ວິທີການໄລ່ຕາມເສາະຫາຄວາມຈິງ (4)

ການປະຕິບັດຂໍ້ທີໜຶ່ງສຳລັບວິທີການໄລ່ຕາມເສາະຫາຄວາມຈິງ: ການປ່ອຍວາງ

ການປ່ອຍວາງຄວາມບາດໝາງລະຫວ່າງຕົນເອງກັບພຣະເຈົ້າ ແລະ ຄວາມເປັນປໍລະປັກຂອງຕົນທີ່ມີຕໍ່ພຣະເຈົ້າ

I. ການປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຕົນກ່ຽວກັບພຣະເຈົ້າ: ການປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຕົນກ່ຽວກັບວຽກງານຂອງພຣະເຈົ້າ

F. ວຽກງານຂອງພຣະເຈົ້າບໍ່ໄດ້ປ່ຽນແປງເງື່ອນໄຂແຕ່ກຳເນີດຂອງຜູ້ຄົນ; ມັນມີຈຸດປະສົງເພື່ອປ່ຽນແປງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ

ໃນການເຕົ້າໂຮມຄັ້ງກ່ອນ, ພວກເຮົາໄດ້ສືບຕໍ່ໂອ້ລົມກ່ຽວກັບຫົວຂໍ້ “ວິທີໄລ່ຕາມເສາະຫາຄວາມຈິງ”. ເນື້ອໃນຫຼັກຂອງການໂອ້ລົມແມ່ນຫຍັງ? ພວກເຮົາໄດ້ໂອ້ລົມກ່ຽວກັບຄວາມແຕກຕ່າງລະຫວ່າງເງື່ອນໄຂແຕ່ກຳເນີດຂອງຜູ້ຄົນ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ພວກເຮົາກໍໄດ້ໂອ້ລົມຢ່າງສະເພາະເຈາະຈົງກ່ຽວກັບສອງດ້ານນີ້ເຊັ່ນກັນ. ຜ່ານການໂອ້ລົມ, ພວກເຈົ້າມີຄວາມເຂົ້າໃຈໃນລະດັບໜຶ່ງແລ້ວບໍ ກ່ຽວກັບວຽກງານທີ່ພຣະເຈົ້າຕັ້ງໃຈຈະເຮັດ ແລະ ພຣະເຈົ້າຕ້ອງການປ່ຽນແປງດ້ານໃດຂອງຜູ້ຄົນໃນການຊ່ວຍຜູ້ຄົນໃຫ້ລອດພົ້ນ? (ແມ່ນແລ້ວ. ຜ່ານການໂອ້ລົມຄັ້ງກ່ອນຂອງພຣະເຈົ້າ, ຂ້ານ້ອຍເຂົ້າໃຈວ່າ ສິ່ງທີ່ພຣະເຈົ້າຕັ້ງໃຈປ່ຽນແປງດ້ວຍວຽກງານຂອງພຣະອົງກໍຄືອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ). ໃນການຊ່ວຍຜູ້ຄົນໃຫ້ລອດພົ້ນ, ພຣະເຈົ້າຕັ້ງໃຈກຳຈັດອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ; ພຣະອົງບໍ່ໄດ້ຕັ້ງໃຈປ່ຽນແປງເງື່ອນໄຂແຕ່ກຳເນີດຂອງພວກເຂົາ, ແມ່ນບໍ? (ແມ່ນແລ້ວ). ພຣະເຈົ້າສະແດງຄວາມຈິງ ແລະ ສະໜອງຄວາມຈິງໃຫ້ແກ່ຜູ້ຄົນ ແລະ ໃຊ້ວິທີການເຮັດວຽກທີ່ຫຼາກຫຼາຍ, ທັງໝົດນີ້ແມ່ນແນໃສ່ອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ. ຜ່ານວຽກງານຂອງພຣະອົງ, ພຣະເຈົ້າເຮັດໃຫ້ຜູ້ຄົນສາມາດປະຖິ້ມອຸປະນິໄສທີ່ພວກເຂົາເພິ່ງພາເພື່ອການຢູ່ລອດ ເຊິ່ງຖືກເຮັດໃຫ້ເສື່ອມຊາມໂດຍຊາຕານ. ໂດຍການເຮັດເຊັ່ນນີ້, ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງຈຶ່ງຄ່ອຍໆກາຍເປັນສ່ວນໜຶ່ງຂອງຜູ້ຄົນ, ກາຍເປັນຊີວິດຂອງພວກເຂົາ. ນີ້ຄືຜົນສຸດທ້າຍທີ່ວຽກງານຂອງພຣະເຈົ້າແນໃສ່ເພື່ອໃຫ້ບັນລຸ. ພວກເຈົ້າຢັ່ງຮູ້ຫຍັງແດ່ຈາກການໂອ້ລົມໃນດ້ານນີ້? ເນື້ອໃນໃດສ້າງຄວາມປະທັບໃຈໃຫ້ພວກເຈົ້າຢ່າງເລິກເຊິ່ງທີ່ສຸດ? ໃຫ້ຄິດທົບທວນເບິ່ງບຶດໜຶ່ງ. (ການໂອ້ລົມຄັ້ງກ່ອນຂອງພຣະເຈົ້າໄດ້ຊ່ວຍໃຫ້ຂ້ານ້ອຍແກ້ໄຂມຸມມອງທີ່ຄາດເຄື່ອນທີ່ຂ້ານ້ອຍມີ. ໃນອະດີດ, ຂ້ານ້ອຍຄິດວ່າພຣະເຈົ້າຈະປ່ຽນແປງຂີດຄວາມສາມາດ, ຄວາມສາມາດ ແລະ ລັກສະນະນິໄສທີ່ເປັນເນື້ອແທ້ຂອງຜູ້ຄົນ ແຕ່ຜ່ານການໂອ້ລົມຂອງພຣະເຈົ້າ, ຂ້ານ້ອຍເຂົ້າໃຈວ່າພຣະເຈົ້າບໍ່ໄດ້ເຮັດວຽກງານທີ່ເໜືອທຳມະຊາດ. ວຽກງານຂອງພຣະເຈົ້າແມ່ນເພື່ອປ່ຽນແປງອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ ແລະ ຄວາມຄິດ ແລະ ມຸມມອງທີ່ຄາດເຄື່ອນຕ່າງໆຂອງພວກເຂົາ ເຊິ່ງເປັນສິ່ງຂອງຊາຕານ. ໂດຍການປະຕິບັດພຣະທຳຂອງພຣະເຈົ້າ, ຄວາມເປັນມະນຸດທີ່ປົກກະຕິຂອງຜູ້ຄົນກໍໄດ້ຮັບການຟື້ນຟູ ແລະ ສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກຂອງພວກເຂົາກໍເລີ່ມປົກກະຕິຫຼາຍຂຶ້ນ. ໃນເວລາດຽວກັນ, ຂ້ານ້ອຍກໍຍັງເຂົ້າໃຈເຖິງຄວາມສຳຄັນຂອງການໄລ່ຕາມເສາະຫາຄວາມຈິງ. ມີພຽງແຕ່ການໄລ່ຕາມເສາະຫາຄວາມຈິງ ແລະ ການປະຕິບັດຄວາມຈິງເທົ່ານັ້ນ ອຸປະນິໄສທີ່ເສື່ອມຊາມຂອງພວກເຮົາຈຶ່ງຈະສາມາດຖືກແກ້ໄຂໄດ້; ເມື່ອພຣະທຳຂອງພຣະເຈົ້າກາຍເປັນຊີວິດຂອງພວກເຮົາ, ພວກເຮົາກໍບັນລຸການຖືກຊ່ວຍໃຫ້ລອດພົ້ນໂດຍພຣະເຈົ້າ. ສອງດ້ານນີ້ໃນການໂອ້ລົມຂອງພຣະເຈົ້າໄດ້ສ້າງຄວາມປະທັບໃຈທີ່ຂ້ອນຂ້າງເລິກເຊິ່ງໃຫ້ກັບຂ້ານ້ອຍ). ເນື້ອໃນຂອງການໂອ້ລົມຄັ້ງກ່ອນກ່ຽວຂ້ອງກັບຄວາມຈິງທີ່ກ່ຽວກັບນິມິດ; ມັນກ່ຽວຂ້ອງກັບບາງດ້ານທີ່ສະເພາະເຈາະຈົງໃນວຽກງານຂອງພຣະເຈົ້າ, ເປົ້າໝາຍໃນວຽກງານຂອງພຣະເຈົ້າ ແລະ ຜົນທີ່ມັນແນໃສ່ເພື່ອໃຫ້ບັນລຸ. ໂດຍອີງໃສ່ເນື້ອໃນທີ່ໄດ້ໂອ້ລົມກັນ, ເກີດມີຄຳຖາມສະເພາະບາງຢ່າງ. ຄຳຖາມເຫຼົ່ານີ້ລວມມີ ການສະແດງອອກໃດແດ່ໃນຊີວິດປະຈຳວັນທີ່ຖືວ່າເປັນເງື່ອນໄຂແຕ່ກຳເນີດຂອງຄົນໆໜຶ່ງ, ການສະແດງອອກໃດແດ່ທີ່ສະທ້ອນເຖິງລັກສະນະ ຫຼື ແກ່ນແທ້ຄວາມເປັນມະນຸດຂອງພວກເຂົາ, ນັ້ນກໍຄື ສິ່ງທີ່ພວກເຮົາເອີ້ນກັນທົ່ວໄປວ່າເປັນການສະແດງອອກບາງຢ່າງທີ່ບົ່ງບອກວ່າຄວາມເປັນມະນຸດຂອງຄົນໆໜຶ່ງດີ ຫຼື ບໍ່ດີ ແລະ ການສະແດງອອກໃດແດ່ທີ່ເປັນການເປີດເຜີຍອຸປະນິໄສທີ່ເສື່ອມຊາມ. ສິ່ງເຫຼົ່ານີ້ແມ່ນຄຳຖາມທີ່ສະເພາະເຈາະຈົງ, ແມ່ນບໍ? ເຖິງແມ່ນວ່າໃນເມື່ອກ່ອນຕອນທີ່ພວກເຮົາໂອ້ລົມກ່ຽວກັບຫົວຂໍ້ນີ້ ພວກເຮົາໄດ້ຍົກບາງຕົວຢ່າງ ແຕ່ພວກມັນກໍບໍ່ໄດ້ມີເປົ້າໝາຍ ຫຼື ສະເພາະເຈາະຈົງຫຼາຍ. ມື້ນີ້, ພວກເຮົາຈະໂອ້ລົມກັນຢ່າງສະເພາະເຈາະຈົງກ່ຽວກັບບັນຫານີ້ ເພື່ອແຍກແຍະລະຫວ່າງການສະແດງອອກທີ່ຜູ້ຄົນເປີດເຜີຍເຊິ່ງເປັນເງື່ອນໄຂແຕ່ກຳເນີດ, ສິ່ງທີ່ກ່ຽວຂ້ອງກັບລັກສະນະຂອງພວກເຂົາ ແລະ ສິ່ງທີ່ຕົກຢູ່ໃນໝວດໝູ່ຂອງອຸປະນິໄສທີ່ເສື່ອມຊາມ, ໂດຍແຍກແຍະການສະແດງອອກທີ່ສະເພາະເຈາະຈົງຂອງສາມດ້ານນີ້. ໂດຍການເຮັດເຊັ່ນນີ້, ມັນກໍຈະແຈ່ມແຈ້ງຂຶ້ນວ່າຜູ້ຄົນຄວນເຊື່ອມໂຍງບັນຫາຫຼາກຫຼາຍທີ່ພວກເຂົາພົບພໍ້ໃນຊີວິດປະຈຳວັນຂອງພວກເຂົາ ເຂົ້າກັບສາມດ້ານນີ້ແນວໃດ ໂດຍອີງໃສ່ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ. ສິ່ງນີ້ລວມເຖິງການເປີດເຜີຍໃດແດ່ຂອງຜູ້ຄົນທີ່ເປັນດ້ານທີ່ມີມາແຕ່ກຳເນີດຂອງຄວາມເປັນມະນຸດທີ່ປົກກະຕິ ເຊິ່ງບໍ່ຈຳເປັນຕ້ອງແກ້ໄຂ ຫຼື ຢັບຢັ້ງ; ດ້ານໃດແດ່ທີ່ເປັນການເປີດເຜີຍເຖິງບັນຫາກ່ຽວກັບຄວາມເປັນມະນຸດຂອງຜູ້ຄົນ ແລະ ພວກເຂົາຄວນປ່ຽນແປງ ແລະ ແກ້ໄຂສິ່ງເຫຼົ່ານີ້ແນວໃດ ຫຼື ແກ້ໄຂພວກມັນຜ່ານການສະແຫວງຫາຄວາມຈິງ; ແລະ ການສະແດງອອກໃດແດ່ທີ່ຕົກຢູ່ໃນໝວດໝູ່ຂອງອຸປະນິໄສທີ່ເສື່ອມຊາມ ແລະ ຜູ້ຄົນຄວນມາເຂົ້າໃຈແກ່ນແທ້ຂອງອຸປະນິໄສເຫຼົ່ານີ້ ແລະ ແກ້ໄຂ ແລະ ປະຖິ້ມພວກມັນຜ່ານການຍອມຮັບ ແລະ ການປະຕິບັດຄວາມຈິງແນວໃດ. ທັງໝົດນີ້ລ້ວນແຕ່ມີການສະແດງອອກທີ່ສະເພາະເຈາະຈົງ ແລະ ແນ່ນອນວ່າມີເສັ້ນທາງແຫ່ງການປະຕິບັດທີ່ສະເພາະເຈາະຈົງກ່ຽວຂ້ອງນຳ. ອີງຕາມການສະແດງອອກທີ່ແຕກຕ່າງກັນຂອງຜູ້ຄົນ, ພວກເຮົາຈະໂອ້ລົມກ່ຽວກັບຫຼັກການ ແລະ ເສັ້ນທາງແຫ່ງການປະຕິບັດ ເພື່ອໃຫ້ຜູ້ຄົນສາມາດເຂົ້າໃຈວິທີການປະເຊີນໜ້າ ແລະ ແກ້ໄຂບັນຫາເຫຼົ່ານີ້ ແລະ ເພື່ອໃຫ້ຜູ້ຄົນສາມາດມີທັດສະນະຄະຕິ ແລະ ເສັ້ນທາງແຫ່ງການປະຕິບັດທີ່ເປັນຮູບປະທຳຫຼາຍຂຶ້ນສຳລັບບັນຫາຕ່າງໆ. ການໂອ້ລົມແບບນີ້ດີບໍ? (ດີ).

4. ເງື່ອນໄຂແຕ່ກຳເນີດແມ່ນຫຍັງ

ພວກເຮົາໄດ້ໂອ້ລົມກັນສອງຄັ້ງມາກ່ອນແລ້ວກ່ຽວກັບສາມບັນຫາ ຄື ເງື່ອນໄຂແຕ່ກຳເນີດ, ຄວາມເປັນມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມ. ເຖິງແມ່ນວ່າພວກເຮົາບໍ່ໄດ້ອະທິບາຍຢ່າງສະເພາະເຈາະຈົງວ່າການສະແດງອອກ ແລະ ການເປີດເຜີຍຂອງຜູ້ຄົນເປັນຂອງບັນຫາໃດໃນສາມບັນຫານີ້ ໃນລັກສະນະທີ່ມີເປົ້າໝາຍ, ພວກເຮົາກໍໄດ້ຍົກບາງຕົວຢ່າງເມື່ອໂອ້ລົມກ່ຽວກັບແຕ່ລະບັນຫາ. ໃນການໂອ້ລົມຄັ້ງກ່ອນໆ, ເມື່ອກ່າວເຖິງສາມບັນຫານີ້ ພວກເຮົາຍັງໄດ້ໂອ້ລົມກ່ຽວກັບແກ່ນແທ້ຂອງບັນຫາເຫຼົ່ານີ້ ຫຼື ເສັ້ນທາງ ແລະ ຫຼັກການຂອງການປະຕິບັດທີ່ກ່ຽວຂ້ອງນຳ. ຕອນນີ້, ກ່ຽວກັບສາມບັນຫາທີ່ເຮົາຫາກໍກ່າວເຖິງ, ເຮົາຢາກໃຫ້ທຸກຄົນສົນທະນາກັນກ່ອນວ່າເງື່ອນໄຂແຕ່ກຳເນີດໝາຍເຖິງຫຍັງ. ພວກເຈົ້າທຸກຄົນສາມາດໂອ້ລົມຫຍໍ້ໆກ່ຽວກັບເລື່ອງນີ້ ເພື່ອໃຫ້ມີແນວຄວາມຄິດພື້ນຖານກ່ອນ. (ພຣະເຈົ້າ, ເງື່ອນໄຂຕິດໂຕມາແຕ່ເກີດໝາຍເຖິງຂີດຄວາມສາມາດ, ຄວາມສາມາດ, ລັກສະນະນິໄສຕິດໂຕມາແຕ່ເກີດ ແລະ ສັນຊາດຕະຍານຂອງຄົນໆໜຶ່ງບໍ?) ພວກເຮົາໄດ້ໂອ້ລົມກ່ຽວກັບເນື້ອໃນນີ້ມາກ່ອນແລ້ວ, ສະນັ້ນ ພວກເຈົ້າທຸກຄົນຄວນຈະຄຸ້ນເຄີຍກັບມັນ. ມີອີກບໍ? ຈຸດແຂງ ແລະ ຮູບຮ່າງໜ້າຕາຖືວ່າເປັນເງື່ອນໄຂຕິດໂຕມາແຕ່ເກີດບໍ? (ແມ່ນແລ້ວ). ແລ້ວພູມຫຼັງຄອບຄົວຂອງຄົນໆໜຶ່ງເດ? (ແມ່ນແລ້ວ, ສິ່ງນີ້ກໍແມ່ນຄືກັນ). ແລ້ວວິຖີຊີວິດ ແລະ ນິໄສ, ແມ່ນບໍ? ມີຫຍັງອີກບໍ? (ຍັງມີຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງ). ມີຄວາມແຕກຕ່າງກັນເລັກນ້ອຍລະຫວ່າງຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງ ກັບ ຈຸດແຂງ. ການເພີ່ມຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງເຂົ້າມາເຮັດໃຫ້ມີຄວາມສະເພາະເຈາະຈົງຫຼາຍຂຶ້ນ. ໃຫ້ເຮົາມາຈັດລາຍການພວກມັນຕາມລຳດັບ: ໜຶ່ງຄືພູມຫຼັງຄອບຄົວ. ສອງຄືຮູບຮ່າງໜ້າຕາ. ສາມຄືລັກສະນະນິໄສ. ສີ່ຄືສັນຊາດຕະຍານ. ຫ້າຄືຂີດຄວາມສາມາດ. ຫົກຄືຈຸດແຂງ. ເຈັດຄືຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງ. ແປດຄືຄວາມສາມາດ. ຈາກນັ້ນກໍຄືນິໄສການໃຊ້ຊີວິດ ແລະ ວິຖີຊີວິດ. ສອງຢ່າງສຸດທ້າຍນີ້ຄ້າຍຄືກັນ ແຕ່ມີຄວາມແຕກຕ່າງທີ່ສະເພາະເຈາະຈົງບາງຢ່າງ. ສິ່ງເຫຼົ່ານີ້ລວມກັນເປັນທັງໝົດສິບຢ່າງ. ເອົາເລີຍ, ອ່ານພວກມັນອອກມາເລີຍ. (ໜຶ່ງ: ພູມຫຼັງຄອບຄົວ. ສອງ: ຮູບຮ່າງໜ້າຕາ. ສາມ: ລັກສະນະນິໄສ. ສີ່: ສັນຊາດຕະຍານ. ຫ້າ: ຂີດຄວາມສາມາດ. ຫົກ: ຈຸດແຂງ. ເຈັດ: ຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງ. ແປດ: ຄວາມສາມາດ. ເກົ້າ: ນິໄສການໃຊ້ຊີວິດ. ສິບ: ວິຖີຊີວິດ). ສິ່ງເຫຼົ່ານີ້ລ້ວນແຕ່ເປັນເງື່ອນໄຂຕິດໂຕມາແຕ່ເກີດຂອງຜູ້ຄົນ. ພວກເຮົາບໍ່ຄວນໂອ້ລົມຢ່າງສະເພາະເຈາະຈົງກ່ຽວກັບເງື່ອນໄຂຕິດໂຕມາແຕ່ເກີດນຳບໍ? ຖ້າບໍ່ມີການໂອ້ລົມ, ພວກເຈົ້າສາມາດແຍກແຍະຢ່າງຖືກຕ້ອງດ້ວຍຕົວພວກເຈົ້າເອງໄດ້ບໍ? (ບໍ່ໄດ້). ໃນສະຖານະການໃດແດ່ທີ່ພວກເຈົ້າບໍ່ສາມາດແຍກແຍະໄດ້? (ບາງຄັ້ງ ເມື່ອພວກເຮົາເຫັນການສະແດງອອກບາງຢ່າງໃນຕົວຄົນໃດໜຶ່ງ, ພວກເຮົາບໍ່ສາມາດບອກໄດ້ວ່າພວກມັນກຳລັງສະທ້ອນເຖິງລັກສະນະນິໄສ ຫຼື ສັນຊາດຕະຍານຂອງຄົນໆນັ້ນ ຫຼື ວ່າພວກມັນເປັນການເປີດເຜີຍອຸປະນິໄສທີ່ເສື່ອມຊາມ). (ອີກຢ່າງ ນິໄສການໃຊ້ຊີວິດ ແລະ ວິຖີຊີວິດ, ຂ້ານ້ອຍເຄີຍຄິດວ່າສິ່ງເຫຼົ່ານີ້ຖືກສ້າງຂຶ້ນໂດຍອີງໃສ່ເງື່ອນໄຂການດຳລົງຊີວິດ ແລະ ພູມຫຼັງທີ່ຮຽນຮູ້; ຂ້ານ້ອຍບໍ່ຮູ້ເລີຍວ່າພວກມັນສາມາດເປັນເງື່ອນໄຂຕິດໂຕມາແຕ່ເກີດໄດ້). ເຈົ້າເຫັນບໍ, ເມື່ອພວກເຮົາແຍກຍ່ອຍເນື້ອໃນທີ່ລະອຽດ ແລະ ສະເພາະເຈາະຈົງບາງຢ່າງພາຍໃນໜຶ່ງຫົວຂໍ້ໃຫຍ່, ໃນທາງຜິວເຜີນແລ້ວ ມັນເບິ່ງຄືວ່າເຈົ້າຮູ້ລາຍລະອຽດເຫຼົ່ານີ້, ແຕ່ໃນຊີວິດຈິງ ເຈົ້າພັດສັບສົນກັບພວກມັນເລັກໜ້ອຍ; ເຈົ້າຍັງບໍ່ແຈ່ມແຈ້ງຫຼາຍກ່ຽວກັບວິທີແຍກແຍະພວກມັນ, ແມ່ນບໍ? (ແມ່ນແລ້ວ). ພວກເຮົາຍັງຈຳເປັນຕ້ອງມີການໂອ້ລົມທີ່ສະເພາະເຈາະຈົງບາງຢ່າງກ່ຽວກັບບັນຫານີ້.

5. ຄວາມແຕກຕ່າງ ແລະ ຄວາມສຳພັນລະຫວ່າງເງື່ອນໄຂຕິດໂຕມາແຕ່ເກີດ, ຄວາມເປັນມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມ

ກ່ຽວກັບສາມດ້ານທີ່ພວກເຮົາຫາກໍກ່າວເຖິງ ນັ້ນກໍຄື ເງື່ອນໄຂຕິດໂຕມາແຕ່ເກີດ, ຄວາມເປັນມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມ, ໃຫ້ພວກເຮົາມາຈັດລາຍການເນື້ອໃນທີ່ສະເພາະເຈາະຈົງບາງຢ່າງສຳລັບເງື່ອນໄຂຕິດໂຕມາແຕ່ເກີດ ແລະ ໂອ້ລົມກ່ຽວກັບພວກມັນຢ່າງລະອຽດເທື່ອລະຢ່າງ. ສຳລັບຄວາມເປັນມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມນັ້ນ ພວກເຮົາຈະບໍ່ຈັດລາຍການພວກມັນອອກມາ. ໃນຂະນະທີ່ໂອ້ລົມກ່ຽວກັບເນື້ອໃນ ແລະ ການສະແດງອອກທີ່ສະເພາະເຈາະຈົງຂອງເງື່ອນໄຂຕິດໂຕມາແຕ່ເກີດ, ພວກເຮົາຍັງຈະກ່າວເຖິງການສະແດງອອກບາງຢ່າງຂອງຄວາມເປັນມະນຸດ ແລະ ການເປີດເຜີຍຂອງອຸປະນິໄສທີ່ເສື່ອມຊາມ. ເມື່ອພວກເຮົາໂອ້ລົມກ່ຽວກັບສິ່ງເຫຼົ່ານີ້, ພວກເຈົ້າສາມາດແຍກແຍະ ແລະ ຈຳແນກໄດ້ວ່າພວກມັນເປັນຂອງເງື່ອນໄຂຕິດໂຕມາແຕ່ເກີດ ເຊິ່ງບໍ່ຈຳເປັນຕ້ອງປ່ຽນແປງ ຫຼື ວ່າພວກມັນເປັນຂອງບັນຫາກ່ຽວກັບລັກສະນະຂອງຜູ້ຄົນ ຫຼື ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ເຊິ່ງຈຳເປັນຕ້ອງໄດ້ຮັບການແກ້ໄຂຜ່ານການສະແຫວງຫາຄວາມຈິງ. ໂດຍການມີສ່ວນຮ່ວມໃນການໂອ້ລົມທີ່ສະເພາະເຈາະຈົງ ໂດຍໃຊ້ຕົວຢ່າງ ແລະ ບັນຫາທີ່ສະເພາະເຈາະຈົງ, ການແຍກແຍະກໍຈະແຈ່ມແຈ້ງຂຶ້ນ, ແມ່ນບໍ? (ແມ່ນແລ້ວ).

ຕົວຢ່າງທີ 1: ການເຕີບໃຫຍ່ໃນຄອບຄົວທີ່ຍາກຈົນ ແລະ ການເຕີບໃຫຍ່ໃນຄອບຄົວທີ່ຮັ່ງມີ

ບາງຄົນມາຈາກຄອບຄົວທີ່ຍາກຈົນ ແລະ ມີເງື່ອນໄຂທາງເສດຖະກິດທີ່ບໍ່ດີ. ພວກເຂົາດຳລົງຊີວິດໃນສະພາບທີ່ຂັດສົນ; ພວກເຂົາຝືດເຄືອງຢູ່ສະເໝີ ແລະ ຕ້ອງຄຳນວນ ແລະ ວາງແຜນທຸກລາຍຈ່າຍ. ເມື່ອເວົ້າເຖິງການໃຊ້ຈ່າຍເງິນ ແນວທາງຂອງພວກເຂົາກໍຄືການໃຊ້ເງິນທຸກກີບໃຫ້ຄຸ້ມຄ່າທີ່ສຸດເທົ່າທີ່ຈະເປັນໄປໄດ້. ພວກເຂົາເກີດມາໃນຄອບຄົວແບບນັ້ນ ແລະ ພາຍໃຕ້ເງື່ອນໄຂແບບນັ້ນ. ສິ່ງນີ້ຕົກຢູ່ໃນດ້ານໃດໃນສາມດ້ານທີ່ພວກເຮົາໄດ້ໂອ້ລົມກັນ? ມັນເປັນເງື່ອນໄຂຕິດໂຕມາແຕ່ເກີດ, ຄວາມເປັນມະນຸດ ຫຼື ອຸປະນິໄສທີ່ເສື່ອມຊາມ? ນີ້ແມ່ນດ້ານໜຶ່ງຂອງພູມຫຼັງຄອບຄົວຂອງພວກເຂົາ ເຊິ່ງເປັນເງື່ອນໄຂຕິດໂຕມາແຕ່ເກີດ, ແມ່ນບໍ? (ແມ່ນແລ້ວ). ພູມຫຼັງຄອບຄົວນີ້ດີ ຫຼື ບໍ່ດີ? (ຈາກມຸມມອງຂອງມະນຸດແລ້ວ, ມັນບໍ່ດີ). ພວກເຂົາດິ້ນລົນເພື່ອໃຫ້ຜ່ານໄປໄດ້, ຄອບຄົວຂອງພວກເຂົາທຸກຍາກ, ເງື່ອນໄຂທາງເສດຖະກິດຂອງພວກເຂົາບໍ່ຮັ່ງມີ ຫຼື ລໍ້າລວຍ, ສິ່ງເຫຼົ່ານີ້ແມ່ນບັນຫາທີ່ກ່ຽວຂ້ອງກັບພູມຫຼັງຄອບຄົວຂອງພວກເຂົາ. ເຖິງແມ່ນວ່າຄົນປະເພດນີ້ເກີດໃນຄອບຄົວທີ່ຍາກຈົນ, ບໍ່ເຄີຍກິນໄຂ່ປາຄາເວຍ, ບໍ່ເຄີຍນຸ່ງເຄື່ອງຍີ່ຫໍ້ດັງ, ບໍ່ເຄີຍໄດ້ສຳຜັດກັບສິ່ງຫຼູຫຼາຕ່າງໆ ແລະ ບໍ່ເຄີຍຕິດຕໍ່ພົວພັນກັບສັງຄົມຊັ້ນສູງ ຫຼື ບຸກຄົນທີ່ຮັ່ງມີ ຫຼື ຄົນທີ່ມີຊື່ສຽງໃດໆ, ພວກເຂົາກໍມີສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກ. ເມື່ອມີປະຕິສຳພັນກັບຄົນອື່ນ, ພວກເຂົາບໍ່ເຄີຍເອົາປຽບ. ເມື່ອພວກເຂົາເຫັນຄົນໃດໜຶ່ງກຳລັງເພີດເພີນກັບສິ່ງທີ່ດີ ຫຼື ພວກເຂົາເຫັນຄົນທີ່ຮັ່ງມີ, ເຖິງແມ່ນວ່າພວກເຂົາຈະຮູ້ສຶກອິດສາ ພວກເຂົາກໍບໍ່ເຄີຍຄິດທີ່ຈະລັກ ຫຼື ຍຶດເອົາຊັບສິນຂອງຄົນອື່ນ. ການເປີດເຜີຍຂອງຄົນປະເພດນີ້ກ່ຽວຂ້ອງກັບດ້ານໃດ? (ລັກສະນະຂອງພວກເຂົາ, ຄວາມເປັນມະນຸດຂອງພວກເຂົາ). ມັນກ່ຽວຂ້ອງກັບຄວາມເປັນມະນຸດຂອງພວກເຂົາ. ການສະແດງອອກເຖິງຄວາມເປັນມະນຸດຂອງພວກເຂົາໃນດ້ານນີ້ດີ ຫຼື ບໍ່ດີ? (ຄວາມເປັນມະນຸດຂອງພວກເຂົາດີ ແລະ ຊື່ກົງ). ສິ່ງນີ້ຍັງບໍ່ສາມາດຖືວ່າຊື່ກົງໄດ້; ມັນພຽງແຕ່ໝາຍຄວາມວ່າພວກເຂົາບໍ່ເອົາປຽບຜົນປະໂຫຍດເລັກໆນ້ອຍໆ ແລະ ບໍ່ປະຈົບປະແຈງຄົນຮັ່ງມີ. ພວກເຂົາສາມາດປະຕິບັດຕໍ່ເລື່ອງດັ່ງກ່າວໄດ້ຢ່າງຖືກຕ້ອງ. ຄວາມເປັນມະນຸດຂອງຄົນປະເພດນີ້ເປັນແນວໃດ? (ຄວາມເປັນມະນຸດຂອງພວກເຂົາຂ້ອນຂ້າງດີ). ນີ້ແມ່ນຄຳກ່າວທີ່ບໍ່ມີອະຄະຕິ; ຄວາມເປັນມະນຸດຂອງພວກເຂົາຂ້ອນຂ້າງດີ ເຊິ່ງໝາຍຄວາມວ່າໃນແງ່ລັກສະນະຂອງພວກເຂົາແລ້ວ ພວກເຂົາຂ້ອນຂ້າງມີຄວາມສຸດຈະລິດ ແລະ ກຽດສັກສີ. ເຖິງແມ່ນວ່າພູມຫຼັງຄອບຄົວຂອງພວກເຂົາຈະຍາກຈົນ ແລະ ບໍ່ສູງສົ່ງ ພວກເຂົາກໍບໍ່ລັງກຽດຄົນທຸກຍາກ ແລະ ເຂົ້າຂ້າງຄົນຮັ່ງມີ ແລະ ພວກເຂົາທັງບໍ່ເອົາປຽບຄົນອື່ນ. ມີຄົນອີກປະເພດໜຶ່ງ: ພວກເຂົາເກີດໃນຄອບຄົວທີ່ຮັ່ງມີ ຫຼື ດັ່ງທີ່ຜູ້ບໍ່ມີຄວາມເຊື່ອຈະເວົ້າວ່າ “ເກີດມາເທິງກອງເງິນກອງຄຳ”. ພວກເຂົາບໍ່ເຄີຍຕ້ອງກັງວົນເລື່ອງອາຫານ ຫຼື ເຄື່ອງນຸ່ງຫົ່ມ ແລະ ທຸກຢ່າງກໍມີພ້ອມສຳລັບພວກເຂົາແລ້ວ; ບໍ່ວ່າພວກເຂົາຢາກກິນອາຫານຫຍັງກໍມີໃຫ້. ເງື່ອນໄຂຄອບຄົວຂອງພວກເຂົາແມ່ນດີເປັນພິເສດ ແລະ ພໍ່ແມ່ຂອງພວກເຂົາກໍປະຕິບັດຕໍ່ພວກເຂົາດີຫຼາຍ. ສິ່ງນີ້ກ່ຽວຂ້ອງກັບດ້ານໃດ? (ສິ່ງນີ້ກໍກ່ຽວຂ້ອງກັບພູມຫຼັງຄອບຄົວຂອງພວກເຂົາເຊັ່ນກັນ). ພູມຫຼັງຄອບຄົວຂອງຄົນໆໜຶ່ງແມ່ນເງື່ອນໄຂຕິດໂຕມາແຕ່ເກີດ. ເຖິງແມ່ນວ່າຄົນປະເພດນີ້ມີພູມຫຼັງຄອບຄົວທີ່ດີເປັນພິເສດ, ມີເງື່ອນໄຂທາງເສດຖະກິດທີ່ດີ ແລະ ບໍ່ມີຄວາມກັງວົນເລື່ອງອາຫານ ຫຼື ເຄື່ອງນຸ່ງຫົ່ມ ແລະ ໄດ້ເຫັນສິ່ງທີ່ດີ ແລະ ມີປະສົບການກັບສິ່ງທີ່ໂລກມີໃຫ້, ເມື່ອມີປະຕິສຳພັນກັບຄົນອື່ນ ຖ້າພວກເຂົາເຫັນຄົນທີ່ດີກວ່າ ແລະ ມີຄວາມສາມາດຫຼາຍກວ່າຕົນເອງ ຫຼື ຜູ້ທີ່ໂດດເດັ່ນໃນບາງດ້ານຢ່າງຊັດເຈນ ຫຼື ຜູ້ທີ່ມີກຽດຕິຍົດທ່າມກາງຜູ້ຄົນ, ພວກເຂົາກໍຈະຮູ້ສຶກອິດສາ ແລະ ລະດົມຄິດທຸກວິທີທາງເພື່ອດູຖູກຄົນເຫຼົ່ານັ້ນ. ການສະແດງອອກເຫຼົ່ານີ້ກ່ຽວຂ້ອງກັບດ້ານໃດ? (ຂ້ານ້ອຍຄິດວ່າພວກມັນກ່ຽວຂ້ອງກັບທັງອຸປະນິໄສທີ່ເສື່ອມຊາມ ແລະ ຄວາມເປັນມະນຸດ). ຖືກຕ້ອງແລ້ວ. ການສະແດງອອກເຫຼົ່ານີ້ກ່ຽວຂ້ອງກັບທັງຄວາມເປັນມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ເມື່ອຄົນປະເພດນີ້ເຫັນຄົນທີ່ດີກວ່າຕົນເອງ, ພວກເຂົາກໍຮູ້ສຶກອິດສາ, ກຽດຊັງ ແລະ ຕ້ອງການກົດຂີ່, ທໍລະມານ ແລະ ກີດກັນຄົນເຫຼົ່ານັ້ນ; ພວກເຂົາຕ້ອງການເໜືອກວ່າຄົນເຫຼົ່ານັ້ນ. ຖ້າພວກເຂົາພຽງແຕ່ມີຄວາມຄິດເຫຼົ່ານີ້ ແຕ່ບໍ່ລົງມືເຮັດຕາມພວກມັນ, ພວກເຂົາກໍເປັນຄົນທີ່ມີຄວາມເປັນມະນຸດທີ່ບໍ່ດີ, ຄວາມເປັນມະນຸດຂອງພວກເຂົາຊົ່ວຮ້າຍບໍ? (ແມ່ນແລ້ວ). ໂດຍອີງໃສ່ຄວາມເປັນມະນຸດທີ່ຊົ່ວຮ້າຍນີ້, ຖ້າພວກເຂົາຮູ້ສຶກບໍ່ຍອມເມື່ອພວກເຂົາເຫັນຄົນທີ່ດີກວ່າຕົນເອງ, ຕັດສິນຄົນເຫຼົ່ານັ້ນລັບຫຼັງ ແລະ ເຖິງຂັ້ນຫຼິ້ນວິທີທີ່ບໍ່ຊື່ສັດເພື່ອກົດຂີ່ຄົນເຫຼົ່ານັ້ນ, ສິ່ງເຫຼົ່ານີ້ກໍຄືການສະແດງອອກທີ່ສະເພາະເຈາະຈົງຂອງອຸປະນິໄສທີ່ເສື່ອມຊາມ. ແກ່ນແທ້ຂອງອຸປະນິໄສທີ່ເສື່ອມຊາມນີ້ແມ່ນຫຍັງ? ມັນຄືຄວາມໂຫດຮ້າຍ. ການສະແດງອອກເຫຼົ່ານີ້ກ່ຽວຂ້ອງກັບທັງຄວາມເປັນມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມ. ເຖິງແມ່ນວ່າເງື່ອນໄຂຄອບຄົວຂອງຄົນປະເພດນີ້ຈະດີ ແລະ ພວກເຂົາກິນ ແລະ ນຸ່ງເຄື່ອງເປັນຢ່າງດີ ແລະ ເຈົ້າອາດຈະຄາດຫວັງໃຫ້ພວກເຂົາມີຄວາມເຂົ້າໃຈເຈາະເລິກ ແລະ ອົດທົນຕໍ່ຄົນອື່ນ, ເມື່ອມີປະຕິສຳພັນກັບຜູ້ຄົນ ພວກເຂົາມັກຈະຕ້ອງການເອົາປຽບຄົນອື່ນຢູ່ສະເໝີ ແລະ ມັກຈະຄຳນຶງເຖິງຜົນປະໂຫຍດຫຼາຍເກີນໄປຢູ່ສະເໝີ. ເມື່ອພວກເຂົາອອກໄປບ່ອນໃດບ່ອນໜຶ່ງກັບຄົນອື່ນ, ພວກເຂົາກໍຈະຈຸກຈິກວ່າໃຜໃຊ້ເງິນຫຼາຍກວ່າ ແລະ ໃຜເປັນຄົນຈ່າຍຄ່າເດີນທາງ, ໂດຍບໍ່ເຕັມໃຈທີ່ຈະໃຊ້ເງິນເພີ່ມແມ່ນແຕ່ກີບດຽວ. ເມື່ອເຮັດວຽກຮ່ວມກັບຄົນອື່ນ, ພວກເຂົາມັກຈະຄິດໄລ່ຢູ່ສະເໝີວ່າໃຜເຮັດຫຼາຍກວ່າ ແລະ ໃຜເຮັດໜ້ອຍກວ່າ ແລະ ພວກເຂົາມັກຈະຄິດຫາວິທີທາງເພື່ອຫຼົບຫຼີກວຽກຢູ່ສະເໝີ. ສິ່ງນີ້ກ່ຽວຂ້ອງກັບດ້ານໃດ? (ມັນກ່ຽວຂ້ອງກັບຄວາມເປັນມະນຸດຂອງພວກເຂົາ). ດ້ານໃດຂອງຄວາມເປັນມະນຸດ? (ຄວາມເຫັນແກ່ຕົວ ແລະ ຄວາມໜ້າລັງກຽດ). ຄວາມເຫັນແກ່ຕົວ ແລະ ຄວາມໜ້າລັງກຽດ, ມັກເອົາປຽບຄົນອື່ນ, ຂາດຄວາມສຸດຈະລິດ ແລະ ກຽດສັກສີ, ສິ່ງນີ້ກ່ຽວຂ້ອງກັບລັກສະນະຂອງພວກເຂົາ. ເມື່ອມີປະຕິສຳພັນກັບຜູ້ຄົນ, ພວກເຂົາເປັນຄົນມັກຄິດໄລ່ ແລະ ມັກເອົາປຽບຄົນອື່ນ, ເຖິງແມ່ນວ່າຂໍ້ໄດ້ປຽບທີ່ຈະໄດ້ຮັບນັ້ນເປັນພຽງເງິນກີບດຽວກໍຕາມ ແລະ ພວກເຂົາກໍຊອກຫາທຸກໂອກາດເພື່ອໃຫ້ໄດ້ມີຂໍ້ໄດ້ປຽບ. ບໍ່ວ່າມັນຈະເປັນຂອງສ່ວນລວມ ຫຼື ຂອງສ່ວນຕົວ ຫຼື ບໍ່ວ່າຈະເປັນຄົນໜຸ່ມ ຫຼື ຄົນເຖົ້າ, ພວກເຂົາກໍເອົາປຽບທຸກຄົນ. ບໍ່ວ່າຈະເປັນໃຜກໍຕາມ, ພວກເຂົາກໍບໍ່ຢັ້ງມື ແລະ ພວກເຂົາກໍເອົາປຽບເມື່ອໃດກໍຕາມທີ່ມີໂອກາດ. ພວກເຂົາພິຖີພິຖັນ ແລະ ມັກຄິດໄລ່ເປັນພິເສດໃນການມີປະຕິສຳພັນກັບຄົນອື່ນ. ຕົວຢ່າງ: ຄັ້ງກ່ອນ ເຈົ້າໄດ້ຂໍໃຫ້ພວກເຂົາຊ່ວຍເຫຼືອ ແລະ ຕອນນີ້ພວກເຂົາກໍຮູ້ສຶກວ່າເຈົ້າຕິດໜີ້ບຸນຄຸນພວກເຂົາ. ພວກເຂົາຈະພະຍາຍາມທຸກວິທີທາງເພື່ອໃຫ້ເຈົ້າຕອບແທນບຸນຄຸນ ແລະ ມັນຕ້ອງເປັນການຊ່ວຍເຫຼືອທີ່ໃຫຍ່ກວ່າສິ່ງທີ່ພວກເຂົາໄດ້ເຮັດໃຫ້ເຈົ້າ; ມີພຽງແຕ່ຕອນນັ້ນເອງ ພວກເຂົາຈຶ່ງຈະຮູ້ສຶກວ່າມັນເປັນທຳ. ນີ້ບໍ່ແມ່ນການຄຳນຶງເຖິງຜົນປະໂຫຍດຫຼາຍເກີນໄປບໍ? (ແມ່ນແລ້ວ). ນີ້ຄືການຄຳນຶງເຖິງຜົນປະໂຫຍດຫຼາຍເກີນໄປ, ເຂັ້ມງວດກັບຄົນອື່ນເປັນພິເສດ ແລະ ມີເລ່ລ່ຽມຫຼາຍ. ເຖິງແມ່ນວ່າພວກເຂົາຈະບໍ່ຂາດແຄນຫຍັງໃນເລື່ອງອາຫານ ແລະ ເຄື່ອງນຸ່ງຫົ່ມ ແລະ ເພີດເພີນກັບຊີວິດທີ່ດີກວ່າໃນທຸກດ້ານ ເມື່ອທຽບກັບຄົນອື່ນ, ເມື່ອໃດກໍຕາມທີ່ພວກເຂົາເຫັນຄົນທີ່ມີບາງສິ່ງທີ່ພວກເຂົາບໍ່ເຄີຍເຫັນມາກ່ອນ, ພວກເຂົາກໍຕ້ອງການເອົາມາໃຊ້ມັນຈັກໜ່ອຍ ແລະ ລອງໃຊ້ມັນເບິ່ງ. ພວກເຮົາຮູ້ສຶກຕ້ອງການມີແມ່ນຫຍັງກໍຕາມທີ່ຄົນອື່ນມີ. ຖ້າພວກເຂົາບໍ່ມີມັນ, ພວກເຂົາກໍຈະຮູ້ສຶກບໍ່ສະບາຍໃຈ ແລະ ອຸກອັ່ງໃຈ, ຈົນເຖິງຂັ້ນກິນບໍ່ໄດ້ນອນບໍ່ຫຼັບ; ມີພຽງແຕ່ເມື່ອພວກເຂົາໄດ້ຄອບຄອງມັນດ້ວຍຕົນເອງເທົ່ານັ້ນ ພວກເຂົາຈຶ່ງຈະຮູ້ສຶກພໍໃຈ. ນີ້ແມ່ນບັນຫາປະເພດໃດ? (ນີ້ຍັງຄົງເປັນບັນຫາຂອງຄວາມເປັນມະນຸດ). ການສະແດງອອກທີ່ສະເພາະເຈາະຈົງເຫຼົ່ານີ້ແມ່ນບັນຫາຂອງຄວາມເປັນມະນຸດຂອງພວກເຂົາ, ບໍ່ແມ່ນເງື່ອນໄຂຕິດໂຕມາແຕ່ເກີດຂອງພວກເຂົາ. ເງື່ອນໄຂຕິດໂຕມາແຕ່ເກີດໝາຍເຖິງພຽງແຕ່ພູມຫຼັງຄອບຄົວຂອງພວກເຂົາ ແລະ ສະພາບແວດລ້ອມຄອບຄົວທີ່ພວກເຂົາສາມາດເພີດເພີນໄດ້ເທົ່ານັ້ນ, ໃນຂະນະທີ່ວິທີການປະພຶດຕົນ ແລະ ການຈັດການກັບສິ່ງຕ່າງໆຂອງພວກເຂົາແມ່ນກ່ຽວຂ້ອງກັບຄວາມເປັນມະນຸດຂອງພວກເຂົາ. ການເປີດເຜີຍ ແລະ ການສະແດງອອກຂອງພວກເຂົາ ເຊັ່ນ: ທັດສະນະຄະຕິ, ວິທີການ ແລະ ແຮງຈູງໃຈສຳລັບວິທີທີ່ພວກເຂົາປະພຶດຕົນ ແລະ ຈັດການກັບສິ່ງຕ່າງໆ, ແມ່ນກ່ຽວຂ້ອງກັບບັນຫາລັກສະນະຂອງພວກເຂົາ; ມັນຍັງບໍ່ທັນຍົກລະດັບໄປເຖິງຂັ້ນຂອງອຸປະນິໄສທີ່ເສື່ອມຊາມເທື່ອ. ພວກເຂົາເຫັນແກ່ຕົວ, ເຂັ້ມງວດ, ຄຳນຶງເຖິງຜົນປະໂຫຍດຫຼາຍເກີນໄປ, ມີເລ່ລ່ຽມ ແລະ ມັກເອົາປຽບຄົນອື່ນ, ສິ່ງເຫຼົ່ານີ້ແມ່ນການສະແດງອອກຂອງຄວາມເປັນມະນຸດທີ່ດີ ຫຼື ບໍ່ດີ? (ສິ່ງເຫຼົ່ານີ້ແມ່ນການສະແດງອອກຂອງຄວາມເປັນມະນຸດທີ່ບໍ່ດີ). ທັງໝົດນີ້ແມ່ນການສະແດງອອກຂອງລັກສະນະທີ່ຕ່ຳຊ້າ ແລະ ຄວາມເປັນມະນຸດທີ່ບໍ່ດີ. ການສະແດງອອກຂອງຄວາມເປັນມະນຸດທີ່ບໍ່ດີເຫຼົ່ານີ້ສາມາດເບິ່ງເຫັນ ແລະ ຮັບຮູ້ໄດ້ໂດຍຄົນອື່ນບໍ? (ແມ່ນແລ້ວ).

