ວິທີການໄລ່ຕາມເສາະຫາຄວາມຈິງ (3)
ການປະຕິບັດຂໍ້ທີໜຶ່ງສຳລັບການໄລ່ຕາມເສາະຫາຄວາມຈິງ: ການປ່ອຍວາງ
ການປ່ອຍວາງຄວາມບາດໝາງລະຫວ່າງຕົນເອງກັບພຣະເຈົ້າ ແລະ ຄວາມເປັນປໍລະປັກຂອງຕົນທີ່ມີຕໍ່ພຣະເຈົ້າ
I. ການປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຕົນກ່ຽວກັບພຣະເຈົ້າ: ການປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຕົນກ່ຽວກັບວຽກງານຂອງພຣະເຈົ້າ
ຕະຫຼອດຊ່ວງໄລຍະທີ່ຜ່ານມາຈົນຮອດຕອນນີ້, ພວກເຮົາໄດ້ໂອ້ລົມກັນໃນຫົວຂໍ້ການໄລ່ຕາມເສາະຫາຄວາມຈິງ. ເນື້ອຫາທີ່ກ່ຽວຂ້ອງກັບຫົວຂໍ້ນີ້ແມ່ນຂ້ອນຂ້າງກວ້າງ, ແຕ່ບໍ່ວ່າເນື້ອຫາຈະກວ້າງສໍ່າໃດກໍຕາມ ມັນກໍບໍ່ສາມາດແຍກອອກຈາກບັນຫາບາງຢ່າງທີ່ຜູ້ຄົນພົບພໍ້ໃນຊີວິດປະຈຳວັນຂອງພວກເຂົາ ເຊິ່ງກ່ຽວຂ້ອງກັບວິທີທີ່ພວກເຂົາເບິ່ງຜູ້ຄົນ ແລະ ສິ່ງຕ່າງໆ ແລະ ວິທີທີ່ພວກເຂົາປະພຶດຕົນ ແລະ ກະທຳການ, ບໍ່ແມ່ນບໍ? (ແມ່ນແລ້ວ). ສິ່ງເຫຼົ່ານີ້ແມ່ນບັນຫາຕົວຈິງໃນຊີວິດຂອງຜູ້ຄົນ. ພວກມັນບໍ່ໄດ້ຖືກຕັດຂາດອອກຈາກຊີວິດປະຈຳວັນຂອງຜູ້ຄົນ ແລະ ພວກມັນກໍບໍ່ໄດຖືກຕັດຂາດອອກຈາກຄວາມເປັນມະນຸດທີ່ປົກກະຕິຂອງຜູ້ຄົນ. ບັນຫາເຫຼົ່ານີ້ລວມມີທັດສະນະຄະຕິ ແລະ ມຸມມອງຂອງຜູ້ຄົນຕໍ່ສິ່ງຕ່າງໆ ພ້ອມທັງເລື່ອງສຳຄັນທຸກປະເພດທີ່ຜູ້ຄົນພົບພໍ້ໃນການດຳລົງຢູ່ຂອງພວກເຂົາ ແລະ ໃນການເດີນທາງຊີວິດຂອງພວກເຂົາ. ເນື້ອຫາຂອງການໂອ້ລົມຄັ້ງກ່ອນຂອງພວກເຮົາແມ່ນກ່ຽວຂ້ອງກັບດ້ານໜຶ່ງຂອງການປະຕິບັດ “ການປ່ອຍວາງ” ໃນ “ວິທີການໄລ່ຕາມເສາະຫາຄວາມຈິງ” ນັ້ນກໍຄື ການປ່ອຍວາງຄວາມບາດໝາງລະຫວ່າງຕົນເອງກັບພຣະເຈົ້າ ແລະ ຄວາມເປັນປໍລະປັກຂອງຕົນທີ່ມີຕໍ່ພຣະເຈົ້າ. ການປະຕິບັດນີ້ກ່ຽວຂ້ອງກັບຫຍັງ? ມັນກ່ຽວຂ້ອງກັບຄວາມສຳພັນລະຫວ່າງຜູ້ຄົນ ແລະ ພຣະເຈົ້າ, ບໍ່ແມ່ນບໍ? (ແມ່ນແລ້ວ). ເນື້ອຫາຂອງການໂອ້ລົມສອງສາມຄັ້ງທີ່ຜ່ານມາແມ່ນກ່ຽວຂ້ອງກັບວິທີທີ່ຄົນໆໜຶ່ງຄວນເບິ່ງຄົນທຸກປະເພດ ແລະ ສິ່ງຕ່າງໆທຸກປະເພດ ຕາມຫຼັກການ ແລະ ມາດຕະຖານທີ່ພຣະເຈົ້າຮຽກຮ້ອງ ແລະ ວິທີການຮັບມືກັບຄົນທຸກປະເພດ ແລະ ສິ່ງຕ່າງໆທຸກປະເພດ. ເນື້ອຫາຂອງການໂອ້ລົມຄັ້ງກ່ອນຂອງພວກເຮົາແມ່ນກ່ຽວຂ້ອງກັບຄວາມສຳພັນລະຫວ່າງຜູ້ຄົນ ແລະ ພຣະເຈົ້າ ແລະ ແຈ້ງໃຫ້ຜູ້ຄົນຮູ້ເຖິງວິທີທີ່ພວກເຂົາຄວນປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການຕ່າງໆທີ່ບໍ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ, ບໍ່ສອດຄ່ອງກັບຂໍ້ກຳນົດຂອງພຣະເຈົ້າ ແລະ ບໍ່ສອດຄ່ອງກັບຫຼັກການຄວາມຈິງ. ສິ່ງເຫຼົ່ານີ້ແມ່ນບັນຫາຕົວຈິງທີ່ມີຢູ່ລະຫວ່າງຜູ້ຄົນ ແລະ ພຣະເຈົ້າໃນເສັ້ນທາງຂອງການເຊື່ອໃນພຣະເຈົ້າ ແລະ ໃນຂະບວນການຂອງການດຳລົງຢູ່. ພວກເຮົາໄດ້ແບ່ງຫົວຂໍ້ໃຫຍ່ນີ້ “ການປ່ອຍວາງຄວາມບາດໝາງລະຫວ່າງຕົນເອງກັບພຣະເຈົ້າ ແລະ ຄວາມເປັນປໍລະປັກຂອງຕົນທີ່ມີຕໍ່ພຣະເຈົ້າ” ອອກເປັນສີ່ດ້ານ: ດ້ານທີໜຶ່ງແມ່ນຄວາມຄິດຫຼົງຜິດ ແລະ ຈິນຕະນາການ, ດ້ານທີສອງແມ່ນຂໍ້ຮຽກຮ້ອງທີ່ບໍ່ສົມເຫດສົມຜົນ, ດ້ານທີສາມແມ່ນຄວາມລະແວດລະວັງ ແລະ ຄວາມສົງໄສ ແລະ ດ້ານທີສີ່ແມ່ນການກວດສອບຢ່າງລະອຽດ ແລະ ການສອດຮູ້ສອດເຫັນ. ພວກເຮົາໄດ້ເລີ່ມຕົ້ນການໂອ້ລົມຂອງພວກເຮົາດ້ວຍຄວາມຄິດຫຼົງຜິດ ແລະ ຈິນຕະນາການ. ປະເດັນທຳອິດໃນຄວາມຄິດຫຼົງຜິດ ແລະ ຈິນຕະນາການແມ່ນກ່ຽວຂ້ອງກັບວຽກງານຂອງພຣະເຈົ້າ ນັ້ນກໍຄື ຜູ້ຄົນມີຄວາມຄິດຫຼົງຜິດ ແລະ ຈິນຕະນາການຫຍັງ ກ່ຽວກັບວຽກງານຂອງພຣະເຈົ້າ. ພວກເຮົາໄດ້ໂອ້ລົມກັນບາງຢ່າງກ່ຽວກັບເລື່ອງນີ້. ການໂອ້ລົມຂອງພວກເຮົາກ່ຽວກັບປະເດັນນີ້ແມ່ນກ່ຽວຂ້ອງກັບວິທີທີ່ຜູ້ຄົນເບິ່ງວຽກງານຂອງພຣະເຈົ້າ ແລະ ການບ່ຽງເບນ, ຄວາມຄິດຫຼົງຜິດ ແລະ ຈິນຕະນາການທີ່ຜູ້ຄົນມີໃນຄວາມຮູ້ ແລະ ແນວຄິດຂອງພວກເຂົາກ່ຽວກັບວຽກງານຂອງພຣະເຈົ້າ; ຄວາມຄິດຫຼົງຜິດ ແລະ ຈິນຕະນາການເຫຼົ່ານີ້ແມ່ນສິ່ງທີ່ຜູ້ຄົນຄວນປ່ອຍວາງ. ຖ້າຜູ້ຄົນປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການເຫຼົ່ານີ້ ແລະ ສະແຫວງຫາຄວາມຈິງ, ພວກເຂົາກໍຈະສາມາດຮູ້ຈັກວຽກງານຂອງພຣະເຈົ້າ ແລະ ມີຄວາມຢັ່ງຮູ້ທີ່ຖືກຕ້ອງກ່ຽວກັບພຣະທຳຂອງພຣະເຈົ້າ. ເມື່ອວຽກງານຂອງພຣະເຈົ້າບໍ່ສອດຄ່ອງກັບຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນ, ພວກເຂົາຄວນໄຕ່ຕອງ ແລະ ພະຍາຍາມຮູ້ຈັກຕົນເອງ ແລະ ພວກເຂົາຍັງຄວນປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາເອງ, ແທນທີ່ຈະເພິ່ງພາສິ່ງເຫຼົ່ານັ້ນເພື່ອວັດແທກວ່າວຽກງານຂອງພຣະເຈົ້າຄວນມີລັກສະນະແນວໃດ ຫຼື ແມ່ນຫຍັງຄືຜົນທີ່ພຣະເຈົ້າຕັ້ງໃຈຈະບັນລຸໃນຜູ້ຄົນດ້ວຍວຽກງານຂອງພຣະອົງ. ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນກ່ຽວກັບວຽກງານຂອງພຣະເຈົ້າມີຜົນກະທົບໂດຍກົງຕໍ່ການເຂົ້າສູ່ຊີວິດຂອງຜູ້ຄົນ ແລະ ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະເຈົ້າ, ສະນັ້ນ ຄວາມຄິດຫຼົງຜິດ ແລະ ຈິນຕະນາການເຫຼົ່ານີ້ກໍຍັງເປັນສິ່ງທີ່ຜູ້ຄົນຕ້ອງປ່ອຍວາງເຊັ່ນກັນ. ຕົວຢ່າງ: ພວກເຮົາໄດ້ໂອ້ລົມກັນວ່າ ພຣະເຈົ້າບໍ່ໄດ້ປ່ຽນແປງຂີດຄວາມສາມາດແຕ່ກຳເນີດ, ບຸກຄະລິກກະພາບ, ສັນຊາດຕະຍານຂອງຜູ້ຄົນ ແລະ ອື່ນໆ, ຄຸນລັກສະນະຕິດຕົວທີ່ຜູ້ຄົນມີຕອນເກີດ ແລະ ສັນຊາດຕະຍານຂອງເນື້ອໜັງພວກເຂົາບໍ່ແມ່ນເປົ້າໝາຍໃນວຽກງານຂອງພຣະເຈົ້າ ແລະ ວຽກງານຂອງພຣະອົງເລັງເປົ້າໃສ່ອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ ແລະ ສິ່ງຕ່າງໆທີ່ຢູ່ພາຍໃນຜູ້ຄົນທີ່ກະບົດຕໍ່ພຣະເຈົ້າ ແລະ ບໍ່ເຂົ້າກັບກັບພຣະເຈົ້າ. ຖ້າຜູ້ຄົນຈິນຕະນາການວ່າວຽກງານຂອງພຣະເຈົ້າແນໃສ່ເພື່ອປ່ຽນແປງຂີດຄວາມສາມາດຂອງພວກເຂົາ, ສັນຊາດຕະຍານຂອງພວກເຂົາ ແລະ ແມ່ນແຕ່ບຸກຄະລິກກະພາບຂອງພວກເຂົາ, ນິໄສ, ຮູບແບບການດຳລົງຊີວິດຂອງພວກເຂົາ ແລະ ອື່ນໆອີກ, ແລ້ວທຸກໆດ້ານໃນການປະຕິບັດຂອງພວກເຂົາໃນຊີວິດປະຈຳວັນກໍຈະໄດ້ຮັບອິດທິພົນ ແລະ ຖືກຄອບງໍາໂດຍຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາເອງ ແລະ ຈະມີຫຼາຍສ່ວນທີ່ບິດເບືອນ ຫຼື ສິ່ງທີ່ສຸດໂຕ່ງໂດຍຫຼີກລ່ຽງບໍ່ໄດ້. ສ່ວນທີ່ບິດເບືອນ ແລະ ສິ່ງທີ່ສຸດໂຕ່ງເຫຼົ່ານີ້ບໍ່ສອດຄ່ອງກັບຫຼັກການຄວາມຈິງ ແລະ ຈະເຮັດໃຫ້ຜູ້ຄົນບ່ຽງເບນອອກຈາກສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ ແລະ ຫຼຸດອອກຈາກເສັ້ນທາງຂອງຄວາມເປັນມະນຸດທີ່ປົກກະຕິ. ຕົວຢ່າງ: ໃນຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງເຈົ້າ, ເຈົ້າເຊື່ອວ່າພຣະເຈົ້າຕ້ອງການປ່ຽນແປງຂີດຄວາມສາມາດຂອງຜູ້ຄົນ, ຄວາມເກັ່ງກາດ ແລະ ແມ່ນແຕ່ສັນຊາດຕະຍານຂອງພວກເຂົາ; ຖ້າເຈົ້າຄິດວ່າສິ່ງເຫຼົ່ານີ້ແມ່ນສິ່ງທີ່ພຣະເຈົ້າຕ້ອງການປ່ຽນແປງ, ເຈົ້າຈະມີການໄລ່ຕາມເສາະຫາປະເພດໃດ? ເຈົ້າຈະມີການໄລ່ຕາມເສາະຫາທີ່ບິດເບືອນ ແລະ ຍຶດຕິດຢ່າງດື້ດ້ານ, ເຈົ້າຈະຕ້ອງການໄລ່ຕາມເສາະຫາຂີດຄວາມສາມາດທີ່ເໜືອກວ່າ ແລະ ເຈົ້າຈະຈົດຈໍ່ກັບການຮຽນຮູ້ທັກສະປະເພດຕ່າງໆ ແລະ ການຊຳນານໃນຄວາມຮູ້ປະເພດຕ່າງໆ ເພື່ອໃຫ້ເຈົ້າຄ່ອຍໆມີຂີດຄວາມສາມາດທີ່ສູງສົ່ງ ແລະ ຄວາມສາມາດທີ່ເໜືອກວ່າ ພ້ອມທັງຄວາມເຂົ້າໃຈເຊີງເລິກ ແລະ ການບົ່ມເພາະຕົນເອງທີ່ເໜືອກວ່າ ແລະ ແມ່ນແຕ່ຄວາມສາມາດບາງຢ່າງທີ່ເໜືອກວ່າຄວາມສາມາດຂອງຄົນທຳມະດາ; ດ້ວຍການເຮັດເຊັ່ນນີ້, ເຈົ້າຈະໃຫ້ຄວາມສົນໃຈກັບຄວາມສາມາດ ແລະ ຄວາມສາມາດພິເສດພາຍນອກ. ແລ້ວແມ່ນຫຍັງຄືຜົນສະທ້ອນຂອງການໄລ່ຕາມເສາະຫາດັ່ງກ່າວຕໍ່ຜູ້ຄົນ? ພວກເຂົາບໍ່ພຽງແຕ່ຈະລົ້ມເຫຼວໃນການເລີ່ມຍ່າງໃນເສັ້ນທາງແຫ່ງການໄລ່ຕາມເສາະຫາຄວາມຈິງເທົ່ານັ້ນ, ແຕ່ພວກເຂົາຈະຫັນໄປເດີນໃນເສັ້ນທາງຂອງພວກຟາຣີຊາຍແທນ. ພວກເຂົາຈະແຂ່ງຂັນກັນເອງເພື່ອເບິ່ງວ່າໃຜມີຂີດຄວາມສາມາດທີ່ເໜືອກວ່າ, ໃຜມີພອນສະຫວັນທີ່ເໜືອກວ່າ, ໃຜມີຄວາມຮູ້ທີ່ເໜືອກວ່າ, ໃຜມີຄວາມສາມາດທີ່ເໜືອກວ່າ, ໃຜມີຈຸດແຂງຫຼາຍກວ່າ, ໃຜມີກຽດຕິຍົດສູງກວ່າໃນທ່າມກາງຜູ້ຄົນ ແລະ ໄດ້ຮັບການຍົກຍ້ອງ ແລະ ເຄົາລົບນັບຖືຈາກຄົນອື່ນ. ດ້ວຍການເຮັດເຊັ່ນນີ້, ພວກເຂົາບໍ່ພຽງແຕ່ຈະບໍ່ສາມາດປະຕິບັດຄວາມຈິງ ແລະ ກະທຳຕາມຫຼັກການຄວາມຈິງເທົ່ານັ້ນ, ແຕ່ພວກເຂົາຈະມຸ່ງໜ້າໄປສູ່ເສັ້ນທາງທີ່ນຳພາໃຫ້ອອກຫ່າງຈາກຄວາມຈິງແທນ.
F. ວຽກງານຂອງພຣະເຈົ້າບໍ່ໄດ້ປ່ຽນແປງເງື່ອນໄຂຕິດຕົວຂອງຜູ້ຄົນ; ມັນແນໃສ່ເພື່ອປ່ຽນແປງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ
1. ວຽກງານຂອງພຣະເຈົ້າບໍ່ໄດ້ປ່ຽນແປງເງື່ອນໄຂຕິດຕົວຂອງຜູ້ຄົນ
ວຽກງານຂອງພຣະເຈົ້າແມ່ນເພື່ອປ່ຽນແປງອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ ແລະ ຄວາມຄິດ ແລະ ມຸມມອງທີ່ຄາດເຄື່ອນຕ່າງໆຂອງພວກເຂົາທີ່ລະເມີດຄວາມຈິງ, ພາຍໃນຂອບເຂດຄວາມເປັນມະນຸດທີ່ປົກກະຕິຂອງພວກເຂົາ, ເພື່ອໃຫ້ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງພວກເຂົາສາມາດໄດ້ຮັບການຟື້ນຟູ ແລະ ຖືກເຮັດໃຫ້ເໝາະສົມ. ເວົ້າອີກຢ່າງໜຶ່ງກໍຄື ຍິ່ງເຈົ້າເຂົ້າໃຈຄວາມຈິງຫຼາຍສໍ່າໃດ, ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງເຈົ້າກໍຈະຍິ່ງຄ່ອຍໆປົກກະຕິຫຼາຍຂຶ້ນສໍ່ານັ້ນ ແລະ ສິ່ງເຫຼົ່ານັ້ນຍັງຈະຄ່ອຍໆດຳເນີນໄປໃນທິດທາງທີ່ເປັນປະໂຫຍດຢ່າງຕໍ່ເນື່ອງ; ນີ້ບໍ່ແມ່ນສິ່ງທີ່ເໜືອທຳມະຊາດເລີຍ. ເຮົາໝາຍຄວາມວ່າແນວໃດກັບຄຳວ່າ “ປົກກະຕິ” ນີ້? ຖ້າຜູ້ຄົນມີຄວາມສຳນຶກກ່ຽວກັບສະຕິຮູ້ສຶກຜິດຊອບ ແລະ ຄວາມຮູ້ສຶກຍຸຕິທຳ, ພວກເຂົາກໍຈະກາຍເປັນຄົນໃຈດີ, ຖ້າຈະກ່າວໂດຍໃຊ້ຄຳເວົ້າຂອງມະນຸດກໍຄື ພວກເຂົາຈະເຂົ້າອົກເຂົ້າໃຈ, ຊື່ກົງ, ມີເຫດຜົນ ແລະ ບໍ່ດື້ດ້ານ ແລະ ບໍ່ມັກບິດເບືອນ. ນີ້ຄືຜົນທີ່ພຣະເຈົ້າຕັ້ງໃຈຈະບັນລຸໃນຄວາມເປັນມະນຸດຂອງຜູ້ຄົນ. ເມື່ອຜູ້ຄົນເຂົ້າໃຈຄວາມຈິງຫຼາຍຂຶ້ນເລື້ອຍໆ, ຜົນທີ່ໄດ້ຮັບໂດຍບັງເອີນຢ່າງໜຶ່ງກໍຄື ຄວາມເປັນມະນຸດຂອງພວກເຂົາກໍຈະເປັນປົກກະຕິຫຼາຍຂຶ້ນເລື້ອຍໆ. ເຖິງຢ່າງໃດກໍຕາມ, ຖ້າຜູ້ຄົນໄລ່ຕາມເສາະຫາຕາມຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາເອງ, ຄວາມຄິດຫຼົງຜິດ ແລະ ຈິນຕະນາການເຫຼົ່ານີ້ກໍຈະສົ່ງອິດທິພົນທາງລົບ ແລະ ການນຳພາທາງລົບຢ່າງຫຼວງຫຼາຍ ຕໍ່ການໄລ່ຕາມເສາະຫາຂອງພວກເຂົາ ແລະ ຈະນຳພາພວກເຂົາໄປສູ່ເສັ້ນທາງທີ່ບິດເບືອນ ແລະ ຖືກຕິດຕາມຢ່າງດື້ດ້ານ, ສຸດໂຕ່ງ ແລະ ຄາດເຄື່ອນທຸກປະເພດ. ຕົວຢ່າງ: ໃນຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນ, ພວກເຂົາເຊື່ອວ່າວຽກງານຂອງພຣະເຈົ້າຕັ້ງໃຈທີ່ຈະຍົກລະດັບຄວາມເປັນມະນຸດຂອງຜູ້ຄົນ ແລະ ເພື່ອເຮັດໃຫ້ຜູ້ຄົນສາມາດກ້າວຂ້າມສັນຊາດຕະຍານຂອງມະນຸດ, ຂີດຄວາມສາມາດຂອງມະນຸດ ແລະ ແມ່ນແຕ່ອາຍຸ ແລະ ເພດຂອງມະນຸດ. ເມື່ອຜູ້ຄົນມີຄວາມຄິດຫຼົງຜິດແບບນີ້, ພວກເຂົາກໍຈະໄລ່ຕາມເສາະຫາ, ບາກບັ່ນ ແລະ ຄຳຫາໄປໃນທິດທາງນີ້. ແລ້ວພວກເຂົາຈະຈົດຈໍ່ກັບສິ່ງໃດ? ໃນດ້ານໜຶ່ງ, ພວກເຂົາຈະຈົດຈໍ່ກັບຄວາມຮູ້, ຄວາມສາມາດ, ທັກສະ, ພອນສະຫວັນ ແລະ ຄວາມສາມາດພິເສດ; ໃນອີກດ້ານໜຶ່ງ, ພວກເຂົາຈະຈົດຈໍ່ກັບຄວາມເໜືອທຳມະຊາດ. ພວກເຈົ້າຮູ້ບໍວ່າການສະແດງອອກຂອງຄວາມເໜືອທຳມະຊາດແມ່ນຫຍັງ? (ມັນໝາຍຄວາມວ່າ ໃນບາງສິ່ງ ຜູ້ຄົນຈະຜ່ານການປ່ຽນແປງທາງດ້ານຄຸນນະພາບ ໂດຍກົງໂດຍບໍ່ຕ້ອງຈ່າຍລາຄາບໍ)? ມັນຄືກັບເວລາທີ່ຄົນໃດໜຶ່ງບໍ່ອ່ານພຣະທຳຂອງພຣະເຈົ້າເປັນປົກກະຕິ, ແຕ່ມີບາງສິ່ງບາງຢ່າງເກີດຂຶ້ນກັບພວກເຂົາ ແລະ ພຣະທຳຂອງພຣະເຈົ້າກໍປາກົດຂຶ້ນໃນຄວາມຄິດຂອງພວກເຂົາໃນທັນທີທັນໃດ ຫຼື ເມື່ອຄົນໃດໜຶ່ງບໍ່ສາມາດຮ້ອງເພງ ຫຼື ເຕັ້ນລຳໄດ້ຈັກເທື່ອ, ແຕ່ຫຼັງຈາກໄດ້ຮັບແຮງບັນດານໃຈ ພວກເຂົາກໍສາມາດຮ້ອງເພງ ແລະ ເຕັ້ນລຳໄດ້ໃນທັນທີທັນໃດ ແລະ ເຖິງກັບເຕັ້ນລຳໄດ້ດີພໍສົມຄວນ ຫຼື ເມື່ອຄົນໃດໜຶ່ງບໍ່ເຄີຍຮຽນພາສາຕ່າງປະເທດມາກ່ອນ, ແຕ່ທັນໃດນັ້ນ ພວກເຂົາກໍສາມາດປາກເວົ້າພາສາຕ່າງປະເທດໄດ້. ສິ່ງເຫຼົ່ານີ້ເໜືອທຳມະຊາດບໍ? (ແມ່ນແລ້ວ). ຕົວຢ່າງ: ສົມມຸດວ່າເຈົ້າຕ້ອງອອກໄປນອກເພື່ອເຮັດທຸລະດ່ວນ, ແຕ່ເຈົ້າບໍ່ຮູ້ວິທີຂັບລົດ ແລະ ດ້ວຍຄວາມສິ້ນຫວັງ ເຈົ້າກໍອະທິຖານ ແລະ ທັນທີທັນໃດ ເຈົ້າກໍຮູ້ສຶກຮ້ອນຮົນຂຶ້ນມາ ແລະ ທັນໃດນັ້ນເຈົ້າກໍຮູ້ວິທີຂັບລົດ ແລະ ເຈົ້າເຖິງກັບຂັບໄດ້ຢ່າງແນວແນ່ຄືກັບຄົນຂັບລົດທີ່ມີປະສົບການ. ມີຄົນຖາມເຈົ້າວ່າ “ເຈົ້າຂັບລົດເກັ່ງແບບນີ້ໄດ້ແນວໃດ?” ເຈົ້າເວົ້າວ່າ “ຂ້ອຍກໍບໍ່ຮູ້ຄືກັນ. ທັງໝົດນີ້ພຣະເຈົ້າເປັນຜູ້ເຮັດ; ຂ້ອຍໄດ້ຮັບການດົນບັນດານໃຈໂດຍພຣະວິນຍານບໍລິສຸດ. ເບິ່ງແມ, ມືເຫຼົ່ານີ້ຂອງຂ້ອຍກໍບໍ່ແມ່ນມືຂອງຂ້ອຍເອງອີກຕໍ່ໄປແລ້ວ; ພວກມັນກຳລັງຖືກຈັບໂດຍພຣະວິນຍານບໍລິສຸດ!” ໃນຂໍ້ເທັດຈິງທີ່ເປັນຈິງແລ້ວ, ພຣະວິນຍານບໍລິສຸດບໍ່ໄດ້ເຮັດສິ່ງນີ້; ກົງກັນຂ້າມ ມີວິນຍານອີກປະເພດໜຶ່ງໄດ້ເຂົ້າໄປໃນຕົວເຈົ້າ ແລະ ກຳລັງບົງການເຈົ້າ, ຈົນເຮັດໃຫ້ເຈົ້າກາຍເປັນອີກຄົນໜຶ່ງ ແລະ ບໍ່ສາມາດຄວບຄຸມຕົນເອງໄດ້. ນີ້ບໍ່ແມ່ນການກ້າວຂ້າມຄວາມສາມາດທີ່ເປັນເນື້ອແທ້ຂອງຄົນໆໜຶ່ງບໍ? ນີ້ຄືສິ່ງເໜືອທຳມະຊາດ, ບໍ່ແມ່ນບໍ? (ແມ່ນແລ້ວ). ຄວາມເໜືອທຳມະຊາດໝາຍຄວາມວ່າແນວໃດ? ນີ້ຄືປາກົດການທີ່ດີບໍ? (ບໍ່, ສິ່ງນີ້ເຮັດໃຫ້ຄົນໆໜຶ່ງຜິດປົກກະຕິ). ຖ້າເຈົ້າສາມາດຮູ້ພາສາ, ມີທັກສະ ຫຼື ເຂົ້າໃຈຄວາມຮູ້ບາງຢ່າງໃນທັນທີທັນໃດ ໂດຍບໍ່ຕ້ອງສຶກສາເປັນໄລຍະເວລາໜຶ່ງ ຫຼື ໄດ້ຮັບການນຳພາຈາກຜູ້ຊ່ຽວຊານຄົນໃດໜຶ່ງ, ນັ້ນກໍຄືຄວາມເໜືອທຳມະຊາດ. ຖ້າອຸປະນິໄສຊີວິດຂອງຄົນໃດໜຶ່ງປ່ຽນແປງໄປ ໂດຍທີ່ພວກເຂົາບໍ່ຈຳເປັນຕ້ອງໄລ່ຕາມເສາະຫາຄວາມຈິງ, ສະແຫວງຫາ, ລໍຖ້າ ຫຼື ມີປະສົບການກັບສິ່ງຕ່າງໆ, ນີ້ບໍ່ແມ່ນເລື່ອງທີ່ເປັນຕາຢ້ານບໍ? (ແມ່ນແລ້ວ). ຖ້າຍັງມີຄວາມຄິດຫຼົງຜິດ ແລະ ຈິນຕະນາການຫຼາຍຢ່າງຢູ່ໃນຄວາມຄິດຂອງເຈົ້າ ແລະ ໃນຈິດໃຕ້ສຳນຶກຂອງເຈົ້າ, ແລ້ວເຈົ້າກໍຄວນປ່ອຍວາງສິ່ງເຫຼົ່ານັ້ນ ແລະ ບໍ່ໄລ່ຕາມເສາະຫາພວກມັນ, ເພາະສິ່ງເຫຼົ່ານັ້ນບໍ່ແມ່ນຄວາມຮູ້ທີ່ແທ້ຈິງກ່ຽວກັບວຽກງານຂອງພຣະເຈົ້າ ແລະ ພວກມັນບໍ່ສອດຄ່ອງກັບວິທີການ ແລະ ຫຼັກການໃນວຽກງານຂອງພຣະເຈົ້າ. ວຽກງານຂອງພຣະເຈົ້າຈະບໍ່ກ້າວຂ້າມຄວາມເປັນມະນຸດທີ່ປົກກະຕິຂອງເຈົ້າຢ່າງເດັດຂາດ ແລະ ຜົນທີ່ບັນລຸໄດ້ໂດຍວຽກງານຂອງພຣະເຈົ້າໃນຕົວເຈົ້າກໍບໍ່ແມ່ນຜົນຂອງການປ່ຽນແປງຄວາມເປັນມະນຸດທີ່ປົກກະຕິຂອງເຈົ້າ ໃຫ້ກາຍເປັນຄວາມເປັນມະນຸດທີ່ຖືກຍົກລະດັບ ແລະ ເໜືອທຳມະຊາດຢ່າງເດັດຂາດ. ຍິ່ງໄປກວ່ານັ້ນ, ພຣະເຈົ້າຈະບໍ່ປ່ຽນແປງເຈົ້າຈາກຄົນປົກກະຕິໃຫ້ກາຍເປັນຄົນທີ່ຜິດປົກກະຕິ. ສົມມຸດວ່າ ໃນຂະບວນການທີ່ມີປະສົບການກັບວຽກງານຂອງພຣະເຈົ້າ, ສະຕິຮູ້ສຶກຜິດຊອບຂອງເຈົ້າກາຍເປັນສິ່ງທີ່ອ່ອນໄຫວຫຼາຍຂຶ້ນເລື້ອຍໆ ແລະ ເຈົ້າຄ່ອຍໆມີຄວາມຮູ້ສຶກລະອາຍໃຈຫຼາຍຂຶ້ນ. ເຈົ້າກາຍເປັນຄົນໃຈດີ, ສາມາດຄຳນຶງເຖິງເຈດຕະນາຂອງພຣະເຈົ້າ ແລະ ສາມາດປົກປ້ອງວຽກງານຂອງຄຣິສຕະຈັກ ແລະ ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ຍິ່ງໄປກວ່ານັ້ນ, ຄຳເວົ້າ ແລະ ການກະທຳຂອງເຈົ້າກໍບໍ່ຂັດກັບສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງເຈົ້າ, ເຈົ້າຄ່ອຍໆສາມາດກະທຳການຕາມຫຼັກການຄວາມຈິງ ແລະ ເຈົ້າສາມາດລະບຸຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທຸກປະເພດໂດຍອີງໃສ່ພຣະທຳຂອງພຣະເຈົ້າ. ສິ່ງນີ້ພິສູດວ່າເສັ້ນທາງທີ່ເຈົ້າກຳລັງຍ່າງໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້ານັ້ນຖືກຕ້ອງ. ແຕ່ສົມມຸດວ່າເຈົ້າຍັງຈົດຈໍ່ກັບການຫາຟັງສຽງບາງຢ່າງເມື່ອເຈົ້າອະທິຖານ ແລະ ລໍຖ້າແຮງບັນດານໃຈ, ແສງສະຫວ່າງທີ່ວາບຂຶ້ນມາ ຫຼື ການເປີດເຜີຍທີ່ເໜືອທຳມະຊາດບາງຢ່າງ ເມື່ອເຈົ້າສະແຫວງຫາຈາກພຣະເຈົ້າ ແລະ ອ້ອນວອນພຣະເຈົ້າ. ຍິ່ງໄປກວ່ານັ້ນ, ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງເຈົ້າກໍບໍ່ໄດ້ຮັບການຟື້ນຟູ ຫຼື ການແກ້ໄຂໃນລັກສະນະໃດເລີຍ ແລະ ເຈົ້າກໍບໍ່ໄດ້ມີຄວາມຮູ້ສຶກຍຸຕິທຳ ຫຼື ອ່ອນນ້ອມຕໍ່ພຣະເຈົ້າ. ສິ່ງນີ້ພິສູດວ່າມີບັນຫາກັບການໄລ່ຕາມເສາະຫາຂອງເຈົ້າ ແລະ ເສັ້ນທາງທີ່ເຈົ້າກຳລັງຍ່າງຢູ່ ແລະ ມັນຍັງສາມາດເວົ້າໄດ້ວ່າເຈົ້າບໍ່ໄດ້ເລີ່ມຍ່າງໃນເສັ້ນທາງຂອງການໄລ່ຕາມເສາະຫາຄວາມຈິງເລີຍ. ເຈົ້າມັກຈະສະແຫວງຫາເພື່ອກາຍເປັນຄົນທີ່ເໜືອທຳມະຊາດໃນຈິດໃຕ້ສຳນຶກ ແລະ ມັກຈະຮູ້ສຶກວ່າເຈົ້າຄວນກ້າວຂ້າມເນື້ອໜັງ ນັ້ນກໍຄື ບໍ່ຮູ້ສຶກຫິວຖ້າເຈົ້າບໍ່ໄດ້ກິນ ແລະ ບໍ່ຮູ້ສຶກອິດເມື່ອຍ ຫຼື ຢາກນອນຖ້າເຈົ້າບໍ່ໄດ້ນອນ ຫຼື ພັກຜ່ອນເປັນເວລາຫຼາຍມື້ ແລະ ເຈົ້າເຖິງກັບສະແຫວງຫາເພື່ອເຂົ້າໃຈ ແລະ ຊຳນານໃນສິ່ງທີ່ເຈົ້າບໍ່ເຂົ້າໃຈ ຫຼື ບໍ່ໄດ້ຮຽນຮູ້ໃນທັນທີທັນໃດ ໃນຂະບວນການປະຕິບັດໜ້າທີ່ຂອງເຈົ້າ ເມື່ອເຈົ້າຕ້ອງການພວກມັນຢ່າງຮີບດ່ວນ. ຈິນຕະນາການກ່ຽວກັບສິ່ງທີ່ເໜືອທຳມະຊາດເຫຼົ່ານີ້ລ້ວນແຕ່ມາຈາກຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງມະນຸດ. ເພາະວ່າຜູ້ຄົນບໍ່ເຄີຍມີປະສົບການກັບວຽກງານຂອງພຣະເຈົ້າ, ພວກເຂົາຈຶ່ງເຕັມໄປດ້ວຍຈິນຕະນາການກ່ຽວກັບວຽກງານຂອງພຣະອົງໂດຍທຳມະຊາດ. ໃນຄວາມເປັນຈິງແລ້ວ, ວຽກງານຂອງພຣະເຈົ້າແມ່ນສິ່ງທີ່ແທ້ຈິງ ແລະ ສຳພັນກັບຊີວິດຈິງທີ່ສຸດ. ພຣະເຈົ້າບໍ່ເຄີຍກະທຳການຕາມຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນ; ພຣະອົງບໍ່ເຄີຍປະຕິບັດວຽກງານປະເພດນີ້ໃນຕົວຜູ້ຄົນ. ພຣະອົງພຽງແຕ່ເຮັດວຽກງານທີ່ເໜືອທຳມະຊາດເລັກນ້ອຍພາຍໃຕ້ສະພາບການທີ່ພິເສດຫຼາຍ ແລະ ໃນຄົນຈຳນວນໜ້ອຍຫຼາຍເທົ່ານັ້ນ, ແຕ່ວຽກງານນີ້ພຽງແຕ່ເກີດຂຶ້ນຊົ່ວຄາວ ແລະ ເປັນສິ່ງທີ່ຈຳເປັນໃນສະຖານະການພິເສດ, ມັນບໍ່ແມ່ນວິທີການເຮັດວຽກທີ່ມັກຈະສະແດງອອກໃນຜູ້ຄົນພາຍໃນຄວາມລອດພົ້ນຂອງພຣະເຈົ້າ. ໃນວຽກງານຄຸ້ມຄອງຂອງພຣະອົງ, ພຣະເຈົ້າຕັ້ງໃຈທີ່ຈະຊ່ວຍຜູ້ຄົນໃຫ້ລອດພົ້ນ, ເພື່ອເຮັດໃຫ້ພວກເຂົາສາມາດປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ບັນລຸຄວາມລອດພົ້ນ ແລະ ວິທີການພື້ນຖານທີ່ພຣະເຈົ້າເຮັດວຽກກໍຄືການໃຫ້ຄວາມຈິງໃຫ້ແກ່ຜູ້ຄົນ, ເພື່ອໃຫ້ພວກເຂົາສາມາດປະຕິບັດຕາມຫຼັກການຄວາມຈິງຫຼັງຈາກທີ່ພວກເຂົາເຂົ້າໃຈຄວາມຈິງ. ສະນັ້ນ, ບໍ່ວ່າເຈົ້າຈະມີຄວາມຄິດຫຼົງຜິດ ແລະ ຈິນຕະນາການຫຍັງຢູ່ໃນຄວາມຄິດຂອງເຈົ້າ ແລະ ໃນຈິດໃຕ້ສຳນຶກຂອງເຈົ້າ, ບໍ່ວ່າຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງເຈົ້າຈະມີຕັກກະຫຼາຍສໍ່າໃດ ຫຼື ພວກມັນຕອບສະໜອງຄວາມຕ້ອງການດ້ານວິນຍານຂອງເຈົ້າຫຼາຍສໍ່າໃດກໍຕາມ, ບໍ່ວ່າເຫດຜົນຈະແມ່ນຫຍັງ, ພວກມັນກໍຈະເປັນພຽງຄວາມຄິດຫຼົງຜິດ ແລະ ຈິນຕະນາການຢູ່ສະເໝີ ແລະ ເຈົ້າຄວນປ່ອຍວາງພວກມັນ ແລະ ບໍ່ຍຶດຕິດກັບສິ່ງເຫຼົ່ານັ້ນ. ບໍ່ວ່າວຽກງານຂອງພຣະເຈົ້າຈະສຳເລັດໃນລະດັບໃດ ແລະ ບໍ່ວ່າມັນຈະດຳເນີນໄປດົນສໍ່າໃດ, ຜູ້ຄົນກໍຈະຍັງເປັນຜູ້ຄົນສະເໝີ ແລະ ພວກເຂົາຈະບໍ່ມີທາງກາຍເປັນທູດສະຫວັນໄດ້. ເຖິງແມ່ນວ່າລັກສະນະພາຍນອກຂອງເຈົ້າຈະກາຍເປັນສີຂາວຕັ້ງແຕ່ຫົວຮອດຕີນ, ມີຜົມສີຂາວ, ທາໜ້າສີຂາວ ແລະ ນຸ່ງເສື້ອສີຂາວ ແລະ ໂສ້ງສີຂາວ ແລະ ເຈົ້າຍັງໃສ່ປີກສອງຂ້າງ, ເຈົ້າກໍບໍ່ສາມາດກາຍເປັນທູດສະຫວັນໄດ້, ຜູ້ຄົນກໍຈະຍັງເປັນຜູ້ຄົນຢູ່ສະເໝີ. ຍິ່ງໄປກວ່ານັ້ນ, “ຜູ້ຄົນ” ໃນທີ່ນີ້ໝາຍເຖິງຜູ້ຄົນທີ່ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ, ບໍ່ແມ່ນຄົນທີ່ພິເສດ ແລະ ຍິ່ງບໍ່ແມ່ນຄົນທີ່ຜິດປົກກະຕິ. ຄົນເຫຼົ່ານີ້ບໍ່ໄດ້ເໜືອທຳມະຊາດເລີຍ, ແຕ່ພວກເຂົາແຕກຕ່າງຢ່າງຊັດເຈນຈາກຜູ້ບໍ່ມີຄວາມເຊື່ອທີ່ບໍ່ເຊື່ອໃນພຣະເຈົ້າ, ຍ້ອນພວກເຂົາບໍ່ໄດ້ເຮັດຄວາມຊົ່ວຮ້າຍ, ພວກເຂົາສາມາດນຳເອົາຄວາມຈິງໄປປະຕິບັດໄດ້ ຫຼັງຈາກທີ່ພວກເຂົາເຂົ້າໃຈມັນ ແລະ ພວກເຂົາເຂົ້າໃຈວິທີການເບິ່ງຜູ້ຄົນ ແລະ ສິ່ງຕ່າງໆ ແລະ ປະພຶດຕົນເອງ ແລະ ກະທຳໂດຍອີງໃສ່ພຣະທຳຂອງພຣະເຈົ້າ ແລະ ຕາມຂໍ້ກຳນົດຂອງພຣະເຈົ້າ ແລະ ຫຼັກການຄວາມຈິງ, ແທນທີ່ຈະດຳລົງຊີວິດໂດຍອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ໂດຍຄວາມຄິດ ແລະ ມຸມມອງຕ່າງໆທີ່ຊາຕານປູກຝັງເຂົ້າໃນຜູ້ຄົນ. ບໍ່ວ່າຜູ້ຄົນຈະໄລ່ຕາມເສາະຫາຕາມຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາເອງມາດົນສໍ່າໃດ ໃນຂະບວນການທີ່ເຊື່ອໃນພຣະເຈົ້າ ແລະ ບໍ່ວ່າພວກເຂົາຈະຮູ້ສຶກວ່າພວກເຂົາໄດ້ຮັບຫຼາຍສໍ່າໃດກໍຕາມ, ມັນກໍບໍ່ຖືກນັບໃນສາຍພຣະເນດຂອງພຣະເຈົ້າ ແລະ ພຣະເຈົ້າກໍບໍ່ຈື່ຈຳສິ່ງໃດເລີຍ. ເຮົາໝາຍເຖິງຫຍັງເມື່ອເຮົາເວົ້າແບບນີ້? ນັ້ນກໍຄື ຖ້າເຈົ້າຢັບຢັ້ງຄວາມຕ້ອງການທີ່ປົກກະຕິທຸກປະເພດໃນເນື້ອໜັງຂອງເຈົ້າ ໂດຍອີງໃສ່ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງເຈົ້າ ຫຼື ພະຍາຍາມຢ່າງໜັກເພື່ອປ່ຽນແປງສັນຊາດຕະຍານ, ຂີດຄວາມສາມາດ, ຄວາມເກັ່ງກາດ, ບຸກຄະລິກກະພາບ, ຮູບແບບການດຳລົງຊີວິດ ແລະ ນິໄສການດຳລົງຊີວິດຂອງເຈົ້າ, ແລ້ວບໍ່ວ່າເຈົ້າຈະພະຍາຍາມໜັກສໍ່າໃດເພື່ອຢັບຢັ້ງ ແລະ ປ່ຽນແປງສິ່ງເຫຼົ່ານີ້, ເຖິງແມ່ນວ່າເຈົ້າຈະສາມາດໄດ້ຮັບຜົນບາງຢ່າງ, ມັນກໍບໍ່ໄດ້ໝາຍຄວາມວ່າເຈົ້າໄດ້ຮັບບາງສິ່ງບາງຢ່າງໃນເສັ້ນທາງຂອງການປະຕິບັດຄວາມຈິງແລ້ວ ແລະ ຍິ່ງໄປກວ່ານັ້ນ, ມັນກໍບໍ່ໄດ້ໝາຍຄວາມວ່າເຈົ້າເປັນຄົນທີ່ໄລ່ຕາມເສາະຫາຄວາມຈິງແລ້ວ, ພຣະເຈົ້າບໍ່ຈື່ຈຳສິ່ງເຫຼົ່ານີ້. ເຈົ້າເຂົ້າໃຈແລ້ວບໍ? (ເຂົ້າໃຈແລ້ວ).
ເຖິງແມ່ນວ່າຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນຈະເບິ່ງບໍ່ເຫັນ ແລະ ພາຍນອກເບິ່ງຄືວ່າບໍ່ໄດ້ບັງຄັບໃຫ້ຜູ້ຄົນເວົ້າ ຫຼື ເຮັດສິ່ງໃດກໍຕາມ ຫຼື ຍ່າງໃນເສັ້ນທາງປະເພດໃດກໍຕາມ, ພວກມັນກໍຄວບຄຸມຄວາມຄິດ ແລະ ຕົວຕົນພາຍໃນຂອງຜູ້ຄົນຢ່າງດື້ດ້ານ, ເລິກລົງໄປໃນຫົວໃຈຂອງພວກເຂົາ ແລະ ໃນຈິດໃຕ້ສຳນຶກຂອງພວກເຂົາ. ເປັນຫຍັງຈຶ່ງເປັນແນວນີ້? ມັນເປັນເພາະວ່າສິ່ງທີ່ຜູ້ຄົນຮັກ ແລະ ໄລ່ຕາມເສາະຫານັ້ນສອດຄ່ອງກັບຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາຫຼາຍເກີນໄປ ແລະ ສິ່ງເຫຼົ່ານີ້ຍັງຕອບສະໜອງຄວາມຕ້ອງການໃນເນື້ອໜັງຂອງມະນຸດ ແລະ ຕອບສະໜອງຄວາມປາຖະໜາ ແລະ ຄວາມຢາກຮູ້ຢາກເຫັນທຸກຮູບແບບຂອງມະນຸດ. ຕົວຢ່າງ: ໃນຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນ, ພວກເຂົາເຊື່ອວ່າ ວຽກງານຂອງພຣະເຈົ້າມີຈຸດປະສົງ ເພື່ອປ່ຽນແປງພວກເຂົາໃຫ້ກາຍເປັນສິ່ງມີຊີວິດທີ່ພິເສດ ເຊິ່ງແຕກຕ່າງຈາກຄົນທຳມະດາ ແລະ ເມື່ອພວກເຂົາຖືກດົນໃຈໂດຍພຣະວິນຍານບໍລິສຸດ, ພວກເຂົາກໍຈະສາມາດເວົ້າໄດ້ຫຼາຍພາສາ. ເຫັນໄດ້ຊັດເຈນວ່າວ່າສິ່ງນີ້ກ້າວຂ້າມຄວາມສາມາດຕິດຕົວຂອງຜູ້ຄົນ ແລະ ຂອບເຂດຄວາມເປັນມະນຸດທີ່ປົກກະຕິ, ແຕ່ໃນລະດັບທີ່ຍິ່ງໃຫຍ່ຫຼາຍ ມັນໄດ້ຕອບສະໜອງຄວາມທະນົງຕົວ, ຄວາມຢາກຮູ້ຢາກເຫັນ ແລະ ຄວາມມັກແຂ່ງຂັນຂອງພວກເຂົາ. ເວົ້າອີກຢ່າງໜຶ່ງກໍຄື ກ່ອນທີ່ຜູ້ຄົນຈະໄດ້ຮັບຄວາມຈິງ, ພວກເຂົາມັກສິ່ງທີ່ເໜືອທຳມະຊາດບາງຢ່າງ ແລະ ສິ່ງເຫຼົ່ານີ້ເຮັດໃຫ້ພວກເຂົາຮູ້ສຶກສຳຄັນ ແລະ ເໜືອກວ່າ ແລະ ແຕກຕ່າງຈາກຄົນທຳມະດາ, ນີ້ຄືສິ່ງທີ່ມະນຸດຊາດທີ່ເສື່ອມຊາມຮັກ ແລະ ປາຖະໜາຢ່າງແທ້ຈິງ. ທຸກຄົນຫວັງທີ່ຈະເປັນຄົນທີ່ໂດດເດັ່ນໃນທ່າມກາງມະນຸດຊາດ, ເພື່ອໃຫ້ແຕກຕ່າງຈາກຄົນອື່ນໆ, ເພື່ອໃຫ້ເປັນເອກະລັກ ແລະ ບໍ່ຄືໃຜ ແລະ ເພື່ອໃຫ້ຄົນອື່ນຍົກຍ້ອງ ແລະ ຊື່ນຊົມ. ຕົວຢ່າງ: ມີໜຶ່ງປາກົດການໃນທ່າມກາງມະນຸດຊາດທີ່ເສື່ອມຊາມ ນັ້ນກໍຄື ຖ້າມີການຜະລິດສິ່ງໃດໜຶ່ງພຽງແຕ່ຊິ້ນດຽວ, ຄົນທີ່ຮັ່ງມີ ແລະ ມີຊື່ສຽງເຫຼົ່ານັ້ນກໍຈະແຂ່ງຂັນກັນຊື້ມັນຢ່າງບ້າປ່ວງ. ພວກເຂົາຈະແຂ່ງຂັນກັນຈົນຮອດລະດັບໃດ? ໃນລະດັບທີ່ຜະລິດຕະພັນນີ້ຈົບລົງດ້ວຍການຖືກຂາຍໃນລາຄາທີ່ສູງກວ່າລາຄາເດີມຫຼາຍເທົ່າ ຫຼື ເຖິງຂັ້ນຫຼາຍກວ່າສິບເທົ່າ. ຄົນທີ່ສາມາດຊື້ມັນໄດ້ຄິດວ່າ “ເບິ່ງແມ, ຂ້ອຍຍາດໄດ້ສິ່ງນີ້ເຊິ່ງເປັນສິ່ງທີ່ມີອັນດຽວໃນໂລກ. ຂ້ອຍມີອຳນາດຫຼາຍແທ້ໆ, ບໍ່ແມ່ນບໍ? ຂ້ອຍດີກວ່າຄົນອື່ນ, ບໍ່ແມ່ນບໍ? ບໍ່ມີໃຜມີຄວາມສາມາດເທົ່າກັບຂ້ອຍເລີຍ!” ໃນຄວາມຄິດຂອງພວກເຂົາເອງ ພວກເຂົາຮູ້ສຶກພໍໃຈກັບຕົນເອງ ແລະ ຮູ້ສຶກວ່າພວກເຂົາພິເສດ, ດີເລີດ ແລະ ມີຂີດຄວາມສາມາດສູງ. ນີ້ຄືອຸປະນິໄສປະເພດໃດ? (ຄວາມອວດດີ). ສິ່ງນີ້ເກີດຈາກອຸປະນິໄສທີ່ອວດດີ. ບາງຄົນຮູ້ສຶກບໍ່ສະບາຍໃຈເມື່ອພວກເຂົານຸ່ງເຄື່ອງແບບດຽວກັນກັບຄົນອື່ນ. ຖ້າພວກເຂົານຸ່ງເຄື່ອງທີ່ຄົນອື່ນບໍ່ສາມາດຊື້ໄດ້ ແລະ ບໍ່ເຄີຍເຫັນມາກ່ອນ ແລະ ທຸກຄົນທີ່ເຫັນກໍອິດສາ, ພວກເຂົາຮູ້ສຶກແນວໃດ? (ພໍໃຈກັບຕົນເອງ). ພວກເຂົາຮູ້ສຶກພໍໃຈກັບຕົນເອງເປັນຢ່າງຍິ່ງ ແລະ ພວກເຂົາຄິດວ່າພວກເຂົາບໍ່ຄືໃຜ ແລະ ເໜືອກວ່າຄົນທີ່ເຫຼືອ. ອຸປະນິໄສປະເພດໃດເຮັດໃຫ້ເກີດສິ່ງນີ້? (ຄວາມອວດດີ). ສິ່ງນີ້ກໍເກີດຈາກອຸປະນິໄສທີ່ອວດດີເຊັ່ນກັນ. ເຈົ້າເຫັນບໍ, ເກືອບ 100% ຂອງຜູ້ຄົນມີທັດສະນະຄວາມຄິດແບບນີ້: ຖ້າພວກເຂົາຊຳນານທັກສະທາງດ້ານວິຊາການ ຫຼື ວິຊາຊີບ, ພວກເຂົາກໍຄິດວ່າພວກເຂົາດີກວ່າຄົນອື່ນ ແລະ ບໍ່ມີໃຜເກັ່ງເທົ່າພວກເຂົາ. ຖ້າມີຄົນອື່ນຊຳນານທັກສະທາງດ້ານວິຊາການ ຫຼື ວິຊາຊີບແບບດຽວກັນ, ພວກເຂົາກໍຈະອິດສາຄົນນັ້ນ ແລະ ປາຖະໜາຢ່າງຍິ່ງທີ່ຈະບໍ່ໃຫ້ມີໃຜສາມາດທຽບເທົ່າພວກເຂົາໄດ້. ເປັນຫຍັງພວກເຂົາຈຶ່ງມີທັດສະນະຄວາມຄິດແບບນັ້ນ? (ພວກເຂົາຢາກກາຍເປັນຄົນທີ່ບໍ່ຄືໃຜ). ຖ້າພວກເຂົາເປັນພຽງຄົນດຽວທີ່ຊຳນານທັກສະທາງວິຊາຊີບນີ້, ພວກເຂົາກໍຈະເໜືອກວ່າຄົນທົ່ວໄປໃນກຸ່ມຂອງພວກເຂົາ. ເມື່ອມີຄວາມຮູ້ກ່ຽວກັບທັກສະທາງດ້ານວິຊາການ ຫຼື ວິຊາຊີບນີ້, ພວກເຂົາກໍຢ້ານວ່າຄົນອື່ນຈະຮຽນຮູ້ມັນຈາກພວກເຂົາ. ຖ້າຄົນອື່ນສະແຫວງຫາຄວາມຊ່ວຍເຫຼືອຈາກພວກເຂົາ, ພວກເຂົາຈະສອນຄົນເຫຼົ່ານັ້ນບໍ? (ບໍ່, ພວກເຂົາຈະບໍ່ສອນ). ພວກເຂົາຈະສອນພຽງແຕ່ບາງຢ່າງທີ່ທຳມະດາໃຫ້ກັບເຈົ້າ; ສຳລັບສິ່ງທີ່ສຳຄັນ ແລະ ຈຳເປັນທີ່ສຸດ, ພວກເຂົາຈະບໍ່ສອນສິ່ງເຫຼົ່ານັ້ນໃຫ້ກັບໃຜເລີຍ ແລະ ພວກເຂົາຈະປ່ອຍໃຫ້ເຈົ້າຄິດຫາຄຳຕອບດ້ວຍຕົວເຈົ້າເອງ. ຄວາມຈິງແລ້ວພວກເຂົາກຳລັງຄິດຫຍັງຢູ່? “ຖ້າຂ້ອຍສອນເຈົ້າ, ແລ້ວຂ້ອຍຈະໂດດເດັ່ນໄດ້ແນວໃດ? ຖ້າທຸກຄົນສາມາດເຮັດໄດ້, ແລ້ວຂ້ອຍຈະບໍ່ກາຍເປັນພຽງຄົນທຳມະດາບໍ? ຖ້າພວກເຈົ້າບໍ່ມີໃຜຮູ້ວິທີເຮັດສິ່ງນີ້, ແລ້ວຂ້ອຍກໍເປັນຄົນທີ່ເໜືອກວ່າໝູ່ທີ່ສຸດຢູ່ບ່ອນນີ້ ແລະ ພວກເຈົ້າທຸກຄົນກໍຕ້ອງມາປະຈົບປະແຈງຂ້ອຍ, ດ້ວຍການເຮັດເຊັ່ນນັ້ນ ຂ້ອຍກໍຈະຮູ້ສຶກສຳຄັນ, ບໍ່ແມ່ນບໍ? ຂ້ອຍບໍ່ແມ່ນຄົນທີ່ມີສະຖານະສູງທີ່ສຸດ ແລະ ມີຄວາມສາມາດທີ່ສຸດໃນທ່າມກາງພວກເຈົ້າບໍ? ຂ້ອຍເປັນຜູ້ທີ່ຍິ່ງໃຫຍ່ທີ່ສຸດໃນທ່າມກາງພວກເຈົ້າ, ບໍ່ແມ່ນບໍ?” ການມີຄວາມຮູ້ບາງຢ່າງກ່ຽວກັບທັກສະທາງດ້ານວິຊາຊີບ ຫຼື ວິຊາການ, ພວກເຂົາກໍຢ້ານຢູ່ໃນສ່ວນເລິກວ່າຄົນອື່ນຈະຮຽນຮູ້ມັນຈາກພວກເຂົາ ແລະ ບໍ່ຕ້ອງການໃຫ້ຄົນອື່ນເປັນຄືກັບພວກເຂົາ. ພວກເຂົາຈະຮູ້ສຶກບໍ່ສະບາຍໃຈ ຖ້າມີໃຜມີທັກສະທາງດ້ານວິຊາຊີບ ຫຼື ວິຊາການ ຫຼື ຄວາມຊ່ຽວຊານແບບດຽວກັນກັບພວກເຂົາ, ສະນັ້ນ ພວກເຂົາຈຶ່ງຄິດຫາວິທີຮຽນຮູ້ບາງສິ່ງບາງຢ່າງເພື່ອທີ່ຈະກ້າວຂ້າມຄົນອື່ນຢູ່ສະເໝີ. ພວກເຂົາຕ້ອງການທີ່ຈະເກັ່ງກວ່າຄົນອື່ນ ແລະ ຕ້ອງການທີ່ຈະໂດດເດັ່ນກວ່າຄົນອື່ນຢູ່ສະເໝີ ເພື່ອໃຫ້ຮູ້ສຶກສຳຄັນ. ນີ້ຄືການໄລ່ຕາມເສາະຫາທີ່ຖືກຕ້ອງບໍ? (ບໍ່ແມ່ນ). ເປັນເພາະວ່າມະນຸດຊາດທີ່ເສື່ອມຊາມມີຄວາມປາຖະໜາ ແລະ ການໄລ່ຕາມເສາະຫາແບບນີ້ຢ່າງແນ່ນອນ, ພວກເຂົາຈຶ່ງຄ່ອຍໆມີຄວາມຄິດຫຼົງຜິດ ແລະ ຈິນຕະນາການທຸກປະເພດກ່ຽວກັບວຽກງານຂອງພຣະເຈົ້າຢ່າງເປັນທຳມະຊາດ ແລະ ສະແຫວງຫາທີ່ຈະເໜືອກວ່າຄົນອື່ນ, ເພື່ອໃຫ້ມີສະຖານະ ແລະ ກຽດຕິຍົດ, ເພື່ອໃຫ້ຮູ້ສຶກສຳຄັນ, ເພື່ອໃຫ້ກາຍເປັນຄົນທີ່ບໍ່ຄືໃຜ ແລະ ເຖິງກັບກາຍເປັນສຸດຍອດມະນຸດ ຫຼື ຄົນທີ່ພິເສດໃນສາຍຕາຂອງຄົນອື່ນ. ສະນັ້ນ, ຜູ້ຄົນຄວນປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການເຫຼົ່ານີ້ກ່ຽວກັບວຽກງານຂອງພຣະເຈົ້າ. ໃນເລື່ອງລາຍລະອຽດທີ່ສະເພາະ, ຄວນປະຕິບັດສິ່ງນີ້ແນວໃດ? ຢ່າໄລ່ຕາມເສາະຫາພອນສະຫວັນ ຫຼື ຄວາມສາມາດພິເສດທີ່ເໜືອກວ່າ ແລະ ຢ່າໄລ່ຕາມເສາະຫາທີ່ຈະປ່ຽນແປງຂີດຄວາມສາມາດ ຫຼື ສັນຊາດຕະຍານຂອງເຈົ້າເອງ, ແຕ່ພາຍໃຕ້ເງື່ອນໄຂແຕ່ກຳເນີດຂອງເຈົ້າ ເຊັ່ນ: ຂີດຄວາມສາມາດ, ຄວາມເກັ່ງກາດ ແລະ ສັນຊາດຕະຍານ, ຈົ່ງປະຕິບັດໜ້າທີ່ຂອງເຈົ້າຕາມຂໍ້ກຳນົດຂອງພຣະເຈົ້າ ແລະ ເຮັດແຕ່ລະສິ່ງຕາມສິ່ງທີ່ພຣະເຈົ້າຮຽກຮ້ອງ. ພຣະເຈົ້າບໍ່ໄດ້ຮຽກຮ້ອງສິ່ງທີ່ເກີນຄວາມເກັ່ງກາດ ຫຼື ຂີດຄວາມສາມາດຂອງເຈົ້າ, ເຈົ້າກໍບໍ່ຄວນເຮັດໃຫ້ສິ່ງຕ່າງໆຍາກສຳລັບຕົວເຈົ້າເອງເຊັ່ນກັນ. ມັນກໍດີແລ້ວ ຖ້າເຈົ້າພຽງແຕ່ເຮັດຈົນສຸດຄວາມສາມາດຂອງເຈົ້າ ໂດຍອີງໃສ່ສິ່ງທີ່ເຈົ້າເຂົ້າໃຈ ແລະ ສິ່ງທີ່ເຈົ້າສາມາດບັນລຸໄດ້ ແລະ ປະຕິບັດຕາມສິ່ງທີ່ເງື່ອນໄຂຂອງເຈົ້າເອງເອື້ອອຳນວຍ. ຕົວຢ່າງ: ຖ້າຂີດຄວາມສາມາດ ແລະ ຄວາມສາມາດພິເສດຂອງເຈົ້າພຽງແຕ່ເຮັດໃຫ້ເຈົ້າເໝາະສົມກັບບົດບາດຂອງຜູ້ນໍາທີມ, ແລ້ວກໍຈົ່ງເຮັດໜ້າທີ່ໃນຖານະຜູ້ນໍາທີມໃຫ້ດີ, ຈັດແຈງວຽກງານ ແລະ ທັກສະທາງດ້ານວິຊາຊີບໃດກໍຕາມທີ່ຢູ່ໃນຂອບເຂດຂອງບົດບາດນີ້, ຮັບມືກັບພວກມັນເທື່ອລະຢ່າງ ແລະ ຈັດຕັ້ງປະຕິບັດພວກມັນຕາມວິທີການ ແລະ ຫຼັກການທີ່ພຣະເຈົ້າໄດ້ສອນເຈົ້າ, ດ້ວຍການເຮັດເຊັ່ນນີ້ ເຈົ້າກໍຈະຄ່ອຍໆເຮັດໃຫ້ພຣະເຈົ້າພໍໃຈ. ສົມມຸດວ່າເຈົ້າເຮັດຕາມຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງເຈົ້າ ແລະ ຄິດວ່າ “ໃນເມື່ອຂ້ອຍສາມາດເປັນຜູ້ນໍາທີມໄດ້, ຖ້າຂ້ອຍພະຍາຍາມຫຼາຍຂຶ້ນເພື່ອເຮັດໃຫ້ດີຂຶ້ນ, ອົດທົນຕໍ່ຄວາມຍາກລຳບາກເລັກນ້ອຍ ແລະ ຈ່າຍລາຄາເລັກນ້ອຍ ແລະ ພຣະວິນຍານບໍລິສຸດກໍເຮັດວຽກງານທີ່ຍິ່ງໃຫຍ່ໃນຕົວຂ້ອຍ, ແລ້ວຂ້ອຍຈະບໍ່ສາມາດກາຍເປັນຜູ້ນໍາຄຣິສຕະຈັກ ຫຼື ຜູ້ນໍາຕັດສິນໃຈໄດ້ບໍ? ຜູ້ຄົນອາດຈະຄິດວ່າຂ້ອຍບໍ່ມີຄວາມສາມາດນັ້ນໃນຕົວຂ້ອຍ, ແຕ່ຂ້ອຍຈະອ້ອນວອນພຣະເຈົ້າ, ບໍ່ມີຫຍັງຍາກເກີນກວ່າທີ່ພຣະເຈົ້າຈະບັນລຸໄດ້! ຂ້ອຍບໍ່ຢາກເປັນຜູ້ນໍາທີມ. ຂ້ອຍຈະອະທິຖານຫາພຣະເຈົ້າ, ຂໍໃຫ້ພຣະອົງຍອມໃຫ້ຂ້ອຍແບກຮັບວຽກງານທີ່ຍິ່ງໃຫຍ່ກວ່າ, ໃຫ້ຂ້ອຍກາຍເປັນຜູ້ນໍາ ຫຼື ຜູ້ເຮັດວຽກ”. ການໄລ່ຕາມເສາະຫາປະເພດນີ້ຖືກຕ້ອງບໍ? (ບໍ່, ມັນບໍ່ຖືກຕ້ອງ). ເປັນຫຍັງພວກເຈົ້າຈຶ່ງເວົ້າວ່າມັນບໍ່ຖືກຕ້ອງ? (ຄົນແບບນັ້ນຕ້ອງການເຮັດສິ່ງທີ່ເກີນຂີດຄວາມສາມາດ ແລະ ຄວາມເກັ່ງກາດຂອງພວກເຂົາເອງຢູ່ສະເໝີ ແລະ ບໍ່ສາມາດຍຶດໝັ້ນໃນການເຮັດວຽກງານຂອງພວກເຂົາເອງໂດຍອີງໃສ່ຂີດຄວາມສາມາດ ແລະ ຄວາມສາມາດພິເສດຂອງພວກເຂົາເອງ, ຮັກສາຕຳແໜ່ງທີ່ເໝາະສົມຂອງພວກເຂົາ). ມັນບໍ່ເໝາະສົມທີ່ຈະຢາກເປັນສຸດຍອດມະນຸດຢູ່ສະເໝີ; ນີ້ບໍ່ແມ່ນສິ່ງທີ່ຄົນປົກກະຕິຄວນໄລ່ຕາມເສາະຫາ.
