ວິທີການໄລ່ຕາມເສາະຫາຄວາມຈິງ (27)
ກ່ຽວກັບຫົວຂໍ້ຂອງ “ການປ່ອຍວາງ” ໃນ “ວິທີການການໄລ່ຕາມເສາະຫາຄວາມຈິງ”, ພວກເຮົາໄດ້ໂອ້ລົມມາຮອດເນື້ອໃນທີ່ກ່ຽວຂ້ອງກັບຄວາມຄິດຫຼົງຜິດ ແລະ ຈິນຕະນາການໃນຫົວຂໍ້ “ການປ່ອຍວາງສິ່ງກີດຂວາງລະຫວ່າງຕົນເອງ ແລະ ພຣະເຈົ້າ ແລະ ຄວາມເປັນປໍລະປັກຂອງຕົນທີ່ມີຕໍ່ພຣະເຈົ້າ”. ສອງສາມຄັ້ງທີ່ຜ່ານມາ ພວກເຮົາໄດ້ໂອ້ລົມກ່ຽວກັບ “ການປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ”. ມື້ນີ້ພວກເຮົາຈະສືບຕໍ່ໂອ້ລົມກ່ຽວກັບເລື່ອງນີ້. ກ່ຽວກັບຄວາມຄິດຫຼົງຜິດ ແລະ ຈິນຕະນາການກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ພວກເຮົາໄດ້ໂອ້ລົມກ່ຽວກັບບາງຫົວຂໍ້ທີ່ກ່ຽວຂ້ອງກັບຄວາມເປັນມະນຸດທີ່ປົກກະຕິຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແມ່ນບໍ? ແລ້ວຄັ້ງກ່ອນພວກເຮົາໄດ້ໂອ້ລົມກ່ຽວກັບຫຍັງ? ພວກເຮົາໄດ້ໂອ້ລົມກ່ຽວກັບການສະແດງອອກສະເພາະບາງຢ່າງທີ່ກ່ຽວຂ້ອງກັບການໃຊ້ຊີວິດ ແລະ ການເປີດເຜີຍຄວາມເປັນມະນຸດທີ່ປົກກະຕິຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ພ້ອມທັງຫຼັກການບາງຢ່າງຂອງການປະພຶດຕົນ ແລະ ການເຮັດສິ່ງຕ່າງໆພາຍໃນຄວາມເປັນມະນຸດທີ່ປົກກະຕິຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ຈາກນັ້ນພວກເຮົາກໍໄດ້ໂອ້ລົມກ່ຽວກັບສິ່ງທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງບໍ່ໄດ້ເຮັດ ໃນແງ່ຂອງຄວາມເປັນມະນຸດຂອງພຣະອົງ. ການໂອ້ລົມກ່ຽວກັບດ້ານເຫຼົ່ານີ້ຊ່ວຍໃຫ້ຜູ້ຄົນເຂົ້າໃຈແກ່ນແທ້ອຸປະນິໄສແຫ່ງເນື້ອໜັງທີ່ພຣະເຈົ້າບັງເກີດເປັນ ແລະ ຫຼັກການໃນການປະພຶດຕົນ ແລະ ການເຮັດສິ່ງຕ່າງໆຂອງພຣະອົງໄດ້ດີຂຶ້ນ ພ້ອມທັງການສະແດງອອກ ແລະ ການເປີດເຜີຍທີ່ສະເພາະບາງຢ່າງຂອງພຣະອົງ. ເມື່ອພວກເຮົາໂອ້ລົມກ່ຽວກັບການສະແດງອອກເຫຼົ່ານີ້ຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ບໍ່ວ່າຈະຢູ່ໃນຮູບແບບຂອງຂໍ້ເທັດຈິງ, ຕົວຢ່າງ ຫຼື ຫຼັກການສະເພາະສຳລັບການເຮັດສິ່ງຕ່າງໆ ພວກມັນລ້ວນແຕ່ກ່ຽວຂ້ອງກັບເລື່ອງເລັກໆນ້ອຍໆທຸກປະເພດໃນຊີວິດ. ພວກມັນເບິ່ງຄືວ່າບໍ່ໄດ້ກ່ຽວຂ້ອງກັບຜົນງານທີ່ຍິ່ງໃຫຍ່ ແລະ ເປັນການບຸກເບີກ ຫຼື ການກະທຳອັນສູງສົ່ງທີ່ສົມຄວນໄດ້ຮັບການຍົກຍ້ອງ ເຊິ່ງມີຢູ່ໃນຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນ; ການສະແດງອອກຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງລ້ວນແຕ່ເປັນເລື່ອງທຳມະດາຫຼາຍ ແລະ ສາມັນຫຼາຍ. ພຽງແຕ່ເພາະວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງດຳລົງຊີວິດຢູ່ທ່າມກາງມະນຸດຊາດທີ່ທຳມະດາ ແລະ ເສື່ອມຊາມນີ້ເອງ, ໃນດ້ານໜຶ່ງ ການສະແດງອອກທີ່ປົກກະຕິ ແລະ ທີ່ສໍາພັນກັບຊີວິດຈິງເຫຼົ່ານີ້ຂອງພຣະອົງ ຈຶ່ງເປັນການສະແດງອອກທີ່ຫຼີກລ່ຽງບໍ່ໄດ້ຂອງຄວາມເປັນມະນຸດແຫ່ງເນື້ອໜັງທີ່ພຣະເຈົ້າບັງເກີດເປັນ ແລະ ໃນອີກດ້ານໜຶ່ງ ກໍເປັນຄວາມຕ້ອງການທີ່ປົກກະຕິຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງເຊິ່ງດຳລົງຊີວິດຢູ່ທ່າມກາງມະນຸດຊາດ. ແນ່ນອນວ່າ ການສະແດງອອກທີ່ປົກກະຕິ ແລະ ທີ່ສໍາພັນກັບຊີວິດຈິງເຫຼົ່ານີ້ຍັງໃຫ້ຂໍ້ມູນ ຫຼື ເສັ້ນທາງບາງຢ່າງແກ່ຜູ້ຄົນກ່ຽວກັບການຮູ້ຈັກພຣະເຈົ້າ. ພວກມັນເຮັດໃຫ້ຜູ້ຄົນຮູ້ຈັກຄວາມສໍາພັນກັບຊີວິດຈິງຂອງພຣະເຈົ້າ ແລະ ຄວາມເປັນປົກກະຕິຂອງພຣະເຈົ້າ ຜ່ານການໃຊ້ຊີວິດໂດຍສໍາພັນກັບຊີວິດຈິງ ແລະ ຫຼັກການທີ່ສໍາພັນກັບຊີວິດຈິງໃນການປະພຶດຕົນຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງໃນທ່າມກາງຜູ້ຄົນ ພ້ອມທັງຮູ້ຈັກພຣະເຈົ້າໃນສະຫວັນ ເຊິ່ງເຮັດໃຫ້ພວກເຂົາສາມາດເຂົ້າໃຈພຣະເຈົ້າໃນສະຫວັນໄດ້ຢ່າງຖືກຕ້ອງຫຼາຍຂຶ້ນ ແລະ ເຂົ້າໃຈແກ່ນແທ້ຂອງພຣະອົງໃນຖານະບຸກຄົນທີ່ປົກກະຕິ ແລະ ທຳມະດາເທິງແຜ່ນດິນໂລກໄດ້ຢ່າງຖືກຕ້ອງ.
ບາງຄົນເວົ້າວ່າ “ສິ່ງເຫຼົ່ານີ້ ແລະ ຕົວຢ່າງທີ່ພຣະອົງເວົ້າເຖິງ ເຊິ່ງກ່ຽວຂ້ອງກັບຄວາມເປັນມະນຸດທີ່ປົກກະຕິຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ລ້ວນແຕ່ເປັນເລື່ອງທຳມະດາຫຼາຍ; ພວກມັນລ້ວນແຕ່ເປັນສິ່ງທີ່ບໍ່ສຳຄັນ ແລະ ບໍ່ໂດດເດັ່ນໃນຊີວິດປະຈຳວັນ. ພຣະອົງສາມາດເວົ້າກ່ຽວກັບຂໍ້ເທັດຈິງບາງຢ່າງທີ່ຮູ້ສຶກເລິກລັບ ແລະ ບໍ່ສາມາດຢັ່ງເຖິງໄດ້ ຫຼື ທີ່ເບິ່ງຄືວ່າຍິ່ງໃຫຍ່ເປັນພິເສດໄດ້ບໍ?” ສຳລັບເລື່ອງນີ້ ເຮົາຂໍບອກວ່າ ມາຮອດຕອນນີ້ ຍັງບໍ່ມີເລີຍແທ້ໆ. ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຊົງດຳລົງຊີວິດຢູ່ພາຍໃນຂໍ້ເທັດຈິງຂອງຄວາມເປັນມະນຸດທີ່ປົກກະຕິ ແລະ ໃນສະພາບແວດລ້ອມການດຳລົງຊີວິດທີ່ສະເພາະ ແລະ ນອກເໜືອຈາກການເຮັດວຽກງານຂອງພຣະເຈົ້າເອງແລ້ວ ພຣະອົງຊົງໃຊ້ເວລາທີ່ເຫຼືອຂອງພຣະອົງພາຍໃນຂອບເຂດຊີວິດແຫ່ງຄວາມເປັນມະນຸດທີ່ປົກກະຕິຂອງພຣະອົງ ໂດຍມີປະຕິສຳພັນກັບອ້າຍເອື້ອຍນ້ອງ ຫຼື ຈັດການກັບບັນຫາເລັກໆນ້ອຍໆບາງຢ່າງໃນຄຣິສຕະຈັກ. ສະນັ້ນ ນອກເໜືອຈາກຕົວຢ່າງທີ່ພວກເຮົາໄດ້ໂອ້ລົມ ເຊິ່ງກ່ຽວຂ້ອງກັບຫຼັກການ ແລະ ຫຼັກຄວາມເຊື່ອທີ່ພຣະອົງໃຊ້ໃນການປະພຶດຕົນ ແລະ ເຮັດສິ່ງຕ່າງໆແລ້ວ, ພຣະອົງບໍ່ໄດ້ປະຕິບັດຜົນງານທີ່ຍິ່ງໃຫຍ່ ແລະ ເປັນການບຸກເບີກ ຫຼື ການກະທຳທີ່ພິເສດໃດໆຕາມທີ່ພວກເຈົ້າຈິນຕະນາການເລີຍ. ສິ່ງນີ້ອາດຈະເປັນເລື່ອງທີ່ຄາດບໍ່ເຖິງສຳລັບຜູ້ຄົນ ແລະ ມັນອາດຈະບໍ່ສອດຄ່ອງກັບຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນ, ແຕ່ອັນທີ່ຈິງແລ້ວ ສິ່ງຕ່າງໆກໍເປັນແບບນີ້ແຫຼະ. ການໂອ້ລົມຂອງພວກເຮົາໃນຫົວຂໍ້ກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ໂດຍຫຼັກແລ້ວແມ່ນກ່ຽວຂ້ອງກັບການສະແດງອອກບາງຢ່າງ, ການໃຊ້ຊີວິດ ແລະ ຫຼັກການສະເພາະໃນການປະພຶດຕົນ ແລະ ການເຮັດສິ່ງຕ່າງໆຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງໃນຄວາມເປັນມະນຸດທີ່ປົກກະຕິຂອງພຣະອົງ. ສິ່ງນີ້ແຕກຕ່າງຈາກວິທີການເລົ່າເຖິງການກະທຳຂອງບຸກຄົນທີ່ຍິ່ງໃຫຍ່ ແລະ ຄົນທີ່ມີຊື່ສຽງໃນໂລກ. ເມື່ອຜູ້ຄົນໃນໂລກເວົ້າເຖິງບຸກຄົນທີ່ຍິ່ງໃຫຍ່, ມີຊື່ສຽງ ຫຼື ຍອດຢ້ຽມບາງຄົນ ພວກເຂົາຄອຍເວົ້າສະເໝີວ່າຄົນເຫຼົ່ານັ້ນມີເອກະລັກ, ພິເສດ ແລະ ຍິ່ງໃຫຍ່ສໍ່າໃດ ແລະ ພວກເຂົາເວົ້າເຖິງສະເໜ່ຂອງຄົນເຫຼົ່ານັ້ນ ໂດຍເນັ້ນໜັກໃສ່ວ່າພວກເຂົາສູງສົ່ງ ແລະ ຍິ່ງໃຫຍ່ສໍ່າໃດເປັນຫຼັກ. ເຖິງຢ່າງໃດກໍຕາມ ສິ່ງທີ່ພວກເຮົາເວົ້າເຖິງເຊິ່ງກ່ຽວຂ້ອງກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງນັ້ນກົງກັນຂ້າມຢ່າງສິ້ນເຊີງກັບສິ່ງທີ່ໂລກເວົ້າກ່ຽວກັບບຸກຄົນທີ່ຍອດຢ້ຽມ ແລະ ຜູ້ຄົນທີ່ຍິ່ງໃຫຍ່ເຫຼົ່ານັ້ນ. ໂດຍຫຼັກໆແລ້ວ ພວກເຮົາເວົ້າກ່ຽວກັບວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງນັ້ນປົກກະຕິ, ສໍາພັນກັບຊີວິດຈິງ, ທຳມະດາ ແລະ ບໍ່ໄດ້ພິເສດແນວໃດ. ພວກເຮົາພຽງແຕ່ເວົ້າກ່ຽວກັບຕົວຢ່າງທີ່ເປັນຮູບປະທຳ ໂດຍສະເພາະແລ້ວເປັນຕົວຢ່າງເລັກໆນ້ອຍໆຈາກຊີວິດປະຈຳວັນ, ເວົ້າກ່ຽວກັບວ່າຫຼັກການ ແລະ ມຸມມອງທີ່ກ່ຽວຂ້ອງກັບວ່າການປະພຶດຕົນ ແລະ ການເຮັດສິ່ງຕ່າງໆຂອງພຣະອົງນັ້ນແມ່ນຫຍັງ. ຄວາມຄິດ ແລະ ມຸມມອງ, ຫຼັກການ ແລະ ວິທີການໃນການປະພຶດຕົນ ແລະ ການເຮັດສິ່ງຕ່າງໆເຫຼົ່ານີ້ລ້ວນແຕ່ອີງໃສ່ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ. ຫຼັກໆແລ້ວພວກເຮົາເວົ້າກ່ຽວກັບວິທີທີ່ພຣະອົງຊົງປະພຶດຕົນ ແລະ ວິທີທີ່ພຣະອົງຊົງເຮັດສິ່ງຕ່າງໆ. ເຖິງຢ່າງໃດກໍຕາມ ໃນໂລກນີ້ ມີໜ້ອຍຄົນຫຼາຍທີ່ຈະເວົ້າກ່ຽວກັບວິທີການປະພຶດຕົນ. ເຖິງແມ່ນວ່າບາງຄົນໄດ້ເວົ້າກ່ຽວກັບຫົວຂໍ້ນີ້ ພວກເຂົາກໍບໍ່ສາມາດຍົກຕົວຢ່າງສະເພາະໄດ້ຫຼາຍ, ແຮງໄກທີ່ພວກເຂົາຈະສາມາດສະແດງເຖິງຫຼັກການໃດໆຂອງການປະພຶດຕົນໄດ້. ພວກເຂົາບໍ່ໄດ້ເວົ້າກ່ຽວກັບວ່າຄົນທີ່ມີຊື່ສຽງ ແລະ ບຸກຄົນທີ່ຍິ່ງໃຫຍ່ມີຫຼັກການທີ່ເປັນບວກ, ວິທີການທີ່ເປັນບວກ ຫຼື ຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງແນວໃດໃນການປະພຶດຕົນ ແລະ ການເຮັດສິ່ງຕ່າງໆ. ພວກເຂົາພຽງແຕ່ເວົ້າກ່ຽວກັບຜົນສຳເລັດຂອງພວກເຂົາ, ພອນສະຫວັນ ແລະ ການຮຽນຮູ້ຂອງພວກເຂົາ ແລະ ຈິດໃຈຂອງພວກເຂົາ ແລະ ພວກເຂົາຍັງເວົ້າກ່ຽວກັບວ່າພວກເຂົາມີຕຳແໜ່ງທີ່ມີອຳນາດແບບໃດໃນທ່າມກາງມະນຸດຊາດຍ້ອນສິ່ງເຫຼົ່ານີ້. ສິ່ງທີ່ພວກເຂົາເວົ້າເຖິງນັ້ນກົງກັນຂ້າມຢ່າງສິ້ນເຊີງກັບຄວາມເປັນມະນຸດທີ່ປົກກະຕິ ເຊິ່ງພຣະເຈົ້າທີ່ບັງເກີດເປັນເນື້ອໜັງມີ ແລະ ສະແດງອອກມາ ທີ່ພວກເຮົາກຳລັງໂອ້ລົມໃນມື້ນີ້. ສິ່ງທີ່ເນື້ອໜັງທີ່ບັງເກີດມາຂອງພຣະເຈົ້າເຮັດໃຫ້ພວກເຈົ້າຮູ້ ແລະ ເຂົ້າໃຈກໍຄືຫຼັກການ ແລະ ຫຼັກຄວາມເຊື່ອໃນການປະພຶດຕົນ ແລະ ການເຮັດສິ່ງຕ່າງໆທີ່ຖືກໃຊ້ຊີວິດຕາມ ແລະ ມີຢູ່ພາຍໃນຄວາມເປັນມະນຸດທີ່ປົກກະຕິ ແລະ ທີ່ສໍາພັນກັບຊີວິດຈິງຂອງພຣະອົງ. ຫຼັກການ ແລະ ຫຼັກຄວາມເຊື່ອໃນການປະພຶດຕົນ ແລະ ການເຮັດສິ່ງຕ່າງໆເຫຼົ່ານີ້ສອດຄ່ອງຢ່າງສົມບູນກັບຂໍ້ກຳນົດຂອງພຣະເຈົ້າສຳລັບມະນຸດຊາດທີ່ພຣະອົງຕັ້ງໃຈຈະຊ່ວຍໃຫ້ລອດພົ້ນ. ເນື້ອໜັງທີ່ພຣະເຈົ້າບັງເກີດເປັນນັ້ນມີຄວາມເປັນມະນຸດດັ່ງກ່າວ ແລະ ມີຄວາມຄິດ ແລະ ມຸມມອງຕ່າງໆ ພ້ອມກັບຫຼັກການ ແລະ ຄວາມເຊື່ອໃນການປະພຶດຕົນ ແລະ ການເຮັດສິ່ງຕ່າງໆຂອງພຣະອົງ ພາຍໃນຄວາມເປັນມະນຸດທີ່ປົກກະຕິ ແລະ ທີ່ສໍາພັນກັບຊີວິດຈິງນີ້. ພຽງແຕ່ຍ້ອນສິ່ງນີ້ເທົ່ານັ້ນ ພຣະອົງຈຶ່ງສາມາດເປັນຕົວແທນໃຫ້ພຣະເຈົ້າໃນການເຮັດວຽກງານຂອງພຣະເຈົ້າເອງ ແລະ ເຮັດວຽກງານ ແລະ ພັນທະກິດທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຄວນປະຕິບັດໃຫ້ດີໃນຍຸກນີ້ໃຫ້ສຳເລັດ, ພາຍໃນຄວາມເປັນມະນຸດດັ່ງກ່າວ ພຣະອົງຈຶ່ງສາມາດເຮັດໃຫ້ມະນຸດຊາດຮູ້ຈັກອຸປະນິໄສທີ່ເປັນຕົວແທນທີ່ພຣະເຈົ້າຕັ້ງໃຈຈະສະແດງອອກໃນຍຸກນີ້ຢ່າງຄົບຖ້ວນ ແລະ ແນ່ນອນວ່າ ພຣະອົງຈຶ່ງສາມາດມີຄວາມສາມາດພຽງພໍຢ່າງຄົບຖ້ວນສຳລັບວຽກງານແຫ່ງການສະແດງຄວາມຈິງທີ່ພຣະເຈົ້າຕັ້ງໃຈຈະເຮັດໃນຂັ້ນຕອນນີ້ຂອງວຽກງານ. ຖ້າແກ່ນແທ້ຄວາມເປັນມະນຸດທີ່ຖືກໃຊ້ຊີວິດຕາມ, ຖືກເປີດເຜີຍ ແລະ ມີຢູ່ໂດຍເນື້ອໜັງທີ່ບັງເກີດມາຂອງພຣະເຈົ້າບໍ່ແມ່ນຄວາມເປັນປົກກະຕິ, ຄວາມສໍາພັນກັບຊີວິດຈິງ ແລະ ຄວາມທຳມະດານີ້ທີ່ພວກເຮົາໄດ້ໂອ້ລົມ ຫຼື ຖ້າພຣະອົງບໍ່ມີຫຼັກການ ແລະ ຫຼັກຄວາມເຊື່ອໃນການປະພຶດຕົນເຫຼົ່ານີ້ທີ່ພວກເຮົາໄດ້ໂອ້ລົມ ແຕ່ພັດມີແກ່ນແທ້ຄວາມເປັນມະນຸດຂອງຄົນທີ່ມີຊື່ສຽງ ແລະ ບຸກຄົນທີ່ຍິ່ງໃຫຍ່ທີ່ຜູ້ບໍ່ມີຄວາມເຊື່ອເວົ້າເຖິງ ແລະ ເຄົາລົບນັບຖື, ສິ່ງນີ້ຈະສົ່ງຜົນໃຫ້ເກີດຫຍັງຂຶ້ນ? (ພຣະອົງຈະບໍ່ສາມາດນໍາພາພວກເຮົາໃຫ້ຍ່າງບົນຫົນທາງແຫ່ງການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍໄດ້). ມັນຈະສົ່ງຜົນໃຫ້ເກີດສະຖານະການທີ່ແຕກຕ່າງກັນຢ່າງສິ້ນເຊີງ. ສົມມຸດວ່າເນື້ອໜັງທີ່ພຣະເຈົ້າບັງເກີດເປັນມີແກ່ນແທ້ຄວາມເປັນມະນຸດຂອງບຸກຄົນທີ່ຍິ່ງໃຫຍ່ ຫຼື ຄົນທີ່ມີຊື່ສຽງທີ່ບໍ່ມີຄວາມເຊື່ອ ເຊິ່ງເປັນຄົນທີ່ສູງສົ່ງ, ພິເສດ, ມີເອກະລັກ, ເລິກລັບ ແລະ ບໍ່ສາມາດຢັ່ງເຖິງໄດ້. ຄົນປະເພດນີ້ບໍ່ມີເຂດແດນໃນການປະພຶດຕົນ ແລະ ການເຮັດສິ່ງຕ່າງໆ, ເວົ້າຕົວະຢູ່ສະເໝີ ແລະ ບໍ່ປະພຶດຕົນ ຫຼື ເຮັດສິ່ງຕ່າງໆໃນລັກສະນະທີ່ປະຕິບັດຕາມກົດລະບຽບ ຫຼື ປະພຶດຕົວດີ ແລະ ບໍ່ຮູ້ຈັກຖານະຂອງຕົນ ຫຼື ປະຕິບັດຕາມໜ້າທີ່ ແລະ ການໄລ່ຕາມເສາະຫາ, ຄວາມຄິດ ແລະ ມຸມມອງຂອງພວກເຂົາກໍຄືກັນກັບຂອງຜູ້ບໍ່ມີຄວາມເຊື່ອ ນັ້ນກໍຄືພຽງແຕ່ໄລ່ຕາມເສາະຫາສິ່ງທີ່ສູງສົ່ງ ແລະ ຍິ່ງໃຫຍ່ ແລະ ຈົດຈໍ່ກັບພອນສະຫວັນ, ຄວາມຮູ້ ແລະ ຄວາມສາມາດທີ່ເໜືອທຳມະຊາດ. ຄົນປະເພດນີ້ຈະນໍາພາພວກເຈົ້າໄປສູ່ເສັ້ນທາງແບບໃດ? (ພວກເຂົາຈະບໍ່ສາມາດນໍາພາພວກເຮົາໄປສູ່ເສັ້ນທາງແຫ່ງຄວາມລອດພົ້ນໄດ້. ກົງກັນຂ້າມ ຜູ້ທີ່ຕິດຕາມພວກເຂົາກໍຈະເສື່ອມຊາມ ແລະ ຊົ່ວຊ້າຫຼາຍຂຶ້ນເລື້ອຍໆ). ຄົນດັ່ງກ່າວບໍ່ມີຫຼັກການທີ່ເປັນບວກໃນການປະພຶດຕົນ; ວິທີການ ແລະ ຫຼັກການໃນການປະພຶດຕົນຂອງພວກເຂົາບໍ່ໄດ້ເປັນບວກ ແຕ່ເປັນແບບຊາຕານ. ດັ່ງນັ້ນ ຫຼັກການ ແລະ ຫຼັກຄວາມເຊື່ອໃນການປະພຶດຕົນຂອງຄົນທີ່ເປັນຂອງຊາຕານນີ້ຈຶ່ງເປັນຕົວແທນຢ່າງສູງເຖິງແກ່ນແທ້ຄວາມເປັນມະນຸດຂອງພວກເຂົາ. ແມ່ນຫຍັງຄືການໄລ່ຕາມເສາະຫາ ແລະ ເສັ້ນທາງທີ່ຍ່າງໂດຍຄົນທີ່ມີແກ່ນແທ້ຄວາມເປັນມະນຸດປະເພດນີ້? ພວກມັນຄືກັນກັບຂອງຊາຕານຢ່າງສິ້ນເຊີງ. ການໄລ່ຕາມເສາະຫາຂອງພວກເຂົາ ແລະ ເສັ້ນທາງທີ່ພວກເຂົາຍ່າງລ້ວນແຕ່ມາຈາກຊາຕານ ແລະ ເຂົ້າກັນໄດ້ກັບຊາຕານ. ແລ້ວຜູ້ທີ່ຕິດຕາມພວກເຂົາຈະບໍ່ຕິດຕາມການນໍາພາຂອງພວກເຂົາ, ມີການໄລ່ຕາມເສາະຫາຄືກັນກັບພວກເຂົາ ແລະ ຍ່າງໃນເສັ້ນທາງດຽວກັນບໍ? (ແມ່ນແລ້ວ). ຄົນເຫຼົ່ານັ້ນຈະຕິດຕາມການນໍາພາຂອງພວກເຂົາ, ຮຽນແບບຫຼັກການໃນການປະພຶດຕົນຂອງພວກເຂົາ ແລະ ໄລ່ຕາມເສາະຫາຄວາມຮູ້, ສະຖານະ, ຄວາມເໜືອທຳມະຊາດ ແລະ ສິ່ງທີ່ສູງສົ່ງ ແລະ ຍິ່ງໃຫຍ່ຄືກັບພວກເຂົາ ເຊິ່ງກໍຄືທຸກສິ່ງທີ່ພິເສດ ແລະ ທຸກສິ່ງທີ່ເບິ່ງຄືວ່າເລິກລັບ ແລະ ບໍ່ສາມາດຢັ່ງເຖິງໄດ້ສຳລັບຜູ້ຄົນ. ບໍ່ມີໃຜສາມາດບັນລຸຄວາມລອດພົ້ນໄດ້ໂດຍການຕິດຕາມຄົນດັ່ງກ່າວ; ກົງກັນຂ້າມ ພວກເຂົາຈະເສື່ອມຊາມລົງເລື້ອຍໆ. ກຸ່ມດັ່ງກ່າວບໍ່ສາມາດຖືກເອີ້ນວ່າຄຣິສຕະຈັກໄດ້ ຫຼັກໆແລ້ວແມ່ນຍ້ອນວ່າພວກເຂົາທຸກຄົນຈະແຍກຕົວອອກຈາກວຽກງານຂອງພຣະເຈົ້າ ແລະ ຈະບໍ່ມີວຽກງານຂອງພຣະວິນຍານບໍລິສຸດ. ຜູ້ນໍາທີ່ພວກເຂົາຕິດຕາມຈະບໍ່ໄດ້ຖືກແຕ່ງຕັ້ງໂດຍພຣະເຈົ້າ ຢ່າວ່າແຕ່ຖືກສົ່ງມາໂດຍພຣະເຈົ້າເລີຍ. ເຖິງແມ່ນວ່າພວກເຂົາທຸກຄົນຈະເອີ້ນຕົນເອງວ່າຄຣິສຕະຈັກ ມັນກໍຈະບໍ່ມີປະໂຫຍດຫຍັງ; ພຣະເຈົ້າຈະບໍ່ສົນໃຈພວກເຂົາ. ບໍ່ວ່າພວກເຂົາທຸກຄົນຈະເອີ້ນຕົນເອງວ່າຄຣິສຕະຈັກຫຼາຍສໍ່າໃດກໍຕາມ ພຣະເຈົ້າກໍຈະບໍ່ຮັບຮູ້ພວກເຂົາ ແລະ ພຣະວິນຍານບໍລິສຸດກໍຈະບໍ່ເຮັດວຽກໃນພວກເຂົາ. ຜູ້ນໍາຄົນນັ້ນຈະສອນໃຫ້ຜູ້ຄົນເຮັດແມ່ນຫຍັງກໍຕາມທີ່ພວກເຂົາມັກ; ພວກເຂົາຈະສະໜອງແມ່ນຫຍັງກໍຕາມທີ່ພວກເຂົາມີຢູ່ພາຍໃນຕົນເອງໃຫ້ແກ່ຜູ້ຄົນ ແລະ ນັ້ນກໍຄືສິ່ງທີ່ຜູ້ຄົນຈະໄດ້ຮັບຈາກພວກເຂົາ. ພວກເຂົາບໍ່ມີຄວາມຈິງ ແລະ ບໍ່ສາມາດສະໜອງສິ່ງທີ່ເປັນບວກໃດໆໃຫ້ແກ່ຜູ້ຄົນ ຫຼື ຊີ້ນໍາພວກເຂົາໄປໃນທິດທາງທີ່ຖືກຕ້ອງໄດ້ ສະນັ້ນ ມັນຈຶ່ງເປັນໄປບໍ່ໄດ້ທີ່ຜູ້ຄົນຈະໄດ້ຮັບຄວາມຈິງຈາກພວກເຂົາ. ຢ່າງດີທີ່ສຸດ ຜູ້ຄົນກໍຈະສາມາດໄດ້ຮັບພຽງຄວາມຮູ້ເລັກນ້ອຍ ແລະ ຮຽນຮູ້ທັກສະທາງດ້ານວິຊາຊີບບາງຢ່າງຈາກໂລກທີ່ບໍ່ມີຄວາມເຊື່ອ ຫຼື ຄວາມສາມາດບາງຢ່າງໃນຂົງເຂດສະເພາະໃດໜຶ່ງຈາກພວກເຂົາເທົ່ານັ້ນ. ສະຫຼຸບແລ້ວ ຄົນແບບນີ້ ເຊິ່ງບໍ່ມີຄວາມເປັນປົກກະຕິ ແລະ ຄວາມສໍາພັນກັບຊີວິດຈິງ ຫຼື ແກ່ນແທ້ທີ່ສັກສິດເປັນຊີວິດຂອງພວກເຂົາ ບໍ່ສາມາດຖືກເອີ້ນວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງໄດ້; ລາວບໍ່ສາມາດນໍາພາຜູ້ຄົນມາຢູ່ຕໍ່ໜ້າພຣະເຈົ້າໄດ້ ແລະ ລາວບໍ່ສາມາດນໍາພາຜູ້ຄົນໄປສູ່ເສັ້ນທາງແຫ່ງຄວາມລອດພົ້ນໄດ້. ເມື່ອເບິ່ງຂໍ້ເທັດຈິງເຫຼົ່ານີ້ ໃນທ່າມກາງມະນຸດຊາດ ມີໃຜອື່ນນອກຈາກເນື້ອໜັງທີ່ພຣະເຈົ້າບັງເກີດເປັນທີ່ສາມາດເປັນຕົວແທນໃຫ້ພຣະເຈົ້າເພື່ອເຮັດວຽກງານຂອງພຣະອົງໄດ້? (ບໍ່ມີ). ມີໃຜທີ່ສາມາດເປັນຕົວແທນໃຫ້ພຣະເຈົ້າເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນຈາກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາໄດ້? (ບໍ່ມີ). ຊີວິດ ແລະ ແກ່ນແທ້ຄວາມເປັນມະນຸດທີ່ມີຢູ່ໂດຍມະນຸດຊາດທຳມະດາຄົນໃດໜຶ່ງລ້ວນແຕ່ຄືກັນເກືອບທັງໝົດ ນັ້ນກໍຄືຊີວິດ ແລະ ແກ່ນແທ້ຄວາມເປັນມະນຸດດັ່ງກ່າວລ້ວນແຕ່ຖືກຊາຕານເຮັດໃຫ້ເສື່ອມຊາມ; ສຳລັບຜູ້ຄົນ ອຸປະນິໄສທີ່ເສື່ອມຊາມກໍຄືຊີວິດຂອງພວກເຂົາ. ດັ່ງນັ້ນ ບໍ່ວ່າຈະເບິ່ງຈາກມຸມມອງຂອງຄວາມເປັນມະນຸດຂອງຜູ້ຄົນ ຫຼື ແກ່ນແທ້ຊີວິດຂອງຜູ້ຄົນກໍຕາມ ບໍ່ມີແມ່ນແຕ່ຄົນດຽວໃນທ່າມກາງມະນຸດຊາດທັງປວງທີ່ມີຄວາມສາມາດສຳລັບວຽກງານນີ້ຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ບໍ່ມີມະນຸດທີ່ເສື່ອມຊາມຄົນໃດສາມາດເປັນຕົວແທນໃຫ້ພຣະເຈົ້າເພື່ອຊ່ວຍມະນຸດຊາດທີ່ເສື່ອມຊາມໃຫ້ລອດພົ້ນຈາກຄວາມເສື່ອມຊາມໄດ້. ໂດຍທຳມະຊາດແລ້ວ ຂໍ້ເທັດຈິງເຫຼົ່ານີ້ຍັງບອກຜູ້ຄົນວ່າ: ບໍ່ມີມະນຸດທີ່ເສື່ອມຊາມຄົນໃດສາມາດບອກມະນຸດຊາດໄດ້ວ່າສິ່ງທີ່ເປັນບວກແມ່ນຫຍັງ ແລະ ສິ່ງທີ່ເປັນລົບແມ່ນຫຍັງ ແລະ ບໍ່ມີມະນຸດທີ່ເສື່ອມຊາມຄົນໃດສາມາດບອກຜູ້ຄົນໄດ້ວ່າຄວາມຈິງແມ່ນຫຍັງ ຫຼື ເຈດຕະນາຂອງພຣະເຈົ້າແມ່ນຫຍັງກັນແທ້. ສິ່ງທີ່ມະນຸດທີ່ເສື່ອມຊາມສະໜອງໃຫ້ແກ່ຄົນອື່ນມີພຽງແຕ່ຄວາມຮູ້ ພ້ອມທັງທັກສະ, ຄວາມສາມາດ ຫຼື ພອນສະຫວັນຕ່າງໆທີ່ມະນຸດຊາດທີ່ເສື່ອມຊາມໄລ່ຕາມເສາະຫາ ແລະ ກົນອຸບາຍຕ່າງໆໃນການປະພຶດຕົນ ແລະ ການເຮັດສິ່ງຕ່າງໆ, ປັດຊະຍາການດໍາລົງຊີວິດທາງໂລກ ແລະ ຄວາມຄິດ ແລະ ມຸມມອງຕ່າງໆທີ່ມາຈາກຊາຕານ. ມະນຸດທຸກເຊື້ອຊາດລ້ວນແຕ່ມີລັກສະນະຮ່ວມກັນ. ລັກສະນະຮ່ວມກັນນີ້ແມ່ນຫຍັງ? ພວກເຂົາທຸກຄົນຖືສິ່ງທີ່ຂ້ອນຂ້າງເປັນບວກ ຫຼື ສິ່ງທີ່ຂ້ອນຂ້າງມີເຈດຕະນາດີ, ເປັນອະນຸລັກນິຍົມ ແລະ ເປັນແບບດັ້ງເດີມໃນທ່າມກາງພວກເຂົາວ່າເປັນສິ່ງທີ່ເປັນບວກ ແລະ ພະຍາຍາມໃຊ້ສິ່ງເຫຼົ່ານັ້ນມາແທນທີ່ຄວາມຈິງ ແລະ ເຈດຕະນາຂອງພຣະເຈົ້າ. ຜູ້ຄົນເຊື່ອວ່າໂດຍການຍຶດໝັ້ນກັບສິ່ງເຫຼົ່ານີ້ ພວກເຂົາກໍໄດ້ຮັບເສັ້ນທາງທີ່ແທ້ຈິງ ແລະ ສາມາດບັນລຸຄວາມລອດພົ້ນໄດ້. ໃນຄວາມເປັນຈິງແລ້ວ ສິ່ງເຫຼົ່ານີ້ບໍ່ມີຫຍັງກ່ຽວຂ້ອງກັບຂໍ້ກຳນົດຂອງພຣະເຈົ້າສຳລັບມະນຸດຊາດເລີຍ. ເຈົ້າຈະເຫັນວ່າ ໃນທ່າມກາງມະນຸດຊາດ ບໍ່ວ່າຜູ້ຄົນຈະສະຫຼາດຫຼັກແຫຼມສໍ່າໃດ, ບໍ່ວ່າພອນສະຫວັນຂອງພວກເຂົາຈະຍິ່ງໃຫຍ່ສໍ່າໃດ ຫຼື ພວກເຂົາຈະມີຄວາມສາມາດ ແລະ ຮຽນຮູ້ຫຼາຍສໍ່າໃດ ຫຼື ຄວາມເປັນມະນຸດຂອງພວກເຂົາເບິ່ງຄືວ່າໃຈດີ ແລະ ມີເມດຕາຢູ່ພາຍນອກສໍ່າໃດກໍຕາມ, ບໍ່ມີແມ່ນແຕ່ຄົນດຽວທີ່ສາມາດເຂົ້າໃຈຄວາມຈິງໄດ້ ແລະ ບໍ່ມີແມ່ນແຕ່ຄົນດຽວທີ່ສາມາດແຍກແຍະໄດ້ວ່າສິ່ງທີ່ເປັນບວກແມ່ນຫຍັງ ແລະ ສິ່ງທີ່ເປັນລົບແມ່ນຫຍັງ. ກ່ອນທີ່ພຣະເຈົ້າເຮັດວຽກງານຂອງພຣະອົງ ແລະ ກ່ອນທີ່ພຣະເຈົ້າສະແດງພຣະທຳຂອງພຣະອົງ ເກືອບທຸກຄົນຖືວ່າວັດທະນະທຳດັ້ງເດີມເປັນສິ່ງທີ່ເປັນບວກ ແລະ ບາງຄົນເຖິງກັບເຄົາລົບນັບຖືວັດທະນະທຳດັ້ງເດີມວ່າເປັນຄວາມຈິງ. ສະນັ້ນ ບໍ່ວ່າເຈົ້າຈະເບິ່ງມັນແນວໃດກໍຕາມ ຖ້າບໍ່ແມ່ນພຣະເຈົ້າທີ່ບັງເກີດເປັນເນື້ອໜັງທີ່ສະແດງຄວາມຈິງເຫຼົ່ານີ້ ແລະ ເຮັດວຽກງານນີ້ພາຍໃນຄວາມເປັນມະນຸດທີ່ປົກກະຕິ ແຕ່ພັດແມ່ນມະນຸດຊາດຄົນໃດໜຶ່ງທີ່ເຮັດວຽກງານນີ້ແທນ ພວກເຂົາກໍຈະພຽງແຕ່ນໍາພາຜູ້ຄົນໄປສູ່ເສັ້ນທາງທີ່ບ່ຽງເບນໄປຈາກພຣະທຳ ແລະ ເຈດຕະນາຂອງພຣະເຈົ້າເທົ່ານັ້ນ.