ຕົວຢ່າງທີ 2: ຮູບຮ່າງໜ້າຕາທີ່ດີ ແລະ ຄຸນວຸດທິທາງການສຶກສາທີ່ສູງ

ບາງຄົນມີໃບໜ້າທີ່ສົມສ່ວນ ແລະ ເກີດມາພ້ອມກັບດວງຕາທີ່ໃຫຍ່ໂຕ, ສົດໃສ ແລະ ສະຫຼາດຫຼັກແຫຼມ ເຊິ່ງເບິ່ງຄືວ່າມີຊີວິດຊີວາ ແລະ ສາມາດສື່ຄວາມໝາຍໄດ້. ຕັ້ງແຕ່ຍັງນ້ອຍ ພວກເຂົາກໍເປັນທີ່ຮັກແພງຂອງຄົນອື່ນຫຼາຍ. ສິ່ງນີ້ຕົກຢູ່ໃນດ້ານໃດ? (ສິ່ງນີ້ກ່ຽວຂ້ອງກັບຮູບຮ່າງໜ້າຕາຂອງພວກເຂົາ). ຮູບຮ່າງໜ້າຕາເປັນຂອງເງື່ອນໄຂຕິດໂຕມາແຕ່ເກີດ, ແມ່ນບໍ? (ແມ່ນແລ້ວ). ການມີດວງຕາທີ່ໃຫຍ່ໂຕ ແລະ ໃບໜ້າທີ່ສົມສ່ວນ, ການມີຂໍ້ໄດ້ປຽບຂອງຮູບຮ່າງໜ້າຕາທີ່ດີຕິດໂຕມາແຕ່ເກີດ, ສິ່ງນີ້ເປັນດ້ານໜຶ່ງຂອງອຸປະນິໄສທີ່ເສື່ອມຊາມບໍ? (ບໍ່ແມ່ນ). ມັນກ່ຽວຂ້ອງກັບບັນຫາຂອງຄວາມເປັນມະນຸດບໍ? (ບໍ່, ມັນບໍ່ກ່ຽວຂ້ອງ). ມັນບໍ່ກ່ຽວຂ້ອງກັບຄວາມເປັນມະນຸດ ຫຼື ອຸປະນິໄສທີ່ເສື່ອມຊາມ, ສະນັ້ນ ຈຶ່ງບໍ່ມີຫຍັງຈຳເປັນຕ້ອງປ່ຽນແປງ. ເງື່ອນໄຂຕິດໂຕມາແຕ່ເກີດແມ່ນສິ່ງທີ່ມີມາແຕ່ກຳເນີດ; ພວກເຂົາເກີດມາພ້ອມກັບຮູບຮ່າງໜ້າຕາແບບນີ້ ແລະ ບໍ່ໄດ້ຜ່ານການຕົກແຕ່ງ ຫຼື ການປ່ຽນແປງໃດໆໂດຍມະນຸດ. ພວກເຂົາພຽງແຕ່ເປັນແບບນີ້. ເຖິງແມ່ນວ່າພວກເຂົາຈະມີຮູບຮ່າງໜ້າຕາທີ່ດີໂດຍທຳມະຊາດ, ພວກເຂົາມັກຈະສັບສົນຢູ່ສະເໝີເມື່ອຈັດການກັບບັນຫາທີ່ຊັບຊ້ອນໃນຊີວິດປະຈຳວັນ ແລະ ບໍ່ຮູ້ວິທີຈັດການກັບພວກມັນ. ພວກເຂົາຍັງຂາດການແຍກແຍະກ່ຽວກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ. ພວກເຂົາບໍ່ແຈ່ມແຈ້ງວ່າໃຜທີ່ພວກເຂົາສາມາດຄົບຫາສະມາຄົມນຳໄດ້ ແລະ ໃຜທີ່ພວກເຂົາຄວນຫຼີກລ່ຽງ. ພວກເຂົາບໍ່ຮູ້ວ່າໃຜເປັນຄົນຊົ່ວຮ້າຍ ແລະ ການຄົບຫາສະມາຄົມໃດທີ່ອາດຈະນຳບັນຫາມາໃຫ້. ໃນອາຍຸຊາວປາຍປີ ພວກເຂົາບໍ່ຮູ້ສິ່ງເຫຼົ່ານີ້ ແລະ ແມ່ນແຕ່ຕອນອາຍຸສາມສິບ ຫຼື ສີ່ສິບປີ ເຖິງແມ່ນວ່າຈະມີປະສົບການຊີວິດບາງຢ່າງແລ້ວກໍຕາມ ພວກເຂົາກໍຍັງບໍ່ຮູ້. ເຖິງແມ່ນວ່າພວກເຂົາຈະມີດວງຕາທີ່ໃຫຍ່ໂຕ ແລະ ສາມາດສື່ຄວາມໝາຍໄດ້, ຈິດໃຈຂອງພວກເຂົາພັດຂ້ອນຂ້າງສັບສົນ. ນີ້ແມ່ນບັນຫາປະເພດໃດ? (ນີ້ແມ່ນບັນຫາກ່ຽວກັບຂີດຄວາມສາມາດຕິດໂຕມາແຕ່ເກີດຂອງພວກເຂົາບໍ?) ຂີດຄວາມສາມາດຕິດໂຕມາແຕ່ເກີດຂອງພວກເຂົາແມ່ນບໍ່ດີປານໃດ. ພວກເຂົາບໍ່ສາມາດຊອກຫາຫຼັກການໄດ້ຈັກເທື່ອເມື່ອມີປະຕິສຳພັນກັບຄົນອື່ນ ແລະ ຈັດການກັບສິ່ງຕ່າງໆ ແລະ ພວກເຂົາບໍ່ສາມາດເບິ່ງອອກຄົນປະເພດຕ່າງໆໄດ້. ພວກເຂົາມັກຈະຖືກຫຼອກລວງ, ຖືກຕົ້ມຕຸ໋ນ ແລະ ຖືກຄົນອື່ນປັ່ນຫົວຢູ່ເລື້ອຍໆ. ຂີດຄວາມສາມາດຂອງຄົນປະເພດນີ້ເປັນແນວໃດ? (ຂີດຄວາມສາມາດຂອງພວກເຂົາຂ້ອນຂ້າງຕໍ່າ). ຂີດຄວາມສາມາດຂອງພວກເຂົາບໍ່ດີ. ການມີດວງຕາທີ່ສາມາດສື່ຄວາມໝາຍໄດ້ບໍ່ໄດ້ໝາຍຄວາມວ່າຈະມີຈິດໃຈທີ່ສະຫຼາດສະເໝີໄປ. ເຖິງແມ່ນວ່າໃນແງ່ເງື່ອນໄຂຕິດໂຕມາແຕ່ເກີດຂອງພວກເຂົາ ພວກເຂົາຈະມີຮູບຮ່າງໜ້າຕາທີ່ດີ ຂີດຄວາມສາມາດຂອງພວກເຂົາກໍບໍ່ໄດ້ດີເລີດ. ເຖິງຢ່າງໃດກໍຕາມ ມີສິ່ງໜຶ່ງຄື: ໃນຊ່ວງປີທີ່ພວກເຂົາຮຽນໜັງສື ພວກເຂົາເກັ່ງໃນການຮັບເອົາຄວາມຮູ້ຈາກປຶ້ມແບບຮຽນ; ພວກເຂົາສາມາດທ່ອງຈຳວັນນະຄະດີໄດ້ຢ່າງວ່ອງໄວ ແລະ ເມື່ອຮຽນຄະນິດສາດ, ຟີຊິກ ແລະ ເຄມີສາດ ຫຼື ພາສາໃໝ່ ພວກເຂົາກໍຈັບໃຈຄວາມວິຊານັ້ນໄດ້ຢ່າງວ່ອງໄວ. ພວກເຂົາເຂົ້າຮຽນໃນມະຫາວິທະຍາໄລໄດ້ໂດຍບໍ່ມີອຸປະສັກຫຍັງເລີຍ, ສຶກສາຕໍ່ໃນລະດັບປະລິນຍາໂທ ແລະ ໄດ້ຮັບປະລິນຍາເອກ. ສິ່ງນີ້ຄວນຕົກຢູ່ໃນດ້ານໃດ? ມັນສາມາດຕົກຢູ່ໃນຂີດຄວາມສາມາດທີ່ດີຂອງພວກເຂົາໄດ້ບໍ? (ບໍ່ໄດ້). ແລ້ວມັນຕົກຢູ່ໃນດ້ານໃດ? (ມັນຕົກຢູ່ໃນຈຸດແຂງຂອງພວກເຂົາ ເຊິ່ງເປັນເງື່ອນໄຂຕິດໂຕມາແຕ່ເກີດຂອງພວກເຂົາ). ນັ້ນຖືກຕ້ອງແລ້ວ. ຄົນປະເພດນີ້ເກັ່ງໃນການຮຽນ, ການຮັບເອົາຄວາມຮູ້ ແລະ ວິຊາການຕ່າງໆ. ພວກເຂົາເຂົ້າໃຈຄວາມຮູ້ໃນປຶ້ມແບບຮຽນ ແລະ ສິ່ງທີ່ເປັນທິດສະດີ ແລະ ອີງໃສ່ກົດລະບຽບໄດ້ຢ່າງວ່ອງໄວ ເຊັ່ນ: ດ້ານທີ່ກ່ຽວຂ້ອງກັບທັກສະວິຊາຊີບ ແລະ ເຕັກໂນໂລຊີ ຫຼື ສູດ ແລະ ກົດລະບຽບສຳລັບຄະນິດສາດ, ຟີຊິກ ແລະ ເຄມີສາດ ແລະ ຈື່ຈຳພວກມັນໄດ້ດີຫຼາຍ. ຄົນປະເພດນີ້ເກັ່ງໃນການຮຽນຮູ້ສິ່ງເຫຼົ່ານີ້ ແລະ ມີພອນສະຫວັນເປັນພິເສດສຳລັບສິ່ງເຫຼົ່ານັ້ນ. ພວກເຂົາສາມາດເຂົ້າໃຈພວກມັນໄດ້ພຽງແຕ່ເບິ່ງຜ່ານໆ ແລະ ພວກເຂົາເກັ່ງເປັນພິເສດໃນການສອບເສັງ ແລະ ການຕອບຄຳຖາມ; ເມື່ອເວົ້າເຖິງການຕອບຄຳຖາມ ພວກເຂົາກໍເຮັດໄດ້ຢ່າງງ່າຍດາຍ, ນີ້ຄືຈຸດທີ່ພວກເຂົາສາມາດນຳເອົາຈຸດແຂງຂອງພວກເຂົາມາໃຊ້ໄດ້ດີທີ່ສຸດ. ເຈົ້າສາມາດເວົ້າໄດ້ວ່າຄົນປະເພດນີ້ສາມາດລອຍລ່ອງຢູ່ໃນທະເລແຫ່ງຄວາມຮູ້ໄດ້ຢ່າງສະບາຍ. ການສະແດງອອກເຫຼົ່ານີ້ເປັນຕົວແທນໃຫ້ແກ່ຂີດຄວາມສາມາດຂອງພວກເຂົາບໍ? (ບໍ່). ພວກມັນພຽງແຕ່ເປັນຕົວແທນໃຫ້ເຫັນວ່າພວກເຂົາມີຈຸດແຂງສະເພາະບາງຢ່າງເທົ່ານັ້ນ. ຄົນປະເພດນີ້ສະແດງໃຫ້ເຫັນເຖິງຜົນງານທີ່ດີເລີດເປັນພິເສດໃນຂົງເຂດຄວາມຮູ້, ເຮັດໃຫ້ຜູ້ຄົນເຫັນວ່າຈຸດແຂງຂອງພວກເຂົາໃນດ້ານນີ້ມີຄວາມໂດດເດັ່ນ. ຍ້ອນວ່າພວກເຂົາມີຈຸດແຂງນີ້ ແລະ ຍ້ອນວ່າພວກເຂົາບັນລຸຜົນສຳເລັດບາງຢ່າງ ນັ້ນກໍຄື ການໄດ້ຮັບປະລິນຍາໂທ ແລະ ປະລິນຍາເອກ ແລະ ໄດ້ຮັບການສຶກສາລະດັບສູງ ໃນທ່າມກາງຄົນອື່ນໆ, ພວກເຂົາຈຶ່ງເບິ່ງຕົນເອງວ່າເປັນບຸກຄົນທີ່ມີຄວາມຮູ້, ເປັນນັກວິຊາການ ແລະ ເປັນປັນຍາຊົນລະດັບສູງ. ຍິ່ງພວກເຂົາອ່ານໜັງສືຫຼາຍເທົ່າໃດ ພວກເຂົາກໍຍິ່ງຮູ້ສຶກວ່າພວກເຂົາເປັນບຸກຄົນທີ່ມີຊື່ສຽງ, ເປັນຄົນທີ່ສູງສົ່ງ ແລະ ຄົນອື່ນໆລ້ວນແຕ່ເປັນຄົນສາມັນ, ບໍ່ມີຄວາມຮູ້, ບໍ່ສາມາດເຂົ້າໃຈຈິດໃຈຂອງພວກເຂົາ ຫຼື ເບິ່ງມັນອອກໄດ້ ແລະ ບໍ່ໄດ້ຢູ່ໃນລະດັບດຽວກັນກັບພວກເຂົາ. ດ້ວຍເຫດນັ້ນ ພວກເຂົາຈຶ່ງມັກຈະຮູ້ສຶກວ່າຕົນເອງເໜືອກວ່າຄົນອື່ນ ແລະ ຖືວ່າຕົນເອງພິເສດ ແລະ ໂດດເດັ່ນ. ນີ້ແມ່ນການສະແດງອອກຫຍັງ? (ອຸປະນິໄສທີ່ເສື່ອມຊາມ). ດ້ານໃດຂອງອຸປະນິໄສທີ່ເສື່ອມຊາມ? (ຄວາມອວດດີ). ອຸປະນິໄສທີ່ເສື່ອມຊາມແຫ່ງຄວາມອວດດີຂອງພວກເຂົາເຮັດໃຫ້ພວກເຂົາດູຖູກມວນຊົນ ແລະ ຜູ້ຄົນຈາກທຸກສາຂາອາຊີບຫຼາຍຂຶ້ນ ຫຼັງຈາກທີ່ໄດ້ຮັບການສຶກສາລະດັບສູງ. ຍ້ອນລະດັບການສຶກສາ ແລະ ໃບປະກາດສະນີຍະບັດທີ່ສູງຂອງພວກເຂົາ, ຫຼັງຈາກທີ່ເຊື່ອໃນພຣະເຈົ້າ ພວກເຂົາມັກຈະຕ້ອງການເປັນຜູ້ຕັດສິນຊີ້ຂາດໃນຄຣິສຕະຈັກຢູ່ສະເໝີ ແລະ ປາຖະໜາທີ່ຈະເປັນຜູ້ນຳ. ທຸກຄັ້ງທີ່ມີການເລືອກຕັ້ງ ພວກເຂົາກໍຫວັງວ່າຈະຖືກເລືອກ. ຖ້າພວກເຂົາບໍ່ຖືກເລືອກ ພວກເຂົາກໍຈະກາຍເປັນຄົນຄິດລົບ ແລະ ປ່ອຍປະລະເລີຍຕົນເອງຢ່າງໝົດຫວັງ. ບໍ່ວ່າຜູ້ນຳ ແລະ ຜູ້ເຮັດວຽກຈະເວົ້າຫຍັງກໍຕາມ ພວກເຂົາກໍບໍ່ຕ້ອງການຟັງ ແລະ ຕ້ອງການຕໍ່ຕ້ານມັນ. ບໍ່ວ່າຈະຖືກມອບໝາຍໜ້າທີ່ຫຍັງໃຫ້ພວກເຂົາກໍຕາມ ພວກເຂົາກໍຮູ້ສຶກລັງກຽດການມອບໝາຍນີ້ ແລະ ຕັດສິນຢູ່ລັບຫຼັງ. ໃນໃຈຂອງພວກເຂົາ ພວກເຂົາຄິດວ່າ “ເຈົ້າບໍ່ມີຄວາມຮູ້ຫຼາຍ. ຄຳເວົ້າຂອງເຈົ້າຂາດເຫດຜົນ. ໃນສ່ວນເລິກຂອງຫົວໃຈຂ້ອຍ ຂ້ອຍດູຖູກເຈົ້າໃນຖານະຜູ້ນຳຄຣິສຕະຈັກ. ຂ້ອຍປະຕິເສດທີ່ຈະຍອມອ່ອນນ້ອມຕໍ່ເຈົ້າ! ຢ່າຄິດວ່າເຈົ້າດີກວ່າຂ້ອຍ. ໃຫ້ເຮົາມາທຽບກັນເບິ່ງ, ມາເບິ່ງກັນວ່າໃຜຈະມີຄວາມສາມາດແທ້. ມາເບິ່ງກັນວ່າໃຜສາມາດທ່ອງຈຳພຣະທຳຂອງພຣະເຈົ້າໄດ້ຫຼາຍກວ່າ ແລະ ໃຜສາມາດແບ່ງປັນຄວາມເຂົ້າໃຈທີ່ເລິກເຊິ່ງກວ່າ. ຖ້າການໂອ້ລົມຂອງເຈົ້າບໍ່ດີເທົ່າຂອງຂ້ອຍ ຂ້ອຍກໍປະຕິເສດທີ່ຈະຍອມອ່ອນນ້ອມຕໍ່ເຈົ້າ! ເຖິງແມ່ນວ່າເຈົ້າຈະຖືກເລືອກເປັນຜູ້ນຳກໍຕາມ ຂ້ອຍກໍບໍ່ຈຳເປັນຕ້ອງຟັງ, ຈັດຕັ້ງປະຕິບັດ ຫຼື ເຊື່ອຟັງທຸກຢ່າງທີ່ເຈົ້າຂໍໃຫ້ຂ້ອຍເຮັດ!” ນີ້ແມ່ນການສະແດງອອກຫຍັງ? (ອຸປະນິໄສທີ່ເສື່ອມຊາມ). ນີ້ຄືການເປີດເຜີຍທີ່ສະເພາະເຈາະຈົງຂອງອຸປະນິໄສທີ່ເສື່ອມຊາມ. ສິ່ງນີ້ກ່ຽວຂ້ອງກັບຄວາມເປັນມະນຸດບໍ? ຍ້ອນວ່າຄົນປະເພດນີ້ມີຈຸດແຂງໂດຍທຳມະຊາດ ແລະ ໂດຍອີງໃສ່ພື້ນຖານນີ້ ພວກເຂົາຈຶ່ງສຶກສາຢ່າງກວ້າງຂວາງ, ໄດ້ຮັບຄວາມຮູ້ຫຼາຍຢ່າງ ແລະ ໄດ້ຮັບສະຖານະທາງສັງຄົມ, ພວກເຂົາຈຶ່ງຮູ້ສຶກວ່າຕົນເອງເໜືອກວ່າຄົນອື່ນ, ພິເສດ ແລະ ຕ້ອງການເວົ້າຈາກຕຳແໜ່ງທີ່ຢູ່ເໜືອທຸກຄົນ ແລະ ປະພຶດຕົວແບບວາງອຳນາດ; ໃນທ່າມກາງຜູ້ຄົນ ພວກເຂົາມັກຈະຕ້ອງການເປັນຜູ້ນຳຢູ່ສະເໝີ ເພື່ອໃຫ້ຄົນອື່ນຟັງພວກເຂົາ. ຄົນປະເພດນີ້ມີບັນຫາກ່ຽວກັບສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງພວກເຂົາບໍ? (ແມ່ນແລ້ວ, ພວກເຂົາມີ). ນີ້ແມ່ນບັນຫາປະເພດໃດ? ຈຸດແຂງຂອງພວກເຂົາເຮັດໃຫ້ພວກເຂົາໄດ້ຮັບການສຶກສາລະດັບສູງຜ່ານການຮຽນໄດ້ຢ່າງງ່າຍດາຍ. ຈຸດແຂງນີ້ໃນຕົວມັນເອງເປັນບັນຫາບໍ? ຈຸດແຂງໃນຕົວມັນເອງເປັນດ້ານໜຶ່ງຂອງອຸປະນິໄສທີ່ເສື່ອມຊາມບໍ? ມັນເປັນການສະແດງອອກຂອງຄວາມເປັນມະນຸດທີ່ບໍ່ດີບໍ? (ບໍ່ແມ່ນ). ເຖິງຢ່າງໃດກໍຕາມ ຍ້ອນວ່າພວກເຂົາມີຈຸດແຂງນີ້ ພວກເຂົາຈຶ່ງໄດ້ຮັບຄວາມຮູ້ຫຼາຍຢ່າງ ແລະ ໄດ້ຮັບການສຶກສາລະດັບສູງ ເຊິ່ງສອດຄ່ອງກັບການປະເມີນ ແລະ ການກຳນົດນິຍາມສຳລັບສະຖານະຂອງສັງຄົມ. ສິ່ງນີ້ເຮັດໃຫ້ພວກເຂົາເຊື່ອວ່າພວກເຂົາຄວນເປັນຜູ້ຕັດສິນຊີ້ຂາດໃນຄຣິສຕະຈັກ, ເປັນບຸກຄົນຊັ້ນຍອດໃນທ່າມກາງຄົນກຸ່ມໃດກໍຕາມ ແລະ ຢູ່ເໜືອທຸກຄົນ. ຄວາມເປັນມະນຸດແບບນັ້ນມີເຫດຜົນໃດໆບໍ? ຄວາມເປັນມະນຸດແບບນັ້ນດີບໍ? (ຄວາມເປັນມະນຸດຂອງພວກເຂົາບໍ່ດີ). ຄວາມເປັນມະນຸດຂອງພວກເຂົາບໍ່ດີໃນດ້ານໃດແດ່? (ພວກເຂົາຂາດເຫດຜົນ ແລະ ສະຕິຮູ້ສຶກຜິດຊອບ; ພວກເຂົາມັກຈະຕ້ອງການຢູ່ເໜືອຄົນອື່ນຢູ່ສະເໝີ). ການທີ່ຕ້ອງການຢູ່ເໜືອຄົນອື່ນຢູ່ສະເໝີແມ່ນສ່ວນໜຶ່ງມາຈາກອຸປະນິໄສທີ່ເສື່ອມຊາມ. ໃນອີກແງ່ໜຶ່ງ ຈາກມຸມມອງຂອງຄວາມເປັນມະນຸດແລ້ວ ສິ່ງນີ້ບໍ່ແມ່ນຄວາມໜ້າດ້ານໜ້ອຍໜຶ່ງບໍ? (ແມ່ນແລ້ວ). ເຮືອນຂອງພຣະເຈົ້າບໍ່ແມ່ນສັງຄົມ. ເຮືອນຂອງພຣະເຈົ້າປຽບທຽບຄຸນວຸດທິທາງການສຶກສາບໍ ເມື່ອເລືອກຕັ້ງຜູ້ນຳ? (ບໍ່). ເຮືອນຂອງພຣະເຈົ້າອີງໃສ່ຫຍັງໃນການເລືອກຕັ້ງຜູ້ນຳ? ມັນອີງໃສ່ຫຼັກການຄວາມຈິງ, ແມ່ນບໍ? (ແມ່ນແລ້ວ). ໃນເຮືອນຂອງພຣະເຈົ້າ ການເລືອກຕັ້ງຜູ້ນຳແມ່ນອີງໃສ່ຫຼັກການຄວາມຈິງ, ບໍ່ແມ່ນອີງໃສ່ວ່າໃຜມີຄຸນວຸດທິທາງການສຶກສາທີ່ສູງກວ່າ. ພວກເຂົາຮູ້ຫຼັກການສຳລັບການເລືອກຕັ້ງຜູ້ນຳບໍ? ພວກເຂົາຮູ້ ແຕ່ພວກເຂົາປະຕິບັດຕໍ່ຫຼັກການເຫຼົ່ານີ້ຄືກັບວ່າເປັນພຽງຄຳເວົ້າລອຍໆ ແລະ ເປັນພຽງທິດສະດີ ແລະ ບໍ່ຮູ້ວິທີປະຕິບັດ ຫຼື ນຳໃຊ້ພວກມັນໃນຊີວິດປະຈຳວັນ. ພວກເຂົາມັກຈະເຜີຍແຜ່ແນວຄິດທີ່ວ່າ ມີພຽງແຕ່ຜູ້ທີ່ມີຄຸນວຸດທິທາງການສຶກສາສູງເທົ່ານັ້ນຈຶ່ງມີຂີດຄວາມສາມາດທີ່ດີ, ສາມາດເຂົ້າໃຈຄວາມຈິງ ແລະ ສາມາດນຳພາຄົນອື່ນໄດ້. ຍ້ອນວ່າພວກເຂົາມີຄຸນວຸດທິທາງການສຶກສາສູງ, ມີຄວາມຮູ້ບາງຢ່າງ ແລະ ມີສະຖານະທາງສັງຄົມ ໂດຍຄິດວ່າເຮືອນຂອງພຣະເຈົ້າດຳເນີນງານໃນວິທີດຽວກັນກັບສັງຄົມ ພວກເຂົາຈຶ່ງໃຊ້ຄວາມຮູ້ ແລະ ຄຸນວຸດທິທາງການສຶກສາທີ່ສູງຂອງພວກເຂົາເປັນຂໍ້ໄດ້ປຽບເພື່ອພະຍາຍາມເປັນຜູ້ຕັດສິນຊີ້ຂາດໃນເຮືອນຂອງພຣະເຈົ້າ. ພວກເຂົາຕ້ອງການປ່ຽນແທນຫຼັກການສຳລັບການເລືອກຕັ້ງຜູ້ນຳໃນເຮືອນຂອງພຣະເຈົ້າ ດ້ວຍວິທີການເບິ່ງຜູ້ຄົນ ແລະ ຈັດການກັບສິ່ງຕ່າງໆຂອງພວກເຂົາເອງ ພ້ອມທັງແນວທາງ, ທັດສະນະ ແລະ ມຸມມອງຂອງພວກເຂົາເອງກ່ຽວກັບຕຳແໜ່ງ ແລະ ສະຖານະທາງສັງຄົມ. ນີ້ບໍ່ແມ່ນການຂາດເຫດຜົນບໍ? (ແມ່ນແລ້ວ). ມີວິທີໃດອີກແດ່ທີ່ຈະອະທິບາຍເຖິງການຂາດເຫດຜົນ? (ການເປັນຄົນໜ້າດ້ານ). ເວົ້າງ່າຍໆກໍຄື ມັນແມ່ນຄວາມໜ້າດ້ານ; ອີກວິທີໜຶ່ງທີ່ຈະເວົ້າກໍຄື ຄົນປະເພດນີ້ມີຄວາມມີເຫດຜົນທີ່ຕໍ່າຫຼາຍ. ເຈົ້າເຫັນບໍ ເຖິງແມ່ນວ່າພວກເຂົາຈະໄດ້ຮັບສິ່ງທີ່ເອີ້ນວ່າການສຶກສາລະດັບສູງ ແລະ ໄດ້ອ່ານໜັງສືມາຫຼາຍ, ບໍ່ມີໜັງສືໃດໆ ຫຼື ຄູອາຈານ ຫຼື ນັກການສຶກສາຄົນໃດເຄີຍສອນພວກເຂົາກ່ຽວກັບວິທີປະພຶດຕົນເພື່ອໃຫ້ມີເຫດຜົນ. ຫຼັງຈາກທີ່ໄດ້ຮຽນຮູ້ຫຼາຍສິ່ງຫຼາຍຢ່າງຈາກໜັງສື ພວກເຂົາພັດຮູ້ສຶກວ່າພວກເຂົາໄດ້ຮັບຂໍ້ໄດ້ປຽບ ແລະ ເໜືອກວ່າຄົນທຳມະດາ. ເຖິງແມ່ນວ່າຈຸດແຂງຂອງພວກເຂົາຈະບໍ່ແມ່ນສິ່ງທີ່ເປັນລົບ ແລະ ເປັນເງື່ອນໄຂຕິດໂຕມາແຕ່ເກີດ ແຕ່ຈຸດແຂງນີ້ກໍສາມາດນຳໄປສູ່ຜົນສະທ້ອນບາງຢ່າງໄດ້ຢ່າງງ່າຍດາຍ ນັ້ນກໍຄື ມັນເຮັດໃຫ້ພວກເຂົາກາຍເປັນຄົນອວດດີ ແລະ ທະນົງໂຕ, ສູນເສຍເຫດຜົນຂອງພວກເຂົາ ແລະ ກາຍເປັນຄົນໜ້າດ້ານ ແລະ ບໍ່ຮູ້ຈັກອາຍຢ່າງເປີດເຜີຍ. ເຖິງແມ່ນວ່າຈະໄດ້ອ່ານໜັງສືມາຫຼາຍ ແລະ ໄດ້ຮັບຄວາມຮູ້ມາຫຼາຍ ແຕ່ພວກເຂົາກໍບໍ່ເຂົ້າໃຈຄວາມໝາຍຂອງຄຳວ່າ “ຄວາມອາຍ”. ສະນັ້ນ ຫຼັງຈາກທີ່ໄດ້ຮັບຄຸນວຸດທິທາງການສຶກສາບາງຢ່າງ ພວກເຂົາກໍໃຊ້ສິ່ງນີ້ເປັນຂໍ້ໄດ້ປຽບເພື່ອອວດອ້າງໄປທົ່ວ ແລະ ພວກເຂົາຕ້ອງການໃຊ້ມັນເພື່ອໃຫ້ໄດ້ຮັບສະຖານະໃນເຮືອນຂອງພຣະເຈົ້າ ແລະ ເປັນຜູ້ຕັດສິນຊີ້ຂາດ. ພວກເຂົາຄິດວ່າ “ຂ້ອຍມີຄຸນວຸດທິທາງການສຶກສາສູງ ແລະ ຂ້ອຍຮຽນຮູ້ສິ່ງຕ່າງໆໄດ້ໄວ ເຊິ່ງໝາຍຄວາມວ່າຂ້ອຍມີຂີດຄວາມສາມາດທີ່ດີ. ຍິ່ງໄປກວ່ານັ້ນ ຂ້ອຍຍັງມີຄວາມຮູ້ເລິກເຊິ່ງ, ຂ້ອຍເຫັນໂລກມາຫຼາຍ ແລະ ຂ້ອຍມີໄຫວພິບ, ສະນັ້ນ ຂ້ອຍຈຶ່ງມີຄຸນສົມບັດທີ່ຈະນຳພາຄົນອື່ນ”. ຄວາມໝາຍແຝງກໍຄື ຄວາມຮູ້ ແລະ ຈຸດແຂງຂອງພວກເຂົາແມ່ນຄວາມຈິງ. ທັງໝົດນີ້ແມ່ນການສະແດງອອກຂອງການຂາດເຫດຜົນ. ຄົນປະເພດນີ້ທີ່ຂາດເຫດຜົນ ມີຄວາມສຸດຈະລິດບໍ? ພວກເຂົາມີກຽດສັກສີບໍ? (ບໍ່ມີ). ການຂາດຄວາມສຸດຈະລິດ ແລະ ກຽດສັກສີ, ສິ່ງນີ້ເປັນການສະແດງອອກຂອງຄວາມເປັນມະນຸດທີ່ດີ ຫຼື ຄວາມເປັນມະນຸດທີ່ໜ້າລັງກຽດ ແລະ ຕ່ຳຊ້າ? (ມັນເປັນການສະແດງອອກຂອງຄວາມເປັນມະນຸດທີ່ໜ້າລັງກຽດ). ຄົນແບບນັ້ນບໍ່ມີຄວາມເປັນມະນຸດທີ່ດີ. ສິ່ງທີ່ພວກເຂົາໃຫ້ຄຸນຄ່າຫຼາຍທີ່ສຸດກໍຄື ຄຸນວຸດທິທາງການສຶກສາ, ສະຖານະທາງສັງຄົມ, ຄຸນຄ່າສ່ວນຕົວ ແລະ ຕຳແໜ່ງຂອງພວກເຂົາ. ໂດຍການໃຊ້ສິ່ງເຫຼົ່ານີ້ເປັນຂໍ້ໄດ້ປຽບຂອງພວກເຂົາ ພວກເຂົາຈຶ່ງອວດດີ ແລະ ທະນົງໂຕທີ່ສຸດ ແລະ ຕ້ອງການເປັນຜູ້ຕັດສິນຊີ້ຂາດ. ນີ້ຄືການສະແດງອອກຂອງຄວາມເປັນມະນຸດທີ່ໜ້າລັງກຽດ. ບັນຫານີ້ກ່ຽວຂ້ອງກັບສອງດ້ານ: ດ້ານໜຶ່ງກ່ຽວຂ້ອງກັບຄວາມເປັນມະນຸດຂອງພວກເຂົາ ແລະ ອີກດ້ານໜຶ່ງກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ມຸມມອງຂອງພວກເຂົາຕໍ່ບັນຫາຕ່າງໆ ພ້ອມທັງທັດສະນະຄະຕິ ແລະ ມຸມມອງຂອງພວກເຂົາໃນການຈັດການກັບບັນຫາຕ່າງໆແມ່ນກ່ຽວຂ້ອງກັບຄວາມເປັນມະນຸດຂອງພວກເຂົາ. ຄວາມເປັນມະນຸດປະເພດນີ້ນຳໄປສູ່ການທີ່ພວກເຂົາເຮັດໃຫ້ເກີດມີການກະທຳ, ການສະແດງອອກ ແລະ ການເປີດເຜີຍທີ່ສະເພາະເຈາະຈົງ ເຊິ່ງເປັນການສະແດງອອກຂອງອຸປະນິໄສທີ່ເສື່ອມຊາມ.