ບາງຄົນມັກເວົ້າວ່າ “ບໍ່ມີສິ່ງໃດທີ່ຍາກ ສຳລັບພຣະເຈົ້າ”; ຄຳເວົ້ານີ້ຄືຂໍ້ເທັດຈິງ ແລະ ທຸກຄົນກໍສາມາດເຂົ້າໃຈສິ່ງນັ້ນໄດ້. ແຕ່ບາງຄົນມີຄວາມຢັ່ງຮູ້ທີ່ບິດເບືອນ, ພວກເຂົາເຊື່ອວ່າສິ່ງໃດກໍຕາມທີ່ຜູ້ຄົນບໍ່ສາມາດເຮັດໄດ້ ແມ່ນພຣະເຈົ້າສາມາດເຮັດໃຫ້ສຳເລັດແທນພວກເຂົາໄດ້ ຖ້າພວກເຂົາພຽງແຕ່ອະທິຖານຫາພຣະອົງ ແລະ ໂດຍການເພິ່ງພາພຣະເຈົ້າດ້ວຍວິທີນີ້, ຜູ້ຄົນກໍສາມາດກ້າວຂ້າມສັນຊາດຕະຍານຂອງພວກເຂົາເອງ ແລະ ກາຍເປັນສຸດຍອດມະນຸດໄດ້. ມັນເປັນແບບນີ້ແທ້ໆບໍ? (ບໍ່ແມ່ນ). ຄຳເວົ້າທີ່ວ່າ “ບໍ່ມີສິ່ງໃດທີ່ຍາກສຳລັບພຣະເຈົ້າ” ໝາຍເຖິງລິດທານຸພາບ ແລະ ແກ່ນແທ້ຂອງພຣະເຈົ້າ, ຄວາມຊົງລິດອໍານາດຍິ່ງໃຫຍ່ຂອງພຣະເຈົ້າຢ່າງຊັດເຈນ ແລະ ຍັງໝາຍເຖິງອຳນາດສູງສຸດຂອງພຣະເຈົ້າເໜືອທຸກສິ່ງ, ບໍ່ມີສິ່ງໃດທີ່ພຣະເຈົ້າບໍ່ສາມາດເຮັດໃຫ້ສຳເລັດໄດ້. ເຖິງຢ່າງໃດກໍຕາມ, ມັນບໍ່ໄດ້ໝາຍຄວາມວ່າຜູ້ຄົນຕ້ອງກ້າວຂ້າມຄວາມເປັນມະນຸດທີ່ປົກກະຕິ ແລະ ກາຍເປັນຄົນທີ່ເໜືອທຳມະຊາດ; ບໍ່ວ່າພຣະເຈົ້າຈະຊົງລິດອໍານາດຍິ່ງໃຫຍ່ສໍ່າໃດກໍຕາມ, ວຽກງານທີ່ພຣະອົງເຮັດໃນຜູ້ຄົນກໍອີງໃສ່ຄວາມເປັນມະນຸດທີ່ປົກກະຕິຂອງພວກເຂົາ ແລະ ເຮັດພາຍໃນຂອບເຂດຄວາມເປັນມະນຸດທີ່ປົກກະຕິ. ພຣະເຈົ້າຈັດວາງ ແລະ ຄວບຄຸມທຸກສິ່ງ, ພຣະອົງຄວບຄຸມຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ, ເພື່ອໃຫ້ພວກເຂົາຮັບໃຊ້ພຣະອົງ ເພື່ອໃຫ້ພຣະອົງສຳເລັດສິ່ງຕ່າງໆທຸກປະເພດ, ເຮັດໃຫ້ສິ່ງທີ່ພຣະອົງກຳລັງຈະເຮັດໃຫ້ສຳເລັດນັ້ນກາຍເປັນຈິງ. ໃນຊ່ວງເວລາທີ່ພຣະເຈົ້າເຮັດສິ່ງຕ່າງໆທຸກປະເພດໃຫ້ສຳເລັດ, ຜູ້ຄົນກໍຍັງຄົງຢູ່ໃນຄວາມເປັນມະນຸດທີ່ປົກກະຕິ, ບໍ່ມີຫຍັງປ່ຽນແປງໃນຕົວພວກເຂົາ ແລະ ພວກເຂົາກໍຍັງເປັນຜູ້ຄົນ. ບໍ່ວ່າພຣະເຈົ້າຈະຊົງລິດອໍານາດຍິ່ງໃຫຍ່ສໍ່າໃດກໍຕາມ ແລະ ບໍ່ວ່າພຣະເຈົ້າຈະໃຊ້ວິທີການໃດເພື່ອໃຊ້ອຳນາດສູງສຸດເໜືອບາງສິ່ງ ຫຼື ເພື່ອເຮັດໃຫ້ບາງສິ່ງສຳເລັດກໍຕາມ, ມະນຸດທີ່ຖືກສ້າງກໍຍັງເປັນມະນຸດທີ່ຖືກສ້າງຢູ່ສະເໝີ; ພວກເຂົາຍັງຄົງດຳລົງຊີວິດຢູ່ໃນຄວາມເປັນມະນຸດທີ່ປົກກະຕິ ແລະ ບໍ່ໄດ້ເໜືອທຳມະຊາດໃນທາງໃດເລີຍ. ພວກເຈົ້າທຸກຄົນຈະເວົ້າບໍວ່າສິ່ງເຫຼົ່ານີ້ຄືຂໍ້ເທັດຈິງ? (ແມ່ນແລ້ວ). “ບໍ່ເໜືອທຳມະຊາດ” ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ເມື່ອພຣະເຈົ້າຈັດວາງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ, ຜູ້ຄົນກໍອົດບໍ່ໄດ້ທີ່ຈະດຳລົງຊີວິດ, ເອົາຕົວລອດ, ເຮັດແຕ່ລະສິ່ງ ແລະ ດຳລົງຊີວິດຢູ່ໃນຊ່ວງເວລາປັດຈຸບັນພາຍໃຕ້ການຈັດວາງຂອງພຣະເຈົ້າ. ແຕ່ເມື່ອເຈົ້າດຳລົງຊີວິດຢູ່ໃນຊ່ວງເວລາປັດຈຸບັນ, ສະຕິຮູ້ສຶກຜິດຊອບຂອງເຈົ້າຈະມົວບໍ? (ບໍ່). ເຈົ້າຍັງຄົງມີສະຕິແຈ່ມແຈ້ງຢູ່. ແລ້ວຂີດຄວາມສາມາດຂອງເຈົ້າຈະດີຂຶ້ນ ຫຼື ປ່ຽນແປງໃນທັນທີບໍ? (ບໍ່). ມັນຍັງຄົງຄືເກົ່າກັບທີ່ມັນເຄີຍເປັນມາແຕ່ເດີມ. ແລ້ວສັນຊາດຕະຍານຂອງເຈົ້າໄດ້ປ່ຽນແປງໃນທັນທີບໍ? ບໍ່, ພວກມັນກໍບໍ່ໄດ້ປ່ຽນແປງເຊັ່ນກັນ. ພາຍໃຕ້ອຳນາດສູງສຸດ, ການຈັດວາງ ແລະ ການຈັດແຈງຂອງພຣະເຈົ້າ, ບໍ່ວ່າເຈົ້າຈະມີປະສົບການກັບຫຼາຍສິ່ງຫຼາຍຢ່າງສໍ່າໃດກໍຕາມ, ມັນກໍບໍ່ມີການປ່ຽນແປງໃດເລີຍໃນບຸກຄະລິກກະພາບ, ນິໄສ, ຮູບແບບການດຳລົງຊີວິດ ແລະ ໃນຂີດຄວາມສາມາດ, ຄວາມສາມາດ ແລະ ໜ້າທີ່ຕ່າງໆໃນຄວາມເປັນມະນຸດທີ່ປົກກະຕິຂອງເຈົ້າ. ມັນເປັນພຽງແຕ່ວ່າ ເມື່ອຜູ້ຄົນມີປະສົບການກັບວຽກງານຂອງພຣະເຈົ້າ, ພວກເຂົາກໍມີປະສົບການກັບສິ່ງຕ່າງໆ ແລະ ຜູ້ຄົນທຸກປະເພດໃນສະພາບແວດລ້ອມຂອງພວກເຂົາເອງ, ໂດຍຜົນສຸດທ້າຍກໍຄື ໃນລະຫວ່າງຂະບວນການທີ່ມີປະສົບການກັບວຽກງານຂອງພຣະເຈົ້າ, ພວກເຂົາກໍໄດ້ຮັບຄວາມເຂົ້າໃຈເຊີງເລິກ ແລະ ຮຽນຮູ້ບົດຮຽນບາງຢ່າງ. ຖ້າພວກເຂົາເປັນຄົນທີ່ໄລ່ຕາມເສາະຫາຄວາມຈິງ, ແລ້ວພວກເຂົາກໍສາມາດໄດ້ຮັບຜົນເກັບກ່ຽວໃນເລື່ອງຄວາມຈິງ ແລະ ການຮູ້ຈັກພຣະເຈົ້າ. ໃນຂະບວນການທີ່ມີປະສົບການກັບວຽກງານຂອງພຣະເຈົ້າ, ການຄິດຂອງຜູ້ຄົນເປັນປົກກະຕິ, ສະຕິຮູ້ສຶກຜິດຊອບຂອງພວກເຂົາບໍ່ໄດ້ມົວ ແລະ ຂີດຄວາມສາມາດ, ຄວາມເກັ່ງກາດ ແລະ ສັນຊາດຕະຍານຂອງພວກເຂົາກໍຍັງຄົງຄືເກົ່າກັບທີ່ພວກມັນເຄີຍເປັນມາແຕ່ເດີມ, ໂດຍບໍ່ມີການປ່ຽນແປງໃດໆ. ສະນັ້ນ, “ບໍ່ມີສິ່ງໃດທີ່ຍາກສຳລັບພຣະເຈົ້າ” ຈຶ່ງໝາຍເຖິງຄວາມຊົງລິດອໍານາດຍິ່ງໃຫຍ່ຂອງພຣະເຈົ້າ ແລະ ການຈັດວາງທຸກສິ່ງຂອງພຣະເຈົ້າ. ມັນບໍ່ໄດ້ໝາຍເຖິງການເຮັດໃຫ້ຜູ້ຄົນເໜືອທຳມະຊາດ ຫຼື ການປ່ຽນແປງແກ່ນແທ້ຂອງມະນຸດທີ່ຖືກສ້າງ. ພຣະເຈົ້າບໍ່ໄດ້ປ່ຽນແປງແກ່ນແທ້ຂອງຜູ້ຄົນ; ມະນຸດກໍຍັງເປັນມະນຸດ ແລະ ບໍ່ວ່າເຈົ້າຈະເປັນຜູ້ຊາຍ ຫຼື ແມ່ຍິງ, ມັນກໍບໍ່ມີການປ່ຽນແປງໃດເລີຍໃນເລື່ອງນີ້. ພຣະເຈົ້າຈັດວາງທຸກສິ່ງ ແລະ ພຣະເຈົ້າຊົງມີລິດອໍານາດຍິ່ງໃຫຍ່; ນີ້ຄືສິ່ງທີ່ພຣະເຈົ້າມີ ແລະ ເປັນ ແລະ ນີ້ຄືສິ່ງທີ່ພຣະເຈົ້າຄອບຄອງ. “ບໍ່ມີສິ່ງໃດທີ່ຍາກສຳລັບພຣະເຈົ້າ” ບໍ່ໄດ້ໝາຍຄວາມວ່າຜູ້ຄົນໄດ້ກາຍເປັນສິ່ງທີ່ເໜືອທຳມະຊາດ ແລະ ມັນກໍບໍ່ໄດ້ໝາຍຄວາມວ່າຜູ້ຄົນມີລິດອຳນາດຍິ່ງໃຫຍ່. ເຖິງແມ່ນວ່າບາງຄົນອາດຈະສາມາດບັນລຸບາງສິ່ງທີ່ເກີນຂີດຄວາມສາມາດຂອງພວກເຂົາເອງ ຫຼື ເກີນສັນຊາດຕະຍານທາງຮ່າງກາຍຂອງພວກເຂົາໃນບາງຄັ້ງ, ມັນກໍເປັນວຽກງານຂອງພຣະວິນຍານບໍລິສຸດ. ພຣະເຈົ້າເປັນຜູ້ທີ່ປະທານພອນສະຫວັນນີ້ໃຫ້ກັບພວກເຂົາ; ມັນບໍ່ແມ່ນວ່າພວກເຂົາເກີດມາພ້ອມກັບຄວາມສາມາດນີ້. ນີ້ກໍຍ້ອນວ່າມະນຸດທີ່ຖືກສ້າງບໍ່ມີຄວາມສາມາດທີ່ຈະປ່ຽນແປງທຸກສິ່ງນີ້ທີ່ພຣະເຈົ້າໄດ້ກຳນົດໄວ້. ເຮົາຈະຍົກຕົວຢ່າງງ່າຍໆກ່ຽວກັບເລື່ອງສັນຊາດຕະຍານຂອງມະນຸດ. ຕົວຢ່າງ: ເມື່ອຜູ້ຄົນໄດ້ຍິນສຽງທີ່ໜ້າຢ້ານກົວ, ພວກເຂົາກໍຈະຮູ້ສຶກຢ້ານ ແລະ ຄົດຕົວຕາມສັນຊາດຕະຍານ. ບໍ່ວ່າເຈົ້າຈະອາຍຸເທົ່າໃດກໍຕາມ, ເຈົ້າກໍເປັນແບບນີ້ມາຕັ້ງແຕ່ຍັງນ້ອຍ ແລະ ເຈົ້າກໍຈະຍັງເປັນແບບນີ້ຈົນກວ່າເຈົ້າຈະພົບກັບຄວາມຕາຍຂອງເຈົ້າ, ນີ້ຄືສັນຊາດຕະຍານ. “ສັນຊາດຕະຍານ” ໝາຍຄວາມວ່າແນວໃດ? ມັນເປັນໜ້າທີ່ແຕ່ກຳເນີດຂອງຮ່າງກາຍ ແລະ ມັນຈະບໍ່ມີວັນປ່ຽນແປງຢ່າງເດັດຂາດ. ພຽງແຕ່ການມີສັນຊາດຕະຍານແຕ່ກຳເນີດເທົ່ານັ້ນ ຄົນປົກກະຕິຈຶ່ງຈະສາມາດຮັກສາຊີວິດ ແລະ ການເອົາຕົວລອດຂອງຄວາມເປັນມະນຸດທີ່ປົກກະຕິໄດ້, ສະນັ້ນ ສັນຊາດຕະຍານຂອງມະນຸດຈຶ່ງບໍ່ແມ່ນສິ່ງທີ່ພຣະເຈົ້າຕັ້ງໃຈຈະປ່ຽນແປງ. ພວກເຈົ້າເຂົ້າໃຈສິ່ງນີ້ແລ້ວບໍ? (ແມ່ນແລ້ວ). “ພຣະເຈົ້າຊົງມີລິດອໍານາດຍິ່ງໃຫຍ່” ໝາຍເຖິງຫຍັງ? (ມັນໝາຍເຖິງສິດອໍານາດຂອງພຣະເຈົ້າເອງ ແລະ ຄວາມຊົງລິດອໍານາດຍິ່ງໃຫຍ່ຂອງພຣະເຈົ້າ). ມັນມີຫຍັງກ່ຽວຂ້ອງກັບຜູ້ຄົນບໍ? (ມັນບໍ່ມີຫຍັງກ່ຽວຂ້ອງກັບຜູ້ຄົນ ແລະ ມັນບໍ່ໄດ້ໝາຍຄວາມວ່າ ຜູ້ຄົນສາມາດເຮັດສິ່ງທີ່ເໜືອທຳມະຊາດໄດ້). ມັນບໍ່ໄດ້ໝາຍຄວາມວ່າ ພາຍໃຕ້ການຄວບຄຸມຂອງພຣະເຈົ້າ, ຜູ້ຄົນມີລິດອຳນາດຍິ່ງໃຫຍ່; ເຖິງແມ່ນວ່າຜູ້ຄົນຈະຢູ່ພາຍໃຕ້ການຄວບຄຸມຂອງພຣະເຈົ້າ, ພວກເຂົາກໍບໍ່ສາມາດບັນລຸຄວາມມີລິດອຳນາດຍິ່ງໃຫຍ່ໄດ້. ເປັນຫຍັງຈຶ່ງເປັນແນວນັ້ນ? (ເພາະວ່າຜູ້ຄົນບໍ່ແມ່ນພຣະເຈົ້າ; ຜູ້ຄົນເປັນພຽງສິ່ງທີ່ຖືກສ້າງ, ໃນຂະນະທີ່ພຣະເຈົ້າບໍ່ຄືໃຜ). ຖືກຕ້ອງແລ້ວ, ມັນເປັນແບບນັ້ນແຫຼະ. ຜູ້ຄົນກໍຈະຍັງເປັນຜູ້ຄົນສະເໝີ. ພວກເຂົາຈະບໍ່ກາຍເປັນສິ່ງມີຊີວິດອີກຊະນິດໜຶ່ງ ແລະ ແນ່ນອນວ່າ ພວກເຂົາຍິ່ງຈະບໍ່ກາຍເປັນພຣະເຈົ້າ; ຄຸນລັກສະນະຂອງຜູ້ຄົນຈະບໍ່ປ່ຽນແປງ. ຄຸນລັກສະນະຂອງຜູ້ຄົນຈະບໍ່ປ່ຽນແປງ, ແລ້ວສັນຊາດຕະຍານຂອງພວກເຂົາຈະປ່ຽນແປງບໍ? (ບໍ່, ພວກມັນຈະບໍ່ປ່ຽນແປງ). ສັນຊາດຕະຍານຂອງຜູ້ຄົນຈະບໍ່ປ່ຽນແປງ ແລະ ນິໄສການດຳລົງຊີວິດ ແລະ ຮູບແບບການດຳລົງຊີວິດຂອງພວກເຂົາ ຫຼື ບຸກຄະລິກກະພາບແຕ່ກຳເນີດ ທີ່ພຣະເຈົ້າປະທານໃຫ້ກໍຈະບໍ່ປ່ຽນແປງເຊັ່ນກັນ. ຍົກຕົວຢ່າງເລື່ອງຮູບແບບການດຳລົງຊີວິດ. ເຊັ່ນດຽວກັບສິ່ງມີຊີວິດສ່ວນໃຫຍ່, ມະນຸດເຮັດວຽກຫຼັງຈາກຕາເວັນຂຶ້ນ ແລະ ພັກຜ່ອນຫຼັງຈາກຕາເວັນຕົກ. ເມື່ອພວກເຂົາຕື່ນນອນໃນຕອນເຊົ້າ ແລະ ສະໝອງຂອງພວກເຂົາໄດ້ພັກຜ່ອນຢ່າງເຕັມທີ່ ແລະ ຮ່າງກາຍຂອງພວກເຂົາຮູ້ສຶກສະບາຍ, ພວກເຂົາກໍເລີ່ມເຮັດວຽກ; ໃນຕອນກາງຄືນ, ເມື່ອຮ່າງກາຍຂອງພວກເຂົາເລີ່ມອິດເມື່ອຍ ແລະ ພວກເຂົາກໍຫາວນອນ ແລະ ສະໝອງຂອງພວກເຂົາອ່ອນເພຍ, ພວກເຂົາກໍເລີ່ມເຂົ້າສູ່ສະພາວະພັກຜ່ອນ, ນີ້ຄືຮູບແບບການດຳລົງຊີວິດທີ່ປົກກະຕິຫຼາຍ. ນີ້ຄືລັກສະນະທົ່ວໄປຂອງມະນຸດ ແລະ ມັນກໍເປັນສັນຊາດຕະຍານຂອງມະນຸດເຊັ່ນກັນ ແລະ ແນ່ນອນວ່າມັນກໍເປັນຮູບແບບການດຳລົງຊີວິດທີ່ພຣະເຈົ້າໄດ້ກຳນົດໄວ້ສຳລັບມະນຸດຊາດເຊັ່ນກັນ. ຮູບແບບນີ້ຖືກກຳນົດຂຶ້ນຕາມການໝູນວຽນຂອງດວງອາທິດ, ດວງຈັນ ແລະ ດວງດາວ ແລະ ການຂຶ້ນ ແລະ ການຕົກຂອງດວງອາທິດ. ຖ້າເຈົ້າທຳລາຍຮູບແບບການດຳລົງຊີວິດນີ້, ໃນໄລຍະສັ້ນອາດຈະບໍ່ມີບັນຫາໃຫຍ່ເລີຍ, ເມື່ອເຈົ້າຮູ້ສຶກອິດເມື່ອຍເປັນບາງຄັ້ງຄາວ ແລະ ຢາກນອນ, ເຈົ້າກໍສາມາດຢັບຢັ້ງຕົນເອງ ແລະ ດື່ມຊາ ຫຼື ກາເຟໜ້ອຍໜຶ່ງ ແລະ ຄວາມອິດເມື່ອຍທາງຮ່າງກາຍຂອງເຈົ້າກໍຈະບັນເທົາລົງພໍສົມຄວນ, ແຕ່ໃນໄລຍະຍາວ ຮ່າງກາຍຂອງເຈົ້າຈະຄ່ອຍໆມີບັນຫາ. ເປັນຫຍັງມັນຈຶ່ງຈະຄ່ອຍໆມີບັນຫາ? ເພາະວ່າເຈົ້າໄດ້ຝ່າຝືນຮູບແບບການດຳລົງຊີວິດທີ່ພຣະເຈົ້າໄດ້ກຳນົດໄວ້ສຳລັບຜູ້ຄົນ. ເມື່ອຮ່າງກາຍຂອງເຈົ້າຄ່ອຍໆມີບັນຫາ ແລະ ເຈົ້າໄປພົບໝໍ, ພວກເຂົາຈະເວົ້າວ່າ “ເຈົ້າຕ້ອງເຂົ້ານອນໄວໃນຕອນກາງຄືນ, ພັກຜ່ອນພາຍໃນເວລາ 10 ໂມງ ແລະ ຕື່ນນອນໃນເວລາ 4 ຫຼື 5 ໂມງເຊົ້າ; ໃນອີກສອງສາມເດືອນ, ເຈົ້າກໍຈະຫາຍເປັນປົກກະຕິອີກຄັ້ງ”. ຫຼັງຈາກປະຕິບັດຕາມຄຳແນະນຳຂອງແພດເປັນເວລາສາມເດືອນ, ອາການບໍ່ສະບາຍທາງຮ່າງກາຍທັງໝົດຂອງເຈົ້າກໍຈະຫາຍໄປໂດຍສ່ວນໃຫຍ່, ສະນັ້ນ ເຈົ້າຈຶ່ງຈະຄິດກັບຕົວເອງວ່າ “ທີ່ແທ້ບັນຫາກ່ຽວກັບຮ່າງກາຍຂອງຂ້ອຍບໍ່ແມ່ນພະຍາດຮ້າຍແຮງຫຍັງເລີຍ, ແຕ່ເກີດຈາກການທີ່ຂ້ອຍບໍ່ໄດ້ປະຕິບັດຕາມຮູບແບບທີ່ປົກກະຕິນີ້ໃນຊີວິດຂອງຂ້ອຍ”. ເຫັນບໍ, ພວກເຈົ້າຈະບໍ່ເວົ້າບໍວ່າ ຮູບແບບການດຳລົງຊີວິດຂອງຜູ້ຄົນບໍ່ສາມາດຖືກທຳລາຍໄດ້? (ແມ່ນແລ້ວ). ຮູບແບບການດຳລົງຊີວິດຂອງມະນຸດນີ້ເປັນຄືກັນກັບຂອງສິ່ງມີຊີວິດອື່ນໆ; ພວກມັນລ້ວນແຕ່ເຮັດວຽກຫຼັງຈາກຕາເວັນຂຶ້ນ ແລະ ພັກຜ່ອນຫຼັງຈາກຕາເວັນຕົກ. ແນ່ນອນວ່າ ມີສິ່ງມີຊີວິດບາງຊະນິດ ເຊັ່ນ: ນົກເຄົ້າ, ທີ່ພັກຜ່ອນໃນຕອນກາງເວັນ ແລະ ອອກມາເຄື່ອນໄຫວໃນຕອນກາງຄືນ; ຮູບແບບການດຳລົງຊີວິດຂອງພວກມັນແຕກຕ່າງຈາກມະນຸດ ແລະ ສິ່ງມີຊີວິດອື່ນໆ, ແຕ່ຖ້າເຈົ້າຕ້ອງການທຳລາຍຮູບແບບນີ້ຂອງພວກມັນ, ນັ້ນກໍຈະເປັນໄປບໍ່ໄດ້. ນອກຈາກນີ້, ສິ່ງມີຊີວິດບາງຊະນິດກໍຈຳສິນໃນລະດູໜາວ. ມະນຸດມີຮູບແບບນີ້ບໍ? (ບໍ່ມີ). ບໍ່, ມະນຸດບໍ່ຈຳເປັນຕ້ອງຈຳສິນ. ຊີວິດຂອງມະນຸດມີຮູບແບບໜຶ່ງ, ພວກເຂົາພັກຜ່ອນໜຶ່ງ ຫຼື ສອງມື້ຕໍ່ອາທິດ, ພວກເຂົາເຮັດວຽກຫຼັງຈາກຕາເວັນຂຶ້ນ ແລະ ພັກຜ່ອນຫຼັງຈາກຕາເວັນຕົກ ແລະ ຮັກສາຮູບແບບການເຮັດວຽກ ແລະ ການພັກຜ່ອນທີ່ປົກກະຕິນີ້ໄວ້ຢູ່ສະເໝີ ແລະ ໂດຍການເຮັດແບບນີ້ ຊີວິດຂອງພວກເຂົາກໍສາມາດໄດ້ຮັບການປົກປ້ອງ ແລະ ການເອົາຕົວລອດຂອງພວກເຂົາກໍສາມາດຖືກຮັກສາໄວ້ໄດ້. ມະນຸດມີຮູບແບບການດຳລົງຊີວິດຂອງພວກເຂົາເອງ ແລະ ຮູບແບບການດຳລົງຊີວິດເຫຼົ່ານີ້ຖືກສ້າງຂຶ້ນໂດຍພຣະເຈົ້າ. ພວກມັນລ້ວນແລ້ວແຕ່ມີຄວາມໝາຍ ແລະ ພວກມັນລ້ວນແລ້ວແຕ່ມີຈຸດປະສົງເພື່ອຮັກສາຊີວິດທີ່ປົກກະຕິ ແລະ ການເອົາຕົວລອດຂອງມະນຸດຊາດ. ສະນັ້ນ, ວຽກງານຂອງພຣະເຈົ້າຈະບໍ່ທຳລາຍຮູບແບບຊີວິດ ແລະ ການເອົາຕົວລອດຂອງມະນຸດຢ່າງເດັດຂາດ ດັ່ງທີ່ຜູ້ຄົນຈິນຕະນາການວ່າມັນຈະເປັນ ແລະ ເຈົ້າກໍຄວນປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການນີ້ເຊັ່ນກັນ. ຖ້າມະນຸດຝືນທຳລາຍຮູບແບບເຫຼົ່ານີ້ທີ່ພຣະເຈົ້າໄດ້ກຳນົດໄວ້ສຳລັບພວກເຂົາ ຫຼື ຖ້າມະນຸດຕ້ອງການປ່ຽນແປງພວກມັນຢູ່ສະເໝີເນື່ອງຈາກຖືກປົກຄອງໂດຍແນວຄິດບາງຢ່າງກ່ຽວກັບສິ່ງທີ່ເໜືອທຳມະຊາດ, ນັ້ນກໍຈະເປັນເລື່ອງທີ່ໂງ່ຈ້າ. ຖ້າເຈົ້າຄິດວ່າການປ່ຽນແປງພວກມັນຈະຍົກລະດັບຊີວິດຂອງເຈົ້າ ແລະ ເຮັດໃຫ້ຄວາມເປັນມະນຸດຂອງເຈົ້າດີຂຶ້ນ, ແລ້ວກໍລອງປ່ຽນແປງພວກມັນເບິ່ງ ແລະ ເບິ່ງວ່າເຈົ້າຈະສາມາດມີຊີວິດຢູ່ໄດ້ດົນປານໃດ, ເບິ່ງວ່າສິ່ງຕ່າງໆຈະປ່ຽນແປງແນວໃດໃນມື້ຕໍ່ໆໄປ ແລະ ຄວາມເປັນມະນຸດທີ່ປົກກະຕິຂອງເຈົ້າຖືກຍົກລະດັບຂຶ້ນ ຫຼື ບໍ່ ແລະ ເຈົ້າກາຍເປັນສຸດຍອດມະນຸດ ຫຼື ທູດສະຫວັນ ຫຼື ບໍ່. ຖ້າເຈົ້າເຊື່ອວ່າວຽກງານຂອງພຣະເຈົ້າຄວນມີອົງປະກອບທີ່ເໜືອທຳມະຊາດຢູ່ໃນນັ້ນ ແລະ ມັນຄວນປ່ຽນແປງຮູບແບບການດຳລົງຊີວິດຂອງເຈົ້າ ແລະ ເຈົ້າຍັງຕ້ອງການຝືນປ່ຽນແປງພວກມັນເພື່ອເຮັດໃຫ້ຕົວເຈົ້າເອງກາຍເປັນຄົນທີ່ເໜືອທຳມະຊາດ, ແລ້ວເຈົ້າກໍສາມາດລອງເບິ່ງໄດ້. ມັນອາດຈະເປັນໄປໄດ້ວ່າຫຼັງຈາກພະຍາຍາມເປັນເວລາຫຼາຍປີ, ເຈົ້າກໍປ່ຽນແປງຮູບແບບຊີວິດ ແລະ ການເອົາຕົວລອດຂອງເຈົ້າແທ້ໆ. ມີພຽງສະຖານະການດຽວເທົ່ານັ້ນທີ່ສິ່ງນີ້ສາມາດເກີດຂຶ້ນໄດ້, ນັ້ນກໍຄື ຮ່າງກາຍຂອງເຈົ້າຈະບໍ່ມີຢູ່ອີກຕໍ່ໄປ, ເຊິ່ງໃນຈຸດນັ້ນ ເຈົ້າກໍຈະເໜືອທຳມະຊາດຢ່າງແທ້ຈິງ ແລະ ກາຍເປັນກຸ່ມຄວັນ ແລະ ເຈົ້າກໍຈະກາຍເປັນ “ຜູ້ວິເສດເທິງສະຫວັນ” ແລະ ກາຍເປັນອະມະຕະ. ຖ້າເຈົ້າຕ້ອງການຮັກສາຮ່າງກາຍຂອງເຈົ້າໃຫ້ເປັນປົກກະຕິ ແລະ ມີສຸຂະພາບດີ ແລະ ສາມາດຍອມຮັບວຽກງານຂອງພຣະເຈົ້າ ແລະ ພຣະທຳຂອງພຣະອົງໃນຂະນະທີ່ຢູ່ໃນສະຖານະທີ່ປົກກະຕິ, ແລ້ວເຈົ້າກໍບໍ່ຄວນສະແຫວງຫາທີ່ຈະກາຍເປັນສິ່ງທີ່ເອີ້ນວ່າຄົນທີ່ເໜືອມະນຸດ ຫຼື ໄລ່ຕາມເສາະຫາສິ່ງທີ່ເອີ້ນວ່າຄວາມເປັນມະນຸດທີ່ຖືກຍົກລະດັບ ໂດຍອີງໃສ່ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງເຈົ້າເອງ; ແຕ່ເຈົ້າຄວນດຳລົງຊີວິດຢູ່ໃນຄວາມເປັນມະນຸດທີ່ປົກກະຕິ, ຮັກສາຮູບແບບຊີວິດ ແລະ ການເອົາຕົວລອດຂອງຄວາມເປັນມະນຸດທີ່ປົກກະຕິຂອງເຈົ້າໄວ້ ແລະ ຍັງຮັກສາສັນຊາດຕະຍານແຫ່ງຄວາມເປັນມະນຸດທີ່ປົກກະຕິຂອງເຈົ້າໄວ້ອີກດ້ວຍ. ຢ່າຮຽກຮ້ອງສິ່ງທີ່ບໍ່ສົມເຫດສົມຜົນຈາກພຣະເຈົ້າ; ຂໍ້ຮຽກຮ້ອງທີ່ບໍ່ສົມເຫດສົມຜົນເຫຼົ່ານີ້ລ້ວນແຕ່ມາຈາກຈິນຕະນາການ ແລະ ຄວາມຄິດຫຼົງຜິດຂອງເຈົ້າ. ສັນຊາດຕະຍານ, ຮູບແບບການດຳລົງຊີວິດຂອງເຈົ້າ ແລະ ອື່ນໆ ບໍ່ແມ່ນສິ່ງທີ່ພຣະເຈົ້າຕັ້ງໃຈຈະປ່ຽນແປງ ແລະ ພວກມັນກໍບໍ່ແມ່ນສິ່ງທີ່ພຣະອົງຕັ້ງໃຈຈະປ່ຽນແປງດ້ວຍວຽກງານຂອງພຣະອົງເຊັ່ນກັນ. ຄົນທີ່ໄດ້ຮັບຄວາມລອດພົ້ນແນ່ນອນວ່າບໍ່ແມ່ນຄົນທີ່ເຕັມໄປດ້ວຍຄວາມຄິດຫຼົງຜິດ ແລະ ຈິນຕະນາການ ແລະ ຍິ່ງໄປກວ່ານັ້ນ ພວກເຂົາກໍບໍ່ແມ່ນສຸດຍອດມະນຸດ ຫຼື ຄົນທີ່ຜິດປົກກະຕິ. ໃນທາງກົງກັນຂ້າມ ພວກເຂົາເປັນຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິ ແລະ ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ, ເປັນຄົນທີ່ສາມາດເຊື່ອຟັງພຣະທຳຂອງພຣະເຈົ້າ ແລະ ເບິ່ງຜູ້ຄົນ ແລະ ສິ່ງຕ່າງໆ ແລະ ປະພຶດຕົນ ແລະ ກະທຳຕາມຫຼັກການຄວາມຈິງ; ພວກເຂົາເປັນຄົນທີ່ສາມາດອ່ອນນ້ອມຕໍ່ພຣະເຈົ້າໃນທຸກສິ່ງ, ເຊິ່ງບໍ່ໄດ້ເໜືອທຳມະຊາດເລີຍ ແລະ ຄວາມເປັນມະນຸດຂອງພວກເຂົາກໍເປັນປົກກະຕິ ແລະ ສຳພັນກັບຊີວິດຈິງເປັນພິເສດ.
ຜູ້ຄົນທີ່ດຳລົງຊີວິດຢູ່ໃນຄວາມເປັນມະນຸດທີ່ປົກກະຕິກໍຖືກຈຳກັດໂດຍສັນຊາດຕະຍານທາງຮ່າງກາຍ ແລະ ຄວາມຕ້ອງການທາງຮ່າງກາຍຫຼາຍຢ່າງເຊັ່ນກັນ. ຕົວຢ່າງ: ບາງຄັ້ງຜູ້ຄົນອາດຈະຊັກຊ້າໃນການປະຕິບັດໜ້າທີ່ຂອງພວກເຂົາເປັນເວລາສອງສາມມື້ ເພາະວ່າພວກເຂົາອິດເມື່ອຍ ຫຼື ເຈັບປ່ວຍເກີນໄປ ແລະ ຈຳເປັນຕ້ອງພັກຜ່ອນ; ບາງຄັ້ງ, ເນື່ອງຈາກສະພາບແວດລ້ອມທີ່ຕຶງຄຽດ, ພວກເຂົາອາດຈະຮູ້ສຶກຢ້ານ ແລະ ບໍ່ສາມາດສະຫງົບຈິດສະຫງົບໃຈເພື່ອປະຕິບັດໜ້າທີ່ຂອງພວກເຂົາໄດ້ ຫຼື ພວກເຂົາມັກຈະຮູ້ສຶກເປັນໜີ້ບຸນຄຸນ ແລະ ໂສກເສົ້າໃນຫົວໃຈຂອງພວກເຂົາ ເພາະວ່າເນື່ອງຈາກຂີດຄວາມສາມາດ ແລະ ຄວາມເກັ່ງກາດທີ່ຈຳກັດຂອງພວກເຂົາ, ພວກເຂົາຈຶ່ງບໍ່ສາມາດເກັ່ງໃນວຽກງານ ຫຼື ໜ້າທີ່ບາງປະເພດໄດ້, ສິ່ງເຫຼົ່ານີ້ລ້ວນແຕ່ເປັນການສະແດງອອກທີ່ປົກກະຕິ ເຊິ່ງຕົກຢູ່ໃນຂອບເຂດຄວາມເປັນມະນຸດທີ່ປົກກະຕິ. ບາງຄັ້ງຜູ້ຄົນອາດຈະຖືກບີບຄັ້ນໂດຍຄວາມຮູ້ສຶກ ແລະ ຄວາມຕ້ອງການທາງຮ່າງກາຍ ແລະ ບາງຄັ້ງພວກເຂົາອາດຈະຢູ່ພາຍໃຕ້ຂໍ້ຈຳກັດຂອງສັນຊາດຕະຍານທາງຮ່າງກາຍ ຫຼື ຂໍ້ຈຳກັດຂອງເວລາ ແລະ ບຸກຄະລິກກະພາບ, ສິ່ງນີ້ເປັນເລື່ອງປົກກະຕິ ແລະ ເປັນທຳມະຊາດ. ຕົວຢ່າງ: ບາງຄົນເປັນຄົນຂ້ອນຂ້າງເກັບຕົວຕັ້ງແຕ່ຍັງນ້ອຍ; ພວກເຂົາບໍ່ມັກເວົ້າ ແລະ ດີ້ນຮົນໃນການຄົບຫາກັບຄົນອື່ນ. ແມ່ນແຕ່ຕອນເປັນຜູ້ໃຫຍ່ໃນໄວສາມສິບ ຫຼື ສີ່ສິບປີ, ພວກເຂົາກໍຍັງບໍ່ສາມາດເອົາຊະນະບຸກຄະລິກກະພາບນີ້ໄດ້: ພວກເຂົາຍັງຄົງບໍ່ຊຳນານໃນການເວົ້າ ຫຼື ບໍ່ເກັ່ງໃນການໃຊ້ຄຳເວົ້າ ແລະ ພວກເຂົາກໍບໍ່ເກັ່ງໃນການຄົບຫາກັບຄົນອື່ນເຊັ່ນກັນ. ຫຼັງຈາກທີ່ພວກເຂົາກາຍເປັນຜູ້ນຳ, ລັກສະນະບຸກຄະລິກກະພາບນີ້ກໍຈຳກັດ ແລະ ຂັດຂວາງວຽກງານຂອງພວກເຂົາໃນລະດັບໃດໜຶ່ງ ແລະ ສິ່ງນີ້ມັກຈະເຮັດໃຫ້ພວກເຂົາທຸກໃຈ ແລະ ອຸກອັ່ງ, ເຮັດໃຫ້ພວກເຂົາຮູ້ສຶກຖືກບີບຄັ້ນຫຼາຍ. ການເກັບຕົວ ແລະ ການບໍ່ມັກເວົ້າແມ່ນການສະແດງອອກຂອງຄວາມເປັນມະນຸດທີ່ປົກກະຕິ. ຍ້ອນພວກມັນເປັນການສະແດງອອກຂອງຄວາມເປັນມະນຸດທີ່ປົກກະຕິ, ພວກມັນຖືວ່າເປັນການກະທຳຜິດຕໍ່ພຣະເຈົ້າບໍ? ບໍ່, ພວກມັນບໍ່ແມ່ນການກະທຳຜິດ ແລະ ພຣະເຈົ້າຈະປະຕິບັດຕໍ່ສິ່ງເຫຼົ່ານັ້ນຢ່າງຖືກຕ້ອງ. ບໍ່ວ່າເຈົ້າຈະມີບັນຫາ, ຂໍ້ບົກຜ່ອງ ຫຼື ຂໍ້ຜິດພາດໃດກໍຕາມ, ບໍ່ມີສິ່ງໃດເລີຍໃນສິ່ງເຫຼົ່ານີ້ທີ່ເປັນບັນຫາໃນສາຍຕາຂອງພຣະເຈົ້າ. ພຣະເຈົ້າພຽງແຕ່ເບິ່ງວ່າເຈົ້າສະແຫວງຫາຄວາມຈິງ, ປະຕິບັດຄວາມຈິງ, ກະທຳຕາມຫຼັກການຄວາມຈິງ ແລະ ຕິດຕາມຫົນທາງຂອງພຣະເຈົ້າພາຍໃຕ້ເງື່ອນໄຂແຕ່ກຳເນີດໃນຄວາມເປັນມະນຸດທີ່ປົກກະຕິແນວໃດ, ສິ່ງເຫຼົ່ານີ້ຄືສິ່ງທີ່ພຣະເຈົ້າເບິ່ງ. ສະນັ້ນ, ໃນເລື່ອງທີ່ກ່ຽວຂ້ອງກັບຫຼັກການຄວາມຈິງ, ຢ່າປ່ອຍໃຫ້ເງື່ອນໄຂພື້ນຖານ ເຊັ່ນ: ຂີດຄວາມສາມາດ, ສັນຊາດຕະຍານ, ບຸກຄະລິກກະພາບ, ນິໄສ ແລະ ຮູບແບບການດຳລົງຊີວິດຂອງຄວາມເປັນມະນຸດທີ່ປົກກະຕິ ມາຈຳກັດເຈົ້າ. ແນ່ນອນວ່າ ຢ່າທຸ່ມເທເຫື່ອແຮງ ແລະ ເວລາຂອງເຈົ້າໃນການພະຍາຍາມເອົາຊະນະເງື່ອນໄຂພື້ນຖານເຫຼົ່ານີ້ເຊັ່ນກັນ ແລະ ຢ່າພະຍາຍາມປ່ຽນແປງພວກມັນ. ຕົວຢ່າງ: ຖ້າເຈົ້າມີບຸກຄະລິກກະພາບທີ່ເກັບຕົວ ແລະ ເຈົ້າບໍ່ມັກເວົ້າ ແລະ ເຈົ້າບໍ່ເກັ່ງໃນການໃຊ້ຄຳເວົ້າ ແລະ ເຈົ້າບໍ່ຊຳນານໃນການຄົບຫາ ແລະ ພົວພັນກັບຜູ້ຄົນ, ບໍ່ມີສິ່ງໃດເລີຍໃນສິ່ງເຫຼົ່ານີ້ທີ່ເປັນບັນຫາ. ເຖິງແມ່ນວ່າຄົນທີ່ເປີດເຜີຍຈະມັກເວົ້າ, ແຕ່ກໍບໍ່ແມ່ນທຸກສິ່ງທີ່ພວກເຂົາເວົ້າຈະເປັນປະໂຫຍດ ຫຼື ສອດຄ່ອງກັບຄວາມຈິງ, ສະນັ້ນ ການເປັນຄົນເກັບຕົວຈຶ່ງບໍ່ແມ່ນບັນຫາ ແລະ ເຈົ້າກໍບໍ່ຈຳເປັນຕ້ອງພະຍາຍາມ ແລະ ປ່ຽນແປງມັນ. ເຈົ້າອາດຈະເວົ້າວ່າ “ຖ້າຂ້ອຍເປັນຜູ້ຕິດຕາມທຳມະດາ, ມັນກໍຄົງຈະບໍ່ເປັນບັນຫາສຳລັບຂ້ອຍທີ່ຈະມີບຸກຄະລິກກະພາບທີ່ເກັບຕົວ; ແຕ່ຕອນນີ້ຂ້ອຍເປັນຜູ້ນຳ, ສະນັ້ນ ຂ້ອຍບໍ່ຈຳເປັນຕ້ອງປ່ຽນແປງບຸກຄະລິກກະພາບທີ່ເກັບຕົວຂອງຂ້ອຍບໍ?” ຖ້າເຈົ້າຕ້ອງການປ່ຽນແປງມັນແທ້ໆ, ເຈົ້າກໍສາມາດລອງຮຽນຮູ້ວິທີຄົບຫາກັບຄົນອື່ນ ຫຼື ສ້າງກົດວ່າ ເຈົ້າເວົ້າຫຼາຍສໍ່າໃດ, ເຈົ້າຈັດການເທົ່າໃດເລື່ອງ ແລະ ເຈົ້າຈັດການກັບຄົນຈັກປະເພດໃນໜຶ່ງມື້. ຖ້າເຈົ້າມີຄວາມສາມາດທີ່ຈະປ່ຽນແປງບຸກຄະລິກກະພາບຕິດຕົວຂອງເຈົ້າແທ້ໆ, ແລ້ວແນ່ນອນວ່າ ສິ່ງນີ້ກໍອາດຈະບໍ່ແມ່ນສິ່ງທີ່ບໍ່ດີໃນເລື່ອງການທີ່ເຈົ້າເຮັດວຽກງານຂອງຄຣິສຕະຈັກ. ເຖິງຢ່າງໃດກໍຕາມ, ຖ້າເຈົ້າເກີດມາພ້ອມກັບບຸກຄະລິກກະພາບທີ່ເກັບຕົວ ແລະ ເຈົ້າບໍ່ເກັ່ງໃນການໃຊ້ຄຳເວົ້າ ແລະ ບໍ່ຊຳນານໃນການເຂົ້າສັງຄົມ ແລະ ບໍ່ຮູ້ວິທີສົນທະນາ ຫຼື ພົວພັນກັບຄົນອື່ນ, ແລ້ວກໍບໍ່ມີໃຜສາມາດປ່ຽນແປງສິ່ງນີ້ໄດ້. ບາງຄົນມີບຸກຄະລິກກະພາບທີ່ເກັບຕົວ, ພວກເຂົາບໍ່ເຕັມໃຈທີ່ຈະພົວພັນ ຫຼື ສົນທະນາກັບຄົນອື່ນ ແລະ ຍິ່ງໄປກວ່ານັ້ນ ພວກເຂົາກໍບໍ່ມີເລື່ອງທີ່ຈະເວົ້າຫຼາຍປານນັ້ນ. ພວກເຂົາມັກຈະຮູ້ສຶກວ່າມັນຖືກຕ້ອງແລ້ວທີ່ຈະເວົ້າບາງສິ່ງທີ່ເປັນປະໂຫຍດ ແລະ ບໍ່ຈຳເປັນຕ້ອງເວົ້າສິ່ງທີ່ບໍ່ຈຳເປັນ, ສະນັ້ນ ພວກເຂົາຈຶ່ງບໍ່ເຕັມໃຈທີ່ຈະເວົ້າຫຼາຍ. ສຳລັບບາງຄົນ, ມັນອາດຈະເປັນເພາະວ່າພວກເຂົາຍັງນ້ອຍເກີນໄປ ແລະ ບໍ່ມີປະສົບການຊີວິດ ແລະ ຂາດຄຳເວົ້າ; ສຳລັບຄົນອື່ນ, ມັນອາດຈະເປັນເພາະວ່າພວກເຂົາບໍ່ໄດ້ນ້ອຍອີກຕໍ່ໄປແລ້ວ ແລະ ມີປະສົບການຊີວິດແລ້ວ, ແຕ່ກໍຍັງມີບຸກຄະລິກກະພາບທີ່ເກັບຕົວແບບນີ້ຢູ່. ຖ້າເຈົ້າພະຍາຍາມປ່ຽນແປງບຸກຄະລິກກະພາບປະເພດນີ້ ແລະ ນຳໃຊ້ວິທີການທຸກຮູບແບບເພື່ອປ່ຽນແປງມັນ, ແລ້ວໃຫ້ເຮົາບອກເຈົ້າວ່າ ເຈົ້າຈະບໍ່ມີວັນສາມາດປ່ຽນແປງມັນໄດ້ຕະຫຼອດຊີວິດຂອງເຈົ້າ, ເພາະວ່າພຣະເຈົ້າບໍ່ໄດ້ເຮັດວຽກງານປະເພດນີ້. ບໍ່ວ່າໃບໜ້າ ຫຼື ຮູບຮ່າງໜ້າຕາຂອງເຈົ້າຈະຄ້າຍຄືກັບພໍ່ຂອງເຈົ້າ, ແມ່ຂອງເຈົ້າ ຫຼື ຍາດພີ່ນ້ອງຄົນອື່ນໆກໍຕາມ, ຮູບຮ່າງໜ້າຕານີ້ຈະບໍ່ປ່ຽນແປງ ແລະ ຍິ່ງໄປກວ່ານັ້ນ ໂດຍສະເພາະແລ້ວ ບຸກຄະລິກກະພາບຂອງເຈົ້າກໍຈະບໍ່ປ່ຽນແປງເຊັ່ນກັນ. ບາງຄົນເວົ້າວ່າ “ມັນຍາກທີ່ຈະປ່ຽນແປງບຸກຄະລິກກະພາບທີ່ເກັບຕົວ, ແລ້ວມັນງ່າຍບໍທີ່ຈະປ່ຽນແປງບຸກຄະລິກກະພາບທີ່ເປີດເຜີຍ?” ມັນກໍຍາກຄືກັນທີ່ຈະປ່ຽນແປງບຸກຄະລິກກະພາບທີ່ເປີດເຜີຍ. ຄົນທີ່ເປີດເຜີຍມັກເວົ້າ ແລະ ມີຫຼາຍສິ່ງທີ່ພວກເຂົາຕ້ອງການເວົ້າ; ຖ້າເຈົ້າຂໍບໍ່ໃຫ້ພວກເຂົາເວົ້າ ຫຼື ເວົ້າໃຫ້ໜ້ອຍລົງ, ພວກເຂົາກໍບໍ່ສາມາດຄວບຄຸມຕົນເອງໄດ້ ແລະ ຖ້າມີໃຜມາຈຳກັດບໍ່ໃຫ້ພວກເຂົາເວົ້າ, ມັນກໍຄືກັບການພາກເອົາຊີວິດຂອງພວກເຂົາໄປ. ຖ້າໃຫ້ຄົນເກັບຕົວມາຄົບຫາກັບຄົນເປີດເຜີຍ, ພວກເຂົາຈະມີອິດທິພົນຕໍ່ກັນເອງບໍ? ພວກເຂົາອາດຈະມີອິດທິພົນຕໍ່ກັນເອງບາງສ່ວນໃນຕອນເລີ່ມຕົ້ນ; ເພື່ອເຫັນແກ່ໜ້າຕາ, ຄົນທັງສອງຈະຍອມຮັບ ແລະ ອົດທົນກັນ ຫຼື ອົດກັ້ນ ແລະ ເຂົ້າໃຈກັນ. ແຕ່ເມື່ອເວລາຜ່ານໄປ, ພວກເຂົາກໍຈະຮູ້ຈັກກັນ ແລະ ໄດ້ຮັບຄວາມຄິດທີ່ຊັດເຈນກ່ຽວກັບບຸກຄະລິກກະພາບຂອງກັນ ແລະ ມັນກໍຈະບໍ່ຈຳເປັນຕ້ອງເຮັດຕົວອົດກັ້ນ ແລະ ເຂົ້າໃຈກັນອີກຕໍ່ໄປ, ສະນັ້ນ ພວກເຂົາຈຶ່ງຈະກັບຄືນສູ່ສະພາວະເດີມຂອງພວກເຂົາຢ່າງໄວວາ. ຖ້າເຈົ້າມີບຸກຄະລິກກະພາບທີ່ເກັບຕົວແຕ່ເດີມ, ຕອນນີ້ເຈົ້າກໍຍັງຄົງເກັບຕົວຢູ່; ເມື່ອເຈົ້າເວົ້າ ແລະ ສົນທະນາ, ເຈົ້າພຽງແຕ່ເວົ້າອອກມາສອງສາມຄຳ ຫຼື ສອງສາມປະໂຫຍກ ແລະ ບໍ່ມີຫຍັງອື່ນທີ່ຈະເວົ້າອີກ. ຖ້າມີຄົນຖາມວ່າ “ເຈົ້າໄດ້ອອກໄປຂ້າງນອກບໍ?” ເຈົ້າຕອບວ່າ “ຂ້ອຍໄດ້ອອກໄປແລ້ວ”. ແລ້ວຖ້າພວກເຂົາຖາມວ່າ “ເຈົ້າກັບມາຕອນໃດ?” ເຈົ້າຕອບວ່າ “ຫາກໍກັບມາ”. ເຈົ້າບໍ່ໄດ້ເວົ້າວ່າເກີດຫຍັງຂຶ້ນ ແລະ ເຈົ້າກໍບໍ່ໄດ້ເວົ້າໃນສິ່ງທີ່ຄົນນັ້ນຢາກໄດ້ຍິນ. ໃນທາງກົງກັນຂ້າມ, ຄົນທີ່ເປີດເຜີຍຈະຍິງຄຳເວົ້າອອກມາບໍ່ຢຸດ, ຄືກັບປືນກົນ ແລະ ເຖິງແມ່ນວ່າເຈົ້າຈະຂັດຈັງຫວະພວກເຂົາ, ຫຼັງຈາກນັ້ນບໍ່ດົນ ພວກເຂົາກໍຈະສືບຕໍ່ເວົ້າອີກ. ມັນງ່າຍບໍທີ່ບຸກຄະລິກກະພາບຂອງຄົນເຮົາຈະປ່ຽນແປງ? (ບໍ່, ມັນບໍ່ງ່າຍ). ນີ້ຄືສິ່ງທີ່ມະນຸດທີ່ຖືກສ້າງທຸກຄົນເກີດມາພ້ອມກັບມັນ. ມັນບໍ່ມີຫຍັງກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມ ຫຼື ແກ່ນແທ້ຄວາມເປັນມະນຸດຂອງຄົນໃດໜຶ່ງ; ມັນເປັນພຽງສະພາວະຂອງການເປັນຢູ່ທີ່ຜູ້ຄົນສາມາດເຫັນໄດ້ຈາກພາຍນອກ ແລະ ເປັນວິທີການທີ່ຄົນໃດໜຶ່ງເຂົ້າຫາຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ. ບາງຄົນເກັ່ງໃນການສະແດງອອກ, ໃນຂະນະທີ່ຄົນອື່ນບໍ່ເກັ່ງ; ບາງຄົນມັກອະທິບາຍສິ່ງຕ່າງໆ, ໃນຂະນະທີ່ຄົນອື່ນບໍ່ມັກ; ບາງຄົນມັກເກັບຄວາມຄິດຂອງພວກເຂົາໄວ້ກັບຕົວເອງ, ໃນຂະນະທີ່ຄົນອື່ນບໍ່ມັກເກັບຄວາມຄິດຂອງພວກເຂົາໄວ້ຂ້າງໃນ, ແຕ່ຕ້ອງການສະແດງພວກມັນອອກມາດັງໆ ເພື່ອໃຫ້ທຸກຄົນໄດ້ຍິນ ແລະ ເມື່ອນັ້ນເອງ ພວກເຂົາຈຶ່ງຈະຮູ້ສຶກມີຄວາມສຸກ. ສິ່ງເຫຼົ່ານີ້ຄືວິທີການຕ່າງໆທີ່ຜູ້ຄົນຈັດການກັບຊີວິດ ແລະ ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ; ສິ່ງເຫຼົ່ານີ້ຄືບຸກຄະລິກກະພາບຂອງຜູ້ຄົນ. ບຸກຄະລິກກະພາບຂອງເຈົ້າແມ່ນສິ່ງທີ່ເຈົ້າເກີດມາພ້ອມກັບມັນ. ຖ້າເຈົ້າລົ້ມເຫຼວໃນການປ່ຽນແປງມັນເຖິງແມ່ນວ່າຈະພະຍາຍາມຫຼາຍຄັ້ງແລ້ວກໍຕາມ, ແລ້ວໃຫ້ເຮົາບອກເຈົ້າວ່າ ຕອນນີ້ເຈົ້າສາມາດພັກຜ່ອນໄດ້ແລ້ວ; ບໍ່ຈຳເປັນຕ້ອງເຮັດໃຫ້ຕົວເຈົ້າເອງອິດເມື່ອຍຫຼາຍຂະໜາດນັ້ນ. ມັນບໍ່ສາມາດປ່ຽນແປງໄດ້, ສະນັ້ນ ຢ່າພະຍາຍາມປ່ຽນແປງມັນ. ບໍ່ວ່າບຸກຄະລິກກະພາບເດີມຂອງເຈົ້າຈະເປັນແນວໃດກໍຕາມ, ນັ້ນກໍຍັງຄົງເປັນບຸກຄະລິກກະພາບຂອງເຈົ້າ. ຢ່າພະຍາຍາມປ່ຽນແປງບຸກຄະລິກກະພາບຂອງເຈົ້າເພື່ອເຫັນແກ່ການໄດ້ຮັບຄວາມລອດພົ້ນ; ນີ້ຄືແນວຄິດທີ່ຄາດເຄື່ອນ, ບໍ່ວ່າເຈົ້າຈະມີບຸກຄະລິກກະພາບແບບໃດກໍຕາມ, ນັ້ນຄືຂໍ້ເທັດຈິງທີ່ເປັນພາວະວິໄສ ແລະ ເຈົ້າບໍ່ສາມາດປ່ຽນແປງມັນໄດ້. ໃນເລື່ອງເຫດຜົນທີ່ເປັນພາວະວິໄສສຳລັບສິ່ງນີ້, ຜົນທີ່ພຣະເຈົ້າຕ້ອງການບັນລຸໃນວຽກງານຂອງພຣະອົງນັ້ນບໍ່ມີຫຍັງກ່ຽວຂ້ອງກັບບຸກຄະລິກກະພາບຂອງເຈົ້າ. ການທີ່ເຈົ້າສາມາດໄດ້ຮັບຄວາມລອດພົ້ນ ຫຼື ບໍ່ນັ້ນກໍບໍ່ກ່ຽວຂ້ອງກັບບຸກຄະລິກກະພາບຂອງເຈົ້າເຊັ່ນກັນ. ນອກຈາກນີ້, ການທີ່ເຈົ້າເປັນຄົນທີ່ປະຕິບັດຄວາມຈິງ ແລະ ມີຄວາມເປັນຈິງຄວາມຈິງ ຫຼື ບໍ່ນັ້ນກໍບໍ່ມີຫຍັງກ່ຽວຂ້ອງກັບບຸກຄະລິກກະພາບຂອງເຈົ້າ. ສະນັ້ນ, ຢ່າພະຍາຍາມປ່ຽນແປງບຸກຄະລິກກະພາບຂອງເຈົ້າພຽງເພາະວ່າເຈົ້າກຳລັງປະຕິບັດໜ້າທີ່ບາງຢ່າງ ຫຼື ຮັບໃຊ້ໃນຖານະຜູ້ກຳກັບດູແລຂອງລາຍການວຽກງານໃດໜຶ່ງ, ນີ້ຄືແນວຄິດທີ່ຜິດພາດ. ແລ້ວເຈົ້າຄວນເຮັດແນວໃດ? ບໍ່ວ່າບຸກຄະລິກກະພາບ ຫຼື ເງື່ອນໄຂຕິດຕົວຂອງເຈົ້າຈະເປັນແນວໃດກໍຕາມ, ເຈົ້າຄວນຍຶດໝັ້ນ ແລະ ປະຕິບັດຫຼັກການຄວາມຈິງ. ໃນທີ່ສຸດແລ້ວ, ພຣະເຈົ້າບໍ່ໄດ້ວັດແທກວ່າເຈົ້າຕິດຕາມຫົນທາງຂອງພຣະອົງ ຫຼື ສາມາດໄດ້ຮັບຄວາມລອດພົ້ນ ຫຼື ບໍ່ ໂດຍອີງໃສ່ບຸກຄະລິກກະພາບຂອງເຈົ້າ ຫຼື ອີງໃສ່ຂີດຄວາມສາມາດ, ທັກສະ, ຄວາມເກັ່ງກາດ, ພອນສະຫວັນ ຫຼື ຄວາມສາມາດພິເສດທີ່ເຈົ້າມີ ແລະ ແນ່ນອນວ່າ ພຣະອົງກໍບໍ່ໄດ້ເບິ່ງວ່າເຈົ້າໄດ້ຢັບຢັ້ງສັນຊາດຕະຍານ ແລະ ຄວາມຕ້ອງການທາງຮ່າງກາຍຂອງເຈົ້າຫຼາຍສໍ່າໃດເຊັ່ນກັນ. ໃນທາງກົງກັນຂ້າມ ພຣະເຈົ້າເບິ່ງວ່າ ໃນຂະນະທີ່ຕິດຕາມພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງເຈົ້າ, ເຈົ້າກຳລັງປະຕິບັດ ແລະ ມີປະສົບການກັບພຣະທຳຂອງພຣະອົງ ຫຼື ບໍ່, ເຈົ້າມີຄວາມເຕັມໃຈ ແລະ ຄວາມຕັ້ງໃຈທີ່ຈະໄລ່ຕາມເສາະຫາຄວາມຈິງ ຫຼື ບໍ່ ແລະ ໃນທີ່ສຸດແລ້ວ ເຈົ້າໄດ້ບັນລຸການປະຕິບັດຄວາມຈິງ ແລະ ຕິດຕາມຫົນທາງຂອງພຣະເຈົ້າແລ້ວ ຫຼື ບໍ່. ນີ້ຄືສິ່ງທີ່ພຣະເຈົ້າເບິ່ງ. ພວກເຈົ້າເຂົ້າໃຈສິ່ງນີ້ແລ້ວບໍ? (ແມ່ນແລ້ວ, ພວກຂ້ານ້ອຍເຂົ້າໃຈ).