ພວກເຮົາມາເບິ່ງຕົວຢ່າງງ່າຍໆກັນເທາະ. ຖ້າຂໍໃຫ້ຜູ້ຄົນເລືອກເຄື່ອງນຸ່ງສຳລັບລາຍການເຕັ້ນ ພວກເຂົາຈະເລືອກແນວໃດ? ໂດຍທິດສະດີແລ້ວ ທຸກຄົນຮູ້ວ່າເມື່ອຜູ້ເຊື່ອໃນພຣະເຈົ້າຜະລິດລາຍການເຕັ້ນ ໂດຍສະເພາະສຳລັບວິດີໂອທີ່ຈະເຜີຍແຜ່ທາງອອນລາຍ ເຄື່ອງນຸ່ງທີ່ພວກເຂົານຸ່ງ ແລະ ທ່າທາງຂອງພວກເຂົາເປັນຕົວແທນໃຫ້ປະຊາກອນຂອງພຣະເຈົ້າ. ສະນັ້ນ ເຄື່ອງນຸ່ງທີ່ເລືອກຄວນຈະສຸພາບສະຫງ່າ ແລະ ເໝາະສົມ ບໍ່ແມ່ນຊຸດທີ່ແປກປະຫຼາດ. ເມື່ອເວົ້າເຖິງຄວາມສຸພາບສະຫງ່າ ແລະ ເໝາະສົມ ມີຫຼາຍສິ່ງທີ່ກ່ຽວຂ້ອງກັບເລື່ອງນີ້. ອີງຕາມຄວາມຄິດຫຼົງຜິດຂອງຜູ້ຄົນ ເຄື່ອງນຸ່ງປະເພດໃດທີ່ຖືວ່າສຸພາບສະຫງ່າ ແລະ ເໝາະສົມ? ມັນຄືເຄື່ອງນຸ່ງທີ່ກຸ່ມຊົນເຜົ່າຕ່າງໆນຸ່ງກັນທົ່ວໄປທີ່ສຸດ ເຊິ່ງເປັນເຄື່ອງນຸ່ງທີ່ຂ້ອນຂ້າງເປັນແບບດັ້ງເດີມ ແລະ ອະນຸລັກນິຍົມ ແລະ ເບິ່ງເໝາະສົມສຳລັບທຸກຄົນ. ມັນບໍ່ແປກປະຫຼາດ ຫຼື ທັນສະໄໝຈົນເກີນໄປ. ອີງຕາມຄວາມຄິດຫຼົງຜິດຂອງຜູ້ຄົນແລ້ວ ນີ້ຄືສິ່ງທີ່ພວກເຂົາຖືວ່າເປັນເຄື່ອງນຸ່ງທີ່ສຸພາບສະຫງ່າ ແລະ ເໝາະສົມ. ອ້າຍເອື້ອຍນ້ອງສ່ວນໃຫຍ່ໃນຄຣິສຕະຈັກມີມຸມມອງແນວໃດກ່ຽວກັບການເລືອກເຄື່ອງນຸ່ງສຳລັບລາຍການຕ່າງໆ? ເຈົ້າຈະເຫັນວ່າ ເມື່ອຖ່າຍທຳຮູບເງົາ ມຸມມອງຂອງຜູ້ຮັບຜິດຊອບດ້ານເຄື່ອງນຸ່ງນັ້ນແທ້ຈິງແລ້ວເປັນຕົວແທນໃຫ້ແກ່ມຸມມອງຂອງຄົນສ່ວນໃຫຍ່. ຮູບແບບເຄື່ອງນຸ່ງທີ່ພວກເຂົາເລືອກລ້ວນແຕ່ເປັນຮູບແບບທີ່ຄົນສ່ວນໃຫຍ່ມັກນຸ່ງໃນຊຸມປີແປດສິບ ແລະ ເກົ້າສິບ. ສີສ່ວນໃຫຍ່ແມ່ນສີຟ້າ, ສີກາກີ ຫຼື ສີເທົາ ໂດຍມີພຽງແຕ່ຄວາມແຕກຕ່າງກັນໃນເລື່ອງຄວາມເຂັ້ມ ຫຼື ຄວາມອ່ອນຂອງສີເທົ່ານັ້ນ. ໂດຍລວມແລ້ວ ມັນກໍມີພຽງແຕ່ສອງ ຫຼື ສາມສີທີ່ຮຽບງ່າຍເຫຼົ່ານັ້ນ. ເປັນຫຍັງພວກເຂົາຈຶ່ງບໍ່ເລືອກບາງສີທີ່ສົດໃສ? ອີງຕາມຄວາມຄິດຫຼົງຜິດຂອງຜູ້ຄົນ ຜູ້ເຊື່ອໃນພຣະເຈົ້າລ້ວນແຕ່ເປັນຄົນດີທີ່ສຸພາບສະຫງ່າ ແລະ ເໝາະສົມ, ສະນັ້ນ ພວກເຂົາຈຶ່ງຄວນເລືອກສອງສາມສີເຫຼົ່ານີ້ທີ່ພົບເຫັນທົ່ວໄປທີ່ສຸດ ແລະ ທຳມະດາທີ່ສຸດສຳລັບເຄື່ອງນຸ່ງຂອງພວກເຂົາ. ເຈົ້າຈະເຫັນວ່າ ເລື່ອງງ່າຍໆເຊັ່ນການເລືອກຮູບແບບ ແລະ ສີຂອງເຄື່ອງນຸ່ງນັ້ນໄດ້ເປີດເຜີຍໃຫ້ເຫັນເຖິງຄວາມຄິດຫຼົງຜິດ ພ້ອມທັງຄວາມຄິດ ແລະ ມຸມມອງທີ່ຜິດພ້ຽນກ່ຽວກັບການເຊື່ອໃນພຣະເຈົ້າທີ່ຢູ່ໃນໃຈຂອງຜູ້ຄົນຢ່າງສິ້ນເຊີງ. ນັ້ນກໍຄື ຜູ້ຄົນແອບມີຄວາມຄິດຫຼົງຜິດທີ່ຮ້າຍແຮງຫຼາຍຢູ່ພາຍໃນຕົວພວກເຂົາ; ຫຼາຍຄົນເຊື່ອວ່າການເຊື່ອໃນພຣະເຈົ້າຮຽກຮ້ອງໃຫ້ຍຶດຕິດກັບວິທີການເກົ່າໆ ແລະ ຟື້ນຟູປະເພນີດັ້ງເດີມ. ອີງຕາມຄວາມຄິດຫຼົງຜິດຂອງພວກເຂົາ ມີພຽງແຕ່ສິ່ງທີ່ເປັນແບບດັ້ງເດີມ, ເກົ່າແກ່, ຫຼ້າຫຼັງ ແລະ ຫຼ້າສະໄໝເທົ່ານັ້ນທີ່ເປັນສິ່ງທີ່ເປັນບວກ ແລະ ມີພຽງແຕ່ສິ່ງເຫຼົ່ານີ້ເທົ່ານັ້ນທີ່ເຮັດໃຫ້ພຣະເຈົ້າພໍພຣະໄທ. ນີ້ຄືສິ່ງທີ່ຄົນສ່ວນໃຫຍ່ຄິດບໍ? (ແມ່ນແລ້ວ). ນີ້ຄືສິ່ງທີ່ຢູ່ໃນຄວາມຄິດຂອງຜູ້ຄົນ. ຜູ້ຄົນລ້ວນແຕ່ກຳນົດໃຫ້ສິ່ງທີ່ເປັນແບບດັ້ງເດີມ, ຫຼ້າຫຼັງ, ເກົ່າແກ່ ແລະ ບູຮານເຫຼົ່ານັ້ນເປັນສິ່ງທີ່ເປັນບວກ. ດັ່ງນັ້ນ ໃນການຜະລິດລາຍການ ແມ່ນແຕ່ການເລືອກສີ ແລະ ຮູບແບບຂອງເຄື່ອງນຸ່ງ ເຊິ່ງເປັນໜຶ່ງໃນເລື່ອງທີ່ງ່າຍດາຍ ແລະ ພື້ນຖານທີ່ສຸດ ຜູ້ຄົນກໍຍັງບໍ່ສາມາດຕັດສິນໃຈເລືອກໄດ້ຢ່າງຖືກຕ້ອງ. ພວກເຂົາທຸກຄົນປະເມີນບັນຫານີ້ໂດຍໃຊ້ຄວາມຄິດຫຼົງຜິດຂອງພວກເຂົາ ແລະ ເປັນຄົນອະນຸລັກນິຍົມເປັນພິເສດ ພ້ອມທັງໂງ່ຈ້າ ແລະ ດື້ດ້ານເປັນພິເສດ. ບອກເຮົາມາເບິ່ງວ່າ ຜູ້ຄົນຕ້ອງມີຄວາມຄິດຫຼົງຜິດກ່ຽວກັບພຣະເຈົ້າຫຼາຍສໍ່າໃດກັນ! ສິ່ງທີ່ເປັນບວກທີ່ຖືກກຳນົດໂດຍຜູ້ຄົນ ແລະ ສິ່ງທີ່ຜູ້ຄົນຄິດວ່າພຣະເຈົ້າມັກ ລ້ວນແຕ່ເປັນວັດທະນະທຳດັ້ງເດີມຕາມທີ່ຄິດຂຶ້ນໃນຄວາມຄິດຫຼົງຜິດຂອງຜູ້ຄົນ ຫຼື ສິ່ງຕ່າງໆໃນທ່າມກາງມະນຸດຊາດທີ່ໄດ້ຮັບການຍອມຮັບ ແລະ ຮັບຮູ້ໂດຍຄົນທາງໂລກ; ພວກມັນບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງໂດຍສິ້ນເຊີງ. ສະນັ້ນ ບອກເຮົາມາເບິ່ງ ເຮົາເປັນຄົນອະນຸລັກນິຍົມ ຫຼື ເປັນຄົນທັນສະໄໝ? (ພຣະເຈົ້າບໍ່ໄດ້ເປັນທັງຄົນອະນຸລັກນິຍົມ ແລະ ຄົນທັນສະໄໝ). ບາງຄົນເວົ້າວ່າ “ຜ່ານສິ່ງທີ່ພຣະອົງໄດ້ໂອ້ລົມ ພວກເຮົາຮູ້ວ່າພຣະອົງບໍ່ມັກວັດທະນະທຳດັ້ງເດີມ ເພາະພຣະອົງດຳລົງຊີວິດຢູ່ໃນປັດຈຸບັນ. ຢ່າງໜ້ອຍທີ່ສຸດ ພຣະອົງບໍ່ໄດ້ເປັນແບບດັ້ງເດີມ ແລະ ພຣະອົງບໍ່ໄດ້ຍຶດຕິດກັບວິທີການເກົ່າໆ”. ພວກເຈົ້າເວົ້າວ່າເຮົາບໍ່ໄດ້ເປັນແບບດັ້ງເດີມ ແລ້ວເຮົາເປັນຄົນທັນສະໄໝບໍ? (ບໍ່). ພວກເຈົ້າຮູ້ໄດ້ແນວໃດວ່າເຮົາບໍ່ແມ່ນຄົນທັນສະໄໝ? (ຜູ້ຄົນໃນໂລກປັດຈຸບັນນີ້ຂ້ອນຂ້າງມັກກະແສ ແຕ່ພຣະເຈົ້າສອນໃຫ້ພວກເຮົາສຸພາບສະຫງ່າ ແລະ ເໝາະສົມ ເຊິ່ງກົງກັນຂ້າມກັບກະແສ). ບໍ່ແມ່ນແຕ່ຄົນໃນປັດຈຸບັນນີ້ເທົ່ານັ້ນທີ່ມັກກະແສ; ຄົນໃນສະໄໝບູຮານກໍມັກກະແສເຊັ່ນກັນ. ຜູ້ບໍ່ມີຄວາມເຊື່ອລ້ວນແຕ່ມັກກະແສ. ການມັກກະແສບໍ່ໄດ້ໝາຍຄວາມວ່າຄົນນັ້ນເປັນຄົນທັນສະໄໝ. ແລ້ວຄວນຕອບຄຳຖາມນີ້ແນວໃດ? ໃຫ້ໄຕ່ຕອງກ່ຽວກັບມັນອີກຈັກໜ້ອຍ. ເຈົ້າເຄີຍເຫັນເຮົານຸ່ງເຄື່ອງບູຮານບໍ? ເຮົານຸ່ງເຄື່ອງແບບດັ້ງເດີມບໍ? ເຮົານຸ່ງເຄື່ອງທັນສະໄໝ. ສິ່ງນີ້ກ່ຽວຂ້ອງກັບຄວາມເປັນມະນຸດທີ່ປົກກະຕິຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ບໍ່ວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈະຊົງດຳລົງຊີວິດຢູ່ໃນຍຸກໃດກໍຕາມ ແລະ ບໍ່ວ່າຜູ້ຄົນໃນຍຸກນັ້ນຈະບັນລຸລະດັບການພັດທະນາໃນການຈັດການກັບສິ່ງຈຳເປັນພື້ນຖານໃນລະດັບໃດກໍຕາມ ຄວາມເປັນມະນຸດທີ່ປົກກະຕິຂອງພຣະອົງກໍປັບໃຊ້ວິທີການດຽວກັນກັບທີ່ພວກເຂົາເຮັດສຳລັບສິ່ງນີ້ຢ່າງເປັນທຳມະຊາດ; ພຣະອົງຈະບໍ່ຖອຍຫຼັງ. ນີ້ບໍ່ແມ່ນການສະແດງອອກຂອງຄວາມເປັນມະນຸດທີ່ປົກກະຕິບໍ? (ແມ່ນແລ້ວ). ຄວາມເປັນມະນຸດທີ່ປົກກະຕິຂອງພຣະອົງມີຄວາມມີເຫດຜົນ, ສະນັ້ນ ເມື່ອເວົ້າເຖິງສິ່ງຈຳເປັນພື້ນຖານ ພຣະອົງຈຶ່ງຊົງຮູ້ຢ່າງເປັນທຳມະຊາດວ່າອັນໃດທີ່ເໝາະສົມທີ່ຈະເລືອກ. ນີ້ແມ່ນໃນດ້ານໜຶ່ງ. ໃນອີກດ້ານໜຶ່ງ ບໍ່ວ່າຈະເປັນແບບດັ້ງເດີມ ຫຼື ແບບທັນສະໄໝ ມັນກໍບໍ່ແມ່ນຮູບແບບ ແຕ່ເປັນຕົວແທນໃຫ້ແກ່ກະແສຄວາມຄິດ ແລະ ມຸມມອງ. ແລ້ວແບບດັ້ງເດີມເປັນສິ່ງທີ່ເປັນບວກ ຫຼື ແບບທັນສະໄໝເປັນສິ່ງທີ່ເປັນບວກ? ຕາມທີ່ເຮົາເຫັນ ບໍ່ມີອັນໃດເປັນບວກເລີຍ. ບໍ່ມີອັນໃດກ່ຽວຂ້ອງກັບຄວາມຈິງເລີຍ; ທັງສອງຢ່າງລ້ວນແຕ່ຖືກສ້າງຂຶ້ນໂດຍມະນຸດຊາດທີ່ເສື່ອມຊາມພາຍໃຕ້ອິດທິພົນຂອງຊາຕານ. ບໍ່ວ່າຈະເປັນຄວາມຄິດ ແລະ ມຸມມອງແບບດັ້ງເດີມ ຫຼື ຄວາມຄິດ ແລະ ມຸມມອງແບບທັນສະໄໝ ແມ່ນຫຍັງກໍຕາມທີ່ບໍ່ໄດ້ມາຈາກພຣະເຈົ້າລ້ວນແຕ່ເປັນສິ່ງທີ່ເປັນລົບ, ບໍ່ແມ່ນສິ່ງທີ່ເປັນບວກ. ບໍ່ວ່າຈະເປັນສິ່ງຈຳເປັນພື້ນຖານແບບດັ້ງເດີມ ຫຼື ສິ່ງຈຳເປັນພື້ນຖານແບບທັນສະໄໝ ຈຸດປະສົງຂອງພວກມັນກໍຄືເພື່ອຕອບສະໜອງຄວາມຕ້ອງການຂອງຄວາມເປັນມະນຸດທີ່ປົກກະຕິສະເໝີ. ບໍ່ວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈະຊົງມາເກີດໃນຍຸກໃດກໍຕາມ, ພຣະອົງຊົງດຳລົງຊີວິດພາຍໃນຄວາມເປັນມະນຸດທີ່ປົກກະຕິ ແລະ ທີ່ສໍາພັນກັບຊີວິດຈິງ ແລະ ຫຼັກການໃນການປະພຶດຕົນ ແລະ ການເຮັດສິ່ງຕ່າງໆຂອງພຣະອົງກໍບໍ່ປ່ຽນແປງ. ໃນທຸກສິ່ງທີ່ພຣະອົງຊົງເຮັດ ແລະ ໃນການທີ່ພຣະອົງປະຕິບັດຕໍ່ທຸກສິ່ງ, ພຣະອົງຊົງກະທຳຕາມຫຼັກການແຫ່ງພຣະທຳຂອງພຣະເຈົ້າ ແລະ ຫຼັກການທີ່ເກີດຈາກອຸປະນິໄສຊີວິດພາຍໃນຂອງພຣະອົງ; ພຣະອົງບໍ່ໄດ້ຮັກສາ ຫຼື ເຮັດຕາມປະເພນີດັ້ງເດີມ ແລະ ພຣະອົງບໍ່ໄດ້ເຮັດຕາມຄວາມທັນສະໄໝ ຫຼື ແລ່ນຕາມກະແສ. ດັ່ງນັ້ນ ຂໍ້ກຳນົດຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງສຳລັບຜູ້ທີ່ຕິດຕາມພຣະອົງຈຶ່ງບໍ່ໄດ້ອີງໃສ່ປະເພນີດັ້ງເດີມ ແລະ ບໍ່ໄດ້ຮັບອິດທິພົນຈາກຄວາມທັນສະໄໝ. ຄວາມຄິດ ແລະ ມຸມມອງຕ່າງໆ ຫຼື ຄວາມຈິງທີ່ພຣະອົງຊົງມີ ແລະ ໂອ້ລົມລ້ວນແຕ່ມາຈາກພຣະເຈົ້າ, ມາຈາກແກ່ນແທ້ແຫ່ງຄວາມເປັນພຣະເຈົ້າຂອງພຣະເຈົ້າ ແລະ ຊີວິດຂອງພຣະເຈົ້າ; ພວກມັນບໍ່ມີຫຍັງກ່ຽວຂ້ອງກັບວັດທະນະທຳດັ້ງເດີມ ຫຼື ຄວາມຮູ້ທີ່ທັນສະໄໝເລີຍ.
ເມື່ອເບິ່ງເຄື່ອງນຸ່ງທີ່ເລືອກສຳລັບລາຍການເຕັ້ນທີ່ຜະລິດໂດຍເຮືອນຂອງພຣະເຈົ້າ ພວກເຈົ້າສາມາດແຍກແຍະຫຼັກການໃດໆໄດ້ບໍ? ເປັນຫຍັງຈຶ່ງເລືອກຮູບແບບເຫຼົ່ານັ້ນ ແລະ ສີເຫຼົ່ານັ້ນ? ຖ້າພວກເຈົ້າສາມາດເຂົ້າໃຈຫຼັກການຢູ່ບ່ອນນີ້ໄດ້ ແລ້ວພວກເຈົ້າກໍເຂົ້າໃຈຄວາມຈິງເລັກນ້ອຍຢ່າງແທ້ຈິງ ແລະ ພວກເຈົ້າມີຄວາມເຂົ້າໃຈຝ່າຍວິນຍານ; ຖ້າແມ່ນແຕ່ຫຼັກການໃນເລື່ອງງ່າຍໆແບບນີ້ ເຈົ້າກໍຍັງບໍ່ສາມາດເຂົ້າໃຈໄດ້, ແລ້ວເຈົ້າກໍເປັນຄົນເບົາປັນຍາທີ່ມີຂີດຄວາມສາມາດທີ່ຕໍ່າເກີນໄປ ແລະ ເຈົ້າກໍບໍ່ເຂົ້າໃຈຄວາມຈິງເຖິງແມ່ນວ່າຈະຟັງຄຳເທດສະໜາມາຫຼາຍປີແລ້ວກໍຕາມ. ກ່ອນອື່ນ ເມື່ອພວກເຮົາຜະລິດລາຍການເຕັ້ນ ເຄື່ອງນຸ່ງທີ່ນັກສະແດງນຸ່ງນັ້ນເປັນແບບດັ້ງເດີມ ຫຼື ແບບທັນສະໄໝ? (ພວກມັນເປັນແບບທັນສະໄໝ). ພວກມັນລ້ວນແຕ່ເປັນເຄື່ອງນຸ່ງແບບທັນສະໄໝ ເຊິ່ງເປັນຊຸດທຳມະດາທີ່ນຸ່ງໃນຊີວິດປະຈຳວັນເທົ່ານັ້ນ. ບາງຄົນບໍ່ເຂົ້າໃຈ ໂດຍເວົ້າວ່າ “ລາຍການເຕັ້ນຂອງພວກເຮົາເປັນລາຍການສິລະປະວັນນະຄະດີ, ແລ້ວເປັນຫຍັງນັກສະແດງຈຶ່ງນຸ່ງພຽງແຕ່ຊຸດທຳມະດາທີ່ນຸ່ງໃນຊີວິດປະຈຳວັນ ແທນທີ່ຈະເປັນຊຸດສະແດງເທິງເວທີ? ຊຸດທີ່ມີລູກປັດ ແລະ ເຫຼື້ອມປະດັບຢູ່ນັ້ນງົດງາມເປັນພິເສດ. ເບິ່ງຊຸດທີ່ຄະນະເຕັ້ນລະດັບຊາດເຫຼົ່ານັ້ນນຸ່ງເທິງເວທີແມ ພວກມັນງົດງາມ, ປານີດ ແລະ ສູງສົ່ງ ແລະ ພວກມັນກໍເບິ່ງສະຫວ່າງສະໄຫວເມື່ອຖືກແສງໄຟ. ຖ້ານັກສະແດງຂອງພວກເຮົານຸ່ງຊຸດແບບນັ້ນເຊັ່ນກັນ ເມື່ອພວກເຮົາຜະລິດລາຍການ, ນັ້ນຈະບໍ່ເຮັດໃຫ້ພວກເຂົາເບິ່ງດີຂຶ້ນ ແລະ ຖວາຍກຽດແດ່ພຣະເຈົ້າຫຼາຍຂຶ້ນບໍ? ມັນຈະບໍ່ສະແດງໃຫ້ເຫັນເຖິງລິດທານຸພາບຂອງເຮືອນຂອງພຣະເຈົ້າໄດ້ດີຂຶ້ນ ແລະ ເຮັດໃຫ້ຜູ້ບໍ່ມີຄວາມເຊື່ອ ຫຼື ຄົນໃນສາສະໜາເຫັນເຖິງຄວາມເຂັ້ມແຂງຂອງເຮືອນຂອງພຣະເຈົ້າໄດ້ດີຂຶ້ນບໍ?” ມຸມມອງນີ້ຖືກຕ້ອງບໍ? (ບໍ່). ບອກເຮົາເລື່ອງນີ້ວ່າ ກ່ອນອື່ນໝົດ ເປັນຫຍັງນັກສະແດງຈຶ່ງນຸ່ງຊຸດທຳມະດາທີ່ນຸ່ງໃນຊີວິດປະຈຳວັນ ແທນທີ່ຈະເປັນຊຸດທີ່ງົດງາມເມື່ອພວກເຮົາຜະລິດລາຍການເຕັ້ນ? (ຖ້າອ້າຍເອື້ອຍນ້ອງທຸກຄົນນຸ່ງຊຸດທີ່ງົດງາມເປັນພິເສດເມື່ອເຕັ້ນ ຜູ້ຊົມກໍຈະເນັ້ນໄປທີ່ເຄື່ອງນຸ່ງ ແລະ ຮູບລັກສະນະຂອງນັກສະແດງ. ແຕ່ຖ້າພວກເຂົານຸ່ງເຄື່ອງທຳມະດາ ແລະ ເບິ່ງຄືກັບຄົນທີ່ສຸພາບສະຫງ່າ ແລະ ເໝາະສົມ ຜູ້ຊົມກໍຈະບໍ່ຖືກດຶງດູດໂດຍສິ່ງພາຍນອກເຫຼົ່ານີ້ ແລະ ຈະຈົດຈໍ່ຈິດໃຈຂອງພວກເຂົາໄປທີ່ພຣະທຳຂອງພຣະເຈົ້າ). ພວກເຈົ້າເວົ້າຖືກເລື່ອງໜຶ່ງ ການບໍ່ນຸ່ງຊຸດທີ່ງົດງາມແມ່ນເພື່ອປ້ອງກັນບໍ່ໃຫ້ຜູ້ຄົນເນັ້ນໄປທີ່ຮູບແບບ ແລະ ຮູບລັກສະນະພາຍນອກ. ຍັງມີອີກຈຸດໜຶ່ງ ເຊິ່ງສຳຄັນທີ່ສຸດ: ບໍ່ວ່າຈະເປັນການເຕັ້ນ ຫຼື ການຮ້ອງເພງ, ເມື່ອພວກເຮົາຜະລິດລາຍການ ຈຸດປະສົງແມ່ນຫຍັງ? (ເພື່ອເປັນພະຍານໃຫ້ແກ່ພຣະເຈົ້າ). ນີ້ຄືເປົ້າໝາຍດຽວ. ບໍ່ວ່າຈະເປັນການເຕັ້ນ ຫຼື ການຮ້ອງເພງ, ມັນກໍລ້ວນແຕ່ເພື່ອເປັນພະຍານໃຫ້ແກ່ພຣະເຈົ້າ. ມັນບໍ່ແມ່ນເພື່ອເຮັດໃຫ້ບຸກຄົນໃດໜຶ່ງໂດດເດັ່ນ ແລະ ມັນບໍ່ແມ່ນເພື່ອເຮັດໃຫ້ໃຜພໍໃຈ; ມັນພຽງແຕ່ເພື່ອເປັນພະຍານໃຫ້ແກ່ພຣະເຈົ້າເທົ່ານັ້ນ. ສະນັ້ນ ມັນກໍພຽງພໍແລ້ວທີ່ນັກສະແດງຈະນຸ່ງເຄື່ອງທີ່ຮຽບງ່າຍ, ພໍດີຕົວ, ສຸພາບສະຫງ່າ ແລະ ເໝາະສົມ ແລະ ມີລົດສະນິຍົມ ເຊິ່ງບັນລຸຈຸດປະສົງໃນການເປັນພະຍານໃຫ້ແກ່ພຣະເຈົ້າ. ໂດຍທຳມະຊາດແລ້ວ ລາຍການທີ່ພວກເຮົາຜະລິດບໍ່ແມ່ນລາຍການບັນເທີງ. ລາຍການບັນເທີງແມ່ນຫຍັງ? ລາຍການບັນເທີງແມ່ນສິ່ງທີ່ຜູ້ຄົນເບິ່ງເພື່ອຄວາມມ່ວນຊື່ນໃນເວລາຫວ່າງຂອງພວກເຂົາ; ພວກມັນພຽງແຕ່ເພື່ອເຮັດໃຫ້ຜູ້ຄົນພໍໃຈເທົ່ານັ້ນ. ເມື່ອຜູ້ຄົນພັກຜ່ອນ ພວກເຂົາເບິ່ງລາຍການເພື່ອຄວາມມ່ວນຊື່ນ, ຜ່ອນຄາຍ, ຮູ້ສຶກມີຄວາມສຸກ, ລືມຄວາມກັງວົນຂອງພວກເຂົາ ແລະ ບັນເທົາຄວາມຄຽດ. ຫຼັງຈາກນັ້ນ ພວກເຂົາກໍກັບໄປເຮັດວຽກຫຍັງກໍຕາມທີ່ພວກເຂົາຕ້ອງເຮັດ ໂດຍບໍ່ໄດ້ຄິດເຖິງມັນ ຫຼື ມີຄວາມຮູ້ສຶກໃດໆກ່ຽວກັບມັນ. ນີ້ຄືສິ່ງທີ່ລາຍການບັນເທີງເປັນ. ແລ້ວລາຍການທີ່ພວກເຮົາເຮັດເດ? ໃນແງ່ຂອງຮູບແບບ ພວກມັນແມ່ນຄວາມບັນເທີງ, ແຕ່ໃນແກ່ນແທ້ແລ້ວ ພວກມັນບໍ່ແມ່ນເພື່ອເຮັດໃຫ້ສາທາລະນະຊົນພໍໃຈ ແລະ ພວກມັນບໍ່ແມ່ນເພື່ອອວດທັກສະທາງສິລະປະ. ເປົ້າໝາຍຂອງລາຍການທີ່ພວກເຮົາຜະລິດແມ່ນເພື່ອເປັນພະຍານໃຫ້ແກ່ພຣະເຈົ້າ. ຕົວຢ່າງ: ເມື່ອຜະລິດລາຍການເພງສັນລະເສີນ ຈຸດປະສົງຂອງເພງສັນລະເສີນແຫ່ງພຣະທຳຂອງພຣະເຈົ້າແມ່ນເພື່ອເປັນພະຍານ ແລະ ຖ່າຍທອດຄວາມຈິງແຫ່ງພຣະທຳຂອງພຣະເຈົ້າ ເຊິ່ງເຮັດໃຫ້ຜູ້ຄົນສາມາດມາຢູ່ຕໍ່ໜ້າພຣະເຈົ້າໄດ້; ຈຸດປະສົງຂອງເພງສັນລະເສີນຈາກປະສົບການແມ່ນເພື່ອເປັນພະຍານເຖິງໝາກຜົນທີ່ບັນລຸໄດ້ໂດຍວຽກງານຂອງພຣະເຈົ້າ ແລະ ຜົນຮັບທີ່ວຽກງານຂອງພຣະເຈົ້າໄດ້ສ້າງຂຶ້ນໃນຕົວຜູ້ຄົນ. ສະຫຼຸບແລ້ວ ບໍ່ວ່າພວກເຮົາຈະຜະລິດລາຍການປະເພດໃດກໍຕາມ ພວກມັນກໍບໍ່ແມ່ນລາຍການບັນເທີງລ້ວນໆ. ຈຸດປະສົງຂອງພວກມັນບໍ່ແມ່ນເພື່ອດຶງດູດສາຍຕາຂອງຜູ້ຄົນ ຫຼື ຊ່ວຍໃຫ້ຜູ້ຄົນຂ້າເວລາ ແລະ ໃຫ້ຄວາມບັນເທີງແກ່ຕົນເອງ, ແຮງໄກທີ່ມັນຈະເປັນການອວດທັກສະທາງສິລະປະເລີຍ. ມີພຽງເປົ້າໝາຍດຽວສຳລັບລາຍການທີ່ພວກເຮົາຜະລິດ ນັ້ນກໍຄືເພື່ອຖ່າຍທອດພຣະທຳຂອງພຣະເຈົ້າ ແລະ ເປັນພະຍານເຖິງວຽກງານຂອງພຣະເຈົ້າ ໂດຍໃຫ້ອີກຫຼາຍຄົນຮູ້ວ່າພຣະເຈົ້າໄດ້ບັງເກີດເປັນເນື້ອໜັງ ແລະ ໄດ້ດຳເນີນວຽກງານຂັ້ນຕອນໃໝ່ ໂດຍໃຫ້ຜູ້ຄົນຮູ້ຫຼາຍຂຶ້ນວ່າວຽກງານຂອງພຣະເຈົ້າໄດ້ຮັບເອົາຄົນກຸ່ມໜຶ່ງແລ້ວ ແລະ ພຣະເຈົ້າກຳລັງເຮັດວຽກ ແລະ ກ່າວໃນຕອນນີ້. ນີ້ຄືຈຸດປະສົງດຽວຂອງລາຍການທີ່ພວກເຮົາຜະລິດ. ເນື່ອງຈາກນີ້ຄືຈຸດປະສົງຂອງລາຍການທີ່ພວກເຮົາຜະລິດ, ຖ້າຜູ້ຄົນນຸ່ງເຄື່ອງທີ່ງົດງາມ ແລະ ແຕ່ງໜ້າເຂັ້ມ ແລະ ມີການແຕ່ງຕົວທຸກຮູບແບບ ນັ້ນບໍ່ຂັດແຍ້ງກັບເປົ້າໝາຍໃນການເປັນພະຍານໃຫ້ແກ່ພຣະເຈົ້າບໍ? (ແມ່ນແລ້ວ). ນັ້ນຄືຄວາມຂັດແຍ້ງ. ດັ່ງນັ້ນ ພວກເຮົາຈຶ່ງບໍ່ຈົດຈໍ່ກັບສິ່ງທີ່ນັກສະແດງນຸ່ງ. ສິ່ງດຽວທີ່ພວກເຮົາຈົດຈໍ່ແມ່ນຫຍັງ? ພວກເຮົາຈົດຈໍ່ພຽງແຕ່ວ່າສິ່ງທີ່ລາຍການນໍາສະເໜີ ເຊິ່ງກໍຄືທ່າທາງຂອງອ້າຍເອື້ອຍນ້ອງ, ທ່າເຕັ້ນ ແລະ ຮູບແບບຂອງລາຍການ ສາມາດດຶງດູດຄວາມສົນໃຈຂອງຜູ້ຄົນໄດ້ ຫຼື ບໍ່ ແລະ ພວກມັນສາມາດເຮັດໃຫ້ຜູ້ຄົນມັກ ແລະ ສົນໃຈພວກມັນໄດ້ ຫຼື ບໍ່, ດ້ວຍເຫດນັ້ນ ຈຶ່ງເຮັດໃຫ້ຜູ້ຄົນມີຄວາມປະທັບໃຈທີ່ດີ ແລະ ຊ່ວຍໃຫ້ຜູ້ຄົນເຕັມໃຈທີ່ຈະສຶກສາຄົ້ນຄວ້າວຽກງານຂອງພຣະເຈົ້າ, ຍອມຮັບພຣະທຳຂອງພຣະເຈົ້າ ແລະ ຮ້ອງເພງສັນລະເສີນ ແລະ ນະມັດສະການພຣະເຈົ້າຮ່ວມກັບອ້າຍເອື້ອຍນ້ອງ, ນີ້ຄືຈຸດປະສົງທີ່ພວກເຮົາຕ້ອງການບັນລຸ. ເພື່ອບັນລຸຈຸດປະສົງນີ້ ເມື່ອເວົ້າເຖິງເຄື່ອງນຸ່ງ ແລະ ຮູບລັກສະນະຂອງນັກສະແດງ ພວກເຂົາພຽງແຕ່ຕ້ອງເບິ່ງສຸພາບສະຫງ່າ ແລະ ເໝາະສົມ, ສະອາດ ແລະ ເປັນລະບຽບຮຽບຮ້ອຍ ແລະ ມີທ່າທາງທີ່ດີເປັນພິເສດ; ສ່ວນເລື່ອງອື່ນໆ ນັ້ນກໍຄື ຊຸດທີ່ງົດງາມ, ການແຕ່ງໜ້າເຂັ້ມ ແລະ ການແຕ່ງຕົວທຸກຮູບແບບ ສິ່ງເຫຼົ່ານັ້ນລ້ວນແຕ່ມີຜົນກະທົບທາງລົບ. ຜົນກະທົບທາງລົບຫຍັງແດ່? ຖ້າເອື້ອຍນ້ອງທີ່ເຕັ້ນລ້ວນແຕ່ແຕ່ງຕົວຄືກັບນາງຟ້າ ແລະ ອ້າຍນ້ອງລ້ວນແຕ່ແຕ່ງຕົວຄືກັບຄົນຫຼໍ່ ຫຼື ທາຍາດເສດຖີ ເມື່ອຜູ້ຄົນເຫັນສິ່ງນີ້ ພວກເຂົາກໍຈະຄິດວ່າ “ພວກເຈົ້າກຳລັງໂອ້ອວດ. ພວກເຈົ້າບໍ່ໄດ້ແອບມີເຈດຕະນາທີ່ບໍ່ດີບໍ? ພວກເຈົ້າບໍ່ໄດ້ກຳລັງລໍ້ລວງຜູ້ຄົນບໍ?” ຖ້າຜູ້ຄົນມີຄວາມຄິດເຫຼົ່ານີ້ ນັ້ນກໍບໍ່ດີ. ອ້າຍເອື້ອຍນ້ອງແຕ່ງຕົວຢ່າງສຸພາບສະຫງ່າ ແລະ ເໝາະສົມ ແລະ ມີລົດສະນິຍົມ ແລະ ພໍເໝາະ. ເຖິງແມ່ນວ່າໂດຍລວມແລ້ວ ພວກເຂົາອາດຈະເບິ່ງບໍ່ສະຫງ່າງາມ, ພວກເຂົາກໍສະອາດ, ເປັນລະບຽບຮຽບຮ້ອຍ, ສຸພາບສະຫງ່າ ແລະ ມີລົດສະນິຍົມເປັນພິເສດ. ເມື່ອຜູ້ຄົນເບິ່ງພວກເຂົາ ພວກເຂົາກໍເຫັນວ່າຄົນເຫຼົ່ານີ້ມີທ່າທາງທີ່ດີ, ພວກເຂົາເປັນຜູ້ເຊື່ອໃນພຣະເຈົ້າ ແລະ ລາຍການທີ່ພວກເຂົາກຳລັງຜະລິດນັ້ນເປັນລາຍການທີ່ເປັນພະຍານໃຫ້ແກ່ພຣະເຈົ້າ, ບໍ່ແມ່ນສິ່ງທີ່ຄົດໂກງ ຫຼື ຊົ່ວຮ້າຍ. ເຈົ້າຈະເຫັນວ່າ ລາຍການຂອງຜູ້ບໍ່ມີຄວາມເຊື່ອລ້ວນແຕ່ກ່ຽວກັບການສົ່ງສາຍຕາ, ການສົ່ງຈູບ ຫຼື ການອວດຮູບຮ່າງຂອງນັກສະແດງ. ໃນຂະນະທີ່ເຕັ້ນ ນອກຈາກການອວດສີມືຂອງພວກເຂົາແລ້ວ, ນັກສະແດງຍັງອວດສະເໜ່ຂອງພວກເຂົາ ໂດຍບໍ່ໄດ້ໃຫ້ການຊີ້ນໍາທີ່ເປັນບວກແມ່ນແຕ່ໜ້ອຍດຽວ. ກົງກັນຂ້າມ ລາຍການທີ່ພວກເຮົາຜະລິດນັ້ນຖ່າຍທອດການຊີ້ນໍາທີ່ເປັນບວກທັງໝົດ. ເຖິງແມ່ນວ່າຜູ້ຊົມຕ້ອງການທີ່ຈະແອບມີຄວາມຄິດທີ່ບໍ່ເໝາະສົມ, ພວກເຂົາກໍບໍ່ພົບໂອກາດ ຫຼື ຊ່ອງໂຫວ່ທີ່ຈະເຮັດເຊັ່ນນັ້ນ. ຖ້າພວກເຂົາຕ້ອງການເບິ່ງຮູບຮ່າງ ແລະ ໜ້າຕາຂອງນັກສະແດງ, ພວກເຂົາກໍບໍ່ສາມາດເບິ່ງໄດ້ຢ່າງຊັດເຈນ; ຖ້າພວກເຂົາຕ້ອງການເບິ່ງວ່າໃຜກຳລັງອວດສະເໜ່ຂອງພວກເຂົາ, ພວກເຂົາກໍບໍ່ສາມາດເຫັນສິ່ງນັ້ນໄດ້ເຊັ່ນກັນ. ພວກເຂົາເຫັນພຽງແຕ່ການສະແດງອອກດຽວ ນັ້ນກໍຄືຮອຍຍິ້ມ ເຊິ່ງນໍາສະເໜີທ່າທາງທີ່ສຸພາບສະຫງ່າ ແລະ ເໝາະສົມຢ່າງສິ້ນເຊີງ. ສິ່ງທີ່ສຳຄັນທີ່ສຸດກໍຄື ລາຍການຂອງພວກເຮົາບໍ່ແມ່ນກ່ຽວກັບການໂອ້ອວດ ຫຼື ເຮັດໃຫ້ໃຜພໍໃຈ ແຕ່ແມ່ນເພື່ອເປັນພະຍານໃຫ້ແກ່ພຣະເຈົ້າ; ນີ້ຄືຫຼັກການຫຼັກ. ນອກຈາກນີ້ ກ່ຽວກັບຮູບແບບເຄື່ອງນຸ່ງທີ່ພວກເຮົາເລືອກສຳລັບທີມງານເຕັ້ນ ນັ້ນກໍຄື ເສື້ອຢືດ, ເສື້ອກັນໜາວ ແລະ ໂສ້ງກິລາ ຜູ້ຄົນອາດຮູ້ສຶກສະບາຍພໍສົມຄວນເມື່ອເຕັ້ນໃນຊຸດເຫຼົ່ານັ້ນ ແຕ່ຄົນໜຸ່ມສາວບາງຄົນອາດບໍ່ມັກພວກມັນແທ້ໆ ໂດຍອີງໃສ່ລົດສະນິຍົມຂອງພວກເຂົາເອງ. ພວກເຂົາຮູ້ສຶກວ່າຮູບແບບເຫຼົ່ານີ້ທຳມະດາເກີນໄປ, ມັນເປັນພຽງຊຸດສະບາຍໆທີ່ໃສ່ປະຈຳວັນ, ເປັນສິ່ງທີ່ເຈົ້ານຸ່ງຢູ່ເຮືອນ ແຕ່ນີ້ຄືສິ່ງທີ່ເຄື່ອງນຸ່ງທີ່ສຸພາບສະຫງ່າ ແລະ ເໝາະສົມເປັນຢ່າງແທ້ຈິງ. ເສື້ອຢືດ, ເສື້ອກັນໜາວ ແລະ ໂສ້ງກິລາແມ່ນຮູບແບບຊຸດສະບາຍໆທົ່ວໄປທີ່ສຸດໃນປັດຈຸບັນ. ເປັນຫຍັງພວກເຮົາຈຶ່ງເລືອກຮູບແບບເຫຼົ່ານີ້? ເຮົາໄດ້ສັງເກດເຫັນວ່າ ມາຮອດປັດຈຸບັນນີ້ ມັນອາດຈະຜ່ານມາຢ່າງໜ້ອຍຫຼາຍສິບປີແລ້ວ ນັບຕັ້ງແຕ່ຊຸດສະບາຍໆຮູບແບບນີ້ປາກົດຂຶ້ນເປັນຄັ້ງທຳອິດ. ພວກເຮົາເລືອກຮູບແບບນີ້ສຳລັບລາຍການຂອງພວກເຮົາໃນຕອນນີ້ ຍ້ອນການພິຈາລະນາເຖິງຂໍ້ເທັດຈິງທີ່ວ່າ ເຖິງແມ່ນວ່າຈະຜ່ານໄປອີກຫຼາຍສິບປີ ມັນກໍຈະບໍ່ຫຼ້າສະໄໝ ຫຼື ຕົກຍຸກ. ຍິ່ງໄປກວ່ານັ້ນ ຮູບແບບນີ້ຍັງເໝາະສົມສຳລັບຄົນທຸກກຸ່ມອາຍຸ ແລະ ທຸກຊົນຊັ້ນທາງສັງຄົມ; ບໍ່ວ່າພວກເຂົາຈະເປັນຄົນທຳມະດາ ຫຼື ຄົນຊັ້ນສູງ ພວກເຂົາທຸກຄົນກໍນຸ່ງເຄື່ອງແບບນີ້ຢູ່ເຮືອນໃນຊີວິດປະຈຳວັນຂອງພວກເຂົາ. ນອກຈາກນີ້ ເຄື່ອງນຸ່ງເຫຼົ່ານີ້ຍັງຫຼວມ ແລະ ສະບາຍສຳລັບການເຕັ້ນ. ດັ່ງນັ້ນ ໃນທີ່ສຸດ ພວກເຮົາຈຶ່ງຕັດສິນໃຈເລືອກເຄື່ອງນຸ່ງຮູບແບບນີ້ສຳລັບຊຸດສະແດງເທິງເວທີ. ບໍ່ວ່າຄົນທີ່ນຸ່ງພວກມັນເທິງເວທີຈະມັກພວກມັນ ຫຼື ບໍ່ກໍຕາມ, ຮູບແບບນີ້ກໍເໝາະສົມສຳລັບເວທີ; ນັ້ນກໍຄື ທັງຜູ້ຊົມ ແລະ ຜູ້ທີ່ນຸ່ງກໍບໍ່ສາມາດຫາຂໍ້ບົກພ່ອງ ໃດໆກັບເຄື່ອງນຸ່ງແບບນີ້ໄດ້. ຜູ້ທີ່ນຸ່ງອາດເວົ້າວ່າ “ເຄື່ອງນຸ່ງເຫຼົ່ານີ້ທີ່ພຣະອົງເລືອກໃຫ້ພວກເຮົາໄຮ້ລົດນິຍົມເກີນໄປ; ຂ້ານ້ອຍຈະບໍ່ມີທາງນຸ່ງເຄື່ອງນຸ່ງແບບນີ້ໃນຊີວິດປະຈຳວັນຂອງຂ້ານ້ອຍຢ່າງແນ່ນອນ”. ຄຳຕອບຂອງເຮົາຕໍ່ເລື່ອງນັ້ນກໍຄື ເຮົາບໍ່ໄດ້ແຊກແຊງສິ່ງທີ່ເຈົ້ານຸ່ງໃນຊີວິດປະຈຳວັນຂອງເຈົ້າ. ສິ່ງທີ່ເຈົ້ານຸ່ງ ແລະ ສິ່ງທີ່ເຈົ້າມັກເປັນຕົວແທນໃຫ້ແກ່ສິ່ງທີ່ເຈົ້າເປັນ; ພວກມັນເປັນຕົວແທນໃຫ້ແກ່ຄວາມເປັນມະນຸດ ແລະ ແກ່ນແທ້ຂອງເຈົ້າ. ຖ້າເຈົ້າບໍ່ມັກເຄື່ອງນຸ່ງທີ່ລຽບງ່າຍ, ມີລົດນິຍົມ, ສຸພາບສະຫງ່າ ແລະ ເໝາະສົມ ແຕ່ພັດມັກເຄື່ອງນຸ່ງທີ່ແປກປະຫຼາດ ແລ້ວເຈົ້າກໍແຕກຕ່າງຈາກຄົນທົ່ວໄປພໍສົມຄວນ. ຖ້າເຈົ້າມັກເປີດໜ້າເອິກ ແລະ ຫຼັງຂອງເຈົ້າ, ປ່ອຍຜົມລົງ ແລະ ໃສ່ແວ່ນຕາກັນແດດໃຫຍ່ໆ, ເຮັດຕົວຄືກັບຄົນດັງຢູ່ສະເໝີ ແລ້ວເຮົາຂໍບອກວ່າເຈົ້າບໍ່ແມ່ນສະມາຊິກຂອງເຮືອນຂອງພຣະເຈົ້າ. ເຈົ້າບໍ່ມັກການເປັນຄົນທີ່ສຸພາບສະຫງ່າ ແລະ ເໝາະສົມ; ຢ່າງໜ້ອຍທີ່ສຸດ ເຈົ້າກໍເຂົ້າກັບເຮົາບໍ່ໄດ້. ການເປັນຄົນທີ່ສຸພາບສະຫງ່າ ແລະ ເໝາະສົມ ແລະ ມີລົດນິຍົມ ແລະ ເໝາະສົມ ນີ້ຄືຫຼັກການສຳລັບການເລືອກຮູບແບບເຄື່ອງນຸ່ງ. ແລ້ວຄວນເລືອກສີເຄື່ອງນຸ່ງແນວໃດ? ບາງຄົນເວົ້າວ່າ “ສີຂາວເປັນຕົວແທນໃຫ້ແກ່ຄວາມບໍລິສຸດ, ສີຂຽວເປັນຕົວແທນໃຫ້ແກ່ຊີວິດ, ສີແດງເປັນຕົວແທນໃຫ້ແກ່ຄວາມມ່ວນຊື່ນ ແລະ ສີເຫຼືອງເປັນຕົວແທນໃຫ້ແກ່ມິດຕະພາບ ສະນັ້ນ ພວກເຮົາຈຶ່ງຄວນເລືອກສີເຫຼົ່ານີ້”. ເຮົາຂໍບອກວ່າ ນີ້ເປັນເລື່ອງໄຮ້ສາລະໂດຍສິ້ນເຊີງ; ສີບໍ່ໄດ້ເປັນຕົວແທນໃຫ້ແກ່ຫຍັງເລີຍ. ແລ້ວແມ່ນຫຍັງຄືຫຼັກການສຳລັບການນຸ່ງສີໃດສີໜຶ່ງ? ມັນງ່າຍຫຼາຍ; ມີພຽງຫຼັກການດຽວເທົ່ານັ້ນ: ມັນຕ້ອງເບິ່ງສະອາດເມື່ອຢູ່ໜ້າກ້ອງ. ໂດຍສະເພາະແລ້ວ ບາງສີກໍມີຄວາມເຂັ້ມສູງ ແລະ ສົດໃສຫຼາຍ ແລະ ຜູ້ຄົນອາດບໍ່ຄ່ອຍນຸ່ງພວກມັນໃນຊີວິດປະຈຳວັນຂອງພວກເຂົາ ແຕ່ພວກເຮົາເລືອກສີເຫຼົ່ານີ້ສຳລັບຜົນຮັບເທິງເວທີ ແລະ ຜົນຮັບທາງສາຍຕາທີ່ພວກມັນໃຫ້. ໃນດ້ານໜຶ່ງ ສີເຫຼົ່ານີ້ມີຄວາມເຂັ້ມຂ້ອນຂ້າງສູງ ແລະ ສົດໃສ ສະນັ້ນ ຜົນຮັບເທິງເວທີທີ່ພວກມັນໃຫ້ຈຶ່ງດີ. ໃນອີກດ້ານໜຶ່ງ ສີເຫຼົ່ານີ້ສ່ວນໃຫຍ່ບໍ່ໄດ້ແປກປະຫຼາດປານໃດ; ບໍ່ມີສີທີ່ຈືດຊືດ ແລະ ບໍ່ມີສີທີ່ເຮັດໃຫ້ຜູ້ຄົນລັງກຽດ ສະນັ້ນ ວິດີໂອທີ່ຜະລິດດ້ວຍວິທີນີ້ຈຶ່ງມີຜົນຮັບທີ່ດີ.
ສິ່ງທີ່ເຮົາຫາກໍໂອ້ລົມໄປນັ້ນແມ່ນຫຼັກການສຳລັບການເລືອກເຄື່ອງນຸ່ງສຳລັບລາຍການເຕັ້ນ. ໃນບັນດາສິ່ງເຫຼົ່ານີ້ ພວກເຈົ້າໄດ້ເຫັນດ້ານໃດຢ່າງຊັດເຈນ? ບອກເຮົາມາເບິ່ງວ່າ ຫຼັກການເຫຼົ່ານີ້ທີ່ເຮົາໄດ້ພິຈາລະນານັ້ນເໝາະສົມບໍ? (ເໝາະສົມ). ຫຼັກໆແລ້ວ ມັນກ່ຽວຂ້ອງກັບຫຼັກການໃນການເປັນພະຍານໃຫ້ແກ່ພຣະເຈົ້າ, ບໍ່ນໍາຄວາມອັບອາຍມາສູ່ພຣະເຈົ້າ ແລະ ບັນລຸຜົນຮັບທີ່ດີທີ່ສຸດ ແມ່ນບໍ? (ແມ່ນແລ້ວ). ມີດ້ານໃດແດ່ຂອງເລື່ອງນີ້ທີ່ບິດເບືອນ ຫຼື ສຸດໂຕ່ງບໍ? (ບໍ່ມີ). ມີອົງປະກອບໃດທີ່ຍຶດຕິດກັບວິທີການເກົ່າໆບໍ? (ບໍ່ມີ). ມັນບໍ່ໄດ້ບິດເບືອນ ຫຼື ຍຶດຕິດກັບວິທີການເກົ່າໆເລີຍ. ແລ້ວຫຼັກການເຫຼົ່ານີ້ຂອງພວກເຮົາສຳລັບການເລືອກເຄື່ອງນຸ່ງເຮັດຕາມປະເພນີດັ້ງເດີມ ຫຼື ເຮັດຕາມຄວາມທັນສະໄໝ? (ພວກມັນບໍ່ໄດ້ເຮັດຕາມທັງປະເພນີດັ້ງເດີມ ແລະ ຄວາມທັນສະໄໝ; ຕາບໃດທີ່ລາຍການທີ່ພວກເຮົາຜະລິດສາມາດບັນລຸຜົນຮັບໃນການເປັນພະຍານໃຫ້ແກ່ພຣະເຈົ້າໄດ້, ນັ້ນກໍຄືສິ່ງທີ່ດີທີ່ສຸດ). ໃນທີ່ສຸດ ພວກເຈົ້າກໍເຂົ້າໃຈແລ້ວ; ຈຸດປະສົງຂອງລາຍການເຫຼົ່ານີ້ແມ່ນເພື່ອເປັນພະຍານໃຫ້ແກ່ພຣະເຈົ້າ ແລະ ບໍ່ມີຫຍັງອື່ນອີກ. ການເປັນພະຍານໃຫ້ແກ່ພຣະເຈົ້າຮຽກຮ້ອງໃຫ້ພິຈາລະນາວ່າພວກເຮົາຕ້ອງບໍ່ນໍາຄວາມອັບອາຍມາສູ່ພຣະເຈົ້າ ຫຼື ເຮັດໃຫ້ເຮືອນຂອງພຣະເຈົ້າເບິ່ງບໍ່ດີ. ແນ່ນອນວ່າ ພວກເຮົາຍັງຕ້ອງພິຈາລະນາວ່າເນື້ອຜ້າ ແລະ ຮູບແບບຂອງເຄື່ອງນຸ່ງຄວນຈະນຸ່ງສະບາຍ. ນັ້ນກໍຄື ຄົນທີ່ສຸພາບສະຫງ່າ ແລະ ເໝາະສົມຄົນໃດກໍຕາມທີ່ເຫັນເຈົ້ານຸ່ງເຄື່ອງເຫຼົ່ານີ້ກໍຈະຄິດວ່າພວກມັນພໍຮັບໄດ້, ເຈົ້າເບິ່ງຄືກັບຜູ້ເຊື່ອໃນພຣະເຈົ້າ ແລະ ເຈົ້າສາມາດເປັນຕົວແທນໃຫ້ແກ່ປະຊາກອນຂອງພຣະເຈົ້າໄດ້ ແທນທີ່ຈະເບິ່ງຄືກັບຜູ້ບໍ່ມີຄວາມເຊື່ອ ຫຼື ດາລາຮູບເງົາ ຫຼື ນັກຮ້ອງບາງຄົນ ແລະ ພຽງແຕ່ເບິ່ງບາດດຽວ ຄົນເຮົາກໍສາມາດບອກໄດ້ວ່າເຈົ້າເປັນຄົນທີ່ສຸພາບສະຫງ່າ ແລະ ເໝາະສົມ. ເມື່ອຕັດສິນຈາກສິ່ງນີ້, ພວກເຈົ້າຄິດວ່າມຸມມອງຂອງເຮົາໃນການປະຕິບັດຕໍ່ສິ່ງຕ່າງໆ ແລະ ຫຼັກການທີ່ເຮົາປະຕິບັດຕາມພາຍໃນຄວາມເປັນມະນຸດທີ່ປົກກະຕິຂອງເຮົານັ້ນຄືກັນກັບຂອງພວກເຈົ້າບໍ? (ບໍ່). ພວກມັນບໍ່ຄືກັນຢ່າງແນ່ນອນ. ສະນັ້ນ ບອກເຮົາມາເບິ່ງວ່າ ຫຼັກການເຫຼົ່ານີ້ທີ່ເຮົາປະຕິບັດຕາມນັ້ນສູງສົ່ງ ແລະ ຍິ່ງໃຫຍ່ບໍ? ພວກມັນພິເສດບໍ? ພວກມັນບໍ່ໄດ້ສູງສົ່ງ ແລະ ຍິ່ງໃຫຍ່ເລີຍ. ພວກມັນປົກກະຕິເປັນພິເສດ. ຫຼັກການທີ່ເຮົາປັບໃຊ້ ແລະ ຜົນຮັບທີ່ເຮົາຕັ້ງເປົ້າຈະບັນລຸໃນການເຮັດສິ່ງຕ່າງໆລ້ວນແຕ່ສໍາພັນກັບຊີວິດຈິງຢ່າງສູງ ແລະ ເຮົາບໍ່ເຄີຍໂອ້ອວດເລີຍ. ຖ້າພວກເຮົາເຮັດຕາມວິທີທີ່ພວກເຈົ້າທຸກຄົນເບິ່ງສິ່ງຕ່າງໆ, ໃນການເລືອກເຄື່ອງນຸ່ງສຳລັບລາຍການ ພວກເຮົາກໍອາດຈະເປັນແບບດັ້ງເດີມ ແລະ ຍຶດຕິດກັບວິທີການເກົ່າໆ ຫຼື ບໍ່ກໍແລ່ນຕາມກະແສທາງໂລກ. ບາງຄົນເວົ້າວ່າ “ການແຕ່ງຕາແບບສະໂມກກີ້ອາຍ, ຂົນຕາປອມ, ຫ່ວງດັງ ແລະ ຕຸ້ມຫູອັນໃຫຍ່ໆເປັນທີ່ນິຍົມໃນໂລກ. ພວກເຮົາກໍຄວນແຕ່ງຕົວໃຫ້ອ້າຍເອື້ອຍນ້ອງຫຼໍ່ ແລະ ງາມເຊັ່ນກັນ. ບໍ່ພຽງແຕ່ເຄື່ອງນຸ່ງຂອງພວກເຂົາຄວນຈະງົດງາມເທົ່ານັ້ນ ແຕ່ການແຕ່ງໜ້າຂອງພວກເຂົາກໍຄວນດຶງດູດໃຈນຳອີກ. ພວກເຂົາບໍ່ຄວນດ້ອຍກວ່ານັກຮ້ອງ ແລະ ດາລາຮູບເງົາໃນໂລກ ແລະ ຄວນເບິ່ງມີລະດັບ ແລະ ຫຼູຫຼາຫຼາຍຂຶ້ນ. ຜູ້ເຊື່ອໃນພຣະເຈົ້າຄວນຈະສູງສົ່ງກວ່າພວກເຂົາ, ສະນັ້ນ ນີ້ຄືທິດທາງທີ່ພວກເຮົາຄວນເຮັດເມື່ອແຕ່ງຕົວໃຫ້ນັກສະແດງ”. ແລ້ວເປັນຫຍັງນັກສະແດງເຫຼົ່ານີ້ຈຶ່ງບໍ່ໄດ້ອອກໄປເທິງເວທີພ້ອມກັບສິ່ງທີ່ງົດງາມແມ່ນແຕ່ຢ່າງດຽວໃນຕົວພວກເຂົາ? ເພາະວ່າເຮົາຢູ່ບ່ອນນີ້ເພື່ອກວດຄັດກອງທຸກຢ່າງ. ບໍ່ວ່າພວກເຂົາຈະເປັນຄົນທັນສະໄໝ ຫຼື ຄົນອະນຸລັກນິຍົມ, ພວກເຂົາລ້ວນແຕ່ຖືກປັດໄປໄວ້ຂ້າງໆ, ພວກເຂົາບໍ່ມີໂອກາດໃດໆທີ່ຈະອວດ “ທັກສະ” ຂອງພວກເຂົາ. ພວກເຂົາຖືກເຮົາຍັບຍັ້ງໄວ້. ຖ້າພວກເຈົ້າເປັນຄົນກວດຄັດກອງ, ພວກເຈົ້າຈະໃຫ້ໂອກາດຄົນເຫຼົ່ານີ້ອວດ “ທັກສະ” ຂອງພວກເຂົາບໍ? (ບໍ່).. ເປັນຫຍັງຈຶ່ງບໍ່? (ຖ້າໄດ້ຮັບໂອກາດ, ພວກເຂົາກໍຈະອອກນອກຮູ້ນອກທາງ. ພວກເຂົາຈະບໍ່ປະຕິບັດຕາມຫຼັກການທີ່ເຮືອນຂອງພຣະເຈົ້າກຳນົດ). ຖ້າໄດ້ຮັບໂອກາດ, ພວກເຂົາກໍຈະແຕ່ງຕົວໃຫ້ນັກສະແດງຄືກັບມານຮ້າຍ. ພວກເຂົາຈະຜະລິດລາຍການບັນເທີງຄືກັບລາຍການທີ່ເປັນທີ່ນິຍົມໃນສັງຄົມ, ໂດຍປ່ຽນລາຍການທີ່ຕັ້ງໃຈຈະເປັນພະຍານແກ່ພຣະເຈົ້າ ໃຫ້ກາຍເປັນລາຍການບັນເທີງທີ່ເຮັດໃຫ້ສາທາລະນະຊົນພໍໃຈ ແລະ ເຮັດໃຫ້ຄົນທີ່ສະແດງໃນລາຍການເຫຼົ່ານັ້ນເບິ່ງຄືກັບມານຮ້າຍ ແລະ ຜີຮ້າຍ. ແລ້ວລາຍການເຫຼົ່ານັ້ນຍັງຈະໜ້າເບິ່ງຢູ່ບໍ? ທຳມະຊາດຂອງລາຍການເຫຼົ່ານັ້ນຈະປ່ຽນແປງໄປ; ພວກມັນຈະບໍ່ໄດ້ເປັນພະຍານໃຫ້ແກ່ພຣະເຈົ້າ ແຕ່ຈະນໍາຄວາມອັບອາຍມາສູ່ພຣະເຈົ້າ ແລະ ພວກມັນກໍສົມຄວນຖືກສາບແຊ່ງ ແລະ ສັ່ງຫ້າມ. ສິ່ງນີ້ຈະບໍ່ແມ່ນການປະຕິບັດໜ້າທີ່, ແຕ່ເປັນການເຮັດຄວາມຊົ່ວ. ພວກເຈົ້າເຂົ້າໃຈບໍ? (ເຂົ້າໃຈ). ພວກເຈົ້າບໍ່ເຂົ້າໃຈແມ່ນແຕ່ເລື່ອງເລັກນ້ອຍແບບນີ້. ຕອນນີ້ເມື່ອເຮົາໄດ້ເວົ້າຢ່າງຊັດເຈນ ແລະ ງ່າຍຫຼາຍຂຶ້ນແລ້ວ, ບາງຄົນກໍເກີດຄວາມເຂົ້າໃຈຂຶ້ນມາທັນທີວ່າ: “ມັນເປັນແບບນັ້ນເອງ. ຕອນນີ້ຂ້ອຍຮູ້ແລ້ວວ່າເປັນຫຍັງເຮືອນຂອງພຣະເຈົ້າຈຶ່ງເລືອກເຄື່ອງນຸ່ງແບບນັ້ນສຳລັບລາຍການເຕັ້ນຂອງຕົນ”. ບໍ່ວ່າຈະເປັນຍຸກໃດກໍຕາມ, ແມ່ນຫຍັງຄືຫຼັກການທີ່ຜູ້ຄົນຄວນປະຕິບັດຕາມ? ມັນຄືການເອົາພຣະທຳຂອງພຣະເຈົ້າເປັນຫຼັກການໃນທຸກສິ່ງ. ໃນການເຮັດວຽກງານໃດໜຶ່ງ ຫຼື ຈັດການກັບເລື່ອງໃດໜຶ່ງ, ເປົ້າໝາຍທຳອິດຂອງເຈົ້າຄວນຈະເປັນການເສີມສ້າງຜູ້ຄົນ ແລະ ເປົ້າໝາຍທີສອງຂອງເຈົ້າຄວນຈະເປັນການເປັນພະຍານໃຫ້ແກ່ວຽກງານຂອງພຣະເຈົ້າ. ນີ້ຄືສອງຫຼັກການ. ສະນັ້ນ ໃນທຸກເລື່ອງ ນີ້ຄືສອງຫຼັກການທີ່ຜູ້ຄົນຄວນປະຕິບັດຕາມ. ຄວາມເປັນປົກກະຕິ ແລະ ຄວາມສໍາພັນກັບຊີວິດຈິງທີ່ມີຢູ່ພາຍໃນຄວາມເປັນມະນຸດທີ່ປົກກະຕິຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງນັ້ນ ກໍປະກອບດ້ວຍການປະຕິບັດຕາມຫຼັກການເຫຼົ່ານີ້ພຽງຢ່າງດຽວເຊັ່ນກັນ. ຫຼັກການເຫຼົ່ານີ້ບໍ່ປ່ຽນແປງ; ພຣະເຈົ້າທີ່ບັງເກີດເປັນເນື້ອໜັງບໍ່ໄດ້ເຮັດຕາມປະເພນີດັ້ງເດີມ ແລະ ຄວາມທັນສະໄໝ. ຫຼັກການທີ່ເຮົາປະຕິບັດຕາມພາຍໃນຄວາມເປັນມະນຸດທີ່ປົກກະຕິຂອງເຮົາກໍຄືການປະພຶດຕົນ ແລະ ເຮັດສິ່ງຕ່າງໆພາຍໃນຂອບເຂດຂອງສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ. ແລ້ວເຮົາປະຕິບັດຕາມຫຼັກການໃດໃນການເຮັດວຽກງານຂອງເຮືອນຂອງພຣະເຈົ້າ? ມັນຄືການສ້າງຜົນປະໂຫຍດໃຫ້ແກ່ຜູ້ຄົນໃນທຸກສິ່ງທີ່ເຮົາເຮັດ, ນັ້ນກໍຄືການເຮັດສິ່ງທີ່ເປັນປະໂຫຍດ ແລະ ເສີມສ້າງພວກເຂົາ. ນອກຈາກນີ້ ມັນກໍຄືການເຮັດວຽກງານແຫ່ງການເປັນພະຍານໃຫ້ແກ່ພຣະເຈົ້າ ໂດຍປະຕິບັດຕາມຫຼັກການໃນການເປັນພະຍານໃຫ້ແກ່ພຣະເຈົ້າ ແລະ ຖ່າຍທອດພຣະທຳຂອງພຣະເຈົ້າ. ພວກເຈົ້າຄິດວ່າເປັນແບບນີ້ບໍ? (ແມ່ນແລ້ວ). ໂດຍການໂອ້ລົມແບບນີ້, ຕອນນີ້ພວກເຈົ້າເຂົ້າໃຈເຮົາຫຼາຍຂຶ້ນແລ້ວບໍ? (ເຂົ້າໃຈແລ້ວ). ຖ້າເຮົາບໍ່ເວົ້າກ່ຽວກັບສິ່ງເຫຼົ່ານີ້ຢ່າງລະອຽດ, ພວກເຈົ້າກໍຈະບໍ່ຊັດເຈນກ່ຽວກັບພວກມັນ. ແມ່ນແຕ່ເລື່ອງງ່າຍໆແບບນີ້ ພວກເຈົ້າກໍຍັງບໍ່ສາມາດຢັ່ງເຖິງໄດ້. ໃນຄວາມເປັນຈິງແລ້ວ ມັນບໍ່ໄດ້ເລິກເຊິ່ງເລີຍ; ມັນລ້ວນແຕ່ສໍາພັນກັບຊີວິດຈິງ ແລະ ທຳມະດາຫຼາຍ. ມັນທຳມະດາສໍ່າໃດ? ມັນສອດຄ່ອງກັບຄວາມມີເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິຢ່າງສູງ. ນັ້ນກໍຄື ຖ້າເຈົ້າມີຄວາມມີເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ ເຈົ້າກໍສາມາດເຂົ້າໃຈມັນໄດ້, ແຕ່ຖ້າເຈົ້າບໍ່ມີ ມັນກໍຈະຍາກຫຼາຍສຳລັບເຈົ້າທີ່ຈະເຂົ້າໃຈ, ເຮົາຈະຕ້ອງອະທິບາຍມັນຢ່າງຊັດເຈນ ແລະ ລະອຽດຖີ່ຖ້ວນ, ໂດຍເວົ້າຢ່າງຊັດເຈນ ແລະ ອະທິບາຍໃຫ້ເຈົ້າຟັງຢ່າງລະອຽດ, ກ່ອນທີ່ເຈົ້າຈະສາມາດເຂົ້າໃຈໄດ້ວ່າມີຫຍັງເກີດຂຶ້ນ. ມັນເປັນເລື່ອງງ່າຍໆ, ບໍ່ເຖິງລະດັບຂອງຫຼັກການຄວາມຈິງດ້ວຍຊໍ້າ, ແຕ່ພວກເຈົ້າກໍຍັງບໍ່ສາມາດອະທິບາຍມັນໄດ້ຢ່າງຊັດເຈນ. ມີຫຍັງເກີດຂຶ້ນຢູ່ບ່ອນນີ້? ເລື່ອງນີ້ເລິກເຊິ່ງ ແລະ ບໍ່ສາມາດຢັ່ງເຖິງໄດ້ບໍ? (ບໍ່). ແລ້ວເປັນຫຍັງພວກເຈົ້າຈຶ່ງບໍ່ສາມາດອະທິບາຍມັນໄດ້ຢ່າງຊັດເຈນ? ເວົ້າລວມໆແລ້ວ ມັນເປັນເພາະວ່າພວກເຈົ້າບໍ່ເຂົ້າໃຈຄວາມຈິງ. ໃນລະດັບທີ່ລະອຽດກວ່ານັ້ນ ມັນເປັນເພາະວ່າຄວາມເປັນມະນຸດທີ່ປົກກະຕິ ແລະ ຄວາມມີເຫດຜົນຂອງພວກເຈົ້າຂາດບາງສິ່ງບາງຢ່າງ ແລະ ມີຂໍ້ບົກພ່ອງ. ເມື່ອເວົ້າເຖິງການເປັນຄົນທີ່ສຸພາບສະຫງ່າ ແລະ ເໝາະສົມ, ພວກເຈົ້າກໍຍຶດຕິດກັບປະເພນີດັ້ງເດີມ ແລະ ວິທີການເກົ່າໆ. ເມື່ອເວົ້າເຖິງຄວາມເປັນມະນຸດທີ່ປົກກະຕິ ພວກເຈົ້າກໍຄິດວ່າການມີຄວາມເປັນມະນຸດທີ່ປົກກະຕິໝາຍເຖິງການເປັນຄົນທີ່ບໍ່ມີເລ່ລ່ຽມ, ຄືກັບຄົນໂງ່. ສິ່ງນີ້ບໍ່ໄດ້ສະແດງໃຫ້ເຫັນບໍວ່າ ຂີດຄວາມສາມາດຂອງພວກເຈົ້າຕໍ່າແທ້ໆ ແລະ ພວກເຈົ້າບໍ່ມີຄວາມສາມາດໃນການຢັ່ງຮູ້ໃດໆເລີຍ? (ແມ່ນແລ້ວ). ນັ້ນຄືບັນຫາຢ່າງແທ້ຈິງ. ເອົາລະ ເທົ່ານີ້ກໍພໍແລ້ວສຳລັບເລື່ອງນັ້ນ.