ຕົວຢ່າງທີ 3: ເບິ່ງຄືວ່າເປັນຄົນມິດງຽບ

ບາງຄົນໂດຍທຳມະຊາດແລ້ວເປັນຄົນບໍ່ມັກປາກ; ຕັ້ງແຕ່ຍັງນ້ອຍ, ພວກເຂົາບໍ່ມັກເວົ້າຫຼາຍ. ເມື່ອມີປະຕິສຳພັນກັບຄົນອື່ນ, ພວກເຂົາເວົ້າດ້ວຍຄຳເວົ້າທີ່ທຳມະດາ ແລະ ບໍ່ຫຼາຍຄວາມ ແລະ ເມື່ອມີຫຼາຍສິ່ງເກີດຂຶ້ນກັບພວກເຂົາ, ພວກເຂົາກໍບໍ່ມີຄວາມຄິດຫຍັງຫຼາຍ ແລະ ພວກເຂົາບໍ່ມີຄຳເວົ້າຫຼາຍທີ່ຈະສະແດງຄວາມຄິດເຫຼົ່ານັ້ນອອກມາ. ເຖິງແມ່ນວ່າພວກເຂົາຈະສະແດງອອກ, ມັນກໍທຳມະດາຫຼາຍ. ນີ້ແມ່ນບັນຫາປະເພດໃດ? (ນີ້ແມ່ນບັນຫາກ່ຽວກັບລັກສະນະນິໄສຂອງພວກເຂົາ). ນີ້ແມ່ນບັນຫາກ່ຽວກັບລັກສະນະນິໄສຂອງພວກເຂົາ ເຊິ່ງເປັນສ່ວນໜຶ່ງຂອງເງື່ອນໄຂຕິດໂຕມາແຕ່ເກີດຂອງພວກເຂົາ. ລັກສະນະນິໄສຂອງພວກເຂົາແມ່ນມິດງຽບໂດຍທຳມະຊາດ. ພວກເຂົາໃຊ້ພາສາທີ່ທຳມະດາ, ບໍ່ມີຄວາມຄິດທີ່ຊັບຊ້ອນຫຼາຍ ແລະ ລັງເລທີ່ຈະເວົ້າເມື່ອມີປະຕິສຳພັນກັບຄົນອື່ນ. ເມື່ອມີການໂອ້ລົມກ່ຽວກັບຄວາມຈິງໃນລະຫວ່າງການເຕົ້າໂຮມ, ພວກເຂົາພຽງແຕ່ຟັງຄົນອື່ນເວົ້າ ແລະ ມັນກໍຖືວ່າດີຫຼາຍແລ້ວ ຖ້າພວກເຂົາສາມາດໃຫ້ຄຳຕອບທີ່ທຳມະດາຫຼັງຈາກທີ່ຄົນອື່ນເວົ້າຈົບ. ຖ້າເຈົ້າຖາມພວກເຂົາວ່າ “ເຈົ້າເຂົ້າໃຈແນວໃດກ່ຽວກັບເລື່ອງນີ້?” ພວກເຂົາກໍຈະເວົ້າວ່າ “ຄວາມເຂົ້າໃຈຂອງຂ້ອຍກໍຄ້າຍຄືກັບຂອງເຈົ້າ”. ຖ້າເຈົ້າຂໍໃຫ້ພວກເຂົາເວົ້າຢ່າງສະເພາະເຈາະຈົງ, ພວກເຂົາກໍຈະເວົ້າວ່າ “ຂ້ອຍຄິດຄືກັນກັບເຈົ້າ” ແລະ ຈາກນັ້ນພວກເຂົາກໍບໍ່ມີຫຍັງຈະເວົ້າອີກ. ນີ້ເປັນພຽງລັກສະນະນິໄສຂອງພວກເຂົາ;ຖ້າເຈົ້າຂໍໃຫ້ພວກເຂົາເວົ້າຫຼາຍກວ່ານີ້, ພວກເຂົາກໍບໍ່ມີຫຍັງຈະເວົ້າ. ນີ້ແມ່ນສ່ວນໜຶ່ງຂອງເງື່ອນໄຂຕິດໂຕມາແຕ່ເກີດຂອງພວກເຂົາ. ມີຄົນອີກປະເພດໜຶ່ງທີ່ເຖິງແມ່ນວ່າພວກເຂົາເບິ່ງຄືວ່າບໍ່ມີຫຍັງຈະເວົ້າຫຼາຍ ແລະ ມັກຈະມິດງຽບຢູ່ພາຍນອກ ມັກຖາມກ່ຽວກັບເລື່ອງນິນທາເປັນການສ່ວນຕົວ ໂດຍເວົ້າສິ່ງຕ່າງໆ ເຊັ່ນ: “ອ້າຍ ຫຼື ເອື້ອຍນ້ອງຄົນນັ້ນມາຈາກເຂດອະພິບານໃດ? ຂ້ອຍໄດ້ຍິນມາວ່າພວກເຂົາເຊື່ອໃນພຣະເຈົ້າມາໄດ້ແປດປີແລ້ວ, ພວກເຂົາເຄີຍເປັນຜູ້ນຳບໍ? ພວກເຂົາອາຍຸຈັກປີແລ້ວ? ຈິງບໍທີ່ພວກເຂົາຢ່າຮ້າງ ແລະ ມີລູກນຳກັນ?” ນີ້ແມ່ນການສະແດງອອກປະເພດໃດ? ໃນທາງຜິວເຜີນແລ້ວ ພວກເຂົາບໍ່ເວົ້າຫຼາຍ ແລະ ບໍ່ມັກເວົ້າໃນສະຖານທີ່ສາທາລະນະ. ພາສາຂອງພວກເຂົາບໍ່ໄດ້ອຸດົມສົມບູນປານໃດ ແລະ ພວກເຂົາຂາດຄຳເວົ້າທີ່ຈະສື່ສານກັບຄົນອື່ນຢ່າງເປັນປົກກະຕິ. ເຖິງຢ່າງໃດກໍຕາມ, ໃນດ້ານອື່ນໆ ພວກເຂົາມີຫຼາຍສິ່ງທີ່ຈະເວົ້າ ແລະ ມັກຈະສອບຖາມກ່ຽວກັບຄົນອື່ນຢູ່ສະເໝີ, ໂດຍເວົ້າສິ່ງຕ່າງໆ ເຊັ່ນ: “ຄົນນັ້ນໄດ້ເຮັດສັນຍະກຳຕາສອງຊັ້ນບໍ? ຜິວຂອງລາວຂາວຫຼາຍ, ລາວມັກໄປຮ້ານເສີມສວຍເລື້ອຍໆບໍ?” ຫຼື “ຂ້ອຍເຫັນວ່າຄົນນັ້ນມັກໃຊ້ຄອມພິວເຕີຮຸ່ນໃໝ່ຫຼ້າສຸດສະເໝີ ແລະ ເຄື່ອງນຸ່ງຂອງພວກເຂົາກໍລ້ວນແຕ່ເປັນສິນຄ້າມີຍີ່ຫໍ້ ແລະ ຂ້ອນຂ້າງແພງ. ຄອບຄົວຂອງພວກເຂົາມີລໍ້າລວຍບໍ? ຄອບຄົວຂອງພວກເຂົາເຮັດທຸລະກິດປະເພດໃດ? ພໍ່ຂອງພວກເຂົາເປັນເຈົ້າໜ້າທີ່ບໍ?” ການສະແດງອອກເຫຼົ່ານີ້ກ່ຽວຂ້ອງກັບບັນຫາຫຍັງແດ່? (ພວກມັນກ່ຽວຂ້ອງກັບບັນຫາກ່ຽວກັບຄວາມເປັນມະນຸດຂອງພວກເຂົາ). ການມັກຖາມກ່ຽວກັບເລື່ອງນິນທາ, ການເກັບກຳຂໍ້ມູນກ່ຽວກັບເລື່ອງສ່ວນຕົວທີ່ເລັກນ້ອຍ ແລະ ການມັກລົມກ່ຽວກັບເລື່ອງຂອງຄົນອື່ນ, ສິ່ງເຫຼົ່ານີ້ແມ່ນການສະແດງອອກທີ່ກ່ຽວຂ້ອງກັບຄວາມເປັນມະນຸດຂອງຄົນໆໜຶ່ງ. ການສະແດງອອກເຫຼົ່ານີ້ດີບໍ? (ບໍ່ດີ). ພວກມັນບໍ່ດີໃນດ້ານໃດແດ່? ພວກມັນກ່ຽວຂ້ອງກັບບັນຫາຄວາມເປັນມະນຸດຫຍັງແດ່? ພວກເຂົາບໍ່ໄດ້ທຳຮ້າຍ ຫຼື ທໍລະມານໃຜ ແລະ ພວກເຂົາບໍ່ໄດ້ທຳຮ້າຍຜົນປະໂຫຍດຂອງຄົນອື່ນ, ແລ້ວເປັນຫຍັງການສະແດງອອກເຫຼົ່ານີ້ຈຶ່ງຖືວ່າບໍ່ດີ? (ພວກເຂົາຢາກຮູ້ກ່ຽວກັບເລື່ອງຂອງຄົນອື່ນຢູ່ສະເໝີ, ຄອຍສອດຮູ້ສອດເຫັນເລື່ອງຂອງຄົນອື່ນລັບຫຼັງພວກເຂົາຢູ່ຕະຫຼອດເວລາ. ມີບັນຫາກ່ຽວກັບເຫດຜົນຂອງຄວາມເປັນມະນຸດຂອງພວກເຂົາ). ມັນກ່ຽວຂ້ອງກັບເຫດຜົນຂອງຄວາມເປັນມະນຸດຂອງພວກເຂົາ. ຖ້າພວກເຂົາຖາມຢ່າງກົງໄປກົງມາ ແລະ ເປີດເຜີຍ, ຕົວຢ່າງ: “ອ້າຍເອີຍ, ເຈົ້າອາຍຸຈັກປີແລ້ວ?” ສິ່ງນີ້ຈະເປັນການສະແດງອອກທີ່ປົກກະຕິຂອງຄວາມເປັນມະນຸດບໍ? (ແມ່ນແລ້ວ). ການຖາມແບບນີ້ບໍ່ແມ່ນການເປີດເຜີຍ ແລະ ກົງໄປກົງມາບໍ? ມັນບໍ່ເໝາະສົມບໍ? (ແມ່ນແລ້ວ). ແລ້ວເປັນຫຍັງບາງຄົນຈຶ່ງບໍ່ຕັ້ງຄຳຖາມ ຫຼື ເວົ້າສິ່ງຕ່າງໆໂດຍກົງກັບຜູ້ທີ່ກ່ຽວຂ້ອງ? ເປັນຫຍັງພວກເຂົາຈຶ່ງຫັນໄປໃຊ້ວິທີການທີ່ບໍ່ຊື່ສັດລັບຫຼັງຄົນອື່ນ? ຖ້າຫົວຂໍ້ໃດໜຶ່ງສາມາດຖາມ ຫຼື ສົນທະນາກັນຕໍ່ໜ້າໄດ້, ມັນກໍຄວນຖືກນຳມາເວົ້າຢ່າງເປີດເຜີຍ. ເປັນຫຍັງຈຶ່ງຕ້ອງຊຸບຊິບຄວາມລັບລັບຫຼັງຄົນອື່ນ? ສິ່ງນີ້ບໍ່ໄດ້ກ່ຽວຂ້ອງກັບທັດສະນະຄະຕິ ແລະ ວິທີການບາງຢ່າງໃນການປະພຶດຕົນ ແລະ ຈັດການກັບສິ່ງຕ່າງໆບໍ? ທັດສະນະຄະຕິ ແລະ ວິທີການນີ້ດີບໍ? (ບໍ່ດີ). ເປັນຫຍັງທັດສະນະຄະຕິ ແລະ ວິທີການນີ້ຈຶ່ງຖືວ່າບໍ່ດີ? ຄົນເຫຼົ່ານີ້ທີ່ມັກສອບຖາມສິ່ງຕ່າງໆຢ່າງລັບໆ ມັກຂຸດຄຸ້ຍຄວາມເປັນສ່ວນຕົວຂອງຄົນອື່ນ ແລະ ກວດສອບຜູ້ຄົນຢ່າງລັບໆລັບຫຼັງພວກເຂົາບໍ? (ແມ່ນແລ້ວ). ເປັນຫຍັງພວກເຂົາຈຶ່ງມັກກວດສອບຜູ້ຄົນຢ່າງລັບໆລັບຫຼັງພວກເຂົາ? ຖ້າພວກເຂົາມີຄຳຖາມ, ເປັນຫຍັງພວກເຂົາຈຶ່ງບໍ່ຖາມໂດຍກົງ? ມີຄວາມຫຍຸ້ງຍາກໃນການຖາມຕໍ່ໜ້າບໍ? ພວກເຂົາຮູ້ສຶກວ່າມັນບໍ່ແມ່ນເລື່ອງງ່າຍ ຫຼື ເປັນໄປບໍ່ໄດ້ທີ່ຈະຖາມໂດຍກົງ, ສະນັ້ນ ພວກເຂົາຈຶ່ງສອບຖາມລັບຫຼັງຄົນອື່ນ. ນີ້ບໍ່ແມ່ນເຫດຜົນທີ່ພວກເຂົາປະພຶດແບບນີ້ບໍ? (ແມ່ນແລ້ວ). ຄວາມຈິງແລ້ວ, ບາງສິ່ງກໍສາມາດຖາມໄດ້ໂດຍກົງ ເຊັ່ນ: ການຕັ້ງຄຳຖາມກັບບາງຄົນວ່າ “ເຈົ້າເຊື່ອໃນພຣະເຈົ້າມາໄດ້ຈັກປີແລ້ວ? ເຈົ້າເຄີຍຮຽນວິທະຍາໄລບໍ? ການສຶກສາຂອງເຈົ້າຢູ່ລະດັບໃດ? ເຈົ້າອາຍຸຈັກປີແລ້ວ?” ສິ່ງເຫຼົ່ານີ້ລ້ວນແຕ່ສາມາດຖາມຕໍ່ໜ້າໄດ້. ຖ້າບາງຄົນບໍ່ເຕັມໃຈທີ່ຈະບອກເຈົ້າ, ກໍບໍ່ຕ້ອງຖາມ ແລະ ກໍບໍ່ຕ້ອງສອບຖາມລັບຫຼັງພວກເຂົາເຊັ່ນກັນ. ຖ້າເຈົ້າຄິດວ່າພວກເຂົາຈະເຕັມໃຈທີ່ຈະແບ່ງປັນບາງສິ່ງກັບເຈົ້າ ຫຼື ຖ້າພວກເຈົ້າທັງສອງຄຸ້ນເຄີຍກັນ ແລະ ພວກເຂົາໄວ້ໃຈເຈົ້າພໍທີ່ຈະລົມນຳ, ແລ້ວເຈົ້າກໍສາມາດຖາມພວກເຂົາໂດຍກົງໄດ້. ເປັນຫຍັງຈຶ່ງຕ້ອງດື້ດຶງທີ່ຈະໄປສອບຖາມລັບຫຼັງພວກເຂົາໄປທົ່ວ? ມັນຈຳເປັນແທ້ໆບໍ? ນັ້ນບໍ່ເບິ່ງຄືວ່າໜ້າລັງກຽດຫຼາຍບໍ? ຄົນເຫຼົ່ານີ້ບໍ່ກ້າທີ່ຈະຖາມໂດຍກົງ ເພາະພວກເຂົາຢ້ານວ່າອີກຝ່າຍຈະບໍ່ບອກພວກເຂົາ. ແຕ່ພວກເຂົາຢາກຮູ້ ແລະ ຊອກຫາຄວາມຈິງກ່ຽວກັບສິ່ງເຫຼົ່ານີ້ຢ່າງແຮງກ້າ. ຖ້າພວກເຂົາບໍ່ຮູ້, ພວກເຂົາກໍຈະຮູ້ສຶກບໍ່ສະບາຍໃຈ ແຕ່ຫຼັງຈາກທີ່ພວກເຂົາໄດ້ຮັບຂໍ້ມູນແລ້ວ, ພວກເຂົາກໍຮູ້ສຶກສະບາຍໃຈຢູ່ພາຍໃນ, ຄືກັບວ່າພວກເຂົາໄດ້ຮັບຊັບສົມບັດອັນລ້ຳຄ່າ. ພວກເຂົາເປັນຄົນປະເພດໃດ? ການມີຄວາມສຸກໃນການສອບຖາມ ແລະ ຈັບໃຈຄວາມເລື່ອງສ່ວນຕົວ ຫຼື ຂໍ້ມູນສ່ວນຕົວຂອງຄົນອື່ນ, ຄົນແບບນັ້ນມັກຈະນິນທາ ແລະ ຕັດສິນຄົນອື່ນ, ແມ່ນບໍ? (ແມ່ນແລ້ວ). ຖ້າເຈົ້າເຊື່ອວ່າອີກຝ່າຍຈະເຕັມໃຈຕອບຄຳຖາມຂອງເຈົ້າ, ເຈົ້າກໍສາມາດຖາມພວກເຂົາ ແລະ ຮັບຮູ້ກ່ຽວກັບສິ່ງເຫຼົ່ານີ້ໄດ້ໂດຍກົງ. ຖ້າອີກຝ່າຍຮູ້ສຶກວ່າບາງຄຳຖາມຂອງເຈົ້າຫຼາຍເກີນໄປ ແລະ ເກີນຂອບເຂດທີ່ເຈົ້າຄວນຖາມ ແລ້ວພວກເຂົາປະຕິເສດທີ່ຈະຕອບເຈົ້າ, ນັ້ນກໍບໍ່ເປັນຫຍັງ. ຖ້າພວກເຂົາບໍ່ຕ້ອງການຕອບເຈົ້າ ຫຼື ບໍ່ຕ້ອງການໃຫ້ເຈົ້າຮູ້ບາງສິ່ງ, ແລ້ວກໍຢ່າໄປສອບຖາມລັບຫຼັງພວກເຂົາເຊັ່ນກັນ. ຖ້າເຈົ້າດື້ດຶງທີ່ຈະຮູ້ຂໍ້ມູນ ຫຼື ເລື່ອງສ່ວນຕົວຂອງຄົນອື່ນ, ໃນດ້ານໜຶ່ງ ພວກເຂົາຈະເລີ່ມສົງໄສເຈົ້າວ່າ “ເປັນຫຍັງເຈົ້າຈຶ່ງຢາກຮູ້ສິ່ງເຫຼົ່ານີ້? ເປັນຫຍັງເຈົ້າຈຶ່ງພະຍາຍາມສອບຖາມກ່ຽວກັບຂ້ອຍລັບຫຼັງຂ້ອຍ? ເຈົ້າກຳລັງຊອກຫາວິທີຄວບຄຸມຂ້ອຍ, ທໍລະມານຂ້ອຍ ຫຼື ຫັກຫຼັງຂ້ອຍບໍ?” ນັ້ນແມ່ນດ້ານໜຶ່ງ. ໃນອີກດ້ານໜຶ່ງ, ມັນມີຄວາມຈຳເປັນຫຍັງທີ່ເຈົ້າຕ້ອງຮູ້ກ່ຽວກັບຄົນອື່ນ? ເຈົ້າມີສິດຫຍັງທີ່ຈະຮູ້ເລື່ອງກ່ຽວກັບພວກເຂົາ? ເຈົ້າຕ້ອງການເກັບກຳຂໍ້ມູນຂອງທຸກຄົນບໍ? ເຈົ້າຕ້ອງຮູ້ກ່ຽວກັບທຸກສິ່ງ, ເຈົ້າຊ່ຽວຊານດ້ານການເກັບກຳຂໍ້ມູນບໍ? ນີ້ແມ່ນວຽກຂອງເຈົ້າບໍ? ເຮືອນຂອງພຣະເຈົ້າບໍ່ໄດ້ມອບໝາຍການຝາກຝັງແບບນີ້ໃຫ້ໃຜເລີຍ. ຖ້າເຈົ້າພະຍາຍາມສອບຖາມກ່ຽວກັບເລື່ອງສ່ວນຕົວຂອງຄົນອື່ນຢູ່ສະເໝີ, ສອບຖາມກ່ຽວກັບສິ່ງທີ່ພວກເຂົາບໍ່ຕ້ອງການໃຫ້ເຈົ້າຮູ້, ມັນກໍຈະເຮັດໃຫ້ພວກເຂົາຮູ້ສຶກລຳຄານເຈົ້າຫຼາຍ. ຄວາມເປັນມະນຸດຂອງຄົນທີ່ຄົນອື່ນຮູ້ສຶກລຳຄານນັ້ນເປັນແນວໃດ? ຢ່າງໜ້ອຍທີ່ສຸດ, ຄົນນີ້ກໍໜ້າດ້ານ. ຜູ້ບໍ່ມີຄວາມເຊື່ອເອີ້ນຄົນແບບນີ້ວ່າແນວໃດ? ຄົນພານທີ່ໜ້າດ້ານ. ຄວາມເປັນມະນຸດຂອງພວກເຂົາຕ່ຳຊ້າ, ພວກເຂົາຂາດກຽດສັກສີ ແລະ ພວກເຂົາຕ້ອງການສອບຖາມທຸກສິ່ງທຸກຢ່າງ, ປະພຶດຕົນຢ່າງບໍ່ເໝາະສົມ. ພວກເຂົາເປັນແບບນີ້ບໍ່ແມ່ນບໍ? (ແມ່ນແລ້ວ). ຄວາມເປັນມະນຸດຂອງຄົນປະເພດນີ້ດີ ຫຼື ບໍ່ດີ? (ຄວາມເປັນມະນຸດຂອງພວກເຂົາບໍ່ດີ). ຢ່າງໜ້ອຍທີ່ສຸດ ຄວາມເປັນມະນຸດຂອງພວກເຂົາກໍບໍ່ດີ. ນີ້ແມ່ນການສະແດງອອກໜຶ່ງທີ່ຢູ່ໃນໝວດໝູ່ຂອງການບໍ່ມີຄວາມເປັນມະນຸດທີ່ດີ, ນັ້ນກໍຄືການປະພຶດຕົນຢ່າງບໍ່ເໝາະສົມ ແລະ ມັກຈະໃຊ້ວິທີການທີ່ບໍ່ຊື່ສັດຢູ່ສະເໝີ. ໃນທາງຜິວເຜີນແລ້ວ, ພວກເຂົາເບິ່ງຄືວ່າສຸພາບ, ໃຫ້ກຽດ ແລະ ມີມາລະຍາດຕໍ່ເຈົ້າ, ເບິ່ງຄືວ່າມີມາລະຍາດດີ ແລະ ເໝາະສົມໃນວິທີທີ່ພວກເຂົາປະພຶດຕົນ. ເຖິງຢ່າງໃດກໍຕາມ, ລັບຫຼັງເຈົ້າ ພວກເຂົາພັດໃຊ້ວິທີການທີ່ບໍ່ຊື່ສັດ, ສອບຖາມກ່ຽວກັບອາຍຸ, ພູມຫຼັງຄອບຄົວ ແລະ ດ້ານອື່ນໆຂອງເຈົ້າ, ໂດຍບໍ່ສົນທະນາຢ່າງເປີດເຜີຍ ຫຼື ຖາມເຈົ້າໂດຍກົງ. ເມື່ອມີປະຕິສຳພັນ ແລະ ລົມກັບຄົນອື່ນ, ພວກເຂົາບໍ່ເປີດເຜີຍ ຫຼື ກົງໄປກົງມາ; ກົງກັນຂ້າມ, ພວກເຂົາມັກຈະໃຊ້ວິທີການທີ່ບໍ່ຊື່ສັດລັບຫຼັງຜູ້ຄົນຢູ່ສະເໝີ, ເຮັດສິ່ງທີ່ບໍ່ກ້າເປີດເຜີຍໃຫ້ໃຜຮູ້. ພວກເຂົາຄິດໄຕ່ຕອງກ່ຽວກັບເລື່ອງສ່ວນຕົວຂອງຄົນອື່ນຢູ່ຕະຫຼອດເວລາ ແລະ ຄິດວ່າຄົນອື່ນກຳລັງຄິດຫຍັງຢູ່, ໝົກມຸ້ນຢູ່ກັບເລື່ອງແບບນີ້ສະເໝີ. ຄວາມເປັນມະນຸດຂອງຄົນປະເພດນີ້ບໍ່ດີ ແລະ ບໍ່ວ່າຈະຢູ່ໃນກຸ່ມໃດກໍຕາມ, ຄົນແບບນີ້ກໍຈະຖືກທຸກຄົນລັງກຽດ. ມັນບໍ່ແມ່ນວ່າຜູ້ຄົນບໍ່ຕ້ອງການໃຫ້ເຈົ້າຮູ້ເລື່ອງສ່ວນຕົວ ຫຼື ວ່າພວກເຂົາກຳລັງປິດບັງບາງສິ່ງຈາກເຈົ້າ; ມັນເປັນຍ້ອນວ່າຄວາມເປັນມະນຸດຂອງເຈົ້າ ແລະ ວິທີການປະພຶດຕົນ ແລະ ຈັດການກັບສິ່ງຕ່າງໆຂອງເຈົ້າເຮັດໃຫ້ຄົນອື່ນບໍ່ມັກເຈົ້າ. ເຫດຜົນທີ່ຜູ້ຄົນບໍ່ມັກເຈົ້າກໍຄື ວິທີການປະພຶດຕົນ ແລະ ຈັດການກັບສິ່ງຕ່າງໆຂອງເຈົ້ານັ້ນຂ້ອນຂ້າງບໍ່ຊື່ສັດ. ກົນອຸບາຍທີ່ເຈົ້າໃຊ້ແມ່ນຕ່ຳຊ້າ ແລະ ສົກກະປົກ, ແທນທີ່ຈະເໝາະສົມ ແລະ ເປີດເຜີຍ. ບາງຄົນເບິ່ງຄືວ່າບໍ່ມີບັນຫາຫຍັງເມື່ອມີປະຕິສຳພັນກັບຄົນອື່ນຕໍ່ໜ້າ, ແຕ່ລັບຫຼັງພວກເຂົາ ພວກເຂົາມັກຈະເຮັດສິ່ງຕ່າງໆໃນລັກສະນະທີ່ລັບໆລໍ້ໆຢູ່ສະເໝີ. ເມື່ອຄົນອື່ນຍ່າງໜີໄປ, ພວກເຂົາກໍຟ້າວເປີດຄອມພິວເຕີຂອງພວກເຂົາເພື່ອເບິ່ງວ່າພວກເຂົາລົມກັບໃຜ, ພວກເຂົາລົມຫຍັງກັນ, ພວກເຂົາຂຽນຫຍັງໄວ້ໃນປຶ້ມບັນທຶກປະຈຳວັນຂອງພວກເຂົາ ແລະ ພວກເຂົາມີຄວາມເຂົ້າໃຈເຈາະເລິກຫຍັງແດ່. ບາງຄັ້ງ, ເມື່ອບາງຄົນຕັ້ງລະຫັດຜ່ານໃນຄອມພິວເຕີຂອງພວກເຂົາ, ພວກເຂົາກໍພະຍາຍາມຫຼອກຖາມໂດຍເວົ້າວ່າ “ເຈົ້າໄດ້ປ່ຽນລະຫັດຜ່ານຄອມພິວເຕີຂອງເຈົ້າບໍ? ຂ້ອຍຫາກໍປ່ຽນຂອງຂ້ອຍເປັນ 1234567, ບາງທີເຈົ້າກໍຄວນປ່ຽນຂອງເຈົ້າຄືກັນ”. ຈຸດປະສົງຂອງການເວົ້າແບບນີ້ແມ່ນຫຍັງ? “ຂ້ອຍບອກລະຫັດຜ່ານຂອງຂ້ອຍໃຫ້ເຈົ້າແລ້ວ, ເຈົ້າກໍຄວນບອກຂອງເຈົ້າໃຫ້ຂ້ອຍຄືກັນ ເພື່ອຂ້ອຍຈະໄດ້ມີໂອກາດກວດເບິ່ງຄອມພິວເຕີຂອງເຈົ້າ”. ບາງຄົນເຖິງກັບກ້າຄົ້ນກະເປົາ ແລະ ເຄື່ອງຂອງຂອງຄົນອື່ນເມື່ອພວກເຂົາບໍ່ຢູ່. ຕົວຢ່າງ: ຖ້າພວກເຂົາເຫັນຄົນໃສ່ຫູຟັງອັນໃໝ່ ແລະ ຢາກຮູ້ວ່າຄຸນນະພາບສຽງເປັນແນວໃດ, ພວກເຂົາກໍອາດຈະກ້າເອົາຫູຟັງນັ້ນມາຟັງເມື່ອຄົນນັ້ນບໍ່ຢູ່. ຖ້າເຈົ້າຂໍຢືມຫູຟັງຂອງຄົນນັ້ນຢ່າງເປີດເຜີຍ ແລ້ວພວກເຂົາຕົກລົງ, ເຈົ້າກໍສາມາດລອງໃຊ້ພວກມັນໄດ້ຢ່າງຖືກຕ້ອງ. ຖ້າພວກເຂົາບໍ່ຕົກລົງ, ແລ້ວເຈົ້າກໍບໍ່ຄວນລອງໃຊ້. ນັ້ນບໍ່ແມ່ນວິທີທີ່ເໝາະສົມໃນການຈັດການກັບເລື່ອງນີ້ບໍ? ບໍ່ວ່າຄົນອື່ນຈະຕົກລົງ ຫຼື ບໍ່ກໍຕາມ, ເຈົ້າຄວນຈັດການສິ່ງຕ່າງໆຢ່າງເປີດເຜີຍຕໍ່ໜ້າພວກເຂົາ, ບໍ່ແມ່ນລັບຫຼັງພວກເຂົາ. ຄົນປະເພດນີ້ພຽງແຕ່ບໍ່ສາມາດເຮັດແບບນັ້ນໄດ້, ພວກເຂົາມັກຈະໃຊ້ວິທີການທີ່ບໍ່ຊື່ສັດຢູ່ສະເໝີ. ເຖິງລະດັບໃດ? ທັນທີທີ່ເຈົ້າຍ່າງໜີໄປ, ພວກເຂົາກໍຈະຄົ້ນເຄື່ອງຂອງເຈົ້າທັນທີ, ກວດເບິ່ງວ່າເຈົ້າຂຽນຫຍັງໄວ້ໃນປຶ້ມບັນທຶກການເຝົ້າດ່ຽວຂອງເຈົ້າ ແລະ ຟ້າວກ່າຍມັນໄວ້, ຍ້ອນຢ້ານວ່າຈະພາດຫຍັງໄປ. ໃນທາງຜິວເຜີນແລ້ວ, ພວກເຂົາເບິ່ງຄືວ່າປາຖະໜາຄວາມຈິງ ແຕ່ການກະທຳຂອງພວກເຂົາຢູ່ເບື້ອງຫຼັງນັ້ນສົກກະປົກ. ເມື່ອພວກເຂົາເຫັນເຈົ້າຊື້ຄອມພິວເຕີໜ່ວຍໃໝ່, ພວກເຂົາກໍຮູ້ສຶກອິດສາ. ພາຍນອກແລ້ວ, ພວກເຂົາເວົ້າວ່າຄອມພິວເຕີໜ່ວຍໃໝ່ນັ້ນດີຫຼາຍ ແລະ ໄວ, ແຕ່ພາຍໃນໃຈແລ້ວ ພວກເຂົາພັດຄິດວ່າ “ໄວບໍ? ຂ້ອຍຫວັງວ່າມື້ໜຶ່ງມັນຈະເພ!” ມື້ໜຶ່ງ, ເຈົ້າບອກວ່າຄອມພິວເຕີໜ່ວຍໃໝ່ເຮັດວຽກບໍ່ດີ ແລະ ຊ້າ ແລ້ວພວກເຂົາກໍແອບຮູ້ສຶກດີໃຈວ່າ “ສົມນໍ້າໜ້າທີ່ເຈົ້າໃຊ້ໜ່ວຍໃໝ່! ຂ້ອຍຍັງບໍ່ທັນໄດ້ໃຊ້ເລີຍ, ສະນັ້ນ ມັນຈະດີກວ່າຖ້າເຈົ້າກໍໃຊ້ບໍ່ໄດ້ຄືກັນ!” ຈິດໃຈຂອງພວກເຂົາເຕັມໄປດ້ວຍຄວາມຄິດທີ່ຕ່ຳຊ້າ, ສົກກະປົກ ເຊິ່ງບໍ່ກ້າເປີດເຜີຍໃຫ້ໃຜຮູ້. ບາງຄົນເຫັນວ່າຄົນອື່ນມີເຄື່ອງນຸ່ງທີ່ສວຍງາມ ແລະ ພວກເຂົາກໍຢາກລອງນຸ່ງເບິ່ງຄືກັນ. ແຕ່ແທນທີ່ຈະຖາມໂດຍກົງ ພວກເຂົາພັດລໍຖ້າໂອກາດທີ່ຈະລັກນຸ່ງມັນຢ່າງລັບໆເມື່ອຄົນນັ້ນບໍ່ຢູ່. ພວກເຂົາເບິ່ງຕົນເອງໃນແວ່ນ, ຄິດວ່າພວກເຂົາດູດີຫຼາຍ ແຕ່ທັນທີທີ່ພວກເຂົາໄດ້ຍິນສຽງບາດກ້າວຂອງຄົນນັ້ນກັບມາ, ພວກເຂົາກໍຟ້າວຖອດມັນອອກ ແລະ ເອົາມັນກັບໄປໄວ້ບ່ອນເກົ່າ. ເຖິງແມ່ນວ່າການໃຊ້ວິທີການທີ່ບໍ່ຊື່ສັດຂອງຄົນປະເພດນີ້ ແລະ ວິທີການຈັດການກັບສິ່ງຕ່າງໆຂອງພວກເຂົາອາດຈະບໍ່ກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມ ຫຼື ຮ້າຍແຮງເທົ່າກັບອຸປະນິໄສທີ່ເສື່ອມຊາມກໍຕາມ, ທັດສະນະຄະຕິຂອງພວກເຂົາຕໍ່ການປະພຶດຕົນ ແລະ ຈັດການກັບສິ່ງຕ່າງໆ ແລະ ວິທີທີ່ພວກເຂົາປະຕິບັດຕໍ່ຜູ້ຄົນນັ້ນຂ້ອນຂ້າງໜ້າລັງກຽດ ແລະ ໜ້າກຽດຊັງ ແລະ ສິ່ງນີ້ກໍສົ່ງຜົນກະທົບຕໍ່ຊີວິດປົກກະຕິຂອງຄົນອື່ນໃນລະດັບໃດໜຶ່ງ. ສະນັ້ນ, ມັນສາມາດເວົ້າໄດ້ວ່າຄົນປະເພດນີ້ມີບັນຫາຮ້າຍແຮງກ່ຽວກັບຄວາມເປັນມະນຸດຂອງພວກເຂົາ. ຮ້າຍແຮງສໍ່າໃດ? ພວກເຂົາປະພຶດຕົນຢ່າງບໍ່ເໝາະສົມ, ໃຊ້ວິທີການທີ່ບໍ່ຊື່ສັດຫຼາຍຢ່າງຢູ່ເບື້ອງຫຼັງ ແລະ ວິທີການຈັດການກັບບັນຫາຂອງພວກເຂົາກໍຕ່ຳຊ້າ ແລະ ສົກກະປົກ. ພວກເຂົາມັກຈະເຮັດລັບໆຢູ່ສະເໝີ. ພວກເຂົາບໍ່ເຄີຍເຮັດສິ່ງຕ່າງໆຢ່າງເປີດເຜີຍ ແລະ ມັກຈະເຮັດສິ່ງຕ່າງໆລັບຫຼັງຜູ້ຄົນຢູ່ສະເໝີ. ເມື່ອຄົນອື່ນບໍ່ຢູ່, ບໍ່ໄດ້ສົນໃຈ ຫຼື ເມື່ອບໍ່ມີໃຜສາມາດເຫັນ ຫຼື ຄົ້ນພົບສິ່ງທີ່ພວກເຂົາກຳລັງເຮັດ, ພວກເຂົາກໍຈະເຮັດສິ່ງຕ່າງໆຢ່າງລັບໆລໍ້ໆ. ຄວາມເປັນມະນຸດຂອງຄົນປະເພດນີ້ບໍ່ດີ. ພວກເຂົາມັກຈະອາໄສຢູ່ໃນມຸມມືດ, ຖືກປົກຄຸມໄປດ້ວຍບັນຍາກາດແຫ່ງຄວາມມືດ, ບໍ່ສາມາດປະເຊີນໜ້າກັບແສງສະຫວ່າງ ຫຼື ຄົນອື່ນໄດ້. ຄວາມເປັນມະນຸດຂອງພວກເຂົາຕ່ຳຊ້າ ແລະ ສົກກະປົກ. ການສະແດງອອກເຖິງຄວາມເປັນມະນຸດທີ່ຕ່ຳຊ້າຂອງພວກເຂົາເຫຼົ່ານີ້ເປັນສັນຊາດຕະຍານບໍ? (ບໍ່). ພວກເຂົາຮູ້ສຶກອາຍທີ່ຈະເຮັດສິ່ງຕ່າງໆຕໍ່ໜ້າຄົນອື່ນ. ພວກເຂົາມັກທີ່ຈະເຮັດສິ່ງເຫຼົ່ານັ້ນລັບຫຼັງຄົນອື່ນ ແລະ ເມື່ອກະທຳການລັບຫຼັງຄົນອື່ນ, ພວກເຂົາກໍບໍ່ສະແດງຄວາມຢັບຢັ້ງໃດໆເລີຍ. ສິ່ງນີ້ມີຫຍັງກ່ຽວຂ້ອງກັບລັກສະນະນິໄສຂອງພວກເຂົາບໍ? (ບໍ່). ຖ້າເຈົ້າເວົ້າວ່າການໃຊ້ວິທີການທີ່ບໍ່ຊື່ສັດເຫຼົ່ານີ້ ຫຼື ສິ່ງທີ່ພວກເຂົາເປີດເຜີຍ ແລະ ໃຊ້ຊີວິດຕາມໃນຄວາມເປັນມະນຸດຂອງພວກເຂົາກ່ຽວຂ້ອງກັບບາງດ້ານຂອງອຸປະນິໄສທີ່ເສື່ອມຊາມ, ນັ້ນກໍຄົງຈະບໍ່ຖືກຕ້ອງ. ເຖິງຢ່າງໃດກໍຕາມ, ການໃຊ້ວິທີການທີ່ບໍ່ຊື່ສັດຂອງພວກເຂົາແມ່ນເກີດຂຶ້ນຢູ່ຕະຫຼອດເວລາ. ໃນທາງຜິວເຜີນແລ້ວ, ມັນເບິ່ງຄືວ່າພວກເຂົາບໍ່ໄດ້ເຮັດຄວາມຜິດພາດຄັ້ງໃຫຍ່ເລີຍ ແລະ ເມື່ອຄຣິສຕະຈັກມອບໝາຍໜ້າທີ່ໃຫ້ພວກເຂົາ, ສ່ວນໃຫຍ່ແລ້ວພວກເຂົາກໍຕັ້ງໃຈເຮັດ ແລະ ເຊື່ອຟັງ. ພວກເຂົາເຖິງກັບເບິ່ງຄືວ່າຂ້ອນຂ້າງເໝາະສົມໃນພາຍນອກ. ແຕ່ຢູ່ເບື້ອງຫຼັງແລ້ວ ມັນເປັນອີກເລື່ອງໜຶ່ງເລີຍ ນັ້ນກໍຄື ເຊັ່ນດຽວກັບໜູ, ທັນທີທີ່ບໍ່ມີໃຜເບິ່ງ ພວກເຂົາກໍເລີ່ມໃຊ້ວິທີການທີ່ບໍ່ຊື່ສັດ ແລະ ກໍ່ເລື່ອງຕ່າງໆ. ຄົນເຫຼົ່ານີ້ບໍ່ຄືກັບໜູບໍ? ລອງຄິດເບິ່ງວ່າ ຖ້ານີ້ຄືຄວາມເປັນມະນຸດຂອງພວກເຂົາ ແລະ ວິທີທີ່ພວກເຂົາມີປະຕິສຳພັນກັບຄົນອື່ນ ແລະ ຈັດການກັບສິ່ງຕ່າງໆ, ຖ້າລັກສະນະທາງດ້ານສິນທຳຂອງຄວາມເປັນມະນຸດຂອງພວກເຂົາເປັນແບບນີ້ ແລະ ພວກເຂົາມີແກ່ນແທ້ຄວາມເປັນມະນຸດແບບນີ້, ພວກເຂົາຈະປະຕິບັດຕໍ່ພຣະເຈົ້າ ແລະ ຄວາມຈິງແນວໃດ? ພວກເຂົາປະຕິບັດຕໍ່ພຣະເຈົ້າ ແລະ ຄວາມຈິງໃນວິທີດຽວກັນກັບທີ່ພວກເຂົາປະຕິບັດຕໍ່ຜູ້ຄົນບໍ? (ແມ່ນແລ້ວ). ພວກເຂົາກໍໃຊ້ວິທີການທີ່ບໍ່ຊື່ສັດຢູ່ເບື້ອງຫຼັງຄືກັນ, ແມ່ນບໍ? ພວກເຂົາພະຍາຍາມທຸກວິທີທາງທີ່ເປັນໄປໄດ້ເພື່ອຫຼີກລ່ຽງການກຳກັບດູແລຂອງຜູ້ນຳ ແລະ ຜູ້ເຮັດວຽກ, ໂດຍສະແດງອອກແບບໜຶ່ງຕໍ່ໜ້າພວກເຂົາ ແລະ ອີກແບບໜຶ່ງລັບຫຼັງພວກເຂົາ. ພວກເຂົາບໍ່ຍອມຮັບການກວດສອບຂອງພຣະເຈົ້າ ແລະ ພວກເຂົາບໍ່ຍອມຮັບຄວາມຈິງໃນສ່ວນເລິກຂອງຫົວໃຈຂອງພວກເຂົາ. ບໍ່ວ່າພຣະທຳຂອງພຣະເຈົ້າຈະກ່າວແນວໃດກໍຕາມ, ພວກເຂົາກໍເຂົ້າຫາພຣະທຳເຫຼົ່ານັ້ນໃນວິທີຂອງພວກເຂົາເອງ, ໂດຍໃຊ້ວິທີການທີ່ບໍ່ຊື່ສັດບາງຢ່າງ ແລະ ເຮັດບາງສິ່ງເພື່ອສ້າງພາບ, ເພື່ອໃຫ້ໃນພາຍນອກແລ້ວ ບໍ່ມີໃຜສາມາດເຫັນບັນຫາ ຫຼື ການກະທຳຜິດໃດໆ. ໃນພາຍນອກແລ້ວ, ພວກເຂົາເບິ່ງຄືວ່າບໍ່ໄດ້ເຮັດຫຍັງຜິດ ແລະ ເບິ່ງຄືວ່າກຳລັງປະຕິບັດຄວາມຈິງ ແຕ່ຢູ່ເບື້ອງຫຼັງແລ້ວ ພວກເຂົາໄດ້ໃຊ້ວິທີການທີ່ບໍ່ຊື່ສັດຂອງພວກເຂົາໄປແລ້ວ ແລະ ຄວາມຜິດກໍໄດ້ຖືກກະທຳໄປແລ້ວຢ່າງລັບໆ, ໂດຍທີ່ບໍ່ມີໃຜຮູ້. ພວກເຂົາບໍ່ເຊື່ອ ຫຼື ຍອມຮັບການກວດສອບຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງບໍ່ຍອມຮັບຄວາມຈິງ. ສິ່ງນີ້ກ່ຽວຂ້ອງກັບຫຍັງ? ມັນກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມ. ເມື່ອພວກເຂົາປະຕິບັດຕໍ່ພຣະເຈົ້າ, ຄວາມຈິງ ແລະ ໜ້າທີ່ຂອງພວກເຂົາດ້ວຍຄວາມເປັນມະນຸດປະເພດນີ້ ແລະ ວິທີການມີປະຕິສຳພັນກັບຄົນອື່ນ ແລະ ຈັດການກັບສິ່ງຕ່າງໆແບບນີ້, ການສະແດງອອກສະເພາະຂອງຄວາມເປັນມະນຸດຂອງພວກເຂົາທີ່ພວກເຂົາເປີດເຜີຍນັ້ນກໍກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມ. ອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້ລວມມີຫຍັງແດ່? ຢ່າງໜ້ອຍທີ່ສຸດ, ພວກມັນກໍລວມມີຄວາມເລ່ລ່ຽມ. ຖ້າການກະທຳຂອງພວກເຂົາຍິ່ງເຮັດຢ່າງລັບໆ ແລະ ຫຼອກລວງຫຼາຍຂຶ້ນ, ມັນຈະກ່ຽວຂ້ອງກັບຫຍັງ? (ມັນຍົກລະດັບກາຍເປັນຄວາມຊົ່ວຊ້າ). ມັນກ່ຽວຂ້ອງກັບຄວາມເລ່ລ່ຽມ ແລະ ຄວາມຊົ່ວຊ້າທີ່ຢູ່ພາຍໃນອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ນອກຈາກນີ້, ໃນສ່ວນເລິກຂອງຫົວໃຈຂອງພວກເຂົາ, ພວກເຂົາແອບມີຄວາມສົງໄສກ່ຽວກັບຄວາມຈິງ ແລະ ກ່ຽວກັບການກວດສອບຂອງພຣະເຈົ້າຢູ່ສະເໝີ. ສິ່ງນີ້ຝັງຮາກເລິກຢູ່ໃນຕົວພວກເຂົາ. ພວກເຂົາຄິດວ່າ “ບໍ່ມີໃຜຮູ້ວ່າຂ້ອຍເຮັດຫຍັງຢູ່ເບື້ອງຫຼັງ. ຂ້ອຍບໍ່ເຫັນພຣະເຈົ້າຢູ່ບ່ອນໃດເລີຍ, ສະນັ້ນ ພຣະເຈົ້າກໍຄົງບໍ່ຮູ້ຄືກັນ, ມີແຕ່ຂ້ອຍເທົ່ານັ້ນທີ່ຮູ້”. ສິ່ງນີ້ບໍ່ໄດ້ກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມຄືກັນບໍ? ສິ່ງນີ້ກ່ຽວຂ້ອງກັບດ້ານໃດຂອງອຸປະນິໄສທີ່ເສື່ອມຊາມ? (ມັນແມ່ນຄວາມຫົວແຂງບໍ?) ພວກເຂົາມີອຸປະນິໄສທີ່ຫົວແຂງຢູ່ພາຍໃນຕົວພວກເຂົາແທ້ໆ. ສະນັ້ນ, ແກ່ນແທ້ຂອງຄວາມຄິດເຫຼົ່ານີ້ແມ່ນຄວາມເບື່ອໜ່າຍຕໍ່ຄວາມຈິງບໍ? (ແມ່ນແລ້ວ). ທັດສະນະຄະຕິຂອງພວກເຂົາຕໍ່ຄວາມຈິງແມ່ນການຕໍ່ຕ້ານ ແລະ ການຂັດຂືນ. ນອກເໜືອຈາກການເປັນຄົນຫົວແຂງແລ້ວ, ພວກເຂົາຍັງເບື່ອໜ່າຍຕໍ່ຄວາມຈິງເປັນພິເສດ ເຊິ່ງເຮັດໃຫ້ສິ່ງນີ້ກາຍເປັນບັນຫາທີ່ຮ້າຍແຮງ. ເມື່ອມັນກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມແລ້ວ, ມັນກໍຮ້າຍແຮງກວ່າການມີພຽງຄວາມເປັນມະນຸດທີ່ບໍ່ດີ. ມັນກ່ຽວຂ້ອງກັບການກະບົດຕໍ່ພຣະເຈົ້າ, ການຕໍ່ຕ້ານພຣະເຈົ້າ ແລະ ແກ່ນແທ້ຂອງການຂັດກັບຄວາມຈິງ. ມັນກ່ຽວຂ້ອງກັບທັດສະນະຄະຕິຂອງຄົນໆໜຶ່ງທີ່ມີຕໍ່ພຣະເຈົ້າ ແລະ ຄວາມຈິງ. ເມື່ອມັນກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມແລ້ວ, ມັນກໍກ່ຽວຂ້ອງກັບຫຼັກການຄວາມຈິງ ແລະ ຄວາມຈຳເປັນໃນການແກ້ໄຂອຸປະນິໄສທີ່ເສື່ອມຊາມດ້ວຍຄວາມຈິງ.

ຕົວຢ່າງທີ 4: ການໃສ່ໃຈກ່ຽວກັບຮູບລັກສະນະພາຍນອກ

ບາງຄົນໂດຍທຳມະຊາດແລ້ວເປັນຄົນສູງ ແລະ ມີຮູບຮ່າງທີ່ສະຫງ່າງາມ ແລະ ຍິ່ງໄປກວ່ານັ້ນ ພວກເຂົາມີໃບໜ້າທີ່ສົມສ່ວນ, ສະອາດ ແລະ ງົດງາມ ເຊິ່ງຄົນອື່ນເຫັນແລ້ວຮູ້ສຶກພໍໃຈ. ບໍ່ວ່າພວກເຂົາຈະນຸ່ງຫຍັງ, ຜູ້ຄົນກໍຊື່ນຊົມພວກເຂົາ ໂດຍເວົ້າວ່າ “ພວກເຂົາເປັນຄືກັບປ້າຍໂຄສະນາໃນວາລະສານທີ່ຍ່າງໄດ້ແທ້ໆ, ທັງຫຼໍ່, ທັງງາມ, ທັງໜ້າດຶງດູດໃຈຫຼາຍ!” ສິ່ງນີ້ຈັດຢູ່ໃນເງື່ອນໄຂຕິດໂຕມາແຕ່ເກີດຂອງພວກເຂົາ, ຄວາມເປັນມະນຸດຂອງພວກເຂົາ ຫຼື ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາບໍ? (ນີ້ແມ່ນຮູບລັກສະນະຕາມທຳມະຊາດຂອງພວກເຂົາ). ພວກເຂົາເກີດມາມີຮູບຮ່າງໜ້າຕາທີ່ດີ. ຍ້ອນວ່າພວກເຂົາມີໜ້າຕາດີໂດຍທຳມະຊາດ ແລະ ມີຮູບຮ່າງດີ, ຕັ້ງແຕ່ຍັງນ້ອຍ ຜູ້ໃຫຍ່ກໍຍ້ອງຍໍພວກເຂົາ, ເພື່ອນຮ່ວມຫ້ອງຂອງພວກເຂົາກໍອິດສາພວກເຂົາ ແລະ ພໍ່ແມ່ຂອງພວກເຂົາກໍຮັກແພງພວກເຂົາເປັນພິເສດ. ທຸກໆມື້ ພໍ່ແມ່ຂອງພວກເຂົາຈະແຕ່ງຕົວໃຫ້ພວກເຂົາ ແລະ ກ່ອນທີ່ພວກເຂົາຈະອາຍຸສາມ ຫຼື ຫ້າປີ, ມື້ໜຶ່ງພວກເຂົາຖືກແຕ່ງຕົວຄືກັບເດັກຍິງ ແລະ ມື້ຕໍ່ມາຄືກັບເດັກຊາຍ. ເວົ້າສັ້ນໆກໍຄື ພວກເຂົາຖືກຮັກແພງຄືກັບເຄື່ອງຫຼິ້ນນ້ອຍໆທີ່ຖືກທະນຸຖະໜອມ. ເມື່ອພວກເຂົາໃຫຍ່ຂຶ້ນ, ພວກເຂົາກໍມັກຮັກສວຍຮັກງາມເປັນພິເສດ. ເມື່ອເຕີບໃຫຍ່ໃນສະພາບແວດລ້ອມການດຳລົງຊີວິດທີ່ທັນສະໄໝ ແລະ ມີສິດທິພິເສດ, ພວກເຂົາກໍເກີດມີນິໄສມັກແຕ່ງຕົວ. ໂດຍສະເພາະຫຼັງຈາກທີ່ໄດ້ຮັບຄວາມຮູ້ຕ່າງໆກ່ຽວກັບແຟຊັນ, ພວກເຂົາກໍເລີ່ມເພີດເພີນກັບການຈັບຄູ່ສີ, ຮູບຊົງ ແລະ ຮູບແບບ; ພວກເຂົາແຕ່ງຕົວຢ່າງມີລົດສະນິຍົມເປັນພິເສດ ເຊິ່ງສະແດງອອກເຖິງບຸກຄະລິກທີ່ງົດງາມ. ແມ່ນແຕ່ເສື້ອຢືດ ແລະ ໂສ້ງຢີນທຳມະດາກໍເບິ່ງແຕກຕ່າງເມື່ອຢູ່ເທິງຕົວພວກເຂົາ ແລະ ເມື່ອຈັບຄູ່ກັບເກີບທີ່ມີສີສັນເຂົ້າກັນ, ຮູບແບບຂອງພວກເຂົາກໍຍິ່ງໜ້າປະທັບໃຈຫຼາຍຂຶ້ນ, ພວກເຂົາງົດງາມທີ່ສຸດ ແລະ ຫຼໍ່ຫຼາຍແທ້ໆ. ພຽງແຕ່ໄດ້ເຫັນພວກເຂົາກໍສະບາຍຕາແລ້ວ. ເມື່ອໃດກໍຕາມທີ່ພວກເຂົາປາກົດຕົວໃນສະຖານທີ່ສາທາລະນະ ຫຼື ຕາມທ້ອງຖະໜົນ ພວກເຂົາກໍແນ່ນອນວ່າຈະດຶງດູດຄວາມສົນໃຈຂອງຜູ້ຄົນໄດ້ຫຼາຍ. ຍ້ອນວ່າພວກເຂົາເກີດມາມີຮູບຮ່າງໜ້າຕາທີ່ດີ ແລະ ມີເງື່ອນໄຂຕິດໂຕມາແຕ່ເກີດນີ້ ແລະ ພວກເຂົາຮູ້ວິທີແຕ່ງຕົວໃຫ້ເບິ່ງດີ ເຊິ່ງສະແດງອອກເຖິງບຸກຄະລິກທີ່ງົດງາມເປັນພິເສດບໍ່ວ່າພວກເຂົາຈະແຕ່ງຕົວແນວໃດກໍຕາມ, ທັງບຸກຄົນເພດດຽວກັນ ແລະ ຕ່າງເພດຈຶ່ງມັກມີປະຕິສຳພັນ ແລະ ຄົບຫາກັບພວກເຂົາເປັນພິເສດ. ຜູ້ຄົນກະຕືລືລົ້ນທີ່ຈະນັ່ງໃກ້ໆເພື່ອໂອ້ລົມ ແລະ ສົນທະນາກັບພວກເຂົາ ແລະ ມີປະຕິສຳພັນກັບພວກເຂົາຢ່າງໃກ້ຊິດ ເພື່ອໃຫ້ຄວາມງາມຂອງພວກເຂົາສາມາດນຳເອົາຄວາມເພີດເພີນມາສູ່ພວກເຂົາໄດ້. ນີ້ແມ່ນຄວາມຜິດຂອງພວກເຂົາບໍ? (ບໍ່). ຍ້ອນເງື່ອນໄຂຕິດໂຕມາແຕ່ເກີດທີ່ເອື້ອອຳນວຍຂອງພວກເຂົາ, ຜູ້ຄົນຈຶ່ງມັກຈະອົດທົນຕໍ່ບັນຫາ, ຂໍ້ບົກຜ່ອງ ຫຼື ຂໍ້ຕຳນິໃດໆທີ່ພວກເຂົາອາດຈະມີຢູ່ສະເໝີ. ດັ່ງນັ້ນ, ບໍ່ວ່າພວກເຂົາຈະໄປໃສ, ພວກເຂົາກໍໄດ້ຮັບການຕ້ອນຮັບເປັນຢ່າງດີ ແລະ ເປັນທີ່ນິຍົມເປັນພິເສດ. ເຖິງແມ່ນວ່າພວກເຂົາຈະເວົ້າບາງສິ່ງທີ່ບໍ່ໜ້າຟັງ, ຄົນອື່ນກໍຍັງຮູ້ສຶກວ່າມັນໜ້າຟັງຢູ່ດີ. ເມື່ອພວກເຂົາອາລົມເສຍ ຫຼື ພວກເຂົາສະແດງທັດສະນະຄະຕິທີ່ບໍ່ດີ, ຜູ້ຄົນກໍບໍ່ໃສ່ໃຈ ຫຼື ຖືສາ, ເຖິງກັບຮູ້ສຶກວ່າມັນຄືກັບລາງວັນຈາກຄົນເຫຼົ່ານັ້ນ. ເມື່ອປະສົບການເຫຼົ່ານີ້ສະສົມຫຼາຍຂຶ້ນ, ເງື່ອນໄຂຕິດໂຕມາແຕ່ເກີດຂອງພວກເຂົາກໍເຮັດໃຫ້ພວກເຂົາມີຄວາມຮູ້ສຶກເໜືອກວ່າຄົນອື່ນ. ພວກເຂົາເລີ່ມຄິດວ່າ “ການມີໜ້າຕາດີ, ມີບຸກຄະລິກທີ່ງົດງາມ ແລະ ແຕ່ງຕົວດີເຮັດໃຫ້ຂ້ອຍເປັນທີ່ນິຍົມບໍ່ວ່າຂ້ອຍຈະໄປໃສ, ສິ່ງນີ້ມັນວິເສດຫຼາຍ! ສັງຄົມນີ້, ມວນມະນຸດນີ້ ໃຫ້ຄຸນຄ່າກັບສິ່ງນີ້ແທ້ໆ. ເບິ່ງຄືວ່າເງື່ອນໄຂຕິດໂຕມາແຕ່ເກີດນີ້ທີ່ພໍ່ແມ່ໃຫ້ຂ້ອຍມາແມ່ນຂໍ້ໄດ້ປຽບຂອງຂ້ອຍ. ການຊອກຫາວຽກກໍງ່າຍຂຶ້ນ ແລະ ໃນລະຫວ່າງການສອບເສັງ, ຖ້າຂ້ອຍຢາກກ່າຍບົດເສັງຂອງໃຜບາງຄົນ, ສິ່ງດຽວທີ່ຂ້ອຍຕ້ອງເຮັດກໍພຽງແຕ່ເບິ່ງໜ້າພວກເຂົາ ແລ້ວພວກເຂົາກໍຈະເອົາມັນໃຫ້ຂ້ອຍ”. ມີຄົນຕ່າງເພດຫຼາຍຄົນມາຕາມຈີບພວກເຂົາ ແລະ ໃນບັນດາຄົນເພດດຽວກັນ ກໍຍັງມີຫຼາຍຄົນທີ່ປະຕິບັດຕໍ່ພວກເຂົາເປັນຢ່າງດີ ແລະ ຍ້ອງຍໍຄວາມງາມ ແລະ ຮູບຮ່າງໜ້າຕາທີ່ດີຂອງພວກເຂົາຢູ່ສະເໝີ. ເມື່ອເວລາຜ່ານໄປ, ສິ່ງນີ້ກໍເຮັດໃຫ້ພວກເຂົາຍິ່ງເພີດເພີນກັບຂໍ້ໄດ້ປຽບນີ້ຫຼາຍຂຶ້ນ. ຂໍ້ໄດ້ປຽບນີ້ນຳເອົາຄວາມສະດວກສະບາຍຫຼາຍຢ່າງ, ຜົນປະໂຫຍດຫຼາຍຢ່າງ ແລະ ການປະຕິບັດແບບມີສິດທິພິເສດຫຼາຍຢ່າງມາໃຫ້ພວກເຂົາ, ເຊິ່ງເຮັດໃຫ້ພວກເຂົາສາມາດເພີດເພີນກັບຫຼາຍສິ່ງຫຼາຍຢ່າງ. ສະນັ້ນ, ໃນສະພາບແວດລ້ອມປະເພດນີ້, ພວກເຂົາຈຶ່ງເລີ່ມມີຂໍ້ກຳນົດບາງຢ່າງສຳລັບຕົນເອງ. ພວກເຂົາຈະບໍ່ອອກຈາກເຮືອນໂດຍບໍ່ແຕ່ງໜ້າ ແລະ ຖ້າພວກເຂົາມີສິວແມ່ນແຕ່ເມັດດຽວ, ພວກເຂົາກໍບໍ່ກ້າໃຫ້ໃຜເຫັນ. ພວກເຂົາລະມັດລະວັງກ່ຽວກັບອາຫານການກິນຂອງພວກເຂົາ, ຫຼີກລ່ຽງອາຫານເຜັດ ແລະ ຊີອິ້ວ, ໂດຍກັງວົນໃນໃຈວ່າ “ເມື່ອໃດສິວນີ້ຈະຫາຍໄປ? ຂ້ອຍບີບມັນບໍ່ໄດ້, ຂ້ອຍຢ້ານວ່າມັນຈະປະຮອຍແປ້ວໄວ້. ແຕ່ຖ້າຂ້ອຍບໍ່ບີບມັນ, ຄົນຕ່າງເພດທີ່ເຄີຍຊື່ນຊົມຂ້ອຍຈະເຫັນມັນ ແລ້ວຄິດວ່າຂ້ອຍບໍ່ໜ້າດຶງດູດໃຈອີກຕໍ່ໄປ, ບໍ່ແມ່ນຄົນໃນຝັນຂອງພວກເຂົາອີກຕໍ່ໄປບໍ? ພວກເຂົາຈະເລີ່ມເສີຍເມີຍຕໍ່ຂ້ອຍບໍ? ຂ້ອຍຄວນເຮັດແນວໃດດີ? ຂ້ອຍຄິດວ່າຂ້ອຍຄົງຕ້ອງລໍຖ້າຈົນກວ່າສິວຈະຫາຍໄປກ່ອນຈຶ່ງຈະອອກໄປຂ້າງນອກໄດ້. ຂ້ອຍບໍ່ສາມາດໃຫ້ຄົນອື່ນເຫັນຂ້ອຍໃນສະພາບແບບນີ້ໄດ້ຢ່າງເດັດຂາດ, ມັນຈະທຳລາຍພາບພົດທີ່ສົມບູນແບບທີ່ຂ້ອຍມີໃນໃຈຂອງພວກເຂົາ”. ບາງຄົນຕ້ອງຈັບຄູ່ສີ, ຮູບຊົງ ແລະ ຮູບແບບຂອງເຄື່ອງນຸ່ງຂອງພວກເຂົາໃຫ້ເຂົ້າກັນຢ່າງສົມບູນແບບ. ກ່ອນຈະອອກໄປຂ້າງນອກ, ພວກເຂົາຕ້ອງກວດເບິ່ງຕົນເອງໃນແວ່ນຈາກທຸກມຸມ ແລະ ບາງຄົນເຖິງກັບຖ່າຍຮູບເຊວຟີເພື່ອໃຫ້ແນ່ໃຈວ່າພວກເຂົາເບິ່ງສົມບູນແບບໃນແສງແດດ ຫຼື ພາຍໃຕ້ແສງໄຟທຽມ, ເພື່ອໃຫ້ແນ່ໃຈວ່າດ້ານຕ່າງໆ ເຊັ່ນ: ຜິວພັນ, ສີຜິວ, ຊົງຜົມ, ເຄື່ອງນຸ່ງ ແລະ ບຸກຄະລິກຂອງພວກເຂົາເປັນຕາໜ້າເບິ່ງ ແລະ ໄດ້ຮັບຄວາມມັກຈາກຄົນອື່ນ ແລ້ວຈາກນັ້ນພວກເຂົາຈຶ່ງຮູ້ສຶກພ້ອມທີ່ຈະອອກໄປຂ້າງນອກ. ເຖິງແມ່ນວ່າຫຼັງຈາກທີ່ເລີ່ມປະຕິບັດໜ້າທີ່ແລ້ວ, ພວກເຂົາກໍຍັງຄົງຮັກສາວິຖີຊີວິດແບບນີ້ໄວ້. ເນື່ອງຈາກສະຖານະການພິເສດ ຖ້າພວກເຂົາບໍ່ໄດ້ອາບນ້ຳໃນມື້ນັ້ນ ແລະ ມີຄົນຕ່າງເພດຍ່າງເຂົ້າມາໃກ້, ພວກເຂົາກໍຈະຟ້າວຫຼີກລ່ຽງຄົນນັ້ນທັນທີ. ພວກເຂົາຮູ້ສຶກວ່າຖ້າພວກເຂົາບໍ່ໄດ້ອາບນ້ຳ, ພວກເຂົາກໍບໍ່ເໝາະສົມທີ່ຈະໃຫ້ໃຜເຫັນ. ຍ້ອນວ່າພວກເຂົາມີຂໍ້ກຳນົດຫຼາຍຢ່າງກ່ຽວກັບຮູບລັກສະນະ ແລະ ບຸກຄະລິກຂອງພວກເຂົາ, ມັນຈຶ່ງສົ່ງຜົນກະທົບຕໍ່ຊີວິດປະຈຳວັນຂອງພວກເຂົາ. ຖ້າພວກເຂົາໄປໃນສະຖານທີ່ທີ່ພວກເຂົາບໍ່ສາມາດອາບນ້ຳໄດ້, ພວກເຂົາກໍຈະຮູ້ສຶກທຸກໃຈ ແລະ ທົນທຸກຢ່າງໜັກ ແລະ ບໍ່ສາມາດກິນ ຫຼື ນອນຫຼັບໄດ້ດີ. ພວກເຂົາຄິດວ່າ “ຂ້ອຍຈະເຮັດແນວໃດຖ້າຂ້ອຍອາບນໍ້າບໍ່ໄດ້? ຂ້ອຍບໍ່ເຄີຍບໍ່ອາບນ້ຳເກີນສາມມື້ເລີຍ. ຖ້າຂ້ອຍເລີ່ມມີກິ່ນ, ຜູ້ຄົນຈະດູຖູກຂ້ອຍບໍ? ພາບພົດຂອງຂ້ອຍຈະບໍ່ສົມບູນແບບອີກຕໍ່ໄປບໍ? ຂ້ອຍຈະບໍ່ແມ່ນຄົນໃນຝັນຂອງຄົນອື່ນອີກຕໍ່ໄປບໍ? ຂ້ອຍຄວນເຮັດແນວໃດດີ?” ຖ້າພວກເຂົາພົບວ່າຕົນເອງຢູ່ໃນສະຖານທີ່ທີ່ມີສະພາບການດຳລົງຊີວິດທີ່ບໍ່ດີ ແລະ ອາຫານການກິນກໍບໍ່ມີໂພຊະນາການພຽງພໍ ຫຼື ບໍ່ສົມດຸນ, ພວກເຂົາກໍຈະເລີ່ມກັງວົນວ່າ: “ສິ່ງນີ້ຈະສົ່ງຜົນກະທົບຕໍ່ຜິວຂອງຂ້ອຍບໍ? ຜິວຂອງຂ້ອຍຈະຫຍາບກະດ້າງ ຫຼື ເຖົ້າລົງບໍ? ຂ້ອຍຈະມີຮອຍຫ່ຽວບໍ? ຂ້ອຍບໍ່ສາມາດຢູ່ບ່ອນນີ້ແລ້ວ, ຂ້ອຍຕ້ອງອອກໄປຈາກບ່ອນນີ້!” ຄວາມຮູ້ສຶກເໜືອກວ່າຄົນອື່ນທີ່ເກີດຈາກເງື່ອນໄຂຕິດໂຕມາແຕ່ເກີດຂອງພວກເຂົາເຮັດໃຫ້ຊີວິດຂອງພວກເຂົາຊັບຊ້ອນເປັນພິເສດ, ເຊິ່ງເຮັດໃຫ້ພວກເຂົາໃຊ້ຊີວິດໃນວິທີທີ່ອິດເມື່ອຍ ແລະ ຖືກຈຳກັດເປັນພິເສດ. ພວກເຂົາໃສ່ໃຈຢ່າງຍິ່ງກ່ຽວກັບຄວາມຄິດເຫັນທີ່ຄົນອື່ນມີຕໍ່ພວກເຂົາ, ໂດຍສະເພາະກ່ຽວກັບວິທີທີ່ຄົນອື່ນປະເມີນການແຕ່ງກາຍ, ບຸກຄະລິກ ແລະ ທ່າທາງຂອງພວກເຂົາ, ພວກເຂົາໃສ່ໃຈຫຼາຍກ່ຽວກັບວິທີທີ່ຄົນອື່ນເບິ່ງພວກເຂົາ, ໃສ່ໃຈຫຼາຍຈົນເຖິງລະດັບໃດ? ຈົນເຖິງລະດັບທີ່ມັນສົ່ງຜົນກະທົບຕໍ່ຊີວິດປົກກະຕິ, ວຽກງານ ແລະ ການປະຕິບັດໜ້າທີ່ຂອງພວກເຂົາ. ຄວາມຮູ້ສຶກເໜືອກວ່າຄົນອື່ນທີ່ມາຈາກຮູບລັກສະນະຂອງພວກເຂົາໄດ້ເຮັດໃຫ້ພວກເຂົາກາຍເປັນຄົນທີ່ຜິວເຜີນຫຼາຍ, ໃສ່ໃຈກັບໜ້າຕາຂອງພວກເຂົາຫຼາຍ ແລະ ໃສ່ໃຈຫຼາຍກັບວິທີທີ່ຄົນອື່ນເບິ່ງພວກເຂົາ. ນີ້ແມ່ນບັນຫາປະເພດໃດ? ການສະແດງອອກທັງໝົດເຫຼົ່ານີ້ເປັນທັດສະນະຄະຕິທີ່ຖືກຕ້ອງສຳລັບການຈັດການກັບບັນຫາໃນຊີວິດປະຈຳວັນບໍ? (ບໍ່). ສິ່ງເຫຼົ່ານີ້ເປັນມຸມມອງທີ່ບິດເບືອນທີ່ພວກເຂົາໄດ້ສ້າງຂຶ້ນຕະຫຼອດໄລຍະຊີວິດປະຈຳວັນຂອງພວກເຂົາບໍ? (ແມ່ນແລ້ວ). ສະນັ້ນ, ການສະແດງອອກເຫຼົ່ານີ້ກ່ຽວຂ້ອງກັບຫຍັງ? (ພວກມັນກ່ຽວຂ້ອງກັບຄວາມເປັນມະນຸດຂອງພວກເຂົາ). ສິ່ງນີ້ກ່ຽວຂ້ອງກັບດ້ານໃດຂອງຄວາມເປັນມະນຸດຂອງພວກເຂົາ? ບັນຫາກ່ຽວກັບວິທີທີ່ພວກເຂົາປະພຶດຕົນແມ່ນຫຍັງ? ມັນແມ່ນຄວາມຜິວເຜີນບໍ? (ແມ່ນແລ້ວ). ຄວາມຜິວເຜີນແມ່ນບັນຫາໜຶ່ງທີ່ຢູ່ພາຍໃນຄວາມເປັນມະນຸດຂອງພວກເຂົາ. ມີຫຍັງອີກ? ຄວາມຮັກສວຍຮັກງາມ, ຄວາມໃສ່ໃຈກັບວິທີທີ່ຄົນອື່ນເບິ່ງພວກເຂົາ, ຄວາມປາຖະໜາທີ່ຈະເປັນຄົນທີ່ສົມບູນແບບທີ່ສຸດໃນສາຍຕາຂອງຄົນອື່ນ ແລະ ຄວາມອ່ອນແອເປັນພິເສດ ແລະ ຄວາມບໍ່ສາມາດທົນຕໍ່ຄວາມຍາກລຳບາກໄດ້. ນອກຈາກນີ້, ຍັງມີຄວາມເຫັນແກ່ຕົວອີກດ້ວຍ. ເພື່ອຮັກສາພາບພົດຂອງພວກເຂົາ, ພວກເຂົາໃຫ້ທຸກຄົນຄອຍຮັບໃຊ້ ແລະ ບໍລິການພວກເຂົາ, ໃນຂະນະທີ່ພວກເຂົາປະຕິເສດທີ່ຈະທົນຕໍ່ຄວາມຍາກລຳບາກແມ່ນແຕ່ໜ້ອຍດຽວ. ຄວາມຮູ້ສຶກເໜືອກວ່າຄົນອື່ນທີ່ເກີດຈາກຮູບລັກສະນະຕາມທຳມະຊາດຂອງພວກເຂົາເຮັດໃຫ້ພວກເຂົາຕ້ອງການໃຫ້ທຸກຄົນໝູນອ້ອມພວກເຂົາ. ຈຸດສຸມຫຼັກໃນຊີວິດປະຈຳວັນຂອງພວກເຂົາ ແລະ ເປົ້າໝາຍທີ່ພວກເຂົາຕັ້ງໃຈຈະບັນລຸແມ່ນການຮັກສາຮູບລັກສະນະພາຍນອກຂອງພວກເຂົາ. ຕົວຢ່າງເຊັ່ນ: ໃນໂອກາດໜຶ່ງ, ໃນຂະນະທີ່ຖ່າຍຮູບ, ມີຄົນສັງເກດເຫັນຜັກສະລັດຕິດແຂ້ວຂອງພວກເຂົາເມື່ອພວກເຂົາຍິ້ມ. ຕັ້ງແຕ່ນັ້ນມາ, ພວກເຂົາກໍເຊົາກິນຜັກໃບຂຽວ. ເຖິງແມ່ນວ່ານັ້ນຈະເປັນທາງເລືອກດຽວທີ່ມີຢູ່ ແລະ ພວກເຂົາບໍ່ມີທາງເລືອກອື່ນນອກຈາກຕ້ອງກິນມັນ, ພວກເຂົາກໍຈະບ້ວນປາກຂອງພວກເຂົາທັນທີຫຼັງຈາກກິນແລ້ວ ແລະ ຕ້ອງກວດເບິ່ງໃນແວ່ນຢ່າງແນ່ນອນເພື່ອໃຫ້ເຫັນວ່າບໍ່ມີຫຍັງຕິດແຂ້ວຂອງພວກເຂົາ ກ່ອນທີ່ຈະກ້າອອກໄປນອກ ແລະ ພົບຄົນອື່ນ. ນີ້ແມ່ນບັນຫາທີ່ຢູ່ພາຍໃນຄວາມເປັນມະນຸດຂອງພວກເຂົາບໍ? (ແມ່ນແລ້ວ). ບັນຫາທົ່ວໄປເຫຼົ່ານີ້ໃນຊີວິດປະຈຳວັນແມ່ນຢູ່ໃນຂອບເຂດຂອງຄວາມເປັນມະນຸດ ແລະ ຍັງບໍ່ທັນຍົກລະດັບໄປເຖິງລະດັບຂອງອຸປະນິໄສທີ່ເສື່ອມຊາມ. ບັນຫາທີ່ພວກເຂົາຈັດການລ້ວນແຕ່ກ່ຽວຂ້ອງກັບດ້ານຕ່າງໆຂອງຊີວິດມະນຸດເທົ່ານັ້ນ, ພວກເຂົາພະຍາຍາມຮັກສາຄວາມງາມຂອງພວກເຂົາ ແລະ ຄວາມສົນໃຈຈາກຄົນອື່ນໄວ້ໃນລະດັບສູງ ໂດຍການສຸມໃສ່ຮູບລັກສະນະທາງກາຍະພາບ ແລະ ຂໍ້ກຳນົດພາຍໃນຂອງພວກເຂົາ. ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ ນັ້ນກໍຄື ບໍ່ວ່າຈະເປັນການກິນ, ການແຕ່ງຕົວ ຫຼື ການທົນຕໍ່ຄວາມຍາກລຳບາກ ແລະ ການຈ່າຍລາຄາ, ໃນການຈັດການກັບບັນຫາເຫຼົ່ານີ້, ມຸມມອງ ແລະ ທັດສະນະຄະຕິຂອງພວກເຂົາລ້ວນແຕ່ມຸ່ງເນັ້ນໄປທີ່ການຮັກສາພາບພົດພາຍນອກຂອງພວກເຂົາ ເພື່ອໃຫ້ພວກເຂົາເບິ່ງເປັນຕາໜ້າເບິ່ງຢູ່ສະເໝີ, ຮັບປະກັນວ່າຄົນອື່ນຈະມີຄວາມປະທັບໃຈທີ່ດີຕໍ່ພວກເຂົາ ແລະ ພວກເຂົາຈະດຶງດູດຄວາມສົນໃຈໃນລະດັບສູງ. ສິ່ງນີ້ກ່ຽວຂ້ອງກັບຄວາມເປັນມະນຸດຂອງພວກເຂົາບໍ? (ແມ່ນແລ້ວ). ການສະແດງອອກເຫຼົ່ານີ້ລ້ວນແຕ່ກ່ຽວຂ້ອງກັບຄວາມເປັນມະນຸດຂອງພວກເຂົາ, ພວກມັນສະແດງໃຫ້ເຫັນວ່າຄວາມເປັນມະນຸດຂອງພວກເຂົາຜິວເຜີນເກີນໄປ.