ເມື່ອແມ່ຍິງບາງຄົນກະທຳການ, ພວກເຂົາຈະຟ້າວເຮັດສິ່ງຕ່າງໆ, ພວກເຂົາວ່ອງໄວ ແລະ ຫ້າວຫັນຄືກັບສາຍຟ້າແມບ ແລະ ພວກເຂົາຕັດສິນໃຈຢ່າງໄວວາ ແລະ ໜັກແໜ້ນ; ບຸກຄະລິກກະພາບຂອງພວກເຂົາກໍຄືກັບຜູ້ຊາຍ. ຄຳສັບຍອດນິຍົມທີ່ໃຊ້ເພື່ອອະທິບາຍພວກເຂົາໃນປັດຈຸບັນແມ່ນຫຍັງ? ແມ່ຍິງທີ່ຄືຜູ້ຊາຍ. “ແມ່ຍິງທີ່ຄືຜູ້ຊາຍ” ບໍ່ແມ່ນຄົນທີ່ໂງ່ຈ້າ, ໂຕໃຫຍ່ ແລະ ງຸ່ມງ່າມທີ່ຜູ້ຄົນເຄີຍໃຊ້ຄຳນີ້ເພື່ອອ້າງເຖິງອີກຕໍ່ໄປ. ມັນບໍ່ແມ່ນຄຳສັບທີ່ດູຖູກ; ແຕ່ມັນເປັນຄຳສັບທີ່ຍົກຍ້ອງ. ແຕ່ພຣະເຈົ້າຖືວ່າຄຳສັບທີ່ຍົກຍ້ອງນີ້ເປັນແນວໃດ? ເຈົ້າວ່ອງໄວ ແລະ ຫ້າວຫັນຄືກັບສາຍຟ້າແມບ ແລະ ຕັດສິນໃຈຢ່າງກ້າຫານ ແລະ ເດັດດ່ຽວໃນການກະທຳຂອງເຈົ້າ, ແຕ່ຫຼັກການໃນການປະຕິບັດຂອງເຈົ້າ ແລະ ພື້ນຖານສຳລັບການກະທຳຂອງເຈົ້າແມ່ນຫຍັງ? ມັນແມ່ນຄວາມຈິງບໍ? ມັນແມ່ນພຣະທຳຂອງພຣະເຈົ້າບໍ? ນີ້ຄືສິ່ງສຳຄັນ. ຖ້າຜູ້ຊາຍຄົນໜຶ່ງຊັກຊ້າ ແລະ ລະມັດລະວັງໃນການກະທຳຂອງລາວ, ແລ້ວໃນຄຳເວົ້າຂອງຜູ້ບໍ່ມີຄວາມເຊື່ອ, ລາວກໍຄືກັບແມ່ຍິງທີ່ຖືກມັດຕີນ, ບາງຄົນເຖິງກັບໃຊ້ຄຳສັບທີ່ດູຖູກ ໂດຍເວົ້າວ່າລາວ “ຄືກັບເດັກຍິງໜ້ອຍໜຶ່ງ”, ແຕ່ພຣະເຈົ້າເບິ່ງລາວແນວໃດ? ບໍ່ວ່າຄົນໃດໜຶ່ງຈະວ່ອງໄວ ແລະ ຫ້າວຫັນຄືກັບສາຍຟ້າແມບ ແລະ ຕັດສິນໃຈຢ່າງກ້າຫານ ແລະ ເດັດດ່ຽວໃນການເຮັດສິ່ງຕ່າງໆ ຫຼື ກະທຳຄືກັບແມ່ຍິງທີ່ຖືກມັດຕີນ ແລະ ຄືກັບເດັກຍິງໜ້ອຍໜຶ່ງໃນການກະທຳຂອງພວກເຂົາກໍຕາມ, ສິ່ງເຫຼົ່ານີ້ເປັນບັນຫາບໍ? (ບໍ່). ການທີ່ມີຄວາມວ່ອງໄວ ແລະ ຫ້າວຫັນຄືກັບສາຍຟ້າແມບ ແລະ ຕັດສິນໃຈຢ່າງກ້າຫານ ແລະ ເດັດດ່ຽວເປັນຈຸດແຂງບໍ? (ບໍ່, ບໍ່ຈຳເປັນສະເໝີໄປ). ແລ້ວການກະທຳຄືກັບແມ່ຍິງທີ່ຖືກມັດຕີນເປັນຈຸດອ່ອນບໍ? (ເຊັ່ນດຽວກັນກໍຄືບໍ່, ບໍ່ຈຳເປັນສະເໝີໄປ). ເຖິງແມ່ນວ່າໜຶ່ງໃນສອງຄຳສັບ “ແມ່ຍິງທີ່ຄືຜູ້ຊາຍ” ແລະ “ຄືກັບເດັກຍິງໜ້ອຍໜຶ່ງ” ຈະເປັນການຍົກຍ້ອງ ແລະ ອີກຄຳໜຶ່ງເປັນການດູຖູກກໍຕາມ, ແຕ່ແກ່ນແທ້ຂອງພຶດຕິກຳ ຫຼື ວິທີການເຮັດສິ່ງຕ່າງໆທັງສອງປະເພດນີ້ກໍບໍ່ຄວນຖືກຕັດສິນ ໂດຍອີງໃສ່ຄວາມໝາຍຕາມຕົວອັກສອນຂອງພວກມັນ. ຄວນໃຊ້ສິ່ງໃດເພື່ອຕັດສິນສິ່ງນີ້? (ສິ່ງທີ່ຄົນໃດໜຶ່ງປະຕິບັດນັ້ນແມ່ນພຣະທຳຂອງພຣະເຈົ້າ ຫຼື ບໍ່). ພື້ນຖານໃນການກະທຳຂອງພວກເຂົາ ແລະ ຜົນທີ່ພວກເຂົາຕັ້ງໃຈຈະບັນລຸ ກໍຄວນຖືກນຳໃຊ້ເພື່ອຕັດສິນສິ່ງນີ້ເຊັ່ນກັນ. ຖ້າພື້ນຖານຂອງການກະທຳຂອງພວກເຂົາແມ່ນພຣະທຳຂອງພຣະເຈົ້າ ແລະ ຫຼັກການຄວາມຈິງ, ແລ້ວໂດຍພື້ນຖານກໍໝັ້ນໃຈໄດ້ 90 ເປີເຊັນວ່າພວກເຂົາບໍ່ໄດ້ເຮັດຫຍັງຜິດ. ຖ້າພວກເຂົາບໍ່ພຽງແຕ່ເຮັດສິ່ງຕ່າງໆຕາມຫຼັກການຄວາມຈິງເທົ່ານັ້ນ, ແຕ່ຍິ່ງໄປກວ່ານັ້ນ ຜົນທີ່ພວກເຂົາຕັ້ງໃຈຈະບັນລຸຍັງເປັນການປົກປ້ອງຄຳພະຍານຂອງພຣະເຈົ້າ ແລະ ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ເປັນການເສີມສ້າງໃຫ້ແກ່ອ້າຍເອື້ອຍນ້ອງຫຼາຍຂຶ້ນ, ແລ້ວພວກເຮົາກໍສາມາດໝັ້ນໃຈໄດ້ 100 ເປີເຊັນວ່າພວກເຂົາບໍ່ໄດ້ເຮັດຫຍັງຜິດ. ບໍ່ຕ້ອງສົນໃຈວ່າພວກເຂົາຈະຕັດສິນໃຈຢ່າງກ້າຫານ ແລະ ເດັດດ່ຽວ ຫຼື ຄືກັບແມ່ຍິງທີ່ຖືກມັດຕີນ, ບໍ່ຕ້ອງສົນໃຈວິທີທີ່ພວກເຂົາກະທຳພາຍນອກ, ນັ້ນເປັນສິ່ງທີ່ບໍ່ສຳຄັນ. ສິ່ງທີ່ສຳຄັນກໍຄື ຫຼັກການຄວາມຈິງເປັນພື້ນຖານຂອງການກະທຳຂອງພວກເຂົາ ຫຼື ບໍ່ ແລະ ເປົ້າໝາຍຂອງການກະທຳຂອງພວກເຂົາ ແລະ ຜົນທີ່ພວກເຂົາຕັ້ງໃຈຈະບັນລຸຜ່ານການກະທຳຂອງພວກເຂົານັ້ນແມ່ນການປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ວຽກງານຂອງຄຣິສຕະຈັກ ແລະ ເປັນການເສີມສ້າງໃຫ້ແກ່ຜູ້ຄົນຫຼາຍຂຶ້ນ ຫຼື ບໍ່. ແລ້ວຮູບແບບທີ່ການກະທຳຂອງພວກເຂົາສະແດງອອກມານັ້ນສຳຄັນບໍ? (ບໍ່, ມັນບໍ່ສຳຄັນ). ບໍ່ວ່າເຈົ້າຈະເປັນແມ່ຍິງທີ່ຄືຜູ້ຊາຍ ຫຼື ຄືກັບແມ່ຍິງທີ່ຖືກມັດຕີນກໍຕາມ, ນີ້ບໍ່ແມ່ນສິ່ງທີ່ພຣະເຈົ້າເບິ່ງ; ນີ້ບໍ່ແມ່ນມາດຕະຖານທີ່ພຣະເຈົ້າໃຊ້ເພື່ອປະເມີນຜູ້ຄົນ. ສະນັ້ນ, ຖ້າແມ່ຍິງເບິ່ງຄືກັບແມ່ຍິງທີ່ຄືຜູ້ຊາຍ ແລະ ໃນການກະທຳຂອງນາງ, ນາງວ່ອງໄວ ແລະ ຫ້າວຫັນຄືກັບສາຍຟ້າແມບ ແລະ ຕັດສິນໃຈຢ່າງກ້າຫານ ແລະ ເດັດດ່ຽວ, ສິ່ງນີ້ສົມຄວນໄດ້ຮັບການຍົກຍ້ອງ ແລະ ເຄົາລົບນັບຖືບໍ? (ບໍ່, ມັນບໍ່ສົມຄວນ). ການທີ່ມີຄວາມວ່ອງໄວ ແລະ ຫ້າວຫັນຄືກັບສາຍຟ້າແມບ ແລະ ຕັດສິນໃຈຢ່າງກ້າຫານ ແລະ ເດັດດ່ຽວເປັນຫຼັກການໃນການເຮັດສິ່ງຕ່າງໆບໍ? (ບໍ່). ບໍ່ວ່າເຈົ້າຈະເປັນຜູ້ຊາຍ ຫຼື ຜູ້ຍິງກໍຕາມ, ການຕັດສິນໃຈຢ່າງກ້າຫານ ແລະ ເດັດດ່ຽວ ແລະ ວ່ອງໄວ ແລະ ຫ້າວຫັນຄືກັບສາຍຟ້າແມບບໍ່ແມ່ນຫຼັກການໃນການເຮັດສິ່ງຕ່າງໆ. ແລ້ວຫຼັກການໃນການເຮັດສິ່ງຕ່າງໆແມ່ນຫຍັງ? (ຄົນເຮົາຕ້ອງເຮັດສິ່ງຕ່າງໆຕາມຫຼັກການຄວາມຈິງ ແລະ ຜົນທີ່ຄົນເຮົາຕັ້ງໃຈຈະບັນລຸຕ້ອງເປັນການປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ເສີມສ້າງຜູ້ຄົນຫຼາຍຂຶ້ນ, ນີ້ຄືຫຼັກການ). ນີ້ຄືຫຼັກການທີ່ເປັນຮູບປະທຳ. ຖ້າເຈົ້າກະທຳຕາມຫຼັກການນີ້, ແລ້ວເຈົ້າກໍກຳລັງປະຕິບັດຄວາມຈິງ; ຖ້າເຈົ້າບໍ່ກະທຳຕາມຫຼັກການນີ້, ແລ້ວໃນສາຍຕາຂອງເຮົາ, ຄຳເວົ້າທີ່ນິຍາມການທີ່ເຈົ້າຕັດສິນໃຈຢ່າງກ້າຫານ ແລະ ເດັດດ່ຽວ, ວ່ອງໄວ ແລະ ຫ້າວຫັນຄືກັບສາຍຟ້າແມບໄດ້ດີທີ່ສຸດກໍຄື “ອອກໄປອາລະວາດເຮັດສິ່ງທີ່ບໍ່ດີ”. ເຫັນໄດ້ຊັດເຈນວ່າການອອກໄປອາລະວາດເຮັດສິ່ງທີ່ບໍ່ດີ ບໍ່ແມ່ນການກະທຳໂດຍອີງໃສ່ຫຼັກການຄວາມຈິງ; ເຖິງແມ່ນວ່າເຈົ້າຈະເບິ່ງຄືວ່າຕັດສິນໃຈຢ່າງເດັດຂາດ ແລະ ບໍ່ລັງເລໃນການກະທຳຂອງເຈົ້າ ແລະ ມີທ່າທາງຂອງຜູ້ນຳ ຫຼື ກະສັດກໍຕາມ, ແຕ່ໃນຄວາມເປັນຈິງແລ້ວ ເຈົ້າກຳລັງອອກໄປອາລະວາດເຮັດສິ່ງທີ່ບໍ່ດີ. ຜົນສະທ້ອນຂອງການອອກໄປອາລະວາດເຮັດສິ່ງທີ່ບໍ່ດີແມ່ນຫຍັງ? ມັນກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ ແລະ ທຳລາຍວຽກງານຂອງຄຣິສຕະຈັກ. ສະນັ້ນ, ພຣະເຈົ້າຈະຈື່ຈຳສິ່ງນີ້ບໍ? (ບໍ່). ພຣະເຈົ້າບໍ່ພຽງແຕ່ຈະບໍ່ຈື່ຈຳສິ່ງນີ້ເທົ່ານັ້ນ, ແຕ່ພຣະອົງຍັງຈະປະນາມມັນອີກດ້ວຍ. ສະນັ້ນ, ເຈົ້າເວົ້າວ່າເຈົ້າເປັນແມ່ຍິງທີ່ຄືຜູ້ຊາຍ ແລະ ໃນການກະທຳຂອງເຈົ້າ ເຈົ້າວ່ອງໄວ ແລະ ຫ້າວຫັນຄືກັບສາຍຟ້າແມບ ແລະ ຕັດສິນໃຈຢ່າງກ້າຫານ ແລະ ເດັດດ່ຽວ, ແຕ່ສິ່ງນັ້ນມີປະໂຫຍດບໍ? (ບໍ່, ມັນບໍ່ມີປະໂຫຍດ). ມີພຽງແຕ່ການສະແຫວງຫາຄວາມຈິງ ແລະ ການກະທຳຕາມຫຼັກການຄວາມຈິງເທົ່ານັ້ນທີ່ສາມາດເອີ້ນໄດ້ວ່າເປັນຄວາມສາມາດທີ່ແທ້ຈິງ; ມີພຽງແຕ່ສິ່ງນີ້ເທົ່ານັ້ນທີ່ເປັນການປະຕິບັດຄວາມຈິງ ແລະ ການໄລ່ຕາມເສາະຫາຄວາມຈິງ ແລະ ມີພຽງແຕ່ສິ່ງນີ້ເທົ່ານັ້ນທີ່ເປັນສິ່ງທີ່ຜູ້ຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິຄວນເຮັດ. ສົມມຸດເຈົ້າເວົ້າວ່າ “ນີ້ເປັນພຽງບຸກຄະລິກກະພາບຂອງຂ້ອຍ ແລະ ມັນບໍ່ສາມາດປ່ຽນແປງໄດ້, ແລ້ວຂ້ອຍຄວນຈະເຮັດແນວໃດ?” ມີວິທີແກ້ໄຂທີ່ງ່າຍໆ. ບໍ່ວ່າເຈົ້າຈະເປັນຄົນທີ່ວ່ອງໄວ ຫຼື ມີອາລົມຊັກຊ້າກໍຕາມ ມັນກໍບໍ່ແມ່ນບັນຫາ; ຢ່າຖືກບີບຄັ້ນໂດຍສິ່ງນີ້. ຍັງບໍ່ຈຳເປັນທີ່ເຈົ້າຈະຕ້ອງພະຍາຍາມຢ່າງໜັກ ເພື່ອປ່ຽນແປງວິທີການເຮັດສິ່ງຕ່າງໆຂອງເຈົ້າ ພຽງເພາະວ່າເຈົ້າຕ້ອງການກະທຳຕາມຫຼັກການ. ບໍ່ວ່າວິທີການຂອງເຈົ້າຈະເປັນແນວໃດກໍຕາມ, ຖ້າພື້ນຖານຂອງການກະທຳຂອງເຈົ້າແມ່ນຫຼັກການຄວາມຈິງ ແລະ ຜົນທີ່ເຈົ້າບັນລຸແມ່ນການປົກປ້ອງຄຳພະຍານຂອງພຣະເຈົ້າ, ຜົນປະໂຫຍດຂອງພຣະເຈົ້າ ແລະ ວຽກງານຂອງເຮືອນຂອງພຣະເຈົ້າ, ແລ້ວສິ່ງເຫຼົ່ານີ້ກໍຄືການກະທຳທີ່ດີ ແລະ ພວກມັນຈະຖືກຈື່ຈຳໂດຍພຣະເຈົ້າ. ໃນທາງກົງກັນຂ້າມ, ບໍ່ວ່າພາຍນອກເຈົ້າຈະເປັນຄົນຂີ້ຢ້ານ ແລະ ລັງເລຄືກັບແມ່ຍິງທີ່ຖືກມັດຕີນ ຫຼື ວ່ອງໄວ ແລະ ຫ້າວຫັນຄືກັບສາຍຟ້າແມບຄືກັບຜູ້ນຳ ຫຼື ກະສັດກໍຕາມ, ບໍ່ວ່າຮູບແບບພາຍນອກຂອງການກະທຳຂອງເຈົ້າຈະເປັນແນວໃດກໍຕາມ, ຖ້າເຈົ້າບໍ່ກະທຳຕາມຫຼັກການຄວາມຈິງ, ແລ້ວເຈົ້າກໍກຳລັງກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ ແລະ ສິ່ງເຫຼົ່ານີ້ກໍຄືການກະທຳທີ່ຊົ່ວຮ້າຍ ແລະ ພວກມັນຈະຖືກປະນາມໂດຍພຣະເຈົ້າ ແລະ ບໍ່ຖືກຈື່ຈຳໂດຍພຣະເຈົ້າ. ນີ້ຄືຫຼັກການສຳລັບການຕັດສິນວ່າຄົນໃດໜຶ່ງດີ ຫຼື ຊົ່ວ. ພວກເຈົ້າເຂົ້າໃຈແລ້ວບໍ? (ແມ່ນແລ້ວ). ສະນັ້ນ, ຕອນນີ້ພວກເຮົາໄດ້ໂອ້ລົມກັນກ່ຽວກັບສິ່ງເຫຼົ່ານີ້ຈົບແລ້ວ, ພວກເຈົ້າມີຄວາມເຂົ້າໃຈບາງຢ່າງກ່ຽວກັບຄວາມຄິດຫຼົງຜິດ ແລະ ຈິນຕະນາການທີ່ຜູ້ຄົນມີກ່ຽວກັບວຽກງານຂອງພຣະເຈົ້າແລ້ວບໍ? (ແມ່ນແລ້ວ). ຕອນນີ້ພວກເຈົ້າເຂົ້າໃຈສິ່ງເຫຼົ່ານີ້ແລ້ວ, ພວກເຈົ້າຮູ້ເຖິງການບ່ຽງເບນບາງຢ່າງທີ່ຜູ້ຄົນມີໃນຂະບວນການເຊື່ອໃນພຣະເຈົ້າ ແລະ ການໄລ່ຕາມເສາະຫາຄວາມຈິງຂອງພວກເຂົາແລ້ວບໍ? ພວກເຈົ້າຍັງເຂົ້າໃຈກ່ຽວກັບວິທີທີ່ພວກເຈົ້າຄວນປະຕິບັດແລ້ວບໍ? (ແມ່ນແລ້ວ, ພວກຂ້ານ້ອຍເຂົ້າໃຈແລ້ວ).
ຈຸດປະສົງຂອງການເຂົ້າໃຈຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນ ໃນດ້ານໜຶ່ງກໍຄື ເພື່ອບໍ່ໃຫ້ຜູ້ຄົນດຳລົງຊີວິດໂດຍອີງໃສ່ຄວາມຄິດຫຼົງຜິດ ແລະ ຈິນຕະນາການເຫຼົ່ານີ້ ແລະ ຍ່າງໃນເສັ້ນທາງຊີວິດທີ່ບໍ່ຖືກຕ້ອງ. ໃນອີກດ້ານໜຶ່ງ ມັນກໍເພື່ອເຮັດໃຫ້ຜູ້ຄົນສາມາດດຳລົງຊີວິດຢູ່ໃນຄວາມເປັນມະນຸດທີ່ປົກກະຕິ ແລະ ປະຕິບັດຄວາມຮັບຜິດຊອບ ແລະ ໜ້າທີ່ຂອງພວກເຂົາໃຫ້ສຳເລັດດ້ວຍຄວາມສະບາຍໃຈ ແລະ ຄວາມປິຕິຍິນດີ ໃນຂະນະທີ່ພວກເຂົາປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການເຫຼົ່ານີ້ ແລະ ບໍ່ບັງຄັບໃຫ້ຕົນເອງເຮັດສິ່ງຕ່າງໆທີ່ພວກເຂົາບໍ່ສາມາດເຮັດໄດ້. ຖ້າມີບາງສິ່ງທີ່ເຈົ້າສາມາດບັນລຸໄດ້ ແລະ ຄວນເຮັດ, ແລ້ວກໍຈົ່ງທຸ່ມເທສຸດຄວາມພະຍາຍາມຂອງເຈົ້າເພື່ອເຮັດມັນ; ຖ້າມີບາງຢ່າງເກີນຂີດຄວາມສາມາດ ແລະ ກຳລັງຂອງເຈົ້າ, ແລ້ວກໍຈົ່ງຊອກຫາຄົນມາຮ່ວມມືກັບເຈົ້າ ຫຼື ຂໍຄວາມຊ່ວຍເຫຼືອຈາກອ້າຍເອື້ອຍນ້ອງຄົນອື່ນໆ ແລະ ເຮັດມັນຈົນສຸດຄວາມສາມາດຂອງເຈົ້າ, ສິ່ງເຫຼົ່ານີ້ຄືຫຼັກການ. ສະຫຼຸບແລ້ວ ສິ່ງທີ່ຜູ້ຄົນຄວນເຂົ້າໃຈກ່ຽວກັບເລື່ອງນີ້ກໍຄື ໃນຊ່ວງເວລາທີ່ພຣະເຈົ້າປະຕິບັດວຽກງານ, ຄວາມເປັນມະນຸດຂອງທຸກຄົນຄ່ອຍໆພັດທະນາໄປໃນທິດທາງທີ່ດີ ໃນຂະບວນການຍອມຮັບພຣະທຳຂອງພຣະເຈົ້າ ແລະ ພາຍໃນຂອບເຂດເງື່ອນໄຂພື້ນຖານແຕ່ກຳເນີດຂອງຄວາມເປັນມະນຸດຂອງພວກເຂົາ, ແທນທີ່ຈະກາຍເປັນສິ່ງທີ່ບິດເບືອນ, ເໜືອທຳມະຊາດ ຫຼື ຜິດປົກກະຕິ. ສະນັ້ນ, ຖ້າໜ້າທີ່ທີ່ເຈົ້າເຮັດກ່ຽວຂ້ອງກັບທັກສະດ້ານວິຊາການ ຫຼື ວິຊາຊີບ, ແລ້ວເພື່ອທີ່ຈະເຮັດໜ້າທີ່ນັ້ນໃຫ້ດີ, ເຈົ້າຄວນທຸ່ມເທຄວາມພະຍາຍາມເພື່ອຮຽນຮູ້ ແລະ ເຈາະເລິກເຂົ້າໄປໃນທັກສະດ້ານວິຊາການ ຫຼື ວິຊາຊີບນັ້ນຢ່າງດຸໝັ່ນ. ເຈົ້າບໍ່ຄວນລໍຖ້າໃຫ້ພຣະເຈົ້າກະທຳການຢ່າງຫຼັບຫູຫຼັບຕາ ໂດຍອີງໃສ່ຄວາມຄິດ ແລະ ມຸມມອງທີ່ວ່າ “ພຣະເຈົ້າຊົງລິດອໍານາດຍິ່ງໃຫຍ່ ແລະ ສິ່ງໃດກໍຕາມທີ່ຜູ້ຄົນບໍ່ສາມາດເຮັດ ແມ່ນພຣະເຈົ້າສາມາດເຮັດໃຫ້ສຳເລັດໄດ້ ຖ້າພວກເຮົາພຽງແຕ່ອະທິຖານຫາພຣະອົງ” ແລະ ຈິນຕະນາການກ່ຽວກັບສິ່ງທີ່ເໜືອທຳມະຊາດ, ໂດຍບໍ່ສະລະຄວາມພະຍາຍາມ ເພື່ອຮຽນຮູ້ທັກສະນັ້ນດ້ວຍຕົວເຈົ້າເອງ. ເຈົ້າຄວນທຸ່ມເທສຸດຫົວໃຈ, ສຸດກຳລັງ ແລະ ສຸດຄວາມຄິດຂອງເຈົ້າເຂົ້າໃນການເຮັດສິ່ງທີ່ຢູ່ໃນຂອບເຂດທີ່ຂີດຄວາມສາມາດຂອງເຈົ້າສາມາດບັນລຸໄດ້ ແລະ ເມື່ອເວົ້າເຖິງສິ່ງທີ່ເກີນຂີດຄວາມສາມາດ ແລະ ກຳລັງຂອງເຈົ້າ, ຢ່າເຮັດໃຫ້ສິ່ງຕ່າງໆຍາກສຳລັບຕົວເຈົ້າເອງ, ຢ່າສ້າງຄວາມຫຍຸ້ງຍາກ, ສ້າງພາລະ ຫຼື ກົດດັນຕົວເຈົ້າເອງໃນທາງໃດກໍຕາມ, ແຕ່ຈົ່ງປ່ອຍໃຫ້ຕົນເອງສະບາຍໆ. ຍົກຕົວຢ່າງການຮຽນຮູ້ທັກສະການໃຊ້ຄອມພິວເຕີ. ສົມມຸດວ່າເຈົ້າອາຍຸຫຼາຍແລ້ວ ແລະ ອີງໃສ່ອາຍຸຂອງເຈົ້າ, ຂີດຄວາມສາມາດຂອງເຈົ້າ ແລະ ເງື່ອນໄຂໃນປັດຈຸບັນຂອງເຈົ້າ, ພຽງແຕ່ການຮຽນຮູ້ການພິມກໍຖືວ່າເປັນຄວາມສຳເລັດທີ່ຍິ່ງໃຫຍ່ສຳລັບເຈົ້າແລ້ວ. ຖ້າເຈົ້າຍັງສາມາດຮຽນຮູ້ທີ່ຈະຕິດຕໍ່ກັບອ້າຍເອື້ອຍນ້ອງ ແລະ ເຮັດວຽກທາງອອນລາຍໄດ້, ນັ້ນກໍຖືວ່າດີພໍສົມຄວນແລ້ວ. ເຖິງຢ່າງໃດກໍຕາມ, ເຈົ້າບໍ່ເຄີຍພໍໃຈ ແລະ ຍັງມີຄວາມປາຖະໜາທີ່ຢາກໄດ້ຫຼາຍກວ່ານັ້ນ, ເຈົ້າຕ້ອງການຮຽນຮູ້ວິທີຂຽນໂປຣແກຣມ ແລະ ຮັກສາໃຫ້ເຄືອຂ່າຍປອດໄພ, ເຊິ່ງເປັນການເຮັດວຽກງານບາງຢ່າງທີ່ມີພຽງແຕ່ວິສະວະກອນເຄືອຂ່າຍ ແລະ ບຸກຄະລາກອນທາງດ້ານເຕັກໂນໂລຊີຂັ້ນສູງເທົ່ານັ້ນທີ່ສາມາດເຮັດໄດ້. ນັ້ນບໍ່ແມ່ນເລື່ອງທີ່ໂງ່ຈ້າບໍ? (ແມ່ນແລ້ວ). ເຈົ້າບໍ່ສາມາດຮຽນຮູ້ສິ່ງເຫຼົ່ານີ້ໄດ້, ສະນັ້ນ ເຈົ້າຈຶ່ງກາຍເປັນຄົນຄິດລົບ ແລະ ຈົ່ມວ່າພຣະເຈົ້າ: “ໂອ້ ພຣະເຈົ້າ, ເປັນຫຍັງຂ້ານ້ອຍຈຶ່ງບໍ່ສາມາດຮຽນຮູ້ສິ່ງເຫຼົ່ານີ້ໄດ້? ເປັນຫຍັງພຣະອົງຈຶ່ງປະທານຂີດຄວາມສາມາດປະເພດນີ້ໃຫ້ກັບຂ້ານ້ອຍ? ຂ້ານ້ອຍເຖົ້າຫຼາຍແລ້ວ, ເປັນຫຍັງພຣະອົງຈຶ່ງບໍ່ສາມາດເຮັດໃຫ້ຂ້ານ້ອຍກັບມາເປັນຄົນໜຸ່ມອີກຄັ້ງ? ພຣະເຈົ້າຊົງລິດອໍານາດຍິ່ງໃຫຍ່ ບໍ່ແມ່ນບໍ?” ມັນຜິດທີ່ເຈົ້າຈະມີຄວາມຄິດແບບນີ້ ແລະ ສ້າງຂໍ້ຮຽກຮ້ອງດັ່ງກ່າວ. ສິ່ງທີ່ເອີ້ນວ່າ “ການເຮັດສິ່ງໃດກໍຕາມທີ່ຢູ່ພາຍໃນອຳນາດຂອງຕົນ ແລະ ບໍ່ເກີນຂີດຄວາມສາມາດ, ກຳລັງ ແລະ ສັນຊາດຕະຍານຂອງຕົນ” ໝາຍຄວາມວ່າແນວໃດ? ສິ່ງໃດກໍຕາມທີ່ຂີດຄວາມສາມາດ ແລະ ກຳລັງຂອງເຈົ້າເອື້ອອຳນວຍໃຫ້ເຈົ້າບັນລຸໄດ້, ນັ້ນຄືສິ່ງທີ່ພຣະເຈົ້າຮຽກຮ້ອງຈາກເຈົ້າ. ສິ່ງໃດກໍຕາມທີ່ເກີນຄວາມສາມາດຂອງເຈົ້າ, ພຣະເຈົ້າກໍບໍ່ໄດ້ຮຽກຮ້ອງສິ່ງນັ້ນຈາກເຈົ້າ ແລະ ເຈົ້າກໍບໍ່ຈຳເປັນຕ້ອງຮຽກຮ້ອງສິ່ງນັ້ນຈາກຕົວເຈົ້າເອງເຊັ່ນກັນ. ຖ້າເຈົ້າບໍ່ສາມາດເຮັດບາງສິ່ງໄດ້, ກໍມີຄົນອື່ນທີ່ສາມາດເຮັດໄດ້; ພຣະເຈົ້າບໍ່ໄດ້ຮຽກຮ້ອງໃຫ້ເຈົ້າເປັນຄົນທີ່ຕ້ອງເຮັດສິ່ງນັ້ນ. ເຈົ້າເວົ້າວ່າ “ຂ້ານ້ອຍເຖົ້າແລ້ວ, ຂ້ານ້ອຍບໍ່ຮູ້ວິທີອັບໂຫຼດວິດີໂອ, ຂ້ານ້ອຍກໍບໍ່ຮູ້ວິທີຮັກສາໃຫ້ເຄືອຂ່າຍປອດໄພເຊັ່ນກັນ ແລະ ຍິ່ງໄປກວ່ານັ້ນ ຂ້ານ້ອຍກໍບໍ່ຮູ້ວິທີຂຽນໂປຣແກຣມເລີຍ”, ແຕ່ເຈົ້າຍັງຄົງຢືນຢັດທີ່ຈະຮຽນຮູ້ສິ່ງເຫຼົ່ານີ້, ເຈົ້າເຄີຍຖາມບໍວ່າ ເຮືອນຂອງພຣະເຈົ້າຕ້ອງການໃຫ້ເຈົ້າເຮັດວຽກນີ້ ຫຼື ບໍ່? ເຈົ້າໄດ້ເຮັດວຽກງານຂອງເຈົ້າເອງຢ່າງເໝາະສົມແລ້ວບໍ? ເຈົ້າໄດ້ເຮັດວຽກງານທີ່ຂີດຄວາມສາມາດຂອງເຈົ້າເອື້ອອຳນວຍໃຫ້ເຈົ້າບັນລຸໄດ້ຢ່າງເໝາະສົມແລ້ວບໍ? ຖ້າເຈົ້າຍັງບໍ່ໄດ້ເຮັດມັນຢ່າງເໝາະສົມ ແລະ ເຈົ້າຍັງຄົງຢືນຢັດທີ່ຈະພະຍາຍາມເຮັດໃນສິ່ງທີ່ເກີນຄວາມສາມາດຂອງເຈົ້າ ແລະ ເກີນຄວາມເຂົ້າໃຈຂອງເຈົ້າ ແລະ ເປັນສິ່ງທີ່ເຈົ້າຈະບໍ່ມີທາງຮຽນຮູ້ໄດ້ເລີຍຕະຫຼອດຊີວິດຂອງເຈົ້າ, ເຈົ້າຄິດວ່າເຈົ້າກຳລັງດີ້ນຮົນຕໍ່ສູ້ກັບຕົວເຈົ້າເອງ ຫຼື ຕໍ່ສູ້ກັບພຣະເຈົ້າ? ສິ່ງນີ້ບໍ່ຫຍຸ້ງຍາກຫຼາຍບໍ? (ແມ່ນແລ້ວ). ເຈົ້າຕ້ອງການທີ່ຈະເຮັດໃຫ້ເໜືອກວ່າຕົວເຈົ້າເອງ ແລະ ກາຍເປັນສຸດຍອດມະນຸດຢູ່ສະເໝີ, ແຕ່ພຣະເຈົ້າບໍ່ໄດ້ຮຽກຮ້ອງໃຫ້ເຈົ້າເຮັດແບບນັ້ນ. ມັນມີພຽງເຫດຜົນດຽວເທົ່ານັ້ນທີ່ເຮັດໃຫ້ເຈົ້າຕ້ອງການເປັນສຸດຍອດມະນຸດ, ນັ້ນກໍຄື ເຈົ້າຕ້ອງການໂອ້ອວດ ແລະ ເຈົ້າຈະບໍ່ຍອມຮັບຄວາມພ່າຍແພ້ ຫຼື ຍອມຈຳນົນຕໍ່ຄວາມເຖົ້າແກ່. ມັນບໍ່ແມ່ນເພື່ອເຫັນແກ່ການປະຕິບັດໜ້າທີ່ຂອງເຈົ້າໃຫ້ດີທີ່ເຈົ້າອົດທົນຕໍ່ຄວາມຍາກລຳບາກ ແລະ ຈ່າຍລາຄາ; ເຈົ້າບໍ່ໄດ້ກຳລັງປະຕິບັດໜ້າທີ່ຂອງເຈົ້າຕາມຫຼັກການຂອງການປະພຶດຕົນຢ່າງຖືກຕ້ອງເໝາະສົມ ແລະ ຍຶດໝັ້ນໃນຕຳແໜ່ງທີ່ເໝາະສົມຂອງເຈົ້າຢ່າງໜັກແໜ້ນ. ເຈົ້າຕ້ອງການພິສູດວ່າເຈົ້າບໍ່ໄດ້ເຖົ້າ ໂດຍການທ້າທາຍຂີດຄວາມສາມາດ ແລະ ກຳລັງຂອງເຈົ້າເອງ. ເຈົ້າຄິດວ່າ “ຂ້ອຍຍັງເຮັດໄດ້ຢູ່, ຂ້ອຍກໍເກັ່ງຄືກັບຄົນອື່ນໆ, ຂ້ອຍສາມາດເຮັດທຸກຢ່າງທີ່ຄົນອື່ນສາມາດເຮັດໄດ້!” ສິ່ງນີ້ມີຄວາມໝາຍບໍ? (ບໍ່). ມັນບໍ່ມີຄວາມໝາຍ. ຄວາມພະຍາຍາມທັງໝົດນີ້ທີ່ເຈົ້າກຳລັງທຸ່ມເທລົງໄປນັ້ນລ້ວນແຕ່ສູນເປົ່າ ແລະ ບໍ່ມີຄຸນຄ່າ. ຖ້າເຈົ້າທຸ່ມເທສຸດຫົວໃຈຂງເຈົ້າ, ສຸດຄວາມຄິດຂອງເຈົ້າ ແລະ ສຸດກຳລັງຂອງເຈົ້າເຂົ້າໃນການເຮັດສິ່ງທີ່ເງື່ອນໄຂຂອງເຈົ້າເອງເອື້ອອຳນວຍໃຫ້ເຈົ້າບັນລຸໄດ້ຢ່າງເໝາະສົມ, ແລ້ວພຣະເຈົ້າກໍຈະພໍໃຈ. ຢ່າທ້າທາຍຕົວເຈົ້າເອງ ແລະ ຢ່າພະຍາຍາມທີ່ຈະຜັກດັນໃຫ້ກາຍຂີດຈຳກັດຂອງເຈົ້າ. ພຣະເຈົ້າຮູ້ວ່າຂີດຄວາມສາມາດ ແລະ ກຳລັງຂອງເຈົ້າເປັນແນວໃດ. ຂີດຄວາມສາມາດ ແລະ ກຳລັງທີ່ພຣະເຈົ້າໄດ້ປະທານໃຫ້ເຈົ້ານັ້ນໄດ້ຖືກກຳນົດໄວ້ລ່ວງໜ້າໂດຍພຣະອົງດົນນານມາແລ້ວ. ການທີ່ຕ້ອງການກ້າວຂ້າມສິ່ງເຫຼົ່ານີ້ຢູ່ສະເໝີຄືການອວດດີ ແລະ ການປະເມີນຕົນເອງສູງເກີນໄປ; ມັນຄືການຫາເລື່ອງໃສ່ຕົວ ແລະ ຈະຈົບລົງດ້ວຍຄວາມລົ້ມເຫຼວຢ່າງຫຼີກລ່ຽງບໍ່ໄດ້. ຄົນແບບນັ້ນບໍ່ແມ່ນວ່າກຳລັງລະເລີຍໜ້າທີ່ຫຼັກຂອງພວກເຂົາບໍ? (ແມ່ນແລ້ວ). ພວກເຂົາບໍ່ໄດ້ກຳລັງປະພຶດຕົນໃນລັກສະນະທີ່ປະຕິບັດຕາມກົດລະບຽບ ແລະ ບໍ່ໄດ້ຍຶດໝັ້ນໃນຕຳແໜ່ງທີ່ເໝາະສົມຂອງພວກເຂົາ ເພື່ອປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງໃຫ້ສຳເລັດ, ພວກເຂົາບໍ່ໄດ້ປະຕິບັດຕາມຫຼັກການເຫຼົ່ານີ້ໃນການກະທຳຂອງພວກເຂົາ, ແຕ່ມັກຈະພະຍາຍາມໂອ້ອວດຢູ່ສະເໝີ. ມີຄຳປຽບເປີຍທີ່ວ່າ: “ຍິງເຖົ້າທາລິບສະຕິກ, ເພື່ອເຮັດໃຫ້ເຈົ້າໄດ້ເບິ່ງບາງຢ່າງ”. “ຍິງເຖົ້າ” ຈະເຮັດສິ່ງນີ້ເພື່ອຈຸດປະສົງຫຍັງ? (ເພື່ອໂອ້ອວດ). ຍິງເຖົ້າຕ້ອງການສະແດງໃຫ້ເຈົ້າເຫັນວ່າ: “ຂ້ອຍ ທີ່ເປັນຍິງເຖົ້າ ບໍ່ແມ່ນຄົນທຳມະດາ, ຂ້ອຍຈະສະແດງບາງສິ່ງທີ່ພິເສດໃຫ້ເຈົ້າເບິ່ງ”. ນາງບໍ່ຕ້ອງການຖືກດູຖູກ, ແຕ່ຕ້ອງການໄດ້ຮັບການຍົກຍ້ອງ ແລະ ເຄົາລົບນັບຖືແທນ; ນາງຕ້ອງການທ້າທາຍຂີດຈຳກັດຂອງນາງ ແລະ ເຮັດໃຫ້ເໜືອກວ່າຕົນເອງ. ນີ້ບໍ່ແມ່ນການມີທຳມະຊາດທີ່ອວດດີບໍ? (ແມ່ນແລ້ວ). ຖ້າເຈົ້າມີທຳມະຊາດທີ່ອວດດີ, ແລ້ວເຈົ້າກໍຈະບໍ່ຢູ່ໃນຂອບເຂດຂອງເຈົ້າ, ເຈົ້າບໍ່ຕ້ອງການປະພຶດຕົນໃນລັກສະນະທີ່ເໝາະສົມກັບສະຖານະຂອງເຈົ້າ. ເຈົ້າຕ້ອງການທ້າທາຍຕົວເຈົ້າເອງຢູ່ສະເໝີ. ສິ່ງໃດກໍຕາມທີ່ຄົນອື່ນສາມາດເຮັດໄດ້, ເຈົ້າກໍຕ້ອງການທີ່ຈະສາມາດເຮັດໄດ້ເຊັ່ນກັນ. ເມື່ອຄົນອື່ນເຮັດສິ່ງຕ່າງໆທີ່ເຮັດໃຫ້ພວກເຂົາໂດດເດັ່ນ, ບັນລຸຜົນສຳເລັດ ຫຼື ມີການປະກອບສ່ວນ ແລະ ໄດ້ຮັບຄຳຍ້ອງຍໍຈາກທຸກຄົນ, ເຈົ້າກໍຈະຮູ້ສຶກບໍ່ສະບາຍໃຈ, ອິດສາ ແລະ ບໍ່ພໍໃຈ. ແລ້ວເຈົ້າກໍຕ້ອງການປະຖິ້ມໜ້າທີ່ໃນປັດຈຸບັນຂອງເຈົ້າເພື່ອໄປຮັບຜິດຊອບວຽກງານທີ່ຊ່ວຍໃຫ້ເຈົ້າໂດດເດັ່ນ, ໂດຍປາຖະໜາທີ່ຈະໄດ້ຮັບການຍົກຍ້ອງເຊັ່ນກັນ. ແຕ່ເຈົ້າບໍ່ມີຄວາມສາມາດທີ່ຈະເຮັດວຽກງານທີ່ຊ່ວຍໃຫ້ເຈົ້າໂດດເດັ່ນໄດ້, ສະນັ້ນ ນີ້ບໍ່ແມ່ນການເສຍເວລາບໍ? ນີ້ບໍ່ແມ່ນການລະເລີຍໜ້າທີ່ທີ່ເໝາະສົມຂອງເຈົ້າບໍ? (ແມ່ນແລ້ວ). ຢ່າລະເລີຍໜ້າທີ່ທີ່ເໝາະສົມ, ເພາະການລະເລີຍພວກມັນຈະບໍ່ຈົບລົງດ້ວຍດີ. ມັນບໍ່ພຽງແຕ່ເຮັດໃຫ້ສິ່ງຕ່າງໆຊັກຊ້າ ແລະ ເສຍເວລາ, ເຮັດໃຫ້ຄົນອື່ນດູຖູກເຈົ້າເທົ່ານັ້ນ, ແຕ່ມັນຍັງເຮັດໃຫ້ພຣະເຈົ້າລັງກຽດເຈົ້າອີກດ້ວຍ ແລະ ໃນທີ່ສຸດ ເຈົ້າກໍທໍລະມານຕົວເຈົ້າເອງຈົນກາຍເປັນຄົນທີ່ຄິດລົບຫຼາຍ. ບໍ່ວ່າຄົນໃດໜຶ່ງຈະມີອາຍຸເທົ່າໃດກໍຕາມ, ບໍ່ວ່າພວກເຂົາຈະເປັນຄົນໜຸ່ມ, ຢູ່ໃນໄວກາງຄົນ ຫຼື ຜູ້ສູງອາຍຸ, ພວກເຂົາລ້ວນແຕ່ມີຂີດຈຳກັດໃນແງ່ຂອງຂີດຄວາມສາມາດ ແລະ ຄວາມສາມາດພິເສດຂອງພວກເຂົາ; ບໍ່ມີໃຜສົມບູນແບບ. ລືມເລື່ອງການເປັນຄົນທີ່ສົມບູນແບບໄປໄດ້ເລີຍ, ລືມເລື່ອງການຮູ້ວິທີເຮັດທຸກສິ່ງ, ການສາມາດເຮັດທຸກສິ່ງ ແລະ ການເຂົ້າໃຈທຸກສິ່ງໄປໄດ້ເລີຍ, ມັນຈະເປັນເລື່ອງທີ່ຫຍຸ້ງຍາກ ຖ້າເຈົ້າມີອຸປະນິໄສປະເພດນີ້.
ພາຍໃນວຽກງານຂອງພຣະເຈົ້າ, ເປັນຫຍັງເມື່ອພຣະອົງກ່າວກັບຄົນທຸກປະເພດກ່ຽວກັບຫົວຂໍ້ໃດໜຶ່ງ ຫຼື ບັນຫາໃດໜຶ່ງ, ພຣະອົງຈຶ່ງກ່າວຊໍ້າແລ້ວຊໍ້າອີກກ່ຽວກັບສິ່ງດຽວກັນ ເພື່ອແກ້ໄຂສະພາວະ ແລະ ສະຖານະການທີ່ແຕກຕ່າງກັນ? ຄົນທີ່ຂາດຄວາມເຂົ້າໃຈຝ່າຍວິນຍານຄິດວ່າ “ການກ່າວໃນລັກສະນະນີ້ລະອຽດ ແລະ ຍືດຍາວເກີນໄປ; ພວກຂ້ານ້ອຍເຂົ້າໃຈແລ້ວ”. ເຈົ້າອາດຈະເຂົ້າໃຈແລ້ວ, ແຕ່ຄົນອື່ນອາດຈະບໍ່ເຂົ້າໃຈ ແລະ ເຖິງແມ່ນວ່າເຈົ້າຈະເຂົ້າໃຈ, ເຈົ້າສາມາດແກ້ໄຂບັນຫາຂອງສະພາວະຕ່າງໆໄດ້ບໍ? ຖ້າເຈົ້າບໍ່ສາມາດແກ້ໄຂໄດ້, ມັນກໍໝາຍຄວາມວ່າເຈົ້າຍັງບໍ່ເຂົ້າໃຈຢ່າງຄົບຖ້ວນ, ສະນັ້ນ ຢ່າທຳທ່າວ່າເຈົ້າເຂົ້າໃຈ. ສະພາວະຂອງຜູ້ຄົນລ້ວນແຕ່ແຕກຕ່າງກັນ. ຫຼັງຈາກທີ່ກ່າວເຖິງສະພາວະທັງໝົດຂອງຄົນແຕ່ລະປະເພດແລ້ວ ແລະ ເວົ້າຄອບຄຸມເຖິງສະພາວະຕ່າງໆທັງໝົດແລ້ວເທົ່ານັ້ນ ນັ້ນກໍຄື ຫຼັງຈາກທີ່ມີການປຶກສາຫາລືກັນກ່ຽວກັບສະພາວະຂອງຄົນທຸກປະເພດພາຍໃນບັນຫາສຳຄັນໃດໜຶ່ງ ແລະ ທຸກຄົນເຂົ້າໃຈຄວາມຈິງດ້ານນີ້ແລ້ວ, ເມື່ອນັ້ນເອງ ບັນຫານີ້ຈຶ່ງຈະຖືກອະທິບາຍຢ່າງຊັດເຈນ. ເຮົາໝາຍຄວາມວ່າແນວໃດກັບສິ່ງນີ້? ມັນໝາຍຄວາມວ່າ ທຸກຄົນເກີດມີບັນຫາທີ່ແຕກຕ່າງກັນ ໃນຂະນະທີ່ດຳລົງຊີວິດພາຍໃຕ້ເງື່ອນໄຂຂອງພວກເຂົາເອງ; ບັນຫາຂອງທຸກຄົນແຕກຕ່າງກັນ ແລະ ບຸກຄະລິກກະພາບ, ຈຸດແຂງ ແລະ ສິ່ງທີ່ພວກເຂົາເກັ່ງກໍແຕກຕ່າງກັນອີກດ້ວຍ. ເພາະສະນັ້ນ, ທຸກຄົນຈຶ່ງມີເງື່ອນໄຂສ່ວນຕົວຂອງພວກເຂົາເອງ, ຄວາມຫຍຸ້ງຍາກຂອງພວກເຂົາເອງ ແລະ ຄວາມຄິດ ແລະ ມຸມມອງທີ່ແຕກຕ່າງກັນຂອງພວກເຂົາເອງ. ເຖິງຢ່າງໃດກໍຕາມ, ບໍ່ວ່າເງື່ອນໄຂຂອງຜູ້ຄົນຈະແຕກຕ່າງກັນສໍ່າໃດກໍຕາມ ແລະ ບໍ່ວ່າຄວາມສາມາດ, ຂີດຄວາມສາມາດ, ລະດັບວິໄສທັດ, ບຸກຄະລິກກະພາບ ແລະ ນິໄສຂອງພວກເຂົາຈະແຕກຕ່າງກັນສໍ່າໃດກໍຕາມ, ອຸປະນິໄສທີ່ເສື່ອມຊາມ ແລະ ແກ່ນແທ້ທຳມະຊາດຂອງມະນຸດກໍຄືກັນ. ນັ້ນກໍຄື ບໍ່ວ່າເງື່ອນໄຂຕ່າງໆໃນຄວາມເປັນມະນຸດຂອງຜູ້ຄົນຈະແຕກຕ່າງກັນສໍ່າໃດກໍຕາມ, ຜູ້ຄົນກໍມີລັກສະນະທົ່ວໄປຄືກັນ. ເປັນຫຍັງມະນຸດຈຶ່ງມີລັກສະນະທົ່ວໄປຄືກັນ? ເພາະວ່າແກ່ນແທ້ອຸປະນິໄສທີ່ມະນຸດເພິ່ງພາເພື່ອການເອົາຕົວລອດນັ້ນຄືກັນ. ເພາະສະນັ້ນ, ຫຼັງຈາກທີ່ສະພາວະ ແລະ ບັນຫາຂອງຄົນທຸກປະເພດໄດ້ຖືກເປີດໂປງແລ້ວ, ສິ່ງທີ່ມະນຸດຕ້ອງເຮັດກໍຄືການປະຕິບັດຕາມຄວາມຈິງ ແລະ ຫຼັກການທີ່ພຣະເຈົ້າຮຽກຮ້ອງ ແລະ ຈາກນັ້ນ ບັນຫາທົ່ວໄປຂອງມະນຸດຊາດກໍຈະໄດ້ຮັບການແກ້ໄຂ. ບໍ່ວ່າບຸກຄະລິກກະພາບ ຫຼື ຂີດຄວາມສາມາດຂອງເຈົ້າຈະເປັນແນວໃດກໍຕາມ, ບໍ່ວ່າເຈົ້າຈະມີຄວາມສາມາດຫຼາຍສໍ່າໃດກໍຕາມ ແລະ ບໍ່ວ່າເຈົ້າຈະເປັນຜູ້ຊາຍ ຫຼື ແມ່ຍິງ ຫຼື ບໍ່ວ່າເຈົ້າຈະເກີດໃນພາກຕາເວັນຕົກ ຫຼື ພາກຕາເວັນອອກ ຫຼື ບໍ່ວ່າເຈົ້າຈະມາຈາກພາກໃຕ້ ຫຼື ພາກເໜືອ, ຕາບໃດທີ່ອຸປະນິໄສທີ່ເສື່ອມຊາມຂອງເຈົ້າໄດ້ຮັບການແກ້ໄຂຜ່ານການຍອມຮັບຄວາມຈິງ, ການຍອມຮັບການພິພາກສາ ແລະ ການລົງທັນແຫ່ງພຣະທຳຂອງພຣະເຈົ້າ ແລະ ຜ່ານການປະຕິບັດຄວາມຈິງ, ຄວາມຫຍຸ້ງຍາກຂອງເຈົ້າກໍຈະໄດ້ຮັບການແກ້ໄຂ. ສິ່ງນີ້ໝາຍຄວາມວ່າ ສະພາວະຕ່າງໆທັງໝົດທີ່ເກີດຂຶ້ນໃນຜູ້ຄົນໃນບໍລິບົດຂອງບັນຫາທົ່ວໄປຂອງມະນຸດກໍສາມາດໄດ້ຮັບການແກ້ໄຂເຊັ່ນກັນ. ເປັນຫຍັງສະພາວະຕ່າງໆຈຶ່ງເກີດຂຶ້ນໃນຜູ້ຄົນ? ກໍຍ້ອນວ່າເງື່ອນໄຂແຕ່ກຳເນີດໃນຄວາມເປັນມະນຸດທີ່ແຕ່ລະຄົນມີນັ້ນແຕກຕ່າງກັນ. ຕົວຢ່າງ: ຖ້າເຈົ້າອາໄສຢູ່ໃນພາກໃຕ້ ແລະ ເຈົ້າມີນິໄສການດຳລົງຊີວິດ ແລະ ຮູບແບບການດຳລົງຊີວິດບາງຢ່າງຂອງຄົນພາກໃຕ້ ແລະ ເຈົ້າຍັງເກີດມີບຸກຄະລິກກະພາບ ແລະ ລັກສະນະວິຖີຊີວິດບາງຢ່າງທີ່ສະເພາະເຈາະຈົງສຳລັບຄົນພາກໃຕ້, ແລ້ວດ້ວຍພູມຫຼັງປະເພດນີ້, ເຈົ້າກໍຈະເກີດມີຄວາມຄິດຫຼົງຜິດ ແລະ ຈິນຕະນາການບາງຢ່າງທີ່ສະເພາະເຈາະຈົງ, ຄວາມຄິດ ແລະ ມຸມມອງທີ່ສະເພາະເຈາະຈົງ ແລະ ສະພາວະທີ່ສະເພາະເຈາະຈົງ. ຖ້າເຈົ້າເກີດໃນພາກເໜືອ, ເຈົ້າກໍຈະມີບຸກຄະລິກກະພາບ ແລະ ນິໄສການດຳລົງຊີວິດຂອງຄົນພາກເໜືອ ຫຼື ສະພາວະບາງຢ່າງທີ່ເກີດຈາກຮີດຄອງປະເພນີ, ພູມຫຼັງທາງວັດທະນະທຳ, ວິທີການສຶກສາ ແລະ ສິ່ງອື່ນໆທີ່ເປັນສິ່ງຕິດຕົວມາສຳລັບຄົນພາກເໜືອ. ດ້ວຍວິທີນີ້, ສະພາວະທີ່ເກີດຂຶ້ນໃນຜູ້ຄົນທີ່ອາໄສຢູ່ໃນພາກໃຕ້ ແລະ ພາກເໜືອຈຶ່ງແຕກຕ່າງກັນ. ເຖິງຢ່າງໃດກໍຕາມ, ສາເຫດຕົ້ນຕໍ ແລະ ແກ່ນແທ້ຂອງສະພາວະທີ່ເກີດຈາກບັນຫາດຽວກັນນັ້ນຈຶ່ງຄືກັນ, ສະນັ້ນ ພວກມັນທັງໝົດຈຶ່ງສາມາດໄດ້ຮັບການແກ້ໄຂດ້ວຍຄວາມຈິງດຽວກັນ. ເມື່ອເປັນແນວນີ້, ມັນຈຶ່ງບໍ່ສຳຄັນວ່າເຈົ້າຈະມາຈາກພາກເໜືອ ຫຼື ພາກໃຕ້ ຫຼື ມາຈາກພາກຕາເວັນອອກ ຫຼື ພາກຕາເວັນຕົກ; ຕາບໃດທີ່ເຈົ້າເປັນມະນຸດທີ່ຖືກສ້າງ, ບັນຫາຂອງເຈົ້າກໍລ້ວນແຕ່ສາມາດແກ້ໄຂໄດ້ດ້ວຍຄວາມຈິງ. ພວກເຈົ້າເຂົ້າໃຈແລ້ວບໍ? ບັນຫານີ້ສັບສົນບໍ? (ຕອນນີ້ຂ້ານ້ອຍໄດ້ຍິນຄຳອະທິບາຍແລ້ວ, ຂ້ານ້ອຍຮູ້ສຶກວ່າມັນບໍ່ສັບສົນອີກຕໍ່ໄປ). ເປັນຫຍັງພວກເຈົ້າຈຶ່ງເວົ້າວ່າບັນຫານີ້ບໍ່ສັບສົນ? (ເຖິງແມ່ນວ່າເງື່ອນໄຂ, ພູມຫຼັງ ແລະ ບຸກຄະລິກກະພາບຂອງຜູ້ຄົນຈະແຕກຕ່າງກັນ ແລະ ສິ່ງນີ້ເຮັດໃຫ້ເກີດສະພາວະທີ່ແຕກຕ່າງກັນໂດຍທຳມະຊາດກໍຕາມ, ແຕ່ສາເຫດຕົ້ນຕໍຂອງສະພາວະທີ່ແຕກຕ່າງກັນເຫຼົ່ານີ້ແມ່ນຄືກັນ ແລະ ແກ່ນແທ້ທີ່ເສື່ອມຊາມຂອງຜູ້ຄົນກໍຄືກັນ. ບໍ່ວ່າຜູ້ຄົນຈະເປີດເຜີຍອຸປະນິໄສທີ່ເສື່ອມຊາມຫຼາຍສໍ່າໃດກໍຕາມ, ມັນກໍສາມາດແກ້ໄຂໄດ້ດ້ວຍຄວາມຈິງດຽວກັນ; ເພາະສະນັ້ນ, ຄວາມຈິງຈຶ່ງສາມາດແກ້ໄຂບັນຫາຂອງທຸກຄົນໄດ້). ບໍ່ວ່າຜູ້ຄົນຈະມາຈາກພາກໃຕ້, ພາກເໜືອ, ພາກຕາເວັນອອກ ຫຼື ພາກຕາເວັນຕົກກໍຕາມ, ບໍ່ວ່າພວກເຂົາຈະເປັນຜູ້ຊາຍ ຫຼື ແມ່ຍິງ, ໜຸ່ມ ຫຼື ເຖົ້າກໍຕາມ ແລະ ບໍ່ວ່າເງື່ອນໄຂຂອງພວກເຂົາເອງຈະເປັນແນວໃດກໍຕາມ, ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາກໍຄືກັນ ແລະ ສະພາວະ, ຄວາມຄິດ ແລະ ມຸມມອງຕ່າງໆ ແລະ ທັດສະນະຄະຕິທີ່ມີຕໍ່ຄວາມຈິງທີ່ອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້ກໍ່ໃຫ້ເກີດນັ້ນລ້ວນແຕ່ມີລັກສະນະທົ່ວໄປຄືກັນ. ລັກສະນະທົ່ວໄປນີ້ແມ່ນຫຍັງ? ທຸກສິ່ງທີ່ເກີດຈາກອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້ເປັນຂອງຊາຕານ ແລະ ບໍ່ສອດຄ່ອງກັບຄວາມຈິງ; ແນ່ນອນວ່າ ເພື່ອໃຫ້ສະເພາະເຈາະຈົງກວ່ານັ້ນ, ສາມາດເວົ້າໄດ້ວ່າມັນກົງກັນຂ້າມກັບຄວາມຈິງ. ເພາະສະນັ້ນ, ບໍ່ວ່າມະນຸດຊາດທີ່ເສື່ອມຊາມຈະມີຄວາມແຕກຕ່າງກັນແນວໃດໃນເລື່ອງເຊື້ອຊາດ, ສາສະໜາ ຫຼື ວັດທະນະທຳ ແລະ ບໍ່ວ່າຜູ້ຄົນຈະມີຜິວສີເຫຼືອງ, ສີຂາວ, ສີນ້ຳຕານ ຫຼື ສີດຳ, ພວກເຂົາລ້ວນແຕ່ເປັນມະນຸດທີ່ເສື່ອມຊາມ ແລະ ມະນຸດທຸກຄົນລ້ວນແຕ່ມີແກ່ນແທ້ຂອງການຕໍ່ຕ້ານພຣະເຈົ້າຄືກັນ. ນີ້ຄືສິ່ງທີ່ພວກເຂົາມີຄືກັນ. ເພາະສະນັ້ນ, ບໍ່ວ່າຜູ້ຄົນຈະມາຈາກປະເທດໃດ ຫຼື ພວກເຂົາເປັນຄົນເຊື້ອຊາດໃດກໍຕາມ, ພວກເຂົາຈະລ້ວນແຕ່ຖືກເອີ້ນລວມກັນວ່າມະນຸດທີ່ເສື່ອມຊາມ. ນັ້ນກໍຄື ບໍ່ວ່າຄົນເຊື້ອຊາດເຫຼົ່ານີ້ຈະສູງສົ່ງ ຫຼື ຕ່ຳຕ້ອຍ, ຍາກຈົນ ຫຼື ຮັ່ງມີໃນເລື່ອງສີຜິວ, ຮູບຮ່າງໜ້າຕາ, ນິໄສການດຳລົງຊີວິດ ຫຼື ວັດທະນະທຳທາງເຊື້ອຊາດຂອງພວກເຂົາກໍຕາມ ແລະ ບໍ່ວ່າພວກເຂົາຈະໄດ້ຮັບການສຶກສາແບບໃດກໍຕາມ, ກົດເກນທີ່ພວກເຂົາເພິ່ງພາເພື່ອການເອົາຕົວລອດຂອງພວກເຂົານັ້ນມາຈາກຊາຕານ, ບໍ່ສອດຄ່ອງກັບຄວາມຈິງ ແລະ ຕໍ່ຕ້ານພຣະເຈົ້າ ບໍ່ວ່າຈະເປັນກໍລະນີໃດກໍຕາມ. ເຖິງແມ່ນວ່າຜູ້ຄົນຈະເປັນຄົນເຊື້ອຊາດທີ່ຮັ່ງມີ ແລະ ສູງສົ່ງ ພ້ອມກັບມີພູມຫຼັງທາງສາສະໜາທີ່ສູງສົ່ງກໍຕາມ, ແກ່ນແທ້ຂອງພວກເຂົາກໍຍັງຄົງເປັນຂອງມະນຸດທີ່ເສື່ອມຊາມ, ພວກເຂົາຍັງຄົງເປັນເຊື້ອສາຍຂອງຊາຕານທີ່ຕໍ່ຕ້ານພຣະເຈົ້າ, ພວກເຂົາຍັງຄົງເປັນມະນຸດທີ່ເສື່ອມຊາມ, ພວກເຂົາທຸກຄົນລ້ວນແຕ່ຕໍ່ຕ້ານພຣະເຈົ້າ, ພວກເຂົາທຸກຄົນລ້ວນແຕ່ເປັນຜູ້ທີ່ຖືກພິພາກສາ ແລະ ຖືກລົງທັນພາຍໃນວຽກງານຂອງພຣະເຈົ້າ ແລະ ຄົນໃດກໍຕາມໃນທ່າມກາງພວກເຂົາທີ່ສາມາດຍອມຮັບຄວາມຈິງໄດ້ກໍຄືຜູ້ທີ່ພຣະເຈົ້າຕັ້ງໃຈຈະຊ່ວຍໃຫ້ລອດພົ້ນ. ຄວາມໝາຍແຝງຂອງສິ່ງນີ້ແມ່ນຫຍັງ? ມັນກໍຄື ກ່ອນທີ່ເຈົ້າຈະໄດ້ຮັບຄວາມລອດພົ້ນ, ບໍ່ວ່າພູມຫຼັງທາງວັດທະນະທຳ, ພູມຫຼັງທາງການສຶກສາ ແລະ ພູມຫຼັງທາງສາສະໜາຂອງເຈົ້າຈະສູງສົ່ງສໍ່າໃດກໍຕາມ, ແກ່ນແທ້ຂອງເຈົ້າກໍຍັງຄົງຕໍ່ຕ້ານພຣະເຈົ້າ ແລະ ເປັນປໍລະປັກຕໍ່ພຣະເຈົ້າ. ດັ່ງນັ້ນ, ແກ່ນແທ້ຂອງມະນຸດຈະບໍ່ປ່ຽນແປງຍ້ອນສີຜິວ, ສາສະໜາ, ປະເທດທີ່ເກີດ ຫຼື ພູມຫຼັງທາງການສຶກສາ ຫຼື ພູມຫຼັງທາງວັດທະນະທຳຂອງພວກເຂົາ. ໃນທຳນອງດຽວກັນ, ບໍ່ວ່າຄົນໃດໜຶ່ງຈະເປັນຄົນເຊື້ອຊາດໃດກໍຕາມ, ພວກເຂົາຈະບໍ່ກາຍເປັນຄົນທີ່ສູງສົ່ງ ຫຼື ຕ່ຳຕ້ອຍໃນສາຍຕາຂອງພຣະເຈົ້າຍ້ອນເງື່ອນໄຂຂອງພວກເຂົາເອງ. ສະນັ້ນ ໃນສາຍຕາຂອງພຣະເຈົ້າ, ມາດຕະຖານສຳລັບການປະເມີນວ່າຜູ້ຄົນສູງສົ່ງ ຫຼື ຕ່ຳຕ້ອຍນັ້ນແມ່ນຫຍັງ? ມີພຽງມາດຕະຖານດຽວເທົ່ານັ້ນ ແລະ ນັ້ນກໍຄື ເຈົ້າຍອມຮັບຄວາມຈິງ ຫຼື ບໍ່. ຖ້າເຈົ້າຍອມຮັບຄວາມຈິງ, ແລ້ວບໍ່ວ່າເຊື້ອຊາດ ຫຼື ສີຜິວຂອງເຈົ້າຈະເປັນແນວໃດກໍຕາມ, ເຈົ້າກໍເປັນຄົນທີ່ສູງສົ່ງ. ຖ້າເຈົ້າບໍ່ຍອມຮັບຄວາມຈິງ, ແລ້ວເຖິງແມ່ນເຈົ້າຈະເວົ້າວ່າ “ຂ້ອຍມີຜິວສີຂາວ, ຜົມສີທອງ ແລະ ຕາສີຟ້າ ແລະ ຄອບຄົວຂອງຂ້ອຍກໍເປັນເຊື້ອພະວົງມາຫຼາຍຮຸ່ນຄົນແລ້ວ”, ມັນກໍບໍ່ມີປະໂຫຍດຫຍັງເລີຍ! ເຖິງແມ່ນວ່າເຈົ້າຈະເປັນຄົນທີ່ສູງສົ່ງໃນທ່າມກາງມະນຸດຊາດ, ຖ້າເຈົ້າບໍ່ຍອມຮັບຄວາມຈິງ, ແລ້ວໃນສາຍຕາຂອງພຣະເຈົ້າ ເຈົ້າກໍຍັງຄົງເປັນມະນຸດທີ່ເສື່ອມຊາມ, ເຈົ້າກໍຄືກັນກັບມະນຸດທີ່ເສື່ອມຊາມຄົນອື່ນໆ, ບໍ່ມີຄວາມແຕກຕ່າງກັນເລີຍ. ບໍ່ວ່າຈະມີສະມາຊິກຂອງມະນຸດຊາດຈຳນວນຫຼາຍສໍ່າໃດທີ່ຍົກຍ້ອງເຈົ້າ, ເຄົາລົບນັບຖືເຈົ້າ ແລະ ຖວາຍເຄື່ອງບູຊາໃຫ້ແກ່ເຈົ້າ, ມັນກໍບໍ່ມີປະໂຫຍດຫຍັງເລີຍ ແລະ ຈະບໍ່ປ່ຽນແປງສະຖານະ, ຕົວຕົນ ແລະ ແກ່ນແທ້ຂອງເຈົ້າໃນສາຍຕາຂອງພຣະເຈົ້າ. ມາດຕະຖານຂອງພຣະເຈົ້າສຳລັບການປະເມີນມະນຸດຊາດ ເຊິ່ງແນ່ນອນວ່າມັນຍັງເປັນມາດຕະຖານທີ່ຕາຍຕົວ ແລະ ເປັນເກນມາດຕະຖານທີ່ສູງຂອງພຣະເຈົ້າສຳລັບການປະເມີນມະນຸດຊາດອີກດ້ວຍ ເຊິ່ງແມ່ນການປະເມີນພວກເຂົາດ້ວຍຄວາມຈິງ. ຖ້າເຈົ້າຮັກຄວາມຈິງ ແລະ ປະຕິບັດຄວາມຈິງ, ແລ້ວເຈົ້າກໍເປັນຄົນທີ່ສູງສົ່ງ; ຖ້າເຈົ້າບໍ່ປະຕິບັດຄວາມຈິງ, ແລ້ວເນື້ອໜັງເກົ່າໆຂອງເຈົ້ານີ້ກໍເປັນມະນຸດທີ່ເສື່ອມຊາມ; ມັນບໍ່ມີຄ່າແມ່ນແຕ່ກີບດຽວ ແລະ ຍັງບໍ່ມີຄ່າເທົ່າກັບມົດທີ່ຢູ່ເທິງພື້ນດິນຊໍ້າ. ຍົກເວັ້ນຈຸລິນຊີທີ່ຜູ້ຄົນບໍ່ສາມາດເບິ່ງເຫັນໄດ້, ມົດຂ້ອນຂ້າງນ້ອຍໃນທ່າມກາງສິ່ງມີຊີວິດທັງປວງ. ຮູບແບບການດຳລົງຊີວິດ, ກົດເກນການເອົາຕົວລອດ ແລະ ສັນຊາດຕະຍານຂອງພວກມັນປະຕິບັດຕາມກົດເກນທີ່ພຣະເຈົ້າໄດ້ກຳນົດໄວ້ຢ່າງຄົບຖ້ວນ. ຕາຕະລາງການເຮັດວຽກ ແລະ ການພັກຜ່ອນຂອງພວກມັນປ່ຽນແປງໄປຕາມສະພາບອາກາດ ແລະ ອຸນຫະພູມທີ່ປ່ຽນແປງຂອງທັງສີ່ລະດູການ ແລະ ພວກມັນຈະບໍ່ມີວັນປ່ຽນແປງຮູບແບບ ແລະ ກົດເກນເຫຼົ່ານີ້ດ້ວຍຕົນເອງໄດ້ຢ່າງເດັດຂາດ. ແຕ່ມະນຸດນັ້ນແຕກຕ່າງ. ມະນຸດຕ້ອງການປ່ຽນແປງສະຖານະພາບໃນປັດຈຸບັນ ແລະ ໂລກໃບນີ້ຢູ່ສະເໝີ, ພວກເຂົາມີຄວາມທະເຍີທະຍານຢູ່ສະເໝີ ແລະ ພວກເຂົາກໍມີສ່ວນຮ່ວມໃນການທໍລະຍົດ ແລະ ການກະບົດຢູ່ສະເໝີ. ເຖິງແມ່ນວ່າມົດຈະບໍ່ມີຄວາມສາມາດທີ່ຈະຍອມຮັບຄວາມຈິງ, ທັງບໍ່ມີຄວາມສາມາດໃນການຢັ່ງຮູ້ຄວາມຈິງກໍຕາມ, ແຕ່ຢ່າງໜ້ອຍທີ່ສຸດ ພວກມັນກໍບໍ່ໄດ້ຕໍ່ຕ້ານພຣະເຈົ້າ. ມະນຸດນັ້ນແຕກຕ່າງອອກໄປ; ພວກເຂົາຈະກ້າວອອກມາຢ່າງຫ້າວຫັນເພື່ອໂຈມຕີ ແລະ ຕໍ່ຕ້ານພຣະເຈົ້າ. ສະນັ້ນ, ໃນສາຍຕາຂອງພຣະເຈົ້າ ມະນຸດທີ່ບໍ່ໄດ້ຮັບຄວາມຈິງ ແລະ ບໍ່ໄດ້ຮັບຄວາມລອດພົ້ນນັ້ນຈຶ່ງບໍ່ມີຄ່າຫຍັງເລີຍ. ນີ້ບໍ່ແມ່ນຂໍ້ເທັດຈິງບໍ? (ແມ່ນແລ້ວ). ການປະເມີນ ແລະ ການກຳນົດລັກສະນະຂອງຜູ້ຄົນໂດຍອີງໃສ່ຂໍ້ເທັດຈິງນີ້ແມ່ນສອດຄ່ອງກັບຫຼັກການຄວາມຈິງຢ່າງຄົບຖ້ວນ. ຜ່ານການໂອ້ລົມກ່ຽວກັບບັນຫາເຫຼົ່ານີ້, ຜູ້ຄົນຄວນມີມຸມມອງ ແລະ ຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບແກ່ນແທ້ຂອງມະນຸດຊາດ ແລະ ຜົນຮັບທີ່ວຽກງານຂອງພຣະເຈົ້າຕັ້ງໃຈຈະບັນລຸ. ຫຼັງຈາກທີ່ເຈົ້າເຂົ້າໃຈຄວາມຈິງດ້ານນີ້ແລ້ວ, ເຈົ້າກໍຈະບໍ່ຖືກບີບຄັ້ນຫຼຸດໜ້ອຍລົງບໍ ເມື່ອເຈົ້າເທດສະໜາຂ່າວປະເສີດໃຫ້ກັບຜູ້ຄົນ ຫຼື ເມື່ອເຈົ້າຄົບຫາ ແລະ ໂອ້ລົມກັບພວກເຂົາ, ບໍ່ວ່າພວກເຂົາຈະເປັນຄົນປະເພດໃດກໍຕາມ, ບໍ່ວ່າພວກເຂົາຈະມີພູມຫຼັງທາງສາສະໜາ ຫຼື ບໍ່, ບໍ່ວ່າພວກເຂົາຈະມີຖານະ ແລະ ສະຖານະໃນສັງຄົມ ຫຼື ມີສະຖານະທາງສັງຄົມທີ່ຕ່ຳຕ້ອຍ ແລະ ບໍ່ວ່າພວກເຂົາຈະເປັນຄົນຜິວຂາວ ຫຼື ຄົນຜິວສີກໍຕາມ? (ແມ່ນແລ້ວ). ຖ້າເຈົ້າບໍ່ເຂົ້າໃຈຄວາມຈິງເຫຼົ່ານີ້, ເຈົ້າກໍມີທ່າອ່ຽງທີ່ຈະຍົກຍ້ອງຄົນເຊື້ອຊາດອື່ນຢູ່ສະເໝີ ຫຼື ຮູ້ສຶກວ່າເຈົ້າບໍ່ສາມາດຢັ່ງເຖິງພວກເຂົາໄດ້ ແລະ ບໍ່ຮູ້ວິທີໂອ້ລົມ ຫຼື ພົວພັນກັບພວກເຂົາ. ການເຂົ້າໃຈຄວາມຈິງເຫຼົ່ານີ້ບໍ່ໄດ້ຊ່ວຍພວກເຈົ້າໃນການຄົບຫາກັບຄົນເຫຼົ່ານັ້ນບໍ? ມັນຈະຊ່ວຍໃຫ້ພວກເຈົ້າເບິ່ງມະນຸດຊາດທັງປວງຈາກຈຸດຢືນທີ່ຖືກຕ້ອງ ແລະ ຈາກມຸມມອງທີ່ຖືກຕ້ອງ. ນີ້ຄືຜົນປະໂຫຍດຂອງການເຂົ້າໃຈຄວາມຈິງ. ເມື່ອເຈົ້າເຂົ້າໃຈຄວາມຈິງ, ມຸມມອງຂອງເຈົ້າທີ່ມີຕໍ່ສິ່ງຕ່າງໆກໍຈະຖືກຕ້ອງ ແລະ ມັນກໍຈະເປີດກວ້າງພໍສົມຄວນ ແລະ ບໍ່ຄັບແຄບປານນັ້ນ. ຖ້າບໍ່ດັ່ງນັ້ນ, ເຈົ້າກໍຈະຂາດຄວາມໝັ້ນໃຈໃນຖານະຜູ້ນຳ ຫຼື ຜູ້ເຮັດວຽກຢູ່ສະເໝີ. ກ່ອນອື່ນໝົດ, ເຈົ້າຈະຮູ້ສຶກວ່າເຈົ້າຂາດປະສົບການຊີວິດ. ຢ່າງທີສອງຄື ເຈົ້າຈະຮູ້ສຶກວ່າເຈົ້າບໍ່ມີປະສົບການທີ່ພຽງພໍ. ຢ່າງທີສາມ, ເຈົ້າຈະຮູ້ສຶກວ່າເຈົ້າບໍ່ເກັ່ງໃນການເວົ້າ ແລະ ບໍ່ສາມາດເບິ່ງທະລຸສະພາວະຂອງຄົນສ່ວນໃຫຍ່ໄດ້; ໂດຍສະເພາະ, ເມື່ອເຈົ້າເຫັນຄົນທີ່ມີອາຍຸຫຼາຍກວ່າ, ເຈົ້າກໍຈະຢ້ານ ແລະ ວິຕົກກັງວົນ ແລະ ເຈົ້າກໍຈະບໍ່ກ້າເວົ້າ. ບາງຄົນເວົ້າວ່າ “ໂດຍສະເພາະເມື່ອຂ້ອຍເຫັນວ່າ ຜູ້ທີ່ເຊື່ອໃນສາສະໜາມາເປັນເວລາດົນນານມີຄວາມຮູ້ບາງຢ່າງກ່ຽວກັບພຣະຄຳພີ, ຂ້ອຍກໍບໍ່ຮູ້ວິທີເທດສະໜາຂ່າວປະເສີດໃຫ້ກັບພວກເຂົາ ແລະ ຂ້ອຍກໍຢ້ານ ແລະ ຮູ້ສຶກຕໍ່າຕ້ອຍກວ່າພວກເຂົາ”. ເຈົ້າເຂົ້າໃຈຄວາມຈິງຫຼາຍຢ່າງ, ແລ້ວສິ່ງທີ່ເຈົ້າຢ້ານນັ້ນແມ່ນຫຍັງ? ນີ້ບໍ່ແມ່ນການບໍ່ສາມາດເບິ່ງທະລຸສິ່ງຕ່າງໆບໍ? ຫຼັງຈາກທີ່ຜູ້ຄົນເຂົ້າໃຈຄວາມຈິງແລ້ວ, ພວກເຂົາກໍຄວນຈະສາມາດແກ້ໄຂເລື່ອງ ແລະ ບັນຫາເຫຼົ່ານີ້ໄດ້ ແລະ ພວກເຂົາກໍຈະບໍ່ຖືກບີບຄັ້ນໂດຍສິ່ງເຫຼົ່ານີ້ອີກຕໍ່ໄປ.
