃຫ້ແກ່ເຈົ້າ; ເຈົ້າຄວນຖວາຍມັນ. ທັງໝົດໃນຕົວເຈົ້າ, ລົມຫາຍໃຈຂອງເຈົ້າ, ເງື່ອນໄຂຕິດຕົວມາແຕ່ເກີດຂອງເຈົ້າ ແລະ ຄວາມສາມາດໃນທຸກດ້ານຂອງຂີດຄວາມສາມາດຂອງເຈົ້າລ້ວນແຕ່ຖືກປະທານໃຫ້ໂດຍພຣະເຈົ້າ. ຫຼັກການຄວາມຈິງຕ່າງໆທີ່ເຈົ້າເຂົ້າໃຈໃນຕອນນີ້ກໍຖືກສະໜອງໃຫ້ໂດຍພຣະເຈົ້າເຊັ່ນກັນ. ຖ້າບໍ່ມີວຽກງານຂອງພຣະເຈົ້າ ແລະ ຖ້າບໍ່ມີເງື່ອນໄຂຕິດຕົວມາແຕ່ເກີດຕ່າງໆທີ່ພຣະເຈົ້າປະທານໃຫ້ແກ່ຜູ້ຄົນ, ມະນຸດກໍເປັນພຽງແຕ່ຂີ້ຝຸ່ນກຳມືໜຶ່ງເທົ່ານັ້ນ. ສະນັ້ນ, ຈຶ່ງບໍ່ມີສິ່ງໃດໃຫ້ຜູ້ຄົນເອົາໄປໂອ້ອວດໄດ້. ນີ້ຄືດ້ານທີສອງ. ຍັງມີອີກດ້ານໜຶ່ງ: ບໍ່ວ່າຂີດຄວາມສາມາດຂອງເຈົ້າຈະປົກກະຕິ, ຕໍ່າ ຫຼື ບໍ່ມີເລີຍກໍຕາມ, ເຈົ້າກໍຕ້ອງປະຕິບັດຕໍ່ມັນຢ່າງຖືກຕ້ອງ. ກ່ອນອື່ນ, ຈົ່ງຮັບຮູ້ວ່າຂີດຄວາມສາມາດຂອງເຈົ້າຢູ່ໃນລະດັບໃດ ແລະ ຈາກນັ້ນ, ໂດຍອີງໃສ່ຂີດຄວາມສາມາດໂດຍທຳມະຊາດຂອງເຈົ້າ, ຈົ່ງເຮັດໃນສິ່ງທີ່ເຈົ້າຄວນເຮັດ. ຢ່າພະຍາຍາມເຮັດເກີນຄວາມສາມາດຂອງເຈົ້າຢູ່ສະເໝີ ແລະ ເຮັດໃນສິ່ງທີ່ເຈົ້າບໍ່ສາມາດເຮັດສຳເລັດໄດ້, ພະຍາຍາມພິສູດຕົນເອງຕໍ່ຜູ້ຄົນ ຫຼື ຕໍ່ພຣະເຈົ້າຢູ່ສະເໝີ. ເຈົ້າບໍ່ສາມາດພິສູດຫຍັງໄດ້ເລີຍ. ຍິ່ງເຈົ້າພະຍາຍາມພິສູດຕົນເອງດ້ວຍວິທີນີ້ຫຼາຍເທົ່າໃດ, ມັນກໍຍິ່ງພິສູດວ່າຂີດຄວາມສາມາດຂອງເຈົ້າຕໍ່າ, ເຈົ້າບໍ່ຮູ້ຈັກປະມານຕົນ ແລະ ມັນຍິ່ງພິສູດວ່າເຈົ້າຂາດເຫດຜົນ ແລະ ມີອຸປະນິໄສທີ່ເສື່ອມຊາມຢ່າງຮ້າຍແຮງ. ຢ່າພະຍາຍາມທຸກວິທີທາງເພື່ອປ່ຽນແປງຂີດຄວາມສາມາດຂອງເຈົ້າ ຫຼື ປັບປຸງຄວາມສາມາດຂອງເຈົ້າໃນທຸກດ້ານ ແຕ່ຈົ່ງຮັບຮູ້ຢ່າງແມ່ນຍຳ ແລະ ປະຕິບັດຕໍ່ຂີດຄວາມສາມາດ ແລະ ຄວາມສາມາດໂດຍທຳມະຊາດຂອງເຈົ້າຢ່າງຖືກຕ້ອງ. ຖ້າເຈົ້າຄົ້ນພົບວ່າເຈົ້າຂາດຕົກບົກຜ່ອງຢູ່ບ່ອນໃດ, ຈົ່ງຟ້າວສຶກສາໃນດ້ານເຫຼົ່ານັ້ນທີ່ເຈົ້າສາມາດບັນລຸຄວາມຄືບໜ້າໄດ້ໃນເວລາອັນສັ້ນ ເພື່ອຊົດເຊີຍດ້ານເຫຼົ່ານີ້. ສຳລັບດ້ານເຫຼົ່ານັ້ນທີ່ເຈົ້າບໍ່ສາມາດບັນລຸໄດ້, ກໍຢ່າຝືນມັນ. ຈົ່ງກະທຳຕາມສະຖານະການຕົວຈິງຂອງເຈົ້າ; ຈົ່ງເຮັດສິ່ງຕ່າງໆໂດຍອີງໃສ່ຂີດຄວາມສາມາດ ແລະ ຄວາມສາມາດຂອງເຈົ້າເອງ. ຫຼັກການສູງສຸດກໍຄືການປະຕິບັດໜ້າທີ່ຂອງເຈົ້າຕາມພຣະທຳຂອງພຣະເຈົ້າ, ຂໍ້ກຳນົດຂອງພຣະເຈົ້າສຳລັບມະນຸດ ແລະ ຫຼັກການຄວາມຈິງ. ບໍ່ວ່າຂີດຄວາມສາມາດຂອງເຈົ້າຈະຢູ່ໃນລະດັບໃດກໍຕາມ, ເຈົ້າກໍສາມາດບັນລຸການກະທຳ ແລະ ການປະຕິບັດໜ້າທີ່ຂອງເຈົ້າຕາມຫຼັກການຄວາມຈິງໃນລະດັບທີ່ແຕກຕ່າງກັນໄດ້; ເຈົ້າສາມາດຕອບສະໜອງ ຫຼື ບັນລຸຕາມມາດຕະຖານຂອງພຣະເຈົ້າໄດ້. ຫຼັກການຄວາມຈິງເຫຼົ່ານີ້ບໍ່ແມ່ນຄຳເວົ້າທີ່ວ່າງເປົ່າຢ່າງແນ່ນອນ; ພວກມັນບໍ່ໄດ້ຢູ່ເໜືອຄວາມເປັນມະນຸດຢ່າງແນ່ນອນ. ພວກມັນລ້ວນແຕ່ເປັນເສັ້ນທາງແຫ່ງການປະຕິບັດທີ່ຖືກອອກແບບມາໂດຍສະເພາະສຳລັບອຸປະນິໄສທີ່ເສື່ອມຊາມ, ສັນຊາດຕະຍານ ພ້ອມທັງຄວາມສາມາດ ແລະ ຂີດຄວາມສາມາດຕ່າງໆຂອງມະນຸດຊາດທີ່ຖືກສ້າງຂຶ້ນ. ສະນັ້ນ, ບໍ່ວ່າຂີດຄວາມສາມາດຂອງເຈົ້າຈະແມ່ນຫຍັງກໍຕາມ, ບໍ່ວ່າຄວາມສາມາດຂອງເຈົ້າຈະບໍ່ພຽງພໍ ຫຼື ມີຂໍ້ບົກຜ່ອງຢູ່ບ່ອນໃດກໍຕາມ, ມັນກໍບໍ່ແມ່ນບັນຫາ; ຖ້າເຈົ້າເຂົ້າໃຈຄວາມຈິງຢ່າງແທ້ຈິງ ແລະ ເຕັມໃຈທີ່ຈະປະຕິບັດຄວາມຈິງ, ມັນກໍຈະມີເສັ້ນທາງກ້າວໄປຂ້າງໜ້າ. ຂໍ້ບົກຜ່ອງຂອງຄົນໆໜຶ່ງໃນບາງດ້ານຂອງຂີດຄວາມສາມາດ ແລະ ຄວາມສາມາດບໍ່ໄດ້ຂັດຂວາງການປະຕິບັດຄວາມຈິງຂອງພວກເຂົາຢ່າງແນ່ນອນ. ຖ້າຄວາມສາມາດໃນການຕັດສິນ ຫຼື