ຕົວຢ່າງທີ 5: ການຕັ້ງໃຈດຶງດູດເພດກົງກັນຂ້າມ

ມີຄົນອີກປະເພດໜຶ່ງທີ່ພະຍາຍາມໂອ້ອວດຢ່າງເຕັມທີ່ ເມື່ອໃດກໍຕາມທີ່ມີເພດກົງກັນຂ້າມຢູ່ໃກ້ໆ, ໂດຍພະຍາຍາມແຕ່ງຕົວໃນແບບທີ່ພິເສດຂຶ້ນ ແລະ ແຕ່ງໜ້າເພື່ອໃຫ້ເບິ່ງມີສະເໜ່ດຶງດູດຫຼາຍຂຶ້ນ. ຕົວຢ່າງ: ພຶດຕິກຳ ແລະ ຮູບຮ່າງໜ້າຕາຂອງພວກເຂົາຍັງເປັນປົກກະຕິ ເມື່ອພວກເຂົາຢູ່ກັບອ້າຍເອື້ອຍນ້ອງທີ່ພວກເຂົາຄຸ້ນເຄີຍເປັນພິເສດ ແຕ່ທັນທີທີ່ມີເພດກົງກັນຂ້າມທີ່ອາຍຸສໍ່າກັບພວກເຂົາປາກົດຕົວຂຶ້ນ, ພວກເຂົາກໍຮູ້ສຶກຕື່ນເຕັ້ນຢູ່ພາຍໃນໃຈ ແລະ ຮູ້ສຶກວ່າຕ້ອງໄດ້ແຕ່ງຕົວ ແລະ ແຕ່ງໜ້າຕາເປັນພິເສດ. ຜູ້ຍິງບາງຄົນກໍທາລິບສະຕິກທັນທີເພື່ອເຮັດໃຫ້ຮິມຝີປາກຂອງພວກເຂົາເບິ່ງສົດໃສຂຶ້ນ, ຂຽນຄິ້ວຂອງພວກເຂົາ ແລະ ຖ້າເວລາເອື້ອຍອຳນວຍ ກໍຈະປັດແກ້ມຕື່ມອີກ. ໂດຍປົກກະຕິແລ້ວ ພວກເຂົາຈະມັດຜົມຫາງມ້າ ແຕ່ຫຼັງຈາກທີ່ພວກເຂົາພົບກັບເພດກົງກັນຂ້າມທີ່ພວກເຂົາຖືກໃຈ ຫຼື ທີ່ພວກເຂົາເຫັນວ່າໜ້າດຶງດູດ, ພວກເຂົາກໍຈະເຮັດໃຫ້ພາບລັກຂອງພວກເຂົາເປັນລະບຽບໂດຍການປ່ອຍຜົມລົງມາຮອດບ່າ. ໃນຂະນະດຽວກັນ ຜູ້ຊາຍບາງຄົນກໍເຮັດໃຫ້ຜົມຂອງພວກເຂົາເງົາງາມຂຶ້ນ, ຈັດຊົງຜົມແບບເກົາຫຼີ, ຮົງກົງ ຫຼື ແບບຕາເວັນຕົກ, ແຕ່ງໜວດແຕ່ງເຄົາ, ໃສ່ແວ່ນຕາ, ປ່ຽນໄປນຸ່ງເຄື່ອງທີ່ດີກວ່າເກົ່າ ແລະ ຖ້າເງື່ອນໄຂເອື້ອອຳນວຍ ກໍຈະສີດນໍ້າຫອມພໍປະມານ, ທັງໝົດນີ້ກໍເພື່ອດຶງດູດເພດກົງກັນຂ້າມ. ເມື່ອເວົ້າລົມກັບເພດກົງກັນຂ້າມ, ພວກເຂົາມັກຈະໃຊ້ຄຳເວົ້າທີ່ຫຼູຫຼາເພື່ອໂອ້ອວດຢູ່ເລື້ອຍໆ, ໂດຍມີຈຸດປະສົງເພື່ອສະແດງໃຫ້ເຫັນເຖິງຄວາມມີວັດທະນະທຳ, ຄວາມສະຫງ່າງາມ, ຄວາມມີໄຫວພິບ ແລະ ອາລົມຂັນຂອງພວກເຂົາ. ເຈດຕະນາທີ່ຢູ່ເບື້ອງຫຼັງການກະທຳທັງໝົດເຫຼົ່ານີ້ຂອງພວກເຂົາແມ່ນຕັ້ງໃຈຫຼາຍ ນັ້ນກໍຄື ພວກເຂົາເຮັດແບບນັ້ນພຽງເພື່ອດຶງດູດເພດກົງກັນຂ້າມເທົ່ານັ້ນ. ເມື່ອພວກເຂົາຢູ່ໃກ້ກັບເພດກົງກັນຂ້າມທີ່ພວກເຂົາມັກ ຫຼື ເພດກົງກັນຂ້າມທີ່ມີອາຍຸໃກ້ຄຽງກັນ, ບາງຄົນກໍຈະມີຊີວິດຊີວາຫຼາຍຂຶ້ນ, ເວົ້າຫຼາຍຂຶ້ນ, ສະແດງອອກໄດ້ດີຂຶ້ນ, ສາຍຕາຂອງພວກເຂົາກໍມີຊີວິດຊີວາຫຼາຍຂຶ້ນ, ບໍ່ຈືດຊືດ ຫຼື ເລື່ອນລອຍອີກຕໍ່ໄປ ແລະ ສີໜ້າຂອງພວກເຂົາກໍມີຄວາມຫຼາກຫຼາຍເປັນພິເສດ. ນີ້ມັນເກີດຫຍັງຂຶ້ນ? ເປັນຫຍັງພວກເຂົາຈຶ່ງເບິ່ງຄືວ່າດັດຈະລິດ ແລະ ຜິດທຳມະຊາດເປັນພິເສດເມື່ອພວກເຂົາເຫັນເພດກົງກັນຂ້າມ? ເມື່ອເພດກົງກັນຂ້າມພົບກັນຄັ້ງທຳອິດ, ໂດຍປົກກະຕິແລ້ວພວກເຂົາຈະອາຍເລັກໜ້ອຍ ແຕ່ຫຼັງຈາກພົບກັນສອງສາມຄັ້ງ, ພວກເຂົາກໍຈະຄຸ້ນເຄີຍກັນຫຼາຍຂຶ້ນ ແລະ ປະພຶດຕົວເປັນທຳມະຊາດຫຼາຍຂຶ້ນ. ເຖິງຢ່າງໃດກໍຕາມ ບາງຄົນເລີ່ມມີຊີວິດຊີວາ ແລະ ຕື່ນຕົວເປັນພິເສດເມື່ອໃດກໍຕາມທີ່ພວກເຂົາເຫັນເພດກົງກັນຂ້າມ. ນີ້ແມ່ນບັນຫາປະເພດໃດ? (ມັນກ່ຽວກັບການເຍົ້າຍວນ ເຊິ່ງຍົກລະດັບໄປສູ່ອຸປະນິໄສທີ່ເສື່ອມຊາມ.) ນີ້ແມ່ນອຸປະນິໄສທີ່ເສື່ອມຊາມປະເພດໃດ? (ຄວາມຊົ່ວຊ້າ.) ພວກເຂົາບໍ່ມີບັນຫາກັບຄວາມເປັນມະນຸດຂອງພວກເຂົາບໍ? (ມີ.) ເວົ້າຢ່າງເຄັ່ງຄັດແລ້ວ, ນີ້ແມ່ນບັນຫາກ່ຽວກັບຄວາມເປັນມະນຸດຂອງຄົນປະເພດນີ້. ຄວາມເປັນມະນຸດດ້ານໃດຂອງພວກເຂົາທີ່ເປັນບັນຫາຢູ່ບ່ອນນີ້? ມັນແມ່ນບັນຫາຂອງການມີປະຕິສຳພັນກັບເພດກົງກັນຂ້າມ. ຜູ້ບໍ່ມີຄວາມເຊື່ອອະທິບາຍເລື່ອງນີ້ແນວໃດ? ພວກເຂົາເອີ້ນມັນວ່າເປັນບັນຫາກ່ຽວກັບຄວາມປະພຶດລະຫວ່າງບຸກຄົນຂອງຄົນໆໜຶ່ງ, ແມ່ນບໍ? (ແມ່ນແລ້ວ.) ຖ້າມັນກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມ, ມັນກໍພໍຈະສະຫຼຸບໄດ້ວ່າເປັນຄວາມຊົ່ວຊ້າ; ແຕ່ຖ້າຈະເວົ້າໃຫ້ເໝາະສົມກວ່ານັ້ນ, ມັນແມ່ນບັນຫາເລື່ອງຄວາມປະພຶດລະຫວ່າງບຸກຄົນຂອງຍິງ ແລະ ຊາຍທີ່ກ່ຽວຂ້ອງກັບຄວາມເປັນມະນຸດຂອງຄົນໆໜຶ່ງ. ເມື່ອປະເຊີນໜ້າກັບເພດກົງກັນຂ້າມ, ບາງຄົນກໍມີຊີວິດຊີວາເປັນພິເສດ, ຫ້າວຫັນ ແລະ ກະຕືລືລົ້ນເປັນພິເສດ. ສິ່ງທີ່ “ຄວາມເປັນພິເສດ” ເຫຼົ່ານີ້ສະແດງອອກມາກໍຄືບັນຫາເລື່ອງຄວາມປະພຶດທີ່ກ່ຽວຂ້ອງກັບຄວາມເປັນມະນຸດຂອງຄົນໆໜຶ່ງ. ຄວາມປະພຶດນີ້ປົກກະຕິ ຫຼື ຜິດປົກກະຕິ? (ຜິດປົກກະຕິ.) ຖ້າເປັນແນວນັ້ນ, ມັນສາມາດຖືກອະທິບາຍວ່າເປັນຄວາມຊົ່ວຊ້າໄດ້ບໍ? ມັນເໝາະສົມບໍທີ່ຈະເວົ້າວ່າມັນເປັນຄວາມຊົ່ວຊ້າ? ມັນຈະເປັນຫຍັງບໍຖ້າຈະເວົ້າວ່າມັນຂ້ອນຂ້າງຕ່ຳຊ້າ? (ໄດ້.) ຄົນແບບນັ້ນຂ້ອນຂ້າງຕໍ່າຊ້າ. ບ່ອນໃດກໍຕາມທີ່ມີເພດກົງກັນຂ້າມທີ່ພວກເຂົາມັກ, ພວກເຂົາກໍຈະເຂົ້າໄປຫາກຸ່ມຂອງຄົນນັ້ນ, ດຶງດັນທີ່ຈະນັ່ງຂ້າງພວກເຂົາໃຫ້ໄດ້ ແລະ ມີການສຳຜັດທາງຮ່າງກາຍ ແລະ ສົ່ງສາຍຕາໃຫ້ພວກເຂົາ. ສິ່ງນີ້ສະທ້ອນໃຫ້ເຫັນເຖິງບັນຫາກ່ຽວກັບລັກສະນະຂອງພວກເຂົາ ນັ້ນກຄື ພວກເຂົາປ່ອຍຕົວ, ປະພຶດຕົວບໍ່ດີ ແລະ ຕ່ຳຊ້າ. ຖ້າຄົນໃດໜຶ່ງເປັນຄົນຜິວເຜີນ, ແລ້ວການສະແດງອອກຂອງພວກເຂົາກໍຄວນຈະຄືກັນ ບໍ່ວ່າພວກເຂົາຈະຢູ່ຕໍ່ໜ້າເພດດຽວກັນ ຫຼື ເພດກົງກັນຂ້າມກໍຕາມ, ພວກເຂົາພຽງແຕ່ຢາກດູດີ ແລະ ຢາກໃຫ້ຄົນອື່ນມັກ, ຍົກຍ້ອງ ແລະ ຊື່ນຊົມ. ນີ້ແມ່ນບັນຫາຂອງການເປັນຄົນຜິວເຜີນໃນຄວາມເປັນມະນຸດຂອງພວກເຂົາ. ເຖິງຢ່າງໃດກໍຕາມ ຖ້າເຈດຕະນາຂອງພວກເຂົາແມ່ນເພື່ອດຶງດູດເພດກົງກັນຂ້າມ ແລະ ກວນໃຈພວກເຂົາ, ແລ້ວມັນກໍຈະກາຍເປັນບັນຫາເລື່ອງຄວາມປະພຶດລະຫວ່າງບຸກຄົນຂອງພວກເຂົາກັບເພດກົງກັນຂ້າມ. ຖ້າຄົນໃດໜຶ່ງເປັນຄົນຜິວເຜີນຫຼາຍເກີນໄປຈົນສົ່ງຜົນກະທົບຕໍ່ຊີວິດປົກກະຕິຂອງພວກເຂົາ, ມັນກໍເປັນພຽງຂໍ້ບົກຜ່ອງ ຫຼື ບັນຫາໃນດ້ານໜຶ່ງຂອງຄວາມເປັນມະນຸດຂອງພວກເຂົາ ແຕ່ຖ້າຄົນໃດໜຶ່ງແຕ່ງຕົວໂດຍສະເພາະເພື່ອດຶງດູດເພດກົງກັນຂ້າມ, ໂດຍມີຈຸດປະສົງເພື່ອໃຫ້ປຸກອາລົມທາງເພດ, ເຍົ້າຍວນ ແລະ ເຮັດໃຫ້ຄົນຫັນຄໍມາເບິ່ງ, ແລ້ວນັ້ນກໍຄືຄວາມຊົ່ວຊ້າ, ຕ່ຳຊ້າ ແລະ ເປັນຕົວຊີ້ບອກເຖິງຄວາມປະພຶດລະຫວ່າງບຸກຄົນທີ່ບໍ່ດີ. ບາງຄົນຍິ່ງມີຄົນຢູ່ຫຼາຍກໍຍິ່ງຕ່ຳຊ້າຫຼາຍຂຶ້ນ, ມັກຈະຊອກຫາການສຳຜັດກັບເພດກົງກັນຂ້າມຢູ່ສະເໝີ ແລະ ໂອ້ອວດຕໍ່ໜ້າພວກເຂົາ. ບໍ່ວ່າສິ່ງໃດທີ່ກຳລັງເປັນທີ່ນິຍົມໃນທ່າມກາງຜູ້ບໍ່ມີຄວາມເຊື່ອ, ພວກເຂົາກໍຈະແຕ່ງຕົວແບບນັ້ນ. ໂດຍສະເພາະເມື່ອເຂົ້າຮ່ວມການເຕົ້າໂຮມ ຫຼື ປາກົດຕົວໃນກ້ອງຖ່າຍຮູບ, ຍິ່ງມີເພດກົງກັນຂ້າມຫຼາຍເທົ່າໃດ, ພວກເຂົາກໍຍິ່ງຢາກແຕ່ງຕົວຫຼາຍຂຶ້ນເທົ່ານັ້ນ. ຜູ້ຍິງບາງຄົນນຸ່ງເສື້ອສາຍດ່ຽວ, ປ່ອຍຜົມລົງ, ທາລິບສະຕິກສີສົດໃສ ແລະ ປັດແກ້ມ. ບາງຄົນເຖິງກັບແຕ່ງດັງໃຫ້ເປັນສັນ, ປັດເງົາຕາ ແລະ ໃສ່ເຄື່ອງປະດັບທຸກຊະນິດ. ພວກເຂົາແຕ່ງຕົວໃນວິທີໃດກໍຕາມທີ່ຈະດຶງດູດເພດກົງກັນຂ້າມ. ສິ່ງນີ້ຮ້າຍແຮງກວ່າການເປັນຄົນຜິວເຜີນ. ຖ້າຄວາມຜິວເຜີນເປັນຂໍ້ບົກຜ່ອງ ຫຼື ຂໍ້ຕຳໜິໃນດ້ານໜຶ່ງຂອງຄວາມເປັນມະນຸດຂອງຄົນໆໜຶ່ງ ແລະ ເປັນບັນຫາເລັກນ້ອຍ ແລ້ວດ້ານທີ່ຊົ່ວຊ້າ ແລະ ຕ່ຳຊ້າຂອງຄວາມສຳພັນກັບເພດກົງກັນຂ້າມກໍເປັນບັນຫາໃຫຍ່. ຄົນຜິວເຜີນອາດຈະບໍ່ມີສ່ວນຮ່ວມໃນການກະທຳທີ່ຜິດສິນທຳທາງເພດສະເໝີໄປ ແຕ່ໃນບັນດາຜູ້ທີ່ທັງຊົ່ວຊ້າ ແລະ ຕ່ຳຊ້າ, ຫຼາຍກວ່າເກົ້າສິບເປີເຊັນມີແນວໂນ້ມທີ່ຈະເຂົ້າໄປມີສ່ວນຮ່ວມໃນການກະທຳທີ່ຜິດສິນທຳທາງເພດ. ເປັນຫຍັງເຮົາຈຶ່ງເວົ້າແບບນັ້ນ? ຖ້າຄົນໃດໜຶ່ງໃຫ້ຄວາມສຳຄັນຢ່າງຍິ່ງກັບການມີປະຕິສຳພັນຂອງພວກເຂົາກັບເພດກົງກັນຂ້າມ ແລະ ມັກໂອ້ອວດ ແລະ ສະແດງຕົນເອງຕໍ່ໜ້າເພດກົງກັນຂ້າມເປັນພິເສດ, ຄົນແບບນັ້ນກໍມີແນວໂນ້ມສູງທີ່ຈະເຮັດໃຫ້ເພດກົງກັນຂ້າມຫຼົງໄຫຼພວກເຂົາ. ຈຸດປະສົງຂອງການເຮັດໃຫ້ເພດກົງກັນຂ້າມຫຼົງໄຫຼພວກເຂົາແມ່ນຫຍັງ? ມັນກໍເພື່ອມີຄວາມສຳພັນທີ່ບໍ່ເໝາະສົມ. ຖ້າພວກເຂົາສາມາດເຍົ້າຍວນເພດກົງກັນຂ້າມໄດ້ຕາມສະບາຍ, ສິ່ງນີ້ບໍ່ໄດ້ສະແດງໃຫ້ເຫັນບໍວ່າພວກເຂົາປ່ອຍຕົວຫຼາຍເມື່ອເວົ້າເຖິງຄວາມສຳພັນກັບເພດກົງກັນຂ້າມ? (ແມ່ນແລ້ວ.) ຄົນແບບນັ້ນບໍ່ມີກຽດສັກສີ; ພວກເຂົາຈີບຄົນອື່ນໄປທົ່ວ ແລະ ເຖິງກັບເປັນຝ່າຍເລີ່ມຕົ້ນເຂົ້າຫາກ່ອນ. ຍິ່ງພວກເຂົາຈີບຄົນຫຼາຍເທົ່າໃດ, ພວກເຂົາກໍຍິ່ງມີຄວາມສຸກຫຼາຍຂຶ້ນເທົ່ານັ້ນ ແລະ ພວກເຂົາບໍ່ເຄີຍປະຕິເສດໃຜເລີຍ ຕາບໃດທີ່ພວກເຂົາມັກຄົນນັ້ນ. ນີ້ແມ່ນຄົນປະເພດໃດ? ຍັງບໍ່ຕ້ອງເວົ້າເຖິງວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມຫຍັງ, ຄວາມເປັນມະນຸດແບບນີ້ດີບໍ? (ບໍ່.) ບໍ່ວ່າພວກເຂົາຈະມີຂໍ້ດີ ຫຼື ຂໍ້ເສຍແນວໃດໃນດ້ານອື່ນໆຂອງຄວາມເປັນມະນຸດຂອງພວກເຂົາ, ຖ້າພວກເຂົາມັກງ່າຍ, ຫຼິ້ນໆ ແລະ ປ່ອຍຕົວປ່ອຍໃຈເປັນພິເສດໃນເລື່ອງຄວາມປະພຶດລະຫວ່າງບຸກຄົນຂອງພວກເຂົາກັບເພດກົງກັນຂ້າມ, ພຽງແຕ່ສິ່ງນີ້ກໍພຽງພໍແລ້ວທີ່ຈະສະແດງໃຫ້ເຫັນວ່າຄວາມເປັນມະນຸດຂອງພວກເຂົາບໍ່ດີ. ຖ້າພວກເຂົາສາມາດເຮັດຜິດ ຫຼື ລໍ້າເສັ້ນໄດ້ທຸກເວລາ ຫຼື ທຸກສະຖານທີ່, ນີ້ບໍ່ແມ່ນບັນຫາທີ່ຮ້າຍແຮງບໍ? (ແມ່ນແລ້ວ.) ຄົນແບບນັ້ນໄວ້ໃຈໄດ້ບໍ? (ບໍ່.) ຕົ້ນຕໍຂອງຄວາມບໍ່ໜ້າໄວ້ໃຈຂອງພວກເຂົາແມ່ນຫຍັງ? ມັນຢູ່ທີ່ທຳມະຊາດທີ່ຊົ່ວຊ້າຂອງພວກເຂົາ. ພວກເຂົາສາມາດຕອບສະໜອງຄວາມຄິດທີ່ເຕັມໄປດ້ວຍຕັນຫາໄດ້ທຸກເວລາ ແລະ ທຸກສະຖານທີ່ ແລະ ສາມາດເຍົ້າຍວນເພດກົງກັນຂ້າມໄດ້ທຸກເວລາ ແລະ ທຸກສະຖານທີ່, ຈິດໃຈຂອງພວກເຂົາໝົກມຸ້ນຢູ່ກັບຄວາມຄິດເຫຼົ່ານີ້ເທົ່ານັ້ນ. ຖ້າສະພາບແວດລ້ອມ ຫຼື ເງື່ອນໄຂບໍ່ເອື້ອອຳນວຍ ຫຼື ພວກເຂົາບໍ່ມີເວລາພຽງພໍໃນການແຕ່ງຕົວ, ພວກເຂົາກໍຍັງຫາວິທີຈົນໄດ້; ພວກເຂົາໃຊ້ສາຍຕາທີ່ເຍົ້າຍວນ ແລະ ໂອ້ອວດຮູບຮ່າງຂອງພວກເຂົາ ຫຼື ສີໜ້າຂອງພວກເຂົາ ແລະ ສົ່ງສາຍຕາໃຫ້ຄົນອື່ນເພື່ອເຍົ້າຍວນພວກເຂົາ. ຄົນແບບນັ້ນໄຮ້ຄ່າ; ພວກເຂົາບໍ່ໜ້າໄວ້ໃຈເລີຍ! ພວກເຂົາຫຼິ້ນໆ, ເກເລ ແລະ ປ່ອຍຕົວ ແລະ ບໍ່ວ່າເວລາໃດ ແລະ ສະຖານທີ່ໃດ ພວກເຂົາກໍສາມາດເຍົ້າຍວນຄົນອື່ນໃຫ້ເຮັດບາບ ແລະ ກະທຳຜິດໄດ້; ຄົນແບບນັ້ນບໍ່ມີຄວາມຮູ້ສຶກລະອາຍໃຈໃນຄວາມເປັນມະນຸດຂອງພວກເຂົາ, ພວກເຂົາເກີນກວ່າຈະແກ້ໄຂໄດ້ແລ້ວ. ຄົນແບບນັ້ນໜ້າຢ້ານບໍ? (ແມ່ນແລ້ວ.) ແລະ ພວກເຂົາບໍ່ຄິດວ່າສິ່ງເຫຼົ່ານີ້ເປັນສິ່ງທີ່ໜ້າອັບອາຍ; ບໍ່ວ່າຈະມີຄົນຢູ່ອ້ອມຂ້າງຫຼາຍສໍ່າໃດກໍຕາມ, ພວກເຂົາກໍແຕ່ງຕົວ ແລະ ໂອ້ອວດແບບນີ້ຢ່າງເປີດເຜີຍ, ປະພຶດຕົວຕາມໃຈມັກ ແລະ ເຍົ້າຍວນຄົນອື່ນດ້ວຍວິທີນີ້. ຄົນອື່ນບໍ່ຮູ້ດ້ວຍຊໍ້າວ່າເກີດຫຍັງຂຶ້ນ, ໃນຂະນະທີ່ພວກເຂົາຍັງຄົງຈົດຈໍ່ຢູ່ກັບວຽກງານປົກກະຕິຂອງພວກເຂົາ, ລົມກັນ ຫຼື ສົນທະນາກັນ, ບຸກຄົນເຫຼົ່ານີ້ກໍໄດ້ເລີ່ມຈີບໃຜບາງຄົນໂດຍການສົ່ງສາຍຕາທີ່ເຍົ້າຍວນໃຫ້ພວກເຂົາແລ້ວ. ເບິ່ງແມວ່າຄົນແບບນັ້ນໜ້າລັງກຽດ ແລະ ເປັນຕາຢ້ານສໍ່າໃດ! ພວກເຂົາບໍ່ມີຄວາມລະອາຍໃຈເລີຍ, ແມ່ນບໍ? ຄົນທີ່ບໍ່ມີຄວາມລະອາຍໃຈຈະກະທຳຜິດຢ່າງຕໍ່ເນື່ອງ ແລະ ຈຸດຈົບສຸດທ້າຍຂອງພວກເຂົາແມ່ນຫຍັງ? (ພວກເຂົາຈະຈົບລົງດ້ວຍການຖືກລົງໂທດໃນນະຮົກ.) ພຣະທຳຂອງພຣະເຈົ້າກ່າວວ່າແນວໃດ? “ການກະທຳຜິດຈະນໍາພາມະນຸດໄປສູ່ນະຮົກ”. ສະນັ້ນ, ຖ້າບັນຫາກ່ຽວກັບຄວາມເປັນມະນຸດຂອງເຈົ້າຮ້າຍແຮງຫຼາຍ, ເຈົ້າກໍຕົກຢູ່ໃນອັນຕະລາຍອັນໃຫຍ່ຫຼວງ. ຖ້າຄວາມເປັນມະນຸດທີ່ບໍ່ດີຂອງຄົນໆໜຶ່ງໃນບາງດ້ານເປັນຂໍ້ບົກຜ່ອງ, ມັນກໍອາດຈະມີໂອກາດທີ່ຈະແກ້ໄຂມັນໄດ້. ເຖິງຢ່າງໃດກໍຕາມ ຖ້າບາງດ້ານໃນຄວາມເປັນມະນຸດຂອງພວກເຂົາບໍ່ດີຍ້ອນພວກເຂົາບໍ່ມີຄວາມຮູ້ສຶກລະອາຍໃຈໂດຍທຳມະຊາດ ແລະ ສາມາດເຍົ້າຍວນຄົນອື່ນໄດ້ທຸກເວລາ ແລະ ທຸກສະຖານທີ່ ແລະ ເຖິງແມ່ນວ່າພວກເຂົາຈະບໍ່ໄດ້ເປີດເຜີຍອຸປະນິໄສທີ່ເສື່ອມຊາມຢ່າງຊັດເຈນ, ພວກເຂົາກໍຍັງສາມາດກະທຳຜິດທີ່ຮ້າຍແຮງເຊິ່ງນຳໄປສູ່ຜົນຕາມມາທີ່ຮ້າຍແຮງໄດ້, ຖ້າເປັນແນວນັ້ນ ຄົນແບບນັ້ນກໍບໍ່ມີຂອບເຂດໃນການປະພຶດຕົນຂອງພວກເຂົາ, ລັກສະນະຂອງພວກເຂົາແມ່ນບໍ່ດີຢ່າງຍິ່ງ ແລະ ຖ້າພວກເຂົາກະທຳຜິດສອງສາມຄັ້ງ, ມັນກໍສາມາດທຳລາຍພວກເຂົາໄດ້. ກ່ຽວກັບບັນຫາຂອງຄວາມເປັນມະນຸດ, ພວກເຂົາໄດ້ປິດກັ້ນເສັ້ນທາງກ້າວໄປຂ້າງໜ້າຂອງພວກເຂົາເອງແລ້ວ. ນີ້ກໍຍ້ອນວ່າຄວາມເປັນມະນຸດຂອງພວກເຂົາບໍ່ດີຫຼາຍ ແລະ ການກະທຳຜິດຂອງພວກເຂົາກໍມີຫຼາຍຈົນພຽງພໍທີ່ຈະສົ່ງພວກເຂົາໄປສູ່ນະຮົກ ແລະ ທຸກຢ່າງກໍຈະຈົບລົງສຳລັບພວກເຂົາ ກ່ອນທີ່ພວກເຂົາຈະມີໂອກາດໄດ້ຍ່າງໃນເສັ້ນທາງແຫ່ງການໄລ່ຕາມເສາະຫາຄວາມຈິງ ແລະ ໄດ້ຮັບຄວາມລອດພົ້ນ. ການຂາດຄວາມຮູ້ສຶກລະອາຍໃຈເປັນບັນຫາທີ່ຮ້າຍແຮງຫຼາຍກ່ຽວກັບຄວາມເປັນມະນຸດຂອງຄົນໆໜຶ່ງ. ເວົ້າຢ່າງເຄັ່ງຄັດແລ້ວ, ມັນບໍ່ໄດ້ຍົກລະດັບໄປສູ່ອຸປະນິໄສທີ່ເສື່ອມຊາມ; ມັນເປັນພຽງວິທີການ, ເປັນທັດສະນະຄະຕິທີ່ຄົນໆໜຶ່ງນຳໃຊ້ໃນການປະພຶດຕົນ ແລະ ຈັດການກັບສິ່ງຕ່າງໆ. ທັດສະນະຄະຕິນີ້ກ່ຽວຂ້ອງກັບຄວາມເປັນມະນຸດຂອງພວກເຂົາ ແລະ ສາມາດນຳໄປສູ່ການກະທຳຜິດໄດ້ ເຊິ່ງເຮັດໃຫ້ບັນຫານີ້ຮ້າຍແຮງ.