ຜ່ານຫົວຂໍ້ທີ່ພວກເຮົາໄດ້ໂອ້ລົມກັນໃນມື້ນີ້ ພວກເຈົ້າເຂົ້າໃຈຄວາມຈິງດ້ານໃດແດ່? ພວກເຈົ້າຊັດເຈນແລ້ວບໍກ່ຽວກັບວຽກງານຂອງພຣະເຈົ້າ ແລະ ວິທີທີ່ພຣະເຈົ້າຊ່ວຍຜູ້ຄົນໃຫ້ລອດພົ້ນ, ວິທີການຂອງພຣະເຈົ້າໃນການຊ່ວຍຜູ້ຄົນໃຫ້ລອດພົ້ນ ແລະ ດ້ານຕ່າງໆຂອງຜູ້ຄົນທີ່ພຣະເຈົ້າປ່ຽນແປງ? (ແມ່ນແລ້ວ). ຕອນນີ້ພວກເຈົ້າຊັດເຈນກ່ຽວກັບສິ່ງເຫຼົ່ານີ້ແລ້ວ, ພວກເຈົ້າບໍ່ຮູ້ສຶກເຖິງຄວາມສຳຄັນຂອງການປະຕິບັດຄວາມຈິງ ແລະ ການປະເມີນທຸກສິ່ງດ້ວຍຄວາມຈິງຫຼາຍຂຶ້ນກວ່າເກົ່າບໍ? (ແມ່ນແລ້ວ). ພວກເຈົ້າບໍ່ຄິດຫຼາຍຂຶ້ນກວ່າເກົ່າບໍວ່າ ມັນສຳຄັນທີ່ສຸດທີ່ຈະໄລ່ຕາມເສາະຫາ ແລະ ເຂົ້າໃຈຄວາມຈິງ? ຖ້າຄົນໃດຄົນໜຶ່ງບໍ່ເຂົ້າໃຈຄວາມຈິງ, ແລ້ວພວກເຂົາກໍບໍ່ສາມາດເບິ່ງທະລຸເລື່ອງໃດໆໄດ້, ພວກເຂົາບໍ່ສາມາດເບິ່ງທະລຸຄົນທຸກປະເພດໄດ້ ແລະ ພວກເຂົາບໍ່ສາມາດເບິ່ງທະລຸຜູ້ຄົນຈາກທຸກປະເທດ ແລະ ທຸກຊົນເຜົ່າໄດ້ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງເປັນຄົນໂງ່, ເປັນຄົນປັນຍາອ່ອນ. ເມື່ອບາງຄົນເຫັນຄົນທີ່ໃສ່ແວ່ນຕາ, ພວກເຂົາກໍສົມມຸດວ່າຄົນເຫຼົ່ານັ້ນເປັນສາດສະດາຈານ ຫຼື ປັນຍາຊົນ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງຮູ້ສຶກຖືກບີບຄັ້ນ ແລະ ບໍ່ກ້າເວົ້າ ແລະ ເມື່ອໃດກໍຕາມທີ່ພວກເຂົາເຫັນຄົນທີ່ສູງ ແລະ ໜ້າຕາດີ, ພວກເຂົາກໍຈະຮູ້ສຶກຕໍ່າຕ້ອຍກວ່າຄົນເຫຼົ່ານັ້ນ. ຫຼັງຈາກທີ່ເຂົ້າໃຈຄວາມຈິງ ໂດຍພື້ນຖານແລ້ວ ຜູ້ຄົນຈະບໍ່ໄດ້ຮັບຜົນກະທົບຈາກສິ່ງເຫຼົ່ານີ້ບໍ? ໃນດ້ານໜຶ່ງ, ພວກເຂົາຈະບໍ່ບີບຄັ້ນຕົນເອງ; ໃນອີກດ້ານໜຶ່ງ, ພວກເຂົາຈະປັບປຸງທັດສະນະຄະຕິ ແລະ ມຸມມອງຂອງພວກເຂົາໃນລະດັບໃດໜຶ່ງກ່ຽວກັບການຈັດການກັບຜູ້ຄົນ ແລະ ສິ່ງຕ່າງໆ ແລະ ພວກເຂົາກໍຈະມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບມັນເຊັ່ນກັນ. ສິ່ງນີ້ຈະເປັນປະໂຫຍດສຳລັບການປະຕິບັດໜ້າທີ່ຂອງພວກເຂົາ, ໂດຍສະເພາະເມື່ອເວົ້າເຖິງການປະຕິບັດວຽກງານຂອງຜູ້ນຳ ຫຼື ຜູ້ເຮັດວຽກໃນທຸກລະດັບ.
2. ວິທີການຈັດການເງື່ອນໄຂຕິດຕົວຂອງຕົນເອງຢ່າງຖືກຕ້ອງ
ຫຼັງຈາກທີ່ຜູ້ຄົນເຂົ້າໃຈເປົ້າໝາຍ ແລະ ຄວາມໝາຍສຳຄັນທີ່ແທ້ຈິງຂອງວຽກງານຂອງພຣະເຈົ້າແລ້ວ, ພວກເຂົາຄວນກະທຳແນວໃດ ເພື່ອທີ່ຈະຈັດການເງື່ອນໄຂແຕ່ກຳເນີດຂອງພວກເຂົາເອງຢ່າງຖືກຕ້ອງ? ມີຈັກຫຼັກການ? (ສິ່ງທີ່ຂ້ານ້ອຍສາມາດຄິດອອກກໍຄື ຜູ້ຄົນຄວນເບິ່ງບຸກຄະລິກກະພາບ, ຂີດຄວາມສາມາດ ແລະ ເງື່ອນໄຂອື່ນໆຂອງພວກເຂົາເອງຢ່າງຖືກຕ້ອງ, ຢຸດໄລ່ຕາມເສາະຫາສິ່ງທີ່ເໜືອທຳມະຊາດ ແລະ ຢຸດສະແຫວງຫາທີ່ຈະເປັນສຸດຍອດມະນຸດ, ເຮັດສິ່ງໃດກໍຕາມທີ່ພວກເຂົາສາມາດເຮັດໄດ້ຈົນສຸດຄວາມສາມາດຂອງພວກເຂົາ ແລະ ບໍ່ບັງຄັບຕົນເອງໃຫ້ບັນລຸໃນສິ່ງທີ່ເກີນຄວາມສາມາດຂອງພວກເຂົາ. ໂດຍການເຮັດແບບນັ້ນ ຊີວິດຂອງພວກເຂົາກໍຈະເປັນອິດສະລະຫຼາຍຂຶ້ນ ແລະ ຄວາມເປັນມະນຸດຂອງພວກເຂົາກໍຈະເປັນປົກກະຕິຫຼາຍຂຶ້ນເລື້ອຍໆ). ກ່ອນອື່ນໝົດ, ຖ້າເຈົ້າຕ້ອງການຫຼີກລ່ຽງການເຮັດສິ່ງທີ່ໂງ່ ຫຼື ຈ້າ, ເຈົ້າຕ້ອງເຂົ້າໃຈເງື່ອນໄຂຂອງເຈົ້າເອງກ່ອນ: ຂີດຄວາມສາມາດຂອງເຈົ້າເປັນແນວໃດ, ຈຸດແຂງຂອງເຈົ້າແມ່ນຫຍັງ, ເຈົ້າເກັ່ງຫຍັງ ແລະ ເຈົ້າບໍ່ເກັ່ງຫຍັງ, ພ້ອມທັງສິ່ງທີ່ເຈົ້າສາມາດ ແລະ ບໍ່ສາມາດເຮັດໄດ້ໂດຍອີງໃສ່ອາຍຸ, ເພດ, ຄວາມຮູ້ທີ່ເຈົ້າມີ ແລະ ຄວາມເຂົ້າໃຈເຊີງເລິກ ແລະ ປະສົບການຊີວິດຂອງເຈົ້າ. ນັ້ນກໍຄື ເຈົ້າຄວນຊັດເຈນວ່າຈຸດແຂງ ແລະ ຈຸດອ່ອນຂອງເຈົ້າໃນໜ້າທີ່ທີ່ເຈົ້າປະຕິບັດ ແລະ ວຽກງານທີ່ເຈົ້າເຮັດນັ້ນແມ່ນຫຍັງ ແລະ ຂໍ້ບົກຜ່ອງ ແລະ ຂໍ້ດີໃນບຸກຄະລິກກະພາບຂອງເຈົ້າເອງແມ່ນຫຍັງ. ຫຼັງຈາກທີ່ເຈົ້າຊັດເຈນກ່ຽວກັບເງື່ອນໄຂ, ຂໍ້ດີ ແລະ ຂໍ້ບົກຜ່ອງຂອງເຈົ້າເອງແລ້ວ, ຈາກນັ້ນ ເຈົ້າກໍຄວນເບິ່ງວ່າຂໍ້ດີ ແລະ ຈຸດແຂງໃດທີ່ຄວນຮັກສາໄວ້, ຂໍ້ບົກຜ່ອງ ແລະ ຈຸດອ່ອນໃດທີ່ສາມາດເອົາຊະນະໄດ້ ແລະ ຂໍ້ໃດທີ່ບໍ່ສາມາດເອົາຊະນະໄດ້ເລີຍ, ເຈົ້າຕ້ອງຊັດເຈນກ່ຽວກັບສິ່ງເຫຼົ່ານີ້. ເພື່ອທີ່ຈະບັນລຸຄວາມຊັດເຈນນີ້, ໃນດ້ານໜຶ່ງ ເຈົ້າຄວນສະແຫວງຫາຄວາມຈິງ, ໄຕ່ຕອງ ແລະ ຮັບຄວາມຮູ້ກ່ຽວກັບສິ່ງເຫຼົ່ານີ້ຜ່ານການປຽບທຽບພຣະທຳຂອງພຣະເຈົ້າກັບສະຖານະການຕົວຈິງຂອງເຈົ້າ ແລະ ໃນເວລາດຽວກັນ ກໍອະທິຖານຂໍໃຫ້ພຣະເຈົ້າເປີດເຜີຍສິ່ງເຫຼົ່ານີ້. ໃນອີກດ້ານໜຶ່ງ, ເຈົ້າຍັງສາມາດຖາມອ້າຍເອື້ອຍນ້ອງທີ່ຢູ່ອ້ອມຂ້າງເຈົ້າ ແລະ ໃຫ້ພວກເຂົາໃຫ້ຄຳແນະນຳ ແລະ ຄຳຊີ້ແນະແກ່ເຈົ້າ. ດ້ວຍວິທີນັ້ນ, ເຈົ້າກໍຈະມີຄວາມເຂົ້າໃຈທີ່ເລິກເຊິ່ງຍິ່ງຂຶ້ນກ່ຽວກັບຕົວເຈົ້າເອງ ແລະ ເຈົ້າກໍຈະມີແນວຄວາມຄິດ ແລະ ເບາະແສຫຼາຍຂຶ້ນເມື່ອເວົ້າເຖິງເລື່ອງການຮູ້ຈັກຕົວເຈົ້າເອງ. ມີບາງບັນຫາທີ່ຜູ້ຄົນບໍ່ສາມາດແກ້ໄຂໄດ້. ຕົວຢ່າງ: ເຈົ້າອາດມີທ່າອ່ຽງທີ່ຈະຮູ້ສຶກວິຕົກກັງວົນເມື່ອເວົ້າກັບຄົນອື່ນ; ເມື່ອເຈົ້າປະເຊີນກັບສະຖານະການຕ່າງໆ, ເຈົ້າອາດຈະມີຄວາມຄິດ ແລະ ມຸມມອງຂອງເຈົ້າເອງ ແຕ່ບໍ່ສາມາດອະທິບາຍພວກມັນອອກມາໄດ້ຢ່າງຊັດເຈນ. ເຈົ້າຮູ້ສຶກວິຕົກກັງວົນເປັນພິເສດເມື່ອມີຄົນຢູ່ຫຼາຍຄົນ; ເຈົ້າເວົ້າຈາບໍ່ຮູ້ເລື່ອງ ແລະ ປາກຂອງເຈົ້າກໍສັ່ນ. ບາງຄົນເຖິງກັບເວົ້າຕິດອ່າງ; ສຳລັບຄົນອື່ນ, ຖ້າມີສະມາຊິກຂອງເພດກົງກັນຂ້າມຢູ່ນຳ, ພວກເຂົາກໍຍິ່ງເຂົ້າໃຈໄດ້ໜ້ອຍລົງ, ພຽງແຕ່ບໍ່ຮູ້ວ່າຈະເວົ້າຫຍັງ ຫຼື ຈະເຮັດແນວໃດ. ສິ່ງນີ້ເອົາຊະນະໄດ້ງ່າຍບໍ? (ບໍ່). ຢ່າງໜ້ອຍໃນໄລຍະສັ້ນ, ມັນກໍບໍ່ແມ່ນເລື່ອງງ່າຍສຳລັບເຈົ້າທີ່ຈະເອົາຊະນະຈຸດອ່ອນນີ້ ເພາະວ່າມັນເປັນສ່ວນໜຶ່ງຂອງເງື່ອນໄຂຕິດຕົວຂອງເຈົ້າ. ຖ້າຫຼັງຈາກຝຶກຝົນມາຫຼາຍເດືອນແລ້ວ ເຈົ້າຍັງຄົງວິຕົກກັງວົນຢູ່, ຄວາມວິຕົກກັງວົນນັ້ນກໍຈະກາຍເປັນຄວາມກົດດັນ ເຊິ່ງຈະສົ່ງຜົນກະທົບທາງລົບຕໍ່ເຈົ້າ ໂດຍການເຮັດໃຫ້ເຈົ້າຢ້ານທີ່ຈະເວົ້າ, ພົບປະຜູ້ຄົນ, ເຂົ້າຮ່ວມການເຕົ້າໂຮມ ຫຼື ໃຫ້ຄຳເທດສະໜາ ແລະ ຄວາມຢ້ານກົວເຫຼົ່ານີ້ກໍຈະບີບຄັ້ນເຈົ້າ. ແລ້ວເຈົ້າຄວນເຮັດແນວໃດ? ເຈົ້າສາມາດໄຕ່ຕອງບັນຫານີ້ ແລະ ລົມກັບຄົນອື່ນກ່ຽວກັບມັນ; ເບິ່ງວ່າຄົນອື່ນມີຊຸດແນວຄິດແບບໃດເມື່ອພວກເຂົາພົບກັບບັນຫານີ້ ແລະ ພວກເຂົາແກ້ໄຂມັນແນວໃດ ແລະ ຈາກນັ້ນ ເຈົ້າກໍຄວນປະຕິບັດດ້ວຍວິທີນີ້ດ້ວຍຕົວເຈົ້າເອງເຊັ່ນກັນ. ສົມມຸດວ່າໃນລະຫວ່າງການເຕົ້າໂຮມໃນມື້ນີ້ ເຈົ້າຢູ່ໃນສະພາບທີ່ດີພໍສົມຄວນ; ເຈົ້າມີອາລົມທີ່ເບີກບານມ່ວນຊື່ນ ແລະ ຍິ່ງໄປກວ່ານັ້ນ ເຈົ້າຍັງໄດ້ຮັບການດົນບັນດານຈາກການອ່ານພຣະທຳຂອງພຣະເຈົ້າ ແລະ ຮູ້ສຶກເຖິງຄວາມປາຖະໜາເປັນພິເສດທີ່ຈະສະແດງຄວາມຄິດເຫັນຂອງເຈົ້າ. ບັງເອີນວ່າມັນເປັນການເຕົ້າໂຮມກຸ່ມຂະໜາດນ້ອຍທີ່ມີຄົນພຽງສອງສາມຄົນ, ສະນັ້ນ ເຈົ້າຈຶ່ງລອງໂອ້ລົມສອງສາມຄຳ ແລະ ຮູ້ສຶກດີພໍສົມຄວນກ່ຽວກັບມັນ ແລະ ບໍ່ວິຕົກກັງວົນ. ໃນສະຖານະການນີ້, ເມື່ອເຈົ້າບໍ່ຢູ່ພາຍໃຕ້ຄວາມກົດດັນໃດໆ ແລະ ບໍ່ໄດ້ກຽມຕົວມາເລີຍ, ເຈົ້າກໍສະແດງຄວາມຄິດເຫັນຂອງເຈົ້າອອກມາໄດ້ຢ່າງເປັນອິດສະລະ ແລະ ດີຫຼາຍ ແລະ ທຸກຄົນກໍໄດ້ຮັບການດົນບັນດານ ແລະ ໄດ້ຮັບການເສີມສ້າງຈາກມັນແທ້ໆ. ນີ້ບໍ່ແມ່ນຄວາມຄືບໜ້າບໍ? ພຽງແຕ່ເລີ່ມຝຶກຝົນການເວົ້າ ແລະ ການໂອ້ລົມໃນການເຕົ້າໂຮມກຸ່ມຂະໜາດນ້ອຍ ເຊິ່ງເປັນບ່ອນທີ່ມີຄົນໜ້ອຍ ແລະ ເຈົ້າກໍຈະຄ່ອຍໆສາມາດເວົ້າໄດ້ຢ່າງເປັນປົກກະຕິ ແລະ ຄວາມວິຕົກກັງວົນຂອງເຈົ້າກໍຈະຄ່ອຍໆຫາຍໄປ. ການຝຶກຝົນດ້ວຍວິທີນີ້ຈະບັນລຸຜົນທີ່ດີທີ່ສຸດ. ຢ່າງທຳອິດ, ໃຫ້ເລືອກການເຕົ້າໂຮມກຸ່ມຂະໜາດນ້ອຍທີ່ມີຄົນໜ້ອຍ ຫຼື ສະຖານທີ່ທີ່ບໍ່ເປັນທາງການເພື່ອຝຶກຝົນສິ່ງນີ້, ໂດຍການເວົ້າ ແລະ ໂອ້ລົມແບບບໍ່ໄດ້ກຽມຕົວມາກ່ອນ, ຄືກັບວ່າເຈົ້າກຳລັງລົມກັນຫຼິ້ນ, ເພື່ອທີ່ຈະເອົາຊະນະຈຸດອ່ອນນີ້ຂອງເຈົ້າ. ບາງຄັ້ງ, ຫຼັງຈາກເວົ້າໄປໄດ້ໜຶ່ງນາທີ ເຈົ້າອາດຈະຮູ້ສຶກວິຕົກກັງວົນເລັກໜ້ອຍ, ເຈົ້າອາດຈະຮູ້ສຶກໝັ້ນໃຈໜ້ອຍລົງເມື່ອເຈົ້າເວົ້າຫຼາຍຂຶ້ນ ແລະ ເຈົ້າອາດຈະມີເລື່ອງທີ່ຈະເວົ້າໜ້ອຍລົງເມື່ອເຈົ້າເວົ້າຕໍ່ໄປ; ໃນກໍລະນີດັ່ງກ່າວ, ຢ່າເວົ້າອີກຕໍ່ໄປ, ໃຫ້ຟ້າວສະຫຼຸບ ແລະ ຢຸດ. ບາງຄັ້ງ, ຫຼັງຈາກທີ່ເຈົ້າເວົ້າໄປໄດ້ໄລຍະໜຶ່ງ, ທຸກຄົນອາດຈະເຕັມໃຈທີ່ຈະຟັງ ແລະ ຮູ້ສຶກເປັນອິດສະລະຫຼາຍ; ໃນບັນຍາກາດດັ່ງກ່າວ, ຄວາມວິຕົກກັງວົນ ແລະ ຄວາມຄຽດຂອງເຈົ້າກໍຈະຫາຍໄປໂດຍທີ່ເຈົ້າບໍ່ຮູ້ຕົວ. ພາຍໃຕ້ສະຖານະການດັ່ງກ່າວເທົ່ານັ້ນ ຈຸດອ່ອນນີ້ຂອງເຈົ້າຈຶ່ງຈະສາມາດຄ່ອຍໆໄດ້ຮັບການປັບປຸງ, ແຕ່ມັນຈະບໍ່ຖືກເອົາຊະນະ. ຖ້າເຈົ້າຮູ້ສຶກວ່າຫຼັງຈາກຝຶກຝົນມາໄດ້ໜຶ່ງເດືອນ, ສະພາວະຂອງເຈົ້າຍັງບໍ່ໄດ້ຮັບການປັບປຸງຫຼາຍປານໃດ ແລະ ເຖິງກັບມີຄວາມກົດດັນບາງຢ່າງເກີດຂຶ້ນໃນໃຈຂອງເຈົ້າ, ເຊິ່ງເຮັດໃຫ້ເຈົ້າວິຕົກກັງວົນຫຼາຍຂຶ້ນເລື້ອຍໆ ເຊິ່ງສົ່ງຜົນກະທົບຕໍ່ວຽກງານ, ຊີວິດ ແລະ ການປະຕິບັດໜ້າທີ່ທີ່ເປັນປົກກະຕິຂອງເຈົ້າ, ແລ້ວເຈົ້າກໍບໍ່ຈຳເປັນຕ້ອງຝຶກຝົນຕໍ່ໄປ. ມັນພຽງພໍແລ້ວທີ່ເຈົ້າສາມາດປະຕິບັດໜ້າທີ່ຂອງເຈົ້າໄດ້ຕາມປົກກະຕິ. ພຽງແຕ່ເອົາໃຈໃສ່ກັບການປະຕິບັດໜ້າທີ່ຂອງເຈົ້າໃຫ້ດີ, ສິ່ງນີ້ແມ່ນຖືກຕ້ອງແລ້ວ. ເກັບຂໍ້ບົກຜ່ອງນັ້ນ, ຈຸດອ່ອນນັ້ນໄວ້ໃນໃຈຂອງເຈົ້າ, ອະທິຖານຕໍ່ພຣະເຈົ້າຢ່າງງຽບໆ ແລະ ຈາກນັ້ນກໍຊອກຫາໂອກາດທີ່ເໝາະສົມເພື່ອຝຶກຝົນການເວົ້າ ແລະ ການຄົບຫາກັບຜູ້ຄົນ, ໂດຍການສະແດງສິ່ງທີ່ເຈົ້າຕ້ອງການຈະເວົ້າອອກມາດ້ວຍການອອກສຽງແຕ່ລະຄຳຢ່າງຊັດເຈນ, ເວົ້າຢ່າງມີໂຄງສ້າງ ແລະ ຊັດເຈນ. ດ້ວຍວິທີນີ້, ຂໍ້ບົກຜ່ອງ, ຈຸດອ່ອນນີ້ຂອງເຈົ້າກໍຈະຄ່ອຍໆໄດ້ຮັບການປັບປຸງ. ມັນເປັນໄປໄດ້ວ່າຫຼັງຈາກໜຶ່ງ ຫຼື ສອງປີ, ເຈົ້າອາດຈະເປັນຜູ້ໃຫຍ່ຫຼາຍຂຶ້ນຕາມອາຍຸ ແລະ ຄຸ້ນເຄີຍກັບຄົນທີ່ຢູ່ອ້ອມຂ້າງເຈົ້າຫຼາຍຂຶ້ນ ແລະ ສາຍຕາຂອງພວກເຂົາ, ຄວາມຄິດເຫັນ ແລະ ບັນຍາກາດທີ່ສ້າງຂຶ້ນເມື່ອທຸກຄົນຢູ່ຮ່ວມກັນອາດຈະບໍ່ສ້າງຄວາມກົດດັນ, ຄວາມຜູກມັດ ຫຼື ການບີບຄັ້ນໃຫ້ກັບເຈົ້າອີກຕໍ່ໄປ, ແລ້ວຈຸດອ່ອນຂອງເຈົ້າກໍອາດຈະຖືກເອົາຊະນະ ແລະ ໄດ້ຮັບການແກ້ໄຂໃນທ່າມກາງຄົນເຫຼົ່ານີ້. ນີ້ຄືຄົນປະເພດທີ່ມີຈຸດອ່ອນນີ້ໃນຮູບແບບທີ່ຮ້າຍແຮງທີ່ສຸດ; ພວກເຂົາສາມາດເອົາຊະນະມັນໄດ້ຜ່ານການຫຼໍ່ຫຼອມ ແລະ ການຝຶກຝົນໃນໄລຍະຍາວໃນສະພາບແວດລ້ອມດັ່ງກ່າວເທົ່ານັ້ນ. ແນ່ນອນວ່າ ຍັງມີຄົນທີ່ຄ່ອຍໆແກ້ໄຂຈຸດອ່ອນນີ້ໄດ້ໃນໄລຍະເວລາສັ້ນໆພຽງແຕ່ສາມຫາຫ້າເດືອນ. ພວກເຂົາບໍ່ວິຕົກກັງວົນເມື່ອໂຕ້ຕອບ ແລະ ເວົ້າກັບຄົນອື່ນໃນສະຖານະການທົ່ວໄປ, ຍົກເວັ້ນເມື່ອປະເຊີນກັບໂອກາດໃຫຍ່ໆ. ສະນັ້ນ, ຖ້າເຈົ້າສາມາດເອົາຊະນະຂໍ້ບົກຜ່ອງນີ້, ຈຸດອ່ອນນີ້ໄດ້ໃນໄລຍະສັ້ນ, ແລ້ວກໍຈົ່ງເຮັດ. ຖ້າມັນຍາກທີ່ຈະເອົາຊະນະ, ແລ້ວກໍຢ່າໄປສົນໃຈມັນ, ຢ່າຕໍ່ສູ້ກັບມັນ ແລະ ຢ່າທ້າທາຍຕົວເຈົ້າເອງ. ແນ່ນອນວ່າ ຖ້າເຈົ້າບໍ່ສາມາດເອົາຊະນະມັນໄດ້, ເຈົ້າກໍບໍ່ຄວນຮູ້ສຶກຄິດລົບ. ເຖິງແມ່ນວ່າເຈົ້າຈະບໍ່ມີວັນສາມາດເອົາຊະນະມັນໄດ້ຕະຫຼອດຊີວິດຂອງເຈົ້າກໍຕາມ, ພຣະເຈົ້າກໍຈະບໍ່ກ່າວໂທດເຈົ້າ, ເພາະວ່ານີ້ບໍ່ແມ່ນອຸປະນິໄສທີ່ເສື່ອມຊາມຂອງເຈົ້າ. ຄວາມຢ້ານກົວຂອງເຈົ້າເມື່ອຢູ່ເທິງເວທີ, ຄວາມວິຕົກກັງວົນ ແລະ ຄວາມຢ້ານກົວຂອງເຈົ້າ, ການສະແດງອອກເຫຼົ່ານີ້ບໍ່ໄດ້ສະທ້ອນເຖິງອຸປະນິໄສທີ່ເສື່ອມຊາມຂອງເຈົ້າ; ບໍ່ວ່າພວກມັນຈະເປັນສິ່ງຕິດຕົວ ຫຼື ເກີດຈາກສະພາບແວດລ້ອມພາຍຫຼັງໃນຊີວິດ, ຢ່າງຫຼາຍທີ່ສຸດ ພວກມັນກໍເປັນພຽງຂໍ້ບົກຜ່ອງ, ເປັນຈຸດອ່ອນແຫ່ງຄວາມເປັນມະນຸດຂອງເຈົ້າ. ຖ້າເຈົ້າບໍ່ສາມາດປ່ຽນແປງມັນໄດ້ໃນໄລຍະຍາວ ຫຼື ແມ່ນແຕ່ຕະຫຼອດຊີວິດຂອງເຈົ້າ, ກໍຢ່າໄປຄິດຫຼາຍກ່ຽວກັບມັນ, ຢ່າປ່ອຍໃຫ້ມັນມາບີບຄັ້ນເຈົ້າ ແລະ ເຈົ້າກໍບໍ່ຄວນກາຍເປັນຄົນຄິດລົບຍ້ອນມັນ, ເພາະວ່ານີ້ບໍ່ແມ່ນອຸປະນິໄສທີ່ເສື່ອມຊາມຂອງເຈົ້າ; ມັນບໍ່ມີປະໂຫຍດຫຍັງທີ່ຈະພະຍາຍາມປ່ຽນແປງມັນ ຫຼື ຕໍ່ສູ້ກັບມັນ. ຖ້າເຈົ້າບໍ່ສາມາດປ່ຽນແປງມັນໄດ້, ແລ້ວກໍຈົ່ງຍອມຮັບມັນ, ປ່ອຍໃຫ້ມັນມີຢູ່ ແລະ ປະຕິບັດຕໍ່ມັນຢ່າງຖືກຕ້ອງ, ເພາະວ່າເຈົ້າສາມາດຢູ່ຮ່ວມກັບຂໍ້ບົກຜ່ອງນີ້, ຈຸດອ່ອນນີ້ໄດ້, ການທີ່ເຈົ້າມີມັນນັ້ນບໍ່ໄດ້ສົ່ງຜົນກະທົບຕໍ່ການທີ່ເຈົ້າຕິດຕາມພຣະເຈົ້າ ແລະ ການປະຕິບັດໜ້າທີ່ຂອງເຈົ້າ. ຕາບໃດທີ່ເຈົ້າສາມາດຍອມຮັບຄວາມຈິງ ແລະ ປະຕິບັດໜ້າທີ່ຂອງເຈົ້າຈົນສຸດຄວາມສາມາດຂອງເຈົ້າ, ເຈົ້າກໍຍັງສາມາດໄດ້ຮັບຄວາມລອດພົ້ນ; ມັນບໍ່ໄດ້ສົ່ງຜົນກະທົບຕໍ່ການຍອມຮັບຄວາມຈິງຂອງເຈົ້າ ແລະ ບໍ່ໄດ້ສົ່ງຜົນກະທົບຕໍ່ການໄດ້ຮັບຄວາມລອດພົ້ນຂອງເຈົ້າ. ສະນັ້ນ, ເຈົ້າບໍ່ຄວນຖືກບີບຄັ້ນໂດຍຂໍ້ບົກຜ່ອງ ຫຼື ຈຸດອ່ອນບາງຢ່າງໃນຄວາມເປັນມະນຸດຂອງເຈົ້າເລື້ອຍໆ ແລະ ເຈົ້າກໍບໍ່ຄວນກາຍເປັນຄົນຄິດລົບ ແລະ ທໍ້ແທ້ເລື້ອຍໆ ຫຼື ເຖິງກັບຍອມຖິ້ມໜ້າທີ່ຂອງເຈົ້າ ແລະ ຍອມຖິ້ມການສະແຫວງຫາຄວາມຈິງ, ຈົນພາດໂອກາດທີ່ຈະໄດ້ຮັບຄວາມລອດພົ້ນ ຍ້ອນເຫດຜົນດຽວກັນນີ້. ມັນບໍ່ຄຸ້ມຄ່າເລີຍ; ນັ້ນຄືສິ່ງທີ່ຄົນໂງ່ ແລະ ຈ້າຈະເຮັດ.
ບາງຄົນສາມາດຮ້ອງໄດ້ຮອດແຕ່ສຽງກາງເທົ່ານັ້ນ ເມື່ອພວກເຂົາຮ້ອງເພງ ແລະ ບໍ່ສາມາດຮ້ອງສຽງສູງໄດ້ ບໍ່ວ່າພວກເຂົາຈະຝຶກຝົນຫຼາຍສໍ່າໃດກໍຕາມ. ແລ້ວຄວນເຮັດແນວໃດກ່ຽວກັບເລື່ອງນີ້? ພຽງແຕ່ຮ້ອງສຽງທີ່ຢູ່ໃນລະດັບສຽງກາງ ແລະ ສຽງຕ່ຳກໍພໍ; ມັນດີແລ້ວທີ່ຮ້ອງສຽງເຫຼົ່ານັ້ນໄດ້ດີ. ຖ້າເຈົ້າຢາກທ້າທາຍຕົວເຈົ້າເອງຢູ່ສະເໝີ ໂດຍເວົ້າວ່າ “ຂ້ອຍເກັ່ງໃນການຮ້ອງສຽງກາງ. ຂ້ອຍຕ້ອງການທ້າທາຍຕົວເອງເພື່ອທີ່ຈະຮ້ອງສຽງສູງໃຫ້ໄດ້”, ແລ້ວເຖິງແມ່ນວ່າເຈົ້າຈະປະສົບຄວາມສຳເລັດໃນການທ້າທາຍນີ້ກໍຕາມ, ມັນກໍຈະບໍ່ມີຄວາມໝາຍຫຍັງ ແລະ ມັນກໍຈະບໍ່ໄດ້ໝາຍຄວາມວ່າເຈົ້າໄດ້ຮັບຄວາມຈິງແລ້ວ. ຢ່າງດີທີ່ສຸດ, ມັນກໍພຽງແຕ່ໝາຍຄວາມວ່າເຈົ້າໄດ້ຮັບທັກສະເພີ່ມເຕີມ, ເຈົ້າສາມາດປະຕິບັດໜ້າທີ່ເພີ່ມເຕີມໄດ້, ເຈົ້າສາມາດຮ້ອງເພງໄດ້ຫຼາຍຂຶ້ນ ແລະ ເຈົ້າສາມາດໂດດເດັ່ນຂຶ້ນເລັກນ້ອຍ. ແລ້ວມັນເປັນຫຍັງ? ການທີ່ໂດດເດັ່ນຂຶ້ນໝາຍຄວາມວ່າເຈົ້າກຳລັງປະຕິບັດຄວາມຈິງຫຼາຍຂຶ້ນບໍ? ມັນມີຄວາມເຊື່ອມໂຍງກັນລະຫວ່າງສອງສິ່ງນີ້ບໍ? (ບໍ່). ຖ້າເຈົ້າສາມາດຮ້ອງສຽງກາງໄດ້, ແລ້ວກໍຈົ່ງຮ້ອງມັນໃຫ້ດີ. ຖ້າເຈົ້າບໍ່ສາມາດຮ້ອງສຽງສູງໄດ້ດີ, ແຕ່ຍັງຢືນຢັນທີ່ຈະຝືນຮ້ອງ ແລະ ໃນທີ່ສຸດເຈົ້າກໍບໍ່ສາມາດຮ້ອງໄດ້ຢ່າງຖືກຕ້ອງ ແລະ ຍັງເຮັດໃຫ້ຕົວເຈົ້າເອງເຈັບປ່ວຍຈາກຄວາມອິດເມື່ອຍອີກ, ພຣະເຈົ້າກໍຈະບໍ່ຈື່ຈຳສິ່ງນີ້. ມັນບໍ່ສຳຄັນວ່າເຈົ້າຈະສາມາດຮ້ອງສຽງສູງ ຫຼື ສຽງກາງໄດ້ ຫຼື ບໍ່, ຕາບໃດທີ່ເຈົ້າສາມາດຮ້ອງໄດ້ດີ ແລະ ອຸທິດຕົນ ແລະ ທຸ່ມເທສຸດກຳລັງຂອງເຈົ້າໃນໜ້າທີ່ຂອງເຈົ້າ, ໂດຍບໍ່ເຮັດພໍແລ້ວມືແລ້ວຕີນ ຫຼື ຫຼົບຫຼີກ ແລະ ຂີ້ຄ້ານ ຫຼື ເຮັດສິ່ງທີ່ບໍ່ດີໂດຍບໍ່ມີຄວາມຮັບຜິດຊອບ ຫຼື ເວົ້າແຕ່ຄວາມຄິດທີ່ຟັງດູດີ ແລະ ເຈົ້າກໍພະຍາຍາມ, ບໍ່ວ່າຈະເປັນໃນດ້ານວິຊາການ, ອາລົມ, ຄຸນນະພາບນໍ້າສຽງ ແລະ ຕົວໂນດ, ເພື່ອຮ້ອງໃນແບບທີ່ໄດ້ມາດຕະຖານ, ມ່ວນອອນຊອນ ເຊິ່ງສຳຜັດເຖິງຫົວໃຈ ແລະ ຮ້ອງໃນແບບທີ່ສາມາດສຳຜັດໃຈຜູ້ຄົນ, ເຮັດໃຫ້ຫົວໃຈຂອງຜູ້ຄົນສະຫງົບລົງຕໍ່ໜ້າພຣະເຈົ້າ ແລະ ເສີມສ້າງຜູ້ຄົນເມື່ອພວກເຂົາຟັງເຈົ້າ, ແລ້ວສິ່ງນີ້ກໍຄືການປະຕິບັດໜ້າທີ່ຂອງເຈົ້າໃນແບບທີ່ໄດ້ມາດຕະຖານ. ຖ້າເຈົ້າຢາກທ້າທາຍຂີດຈຳກັດຂອງເຈົ້າຢູ່ສະເໝີ ແລະ ຕ້ອງການສ້າງຄວາມກ້າວໜ້າສ່ວນຕົວ ແລະ ກ້າວຂ້າມຕົວເຈົ້າເອງຢູ່ສະເໝີ, ສິ່ງນີ້ຄືການເປີດເຜີຍອຸປະນິໄສທີ່ເສື່ອມຊາມແບບຊາຕານຂອງເຈົ້າ ແລະ ມັນບໍ່ແມ່ນການປະຕິບັດໜ້າທີ່ຂອງເຈົ້າ. ຫຼັງຈາກທີ່ເຈົ້າໄດ້ເຮັດວຽກງານຂອງເຈົ້າເອງຢ່າງເໝາະສົມແລ້ວ ແລະ ໄດ້ເຮັດໃນສິ່ງທີ່ເຈົ້າສາມາດບັນລຸໄດ້ຢ່າງເໝາະສົມແລ້ວ, ມັນກໍບໍ່ເປັນຫຍັງທີ່ເຈົ້າຈະຮຽນຮູ້ບາງສິ່ງທີ່ເປັນປະໂຫຍດສຳລັບໜ້າທີ່ຂອງເຈົ້າໃນເວລາຫວ່າງຂອງເຈົ້າ, ແຕ່ນີ້ບໍ່ແມ່ນສິ່ງທີ່ພຣະເຈົ້າຮຽກຮ້ອງ. ສົມມຸດວ່າເຈົ້າຮ້ອງສຽງກາງໄດ້ດີ ແລະ ໃນເວລາຫວ່າງຂອງເຈົ້າ ເຈົ້າກໍຝຶກຮ້ອງສຽງສູງ. ຫຼັງຈາກໄລຍະເວລາໜຶ່ງ, ເຈົ້າກໍສ້າງຄວາມກ້າວໜ້າໄດ້ ແລະ ຫຼັງຈາກເຮັດວຽກໜັກມາສອງຫາສາມປີ ເຈົ້າກໍສາມາດຮ້ອງສຽງສູງໄດ້ດີເຊັ່ນກັນ. ເຈົ້າສາມາດຮ້ອງໄດ້ທັງສຽງກາງ ແລະ ສຽງສູງ ແລະ ບັນລຸໜ້າທີ່ທັງສອງຢ່າງນີ້; ເຈົ້າສາມາດປະຕິບັດໜ້າທີ່ທັງສອງຢ່າງນີ້ຕາມຫຼັກການຄວາມຈິງ ແລະ ຮ້ອງດ້ວຍຫົວໃຈທັງໝົດຂອງເຈົ້າ, ໂດຍບໍ່ເຮັດພໍແລ້ວມືແລ້ວຕີນ, ຫຼົບຫຼີກ ຫຼື ຂີ້ຄ້ານ ຫຼື ເວົ້າແຕ່ຄວາມຄິດທີ່ທີ່ຟັງເບິ່ງຄືດີ. ສິ່ງນີ້ຍິ່ງດີກວ່າ, ມັນເປັນການກະທຳທີ່ດີ ແລະ ພຣະເຈົ້າກໍຈະຈື່ຈຳມັນ. ແຕ່ສົມມຸດວ່າເຈົ້າບໍ່ສາມາດບັນລຸສິ່ງນີ້ໄດ້ ແລະ ຍັງຄົງຄິດຢູ່ສະເໝີວ່າ “ພຣະເຈົ້າມີຄວາມຄາດຫວັງສູງກັບຂ້ອຍ, ຂ້ອຍບໍ່ໄດ້ກຳລັງຫຼົບຫຼີກ ແລະ ຂີ້ຄ້ານບໍ ຖ້າຂ້ອຍຮ້ອງພຽງແຕ່ສຽງກາງ? ພຣະເຈົ້າບໍ່ພໍໃຈດອກ!” ນັ້ນຄືຈິນຕະນາການຂອງເຈົ້າເອງ. ເຈົ້າກຳລັງຄາດເດົາກ່ຽວກັບພຣະເຈົ້າ ແລະ ມີສ່ວນຮ່ວມໃນການປະຕິບັດແບບ “ປະເມີນສິ່ງທີ່ສູງສົ່ງດ້ວຍມາດຕະຖານຂອງສິ່ງທີ່ຕ່ຳຕ້ອຍ”. ພຣະເຈົ້າບໍ່ໄດ້ວາງຂໍ້ຮຽກຮ້ອງດັ່ງກ່າວໄວ້ກັບເຈົ້າ. ສິ່ງທີ່ພຣະເຈົ້າຮຽກຮ້ອງຈາກເຈົ້າກໍຄື ໃຫ້ເຈົ້າເຮັດໃນສິ່ງທີ່ເຈົ້າຄວນເຮັດໃຫ້ດີພາຍໃນຂອບເຂດຂີດຄວາມສາມາດ ແລະ ຄວາມເກັ່ງກາດແຕ່ກຳເນີດຂອງເຈົ້າ ແລະ ຖ້າເຈົ້າເຮັດມັນໄດ້ດີຕາມຫຼັກການທີ່ພຣະເຈົ້າຮຽກຮ້ອງ, ແລ້ວພຣະເຈົ້າກໍຈະໃຫ້ຄະແນນເຕັມແກ່ເຈົ້າແລ້ວ. ແຕ່ຖ້າເຈົ້າບໍ່ພະຍາຍາມເຮັດໃນສິ່ງທີ່ເຈົ້າສາມາດບັນລຸໄດ້ໃຫ້ດີ ແລະ ເຈົ້າບໍ່ເຮັດມັນຕາມຫຼັກການ ແລະ ເຈົ້າເອົາແຕ່ຫຼົບຫຼີກ ແລະ ຂີ້ຄ້ານ, ເອົາແຕ່ຢາກເວົ້າຄວາມຄິດທີ່ຟັງເບິ່ງຄືດີ, ທັງບໍ່ຝຶກຝົນເຕັກນິກການຮ້ອງເພງຕ່າງໆ, ແຕ່ຍັງຢາກທ້າທາຍຂີດຈຳກັດຂອງເຈົ້າ, ແລ້ວການທີ່ເຈົ້າກະທຳແບບນີ້ກໍຄືການຂາດເຫດຜົນ, ມັນເປັນການສະແດງອອກເຖິງຄວາມອວດດີ ແລະ ຄວາມບໍ່ຮູ້ ແລະ ພຣະເຈົ້າຈະບໍ່ພໍໃຈ. ພຣະອົງຈະບໍ່ມີທາງເວົ້າຢ່າງເດັດຂາດວ່າ “ຄົນຜູ້ນີ້ສາມາດຮ້ອງສຽງກາງໄດ້ ແລະ ລາວກໍພະຍາຍາມຮ້ອງສຽງສູງເຊັ່ນກັນ. ເຖິງແມ່ນວ່າລາວຈະບໍ່ສາມາດຮ້ອງສຽງສູງໄດ້ດີກໍຕາມ, ແຕ່ນີ້ກໍຖືວ່າລາວຂ້ອນຂ້າງມີສະຕິຮູ້ສຶກຜິດຊອບແລ້ວ ແລະ ນັ້ນກໍພຽງພໍແລ້ວ”. ພຣະເຈົ້າຈະບໍ່ເບິ່ງເຈົ້າໃນແບບນັ້ນ, ສະນັ້ນ ຢ່າຮູ້ສຶກດີກັບຕົວເຈົ້າເອງ. ພຣະເຈົ້າພຽງແຕ່ສັງເກດເບິ່ງວ່າເຈົ້າປະພຶດຕົນໃນລັກສະນະທີ່ເໝາະສົມກັບສະຖານະຂອງເຈົ້າ ຫຼື ບໍ່ ແລະ ເຈົ້າເປັນຄົນທີ່ປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງໄດ້ດີ ຫຼື ບໍ່. ພຣະອົງສັງເກດເບິ່ງວ່າ ໃນການປະຕິບັດໜ້າທີ່ຂອງເຈົ້າ, ເຈົ້າໄດ້ທຸ່ມເທສຸດຫົວໃຈ ແລະ ສຸດກຳລັງຂອງເຈົ້າເຂົ້າໃນການປະຕິບັດໜ້າທີ່ພາຍໃຕ້ເງື່ອນໄຂແຕ່ກຳເນີດທີ່ພຣະເຈົ້າໄດ້ປະທານໃຫ້ເຈົ້າ ຫຼື ບໍ່ ແລະ ເຈົ້າກະທຳຕາມຫຼັກການ ແລະ ບັນລຸຜົນທີ່ພຣະເຈົ້າປາຖະໜາ ຫຼື ບໍ່. ຖ້າເຈົ້າສາມາດເຮັດສິ່ງເຫຼົ່ານີ້ໄດ້ທັງໝົດ, ພຣະເຈົ້າກໍຈະໃຫ້ຄະແນນເຕັມແກ່ເຈົ້າ. ສົມມຸດວ່າເຈົ້າບໍ່ເຮັດສິ່ງຕ່າງໆຕາມຂໍ້ກຳນົດຂອງພຣະເຈົ້າ ແລະ ເຖິງແມ່ນວ່າເຈົ້າຈະພະຍາຍາມຢ່າງໜັກ ແລະ ທຸ່ມເທຄວາມພະຍາຍາມ, ແຕ່ທຸກສິ່ງທີ່ເຈົ້າເຮັດນັ້ນເປັນພຽງການອວດອ້າງ ແລະ ໂອ້ອວດຕົນເອງເທົ່ານັ້ນ ແລະ ເຈົ້າບໍ່ໄດ້ກະທຳຕາມຫຼັກການຄວາມຈິງ ຫຼື ທຸ່ມເທສຸດຫົວໃຈ ແລະ ສຸດກຳລັງຂອງເຈົ້າເພື່ອເຮັດໃຫ້ພຣະເຈົ້າພໍໃຈໃນການປະຕິບັດໜ້າທີ່ຂອງເຈົ້າ. ໃນກໍລະນີດັ່ງກ່າວ, ການສະແດງອອກ ແລະ ພຶດຕິກຳຂອງເຈົ້າກໍເປັນທີ່ໜ້າລັງກຽດສຳລັບພຣະເຈົ້າ. ເປັນຫຍັງພຣະເຈົ້າຈຶ່ງລັງກຽດພວກມັນ? ພຣະເຈົ້າກ່າວວ່າເຈົ້າບໍ່ໄດ້ຈົດຈໍ່ກັບໜ້າວຽກທີ່ເໝາະສົມ, ເຈົ້າບໍ່ໄດ້ທຸ່ມເທສຸດຫົວໃຈ, ສຸດກຳລັງ ຫຼື ສຸດຄວາມຄິດຂອງເຈົ້າເຂົ້າໃນການປະຕິບັດໜ້າທີ່ຂອງເຈົ້າ ແລະ ເຈົ້າບໍ່ໄດ້ຍ່າງໃນເສັ້ນທາງທີ່ຖືກຕ້ອງ. ຂີດຄວາມສາມາດ, ພອນສະຫວັນ ແລະ ຄວາມສາມາດພິເສດທີ່ພຣະເຈົ້າໄດ້ປະທານໃຫ້ເຈົ້ານັ້ນພຽງພໍແລ້ວ, ມັນເປັນພຽງແຕ່ວ່າເຈົ້າບໍ່ພໍໃຈ, ບໍ່ອຸທິດຕົນຕໍ່ໜ້າທີ່ຂອງເຈົ້າ, ບໍ່ເຄີຍຮູ້ຈັກສະຖານະຂອງເຈົ້າ, ຕ້ອງການເວົ້າແຕ່ຄວາມຄິດທີ່ຟັງເບິ່ງຄືດີ ແລະ ໂອ້ອວດຢູ່ສະເໝີ, ຈົນໃນທີ່ສຸດກໍເຮັດໃຫ້ໜ້າທີ່ຂອງເຈົ້າວຸ້ນວາຍ. ເຈົ້າບໍ່ໄດ້ນຳເອົາຂີດຄວາມສາມາດ, ພອນສະຫວັນ ແລະ ຄວາມສາມາດພິເສດທີ່ພຣະເຈົ້າປະທານໃຫ້ເຈົ້າອອກມາໃຊ້, ເຈົ້າບໍ່ໄດ້ທຸ່ມເທຄວາມພະຍາຍາມຢ່າງເຕັມທີ່ ແລະ ເຈົ້າກໍບໍ່ໄດ້ບັນລຸຜົນໃດໜຶ່ງເລີຍ. ເຖິງແມ່ນວ່າເຈົ້າອາດຈະຫຍຸ້ງຫຼາຍກໍຕາມ, ແຕ່ພຣະເຈົ້າກ່າວວ່າເຈົ້າເປັນຄືກັບຕົວຕະຫຼົກ, ບໍ່ແມ່ນຄົນທີ່ຮູ້ຈັກສະຖານະຂອງຕົນເອງ ແລະ ຈົດຈໍ່ກັບໜ້າວຽກທີ່ເໝາະສົມຂອງຕົນເອງ. ພຣະເຈົ້າບໍ່ມັກຄົນແບບນັ້ນ. ສະນັ້ນ, ບໍ່ວ່າແຜນການ ແລະ ເປົ້າໝາຍຂອງເຈົ້າຈະເປັນແນວໃດກໍຕາມ, ຖ້າໃນທີ່ສຸດແລ້ວ ເຈົ້າບໍ່ໄດ້ມາປະຕິບັດໜ້າທີ່ຂອງເຈົ້າຕາມຫຼັກການທີ່ພຣະເຈົ້າຮຽກຮ້ອງຢ່າງສຸດຫົວໃຈ, ສຸດຄວາມຄິດ ແລະ ສຸດກຳລັງຂອງເຈົ້າ, ບົນພື້ນຖານຂອງຂີດຄວາມສາມາດ, ພອນສະຫວັນ, ຄວາມສາມາດພິເສດ, ຄວາມເກັ່ງກາດ ແລະ ເງື່ອນໄຂຕິດຕົວອື່ນໆທີ່ພຣະເຈົ້າໄດ້ປະທານໃຫ້ເຈົ້າ, ແລ້ວພຣະເຈົ້າກໍຈະບໍ່ຈື່ຈຳໃນສິ່ງທີ່ເຈົ້າໄດ້ເຮັດ ແລະ ເຈົ້າກໍບໍ່ໄດ້ປະຕິບັດໜ້າທີ່ຂອງເຈົ້າ, ແຕ່ເຈົ້າກຳລັງເຮັດຄວາມຊົ່ວຮ້າຍ.