ຄັ້ງທີ່ແລ້ວ ພວກເຮົາໄດ້ໂອ້ລົມກ່ຽວກັບຫົວຂໍ້ພຣະເຈົ້າທີ່ບັງເກີດເປັນເນື້ອໜັງ “ການບໍ່ວາງແຜນຮ້າຍ” ພາຍໃຕ້ຫົວຂໍ້ “ການບໍ່ເອົາພຣະເຈົ້າທີ່ບັງເກີດເປັນເນື້ອໜັງໄປທຽບເທົ່າກັບມະນຸດຊາດທີ່ເສື່ອມຊາມ”. ມື້ນີ້ ພວກເຮົາຈະໂອ້ລົມກ່ຽວກັບຫົວຂໍ້ “ການບໍ່ໂຈມຕີຄົນອື່ນ”. ການບໍ່ໂຈມຕີຄົນອື່ນແມ່ນສ່ວນໜຶ່ງຂອງແກ່ນແທ້ ແລະ ການໃຊ້ຊີວິດຕາມທີ່ຄວາມເປັນມະນຸດທີ່ປົກກະຕິຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງມີ ແລະ ເປັນໜຶ່ງໃນຫຼັກການທີ່ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິປະຕິບັດຕາມເມື່ອປະຕິບັດຕໍ່ຜູ້ຄົນ. ນັ້ນກໍຄື ຢ່າງໜ້ອຍທີ່ສຸດ ພຣະເຈົ້າທີ່ບັງເກີດເປັນເນື້ອໜັງກໍສາມາດຢູ່ຮ່ວມກັບເຈົ້າຢ່າງສະຫງົບສຸກ. ບໍ່ວ່າເຈົ້າຈະເປັນຄົນປະເພດໃດກໍຕາມ, ບໍ່ວ່າເຈົ້າຈະເປັນຄົນທີ່ມີຂີດຄວາມສາມາດດີກວ່າ ຫຼື ຂີດຄວາມສາມາດດ້ອຍກວ່າ ຫຼື ຄົນທີ່ມີຄວາມເປັນມະນຸດດີກວ່າ ຫຼື ຄວາມເປັນມະນຸດດ້ອຍກວ່າ, ພຣະເຈົ້າທີ່ບັງເກີດເປັນເນື້ອໜັງກໍສາມາດປະຕິບັດຕໍ່ເຈົ້າຢ່າງຖືກຕ້ອງ ແລະ ຢູ່ຮ່ວມກັບເຈົ້າຢ່າງເປັນມິດ. ຖ້າເຮົາຄົ້ນພົບວ່າເຈົ້າມີຂໍ້ບົກພ່ອງ ຫຼື ຂໍ້ຕຳໜິບາງຢ່າງ ຫຼື ເຖິງແມ່ນວ່າເຈົ້າມີແກ່ນແທ້ທີ່ບໍ່ດີບາງຢ່າງພາຍໃນຄວາມເປັນມະນຸດຂອງເຈົ້າ ຫຼື ເຈົ້າໄດ້ເຮັດການກະທຳທີ່ຊົ່ວຮ້າຍບາງຢ່າງ, ເຮົາຈະໂອ້ລົມກັບເຈົ້າຢ່າງກົງໄປກົງມາ ຖ້າມີໂອກາດ ຫຼື ຖ້າເງື່ອນໄຂເອື້ອອຳນວຍ. ຖ້າເຈົ້າສາມາດຍອມຮັບມັນໄດ້, ເຮົາຈະເປີດໂປງບັນຫາຂອງເຈົ້າຢ່າງກົງໄປກົງມາ ແລະ ຊີ້ບອກເສັ້ນທາງໃນການແກ້ໄຂບັນຫາເຫຼົ່ານັ້ນໃຫ້ກັບເຈົ້າ. ແຕ່ຖ້າເຈົ້າບໍ່ສາມາດຍອມຮັບມັນໄດ້, ເຮົາອາດຈະນຳໃຊ້ບັນຫາໃນຊີວິດຈິງທີ່ເຮົາໄດ້ຄົ້ນພົບໃນເວລາທີ່ເໝາະສົມ ເພື່ອເຕືອນສະຕິເຈົ້າ, ເປີດໂປງເຈົ້າ ແລະ ເຕືອນໄພເຈົ້າ, ເຮັດໃຫ້ເຈົ້າຮູ້ວ່າບັນຫາຂອງເຈົ້າແມ່ນຫຍັງ, ບໍ່ວ່າມັນຈະເປັນບັນຫາກ່ຽວກັບຄວາມເປັນມະນຸດຂອງເຈົ້າ, ຂີດຄວາມສາມາດຂອງເຈົ້າ ຫຼື ອຸປະນິໄສທີ່ເສື່ອມຊາມຂອງເຈົ້າກໍຕາມ. ໂດຍອີງໃສ່ບັນຫາທີ່ເຈົ້າມີ, ເຮົາຈະເຕືອນສະຕິ ແລະ ຕັກເຕືອນເຈົ້າ, ເຮັດໃຫ້ເຈົ້າຮູ້ເຖິງຄວາມບົກພ່ອງຂອງເຈົ້າ ຫຼື ບ່ອນທີ່ມີບັນຫາຂອງເຈົ້າ ແລະ ຈາກນັ້ນ ເຮົາຈະບອກເຈົ້າວ່າແກ່ນແທ້ຂອງບັນຫາປະເພດນີ້ແມ່ນຫຍັງ ແລະ ທັດສະນະຄະຕິຂອງພຣະເຈົ້າທີ່ມີຕໍ່ຄົນທີ່ມີບັນຫານີ້ແມ່ນຫຍັງ. ຖ້າເຈົ້າເຕັມໃຈທີ່ຈະຍອມຮັບມັນ ແລະ ສາມາດກະບົດຕໍ່ເນື້ອໜັງ ແລະ ປະຕິບັດຄວາມຈິງ, ເຮົາຈະບອກເຈົ້າເຖິງເສັ້ນທາງແຫ່ງການປະຕິບັດ ແລະ ວິທີການຮັບມື ແລະ ແກ້ໄຂບັນຫາປະເພດນີ້. ເຮົາຈະບໍ່ສວຍໂອກາດຈັບຜິດບັນຫາ ແລະ ຂໍ້ຕຳໜິຂອງເຈົ້າເພື່ອເປັນຂໍ້ຕໍ່ລອງໃນການຕໍ່ຕ້ານເຈົ້າ ຫຼື ເປັນຈຸດອ່ອນເພື່ອເອົາປຽບ ແລະ ຈາກນັ້ນກໍເຍາະເຍີ້ຍ ຫຼື ສຽດສີເຈົ້າ ຫຼື ເວົ້າຈາຖາກຖາງກ່ຽວກັບສິ່ງເຫຼົ່ານັ້ນເປັນບາງຄັ້ງບາງຄາວ. ເຮົາຈະບໍ່ເຮັດແບບນັ້ນ; ເຮົາຈະປະຕິບັດຕໍ່ເຈົ້າ ແລະ ບັນຫາທີ່ມີຢູ່ຂອງເຈົ້າຢ່າງເປັນທຳ ແລະ ຢ່າງກົງໄປກົງມາ. ຖ້າເຮົາໃຫ້ຄຳເຕືອນບາງຢ່າງແກ່ເຈົ້າ ແຕ່ເຈົ້າຂາດຄວາມຮັບຮູ້ ແລະ ບໍ່ຮູ້ສຶກວ່າສິ່ງທີ່ເຮົາໄດ້ເວົ້າໄປນັ້ນມີຫຍັງກ່ຽວຂ້ອງກັບເຈົ້າ ຫຼື ຖ້າເຮົາບອກເຈົ້າວ່າລັກສະນະຂອງບັນຫາຂອງເຈົ້ານັ້ນຮ້າຍແຮງ ແຕ່ເຈົ້າບໍ່ຍອມຮັບມັນ ແລະ ເຈົ້າປະຕິເສດມັນ, ຕໍ່ຕ້ານ ແລະ ເຖິງກັບຫາຂໍ້ອ້າງເພື່ອໂຕ້ຖຽງ ແລະ ແກ້ຕົວໃຫ້ກັບຕົນເອງ, ແລ້ວເຮົາກໍຈະປະເມີນສິ່ງຕ່າງໆຕາມສະຖານະການ. ຖ້າວຽກງານທີ່ເຈົ້າເຮັດນັ້ນສຳຄັນຫຼາຍ ແລະ ບັນຫາຂອງເຈົ້າໄດ້ສົ່ງຜົນກະທົບຕໍ່ວຽກງານຂອງຄຣິສຕະຈັກ, ແລ້ວເຮົາກໍຈະພິຈາລະນາວ່າເຈົ້າເໝາະສົມສຳລັບໜ້າທີ່ນີ້ ຫຼື ບໍ່. ແຕ່ຖ້າເຈົ້າເປັນພຽງຜູ້ເຊື່ອທຳມະດາ ແລະ ໜ້າທີ່ທີ່ເຈົ້າເຮັດ ແລະ ການສະແດງອອກຂອງເຈົ້າບໍ່ໄດ້ມີຜົນກະທົບຫຼາຍຕໍ່ວຽກງານຂອງຄຣິສຕະຈັກ ຫຼື ປະຊາກອນທີ່ພຣະເຈົ້າເລືອກ ແລະ ມັນເປັນພຽງບັນຫາສ່ວນຕົວຂອງເຈົ້າ, ແລ້ວເຮົາກໍຈະໃຫ້ຄຳເຕືອນ ແລະ ຄວາມຊ່ວຍເຫຼືອແກ່ເຈົ້າດ້ວຍເຈດຕະນາດີ. ຖ້າເຈົ້າບໍ່ເອົາຈິງເອົາຈັງກັບມັນ, ເຮົາຈະບໍ່ຜູກໃຈເຈັບຕໍ່ເຈົ້າ ແລະ ແນ່ນອນວ່າ ເຮົາຈະບໍ່ພະຍາຍາມທຸກວິທີທາງເພື່ອບັງຄັບໃຫ້ເຈົ້າຍອມຮັບມັນ. ເຮົາຈະຈັດການກັບເລື່ອງນີ້ຢ່າງມີເຫດຜົນຫຼາຍ ແລະ ເຮົາຈະສືບຕໍ່ໃຫ້ຄຳເຕືອນ ແລະ ຄວາມຊ່ວຍເຫຼືອແກ່ເຈົ້າດ້ວຍເຈດຕະນາດີ. ຖ້າເຮົາສາມາດເຫັນວ່າແກ່ນແທ້ຂອງບັນຫາຂອງເຈົ້າຈະນຳໄປສູ່ຜົນສະທ້ອນໃນທາງລົບຕໍ່ຕົວເຈົ້າເອງ ຫຼື ຄົນອື່ນ, ແລ້ວດ້ວຍການກະຕຸ້ນຈາກສະຕິຮູ້ສຶກຜິດຊອບຂອງເຮົາ, ເຮົາຈະໃຫ້ຄຳເຕືອນ ແລະ ຄວາມຊ່ວຍເຫຼືອແກ່ເຈົ້າດ້ວຍເຈດຕະນາດີ ແທນທີ່ຈະພຽງແຕ່ເບິ່ງເຈົ້າເຮັດໃຫ້ຕົວເອງເປັນຕົວຕະຫຼົກ. ເຮົາຈະບໍ່ກຳນົດລັກສະນະຂອງເຈົ້າຕາມອຳເພີໃຈ ໂດຍກ່າວວ່າ “ເຈົ້າໝົດຫວັງແລ້ວ, ພຣະເຈົ້າລັງກຽດເຈົ້າ ແລະ ເຈົ້າເປັນຜູ້ທີ່ຈະພິນາດ”, ແຮງໄກທີ່ເຮົາຈະພຽງແຕ່ອ້າປາກຂອງເຮົາ ແລະ ສາບແຊ່ງເຈົ້າ ໂດຍກ່າວວ່າ “ເຈົ້າມານຮ້າຍ, ເຈົ້າຜູ້ສືບເຊື້ອສາຍຂອງຊາຕານ, ເຈົ້າຜູ້ທີ່ຕໍ່ຕ້ານພຣະເຈົ້າ”. ເຮົາຈະບໍ່ເຮັດສິ່ງນີ້ຢ່າງເດັດຂາດ. ຍ້ອນວ່າອັດຕະລັກຂອງເຮົາເປັນສິ່ງພິເສດ, ເຮົາມັກຈະຍັບຍັ້ງຕົວເຮົາເອງຢ່າງມີເຫດຜົນຫຼາຍ: ວິທີທີ່ເຮົາປະຕິບັດຕໍ່ຄົນໆໜຶ່ງ ແລະ ວິທີທີ່ເຮົາເວົ້າກັບພວກເຂົາຕ້ອງຂຶ້ນຢູ່ກັບວ່າພວກເຂົາແມ່ນໃຜ, ນີ້ແມ່ນດ້ານໜຶ່ງ. ນອກຈາກນີ້, ເຮົາຕ້ອງບໍ່ກຳນົດລັກສະນະຂອງໃຜຕາມອຳເພີໃຈ. ແລ້ວອີກຢ່າງໜຶ່ງ, ຜ່ານນໍ້າສຽງ, ການເລືອກຄຳສັບ ຫຼື ການໃຊ້ຄຳເວົ້າຂອງເຮົາ, ເຮົາຕ້ອງເຮັດໃຫ້ອີກຝ່າຍຮູ້ສຶກວ່າສິ່ງທີ່ເຮົາເວົ້າ ແລະ ເຮັດນັ້ນແມ່ນມາຈາກເຈດຕະນາດີ ແລະ ປາສະຈາກຄວາມປະສົງຮ້າຍ. ສຳລັບແຮງຈູງໃຈຂອງເຮົາ, ເຮົາພະຍາຍາມຊ່ວຍເຫຼືອເຈົ້າຢ່າງຈິງໃຈ; ເຮົາບໍ່ຕ້ອງການເຫັນເຈົ້າເດີນທາງຜິດ ແລະ ເຮົາບໍ່ຕ້ອງການເຫັນເຈົ້າອ່ອນແອ, ລັງເລ ຫຼື ແມ່ນແຕ່ຫຼົງທາງ ຫຼື ໄປຜິດທາງເມື່ອເຈົ້າພົບພໍ້ກັບສິ່ງຕ່າງໆ. ກົງກັນຂ້າມ, ເຮົາຫວັງວ່າຫຼັງຈາກທີ່ເຮົາໄດ້ໂອ້ລົມ ແລະ ຊ່ວຍເຫຼືອເຈົ້າແລ້ວ, ເຈົ້າສາມາດເບິ່ງຕົວເຈົ້າເອງຢ່າງຖືກຕ້ອງ, ຫຼີກລ່ຽງການຕົກຢູ່ໃນຄວາມຄິດລົບ, ມີຄວາມເຂົ້າໃຈຢ່າງຖືກຕ້ອງກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງເຈົ້າ ແລະ ບັນຫາທີ່ເຈົ້າມີ, ປະຕິບັດຕໍ່ຕົວເຈົ້າເອງຢ່າງຖືກຕ້ອງ, ຈາກນັ້ນກໍສະແຫວງຫາເສັ້ນທາງແຫ່ງການປະຕິບັດຈາກພຣະທຳຂອງພຣະເຈົ້າ ແລະ ແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງເຈົ້າ ພ້ອມທັງບັນຫາຂອງເຈົ້າເທື່ອລະເລັກເທື່ອລະນ້ອຍຕາມພຣະທຳຂອງພຣະເຈົ້າ, ໃນຂະນະດຽວກັນກໍຢູ່ຮ່ວມກັບຄົນອື່ນຢ່າງເປັນມິດ ແລະ ຊ່ວຍເຫຼືອພວກເຂົາ. ນັ້ນກໍຄື ເຮົາພະຍາຍາມຮັບປະກັນວ່າສິ່ງທີ່ເຮົາເວົ້າ ແລະ ເຮັດເມື່ອມີປະຕິສຳພັນກັບຜູ້ຄົນນັ້ນ ສາມາດເຮັດໃຫ້ພວກເຂົາເຂົ້າໃຈເຈດຕະນາຂອງພຣະເຈົ້າ, ຮູ້ວ່າຫຼັກການໃດທີ່ພຣະເຈົ້າຮຽກຮ້ອງຈາກຜູ້ຄົນ, ທັດສະນະຄະຕິ ແລະ ມຸມມອງຂອງພຣະເຈົ້າທີ່ມີຕໍ່ບັນຫາຕ່າງໆທີ່ຜູ້ຄົນມີແມ່ນຫຍັງ, ຜູ້ຄົນຄວນຈັດການກັບບັນຫາເຫຼົ່ານີ້ແນວໃດເພື່ອຕອບສະໜອງຂໍ້ກຳນົດຂອງພຣະເຈົ້າ ແລະ ຕອບສະໜອງພຣະເຈົ້າ ແລະ ພວກເຂົາຄວນສະແຫວງຫາຄວາມຈິງແນວໃດເພື່ອແກ້ໄຂບັນຫາຂອງພວກເຂົາ. ເປົ້າໝາຍຂອງເຮົາແມ່ນເພື່ອຊ່ວຍໃຫ້ຜູ້ຄົນຮັບມື ແລະ ແກ້ໄຂບັນຫາເຫຼົ່ານີ້ຢ່າງຖືກຕ້ອງ ເມື່ອຈັດການກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທຸກປະເພດ ແລະ ເມື່ອອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຖືກເປີດເຜີຍ, ຜົນສຸດທ້າຍກໍຄືພວກເຂົາອ່ອນນ້ອມຕໍ່ຄວາມຈິງ ແລະ ຕໍ່ພຣະເຈົ້າ. ແນ່ນອນວ່າ ໂດຍອີງໃສ່ຜູ້ຄົນຫຼາກຫຼາຍປະເພດທີ່ເຮົາໄດ້ສຳຜັດໃນຊ່ວງຫຼາຍປີຂອງການເຮັດວຽກ ແລະ ການກ່າວນີ້, ເຮົາໄດ້ຮັບຮູ້ຂໍ້ເທັດຈິງໜຶ່ງຢ່າງ: ບໍ່ວ່າເຮົາຈະເວົ້າ ແລະ ສົນທະນາກັບຜູ້ຄົນຢ່າງສະຫງົບສໍ່າໃດກໍຕາມ, ເຮົາມີເຈດຕະນາດີຫຼາຍສໍ່າໃດ ຫຼື ເຮົາມີຄວາມຄິດແບບໃດກໍຕາມໃນການຢາກຊ່ວຍເຫຼືອຄົນໃດຄົນໜຶ່ງ, ມີໜ້ອຍຄົນຫຼາຍທີ່ຈະສາມາດຮັບຮູ້ ຫຼື ເຂົ້າໃຈສິ່ງທີ່ເຮົາເວົ້າ ແລະ ເຫດຜົນທີ່ເຮົາເວົ້າມັນອອກມາ ແລະ ຈາກນັ້ນ ຜ່ານພຣະທຳທີ່ເຮົາໄດ້ກ່າວ ແລະ ເນື້ອຫາທີ່ເຮົາໄດ້ໂອ້ລົມກັບພວກເຂົາ, ພວກເຂົາກໍມີຄວາມຄືບໜ້າ ຫຼື ໄດ້ຮັບຄວາມຊ່ວຍເຫຼືອທີ່ແທ້ຈິງ ແລະ ໃຊ້ໄດ້ຈິງໃນຊີວິດຈິງຂອງພວກເຂົາ. ແຕ່ບໍ່ວ່າໃນທີ່ສຸດແລ້ວ ຜູ້ຄົນຈະເກັບກ່ຽວ ແລະ ໄດ້ຮັບຫຼາຍສໍ່າໃດຜ່ານການສື່ສານ ແລະ ການມີປະຕິສຳພັນກັບເຮົາ, ຫຼັກການຂອງເຮົາໃນການມີປະຕິສຳພັນກັບຜູ້ຄົນກໍບໍ່ປ່ຽນແປງ. ບາງຄົນເວົ້າວ່າ “ແລ້ວເປັນຫຍັງພຣະອົງຈຶ່ງບໍ່ປ່ຽນວິທີການຂອງພຣະອົງ?” ບອກເຮົາເບິ່ງວ່າ ເປັນຫຍັງເຮົາຈຶ່ງບໍ່ປ່ຽນວິທີການຂອງເຮົາ? ເຮົາຄວນປ່ຽນວິທີການຂອງເຮົາບໍ? ເມື່ອເວົ້າກັບຜູ້ຄົນ, ເຮົາຄວນເວົ້າຈາກຕຳແໜ່ງທີ່ສູງສົ່ງ, ຄືກັບການປະກາດພຣະບັນຍັດສິບປະການໃຫ້ແກ່ໂມເຊບໍ? ສຽງຂອງເຮົາຄວນດັງຄືກັບສຽງຟ້າຮ້ອງຢູ່ເທິງທ້ອງຟ້າບໍ ຫຼື ເຮົາຄວນໃຊ້ນໍ້າສຽງບາງຢ່າງ ເພື່ອໃຫ້ຜູ້ຄົນຢ້ານກົວ, ຈື່ຈຳສິ່ງທີ່ເຮົາເວົ້າໄດ້ງ່າຍ ແລະ ເຕັມໃຈທີ່ຈະປະຕິບັດ ແລະ ສາມາດອ່ອນນ້ອມໄດ້ບໍ? ຫຼື ເມື່ອສື່ສານກັບຜູ້ຄົນ, ຖ້າເຮົາເວົ້າກັບພວກເຂົາດ້ວຍນໍ້າສຽງແຫ່ງການສາບແຊ່ງ ແລະ ກຳນົດລັກສະນະຂອງພວກເຂົາຢູ່ສະເໝີ, ແລ້ວຜູ້ຄົນຈະໄດ້ຮັບບົດຮຽນຂອງພວກເຂົາບໍ? ແລ້ວພວກເຂົາຈະສາມາດຍອມຮັບມັນໄດ້ບໍ? (ບໍ່). ພວກເຈົ້າຮູ້ບໍວ່າເປັນຫຍັງຈຶ່ງບໍ່ໄດ້? ໃນອະດີດ ເມື່ອພຣະເຢໂຮວາໄດ້ອອກພຣະບັນຍັດສິບປະການຜ່ານໂມເຊ, ຊາວອິດສະຣາເອນໄດ້ຍິນສຽງຟ້າຮ້ອງຢູ່ເທິງທ້ອງຟ້າ ແລະ ເຫັນຟ້າແມບ, ສິ່ງນີ້ໄດ້ຢຸດພວກເຂົາຈາກການກະບົດ ແລະ ການຕັດສິນພຣະເຢໂຮວາບໍ? ບໍ່ວ່າເຈົ້າຈະໃຊ້ວິທີການໃດໃນການເວົ້າ, ເນື້ອໃນໃນຄຳເວົ້າຂອງເຈົ້າ ຫຼື ແຮງຈູງໃຈຂອງເຈົ້າໃນການເວົ້າ, ສຳລັບຜູ້ຮັບແລ້ວ, ຖ້າພວກເຂົາມີຄວາມເຕັມໃຈ ແລະ ຄວາມຕ້ອງການທີ່ຈະຍອມຮັບຄວາມຈິງ ແລະ ຮັກສິ່ງທີ່ເປັນບວກຢ່າງໃນຕົວພວກເຂົາເອງ, ຖ້າພວກເຂົາມີຄວາມຕ້ອງການນີ້ຢູ່ໃນໃຈຂອງພວກເຂົາ, ແລ້ວບໍ່ວ່າເຈົ້າຈະໃຊ້ວິທີການໃດກໍຕາມໃນການເວົ້າ, ພວກເຂົາກໍຈະສາມາດຍອມຮັບມັນໄດ້ ແລະ ຈະຈື່ຈຳມັນໄດ້ງ່າຍ. ເຖິງຢ່າງໃດກໍຕາມ, ຖ້າພວກເຂົາບໍ່ມີຄວາມຕ້ອງການນີ້ຢູ່ໃນໃຈຂອງພວກເຂົາ, ແລ້ວເຖິງແມ່ນວ່າພວກເຂົາຈະຮູ້ວ່າສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບແມ່ນຫຍັງ, ພວກເຂົາກໍຍັງຈະບໍ່ຍອມຮັບສິ່ງໃດກໍຕາມທີ່ເຈົ້າເວົ້າ ຫຼື ເອົາມັນມາໃສ່ໃຈ, ບໍ່ວ່າມັນຈະຖືກຕ້ອງສໍ່າໃດກໍຕາມ ຫຼື ແຫຼ່ງທີ່ມາ ແລະ ແຮງຈູງໃຈຂອງມັນຈະດີສໍ່າໃດກໍຕາມ. ສະນັ້ນ, ຈາກມຸມມອງຂອງເຮົາ, ຫຼັກການຂອງເຮົາໃນການເຮັດສິ່ງເຫຼົ່ານີ້ກໍຄື ເຮົາໂອ້ລົມກັບທຸກຄົນຢ່າງປົກກະຕິ. ສຳລັບສິ່ງທີ່ຄົນໆໜຶ່ງສາມາດໄດ້ຮັບ ແລະ ເກັບກ່ຽວຈາກເຮົາ ແລະ ພວກເຂົາສາມາດຮັບເອົາຄວາມຈິງ ຫຼື ບໍ່ນັ້ນ, ສິ່ງສຳຄັນແມ່ນຂຶ້ນຢູ່ກັບວ່າພວກເຂົາຮັກຄວາມຈິງ ຫຼື ບໍ່ ແລະ ຍັງຂຶ້ນຢູ່ກັບວ່າພວກເຂົາມີຄວາມຕ້ອງການຂອງຄວາມເປັນມະນຸດທີ່ປົກກະຕິ ຫຼື ບໍ່. ຖ້າພວກເຂົາຮັກສິ່ງທີ່ເປັນບວກໂດຍທຳມະຊາດ, ແລ້ວເມື່ອເຮົາມີປະຕິສຳພັນ ແລະ ສົນທະນາກັບພວກເຂົາຢ່າງປົກກະຕິແບບນີ້, ພວກເຂົາກໍຈະສາມາດໄຕ່ຕອງສິ່ງທີ່ເຮົາເວົ້າ, ຫຼັກການທີ່ຢູ່ເບື້ອງຫຼັງພຣະທຳເຫຼົ່ານີ້ແມ່ນຫຍັງ ແລະ ສິ່ງທີ່ເຮົາໄດ້ສັ່ງໃຫ້ພວກເຂົາເຮັດແມ່ນຫຍັງ; ພວກເຂົາຈະໄຕ່ຕອງສິ່ງເຫຼົ່ານີ້ໃນພາຍຫຼັງ, ຈື່ຈຳພວກມັນໄວ້ໃນໃຈ ແລະ ຈາກນັ້ນກໍປະຕິບັດຕາມພຣະທຳເຫຼົ່ານີ້. ຖ້າຄົນຜູ້ນີ້ບໍ່ມີຄວາມຕ້ອງການສຳລັບສິ່ງທີ່ເປັນບວກໃນຄວາມເປັນມະນຸດຂອງພວກເຂົາ, ແລ້ວບໍ່ວ່າເຮົາຈະເວົ້າຫຍັງກໍຕາມ, ມັນກໍໄຮ້ປະໂຫຍດ. ເຖິງແມ່ນວ່າເຮົາຈະລິຮານພວກເຂົາ, ລົງວິໄນພວກເຂົາ ຫຼື ແມ່ນແຕ່ຕີສອນພວກເຂົາ, ມັນກໍບໍ່ໄດ້ຊ່ວຍຫຍັງເລີຍ. ຫຼັງຈາກທີ່ຖືກຕີສອນແລ້ວ, ພວກເຂົາອາດປະພຶດຕົວດີ ແລະ ເຊື່ອຟັງຢູ່ພາຍນອກ, ແຕ່ຍ້ອນວ່າພວກເຂົາບໍ່ມີຄວາມຕ້ອງການສຳລັບສິ່ງທີ່ເປັນບວກໃນໃຈຂອງພວກເຂົາ, ຫຼັງຈາກທີ່ສິ່ງຕ່າງໆຜ່ານໄປ, ພວກເຂົາກໍຈະກັບຄືນສູ່ສະພາບເດີມຢ່າງໄວວາ, ໂດຍບໍ່ມີຮ່ອງຮອຍຂອງຄຳເວົ້າທີ່ເປັນບວກ, ສິ່ງທີ່ເປັນບວກ ຫຼື ຫຼັກການຄວາມຈິງໃນໃຈຂອງພວກເຂົາເລີຍ. ສະນັ້ນ, ສຳລັບຄົນແບບນີ້, ບໍ່ວ່າເຈົ້າຈະເວົ້າຫຼາຍສໍ່າໃດກໍຕາມ, ເຈົ້າກໍບໍ່ສາມາດປ່ຽນແປງພວກເຂົາເພື່ອໃຫ້ພວກເຂົາພັດທະນາຄວາມຕ້ອງການຂອງຄວາມເປັນມະນຸດທີ່ປົກກະຕິໄດ້. ນີ້ແມ່ນດ້ານໜຶ່ງ. ນອກຈາກນີ້, ການບໍ່ໂຈມຕີຄົນອື່ນໂດຍພື້ນຖານແລ້ວແມ່ນໜຶ່ງໃນຫຼັກການຂອງເຮົາສຳລັບວິທີທີ່ເຮົາປະຕິບັດຕໍ່ພວກເຈົ້າ. ບໍ່ວ່າເຈົ້າຈະເປັນຄົນປະເພດໃດກໍຕາມ, ບໍ່ວ່າເຈົ້າຈະໄລ່ຕາມເສາະຫາຄວາມຈິງ ຫຼື ບໍ່, ເຖິງແມ່ນວ່າເຮົາຈະເປີດໂປງບັນຫາໃດໜຶ່ງຂອງເຈົ້າ, ມັນກໍເປັນພຽງການໄຈ້ແຍກແກ່ນແທ້ຂອງບັນຫານີ້ ເພື່ອໃຫ້ເຈົ້າສາມາດເຂົ້າໃຈ ແລະ ຮູ້ຈັກມັນຢ່າງຖີ່ຖ້ວນ, ມີຄວາມຄືບໜ້າໃນຂະບວນການປະຕິບັດໜ້າທີ່ຂອງເຈົ້າໃນອະນາຄົດ, ຢຸດເຮັດຄວາມຜິດພາດແບບເດີມໆ ແລະ ຢຸດລົບກວນ ຫຼື ທຳລາຍວຽກງານຂອງຄຣິສຕະຈັກ, ມັນແມ່ນເພື່ອຊ່ວຍເຫຼືອເຈົ້າ, ບໍ່ແມ່ນເພື່ອສ້າງບັນຫາໃຫ້ເຈົ້າ ຫຼື ຈັບຜິດເຈົ້າ. ສະນັ້ນ, ເຖິງແມ່ນວ່າເຮົາຈະຍົກເລື່ອງທີ່ເກີດຂຶ້ນໃນອະດີດຂຶ້ນມາ, ມັນກໍບໍ່ແມ່ນເພື່ອບັນທອນຄວາມກະຕືລືລົ້ນຂອງເຈົ້າ ຫຼື ເພື່ອທຳຮ້າຍເຈົ້າ, ແຕ່ເພື່ອເຮັດໃຫ້ເຈົ້າຮູ້ຈັກແກ່ນແທ້ຂອງບັນຫາຂອງເຈົ້າ, ບັນລຸຄວາມເຂົ້າໃຈຢ່າງຖີ່ຖ້ວນກ່ຽວກັບຄວາມຈິງດ້ານໃດດ້ານໜຶ່ງ, ມີຄວາມເຂົ້າໃຈກ່ຽວກັບຕົວເຈົ້າເອງ, ຮູ້ວິທີການປະຕິບັດຕາມເຈດຕະນາຂອງພຣະເຈົ້າ ແລະ ໃນທີ່ສຸດກໍປະຕິບັດຢ່າງຖືກຕ້ອງຕາມຫຼັກການແຫ່ງພຣະທຳຂອງພຣະເຈົ້າ. ພວກເຈົ້າມີຄວາມຊາບຊຶ້ງໃດໆຕໍ່ຂໍ້ເທັດຈິງທີ່ວ່າ ພຣະເຈົ້າທີ່ບັງເກີດເປັນເນື້ອໜັງບໍ່ເຄີຍໂຈມຕີຄົນອື່ນບໍ? (ພວກເຮົາມີຢູ່ບາງສ່ວນ).
ນອກຈາກການບໍ່ໂຈມຕີຄົນອື່ນແລ້ວ, ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຍັງໃຫ້ກຳລັງໃຈຜູ້ຄົນເປັນບາງຄັ້ງບາງຄາວອີກດ້ວຍ. ບາງຄົນມີວຸດທິພາວະທີ່ຍັງບໍ່ເຕີບໂຕເຕັມທີ່ ແລະ ອ່ອນແອ; ພວກເຂົາບໍ່ເຂັ້ມແຂງປານໃດໃນແງ່ຂອງຄວາມເປັນມະນຸດຂອງພວກເຂົາ, ພວກເຂົາຂາດຄວາມພາກພຽນໃນການເຮັດສິ່ງຕ່າງໆ ຫຼື ພວກເຂົາມັກຈະຖືກບີບຄັ້ນໂດຍສິ່ງຕ່າງໆສາລະພັດ, ບໍ່ຮູ້ວິທີສະແຫວງຫາຄວາມຈິງ ແລະ ບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາຕາມປົກກະຕິ. ພາຍໃຕ້ສະຖານະການດັ່ງກ່າວ, ເຮົາຈະໃຫ້ກຳລັງໃຈພວກເຂົາ ເພື່ອໃຫ້ພວກເຂົາເຫັນເສັ້ນທາງທີ່ຢູ່ຂ້າງໜ້າ, ເພື່ອທີ່ພວກເຂົາຈະບໍ່ຕິດຢູ່ກັບບາງເລື່ອງ ແລະ ຖືກບີບຄັ້ນໂດຍເລື່ອງນັ້ນອີກຕໍ່ໄປ. ເມື່ອເຈົ້າໄດ້ຍິນຄຳເວົ້າທີ່ໃຫ້ກຳລັງໃຈເຫຼົ່ານີ້, ເຈົ້າອາດຮູ້ສຶກວ່າສິ່ງທີ່ເຮົາເວົ້າເຖິງນັ້ນເກີນຄວາມສາມາດຂອງເຈົ້າ, ແຕ່ເປົ້າໝາຍຂອງເຮົາແມ່ນເພື່ອຊ່ວຍໃຫ້ເຈົ້າປ່ອຍວາງພາລະທີ່ເກີດຈາກຄວາມຄິດ ແລະ ຄວາມຄິດຫຼົງຜິດຂອງເຈົ້າ, ບໍ່ຖືກບີບຄັ້ນໂດຍສິ່ງເຫຼົ່ານັ້ນອີກຕໍ່ໄປ, ປະຖິ້ມພວກມັນໄວ້ເບື້ອງຫຼັງ, ຈາກນັ້ນກໍທຸ່ມເທກຳລັງທັງໝົດຂອງເຈົ້າເຂົ້າໃນໜ້າທີ່ຂອງເຈົ້າ ເພື່ອຕອບສະໜອງຕາມເຈດຕະນາຂອງພຣະເຈົ້າ. ບາງຄົນເຄີຍຍ່າງໃນເສັ້ນທາງແຫ່ງຄວາມລົ້ມເຫຼວມາກ່ອນ ຫຼື ເຮັດສິ່ງທີ່ລະເມີດຫຼັກການຂອງເຮືອນຂອງພຣະເຈົ້າ ຫຼື ມີພຶດຕິກຳທີ່ກະບົດຢ່າງຊັດເຈນ ແລະ ບາງຄົນກໍເຖິງກັບກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນດ້ວຍການກະທຳຂອງພວກເຂົາ, ເຊິ່ງກໍ່ໃຫ້ເກີດຄວາມເສຍຫາຍບາງຢ່າງຕໍ່ວຽກງານຂອງຄຣິສຕະຈັກ. ຖ້າເຮົາກ່າວເຖິງສິ່ງເຫຼົ່ານີ້ເປັນບາງຄັ້ງບາງຄາວໃນການໂອ້ລົມຂອງເຮົາ, ຈຸດປະສົງຂອງເຮົາບໍ່ແມ່ນເພື່ອບັນທອນຄວາມກະຕືລືລົ້ນຂອງເຈົ້າ ແລະ ເຮົາບໍ່ໄດ້ຜູກໃຈເຈັບ; ກົງກັນຂ້າມ, ຈຸດປະສົງຂອງເຮົາແມ່ນເພື່ອໃຊ້ຂໍ້ເທັດຈິງໃນກໍລະນີຂອງເຈົ້າເປັນຕົວຢ່າງ ເພື່ອເຕືອນຄົນອື່ນບໍ່ໃຫ້ເຮັດຄວາມຜິດພາດແບບດຽວກັນ, ຈຸດປະສົງຂອງເຮົາແມ່ນເພື່ອໂອ້ລົມຢ່າງຊັດເຈນກ່ຽວກັບຄວາມຈິງດ້ານໜຶ່ງ, ເພື່ອໃຫ້ອີກຫຼາຍຄົນເຫັນຈາກສິ່ງນີ້ວ່າ ເສັ້ນທາງທີ່ເຈົ້າຍ່າງນັ້ນຜິດ ແລະ ມັນຜິດແນວໃດ, ເພື່ອໃຫ້ພວກເຂົາສາມາດຖອດຖອນບົດຮຽນຈາກມັນ ແລະ ຈາກນັ້ນກໍເພື່ອເຕືອນຜູ້ຄົນຈຳນວນຫຼາຍຂຶ້ນບໍ່ໃຫ້ຍ່າງໃນເສັ້ນທາງດຽວກັນ ແລະ ເພື່ອເຕືອນພວກເຂົາວ່າພວກເຂົາຄວນປະຕິບັດຕາມຫຼັກການໃດໃນການເຮັດສິ່ງຕ່າງໆ. ໂດຍສະເພາະເມື່ອໂອ້ລົມ ແລະ ເປີດໂປງອຸປະນິໄສທີ່ເສື່ອມຊາມຕ່າງໆຂອງຜູ້ຄົນ, ຕົວຢ່າງທີ່ເຮົາໃຫ້ ຫຼື ສະພາວະສະເພາະທີ່ເຮົາໂອ້ລົມອາດກ່ຽວຂ້ອງກັບຜູ້ຄົນຈຳນວນຫຼາຍ ຫຼື ອາດກ່ຽວຂ້ອງກັບຜູ້ຄົນ ແລະ ສິ່ງຕ່າງໆທີ່ສະເພາະເຈາະຈົງບາງຢ່າງ. ຈຸດປະສົງຂອງການໂອ້ລົມກ່ຽວກັບສິ່ງເຫຼົ່ານີ້ບໍ່ແມ່ນເພື່ອຊອກຫາໂອກາດທີ່ຈະເປີດໂປງພວກເຈົ້າ ແລະ ເຮັດໃຫ້ພວກເຈົ້າອັບອາຍ; ສຳລັບຂໍ້ເທັດຈິງທີ່ເຮົາຍົກຂຶ້ນມາ ຫຼື ສະພາວະທີ່ເຮົາເປີດໂປງ, ພວກມັນພຽງແຕ່ກ່ຽວຂ້ອງກັບຫົວຂໍ້ ແລະ ຄວາມຈິງດ້ານທີ່ພວກເຮົາກຳລັງໂອ້ລົມຢູ່ເທົ່ານັ້ນ. ມັນອາດເປັນໄປໄດ້ວ່າ ເຮົາບໍ່ຮູ້ຈັກເຈົ້າເປັນການສ່ວນຕົວ ແລະ ເຮົາບໍ່ຮູ້ວ່າສິ່ງດັ່ງກ່າວໄດ້ເກີດຂຶ້ນກັບເຈົ້າ, ແຕ່ຕົວຢ່າງທີ່ເຮົາໃຫ້ ຫຼື ສະພາວະທີ່ເຮົາເປີດໂປງນັ້ນບັງເອີນເກີດຂຶ້ນໃນຕົວເຈົ້າ ແລະ ເຈົ້າກໍເອົາຕົວເຈົ້າເອງໄປທຽບໃສ່ກັບມັນ. ເມື່ອບາງຄົນເອົາຕົວພວກເຂົາເອງໄປທຽບໃສ່ກັບສິ່ງດັ່ງກ່າວ, ພວກເຂົາຄິດວ່າ “ມີຄົນໄປຟ້ອງເລື່ອງຂອງຂ້ອຍບໍ? ພຣະອົງເຈົ້າຮູ້ໄດ້ແນວໃດວ່າສິ່ງນີ້ເກີດຂຶ້ນກັບຂ້ອຍ ແລະ ຂ້ອຍມີບັນຫານີ້ ແລະ ຢູ່ໃນສະພາວະນີ້?” ເຮົາບອກວ່າ ເຮົາບໍ່ຮູ້ແທ້ໆວ່າສິ່ງປະເພດນີ້ເກີດຂຶ້ນກັບຄົນໃດຄົນໜຶ່ງ ຫຼື ພວກເຂົາຢູ່ໃນສະພາວະປະເພດນີ້, ແຕ່ຄວາມຈິງທີ່ເຮົາໂອ້ລົມ ຫຼື ບັນຫາທີ່ເຮົາເປີດໂປງນັ້ນ ແມ່ນກ່ຽວຂ້ອງ ແລະ ລວມເອົາສະພາວະນີ້, ບັນຫາປະເພດນີ້ ຫຼື ຕົວຢ່າງປະເພດສະເພາະນີ້. ຍ້ອນວ່າສະພາວະປະເພດນີ້ ແລະ ຕົວຢ່າງປະເພດສະເພາະນີ້ເປັນຕົວແທນ ແລະ ພຽງພໍທີ່ຈະເຮັດໃຫ້ຜູ້ຄົນຮູ້ຈັກຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆບາງປະເພດ ແລະ ຮູ້ຈັກແກ່ນແທ້ຂອງຄົນບາງປະເພດ, ເມື່ອຍົກຕົວຢ່າງ ເຮົາຈຶ່ງບໍ່ສາມາດຫຼີກລ່ຽງການອ້າງອີງເຖິງເຫດການສະເພາະບາງຢ່າງທີ່ເກີດຂຶ້ນໃນຄຣິສຕະຈັກ ຫຼື ການສົນທະນາກ່ຽວກັບສະພາວະສະເພາະບາງຢ່າງໄດ້. ດັ່ງນັ້ນ, ມັນຈຶ່ງເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້ທີ່ຈະມີຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆບາງຢ່າງເຂົ້າມາກ່ຽວຂ້ອງ. ແຕ່ເຮົາບໍ່ມີເຈດຕະນາແມ່ນແຕ່ໜ້ອຍດຽວທີ່ຈະໂຈມຕີຄົນບາງຄົນ; ເປົ້າໝາຍຂອງເຮົາພຽງແຕ່ເພື່ອເຕືອນ ແລະ ເຕືອນສະຕິຜູ້ຄົນ, ເພື່ອໃຫ້ປະຊາກອນທີ່ພຣະເຈົ້າເລືອກສ່ວນໃຫຍ່ໄດ້ຮັບປະໂຫຍດ. ເມື່ອເຮົາຍົກບາງຕົວຢ່າງໃນຂະນະທີ່ເທດສະໜາ ແລະ ໂອ້ລົມ, ມັນບໍ່ໄດ້ແນເປົ້າໃສ່ຄົນໃດຄົນໜຶ່ງເລີຍ; ມັນພຽງແຕ່ເພື່ອໂອ້ລົມກ່ຽວກັບຄວາມຈິງ ແລະ ເພື່ອເປີດໂປງແກ່ນແທ້ຂອງບັນຫາໃດໜຶ່ງເທົ່ານັ້ນ, ເພື່ອໃຫ້ພວກເຈົ້າສາມາດມີຄວາມຊັດເຈນຂຶ້ນ ແລະ ເຂົ້າໃຈແກ່ນແທ້ຂອງບັນຫາໄດ້ດີຂຶ້ນ. ຜ່ານການເຂົ້າໃຈແກ່ນແທ້ຂອງບັນຫາ, ບໍ່ວ່າເຈົ້າຈະລະບຸວ່າຕົວເຈົ້າເອງມີບັນຫານີ້ ຫຼື ບໍ່ວ່າເຈົ້າຈະເບິ່ງທະລຸຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ກ່ຽວຂ້ອງ, ເຈົ້າກໍສາມາດເລີ່ມປະຕິບັດຕາມຫຼັກການຄວາມຈິງທີ່ສອດຄ່ອງກັນ, ໃຊ້ພວກມັນເພື່ອແກ້ໄຂບັນຫາພາຍໃນຕົວເຈົ້າເອງ ແລະ ບັນລຸການເຂົ້າສູ່ຄວາມເປັນຈິງຄວາມຈິງ. ບໍ່ວ່າເຮົາຈະໂອ້ລົມກ່ຽວກັບບັນຫາປະເພດໃດກໍຕາມ, ບໍ່ວ່າມັນຈະເປັນບັນຫາທີ່ມີຢູ່ພາຍໃນຕົວເຈົ້າ ຫຼື ບັນຫາທີ່ມີຢູ່ພາຍໃນຄົນອື່ນ, ເຮົາເຮັດມັນກໍພຽງແຕ່ເພື່ອໂອ້ລົມກ່ຽວກັບຄວາມຈິງ ແລະ ເພື່ອຊ່ວຍໃຫ້ພວກເຈົ້າເຂົ້າໃຈແກ່ນແທ້ ແລະ ຄວາມເປັນຈິງຂອງບັນຫາປະເພດໃດໜຶ່ງໄດ້ດີຂຶ້ນ; ມັນບໍ່ໄດ້ແນເປົ້າໃສ່ບຸກຄົນສະເພາະໃດໜຶ່ງ ຫຼື ຄົນປະເພດສະເພາະໃດໜຶ່ງ. ແນ່ນອນວ່າ ມັນກໍເປັນໄປໄດ້ເຊັ່ນກັນທີ່ຕົ້ນແບບສຳລັບຕົວຢ່າງທີ່ເຮົາໃຫ້ເມື່ອໂອ້ລົມກ່ຽວກັບບັນຫາໃດໜຶ່ງນັ້ນ ແມ່ນສິ່ງທີ່ເກີດຂຶ້ນກັບເຈົ້າ ແລະ ເຮົາໄດ້ນຳໃຊ້ເລື່ອງນີ້ເພື່ອຍົກເປັນຕົວຢ່າງ. ແຕ່ໃນການຍົກຕົວຢ່າງນີ້, ເຮົາບໍ່ໄດ້ກຳລັງເປີດໂປງບັນຫາທີ່ເປັນຂອງເຈົ້າພຽງຜູ້ດຽວ; ກົງກັນຂ້າມ, ບັນຫາຂອງເຈົ້າເປັນຕົວແທນຂອງບັນຫາທີ່ພົບເຫັນໃນທຸກຄົນ, ໃນມະນຸດຊາດທັງປວງ. ແນ່ນອນວ່າ ຈຸດປະສົງຂອງການເປີດໂປງບັນຫາກໍພຽງແຕ່ເພື່ອແກ້ໄຂບັນຫາ, ບໍ່ແມ່ນເພື່ອໂຈມຕີເຈົ້າ. ສະນັ້ນ, ເມື່ອເຈົ້າປະເຊີນກັບສະຖານະການປະເພດນີ້, ເຈົ້າຄວນຮັບມືກັບມັນຢ່າງຖືກຕ້ອງ; ນີ້ຄືວຽກງານຂອງເຮົາ. ວຽກງານຂອງເຮົາ, ໃນດ້ານໜຶ່ງແມ່ນເພື່ອສະໜອງຄວາມຈິງທັງໝົດ, ຄວາມຈິງທຸກດ້ານໃຫ້ແກ່ພວກເຈົ້າ ແລະ ໃນອີກດ້ານໜຶ່ງແມ່ນເພື່ອເປີດໂປງບັນຫາພາຍໃນພວກເຈົ້າ, ສະພາວະຕ່າງໆຂອງມະນຸດຊາດທີ່ເສື່ອມຊາມ ແລະ ອຸປະນິໄສທີ່ເສື່ອມຊາມທັງໝົດພາຍໃນພວກເຂົາ, ພ້ອມທັງບັນຫາທີ່ກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມ. ນີ້ຄືວຽກງານຂອງເຮົາ. ຍ້ອນວ່າວຽກງານຂອງເຮົາ, ນອກເໜືອຈາກການສະໜອງຄວາມຈິງແລ້ວ, ຍັງລວມເຖິງການເປີດໂປງຄວາມເປັນຈິງກ່ຽວກັບຄວາມເສື່ອມຊາມຂອງມະນຸດຊາດທີ່ເສື່ອມຊາມ, ເມື່ອເວົ້າເຖິງວຽກງານນີ້, ແຮງຈູງໃຈຂອງເຮົາແມ່ນດີ. ເຮົາຕ້ອງການຊ່ວຍເຫຼືອ ແລະ ສະໜັບສະໜູນພວກເຈົ້າ, ເຕືອນພວກເຈົ້າ ແລະ ສະໜອງໃຫ້ແກ່ພວກເຈົ້າ, ເພື່ອໃຫ້ພວກເຈົ້າສາມາດເຫັນເຖິງແກ່ນແທ້ຂອງບັນຫາໄດ້ຢ່າງຊັດເຈນ ແລະ ສາມາດກະບົດຕໍ່ອຸປະນິໄສທີ່ເສື່ອມຊາມຂອງພວກເຈົ້າ, ເພື່ອທີ່ພວກເຈົ້າຈະບໍ່ດຳລົງຊີວິດຢູ່ພາຍໃນອຸປະນິໄສທີ່ເສື່ອມຊາມຂອງພວກເຈົ້າອີກຕໍ່ໄປ, ແຕ່ສາມາດຫັນປ່ຽນຕົວພວກເຈົ້າເອງ, ປ່ອຍວາງຄວາມຊົ່ວຮ້າຍໃນມືຂອງພວກເຈົ້າ, ກັບໃຈມາຫາພຣະເຈົ້າ ແລະ ປະຕິບັດຕາມຫຼັກການທີ່ພຣະເຈົ້າກຳນົດ, ບັນລຸການອ່ອນນ້ອມຕໍ່ຄວາມຈິງ ແລະ ການອ່ອນນ້ອມຕໍ່ພຣະເຈົ້າ.
ບໍ່ວ່າເຮົາຈະເປີດໂປງບັນຫາໃດໆຂອງພວກເຈົ້າກໍຕາມ ແລະ ບໍ່ວ່າເຮົາຈະໃຊ້ວິທີການ ຫຼື ນໍ້າສຽງໃດກໍຕາມເມື່ອເປີດໂປງບັນຫາເຫຼົ່ານີ້, ເຮົາເຮັດເຊັ່ນນັ້ນໂດຍອີງໃສ່ຫຼັກການ ແລະ ໂດຍມີແຮງຈູງໃຈເພື່ອຊ່ວຍເຫຼືອພວກເຈົ້າ ແລະ ສະໜັບສະໜູນໃຫ້ພວກເຈົ້າກ້າວເຂົ້າສູ່ເສັ້ນທາງແຫ່ງຄວາມລອດພົ້ນ. ເຮົາບໍ່ມີຄວາມປະສົງຮ້າຍໃດໆ, ມັນມາຈາກເຈດຕະນາດີທັງສິ້ນ. ເຖິງແມ່ນວ່າບາງຄັ້ງຄຳເວົ້າທີ່ເຮົາໃຊ້ບໍ່ສຸພາບປານໃດກໍຕາມ ເມື່ອເປີດໂປງແກ່ນແທ້ຂອງບັນຫາພາຍໃນບຸກຄົນໃດໜຶ່ງ ຫຼື ຄົນປະເພດໃດໜຶ່ງ, ຈຸດປະສົງຂອງເຮົາກໍບໍ່ແມ່ນເພື່ອໂຈມຕີ ຫຼື ກົດຂີ່ໃຜ, ແຕ່ເພື່ອໄຈ້ແຍກແກ່ນແທ້ຂອງບັນຫາ ເພື່ອໃຫ້ຜູ້ຄົນສາມາດມີການແຍກແຍະ ແລະ ປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ໃນສິ່ງນີ້, ບໍ່ມີການວາງແຜນຮ້າຍ, ບໍ່ມີເຈດຕະນາທີ່ຈະໂຈມຕີເຈົ້າ ຫຼື ກົດຂີ່ເຈົ້າ ແລະ ບໍ່ມີເຈດຕະນາທີ່ຈະເປີດເຜີຍຂໍ້ບົກພ່ອງຂອງເຈົ້າ ຫຼື ເຮັດໃຫ້ເຈົ້າອັບອາຍ. ເຖິງແມ່ນວ່າ ເມື່ອໂອ້ລົມກ່ຽວກັບບັນຫາບາງຢ່າງ, ເຮົາກຳນົດລັກສະນະພຶດຕິກຳ ຫຼື ອຸປະນິໄສ ແລະ ແກ່ນແທ້ຂອງຄົນປະເພດໃດໜຶ່ງ, ການກຳນົດລັກສະນະນັ້ນກໍສອດຄ່ອງກັບຂໍ້ເທັດຈິງທີ່ກົງໄປກົງມາຢ່າງສົມບູນ. ຕົວຢ່າງ: ຖ້າເຈົ້າອວດດີ ແລະ ຖືຕົນວ່າຊອບທຳ, ເຮັດຕົວແບບຜະເດັດການຢູ່ສະເໝີ ແລະ ໄດ້ເຮັດສິ່ງທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ ແລະ ເຮົາເວົ້າກັບເຈົ້າວ່າ “ຖ້າເຈົ້າຍັງສືບຕໍ່ເຮັດແບບນີ້ ແລະ ປະຕິເສດທີ່ຈະກັບໃຈ ບໍ່ວ່າຈະເກີດຫຍັງຂຶ້ນກໍຕາມ, ແລ້ວນັ້ນກໍຄືແກ່ນແທ້ຂອງເຈົ້າ ແລະ ທັດສະນະຄະຕິຂອງພຣະເຈົ້າທີ່ມີຕໍ່ເຈົ້າກໍຄືການປ່ອຍປະເຈົ້າ ຫຼື ລັງກຽດເຈົ້າ”, ຄຳເວົ້າເຫຼົ່ານີ້ກຳລັງໂຈມຕີເຈົ້າບໍ? ບໍ່. ເຖິງແມ່ນວ່າສິ່ງເຫຼົ່ານີ້ຈະຖືກກ່າວໃນບໍລິບົດທີ່ສະເພາະ ແລະ ຖືກເວົ້າໃນລັກສະນະນີ້, ການສະໜອງ ແລະ ຄວາມຊ່ວຍເຫຼືອທີ່ເຮົາໃຫ້ເຈົ້າ ແລະ ຄວາມຄາດຫວັງຂອງເຮົາທີ່ມີຕໍ່ເຈົ້າກໍບໍ່ປ່ຽນແປງ; ເຈົ້າຍັງຄົງໄດ້ຮັບໂອກາດໃຫ້ກັບໃຈ. ຖ້າເຈົ້າຮູ້ສຶກສຳນຶກຜິດ, ຫັນປ່ຽນຕົວເຈົ້າເອງ ແລະ ປ່ຽນແປງ, ເຮືອນຂອງພຣະເຈົ້າກໍຍັງຈະເລື່ອນຕຳແໜ່ງເຈົ້າໃຫ້ເຮັດໜ້າທີ່ປະເພດໃດກໍຕາມທີ່ເຈົ້າເໝາະສົມ; ເຮົາຈະບໍ່ມີທາງຂັດຂວາງສິ່ງນັ້ນເລີຍ. ທຸກຄົນລ້ວນແຕ່ເຮັດຄວາມຜິດພາດບາງຢ່າງເມື່ອພວກເຂົາເລີ່ມເຊື່ອໃນພຣະເຈົ້າທຳອິດ ແລະ ບໍ່ເຂົ້າໃຈຄວາມຈິງ, ແຕ່ບາງຄົນກໍສາມາດກັບໃຈໄດ້ ແລະ ໄດ້ເຮັດສິ່ງທີ່ດີບາງຢ່າງ ແລະ ປະຕິບັດການກະທຳທີ່ດີບາງຢ່າງ. ສົມມຸດວ່າອ້າຍເອື້ອຍນ້ອງແນະນຳພວກເຂົາ ໂດຍກ່າວວ່າ “ຄົນຜູ້ນີ້ໄດ້ກັບໃຈແທ້ໆ ແລະ ແຕກຕ່າງຈາກທີ່ພວກເຂົາເຄີຍເປັນ. ກ່ອນໜ້ານີ້, ພວກເຂົາອວດດີ ແລະ ປ່ອຍຕົວ, ປາສະຈາກລັກສະນະຄ້າຍຄືມະນຸດ; ພວກເຂົາໄດ້ເຮັດສິ່ງທີ່ຊົ່ວຮ້າຍບາງຢ່າງ, ດ້ວຍເຫດນີ້ຈຶ່ງຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ ແລະ ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ເຄື່ອງຖວາຍຂອງພຣະເຈົ້າ, ສະນັ້ນ ຄຣິສຕະຈັກຈຶ່ງຄັດພວກເຂົາອອກ. ແຕ່ຫຼັງຈາກທີ່ຖືກຄັດອອກແລ້ວ, ພວກເຂົາກໍຮູ້ສຶກສຳນຶກຜິດຢ່າງຍິ່ງ ແລະ ຕອນນີ້ພວກເຂົາກໍໄດ້ກັບໃຈແລ້ວ. ພວກເຂົາເຖິງກັບເປັນຝ່າຍລິເລີ່ມທີ່ຈະຊົດເຊີຍຄວາມເສຍຫາຍ, ຂໍໃຫ້ຄຣິສຕະຈັກຍອມຮັບພວກເຂົາອີກຄັ້ງ, ສັນຍາວ່າພວກເຂົາຈະບໍ່ເຮັດຄວາມຊົ່ວອີກ ແລະ ເຕັມໃຈທີ່ຈະເປັນຄົນທີ່ຕໍ່າຕ້ອຍທີ່ສຸດໃນຄຣິສຕະຈັກ ແລະ ອ່ອນນ້ອມຕໍ່ແມ່ນຫຍັງກໍຕາມທີ່ເຮືອນຂອງພຣະເຈົ້າຂໍໃຫ້ພວກເຂົາເຮັດ”. ຖ້າຄົນທີ່ຂ້ອນຂ້າງໃກ້ຊິດກັບພວກເຂົາຕ້ອງການແນະນຳພວກເຂົາຫຼັງຈາກທີ່ໄດ້ຮັບຄວາມເຂົ້າໃຈຢ່າງຖີ່ຖ້ວນກ່ຽວກັບພວກເຂົາແລ້ວ, ເຮົາບອກວ່າ ຖ້າພວກເຂົາໄດ້ກັບໃຈຢ່າງແທ້ຈິງ ແລະ ພວກເຂົາເປັນທີ່ຕ້ອງການສຳລັບວຽກງານຂອງເຮືອນຂອງພຣະເຈົ້າໃນຕອນນີ້, ພວກເຂົາກໍສາມາດຖືກນຳໃຊ້ໄດ້ອີກຄັ້ງ; ເຮົາຈະບໍ່ຂັດຂວາງ. ເຖິງແມ່ນວ່າບຸກຄົນຈຳນວນໜຶ່ງໄດ້ເຮັດສິ່ງທີ່ບໍ່ເປັນມິດປານໃດຕໍ່ເຮົາເປັນການສ່ວນຕົວ, ຖ້າພວກເຂົາບັນລຸເງື່ອນໄຂສຳລັບການເລື່ອນຕຳແໜ່ງ, ເຮົາກໍຈະບໍ່ຂັດຂວາງເຊັ່ນກັນ; ເຮົາຈະໃຫ້ໂອກາດພວກເຂົາ. ສະນັ້ນ, ບໍ່ວ່າຈະເປັນໃນຄຳເທດສະໜາ ຫຼື ໃນຊີວິດຈິງ ແລະ ບໍ່ວ່າສະພາບແວດລ້ອມ ຫຼື ບໍລິບົດຈະເປັນແນວໃດກໍຕາມ, ເຮົາຈະປະຕິບັດຕໍ່ເຈົ້າຢ່າງຍຸຕິທຳ ແລະ ເປັນທຳ. ໃນບໍລິບົດທີ່ສະພາບແວດລ້ອມເອື້ອອຳນວຍ, ເຮົາຈະຊ່ວຍເຫຼືອພວກເຈົ້າດ້ວຍເຈດຕະນາດີ ຫຼື ຖາມກ່ຽວກັບວ່າພວກເຈົ້າປະຕິບັດໜ້າທີ່ຂອງພວກເຈົ້າແນວໃດ. ຖ້າມັນຢູ່ໃນສະພາບແວດລ້ອມການເຮັດວຽກທີ່ພິເສດ, ເຮົາກໍຈະເຮັດຈົນສຸດຄວາມສາມາດຂອງເຮົາເພື່ອຊ່ວຍເຫຼືອ ແລະ ສະໜັບສະໜູນພວກເຈົ້າ, ໂດຍໃຫ້ການຊີ້ແນະ, ການນໍາພາ ຫຼື ຄວາມຊ່ວຍເຫຼືອໃນວຽກງານສະເພາະດ້ານບາງຢ່າງແກ່ພວກເຈົ້າ. ບາງຄັ້ງສິ່ງທີ່ເຮົາກຳລັງເຮັດກໍຄືການປຶກສາຫາລືກັບພວກເຈົ້າ ແລະ ແລກປ່ຽນຄວາມຄິດເຫັນກັບພວກເຈົ້າ. ເຖິງແມ່ນວ່າບາງຄັ້ງເຮົາຈະເວົ້າວ່າ “ວຽກງານທີ່ເຈົ້າໄດ້ເຮັດນັ້ນບໍ່ສາມາດຍອມຮັບບໍ່ໄດ້”, ເຮົາກໍພຽງແຕ່ເວົ້າຄວາມຈິງ ແລະ ກົງໄປກົງມາ. ເຮົາບໍ່ໄດ້ເວົ້າສິ່ງດັ່ງກ່າວເພື່ອກົດຂີ່ພວກເຈົ້າ, ແຕ່ເພື່ອແລກປ່ຽນແນວຄິດ ຫຼື ແລກປ່ຽນຄວາມຄິດເຫັນກັບພວກເຈົ້າ. ເຮົາເຮັດຈົນສຸດຄວາມສາມາດຂອງເຮົາເພື່ອໃຫ້ໂອກາດພວກເຈົ້າໄດ້ເວົ້າ ແລະ ສະແດງຄວາມສາມາດຂອງພວກເຈົ້າ, ເພື່ອໃຫ້ຂີດຄວາມສາມາດ, ພອນສະຫວັນ, ຄວາມຮູ້ທີ່ພວກເຈົ້າໄດ້ຮຽນມາ, ສາມັນສຳນຶກທີ່ພວກເຈົ້າມີ ຫຼື ປະສົບການທີ່ພວກເຈົ້າໄດ້ສະສົມມາ ສາມາດຖືກນຳໃຊ້ຈົນເກີດປະໂຫຍດສູງສຸດ. ຖ້າຜົນຮັບອອກມາບໍ່ດີ, ເຮົາກໍພຽງແຕ່ເວົ້າວ່າ “ວຽກງານທີ່ເຈົ້າໄດ້ເຮັດນັ້ນບໍ່ດີປານໃດ. ໃຫ້ໄຕ່ຕອງ ແລະ ສະແຫວງຫາຫຼາຍຂຶ້ນ ແລະ ເບິ່ງວ່າເຈົ້າສາມາດເຮັດມັນໃຫ້ດີຂຶ້ນ ຫຼື ບໍ່”. ເຮົາໃຫ້ການສະໜັບສະໜູນ, ການສະໜອງ ແລະ ຄວາມຊ່ວຍເຫຼືອຢ່າງເຕັມທີ່ແກ່ພວກເຈົ້າສະເໝີ, ເພື່ອວ່າເມື່ອພວກເຈົ້າສື່ສານ ແລະ ມີປະຕິສຳພັນກັບເຮົາ, ພວກເຈົ້າຈະສາມາດໄດ້ຮັບປະໂຫຍດ, ບໍ່ວ່າຈະເປັນໃນຊີວິດ ຫຼື ໃນຂະບວນການປະຕິບັດໜ້າທີ່ຂອງພວກເຈົ້າ. ນີ້ຄືຫຼັກການໃນການເຮັດວຽກຂອງເຮົາ ແລະ ມັນກໍຄືກັນໃນຊີວິດປະຈຳວັນຂອງເຮົາ. ບາງຄັ້ງ, ເມື່ອເຮົາມີປະຕິສຳພັນ ແລະ ສື່ສານກັບຜູ້ຄົນ, ພວກເຮົາກໍຫຼີກລ່ຽງບໍ່ໄດ້ທີ່ຈະເວົ້າກ່ຽວກັບເລື່ອງເລັກໆນ້ອຍໆບາງຢ່າງໃນຊີວິດປະຈຳວັນ, ເຊິ່ງກ່ຽວຂ້ອງກັບສິ່ງພາຍນອກ ເຊັ່ນ: ສິ່ງຈຳເປັນພື້ນຖານ, ການຮັກສາສຸຂະພາບ, ຢາປົວພະຍາດ ແລະ ອື່ນໆ ແລະ ບາງຄົນກໍກ່າວເຖິງມຸມມອງ, ຄຳເວົ້າ ຫຼື ສາມັນສຳນຶກບາງຢ່າງກ່ຽວກັບເລື່ອງເລັກໆນ້ອຍໆໃນຊີວິດ. ກ່ຽວກັບທຸກດ້ານຂອງສາມັນສຳນຶກ, ເຮົາພຽງແຕ່ສະແດງມຸມມອງສ່ວນຕົວຂອງເຮົາ. ຖ້າເຈົ້າຄິດວ່າສິ່ງທີ່ເຮົາເວົ້ານັ້ນຖືກຕ້ອງ, ເຈົ້າກໍສາມາດຍອມຮັບມັນໄດ້; ຖ້າເຈົ້າຄິດວ່າສິ່ງທີ່ເຮົາເວົ້ານັ້ນຜິດ, ເຮົາກໍຈະບໍ່ໃຊ້ອັດຕະລັກ ແລະ ສະຖານະຂອງເຮົາເພື່ອກົດຂີ່ເຈົ້າ, ໂດຍບອກເຈົ້າວ່າ “ທຸກສິ່ງທີ່ເຮົາເວົ້ານັ້ນຖືກຕ້ອງ. ບໍ່ວ່າເຮົາຈະໃຊ້ນໍ້າສຽງໃດກໍຕາມ ຫຼື ບໍ່ວ່າເຈົ້າຈະມັກສິ່ງທີ່ເຮົາເວົ້າ ຫຼື ບໍ່ກໍຕາມ, ເຮົາຈະສາມາດທຳຮ້າຍເຈົ້າ ຫຼື ເຮັດຜິດຕໍ່ເຈົ້າໄດ້ບໍ? ເຈົ້າຕ້ອງຍອມຮັບມັນ!” ເຮົາຈະບໍ່ເຮັດສິ່ງນີ້; ເຮົາຈະປ່ອຍໃຫ້ເປັນໄປຕາມທຳມະຊາດ. ຕົວຢ່າງ: ເຈົ້າໃສ່ເກືອໃສ່ອາຫານຂອງເຈົ້າຫຼາຍເກີນໄປ ແລະ ເຮົາເວົ້າວ່າການກິນເກືອຫຼາຍເກີນໄປນັ້ນບໍ່ດີຕໍ່ສຸຂະພາບຂອງເຈົ້າ. ບາງຄົນບໍ່ຍອມຮັບສິ່ງນີ້; ພວກເຂົາຮູ້ສຶກວ່າ ຖ້າພວກເຂົາໃຊ້ເກືອໜ້ອຍລົງ, ອາຫານກໍຈະຈືດ ແລະ ຂາດລົດຊາດ. ພວກເຂົາຢືນຢັນທີ່ຈະກິນຕາມລົດຊາດຂອງພວກເຂົາເອງ. ເຮົາເວົ້າວ່າເຈົ້າມີອິດສະລະທີ່ຈະເຮັດແບບນັ້ນ ແລະ ເຮົາຈະບໍ່ແຊກແຊງ. ເຖິງແມ່ນວ່າຄຳເວົ້າທີ່ວ່າ “ການກິນເກືອຫຼາຍເກີນໄປນັ້ນບໍ່ດີຕໍ່ສຸຂະພາບຂອງເຈົ້າ” ຈະບໍ່ເຖິງລະດັບຂອງຄວາມຈິງ, ມັນກໍເປັນສາມັນສຳນຶກໃນຊີວິດ. ສຳລັບຮ່າງກາຍຝ່າຍເນື້ອໜັງນີ້ທີ່ພຣະເຈົ້າໄດ້ສ້າງຂຶ້ນມາສຳລັບຜູ້ຄົນ, ມີປະລິມານເກືອທີ່ແນ່ນອນທີ່ຮ່າງກາຍຕ້ອງການຕໍ່ມື້; ການກິນເກີນປະລິມານນີ້ຈະທຳລາຍຮ່າງກາຍຂອງຄົນເຮົາ ແລະ ສົ່ງຜົນສະທ້ອນຕາມມາ. ຍັງມີຄົນທີ່ຮູ້ສຶກຢູ່ສະເໝີວ່າພວກເຂົາຂາດສານອາຫານ, ສະນັ້ນ ພວກເຂົາຈຶ່ງກິນອາຫານທີ່ບຳລຸງຢູ່ຕະຫຼອດເວລາ. ໃນທີ່ສຸດ, ການທີ່ພວກເຂົາໄດ້ຮັບສານອາຫານຫຼາຍເກີນໄປກໍນຳໄປສູ່ບັນຫາສຸຂະພາບ ແລະ ພວກເຂົາກໍຕ້ອງໄດ້ປັບປ່ຽນ. ປະລິມານສານອາຫານທີ່ຮ່າງກາຍຝ່າຍເນື້ອໜັງນີ້ທີ່ພຣະເຈົ້າໄດ້ສ້າງຂຶ້ນຕ້ອງການ ແມ່ນກ່ຽວຂ້ອງກັບອັດຕາສ່ວນຂອງເມັດພືດ, ຜັກ, ໝາກໄມ້ ແລະ ຊີ້ນທີ່ພຣະເຈົ້າໄດ້ສ້າງຂຶ້ນສຳລັບມະນຸດຊາດ. ຖ້າເຈົ້າກິນຕາມອັດຕາສ່ວນເຫຼົ່ານີ້, ເຈົ້າກໍສາມາດຮັກສາສຸຂະພາບພື້ນຖານໄດ້; ຖ້າເຈົ້າບໍ່ສົນໃຈອັດຕາສ່ວນເຫຼົ່ານີ້ ແລະ ກິນຕາມອຳເພີໃຈ ແລະ ກິນບໍ່ເລືອກຕາມຄວາມມັກຂອງເຈົ້າ, ເຈົ້າກໍຈະເກີດມີບັນຫາສຸຂະພາບ. ເຮົາບອກຂໍ້ເທັດຈິງເຫຼົ່ານີ້ແກ່ເຈົ້າ ແຕ່ເຈົ້າບໍ່ຍອມຮັບພວກມັນ. ເຈົ້າຄິດວ່າ “ການເທດສະໜາ ແລະ ການໂອ້ລົມກ່ຽວກັບຄວາມຈິງແມ່ນຈຸດແຂງຂອງພຣະອົງ ແຕ່ພຣະອົງບໍ່ເຂົ້າໃຈເລື່ອງລາວເຫຼົ່ານີ້ໃນຊີວິດປະຈຳວັນ. ຂ້ານ້ຍອບໍ່ຈຳເປັນຕ້ອງຟັງພຣະອົງ ເພາະສິ່ງນີ້ບໍ່ກ່ຽວຂ້ອງກັບຄວາມຈິງ”. ເຮົາບອກວ່າເຈົ້າສາມາດເລືອກທີ່ຈະບໍ່ຍອມຮັບມັນໄດ້ ແລະ ເຈົ້າສາມາດດຳລົງຊີວິດອິງຕາມຄວາມມັກຂອງເຈົ້າເອງ ແຕ່ເຈົ້າຕ້ອງຮູ້ວ່າ ຖ້າເຈົ້າບໍ່ສາມາດຍອມຮັບຄຳເວົ້າຂອງເຮົາ, ບໍ່ຊ້າກໍໄວເຈົ້າກໍຈະເກີດມີບັນຫາສຸຂະພາບ. ເຈົ້າຈະຕ້ອງຈ່າຍລາຄາສຳລັບການຕັດສິນໃຈຂອງເຈົ້າ. ເຮົາພຽງແຕ່ສະແດງມຸມມອງຂອງເຮົາ; ເຮົາຈະບໍ່ໃຊ້ສະຖານະຂອງເຮົາເພື່ອກົດຂີ່ເຈົ້າ. ອີກຢ່າງໜຶ່ງ, ຖ້າເຈົ້າບໍ່ຍອມຮັບມຸມມອງຂອງເຮົາ, ເຮົາກໍຈະບໍ່ບັງຄັບເຈົ້າ ແລະ ເຮົາຈະບໍ່ເວົ້າວ່າເຈົ້າໂງ່ຈ້າ ແລະ ດື້ດ້ານເກີນໄປທີ່ບໍ່ຍອມຮັບສິ່ງທີ່ເປັນບວກ. ຄວາມຈິງແລ້ວ, ເຈົ້າເປັນແບບນັ້ນແທ້ໆ ແຕ່ເຮົາບໍ່ເຄີຍເວົ້າແບບນັ້ນ. ເຮົາຈະບໍ່ເຮັດໃຫ້ເລື່ອງເລັກໆນ້ອຍໆໃນຊີວິດປະຈຳວັນກາຍເປັນເລື່ອງໃຫຍ່ໂຕ ຈາກນັ້ນກໍສັ່ງສອນ ແລະ ເທດສະໜາໃຫ້ເຈົ້າຟັງ. ເຮົາຈະບໍ່ເຮັດແບບນັ້ນ ເພາະນັ້ນບໍ່ແມ່ນຄວາມຮັບຜິດຊອບຂອງເຮົາ. ເຮົາກໍບໍ່ຕ້ອງການເຮັດແບບນັ້ນເຊັ່ນກັນ. ເຮົາໄດ້ປະຕິບັດຄວາມຮັບຜິດຊອບຂອງເຮົາສຳເລັດແລ້ວໂດຍການໂອ້ລົມ ແລະ ການເທດສະໜາ; ນີ້ແມ່ນຢູ່ໃນຂອບເຂດພັນທະກິດຂອງເຮົາ. ສຳລັບສິ່ງທີ່ເຈົ້າກິນໃນແຕ່ລະມື້, ເຈົ້າຈັດການເລື່ອງນັ້ນດ້ວຍຕົວເຈົ້າເອງ. ສິ່ງທີ່ພຣະເຈົ້າໄດ້ສ້າງຂຶ້ນສຳລັບມະນຸດຊາດ ແລະ ໃນປະລິມານເທົ່າໃດ ພ້ອມທັງອາຫານ ແລະ ຂອງພິເສດໃດແດ່ທີ່ຖືກຜະລິດໃນແຕ່ລະລະດູການ ນັ້ນກໍຄື ວິທີທີ່ເຈົ້ານຳໃຊ້ສິ່ງທັງໝົດເຫຼົ່ານີ້ແມ່ນທຸລະຂອງເຈົ້າເອງ; ເຈົ້າສາມາດຈັດສັນພວກມັນດ້ວຍຕົວເຈົ້າເອງ. ຖ້າສະຕິຮູ້ສຶກຜິດຊອບ ແລະ ເຫດຜົນໃນຄວາມເປັນມະນຸດຂອງເຈົ້າປົກກະຕິ ແລະ ສົມບູນ, ເຈົ້າກໍຈະນຳໃຊ້ ແລະ ຈັດສັນພວກມັນຢ່າງພໍດີ. ຖ້າເຫດຜົນຂອງເຈົ້າບໍ່ສົມບູນ, ເຈົ້າກໍຈະນຳໃຊ້ ຫຼື ຈັດສັນພວກມັນໃນວິທີທີ່ຫຼາຍເກີນໄປ ແລະ ເຈົ້າພຽງຜູ້ດຽວຈະຕ້ອງຮັບຜົນສະທ້ອນໃດກໍຕາມທີ່ໃນທີ່ສຸດແລ້ວສິ່ງນີ້ນຳມາສູ່ຮ່າງກາຍຝ່າຍເນື້ອໜັງຂອງເຈົ້າ. ສະນັ້ນ, ເຮົາສົມເຫດສົມຜົນຫຼາຍເມື່ອເວົ້າເຖິງເລື່ອງນີ້; ເຮົາພຽງແຕ່ບອກມຸມມອງຂອງເຮົາແກ່ເຈົ້າ ແລະ ເຮົາຈະບໍ່ບັງຄັບໃຫ້ເຈົ້າຍອມຮັບພວກມັນ. ບາງຄັ້ງ, ເມື່ອເຮົາເຫັນວ່າພວກເຈົ້າມີນິໄສການດຳລົງຊີວິດບາງຢ່າງທີ່ບໍ່ດີ, ເຮົາກໍຈະບໍ່ບັງຄັບໃຫ້ພວກເຈົ້າປ່ຽນແປງພວກມັນເຊັ່ນກັນ; ເຮົາພຽງແຕ່ຈະໃຫ້ຄຳເຕືອນເລັກນ້ອຍ. ຖ້າພວກເຈົ້າບໍ່ຍອມຮັບມັນ ຫຼື ບໍ່ປ່ຽນແປງ, ເຮົາກໍຈະບໍ່ເວົ້າຫຍັງອີກ. ຄວາມຈິງແລ້ວ ນິໄສການດຳລົງຊີວິດແມ່ນແກ້ໄຂໄດ້ງ່າຍຫຼາຍ. ນິໄສການດຳລົງຊີວິດທີ່ຜິດ ຫຼື ບໍ່ສົມຄວນນັ້ນຄວນໄດ້ຮັບການແກ້ໄຂ; ນີ້ຄືທັດສະນະຄະຕິຂອງການຍອມຮັບສິ່ງທີ່ເປັນບວກ. ການມີທັດສະນະຄະຕິ ແລະ ຄວາມເຕັມໃຈທີ່ຈະຍອມຮັບສິ່ງທີ່ເປັນບວກແມ່ນສ່ວນໜຶ່ງຂອງຄວາມມີເຫດຜົນພື້ນຖານທີ່ຄວນມີຢູ່ພາຍໃນຄວາມເປັນມະນຸດທີ່ປົກກະຕິ. ບາງຄົນປ່ອຍໃຫ້ສິ່ງທີ່ເປັນບວກເຂົ້າຫູຊ້າຍອອກຫູຂວາ. ພວກເຂົາບໍ່ເອົາຈິງເອົາຈັງກັບສິ່ງເຫຼົ່ານັ້ນ ແລະ ເຖິງກັບຢືນຢັນໃນວິທີການປະຕິບັດທີ່ຜິດ ແລະ ວິທີການເຮັດສິ່ງຕ່າງໆທີ່ຜິດຂອງພວກເຂົາ. ບາງຄົນເຖິງກັບເວົ້າວ່າ “ຂ້ອຍໄດ້ດຳລົງຊີວິດແບບນີ້ມາຫຼາຍປີແລ້ວ ແລະ ກໍບໍ່ມີຜົນສະທ້ອນໃດໆເກີດຂຶ້ນ”. ນີ້ຄືບັນຫາຂອງອຸປະນິໄສ. ນີ້ຄືອຸປະນິໄສປະເພດໃດ? ມັນຄືອຸປະນິໄສແຫ່ງຄວາມດື້ດ້ານ ແລະ ຄວາມຫົວແຂງ ແລະ ການບໍ່ຍອມຮັບມຸມມອງທີ່ຖືກຕ້ອງ ຫຼື ສິ່ງທີ່ເປັນບວກ. ເຮົາບອກເຈົ້າເລີຍວ່າ ສິ່ງນີ້ບົ່ງບອກເຖິງອຸປະນິໄສທີ່ເສື່ອມຊາມ ແລະ ເຈົ້າຕ້ອງປ່ຽນແປງມັນ ແລະ ປະຖິ້ມມັນ. ວິທີການປະຕິບັດທີ່ຜິດຂອງເຈົ້າ ແລະ ທັດສະນະຄະຕິທີ່ຫົວແຂງນັ້ນຂອງເຈົ້າຕ້ອງໄດ້ຮັບການຫັນປ່ຽນ; ພຽງແຕ່ເມື່ອເຮັດເຊັ່ນນັ້ນ ເຈົ້າຈຶ່ງຈະສາມາດມີການປ່ຽນແປງທີ່ແທ້ຈິງໄດ້.
ບາງຄົນມັກໂຈມຕີຄົນອື່ນ; ສິ່ງນີ້ບໍ່ດີ. ຖ້າເຮົາເຫັນພວກເຈົ້າເຮັດບາງຢ່າງທີ່ຜິດ, ເຮົາກໍຈະສະແດງມຸມມອງຂອງເຮົາຢ່າງມີເຫດຜົນ ແລະ ເຕືອນພວກເຈົ້າດ້ວຍເຈດຕະນາດີ. ນີ້ຄືວິທີການເຮັດສິ່ງຕ່າງໆຂອງເຮົາ. ນອກຈາກນີ້, ຖ້າບັນຫາບາງຢ່າງຮຽກຮ້ອງໃຫ້ມີການເປີດໂປງອຸປະນິໄສທີ່ເສື່ອມຊາມຂອງພວກເຈົ້າ, ແລ້ວເຮົາກໍຈະເປີດໂປງພວກມັນຢ່າງບໍ່ເກງໃຈ; ນີ້ຄືການຮັບຜິດຊອບຕໍ່ຜູ້ຄົນ. ເມື່ອເຮົາເປີດໂປງບັນຫາຂອງຜູ້ຄົນ, ເຮົາເປີດໂປງແກ່ນແທ້ຂອງບັນຫາ ແລະ ສະແດງໃຫ້ເຫັນວ່າພວກມັນເປັນແນວໃດກັນແທ້; ເຮົາບໍ່ໄດ້ນຳໃຊ້ກົດລະບຽບ ຫຼື ເຮັດໃຫ້ເລື່ອງນ້ອຍກາຍເປັນເລື່ອງໃຫຍ່. ເຮົາເຮັດສິ່ງນີ້ ເພາະສິ່ງນີ້ແມ່ນຢູ່ໃນຂອບເຂດວຽກງານຂອງເຮົາ, ເຮົາເປີດໂປງສິ່ງທີ່ຄວນຖືກເປີດໂປງ ແລະ ເຮົາບໍ່ໄດ້ເວົ້າໜ້ອຍກວ່າສິ່ງທີ່ຈຳເປັນຕ້ອງເວົ້າແມ່ນແຕ່ຄຳດຽວ. ສະນັ້ນ, ເຮົາມີຫຼັກການໃນການເຮັດສິ່ງຕ່າງໆ. ໃນດ້ານໜຶ່ງ, ໃນຊີວິດປະຈຳວັນ, ເຮົາຈັດການກັບເລື່ອງເຫຼົ່ານີ້ໂດຍອີງໃສ່ຫຼັກການຂອງຄວາມມີເຫດຜົນ, ໂດຍໃຫ້ເຈົ້າຮູ້ວ່າມຸມມອງຂອງເຮົາແມ່ນຫຍັງ. ຖ້າເຈົ້າເອົາໃຈໃສ່, ເອົາມັນມາໃສ່ໃຈ ແລະ ມີຄວາມມີເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ, ເຈົ້າກໍຈະຍອມຮັບ ຫຼື ຮັບມືກັບຄວາມຄິດ ແລະ ມຸມມອງເຫຼົ່ານີ້ຢ່າງຖືກຕ້ອງ ໂດຍທີ່ເຮົາບໍ່ຈຳເປັນຕ້ອງເທດສະໜາກ່ຽວກັບມັນ. ໃນອີກດ້ານໜຶ່ງ, ໃນວຽກງານ, ເຮົາຈະບໍ່ຫຼີກລ່ຽງບັນຫາຂອງພວກເຈົ້າ ແລະ ເຮົາຈະບໍ່ກັກຄຳເວົ້າໄວ້ເພາະຢ້ານວ່າຈະເຮັດໃຫ້ພວກເຈົ້າອັບອາຍ. ເຮົາຈະເປີດໂປງບັນຫາຂອງພວກເຈົ້າ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຈົ້າ ເພື່ອໃຫ້ພວກເຈົ້າສາມາດມາຮູ້ຈັກບັນຫາໃນດ້ານນີ້ ແລະ ປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຈົ້າ. ເປົ້າໝາຍຂອງເຮົາແມ່ນເພື່ອເຮັດໃຫ້ພວກເຈົ້າສາມາດກ້າວເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ. ບໍ່ວ່າພວກເຈົ້າຈະມີບັນຫາໃນຊີວິດ ຫຼື ໃນວຽກງານກໍຕາມ, ຖ້າມັນກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມ ຫຼື ຄວາມຈິງ, ເຮົາກໍຈະບໍ່ຫຼີກລ່ຽງບັນຫານັ້ນ; ເຮົາຈະໂອ້ລົມກ່ຽວກັບມັນຢ່າງຊັດເຈນກັບພວກເຈົ້າ. ບໍ່ວ່າເຮົາຈະໂອ້ລົມ ຫຼື ຮັບມືກັບບັນຫາໃດໜຶ່ງດ້ວຍວິທີໃດກໍຕາມ, ເຮົາກໍມີວິທີການ ແລະ ຫຼັກການຂອງເຮົາ. ເມື່ອຮອດເວລາທີ່ເຮົາຕ້ອງປະຕິບັດຄວາມຮັບຜິດຊອບຂອງເຮົາ, ເຮົາກໍຈະຮັບຜິດຊອບໃນການເຮັດເຊັ່ນນັ້ນ. ເຮົາບໍ່ຢ້ານທີ່ຈະເຮັດໃຫ້ພວກເຈົ້າອັບອາຍ; ເຮົາຈະເປີດໂປງບັນຫາ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຈົ້າ ເພື່ອໃຫ້ພວກເຈົ້າສາມາດມາຮູ້ຈັກພວກມັນ. ນີ້ຄືຄວາມຮັບຜິດຊອບຂອງເຮົາ. ຖ້າບັນຫາຂອງພວກເຈົ້າບໍ່ກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມ ຫຼື ຫຼັກການຄວາມຈິງ, ພວກເຈົ້າກໍມີອິດສະລະ ແລະ ມີສິດທີ່ຈະເລືອກ ແລະ ປະຕິບັດຕາມທີ່ພວກເຈົ້າປາຖະໜາ; ເຮົາຈະບໍ່ແຊກແຊງ. ສະນັ້ນ, ບໍ່ວ່າເຮົາຈະເປີດໂປງບັນຫາຂອງພວກເຈົ້າ ຫຼື ບໍ່, ມັນກໍບໍ່ກ່ຽວຂ້ອງກັບການໂຈມຕີ, ການບີບຄັ້ນ ຫຼື ການກົດຂີ່ພວກເຈົ້າ. ໃນຊີວິດປະຈຳວັນ, ສຳລັບເລື່ອງທີ່ບໍ່ກ່ຽວຂ້ອງກັບຫຼັກການ ເຊັ່ນ: ສິ່ງຈຳເປັນພື້ນຖານ, ເຮົາໃຫ້ອິດສະລະແກ່ພວກເຈົ້າຢ່າງເຕັມທີ່ໃນການເລືອກດ້ວຍຕົວພວກເຈົ້າເອງ. ເຖິງຢ່າງໃດກໍຕາມ, ຖ້າມັນກ່ຽວຂ້ອງກັບເລື່ອງຂອງຫຼັກການ, ນັ້ນກໍຄື ຖ້າມັນກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມ ຫຼື ກ່ຽວຂ້ອງກັບທັດສະນະຄະຕິຂອງເຈົ້າທີ່ມີຕໍ່ການເຮັດວຽກ, ການປະຕິບັດໜ້າທີ່ຂອງເຈົ້າ, ພຣະເຈົ້າ ຫຼື ຄວາມຈິງ, ແລ້ວເຮົາກໍຄວນໂອ້ລົມກ່ຽວກັບມັນ. ເຈົ້າເຫັນບໍວ່າ ບໍ່ວ່າເຮົາຈະເຮັດບາງສິ່ງແນວໃດກໍຕາມ, ເຮົາກໍໃສ່ໃຈກັບມັນ, ແມ່ນບໍ? ເຮົາມີຫຼັກການ. ສຳລັບສິ່ງໃດກໍຕາມທີ່ບໍ່ກ່ຽວຂ້ອງກັບຄວາມຈິງ, ທັດສະນະຄະຕິຂອງພວກເຈົ້າທີ່ມີຕໍ່ພຣະເຈົ້າ ຫຼື ຄວາມຈິງ ຫຼື ທັດສະນະຄະຕິຂອງພວກເຈົ້າທີ່ມີຕໍ່ວຽກງານຂອງຄຣິສຕະຈັກ ແລະ ການປະຕິບັດໜ້າທີ່ຂອງພວກເຈົ້າ, ເຮົາກໍຈະບໍ່ແຊກແຊງ; ເຮົາຫຍຸ້ງແຕ່ກັບເລື່ອງຂອງຕົນເອງ. ໂດຍສະເພາະເມື່ອເວົ້າເຖິງເລື່ອງການຕັດສິນໃຈທີ່ເປັນສ່ວນຕົວ ແລະ ຄວາມມັກສ່ວນຕົວ, ເຮົາກໍບໍ່ເຄີຍແຊກແຊງ. ຕົວຢ່າງ: ເອື້ອຍນ້ອງບາງຄົນມັກໄວ້ຜົມຍາວ, ເປຍຜົມ ຫຼື ເກົ້າຜົມ ແລະ ອ້າຍນ້ອງບາງຄົນມັກໄວ້ຜົມສັ້ນ ຫຼື ແຖຫົວ; ພວກເຈົ້າມີອິດສະລະທີ່ຈະເຮັດເຊັ່ນນັ້ນ ແລະ ເຮົາກໍບໍ່ເຄີຍແຊກແຊງ. ອ້າຍເອື້ອຍນ້ອງບາງຄົນເລືອກກິນ ແລະ ມັກກິນອາຫານບາງຊະນິດເປັນພິເສດ ຫຼື ພວກເຂົາມີນິໄສການດຳລົງຊີວິດທີ່ບໍ່ດີບາງຢ່າງ; ເຮົາກໍບໍ່ເຄີຍແຊກແຊງສິ່ງເຫຼົ່ານີ້ເຊັ່ນກັນ. ຖ້ານິໄສການດຳລົງຊີວິດທີ່ບໍ່ດີນີ້ສົ່ງຜົນກະທົບຕໍ່ສຸຂະພາບຂອງພວກເຂົາ, ການປະຕິບັດໜ້າທີ່ຂອງພວກເຂົາ ຫຼື ວຽກງານຂອງຄຣິສຕະຈັກ, ເຮົາກໍຕ້ອງເຕືອນພວກເຂົາ ແລະ ຊ່ວຍເຫຼືອພວກເຂົາ ຫຼື ໃຫ້ອ້າຍເອື້ອຍນ້ອງຊ່ວຍເຫຼືອພວກເຂົາ. ເຖິງຢ່າງໃດກໍຕາມ, ບາງຄົນບໍ່ຍອມຮັບເມື່ອອ້າຍເອື້ອຍນ້ອງຊ່ວຍເຫຼືອພວກເຂົາ, ເຖິງກັບເວົ້າວ່າພວກເຂົາຮູ້ສຶກຖືກບີບຄັ້ນ ແລະ ຖືກກົດດັນ; ໃນທີ່ສຸດ, ພວກເຂົາກໍອອກຈາກຄຣິສຕະຈັກໄປຢ່າງງຽບໆໂດຍບໍ່ບອກໃຜ ແລະ ອ້າຍເອື້ອຍນ້ອງທຸກຄົນກໍຮູ້ສຶກທໍ້ໃຈ. ເຮົາເວົ້າວ່າ “ມັນຜິດທີ່ເຈົ້າຮູ້ສຶກທໍ້ໃຈ. ພວກເຮົາບໍ່ແຊກແຊງອິດສະລະພາບຂອງຜູ້ຄົນ. ຖ້າພວກເຂົາຢາກອອກໄປ, ກໍປ່ອຍພວກເຂົາໄປ; ນັ້ນຄືການຕັດສິນໃຈຂອງພວກເຂົາ. ເຮົາບໍ່ຮູ້ສຶກທໍ້ໃຈເລີຍ”. ເປັນຫຍັງເຮົາຈຶ່ງບໍ່ຮູ້ສຶກທໍ້ໃຈ? ເພາະເຮົາຮູ້ສຶກວ່າການຊ່ວຍເຫຼືອພວກເຂົາແມ່ນພັນທະຂອງເຮົາ, ເປັນສິ່ງທີ່ເຮົາຄວນເຮັດໃນຄວາມເປັນມະນຸດຂອງເຮົາ. ຄວາມຊ່ວຍເຫຼືອທີ່ເຮົາໃຫ້ແກ່ພວກເຂົາບໍ່ແມ່ນບຸນຄຸນ ຫຼື ການກຸສົນບາງຢ່າງ; ມັນພຽງແຕ່ເປັນຍ້ອນວ່າ ເມື່ອໄດ້ຍິນກ່ຽວກັບສະຖານະການຂອງພວກເຂົາ, ເຮົາກໍມີພັນທະທີ່ຈະມອບໝາຍໃຫ້ພວກເຈົ້າຊ່ວຍເຫຼືອພວກເຂົາ. ພວກເຂົາກຳລັງປະຕິບັດໜ້າທີ່ຂອງພວກເຂົາເຕັມເວລາໃນຄຣິສຕະຈັກ. ຖ້ານິໄສການດຳລົງຊີວິດທີ່ບໍ່ດີຂອງພວກເຂົາສົ່ງຜົນກະທົບຕໍ່ສຸຂະພາບຂອງພວກເຂົາ ແລະ ພວກເຂົາເກີດມີບັນຫາສຸຂະພາບ, ອ້າຍເອື້ອຍນ້ອງບໍ່ຄວນຊ່ວຍເຫຼືອພວກເຂົາດ້ວຍຄວາມຮັກບໍ? ນີ້ຄືສິນທຳທາງສັງຄົມຂັ້ນພື້ນຖານສຳລັບມະນຸດ. ແຕ່ຖ້າພວກເຂົາບໍ່ຍອມຮັບຄວາມຊ່ວຍເຫຼືອປະເພດນີ້ ແລະ ຮູ້ສຶກລັງກຽດ ຫຼື ຖືກກົດດັນໃນໃຈຂອງພວກເຂົາ, ພວກເຮົາກໍຈະບໍ່ບັງຄັບພວກເຂົາ ແລະ ພວກເຮົາກໍຈະບໍ່ແຊກແຊງອິດສະລະພາບຂອງພວກເຂົາ. ແລ້ວເປັນຫຍັງບາງຄົນຈຶ່ງຮູ້ສຶກທໍ້ໃຈເມື່ອພວກເຂົາອອກຈາກຄຣິສຕະຈັກ? ເຈົ້າຮູ້ສຶກທໍ້ໃຈເພາະເຈົ້າຮູ້ສຶກວ່າການປະຕິບັດຄວາມຮັບຜິດຊອບ ແລະ ພັນທະຂອງເຈົ້າທີ່ມີຕໍ່ພວກເຂົາແມ່ນບຸນຄຸນປະເພດໜຶ່ງທີ່ມີຕໍ່ພວກເຂົາ. ພວກເຂົາບໍ່ເຫັນຄຸນຄ່າໃນສິ່ງນັ້ນ, ບໍ່ຍອມຮັບບຸນຄຸນນີ້ ແລະ ບໍ່ໄດ້ເຮັດຕາມທີ່ເຈົ້າປາຖະໜາ, ເຊິ່ງທຳຮ້າຍຄວາມຮູ້ສຶກຂອງເຈົ້າ ແລະ ຄວາມພາກພູມໃຈຂອງເຈົ້າ. ດັ່ງຄຳເວົ້າທີ່ວ່າ ພວກເຂົາຕອບແທນຄວາມຫວັງດີຂອງເຈົ້າດ້ວຍການປະຕິເສດ, ສະນັ້ນ ເຈົ້າຈຶ່ງຮູ້ສຶກທໍ້ໃຈ. ເຮົາບໍ່ຮູ້ສຶກທໍ້ຖອຍໃຈເລີຍ. ວິທີທີ່ເຮົາເຂົ້າໃຈເລື່ອງນີ້ແຕກຕ່າງຈາກພວກເຈົ້າ. ເຮົາເວົ້າວ່າເຮົາຕ້ອງຖອດຖອນບົດຮຽນຈາກເລື່ອງນີ້ ແລະ ຈະບໍ່ເຮັດເລື່ອງໂງ່ໆແບບນີ້ອີກໃນອະນາຄົດ. ທຸກຄົນລ້ວນແຕ່ມີຄວາມປາຖະໜາຂອງຕົນເອງ. ເຈົ້າບໍ່ສາມາດເຮັດໃຫ້ຜູ້ຄົນຢູ່ພາຍໃຕ້ການຄວບຄຸມຂອງເຈົ້າ ແລ້ວຍັງຄາດຫວັງໃຫ້ພວກເຂົາຮູ້ສຶກມີຄວາມສຸກ ແລະ ກ່າວສັນເສີນເຈົ້າໄດ້, ແມ່ນບໍ? ນັ້ນຈະເປັນເລື່ອງທີ່ເປັນຕາຫົວແທ້ໆ. ເຈົ້າຕ້ອງໃຫ້ອິດສະລະແກ່ຜູ້ຄົນ ແລະ ປ່ອຍໃຫ້ພວກເຂົາເລືອກຢ່າງອິດສະລະ. ຖ້າພວກເຂົາຮູ້ສຶກວ່າສິ່ງທີ່ເຈົ້າເວົ້ານັ້ນຖືກຕ້ອງ, ພວກເຂົາກໍສາມາດເລືອກທີ່ຈະຍອມຮັບມັນ ແລະ ປະຕິບັດຕາມຄຳເວົ້າເຫຼົ່ານີ້ໄດ້; ຖ້າພວກເຂົາຮູ້ສຶກວ່າສິ່ງທີ່ເຈົ້າເວົ້ານັ້ນຜິດ, ພວກເຂົາກໍສາມາດເລືອກທີ່ຈະບໍ່ຍອມຮັບມັນໄດ້ເຊັ່ນກັນ. ພວກເຂົາມີສິດທີ່ຈະເລືອກ. ເຈົ້າບໍ່ຄວນບັງຄັບໃຫ້ພວກເຂົາຍອມຮັບເຈດຕະນາດີຂອງເຈົ້າ. ບໍ່ວ່າພວກເຂົາຈະຍອມຮັບມັນ ຫຼື ບໍ່ ກໍເປັນເລື່ອງຂອງທັດສະນະຄະຕິ; ພວກເຂົາມີອິດສະລະທີ່ຈະເຮັດເຊັ່ນນັ້ນ. ຢ່າງຫຼາຍທີ່ສຸດ ເຈົ້າກໍສາມາດໂອ້ລົມກ່ຽວກັບບັນຫາທີ່ຄົນແບບພວກເຂົາມີ ແລະ ເຈົ້າສາມາດໂອ້ລົມກ່ຽວກັບບົດຮຽນທີ່ເຈົ້າໄດ້ຖອດຖອນຈາກຄົນປະເພດນີ້ ແລະ ແກ່ນແທ້ຂອງບັນຫາທີ່ເຈົ້າໄດ້ເຫັນໃນຕົວພວກເຂົາ, ເຊິ່ງຊ່ວຍໃຫ້ເຈົ້າຮຽນຮູ້ວິທີການແຍກແຍະຜູ້ຄົນ, ວິທີການເບິ່ງຜູ້ຄົນ ແລະ ວິທີການປະຕິບັດຕໍ່ຄົນແບບນີ້ຕາມຫຼັກການແຫ່ງພຣະທຳຂອງພຣະເຈົ້າ ແລະ ບໍ່ເຮັດເລື່ອງໂງ່ໆອີກຕໍ່ໄປ. ແລ້ວພວກເຈົ້າເຮັດຜິດຢູ່ບ່ອນໃດ? ບໍ່ວ່າພວກເຈົ້າຈະຊ່ວຍເຫຼືອໃຜກໍຕາມ, ພວກເຈົ້າກໍກະທຳໂດຍອີງໃສ່ຄວາມຮູ້ສຶກ ແລະ ເຖິງກັບຄິດວ່າ “ເບິ່ງແມວ່າຂ້ອຍມີຄວາມຮັກຫຼາຍສໍ່າໃດ ແລະ ຂ້ອຍເປັນຄົນທີ່ມີຄວາມຮັກສໍ່າໃດ”. ນີ້ບໍ່ແມ່ນການກະທຳຕາມຫຼັກການ, ແຕ່ເປັນການປະຕິບັດຕໍ່ຜູ້ຄົນໂດຍອີງໃສ່ຄວາມປະສົງ ແລະ ຄວາມມັກຂອງເຈົ້າເອງ; ນີ້ຄືການເຮັດສິ່ງຕ່າງໆໂດຍອີງໃສ່ຄວາມຮູ້ສຶກ. ບໍ່ວ່າເຮົາຈະເວົ້າກັບໃຜ ຫຼື ຈັດການກັບໃຜກໍຕາມ, ເຮົາກໍເວົ້າ ແລະ ກະທຳໂດຍອີງໃສ່ຫຼັກການ; ຄວາມຮູ້ສຶກບໍ່ໄດ້ເຂົ້າມາກ່ຽວຂ້ອງໃນເລື່ອງນີ້. ໃນການເວົ້າ ແລະ ການກະທຳ, ເຮົາກະທຳຈາກສະຕິຮູ້ສຶກຜິດຊອບ ແລະ ເຈດຕະນາດີທັງສິ້ນ ແລະ ນີ້ຄືວິທີການທີ່ເຮົາຄວນໃຊ້ກັບທຸກຄົນ. ໂດຍສະເພາະກັບອ້າຍເອື້ອຍນ້ອງທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາຕາມປົກກະຕິ, ນີ້ຄືວິທີທີ່ເຮົາຄວນກະທຳຢ່າງແທ້ຈິງ. ນີ້ຄືພັນທະ ແລະ ຄວາມຮັບຜິດຊອບຂອງເຮົາ. ຕາບໃດທີ່ເຮົາປະຕິບັດຄວາມຮັບຜິດຊອບນີ້ສຳເລັດ, ນັ້ນກໍພຽງພໍແລ້ວ. ພວກເຂົາສາມາດເລືອກທີ່ຈະຍອມຮັບ ຫຼື ພວກເຂົາສາມາດເລືອກທີ່ຈະປະຕິເສດກໍໄດ້; ເຮົາບໍ່ບັງຄັບຜູ້ຄົນ. ຖ້າພວກເຂົາຍອມຮັບ, ເຮົາກໍມີຄວາມສຸກ; ຖ້າພວກເຂົາບໍ່ຍອມຮັບ, ເຮົາກໍບໍ່ເສົ້າໃຈ. ສິ່ງດຽວທີ່ເຮົາກຳລັງເຮັດກໍຄືບາງສິ່ງທີ່ເຮົາຄວນເຮັດຕາມຫຼັກການ; ເຮົາພຽງແຕ່ກຳລັງປະຕິບັດຄວາມຮັບຜິດຊອບຂອງເຮົາ. ພວກເຈົ້າເຂົ້າໃຈບໍ? (ເຂົ້າໃຈ).