ຄວາມສາມາດອື່ນໆຂອງເຈົ້າຂາດຕົກບົກຜ່ອງ, ເຈົ້າກໍສາມາດສະແຫວງຫາໃຫ້ຫຼາຍຂຶ້ນ ແລະ ໂອ້ລົມໃຫ້ຫຼາຍຂຶ້ນ, ຈົ່ງສະແຫວງຫາຄຳແນະນຳ ແລະ ຂໍ້ສະເໜີແນະຈາກຜູ້ທີ່ເຂົ້າໃຈຄວາມຈິງ. ເມື່ອເຈົ້າເຂົ້າໃຈ ແລະ ຈັບໃຈຄວາມຫຼັກການ ແລະ ເສັ້ນທາງແຫ່ງການປະຕິບັດແລ້ວ, ເຈົ້າກໍຄວນນຳພວກມັນໄປປະຕິບັດດ້ວຍຄວາມພະຍາຍາມທັງໝົດຂອງເຈົ້າໂດຍອີງໃສ່ວຸດທິພາວະຂອງເຈົ້າ. ການຍອມຮັບ ແລະ ການປະຕິບັດ, ນີ້ຄືສິ່ງທີ່ເຈົ້າຄວນເຮັດ. ການທີ່ເຮົາໂອ້ລົມແບບນີ້ຊ່ວຍໃຫ້ພວກເຈົ້າເຂົ້າໃຈບໍ? (ພວກເຮົາເຂົ້າໃຈຫຼາຍຂຶ້ນໜ້ອຍໜຶ່ງ).
ເປັນຫຍັງພຣະເຈົ້າຈຶ່ງກຳນົດລ່ວງໜ້າໃຫ້ຜູ້ຄົນມີຂີດຄວາມສາມາດທຸກປະເພດ? ເປັນຫຍັງພຣະເຈົ້າຈຶ່ງບໍ່ປະທານຂີດຄວາມສາມາດທີ່ສົມບູນແບບໃຫ້ແກ່ຜູ້ຄົນ? ກ່ຽວກັບວ່າເຈດຕະນາຂອງພຣະເຈົ້າໃນເລື່ອງນີ້ແມ່ນຫຍັງ ແລະ ຜູ້ຄົນຄວນປະຕິບັດແນວໃດຕໍ່ມັນໃຫ້ຖືກຕ້ອງນັ້ນ, ພວກເຮົາໄດ້ໂອ້ລົມກັນໄປຈັກດ້ານແລ້ວ? ໃຫ້ພວກເຮົາສະຫຼຸບພວກມັນ. ດ້ານທີໜຶ່ງຄືການຍອມຮັບມັນຈາກພຣະເຈົ້າ. ນີ້ຄືຄວາມຄິດ ແລະ ມຸມມອງພື້ນຖານທີ່ສຸດທີ່ຜູ້ຄົນຄວນມີ. ດ້ານທີສອງຄືການຮັບຮູ້ ແລະ ປະເມີນວ່າຂີດຄວາມສາມາດຂອງເຈົ້າແມ່ນຫຍັງ ແລະ ກະທຳ ແລະ ປະຕິບັດໜ້າທີ່ຂອງເຈົ້າໂດຍອີງໃສ່ຂີດຄວາມສາມາດ ແລະ ຄວາມສາມາດຂອງເຈົ້າ. ຢ່າພະຍາຍາມເຮັດໃນສິ່ງທີ່ເກີນຂີດຄວາມສາມາດ ແລະ ຄວາມສາມາດຂອງເຈົ້າ. ສິ່ງທີ່ເຈົ້າສາມາດເຮັດໄດ້, ກໍຈົ່ງເຮັດມັນຢ່າງມີສະຕິ ແລະ ຢ່າງຕິດດິນ ແລະ ເຮັດມັນໃຫ້ດີ. ສິ່ງທີ່ເຈົ້າບໍ່ສາມາດເຮັດໄດ້, ກໍຢ່າຝືນຕົນເອງ. ດ້ານທີສາມແມ່ນຫຍັງ? (ພວກເຮົາຕ້ອງບໍ່ປາຖະໜາທີ່ຈະປ່ຽນແປງຂີດຄວາມສາມາດຂອງພວກເຮົາຢູ່ສະເໝີ. ເຖິງແມ່ນວ່າຂີດຄວາມສາມາດຂອງພວກເຮົາຈະປົກກະຕິ, ຕໍ່າ ຫຼື