ວິທີການໄລ່ຕາມເສາະຫາຄວາມຈິງ (5)

ພາກເພີ່ມເຕີມ: ວິທີການຮັບມືກັບຂ່າວລືທີ່ບໍ່ມີມູນຄວາມຈິງ

ເມື່ອບໍ່ດົນມານີ້ ມີບາງຄົນໄດ້ຍິນຂ່າວລືທີ່ບໍ່ມີມູນຄວາມຈິງທີ່ເປັນລົບບາງຢ່າງບໍ? (ແມ່ນແລ້ວ). ປະຕິກິລິຍາຂອງພວກເຈົ້າເປັນແນວໃດ ເມື່ອພວກເຈົ້າໄດ້ຍິນຂ່າວລືທີ່ບໍ່ມີມູນຄວາມຈິງເຫຼົ່ານີ້? ພວກເຈົ້າຢ້ານບໍ? ພວກເຈົ້າຢາກຮູ້ຢາກເຫັນບໍ? ພວກເຈົ້າຢາກຮູ້ບໍວ່າຂ່າວລືທີ່ບໍ່ມີມູນຄວາມຈິງເຫຼົ່ານີ້ແມ່ນກ່ຽວກັບຫຍັງ? (ພວກຂ້ານ້ອຍບໍ່ຢາກຮູ້ ເພາະພວກຂ້ານ້ອຍຮູ້ຢູ່ແລ້ວວ່າພະຍານາກໃຫຍ່ສີແດງມັກຈະປັ້ນແຕ່ງຂ່າວລືຈາກເລື່ອງທີ່ບໍ່ມີມູນຄວາມຈິງ. ບໍ່ວ່າມັນຈະເວົ້າຫຍັງກໍຕາມ ມັນກໍເປັນເລື່ອງເທັດ. ດ້ວຍເຫດນັ້ນ ພວກຂ້ານ້ອຍຈຶ່ງບໍ່ສົນໃຈລາຍລະອຽດຂອງຂ່າວລືທີ່ບໍ່ມີມູນຄວາມຈິງເຫຼົ່ານີ້ ແລະ ບໍ່ຢາກພະຍາຍາມຄວາມເຂົ້າໃຈຄຳເວົ້າມານຮ້າຍທີ່ມັນເວົ້າ). ພະຍານາກໃຫຍ່ສີແດງປັ້ນແຕ່ງຂ່າວລືທີ່ບໍ່ມີມູນຄວາມຈິງທຸກຮູບແບບເພື່ອເຮັດໃຫ້ຫຼົງຜິດ ແລະ ເຮັດໃຫ້ຜູ້ຄົນເສື່ອມຊາມ ແລະ ຫຼາຍຄົນກໍຖືກເຮັດໃຫ້ຫຼົງຜິດ ຫຼັງຈາກທີ່ໄດ້ຍິນຂ່າວລືທີ່ບໍ່ມີມູນຄວາມຈິງເຫຼົ່ານັ້ນ. ບາງຄົນເກີດຄວາມຢ້ານກົວ ແລະ ບໍ່ກ້າຍອມຮັບເສັ້ນທາງທີ່ແທ້ຈິງ; ບາງຄົນທີ່ຍອມຮັບເສັ້ນທາງທີ່ແທ້ຈິງແລ້ວກໍເກີດຄວາມສົງໄສເຊັ່ນກັນ ແລະ ບໍ່ຢາກເຊື່ອໃນພຣະເຈົ້າອີກຕໍ່ໄປ. ກ່ອນທີ່ຈະໄດ້ຍິນຂ່າວລືທີ່ບໍ່ມີມູນຄວາມຈິງຂອງພະຍານາກໃຫຍ່ສີແດງ ຄົນເຫຼົ່ານີ້ເບິ່ງຄືວ່າມີຄວາມເຊື່ອໃນພຣະເຈົ້າໂດຍປາສະຈາກຄວາມສົງໄສໃດໆ ແລະ ເຕັມໃຈທີ່ຈະຕິດຕາມພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງພວກເຂົາ. ແຕ່ຫຼັງຈາກທີ່ໄດ້ຍິນຂ່າວລືທີ່ບໍ່ມີມູນຄວາມຈິງ ພວກເຂົາກໍເກີດຄວາມສົງໄສໃນທັນທີ ແລະ ບໍ່ມີໃຈທີ່ຈະຕິດຕາມພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງພວກເຂົາອີກຕໍ່ໄປ. ໂດຍສະເພາະຢ່າງຍິ່ງ ບາງຄົນໃນບັນດາຜູ້ທີ່ຖືກຈັບກຸມໂດຍພະຍານາກໃຫຍ່ສີແດງ ພາຍໃຕ້ການບີບບັງຄັບຈາກການທໍລະມານຢ່າງໂຫດຮ້າຍຂອງມັນ ກໍຍອມຈຳນົນ ແລະ ປະຕິເສດພຣະນາມຂອງພຣະເຈົ້າ ແລະ ບາງຄົນໃນພວກເຂົາກໍເຊັນຊື່ໃນ “ຖະແຫຼງການສາມສະບັບ” ແລະ ເຖິງກັບຖືກບັງຄັບໃຫ້ດູໝິ່ນພຣະເຈົ້າດ້ວຍຄຳເວົ້າ. ມີຄົນແບບນີ້ຢູ່ບໍ່ໜ້ອຍເລີຍ. ພວກເຈົ້າທຸກຄົນລ້ວນແຕ່ໄດ້ຍິນຂ່າວລືທີ່ບໍ່ມີມູນຄວາມຈິງ ແລະ ການໂຄສະນາຊວນເຊື່ອທີ່ເປັນລົບມາຫຼາຍແລ້ວ ແລະ ຍັງໄດ້ເຫັນອີກວ່າ ຫຼັງຈາກທີ່ພະຍານາກໃຫຍ່ສີແດງຈັບກຸມຜູ້ທີ່ເຊື່ອໃນພຣະເຈົ້າ ມັນກໍລ້າງສະໝອງພວກເຂົາ, ແທ້ຈິງແລ້ວ ມີຄົນບໍ່ໜ້ອຍທີ່ຖືກເຮັດໃຫ້ຫຼົງຜິດ. ຍິ່ງໄປກວ່ານັ້ນ ມັນຍັງໃຊ້ຜູ້ທີ່ທໍລະຍົດພຣະເຈົ້າໃຫ້ຮັບໃຊ້ມັນ ໂດຍໃຫ້ພວກເຂົາຕິດຕາມເບິ່ງຄຣິສຕະຈັກ ແລະ ຕິດຕາມ ແລະ ຕາມສະກົດຮອຍຜູ້ທີ່ເຊື່ອໃນພຣະເຈົ້າ. ເພື່ອທີ່ຈະກວາດລ້າງຄວາມເຊື່ອທາງສາສະໜາ ແລະ ກຳຈັດຄຣິສຕະຈັກຂອງພຣະເຈົ້າ ພະຍານາກໃຫຍ່ສີແດງຈຶ່ງຖືວ່າການກົດຂີ່ ແລະ ການຈັບກຸມປະຊາກອນທີ່ພຣະເຈົ້າເລືອກເປັນວຽກງານທີ່ມີຄວາມສຳຄັນລະດັບຊາດ, ເປັນພາລະກິດທາງການເມືອງ ແລະ ດຳເນີນການຢ່າງຮອບຄອບ ແລະ ໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍ. ສິ່ງນີ້ເຮັດໃຫ້ຜູ້ທີ່ເຊື່ອໃນພຣະເຈົ້າຫຼາຍຄົນຮູ້ສຶກຢ້ານກົວ ດັ່ງນັ້ນ ພວກເຂົາຈຶ່ງບໍ່ກ້າເຊື່ອໃນພຣະເຈົ້າ ແລະ ບໍ່ກ້າປະຕິບັດໜ້າທີ່ຂອງພວກເຂົາ. ໂດຍສະເພາະຫຼັງຈາກທີ່ໄດ້ຍິນຂ່າວລືທີ່ບໍ່ມີມູນຄວາມຈິງທີ່ປັ້ນແຕ່ງໂດຍພະຍານາກໃຫຍ່ສີແດງ ຫຼາຍຄົນກໍຖືກເຮັດໃຫ້ຫຼົງຜິດ. ສຳລັບຂ່າວລືທີ່ບໍ່ມີມູນຄວາມຈິງເຫຼົ່ານີ້ ເຮືອນຂອງພຣະເຈົ້າໄດ້ສະຫຼຸບ ແລະ ໄຈ້ແຍກພວກມັນມາດົນແລ້ວ ດັ່ງນັ້ນ ຈຶ່ງບໍ່ຈຳເປັນຕ້ອງໂອ້ລົມກ່ຽວກັບພວກມັນຢູ່ບ່ອນນີ້. ຖ້າເຈົ້າປະເຊີນກັບການຖືກຈັບກຸມຢ່າງແທ້ຈິງ ແລະ ພະຍານາກໃຫຍ່ສີແດງໃຊ້ຂ່າວລືທີ່ບໍ່ມີມູນຄວາມຈິງເຫຼົ່ານີ້ເພື່ອພະຍາຍາມລ້າງສະໝອງເຈົ້າ, ບັງຄັບໃຫ້ເຈົ້າສະແດງຈຸດຢືນ ແລະ ບັງຄັບໃຫ້ເຈົ້າເຊັນຊື່ໃນ “ຖະແຫຼງການສາມສະບັບ”, ເຈົ້າຄວນເຮັດແນວໃດ? ຕອນນີ້ພວກເຈົ້າຮູ້ແລ້ວວ່າຂ່າວລືທີ່ບໍ່ມີມູນຄວາມຈິງທີ່ປັ້ນແຕ່ງໂດຍພະຍານາກໃຫຍ່ສີແດງນັ້ນລ້ວນແຕ່ເປັນເລື່ອງເທັດ, ເປັນການເຮັດໃຫ້ຫຼົງຜິດ ແລະ ເປັນການຫຼອກລວງ. ເຖິງແມ່ນວ່າທັດສະນະຄະຕິຂອງພວກເຈົ້າຄືການບໍ່ຟັງ ແລະ ບໍ່ເບິ່ງ ແລະ ບໍ່ເຊື່ອຂ່າວລືເຫຼົ່ານັ້ນກໍຕາມ ແຕ່ຖ້າຂ່າວລືທີ່ບໍ່ມີມູນຄວາມຈິງເຫຼົ່ານີ້ຖືກວາງໄວ້ຕໍ່ໜ້າເຈົ້າ, ເຮັດໃຫ້ເຈົ້າໄດ້ຍິນພວກມັນ, ໄດ້ເຫັນພວກມັນ ແລະ ເຖິງກັບຄິດວ່າພວກມັນເປັນຂໍ້ເທັດຈິງ, ເຈົ້າຈະຫວັ່ນໄຫວບໍ? ເຈົ້າຈະຄິດແນວໃດໃນໃຈຂອງເຈົ້າ? ເຈົ້າຢາກຮູ້ຄວາມຈິງກ່ຽວກັບຂໍ້ເທັດຈິງບໍ? ເຈົ້າຢາກກວດສອບຂໍ້ເທັດຈິງເຫຼົ່ານັ້ນບໍ? ສຳລັບການທີ່ພະຍານາກໃຫຍ່ສີແດງປັ້ນແຕ່ງຂ່າວລືທີ່ບໍ່ມີມູນຄວາມຈິງເພື່ອເຮັດໃຫ້ຫຼົງຜິດ ແລະ ຂົ່ມຂູ່ຜູ້ຄົນ ຫຼື ໃຊ້ຂ່າວລືທີ່ບໍ່ມີມູນຄວາມຈິງ ແລະ ລັດທິອະເທວະນິຍົມເພື່ອລ້າງສະໝອງຜູ້ຄົນ ແລະ ດຳເນີນວຽກງານທາງດ້ານອຸດົມການ ພວກເຮົາຈຳເປັນຕ້ອງໂອ້ລົມຄວາມຈິງເພື່ອສ້າງພູມຄຸ້ມກັນໃຫ້ກັບຜູ້ຄົນບໍ? ນີ້ແມ່ນລາຍການວຽກງານທີ່ຈຳເປັນບໍ? ບາງຄົນເວົ້າວ່າ “ພະຍານາກໃຫຍ່ສີແດງໄດ້ປັ້ນແຕ່ງຂ່າວລືທີ່ບໍ່ມີມູນຄວາມຈິງກ່ຽວກັບພວກເຮົາມາຫຼາຍປີແລ້ວ ໂດຍສະເພາະຂ່າວລືທີ່ບໍ່ມີມູນຄວາມຈິງກ່ຽວກັບພຣະຄຣິສ, ກ່ຽວກັບຄົນທີ່ພຣະວິນຍານບໍລິສຸດໃຊ້ງານ ແລະ ກ່ຽວກັບຄຣິສຕະຈັກ ແລະ ວຽກງານຂອງຄຣິສຕະຈັກ. ພວກເຮົາບໍ່ເຄີຍຊີ້ແຈງຂ່າວລືເຫຼົ່ານັ້ນ, ບໍ່ເຄີຍອອກມາເພື່ອສະແດງທັດສະນະຄະຕິ ຫຼື ມຸມມອງຂອງພວກເຮົາໃຫ້ຊັດເຈນ, ບໍ່ເຄີຍແກ້ຕົວໃດໆເລີຍ, ສິ່ງນີ້ເໝາະສົມແລ້ວບໍ?” ບາງຄົນ ນັບຕັ້ງແຕ່ເວລາທີ່ພວກເຂົາເລີ່ມເຊື່ອໃນພຣະເຈົ້າຈົນເຖິງປັດຈຸບັນ ກໍບໍ່ເຄີຍສາມາດແຍກແຍະຂ່າວລືທີ່ບໍ່ມີມູນຄວາມຈິງຕ່າງໆຂອງພະຍານາກໃຫຍ່ສີແດງ ແລະ ໂລກທາງສາສະໜາໄດ້ຢ່າງຊັດເຈນເລີຍ. ໃນໃຈຂອງພວກເຂົາ ພວກເຂົາມີເຄື່ອງໝາຍຄຳຖາມກ່ຽວກັບເລື່ອງເຫຼົ່ານີ້ຢູ່ສະເໝີ. ເຄື່ອງໝາຍຄຳຖາມນີ້ບໍ່ໄດ້ໝາຍເຖິງຄວາມບໍ່ເຊື່ອຢ່າງສິ້ນເຊີງ ແລະ ບໍ່ແມ່ນຄວາມເຊື່ອຢ່າງສິ້ນເຊີງ; ໃນທາງກົງກັນຂ້າມ ມັນໝາຍຄວາມວ່າພວກເຂົາເລືອກຈຸດຢືນແບບເປັນກາງເພື່ອເບິ່ງເລື່ອງເຫຼົ່ານີ້ ໂດຍຄິດວ່າສິ່ງເຫຼົ່ານີ້ອາດຈະເປັນຂ່າວລືທີ່ບໍ່ມີມູນຄວາມຈິງທີ່ປັ້ນແຕ່ງໂດຍພະຍານາກໃຫຍ່ສີແດງທັງໝົດ ຫຼື ພວກມັນອາດຈະເປັນຂໍ້ເທັດຈິງ. ຄຳວ່າ “ອາດຈະເປັນ” ນີ້ສະທ້ອນໃຫ້ເຫັນເຖິງມຸມມອງຂອງການສະແຫວງຫາຄວາມຈິງບໍ? (ບໍ່). ນີ້ຄືມຸມມອງທີ່ເຊື່ອວ່າຂ່າວລືທີ່ບໍ່ມີມູນຄວາມຈິງຈຳເປັນຕ້ອງໄດ້ຮັບການກວດສອບ ແລະ ຢືນຢັນ ຫຼື ເປັນມຸມມອງໃນການລໍຖ້າ ແລະ ສັງເກດການ ໂດຍລໍຖ້າໃຫ້ຄົນທີ່ຮູ້ຂໍ້ເທັດຈິງມາເປີດເຜີຍສະຖານະການທີ່ແທ້ຈິງບາງຢ່າງ. ບອກເຮົາເບິ່ງ ພວກເຈົ້າຄິດວ່າຜົນສະທ້ອນແບບໃດທີ່ຈະເກີດຂຶ້ນຈາກການທີ່ຜູ້ຄົນມີມຸມມອງໃດໜຶ່ງໃນສອງມຸມມອງນີ້? ຄົນແບບນັ້ນຈະຕົກຢູ່ໃນອັນຕະລາຍບໍ? ມຸມມອງໃດໃນສອງມຸມມອງນີ້ທີ່ສາມາດເຮັດໃຫ້ຜູ້ຄົນຢືນຢູ່ໄດ້ຢ່າງໝັ້ນຄົງ? (ບໍ່ມີມຸມມອງໃດໃນສອງມຸມມອງນີ້ທີ່ສາມາດເຮັດໃຫ້ຜູ້ຄົນຢືນຢູ່ໄດ້ຢ່າງໝັ້ນຄົງ. ຖ້າຄົນໃດຄົນໜຶ່ງມີຄວາມຄິດທີ່ວ່າ “ອາດຈະເປັນ” ນີ້ ມັນກໍສະແດງໃຫ້ເຫັນວ່າພວກເຂົາຍັງບໍ່ແນ່ໃຈກ່ຽວກັບເສັ້ນທາງທີ່ແທ້ຈິງ ແລະ ຍັງມີອົງປະກອບຂອງຄວາມສົງໄສຢູ່ພາຍໃນຕົວພວກເຂົາ. ໃນກໍລະນີນີ້ ຂ່າວລືທີ່ບໍ່ມີມູນຄວາມຈິງຈຶ່ງກາຍເປັນການລອງໃຈຄັ້ງຍິ່ງໃຫຍ່ສຳລັບພວກເຂົາ. ຖ້າຜູ້ຄົນບໍ່ສາມາດແນ່ໃຈກ່ຽວກັບເສັ້ນທາງທີ່ແທ້ຈິງ, ບໍ່ສາມາດເຊື່ອໃນຄວາມຈິງ ແລະ ບໍ່ສາມາດເບິ່ງທະລຸເຖິງແກ່ນແທ້ຂອງພະຍານາກໃຫຍ່ສີແດງໄດ້ ຄວາມຈິງແລ້ວ ພວກເຂົາກໍຕົກຢູ່ໃນອັນຕະລາຍອັນໃຫຍ່ຫຼວງ). ຄົນເຫຼົ່ານີ້ຈົນເຖິງທຸກມື້ນີ້ ກໍຍັງບໍ່ແນ່ໃຈກ່ຽວກັບເສັ້ນທາງທີ່ແທ້ຈິງ. ແກ່ນແທ້ຂອງພວກເຂົາແມ່ນຫຍັງ? (ໂດຍແກ່ນແທ້ແລ້ວ ພວກເຂົາແມ່ນຜູ້ບໍ່ເຊື່ອ). ພວກເຂົາແມ່ນຜູ້ບໍ່ເຊື່ອ. ມີຄົນຈຳນວນຫຼາຍບໍທີ່ມີມຸມມອງໃດໃນສອງມຸມມອງນີ້? ແນ່ນອນວ່າ ມີຢູ່ບໍ່ໜ້ອຍເລີຍ. ເມື່ອຄົນເຫຼົ່ານີ້ໄດ້ຍິນຂ່າວລືທີ່ບໍ່ມີມູນຄວາມຈິງ ພວກເຂົາກໍເກີດຄວາມສົງໄສກ່ຽວກັບພຣະເຈົ້າໃນໃຈຂອງພວກເຂົາ ແລະ ຢາກສືບຫາຕົ້ນຕໍຂອງຂ່າວລືທີ່ບໍ່ມີມູນຄວາມຈິງ ເພື່ອທຳຄວາມເຂົ້າໃຈວ່າພວກມັນເປັນຄວາມຈິງ ຫຼື ເປັນເລື່ອງເທັດ. ເຖິງຢ່າງໃດກໍຕາມ ເນື່ອງຈາກພວກເຂົາບໍ່ຮູ້ວິທີສະແຫວງຫາຄວາມຈິງເພື່ອແກ້ໄຂເລື່ອງນີ້ ໃນທີ່ສຸດ ພວກເຂົາກໍພຽງແຕ່ປ່ອຍໃຫ້ມັນບໍ່ໄດ້ຮັບການແກ້ໄຂ. ຄວາມຈິງແລ້ວ ບັນຫານີ້ຍັງຄົງມີຢູ່ໃນໃຈຂອງພວກເຂົາ ແລະ ບໍ່ໄດ້ຮັບການແກ້ໄຂ. ເມື່ອພວກເຈົ້າໄດ້ຍິນຂ່າວລືທີ່ບໍ່ມີມູນຄວາມຈິງເຫຼົ່ານີ້ ພວກເຈົ້າໄດ້ສະແຫວງຫາຄວາມຈິງບໍ? ພວກເຈົ້າສະແຫວງຫາຄວາມຈິງເພື່ອໄຈ້ແຍກ ແລະ ແຍກແຍະຂ່າວລືທີ່ບໍ່ມີມູນຄວາມຈິງ ຫຼື ພວກເຈົ້າກວດສອບຂ່າວລືທີ່ບໍ່ມີມູນຄວາມຈິງເທື່ອລະຢ່າງ ເພື່ອຈຳແນກວ່າພວກມັນຖືກ ຫຼື ຜິດ ແລະ ເບິ່ງວ່າພວກມັນເປັນຄວາມຈິງ ຫຼື ເປັນເລື່ອງເທັດແທ້ໆບໍ? ຫຼັງຈາກທີ່ພວກເຈົ້າໄດ້ຍິນຂ່າວລືທີ່ບໍ່ມີມູນຄວາມຈິງ ພວກເຈົ້າກໍພຽງແຕ່ຄິດໃນໃຈວ່າພວກມັນບໍ່ເປັນຄວາມຈິງ, ຄິດວ່ານີ້ເປັນພຽງການທີ່ພະຍານາກໃຫຍ່ສີແດງປັ້ນແຕ່ງຂ່າວລືທີ່ບໍ່ມີມູນຄວາມຈິງ ແລະ ດຳເນີນການໃສ່ຮ້າຍປ້າຍສີເທົ່ານັ້ນ ແຕ່ພວກເຈົ້າບໍ່ໄດ້ໂຕ້ແຍ້ງຂ່າວລືເຫຼົ່ານັ້ນໂດຍອີງໃສ່ຄວາມຈິງ ແລະ ຂໍ້ເທັດຈິງ ແລະ ຄວາມຈິງແລ້ວ ພວກເຈົ້າຍັງມີຄວາມສົງໄສບາງຢ່າງໃນໃຈຂອງພວກເຈົ້າ ແລະ ພຽງແຕ່ໃຊ້ຄຳເວົ້າທີ່ເປັນຫຼັກຄຳສອນເຫຼົ່ານີ້ ເພື່ອແກ້ໄຂຄວາມສົງໄສຂອງພວກເຈົ້າ. ການຄິດແບບນີ້ສາມາດເຮັດໃຫ້ພວກເຈົ້າຢືນຢູ່ໄດ້ຢ່າງໝັ້ນຄົງບໍ? ນີ້ຄືການສະແຫວງຫາຄວາມຈິງບໍ? ສິ່ງນີ້ສະແດງໃຫ້ເຫັນວ່າພວກເຈົ້າເຂົ້າໃຈຄວາມຈິງ ແລະ ໄດ້ຮັບເອົາຄວາມຈິງແລ້ວບໍ? ບັນຫາໄດ້ຮັບການແກ້ໄຂທີ່ຕົ້ນຕໍຂອງມັນແລ້ວບໍ? (ບໍ່). ສະນັ້ນ ພວກເຈົ້າຢາກໃຊ້ຄວາມຈິງເພື່ອແກ້ໄຂບັນຫານີ້ ເພື່ອທີ່ພວກເຈົ້າຈະສາມາດແຍກແຍະຂ່າວລືທີ່ບໍ່ມີມູນຄວາມຈິງເຫຼົ່ານີ້, ບໍ່ຖືກເຮັດໃຫ້ຫຼົງຜິດ, ບໍ່ມີຄຳຖາມໃດໆໃນໃຈຂອງພວກເຈົ້າ ແລະ ກຳຈັດຄວາມສົງໄສ, ຄວາມລະແວງ ແລະ ຄວາມລະມັດລະວັງຂອງພວກເຈົ້າທີ່ມີຕໍ່ເຮົາຢ່າງສິ້ນເຊີງບໍ? ບາງຄົນຄິດວ່າ “ນັບຕັ້ງແຕ່ເວລາທີ່ພວກເຮົາເລີ່ມເຊື່ອໃນພຣະເຈົ້າຈົນເຖິງປັດຈຸບັນ ພວກເຮົາໄດ້ຟັງຄຳເທດສະໜາຂອງພຣະອົງ ແລະ ຍອມຮັບການຫົດນ້ຳ ແລະ ການລ້ຽງດູຂອງພຣະອົງ ແລ້ວພວກເຮົາກໍໄດ້ຮັບຜົນປະໂຫຍດ ແລະ ມີຄວາມຄືບໜ້າບາງຢ່າງ. ແຕ່ພວກເຮົາບໍ່ໄດ້ດຳລົງຊີວິດຢູ່ຮ່ວມກັບພຣະອົງຢ່າງແທ້ຈິງ ຫຼື ມີການຕິດຕໍ່ທີ່ແທ້ຈິງກັບພຣະອົງໃນຖານະບຸກຄົນ. ສະນັ້ນ ພວກເຮົາຈຶ່ງມືດແປດດ້ານ ແລະ ບໍ່ມີຂໍ້ມູນເລີຍວ່າພຣະອົງເປັນຄົນແບບໃດ, ບຸກຄະລິກ ແລະ ລັກສະນະຂອງພຣະອົງເປັນແນວໃດ ແລະ ພຣະອົງດຳເນີນຊີວິດແບບໃດ”. ນັ້ນກໍຄື ເມື່ອເວົ້າເຖິງການສະແດງອອກ ແລະ ການເປີດເຜີຍຕ່າງໆກ່ຽວກັບຄວາມເປັນມະນຸດຂອງເນື້ອໜັງນີ້ ພ້ອມທັງຊີວິດຂອງເຮົາ ແລະ ທັດສະນະຄະຕິ ແລະ ການສະແດງອອກທີ່ສະເພາະເຈາະຈົງຂອງເຮົາໃນການຈັດການກັບຜູ້ຄົນ ແລະ ເລື່ອງຕ່າງໆ ຜູ້ຄົນມັກຈະຕັ້ງເຄື່ອງໝາຍຄຳຖາມກັບສິ່ງເຫຼົ່ານີ້ຢູ່ສະເໝີ ແລະ ມີຄວາມເຄືອບແຄງໃຈຕໍ່ສິ່ງເຫຼົ່ານີ້. ໃນດ້ານໜຶ່ງ ການທີ່ຜູ້ຄົນມີຄວາມເຄືອບແຄງໃຈເຫຼົ່ານີ້ແມ່ນມາຈາກການທີ່ຜູ້ຄົນເອງບໍ່ແນ່ໃຈ 100% ກ່ຽວກັບການບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ໃນອີກດ້ານໜຶ່ງ ມັນມາຈາກການທີ່ຜູ້ຄົນໄດ້ຮັບອິດທິພົນຈາກຂ່າວລືທີ່ບໍ່ມີມູນຄວາມຈິງຂອງໂລກທາງສາສະໜາ ຫຼື ພະຍານາກໃຫຍ່ສີແດງ ເພາະຄວາມເຂົ້າໃຈຄວາມຈິງຂອງພວກເຂົາຕື້ນເຂີນເກີນໄປ. ດັ່ງນັ້ນ ພວກເຈົ້າຈຶ່ງມີການຄາດເດົາຫຼາຍຢ່າງກ່ຽວກັບເຮົາ. ແນ່ນອນວ່າ ເນື້ອໃນຂອງການຄາດເດົາເຫຼົ່ານີ້ຍ່ອມບໍ່ເປັນບວກ ຫຼື ເໝາະສົມຢ່າງແນ່ນອນ; ມັນຍ່ອມມີອົງປະກອບທີ່ມືດມົນ ແລະ ເປັນລົບບາງຢ່າງ. ການມີການຄາດເດົາເຫຼົ່ານີ້ເປັນສິ່ງທີ່ດີ ຫຼື ເປັນສິ່ງທີ່ບໍ່ດີສຳລັບພວກເຈົ້າ? ມັນເປັນພາລະ, ເປັນພັນທະນາການ ຫຼື ເປັນແຮງກະຕຸ້ນ? ພວກເຈົ້າຄິດແນວໃດ? (ຖ້າຜູ້ຄົນມີການຄາດເດົາທີ່ເປັນລົບເຫຼົ່ານີ້ໃນໃຈຂອງພວກເຂົາ ມັນກໍບໍ່ແມ່ນສິ່ງທີ່ດີ ແຕ່ມັນເປັນພາລະ. ມັນຈະເຮັດໃຫ້ຜູ້ຄົນລະມັດລະວັງຕໍ່ພຣະເຈົ້າ; ມັນຈະບໍ່ຊ່ວຍຫຍັງເລີຍໃນຄວາມເຊື່ອໃນພຣະເຈົ້າຂອງພວກເຂົາ). ສິ່ງທີ່ເປັນລົບເຫຼົ່ານີ້ມີຜົນກະທົບແນວໃດຕໍ່ພວກເຈົ້າ? ພວກມັນຈະກໍ່ໃຫ້ເກີດຜົນສະທ້ອນແນວໃດ? ໃນບາງສະພາບແວດລ້ອມ ສິ່ງເຫຼົ່ານີ້ເປັນອັນຕະລາຍສຳລັບເຈົ້າບໍ? (ແມ່ນແລ້ວ). ເນື່ອງຈາກສິ່ງເຫຼົ່ານີ້ເປັນພາລະ ແລະ ບໍ່ແມ່ນສິ່ງທີ່ດີສຳລັບເຈົ້າ ເຈົ້າຄວນໃຊ້ຄວາມຈິງເພື່ອແກ້ໄຂພວກມັນບໍ? ຫຼື ເຈົ້າຄວນປະຖິ້ມພວກມັນໄປ, ບໍ່ສົນໃຈພວກມັນ ແລະ ບໍ່ຄິດກ່ຽວກັບພວກມັນ ໂດຍການລໍຖ້າຈົນກວ່າຈະມີບັນຫາເກີດຂຶ້ນແທ້ໆຈຶ່ງຄ່ອຍຈັດການກັບພວກມັນບໍ? ທັດສະນະຄະຕິຂອງພວກເຈົ້າແມ່ນຫຍັງ? (ເມື່ອຂ້ານ້ອຍໄດ້ຍິນຂ່າວລືທີ່ບໍ່ມີມູນຄວາມຈິງ ຂ້ານ້ອຍກໍປະຖິ້ມພວກມັນໄປ ແລະ ບໍ່ສົນໃຈພວກມັນ. ແຕ່ບໍ່ດົນມານີ້ ໂດຍຜ່ານການໂອ້ລົມຂອງພຣະເຈົ້າ ຂ້ານ້ອຍໄດ້ຮັບຮູ້ວ່າເມື່ອບັນຫາເຫຼົ່ານີ້ເກີດຂຶ້ນ ພວກມັນຕ້ອງໄດ້ຮັບການແກ້ໄຂດ້ວຍຄວາມຈິງ. ຖ້າບໍ່ດັ່ງນັ້ນ ຄົນໆໜຶ່ງກໍບໍ່ສາມາດວາງພາລະນີ້ລົງຈາກໃຈຂອງຕົນໄດ້ ແລະ ໃນບາງສະຖານະການ ມັນກໍສາມາດນຳໄປສູ່ຜົນສະທ້ອນທີ່ບໍ່ດີ ເຖິງຂັ້ນສົງໄສພຣະເຈົ້າ ແລະ ປະຕິເສດພຣະເຈົ້າ ເຊິ່ງເປັນສິ່ງທີ່ອັນຕະລາຍຫຼາຍ). ເຖິງແມ່ນວ່າເຈົ້າຈະເວົ້າອອກມາຢ່າງຊັດເຈນວ່າສິ່ງເຫຼົ່ານີ້ແມ່ນຂ່າວລືທີ່ບໍ່ມີມູນຄວາມຈິງ ແຕ່ຖ້າເຈົ້າບໍ່ເຄີຍແຍກແຍະຂ່າວລືທີ່ບໍ່ມີມູນຄວາມຈິງເຫຼົ່ານີ້ຢ່າງແທ້ຈິງ ຫຼື ມີທັດສະນະຄະຕິທີ່ຖືກຕ້ອງຕໍ່ພວກມັນ ແລະ ແບກຮັບສິ່ງທີ່ເປັນລົບເຫຼົ່ານີ້ໄວ້ໃນໃຈຂອງເຈົ້າຢູ່ສະເໝີ ແລ້ວເຈົ້າກໍມັກຈະຖືກບີບຄັ້ນໂດຍສິ່ງເຫຼົ່ານີ້. ຂ່າວລືທີ່ບໍ່ມີມູນຄວາມຈິງເຫຼົ່ານີ້ຈະເປັນຄືກັບລະເບີດເວລາສຳລັບເຈົ້າ ເຊິ່ງພ້ອມທີ່ຈະລະເບີດໄດ້ຕະຫຼອດເວລາ ແລະ ໄດ້ທຸກສະຖານທີ່. ຜົນສະທ້ອນຂອງສິ່ງນີ້ຈະບໍ່ສາມາດຈິນຕະນາການໄດ້ຢ່າງແນ່ນອນ ແລະ ເຈົ້າກໍຈະຖືກລະເບີດຈົນແຫຼກລະອຽດ. ຜູ້ທີ່ເຊັນຊື່ໃນ “ຖະແຫຼງການສາມສະບັບ” ບໍ່ແມ່ນຜູ້ທີ່ໄດ້ຈູດຊະນວນລະເບີດ ແລະ ລະເບີດຕົນເອງຈົນແຫຼກລະອຽດບໍ? ຫຼັງຈາກທີ່ພວກເຂົາເຊັນຊື່ໃນ “ຖະແຫຼງການສາມສະບັບ” ພະຍານາກໃຫຍ່ສີແດງກໍຍັງບໍ່ຍອມລົດລະ. ມັນຮຽກຮ້ອງໃຫ້ພວກເຂົາຕ້ອງເວົ້າບາງສິ່ງທີ່ເປັນການດູໝິ່ນພຣະເຈົ້າທາງຄຳເວົ້າ ແລ້ວຈຶ່ງຈະຖືວ່າເລື່ອງນັ້ນໄດ້ສິ້ນສຸດລົງ. ເຖິງແມ່ນວ່າພວກເຂົາຈະບໍ່ເຕັມໃຈຢູ່ໃນຫົວໃຈຂອງພວກເຂົາ ແຕ່ພວກເຂົາກໍຮູ້ສຶກວ່າພວກເຂົາບໍ່ມີທາງເລືອກ ແລະ ຍອມຈຳນົນຕໍ່ຊາຕານເພື່ອຫຼີກລ່ຽງການຕິດຄຸກ. ຫຼັງຈາກທີ່ດູໝິ່ນພຣະເຈົ້າດ້ວຍຄຳເວົ້າແລ້ວ ພວກເຂົາກໍຮູ້ສຶກວ່າຄວາມຫວັງໃນການໄດ້ຮັບພອນຂອງພວກເຂົາໄດ້ສູນສິ້ນໄປແລ້ວ, ພວກເຂົາໝົດຫວັງຢ່າງສິ້ນເຊີງແລ້ວ. ພວກເຂົາບໍ່ຈຳເປັນຕ້ອງຄິດອີກຕໍ່ໄປວ່າຂ່າວລືທີ່ບໍ່ມີມູນຄວາມຈິງເຫຼົ່ານັ້ນເປັນຄວາມຈິງ ຫຼື ເປັນເລື່ອງເທັດ ແລ້ວຄວາມຫ່ວງໃຍ, ຄວາມກັງວົນ, ຄວາມຂີ້ຢ້ານ ແລະ ຄວາມຢ້ານກົວທີ່ພວກເຂົາໄດ້ແບກຮັບຕະຫຼອດຫຼາຍປີທີ່ເຊື່ອໃນພຣະເຈົ້າກໍຫາຍໄປຢ່າງສິ້ນເຊີງ. ໃນເວລາດຽວກັນ ຄວາມຫວັງໃນຄວາມລອດພົ້ນຂອງພວກເຂົາກໍພັງທະລາຍລົງເຊັ່ນກັນ. ບອກເຮົາເບິ່ງ ເຖິງແມ່ນວ່າຜູ້ຄົນຈະສົງໄສໃນພຣະເຈົ້າທີ່ບັງເກີດເປັນມະນຸດ ຫຼື ກະແສນີ້ ພວກເຂົາຄວນດູໝິ່ນພຣະເຈົ້າບໍ? (ບໍ່). ເມື່ອພະຍານາກໃຫຍ່ສີແດງບອກໃຫ້ເຈົ້າດູໝິ່ນພຣະເຈົ້າ ເປັນຫຍັງເຈົ້າຈຶ່ງເຊື່ອຟັງມັນ? ບໍ່ວ່າຈະເປັນໃຜກໍຕາມ ເຖິງແມ່ນວ່າຄົນໆໜຶ່ງຈະປະຕິເສດເສັ້ນທາງທີ່ແທ້ຈິງ ຫຼື ປະຕິເສດກະແສນີ້ ພວກເຂົາກໍຍັງບໍ່ຄວນດູໝິ່ນພຣະເຈົ້າ. ຄົນທີ່ດູໝິ່ນພຣະເຈົ້າແມ່ນຄົນປະເພດໃດ? (ຄົນທີ່ສາມາດດູໝິ່ນພຣະເຈົ້າໄດ້ແມ່ນຜູ້ທີ່ມີຄວາມເປັນມະນຸດທີ່ຊົ່ວຮ້າຍ ແລະ ຍັງເປັນຜູ້ທີ່ມີຄວາມກຽດຊັງຕໍ່ຄວາມຈິງເປັນພິເສດ ແລະ ອ່ອນນ້ອມຕໍ່ອິດທິພົນຂອງຊາຕານ). ບອກເຮົາເບິ່ງ ຖ້າຜູ້ຄົນເຊື່ອໃນໃຈຢ່າງແທ້ຈິງວ່າພຣະເຈົ້າມີຢູ່ຈິງ, ເຊື່ອວ່າພຣະເຈົ້າເປັນພຣະຜູ້ສ້າງ, ເຊື່ອວ່າມະນຸດຊາດຖືກສ້າງຂຶ້ນໂດຍພຣະເຈົ້າ, ເຊື່ອວ່າຊີວິດຂອງມະນຸດຖືກປະທານໃຫ້ໂດຍພຣະເຈົ້າ ແລະ ເຊື່ອວ່າພຣະເຈົ້າມີອຳນາດສູງສຸດເໜືອທຸກຊັບພະສິ່ງ ພວກເຂົາຈະດູໝິ່ນພຣະເຈົ້າບໍ? (ບໍ່). ພວກເຂົາຈະບໍ່ມີທາງເຮັດແນວນັ້ນເດັດຂາດ. ບໍ່ວ່າຈະຢູ່ໃນສະຖານະການໃດກໍຕາມ ພວກເຂົາກໍຈະບໍ່ດູໝິ່ນພຣະເຈົ້າ. ເຖິງແມ່ນວ່າພວກເຂົາຈະສົງໄສໃນພຣະນາມຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ຫຼື ກະແສນີ້ ເຊິ່ງເປັນວຽກງານຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ພວກເຂົາກໍຈະບໍ່ມີທາງດູໝິ່ນພຣະເຈົ້າຢ່າງເດັດຂາດ. ສະນັ້ນ ຄົນປະເພດທີ່ສາມາດດູໝິ່ນພຣະເຈົ້າໄດ້ບໍ່ພຽງແຕ່ປະຕິເສດກະແສນີ້ ແລະ ປະຕິເສດພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ບັງເກີດເປັນມະນຸດເທົ່ານັ້ນ ແຕ່ພວກເຂົາຍັງປະຕິເສດວຽກງານຂອງພຣະເຈົ້າ ແລະ ຄວາມຈິງທີ່ສະແດງອອກໂດຍພຣະເຈົ້າອີກດ້ວຍ. ແລ້ວຜູ້ຄົນປະເພດນີ້ຈັດຢູ່ໃນຄົນປະເພດໃດ? (ພວກເຂົາແມ່ນມານຮ້າຍ; ພວກເຂົາແມ່ນຄົນທີ່ປະຕິເສດພຣະເຈົ້າໃນໃຈຂອງພວກເຂົາ). ຄົນປະເພດນີ້ເປັນສ່ວນໜຶ່ງໃນພັກພວກຂອງຊາຕານ ແລະ ມານຮ້າຍ; ພວກເຂົາບໍ່ແມ່ນປະຊາກອນທີ່ພຣະເຈົ້າເລືອກ, ບໍ່ແມ່ນແກະຂອງພຣະເຈົ້າ, ພວກເຂົາບໍ່ແມ່ນມະນຸດ. ບາງຄົນຫຼັງຈາກທີ່ຖືກຈັບກຸມໂດຍພະຍານາກໃຫຍ່ສີແດງ ເພາະພວກເຂົາບໍ່ເຂົ້າໃຈຄວາມຈິງ ແລະ ບໍ່ມີການແຍກແຍະ ກໍເກີດຄວາມສົງໄສເມື່ອພວກເຂົາໄດ້ຍິນຂ່າວລືທີ່ບໍ່ມີມູນຄວາມຈິງ. ພວກເຂົາເກີດຄວາມສົງໄສກ່ຽວກັບພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ພາຍໃຕ້ການຂົ່ມຂູ່, ການຊັກຈູງ ແລະ ການບີບບັງຄັບຈາກການທໍລະມານຢ່າງໂຫດຮ້າຍ ພວກເຂົາກໍປະຕິເສດພຣະນາມຂອງພຣະເຈົ້າ, ປະຕິເສດກະແສນີ້ເຊິ່ງເປັນວຽກງານຂອງພຣະວິນຍານບໍລິສຸດ ແລະ ປະຕິເສດຄຣິສຕະຈັກ. ສິ່ງນີ້ກໍເທົ່າກັບການທໍລະຍົດພຣະເຈົ້າແລ້ວ. ແຕ່ບາງຄົນເຖິງກັບສາມາດດູໝິ່ນພຣະເຈົ້າໄດ້, ສິ່ງນີ້ຄືການຂາດສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຢ່າງສິ້ນເຊີງ, ມັນເປັນສິ່ງທີ່ບໍ່ສາມາດໃຫ້ອະໄພໄດ້ ແລະ ມັນຄືການກະທຳບາບທີ່ບໍ່ສາມາດອະໄພໃຫ້ໄດ້. ເມື່ອເຈົ້າດູໝິ່ນຜູ້ຄົນ ຫຼື ໂຈມຕີ, ຕັດສິນ ຫຼື ທຳລາຍຊື່ສຽງພວກເຂົາ ໃນທາງກົດໝາຍ ຢ່າງຫຼາຍທີ່ສຸດສິ່ງນີ້ກໍຈະຖືກກຳນົດວ່າເປັນຄວາມຜິດຖານໝິ່ນປະໝາດ ຫຼື ໃນກໍລະນີທີ່ຮ້າຍແຮງທີ່ສຸດກໍຄືການໂຈມຕີສ່ວນບຸກຄົນ. ມັນບໍ່ໄດ້ຮ້າຍແຮງຫຼາຍ ແລະ ບໍ່ໄດ້ເຮັດໃຫ້ເຖິງແກ່ຄວາມຕາຍ. ເຖິງຢ່າງໃດກໍຕາມ ເມື່ອຄົນໃດຄົນໜຶ່ງສາມາດດູໝິ່ນພຣະເຈົ້າໄດ້ ທຳມະຊາດຂອງບັນຫາກໍປ່ຽນໄປ. ມັນບໍ່ແມ່ນພຽງແຕ່ການດູໝິ່ນພຣະເຈົ້າອີກຕໍ່ໄປ, ມັນຄືການລົບຫຼູ່ພຣະເຈົ້າ! ການລົບຫຼູ່ໝາຍຄວາມວ່າແນວໃດ? ມັນໝາຍເຖິງການໂຈມຕີ, ການທຳລາຍຊື່ສຽງ, ການດູໝິ່ນ ຫຼື ການກ່າວຮ້າຍໂດຍກົງຕໍ່ສິ່ງທີ່ເປັນບວກ, ຄວາມຈິງ ຫຼື ພຣະເຈົ້າ, ສິ່ງເຫຼົ່ານີ້ລ້ວນແຕ່ຖືວ່າເປັນການລົບຫຼູ່. ພຣະເຈົ້າຊົງບໍລິສຸດ, ພຣະເຈົ້າຊົງສູງສຸດ, ພຣະເຈົ້າມີອຳນາດສູງສຸດເໜືອມວນມະນຸດທັງໝົດ, ພຣະເຈົ້າເປັນຜູ້ທີ່ສະໜອງຊີວິດໃຫ້ກັບມວນມະນຸດ ແລະ ພຣະເຈົ້າເປັນແຫຼ່ງກຳເນີດຊີວິດຂອງມະນຸດ. ແກ່ນແທ້, ອັດຕະລັກ ແລະ ສະຖານະຂອງພຣະເຈົ້າແມ່ນສູງສຸດ. ພຣະເຈົ້າຊົງສົມບູນ, ດີງາມ ແລະ ບໍລິສຸດ, ພຣະອົງປາສະຈາກຂໍ້ບົກພ່ອງ ແລະ ບໍ່ມີບ່ອນຕິ. ເປັນເພາະວ່າພຣະເຈົ້າຊົງບໍລິສຸດ, ສົມບູນ ແລະ ສູງສຸດນັ້ນເອງ ແລະ ເພາະວ່າພຣະເຈົ້າເປັນແຫຼ່ງກຳເນີດທີ່ສະໜອງຊີວິດໃຫ້ກັບມວນມະນຸດ ການກ່າວຮ້າຍ, ການໂຈມຕີ ຫຼື ການດູໝິ່ນໃດໆທີ່ມຸ່ງເປົ້າໄປທີ່ພຣະເຈົ້າໂດຍມະນຸດຊາດທີ່ຖືກສ້າງຂຶ້ນຈຶ່ງຖືວ່າເປັນການລົບຫຼູ່. ຕອນນີ້ພວກເຈົ້າຄວນເຂົ້າໃຈໄດ້ແລ້ວວ່າ “ການລົບຫຼູ່” ແມ່ນຫຍັງ, ແມ່ນບໍ? (ການໂຈມຕີ, ການດູໝິ່ນ ຫຼື ການກ່າວຮ້າຍໃດໆທີ່ມຸ່ງເປົ້າໄປທີ່ພຣະເຈົ້າຖືວ່າເປັນການລົບຫຼູ່). ຖ້າຈະອະທິບາຍຄຳວ່າ “ການລົບຫຼູ່” ມັນກໍໝາຍເຖິງການກ່າວຮ້າຍ, ການຕັດສິນ ຫຼື ການປະນາມສິ່ງທີ່ເປັນບວກ ແລະ ໂດຍສະເພາະຢ່າງຍິ່ງ ມັນຄືການກ່າວຮ້າຍ, ການຕັດສິນ ຫຼື ການປະນາມຄວາມຈິງ ຫຼື ພຣະເຈົ້າ. ສິ່ງນີ້ເອີ້ນວ່າການລົບຫຼູ່. ສະນັ້ນ ຄຳວ່າ “ການລົບຫຼູ່” ຈຶ່ງສາມາດໃຊ້ເພື່ອອະທິບາຍເຖິງການກ່າວຮ້າຍ, ການດູໝິ່ນ, ການໂຈມຕີ ຫຼື ການຕັດສິນຂອງມວນມະນຸດທີ່ມີຕໍ່ພຣະເຈົ້າເທົ່ານັ້ນ, ສິ່ງນີ້ຈຶ່ງຈະຂ້ອນຂ້າງເໝາະສົມ. ເມື່ອຜູ້ຄົນຕັດສິນ, ດູໝິ່ນ, ໂຈມຕີ ຫຼື ປະນາມຄົນອື່ນ ຖ້າມັນບໍ່ສອດຄ່ອງກັບຂໍ້ເທັດຈິງ ຢ່າງຫຼາຍທີ່ສຸດ ມັນກໍເປັນພຽງການໝິ່ນປະໝາດ. ຖ້າມັນສອດຄ່ອງກັບຂໍ້ເທັດຈິງ ແລ້ວມັນກໍບໍ່ຖືວ່າເປັນການໝິ່ນປະໝາດ. ເຖິງຢ່າງໃດກໍຕາມ ການຕັດສິນ ແລະ ການປະນາມພຣະເຈົ້າຂອງຜູ້ຄົນແມ່ນການບິດເບືອນຂໍ້ເທັດຈິງ ແລະ ປ່ຽນຄວາມຈິງໃຫ້ກາຍເປັນຄວາມເທັດ, ສິ່ງນີ້ຖືວ່າເປັນການລົບຫຼູ່. ທຳມະຊາດຂອງການທີ່ຜູ້ຄົນກ້າປະນາມພຣະເຈົ້າແມ່ນຫຍັງ? ພຣະເຈົ້າມີບາບບໍ? (ບໍ່). ພຣະເຈົ້າຊົງບໍລິສຸດ, ພຣະເຈົ້າປາສະຈາກບາບ ສະນັ້ນ ການກ່າວຮ້າຍ, ການໂຈມຕີ, ການຕັດສິນ ຫຼື ການດູໝິ່ນໃດໆທີ່ມຸ່ງເປົ້າໄປທີ່ພຣະເຈົ້າຈຶ່ງເອີ້ນວ່າການລົບຫຼູ່. ຜູ້ທີ່ດູໝິ່ນພຣະເຈົ້າຄິດວ່າ “ຕາບໃດທີ່ຂ້ອຍເວົ້າບາງສິ່ງທີ່ດູໝິ່ນພຣະເຈົ້າ ຂ້ອຍກໍຈະຖືກປ່ອຍຕົວ ແລະ ຫຼຸດພົ້ນຈາກອັນຕະລາຍ. ຈາກສະຖານະການດັ່ງກ່າວ ພຣະເຈົ້າຈະບໍ່ຈື່ຈຳເລື່ອງນີ້ດອກ”. ຈາກມຸມມອງຂອງມະນຸດ ມັນເປັນພຽງການດູໝິ່ນສອງສາມຄຳ ເຊິ່ງເບິ່ງຄືວ່າບໍ່ແມ່ນບັນຫາໃຫຍ່. ແຕ່ພຣະເຈົ້າເບິ່ງເລື່ອງນີ້ແນວໃດ? ການທີ່ເຈົ້າສາມາດດູໝິ່ນພຣະເຈົ້າໄດ້ສະແດງໃຫ້ເຫັນວ່າເຈົ້າໄດ້ປະຕິເສດພຣະເຈົ້າໃນໃຈແລ້ວ. ມັນເປັນພຽງເພາະເຈົ້າມີຄວາມກຽດຊັງຕໍ່ພຣະເຈົ້າຢູ່ໃນໃຈຂອງເຈົ້າ ເຈົ້າຈຶ່ງສາມາດດູໝິ່ນພຣະອົງໄດ້. ບໍ່ວ່າເຈົ້າຈະດູໝິ່ນພຣະເຈົ້າດ້ວຍຄວາມສະໝັກໃຈ ຫຼື ຖືກຄົນອື່ນບັງຄັບໃຫ້ດູໝິ່ນພຣະອົງກໍຕາມ ມັນກໍເປັນການສະແດງອອກເຖິງການປະຕິເສດພຣະເຈົ້າ ແລະ ການກຽດຊັງພຣະເຈົ້າ. ສະນັ້ນ ພຶດຕິກຳ ແລະ ການກະທຳປະເພດນີ້ຈຶ່ງເປັນການລົບຫຼູ່ຢ່າງແທ້ຈິງ.