ພວກເຈົ້າເຂົ້າໃຈຫຼັກການຂອງການປະຕິບັດສຳລັບວິທີການປະຕິບັດຕໍ່ເງື່ອນໄຂຕິດຕົວຂອງພວກເຈົ້າຢ່າງຖືກຕ້ອງແລ້ວບໍ, ນັ້ນກໍຄື ເງື່ອນໄຂ, ຄຸນງາມຄວາມດີ ແລະ ຂໍ້ບົກຜ່ອງຂອງພວກເຈົ້າເອງ? (ແມ່ນແລ້ວ). ຂັ້ນຕອນທຳອິດແມ່ນຫຍັງ? ກ່ອນອື່ນໝົດ, ຈົ່ງນຳໃຊ້ພອນສະຫວັນ, ຄວາມສາມາດ ແລະ ຈຸດແຂງທີ່ຕິດຕົວ ແລະ ມີຢູ່ແລ້ວທີ່ພຣະເຈົ້າໄດ້ປະທານໃຫ້ເຈົ້າໃຫ້ເກີດປະໂຫຍດສູງສຸດ, ພ້ອມທັງທັກສະທາງດ້ານວິຊາການ ຫຼື ວິຊາຊີບທີ່ເຈົ້າສາມາດບັນລຸ ແລະ ເຮັດໃຫ້ສຳເລັດໄດ້ ແລະ ຢ່າກັກເກັບໄວ້. ຖ້າເຈົ້າໄດ້ເຮັດໃຫ້ພຣະເຈົ້າພໍໃຈໃນເລື່ອງສິ່ງເຫຼົ່ານີ້ທັງໝົດແລ້ວ ແລະ ເຈົ້າຮູ້ສຶກວ່າເຈົ້າຍັງສາມາດກ້າວໄປສູ່ລະດັບທີ່ສູງຂຶ້ນໄດ້ອີກ, ແລ້ວກໍຈົ່ງເບິ່ງວ່າທັກສະທາງດ້ານວິຊາການ ຫຼື ວິຊາຊີບໃດທີ່ເຈົ້າສາມາດເຮັດໃຫ້ດີຂຶ້ນ ຫຼື ສ້າງຄວາມກ້າວໜ້າໄດ້, ພາຍໃນຂອບເຂດທີ່ຂີດຄວາມສາມາດຂອງເຈົ້າສາມາດບັນລຸໄດ້. ເຈົ້າສາມາດສືບຕໍ່ຮຽນຮູ້ ແລະ ເຮັດໃຫ້ດີຂຶ້ນໂດຍອີງໃສ່ສິ່ງທີ່ເຈົ້າສາມາດບັນລຸໄດ້ດ້ວຍຂີດຄວາມສາມາດຂອງເຈົ້າເອງ. ສະນັ້ນ, ຄົນເຮົາຄວນປະຕິບັດການປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາກ່ຽວກັບວຽກງານຂອງພຣະເຈົ້າແນວໃດ? ກ່ອນອື່ນໝົດ, ເຈົ້າຕ້ອງເຂົ້າໃຈວ່າເງື່ອນໄຂຕິດຕົວຂອງເຈົ້າແມ່ນຫຍັງ, ພຣະເຈົ້າໄດ້ປະທານຫຍັງໃຫ້ເຈົ້າ, ເຈົ້າຄວນໃຊ້ສິ່ງເຫຼົ່ານີ້ແນວໃດ ແລະ ວິທີການປົດປ່ອຍສັກກາຍະພາບອັນເຕັມທີ່ຂອງສິ່ງເຫຼົ່ານັ້ນ ແລະ ນໍາໃຊ້ພວກມັນໃຫ້ເກີດປະໂຫຍດສູງສຸດ ແລະ ປ່ຽນພວກມັນໃຫ້ກາຍເປັນເງື່ອນໄຂພື້ນຖານ, ແທນທີ່ຈະເປັນອຸປະສັກ, ສຳລັບການທີ່ເຈົ້າຈະມາປະຕິບັດໜ້າທີ່ຂອງເຈົ້າຢ່າງອຸທິດຕົນ. ຈົ່ງເຂົ້າໃຈຈຸດແຂງຂອງເຈົ້າເອງ ແລະ ປ່ອຍໃຫ້ພວກມັນໄດ້ສະແດງອອກມາ. ຈົ່ງເຂົ້າໃຈຈຸດອ່ອນ ແລະ ຂໍ້ບົກຜ່ອງຂອງເຈົ້າເອງ ແລະ ຖ້າເຈົ້າສາມາດປ່ຽນແປງພວກມັນໄດ້ພາຍໃນໄລຍະເວລາສັ້ນໆ, ກໍຈົ່ງເຮັດ; ຖ້າພວກມັນຍາກທີ່ຈະປ່ຽນແປງ, ກໍຢ່າປ່ອຍໃຫ້ພວກມັນກາຍເປັນສິ່ງກີດຂວາງ ຫຼື ອຸປະສັກໃນຂະບວນການປະຕິບັດໜ້າທີ່ຂອງເຈົ້າ, ຢ່າຖືກບີບຄັ້ນ ຫຼື ໄດ້ຮັບອິດທິພົນຈາກພວກມັນ ແລະ ຢ່າຖືກຜູກມັດ ຫຼື ຖືກມັດມືມັດຕີນໂດຍພວກມັນ. ຕົວຢ່າງ: ສົມມຸດວ່າເຈົ້າເກີດມາພ້ອມກັບສຸຂະພາບທີ່ບໍ່ດີ ແລະ ຮ່າງກາຍທີ່ອ່ອນແອ ແລະ ເຈົ້າຢາກເອົາຊະນະສິ່ງນີ້ຢູ່ສະເໝີ ແລະ ຕ້ອງການທີ່ຈະສາມາດກິນ, ດື່ມ ແລະ ນອນເດິກໄດ້ຄືກັບຄົນປົກກະຕິ, ແຕ່ພຣະເຈົ້າບໍ່ໄດ້ປະທານຕົ້ນທຶນນັ້ນໃຫ້ກັບເຈົ້າ. ແລ້ວເຈົ້າກໍຄວນຈັດການກັບແຕ່ລະມື້ໂດຍອີງໃສ່ເງື່ອນໄຂຂອງເຈົ້າເອງ ແລະ ເຮັດສິ່ງຕ່າງໆຕາມຫຼັກການທີ່ພຣະເຈົ້າໄດ້ຮຽກຮ້ອງ. ຢ່າທ້າທາຍຕົນເອງ ແລະ ຢ່າປ່ອຍໃຫ້ຈຸດອ່ອນ ແລະ ຂໍ້ບົກຜ່ອງຂອງເຈົ້າເອງກາຍເປັນສິ່ງກີດຂວາງ ແລະ ອຸປະສັກໃນເສັ້ນທາງທີ່ເຈົ້າຕິດຕາມພຣະເຈົ້າ, ການປະຕິບັດໜ້າທີ່ຂອງເຈົ້າ ແລະ ການໄລ່ຕາມເສາະຫາຄວາມຈິງ; ຢ່າປ່ອຍໃຫ້ພວກມັນກາຍເປັນສິ່ງກະຕຸ້ນໃຫ້ເຈົ້າກາຍເປັນຄົນຄິດລົບ ແລະ ຍິ່ງໄປກວ່ານັ້ນ ຢ່າຍອມແພ້ຕໍ່ການໄລ່ຕາມເສາະຫາຄວາມຈິງ ຫຼື ການປະຕິບັດໜ້າທີ່ຂອງເຈົ້າ ຫຼື ຮູ້ສຶກອິດສາ ແລະ ກຽດຊັງຄົນອື່ນພຽງເພາະວ່າເຈົ້າມີຂໍ້ບົກຜ່ອງ, ຈຸດອ່ອນ ແລະ ຄວາມບໍ່ພຽງພໍບາງຢ່າງ, ມັນບໍ່ຄວນມີສິ່ງເຫຼົ່ານີ້ເລີຍ. ເຈົ້າຕ້ອງປະຕິບັດຕໍ່ຈຸດອ່ອນ ແລະ ຂໍ້ບົກຜ່ອງຂອງເຈົ້າເອງຢ່າງຖືກຕ້ອງ; ຖ້າເຈົ້າບໍ່ສາມາດປ່ຽນແປງພວກມັນໄດ້, ເຈົ້າກໍຄວນອະນຸຍາດໃຫ້ພວກມັນມີຢູ່ ແລະ ຈາກນັ້ນກໍສະແຫວງຫາຄວາມຈິງເພື່ອເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ສາມາດປະຕິບັດຕໍ່ພວກມັນຢ່າງຖືກຕ້ອງ ແລະ ບໍ່ຖືກບີບຄັ້ນໂດຍພວກມັນ. ເປັນຫຍັງເຈົ້າຈຶ່ງຕ້ອງເຮັດແບບນັ້ນ? ນີ້ຄືເຫດຜົນທີ່ຄວາມເປັນມະນຸດທີ່ປົກກະຕິຄວນມີ. ຖ້າເຫດຜົນແຫ່ງຄວາມເປັນມະນຸດຂອງເຈົ້າເປັນປົກກະຕິ, ເຈົ້າກໍຄວນປະເຊີນໜ້າກັບຈຸດອ່ອນ ແລະ ຂໍ້ບົກຜ່ອງຂອງເຈົ້າໃນລັກສະນະທີ່ຖືກຕ້ອງ; ເຈົ້າຄວນຮັບຮູ້ ແລະ ຍອມຮັບພວກມັນ. ສິ່ງນີ້ເປັນປະໂຫຍດສຳລັບເຈົ້າ. ການຍອມຮັບສິ່ງເຫຼົ່ານັ້ນບໍ່ໄດ້ໝາຍຄວາມວ່າຖືກບີບຄັ້ນໂດຍພວກມັນ ແລະ ມັນບໍ່ໄດ້ໝາຍຄວາມວ່າມັກຈະກາຍເປັນຄົນຄິດລົບຍ້ອນພວກມັນ, ແຕ່ມັນໝາຍເຖິງການບໍ່ຖືກບີບຄັ້ນໂດຍພວກມັນ, ໂດຍຮັບຮູ້ວ່າເຈົ້າເປັນພຽງສະມາຊິກທຳມະດາຄົນໜຶ່ງຂອງມະນຸດຊາດທີ່ເສື່ອມຊາມ, ພ້ອມກັບຈຸດອ່ອນ ແລະ ຂໍ້ບົກຜ່ອງຂອງເຈົ້າເອງ, ໂດຍບໍ່ມີຫຍັງທີ່ຈະໂອ້ອວດ, ນັ້ນຄືການທີ່ພຣະເຈົ້າເປັນຜູ້ຍົກຍ້ອງຜູ້ຄົນໃຫ້ມາປະຕິບັດໜ້າທີ່ຂອງພວກເຂົາ ແລະ ການທີ່ພຣະເຈົ້າຕັ້ງໃຈຈະຊຶມຊັບພຣະທຳ ແລະ ຊີວິດຂອງພຣະອົງເຂົ້າໃນພວກເຂົາ, ເພື່ອເຮັດໃຫ້ພວກເຂົາສາມາດບັນລຸຄວາມລອດພົ້ນ ແລະ ຫຼຸດພົ້ນຈາກອິດທິພົນຂອງຊາຕານ, ສິ່ງນີ້ຄືການທີ່ພຣະເຈົ້າຍົກຍ້ອງຜູ້ຄົນຢ່າງແທ້ຈິງ. ທຸກຄົນມີຈຸດອ່ອນ ແລະ ຂໍ້ບົກຜ່ອງ. ເຈົ້າຄວນປ່ອຍໃຫ້ຈຸດອ່ອນ ແລະ ຂໍ້ບົກຜ່ອງຂອງເຈົ້າຢູ່ຮ່ວມກັບຕົວເຈົ້າເອງ; ຢ່າຫຼີກລ່ຽງພວກມັນ ຫຼື ປົກປິດພວກມັນໄວ້ ແລະ ຢ່າມັກທີ່ຈະຮູ້ສຶກຖືກກົດດັນຢູ່ພາຍໃນ ຫຼື ເຖິງກັບຮູ້ສຶກຕໍ່າຕ້ອຍຢູ່ສະເໝີຍ້ອນພວກມັນ. ເຈົ້າບໍ່ໄດ້ຕໍ່າຕ້ອຍ; ຖ້າເຈົ້າສາມາດປະຕິບັດໜ້າທີ່ຂອງເຈົ້າຢ່າງສຸດຫົວໃຈ, ສຸດກຳລັງ ແລະ ສຸດຄວາມຄິດຂອງເຈົ້າ, ຈົນສຸດຄວາມສາມາດຂອງເຈົ້າ ແລະ ເຈົ້າມີຫົວໃຈທີ່ຈິງໃຈ, ແລ້ວເຈົ້າກໍມີຄ່າດັ່ງຄຳຕໍ່ໜ້າພຣະເຈົ້າ. ຖ້າເຈົ້າບໍ່ສາມາດຈ່າຍລາຄາ ແລະ ຂາດຄວາມຈົງຮັກພັກດີໃນການປະຕິບັດໜ້າທີ່ຂອງເຈົ້າ, ແລ້ວເຖິງແມ່ນວ່າເງື່ອນໄຂຕິດຕົວຂອງເຈົ້າຈະດີກວ່າຄົນທົ່ວໄປກໍຕາມ, ເຈົ້າກໍບໍ່ມີຄ່າຕໍ່ໜ້າພຣະເຈົ້າ, ເຈົ້າບໍ່ຄູ່ຄວນແມ່ນແຕ່ເທົ່າກັບເມັດຊາຍຊໍ້າ. ພວກເຈົ້າເຂົ້າໃຈແລ້ວແມ່ນບໍ? (ແມ່ນແລ້ວ). ບໍ່ວ່າຈະເປັນຮູບຮ່າງໜ້າຕາຕາມທຳມະຊາດຂອງເຈົ້າ, ຂີດຄວາມສາມາດ ແລະ ຄວາມສາມາດພິເສດຕາມທຳມະຊາດຂອງເຈົ້າ ຫຼື ຂໍ້ບົກຜ່ອງ ແລະ ຄວາມບໍ່ພຽງພໍໃນບາງດ້ານຂອງຄວາມເປັນມະນຸດຂອງເຈົ້າກໍຕາມ, ຢ່າປ່ອຍໃຫ້ມັນມາບີບຄັ້ນເຈົ້າ ແລະ ສົ່ງຜົນກະທົບຕໍ່ຄວາມຈົງຮັກພັກດີ ແລະ ການອ່ອນນ້ອມຂອງເຈົ້າຕໍ່ພຣະເຈົ້າ, ຢ່າປ່ອຍໃຫ້ມັນສົ່ງຜົນກະທົບຕໍ່ການໄລ່ຕາມເສາະຫາຄວາມຈິງຂອງເຈົ້າ ແລະ ແນ່ນອນວ່າ ຍິ່ງໄປກວ່ານັ້ນ ຢ່າປ່ອຍໃຫ້ມັນສົ່ງຜົນກະທົບຕໍ່ເລື່ອງທີ່ຍິ່ງໃຫຍ່ແຫ່ງຄວາມລອດພົ້ນຂອງເຈົ້າ. ເຈົ້າຄວນປະຕິບັດຕໍ່ຂໍ້ບົກຜ່ອງ ແລະ ຄວາມບໍ່ພຽງພໍຂອງເຈົ້າຢ່າງຖືກຕ້ອງ ແລະ ປ່ອຍໃຫ້ພວກມັນຢູ່ຮ່ວມກັບເຈົ້າ, ເຊິ່ງໝາຍຄວາມວ່າ ເຈົ້າບໍ່ຄວນພະຍາຍາມປ່ຽນແປງພວກມັນອີກຕໍ່ໄປ, ເພາະວ່າພວກມັນຈະບໍ່ສົ່ງຜົນກະທົບແມ່ນແຕ່ໜ້ອຍດຽວຕໍ່ການປະຕິບັດໜ້າທີ່ຂອງເຈົ້າຢ່າງສຸດຫົວໃຈ, ສຸດຄວາມຄິດ ແລະ ສຸດກຳລັງ ແລະ ແນ່ນອນວ່າ ພວກມັນກໍຈະບໍ່ສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງເຈົ້າຕາມຫຼັກການເຊັ່ນກັນ ແລະ ຍິ່ງໄປກວ່ານັ້ນ ພວກມັນກໍຈະບໍ່ສົ່ງຜົນກະທົບຕໍ່ການໄລ່ຕາມເສາະຫາຄວາມຈິງຕະຫຼອດຊີວິດຂອງເຈົ້າໃນຄວາມເຊື່ອໃນພຣະເຈົ້າຂອງເຈົ້າ ຫຼື ສົ່ງຜົນກະທົບຕໍ່ວິທີທີ່ເຈົ້າເບິ່ງຜູ້ຄົນ ຫຼື ສິ່ງຕ່າງໆ ແລະ ວິທີທີ່ເຈົ້າປະພຶດຕົນ ແລະ ກະທຳໃນຂະບວນການໄລ່ຕາມເສາະຫາຄວາມຈິງ. ແນ່ນອນວ່າ ເຈົ້າບໍ່ຄວນສ້າງຂໍ້ຮຽກຮ້ອງກັບຕົວເຈົ້າເອງຢູ່ສະເໝີ ໂດຍຄິດວ່າ “ຢ່າສະແດງຈຸດອ່ອນນີ້ອອກມາ, ຢ່າໃຫ້ຄົນອື່ນເຫັນຂໍ້ບົກຜ່ອງຂອງຂ້ານ້ອຍ ແລະ ຢ່າໃຫ້ຄົນອື່ນດູຖູກຂ້ານ້ອຍ!” ຖ້າເຈົ້າເຮັດແບບນັ້ນ, ແລ້ວເຈົ້າກໍຈະດຳລົງຊີວິດຢູ່ຢ່າງອິດເມື່ອຍຫຼາຍ. ຖ້າເຈົ້າປ່ອຍໃຫ້ຂໍ້ບົກຜ່ອງ ແລະ ຈຸດອ່ອນຂອງເຈົ້າຢູ່ຮ່ວມກັບເຈົ້າ, ແລ້ວກໍຈົ່ງປ່ອຍໃຫ້ພວກມັນມີຢູ່ ແລະ ເຖິງແມ່ນວ່າຄົນອື່ນຈະເຫັນຂໍ້ບົກຜ່ອງຂອງເຈົ້າກໍຕາມ, ສິ່ງນີ້ກໍອາດຈະເປັນປະໂຫຍດຕໍ່ເຈົ້າ ແລະ ຍັງເປັນການປົກປ້ອງ, ເຊິ່ງຈະປ້ອງກັນບໍ່ໃຫ້ເຈົ້າກາຍເປັນຄົນອວດດີ ແລະ ທະນົງຕົວ. ແນ່ນອນວ່າ ສຳລັບຫຼາຍໆຄົນແລ້ວ ມັນຕ້ອງໃຊ້ຄວາມກ້າຫານສຳລັບພວກເຂົາທີ່ຈະເປີດເຜີຍຂໍ້ບົກຜ່ອງ ແລະ ຈຸດອ່ອນຂອງພວກເຂົາເອງ. ບາງຄົນເວົ້າວ່າ “ທຸກຄົນລ້ວນແຕ່ເປີດເຜີຍຈຸດແຂງ ແລະ ຂໍ້ດີຂອງຕົນເອງ. ໃຜຈະຕັ້ງໃຈເປີດເຜີຍຈຸດອ່ອນ ແລະ ຂໍ້ບົກຜ່ອງຂອງຕົນເອງ?” ມັນບໍ່ແມ່ນວ່າເຈົ້າຕັ້ງໃຈເປີດເຜີຍພວກມັນ, ແຕ່ເຈົ້າປ່ອຍໃຫ້ພວກມັນຖືກເປີດເຜີຍ. ຕົວຢ່າງ: ຖ້າເຈົ້າເປັນຄົນຂີ້ຢ້ານ ແລະ ມັກຈະຮູ້ສຶກວິຕົກກັງວົນເມື່ອເວົ້າໃນເວລາທີ່ມີຄົນຢູ່ອ້ອມຂ້າງຫຼາຍ, ເຈົ້າກໍສາມາດເປັນຝ່າຍເລີ່ມຕົ້ນບອກຄົນອື່ນວ່າ “ຂ້ອຍວິຕົກກັງວົນໄດ້ງ່າຍໃນເວລາທີ່ເວົ້າ; ຂ້ອຍພຽງແຕ່ຂໍໃຫ້ທຸກຄົນເຂົ້າໃຈ ແລະ ຢ່າຈັບຜິດຂ້ອຍ”. ເຈົ້າເປັນຝ່າຍເລີ່ມຕົ້ນເປີດເຜີຍຂໍ້ບົກຜ່ອງ ແລະ ຈຸດອ່ອນຂອງເຈົ້າໃຫ້ທຸກຄົນຮູ້, ເພື່ອໃຫ້ພວກເຂົາສາມາດເຂົ້າໃຈ ແລະ ອົດທົນຕໍ່ເຈົ້າ ແລະ ເພື່ອໃຫ້ທຸກຄົນໄດ້ຮູ້ຈັກເຈົ້າ. ຍິ່ງທຸກຄົນຮູ້ຈັກເຈົ້າຫຼາຍເທົ່າໃດ, ເຈົ້າກໍຈະຍິ່ງສະບາຍໃຈຫຼາຍຂຶ້ນເທົ່ານັ້ນ ແລະ ເຈົ້າກໍຈະຖືກບີບຄັ້ນໂດຍຂໍ້ບົກຜ່ອງ ແລະ ຈຸດອ່ອນຂອງເຈົ້າໜ້ອຍລົງ. ສິ່ງນີ້ຈະເປັນປະໂຫຍດ ແລະ ຊ່ວຍເຫຼືອເຈົ້າໄດ້ຢ່າງແທ້ຈິງ. ການປົກປິດຂໍ້ບົກຜ່ອງ ແລະ ຈຸດອ່ອນຂອງເຈົ້າຢູ່ສະເໝີເປັນການພິສູດວ່າເຈົ້າບໍ່ຕ້ອງການຢູ່ຮ່ວມກັບພວກມັນ. ຖ້າເຈົ້າອະນຸຍາດໃຫ້ພວກມັນຢູ່ຮ່ວມກັບເຈົ້າ, ເຈົ້າກໍຕ້ອງເປີດເຜີຍພວກມັນ; ຢ່າຮູ້ສຶກລະອາຍ ຫຼື ທໍ້ແທ້ ແລະ ຢ່າຮູ້ສຶກຕໍ່າຕ້ອຍກວ່າຄົນອື່ນ ຫຼື ຄິດວ່າເຈົ້າບໍ່ເກັ່ງ ແລະ ບໍ່ມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ. ຕາບໃດທີ່ເຈົ້າສາມາດໄລ່ຕາມເສາະຫາຄວາມຈິງ ແລະ ເຈົ້າສາມາດປະຕິບັດໜ້າທີ່ຂອງເຈົ້າຢ່າງສຸດຫົວໃຈ, ສຸດກຳລັງ ແລະ ສຸດຄວາມຄິດຂອງເຈົ້າຕາມຫຼັກການ ແລະ ຫົວໃຈຂອງເຈົ້າກໍມີຄວາມຈິງໃຈ ແລະ ເຈົ້າບໍ່ໄດ້ເຮັດພໍແລ້ວມືແລ້ວຕີນຕໍ່ພຣະເຈົ້າ, ແລ້ວເຈົ້າກໍມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ. ຖ້າມີຄົນເວົ້າວ່າ “ເບິ່ງແມວ່າເຈົ້າໄຮ້ປະໂຫຍດ ແລະ ຂີ້ຢ້ານສໍ່າໃດ. ເຈົ້າວິຕົກກັງວົນຫຼາຍພຽງແຕ່ເວົ້າສອງສາມຄຳ ແລະ ໜ້າຂອງເຈົ້າກໍແດງໄປໝົດ”, ແລ້ວເຈົ້າກໍຄວນເວົ້າວ່າ “ຂ້ອຍມີຂີດຄວາມສາມາດຕໍ່າ ແລະ ຂ້ອຍເວົ້າບໍ່ເກັ່ງ. ຖ້າພວກເຈົ້າໃຫ້ກຳລັງໃຈຂ້ອຍ, ແລ້ວຂ້ອຍກໍຈະມີຄວາມກ້າຫານທີ່ຈະຝຶກເວົ້າ”. ຢ່າຄິດວ່າເຈົ້າບໍ່ເກັ່ງ ຫຼື ຄິດວ່າເຈົ້າເປັນສິ່ງທີ່ໜ້າອັບອາຍ. ໃນເມື່ອເຈົ້າຮູ້ວ່າສິ່ງເຫຼົ່ານີ້ຄືຂໍ້ບົກຜ່ອງ ແລະ ບັນຫາກ່ຽວກັບຄວາມເປັນມະນຸດຂອງເຈົ້າ, ເຈົ້າກໍຄວນປະເຊີນໜ້າກັບພວກມັນ ແລະ ຍອມຮັບພວກມັນ. ຢ່າໄດ້ຮັບຜົນກະທົບໃນທາງໃດກໍຕາມຍ້ອນພວກມັນ. ສຳລັບເລື່ອງທີ່ວ່າຂໍ້ບົກຜ່ອງ ແລະ ຈຸດອ່ອນເຫຼົ່ານີ້ຈະປ່ຽນແປງເມື່ອໃດນັ້ນ, ຢ່າໄປກັງວົນກັບມັນ. ພຽງແຕ່ເນັ້ນໃສ່ການດຳລົງຊີວິດ ແລະ ການປະຕິບັດໜ້າທີ່ຂອງເຈົ້າໂດຍປົກກະຕິດ້ວຍວິທີນີ້. ເຈົ້າພຽງແຕ່ຕ້ອງຈື່ໄວ້ວ່າ: ຂໍ້ບົກຜ່ອງ ແລະ ຈຸດອ່ອນໃນຄວາມເປັນມະນຸດເຫຼົ່ານີ້ບໍ່ແມ່ນສິ່ງລົບໆ ຫຼື ອຸປະນິໄສທີ່ເສື່ອມຊາມ ແລະ ຕາບໃດທີ່ພວກມັນບໍ່ແມ່ນອຸປະນິໄສທີ່ເສື່ອມຊາມ, ພວກມັນກໍຈະບໍ່ສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງເຈົ້າ ຫຼື ການໄລ່ຕາມເສາະຫາຄວາມຈິງຂອງເຈົ້າ ແລະ ຍິ່ງໄປກວ່ານັ້ນ ພວກມັນກໍຈະບໍ່ສົ່ງຜົນກະທົບຕໍ່ການໄດ້ຮັບຄວາມລອດພົ້ນຂອງເຈົ້າ; ແນ່ນອນວ່າ ສິ່ງທີ່ສຳຄັນກວ່ານັ້ນກໍຄື ພວກມັນຈະບໍ່ສົ່ງຜົນກະທົບຕໍ່ວິທີທີ່ພຣະເຈົ້າເບິ່ງເຈົ້າ. ສິ່ງນັ້ນບໍ່ໄດ້ເຮັດໃຫ້ເຈົ້າສະບາຍໃຈຂຶ້ນບໍ? (ແມ່ນແລ້ວ). ຖ້າເຈົ້າຍັງຄົງກັງວົນກ່ຽວກັບການຖືກຄົນອື່ນດູຖູກ, ນັ້ນກໍເປັນບັນຫາກ່ຽວກັບອຸປະນິໄສທີ່ອວດດີຂອງເຈົ້າ ແລະ ເຈົ້າຕ້ອງແກ້ໄຂອຸປະນິໄສທີ່ອວດດີນີ້. ນີ້ຄືເສັ້ນທາງແຫ່ງການປະຕິບັດສຳລັບການປະຕິບັດຕໍ່ຂໍ້ບົກຜ່ອງ ແລະ ຈຸດອ່ອນຂອງເຈົ້າເອງຢ່າງຖືກຕ້ອງ. ການປະຕິບັດດ້ວຍວິທີນີ້ບໍ່ໄດ້ເຮັດໃຫ້ເຈົ້າປ່ອຍວາງສິ່ງເຫຼົ່ານີ້ໄດ້ງ່າຍຂຶ້ນ ແລະ ບໍ່ຖືກບີບຄັ້ນໂດຍພວກມັນອີກຕໍ່ໄປບໍ? (ແມ່ນແລ້ວ).
ການປະຕິບັດໜ້າທີ່ຕາມປົກກະຕິຂອງຄົນໃດໜຶ່ງ ແລະ ຂໍ້ບົກຜ່ອງ ແລະ ຈຸດອ່ອນໃນຄວາມເປັນມະນຸດຂອງພວກເຂົາຈະມີຜົນກະທົບຕໍ່ກັນບໍ? (ຜ່ານການໂອ້ລົມຂອງພຣະເຈົ້າ, ຕອນນີ້ຂ້ານ້ອຍເຂົ້າໃຈແລ້ວວ່າ ຂໍ້ບົກຜ່ອງ ແລະ ຈຸດອ່ອນໃນຄວາມເປັນມະນຸດບໍ່ແມ່ນອຸປະນິໄສທີ່ເສື່ອມຊາມ ແລະ ພວກມັນຈະບໍ່ສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຕາມປົກກະຕິຂອງຜູ້ຄົນ. ຕາບໃດທີ່ຜູ້ຄົນປະຕິບັດໜ້າທີ່ຂອງພວກເຂົາຕາມຫຼັກການຄວາມຈິງ, ພວກເຂົາກໍຈະໄດ້ຮັບຜົນທີ່ດີ. ສຳລັບຂໍ້ບົກຜ່ອງ ແລະ ຄວາມບໍ່ພຽງພໍໃນຄວາມເປັນມະນຸດ, ຖ້າພວກເຮົາສາມາດເອົາຊະນະພວກມັນໄດ້, ແລ້ວພວກເຮົາກໍສາມາດເຮັດໄດ້. ຖ້າພວກເຮົາບໍ່ສາມາດເອົາຊະນະພວກມັນໄດ້ໃນໄລຍະເວລາສັ້ນໆ, ແລ້ວພວກເຮົາກໍຄວນອະນຸຍາດໃຫ້ພວກມັນມີຢູ່ ແລະ ສາມາດປະຕິບັດຕໍ່ພວກມັນຢ່າງຖືກຕ້ອງ). ຖ້າເຈົ້າມີລະດັບການສຶກສາຕໍ່າ, ແຕ່ເຈົ້າຈຳເປັນຕ້ອງໃຊ້ຄວາມຮູ້ທາງວິຊາການໃນໜ້າທີ່ຂອງເຈົ້າ, ນີ້ບໍ່ແມ່ນຄວາມບົກຜ່ອງປະເພດໜຶ່ງບໍ? (ແມ່ນແລ້ວ). ແລ້ວຄວາມຫຍຸ້ງຍາກນີ້ສາມາດແກ້ໄຂໄດ້ແນວໃດ? (ຂ້ານ້ອຍສາມາດປະຕິບັດໜ້າທີ່ທີ່ເໝາະສົມກັບຂ້ານ້ອຍແທນ ໂດຍອີງໃສ່ລະດັບການສຶກສາຂອງຂ້ານ້ອຍ ຫຼື ຖ້າໜ້າທີ່ນີ້ເໝາະສົມກັບຂ້ານ້ອຍ, ແຕ່ມັນຮຽກຮ້ອງໃຫ້ມີຄວາມຮູ້ທາງວິຊາການໃນລະດັບໜຶ່ງ, ຂ້ານ້ອຍກໍສາມາດຊອກຫາອ້າຍເອື້ອຍນ້ອງທີ່ມີການສຶກສາບາງຄົນມາຮ່ວມມືກັບຂ້ານ້ອຍ, ພວກເຮົາສາມາດໃຊ້ຈຸດແຂງຂອງກັນເອງເພື່ອຊົດເຊີຍຈຸດອ່ອນຂອງພວກເຮົາ ແລະ ເຮັດໜ້າທີ່ນີ້ໃຫ້ສຳເລັດໄປນຳກັນ). ຄວາມຈິງສາມາດຊົດເຊີຍລະດັບການສຶກສາທີ່ຕໍ່າໄດ້ບໍ? (ໄດ້, ເພາະວ່າເມື່ອຄົນໃດໜຶ່ງມີຄວາມຈິງ, ລາວກໍສາມາດເບິ່ງທະລຸສິ່ງຕ່າງໆໄດ້). ການສຶກສາແມ່ນບາງສິ່ງທີ່ຢູ່ໃນລະດັບຂອງຄວາມຮູ້. ບໍ່ວ່າເຈົ້າຈະມີຄວາມຮູ້ຫຼາຍປານໃດກໍຕາມ, ຖ້າເຈົ້າບໍ່ເຂົ້າໃຈຄວາມຈິງ, ແລ້ວເມື່ອເຈົ້າເວົ້າ ຫຼື ຂຽນບົດຄວາມ, ເຈົ້າກໍຈະສາມາດໃຊ້ໄວຍາກອນທີ່ຖືກຕ້ອງໄດ້ເທົ່ານັ້ນ, ເຈົ້າຈະບໍ່ສາມາດອະທິບາຍໄດ້ຢ່າງຊັດເຈນ ຫຼື ແກ້ໄຂບັນຫາທີ່ກ່ຽວຂ້ອງກັບຄວາມຈິງໄດ້. ສະນັ້ນ, ການສຶກສາຈຶ່ງບໍ່ສຳຄັນ; ຄວາມຈິງສຳຄັນກວ່າການສຶກສາ. ແນ່ນອນວ່າ ຖ້າເຈົ້າບໍ່ມີພື້ນຖານທາງການສຶກສາ ແລະ ຖ້າໜ້າທີ່ທີ່ເຈົ້າເຮັດກ່ຽວຂ້ອງກັບຄວາມຮູ້ທາງວິຊາການ, ເຈົ້າກໍຈະບໍ່ເກັ່ງໃນການເຮັດໜ້າທີ່ນັ້ນ. ເຖິງຢ່າງໃດກໍຕາມ, ຖ້າເຈົ້າເຂົ້າໃຈຄວາມຈິງ, ເຈົ້າກໍສາມາດນຳພາຄົນອື່ນໄດ້, ເຈົ້າສາມາດດຳເນີນການກວດສອບໃນແງ່ຂອງຫຼັກການຄວາມຈິງໄດ້. ຖ້າເຈົ້າມີລະດັບການສຶກສາຕໍ່າ ແລະ ຂາດຄວາມສາມາດໃນການສະແດງອອກ ແລະ ເຈົ້າຕ້ອງການເທດສະໜາ ຫຼື ໂອ້ລົມກ່ຽວກັບຄວາມຈິງ, ເຈົ້າກໍສາມາດຊອກຫາຄົນທີ່ມີການສຶກສາມາຊ່ວຍເຈົ້າຮຽນຮຽງບົດຮ່າງຂອງເຈົ້າໄດ້. ແລ້ວມັນກໍຈະງ່າຍສຳລັບເຈົ້າທີ່ຈະບັນລຸຜົນເມື່ອເຈົ້າໂອ້ລົມ ຫຼື ເທດສະໜາ. ເຖິງຢ່າງໃດກໍຕາມ, ຢ່າງໜ້ອຍທີ່ສຸດ ເຈົ້າຕ້ອງເຂົ້າໃຈຄວາມຈິງ. ຖ້າເຈົ້າບໍ່ເຂົ້າໃຈຄວາມຈິງ ແລະ ເຈົ້າຍັງບໍ່ມີການສຶກສາອີກ, ເຈົ້າກໍຈະບໍ່ສາມາດປະຕິບັດໜ້າທີ່ທີ່ກ່ຽວຂ້ອງກັບຄວາມຮູ້ທາງວິຊາການໄດ້, ສະນັ້ນ ເຈົ້າຈຶ່ງຄວນປະຕິບັດໜ້າທີ່ທີ່ເໝາະສົມກັບລະດັບການສຶກສາຂອງເຈົ້າ. ສິ່ງນີ້ບໍ່ໄດ້ແກ້ໄຂບັນຫາບໍ? (ແມ່ນແລ້ວ). ສະນັ້ນ, ການໄລ່ຕາມເສາະຫາຄວາມຈິງຈຶ່ງເປັນສິ່ງທີ່ສຳຄັນທີ່ສຸດ, ບໍ່ວ່າເຈົ້າຈະເບິ່ງຈາກມຸມມອງໃດກໍຕາມ. ເຈົ້າສາມາດຫຼີກລ່ຽງຈຸດອ່ອນ ແລະ ຂໍ້ບົກຜ່ອງແຫ່ງຄວາມເປັນມະນຸດໄດ້, ແຕ່ເຈົ້າບໍ່ມີທາງຫຼີກລ່ຽງເສັ້ນທາງແຫ່ງການໄລ່ຕາມເສາະຫາຄວາມຈິງໄດ້ຢ່າງເດັດຂາດ. ບໍ່ວ່າຄວາມເປັນມະນຸດຂອງເຈົ້າຈະສົມບູນ ຫຼື ສູງສົ່ງສໍ່າໃດກໍຕາມ ຫຼື ບໍ່ວ່າເຈົ້າອາດຈະມີຂໍ້ບົກຜ່ອງ ແລະ ຈຸດອ່ອນໜ້ອຍກວ່າ ແລະ ມີຈຸດແຂງຫຼາຍກວ່າຄົນອື່ນກໍຕາມ, ສິ່ງນີ້ກໍບໍ່ໄດ້ສະແດງວ່າເຈົ້າເຂົ້າໃຈຄວາມຈິງ ແລະ ມັນບໍ່ສາມາດທົດແທນການໄລ່ຕາມເສາະຫາຄວາມຈິງຂອງເຈົ້າໄດ້. ໃນທາງກົງກັນຂ້າມ, ຖ້າເຈົ້າໄລ່ຕາມເສາະຫາຄວາມຈິງ, ເຂົ້າໃຈຄວາມຈິງຫຼາຍຢ່າງ ແລະ ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ສຳພັນກັບຊີວິດຈິງພຽງພໍກ່ຽວກັບມັນ, ສິ່ງນີ້ກໍຈະຊົດເຊີຍຈຸດອ່ອນ ແລະ ບັນຫາຫຼາຍຢ່າງໃນຄວາມເປັນມະນຸດຂອງເຈົ້າ. ຕົວຢ່າງ: ສົມມຸດວ່າເຈົ້າເປັນຄົນຂີ້ຢ້ານ ແລະ ເກັບຕົວ, ເຈົ້າເວົ້າກະຕຸກກະຕັກ ແລະ ເຈົ້າມີການສຶກສາບໍ່ສູງປານໃດ, ນັ້ນກໍຄື ເຈົ້າມີຈຸດອ່ອນ ແລະ ຄວາມບໍ່ພຽງພໍຫຼາຍຢ່າງ, ແຕ່ເຈົ້າມີປະສົບການທີ່ສຳພັນກັບຊີວິດຈິງ ແລະ ເຖິງແມ່ນວ່າເຈົ້າຈະເວົ້າກະຕຸກກະຕັກເມື່ອເຈົ້າເວົ້າກໍຕາມ, ເຈົ້າກໍສາມາດໂອ້ລົມຄວາມຈິງໄດ້ຢ່າງຊັດເຈນ ແລະ ການໂອ້ລົມນີ້ກໍເສີມສ້າງທຸກຄົນເມື່ອພວກເຂົາໄດ້ຍິນມັນ, ແກ້ໄຂບັນຫາຕ່າງໆ, ເຮັດໃຫ້ຜູ້ຄົນສາມາດຫຼຸດພົ້ນຈາກຄວາມຄິດລົບ ແລະ ກຳຈັດການຈົ່ມວ່າ ແລະ ຄວາມເຂົ້າໃຈຜິດຂອງພວກເຂົາກ່ຽວກັບພຣະເຈົ້າ. ເຫັນບໍ, ເຖິງແມ່ນວ່າເຈົ້າຈະເວົ້າຕິດຂັດກໍຕາມ, ຄຳເວົ້າເຫຼົ່ານັ້ນກໍສາມາດແກ້ໄຂບັນຫາໄດ້, ຄຳເວົ້າເຫຼົ່ານີ້ສຳຄັນຫຼາຍສໍ່າໃດ! ເມື່ອຄົນນອກໄດ້ຍິນຄຳເວົ້າເຫຼົ່ານັ້ນ, ພວກເຂົາກໍເວົ້າວ່າເຈົ້າເປັນຄົນທີ່ບໍ່ມີການສຶກສາ ແລະ ເຈົ້າບໍ່ໄດ້ປະຕິບັດຕາມຫຼັກໄວຍາກອນເມື່ອເຈົ້າເວົ້າ ແລະ ບາງຄັ້ງຄຳສັບທີ່ເຈົ້າໃຊ້ກໍບໍ່ເໝາະສົມປານໃດເຊັ່ນກັນ. ມັນອາດຈະເປັນໄປໄດ້ວ່າເຈົ້າໃຊ້ພາສາທ້ອງຖິ່ນ ຫຼື ພາສາປະຈຳວັນ ແລະ ຄຳເວົ້າຂອງເຈົ້າຂາດລະດັບ ແລະ ຮູບແບບຂອງຄົນທີ່ມີການສຶກສາສູງເຊິ່ງເວົ້າໄດ້ຢ່າງຄ່ອງແຄ້ວຫຼາຍ. ເຖິງຢ່າງໃດກໍຕາມ, ການໂອ້ລົມຂອງເຈົ້າມີຄວາມເປັນຈິງຄວາມຈິງ, ມັນສາມາດແກ້ໄຂຄວາມຫຍຸ້ງຍາກຂອງຜູ້ຄົນໄດ້ ແລະ ຫຼັງຈາກທີ່ຜູ້ຄົນໄດ້ຍິນມັນ, ເມກດຳທັງໝົດທີ່ຢູ່ອ້ອມຕົວພວກເຂົາກໍຫາຍໄປ ແລະ ບັນຫາທັງໝົດຂອງພວກເຂົາກໍຖືກແກ້ໄຂ. ເຈົ້າເຫັນບໍ, ການເຂົ້າໃຈຄວາມຈິງບໍ່ສຳຄັນບໍ? (ແມ່ນແລ້ວ). ສົມມຸດວ່າເຈົ້າບໍ່ເຂົ້າໃຈຄວາມຈິງ ແລະ ເຖິງແມ່ນວ່າເຈົ້າຈະມີຄວາມຮູ້ທາງວິຊາການບາງຢ່າງ ແລະ ເຈົ້າເວົ້າໄດ້ຢ່າງຄ່ອງແຄ້ວກໍຕາມ, ເມື່ອທຸກຄົນໄດ້ຍິນເຈົ້າເວົ້າ, ພວກເຂົາກໍຄິດວ່າ “ຄຳເວົ້າຂອງເຈົ້າເປັນພຽງຫຼັກຄຳສອນ, ມັນບໍ່ມີຄວາມເປັນຈິງຄວາມຈິງຢູ່ໃນນັ້ນແມ່ນແຕ່ໜ້ອຍດຽວ ແລະ ພວກມັນບໍ່ສາມາດແກ້ໄຂບັນຫາທີ່ແທ້ຈິງໄດ້ເລີຍ, ສະນັ້ນ ຄຳເວົ້າເຫຼົ່ານີ້ຂອງເຈົ້າບໍ່ໄດ້ຫວ່າງເປົ່າທັງໝົດບໍ? ເຈົ້າບໍ່ເຂົ້າໃຈຄວາມຈິງ. ເຈົ້າເປັນພຽງຟາຣີຊາຍບໍ່ແມ່ນບໍ?” ເຖິງແມ່ນວ່າເຈົ້າຈະເວົ້າຫຼັກຄຳສອນຫຼາຍຢ່າງກໍຕາມ, ບັນຫາກໍຍັງບໍ່ໄດ້ຮັບການແກ້ໄຂ ແລະ ເຈົ້າກໍຄິດກັບຕົວເອງວ່າ “ຂ້ອຍເວົ້າດ້ວຍຄວາມຈິງໃຈ ແລະ ຕັ້ງໃຈຫຼາຍ. ເປັນຫຍັງພວກເຈົ້າຈຶ່ງບໍ່ເຂົ້າໃຈໃນສິ່ງທີ່ຂ້ອຍເວົ້າ?” ເຈົ້າເວົ້າຫຼັກຄຳສອນຫຼາຍຢ່າງ, ແຕ່ຄົນທີ່ຄິດລົບກໍຍັງຄົງຄິດລົບຢູ່ ແລະ ຄົນທີ່ມີຄວາມເຂົ້າໃຈຜິດກ່ຽວກັບພຣະເຈົ້າກໍຍັງຄົງມີຄວາມເຂົ້າໃຈຜິດເຫຼົ່ານັ້ນຢູ່ ແລະ ບໍ່ມີຄວາມຫຍຸ້ງຍາກໃດເລີຍທີ່ມີຢູ່ໃນການປະຕິບັດໜ້າທີ່ຂອງພວກເຂົາໄດ້ຮັບການແກ້ໄຂ, ສິ່ງນີ້ໝາຍຄວາມວ່າຄຳເວົ້າທີ່ເຈົ້າເວົ້າອອກມານັ້ນເປັນພຽງຄຳເວົ້າທີ່ໄຮ້ສາລະ. ບໍ່ວ່າຈະມີຈຸດອ່ອນ ແລະ ຂໍ້ບົກຜ່ອງຫຼາຍປານໃດໃນຄວາມເປັນມະນຸດຂອງເຈົ້າກໍຕາມ, ຖ້າຄຳເວົ້າທີ່ເຈົ້າເວົ້າອອກມາມີຄວາມເປັນຈິງຄວາມຈິງ, ແລ້ວການໂອ້ລົມຂອງເຈົ້າກໍສາມາດແກ້ໄຂບັນຫາໄດ້; ຖ້າຄຳເວົ້າທີ່ເຈົ້າເວົ້າອອກມາເປັນຫຼັກຄຳສອນ ແລະ ພວກມັນປາສະຈາກຄວາມຮູ້ຈາກປະສົບການແມ່ນແຕ່ໜ້ອຍດຽວ, ແລ້ວບໍ່ວ່າເຈົ້າຈະເວົ້າຫຼາຍປານໃດກໍຕາມ, ເຈົ້າກໍຈະບໍ່ສາມາດແກ້ໄຂບັນຫາທີ່ແທ້ຈິງຂອງຜູ້ຄົນໄດ້. ບໍ່ວ່າຜູ້ຄົນຈະເບິ່ງເຈົ້າແນວໃດກໍຕາມ, ຕາບໃດທີ່ສິ່ງທີ່ເຈົ້າເວົ້າບໍ່ສອດຄ່ອງກັບຄວາມຈິງ ແລະ ພວກມັນບໍ່ສາມາດແກ້ໄຂສະພາວະຂອງຜູ້ຄົນ ຫຼື ແກ້ໄຂຄວາມຫຍຸ້ງຍາກຂອງຜູ້ຄົນໄດ້, ແລ້ວຜູ້ຄົນກໍຈະບໍ່ຕ້ອງການຟັງຄຳເວົ້າເຫຼົ່ານັ້ນ. ສະນັ້ນ, ສິ່ງໃດສຳຄັນກວ່າກັນ: ຄວາມຈິງ ຫຼື ເງື່ອນໄຂຂອງຜູ້ຄົນເອງ? (ຄວາມຈິງສຳຄັນກວ່າ). ການໄລ່ຕາມເສາະຫາຄວາມຈິງ ແລະ ການເຂົ້າໃຈຄວາມຈິງແມ່ນສິ່ງທີ່ສຳຄັນທີ່ສຸດ. ສະນັ້ນ, ບໍ່ວ່າເຈົ້າຈະມີຂໍ້ບົກຜ່ອງຫຍັງແດ່ໃນແງ່ຂອງຄວາມເປັນມະນຸດຂອງເຈົ້າ ຫຼື ເງື່ອນໄຂແຕ່ກຳເນີດຂອງເຈົ້າກໍຕາມ, ເຈົ້າຕ້ອງບໍ່ຖືກບີບຄັ້ນໂດຍພວກມັນ. ໃນທາງກົງກັນຂ້າມ ເຈົ້າຄວນໄລ່ຕາມເສາະຫາຄວາມຈິງ ແລະ ຊົດເຊີຍຂໍ້ບົກຜ່ອງຕ່າງໆຂອງເຈົ້າໂດຍການເຂົ້າໃຈຄວາມຈິງ ແລະ ຖ້າເຈົ້າຄົ້ນພົບຈຸດອ່ອນບາງຢ່າງໃນຕົວເຈົ້າເອງ, ເຈົ້າກໍຄວນຟ້າວແກ້ໄຂພວກມັນ. ບາງຄົນບໍ່ເນັ້ນໃສ່ການໄລ່ຕາມເສາະຫາຄວາມຈິງ ແລະ ມັກຈະເນັ້ນໃສ່ການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ບົກຜ່ອງ ແລະ ຈຸດອ່ອນໃນຄວາມເປັນມະນຸດຂອງພວກເຂົາຢູ່ສະເໝີ ແລະ ດັດແກ້ບັນຫາກ່ຽວກັບຄວາມເປັນມະນຸດຂອງພວກເຂົາ ແລະ ຜົນປາກົດວ່າພວກເຂົາທຸ່ມເທຄວາມພະຍາຍາມຫຼາຍປີໂດຍບໍ່ໄດ້ຮັບຜົນທີ່ຊັດເຈນ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງຮູ້ສຶກຜິດຫວັງກັບຕົນເອງ ແລະ ຄິດວ່າຄວາມເປັນມະນຸດຂອງພວກເຂົາຕໍ່າຕ້ອຍເກີນໄປ ແລະ ພວກເຂົາບໍ່ສາມາດຖືກໄຖ່ບາບໄດ້ແລ້ວ. ນີ້ບໍ່ແມ່ນເລື່ອງທີ່ໂງ່ຈ້າຫຼາຍບໍ?
3. ເພື່ອໃຫ້ໄດ້ຮັບຄວາມຈິງ ແລະ ຊີວິດ ທີ່ຄົນໆໜຶ່ງຕ້ອງໄລ່ຕາມເສາະຫາຄວາມຈິງ ແລະ ແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ
ບາງຄົນເບິ່ງຄືວ່າອ່ອນໂຍນ, ອົດກັ້ນ ແລະ ອົດທົນ; ພວກເຂົາເວົ້າຈາຢ່າງດ້ວຍຄວາມປານີດ ແລະ ປະຕິບັດວຽກງານຢ່າງວ່ອງໄວ ແລະ ຫ້າວຫັນຄືກັບສາຍຟ້າແມບ ແລະ ມີບຸກຄະລິກທີ່ໜ້າເກງຂາມ. ຄວາມເປັນມະນຸດຂອງພວກເຂົາເບິ່ງຄືວ່າສົມບູນແບບພໍສົມຄວນ ແລະ ພວກເຂົາມີລັກສະນະທ່າທາງໂດຍມາດຕະຖານຂອງບຸກຄົນທີ່ເປັນຜູ້ນຳ. ເຖິງຢ່າງໃດກໍຕາມ, ພວກເຂົາບໍ່ເຂົ້າໃຈຄວາມຈິງຫຍັງເລີຍ, ພວກເຂົາພະຍາຍາມໃຊ້ຫຼັກຄຳສອນເພື່ອແກ້ໄຂບັນຫາທຸກປະເພດ ແລະ ພວກເຂົາບໍ່ສາມາດເຮັດວຽກງານທີ່ເປັນທາດແທ້ໃດໆ ຫຼື ຈັດຕັ້ງປະຕິບັດການຈັດແຈງວຽກງານໄດ້. ພວກເຂົາບໍ່ໄດ້ໄຮ້ປະໂຫຍດບໍ? ຄົນເຫຼົ່ານີ້ຄືຟາຣີຊາຍໂດຍມາດຕະຖານ. ພາຍນອກແລ້ວ, ພວກຟາຣີຊາຍນຸ່ງເຄື່ອງຢ່າງໄຮ້ບ່ອນຕິ, ສະຫງ່າງາມ ແລະ ສຸຂຸມ; ພວກເຂົາໄດ້ຮັບການບົ່ມເພາະ, ຮູ້ຈັກມາລະຍາດເປັນຢ່າງດີ, ສຸພາບ, ມີຄວາມຮັກ, ອົດກັ້ນ ແລະ ອົດທົນ. ການວາງຕົວຂອງພວກເຂົາເໝາະສົມເປັນຢ່າງຍິ່ງ ແລະ ພວກເຂົາເວົ້າກັບຄົນອື່ນດ້ວຍຄວາມອ່ອນໂຍນ, ຄວາມອ່ອນນ້ອມ ແລະ ຄວາມຖ່ອມຕົວເປັນຢ່າງຍິ່ງ. ເຈົ້າບໍ່ສາມາດເຫັນຄວາມບໍ່ສົມບູນແບບ, ຮອຍແຕກ ຫຼື ຂໍ້ບົກຜ່ອງໃດໆໃນຕົວພວກເຂົາໄດ້ເລີຍ. ຖ້າຕັດສິນຈາກຄວາມເປັນມະນຸດຂອງພວກເຂົາ, ພວກເຂົາເບິ່ງຄືວ່າເປັນຕາໜ້າເຊື່ອຖື, ມີຄວາມເຂົ້າໃຈເລິກເຊິ່ງ, ປານີດ ແລະ ສະຫງ່າງາມເປັນພິເສດ ຄືກັນກັບສຸພາບບຸລຸດທີ່ມີການສຶກສາ ແລະ ສະຫງ່າງາມ ທີ່ຄົນຈີນມັກເວົ້າເຖິງ. ຄວາມເປັນມະນຸດຂອງພວກເຂົາເບິ່ງຄືວ່າສົມບູນແບບ ແລະ ເບິ່ງພາຍນອກແລ້ວ ບໍ່ສາມາດຫາຂໍ້ຜິດພາດໃດໆໃນຕົວພວກເຂົາໄດ້ເລີຍ, ແຕ່ພວກເຂົາເຂົ້າໃຈເຈດຕະນາຂອງພຣະເຈົ້າບໍ? ພວກເຂົາເຂົ້າໃຈຫຼັກການສຳລັບການເຮັດສິ່ງຕ່າງໆທຸກປະເພດບໍ? ຄົນເຫຼົ່ານີ້ສາມາດເວົ້າໄດ້ເປັນເວລາຫຼາຍຊົ່ວໂມງໃນທຸກໆການເຕົ້າໂຮມ ແລະ ຜູ້ທີ່ບໍ່ເຂົ້າໃຈຄວາມຈິງກໍກົ້ມລົງຂາບດ້ວຍຄວາມຊື່ນຊົມ, ໂດຍຄິດວ່າພວກເຂົາເວົ້າໃນລັກສະນະທີ່ຄ່ອງແຄ້ວຫຼາຍ ແລະ ສະແດງຕົນເອງອອກໃນລັກສະນະທີ່ຊັດເຈນ ແລະ ເປັນເຫດເປັນຜົນຫຼາຍ. ແຕ່ຜູ້ທີ່ເຂົ້າໃຈຄວາມຈິງຈະຮູ້ຫຼັງຈາກທີ່ໄດ້ຟັງບຸກຄົນເຫຼົ່ານີ້ວ່າ ສິ່ງທີ່ພວກເຂົາເວົ້ານັ້ນລ້ວນແຕ່ເປັນຫຼັກຄຳສອນ ແລະ ມັນບໍ່ໄດ້ແກ້ໄຂຄວາມຫຍຸ້ງຍາກຕົວຈິງຂອງຜູ້ຄົນ ໂດຍການເລັງໃສ່ບັນຫາຂອງພວກເຂົາ. ບຸກຄົນເຫຼົ່ານີ້ບໍ່ສົນໃຈວ່າຄວາມຫຍຸ້ງຍາກທີ່ແທ້ຈິງຂອງຜູ້ຄົນແມ່ນຫຍັງກັນແທ້ ແລະ ຮູ້ພຽງແຕ່ວິທີເທດສະໜາຫຼັກຄຳສອນທີ່ຫວ່າງເປົ່າ ແລະ ເວົ້າບໍ່ຢຸດກ່ຽວກັບທິດສະດີທີ່ສູງສົ່ງ ແລະ ຫວ່າງເປົ່າ. ຫຼັງຈາກທີ່ເວົ້າແລ້ວ, ພວກເຂົາເຖິງຂັ້ນຮູ້ສຶກພໍໃຈກັບຕົນເອງຫຼາຍ, ໂດຍຄິດວ່າພວກເຂົາເຂົ້າໃຈຄວາມຈິງ ແລະ ມີຄວາມເປັນຈິງຂອງຄວາມຈິງ. ໃນຄວາມເປັນຈິງແລ້ວ, ສິ່ງທີ່ພວກເຂົາສະແຫວງຫາແມ່ນພຽງແຕ່ເພື່ອປົກປິດພາບລັກພາຍນອກຂອງຄວາມເປັນມະນຸດຂອງພວກເຂົາ ເພື່ອເຮັດໃຫ້ມັນເບິ່ງຄືວ່າສົມບູນແບບ ແລະ ສະຫງ່າງາມ, ເຮັດໃຫ້ມັນເບິ່ງຄືວ່າສູງສົ່ງ ແລະ ຍິ່ງໃຫຍ່. ເຖິງຢ່າງໃດກໍຕາມ, ແກ່ນແທ້ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາທີ່ຕໍ່ຕ້ານພຣະເຈົ້ານັ້ນບໍ່ໄດ້ປ່ຽນແປງແມ່ນແຕ່ໜ້ອຍດຽວ. ຄວາມຄິດຫຼົງຜິດຂອງພວກເຂົາກ່ຽວກັບພຣະເຈົ້າ, ຄວາມກະບົດຂອງພວກເຂົາທີ່ມີຕໍ່ພຣະອົງ, ຄວາມເຂົ້າໃຈຜິດ, ຄວາມລະແວດລະວັງ ແລະ ຄວາມສົງໄສຂອງພວກເຂົາກ່ຽວກັບພຣະເຈົ້າ ແລະ ໂດຍສະເພາະຢ່າງຍິ່ງ ຂໍ້ຮຽກຮ້ອງທີ່ບໍ່ສົມເຫດສົມຜົນ ແລະ ຄວາມປາຖະໜາເກີນຄວນຂອງພວກເຂົາທີ່ມີຕໍ່ພຣະເຈົ້ານັ້ນເຕັມຢູ່ໃນຄວາມຄິດທັງໝົດຂອງພວກເຂົາ. ພວກເຂົາບໍ່ໄດ້ໄລ່ຕາມເສາະຫາຄວາມຈິງເລີຍ ແລະ ພວກເຂົາກໍບໍ່ຍອມຮັບຄວາມຈິງເລີຍເຊັ່ນກັນ. ສະນັ້ນ, ການອະທິບາຍວ່າຄວາມເປັນມະນຸດຂອງພວກເຂົາ “ສົມບູນແບບ” ແມ່ນການໃຊ້ຄຳວ່າ “ສົມບູນແບບ” ໃນຄວາມໝາຍທີ່ດູຖູກ, ເພາະວ່າບໍ່ມີຄວາມເປັນມະນຸດໃດທີ່ສົມບູນແບບ; “ຄວາມສົມບູນແບບ” ຂອງພວກເຂົາເປັນພຽງສາກບັງໜ້າ ແລະ ການປົກປິດເທົ່ານັ້ນ. ຄວາມເປັນມະນຸດທີ່ປາສະຈາກຂໍ້ບົກຜ່ອງນັ້ນບໍ່ມີຢູ່ຈິງ; ມັນເປັນສາກບັງໜ້າ, ຢ່າໄປເຊື່ອພວກເຂົາ. ຍິ່ງຄົນໃດໜຶ່ງເບິ່ງຄືວ່າສົມບູນແບບຢູ່ພາຍນອກຫຼາຍສໍ່າໃດ, ເຈົ້າກໍຍິ່ງຕ້ອງລະວັງພວກເຂົາ, ສັງເກດພວກເຂົາ ແລະ ແຍກແຍະພວກເຂົາຫຼາຍຂຶ້ນສໍ່ານັ້ນ. ເຈົ້າແຍກແຍະພວກເຂົາແນວໃດ? ໃຫ້ພົວພັນກັບພວກເຂົາຫຼາຍຂຶ້ນ, ລົມກັບພວກເຂົາໃຫ້ຫຼາຍຂຶ້ນ ແລະ ເບິ່ງວ່າພວກເຂົາເຂົ້າໃຈຕົນເອງ ຫຼື ບໍ່. ສົມມຸດພວກເຂົາເວົ້າວ່າ “ຂ້ອຍເປັນມານຮ້າຍ, ຂ້ອຍເປັນຊາຕານ, ຂ້ອຍຕໍ່ຕ້ານພຣະເຈົ້າ, ຂ້ອຍເສື່ອມຊາມ! ຂ້ອຍເປັນຄົນບາບ, ເປັນຫົວໜ້າຄົນບາບ, ພຣະເຈົ້າບໍ່ພໍພຣະໄທໃນຕົວຂ້ອຍ, ພຣະເຈົ້າລັງກຽດຂ້ອຍ!” ຫຼື “ຂ້ອຍຕາບອດ ແລະ ໂງ່ຈ້າ, ຍາກຈົນ ແລະ ເປັນຕາສັງເວດ! ຂ້ອຍເປິເປື້ອນ, ຂ້ອຍສົກກະປົກ!” ມີຂໍ້ເທັດຈິງໃດໆໃນຄຳເວົ້າເຫຼົ່ານີ້ບໍ? ມີຄວາມເຂົ້າໃຈທີ່ເປັນທາດແທ້ບໍ? (ບໍ່). ພວກເຂົາບໍ່ມີຄວາມເຂົ້າໃຈໃດໆເລີຍກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເອງ; ພວກເຂົາບໍ່ຍອມຮັບແມ່ນແຕ່ຂໍ້ເທັດຈິງທີ່ວ່າ ພວກເຂົາມີອຸປະນິໄສທີ່ເສື່ອມຊາມ. ພວກເຂົາພຽງແຕ່ຮຽນຮູ້ທີ່ຈະກ່າວຄຳເວົ້າທີ່ຫວ່າງເປົ່າ ແລະ ທິດສະດີບາງຢ່າງ. ຄຳເວົ້າທີ່ຫວ່າງເປົ່າ ແລະ ທິດສະດີເຫຼົ່ານີ້ບໍ່ແມ່ນຄວາມເຂົ້າໃຈທີ່ມາຈາກສິ່ງທີ່ພວກເຂົາຮູ້ສຶກ ຫຼື ມີປະສົບການໃນສ່ວນເລິກຫົວໃຈຂອງພວກເຂົາ; ພວກມັນເປັນພຽງຄຳເວົ້າທີ່ຟັງມ່ວນຫູ, ພວກມັນລ້ວນແຕ່ເປັນສາກບັງໜ້າທີ່ພວກເຂົາກຳລັງນຳສະເໜີ. ຖ້າເຈົ້າຂໍໃຫ້ພວກເຂົາເວົ້າກ່ຽວກັບປະສົບການຂອງພວກເຂົາເອງ, ວິທີທີ່ພວກເຂົາຄ່ອຍໆເຂົ້າໃຈອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເອງ ແລະ ແມ່ນຫຍັງຄືການລິຮານທີ່ພວກເຂົາໄດ້ຜ່ານມາ ແລະ ພຣະທຳຂໍ້ໃດຂອງພຣະເຈົ້າທີ່ພວກເຂົາໄດ້ອ່ານເພື່ອແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ພວກເຂົາກໍຈະເຮັດຄືກັບວ່າພວກເຂົາບໍ່ໄດ້ຍິນເຈົ້າ ແລະ ກ່າວຄຳເວົ້າທີ່ໄຮ້ປະໂຫຍດອອກມາອີກຫຼວງຫຼາຍ: “ຂີດຄວາມສາມາດຂອງຂ້ອຍຕໍ່າ, ຂ້ອຍເກີດມາເປັນຄົນບາບ, ຂ້ອຍເປັນຄົນຕໍ່າຕ້ອຍໃນກອງມູນສັດ, ຂ້ອຍບໍ່ຄູ່ຄວນກັບຄວາມລອດພົ້ນຂອງພຣະເຈົ້າ! ຂ້ອຍມີອຸປະນິໄສທີ່ເສື່ອມຊາມ ແລະ ຂ້ອຍບໍ່ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້ ບໍ່ວ່າຂ້ອຍຈະຢູ່ໃສກໍຕາມ; ຂ້ອຍພຽງແຕ່ມັກການມີສະຖານະ”. ຖ້າເຈົ້າຖາມວ່າພວກເຂົາພະຍາຍາມແກ້ໄຂສິ່ງນີ້ແນວໃດ, ພວກເຂົາກໍຍັງຈະໃຫ້ຄຳຕອບທີ່ບໍ່ກ່ຽວຂ້ອງແກ່ເຈົ້າ: “ຜູ້ຄົນບໍ່ຄວນມີສະຖານະ; ຫຼັງຈາກທີ່ຜູ້ຄົນມີສະຖານະ, ພວກເຂົາກໍຈົບສິ້ນແລ້ວ. ການໄລ່ຕາມເສາະຫາສະຖານະແມ່ນຄວາມປາຖະໜາເກີນຄວນ. ພຽງແຕ່ພະຍາຍາມເປັນຄົນທີ່ສຳຄັນໜ້ອຍທີ່ສຸດ ແລະ ບໍ່ວ່າເຈົ້າຈະໄປໃສ ໃຫ້ນັ່ງໃນຕັ່ງທີ່ຕໍ່າທີ່ສຸດ, ນັ່ງໃນບ່ອນທີ່ບໍ່ເປັນຕາສັງເກດທີ່ສຸດ. ຜູ້ຄົນຕ້ອງຖ່ອມຕົວ; ສິ່ງນີ້ເອີ້ນວ່າຄວາມຖ່ອມຕົວ”. ພວກເຂົາໄດ້ຜ່ານການປ່ຽນແປງທີ່ເປັນທາດແທ້ໃດໆບໍ? ພວກເຂົາເຄີຍມີປະສົບການຕົວຈິງໃດໆບໍ? (ບໍ່). ບໍ່ມີສິ່ງໃດໃນສອງສິ່ງນີ້ເກີດຂຶ້ນເລີຍ. ພວກເຂົາມີຄວາມເຂົ້າໃຈໃດໆກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເອງບໍ? (ບໍ່). ພວກເຂົາບໍ່ມີຄວາມເຂົ້າໃຈກ່ຽວກັບພວກມັນເລີຍ. ສະນັ້ນ, ພວກເຂົາຍອມຮັບຄວາມຈິງ ຫຼື ພຣະທຳຂອງພຣະເຈົ້າບໍ? (ບໍ່). ຄົນທີ່ບໍ່ຍອມຮັບວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມຈະບໍ່ມີວັນຍອມຮັບຄວາມຈິງ. ຖ້າພວກເຂົາຍອມຮັບຄວາມຈິງ, ພວກເຂົາກໍຈະປຽບທຽບທຸກຄຳເວົ້າ ແລະ ການກະທຳຂອງພວກເຂົາ ແລະ ການເປີດເຜີຍຄວາມເສື່ອມຊາມຂອງພວກເຂົາໃສ່ພຣະທຳຂອງພຣະເຈົ້າ. ເມື່ອພວກເຂົາເປີດເຜີຍຄວາມເສື່ອມຊາມ, ພວກເຂົາກໍຈະໄຕ່ຕອງກ່ຽວກັບຕົນເອງ, ໂດຍຖາມຕົນເອງວ່າ ພາຍໃນບໍລິບົດນັ້ນໆ ເປັນຫຍັງພວກເຂົາຈຶ່ງເປີດເຜີຍຄວາມເສື່ອມຊາມ ແລະ ພວກເຂົາກຳລັງຄິດຫຍັງຢູ່ ແລະ ພວກເຂົາຖືກຄວບຄຸມໂດຍຫຍັງໃນເວລານັ້ນ. ຜ່ານການເປີດໂປງຈາກພຣະທຳຂອງພຣະເຈົ້າ ແລະ ການປຽບທຽບ, ພວກເຂົາກໍຈະຄົ້ນພົບວ່ານີ້ຄືອຸປະນິໄສທີ່ເສື່ອມຊາມ ແລະ ພວກເຂົາບໍ່ໄດ້ບໍລິສຸດ ຫຼື ຜຸດຜ່ອງດັ່ງທີ່ພວກເຂົາຈິນຕະນາການ, ທີ່ແທ້ພວກເຂົາມີຄວາມມີເລ່ລ່ຽມ, ເຈດຕະນາທີ່ເຫັນແກ່ຕົວ, ຄວາມທະເຍີທະຍານ ແລະ ຄວາມປາຖະໜາເຊັ່ນກັນ ແລະ ພວກເຂົາພຽງແຕ່ບໍ່ແມ່ນຄົນທີ່ມີຄວາມເປັນຈິງຂອງຄວາມຈິງ. ພວກເຂົາເຄີຍມີປະສົບການດັ່ງກ່າວບໍ? ບໍ່. ພວກເຂົາກ່າວຫຼາຍຄຳເວົ້າ, ແຕ່ບໍ່ມີຂໍ້ເທັດຈິງແມ່ນແຕ່ຢ່າງດຽວທີ່ພິສູດວ່າພວກເຂົາຮັບຮູ້ວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມ. ພວກເຂົາໄດ້ເຊື່ອໃນພຣະເຈົ້າມາຫຼາຍປີແລ້ວ, ແຕ່ພວກເຂົາກໍບໍ່ມີປະສົບການໃດໆເລີຍກ່ຽວກັບຄວາມຈິງ. ພວກເຂົາພຽງແຕ່ເວົ້າຫຼັກຄຳສອນ, ພຽງແຕ່ຄິດຫາວິທີສ້າງສາກບັງໜ້າ ແລະ ຕົກແຕ່ງຕົນເອງເພື່ອປົກປິດຈຸດຕຳໜິ ແລະ ຂໍ້ບົກຜ່ອງໃນຄວາມເປັນມະນຸດຂອງພວກເຂົາ. ພວກເຂົາຕົກແຕ່ງຕົນເອງດ້ວຍພຶດຕິກຳພາຍນອກ, ການກະທຳ, ສີໜ້າ, ບຸກຄະລິກທ່າທາງ ແລະ ການວາງຕົວແຫ່ງຈິດວິນຍານຈອມປອມ, ໃນຂະນະທີ່ເກັບອຸປະນິໄສທີ່ເສື່ອມຊາມຂອງພວກເຂົາໄວ້ພາຍໃນພວກເຂົາຢ່າງແໜ້ນໜາ, ໝັ້ນຄົງ ແລະ ຢ່າງປອດໄພ. ພວກເຂົາບໍ່ຍອມຮັບຫຼາກຫຼາຍບັນຫາໃນອຸປະນິໄສທີ່ເສື່ອມຊາມຂອງມະນຸດທີ່ພຣະເຈົ້າເປີດໂປງແມ່ນແຕ່ໜ້ອຍດຽວ ຫຼື ຄຳເວົ້າຕ່າງໆທີ່ພຣະເຈົ້າໃຊ້ ເພື່ອເປີດໂປງອຸປະນິໄສເຫຼົ່ານີ້ ແລະ ພວກເຂົາກໍບໍ່ໄດ້ສັງເກດພວກມັນ ຫຼື ເກັບພວກມັນມາໃສ່ໃຈເລີຍ; ພວກເຂົາພຽງແຕ່ທຸ່ມເທຄວາມພະຍາຍາມເຂົ້າໃນພາບລັກພາຍນອກຂອງຄວາມເປັນມະນຸດຂອງພວກເຂົາ. ຖ້າເຈົ້າຂໍໃຫ້ພວກເຂົາເວົ້າກ່ຽວກັບຄວາມເຂົ້າໃຈຂອງພວກເຂົາກ່ຽວກັບພຣະທຳຂອງພຣະເຈົ້າ, ພວກເຂົາມີຄວາມເຂົ້າໃຈ ຫຼື ຄວາມຊາບຊຶ້ງທີ່ແທ້ຈິງຕໍ່ພຣະທຳແຫ່ງການລົງທັນ ແລະ ການພິພາກສາຂອງພຣະອົງ, ພຣະທຳຂອງພຣະອົງທີ່ເປີດໂປງອຸປະນິໄສທີ່ເສື່ອມຊາມຂອງມະນຸດຊາດ ຫຼື ພຣະທຳຂອງພຣະອົງກ່ຽວກັບອຸປະນິໄສຂອງພຣະເຈົ້າ ຫຼື ບໍ່, ພວກເຂົາກໍຈະຫຼີກລ່ຽງຫົວຂໍ້ທີ່ສຳພັນກັບຊີວິດຈິງເຫຼົ່ານີ້ ແລະ ເປັງທິດສະດີຝ່າຍວິນຍານອອກມາປານກະແສນໍ້າອີກຄັ້ງ: “ພຣະເຈົ້າຄືພຣະຜູ້ສ້າງ, ພຣະເຈົ້າຊົງມີອຳນາດສູງສຸດເໜືອທຸກສິ່ງ, ການກະທຳຂອງພຣະເຈົ້ານັ້ນໜ້າອັດສະຈັນ! ພຣະເຈົ້າສົມຄວນໄດ້ຮັບການສັນລະເສີນ ແລະ ການຍົກຍ້ອງ, ພຣະເຈົ້າບໍ່ຄືໃຜ, ສິດອໍານາດ ແລະ ລິດທານຸພາບຂອງພຣະເຈົ້ານັ້ນສູງສຸດ!” ຜູ້ຄົນເວົ້າວ່າ “ແລ້ວຈົ່ງເວົ້າກ່ຽວກັບປະສົບການຂອງເຈົ້າເອງ. ໃນເລື່ອງໃດທີ່ເຈົ້າໄດ້ເຫັນອຸປະນິໄສຂອງພຣະເຈົ້າ ແລະ ຄວາມບໍລິສຸດຂອງພຣະເຈົ້າ?” ພວກເຂົາຕອບວ່າ “ພຣະເຈົ້າຍິ່ງໃຫຍ່ເກີນໄປ, ມະນຸດຕໍ່າຕ້ອຍເກີນໄປ, ມະນຸດບໍ່ຄູ່ຄວນ! ໃນສາຍພຣະເນດຂອງພຣະເຈົ້າ, ມະນຸດຍັງຕໍ່າຕ້ອຍກວ່າມົດທີ່ຢູ່ເທິງພື້ນດິນດ້ວຍຊໍ້າ. ພຣະເຈົ້າຍົກຍ້ອງມະນຸດ!” ພວກເຂົາມີຄວາມເຂົ້າໃຈປະເພດນີ້ບໍ? (ບໍ່). ພວກເຂົາບໍ່ມີຄວາມເຂົ້າໃຈປະເພດນີ້ເລີຍ. ນີ້ຄືຄົນປະເພດໃດ? (ຟາຣີຊາຍທີ່ໜ້າຊື່ໃຈຄົດ). ນີ້ຄືຟາຣີຊາຍທີ່ໜ້າຊື່ໃຈຄົດ. ພວກເຂົາບໍ່ຍອມຮັບຄວາມຈິງແມ່ນແຕ່ໜ້ອຍດຽວ; ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງເປັນພຽງຄຳຂວັນ ແລະ ຫຼັກຄຳສອນໃນສາຍຕາຂອງພວກເຂົາ. ໂດຍປົກກະຕິແລ້ວ ພວກເຂົາຈະອ່ານພຣະທຳຂອງພຣະເຈົ້າ, ຂຽນບັນທຶກການອຸທິດຕົນຝ່າຍວິນຍານ ແລະ ເຂົ້າຮ່ວມການເຕົ້າໂຮມ ແລະ ອ່ານອະທິຖານພຣະທຳຂອງພຣະເຈົ້າ, ພວກເຂົາປະຕິບັດຂັ້ນຕອນທັງໝົດເຫຼົ່ານີ້ ໂດຍບໍ່ພາດແມ່ນແຕ່ຢ່າງດຽວ ຫຼື ປ່ອຍປະລະເລີຍສິ່ງໃດເລີຍ. ສະນັ້ນ, ພວກເຂົາໄດ້ຊຶມຊັບຫຍັງແດ່ຈາກການອ່ານພຣະທຳເຫຼົ່ານີ້ຂອງພຣະເຈົ້າ? ພວກເຂົາໄດ້ຮັບຫຍັງແດ່? ພວກເຂົາບໍ່ໄດ້ອ່ານພຣະທຳຂອງພຣະເຈົ້າເພື່ອເຂົ້າໃຈຄວາມຈິງ, ແຮງໄກທີ່ຈະທຽບພຣະທຳຂອງພຣະອົງໃສ່ກັບອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເອງ, ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາ ຫຼື ຄວາມຄິດ ແລະ ມຸມມອງທີ່ບິດເບືອນຂອງພວກເຂົາ ເພື່ອທີ່ພວກເຂົາຈະສາມາດແກ້ໄຂບັນຫາຂອງພວກເຂົາ ແລະ ຄ່ອຍໆມີເສັ້ນທາງໃຫ້ຕິດຕາມໃນການປະຕິບັດຂອງພວກເຂົາ. ພວກເຂົາອ່ານພຣະທຳຂອງພຣະເຈົ້າເພື່ອປະກອບຕົນເອງດ້ວຍຫຼັກຄຳສອນ ເພື່ອທີ່ພວກເຂົາຈະສາມາດບັນຍາຍ ແລະ ສອນບົດຮຽນໃຫ້ກັບຄົນອື່ນໃນການເຕົ້າໂຮມໄດ້. ສິ່ງທີ່ພວກເຂົາເວົ້າແຕກຕ່າງກັນໄປໃນແຕ່ລະຄັ້ງ ແລະ ພວກເຂົາສາມາດເວົ້າຢ່າງຕໍ່ເນື່ອງໄດ້ເປັນເວລາດົນນານ, ໂດຍເລືອກພຣະທຳທີ່ແຕກຕ່າງກັນຂອງພຣະເຈົ້າເພື່ອໂອ້ລົມກັບຜູ້ຄົນທີ່ແຕກຕ່າງກັນ, ແນໃສ່ເພື່ອເຮັດໃຫ້ຄົນອື່ນເຄົາລົບ ແລະ ນະມັດສະການພວກເຂົາ. ບາງຄົນເກັ່ງເປັນພິເສດໃນການປົກປິດພວກເຂົາເອງ, ພວກເຂົາສາມາດໜ້າລັງກຽດໄດ້ເຖິງຂະໜາດໃດ? ເມື່ອພວກເຂົາຟັງຄຳເວົ້າທີ່ເຮົາໄດ້ກ່າວ ແລະ ພົບວ່າມັນເປັນປະໂຫຍດ, ພວກເຂົາກໍຈະຈື່ຈຳຄຳເວົ້າເຫຼົ່ານັ້ນ ແລະ ຈາກນັ້ນກໍຊອກຫາໂອກາດທີ່ຈະໂອ້ອວດໃນລະຫວ່າງການເຕົ້າໂຮມ. ໂດຍສະເພາະຢ່າງຍິ່ງ ເມື່ອພວກເຂົາຢູ່ທ່າມກາງກຸ່ມຜູ້ເຊື່ອໃໝ່, ຜູ້ຄົນທີ່ບໍ່ເຄີຍໄດ້ຍິນຄຳເທດສະໜາຫຼາຍ ແລະ ບໍ່ສາມາດຈື່ຈຳພຣະທຳຂອງພຣະເຈົ້າໄດ້ເຖິງແມ່ນວ່າພວກເຂົາຈະເຄີຍອ່ານມາບາງສ່ວນກໍຕາມ, ພວກເຂົາກໍຈະສວຍໂອກາດນີ້ ແລະ ເລີ່ມໂອ້ອວດ ແລະ ສະແດງຕົນເອງໃນທ່າມກາງຜູ້ເຊື່ອໃໝ່ເຫຼົ່ານັ້ນ. ຫຼັງຈາກທີ່ໄດ້ຟັງພວກເຂົາແລ້ວ, ທຸກຄົນກໍຄິດວ່າ “ຄົນຜູ້ນີ້ໄດ້ຮັບຄວາມຮູ້ແຈ້ງຈາກພຣະວິນຍານບໍລິສຸດ, ພວກເຂົາເປັນຄົນຝ່າຍວິນຍານ”. ການໃຊ້ວິທີການດັ່ງກ່າວ ເພື່ອສະແດງຕົນເອງ ໃຫ້ຮັບເອົາການເຄົາລົບ ແລະ ການນະມັດສະການຈາກຄົນອື່ນ, ນີ້ບໍ່ແມ່ນສິ່ງທີ່ໜ້າລັງກຽດບໍ? ສິ່ງນີ້ບໍ່ແມ່ນການເຮັດໃຫ້ຜູ້ຄົນຫຼົງຜິດບໍ? (ແມ່ນແລ້ວ). ນີ້ຄືການເຮັດໃຫ້ຜູ້ຄົນຫຼົງຜິດ.