ຕົວຢ່າງທີ 6: ການຖືເອົາຈຸດແຂງເປັນຂໍ້ໄດ້ປຽບ

ບາງຄົນມັກການເຕັ້ນ ແລະ ຮຽນຮູ້ທ່າເຕັ້ນໄດ້ໄວຫຼາຍ. ຫຼັງຈາກທີ່ຄູສອນເຮັດໃຫ້ເບິ່ງສາມຄັ້ງ, ໂດຍພື້ນຖານແລ້ວ ພວກເຂົາກໍສາມາດກຳແໜ້ນຈັງຫວະ ແລະ ທ່າທາງຂອງການເຕັ້ນ ແລະ ສາມາດເຕັ້ນໄດ້ຢ່າງຖືກຕ້ອງ. ພວກເຂົາເຕັ້ນໄດ້ດີຫຼາຍເຊັ່ນກັນ, ເຄີຍໄດ້ຮັບລາງວັນ ແລະ ພວກເຂົາຫວັງວ່າຈະເຮັດອາຊີບທີ່ກ່ຽວຂ້ອງກັບການເຕັ້ນ, ບາງທີອາດຈະເປັນຄູສອນເຕັ້ນ ຫຼື ນັກສະແດງ. ສິ່ງນີ້ກ່ຽວຂ້ອງກັບດ້ານໃດ? (ສິ່ງນີ້ກ່ຽວຂ້ອງກັບຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງຂອງພວກເຂົາ.) ນີ້ແມ່ນຈຸດແຂງຂອງພວກເຂົາ; ມັນແມ່ນຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງຂອງພວກເຂົາ. ພວກເຂົາຮຽນເຕັ້ນໄດ້ໄວຫຼາຍ, ເຊິ່ງສະແດງໃຫ້ເຫັນວ່າພວກເຂົາເຕັ້ນເກັ່ງຫຼາຍ; ໂດຍທຳມະຊາດແລ້ວ ພວກເຂົາກຳແໜ້ນສິ່ງປະເພດນີ້ໄດ້ຢ່າງຖືກຕ້ອງ ແລະ ຮຽນຮູ້ໄດ້ງ່າຍ. ນີ້ແມ່ນຈຸດແຂງ, ແມ່ນບໍ? (ແມ່ນແລ້ວ.) ພວກເຂົາມີຈຸດແຂງໃນດ້ານນີ້. ຫຼັງຈາກຮຽນເຕັ້ນແລ້ວ, ພວກເຂົາກໍມັກການເຕັ້ນ, ກະຕືລືລົ້ນທີ່ຈະເຕັ້ນ; ແລ້ວຍິ່ງໄປກວ່ານັ້ນ ພວກເຂົາວາງແຜນທີ່ຈະເຮັດອາຊີບທີ່ກ່ຽວຂ້ອງກັບການເຕັ້ນໃນອະນາຄົດ ແລະ ຕັ້ງໃຈທີ່ຈະໃຫ້ການເຕັ້ນຢູ່ຄຽງຄູ່ກັບຊີວິດໃນອະນາຄົດ ແລະ ເສັ້ນທາງໃນອະນາຄົດຂອງພວກເຂົາ, ສິ່ງນີ້ກ່ຽວຂ້ອງກັບຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງຂອງພວກເຂົາ. ການເຕັ້ນເປັນທັງຈຸດແຂງຂອງພວກເຂົາ ແລະ ຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງຂອງພວກເຂົາ ນັ້ນກໍຄື ນີ້ແມ່ນເງື່ອນໄຂຕິດໂຕມາແຕ່ເກີດຂອງພວກເຂົາ. ບາງຄົນມີເງື່ອນໄຂຕິດໂຕມາແຕ່ເກີດນີ້ ແລະ ຫຼັງຈາກທີ່ພວກເຂົາເລີ່ມເຊື່ອໃນພຣະເຈົ້າ, ພວກເຂົາກໍມັກເບິ່ງວິດີໂອການເຕັ້ນເຊັ່ນກັນ. ສະນັ້ນ, ພວກເຂົາຈຶ່ງຮັບໜ້າທີ່ເຕັ້ນໃນເຮືອນຂອງພຣະເຈົ້າ, ໂດຍຫວັງວ່າສິ່ງທີ່ພວກເຂົາໄດ້ຮຽນຮູ້ຈະສາມາດຖືກນຳໃຊ້ໃຫ້ເກີດປະໂຫຍດໃນການປະຕິບັດໜ້າທີ່ຂອງພວກເຂົາ ແລະ ສາມາດເປັນປະໂຫຍດໃນເຮືອນຂອງພຣະເຈົ້າ ພ້ອມທັງຫວັງວ່າພວກເຂົາຈະສາມາດກຽມການກະທຳທີ່ດີຂອງພວກເຂົາເອງເພື່ອໃຫ້ພຣະເຈົ້າຈື່ຈຳ. ພວກເຂົາມີພື້ນຖານທີ່ໜັກແໜ້ນໃນການເຕັ້ນ ແລະ ພວກເຂົາຍັງຮຽນຮູ້ການເຕັ້ນປະເພດຕ່າງໆໄດ້ໄວອີກດ້ວຍ. ໃນຂະນະທີ່ສ້າງລາຍການເຕັ້ນຕາມຂໍ້ກຳນົດຂອງເຮືອນຂອງພຣະເຈົ້າ, ພວກເຂົາເຕັມໃຈທີ່ຈະສອນທຸກສິ່ງທີ່ພວກເຂົາໄດ້ຮຽນຮູ້ໃຫ້ກັບຄົນອື່ນໂດຍບໍ່ປິດບັງຫຍັງເລີຍ. ເຖິງແມ່ນວ່າພວກເຂົາຈະໄດ້ຮຽນຮູ້ການເຕັ້ນຫຼາຍປະເພດກວ່າຄົນອື່ນ ແລະ ມີຄວາມຊຳນານໃນວິຊາຊີບຂອງພວກເຂົາຫຼາຍກວ່າ, ພວກເຂົາກໍບໍ່ວາງທ່າ. ພວກເຂົາເຂົ້າກັບຄົນອື່ນໄດ້ຢ່າງເປັນມິດ ແລະ ສອນສິ່ງທີ່ພວກເຂົາໄດ້ຮຽນຮູ້ໃຫ້ກັບອ້າຍເອື້ອຍນ້ອງດ້ວຍຄວາມອົດທົນຫຼາຍ. ນີ້ແມ່ນການສະແດງອອກເຖິງຫຍັງ? (ມັນແມ່ນການສະແດງອອກເຖິງຄວາມເປັນມະນຸດຂອງພວກເຂົາ.) ຄວາມເປັນມະນຸດຂອງພວກເຂົາດີ ຫຼື ບໍ່? (ຄວາມເປັນມະນຸດຂອງພວກເຂົາດີ.) ມັນດີໃນດ້ານໃດແດ່? (ພວກເຂົາສາມາດສອນທຸກສິ່ງທີ່ພວກເຂົາຮູ້ໃຫ້ກັບຄົນອື່ນໂດຍບໍ່ປິດບັງຫຍັງເລີຍ, ເຮັດໃຫ້ຄົນອື່ນໄດ້ຮັບສິ່ງທີ່ພວກເຂົາມີເຊັ່ນກັນ, ນີ້ແມ່ນຄວາມເປັນມະນຸດທີ່ດີ.) ພວກເຂົາສາມາດສອນທຸກສິ່ງທີ່ພວກເຂົາໄດ້ຮຽນຮູ້ໃຫ້ກັບຄົນອື່ນໂດຍບໍ່ປິດບັງຫຍັງເລີຍ. ພວກເຂົາມີຈຸດດີຫຍັງອີກແດ່? ພວກເຂົາບໍ່ໂອ້ອວດແທ້ໆ. ຄວາມເປັນມະນຸດຂອງຄົນປະເພດນີ້ແມ່ນດີ. ຍ້ອນວ່າພວກເຂົາມີຈຸດແຂງໃນການເຕັ້ນ, ພວກເຂົາຈຶ່ງຮັບໜ້າທີ່ທີ່ກ່ຽວຂ້ອງກັບການເຕັ້ນໃນເຮືອນຂອງພຣະເຈົ້າ. ແຕ່ຫຼັງຈາກເວລາຜ່ານໄປໄລຍະໜຶ່ງ, ເນື່ອງຈາກຄວາມຕ້ອງການຂອງວຽກງານ, ເຮືອນຂອງພຣະເຈົ້າຈຶ່ງຈັດແຈງໃຫ້ພວກເຂົາເຮັດວຽກອື່ນທີ່ເໝາະສົມ. ພວກເຂົາຄິດໃນໃຈວ່າ “ຂ້ອຍເສຍເວລາຊາວປີໃນການຮຽນເຕັ້ນໄປລ້າໆບໍ? ຕອນນີ້ຂ້ອຍຖືກຂໍໃຫ້ເຮັດວຽກທີ່ບໍ່ກ່ຽວຂ້ອງກັບການເຕັ້ນ, ຂ້ອຍຮູ້ສຶກບໍ່ພໍໃຈຫຼາຍ! ເປັນຫຍັງຈຶ່ງບໍ່ໃຫ້ຂ້ອຍໃຊ້ຈຸດແຂງຂອງຂ້ອຍ, ຄວາມຖະໜັດຂອງຂ້ອຍ ແທນທີ່ຈະເຮັດໃຫ້ຂ້ອຍເປັນຫົວໜ້າທີມ ຫຼື ຜູ້ກຳກັບດູແລ? ນີ້ບໍ່ແມ່ນຈຸດແຂງຂອງຂ້ອຍ ແລະ ຂ້ອຍກໍບໍ່ຮູ້ວ່າຈະເຮັດມັນແນວໃດ. ນີ້ແມ່ນສິ່ງທີ່ຂ້ອຍບໍ່ເຄີຍຄາດຄິດມາກ່ອນ”. ເຖິງແມ່ນວ່າພາຍນອກພວກເຂົາຈະເວົ້າວ່າ “ທັງໝົດນີ້ເປັນສ່ວນໜຶ່ງໃນການຈັດແຈງຂອງພຣະເຈົ້າ ແລະ ຂ້ອຍເຕັມໃຈທີ່ຈະອ່ອນນ້ອມ” ແຕ່ໃນຄວາມເປັນຈິງແລ້ວ, ບໍ່ວ່າຜູ້ນໍາຈະເວົ້າຫຍັງກໍຕາມ ພວກເຂົາກໍບໍ່ເຕັມໃຈທີ່ຈະຍອມຮັບມັນ ແລະ ບໍ່ຮັບຟັງ. ພວກເຂົາຄິດວ່າ “ພວກເຈົ້າຂາດຄວາມຮູ້ທາງວິຊາຊີບ ແຕ່ພວກເຈົ້າພັດມານໍາພາພວກເຮົາ. ສິ່ງທີ່ພວກເຈົ້າເຮັດກໍມີແຕ່ເວົ້າກ່ຽວກັບຫຼັກຄຳສອນ. ພວກເຈົ້າບໍ່ໄດ້ດີໄປກວ່າຂ້ອຍເລີຍ!” ນີ້ແມ່ນການສະແດງອອກເຖິງຫຍັງ? (ການຕໍ່ຕ້ານພາຍໃນໃຈ.) ນີ້ແມ່ນບັນຫາປະເພດໃດ? ນີ້ແມ່ນການເປີດເຜີຍອຸປະນິໄສທີ່ເສື່ອມຊາມບໍ? (ແມ່ນແລ້ວ.) ເຖິງແມ່ນວ່າຄວາມເປັນມະນຸດຂອງພວກເຂົາໂດຍທົ່ວໄປແລ້ວຈະພໍໃຊ້ໄດ້, ພວກເຂົາເຕັມໃຈທີ່ຈະຮ່ວມມືກັບຄົນອື່ນ, ມີຄວາມເມດຕາ ແລະ ເປັນຄົນດີ, ບໍ່ຂັດຂວາງ ແລະ ລົບກວນ ຫຼື ກໍ່ຄວາມວຸ້ນວາຍ ແລະ ສ້າງບັນຫາ ພ້ອມທັງໃນແງ່ຂອງຄວາມປາຖະໜາສ່ວນຕົວຂອງພວກເຂົາ, ພວກເຂົາເຕັມໃຈທີ່ຈະອ່ອນນ້ອມຕໍ່ການຈັດແຈງຂອງເຮືອນຂອງພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີ ແຕ່ເມື່ອເວົ້າເຖິງສະຖານະຂອງພວກເຂົາ ຫຼື ເລື່ອງທີ່ບໍ່ສອດຄ່ອງກັບຄວາມຄິດຫຼົງຜິດ ແລະ ຄວາມປາຖະໜາຂອງພວກເຂົາເອງ, ພວກເຂົາມີການອ່ອນນ້ອມບໍ? ພວກເຂົາສະແດງໃຫ້ເຫັນເຖິງການສະແຫວງຫາຄວາມຈິງບໍ? (ບໍ່.) ຖ້າເປັນແນວນັ້ນ, ພວກເຂົາສະແດງຫຍັງອອກມາ? (ສິ່ງທີ່ພວກເຂົາສະແດງອອກມາກໍຄືການຕໍ່ຕ້ານ, ການຈົ່ມວ່າ ແລະ ການຂາດການອ່ອນນ້ອມຕໍ່ການຈັດແຈງຂອງເຮືອນຂອງພຣະເຈົ້າ.) ຖືກຕ້ອງແລ້ວ. ຖ້າເປັນແນວນັ້ນ, ການສະແດງອອກເຫຼົ່ານີ້ສາມາດສະຫຼຸບໄດ້ວ່າເປັນບັນຫາປະເພດໃດ? (ອຸປະນິໄສທີ່ເສື່ອມຊາມ.) ເຖິງແມ່ນວ່າພາຍນອກຄວາມເປັນມະນຸດຂອງພວກເຂົາເບິ່ງຄືວ່າມີຄວາມເມດຕາ ແລະ ພວກເຂົາບໍ່ໄດ້ຕໍ່ຕ້ານຢ່າງເປີດເຜີຍ, ໂວຍວາຍ ຫຼື ວິພາກວິຈານຜູ້ນໍາ ທັດສະນະຄະຕິຂອງພວກເຂົາຕໍ່ເລື່ອງເຫຼົ່ານີ້ກໍຄືການເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ພວກເຂົາເປີດເຜີຍອຸປະນິໄສທີ່ເສື່ອມຊາມປະເພດໃດ? (ອຸປະນິໄສທີ່ອວດດີ.) ແມ່ນແລ້ວ, ຄວາມອວດດີ. ພວກເຂົາຄິດວ່າພວກເຂົາມີຄວາມຊຳນານໃນບາງດ້ານ ແລະ ຄວາມເປັນມະນຸດຂອງພວກເຂົາກໍຂ້ອນຂ້າງດີ, ສະນັ້ນ ພວກເຂົາຈຶ່ງໃຊ້ສິ່ງນີ້ເປັນຂໍ້ໄດ້ປຽບເພື່ອຕໍ່ຕ້ານການອ່ອນນ້ອມຕໍ່ການຈັດແຈງຂອງຜູ້ນໍາຄຣິສຕະຈັກ. ພວກເຂົາບໍ່ສະແຫວງຫາຄວາມຈິງ ແລະ ຢາກປະຕິບັດໜ້າທີ່ໃດກໍຕາມທີ່ພວກເຂົາຕ້ອງການ. ເຖິງແມ່ນວ່າຄຣິສຕະຈັກຈະມອບໝາຍໜ້າທີ່ທີ່ເໝາະສົມໃຫ້ພວກເຂົາ, ພວກເຂົາກໍບໍ່ສາມາດຍອມຮັບມັນໄດ້ ແລະ ຖ້າມີບາງສິ່ງບໍ່ສອດຄ່ອງກັບຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາ, ເຖິງແມ່ນວ່າມັນຈະເປັນການຈັດແຈງຂອງເຮືອນຂອງພຣະເຈົ້າກໍຕາມ, ພວກເຂົາກໍປະຕິເສດທີ່ຈະອ່ອນນ້ອມ. ສິ່ງເຫຼົ່ານີ້ຄືການເປີດເຜີຍເຖິງຄວາມກະບົດ ແລະ ອຸປະນິໄສທີ່ອວດດີ. ໃຫ້ເບິ່ງການສະແດງອອກຫຼາຍໆຢ່າງທີ່ພວກເຂົາສະແດງອອກມານີ້: ຕັ້ງແຕ່ຈຸດແຂງຂອງເງື່ອນໄຂຕິດໂຕມາແຕ່ເກີດຂອງພວກເຂົາ, ໄປຈົນເຖິງຄວາມເປັນມະນຸດຂອງພວກເຂົາ ແລະ ໃນທີ່ສຸດກໍເຖິງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ການສະແດງອອກຂອງພວກເຂົາກວມເອົາສາມດ້ານທີ່ແຕກຕ່າງກັນນີ້. ຈຸດແຂງຂອງເງື່ອນໄຂຕິດໂຕມາແຕ່ເກີດຂອງພວກເຂົາແມ່ນສິ່ງທີ່ພວກເຂົາເກີດມາພ້ອມກັບມັນ ແລະ ບໍ່ມີຫຍັງທີ່ຈະຕ້ອງວິພາກວິຈານໃນເລື່ອງນັ້ນ. ບໍ່ວ່າພວກເຂົາຈະມີທັກສະໃນເລື່ອງໃດກໍຕາມ, ມັນບໍ່ໄດ້ໝາຍຄວາມວ່າພວກເຂົາບໍ່ມີອຸປະນິໄສທີ່ເສື່ອມຊາມ ແລະ ມັນບໍ່ສາມາດສະແດງໃຫ້ເຫັນວ່າລັກສະນະຂອງພວກເຂົາດີ ຫຼື ບໍ່ດີ. ເຖິງຢ່າງໃດກໍຕາມ ຄວາມຮູ້ສຶກເໜືອກວ່າຂອງຄົນໆໜຶ່ງທີ່ເກີດຈາກເງື່ອນໄຂຕິດໂຕມາແຕ່ເກີດບາງຢ່າງ ຫຼື ການວາງຕຳແໜ່ງ ແລະ ການກຳນົດລັກສະນະທີ່ຫາງສຽງຂອງສັງຄົມທາງໂລກຍັດຢຽດໃຫ້ພວກເຂົາ ສາມາດບິດເບືອນຄວາມເປັນມະນຸດຂອງພວກເຂົາໄດ້. ການບິດເບືອນນີ້ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ຍ້ອນຄົນໆໜຶ່ງມີເງື່ອນໄຂຕິດໂຕມາແຕ່ເກີດບາງຢ່າງທີ່ຄົນອື່ນເບິ່ງວ່າຂ້ອນຂ້າງດີ ແລະ ພວກເຂົາໄດ້ຮັບການຊື່ນຊົມ ແລະ ການຍົກຍ້ອງຈາກບາງຄົນໃນສັງຄົມ, ພວກເຂົາຈຶ່ງເກີດມີການກຳນົດລັກສະນະທີ່ບໍ່ຖືກຕ້ອງກ່ຽວກັບຄຸນຄ່າ ແລະ ຕຳແໜ່ງຂອງພວກເຂົາເອງ. ພວກເຂົາຄິດວ່າພວກເຂົາຂ້ອນຂ້າງດີ, ພວກເຂົາເໜືອກວ່າຄົນອື່ນ ແລະ ເລີ່ມດູຖູກຜູ້ຄົນ, ເຊື່ອສະເໝີວ່າພວກເຂົາຖືກຕ້ອງ ແລະ ທຸກສິ່ງກ່ຽວກັບພວກເຂົານັ້ນດີ ແລະ ພວກເຂົາຕ້ອງການໃຫ້ຄົນອື່ນຟັງພວກເຂົາ ແລະ ເຮັດຕາມພວກເຂົາ. ໃນກໍລະນີນັ້ນ ມຸມມອງ ແລະ ຈຸດຢືນຂອງພວກເຂົາຕໍ່ສິ່ງຕ່າງໆແມ່ນລ້ວນແລ້ວແຕ່ຜິດພາດ. ດ້ວຍມຸມມອງ ແລະ ຈຸດຢືນທີ່ຜິດພາດເຫຼົ່ານີ້ ຄົນໆໜຶ່ງກໍຈະຕິດຕາມໂລກ ແລະ ມະນຸດຊາດທີ່ຊົ່ວຮ້າຍ. ຄວາມໝາຍທີ່ເປັນໄນຂອງການຕິດຕາມມະນຸດຊາດທີ່ຊົ່ວຮ້າຍ ແລະ ໂລກທີ່ຊົ່ວຮ້າຍແມ່ນຫຍັງ? ຄວາມໝາຍທີ່ເປັນໄນກໍຄື ເຈົ້າຈະດຳລົງຊີວິດຕາມແນວຄິດ ແລະ ມຸມມອງທີ່ຄາດເຄື່ອນ ເຊິ່ງມາຈາກໂລກທີ່ຊົ່ວຮ້າຍ ແລະ ມະນຸດຊາດທີ່ຊົ່ວຮ້າຍນີ້ ແລະ ເຈົ້າຈະໃຊ້ແນວຄິດ, ມຸມມອງ ແລະ ຄຳເວົ້າທີ່ຄາດເຄື່ອນເຫຼົ່ານີ້ເພື່ອແຍກແຍະ ແລະ ກຳນົດລັກສະນະຂອງທຸກສິ່ງ. ຕົວຢ່າງ: ສົມມຸດວ່າເຈົ້າໜ້າຕາຂ້ອນຂ້າງດີ, ມີໃບໜ້າທີ່ຄົມຄາຍ ແລະ ມີຮູບຮ່າງດີ, ສິ່ງເຫຼົ່ານີ້ແມ່ນເງື່ອນໄຂຕິດໂຕມາແຕ່ເກີດ ເຊິ່ງພຣະເຈົ້າປະທານໃຫ້. ບໍ່ມີຫຍັງຜິດປົກກະຕິກ່ຽວກັບເລື່ອງນີ້; ມັນເປັນພຽງຂໍ້ເທັດຈິງ. ເຖິງຢ່າງໃດກໍຕາມ ພາຍໃຕ້ການວາງຕຳແໜ່ງທີ່ຜິດພາດໂດຍສັງຄົມນີ້ ແລະ ມະນຸດຊາດທີ່ຊົ່ວຮ້າຍນີ້ ຂໍ້ເທັດຈິງນີ້ສາມາດນຳພາເຈົ້າໃຫ້ກາຍເປັນຄົນທະນົງຕົວ ແລະ ປ່ອຍຕົວປ່ອຍໃຈ, ຜິວເຜີນ ແລະ ຍິ່ງຍະໂສ. ນັ້ນໝາຍຄວາມວ່າ ຍ້ອນການມີເງື່ອນໄຂຕິດໂຕມາແຕ່ເກີດທີ່ເໜືອກວ່າ ບວກກັບການກຳນົດເງື່ອນໄຂ, ການລໍ້ລວງ ແລະ ການປັ້ນແຕ່ງຂອງແນວຄິດ ແລະ ມຸມມອງທີ່ຄາດເຄື່ອນຕ່າງໆຈາກສັງຄົມ ແລະ ມະນຸດຊາດນີ້ ຄວາມເປັນມະນຸດຂອງເຈົ້າຈຶ່ງຖືກບິດເບືອນ. ຄຳວ່າ “ຖືກບິດເບືອນ” ໝາຍເຖິງຫຍັງ? ການທີ່ເຈົ້າມີເງື່ອນໄຂຕິດໂຕມາແຕ່ເກີດເຫຼົ່ານີ້ ໃນຕົວມັນເອງແລ້ວແມ່ນເປັນເລື່ອງປົກກະຕິທັງສິ້ນ, ການມີໜ້າຕາດີບໍ່ແມ່ນສິ່ງທີ່ພິເສດຫຍັງ; ມັນບໍ່ໄດ້ໝາຍຄວາມວ່າເຈົ້າເຂົ້າໃຈຄວາມຈິງ ແລະ ມັນບໍ່ໄດ້ໝາຍຄວາມວ່າເຈົ້າສູງສົ່ງ. ມັນພຽງແຕ່ໝາຍຄວາມວ່າເຈົ້າດູດີ, ເບິ່ງຈົບງາມ ແລະ ຜູ້ຄົນອາດຈະເຕັມໃຈຫຼຽວເບິ່ງເຈົ້າຫຼາຍຂຶ້ນເລັກໜ້ອຍ; ເຈົ້າບໍ່ໜ້າລຳຄານ ຫຼື ບໍ່ເປັນຕາໜ້າພໍໃຈສຳລັບຄົນອື່ນກໍເທົ່ານັ້ນ. ເຖິງຢ່າງໃດກໍຕາມ ໃນສະພາບແວດລ້ອມທາງສັງຄົມທີ່ແນວຄິດເລື່ອງຄວາມງາມ, ຄວາມມີສະເໜ່ ແລະ ຄວາມຫຼູຫຼາທີ່ມີລະດັບ ແລະ ສູງສົ່ງຖືກຍົກຍ້ອງບູຊາ ກະແສນີ້ກໍຜັກດັນເຈົ້າໄປສູ່ຄວາມສຸດໂຕ່ງ ເຊິ່ງເຮັດໃຫ້ຄວາມເປັນມະນຸດຂອງເຈົ້າຍິ່ງຍະໂສ, ປ່ອຍຕົວປ່ອຍໃຈ ແລະ ຜິວເຜີນ. ການມີໜ້າຕາດີແມ່ນເງື່ອນໄຂຕິດໂຕມາແຕ່ເກີດ. ພຣະເຈົ້າປະທານເງື່ອນໄຂຕິດໂຕມາແຕ່ເກີດນີ້ໃຫ້ເຈົ້າ ບໍ່ແມ່ນເພື່ອເຮັດໃຫ້ເຈົ້າຍິ່ງຍະໂສ, ປ່ອຍຕົວປ່ອຍໃຈ ຫຼື ຜິວເຜີນ ແຕ່ກົງກັນຂ້າມ ພຣະອົງປາຖະໜາໃຫ້ເຈົ້າມອງມັນຢ່າງເປັນປົກກະຕິວ່າ: “ຂອບພຣະຄຸນພຣະເຈົ້າທີ່ປະທານເງື່ອນໄຂຕິດໂຕມາແຕ່ເກີດນີ້, ຮູບຮ່າງໜ້າຕານີ້ໃຫ້ແກ່ຂ້ານ້ອຍ. ມັນແມ່ນພຣະຄຸນ ແລະ ການປະທານໃຫ້ຂອງພຣະເຈົ້າ. ຂ້ານ້ອຍຄວນຂອບພຣະຄຸນພຣະເຈົ້າ. ຂ້ານ້ອຍບໍ່ມີຫຍັງທີ່ຈະຕ້ອງໂອ້ອວດ”. ດ້ວຍເງື່ອນໄຂຕິດໂຕມາແຕ່ເກີດດັ່ງກ່າວ ສິ່ງທີ່ຄົນໆໜຶ່ງຄວນເຮັດກໍຄືການເບິ່ງຜູ້ຄົນ ແລະ ສິ່ງຕ່າງໆ ພ້ອມທັງປະພຶດຕົນ ແລະ ກະທຳຕາມຄຳສອນຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ ຫຼັງຈາກຍອມຮັບແນວຄິດ ແລະ ມຸມມອງຕ່າງໆຈາກສັງຄົມ ແລະ ຊາຕານແລ້ວ ພວກເຂົາກໍເບິ່ງວ່າຄວາມງາມ ແລະ ຄວາມມີສະເໜ່ເປັນຂໍ້ໄດ້ປຽບຮູບແບບໜຶ່ງ. ຈາກນັ້ນ ພວກເຂົາກໍໃຊ້ຂໍ້ໄດ້ປຽບນີ້ເພື່ອໃຫ້ໄດ້ຮັບຄວາມໂປດປານຈາກທຸກຄົນໃນທຸກກຸ່ມ ໂດຍນຳໃຊ້ເງື່ອນໄຂພື້ນຖານທີ່ຕິດໂຕມາແຕ່ເກີດນີ້ເພື່ອໃຫ້ໄດ້ຮັບສິ່ງທີ່ພວກເຂົາຕ້ອງການ. ບາງຄົນເຖິງກັບໃຊ້ເງື່ອນໄຂຕິດໂຕມາແຕ່ເກີດນີ້ເພື່ອເຮັດສິ່ງທີ່ເຮັດຜິດກົດໝາຍ, ລະເມີດຂອບເຂດທາງສິນທຳ ຫຼື ຂັດກັບຄວາມເປັນມະນຸດ. ເຫດຜົນທີ່ຄວາມເປັນມະນຸດຂອງຄົນໆໜຶ່ງມີບາງສິ່ງທີ່ຖືກບິດເບືອນ ແລະ ສຸດໂຕ່ງກໍຍ້ອນອິດທິພົນທີ່ເຮັດໃຫ້ຮ້າຍແຮງຂຶ້ນຂອງຄວາມເຊື່ອນອກຮີດ, ຄວາມຄາດເຄື່ອນ ແລະ ຫາງສຽງຂອງສັງຄົມທີ່ຜິດພາດບາງຢ່າງຈາກສັງຄົມ ແລະ ມະນຸດຊາດທີ່ຊົ່ວຮ້າຍ. ຍ້ອນຜູ້ຄົນຂາດຄວາມຈິງ ແລະ ຄວາມສາມາດໃນການແຍກແຍະແຕ່ກຳເນີດ, ໂດຍທຳມະຊາດແລ້ວ ພວກເຂົາຈຶ່ງຍອມຮັບຫາງສຽງຂອງສັງຄົມ, ຄຳເວົ້າ ແລະ ທິດສະດີເຫຼົ່ານີ້ທີ່ມາຈາກສັງຄົມ ແລະ ມະນຸດຊາດທີ່ຊົ່ວຮ້າຍ. ພວກເຂົາຖືເອົາສິ່ງທີ່ເປັນລົບເຫຼົ່ານີ້ຄືກັບວ່າພວກມັນຖືກຕ້ອງ ແລະ ພາຍໃຕ້ການຊີ້ນຳຂອງແນວຄິດ ແລະ ມຸມມອງທີ່ຄາດເຄື່ອນ ແລະ ຊົ່ວຮ້າຍເຫຼົ່ານີ້ ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງພວກເຂົາກໍບໍ່ໄດ້ຖືກຍົກລະດັບ ຫຼື ຖືກເຮັດໃຫ້ບໍລິສຸດ ແຕ່ພັດຖືກບິດເບືອນ ແລະ ໄດ້ຮັບຄວາມເສຍຫາຍແທນ. ຖ້າສັງຄົມນີ້ບໍ່ໄດ້ຍົກຍ້ອງ ຫຼື ຊົມເຊີຍຜູ້ຊາຍທີ່ຫຼໍ່ ແລະ ຜູ້ຍິງທີ່ສວຍງາມ ແລະ ຖ້າບໍ່ມີແນວຄິດພາຍນອກມາລໍ້ລວງ ຫຼື ປັ້ນແຕ່ງເຈົ້າ ນັ້ນກໍຄື ຖ້າບໍ່ວ່າເຈົ້າຈະໄປໃສກໍບໍ່ມີໃຜຊົມເຊີຍເຈົ້າຍ້ອນໜ້າຕາທີ່ດີຂອງເຈົ້າ, ບໍ່ມີໃຜປະຕິບັດຕໍ່ເຈົ້າແບບພິເສດ ຫຼື ລໍ້ລວງ ຫຼື ກົດດັນໃຫ້ເຈົ້າເຮັດສິ່ງຕ່າງໆ, ເຈົ້າກໍຈະເຫັນວ່າການມີໜ້າຕາດີໂດຍທຳມະຊາດນັ້ນເປັນເລື່ອງປົກກະຕິຢ່າງສິ້ນເຊີງ ແລະ ບໍ່ຄຸ້ມຄ່າທີ່ຈະໂອ້ອວດ. ສິ່ງນີ້ໝາຍຄວາມວ່າ ເຈົ້າຈະເຮັດໃນສິ່ງທີ່ເຈົ້າຄວນເຮັດໂດຍອີງໃສ່ເງື່ອນໄຂພື້ນຖານທີ່ຕິດໂຕມາຂອງເຈົ້າ ແລະ ຈະບໍ່ເຮັດໃນສິ່ງທີ່ເຈົ້າບໍ່ຄວນເຮັດພຽງເພາະເຈົ້າມີເງື່ອນໄຂຕິດໂຕມາແຕ່ເກີດທີ່ເໜືອກວ່າແບບນັ້ນ. ເຖິງຢ່າງໃດກໍຕາມ ຍ້ອນການລໍ້ລວງ ແລະ ຄວາມເສື່ອມຊາມຂອງສະພາບແວດລ້ອມພາຍນອກ ເຈົ້າຈຶ່ງເຊື່ອວ່າການມີໜ້າຕາດີໂດຍທຳມະຊາດນັ້ນເປັນສິ່ງທີ່ພິເສດ ແລະ ມັນເຮັດໃຫ້ເຈົ້າດີກວ່າຄົນອື່ນໆທັງໝົດ. ຍ້ອນຂາດການຢັບຢັ້ງຊັ່ງໃຈ ເຈົ້າຈຶ່ງໃຊ້ຮູບຮ່າງໜ້າຕາທີ່ດຶງດູດຂອງເຈົ້າເພື່ອເຍົ້າຍວນຄົນອື່ນ ເຊິ່ງເປັນການທຳລາຍການຢັບຢັ້ງຂອງສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ ພ້ອມທັງກ້າວຂ້າມຂອບເຂດຂອງການປະພຶດຕົນ. ໃນສະພາບແວດລ້ອມທີ່ແຕກຕ່າງກັນ ເຈົ້າສາມາດເປີດເຜີຍອຸປະນິໄສທີ່ເສື່ອມຊາມຕ່າງໆອອກມາ ໂດຍສວຍໃຊ້ເງື່ອນໄຂຕິດໂຕມາແຕ່ເກີດທີ່ເໜືອກວ່າຂອງເຈົ້າ ແລະ ໃຊ້ກົນລະຍຸດຕ່າງໆເພື່ອໃຫ້ໄດ້ຮັບຜົນປະໂຫຍດທີ່ເຈົ້າປາຖະໜາ. ນີ້ຄືຄວາມສຳພັນລະຫວ່າງເງື່ອນໄຂຕິດໂຕມາແຕ່ເກີດ, ຄວາມເປັນມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມ. ບາງຄັ້ງ ກໍມີຄວາມເຊື່ອມໂຍງບາງຢ່າງລະຫວ່າງສາມດ້ານນີ້ ແລະ ແນ່ນອນວ່າ ບາງຄັ້ງກໍມີຄວາມເຊື່ອມໂຍງທີ່ຈຳເປັນລະຫວ່າງສອງດ້ານທຳອິດ ຫຼື ສອງດ້ານສຸດທ້າຍ. ພວກເຈົ້າເຂົ້າໃຈບໍ? (ພວກຂ້ານ້ອຍເຂົ້າໃຈຫຼາຍຂຶ້ນເລັກໜ້ອຍແລ້ວ.) ຢ່າງໜ້ອຍທີ່ສຸດ ພວກເຈົ້າຄວນຮູ້ຫຍັງແດ່? ເງື່ອນໄຂຕິດໂຕມາແຕ່ເກີດໃດໆກໍຕາມ ໃນຕົວມັນເອງແລ້ວບໍ່ແມ່ນສິ່ງທີ່ຜິດ; ມັນເປັນພຽງເງື່ອນໄຂພື້ນຖານຂອງຄວາມເປັນມະນຸດຂອງຄົນໆໜຶ່ງ. ເມື່ອເວົ້າເຖິງຄວາມເປັນມະນຸດຂອງຜູ້ຄົນ ກໍມີທັງດີ ແລະ ບໍ່ດີ, ເປັນບວກ ແລະ ເປັນລົບ. ຖ້າເປັນແນວນັ້ນ ອຸປະນິໄສທີ່ເສື່ອມຊາມເກີດຂຶ້ນໄດ້ແນວໃດ? ມັນເກີດຂຶ້ນເມື່ອຄົນໆໜຶ່ງຖືກປູກຝັງດ້ວຍແນວຄິດ ແລະ ປັດຊະຍາຕ່າງໆຂອງຊາຕານ ໂດຍອີງໃສ່ເງື່ອນໄຂຕິດໂຕມາແຕ່ເກີດທີ່ເປັນພື້ນຖານຂອງພວກເຂົາ ແລະ ການປູກຝັງນີ້ກໍນຳໄປສູ່ການກໍ່ຕົວຂອງມຸມມອງທີ່ຜິດພາດຕ່າງໆ ເຊິ່ງຈາກນັ້ນກໍກາຍເປັນແກ່ນແທ້ຊີວິດປະເພດໜຶ່ງທີ່ຄົນໆນັ້ນເພິ່ງພາເພື່ອຄວາມຢູ່ລອດ. ນີ້ຄືສິ່ງທີ່ເອີ້ນວ່າອຸປະນິໄສທີ່ເສື່ອມຊາມ.

ມື້ກີ້ນີ້ ພວກເຮົາໄດ້ໂອ້ລົມກ່ຽວກັບການສະແດງອອກທີ່ແຕກຕ່າງກັນຂອງເງື່ອນໄຂຕິດໂຕມາແຕ່ເກີດ, ຄວາມເປັນມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມ. ພວກເຮົາໄດ້ຈັດລາຍການເງື່ອນໄຂຕິດໂຕມາແຕ່ເກີດສິບຢ່າງ ແລະ ພວກເຮົາຍັງຫາກໍໂອ້ລົມກ່ຽວກັບການສະແດງອອກຕ່າງໆທີ່ກ່ຽວຂ້ອງກັບຄວາມເປັນມະນຸດ. ຕອນນີ້ ພວກເຮົາມາສະຫຼຸບກັນເທາະ: ພວກເຮົາໄດ້ໂອ້ລົມກ່ຽວກັບການສະແດງອອກທີ່ແຕກຕ່າງກັນອັນໃດແດ່ຂອງຄວາມເປັນມະນຸດ? (ໃນແງ່ຂອງຄວາມເປັນມະນຸດ, ມີການສະແດງອອກຂອງຄວາມເປັນມະນຸດທີ່ດີ ແລະ ຂອງຄວາມເປັນມະນຸດທີ່ບໍ່ດີ. ພຣະເຈົ້າຫາກໍຍົກບາງຕົວຢ່າງ. ບາງຄົນມີຈຸດແຂງສະເພາະໃນບາງຂົງເຂດໂດຍທຳມະຊາດ ແລະ ມີທັກສະໃນວິຊາຊີບດ້ານເຕັກນິກບາງຢ່າງ ແລະ ພວກເຂົາສາມາດສອນຄົນອື່ນໄດ້ໂດຍບໍ່ປິດບັງຫຍັງເລີຍ. ຍັງມີບາງຄົນທີ່ບໍ່ເອົາປຽບຄົນອື່ນ. ສິ່ງເຫຼົ່ານີ້ແມ່ນການສະແດງອອກຂອງຄວາມເປັນມະນຸດທີ່ຂ້ອນຂ້າງດີ. ພຣະເຈົ້າຍັງໄດ້ຍົກຕົວຢ່າງການສະແດງອອກຂອງຄວາມເປັນມະນຸດທີ່ບໍ່ດີ. ຕົວຢ່າງ: ການມີຄວາມເປັນມະນຸດທີ່ຕໍ່າຊ້າ ແລະ ສົກກະປົກ ພ້ອມທັງມັກສອດຮູ້ສອດເຫັນເລື່ອງນິນທາລັບຫຼັງຄົນອື່ນຢູ່ສະເໝີ; ແລ້ວໃນແງ່ຂອງຄວາມປະພຶດລະຫວ່າງບຸກຄົນຂອງຄົນໆໜຶ່ງກັບເພດກົງກັນຂ້າມກໍຄືການມັກງ່າຍ ແລະ ຂາດກຽດສັກສີ ແລະ ຄວາມສຸດຈະລິດ; ພ້ອມທັງເຫັນແກ່ຕົວ, ຕໍ່າຊ້າ ແລະ ມັກເອົາປຽບຄົນອື່ນ ຕະຫຼອດຈົນການຄຳນຶງເຖິງຜົນປະໂຫຍດຫຼາຍເກີນໄປໃນການມີປະຕິສຳພັນກັບຄົນອື່ນ ໂດຍບໍ່ມີສະຕິຮູ້ສຶກຜິດຊອບ ຫຼື ເຫດຜົນແມ່ນແຕ່ໜ້ອຍດຽວ, ທັງໝົດນີ້ລ້ວນແຕ່ເປັນການສະແດງອອກເຖິງຄວາມເປັນມະນຸດທີ່ບໍ່ດີ). ໃນບັນດາການສະແດງອອກຂອງຄວາມເປັນມະນຸດທີ່ບໍ່ດີ, ອັນໃດຮ້າຍແຮງທີ່ສຸດ? ຄົນປະເພດໃດທີ່ພວກເຈົ້າບໍ່ມັກທີ່ສຸດ? (ຄົນທີ່ບໍ່ມີຄວາມຮູ້ສຶກລະອາຍໃຈ ແລະ ມັກງ່າຍເປັນພິເສດໃນການມີປະຕິສຳພັນກັບເພດກົງກັນຂ້າມ). ມັກງ່າຍ, ປ່ອຍຕົວ ແລະ ຂາດຄວາມຮູ້ສຶກລະອາຍໃຈ. ວິທີການເວົ້າທີ່ສຸພາບກວ່ານັ້ນກໍຄື ຄົນເຫຼົ່ານີ້ “ບໍ່ຮູ້ຈັກຄວາມລະອາຍ”. ເວົ້າງ່າຍໆກໍຄື ພວກເຂົາ “ໜ້າດ້ານ” ຫຼື ໃຫ້ຖືກຕ້ອງກວ່ານັ້ນກໍຄື “ໜ້າດ້ານຢ່າງເປີດເຜີຍ”. ບໍ່ມີໃຜມັກຄົນແບບນັ້ນ.

ຕົວຢ່າງທີ 7: ການມັກກິນອາຫານລົດເຜັດ

ບາງຄົນເກີດໃນສະຖານທີ່ທີ່ການກິນໝາກເຜັດເປັນເລື່ອງທຳມະດາ; ບາງທີອາດເປັນຍ້ອນສະພາບອາກາດ ຫຼື ຍ້ອນຄອບຄົວຂອງພວກເຂົາມີຄວາມຊິນເຄີຍ ແລະ ມັກກິນໝາກເຜັດ, ພວກເຂົາກິນພວກມັນທຸກມື້ ແລະ ອາຫານປະຈຳວັນຂອງພວກເຂົາມັກຈະມີລົດເຜັດເປັນຫຼັກ. ເຫັນໄດ້ຊັດເຈນວ່ານີ້ແມ່ນເງື່ອນໄຂຕິດໂຕມາແຕ່ເກີດ. ມັນແມ່ນເງື່ອນໄຂຕິດໂຕມາແຕ່ເກີດຂໍ້ໃດ? (ນິໄສໃນການໃຊ້ຊີວິດ). ນິໄສໃນການໃຊ້ຊີວິດຂອງພວກເຂົາກໍຄື ພວກເຂົາຂາດລົດເຜັດໃນອາຫານປະຈຳວັນຂອງພວກເຂົາບໍ່ໄດ້; ທຸກສິ່ງທີ່ພວກເຂົາກິນຕ້ອງມີລົດເຜັດ. ຄວາມມັກນີ້ໄປໄກສໍ່າໃດ? ພວກເຂົາເຖິງກັບໃສ່ຄວາມເຜັດລົງໃນອາຫານຫວານ, ກິນແຮມເບີເກີ ແລະ ພິດຊ່າທີ່ມີລົດເຜັດ ແລະ ເຖິງກັບໃສ່ໝາກເຜັດລົງໃນຊາ ແລະ ກາເຟ, ນີ້ຄືລະດັບການບໍລິໂພກອາຫານລົດເຜັດຂອງພວກເຂົາ. ນີ້ແມ່ນນິໄສໃນການໃຊ້ຊີວິດ. ມີສິ່ງທີ່ຖືກ ຫຼື ຜິດໃນເລື່ອງນີ້ບໍ? (ບໍ່.) ຄວາມມັກອາຫານລົດເຜັດແມ່ນເກີດຈາກສະພາບແວດລ້ອມການດຳລົງຊີວິດ ແລະ ນິໄສໃນການໃຊ້ຊີວິດຂອງຄົນໆໜຶ່ງ; ບໍ່ມີສິ່ງທີ່ຖືກ ຫຼື ຜິດໃນເລື່ອງນີ້. ບາງຄົນກິນອາຫານລົດເຜັດໃນລະດັບທີ່ຫຼາຍເກີນໄປ; ຖ້າບໍ່ມີອາຫານລົດເຜັດ, ພວກເຂົາກໍຈະບໍ່ກິນ. ບໍ່ວ່າເຈົ້າຈະສາມາດຍອມຮັບມັນໄດ້ ຫຼື ບໍ່ກໍຕາມ, ພວກເຂົາກໍຍັງດຶງດັນທີ່ຈະກິນອາຫານລົດເຜັດ ແລະ ບໍ່ມີໃຜສາມາດປ່ຽນແປງມັນໄດ້. ສະຫຼຸບແລ້ວ ການມັກກິນໝາກເຜັດແມ່ນນິໄສໃນການໃຊ້ດຳລົງຊີວິດ, ມັນບໍ່ມີບັນຫາຫຍັງ ແລະ ມັນບໍ່ກ່ຽວຂ້ອງກັບຄວາມຈິງ. ບາງຄົນເວົ້າວ່າ “ນິໄສໃນການໃຊ້ຊີວິດນີ້ສຸດໂຕ່ງຫຼາຍ; ມັນຄວນຖືກຖືວ່າເປັນສິ່ງທີ່ເປັນລົບບໍ? ມັນຄວນຖືກວິພາກວິຈານ ຫຼື ຄວບຄຸມບໍ? ພວກເຮົາຄວນສົ່ງເສີມຄວາມຮູ້ດ້ານສຸຂະພາບຈຳນວນໜຶ່ງ ແລະ ເຜີຍແຜ່ແນວຄິດທີ່ວ່າຫຼັກການຂອງການກິນ ແລະ ນິໄສໃນການໃຊ້ຊີວິດຄວນໃຫ້ຄວາມສຳຄັນກັບສຸຂະພາບເປັນອັນດັບທຳອິດບໍ?” ເຈົ້າໝັ້ນໃຈໄດ້ບໍວ່າການກິນໝາກເຜັດ ແລະ ອາຫານລົດເຜັດນັ້ນບໍ່ດີຕໍ່ສຸຂະພາບ? ພວກເຂົາກິນແບບນີ້ມາຫຼາຍປີແລ້ວ, ເປັນເວລາຫຼາຍຮຸ່ນຄົນ ແລະ ພວກເຂົາກໍຂ້ອນຂ້າງມີສຸຂະພາບແຂງແຮງດີ. ໂດຍສະເພາະແລ້ວ ຜູ້ຄົນໃນບາງສະຖານທີ່ກິນໝາກເຜັດໃນລະດັບທີ່ຄົນອື່ນຍອມຮັບໄດ້ຍາກ. ເມື່ອຜູ້ຄົນເຫັນວ່າອາຫານຂອງພວກເຂົາເຜັດສໍ່າໃດ, ພວກເຂົາກໍຮູ້ສຶກບໍ່ສະບາຍໃຈ ແຕ່ບຸກຄົນເຫຼົ່ານີ້ພັດແຂງແຮງ, ມີສຸຂະພາບດີ ແລະ ມີຮູບຮ່າງທີ່ຂ້ອນຂ້າງດີ ພ້ອມທັງມີຄວາມອົດທົນ ແລະ ຄວາມທົນທານໃນການເຮັດວຽກທີ່ໃຊ້ແຮງງານ. ສິ່ງນີ້ພິສູດໃຫ້ເຫັນວ່າການກິນໝາກເຜັດບໍ່ໄດ້ກໍ່ໃຫ້ເກີດອັນຕະລາຍ ແລະ ບໍ່ສົ່ງຜົນກະທົບຕໍ່ສຸຂະພາບ; ແລະ ມັນເບິ່ງຄືວ່າອາຫານລົດເຜັດຂອງພວກເຂົາກໍສອດຄ່ອງກັບຫຼັກການດ້ານສຸຂະພາບເຊັ່ນກັນ. ການມັກກິນໝາກເຜັດແມ່ນນິໄສໃນການໃຊ້ຊີວິດທີ່ຕິດໂຕມາແຕ່ເກີດ. ບໍ່ວ່າຄົນອື່ນຈະມັກ ຫຼື ສາມາດຍອມຮັບມັນໄດ້ ຫຼື ບໍ່ກໍຕາມ, ຕາບໃດທີ່ຄົນໆໜຶ່ງເພີດເພີນກັບມັນ ແລະ ມັນບໍ່ສົ່ງຜົນກະທົບຕໍ່ຊີວິດ ຫຼື ອາຫານການກິນຂອງຄົນອື່ນ, ມັນກໍສາມາດຮັກສາໄວ້ໄດ້. ບໍ່ມີສິ່ງທີ່ຖືກ ຫຼື ຜິດໃນເລື່ອງນີ້; ມັນບໍ່ແມ່ນບັນຫາໃຫຍ່ ແລະ ເຮືອນຂອງພຣະເຈົ້າກໍບໍ່ໄດ້ຕັດສິນໃດໆກ່ຽວກັບເລື່ອງນີ້. ບາງຄົນເວົ້າວ່າ “ການກິນໝາກເຜັດບໍ່ດີຕໍ່ກະເພາະອາຫານ”. ຖ້າເຈົ້າກັງວົນວ່າມັນບໍ່ດີຕໍ່ກະເພາະອາຫານຂອງເຈົ້າ, ເຈົ້າກໍພຽງແຕ່ເລືອກທີ່ຈະບໍ່ກິນມັນ. ຖ້າຄົນອື່ນກິນອາຫານລົດເຜັດມາເປັນເວລາດົນ ແລະ ກະເພາະອາຫານຂອງພວກເຂົາເລີ່ມບໍ່ສະບາຍ, ພວກເຂົາກໍຈະຮູ້ສຶກໄດ້ດ້ວຍຕົນເອງ ແລະ ຕັດສິນໃຈເລືອກເອງ. ສະນັ້ນ ທຸກຄົນລ້ວນແຕ່ມີລົດຊາດທີ່ຕົນເອງມັກ, ບໍ່ວ່າພວກເຂົາຈະມັກລົດຫວານ, ສົ້ມ, ຂົມ ຫຼື ເຜັດ, ມັນກໍເປັນເລື່ອງສ່ວນຕົວ. ບໍ່ວ່າເຈົ້າຈະກິນແນວໃດ ຫຼື ໃນລະດັບໃດ, ກໍບໍ່ຈຳເປັນຕ້ອງຮູ້ສຶກຜິດ. ຕາບໃດທີ່ເງື່ອນໄຂ ແລະ ສະພາບແວດລ້ອມເອື້ອອຳນວຍ, ເຈົ້າກໍສາມາດປະຖິ້ມຄວາມກັງວົນທັງໝົດ ແລະ ກິນໄດ້ໂດຍບໍ່ຕ້ອງລັງເລໃຈ. ສຳລັບເຮົາແລ້ວ ບໍ່ມີຂໍ້ກຳນົດໃດໆກ່ຽວກັບເລື່ອງນີ້. ຖ້າໃຜມີຫຍັງຈະເວົ້າກ່ຽວກັບເລື່ອງນີ້, ເຈົ້າກໍສາມາດຕອບກັບໄປວ່າ “ນີ້ແມ່ນເສລີພາບຂອງຂ້ອຍ, ມັນແມ່ນສິດຂອງຂ້ອຍ ແລະ ເຈົ້າບໍ່ຈຳເປັນຕ້ອງມາແຊກແຊງ. ເຖິງແມ່ນວ່າຂ້ອຍຈະກິນອາຫານທີ່ມີແຕ່ໝາກເຜັດລ້ວນໆ, ນັ້ນກໍບໍ່ແມ່ນທຸລະຂອງເຈົ້າ. ມັນຈະທຳລາຍກະເພາະອາຫານຂອງຂ້ອຍ ຫຼື ບໍ່ນັ້ນກໍເປັນຄວາມຮັບຜິດຊອບຂອງຂ້ອຍເອງ, ບໍ່ແມ່ນຂອງເຈົ້າ”. ໄດ້ບໍທີ່ຈະເວົ້າແບບນີ້? (ໄດ້). ນັ້ນແມ່ນທຸລະຂອງເຈົ້າເອງ; ມັນບໍ່ກ່ຽວຂ້ອງກັບຄົນອື່ນ ແລະ ມັນກໍບໍ່ກ່ຽວຂ້ອງກັບເຮົາເຊັ່ນກັນ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ເພາະວ່າເລື່ອງນີ້ບໍ່ກ່ຽວຂ້ອງກັບຄວາມຈິງ, ມັນບໍ່ກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມ ແລະ ມັນບໍ່ແມ່ນໜຶ່ງໃນບັນຫາທີ່ພຣະເຈົ້າມີຈຸດປະສົງຈະແກ້ໄຂໃນການຊ່ວຍຜູ້ຄົນໃຫ້ລອດພົ້ນ. ສະນັ້ນ ເມື່ອເວົ້າເຖິງບັນຫາເລື່ອງນິໄສໃນການໃຊ້ຊີວິດ, ພວກເຮົາສາມາດເບິ່ງຂ້າມມັນໄປໄດ້. ນີ້ບໍ່ແມ່ນສິ່ງທີ່ເປັນບວກ ແຕ່ມັນກໍບໍ່ແມ່ນສິ່ງທີ່ເປັນລົບເຊັ່ນກັນ, ມັນເປັນພຽງຄວາມມັກທີ່ບາງຄົນມີກໍເທົ່ານັ້ນ.

ບາງຄົນທີ່ເຮັດໜ້າທີ່ເຈົ້າພາບມັກກິນໝາກເຜັດ ແລະ ພວກເຂົາຕ້ອງການກິນອາຫານລົດເຜັດທັງສາມຄາບຕໍ່ມື້. ສະນັ້ນ ເມື່ອພວກເຂົາແຕ່ງກິນ ພວກເຂົາກໍເຮັດອາຫານລົດເຜັດທຸກຄາບ. ບາງຄົນທີ່ບໍ່ເຄີຍກິນໝາກເຜັດພົບວ່າມັນຍາກທີ່ຈະກິນ ແລະ ສະເໜີໃຫ້ເຮັດອາຫານທີ່ບໍ່ເຜັດແທນ. ເຖິງຢ່າງໃດກໍຕາມ ຄົນແຕ່ງກິນພັດບໍ່ເຕັມໃຈທີ່ຈະຍອມຮັບສິ່ງນີ້ ແລະ ເວົ້າວ່າ “ແບບນັ້ນບໍ່ໄດ້ດອກ. ຂ້ອຍຊິນເຄີຍກັບການກິນອາຫານລົດເຜັດແລ້ວ; ຖ້າຂ້ອຍບໍ່ເຮັດໃຫ້ມັນເຜັດ ລົດຊາດມັນກໍບໍ່ດີສຳລັບຂ້ອຍ. ເຈົ້າຄວນຝຶກກິນອາຫານລົດເຜັດ; ຫຼັງຈາກກິນໄປໄລຍະໜຶ່ງ ເຈົ້າກໍຈະຊິນເຄີຍກັບມັນ ແລະ ຈະບໍ່ຢ້ານຄວາມເຜັດອີກ”. ບັນຫາຢູ່ບ່ອນນີ້ຫຍັງ? (ມີບັນຫາກ່ຽວກັບຄວາມເປັນມະນຸດຂອງພວກເຂົາ). ຄວາມເປັນມະນຸດຂອງພວກເຂົາມີບັນຫາປະເພດໃດ? (ພວກເຂົາກຳລັງຍັດຢຽດສິ່ງຕ່າງໆໃຫ້ຄົນອື່ນ). ການຍັດຢຽດສິ່ງຕ່າງໆໃຫ້ຄົນອື່ນນັ້ນບໍ່ດີ. ນີ້ບໍ່ແມ່ນການບັງຄັບໃຫ້ຄົນອື່ນເຮັດໃນສິ່ງທີ່ພວກເຂົາບໍ່ຢາກເຮັດບໍ? ຄົນແບບນັ້ນພະຍາຍາມເອົາຕົນເອງເປັນຈຸດສູນກາງໃນທຸກສິ່ງທີ່ພວກເຂົາເຮັດ ໂດຍເຊື່ອວ່າສິ່ງທີ່ພວກເຂົາມັກນັ້ນດີທີ່ສຸດ ແລະ ຄົນອື່ນຕ້ອງຍອມຮັບມັນ. ຖ້າພວກເຂົາມັກບາງສິ່ງ ພວກເຂົາກໍພະຍາຍາມເຮັດໃຫ້ຄົນອື່ນມັກມັນເຊັ່ນກັນ; ທຸກຄົນຕ້ອງຕອບສະໜອງພວກເຂົາ. ນີ້ບໍ່ແມ່ນຄວາມເຫັນແກ່ຕົວ ແລະ ຕໍ່າຊ້າບໍ? ພວກເຂົາບໍ່ພຽງແຕ່ຍັດຢຽດສິ່ງຕ່າງໆໃຫ້ຄົນອື່ນເທົ່ານັ້ນ ແຕ່ຍັງມີຄວາມປະສົງຮ້າຍແຝງຢູ່ເລັກໜ້ອຍອີກດ້ວຍ. ຄວາມເປັນມະນຸດຂອງຄົນປະເພດນີ້ດີບໍ? (ບໍ່). ຄົນທີ່ມີຄວາມເປັນມະນຸດທີ່ບໍ່ດີບໍ່ສາມາດນຳຜົນປະໂຫຍດມາສູ່ຄົນອື່ນໄດ້; ພວກເຂົາພຽງແຕ່ສາມາດສ້າງຄວາມເຈັບປວດ ແລະ ໃນກໍລະນີທີ່ຮ້າຍແຮງ ພວກເຂົາເຖິງກັບສາມາດນຳເອົາອັນຕະລາຍມາໃຫ້ໄດ້. ຄົນແບບນັ້ນເຫັນແກ່ຕົວ ແລະ ຕໍ່າຊ້າເກີນໄປ ແລະ ພວກເຂົາຍັງຫຍາບຄາຍຢ່າງບໍ່ມີເຫດຜົນອີກດ້ວຍ. ຖ້າຄົນໃດໜຶ່ງມີເຫດຜົນ, ພວກເຂົາອາດຈະເວົ້າວ່າ “ຂ້ອຍມັກກິນອາຫານລົດເຜັດ ແຕ່ບາງຄົນບໍ່ມັກ. ສະນັ້ນ ເມື່ອຂ້ອຍແຕ່ງກິນ ຂ້ອຍຈະຄິດເຖິງແຕ່ຕົວເອງບໍ່ໄດ້. ຂ້ອຍຈຳເປັນຕ້ອງເຮັດທັງອາຫານທີ່ເຜັດ ແລະ ບໍ່ເຜັດ ເພື່ອໃຫ້ທັງຂ້ອຍ ແລະ ທຸກຄົນພໍໃຈ. ຫຼັກການທີ່ຂ້ອຍປະຕິບັດຕາມເມື່ອເຮັດໜ້າທີ່ຂອງຂ້ອຍກໍຄືການເຮັດໃຫ້ທຸກຄົນພໍໃຈ, ຮັບປະກັນວ່າທຸກຄົນໄດ້ກິນດີ ແລະ ບໍ່ຈົດຈໍ່ຢູ່ແຕ່ກັບຕົວຂ້ອຍເອງ. ຂ້ອຍຕ້ອງປະຕິບັດໜ້າທີ່ນີ້ໃຫ້ດີຕາມຫຼັກການ”. ພວກເຈົ້າຄິດແນວໃດກັບຄົນແບບນີ້? (ຄວາມເປັນມະນຸດຂອງພວກເຂົາຂ້ອນຂ້າງດີ). ມັນດີໃນດ້ານໃດແດ່? (ພວກເຂົາຮູ້ຈັກຫ່ວງໃຍຄົນອື່ນ ແລະ ເບິ່ງແຍງຄົນອື່ນ. ມັນບໍ່ແມ່ນວ່າພວກເຂົາພຽງແຕ່ຕອບສະໜອງຕົນເອງເທົ່ານັ້ນ). ພວກເຂົາຂ້ອນຂ້າງມີຄວາມເມດຕາ, ແມ່ນບໍ? ຄວາມເປັນມະນຸດທີ່ດີລວມເຖິງຄວາມເມດຕາ, ນັ້ນກໍຄື ການຄຳນຶງເຖິງຄົນອື່ນ ແລະ ເບິ່ງແຍງພວກເຂົາ. ສິ່ງນີ້ກ່ຽວຂ້ອງກັບຄວາມເປັນມະນຸດຂອງຄົນໆໜຶ່ງບໍ? (ແມ່ນແລ້ວ). ບໍ່ວ່າຄົນໆໜຶ່ງຈະມີອາຍຸ, ເພດ ຫຼື ອາລົມແບບໃດກໍຕາມ, ຖ້າພວກເຂົາມີຄວາມເປັນມະນຸດທີ່ດີ, ຜູ້ຄົນທີ່ຢູ່ອ້ອມຂ້າງພວກເຂົາ ແລະ ຜູ້ທີ່ພົວພັນກັບພວກເຂົາກໍຈະໄດ້ຮັບຜົນປະໂຫຍດ. ເວົ້າໃຫ້ເຈາະຈົງກວ່ານັ້ນກໍຄື ບາງຄົນຈະໄດ້ຮັບການສະໜັບສະໜູນ ແລະ ການຊ່ວຍເຫຼືອຈາກພວກເຂົາ ໃນຂະນະທີ່ຄົນອື່ນໆຈະໄດ້ຮັບການເບິ່ງແຍງຈາກພວກເຂົາໃນຊີວິດປະຈຳວັນ. ນີ້ຄືການສະແດງອອກຢ່າງໜຶ່ງຂອງຄວາມເປັນມະນຸດທີ່ດີ.