ບາງຄົນບໍ່ສາມາດປ່ອຍວາງຂ່າວລືທີ່ບໍ່ມີມູນຄວາມຈິງຕ່າງໆໄດ້ເລີຍ ໂດຍຄິດຢູ່ສະເໝີວ່າຂ່າວລືເຫຼົ່ານັ້ນອາດຈະເປັນຄວາມຈິງ. ພວກເຂົາຢາກກວດສອບຢູ່ສະເໝີວ່າຂ່າວລືທີ່ບໍ່ມີມູນຄວາມຈິງທີ່ເຜີຍແຜ່ໂດຍພະຍານາກໃຫຍ່ສີແດງເຊິ່ງເປັນພັກປົກຄອງ, ໂລກທາງສາສະໜາ ແລະ ຜູ້ບໍ່ມີຄວາມເຊື່ອ ໂດຍສະເພາະຢ່າງຍິ່ງຂ່າວລືທີ່ບໍ່ມີມູນຄວາມຈິງ ແລະ ຄຳເວົ້າທີ່ໂພສລົງໃນອິນເຕີເນັດເຫຼົ່ານັ້ນເປັນຄວາມຈິງ ຫຼື ບໍ່. ຖ້າພຣະເຈົ້າບໍ່ເຄີຍເຮັດໃຫ້ຈຸດຢືນຂອງພຣະອົງເປັນທີ່ຮູ້ຈັກ ຫຼື ເຮືອນຂອງພຣະອົງບໍ່ໄດ້ໃຫ້ການຊີ້ແຈງໃດໆ ພວກເຂົາກໍຈະເຊື່ອຢ່າງເຕັມທີ່ວ່າຂ່າວລືທີ່ບໍ່ມີມູນຄວາມຈິງເຫຼົ່ານີ້ເປັນຄວາມຈິງ ແລ້ວກໍຈະປະຕິເສດພຣະເຈົ້າ ແລະ ທໍລະຍົດພຣະເຈົ້າ, ບັນຫາຢູ່ບ່ອນນີ້ແມ່ນຫຍັງ? ພວກເຂົາເຊື່ອໃນພຣະເຈົ້າໂດຍອີງໃສ່ພື້ນຖານຫຍັງກັນແທ້? ຖ້າຄວາມເຊື່ອຂອງພວກເຂົາອີງໃສ່ວ່າຂ່າວລືທີ່ບໍ່ມີມູນຄວາມຈິງນັ້ນເປັນຄວາມຈິງ ຫຼື ບໍ່ ແລ້ວນັ້ນກໍເປັນຄວາມຜິດພາດອັນໃຫຍ່ຫຼວງ. ຄວາມຈິງແລ້ວ ຂ່າວລືທີ່ບໍ່ມີມູນຄວາມຈິງຫຼາຍຢ່າງໄດ້ຖືກໄຈ້ແຍກ ແລະ ໂຕ້ແຍ້ງຢ່າງຊັດເຈນຫຼາຍແລ້ວໃນຄຳເທດສະໜາ ແລະ ການໂອ້ລົມ ແລະ ຮູບເງົາຂອງເຮືອນຂອງພຣະເຈົ້າ; ບໍ່ຈຳເປັນທີ່ເຮົາຈະຕ້ອງລົງລາຍລະອຽດຢູ່ບ່ອນນີ້. ສະນັ້ນ ພວກເຈົ້າຍັງຢາກກວດສອບຂ່າວລືທີ່ບໍ່ມີມູນຄວາມຈິງປະເພດໃດອີກ? ມື້ນີ້ ໃຫ້ພວກເຮົາເປີດເຜີຍຫົວຂໍ້ນີ້ກັນເທາະ. ຖ້າພວກເຈົ້າຢາກກວດສອບຂ່າວລືທີ່ບໍ່ມີມູນຄວາມຈິງ ເຮົາກໍຈະບອກພວກເຈົ້າໃນສິ່ງທີ່ເຮົາຕ້ອງເວົ້າກ່ຽວກັບຂ່າວລືເຫຼົ່ານັ້ນ ເພື່ອທີ່ບາງຄົນຈະບໍ່ຄິດຢູ່ສະເໝີວ່າ “ພຣະອົງກຳລັງປິດບັງບາງສິ່ງຈາກພວກເຮົາທີ່ພຣະອົງບໍ່ຢາກໃຫ້ພວກເຮົາຮູ້ບໍ? ພວກເຮົາຮູ້ສຶກຢູ່ສະເໝີວ່າພວກເຮົາບໍ່ສາມາດເຂົ້າໃຈພຣະອົງໄດ້ຢ່າງຄົບຖ້ວນ. ເຖິງແມ່ນວ່າພວກເຮົາໄດ້ຕິດຕາມພຣະອົງ ແລະ ໄດ້ຍິນຄວາມຈິງມາຫຼາຍແລ້ວ ແຕ່ພວກເຮົາກໍຍັງຮູ້ສຶກບໍ່ແນ່ໃຈໃນໃຈຂອງພວກເຮົາວ່າຂ່າວລືທີ່ບໍ່ມີມູນຄວາມຈິງນັ້ນເປັນຄວາມຈິງ ຫຼື ເປັນເລື່ອງເທັດ, ດັ່ງນັ້ນ ພວກເຮົາຈຶ່ງມີແນວຄິດ ແລະ ຄວາມຄິດທີ່ຈະກວດສອບຂ່າວລືເຫຼົ່ານັ້ນຢູ່ສະເໝີ”. ຖ້າພວກເຈົ້າຢາກກວດສອບຂ່າວລືເຫຼົ່ານັ້ນ ກໍຈົ່ງເວົ້າອອກມາຢ່າງກ້າຫານ. ໃຫ້ພວກເຮົາໂອ້ລົມກ່ຽວກັບເລື່ອງນີ້ຢ່າງເປີດເຜີຍ. ເຮົາຈະບອກພວກເຈົ້າໃນສິ່ງທີ່ເຮົາຕ້ອງເວົ້າກ່ຽວກັບຂ່າວລືເຫຼົ່ານັ້ນ, ບໍ່ມີຫຍັງຕ້ອງປິດບັງ. ມີໃຜຢາກກວດສອບຂ່າວລືເຫຼົ່ານັ້ນບໍ? (ບໍ່). ເຫດຜົນທີ່ພວກເຈົ້າບໍ່ຢາກກວດສອບພວກມັນນັ້ນຕັ້ງຢູ່ເທິງພື້ນຖານທີ່ວ່າ ພວກເຈົ້າບໍ່ເຊື່ອຂ່າວລືທີ່ບໍ່ມີມູນຄວາມຈິງຂອງພະຍານາກໃຫຍ່ສີແດງ ຫຼື ມັນເປັນເພາະພວກເຈົ້າມີທັດສະນະຄະຕິທີ່ວ່າ “ຂ້ອຍບໍ່ຢາກສົນໃຈເລື່ອງນີ້, ຂ້ອຍຈະປ່ອຍມັນໄປ” ບໍ? ຫຼື ມັນເປັນເພາະພວກເຈົ້າຢ້ານວ່າ ຫຼັງຈາກທີ່ກວດສອບຂ່າວລືທີ່ບໍ່ມີມູນຄວາມຈິງແລ້ວ ພວກເຈົ້າຈະຜິດຫວັງ ແລະ ບໍ່ສາມາດປະເຊີນໜ້າກັບຜົນຮັບໄດ້ ແລະ ພວກເຈົ້າບໍ່ຮູ້ວ່າພວກເຈົ້າຈະສາມາດຢືນຢູ່ໄດ້ຢ່າງໝັ້ນຄົງ ຫຼື ບໍ່ ແລະ ພວກເຈົ້າກໍບໍ່ຢາກປະເຊີນໜ້າກັບຜົນສະທ້ອນດັ່ງກ່າວບໍ? ບໍ່ວ່າເນື້ອໃນຂອງຂ່າວລືທີ່ບໍ່ມີມູນຄວາມຈິງເຫຼົ່ານີ້ຈະເປັນແນວໃດກໍຕາມ, ບໍ່ວ່າພວກເຈົ້າຈະຢາກກວດສອບພວກມັນ ຫຼື ບໍ່ກໍຕາມ, ບໍ່ວ່າພວກເຈົ້າຈະຢາກໄດ້ຍິນສິ່ງທີ່ເຮົາຕ້ອງເວົ້າກ່ຽວກັບຂ່າວລືທີ່ບໍ່ມີມູນຄວາມຈິງເຫຼົ່ານີ້ ຫຼື ຄຳເຫັນຂອງເຮົາກ່ຽວກັບພວກມັນ ຫຼື ບໍ່ກໍຕາມ ແລະ ບໍ່ວ່າທັດສະນະຄະຕິຂອງພວກເຈົ້າຈະເປັນແນວໃດກໍຕາມ ເຮົາມີພຽງທັດສະນະຄະຕິດຽວກໍຄື: ຖ້າພວກເຈົ້າເຂົ້າໃຈຄວາມຈິງ ພວກເຈົ້າກໍຍ່ອມຈະສາມາດແຍກແຍະຂ່າວລືທີ່ບໍ່ມີມູນຄວາມຈິງເຫຼົ່ານີ້ໄດ້ຢ່າງເປັນທຳມະຊາດ; ຖ້າພວກເຈົ້າບໍ່ເຂົ້າໃຈຄວາມຈິງ ແລະ ບໍ່ສະແຫວງຫາຄວາມຈິງ ແລ້ວເຮົາກໍບໍ່ມີຄຳເຫັນ. ນີ້ກໍເພາະວ່າເຮົາໄດ້ກ່າວພຣະທຳຫຼາຍຂໍ້ທີ່ສະແດງຄວາມຈິງ; ເຮົາບໍ່ຈຳເປັນຕ້ອງອະທິບາຍຂ່າວລືທີ່ບໍ່ມີມູນຄວາມຈິງເຫຼົ່ານີ້ໃຫ້ພວກເຈົ້າຟັງ, ນີ້ບໍ່ແມ່ນວຽກງານທີ່ເຮົາຄວນເຮັດ. ພວກເຈົ້າຍັງບໍ່ສາມາດແຍກແຍະຂ່າວລືທີ່ບໍ່ມີມູນຄວາມຈິງໄດ້ບໍ ເຖິງແມ່ນວ່າຈະໄດ້ຟັງຄຳເທດສະໜາມາຫຼາຍແລ້ວກໍຕາມ? ຖ້າພວກເຈົ້າບໍ່ສາມາດແຍກແຍະໄດ້ ມັນກໍໝາຍຄວາມວ່າພວກເຈົ້າບໍ່ເຂົ້າໃຈຄວາມຈິງ. ບໍ່ວ່າຈະເວົ້າຫຼາຍສໍ່າໃດກັບຄົນທີ່ບໍ່ເຂົ້າໃຈຄວາມຈິງ ມັນກໍໄຮ້ປະໂຫຍດ, ມັນຄືກັບການເວົ້າກັບຜູ້ບໍ່ມີຄວາມເຊື່ອ; ບໍ່ວ່າເຈົ້າຈະເວົ້າຫຼາຍສໍ່າໃດ ພວກເຂົາກໍຈະບໍ່ເຂົ້າໃຈ. ສະນັ້ນ ເຮົາຈຶ່ງບໍ່ມີຄຳເຫັນເມື່ອເວົ້າເຖິງຂ່າວລືທີ່ບໍ່ມີມູນຄວາມຈິງໃດໆ! ເຮົາບໍ່ຢາກອະທິບາຍຫຍັງເລີຍ ແລະ ບໍ່ຢາກເວົ້າຫຍັງເລີຍ ແລະ ເຮົາກໍບໍ່ຢາກແກ້ຕົວ ຫຼື ປົກປ້ອງຫຍັງເລີຍ. ບໍ່ວ່າໂລກພາຍນອກຈະເວົ້າຫຍັງກໍຕາມ ເຮົາກໍບໍ່ມີຄຳເຫັນ! ພວກເຈົ້າໄດ້ຍິນເລື່ອງນີ້ຢ່າງຊັດເຈນແລ້ວບໍ? (ແມ່ນແລ້ວ). “ບໍ່ມີຄຳເຫັນ”, ນີ້ຄືທັດສະນະຄະຕິປະເພດໜຶ່ງ. ນອກຈາກນີ້ ສິ່ງທີ່ເຮົາຢາກເວົ້າກັບພວກເຈົ້າກ່ຽວກັບເລື່ອງນີ້ແມ່ນຫຍັງ? ມັນກໍຄື ບໍ່ວ່າເວລາໃດກໍຕາມ ອັດຕະລັກ ແລະ ແກ່ນແທ້ຂອງພຣະເຈົ້າຈະບໍ່ປ່ຽນແປງ, ສະຖານະຂອງພຣະເຈົ້າຈະບໍ່ປ່ຽນແປງ, ອຸປະນິໄສຂອງພຣະເຈົ້າຈະບໍ່ປ່ຽນແປງ, ສິດອຳນາດ ແລະ ລິດທານຸພາບຂອງພຣະເຈົ້າຈະບໍ່ປ່ຽນແປງ, ຂໍ້ເທັດຈິງທີ່ວ່າພຣະເຈົ້າມີອຳນາດສູງສຸດເໜືອມວນມະນຸດ ແລະ ສະໜອງຊີວິດໃຫ້ກັບພວກເຂົາຈະບໍ່ປ່ຽນແປງ, ຂໍ້ເທັດຈິງກ່ຽວກັບການບັງເກີດເປັນມະນຸດຂອງພຣະເຈົ້າຈະບໍ່ປ່ຽນແປງ ແລະ ຂໍ້ເທັດຈິງທີ່ວ່າພຣະເຈົ້າເປັນຄວາມຈິງ, ເປັນຫົນທາງ ແລະ ເປັນຊີວິດກໍຈະບໍ່ມີວັນປ່ຽນແປງ. ພຣະທຳເຫຼົ່ານີ້ພຽງພໍທີ່ຈະແກ້ໄຂຄວາມສົງໄສຂອງພວກເຈົ້າແລ້ວບໍ? (ແມ່ນແລ້ວ). ນີ້ຄືທັງໝົດທີ່ເຮົາຕ້ອງເວົ້າກັບພວກເຈົ້າກ່ຽວກັບເລື່ອງນີ້. ຖ້າພວກເຈົ້າເຂົ້າໃຈ ແລ້ວກໍຈົ່ງຍອມຮັບມັນ. ຖ້າພວກເຈົ້າບໍ່ເຂົ້າໃຈ ແລ້ວກໍຈົ່ງໃຊ້ເວລາຂອງພວກເຈົ້າເພື່ອໄຕ່ຕອງມັນ. ຖ້າເຈົ້າຍັງມີຄວາມສົງໄສໃນໃຈຂອງເຈົ້າ ແລະ ພຣະທຳເຫຼົ່ານີ້ບໍ່ສາມາດແກ້ໄຂຄວາມສົງໄສຂອງເຈົ້າໄດ້ ແລ້ວເຮົາກໍບໍ່ສາມາດເຮັດຫຍັງໄດ້ອີກ. ພຽງແຕ່ປ່ອຍໃຫ້ສິ່ງຕ່າງໆເປັນໄປຕາມທິດທາງຂອງມັນ. ນີ້ຄືທັງໝົດທີ່ເຮົາສາມາດເວົ້າ ແລະ ເຮັດເພື່ອເຈົ້າໄດ້. ວິທີການນີ້ເໝາະສົມແມ່ນບໍ? (ແມ່ນແລ້ວ). ພຣະທຳເຫຼົ່ານີ້ສາມາດມີຜົນກະທົບທີ່ແນ່ນອນຕໍ່ຜູ້ຄົນໄດ້ບໍ? ເມື່ອປະເຊີນກັບເລື່ອງທີ່ຊັບຊ້ອນຕ່າງໆ ຖ້າມີຮອຍແຕກເກີດຂຶ້ນໃນຄວາມສຳພັນລະຫວ່າງເຈົ້າກັບພຣະເຈົ້າ ຫຼື ຖ້າເຈົ້າເກີດຄວາມສົງໄສຢ່າງຮ້າຍແຮງກ່ຽວກັບພຣະເຈົ້າ ແລະ ພຣະທຳເຫຼົ່ານີ້ບໍ່ສາມາດແກ້ໄຂບັນຫາທີ່ເຈົ້າກຳລັງປະເຊີນຢູ່ໄດ້ ແລ້ວເຈົ້າກໍເປັນຜູ້ບໍ່ເຊື່ອ. ສິ່ງທີ່ເຈົ້າຍອມຮັບບໍ່ແມ່ນຄວາມຈິງ ແຕ່ເປັນຄຳຕົວະຂອງຊາຕານ ແລະ ຄຳເວົ້າມານຮ້າຍໃດກໍຕາມທີ່ຊາຕານເວົ້າ. ມັນກໍຄືກັນກັບອາດາມ ແລະ ເອວາໃນຕອນເລີ່ມຕົ້ນ, ພຣະເຈົ້າກ່າວວ່າ “ພວກເຈົ້າສາມາດກິນໝາກໄມ້ຈາກຕົ້ນໄມ້ທຸກຕົ້ນໃນສວນໄດ້ ແຕ່ໝາກໄມ້ຈາກຕົ້ນໄມ້ແຫ່ງຄວາມຮູ້ດີ ແລະ ຊົ່ວນັ້ນ ພວກເຈົ້າຈະຕ້ອງບໍ່ກິນ ເພາະໃນມື້ທີ່ພວກເຈົ້າກິນມັນ ພວກເຈົ້າຈະຕ້ອງຕາຍຢ່າງແນ່ນອນ”. ພວກເຂົາເກັບພຣະທຳຂອງພຣະເຈົ້າໄວ້ໃນໃຈຂອງພວກເຂົາ ຫຼັງຈາກທີ່ໄດ້ຟັງພຣະທຳເຫຼົ່ານັ້ນ. ແຕ່ເມື່ອຊາຕານເວົ້າກັບພວກເຂົາວ່າ “ພຣະເຈົ້າກ່າວວ່າພວກເຈົ້າຈະຕ້ອງບໍ່ກິນໝາກໄມ້ຈາກຕົ້ນໄມ້ແຫ່ງຄວາມຮູ້ດີ ແລະ ຊົ່ວ, ສິ່ງນີ້ບໍ່ຈຳເປັນຕ້ອງເປັນຄວາມຈິງສະເໝີໄປ. ຖ້າພວກເຈົ້າກິນມັນ ພວກເຈົ້າຈະບໍ່ຕາຍຢ່າງແນ່ນອນ”, ອາດາມ ແລະ ເອວາກໍເກີດຄວາມສົງໄສໃນທັນທີ. ພວກເຂົາປະຖິ້ມພຣະທຳຂອງພຣະເຈົ້າ ແລະ ເຊື່ອຄຳເວົ້າຂອງງູ. ພວກເຂົາສົງໄສວ່າສິ່ງທີ່ພຣະເຈົ້າກ່າວນັ້ນເປັນຄຳຕົວະ. ເປັນເພາະສິ່ງທີ່ງູເວົ້າ ພວກເຂົາຈຶ່ງບໍ່ເຊື່ອພຣະເຈົ້າ ຫຼື ເຊື່ອຟັງພຣະເຈົ້າອີກຕໍ່ໄປ ແຕ່ເຮັດຕາມຄຳຕົວະຂອງງູຢ່າງສິ້ນເຊີງ. ມັນເຫັນໄດ້ຢ່າງຊັດເຈນວ່າຜົນສະທ້ອນສຸດທ້າຍຂອງສິ່ງນີ້ແມ່ນຫຍັງ. ໃນຂະນະທີ່ເຊື່ອ ແລະ ຍອມຮັບສິ່ງທີ່ງູເວົ້າກັບພວກເຂົາ ພວກເຂົາກໍກຳລັງປະຕິເສດສິ່ງທີ່ພຣະເຈົ້າໄດ້ກ່າວໄວ້ເຊັ່ນກັນ ໂດຍຄິດວ່າສິ່ງທີ່ພຣະເຈົ້າກ່າວນັ້ນເປັນຄຳຕົວະ. ພວກເຂົາບໍ່ເຊື່ອອີກຕໍ່ໄປວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ ແລະ ພວກເຂົາກໍບໍ່ເຊື່ອໃນອັດຕະລັກ ແລະ ແກ່ນແທ້ຂອງພຣະເຈົ້າອີກຕໍ່ໄປ. ໃນທາງກົງກັນຂ້າມ ພວກເຂົາສົງໄສໃນພຣະເຈົ້າ ໂດຍສົງໄສວ່າພຣະອົງມີເຈດຕະນາແອບແຝງຕໍ່ພວກເຂົາ ແລະ ກຳລັງຫຼອກລວງພວກເຂົາດ້ວຍຄຳຕົວະ. ໃນທາງກົງກັນຂ້າມ ພວກເຂົາເຊື່ອວ່າສິ່ງທີ່ງູເວົ້ານັ້ນເປັນຄວາມຈິງ ແລະ ງູກຳລັງເວົ້າເພື່ອຜົນປະໂຫຍດຂອງພວກເຂົາ. ຜົນສະທ້ອນສຸດທ້າຍກໍຄື ພວກເຂົາຖືກງູລໍ້ລວງ ແລະ ຖືກຊາຕານເຮັດໃຫ້ເສື່ອມຊາມ. ພວກເຂົາຫຼົງທາງໄປຈາກການດູແລຂອງພຣະເຈົ້າ, ສູນເສຍການປົກປ້ອງຂອງພຣະເຈົ້າ ແລະ ກ້າວເຂົ້າສູ່ເສັ້ນທາງທີ່ບໍ່ມີວັນຫວນກັບ.

ບັນຫາເລື່ອງຂ່າວລືທີ່ບໍ່ມີມູນຄວາມຈິງໄດ້ຮັບການແກ້ໄຂສຳລັບພວກເຈົ້າແລ້ວບໍ? ຖ້າມັນຍັງບໍ່ໄດ້ຮັບການແກ້ໄຂ ກໍຈົ່ງຄ່ອຍໆຈັດການກັບມັນດ້ວຍຕົວພວກເຈົ້າເອງ. ສຳລັບວິທີການຮັບມືກັບຂ່າວລືທີ່ບໍ່ມີມູນຄວາມຈິງນັ້ນ ເຮົາໄດ້ໂອ້ລົມໄປຫຼາຍແລ້ວ. ຖ້າຍັງມີຄົນທີ່ບໍ່ສາມາດເບິ່ງທະລຸຂ່າວລືທີ່ບໍ່ມີມູນຄວາມຈິງຕ່າງໆ ແລະ ບໍ່ສາມາດແຍກແຍະພວກມັນໄດ້ ກໍຈົ່ງໂອ້ລົມກ່ຽວກັບເລື່ອງນີ້ ແລະ ແກ້ໄຂມັນດ້ວຍຕົວພວກເຈົ້າເອງ. ເຖິງແມ່ນວ່າເລື່ອງນີ້ຈະບໍ່ນັບວ່າເປັນເລື່ອງໃຫຍ່ ແຕ່ໃນຊີວິດປະຈຳວັນຂອງຜູ້ຄົນ ມັນກໍເປັນສິ່ງທີ່ມັກຈະລົບກວນຈິດໃຈຂອງພວກເຂົາ ແລະ ລົບກວນຊີວິດຂອງພວກເຂົາ. ເຖິງແມ່ນວ່າຂ່າວລືທີ່ບໍ່ມີມູນຄວາມຈິງບາງຢ່າງຈະບໍ່ຮ້າຍແຮງເຖິງຂັ້ນເອົາຊີວິດຂອງເຈົ້າໄດ້ໃນທັນທີ ແຕ່ພວກມັນກໍເປັນການກໍ່ກວນເຈົ້າເຊັ່ນກັນ ຄືກັບແມງວັນໜ້າລຳຄານທີ່ບໍ່ໄດ້ກັດຄົນ ແຕ່ເຮັດໃຫ້ພວກເຂົາລັງກຽດ, ພວກມັນປາກົດຕົວເປັນບາງຄັ້ງຄາວເພື່ອລົບກວນເຈົ້າ. ໂດຍສະເພາະເມື່ອເຈົ້າອ່ອນແອ, ເມື່ອເຈົ້າປະເຊີນກັບຄວາມລົ້ມເຫຼວ ຫຼື ອຸປະສັກ ຫຼື ສິ່ງເປັນລົບ, ຂ່າວລືທີ່ບໍ່ມີມູນຄວາມຈິງ ແລະ ຄຳເວົ້າມານຮ້າຍເຫຼົ່ານີ້ກໍຈະປາກົດຂຶ້ນມາເພື່ອລົບກວນເຈົ້າ, ເພື່ອທໍລະມານເຈົ້າໃນໃຈຂອງເຈົ້າ, ດຶງເຈົ້າກັບຄືນ, ເຮັດໃຫ້ເຈົ້າຈົມລົງເທື່ອລະໜ້ອຍ. ດ້ວຍວິທີນີ້ເອງທີ່ບາງຄົນໄດ້ຖອນຕົວ ແລະ ຢຸດເຊື່ອ. ເຈົ້າເຫັນບໍວ່າ ຄົນທີ່ຖືກສົ່ງໄປກຸ່ມ B ຫຼື ໄປຄຣິສຕະຈັກທຳມະດານັ້ນຕົກຢູ່ໃນອັນຕະລາຍຢ່າງໃຫຍ່ຫຼວງ, ແຕ່ຄົນທີ່ປະຕິບັດໜ້າທີ່ເຕັມເວລາບໍ່ໄດ້ຕົກຢູ່ໃນອັນຕະລາຍບໍ? ບາງຄົນໃນພວກເຂົາກໍຕົກຢູ່ໃນອັນຕະລາຍຢ່າງໃຫຍ່ຫຼວງເຊັ່ນກັນ. ກຸ່ມຄົນໃດໃນບັນດາພວກເຂົາ? ກຸ່ມຄົນທີ່ບໍ່ເຂົ້າໃຈຄວາມຈິງຢູ່ສະເໝີ. ບໍ່ວ່າພວກເຂົາຈະໄດ້ຍິນພຣະທຳຂອງພຣະເຈົ້າຫຼາຍສໍ່າໃດກໍຕາມ ພວກເຂົາກໍບໍ່ເຂົ້າໃຈພຣະທຳເຫຼົ່ານັ້ນ. ໃນໃຈຂອງພວກເຂົາ ພວກເຂົາມີຄວາມສົງໄສຢູ່ສະເໝີວ່າ: “ເປັນຫຍັງຂ້ອຍຈຶ່ງບໍ່ສາມາດແຍກແຍະໄດ້ວ່າພຣະທຳຂໍ້ໃດຂອງພຣະເຈົ້າເປັນຄວາມຈິງ? ທຸກຄົນເວົ້າວ່າຄວາມຈິງເປັນຫົນທາງ, ເປັນຊີວິດ, ເປັນຫຍັງຂ້ອຍຈຶ່ງບໍ່ຮູ້ສຶກວ່າມັນເປັນຊີວິດ? ຂ້ອຍຍັງໄດ້ຍິນພຣະທຳຂອງພຣະເຈົ້າຫຼາຍຂໍ້ ແຕ່ຊີວິດພາຍໃນຕົວຂ້ອຍກໍບໍ່ໄດ້ປ່ຽນແປງ; ຂ້ອຍກໍຍັງເປັນຂ້ອຍ, ຂ້ອຍບໍ່ໄດ້ປ່ຽນແປງ!” ພວກເຂົາບໍ່ເຄີຍເຂົ້າໃຈວ່າຄວາມຈິງແມ່ນຫຍັງ, ບໍ່ເຄີຍເຂົ້າໃຈວຽກງານຂອງພຣະເຈົ້າ ແລະ ພວກເຂົາກໍຍັງຄົງບໍ່ເຂົ້າໃຈກ່ຽວກັບນິມິດຢູ່ສະເໝີ. ຄົນແບບນັ້ນຈະຕົກຢູ່ໃນອັນຕະລາຍ. ຄົນປະເພດນີ້ ເມື່ອໄດ້ຍິນຂ່າວລືທີ່ບໍ່ມີມູນຄວາມຈິງ ກໍບໍ່ເຄີຍສະແຫວງຫາຄວາມຈິງເພື່ອແຍກແຍະຂ່າວລືເຫຼົ່ານັ້ນ; ພວກເຂົາຮູ້ພຽງແຕ່ວິທີຫຼີກລ່ຽງ ແລະ ປະຕິເສດຂ່າວລືທີ່ບໍ່ມີມູນຄວາມຈິງ. ຖ້າພວກເຂົາສາມາດຫຼີກລ່ຽງພວກມັນໄດ້ ພວກເຂົາກໍໂຊກດີທີ່ຫຼີກລ່ຽງໄພພິບັດໄດ້; ຖ້າພວກເຂົາບໍ່ສາມາດຫຼີກລ່ຽງພວກມັນໄດ້ ພວກເຂົາກໍຖືກຊາຕານຈັບຕົວໄປ. ບອກເຮົາເບິ່ງ ມັນເປັນເລື່ອງບັງເອີນບໍທີ່ຄົນແບບນັ້ນສາມາດຖືກຊາຕານຈັບຕົວໄປໄດ້? (ບໍ່). ຜູ້ທີ່ບໍ່ເຄີຍເຂົ້າໃຈຄວາມຈິງ, ຜູ້ທີ່ບໍ່ເຄີຍເຂົ້າໃຈວ່າການເຊື່ອໃນພຣະເຈົ້າແມ່ນຫຍັງ, ຄົນເຫຼົ່ານີ້ແມ່ນແກະຂອງພຣະເຈົ້າບໍ? ພວກເຂົາສາມາດເຂົ້າໃຈພຣະທຳຂອງພຣະເຈົ້າໄດ້ບໍ? (ພວກເຂົາບໍ່ສາມາດ). ຄົນເຫຼົ່ານີ້ບໍ່ເຄີຍເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ບໍ່ໄດ້ສະແຫວງຫາຄວາມຈິງ ແລະ ພວກເຂົາກໍກັງວົນຢູ່ສະເໝີວ່າ: “ມື້ຂອງພຣະເຈົ້າຈະມາຮອດເມື່ອໃດ? ພວກເຮົາຈະເຂົ້າສູ່ລາຊະອານາຈັກສະຫວັນເມື່ອໃດ?” ກ່ຽວກັບສິ່ງທີ່ຜູ້ຄົນຄວນເຂົ້າໃຈໃນການເຊື່ອໃນພຣະເຈົ້າ ພວກເຂົາບໍ່ເຂົ້າໃຈຫຍັງເລີຍ. ພວກເຂົາຊ່າງເປັນຄົນເບົາປັນຍາແທ້ໆ! ບອກເຮົາເບິ່ງ ເມື່ອເຮົາເວົ້າກັບຄົນເບົາປັນຍາປະເພດນີ້ ເຮົາມີຄວາມຮູ້ສຶກແນວໃດໃນໃຈຂອງເຮົາ? ມັນເປັນກຽດ ຫຼື ເປັນຄວາມໂສກເສົ້າ? ຫຼື ມັນເປັນຄວາມຮູ້ສຶກຄຽດແຄ້ນ? ການເຫັນຄົນເຫຼົ່ານີ້ເຮັດໃຫ້ເຮົາຮູ້ສຶກລຳຄານ. ຄົນໂງ່ທີ່ເບົາປັນຍາເຫຼົ່ານີ້ສາມາດໄດ້ຮັບຫຍັງແດ່ຈາກການເຊື່ອໃນພຣະເຈົ້າ? ຫຼັງຈາກທີ່ພະຍານາກໃຫຍ່ສີແດງໄດ້ຈັບກຸມ ແລະ ລ້າງສະໝອງພວກເຂົາ ພວກເຂົາກໍຖືກເປີດເຜີຍ ແລະ ຖືກກຳຈັດ. ຄົນເຫຼົ່ານີ້ບໍ່ເຂົ້າໃຈຄວາມຈິງແມ່ນແຕ່ໜ້ອຍດຽວ ແລະ ເຮືອນຂອງພຣະເຈົ້າກໍບໍ່ຕ້ອງການຄົນແບບນັ້ນ. ມັນເປັນຍ້ອນພະຍານາກໃຫຍ່ສີແດງທີ່ເຮັດໃຫ້ພວກເຂົາຖືກເປີດເຜີຍ ແລະ ຖືກກຳຈັດ. ບອກເຮົາເບິ່ງ ສິ່ງນີ້ບໍ່ມີຄວາມຮັກບໍ? (ບໍ່). ຖ້າຄົນແບບນັ້ນບໍ່ຖືກຈັບກຸມໂດຍພະຍານາກໃຫຍ່ສີແດງ ແລະ ປາສະຈາກຂ່າວລືທີ່ບໍ່ມີມູນຄວາມຈິງເຫຼົ່ານີ້ທີ່ເຮັດໃຫ້ພວກເຂົາຫຼົງຜິດ ພວກເຂົາຈະຍຶດຕິດກັບຄຣິສຕະຈັກຢູ່ສະເໝີບໍ? ສະຖານະການໃດທີ່ສາມາດເຮັດໃຫ້ພວກເຂົາຖອນຕົວໄດ້? (ມັນເປັນຍ້ອນຂ່າວລືທີ່ບໍ່ມີມູນຄວາມຈິງຂອງພະຍານາກໃຫຍ່ສີແດງນັ້ນເອງ. ຫຼັງຈາກທີ່ພວກເຂົາໄດ້ຍິນຂ່າວລືທີ່ບໍ່ມີມູນຄວາມຈິງ ແລະ ເຊື່ອຂ່າວລືເຫຼົ່ານັ້ນ ພວກເຂົາກໍຖອນຕົວ). ມັນເປັນຍ້ອນກົງເລັບມານຮ້າຍຂອງພະຍານາກໃຫຍ່ສີແດງ ເຊິ່ງເປັນຕົວປະກອບເສີມຄວາມເດັ່ນນີ້ນັ້ນເອງ ທີ່ເຮັດໃຫ້ພວກເຂົາຖືກຈັບຕົວໄປ ແລະ ໃນທີ່ສຸດກໍບໍ່ເຊື່ອອີກຕໍ່ໄປ. ຄວາມຈິງແລ້ວ ຄົນເຫຼົ່ານີ້ບໍ່ມີຄວາມເຂົ້າໃຈໃນຄວາມຈິງ, ບໍ່ສາມາດປະຕິບັດໜ້າທີ່ໃດໆ ແລະ ບໍ່ສາມາດຮັບໃຊ້ໃດໆໄດ້. ໃນເຮືອນຂອງພຣະເຈົ້າ ພວກເຂົາພຽງແຕ່ມີໄວ້ເພື່ອເຮັດໃຫ້ຄົບຈຳນວນ, ອາໄສຄົນອື່ນຫາກິນ ແລະ ລໍຖ້າຄວາມຕາຍ. ພວກເຂົາແຕ່ລະຄົນລ້ວນແຕ່ຢູ່ໃນສະພາບທີ່ໜ້າເວດທະນາ ແຕ່ພວກເຂົາກໍອ້າງວ່າເປັນຜູ້ຕິດຕາມພຣະເຈົ້າ, ເປັນປະຊາກອນທີ່ພຣະເຈົ້າເລືອກ, ພວກເຂົາບໍ່ໜ້າອັບອາຍບໍ? ຜູ້ທີ່ຕິດຕາມພຣະເຈົ້າຢ່າງໜ້ອຍກໍຕ້ອງເປັນມະນຸດ, ບໍ່ແມ່ນຄົນຕາຍທີ່ບໍ່ມີຈິດວິນຍານ, ບໍ່ແມ່ນສັດເດລະສານ. ພວກເຂົາຕ້ອງເປັນຄົນທີ່ສາມາດເຂົ້າໃຈພຣະທຳທີ່ພຣະເຈົ້າກ່າວ. ມີພຽງຜູ້ທີ່ສາມາດເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ເຂົ້າໃຈຄວາມຈິງເທົ່ານັ້ນທີ່ເປັນແກະຂອງພຣະເຈົ້າ. ມີພຽງແກະຂອງພຣະເຈົ້າເທົ່ານັ້ນທີ່ສາມາດປະຕິບັດໜ້າທີ່ຂອງພວກເຂົາຢ່າງຈິງໃຈ ແລະ ຕິດຕາມພຣະເຈົ້າໄດ້. ຜູ້ທີ່ບໍ່ແມ່ນແກະຂອງພຣະເຈົ້າກໍບໍ່ແມ່ນຜູ້ຕິດຕາມທີ່ຈິງໃຈ. ພວກເຂົາແຊກຊຶມເຂົ້າໄປໃນຄຣິສຕະຈັກດ້ວຍຈຸດປະສົງໜຶ່ງ ນັ້ນກໍຄືເພື່ອຮັບພອນ. ບໍ່ໄດ້ມີພຣະເຈົ້າຢູ່ໃນໃຈຂອງພວກເຂົາ. ບໍ່ວ່າພວກເຂົາຈະເຊື່ອມາຫຼາຍປີສໍ່າໃດກໍຕາມ ພວກເຂົາກໍບໍ່ມີທາງທີ່ຈະມີຫົວໃຈທີ່ຢຳເກງພຣະເຈົ້າໄດ້ເລີຍ. ມານຮ້າຍ, ຊາຕານ ແລະ ຜູ້ທີ່ຖືກສິງໂດຍຈິດວິນຍານທີ່ບໍ່ສະອາດ ແລະ ຈິດວິນຍານຊົ່ວຮ້າຍກໍຮູ້ເຊັ່ນກັນວ່ານີ້ຄືເສັ້ນທາງທີ່ແທ້ຈິງ ແລະ ພວກເຂົາກໍປາຖະໜາພອນເຊັ່ນກັນ. ແຕ່ພຣະເຈົ້າຕ້ອງການຄົນແບບນັ້ນບໍ? (ພຣະອົງບໍ່ຕ້ອງການ). ຈິດວິນຍານຊົ່ວຮ້າຍ ແລະ ຈິດວິນຍານທີ່ບໍ່ສະອາດຕ່າງໆສິງສັດ ແລະ ຫຼັງຈາກທີ່ພວກມັນຜ່ານການບົ່ມເພາະມາຫຼາຍປີ ແລະ ກາຍເປັນສິ່ງມີຊີວິດເໜືອທຳມະຊາດ ພວກມັນກໍຢາກກາຍເປັນມະນຸດຢູ່ສະເໝີ. ພວກມັນບໍ່ເຕັມໃຈທີ່ຈະຍັງຄົງເປັນຈິດວິນຍານທີ່ບໍ່ສະອາດ, ຈິດວິນຍານຊົ່ວຮ້າຍ ຫຼື ຈິດວິນຍານສັດຕ່າງໆ; ພວກມັນຢາກຍົກລະດັບຂຶ້ນສູ່ລະດັບທີ່ສູງກວ່ານັ້ນ ນັ້ນກໍຄືການເປັນມະນຸດ. ເຊັ່ນດຽວກັນ ຄົນໂງ່ທີ່ເບົາປັນຍາເຫຼົ່ານີ້ກໍຢາກຍົກລະດັບຕຳແໜ່ງຂອງພວກເຂົາເຊັ່ນກັນ ໂດຍຢາກເປັນປະຊາກອນທີ່ພຣະເຈົ້າເລືອກ. ບອກເຮົາເບິ່ງ ພຣະເຈົ້າຕ້ອງການຄົນແບບນັ້ນບໍ? ພຣະອົງບໍ່ຕ້ອງການ. ເຖິງແມ່ນວ່າພວກເຂົາຈະແຊກຊຶມເຂົ້າໄປໃນຄຣິສຕະຈັກ ມັນກໍຈະສູນເປົ່າ; ບໍ່ວ່າແນວໃດ ພວກເຂົາກໍຕ້ອງຖືກຊຳລະລ້າງອອກໄປ. ເມື່ອພວກເຂົາຖືກຊຳລະລ້າງອອກໄປແລ້ວ ເຮືອນຂອງພຣະເຈົ້າກໍຈະບໍລິສຸດ ແລະ ຄຣິສຕະຈັກກໍຈະບໍລິສຸດ. ຜູ້ທີ່ຍັງເຫຼືອຢູ່ຢ່າງໜ້ອຍກໍຕ້ອງເປັນຄົນທີ່ຍອມຮັບອັດຕະລັກ ແລະ ແກ່ນແທ້ຂອງພຣະເຈົ້າ, ຜູ້ທີ່ຍອມຮັບວ່າພຣະເຈົ້າເປັນຄວາມຈິງ, ເປັນຫົນທາງ ແລະ ເປັນຊີວິດ ແລະ ຜູ້ທີ່ສາມາດຮັບໃຊ້ພຣະເຈົ້າດ້ວຍຄວາມເຕັມໃຈ. ຄົນໂງ່ທີ່ເບົາປັນຍາເຫຼົ່ານັ້ນສາມາດບັນລຸສິ່ງນີ້ໄດ້ບໍ? ພວກເຂົາຫ່າງໄກຈາກການບັນລຸສິ່ງນີ້ຫຼາຍ. ພວກເຂົາລ້ວນແຕ່ເປັນຄົນຕາຍທີ່ບໍ່ມີຈິດວິນຍານ ແຕ່ພວກເຂົາກໍຍັງຕ້ອງການພອນຢູ່ສະເໝີ, ຕ້ອງການເຂົ້າສູ່ລາຊະອານາຈັກຢູ່ສະເໝີ, ຕ້ອງການໄປສະຫວັນຢູ່ສະເໝີ. ຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາບໍ່ແມ່ນໜ້ອຍໆ ແຕ່ພວກເຂົາກໍບໍ່ໄດ້ເບິ່ງເລີຍວ່າພວກເຂົາເປັນຫຍັງ, ພວກເຂົາປະເມີນຕົນເອງສູງເກີນໄປ! ມັນຖືກຕ້ອງແລ້ວທີ່ຄົນແບບນັ້ນໄດ້ຖືກກຳຈັດ. ພວກເຈົ້າຮູ້ສຶກເສຍດາຍບໍ? (ບໍ່). ຕັ້ງແຕ່ເລີ່ມຕົ້ນ ພຣະເຈົ້າໄດ້ກ່າວວ່າ “ຄົນທີ່ເຮົາຕ້ອງການແມ່ນຄົນທີ່ດີເລີດ, ບໍ່ແມ່ນຄົນຈຳນວນຫຼວງຫຼາຍ”. ນີ້ຄືມາດຕະຖານທີ່ພຣະເຈົ້າໄດ້ຮຽກຮ້ອງຈາກປະຊາກອນທີ່ພຣະອົງເລືອກ ພ້ອມທັງເປັນຂໍ້ກຳນົດ ແລະ ຫຼັກການກ່ຽວກັບຈຳນວນຄົນໃນຄຣິສຕະຈັກ. “ຄົນທີ່ເຮົາຕ້ອງການແມ່ນຄົນທີ່ດີເລີດ”, ຢູ່ບ່ອນນີ້ ຄຳວ່າ “ດີເລີດ” ໝາຍເຖິງທະຫານທີ່ດີຂອງລາຊະອານາຈັກ ຫຼື ຜູ້ຊະນະບໍ? ບໍ່ມີອັນໃດຖືກຕ້ອງເລີຍ. ຖ້າຈະເວົ້າໃຫ້ຖືກຕ້ອງ ຄຳວ່າ “ດີເລີດ” ໝາຍເຖິງຜູ້ທີ່ມີຄວາມເປັນມະນຸດທີ່ປົກກະຕິ, ຜູ້ທີ່ເປັນມະນຸດຢ່າງແທ້ຈິງ. ໃນເຮືອນຂອງພຣະເຈົ້າ ຖ້າເຈົ້າສາມາດປະຕິບັດໜ້າທີ່ທີ່ມະນຸດຄວນເຮັດ, ຖ້າເຈົ້າສາມາດຖືກໃຊ້ງານໃນຖານະມະນຸດ ແລະ ຖ້າເຈົ້າສາມາດປະຕິບັດຄວາມຮັບຜິດຊອບ, ໜ້າທີ່ ແລະ ພັນທະຂອງມະນຸດໃຫ້ສຳເລັດໄດ້ ໂດຍບໍ່ຕ້ອງໃຫ້ຄົນອື່ນດຶງເຈົ້າ, ລາກເຈົ້າ ຫຼື ຍູ້ເຈົ້າ ແລະ ເຈົ້າບໍ່ແມ່ນຂີ້ເຫຍື້ອທີ່ໄຮ້ປະໂຫຍດ, ບໍ່ແມ່ນຄົນທີ່ອາໄສຄົນອື່ນຫາກິນ, ບໍ່ແມ່ນຄົນຂີ້ຄ້ານ, ເຈົ້າສາມາດແບກຮັບຄວາມຮັບຜິດຊອບ ແລະ ພັນທະຂອງມະນຸດ ແລະ ແບກຮັບພາລະກິດຂອງມະນຸດໄດ້, ມີພຽງສິ່ງນີ້ເທົ່ານັ້ນທີ່ໄດ້ມາດຕະຖານໃນການເປັນມະນຸດ! ຄົນຂີ້ຄ້ານເຫຼົ່ານັ້ນ ແລະ ຜູ້ທີ່ບໍ່ໃສ່ໃຈກັບໜ້າວຽກທີ່ເໝາະສົມສາມາດແບກຮັບພາລະກິດຂອງມະນຸດໄດ້ບໍ? (ບໍ່ໄດ້). ບາງຄົນບໍ່ເຕັມໃຈທີ່ຈະແບກຮັບຄວາມຮັບຜິດຊອບ; ສ່ວນຄົນອື່ນກໍບໍ່ສາມາດແບກຮັບມັນໄດ້, ພວກເຂົາເປັນຂີ້ເຫຍື້ອທີ່ໄຮ້ປະໂຫຍດ. ຜູ້ທີ່ບໍ່ສາມາດແບກຮັບຄວາມຮັບຜິດຊອບຂອງມະນຸດໄດ້ ກໍບໍ່ສາມາດເອີ້ນວ່າມະນຸດໄດ້. ລອງເບິ່ງຜູ້ທີ່ມີຄວາມບົກຜ່ອງທາງສະຕິປັນຍາ, ຄົນປັນຍາອ່ອນ, ຄົນທີ່ເປັນອຳມະພາດທາງສະໝອງ ຫຼື ຄົນທີ່ເປັນອຳມະພາດທາງຮ່າງກາຍ, ພວກເຂົາສາມາດຖືກເອີ້ນວ່າມະນຸດທີ່ໄດ້ມາດຕະຖານບໍ? (ພວກເຂົາບໍ່ສາມາດ). ເປັນຫຍັງຈຶ່ງບໍ່? ຄົນແບບນັ້ນບໍ່ມີຄວາມສາມາດໃນການດຳລົງຊີວິດ, ບໍ່ມີຄວາມສາມາດໃນການເອົາຕົວລອດ ແລະ ບໍ່ມີຄວາມສາມາດໃນການເບິ່ງແຍງຕົນເອງ. ພວກເຂົາເພິ່ງພາຄົນອື່ນຢ່າງສິ້ນເຊີງໃນການຊ່ວຍເຫຼືອ ແລະ ການເບິ່ງແຍງ, ດຳລົງຊີວິດໂດຍບໍ່ມີຄວາມສາມາດໃນການລ້ຽງດູຕົນເອງ ແລະ ບໍ່ສາມາດແບກຮັບຄວາມຮັບຜິດຊອບ ແລະ ພັນທະຂອງມະນຸດໄດ້. ຜູ້ທີ່ບໍ່ສາມາດແບກຮັບໜ້າທີ່ຂອງຕົນເອງໃນເຮືອນຂອງພຣະເຈົ້າບໍ່ແມ່ນມະນຸດທີ່ປົກກະຕິ ແລະ ພຣະເຈົ້າກໍບໍ່ຕ້ອງການພວກເຂົາ. ບໍ່ວ່າເຈົ້າຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກ ຫຼື ເຮັດວຽກງານທີ່ສະເພາະເຈາະຈົງທີ່ກ່ຽວຂ້ອງກັບທັກສະທາງວິຊາຊີບກໍຕາມ ເຈົ້າຕ້ອງສາມາດແບກຮັບວຽກງານທີ່ເຈົ້າຮັບຜິດຊອບໄດ້. ນອກເໜືອຈາກການທີ່ສາມາດຈັດການຊີວິດ ແລະ ຄວາມຢູ່ລອດຂອງເຈົ້າເອງແລ້ວ ການມີຢູ່ຂອງເຈົ້າບໍ່ແມ່ນພຽງແຕ່ການຫາຍໃຈ, ບໍ່ແມ່ນການກິນ, ການດື່ມ ແລະ ການມີຄວາມສຸກ ແຕ່ເປັນການທີ່ສາມາດແບກຮັບພາລະກິດທີ່ພຣະເຈົ້າໄດ້ມອບໃຫ້ແກ່ເຈົ້າ. ມີພຽງຄົນແບບນັ້ນເທົ່ານັ້ນທີ່ຄູ່ຄວນຈະຖືກເອີ້ນວ່າສິ່ງທີ່ຖືກສ້າງ ແລະ ຄູ່ຄວນທີ່ຈະຖືກເອີ້ນວ່າມະນຸດ. ຜູ້ທີ່ຢູ່ໃນເຮືອນຂອງພຣະເຈົ້າທີ່ຢາກອາໄສຄົນອື່ນຫາກິນຢູ່ສະເໝີ ແລະ ພະຍາຍາມຫຼອກລວງເພື່ອເອົາຕົວລອດຢູ່ສະເໝີ ໂດຍຫວັງວ່າຈະຢູ່ໄປວັນໆຈົນເຖິງທີ່ສຸດ ແລະ ໄດ້ຮັບພອນນັ້ນ ບໍ່ສາມາດແບກຮັບວຽກງານໃດໆ ຫຼື ຄວາມຮັບຜິດຊອບໃດໆໄດ້, ແຮງໄກທີ່ຈະແບກຮັບພາລະກິດໃດໆ. ຄົນແບບນັ້ນຕ້ອງຖືກກຳຈັດ ແລະ ມັນກໍບໍ່ເປັນຕາເສຍດາຍເລີຍ. ນີ້ກໍເພາະວ່າສິ່ງທີ່ຖືກກຳຈັດນັ້ນບໍ່ແມ່ນມະນຸດ, ພວກເຂົາບໍ່ມີຄຸນສົມບັດທີ່ຈະຖືກເອີ້ນວ່າມະນຸດ. ເຈົ້າອາດຈະເອີ້ນພວກເຂົາວ່າຄົນໄຮ້ປະໂຫຍດ, ຄົນຂີ້ຄ້ານ ຫຼື ຄົນທີ່ບໍ່ເຮັດຫຍັງ; ບໍ່ວ່າກໍລະນີໃດກໍຕາມ ພວກເຂົາກໍບໍ່ຄູ່ຄວນທີ່ຈະຖືກເອີ້ນວ່າມະນຸດ. ເມື່ອເຈົ້າມອບໝາຍວຽກງານໃຫ້ພວກເຂົາ ພວກເຂົາກໍບໍ່ສາມາດເຮັດໃຫ້ສຳເລັດດ້ວຍຕົນເອງໄດ້ ແລະ ເມື່ອເຈົ້າມອບໝາຍໜ້າວຽກໃຫ້ພວກເຂົາ ພວກເຂົາກໍບໍ່ສາມາດແບກຮັບຄວາມຮັບຜິດຊອບຂອງພວກເຂົາ ຫຼື ປະຕິບັດພັນທະທີ່ພວກເຂົາຄວນເຮັດໃຫ້ສຳເລັດໄດ້, ຄົນແບບນັ້ນແມ່ນໝົດຫວັງແລ້ວ. ພວກເຂົາບໍ່ຄູ່ຄວນທີ່ຈະມີຊີວິດຢູ່; ພວກເຂົາສົມຄວນຕາຍ. ການທີ່ພຣະເຈົ້າໄວ້ຊີວິດພວກເຂົາກໍເປັນພຣະຄຸນຂອງພຣະອົງແລ້ວ, ມັນເປັນຄວາມໂປດປານທີ່ພິເສດ.

ກ່ຽວກັບຫົວຂໍ້ເລື່ອງຂ່າວລືທີ່ບໍ່ມີມູນຄວາມຈິງ ພວກເຮົາຈະຢຸດໄວ້ພຽງເທົ່ານີ້. ຖ້າພວກເຈົ້າຍັງມີບັນຫາໃດໆ ພວກເຈົ້າກໍສາມາດຍົກບັນຫາເຫຼົ່ານັ້ນຂຶ້ນມາ ແລະ ໂອ້ລົມກ່ຽວກັບພວກມັນ ຫຼື ສະແຫວງຫາຄວາມຈິງເພື່ອແກ້ໄຂພວກມັນດ້ວຍຕົວພວກເຈົ້າເອງ. ພວກເຮົາຈະບໍ່ເວົ້າກ່ຽວກັບມັນອີກຕໍ່ໄປ, ຕົກລົງບໍ? ມີໃຜມີຂໍ້ໂຕ້ແຍ້ງໃດໆບໍ? (ບໍ່). ຖ້າມີບັນຫາໃດໆທີ່ເຮົາຍັງບໍ່ໄດ້ໂອ້ລົມ ແລ້ວພວກເຈົ້າກໍສາມາດຄິດຫາວິທີແກ້ໄຂບັນຫາເຫຼົ່ານັ້ນດ້ວຍຕົວພວກເຈົ້າເອງ. ໃນເລື່ອງນີ້ ເຮົາໄດ້ປະຕິບັດຄວາມຮັບຜິດຊອບຂອງເຮົາສຳເລັດແລ້ວ. ສົມມຸດມີຄົນເວົ້າວ່າ “ພວກເຮົາຍັງບໍ່ໄດ້ຮັບຄຳຕອບທີ່ພວກເຮົາຕ້ອງການເລີຍ; ຂ່າວລືທີ່ບໍ່ມີມູນຄວາມຈິງເຫຼົ່ານັ້ນເປັນຄວາມຈິງ ຫຼື ເປັນເລື່ອງເທັດ? ກະລຸນາໃຫ້ຄຳຕອບທີ່ຊັດເຈນແກ່ພວກເຮົາແດ່”. ເຖິງແມ່ນວ່າເຮົາຈະໃຫ້ຄຳຕອບທີ່ຊັດເຈນແກ່ພວກເຈົ້າ ມັນຈະສາມາດແກ້ໄຂບັນຫາຫຍັງໄດ້? ນັ້ນຄືເຫດຜົນທີ່ເຮົາເວົ້າວ່າພວກເຈົ້າຄວນຊອກຫາຄຳຕອບນີ້ດ້ວຍຕົວພວກເຈົ້າເອງ. ເຮົາບໍ່ມີຄຳເຫັນກ່ຽວກັບເລື່ອງນີ້. ມັນລ້ວນຂຶ້ນຢູ່ກັບວ່າພວກເຈົ້າມີການແຍກແຍະ ຫຼື ບໍ່. ຜູ້ທີ່ໄດ້ຮັບຄວາມຈິງຈະບໍ່ມີວັນຖືກເຮັດໃຫ້ຫຼົງຜິດ. ຄວາມຈິງແລ້ວ ຂ່າວລືທີ່ບໍ່ມີມູນຄວາມຈິງເຫຼົ່ານີ້ໄດ້ເປີດເຜີຍຜູ້ຄົນຈຳນວນຫຼາຍ. ຜູ້ທີ່ເຊື່ອໃນພຣະເຈົ້າມາຫຼາຍປີແຕ່ບໍ່ໄດ້ຮັບຄວາມຈິງລ້ວນແຕ່ຖືກເປີດເຜີຍ, ນີ້ຄືປັນຍາຂອງພຣະເຈົ້າ. ນີ້ຄືຄຳຕອບຂອງເຮົາ. ພວກເຈົ້າເຂົ້າໃຈບໍ? (ແມ່ນແລ້ວ). ສະນັ້ນ ສິ່ງທີ່ເຮົາຢາກບອກພວກເຈົ້າແມ່ນຫຍັງ? ສິ່ງທີ່ເຮົາຢາກເວົ້າລ້ວນແຕ່ຢູ່ໃນໜັງສື ພຣະທຳປາກົດໃນເນື້ອໜັງ ແລະ ໃນຄຳເທດສະໜາທັງໝົດແລ້ວ. ພຣະທຳເຫຼົ່ານີ້ຄືສິ່ງທີ່ເຮົາຢາກເວົ້າກັບພວກເຈົ້າ. ພວກມັນຍັງບໍ່ພຽງພໍບໍ? (ພຽງພໍແລ້ວ). ຖ້າບາງຄົນຍັງຄົງດື້ດ້ານ ໂດຍເວົ້າວ່າ “ແລ້ວ ກ່ຽວກັບຂ່າວລືທີ່ບໍ່ມີມູນຄວາມຈິງ ພຣະອົງມີຄຳຕອບໃດໆບໍ?” ເຮົາເວົ້າວ່າບໍ່ ເຮົາຍັງຄົງບໍ່ມີຄຳເຫັນ. ເຮົາໄດ້ເວົ້າຫຼາຍສິ່ງທີ່ເຮົາຢາກເວົ້າໄປແລ້ວໃນຄຳເທດສະໜາທັງໝົດ. ຖ້າພວກເຈົ້າເຕັມໃຈທີ່ຈະສະແຫວງຫາຄວາມຈິງ ແລະ ພວກເຈົ້າສາມາດຍອມຮັບ ແລະ ປະຕິບັດຕາມພຣະທຳເຫຼົ່ານີ້ ແລ້ວບັນຫາຂອງພວກເຈົ້າກໍຈະໄດ້ຮັບການແກ້ໄຂ. ຖ້າພວກເຈົ້າບໍ່ຍອມຮັບພຣະທຳເຫຼົ່ານີ້ ແລ້ວບັນຫາຂອງພວກເຈົ້າກໍຈະຍັງຄົງເປັນບັນຫາຕະຫຼອດໄປ. ເຮົາໄດ້ປະຕິບັດຄວາມຮັບຜິດຊອບຂອງເຮົາສຳເລັດແລ້ວ; ມັນບໍ່ມີຫຍັງກ່ຽວຂ້ອງກັບເຮົາອີກຕໍ່ໄປ. ພວກເຈົ້າໄດ້ຍິນຢ່າງຊັດເຈນແລ້ວບໍ? (ແມ່ນແລ້ວ).

ການປະຕິບັດຂໍ້ທຳອິດສຳລັບການໄລ່ຕາມເສາະຫາຄວາມຈິງ: ການປ່ອຍວາງ

ການປ່ອຍວາງສິ່ງກີດຂວາງລະຫວ່າງຕົນເອງ ແລະ ພຣະເຈົ້າ ແລະ ຄວາມເປັນປໍລະປັກຂອງຕົນທີ່ມີຕໍ່ພຣະເຈົ້າ

I. ການປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຕົນກ່ຽວກັບພຣະເຈົ້າ: ການປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຕົນກ່ຽວກັບວຽກງານຂອງພຣະເຈົ້າ

F. ວຽກງານຂອງພຣະເຈົ້າບໍ່ໄດ້ປ່ຽນແປງເງື່ອນໄຂແຕ່ກຳເນີດຂອງຜູ້ຄົນ; ມັນມີເປົ້າໝາຍເພື່ອປ່ຽນແປງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ

ໃຫ້ພວກເຮົາສືບຕໍ່ໂອ້ລົມກ່ຽວກັບຫົວຂໍ້ “ວິທີການໄລ່ຕາມເສາະຫາຄວາມຈິງ”. ໃນຊ່ວງເວລານີ້, ພວກເຮົາຍັງຄົງໂອ້ລົມກ່ຽວກັບເນື້ອຫາທີ່ກ່ຽວຂ້ອງກັບ “ການປ່ອຍວາງ” ໃນ “ວິທີການໄລ່ຕາມເສາະຫາຄວາມຈິງ”, ໂດຍເວົ້າກ່ຽວກັບຫົວຂໍ້ໃຫຍ່ຂອງ “ການປ່ອຍວາງສິ່ງກີດຂວາງລະຫວ່າງຕົນເອງ ແລະ ພຣະເຈົ້າ ແລະ ຄວາມເປັນປໍລະປັກຂອງຕົນທີ່ມີຕໍ່ພຣະເຈົ້າ”. ດ້ານທຳອິດຂອງຫົວຂໍ້ນີ້ແມ່ນການປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຕົນກ່ຽວກັບພຣະເຈົ້າ. ໃນດ້ານນີ້, ພວກເຮົາໄດ້ໂອ້ລົມກ່ຽວກັບຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນກ່ຽວກັບວຽກງານຂອງພຣະເຈົ້າ, ເຊິ່ງກ່ຽວຂ້ອງກັບບັນຫາທີ່ຂ້ອນຂ້າງຊັບຊ້ອນ: ຄວາມແຕກຕ່າງລະຫວ່າງເງື່ອນໄຂຕິດຕົວມາ, ຄວາມເປັນມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມ. ມີລາຍລະອຽດຫຼາຍຢ່າງໃນເລື່ອງນີ້. ເມື່ອຜູ້ຄົນປະເຊີນກັບບັນຫາໃນຊີວິດປະຈຳວັນ, ພວກເຂົາມັກຈະສັບສົນກັບແນວຄວາມຄິດຢູ່ສະເໝີ ແລະ ບໍ່ສາມາດແຍກແຍະໄດ້ຢ່າງຊັດເຈນວ່າບັນຫາບາງຢ່າງນັ້ນຈັດຢູ່ໃນໝວດໝູ່ໃດກັນແທ້ ຫຼື ຈະຈຳແນກພວກມັນແນວໃດ. ຕົວຢ່າງ: ກ່ຽວກັບການສະແດງອອກບາງຢ່າງ, ຜູ້ຄົນບໍ່ສາມາດແຍກແຍະໄດ້ວ່າພວກມັນກ່ຽວຂ້ອງກັບຄວາມເປັນມະນຸດ ຫຼື ເງື່ອນໄຂຕິດຕົວມາ. ນອກຈາກນັ້ນ ສຳລັບການສະແດງອອກອື່ນໆບາງຢ່າງ, ຜູ້ຄົນກໍບໍ່ສາມາດບອກໄດ້ວ່າພວກມັນເປັນບັນຫາທີ່ກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມ ຫຼື ຄວາມເປັນມະນຸດ. ຜູ້ຄົນບໍ່ສາມາດແຍກແຍະເລື່ອງເຫຼົ່ານີ້ໄດ້. ຜູ້ຄົນມັກຈະຖືວ່າບັນຫາ ແລະ ຂໍ້ບົກຜ່ອງບາງຢ່າງຂອງເງື່ອນໄຂຕິດຕົວມາເປັນອຸປະນິໄສທີ່ເສື່ອມຊາມ ຫຼື ຖືວ່າຂໍ້ບົກຜ່ອງ ແລະ ບັນຫາບາງຢ່າງຂອງຄວາມເປັນມະນຸດເປັນອຸປະນິໄສທີ່ເສື່ອມຊາມ. ບາງຄັ້ງ ເຖິງແມ່ນວ່າມັນຈະເປັນການເປີດເຜີຍອຸປະນິໄສທີ່ເສື່ອມຊາມ, ໃນທາງກົງກັນຂ້າມ ພວກເຂົາພັດຖືວ່າມັນເປັນການເປີດເຜີຍເງື່ອນໄຂຕິດຕົວມາທີ່ບໍ່ສາມາດປ່ຽນແປງໄດ້. ສະນັ້ນ, ຜູ້ຄົນມັກຈະຮູ້ສຶກບໍ່ຊັດເຈນຫຼາຍກ່ຽວກັບບັນຫາຂອງເງື່ອນໄຂຕິດຕົວມາ, ຄວາມເປັນມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມໃນລະຫວ່າງຂະບວນການເຊື່ອໃນພຣະເຈົ້າ ແລະ ບໍ່ສາມາດແຍກແຍະພວກມັນໄດ້. ຄັ້ງທີ່ແລ້ວ, ພວກເຮົາໄດ້ໂອ້ລົມກ່ຽວກັບສ່ວນໜຶ່ງຂອງເລື່ອງນີ້ ແລະ ແນ່ນອນວ່າໄດ້ຍົກຕົວຢ່າງບາງອັນ ແຕ່ເຮົາຮູ້ສຶກວ່າມັນຍັງບໍ່ສະເພາະເຈາະຈົງພຽງພໍ. ມື້ນີ້ພວກເຮົາຈະຍົກເອົາບັນຫາທີ່ຢູ່ໃນສາມໝວດໝູ່ເຫຼົ່ານີ້ ແລະ ໂອ້ລົມກ່ຽວກັບບັນຫາເຫຼົ່ານັ້ນໃຫ້ສະເພາະເຈາະຈົງຫຼາຍຂຶ້ນ. ເຮົາຈະເວົ້າກ່ຽວກັບການສະແດງອອກ ແລະ ຕົວຢ່າງທີ່ສະເພາະເຈາະຈົງບາງອັນ ແລະ ຈາກນັ້ນພວກເຈົ້າກໍຈະແຍກແຍະວ່າພວກມັນຈັດຢູ່ໃນໝວດໝູ່ໃດ: ເງື່ອນໄຂຕິດຕົວມາ, ຄວາມເປັນມະນຸດ ຫຼື ອຸປະນິໄສທີ່ເສື່ອມຊາມ. ຖ້າພວກເຈົ້າບໍ່ສາມາດແຍກແຍະພວກມັນໄດ້, ພວກເຮົາກໍຈະຄົ້ນຄວ້າພວກມັນໄປພ້ອມກັນ. ແບບນັ້ນດີບໍ? (ດີ). ຄັ້ງທີ່ແລ້ວ, ພວກເຮົາໄດ້ໂອ້ລົມກັນໄປຫຼາຍພໍສົມຄວນກ່ຽວກັບເງື່ອນໄຂຕິດຕົວມາ, ສະນັ້ນ ການແຍກແຍະຂອງພວກເຈົ້າໃນເລື່ອງນີ້ກໍແນ່ນອນວ່າມີຄວາມຊັດເຈນຂຶ້ນແດ່ແລ້ວ. ເຖິງຢ່າງໃດກໍຕາມ, ຍັງມີບາງສິ່ງທີ່ຂ້ອນຂ້າງຢູ່ລະຫວ່າງກາງ ຫຼື ຄ້າຍຄືກັບດ້ານຕ່າງໆພາຍໃນຄວາມເປັນມະນຸດ ແລະ ຜູ້ຄົນກໍຍັງບໍ່ສາມາດແຍກແຍະໄດ້ວ່າພວກມັນຄວນຖືກຈັດຢູ່ໃນເງື່ອນໄຂຕິດຕົວມາ ຫຼື ຄວາມເປັນມະນຸດ. ເຮົາຈະສະເໜີການສະແດງອອກບາງຢ່າງ ຫຼື ພຶດຕິກຳ ແລະ ການກະທຳບາງຢ່າງ ແລະ ຈາກນັ້ນພວກເຈົ້າກໍຈະບອກວ່າພວກມັນຄວນຖືກຈັດຢູ່ໃນດ້ານໃດ. ຜົນປະໂຫຍດຂອງການໂອ້ລົມດ້ວຍວິທີນີ້ແມ່ນຫຍັງ? ຫຼັງຈາກທີ່ເຈົ້າຮູ້ວ່າການສະແດງອອກບາງຢ່າງຈັດຢູ່ໃນດ້ານໃດ, ເຈົ້າກໍຈະຮູ້ວິທີຮັບມືກັບມັນ ແລະ ວິທີຈັດການກັບມັນ.