ຖ້າຕະຫຼອດຊີວິດຂອງເຈົ້າ, ເຈົ້າສະແຫວງຫາຫຼັກການຄວາມຈິງ ແລະ ສະແຫວງຫາພຣະທຳຂອງພຣະເຈົ້າເພື່ອເປັນພື້ນຖານໃນການແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງເຈົ້າ ແລະ ສິ່ງຕ່າງໆໃນຕົວເຈົ້າທີ່ບໍ່ເຂົ້າກັບຄວາມຈິງ, ແລ້ວໃນທີ່ສຸດ ເຈົ້າກໍຈະເປັນຄົນທີ່ໄດ້ຮັບຄວາມລອດພົ້ນຢ່າງແນ່ນອນ. ແຕ່ສົມມຸດວ່າ ຕະຫຼອດຊີວິດຂອງເຈົ້າ ເຈົ້າຈົດຈໍ່ກັບຄວາມພະຍາຍາມຂອງເຈົ້າ ແລະ ສະແຫວງຫາເສັ້ນທາງເພື່ອແກ້ໄຂຈຸດຕຳໜິ ແລະ ຂໍ້ບົກຜ່ອງໃນຄວາມເປັນມະນຸດຂອງເຈົ້າ, ໂດຍຄິດຫາວິທີການທຸກຮູບແບບ ເພື່ອກຳຈັດຈຸດຕຳໜິ ແລະ ຂໍ້ບົກຜ່ອງໃດກໍຕາມອອກຈາກຕົວເຈົ້າເອງ, ເພື່ອທີ່ເຈົ້າຈະໄດ້ກາຍເປັນຄົນທີ່ແຕກຕ່າງຈາກຄົນທີ່ເຫຼືອ, ສົມບູນແບບ ແລະ ບໍ່ມີຂໍ້ຜິດພາດ. ບາງຄົນເຖິງກັບເວົ້າວ່າ “ຂ້ອຍຕ້ອງການກາຍເປັນຄົນທີ່ບໍລິສຸດ, ເປັນຄົນທີ່ສູງສົ່ງ ແລະ ຍິ່ງໃຫຍ່, ເປັນຄົນທີ່ກ້າວຂ້າມຄວາມເປັນມະນຸດທີ່ປົກກະຕິທັງໝົດ.” ໃຫ້ເຮົາບອກເຈົ້າວ່າ: ໂດຍການເຮັດແບບນີ້, ເຈົ້າໄດ້ລົ້ມເຫຼວແລ້ວ! ບໍ່ວ່າເຈົ້າຈະພະຍາຍາມແກ້ໄຂຈຸດຕຳໜິໃດ ຫຼື ຂໍ້ບົກຜ່ອງໃດໃນຄວາມເປັນມະນຸດຂອງເຈົ້າກໍຕາມ, ມັນກໍບໍ່ມີຫຍັງກ່ຽວຂ້ອງກັບຄວາມລອດພົ້ນຂອງເຈົ້າເລີຍ, ເພາະວ່າເຈົ້າບໍ່ໄດ້ກຳລັງໄລ່ຕາມເສາະຫາຄວາມຈິງ ເພື່ອແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງເຈົ້າ. ຖ້າເຈົ້າແກ້ໄຂຂໍ້ບົກຜ່ອງ ແລະ ຈຸດຕຳໜິໃນຄວາມເປັນມະນຸດຂອງເຈົ້າໄດ້ແທ້, ບາດນັ້ນ ຢ່າງຫຼາຍທີ່ສຸດ ສິ່ງນີ້ກໍພຽງແຕ່ໝາຍຄວາມວ່າ ບໍ່ສາມາດເຫັນຂໍ້ບົກຜ່ອງໃນຄວາມເປັນມະນຸດໃນຕົວເຈົ້າຈາກພາຍນອກໄດ້ ແລະ ເຈົ້າເບິ່ງຄືວ່າສົມບູນແບບ ແລະ ປານີດຢູ່ພາຍນອກ. ລືມໄປໂລດວ່າ ເລື່ອງຂໍ້ເທັດຈິງທີ່ວ່າຈຸດຕຳໜິ ແລະ ຂໍ້ບົກຜ່ອງໃນຄວາມເປັນມະນຸດຂອງເຈົ້າແມ່ນບໍ່ສາມາດປ່ຽນແປງໄດ້ໂດຍພື້ນຖານ; ເຖິງແມ່ນວ່າພວກມັນຈະຖືກປ່ຽນແປງ, ຈຸດຕຳໜິ ແລະ ຂໍ້ບົກຜ່ອງທີ່ໃຫຍ່ກວ່າຂອງເຈົ້າ, ນັ້ນກໍຄືອຸປະນິໄສທີ່ເສື່ອມຊາມຂອງເຈົ້າ, ກໍຍັງຄົງເຊື່ອງຊ້ອນຢູ່ພາຍໃນຕົວເຈົ້າ! ຍິ່ງເຈົ້າສ້າງສາກບັງໜ້າ ແລະ ໄລ່ຕາມເສາະຫາຄວາມເປັນມະນຸດທີ່ສົມບູນແບບທີ່ປາສະຈາກຂໍ້ບົກຜ່ອງຫຼາຍສໍ່າໃດ, ອຸປະນິໄສທີ່ເສື່ອມຊາມຂອງເຈົ້າກໍຈະຍິ່ງພົວພັນ ແລະ ຜູກມັດເຈົ້າຢ່າງເລິກເຊິ່ງ ແລະ ແໜ້ນໜາຫຼາຍຂຶ້ນສໍ່ານັ້ນ, ເຊິ່ງຈະເຮັດໃຫ້ເຈົ້າກາຍເປັນຄົນທີ່ອວດດີ, ມີເລ່ລ່ຽມ, ຊົ່ວຊ້າ ແລະ ຫົວແຂງຫຼາຍຂຶ້ນ. ແລ້ວຜົນສະທ້ອນຂອງສິ່ງນີ້ແມ່ນຫຍັງ? ມັນເຮັດໃຫ້ເຈົ້າລອຍອອກຫ່າງຈາກຄວາມຈິງ ແລະ ຈາກເສັ້ນທາງໃນການໄລ່ຕາມເສາະຫາຄວາມຈິງຫຼາຍຂຶ້ນ. ໃນທ້າຍທີ່ສຸດແລ້ວ, ການຖືກກຳຈັດກໍຈະເປັນຈຸດຈົບຂອງເຈົ້າ ແລະ ເຈົ້າກໍຈະຈົບສິ້ນ. ບໍ່ມີທາງທີ່ພຣະເຈົ້າຈະຍົກເວັ້ນ ແລະ ຊ່ວຍເຈົ້າໃຫ້ລອດພົ້ນພຽງເພາະວ່າເຈົ້າສົມບູນແບບຢູ່ພາຍນອກ ຫຼື ເບິ່ງຄືວ່າເປັນຄົນທີ່ບໍລິສຸດ. ໃນທາງກົງກັນຂ້າມ, ຍິ່ງເຈົ້າໄລ່ຕາມເສາະຫາຄວາມເປັນມະນຸດທີ່ສົມບູນແບບໂດຍປາສະຈາກຂໍ້ບົກຜ່ອງໃດໆຫຼາຍສໍ່າໃດ, ພຣະເຈົ້າກໍຈະຍິ່ງລັງກຽດເຈົ້າ ແລະ ບໍ່ເຮັດວຽກໃນຕົວເຈົ້າຫຼາຍຂຶ້ນສໍ່ານັ້ນ. ເຖິງຢ່າງໃດກໍຕາມ, ບາງຄົນມັກຈະຮູ້ສຶກສຳນຶກຜິດ ແລະ ໂສກເສົ້າ ເພາະວ່າພວກເຂົາເປີດເຜີຍອຸປະນິໄສທີ່ເສື່ອມຊາມ. ໃນຂະນະທີ່ຮູ້ສຶກສຳນຶກຜິດ, ພວກເຂົາກໍຄ່ອຍໆມີຄວາມຕັ້ງໃຈທີ່ຈະໄລ່ຕາມເສາະຫາຄວາມຈິງ, ພວກເຂົາສາມາດທົນທຸກຕໍ່ຄວາມຍາກລຳບາກ ແລະ ຈ່າຍລາຄາ ເພື່ອໃຫ້ໄດ້ຮັບຄວາມຈິງ, ພວກເຂົາຢືນຢັດໃນການອ່ານພຣະທຳຂອງພຣະເຈົ້າທຸກມື້ ແລະ ອະທິຖານຕໍ່ພຣະເຈົ້າ ແລະ ໄລ່ຕາມເສາະຫາຄວາມຈິງໃນທຸກສິ່ງ. ໂດຍການເຮັດເຊັ່ນນີ້, ພວກເຂົາຈຶ່ງມີຄວາມຊັດເຈນກ່ຽວກັບຄວາມຈິງຫຼາຍຂຶ້ນເລື້ອຍໆ, ຄ່ອຍໆບັນລຸການເຂົ້າສູ່, ຜົນໄດ້ ແລະ ການດຳເນີນຊີວິດທີ່ເປັນຈິງບາງຢ່າງທີ່ກ່ຽວຂ້ອງກັບທຸກດ້ານຂອງຄວາມຈິງ. ໃນທ້າຍທີ່ສຸດແລ້ວ, ເມື່ອປະເຊີນໜ້າກັບຜູ້ຄົນ ເຫດການ ແລະ ສິ່ງຕ່າງໆທຸກປະເພດ, ພວກເຂົາກໍມີຫຼັກການຄວາມຈິງທີ່ສອດຄ່ອງກັນ ເພື່ອປະຕິບັດ ແລະ ເພື່ອດຳເນີນການກວດສອບ. ຫຼັງຈາກມີປະສົບການມາຫຼາຍປີ, ຜ່ານການລົງທັນ ແລະ ການພິພາກສາ, ການລິຮານຂອງພຣະເຈົ້າ ແລະ ຜ່ານລາຄາທີ່ພວກເຂົາໄດ້ຈ່າຍໃນການໄລ່ຕາມເສາະຫາຄວາມຈິງ, ພວກເຂົາກໍຄ່ອຍໆມີຄວາມຈິງເປັນຊີວິດຂອງພວກເຂົາຢູ່ພາຍໃນພວກເຂົາ. ຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນຂອງພວກເຂົາເຕີບໂຕຂຶ້ນໃຫຍ່ຂຶ້ນ ແລະ ຄວາມເປັນໄປໄດ້ທີ່ພວກເຂົາຈະກະບົດ ແລະ ທໍລະຍົດຕໍ່ພຣະເຈົ້າກໍໜ້ອຍລົງເລື້ອຍໆ. ເຖິງແມ່ນວ່າຂໍ້ບົກຜ່ອງ ແລະ ຈຸດຕຳໜິໃນຄວາມເປັນມະນຸດຂອງພວກເຂົາ ແລະ ເງື່ອນໄຂແຕ່ກຳເນີດຂອງພວກເຂົາໂດຍພື້ນຖານແລ້ວຈະຍັງຄົງບໍ່ປ່ຽນແປງກໍຕາມ, ແຕ່ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາກໍຫຼຸດລົງຢ່າງຕໍ່ເນື່ອງ, ພວກເຂົາຕໍ່ຕ້ານ ແລະ ກະບົດຕໍ່ພຣະເຈົ້າໜ້ອຍລົງ, ພວກເຂົາເປັນທີ່ພໍພຣະໄທຂອງພຣະເຈົ້າຫຼາຍຂຶ້ນເລື້ອຍໆ, ສັ່ງສອນຄົນອື່ນຫຼາຍຂຶ້ນເລື້ອຍໆ ແລະ ເໝາະສົມສຳລັບການນຳໃຊ້ຫຼາຍຂຶ້ນເລື້ອຍໆ. ຖ້າຄົນແບບນີ້ສືບຕໍ່ເດີນໄປຕາມເສັ້ນທາງນີ້, ແລ້ວພວກເຂົາກໍຈະເປັນຜູ້ທີ່ໄດ້ຮັບຄວາມລອດພົ້ນຢ່າງແນ່ນອນ; ຄົນເຫຼົ່ານີ້ຄືຜູ້ທີ່ວຽກງານຂອງພຣະເຈົ້າຕັ້ງໃຈຈະຊ່ວຍໃຫ້ລອດພົ້ນ. ຈົ່ງສັງເກດເບິ່ງຜູ້ຄົນທີ່ຢູ່ອ້ອມຂ້າງພວກເຈົ້າ. ຈົ່ງເບິ່ງວ່າໃຜມັກຈະທຸ່ມເທຄວາມພະຍາຍາມຢ່າງຕໍ່ເນື່ອງເຂົ້າໃນຮູບລັກສະນະພາຍນອກ, ເຂົ້າໃນຂໍ້ບົກຜ່ອງ, ຈຸດຕຳໜິ ແລະ ຄວາມອ່ອນແອໃນຄວາມເປັນມະນຸດຂອງພວກເຂົາ, ໂດຍເຮັດຈົນສຸດຄວາມສາມາດເພື່ອປິດບັງ ແລະ ປົກປິດພວກເຂົາເອງ ເພື່ອໃຫ້ໄດ້ຮັບຄວາມເຄົາລົບ, ຄວາມຊື່ນຊົມ ແລະ ການນະມັດສະການຈາກຄົນອື່ນ ແລະ ເພື່ອໃຫ້ມີສະຖານະໃນຫົວໃຈຂອງຜູ້ຄົນ, ຄົນປະເພດນີ້ຄືຟາຣີຊາຍ. ພວກຟາຣີຊາຍມີຜົນສຸດທ້າຍພຽງຢ່າງດຽວເທົ່ານັ້ນ: ການພິນາດໄປພ້ອມກັບໜູ. ສະນັ້ນ, ເຮົາຈຶ່ງເວົ້າວ່າ ຄົນປະເພດນີ້ຈົບສິ້ນແລ້ວ ແລະ ຖືກກຳຈັດແລ້ວ.
ຕັ້ງແຕ່ຕົ້ນຈົນຈົບ, ວຽກງານທີ່ພຣະເຈົ້າເຮັດນັ້ນບໍ່ແມ່ນ ເພື່ອປ່ຽນແປງຂໍ້ບົກຜ່ອງ ແລະ ຈຸດຕຳໜິໃນຄວາມເປັນມະນຸດຂອງຜູ້ຄົນ, ມັນພຽງແຕ່ເພື່ອຟື້ນຟູສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິເທົ່ານັ້ນ. ສິ່ງທີ່ພຣະເຈົ້າຕ້ອງການປ່ຽນແປງຄືອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ. ແນ່ນອນວ່າ ພຣະເຈົ້າຍັງມັກຈະກ່າວເຖິງການກຳຈັດອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ ແລະ ດ້ວຍເຫດນັ້ນ ຈຶ່ງເຮັດໃຫ້ພວກເຂົາສາມາດໄດ້ຮັບຄວາມລອດພົ້ນ. ສະນັ້ນ, ການຟື້ນຟູຄວາມເປັນມະນຸດທີ່ປົກກະຕິຖືກສ້າງຂຶ້ນບົນພື້ນຖານຫຍັງ? ມັນຖືກສ້າງຂຶ້ນບົນພື້ນຖານຂອງການທີ່ຜູ້ຄົນໄດ້ປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ຄວາມເປັນມະນຸດທີ່ປົກກະຕິຂອງຜູ້ຄົນທີ່ຄ່ອຍໆໄດ້ຮັບການຟື້ນຟູໝາຍຄວາມວ່າ ສະຕິຮູ້ສຶກຜິດຊອບຂອງພວກເຂົາເລີ່ມມີຄວາມຮູ້ສຶກອີກຄັ້ງ, ເຫດຜົນຂອງພວກເຂົາຄ່ອຍໆປົກກະຕິຫຼາຍຂຶ້ນເລື້ອຍໆ ແລະ ພວກເຂົາສາມາດເຮັດສິ່ງທີ່ຖືກຕ້ອງ ແລະ ກ່າວຄຳເວົ້າທີ່ຖືກຕ້ອງຈາກມຸມມອງຂອງຄວາມເປັນມະນຸດທີ່ປົກກະຕິໄດ້; ພວກເຂົາບໍ່ກໍ່ໃຫ້ເກີດການຂັດຂວາງ ຫຼື ການລົບກວນ, ຄຳເວົ້າ ແລະ ການກະທຳຂອງພວກເຂົາບໍ່ຫຸນຫັນ, ຕາບອດ ຫຼື ມຸທະລຸ, ແຕ່ອີງໃສ່ຫຼັກການໃນພຣະທຳຂອງພຣະເຈົ້າທັງສິ້ນ, ເຫດຜົນຂອງພວກເຂົາເປັນປົກກະຕິຢ່າງຍິ່ງ ແລະ ຄວາມເປັນມະນຸດຂອງພວກເຂົາກໍຊື່ກົງ ແລະ ໃຈດີຢ່າງຍິ່ງ. ສະນັ້ນ, ອີງໃສ່ພື້ນຖານຫຍັງທີ່ສິ່ງເຫຼົ່ານີ້ສາມາດບັນລຸໄດ້ ແລະ ລະດັບຂອງການຟື້ນຟູນີ້ສາມາດບັນລຸໄດ້? ມັນບັນລຸໄດ້ບົນພື້ນຖານຂອງການທີ່ອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນຖືກປ່ຽນແປງ, ການທີ່ຜູ້ຄົນປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຜ່ານການປະຕິບັດຄວາມຈິງ ແລະ ການຍອມຮັບການພິພາກສາ ແລະ ການລົງທັນຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ, ຖ້າອຸປະນິໄສທີ່ເສື່ອມຊາມຂອງເຈົ້າບໍ່ຖືກປ່ຽນແປງ ຫຼື ຖືກປະຖິ້ມ, ແລ້ວເຖິງແມ່ນວ່າຄວາມເປັນມະນຸດຂອງເຈົ້າຈະຂ້ອນຂ້າງດີ ແລະ ເຈົ້າມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນບາງຢ່າງກໍຕາມ, ໂດຍປາສະຈາກຄວາມຈິງເປັນຊີວິດຂອງເຈົ້າ, ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງເຈົ້າກໍບໍ່ສາມາດເປັນຕົວຄວບຄຸມໄດ້ ແລະ ເຈົ້າກໍຍັງມັກຈະໄດ້ຮັບອິດທິພົນ, ຖືກຍຸຍົງ ແລະ ຖືກປຸກປັ່ນໂດຍອຸປະນິໄສທີ່ເສື່ອມຊາມຂອງເຈົ້າ ໃຫ້ເຮັດໃນສິ່ງທີ່ຂັດກັບສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງເຈົ້າ. ສະນັ້ນ, ເຖິງແມ່ນວ່າເຈົ້າຈະມີຄວາມຮູ້ສຶກຍຸຕິທຳເລັກໜ້ອຍ, ມັນກໍເປັນພຽງຄວາມປາຖະໜາ ແລະ ຄວາມຕັ້ງໃຈປະເພດໜຶ່ງເທົ່ານັ້ນ. ເຈົ້າພຽງແຕ່ມີຄວາມເປັນມະນຸດທີ່ໃຈດີເລັກໜ້ອຍ, ແຕ່ເພາະວ່າອຸປະນິໄສທີ່ເສື່ອມຊາມຂອງເຈົ້າເປັນຊີວິດຂອງເຈົ້າ ແລະ ຄວບຄຸມເຈົ້າຈາກພາຍໃນ, ສິ່ງທີ່ເຈົ້າສາມາດບັນລຸໄດ້ກໍມີພຽງແຕ່ການບໍ່ເຮັດຄວາມຊົ່ວ ແລະ ບໍ່ເປັນຝ່າຍເລີ່ມຕົ້ນທີ່ຈະຫຼອກລວງ ແລະ ທຳຮ້າຍຄົນອື່ນ ເຊິ່ງຖືວ່າເຮັດໄດ້ດີຫຼາຍແລ້ວ. ເວົ້າອີກຢ່າງໜຶ່ງກໍຄື ເຈົ້າສາມາດຮັບປະກັນໄດ້ພຽງແຕ່ວ່າ ເຈົ້າຈະບໍ່ເຮັດຄວາມຊົ່ວເມື່ອຜົນປະໂຫຍດສ່ວນຕົວຂອງເຈົ້າເອງບໍ່ໄດ້ຮັບຜົນກະທົບ ແລະ ຫຼັງຈາກທີ່ຜົນປະໂຫຍດສ່ວນຕົວຂອງເຈົ້າໄດ້ຮັບຜົນກະທົບ, ອຸປະນິໄສທີ່ເສື່ອມຊາມຂອງເຈົ້າກໍຈະປາກົດຂຶ້ນມາປາບປາມສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງເຈົ້າ, ເຮັດໃຫ້ເຈົ້າປົກປ້ອງຜົນປະໂຫຍດ ແລະ ສິດຂອງເຈົ້າເອງ ແລະ ດັ່ງນັ້ນ ມັນຈຶ່ງເປັນເລື່ອງຍາກຫຼາຍສຳລັບເຈົ້າທີ່ຈະປ່ອຍໃຫ້ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນເປັນຕົວຄວບຄຸມ. ເປັນຫຍັງຈຶ່ງເປັນແນວນັ້ນ? ມັນເປັນເພາະວ່າຄວາມຈິງບໍ່ແມ່ນຊີວິດຂອງເຈົ້າ; ໃນທາງກົງກັນຂ້າມ ອຸປະນິໄສທີ່ເສື່ອມຊາມຂອງຊາຕານຕ່າງຫາກທີ່ເປັນຊີວິດຂອງເຈົ້າ. ສະນັ້ນ, ເຈົ້າຈຶ່ງສາມາດເປີດເຜີຍສະຕິຮູ້ສຶກຜິດຊອບ ຫຼື ເຫດຜົນໃນຄວາມເປັນມະນຸດຂອງເຈົ້າໄດ້ພຽງເລັກໜ້ອຍເທົ່ານັ້ນ ເມື່ອຜົນປະໂຫຍດຂອງເຈົ້າບໍ່ໄດ້ຮັບຄວາມເສຍຫາຍ. ທັນທີທີ່ຜົນປະໂຫຍດຂອງເຈົ້າໄດ້ຮັບຄວາມເສຍຫາຍ ຫຼື ຖືກຄຸກຄາມ, ອຸປະນິໄສທີ່ເສື່ອມຊາມຂອງເຈົ້າກໍຈະປາກົດຂຶ້ນມາໃນທັນທີເພື່ອປາບປາມສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງເຈົ້າ, ເຮັດໃຫ້ເຈົ້າເຮັດໃນສິ່ງທີ່ຂັດກັບສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ, ນັ້ນກໍຄື ສິ່ງທີ່ຂັດກັບສິນທຳ ແລະ ຄວາມຍຸຕິທຳທາງສິນທຳ ແລະ ເຈົ້າອາດຈະສາມາດເຮັດໄດ້ທຸກສິ່ງ. ແນ່ນອນ ມັນສາມາດເວົ້າໄດ້ວ່າການກະທຳທັງໝົດເຫຼົ່ານີ້ຂັດກັບຄວາມຈິງ; ສິ່ງນີ້ເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້. ສະນັ້ນ, ສິ່ງທີ່ຄົນໃດໜຶ່ງໃຊ້ຊີວິດຕາມນັ້ນບໍ່ໄດ້ຂຶ້ນຢູ່ກັບເງື່ອນໄຂໃນຄວາມເປັນມະນຸດຂອງພວກເຂົາ, ແຕ່ຂຶ້ນຢູ່ກັບວ່າແກ່ນແທ້ຂອງຊີວິດພາຍໃນຂອງພວກເຂົາແມ່ນຫຍັງ. ຖ້າພວກເຂົາມີຄວາມຈິງເປັນຊີວິດຂອງພວກເຂົາຢ່າງແທ້ຈິງ, ແລ້ວຊີວິດຂອງພວກເຂົາກໍຈະປະກອບດ້ວຍຄວາມຈິງ, ພຣະທຳຂອງພຣະເຈົ້າ ແລະ ຫົນທາງແຫ່ງການຢໍາເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍ. ແລ້ວສະຕິຮູ້ສຶກຜິດຊອບ ແລະ ເຫດຜົນແຫ່ງຄວາມເປັນມະນຸດທີ່ປົກກະຕິຂອງພວກເຂົາກໍຈະຍັງຄົງຢູ່ໃນສະພາບທີ່ດີທີ່ສຸດ ແລະ ສາມາດເຮັດວຽກໄດ້, ເຮັດໃຫ້ພວກເຂົາສາມາດປະຕິບັດຄວາມຈິງ ແລະ ກະທຳຕາມຫຼັກການ. ເຖິງຢ່າງໃດກໍຕາມ, ຖ້າແກ່ນແທ້ຂອງຊີວິດຂອງຄົນໃດໜຶ່ງແມ່ນອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ແລ້ວສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງພວກເຂົາກໍຈະຫຼຸດລົງສູ່ມາດຕະຖານທີ່ຕໍ່າທີ່ສຸດ, ນັ້ນກໍຄື ພວກເຂົາພຽງແຕ່ບໍ່ຫຼຸດລົງຕໍ່າກວ່າຂອບເຂດທີ່ຕໍ່າທີ່ສຸດຂອງຄວາມເປັນມະນຸດເທົ່ານັ້ນ. ຂອບເຂດທີ່ຕໍ່າທີ່ສຸດນີ້ແມ່ນຫຍັງ? “ຂ້າພະເຈົ້າຈະບໍ່ໂຈມຕີຈົນກວ່າຂ້າພະເຈົ້າຖືກໂຈມຕີ; ຖ້າຂ້າພະເຈົ້າຖືກໂຈມຕີ, ຂ້າພະເຈົ້າຈະໂຈມຕີກັບຢ່າງແນ່ນອນ”; “ຕາຕໍ່ຕາ, ແຂ້ວຕໍ່ແຂ້ວ”; “ໜາມຍອກຕ້ອງເອົາໜາມບົ່ງ”. ມີຫຍັງອີກ? “ຍອມເປັນຄົນຊົ່ວທີ່ແທ້ຈິງ ດີກວ່າເປັນສຸພາບບຸລຸດຈອມປອມ”. ນີ້ຄືຂອບເຂດທີ່ຕໍ່າທີ່ສຸດສຳລັບວິທີທີ່ຜູ້ບໍ່ມີຄວາມເຊື່ອຫຼາຍຄົນປະພຶດຕົນ. ສຳລັບຜູ້ບໍ່ມີຄວາມເຊື່ອ, ການທີ່ສາມາດປະຕິບັດດ້ວຍວິທີນີ້ໄດ້ກໍຖືວ່າດີພໍສົມຄວນ. ພວກເຈົ້າເຂົ້າໃຈຫຍັງແດ່ຈາກສິ່ງນີ້? ຖ້າເຈົ້າບໍ່ໄລ່ຕາມເສາະຫາຄວາມຈິງ, ອຸປະນິໄສທີ່ເສື່ອມຊາມຂອງເຈົ້າກໍຈະບໍ່ຖືກປະຖິ້ມ, ແກ່ນແທ້ຂອງຊີວິດຂອງເຈົ້າກໍຈະບໍ່ປ່ຽນແປງ ແລະ ຖ້າແກ່ນແທ້ຂອງຊີວິດຂອງເຈົ້າບໍ່ປ່ຽນແປງ, ແລ້ວສະຕິຮູ້ສຶກຜິດຊອບ ແລະ ເຫດຜົນແຫ່ງຄວາມເປັນມະນຸດທີ່ປົກກະຕິຂອງເຈົ້າກໍຈະບໍ່ໄດ້ຮັບການຟື້ນຟູໃນແກ່ນແທ້ ແລະ ຈະມີຮູບແບບທີ່ບໍ່ຫຼຸດລົງຕໍ່າກວ່າຂອບເຂດທີ່ຕໍ່າທີ່ສຸດຂອງຄວາມເປັນມະນຸດເທົ່ານັ້ນ. ເຖິງຢ່າງໃດກໍຕາມ, ຖ້າອຸປະນິໄສທີ່ເສື່ອມຊາມຂອງເຈົ້າຖືກປະຖິ້ມແລ້ວ ແລະ ແກ່ນແທ້ຂອງຊີວິດຂອງເຈົ້າປ່ຽນແປງແລ້ວ, ແລ້ວສະຕິຮູ້ສຶກຜິດຊອບ ແລະ ເຫດຜົນແຫ່ງຄວາມເປັນມະນຸດທີ່ປົກກະຕິຂອງເຈົ້າກໍຈະຖືກເຮັດໃຫ້ເໝາະສົມ ແລະ ຍົກລະດັບໃນລະດັບໃດໜຶ່ງ. ຄຳວ່າ “ເຮັດໃຫ້ເໝາະສົມ” ແລະ “ຍົກລະດັບ” ໃນທີ່ນີ້ໝາຍເຖິງຫຍັງ? ມັນໝາຍຄວາມວ່າ ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງເຈົ້າເລີ່ມເຮັດວຽກຕາມປົກກະຕິ, ມັນບໍ່ເປັນຈິງທີ່ພວກມັນພຽງແຕ່ບໍ່ຂ້າມຂອບເຂດທີ່ຕໍ່າທີ່ສຸດເທົ່ານັ້ນ, ແຕ່ພວກມັນບັນລຸມາດຕະຖານຂອງການປະຕິບັດຄວາມຈິງ. ສິ່ງທີ່ເອີ້ນວ່າຄົນດີໃນທ່າມກາງຜູ້ບໍ່ມີຄວາມເຊື່ອພຽງແຕ່ສະແດງສະຕິຮູ້ສຶກຜິດຊອບ ແລະ ເຫດຜົນບາງຢ່າງ, ບໍ່ເຮັດການກະທຳທີ່ຊົ່ວຮ້າຍຢ່າງຊັດເຈນ ແລະ ບໍ່ຂ້າມຂອບເຂດທີ່ຕໍ່າທີ່ສຸດຂອງຄວາມຍຸຕິທຳທາງສິນທຳ. ສິ່ງນີ້ກໍຖືວ່າເຮັດໄດ້ຂ້ອນຂ້າງດີຫຼາຍແລ້ວ; ພວກເຂົາສາມາດຖືກພິຈາລະນາວ່າເປັນຄົນທີ່ດີຫຼາຍ. ເຖິງຢ່າງໃດກໍຕາມ, ຄົນທີ່ມີຄວາມຈິງເປັນຊີວິດຂອງພວກເຂົານັ້ນກ້າວຂ້າມສິ່ງນີ້; ພວກເຂົາມີຄວາມສາມາດທີ່ຈະແຍກແຍະສິ່ງທີ່ຖືກຈາກສິ່ງທີ່ຜິດ ແລະ ສາມາດລະບຸຄວາມຖືກຕ້ອງ ແລະ ຄວາມຜິດປະເພດຕ່າງໆ ແລະ ລະບຸຄົນປະເພດຕ່າງໆໄດ້. ແລ້ວ ພື້ນຖານຂອງພວກເຂົາແມ່ນຫຍັງ? ມັນຄືຫຼັກການຄວາມຈິງ. ພວກເຂົາມີຫຼັກການຄວາມຈິງ, ສິ່ງນີ້ບໍ່ສູງກວ່າມາດຕະຖານຂອງສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຫຼາຍບໍ? (ແມ່ນແລ້ວ). ເພາະວ່າພວກເຂົາເຂົ້າໃຈຄວາມຈິງ ແລະ ມີຄວາມຈິງເປັນຊີວິດຂອງພວກເຂົາ ແລະ ພື້ນຖານທີ່ພວກເຂົາໃຊ້ເພື່ອລະບຸເລື່ອງຕ່າງໆນັ້ນສູງກວ່າມາດຕະຖານຂອງຄົນທີ່ເສື່ອມຊາມໂດຍປົກກະຕິຫຼາຍ, ພວກເຂົາຈຶ່ງຈະຢືນຢັດໃນການກະທຳຕາມຫຼັກການຄວາມຈິງ ເມື່ອພົບພໍ້ເລື່ອງທີ່ຊັບຊ້ອນ. ຫຼັງຈາກທີ່ຈັບໃຈຄວາມຫຼັກການຄວາມຈິງແລ້ວ, ຄວາມຄິດຂອງພວກເຂົາກໍຈະບໍ່ມຶນງົງ ແລະ ຄວາມຄິດຂອງພວກເຂົາກໍຈະຊັດເຈນ. ຄຳວ່າຊັດເຈນໝາຍຄວາມວ່າແນວໃດ? ມັນໝາຍເຖິງການມີເຫດຜົນ. ບໍ່ວ່າເລື່ອງທີ່ພວກເຂົາພົບພໍ້ຈະຊັບຊ້ອນສໍ່າໃດກໍຕາມ, ຫຼັກການຄວາມຈິງສຳລັບການປະຕິບັດກໍຖືກສະຫຼັກໄວ້ໃນຫົວໃຈຂອງພວກເຂົາ; ພວກເຂົາໄດ້ຈັບໃຈຄວາມຄວາມຈິງຢ່າງຖືກຕ້ອງ ແລະ ຢ່າງຖີ່ຖ້ວນ ແລະ ມັນກໍໄດ້ກາຍເປັນຊີວິດຂອງພວກເຂົາແລ້ວ. ເມື່ອປະເຊີນໜ້າກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຊັບຊ້ອນທຸກປະເພດ, ພວກເຂົາມີເກນພື້ນຖານ, ນັ້ນກໍຄືການຍຶດໝັ້ນໃນຫຼັກການຄວາມຈິງ. ຫຼັກການຄວາມຈິງເຫຼົ່ານີ້ເຮັດໃຫ້ພວກເຂົາສາມາດເບິ່ງທະລຸເຖິງແກ່ນແທ້ຂອງສິ່ງທີ່ຊັບຊ້ອນຕ່າງໆ ແລະ ເບິ່ງທະລຸວ່າຄວາມເປັນຈິງຂອງບັນຫານັ້ນແມ່ນຫຍັງ; ພວກເຂົາສາມາດລະບຸສິ່ງເຫຼົ່ານີ້ໄດ້. ນີ້ຄືຄວາມມີເຫດຜົນຂອງພວກເຂົາ. ຄວາມມີເຫດຜົນນີ້ບໍ່ສູງກວ່າຄວາມມີເຫດຜົນຂອງຄົນທຳມະດາບໍ? (ແມ່ນແລ້ວ). ແລ້ວເມື່ອໄປບຮອດລະດັບນີ້ແລ້ວ, ຄວາມມີເຫດຜົນຂອງພວກເຂົາບໍ່ໄດ້ຮັບການຍົກລະດັບ ແລະ ເຮັດໃຫ້ເໝາະສົມບໍ? (ແມ່ນແລ້ວ). ຄວາມເປັນມະນຸດທີ່ປົກກະຕິປະເພດນີ້ຄືສິ່ງທີ່ພຣະເຈົ້າຕ້ອງການ; ພຣະເຈົ້າບໍ່ຕ້ອງການຄົນເບົາປັນຍາ. ບາງຄົນເວົ້າວ່າ “ຂ້ອຍເປັນຄົນບໍ່ມີເລ່ລ່ຽມ ແລະ ຂີ້ຢ້ານ ແລະ ຂ້ອຍກໍມັກຈະຖືກລັງແກສະເໝີ”, ໃນຂະນະທີ່ຄົນອື່ນເວົ້າວ່າ “ຂີດຄວາມສາມາດຂອງຂ້ອຍຕໍ່າແທ້ໆ ແລະ ຂ້ອຍກໍບໍ່ມີຄວາມສາມາດໃນການເຮັດວຽກ ຫຼື ຄວາມສາມາດພິເສດໃດໆເລີຍ”. ພຣະເຈົ້າກ່າວວ່າສິ່ງເຫຼົ່ານີ້ບໍ່ສຳຄັນ ແລະ ສິ່ງທີ່ສຳຄັນກໍຄືເຈົ້າເຂົ້າໃຈຫຼັກການຄວາມຈິງ ຫຼື ບໍ່. ຖ້າເຈົ້າເຂົ້າໃຈຫຼັກການຄວາມຈິງ ແລະ ເຈົ້າເວົ້າ ແລະ ກະທຳຕາມມາດຕະຖານ ແລະ ຫຼັກການຂອງການເປັນຄົນຊື່ສັດ, ແລ້ວເຖິງແມ່ນວ່າຜູ້ບໍ່ມີຄວາມເຊື່ອຈະເຍາະເຍີ້ຍເຈົ້າວ່າເປັນຄົນໂງ່ຈ້າກໍຕາມ, ມັນກໍບໍ່ແມ່ນຄວາມໂງ່ຈ້າທີ່ແທ້ຈິງ. ເປັນຫຍັງ? ມັນເປັນເພາະວ່າ ຫຼັງຈາກທີ່ເຈົ້າເຂົ້າໃຈຫຼັກການຄວາມຈິງແລ້ວ, ເຫດຜົນຂອງເຈົ້າກໍຈະໜັກແໜ້ນ ແລະ ຖືກເຮັດໃຫ້ເໝາະສົມ, ສູງກວ່າເຫດຜົນຂອງຄົນທຳມະດາ. ເມື່ອເຈົ້າພົບພໍ້ເລື່ອງໃດກໍຕາມ, ເຈົ້າຈະບໍ່ມຶນງົງ; ເຈົ້າມີຫຼັກການ, ຈຸດຢືນ ແລະ ເປົ້າໝາຍທີ່ຖືກຕ້ອງເປັນພື້ນຖານເພື່ອຮັບມືກັບມັນ. ຈິດໃຈຂອງເຈົ້າແຈ່ມແຈ້ງ ແລະ ຄວາມຄິດຂອງເຈົ້າກໍຊັດເຈນ. ເຈົ້າກະທຳການ ໂດຍພະຍາຍາມຕອບສະໜອງມາດຕະຖານ ແລະ ຫຼັກການເຫຼົ່ານັ້ນ ແລະ ແນ່ນອນວ່າ ເຈົ້າບໍ່ໄດ້ເຮັດໃນສິ່ງທີ່ຂັດກັບເຈດຕະນາຂອງພຣະເຈົ້າ; ເຈົ້າກະທຳການສອດຄ່ອງກັບເຈດຕະນາຂອງພຣະອົງຢ່າງແນ່ນອນ. ຫຼັງຈາກທີ່ເຈົ້າໄດ້ຈັດການກັບເລື່ອງນັ້ນແລ້ວ, ບໍ່ວ່າຜູ້ຄົນຈະເບິ່ງທະລຸມັນໃນເວລານັ້ນ ຫຼື ບໍ່ກໍຕາມ, ຫຼັງຈາກທີ່ເວລາຜ່ານພໍແລ້ວ ແລະ ຜູ້ຄົນເຂົ້າໃຈ, ພວກເຂົາທຸກຄົນກໍຈະເຊື່ອໝັ້ນຢ່າງເຕັມທີ່ ແລະ ຮູ້ວ່າວິທີທີ່ເຈົ້າຈັດການກັບມັນນັ້ນເປັນປະໂຫຍດຢ່າງຍິ່ງ. ສະນັ້ນ, ສາເຫດຕົ້ນຕໍຂອງການບັນລຸຜົນດັ່ງກ່າວແມ່ນຫຍັງ? ມັນກໍຄືການທີ່ເຈົ້າມີຄວາມຈິງເປັນຊີວິດຂອງເຈົ້າ. ເມື່ອນັ້ນເອງ ຄວາມມີເຫດຜົນຂອງເຈົ້າຈຶ່ງຈະສາມາດເຮັດໃຫ້ເຈົ້າມີດຸພິນິດທີ່ຖືກຕ້ອງ, ການກຳນົດລັກສະນະທີ່ຖືກຕ້ອງ ແລະ ຂໍ້ສະຫຼຸບທີ່ຖືກຕ້ອງກ່ຽວກັບຄົນ ແລະ ສິ່ງໃດໆກໍຕາມ, ພ້ອມທັງມີຫຼັກການທີ່ຖືກຕ້ອງໃນການປະຕິບັດ ແລະ ແນ່ນອນວ່າ ຍັງມີຫຼັກການທີ່ຖືກຕ້ອງສຳລັບການຊ່ວຍເຫຼືອ ແລະ ການຊີ້ນຳຜູ້ຄົນອີກດ້ວຍ. ແລ້ວຄວາມມີເຫດຜົນຂອງເຈົ້າບໍ່ໄດ້ຮັບການຍົກລະດັບ ແລະ ຖືກເຮັດໃຫ້ເໝາະສົມບໍ? ຄວາມເປັນມະນຸດທີ່ປົກກະຕິໄດ້ຮັບຄວາມມີເຫດຜົນດັ່ງກ່າວມາຈາກໃສ? (ຄວາມຈິງ). ຄົນທີ່ມີຄວາມຈິງເປັນຊີວິດຂອງພວກເຂົາຄືມະນຸດຊາດທີ່ພຣະເຈົ້າຕ້ອງການ. ບາງທີເຈົ້າອາດຈະເປັນຄົນໂງ່ຈ້າ, ບໍ່ມີເລ່ລ່ຽມ, ຂີ້ຢ້ານ ແລະ ບໍ່ມີຄວາມສາມາດ, ບາງທີເຈົ້າອາດຈະບໍ່ເປັນທີ່ນິຍົມ ແລະ ຖືກຜູ້ຄົນໃນໂລກລັງແກ, ແຕ່ສິ່ງເຫຼົ່ານີ້ບໍ່ສຳຄັນເລີຍ; ນີ້ບໍ່ແມ່ນສິ່ງທີ່ພຣະເຈົ້າເບິ່ງ. ບາງທີເຈົ້າອາດຈະມີຄວາມສາມາດຫຼາຍໃນໂລກ, ເກັ່ງເປັນພິເສດໃນການສັງເກດສີໜ້າທ່າທາງຂອງຜູ້ຄົນ, ແຍກແຍະກະແສ ແລະ ປ່ຽນທິດທາງໄປຕາມລົມ, ແຕ່ສິ່ງນີ້ກໍໄຮ້ປະໂຫຍດເຊັ່ນກັນ; ມັນບໍ່ໄດ້ເທົ່າກັບວ່າຄວາມມີເຫດຜົນຂອງເຈົ້າໜັກແໜ້ນ. ເມື່ອເຈົ້າຍອມຮັບຄວາມຈິງ, ເຂົ້າໃຈຄວາມຈິງ ແລະ ໄດ້ຈັບໃຈຄວາມ, ປະຕິບັດ ແລະ ໄດ້ຮັບປະສົບການກ່ຽວກັບຄວາມຈິງທັງໝົດ ແລະ ຄວາມຈິງໄດ້ກາຍເປັນຊີວິດຂອງເຈົ້າແລ້ວເທົ່ານັ້ນ, ການລະບຸ, ດຸນພິນິດ ແລະ ການຕັດສິນໃຈຂອງເຈົ້າກ່ຽວກັບເລື່ອງຕ່າງໆຈຶ່ງຈະສາມາດຖືກຕ້ອງໄດ້.
ກ່ຽວກັບສະຕິຮູ້ສຶກຜິດຊອບ, ກ່ອນໜ້ານີ້ພວກເຮົາເຄີຍເວົ້າວ່າມັນໝາຍເຖິງຫຍັງ? ມັນຄືຄວາມຮູ້ສຶກຍຸຕິທຳ ແລະ ຄວາມເມດຕາຂອງຄວາມເປັນມະນຸດທີ່ປົກກະຕິ. ຄົນໃດໜຶ່ງຕ້ອງທ່ຽງທຳ ແລະ ມີເມດຕາຈຶ່ງຈະສາມາດເວົ້າໄດ້ວ່າມີສະຕິຮູ້ສຶກຜິດຊອບ. ສະນັ້ນ, ຄວາມທ່ຽງທຳ ແລະ ຄວາມເມດຕາຂອງຄວາມເປັນມະນຸດທີ່ປົກກະຕິຈະສາມາດໄດ້ຮັບການປັບໃຫ້ເໝາະສົມ ແລະ ຍົກລະດັບໄດ້ແນວໃດ ຫຼັງຈາກທີ່ຄົນໃດໜຶ່ງມາເຊື່ອໃນພຣະເຈົ້າ? ສິ່ງນີ້ຕ້ອງຖືກສ້າງຂຶ້ນໂດຍອີງໃສ່ພື້ນຖານຂອງການເຂົ້າໃຈຄວາມຈິງ. ນັ້ນກໍຄື ຫຼັງຈາກທີ່ຄົນໃດໜຶ່ງເຂົ້າໃຈຄວາມຈິງແລ້ວ, ເກນທີ່ພວກເຂົາໃຊ້ເພື່ອປະພຶດຕົນ ແລະ ກະທຳກໍຈະເປັນເປົ້າໝາຍທີ່ເປັນບວກ, ເຊິ່ງຈະມີຜົນໃນທາງທີ່ດີ, ຄຸນຄ່າ ແລະ ຄວາມສຳຄັນທີ່ເປັນບວກສຳລັບຕົວພວກເຂົາເອງ ແລະ ສຳລັບທຸກຄົນ. ເມື່ອພວກເຂົາເຂົ້າໃຈຄວາມຈິງແລ້ວ, ພວກເຂົາກໍຈະເບິ່ງ ແລະ ຈັດການທຸກສິ່ງໂດຍອີງໃສ່ຫຼັກການຄວາມຈິງທີ່ພຣະເຈົ້າສັ່ງສອນ. ໃນສາຍຕາຂອງຄົນອື່ນ, ຄົນເຊັ່ນນີ້ແມ່ນຂ້ອນຂ້າງທ່ຽງທຳ. ຄວາມທ່ຽງທຳໝາຍຄວາມວ່າແນວໃດ? ຄວາມທ່ຽງທຳໝາຍເຖິງການບໍ່ເອນອຽງໄປທາງຊ້າຍ ຫຼື ທາງຂວາ, ບໍ່ເອນອຽງໄປສູ່ຄວາມຫົວຮ້ອນ, ຄວາມຮູ້ສຶກ, ຜົນປະໂຫຍດ ຫຼື ຄວາມສຳພັນສ່ວນຕົວ ຫຼື ເຈດຕະນາສ່ວນຕົວ, ແຕ່ເປັນການປະຕິບັດໄປສູ່ເປົ້າໝາຍທີ່ຖືກຕ້ອງທີ່ສຸດ, ເໝາະສົມທີ່ສຸດ, ເປັນເປົ້າໝາຍທີ່ຄູ່ຄວນໄດ້ຮັບຄວາມເຄົາລົບ, ຄວາມຊື່ນຊົມ ແລະ ການຍົກຍ້ອງຈາກຜູ້ຄົນຫຼາຍທີ່ສຸດ ຫຼື ສາມາດເວົ້າໄດ້ວ່າ ເປັນການປະຕິບັດໄປສູ່ເປົ້າໝາຍທີ່ພຣະເຈົ້າເຫັນວ່າດີ ແລະ ຮອງຮັບ. ສິ່ງນີ້ບໍ່ເໜືອກວ່າ “ຄວາມທ່ຽງທຳ” ດັ່ງທີ່ມະນຸດຊາດທີ່ເສື່ອມຊາມທົ່ວໄປເບິ່ງບໍ? (ແມ່ນແລ້ວ). ຄວາມທ່ຽງທຳນີ້ໝາຍຄວາມວ່າແນວໃດ? ມັນສອດຄ່ອງກັບຫຼັກການຄວາມຈິງຢ່າງຄົບຖ້ວນ, ອີງໃສ່ພຣະທຳຂອງພຣະເຈົ້າຢ່າງສິ້ນເຊີງ ແລະ ຖືກສ້າງຂຶ້ນບົນພື້ນຖານຂອງສະຕິຮູ້ສຶກຜິດຊອບ. ເມື່ອຄົນໃດໜຶ່ງເຂົ້າໃຈຄວາມຈິງ, ພວກເຂົາກໍຄອບຄອງແນວທາງ ແລະ ຫຼັກການເພື່ອແກ້ໄຂບັນຫາ ແລະ ຈັດການກັບເລື່ອງຕ່າງໆ, ສະນັ້ນ ສະຕິຮູ້ສຶກຜິດຊອບຂອງຄົນຜູ້ນີ້ຂ້ອນຂ້າງບໍ່ສົມບູນແມ່ນບໍ? ມັນບໍ່ໄດ້ຮັບການປັບໃຫ້ເໝາະສົມແລ້ວບໍ? (ແມ່ນແລ້ວ). ແລ້ວຄົນທີ່ແທ້ຈິງ, ສິ່ງທີ່ຖືກສ້າງທີ່ແທ້ຈິງ, ບໍ່ຄວນຄອບຄອງສະຕິຮູ້ສຶກຜິດຊອບເຊັ່ນນີ້ບໍ? ພວກເຂົາບໍ່ຄວນຄອບຄອງຄວາມທ່ຽງທຳໃນຄວາມໝາຍນີ້ບໍ? (ແມ່ນແລ້ວ). ຄົນທີ່ແທ້ຈິງຄວນຄອບຄອງຄວາມທ່ຽງທຳໃນຄວາມໝາຍນີ້ທີ່ສອດຄ່ອງກັບຄວາມຈິງ, ແທນທີ່ຈະເປັນສິ່ງທີ່ຜູ້ຄົນເວົ້າເຖິງ, ເຊັ່ນການເປັນຄົນທ່ຽງທຳ ແລະ ຍຸຕິທຳຢ່າງເດັດຂາດ, ເປີດເຜີຍ ແລະ ກົງໄປກົງມາ ຫຼື “ລູກຜູ້ຊາຍຕົວຈິງກ້າເຮັດກ້າຮັບ”. ນັ້ນຄືຄວາມຫົວຮ້ອນ, ມັນບໍ່ມີເນື້ອຫາທີ່ແທ້ຈິງ ແລະ ມັນເປັນສິ່ງທີ່ຜູ້ຄົນປອມແປງຂຶ້ນມາຢ່າງສິ້ນເຊີງ. ຄວາມທ່ຽງທຳມີຄວາມຈິງເປັນພື້ນຖານຂອງມັນ; ມັນມີການປະຕິບັດການດຳເນີນຊີວິດທີ່ເປັນຈິງ. ມັນໝາຍຄວາມວ່າ ຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິມີຄວາມຈິງເປັນແຫຼ່ງກຳເນີດ ແລະ ຈຸດເລີ່ມຕົ້ນຂອງພວກເຂົາ ແລະ ສາມາດປະຕິບັດຕໍ່ ແລະ ຈັດການກັບເລື່ອງຕ່າງໆຕາມພຣະທຳຂອງພຣະເຈົ້າ, ສິ່ງນີ້ເອີ້ນວ່າຄວາມທ່ຽງທຳ. ຄວາມເມດຕາຍິ່ງບໍ່ຕ້ອງເວົ້າເຖິງເລີຍ; ຢ່າງໜ້ອຍທີ່ສຸດ, ມັນກໍກ້າວຂ້າມມາດຕະຖານຂອງສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ. ພາຍໃນຄວາມເມດຕາ, ບໍ່ມີຄວາມໜ້າຊື່ໃຈຄົດ, ຍິ່ງບໍ່ຕ້ອງເວົ້າເຖິງຄວາມໂຫດຮ້າຍເລີຍ. ມັນຄືການກະທຳໂດຍອີງໃສ່ວິທີການທີ່ເປັນປະໂຫຍດ ແລະ ເສີມສ້າງຜູ້ຄົນຢ່າງສິ້ນເຊີງ ແລະ ໃນເວລາດຽວກັນກໍສອດຄ່ອງກັບຂໍ້ກຳນົດຂອງພຣະເຈົ້າ; ມັນຄືການກະທຳໂດຍອີງໃສ່ເປົ້າໝາຍ ແລະ ເກນຂອງການຢໍາເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍ, ການເຮັດໃຫ້ພຣະເຈົ້າພໍໃຈ ແລະ ການປະຕິບັດຕາມຫົນທາງຂອງພຣະເຈົ້າຢ່າງສິ້ນເຊີງ. ນີ້ຄືສິ່ງທີ່ມີເມດຕາທີ່ສຸດ, ມະຫັດສະຈັນທີ່ສຸດພາຍໃຕ້ສະຫວັນ, ໃນທົ່ວທັງຈັກກະວານ. ຄົນທີ່ມີພຣະທຳຂອງພຣະເຈົ້າ ຫຼື ຄວາມຈິງເປັນຊີວິດຂອງພວກເຂົາ ແນ່ນອນວ່າມີຫົວໃຈທີ່ມີເມດຕາທີ່ສຸດ, ເພາະວ່າພວກເຂົາສາມາດຍອມຮັບຄວາມຈິງໄດ້ ແລະ ສິ່ງນີ້ກໍຕອບສະໜອງມາດຕະຖານທີ່ພຣະເຈົ້າຮຽກຮ້ອງຈາກຜູ້ຄົນຢ່າງຄົບຖ້ວນ. ໃນເມື່ອພວກເຂົາຄອບຄອງຄວາມເປັນມະນຸດປະເພດນີ້, ມັນຈຶ່ງເໝາະສົມທີ່ຈະເວົ້າວ່າພວກເຂົາທ່ຽງທຳ ແລະ ມັນກໍເໝາະສົມທີ່ຈະເວົ້າວ່າພວກເຂົາມີເມດຕາເຊັ່ນກັນ. ນີ້ເປັນເພາະວ່າພວກເຂົາສາມາດຍອມຮັບ ແລະ ປະຕິບັດຄວາມຈິງ ແລະ ພວກເຂົາບໍ່ໄດ້ເຮັດຕາມຄວາມຮູ້ສຶກຂອງພວກເຂົາ ຫຼື ມີຄວາມທະເຍີທະຍານ ຫຼື ຄວາມປາຖະໜາໃນການປະຕິບັດໜ້າທີ່ຂອງພວກເຂົາ ແລະ ພວກເຂົາບໍ່ໄດ້ແອບມີພິດໄພຂອງວັດທະນະທຳດັ້ງເດີມຢູ່ພາຍໃນຕົວພວກເຂົາ ແລະ ມາດຕະຖານຂອງພວກເຂົາສຳລັບການວັດແທກສິນລະທຳ ແລະ ຄວາມເປັນມະນຸດກໍບໍ່ໄດ້ຖືກເຈືອປົນໂດຍປັດຊະຍາ, ຄວາມຄິດ ຫຼື ມຸມມອງໃດໜຶ່ງຂອງຊາຕານ, ມັນສອດຄ່ອງກັບຄວາມຈິງຢ່າງຄົບຖ້ວນ. ສະນັ້ນ ບອກເຮົາມາເບິ່ງ, ຄວາມເປັນມະນຸດທີ່ປະກອບດ້ວຍສະຕິຮູ້ສຶກຜິດຊອບ ແລະ ເຫດຜົນດັ່ງກ່າວບໍ່ໄດ້ຮັບການປັບໃຫ້ເໝາະສົມຫຼາຍແລ້ວບໍ? (ແມ່ນແລ້ວ). ເພາະວ່າຄົນປະເພດນີ້ຄອບຄອງຄວາມຈິງ ແລະ ເພາະວ່າແກ່ນແທ້ຂອງຊີວິດທີ່ພວກເຂົາດຳເນີນຊີວິດຢູ່ນັ້ນຄືຄວາມຈິງ, ຄວາມເປັນມະນຸດຂອງພວກເຂົາທີ່ຄອບຄອງແກ່ນແທ້ຂອງຊີວິດດັ່ງກ່າວຈຶ່ງສົມບູນ. ຖ້າພວກເຈົ້າບໍ່ມັກໄດ້ຍິນຄຳວ່າ “ສົມບູນ”, ແລ້ວເຮົາກໍສາມາດເອີ້ນມັນວ່າ “ໄດ້ຮັບການປັບໃຫ້ເໝາະສົມ” ໄດ້ເຊັ່ນກັນ. ຢ່າງໜ້ອຍທີ່ສຸດ, ໃນສາຍຕາຂອງພຣະເຈົ້າ, ພວກເຂົາກໍໄດ້ຮັບການປັບໃຫ້ເໝາະສົມ ແລະ ເປັນທີ່ຮັກຂອງພຣະເຈົ້າ. ພຣະເຈົ້າໃຊ້ຄວາມຮູ້ສຶກທາງສະຕິຮູ້ສຶກຜິດຊອບ, ເຫດຜົນ ແລະ ຄວາມຮູ້ສຶກລະອາຍໃຈພຽງເລັກນ້ອຍທີ່ຜູ້ຄົນມີ ເພື່ອປູກຝັງພຣະທຳຂອງພຣະອົງ ແລະ ຄວາມຈິງເຂົ້າໄປໃນພວກເຂົາ. ເມື່ອຄວາມຈິງແຫ່ງພຣະທຳຂອງພຣະເຈົ້າຖືກປູກຝັງເຂົ້າໄປໃນຕົວເຈົ້າ, ບໍ່ພຽງແຕ່ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງເຈົ້າຈະບໍ່ອ່ອນແອລົງ ຫຼື ຖືກປົກປິດໄວ້ເທົ່ານັ້ນ, ແຕ່ພວກມັນຍັງຈະກາຍເປັນປົກກະຕິ ແລະ ໄດ້ຮັບການປັບໃຫ້ເໝາະສົມຫຼາຍຂຶ້ນອີກດ້ວຍ. ນີ້ຄືມະນຸດຊາດທີ່ພຣະເຈົ້າຕ້ອງການ. ຢ່າເວົ້າວ່າສົມບູນ, ໃຫ້ເວົ້າວ່າໄດ້ຮັບການປັບໃຫ້ເໝາະສົມ. ເປັນຫຍັງຈຶ່ງບໍ່ເວົ້າວ່າສົມບູນ? ຖ້າເຮົາເວົ້າວ່າສົມບູນ, ບາງຄົນທີ່ຂາດຄວາມເຂົ້າໃຈຝ່າຍວິນຍານກໍຈະເວົ້າວ່າ “ພຣະອົງບໍ່ໄດ້ບອກວ່າບໍ່ໃຫ້ເປັນຄົນທີ່ສົມບູນບໍ?” ສະນັ້ນ ເຮົາຈຶ່ງຕ້ອງຫຼີກລ່ຽງຄຳນີ້, ໃນກໍລະນີທີ່ບາງຄົນເຂົ້າໃຈຜິດ. ຄວາມຈິງແລ້ວ, ຖ້າບາງສິ່ງໄດ້ຮັບການປັບໃຫ້ເໝາະສົມໃນສາຍຕາຂອງພຣະເຈົ້າ, ແລ້ວໃນທ່າມກາງມະນຸດຊາດທີ່ຖືກສ້າງກໍສາມາດເວົ້າໄດ້ວ່າມັນສົມບູນ. ຄວາມສົມບູນນີ້ບໍ່ແມ່ນຄວາມສົມບູນໃນຈິນຕະນາການຂອງຜູ້ຄົນ, ແຕ່ເປັນສິ່ງທີ່ສວຍງາມ ແລະ ດີງາມ, ເປັນພະລັງແຫ່ງຄວາມຍຸຕິທຳ ແລະ ຍັງເປັນສິ່ງທີ່ເປັນບວກ, ຄູ່ຄວນໄດ້ຮັບການຍົກຍ້ອງ, ຄວາມປາຖະໜາ, ການທະນຸຖະໜອມ, ຄວາມເຄົາລົບ ແລະ ການເຫັນຄຸນຄ່າຈາກຜູ້ຄົນ. ສະນັ້ນ, ຖ້າເຈົ້າຕ້ອງການໃຫ້ສະຕິຮູ້ສຶກຜິດຊອບຂອງເຈົ້າບໍ່ພຽງແຕ່ຢຸດຢູ່ທີ່ການບໍ່ຂ້າມຂອບເຂດທີ່ຕໍ່າທີ່ສຸດຂອງຄວາມເປັນມະນຸດໃນການປະພຶດຕົນຂອງເຈົ້າເທົ່ານັ້ນ, ແຕ່ຕ້ອງການເຮັດໃຫ້ສະຕິຮູ້ສຶກຜິດຊອບຂອງເຈົ້າອ່ອນໄຫວຫຼາຍຂຶ້ນ, ມີຄວາມຮັບຮູ້ຫຼາຍຂຶ້ນ ແລະ ເຮັດໃຫ້ເຫດຜົນຂອງເຈົ້າຕອບສະໜອງຂໍ້ກຳນົດຂອງພຣະເຈົ້າ, ແລ້ວເຈົ້າກໍມີພຽງເສັ້ນທາງດຽວເທົ່ານັ້ນ. ເສັ້ນທາງນີ້ບໍ່ແມ່ນການເອົາຊະນະຈຸດອ່ອນ ແລະ ຂໍ້ບົກຜ່ອງຕ່າງໆຂອງຄວາມເປັນມະນຸດ, ແຕ່ເປັນການໄລ່ຕາມເສາະຫາຄວາມຈິງ, ການທຸ່ມເທຄວາມພະຍາຍາມເຂົ້າໃນຄວາມຈິງຕ່າງໆທີ່ພຣະເຈົ້າສັ່ງສອນຜູ້ຄົນ ແລະ ການເຂົ້າໃຈວ່າມາດຕະຖານທີ່ພຣະເຈົ້າຮຽກຮ້ອງສຳລັບເຈົ້າແມ່ນຫຍັງ ເມື່ອເວົ້າເຖິງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ແລະ ວິທີທີ່ເຈົ້າຄວນເບິ່ງ, ປະຕິບັດຕໍ່ ແລະ ຈັດການກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆເຫຼົ່ານີ້. ພຣະເຈົ້າໄດ້ຮຽກຮ້ອງຫຼັກການ ແລະ ມາດຕະຖານສຳລັບທຸກດ້ານເຫຼົ່ານີ້. ໜ້າວຽກຂອງເຈົ້າແມ່ນຫຍັງ? ມັນກໍຄືການປະຕິບັດໄປສູ່ທິດທາງນີ້, ເປົ້າໝາຍນີ້, ຕາມມາດຕະຖານເຫຼົ່ານີ້. ກ່ອນອື່ນໝົດ, ຈົ່ງສະແຫວງຫາ ແລະ ເຂົ້າໃຈວ່າມາດຕະຖານສຳລັບການປະຕິບັດຄວາມຈິງແມ່ນຫຍັງ. ຕໍ່ໄປ, ຈົ່ງສ້າງຂໍ້ຮຽກຮ້ອງກັບຕົວເຈົ້າເອງຕາມມາດຕະຖານທີ່ພຣະເຈົ້າຮຽກຮ້ອງ, ໃນຂະນະດຽວກັນກໍປ່ອຍວາງຄວາມຄິດ, ມຸມມອງ, ກົດລະບຽບ, ຂໍ້ບັງຄັບຕ່າງໆ ແລະ ອື່ນໆ ໃນຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງເຈົ້າທີ່ບໍ່ສອດຄ່ອງກັບພຣະທຳຂອງພຣະເຈົ້າ ຫຼື ຄວາມຈິງ. ຈາກນັ້ນ, ຈົ່ງປ່ອຍໃຫ້ພຣະທຳຂອງພຣະເຈົ້າກາຍເປັນຫຼັກການຂອງການປະຕິບັດຂອງເຈົ້າເທື່ອລະໜ້ອຍ. ໃນຂະນະທີ່ຮຽນຮູ້ທີ່ຈະປ່ອຍວາງ, ຢ່າລືມວ່າ: ຈຸດປະສົງຂອງການປ່ອຍວາງບໍ່ແມ່ນເພື່ອເຮັດໃຫ້ເຈົ້າກາຍເປັນຄົນທີ່ພາຍໃນຫວ່າງເປົ່າ; ພຣະເຈົ້າຕ້ອງການໃຫ້ຊີວິດຂອງເຈົ້າມີເນື້ອຫາ. ເນື້ອຫານີ້ໝາຍເຖິງຫຍັງ? ມັນໝາຍເຖິງຫຼັກການທີ່ພຣະເຈົ້າຮຽກຮ້ອງສຳລັບເລື່ອງຕ່າງໆ. ແນ່ນອນວ່າ ພຣະເຈົ້າບໍ່ຕ້ອງການໃຫ້ຜູ້ຄົນປ່ຽນຫຼັກການຂອງການປະຕິບັດຕ່າງໆໃຫ້ກາຍເປັນທິດສະດີທີ່ຫວ່າງເປົ່າ, ພຽງແຕ່ເວົ້າເຖິງພວກມັນ ແຕ່ບໍ່ໄດ້ນຳພວກມັນໄປປະຕິບັດ. ແຕ່ພຣະອົງຫວັງວ່າຜູ້ຄົນຈະສາມາດປ່ຽນຫຼັກການຄວາມຈິງເຫຼົ່ານີ້ໃຫ້ກາຍເປັນສ່ວນໜຶ່ງຂອງຊີວິດຂອງພວກເຂົາຢ່າງໜັກແໜ້ນ ແລະ ນຳເອົາພຣະທຳຂອງພຣະເຈົ້າເຂົ້າມາສູ່ຊີວິດຈິງຂອງພວກເຂົາ. ຍົກຕົວຢ່າງການປະຕິບັດໜ້າທີ່, ພຣະເຈົ້າຮຽກຮ້ອງມາດຕະຖານໃດຈາກຜູ້ຄົນໃນເລື່ອງນີ້? ມັນກໍຄືໃຫ້ພວກເຂົາປະພຶດຕົນໃນລັກສະນະທີ່ຕິດດິນ ແລະ ຕາມສະຖານະທີ່ເໝາະສົມຂອງພວກເຂົາ. ນັ້ນກໍຄື ໃນການປະຕິບັດໜ້າທີ່ຂອງເຈົ້າ, ເຈົ້າຕ້ອງຕິດດິນ, ເຈົ້າຕ້ອງບໍ່ເຮັດພໍແລ້ວມືແລ້ວຕີນ ຫຼື ເຮັດແບບຜິວເຜີນ, ເຈົ້າຕ້ອງບໍ່ເຮັດພໍເປັນພິທີ ຫຼື ປະຕິບັດໜ້າທີ່ນັ້ນເພື່ອໃຫ້ຄົນອື່ນເຫັນ ແລະ ເຈົ້າກໍຕ້ອງບໍ່ໂອ້ອວດເຊັ່ນກັນ; ແນ່ນອນວ່າ ສິ່ງທີ່ສຳຄັນກວ່ານັ້ນກໍຄື ເຈົ້າຕ້ອງກະທຳຕາມຫຼັກການຄວາມຈິງ. ເຈົ້າຄວນກະທຳໃນວິທີທີ່ພຣະເຈົ້າບອກໃຫ້ເຈົ້າເຮັດ ແລະ ເຈົ້າຄວນງົດເວັ້ນການເຮັດໃນສິ່ງທີ່ພຣະເຈົ້າບອກບໍ່ໃຫ້ເຈົ້າເຮັດ. ຖ້າເຈົ້າບໍ່ສາມາດງົດເວັ້ນການເຮັດສິ່ງເຫຼົ່ານັ້ນໄດ້ຢ່າງສິ້ນເຊີງ, ແລ້ວກໍຈົ່ງເລີ່ມຕົ້ນດ້ວຍການເຮັດພວກມັນໃຫ້ໜ້ອຍລົງ, ກະບົດຕໍ່ຄວາມປາຖະໜາຂອງເຈົ້າເອງ ແລະ ຄວາມມັກຂອງເຈົ້າເອງ ແລະ ຄ່ອຍໆງົດເວັ້ນການເຮັດພວກມັນຢ່າງສິ້ນເຊີງ, ບໍ່ແມ່ນສິ່ງນີ້ບັນລຸໄດ້ງ່າຍບໍ? (ແມ່ນແລ້ວ). ໃນຂະບວນການໄລ່ຕາມເສາະຫາຄວາມລອດພົ້ນ, ເຈົ້າຄວນແກ້ໄຂ ແລະ ປ່ອຍວາງອຸປະນິໄສທີ່ເສື່ອມຊາມຕ່າງໆທີ່ຖືກເປີດໂປງໂດຍພຣະທຳຂອງພຣະເຈົ້າ. ແນ່ນອນວ່າ ການປ່ອຍວາງອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້ບໍ່ແມ່ນເປົ້າໝາຍສູງສຸດ. ເປົ້າໝາຍສູງສຸດກໍຄື ອີງໃສ່ເງື່ອນໄຂເບື້ອງຕົ້ນຂອງການປ່ອຍວາງອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້, ເພື່ອຍອມຮັບພຣະທຳຂອງພຣະເຈົ້າ ແລະ ຂໍ້ກຳນົດຂອງພຣະເຈົ້າ. ການຍອມຮັບພວກມັນບໍ່ແມ່ນເພື່ອປ່ຽນແປງອາລົມຂອງເຈົ້າ, ທັງບໍ່ແມ່ນເພື່ອເຮັດໃຫ້ເຈົ້າສາມາດດຳລົງຊີວິດຢ່າງມີກຽດສັກສີ; ມັນແມ່ນເພື່ອປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຈົ້າ. ນີ້ຄືເປົ້າໝາຍສູງສຸດ, ເພາະວ່າເຈົ້າຈະສາມາດໄດ້ຮັບຄວາມລອດພົ້ນໄດ້ກໍຕໍ່ເມື່ອເຈົ້າໄດ້ປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຈົ້າແລ້ວເທົ່ານັ້ນ.