ບໍ່ວ່າສະພາບແວດລ້ອມຈະເປັນແນວໃດກໍຕາມ, ເມື່ອມີປະຕິສຳພັນກັບຜູ້ຄົນ, ເຮົາສາມາດປະຕິບັດຕໍ່ຄົນທຸກປະເພດ ແລະ ຈັດການກັບສິ່ງຕ່າງໆທຸກປະເພດຕາມຫຼັກການ. ເຖິງແມ່ນວ່າ ໃນຊີວິດ ເຮົາຈະໃຫ້ຄວາມຊ່ວຍເຫຼືອບາງຢ່າງແກ່ຜູ້ຄົນ ຫຼື ເວົ້າບາງສິ່ງທີ່ເສີມສ້າງຜູ້ຄົນ, ສິ່ງນີ້ກໍເປັນສ່ວນໜຶ່ງຂອງການເຮັດສິ່ງຕ່າງໆຕາມຫຼັກການເຊັ່ນກັນ; ມັນບໍ່ແມ່ນການກະທຳຈາກຄວາມຮູ້ສຶກ. ສຳລັບການໂອ້ລົມກ່ຽວກັບຄວາມຈິງ ເຊັ່ນ: ການເປີດໂປງແກ່ນແທ້ທຳມະຊາດຂອງຜູ້ຄົນ, ການເປີດໂປງອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ ແລະ ການເປີດໂປງການເປີດເຜີຍຄວາມເສື່ອມຊາມ ແລະ ສະພາວະທີ່ເສື່ອມຊາມຕ່າງໆຂອງຜູ້ຄົນໃນເລື່ອງສະເພາະເຈາະຈົງ, ພ້ອມທັງແກ່ນແທ້ຂອງບັນຫາຕ່າງໆ, ເຮົາກໍກະທຳຕາມຫຼັກການເຊັ່ນກັນ; ເຮົາບໍ່ໄດ້ກະທຳຈາກຄວາມຮູ້ສຶກ ແລະ ເຮົາບໍ່ໄດ້ກະທຳດ້ວຍຄວາມປະສົງຂອງມະນຸດ. ເມື່ອຜູ້ຄົນເຮັດສິ່ງຕ່າງໆ, ພວກເຂົາມັກຈະກະທຳໂດຍອີງໃສ່ວ່າພວກເຂົາກຳລັງຈັດການກັບໃຜ ແລະ ອີງໃສ່ອາລົມ ແລະ ຄວາມມັກຂອງພວກເຂົາເອງ. ພວກເຂົາສະແດງຄວາມຫວັງດີຕໍ່ຄົນທີ່ພວກເຂົາມັກ ແລະ ເຂົ້າກັນໄດ້ ແລະ ໃຫ້ຜົນປະໂຫຍດບາງຢ່າງແກ່ຄົນເຫຼົ່ານີ້, ໃນຂະນະທີ່ພວກເຂົາໂຈມຕີ ແລະ ກີດກັນຄົນທີ່ພວກເຂົາບໍ່ມັກ ແລະ ບໍ່ສາມາດເຂົ້າກັນໄດ້; ພວກເຂົາບໍ່ສາມາດປະຕິບັດຕໍ່ຜູ້ຄົນຢ່າງເປັນທຳໄດ້. ພວກເຂົາກະທຳໂດຍອີງໃສ່ຄວາມຮູ້ສຶກ ຫຼື ບໍ່ກໍເຮັດການກະທຳທີ່ຊົ່ວຮ້າຍ; ສະຫຼຸບແລ້ວ, ພວກເຂົາບໍ່ໄດ້ເຮັດສິ່ງຕ່າງໆຕາມຫຼັກການ. ເມື່ອເຮົາຄົບຫາກັບອ້າຍເອື້ອຍນ້ອງໃນຄຣິສຕະຈັກ, ບໍ່ວ່າພວກເຂົາຈະເປັນໃຜກໍຕາມ, ເຮົາກໍສາມາດປະຕິບັດຕໍ່ພວກເຂົາຕາມຫຼັກການໄດ້. ໃນທຳນອງດຽວກັນ, ເມື່ອມີປະຕິສຳພັນ ແລະ ຄົບຫາກັບຜູ້ບໍ່ມີຄວາມເຊື່ອ, ເຮົາກໍມີຫຼັກການ ແລະ ຂອບເຂດເຊັ່ນກັນ. ເຖິງແມ່ນວ່າພວກເຂົາຈະກ່າວຄຳເວົ້າທີ່ທ້າທາຍ ຫຼື ຄຳເວົ້າທີ່ບໍ່ສຸພາບ, ບໍ່ມີມາລະຍາດ ຫຼື ບໍ່ເຄົາລົບ, ເຮົາກໍຈະບໍ່ຕອບໂຕ້ແບບຕາຕໍ່ຕາຟັນຕໍ່ຟັນ. ຖ້າເຮົາຕ້ອງມີປະຕິສຳພັນກັບພວກເຂົາເພື່ອຕິດຕໍ່ວຽກງານ, ແລ້ວເຮົາກໍຈະມີປະຕິສຳພັນກັບພວກເຂົາ; ຖ້າເຮົາບໍ່ຈຳເປັນຕ້ອງຕິດຕໍ່ວຽກງານ, ແລ້ວເຮົາກໍຈະເລືອກທີ່ຈະຫຼີກລ່ຽງ ແລະ ປະຕິເສດພວກເຂົາ. ຖ້າຄົນໃດຄົນໜຶ່ງມີລັກສະນະຕໍ່າຊ້າ ແລະ ຕ້ອງການເອົາປຽບຄົນອື່ນ ແລະ ຮຽກຮ້ອງຜົນປະໂຫຍດຢູ່ສະເໝີ ແລະ ເຖິງແມ່ນວ່າເຮົາຈະຊ່ວຍເຫຼືອພວກເຂົາ, ພວກເຂົາກໍຍັງບໍ່ສາມາດຮັບມືກັບມັນຢ່າງຖືກຕ້ອງ ຫຼື ປ່ຽນແປງໄດ້, ເຊິ່ງໝາຍຄວາມວ່າຄວາມເປັນມະນຸດຂອງພວກເຂົາບໍ່ດີ, ແລ້ວເຮົາກໍພຽງແຕ່ຢູ່ໃຫ້ຫ່າງຈາກພວກເຂົາ. ສະຫຼຸບແລ້ວ, ບໍ່ວ່າເຮົາຈະມີປະຕິສຳພັນກັບອ້າຍເອື້ອຍນ້ອງ ຫຼື ກັບຜູ້ບໍ່ມີຄວາມເຊື່ອກໍຕາມ, ເຮົາກໍສາມາດກະທຳຕາມຫຼັກການໄດ້; ຢ່າງໜ້ອຍທີ່ສຸດ, ເຮົາກໍມີປະຕິສຳພັນກັບຜູ້ຄົນຕາມຂອບເຂດຂອງສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງຄວາມເປັນມະນຸດ. ພວກເຈົ້າສາມາດບັນລຸສິ່ງນີ້ໄດ້ບໍ? (ບໍ່ໄດ້). ບໍ່ວ່າມະນຸດທີ່ເສື່ອມຊາມຈະມີປະຕິສຳພັນກັບໃຜກໍຕາມ, ພວກເຂົາມັກຈະປົກປ້ອງຜົນປະໂຫຍດຂອງພວກເຂົາເອງ ຫຼື ປະຕິບັດຕໍ່ຜູ້ຄົນໂດຍອີງໃສ່ຄວາມຮູ້ສຶກ ແລະ ຄວາມມັກ, ໂດຍປາສະຈາກຫຼັກການ. ຖ້າເປັນອ້າຍເອື້ອຍນ້ອງທີ່ພວກເຂົາຮູ້ສຶກວ່າພວກເຂົາເຂົ້າກັນໄດ້ ແລະ ມີຄວາມສຳພັນທີ່ດີນຳ, ແລ້ວພວກເຂົາກໍສາມາດຊ່ວຍເຫຼືອຄົນເຫຼົ່ານັ້ນ, ສະແດງຄວາມຮັກຕໍ່ພວກເຂົາ, ໃຫ້ສິ່ງຂອງແກ່ພວກເຂົາ ແລະ ມີການພົວພັນຢ່າງໃກ້ຊິດກັບພວກເຂົາ. ແຕ່ຖ້າຄົນຜູ້ນີ້ເຮັດບາງສິ່ງທີ່ທຳຮ້າຍຄວາມຮູ້ສຶກຂອງພວກເຂົາ, ພວກເຂົາກໍເວົ້າວ່າ “ຂ້ອຍຈະບໍ່ໄປພົບພວກເຂົາອີກ ແລະ ຂ້ອຍຈະບໍ່ມີປະຕິສຳພັນກັບພວກເຂົາອີກ. ຂ້ອຍກິນແໜງແທ້ໆ! ກ່ອນໜ້ານີ້ ຂ້ອຍດີຕໍ່ພວກເຂົາຫຼາຍ ແລະ ຊ່ວຍເຫຼືອພວກເຂົາຫຼາຍ, ແຕ່ພວກເຂົາກໍຍັງປະຕິບັດຕໍ່ຂ້ອຍແບບນີ້. ພວກເຂົາເປັນຄົນເນລະຄຸນ, ເປັນຄົນໜ້າເວດທະນາທີ່ຮູ້ຈັກບຸນຄຸນ!” ພວກເຂົາບໍ່ສາມາດກະທຳຕາມຫຼັກການເພື່ອປະຕິບັດຕໍ່ຜູ້ຄົນຢ່າງເປັນທຳໄດ້. ເມື່ອພວກເຂົາດີຕໍ່ໃຜກໍຕາມ, ພວກເຂົາກໍເຮັດເຊັ່ນນັ້ນຈາກຄວາມຮູ້ສຶກ ແລະ ຖ້າພວກເຂົາບໍ່ດີຕໍ່ໃຜກໍຕາມ, ມັນກໍເປັນຍ້ອນຄວາມມັກສ່ວນຕົວຂອງພວກເຂົາ; ທຸກສິ່ງທີ່ພວກເຂົາເຮັດກໍພຽງແຕ່ເພື່ອຕອບສະໜອງຄວາມຮູ້ສຶກຂອງພວກເຂົາ. ສະນັ້ນ, ຖ້າພວກເຂົາຊ່ວຍເຫຼືອໃຜຄົນໜຶ່ງ ແລະ ໃຫ້ປະໂຫຍດແກ່ພວກເຂົາ, ແຕ່ຄົນຜູ້ນັ້ນບໍ່ພຽງແຕ່ບໍ່ຮູ້ບຸນຄຸນເທົ່ານັ້ນ ແຕ່ຍັງທຳຮ້າຍຄວາມຮູ້ສຶກຂອງພວກເຂົາອີກດ້ວຍ, ພວກເຂົາກໍຈະເສົ້າໃຈ ແລະ ເຈັບປວດຫຼາຍ ແລະ ພວກເຂົາກໍຈະຈົ່ມວ່າ, ໂດຍຮູ້ສຶກວ່າຄວາມພະຍາຍາມຂອງພວກເຂົາໄດ້ສູນເປົ່າ. ພວກເຂົາຈະບໍ່ເຕັມໃຈທີ່ຈະຍອມຮັບມັນ ແລະ ຈະບໍ່ເຮັດແບບນີ້ອີກ. ບອກເຮົາເບິ່ງວ່າ ຖ້າເຮົາປະເຊີນກັບສະຖານະການປະເພດນີ້, ເຮົາຈະຮັບມືກັບມັນແນວໃດ? ກ່ອນອື່ນໝົດ, ເຈົ້າບໍ່ສາມາດປະເມີນເລື່ອງນີ້ຈາກມຸມມອງຂອງຜູ້ຄົນທີ່ໃຫ້ຄວາມຊ່ວຍເຫຼືອເຊິ່ງກັນ ແລະ ກັນ; ເຈົ້າບໍ່ສາມາດຕັດສິນສະຖານະການປະເພດນີ້ໂດຍອີງໃສ່ຄວາມຮູ້ສຶກໄດ້. ເຈົ້າຕ້ອງແຍກແຍະຄົນແບບນີ້ໂດຍອີງໃສ່ພຣະທຳຂອງພຣະເຈົ້າ ແລະ ຫຼັກການຄວາມຈິງ; ເຈົ້າຕ້ອງແຍກແຍະຄວາມເປັນມະນຸດຂອງພວກເຂົາ ແລະ ເສັ້ນທາງທີ່ພວກເຂົາຍ່າງ, ພ້ອມທັງທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະເຈົ້າ, ຕໍ່ຄວາມຈິງ ແລະ ຕໍ່ໜ້າທີ່ຂອງພວກເຂົາ, ແທນທີ່ຈະແຍກແຍະ ແລະ ເບິ່ງພວກເຂົາໂດຍອີງໃສ່ຄວາມຮູ້ສຶກ. ການເບິ່ງຄົນໃດໜຶ່ງດ້ວຍວິທີນີ້ແມ່ນຖືກຕ້ອງກວ່າຫຼາຍ. ມັນບໍ່ແມ່ນການປະເມີນບຸກຄົນ ຫຼື ເລື່ອງໃດໜຶ່ງໂດຍອີງໃສ່ຄວາມຮູ້ສຶກ ຫຼື ຜົນປະໂຫຍດ ແລະ ການສູນເສຍສ່ວນຕົວຂອງເຈົ້າ, ແຕ່ເປັນການປະເມີນພວກເຂົາໂດຍອີງໃສ່ພຣະທຳຂອງພຣະເຈົ້າ ແລະ ຫຼັກການຄວາມຈິງ. ການເບິ່ງບຸກຄົນ ຫຼື ເລື່ອງໃດໜຶ່ງດ້ວຍວິທີນີ້ແມ່ນຖືກຕ້ອງ ແລະ ກົງກັນກັບຫຼັກການ. ເມື່ອເຈົ້າເບິ່ງຜູ້ຄົນ ແລະ ສິ່ງຕ່າງໆໃນລັກສະນະນີ້, ເຈົ້າຈະບໍ່ເສົ້າໃຈ ແລະ ເຈັບປວດຍ້ອນຄົນທີ່ເຈົ້າເຄີຍຊ່ວຍເຫຼືອບໍ່ຮູ້ບຸນຄຸນ ແລະ ເຈົ້າຈະບໍ່ຮູ້ສຶກສຳນຶກບຸນຄຸນຕໍ່ຄົນໃດໜຶ່ງຢ່າງເລິກເຊິ່ງ ຍ້ອນເຈົ້າເຄີຍໄດ້ຮັບຄວາມຊ່ວຍເຫຼືອຈາກພວກເຂົາ; ກົງກັນຂ້າມ, ເຈົ້າຈະສາມາດປະຕິບັດຕໍ່ພວກເຂົາຢ່າງຖືກຕ້ອງຕາມຫຼັກການ. ມີຄຳເວົ້າທົ່ວໄປທີ່ວ່າ: “ຄວາມເມດຕາພຽງຢົດນໍ້າຄວນໄດ້ຮັບການຕອບແທນດ້ວຍນໍ້າພຸທີ່ພຸ່ງຂຶ້ນມາ”. ຄົນທຳມະດາຍັງຄົງດຳລົງຊີວິດຢູ່ພາຍໃນເຫດຜົນຂອງຄວາມຄິດ ແລະ ມຸມມອງດັ່ງກ່າວຂອງວັດທະນະທຳດັ້ງເດີມ. ພວກເຂົາບໍ່ໄດ້ເບິ່ງສິ່ງຕ່າງໆ ຫຼື ຜູ້ຄົນໂດຍອີງໃສ່ພຣະທຳຂອງພຣະເຈົ້າ ຫຼື ຄວາມຈິງ ແລະ ພວກເຂົາບໍ່ໄດ້ປະຕິບັດຕໍ່ຜູ້ຄົນຕາມຫຼັກການ. ພວກເຂົາເຊື່ອວ່າ ເມື່ອເວົ້າເຖິງວິທີທີ່ເຈົ້າປະຕິບັດຕໍ່ຜູ້ຄົນ, ນອກເໜືອຈາກການບໍ່ຫຼອກລວງພວກເຂົາ, ທຳຮ້າຍພວກເຂົາ, ຕີພວກເຂົາ, ດ່າພວກເຂົາ ຫຼື ເຮັດສິ່ງທີ່ຊົ່ວຮ້າຍຕໍ່ພວກເຂົາແລ້ວ, ເຈົ້າຍັງຕ້ອງດີຕໍ່ພວກເຂົາອີກດ້ວຍ. ໂດຍສະເພາະແລ້ວ ຖ້າຄົນໃດໜຶ່ງໄດ້ສະແດງບຸນຄຸນຕໍ່ເຈົ້າ, ເຈົ້າກໍຄວນຕອບແທນເປັນສອງເທົ່າ; ຖ້າບໍ່ດັ່ງນັ້ນ, ເຈົ້າກໍເປັນຄົນບໍ່ຮູ້ບຸນຄຸນ. ການປະຕິບັດຕໍ່ຜູ້ຄົນດ້ວຍວິທີເຫຼົ່ານີ້ນັບວ່າເປັນການດີຕໍ່ຜູ້ຄົນບໍ? (ບໍ່). ແລ້ວການດີຕໍ່ຜູ້ຄົນຢ່າງແທ້ຈິງແມ່ນຫຍັງ? ມັນບໍ່ແມ່ນການຮັກ, ການຫ່ວງໃຍ ແລະ ການເບິ່ງແຍງຄົນໃດໜຶ່ງຈາກຄວາມຮູ້ສຶກຂອງມະນຸດ, ແຕ່ເປັນການເຮັດສິ່ງຕ່າງໆໂດຍອີງໃສ່ຫຼັກການຕາມພຣະທຳຂອງພຣະເຈົ້າ. ຄົນສ່ວນໃຫຍ່ບໍ່ສາມາດບັນລຸການເຮັດສິ່ງຕ່າງໆໂດຍອີງໃສ່ຫຼັກການໄດ້; ຜູ້ຄົນພຽງແຕ່ເຮັດສິ່ງຕ່າງໆໂດຍອີງໃສ່ຄວາມຮູ້ສຶກ, ບໍ່ແມ່ນອີງໃສ່ຫຼັກການ. ການເຮັດສິ່ງຕ່າງໆໂດຍອີງໃສ່ຄວາມຮູ້ສຶກ ແລະ ການເຮັດສິ່ງຕ່າງໆໂດຍອີງໃສ່ຫຼັກການແມ່ນແຕກຕ່າງກັນຢ່າງຫຼວງຫຼາຍ; ພວກມັນເປັນສອງເສັ້ນທາງທີ່ແຕກຕ່າງກັນ. ການເຮັດສິ່ງຕ່າງໆໂດຍອີງໃສ່ຄວາມຮູ້ສຶກແມ່ນຖືກເຈືອປົນດ້ວຍຄວາມປະສົງຂອງມະນຸດ, ເມື່ອເຈົ້າຊ່ວຍເຫຼືອໃຜຄົນໜຶ່ງ, ມັນກໍເພື່ອຕອບສະໜອງຄວາມຕ້ອງການຂອງຄວາມຮູ້ສຶກສ່ວນຕົວຂອງເຈົ້າ; ນັ້ນບໍ່ແມ່ນການຈັດການເລື່ອງຕ່າງໆຢ່າງເປັນກາງ. ຖ້າຄົນຜູ້ນີ້ຮູ້ສຶກຮູ້ບຸນຄຸນຕໍ່ເຈົ້າຢ່າງເລິກເຊິ່ງ, ເຈົ້າກໍຈະສືບຕໍ່ດີຕໍ່ພວກເຂົາ; ຖ້າພວກເຂົາບໍ່ເຫັນຄຸນຄ່າກັບສິ່ງນັ້ນ ແລະ ເຮັດໃຫ້ຫົວໃຈຂອງເຈົ້າບາດເຈັບ ແລະ ທຳຮ້າຍຄວາມຮູ້ສຶກຂອງເຈົ້າ, ເຈົ້າກໍຈະບໍ່ຊ່ວຍເຫຼືອພວກເຂົາອີກ. ແລ້ວເຈົ້າບໍ່ໄດ້ກຳລັງກະທຳໂດຍປາສະຈາກຫຼັກການບໍ? (ແມ່ນແລ້ວ). ນີ້ຄືການກະທຳໂດຍປາສະຈາກຫຼັກການ. ແລ້ວການເຮັດສິ່ງຕ່າງໆຕາມຫຼັກການແມ່ນຫຍັງ? ມັນຄືການປະຕິບັດຄວາມຮັບຜິດຊອບຂອງເຈົ້າໃນຖານະບຸກຄົນໜຶ່ງ, ຊ່ວຍເຫຼືອຄົນອື່ນຕາມຄວາມຈຳເປັນ ແລະ ປ່ອຍໃຫ້ພວກເຂົາຮັບເອົາມັນຕາມທີ່ພວກເຂົາປາຖະໜາ. ຖ້າພວກເຂົາເຕັມໃຈທີ່ຈະຍອມຮັບຄວາມຊ່ວຍເຫຼືອຂອງເຈົ້າ, ນັ້ນກໍເປັນເລື່ອງທີ່ດີຫຼາຍ; ຖ້າພວກເຂົາບໍ່ເຕັມໃຈທີ່ຈະຍອມຮັບມັນ, ເຈົ້າກໍບໍ່ຄວນເວົ້າວ່າພວກເຂົາບໍ່ໄດ້ຮັບພອນ ແລະ ເຈົ້າບໍ່ຄວນຮູ້ສຶກອຸກໃຈ, ເສົ້າໃຈ ຫຼື ຜິດຫວັງ, ແຕ່ຍັງຄວນປະຕິບັດຕໍ່ພວກເຂົາຢ່າງຖືກຕ້ອງ. ນີ້ຄືການເຮັດສິ່ງຕ່າງໆຕາມຫຼັກການ. ພວກເຈົ້າເຂົ້າໃຈຫຼັກການຂອງ “ການບໍ່ໂຈມຕີຄົນອື່ນ” ນີ້ແລ້ວບໍ? (ເຂົ້າໃຈແລ້ວ).
ໜຶ່ງໃນຫຼັກການຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ໃນຂະນະທີ່ພຣະອົງດຳລົງຊີວິດຢູ່ທ່າມກາງຜູ້ຄົນ, ມີປະຕິສຳພັນ ແລະ ສື່ສານກັບພວກເຂົາ ກໍຄືການບໍ່ໂຈມຕີພວກເຂົາ. ການບໍ່ໂຈມຕີຄົນອື່ນກ່ຽວຂ້ອງກັບຫຼັກການສຳລັບການປະຕິບັດຕໍ່ຜູ້ຄົນ ແລະ ການໂອ້ລົມກ່ຽວກັບຄວາມຈິງ. ນອກເໜືອຈາກການບໍ່ໂຈມຕີຄົນອື່ນແລ້ວ, ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຍັງມີຫຼັກການອີກຢ່າງໜຶ່ງສຳລັບການປະຕິບັດຕໍ່ຜູ້ຄົນ, ນັ້ນກໍຄືການບໍ່ແກ້ແຄ້ນ. ຜູ້ຄົນມີມຸມມອງແນວໃດຕໍ່ເລື່ອງການແກ້ແຄ້ນ? ຖ້າຄົນໃດຄົນໜຶ່ງຖືກຂົ່ມເຫັງ ຫຼື ຖືກທຳຮ້າຍ ແລະ ຈາກນັ້ນກໍຕອບໂຕ້ ຫຼື ຕໍ່ສູ້ກັບຄືນຢ່າງສົມເຫດສົມຜົນ, ຜູ້ຄົນຈະຄິດວ່ານີ້ຄືສິ່ງທີ່ສາມາດຍອມຮັບໄດ້ບໍ? (ແມ່ນແລ້ວ). ແຕ່ສຳລັບພຣະເຈົ້າແລ້ວ, ນີ້ແມ່ນຫຼັກການສຳລັບວິທີການປະຕິບັດຕໍ່ຜູ້ຄົນບໍ? (ບໍ່). ໃນທ່າມກາງມະນຸດຊາດ, ໃຜກໍຕາມອາດຈະແກ້ແຄ້ນ ແລະ ທຸກຄົນກໍສາມາດເຮັດເຊັ່ນນັ້ນໄດ້; ທຸກຄົນມີສັນຊາດຕະຍານໃນການແກ້ແຄ້ນ, ພ້ອມທັງມີເຈດຕະນາ ແລະ ຄວາມປາຖະໜາທີ່ຈະແກ້ແຄ້ນ. ຖ້າຄົນໃດຄົນໜຶ່ງໄດ້ດູຖູກເຈົ້າດ້ວຍຄຳເວົ້າ ຫຼື ທຳຮ້າຍເຈົ້າ, ເຖິງແມ່ນວ່າເຈົ້າບໍ່ສາມາດແກ້ແຄ້ນໄດ້ໃນຕອນນີ້, ເຈົ້າກໍຍັງຈະຊອກຫາໂອກາດທີ່ຈະເຮັດເຊັ່ນນັ້ນ, ເພື່ອໃຫ້ພວກເຂົາຮູ້ວ່າເຈົ້າມີກຽດສັກສີ, ເຈົ້າບໍ່ແມ່ນຄົນທີ່ຈະຖືກຂົ່ມເຫັງ ຫຼື ຖືກລໍ້ຫຼິ້ນໄດ້ງ່າຍໆ, ເຈົ້າບໍ່ແມ່ນຄົນໂງ່, ເຈົ້າມີເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ, ສາມາດຮັບຮູ້ສິ່ງຕ່າງໆ ແລະ ຕັດສິນໄດ້. ແລ້ວຄວາມຄິດໃນການແກ້ແຄ້ນຜູ້ຄົນເຫຼົ່ານີ້ເກີດຂຶ້ນໄດ້ແນວໃດ? ພວກມັນມາຈາກສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ ຫຼື ມາຈາກຄວາມມຸທະລຸຂອງອຸປະນິໄສທີ່ເສື່ອມຊາມແບບຊາຕານ? (ຈາກຄວາມມຸທະລຸຂອງອຸປະນິໄສທີ່ເສື່ອມຊາມແບບຊາຕານ). ສິ່ງນີ້ແມ່ນຊັດເຈນຢູ່ແລ້ວ. ຖ້າຄົນໃດໜຶ່ງຖືກລັງແກ, ຖືກເອົາປຽບ ຫຼື ຖືກຫຼອກລວງໂດຍຄົນອື່ນ, ເມື່ອພວກເຂົາບໍ່ມີສະຖານະໃດໆ, ພວກເຂົາກໍຈະບໍ່ມີໂອກາດທີ່ຈະແກ້ແຄ້ນ ແລະ ເງື່ອນໄຂຂອງພວກເຂົາກໍຈະບໍ່ເອື້ອອຳນວຍ, ສະນັ້ນ ພວກເຂົາຈຶ່ງຈະຝັງສິ່ງທັງໝົດເຫຼົ່ານີ້ໄວ້ໃນໃຈຂອງພວກເຂົາ, ບ່ອນທີ່ພວກມັນກາຍເປັນຄວາມກຽດຊັງປະເພດໜຶ່ງ. ຍ້ອນຄວາມກຽດຊັງນີ້ ແລະ ຍ້ອນພວກເຂົາໄດ້ຮັບການປະຕິບັດທີ່ບໍ່ເປັນທຳນີ້, ພວກເຂົາຈຶ່ງສາມາດກາຍເປັນປໍລະປັກຕໍ່ສັງຄົມ, ຕໍ່ມະນຸດຊາດ ແລະ ຕໍ່ທຸກຄົນທີ່ພວກເຂົາເບິ່ງວ່າເປັນສັດຕູ. ເມື່ອຄົນໃດໜຶ່ງມີສະຖານະ, ເມື່ອເງື່ອນໄຂເອື້ອອຳນວຍ ແລະ ພວກເຂົາມີໂອກາດທີ່ຈະເຮັດເຊັ່ນນັ້ນ, ພວກເຂົາກໍສາມາດແກ້ແຄ້ນ, ເຮັດໃຫ້ຜູ້ທີ່ເຄີຍທຳຮ້າຍພວກເຂົາ ຫຼື ດູຖູກພວກເຂົາຕ້ອງທົນທຸກກັບການຕອບໂຕ້ຂອງພວກເຂົາ ແລະ ໄດ້ຮັບຜົນກຳທີ່ພວກເຂົາສົມຄວນໄດ້ຮັບ. ພວກເຂົາຮູ້ສຶກວ່າການດຳລົງຊີວິດແບບນີ້ຄືການມີຄວາມກ້າຫານ ແລະ ໃນທີ່ສຸດພວກເຂົາກໍໄດ້ປົດປ່ອຍຕົນເອງຈາກຄວາມຄຽດແຄ້ນນີ້. ໃນທ່າມກາງມະນຸດຊາດ, ສັງຄົມ ຫຼື ສະຕິຮູ້ສຶກຜິດຊອບຂອງພວກເຂົາຈະບໍ່ຕັດສິນໂທດໃຜກໍຕາມທີ່ເຮັດສິ່ງນີ້. ສະນັ້ນ, ຜູ້ຄົນຈຶ່ງເຊື່ອວ່າການແກ້ແຄ້ນບໍ່ແມ່ນສິ່ງທີ່ບໍ່ເໝາະສົມ ຫຼື ເປັນສິ່ງທີ່ໜ້າອັບອາຍ ແລະ ບໍ່ຖືວ່າມັນເປັນສິ່ງທີ່ເປັນບວກ ຫຼື ເປັນລົບ. ເຖິງຢ່າງໃດກໍຕາມ, ຈາກຍຸກແຫ່ງພຣະຄຸນຈົນເຖິງຂັ້ນຕອນຂອງວຽກງານນີ້, ເຈົ້າບໍ່ສາມາດຊອກຫາແມ່ນແຕ່ປະໂຫຍກດຽວໃນພຣະທຳທັງໝົດທີ່ພຣະເຈົ້າກ່າວ ເຊິ່ງບອກໃຫ້ຜູ້ຄົນແກ້ແຄ້ນຄົນອື່ນ. ພຣະເຈົ້າບໍ່ເຄີຍບອກຜູ້ຄົນວ່າ “ຖ້າຄົນໃດໜຶ່ງທຳຮ້າຍເຈົ້າ ຫຼື ຖ້າຄົນໃດໜຶ່ງຫຼອກລວງເຈົ້າ, ເຈົ້າຕ້ອງແກ້ແຄ້ນ, ເຈົ້າຕ້ອງເອົາຄືນພວກເຂົາ, ແຂ້ວຕໍ່ແຂ້ວ, ຕາຕໍ່ຕາໄດ້”. ການແກ້ແຄ້ນເປັນໜຶ່ງໃນຫຼັກການສຳລັບວິທີການປະຕິບັດຕໍ່ຜູ້ຄົນທີ່ພຣະເຈົ້າໄດ້ບອກເຈົ້າບໍ? (ບໍ່). ໃນຍຸກແຫ່ງພຣະຄຸນ, ພຣະເຈົ້າໄດ້ບອກຫຍັງແກ່ຜູ້ຄົນກ່ຽວກັບວິທີການປະຕິບັດຕໍ່ຄົນອື່ນ? ດ້ວຍຄວາມອົດທົນ, ຄວາມອົດກັ້ນ ແລະ ຄວາມຮັກ. ມີຫຍັງອີກບໍ? (ຈົ່ງຮັກສັດຕູຂອງເຈົ້າ ແລະ ຖ້າຄົນໃດໜຶ່ງຕົບແກ້ມເບື້ອງຊ້າຍຂອງເຈົ້າ, ຈົ່ງຫັນແກ້ມເບື້ອງຂວາໃຫ້ພວກເຂົາ). ມີຫຍັງອີກບໍ? ຈົ່ງໃຫ້ອະໄພຄົນອື່ນເຈັດສິບຄູນເຈັດຄັ້ງ. ຕົວເລກ “ເຈັດສິບຄູນເຈັດຄັ້ງ” ເປັນພຽງຕົວແທນເທົ່ານັ້ນ; ມັນບໍ່ໄດ້ໝາຍຄວາມວ່າຫຼາຍຄັ້ງຂະໜາດນັ້ນແທ້ໆ. ພຣະເຈົ້າກ່າວສິ່ງນີ້ເພື່ອໃຫ້ເຈົ້າໃຫ້ອະໄພທຸກຄົນທີ່ໄດ້ເຮັດບາງສິ່ງທີ່ຜິດພາດຕໍ່ເຈົ້າ, ເພື່ອໃຫ້ອະໄພພວກເຂົາຢ່າງນັບບໍ່ຖ້ວນ; ນີ້ຄືຫຼັກການ. ຄວາມອົດທົນ, ຄວາມອົດກັ້ນ, ການຍອມໃຫ້, ການຮັກສັດຕູຂອງເຈົ້າ, ການຫັນແກ້ມເບື້ອງຂວາເມື່ອແກ້ມເບື້ອງຊ້າຍຖືກຕົບ ແລະ ການໃຫ້ອະໄພຄົນອື່ນເຈັດສິບຄູນເຈັດຄັ້ງ, ສິ່ງເຫຼົ່ານີ້ຄືສິ່ງທີ່ມັກຈະຖືກກ່າວເຖິງໃນຍຸກແຫ່ງພຣະຄຸນ. ແລ້ວຫຼັກການສຳລັບການປະຕິບັດຕໍ່ຜູ້ຄົນສາມາດໄດ້ມາຈາກພຣະທຳເຫຼົ່ານີ້ບໍ? ແມ່ນຫຍັງຄືຫຼັກການທີ່ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນປະຕິບັດຕາມໃນການປະຕິບັດຕໍ່ຄົນອື່ນ? ພວກມັນລວມເຖິງແຂ້ວຕໍ່ແຂ້ວ, ຕາຕໍ່ຕາໄດ້ບໍ? (ບໍ່). ພວກມັນລວມເຖິງການໃຫ້ພວກເຂົາໄດ້ຮັບຜົນກຳຕາມທີ່ພວກເຂົາສົມຄວນໄດ້ຮັບບໍ? (ບໍ່). ພວກມັນລວມເຖິງການແກ້ແຄ້ນບໍ? (ບໍ່). ບໍ່ລວມມີສິ່ງເຫຼົ່ານີ້ຢູ່ເລີຍ. ເຖິງແມ່ນວ່າແຕ່ລະສິ່ງທີ່ພຣະເຈົ້າກ່າວໃນຍຸກແຫ່ງພຣະຄຸນຈະເປັນພຶດຕິກຳ ແລະ ການປະຕິບັດປະເພດສະເພາະ, ພວກມັນລ້ວນແຕ່ເປັນຫຼັກການສຳລັບການປະຕິບັດຕໍ່ຄົນອື່ນທີ່ພຣະເຈົ້າບອກຜູ້ຄົນ. ສະນັ້ນ, ໃນຂັ້ນຕອນຂອງວຽກງານນີ້ໃນຍຸກສຸດທ້າຍ, ພຣະເຈົ້າບອກຫຍັງແກ່ຜູ້ຄົນກ່ຽວກັບວິທີການປະຕິບັດຕໍ່ຄົນອື່ນ? ໃຫ້ປະຕິບັດຕໍ່ຜູ້ຄົນຢ່າງເປັນທຳ, ໃຫ້ເບິ່ງຈຸດແຂງ ແລະ ຂໍ້ດີຂອງພວກເຂົາ, ບໍ່ແມ່ນຂໍ້ບົກພ່ອງ ແລະ ຈຸດອ່ອນຂອງພວກເຂົາ. ໂດຍສະເພາະແລ້ວມີຫຍັງອີກແດ່? ໃຫ້ບໍ່ຫຼອກລວງ, ໂຕ້ຖຽງ ຫຼື ໂຈມຕີຄົນອື່ນ ແລະ ໃຫ້ຮ່ວມມືກັບຄົນອື່ນຢ່າງກົມກຽວ. ສິ່ງເຫຼົ່ານີ້ລ້ວນແຕ່ເປັນຫຼັກການສະເພາະສຳລັບວິທີການປະຕິບັດຕໍ່ຜູ້ຄົນບໍ? (ແມ່ນແລ້ວ). ບໍ່ວ່າຈະເປັນຍຸກໃດກໍຕາມ, ບໍ່ມີແມ່ນແຕ່ຂໍ້ດຽວຂອງຫຼັກການສະເພາະທີ່ພຣະເຈົ້າປະທານໃຫ້ສຳລັບວິທີການປະຕິບັດຕໍ່ຄົນອື່ນ ທີ່ບອກໃຫ້ຜູ້ຄົນແກ້ແຄ້ນ. ບໍ່ມີແມ່ນແຕ່ຂໍ້ດຽວທີ່ກ່າວວ່າ “ຖ້າຄົນໃດໜຶ່ງທຳຮ້າຍເຈົ້າ, ຈົ່ງທຳຮ້າຍພວກເຂົາ; ຖ້າຄົນໃດໜຶ່ງຕີເຈົ້າ, ເຈົ້າຕ້ອງຕີພວກເຂົາຄືນ; ຖ້າພວກເຂົາຊົກເຈົ້າ, ຈົ່ງຊົກພວກເຂົາຄືນ; ຖ້າພວກເຂົາດ່າເຈົ້າ, ຈົ່ງດ່າພວກເຂົາຄືນ”. ພຣະເຈົ້າບໍ່ເຄີຍກ່າວຄຳເວົ້າແບບນີ້ແມ່ນແຕ່ຄຳດຽວ. ພຣະເຈົ້າຂໍໃຫ້ເຈົ້າຮ່ວມມືກັບຄົນອື່ນຢ່າງກົມກຽວ ແລະ ປະຕິບັດຕໍ່ຜູ້ຄົນຢ່າງເປັນທຳ. ອີກຝ່າຍອາດເປັນຄົນທີ່ເຈົ້າດູຖູກ, ຄົນທີ່ເຄີຍທຳຮ້າຍ ຫຼື ຫຼອກລວງເຈົ້າ ຫຼື ຄົນທີ່ໂຈມຕີເຈົ້າ ຫຼື ຕັດສິນເຈົ້າ. ແຕ່ຕາບໃດທີ່ພວກເຂົາເປັນຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ, ເຈົ້າກໍຄວນປະຕິບັດຕໍ່ພວກເຂົາຢ່າງເປັນທຳ ແລະ ຮ່ວມມືກັບພວກເຂົາຢ່າງກົມກຽວ. ນີ້ຄືຫຼັກການ ແລະ ນີ້ຄືຫຼັກການທີ່ຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິຄວນມີ ແລະ ປະຕິບັດຕາມໃນວິທີທີ່ພວກເຂົາປະຕິບັດຕໍ່ຄົນອື່ນ. ຄົນທີ່ມີສະຕິຮູ້ສຶກຜິດຊອບ ແລະ ຄວາມມີເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິຈະຍອມຮັບຫຼັກການຄວາມຈິງເຫຼົ່ານີ້ ແລະ ປະຕິບັດຕໍ່ຄົນອື່ນຢ່າງເປັນທຳ. ເມື່ອໄດ້ຍິນພຣະທຳເຫຼົ່ານີ້, ຜູ້ທີ່ບໍ່ມີສະຕິຮູ້ສຶກຜິດຊອບ ແລະ ຄວາມມີເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິຈະຖືວ່າພຣະທຳເຫຼົ່ານີ້ເປັນຄືກັບຫຼັກຄຳສອນ ຫຼື ຄຳສອນທາງສາສະໜາປະເພດໜຶ່ງ. ຖ້າຄົນໃດໜຶ່ງລະເມີດຜົນປະໂຫຍດ, ຄວາມທະນົງຕົວ, ສະຖານະ ຫຼື ກຽດສັກສີຂອງຄົນທີ່ບໍ່ສາມາດຍອມຮັບຄວາມຈິງໄດ້, ພວກເຂົາກໍຈະເປີດເຜີຍຄວາມມຸທະລຸຂອງພວກເຂົາເອງ. ພວກເຂົາບໍ່ພຽງແຕ່ຈະແກ້ແຄ້ນ ແລະ ຮຽກຮ້ອງການເອົາຄືນຈາກອີກຝ່າຍເທົ່ານັ້ນ, ແຕ່ພວກເຂົາເຖິງຂັ້ນຈະເອົາຄືນອີກຝ່າຍເປັນສອງເທົ່າ, ໂດຍຍົກລະດັບການຕອບໂຕ້ຂອງພວກເຂົາ. ຖ້າໃຜກໍຕາມໄດ້ທຳຮ້າຍພວກເຂົາ, ລ່ວງເກີນພວກເຂົາ, ດູຖູກພວກເຂົາໂດຍການສະແດງຄວາມບໍ່ເຄົາລົບຕໍ່ພວກເຂົາ ຫຼື ມີການໂຕ້ຖຽງດ້ວຍຄຳເວົ້າ ຫຼື ແມ່ນແຕ່ທາງຮ່າງກາຍກັບພວກເຂົາ, ພວກເຂົາກໍຈະແກ້ແຄ້ນ ແລະ ເອົາຄືນພວກເຂົາເປັນສອງເທົ່າ. ພວກເຂົາບໍ່ສາມາດປະຕິບັດຕາມຫຼັກການສຳລັບວິທີການປະຕິບັດຕໍ່ຜູ້ຄົນທີ່ພຣະເຈົ້າຮຽກຮ້ອງໄດ້ເລີຍ.