6. ການສະແດງອອກຕ່າງໆຂອງເງື່ອນໄຂແຕ່ກຳເນີດ, ຄວາມເປັນມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມ

ຄວາມດຸໝັ່ນໃນການເຮັດສິ່ງຕ່າງໆ ແລະ ຄວາມຂີ້ຄ້ານ

ໃຫ້ພວກເຮົາເລີ່ມຕົ້ນດ້ວຍການສະແດງອອກປະການທຳອິດ: ການມີຄວາມດຸໝັ່ນໃນການເຮັດສິ່ງຕ່າງໆ, ເຊິ່ງໝາຍເຖິງຄົນໆໜຶ່ງທີ່ເຮັດວຽກໜັກຫຼາຍ. ສິ່ງນີ້ຈັດຢູ່ໃນດ້ານໃດ? (ນີ້ຄືການສະແດງອອກເຖິງຄວາມເປັນມະນຸດຂອງຄົນໆໜຶ່ງ). ແລ້ວສິ່ງນີ້ເປັນຂໍ້ດີ ຫຼື ຂໍ້ບົກຜ່ອງຂອງຄວາມເປັນມະນຸດ? (ຂໍ້ດີຂອງຄວາມເປັນມະນຸດ). ການມີຄວາມດຸໝັ່ນ ແລະ ການເຮັດວຽກໜັກຫຼາຍແມ່ນຂໍ້ດີຂອງຄວາມເປັນມະນຸດ. ການມັກຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະອາດ ແລະ ການຮັກສາສຸຂະອະນາໄມ, ນີ້ແມ່ນການສະແດງອອກປະເພດໃດ? (ຂໍ້ດີຂອງຄວາມເປັນມະນຸດ). (ນີ້ຄືນິໄສຂອງການດຳລົງຊີວິດທີ່ດີ, ມັນຈັດຢູ່ໃນເງື່ອນໄຂຕິດຕົວມາຂອງຄົນໆໜຶ່ງ). ມັນເປັນເງື່ອນໄຂຕິດຕົວມາບໍ? ນີ້ບໍ່ແມ່ນຂໍ້ດີ ແລະ ຈຸດແຂງຂອງຄວາມເປັນມະນຸດຂອງຄົນໆໜຶ່ງບໍ? (ແມ່ນແລ້ວ). ຫາກໍມີຄົນເວົ້າວ່າມັນເປັນເງື່ອນໄຂຕິດຕົວມາ; ສິ່ງນີ້ບໍ່ຖືກຕ້ອງ. ສິ່ງນີ້ກ່ຽວຂ້ອງກັບຄວາມເປັນມະນຸດຂອງຄົນໆໜຶ່ງ, ພ້ອມທັງເປັນນິໄສໃນການດຳລົງຊີວິດ; ແນ່ນອນວ່າມັນຍັງເປັນຂໍ້ດີ ແລະ ຈຸດແຂງຂອງຄວາມເປັນມະນຸດອີກດ້ວຍ. ການສະແດງອອກຕໍ່ໄປ: ບາງຄົນຂີ້ຄ້ານ; ພວກເຂົາມັກຄວາມສະດວກສະບາຍ ແລະ ກຽດຊັງການອອກແຮງງານ ແລະ ບໍ່ມັກເຮັດວຽກ. ເມື່ອບໍ່ໄດ້ເຮັດວຽກ, ພວກເຂົາກໍຮູ້ສຶກສະບາຍໃຈເປັນພິເສດ ແຕ່ເມື່ອພວກເຂົາເລີ່ມເຮັດວຽກ, ພວກເຂົາກໍອາລົມເສຍ, ພວກເຂົາກາຍເປັນຄົນຫງຸດຫງິດ, ຂີ້ລຳຄານ ແລະ ໃຈຮ້າຍ. ເມື່ອມີວຽກຕ້ອງເຮັດ, ພວກເຂົາກໍຈະຮູ້ສຶກເສື່ອຍຊາ, ບໍ່ມີແຮງ ແລະ ບໍ່ຢາກເຮັດວຽກ. ເຖິງຢ່າງໃດກໍຕາມ, ເມື່ອເວົ້າເຖິງການກິນ, ການດື່ມ ແລະ ການມີຄວາມສຸກ, ພວກເຂົາພັດມີແຮງຢ່າງລົ້ນເຫຼືອ. ຄວາມຂີ້ຄ້ານແມ່ນບັນຫາປະເພດໃດ? (ຄວາມເປັນມະນຸດທີ່ບໍ່ດີ). ຢ່າງໜ້ອຍທີ່ສຸດ, ນີ້ກໍຄືຂໍ້ບົກຜ່ອງຂອງຄວາມເປັນມະນຸດ, ເປັນຈຸດອ່ອນ ແລະ ເປັນບັນຫາທີ່ສຳຄັນໃນຄວາມເປັນມະນຸດ. ມັນຍັງບໍ່ເຖິງຂັ້ນຂອງຄວາມເປັນມະນຸດທີ່ບໍ່ດີ. ຖ້າຄົນແບບນັ້ນມັກສັ່ງການຄົນອື່ນ ແລະ ເອົາປຽບຜູ້ຄົນ, ໂດຍເຮັດໃຫ້ຄົນອື່ນເຮັດວຽກ ໃນຂະນະທີ່ຕົນເອງບໍ່ລົງມືເຮັດຫຍັງເລີຍ, ນີ້ແມ່ນບັນຫາປະເພດໃດ? (ຄວາມເປັນມະນຸດທີ່ບໍ່ດີ). ເມື່ອຖືກຂໍໃຫ້ເຮັດວຽກບາງຢ່າງ, ພວກເຂົາກໍຊອກຫາເຫດຜົນ ແລະ ຂໍ້ອ້າງທຸກຮູບແບບເພື່ອຫຼີກລ່ຽງວຽກນັ້ນ; ພວກເຂົາພຽງແຕ່ບໍ່ຢາກເຮັດວຽກ. ພວກເຂົາບໍ່ໄດ້ເວົ້າອອກມາຢ່າງເປີດເຜີຍ ແຕ່ພັດນຳໃຊ້ວິທີການ, ກົນອຸບາຍ ຫຼື ຄຳຕົວະ ແລະ ການຫຼອກລວງຕ່າງໆ, ໂດຍພະຍາຍາມເຮັດໃຫ້ຄົນອື່ນເຮັດວຽກ ໃນຂະນະທີ່ພວກເຂົາຫຼີກລ່ຽງມັນເພື່ອເພີດເພີນກັບຄວາມສະບາຍ. ນີ້ແມ່ນບັນຫາປະເພດໃດ? (ອຸປະນິໄສທີ່ເສື່ອມຊາມ, ອຸປະນິໄສທີ່ຊົ່ວຊ້າ). ມັນເປັນພຽງແຕ່ອຸປະນິໄສທີ່ເສື່ອມຊາມບໍ? ຄົນທີ່ມັກເອົາປຽບຄົນອື່ນ ແລະ ສັ່ງການຄົນອື່ນ, ກ່ອນອື່ນເລີຍ ພວກເຂົາຍ່ອມມີຄວາມເປັນມະນຸດທີ່ບໍ່ດີ ແລະ ມີລັກສະນະທີ່ຕ່ຳຊ້າ. ອັນທີສອງ, ວິທີການທີ່ມີເລ່ລ່ຽມຂອງພວກເຂົາໃນການສັ່ງການຄົນອື່ນໄດ້ເປີດໂປງອຸປະນິໄສທີ່ມີເລ່ລ່ຽມ ແລະ ຊົ່ວຊ້າຂອງພວກເຂົາ. ການສະແດງອອກຂອງພວກເຂົາໃນການມັກເອົາປຽບ ແລະ ສັ່ງການຄົນອື່ນ ສະແດງໃຫ້ເຫັນທັງການທີ່ພວກເຂົາມີຄວາມເປັນມະນຸດທີ່ບໍ່ດີ ແລະ ການທີ່ອຸປະນິໄສທີ່ເສື່ອມຊາມຂອງພວກເຂົານັ້ນຮ້າຍແຮງ ເຊິ່ງກໍຄືຄວາມເລ່ລ່ຽມ ແລະ ຊົ່ວຊ້າ. ເຈົ້າເຫັນບໍ, ການສະແດງອອກບາງຢ່າງພຽງແຕ່ສະທ້ອນໃຫ້ເຫັນເຖິງຄວາມເປັນມະນຸດທີ່ບໍ່ດີ ຫຼື ຂໍ້ບົກຜ່ອງບາງຢ່າງໃນຄວາມເປັນມະນຸດຂອງຄົນໆໜຶ່ງ ແລະ ຍັງບໍ່ເຖິງຂັ້ນຂອງອຸປະນິໄສທີ່ເສື່ອມຊາມ. ເຖິງຢ່າງໃດກໍຕາມ, ການສະແດງອອກບາງຢ່າງທີ່ອີງໃສ່ພື້ນຖານຂອງຄວາມເປັນມະນຸດທີ່ຕ່ຳຊ້າ ແມ່ນກ່ຽວຂ້ອງໂດຍກົງກັບອຸປະນິໄສທີ່ເສື່ອມຊາມ. ສະນັ້ນ, ບໍ່ມີການສະແດງອອກໃດທີ່ງ່າຍດາຍແບບນັ້ນ. ການສະແດງອອກບາງຢ່າງບໍ່ໄດ້ກ່ຽວຂ້ອງພຽງບັນຫາດຽວ ແຕ່ກ່ຽວຂ້ອງເຖິງສອງບັນຫາ.

ຄວາມຮັກສວຍຮັກງາມ

ຄວາມຮັກສວຍຮັກງາມຈັດຢູ່ໃນດ້ານໃດ? (ນີ້ຄືຂໍ້ບົກຜ່ອງຂອງຄວາມເປັນມະນຸດ). ຖືກຕ້ອງ, ນີ້ຄືຂໍ້ບົກຜ່ອງຂອງຄວາມເປັນມະນຸດ. ຖ້າມັນເປັນພຽງເລື່ອງຂອງການມັກແຕ່ງຕົວ, ເພື່ອເຮັດໃຫ້ຕົນເອງເບິ່ງງາມ ແລະ ມັກໄດ້ຮັບຄຳຍ້ອງຍໍວ່າເບິ່ງໜ້າຕາດີ, ງາມ, ຫຼໍ່ ຫຼື ເບິ່ງຍັງໜຸ່ມຍັງນ້ອຍ, ໂດຍຕ້ອງການໃຫ້ຄົນອື່ນມີຄວາມຄິດເຫັນທີ່ດີ ຫຼື ມີມຸມມອງທີ່ດີຕໍ່ຮູບລັກສະນະຂອງຕົນ, ແລ້ວສິ່ງນີ້ກໍຈຳກັດຢູ່ພຽງການເປັນບັນຫາຂອງຄວາມເປັນມະນຸດ. ມັນເປັນບັນຫາປະເພດໃດຂອງຄວາມເປັນມະນຸດ? ເຫັນໄດ້ຢ່າງຊັດເຈນວ່າມັນບໍ່ແມ່ນຂໍ້ດີ ແຕ່ເປັນຂໍ້ບົກຜ່ອງ. ບາງຄົນອາດຈະເວົ້າວ່າ “ທຸກຄົນລ້ວນແຕ່ຮັກໃນຄວາມງາມ, ສິ່ງນີ້ຈະເປັນຂໍ້ບົກຜ່ອງໄດ້ແນວໃດ?” ແລ້ວເປັນຫຍັງເຮົາຈຶ່ງເວົ້າວ່າຄວາມຮັກສວຍຮັກງາມເປັນຂໍ້ບົກຜ່ອງຂອງຄວາມເປັນມະນຸດ? ເນື່ອງຈາກຄວາມຮັກສວຍຮັກງາມເປັນຂໍ້ບົກຜ່ອງ, ການສະແດງອອກຂອງມັນຈຶ່ງບໍ່ເໝາະສົມ. ຄວາມ ຮັກສວຍຮັກງາມບໍ່ແມ່ນເລື່ອງຂອງການເຮັດໃຫ້ເບິ່ງເໝາະສົມ, ສະຫງ່າງາມ, ມີຄວາມສັດທາ ຫຼື ຈິງຈັງ, ເຊິ່ງເຮັດໃຫ້ຄົນອື່ນປະທັບໃຈໃນດ້ານຄວາມມີກຽດ ແລະ ຄວາມສຸພາບຮຽບຮ້ອຍ; ມັນບໍ່ໄດ້ຢູ່ໃນລະດັບຂອງການເຮັດໃຫ້ເບິ່ງເໝາະສົມ ໃນທາງກົງກັນຂ້າມ ມັນເກີນຂອບເຂດ ແລະ ຮ້າຍແຮງກວ່າການໃສ່ໃຈໃນການເຮັດໃຫ້ເບິ່ງເໝາະສົມ. ເມື່ອຜູ້ຄົນຮັກສວຍຮັກງາມ, ພວກເຂົາຈະໃສ່ໃຈເປັນພິເສດໃນການແຕ່ງຕົວ ແລະ ສະແດງຕົວຕົນຂອງຕົນເອງ, ເຮັດໃຫ້ຄົນອື່ນມາສົນໃຈຮູບລັກສະນະຂອງພວກເຂົາ ຈົນເຖິງຂັ້ນທີ່ບໍ່ຮູ້ຈັກອາຍເລີຍກໍວ່າໄດ້, ເວົ້າອີກຢ່າງໜຶ່ງກໍຄື ຄົນເຫຼົ່ານີ້ໄດ້ຮັບອິດທິພົນ ແລະ ຖືກບີບຄັ້ນໂດຍຮູບລັກສະນະໃນຫຼາຍໆເລື່ອງ. ນີ້ຄືຂໍ້ບົກຜ່ອງຂອງຄວາມເປັນມະນຸດ. ຕົວຢ່າງ: ບາງຄົນຮູ້ສຶກອາຍທີ່ຈະອອກໄປຂ້າງນອກໂດຍບໍ່ໄດ້ແຕ່ງໜ້າ. ພວກເຂົາຮູ້ສຶກອາຍທີ່ຈະໄປພົບຄົນອື່ນ ໂດຍທີ່ພວກເຂົາບໍ່ໄດ້ສີດນ້ຳຫອມໃສ່ຕົນເອງ. ພວກເຂົາມັກຈະຄຸ່ນຄິດຢູ່ກັບເລື່ອງເຫຼົ່ານີ້ຢູ່ສະເໝີ, ຕ້ອງການທີ່ຈະແຕ່ງຕົວຫຼາຍເກີນໄປຢູ່ສະເໝີ ເພື່ອເຮັດໃຫ້ຄົນອື່ນຊື່ນຊົມ ແລະ ມັກພວກເຂົາ. ນີ້ຄືການຮັກສວຍຮັກງາມຫຼາຍເກີນໄປ, ມາຮອດຈຸດນີ້ ມັນກໍກາຍເປັນຂໍ້ບົກຜ່ອງ. ຂໍ້ບົກຜ່ອງນີ້ໄດ້ເກີນຂອບເຂດ ແລະ ມາດຕະຖານທີ່ກຳນົດຂອງຄວາມເປັນມະນຸດທີ່ປົກກະຕິໄປແລ້ວ. ການ ຮັກສວຍຮັກງາມຫຼາຍເກີນໄປແມ່ນຂໍ້ບົກຜ່ອງຂອງຄວາມເປັນມະນຸດ. ນັ້ນຄືຂໍ້ສະຫຼຸບການໂອ້ລົມຂອງພວກເຮົາກ່ຽວກັບການສະແດງອອກນີ້.

ການມັກອອກໜ້າອອກຕາ

ການສະແດງອອກຕໍ່ໄປແມ່ນການມັກອອກໜ້າອອກຕາ. ນີ້ແມ່ນການສະແດງອອກປະເພດໃດ? (ມັນເປັນຂໍ້ບົກຜ່ອງຂອງຄວາມເປັນມະນຸດຂອງຄົນໆໜຶ່ງ; ມັນຄືການມັກສະເໜີໜ້າຕົນເອງອອກມາ, ການມັກໂອ້ອວດຕົນເອງ). ແລ້ວມີອຸປະນິໄສທີ່ເສື່ອມຊາມຢູ່ໃນສິ່ງນີ້ບໍ? (ມີ, ເພາະວ່າຖ້າຄົນໃດຄົນໜຶ່ງມັກອອກໜ້າອອກຕາ, ພວກເຂົາກໍຕ້ອງການໂອ້ອວດຕົນເອງ, ຕ້ອງການທີ່ຈະໂດດເດັ່ນ). ການມັກອອກໜ້າອອກຕາ ແລະ ຕ້ອງການສະແດງຕົວຕົນຢູ່ສະເໝີ, ນີ້ແມ່ນບັນຫາປະເພດໃດ? ມັນເປັນເພາະວ່າພວກເຂົາມີຄວາມສາມາດໃນການເປັນຜູ້ນຳ ຫຼື ເປັນເພາະວ່າພວກເຂົາເຂົ້າໃຈຄວາມຈິງ ແລະ ມີຄວາມຮູ້ສຶກແບກຮັບພາລະບໍ? ຖ້າພວກເຂົາມີຄວາມຮູ້ສຶກແບກຮັບພາລະ, ມີຄວາມສາມາດໃນການເຮັດວຽກ ແລະ ສາມາດແບກຮັບວຽກງານດ້ານໜຶ່ງໄດ້, ສິ່ງນີ້ກໍບໍ່ແມ່ນການມັກອອກໜ້າອອກຕາ. ແລ້ວການມັກອອກໜ້າອອກຕາແມ່ນບັນຫາປະເພດໃດ? ໃນດ້ານໜຶ່ງ, ມັນເປັນຂໍ້ບົກຜ່ອງຂອງຄວາມເປັນມະນຸດຂອງຄົນໆໜຶ່ງ. ຄົນປະເພດນີ້ມັກອອກໜ້າອອກຕາ. ບໍ່ວ່າພວກເຂົາຈະໄປໃສ ພວກເຂົາກໍມັກໂອ້ອວດຕົນເອງ, ຢ້ານວ່າຄົນອື່ນຈະເບິ່ງບໍ່ເຫັນພວກເຂົາ. ພວກເຂົາຍັງເວົ້າໃນລັກສະນະທີ່ໂອ້ອວດ, ເກີນຈິງ ແລະ ສຽງດັງອີກດ້ວຍ. ຍິ່ງມີຄົນຫຼາຍເທົ່າໃດ, ພວກເຂົາກໍຍິ່ງກະຕືລືລົ້ນທີ່ຈະເວົ້າຫຼາຍຂຶ້ນເທົ່ານັ້ນ, ໂດຍຕ້ອງການມີບ່ອນຢືນໃນທ່າມກາງຝູງຊົນຢູ່ສະເໝີ. ການມັກອອກໜ້າອອກຕາບໍ່ສາມາດຖືວ່າເປັນການສະແດງອອກຂອງຄວາມເປັນມະນຸດທີ່ບໍ່ດີ. ມັນບໍ່ໄດ້ກ່ຽວຂ້ອງກັບລັກສະນະຂອງຄົນໆໜຶ່ງ ແລະ ມັນເປັນພຽງຂໍ້ບົກຜ່ອງຂອງຄວາມເປັນມະນຸດ, ເປັນຈຸດອ່ອນ ຫຼື ບັນຫາປະເພດໜຶ່ງ. ເປັນຫຍັງເຮົາຈຶ່ງເວົ້າວ່າມັນເປັນຈຸດອ່ອນ ຫຼື ບັນຫາຂອງຄວາມເປັນມະນຸດ? ເພາະວ່າມັນເປັນການສະແດງອອກເຖິງການຂາດຄວາມສຳນຶກ. ຄົນເຫຼົ່ານີ້ສະແຫວງຫາການອອກໜ້າອອກຕາຢູ່ຕະຫຼອດເວລາ, ແຕ່ພວກເຂົາມີຄວາມສາມາດໃນການແບກຮັບວຽກງານໄດ້ແທ້ໆບໍ? ເປັນຫຍັງພວກເຂົາຈຶ່ງຕ້ອງການອອກໜ້າອອກຕາຢູ່ສະເໝີ? ມັນເປັນເພາະວ່າພວກເຂົາຖືກຂັບເຄື່ອນໂດຍຄວາມທະເຍີທະຍານ ແລະ ຄວາມປາຖະໜາບໍ? ມັນເປັນເພາະວ່າພວກເຂົາມັກສະຖານະ, ມັກການຖືກຍົກຍ້ອງ ແລະ ມັກເຮັດໃຫ້ຕົນເອງເປັນຈຸດສົນໃຈບໍ? ມັນເປັນເພາະວ່າພວກເຂົາມັກການມີບາລະມີໃນທ່າມກາງຜູ້ຄົນ, ມັກການຢູ່ເໜືອກວ່າຄົນອື່ນ ແລະ ມັກນຳພາຄົນອື່ນບໍ? (ແມ່ນແລ້ວ). ຄວາມເປັນມະນຸດຂອງຄົນປະເພດນີ້ບໍ່ໄດ້ຖືກເປີດໂປງອອກມາບໍ? ມັນເປັນຄວາມເປັນມະນຸດປະເພດໃດ? ມັນຂາດຄວາມສຳນຶກ. ນີ້ບໍ່ແມ່ນຂໍ້ບົກຜ່ອງຂອງຄວາມເປັນມະນຸດບໍ? (ແມ່ນແລ້ວ). ໃນດ້ານໜຶ່ງ, ມັນເປັນຂໍ້ບົກຜ່ອງຂອງຄວາມເປັນມະນຸດ. ໃນອີກດ້ານໜຶ່ງ, ຄົນປະເພດນີ້ບໍ່ພຽງແຕ່ສະເໜີໜ້າຕົນເອງອອກມາ ຫຼື ໂອ້ອວດຕົນເອງເປັນບາງຄັ້ງບາງຄາວເທົ່ານັ້ນ; ໃນທາງກົງກັນຂ້າມ ຍ້ອນວ່າພວກເຂົາຖືກຂັບເຄື່ອນໂດຍຄວາມທະເຍີທະຍານ ແລະ ຄວາມປາຖະໜາ, ມັກສະຖານະ, ອຳນາດ ແລະ ການມີສິດຊີ້ຂາດ, ພວກເຂົາຈຶ່ງມັກອອກໜ້າອອກຕາ. ສະນັ້ນ, ສິ່ງນີ້ບໍ່ໄດ້ກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມຄືກັນບໍ? (ແມ່ນແລ້ວ). ນີ້ແມ່ນອຸປະນິໄສທີ່ເສື່ອມຊາມປະເພດໃດ? (ອຸປະນິໄສທີ່ອວດດີ). ນີ້ຄືຄວາມອວດດີ. ພວກເຂົາມີສິດຫຍັງມາອອກໜ້າອອກຕາ? ພວກເຂົາມີສິດຫຍັງມາມີສິດຊີ້ຂາດ ແລະ ນຳພາຄົນອື່ນ? ບາງຄົນເວົ້າວ່າ “ຂ້ອຍເຂົ້າໃຈຄວາມຈິງ ແລະ ຂ້ອຍມີຄວາມຮູ້ສຶກແບກຮັບພາລະ”. ເຖິງແມ່ນວ່າເຈົ້າຈະມີຄວາມຮູ້ສຶກແບກຮັບພາລະກໍຕາມ, ມັນກໍຍັງຈຳເປັນຕ້ອງເບິ່ງວ່າເຈົ້າສາມາດເຮັດວຽກງານຕົວຈິງໄດ້ ຫຼື ບໍ່. ມັນບໍ່ແມ່ນວ່າພຽງແຕ່ຍ້ອນເຈົ້າມີຄວາມຮູ້ສຶກແບກຮັບພາລະ ແລະ ຢາກເຮັດມັນ, ແລ້ວເຈົ້າຈະສາມາດເຮັດມັນໃຫ້ດີໄດ້ແທ້ໆ. ມັນບໍ່ມີຄວາມກ່ຽວຂ້ອງທາງເຫດຜົນລະຫວ່າງສອງສິ່ງນີ້. ການຢາກເຮັດ ແລະ ການມັກເຮັດ ບໍ່ໄດ້ໝາຍຄວາມວ່າເຈົ້າສາມາດເຮັດໄດ້ ຫຼື ໝາຍຄວາມວ່າເຈົ້າມີຄວາມສາມາດໃນການເຮັດວຽກງານຜູ້ນຳ. ເຈົ້າມັກອອກໜ້າອອກຕາ, ເຈົ້າມັກສະຖານະ, ນັ້ນໝາຍຄວາມວ່າທຸກຄົນຕ້ອງເລືອກຕັ້ງເຈົ້າບໍ? ຫຼັກການໃນການເລືອກຕັ້ງຜູ້ນຳຂອງຄຣິສຕະຈັກແມ່ນຫຍັງ? (ມັນຕ້ອງອີງໃສ່ວ່າຄົນໆນັ້ນມີຄວາມສາມາດໃນການເຮັດວຽກ ຫຼື ບໍ່, ພວກເຂົາເປັນຄົນທີ່ໄລ່ຕາມເສາະຫາຄວາມຈິງ ຫຼື ບໍ່ ແລະ ພວກເຂົາເປັນຄົນທີ່ຖືກຕ້ອງ ຫຼື ບໍ່). ຢ່າງໜ້ອຍທີ່ສຸດ, ເຈົ້າຕ້ອງເປັນຄົນທີ່ຖືກຕ້ອງ. ເຈົ້າຕ້ອງມີຄວາມເຂົ້າໃຈຝ່າຍວິນຍານ, ມີຄວາມສາມາດໃນການຢັ່ງຮູ້ຄວາມຈິງ ແລະ ຍັງຕ້ອງມີຄວາມສາມາດໃນການເຮັດວຽກອີກດ້ວຍ. ເມື່ອນັ້ນເຈົ້າຈຶ່ງຈະເຂົ້າເກນເງື່ອນໄຂສຳລັບການຖືກບົ່ມເພາະ ແລະ ກາຍເປັນຜູ້ສະໝັກສຳລັບການບົ່ມເພາະ. ເຈົ້າຕ້ອງເຂົ້າເກນເງື່ອນໄຂທັງໝົດເຫຼົ່ານີ້. ຖ້າເຈົ້າບໍ່ເຂົ້າເກນເງື່ອນໄຂໃດໆເຫຼົ່ານີ້, ທຸກຄົນຈະເລືອກຕັ້ງເຈົ້າໃຫ້ເປັນຜູ້ນຳພຽງແຕ່ຍ້ອນວ່າເຈົ້າມັກອອກໜ້າອອກຕາບໍ? ສິ່ງນັ້ນຈະບໍ່ມີທາງເກີດຂຶ້ນເລີຍ. ສະນັ້ນ ຖ້າເຈົ້າມັກອອກໜ້າອອກຕາຢູ່ສະເໝີ, ມັກໂອ້ອວດຕົນເອງຢູ່ສະເໝີ, ນີ້ບໍ່ແມ່ນຄວາມອວດດີບໍ? (ແມ່ນແລ້ວ). ມັນຄືຄວາມອວດດີ ແລະ ການປະເມີນຕົນເອງສູງເກີນໄປ. ຄວາມອວດດີ, ຈາກມຸມມອງຂອງຄວາມເປັນມະນຸດແລ້ວ, ມັນຄືການຂາດຄວາມສຳນຶກ. ຖ້າວັດແທກດ້ວຍຄວາມຈິງ, ນີ້ຄືອຸປະນິໄສທີ່ເສື່ອມຊາມ ແລະ ມັນເປັນອຸປະນິໄສແບບຊາຕານ. ການສະແດງອອກຂອງການມັກອອກໜ້າອອກຕາເປັນທັງຂໍ້ບົກຜ່ອງຂອງຄວາມເປັນມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມ, ເຊິ່ງກ່ຽວຂ້ອງກັບສອງບັນຫາເຊັ່ນກັນ. ເຖິງແມ່ນວ່າການມັກອອກໜ້າອອກຕາຈະບໍ່ເຖິງຂັ້ນຂອງການມີຄວາມເປັນມະນຸດທີ່ຕ່ຳຕ້ອຍ ຫຼື ບໍ່ດີ, ແຕ່ມັນກໍຍັງເປັນການສະແດງອອກທີ່ສະເພາະເຈາະຈົງຂອງການຂາດຄວາມສຳນຶກ ແລະ ຍັງເປັນການສະແດງອອກຂອງອຸປະນິໄສທີ່ອວດດີອີກດ້ວຍ. ຖ້າຄົນໆໜຶ່ງພຽງແຕ່ມັກອອກໜ້າອອກຕາ ແລະ ພວກເຂົາບໍ່ໄດ້ກົດຂີ່ ຫຼື ທໍລະມານຜູ້ຄົນ ແລະ ພວກເຂົາບໍ່ໄດ້ໃຊ້ວິທີການຂອງຄົນຊົ່ວຮ້າຍ ເພື່ອສ້າງຄວາມແຕກແຍກ ຫຼື ສ້າງພັກສ້າງພວກ, ແລ້ວນັ້ນກໍເປັນພຽງຂໍ້ບົກຜ່ອງຂອງຄວາມເປັນມະນຸດຂອງພວກເຂົາເທົ່ານັ້ນ. ເຖິງຢ່າງໃດກໍຕາມ, ຖ້າພວກເຂົາສະແດງເຖິງການສະແດງອອກຂອງຄົນຊົ່ວຮ້າຍ ຫຼື ຜູ້ຕໍ່ຕ້ານພຣະຄຣິສ ແລະ ຍັງມີສ່ວນຮ່ວມໃນການກະທຳທີ່ຊົ່ວຮ້າຍບາງຢ່າງ, ແລ້ວຂໍ້ບົກຜ່ອງຂອງຄວາມເປັນມະນຸດນີ້ກໍຈະຮ້າຍແຮງຂຶ້ນ, ມັນຈະກາຍເປັນຫຍັງ? ຄວາມເປັນມະນຸດທີ່ຕ່ຳຕ້ອຍ, ບໍ່ດີ ແລະ ຊົ່ວຮ້າຍ, ດ້ານເຫຼົ່ານີ້ຖືກນຳໃຊ້ເພື່ອກຳນົດລັກສະນະຄວາມເປັນມະນຸດດັ່ງກ່າວ. ນອກຈາກນີ້, ການສະແດງອອກຂອງອຸປະນິໄສທີ່ເສື່ອມຊາມທີ່ຄົນດັ່ງກ່າວເປີດເຜີຍນັ້ນ ລວມມີທັງຄວາມອວດດີ ແລະ ຄວາມໂຫດຮ້າຍ; ແນ່ນອນວ່າຍັງມີການສະແດງອອກທີ່ສະເພາະເຈາະຈົງອື່ນອີກດ້ວຍ. ສະນັ້ນ, ຄວາມເປັນມະນຸດຂອງຄົນດັ່ງກ່າວຄວນຖືກກຳນົດລັກສະນະ ໂດຍອີງໃສ່ລະດັບທີ່ພວກເຂົາເປີດເຜີຍອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້. ຖ້າພວກເຂົາພຽງແຕ່ມັກອອກໜ້າອອກຕາ ແລະ ພວກເຂົາບໍ່ໄດ້ສະແດງໃຫ້ເຫັນເຖິງການສະແດງອອກຂອງຄວາມເປັນມະນຸດທີ່ຊົ່ວຮ້າຍ, ໂດຍປາສະຈາກການກົດຂີ່ ຫຼື ການທໍລະມານຜູ້ຄົນ, ປາສະຈາກການສ້າງພັກສ້າງພວກ ແລະ ການສ້າງລາຊະອານາຈັກເອກະລາດຢ່າງລັບໆ ຫຼື ການນຳໃຊ້ວິທີການທີ່ບໍ່ຖືກຕ້ອງເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ເຮັດໃຫ້ພວກເຂົາເຊື່ອຟັງ, ແລ້ວການມັກອອກໜ້າອອກຕານີ້ກໍເປັນພຽງຂໍ້ບົກຜ່ອງຂອງຄວາມເປັນມະນຸດ. ແຕ່ຫຼັງຈາກທີ່ການກະທຳທີ່ຊົ່ວຮ້າຍດັ່ງກ່າວໄດ້ຖືກກະທຳໄປແລ້ວ, ສິ່ງນີ້ກໍບໍ່ແມ່ນພຽງແຕ່ຂໍ້ບົກຜ່ອງຂອງຄວາມເປັນມະນຸດອີກຕໍ່ໄປ. ແລ້ວມັນເປັນບັນຫາປະເພດໃດ? (ມັນຄືຄວາມເປັນມະນຸດທີ່ຕໍ່າຕ້ອຍ, ບໍ່ດີ ແລະ ຊົ່ວຮ້າຍ). ຖືກຕ້ອງແລ້ວ. ມັນບໍ່ແມ່ນພຽງແຕ່ຂໍ້ບົກຜ່ອງຂອງຄວາມເປັນມະນຸດອີກຕໍ່ໄປ, ໃນທາງກົງກັນຂ້າມ ມັນຄືຄວາມເປັນມະນຸດທີ່ຊົ່ວຮ້າຍ. ການມັກອອກໜ້າອອກຕາເປັນພຽງຂໍ້ບົກຜ່ອງຂອງຄວາມເປັນມະນຸດ. ຖ້າຄົນດັ່ງກ່າວມີຄວາມເຂົ້າໃຈຝ່າຍວິນຍານ, ມີຂີດຄວາມສາມາດໃນລະດັບໜຶ່ງ ແລະ ມີຄວາມສາມາດໃນການເຮັດວຽກ, ພວກເຈົ້າຈະເລືອກຄົນເຫຼົ່ານັ້ນເປັນຜູ້ນຳບໍ? (ເລືອກ). ເປັນຫຍັງພວກເຈົ້າຈຶ່ງຈະເລືອກພວກເຂົາ? (ເພາະວ່າພວກເຂົາບໍ່ແມ່ນຄົນຊົ່ວຮ້າຍ). ການມັກອອກໜ້າອອກຕາຂອງພວກເຂົາເປັນພຽງການເປີດເຜີຍຂອງອຸປະນິໄສທີ່ເສື່ອມຊາມ. ບໍ່ມີອົງປະກອບຂອງຄວາມຊົ່ວຮ້າຍໃນການມັກອອກໜ້າອອກຕາຂອງພວກເຂົາ ແລະ ພວກເຂົາກໍບໍ່ແມ່ນຄົນຊົ່ວຮ້າຍ. ຕາບໃດທີ່ພວກເຂົາເຂົ້າເກນເງື່ອນໄຂສຳລັບການເປັນຜູ້ນຳ, ພວກເຂົາກໍສາມາດໄດ້ຮັບການເລືອກຕັ້ງ ແລະ ໄດ້ຮັບການບົ່ມເພາະຕໍ່ໄປ. ເຖິງແມ່ນວ່າການມັກອອກໜ້າອອກຕາຈະເປັນການສະແດງອອກເຖິງການມີຄວາມສຳນຶກທີ່ຕ່ຳໃນຄວາມເປັນມະນຸດກໍຕາມ, ແຕ່ເນື່ອງຈາກວ່າພວກເຂົາສາມາດເຮັດວຽກໄດ້, ມີຄວາມສາມາດໃນການເຮັດວຽກ, ມີຄວາມເຂົ້າໃຈຝ່າຍວິນຍານ, ມີຄວາມສາມາດໃນການຢັ່ງຮູ້ຄວາມຈິງ ແລະ ນອກຈາກນັ້ນ ພວກເຂົາຍັງເຕັມໃຈທີ່ຈະເຮັດວຽກບາງຢ່າງ ແລະ ເປັນຜູ້ກຳກັບດູແລ, ພວກເຂົາກໍສາມາດໄດ້ຮັບການເລືອກຕັ້ງ. ເປັນຫຍັງພວກເຂົາຈຶ່ງສາມາດໄດ້ຮັບການເລືອກຕັ້ງ? ເພາະວ່າຄວາມເປັນມະນຸດຂອງພວກເຂົາໄດ້ມາດຕະຖານ, ເຊັ່ນດຽວກັບຂີດຄວາມສາມາດຂອງພວກເຂົາ. ຕາບໃດທີ່ພວກເຂົາບໍ່ແມ່ນຄົນຊົ່ວຮ້າຍ ຫຼື ຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາຈະບໍ່ທໍລະມານ ຫຼື ກົດຂີ່ຜູ້ຄົນ ແລະ ພວກເຂົາຈະບໍ່ພະຍາຍາມສ້າງລາຊະອານາຈັກເອກະລາດ, ພວກເຂົາກໍສາມາດໄດ້ຮັບການເລືອກຕັ້ງໃຫ້ເປັນຜູ້ນຳ. ແຕ່ຖ້າການມັກອອກໜ້າອອກຕາຂອງພວກເຂົາມີອົງປະກອບຂອງຄວາມເປັນມະນຸດທີ່ຊົ່ວຮ້າຍ, ຄົນດັ່ງກ່າວຄວນໄດ້ຮັບການເລືອກຕັ້ງບໍ? (ບໍ່). ກ່ອນທີ່ພວກເຂົາຈະໄດ້ຮັບການເລືອກຕັ້ງໃຫ້ເປັນຜູ້ນຳ, ພວກເຂົາກໍຈະເລີ່ມນຳໃຊ້ວິທີການທີ່ຄົດໂກງແລ້ວ, ໂດຍການສ້າງພັກສ້າງພວກຢ່າງລັບໆ ແລະ ການແຊກແຊງການລົງຄະແນນສຽງ. ເພື່ອບັນລຸເປົ້າໝາຍຂອງພວກເຂົາ, ພວກເຂົາໄດ້ໃຊ້ກົນອຸບາຍທີ່ບໍ່ໂປ່ງໃສ ແລະ ພວກເຂົາເຖິງຂັ້ນສາມາດປັ້ນແຕ່ງຂ່າວລືທີ່ບໍ່ມີມູນຄວາມຈິງ ແລະ ເວົ້າໃນແງ່ຮ້າຍກ່ຽວກັບຄົນດີບາງຄົນທີ່ຂ້ອນຂ້າງເອົາຈິງເອົາຈັງໃນການໄລ່ຕາມເສາະຫາຄວາມຈິງ ແລະ ປະຕິບັດໜ້າທີ່ຂອງພວກເຂົາ. ພວກເຂົາເຮັດຫຼາຍສິ່ງທີ່ຂັດກັບຄວາມຈິງ ແລະ ສິນລະທຳຂອງມະນຸດ, ໂດຍກະທຳການກະທຳທີ່ຊົ່ວຮ້າຍບາງຢ່າງ. ພວກເຈົ້າສາມາດເລືອກຕັ້ງຄົນດັ່ງກ່າວເປັນຜູ້ນຳໄດ້ບໍ? (ບໍ່ໄດ້). ເປັນຫຍັງຈຶ່ງບໍ່ໄດ້? (ເພາະວ່າຄວາມເປັນມະນຸດຂອງພວກເຂົາຊົ່ວຮ້າຍ). ໃຫ້ເວົ້າຢ່າງສະເພາະເຈາະຈົງກໍຄື ມັນເປັນເພາະວ່າພວກເຂົາເປັນຄົນຊົ່ວຮ້າຍ; ພວກເຂົາບໍ່ເຂົ້າເກນຂອງຫຼັກການໃນການໃຊ້ງານຄົນຂອງເຮືອນຂອງພຣະເຈົ້າ. ເຮືອນຂອງພຣະເຈົ້າບໍ່ໃຊ້ງານຄົນຊົ່ວຮ້າຍ. ຜົນທີ່ຈະຕາມມາແມ່ນຫຍັງ ຖ້າປະຊາກອນທີ່ພຣະເຈົ້າເລືອກຕົກໄປຢູ່ໃນມືຂອງຄົນຊົ່ວຮ້າຍ? ຢ່າງໜຶ່ງກໍຄື ພວກເຂົາຈະຖືກທໍລະມານ ແລະ ຖືກກົດຂີ່. ອີກຢ່າງໜຶ່ງກໍຄື ຄຣິສຕະຈັກຈະກະຈັດກະຈາຍບໍ່ເປັນກຸ່ມເປັນກ້ອນ ແລະ ກາຍເປັນບໍ່ມີລະບຽບ. ໃນກໍລະນີນີ້, ເຈົ້າຈະບໍ່ໄດ້ປະຕິບັດໜ້າທີ່ຂອງເຈົ້າ ແຕ່ຈະໄດ້ຮັບໃຊ້ຄົນຊົ່ວຮ້າຍ, ຖືກຄວບຄຸມໂດຍຄົນຊົ່ວຮ້າຍ ແລະ ໄດ້ຕິດຕາມຄົນຊົ່ວຮ້າຍ. ຜົນທີ່ຈະຕາມມາຂອງສິ່ງນີ້ແມ່ນຫຍັງ? ຄວາມຫວັງຂອງເຈົ້າໃນການໄດ້ຮັບຄວາມລອດພົ້ນກໍຈະຖືກທຳລາຍ. ຕອນນີ້ພວກເຈົ້າເຂົ້າໃຈແລ້ວບໍ? (ເຂົ້າໃຈແລ້ວ). ສະນັ້ນ, ຖ້າຄົນສອງຄົນລ້ວນແຕ່ມັກອອກໜ້າອອກຕາ ແລະ ທັງສອງລ້ວນແຕ່ມີອຸປະນິໄສທີ່ເສື່ອມຊາມອວດດີ, ພວກເຈົ້າຈະເລືອກຄົນໃດຄົນໜຶ່ງໃຫ້ເປັນຜູ້ນຳໂດຍອີງໃສ່ພື້ນຖານຫຍັງ? (ອີງໃສ່ພື້ນຖານຄວາມເປັນມະນຸດຂອງພວກເຂົາ). ຖືກຕ້ອງແລ້ວ, ອີງໃສ່ພື້ນຖານຄວາມເປັນມະນຸດຂອງພວກເຂົາ. ການເປີດເຜີຍຂອງອຸປະນິໄສທີ່ເສື່ອມຊາມຕ່າງໆ ເຊັ່ນ: ຄວາມອວດດີ, ຄວາມເລ່ລ່ຽມ ແລະ ຄວາມຫົວແຂງ ແມ່ນສິ່ງທີ່ພົບເຫັນໄດ້ທົ່ວໄປ; ທຸກຄົນລ້ວນແຕ່ຄືກັນໝົດໃນເລື່ອງນີ້. ແລ້ວຄວາມແຕກຕ່າງຢູ່ບ່ອນໃດ? ຢູ່ໃນຄວາມເປັນມະນຸດຂອງຜູ້ຄົນ. ເບິ່ງຈາກພາຍນອກແລ້ວ, ບາງຄົນກໍບໍ່ມີການຢັບຢັ້ງຫຼາຍກວ່າ, ໃນຂະນະທີ່ບາງຄົນກໍສະຫງວນຕົວຫຼາຍກວ່າ; ບາງຄົນກໍຂ້ອນຂ້າງເບົາປັນຍາ ແລະ ເຮັດແບບພໍເປັນພິທີ, ໃນຂະນະທີ່ຄົນອື່ນກໍຂ້ອນຂ້າງສະຫຼາດ ແລະ ລະອຽດຮອບຄອບ. ບາງຄົນກໍມັກເຂົ້າສັງຄົມ ແລະ ເບີກບານມ່ວນຊື່ນຫຼາຍກວ່າ, ໃນຂະນະທີ່ຄົນອື່ນກໍມັກເກັບຕົວຫຼາຍກວ່າ. ການສະແດງອອກພາຍນອກຂອງບຸກຄະລິກຂອງຜູ້ຄົນນັ້ນແຕກຕ່າງກັນ ແລະ ແກ່ນແທ້ຄວາມເປັນມະນຸດຂອງພວກເຂົາກໍບໍ່ຄືກັນຢ່າງແນ່ນອນ. ບາງຄົນມີຂອບເຂດຂອງສະຕິຮູ້ສຶກຜິດຊອບ ແລະ ສິນລະທຳ, ໃນຂະນະທີ່ຄົນອື່ນບໍ່ມີ. ບາງຄົນເຖິງຂັ້ນຊົ່ວຮ້າຍ, ໄຮ້ຄວາມປານີ ແລະ ໂຫດຮ້າຍ, ພວກເຂົາຂ້າຄົນໂດຍບໍ່ກະພິບຕາ ແລະ ກືນກິນຜູ້ຄົນທັງກະດູກ. ພວກເຂົາສາມາດເຮັດໄດ້ທຸກຢ່າງ. ສະນັ້ນ, ສຳລັບຄົນຊົ່ວຮ້າຍແລ້ວ, ການທໍລະມານຄົນອື່ນບໍ່ແມ່ນເລື່ອງໃຫຍ່ສຳລັບພວກເຂົາເລີຍ. ຖ້າພວກເຈົ້າຕົກໄປຢູ່ໃນມືຂອງຄົນຊົ່ວຮ້າຍ, ວັນເວລາທີ່ດີຂອງພວກເຈົ້າກໍຈະສິ້ນສຸດລົງ ແລະ ຫຼັງຈາກນັ້ນ ພວກເຈົ້າກໍຈະໃຊ້ຊີວິດຢູ່ໃນຄວາມມືດ. ຖ້າຄົນໃດໜຶ່ງຕົກໄປຢູ່ໃນມືຂອງຄົນຊົ່ວຮ້າຍ, ມັນກໍຄືກັນກັບການຕົກໄປຢູ່ໃນມືຂອງພະຍານາກໃຫຍ່ສີແດງ. ພວກເຈົ້າເຄີຍມີປະສົບການກັບສິ່ງນີ້ບໍ? (ເຄີຍ). ການສະແດງອອກທີ່ໂດດເດັ່ນ ແລະ ຊັດເຈນທີ່ສຸດຂອງຄົນຊົ່ວຮ້າຍໃນແງ່ຂອງຄວາມເປັນມະນຸດຂອງພວກເຂົາກໍຄື ຄວາມຊົ່ວຮ້າຍ, ຄວາມໂຫດຮ້າຍ, ຄວາມໄຮ້ປານີ, ການບໍ່ມີຂອບເຂດທາງສິນລະທຳ ແລະ ການບໍ່ມີມາດຕະຖານຂອງສະຕິຮູ້ສຶກຜິດຊອບ. ເມື່ອຕັດສິນຈາກທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະເຈົ້າ ແລະ ຕໍ່ຄວາມຈິງແລ້ວ, ພວກເຂົາບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າເລີຍ. ພວກເຂົາກ້າເຮັດໃນສິ່ງທີ່ບໍ່ສົມຄວນ ແລະ ບ້າບິ່ນ, ກ້າເຮັດທຸກຢ່າງ, ໂດຍບໍ່ມີຂອບເຂດຂອງສະຕິຮູ້ສຶກຜິດຊອບ. ກ່ຽວກັບຄວາມຈິງ, ພວກເຂົາບໍ່ຍອມຮັບມັນແມ່ນແຕ່ໜ້ອຍດຽວ. ເບິ່ງຈາກພາຍນອກແລ້ວ, ພວກເຂົາສາມາດເຮັດວຽກໜັກ ແລະ ອົດທົນຕໍ່ຄວາມຍາກລຳບາກໃນໜ້າທີ່ຂອງພວກເຂົາ ແລະ ພວກເຂົາຍັງສາມາດໃຫ້ທານໄດ້ອີກດ້ວຍ. ເຖິງຢ່າງໃດກໍຕາມ, ພວກເຂົາບໍ່ມີຄວາມຢຳເກງແມ່ນແຕ່ໜ້ອຍດຽວໃນວິທີທີ່ພວກເຂົາປະຕິບັດຕໍ່ພຣະເຈົ້າ ແລະ ຄວາມຈິງ. ເມື່ອໃດກໍຕາມທີ່ເວົ້າເຖິງການເປັນພະຍານໃຫ້ກັບພຣະເຈົ້າ, ການເປັນພະຍານໃຫ້ກັບພຣະເຈົ້າທີ່ບັງເກີດເປັນມະນຸດ, ການເປັນພະຍານໃຫ້ກັບອັດຕະລັກ ແລະ ແກ່ນແທ້ຂອງພຣະເຈົ້າ, ການເປັນພະຍານໃຫ້ກັບການກະທຳຂອງພຣະເຈົ້າ ຫຼື ການເປັນພະຍານໃຫ້ກັບວິທີທີ່ພຣະເຈົ້າຈ່າຍລາຄາສຳລັບມະນຸດຊາດ ແລະ ວິທີທີ່ພຣະເຈົ້າໃຊ້ເລືອດຂອງຫົວໃຈຂອງພຣະອົງ ແລະ ຊີວິດຂອງພຣະອົງເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ, ພວກເຂົາກໍບໍ່ມີຫຍັງຈະເວົ້າ ແລະ ບໍ່ຢາກເວົ້າ. ໃນໃຈຂອງພວກເຂົາ, ພວກເຂົາລັງກຽດພຣະເຈົ້າ. ແຕ່ເມື່ອພວກເຂົາເປັນພະຍານໃຫ້ກັບຕົນເອງ, ພວກເຂົາມີຫຼາຍສິ່ງທີ່ຈະເວົ້າ ແລະ ເວົ້າຢ່າງບໍ່ມີວັນສິ້ນສຸດ. ການມັກອອກໜ້າອອກຕາເປັນພຽງຂໍ້ບົກຜ່ອງຂອງຄວາມເປັນມະນຸດ. ຖ້າຄົນດັ່ງກ່າວບໍ່ກະທຳຄວາມຊົ່ວຮ້າຍ ແລະ ມີຂອບເຂດຂອງສະຕິຮູ້ສຶກຜິດຊອບ ແລະ ສິນລະທຳ, ແລ້ວຕາບໃດທີ່ພວກເຂົາສາມາດເຂົ້າໃຈຄວາມຈິງບາງຢ່າງ, ໂດຍທົ່ວໄປແລ້ວ ພວກເຂົາກໍສາມາດປະເມີນເລື່ອງຕ່າງໆຕາມຂອບເຂດຂອງສະຕິຮູ້ສຶກຜິດຊອບຂອງພວກເຂົາໄດ້; ສະຕິຮູ້ສຶກຜິດຊອບຂອງພວກເຂົາເຮັດວຽກຢູ່. ຕົວຢ່າງ: ຖ້າພວກເຂົາພົບຄົນຕ່າງເພດທີ່ຖືກໃຈພວກເຂົາ ແລະ ຕ້ອງການເຂົ້າຫາຄົນເຫຼົ່ານັ້ນ, ເນື່ອງຈາກພວກເຂົາມີຂອບເຂດຂອງສະຕິຮູ້ສຶກຜິດຊອບໃນຄວາມເປັນມະນຸດຂອງພວກເຂົາ ແລະ ມີຄວາມຮູ້ສຶກເຖິງຄວາມສຸດຈະລິດ ແລະ ຄວາມອັບອາຍ, ພວກເຂົາກໍຈະຢັບຢັ້ງຕົນເອງຢ່າງເປັນທຳມະຊາດ. ເຖິງຢ່າງໃດກໍຕາມ, ຄົນຊົ່ວຮ້າຍບໍ່ສົນໃຈເລື່ອງດັ່ງກ່າວ. ຖ້າພວກເຂົາມັກໃຜ, ພວກເຂົາກໍຈະເຂົ້າຫາຄົນນັ້ນໂດຍການບັງຄັບ; ຖ້າອີກຝ່າຍບໍ່ຍິນຍອມ, ພວກເຂົາກໍຈະຄິດຫາວິທີການທຸກຮູບແບບເພື່ອທໍລະມານ, ປາບປາມ ຫຼື ສ້າງບັນຫາໃຫ້ກັບຄົນເຫຼົ່ານັ້ນ. ຄົນທີ່ມີຂອບເຂດຂອງສະຕິຮູ້ສຶກຜິດຊອບຈະຖືກຢັບຢັ້ງໂດຍສະຕິຮູ້ສຶກຜິດຊອບຂອງພວກເຂົາ; ມີການກະທຳຜິດບາງຢ່າງທີ່ພວກເຂົາຈະບໍ່ກະທຳ ແລະ ມີເສັ້ນບາງເສັ້ນທີ່ພວກເຂົາຈະບໍ່ຂ້າມ ເພາະວ່າພວກເຂົາມີຄວາມຮູ້ສຶກເຖິງຄວາມສຸດຈະລິດ ແລະ ຄວາມອັບອາຍ. ຖ້າພວກເຂົາເຂົ້າໃຈຄວາມຈິງ ແລະ ການຍອມຮັບຄວາມຈິງຂອງພວກເຂົາຂ້ອນຂ້າງເລິກເຊິ່ງ ແລະ ເຂັ້ມແຂງ, ພວກເຂົາກໍຈະມີຫົວໃຈທີ່ຢຳເກງພຣະເຈົ້າ. ເພາະວ່າພວກເຂົາຢ້ານກົວ ແລະ ຢຳເກງພຣະເຈົ້າ, ໂດຍທົ່ວໄປແລ້ວ ພວກເຂົາຈະບໍ່ຂ້າມເສັ້ນບາງເສັ້ນ. ສະນັ້ນ, ການມີຄົນທີ່ມີຂອບເຂດຂອງສະຕິຮູ້ສຶກຜິດຊອບເປັນຜູ້ນຳຈຶ່ງເປັນປະໂຫຍດຫຼາຍສຳລັບພວກເຈົ້າ. ຢ່າງໜ້ອຍທີ່ສຸດ, ພວກເຂົາກໍຈະບໍ່ທຳຮ້າຍເຈົ້າ, ແຮງໄກທີ່ຈະຂັດຂວາງເຈົ້າ ຫຼື ເປັນອັນຕະລາຍຕໍ່ເຈົ້າ ແລະ ພວກເຂົາຍັງສາມາດໃຫ້ການສະໜອງ ແລະ ຄວາມຊ່ວຍເຫຼືອບາງຢ່າງແກ່ພວກເຈົ້າໄດ້ອີກດ້ວຍ. ເຖິງຢ່າງໃດກໍຕາມ, ຄົນຊົ່ວຮ້າຍນັ້ນແຕກຕ່າງກັນ. ພວກເຂົາບໍ່ພຽງແຕ່ໃຊ້ຄຳເວົ້າເພື່ອເຮັດໃຫ້ເຈົ້າຫຼົງຜິດເທົ່ານັ້ນ; ພວກເຂົາຍັງນຳໃຊ້ວິທີການຕ່າງໆເພື່ອທໍລະມານເຈົ້າ, ກົດຂີ່ເຈົ້າ ແລະ ຢຽບຍ່ຳເຈົ້າອີກດ້ວຍ. ຖ້າເຈົ້າບໍ່ເຊື່ອຟັງພວກເຂົາ, ບໍ່ຟັງພວກເຂົາ ຫຼື ມີການໂຕ້ຖຽງກັບພວກເຂົາກ່ຽວກັບບາງສິ່ງບາງຢ່າງ, ພວກເຂົາຈະບໍ່ພຽງແຕ່ໂຈມຕີເຈົ້າເທົ່ານັ້ນ ແຕ່ຍັງຈະປະນາມເຈົ້າ, ເຮັດໃຫ້ເຈົ້າອັບອາຍ ແລະ ເຖິງຂັ້ນສະແຫວງຫາທີ່ຈະປາບປາມເຈົ້າອີກດ້ວຍ. ດ້ວຍວິທີນີ້, ເຈົ້າກໍຈະຕົກໄປຢູ່ໃນກຳມືຂອງພວກເຂົາຢ່າງສິ້ນເຊີງ. ຄວາມແຕກຕ່າງທີ່ໃຫຍ່ທີ່ສຸດລະຫວ່າງມະນຸດທີ່ເສື່ອມຊາມທຳມະດາ ແລະ ຄົນຊົ່ວຮ້າຍແມ່ນຢູ່ທີ່ວ່າຄວາມເປັນມະນຸດຂອງພວກເຂົາດີ ຫຼື ຊົ່ວຮ້າຍ ແລະ ສະຕິຮູ້ສຶກຜິດຊອບຂອງພວກເຂົາເຮັດວຽກ ຫຼື ບໍ່. ຄົນຊົ່ວຮ້າຍບໍ່ມີສະຕິຮູ້ສຶກຜິດຊອບ, ສະນັ້ນ ພວກເຂົາຈຶ່ງບໍ່ມີຄວາມຮູ້ສຶກຂອງຄວາມສຸດຈະລິດ ຫຼື ຄວາມອັບອາຍ ແລະ ສາມາດກະທຳການກະທຳທີ່ບໍ່ດີໄດ້ທຸກປະເພດ. ມະນຸດທີ່ເສື່ອມຊາມທຳມະດາ, ເຖິງແມ່ນວ່າຄວາມເປັນມະນຸດຂອງພວກເຂົາຈະມີຂໍ້ບົກຜ່ອງ ແລະ ຈຸດອ່ອນເຊັ່ນກັນ, ແຕ່ພວກເຂົາກໍຖືກຢັບຢັ້ງໂດຍສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ, ສະນັ້ນ ຈຶ່ງມີຫຼາຍເສັ້ນທີ່ພວກເຂົາບໍ່ສາມາດຂ້າມໄດ້. ເຖິງແມ່ນວ່າພວກເຂົາຈະບໍ່ເຊື່ອໃນພຣະເຈົ້າກໍຕາມ, ພວກເຂົາກໍຈະບໍ່ກະທຳຄວາມຊົ່ວຮ້າຍທີ່ຊັດເຈນບາງຢ່າງ; ຕົວຢ່າງ: ພວກເຂົາບໍ່ສາມາດກະທຳການຕ່າງໆ ເຊັ່ນ: ການຜິດສິນລະທຳທາງເພດ ຫຼື ການລັກຂະໂມຍ. ລອງຄິດເບິ່ງ: ກ່ອນທີ່ເຈົ້າຈະເຊື່ອໃນພຣະເຈົ້າ, ໃນຂະນະທີ່ເຈົ້າຢູ່ໃນໂລກ, ເຈົ້າຈະສາມາດມີພຶດຕິກຳສຳສ່ອນທາງເພດໄດ້ບໍ ຖ້າມີຄົນປ່ອຍໃຫ້ເຈົ້າເຮັດ? ການສຳສ່ອນທາງເພດໝາຍເຖິງຫຍັງ? ມັນໝາຍເຖິງການມີຄູ່ນອນຫຼາຍຄົນ, ເຖິງຂັ້ນມີຄວາມສຳພັນກັບຄົນຕ່າງເພດຫຼາຍຄົນໃນເວລາດຽວກັນ, ໂດຍບໍ່ຮູ້ສຶກວ່າໄດ້ເຮັດຄວາມຜິດ ຫຼື ການກ່າວໂທດພາຍໃນໃຈເລີຍ. ພວກເຈົ້າສາມາດເຮັດສິ່ງດັ່ງກ່າວໄດ້ບໍ? (ບໍ່ໄດ້). ໃຫ້ເບິ່ງຜູ້ຍິງທີ່ມີຄວາມສຳສ່ອນທາງເພດ, ໂສເພນີ ແລະ ຄົນມັກມາກໃນກາມເຫຼົ່ານັ້ນ, ພວກເຂົາສາມາດເຮັດສິ່ງດັ່ງກ່າວໄດ້. ພວກເຈົ້າບໍ່ແຕກຕ່າງຈາກຄົນເຫຼົ່ານີ້ບໍ? (ແຕກຕ່າງ). ຄວາມແຕກຕ່າງຢູ່ບ່ອນໃດ? ມັນຢູ່ທີ່ວ່າຄົນໆໜຶ່ງມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງຄວາມເປັນມະນຸດ ຫຼື ບໍ່. ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນເຮັດໃຫ້ເຈົ້າມີຄວາມຮູ້ສຶກຂອງຄວາມສຸດຈະລິດ ແລະ ຄວາມອັບອາຍ, ສະນັ້ນ ເຈົ້າຈຶ່ງຈະບໍ່ກະທຳການສຳສ່ອນທາງເພດ ແລະ ເຈົ້າມີມາດຕະຖານທີ່ວ່າ: “ການປະພຶດຕົນແບບນັ້ນບໍ່ດີ; ຂ້ອຍຈະບໍ່ເປັນຄົນປະເພດນັ້ນ. ຂ້ອຍຈະຂີດເສັ້ນແບ່ງຢ່າງຊັດເຈນລະຫວ່າງຕົວຂ້ອຍເອງ ແລະ ຄົນເຫຼົ່ານັ້ນ. ເຖິງແມ່ນວ່າຂ້ອຍຈະຖືກຕີຈົນຕາຍ, ຂ້ອຍກໍຈະບໍ່ມີພຶດຕິກຳສຳສ່ອນທາງເພດ”. ຖ້າຖືກຂາຍໄປຢູ່ໃນສະຖານະການແບບນັ້ນ, ບາງຄົນກໍຈະເວົ້າວ່າ “ຂ້ອຍຍອມຕາຍດີກວ່າທີ່ຈະກາຍເປັນຄົນປະເພດນັ້ນ!” ບາງຄົນອົດທົນຕໍ່ຄວາມອັບອາຍ ແລະ ຄວາມບໍ່ຍຸຕິທຳ, ໂດຍຍອມເຮັດຕາມຢ່າງບໍ່ເຕັມໃຈ, ແຕ່ພວກເຂົາບໍ່ເຕັມໃຈໃນໃຈຂອງພວກເຂົາ ແລະ ຈະສວຍໂອກາດໃດກໍຕາມເພື່ອໜີອອກຈາກສະຖານະການນັ້ນ. ເຖິງຢ່າງໃດກໍຕາມ, ຄົນອື່ນຈະສະແຫວງຫາສະພາບແວດລ້ອມແບບນັ້ນດ້ວຍຕົນເອງ, ເຖິງແມ່ນວ່າຄົນອື່ນຈະພະຍາຍາມຫ້າມພວກເຂົາກໍຕາມ. ພວກເຂົາກໍຍັງຈະເຮັດມັນເຖິງແມ່ນວ່າພວກເຂົາຈະບໍ່ໄດ້ເງິນຈາກມັນກໍຕາມ, ພວກເຂົາພຽງແຕ່ເພີດເພີນກັບການມີພຶດຕິກຳສຳສ່ອນທາງເພດ ແລະ ບໍ່ສົນໃຈເລີຍວ່າມັນຈະໄດ້ຮັບຜົນປະໂຫຍດ ຫຼື ບໍ່. ຄົນສອງປະເພດນີ້ບໍ່ແຕກຕ່າງກັນບໍ? (ແຕກຕ່າງກັນ). ນີ້ຄືຄວາມແຕກຕ່າງລະຫວ່າງຄວາມເປັນມະນຸດຂອງຜູ້ຄົນຢ່າງແທ້ຈິງ. ຄວາມແຕກຕ່າງໃນຄວາມເປັນມະນຸດແມ່ນສຳຄັນຫຼາຍ. ຖ້າພວກເຈົ້າສາມາດເບິ່ງອອກເຖິງຄວາມແຕກຕ່າງໃນການສະແດງອອກຂອງຄວາມເປັນມະນຸດໃນທ່າມກາງຄົນປະເພດຕ່າງໆໄດ້, ແລ້ວພວກເຈົ້າກໍຈະສາມາດແຍກແຍະຜູ້ຄົນໄດ້. ສະນັ້ນ, ການປະເມີນຄົນໆໜຶ່ງຈຶ່ງບໍ່ສາມາດອີງໃສ່ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາໄດ້ທັງໝົດ ຫຼື ອີງໃສ່ການສະແດງອອກ ແລະ ການເປີດເຜີຍຂອງພວກເຂົາໃນໄລຍະເວລາສັ້ນໆ ຫຼື ໃນເຫດການດຽວ. ໃນທາງກົງກັນຂ້າມ ຕ້ອງໄດ້ປະເມີນວ່າພວກເຂົາເປັນຄົນປະເພດໃດຢ່າງແທ້ຈິງ ໂດຍອີງໃສ່ຄວາມເປັນມະນຸດ ແລະ ແກ່ນແທ້ທຳມະຊາດຂອງພວກເຂົາ. ນັ້ນຄືຂໍ້ສະຫຼຸບການໂອ້ລົມຂອງພວກເຮົາກ່ຽວກັບການສະແດງອອກຂອງການມັກອອກໜ້າອອກຕາ.