ບໍ່ມີເລີຍກໍຕາມ, ພວກເຮົາກໍຕ້ອງປະຕິບັດຕໍ່ມັນຢ່າງຖືກຕ້ອງ. ພວກເຮົາຕ້ອງບໍ່ປາຖະໜາທີ່ຈະພິສູດຕົນເອງຕໍ່ພຣະເຈົ້າຢູ່ສະເໝີວ່າຂີດຄວາມສາມາດຂອງພວກເຮົາດີ. ນີ້ຄືສິ່ງທີ່ບໍ່ເໝາະສົມ.) ຖືກຕ້ອງແລ້ວ. ຈົ່ງປະຕິບັດຕໍ່ຂີດຄວາມສາມາດຂອງເຈົ້າຢ່າງຖືກຕ້ອງ. ຢ່າຈົ່ມວ່າ. ພຣະເຈົ້າປະທານໃຫ້ແກ່ເຈົ້າຫຼາຍສໍ່າໃດ, ພຣະອົງກໍຈະຮຽກຮ້ອງຈາກເຈົ້າຫຼາຍສໍ່ານັ້ນ. ສິ່ງທີ່ພຣະເຈົ້າບໍ່ໄດ້ປະທານໃຫ້ແກ່ເຈົ້າ, ພຣະເຈົ້າກໍບໍ່ໄດ້ຮຽກຮ້ອງຈາກເຈົ້າ. ຕົວຢ່າງ: ຖ້າພຣະເຈົ້າປະທານຂີດຄວາມສາມາດປົກກະຕິ ຫຼື ຂີດຄວາມສາມາດຕໍ່າໃຫ້ແກ່ເຈົ້າ, ພຣະອົງກໍບໍ່ໄດ້ຮຽກຮ້ອງໃຫ້ເຈົ້າເປັນຜູ້ນຳ, ຫົວໜ້າທີມ ຫຼື ຜູ້ກຳກັບດູແລ. ເຖິງຢ່າງໃດກໍຕາມ, ຖ້າພຣະເຈົ້າປະທານວາທະສິນ, ຄວາມສາມາດໃນການສະແດງອອກ ຫຼື ພອນສະຫວັນບາງຢ່າງໃຫ້ແກ່ເຈົ້າ ແລະ ຮຽກຮ້ອງໃຫ້ເຈົ້າເຮັດວຽກງານທີ່ກ່ຽວຂ້ອງກັບພອນສະຫວັນນີ້, ແລ້ວເຈົ້າກໍຄວນເຮັດມັນໃຫ້ດີ. ຢ່າເຮັດໃຫ້ເງື່ອນໄຂທີ່ພຣະເຈົ້າປະທານໃຫ້ແກ່ເຈົ້າຕ້ອງສູນເປົ່າ. ເຈົ້າຕ້ອງເຮັດໃຫ້ສົມກັບສິ່ງທີ່ພຣະເຈົ້າປະທານໃຫ້, ໂດຍນຳໃຊ້ມັນຢ່າງເຕັມທີ່ ແລະ ນຳໃຊ້ມັນໃຫ້ດີ, ນຳໃຊ້ມັນເຂົ້າໃນສິ່ງທີ່ເປັນບວກ ແລະ ສ້າງຜົນງານທີ່ມີຄຸນຄ່າເຊິ່ງເປັນປະໂຫຍດຕໍ່ມະນຸດຊາດ. ນັ້ນຈະເປັນສິ່ງທີ່ຍອດຢ້ຽມຫຼາຍ, ແມ່ນບໍ? (ແມ່ນແລ້ວ). ນອກຈາກນີ້, ເຈົ້າຕ້ອງຮູ້ວ່າພຣະເຈົ້າມີເຈດຕະນາດີໃນການປະທານຂີດຄວາມສາມາດຕ່າງໆໃຫ້ແກ່ຜູ້ຄົນ. ພຽງເພາະວ່າພຣະເຈົ້າຕ້ອງການຊ່ວຍໃຫ້ເຈົ້າລອດພົ້ນ, ພຣະອົງຈຶ່ງບໍ່ໄດ້ປະທານຂີດຄວາມສາມາດທີ່ດີເກີນໄປໃຫ້ແກ່ເຈົ້າ. ສິ່ງນີ້ມີເຈດຕະນາທີ່ພຽນພະຍາຍາມຂອງພຣະເຈົ້າ. ການທີ່ພຣະເຈົ້າປະທານຂີດຄວາມສາມາດປົກກະຕິ ຫຼື