ອຸປະສັກທີ່ໃຫຍ່ທີ່ສຸດເພື່ອໃຫ້ຜູ້ຄົນຮັບເອົາຄວາມລອດພົ້ນຄືອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ການສຶກສາທີ່ຕໍ່າ, ອາຍຸທີ່ຫຼາຍ ຫຼື ວິທີການເວົ້າທີ່ງຸ່ມງ່າມ ແລະ ການຂາດຄວາມສາມາດໃນການສະແດງອອກຂອງເຈົ້າ, ບໍ່ມີສິ່ງໃດເລີຍໃນສິ່ງເຫຼົ່ານີ້ທີ່ເປັນອຸປະສັກທີ່ໃຫຍ່ທີ່ສຸດຕໍ່ຄວາມລອດພົ້ນ. ທັກສະທາງວິຊາຊີບທີ່ຕ່ຳໃນໜ້າທີ່ຂອງເຈົ້າ ແລະ ການທີ່ເຈົ້າບໍ່ສາມາດເຂົ້າໃຈມັນໄດ້, ສິ່ງນີ້ກໍບໍ່ແມ່ນອຸປະສັກທີ່ໃຫຍ່ທີ່ສຸດຕໍ່ຄວາມລອດພົ້ນຂອງເຈົ້າເຊັ່ນກັນ. ແລ້ວອຸປະສັກທີ່ໃຫຍ່ທີ່ສຸດຕໍ່ຄວາມລອດພົ້ນແມ່ນຫຍັງ? ມັນຄືອຸປະນິໄສທີ່ເສື່ອມຊາມຂອງເຈົ້າ. ແນ່ນອນວ່າ ອຸປະນິໄສທີ່ເສື່ອມຊາມຕ່າງໆຂອງມະນຸດທີ່ຖືກເປີດໂປງໃນພຣະທຳຂອງພຣະເຈົ້ານັ້ນບໍ່ແມ່ນເລື່ອງງ່າຍສຳລັບຜູ້ຄົນທີ່ຈະແກ້ໄຂ. ສິ່ງນີ້ບໍ່ແມ່ນຍ້ອນວ່າຜູ້ຄົນບໍ່ເຕັມໃຈທີ່ຈະປ່ອຍວາງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ທັງບໍ່ແມ່ນຍ້ອນວ່າຄວາມຄິດ ແລະ ມຸມມອງຂອງພວກເຂົາຫຼ້າສະໄໝ ແລະ ແນ່ນອນວ່າ ຍິ່ງໄປກວ່ານັ້ນ ມັນກໍບໍ່ແມ່ນຍ້ອນຈຸດອ່ອນ ຫຼື ຂໍ້ບົກຜ່ອງໃນຄວາມເປັນມະນຸດຂອງພວກເຂົາ, ທັງບໍ່ແມ່ນຍ້ອນວ່າຜູ້ຄົນມຶນຊາ, ຕອບສະໜອງຊ້າ ແລະ ອື່ນໆ, ບໍ່ມີສິ່ງໃດເລີຍໃນສິ່ງເຫຼົ່ານີ້ທີ່ເປັນຕົ້ນຕໍຂອງບັນຫາ. ແລ້ວເປັນຫຍັງຈຶ່ງເປັນແນວນັ້ນ? ມັນເປັນພຽງຍ້ອນວ່າອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນໄດ້ຢັ່ງຮາກເລິກຢູ່ໃນຫົວໃຈຂອງພວກເຂົາ, ຜູ້ຄົນບໍ່ສາມາດປະຖິ້ມອຸປະນິໄສໄດ້ພຽງເພາະວ່າພວກເຂົາຕ້ອງການ, ດັ່ງນັ້ນ ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຈຶ່ງມັກຈະອອກມາຂັດຂວາງ ແລະ ລົບກວນໃນຂະນະທີ່ພວກເຂົາກຳລັງປະຕິບັດໜ້າທີ່ຂອງພວກເຂົາ. ຕົວຢ່າງ: ສົມມຸດວ່າເຈົ້າເປັນຜູ້ນຳຄຣິສຕະຈັກ ແລະ ເຈົ້າເຮັດບາງສິ່ງຜິດ ແລະ ຖືກລິຮານ. ໃນກໍລະນີດັ່ງກ່າວ, ເຈົ້າຄວນຍອມຮັບມັນ, ຍອມຮັບວ່າເຈົ້າເຮັດບາງສິ່ງຜິດ, ເຕັມໃຈທີ່ຈະກັບໃຈ ແລະ ປ່ຽນແປງວິທີການທີ່ຜິດນັ້ນ ແລະ ກະທຳຕາມຫຼັກການຄວາມຈິງ. ນີ້ເປັນເລື່ອງທີ່ງ່າຍດາຍຫຼາຍ, ແຕ່ເຈົ້າບໍ່ສາມາດເຮັດໄດ້. ເຈົ້າຄິດໄຕ່ຕອງວ່າ “ຂ້ອຍຖືກລິຮານແບບນີ້ເປັນເພາະວ່າພວກເຂົາເຫັນວ່າຂ້ອຍບໍ່ເປັນຕາພໍໃຈ ແລະ ຕ້ອງການປົດຂ້ອຍອອກບໍ?” ການຈົ່ມວ່າ ແລະ ຄວາມເຂົ້າໃຈຜິດເກີດຂຶ້ນໃນຫົວໃຈຂອງເຈົ້າ ແລະ ເຈົ້າເຖິງກັບພະຍາຍາມໂຕ້ຖຽງກັບພຣະເຈົ້າວ່າ “ໃນເມື່ອພຣະອົງເຫັນວ່າຂ້ອຍບໍ່ເປັນຕາພໍໃຈ ແລະ ຕ້ອງການປົດ ແລະ ກຳຈັດຂ້ອຍອອກ, ເຊັ່ນນັ້ນກໍໄດ້, ມາເວົ້າກັນໃຫ້ຊັດເຈນ. ຂ້ອຍເລີ່ມເຊື່ອໃນພຣະເຈົ້າຕອນອາຍຸສິບແປດປີ, ຂ້ອຍເປັນຜູ້ນຳມາຕະຫຼອດຫຼາຍປີນີ້, ປະຖິ້ມຄອບຄົວ ແລະ ອາຊີບ, ຍອມແພ້ເລື່ອງການແຕ່ງງານ ແລະ ຄອບຄົວ, ສິ່ງເຫຼົ່ານີ້ຈະຖືກຄິດໄລ່ແນວໃດ?” ຍິ່ງເຈົ້າຄິດໄລ່ຫຼາຍສໍ່າໃດ, ເຈົ້າກໍຍິ່ງມີອາລົມຫຼາຍຂຶ້ນສໍ່ານັ້ນ. ນີ້ເປັນພຽງການບໍ່ສາມາດປ່ອຍວາງໄດ້ບໍ? ບໍ່. ເປັນຫຍັງເຈົ້າຈຶ່ງບໍ່ສາມາດປ່ອຍວາງສິ່ງເຫຼົ່ານີ້ໄດ້? ມັນມີບັນຫາຕົ້ນຕໍຢູ່ບ່ອນນີ້. ເມື່ອເຈົ້າຖືກລິຮານ, ເຈົ້າຮູ້ສຶກວ່າບໍ່ໄດ້ຮັບຄວາມເປັນທຳ, ຈົ່ມວ່າ ແລະ ຮູ້ສຶກຕໍ່ຕ້ານໃນຫົວໃຈຂອງເຈົ້າ ແລະ ເຈົ້າຍັງພະຍາຍາມໂຕ້ຖຽງ ແລະ ແກ້ຕົວໃຫ້ກັບຕົວເຈົ້າເອງ ແລະ ເຖິງກັບຂໍໃຫ້ຄົນອື່ນອອກໜ້າແທນເຈົ້າ. ເປັນຫຍັງເຈົ້າຈຶ່ງກະທຳແບບນີ້? (ເພາະວ່າພວກຂ້ານ້ອຍມີອຸປະນິໄສທີ່ເສື່ອມຊາມ). ມັນມີພຽງເຫດຜົນດຽວ, ສາເຫດຕົ້ນຕໍດຽວ: ເຈົ້າມີອຸປະນິໄສທີ່ເສື່ອມຊາມທີ່ຍັງບໍ່ໄດ້ຮັບການແກ້ໄຂ. ບາງຄົນໃນທ່າມກາງພວກເຈົ້າຈະເວົ້າວ່າ “ມັນເປັນເພາະວ່າຂີດຄວາມສາມາດ ແລະ ສັກກະຍະພາບທີ່ມີມາແຕ່ເກີດຂອງຂ້ານ້ອຍບໍ່ພຽງພໍ ແລະ ຂ້ານ້ອຍບໍ່ສາມາດເຮັດວຽກງານໄດ້ແມ່ນບໍ?” ມັນເປັນໄປໄດ້ວ່າ ສຳລັບບາງຄົນໃນທ່າມກາງພວກເຈົ້າ, ນີ້ຄືໜຶ່ງໃນເຫດຜົນ; ເພາະວ່າຂີດຄວາມສາມາດຕໍ່າ ເຈົ້າຈຶ່ງບໍ່ມີຄວາມສາມາດໃນການເຮັດວຽກງານ ແລະ ເຈົ້າຍັງບໍ່ເຂົ້າໃຈຄວາມຈິງອີກດ້ວຍ, ສະນັ້ນ ເຈົ້າຈຶ່ງເຮັດສິ່ງທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ. ສິ່ງນີ້ເປັນພຽງຍ້ອນວ່າຂີດຄວາມສາມາດຂອງເຈົ້າຕໍ່າແທ້ໆບໍ? ນັ້ນເປັນພຽງດ້ານດຽວ. ບັນຫາຕົ້ນຕໍກໍຄືມີບັນຫາກ່ຽວກັບສະຕິຮູ້ສຶກຜິດຊອບຂອງເຈົ້າ. ບັນຫາກ່ຽວກັບສະຕິຮູ້ສຶກຜິດຊອບຂອງເຈົ້ານີ້ກ່ຽວຂ້ອງໂດຍກົງກັບອຸປະນິໄສທີ່ເສື່ອມຊາມຂອງເຈົ້າ. ເຈົ້າໄດ້ເຮັດສິ່ງທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ ແລະ ຖືກລິຮານ, ເຈົ້າຄວນປະຕິບັດຕໍ່ສິ່ງນີ້ແນວໃດ? ເຈົ້າປະຕິບັດຕໍ່ເລື່ອງທີ່ເຈົ້າບໍ່ມີຄວາມສາມາດສຳລັບວຽກງານແນວໃດ? ຖ້າເຈົ້າສາມາດປະຕິບັດຄວາມຈິງໄດ້, ສິ່ງເຫຼົ່ານີ້ກໍບໍ່ແມ່ນບັນຫາ ແລະ ເຈົ້າກໍສາມາດປະຕິບັດຕໍ່ພວກມັນຢ່າງຖືກຕ້ອງໄດ້. ແຕ່ຄົນສ່ວນໃຫຍ່ປະພຶດຕົນແນວໃດເມື່ອພວກເຂົາພົບພໍ້ກັບສິ່ງເຫຼົ່ານີ້? ພວກເຂົາພະຍາຍາມໂຕ້ຖຽງ, ພວກເຂົາຈົ່ມວ່າ, ກາຍເປັນຄົນຄິດລົບ ແລະ ພວກເຂົາເຖິງກັບເວົ້າດ້ວຍຄວາມຫົວຮ້ອນວ່າ “ມັນບໍ່ແມ່ນພຽງເພາະວ່າພວກເຈົ້າຄິດວ່າຂີດຄວາມສາມາດຂອງຂ້ອຍຕໍ່າ ແລະ ຂ້ອຍບໍ່ມີຄວາມສາມາດບໍ? ພຣະເຈົ້າບໍ່ໄດ້ປະທານຂີດຄວາມສາມາດນີ້ໃຫ້ກັບຂ້ອຍບໍ? ແຕ່ພວກເຈົ້າພັດຈົ່ມວ່າຂ້ອຍບໍ່ສາມາດເຮັດວຽກງານໄດ້! ຖ້າພວກເຈົ້າເຫັນວ່າຂ້ອຍບໍ່ເປັນຕາພໍໃຈ, ພວກເຈົ້າກໍຄວນຈະເວົ້າຕັ້ງແຕ່ດົນແລ້ວ!” ຖ້າມີການໃຊ້ຄຳເວົ້າທີ່ຮຸນແຮງກວ່າເລັກນ້ອຍໃນຂະນະທີ່ພວກເຂົາຖືກລິຮານ, ພວກເຂົາກໍຈະຄິດວ່າ “ຄວາມຫວັງໃນການໄດ້ຮັບພອນຂອງຂ້ອຍໝົດໄປແລ້ວບໍ? ສະຖານະຂອງຂ້ອຍໃນຊີວິດນີ້ກຳລັງຕົກຢູ່ໃນຄວາມສ່ຽງ ແລະ ບາງທີຂ້ອຍອາດຈະບໍ່ມີຄວາມຫວັງໃນໂລກທີ່ຈະມາເຖິງເຊັ່ນກັນ”. ພວກເຂົາມີຄວາມຕັ້ງໃຈທີ່ຈະສະແຫວງຫາຄວາມຈິງບໍ? ພວກເຂົາສາມາດອ່ອນນ້ອມໃນຫົວໃຈຂອງພວກເຂົາໄດ້ບໍ? ມັນບໍ່ແມ່ນເລື່ອງງ່າຍສຳລັບພວກເຂົາທີ່ຈະອ່ອນນ້ອມ. ການສະແດງອອກທັງໝົດເຫຼົ່ານີ້, ໃນການວິເຄາະຂັ້ນສຸດທ້າຍ, ແມ່ນຍ້ອນວ່າຜູ້ຄົນມີອຸປະນິໄສທີ່ເສື່ອມຊາມ. ຂີດຄວາມສາມາດຂອງເຈົ້າຕໍ່າ ແລະ ເຈົ້າບໍ່ມີຄວາມສາມາດສຳລັບວຽກງານ, ນັ້ນເປັນພຽງໜຶ່ງໃນຈຸດອ່ອນ ຫຼື ຂໍ້ບົກຜ່ອງຕາມທຳມະຊາດຂອງຄວາມເປັນມະນຸດ; ນັ້ນບໍ່ແມ່ນບັນຫາ. ເຖິງແມ່ນວ່າຈຸດອ່ອນ ແລະ ຂໍ້ບົກຜ່ອງຕາມທຳມະຊາດຂອງເຈົ້າຈະມີຫຼາຍ ແລະ ເຈົ້າບໍ່ມີຄວາມສາມາດສຳລັບວຽກງານກໍຕາມ, ພຣະເຈົ້າກໍບໍ່ຮູ້ສຶກລັງກຽດ ຫຼື ກຽດຊັງເຈົ້າເລີຍ. ແຕ່, ນອກເໜືອຈາກການບໍ່ມີຄວາມສາມາດສຳລັບວຽກງານແລ້ວ, ເຈົ້າຍັງບໍ່ຮັບຮູ້ບັນຫາຂອງເຈົ້າເອງ ແລະ ເຈົ້າຍັງຈົ່ມວ່າ, ຮູ້ສຶກຕໍ່ຕ້ານ ແລະ ໃນທີ່ສຸດກໍກາຍເປັນຄົນຄິດລົບ ແລະ ປະຖິ້ມວຽກງານຂອງເຈົ້າ, ສິ່ງນີ້ແມ່ນຫຍັງ? ນີ້ຄືອຸປະນິໄສທີ່ເສື່ອມຊາມ. ນີ້ຄືສິ່ງທີ່ເຈົ້າຕ້ອງແກ້ໄຂ. ແມ່ນບໍ່? (ແມ່ນແລ້ວ). ຫຼັງຈາກທີ່ອຸປະນິໄສທີ່ເສື່ອມຊາມຂອງເຈົ້າຖືກແກ້ໄຂແລ້ວ, ເຈົ້າກໍຈະເໝາະສົມສຳລັບການນຳໃຊ້ໃນວຽກງານທີ່ຂີດຄວາມສາມາດຂອງເຈົ້າ ແລະ ເງື່ອນໄຂຂອງຄວາມເປັນມະນຸດຂອງເຈົ້າມີຄວາມສາມາດພຽງພໍ. ແຕ່ຖ້າເຈົ້າບໍ່ແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງເຈົ້າ ແລະ ເຈົ້າບໍ່ສາມາດປະຕິບັດຕາມຄວາມຈິງ, ບໍ່ສາມາດອ່ອນນ້ອມຕໍ່ການລິຮານ ຫຼື ອ່ອນນ້ອມຕໍ່ການຖືກເປີດໂປງ, ແລ້ວບໍ່ວ່າຂີດຄວາມສາມາດຂອງເຈົ້າຈະດີສໍ່າໃດ, ເງື່ອນໄຂຂອງຄວາມເປັນມະນຸດຂອງເຈົ້າຈະສູງສົ່ງສໍ່າໃດກໍຕາມ, ເຈົ້າກໍຈະບໍ່ເໝາະສົມສຳລັບການໃຊ້ງານ. ເຂົ້າໃຈແລ້ວບໍ? (ເຂົ້າໃຈແລ້ວ). ບອກເຮົາມາເບິ່ງ, ຈຸດປະສົງຂອງສິ່ງທີ່ພວກເຮົາຫາກໍໄດ້ໂອ້ລົມກັນໄປນີ້ແມ່ນຫຍັງ? (ໃນການເຊື່ອໃນພຣະເຈົ້າ, ສິ່ງທີ່ສຳຄັນທີ່ສຸດກໍຄືການຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງຕົນເອງ. ຄວນເນັ້ນໃສ່ການແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງຕົນເອງ, ບໍ່ແມ່ນຈຸດອ່ອນ ຫຼື ຄວາມບົກພ່ອງພາຍນອກຂອງຄວາມເປັນມະນຸດຂອງຕົນເອງ. ເມື່ອພວກເຮົາພົບພໍ້ກັບສະຖານະການຕ່າງໆ, ພວກເຮົາມັກຈະຕິດຢູ່ກັບເລື່ອງພາຍນອກຢູ່ສະເໝີ, ໂດຍພື້ນຖານແລ້ວ ພວກເຮົາບໍ່ສາມາດແກ້ໄຂບັນຫາທີ່ເປັນແກ່ນແທ້ໄດ້ ແລະ ພວກເຮົາຍັງບໍ່ສາມາດບັນລຸການອ່ອນນ້ອມຕໍ່ການລິຮານ ຫຼື ການອ່ອນນ້ອມຕໍ່ສະພາບແວດລ້ອມທີ່ພຣະເຈົ້າຈັດວາງໄວ້ໃຫ້ໄດ້). ຖ້າອຸປະນິໄສທີ່ເສື່ອມຊາມຂອງເຈົ້າຖືກແກ້ໄຂແລ້ວ ແລະ ໃນເລື່ອງທີ່ເຈົ້າພົບພໍ້, ເຈົ້າສາມາດຈັບໃຈຄວາມຫຼັກການຄວາມຈິງ ແລະ ເຈົ້າຮູ້ວິທີຈັດການກັບພວກມັນຕາມຫຼັກການ, ແລ້ວເຈົ້າກໍຈະເໝາະສົມສຳລັບການນຳໃຊ້ໃນການປະຕິບັດໜ້າທີ່ຂອງເຈົ້າ. ບໍ່ວ່າຂີດຄວາມສາມາດຂອງເຈົ້າຈະສູງ ຫຼື ຕໍ່າ ແລະ ບໍ່ວ່າເຈົ້າຈະມີຄວາມສາມາດພິເສດຫຼາຍປານໃດກໍຕາມ, ຖ້າອຸປະນິໄສທີ່ເສື່ອມຊາມຂອງເຈົ້າບໍ່ຖືກແກ້ໄຂ, ແລ້ວບໍ່ວ່າເຈົ້າຈະຖືກຈັດວາງໄວ້ໃນຕຳແໜ່ງໃດກໍຕາມ, ເຈົ້າກໍຈະບໍ່ເໝາະສົມສຳລັບການໃຊ້ງານ. ໃນທາງກົງກັນຂ້າມ, ຖ້າຂີດຄວາມສາມາດ ແລະ ສັກກະຍະພາບຂອງເຈົ້າມີຈຳກັດ, ແຕ່ເຈົ້າເຂົ້າໃຈຫຼັກການຄວາມຈິງຕ່າງໆ, ລວມທັງຫຼັກການຄວາມຈິງທີ່ເຈົ້າຄວນເຂົ້າໃຈ ແລະ ຈັບໃຈຄວາມພາຍໃນຂອບເຂດວຽກງານຂອງເຈົ້າ ແລະ ອຸປະນິໄສທີ່ເສື່ອມຊາມຂອງເຈົ້າໄດ້ຮັບການແກ້ໄຂແລ້ວ, ແລ້ວເຈົ້າກໍຈະເປັນຄົນທີ່ເໝາະສົມສຳລັບການໃຊ້ງານ. ເຂົ້າໃຈແລ້ວບໍ? ພວກເຈົ້າອາດຈະຕ້ອງຍ່ອຍຄຳເວົ້າເຫຼົ່ານີ້ເປັນໄລຍະເວລາໜຶ່ງ ເພື່ອທີ່ຈະເຂົ້າໃຈພວກມັນຢ່າງຄົບຖ້ວນ.
ໃນຕອນນີ້ ຄົນສ່ວນໃຫຍ່ຍັງຄົງເພິ່ງພາພອນສະຫວັນ ແລະ ປະຕິບັດຕາມກົດລະບຽບໃນການປະຕິບັດໜ້າທີ່ຂອງພວກເຂົາ. ຕາບໃດທີ່ພວກເຂົາບໍ່ເຮັດບາບ ຫຼື ເຮັດຄວາມຊົ່ວຮ້າຍ, ພວກເຂົາກໍເຊື່ອວ່າພວກເຂົາໄດ້ປະຕິບັດໜ້າທີ່ຂອງພວກເຂົາສຳເລັດແລ້ວ. ພວກເຂົາບໍ່ຈົດຈໍ່ກັບການໄລ່ຕາມເສາະຫາຄວາມຈິງ ແລະ ການໄຕ່ຕອງກ່ຽວກັບຕົນເອງເພື່ອແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ຄົນສ່ວນໃຫຍ່ພຽງແຕ່ໝົກມຸ້ນ ແລະ ຈົມຢູ່ກັບວິທີການ ແລະ ພຶດຕິກຳ, ແຕ່ບໍ່ຈົດຈໍ່ກັບການສະແຫວງຫາຄວາມຈິງ ແລະ ການກະທຳຕາມຫຼັກການ. ພວກເຂົາພໍໃຈກັບການເຮັດພຽງແຕ່ສິ່ງທີ່ພວກເຂົາສາມາດເຮັດໄດ້, ໂດຍພະຍາຍາມບໍ່ກໍ່ໃຫ້ເກີດການຂັດຂວາງ ຫຼື ການລົບກວນ ຫຼື ທຳລາຍສິ່ງຕ່າງໆ ແລະ ສໍ່ານັ້ນເລີຍ. ຄົນສ່ວນໃຫຍ່ຍັງບໍ່ທັນພົບພໍ້ກັບການລິຮານ ຫຼື ການຖືກເປີດໂປງ, ທັງບໍ່ເຄີຍມີປະສົບການກັບການລົງທັນ ແລະ ການພິພາກສາ, ຍິ່ງບໍ່ຕ້ອງເວົ້າເຖິງຂັ້ນຕອນຂອງການທົດສອບທີ່ຮຸນແຮງເລີຍ, ສະນັ້ນ ອຸປະນິໄສທີ່ເສື່ອມຊາມຂອງຄົນສ່ວນໃຫຍ່ຈຶ່ງຍັງບໍ່ທັນເລີ່ມປ່ຽນແປງ. ນີ້ບໍ່ແມ່ນຂ່າວດີ, ແຕ່ມັນເປັນຂໍ້ເທັດຈິງ. ເຮົາຈະຍົກຕົວຢ່າງ ແລະ ຈາກນັ້ນ ພວກເຈົ້າກໍຈະຮູ້ວ່າເກີດຫຍັງຂຶ້ນ. ເຈົ້າເຫັນບໍ, ຄົນສ່ວນໃຫຍ່ທີ່ປະຕິບັດໜ້າທີ່ໃນຕອນນີ້ແມ່ນຜູ້ຕິດຕາມທຳມະດາ; ພວກເຂົາບໍ່ມີສະຖານະ ແລະ ພວກເຂົາຍັງບໍ່ທັນເຖິງຈຸດທີ່ພວກເຂົາກຳລັງປະຕິບັດລາຍການຂອງວຽກງານໃດໜຶ່ງໃນຂະນະທີ່ມີສະຖານະ ແລະ ອຳນາດ. ຫຼັກການພື້ນຖານທີ່ຄົນສ່ວນໃຫຍ່ປະຕິບັດກໍຄືການເຊື່ອຟັງ ແລະ ອ່ອນນ້ອມ. ພວກເຂົາຄິດວ່າ ບໍ່ວ່າໃນກໍລະນີໃດກໍຕາມ, ຜູ້ນຳກຳລັງໂອ້ລົມຕາມການຈັດແຈງວຽກງານຂອງເບື້ອງເທິງ, ສະນັ້ນ ພວກເຂົາຈຶ່ງພຽງແຕ່ເຮັດໃນສິ່ງທີ່ຜູ້ນຳຂໍໃຫ້ເຮັດ, ໃນວິທີທີ່ຜູ້ນຳຂໍໃຫ້ພວກເຂົາເຮັດ ແລະ ຄິດວ່າບໍ່ຈຳເປັນຕ້ອງແຍກແຍະສິ່ງທີ່ຖືກ ຫຼື ຜິດ ຫຼື ສືບສວນວ່າມັນສອດຄ່ອງກັບຄວາມຈິງ ຫຼື ບໍ່ ແລະ ຕາບໃດທີ່ພວກເຂົາບໍ່ເຮັດຜິດພາດ, ມັນກໍບໍ່ເປັນຫຍັງ. ສິ່ງນີ້ຄືການມີຫຼັກການຄວາມຈິງເປັນຊີວິດຂອງຄົນໃດໜຶ່ງບໍ? (ບໍ່). ແລ້ວພາຍໃຕ້ສະພາບການໃດຈຶ່ງຈະສາມາດຢືນຢັນໄດ້ວ່າເຈົ້າມີຄວາມຈິງເປັນຊີວິດຂອງເຈົ້າ? ມັນກໍຄືເວລາທີ່ເຈົ້າຖືກເລືອກໃຫ້ເປັນຜູ້ນຳເພື່ອເຮັດວຽກງານຂອງຄຣິສຕະຈັກ; ສິ່ງນີ້ເປີດເຜີຍຜູ້ຄົນໄດ້ຫຼາຍທີ່ສຸດ. ການທີ່ເຈົ້າມີຫຼັກການໃນການຈັດການກັບເລື່ອງຕ່າງໆ ຫຼື ບໍ່ ແລະ ເຈົ້າເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງເຈົ້າຫຼາຍສໍ່າໃດນັ້ນ ສາມາດພິສູດໄດ້ວ່າເຈົ້າມີຄວາມເປັນຈິງຄວາມຈິງ ຫຼື ບໍ່ ແລະ ເຈົ້າເໝາະສົມທີ່ຈະເປັນຜູ້ນຳ ຫຼື ຜູ້ເຮັດວຽກ ຫຼື ບໍ່. ຖ້າເຈົ້າເປີດເຜີຍອຸປະນິໄສທີ່ເສື່ອມຊາມ, ເຈົ້າຄວນປະຕິບັດຕໍ່ສິ່ງນີ້ແນວໃດ? ເຈົ້າຄວນເປີດໃຈຕົວເອງ ແລະ ໂອ້ລົມຄວາມຈິງ ຫຼື ປົກປິດ ແລະ ປອມຕົວບໍ? ນີ້ກໍເປັນເວລາທີ່ຜູ້ຄົນຖືກເປີດເຜີຍຫຼາຍທີ່ສຸດເຊັ່ນກັນ. ຄົນສ່ວນໃຫຍ່ໃນຄຣິສຕະຈັກບໍ່ສາມາດເບິ່ງສິ່ງຕ່າງໆຕາມຫຼັກການຄວາມຈິງໄດ້; ກົງກັນຂ້າມ ພວກເຂົາເບິ່ງ ແລະ ໃຫ້ຄຳເຫັນກ່ຽວກັບສິ່ງຕ່າງໆຕາມຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາເອງ ແລະ ອີງໃສ່ຄວາມມັກຂອງພວກເຂົາ. ຄົນສ່ວນໃຫຍ່ຄິດວ່າ “ຕາບໃດທີ່ຂ້ອຍບໍ່ເຮັດຜິດພາດຄັ້ງໃຫຍ່ໃນໜ້າທີ່ຂອງຂ້ອຍ ແລະ ຂ້ອຍຮັກສາວຽກງານໃຫ້ດຳເນີນຕໍ່ໄປແບບນີ້, ນັ້ນກໍພຽງພໍແລ້ວ. ຖ້າຂ້ອຍເຮັດຜິດພາດຄັ້ງໃຫຍ່ ແລະ ຂ້ອຍຖືກແຍກອອກໄປເພື່ອໄຕ່ຕອງກ່ຽວກັບຕົນເອງ ຫຼື ຖືກຍ້າຍໄປຢູ່ກຸ່ມ B, ນັ້ນກໍເປັນພຽງຄວາມໂຊກຮ້າຍຂອງຂ້ອຍ”. ສະຖານະການນີ້ສະແດງໃຫ້ເຫັນຫຍັງ? ເຖິງແມ່ນວ່າເຈົ້າຈະສາມາດເຊື່ອຟັງ ແລະ ອ່ອນນ້ອມໃນຂະບວນການປະຕິບັດໜ້າທີ່ຂອງເຈົ້າ, ໂດຍເຮັດທຸກຢ່າງທີ່ຖືກຂໍໃຫ້ເຮັດກໍຕາມ, ສິ່ງນີ້ກໍບໍ່ໄດ້ໝາຍຄວາມວ່າເຈົ້າມີຄວາມຈິງເປັນຊີວິດຂອງເຈົ້າ ແລະ ມັນກໍບໍ່ໄດ້ໝາຍຄວາມວ່າເຈົ້າເປັນຄົນທີ່ອ່ອນນ້ອມຕໍ່ພຣະເຈົ້າ. ເມື່ອເຈົ້າຖືກເລືອກໃຫ້ເປັນຜູ້ນຳ ແລະ ໄດ້ຮັບສະຖານະນັ້ນ, ເຈົ້າກໍຈະຖືກເປີດເຜີຍ. ເປັນຫຍັງ? ຫຼັງຈາກທີ່ເຈົ້າມີສະຖານະ, ເຈົ້າກໍຈະເຮັດທຸກຢ່າງຕາມທີ່ເຈົ້າພໍໃຈ, ຄວບຄຸມທຸກສິ່ງ, ສະແດງອຳນາດຢ່າງເຕັມທີ່ ແລະ ສ້າງອານາຈັກທີ່ເປັນເອກະລາດ; ເຈົ້າຈະກະທຳໂດຍອີງໃສ່ຄວາມຫົວຮ້ອນ, ອີງໃສ່ອຸປະນິໄສທີ່ເສື່ອມຊາມຂອງເຈົ້າ ແລະ ອີງໃສ່ຄວາມປາຖະໜາ ແລະ ຄວາມທະເຍີທະຍານຂອງເຈົ້າເອງ. ສະນັ້ນ, ເຈົ້າຈຶ່ງຍັງບໍ່ເໝາະສົມສຳລັບການໃຊ້ງານ. ມາຮອດປັດຈຸບັນ, ສາມາດເວົ້າໄດ້ວ່າເກົ້າສິບເກົ້າເປີເຊັນຂອງຜູ້ຄົນແມ່ນຢູ່ໃນສະພາວະ ແລະ ເງື່ອນໄຂປະເພດນີ້. ເຖິງແມ່ນວ່າຄົນສ່ວນໃຫຍ່ຈະປະຕິບັດໜ້າທີ່ຂອງພວກເຂົາມາຫຼາຍປີແລ້ວ ແລະ ພາຍນອກກໍກາຍເປັນຄົນທີ່ເຊື່ອຟັງ ແລະ ປະພຶດຕົວດີພໍສົມຄວນກໍຕາມ, ສິ່ງນີ້ໝາຍຄວາມວ່າພວກເຂົາບໍ່ມີອຸປະນິໄສທີ່ເສື່ອມຊາມອີກຕໍ່ໄປແລ້ວບໍ? (ບໍ່). ພຶດຕິກຳຂອງພວກເຂົາບໍ່ໄດ້ເສເພອີກຕໍ່ໄປແລ້ວ, ພາຍນອກພວກເຂົາປະພຶດຕົວດີ ແລະ ພວກເຂົາເບິ່ງຄືວ່າມີມາລະຍາດຂອງຄວາມເປັນນັກບຸນເລັກນ້ອຍ, ແຕ່ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາບໍ່ໄດ້ປ່ຽນແປງແມ່ນແຕ່ໜ້ອຍດຽວ ເພາະວ່າພວກເຂົາບໍ່ໄດ້ສະແຫວງຫາຄວາມຈິງຢ່າງຫ້າວຫັນ ເພື່ອແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເອງ. ເມື່ອມີບັນຫາເກີດຂຶ້ນໃນວຽກງານຂອງພວກເຂົາ, ບໍ່ວ່າພວກເຂົາຈະຖືກລິຮານໂດຍຜູ້ນຳ ຫຼື ເບື້ອງເທິງກໍຕາມ, ຢ່າງຫຼາຍທີ່ສຸດ ພວກເຂົາກໍຄິດວ່າ “ກໍໄດ້, ຖ້າພວກເຂົາບອກໃຫ້ຂ້ອຍແກ້ໄຂມັນ, ຂ້ອຍກໍຈະແກ້ໄຂມັນ. ຂ້ອຍພຽງແຕ່ຈະອົດທົນຕໍ່ຄວາມຍາກລຳບາກຕື່ມອີກເລັກນ້ອຍ, ໃຊ້ເວລາຕື່ມອີກເລັກນ້ອຍ ແລະ ຟ້າວເຮັດມັນໃໝ່”. ພວກເຂົາພຽງແຕ່ມີທັດສະນະຄະຕິ ແລະ ທັກສະນະຄວາມຄິດປະເພດນີ້ເທົ່ານັ້ນ. ສິ່ງນີ້ບໍ່ໄດ້ສະແດງເຖິງການອ່ອນນ້ອມຕໍ່ຄວາມຈິງ ແລະ ມັນກໍບໍ່ໄດ້ສະແດງເຖິງການອ່ອນນ້ອມທີ່ແທ້ຈິງ. ທັດສະນະຄວາມຄິດນີ້ມາຈາກໃສ? ມັນມາຈາກຂໍ້ເທັດຈິງທີ່ວ່າ ໃນຄວາມເຊື່ອໃນພຣະເຈົ້າຂອງພວກເຂົາ, ຜູ້ຄົນມີຄວາມປາຖະໜາທີ່ເປັນບວກ, ປາຖະໜາທີ່ຈະເປັນຄົນດີ, ປາຖະໜາທີ່ຈະເປັນສິ່ງທີ່ຖືກສ້າງທີ່ໄດ້ມາດຕະຖານ. ຄວາມປາຖະໜານີ້ນຳມາເຊິ່ງທັດສະນະຄວາມຄິດປະເພດນີ້ໃນຊີວິດປະຈຳວັນຂອງຜູ້ຄົນ ແລະ ໃນການປະຕິບັດໜ້າທີ່ຂອງພວກເຂົາ; ໃນຄຳເວົ້າຂອງມະນຸດກໍຄື: “ຢ່າສ້າງບັນຫາ, ໃຫ້ພວກເຮົາທຸກຄົນປະພຶດຕົວດີ”. ຄຳວ່າ “ປະພຶດຕົວດີ” ໝາຍເຖິງຫຍັງ? ນີ້ຄືຫຼັກການຄວາມຈິງບໍ? ສິ່ງນີ້ພຽງແຕ່ເຮັດໃຫ້ເຈົ້າເຊື່ອຟັງ, ປະຕິບັດຕາມກົດເກນ ແລະ ບໍ່ສ້າງບັນຫາ. ນີ້ຄືຂໍ້ກຳນົດຂັ້ນຕໍ່າສຸດສຳລັບຜູ້ຄົນ ແລະ ມັນຍັງບໍ່ເຖິງຂັ້ນເປັນຫຼັກການຄວາມຈິງ. ແລ້ວຫຼັກການຄວາມຈິງແມ່ນຫຍັງ? ມັນກໍຄືເຈົ້າຕ້ອງໄລ່ຕາມເສາະຫາເຈດຕະນາຂອງພຣະເຈົ້າຢ່າງຫ້າວຫັນ. ເມື່ອເຈົ້າເປີດເຜີຍອຸປະນິໄສທີ່ເສື່ອມຊາມ, ເມື່ອເຈົ້າມີຄວາມປາຖະໜາທີ່ເຫັນແກ່ຕົວ ຫຼື ເປີດເຜີຍຄວາມຫົວຮ້ອນ, ເມື່ອອຸປະນິໄສທີ່ເສື່ອມຊາມເຮັດໃຫ້ເກີດສະພາວະໃດໜຶ່ງໃນຕົວເຈົ້າ, ເຈົ້າຕ້ອງປຽບທຽບການສະແດງອອກເຫຼົ່ານີ້ກັບພຣະທຳຂອງພຣະເຈົ້າຢ່າງຫ້າວຫັນ. ດ້ວຍຄວາມຮູ້ແຈ້ງ, ການນຳພາ, ການຊ່ວຍເຫຼືອ, ການສະໜັບສະໜູນຂອງພຣະເຈົ້າ ແລະ ແມ່ນແຕ່ການພິພາກສາ ແລະ ການລົງທັນທີ່ຮຸນແຮງແຫ່ງພຣະທຳຂອງພຣະເຈົ້າ, ເຈົ້າກໍປ່ຽນແປງທັດສະນະຄະຕິຂອງເຈົ້າທີ່ມີຕໍ່ພຣະທຳຂອງພຣະເຈົ້າ ເທື່ອລະໜ້ອຍ, ລະດັບການຍອມຮັບພຣະທຳຂອງພຣະເຈົ້າຂອງເຈົ້າກໍສູງຂຶ້ນເລື້ອຍໆ ແລະ ເຈົ້າກໍຍອມຮັບ ແລະ ກ່າວອາແມນຕໍ່ພຣະທຳຂອງພຣະເຈົ້າຫຼາຍຂຶ້ນເລື້ອຍໆ. ຈາກນັ້ນ ເຈົ້າກໍຮັບເອົາພຣະທຳຂອງພຣະເຈົ້າເຂົ້າໄປໃນຕົວເຈົ້າ, ປ່ອຍວາງຄວາມຄິດ ແລະ ມຸມມອງທີ່ຄາດເຄື່ອນ ແລະ ບໍ່ຍຶດຕິດກັບສິ່ງທີ່ສືບທອດກັນມາຂອງມະນຸດອີກຕໍ່ໄປ; ເຈົ້າສາມາດຍອມຮັບຄວາມຈິງ ແລະ ເຈົ້າສາມາດຈັດການກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຢູ່ອ້ອມຂ້າງເຈົ້າ ແລະ ປ່ຽນແປງມຸມມອງ, ຈຸດຢືນ ແລະ ທັດສະນະຂອງເຈົ້າທີ່ມີຕໍ່ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ, ຕາມພຣະທຳຂອງພຣະເຈົ້າ ແລະ ຫຼັກການຄວາມຈິງ. ນີ້ຄືເສັ້ນທາງໄປສູ່ການແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງເຈົ້າ. ແລ້ວຕອນນີ້ ພວກເຈົ້າມີການປະຕິບັດທີ່ຫ້າວຫັນແບບນີ້ແລ້ວບໍ? ເຮົາຄິດວ່າເກົ້າສິບເກົ້າເປີເຊັນຂອງຜູ້ຄົນບໍ່ມີ. ບົດຄວາມຄຳພະຍານຈາກປະສົບການຂອງຄົນສ່ວນໃຫຍ່ແມ່ນກ່ຽວກັບການມີປະສົບການກັບສະພາບແວດລ້ອມທີ່ບັງຄັບໃຫ້ພວກເຂົາກະທຳໃນວິທີການໃດໜຶ່ງ ແລະ ບັນລຸ “ການອ່ອນນ້ອມຕໍ່ພຣະເຈົ້າ” ໃນການກະທຳຂອງພວກເຂົາ. ພວກເຂົາຮູ້ສຶກພໍໃຈກັບຕົນເອງຫຼາຍ, ໂດຍຄິດວ່າພວກເຂົາມີຄວາມເປັນຈິງຄວາມຈິງ. ເຖິງແມ່ນວ່າເຈົ້າຈະຂຽນບົດຄວາມຄຳພະຍານກໍຕາມ, ແຕ່ຄວາມຈິງແລ້ວມັນກ່ຽວກັບການໂອ້ອວດ, ການເປັນພະຍານໃຫ້ກັບຕົວເຈົ້າເອງ ແລະ ການສ້າງຕັ້ງຕົວເຈົ້າເອງ: “ເບິ່ງແມ, ຂ້ອຍມີຄຳພະຍານ. ຂ້ອຍບໍ່ໄດ້ເຮັດໃຫ້ພຣະເຈົ້າຜິດຫວັງ. ຂ້ອຍຍຶດໝັ້ນໃນໜ້າທີ່ຂອງຂ້ອຍໃນສະພາບແວດລ້ອມນີ້!” ບົດຄວາມຄຳພະຍານຈາກປະສົບການຂອງຄົນອື່ນໆແມ່ນກ່ຽວກັບວິທີທີ່ພວກເຂົາໄຕ່ຕອງ ແລະ ເກີດຄວາມຮັບຮູ້ ຫຼັງຈາກຖືກລິຮານແລ້ວ, ໂດຍຮັບຮູ້ວ່າພວກເຂົາເຮັດພໍແລ້ວມືແລ້ວຕີນ ແລະ ບໍ່ໄດ້ເຮັດໃຫ້ພຣະເຈົ້າພໍໃຈ ແລະ ຕອນນີ້ກໍເຕັມໃຈທີ່ຈະກັບໃຈ. ເຖິງແມ່ນວ່າຈະມີໄລຍະເວລາຂອງການສະແດງການກັບໃຈ, ເຊິ່ງເບິ່ງຄືວ່າພວກເຂົາບໍ່ໄດ້ເຮັດພໍແລ້ວມືແລ້ວຕີນອີກຕໍ່ໄປກໍຕາມ, ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາປ່ຽນແປງແລ້ວບໍ? ບໍ່. ຢູ່ເບື້ອງຫຼັງ, ພວກເຂົາຍັງຄົງອວດດີ ແລະ ຈອງຫອງຫຼາຍ. ຈຸດຢືນ, ມຸມມອງ ແລະ ທັດສະນະທີ່ພວກເຂົາໃຊ້ເພື່ອເບິ່ງ ແລະ ຈັດການກັບຜູ້ຄົນ ແລະ ສິ່ງຕ່າງໆນັ້ນບໍ່ໄດ້ອີງໃສ່ພຣະທຳຂອງພຣະເຈົ້າເລີຍ. ສະນັ້ນ ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຈຶ່ງຍັງບໍ່ທັນເລີ່ມປ່ຽນແປງເລີຍ! ສະນັ້ນ, ການປ່ຽນແປງທີ່ເຈົ້າເວົ້າເຖິງນັ້ນແມ່ນຫຍັງ? ມັນເປັນພຽງການປ່ຽນແປງໃນພຶດຕິກຳ, ວິຖີຊີວິດ ແລະ ບາງທີອາດຈະເປັນນໍ້າສຽງ, ລັກສະນະການສະແດງອອກ ແລະ ຮູບແບບທີ່ເຈົ້າພົວພັນກັບຄົນອື່ນ ແລະ ຈັດການກັບເລື່ອງຕ່າງໆ. ຄວາມເຊື່ອຂອງເຈົ້າກໍເຂັ້ມແຂງຂຶ້ນເຊັ່ນກັນ; ເຈົ້າສາມາດສະແຫວງຫາຄວາມຈິງໄດ້ຫຼັງຈາກທີ່ຜ່ານການຖືກລິຮານຫຼາຍຄັ້ງໃນສະພາບແວດລ້ອມຕ່າງໆ ແລະ ຕອນນີ້ກໍເຂົ້າໃຈຄວາມຈິງຫຼາຍຢ່າງ ແລະ ຄວາມຕັ້ງໃຈຂອງເຈົ້າທີ່ຈະຕິດຕາມພຣະເຈົ້າກໍໝັ້ນຄົງກວ່າແຕ່ກ່ອນ, ທຸກດ້ານເຫຼົ່ານີ້ໄດ້ປ່ຽນແປງໄປໝົດແລ້ວ. ການປ່ຽນແປງເຫຼົ່ານີ້ເຮັດໃຫ້ຜູ້ຄົນມີຄວາມໝັ້ນໃຈຫຼາຍຂຶ້ນໃນການໄດ້ຮັບຄວາມລອດພົ້ນ, ເຕັມໃຈທີ່ຈະໄລ່ຕາມເສາະຫາຄວາມຈິງຫຼາຍຂຶ້ນ ແລະ ມີຄວາມຫວັງ ແລະ ເບິ່ງໂລກໃນແງ່ດີຫຼາຍຂຶ້ນກ່ຽວກັບການຕິດຕາມພຣະເຈົ້າ. ບໍ່ວ່າການທົດສອບ ຫຼື ຄວາມລຳບາກຍາກແຄ້ນໃດຈະເຂົ້າມາໃນທາງຂອງພວກເຂົາກໍຕາມ, ພວກເຂົາກໍຈະບໍ່ກາຍເປັນຄົນຄິດລົບຈົນເຖິງຂັ້ນປະຖິ້ມຄວາມເຊື່ອຂອງພວກເຂົາ. ເຖິງຢ່າງໃດກໍຕາມ, ສິ່ງເຫຼົ່ານີ້ເປັນພຽງການປ່ຽນແປງໃນສິ່ງທີ່ຖືກດຳເນີນຊີວິດທີ່ເປັນອອກມາພາຍນອກໃນຄວາມເປັນມະນຸດທີ່ປົກກະຕິເທົ່ານັ້ນ. ຄວາມຄິດ ແລະ ມຸມມອງທີ່ຂ້ອນຂ້າງເປັນບວກ ແລະ ຫ້າວຫັນເຫຼົ່ານີ້ຄ່ອຍໆຄອບຄອງຫົວໃຈຂອງຜູ້ຄົນ. ການປ່ຽນແປງເຫຼົ່ານີ້ເປັນສັນຍານວ່າຫົວໃຈຂອງພວກເຂົາກຳລັງຖືກປຸກໃຫ້ຕື່ນ ແລະ ໄດ້ຮັບການຟື້ນຟູ. ນັ້ນກໍຄື ຜູ້ຄົນກາຍເປັນຄົນທີ່ຫ້າວຫັນ ແລະ ມີຄວາມປາຖະໜາຫຼາຍຂຶ້ນ ແລະ ປາຖະໜາສິ່ງທີ່ເປັນບວກຫຼາຍຂຶ້ນ, ກາຍເປັນຄົນທີ່ມີຄວາມໝັ້ນໃຈຫຼາຍຂຶ້ນໃນການໄລ່ຕາມເສາະຫາພຣະທຳຂອງພຣະເຈົ້າ, ວຽກງານຂອງພຣະອົງ ແລະ ຂໍ້ກຳນົດຂອງພຣະອົງ. ໂດຍທຳມະຊາດແລ້ວ, ພວກເຂົາຍັງມີແນວຄວາມຄິດທີ່ຊັດເຈນຂຶ້ນກ່ຽວກັບວຽກງານທີ່ມີຄວາມສຳຄັນທີ່ສຸດທີ່ພຣະເຈົ້າກຳລັງເຮັດ, ນັ້ນກໍຄືວຽກງານແຫ່ງການຊ່ວຍຜູ້ຄົນໃຫ້ລອດພົ້ນ. ໂດຍອີງໃສ່ເງື່ອນໄຂເຫຼົ່ານີ້, ຫຼາຍຄົນຈຶ່ງປະຕິບັດໜ້າທີ່ຂອງພວກເຂົາໃນລັກສະນະທີ່ຕິດດິນຫຼາຍຂຶ້ນ, ໃນລັກສະນະທີ່ປະຕິບັດຕາມກົດເກນຫຼາຍຂຶ້ນ ແລະ ເຊື່ອຟັງຫຼາຍກວ່າແຕ່ກ່ອນ. ປະສິດທິພາບໃນໜ້າທີ່ຂອງພວກເຂົາກໍດີຂຶ້ນ, ໂດຍສະເພາະໃນວຽກງານທາງດ້ານເຕັກນິກ, ເຊິ່ງມີຄວາມຄືບໜ້າໄດ້ໄວຂຶ້ນໃນຕອນນີ້. ພວກເຂົາບໍ່ຊັກຊ້າຄືກັບແຕ່ກ່ອນ, ເມື່ອໜ້າວຽກທີ່ຄວນຈະໃຊ້ເວລາສອງສາມມື້ພັດແກ່ຍາວໄປເປັນອາທິດ ຫຼື ຫຼາຍກວ່ານັ້ນ, ຕອນນີ້ມີຜົນງານອອກມາໃນເວລາພຽງສອງສາມມື້. ແນ່ນອນວ່າ ນີ້ຄືຂ່າວດີ. ແຕ່ຂ່າວຮ້າຍແມ່ນຫຍັງ? ມັນກໍຄື ສິ່ງທີ່ພວກເຈົ້າເປີດເຜີຍ ແລະ ສະແດງອອກມານັ້ນເປັນພຽງການປ່ຽນແປງໃນພຶດຕິກຳ, ຄວາມຄິດ ແລະ ວິທີຄິດ ແລະ ສັນຍານບາງຢ່າງຂອງອົງປະກອບທີ່ຂ້ອນຂ້າງເປັນບວກ, ຫ້າວຫັນ ແລະ ເບິ່ງໂລກໃນແງ່ດີໃນຈິດໃຕ້ສຳນຶກຂອງພວກເຈົ້າທີ່ຖືກປຸກໃຫ້ຕື່ນຂຶ້ນ. ເຖິງຢ່າງໃດກໍຕາມ, ສັນຍານເຫຼົ່ານີ້ບໍ່ໄດ້ໝາຍຄວາມວ່າອຸປະນິໄສທີ່ເສື່ອມຊາມຂອງພວກເຈົ້າໄດ້ເລີ່ມປ່ຽນແປງແລ້ວ. ຂ່າວນີ້ບໍ່ຄ່ອຍດີປານໃດ, ແມ່ນບໍ່? (ບໍ່, ມັນບໍ່ດີ). ເຖິງແມ່ນວ່າມັນຈະບໍ່ຄ່ອຍດີປານໃດກໍຕາມ, ແຕ່ນີ້ກໍເປັນຂະບວນການທີ່ຫຼີກລ່ຽງບໍ່ໄດ້ສຳລັບມະນຸດຊາດທີ່ເສື່ອມຊາມເພື່ອທີ່ຈະໄດ້ຮັບຄວາມລອດພົ້ນ. ຜູ້ຄົນໜ້າສົງສານ ແລະ ຍາກຈົນແບບນີ້ແຫຼະ, ຍັງບໍ່ເປັນຜູ້ໃຫຍ່ແບບນີ້ແຫຼະ ແລະ ຄວາມໄວໃນການເຂົ້າສູ່ຊີວິດຂອງພວກເຂົາ ແລະ ການປະຖິ້ມອຸປະນິໄສທີ່ເສື່ອມຊາມກໍຊ້າແບບນີ້ແຫຼະ. ເຫດຜົນພື້ນຖານສຳລັບຄວາມໄວທີ່ຊັກຊ້ານີ້ກໍຄື ມະນຸດຊາດດັ່ງກ່າວຂາດຄວາມສາມາດທີ່ຈະຍອມຮັບຄວາມຈິງ ແລະ ພວກເຂົາມຶນຊາຕໍ່ຄວາມຈິງ, ສິ່ງທີ່ເປັນບວກ ແລະ ທຸກສິ່ງທີ່ມາຈາກພຣະເຈົ້າແບບນີ້ແຫຼະ.