ການເຮັດສິ່ງຕ່າງໆຢ່າງເປັນລະບົບ, ມີໂຄງຮ່າງໃນໃຈ ແລະ ເປັນລະບຽບຮຽບຮ້ອຍ

ໃຫ້ພວກເຮົາກ້າວໄປສູ່ການສະແດງອອກອີກຢ່າງໜຶ່ງ. ບາງຄົນເຮັດສິ່ງຕ່າງໆຢ່າງເປັນລະບົບ, ມີໂຄງຮ່າງໃນໃຈ ແລະ ເປັນລະບຽບຮຽບຮ້ອຍ; ພວກເຂົາສາມາດກຳນົດໄດ້ວ່າຈະເຮັດຫຍັງກ່ອນ ແລະ ຈະເຮັດຫຍັງຕາມຫຼັງ ໂດຍຜ່ານການຄິດ ແລະ ການພິຈາລະນາ. ພວກເຂົາເຮັດຕາມຂັ້ນຕອນ ແລະ ມີແຜນການ ແທນທີ່ຈະເຮັດສິ່ງຕ່າງໆຢ່າງຮີບຮ້ອນ. ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ພວກເຂົາກໍເຮັດຕາມຂັ້ນຕອນ, ແມ່ນແຕ່ສຳລັບໜ້າວຽກທີ່ງ່າຍທີ່ສຸດ ເຊັ່ນ: ການຊັກເຄື່ອງ. ພວກເຂົາແຍກເຄື່ອງນຸ່ງຕາມສີ, ໂດຍຊັກເຄື່ອງນຸ່ງສີເຂັ້ມ ແລະ ສີອ່ອນແຍກກັນ; ພວກເຂົາຮູ້ວ່າຕ້ອງໃຊ້ນ້ຳ ແລະ ຜົງຊັກຟອກຫຼາຍປານໃດ ໂດຍອີງໃສ່ປະລິມານຂອງເຄື່ອງຊັກ, ເພື່ອຫຼີກລ່ຽງບໍ່ໃຫ້ສິ້ນເປືອງ, ທັງໝົດນີ້ຖືກວາງແຜນໄວ້ແລ້ວ, ເປັນລະບຽບ, ລະອຽດຮອບຄອບ ແລະ ປະຢັດຫຼາຍ. ນີ້ແມ່ນການສະແດງອອກປະເພດໃດ? (ນີ້ຄືຂໍ້ດີ ແລະ ຈຸດແຂງຂອງຄວາມເປັນມະນຸດ). ແລ້ວຂໍ້ດີນີ້ສາມາດເປັນຕົວແທນໃຫ້ເຫັນວ່າຄົນປະເພດນີ້ມີຄວາມເປັນມະນຸດທີ່ດີໄດ້ບໍ? (ບໍ່ໄດ້). ນີ້ເປັນພຽງຂໍ້ດີ ແລະ ຈຸດແຂງຂອງຄວາມເປັນມະນຸດຂອງພວກເຂົາ. ມັນບໍ່ເຖິງຂັ້ນທີ່ກ່ຽວຂ້ອງກັບລັກສະນະຂອງຄົນໆໜຶ່ງ ຫຼື ຫຼັກການໃນການປະພຶດຕົນ ແລະ ບໍ່ກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມ. ມັນເປັນພຽງນິໄສຂອງວິຖີຊີວິດ ຫຼື ທັດສະນະຄະຕິຕໍ່ຊີວິດ. ບາງຄົນເຮັດສິ່ງຕ່າງໆໂດຍມີໂຄງຮ່າງໃນໃຈ, ມີແຜນການ; ພວກເຂົາສາມາດຈັບໃຈຄວາມຮູບແບບໄດ້ ແລະ ເມື່ອໜ້າວຽກສຳເລັດແລ້ວ, ຄົນອື່ນກໍພົບວ່າມັນເປັນທີ່ໜ້າພໍໃຈ. ຄົນເຫຼົ່ານີ້ແມ່ນຄົນທີ່ມີຂີດຄວາມສາມາດທີ່ດີ. ແຕ່ສຳລັບຜູ້ທີ່ມີຂີດຄວາມສາມາດຕ່ຳ, ມັນແຕກຕ່າງກັນ, ພວກເຂົາເຮັດທຸກຢ່າງຢ່າງບໍ່ເປັນລະບຽບ ແລະ ວຸ້ນວາຍ, ໂດຍບໍ່ມີໂຄງຮ່າງໃນໃຈ ຫຼື ການວາງແຜນ, ໃນວິທີທີ່ບໍ່ມີແບບແຜນຢ່າງສິ້ນເຊີງ ເຊິ່ງຈົບລົງດ້ວຍຄວາມວຸ້ນວາຍໄປໝົດ. ນີ້ແມ່ນບັນຫາປະເພດໃດ? (ຂໍ້ບົກຜ່ອງຂອງຄວາມເປັນມະນຸດ). ຂໍ້ບົກຜ່ອງຂອງຄວາມເປັນມະນຸດນີ້ກ່ຽວຂ້ອງກັບຫຍັງ? (ຂີດຄວາມສາມາດທີ່ຕໍ່າທີ່ສຸດ). ຄົນທີ່ມີຂີດຄວາມສາມາດທີ່ຕ່ຳທີ່ສຸດດັ່ງກ່າວຖືກເອີ້ນງ່າຍໆວ່າຄົນບໍ່ມີສະໝອງ. ບາງຄົນ ເມື່ອເຮົາເວົ້າກັບພວກເຂົາວ່າ “ເຈົ້າເປັນຄົນສະໝອງໝູບໍ? ເຈົ້າບໍ່ເຂົ້າໃຈເລື່ອງງ່າຍໆແບບນີ້ໄດ້ແນວໃດ?” ພວກເຂົາກໍຕອບວ່າ “ຂ້ອຍເປັນຄົນບໍ່ມີສະໝອງ”. ການເປັນ “ຄົນບໍ່ມີສະໝອງ” ໝາຍຄວາມວ່າແນວໃດ? ມັນໝາຍເຖິງການບໍ່ມີຂີດຄວາມສາມາດ ຫຼື ມີຂີດຄວາມສາມາດທີ່ຕ່ຳ, ນີ້ຄືບັນຫາຂອງຂີດຄວາມສາມາດ. ບັນຫານີ້ຈັດຢູ່ໃນໝວດໝູ່ໃດ? ນີ້ບໍ່ແມ່ນເງື່ອນໄຂຕິດຕົວມາບໍ? (ແມ່ນແລ້ວ). ຖ້າຄົນໃດໜຶ່ງເປັນຄົນບໍ່ມີສະໝອງມາແຕ່ກຳເນີດ, ການຝຶກຝົນພວກເຂົາຈະມີປະໂຫຍດຫຍັງບໍ? ຄົນແບບນັ້ນຮັບມືກັບທຸກສິ່ງໂດຍປາສະຈາກການວາງແຜນ ຫຼື ໂຄງຮ່າງໃນໃຈ. ໜ້າວຽກງ່າຍໆກໍໃຊ້ເວລາໝົດມື້, ເຮັດໃຫ້ເລື່ອງສຳຄັນຊັກຊ້າ. ນີ້ຄືການບໍ່ມີຂີດຄວາມສາມາດ ຫຼື ມີຂີດຄວາມສາມາດທີ່ຕ່ຳ. ຜູ້ບໍ່ມີຄວາມເຊື່ອມັກຈະອະທິບາຍຄົນທີ່ມີຄວາມເປັນມະນຸດທີ່ບໍ່ດີວ່າເປັນຄົນບໍ່ມີຂີດຄວາມສາມາດ. ຕົວຢ່າງ: ເມື່ອຄົນໃດຄົນໜຶ່ງເຫັນຄົນອື່ນຖິ້ມຂີ້ເຫຍື້ອຊະຊາຍ, ບໍ່ມີສຸຂະອະນາໄມ ຫຼື ຮ້ອງສຽງດັງໃນບ່ອນສາທາລະນະ, ລົບກວນຄົນອື່ນທີ່ກຳລັງຮຽນ ຫຼື ພັກຜ່ອນ, ພວກເຂົາອາດຈະເວົ້າວ່າຄົນນັ້ນບໍ່ມີຂີດຄວາມສາມາດ. ສຳລັບເຮົາແລ້ວ, ນີ້ຄືການບໍ່ເຂົ້າໃຈມາດຕະຖານທາງພຶດຕິກຳ ແລະ ການຂາດຄວາມເປັນມະນຸດ, ສິ່ງນີ້ຈະຖືກເອີ້ນວ່າການບໍ່ມີຂີດຄວາມສາມາດໄດ້ແນວໃດ? “ການບໍ່ມີຂີດຄວາມສາມາດ” ໝາຍເຖິງສິ່ງນີ້ບໍ? “ຂີດຄວາມສາມາດ” ໝາຍເຖິງຫຍັງ? ມັນໝາຍເຖິງປະສິດທິພາບ ແລະ ປະສິດທິຜົນໃນການເຮັດສິ່ງຕ່າງໆ, ສິ່ງນີ້ເອີ້ນວ່າຂີດຄວາມສາມາດ. ສະນັ້ນ, ຄົນທີ່ເຮັດສິ່ງຕ່າງໆໂດຍບໍ່ມີໂຄງຮ່າງໃນໃຈເປັນຄົນທີ່ມີຂີດຄວາມສາມາດທີ່ຕ່ຳບໍ? (ແມ່ນແລ້ວ). ນີ້ກໍເປັນຂໍ້ບົກຜ່ອງຂອງຄວາມເປັນມະນຸດເຊັ່ນກັນ. ຂໍ້ບົກຜ່ອງນີ້ມີມາແຕ່ກຳເນີດບໍ? ມັນປ່ຽນແປງໄດ້ງ່າຍບໍ? ມັນສາມາດປ່ຽນແປງໄດ້ຜ່ານການຝຶກຝົນບໍ? ສາມາດເຮັດໃຫ້ໝູປີນຕົ້ນໄມ້ໄດ້ບໍ? ໝູບໍ່ໄດ້ຖືກສ້າງມາເພື່ອເຮັດສິ່ງນັ້ນ, ມັນບໍ່ມີຂີດຄວາມສາມາດ. ການຂາດໂຄງຮ່າງໃນໃຈໃນການເຮັດສິ່ງຕ່າງໆແມ່ນບັນຫາກ່ຽວກັບຂີດຄວາມສາມາດ.

ການເຮັດສິ່ງຕ່າງໆທີ່ເລີ່ມຕົ້ນຢ່າງແຂງຂັນແຕ່ຈົບລົງຢ່າງອ່ອນແອ

ການເຮັດສິ່ງຕ່າງໆທີ່ເລີ່ມຕົ້ນຢ່າງແຂງຂັນແຕ່ຈົບລົງຢ່າງອ່ອນແອ, ສິ່ງນີ້ຈັດເປັນບັນຫາປະເພດໃດ? (ຂໍ້ບົກຜ່ອງຂອງຄວາມເປັນມະນຸດຂອງຄົນໆໜຶ່ງ). ນີ້ຄືຂໍ້ບົກຜ່ອງຂອງຄວາມເປັນມະນຸດຂອງຄົນໆໜຶ່ງ. ບາງຄົນເມື່ອເລີ່ມຕົ້ນເຮັດວຽກໃດໜຶ່ງ, ກໍວາງແຜນໄດ້ຂ້ອນຂ້າງດີ, ເລີ່ມຕົ້ນການເຄື່ອນໄຫວທີ່ຍິ່ງໃຫຍ່ບາງຢ່າງ, ຮວບຮວມກຸ່ມຄົນ, ສ້າງບົດລາຍງານ, ມອບໝາຍໜ້າວຽກ ແລະ ເຖິງຂັ້ນປະກາດຄວາມຕັ້ງໃຈຢ່າງຍິ່ງໃຫຍ່ ແຕ່ເມື່ອພວກເຂົາດຳເນີນການໄປ ສິ່ງທັງໝົດນີ້ກໍຫາຍໄປ ແລະ ພວກເຂົາບໍ່ໄດ້ຕິດຕາມ, ກຳກັບດູແລ ຫຼື ກວດກາເບິ່ງວ່າມີຫຍັງເກີດຂຶ້ນ. ຖ້າບໍ່ມີໃຜເຂົ້າໃຈຄວາມຈິງທີ່ມີຢູ່ເພື່ອໃຫ້ການກຳກັບດູແລ ແລະ ການນຳພາ, ວຽກງານນັ້ນອາດຈະລົ້ມເຫຼວໄປຢ່າງສິ້ນເຊີງ ຫຼື ອາດຈະເກີດຜົນຕາມມາທີ່ບໍ່ເພິ່ງປາຖະໜາ ເຊິ່ງເຮັດໃຫ້ວຽກງານຕົກຢູ່ໃນຄວາມວຸ້ນວາຍຢ່າງສິ້ນເຊີງ. ຍັງມີຄົນທີ່ສາມາດເວົ້າຫຼັກຄຳສອນໄດ້ຂ້ອນຂ້າງຈະແຈ້ງ ແລະ ຊັດເຈນ ແຕ່ເມື່ອເວົ້າເຖິງການລົງມືເຮັດສິ່ງຕ່າງໆຢ່າງແທ້ຈິງ ພວກເຂົາພັດບໍ່ຮູ້ວ່າຈະດຳເນີນການແນວໃດ ແລະ ບໍ່ມີແຜນການທີ່ເປັນຮູບປະທຳ. ເມື່ອມີສະຖານະການພິເສດ ຫຼື ສະຖານະການທີ່ບໍ່ຄາດຄິດເກີດຂຶ້ນ, ພວກເຂົາບໍ່ຮູ້ວິທີຮັບມືກັບສະຖານະການເຫຼົ່ານັ້ນ ແລະ ພວກເຂົາບໍ່ໄດ້ໂອ້ລົມກັບຄົນອື່ນ ຫຼື ສະແຫວງຫາ ຫຼື ປຶກສາຫາລືກັບຜູ້ທີ່ຢູ່ເບື້ອງເທິງຂອງພວກເຂົາ. ເມື່ອພວກເຂົາເລີ່ມເຮັດບາງສິ່ງ, ພວກເຂົາເບິ່ງຄືວ່າມີຄວາມໝັ້ນໃຈ ແລະ ພວກເຂົາເລີ່ມຕົ້ນຢ່າງຍິ່ງໃຫຍ່ ຄືກັບວ່າພວກເຂົາກຳລັງຈະເຮັດບາງສິ່ງທີ່ມີຄວາມໝາຍສຳຄັນໃຫ້ສຳເລັດໄດ້ ແຕ່ເມື່ອພວກເຂົາດຳເນີນການໄປ ພວກເຂົາກໍໝົດຄວາມກະຕືລືລົ້ນ ແລະ ໜີໄປ ເຊິ່ງມັນຄືກັບວ່າພວກເຂົາຫາຍຕົວໄປໃນອາກາດ. ເມື່ອມີຄົນຖາມພວກເຂົາວ່າ “ຕອນນີ້ເຈົ້າກຳລັງເຮັດວຽກງານຫຍັງຢູ່? ໜ້າວຽກນັ້ນຄືບໜ້າໄປຮອດໃສແລ້ວ?” ພວກເຂົາກໍຕອບວ່າ “ມັນຄົງເຮັດບໍ່ສຳເລັດດອກ”. ແຕ່ພວກເຂົາພັດບໍ່ໄດ້ລາຍງານໃຫ້ທັນເວລາວ່າພວກເຂົາບໍ່ສາມາດເຮັດສິ່ງຕ່າງໆໃຫ້ສຳເລັດໄດ້ ເຊິ່ງເຮັດໃຫ້ສິ່ງຕ່າງໆຊັກຊ້າໄປສອງ ຫຼື ສາມເດືອນໂດຍບໍ່ມີຜົນຮັບໃດເລີຍ. ນີ້ບໍ່ແມ່ນສິ່ງທີ່ໜ້າໂມໂຫບໍ? (ແມ່ນແລ້ວ). ຄົນແບບນັ້ນໜ້າລັງກຽດຢ່າງແທ້ຈິງ! ຄົນປະເພດນີ້ມີບັນຫາອີກຢ່າງໜຶ່ງນອກເໜືອຈາກການເຮັດສິ່ງຕ່າງໆຢ່າງແຂງຂັນໃນຕອນເລີ່ມຕົ້ນແຕ່ຈົບລົງຢ່າງອ່ອນແອ ນັ້ນກໍຄື: ທຸກສິ່ງທີ່ພວກເຂົາເຮັດນັ້ນຍິ່ງເຮັດກໍຍິ່ງວຸ້ນວາຍຂຶ້ນເລື້ອຍໆ. ໃນຕອນທຳອິດ, ພວກເຂົາອາດຈະມີໂຄງຮ່າງໃນໃຈ, ມີແນວຄວາມຄິດບາງຢ່າງ ແລະ ມີໂຄງສ້າງເລັກນ້ອຍ ແຕ່ເມື່ອພວກເຂົາສືບຕໍ່ເຮັດໄປ ຄວາມຄິດຂອງພວກເຂົາກໍເລີ່ມສັບສົນ. ພວກເຂົາລືມໄປວ່າເປັນຫຍັງພວກເຂົາຈຶ່ງເລີ່ມຕົ້ນໜ້າວຽກນັ້ນ ຫຼື ຜົນຮັບຫຍັງທີ່ພວກເຂົາຄວນຈະບັນລຸ. ເມື່ອມີຄົນແນະນຳໃຫ້ພວກເຂົາສະແຫວງຫາບາງຢ່າງ, ພວກເຂົາກໍເວົ້າວ່າ “ບໍ່ຈຳເປັນຕ້ອງສະແຫວງຫາຫຍັງດອກ. ໃຫ້ພວກເຮົາສືບຕໍ່ເຮັດແບບນີ້ຕໍ່ໄປ, ເຖິງແນວໃດກໍຕາມ ກໍບໍ່ມີໃຜນັ່ງຢູ່ລ້າໆ”. ເຈົ້າເຫັນບໍ, ພວກເຂົາເລີ່ມຕົ້ນເຮັດສິ່ງຕ່າງໆດ້ວຍແຮງກະຕຸ້ນອັນຍິ່ງໃຫຍ່ ຄືກັບສຽງຟ້າຮ້ອງທີ່ດັງກ້ອງ. ແຕ່ເມື່ອພວກເຂົາດຳເນີນການໄປ ສິ່ງຕ່າງໆກໍຄ່ອຍໆຫາຍໄປຈົນບໍ່ເຫຼືອຫຍັງເລີຍ. ມັນເປັນພຽງຟ້າຮ້ອງທີ່ບໍ່ມີຝົນຕົກ ເຊິ່ງບໍ່ມີຜົນຮັບໃດເລີຍ. ຖ້າເຈົ້າບໍ່ຖາມເຖິງ, ບໍ່ຕິດຕາມ ຫຼື ບໍ່ກວດກາໜ້າວຽກນັ້ນ, ພວກເຂົາກໍຈະປ່ອຍໃຫ້ມັນລົ້ມເຫຼວໄປໂດຍບໍ່ສຳເລັດ ໂດຍບໍ່ແມ່ນແຕ່ຈະໃຫ້ການລາຍງານດ້ວຍຊ້ຳ. ຄວາມຕັ້ງໃຈທີ່ພວກເຂົາສະແດງອອກໃນຕອນທຳອິດນັ້ນຫາຍໄປໃສແລ້ວ? ມັນຖືກລືມໄປແລ້ວ. ແລ້ວແຜນການເບື້ອງຕົ້ນທີ່ພວກເຂົາຂຽນໄວ້ເດ? ຫາຍໄປຢ່າງບໍ່ມີຮ່ອງຮອຍ. ແລ້ວແນວຄວາມຄິດເຫຼົ່ານັ້ນທີ່ພວກເຂົາມີໃນຕອນທຳອິດເດ? ພວກມັນໄດ້ຫາຍໄປແລ້ວ; ພວກມັນຖືກລືມໄປແລ້ວ. ພວກເຂົາກໍເປັນພຽງສິ່ງມີຊີວິດປະເພດນີ້ແຫຼະ! ຄົນປະເພດນີ້, ເມື່ອເຈົ້າເຫັນຄວາມກະຕືລືລົ້ນໃນເບື້ອງຕົ້ນຂອງພວກເຂົາ ພວກເຂົາກໍເບິ່ງຄືກັບວ່າເປັນຄົນທີ່ລົງມືເຮັດແທ້ໆ. ແຕ່ໃນຄວາມເປັນຈິງແລ້ວ ພວກເຂົາບໍ່ມີປະໂຫຍດຫຍັງເລີຍ; ພວກເຂົາພຽງແຕ່ບໍ່ແມ່ນຄົນທີ່ເຮັດສິ່ງຕ່າງໆໃນລັກສະນະທີ່ອີງຕາມຄວາມເປັນຈິງ; ພວກເຂົາເປັນຄົນທີ່ບໍ່ໜັກແໜ້ນ. ພວກເຂົາພຽງແຕ່ເຕັມໃຈທີ່ຈະອອກໜ້າອອກຕາ ແຕ່ບໍ່ຕ້ອງການອົດທົນຕໍ່ຄວາມຍາກລຳບາກ ແລະ ຢ້ານການຮັບຜິດຊອບ. ທຸກສິ່ງທີ່ພວກເຂົາເຮັດລ້ວນແຕ່ຖືກປະໄວ້ໂດຍທີ່ຍັງເຮັດບໍ່ສຳເລັດ. ຄົນແບບນັ້ນມີຄວາມເປັນມະນຸດປະເພດໃດ? (ຄວາມເປັນມະນຸດທີ່ບໍ່ດີ). ບອກເຮົາເບິ່ງ, ຄົນປະເພດນີ້ສາມາດເຮັດຫຍັງໃຫ້ສຳເລັດໄດ້ບໍ? (ພວກເຂົາບໍ່ສາມາດເຮັດໄດ້). ພວກເຂົາມັກຈະເລີ່ມຕົ້ນຢ່າງແຂງຂັນແຕ່ຈົບລົງຢ່າງອ່ອນແອຢູ່ສະເໝີ ໃນຄວາມວຸ້ນວາຍຢ່າງສິ້ນເຊີງ ເຊິ່ງນີ້ຄືຮູບແບບຂອງພວກເຂົາ. ບໍ່ວ່າພວກເຂົາຈະກຳລັງປະຕິບັດໜ້າທີ່ຫຍັງກໍຕາມ, ພວກເຂົາເລີ່ມຕົ້ນຢ່າງຂ້ອນຂ້າງກະຕືລືລົ້ນ, ຟັງເພງ ແລະ ຮ້ອງເພງໃນລຳຄໍໄປນຳ. ແຕ່ຫຼັງຈາກນັ້ນໄລຍະໜຶ່ງ ພວກເຂົາກໍໝົດຄວາມສົນໃຈ ແລະ ພຽງແຕ່ຖິ້ມວຽກນັ້ນແລ້ວກໍເຊົາເຮັດ. ພວກເຂົາເປັນສິ່ງມີຊີວິດປະເພດໃດກັນແທ້? ຄົນແບບນັ້ນບໍ່ໜ້າລັງກຽດບໍ? (ແມ່ນແລ້ວ). ພວກເຂົາຮັບເອົາໜ້າວຽກຢ່າງປະໝາດທັງທີ່ຮູ້ວ່າພວກເຂົາອາດຈະບໍ່ສາມາດເຮັດໃຫ້ສຳເລັດໄດ້, ໂດຍພະຍາຍາມສະແດງຄວາມສາມາດຂອງພວກເຂົາ, ເວົ້າໂອ້ອວດ ແລະ ເວົ້າເກີນຈິງ. ພວກເຂົາບໍ່ຮູ້ເຖິງຄວາມສາມາດຂອງຕົນເອງບໍ? ຖ້າພວກເຂົາບໍ່ສາມາດເຮັດວຽກນັ້ນ ຫຼື ສົ່ງມອບຜົນຮັບໄດ້, ເປັນຫຍັງພວກເຂົາຈຶ່ງບໍ່ເວົ້າອອກມາກົງໆ? ພວກເຂົາບໍ່ຄວນເຮັດໃຫ້ສິ່ງຕ່າງໆຊັກຊ້າ! ໃນທາງກົງກັນຂ້າມ, ພວກເຂົາພັດມິດງຽບ, ເຮັດໃຫ້ວຽກຂອງເຈົ້າຊັກຊ້າ ໃນຂະນະທີ່ພະຍາຍາມຫຼອກລວງເຈົ້າ. ພວກເຂົາບໍ່ແມ່ນຄົນທີ່ມີລັກສະນະຕ່ຳຊ້າບໍ? (ແມ່ນແລ້ວ). ລັກສະນະຂອງພວກເຂົາຕ່ຳຊ້າເກີນໄປແລ້ວ! ຄົນແບບນັ້ນສາມາດໄດ້ຮັບມອບໝາຍໃຫ້ຮັບມືກັບສິ່ງຕ່າງໆໄດ້ບໍ? (ບໍ່). ພວກເຂົາຄູ່ຄວນແກ່ຄວາມໄວ້ວາງໃຈບໍ? (ບໍ່). ຄົນແບບນັ້ນບໍ່ໜ້າໄວ້ວາງໃຈ. ຖ້າພວກເຂົາໃຫ້ຄຳສັນຍາກັບເຈົ້າ, ເຈົ້າຈະກ້າເຊື່ອພວກເຂົາບໍ? (ບໍ່). ພວກເຂົາເປັນຄົນປະເພດໃດ? ພວກເຂົາບໍ່ແມ່ນຄົນຫຼອກລວງບໍ? (ແມ່ນແລ້ວ). ເຖິງແມ່ນວ່າພວກເຂົາຈະບໍ່ໄດ້ຫຼອກລວງເຈົ້າເພື່ອຜົນປະໂຫຍດທາງການເງິນ ຫຼື ເພື່ອຈຸດປະສົງທາງເພດກໍຕາມ ແຕ່ວິທີການປະພຶດຕົນ ແລະ ການຮັບມືກັບສິ່ງຕ່າງໆຂອງພວກເຂົານັ້ນໜ້າລັງກຽດ ແລະ ໜ້າກຽດຊັງຫຼາຍ. ສະນັ້ນ, ສາເຫດຕົ້ນຕໍທີ່ເຮັດໃຫ້ຄົນເຫຼົ່ານີ້ໜ້າກຽດຊັງຫຼາຍແມ່ນຫຍັງ? ພວກເຂົາມີລັກສະນະຕ່ຳຊ້າ, ບໍ່ຮູ້ຈັກຕຳແໜ່ງຂອງຕົນເອງໃນການປະພຶດຕົນ, ມັກເວົ້າໂອ້ອວດ, ມັກສະແດງຄວາມສາມາດໃດກໍຕາມທີ່ພວກເຂົາເຊື່ອວ່າພວກເຂົາມີ, ມັກອອກໜ້າອອກຕາ ແລະ ມັກໂອ້ອວດຕົນເອງ. ພວກເຂົາບໍ່ເຄີຍຍຶດໝັ້ນກັບສິ່ງໃດທີ່ພວກເຂົາເຮັດເລີຍ. ໃນເວລາດຽວກັນ, ພວກເຂົາກໍປະເມີນຕົນເອງສູງເກີນໄປ ແລະ ບໍ່ຮູ້ຈັກວຸດທິພາວະຂອງພວກເຂົາເອງ ແລະ ບໍ່ຮູ້ວ່າພວກເຂົາສາມາດຮັບມືກັບໜ້າວຽກປະເພດໃດໄດ້. ແຕ່ພວກເຂົາກໍຍັງພະຍາຍາມສະແດງຄວາມສາມາດຂອງພວກເຂົາ, ໂດຍຮັບເອົາວຽກງານທີ່ສຳຄັນທຸກປະເພດຢ່າງກ້າຫານ. ຫຼັງຈາກທີ່ຮັບເອົາມັນມາແລ້ວ, ເຖິງແມ່ນວ່າພວກເຂົາຈະເຮັດມັນໄດ້ບໍ່ດີ ແລະ ເຮັດໃຫ້ເລື່ອງສຳຄັນຊັກຊ້າກໍຕາມ ພວກເຂົາກໍຍັງຄົງເສີຍເມີຍ; ຕາບໃດທີ່ພວກເຂົາໄດ້ອອກໜ້າອອກຕາ ມັນກໍບໍ່ເປັນຫຍັງສຳລັບພວກເຂົາ. ພວກເຂົາບໍ່ແມ່ນຄົນທີ່ຕ່ຳຊ້າ ແລະ ໄຮ້ຄ່າບໍ? (ແມ່ນແລ້ວ). ແລ້ວຄົນເຫຼົ່ານີ້ບໍ່ໄດ້ມີຄວາມເປັນມະນຸດທີ່ບໍ່ດີຫຼາຍບໍ? (ແມ່ນແລ້ວ). ຖ້າພວກເຈົ້າປະເຊີນກັບຄົນແບບນັ້ນ, ພວກເຈົ້າຈະກ້າມອບໝາຍສິ່ງທີ່ຍິ່ງໃຫຍ່ ຫຼື ມີຄວາມສຳຄັນໃຫ້ແກ່ພວກເຂົາບໍ? (ບໍ່). ຕົວຢ່າງ: ຖ້າເຈົ້າຕ້ອງອອກໄປເທດສະໜາຂ່າວປະເສີດ ແລະ ເຈົ້າຕ້ອງການຄົນມາເບິ່ງແຍງລູກນ້ອຍຂອງເຈົ້າ, ເຈົ້າຄວນຊອກຫາຄົນປະເພດໃດມາຊ່ວຍ? ເຈົ້າຈະກ້າເລືອກຄົນແບບນີ້ ຄົນທີ່ບໍ່ມີຄວາມຮັບຜິດຊອບ, ບໍ່ສາມາດຍຶດໝັ້ນຈົນເຖິງທີ່ສຸດ ແລະ ບໍ່ໜ້າໄວ້ວາງໃຈບໍ? (ບໍ່). ເປັນຫຍັງຈຶ່ງບໍ່? ເພາະວ່າພວກເຂົາອາດຈະເຮັດລູກຂອງເຈົ້າເສຍ. ຖ້າເຈົ້າຖາມພວກເຂົາວ່າລູກຂອງເຈົ້າເສຍໄດ້ແນວໃດ, ພວກເຂົາກໍຈະເວົ້າວ່າ “ຂ້ອຍບໍ່ຮູ້. ຂ້ອຍພຽງແຕ່ຫຼັບຕາໄປບຶດໜຶ່ງ ແລ້ວເດັກນ້ອຍກໍຫາຍໄປແລ້ວ. ເຈົ້າຈະມາໂທດຂ້ອຍຍ້ອນເລື່ອງນັ້ນໄດ້ແນວໃດ? ເດັກນ້ອຍມີຂາ ແລະ ຍ່າງເອງໄດ້, ພວກເຂົາບໍ່ໄດ້ຖືກມັດຕິດກັບຂ້ອຍ. ເຈົ້າບໍ່ສາມາດມາໂທດຂ້ອຍໄດ້!” ພວກເຂົາເຖິງຂັ້ນປັດຄວາມຮັບຜິດຊອບດ້ວຍຊ້ຳ! ນີ້ບໍ່ແມ່ນຄົນພານທີ່ບໍ່ຮູ້ຈັກອາຍບໍ? (ແມ່ນແລ້ວ). ເລື່ອງກ່ຽວກັບຊີວິດ ແລະ ຄວາມຕາຍບໍ່ສາມາດມອບໝາຍໃຫ້ຄົນແບບນັ້ນໄດ້ຢ່າງເດັດຂາດ. ໃນການປະພຶດຕົນຂອງພວກເຂົາ, ພວກເຂົາເປັນຄົນທີ່ບໍ່ໜັກແໜ້ນ ແລະ ພວກເຂົາບໍ່ມີຄວາມສຸດຈະລິດ ຫຼື ກຽດສັກສີ. ເມື່ອມີບັນຫາເກີດຂຶ້ນ, ພວກເຂົາກໍກ້າທີ່ຈະໃຊ້ຄວາມໜ້າດ້ານ ແລະ ປະຕິເສດບໍ່ຍອມຮັບ. ເຖິງແມ່ນວ່າການເຮັດສິ່ງຕ່າງໆທີ່ເລີ່ມຕົ້ນຢ່າງແຂງຂັນແຕ່ຈົບລົງຢ່າງອ່ອນແອຈະເປັນພຽງຂໍ້ບົກຜ່ອງຂອງຄວາມເປັນມະນຸດກໍຕາມ, ແຕ່ຂໍ້ບົກຜ່ອງທີ່ສະເພາະນີ້ເປັນບັນຫາທີ່ຮ້າຍແຮງທີ່ສຸດ ເຊິ່ງມັນເປັນບັນຫາຂອງຄວາມສຸດຈະລິດ. ບາງຄົນມັກອອກໜ້າອອກຕາ ແລະ ຮັບເອົາໜ້າວຽກຢ່າງກະຕືລືລົ້ນ ແຕ່ພວກເຂົາບໍ່ກ້າທີ່ຈະຮັບຜິດຊອບ. ທັນທີທີ່ພວກເຂົາປະເຊີນກັບຄວາມຫຍຸ້ງຍາກ, ພວກເຂົາກໍປັດຄວາມຮັບຜິດຊອບທັນທີ ແລະ ເອົາຕົວອອກຫ່າງຈາກສະຖານະການນັ້ນ. ພວກເຂົາບໍ່ມີຄວາມຮັບຜິດຊອບຢ່າງສິ້ນເຊີງ. ພວກເຂົາຍັງເປັນຄົນທີ່ບໍ່ໜັກແໜ້ນເປັນພິເສດ ແລະ ບໍ່ສາມາດຍຶດໝັ້ນກັບສິ່ງໃດທີ່ພວກເຂົາເຮັດໄດ້. ເມື່ອມັນຮ້າຍແຮງເຖິງຂັ້ນນີ້, ມັນກໍບໍ່ແມ່ນພຽງແຕ່ຂໍ້ບົກຜ່ອງຂອງຄວາມເປັນມະນຸດອີກຕໍ່ໄປ ແຕ່ມັນເປັນເລື່ອງຂອງການມີລັກສະນະທີ່ຕ່ຳຊ້າຢ່າງແທ້ຈິງ ແລະ ຄວາມເປັນມະນຸດທີ່ບໍ່ດີ. ເປັນຫຍັງເຮົາຈຶ່ງເວົ້າວ່າຄົນແບບນັ້ນມີຄວາມເປັນມະນຸດທີ່ບໍ່ດີ? ມັນເປັນເພາະວ່າພວກເຂົາບໍ່ໜ້າໄວ້ວາງໃຈ ເຊິ່ງເຈົ້າຈະບໍ່ກ້າມອບໝາຍສິ່ງໃດໃຫ້ພວກເຂົາເລີຍ. ບໍ່ວ່າເຈົ້າຈະມອບໝາຍໜ້າວຽກຫຍັງໃຫ້ພວກເຂົາກໍຕາມ, ພວກເຂົາກໍຕົກລົງຢ່າງງ່າຍດາຍ ແຕ່ພໍເຈົ້າຫັນຫຼັງໃຫ້ ພວກເຂົາກໍຫາຍຕົວໄປ ແລະ ເຈົ້າກໍບໍ່ຮູ້ເລີຍວ່າພວກເຂົາກຳລັງເຮັດຫຍັງຢູ່. ມັນອາດຈະຜ່ານໄປຫຼາຍມື້ກ່ອນທີ່ເຈົ້າຈະເຫັນພວກເຂົາອີກຄັ້ງ. ຖ້າເຈົ້າບໍ່ຖາມພວກເຂົາວ່າໜ້າວຽກນັ້ນຄືບໜ້າໄປຮອດໃສແລ້ວ, ພວກເຂົາກໍຈະບໍ່ລາຍງານກັບມາຫາເຈົ້າ, ໂດຍເຮັດຄືກັບວ່າບໍ່ມີຫຍັງເກີດຂຶ້ນ. ພວກເຂົາເປັນສິ່ງມີຊີວິດປະເພດໃດກັນແທ້? ພວກເຂົາບໍ່ມີຄວາມຮັບຜິດຊອບຢ່າງສິ້ນເຊີງ! ພວກເຂົາເຖິງຂັ້ນບໍ່ຜ່ານການທົດສອບ ແລະ ບໍ່ສາມາດໄວ້ໃຈໄດ້ເມື່ອເວົ້າເຖິງເລື່ອງເລັກນ້ອຍແບບນີ້. ເຈົ້າຄິດວ່າພວກເຂົາຈະສາມາດເຮັດຫຍັງໃຫ້ສຳເລັດໄດ້ອີກ? (ບໍ່ມີຫຍັງເລີຍ). ຖ້າເຈົ້າມອບໝາຍໃຫ້ພວກເຂົາເບິ່ງແຍງເດັກນ້ອຍ, ບັນຫາກໍອາດຈະເກີດຂຶ້ນໄດ້ຕະຫຼອດເວລາ. ເດັກນ້ອຍອາດຈະລົ້ມ ແລະ ໄດ້ຮັບບາດເຈັບ, ກິນບາງສິ່ງທີ່ພວກເຂົາບໍ່ຄວນກິນ ຫຼື ເມື່ອອອກໄປຫຼິ້ນຂ້າງນອກ ກໍອາດຈະຫຼົງທາງ ຫຼື ຖືກຄົນບໍ່ດີລັກພາຕົວໄປ ເຊິ່ງທັງໝົດນີ້ລ້ວນແຕ່ເປັນຈຸດຈົບທີ່ອາດຈະເກີດຂຶ້ນໄດ້. ເພາະວ່າພວກເຂົາບໍ່ມີຄວາມຮັບຜິດຊອບ ແລະ ມີລັກສະນະທີ່ຕ່ຳຊ້າທີ່ສຸດ ແລະ ພວກເຂົາບໍ່ມີຂອບເຂດຂອງສະຕິຮູ້ສຶກຜິດຊອບໃນທຸກສິ່ງທີ່ພວກເຂົາເຮັດ ແລະ ກະທຳການພຽງເພື່ອຕອບສະໜອງຄວາມປາຖະໜາທີ່ເຫັນແກ່ຕົວຂອງພວກເຂົາເອງເທົ່ານັ້ນ ໂດຍບໍ່ສົນໃຈສິ່ງອື່ນໃດເລີຍ. ເມື່ອເຈົ້າມອບໝາຍໜ້າວຽກໃຫ້ພວກເຂົາ, ພວກເຂົາຮູ້ສຶກວ່າການປະຕິເສດອາດຈະເຮັດໃຫ້ເຈົ້າເສຍໜ້າ; ດ້ວຍການຄຳນຶງເຖິງສັກສີຂອງພວກເຂົາເອງ ແລະ ເພື່ອຕອບສະໜອງຄວາມທະນົງຕົວຂອງພວກເຂົາ, ພວກເຂົາຈຶ່ງຕົກລົງ ແຕ່ຫຼັງຈາກນັ້ນ ພວກເຂົາກໍບໍ່ຮັບຜິດຊອບສິ່ງໃດເລີຍ. ພວກເຂົາເວົ້າໂອ້ອວດ ໃນຂະນະທີ່ບໍ່ສາມາດປະຕິບັດໜ້າວຽກນັ້ນໃຫ້ດີໄດ້. ນີ້ຄືຄວາມໝາຍຂອງການເປັນຄົນທີ່ບໍ່ໜ້າໄວ້ວາງໃຈ. ຄົນແບບນັ້ນດີບໍ? (ບໍ່). ຄົນທີ່ເຮັດສິ່ງຕ່າງໆທີ່ເລີ່ມຕົ້ນຢ່າງແຂງຂັນແຕ່ຈົບລົງຢ່າງອ່ອນແອສາມາດໄດ້ຮັບການເລືອກຕັ້ງເປັນຜູ້ນຳໄດ້ບໍ? (ບໍ່ໄດ້). ເປັນຫຍັງຈຶ່ງບໍ່ໄດ້? (ພວກເຂົາອາດຈະສ້າງຄວາມເສຍຫາຍຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ). ຖືກຕ້ອງແລ້ວ. ເມື່ອພວກເຂົາເວົ້າ ແລະ ໃຫ້ຄຳສັນຍາ, ພວກເຂົາເບິ່ງຄືວ່າມີຄວາມສາມາດ ແລະ ຜູ້ຄົນກໍເຕັມໃຈທີ່ຈະໄວ້ວາງໃຈຄົນທີ່ເວົ້າໂອ້ອວດ. ແຕ່ເມື່ອເວົ້າເຖິງການລົງມືເຮັດສິ່ງຕ່າງໆຕົວຈິງ, ການກະທຳຂອງພວກເຂົາພັດບໍ່ສາມາດຄາດເດົາໄດ້. ເຖິງແມ່ນວ່າພວກເຂົາຈະເຮັດຜິດພາດກໍຕາມ ພວກເຂົາກໍຈະບໍ່ແຈ້ງໃຫ້ເຈົ້າຮູ້ ແລະ ຖ້າມີບັນຫາໃດໆເກີດຂຶ້ນ ພວກເຂົາກໍຈະບໍ່ອະທິບາຍໃຫ້ເຈົ້າຟັງວ່າເກີດຫຍັງຂຶ້ນ. ເຈົ້າຫວັງຢ່າງຍິ່ງໃຫ້ພວກເຂົາຮັບມືກັບສິ່ງຕ່າງໆໃຫ້ດີ ແຕ່ພວກເຂົາພັດເຮັດໃຫ້ມັນວຸ້ນວາຍໄປໝົດ ແລະ ເຖິງຂັ້ນເສີຍເມີຍຕໍ່ເລື່ອງນີ້ຢ່າງສິ້ນເຊີງ, ໂດຍບໍ່ຖືວ່າສິ່ງທີ່ເຈົ້າມອບໝາຍໃຫ້ພວກເຂົານັ້ນເປັນເລື່ອງທີ່ສຳຄັນເລີຍ. ໃນການກະທຳຂອງພວກເຂົາ, ພວກເຂົາມັກຈະເປັນຄົນທີ່ບໍ່ໜັກແໜ້ນ. ບາງຄົນໃນພວກເຂົາເຮັດສິ່ງຕ່າງໆໂດຍອີງໃສ່ຄວາມສົນໃຈ, ງານອະດິເຣກ ແລະ ຄວາມຢາກຮູ້ຢາກເຫັນຂອງພວກເຂົາເອງເທົ່ານັ້ນ; ບາງຄົນໃນພວກເຂົາມັກດຶງດູດຄວາມສົນໃຈ ແລະ ເຮັດສິ່ງຕ່າງໆພຽງເພື່ອດຶງດູດຄົນອື່ນໃຫ້ມາສົນໃຈ ແລະ ເບິ່ງເຫັນເທົ່ານັ້ນ. ຄົນແບບນັ້ນເປັນຄົນທີ່ບໍ່ໜັກແໜ້ນ ແລະ ບໍ່ມີຄວາມຮັບຜິດຊອບ ແລະ ພວກເຂົາບໍ່ສາມາດເຮັດສິ່ງຕ່າງໆໃນລັກສະນະທີ່ອີງຕາມຄວາມເປັນຈິງໄດ້. ນີ້ເປັນເລື່ອງທີ່ຂ້ອນຂ້າງຫຍຸ້ງຍາກ. ສິ່ງນີ້ຍັງບໍ່ທັນໄດ້ເວົ້າເຖິງວ່າພວກເຂົາມີຄວາມເຂົ້າໃຈຝ່າຍວິນຍານ, ສາມາດຍອມຮັບຄວາມຈິງ, ອ່ອນນ້ອມ ຫຼື ເປັນຄົນທີ່ໄລ່ຕາມເສາະຫາຄວາມຈິງ ຫຼື ບໍ່ ເຊິ່ງສິ່ງນີ້ຍັງບໍ່ທັນໄດ້ເວົ້າເຖິງດ້ານເຫຼົ່ານີ້ເລີຍ. ຖ້າເວົ້າໃນແງ່ຂອງຄວາມເປັນມະນຸດຂອງພວກເຂົາພຽງຢ່າງດຽວ, ຄົນແບບນັ້ນກໍບໍ່ໜ້າໄວ້ວາງໃຈແລ້ວ. ຄົນແບບນັ້ນສາມາດໄດ້ຮັບການເລືອກຕັ້ງໃຫ້ເປັນຜູ້ນຳໄດ້ບໍ? (ບໍ່ໄດ້). ຄົນທີ່ຄວາມເປັນມະນຸດບໍ່ໄດ້ມາດຕະຖານແມ່ນແຕ່ຄຸນຄ່າສຳລັບການບົ່ມເພາະກໍຍັງບໍ່ມີ. ເປັນຫຍັງຈຶ່ງບໍ່ມີ? ເພາະວ່າລັກສະນະຂອງພວກເຂົາຕ່ຳຊ້າເກີນໄປ ເຊິ່ງພວກເຂົາຂາດແມ່ນແຕ່ຄວາມສຸດຈະລິດ ແລະ ກຽດສັກສີຂັ້ນພື້ນຖານດ້ວຍຊ້ຳ. ສະນັ້ນ, ພວກເຂົາຈຶ່ງບໍ່ມີຄຸນສົມບັດທີ່ຈະເປັນຜູ້ນຳ ຫຼື ໄດ້ຮັບການບົ່ມເພາະໃຫ້ເປັນຜູ້ນຳ.