ຍັງມີບາງຄົນທີ່ມັກອາຫານລົດເຜັດຫຼາຍຈົນເຖິງຂັ້ນວ່າ ເມື່ອພວກເຂົາອອກໄປປະຕິບັດໜ້າທີ່ຂອງພວກເຂົາ ພວກເຂົາກໍຕັ້ງໃຈຊອກຫາສະຖານທີ່ທີ່ມີອາຫານລົດເຜັດເມື່ອຮອດເວລາກິນເຂົ້າ. ຖ້າພວກເຂົາກິນອາຫານທີ່ບໍ່ມີລົດເຜັດ ພວກເຂົາກໍຈະຮູ້ສຶກບໍ່ສະບາຍໃຈຢູ່ພາຍໃນວ່າ: “ຍ້ອນບໍ່ໄດ້ກິນອາຫານລົດເຜັດຢູ່ບ່ອນນີ້, ຈຶ່ງຮູ້ສຶກວ່າການປະຕິບັດໜ້າທີ່ຂອງຂ້ອຍບໍ່ເປັນຕາໜ້າສົນໃຈເລີຍ. ຂ້ອຍຢາກກັບບ້ານ ບ່ອນທີ່ຂ້ອຍສາມາດເພີດເພີນກັບອາຫານລົດເຜັດໄດ້ທຸກຄາບ, ນັ້ນຈຶ່ງຈະຖືກໃຈ! ຖ້າບໍ່ມີໝາກເຜັດ ບໍ່ມີຫຍັງທີ່ມີລົດຊາດເລີຍ; ແມ່ນແຕ່ຊີ້ນໝູຕົ້ມກໍຍັງໝົດລົດຊາດ. ຂ້ອຍຄວນເຮັດແນວໃດດີ?” ສະນັ້ນ ພວກເຂົາຈຶ່ງສືບຕໍ່ຊອກຫາສະຖານທີ່ທີ່ພວກເຂົາສາມາດກິນໝາກເຜັດໄດ້. ຕໍ່ມາ ພວກເຂົາກໍພົບຮ້ານອາຫານທີ່ຊ່ຽວຊານດ້ານອາຫານລົດເຜັດ ແຕ່ມັນຕ້ອງຂັບລົດໄປຫຼາຍກວ່າໜຶ່ງຊົ່ວໂມງ. ພວກເຂົາເວົ້າວ່າ “ບໍ່ວ່າມັນຈະໄກສໍ່າໃດ ຂ້ອຍກໍຕ້ອງໄປ! ຖ້າມື້ນີ້ຂ້ອຍບໍ່ໄດ້ກິນຂອງເຜັດໆ ຂ້ອຍກໍຈະບໍ່ປະຕິບັດໜ້າທີ່ຂອງຂ້ອຍ. ຖ້າຂ້ອຍບໍ່ໄດ້ກິນອາຫານລົດເຜັດຂອງຂ້ອຍ ຂ້ອຍກໍຈະຮູ້ສຶກບໍ່ສະບາຍໃຈ ແລະ ຂ້ອຍກໍຜ່ານມື້ນີ້ໄປບໍ່ໄດ້ແທ້ໆ!” ມີຄົນບອກພວກເຂົາວ່າ “ສະພາບແວດລ້ອມພາຍນອກຕອນນີ້ເປັນອັນຕະລາຍ ແລະ ພື້ນທີ່ນີ້ກໍຂ້ອນຂ້າງວຸ້ນວາຍ! ພວກເຮົາຢ່າໄປກິນເຂົ້າຢູ່ບ່ອນນັ້ນເລີຍ”. ແຕ່ພວກເຂົາບໍ່ຟັງ ແລະ ເວົ້າວ່າ “ມີຫຍັງໃຫ້ຕ້ອງຢ້ານ? ການກິນຄືສິ່ງສຳຄັນ! ປົກກະຕິແລ້ວເຈົ້າບໍ່ໄດ້ອອກໄປຂ້າງນອກຄືກັນບໍ? ຢ່າຢ້ານເລີຍ ຈະບໍ່ມີຫຍັງເກີດຂຶ້ນດອກ, ພຣະເຈົ້າຈະປົກປ້ອງພວກເຮົາ!” ຫຼັງຈາກກິນແລ້ວ ພວກເຂົາກໍພໍໃຈ. ຕາບໃດທີ່ພວກເຂົາໄດ້ກິນໝາກເຜັດ ແລະ ອາຫານແຊບໆທີ່ພວກເຂົາປາຖະໜາ ທຸກຢ່າງກໍຮູ້ສຶກວ່າຖືກຕ້ອງ ແລະ ພວກເຂົາກໍມີຄວາມສຸກຫຼາຍຈົນຍິ້ມບໍ່ເຊົາ ແມ່ນແຕ່ຕອນທີ່ພວກເຂົານອນຫຼັບ. ນີ້ແມ່ນຄວາມເປັນມະນຸດປະເພດໃດ? (ຄວາມເປັນມະນຸດທີ່ເຫັນແກ່ຕົວ ແລະ ຕໍ່າຊ້າ). ນອກເໜືອຈາກການເປັນຄົນເຫັນແກ່ຕົວ ແລະ ຕໍ່າຊ້າແລ້ວ ຍັງມີອີກລັກສະນະໜຶ່ງ: ພວກເຂົາບໍ່ຄຳນຶງເຖິງສະພາບແວດລ້ອມ ຫຼື ເງື່ອນໄຂພາຍນອກເມື່ອພວກເຂົາຕ້ອງການເຮັດບາງສິ່ງ. ຕາບໃດທີ່ພວກເຂົາສາມາດຕອບສະໜອງຄວາມປາຖະໜາ ແລະ ຄວາມມັກຂອງພວກເຂົາເອງໄດ້ ນັ້ນກໍຄືສິ່ງສຳຄັນທັງໝົດ. ພວກເຂົາເຕັມໃຈທີ່ຈະຈ່າຍໃນທຸກລາຄາພຽງເພື່ອໃຫ້ໄດ້ກິນສິ່ງທີ່ພວກເຂົາຕ້ອງການກິນພຽງຄຳດຽວ, ເຖິງແມ່ນວ່າມັນຈະໝາຍເຖິງການຕ້ອງພະຍາຍາມຢ່າງໜັກ ພວກເຂົາກໍຈະເຮັດທຸກວິທີທາງເພື່ອໃຫ້ບັນລຸເປົ້າໝາຍຂອງພວກເຂົາ. ນີ້ເປັນພຽງການເຫັນແກ່ຕົວ ແລະ ຕໍ່າຊ້າເທົ່ານັ້ນບໍ? ນີ້ບໍ່ແມ່ນການເອົາແຕ່ໃຈຄືກັນບໍ? (ແມ່ນແລ້ວ). ນີ້ຄືການເອົາແຕ່ໃຈຢ່າງສຸດຂີດ! ໃຜກໍຕາມທີ່ຢູ່ກັບພວກເຂົາຕ້ອງຈ່າຍລາຄາສຳລັບການເອົາແຕ່ໃຈຂອງພວກເຂົາ ແລະ ອົດທົນກັບຄວາມທຸກໃຈຍ້ອນສິ່ງນັ້ນ. ບໍ່ວ່າພວກເຂົາຈະເວົ້າຫຍັງກໍຕ້ອງເປັນໄປຕາມນັ້ນ ແລະ ບໍ່ວ່າພວກເຂົາຕ້ອງການເຮັດຫຍັງກໍຕ້ອງເກີດຂຶ້ນ. ມື້ນີ້ ພວກເຂົາອາລົມບໍ່ດີ, ສະນັ້ນ ພວກເຂົາຈຶ່ງບໍ່ຢາກກິນເຂົ້າ. ເມື່ອຖືກຖາມວ່າເປັນຫຍັງພວກເຂົາຈຶ່ງບໍ່ກິນເຂົ້າ ພວກເຂົາກໍເວົ້າວ່າ “ມື້ນີ້ຂ້ອຍໃຈຮ້າຍ ຂ້ອຍອາລົມບໍ່ດີ ສະນັ້ນຂ້ອຍຈຶ່ງຮູ້ສຶກບໍ່ຢາກກິນເຂົ້າ”. ຕໍ່ມາໃນຕອນແລງ ເມື່ອຮອດເວລາພັກຜ່ອນ ພວກເຂົາກໍບໍ່ໄປນອນເຊັ່ນກັນ ໂດຍເວົ້າວ່າພວກເຂົານອນບໍ່ຫຼັບ ແລະ ຢາກຮ້ອງເພງເພື່ອສະແດງອາລົມຂອງພວກເຂົາ. ມີຄົນພະຍາຍາມຊັກຊວນພວກເຂົາ ໂດຍເວົ້າວ່າ “ເຈົ້າຈະລົບກວນການນອນຂອງຄົນອື່ນຖ້າເຈົ້າຮ້ອງເພງ”. ພວກເຂົາຕອບວ່າ “ຕອນນີ້ຂ້ອຍອາລົມບໍ່ດີ. ຂ້ອຍຢາກຮ້ອງເພງ. ພວກເຈົ້າຈະນອນຫຼັບ ຫຼື ບໍ່ນັ້ນກໍບໍ່ແມ່ນເລື່ອງຂອງຂ້ອຍ. ຂ້ອຍອາລົມບໍ່ດີ ແຕ່ພັດບໍ່ມີໃຜມາປອບໃຈຂ້ອຍ ຫຼື ເບິ່ງແຍງຂ້ອຍເລີຍ, ພວກເຈົ້າທຸກຄົນເຫັນແກ່ຕົວຫຼາຍ!” ນີ້ບໍ່ແມ່ນການເອົາແຕ່ໃຈບໍ? ພວກເຂົາເອົາແຕ່ໃຈທີ່ສຸດ; ພວກເຂົາປະພຶດຕົວບໍ່ດີ ແລະ ເຮັດທຸກຢ່າງຕາມໃຈມັກ. ເມື່ອພວກເຂົາມີຄວາມສຸກ ບໍ່ມີສິ່ງໃດທີ່ຄົນອື່ນເວົ້າຈະລົບກວນພວກເຂົາໄດ້ ແລະ ພວກເຂົາເຖິງກັບເວົ້າວ່າ “ຂ້ອຍເປັນຄົນໃຈກວ້າງ. ຂ້ອຍບໍ່ມັກຈຸກຈິກກັບສິ່ງຕ່າງໆ”. ແຕ່ເມື່ອພວກເຂົາບໍ່ມີຄວາມສຸກ ທຸກຄົນຕ້ອງລະມັດລະວັງຄຳເວົ້າຂອງພວກເຂົາທີ່ສຸດ ໂດຍພະຍາຍາມບໍ່ເຮັດໃຫ້ພວກເຂົາອາລົມເສຍ ເພາະການເຮັດແບບນັ້ນສາມາດນຳໄປສູ່ບັນຫາໃຫຍ່ໄດ້. ພວກເຂົາອາດຈະອາລະວາດ, ທຸບຕີສິ່ງຂອງ ແລະ ເຖິງກັບປະຕິເສດທີ່ຈະກິນເຂົ້າ. ໃນກໍລະນີທີ່ຮ້າຍແຮງກວ່ານັ້ນ ພວກເຂົາອາດຈະຢາກຍົກເລີກໜ້າທີ່ຂອງພວກເຂົາ, ວາງມືຈາກວຽກ ແລະ ເມືອເຮືອນ, ໃນຂະນະດຽວກັນກໍເວົ້າວ່າ “ບໍ່ມີໃຜໃນພວກເຈົ້າປະຕິບັດຕໍ່ຂ້ອຍດີເລີຍ; ພວກເຈົ້າທຸກຄົນກຳລັງລັງແກຂ້ອຍ. ບໍ່ມີຄົນດີໃນໂລກນີ້ເລີຍ!” ນີ້ບໍ່ແມ່ນການເອົາແຕ່ໃຈບໍ? (ແມ່ນແລ້ວ). ການເອົາແຕ່ໃຈເປັນບັນຫາພາຍໃນຄວາມເປັນມະນຸດຂອງຄົນໆໜຶ່ງບໍ? (ແມ່ນແລ້ວ). ພວກເຂົາເອົາແຕ່ໃຈທີ່ສຸດ, ທຸກຄົນຕ້ອງເອົາໃຈພວກເຂົາ ແລະ ຖ້າສິ່ງຕ່າງໆບໍ່ເປັນໄປຕາມທີ່ພວກເຂົາຕ້ອງການ ພວກເຂົາກໍຈະປ່ຽນເປັນປໍລະປັກທັນທີ ແລະ ອາລົມທີ່ຮຸນແຮງຂອງພວກເຂົາກໍຈະລະເບີດຂຶ້ນ. ບໍ່ມີໃຜສາມາດຂັດໃຈພວກເຂົາໄດ້ ແລະ ທຸກຄົນຕ້ອງຄອຍເອົາໃຈພວກເຂົາ. ເຖິງແມ່ນວ່າພວກເຂົາຈະບໍ່ໜຸ່ມແລ້ວກໍຕາມ ຄວາມເປັນມະນຸດຂອງພວກເຂົາກໍຍັງຄົງບໍ່ເປັນຜູ້ໃຫຍ່ ຄືກັບເດັກນ້ອຍ. ບໍ່ວ່າພວກເຂົາຈະປະຕິບັດໜ້າທີ່ຂອງພວກເຂົາຢູ່ໃສ ພວກເຂົາກໍບໍ່ເຄີຍປະຕິບັດຕາມກົດລະບຽບສ່ວນລວມ. ເມື່ອພວກເຂົາມີຄວາມສຸກ ແລະ ຢາກເວົ້າ ທຸກຄົນກໍຕ້ອງຟັງ ແລະ ຖ້າໃຜບໍ່ຟັງ ພວກເຂົາກໍຈະຜູກໃຈເຈັບກັບຄົນນັ້ນ. ເມື່ອເຈົ້າເວົ້າກັບພວກເຂົາ ເຈົ້າຕ້ອງຍິ້ມ; ຖ້າເຈົ້າບໍ່ສະແດງສີໜ້າໃດໆ ແລະ ເບິ່ງຄືວ່າບໍ່ເຕັມໃຈທີ່ຈະຟັງປານໃດ ພວກເຂົາກໍຈະໃຈຮ້າຍ ແລະ ອາລົມເສຍ. ໃນຄຣິສຕະຈັກ ພວກເຂົາເຮັດທຸກຢ່າງທີ່ພວກເຂົາຕ້ອງການ, ເມື່ອໃດກໍຕາມທີ່ພວກເຂົາຕ້ອງການ, ໂດຍບໍ່ຄຳນຶງເຖິງວ່າມັນຈະສົ່ງຜົນກະທົບຕໍ່ກິດຈະວັດປະຈຳວັນທີ່ເປັນປົກກະຕິຂອງຄົນອື່ນແນວໃດ. ຕາບໃດທີ່ພວກເຂົາຮູ້ສຶກສະບາຍໃຈ ແລະ ອາລົມດີ ນັ້ນກໍຄືສິ່ງສຳຄັນທັງໝົດສຳລັບພວກເຂົາ ແລະ ຄົນອື່ນກໍບໍ່ໄດ້ຮັບອະນຸຍາດໃຫ້ສະແດງຄວາມຄັດຄ້ານໃດໆ. ຖ້າໃຜສະແດງຄວາມຄັດຄ້ານເພື່ອສະແດງຄວາມລັງກຽດ ຫຼື ຄວາມບໍ່ພໍໃຈ ມັນກໍຈະເປັນການຍົວະຍຸພວກເຂົາ ແລະ ພວກເຂົາກໍຈະບໍ່ຍອມປ່ອຍໄປ. ບາງຄົນທີ່ເປັນແບບນີ້ຍັງໜຸ່ມຢູ່ ໂດຍມີຄວາມເປັນມະນຸດທີ່ບໍ່ເປັນຜູ້ໃຫຍ່ ແຕ່ບາງຄົນກໍອາຍຸສີ່ສິບ, ຫ້າສິບ ຫຼື ແມ່ນແຕ່ເຈັດສິບ ຫຼື ແປດສິບປີແລ້ວ ແລະ ພວກເຂົາກໍຍັງມີຄວາມເປັນມະນຸດແບບນີ້ໃນໄວຊະລາ ໂດຍເປັນຄົນເອົາແຕ່ໃຈເປັນພິເສດ. ບໍ່ວ່າສະພາບແວດລ້ອມ ຫຼື ເງື່ອນໄຂຈະເອື້ອອຳນວຍ ຫຼື ບໍ່ກໍຕາມ ພວກເຂົາກໍເຮັດທຸກຢ່າງທີ່ພວກເຂົາຕ້ອງການ. ຕົວຢ່າງ: ພວກເຂົາມາຮອດສະຖານທີ່ທີ່ເງື່ອນໄຂບໍ່ເອື້ອອຳນວຍໃຫ້ອາບນໍ້າ ແຕ່ພວກເຂົາກໍດຶງດັນທີ່ຈະອາບນໍ້າ ໂດຍເວົ້າວ່າ “ຢູ່ເຮືອນ ຂ້ອຍອາບນໍ້າທຸກມື້; ຂ້ອຍຂາດການອາບນໍ້າບໍ່ໄດ້”. ເຖິງຢ່າງໃດກໍຕາມ ສະຖານທີ່ແຫ່ງນີ້ຂາດເງື່ອນໄຂທີ່ເໝາະສົມ; ແມ່ນແຕ່ການອາບນໍ້າອາທິດລະຄັ້ງກໍຍັງຍາກ. ຖ້າເປັນແນວນັ້ນ ເຈົ້າຈະເຮັດແນວໃດ? ຄົນທີ່ມີຄວາມເປັນມະນຸດປົກກະຕິຈະຮູ້ວິທີເຂົ້າຫາ ແລະ ຈັດການກັບສະຖານະການນີ້. ຖ້າອາກາດຊຸ່ມຊື່ນ ແລະ ອົບເອົ້າ ການເອົາຊາມໃສ່ນໍ້າແລ້ວພຽງແຕ່ເຊັດຕົວໃນຕອນກາງຄືນເພື່ອໃຫ້ພວກເຂົາສາມາດນອນຫຼັບໄດ້ກໍພຽງພໍແລ້ວ, ນີ້ຄືຄວາມຍາກລຳບາກທີ່ສາມາດອົດທົນໄດ້. ມັນບໍ່ແມ່ນວ່າຈະຜ່ານຜ່າໄປບໍ່ໄດ້. ເຖິງຢ່າງໃດກໍຕາມ ຄົນປະເພດນີ້ບໍ່ສາມາດຮັບມືກັບມັນໄດ້; ຖ້າພວກເຂົາບໍ່ໄດ້ອາບນໍ້າ ພວກເຂົາກໍບໍ່ສາມາດນອນຫຼັບໄດ້, ກິນບໍ່ໄດ້ ແລະ ເຖິງກັບຮູ້ສຶກວ່າພວກເຂົາບໍ່ສາມາດມີຊີວິດຢູ່ໄດ້ ຄືກັບວ່າພວກເຂົາກຳລັງອົດທົນກັບຄວາມອັບອາຍອັນໃຫຍ່ຫຼວງ. ພວກເຂົາເອົາແຕ່ໃຈສໍ່າໃດແທ້ໆ? ພວກເຂົາເອົາແຕ່ໃຈຫຼາຍຈົນບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ຕາມປົກກະຕິ, ບໍ່ສາມາດມີປະຕິສຳພັນ ຫຼື ເຂົ້າກັບຄົນອື່ນໄດ້ຕາມປົກກະຕິ ແລະ ເຖິງກັບບໍ່ສາມາດດຳລົງຊີວິດຄືກັບຄົນປົກກະຕິໄດ້. ສຳລັບຄົນອື່ນແລ້ວ ຄົນປະເພດນີ້ເບິ່ງຄືວ່າມີຄວາມຜິດປົກກະຕິທາງຈິດ. ຖ້າພວກເຂົາມີຄວາມສຳພັນທີ່ດີກັບໃຜບາງຄົນ ພວກເຂົາກໍຈະແຍກຈາກກັນບໍ່ໄດ້ ຄືກັບວ່າພວກເຂົາເປັນຄົນດຽວກັນ. ແຕ່ຖ້າພວກເຂົາມີຄວາມສຳພັນທີ່ບໍ່ດີກັບໃຜບາງຄົນ ຫຼື ຖ້າໃຜເຄີຍເຮັດໃຫ້ພວກເຂົາຂຸ່ນເຄືອງໃຈ ພວກເຂົາກໍສາມາດໃຊ້ເວລາທັງຊີວິດຂອງພວກເຂົາໂດຍບໍ່ເວົ້າກັບຄົນນັ້ນເລີຍ. ເມື່ອພວກເຂົາເຫັນຄົນນັ້ນ ພວກເຂົາກໍຈະເຫຼືອກຕາໃສ່ ແລະ ໃບໜ້າຂອງພວກເຂົາກໍຈະມືດມົວລົງທັນທີ ຄືກັບວ່າພວກເຂົາກຳລັງປະເຊີນໜ້າກັບສັດຕູ ເຊິ່ງສຸດໂຕ່ງເປັນພິເສດ. ຄວາມເປັນມະນຸດຂອງຄົນປະເພດນີ້ປົກກະຕິບໍ? (ບໍ່). ຄົນປະເພດນີ້ເອົາແຕ່ໃຈທີ່ສຸດ ແລະ ຄວາມເປັນມະນຸດຂອງພວກເຂົາກໍບໍ່ປົກກະຕິ. ຄຳວ່າ “ບໍ່ປົກກະຕິ” ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າພວກເຂົາຂາດຄວາມເປັນມະນຸດທີ່ປົກກະຕິ. ຄົນແບບນັ້ນສາມາດມີປະຕິສຳພັນ ແລະ ການຮ່ວມມືທີ່ປົກກະຕິກັບຄົນອື່ນໄດ້ບໍ? ພວກເຂົາສາມາດດຳລົງຊີວິດຢ່າງເປັນປົກກະຕິທ່າມກາງຜູ້ຄົນໄດ້ບໍ? ພວກເຂົາສາມາດປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີໄດ້ບໍ? (ບໍ່). ຕາບໃດທີ່ພວກເຂົາຕ້ອງການບັນລຸເປົ້າໝາຍຂອງພວກເຂົາ ນັ້ນກໍຄື ບໍ່ວ່າຈະເປັນການກິນເຂົ້າ, ການໄດ້ຮັບການປະຕິບັດທີ່ດີ ຫຼື ການເຮັດບາງສິ່ງທີ່ພວກເຂົາຕ້ອງການເຮັດ ມັນກໍຕ້ອງໄດ້ຮັບການຕອບສະໜອງ. ຖ້າບໍ່ດັ່ງນັ້ນ ມັນກໍຮູ້ສຶກຄືກັບວ່າທ້ອງຟ້າກຳລັງຈະຖະຫຼົ່ມລົງມາ ຄືກັບວ່າໂລກຂອງພວກເຂົາກຳລັງຈະເຖິງຈຸດຈົບ. ພວກເຂົາກາຍເປັນຄົນວຸ້ນວາຍໃຈ ແລະ ເລີ່ມຈົ່ມວ່າ, ຈົ່ມວ່າຄົນອື່ນ, ຈົ່ມວ່າສະພາບແວດລ້ອມ ແລະ ເຖິງກັບຈົ່ມວ່າພຣະເຈົ້າ ໂດຍເວົ້າວ່າ “ພຣະເຈົ້າໄດ້ຈັດສະພາບແວດລ້ອມແບບໃດໃຫ້ຂ້ອຍ ຈຶ່ງເຮັດໃຫ້ຂ້ອຍທົນທຸກຫຼາຍຂະໜາດນີ້? ເປັນຫຍັງຄົນອື່ນຈຶ່ງບໍ່ພົບກັບສະພາບແວດລ້ອມແບບນີ້ ແລະ ທົນທຸກແບບນີ້? ເປັນຫຍັງຂ້ອຍຈຶ່ງເປັນຄົນທີ່ຕ້ອງທົນທຸກ? ພຣະເຈົ້າລຳອຽງ!” ເຈົ້າເຫັນບໍ ທຳມະຊາດແບບມານຮ້າຍຂອງພວກເຂົາໄດ້ປາກົດອອກມາແລ້ວ, ແມ່ນບໍ? ຄວາມເປັນມະນຸດປະເພດນີ້ໄດ້ມາດຕະຖານບໍ? (ບໍ່). ຄົນແບບນັ້ນຈຳເປັນຕ້ອງຖືກຈັດການ. ຄວນຈັດການກັບຄົນປະເພດນີ້ແນວໃດ? (ສົ່ງພວກເຂົາອອກໄປຢູ່ຄຣິສຕະຈັກທຳມະດາ). ຖ້າພວກເຂົາມາຮອດຈຸດທີ່ພວກເຂົາບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ອີກຕໍ່ໄປ, ມີແຕ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນເມື່ອພວກເຂົາປະຕິບັດໜ້າທີ່ຂອງພວກເຂົາ, ເຮັດໃຫ້ທຸກຄົນທີ່ເຫັນພວກເຂົາຮູ້ສຶກລັງກຽດ ແລະ ລຳຄານ ແລະ ຄົນອື່ນກໍບໍ່ສາມາດເຂົ້າກັບພວກເຂົາໄດ້, ຖ້າເປັນແນວນັ້ນ ພວກເຂົາກໍຄວນຖືກສົ່ງອອກໄປທັນທີ, ຄົນປະເພດນີ້ປຽບເໝືອນຂີ້ໝາທີ່ເໝັນເໜົ່າ. ການເອົາແຕ່ໃຈລວມເຖິງການເປັນຄົນເຫັນແກ່ຕົວ, ຕໍ່າຊ້າ ແລະ ຫຍາບຄາຍຢ່າງບໍ່ມີເຫດຜົນອີກດ້ວຍ. ບາງຄັ້ງ ມັນຍັງລວມເຖິງການຄຳນຶງເຖິງຜົນປະໂຫຍດຫຼາຍເກີນໄປ, ເຂັ້ມງວດ ແລະ ເຖິງກັບໂຫດຮ້າຍ ແລະ ປະສົງຮ້າຍ. ເມື່ອຄົນປະເພດນີ້ປະຕິບັດໜ້າທີ່ຂອງພວກເຂົາໄປໄລຍະໜຶ່ງ ທຸກຄົນກໍຈະໄດ້ຮັບຄວາມເສຍຫາຍຢ່າງໜັກ ແລະ ໃຜກໍຕາມທີ່ເຫັນພວກເຂົາກໍຈະຮູ້ສຶກຢ້ານກົວ. ຖ້າເຈົ້າພະຍາຍາມຫຼີກລ່ຽງພວກເຂົາ ແລະ ບໍ່ຍົວະຍຸພວກເຂົາ ພວກເຂົາກໍຍັງຈະມີບາງສິ່ງທີ່ຕ້ອງເວົ້າ: “ເຈົ້າກຳລັງລີ້ໃຜຢູ່, ລີ້ໂຈນບໍ? ຂ້ອຍໄປລ່ວງເກີນເຈົ້າຕອນໃດ ຈຶ່ງເຮັດໃຫ້ເຈົ້າຫຼີກລ່ຽງຂ້ອຍ?” ແຕ່ຖ້າເຈົ້າເຂົ້າໄປຫາພວກເຂົາ ແລະ ພະຍາຍາມເວົ້າບາງສິ່ງ ພວກເຂົາກໍຍັງຈະບໍ່ມີການສົນທະນາທີ່ປົກກະຕິກັບເຈົ້າ. ພວກເຂົາຂາດຄວາມເປັນມະນຸດທີ່ປົກກະຕິ ແລະ ຜູ້ທີ່ພົວພັນກັບພວກເຂົາບໍ່ພຽງແຕ່ທົນທຸກຈາກການທຳຮ້າຍທາງຄຳເວົ້າເທົ່ານັ້ນ ແຕ່ຍັງໄດ້ຮັບຄວາມເສຍຫາຍຕໍ່ຄວາມສຸດຈະລິດຂອງພວກເຂົາ, ຄວາມເສຍຫາຍທາງອາລົມ ແລະ ແມ່ນແຕ່ຄວາມເສຍຫາຍທາງຮ່າງກາຍບາງຢ່າງອີກດ້ວຍ. ຄົນແບບນັ້ນໜ້າລັງກຽດແທ້ໆ! ມັນເໝາະສົມບໍທີ່ຈະຈັດປະເພດພວກເຂົາວ່າມີຄວາມເປັນມະນຸດທີ່ບໍ່ດີ? (ແມ່ນແລ້ວ). ຄົນປະເພດນີ້ມີຄວາມເປັນມະນຸດທີ່ບໍ່ດີ ແລະ ເອົາແຕ່ໃຈ. ຄົນທີ່ເອົາແຕ່ໃຈບໍ່ພຽງແຕ່ລົ້ມເຫຼວທີ່ຈະເສີມສ້າງຄົນອື່ນເທົ່ານັ້ນ ແຕ່ຍັງເຮັດໃຫ້ພວກເຂົາຮູ້ສຶກລຳຄານ ແລະ ລັງກຽດ ແລະ ພວກເຂົາກໍບໍ່ສາມາດເຂົ້າກັບໃຜໄດ້ເລີຍ. ບອກເຮົາມາເບິ່ງ ຄົນທີ່ເອົາແຕ່ໃຈສາມາດຍອມຮັບຄວາມຈິງໄດ້ບໍ? (ບໍ່). ຖ້າເປັນແນວນັ້ນ ພວກເຂົາມີອຸປະນິໄສປະເພດໃດຢູ່ພາຍໃນ? (ຄວາມຫົວແຂງ). ຄວາມຫົວແຂງຂອງພວກເຂົາແມ່ນເຫັນໄດ້ຊັດເຈນ ແຕ່ກໍຍັງມີບາງສິ່ງບາງຢ່າງອີກດ້ວຍ, ມັນແມ່ນຫຍັງ? (ການເບື່ອໜ່າຍຕໍ່ຄວາມຈິງ). ຖືກຕ້ອງແລ້ວ. ການມີອຸປະນິໄສທີ່ເສື່ອມຊາມຂອງການເປັນຄົນຫົວແຂງ ແລະ ເບື່ອໜ່າຍຕໍ່ຄວາມຈິງ, ສິ່ງເຫຼົ່ານີ້ແມ່ນສອງລັກສະນະຂອງຄົນທີ່ເອົາແຕ່ໃຈ. ຄົນປະເພດນີ້ບໍ່ພຽງແຕ່ເອົາແຕ່ໃຈເທົ່ານັ້ນ ແຕ່ຍັງເຫັນແກ່ຕົວ ແລະ ຫຍາບຄາຍຢ່າງບໍ່ມີເຫດຜົນອີກດ້ວຍ. ຄວາມຫຍາບຄາຍຢ່າງບໍ່ມີເຫດຜົນຂອງພວກເຂົາລວມເຖິງອົງປະກອບຂອງການລົບກວນຄົນອື່ນຢ່າງບໍ່ມີເຫດຜົນ ແລະ ຕາມໃຈມັກ. ເມື່ອເຈົ້າພົວພັນກັບພວກເຂົາ ການເວົ້າດີໆກໍບໍ່ໄດ້ຜົນ, ພວກເຂົາຄິດວ່າເຈົ້າມີແຮງຈູງໃຈແອບແຝງ. ຖ້າເຈົ້າເວົ້າຢ່າງເຂັ້ມງວດ ພວກເຂົາກໍຄິດວ່າເຈົ້າກຳລັງລັງແກພວກເຂົາ ແຕ່ຫຼັງຈາກທີ່ຄວາມເອົາແຕ່ໃຈຂອງພວກເຂົາໄດ້ສ້າງຄວາມເສຍຫາຍໃຫ້ກັບຄົນອື່ນແລ້ວ ພວກເຂົາກໍຍັງຈະເວົ້າວ່າ “ຂ້ອຍບໍ່ໄດ້ຕັ້ງໃຈຈະທຳຮ້າຍເຈົ້າ. ຖ້າເຈົ້າຮູ້ສຶກເຈັບປວດ ຂ້ອຍກໍຂໍໂທດ”. ເຖິງແມ່ນວ່າຄຳເວົ້າເຫຼົ່ານີ້ຈະຟັງເບິ່ງຄືດີ ແຕ່ເມື່ອຄົນທີ່ຖືກທຳຮ້າຍບໍ່ໃຫ້ອະໄພພວກເຂົາ ແລະ ເຖິງກັບວິພາກວິຈານພວກເຂົາ ຄົນທີ່ເອົາແຕ່ໃຈກໍຈະໃຈຮ້າຍ ແລະ ເວົ້າວ່າ “ເຈົ້າພຽງແຕ່ບໍ່ຍອມປ່ອຍໄປ, ເຈົ້າກຳລັງເອົາປຽບຄຳຂໍໂທດຂອງຂ້ອຍຢູ່ແມ່ນບໍ? ເຈົ້າຄິດວ່າຂ້ອຍເປັນຄົນທີ່ຖືກລັງແກໄດ້ງ່າຍໆ ຍ້ອນຂ້ອຍຂໍໂທດບໍ? ແລ້ວຕອນນີ້ເຈົ້າກຳລັງຊີ້ໃຫ້ເຫັນຂໍ້ບົກຜ່ອງຂອງຂ້ອຍ! ຂ້ອຍມີຂໍ້ບົກຜ່ອງບໍ? ເຈົ້າມີຄຸນສົມບັດທີ່ຈະຊີ້ໃຫ້ເຫັນພວກມັນບໍ?” ນີ້ບໍ່ແມ່ນກໍລະນີຂອງການບໍ່ຍອມຮັບຄວາມຈິງບໍ? (ແມ່ນແລ້ວ). ສິ່ງນີ້ກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ລັກສະນະເຫຼົ່ານີ້ໃນຄວາມເປັນມະນຸດຂອງພວກເຂົາກໍສະແດງອອກມາຢ່າງເປັນທຳມະຊາດໃນລັກສະນະບາງຢ່າງຂອງອຸປະນິໄສທີ່ເສື່ອມຊາມເຊັ່ນກັນ, ພວກມັນເຊື່ອມໂຍງກັນ. ລັກສະນະຂອງອຸປະນິໄສທີ່ເສື່ອມຊາມໃນຄົນປະເພດນີ້ລວມເຖິງຄວາມຫົວແຂງ, ການເບື່ອໜ່າຍຕໍ່ຄວາມຈິງ ແລະ ຄວາມໂຫດຮ້າຍເລັກໜ້ອຍ. ດ້ານເຫຼົ່ານີ້ແມ່ນລັກສະນະຂອງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ.1m30.8s

ຕົວຢ່າງທີ 8: ສັນຊາດຕະຍານຂອງມະນຸດ

ເງື່ອນໄຂຕິດໂຕມາແຕ່ເກີດລວມເຖິງອີກດ້ານໜຶ່ງ ນັ້ນກໍຄືສັນຊາດຕະຍານຂອງມະນຸດ. ຕົວຢ່າງ: ຫຼັງຈາກທີ່ບາງຄົນເຊື່ອໃນພຣະເຈົ້າ ພວກເຂົາເຫັນການກົດຂີ່ຂົ່ມເຫັງຢ່າງບ້າປ່ວງ, ການຈັບກຸມ ແລະ ການປະຕິບັດຢ່າງໂຫດຮ້າຍຂອງລັດຖະບານພັກກອມມູນິດຈີນຕໍ່ປະຊາກອນທີ່ພຣະເຈົ້າເລືອກ ແລະ ພວກເຂົາກໍເກີດຄວາມຢ້ານກົວ, ວຸ້ນວາຍໃຈ, ຂີ້ຢ້ານ ແລະ ຫວາດກົວ. ບາງຄັ້ງ ຂາຂອງພວກເຂົາເຖິງກັບອ່ອນແຮງ ແລະ ພວກເຂົາກໍຢາກເຂົ້າຫ້ອງນໍ້າຢູ່ຕະຫຼອດເວລາ. ນີ້ແມ່ນການສະແດງອອກເຖິງຫຍັງ? (ສັນຊາດຕະຍານ). ນີ້ແມ່ນປະຕິກິລິຍາຕາມສັນຊາດຕະຍານ. ພາຍໃນຄວາມເປັນມະນຸດທີ່ປົກກະຕິ ເມື່ອເວົ້າເຖິງເຫດການທີ່ໜ້າຢ້ານກົວບາງຢ່າງ, ສະຖານະການທີ່ກ່ຽວຂ້ອງກັບຊີວິດຂອງຜູ້ຄົນເອງ ຫຼື ເລື່ອງທີ່ອາດຈະນຳເອົາອັນຕະລາຍມາສູ່ຕົວພວກເຂົາເອງ ບໍ່ວ່າຈະເປັນຕອນທີ່ໄດ້ຍິນຂໍ້ມູນ ຫຼື ເມື່ອປະເຊີນໜ້າກັບຄວາມເປັນຈິງ ພວກເຂົາກໍຈະມີປະຕິກິລິຍາຕາມສັນຊາດຕະຍານບາງຢ່າງ ເຊິ່ງຮູ້ສຶກຂີ້ຢ້ານ ແລະ ຫວາດກົວ. ໃນເວລາດຽວກັນ ຮ່າງກາຍຂອງພວກເຂົາກໍຈະສະແດງປະຕິກິລິຍາປົກກະຕິບາງຢ່າງອອກມາຢ່າງເປັນທຳມະຊາດ ເຊັ່ນ: ປັ່ນປ່ວນ, ກ້າມຊີ້ນກະຕຸກ, ຫູໜວກ ຫຼື ຕາບອດຊົ່ວຄາວ ພ້ອມທັງປາກແຫ້ງ, ຂາອ່ອນແຮງ, ເຫື່ອອອກຫຼາຍ, ຄວບຄຸມພົກຍ່ຽວ ຫຼື ລຳໄສ້ບໍ່ໄດ້. ປະຕິກິລິຍາເຫຼົ່ານີ້ມີແນວໂນ້ມທີ່ຈະເກີດຂຶ້ນບໍ? (ແມ່ນແລ້ວ). ບໍ່ວ່າຈະຖືກຄວບຄຸມໂດຍລະບົບປະສາດ ຫຼື ເກີດຈາກເຫດຜົນອື່ນໃດກໍຕາມ ບໍ່ວ່າໃນກໍລະນີໃດ ປະຕິກິລິຍາເຫຼົ່ານີ້ລ້ວນແຕ່ເປັນການຕອບສະໜອງທີ່ເກີດຂຶ້ນໃນເນື້ອໜັງໂດຍປັດໄຈພາຍນອກ ແລະ ປະຕິກິລິຍາເຫຼົ່ານີ້ຖືກເອີ້ນລວມກັນວ່າສັນຊາດຕະຍານ. ຄວາມສາມາດໃນການອົດທົນຂອງຮ່າງກາຍມີຂີດຈຳກັດຂອງມັນ; ຫຼັງຈາກທີ່ມັນເກີນຂີດຈຳກັດຄວາມກ້າຫານຂອງຄົນໆໜຶ່ງ ຮ່າງກາຍກໍຈະສະແດງປະຕິກິລິຍາຕາມສັນຊາດຕະຍານບາງຢ່າງອອກມາ. ປະຕິກິລິຍາເຫຼົ່ານີ້ອາດຈະຖືກຄົນອື່ນມອງວ່າເປັນຄວາມອ່ອນແອ ຫຼື ພວກມັນອາດຈະເບິ່ງຄືວ່າເປັນຕາຫົວ, ເປັນຕາໜ້າສົງສານ ຫຼື ສົມຄວນໄດ້ຮັບຄວາມເຫັນໃຈ ແຕ່ສິ່ງເຫຼົ່ານີ້ກໍເປັນການສະແດງອອກເຖິງສັນຊາດຕະຍານທີ່ຕິດໂຕມາແຕ່ເກີດຂອງຄົນໆໜຶ່ງຢ່າງປະຕິເສດບໍ່ໄດ້. ຍັງມີບາງຄົນທີ່ເມື່ອປະເຊີນກັບອັນຕະລາຍ ພວກເຂົາກໍຈະກຸມຫົວ ແລະ ຮ້ອງໄຫ້, ນໍ້າຕາໄຫຼ ຫຼື ເຖິງກັບຮ້ອງສຽງດັງ; ຄົນອື່ນອາດຈະຂົດຕົວຢູ່ໃນມຸມມືດເພື່ອລີ້ຊ່ອນ, ການຕອບສະໜອງທັງໝົດດັ່ງກ່າວລ້ວນແຕ່ເປັນປະຕິກິລິຍາຕາມສັນຊາດຕະຍານ. ບໍ່ວ່າຈະເປັນການຮ້ອງໄຫ້, ການຫົວ ຫຼື ການຢ້ານຫຼາຍເກີນໄປຈົນເຮັດບາງສິ່ງທີ່ໜ້າອັບອາຍ, ປະຕິກິລິຍາຕາມສັນຊາດຕະຍານເຫຼົ່ານີ້ມີສິ່ງທີ່ຖືກ ຫຼື ຜິດໃນສິ່ງເຫຼົ່ານີ້ບໍ? (ບໍ່). ຖ້າເປັນແນວນັ້ນ ສຳລັບຜູ້ທີ່ເກີດຄວາມຢ້ານກົວເມື່ອພວກເຂົາໄດ້ຍິນກ່ຽວກັບລັດຖະບານຈັບກຸມຜູ້ເຊື່ອ ພວກເຮົາສາມາດເວົ້າໄດ້ບໍວ່າຄົນເຫຼົ່ານີ້ຂີ້ຂາດ ແລະ ຂາດຄວາມເປັນມະນຸດ? (ບໍ່). ຄຳເວົ້າທີ່ວ່າ “ການເຊື່ອໃນພຣະເຈົ້າຄວນມາພ້ອມກັບຄວາມເຊື່ອ; ຄົນເຮົາບໍ່ຄວນຢ້ານກົວ!” ຖືກຕ້ອງບໍ? (ບໍ່). “ນີ້ຄືຄວາມອ່ອນແອ ເຊິ່ງເປັນການສະແດງອອກເຖິງຄວາມຂີ້ຂາດ ແລະ ຄວາມໄຮ້ຄວາມສາມາດ. ມັນສະແດງໃຫ້ເຫັນເຖິງການຂາດຄວາມເຊື່ອໃນພຣະເຈົ້າ ແລະ ມັນສະແດງໃຫ້ເຫັນວ່າພວກເຂົາບໍ່ຮູ້ຈັກເພິ່ງພາພຣະເຈົ້າ. ຄົນແບບນັ້ນບໍ່ແມ່ນຜູ້ມີໄຊຊະນະ!” ພວກເຮົາສາມາດເວົ້າແບບນີ້ໄດ້ບໍ? (ບໍ່). ເປັນຫຍັງຈຶ່ງບໍ່ໄດ້? (ມັນເປັນພຽງປະຕິກິລິຍາທາງສະລີລະວິທະຍາທີ່ເກີດຂຶ້ນເມື່ອຄົນໃດໜຶ່ງປະເຊີນກັບສະຖານະການພາຍນອກ). ນີ້ແມ່ນປະຕິກິລິຍາທາງສະລີລະວິທະຍາທີ່ປົກກະຕິ, ບໍ່ແມ່ນການສະແດງອອກທີ່ຖືກຂັບເຄື່ອນໂດຍອຸປະນິໄສທີ່ເສື່ອມຊາມ. ສິ່ງນີ້ໝາຍຄວາມວ່າ ເມື່ອຜູ້ຄົນມີການສະແດງອອກ ແລະ ການເປີດເຜີຍເຫຼົ່ານີ້ໃນສະຖານະການດັ່ງກ່າວ ມັນບໍ່ແມ່ນຍ້ອນອິດທິພົນຂອງອຸປະນິໄສທີ່ເສື່ອມຊາມ ທັງບໍ່ແມ່ນຍ້ອນພວກເຂົາຖືກຄອບງຳໂດຍແນວຄິດ ຫຼື ມຸມມອງບາງຢ່າງພາຍໃນຄວາມເປັນມະນຸດຂອງພວກເຂົາ. ປະຕິກິລິຍາເຫຼົ່ານີ້ບໍ່ແມ່ນສິ່ງທີ່ເຈົ້າຄິດໄວ້ລ່ວງໜ້າ; ມັນບໍ່ແມ່ນວ່າເມື່ອປະເຊີນກັບສະຖານະການດັ່ງກ່າວ ເຈົ້າກໍເກີດມີຄວາມຄິດທີ່ວຸ້ນວາຍຂຶ້ນມາທັນທີ ແລະ ຈາກນັ້ນ ເມື່ອເຈົ້າຄິດກ່ຽວກັບມັນຫຼາຍຂຶ້ນ ເຈົ້າກໍຕື່ນຕົກໃຈ, ຮ່າງກາຍຂອງເຈົ້າຊັກກະຕຸກ ຫຼື ເຈົ້າເຖິງກັບຄວບຄຸມພົກຍ່ຽວ ຫຼື ລຳໄສ້ຂອງເຈົ້າບໍ່ໄດ້. ນັ້ນບໍ່ແມ່ນເຫດຜົນທີ່ຢູ່ເບື້ອງຫຼັງປະຕິກິລິຍາເຫຼົ່ານີ້. ໃນທາງກົງກັນຂ້າມ ມັນເປັນຍ້ອນວ່າ ຫຼັງຈາກທີ່ໄດ້ຍິນກ່ຽວກັບເຫດການເຫຼົ່ານີ້ ຫຼື ຂ່າວເຫຼົ່ານີ້ ໂດຍປາສະຈາກຄວາມຄິດທີ່ຕັ້ງໃຈໃດໆ, ໂດຍປາສະຈາກການກັ່ນຕອງ ຫຼື ການປະມວນຜົນທາງຈິດໃຈໃດໆ ຮ່າງກາຍຂອງເຈົ້າກໍສ້າງປະຕິກິລິຍາທາງສະລີລະວິທະຍາຕາມສັນຊາດຕະຍານບາງຢ່າງອອກມາຢ່າງເປັນທຳມະຊາດ. ສະນັ້ນ ປະຕິກິລິຍາທາງທຳມະຊາດປະເພດນີ້ຈຶ່ງເກີດຈາກສັນຊາດຕະຍານທີ່ຕິດໂຕມາແຕ່ເກີດຂອງເນື້ອໜັງ. ມັນບໍ່ມີສິ່ງທີ່ຖືກ ຫຼື ຜິດ, ບໍ່ມີການແບ່ງແຍກລະຫວ່າງຄວາມເຂັ້ມແຂງ ແລະ ຄວາມອ່ອນແອ ແລະ ແນ່ນອນວ່າບໍ່ມີການແບ່ງແຍກລະຫວ່າງສິ່ງທີ່ເປັນບວກ ແລະ ເປັນລົບ. ບາງຄົນເວົ້າວ່າ “ບໍ່ວ່າລັດຖະບານຈະດຳເນີນການຈັບກຸມແນວໃດກໍຕາມ ຂ້ອຍກໍບໍ່ຢ້ານ!” ເຮົາຈະເວົ້າວ່າ ນັ້ນເຮັດໃຫ້ເຈົ້າກາຍເປັນຄົນຫົວທຶບແລ້ວ. ເມື່ອພະຍານາກໃຫຍ່ສີແດງທໍລະມານເຈົ້າ ມາເບິ່ງກັນວ່າເຈົ້າຈະຢ້ານ ຫຼື ບໍ່, ໃນເວລານັ້ນ ມັນຈະເປັນໄປບໍ່ໄດ້ເລີຍທີ່ເຈົ້າຈະບໍ່ຮ້ອງອອກມາ. ເຈົ້າຈະຄິດແນວໃດເມື່ອຄວາມເຈັບປວດມາເຖິງຈຸດສູງສຸດ? “ຂ້ອຍຍອມຕາຍດີກວ່າ. ຖ້າຂ້ອຍຕາຍ ຂ້ອຍກໍຈະເປັນອິດສະຫຼະ, ຂ້ອຍຈະບໍ່ເຈັບປວດອີກຕໍ່ໄປ”. ສິ່ງເຫຼົ່ານີ້ລ້ວນແຕ່ເປັນປະຕິກິລິຍາຕາມສັນຊາດຕະຍານຂອງເນື້ອໜັງ ແລະ ບໍ່ມີສິ່ງໃດໃນນີ້ທີ່ເປັນບັນຫາ. ບາງຄົນອາດຈະເວົ້າວ່າ “ຂ້ອຍບໍ່ຢ້ານ; ຖ້າມີຄົນຕີຂ້ອຍ ຂ້ອຍກໍຈະຕີກັບ ແລະ ຖ້າຂ້ອຍຊະນະບໍ່ໄດ້ ຂ້ອຍກໍພຽງແຕ່ຈະແລ່ນໜີ”. ແຕ່ເມື່ອເຈົ້າແລ່ນ ແລະ ມີຄົນເອົາປືນມາຈີ້ເຈົ້າ ຂາຂອງເຈົ້າກໍຈະເລີ່ມອ່ອນແຮງ, ຫົວໃຈຂອງເຈົ້າກໍຈະຂີ້ຢ້ານ ແລະ ເຈົ້າກໍຈະບໍ່ຮ້ອງວ່າ “ຂ້ອຍບໍ່ຢ້ານ” ອີກຕໍ່ໄປ. ເມື່ອຊີວິດຂອງເຈົ້າຕົກຢູ່ໃນອັນຕະລາຍ ເຈົ້າກໍຈະຢ້ານຕາຍເຊັ່ນກັນ, ນີ້ຄືປະຕິກິລິຍາຕາມສັນຊາດຕະຍານຂອງເຈົ້າ. ເນື່ອງຈາກສິ່ງເຫຼົ່ານີ້ເປັນປະຕິກິລິຍາຕາມສັນຊາດຕະຍານ ບໍ່ວ່າຄົນໆໜຶ່ງຈະມີການສະແດງອອກແນວໃດ ຫຼື ມີການເປີດເຜີຍເຖິງຄວາມອ່ອນແອຂອງມະນຸດແນວໃດກໍຕາມ ມັນກໍບໍ່ຖືວ່າຜິດ ແລະ ມັນບໍ່ແມ່ນສິ່ງທີ່ໜ້າອັບອາຍ ແລະ ພຣະເຈົ້າກໍບໍ່ໄດ້ກ່າວໂທດມັນ. ໂດຍທຳມະຊາດແລ້ວ ເຈົ້າບໍ່ຄວນພະຍາຍາມຢັບຢັ້ງປະຕິກິລິຍາເຫຼົ່ານີ້ ແລະ ຜູ້ທີ່ເບິ່ງຢູ່ກໍບໍ່ຄວນເຍາະເຍີ້ຍພວກມັນເຊັ່ນກັນ ເພາະທຸກຄົນລ້ວນແຕ່ຄືກັນ, ທຸກຄົນລ້ວນແຕ່ປະກອບດ້ວຍເນື້ອໜັງ ແລະ ເລືອດ. ປະຕິກິລິຍາຕາມສັນຊາດຕະຍານຂອງເນື້ອໜັງ ແລະ ເລືອດກໍເປັນແບບນີ້; ເຈົ້າກໍເປັນແບບນີ້, ພວກເຂົາກໍເປັນແບບນີ້, ທຸກຄົນລ້ວນແຕ່ເປັນແບບນີ້. ມັນຄືກັບຕອນທີ່ຄົນໆໜຶ່ງພົບກັບໝາປ່າ; ປະຕິກິລິຍາຕາມສັນຊາດຕະຍານທຳອິດຂອງພວກເຂົາແມ່ນຫຍັງ? “ແລ່ນ! ແລ່ນໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້!” ແລ້ວໃນຂະນະທີ່ແລ່ນ ພວກເຂົາກໍຫຼຽວເບິ່ງວ່າໝາປ່າຕາມທັນພວກເຂົາແລ້ວ ຫຼື ບໍ່ ພ້ອມທັງກັງວົນວ່າ: “ຈະເປັນແນວໃດຖ້າມັນຕາມຂ້ອຍທັນ? ຈະເປັນແນວໃດຖ້າມັນກັດຄໍຂ້ອຍ, ຂ້ອຍຈະຕາຍບໍ? ຖ້າພຽງແຕ່ຂ້ອຍມີປືນ ຫຼື ທ່ອນເຫຼັກກໍຄົງຈະດີ”. ພວກເຂົາພຽງແຕ່ຄິດເຖິງສິ່ງເຫຼົ່ານີ້ໃນຂະນະທີ່ພວກເຂົາກຳລັງແລ່ນຢູ່. ແຕ່ບໍ່ວ່າເຈົ້າຈະຄິດກ່ຽວກັບຫຍັງກໍຕາມ ປະຕິກິລິຍາຕາມສັນຊາດຕະຍານທຳອິດຂອງເຈົ້າກໍຄືການຮີບໜີຈາກການໄລ່ລ່າຂອງມັນຢ່າງແນ່ນອນ, ການແລ່ນໃຫ້ໄວ ແລະ ໄກທີ່ສຸດເທົ່າທີ່ຈະໄວໄດ້ ເພື່ອຫຼີກລ່ຽງການຖືກຈັບ ແລະ ຖືກກິນ. ສິ່ງເຫຼົ່ານີ້ລ້ວນແຕ່ເປັນປະຕິກິລິຍາຕາມສັນຊາດຕະຍານ. ປະຕິກິລິຍາຕາມສັນຊາດຕະຍານຂອງເຈົ້າແມ່ນຫຍັງ? ມັນກ່ຽວກັບການຊ່ວຍເຫຼືອຕົວເຈົ້າເອງ, ການປົກປ້ອງຊີວິດຂອງເຈົ້າເອງ ແລະ ການຮັບປະກັນວ່າຊີວິດຂອງເຈົ້າຈະບໍ່ຕົກຢູ່ໃນອັນຕະລາຍ. ບໍ່ວ່າປະຕິກິລິຍາຕາມສັນຊາດຕະຍານເຫຼົ່ານີ້ອາດຈະເບິ່ງຄືວ່າຂີ້ຂາດ, ເຫຼືອອົດເຫຼືອທົນ ຫຼື ໜ້າອັບອາຍສຳລັບຜູ້ສັງເກດການກໍຕາມ ໃນຄວາມເປັນຈິງແລ້ວ ພວກມັນບໍ່ແມ່ນສິ່ງທີ່ໜ້າອັບອາຍ ເພາະພວກມັນເປັນການສະແດງອອກທີ່ປົກກະຕິຂອງຜູ້ຄົນທີ່ເປັນເນື້ອໜັງ ແລະ ເລືອດ; ພວກມັນເປັນການເປີດເຜີຍຕາມທຳມະຊາດ. ປະຕິກິລິຍາຕາມສັນຊາດຕະຍານເປັນພຽງການເປີດເຜີຍຕາມທຳມະຊາດ ແລະ ບໍ່ມີຫຍັງທີ່ໜ້າອັບອາຍກ່ຽວກັບມັນເລີຍ. ຕົວຢ່າງ: ເຈົ້າຈະຫົວເມື່ອເຈົ້າໄດ້ຍິນເລື່ອງຕະຫຼົກ. ເຖິງແມ່ນວ່າເຈົ້າຈະມີອາຫານ ຫຼື ນໍ້າຢູ່ໃນປາກ ເຈົ້າກໍຍັງຈະຫົວຢູ່ດີ ເພາະນີ້ແມ່ນປະຕິກິລິຍາຕາມສັນຊາດຕະຍານ. ປະຕິກິລິຍາຕາມສັນຊາດຕະຍານແມ່ນການເຮັດວຽກທີ່ຕິດໂຕມາແຕ່ເກີດທີ່ພຣະເຈົ້າປະທານໃຫ້ ເຊິ່ງຈະເກີດຂຶ້ນ ແລະ ສະແດງອອກມາຢ່າງເປັນທຳມະຊາດເມື່ອເງື່ອນໄຂເໝາະສົມ. ສະນັ້ນ ເມື່ອເວົ້າເຖິງປະຕິກິລິຍາຕາມສັນຊາດຕະຍານ ພວກມັນກໍຄືການເປີດເຜີຍຕາມທຳມະຊາດ. ພວກມັນອາດຈະເປັນການເປີດເຜີຍເຖິງຄວາມອ່ອນແອ ຫຼື ຂໍ້ບົກຜ່ອງຂອງຄວາມເປັນມະນຸດ ຫຼື ພວກມັນອາດຈະເປັນການເປີດເຜີຍເຖິງການສະແດງອອກຕາມທຳມະຊາດຂອງເນື້ອໜັງຂອງເຈົ້າ. ບໍ່ວ່າໃນກໍລະນີໃດກໍຕາມ ເນື່ອງຈາກມັນເປັນປະຕິກິລິຍາຕາມສັນຊາດຕະຍານ ມັນຈຶ່ງບໍ່ມີສິ່ງທີ່ຖືກ ຫຼື ຜິດ. ຖ້າເຈົ້າຮູ້ສຶກອັບອາຍ ມັນກໍສະແດງໃຫ້ເຫັນວ່າເຈົ້າຂາດຄວາມເຂົ້າໃຈເລິກເຊິ່ງ ແລະ ຄວາມເປັນມະນຸດຂອງເຈົ້າກໍຂ້ອນຂ້າງຜິວເຜີນ, ເຈົ້າພຽງແຕ່ຢາກສ້າງຄວາມປະທັບໃຈທີ່ດີໃຫ້ກັບຄົນອື່ນ. ຖ້າເຈົ້າພະຍາຍາມຢັບຢັ້ງປະຕິກິລິຍາຕາມສັນຊາດຕະຍານຂອງເຈົ້າ ມັນກໍພິສູດໃຫ້ເຫັນວ່າເຈົ້າໂງ່ຈ້າ ແລະ ມີບັນຫາກັບເຫດຜົນຂອງເຈົ້າ. ໃນສະພາບແວດລ້ອມ ແລະ ສະຖານະການທີ່ເປັນອັນຕະລາຍພິເສດ ເຖິງແມ່ນວ່າເຈົ້າຈະຢ້ານຫຼາຍຈົນຍ່ຽວໃສ່ໂສ້ງຂອງເຈົ້າ ເຈົ້າກໍບໍ່ຄວນເບິ່ງວ່າມັນເປັນສິ່ງທີ່ໜ້າອັບອາຍ. ໃນຄວາມເປັນຈິງແລ້ວ ນີ້ຄືການສະແດງອອກຂອງຄວາມເປັນມະນຸດທີ່ປົກກະຕິ. ໃຜກໍຕາມກໍລ້ວນແຕ່ມີການສະແດງອອກເຫຼົ່ານີ້ໃນສະຖານະການດັ່ງກ່າວ, ແມ່ນແຕ່ຄົນທີ່ມີຊື່ສຽງ ຫຼື ຄົນທີ່ຍິ່ງໃຫຍ່ກໍບໍ່ມີຂໍ້ຍົກເວັ້ນ. ໃນສະຖານະການທີ່ໂຫດຮ້າຍ ບໍ່ມີສຸດຍອດມະນຸດດອກ, ເຈົ້າເປັນພຽງຄົນທຳມະດາ, ບໍ່ມີຫຍັງພິເສດ ແລະ ບໍ່ມີຫຍັງໃຫ້ຕ້ອງໂອ້ອວດ. ເຖິງແມ່ນວ່າເຈົ້າຈະຢ້ານຫຼາຍຈົນຍ່ຽວໃສ່ໂສ້ງຂອງເຈົ້າ ແລະ ຄົນອື່ນຮູ້ ມັນກໍບໍ່ແມ່ນເລື່ອງທີ່ໜ້າອັບອາຍ ເພາະດ້ວຍວິທີນີ້ ຜູ້ຄົນຈະບໍ່ຍົກຍ້ອງເຈົ້າ ຫຼື ເທີດທູນເຈົ້າ ແລະ ຢ່າງໜ້ອຍທີ່ສຸດ ເຈົ້າກໍຈະປອດໄພ. ຕອນນີ້ສິ່ງນີ້ຄວນຈະຊັດເຈນແລ້ວ, ແມ່ນບໍ? ປະຕິກິລິຍາຕາມສັນຊາດຕະຍານຂອງມະນຸດແມ່ນປົກກະຕິ ແລະ ເປັນທຳມະຊາດຫຼາຍ. ຕົວຢ່າງ: ເມື່ອຜົມຂອງເຈົ້າເປື້ອນ ແລະ ໜັງຫົວຂອງເຈົ້າຄັນ ເຈົ້າກໍຈະເກົາມັນຕາມສັນຊາດຕະຍານ. ເຖິງແມ່ນວ່າເລັບຂອງເຈົ້າຈະເຕັມໄປດ້ວຍຂີ້ໄຄໃນພາຍຫຼັງ ແລະ ຜູ້ຄົນຄິດວ່າເຈົ້າເບິ່ງບໍ່ສຸພາບ ຫຼື ບໍ່ຖືກສຸຂະອະນາໄມ ເຈົ້າຈະເຮັດແນວໃດໄດ້? ເມື່ອຜົມຂອງເຈົ້າເປື້ອນ ມັນກໍຈະມີຂີ້ໄຄ ເພາະເຈົ້າເປັນເນື້ອໜັງ ແລະ ເລືອດ ເຊິ່ງສ້າງມາຈາກຂີ້ຝຸ່ນ ແລະ ເຈົ້າຄວນຍອມຮັບຂໍ້ເທັດຈິງຂໍ້ນີ້. ສະຖານະການນີ້ພຽງແຕ່ບອກເຈົ້າວ່າຜົມຂອງເຈົ້າເປື້ອນ ແລະ ຈຳເປັນຕ້ອງສະ. ເມື່ອໜັງຫົວຂອງເຈົ້າຄັນ ການເກົາກໍຄືປະຕິກິລິຍາຕາມສັນຊາດຕະຍານ. ປະຕິກິລິຍາຕາມສັນຊາດຕະຍານແມ່ນການຕອບສະໜອງທີ່ເປັນທຳມະຊາດ ແລະ ປົກກະຕິ ເຊິ່ງເປັນການສະແດງອອກທີ່ປົກກະຕິພາຍໃຕ້ເງື່ອນໄຂຕິດໂຕມາແຕ່ເກີດ ແລະ ລະບົບປະສາດທີ່ພຣະເຈົ້າຊົງສ້າງຂຶ້ນ. ເຖິງແມ່ນວ່າບາງຄັ້ງການສະແດງອອກເຫຼົ່ານັ້ນອາດຈະເຮັດໃຫ້ເຈົ້າຮູ້ສຶກອັບອາຍ, ເບິ່ງບໍ່ສຸພາບ ຫຼື ບໍ່ມີກຽດ ເຈົ້າກໍບໍ່ຄວນພະຍາຍາມປ່ຽນແປງ ຫຼື ຢັບຢັ້ງພວກມັນ. ໃນດ້ານໜຶ່ງ ການເຮັດເຊັ່ນນັ້ນຊ່ວຍໃຫ້ເຈົ້າປະຕິບັດຕໍ່ສັນຊາດຕະຍານຂອງມະນຸດໄດ້ຢ່າງຖືກຕ້ອງ; ໃນອີກດ້ານໜຶ່ງ ມັນຍັງເປັນການເສີມສ້າງ ແລະ ເປັນປະໂຫຍດຕໍ່ວິທີທີ່ເຈົ້າປະພຶດຕົນອີກດ້ວຍ. ຫຼັງຈາກທີ່ເຈົ້າໄດ້ຮັບຄວາມເຂົ້າໃຈ ແລະ ຄວາມຮັບຮູ້ໃນລະດັບໜຶ່ງກ່ຽວກັບດ້ານນີ້ແລ້ວ ເມື່ອມີປະຕິສຳພັນ ແລະ ຈັດການກັບຄົນອື່ນ ຖ້າບາງດ້ານຂອງສັນຊາດຕະຍານທາງເນື້ອໜັງຂອງມະນຸດສະແດງອອກ ແລະ ຖືກເປີດເຜີຍອອກມາຢ່າງເປັນທຳມະຊາດ ເຈົ້າກໍບໍ່ຈຳເປັນຕ້ອງຕັ້ງໃຈປົກປິດພວກມັນ. ແລ້ວຖ້າບາງຄັ້ງ ສະຖານະການທີ່ໜ້າອັບອາຍເກີດຂຶ້ນແທ້ໆ ກໍບໍ່ຈຳເປັນຕ້ອງອະທິບາຍ ຫຼື ປິດບັງມັນ ຫຼື ສ້າງພາບລັກຈອມປອມ ເພາະມັນເປັນການເປີດເຜີຍເຖິງຄວາມເປັນມະນຸດທີ່ປົກກະຕິ ແລະ ມັນຍັງເປັນປະຕິກິລິຍາຕາມສັນຊາດຕະຍານຂອງມະນຸດອີກດ້ວຍ, ທັງໝົດນີ້ລ້ວນແຕ່ຢູ່ໃນຂອບເຂດທີ່ຄົນປົກກະຕິສາມາດຍອມຮັບໄດ້. ຕົວຢ່າງ: ເມື່ອຜູ້ຄົນກິນໝາກຖົ່ວ ຮ່າງກາຍຂອງພວກເຂົາກໍຈະສ້າງແກ໊ສບາງຢ່າງອອກມາຢ່າງເປັນທຳມະຊາດ ແລະ ຕາມສັນຊາດຕະຍານແລ້ວ ພວກເຂົາກໍຈະເອື້ອມ ຫຼື ຕົດ. ນີ້ແມ່ນເລື່ອງທຳມະຊາດຫຼາຍ. ຊາຍໜຸ່ມ ແລະ ຍິງສາວມັກຈະຮູ້ສຶກວ່າການສະແດງອອກດັ່ງກ່າວເປັນສິ່ງທີ່ໜ້າອັບອາຍ ແຕ່ໃນຄວາມເປັນຈິງແລ້ວ ບໍ່ມີຫຍັງທີ່ໜ້າອັບອາຍກ່ຽວກັບມັນເລີຍ. ນີ້ເປັນພຽງປະຕິກິລິຍາຕາມສັນຊາດຕະຍານທີ່ປົກກະຕິຂອງຮ່າງກາຍ ແລະ ມັນບໍ່ມີຫຍັງກ່ຽວຂ້ອງກັບຫຼັກການຂອງວິທີການປະພຶດຕົນ ຫຼື ການກະທຳ. ເຖິງແມ່ນວ່າບາງຄົນອາດຈະບໍ່ເຂົ້າໃຈ ຫຼື ອາດຈະບໍ່ພໍໃຈກັບມັນ ມັນກໍບໍ່ໄດ້ຍົກລະດັບໄປເຖິງການບໍ່ມີຂອບເຂດສຳລັບການປະພຶດຕົນຂອງຄົນໆໜຶ່ງ, ການໄດ້ຮັບການອົບຮົມສັ່ງສອນທີ່ບໍ່ດີ, ການປະພຶດຕົວບໍ່ດີ, ການເອົາແຕ່ໃຈ, ການເຫັນແກ່ຕົວ ຫຼື ການມີຄວາມເປັນມະນຸດທີ່ຮ້າຍກາດ ຫຼື ຊົ່ວຮ້າຍຢ່າງແນ່ນອນ, ບໍ່ຈຳເປັນຕ້ອງເຮັດໃຫ້ມັນກາຍເປັນເລື່ອງໃຫຍ່ໂຕຂະໜາດນີ້. ບັນຫານີ້ບໍ່ກ່ຽວຂ້ອງກັບການປະພຶດຕົນ ແລະ ແນ່ນອນວ່າມັນບໍ່ມີຫຍັງກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມ. ບໍ່ຈຳເປັນຕ້ອງເວົ້າເກີນຈິງກ່ຽວກັບເລື່ອງນີ້. ຄວນຮັບມືກັບສິ່ງເຫຼົ່ານີ້ຢ່າງຖືກຕ້ອງ.

ຕົວຢ່າງທີ 9: ການບໍ່ໃສ່ໃຈເລື່ອງສຸຂະອະນາໄມ

ຍ້ອນພວກເຂົາເກີດໃນປະເທດ ຫຼື ສະພາບແວດລ້ອມທີ່ດ້ອຍພັດທະນາ ຫຼື ເກີດໃນຄອບຄົວທີ່ມີເງື່ອນໄຂບໍ່ດີ ບາງຄົນຈຶ່ງບໍ່ຄ່ອຍພິຖີພິຖັນກັບສິ່ງຕ່າງໆໃນຊີວິດຂອງພວກເຂົາປານໃດ. ພວກເຂົາອາດຈະບໍ່ລະມັດລະວັງເລື່ອງສຸຂະອະນາໄມຂອງອາຫານ, ພວກເຂົາອາດຈະນຸ່ງເຄື່ອງຊຸດດຽວກັນເປັນເວລາດົນໂດຍບໍ່ຊັກພວກມັນ ແລະ ອາດຈະບໍ່ສັງເກດເຫັນດ້ວຍຊໍ້າວ່າເຄື່ອງນຸ່ງຂອງພວກເຂົາມີກິ່ນເຫື່ອ. ນີ້ແມ່ນການສະແດງອອກປະເພດໃດ? (ມັນແມ່ນການສະແດງອອກເຖິງນິໄສໃນການໃຊ້ຊີວິດຂອງຄົນໆໜຶ່ງ). ນີ້ແມ່ນເລື່ອງຂອງນິໄສໃນການໃຊ້ຊີວິດ; ມັນຄືການບໍ່ໃສ່ໃຈເລື່ອງສຸຂະອະນາໄມຫຼາຍປານໃດ. ບາງຄົນໃຊ້ຜ້າເຊັດຕົວຜືນດຽວກັນສຳລັບເຊັດໜ້າ ແລະ ເຊັດຕີນ ແລ້ວກໍໃຊ້ມັນເພື່ອເຊັດເຫື່ອເມື່ອພວກເຂົາອອກໄປເຮັດວຽກໃນຕອນກາງເວັນ. ບາງຄັ້ງ ຖ້າພວກເຂົາເຫັນຄົນບາດເຈັບ ພວກເຂົາເຖິງກັບໃຊ້ຜ້າເຊັດຕົວຜືນດຽວກັນນັ້ນເພື່ອປົກບາດແຜ. ພວກເຂົາບໍ່ສະແດງຄວາມກັງວົນຕໍ່ສຸຂະອະນາໄມເລີຍ. ນີ້ແມ່ນບັນຫາຫຍັງ? ສິ່ງນີ້ມີຄວາມເຊື່ອມໂຍງບາງຢ່າງກັບເງື່ອນໄຂຂອງຄອບຄົວທີ່ພວກເຂົາເກີດມາ. ບາງຄົນມາຈາກຄອບຄົວທີ່ມີເງື່ອນໄຂການດຳລົງຊີວິດທີ່ດີ ເຊິ່ງແຕ່ລະຄົນມີຜ້າເຊັດຕົວ ແລະ ຜ້າເຊັດຕົວອາບນໍ້າຫຼາຍຜືນ ໂດຍມີການແຍກຢ່າງຊັດເຈນລະຫວ່າງຜືນທີ່ໃຊ້ສຳລັບເຊັດໜ້າ ແລະ ຜືນທີ່ໃຊ້ສຳລັບເຊັດຕີນ. ພວກເຂົາອາບນໍ້າ ແລະ ລ້າງໜ້າຂອງພວກເຂົາທຸກມື້ ພ້ອມທັງຜ້າເຊັດຕົວ ແລະ ຜ້າເຊັດຕົວອາບນໍ້າກໍຖືກຊັກທຸກມື້ເຊັ່ນກັນ ສະນັ້ນ ມັນຈຶ່ງເບິ່ງຄືວ່າພວກເຂົາພິຖີພິຖັນເປັນພິເສດ. ນິໄສດັ່ງກ່າວເກີດຂຶ້ນໄດ້ແນວໃດ? ພວກມັນເປັນຜົນມາຈາກການມີພື້ນຖານທາງເສດຖະກິດ ແລະ ເງື່ອນໄຂທາງການເງິນທີ່ແນ່ນອນໃນຄອບຄົວ ເຊິ່ງນຳໄປສູ່ນິໄສການໃຊ້ຊີວິດທີ່ປານີດເຫຼົ່ານີ້. ສິ່ງນີ້ເຮັດໃຫ້ຄົນໆໜຶ່ງເບິ່ງຄືວ່າໃສ່ໃຈເລື່ອງສຸຂະອະນາໄມຫຼາຍ ແລະ ໜ້າເຄົາລົບ. ໃນທາງຜິວເຜີນແລ້ວ ມັນເບິ່ງຄືວ່າພວກເຂົາພິຖີພິຖັນຫຼາຍ ແຕ່ໃນຄວາມເປັນຈິງແລ້ວ ເບື້ອງຫຼັງສິ່ງທັງໝົດນີ້ກໍຄືເງື່ອນໄຂຕິດໂຕມາແຕ່ເກີດທີ່ນຳໄປສູ່ສິ່ງນັ້ນ. ຖ້າເປັນແນວນັ້ນ ເປັນຫຍັງບາງຄົນຈຶ່ງບໍ່ໃສ່ໃຈກັບສິ່ງເຫຼົ່ານີ້? ບາງຄົນໂດຍທຳມະຊາດແລ້ວບໍ່ມີທ່າອ່ຽງທີ່ຈະໃສ່ໃຈກັບເລື່ອງດັ່ງກ່າວຫຼາຍປານໃດ ແລະ ເຖິງແມ່ນວ່າພວກເຂົາຈະມີກຳລັງຊັບ ພວກເຂົາກໍບໍ່ໄດ້ຖືເອົາສິ່ງເຫຼົ່ານີ້ເປັນຈິງເປັນຈັງເກີນໄປ, ນີ້ບໍ່ແມ່ນບັນຫາສຳຄັນ. ສຳລັບຄົນອື່ນໆ ມັນເປັນຍ້ອນເງື່ອນໄຂຄອບຄົວ ແລະ ສະພາບແວດລ້ອມຂອງພວກເຂົາ. ໃນຄອບຄົວທີ່ມີເຈັດ ຫຼື ແປດຄົນ ພວກເຂົາອາດຈະໃຊ້ຜ້າເຊັດຕົວຜືນດຽວກັນສຳລັບເຊັດໜ້າ ແລະ ເຊັດຕີນ ໂດຍມີຄົນໜຶ່ງໃຊ້ຕໍ່ຈາກອີກຄົນໜຶ່ງ. ບາງຄົນເຖິງກັບໄປນອນໂດຍບໍ່ລ້າງຕີນຂອງພວກເຂົາ ແຕ່ກໍຍັງນອນຫຼັບສະໜິດ. ສິ່ງນີ້ບໍ່ໄດ້ສົ່ງຜົນກະທົບຕໍ່ຊີວິດປະຈຳວັນຂອງພວກເຂົາ ຫຼື ການປະພຶດຕົນຂອງພວກເຂົາ. ຜູ້ທີ່ພິຖີພິຖັນອາດຈະເວົ້າວ່າ “ແຕ່ມີເຊື້ອພະຍາດຢູ່ຕີນຂອງເຈົ້າ, ພວກມັນສົກກະປົກຫຼາຍ!” ເຊິ່ງຄົນອື່ນອາດຈະຕອບກັບໄປວ່າ “ຕີນບໍ່ໄດ້ສົກກະປົກ; ພວກມັນຖືກປົກຫຸ້ມໝົດມື້ ແລະ ບໍ່ໄດ້ສຳຜັດກັບໂລກພາຍນອກ ສະນັ້ນຈຶ່ງບໍ່ມີເຊື້ອພະຍາດໃດໆ ມີພຽງແຕ່ເຫື່ອຕີນຈຳນວນໜຶ່ງເທົ່ານັ້ນ. ຜູ້ຄົນຄິດວ່າເຫື່ອທີ່ຢູ່ໃນຕີນສົກກະປົກ ແຕ່ຄວາມຈິງແລ້ວມັນບໍ່ແມ່ນ. ໃນບາງສະຖານທີ່ ຕີນເຖິງກັບຖືກໃຊ້ເພື່ອຜະລິດອາຫານ. ໃຜຈະຮູ້ ອາຫານທີ່ເຈົ້າຊື້ໃນຕະຫຼາດອາດຈະຖືກເຮັດຂຶ້ນໂດຍການໃຊ້ຕີນຂອງຄົນນວດແປ້ງກໍໄດ້. ເຈົ້າບໍ່ສາມາດເຫັນສິ່ງນັ້ນ ແລະ ເຈົ້າກໍກິນມັນ ແຕ່ເຈົ້າກໍຍັງຄິດວ່າຕົວເອງພິຖີພິຖັນຫຼາຍ!” ບໍ່ວ່າຄົນໃດໜຶ່ງຈະພິຖີພິຖັນ ຫຼື ບໍ່ກໍຕາມ ທັງໝົດນີ້ລ້ວນແຕ່ນິໄສການໃຊ້ຊີວິດ ຫຼື ວິທີການດຳລົງຊີວິດທີ່ຖືກປັ້ນແຕ່ງໂດຍເງື່ອນໄຂຕິດໂຕມາແຕ່ເກີດ. ສິ່ງນີ້ບໍ່ມີຫຍັງກ່ຽວຂ້ອງກັບວິທີທີ່ພວກເຂົາປະພຶດຕົນ. ຖ້າເປັນແນວນັ້ນ ການສະແດງອອກປະເພດໃດແດ່ທີ່ກ່ຽວຂ້ອງກັບຄວາມປະພຶດຂອງຄົນໆໜຶ່ງ? ຕົວຢ່າງ: ເມື່ອປະເຊີນກັບສະຖານະການທີ່ເປັນອັນຕະລາຍ ເມື່ອຖືກໄລ່ລ່າໂດຍພະຍານາກໃຫຍ່ສີແດງ ທຸກຄົນກໍຮູ້ສຶກເຄັ່ງຄຽດ ແລະ ຢ້ານກົວ ແລະ ພວກເຂົາກໍຈະມີປະຕິກິລິຍາຕາມສັນຊາດຕະຍານບາງຢ່າງ. ເຖິງຢ່າງໃດກໍຕາມ ບາງຄົນອາດຈະເວົ້າວ່າ “ບໍ່ວ່າຕອນນີ້ພວກເຮົາທຸກຄົນຈະເຄັ່ງຄຽດ ແລະ ຢ້ານກົວສໍ່າໃດກໍຕາມ ພວກເຮົາກໍຕ້ອງສະຫງົບລົງ ແລະ ຈັດການກັບບັນຫາຂອງສະຖານະການນີ້. ກ່ອນອື່ນ ພວກເຮົາຄວນປົກປ້ອງຜູ້ນຳ ແລະ ຜູ້ເຮັດວຽກ ພ້ອມທັງອ້າຍເອື້ອຍນ້ອງຈາກເຂດອື່ນ ເພື່ອໃຫ້ພວກເຂົາສາມາດໜີໄປໄດ້ໄວໆ”. ແຕ່ຄົນອື່ນອາດຈະຄິດແຕກຕ່າງອອກໄປ: “ປົກປ້ອງພວກເຂົາບໍ? ແລ້ວຂ້ອຍເດ? ຈະເປັນແນວໃດຖ້າໃນທີ່ສຸດຂ້ອຍໜີບໍ່ລອດ? ຂ້ອຍຕ້ອງໜີກ່ອນ! ໃຜໜີກ່ອນກໍຈະບໍ່ຖືກຈັບ ແລະ ຈະບໍ່ຖືກຕັດສິນໂທດ ຫຼື ຖືກທໍລະມານ”. ເຈົ້າເຫັນບໍ ເມື່ອປະເຊີນກັບອັນຕະລາຍ ເຖິງແມ່ນວ່າທຸກຄົນຈະມີປະຕິກິລິຍາຕາມສັນຊາດຕະຍານຂອງຄວາມຢ້ານກົວຄືກັນ ບາງຄົນກໍໃຫ້ຄວາມສຳຄັນກັບການປົກປ້ອງຄົນອື່ນ ແລະ ເອົາຄວາມປອດໄພຂອງຊີວິດຂອງພວກເຂົາເອງໄວ້ທາງຫຼັງ, ຄົນແບບນັ້ນສະແດງໃຫ້ເຫັນເຖິງຄວາມຮັກ ແລະ ຄວາມເມດຕາ. ເຖິງຢ່າງໃດກໍຕາມ ຄົນອື່ນໆພັດຄິດເຖິງແຕ່ຕົວເອງກ່ອນ ໂດຍແລ່ນໜີໄປໂດຍບໍ່ຄຳນຶງເຖິງຄົນອື່ນ, ນີ້ຄືຄວາມເຫັນແກ່ຕົວ. ຄວາມຈິງແລ້ວ ໃນຄວາມໝາຍຂອງສະຕິຮູ້ສຶກຜິດຊອບໃນຄວາມເປັນມະນຸດຂອງພວກເຂົາ ຄົນກຸ່ມຫຼັງນີ້ຮູ້ບໍວ່າພວກເຂົາຄວນປົກປ້ອງຜູ້ນຳ ແລະ ຜູ້ເຮັດວຽກ ພ້ອມທັງອ້າຍເອື້ອຍນ້ອງຈາກເຂດອື່ນກ່ອນ? ໃນແງ່ຂອງເຫດຜົນ ພວກເຂົາເຂົ້າໃຈສິ່ງນີ້ບໍ? (ແມ່ນແລ້ວ). ເມື່ອທຸກຄົນເຂົ້າໃຈເຫດຜົນນີ້ເທົ່າທຽມກັນ ແລະ ມີປະຕິກິລິຍາຕາມສັນຊາດຕະຍານ ຜູ້ຄົນກໍແຕກຕ່າງກັນໃນແງ່ຂອງການສະແດງອອກຂອງພວກເຂົາ. ສິ່ງນີ້ສະທ້ອນໃຫ້ເຫັນເຖິງຄວາມແຕກຕ່າງທາງດ້ານຄວາມເປັນມະນຸດລະຫວ່າງບຸກຄົນ. ບາງຄົນເຫັນແກ່ຕົວ ແລະ ຕໍ່າຊ້າ ໂດຍເບິ່ງແຍງແຕ່ຕົວເອງ ແລະ ບໍ່ສົນໃຈຄົນອື່ນ ໃນຂະນະທີ່ຄົນອື່ນມີຈິດໃຈເມດຕາ, ສາມາດເສຍສະລະ ແລະ ຄຳນຶງເຖິງຄົນອື່ນ, ໂດຍໃຫ້ບູລິມະສິດກັບການປົກປ້ອງພວກເຂົາ ແລະ ບໍ່ກະທຳການຢ່າງເຫັນແກ່ຕົວ. ສິ່ງນີ້ສະທ້ອນໃຫ້ເຫັນເຖິງຄວາມເປັນມະນຸດປະເພດຕ່າງໆບໍ? (ແມ່ນແລ້ວ). ສິ່ງນີ້ເຮັດໃຫ້ການແບ່ງແຍກຊັດເຈນຂຶ້ນ. ຖ້າເປັນແນວນັ້ນ ໃນບັນດາຄົນປະເພດເຫຼົ່ານີ້ ດ້ວຍຄວາມເປັນມະນຸດສອງປະເພດທີ່ແຕກຕ່າງກັນຂອງພວກເຂົາ ຄົນປະເພດໃດທີ່ສາມາດຍອມຮັບຄວາມຈິງ ແລະ ປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາໄດ້? (ຄົນປະເພດທີ່ມີຄວາມເປັນມະນຸດທີ່ດີສາມາດຍອມຮັບຄວາມຈິງ ແລະ ປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາໄດ້ຢ່າງງ່າຍດາຍ). ແລ້ວຄົນທີ່ເຫັນແກ່ຕົວເດ? (ມັນບໍ່ແມ່ນເລື່ອງງ່າຍສຳລັບພວກເຂົາທີ່ຈະປະຕິບັດຄວາມຈິງ; ເຖິງແມ່ນວ່າພວກເຂົາຈະເຂົ້າໃຈມັນ ພວກເຂົາກໍບໍ່ສາມາດນຳມັນໄປປະຕິບັດໄດ້, ສະນັ້ນ ມັນຈຶ່ງຍາກສຳລັບພວກເຂົາທີ່ຈະປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ). ຖືກຕ້ອງແລ້ວ. ສະນັ້ນ ໃນຂະນະທີ່ທຸກຄົນອາດຈະເປີດເຜີຍອຸປະນິໄສທີ່ເສື່ອມຊາມ, ຖ້າຄວາມເປັນມະນຸດຂອງຜູ້ຄົນແຕກຕ່າງກັນ ພວກເຂົາກໍຈະແຕກຕ່າງກັນເຊັ່ນດຽວກັນໃນແງ່ທີ່ວ່າພວກເຂົາສາມາດປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາໄດ້ ຫຼື ບໍ່. ເມື່ອຜູ້ຄົນມີຄວາມເປັນມະນຸດປະເພດຕ່າງໆ ພວກເຂົາກໍຈະຕອບສະໜອງຕໍ່ສະຖານະການດຽວກັນດ້ວຍທັດສະນະຄະຕິ ແລະ ວິທີການທີ່ແຕກຕ່າງກັນ. ສິ່ງນີ້ກຳນົດວ່າໃນທີ່ສຸດແລ້ວຄົນໆໜຶ່ງຈະສາມາດຍອມຮັບຄວາມຈິງ ແລະ ສິ່ງທີ່ເປັນບວກໄດ້ ຫຼື ບໍ່, ພວກເຂົາສາມາດຍ່າງໃນເສັ້ນທາງແຫ່ງການໄລ່ຕາມເສາະຫາຄວາມຈິງໄດ້ ຫຼື ບໍ່ ແລະ ພວກເຂົາສາມາດປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາໄດ້ ຫຼື ບໍ່. ຄວາມເປັນມະນຸດຂອງຄົນໆໜຶ່ງແມ່ນສຳຄັນຫຼາຍ, ແມ່ນບໍ? ເມື່ອປະເຊີນກັບອັນຕະລາຍ ທຸກຄົນກໍຈະມີປະຕິກິລິຍາຕາມສັນຊາດຕະຍານບາງຢ່າງ ນັ້ນກໍຄື ພວກເຂົາທຸກຄົນຮູ້ສຶກຕົກໃຈ, ວຸ້ນວາຍໃຈ ແລະ ຫວາດກົວ, ພວກເຂົາບໍ່ແນ່ໃຈ, ຢ້ານຕາຍ ແລະ ຢາກແລ່ນໜີ. ໃນສະຖານະການທີ່ວິກິດແບບນັ້ນ ຄົນທີ່ມີຄວາມເປັນມະນຸດທີ່ດີ ແລະ ເມດຕາຈະຄິດເຖິງການປົກປ້ອງຜູ້ນຳ ແລະ ຜູ້ເຮັດວຽກ ພ້ອມທັງອ້າຍເອື້ອຍນ້ອງຈາກເຂດອື່ນກ່ອນ, ສິ່ງທີ່ພວກເຂົາຄິດເຖິງກ່ອນກໍຄືຄວາມປອດໄພຂອງຄົນອື່ນ. ເຖິງແມ່ນວ່າພວກເຂົາກໍມີປະຕິກິລິຍາຕາມສັນຊາດຕະຍານເຊັ່ນກັນ ນັ້ນກໍຄື ຄວາມຕົກໃຈ, ຄວາມວຸ້ນວາຍໃຈ, ຄວາມຫວາດກົວ ແລະ ໂດຍທຳມະຊາດແລ້ວກໍມີສັນຊາດຕະຍານໃນການປົກປ້ອງຕົນເອງເຊັ່ນກັນ, ວິທີທີ່ພວກເຂົາຈັດການກັບສະຖານະການນັ້ນບໍ່ແມ່ນການປົກປ້ອງຕົນເອງກ່ອນ ແຕ່ແມ່ນການປົກປ້ອງຄົນອື່ນ. ນີ້ຄືວິທີທີ່ຄົນທີ່ມີຄວາມເປັນມະນຸດທີ່ເມດຕາປະພຶດຕົນ. ແລ້ວວິທີທີ່ຄົນເຫັນແກ່ຕົວປະພຶດຕົນເດເປັນແນວໃດ? ພວກເຂົາອາດຈະຄິດເຖິງຄົນອື່ນ ແຕ່ພວກເຂົາບໍ່ໄດ້ປົກປ້ອງພວກເຂົາ, ພວກເຂົາປົກປ້ອງຕົນເອງກ່ອນ. ສະນັ້ນ ຄົນທີ່ມີຄວາມເປັນມະນຸດທີ່ເມດຕາ ເຊິ່ງສາມາດເຫັນອົກເຫັນໃຈ ແລະ ປົກປ້ອງຄົນອື່ນໄດ້ ຈຶ່ງມີແນວໂນ້ມທີ່ຈະຍອມຮັບຄວາມຈິງ. ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນແຫ່ງຄວາມເປັນມະນຸດຂອງພວກເຂົາສອດຄ່ອງກັບເງື່ອນໄຂທີ່ຈຳເປັນໃນການຍອມຮັບຄວາມຈິງ ແລະ ໃນການປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ສຳລັບຄົນປະເພດທີ່ເຫັນແກ່ຕົວ ເຖິງແມ່ນວ່າພວກເຂົາຈະເຂົ້າໃຈຄວາມຈິງ ພວກເຂົາກໍບໍ່ຍອມຮັບ ຫຼື ບໍ່ນຳມັນໄປປະຕິບັດ. ເມື່ອປະເຊີນກັບອັນຕະລາຍ ຄວາມເປັນມະນຸດຂອງພວກເຂົາກໍສະແດງອອກເຖິງການປົກປ້ອງຕົນເອງ ແລະ ຄວາມເຫັນແກ່ຕົວ. ສະນັ້ນມັນຈຶ່ງເຫັນໄດ້ຊັດເຈນ ໂດຍຕັດສິນຈາກຄວາມເປັນມະນຸດທີ່ພວກເຂົາສະແດງອອກມານີ້ວ່າ ພວກເຂົາຂາດເງື່ອນໄຂພື້ນຖານທີ່ຈຳເປັນໃນການຍອມຮັບຄວາມຈິງ ແລະ ປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ສິ່ງນີ້ໝາຍຄວາມວ່າ ໃນສະຖານະການທີ່ຈຳເປັນຕ້ອງປະຕິບັດຄວາມຈິງ, ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງພວກເຂົາກໍສູນເສຍໜ້າທີ່ຂອງພວກມັນໄປ. ພວກເຂົາກະທຳການຂັດຕໍ່ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງພວກເຂົາ. ພວກເຂົາບໍ່ເລືອກທີ່ຈະສະແຫວງຫາຄວາມຈິງ ແລະ ເຮັດສິ່ງທີ່ຍຸຕິທຳທີ່ພວກເຂົາຄວນເຮັດ ແຕ່ພວກເຂົາພັດເລືອກທີ່ຈະຂັດຕໍ່ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງພວກເຂົາ ແລະ ເຖິງກັບຂັດຕໍ່ຄວາມຍຸຕິທຳທາງສິນທຳ ແລະ ຂັດຕໍ່ຄວາມຈິງ ໂດຍຕອບສະໜອງຄວາມປາຖະໜາທີ່ເຫັນແກ່ຕົວຂອງພວກເຂົາ ແລະ ຄວາມຕ້ອງການດ້ານຜົນປະໂຫຍດຂອງພວກເຂົາຢ່າງເຕັມທີ່ ເພື່ອປົກປ້ອງຕົນເອງ ແລະ ຮັກສາຜົນປະໂຫຍດທັງໝົດຂອງພວກເຂົາໄວ້. ສະນັ້ນ ມັນຈຶ່ງບໍ່ແມ່ນເລື່ອງງ່າຍສຳລັບຄົນປະເພດນີ້ທີ່ຈະຍ່າງໃນເສັ້ນທາງແຫ່ງການໄລ່ຕາມເສາະຫາຄວາມຈິງ ຫຼື ເສັ້ນທາງແຫ່ງຄວາມລອດພົ້ນ. ຄວາມໝາຍທີ່ເປັນໄນຂອງສິ່ງນີ້ກໍຄື ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາແມ່ນຍາກຫຼາຍທີ່ຈະປະຖິ້ມໄດ້. ເພື່ອເວົ້າໃຫ້ລະມັດລະວັງເລັກໜ້ອຍ ແທນທີ່ຈະເວົ້າວ່າພວກເຂົາບໍ່ສາມາດປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາໄດ້ ພວກເຮົາຈະເວົ້າວ່າມັນຍາກຫຼາຍສຳລັບພວກເຂົາທີ່ຈະເຮັດເຊັ່ນນັ້ນ. ຖ້າເປັນແນວນັ້ນ ເມື່ອເບິ່ງບັນຫານີ້ໃນຕອນນີ້ ການທີ່ຄົນໆໜຶ່ງຈະສາມາດປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ຮັບເອົາຄວາມລອດພົ້ນໄດ້ນັ້ນ ແມ່ນຂຶ້ນຢູ່ກັບເງື່ອນໄຂຕິດໂຕມາແຕ່ເກີດຂອງພວກເຂົາຢ່າງສິ້ນເຊີງບໍ? (ບໍ່). ມັນຂຶ້ນຢູ່ກັບຫຍັງ? (ຄວາມເປັນມະນຸດຂອງພວກເຂົາ). ມັນຂຶ້ນຢູ່ກັບລັກສະນະຂອງພວກເຂົາ ແລະ ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນໃໃນຄວາມເປັນມະນຸດຂອງພວກເຂົາສາມາດເຮັດໜ້າທີ່ໄດ້ ຫຼື ບໍ່ ເມື່ອພວກເຂົາປະເຊີນກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ. ເວົ້າອີກຢ່າງໜຶ່ງກໍຄື ມັນຂຶ້ນຢູ່ກັບວ່າພວກເຂົາກະທຳຕາມສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງພວກເຂົາ ຫຼື ບໍ່ ເມື່ອມີສິ່ງຕ່າງໆເກີດຂຶ້ນ. ຖ້າຄົນໃດໜຶ່ງກະທຳພາຍໃຕ້ການຊີ້ນຳຂອງສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງພວກເຂົາ ພວກເຂົາກໍຈະເລືອກສິ່ງທີ່ເປັນບວກ ແລະ ເລືອກຄວາມຈິງ. ເຖິງຢ່າງໃດກໍຕາມ ຖ້າພວກເຂົາກະທຳຂັດຕໍ່ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງພວກເຂົາ ແລ້ວບໍ່ວ່າພວກເຂົາຈະເຂົ້າໃຈຄວາມຈິງຫຼາຍສໍ່າໃດ ຫຼື ຂີດຄວາມສາມາດຂອງພວກເຂົາຈະສູງ ຫຼື ຕໍ່າ ພວກເຂົາກໍຈະຂັດຕໍ່ຄວາມຍຸຕິທຳທາງສິນທຳ, ຂັດຕໍ່ຫຼັກການຄວາມຈິງ ແລະ ເຖິງກັບສູນເສຍຄວາມເປັນມະນຸດຂອງພວກເຂົາໄປ. ສິ່ງນີ້ເຮັດໃຫ້ພວກເຈົ້າເຂົ້າໃຈຢ່າງແຈ່ມແຈ້ງກ່ຽວກັບຫຍັງ? ຄວາມເປັນມະນຸດສຳຄັນຫຼາຍບໍ? (ແມ່ນແລ້ວ). ບໍ່ວ່າຈະຢູ່ໃນສະຖານະການໃດກໍຕາມ ຖ້າຄົນໃດໜຶ່ງກະທຳຂັດຕໍ່ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງພວກເຂົາ ພ້ອມທັງຂັດຕໍ່ຄວາມຍຸຕິທຳທາງສິນທຳ ເມື່ອໃດກໍຕາມທີ່ມັນກ່ຽວຂ້ອງກັບຜົນປະໂຫຍດຂອງພວກເຂົາ ພວກເຂົາກໍຈະສູນເສຍຄວາມເປັນມະນຸດຂອງພວກເຂົາໄປ. ພວກເຂົາຈະເຮັດທຸກຢ່າງເພື່ອຮັບປະກັນ ແລະ ປົກປ້ອງຜົນປະໂຫຍດຂອງພວກເຂົາເອງ. ສະນັ້ນ ເມື່ອປະເຊີນກັບສະຖານະການໃດໜຶ່ງ ພວກເຂົາກໍຈະບໍ່ເລືອກທີ່ຈະກະທຳຕາມສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງພວກເຂົາ. ໃນທາງກົງກັນຂ້າມ ພວກເຂົາພັດຈະຂັດຕໍ່ສິ່ງເຫຼົ່ານັ້ນເພື່ອເຫັນແກ່ຜົນປະໂຫຍດຂອງພວກເຂົາເອງ ໂດຍຍອມເສຍສະຫຼະຄວາມສຸດຈະລິດ ແລະ ກຽດສັກສີຂອງພວກເຂົາເພື່ອໃຫ້ບັນລຸເປົ້າໝາຍຂອງພວກເຂົາ. ເມື່ອເບິ່ງຈາກມຸມມອງນີ້ ບໍ່ວ່າຄົນປະເພດນີ້ຈະປະພຶດຕົວດີສໍ່າໃດກໍຕາມໃນຍາມປົກກະຕິ ພວກເຂົາກໍບໍ່ໄດ້ໄລ່ຕາມເສາະຫາສິ່ງໃດນອກຈາກຜົນປະໂຫຍດຂອງພວກເຂົາເອງ ນັ້ນກໍຄື ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາປະຖິ້ມໄດ້ຍາກຫຼາຍ. ພວກເຂົາບໍ່ຍອມຮັບຄວາມຈິງ, ຍິ່ງເປັນຊ່ວງເວລາທີ່ວິກິດຫຼາຍເທົ່າໃດ ແລະ ຍິ່ງພວກເຂົາປະເຊີນໜ້າກັບຄວາມເປັນຈິງຫຼາຍເທົ່າໃດ ພວກເຂົາກໍຍິ່ງເລືອກທີ່ຈະຂັດຕໍ່ສະຕິຮູ້ສຶກຜິດຊອບ, ເຫດຜົນ ແລະ ຄວາມຈິງຂອງພວກເຂົາຫຼາຍຂຶ້ນເທົ່ານັ້ນ; ແລະ ຍິ່ງເປັນຊ່ວງເວລາທີ່ວິກິດຫຼາຍເທົ່າໃດ ພວກເຂົາກໍຍິ່ງເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງການເບື່ອໜ່າຍຕໍ່ຄວາມຈິງ ແລະ ຄວາມເປັນມະນຸດທີ່ເຫັນແກ່ຕົວ ແລະ ຕໍ່າຊ້າຂອງພວກເຂົາອອກມາຫຼາຍຂຶ້ນເທົ່ານັ້ນ. ສະນັ້ນ ສຳລັບຄົນປະເພດນີ້ ມັນຈຶ່ງຍາກຫຼາຍທີ່ຈະປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ມາຮອດຕອນນີ້ ມັນຊັດເຈນແລ້ວບໍວ່າຄວາມເປັນມະນຸດຂອງຄົນໆໜຶ່ງແມ່ນເງື່ອນໄຂພື້ນຖານສຳລັບການປະຖິ້ມອຸປະນິໄສທີ່ເສື່ອມຊາມ? ການທີ່ຄົນໆໜຶ່ງມີຄວາມເປັນມະນຸດປະເພດໃດນັ້ນ ເປັນຕົວກຳນົດວ່າໃນທີ່ສຸດແລ້ວພວກເຂົາຈະສາມາດປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາໄດ້ ຫຼື ບໍ່, ໃນທີ່ສຸດແລ້ວພວກເຂົາຈະສາມາດຍ່າງໃນເສັ້ນທາງແຫ່ງການໄລ່ຕາມເສາະຫາຄວາມຈິງໄດ້ ຫຼື ບໍ່ ແລະ ໃນທີ່ສຸດແລ້ວພວກເຂົາຈະສາມາດໄດ້ຮັບຄວາມລອດພົ້ນໄດ້ ຫຼື ບໍ່.