ບາງຄົນໄດ້ເຊື່ອໃນພຣະເຈົ້າເປັນເວລາຫຼາຍກວ່າສິບ, ຊາວ ຫຼື ສາມສິບປີແລ້ວ, ແຕ່ຫາກໍມາຮັບຮູ້ໃນຕອນນີ້ວ່າ ຫຼັງຈາກທີ່ຜ່ານໄປຫຼາຍປີນັ້ນ, ພວກເຂົາພຽງແຕ່ປ່ຽນແປງເລັກນ້ອຍໃນພຶດຕິກຳພາຍນອກຂອງພວກເຂົາ ແລະ ມີປະສົບການກັບການຕື່ນຮູ້ໜ້ອຍໜຶ່ງໃນຫົວໃຈຂອງພວກເຂົາ, ແຕ່ຍັງບໍ່ມີການປ່ຽນແປງທີ່ເປັນພື້ນຖານໃນອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ເມື່ອເຫັນການປ່ຽນແປງທາງພຶດຕິກຳບາງຢ່າງໃນຕົວພວກເຂົາເອງ, ບາງຄົນກໍຄິດວ່ານີ້ຄືການປ່ຽນແປງໃນອຸປະນິໄສຊີວິດ ແລະ ເຖິງກັບໂອ້ອວດກັບຄົນອື່ນວ່າ “ເບິ່ງແມ, ອຸປະນິໄສຊີວິດຂອງຂ້ອຍບໍ່ໄດ້ປ່ຽນແປງແລ້ວບໍ?” ໃນຄວາມເປັນຈິງແລ້ວ, ເຈົ້າພຽງແຕ່ປ່ຽນແປງໃນພຶດຕິກຳເທົ່ານັ້ນ; ເຈົ້າບໍ່ມີການສະແດງອອກທີ່ແທ້ຈິງເຖິງການປ່ຽນແປງທາງດ້ານອຸປະນິໄສ ແລະ ບໍ່ໄດ້ໃຊ້ຊີວິດຕາມຄວາມເປັນມະນຸດທີ່ປົກກະຕິ. ແລ້ວຄົນໆໜຶ່ງຈະສາມາດຮູ້ໄດ້ແນວໃດວ່າມີການປ່ຽນແປງໃນອຸປະນິໄສຂອງເຈົ້າ ຫຼື ບໍ່? ນີ້ບໍ່ແມ່ນການອ່ານເບິ່ງໃບໜ້າ; ຄົນໆໜຶ່ງບໍ່ສາມາດບອກໄດ້ໂດຍການເບິ່ງຮູບລັກສະນະພາຍນອກຂອງເຈົ້າ, ທັງບໍ່ສາມາດບອກໄດ້ໂດຍການຟັງສິ່ງທີ່ເຈົ້າເວົ້າ, ແຮງໄກທີ່ຈະສາມາດບອກໄດ້ໂດຍການຟັງເຈົ້າສະແດງຄວາມຕັ້ງໃຈ ແລະ ຄວາມປາຖະໜາຂອງເຈົ້າ ນັ້ນກໍຄື ຄວາມຕັ້ງໃຈ ແລະ ຄວາມປາຖະໜາແມ່ນສິ່ງທີ່ຫວ່າງເປົ່າທີ່ສຸດ. ແລ້ວຄົນໆໜຶ່ງຈະສາມາດຮູ້ໄດ້ແນວໃດ? ຄົນໆໜຶ່ງເຮົາສາມາດຮູ້ໄດ້ໂດຍການເບິ່ງວ່າ ໂດຍທີ່ບໍ່ມີໃຜມາກະຕຸ້ນ, ກຳກັບດູແລ ຫຼື ແມ່ນແຕ່ສະໜັບສະໜູນ ແລະ ຊ່ວຍເຫຼືອເຈົ້າ, ເຈົ້າມີເສັ້ນທາງ ແລະ ຄວາມສາມາດທີ່ຈະເບິ່ງ ແລະ ຈັດການກັບທຸກເລື່ອງຕາມພຣະທຳຂອງພຣະເຈົ້າ ຫຼື ບໍ່ ແລະ ເຈົ້າມີພຣະທຳຂອງພຣະເຈົ້າເປັນຊີວິດຂອງເຈົ້າຢູ່ພາຍໃນຫົວໃຈຂອງເຈົ້າ ເພື່ອຢັບຢັ້ງເຈົ້າໃນທຸກສິ່ງທີ່ເຈົ້າເຮັດ ຫຼື ບໍ່. ຖ້າເຈົ້າຍັງໄປບໍ່ຮອດລະດັບນີ້, ແລ້ວເຮົາມາເວົ້າເຖິງລະດັບທີ່ຕໍ່າກວ່ານີ້ກັນເທາະ: ເຈົ້າມີຄວາມຮັບຮູ້ທີ່ຈະໃຊ້ພຣະທຳຂອງພຣະເຈົ້າເປັນຫຼັກການສຳລັບທຸກສິ່ງທີ່ເຈົ້າເຮັດ ແລະ ເວົ້າ ຫຼື ບໍ່. ຖ້າເຈົ້າບໍ່ສາມາດບັນລຸສິ່ງນີ້ໄດ້, ແລ້ວກໍເປັນຕາໜ້າເສຍດາຍ ເຈົ້າບໍ່ມີຄວາມຈິງເປັນຊີວິດຂອງເຈົ້າ. ອຸປະນິໄສທີ່ເສື່ອມຊາມຂອງເຈົ້າຍັງຄົງເປັນຊີວິດຂອງເຈົ້າ; ພວກມັນຍັງສາມາດຄວບຄຸມເຈົ້າໄດ້ຕະຫຼອດເວລາ, ທຸກສະຖານທີ່, ຄອບງຳຈິດສຳນຶກຂອງເຈົ້າ ແລະ ຄວາມຄິດ ແລະ ມຸມມອງຂອງເຈົ້າ. ເຈົ້າຈະປະຕິບັດ ແລະ ຮັບມືກັບບຸກຄົນ, ເຫດການ ຫຼື ສິ່ງໃດກໍຕາມ ໂດຍອີງໃສ່ຄວາມຮູ້ສຶກ, ອາລົມ, ຄວາມຕ້ອງການ, ດຸນພິນິດ, ທັດສະນະ ແລະ ຄວາມມັກຂອງເຈົ້າເອງຢູ່ຕະຫຼອດເວລາ, ທຸກສະຖານທີ່. ເຈົ້າຍັງຄົງຕົກຢູ່ໃນອັນຕະລາຍອັນໃຫຍ່ຫຼວງ; ເຈົ້າຍັງບໍ່ສາມາດປະຕິບັດໜ້າທີ່ຂອງເຈົ້າໃຫ້ສຳເລັດໄດ້ຢ່າງເປັນອິດສະລະ ແລະ ເຈົ້າບໍ່ສາມາດດຳລົງຊີວິດຢ່າງເປັນອິດສະລະໄດ້, ເຈົ້າຕ້ອງເພິ່ງພາຄົນອື່ນຢູ່ສະເໝີ ແລະ ຖ້າປາສະຈາກການສະໜັບສະໜູນຈາກຄົນອື່ນ ເຈົ້າກໍຈະລົ້ມ. ສິ່ງນີ້ໝາຍຄວາມວ່າວຸດທິພາວະຂອງເຈົ້າຕໍ່າເກີນໄປ; ມັນພິສູດວ່າເຈົ້າບໍ່ໄດ້ຮັບຄວາມຈິງເປັນຊີວິດຂອງເຈົ້າ. ການທີ່ບໍ່ໄດ້ຮັບຄວາມຈິງເປັນຊີວິດໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າເຈົ້າພຽງແຕ່ມີໜຶ່ງ ຫຼື ສອງຫຼັກການທີ່ຢັບຢັ້ງເຈົ້າຈາກການເຮັດສິ່ງທີ່ບໍ່ດີ ຫຼື ການເຮັດຜິດພາດຄັ້ງໃຫຍ່. ນັ້ນກໍຄື ເມື່ອຄວາມມີເຫດຜົນຂອງເຈົ້າເປັນປົກກະຕິ ແລະ ບໍ່ມີໃຜມາຍຸຍົງເຈົ້າ ຫຼື ປຸກປັ່ນເຈົ້າ, ເຈົ້າຈະບໍ່ຕັ້ງໃຈໝິ່ນປະໝາດພຣະເຈົ້າ, ສາບແຊ່ງພຣະເຈົ້າ ຫຼື ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກຢ່າງເດັດຂາດ. ເຖິງຢ່າງໃດກໍຕາມ, ຂໍ້ເທັດຈິງທີ່ວ່າເຈົ້າຈະບໍ່ເຮັດເຊັ່ນນັ້ນຢ່າງຕັ້ງໃຈນັ້ນ ບໍ່ໄດ້ໝາຍຄວາມວ່າເຈົ້າບໍ່ສາມາດເຮັດເຊັ່ນນັ້ນໄດ້; ເຈົ້າອາດບໍ່ໄດ້ເຮັດມັນດ້ວຍຄວາມຕັ້ງໃຈ, ແຕ່ເຈົ້າກໍຍັງສາມາດເຮັດມັນໄດ້ເມື່ອສະຖານະການບັງຄັບ. ຄຳວ່າເມື່ອສະຖານະການບັງຄັບໃນທີ່ນີ້ໝາຍເຖິງຫຍັງ? ມັນໝາຍຄວາມວ່າອຸປະນິໄສທີ່ເສື່ອມຊາມຂອງເຈົ້າສາມາດປາກົດຂຶ້ນມາໄດ້ທຸກເວລາເພື່ອຄວບຄຸມເຈົ້າ ແລະ ເຮັດໃຫ້ເຈົ້າເວົ້າ ແລະ ເຮັດທຸກສິ່ງ ແລະ ເຮັດໃຫ້ເຈົ້າເບິ່ງບຸກຄົນ ຫຼື ເລື່ອງໃດໜຶ່ງດ້ວຍມຸມມອງທີ່ຄາດເຄື່ອນໄດ້ທຸກເວລາ ແລະ ຈາກນັ້ນກໍໃຊ້ອຸປະນິໄສທີ່ເສື່ອມຊາມຂອງເຈົ້າເພື່ອຈັດການກັບເລື່ອງໃດໜຶ່ງ ຫຼື ຈັດການກັບຄົນປະເພດໃດໜຶ່ງ. ຕົວຢ່າງ: ສົມມຸດວ່າເຈົ້າໄດ້ເຮັດບາງສິ່ງທີ່ຜິດ ແລະ ຄິດວ່າເຈົ້າບໍ່ສາມາດປ່ອຍໃຫ້ເບື້ອງເທິງ, ຜູ້ນຳ ຫຼື ຄົນອື່ນຮູ້ເລື່ອງນີ້ໄດ້. ບໍ່ວ່າເຫດຜົນທີ່ຢູ່ເບື້ອງຫຼັງສິ່ງນີ້ຈະເປັນແນວໃດກໍຕາມ, ໃນກໍລະນີໃດກໍຕາມ ເຈົ້າມີແນວຄິດມານຮ້າຍຂອງເຈົ້າເອງ, ສະນັ້ນ ເຈົ້າຈຶ່ງປົກປິດມັນໄວ້ ແລະ ບໍ່ເວົ້າຫຍັງເລີຍ. ອຸປະນິໄສທີ່ເສື່ອມຊາມຂອງເຈົ້າເປັນຕົວຄວບຄຸມຢູ່ບ່ອນນີ້ ຫຼື ຄວາມຈິງເປັນຕົວຄວບຄຸມ? ເຫັນໄດ້ຊັດເຈນວ່າ ອຸປະນິໄສທີ່ເສື່ອມຊາມຂອງເຈົ້າເປັນຕົວຄວບຄຸມ. ອຸປະນິໄສທີ່ເສື່ອມຊາມຂອງເຈົ້າຄອບງຳເຈົ້າ, ເຮັດໃຫ້ເຈົ້າປິດບັງມັນໄວ້ ແລະ ບໍ່ເວົ້າຫຍັງເລີຍ ແລະ ເຈົ້າບໍ່ສາມາດຫຼຸດພົ້ນອອກມາໄດ້. ການທີ່ບໍ່ສາມາດຫຼຸດພົ້ນອອກມາໄດ້ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ເຖິງແມ່ນວ່າເຈົ້າເຕັມໃຈທີ່ຈະປະຕິບັດຄວາມຈິງທີ່ເຈົ້າເຂົ້າໃຈກໍຕາມ, ເຈົ້າຂາດກຳລັງທີ່ຈະເຮັດເຊັ່ນນັ້ນ; ເຈົ້າພຽງແຕ່ບໍ່ສາມາດເອົາຊະນະອຸປະນິໄສທີ່ເສື່ອມຊາມຂອງເຈົ້າໄດ້. ສິ່ງນີ້ໝາຍຄວາມວ່າ ເຈົ້າກຳລັງມີບັນຫາ; ເຈົ້າບໍ່ສາມາດປະຕິບັດຄວາມຈິງໄດ້. ຖ້າເຈົ້າຕ້ອງການປິດບັງສິ່ງຕ່າງໆ ແລະ ຫຼອກລວງຄົນອື່ນ, ເຈົ້າກໍສາມາດທີ່ຈະກະທຳການປິດບັງ ແລະ ຫຼອກລວງຢ່າງແນ່ນອນ ໂດຍສະເພາະຕໍ່ເບື້ອງເທິງ, ໂດຍລາຍງານແຕ່ຂ່າວດີ ແຕ່ບໍ່ລາຍງານຂ່າວຮ້າຍ, ເຖິງກັບຫຼອກລວງຜູ້ທີ່ຢູ່ເບື້ອງເທິງ ແລະ ປິດບັງສິ່ງຕ່າງໆຈາກຜູ້ທີ່ຢູ່ເບື້ອງລຸ່ມ. ເຈົ້າເວົ້າວ່າ “ຂ້ອຍຮັກຄວາມຈິງແທ້ໆ ແລະ ຂ້ອຍເປັນຄົນທີ່ປະຕິບັດຄວາມຈິງ. ຂ້ອຍຈົດບັນທຶກ, ໄຕ່ຕອງ ແລະ ສະຫຼຸບຄວາມຈິງທຸກຂໍ້ທີ່ພຣະເຈົ້າກ່າວຢ່າງລະມັດລະວັງ ແລະ ຈາກນັ້ນກໍນຳໄປປະຕິບັດໃນຊີວິດຈິງ”. ເຈົ້າຄິດແບບນີ້, ເຈົ້າມີຄວາມປາຖະໜານີ້, ແຕ່ມັນບໍ່ໄດ້ໝາຍຄວາມວ່າເຈົ້າໄດ້ປະຕິບັດຄວາມຈິງແລ້ວ. ເປັນຫຍັງ? ເພາະວ່າເຈົ້າມີຄວາມຄິດ ແລະ ມຸມມອງທີ່ຄາດເຄື່ອນຫຼາຍຢ່າງພາຍໃນຕົວເຈົ້າ ເຊິ່ງໄດ້ຄອບຄອງຫົວໃຈຂອງເຈົ້າແລ້ວ. ດ້ວຍເຫດນີ້, ອຸປະນິໄສທີ່ເສື່ອມຊາມຈຶ່ງກາຍເປັນຊີວິດຂອງເຈົ້າ. ອຸປະນິໄສທີ່ເສື່ອມຊາມຂອງເຈົ້າເປັນຕົວຄວບຄຸມ, ຄອບງຳຄວາມຄິດ ແລະ ການກະທຳຂອງເຈົ້າ. ເຖິງແມ່ນວ່າເຈົ້າຕ້ອງການປະຕິບັດຄວາມຈິງກໍຕາມ, ມັນກໍໄຮ້ປະໂຫຍດ; ເຈົ້າບໍ່ສາມາດບັງຄັບຕົວເຈົ້າເອງໃຫ້ເຮັດມັນໄດ້. ສະນັ້ນ, ຖ້າອຸປະນິໄສທີ່ເສື່ອມຊາມຂອງເຈົ້າບໍ່ໄດ້ຮັບການແກ້ໄຂ, ເຖິງແມ່ນວ່າເຈົ້າກຳລັງປະຕິບັດໜ້າທີ່ຂອງເຈົ້າຢູ່ກໍຕາມ, ມັນກໍເປັນໄປບໍ່ໄດ້ທີ່ເຈົ້າຈະກະທຳຕາມຫຼັກການ, ມັນຂ້ອນຂ້າງດີແລ້ວ ຖ້າເຈົ້າສາມາດຫຼີກລ່ຽງການເປັນຝ່າຍເລີ່ມຕົ້ນ ແລະ ຕັດສິນ, ຕໍ່ຕ້ານ ຫຼື ໝິ່ນປະໝາດພຣະເຈົ້າຢ່າງເປີດເຜີຍ. ເຖິງຢ່າງໃດກໍຕາມ, ດ້ວຍອຸປະນິໄສທີ່ເສື່ອມຊາມທີ່ປົກຄອງຢູ່ໃນຫົວໃຈຂອງເຈົ້າ, ເຈົ້າກໍອົດບໍ່ໄດ້ທີ່ຈະກະບົດ ແລະ ຕໍ່ຕ້ານພຣະເຈົ້າ. ບາງທີເຈົ້າອາດຈະຄິດວ່າເຈົ້າພຽງແຕ່ພະຍາຍາມຫຼອກລວງ ແລະ ປົກປິດສິ່ງຕ່າງໆຈາກເບື້ອງເທິງ ແລະ ຫຼອກລວງພຣະເຈົ້າໃນສະຖານະການທີ່ເຈົ້າຖືກສະຖານະການບັງຄັບ ຫຼື ຢູ່ໃນຊ່ວງເວລາທີ່ສິ້ນຫວັງ ແລະ ເຈົ້າພຽງແຕ່ປາບປາມຜູ້ຄົນ ຫຼື ເປີດເຜີຍຄວາມຫົວຮ້ອນໃນຊ່ວງເວລາທີ່ສິ້ນຫວັງເທົ່ານັ້ນ. ມັນເປັນເພາະຊ່ວງເວລາທີ່ສິ້ນຫວັງຊົ່ວຄາວແທ້ໆບໍ? ບໍ່, ມັນເປັນຜົນມາຈາກອຸປະນິໄສເສື່ອມຊາມທີ່ຝັງຮາກເລິກຂອງເຈົ້າທີ່ເປັນຕົວຄວບຄຸມ. ມັນເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້. ເປັນຫຍັງມັນຈຶ່ງຫຼີກລ່ຽງບໍ່ໄດ້? ເພາະວ່າຄວາມຈິງທີ່ເຈົ້າເຂົ້າໃຈນັ້ນເປັນພຽງຄວາມເຕັມໃຈປະເພດໜຶ່ງ, ເປັນຄວາມເຊື່ອປະເພດໜຶ່ງສຳລັບເຈົ້າ; ພວກມັນຍັງບໍ່ທັນກາຍເປັນຊີວິດຂອງເຈົ້າເທື່ອ. ບໍ່ວ່າເຈົ້າຈະມີຄວາມຮູ້ ຫຼື ບໍ່ວ່າຂີດຄວາມສາມາດຂອງເຈົ້າຈະສູງ ຫຼື ຕໍ່າກໍຕາມ, ຢ່າງໜ້ອຍທີ່ສຸດ ຄວາມຈິງກໍບໍ່ໄດ້ກາຍມາເປັນຊີວິດຂອງເຈົ້າເທື່ອ. ນັ້ນກໍຄື ຄວາມຈິງບໍ່ໄດ້ເປັນຕົວຄວບຄຸມພາຍໃນຕົວເຈົ້າ; ສິ່ງທີ່ເປັນຕົວຄວບຄຸມພາຍໃນຕົວເຈົ້າຄືອຸປະນິໄສແບບຊາຕານ ແລະ ປັດຊະຍາຂອງຊາຕານ. ເມື່ອເຈົ້າຖືກຄອບງຳໂດຍອຸປະນິໄສແບບຊາຕານ, ເຈົ້າກໍກຳລັງດຳລົງຊີວິດໂດຍອຸປະນິໄສແບບຊາຕານ ແລະ ເຈົ້າຍັງຄົງດຳລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຊາຕານ. ເມື່ອຜົນປະໂຫຍດ ແລະ ຄວາມພາກພູມໃຈຂອງເຈົ້າບໍ່ໄດ້ຮັບຄວາມເສຍຫາຍ, ເມື່ອບໍ່ໄດ້ກ່ຽວຂ້ອງກັບສະຖານະ, ຊື່ສຽງ ແລະ ຜົນໄດ້ຂອງເຈົ້າ, ເຈົ້າກໍເຕັມໃຈທີ່ຈະປະຕິບັດຄວາມຈິງໜ້ອຍໜຶ່ງ. ແຕ່ທັນທີທີ່ກ່ຽວຂ້ອງກັບຊື່ສຽງ, ຜົນໄດ້, ສະຖານະ ຫຼື ຈຸດໝາຍປາຍທາງຂອງເຈົ້າ, ອຸປະນິໄສທີ່ເສື່ອມຊາມຂອງເຈົ້າກໍຈະຍຶດເກາະ ແລະ ຄວບຄຸມເຈົ້າຢ່າງກຳແໜ້ນ ແລະ ແໜ້ນໜາ. ເຈົ້າຍັງຄົງບໍ່ມີການອ່ອນນ້ອມທີ່ແທ້ຈິງຕໍ່ພຣະເຈົ້າ; ເຈົ້າຍັງຄົງມີແນວໂນ້ມໜຶ່ງຮ້ອຍເປີເຊັນທີ່ຈະທໍລະຍົດພຣະເຈົ້າ ແລະ ຄວາມຈິງ. ເມື່ອຕັດສິນຈາກປາກົດການເຫຼົ່ານີ້, ອຸປະນິໄສທີ່ເສື່ອມຊາມຂອງເຈົ້າໄດ້ຮັບການແກ້ໄຂແລ້ວບໍ? ພວກມັນຖືກປະຖິ້ມແລ້ວບໍ? ຄວາມຈິງໄດ້ກາຍເປັນຊີວິດຂອງເຈົ້າແລ້ວບໍ? ເມື່ອມີບາງສິ່ງເກີດຂຶ້ນ, ຖ້າຄວາມຈິງທີ່ເຈົ້າເຂົ້າໃຈບໍ່ສາມາດເອົາຊະນະອຸປະນິໄສທີ່ເສື່ອມຊາມຂອງເຈົ້າໄດ້, ບໍ່ສາມາດເອົາຊະນະທາງເລືອກ ແລະ ຄວາມຕ້ອງການຂອງເຈົ້າໄດ້, ບໍ່ສາມາດເອົາຊະນະຄວາມປາຖະໜາ, ຄວາມທະເຍີທະຍານ, ສະຖານະ ແລະ ຊື່ສຽງຂອງເຈົ້າໄດ້, ແລ້ວຄວາມຈິງທີ່ເຈົ້າເຂົ້າໃຈກໍບໍ່ແມ່ນຊີວິດຂອງເຈົ້າ. ເມື່ອຄວາມຈິງກາຍເປັນຊີວິດຂອງເຈົ້າ, ເຈົ້າກໍຈະສາມາດເອົາຊະນະອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້ໄດ້ຢ່າງເປັນທຳມະຊາດ. ຖ້າເຈົ້າບໍ່ສາມາດເອົາຊະນະອຸປະນິໄສທີ່ເສື່ອມຊາມຂອງເຈົ້າໄດ້, ມັນກໍສະແດງໃຫ້ເຫັນວ່າຄວາມຈິງຍັງບໍ່ທັນເປັນຕົວຄວບຄຸມພາຍໃນຕົວເຈົ້າ ແລະ ມັນຍັງບໍ່ທັນກາຍເປັນຊີວິດຂອງເຈົ້າເທື່ອ. ເຈົ້າເວົ້າວ່າເຈົ້າຮັກຄວາມຈິງ, ແຕ່ນີ້ເປັນພຽງຄວາມປາຖະໜາຂອງເຈົ້າ ແລະ ຄວາມປະສົງຂອງເຈົ້າເທົ່ານັ້ນ; ມັນບໍ່ໄດ້ເປັນຕົວແທນໃຫ້ຊີວິດຂອງເຈົ້າ. ຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິລ້ວນແຕ່ມີຄວາມປາຖະໜາທີ່ເປັນບວກ. ການປາຖະໜາທີ່ຈະເປັນຄົນດີໝາຍຄວາມວ່າເຈົ້າເປັນຄົນດີບໍ? (ບໍ່). ການຮັກຄວາມຈິງ, ຄວາມເປັນທຳ ແລະ ຄວາມຊອບທຳໝາຍຄວາມວ່າເຈົ້າມີຄວາມຈິງ, ຄວາມເປັນທຳ ແລະ ຄວາມຊອບທຳບໍ? ບໍ່, ເຈົ້າບໍ່ໄດ້ມີສິ່ງເຫຼົ່ານີ້, ເຈົ້າພຽງແຕ່ປາຖະໜາພວກມັນເທົ່ານັ້ນ. ຄວາມປາຖະໜາໝາຍເຖິງຫຍັງ? (ຄວາມປາຖະໜາທີ່ໜ້າອັດສະຈັນຂອງຄົນໃດໜຶ່ງ). ຖືກຕ້ອງ, ມັນເປັນພຽງຄວາມປາຖະໜາເທົ່ານັ້ນ. ມັນບໍ່ມີຫຍັງກ່ຽວຂ້ອງກັບວິທີທີ່ເຈົ້າປະພຶດຕົນຢ່າງແທ້ຈິງ, ແມ່ນບໍ? (ບໍ່).
ຕອນນີ້ ພວກເຈົ້າມີຄວາມຈິງເປັນຊີວິດຂອງພວກເຈົ້າແລ້ວບໍ? (ບໍ່). ຄົນໆໜຶ່ງຈະສາມາດຮູ້ໄດ້ແນວໃດວ່າ ເຈົ້າມີຄວາມຈິງເປັນຊີວິດຂອງເຈົ້າ ຫຼື ບໍ່? ຄົນໆໜຶ່ງສາມາດຮູ້ໄດ້ໂດຍການເບິ່ງວ່າ ຄວາມຈິງທີ່ເຈົ້າເຂົ້າໃຈນັ້ນສາມາດເອົາຊະນະອຸປະນິໄສທີ່ເສື່ອມຊາມຂອງເຈົ້າໄດ້ ຫຼື ບໍ່ ເມື່ອຜົນປະໂຫຍດຂອງເຈົ້າຂັດແຍ່ງກັບຄວາມຈິງ, ເມື່ອຜົນປະໂຫຍດຂອງເຈົ້າກຳລັງຈະໄດ້ຮັບຄວາມເສຍຫາຍ ຫຼື ຖືກຄຸກຄາມ. ຖ້າພວກມັນສາມາດເອົາຊະນະໄດ້, ແລ້ວເຈົ້າກໍເປັນຄົນທີ່ມີຄວາມຈິງເປັນຊີວິດຂອງເຈົ້າ. ຖ້າພວກມັນບໍ່ສາມາດເອົາຊະນະໄດ້, ມັນກໍພິສູດວ່າວຸດທິພາວະຂອງເຈົ້າຕໍ່າຫຼາຍ. ຕໍ່າສໍ່າໃດ? ເຈົ້າບໍ່ມີຄວາມຈິງເປັນຊີວິດຂອງເຈົ້າ. ນີ້ຄືຄວາມເປັນຈິງ. ບາງຄົນເວົ້າວ່າ “ຖ້າພວກເຮົາບໍ່ມີຄວາມຈິງເປັນຊີວິດຂອງພວກເຮົາ, ແລ້ວເປັນຫຍັງພວກເຮົາຈຶ່ງຍັງສາມາດປະຖິ້ມທຸກສິ່ງ ເພື່ອປະຕິບັດໜ້າທີ່ຂອງພວກເຮົາໃນເຮືອນຂອງພຣະເຈົ້າໄດ້? ເປັນຫຍັງພວກເຮົາຈຶ່ງຍັງສາມາດທົນທຸກ ແລະ ຈ່າຍລາຄາເພື່ອພຣະເຈົ້າໄດ້?” ບາງຄົນເຖິງກັບເວົ້າວ່າ “ຂ້ອຍມີຄວາມອຸທິດຕົນບາງຢ່າງແລ້ວ; ຂ້ອຍໄດ້ຖືກເຮັດໃຫ້ເປັນຜູ້ຊະນະແລ້ວ”. ຄວາມຈິງແລ້ວ ປະໂຫຍກດັ່ງກ່າວຖືກເຈືອປົນໄປດ້ວຍຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນ. ມັນບໍ່ຜິດທີ່ຜູ້ຄົນຈະມີຄວາມຕັ້ງໃຈ ແລະ ຄວາມທະເຍີທະຍານ. ຄວາມປາຖະໜາຂອງຜູ້ຄົນທີ່ຢາກໄດ້ແສງສະຫວ່າງ, ຢາກໄດ້ຄວາມຍຸຕິທຳ ແລະ ຄວາມປາຖະໜາຂອງພວກເຂົາໃນການໄລ່ຕາມເສາະຫາຄວາມຈິງ, ຮັບຄວາມລອດພົ້ນ ແລະ ອື່ນໆອີກ, ຄວາມປາຖະໜາທີ່ໜ້າອັດສະຈັນເຫຼົ່ານີ້ສາມາດປ່ຽນແປງຄວາມຮັບຮູ້ບາງຢ່າງຂອງພວກເຂົາ, ທິດທາງໃນເສັ້ນທາງທີ່ພວກເຂົາຍ່າງ ແລະ ແນ່ນອນວ່າ ພຶດຕິກຳບາງຢ່າງຂອງພວກເຂົາ ແລະ ພາຍນອກກໍຄື ລັກສະນະບາງຢ່າງຂອງການວາງຕົວຂອງພວກເຂົາ ແລະ ວິທີການດຳລົງຊີວິດຂອງພວກເຂົາ. ການປ່ຽນແປງໃນທີ່ນີ້ໝາຍເຖິງຫຍັງ? ຕົວຢ່າງ: ສົມມຸດວ່າປັດຈຸບັນເຈົ້າມີຄວາມເຊື່ອ, ສະພາວະຂອງເຈົ້າດີຫຼາຍ, ເຈົ້າບໍ່ໄດ້ເປັນຄົນຄິດລົບ ແລະ ໜ້າທີ່ຂອງເຈົ້າກໍດຳເນີນໄປຢ່າງລ່ຽນໄຫຼເປັນພິເສດ. ດ້ວຍເຫດນີ້ ເຈົ້າຈຶ່ງຮູ້ສຶກວ່າເຈົ້າຈົງຮັກພັກດີເປັນພິເສດ ແລະ ເຈົ້າມີຄວາມຫວັງທີ່ຈະເຮັດໃຫ້ຄວາມປາຖະໜາຂອງເຈົ້າເປັນຈິງ ເພື່ອຮັບຄວາມລອດພົ້ນ ແລະ ເຈົ້າກໍບໍ່ມີບັນຫາຫຍັງກັບການອົດທົນຕໍ່ຄວາມຍາກລຳບາກໃດໜຶ່ງ. ແຕ່ຊ່ວງເວລາທີ່ດີນັ້ນຢູ່ໄດ້ບໍ່ດົນ. ໃນຂະບວນການປະຕິບັດໜ້າທີ່ຂອງເຈົ້າ, ເຈົ້າພົບພໍ້ກັບຄວາມພ່າຍແພ້ ແລະ ຄວາມລົ້ມເຫຼວບາງຢ່າງ, ຖືກລິຮານ, ເດີນທາງຜິດຖືກຫຼາຍຄັ້ງ ແລະ ເຖິງກັບຖືກເຮັດໃຫ້ຫຼົງຜິດ ແລະ ຖືກປາບປາມໂດຍຜູ້ຕໍ່ຕ້ານພຣະຄຣິສ, ທົນທຸກກັບຄວາມຂ້ອງໃຈຫຼາຍຢ່າງ. ແລ້ວເຈົ້າກໍຮູ້ສຶກບໍ່ສະບາຍໃຈ. ເຈົ້າບໍ່ເຂົ້າໃຈຄວາມຈິງ, ເຈົ້າບໍ່ຮູ້ວ່າເປັນຫຍັງສິ່ງເຫຼົ່ານີ້ຈຶ່ງເກີດຂຶ້ນ ແລະ ເຈົ້າກໍບໍ່ໄດ້ຮັບຄຳຕອບໃດໜຶ່ງຈາກການອະທິຖານຫາພຣະເຈົ້າ, ສະນັ້ນ ເຈົ້າຈຶ່ງຮູ້ສຶກທຸກໃຈ. ໂດຍສ່ວນໃຫຍ່ແລ້ວ ການເກີດຂຶ້ນຂອງສິ່ງເຫຼົ່ານີ້ໄດ້ສ້າງຄວາມເສຍຫາຍ ແລະ ການຈິບຫາຍບາງຢ່າງຕໍ່ຄວາມຕັ້ງໃຈຂອງເຈົ້າໃນການປາຖະໜາຢາກໄດ້ຄວາມຈິງ ແລະ ແສງສະຫວ່າງ. ຫຼັງຈາກທີ່ທົນທຸກຕໍ່ຄວາມຈິບຫາຍນີ້, ເຈົ້າກໍບໍ່ຕ້ອງການປະຕິບັດໜ້າທີ່ຂອງເຈົ້າອີກຕໍ່ໄປ, ໂດຍຮູ້ສຶກວ່າມັນໄຮ້ປະໂຫຍດ. ເກີດຫຍັງຂຶ້ນຢູ່ບ່ອນນີ້? ເຈົ້າປ່ຽນແປງໄວຂະໜາດນີ້ໄດ້ແນວໃດ? ເປັນຫຍັງເຈົ້າຈຶ່ງເປັນຄືກັບຄົນລະຄົນຈາກແຕ່ກ່ອນຢ່າງສິ້ນເຊີງ? ຖ້າເຈົ້າມີວຸດທິພາວະ ແລະ ມີຄວາມຈິງເປັນຊີວິດຂອງເຈົ້າ, ການອຸທິດຕົນຂອງເຈົ້າກໍຈະບໍ່ປ່ຽນແປງ. ແຕ່ຍ້ອນວ່າເຈົ້າບໍ່ມີຄວາມຈິງເປັນຊີວິດຂອງເຈົ້າ, ສະພາວະພາຍໃນຂອງເຈົ້າ, ທັດສະນະຄວາມຄິດ ແລະ ແຮງຂັບເຄື່ອນຂອງເຈົ້າໃນການເຊື່ອໃນພຣະເຈົ້າ ແລະ ການເສຍສະລະຕົວເຈົ້າເອງຈຶ່ງບໍ່ໝັ້ນຄົງສະເໝີ ແລະ ຜັນຜວນຮ້ອນໆໜາວໆ. ໃນລະຫວ່າງຊ່ວງເວລາທີ່ທຸກຢ່າງດຳເນີນໄປຢ່າງລ່ຽນໄຫຼ ແລະ ເຈົ້າອາລົມດີ, ເຈົ້າກໍມີແຮງຂັບເຄື່ອນ, ເຈົ້າມີຫຼາຍສິ່ງທີ່ຈະເວົ້າໃນລະຫວ່າງການອະທິຖານ, ເຕັມໃຈທີ່ຈະອ່ານພຣະທຳຂອງພຣະເຈົ້າ, ເຈົ້າເຮັດວຽກໜັກຫຼາຍໃນໜ້າທີ່ຂອງເຈົ້າ ແລະ ບໍ່ມີບັນຫາກັບການຄາວຽກ ຫຼື ອິດເມື່ອຍ ແລະ ກັບການອົດທົນຕໍ່ຄວາມຍາກລຳບາກໃດໜຶ່ງ. ແຕ່ທັນທີທີ່ສິ່ງຕ່າງໆເລີ່ມບໍ່ເອື້ອອຳນວຍເລັກນ້ອຍ, ເຈົ້າກໍຄິດລົບ ແລະ ອ່ອນແອ, ສູນເສຍແຮງຂັບເຄື່ອນທີ່ຈະປະຕິບັດໜ້າທີ່ຂອງເຈົ້າ. ເມື່ອເຈົ້າພາດອາຫານຄາບໜຶ່ງ ຫຼື ນອນໜ້ອຍລົງເລັກນ້ອຍ, ເຈົ້າກໍຮູ້ສຶກວ່າມັນເປັນຄວາມຍາກລຳບາກອັນໃຫຍ່ຫຼວງ ແລະ ການຈົ່ມຕໍ່ວ່າກໍເກີດຂຶ້ນໃນຫົວໃຈຂອງເຈົ້າ: “ເປັນຫຍັງຂ້ອຍຈຶ່ງຕ້ອງທົນທຸກ? ຂ້ອຍບໍ່ໄດ້ເງິນຈາກການປະຕິບັດໜ້າທີ່ຂອງຂ້ອຍດ້ວຍຊໍ້າ, ມັນບໍ່ຄຸ້ມຄ່າເລີຍ!” ເຫັນບໍ, ທັດສະນະຄວາມຄິດຂອງເຈົ້າແຕກຕ່າງກັນຢ່າງສິ້ນເຊີງ. ເປັນຫຍັງການປ່ຽນແປງອັນໃຫຍ່ຫຼວງດັ່ງກ່າວຈຶ່ງເກີດຂຶ້ນ? ມັນເປັນເພາະວ່າເຈົ້າບໍ່ມີຄວາມຈິງເປັນຊີວິດຂອງເຈົ້າ ແລະ ອຸປະນິໄສທີ່ເສື່ອມຊາມຂອງເຈົ້າຍັງຄົງມີຢູ່ພາຍໃນຕົວເຈົ້າ. ເມື່ອຜູ້ຄົນມີຄວາມກະຕືລືລົ້ນ, ພວກເຂົາກໍຮູ້ສຶກວ່າພວກເຂົາບໍ່ມີຄວາມທະເຍີທະຍານ ຫຼື ຄວາມປາຖະໜາ ຫຼື ຂໍ້ຮຽກຮ້ອງຕໍ່ພຣະເຈົ້າ. ໃນຄວາມເປັນຈິງແລ້ວ, ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຍັງຄົງເປັນຕົວຄວບຄຸມຢູ່ພາຍໃນຕົວພວກເຂົາ; ສິ່ງເຫຼົ່ານີ້ຍັງຄົງບໍ່ປ່ຽນແປງ. ເມື່ອຜູ້ຄົນຄິດບວກ, ພວກເຂົາກໍກະຕືລືລົ້ນຫຼາຍ ແລະ ມີແຮງຂັບເຄື່ອນເປັນພິເສດ ແລະ ບໍ່ມີໃຜສາມາດຢຸດຢັ້ງພວກເຂົາໄດ້. ເມື່ອພວກເຂົາຄິດລົບ, ພວກເຂົາກໍເປັນຄືກັບຂີ້ຕົມໜອງໜຶ່ງ, ບໍ່ມີໃຜສາມາດດຶງພວກເຂົາຂຶ້ນມາໄດ້. ພວກເຂົາມັກຈະສຸດໂຕ່ງຢູ່ສະເໝີ ແລະ ພວກເຂົາກໍບໍ່ໝັ້ນຄົງໂດຍສິ້ນເຊີງ. ສິ່ງນີ້ສະແດງໃຫ້ເຫັນວ່າພວກເຂົາຂາດບາງສິ່ງບາງຢ່າງໃນຄວາມເປັນມະນຸດທີ່ປົກກະຕິຂອງພວກເຂົາ. ພວກເຂົາຂາດຫຍັງ? ພວກເຂົາຂາດຄວາມຈິງເປັນຊີວິດຂອງພວກເຂົາ, ນັ້ນຄືສິ່ງທີ່ມັນເປັນ. ສະພາວະຂອງເຈົ້າຜັນຜວນຮ້ອນໆໜາວໆ, ເປັນລົບໃນຊ່ວງເວລາໜຶ່ງ ແລະ ເປັນບວກໃນຊ່ວງເວລາຕໍ່ມາ. ສິ່ງໃດທີ່ເຮັດໃຫ້ເກີດສິ່ງນີ້? ມັນຄືອຸປະນິໄສທີ່ເສື່ອມຊາມຂອງເຈົ້າທີ່ສ້າງບັນຫາ. ມື້ນີ້ອຸປະນິໄສເຫຼົ່ານັ້ນເຮັດໃຫ້ເຈົ້າຄິດຢ່າງໜຶ່ງ, ມື້ອື່ນກໍຄິດອີກຢ່າງໜຶ່ງ; ບໍ່ວ່າໃນກໍລະນີໃດກໍຕາມ, ຄວາມຄິດເຫຼົ່ານີ້ມັກຈະສອດຄ່ອງກັບຄວາມຕ້ອງການຂອງເຈົ້າ, ຄວາມຫົວຮ້ອນຂອງເຈົ້າ ແລະ ສະພາວະ, ອາລົມ ແລະ ຄວາມຮູ້ສຶກໃນປັດຈຸບັນຂອງເຈົ້າຢູ່ສະເໝີ. ແຕ່ມັນຈະແຕກຕ່າງກັນເມື່ອຜູ້ຄົນມີຄວາມຈິງຢູ່ພາຍໃນຕົວພວກເຂົາ. ຖ້າຄວາມຈິງກາຍເປັນຊີວິດຂອງເຈົ້າ, ມັນກໍຈະເຮັດໃຫ້ເຈົ້າມີຄຳນິຍາມທີ່ຖືກຕ້ອງ ແລະ ແທ້ຈິງກ່ຽວກັບສິ່ງທີ່ເຈົ້າເຮັດຢູ່ສະເໝີ ແລະ ສິ່ງນີ້ຈະບໍ່ມີວັນປ່ຽນແປງ. ເຈົ້າຈະບໍ່ຮ້ອນໆໜາວໆ ແລະ ເຈົ້າຈະບໍ່ເລີ່ມຄິດລົບ ແລະ ຕິດຢູ່ໃນຄວາມຕົກຕໍ່າເນື່ອງຈາກຄວາມລົ້ມເຫຼວ ແລະ ການລົ້ມຄັ້ງໜຶ່ງ ຫຼື ເນື່ອງຈາກການລິຮານເລັກນ້ອຍ ຫຼື ຄວາມພ່າຍແພ້ເລັກນ້ອຍ. ນອກຈາກນັ້ນ ເຈົ້າກໍຈະບໍ່ຄິດບວກຈົນເຖິງຂັ້ນທີ່ເຈົ້າກະທຳຕົວຄືກັບຄົນໜຸ່ມທີ່ກະຕືລືລົ້ນ, ໂດຍບໍ່ນອນເປັນເວລາສາມມື້ສາມຄືນ. ກົງກັນຂ້າມ ເຈົ້າຈະມີຄວາມມີເຫດຜົນທີ່ປົກກະຕິແທນ. ແມ່ນບໍ? (ແມ່ນແລ້ວ). ຫຼັງຈາກທີ່ຜູ້ຄົນເຂົ້າໃຈຄວາມຈິງ ແລະ ຄວາມຈິງກາຍເປັນຊີວິດຂອງພວກເຂົາແລ້ວ, ພວກເຂົາກໍຈະເລີ່ມຊັດເຈນກ່ຽວກັບວິໄສທັດ. ພວກເຂົາຮູ້ວ່າເປັນຫຍັງພວກເຂົາຈຶ່ງຕ້ອງຕິດຕາມພຣະເຈົ້າ, ເປັນຫຍັງພວກເຂົາຈຶ່ງຕ້ອງປະຕິບັດໜ້າທີ່ຂອງພວກເຂົາ, ຜົນຮັບທີ່ພວກເຂົາຄວນບັນລຸໃນການປະຕິບັດໜ້າທີ່ຂອງພວກເຂົາແມ່ນຫຍັງ ແລະ ຈຸດປະສົງ, ຄວາມໝາຍສຳຄັນ ແລະ ຄຸນຄ່າຂອງການອົດທົນຕໍ່ຄວາມຍາກລຳບາກເຫຼົ່ານີ້ແມ່ນຫຍັງ. ພວກເຂົາເຂົ້າໃຈຫຼັກການຄວາມຈິງທັງໝົດເຫຼົ່ານີ້ຢ່າງຖີ່ຖ້ວນໃນຫົວໃຈຂອງພວກເຂົາ, ໂດຍປາສະຈາກຄວາມສັບສົນ ຫຼື ຄວາມຂຸ່ນມົວ. ດັ່ງນັ້ນ, ພວກເຂົາຈຶ່ງທົນທຸກດ້ວຍຄວາມເຕັມໃຈ ແລະ ບໍ່ໄດ້ຈົ່ມຕໍ່ວ່າ, ພວກເຂົາມີກົດເກນ ແລະ ຫຼັກການໃນທຸກສິ່ງທີ່ພວກເຂົາເຮັດ ແລະ ພວກເຂົາບໍ່ເຄີຍສູນເສຍຄວາມເຊື່ອໃນພຣະເຈົ້າ; ເມື່ອພວກເຂົາຮູ້ສຶກຄິດລົບ, ພວກເຂົາກໍບໍ່ຈົ່ມຕໍ່ວ່າພຣະເຈົ້າ ຫຼື ປະຖິ້ມພຣະອົງ ແລະ ເມື່ອພວກເຂົາຮູ້ສຶກຄິດບວກ, ພວກເຂົາກໍບໍ່ມີຂໍ້ຮຽກຮ້ອງເພີ່ມເຕີມຕໍ່ພຣະເຈົ້າ ແລະ ສະພາວະຂອງພວກເຂົາກໍເປັນປົກກະຕິຫຼາຍ. ຕອນນີ້ ພວກເຈົ້າເປັນແບບນີ້ແລ້ວບໍ? (ບໍ່). ແລ້ວຄວນເຮັດແນວໃດ? (ນັບແຕ່ນີ້ເປັນຕົ້ນໄປ, ພວກຂ້ານ້ອຍຄວນຈົດຈໍ່ກັບການໄລ່ຕາມເສາະຫາຄວາມຈິງເພື່ອແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງພວກຂ້ານ້ອຍ; ມັນບໍ່ມີເສັ້ນທາງອື່ນອີກແລ້ວ). ມັນບໍ່ມີເສັ້ນທາງອື່ນນອກຈາກການໄລ່ຕາມເສາະຫາຄວາມຈິງ. ເຮົາຈະບອກເຈົ້າເລີຍວ່າ: ຖ້າເຈົ້າບໍ່ໄລ່ຕາມເສາະຫາຄວາມຈິງ ແລະ ອຸປະນິໄສທີ່ເສື່ອມຊາມຍັງຄົງເປັນຕົວຄວບຄຸມໃນຖານະຊີວິດຂອງເຈົ້າຢູ່ສະເໝີ, ແລ້ວເຈົ້າກໍຈະບໍ່ມີຈຸດໝາຍປາຍທາງທີ່ດີ; ຢ່າງດີທີ່ສຸດ ເຈົ້າກໍຈະຈົບລົງດ້ວຍການເປັນຜູ້ອອກແຮງງານ. ແຕ່ຖ້າເຈົ້າໄລ່ຕາມເສາະຫາຄວາມຈິງ, ຄວາມຫວັງໃນການໄດ້ຮັບຄວາມລອດພົ້ນຂອງເຈົ້າກໍຈະຍິ່ງໃຫຍ່ ແລະ ພອນທີ່ເຈົ້າຈະໄດ້ຮັບໃນທີ່ສຸດກໍຈະຍິ່ງໃຫຍ່ເຊັ່ນກັນ. ຖ້າເຈົ້າໄລ່ຕາມເສາະຫາຄວາມຈິງ, ເຈົ້າກໍຈະເປັນອິດສະລະຈາກພັນທະນາການຂອງອຸປະນິໄສທີ່ເສື່ອມຊາມ, ອຸປະນິໄສທີ່ເສື່ອມຊາມຈະບໍ່ເປັນຊີວິດຂອງເຈົ້າອີກຕໍ່ໄປ ແລະ ດ້ວຍເຫດນັ້ນ ເຈົ້າຈຶ່ງຈະເຫັນຄວາມຫວັງໃນການໄດ້ຮັບຄວາມລອດພົ້ນຢ່າງແທ້ຈິງ. ຖ້າເຈົ້າບໍ່ໄລ່ຕາມເສາະຫາຄວາມຈິງ ແລະ ອຸປະນິໄສທີ່ເສື່ອມຊາມຂອງເຈົ້າຍັງຄົງບໍ່ໄດ້ຮັບການແກ້ໄຂ ແລະ ເຈົ້າຕ້ອງການເພິ່ງພາພຽງແຕ່ການຢັບຢັ້ງຕົນເອງ ແລະ ຄວາມຕັ້ງໃຈເພື່ອເຮັດສິ່ງທີ່ດີ ແລະ ບໍ່ເຮັດຄວາມຊົ່ວຮ້າຍ, ແລ້ວມັນກໍຍາກທີ່ຈະບອກໄດ້ວ່າເຈົ້າຈະສາມາດໄປເຖິງຈຸດສິ້ນສຸດຂອງເສັ້ນທາງໄດ້ ຫຼື ບໍ່. ເຂົ້າໃຈແລ້ວບໍ? (ເຂົ້າໃຈແລ້ວ). ບັນຫາທີ່ໃຫຍ່ທີ່ສຸດທີ່ຜູ້ຄົນຕ້ອງແກ້ໄຂໃນການເຊື່ອໃນພຣະເຈົ້າແມ່ນຫຍັງ? (ອຸປະນິໄສທີ່ເສື່ອມຊາມ). ການແກ້ໄຂອຸປະນິໄສທີ່ເສື່ອມຊາມແມ່ນສິ່ງທີ່ສຳຄັນທີ່ສຸດ. ຢ່າຄິດວ່າ “ຕອນນີ້ຂ້ອຍກຳລັງປະຕິບັດໜ້າທີ່ເຕັມເວລາໃນເຮືອນຂອງພຣະເຈົ້າ, ເສຍສະລະຕົວເອງເຕັມເວລາ, ສະນັ້ນ ຂ້ອຍຈຶ່ງເປັນຜູ້ຊະນະ!” ພຣະເຈົ້າກ່າວເຖິງການສ້າງກຸ່ມຜູ້ຊະນະ, ຄຳວ່າຜູ້ຊະນະໝາຍຄວາມວ່າແນວໃດ? “ຄົນເຫຼົ່ານີ້ແມ່ນຄົນທີ່ຕິດຕາມພຣະເມສານ້ອຍໄປທຸກບ່ອນທີ່ພຣະອົງສະເດັດໄປ” (ພຣະນິມິດ 14:4). ຄົນເຫຼົ່ານີ້ຄືຜູ້ຊະນະໃນຄວາມໝາຍທີ່ຮຽບງ່າຍຂອງຄຳນີ້. ຄົນໆໜຶ່ງບໍ່ສາມາດພໍໃຈກັບການເປັນພຽງຜູ້ຊະນະເທົ່ານັ້ນ. ການເປັນຜູ້ຊະນະໃນຄວາມໝາຍທີ່ຮຽບງ່າຍນີ້ບໍ່ໄດ້ໝາຍຄວາມວ່າອຸປະນິໄສທີ່ເສື່ອມຊາມຂອງຄົນໃດໜຶ່ງຖືກປະຖິ້ມແລ້ວ ແລະ ມັນກໍບໍ່ໄດ້ໝາຍຄວາມວ່າຄົນໃດໜຶ່ງມີຄວາມຈິງເປັນຊີວິດຂອງພວກເຂົາ. ຜູ້ທີ່ໄດ້ຮັບຄວາມລອດພົ້ນໃນທີ່ສຸດບໍ່ແມ່ນພຽງແຕ່ຜູ້ຊະນະເທົ່ານັ້ນ, ມັນບໍ່ໄດ້ງ່າຍດາຍແບບນັ້ນ. ຜູ້ຊະນະເປັນພຽງຜູ້ທີ່ເອົາຊະນະໂລກວັດຖຸ, ຊາຕານ, ກະແສທີ່ຊົ່ວຮ້າຍ ແລະ ລະບອບການປົກຄອງທີ່ຊົ່ວຮ້າຍເທົ່ານັ້ນ, ນີ້ຄືຜູ້ຊະນະແມ່ນຫຍັງ. ຖ້າເຈົ້າພຽງແຕ່ເຂົ້າໃຈຫຼັກການຄວາມຈິງບາງຢ່າງ ແລະ ເຈົ້າສາມາດເອົາຊະນະເນື້ອໜັງ ແລະ ຄວາມຮູ້ສຶກໄດ້ຊົ່ວຄາວ ຫຼື ບໍ່ຖືກບີບຄັ້ນໂດຍຂ່າວລືຕ່າງໆທີ່ບໍ່ມີມູນຄວາມຈິງ ຫຼື ບໍ່ຖືກລົບກວນໂດຍຄົນຊົ່ວຮ້າຍ ຫຼື ຜູ້ບໍ່ເຊື່ອ, ສິ່ງນີ້ກໍຍັງບໍ່ເຂົ້າເກນມາດຕະຖານຂອງຜູ້ຊະນະຢ່າງຄົບຖ້ວນ. ການມີປະສົບການເລັກນ້ອຍພຽງສອງສາມຢ່າງນີ້ບໍ່ໄດ້ມີຄຸນຄ່າອັນຍິ່ງໃຫຍ່. ສິ່ງໃດທີ່ມີຄຸນຄ່າ? ການມີຄວາມຈິງເປັນຊີວິດຂອງຄົນໃດໜຶ່ງຄືສິ່ງທີ່ມີຄຸນຄ່າທີ່ສຸດ. ຄົນໆໜຶ່ງຈະສາມາດເຮັດໃຫ້ຄວາມຈິງເປັນຊີວິດຂອງພວກເຂົາໄດ້ແນວໃດ? ມັນມີພຽງເສັ້ນທາງດຽວເທົ່ານັ້ນ: ເຈົ້າຕ້ອງອ່ານພຣະທຳຂອງພຣະເຈົ້າໃຫ້ຫຼາຍຂຶ້ນ ແລະ ປະຕິບັດ ແລະ ມີປະສົບການກັບພຣະທຳຂອງພຣະເຈົ້າໃຫ້ຫຼາຍຂຶ້ນ. ມີພຽງວິທີນີ້ເທົ່ານັ້ນທີ່ເຈົ້າຈະສາມາດໄດ້ຮັບຄວາມຈິງຈາກພຣະທຳຂອງພຣະເຈົ້າ ແລະ ເລີ່ມມີຄວາມຈິງເປັນຊີວິດຂອງເຈົ້າ. ຖ້າເຈົ້າໃຊ້ຄວາມຈິງເພື່ອນຳພາຕະຫຼອດຊີວິດຂອງເຈົ້າ, ຊີວິດປະຈຳວັນຂອງເຈົ້າ ແລະ ຫຼັກການທີ່ເຈົ້າໃຊ້ເພື່ອກະທຳ ແລະ ປະພຶດຕົນ, ຖ້າເຈົ້າປະຕິບັດດ້ວຍວິທີນີ້, ເຈົ້າກໍຈະມີຄວາມເປັນຈິງຄວາມຈິງ. ເມື່ອເຈົ້າມີຄວາມເປັນຈິງຄວາມຈິງ, ອຸປະນິໄສແບບຊາຕານໃນອະດີດຂອງເຈົ້າກໍຈະຖືກປັດອອກໄປ. ກ່ອນທີ່ເຈົ້າຈະຕັດສິນໃຈວ່າຈະກະທຳແນວໃດ, ກ່ອນອື່ນໝົດໃຫ້ໄຕ່ຕອງວ່າ “ສິ່ງທີ່ຂ້ອຍຄິດນັ້ນບໍ່ໄດ້ເປັນຕົວແທນໃຫ້ແກ່ຫຼັກການຄວາມຈິງ. ຂ້ອຍຕ້ອງເບິ່ງວ່າພຣະທຳຂອງພຣະເຈົ້າກ່າວແນວໃດ”. ຖ້າເຈົ້າໄຕ່ຕອງດ້ວຍວິທີນີ້ທຸກຄັ້ງ ແລະ ຖ້າເຈົ້າເວົ້າ ແລະ ປະຕິບັດຕາມພຣະທຳຂອງພຣະເຈົ້າທຸກຄັ້ງ, ຄວາມຈິງຈະບໍ່ເຂົ້າມາສູ່ຊີວິດຂອງເຈົ້າເທື່ອລະໜ້ອຍບໍ? ຢົດນ້ຳນ້ອຍໆຫຼາຍຢົດລວມກັນເປັນມະຫາສະໝຸດ. ໃຫ້ປ່ອຍຄວາມຈິງເຂົ້າມາສູ່ຫົວໃຈຂອງເຈົ້າເທື່ອລະໜ້ອຍ ເພື່ອປ່ຽນແປງຊີວິດປະຈຳວັນຂອງເຈົ້າ, ມຸມມອງຂອງເຈົ້າ, ສະຖານະການເປັນຢູ່ໃນປັດຈຸບັນຂອງເຈົ້າ ແລະ ສະພາວະຂອງເຈົ້າ. ໃນຂະນະທີ່ສະພາວະຂອງເຈົ້າຄ່ອຍໆປ່ຽນແປງ ແລະ ຄ່ອຍໆດຳເນີນໄປໃນທິດທາງທີ່ດີ, ຄວາມເປັນໄປໄດ້ທີ່ເຈົ້າຈະເຮັດຄວາມຊົ່ວຮ້າຍ ແລະ ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນກໍຈະຫຼຸດລົງເລື້ອຍໆ, ຄວາມເປັນໄປໄດ້ທີ່ເຈົ້າຈະໂອ້ອວດກໍຈະຫຼຸດລົງເລື້ອຍໆ, ໃນຂະນະທີ່ຄຳພະຍານຂອງເຈົ້າໃນການປະຕິບັດຕາມຫຼັກການຄວາມຈິງກໍຈະເພີ່ມຂຶ້ນເລື້ອຍໆ. ເມື່ອເລື່ອງສຳຄັນທີ່ກ່ຽວກັບຄວາມຖືກ ແລະ ຄວາມຜິດເກີດຂຶ້ນ, ຫຼັກການຄວາມຈິງກໍຈະເອົາຊະນະອຸປະນິໄສທີ່ເສື່ອມຊາມແບບຊາຕານຂອງເຈົ້າ ແລະ ຄວາມຕ້ອງການ, ຄວາມມັກ ແລະ ແຜນການສ່ວນຕົວຂອງເຈົ້າ. ເມື່ອນັ້ນເອງ ເຈົ້າຈຶ່ງຈະເປັນຜູ້ຊະນະທີ່ແທ້ຈິງ, ເປັນຄົນທີ່ມີຄວາມຈິງເປັນຊີວິດຂອງພວກເຂົາ ແລະ ເປັນຄົນທີ່ສາມາດໄດ້ຮັບຄວາມລອດພົ້ນ. ຖ້າບໍ່ດັ່ງນັ້ນ, ຖ້າເຈົ້າພຽງແຕ່ກະທຳໂດຍອີງໃສ່ຄວາມມັກຂອງເຈົ້າ ໂດຍຄິດວ່າ “ການກະທຳແບບນີ້ເປັນສິ່ງທີ່ດີ, ຂ້ອຍເຮັດສິ່ງເຫຼົ່ານີ້ດ້ວຍຄວາມຍິນດີ ແລະ ເຕັມໃຈ ແລະ ຂ້ອຍກໍບໍ່ມີການຈົ່ມຕໍ່ວ່າໃດໆເລີຍ”, ສິ່ງນັ້ນຈະມີປະໂຫຍດຫຍັງ? ເຈົ້າບໍ່ມີການຈົ່ມຕໍ່ວ່າ, ແຕ່ຫຼັກການໃນການປະຕິບັດຂອງເຈົ້າແມ່ນຫຍັງ? ການປະຕິບັດຂອງເຈົ້າມາຈາກຄວາມມັກໃນອຸປະນິໄສທີ່ເສື່ອມຊາມຂອງເຈົ້າທັງສິ້ນ, ມາຈາກຄວາມຄິດ ແລະ ມຸມມອງທີ່ຜິດພາດ, ມາຈາກເຈດຕະນາທີ່ເຫັນແກ່ຕົວ, ມາຈາກຄວາມທະເຍີທະຍານ ແລະ ຄວາມປາຖະໜາ, ມາຈາກຄວາມຮູ້ສຶກ ແລະ ມາຈາກຄວາມຫົວຮ້ອນ, ມັນຖືກນຳພາໂດຍອຸປະນິໄສທີ່ເສື່ອມຊາມຂອງເຈົ້າທັງສິ້ນ. ນີ້ຄືຊີວິດທີ່ເປີດເຜີຍອຸປະນິໄສທີ່ເສື່ອມຊາມ, ບໍ່ແມ່ນຊີວິດທີ່ເປີດເຜີຍຄວາມຈິງ. ພຣະເຈົ້າບໍ່ພຽງແຕ່ຈະບໍ່ຈື່ຈຳມັນເທົ່ານັ້ນ, ແຕ່ພຣະອົງຍັງຈະປະນາມມັນອີກດ້ວຍ. ເຈົ້າຕ້ອງພະຍາຍາມທຸກວິທີທາງທີ່ເຈົ້າສາມາດເຮັດໄດ້ເພື່ອເຮັດໃຫ້ສິ່ງທີ່ເຈົ້າດຳລົງຊີວິດຕາມ, ຄຳເວົ້າທີ່ເຈົ້າກ່າວ ແລະ ສິ່ງທີ່ເຈົ້າເຮັດ ແລະ ຄວາມຄິດ ແລະ ມຸມມອງທີ່ເຈົ້າເປີດເຜີຍນັ້ນສອດຄ່ອງກັບຄວາມຈິງທັງໝົດ; ເພື່ອເຮັດໃຫ້ຄວາມຄິດ ແລະ ມຸມມອງທີ່ຄາດເຄື່ອນເຫຼົ່ານັ້ນທີ່ເກີດຈາກອຸປະນິໄສທີ່ເສື່ອມຊາມນັ້ນໜ້ອຍລົງເລື້ອຍໆໃນຫົວໃຈຂອງເຈົ້າ ແລະ ເພື່ອເຮັດໃຫ້ສິ່ງທີ່ເຈົ້າຄິດໃນຫົວໃຈຂອງເຈົ້າ ແລະ ມຸມມອງຂອງເຈົ້າກ່ຽວກັບເລື່ອງຕ່າງໆນັ້ນກ່ຽວຂ້ອງກັບຄວາມຈິງທັງໝົດ ແລະ ສອດຄ່ອງກັບຄວາມຈິງທັງໝົດ. ເຈົ້າຕ້ອງໄລ່ຕາມເສາະຫາ ແລະ ຈົດຈໍ່ກັບດ້ານນີ້ ແລະ ຈາກນັ້ນ ມັນກໍຈະມີການປ່ຽນແປງພາຍໃນຕົວເຈົ້າຫຼາຍຂຶ້ນເລື້ອຍໆ ແລະ ສະພາວະຂອງເຈົ້າກໍຈະດີຂຶ້ນເລື້ອຍໆ. ທຸກມື້ນີ້ ຫຼາຍຄົນສາມາດກ່າວຄຳເວົ້າ ແລະ ຫຼັກຄຳສອນໄດ້, ໂດຍອະທິບາຍພວກມັນໄດ້ຢ່າງຊັດເຈນ ແລະ ມີເຫດຜົນ, ແຕ່ເມື່ອເວົ້າເຖິງການເວົ້າກ່ຽວກັບຄວາມເປັນຈິງຄວາມຈິງ, ພວກເຂົາພັດບໍ່ມີຫຍັງຈະເວົ້າ ແລະ ພວກເຂົາກໍບໍ່ສາມາດສະແດງອອກເຖິງຄວາມເຂົ້າໃຈທີ່ສຳພັນກັບຊີວິດຈິງໄດ້ແມ່ນແຕ່ໜ້ອຍດຽວ. ເກີດຫຍັງຂຶ້ນຢູ່ໃນທີ່ນີ້? (ພວກຂ້ານ້ອຍບໍ່ມີຄວາມຈິງ). ຊີວິດຂອງເຈົ້າຍັງຄົງເປັນຊີວິດຂອງອຸປະນິໄສທີ່ເສື່ອມຊາມ, ເປັນຊີວິດຂອງຊາຕານ ແລະ ມັນບໍ່ແມ່ນຊີວິດແຫ່ງຄວາມຈິງ.
ພວກເຈົ້າເຂົ້າໃຈໃນສິ່ງທີ່ພວກເຮົາຫາກໍໂອ້ລົມກັນໄປແລ້ວບໍ? ຖ້າພວກເຈົ້າຮັບຮູ້ຢ່າງແທ້ຈິງວ່າອຸປະນິໄສທີ່ເສື່ອມຊາມຂອງພວກເຈົ້າຍັງບໍ່ທັນຖືກປະຖິ້ມເທື່ອ ແລະ ພວກເຈົ້າຍັງຄົງດຳລົງຊີວິດໂດຍອຸປະນິໄສທີ່ເສື່ອມຊາມ, ພວກເຈົ້າຈະເລີ່ມຄິດລົບບໍ? (ເມື່ອກີ້ນີ້, ເມື່ອຂ້ານ້ອຍໄດ້ຍິນພຣະເຈົ້າກ່າວວ່າອຸປະນິໄສທີ່ເສື່ອມຊາມຂອງພວກຂ້ານ້ອຍຍັງບໍ່ປ່ຽນແປງ, ຂ້ານ້ອຍຮູ້ສຶກເຖິງຄວາມແຕກຕ່າງຢ່າງຫຼວງຫຼາຍໃນຫົວໃຈຂອງຂ້ານ້ອຍ, ໂດຍຄິດວ່າຂ້ານ້ອຍໄດ້ກິນ ແລະ ດື່ມພະທໍາຂອງພຣະເຈົ້າຢ່າງຕໍ່ເນື່ອງຕະຫຼອດຫຼາຍປີມານີ້ ແລະ ໄດ້ຈົດຈໍ່ກັບການປະຕິບັດຄວາມຈິງໃນສະຖານະການສະເພາະຕ່າງໆ, ແລ້ວເປັນຫຍັງອຸປະນິໄສທີ່ເສື່ອມຊາມຂອງຂ້ານ້ອຍຈຶ່ງຍັງບໍ່ປ່ຽນແປງ? ຂ້ານ້ອຍຮູ້ສຶກຜິດຫວັງ ແລະ ຄິດລົບໜ້ອຍໜຶ່ງ. ແຕ່ຜ່ານການທີ່ພຣະເຈົ້າໃຫ້ການນຳພາ ແລະ ການໂອ້ລົມເທື່ອລະໜ້ອຍ, ຂ້ານ້ອຍກໍເຂົ້າໃຈວ່າຂ້ານ້ອຍພຽງແຕ່ສະແດງພຶດຕິກຳທີ່ດີພາຍນອກບາງຢ່າງເທົ່ານັ້ນ, ແຕ່ອຸປະນິໄສທີ່ເສື່ອມຊາມຂອງຂ້ານ້ອຍຍັງຄົງເປັນຕົວຄວບຄຸມພາຍໃນຕົວຂ້ານ້ອຍ; ມັນຍັງບໍ່ມີການປ່ຽນແປງຫຍັງແທ້ໆ. ພຣະເຈົ້າກ່າວວ່າເມື່ອເຮັດສິ່ງຕ່າງໆ, ຜູ້ຄົນຕ້ອງໄຕ່ຕອງກ່ອນ ແລະ ບໍ່ວ່າຄວາມຄິດຂອງພວກເຂົາຈະດີສໍ່າໃດກໍຕາມ, ພວກມັນກໍບໍ່ໄດ້ເປັນຕົວແທນໃຫ້ແກ່ຫຼັກການຄວາມຈິງ ແລະ ພວກເຂົາຕ້ອງເບິ່ງວ່າຄວາມຈິງໃນພຣະທຳຂອງພຣະເຈົ້າກ່າວແນວໃດ ແລະ ຝຶກຝົນໃນການສະແຫວງຫາຄວາມຈິງ ແລະ ປະຕິບັດຕາມພຣະທຳຂອງພຣະເຈົ້າທຸກຄັ້ງທີ່ພວກເຂົາເຮັດບາງສິ່ງ ແລະ ຈາກນັ້ນ ສະພາວະຂອງພວກເຂົາກໍຈະປ່ຽນແປງໄປຢ່າງຊ້າໆ. ຫຼັງຈາກທີ່ຂ້ານ້ອຍໄດ້ຍິນການໂອ້ລົມຂອງພຣະເຈົ້າ, ຂ້ານ້ອຍກໍເບິ່ງຄືວ່າຈະເຫັນຄວາມຫວັງອີກຄັ້ງ ແລະ ຂ້ານ້ອຍກໍຮູ້ສຶກວ່າມີເສັ້ນທາງ ແລະ ບໍ່ຄິດລົບອີກຕໍ່ໄປ). ການຄິດລົບແມ່ນສິ່ງທີ່ຜິດ; ພວກເຈົ້າບໍ່ຄວນຄິດລົບພາຍໃຕ້ສະພາບການໃດກໍຕາມ. ການປະຖິ້ມອຸປະນິໄສທີ່ເສື່ອມຊາມແມ່ນເລື່ອງທີ່ຍິ່ງໃຫຍ່ໃນການໄດ້ຮັບຄວາມລອດພົ້ນ. ຍິ່ງບາງສິ່ງເປັນອຸປະນິໄສທີ່ເສື່ອມຊາມຫຼາຍສໍ່າໃດ, ພວກເຈົ້າກໍຍິ່ງຕ້ອງຈົດຈໍ່ກັບການແກ້ໄຂມັນຫຼາຍຂຶ້ນສໍ່ານັ້ນ. ພວກເຈົ້າຕ້ອງທຸ່ມເທຢ່າງເຕັມທີ່ ແລະ ອຸທິດຄວາມເອົາໃຈໃສ່ທັງໝົດຂອງພວກເຈົ້າໃຫ້ກັບມັນ. ພວກເຈົ້າບໍ່ສາມາດຄິດລົບໄດ້ ແລະ ພວກເຈົ້າບໍ່ສາມາດຍອມແພ້ໄດ້. ເຖິງແມ່ນວ່າຕອນນີ້ພວກເຈົ້າກຳລັງເລີ່ມຈົດຈໍ່ກັບການໄລ່ຕາມເສາະຫາຄວາມຈິງ, ບາງຄັ້ງພວກເຈົ້າກໍຍັງບໍ່ຮູ້ວິທີປະຕິບັດ. ການເວົ້າກັບພວກເຈົ້າໃນຕອນນີ້ກ່ຽວກັບເສັ້ນທາງຂອງການປະຕິບັດແມ່ນເປັນປະໂຫຍດຫຼາຍກວ່າສຳລັບການເຂົ້າສູ່ຊີວິດຂອງພວກເຈົ້າ ແລະ ໃນເວລາດຽວກັນ ມັນກໍສາມາດເຮັດໃຫ້ເກີດຄວາມຮູ້ສຶກເຖິງວິກິດການຂຶ້ນໃນຕົວພວກເຈົ້າ ແລະ ເຮັດໃຫ້ພວກເຈົ້າສາມາດຈົດຈໍ່ກັບຄວາມຈິງ ແລະ ເຂົ້າໃຈຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງຄວາມຈິງໂດຍໄວເທົ່າທີ່ຈະໄວໄດ້. ຢ່າເພິ່ງພໍໃຈໃນຕົນເອງ ແລະ ຢ່າພໍໃຈກັບສະຖານະການໃນປັດຈຸບັນຂອງພວກເຈົ້າ. ພວກເຈົ້າພຽງແຕ່ກາຍເປັນຄົນທີ່ເຊື່ອຟັງ ແລະ ປະພຶດຕົວດີ ແລະ ມີເຫດຜົນຫຼາຍກວ່າແຕ່ກ່ອນເລັກນ້ອຍເທົ່ານັ້ນ, ແຕ່ພວກເຈົ້າຍັງຢູ່ຫ່າງໄກຈາກການປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຈົ້າຫຼາຍ! ຂໍ້ເທັດຈິງນັ້ນເຫັນໄດ້ຢ່າງຊັດເຈນ, ແລ້ວການຄິດລົບຈະມີປະໂຫຍດຫຍັງ? ການຄິດລົບບໍ່ສາມາດແກ້ໄຂບັນຫາທີ່ແທ້ຈິງໄດ້. ພວກເຈົ້າຄວນຊອກຫາວ່າບັນຫາມາຈາກໃສ ແລະ ເລີ່ມພະຍາຍາມແກ້ໄຂມັນຈາກຈຸດນັ້ນ. ມັນຍັງບໍ່ຊ້າເກີນໄປທີ່ຈະເລີ່ມຕົ້ນໃນຕອນນີ້. ເມື່ອໃດຈຶ່ງຈະຖືວ່າຊ້າເກີນໄປ? ມັນຈະຊ້າເກີນໄປເມື່ອວຽກງານຂອງພຣະເຈົ້າສິ້ນສຸດລົງ. ພວກເຈົ້າມີຄວາມຕັ້ງໃຈທີ່ຈະເຂົ້າສູ່ຄວາມເປັນຈິງຄວາມຈິງ ແລະ ມາເພື່ອໄດ້ຮັບຄວາມຈິງເປັນຊີວິດຂອງພວກເຈົ້າບໍ? (ຕອນນີ້ພວກຂ້ານ້ອຍມີຄວາມຕັ້ງໃຈນີ້ແລ້ວ). ຄວາມຈິງແລ້ວ, ການເຂົ້າສູ່ຄວາມເປັນຈິງຄວາມຈິງນັ້ນບໍ່ຍາກ. ລອງຄິດເບິ່ງ, ມີຄຳເວົ້າໃນການໂອ້ລົມຫຼາຍຄຳກ່ຽວກັບຄວາມຈິງທີ່ຖືກກ່າວອອກມາ ແລະ ພວກມັນກໍມີລາຍລະອຽດ ແລະ ສະເພາະເຈາະຈົງຫຼາຍ. ມັນເບິ່ງຄືວ່າມີເນື້ອຫາຫຼາຍ, ແຕ່ຫຼັກການບໍ່ໄດ້ປ່ຽນແປງ ແລະ ເສັ້ນທາງຂອງການປະຕິບັດກໍບໍ່ປ່ຽນແປງ. ເມື່ອເຈົ້າເປີດເຜີຍອຸປະນິໄສທີ່ເສື່ອມຊາມ, ຈົ່ງຈັບເອົາແນວຄິດ ຫຼື ຄວາມຄິດນັ້ນຢ່າງມີສະຕິ ແລະ ໄຕ່ຕອງໃນຫົວໃຈຂອງເຈົ້າວ່າ “ນີ້ຄືອຸປະນິໄສທີ່ເສື່ອມຊາມ, ແລ້ວຂ້ອຍຄວນແກ້ໄຂມັນແນວໃດ? ຂ້ອຍບໍ່ເຄີຍແກ້ໄຂມັນມາກ່ອນ. ຂ້ອຍເຊື່ອໃນພຣະເຈົ້າມາຫຼາຍປີແລ້ວ, ແຕ່ຂ້ອຍພຽງແຕ່ເນັ້ນໃສ່ການກະທຳພາຍນອກ ແລະ ການໂອ້ອວດ ແລະ ຂ້ອຍບໍ່ເຄີຍໄຕ່ຕອງເຖິງຂໍ້ເທັດຈິງທີ່ວ່າຂ້ອຍຍັງມີອຸປະນິໄສທີ່ເສື່ອມຊາມຢູ່. ມື້ນີ້ຂ້ອຍໄດ້ຄົ້ນພົບໃນທັນທີວ່າຂ້ອຍມີຄວາມຄິດແບບນີ້ຢູ່ພາຍໃນຕົວຂ້ອຍ. ຄວາມຄິດນີ້ມາຈາກໃສ? ມາຈາກອຸປະນິໄສທີ່ເສື່ອມຊາມ. ແລ້ວອຸປະນິໄສທີ່ເສື່ອມຊາມນີ້ຄວນໄດ້ຮັບການແກ້ໄຂແນວໃດ?” ຈົ່ງອະທິຖານຫາພຣະເຈົ້າ ແລະ ສະແຫວງຫາຄວາມຈິງ ແລະ ຍັງຖາມຄົນທີ່ຢູ່ອ້ອມຂ້າງເຈົ້າທີ່ມີປະສົບການ; ພວກເຂົາຈະນຳພາເຈົ້າໃຫ້ສະແຫວງຫາຄວາມຈິງ ແລະ ແກ້ໄຂບັນຫາ. ເມື່ອທຸກຄົນຢູ່ຮ່ວມກັນ, ພວກເຈົ້າຕ້ອງສະໜັບສະໜູນ ແລະ ຊ່ວຍເຫຼືອກັນກັນເອງ ແລະ ເຂົ້າໃຈກັນເອງ. ວຸດທິພາວະຂອງທຸກຄົນແມ່ນຄືກັນ ແລະ ບໍ່ມີໃຜຄວນຍົກຍ້ອງ ຫຼື ດູຖູກໃຜ. ຖ້າທຸກຄົນຊ່ວຍເຫຼືອ ແລະ ສະໜັບສະໜູນກັນແບບນີ້ ແລະ ວຸດທິພາວະຂອງທຸກຄົນກໍຄ່ອຍໆເຕີບໃຫຍ່ຂຶ້ນ ແລະ ໃນທີ່ສຸດ ພວກເຈົ້າທຸກຄົນກໍໄດ້ຮັບຄວາມລອດພົ້ນ ແລະ ເຂົ້າສູ່ອານາຈັກໄປພ້ອມກັນ, ສິ່ງນັ້ນຈະບໍ່ດີບໍ? (ແມ່ນແລ້ວ). ເອົາລະ, ໃຫ້ພວກເຮົາຈົບການໂອ້ລົມຂອງພວກເຮົາໄວ້ພຽງເທົ່ານີ້ສຳລັບມື້ນີ້. ລາກ່ອນ!
ວັນທີ 9 ກັນຍາ 2023