ການໃຊ້ຄວາມລະມັດລະວັງໃນການເຮັດສິ່ງຕ່າງໆ

ຕໍ່ໄປ ໃຫ້ພວກເຮົາໂອ້ລົມກ່ຽວກັບຄວາມລະມັດລະວັງໃນການເຮັດສິ່ງຕ່າງໆ. ນີ້ແມ່ນການສະແດງອອກປະເພດໃດ? (ມັນເປັນຂໍ້ດີຂອງຄວາມເປັນມະນຸດ). ຄວາມລະມັດລະວັງໃນການເຮັດສິ່ງຕ່າງໆ, ຄວາມບໍ່ປະໝາດ ແລະ ເມື່ອມີເລື່ອງຕ່າງໆເກີດຂຶ້ນ ກໍສາມາດຮັບມືກັບເລື່ອງເຫຼົ່ານັ້ນຢ່າງໃຈເຢັນ ແລະ ສະແຫວງຫາຄວາມຈິງໄດ້, ນີ້ຄືຂໍ້ດີຂອງຄວາມເປັນມະນຸດ. ໃນສັງຄົມທີ່ຊົ່ວຮ້າຍນີ້, ທ່າມກາງກຸ່ມຄົນຕ່າງໆທີ່ມີພູມຫຼັງທີ່ຊັບຊ້ອນ, ເຈົ້າຈຳເປັນຕ້ອງຮັບມືກັບການປາກົດຕົວຂອງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆດ້ວຍຄວາມລະມັດລະວັງ. ເຖິງແມ່ນວ່າໃນເວລາທີ່ເຈົ້າກຳລັງປະຕິບັດໜ້າທີ່ຂອງເຈົ້າໃນເຮືອນຂອງພຣະເຈົ້າກໍຕາມ, ມັນກໍມີສະຖານະການທີ່ຊັບຊ້ອນບາງຢ່າງໃນທ່າມກາງສິ່ງຕ່າງໆທີ່ເຈົ້າປະເຊີນ ແລະ ເຈົ້າຄວນຮັບມືກັບພວກມັນດ້ວຍຄວາມລະມັດລະວັງ. ຕົວຢ່າງ: ເມື່ອເຈົ້າປະເຊີນກັບຄົນຊົ່ວຮ້າຍທີ່ກໍ່ໃຫ້ເກີດການລົບກວນໃນຂະນະທີ່ເຈົ້າກຳລັງປະຕິບັດໜ້າທີ່ຂອງເຈົ້າ, ກ່ອນອື່ນໝົດ ເຈົ້າຄວນຮຽນຮູ້ການແຍກແຍະ ແລະ ຈາກນັ້ນກໍຮັບມືກັບສະຖານະການນັ້ນຕາມຫຼັກການຄວາມຈິງ. ນີ້ຄືທັດສະນະຄະຕິທີ່ເຈົ້າຄວນມີຕໍ່ໜ້າທີ່ຂອງເຈົ້າ. ການໃຊ້ຄວາມລະມັດລະວັງໃນການເຮັດສິ່ງຕ່າງໆກ່ຽວຂ້ອງກັບຫຍັງ? ມັນກ່ຽວຂ້ອງກັບຄວາມສຳນຶກຂອງຄົນໆໜຶ່ງ. ເມື່ອເຈົ້າປະເຊີນກັບເລື່ອງທີ່ເຈົ້າບໍ່ສາມາດເບິ່ງທະລຸໄດ້, ເຈົ້າຈຳເປັນຕ້ອງມີຄວາມລະມັດລະວັງ. ເຖິງແມ່ນວ່າເຈົ້າຈະເຂົ້າໃຈຄວາມຈິງບາງຢ່າງກໍຕາມ, ແຕ່ເມື່ອເຈົ້າຍັງບໍ່ສາມາດເບິ່ງທະລຸເຖິງແກ່ນແທ້ທີ່ຢູ່ເບື້ອງຫຼັງ ແລະ ສາເຫດຕົ້ນຕໍຂອງເລື່ອງພິເສດບາງຢ່າງ, ເຈົ້າຈຳເປັນຕ້ອງມີຄວາມລະມັດລະວັງບໍ? (ແມ່ນແລ້ວ). ສະຖານະການດັ່ງກ່າວຍິ່ງຮຽກຮ້ອງໃຫ້ເຈົ້າຕ້ອງມີຄວາມລະມັດລະວັງ. ຄວາມລະມັດລະວັງບໍ່ແມ່ນການເປັນຄົນຫົວອະນຸລັກ ຫຼື ການເຮັດຫຍັງແບບຈົດຈໍ່ ແລະ ບໍ່ແມ່ນການບໍ່ກ້າລົງມືເຮັດ ຫຼື ຢ້ານການຮັບຜິດຊອບ ເຊິ່ງມັນບໍ່ໄດ້ໝາຍເຖິງສິ່ງເຫຼົ່ານີ້. ຄວາມລະມັດລະວັງທີ່ເວົ້າເຖິງຢູ່ນີ້ໝາຍເຖິງຂໍ້ດີຂອງຄວາມເປັນມະນຸດ. ການສະແດງອອກທີ່ສະເພາະເຈາະຈົງຂອງຄວາມລະມັດລະວັງແມ່ນຫຍັງ? ມັນຄືເວລາທີ່ເຈົ້າກຳລັງເຮັດບາງສິ່ງ, ກ່ອນອື່ນໝົດ ເຈົ້າສະແຫວງຫາຫຼັກການຄວາມຈິງ ແລະ ຈາກນັ້ນກໍສະແຫວງຫາຂັ້ນຕອນຂອງການປະຕິບັດທີ່ສະເພາະເຈາະຈົງ, ເສັ້ນທາງຂອງການປະຕິບັດທີ່ສະເພາະເຈາະຈົງ ແລະ ຈຸດຈົບທີ່ປາຖະໜາສຳລັບໜ້າວຽກນັ້ນ ຫຼື ວຽກງານນັ້ນ. ນັ້ນກໍຄື ເຈົ້າຮັບມືກັບເລື່ອງທີ່ສຳຄັນ ແລະ ໜ້າທີ່ຂອງເຈົ້າເອງດ້ວຍຫົວໃຈທີ່ຮອບຄອບ ແລະ ລະມັດລະວັງ. ແນ່ນອນວ່າ ບາງຄົນກໍລະມັດລະວັງເປັນພິເສດ ເມື່ອພວກເຂົາຮັບມືກັບບັນຫາຕ່າງໆທີ່ພວກເຂົາປະເຊີນໃນຊີວິດປະຈຳວັນຂອງພວກເຂົາ; ພວກເຂົາບໍ່ປະໝາດ ແຕ່ພັດລະມັດລະວັງຢ່າງບໍ່ໜ້າເຊື່ອ. ນີ້ບໍ່ແມ່ນສິ່ງທີ່ບໍ່ດີ; ມັນຍັງສາມາດເອີ້ນໄດ້ວ່າເປັນຂໍ້ດີຂອງຄວາມເປັນມະນຸດ, ບໍ່ແມ່ນຂໍ້ບົກຜ່ອງ. ຄວາມລະມັດລະວັງສາມາດເວົ້າໄດ້ວ່າເປັນຂໍ້ດີຂອງຄວາມເປັນມະນຸດ; ການມີທັດສະນະຄະຕິທີ່ລະມັດລະວັງມີແຕ່ຈະເປັນປະໂຫຍດຕໍ່ຜູ້ຄົນ ແລະ ມັນຈະບໍ່ບີບຄັ້ນ ຫຼື ຜູກມັດຜູ້ຄົນໃນທາງໃດທາງໜຶ່ງຢ່າງເດັດຂາດ. ຖ້າເຈົ້າບໍ່ກ້າເວົ້າເມື່ອມີເລື່ອງຕ່າງໆເກີດຂຶ້ນ, ຖ້າເຈົ້າບໍ່ກ້າເຮັດຫຍັງ ຫຼື ບໍ່ກ້າພົວພັນກັບໃຜເລີຍ ຖ້າເຈົ້າຢ້ານວ່າໃບໄມ້ທີ່ຫຼົ່ນລົງມາຈະຕົກໃສ່ຫົວຂອງເຈົ້າ, ແລ້ວນີ້ກໍຄືການລະມັດລະວັງຫຼາຍເກີນໄປ. ການດຳລົງຊີວິດຢູ່ໃນໂລກນ້ອຍໆຂອງເຈົ້າເອງຢູ່ຕະຫຼອດເວລາ, ໃຊ້ເວລາໃນແຕ່ລະມື້ຂອງເຈົ້າໃນລັກສະນະທີ່ລະແວງຫຼາຍເກີນໄປ, ນີ້ແມ່ນຄວາມລະມັດລະວັງບໍ? (ບໍ່). ການຢ້ານວ່າຖ້າເຈົ້າອອກໄປຊື້ເຄື່ອງແລ້ວເຈົ້າຈະຖືກຫຼອກ, ການຢ້ານວ່າຖ້າເຈົ້າເປີດຮ້ານແລ້ວເຈົ້າຈະຂາດທຶນ, ການຢ້ານວ່າຖ້າເຈົ້າຊື້ເຮືອນແລ້ວມັນຈະກາຍເປັນຊັບສິນທີ່ມີປະຫວັດບໍ່ດີ, ການຢ້ານວ່າຖ້າເຈົ້າຊື້ຄອມພິວເຕີແລ້ວມັນຈະມີໄວຣັສ ເຊິ່ງການຖືກຜູກມັດດ້ວຍຄວາມຢ້ານກົວຫຼາຍເກີນໄປຈົນເຈົ້າບໍ່ກ້າເຮັດຫຍັງ ແລະ ພົບວ່າມັນຍາກທີ່ຈະກ້າວອອກໄປແມ່ນແຕ່ກ້າວດຽວ, ສິ່ງເຫຼົ່ານີ້ບໍ່ແມ່ນການສະແດງອອກຂອງຄວາມລະມັດລະວັງປະເພດທີ່ພວກເຮົາກຳລັງເວົ້າເຖິງຢູ່ນີ້ຢ່າງແນ່ນອນ. ການສະແດງອອກເຫຼົ່ານີ້ບົ່ງບອກວ່າຄົນໆໜຶ່ງເປັນຄົນໂງ່ຈ້າ, ບໍ່ມີປະໂຫຍດ ແລະ ຂີ້ຢ້ານ, ຍັງບໍ່ເປັນຜູ້ໃຫຍ່ ແລະ ຂາດຄວາມສາມາດໃນການດຳລົງຊີວິດຢ່າງອິດສະລະ. ພວກມັນເປັນການສະແດງອອກຂອງຂີດຄວາມສາມາດທີ່ຕ່ຳ. ນັ້ນກໍຄື ເມື່ອບຸກຄົນດັ່ງກ່າວປະເຊີນກັບສັງຄົມທີ່ຊົ່ວຮ້າຍນີ້ ແລະ ກຸ່ມຄົນທີ່ຊັບຊ້ອນ, ພວກເຂົາບໍ່ມີມາດຕະການຮັບມືໃດເລີຍ. ພວກເຂົາມັກຈະກັງວົນ, ຢ້ານກົວ ແລະ ຫວາດຫວັ່ນຫຼາຍຈົນພວກເຂົາຖອຍໜີ ແລະ ບໍ່ກ້າກ້າວໄປຂ້າງໜ້າ. ພວກເຂົາບໍ່ຢ້ານການຖືກຫຼອກລວງ ແລະ ຖືກໂກງ ກໍຢ້ານການຖືກທຳຮ້າຍ ຫຼື ຖືກຄາດຕະກຳ. ພວກເຂົາບໍ່ກ້າພົວພັນກັບໃຜ ຫຼື ຮັບມືກັບເລື່ອງໃດເລີຍ. ເມື່ອພວກເຂົາໄປເຮັດວຽກ, ພວກເຂົາກໍຢ້ານວ່າພວກເຂົາຈະບໍ່ໄດ້ຮັບຄ່າຈ້າງຂອງພວກເຂົາ. ແມ່ຍິງບາງຄົນເຖິງຂັ້ນບໍ່ກ້າເຮັດວຽກເພາະຢ້ານວ່າຈະໄດ້ຮັບການປະຕິບັດຢ່າງບໍ່ດີ. ບາງຄົນເຖິງຂັ້ນບໍ່ກ້າອອກຈາກເຮືອນຂອງພວກເຂົາດ້ວຍຊ້ຳ, ໂດຍຢ້ານວ່າພວກເຂົາອາດຈະພົບກັບຄົນບໍ່ດີ ແລະ ພວກເຂົາຢ້ານວ່າຖ້າພວກເຂົາຊື້ສິ່ງຂອງ ພວກເຂົາກໍຈະຖືກປຸ້ນສິ່ງຂອງເຫຼົ່ານັ້ນໄປ. ສະຫຼຸບແລ້ວ, ພວກເຂົາຢ້ານທຸກສິ່ງທຸກຢ່າງ. ນີ້ບໍ່ແມ່ນການລະມັດລະວັງຫຼາຍເກີນໄປບໍ? ນີ້ຄືການລະແວງຫຼາຍເກີນໄປ. ພວກເຂົາບໍ່ເປັນບ້າບໍ? ບາງຄົນມີແນວຄິດແບບນີ້, ພວກເຂົາກັງວົນກ່ຽວກັບເລື່ອງນັ້ນເລື່ອງນີ້ໝົດມື້ ແລະ ຜົນກໍຄື ພວກເຂົາບໍ່ກ້າຮັບມືກັບເລື່ອງໃດໆ ຫຼື ອອກໄປພົບກັບຜູ້ຄົນ ແລະ ພວກເຂົາເຮັດໄດ້ພຽງແຕ່ຢູ່ເຮືອນເທົ່ານັ້ນ. ພວກເຂົາເປັນຄົນປະເພດໃດ? (ຄົນບ້າ). ພວກເຂົາເປັນບ້າ; ພວກເຂົາຜິດປົກກະຕິ, ພວກເຂົາເປັນຄົນບໍ່ແມ່ນມະນຸດ. ການຂາດຄວາມສາມາດໃດໆໃນການຕັດສິນ, ການບໍ່ມີຫຼັກການ ຫຼື ມາດຕະຖານຂັ້ນຕ່ຳໃນສິ່ງໃດກໍຕາມທີ່ພວກເຂົາເຮັດ, ຄົນປະເພດນີ້ຄືສັດເດລະສານທີ່ກັບຊາດມາເກີດ, ພວກເຂົາບໍ່ມີຄວາມເປັນມະນຸດທີ່ປົກກະຕິ ແລະ ການທີ່ພວກເຂົາລະແວງຫຼາຍເກີນໄປນັ້ນບໍ່ແມ່ນຄວາມລະມັດລະວັງ. ຄວາມລະມັດລະວັງໝາຍເຖິງຫຍັງ? ຄວາມລະມັດລະວັງໝາຍເຖິງການເຮັດສິ່ງຕ່າງໆຢ່າງຮອບຄອບ, ເປັນລະບົບ ແລະ ປະຕິບັດຕາມກົດລະບຽບ ແລະ ອີງໃສ່ພື້ນຖານຂອງຫຼັກການນີ້ ກໍກະທຳຢ່າງຂ້ອນຂ້າງເຂັ້ມງວດ ແລະ ເມື່ອມີສິ່ງຕ່າງໆເກີດຂຶ້ນ ກໍໃຈເຢັນ, ບໍ່ຮີບຮ້ອນ, ບໍ່ປະໝາດ ຫຼື ບໍ່ໃຈຮ້ອນ ແລະ ສາມາດສະແຫວງຫາຫຼັກການຄວາມຈິງ ແລະ ສະແຫວງຫາວິທີການທີ່ສະຫຼາດໄດ້. ສິ່ງນີ້ເອີ້ນວ່າຄວາມລະມັດລະວັງ ແລະ ມີພຽງຄວາມລະມັດລະວັງນີ້ເທົ່ານັ້ນທີ່ເປັນຂໍ້ດີຂອງຄວາມເປັນມະນຸດ.

ການມັກເວົ້າໂອ້ອວດ ແລະ ຂີ້ໂມ້

ການມັກເວົ້າໂອ້ອວດ ແລະ ຂີ້ໂມ້, ມີຄົນແບບນັ້ນຢູ່ຫຼາຍ. ນີ້ຍັງເປັນກະແສຂອງສັງຄົມທີ່ຊົ່ວຮ້າຍອີກດ້ວຍ. ຫຼາຍຄົນເວົ້າເກີນຈິງ, ແຕ່ງເລື່ອງຂຶ້ນມາຢ່າງບໍ່ໃສ່ໃຈ ແລະ ເວົ້າໄປເລື້ອຍເປື່ອຍ. ສິ່ງທີ່ພວກເຂົາເວົ້າບໍ່ສອດຄ່ອງກັບຄວາມເປັນຈິງເລີຍ ແລະ ພວກເຂົາກໍເວົ້າໄຮ້ສາລະຫຼາຍ. ພວກເຂົາຍັງເຊື່ອວ່າຕົນເອງມີຄວາມສາມາດ, ໂດຍທີ່ບໍ່ມີຄວາມຮູ້ສຶກຂອງຄວາມສຸດຈະລິດ ແລະ ຄວາມອັບອາຍເລີຍ. ຄົນແບບນັ້ນຄູ່ຄວນແກ່ຄວາມໄວ້ວາງໃຈບໍ? (ບໍ່). ຄົນແບບນັ້ນມີຄວາມສຸດຈະລິດ ຫຼື ກຽດສັກສີບໍ? (ບໍ່). ຄົນແບບນັ້ນບໍ່ມີຄວາມສຸດຈະລິດ ແລະ ກຽດສັກສີ, ບໍ່ຄູ່ຄວນແກ່ການເຄົາລົບ ແລະ ບໍ່ໜ້າໄວ້ວາງໃຈ. ແລ້ວພວກເຂົາສາມາດໄດ້ຮັບມອບໝາຍໃຫ້ຮັບມືກັບເລື່ອງສຳຄັນໄດ້ບໍ? (ບໍ່). ແລ້ວການມັກຂີ້ໂມ້ເປັນບັນຫາປະເພດໃດ? (ມັນເປັນຂໍ້ບົກຜ່ອງຂອງຄວາມເປັນມະນຸດຂອງຄົນໆໜຶ່ງ). ມັນເປັນຂໍ້ບົກຜ່ອງຂອງຄວາມເປັນມະນຸດ ແຕ່ເຈົ້າຍັງຕ້ອງເບິ່ງຄວາມເປັນມະນຸດຂອງຄົນໆນີ້ອີກດ້ວຍວ່າ ຄວາມເປັນມະນຸດຂອງພວກເຂົາຊົ່ວຮ້າຍ ຫຼື ບໍ່ ແລະ ພວກເຂົາສາມາດຍອມຮັບສິ່ງທີ່ເປັນບວກໄດ້ ຫຼື ບໍ່. ຖ້າພວກເຂົາພຽງແຕ່ຕ່ຳຊ້າ ແລະ ໄດ້ຮັບອິດທິພົນຈາກຊີວິດໃນຄອບຄົວຂອງພວກເຂົາ ຫຼື ສະພາບແວດລ້ອມທາງສັງຄົມເປັນເວລາຕະຫຼອດຫຼາຍປີ, ຈົນເກີດເປັນນິໄສທີ່ບໍ່ດີໃນການມັກຂີ້ໂມ້ ແລະ ເວົ້າໂອ້ອວດ, ເວົ້າຢ່າງບໍ່ມີຄວາມຮັບຜິດຊອບ ແລະ ບໍ່ຄຳນຶງເຖິງຜົນທີ່ຈະຕາມມາ, ແລ້ວນັ້ນກໍເປັນພຽງຂໍ້ບົກຜ່ອງຂອງຄວາມເປັນມະນຸດຂອງພວກເຂົາ. ພວກເຂົາບໍ່ໄດ້ເປັນຄົນບໍ່ດີ; ພວກເຂົາພຽງແຕ່ຢູ່ໃນລະດັບທີ່ຕ່ຳຊ້າຢ່າງຮ້າຍແຮງເທົ່ານັ້ນ. ຖ້າຄົນດັ່ງກ່າວ, ນອກເໜືອຈາກການມັກຂີ້ໂມ້ແລ້ວ ຍັງກະທຳການໃນລັກສະນະທີ່ຂ້ອນຂ້າງຂົ່ມເຫັງ ແລະ ໂຫດຮ້າຍໃນການພົວພັນກັບຄົນອື່ນ ແລະ ຈຸດປະສົງຂອງພວກເຂົາໃນການເວົ້າໂອ້ອວດ ແລະ ຂີ້ໂມ້ກໍເພື່ອຂົ່ມເຫັງຄົນອື່ນ ແລະ ເຮັດໃຫ້ສິ່ງທີ່ພວກເຂົາຂີ້ໂມ້ ແລະ ເວົ້າເກີນຈິງນັ້ນເບິ່ງສູງສົ່ງກວ່າ, ດີກວ່າ ແລະ ຢູ່ເໜືອກວ່າສິ່ງທີ່ຄົນອື່ນໄດ້ເຮັດ ຫຼື ຄອບຄອງ, ແລ້ວສິ່ງນີ້ກໍບໍ່ແມ່ນບັນຫາຂອງການທີ່ພວກເຂົາຕ່ຳຊ້າອີກຕໍ່ໄປ. ມັນເປັນບັນຫາປະເພດໃດ? (ມັນເປັນບັນຫາຂອງຄວາມເປັນມະນຸດທີ່ຊົ່ວຮ້າຍ). ນີ້ຄືບັນຫາຂອງຄວາມເປັນມະນຸດທີ່ຊົ່ວຮ້າຍ. ແລ້ວມີອຸປະນິໄສທີ່ເສື່ອມຊາມກ່ຽວຂ້ອງຢູ່ບ່ອນນີ້ບໍ? (ມີ). ອຸປະນິໄສທີ່ເສື່ອມຊາມປະເພດໃດ? (ອຸປະນິໄສທີ່ໂຫດຮ້າຍ). ພວກເຂົາມີອຸປະນິໄສທີ່ອວດດີ ແລະ ໂຫດຮ້າຍ. ບາງຄົນມັກຂີ້ໂມ້ພຽງແຕ່ຍ້ອນວ່າພວກເຂົາຕ່ຳຊ້າຢ່າງຮ້າຍແຮງ. ສິ່ງນີ້ເກີດຈາກນິໄສການດຳລົງຊີວິດ ແລະ ສະພາບແວດລ້ອມໃນການດຳລົງຊີວິດຂອງພວກເຂົາ. ພວກເຂົາພຽງແຕ່ບໍ່ເຂົ້າໃຈວ່າການເວົ້າຕາມຄວາມເປັນຈິງມັນໝາຍຄວາມວ່າແນວໃດ, ເວົ້າຈາກໃຈ, ສົນທະນາກ່ຽວກັບສະຖານະການຈິງ ຫຼື ເວົ້າກ່ຽວກັບຊີວິດ ແລະ ເລື່ອງທີ່ເໝາະສົມ. ພວກເຂົາຂາດຄວາມຮັບຮູ້ນີ້. ການສຶກສາດັ່ງກ່າວບໍ່ມີຢູ່ໃນສະພາບແວດລ້ອມໃນຄອບຄົວ ແລະ ໂຮງຮຽນຂອງພວກເຂົາ ແລະ ຍິ່ງບໍ່ມີເລີຍຫຼັງຈາກທີ່ພວກເຂົາເຂົ້າສູ່ສັງຄົມ. ຜົນກໍຄື ຄວາມຕ່ຳຊ້າແຕ່ກຳເນີດຂອງພວກເຂົານັ້ນຮ້າຍແຮງຫຼາຍ. ພວກເຂົາເປັນຄົນບໍ່ຈິງຈັງ ແລະ ຂາດກິລິຍາມາລະຍາດທີ່ເໝາະສົມ ແລະ ພຽງແຕ່ມັກເວົ້າໂອ້ອວດ ແລະ ຂີ້ໂມ້ ເພື່ອທີ່ຈະໂອ້ອວດ ແລະ ເຮັດໃຫ້ຄົນອື່ນຄິດວ່າພວກເຂົາສູງສົ່ງ. ໃນໃຈຂອງພວກເຂົາ, ພວກເຂົາບໍ່ມີຄວາມທະເຍີທະຍານ, ຄວາມປາຖະໜາ ຫຼື ຄວາມຕ້ອງການອື່ນໃດເລີຍ. ຖ້າພວກເຂົາພຽງແຕ່ສະແດງເຖິງການສະແດງອອກເຫຼົ່ານີ້, ນີ້ກໍເປັນພຽງຄວາມຕ່ຳຊ້າ; ນີ້ຄືຂໍ້ບົກຜ່ອງຂອງຄວາມເປັນມະນຸດຂອງພວກເຂົາ. ແຕ່ຖ້າການຂີ້ໂມ້ຂອງພວກເຂົາມີເປົ້າໝາຍ ແລະ ຜ່ານການຂີ້ໂມ້ນັ້ນ ພວກເຂົາໄດ້ນຳສະເໜີຕົນເອງວ່າເປັນຄົນທີ່ມີຄວາມສາມາດສູງ ແລະ ມີຄວາມສາມາດພິເສດ, ພ້ອມທັງເໜືອກວ່າ, ແຕກຕ່າງຈາກ ແລະ ຢູ່ເໜືອກວ່າຄົນທຳມະດາ, ແລ້ວສິ່ງນີ້ກໍບໍ່ແມ່ນບັນຫາຂອງການເປັນຄົນຕ່ຳຊ້າອີກຕໍ່ໄປ. ການມັກຂີ້ໂມ້ຂອງພວກເຂົາຖືກນຳພາໂດຍຄວາມຄິດທີ່ສະເພາະເຈາະຈົງ, ຖືກຂັບເຄື່ອນໂດຍຄວາມຢາກໄດ້ສະຖານະ, ຄວາມທະເຍີທະຍານ ແລະ ຄວາມປາຖະໜາ. ພວກເຂົາໃຊ້ການຂີ້ໂມ້ເປັນວິທີໃນການຂົ່ມເຫັງ ແລະ ເຮັດໃຫ້ຄົນອື່ນຍອມຈຳນົນ, ເຮັດໃຫ້ຄົນອື່ນຮູ້ສຶກຕ່ຳຕ້ອຍກວ່າ ແລະ ບໍ່ດີເທົ່າພວກເຂົາ ແລະ ເຄົາລົບ ແລະ ເຊື່ອຟັງພວກເຂົາ. ນີ້ຄືຄວາມຊົ່ວຮ້າຍຂອງຄວາມເປັນມະນຸດຂອງພວກເຂົາ. ການມັກຂີ້ໂມ້ຂອງພວກເຂົາມີເປົ້າໝາຍເພື່ອໃຫ້ໄດ້ປຽບ: “ບໍ່ວ່າເຈົ້າຈະມີຫຍັງ, ຂ້ອຍກໍມີຄືກັນ. ບໍ່ວ່າເຈົ້າຈະເຮັດຫຍັງໄດ້, ຂ້ອຍກໍເຮັດໄດ້ຄືກັນ. ບໍ່ວ່າເຈົ້າຈະຮູ້ຫຍັງ, ຂ້ອຍກໍຮູ້ຄືກັນ. ບໍ່ວ່າເຈົ້າຈະເຄີຍເຫັນຫຍັງ, ຂ້ອຍກໍເຄີຍເຫັນຄືກັນ. ຂ້ອຍບໍ່ໄດ້ຕ່ຳຕ້ອຍກວ່າເຈົ້າດອກ!” ມັນເຖິງຂັ້ນທີ່ວ່າ ຖ້າເຈົ້າເຄີຍກິນອາຫານປະເພດໃດໜຶ່ງ, ເຖິງແມ່ນວ່າຈະເຫັນໄດ້ຊັດເຈນວ່າພວກເຂົາບໍ່ເຄີຍກິນອາຫານປະເພດນັ້ນມາກ່ອນ, ກໍຈະຍັງອ້າງວ່າພວກເຂົາເຄີຍກິນ ແລະ ບໍ່ພຽງແຕ່ເທົ່ານັ້ນ, ພວກເຂົາຈະເວົ້າວ່າພວກເຂົາເຄີຍກິນມັນຫຼາຍກວ່າ ແລະ ອາຫານທີ່ພວກເຂົາກິນນັ້ນກໍດີກວ່າອາຫານທີ່ເຈົ້າກິນ. ພວກເຂົາຈະຂີ້ໂມ້ແມ່ນແຕ່ເລື່ອງທີ່ບໍ່ເຄີຍເກີດຂຶ້ນເລີຍ. ຈຸດປະສົງຂອງການຂີ້ໂມ້ຂອງພວກເຂົາແມ່ນຫຍັງ? ມັນກໍເພື່ອໃຫ້ໂດດເດັ່ນກວ່າເຈົ້າ, ເພື່ອແຂ່ງຂັນກັບເຈົ້າ ແລະ ເພື່ອເຮັດໃຫ້ເຈົ້າຮູ້ສຶກວ່າພວກເຂົາດີກວ່າເຈົ້າ, ຮູ້ສຶກວ່າພວກເຂົາເກັ່ງເທົ່າກັບເຈົ້າທຸກປະການ. ພວກເຂົາຖືກຂັບເຄື່ອນໂດຍຄວາມທະເຍີທະຍານ ແລະ ຄວາມປາຖະໜາ. ແລ້ວການສະແດງອອກຂອງຄວາມເປັນມະນຸດທີ່ຖືກຂັບເຄື່ອນໂດຍຄວາມທະເຍີທະຍານ ແລະ ຄວາມປາຖະໜາດັ່ງກ່າວເປັນພຽງຄວາມຕ່ຳຊ້າ ຫຼື ມັນເປັນຄວາມເປັນມະນຸດທີ່ຊົ່ວຮ້າຍ? (ມັນເປັນຄວາມເປັນມະນຸດທີ່ຊົ່ວຮ້າຍ). ມີອຸປະນິໄສທີ່ເສື່ອມຊາມກ່ຽວຂ້ອງຢູ່ບ່ອນນີ້ບໍ? (ມີ). ການຖືກຂັບເຄື່ອນໂດຍຄວາມທະເຍີທະຍານ ແລະ ຄວາມປາຖະໜາ, ນີ້ຄືອຸປະນິໄສທີ່ເສື່ອມຊາມ. ອຸປະນິໄສທີ່ເສື່ອມຊາມປະເພດໃດ? (ຄວາມອວດດີ ແລະ ຄວາມໂຫດຮ້າຍ). ຖືກຕ້ອງແລ້ວ. ມີອຸປະນິໄສທີ່ເສື່ອມຊາມຢູ່ສອງປະເພດນີ້ຄື: ຄວາມອວດດີ ແລະ ຄວາມໂຫດຮ້າຍ. ນອກຈາກນີ້, ຍັງມີຄວາມຊົ່ວຊ້າອີກເລັກນ້ອຍດ້ວຍ. ນັ້ນກໍຄື ບໍ່ວ່າເຈົ້າຈະເວົ້າຫຍັງກໍຕາມ, ພວກເຂົາມັກຈະໄຕ່ຕອງມັນໃນໃຈຢູ່ສະເໝີ, ພະຍາຍາມສ້າງບາງສິ່ງບາງຢ່າງຈາກມັນຢູ່ສະເໝີ ແລະ ຮັບມືກັບມັນດ້ວຍຄວາມຄິດທີ່ຊົ່ວຊ້າ ແລະ ແນວຄວາມຄິດທີ່ສຸດໂຕ່ງຢູ່ສະເໝີ. ຕົວຢ່າງ: ຖ້າເຈົ້າເວົ້າວ່າ “ລົດຂອງຄອບຄົວຂ້ອຍແມ່ນໂຕໂຢຕ້າ; ມັນເປັນລົດຍີ່ປຸ່ນ”, ພວກເຂົາກໍຈະເວົ້າວ່າ “ລົດຍີ່ປຸ່ນບໍ່ດີດອກ. ລົດເຢຍລະມັນດີກວ່າ. ລົດເຢຍລະມັນທີ່ຂ້ອຍເຄີຍຂັບບໍ່ພຽງແຕ່ມີປະສິດທິພາບດີເລີດເທົ່ານັ້ນ ແຕ່ຍັງແລ່ນໄດ້ຫຼາຍກວ່າສິບປີໂດຍບໍ່ເພເລີຍ ເຊິ່ງມັນດີກວ່າລົດຂອງເຈົ້າຫຼາຍ!” ພວກເຂົາຈຳເປັນຕ້ອງເອົາຊະນະເຈົ້າໃຫ້ໄດ້ຢ່າງແນ່ນອນ. ເຈົ້າເວົ້າວ່າ “ຂ້ອຍຮຽນບໍ່ຈົບມັດທະຍົມປາຍດ້ວຍຊ້ຳ”, ພວກເຂົາກໍເວົ້າວ່າ “ຂ້ອຍຮຽນຈົບມັດທະຍົມປາຍ. ເຈົ້າອິດສາຂ້ອຍ, ບໍ່ແມ່ນບໍ?” ໃນຄວາມເປັນຈິງແລ້ວ, ພວກເຂົາຮຽນບໍ່ຈົບມັດທະຍົມຕົ້ນດ້ວຍຊ້ຳ ແຕ່ພວກເຂົາກໍຍັງຢາກເອົາຊະນະເຈົ້າ. ພວກເຂົາເພີດເພີນກັບຄວາມຮູ້ສຶກທີ່ຄົນອື່ນອິດສາພວກເຂົາ, ຄິດວ່າພວກເຂົາສູງສົ່ງ ແລະ ເຄົາລົບພວກເຂົາ. ເຈົ້າເຫັນບໍ, ການຕອບສະໜອງຂອງພວກເຂົາຕໍ່ຂໍ້ມູນທີ່ພວກເຂົາໄດ້ຮັບຈາກໃຜກໍຕາມມັກຈະຊົ່ວຊ້າ ແລະ ສຸດໂຕ່ງຢູ່ສະເໝີ. ພວກເຂົາຂາດຄວາມຄິດຂອງຄວາມເປັນມະນຸດທີ່ປົກກະຕິ. ຄົນປົກກະຕິ ເມື່ອໄດ້ຍິນວ່າຄົນອື່ນມີສິ່ງທີ່ດີ, ກໍອາດຈະເວົ້າວ່າ “ດີຫຼາຍທີ່ເຈົ້າມີສິ່ງນັ້ນ. ເຈົ້າຊ່ວຍບອກຂ້ອຍກ່ຽວກັບລັກສະນະທີ່ສະເພາະເຈາະຈົງ ແລະ ຂໍ້ດີຂອງມັນໄດ້ບໍ? ຂ້ອຍຢາກຮຽນຮູ້ເພີ່ມເຕີມກ່ຽວກັບມັນ”. ຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິຈະຕອບສະໜອງແບບນີ້. ແຕ່ຄົນທີ່ມັກຂີ້ໂມ້ບໍ່ໄດ້ມີຄວາມເປັນມະນຸດທີ່ປົກກະຕິ. ພວກເຂົາຄິດວ່າ “ເປັນຫຍັງເຈົ້າຈຶ່ງມີສິ່ງນັ້ນ ແຕ່ຂ້ອຍພັດບໍ່ມີ? ເຖິງແມ່ນວ່າຂ້ອຍຈະບໍ່ມີມັນກໍຕາມ, ຂ້ອຍກໍຍັງຕ້ອງເວົ້າວ່າຂ້ອຍມີ ແລະ ຍິ່ງໄປກວ່ານັ້ນ ຂ້ອຍຕ້ອງເວົ້າວ່າຂອງຂ້ອຍດີກວ່າຂອງເຈົ້າ!” ຖ້າເຈົ້າຂໍໃຫ້ພວກເຂົາເອົາມັນອອກມາ ແລະ ສະແດງໃຫ້ເຈົ້າເບິ່ງ, ພວກເຂົາກໍຈະເວົ້າວ່າ “ຂ້ອຍບໍ່ໃຫ້ເຈົ້າເບິ່ງດອກ!” ທັງທີ່ຄວາມຈິງແລ້ວພວກເຂົາບໍ່ມີມັນເລີຍ. ສິ່ງນີ້ຊົ່ວຊ້າບໍ? (ແມ່ນແລ້ວ). ເວົ້າອີກຢ່າງໜຶ່ງກໍຄື ເມື່ອມີສິ່ງໃດເກີດຂຶ້ນກັບພວກເຂົາ ຫຼື ເມື່ອພວກເຂົາເຫັນ ຫຼື ໄດ້ຮັບຂໍ້ມູນໃດໆ, ການຕອບສະໜອງຂອງພວກເຂົາມັກຈະສຸດໂຕ່ງ, ບໍ່ສອດຄ່ອງກັບຄວາມເປັນມະນຸດ ແລະ ຊົ່ວຊ້າຢູ່ສະເໝີ, ສະນັ້ນ ຈຶ່ງມີຄວາມຊົ່ວຊ້າບາງຢ່າງໃນອຸປະນິໄສຂອງພວກເຂົາເຊັ່ນກັນ. ເວົ້າອີກແບບໜຶ່ງກໍຄື ເມື່ອເຈົ້າສົນທະນາ ຫຼື ໂອ້ລົມກັບພວກເຂົາຕາມປົກກະຕິ ແລະ ເຈົ້າຮູ້ສຶກວ່າເຈົ້າບໍ່ໄດ້ເວົ້າຫຍັງທີ່ອາດຈະກະຕຸ້ນໃຫ້ເກີດປະຕິກິລິຍາທາງຈິດໃຈທີ່ບໍ່ເໝາະສົມ, ແຕ່ຈິດໃຈຂອງພວກເຂົາພັດເຕັມໄປດ້ວຍຄວາມຄິດຫຼາກຫຼາຍຢູ່ແລ້ວ. ພວກເຂົາອິດສາເຈົ້າຢູ່ແລ້ວ ແລະ ຕໍ່ຕ້ານ ແລະ ກຽດຊັງເຈົ້າ, ໃນຂະນະດຽວກັນກໍຕ້ອງການກົດຂີ່ເຈົ້າອີກດ້ວຍ. ຈິດໃຈຂອງພວກເຂົາຖືກຄອບງຳດ້ວຍສິ່ງເຫຼົ່ານີ້. ນີ້ບໍ່ແມ່ນຄວາມຊົ່ວຊ້າບໍ? (ແມ່ນແລ້ວ). ຄົນຊົ່ວຊ້າບໍ່ໄດ້ບໍລິສຸດ. ການສະແດງອອກ, ຄຳເວົ້າ ແລະ ການກະທຳສ່ວນໃຫຍ່ທີ່ພວກເຂົາເປີດເຜີຍນັ້ນບໍ່ສອດຄ່ອງກັບສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ. ມັນເປັນໄປໄດ້ວ່າມີການຮຸກຮານບາງຢ່າງໃນຄຳເວົ້າຂອງພວກເຂົາ; ນອກເໜືອຈາກມີການຮຸກຮານແລ້ວ, ຄຳເວົ້າບາງຄຳຂອງພວກເຂົາອາດຈະບໍ່ເປັນຄວາມຈິງ ແລະ ບາງຄຳກໍອາດຈະເປັນການເວົ້າໂອ້ອວດ. ນີ້ກໍຍ້ອນວ່າພວກເຂົາມີຄວາມຄິດທີ່ຊົ່ວຊ້າຢູ່ພາຍໃນຕົວພວກເຂົາ ແລະ ຖືກຂັບເຄື່ອນດ້ວຍຄວາມຄິດທີ່ຊົ່ວຊ້າເຫຼົ່ານີ້, ຄຳເວົ້າທີ່ພວກເຂົາເວົ້າຈຶ່ງລ້ວນແຕ່ເປັນຄຳຕົວະ, ເຊິ່ງລ້ວນແຕ່ມີຕົ້ນກຳເນີດມາຈາກຊາຕານ ແລະ ມານຮ້າຍ. ຄົນແບບນັ້ນບໍ່ມີຄວາມເປັນມະນຸດ; ພວກເຂົາບໍ່ແມ່ນມະນຸດ. ຄົນທີ່ມັກຂີ້ໂມ້ ແລະ ເວົ້າໂອ້ອວດສາມາດຖືກແບ່ງອອກເປັນສອງປະເພດ. ພວກເຂົາຄວນຖືກກຳນົດລັກສະນະໂດຍອີງໃສ່ແກ່ນແທ້ໃນຄວາມເປັນມະນຸດຂອງພວກເຂົາ. ນັ້ນກໍຄື ຕ້ອງເບິ່ງວ່າພວກເຂົາຕ່ຳຊ້າ ຫຼື ບໍ່ ແລະ ຄວາມເປັນມະນຸດຂອງພວກເຂົາຊົ່ວຮ້າຍ ຫຼື ບໍ່ ເພື່ອຕັດສິນວ່າພວກເຂົາມີບັນຫາຫຍັງ. ຖ້າພວກເຂົາມີຄວາມເປັນມະນຸດທີ່ຊົ່ວຮ້າຍ ແລະ ຕ່ຳຊ້າຢ່າງຮ້າຍແຮງ, ສາມາດກະທຳການກະທຳທີ່ຊົ່ວຮ້າຍໄດ້ຫຼາຍຢ່າງ, ແລ້ວພວກເຂົາກໍບໍ່ແມ່ນຄົນດີ ແລະ ຄວນຖືກກຳນົດລັກສະນະວ່າເປັນຄົນຊົ່ວຮ້າຍ. ເຖິງຢ່າງໃດກໍຕາມ, ຖ້າພວກເຂົາພຽງແຕ່ເວົ້າໂອ້ອວດເລັກນ້ອຍ ແລະ ມີຄວາມຕ່ຳຊ້າເລັກນ້ອຍ ແຕ່ບໍ່ໄດ້ເຮັດສິ່ງທີ່ບໍ່ດີເລີຍ, ຍັງຄົງມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນບາງຢ່າງ ແລະ ຍັງສາມາດເຮັດສິ່ງທີ່ດີບາງຢ່າງໄດ້, ແລ້ວພວກເຂົາກໍຍັງສາມາດຖືໄດ້ວ່າເປັນຄົນທີ່ມີຄວາມເປັນມະນຸດທີ່ດີ. ນີ້ບໍ່ແມ່ນບັນຫາໃຫຍ່ ແລະ ຖ້າຂີດຄວາມສາມາດຂອງພວກເຂົາດີ, ພວກເຂົາກໍອາດຈະໄດ້ຮັບການເລືອກຕັ້ງໃຫ້ເປັນຜູ້ກຳກັບດູແລ ຫຼື ຜູ້ນຳ ຫຼື ຜູ້ເຮັດວຽກດ້ວຍຊ້ຳ. ເຖິງແມ່ນວ່າຄົນສອງປະເພດນີ້ລ້ວນແຕ່ເວົ້າໂອ້ອວດ ແລະ ມັກຂີ້ໂມ້ກໍຕາມ, ແຕ່ມັນກໍຂຶ້ນຢູ່ກັບວ່າຄວາມເປັນມະນຸດຂອງພວກເຂົາດີ ຫຼື ຊົ່ວຮ້າຍ. ຖ້າພວກເຂົາພຽງແຕ່ຕ່ຳຊ້າ, ນີ້ກໍເປັນຂໍ້ບົກຜ່ອງຂອງຄວາມເປັນມະນຸດຂອງພວກເຂົາ ແລະ ບໍ່ກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມ. ເຖິງຢ່າງໃດກໍຕາມ, ຖ້າການຂີ້ໂມ້ຂອງພວກເຂົາມີເຈດຕະນາ ແລະ ຄວາມທະເຍີທະຍານຢູ່ເບື້ອງຫຼັງ, ແລ້ວມັນກໍບົ່ງບອກເຖິງຄວາມເປັນມະນຸດທີ່ຊົ່ວຮ້າຍ ແລະ ກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມ. ໃນແງ່ຂອງຄວາມເປັນມະນຸດຂອງພວກເຂົາ, ມັນເປັນຄວາມຊົ່ວຮ້າຍ; ອຸປະນິໄສທີ່ເສື່ອມຊາມທີ່ກ່ຽວຂ້ອງກັບເລື່ອງນີ້ກໍຄື ຄວາມອວດດີ, ຄວາມຊົ່ວຊ້າ ຫຼື ຄວາມໂຫດຮ້າຍ. ມັນກ່ຽວຂ້ອງກັບທັງລັກສະນະທີ່ຕ່ຳຊ້າ ແລະ ອຸປະນິໄສທີ່ເສື່ອມຊາມ, ບໍ່ແມ່ນບໍ? (ແມ່ນແລ້ວ).

ຄວາມບໍ່ລະມັດລະວັງ

ໃຫ້ພວກເຮົາໂອ້ລົມກ່ຽວກັບການສະແດງອອກອີກຢ່າງໜຶ່ງ: ຄວາມບໍ່ລະມັດລະວັງ. ການບໍ່ລະມັດລະວັງໃນທຸກສິ່ງທີ່ຄົນໆໜຶ່ງເຮັດ, ສິ່ງນີ້ຈັດຢູ່ໃນດ້ານໃດ? (ຂໍ້ບົກຜ່ອງຂອງຄວາມເປັນມະນຸດຂອງຄົນໆໜຶ່ງ). ຄົນແບບນັ້ນເບິ່ງທຸກສິ່ງທຸກຢ່າງໃນລັກສະນະທີ່ຫຍາບໆ ແລະ ທົ່ວໄປ, ບໍ່ສາມາດຈັບໃຈຄວາມຈຸດສຳຄັນໄດ້. ທຸກສິ່ງທີ່ພວກເຂົາເຮັດລ້ວນແຕ່ເຮັດແບບສາບສວຍ. ພວກເຂົາບໍ່ສາມາດເຮັດວຽກທີ່ລະອຽດຮອບຄອບໄດ້ ເຊັ່ນ: ວຽກງານຂໍ້ຄວາມ ຫຼື ການຈັດການເອກະສານ. ພວກເຂົາບໍ່ສາມາດຮັບມືກັບໜ້າວຽກທີ່ຕ້ອງການຄວາມແມ່ນຍຳໄດ້ເຊັ່ນກັນ. ເມື່ອຕັດຫຍິບເຄື່ອງນຸ່ງ, ບາງຄັ້ງພວກເຂົາກໍຫຍິບຂາໂສ້ງໃສ່ບ່ອນທີ່ຄວນຈະເປັນແຂນເສື້ອ, ບາງຄັ້ງກໍເຮັດແຂນຍາວໃຫ້ກາຍເປັນແຂນສັ້ນ ຫຼື ເຮັດແອວ 26 ນິ້ວໃຫ້ກາຍເປັນແອວ 24 ນິ້ວ. ພວກເຂົາເຮັດໃຫ້ເຄື່ອງນຸ່ງໃຫຍ່ເກີນໄປ ຫຼື ນ້ອຍເກີນໄປ. ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ພວກເຂົາມັກຈະບໍ່ລະມັດລະວັງ, ເຮັດແບບປະໝາດ ແລະ ເຊີ້ຊ້າຢູ່ສະເໝີ ຈົນພວກເຂົາບໍ່ສາມາດເຮັດຫຍັງໃຫ້ສຳເລັດດ້ວຍດີໄດ້ເລີຍ. ພວກເຂົາສາມາດບໍ່ລະມັດລະວັງໄດ້ຫຼາຍສໍ່າໃດ? ເມື່ອອອກໄປຈັດການບາງສິ່ງບາງຢ່າງ, ພວກເຂົາເຖິງຂັ້ນລືມສິ່ງທີ່ພວກເຂົາຄວນຈະເອົາໄປນຳ. ຕົວຢ່າງ: ເມື່ອໄປພົບທະນາຍຄວາມສຳລັບການຟ້ອງຮ້ອງ, ພວກເຂົາກໍລືມເອົາບັດປະຈຳຕົວຂອງພວກເຂົາໄປນຳ, ພ້ອມທັງຫຼັກຖານທີ່ທະນາຍຄວາມໄດ້ຮ້ອງຂໍໄວ້. ພວກເຂົາລືມສິ່ງຕ່າງໆໄວ້ຫຼາຍຢ່າງ. ບາງຄັ້ງ ພວກເຂົາເຖິງຂັ້ນບໍ່ຮູ້ວ່າພວກເຂົາວາງສິ່ງຂອງທີ່ສຳຄັນຂອງພວກເຂົາໄວ້ຢູ່ໃສ ແລະ ບໍ່ພະຍາຍາມທີ່ຈະຈື່ຈຳ. ຜົນກໍຄື ພວກເຂົາມັກຈະເຮັດສິ່ງຂອງເສຍ ແລະ ລືມສິ່ງຕ່າງໆ ແລະ ສິ່ງທີ່ພວກເຂົາເຮັດ ແລະ ຊີວິດປະຈຳວັນຂອງພວກເຂົາກໍວຸ້ນວາຍຢ່າງສິ້ນເຊີງ. ຄົນແບບນັ້ນບໍ່ເຄີຍເອົາຈິງເອົາຈັງໃນວິທີທີ່ພວກເຂົາປະຕິບັດຕໍ່ວຽກງານ ຫຼື ໜ້າທີ່ຂອງພວກເຂົາເລີຍ. ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ ມັນກໍມັກຈະເປັນການເຮັດແບບຜິວເຜີນ ແລະ ເຮັດແບບສາບສວຍຢູ່ສະເໝີ ເຊິ່ງພວກເຂົາພຽງແຕ່ເຫັນພາບລວມຄ່າວໆກ່ຽວກັບເລື່ອງທີ່ພວກເຂົາສັງເກດການ, ພຽງແຕ່ໄດ້ຮັບຄວາມເຂົ້າໃຈແບບຫຍາບໆກ່ຽວກັບຄຳເວົ້າທີ່ພວກເຂົາໄດ້ຍິນ, ພຽງແຕ່ເວົ້າສິ່ງຕ່າງໆໃນລັກສະນະທີ່ຫຍາບໆ ແລະ ທົ່ວໄປ ແລະ ພຽງແຕ່ເກັບຮັກສາໂຄງຮ່າງແບບຫຍາບໆຂອງສິ່ງຕ່າງໆໄວ້ໃນຄວາມຊົງຈຳຂອງພວກເຂົາເທົ່ານັ້ນ. ຜົນກໍຄື ພວກເຂົາບໍ່ສາມາດຮັບມືກັບວຽກງານທີ່ສຳຄັນ ຫຼື ວຽກງານທີ່ເປັນຄວາມລັບໄດ້; ພວກເຂົາບໍ່ເໝາະສົມສຳລັບການເຮັດໜ້າວຽກດັ່ງກ່າວ. ຖ້າຄວາມບໍ່ລະມັດລະວັງຂອງພວກເຂົາກ່ຽວຂ້ອງກັບຊີວິດສ່ວນຕົວ ຫຼື ສຸຂະອະນາໄມຂອງພວກເຂົາເທົ່ານັ້ນ, ໂດຍບໍ່ສົ່ງຜົນກະທົບຕໍ່ຄົນອື່ນ ຫຼື ເລື່ອງສຳຄັນໃດໆ, ແລ້ວມັນກໍເປັນພຽງຂໍ້ບົກຜ່ອງຂອງຄວາມເປັນມະນຸດຂອງພວກເຂົາ ເຊິ່ງບໍ່ວ່າຈະມີບັນຫາໃດເກີດຂຶ້ນ, ພວກເຂົາກໍພຽງແຕ່ຮັບຜິດຊອບດ້ວຍຕົນເອງ ແລ້ວມັນກໍຈົບລົງເທົ່ານັ້ນ. ເຖິງຢ່າງໃດກໍຕາມ, ຖ້າມັນກ່ຽວຂ້ອງກັບໜ້າທີ່, ວຽກງານທີ່ສຳຄັນ, ຊະຕາກຳ ແລະ ອະນາຄົດຂອງຄົນໃດຄົນໜຶ່ງ, ການທີ່ຄົນໃດຄົນໜຶ່ງຈະຢູ່ ຫຼື ຈາກໄປ ແລະ ອື່ນໆ ແລ້ວຄົນແບບນັ້ນກໍບໍ່ເໝາະສົມສຳລັບການຮັບມືກັບເລື່ອງເຫຼົ່ານີ້ ເພາະວ່າພວກເຂົາບໍ່ລະມັດລະວັງເກີນໄປ. ຢ່າງໜຶ່ງກໍຄື ພວກເຂົາບໍ່ລະອຽດຮອບຄອບໃນເລື່ອງເຫຼົ່ານີ້; ພວກເຂົາພຽງແຕ່ເບິ່ງແບບຫຍາບໆ, ໂດຍຂີ້ຄ້ານເກີນກວ່າທີ່ຈະໃຊ້ສະໝອງຂອງພວກເຂົາ ຫຼື ໃສ່ຄວາມຄິດ ແລະ ພະລັງງານເພື່ອຈັດການກັບພວກມັນ. ອີກຢ່າງໜຶ່ງກໍຄື ຮູບແບບ ແລະ ການຮັບມືກັບເຮັດສິ່ງຕ່າງໆຂອງພວກເຂົານັ້ນມັກຈະເປັນການເຮັດແບບຜິວເຜີນ ແລະ ເຮັດແບບສາບສວຍຢູ່ສະເໝີ ແລະ ພວກເຂົາມັກຈະເຮັດສິ່ງຂອງເສຍ ແລະ ລືມສິ່ງຕ່າງໆ. ຖ້າສິ່ງນີ້ກ່ຽວຂ້ອງກັບຊີວິດສ່ວນຕົວຂອງພວກເຂົາເທົ່ານັ້ນ, ມັນກໍບໍ່ແມ່ນບັນຫາໃຫຍ່. ເຖິງຢ່າງໃດກໍຕາມ, ຖ້າມັນກ່ຽວຂ້ອງກັບວຽກງານທີ່ສຳຄັນ ຫຼື ເລື່ອງທີ່ເປັນຄວາມລັບ, ພວກເຂົາກໍສາມາດເຮັດໃຫ້ສິ່ງຕ່າງໆວຸ້ນວາຍ ຫຼື ເຖິງຂັ້ນກໍ່ໃຫ້ເກີດໄພພິບັດຄັ້ງໃຫຍ່ໄດ້. ຕົວຢ່າງ: ມີຄົນຈຳເປັນຕ້ອງໄປປາຣີຢ່າງຮີບດ່ວນ ແຕ່ຍ້ອນຄວາມບໍ່ລະມັດລະວັງຂອງພວກເຂົາ, ພວກເຂົາພັດໄປຊື້ປີ້ຍົນໄປໂຣມແທນ. ພວກເຂົາເຖິງຂັ້ນຮູ້ສຶກຂ້ອນຂ້າງພໍໃຈ ໂດຍເວົ້າວ່າ “ປີ້ທີ່ຂ້ອຍຊື້ມື້ນີ້ຖືກຫຼາຍ!” ຄົນອື່ນເບິ່ງແລ້ວກໍເວົ້າວ່າ “ແນ່ນອນວ່າມັນຖືກ, ເຈົ້າຄວນຈະໄປປາຣີ ແລ້ວເປັນຫຍັງເຈົ້າຈຶ່ງຊື້ປີ້ໄປໂຣມ?” ນີ້ຄືການບໍ່ລະມັດລະວັງຫຼາຍເກີນໄປ! ຄົນແບບນັ້ນເບິ່ງທຸກສິ່ງທຸກຢ່າງດ້ວຍທັດສະນະຄະຕິທີ່ບໍ່ໃສ່ໃຈ ແລະ ເຮັດພໍແລ້ວມືແລ້ວຕີນ. ພວກເຂົາພຽງແຕ່ເບິ່ງສິ່ງໃດໜຶ່ງພຽງຄັ້ງດຽວ ເພື່ອໃຫ້ເຫັນພາບລວມຄ່າວໆກ່ຽວກັບມັນ ແລ້ວກໍແລ້ວໄປ. ນີ້ຄືທັດສະນະຄະຕິທີ່ບໍ່ມີຄວາມຮັບຜິດຊອບທີ່ພວກເຂົາມີນັ້ນເອງ. ແນ່ນອນວ່າ ທັດສະນະຄະຕິນີ້ຍັງຖືກກຳນົດລັກສະນະໂດຍການບໍ່ຕ້ອງການໃສ່ໃຈໃນສິ່ງໃດເລີຍ ແລະ ຄວາມຂີ້ຄ້ານ ເຊິ່ງພວກເຂົາຂີ້ຄ້ານເກີນກວ່າທີ່ຈະໃສ່ໃຈໃນສິ່ງໃດ, ຂີ້ຄ້ານທີ່ຈະໃຊ້ສະໝອງຂອງພວກເຂົາ ຫຼື ຂີ້ຄ້ານທີ່ຈະໃຊ້ຄວາມຄິດເມື່ອຮັບມືກັບເລື່ອງໃດໜຶ່ງ. ຄົນທີ່ບໍ່ລະມັດລະວັງແບບນີ້ບໍ່ເໝາະສົມສຳລັບວຽກງານທີ່ສຳຄັນ, ໂດຍສະເພາະໜ້າວຽກທີ່ກ່ຽວຂ້ອງກັບວຽກງານຂໍ້ຄວາມ, ການຈັດການເອກະສານ ຫຼື ວຽກງານທີ່ກ່ຽວຂ້ອງກັບທັກສະວິຊາຊີບທີ່ເປັນຄວາມລັບ. ແລ້ວຖ້າຄົນແບບນັ້ນກາຍເປັນຜູ້ນຳ, ພວກເຂົາຈະສາມາດຮັບມືກັບໜ້າວຽກນັ້ນໄດ້ບໍ? (ບໍ່ໄດ້. ວຽກງານຂອງພວກເຂົາບໍ່ເຄີຍເຮັດໄດ້ຢ່າງເໝາະສົມເລີຍ; ມັນມັກຈະເຮັດແບບຫຍາບໆ ແລະ ເຮັດແບບລວກໆຢູ່ສະເໝີ ແລະ ມັນກໍມັກຈະຖືກປ່ອຍໃຫ້ບໍ່ສຳເລັດຢູ່ສະເໝີ. ພວກເຂົາບໍ່ສາມາດເຮັດວຽກງານຕົວຈິງໄດ້). ຄົນແບບນັ້ນຂາດຄວາມລະອຽດໃນວຽກງານຂອງພວກເຂົາ; ພວກເຂົາມັກຈະເຮັດແບບຜິວເຜີນ ແລະ ເຮັດແບບສາບສວຍຢູ່ສະເໝີ, ຮັບມືກັບສິ່ງຕ່າງໆໃນລັກສະນະທີ່ຜິວເຜີນ ແລະ ເຮັດພໍແລ້ວມືແລ້ວຕີນ. ຄຳເວົ້າຂອງພວກເຂົາກໍມັກຈະຄຸມເຄືອຢູ່ສະເໝີ ແລະ ພວກເຂົາມັກຈະໃຊ້ຄຳສັບຕ່າງໆ ເຊັ່ນ: “ໂດຍປະມານ”, “ບາງທີ”, “ອາດຈະ” ຫຼື “ເປັນໄປໄດ້”. ຄົນແບບນັ້ນບໍ່ສາມາດເຮັດຫຍັງໃຫ້ສຳເລັດໄດ້. ວຽກງານຫຼາຍຢ່າງໃນເຮືອນຂອງພຣະເຈົ້າ ເຊັ່ນ: ວຽກງານບໍລິຫານ, ວຽກງານບຸກຄະລາກອນ, ວຽກງານທີ່ກ່ຽວຂ້ອງກັບຊີວິດໃນຄຣິສຕະຈັກ ແລະ ວຽກງານຂ່າວປະເສີດ, ລ້ວນແຕ່ກ່ຽວຂ້ອງກັບລາຍລະອຽດທີ່ສະເພາະເຈາະຈົງ. ເມື່ອປະເຊີນກັບວຽກງານທີ່ມີລາຍລະອຽດ, ຄົນທີ່ບໍ່ລະມັດລະວັງແບບນັ້ນກໍຈະປວດຫົວ ແລະ ຮູ້ສຶກສັບສົນ ແລະ ພວກເຂົາກໍຮູ້ສຶກອຶດອັດ; ພວກເຂົາບໍ່ເຕັມໃຈທີ່ຈະເຮັດວຽກງານທີ່ມີລາຍລະອຽດດັ່ງກ່າວ. ພວກເຂົາມີທັດສະນະຄະຕິທີ່ຂີ້ຄ້ານນີ້, ສະນັ້ນ ເມື່ອເວົ້າເຖິງການເຮັດວຽກ, ພວກເຂົາມັກຈະຄິດຢູ່ສະເໝີວ່າ “ການເຮັດວຽກແບບຫຍາບໆກໍບໍ່ໄດ້ເປັນຫຍັງ; ເຖິງແນວໃດກໍຕາມ ສິ່ງນີ້ກໍໃກ້ຄຽງພໍສົມຄວນກັບສິ່ງທີ່ລະບຸໄວ້ການຈັດແຈງວຽກງານແລ້ວ”. ພວກເຂົາມັກຈະຍຶດເອົາທັດສະນະຄະຕິ “ໃກ້ຄຽງພໍສົມຄວນແລ້ວ” ນີ້ຢູ່ສະເໝີ, ວຽກງານຈະສາມາດສຳເລັດດ້ວຍດີແບບນີ້ບໍ? (ບໍ່ໄດ້). ເມື່ອພວກເຂົາປະເມີນຜູ້ຄົນ, ພວກເຂົາກໍເຮັດແບບຫຍາບໆເຊັ່ນກັນ ເຊິ່ງພວກເຂົາປະເມີນຜູ້ນຳ ແລະ ຜູ້ເຮັດວຽກແບບຫຍາບໆ ແລະ ພວກເຂົາກໍປະເມີນຜູ້ກຳກັບດູແລຂອງແຕ່ລະທີມແບບຫຍາບໆເຊັ່ນກັນ. ເມື່ອມີຄົນຖາມວ່າ “ຜູ້ກຳກັບດູແລຄົນນັ້ນເຊື່ອໃນພຣະເຈົ້າມາໄດ້ດົນປານໃດແລ້ວ?” ພວກເຂົາກໍຕອບວ່າ “ເບິ່ງຄືວ່າຈະຫຼາຍກວ່າສາມປີແລ້ວ”. ແຕ່ຄົນທີ່ເຊື່ອໃນພຣະເຈົ້າມາໄດ້ສາມປີອາດຈະຍັງບໍ່ທັນໄດ້ສ້າງຮາກຖານເລີຍດ້ວຍຊ້ຳ, ຄົນແບບນັ້ນຈະສາມາດເປັນຜູ້ກຳກັບດູແລທີ່ໜ້າເຊື່ອຖືໄດ້ບໍ? ຄົນທີ່ບໍ່ລະມັດລະວັງພຽງແຕ່ບໍ່ສາມາດເບິ່ງທະລຸເລື່ອງນີ້ໄດ້. ນັ້ນຄືເຫດຜົນທີ່ຄຳເວົ້າຂອງພວກເຂົາມັກຈະເຕັມໄປດ້ວຍຄຳສັບຕ່າງໆ ເຊັ່ນ: “ໂດຍປະມານ”, “ອາດຈະ”, “ບາງທີ”, “ເປັນໄປໄດ້” ແລະ “ເບິ່ງຄືວ່າ” ຢູ່ສະເໝີ; ພວກເຂົາພຽງແຕ່ບໍ່ເຄີຍໃຊ້ຄຳເວົ້າທີ່ຊັດເຈນເລີຍ. ເມື່ອມີຄົນຖາມວ່າ “ລາວເຄີຍຮັບໃຊ້ໃນຖານະຜູ້ນຳໃນຂະນະທີ່ເຊື່ອໃນພຣະເຈົ້າບໍ?” ພວກເຂົາກໍຕອບວ່າ “ເບິ່ງຄືວ່າລາວບໍ່ເຄີຍ, ເພາະວ່າຂ້ອຍບໍ່ເຄີຍໄດ້ຍິນລາວເວົ້າເຖິງເລື່ອງນີ້”. ເຈົ້າເຫັນບໍ, ພວກເຂົາບໍ່ເຄີຍປະຕິບັດຕໍ່ສິ່ງໃດຢ່າງລະອຽດຮອບຄອບເລີຍ. ຖ້າເຈົ້າຖາມພວກເຂົາກ່ຽວກັບລາຍລະອຽດ, ພວກເຂົາກໍພຽງແຕ່ອີງໃສ່ຄວາມຮູ້ສຶກ ແລະ ຄວາມປະທັບໃຈເທົ່ານັ້ນ. ພວກເຂົາຈະບໍ່ເວົ້າວ່າ “ຂ້ອຍຈະໄປຖາມກ່ຽວກັບເລື່ອງນີ້ທັນທີ ແລະ ຢືນຢັນໃຫ້”. ພວກເຂົາພຽງແຕ່ບໍ່ປະຕິບັດຕໍ່ມັນຢ່າງລະອຽດຮອບຄອບ. ໃນທຸກສິ່ງທຸກຢ່າງ ພວກເຂົາຖືວ່າມັນບໍ່ເປັນຫຍັງຕາບໃດທີ່ມັນ “ໂດຍປະມານນີ້ກໍໄດ້” ຫຼື “ໃກ້ຄຽງພໍສົມຄວນແລ້ວ”. ບາງຄົນເວົ້າວ່າ “ເປັນຫຍັງຄົນເຮົາຈຶ່ງຕ້ອງດຳລົງຊີວິດຢ່າງລະອຽດຮອບຄອບຂະໜາດນັ້ນ?” ເຖິງແມ່ນວ່າສິ່ງນີ້ຈະເປັນຄວາມຈິງໃນດ້ານໜຶ່ງກໍຕາມ ສຳລັບເລື່ອງທີ່ກ່ຽວຂ້ອງກັບຊີວິດທາງເນື້ອໜັງ, ເຈົ້າສາມາດເຮັດແບບຫຍາບໆໄດ້ເລັກນ້ອຍ ແຕ່ເມື່ອເວົ້າເຖິງວຽກງານຂອງຄຣິສຕະຈັກ, ເຈົ້າບໍ່ສາມາດເຮັດແບບຫຍາບໆໄດ້. ການເຮັດແບບຫຍາບໆໃນວຽກງານຈະສົ່ງຜົນກະທົບຕໍ່ຜົນຮັບຂອງມັນ. ຜົນຮັບທີ່ດີໃນວຽກງານໃດໜຶ່ງມັກຈະບັນລຸໄດ້ກໍຍ້ອນການວາງແຜນ, ການຈັດແຈງ, ການຕິດຕາມ, ການກຳກັບດູແລ ແລະ ການກະຕຸ້ນທີ່ສະເພາະເຈາະຈົງເທົ່ານັ້ນ. ຖ້າໜ້າວຽກຖືກດຳເນີນການໃນລັກສະນະທີ່ຫຍາບໆ ແລະ ຜິວເຜີນ, ກໍຈະບໍ່ມີວຽກງານໃດສາມາດໃຫ້ຜົນຮັບໄດ້ເລີຍ. ສະນັ້ນ, ຄວາມບໍ່ລະມັດລະວັງຈຶ່ງເປັນຂໍ້ບົກຜ່ອງຂອງຄວາມເປັນມະນຸດຂອງຄົນໆໜຶ່ງ ແລະ ຄົນທີ່ບໍ່ລະມັດລະວັງແບບນັ້ນກໍບໍ່ເໝາະສົມກັບວຽກງານທີ່ສຳຄັນ; ໂດຍສະເພາະຢ່າງຍິ່ງ, ພວກເຂົາບໍ່ເໝາະສົມທີ່ຈະເຮັດວຽກງານຂອງຜູ້ນຳ ແລະ ຜູ້ເຮັດວຽກ. ບໍ່ວ່າເລື່ອງນັ້ນຈະເປັນແນວໃດກໍຕາມ, ຄົນແບບນັ້ນພຽງແຕ່ໄດ້ຍິນໂຄງຮ່າງຄ່າວໆ ແລ້ວກໍຄິດເອົາວ່າພວກເຂົາເຂົ້າໃຈມັນແລ້ວ. ຕົວຢ່າງ: ໃນວຽກງານການສ້າງຕັ້ງຄຣິສຕະຈັກ, ຈະສ້າງຕັ້ງຄຣິສຕະຈັກແນວໃດ, ຕ້ອງມີຈັກຄົນຈຶ່ງຈະສ້າງຕັ້ງຄຣິສຕະຈັກໜຶ່ງໄດ້, ຄຣິສຕະຈັກຈັກແຫ່ງຈຶ່ງຈະລວມກັນເປັນໜຶ່ງເຂດ, ຈັກເຂດຈຶ່ງຈະລວມກັນເປັນໜຶ່ງພາກພື້ນ ເຊິ່ງການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າມີກົດລະບຽບທີ່ສະເພາະເຈາະຈົງສຳລັບສິ່ງທັງໝົດເຫຼົ່ານີ້, ພ້ອມທັງມີກົດລະບຽບທີ່ສະເພາະເຈາະຈົງເພີ່ມເຕີມສຳລັບສະຖານະການພິເສດອີກດ້ວຍ. ເຖິງຢ່າງໃດກໍຕາມ, ຄົນທີ່ບໍ່ລະມັດລະວັງບໍ່ໄດ້ສະແຫວງຫາ ແລະ ບໍ່ໄດ້ພະຍາຍາມຮຽນຮູ້ກ່ຽວກັບກົດລະບຽບເຫຼົ່ານີ້ ແຕ່ກໍຍັງອ້າງວ່າຮູ້ວິທີດຳເນີນການ. ເມື່ອຖືກຂໍໃຫ້ບອກລາຍລະອຽດ, ພວກເຂົາກໍຕອບວ່າ “ມັນກໍພຽງແຕ່ການສ້າງຕັ້ງຄຣິສຕະຈັກ. ຫຼັງຈາກທີ່ມີຄົນຈຳນວນໜຶ່ງແລ້ວ, ເຈົ້າກໍສ້າງຕັ້ງຄຣິສຕະຈັກຂຶ້ນມາແຫ່ງໜຶ່ງ”. ແຕ່ເມື່ອຖືກຖາມວ່າ “ມັນຄວນຈະຖືກສ້າງຕັ້ງຂຶ້ນຢ່າງສະເພາະເຈາະຈົງແນວໃດ?” ພວກເຂົາກໍບໍ່ຮູ້ ແລະ ບໍ່ສາມາດບອກລາຍລະອຽດໄດ້. ຖ້າພວກເຂົາເປັນຜູ້ນຳໃໝ່ ແລະ ຍັງບໍ່ຮູ້ວິທີສ້າງຕັ້ງຄຣິສຕະຈັກ, ເລື່ອງນັ້ນກໍຈະສາມາດເຂົ້າໃຈໄດ້. ບັນຫາກໍຄື ພວກເຂົາບໍ່ຮູ້ ແຕ່ພວກເຂົາກໍບໍ່ໄດ້ລະອຽດຮອບຄອບກ່ຽວກັບມັນ ແລະ ບໍ່ສຶກສາ ແລະ ບໍ່ສະແຫວງຫາເຊັ່ນກັນ. ຄົນແບບນັ້ນສາມາດເຮັດວຽກງານຂອງຄຣິສຕະຈັກໄດ້ດີບໍ? (ບໍ່ໄດ້). ສຳລັບຄົນແບບນັ້ນ, ພວກເຮົາມີພຽງແຕ່ສອງຄຳເທົ່ານັ້ນຄື: “ລົງຈາກຕຳແໜ່ງ!” ພວກເຂົາບໍ່ເໝາະສົມກັບວຽກງານຜູ້ນຳ. ບໍ່ມີວຽກງານຫຍັງທີ່ຊັບຊ້ອນໄປກວ່າວຽກງານທີ່ກ່ຽວຂ້ອງກັບຜູ້ຄົນ. ຖ້າເຈົ້າຂາດຈິດໃຈທີ່ລະມັດລະວັງ ແລະ ມີຄວາມຮັບຜິດຊອບ ແລະ ວຽກງານຂອງເຈົ້າກໍເຮັດຫຍາບໆ ແລະ ບໍ່ໄດ້ເຮັດຢ່າງລະອຽດຮອບຄອບ, ແລ້ວບໍ່ວ່າຂີດຄວາມສາມາດຂອງເຈົ້າຈະດີສໍ່າໃດກໍຕາມ, ເຈົ້າກໍຍັງຈະບໍ່ເໝາະສົມກັບບົດບາດນັ້ນຢູ່ດີ. ການບໍ່ລະມັດລະວັງຫຼາຍເກີນໄປ, ການເຮັດທຸກສິ່ງທຸກຢ່າງແບບຫຍາບໆເທົ່ານັ້ນ, ການຈົດຈໍ່ພຽງແຕ່ໂຄງຮ່າງ, ການຈົດຈໍ່ພຽງແຕ່ການເຮັດແບບພໍເປັນພິທີ, ການບໍ່ຈົດຈໍ່ໃນລາຍລະອຽດ, ການບໍ່ຮູ້ຈັກປະຕິບັດຕໍ່ສິ່ງຕ່າງໆຢ່າງລະອຽດຮອບຄອບ, ທັງໝົດນີ້ໝາຍຄວາມວ່າເຈົ້າບໍ່ເໝາະສົມກັບວຽກງານຂອງຜູ້ນຳ ແລະ ຜູ້ເຮັດວຽກຢ່າງແທ້ຈິງ. ເຂົ້າໃຈແລ້ວບໍ? (ເຂົ້າໃຈແລ້ວ).