ຕົວຢ່າງທີ 10: ການເປັນຄົນມິດງຽບໂດຍທຳມະຊາດ

ບາງຄົນໂດຍທຳມະຊາດແລ້ວເປັນຄົນມິດງຽບ ໂດຍມີລັກສະນະນິໄສທີ່ອ່ອນໂຍນ ແລະ ອົດທົນ. ພວກເຂົາບໍ່ຄ່ອຍຈຸກຈິກກັບສິ່ງຕ່າງໆ ຫຼື ໂຕ້ຖຽງກັບຄົນອື່ນ ແລະ ພວກເຂົາບໍ່ເປັນຄົນມັກສຽງດັງວຸ້ນວາຍຈົນເກີນໄປ. ຄຳເວົ້າຂອງພວກເຂົາບໍ່ໂອ້ອວດ ແລະ ສຽງຂອງພວກເຂົາກໍນຸ້ມນວນ. ໃນພາຍນອກ ພວກເຂົາເບິ່ງຄືວ່າອ່ອນໂຍນເປັນພິເສດ ແລະ ພວກເຂົາເຮັດສິ່ງຕ່າງໆຢ່າງເປັນລະບຽບ ແລະ ບໍ່ຟ້າວຟັ່ງ. ເຖິງກັບມີບາງຄົນທີ່ຂີ້ອາຍເຊິ່ງບໍ່ມັກການສື່ສານທາງຄຳເວົ້າກັບຄົນອື່ນຫຼາຍປານໃດ ແລະ ບໍ່ເຕັມໃຈທີ່ຈະມີປະຕິສຳພັນກັບຜູ້ຄົນຫຼາຍເກີນໄປ. ບໍ່ວ່າພວກເຂົາຈະໄປໃສ ໂດຍພື້ນຖານແລ້ວພວກເຂົາກໍແທບຈະບໍ່ມີຕົວຕົນເລີຍ. ການສະແດງອອກເຫຼົ່ານີ້ກ່ຽວຂ້ອງກັບບັນຫາປະເພດໃດ? (ນີ້ແມ່ນບັນຫາທີ່ກ່ຽວຂ້ອງກັບລັກສະນະນິໄສຂອງພວກເຂົາ). ນີ້ແມ່ນບັນຫາກ່ຽວກັບລັກສະນະນິໄສທີ່ຕິດໂຕມາແຕ່ເກີດຂອງພວກເຂົາ. ຄົນເຫຼົ່ານີ້ມີລັກສະນະນິໄສປະເພດນີ້ຢູ່ພາຍນອກ ແລະ ຢູ່ພາຍໃນນັ້ນ ຄວາມຄິດຂອງພວກເຂົາກໍຮຽບງ່າຍຫຼາຍເຊັ່ນກັນ. ພວກເຂົາຂ້ອນຂ້າງດີຕໍ່ຄົນອື່ນ, ມີປະຕິສຳພັນກັບຄົນອື່ນຢ່າງເປັນທຳພໍສົມຄວນ, ບໍ່ເອົາປຽບຄົນອື່ນ ແລະ ເມື່ອພວກເຂົາໄດ້ຮັບຄວາມໂປດປານ ຫຼື ການຊ່ວຍເຫຼືອຈາກຄົນອື່ນ ພວກເຂົາກໍຕອບແທນຄົນເຫຼົ່ານັ້ນ ແລະ ພວກເຂົາຍັງຈື່ຈຳຄວາມເມດຕາຂອງຄົນອື່ນໄວ້ໃນໃຈຂອງພວກເຂົາອີກດ້ວຍ. ຄົນເຫຼົ່ານີ້ໃນພາຍນອກເບິ່ງຄືວ່າມີຄວາມເປັນມະນຸດທີ່ດີ: ພວກເຂົາບໍ່ເປັນອັນຕະລາຍຕໍ່ທັງມະນຸດ ແລະ ສັດ; ພວກເຂົາອົດທົນ, ອ່ອນໄຫວຕໍ່ຄວາມຮູ້ສຶກຂອງຄົນອື່ນ ແລະ ບໍ່ຈຸກຈິກກັບສິ່ງຕ່າງໆກັບຄົນອື່ນ; ພວກເຂົາບໍ່ເຂົ້າໄປຫຍຸ້ງກ່ຽວກັບການໂຕ້ຖຽງ ແລະ ພວກເຂົາບໍ່ນິນທາຄົນອື່ນ; ພວກເຂົາບໍ່ວິພາກວິຈານຜູ້ຄົນລັບຫຼັງ ແລະ ພວກເຂົາບໍ່ເຄີຍເປັນຝ່າຍເລີ່ມໂຈມຕີ ຫຼື ທຳຮ້າຍຄົນອື່ນກ່ອນ; ເມື່ອໃຜບາງຄົນພົບກັບຄວາມຫຍຸ້ງຍາກ ຕາບໃດທີ່ພວກເຂົາສາມາດຊ່ວຍໄດ້ ພວກເຂົາກໍຈະບໍ່ມີວັນປະຕິເສດ ແລະ ພວກເຂົາກໍບໍ່ຮຽກຮ້ອງສິ່ງໃດຕອບແທນ. ຄົນສ່ວນໃຫຍ່ຈະເວົ້າວ່າບຸກຄົນເຫຼົ່ານີ້ເປັນຄົນທີ່ເຂົ້າກັບຄົນງ່າຍຫຼາຍ. ສະນັ້ນ ຄົນເຫຼົ່ານີ້ໃນພາຍນອກເບິ່ງຄືວ່າມີຄວາມເປັນມະນຸດທີ່ດີບໍ? (ແມ່ນແລ້ວ). ແຕ່ມີຢູ່ຄັ້ງໜຶ່ງ ເຮືອນຂອງພຣະເຈົ້າໄດ້ຖາມພວກເຂົາກ່ຽວກັບສະຖານະການ: “ວຽກງານຂອງຜູ້ນໍາຄຣິສຕະຈັກຂອງພວກເຈົ້າເປັນແນວໃດແດ່? ອ້າຍເອື້ອຍນ້ອງຄິດແນວໃດກັບພວກເຂົາ? ວຽກງານຂ່າວປະເສີດມີຜົນຮັບໃດແດ່ບໍໃນຊ່ວງເວລານີ້? ມີໃຜໄດ້ຂັດຂວາງ ຫຼື ລົບກວນວຽກງານຂອງຄຣິສຕະຈັກບໍ?” ພວກເຂົາໄຕ່ຕອງເລື່ອງນີ້: “ເປັນຫຍັງພວກເຂົາຈຶ່ງຖາມຂ້ອຍກ່ຽວກັບເລື່ອງນີ້? ພວກເຂົາຕ້ອງການຫຍັງກັນແນ່? ພວກເຂົາກຳລັງບອກເປັນໄນວ່າຂ້ອຍຄວນເວົ້າວ່າຜູ້ນຳເຮັດວຽກບໍ່ດີບໍ? ພວກເຂົາກຳລັງຊອກຫາທາງປົດຜູ້ນຳຂອງພວກເຮົາອອກບໍ? ພວກເຂົາກຳລັງພະຍາຍາມຫຼອກຖາມຂ້ອຍ ແລະ ຕ້ອງການການຢືນຢັນຈາກຂ້ອຍ. ເອົາລະ ຂ້ອຍຈະບໍ່ເວົ້າຫຍັງທັງນັ້ນ. ຖ້າມື້ໜຶ່ງຜູ້ນຳຖືກປົດອອກ ແລະ ພວກເຂົາຮູ້ວ່າຂ້ອຍເປັນຄົນລາຍງານບັນຫາຂອງພວກເຂົາ ພວກເຂົາຈະບໍ່ຜູກໃຈເຈັບຂ້ອຍບໍ?” ສະນັ້ນ ພວກເຂົາຈຶ່ງຕອບວ່າ “ຊ່ວງນີ້ຜູ້ນໍາກໍເຮັດວຽກໄດ້ດີພໍສົມຄວນ; ຂ້ອຍບໍ່ສັງເກດເຫັນບັນຫາໃດໆ”. ພວກເຂົາເວົ້າພຽງເທົ່ານັ້ນ. ເມື່ອພວກເຂົາຖືກຖາມອີກຄັ້ງວ່າ “ເຈົ້າບໍ່ເຫັນບັນຫາຫຍັງແທ້ໆບໍ?” ພວກເຂົາກໍຕອບວ່າ “ເປັນຫຍັງເຈົ້າບໍ່ລອງຖາມເອື້ອຍນ້ອງຄົນນັ້ນເບິ່ງ, ລາວມັກຈະມີປະຕິສຳພັນກັບຜູ້ນຳເລື້ອຍໆ. ພວກເຂົາໄປມາຫາສູ່ກັນຂ້ອນຂ້າງດຸ ແລະ ລາວກໍຮູ້ຈັກພວກເຂົາເປັນຢ່າງດີ. ຂ້ອຍບໍ່ໄດ້ຮູ້ຈັກພວກເຂົາດີປານນັ້ນ”. ແຕ່ໃນຄວາມເປັນຈິງແລ້ວ ພວກເຂົາຄິດໃນໃຈວ່າ: “ເຖິງແມ່ນວ່າຂ້ອຍຈະຮູ້ ຂ້ອຍກໍເວົ້າຫຍັງບໍ່ໄດ້. ຖ້າຂ້ອຍເວົ້າອອກໄປ ແລ້ວຜູ້ນຳຖືກປົດອອກໃນພາຍຫຼັງ ພວກເຂົາຈະບໍ່ຜູກໃຈເຈັບຂ້ອຍບໍ? ເຖິງແມ່ນວ່າພວກເຂົາຈະບໍ່ຖືກປົດອອກ ຖ້າພວກເຂົາຮູ້ວ່າຂ້ອຍເວົ້າສິ່ງທີ່ບໍ່ດີກ່ຽວກັບພວກເຂົາ ພວກເຂົາຈະບໍ່ສ້າງຄວາມລຳບາກໃຫ້ຂ້ອຍບໍ? ພວກເຂົາຈະສາມາດທໍລະມານຂ້ອຍບໍ? ໜ້າທີ່ຂອງຂ້ອຍຈະຖືກຍຶດໄປບໍ? ຂ້ອຍບໍ່ສາມາດເວົ້າຫຍັງໄດ້!” ນີ້ແມ່ນການສະແດງອອກປະເພດໃດ? (ມັນແມ່ນການສະແດງອອກເຖິງຄວາມເລ່ລ່ຽມ). ແລ້ວສິ່ງນີ້ກ່ຽວຂ້ອງກັບບັນຫາປະເພດໃດ? ອຸປະນິໄສທີ່ເສື່ອມຊາມ. ຄົນປະເພດນີ້ໃນພາຍນອກເບິ່ງຄືວ່າມີລັກສະນະນິໄສທີ່ດີໂດຍທຳມະຊາດ ແລະ ມີຄວາມເປັນມະນຸດທີ່ດີ ແຕ່ເມື່ອໃດກໍຕາມທີ່ເວົ້າເຖິງການປະເມີນຄົນອື່ນ ຫຼື ການລາຍງານບັນຫາ ພວກເຂົາກໍອ້າງວ່າພວກເຂົາບໍ່ຮູ້ ໂດຍເວົ້າວ່າພວກເຂົາຫາກໍເປັນຜູ້ເຊື່ອໄດ້ບໍ່ດົນ ແລະ ບໍ່ເຂົ້າໃຈຄວາມຈິງ, ພວກເຂົາໂງ່ເກີນກວ່າທີ່ຈະເບິ່ງບັນຫາໄດ້ທະລຸ. ບໍ່ວ່າພວກເຂົາຈະສັງເກດເຫັນບັນຫາຂອງໃຜກໍຕາມ ພວກເຂົາກໍບໍ່ເຄີຍລາຍງານ ຫຼື ເວົ້າເຖິງມັນເລີຍ. ເມື່ອມີຄົນຕັດສິນຜູ້ນຳລັບຫຼັງພວກເຂົາ ຫຼື ປະຕິບັດໜ້າທີ່ຂອງພວກເຂົາແບບພໍແລ້ວມືແລ້ວຕີນ ພວກເຂົາກໍທຳທ່າເປັນບໍ່ເຫັນ ຫຼື ບໍ່ຮູ້ກ່ຽວກັບມັນ ແລະ ບໍ່ເຄີຍລາຍງານຫຍັງເລີຍ. ເມື່ອຜູ້ນຳຖາມວ່າ “ເຈົ້າໄດ້ໃຊ້ເວລາຫຼາຍກັບຄົນນັ້ນ; ປົກກະຕິແລ້ວການປະຕິບັດໜ້າທີ່ຂອງພວກເຂົາເປັນແນວໃດ? ພວກເຂົາສາມາດທົນທຸກລຳບາກ ແລະ ຈ່າຍລາຄາໄດ້ບໍ?” ພວກເຂົາກໍຕອບວ່າ “ເອີ ຂ້ອຍເຫັນວ່າພວກເຂົາຂ້ອນຂ້າງຕື່ນແຕ່ເຊົ້າ ແລະ ເຂົ້ານອນເດິກພໍສົມຄວນ”. ໃນຄວາມເປັນຈິງແລ້ວ ພວກເຂົາໄດ້ສັງເກດເຫັນມາດົນແລ້ວວ່າຄົນໆນີ້ມັກຈະເບິ່ງວິດີໂອຂອງໂລກທີ່ບໍ່ມີຄວາມເຊື່ອ ແລະ ບໍ່ໄດ້ຈ່າຍລາຄາໃນການປະຕິບັດໜ້າທີ່ຂອງພວກເຂົາ ແຕ່ພວກເຂົາພັດບໍ່ເວົ້າຄວາມຈິງ; ພວກເຂົາມັກຈະຮັກສາຄວາມກົມກຽວແບບຜິວເຜີນກັບທຸກຄົນຢູ່ສະເໝີ. ໃນພາຍນອກ ລັກສະນະນິໄສທີ່ຕິດໂຕມາແຕ່ເກີດຂອງພວກເຂົາເບິ່ງຄືວ່າບໍ່ມີບັນຫາຫຍັງ ແລະ ຄວາມເປັນມະນຸດຂອງພວກເຂົາກໍເບິ່ງຄືວ່າດີເຊັ່ນກັນ ແຕ່ມີຫຍັງເຊື່ອງຊ້ອນຢູ່ພາຍໃຕ້ຮູບລັກສະນະຂອງຄວາມເປັນມະນຸດທີ່ດີນີ້? ພວກເຂົາເປັນຄົນປະຈົບປະແຈງ; ພວກເຂົາເປັນຄົນປະຈົບປະແຈງທີ່ບໍ່ລ່ວງເກີນໃຜ, ບໍ່ເຄີຍທຳຮ້າຍໃຜ, ບໍ່ເຄີຍເອົາປຽບຄົນອື່ນ ແລະ ບໍ່ເຄີຍສ້າງສັດຕູ. ຫຼັກການໃນການປະພຶດຕົນຂອງພວກເຂົາແມ່ນຫຍັງ? (ການບໍ່ລ່ວງເກີນໃຜ). ພວກເຂົາບໍ່ລ່ວງເກີນໃຜ, ບໍ່ທຳຮ້າຍໃຜ ແລະ ພຽງແຕ່ສະແຫວງຫາການປົກປ້ອງຕົນເອງເທົ່ານັ້ນ. ນີ້ຄືການເປັນຄົນມີເລ່ລ່ຽມບໍ? (ແມ່ນແລ້ວ). ເຖິງແມ່ນວ່າເມື່ອມີຄົນໂອ້ລົມກັບພວກເຂົາຢ່າງຈິງໃຈວ່າ “ພວກເຮົາໃຊ້ເວລາຮ່ວມກັນຫຼາຍທີ່ສຸດໃນການປະຕິບັດໜ້າທີ່ຂອງພວກເຮົາ. ກະລຸນາຊີ້ໃຫ້ເຫັນບັນຫາໃດໆທີ່ເຈົ້າເຫັນໃນຕົວຂ້ອຍ. ຂ້ອຍສັນຍາວ່າຈະຍອມຮັບມັນ ແລະ ປ່ຽນແປງ. ກະລຸນາໂອ້ລົມກັບຂ້ອຍກ່ຽວກັບຫຼັກການຂອງການປະຕິບັດໃນເລື່ອງນີ້ດ້ວຍ” ເຖິງແມ່ນວ່າອີກຝ່າຍຈະຈິງຈັງຫຼາຍປານໃດກໍຕາມ ພວກເຂົາກໍຍັງບໍ່ເວົ້າຄວາມຈິງ. ໃນທາງກົງກັນຂ້າມ ພວກເຂົາພັດເວົ້າຢ່າງບໍ່ຈິງໃຈວ່າ “ເຈົ້າດີກວ່າຂ້ອຍຫຼາຍ. ຄວາມຈິງແລ້ວ ບໍ່ມີໃຜໃນພວກເຈົ້າຮູ້ດອກ ແຕ່ຂ້ອຍອ່ອນແອແທ້ໆ. ຂ້ອຍຄິດລົບ ແລະ ຂ້ອຍກໍກະບົດອີກດ້ວຍ”. ບໍ່ວ່າຄົນອື່ນຈະຂໍຮ້ອງພວກເຂົາຢ່າງຈິງໃຈສໍ່າໃດກໍຕາມ ພວກເຂົາກໍຍັງຈະບໍ່ເວົ້າຫຍັງເລີຍ. ພວກເຂົາປະຕິເສດຢ່າງເດັດຂາດທີ່ຈະລ່ວງເກີນໃຜ ແລະ ຈະບໍ່ມີວັນເວົ້າຄວາມຈິງແມ່ນແຕ່ປະໂຫຍກດຽວ. ພວກເຂົາຈະບໍ່ເວົ້າຄວາມຈິງກັບໃຜ ໂດຍເກັບທຸກສິ່ງຝັງໄວ້ໃນໃຈຂອງພວກເຂົາ. ຈາກສິ່ງນີ້ ສາມາດເຫັນໄດ້ວ່າມັນບໍ່ແມ່ນວ່າພວກເຂົາບໍ່ມີຄວາມຄິດ ເພາະພວກເຂົາບໍ່ແມ່ນຫຸ່ນຍົນ ແລະ ພວກເຂົາບໍ່ໄດ້ດຳລົງຊີວິດຢູ່ໃນສູນຍາກາດ. ພວກເຂົາມີຄວາມຄິດເຫັນກ່ຽວກັບຜູ້ຄົນ ແລະ ເລື່ອງລາວຕ່າງໆ ແຕ່ພວກເຂົາບໍ່ເຄີຍສະແດງພວກມັນອອກມາ ຫຼື ແບ່ງປັນ ຫຼື ຖ່າຍທອດພວກມັນໃຫ້ໃຜຟັງ. ພວກເຂົາພຽງແຕ່ເກັບທຸກສິ່ງໄວ້ກັບຕົວເອງ ສ່ວນໜຶ່ງກໍຍ້ອນພວກເຂົາບໍ່ຕ້ອງການໃຫ້ຄົນອື່ນເບິ່ງພວກເຂົາອອກ ແລະ ອີກສ່ວນໜຶ່ງກໍຍ້ອນພວກເຂົາບໍ່ຕ້ອງການລ່ວງເກີນໃຜ. ສະນັ້ນ ຫຼັກການໃນການປະພຶດຕົນຂອງພວກເຂົາແມ່ນຫຍັງ? ພວກເຂົາບໍ່ມີຫຼັກການບໍ? (ແມ່ນແລ້ວ). ພວກເຂົາບໍ່ມີຫຼັກການ. ພວກເຂົາບໍ່ເຄີຍສະແຫວງຫາຄວາມຈິງ ຫຼື ຍຶດໝັ້ນຫຼັກການ. ພວກເຂົາພຽງແຕ່ຈົດຈໍ່ຢູ່ກັບການປ້ອງກັນ ແລະ ປົກປ້ອງຕົນເອງເທົ່ານັ້ນ. ຕາບໃດທີ່ພວກເຂົາບໍ່ໄດ້ຮັບບາດເຈັບ ພວກເຂົາກໍບໍ່ສົນໃຈວ່າພຣະເຈົ້າຮຽກຮ້ອງຫຍັງ. ພວກເຂົາບໍ່ມີຫຼັກການ ຫຼື ຂອບເຂດໃນວິທີທີ່ພວກເຂົາປະພຶດຕົນ ແລະ ພວກເຂົາບໍ່ລ່ວງເກີນໃຜ, ພວກເຂົາເປັນພຽງຄົນປະຈົບປະແຈງເທົ່ານັ້ນ. ສະນັ້ນ ໃນສາຍຕາຂອງຄົນອື່ນ ພວກເຂົາຈຶ່ງຖືກເບິ່ງວ່າເປັນຄົນດີເຊັ່ນກັນ ເພາະຜູ້ທີ່ພົວພັນກັບພວກເຂົາມັກຈະໄດ້ຮັບການຊ່ວຍເຫຼືອຈາກພວກເຂົາ ແລະ ເມື່ອໃດກໍຕາມທີ່ຄົນອື່ນຂໍຮ້ອງສິ່ງໃດຈາກພວກເຂົາ ພວກເຂົາກໍບໍ່ເຄີຍປະຕິເສດ ເຊິ່ງເຮັດໃຫ້ຜູ້ຄົນເຊື່ອວ່າພວກເຂົາເປັນຄົນດີ. ເຖິງຢ່າງໃດກໍຕາມ ຖ້າເຈົ້າກວດສອບຫຼັກການທີ່ພວກເຂົາໃຊ້ໃນການປະພຶດຕົນຢ່າງລະອຽດເຈົ້າກໍຈະພົບວ່າພວກເຂົາບໍ່ມີຫຼັກການໃນການປະພຶດຕົນເລີຍ. ເມື່ອເວົ້າເຖິງບັນຫາທີ່ກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມ ພວກເຂົາຈະສະແຫວງຫາຄວາມຈິງເພື່ອແກ້ໄຂພວກມັນບໍ? ພວກເຂົາຈະປະຕິບັດຕາມຫຼັກການຄວາມຈິງບໍ? (ບໍ່). ຄຳຕອບຄືບໍ່ຢ່າງແນ່ນອນ. ຄົນເຫຼົ່ານີ້ຍຶດໝັ້ນກັບຄວາມເຂົ້າໃຈສ່ວນຕົວຂອງພວກເຂົາເອງ ໂດຍເຊື່ອວ່າພວກເຂົາມີຄວາມເປັນມະນຸດທີ່ດີ ແລະ ມີຈິດໃຈເມດຕາ. ພວກເຂົາຄິດວ່າພວກເຂົາບໍ່ເຄີຍແອບມີເຈດຕະນາທີ່ບໍ່ດີຕໍ່ຄົນອື່ນ ຫຼື ຢ່າງໜ້ອຍທີ່ສຸດ ກໍຈະບໍ່ເປັນຝ່າຍທຳຮ້າຍຄົນອື່ນ ຫຼື ທຳລາຍຜົນປະໂຫຍດຂອງພວກເຂົາກ່ອນ. ເມື່ອໃດກໍຕາມທີ່ຄົນອື່ນມີຄຳຂໍ ຫຼື ຄວາມຕ້ອງການໃດໆ ພວກເຂົາກໍຕອບສະໜອງສະເໝີ. ໃນຄວາມເຂົ້າໃຈຂອງພວກເຂົາ ພວກເຂົາເຊື່ອວ່າການບໍ່ລ່ວງເກີນ ຫຼື ທຳຮ້າຍໃຜເຮັດໃຫ້ພວກເຂົາເປັນຄົນດີ. ດ້ວຍການບໍ່ສ້າງສັດຕູ ພວກເຂົາຄິດວ່າພວກເຂົາຈະບໍ່ເຮັດໃຫ້ຕົນເອງຕົກຢູ່ໃນສະຖານະການທີ່ເປັນອັນຕະລາຍໃດໆ ແລະ ຈະບໍ່ມີໃຜເບິ່ງວ່າພວກເຂົາເປັນສັດຕູ. ໂດຍການເຮັດເຊັ່ນນີ້ ພວກເຂົາກໍຈະບໍ່ໄດ້ຮັບບາດເຈັບ ແລະ ຈະຍັງຄົງປອດໄພ. ເປົ້າໝາຍຂອງຄົນປະເພດນີ້ໃນວິທີທີ່ພວກເຂົາປະພຶດຕົນແມ່ນຫຍັງ? ຈຸດປະສົງດຽວຂອງພວກເຂົາຄືການປົກປ້ອງຕົນເອງ; ສຳລັບພວກເຂົາແລ້ວ ມັນພຽງພໍແລ້ວທີ່ຈະດຳລົງຊີວິດຢູ່ໃນສິ່ງທີ່ພວກເຂົາເຊື່ອວ່າເປັນບ່ອນຫຼົບໄພ ແລະ ເຂດປອດໄພທີ່ສະດວກສະບາຍ ແລະ ປອດໄພທີ່ສຸດ. ພວກເຂົາບໍ່ມີເຈດຕະນາທີ່ຈະປ່ຽນແປງຫຼັກການ ແລະ ຂອບເຂດໃນວິທີທີ່ພວກເຂົາປະພຶດຕົນ ຫຼື ທິດທາງໃນການປະພຶດຂອງພວກເຂົາ ແລະ ແນ່ນອນວ່າພວກເຂົາບໍ່ມີເຈດຕະນາທີ່ຈະປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ຄົນເຫຼົ່ານີ້ເປັນຄົນປະຈົບປະແຈງ ແລະ ເປັນຄົນທີ່ຫຼີກລ່ຽງບັນຫາ. ບໍ່ວ່າຄົນອື່ນຈະໂອ້ລົມກ່ຽວກັບຫຼັກການຄວາມຈິງ ຫຼື ກ່ຽວກັບຂອບເຂດ ແລະ ຫຼັກການຂອງວິທີການປະພຶດຕົນແນວໃດກໍຕາມ ພວກເຂົາກໍຈະບໍ່ປ່ຽນແປງວິທີທີ່ພວກເຂົາປະພຶດຕົນ. ສະນັ້ນ ຄົນເຫຼົ່ານີ້ມີຄວາມເປັນມະນຸດທີ່ດີບໍ? (ບໍ່). ຄົນເຫຼົ່ານີ້ສາມາດຍອມຮັບຄວາມຈິງ ຫຼື ຍຶດໝັ້ນໃນຫຼັກການໄດ້ບໍ? (ບໍ່). ເປັນຫຍັງພວກເຂົາຈຶ່ງບໍ່ສາມາດຍຶດໝັ້ນໃນຫຼັກການຄວາມຈິງໄດ້? ເພາະໃນຄວາມຄິດຂອງພວກເຂົາ ມາດຕະຖານໃນການປະພຶດຕົນຂອງພວກເຂົາກໍຄືການເປັນຄົນປະຈົບປະແຈງ. ເມື່ອເວົ້າເຖິງເລື່ອງໃດກໍຕາມທີ່ຈຳເປັນຕ້ອງມີຄວາມຄິດເຫັນ ຫຼື ການສະແດງຈຸດຢືນ ພວກເຂົາກໍຈະມິດງຽບ, ຮັກສາທັດສະນະຄະຕິທີ່ເສີຍເມີຍ ແລະ ໃຊ້ວິທີການປ່ອຍປະລະເລີຍ ໂດຍຍັງຄົງບໍ່ສົນໃຈ ແລະ ຫ່າງເຫີນຄືກັບວ່າມັນບໍ່ກ່ຽວຂ້ອງກັບພວກເຂົາ. ດ້ວຍເຫດນີ້ ພວກເຂົາຈຶ່ງບໍ່ມີຄວາມເດັດຂາດໃນວິທີທີ່ພວກເຂົາປະພຶດຕົນ ແລະ ກະທຳການ; ພວກເຂົາປຽບເໝືອນອ່ຽນທີ່ມື່ນ. ພວກເຂົາບໍ່ສົນໃຈຜູ້ຄົນ ແລະ ເຫດການທີ່ຢູ່ອ້ອມຂ້າງພວກເຂົາ. ບໍ່ວ່າບັນຫາໃນສະພາບແວດລ້ອມໃດ ຫຼື ກັບບຸກຄົນໃດຈະສຳຄັນສໍ່າໃດກໍຕາມ ພວກເຂົາກໍບໍ່ມີຄວາມສົນໃຈທີ່ຈະໃສ່ໃຈ, ສອບຖາມ ຫຼື ຮູ້ກ່ຽວກັບພວກມັນ. ພວກເຂົາເຊື່ອວ່າຕາບໃດທີ່ມັນບໍ່ກ່ຽວຂ້ອງກັບພວກເຂົາ ກໍບໍ່ຈຳເປັນຕ້ອງໄປສົນໃຈ. ມີຄຳເວົ້າສຳລັບເລື່ອງນີ້ ມັນເວົ້າວ່າແນວໃດ? “ບໍ່ສະແຫວງຫາຄວາມດີຄວາມຊອບ ແຕ່ສະແຫວງຫາການຫຼີກລ່ຽງຄວາມຜິດ”. ນີ້ກໍເປັນຫຼັກການທີ່ຄົນປະຈົບປະແຈງໃຊ້ໃນການປະພຶດຕົນເຊັ່ນກັນ. ລັກສະນະຂອງອຸປະນິໄສທີ່ເສື່ອມຊາມຂອງຄົນດັ່ງກ່າວແມ່ນຫຍັງ? ຄວາມເລ່ລ່ຽມ, ຄວາມຊົ່ວຊ້າ, ຄວາມຫົວແຂງ, ການປະຕິເສດທີ່ຈະຍອມຮັບຄວາມຈິງ ນັ້ນກໍຄື ພວກເຂົາມີລັກສະນະເກືອບທັງໝົດຂອງອຸປະນິໄສທີ່ເສື່ອມຊາມ. ໃນພາຍນອກ ພວກເຂົາອາດຈະບໍ່ເຮັດຄວາມຊົ່ວ ແລະ ເກືອບຈະບໍ່ກະທຳຜິດ ແຕ່ຖ້າເຈົ້າສັງເກດເບິ່ງຫຼັກການ ແລະ ວິທີການທີ່ພວກເຂົາປະພຶດຕົນ ຈຸດເດັ່ນທີ່ສຸດກໍຄືພວກເຂົາບໍ່ເຄີຍຮັກສາຫຼັກການຄວາມຈິງ ແລະ ບໍ່ມີຂອບເຂດໃນວິທີທີ່ພວກເຂົາປະພຶດຕົນ. ເຖິງແມ່ນວ່າເມື່ອມີຄົນດູຖູກພວກເຂົາ ຫຼື ທຳຮ້າຍກຽດສັກສີຂອງພວກເຂົາ ພວກເຂົາກໍສາມາດອົດທົນກັບມັນ ແລະ ຫົວເລາະປ່ອຍຜ່ານໄປ ໂດຍບໍ່ເຄີຍເປີດເຜີຍ ຫຼື ສະແດງຄວາມຄິດພາຍໃນຂອງພວກເຂົາອອກມາ. ໃນພາຍນອກ ພວກເຂົາເບິ່ງຄືວ່າອົດທົນຫຼາຍ ໂດຍມີຄວາມເປັນມະນຸດທີ່ເມດຕາ ແລະ ບໍ່ສະແດງເຈດຕະນາທີ່ຈະໂຈມຕີ ຫຼື ສະແຫວງຫາການແກ້ແຄ້ນ. ເຖິງຢ່າງໃດກໍຕາມ ມັນບໍ່ແມ່ນວ່າພວກເຂົາບໍ່ມີຄວາມຄິດ, ພວກເຂົາຈື່ຈຳສິ່ງທີ່ເຈົ້າເຮັດ ແລະ ເມື່ອເຖິງເວລາທີ່ເໝາະສົມ ພວກເຂົາກໍຈະອອກມາປົກປ້ອງ ແລະ ປ້ອງກັນຕົນເອງ ໂດຍຕອບໂຕ້ເຈົ້າໃນລະດັບໜຶ່ງ ເຊິ່ງເຈົ້າອາດຈະບໍ່ສັງເກດເຫັນດ້ວຍຊໍ້າ. ພວກເຂົາບໍ່ໄດ້ຍຶດໝັ້ນຫຼັກການຄວາມຈິງ; ຫຼັກການ ແລະ ຂອບເຂດໃນວິທີທີ່ພວກເຂົາປະພຶດຕົນແມ່ນພຽງເພື່ອປົກປ້ອງຜົນປະໂຫຍດ, ຄວາມປອດໄພ ແລະ ຊື່ສຽງຂອງພວກເຂົາເອງເທົ່ານັ້ນ. ສຳລັບຄົນແບບນີ້ ມັນຖືກຕ້ອງແລ້ວທີ່ຈະອະທິບາຍວ່າພວກເຂົາຊົ່ວຊ້າ ແລະ ອະທິບາຍວ່າພວກເຂົາຫົວແຂງ, ເລ່ລ່ຽມ ແລະ ເບື່ອໜ່າຍຕໍ່ຄວາມຈິງ. ບາງຄົນອາດຈະເວົ້າວ່າ “ພວກເຂົາບໍ່ໄດ້ທຳລາຍຜົນປະໂຫຍດຂອງຄົນອື່ນ ຫຼື ເຮັດສິ່ງທີ່ຊົ່ວຮ້າຍໃດໆ ແລ້ວເຈົ້າຈະເວົ້າໄດ້ແນວໃດວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້? ເຈົ້າອີງສິ່ງນີ້ໃສ່ຫຍັງ?” ມັນອີງໃສ່ຄວາມຄິດ, ມຸມມອງ ແລະ ທັດສະນະຄະຕິຂອງພວກເຂົາ ເມື່ອເວົ້າເຖິງວິທີທີ່ພວກເຂົາມອງຜູ້ຄົນ ແລະ ສິ່ງຕ່າງໆ ພ້ອມທັງວິທີທີ່ພວກເຂົາປະພຶດຕົນ ແລະ ກະທຳການ. ພວກເຈົ້າສັງເກດເຫັນສິ່ງນີ້ບໍ? (ຕອນນີ້ພວກເຮົາເຫັນແລ້ວ). ເປັນຫຍັງກ່ອນໜ້ານີ້ພວກເຈົ້າຈຶ່ງບໍ່ສາມາດເຫັນມັນໄດ້? ມີຫຍັງກ່ຽວກັບພວກເຂົາທີ່ເຮັດໃຫ້ເຈົ້າຫຼົງຜິດ? (ພວກເຮົາຄິດວ່າພວກເຂົາຂ້ອນຂ້າງສະບາຍໆໃນຄຳເວົ້າ ແລະ ການກະທຳຂອງພວກເຂົາ ພ້ອມທັງໃນວິທີທີ່ພວກເຂົາມີປະຕິສຳພັນ ແລະ ຮ່ວມມືກັບຄົນອື່ນ ແລະ ພວກເຂົາກໍບໍ່ໄດ້ທຳຮ້າຍໃຜ ສະນັ້ນພວກເຮົາຈຶ່ງຄິດເອົາເອງວ່າພວກເຂົາມີຄວາມເປັນມະນຸດທີ່ດີ. ພວກເຮົາຖືກເຮັດໃຫ້ຫຼົງຜິດໂດຍພາບລັກຈອມປອມພາຍນອກຂອງພວກເຂົາ). ການມີລັກສະນະນິໄສທີ່ອ່ອນໂຍນໃນພາຍນອກ ແລະ ບໍ່ເຄີຍໂຈມຕີຜູ້ຄົນ ແລະ ທຳຮ້າຍສັດ ບໍ່ໄດ້ໝາຍຄວາມວ່າຄົນໆໜຶ່ງມີຄວາມເປັນມະນຸດທີ່ດີ. ການເປີດເຜີຍຄວາມເປັນມະນຸດປະເພດໃດທີ່ເປັນຕົວແທນຂອງຄວາມເປັນມະນຸດທີ່ດີຢ່າງແທ້ຈິງ? (ດ້ານໜຶ່ງກໍຄື ການບໍ່ທຳຮ້າຍຄົນອື່ນ ຫຼື ເອົາປຽບພວກເຂົາ. ນອກຈາກນີ້ ເມື່ອມີອັນຕະລາຍເກີດຂຶ້ນ ຄວາມຄິດທຳອິດຂອງຄົນໆໜຶ່ງກໍຄືການປົກປ້ອງຜູ້ນຳ ແລະ ຜູ້ເຮັດວຽກ ພ້ອມທັງອ້າຍເອື້ອຍນ້ອງທີ່ໄລ່ຕາມເສາະຫາຄວາມຈິງ ໂດຍບໍ່ຄຳນຶງເຖິງຄວາມປອດໄພຂອງຕົນເອງ ແລະ ສາມາດໃຫ້ຄວາມສຳຄັນກັບຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເປັນອັນດັບທຳອິດໃນທຸກສະຖານະການ. ສິ່ງເຫຼົ່ານີ້ລ້ວນແຕ່ເປັນການສະແດງອອກຂອງຄວາມເປັນມະນຸດທີ່ດີ). ການມີຈິດໃຈເມດຕາ, ມີຄວາມຮັກ, ອົດທົນ ແລະ ອົດກັ້ນ, ເຄົາລົບຄົນອື່ນ, ເຕັມໃຈທີ່ຈະຄຳນຶງເຖິງຄົນອື່ນ, ບໍ່ເອົາປຽບຜູ້ຄົນ, ຂ້ອນຂ້າງຊື່ກົງ ພ້ອມທັງຖ່ອມຕົວ, ບໍ່ໂອ້ອວດ ແລະ ບໍ່ມັກຂົ່ມເຫັງ: ການມີຄຸນສົມບັດແຫ່ງຄວາມເປັນມະນຸດເຫຼົ່ານີ້ ບວກກັບຄວາມສາມາດໃນການຍຶດໝັ້ນຫຼັກການຄວາມຈິງ ແລະ ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ນີ້ຄືຄວາມເປັນມະນຸດທີ່ດີ. ຖ້າຄົນໃດໜຶ່ງມີຄຸນສົມບັດແຫ່ງຄວາມເປັນມະນຸດໃນພາຍນອກ ເຊັ່ນ: ຄວາມອົດກັ້ນ, ຄວາມອົດທົນ, ຄວາມເມດຕາ, ການບໍ່ເອົາປຽບຄົນອື່ນ, ຄວາມອ່ອນໄຫວຕໍ່ຄວາມຮູ້ສຶກຂອງຄົນອື່ນ, ການເບິ່ງແຍງຄົນອື່ນ ແຕ່ເມື່ອເວົ້າເຖິງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ພວກເຂົາພັດຍອມມອບພວກມັນໃຫ້ຢ່າງງ່າຍດາຍ ແລະ ເຖິງກັບເປັນຝ່າຍຫັກຫຼັງພວກມັນກ່ອນ, ພວກເຂົາມີຄວາມເປັນມະນຸດທີ່ດີບໍ? (ບໍ່). ສິ່ງນີ້ໝາຍຄວາມວ່າຄວາມເປັນມະນຸດຂອງພວກເຂົາບໍ່ດີ. ຄວາມເປັນມະນຸດທີ່ດີຖືກວັດແທກແນວໃດ? ຂໍ້ກຳນົດຂັ້ນຕໍ່າສຸດແມ່ນຫຍັງ? (ຢ່າງໜ້ອຍທີ່ສຸດກໍຄື ການສາມາດປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າໄດ້). ການສາມາດປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າໄດ້; ແລະ ຈາກນັ້ນ ບົນພື້ນຖານນີ້ ກໍສາມາດຮ່ວມມືກັບຄົນອື່ນໄດ້ຢ່າງກົມກຽວ, ມີຈິດໃຈເມດຕາ ແລະ ອົດກັ້ນ, ບໍ່ເອົາປຽບຄົນອື່ນ ແລະ ສາມາດອົດທົນ ແລະ ເຂົ້າໃຈຄວາມອ່ອນແອຂອງຄົນອື່ນ, ອ່ອນໄຫວຕໍ່ຄວາມຮູ້ສຶກຂອງຄົນອື່ນ, ສາມາດມີຄວາມຮັກ, ສາມາດຊ່ວຍເຫຼືອ ແລະ ສະໜັບສະໜູນຄົນອື່ນ ແລະ ເບິ່ງແຍງຜູ້ທີ່ອ່ອນແອ ແລະ ອື່ນໆ, ສິ່ງເຫຼົ່ານີ້ລ້ວນແຕ່ເປັນລັກສະນະຂອງຄວາມເປັນມະນຸດທີ່ດີ. ໃນທາງກົງກັນຂ້າມ ຄວາມເຫັນແກ່ຕົວ, ຄວາມຕໍ່າຊ້າ, ຄວາມໂລບ, ການເປັນຄົນເຂັ້ມງວດ ແລະ ຄຳນຶງເຖິງຜົນປະໂຫຍດກັບຄົນອື່ນຫຼາຍເກີນໄປ, ມັກນິນທາ ແລະ ກົດຂີ່ຜູ້ຄົນ, ເອົາແຕ່ໃຈ, ມັກໂອ້ອວດ, ຜິວເຜີນເປັນພິເສດ, ຊົ່ວຊ້າ, ປ່ອຍຕົວ, ໜ້າດ້ານ ແລະ ຂາດຄວາມຮູ້ສຶກລະອາຍໃຈ, ສິ່ງເຫຼົ່ານີ້ແມ່ນການສະແດງອອກປະເພດໃດ? (ສິ່ງເຫຼົ່ານີ້ແມ່ນການສະແດງອອກຂອງຄວາມເປັນມະນຸດທີ່ບໍ່ດີ). ຄົນທີ່ມີການສະແດງອອກເຫຼົ່ານີ້ຍັງສາມາດປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າໄດ້ບໍ? (ບໍ່). ການມີການສະແດງອອກຂອງຄວາມເປັນມະນຸດທີ່ດີ ພ້ອມກັບຄວາມສາມາດໃນການປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ນີ້ຄືສິ່ງທີ່ເປັນຄວາມເປັນມະນຸດທີ່ດີຢ່າງແທ້ຈິງ.

ຕົວຢ່າງທີ 11: ການເບິ່ງຄືວ່າໃຈດີ ແຕ່ພັດຟຸມເຟືອຍເຄື່ອງຖວາຍ

ບາງຄົນໃນພາຍນອກເບິ່ງຄືວ່າໃຈດີຫຼາຍ; ພວກເຂົາສາມາດອົດທົນ ແລະ ອົດກັ້ນກັບຄົນອື່ນ ແລະ ພວກເຂົາມີລັກສະນະທັງໝົດຂອງຄວາມເປັນມະນຸດທີ່ດີ. ແຕ່ເມື່ອເວົ້າເຖິງວຽກງານຂອງຄຣິສຕະຈັກ, ເຄື່ອງຖວາຍຂອງພຣະເຈົ້າ ຫຼື ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ພວກເຂົາພັດສາມາດຫັກຫຼັງສິ່ງທັງໝົດນີ້ໄດ້. ພວກເຈົ້າຈະເວົ້າບໍວ່າຄົນປະເພດນີ້ມີຄວາມເປັນມະນຸດທີ່ດີ? (ບໍ່). ຕົວຢ່າງ: ເມື່ອຊື້ເຄື່ອງໃຫ້ອ້າຍເອື້ອຍນ້ອງ ບາງຄົນກໍເລືອກສິນຄ້າທີ່ມີຄຸນນະພາບດີ, ລາຄາຖືກ ແລະ ໃຊ້ງານໄດ້ຈິງ. ແຕ່ເມື່ອເວົ້າເຖິງການໃຊ້ເຄື່ອງຖວາຍເພື່ອຊື້ສິ່ງຕ່າງໆ ພວກເຂົາພັດເລືອກສິນຄ້າລາຄາແພງ. ເຖິງແມ່ນວ່າມັນຈະເປັນພຽງລົດໄຖນາ ພວກເຂົາກໍຍັງຢາກໄດ້ລົດໄຖນາທີ່ມີລະບົບນຳທາງ. ບໍ່ວ່າພວກເຂົາຈະຊື້ຫຍັງກໍຕາມ ພວກເຂົາມັກຈະເລືອກສິ່ງທີ່ດີທີ່ສຸດ, ແພງທີ່ສຸດ ແລະ ມີເທັກໂນໂລຢີສູງສະເໝີ ໂດຍປະຕິເສດທີ່ຈະພິຈາລະນາສິ່ງທີ່ຖືກກວ່າ. ໂດຍປົກກະຕິແລ້ວ ພວກເຂົາເບິ່ງຄືວ່າເຂົ້າກັບຄົນອື່ນໄດ້ຕາມປົກກະຕິ; ພວກເຂົາບໍ່ເອົາປຽບຜູ້ຄົນ, ຂ້ອນຂ້າງອົດກັ້ນ ແລະ ປະຕິບັດຕໍ່ຄົນອື່ນເປັນຢ່າງດີໃນທຸກດ້ານ. ແຕ່ເມື່ອເວົ້າເຖິງການໃຊ້ຈ່າຍເຄື່ອງຖວາຍ ດ້ານທີ່ໂຫດຮ້າຍຂອງພວກເຂົາກໍປາກົດອອກມາ ແລະ ໃບໜ້າທີ່ຊົ່ວຮ້າຍຂອງພວກເຂົາກໍເປີດເຜີຍອອກມາ. ພວກເຂົາສາມາດຖືກພິຈາລະນາວ່າມີຄວາມເປັນມະນຸດທີ່ດີໄດ້ບໍ? (ບໍ່). ຄວາມເປັນມະນຸດທີ່ດີຂອງພວກເຂົາເປັນຂອງແທ້ບໍ? ມັນເປັນພຽງການເສແສ້ງ ແລະ ການດັດຈະລິດພາຍນອກ, ມັນເປັນພຽງພາບລັກຈອມປອມ. ເມື່ອເວົ້າເຖິງເລື່ອງທີ່ກ່ຽວຂ້ອງກັບຜົນປະໂຫຍດຂອງເຮືອນຂອງພຣະເຈົ້າຢ່າງແທ້ຈິງ ໂດຍສະເພາະເມື່ອເວົ້າເຖິງການໃຊ້ຈ່າຍເຄື່ອງຖວາຍ ຄວາມໂລບຂອງພວກເຂົາກໍປາກົດຂຶ້ນ ແລະ ໃບໜ້າທີ່ຊົ່ວຮ້າຍ, ໃບໜ້າແບບມານຮ້າຍ ແລະ ທ່າທາງທີ່ດຸຮ້າຍຂອງພວກເຂົາກໍຖືກເປີດເຜີຍອອກມາ. ນີ້ແມ່ນຄວາມເປັນມະນຸດທີ່ດີບໍ? (ບໍ່). ຕົວຢ່າງ: ມີຄົນກຳລັງຂໍລິຂະສິດໜັງສື ພຣະທຳປາກົດໃນເນື້ອໜັງ ແລະ ພວກເຂົາເວົ້າວ່າ “ຖ້າພວກເຮົາຂໍໃນນາມຂອງຄຣິສຕະຈັກໃນຖານະອົງກອນ ມັນກໍຈະປະຢັດເງິນໄດ້ຫຼາຍ. ແຕ່ຖ້າພວກເຮົາຂໍໃນນາມຂອງພຣະຄຣິສທີ່ບັງເກີດເປັນມະນຸດ ມັນກໍຈະມີຄ່າໃຊ້ຈ່າຍຫຼາຍກວ່ານີ້ຫຼາຍ. ພວກເຮົາຄວນປະຢັດເງິນໃນເລື່ອງນີ້; ເຄື່ອງຖວາຍຕ້ອງບໍ່ຖືກໃຊ້ຈ່າຍຢ່າງຊະຊາຍ!” ຄຳເວົ້ານີ້ຖືກຕ້ອງບໍ? ພວກເຂົາມີຫຼັກການໃນການຈັດການກັບເລື່ອງສຳຄັນດັ່ງກ່າວບໍ? ພຣະທຳເຫຼົ່ານີ້ຖືກສະແດງອອກໂດຍໃຜກັນແນ່, ພຣະເຈົ້າ ຫຼື ຄຣິສຕະຈັກ? (ພວກມັນຖືກສະແດງອອກໂດຍພຣະເຈົ້າ). ສະນັ້ນ ລິຂະສິດຄວນເປັນຂອງໃຜ? ມັນຈະເໝາະສົມກວ່າບໍທີ່ມັນຈະເປັນຂອງພຣະເຈົ້າ ຫຼື ຂອງຄຣິສຕະຈັກ? (ມັນເໝາະສົມກວ່າທີ່ມັນຈະເປັນຂອງພຣະເຈົ້າ). ນີ້ແມ່ນບັນຫາທີ່ສຳຄັນ. ຜົນຕາມມາຂອງການຈົດຈໍ່ຢູ່ກັບການປະຢັດເງິນໃນເລື່ອງສຳຄັນດັ່ງກ່າວແມ່ນຫຍັງ? ບັນຫາໃດແດ່ສາມາດເກີດຂຶ້ນ? ຜົນຕາມມາອາດຈະເປັນສິ່ງທີ່ຈິນຕະນາການບໍ່ໄດ້ເລີຍ! ຖ້າເຈົ້າບໍ່ສົນໃຈຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ຄິດແຕ່ເລື່ອງການປະຢັດເງິນ ນັ້ນເຮັດໃຫ້ເຈົ້າກາຍເປັນຄົນປະເພດໃດ? ຄົນແບບນັ້ນມີສະຕິຮູ້ສຶກຜິດຊອບ ຫຼື ຄວາມເປັນມະນຸດບໍ? (ພວກເຂົາບໍ່ມີຄວາມເປັນມະນຸດ). ບໍ່ວ່າຄົນແບບນັ້ນຈະເບິ່ງຄືວ່າໃຈດີ ຫຼື ອົດກັ້ນສໍ່າໃດໃນພາຍນອກ ພວກເຂົາມີຄວາມເປັນມະນຸດຢ່າງແທ້ຈິງບໍ? (ບໍ່). ໃນຄຣິສຕະຈັກ ຄ່າໃຊ້ຈ່າຍທັງໝົດສຳລັບອາຫານ, ເຄື່ອງດື່ມ ແລະ ຄວາມຕ້ອງການປະຈຳວັນແມ່ນກວມເອົາໂດຍເຄື່ອງຖວາຍຂອງພຣະເຈົ້າທັງໝົດ. ເຮົາເຄີຍຄິດໄລ່ຈຸກຈິກກັບພວກເຈົ້າກ່ຽວກັບຄ່າໃຊ້ຈ່າຍເຫຼົ່ານີ້ບໍ? ຂໍ້ກຳນົດພຽງຢ່າງດຽວກໍຄືໃຫ້ພວກເຈົ້າຫຼີກລ່ຽງການສິ້ນເປືອງ ແຕ່ເຮົາເຄີຍກວດສອບຄ່າໃຊ້ຈ່າຍປົກກະຕິຂອງພວກເຈົ້າບໍ? (ບໍ່). ໃນທຸກດ້ານ ເຮົາໄດ້ຄຳນຶງເຖິງພວກເຈົ້າ ແລະ ບໍ່ເຄີຍກວດສອບຄ່າໃຊ້ຈ່າຍຂອງພວກເຈົ້າ ແຕ່ພວກເຈົ້າພັດຫັນກັບມາຂີ້ໜຽວກັບເຮົາ. ນີ້ບໍ່ແມ່ນການຂາດຄວາມເປັນມະນຸດບໍ? (ແມ່ນແລ້ວ, ມັນແມ່ນ). ບໍ່ວ່າຄົນທີ່ບໍ່ມີຄວາມເປັນມະນຸດຈະເບິ່ງຄືວ່າໃຈດີ ຫຼື ອົດກັ້ນຕໍ່ຜູ້ຄົນສໍ່າໃດກໍຕາມ ມັນກໍເປັນພຽງພາບລັກຈອມປອມ. ເມື່ອມາຮອດຊ່ວງເວລາທີ່ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຄວນຈະເຂົ້າມາມີບົດບາດຢ່າງແທ້ຈິງ ພວກເຂົາກໍຖືກເປີດເຜີຍວ່າປາສະຈາກຄວາມເປັນມະນຸດທັງໝົດ. ພວກເຂົາຍັງເປັນມະນຸດຢູ່ບໍ? (ບໍ່). ພວກເຂົາບໍ່ສາມາດຖືກເອີ້ນວ່າມະນຸດໄດ້. ເມື່ອເຮົາຊື້ເຄື່ອງ ເຮົາກໍຊື້ເຄື່ອງຢ່າງລະມັດລະວັງ ແລະ ປະຢັດເຊັ່ນກັນ ໂດຍພິຈາລະນາວ່າສິນຄ້າຫຼຸດລາຄາຕອນໃດ ແລະ ວິທີການຊື້ທີ່ເໝາະສົມ ແລະ ຖ້າສິ່ງໃດໃຊ້ງານໄດ້ຈິງ, ເໝາະສົມ ແລະ ລາຄາສົມເຫດສົມຜົນ ເຮົາກໍຈະຊື້ມັນ. ແຕ່ເຮົາບໍ່ຊື້ເຄື່ອງຢ່າງບໍ່ຢັ້ງຄິດ, ເຮົາບໍ່ໃຊ້ເງິນໄປກັບການຊື້ທີ່ບໍ່ຄຸ້ມຄ່າ. ເຖິງຢ່າງໃດກໍຕາມ ມີຄ່າໃຊ້ຈ່າຍບາງຢ່າງທີ່ບໍ່ສາມາດຫຼີກລ່ຽງໄດ້ ແລະ ຕ້ອງໄດ້ຈ່າຍ ແລະ ໃນກໍລະນີເຫຼົ່ານັ້ນ ເຮົາກໍໃຊ້ຈ່າຍຕາມຫຼັກການ. ເຮົາຍັງພະຍາຍາມປະຢັດອາຫານ, ເຄື່ອງນຸ່ງ ແລະ ຄວາມຕ້ອງການປະຈຳວັນຂອງເຮົາເອງອີກດ້ວຍ. ມັນບໍ່ແມ່ນການຊື້ທຸກຢ່າງທີ່ເຮົາຕ້ອງການ; ເຮົາຕ້ອງພິຈາລະນາການຊື້ຂອງເຮົາຢ່າງຮອບຄອບ. ເຈົ້າເຫັນບໍ ເຮົາແຕ່ງຕົວຮຽບງ່າຍ, ເໝາະສົມ ແລະ ເບິ່ງດີ. ການໃຊ້ຈ່າຍຂອງເຮົາປະຕິບັດຕາມຫຼັກການ: ເຮົາຊື້ສິ່ງທີ່ຈຳເປັນ ແລະ ໃຊ້ງານໄດ້ຈິງ ແລະ ເຮົາບໍ່ຊື້ສິ່ງທີ່ບໍ່ຈຳເປັນ. ຢ່າຟຸມເຟືອຍ ຫຼື ໃຊ້ເງິນຢ່າງສິ້ນເປືອງ; ຢ່າໃຊ້ເງິນທີ່ບໍ່ຄວນໃຊ້; ປະຢັດໃນບ່ອນທີ່ເຈົ້າຄວນປະຢັດ ແລະ ຫຼີກລ່ຽງຄ່າໃຊ້ຈ່າຍທີ່ບໍ່ຈຳເປັນ, ສິ່ງເຫຼົ່ານີ້ຄືຫຼັກການ. ເຖິງຢ່າງໃດກໍຕາມ ເມື່ອບາງຄົນທີ່ບໍ່ມີຄວາມເປັນມະນຸດເຫັນໂອກາດທີ່ຈະໃຊ້ເຄື່ອງຖວາຍຂອງພຣະເຈົ້າ ຕາຂອງພວກເຂົາກໍເປີດກວ້າງ. ຕາບໃດທີ່ມັນກ່ຽວຂ້ອງກັບການໃຊ້ຈ່າຍສຳລັບອາຫານ, ເຄື່ອງນຸ່ງ, ທີ່ພັກອາໄສ ຫຼື ການເດີນທາງຂອງຜູ້ຄົນ ພວກເຂົາກໍຈະຟ້າວລົງມືເຮັດ. ໂດຍສະເພາະເມື່ອເວົ້າເຖິງການຊື້ເຄື່ອງນຸ່ງໃຫ້ຄົນອື່ນ ຫຼື ການແຈກຈ່າຍຄ່າໃຊ້ຈ່າຍໃນການໃຊ້ຊີວິດ ພວກເຂົາກໍຈະກະຕືລືລົ້ນຫຼາຍເກີນໄປ ແລະ ໃຈກວ້າງຫຼາຍ. ໃນໃຈຂອງພວກເຂົາ ພວກເຂົາຄິດວ່າ “ເອົາລະ ມັນບໍ່ແມ່ນເງິນຂອງຂ້ອຍທີ່ຖືກໃຊ້ໄປ. ມັນເປັນເງິນຂອງພຣະເຈົ້າທີ່ຖືກໃຊ້ໄປ ແລະ ສິ່ງນີ້ກໍຊ່ວຍສ້າງຊື່ສຽງໃຫ້ຂ້ອຍ ແລ້ວເປັນຫຍັງຈະບໍ່ເຮັດລະ?” ສະນັ້ນ ພວກເຂົາຈຶ່ງສວຍໂອກາດໃຊ້ຈ່າຍຢ່າງຟຸມເຟືອຍ. ໃນໃຈຂອງພວກເຂົາ ພວກເຂົາແອບມີເຈດຕະນາທີ່ບໍ່ດີໄວ້ ໂດຍບໍ່ຕ້ອງການຫຍັງນອກຈາກການທຳລາຍເຮືອນຂອງພຣະເຈົ້າ! ແຕ່ຖ້າມັນເປັນເງິນຂອງພວກເຂົາເອງ ພວກເຂົາກໍຈະຄິດໄລ່ທຸກຢ່າງ ໂດຍປະຕິເສດທີ່ຈະໃຊ້ຈ່າຍແມ່ນແຕ່ກີບດຽວຫຼາຍກວ່າທີ່ຈຳເປັນ. ບໍ່ວ່າປົກກະຕິແລ້ວພວກເຂົາຈະເບິ່ງຄືວ່າໃຈດີສໍ່າໃດກໍຕາມ ຄົນແບບນັ້ນກໍບໍ່ມີຄວາມເປັນມະນຸດທີ່ດີ. ໃນມຸມມອງຂອງເຮົາ ທັດສະນະຄະຕິຂອງພວກເຂົາຕໍ່ເຄື່ອງຖວາຍຂອງພຣະເຈົ້າບອກຫຍັງໄດ້ຫຼາຍຢ່າງ. ຂໍ້ເທັດຈິງທີ່ວ່າພວກເຂົາສາມາດໃຊ້ຈ່າຍເຄື່ອງຖວາຍຢ່າງຟຸມເຟືອຍ ແລະ ປາສະຈາກຫົວໃຈທີ່ຢຳເກງພຣະເຈົ້າຢ່າງສິ້ນເຊີງນັ້ນ ຢ່າງໜ້ອຍທີ່ສຸດກໍສະແດງໃຫ້ເຫັນວ່າພວກເຂົາບໍ່ມີຄວາມເມດຕາ, ພວກເຂົາຕໍ່າຊ້າ ແລະ ພວກເຂົາມີຄວາມເປັນມະນຸດທີ່ບໍ່ດີ. ມັນບໍ່ແມ່ນແບບນີ້ບໍ? (ແມ່ນແລ້ວ, ມັນແມ່ນ).

ມີການສະແດງອອກຫຼາຍຢ່າງທີ່ກ່ຽວຂ້ອງກັບເງື່ອນໄຂຕິດໂຕມາແຕ່ເກີດ, ຄວາມເປັນມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມຂອງຄົນໆໜຶ່ງ. ມື້ນີ້ພວກເຮົາໄດ້ໂອ້ລົມກັນເຖິງບາງສ່ວນຂອງພວກມັນແບບຫຍໍ້ໆແລ້ວ; ອາດຈະຍັງມີການສະແດງອອກອື່ນໆອີກ ເຊິ່ງພວກເຮົາສາມາດເວົ້າເຖິງໃນການໂອ້ລົມຄັ້ງຕໍ່ໆໄປ. ສຳລັບມື້ນີ້ ຂໍຈົບການໂອ້ລົມຂອງພວກເຮົາໄວ້ພຽງເທົ່ານີ້. ລາກ່ອນ!

ວັນທີ 23 ກັນຍາ 2023

ກ່ອນນີ້: ວິທີການໄລ່ຕາມເສາະຫາຄວາມຈິງ (3)

ຕໍ່ໄປ: ວິທີການໄລ່ຕາມເສາະຫາຄວາມຈິງ (12)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້