ຕໍ່າໃຫ້ແກ່ເຈົ້າແມ່ນການປົກປ້ອງສຳລັບເຈົ້າ. ຖ້າຜູ້ຄົນມີຂີດຄວາມສາມາດທີ່ດີເກີນໄປ ຫຼື ພິເສດ, ມັນກໍຈະເປັນເລື່ອງງ່າຍທີ່ພວກເຂົາຈະຕິດຕາມໂລກ ແລະ ຊາຕານ ແລະ ພວກເຂົາກໍຈະບໍ່ມາເຊື່ອໃນພຣະເຈົ້າໄດ້ງ່າຍໆ. ໃຫ້ເບິ່ງຜູ້ທີ່ໂດດເດັ່ນໃນອຸດສາຫະກຳ ແລະ ຂົງເຂດຕ່າງໆໃນໂລກ, ພວກເຂົາເປັນຄົນປະເພດໃດ? ພວກເຂົາລ້ວນແຕ່ເປັນຄົນສະຫຼາດແກມໂກງທີ່ມີເລ່ລ່ຽມ, ເປັນມານຮ້າຍກັບຊາດມາເກີດ. ຖ້າເຈົ້າຂໍໃຫ້ພວກເຂົາເຊື່ອໃນພຣະເຈົ້າ, ພວກເຂົາກໍຈະຄິດວ່າ “ການເຊື່ອໃນພຣະເຈົ້າບໍ່ໄດ້ພາໃຫ້ໄປໃສເລີຍ, ມີພຽງແຕ່ຄົນທີ່ບໍ່ມີຄວາມສາມາດເທົ່ານັ້ນທີ່ເຊື່ອໃນພຣະເຈົ້າ!” ຄົນທີ່ມີຂີດຄວາມສາມາດທີ່ດີເກີນໄປ, ມີຄວາມສາມາດທີ່ຍິ່ງໃຫຍ່ ແລະ ມີເລ່ລ່ຽມສູງລ້ວນແຕ່ຖືກຊາຕານຈັບເປັນຊະເລີຍ. ພວກເຂົາດຳລົງຊີວິດໂດຍອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຢ່າງສິ້ນເຊີງ ແລະ ເພື່ອໂລກຢ່າງສິ້ນເຊີງ. ຄົນແບບນັ້ນລ້ວນແຕ່ເປັນມານຮ້າຍກັບຊາດມາເກີດ. ບອກເຮົາເບິ່ງວ່າ ພຣະເຈົ້າຊ່ວຍຄົນແບບນັ້ນໃຫ້ລອດພົ້ນບໍ? (ບໍ່). ສະນັ້ນ, ພວກເຈົ້າເຕັມໃຈທີ່ຈະເປັນມານຮ້າຍກັບຊາດມາເກີດ ຫຼື ພວກເຈົ້າເຕັມໃຈທີ່ຈະເປັນຄົນທຳມະດາ, ເປັນຄົນທີ່ມີຂີດຄວາມສາມາດຕໍ່າ ແຕ່ສາມາດໄດ້ຮັບຄວາມລອດພົ້ນຂອງພຣະເຈົ້າ? (ພວກເຮົາເຕັມໃຈທີ່ຈະເປັນຄົນທຳມະດາ.) ໃນສອງປະເພດນີ້, ຄົນປະເພດໃດຈະໄດ້ຮັບພອນ? ຜູ້ທີ່ຈະເລີນຮຸ່ງເຮືອງໃນໂລກ, ກ້າວຂຶ້ນສູ່ຄວາມໂດດເດັ່ນ, ມີຊື່ສຽງ, ກາຍເປັນເຈົ້າໜ້າທີ່ລະດັບສູງ ຫຼື ຄົນຮັ່ງມີ, ຜູ້ທີ່ມີທຸກສິ່ງທີ່ພວກເຂົາຕ້ອງການ ແລະ ມີເງິນໃຊ້ຈ່າຍຢ່າງບໍ່ມີວັນໝົດ, ພວກເຈົ້າເຕັມໃຈທີ່ຈະເປັນຄົນແບບນັ້ນ ຫຼື ພວກເຈົ້າເຕັມໃຈທີ່ຈະມາຢູ່ຕໍ່ໜ້າພຣະເຈົ້າ ແລະ ເປັນຄົນທຳມະດາສາມັນທີ່ມີຂີດຄວາມສາມາດປົກກະຕິ? ທາງເລືອກຂອງເຈົ້າແມ່ນຫຍັງ? (ເປັນຄົນທຳມະດາສາມັນ). ຖ້າເຈົ້າເລືອກທີ່ຈະເປັນຄົນທຳມະດາສາມັນທີ່ມີຂີດຄວາມສາມາດປົກກະຕິ, ເລືອກທີ່ຈະບໍ່ເພີດເພີນກັບຊີວິດທາງວັດຖຸທີ່ດີໃນຊີວິດນີ້, ບໍ່ຕ້ອງການກ້າວຂຶ້ນສູ່ຄວາມໂດດເດັ່ນ, ບໍ່ມີຕົວຕົນໃນໂລກນີ້ ແລະ ຖືກທຸກຄົນດູຖູກ, ເລືອກທີ່ຈະເປັນຄົນປະເພດນີ້ ແລະ ທະນຸຖະໜອມ ຫຼື ຮັບເອົາໂອກາດສຳລັບຄວາມລອດພົ້ນທີ່ພຣະເຈົ້າປະທານໃຫ້ແກ່ຜູ້ຄົນ, ຖ້ານີ້ຄືທາງເລືອກຂອງເຈົ້າ, ຖ້າເຈົ້າເລືອກທີ່ຈະໄດ້ຮັບຄວາມລອດພົ້ນ ແລະ ເລືອກທີ່ຈະບໍ່ຕິດຕາມໂລກນີ້ ແລະ ໃນຫົວໃຈຂອງເຈົ້າ ເຈົ້າປາຖະໜາທີ່ຈະບໍ່ເປັນຂອງໂລກນີ້ ແຕ່ເປັນຂອງພຣະເຈົ້າ, ແລ້ວເຈົ້າກໍບໍ່ຄວນລັງກຽດຂີດຄວາມສາມາດທີ່ພຣະເຈົ້າໄດ້ປະທານໃຫ້ແກ່ເຈົ້າ. ເຖິງແມ່ນວ່າຂີດຄວາມສາມາດຂອງເຈົ້າຈະຕໍ່າຫຼາຍ ຫຼື ພຣະເຈົ້າບໍ່ໄດ້ປະທານຂີດຄວາມສາມາດໃດໆໃຫ້ແກ່ເຈົ້າກໍຕາມ, ເຈົ້າກໍຍັງຄວນຍິນດີຍອມຮັບຂໍ້ເທັດຈິງນີ້ ແລະ ດ້ວຍເງື່ອນໄຂຕິດຕົວມາແຕ່ເກີດຂອງຄວາມສາມາດຕ່າງໆທີ່ພຣະເຈົ້າໄດ້ປະທານໃຫ້ແກ່ເຈົ້າ, ໃຫ້ປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງຈົນສຳເລັດ. ອີກດ້ານໜຶ່ງກໍຄື ເຖິງແມ່ນວ່າຂີດຄວາມສາມາດທີ່ພຣະເຈົ້າປະທານໃຫ້ແກ່ຜູ້ຄົນຈະບໍ່ດີປານໃດ, ເປັນພຽງຂີດຄວາມສາມາດຂອງຄົນທຳມະດາ ແລະ ຄວາມສາມາດທີ່ພຣະອົງປະທານໃຫ້ແກ່ພວກເຂົາໃນທຸກດ້ານຈະປົກກະຕິ ຫຼື ເຖິງກັບຕໍ່າ, ຄວາມຈິງພື້ນຖານທີ່ສຸດທີ່ຜູ້ຄົນຄວນປະຕິບັດເຊິ່ງພຣະເຈົ້າສັ່ງສອນຜູ້ຄົນກໍຍັງສາມາດບັນລຸ ແລະ ເຮັດໄດ້ ຖ້າພວກເຂົາເຕັມໃຈທີ່ຈະເອົາໃຈໃສ່ໃນການປະຕິບັດພວກມັນ. ເຖິງແມ່ນວ່າຂີດຄວາມສາມາດຂອງເຈົ້າຈະຕໍ່າຫຼາຍ ແລະ ຄວາມສາມາດໃນການຢັ່ງຮູ້, ຄວາມສາມາດໃນການຍອມຮັບສິ່ງຕ່າງໆ, ຄວາມສາມາດໃນການຕັດສິນ ແລະ ຄວາມສາມາດໃນການແຍກແຍະສິ່ງຕ່າງໆຂອງເຈົ້າຈະຕໍ່າຫຼາຍ ຫຼື ເຖິງກັບບໍ່ມີເລີຍກໍຕາມ, ຕາບໃດທີ່ເຈົ້າມີຄວາມເປັນມະນຸດ ແລະ ເຫດຜົນທີ່ພື້ນຖານທີ່ສຸດ, ໜ້າວຽກ ແລະ ວຽກງານທີ່ພຣະເຈົ້າມອບໝາຍໃຫ້ແກ່ເຈົ້າກໍສາມາດເຮັດສຳເລັດ ແລະ ເຮັດໄດ້ດີ. ຍິ່ງໄປກວ່ານັ້ນ, ແນວທາງພື້ນຖານທີ່ສຸດໃນການຢໍາເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍ ເຊິ່ງພຣະເຈົ້າຮຽກຮ້ອງຈາກຜູ້ຄົນນັ້ນ ແມ່ນສິ່ງທີ່ເຈົ້າສາມາດປະຕິບັດຕາມໄດ້; ມັນເປັນສິ່ງທີ່ເຈົ້າສາມາດບັນລຸ ແລະ ເຮັດໄດ້. ສະນັ້ນ, ພຣະເຈົ້າຈຶ່ງບໍ່ເຄີຍຕັ້ງໃຈທີ່ຈະປະທານຂີດຄວາມສາມາດທີ່ດີຫຼາຍໃຫ້ແກ່ເຈົ້າ. ຖ້າພຣະເຈົ້າປະທານຂີດຄວາມສາມາດທີ່ດີ ແລະ ຄວາມສາມາດພິເສດບາງຢ່າງໃຫ້ແກ່ເຈົ້າ, ເຮັດໃຫ້ເຈົ້າກາຍເປັນມານຮ້າຍກັບຊາດມາເກີດໃນໂລກ, ແລ້ວພຣະເຈົ້າກໍຈະບໍ່ຊ່ວຍໃຫ້ເຈົ້າລອດພົ້ນ. ຕອນນີ້ພວກເຈົ້າສາມາດເຂົ້າໃຈຫົວໃຈຂອງພຣະເຈົ້າກ່ຽວກັບເລື່ອງນີ້ບໍ? (ແມ່ນແລ້ວ). ຖ້າເຈົ້າສາມາດເຂົ້າໃຈຫົວໃຈຂອງພຣະເຈົ້າໄດ້, ນັ້ນກໍເປັນເລື່ອງດີ; ເຈົ້າຈະເຂົ້າໃຈຄວາມຈິງນີ້ ແລະ ປະຕິບັດຕໍ່ຂີດຄວາມສາມາດຂອງເຈົ້າເອງຢ່າງຖືກຕ້ອງ; ຈະບໍ່ມີຄວາມຫຍຸ້ງຍາກໃນເລື່ອງນີ້ອີກຕໍ່ໄປ. ຈາກນີ້ໄປ, ຜູ້ຄົນກໍພຽງແຕ່ຄວນເຮັດໃນສິ່ງທີ່ພວກເຂົາຄວນເຮັດ. ເຖິງແມ່ນວ່າມັນຈະເປັນພຽງວຽກດຽວ, ກໍຈົ່ງເອົາໃຈໃສ່ ແລະ ພະຍາຍາມເຮັດມັນໃຫ້ດີ ແລະ ຢ່າເຮັດໃຫ້ຄວາມຄາດຫວັງທີ່ພຣະເຈົ້າມີຕໍ່ເຈົ້າຕ້ອງສູນເປົ່າ. ພວກເຈົ້າເຂົ້າໃຈບໍ? (ເຂົ້າໃຈແລ້ວ). ສຳລັບການໂອ້ລົມໃນຫົວຂໍ້ນີ້ໃນມື້ນີ້ກໍມີພຽງເທົ່ານີ້. ລາກ່ອນ!
ວັນທີ 11 ພະຈິກ 2023