ການເຮັດສິ່ງຕ່າງໆຢ່າງລະອຽດຮອບຄອບ ແລະ ຖີ່ຖ້ວນ

ຄວາມປະໝາດແມ່ນຂໍ້ບົກຜ່ອງຂອງຄວາມເປັນມະນຸດ. ແລ້ວການເຮັດສິ່ງຕ່າງໆຢ່າງລະອຽດຮອບຄອບ ແລະ ຖີ່ຖ້ວນ ພ້ອມທັງສາມາດຈັບໃຈຄວາມແກນຫຼັກ, ຈຸດສຳຄັນ, ການທີ່ສາມາດລະບຸໄດ້ວ່າບັນຫາຢູ່ບ່ອນໃດ ແລະ ເບິ່ງທະລຸເຖິງແກ່ນແທ້ຂອງບັນຫາ, ສິ່ງນີ້ແມ່ນຂໍ້ດີຂອງຄວາມເປັນມະນຸດບໍ? (ແມ່ນແລ້ວ). ທັດສະນະຄະຕິຂອງຄົນທີ່ລະອຽດຮອບຄອບໃນການເຮັດສິ່ງຕ່າງໆແມ່ນຂ້ອນຂ້າງເໝາະສົມ; ພວກເຂົາຂ້ອນຂ້າງລະອຽດຮອບຄອບ ແລະ ຈິງຈັງໃນການເຮັດສິ່ງຕ່າງໆ, ພວກເຂົາສາມາດເຮັດໃຫ້ຕົນເອງສະຫງົບ ແລະ ບໍ່ຮີບຮ້ອນ, ນີ້ແມ່ນຂໍ້ດີຂອງຄວາມເປັນມະນຸດ. ເຖິງແມ່ນວ່າຄົນທີ່ມີຂໍ້ດີຂອງຄວາມເປັນມະນຸດນີ້ຈະສາມາດຮັບຜິດຊອບວຽກງານເຕັມເວລາໄດ້ກໍຕາມ, ຖ້າພວກເຂົາເຮັດສິ່ງຕ່າງໆຊ້າເກີນໄປ ແລະ ປະສິດທິພາບໃນການເຮັດວຽກຂອງພວກເຂົາບໍ່ສູງ, ແລ້ວຜົນຮັບກໍຈະບໍ່ດີຫຼາຍ. ສິ່ງນີ້ກ່ຽວຂ້ອງກັບຫຍັງ? ມັນກ່ຽວຂ້ອງກັບຂີດຄວາມສາມາດ ເຊິ່ງເປັນໜຶ່ງໃນເງື່ອນໄຂທີ່ຕິດຕົວມາ. ເຈົ້າຄິດວ່າ ຄົນໃດກໍຕາມທີ່ລະອຽດຮອບຄອບຈະສາມາດເຮັດວຽກໄດ້ດີສະເໝີໄປບໍ? ມຸມມອງນີ້ບໍ່ຖືກຕ້ອງ. ບາງຄົນເຮັດສິ່ງຕ່າງໆລະອຽດຮອບຄອບເກີນໄປ ຈົນເຖິງຂັ້ນທີ່ເປັນປະສາດເລັກນ້ອຍ. ຕົວຢ່າງ: ເມື່ອລ້າງຜັກ, ພວກເຂົາລ້າງດ້ານໜ້າຂອງໃບ ແລ້ວກໍລ້າງດ້ານຫຼັງ, ເດັດໃບສີເຫຼືອງອອກທຸກໃບ ແລະ ຕັດຮູແມງໄມ້ເຈາະອອກທຸກຮູ ເພື່ອຮັບປະກັນວ່າໄດ້ລ້າງຜັກຈົນສະອາດຢ່າງທົ່ວເຖິງ. ການເຮັດສິ່ງຕ່າງໆຢ່າງລະອຽດຮອບຄອບຫຼາຍແມ່ນຂໍ້ດີຂອງຄວາມເປັນມະນຸດ ແຕ່ຖ້າຄົນໃດໜຶ່ງລະອຽດຮອບຄອບຫຼາຍເກີນໄປຈົນເຖິງຂັ້ນທີ່ບໍ່ມີຫຼັກການ ແລະ ເຮັດສິ່ງທີ່ຈຸກຈິກເກີນໄປ, ມັນກໍຈະກາຍເປັນສິ່ງທີ່ບໍ່ຈຳເປັນ ແລະ ບໍ່ມີປະສິດທິພາບ. ສິ່ງນີ້ບົ່ງບອກເຖິງຂີດຄວາມສາມາດຕ່ຳ, ການທີ່ບໍ່ສາມາດເຮັດສິ່ງຕ່າງໆໃຫ້ສຳເລັດໄດ້ ແລະ ການທີ່ບໍ່ສາມາດແບກຮັບວຽກງານໄດ້. ບາງຄົນທີ່ລະອຽດຮອບຄອບໃນການເຮັດສິ່ງຕ່າງໆຈັບໃຈຄວາມຫຼັກການ, ຈັບໃຈຄວາມແກນຫຼັກ, ຈຸດສຳຄັນ, ກະທຳຢ່າງວ່ອງໄວ ແລະ ຄ່ອງແຄ້ວ ດ້ວຍການຕັດສິນໃຈທີ່ໄວວາ ແລະ ສາມາດແກ້ໄຂບັນຫາໄດ້ໂດຍໄວ, ນີ້ຄືການມີຂີດຄວາມສາມາດທີ່ດີ. ການເຮັດສິ່ງຕ່າງໆຢ່າງລະອຽດຮອບຄອບບໍ່ໄດ້ເທົ່າກັບການມີປະສິດທິພາບໃນການເຮັດສິ່ງຕ່າງໆ ແລະ ມັນບໍ່ໄດ້ເທົ່າກັບການບັນລຸຜົນຮັບທີ່ດີໃນການເຮັດສິ່ງຕ່າງໆ. ມັນພຽງແຕ່ໝາຍຄວາມວ່າຍັງຄົງສາມາດຈົດຈໍ່ໄດ້ຢ່າງອົດທົນ, ມີຄວາມສະຫງົບງຽບ, ບໍ່ຮີບຮ້ອນ ແລະ ບໍ່ໂອ້ອວດ ແລະ ບໍ່ປະໝາດ. ຢ່າງຫຼາຍທີ່ສຸດ, ນີ້ກໍເປັນພຽງຂໍ້ດີຂອງຄວາມເປັນມະນຸດ ແລະ ຍັງຫ່າງໄກຈາກການມີຂີດຄວາມສາມາດທີ່ດີ. ບາງຄົນຂ້ອນຂ້າງລະອຽດຮອບຄອບໃນການເຮັດສິ່ງຕ່າງໆ, ເບິ່ງຄືວ່າຂ້ອນຂ້າງມີສະຕິ, ບໍ່ຮີບຮ້ອນ ແລະ ປັ່ນປ່ວນ ແລະ ຂ້ອນຂ້າງສະຫງົບງຽບ. ເຖິງຢ່າງໃດກໍຕາມ, ພວກເຂົາບໍ່ມີປະສິດທິພາບໃນການຈັດການເລື່ອງຕ່າງໆ, ບໍ່ສາມາດຈັດບູລິມະສິດສິ່ງຕ່າງໆ ໂດຍອີງໃສ່ຄວາມສຳຄັນ ແລະ ຄວາມຮີບດ່ວນ. ພວກເຂົາໝົກມຸ້ນຢູ່ກັບໜ້າວຽກບາງຢ່າງທີ່ບໍ່ສຳຄັນ ແລະ ເຮັດໜ້າວຽກນັ້ນໂດຍບໍ່ມີວັນສິ້ນສຸດ, ເຮັດໃຫ້ຄົນອື່ນຮູ້ສຶກວິຕົກກັງວົນ ແລະ ໂມໂຫ, ຈົນຢາກຈະເຕະພວກເຂົາແຮງໆຈັກບາດ. ພວກເຂົາເຮັດວຽກຊ້າເກີນໄປ ໂດຍບໍ່ມີປະສິດທິພາບເລີຍ, ພວກເຂົາເປັນພຽງຄົນບໍ່ມີຫຍັງດີເທົ່ານັ້ນ! ຄົນທີ່ມີຄວາມສາມາດໃນການເອົາຕົວລອດເປັນປົກກະຕິເຮັດວຽກໄວກວ່າພວກເຂົາສິບ ຫຼື ຊາວເທົ່າ. ພວກເຂົາເຮັດສິ່ງຕ່າງໆຊ້າເກີນໄປ ແລະ ບໍ່ວ່າພວກເຂົາຈະເຮັດຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ສາມາດຊອກຫາວິທີການ, ບໍ່ສາມາດຊອກຫາຫຼັກການ, ບໍ່ມີເຄັດລັບ ແລະ ຂາດປະສິດທິພາບ. ສຳລັບໜ້າວຽກທີ່ຄວນໃຊ້ເວລາໜຶ່ງຊົ່ວໂມງ ພວກເຂົາອາດຈະໃຊ້ເວລາໝົດມື້, ສຳລັບໜ້າວຽກທີ່ຄວນໃຊ້ເວລາໜຶ່ງມື້ ພວກເຂົາອາດຈະໃຊ້ເວລາຫ້າມື້ ແລະ ສຳລັບໜ້າວຽກທີ່ຄວນໃຊ້ເວລາຫ້າມື້ ພວກເຂົາອາດຈະໃຊ້ເວລາສິບມື້ ເຊິ່ງເຮັດໃຫ້ເຈົ້າຮູ້ສຶກທັງໃຈຮ້າຍ ແລະ ໂມໂຫເມື່ອເບິ່ງພວກເຂົາ. ແມ່ຍິງບາງຄົນອືດອາດໃນການຈັດການເລື່ອງຕ່າງໆ. ທັງທີ່ຮູ້ດີວ່າພວກເຂົາຈຳເປັນຕ້ອງອອກໄປຈັດການບາງສິ່ງໃນໄວໆນີ້, ພວກເຂົາກໍຍັງດື້ດຶງທີ່ຈະສະຜົມ. ໃນການສະຜົມນັ້ນ, ພວກເຂົາບໍ່ສາມາດຊອກຫາວິທີການໄດ້. ແທນທີ່ຈະສະຜົມໝົດຫົວໃນຄັ້ງດຽວ, ພວກເຂົາພັດສະເທື່ອລະເສັ້ນ ແລະ ຫຼັງຈາກຜ່ານໄປເຄິ່ງຊົ່ວໂມງ ພວກເຂົາກໍຍັງບໍ່ແລ້ວ. ພວກເຂົາບໍ່ເປັນບ້າບໍ? ຍ້ອນການສະຜົມຂອງພວກເຂົາ, ໃນທີ່ສຸດພວກເຂົາກໍເຮັດໃຫ້ເລື່ອງທີ່ສຳຄັນຊັກຊ້າ. ຍິ່ງເລື່ອງຕ່າງໆຮີບດ່ວນຫຼາຍເທົ່າໃດ, ພວກເຂົາກໍຍິ່ງຮູ້ສຶກຮີບດ່ວນໜ້ອຍລົງເທົ່ານັ້ນ ແລະ ພວກເຂົາເຖິງຂັ້ນຈົດຈໍ່ກັບການຈັດການເລື່ອງທີ່ບໍ່ສຳຄັນເຫຼົ່ານັ້ນ, ເຮັດໃຫ້ເລື່ອງທີ່ສຳຄັນຊັກຊ້າ ໂດຍບໍ່ຮູ້ສຶກວິຕົກກັງວົນ ຫຼື ກະວົນກະວາຍ. ຖ້າເຈົ້າເລັ່ງພວກເຂົາ, ພວກເຂົາເຖິງຂັ້ນມີຂໍ້ອ້າງເປັນກອງ: “ຂ້ອຍຈະສາມາດປ່ອຍໃຫ້ເລື່ອງສຳຄັນເຫຼົ່ານີ້ເຮັດບໍ່ແລ້ວໄດ້ແນວໃດ?” ເມື່ອເຈົ້າເຫັນຄົນແບບນັ້ນ, ເຈົ້າຄິດແນວໃດໃນໃຈ? ເຈົ້າຈະຕ້ອງການເຕະພວກເຂົາແຮງໆຈັກບາດ. ຄົນແບບນັ້ນບໍ່ສົມຄວນຖືກເຕະບໍ? (ແມ່ນແລ້ວ). ສຳລັບຄົນແບບນີ້, ເຖິງແມ່ນວ່າຈະມີວຽກຕ້ອງເຮັດກໍຕາມ, ກໍບໍ່ຈຳເປັນຕ້ອງໃຫ້ພວກເຂົາເຮັດ. ພວກເຂົາເຮັດວຽກຊ້າເກີນໄປ ແລະ ບໍ່ຊຳນານຫຍັງເລີຍ! ເມື່ອພວກເຈົ້າເຫັນຄົນແບບນັ້ນ ທີ່ເຮັດສິ່ງຕ່າງໆຊ້າຄືຫອຍທາກ, ພວກເຈົ້າຮູ້ສຶກວິຕົກກັງວົນບໍ? (ແມ່ນແລ້ວ). ພວກເຂົາເວົ້າວ່າ “ຂ້ອຍລະອຽດຮອບຄອບໃນວຽກຂອງຂ້ອຍ!” ເຮົາເວົ້າວ່າ “ຄວາມລະອຽດຮອບຄອບຂອງເຈົ້າມີປະໂຫຍດຫຍັງ? ຄົນອື່ນກໍບໍ່ໄດ້ລະອຽດຮອບຄອບໜ້ອຍກວ່າເຈົ້າປານໃດ ແຕ່ພວກເຂົາເຮັດວຽກໄດ້ຫຼາຍກວ່າເຈົ້າ ແລະ ເຮັດມັນໄດ້ດີກວ່າ. ຄວາມລະອຽດຮອບຄອບຂອງເຈົ້າສາມາດບັນລຸຜົນຮັບໄດ້ບໍ? ນີ້ຄືສິ່ງສຳຄັນ. ຖ້າເຈົ້າລະອຽດຮອບຄອບໃນການເຮັດສິ່ງຕ່າງໆ ແລະ ຍັງບັນລຸປະສິດທິພາບ ແລະ ຜົນຮັບທີ່ດີ, ແລ້ວຄວາມລະອຽດຮອບຄອບນັ້ນກໍມີຄຸນຄ່າ. ແຕ່ຖ້າເຈົ້າພຽງແຕ່ລະອຽດຮອບຄອບໃນການເຮັດສິ່ງຕ່າງໆ ແລະ ໃນທີ່ສຸດກໍບໍ່ບັນລຸທັງຜົນຮັບ ແລະ ປະສິດທິພາບ, ສິ່ງນັ້ນມີປະໂຫຍດບໍ? ມັນໄຮ້ປະໂຫຍດ!” ບາງຄົນລະອຽດຮອບຄອບທີ່ສຸດໃນການຕັດຫຍິບເຄື່ອງນຸ່ງ ແຕ່ພວກເຂົາບໍ່ສາມາດຕັດຫຍິບໄດ້ຕາມຂະໜາດທີ່ຖືກຕ້ອງຈັກເທື່ອ. ພວກເຂົາສາມາດປະເມີນໄດ້ຢ່າງຖືກຕ້ອງວ່າ ເສື້ອຜ້າຈະເໝາະສົມກັບຜູ້ສວມໃສ່ທີ່ຕັ້ງໃຈເອົາໄວ້ ຫຼື ບໍ່, ພວກເຂົາບໍ່ສາມາດເບິ່ງອອກວ່າ ແຂນເສື້ອຍາວເກີນໄປ ຫຼື ສັ້ນເກີນໄປ ຫຼື ເສື້ອຜ້ານັ້ນຄັບເກີນໄປ ຫຼື ຫຼວມເກີນໄປ, ພວກເຂົາບໍ່ຮູ້ຄວາມກວ້າງມາດຕະຖານຂອງຂໍ້ມືເສື້ອ ແລະ ພວກເຂົາບໍ່ຮູ້ວ່າຄໍເສື້ອເໝາະສົມ ຫຼື ບໍ່. ເສື້ອຜ້າທີ່ຄົນແບບນັ້ນຕັດຫຍິບຈະບໍ່ໄດ້ມາດຕະຖານຢ່າງແນ່ນອນ. ຖ້າຄົນໃດໜຶ່ງທັງລະອຽດຮອບຄອບ ແລະ ມີຫຼັກການ, ສິ່ງນີ້ກໍເປັນຂໍ້ດີຂອງຄວາມເປັນມະນຸດຢ່າງແທ້ຈິງ. ແຕ່ຖ້າຄົນໃດໜຶ່ງພຽງແຕ່ລະອຽດຮອບຄອບ ແລະ ບໍ່ມີຫຼັກການ, ບໍ່ສາມາດຈັບໃຈຄວາມຈຸດສຳຄັນໄດ້ ແລະ ເຮັດເລື່ອງນ້ອຍໃຫ້ເປັນເລື່ອງໃຫຍ່ຢູ່ສະເໝີ ແລະ ຄຸ່ນຄິດກ່ຽວກັບພວກມັນຢ່າງໄຮ້ຈຸດໝາຍ, ນີ້ເປັນສິ່ງທີ່ໜ້າລຳຄານ. ໂດຍທົ່ວໄປແລ້ວ ຄຳວ່າ “ລະອຽດຮອບຄອບ” ແມ່ນຖືວ່າເປັນຄຳສັບທີ່ເປັນບວກໂດຍຄົນສ່ວນໃຫຍ່ ແຕ່ບໍ່ແມ່ນທຸກກໍລະນີຂອງຄວາມລະອຽດຮອບຄອບຈະເປັນຂໍ້ດີ. ມັນຂຶ້ນຢູ່ກັບສະຖານະການ. ບາງຄົນລະອຽດຮອບຄອບແບບຫຼັບຫູຫຼັບຕາໂດຍປາສະຈາກຫຼັກການໃດໆ. ນີ້ບໍ່ແມ່ນຄວາມລະອຽດຮອບຄອບ ແຕ່ຄືການເປັນປະສາດ ແລະ ບໍ່ສາມາດຈັບໃຈຄວາມຈຸດສຳຄັນໄດ້; ມັນບົ່ງບອກເຖິງຂີດຄວາມສາມາດຕ່ຳ ແລະ ມັນຄືການບໍ່ສາມາດຊອກຫາເຄັດລັບໃນການເຮັດສິ່ງຕ່າງໆໄດ້ ແລະ ບໍ່ສາມາດຈັບໃຈຄວາມຫຼັກການໄດ້. ສະນັ້ນ, ໃນມຸມມອງຂອງເຮົາ ເຖິງແມ່ນວ່າຄວາມລະອຽດຮອບຄອບໃນຖານະທີ່ເປັນການສະແດງອອກ ຫຼື ວິທີການເຮັດສິ່ງຕ່າງໆ ເປັນຂໍ້ດີຂອງຄວາມເປັນມະນຸດກໍຕາມ, ເຈົ້າຍັງຈຳເປັນຕ້ອງເບິ່ງຂີດຄວາມສາມາດຂອງຄົນໆນັ້ນນຳອີກ. ຖ້າບໍ່ຄຳນຶງເຖິງຂີດຄວາມສາມາດ, ແລ້ວການມີທັດສະນະຄະຕິທີ່ລະອຽດຮອບຄອບໃນການເຮັດສິ່ງຕ່າງໆກໍຍັງຖືວ່າເປັນສິ່ງທີ່ດີ. ຖ້າຄົນໆໜຶ່ງມີທັງຂີດຄວາມສາມາດ, ມີປະສິດທິພາບໃນການເຮັດສິ່ງຕ່າງໆ ແລະ ສາມາດປະຕິບັດຕາມຫຼັກການໄດ້ ແລະ ຍັງມີຄວາມລະອຽດຮອບຄອບອີກດ້ວຍ, ຄວາມລະອຽດຮອບຄອບນີ້ກໍເປັນສິ່ງທີ່ເຮັດໃຫ້ດີຂຶ້ນໄປອີກຢ່າງແທ້ຈິງ ແລະ ເປັນຂໍ້ດີຂອງຄວາມເປັນມະນຸດໂດຍແທ້.

ການມັກໂອ້ອວດ

ພວກເຮົາມາເວົ້າກ່ຽວກັບການສະແດງອອກອີກຢ່າງໜຶ່ງກັນເທາະ: ການມັກໂອ້ອວດ. ສິ່ງນີ້ຕົກຢູ່ໃນບັນຫາປະເພດໃດ? (ອຸປະນິໄສທີ່ເສື່ອມຊາມ). ຕົວຢ່າງ: ບາງຄົນພິມໄວຫຼາຍ. ເພື່ອໃຫ້ຄົນອື່ນຮູ້ວ່າພວກເຂົາມີຈຸດແຂງນີ້, ພວກເຂົາຕັ້ງໃຈເຄາະແປ້ນພິມສຽງດັງຫຼາຍ ຄືກັບຈະເວົ້າວ່າ “ພຽງແຕ່ຟັງຈັງຫວະການພິມຂອງຂ້ອຍ, ແລ້ວເຈົ້າກໍຈະຮູ້ວ່າຂ້ອຍພິມໄວສໍ່າໃດ!” ບາງຄົນຮຽນຈົບມະຫາວິທະຍາໄລ, ສະນັ້ນ ພວກເຂົາຈຶ່ງມັກເວົ້າຕິດປາກວ່າ “ຍ້ອນກັບໄປຕອນທີ່ພວກເຮົາຢູ່ມະຫາວິທະຍາໄລ”, “ສາດສະດາຈານໃນມະຫາວິທະຍາໄລຂອງພວກເຮົາ”, “ວິທະຍາເຂດມະຫາວິທະຍາໄລຂອງພວກເຮົາ” ແລະ ອື່ນໆ. ນີ້ແມ່ນການສະແດງອອກປະເພດໃດ? (ການໂອ້ອວດ). ສິ່ງນີ້ເອີ້ນວ່າການໂອ້ອວດ. ບາງຄົນຊື້ລົດຄັນໃໝ່ ແລະ ຢ້ານວ່າຄົນອື່ນຈະບໍ່ຮູ້ວ່າມັນເປັນຍີ່ຫໍ້ຫຼູທີ່ມີຊື່ສຽງ. ຫຼັງຈາກລົງລົດ, ພວກເຂົາບໍ່ຍອມຈາກໄປໃສ ແຕ່ບຶດໜຶ່ງພວກເຂົາກໍຊອກເບິ່ງວ່າມີຮອຍນິ້ວມືຢູ່ແວ່ນລົດ ຫຼື ບໍ່ ແລະ ອີກບຶດໜຶ່ງພວກເຂົາກໍກວດເບິ່ງວ່າມີຮອຍຂີດຕາມສີລົດ ຫຼື ບໍ່. ເປັນຫຍັງພວກເຂົາຈຶ່ງຍັງວົນວຽນຢູ່ໃກ້ລົດ? ມັນກໍພຽງແຕ່ເພື່ອໃຫ້ຄົນອື່ນຮູ້ວ່າລົດຄັນນັ້ນເປັນຂອງພວກເຂົາ. ນີ້ແມ່ນການສະແດງອອກປະເພດໃດ? (ການໂອ້ອວດ). ບາງຄົນມີໂທລະສັບຫຼູ. ເພື່ອໃຫ້ຄົນອື່ນເຫັນມັນ, ເຖິງແມ່ນວ່າໂທລະສັບຈະແບັດໝົດກໍຕາມ, ພວກເຂົາກໍຍັງທຳທ່າລົມໂທລະສັບຢູ່. ສິ່ງນີ້ເອີ້ນວ່າຫຍັງ? (ການໂອ້ອວດ). ເປັນຫຍັງພວກເຂົາຈຶ່ງໂອ້ອວດ? ນີ້ບໍ່ແມ່ນຍ້ອນຄວາມຢາກໂດດເດັ່ນບໍ? ບາງຄົນນຸ່ງເສື້ອກັນໜາວຂົນມິ້ງ ແລະ ເຖິງແມ່ນວ່າຈະເຂົ້າໄປໃນຫ້ອງທີ່ອົບອຸ່ນຫຼາຍກໍຕາມ, ພວກເຂົາກໍບໍ່ຍອມຖອດມັນອອກ. ເມື່ອມີຄົນຖາມພວກເຂົາວ່າ “ເຈົ້າບໍ່ຮ້ອນບໍ?” ພວກເຂົາກໍຕອບວ່າ “ບໍ່. ຂ້ອຍນຸ່ງເສື້ອຂົນມິ້ງ, ມັນອຸ່ນຫຼາຍ!” ພວກເຂົາຄິດວ່າຄົນອື່ນບໍ່ຮູ້ຫຍັງກ່ຽວກັບມັນເລີຍ! ເມື່ອຖອດມັນອອກ, ພວກເຂົາກໍຕັ້ງໃຈໂຊປ້າຍຍີ່ຫໍ້, ຍ່າງອວດໃຫ້ຜູ້ຄົນເຫັນວ່າ: “ເສື້ອກັນໜາວນີ້ບໍ່ພຽງແຕ່ເປັນຂົນມິ້ງເທົ່ານັ້ນ ແຕ່ມັນຍັງມາຈາກຍີ່ຫໍ້ນັ້ນຍີ່ຫໍ້ນີ້ ເຊິ່ງເປັນຍີ່ຫໍ້ຫຼູທີ່ມີຊື່ສຽງ. ເຈົ້າຍັງບໍ່ຮູ້ຈັກມັນຊ້ຳ!” ຖ້າຄົນອື່ນບໍ່ຮູ້ຈັກມັນ, ແລ້ວເຈົ້າຈະໂອ້ອວດໄປເຮັດຫຍັງ? ນັ້ນບໍ່ແມ່ນການໂອ້ອວດໄປລ້າໆບໍ? ບາງຄົນເຖິງຂັ້ນມາຍ່າງອວດຕໍ່ໜ້າເຮົາ ໂດຍເວົ້າວ່າ “ເຈົ້ານຸ່ງເສື້ອກັນໜາວຂົນເປັດບໍ? ເຈົ້າຄວນນຸ່ງເສື້ອກັນໜາວຂົນມິ້ງ, ມັນອຸ່ນຫຼາຍ!” ເຮົາເວົ້າວ່າ “ມັນອຸ່ນແທ້ ແຕ່ເສື້ອກັນໜາວນັ້ນໜັກຫຼາຍ!” ພວກເຂົານຸ່ງເສື້ອກັນໜາວຂົນມິ້ງ ແລະ ເຖິງຂັ້ນຍ່າງອວດຕໍ່ໜ້າເຮົາ. ບອກເຮົາມາເບິ່ງວ່າ ຄົນທີ່ມັກໂອ້ອວດແບບນັ້ນບໍ່ແມ່ນຄົນຕື້ນເຂີນບໍ? ໃນແງ່ຂອງຄວາມເປັນມະນຸດຂອງພວກເຂົາ, ພວກເຂົາມີສອງບັນຫາ. ຢ່າງໜຶ່ງກໍຄື ພວກເຂົາຄິດພຽງຜິວເພີນເປັນຢ່າງພິເສດ. ເມື່ອເວົ້າເຖິງຊັບສິນພາຍນອກ ແລະ ສິ່ງຂອງທາງວັດຖຸ ເຊັ່ນ: ອາຫານທີ່ພວກເຂົາກິນ, ເສື້ອຜ້າທີ່ພວກເຂົານຸ່ງ ແລະ ສິ່ງຂອງທີ່ພວກເຂົາໃຊ້, ພວກເຂົາກໍຕ້ອງການໂອ້ອວດພວກມັນທັງໝົດ. ພວກເຂົາບໍ່ສາມາດລະງັບຄວາມປາຖະໜາທີ່ຈະໂອ້ອວດໄດ້ ແລະ ຕ້ອງການສະແດງສິ່ງເຫຼົ່ານີ້ໃຫ້ຄົນອື່ນເຫັນຢູ່ສະເໝີ, ເພື່ອໃຫ້ຄົນອື່ນຮູ້ວ່າເສື້ອຜ້າທີ່ພວກເຂົານຸ່ງ ແລະ ສິ່ງຂອງທີ່ພວກເຂົາໃຊ້ນັ້ນລ້ວນແຕ່ເປັນເສື້ອຜ້າຫຼູ ແລະ ພິເສດ. ຖ້າຄົນອື່ນຮູ້ແລ້ວມັນຈະສຳຄັນຫຍັງ? ເຖິງແມ່ນວ່າຄົນອື່ນຈະເຫັນມັນ ແລະ ບໍ່ໄດ້ຊື່ນຊົມພວກເຂົາກໍຕາມ, ພວກເຂົາກໍຍັງໂອ້ອວດມັນຢູ່ດີ. ນີ້ບໍ່ແມ່ນຄວາມຕື້ນເຂີນບໍ? (ແມ່ນແລ້ວ). ພວກເຂົາຕື້ນເຂີນ ແລະ ຄືເດັກນ້ອຍ, ນີ້ຄືອີກບັນຫາໜຶ່ງຂອງຄົນທີ່ມັກໂອ້ອວດ. ບອກເຮົາມາເບິ່ງວ່າ ພວກເຂົາສາມາດໄດ້ຫຍັງຈາກການໂອ້ອວດແບບນັ້ນ? ມັນເປັນພຽງເພື່ອເຮັດໃຫ້ຮັບຮູ້ເຖິງການມີຕົວຕົນຂອງພວກເຂົາບໍ? ສິ່ງນີ້ຈຳເປັນບໍ? ມັນບໍ່ແມ່ນສິ່ງທີ່ຫຼາຍເກີນຄວາມຈຳເປັນບໍ? (ແມ່ນແລ້ວ). ຍ້ອນກັບໄປໃນຊຸມປີ 1980 ແລະ 1990, ຖ້າພື້ນເກີບໜັງຂອງຄົນໃດໜຶ່ງຫ້ຽນບໍ່ສະເໝີກັນ, ພວກເຂົາກໍຈະຕອກເຫຼັກໃສ່ ເຊິ່ງເຮັດໃຫ້ເກີດສຽງດັງເວລາຍ່າງ. ບາງຄົນຕ້ອງຕອກເຫຼັກໃສ່ເກີບໜັງຄູ່ໃໝ່ກ່ອນທີ່ຈະໃສ່ດ້ວຍຊ້ຳ, ພຽງແຕ່ເພື່ອໃຫ້ຄົນອື່ນຮູ້ວ່າພວກເຂົາມີເກີບໜັງຄູ່ໜຶ່ງ. ສິ່ງນີ້ເຮັດໃຫ້ພວກເຂົາມີຄວາມໝັ້ນໃຈ ແລະ ເຮັດໃຫ້ພວກເຂົາຮູ້ສຶກເຖິງຄວາມເພີດເພີນ. ພວກເຂົາເຊື່ອວ່າ “ການໄດ້ຮັບຄວາມສົນໃຈຈາກຄົນອື່ນເປັນສິ່ງທີ່ດີ. ມັນພິສູດວ່າຂ້ອຍມີສະເໜ່ ແລະ ການມີຕົວຕົນຂອງຂ້ອຍໄດ້ຮັບການຍອມຮັບ. ສະນັ້ນ, ຂ້ອຍຕ້ອງແບ່ງປັນຈຸດເດັ່ນ, ຈຸດແຂງ ແລະ ສິ່ງດີໆທີ່ຂ້ອຍມີໃຫ້ກັບທຸກຄົນ”. ນີ້ແມ່ນການແບ່ງປັນແທ້ໆບໍ? ສິ່ງນີ້ເອີ້ນວ່າການອວດອ້າງ. ໃນໂລກນີ້ບໍ່ມີຄົນຫຼາຍພໍສົມຄວນທີ່ມັກອວດອ້າງບໍ? (ມີ). ຜູ້ຄົນລ້ວນແຕ່ຄິດວ່າສິ່ງນີ້ຂ້ອນຂ້າງເປັນເລື່ອງປົກກະຕິ, ແມ່ນບໍ? ບໍ່ມີໃຜລັງກຽດຄົນແບບນັ້ນ ແລະ ບໍ່ມີໃຜເບິ່ງພວກເຂົາດ້ວຍສາຍຕາທີ່ແປກປະຫຼາດ ເພາະວ່າໂລກນີ້ເຕັມໄປດ້ວຍຄົນແບບນັ້ນ ທີ່ໝົກໝຸ້ນຢູ່ກັບຄວາມເພີດເພີນທາງວັດຖຸ ແລະ ເງິນທອງທຸກຮູບແບບ ພ້ອມທັງຄວາມເພີດເພີນໃນສະຖານະ. ສະນັ້ນ, ໂລກນີ້ຈຶ່ງຍົກຍ້ອງສິ່ງເຫຼົ່ານີ້. ໃນເຮືອນຂອງພຣະເຈົ້າ, ຄົນແບບນັ້ນເຮັດໃຫ້ຄົນອື່ນຮູ້ສຶກລັງກຽດ ແລະ ດູຖູກ. ເປັນຫຍັງ? ຕັ້ງແຕ່ເລີ່ມຕົ້ນວາງຮາກຖານໄປຈົນເຖິງການຄ່ອຍໆເຂົ້າໃຈຄວາມຈິງ ພ້ອມທັງຄຸນຄ່າ ແລະ ຄວາມໝາຍຂອງການເປັນມະນຸດ, ຜູ້ທີ່ເຊື່ອໃນພຣະເຈົ້າກໍເລີ່ມໃສ່ໃຈໜ້ອຍລົງກ່ຽວກັບຄວາມເພີດເພີນທາງວັດຖຸ ແລະ ສິ່ງທີ່ຜິວເຜີນບາງຢ່າງຂອງໂລກ. ແຮງຂັບເຄື່ອນພາຍໃນຂອງພວກເຂົາໃນການໄລ່ຕາມເສາະຫາຊັບສິນພາຍນອກກໍຫຼຸດລົງ, ເປົ້າໝາຍ ແລະ ທິດທາງໃນການໄລ່ຕາມເສາະຫາຂອງພວກເຂົາກໍປ່ຽນແປງໄປ ແລະ ຄວາມຕ້ອງການໃນໂລກພາຍໃນຂອງພວກເຂົາກໍເລີ່ມແຕກຕ່າງ. ພວກເຂົາຄ່ອຍໆມີມຸມມອງທີ່ແຕກຕ່າງກ່ຽວກັບຄວາມຕ້ອງການທາງວັດຖຸ, ໂດຍຮູ້ສຶກວ່າສິ່ງດັ່ງກ່າວລ້ວນແຕ່ຫວ່າງເປົ່າ ແລະ ບໍ່ສາມາດຕອບສະໜອງຄວາມຕ້ອງການໃນໃຈຂອງພວກເຂົາໄດ້. ສະນັ້ນ, ແນວໂນ້ມຂອງພວກເຂົາທີ່ຈະໂອ້ອວດ ແລະ ອວດອ້າງສິ່ງຕ່າງໆຈຶ່ງຫຼຸດລົງ. ມີສິ່ງໃດແດ່ທີ່ຜູ້ເຊື່ອໃນພຣະເຈົ້າອາດຈະໂອ້ອວດ ຫຼື ອວດອ້າງຫຼາຍທີ່ສຸດ? ພວກເຂົາອາດຈະອວດອ້າງສິ່ງຕ່າງໆ ເຊັ່ນ: ທັກສະ ຫຼື ຈຸດແຂງຂອງພວກເຂົາ. ຕົວຢ່າງ: ບາງຄົນທີ່ມັກຮ້ອງເພງຕ້ອງການໃຫ້ຄົນອື່ນໄດ້ຍິນສຽງຂອງພວກເຂົາຢູ່ສະເໝີ. ພວກເຂົາເວົ້າວ່າ “ຟັງດຸວ່າສຽງຂອງຂ້ອຍມ່ວນສໍ່າໃດ!” ພວກເຂົາຢ້ານວ່າຄົນອື່ນຈະບໍ່ຮູ້ວ່າພວກເຂົາຮ້ອງເພງໄດ້ດີ ແລະ ພວກເຂົາຕ້ອງການໂອ້ອວດຕົນເອງໃນເລື່ອງນີ້ຢູ່ສະເໝີ. ສະຫຼຸບແລ້ວ, ການມັກໂອ້ອວດແມ່ນຂໍ້ບົກຜ່ອງຂອງຄວາມເປັນມະນຸດ. ມັນເປັນການສະແດງອອກເຖິງຄວາມບໍ່ເປັນຜູ້ໃຫຍ່, ຄວາມເປັນເດັກນ້ອຍ ແລະ ຄວາມຕື້ນເຂີນໃນຄວາມເປັນມະນຸດ. ເມື່ອຜູ້ຄົນພຽງແຕ່ເຂົ້າໃຈຄຳເວົ້າ ແລະ ຫຼັກຄຳສອນບາງຢ່າງ ແລະ ຍັງບໍ່ໄດ້ຮັບຄວາມຈິງຢ່າງແທ້ຈິງ ຫຼື ເຂົ້າສູ່ຄວາມເປັນຈິງຄວາມຈິງ, ພວກເຂົາກໍມີແນວໂນ້ມຫຼາຍທີ່ຈະສະແດງໃຫ້ເຫັນເຖິງຈຸດອ່ອນຂອງການມັກໂອ້ອວດ ແລະ ຂໍ້ບົກຜ່ອງຂອງຄວາມເປັນມະນຸດນີ້ກໍບໍ່ແມ່ນເລື່ອງງ່າຍທີ່ຈະເອົາຊະນະໄດ້. ນີ້ກໍຍ້ອນວ່າ ກ່ອນທີ່ຜູ້ຄົນໄດ້ຮັບຄວາມຈິງ, ສິ່ງທີ່ພວກເຂົາສາມາດໂອ້ອວດ ແລະ ອວດອ້າງໄດ້ນັ້ນຄືຕົ້ນທຶນຂອງພວກເຂົາ ແລະ ຄວາມໝັ້ນໃຈໃນຕົນເອງສຳລັບການດຳລົງຊີວິດ. ເຈົ້າມີຄວາມໝັ້ນໃຈໃນການປະພຶດຕົນຂອງເຈົ້າ ແລະ ມີແຮງຈູງໃຈໃນການເຮັດສິ່ງຕ່າງໆ ລ້ວນແລ້ວແຕ່ເປັນເພາະວ່າເຈົ້າເພິ່ງພາສິ່ງຕ່າງໆ ເຊັ່ນ: ຮູບລັກສະນະ, ທ່າທາງ, ຈຸດແຂງ, ລະດັບການສຶກສາ, ຄຸນວຸດທິ ຫຼື ທັກສະທາງວິຊາຊີບເພື່ອດຳລົງຊີວິດ. ສະນັ້ນ, ຄົນສ່ວນໃຫຍ່ຈຶ່ງສະແດງໃຫ້ເຫັນເຖິງຈຸດອ່ອນຂອງການມັກໂອ້ອວດໃນລະດັບທີ່ແຕກຕ່າງກັນໄປ ແລະ ມັນກໍບໍ່ແມ່ນເລື່ອງງ່າຍທີ່ຈະເອົາຊະນະໄດ້, ບໍ່ແມ່ນເລື່ອງງ່າຍທີ່ຈະກະບົດ. ເມື່ອຜູ້ຄົນເຂົ້າໃຈຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງຄວາມຈິງ, ມີວຸດທິພາວະໃນລະດັບໜຶ່ງ ແລະ ໃສ່ໃຈໜ້ອຍລົງກ່ຽວກັບສິ່ງທີ່ບໍ່ກ່ຽວຂ້ອງກັບຄວາມຈິງ, ພວກເຂົາກໍຈະເຫັນວ່າບໍ່ຈຳເປັນຕ້ອງໂອ້ອວດ ຫຼື ອວດອ້າງ ແລະ ສິ່ງເຫຼົ່ານີ້ບໍ່ໄດ້ບົ່ງບອກເຖິງວ່າຄົນໆໜຶ່ງມີຄວາມເປັນມະນຸດ ແລະ ບໍ່ໄດ້ບົ່ງບອກເຖິງວ່າຄົນໆໜຶ່ງມີວຸດທິພາວະ; ແລະ ແນ່ນອນວ່າ ຍິ່ງໄປກວ່ານັ້ນ ພວກມັນບໍ່ໄດ້ບົ່ງບອກວ່າຄົນໆໜຶ່ງໄດ້ຮັບຄວາມລອດພົ້ນແລ້ວ ຫຼື ສາມາດອ່ອນນ້ອມຕໍ່ຄວາມຈິງ ແລະ ຕໍ່ພຣະເຈົ້າໄດ້. ສະນັ້ນ ສຳລັບບາງຄົນທີ່ເຄີຍມັກໂອ້ອວດ, ເມື່ອພວກເຂົາເຂົ້າໃຈຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງຄວາມຈິງ, ຄວາມປາຖະໜານີ້ກໍຄ່ອຍໆຈາງຫາຍໄປ ແລະ ຂໍ້ບົກຜ່ອງຂອງຄວາມເປັນມະນຸດນີ້ກໍຖືກເອົາຊະນະ ແລະ ຫາຍໄປຢ່າງບໍ່ຮູ້ຕົວ. ຍົກຕົວຢ່າງ: ຄົນທີ່ນຸ່ງເສື້ອຢືດທີ່ແພງໜ້ອຍໜຶ່ງ. ເມື່ອມັນເປື້ອນເລັກນ້ອຍໂດຍບັງເອີນ, ພວກເຂົາກໍເລີ່ມວິຕົກກັງວົນຫຼາຍ. ມີຄົນເວົ້າກັບພວກເຂົາວ່າ “ເປັນຫຍັງເຈົ້າຈຶ່ງວິຕົກກັງວົນຫຼາຍ? ພຽງແຕ່ຊັກມັນກໍໃຊ້ໄດ້ແລ້ວ ບໍ່ແມ່ນບໍ?” ພວກເຂົາຕອບວ່າ “ເຈົ້າຮູ້ບໍວ່າເສື້ອໂຕນີ້ລາຄາ 200 ຢວນ?” ພວກເຂົາຈົງໃຈກ່າວເຖິງລາຄາເພື່ອໃຫ້ຄົນອື່ນຮູ້; ເມື່ອນັ້ນເອງ ພວກເຂົາຈຶ່ງຈະຮູ້ສຶກພໍໃຈ. ຖ້າຄົນໆນັ້ນເຂົ້າໃຈຄວາມຈິງ, ພວກເຂົາກໍຈະສາມາດເຂົ້າຫາເລື່ອງດັ່ງກ່າວໄດ້ຢ່າງຖືກຕ້ອງ ເມື່ອພວກເຂົາພົບກັບພວກມັນອີກຄັ້ງ. ພວກເຂົາຈະບໍ່ກ່າວເຖິງລາຄາ ແລະ ມາຮອດຈຸດນີ້ ຄວາມຢາກໂດດເດັ່ນຂອງພວກເຂົາກໍຈະຖືກຢັບຢັ້ງໃນລະດັບໜຶ່ງ. ສິ່ງນີ້ບໍ່ໄດ້ສະແດງໃຫ້ເຫັນວ່າຄວາມເປັນມະນຸດຂອງພວກເຂົາກາຍເປັນຜູ້ໃຫຍ່ຂຶ້ນພໍສົມຄວນ ແລະ ບໍ່ຕື້ນເຂີນ ຫຼື ຄືເດັກນ້ອຍອີກຕໍ່ໄປບໍ? (ແມ່ນແລ້ວ). ການມັກໂອ້ອວດຂອງພວກເຂົາ ເຊິ່ງເປັນຂໍ້ບົກຜ່ອງໃນຄວາມເປັນມະນຸດຂອງພວກເຂົາ ກໍຈະຖືກເອົາຊະນະດ້ວຍວິທີນີ້.

ການດູຖູກຄົນທຸກ ແລະ ເຂົ້າຂ້າງຄົນລວຍ

ການສະແດງອອກຕໍ່ໄປແມ່ນການດູຖູກຄົນທຸກ ແລະ ເຂົ້າຂ້າງຄົນລວຍ. ເມື່ອບາງຄົນເຫັນຄົນຮັ່ງມີ, ພວກເຂົາກໍຈະປະຈົບປະແຈງບຸກຄົນນັ້ນທັນທີ, ໂດຍເວົ້າສິ່ງຕ່າງໆ ເຊັ່ນ: “ຜິວຂອງເຈົ້າດີຫຼາຍ. ເຈົ້າດູດີ. ເຈົ້າສູງສົ່ງຫຼາຍ, ແມ່ນແຕ່ນໍ້າລາຍຂອງເຈົ້າກໍຍັງມີຄ່າຫຼາຍກວ່າຄົນທຸກຍາກຄືພວກເຮົາອີກ!” ເມື່ອເວົ້າກັບຄົນລວຍ ແລະ ຄົນທີ່ມີຖານະ ແລະ ສະຖານະ, ພວກເຂົາຈະອ່ອນໂຍນເປັນພິເສດ. ແຕ່ເມື່ອພວກເຂົາເຫັນຊາວນາ, ພວກເຂົາກໍຕ້ອງການເຍາະເຍີ້ຍຄົນເຫຼົ່ານັ້ນຢູ່ສະເໝີ ແລະ ຄຳເວົ້າຂອງພວກເຂົາກໍດູຖູກຄົນເຫຼົ່ານັ້ນ ບໍ່ທາງກົງ ຫຼື ທາງອ້ອມ. ພວກເຂົາມີທັດສະນະຄະຕິທີ່ແຕກຕ່າງກັນຢ່າງສິ້ນເຊີງຕໍ່ຄົນທຸກ ແລະ ຄົນລວຍ. ພວກເຂົາເຕັມໃຈທີ່ຈະຕອບສະໜອງຄວາມຕ້ອງການຂອງຄົນລວຍ, ເຖິງຂັ້ນເຕັມໃຈກາຍເປັນຂ້າທາດຂອງຄົນເຫຼົ່ານັ້ນ. ແຕ່ສຳລັບຄົນທຸກແລ້ວ, ມັນເປັນອີກເລື່ອງໜຶ່ງ, ເມື່ອຄົນທຸກປະເຊີນກັບຄວາມຫຍຸ້ງຍາກ ແລະ ຂໍຄວາມຊ່ວຍເຫຼືອ, ພວກເຂົາກໍບໍ່ສົນໃຈພວກເຂົາ. ການປະຕິບັດຂອງພວກເຂົາຕໍ່ຄົນທີ່ມີຖານະຕ່ຳ ແລະ ມີສະຖານະທາງສັງຄົມຕ່ຳແມ່ນແຕກຕ່າງກັນຢ່າງສິ້ນເຊີງຈາກການປະຕິບັດຂອງພວກເຂົາຕໍ່ຄົນທີ່ມີສະຖານະທາງສັງຄົມທີ່ສູງ. ນີ້ຄືການດູຖູກຄົນທຸກ ແລະ ເຂົ້າຂ້າງຄົນລວຍ. ນີ້ແມ່ນບັນຫາປະເພດໃດ? (ຂໍ້ບົກຜ່ອງຂອງຄວາມເປັນມະນຸດ). ມັນເປັນຂໍ້ບົກຜ່ອງຂອງຄວາມເປັນມະນຸດບໍ? ນີ້ແມ່ນບັນຫາປະເພດໃດພາຍໃນຄວາມເປັນມະນຸດ? (ການມີລັກສະນະທີ່ຕໍ່າຊ້າ). ມັນເປັນບັນຫາຂອງລັກສະນະພາຍໃນຄວາມເປັນມະນຸດ ເຊິ່ງກໍຄືການມີລັກສະນະທີ່ຕ່ຳຊ້າ. ເມື່ອພວກເຂົາເຫັນຄົນລວຍ, ພວກເຂົາກໍກາຍເປັນລູກນ້ອງທີ່ຍອມຈຳນົນ, ປະພຶດຕົນໃນລັກສະນະທີ່ເປັນຂ້າທາດຫຼາຍເກີນໄປ. ເມື່ອພວກເຂົາເຫັນຄົນທຸກ, ພວກເຂົາກໍຢາກປະພຶດຕົນຄືກັບວ່າພວກເຂົາເປັນເຈົ້ານາຍ. ພວກເຂົາເປັນສິ່ງຖືກສ້າງແບບໃດກັນແທ້? ການປະຕິບັດຕໍ່ຜູ້ຄົນແບບນີ້ສະແດງໃຫ້ເຫັນວ່າ ພວກເຂົາບໍ່ມີຫຼັກການ! ຄົນທຸກພຽງແຕ່ຂາດເຂີນເງິນເລັກໜ້ອຍ ແລະ ມີສະພາບການດຳລົງຊີວິດທີ່ດ້ອຍກວ່າເລັກໜ້ອຍ, ພວກເຂົາໄປລ່ວງເກີນເຈົ້າແນວໃດ? ຄົນທຸກຈຳເປັນຕ້ອງມີຄວາມເປັນມະນຸດທີ່ບໍ່ດີສະເໝີໄປບໍ? ຄົນລວຍຈຳເປັນຕ້ອງມີຄວາມເປັນມະນຸດທີ່ດີສະເໝີໄປບໍ? ຄົນທີ່ດູຖູກຄົນທຸກ ແລະ ເຂົ້າຂ້າງຄົນລວຍວັດແທກ ແລະ ເບິ່ງຄົນອື່ນໂດຍອີງໃສ່ຫຼັກການຄວາມຈິງບໍ? ເຫັນໄດ້ຢ່າງຊັດເຈນວ່າບໍ່ແມ່ນ. ພວກເຂົາເຊື່ອວ່າຜູ້ໃດກໍຕາມທີ່ມີເງິນແມ່ນສູງສົ່ງ ແລະ ຍິ່ງໃຫຍ່, ສ່ວນຜູ້ໃດກໍຕາມທີ່ທຸກຍາກແມ່ນຕ່ຳຕ້ອຍ ແລະ ດ້ອຍກວ່າ. ມາດຕະຖານຂອງພວກເຂົາໃນການວັດແທກຜູ້ຄົນກໍຄືເງິນ. ຄົນແບບນັ້ນເປັນຄົນດີບໍ? ຄວາມເປັນມະນຸດຂອງພວກເຂົາເປັນແນວໃດ? (ຄວາມເປັນມະນຸດຂອງພວກເຂົາບໍ່ດີ). ເມື່ອພວກເຂົາເຫັນຄົນລວຍ, ພວກເຂົາກໍຍິ້ມແບບປະຈົບປະແຈງ; ເມື່ອພວກເຂົາເຫັນຄົນທຸກ, ໃບໜ້າຂອງພວກເຂົາກໍມືດຄຶ້ມທັນທີ, ໃບໜ້າຂອງພວກເຂົາປ່ຽນແປງໄວຫຼາຍ! ພວກເຂົາເຕັມໃຈເຖິງຂັ້ນຈະຖືໂຖຍ່ຽວໃຫ້ຄົນລວຍ ແຕ່ບໍ່ເຕັມໃຈແມ່ນແຕ່ຈະຫຍິ້ນນ້ຳຈັກຈອກໃຫ້ຄົນທຸກ. ພວກເຂົາເປັນສິ່ງຖືກສ້າງແບບໃດກັນແທ້? ພວກເຂົາບໍ່ແມ່ນຄົນທີ່ມີລັກສະນະທີ່ຕ່ຳຊ້າບໍ? (ແມ່ນແລ້ວ). ມັນດີບໍທີ່ຄົນແບບນັ້ນຈະເປັນຜູ້ນໍາ? (ບໍ່ດີ). ເປັນຫຍັງຈຶ່ງວ່າບໍ່ດີ? ພວກເຂົາບໍ່ເໝາະສົມສຳລັບບົດບາດຂອງຜູ້ນຳໃນດ້ານໃດແດ່? (ພວກເຂົາບໍ່ມີຫຼັກການໃນວິທີທີ່ພວກເຂົາປະຕິບັດຕໍ່ຜູ້ຄົນ ແລະ ການເລືອກ ແລະ ການໃຊ້ຄົນຂອງພວກເຂົາກໍບໍ່ໄດ້ອີງໃສ່ຫຼັກການຄວາມຈິງ ແຕ່ອີງໃສ່ວ່າຄົນໆນັ້ນມີສະຖານະທາງສັງຄົມ ແລະ ເງິນ ຫຼື ບໍ່. ຖ້າພວກເຂົາກາຍເປັນຜູ້ນຳ, ພວກເຂົາກໍຈະສົ່ງເສີມຜູ້ທີ່ມີສະຖານະ ແລະ ມີເງິນ. ຖ້າຄົນທີ່ໄດ້ຮັບການສົ່ງເສີມເຫຼົ່ານີ້ເປັນຄົນຊົ່ວຮ້າຍ, ແລ້ວຄົນຊົ່ວຮ້າຍກໍຈະມີອຳນາດໃນຄຣິສຕະຈັກ ແລະ ນັ້ນກໍຈະເປັນໄພພິບັດ). ຄົນແບບນັ້ນບໍ່ເໝາະສົມທີ່ຈະເປັນຜູ້ນຳ. ຢ່າງໜຶ່ງກໍຄື ພວກເຂົາມີລັກສະນະທີ່ຕ່ຳຊ້າ ແລະ ພວກເຂົາບໍ່ມີມາດຕະຖານຂອງສະຕິຮູ້ສຶກຜິດຊອບໃນສິ່ງທີ່ພວກເຂົາເຮັດ. ອີກຢ່າງໜຶ່ງກໍຄື ຖ້າພວກເຂົາຖືກແຕ່ງຕັ້ງໃຫ້ເປັນຜູ້ນຳ, ພວກເຂົາກໍຈະປ່ຽນຄຣິສຕະຈັກໃຫ້ກາຍເປັນຄືກັບສັງຄົມ, ຄຣິສຕະຈັກທີ່ພວກເຂົານຳພາກໍຈະກາຍເປັນກຸ່ມສັງຄົມ. ພວກເຂົາຈະສົ່ງເສີມຜູ້ທີ່ຮັ່ງມີ ແລະ ມີອິດທິພົນ, ຜູ້ທີ່ມີຖານະ, ສະຖານະ ແລະ ເສັ້ນສາຍ, ຕະຫຼອດເຖິງຜູ້ທີ່ຈະເລີນຮຸ່ງເຮືອງໃນສັງຄົມ ແລ້ວເຮັດໃຫ້ພວກເຂົາເປັນຫົວໜ້າທີມ ແລະ ຜູ້ກຳກັບດູແລ; ໃນຂະນະທີ່ຢຽບຍ່ຳຊາວນາເຫຼົ່ານັ້ນ, ຄົນທຸກ ແລະ ຄົນທີ່ມີການສຶກສາຕໍ່າ ແລະ ບໍ່ເກັ່ງໃນການເວົ້າຄຳເວົ້າມ່ວນຫູ ແຕ່ມີຄວາມເປັນມະນຸດທີ່ດີ, ມີຂີດຄວາມສາມາດ ແລະ ໄລ່ຕາມເສາະຫາຄວາມຈິງ ແຕ່ມີສະຖານະທາງສັງຄົມຕ່ຳຕ້ອຍ. ສິ່ງນີ້ຈະບໍ່ເຮັດໃຫ້ຄຣິສຕະຈັກເປັນຄືກັບສັງຄົມບໍ? ມັນຈະມີຄວາມແຕກຕ່າງຫຍັງ? ໃນສັງຄົມ, ບໍ່ແມ່ນຜູ້ທີ່ຮັ່ງມີ ແລະ ມີສະຖານະບໍທີ່ມີອຳນາດ? ບໍ່ແມ່ນຜູ້ທີ່ມີຖານະ, ເສັ້ນສາຍ, ອຳນາດ ແລະ ອິດທິພົນບໍທີ່ຄອງສະຖານະ ແລະ ອອກໜ້າອອກຕາໃນທຸກລະດັບ, ທຸກຂົງເຂດ ແລະ ທຸກກຸ່ມໃນສັງຄົມ? ຖ້າເຮືອນຂອງພຣະເຈົ້າເປັນຄືກັບສັງຄົມ, ມັນຍັງຈະເປັນເຮືອນຂອງພຣະເຈົ້າໄດ້ຢູ່ບໍ? ມັນຈະບໍ່ແມ່ນເຮືອນຂອງພຣະເຈົ້າອີກຕໍ່ໄປ ແລະ ບໍ່ສາມາດເອີ້ນວ່າຄຣິສຕະຈັກໄດ້, ມັນຈະເປັນກຸ່ມສັງຄົມ. ຜົນທີ່ຈະຕາມມາຂອງການທີ່ຄົນທີ່ດູຖູກຄົນທຸກ ແລະ ເຂົ້າຂ້າງຄົນລວຍກາຍເປັນຜູ້ນຳກໍຄືສິ່ງນີ້ແທ້ໆ. ຄົນແບບນັ້ນກາຍເປັນລູກແຫຼ້ງຂອງຜູ້ໃດກໍຕາມທີ່ມີສະຖານະ. ບອກເຮົາມາເບິ່ງ, ຄົນທີ່ເຮັດຕົວເປັນລູກແຫຼ້ງມີຫຼັກການໃດໆບໍ? ພວກເຂົາມີຂອບເຂດໃນການປະພຶດຕົນຂອງພວກເຂົາບໍ? (ບໍ່ມີ). ຄົນແບບນັ້ນບໍ່ມີຫຼັກການ ຫຼື ຂອບເຂດໃນການປະພຶດຕົນຂອງພວກເຂົາ. ເມື່ອປະເຊີນກັບສະພາບແວດລ້ອມທີ່ເປັນອັນຕະລາຍ, ພວກເຂົາກໍສາມາດກາຍເປັນຢູດາໄດ້. ຖ້າປະເທດຂອງພວກເຂົາຕ້ອງລົ້ມສະຫຼາຍ, ພວກເຂົາກໍຈະກາຍເປັນຄົນຂາຍຊາດ. ຖ້າພວກເຂົາກາຍເປັນຜູ້ນຳລັດຖະບານ, ພວກເຂົາກໍຈະກາຍເປັນຄົນທໍລະຍົດຊາດ. ພວກເຂົາກໍເປັນສິ່ງຖືກສ້າງປະເພດນີ້ແທ້ໆ! ສະນັ້ນ, ພວກເຂົາຈຶ່ງບໍ່ເໝາະສົມທີ່ຈະເປັນຜູ້ນຳ. ນີ້ກໍຍ້ອນວ່າ ພວກເຂົາຈະບໍ່ເຮັດວຽກງານຕົວຈິງ ແລະ ຈະທຳຮ້າຍອ້າຍເອື້ອຍນ້ອງ, ໂດຍຢຽບຍ່ຳທຸກຄົນທີ່ໄລ່ຕາມເສາະຫາຄວາມຈິງຢ່າງແທ້ຈິງ ແລະ ມີຄວາມເປັນມະນຸດ ໃນຂະນະທີ່ສົ່ງເສີມຜູ້ທີ່ມີຄວາມເປັນມະນຸດທີ່ຊົ່ວຮ້າຍ, ຜູ້ທີ່ຄອງສະຖານະ, ມີຄວາມໂດດເດັ່ນ ແລະ ມີອິດທິພົນໃນສັງຄົມ; ສິ່ງນີ້ຂັດແຍ້ງໂດຍກົງກັບຫຼັກການຂອງເຮືອນຂອງພຣະເຈົ້າໃນການສົ່ງເສີມຜູ້ຄົນ. ຖ້າຄົນແບບນັ້ນໄດ້ປົກຄອງ ແລະ ມີອຳນາດໃນເຮືອນຂອງພຣະເຈົ້າ, ວຽກງານຂອງຄຣິສຕະຈັກຈະສາມາດດຳເນີນໄປຢ່າງລ່ຽນໄຫຼ ແລະ ປາສະຈາກອຸປະສັກໄດ້ບໍ? (ບໍ່ໄດ້). ວຽກງານຂອງຄຣິສຕະຈັກ ແລະ ປະຊາກອນທີ່ພຣະເຈົ້າເລືອກກໍຈະຖືກທຳລາຍດ້ວຍນໍ້າມືຂອງຄົນເຫຼົ່ານີ້. ຄົນເຫຼົ່ານີ້ຈະສົມຮູ້ຮ່ວມຄິດກັນ, ໃຊ້ກັນເອງເພື່ອຜົນປະໂຫຍດ ແລະ ສະໜັບສະໜູນກັນເອງ. ອ້າຍເອື້ອຍນ້ອງທີ່ໄລ່ຕາມເສາະຫາຄວາມຈິງກໍຈະຖືກກີດກັນ ແລະ ຖືກຕັດອອກ, ພວກເຂົາອາດຈະຖືກຈັດໃຫ້ຢູ່ກຸ່ມ B ຫຼື ຖືກຄັດອອກທັງໝົດ, ເຊິ່ງເຮັດໃຫ້ພວກເຂົາບໍ່ມີທາງອອກ. ມັນຈະບໍ່ເປັນແບບນີ້ບໍ? (ແມ່ນແລ້ວ). ຄວາມສຳພັນໃນທ່າມກາງຄົນເຫຼົ່ານີ້ເປັນແນວໃດ? ເມື່ອພວກເຂົາມາລວມຕົວກັນ, ພວກເຂົາກໍເອີ້ນກັນວ່າໝູ່ເພື່ອນ, ເອົາແຂນກອດກັນ ແລະ ໂອ້ອວດກ່ຽວກັບປະຫວັດສາດອັນຮຸ່ງເຮືອງຂອງພວກເຂົາໃນສັງຄົມ, ໂດຍເວົ້າກ່ຽວກັບສິ່ງທີ່ພວກເຂົາສາມາດເຮັດໃຫ້ກັນໄດ້ ແລ້ວກໍຖາມວ່າອີກຝ່າຍສາມາດເຮັດຫຍັງໃຫ້ພວກເຂົາໄດ້ແດ່ ເຊິ່ງເປັນການໃຊ້ກັນເອງເພື່ອຜົນປະໂຫຍດ. ຄົນເຫຼົ່ານີ້ແຕກຕ່າງແນວໃດຈາກຄົນໃນສັງຄົມ? ເມື່ອພວກເຂົາຢູ່ຮ່ວມກັນ, ພວກເຂົາບໍ່ໄດ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ບໍ່ໄດ້ໂອ້ລົມກ່ຽວກັບຄວາມຈິງ, ບໍ່ໄດ້ໂອ້ລົມກ່ຽວກັບຄວາມເຂົ້າໃຈຈາກປະສົບການສ່ວນຕົວຂອງພວກເຂົາ, ບໍ່ໄດ້ເວົ້າກ່ຽວກັບການຮູ້ຈັກຕົນເອງ ແລະ ບໍ່ໄດ້ໄຈ້ແຍກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ໃນທາງກົງກັນຂ້າມ ພວກເຂົາພັດເວົ້າພຽງແຕ່ເລື່ອງທີ່ວ່າສິ່ງຕ່າງໆດຳເນີນໄປຢ່າງປະສົບຄວາມສຳເລັດແນວໃດສຳລັບພວກເຂົາໃນສັງຄົມ, ສິ່ງທີ່ພວກເຂົາໄດ້ເຮັດເຊິ່ງເຮັດໃຫ້ພວກເຂົາມີໜ້າມີຕາ, ປະຫວັດສາດອັນຮຸ່ງເຮືອງຂອງພວກເຂົາ, ເຈົ້າໜ້າທີ່ຄົນໃດທີ່ພວກເຂົາເຄີຍກິນດື່ມນຳ, ເຈົ້າໜ້າທີ່ຄົນໃດທີ່ພວກເຂົາເຄີຍປະຈົບປະແຈງ, ທຸກສິ່ງທີ່ພວກເຂົາເວົ້າລ້ວນແຕ່ເປັນເລື່ອງເຫຼົ່ານີ້. ຄົນເຫຼົ່ານີ້ເປັນຜູ້ເຊື່ອໃນພຣະເຈົ້າບໍ? ພວກເຂົາແຂ່ງຂັນກັນໃນເລື່ອງສະຖານະ, ພູມຫຼັງ, ຄວາມສາມາດ ແລະ ວິທີການ, ໃນຂະນະທີ່ຍັງສົມຮູ້ຮ່ວມຄິດ ແລະ ໃຊ້ກັນເອງເພື່ອຜົນປະໂຫຍດ, ຄວາມສຳພັນຂອງພວກເຂົາກໍເປັນແບບນີ້ແຫຼະ. ຖ້າເຈົ້າເປັນຄົນທຳມະດາ ຫຼື ເປັນຊາວນາທີ່ບໍ່ສາມາດເຮັດຫຍັງໃຫ້ພວກເຂົາໄດ້, ພວກເຂົາກໍຈະເຫັນວ່າເຈົ້າໄຮ້ຄ່າ, ເປັນຄົນທີ່ພວກເຂົາບໍ່ສັງເກດເຫັນເລີຍ ແລະ ເຈົ້າກໍຈະຖືກເບິ່ງຂ້າມ. ພວກເຂົາເວົ້າກ່ຽວກັບຫຍັງເມື່ອພວກເຂົາຢູ່ຮ່ວມກັນ? ພວກເຂົາສົນທະນາກັນວ່າຍີ່ຫໍ້ເຄື່ອງນຸ່ງໃດອອກສິນຄ້າໃໝ່, ລົດໃໝ່ຄັນໃດຖືກເປີດຕົວ, ໃຜຊື້ເພັດຫຼາຍກະຣັດ, ຊັບສິນຂອງໃຜຖືກປະມູນ, ຫຸ້ນຂອງໃຜຕົກ ຫຼື ຂຶ້ນ, ບໍລິສັດຂອງໃຜເຂົ້າຕະຫຼາດຫຼັກຊັບ, ໃຜໄປປະຈົບປະແຈງເຈົ້າໜ້າທີ່ລັດຖະບານ, ໃຜສົມຮູ້ຮ່ວມຄິດກັບພັກພວກໃດ, ໃຜໃຫ້ຂອງຂວັນຫຼາຍປານໃດ ແລະ ໃຊ້ເງິນຫຼາຍປານໃດເພື່ອເຮັດບາງສິ່ງໃຫ້ສຳເລັດ, ມັນລ້ວນແຕ່ເປັນເລື່ອງເຫຼົ່ານີ້ທັງໝົດ. ບອກເຮົາມາເບິ່ງວ່າ ສິ່ງນີ້ບໍ່ເປັນຕາໜ້າລັງກຽດບໍ? ຖ້າພວກເຂົາເວົ້າກ່ຽວກັບເລື່ອງເຫຼົ່ານີ້ຢູ່ໃນຄຣິສຕະຈັກຢູ່ສະເໝີ, ຊີວິດຄຣິສຕະຈັກ ແລະ ວຽກງານຂອງຄຣິສຕະຈັກຈະບໍ່ຖືກພວກເຂົາລົບກວນ ແລະ ທຳລາຍບໍ? ບອກເຮົາມາເບິ່ງວ່າ ຄົນແບບນັ້ນສາມາດຖືກເລືອກໃຫ້ເປັນຜູ້ນຳໄດ້ບໍ? (ບໍ່ໄດ້). ພວກເຂົາເປັນຄົນສວຍໂອກາດ. ຫຼັງຈາກທີ່ພວກເຈົ້າຄົ້ນພົບຄົນແບບນັ້ນໃນຄຣິສຕະຈັກ, ພວກເຈົ້າຄວນເປີດໂປງພວກເຂົາ ແລະ ຊຳລະລ້າງພວກເຂົາອອກໄປ ນັ້ນກໍຄື ເຮືອນຂອງພຣະເຈົ້າບໍ່ເກັບຄົນແບບນັ້ນໄວ້. ຄົນສວຍໂອກາດໃນເຮືອນຂອງພຣະເຈົ້າພຽງແຕ່ຢູ່ທີ່ນັ້ນເພື່ອເຮັດແບບພໍແລ້ວມືແລ້ວຕີນ ແລະ ຫຼອກລວງເອົາພອນ. ພວກເຂົາບໍ່ຍອມຮັບຄວາມຈິງເລີຍ ແລະ ບໍ່ຍອມຮັບສິ່ງໃດໆທີ່ເປັນບວກ. ຍິ່ງໄປກວ່ານັ້ນ, ຄົນເຫຼົ່ານີ້ປະຕິບັດໜ້າທີ່ຂອງພວກເຂົາໂດຍບໍ່ມີຄວາມຈິງໃຈເລີຍ; ພວກເຂົາບໍ່ຕ້ອງການສະລະຕົນເອງເລີຍ ແລະ ພຽງແຕ່ຕ້ອງການໄດ້ຮັບຜົນປະໂຫຍດເທົ່ານັ້ນ. ຖ້າບໍ່ມີຜົນປະໂຫຍດ, ພວກເຂົາກໍຈະບໍ່ເຮັດຫຍັງເລີຍ. ໃນຂະນະທີ່ອ້າຍເອື້ອຍນ້ອງກຳລັງຈົດຈໍ່ຢູ່ກັບການປະຕິບັດໜ້າທີ່ຂອງພວກເຂົາ ແລະ ເຮັດວຽກຢ່າງດຸໝັ່ນ, ພວກເຂົາກໍປະຖິ້ມໜ້າທີ່ຂອງພວກເຂົາ ແລະ ເຮັດໃຫ້ຕົນເອງຫຍຸ້ງຢູ່ກັບເລື່ອງສ່ວນຕົວ, ເຖິງຂັ້ນໝົກມຸ້ນຢູ່ກັບການກິນ, ການດື່ມ ແລະ ການມ່ວນຊື່ນ. ພວກເຂົາຍັງມັກຈະເຂົ້າອິນເຕີເນັດ ແລະ ໃຊ້ເວລາຫຼາຍໃນການຄົ້ນຄວ້າສິ່ງທີ່ພວກເຂົາມັກ ຫຼື ຕ້ອງການທີ່ສຸດ ເຊັ່ນ: ແຟຊັນ, ຄວາມງາມ ແລະ ການແຕ່ງຜົມ ຕະຫຼອດເຖິງຜະລິດຕະພັນຫຼູເພື່ອສຸຂະພາບ. ບໍ່ວ່າພວກເຂົາຈະໄປໃສ, ພວກເຂົາກໍຍ່າງອວດອົ່ງ ແລະ ຫຼອກລວງຄົນອື່ນ; ພວກເຂົາຊອກຫາຄົນປະເພດດຽວກັນກັບພວກເຂົາ ແລະ ເມື່ອພວກເຂົາພົບຄົນທີ່ຄ້າຍຄືກັນ, ພວກເຂົາກໍຈະເຂົ້າກັນໄດ້ດີກັບຄົນເຫຼົ່ານັ້ນທັນທີ. ພວກເຂົາບໍ່ສາມາດເຂົ້າກັນໄດ້ກັບອ້າຍເອື້ອຍນ້ອງທີ່ແທ້ຈິງ ແລະ ໃນຄຣິສຕະຈັກ ພວກເຂົາກໍເປັນຄົນທີ່ເຂົ້າກັບໃຜບໍ່ໄດ້ ແລະ ບໍ່ແມ່ນມະນຸດ. ເມື່ອເຫັນຄົນແບບນັ້ນ, ພວກເຈົ້າຕ້ອງຢູ່ໃຫ້ຫ່າງຈາກພວກເຂົາ. ຍິ່ງໄປກວ່ານັ້ນ, ຖ້າຄົນສ່ວນໃຫຍ່ ຫຼື ຜູ້ນຳຂອງພວກເຈົ້າບໍ່ມີຄວາມສາມາດໃນການ ແຍກແຍະ ແລະ ຍັງຄົງຖືວ່າພວກເຂົາເປັນອ້າຍເອື້ອຍນ້ອງທີ່ເຊື່ອຢ່າງແທ້ຈິງ, ພວກເຈົ້າກໍຕ້ອງກ້າວອອກມາເພື່ອເປີດໂປງຄົນເຫຼົ່ານັ້ນ ແລະ ຊຳລະລ້າງຄົນແບບນັ້ນອອກໄປ. ຕອນນີ້ພວກເຈົ້າເຂົ້າໃຈແລ້ວບໍ? ເປັນຫຍັງຄົນແບບນັ້ນຈຶ່ງຕ້ອງຖືກຊຳລະລ້າງອອກໄປ? (ເພາະວ່າຄົນແບບນັ້ນກໍ່ໃຫ້ເກີດການລົບກວນໃນຄຣິສຕະຈັກໄດ້ງ່າຍ, ນຳເອົາບັນຍາກາດທີ່ເປັນລົບເຂົ້າມາ ແລະ ສາມາດສົ່ງຜົນກະທົບຕໍ່ຄົນອື່ນໃນການປະຕິບັດໜ້າທີ່ຂອງພວກເຂົາ ແລະ ການໄລ່ຕາມເສາະຫາຄວາມຈິງໄດ້). ຖືກຕ້ອງແລ້ວ, ພວກເຂົາທຳລາຍບັນຍາກາດຂອງຄຣິສຕະຈັກ. ພວກເຂົາບໍ່ໄດ້ໄລ່ຕາມເສາະຫາຄວາມຈິງດ້ວຍຕົນເອງ ແລະ ຍັງສົ່ງຜົນກະທົບຕໍ່ຄົນອື່ນ ເຊິ່ງເປັນການຖ່ວງດຶງຄົນເຫຼົ່ານັ້ນໄວ້. ສຳລັບການເຮັດວຽກທີ່ມີມູນຄ່າໜຶ່ງໂດລາ, ພວກເຂົາຮຽກຮ້ອງຄ່າຈ້າງສິບໂດລາ. ການໃຊ້ຄົນແບບນັ້ນຍັງບໍ່ຄຸ້ມຄ່າເທົ່າກັບການລ້ຽງໝາຊ້ຳ. ຢ່າງໜ້ອຍໝາກໍສາມາດເຝົ້າເຮືອນ ແລະ ຈົງຮັກພັກດີຕໍ່ເຈົ້າຂອງມັນໄດ້! ມັນບໍ່ໄດ້ໃຊ້ກົນອຸບາຍທີ່ຊົ່ວຮ້າຍລັບຫຼັງ ແລະ ເຈົ້າກໍບໍ່ຈຳເປັນຕ້ອງກັງວົນວ່າມັນຈະສ້າງບັນຫາໃນພາຍຫຼັງ. ຜົນສະທ້ອນຈະເປັນແນວໃດ ຖ້າຄຣິສຕະຈັກອະນຸຍາດໃຫ້ມີຄົນທີ່ດູຖູກຄົນທຸກ ແລະ ເຂົ້າຂ້າງຄົນລວຍ? ພວກເຂົາສາມາດຊ່ວຍເຫຼືອປະຊາກອນທີ່ພຣະເຈົ້າເລືອກໄດ້ບໍ? ພວກເຂົາສາມາດເປັນປະໂຫຍດຕໍ່ຄົນອື່ນໄດ້ບໍ? (ບໍ່ໄດ້). ຫຼັງຈາກທີ່ພວກເຂົາຖືກເປີດເຜີຍ ແລະ ຄົນອື່ນເບິ່ງພວກເຂົາອອກແລ້ວ, ພວກເຂົາກໍຄວນຖືກຊຳລະລ້າງອອກໄປ. ຖ້າປ່ອຍໃຫ້ພວກເຂົາຢູ່ຕໍ່ໄປ, ພວກເຂົາກໍຈະມີແຕ່ຂັດຂວາງ ແລະ ລົບກວນ, ມີແຕ່ສ້າງບັນຫາ ແລະ ມີແຕ່ນຳເອົາຄວາມຫາຍະນະມາສູ່ຄຣິສຕະຈັກ. ຖ້າເຈົ້າລໍຖ້າຈົນກວ່າພວກເຂົາຈະສ້າງໄພພິບັດຄັ້ງໃຫຍ່ ແລ້ວຈຶ່ງຄ່ອຍມາຕາມເກັບກວດຜົນເສຍຫາຍໃນພາຍຫຼັງ, ນັ້ນກໍຈະເປັນເລື່ອງທີ່ຫຍຸ້ງຍາກຫຼາຍ. ພວກເຮົາບໍ່ຕ້ອງການບັນຫາ; ພວກເຮົາບໍ່ຢາກກັງວົນກ່ຽວກັບເລື່ອງນັ້ນເລີຍ. ມີໜ້າວຽກ ແລະ ໜ້າທີ່ຫຼາຍຢ່າງທີ່ຜູ້ຄົນຄວນເຮັດ, ຢ່າເອົາບັນຫາເຫຼົ່ານີ້ມາໃສ່ຕົວ.

ການປະຈົບປະແຈງຜູ້ທີ່ມີອຳນາດ

ມີຄົນອີກປະເພດໜຶ່ງ: ຄົນທີ່ມັກປະຈົບປະແຈງຜູ້ທີ່ມີອຳນາດ. ຄົນທີ່ປະຈົບປະແຈງຜູ້ທີ່ມີອຳນາດເປັນຄົນດີ ຫຼື ບໍ່ດີ? (ພວກເຂົາບໍ່ດີ). ພວກເຂົາບໍ່ດີໃນດ້ານໃດແດ່? ຄົນປະເພດນີ້ເປັນຄົນທີ່ມັກດູຖູກຄົນອື່ນທີ່ສຸດ. ເມື່ອພວກເຂົາເຫັນຄົນທີ່ມີສະຖານະ, ພວກເຂົາກໍພະຍາຍາມທຸກວິທີທາງເພື່ອປະຈົບປະແຈງຄົນເຫຼົ່ານັ້ນຢູ່ສະເໝີ; ພວກເຂົາເປັນຝ່າຍເລີ່ມລົມກັບຄົນເຫຼົ່ານັ້ນ ແລະ ເປີດໃຈກັບພວກເຂົາ, ຕັກອາຫານໃຫ້ພວກເຂົາ, ຊັກເສື້ອຜ້າໃຫ້ພວກເຂົາ ແລະ ອະນາໄມໃຫ້ພວກເຂົາ. ບໍ່ມີຫຍັງທີ່ພວກເຂົາບໍ່ເຕັມໃຈເຮັດ. ຖ້າເຈົ້າບໍ່ມີສະຖານະ, ພວກເຂົາກໍທຳທ່າເປັນບໍ່ເຫັນເຈົ້າ ແລະ ຖ້າເຈົ້າເປັນຝ່າຍເລີ່ມເຂົ້າຫາພວກເຂົາ, ເມື່ອພວກເຂົາເຫັນເຈົ້າ, ສີໜ້າຂອງພວກເຂົາກໍຈະບູດບ້ຽວໃນທັນທີ. ຄົນແບບນັ້ນເປັນຄົນດີບໍ? ບັນຫາປະເພດນີ້ຈັດຢູ່ໃນດ້ານໃດ? (ຄົນປະເພດນີ້ມີລັກສະນະທີ່ຕໍ່າຊ້າ ແລະ ມີຄວາມເປັນມະນຸດທີ່ບໍ່ດີ). ຄວາມເປັນມະນຸດຂອງພວກເຂົາບໍ່ດີ ແລະ ລັກສະນະຂອງພວກເຂົາກໍຕ່ຳຊ້າ. ຄວາມເປັນມະນຸດຂອງພວກເຂົາບໍ່ດີເຖິງລະດັບໃດ? (ພວກເຂົາບໍ່ມີຄວາມສຸດຈະລິດ ຫຼື ກຽດສັກສີ). ຄົນທີ່ຕັ້ງໜ້າຕັ້ງຕາປະຈົບປະແຈງຜູ້ທີ່ມີອຳນາດເປັນຄົນດີບໍ? (ບໍ່). ແລ້ວພວກເຂົາເປັນຄົນປະເພດໃດ? ລັກສະນະຂອງຄົນທີ່ມັກປະຈົບປະແຈງຜູ້ທີ່ມີອຳນາດເປັນແນວໃດ? ພວກເຂົາມີສອງໜ້າທີ່ແຕກຕ່າງກັນເມື່ອປະຕິບັດຕໍ່ຄົນໆດຽວກັນ. ພວກເຂົາບໍ່ຢ້ານວ່າຄົນອື່ນຈະເບິ່ງອອກ ແລະ ເຖິງຂັ້ນປ່ອຍໃຫ້ດ້ານເຫຼົ່ານີ້ຂອງພວກເຂົາສະແດງອອກມາຢ່າງເປີດເຜີຍ. ຄົນເຫຼົ່ານີ້ມີຄວາມຮູ້ສຶກເຖິງຄວາມສຸດຈະລິດ ຫຼື ຄວາມອັບອາຍບໍ? (ບໍ່ມີ). ຄົນເຫຼົ່ານີ້ທີ່ບໍ່ມີຄວາມຮູ້ສຶກເຖິງຄວາມສຸດຈະລິດ ຫຼື ຄວາມອັບອາຍສາມາດຖືກຈັດປະເພດວ່າເປັນຄົນຊົ່ວຮ້າຍໄດ້ບໍ? (ໄດ້). ເປັນຫຍັງພວກເຂົາຈຶ່ງສາມາດຖືກຈັດປະເພດວ່າເປັນຄົນຊົ່ວຮ້າຍໄດ້? ພວກເຂົາມີສອງໜ້າທີ່ແຕກຕ່າງກັນໃນວິທີທີ່ພວກເຂົາປະຕິບັດຕໍ່ຄົນອື່ນ. ໃຫ້ພວກເຮົາວິເຄາະຮາກເຫງົ້າຂອງສອງໜ້າທີ່ແຕກຕ່າງກັນນີ້. ຄົນເຫຼົ່ານີ້ຮັກສະຖານະເປັນພິເສດ ແລະ ພວກເຂົາຮັກຄົນທີ່ມີຖານະ ແລະ ອຳນາດ. ເມື່ອພວກເຂົາເຫັນຄົນທີ່ມີສະຖານະ, ພວກເຂົາທຸກຄົນກໍຍິ້ມແຍ້ມແຈ່ມໃສ, ເຊື່ອຟັງຢ່າງສິ້ນເຊີງ; ພວກເຂົາປະຈົບປະແຈງ ແລະ ເອົາໃຈພວກເຂົາໂດຍບໍ່ລັງເລໃຈ ແລະ ຍົກຍໍປໍປັ້ນພວກເຂົາໂດຍບໍ່ມີຢາງອາຍ. ບໍ່ວ່າເປົ້າໝາຍຂອງພວກເຂົາແມ່ນເພື່ອປະຈົບປະແຈງຄົນເຫຼົ່ານັ້ນ ຫຼື ພວກເຂົາມີເຈດຕະນາແອບແຝງທີ່ຕ້ອງການໄດ້ຮັບການໃຫ້ຄຸນຄ່າ ແລະ ໄດ້ຮັບການເລື່ອນຕຳແໜ່ງກໍຕາມ, ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ຄົນອື່ນກໍເປັນບັນຫາ ແລະ ລະເມີດຫຼັກການຄວາມຈິງ. ແລ້ວເປັນຫຍັງພວກເຂົາຈຶ່ງມີທັດສະນະຄະຕິແບບນີ້ຕໍ່ຄົນທີ່ມີສະຖານະ? (ເພື່ອຜົນປະໂຫຍດຂອງພວກເຂົາເອງ). ສິ່ງນີ້ພິສູດໃຫ້ເຫັນວ່າພວກເຂົາຮັກສະຖານະເປັນພິເສດ. ພວກເຂົາເອງຂາດຄວາມສາມາດ ຫຼື ບໍ່ມີຄຸນສົມບັດ, ເງື່ອນໄຂ ຫຼື ໂອກາດທີ່ຈະໄດ້ຮັບສະຖານະ. ເຖິງຢ່າງໃດກໍຕາມ, ໂດຍການປະຈົບປະແຈງ ແລະ ເຂົ້າໃກ້ຜູ້ທີ່ມີສະຖານະ, ພວກເຂົາກໍສາມາດຕອບສະໜອງຄວາມປາຖະໜາຢາກໄດ້ສະຖານະຂອງພວກເຂົາໄດ້. ສະນັ້ນ, ພວກເຂົາຈຶ່ງສາມາດປະຈົບປະແຈງ ແລະ ຍົກຍໍປໍປັ້ນຄົນອື່ນໂດຍບໍ່ລັງເລໃຈ ຫຼື ບໍ່ມີຄວາມອັບອາຍ. ລັກສະນະຂອງພວກເຂົາຂ້ອນຂ້າງຕ່ຳຊ້າ. ພວກເຂົາບໍ່ສົນໃຈວ່າຄົນທີ່ມີສະຖານະນັ້ນເປັນຄົນປະເພດໃດ ແລະ ພວກເຂົາກໍບໍ່ແຍກແຍະວ່າຄວາມເປັນມະນຸດຂອງຄົນໆນີ້ດີ ຫຼື ບໍ່ດີ ຫຼື ວ່າຄົນໆນີ້ຊົ່ວຮ້າຍ ຫຼື ບໍ່. ຕາບໃດທີ່ຄົນໆນີ້ມີສະຖານະ ຫຼື ເງິນ, ເຖິງແມ່ນວ່າພວກເຂົາຈະເປັນຄົນຊົ່ວຮ້າຍກໍຕາມ, ພວກເຂົາກໍຍັງຈະປະຈົບປະແຈງຄົນເຫຼົ່ານັ້ນຢູ່ດີ. ພວກເຂົາບໍ່ໄດ້ປາສະຈາກຫຼັກການຢ່າງສິ້ນເຊີງບໍ? (ແມ່ນແລ້ວ). ສຳລັບພວກເຂົາແລ້ວ, ແມ່ນຫຍັງກໍຕາມທີ່ຄົນທີ່ມີສະຖານະຈະເວົ້າກໍຖືກຕ້ອງ ແລະ ດີ ແລະ ບໍ່ວ່າພວກເຂົາຈະເວົ້າໃນວິທີໃດກໍສາມາດຍອມຮັບໄດ້. ຕາບໃດທີ່ຄົນໃດໜຶ່ງມີສະຖານະ, ພວກເຂົາກໍຈະດີຕໍ່ຄົນນັ້ນ. ພວກເຂົາຂາດຫຼັກການຢ່າງສິ້ນເຊີງ ແລະ ພວກເຂົາກໍດີຕໍ່ຄົນນັ້ນຢ່າງຜິດປົກກະຕິ. ພວກເຂົາບໍ່ມີຄວາມຮູ້ສຶກເຖິງຄວາມສຸດຈະລິດ ຫຼື ຄວາມອັບອາຍໃຫ້ເວົ້າເຖິງເລີຍແມ່ນແຕ່ໜ້ອຍດຽວ. ພວກເຂົາບໍ່ສົນໃຈວ່າຄົນອື່ນຈະເບິ່ງ ຫຼື ປະເມີນພວກເຂົາແນວໃດ. ມັນບໍ່ສຳຄັນສຳລັບພວກເຂົາເລີຍວ່າຄົນອື່ນຈະຄິດແນວໃດກັບພວກເຂົາ. ພວກເຂົາຄິດໃນໃຈວ່າ “ຂ້ອຍພຽງແຕ່ມັກຄົນທີ່ມີສະຖານະ. ຂ້ອຍພຽງແຕ່ຢາກດີຕໍ່ພວກເຂົາ. ການມີສະຖານະຜິດບ່ອນໃດ? ພວກເຈົ້າທີ່ບໍ່ມີສະຖານະບໍ່ຄູ່ຄວນກັບຄວາມກະລຸນາຂອງຂ້ອຍດອກ!” ຄົນແບບນີ້ບໍ່ມີຫຼັກການ ຫຼື ກຽດສັກສີ. ພວກເຂົາບໍ່ສົນໃຈວ່າຄົນອື່ນຈະເບິ່ງພວກເຂົາແນວໃດ ແລະ ບໍ່ສົນໃຈວ່າພຣະເຈົ້າຈະປະເມີນພວກເຂົາແນວໃດ. ຄົນເຫຼົ່ານີ້ຄືຄົນທີ່ມີລັກສະນະທີ່ຕ່ຳຊ້າ. ໃນການກະທຳແບບນີ້, ສະຕິຮູ້ສຶກຜິດຊອບຂອງພວກເຂົາບໍ່ຮູ້ສຶກຫຍັງເລີຍ ແລະ ເຫດຜົນຂອງພວກເຂົາກໍບໍ່ມີມາດຕະຖານສຳລັບການຕັດສິນ. ພວກເຂົາບໍ່ມີມາດຕະຖານຂັ້ນຕ່ຳ ແລະ ພວກເຂົາກໍບໍ່ມີຈຸດຢືນໃນວິທີທີ່ພວກເຂົາປະພຶດຕົນ. ເມື່ອພົບກັບຄົນທີ່ມີສະຖານະ, ພວກເຂົາກໍຫວາດກົວ ແລະ ໝອບຄານໃນທັນທີ ແລະ ກາຍເປັນຄືກັບທາດ, ໂດຍຮັບຖານະເປັນລູກນ້ອງທີ່ຍອມຈຳນົນຂອງພວກເຂົາ. ໃຜກໍຕາມທີ່ມີສະຖານະກໍຈະກາຍເປັນນາຍຂອງພວກເຂົາ. ຄົນແບບນັ້ນມີຄວາມສຸດຈະລິດ ຫຼື ກຽດສັກສີບໍ? (ບໍ່ມີ). ພວກເຂົາເຖິງຂັ້ນສາມາດປະຈົບປະແຈງຢ່າງໜ້າລັງກຽດທີ່ສຸດຕໍ່ຄົນທີ່ມີສະຖານະ ແລະ ພວກເຂົາກ້າເຮັດແບບນັ້ນຕໍ່ໜ້າຄົນຈຳນວນຫຼາຍ. ພວກເຂົາບໍ່ສົນໃຈມຸມມອງຂອງຄົນອື່ນ ຫຼື ຄົນອື່ນເບິ່ງພວກເຂົາແນວໃດ ແລະ ພວກເຂົາພຽງແຕ່ແນໃສ່ເພື່ອຕອບສະໜອງຄວາມປາຖະໜາຂອງພວກເຂົາເອງເທົ່ານັ້ນ. ນີ້ຄືວິທີທີ່ພວກເຂົາປະຕິບັດຕໍ່ຄົນທີ່ມີສະຖານະ. ແຕ່ຈະເກີດຫຍັງຂຶ້ນເມື່ອຄົນທີ່ມີສະຖານະສູນເສຍມັນໄປ? ແລ້ວພວກເຂົາກໍຈະປ່ຽນໜ້າ. ແລ້ວພວກເຂົາປະຕິບັດຕໍ່ຄົນໆນີ້ແນວໃດ? (ພວກເຂົາເລີ່ມເມີນເສີຍຕໍ່ພວກເຂົາໃນທັນທີ). ສີໜ້າຂອງພວກເຂົາບູດບ້ຽວລົງໃນທັນທີ ແລະ ທັດສະນະຄະຕິຂອງພວກເຂົາກໍແຕກຕ່າງກັນຢ່າງສິ້ນເຊີງ: “ເຈົ້າໄດ້ສູນເສຍສະຖານະຂອງເຈົ້າໄປແລ້ວ ແລະ ເຈົ້າຍັງຢາກໃຫ້ຂ້ອຍດີຕໍ່ເຈົ້າຢູ່ບໍ? ຝັນໄປເຖາະ!” ຖ້າຄົນທີ່ສູນເສຍສະຖານະຂໍໃຫ້ພວກເຂົາຖອກນ້ຳໃຫ້ແກ້ວໜຶ່ງ, ພວກເຂົາກໍເມີນເສີຍຕໍ່ຄົນເຫຼົ່ານັ້ນ. ຖ້າພວກເຂົາຂໍໃຫ້ຄົນເຫຼົ່ານັ້ນຊ່ວຍເຫຼືອ, ພວກເຂົາກໍເມີນເສີຍຕໍ່ຄົນເຫຼົ່ານັ້ນ. ຖ້າພວກເຂົາຕ້ອງການລົມເປີດໃຈກັບຄົນເຫຼົ່ານັ້ນ, ພວກເຂົາກໍເວົ້າວ່າ “ເຈົ້າຄູ່ຄວນບໍ? ເຈົ້າມີຄຸນສົມບັດທີ່ຈະລົມກັບຂ້ອຍບໍ? ເຈົ້າຄິດວ່າເຈົ້າເປັນໃຜ?” ອຸປະນິໄສຂອງພວກເຂົາໂຫດຮ້າຍສໍ່າໃດ! ການບໍ່ມີສະຖານະເປັນອາຊະຍາກຳບໍ? ຄົນເຮົາປ່ຽນໄປບໍ ຫຼັງຈາກທີ່ພວກເຂົາຖືກປົດອອກຈາກຕຳແໜ່ງທາງການຂອງພວກເຂົາ? ພວກເຂົາຍັງບໍ່ແມ່ນຄົນເດີມບໍ? ເປັນຫຍັງຕອນນີ້ພວກເຂົາຈຶ່ງບໍ່ຄູ່ຄວນທີ່ຈະລົມກັບຄົນແບບນັ້ນ? ເປັນຫຍັງຄົນແບບນັ້ນຈຶ່ງບໍ່ສາມາດຊ່ວຍເຫຼືອພວກເຂົາໄດ້? ເຖິງແມ່ນວ່າມັນຈະເປັນສັດທີ່ຕົກຢູ່ໃນຄວາມຍາກລຳບາກ ທີ່ຕ້ອງການຄວາມຊ່ວຍເຫຼືອຈາກມະນຸດ, ດ້ວຍສະຕິຮູ້ສຶກຜິດຊອບແລ້ວ ຜູ້ຄົນກໍຍັງຄວນຊ່ວຍເຫຼືອ, ເບິ່ງແຍງມັນຢ່າງອ່ອນໂຍນ ແລະ ເອົາໃຈໃສ່ມັນ, ແລ້ວນັບປະສາຫຍັງກັບມະນຸດ? ແຕ່ພວກເຂົາພັດຂາດແມ່ນແຕ່ຄວາມເມດຕາຂອງມະນຸດພຽງເລັກນ້ອຍນີ້. ນອກເໜືອຈາກການສະແດງອອກເຫຼົ່ານີ້ແລ້ວ ບາງຄົນກໍຍິ່ງໄປໄກກວ່ານັ້ນ. ພວກເຂົາຄິດໃນໃຈວ່າ “ແຕ່ກ່ອນ ຂ້ອຍດີກັບເຈົ້າກໍເພາະວ່າເຈົ້າມີສະຖານະ. ຕອນນີ້ເຈົ້າໄດ້ສູນເສຍສະຖານະຂອງເຈົ້າໄປແລ້ວ ເຈົ້າຍັງຫວັງໃຫ້ຂ້ອຍເຄົາລົບເຈົ້າ ແລະ ໄວ້ໜ້າເຈົ້າ, ເພື່ອຫຼີກລ່ຽງການເຮັດໃຫ້ເຈົ້າຕົກຢູ່ໃນສະຖານະການທີ່ໜ້າອຶດອັດໃນລະຫວ່າງການສົນທະນາ ແລະ ເຊື່ອຟັງຄຳສັ່ງຂອງເຈົ້າຄືແຕ່ກ່ອນຢູ່ບໍ? ບໍ່ມີທາງເດັດຂາດ! ເຈົ້າຄວນຈະຮູ້ສຶກຂອບໃຈທີ່ຂ້ອຍບໍ່ຢຽບຍ່ຳເຈົ້າ!” ພວກເຂົາເປັນສິ່ງຖືກສ້າງແບບໃດກັນແທ້? ເມື່ອຄົນໃດໜຶ່ງຕົກຢູ່ໃນຄວາມຍາກລຳບາກ, ພວກເຂົາບໍ່ພຽງແຕ່ເມີນເສີຍຕໍ່ຄົນເຫຼົ່ານັ້ນ ແຕ່ພວກເຂົາຍັງຢຽບຍ່ຳຄົນເຫຼົ່ານັ້ນຢູ່ລັບຫຼັງອີກດ້ວຍ ໂດຍຊອກຫາໂອກາດທີ່ຈະລັງແກ ແລະ ກົດຂີ່ພວກເຂົາ. ພວກເຂົາເປັນຄົນປະເພດໃດ? (ພວກເຂົາເປັນຄົນຊົ່ວຮ້າຍ). ໂສມໜ້າທີ່ແທ້ຈິງຂອງພວກເຂົາໃນຖານະຄົນຊົ່ວຮ້າຍກໍປາກົດອອກມາແບບນີ້ ບໍ່ແມ່ນບໍ? ຕໍ່ຄົນທີ່ມີສະຖານະ, ພວກເຂົາປະພຶດຕົນຄືກັບລູກນ້ອງທີ່ຍອມຈຳນົນ, ປະພຶດຕົນຢ່າງລະມັດລະວັງ, ທັກທາຍຄົນເຫຼົ່ານັ້ນດ້ວຍຮອຍຍິ້ມ. ພວກເຂົາເກັ່ງໃນການເຫັນດີເຫັນງາມກັບຄົນອື່ນຢ່າງປະຈົບປະແຈງ. ຖ້າເຈົ້າໜ້າທີ່ບາງຄົນເວົ້າວ່າສາມາດປູກມັນຝຣັ່ງຢູ່ເທິງດວງຈັນໄດ້, ພວກເຂົາກໍຈະເວົ້າເສີມວ່າ “ມັນຝຣັ່ງທີ່ປູກຢູ່ເທິງດວງຈັນແຊບແທ້ໆ!” ແຕ່ເມື່ອເຈົ້າໜ້າທີ່ຄົນນັ້ນສູນເສຍສະຖານະຂອງພວກເຂົາ ທັດສະນະຄະຕິຂອງພວກເຂົາກໍປ່ຽນໄປຢ່າງສິ້ນເຊີງ. ບໍ່ວ່າຕອນນີ້ອະດີດເຈົ້າໜ້າທີ່ຄົນນັ້ນຈະເວົ້າຫຍັງກໍຕາມ ເຖິງແມ່ນວ່າມັນຈະຖືກຕ້ອງກໍຕາມ ພວກເຂົາກໍຈະບໍ່ຟັງ. ເຖິງແມ່ນວ່າອະດີດເຈົ້າໜ້າທີ່ຄົນນີ້ຈະມີຄວາມເຂົ້າໃຈທີ່ແທ້ຈິງກໍຕາມ ພວກເຂົາກໍເມີນເສີຍຕໍ່ມັນ ແລະ ປະຕິເສດທີ່ຈະຍອມຮັບມັນ ໂດຍພຽງແຕ່ເບິ່ງວ່າອະດີດເຈົ້າໜ້າທີ່ຄົນນີ້ຂັດຫູຂັດຕາ. ໃນໃຈຂອງພວກເຂົາ ພວກເຂົາຄິດວ່າ “ເຈົ້າບໍ່ມີສະຖານະ ສະນັ້ນບໍ່ວ່າເຈົ້າຈະເວົ້າຫຍັງກໍບໍ່ມີນ້ຳໜັກ. ເຖິງແມ່ນວ່າສິ່ງທີ່ເຈົ້າເວົ້າຈະຖືກຕ້ອງກໍຕາມ ແລ້ວມັນຈະມີປະໂຫຍດຫຍັງ? ເຖິງແມ່ນວ່າເຈົ້າຈະມີຄວາມເປັນຈິງຄວາມຈິງກໍຕາມ ຂ້ອຍກໍຍັງບໍ່ມັກເຈົ້າຢູ່ດີ. ຂ້ອຍພຽງແຕ່ເພີດເພີນກັບການຢຽບຍ່ຳຄົນທີ່ບໍ່ມີສະຖານະ, ຖ້າຂ້ອຍບໍ່ຢຽບຍ່ຳພວກເຂົາ ມັນກໍເປັນການເສຍໂອກາດລ້າໆ!” ພວກເຂົາເປັນສິ່ງຖືກສ້າງແບບໃດກັນແທ້? ຖ້າເຈົ້າບໍ່ມີສະຖານະ ພວກເຂົາກໍຈະເບິ່ງວ່າເຈົ້າຂັດຫູຂັດຕາ. ບໍ່ວ່າເຈົ້າຈະດີຕໍ່ພວກເຂົາສໍ່າໃດກໍຕາມ ມັນກໍໄຮ້ປະໂຫຍດ. ບໍ່ວ່າເຈົ້າຈະປະຕິບັດຕໍ່ພວກເຂົາຢ່າງເທົ່າທຽມກັນກັບເຈົ້າ ແລະ ປະຕິບັດຕໍ່ພວກເຂົາຕາມຫຼັກການແນວໃດກໍຕາມ ມັນກໍບໍ່ສາມາດປ່ຽນແປງທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ເຈົ້າໄດ້. ຄົນແບບນັ້ນມີຄວາມເປັນມະນຸດບໍ? (ບໍ່ມີ). ການສະແດງອອກເຖິງການຂາດຄວາມເປັນມະນຸດຂອງພວກເຂົາແມ່ນຫຍັງ? ມັນບໍ່ແມ່ນຄວາມໂຫດຮ້າຍບໍ? (ແມ່ນແລ້ວ). ອຸປະນິໄສຂອງຄົນທີ່ມັກປະຈົບປະແຈງຜູ້ທີ່ມີອຳນາດນັ້ນໂຫດຮ້າຍທີ່ສຸດ ແລະ ເຮົາລັງກຽດຄົນແບບນັ້ນແທ້ໆ. ໃນສາຍຕາຂອງຄົນແບບນັ້ນ ເມື່ອເຈົ້າມີສະຖານະ ຂໍ້ບົກຜ່ອງ ແລະ ຈຸດອ່ອນຂອງເຈົ້າລ້ວນແຕ່ຖືກເບິ່ງວ່າເປັນຂໍ້ດີ ແລະ ຈຸດແຂງ. ແຕ່ເມື່ອເຈົ້າບໍ່ມີສະຖານະ ຈຸດແຂງ ແລະ ຂໍ້ດີຂອງເຈົ້າລ້ວນແຕ່ຖືກເບິ່ງວ່າເປັນຂໍ້ບົກຜ່ອງ ແລະ ຈຸດອ່ອນ. ບໍ່ວ່າເຈົ້າຈະເວົ້າຫຍັງກໍບໍ່ມີນ້ຳໜັກ ແລະ ພວກເຂົາເບິ່ງທຸກຢ່າງກ່ຽວກັບເຈົ້າວ່າຂັດຫູຂັດຕາໄປໝົດ. ພວກເຂົາຕ້ອງການລັງແກເຈົ້າ, ຢຽບຍ່ຳເຈົ້າ ແລະ ກົດຂີ່ເຈົ້າຢູ່ສະເໝີ. ພວກເຂົາມີອຸປະນິໄສທີ່ໂຫດຮ້າຍ ບໍ່ແມ່ນບໍ? (ແມ່ນແລ້ວ). ພວກເຂົາລັງແກຜູ້ທີ່ບໍ່ມີສະຖານະຕາມທີ່ພວກເຂົາຕ້ອງການ. ພວກເຂົາຮູ້ສຶກວ່າການບໍ່ລັງແກຄົນບໍ່ມີເລ່ລ່ຽມເປັນບາບ. ເຖິງແມ່ນວ່າເຈົ້າຈະບໍ່ໄດ້ຍຸແຍ່ພວກເຂົາກໍຕາມ ພວກເຂົາກໍຈະຕັ້ງໜ້າຕັ້ງຕາຈັບຜິດ, ລັງແກເຈົ້າ ແລະ ຢຽບຍ່ຳເຈົ້າ ໂດຍດູຖູກເຈົ້າດ້ວຍຄວາມລັງກຽດຢ່າງຍິ່ງ. ມັນຄືກັບວ່າການບໍ່ມີສະຖານະເປັນບາບ ຈົນເຈົ້າບໍ່ຄູ່ຄວນທີ່ຈະມີຊີວິດຢູ່ ຫຼື ຢູ່ຕໍ່ໜ້າພວກເຂົາ; ຄືກັບວ່າເຈົ້າໄດ້ນຳບັນຫາມາສູ່ຕົວເຈົ້າເອງ ແລະ ສົມຄວນໄດ້ຮັບຄວາມໂຊກຮ້າຍ ຖ້າເຈົ້າບໍ່ມີສະຖານະ. ພວກເຂົາເປັນສິ່ງຖືກສ້າງແບບໃດກັນແທ້? ຄວນອະນຸຍາດໃຫ້ຄົນແບບນັ້ນຢູ່ໃນຄຣິສຕະຈັກຕໍ່ໄປບໍ? (ບໍ່ຄວນ). ຄົນທີ່ມັກປະຈົບປະແຈງຜູ້ທີ່ມີອຳນາດເປັນພິເສດສາມາດຖືກເລືອກເປັນຜູ້ນຳໄດ້ບໍ? (ບໍ່ໄດ້). ເປັນຫຍັງຈຶ່ງບໍ່ໄດ້? ນີ້ຄືວິທີທີ່ພວກເຂົາປະພຶດຕໍ່ຄົນທີ່ມີສະຖານະ, ຖ້າພວກເຂົາເອງໄດ້ຮັບສະຖານະ ພວກເຂົາຈະບໍ່ກາຍເປັນຜະເດັດການ ໂດຍຕັ້ງຕົນເອງເປັນຜູ້ມີອຳນາດສູງສຸດບໍ? ນັ້ນຈະເປັນຄວາມຫາຍະນະ! ພວກເຂົາຈະບໍ່ສົນໃຈການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ, ກົດການປົກຄອງຂອງຄຣິສຕະຈັກ ແລະ ຄຳແນະນຳຂອງອ້າຍເອື້ອຍນ້ອງ ແລະ ເຖິງຂັ້ນກົດຂີ່ຜູ້ທີ່ບໍ່ມີສະຖານະ ບໍ່ວ່າພວກເຂົາຈະເວົ້າ ຫຼື ເຮັດຫຍັງກໍຕາມ. ພວກເຂົາຈະທຳລາຍຄຣິສຕະຈັກຢ່າງແນ່ນອນ. ຄົນແບບນີ້ມີຄວາມປາຖະໜາໃນອຳນາດຢ່າງແຮງກ້າທີ່ສຸດ ແລະ ຫຼັງຈາກທີ່ພວກເຂົາໄດ້ໃນສິ່ງທີ່ພວກເຂົາຕ້ອງການ ຜົນທີ່ຈະຕາມມາກໍບໍ່ສາມາດຈິນຕະນາການໄດ້ເລີຍ. ຄົນທີ່ປະຈົບປະແຈງຜູ້ທີ່ມີອຳນາດນັ້ນໂຫດຮ້າຍເປັນພິເສດ ແລະ ມີລັກສະນະທີ່ຕ່ຳຊ້າເປັນພິເສດ. ລັກສະນະຕົ້ນຕໍຂອງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາແມ່ນຫຍັງ? (ຄວາມໂຫດຮ້າຍ). ຄວາມຊົ່ວຊ້າ, ຄວາມໂຫດຮ້າຍ ແລະ ຄວາມເບື່ອໜ່າຍຕໍ່ຄວາມຈິງ. ສິ່ງທີ່ຊົ່ວຊ້າເປັນພິເສດກໍຄື ພວກເຂົາໃຊ້ສອງໜ້າທີ່ແຕກຕ່າງກັນຢ່າງສິ້ນເຊີງເພື່ອປະຕິບັດຕໍ່ຄົນໆດຽວກັນ ໂດຍປ່ຽນໜ້າຢ່າງໄວທີ່ສຸດ. ນີ້ບໍ່ແມ່ນຄວາມຊົ່ວຊ້າບໍ? (ແມ່ນແລ້ວ). ເຖິງແມ່ນວ່າຄົນທີ່ບໍ່ມີສະຖານະຈະບໍ່ໄດ້ຍຸແຍ່ພວກເຂົາກໍຕາມ ພວກເຂົາກໍຈະເປັນຝ່າຍເລີ່ມໂຈມຕີ, ລັງແກ ແລະ ຢຽບຍ່ຳພວກເຂົາ. ນີ້ບໍ່ແມ່ນຄວາມໂຫດຮ້າຍບໍ? (ແມ່ນແລ້ວ). ບໍ່ວ່າອີກຝ່າຍຈະມີສະຖານະ ຫຼື ບໍ່ກໍຕາມ ພວກເຂົາກໍບໍ່ສາມາດກະທຳຕາມຫຼັກການ ຫຼື ປະຕິບັດຕໍ່ພວກເຂົາຢ່າງຍຸຕິທຳໄດ້. ເມື່ອເຈົ້າບອກພວກເຂົາວ່າ “ໃນເຮືອນຂອງພຣະເຈົ້າ ຄວາມຈິງມີອຳນາດ ແລະ ຜູ້ຄົນຖືກປະຕິບັດຢ່າງຍຸຕິທຳ” ພວກເຂົາຍອມຮັບມັນບໍ? (ບໍ່ຍອມຮັບ). ມັນພຽງແຕ່ເຂົ້າຫູຊ້າຍທະລຸຫູຂວາ ແລະ ພວກເຂົາຄິດວ່າ “ຄວາມຍຸຕິທຳຫຍັງ? ຜູ້ຄົນພຽງແຕ່ມີສູງ ຫຼື ຕ່ຳ, ສູງສົ່ງ ຫຼື ຕ່ຳຕ້ອຍ. ຜູ້ທີ່ມີສະຖານະແມ່ນສູງສົ່ງ; ຜູ້ທີ່ບໍ່ມີສະຖານະແມ່ນຂີ້ເຫຍື້ອທີ່ໄຮ້ຄ່າ!” ນີ້ຄືເຫດຜົນ ແລະ ຫຼັກການຂອງພວກເຂົາສຳລັບການເບິ່ງ ແລະ ການປະຕິບັດຕໍ່ຜູ້ຄົນ. ພວກເຂົາບໍ່ຍອມຮັບຫຼັກການຄວາມຈິງ ແລະ ຍັງຄົງເວົ້າເຫດຜົນທີ່ບິດເບືອນຂອງພວກເຂົາ. ພວກເຂົາບໍ່ໄດ້ເບື່ອໜ່າຍຕໍ່ຄວາມຈິງບໍ? (ແມ່ນແລ້ວ). ພວກເຂົາປະຕິບັດຕໍ່ສະຖານະ ແລະ ອຳນາດໂດຍໃຊ້ເຫດຜົນ ແລະ ຫຼັກການຂອງພວກເຂົາເອງສຳລັບການດຳລົງຊີວິດທາງໂລກ ແລະ ມຸມມອງຂອງພວກເຂົາເອງກ່ຽວກັບການດຳລົງຊີວິດທາງໂລກ ແລະ ໃຊ້ຫຼັກການ ແລະ ວິທີການຂອງພວກເຂົາເອງສຳລັບການດຳລົງຊີວິດທາງໂລກເພື່ອຈັດການກັບເລື່ອງເຫຼົ່ານີ້ ແທນທີ່ຈະໃຊ້ຂໍ້ກຳນົດ ແລະ ຫຼັກການຂອງເຮືອນຂອງພຣະເຈົ້າສຳລັບວິທີການປະຕິບັດຕໍ່ຜູ້ຄົນ. ນີ້ບໍ່ແມ່ນການບໍ່ຍອມຮັບຄວາມຈິງ ແລະ ການຕໍ່ຕ້ານຄວາມຈິງຢ່າງເປີດເຜີຍບໍ? ໃນໃຈຂອງພວກເຂົາ ພວກເຂົາຄິດວ່າ “ຖ້າເຈົ້າມີສະຖານະ ແລ້ວເຈົ້າກໍຄືນາຍໃນໃຈຂອງຂ້ອຍ”. ພຣະເຈົ້າ ແລະ ຄວາມຈິງບໍ່ມີບ່ອນຢູ່ໃນໃຈຂອງພວກເຂົາ. ນີ້ແມ່ນອຸປະນິໄສປະເພດໃດ? ການອວດດີ ແລະ ຫົວແຂງຢ່າງໂງ່ຈ້າແບບນີ້ ບໍ່ແມ່ນການບໍ່ຍອມຮັບຄວາມຈິງບໍ? ນີ້ບໍ່ແມ່ນການເບື່ອໜ່າຍຕໍ່ຄວາມຈິງບໍ? (ແມ່ນແລ້ວ). ນີ້ຄືອຸປະນິໄສແບບນັ້ນຢ່າງແທ້ຈິງ. ໃນແງ່ຄວາມເປັນມະນຸດຂອງພວກເຂົາພຽງຢ່າງດຽວ ຄົນແບບນັ້ນມີລັກສະນະທີ່ຕ່ຳຊ້າ, ໜ້າລັງກຽດຢ່າງຍິ່ງ ແລະ ບໍ່ຄູ່ຄວນທີ່ຈະຄົບຫາສະມາຄົມນຳ. ແຕ່ໃນແງ່ຂອງອຸປະນິໄສຂອງພວກເຂົາ ມັນບໍ່ແມ່ນພຽງແຕ່ເລື່ອງທີ່ວ່າພວກເຂົາຄູ່ຄວນທີ່ຈະຄົບຫາສະມາຄົມນຳ ຫຼື ບໍ່. ຄົນເຫຼົ່ານີ້ມີອຸປະນິໄສທີ່ໂຫດຮ້າຍ ແລະ ຊົ່ວຊ້າ ແລະ ພວກເຂົາບໍ່ແມ່ນເປົ້າໝາຍສຳລັບຄວາມລອດພົ້ນ. ພວກເຂົາທັງໝົດຈະຖືກລົງໂທດ ແລະ ຕາຍ; ການກະທຳຂອງພວກເຂົາເທົ່າກັບຄວາມຜິດທີ່ສົມຄວນຖືກປະຫານຊີວິດ. ຄົນເຫຼົ່ານີ້ປະຈົບປະແຈງຜູ້ທີ່ມີອຳນາດຢ່າງຫຼັບຫູຫຼັບຕາ ແລະ ສະແດງທ່າທາງທີ່ເປັນຄືກັບໝາຮັບໃຊ້ ເຊິ່ງເປັນຕາໜ້າລັງກຽດ. ໃນຕຳແໜ່ງຜູ້ນຳຄຣິສຕະຈັກ ຄົນແບບນັ້ນເປັນອັນຕະລາຍ. ຖ້າພວກເຈົ້າເລືອກຄົນແບບນັ້ນເປັນຜູ້ນຳຄຣິສຕະຈັກ ພວກເຈົ້າກໍຈະພົບກັບຄວາມຫາຍະນະ. ຍ້ອນຄວາມໂງ່ຈ້າ ແລະ ບໍ່ສາມາດເບິ່ງອອກເຖິງທາດແທ້ຂອງຜູ້ຄົນ ຜູ້ນຳເຂດບາງຄົນເຖິງຂັ້ນກຳນົດໃຫ້ຄົນປະເພດນີ້ເປັນຜູ້ສະໝັກເລືອກຕັ້ງສຳລັບຜູ້ນຳຄຣິສຕະຈັກ ເຊິ່ງສົ່ງຜົນໃຫ້ອ້າຍເອື້ອຍນ້ອງໃນຄຣິສຕະຈັກຖືກຫຼອກລວງ. ຄົນປະເພດນີ້ ທີ່ເກັ່ງໃນການປະຈົບສໍພໍຄົນອື່ນ ແລະ ປະຈົບປະແຈງຜູ້ທີ່ມີອຳນາດ ພ້ອມທັງເບິ່ງຄືວ່າມີຄວາມກະຕືລືລົ້ນຫຼາຍຈາກພາຍນອກ ແລະ ເຊື່ອຟັງທຸກຄຳເວົ້າຂອງຜູ້ນຳ ຖືກເລືອກເປັນຜູ້ສະໝັກເລືອກຕັ້ງໄດ້ງ່າຍ. ນີ້ກໍຍ້ອນວ່າຜູ້ນຳ ແລະ ຜູ້ເຮັດວຽກບາງຄົນມັກຄົນທີ່ປະຈົບສໍພໍພວກເຂົາ ແລະ ຍອມກົ້ມຫົວໃຫ້ ແລະ ພວກເຂົາບໍ່ສາມາດເບິ່ງອອກເຖິງຜົນຕາມມາທີ່ຄົນໜ້າຊື່ໃຈຄົດປະເພດນີ້ຈະນຳມາສູ່ຄຣິສຕະຈັກ ຫຼັງຈາກທີ່ພວກເຂົາກາຍເປັນຜູ້ນຳ. ຫຼາຍຄັ້ງ ຫຼັງຈາກທີ່ຄົນແບບນັ້ນຖືກເລືອກ ແລະ ໄດ້ຮັບສະຖານະ ດ້ານທີ່ປະສົງຮ້າຍຂອງພວກເຂົາກໍປາກົດອອກມາໃນທັນທີ ແລະ ພວກເຂົາກໍເລີ່ມລົບກວນຄຣິສຕະຈັກ. ຜູ້ນຳທີ່ເລືອກພວກເຂົາຮູ້ສຶກເສຍໃຈເມື່ອພວກເຂົາເຫັນວ່າຄົນທີ່ພວກເຂົາເລືອກນັ້ນເປັນຄົນຊົ່ວຮ້າຍ ແຕ່ພວກເຂົາບໍ່ສາມາດແກ້ໄຂຜົນຕາມມາທີ່ການກະທຳຂອງພວກເຂົາໄດ້ນຳມາສູ່ຄຣິສຕະຈັກ. ນີ້ຄືຜົນຕາມມາໂດຍສິ້ນເຊີງຈາກການທີ່ຜູ້ນຳ ແລະ ຜູ້ເຮັດວຽກມີອຸປະນິໄສທີ່ເສື່ອມຊາມ ແລະ ກະທຳການໂດຍປາສະຈາກຫຼັກການ. ຜູ້ທີ່ເຄົາລົບສະຖານະ ແລະ ອຳນາດບໍ່ແມ່ນຄົນທີ່ຮັກຄວາມຈິງ. ພວກເຂົາປະຈົບປະແຈງໃຜກໍຕາມທີ່ມີສະຖານະ ແລະ ພວກເຂົາກໍຍິ້ມແຍ້ມຢ່າງປະຈົບປະແຈງເມື່ອໃດກໍຕາມທີ່ພວກເຂົາເຫັນຜູ້ນຳ ແລະ ຜູ້ເຮັດວຽກ. ຜູ້ນຳບາງຄົນບໍ່ສາມາດຕ້ານທານກັບການລໍ້ລວງນີ້ໄດ້; ພວກເຂົາຮູ້ສຶກດີໃຈເຫຼືອລົ້ນເມື່ອພວກເຂົາເຫັນຄົນທີ່ຍິ້ມແຍ້ມຢ່າງປະຈົບປະແຈງ ແລະ ຕ້ອງການເລື່ອນຕຳແໜ່ງພວກເຂົາເພື່ອໂອ້ອວດຄວາມສາມາດຂອງພວກເຂົາເອງ. ຄວາມຈິງແລ້ວ ເມື່ອຄົນເຫຼົ່ານັ້ນປະຈົບປະແຈງພວກເຂົາ ແລະ ຍິ້ມແຍ້ມຢ່າງປະຈົບປະແຈງໃຫ້ພວກເຂົາ ພວກເຂົາມີແຮງຈູງໃຈທີ່ຊົ່ວຮ້າຍ ແຕ່ຜູ້ນຳເຫຼົ່ານີ້ພັດຄິດວ່າຄົນເຫຼົ່ານັ້ນເປັນຄົນດີແທ້ໆ. ຫຼັງຈາກທີ່ຄົນເຫຼົ່ານັ້ນກາຍເປັນຜູ້ນຳ ພວກເຂົາກໍບໍ່ຍອມອ່ອນນ້ອມຕໍ່ໃຜ ແລະ ພວກເຂົາກໍເມີນເສີຍຕໍ່ຜູ້ນຳທີ່ເລື່ອນຕຳແໜ່ງພວກເຂົານັ້ນເອງ. ເມື່ອນັ້ນແຫຼະ ຜູ້ນຳເຫຼົ່ານັ້ນຈຶ່ງຮູ້ສຶກຕົວວ່າຄົນເຫຼົ່ານີ້ບໍ່ດີ ແລະ ພວກເຂົາໄດ້ເລື່ອນຕຳແໜ່ງຄົນທີ່ຜິດ. ໃນສະຖານະການແບບນັ້ນ ຄວນເຮັດແນວໃດ? ສະຖານະການນີ້ບໍ່ຄວນໄດ້ຮັບການແກ້ໄຂບໍ? (ແມ່ນແລ້ວ). ມັນຄວນໄດ້ຮັບການແກ້ໄຂແນວໃດ? (ຄົນເຫຼົ່ານີ້ຄວນຖືກເປີດໂປງໃນທັນທີ ແລະ ຈາກນັ້ນກໍປົດອອກ). ຄົນເຫຼົ່ານີ້ບໍ່ສາມາດເຮັດວຽກງານຕົວຈິງໄດ້; ພວກເຂົາເປັນພຽງຄົນເບົາປັນຍາທີ່ຮູ້ພຽງແຕ່ວິທີປະຈົບປະແຈງ ແລະ ປະຈົບສໍພໍຜູ້ທີ່ມີອຳນາດ. ຜູ້ນຳຄວນປົດພວກເຂົາອອກໃນທັນທີ ແລະ ຄວນຮູ້ສຶກເສຍໃຈທີ່ໃນເວລານັ້ນພວກເຂົາຕາບອດທັງຕາ ແລະ ໃຈ ແລະ ບໍ່ສາມາດແຍກແຍະຜູ້ຄົນໄດ້ ໂດຍເລືອກຄົນທີ່ຜິດ. ຕອນນີ້ ຍັງມີເວລາທີ່ຈະແກ້ໄຂສະຖານະການໃນທັນທີ. ຕອນນີ້ພວກເຈົ້າສາມາດເບິ່ງອອກເຖິງຄົນແບບນັ້ນທີ່ປະຈົບປະແຈງຜູ້ທີ່ມີອຳນາດແລ້ວບໍ? (ແມ່ນແລ້ວ). ຄົນແບບນັ້ນບໍ່ດີເລີຍ.

ການມີຄວາມຈຳທີ່ດີເລີດ

ຕໍ່ໄປ ໃຫ້ພວກເຮົາເວົ້າກ່ຽວກັບການສະແດງອອກທີ່ກ່ຽວຂ້ອງກັບເງື່ອນໄຂຕິດໂຕມາແຕ່ເກີດ. ການມີຄວາມຈຳທີ່ດີເລີດ, ການສະແດງອອກນີ້ຈັດຢູ່ໃນດ້ານໃດ? (ເງື່ອນໄຂຕິດໂຕມາແຕ່ເກີດ). ການມີຄວາມຈຳທີ່ດີເປັນພິເສດ, ການຈື່ຈຳສິ່ງຕ່າງໆໄດ້ຢ່າງຖືກຕ້ອງ, ການທ່ອງຈຳບົດຄວາມ, ຂໍ້ຄວາມໃນພຣະທຳຂອງພຣະເຈົ້າ, ເພງສັນລະເສີນ ຫຼື ການຈັດແຈງວຽກງານໄດ້ຢ່າງຊັດເຈນ ແລະ ຖືກຕ້ອງເປັນພິເສດ, ສິ່ງນີ້ຄວນຈັດຢູ່ໃນດ້ານໃດ? (ຂີດຄວາມສາມາດທີ່ດີ ເຊິ່ງເປັນເງື່ອນໄຂຕິດໂຕມາແຕ່ເກີດ). ນີ້ຄືເງື່ອນໄຂຕິດໂຕມາແຕ່ເກີດ. ສຳລັບເລື່ອງທີ່ວ່າມັນຈັດຢູ່ໃນດ້ານໃດຂອງເງື່ອນໄຂຕິດໂຕມາແຕ່ເກີດຢ່າງສະເພາະເຈາະຈົງນັ້ນ ເຮົາຄິດວ່າມັນບໍ່ຄວນຈັດຢູ່ໃນຂີດຄວາມສາມາດ. ຖ້າມັນເປັນພຽງການມີຄວາມຈຳທີ່ດີເທົ່ານັ້ນ, ການສາມາດຈື່ຈຳສິ່ງຕ່າງໆໄດ້, ການຈື່ຈຳໄດ້ຫຼາຍຢ່າງ, ການຈື່ຈຳໄດ້ຢ່າງຖືກຕ້ອງ ແລະ ການຈື່ຈຳສິ່ງຕ່າງໆໄດ້ຢ່າງໜັກແໜ້ນ, ຫຼາຍທີ່ສຸດ ສິ່ງນີ້ແມ່ນຈັດຢູ່ໃນໝວດໝູ່ຂອງຈຸດແຂງ, ຄວາມສາມາດພິເສດ ແລະ ຄວາມສາມາດຕິດໂຕມາແຕ່ເກີດ. ສຳລັບເລື່ອງທີ່ວ່າຂີດຄວາມສາມາດຂອງຄົນໃດໜຶ່ງດີ ຫຼື ບໍ່ນັ້ນ ມັນຂຶ້ນຢູ່ກັບວ່າຄວາມສາມາດໃນການຢັ່ງຮູ້ຂອງພວກເຂົາເປັນແນວໃດ. ຖ້າຄົນໃດໜຶ່ງມີຄວາມຈຳທີ່ດີເລີດເປັນພິເສດ, ສາມາດທ່ອງຈຳເນື້ອເພງທ່ອນໜຶ່ງ, ຄວາມຮູ້ ແລະ ຫຼັກຄຳສອນສ່ວນໜຶ່ງ ຫຼື ທັກສະທາງວິຊາຊີບໄດ້ດີເປັນພິເສດ, ໄວເປັນພິເສດ ແລະ ໜັກແໜ້ນເປັນພິເສດ ແຕ່ສິ່ງທີ່ພວກເຂົາທ່ອງຈຳນັ້ນເປັນພຽງສິ່ງທີ່ຖືກກຳນົດໄວ້ແລ້ວ ແລະ ຕາຍຕົວ ເຊິ່ງບໍ່ກ່ຽວຂ້ອງກັບຫຼັກການຄວາມຈິງ ແລະ ບໍ່ສາມາດນຳໄປໃຊ້ ຫຼື ຈັດຕັ້ງປະຕິບັດໃນຊີວິດຈິງ ຫຼື ວຽກງານໄດ້ ນັ້ນກໍຄື ຖ້າພວກເຂົາພຽງແຕ່ມີຄວາມຈຳທີ່ດີເທົ່ານັ້ນ, ແລ້ວສິ່ງນີ້ກໍເປັນພຽງຈຸດແຂງ ແລະ ຄວາມສາມາດພາຍໃນເງື່ອນໄຂຕິດໂຕມາແຕ່ເກີດຂອງພວກເຂົາເທົ່ານັ້ນ, ມັນບໍ່ເຖິງລະດັບທີ່ກ່ຽວຂ້ອງກັບຂີດຄວາມສາມາດຂອງພວກເຂົາ. ດັ່ງທີ່ພວກເຮົາໄດ້ລົມກັນກ່ອນໜ້ານີ້ ຂີດຄວາມສາມາດແມ່ນຫຍັງ? (ປະສິດທິພາບ ແລະ ປະສິດທິຜົນໃນການເຮັດສິ່ງຕ່າງໆ). ຖ້າເຈົ້າມີຄວາມຈຳທີ່ດີ ແລະ ຍັງມີຂີດຄວາມສາມາດທີ່ດີອີກດ້ວຍ ເຈົ້າຄວນມີການສະແດງອອກ ແລະ ລັກສະນະປະເພດໃດ? ມັນກໍຄື ກ່ຽວກັບສິ່ງທີ່ເຈົ້າໄດ້ຍິນ ບົນພື້ນຖານຂອງການສາມາດຈື່ຈຳໄດ້ຢ່າງຖືກຕ້ອງ ເຈົ້າຍັງສາມາດຈັບໃຈຄວາມຈຸດສຳຄັນໄດ້, ຊອກຫາຫຼັກການ, ຊອກຫາເສັ້ນທາງແຫ່ງການປະຕິບັດ ແລະ ແຜນການສຳລັບການຈັດຕັ້ງປະຕິບັດໄດ້ ແລະ ຈາກນັ້ນກໍສາມາດນຳສິ່ງເຫຼົ່ານີ້ໄປໃຊ້ໃນຊີວິດຈິງ ແລະ ວຽກງານໄດ້ຢ່າງແທ້ຈິງ ໂດຍເຮັດສິ່ງຕ່າງໆຢ່າງມີປະສິດທິພາບ ແລະ ມີປະສິດທິຜົນ. ມັນໝາຍຄວາມວ່າ ພຣະທຳຂອງພຣະເຈົ້າ ແລະ ຫຼັກການຄວາມຈິງທີ່ເຈົ້າໄດ້ທ່ອງຈຳນັ້ນບໍ່ໄດ້ຢຸດຢູ່ພຽງລະດັບທິດສະດີ ແຕ່ຖືກຈັດຕັ້ງປະຕິບັດໃນການປະຕິບັດໜ້າທີ່ຂອງເຈົ້າ ແລະ ກາຍເປັນຄວາມເປັນຈິງຄວາມຈິງຂອງເຈົ້າ ເຊິ່ງສ້າງຜົນຮັບໃນວຽກງານທີ່ຜູ້ຄົນສາມາດເຫັນໄດ້ ແລະ ປັບປຸງປະສິດທິພາບຂອງວຽກງານ. ນີ້ບໍ່ພຽງແຕ່ເປັນການມີຄວາມຈຳທີ່ດີເທົ່ານັ້ນ ແຕ່ຍັງເປັນການມີຂີດຄວາມສາມາດທີ່ດີອີກດ້ວຍ. ມັນບໍ່ເປັນຈິງທີ່ວ່າການມີຄວາມຈຳດີຈະເທົ່າກັບການມີຂີດຄວາມສາມາດທີ່ດີ. ໃນທາງກົງກັນຂ້າມ ການມີຄວາມສາມາດໃນການຢັ່ງຮູ້, ການສາມາດສະແຫວງຫາຄວາມຈິງ ແລະ ຊອກຫາຫຼັກການຂອງການປະຕິບັດຄວາມຈິງເມື່ອມີສິ່ງຕ່າງໆເກີດຂຶ້ນກັບເຈົ້າ ແລະ ການຈັດຕັ້ງປະຕິບັດວຽກງານໂດຍປາສະຈາກການບ່ຽງເບນ ແລະ ການເຮັດເຊັ່ນນັ້ນໄດ້ຢ່າງຖືກຕ້ອງ, ວ່ອງໄວ ແລະ ມີປະສິດທິຜົນ, ມີພຽງສິ່ງນີ້ເທົ່ານັ້ນທີ່ເປັນການມີຂີດຄວາມສາມາດທີ່ດີ. ຂີດຄວາມສາມາດທີ່ດີບໍ່ແມ່ນເລື່ອງຂອງການເຂົ້າໃຈຫຼັກຄຳສອນບາງຢ່າງ ແລ້ວກໍສາມາດເປັ່ງຫຼັກຄຳສອນເຫຼົ່ານັ້ນອອກມາໄດ້ຢ່າງຫຼວງຫຼາຍ. ໃນທາງກົງກັນຂ້າມ ມັນເປັນເລື່ອງຂອງການເຂົ້າໃຈ ແລະ ການຈັບໃຈຄວາມຫຼັກການຄວາມຈິງບາງຢ່າງ ແລະ ຈາກນັ້ນກໍສາມາດນຳພວກມັນໄປໃຊ້ໃນວຽກງານ ແລະ ໜ້າທີ່ຂອງເຈົ້າໄດ້ຢ່າງຍືດຍຸ່ນ ໂດຍເຮັດໃຫ້ພວກມັນກາຍເປັນສ່ວນໜຶ່ງໃນຊີວິດຈິງຂອງເຈົ້າ ແລະ ປ່ຽນພວກມັນຈາກທິດສະດີໃຫ້ກາຍເປັນຄວາມເປັນຈິງ ເຊິ່ງຊ່ວຍໃຫ້ຫຼັກການຄວາມຈິງເກີດຜົນ ແລະ ບັນລຸຜົນຮັບໃນຕົວຜູ້ຄົນ ໂດຍນຳເອົາຜົນປະໂຫຍດ ແລະ ຂໍ້ໄດ້ປຽບມາສູ່ຜູ້ຄົນ. ນີ້ຄືຄວາມໝາຍຂອງການມີຂີດຄວາມສາມາດ. ຖ້າເຈົ້າຕິດຢູ່ທີ່ລະດັບຂອງການເຂົ້າໃຈຄຳເວົ້າ ແລະ ຫຼັກຄຳສອນ ແລະ ເຈົ້າບໍ່ສາມາດຈັດຕັ້ງປະຕິບັດວຽກງານໄດ້ ແລະ ເຈົ້າບໍ່ສາມາດຊອກຫາຫຼັກການ ຫຼື ວິທີການໄດ້, ນັ້ນກໍຄື ຖ້າຫຼັກການຄວາມຈິງດ້ານນີ້ຍັງຄົງເປັນພຽງທິດສະດີສຳລັບເຈົ້າຢູ່ສະເໝີ ແລະ ເຈົ້າບໍ່ມີວິທີທາງ, ບໍ່ມີວິທີການ ແລະ ບໍ່ມີເສັ້ນທາງທີ່ຈະປ່ຽນມັນໃຫ້ກາຍເປັນຄວາມເປັນຈິງ, ນີ້ຄືຄວາມໝາຍຂອງການບໍ່ມີຂີດຄວາມສາມາດ ຫຼື ການມີຂີດຄວາມສາມາດຕ່ຳ. ບໍ່ວ່າຄວາມຈຳຂອງເຈົ້າຈະດີສໍ່າໃດກໍຕາມ ເຖິງແມ່ນວ່າມັນຈະເໜືອກວ່າຄົນທຳມະດາຈົນເຖິງຂັ້ນທີ່ເປັນຄວາມສາມາດເກືອບພິເສດ, ນັ້ນກໍບໍ່ໄດ້ໝາຍຄວາມວ່າເຈົ້າມີຂີດຄວາມສາມາດທີ່ດີ. ຂີດຄວາມສາມາດທີ່ດີໝາຍເຖິງຫຍັງ? ຈະປະເມີນຂີດຄວາມສາມາດແນວໃດ? (ມັນຖືກຕັດສິນໂດຍການທີ່ວ່າຄົນໆໜຶ່ງສາມາດເຂົ້າໃຈຫຼັກການຂອງວຽກງານ ແລະ ຈັດຕັ້ງປະຕິບັດຫຼັກການເຫຼົ່ານັ້ນຢ່າງເໝາະສົມເພື່ອບັນລຸຜົນຮັບໄດ້ ຫຼື ບໍ່). ມັນຖືກຕັດສິນໂດຍປະສິດທິພາບ ແລະ ປະສິດທິຜົນ ແມ່ນບໍ? (ແມ່ນແລ້ວ). ບາງຄົນສາມາດຈື່ຈຳການຈັດແຈງວຽກງານໄດ້ຢ່າງວ່ອງໄວ ແລະ ຖືກຕ້ອງ ແລະ ພວກເຂົາຍັງສາມາດເຂົ້າໃຈພວກມັນໃນທາງທິດສະດີອີກດ້ວຍ. ເຖິງຢ່າງໃດກໍຕາມ ເມື່ອເວົ້າເຖິງການຈັດຕັ້ງປະຕິບັດ ຖ້າມີຄົນຖາມພວກເຂົາວ່າ “ວຽກງານນີ້ຄວນເຮັດແນວໃດ? ເຈົ້າມີແນວຄວາມຄິດ, ແຜນການ ຫຼື ຂັ້ນຕອນບໍ?” ພວກເຂົາກໍຕອບວ່າ “ບໍ່ມີ, ຂ້ອຍບໍ່ຮູ້ວ່າຈະເຮັດມັນແນວໃດ”. ນີ້ຄືການບໍ່ມີຂີດຄວາມສາມາດ. ຢ່າງຫຼາຍທີ່ສຸດ ສິ່ງນີ້ກໍເປັນພຽງຈຸດແຂງໃນຂົງເຂດໜຶ່ງເທົ່ານັ້ນ. ເຮົາຈື່ໄດ້ວ່າເມື່ອພວກເຮົາໂອ້ລົມກ່ຽວກັບຫົວຂໍ້ນີ້ເປັນຄັ້ງທຳອິດ ພວກເຮົາໄດ້ລົມກ່ຽວກັບບັນຫານີ້. ພວກເຈົ້າອາດຈະລືມໄປແລ້ວ ແລະ ຄັ້ງນີ້ພວກເຈົ້າກໍຈັດການມີຄວາມຈຳທີ່ດີເລີດເຂົ້າໃນຂີດຄວາມສາມາດອີກຄັ້ງ. ການເຂົ້າໃຈຜິດກ່ຽວກັບຈຸດແຂງ ແລະ ຄວາມສາມາດພິເສດຂອງຄົນໆໜຶ່ງຢູ່ສະເໝີ ແລະ ການຈັດຈຸດແຂງ ຫຼື ຄວາມສາມາດພິເສດບາງຢ່າງເຂົ້າໃນຂີດຄວາມສາມາດທີ່ດີຢູ່ສະເໝີ ແມ່ນຄວາມຜິດພາດທີ່ຮ້າຍແຮງ. ຖ້າບັນຫານີ້ໄດ້ຮັບການແກ້ໄຂ ແລະ ພວກເຈົ້າເຂົ້າໃຈວ່າຈຸດແຂງແມ່ນຫຍັງ, ຄວາມສາມາດພິເສດ ຫຼື ຄວາມສາມາດແມ່ນຫຍັງ ແລະ ຂີດຄວາມສາມາດທີ່ແທ້ຈິງແມ່ນຫຍັງ ມັນກໍຈະເປັນປະໂຫຍດສຳລັບການແຍກແຍະຜູ້ຄົນ ແລະ ສຳລັບການເຕີບໂຕໃນຊີວິດຂອງພວກເຈົ້າເອງ. ຢ່າງໜ້ອຍທີ່ສຸດ ມັນກໍສາມາດຊ່ວຍໃຫ້ເຈົ້າຢັບຢັ້ງອຸປະນິໄສທີ່ອວດດີຂອງເຈົ້າໄດ້ເລັກໜ້ອຍ ເພື່ອທີ່ເຈົ້າຈະບໍ່ເຊື່ອຢ່າງຜິດໆອີກຕໍ່ໄປວ່າ ເຈົ້າມີຂີດຄວາມສາມາດທີ່ດີເລີດ ພຽງແຕ່ຍ້ອນເຈົ້າສາມາດຮ້ອງເພງ ຫຼື ເຕັ້ນໄດ້ດີ. ແລ້ວຕອນນີ້ພວກເຈົ້າຍັງສາມາດປະເມີນເລື່ອງນີ້ດ້ວຍວິທີນີ້ໄດ້ຢູ່ບໍ? (ບໍ່ໄດ້). ແລ້ວຄົນທີ່ສາມາດຮ້ອງເພງໄດ້ຈຳເປັນຕ້ອງມີຫຍັງແດ່ຢ່າງແທ້ຈິງເພື່ອໃຫ້ມີຂີດຄວາມສາມາດທີ່ດີ? (ພວກເຂົາຈໍາເປັນຕ້ອງມີຄວາມສາມາດໃນການຢັ່ງຮູ້, ຮູ້ວ່າວິທີການຮ້ອງເພງແບບໃດທີ່ສອດຄ່ອງກັບຫຼັກການ ແລະ ຍັງຕ້ອງມີຄວາມເຂົ້າໃຈຢ່າງເລິກເຊິ່ງອີກດ້ວຍ). ຄວາມເຂົ້າໃຈຢ່າງເລິກເຊິ່ງແມ່ນສຳຄັນຫຼາຍ. ເຈົ້າເຫັນບໍວ່າ ທຸກຄົນເຫຼົ່ານີ້ລ້ວນແຕ່ຮູ້ທິດສະດີດົນຕີບາງຢ່າງ ແຕ່ຜົນຮັບຂອງການຮ້ອງເພງຂອງພວກເຂົານັ້ນແຕກຕ່າງກັນ. ບາງຄົນສາມາດຄົ້ນຫາ ແລະ ຊອກຫາເສັ້ນທາງສຳລັບການຮ້ອງເພງໄດ້. ພວກເຂົາຟັງເພງຕ່າງໆ, ທຳນອງທີ່ແຕກຕ່າງກັນ ແລະ ຮູບແບບການຮ້ອງເພງທີ່ແຕກຕ່າງກັນຈາກຄົນຕ່າງໆ ແລະ ຟັງວ່າເຕັກນິກການຮ້ອງເພງແບບໃດທີ່ຈັບໃຈ ແລະ ໜ້າເພີດເພີນ. ພວກເຂົາຄົ້ນພົບຄວາມຮູ້ສຶກບາງຢ່າງຈາກຂະບວນການນີ້ ແລະ ຈາກນັ້ນກໍສືບຕໍ່ຄົ້ນຄວ້າ ແລະ ຝຶກຝົນໂດຍອີງໃສ່ຄວາມຮູ້ສຶກນັ້ນ. ຫຼັງຈາກເວລາຜ່ານໄປໄລຍະໜຶ່ງ ພວກເຂົາກໍຮູ້ສຶກວ່າການຮ້ອງເພງຂອງພວກເຂົາດີຂຶ້ນ ແລະ ຄົນອື່ນກໍເຕັມໃຈທີ່ຈະຟັງມັນ. ເທື່ອລະໜ້ອຍ ພວກເຂົາປຽບທຽບສິ່ງນີ້ກັບທິດສະດີ ແລະ ຢືນຢັນວ່າເສັ້ນທາງແຫ່ງການປະຕິບັດນີ້ຖືກຕ້ອງ. ພວກເຂົາສາມາດຄົ້ນພົບເສັ້ນທາງແຫ່ງການປະຕິບັດເພື່ອປ່ຽນແປງວິທີການຮ້ອງເພງຂອງພວກເຂົາ ແລະ ແກ້ໄຂວິທີການຮ້ອງເພງທີ່ຜິດພາດກ່ອນໜ້າຂອງພວກເຂົາ. ຈາກນັ້ນ ພວກເຂົາກໍສາມາດຈັດຕັ້ງປະຕິບັດ ແລະ ນຳໃຊ້ອົງປະກອບທີ່ດີ, ຖືກຕ້ອງ ແລະ ເປັນບວກເພີ່ມເຕີມ ເຊິ່ງພວກເຂົາໄດ້ຄົ້ນຄິດອອກມາເຂົ້າໃນການຮ້ອງເພງຂອງພວກເຂົາເອງ. ພວກເຂົາສາມາດຮັບຮູ້ໄດ້ວ່າວິທີການຮ້ອງເພງແບບໃດຖືກຕ້ອງ ແລະ ວິທີການແບບໃດທີ່ຜິດພາດ ແລະ ວິທີການຮ້ອງເພງແບບໃດທີ່ສ້າງຄວາມຮູ້ສຶກທີ່ດີ ແລະ ວິທີການແບບໃດທີ່ສ້າງຄວາມຮູ້ສຶກທີ່ບໍ່ດີ. ນີ້ຄືການມີຂີດຄວາມສາມາດທີ່ດີ. ຖ້າພວກເຂົາມີພຽງແຕ່ຄວາມຮູ້ທາງທິດສະດີ ແຕ່ບໍ່ສາມາດປະສົມປະສານທິດສະດີເຂົ້າໃນການຮ້ອງເພງຕົວຈິງຂອງພວກເຂົາໄດ້ ແລະ ຄວາມຢັ່ງຮູ້ຂອງພວກເຂົາກໍບິດເບືອນ, ແລ້ວຂີດຄວາມສາມາດຂອງພວກເຂົາກໍບໍ່ດີ. ໃຫ້ເບິ່ງບາງຄົນທີ່ຮ້ອງເພງດຸ, ເມື່ອຄົນອື່ນຊີ້ໃຫ້ເຫັນວ່າພວກເຂົາກຳລັງໃຊ້ສຽງປອມ ພວກເຂົາກໍສາມາດຍອມຮັບມັນໄດ້ ແລະ ແກ້ໄຂມັນ ຫຼັງຈາກການຝຶກຝົນໜຶ່ງ ຫຼື ສອງປີ. ເຖິງແມ່ນວ່າພວກເຂົາຈະຍັງບໍ່ຊຳນານຫຼາຍໃນການຮ້ອງເພງ, ພວກເຂົາກໍກຳລັງຮ້ອງເພງດ້ວຍນໍ້າສຽງ ແລະ ສຽງທີ່ແທ້ຈິງຂອງພວກເຂົາແລ້ວ. ໃນທາງກົງກັນຂ້າມ ບາງຄົນຮ້ອງເພງດ້ວຍສຽງປອມ ແລະ ສິ່ງນີ້ກໍຊັດເຈນສຳລັບທຸກຄົນທີ່ໄດ້ຍິນພວກເຂົາ ແຕ່ພວກເຂົາກໍຍັງຄິດວ່າພວກເຂົາກຳລັງຮ້ອງເພງດ້ວຍສຽງຈິງຂອງພວກເຂົາ, ນໍ້າສຽງ ແລະ ສຽງທີ່ແທ້ຈິງຂອງພວກເຂົາ ໂດຍບໍ່ສາມາດແຍກແຍະຄວາມແຕກຕ່າງໄດ້. ສິ່ງນີ້ສະແດງໃຫ້ເຫັນເຖິງການຂາດຂີດຄວາມສາມາດ ແລະ ການຂາດຄວາມເຂົ້າໃຈຢ່າງເລິກເຊິ່ງ, ຄວາມບໍ່ສາມາດໃນການຮັບຮູ້ສິ່ງຕ່າງໆ. ນີ້ຄືຄວາມແຕກຕ່າງລະຫວ່າງຂີດຄວາມສາມາດ ແລະ ຈຸດແຂງ. ຖ້າເຈົ້າມີຄວາມສາມາດພິເສດໃນການຮ້ອງເພງ ນັ້ນກໍຄືຈຸດແຂງຂອງເຈົ້າ; ມັນເປັນເງື່ອນໄຂຕິດໂຕມາແຕ່ເກີດ. ເຖິງຢ່າງໃດກໍຕາມ ບໍ່ວ່າເຈົ້າຈະສາມາດຮ້ອງເພງໄດ້ດີ ແລະ ຮັບຮູ້ເຖິງແກ່ນແທ້, ຫຼັກການ ແລະ ສິ່ງສຳຄັນໃນຂົງເຂດນີ້, ວິຊາຊີບນີ້ໄດ້ ຫຼື ບໍ່ນັ້ນ ເປັນເລື່ອງຂອງຂີດຄວາມສາມາດ. ຖ້າເຈົ້າສາມາດຮັບຮູ້ເຖິງແກ່ນແທ້, ສິ່ງສຳຄັນ ແລະ ຫຼັກການໄດ້ ແລ້ວເຈົ້າກໍສາມາດກາຍເປັນນັກຮ້ອງ, ນັກຮ້ອງສຽງເອກໄດ້. ຖ້າເຈົ້າມັກຮ້ອງເພງ, ຮຽນຮູ້ມັນໄດ້ໄວ ແລະ ຈັບຈຸດທຳນອງ, ຈັງຫວະ ແລະ ລະດັບສຽງໄດ້ຢ່າງຖືກຕ້ອງ, ສິ່ງນີ້ສາມາດເອີ້ນໄດ້ພຽງແຕ່ວ່າເປັນຈຸດແຂງຕິດໂຕມາແຕ່ເກີດ ແລະ ການເກັ່ງໃນທັກສະທາງວິຊາຊີບສະເພາະນີ້ເທົ່ານັ້ນ. ເຖິງຢ່າງໃດກໍຕາມ ເນື່ອງຈາກຂີດຄວາມສາມາດທີ່ທຳມະດາຫຼາຍ ແລະ ມີຈຳກັດຂອງເຈົ້າ ເຈົ້າກໍຈະຍັງຄົງຢູ່ພາຍໃນຂີດຈຳກັດທີ່ເກັ່ງພຽງແຕ່ໃນເລື່ອງນັ້ນຢູ່ສະເໝີ. ເຈົ້າຈະບໍ່ສາມາດໄປເຖິງລະດັບທີ່ເຂົ້າໃຈສິ່ງສຳຄັນໄດ້ຢ່າງເລິກເຊິ່ງ ແລະ ເຈົ້າຈະບໍ່ສາມາດກາຍເປັນນັກຮ້ອງ ແລະ ນັກຮ້ອງສຽງເອກທີ່ແທ້ຈິງໄດ້. ນີ້ຄືຂໍ້ຈຳກັດທີ່ເກີດຈາກຂີດຄວາມສາມາດຂອງເຈົ້າ. ຄົນທີ່ມີຂີດຄວາມສາມາດທີ່ດີມີສັກກະຍະພາບ ແລະ ພື້ນທີ່ສຳລັບການພັດທະນາ, ໃນຂະນະທີ່ຄົນທີ່ມີຂີດຄວາມສາມາດທຳມະດາ ຫຼື ຕ່ຳນັ້ນບໍ່ມີສັກກະຍະພາບ ຫຼື ພື້ນທີ່ສຳລັບການພັດທະນາເລີຍ. ສະນັ້ນ ບໍ່ວ່າຈຸດແຂງຂອງເຈົ້າຈະຢູ່ໃນດ້ານໃດກໍຕາມ ຖ້າຂີດຄວາມສາມາດຂອງເຈົ້າຕ່ຳ ເຈົ້າກໍຈະຖືກຈຳກັດໂດຍຂີດຄວາມສາມາດຂອງເຈົ້າຢ່າງຫຼີກລ່ຽງບໍ່ໄດ້. ບໍ່ວ່າເຈົ້າຈະມີຄວາມສາມາດພິເສດໃນຂົງເຂດໃດໜຶ່ງຫຼາຍສໍ່າໃດກໍຕາມ, ເຈົ້າມັກມັນຫຼາຍສໍ່າໃດກໍຕາມ ຫຼື ຄວາມສົນໃຈຂອງເຈົ້າຈະຍິ່ງໃຫຍ່ສໍ່າໃດກໍຕາມ ເຈົ້າກໍຈະບໍ່ມີສັກກະຍະພາບສຳລັບການພັດທະນາເນື່ອງຈາກຂີດຄວາມສາມາດທີ່ຕ່ຳຂອງເຈົ້າ ເພາະວ່າເຈົ້າບໍ່ສາມາດກ້າວຂ້າມຂີດຄວາມສາມາດຂອງເຈົ້າໄດ້. ພວກເຈົ້າເຂົ້າໃຈບໍ? (ເຂົ້າໃຈແລ້ວ). ຕອນນີ້ ເມື່ອເຮົາໄດ້ເວົ້າແບບນີ້ແລ້ວ ພວກເຈົ້າຈະສູນເສຍຄວາມໝັ້ນໃຈໃນການຮ້ອງເພງບໍ? ເຮົາພຽງແຕ່ເວົ້າເຖິງເລື່ອງທີ່ກຳລັງລົມກັນຢູ່ ໂດຍໃຊ້ໜຶ່ງໃນຈຸດແຂງຂອງພວກເຈົ້າເປັນຕົວຢ່າງເພື່ອໂອ້ລົມກ່ຽວກັບຄວາມແຕກຕ່າງລະຫວ່າງຂີດຄວາມສາມາດ ແລະ ຈຸດແຂງ. ເຖິງຢ່າງໃດກໍຕາມ ເຮືອນຂອງພຣະເຈົ້າບໍ່ໄດ້ຮຽກຮ້ອງໃຫ້ພວກເຈົ້າກາຍເປັນນັກຮ້ອງສຽງເອກທີ່ແທ້ຈິງ, ໃຫ້ຮ້ອງເພງດ້ວຍຄວາມແມ່ນຢໍາໃນລະດັບສູງ, ໃຫ້ພັດທະນາຮູບແບບການຮ້ອງເພງທີ່ສະເພາະ ຫຼື ໃຫ້ປະສົບຄວາມສຳເລັດຢ່າງຍິ່ງໃຫຍ່ໃນການຮ້ອງເພງ. ບໍ່ໄດ້ຮຽກຮ້ອງສິ່ງເຫຼົ່ານີ້. ພຽງແຕ່ນຳໃຊ້ຂີດຄວາມສາມາດ ແລະ ຈຸດແຂງທີ່ມີຢູ່ຂອງພວກເຈົ້າໃຫ້ເກີດປະໂຫຍດ ນັ້ນກໍພຽງພໍແລ້ວ. ຕາບໃດທີ່ມີການສະແດງອອກເຖິງຄວາມຮູ້ສຶກທີ່ແທ້ຈິງ ແລະ ຄວາມຈິງໃຈ ນັ້ນກໍພຽງພໍແລ້ວ. ບັດນີ້ ຢ່າຮູ້ສຶກທໍ້ແທ້ ຫຼື ຍອມແພ້ພຽງແຕ່ຍ້ອນເຮົາເວົ້າວ່າພວກເຈົ້າບາງຄົນມີຂີດຄວາມສາມາດຕ່ຳ ຫຼື ມີຂີດຄວາມສາມາດທີ່ທຳມະດາຫຼາຍ ເຊິ່ງມີພື້ນທີ່ສຳລັບການພັດທະນາພຽງເລັກນ້ອຍ. ສິ່ງນັ້ນບໍ່ຈຳເປັນເລີຍ. ພວກເຈົ້າຈະຮູ້ສຶກທໍ້ແທ້ບໍ? (ບໍ່). ພວກເຈົ້າຕ້ອງເບິ່ງເລື່ອງນີ້ຢ່າງຖືກຕ້ອງ. ຖ້າເຮົາບໍ່ໄດ້ໃຊ້ສະຖານະການຂອງພວກເຈົ້າເປັນຕົວຢ່າງ ພວກເຈົ້າກໍອາດຈະບໍ່ເຂົ້າໃຈມັນ, ອາດຈະບໍ່ມີຄວາມເຂົ້າໃຈຢ່າງຖີ່ຖ້ວນ ແລະ ບໍ່ວ່າເຮົາຈະເວົ້າຫຍັງກໍຕາມ ພວກເຈົ້າກໍຈະບໍ່ເອົາມາໃສ່ໃຈ. ເພື່ອຊ່ວຍໃຫ້ພວກເຈົ້າເຂົ້າໃຈຢ່າງຖີ່ຖ້ວນ ເຮົາຈຶ່ງຕ້ອງຍົກຕົວຢ່າງສອງສາມຢ່າງເພື່ອໃຫ້ທຸກຄົນມີຄວາມເຂົ້າໃຈທີ່ດີຂຶ້ນ. ດ້ວຍການເຮັດເຊັ່ນນີ້ ຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບຄວາມແຕກຕ່າງລະຫວ່າງຂີດຄວາມສາມາດ ແລະ ຈຸດແຂງກໍຈະຖືກຕ້ອງຂຶ້ນເຊັ່ນກັນ. ພວກເຈົ້າຂັດຂ້ອງກັບວິທີການໂອ້ລົມແບບນີ້ບໍ? (ບໍ່, ພວກຂ້ານ້ອຍບໍ່ຂັດຂ້ອງ). ພວກເຈົ້າບໍ່ຂັດຂ້ອງກໍດີແລ້ວ. ໃຫ້ເບິ່ງສິ່ງນີ້ຢ່າງຖືກຕ້ອງ. ໃຫ້ປະຕິບັດຕາມທີ່ພວກເຈົ້າຄວນເຮັດ. ການທີ່ເຈົ້າເອົາໃຈໃສ່ ແລະ ປະຕິບັດໄປສູ່ເປົ້າໝາຍ ແລະ ທິດທາງທີ່ດີຈະດີກວ່າການບໍ່ມີຄວາມຄືບໜ້າ ຫຼື ການຕິດຢູ່ກັບວິທີການເດີມໆຂອງເຈົ້າຢູ່ສະເໝີ. ເຖິງແມ່ນວ່າຂີດຄວາມສາມາດຂອງເຈົ້າຈະມີຈຳກັດ ຫຼື ຕ່ຳກໍຕາມ ເຈົ້າກໍຍັງຈຳເປັນຕ້ອງພະຍາຍາມປະຕິບັດ ແລະ ດິ້ນຮົນເພື່ອບັນລຸໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ເຈົ້າຈະເຮັດໄດ້ພາຍໃນຂອບເຂດຂີດຄວາມສາມາດທີ່ມີຈຳກັດຂອງເຈົ້າ. ພວກເຮົາຕ້ອງອຸທິດໝົດຫົວໃຈຂອງພວກເຮົາ ແລະ ຄວາມພະຍາຍາມທັງໝົດຂອງພວກເຮົາ, ໂດຍປະຕິບັດໜ້າທີ່ນີ້ ແລະ ດຳເນີນວຽກງານນີ້ດ້ວຍທັດສະນະຄະຕິທີ່ມີຄວາມຮັບຜິດຊອບ ແລະ ຄວາມຈົງຮັກພັກດີ. ນີ້ຄືຫຼັກການຂອງການປະຕິບັດທີ່ພວກເຈົ້າຄວນເຮັດຕາມ. ເຈົ້າຕ້ອງບໍ່ກາຍເປັນຄົນຄິດລົບ ຫຼື ຍອມແພ້ພຽງແຕ່ຍ້ອນວ່າຈຸດແຂງຂອງເຈົ້າບໍ່ມີສັກກະຍະພາບໃນການພັດທະນາ ແລະ ເຈົ້າຈະບໍ່ສາມາດເປັນຈຸດສົນໃຈໄດ້ໃນອະນາຄົດ. ນັ້ນເປັນສິ່ງທີ່ຍອມຮັບບໍ່ໄດ້ ແລະ ມັນເຫັນໄດ້ຊັດເຈນວ່າບໍ່ແມ່ນຫຼັກການຄວາມຈິງທີ່ເຈົ້າຄວນເຮັດຕາມໃນການປະຕິບັດຕໍ່ເລື່ອງນີ້. ພວກເຈົ້າເຂົ້າໃຈບໍ? (ເຂົ້າໃຈແລ້ວ).

ພາຍໃນແຕ່ລະດ້ານຂອງສາມດ້ານເຫຼົ່ານີ້ ນັ້ນກໍຄື ເງື່ອນໄຂຕິດໂຕມາແຕ່ເກີດ, ຄວາມເປັນມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມ ມີລາຍລະອຽດສະເພາະເຈາະຈົງຫຼາຍຢ່າງທີ່ຈຳເປັນຕ້ອງເຂົ້າໃຈ. ມັນຈຳເປັນສຳລັບພວກເຮົາບໍທີ່ຈະໂອ້ລົມກ່ຽວກັບເລື່ອງເຫຼົ່ານີ້? (ຈຳເປັນ). ສຳລັບຫຼາຍໆດ້ານ ຜູ້ຄົນມີພຽງແຕ່ຄວາມເຂົ້າໃຈແບບຜິວເຜີນເທົ່ານັ້ນ ແລະ ບໍ່ສາມາດອະທິບາຍພວກມັນໄດ້ຢ່າງຊັດເຈນ. ພວກເຂົາອາດຈະມີຈຸດແຂງບາງຢ່າງ ແລະ ຈາກນັ້ນກໍຄິດວ່າພວກເຂົາມີລັກສະນະທີ່ສູງສົ່ງ, ໂດຍເຊື່ອວ່າຕົນເອງມີກຽດ ແລະ ປາສະຈາກອຸປະນິໄສທີ່ເສື່ອມຊາມ, ມີຄວາມເປັນມະນຸດທີ່ດີ ແລະ ມີຂີດຄວາມສາມາດສູງ. ທັງໝົດນີ້ເກີດຈາກຄວາມບໍ່ສາມາດຂອງຜູ້ຄົນໃນການແຍກແຍະບັນຫາຕ່າງໆເຫຼົ່ານີ້ໄດ້ຢ່າງຊັດເຈນ. ຍິ່ງບັນຫາປະເພດເຫຼົ່ານີ້ກ່ຽວຂ້ອງກັບລາຍລະອຽດຫຼາຍເທົ່າໃດ ກໍຍິ່ງມີເລື່ອງໃຫ້ໂອ້ລົມກັນຫຼາຍເທົ່ານັ້ນ; ມັນບໍ່ສາມາດໂອ້ລົມໃຫ້ໝົດໄດ້ໃນພຽງໜຶ່ງ ຫຼື ສອງຄັ້ງ ແຕ່ຕ້ອງການການໂອ້ລົມຫຼາຍຄັ້ງ. ເອົາລະ ພວກເຮົາຈະຢຸດການໂອ້ລົມໄວ້ພຽງເທົ່ານີ້ສຳລັບມື້ນີ້. ລາກ່ອນ!

ວັນທີ 14 ຕຸລາ 2023

ກ່ອນນີ້: ວິທີການໄລ່ຕາມເສາະຫາຄວາມຈິງ (4)

ຕໍ່ໄປ: ວິທີການໄລ່ຕາມເສາະຫາຄວາມຈິງ (7)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້