ຍັງມີຕົວຢ່າງຈິງຫຼາຍຢ່າງທີ່ກ່ຽວຂ້ອງກັບຫົວຂໍ້ທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງບໍ່ແກ້ແຄ້ນຜູ້ຄົນ. ຂໍ້ກຳນົດຂອງພຣະເຈົ້າສຳລັບຜູ້ຄົນກ່ຽວກັບວິທີທີ່ພວກເຂົາປະຕິບັດຕໍ່ຄົນອື່ນກໍຄື ພວກເຂົາຄວນປະຕິບັດຕາມຫຼັກການແຫ່ງການບໍ່ແກ້ແຄ້ນ, ເພາະວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງມີຄວາມເປັນມະນຸດທີ່ປົກກະຕິປະເພດນີ້ ແລະ ມີແກ່ນແທ້ຄວາມເປັນມະນຸດປະເພດນີ້ ໃນຊີວິດຈິງ ແລະ ສະພາບແວດລ້ອມການເຮັດວຽກຂອງພຣະອົງ. ການທີ່ພຣະອົງມີແກ່ນແທ້ຄວາມເປັນມະນຸດປະເພດນີ້ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າພຣະອົງສາມາດປະຕິບັດຕາມຫຼັກການແຫ່ງການປະພຶດຕົນດັ່ງກ່າວຢ່າງເຄັ່ງຄັດ ໃນວິທີທີ່ພຣະອົງປະຕິບັດຕໍ່ຜູ້ຄົນ ແລະ ປະຕິບັດຕາມຫຼັກການແຫ່ງການປະພຶດຕົນນີ້ຢ່າງເຄັ່ງຄັດ ໃນວິທີທີ່ພຣະອົງດຳລົງຊີວິດຢູ່ທ່າມກາງມະນຸດຊາດ ແລະ ທ່າມກາງກຸ່ມຄົນ. ນີ້ກໍຍ້ອນວ່າພຣະອົງມີແກ່ນແທ້ຊີວິດປະເພດນີ້ ແລະ ມັນຍັງເປັນຍ້ອນວ່າພຣະອົງມີແກ່ນແທ້ຊີວິດປະເພດນີ້ ພຣະອົງຈຶ່ງມີຄວາມເປັນຈິງດັ່ງກ່າວໃນການດຳລົງຊີວິດຂອງພຣະອົງ. ພຣະເຈົ້າທີ່ບັງເກີດເປັນເນື້ອໜັງດຳລົງຊີວິດຢູ່ທ່າມກາງຜູ້ຄົນໂດຍສຳພັນກັບຊີວິດຈິງ; ພຣະອົງດຳເນີນຊີວິດຈິງ ເຊິ່ງພຣະອົງມີພົວພັນ ແລະ ສື່ສານກັບຜູ້ຄົນ, ພຣະອົງບໍ່ໄດ້ດຳລົງຊີວິດຢູ່ໃນສູນຍາກາດ. ເມື່ອດຳລົງຊີວິດໃນເນື້ອໜັງ, ພຣະອົງຈະຕ້ອງສຳຜັດ, ສື່ສານ ແລະ ພົວພັນກັບຜູ້ຄົນຢ່າງຫຼີກລ່ຽງບໍ່ໄດ້. ເມື່ອມີປະຕິສຳພັນ ແລະ ພົວພັນກັບມະນຸດຊາດທີ່ເສື່ອມຊາມ, ພຣະອົງຈະຕ້ອງຖືກປະຕິບັດຢ່າງບໍ່ເປັນທຳ, ບໍ່ໄດ້ຮັບຄວາມເຄົາລົບ, ຖືກຈຳແນກ, ຖືກຫຼອກລວງ, ຖືກລັງແກ ແລະ ຖືກຕັດສິນໃນວິທີທີ່ຂັດກັບຄວາມເປັນຈິງຢ່າງຫຼີກລ່ຽງບໍ່ໄດ້. ເຮົາຮັບມືກັບການປະຕິບັດທີ່ບໍ່ເປັນທຳປະເພດນີ້ແນວໃດ? ເມື່ອດຳລົງຊີວິດຢູ່ທ່າມກາງຜູ້ຄົນໃນຫຼາຍປີມານີ້, ບໍ່ຕ້ອງເວົ້າເຖິງການປະຕິບັດທີ່ບໍ່ເປັນທຳປະເພດຕ່າງໆທີ່ເຮົາໄດ້ຮັບໃນທ່າມກາງຜູ້ບໍ່ມີຄວາມເຊື່ອ, ພຽງແຕ່ໃນແງ່ຂອງສະພາບແວດລ້ອມຄອບຄົວ, ຄຣິສຕະຈັກທ້ອງຖິ່ນ ແລະ ຜູ້ນໍາ ແລະ ຜູ້ເຮັດວຽກລະດັບສູງທັງໝົດ ພ້ອມທັງອ້າຍເອື້ອຍນ້ອງທຳມະດາທີ່ເຮົາສາມາດພົວພັນໄດ້, ບອກເຮົາເບິ່ງວ່າ ທຸກຄົນສາມາດປະຕິບັດຕໍ່ເຮົາຢ່າງເປັນທຳໄດ້ບໍ? (ບໍ່). ແນ່ນອນວ່າບໍ່. ເຮົາກໍຄືກັນກັບພວກເຈົ້າ, ເຮົາເຄີຍເປັນຜູ້ເຊື່ອທຳມະດາ ແລະ ເຮົາກໍເຄີຍເປັນສະມາຊິກຂອງຄອບຄົວໜຶ່ງ. ເມື່ອເຮົາເປັນສະມາຊິກຂອງຄອບຄົວໜຶ່ງ, ເຮົາໄດ້ຮັບການປະຕິບັດທີ່ເປັນທຳທຸກປະເພດ. ໃນຄອບຄົວໜຶ່ງ, ໃນທ່າມກາງອ້າຍນ້ອງ, ໃຜກໍຕາມທີ່ແຂງກະດ້າງທີ່ສຸດກໍຈະເປັນຜູ້ຕັດສິນໃຈຂັ້ນສຸດທ້າຍ ແລະ ຄົນທີ່ບໍ່ມີເລ່ລ່ຽມ ແລະ ມີເຫດຜົນກໍມັກຈະຖືກຂົ່ມເຫັງ ແລະ ຖືກປະຕິບັດຢ່າງບໍ່ເປັນທຳສະເໝີ. ພາຍໃນສະພາບແວດລ້ອມຄອບຄົວ, ເຮົາຈື່ສອງສາມເຫດການທີ່ສະເພາະໄດ້. ໃນເຫດການເຫຼົ່ານີ້, ຖ້າເຈົ້າເປັນຄົນມັກບົ່ງການ, ບໍ່ມີເຫດຜົນ ແລະ ມັກສ້າງຄວາມວຸ້ນວາຍ, ເຈົ້າກໍຈະບໍ່ຖືກລັງແກ ຫຼື ຖືກປະຕິບັດຢ່າງບໍ່ເປັນທຳ. ແຕ່ຖ້າເຈົ້າເປັນຄົນມີເຫດຜົນ ແລະ ຮັບມືກັບເຫດການເຫຼົ່ານີ້ຢ່າງມີເຫດຜົນ, ເຈົ້າກໍຈະຖືກລັງແກ. ຖ້າຄົນອື່ນສ້າງຄວາມວຸ້ນວາຍ ແລະ ບໍ່ມີເຫດຜົນ, ພວກເຂົາກໍຈະບັງຄັບເອົາປຽບເຈົ້າ ແລະ ເຮັດໜ້າດ້ານໆ. ເຮົາບໍ່ຮູ້ວິທີເຮັດໜ້າດ້ານໆ; ເຮົາຮູ້ພຽງແຕ່ວິທີການເປັນຄົນມີເຫດຜົນ ແລະ ຮັບມືກັບເລື່ອງດັ່ງກ່າວຢ່າງມີເຫດຜົນ, ແຕ່ການເປັນຄົນມີເຫດຜົນໝາຍຄວາມວ່າເຮົາຈະຖືກລັງແກ. ຈົ່ງເບິ່ງໂລກນີ້: ບໍ່ວ່າຈະເປັນກຸ່ມຄົນໃດກໍຕາມ, ຄວາມຍຸຕິທຳ ແລະ ຄວາມຊອບທຳກໍບໍ່ໄດ້ມີອຳນາດ. ໃຜກໍຕາມທີ່ສາມາດເຮັດໜ້າດ້ານໆ, ສ້າງຄວາມວຸ້ນວາຍ ແລະ ບັງຄັບໃຊ້ຂໍ້ໂຕ້ແຍ້ງທີ່ບໍ່ມີເຫດຜົນກໍຈະໄດ້ປຽບ. ຍິ່ງເຈົ້າມີເຫດຜົນຫຼາຍສໍ່າໃດ ແລະ ຍິ່ງເຈົ້າໃຫ້ຄຸນຄ່າແກ່ຄວາມຍຸຕິທຳ, ສະຕິຮູ້ສຶກຜິດຊອບ ແລະ ຄວາມມີເຫດຜົນຫຼາຍສໍ່າໃດ, ມັນກໍຈະຍິ່ງຍາກຂຶ້ນສຳລັບເຈົ້າທີ່ຈະຕັ້ງຫຼັກໄດ້ ແລະ ເຈົ້າກໍຈະຍິ່ງຖືກຂົ່ມເຫັງຫຼາຍຂຶ້ນ. ມັນກໍເປັນແບບນີ້ສຳລັບເຮົາພາຍໃນຄອບຄົວເຊັ່ນກັນ; ເຮົາຖືກສະມາຊິກຄອບຄົວຄົນອື່ນໆລັງແກ. ໃນຄຣິສຕະຈັກທ້ອງຖິ່ນ, ກໍມີບາງຄົນທີ່ມັກຈະຈຳແນກເຮົາສະເໝີ. ເຮົາບໍ່ໄດ້ລ່ວງເກີນພວກເຂົາ ຫຼື ທຳຮ້າຍພວກເຂົາ. ພຽງແຕ່ຍ້ອນວ່າຕອນນັ້ນເຮົາຍັງໜຸ່ມ, ເຮັດຕົວຫ້າວຫັນ, ກະຕືລືລົ້ນເລັກໜ້ອຍ, ເຕັມໃຈທີ່ຈະເຂົ້າຮ່ວມການເຕົ້າໂຮມ ແລະ ເຂົ້າຮ່ວມກິດຈະກຳຕ່າງໆ, ບາງຄົນຈຶ່ງມັກຈະເບິ່ງເຮົາດ້ວຍອະຄະຕິ ແລະ ເບິ່ງເຮົາດ້ວຍເຈດຕະນາທີ່ບໍ່ດີສະເໝີ. ຍິ່ງໄປກວ່ານັ້ນ, ພວກເຂົາຍັງດ່າເຮົາ ແລະ ຕັດສິນເຮົາຢູ່ລັບຫຼັງເຮົາ, ໂດຍເວົ້າເລື່ອງທີ່ໜ້າລັງກຽດສາລະພັດ. ຕໍ່ມາ, ເມື່ອເຮົາໄປຄຣິສຕະຈັກໃນສະຖານທີ່ອື່ນໆ ແລະ ດຳລົງຊີວິດຮ່ວມກັບອ້າຍເອື້ອຍນ້ອງໃນທ້ອງຖິ່ນນັ້ນ, ມັນກໍເປັນຄືກັນ. ບໍ່ວ່າເຮົາຈະເຮັດຫຍັງກໍຕາມ, ບາງຄົນກໍຈະເກີດມີຄວາມຄິດຫຼົງຜິດ ແລະ ບາງຄົນກໍເຖິງກັບເຍາະເຍີ້ຍເຮົາ, ດູຖູກເຮົາ ແລະ ຕັດສິນເຮົາຢູ່ລັບຫຼັງເຮົາ. ບໍ່ວ່າເຮົາຈະໄດ້ຮັບການປະຕິບັດທີ່ບໍ່ເປັນທຳແບບໃດກໍຕາມ, ຕະຫຼອດຫຼາຍປີມານີ້ ເຮົາບໍ່ເຄີຍແກ້ແຄ້ນໃຜກໍຕາມທີ່ເຄີຍທຳຮ້າຍເຮົາ. ໃນຂະນະທີ່ບາງຄົນອາດດ່າເຮົາ ຫຼື ຕັດສິນເຮົາ ຫຼື ແມ່ນແຕ່ເວົ້າເລື່ອງທີ່ໜ້າລັງກຽດຫຼາຍກ່ຽວກັບເຮົາ, ເຮົາກໍບໍ່ເຄີຍແກ້ແຄ້ນພວກເຂົາ. ການບໍ່ແກ້ແຄ້ນໝາຍຄວາມວ່າແນວໃດ? ພຶດຕິກຳຮູບແບບໃດທີ່ປະກອບເປັນການແກ້ແຄ້ນ? ມີພຶດຕິກຳຫຼາຍຮູບແບບຂອງການແກ້ແຄ້ນ. ການແກ້ແຄ້ນປະເພດໜຶ່ງກໍຄືການເອົາການກະທຳຜິດໃນອະດີດຂອງຜູ້ຄົນມາຕອກໜ້າພວກເຂົາ, ເຮັດໃຫ້ພວກເຂົາຮູ້ວ່າຕອນນີ້ເຮົາມີສະຖານະ, ເຮົາຮູ້ສຶກແນວໃດເມື່ອພວກເຂົາດ່າເຮົາ ແລະ ຕັດສິນເຮົາໃນອະດີດ ແລະ ຕອນນີ້ເຮົາມີສະຖານະແລ້ວ, ມັນກໍຈະງ່າຍເກີນໄປຖ້າເຮົາຕ້ອງການຈັດການກັບພວກເຂົາ ແລະ ແກ້ແຄ້ນພວກເຂົາ. ແຕ່ເຮົາບໍ່ເຄີຍເຮັດແບບນັ້ນ ແລະ ເຮົາຈະບໍ່ເຮັດ. ເປັນຫຍັງເຮົາຈຶ່ງຈະບໍ່ເຮັດແບບນັ້ນ? ເຮົາມີຫຼັກການໃນໃຈຂອງເຮົາສຳລັບການປະຕິບັດຕໍ່ຄົນທຸກປະເພດ. ຖ້າຄວາມເປັນມະນຸດຂອງຄົນໃດໜຶ່ງບໍ່ດີ ແລະ ພວກເຂົາເປັນຄົນຊົ່ວຮ້າຍ, ມັນກໍບໍ່ແມ່ນເລື່ອງໃຫຍ່ຖ້າພວກເຂົາທຳຮ້າຍເຮົາ. ແຕ່ຖ້າພວກເຂົາລົບກວນຄຣິສຕະຈັກ, ທຳລາຍຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ລະເມີດກົດການປົກຄອງຂອງຄຣິສຕະຈັກ, ລະເມີດຫຼັກການຂອງຄຣິສຕະຈັກ ຫຼື ຂັດກັບການຈັດແຈງວຽກງານ, ເນື່ອງຈາກເຮືອນຂອງພຣະເຈົ້າມີກົດການປົກຄອງ, ມັນກໍຈະຈັດການກັບພວກເຂົາຢ່າງແນ່ນອນ. ຖ້າອ້າຍເອື້ອຍນ້ອງຕາບອດ ແລະ ບໍ່ມີການແຍກແຍະ ແລະ ຕ້ອງການເລືອກຕັ້ງພວກເຂົາເປັນຜູ້ນໍາ, ເຮົາກໍຈະໂອ້ລົມກັບພວກເຂົາກ່ຽວກັບຫຼັກການຂອງເຮືອນຂອງພຣະເຈົ້າສຳລັບການເລືອກຕັ້ງຜູ້ນໍາ. ຖ້າອ້າຍເອື້ອຍນ້ອງມີການແຍກແຍະເມື່ອເວົ້າເຖິງຄົນຜູ້ນີ້, ພວກເຂົາກໍສາມາດຂໍໃຫ້ພວກເຂົາຖອນຕົວອອກຈາກການເລືອກຕັ້ງໄດ້; ຖ້າພວກເຂົາບໍ່ມີການແຍກແຍະ ແລະ ເລືອກຕັ້ງພວກເຂົາ, ແລ້ວກໍປ່ອຍໃຫ້ພວກເຂົາລອງເປັນຜູ້ນໍາເບິ່ງ. ຫຼັງຈາກທີ່ອ້າຍເອື້ອຍນ້ອງທົນທຸກພຽງພໍແລ້ວ, ພວກເຂົາກໍຈະສາມາດແຍກແຍະພວກເຂົາໄດ້ໂດຍທຳມະຊາດ ແລະ ຈະເອົາພວກເຂົາອອກ. ໃນດ້ານໜຶ່ງ, ສິ່ງນີ້ເຮັດໃຫ້ອ້າຍເອື້ອຍນ້ອງໄດ້ຮຽນຮູ້ບົດຮຽນ; ພວກເຂົາສາມາດຮຽນຮູ້ວິທີການແຍກແຍະ ແລະ ຮູ້ຈັກຜູ້ຄົນ. ໃນອີກດ້ານໜຶ່ງ, ນີ້ຄືການປະຕິບັດຕາມກົດການປົກຄອງຂອງເຮືອນຂອງພຣະເຈົ້າ ແລະ ຫຼັກການຂອງເຮືອນຂອງພຣະເຈົ້າສຳລັບການຈັດການກັບຄົນທຸກປະເພດຢ່າງເຄັ່ງຄັດ. ນອກຈາກນັ້ນ ຍັງມີອີກຈຸດໜຶ່ງຢູ່ບ່ອນນີ້ທີ່ສຳຄັນຍິ່ງກວ່າ: ເຮືອນຂອງພຣະເຈົ້າ, ຄຣິສຕະຈັກ, ເປັນສະຖານທີ່ທີ່ພຣະວິນຍານບໍລິສຸດປະຕິບັດງານ, ບ່ອນທີ່ພຣະເຈົ້າມີອຳນາດ; ມັນຄືເຮືອນຂອງພຣະເຈົ້າ. ການທີ່ມັນເປັນເຮືອນຂອງພຣະເຈົ້າໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າຄວາມຈິງມີອຳນາດ, ເຊິ່ງກໍໝາຍຄວາມວ່າຄວາມຈິງເປັນຜູ້ຕັດສິນໃຈຂັ້ນສຸດທ້າຍຢູ່ບ່ອນນີ້. ທຸກຄົນທີ່ມາຄຣິສຕະຈັກລ້ວນແຕ່ມີຈຸດຈົບ ແລະ ຈຸດໝາຍປາຍທາງທີ່ເໝາະສົມ. ບໍ່ວ່າໃຜກໍຕາມຈະຖືກຮັກສາໄວ້, ຈາກໄປ ຫຼື ຢູ່, ບໍ່ວ່າໃຜກໍຕາມຈະຢູ່ໃນສະພາບແວດລ້ອມໃດ ແລະ ເຮືອນຂອງພຣະເຈົ້າຈັດການກັບພວກເຂົາແນວໃດ, ພຣະເຈົ້າມີເວລາຂອງພຣະອົງສຳລັບສິ່ງທັງໝົດນີ້. ຂໍ້ເທັດຈິງທີ່ຄົນໃດໜຶ່ງໄດ້ທຳຮ້າຍເຮົາ, ລ່ວງເກີນເຮົາ, ດ່າເຮົາ ຫຼື ໃສ່ຮ້າຍເຮົາ ແລະ ຕັດສິນເຮົາລັບຢູ່ຫຼັງເຮົານັ້ນ ບໍ່ນັບວ່າເປັນການລະເມີດຫຼັກການໃນສາຍຕາຂອງເຮົາ. ແລ້ວການລະເມີດຫຼັກການແມ່ນຫຍັງ? ມັນຄືການທຳລາຍຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ການລະເມີດກົດການປົກຄອງ. ຄວາມຈິງມີອຳນາດໃນເຮືອນຂອງພຣະເຈົ້າ. ບໍ່ຊ້າກໍໄວ, ຄົນຊົ່ວຮ້າຍຈະໄດ້ຮັບຜົນກຳ; ທຸກຄົນຈະໄດ້ຮັບການລົງໂທດທີ່ພວກເຂົາສົມຄວນໄດ້ຮັບຕາມການກະທຳຂອງພວກເຂົາ. ການຈັດການກັບຄົນທຸກປະເພດເປັນທຸລະຂອງຄຣິສຕະຈັກ ແລະ ເປັນວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດ; ບໍ່ຈຳເປັນທີ່ເຮົາຈະຕ້ອງເຮັດມັນໂດຍກົງ. ນີ້ຄືຫຼັກການຂອງເຮົາສຳລັບການປະຕິບັດຕໍ່ສິ່ງຕ່າງໆແບບນີ້. ບໍ່ວ່າໃຜກໍຕາມຈະເຮັດ ຫຼື ເວົ້າຫຍັງກັບເຮົາໃນອະດີດ, ບໍ່ວ່າຈະເປັນການເຄົາລົບ ຫຼື ການລ່ວງເກີນ, ບໍ່ວ່າຈະເໝາະສົມ ຫຼື ບໍ່ເໝາະສົມ, ເຮົາກໍສາມາດປະຕິບັດຕໍ່ພວກເຂົາຢ່າງເປັນທຳໄດ້. ຕາບໃດທີ່ເຈົ້າດຳລົງຊີວິດຄຣິສຕະຈັກໃນເຮືອນຂອງພຣະເຈົ້າ ຫຼື ຖ້າເຈົ້າຫາກໍເຊື່ອໃນພຣະເຈົ້າໄດ້ບໍ່ດົນ, ບໍ່ເຂົ້າໃຈຄວາມຈິງ ແລະ ວຽກງານຂອງພຣະວິນຍານບໍລິສຸດຍັງບໍ່ຄືບໜ້າໄປເຖິງຂັ້ນຕອນນັ້ນ, ແລ້ວເຈົ້າກໍສາມາດຢູ່ໃນເຮືອນຂອງພຣະເຈົ້າຕໍ່ໄປໄດ້. ກ່ອນທີ່ເວລາຈະມາເຖິງເພື່ອປະກາດຈຸດຈົບຂອງຜູ້ຄົນໃນຂັ້ນສຸດທ້າຍ, ເຮົາສາມາດລໍຖ້າໄດ້. ເຮົາຈະບໍ່ໃຊ້ພຽງແຕ່ທັດສະນະຄະຕິຂອງເຈົ້າທີ່ມີຕໍ່ເຮົາເປັນຫຼັກຖານພຽງພໍເພື່ອກຳນົດຈຸດຈົບຂອງເຈົ້າ. ສະນັ້ນ, ເຮົາຈະບໍ່ແກ້ແຄ້ນໃຜກໍຕາມທີ່ເຄີຍທຳຮ້າຍເຮົາ; ເຮົາຈະປະຕິບັດຕໍ່ພວກເຂົາຕາມຫຼັກການ.
ເຮົາໄດ້ພົວພັນກັບບາງຄົນໃນຄຣິສຕະຈັກ; ບາງຄົນໃນພວກເຂົາເວົ້າກັບເຮົາຂ້ອນຂ້າງບໍ່ສຸພາບ ແລະ ບໍ່ມີຄວາມເຄົາລົບ. ເມື່ອເຫັນວ່າພວກເຂົາມີທັດສະນະຄະຕິແບບນີ້ຕໍ່ເຮົາ, ເຮົາກໍບໍ່ສົນໃຈພວກເຂົາ. ບອກເຮົາເບິ່ງວ່າ ນັ້ນໝາຍຄວາມວ່າເຮົາມີທັດສະນະຄະຕິທີ່ບໍ່ດີຕໍ່ພວກເຂົາບໍ? (ບໍ່). ແລ້ວເຮົາຄວນລິຮານ ແລະ ລົງວິໄນພວກເຂົາຍ້ອນທັດສະນະຄະຕິຂອງພວກເຂົາບໍ? ເຮົາບໍ່ເຄີຍເຮັດສິ່ງດັ່ງກ່າວແທ້ໆ. ສິ່ງທີ່ເກີດຂຶ້ນໃນທີ່ສຸດກໍຄື ອ້າຍເອື້ອຍນ້ອງບາງຄົນທົນບໍ່ໄດ້ອີກຕໍ່ໄປ. ພວກເຂົາປົກປ້ອງເຮົາ ໂດຍກ່າວວ່າ “ຄົນຜູ້ນີ້ມີທັດສະນະຄະຕິແບບນີ້ໄດ້ແນວໃດ ເມື່ອເວົ້າກັບພຣະເຈົ້າ? ຈົ່ງຊຳລະລ້າງພວກເຂົາອອກໄປ!” ອ້າຍເອື້ອຍນ້ອງຄຽດແຄ້ນຫຼາຍ. ໂດຍອີງໃສ່ພຶດຕິກຳທີ່ສະໝໍ່າສະເໝີຂອງຄົນຜູ້ນັ້ນ, ພວກເຂົາຈຶ່ງໄດ້ຊຳລະລ້າງພວກເຂົາອອກໄປຕາມຫຼັກການ. ເມື່ອເຫັນວ່າອ້າຍເອື້ອຍນ້ອງໄດ້ຊຳລະລ້າງພວກເຂົາອອກໄປແລ້ວ, ເຮົາກໍຮູ້ໃນໃຈຂອງເຮົາວ່າ “ມັນເບິ່ງຄືວ່າການສະແດງອອກເຖິງຄວາມເປັນມະນຸດຕາມປົກກະຕິຂອງຄົນຜູ້ນີ້ບໍ່ໄດ້ດີຂະໜາດນັ້ນ. ອ້າຍເອື້ອຍນ້ອງຈະບໍ່ຈັດການກັບພວກເຂົາພຽງແຕ່ຍ້ອນວ່າພວກເຂົາມີທັດສະນະຄະຕິທີ່ບໍ່ດີຕໍ່ເຮົາ; ສັນນິຖານວ່າ ພຶດຕິກຳຂອງຄົນຜູ້ນີ້ຄົງຈະບໍ່ດີເມື່ອເວົ້າເຖິງເລື່ອງສ່ວນໃຫຍ່”. ຄຣິສຕະຈັກປະຕິບັດຕາມຫຼັກການໃນການຈັດການກັບພວກເຂົາ; ເຮົາບໍ່ມີຫຍັງຈະເວົ້າກ່ຽວກັບເລື່ອງນີ້. ເຮົາເຄົາລົບວິທີທີ່ອ້າຍເອື້ອຍນ້ອງເລືອກຈັດການກັບເລື່ອງນີ້ ແລະ ເຮົາເຄົາລົບການຕັດສິນໃຈຂອງພວກເຂົາ. ແຕ່ຄວາມເຄົາລົບນີ້ບໍ່ແມ່ນຍ້ອນວ່າພວກເຈົ້າໄດ້ຈັດການກັບຄົນທີ່ບໍ່ສຸພາບຕໍ່ເຮົາ, ສິ່ງທີ່ເຮົາເຄົາລົບຄືຫຼັກການຂອງຄຣິສຕະຈັກສຳລັບການຈັດການກັບຜູ້ຄົນ. ບອກເຮົາເບິ່ງວ່າ ຫຼັກການຂອງວິທີທີ່ເຮົາປະຕິບັດຕໍ່ຜູ້ຄົນນີ້ຖືກຕ້ອງບໍ? (ແມ່ນແລ້ວ). ເມື່ອເວົ້າເຖິງວິທີການປະຕິບັດຕໍ່ຜູ້ຄົນ, ເຮົາບໍ່ເຄີຍບອກໃຫ້ຜູ້ນໍາຄຣິສຕະຈັກທ້ອງຖິ່ນຈັດການກັບຜູ້ທີ່ຕັດສິນເຮົາ ຫຼື ດູຖູກເຮົາດ້ວຍຄຳເວົ້າໃນອະດີດ. ກົງກັນຂ້າມ, ຖ້າຄຣິສຕະຈັກທ້ອງຖິ່ນເລື່ອນຕຳແໜ່ງ ແລະ ເລືອກຕັ້ງບາງຄົນໃນທ່າມກາງພວກເຂົາໃຫ້ເປັນຜູ້ອຳນວຍການວຽກງານຂ່າວປະເສີດ ຫຼື ຜູ້ນໍາ ແລະ ຜູ້ເຮັດວຽກ, ເຮົາກໍບໍ່ໄດ້ຂັດຂວາງ; ເຮົາໃຫ້ໂອກາດພວກເຂົາ. ໂດຍສະເພາະສຳລັບຜູ້ຄົນໃນຄຣິສຕະຈັກບ້ານເກີດຂອງເຮົາ, ພວກເຂົາພຽງແຕ່ປະຕິບັດໜ້າທີ່ໃດກໍຕາມທີ່ພວກເຂົາຄວນເຮັດ. ເຮົາບໍ່ໄດ້ອະນຸຍາດໃຫ້ໃຜແກ້ແຄ້ນຜູ້ທີ່ເຄີຍທຳຮ້າຍ ຫຼື ລ່ວງເກີນເຮົາ; ເຮົາບໍ່ເຄີຍເຮັດສິ່ງນີ້ແມ່ນແຕ່ຢ່າງດຽວ. ເຮົາເບິ່ງເລື່ອງນີ້ໃນໃຈຂອງເຮົາແນວໃດ? ຖ້າຄົນດັ່ງກ່າວໄລ່ຕາມເສາະຫາຄວາມຈິງຢ່າງແທ້ຈິງ ແລະ ອຸປະນິໄສຂອງພວກເຂົາປ່ຽນແປງ, ພວກເຂົາກໍມີຄວາມຫວັງທີ່ຈະບັນລຸຄວາມລອດພົ້ນ. ເລື່ອງທີ່ໜ້າລັງກຽດທີ່ພວກເຂົາເວົ້າກັບເຮົາກ່ອນໜ້ານີ້ລ້ວນແຕ່ເປັນບັນຫາກ່ຽວກັບຄວາມເປັນມະນຸດຂອງພວກເຂົາ, ເຊິ່ງເກີດຈາກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ໃນເວລານັ້ນ, ພວກເຂົາບໍ່ເຂົ້າໃຈຄວາມຈິງ ແລະ ທຸກຄົນກໍມີອຸປະນິໄສທີ່ໂຫດຮ້າຍ. ມັນເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້ທີ່ພວກເຂົາຈະເວົ້າເລື່ອງທີ່ໜ້າລັງກຽດບາງຢ່າງ ແລະ ເຮັດສິ່ງທີ່ບໍ່ເໝາະສົມບາງຢ່າງຕໍ່ຜູ້ທີ່ພວກເຂົາໄດ້ດູຖູກ. ໂດຍສະເພາະເມື່ອຜູ້ທີ່ພວກເຂົາອິດສາ ຫຼື ດູຖູກໄດ້ຮັບການເລື່ອນຕຳແໜ່ງ, ຄວາມອິດສາ, ຄວາມລິດສະຍາ ແລະ ຄວາມກຽດຊັງກໍເກີດຂຶ້ນໃນໃຈຂອງພວກເຂົາ. ຈາກນັ້ນ ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາກໍຈະຄອບງຳພວກເຂົາ, ຊຸກຍູ້ໃຫ້ພວກເຂົາລົງມືເຮັດ ແລະ ພວກເຂົາກໍຈະກ່າວຄຳເວົ້າມານຮ້າຍ. ສິ່ງນີ້ເກີດຈາກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ພ້ອມທັງຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາ. ບວກກັບການຂໍ້ເທັດຈິງທີ່ວ່າພວກເຂົາບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າແມ່ນແຕ່ໜ້ອຍດຽວ, ພວກເຂົາຈຶ່ງສາມາດເວົ້າເລື່ອງທີ່ໜ້າລັງກຽດໃດໆກໍໄດ້; ພວກເຂົາຈະເວົ້າແມ່ນຫຍັງກໍຕາມທີ່ຊ່ວຍໃຫ້ພວກເຂົາລະບາຍຄວາມໂກດຮ້າຍຂອງພວກເຂົາ, ແມ່ນຫຍັງກໍຕາມທີ່ເຮັດໃຫ້ພວກເຂົາບັນເທົາຄວາມກຽດຊັງຂອງພວກເຂົາ ແລະ ແມ່ນຫຍັງກໍຕາມທີ່ເຮັດໃຫ້ພວກເຂົາບັນລຸເປົ້າໝາຍຂອງພວກເຂົາ. ບໍ່ວ່າຜູ້ຄົນຈະເວົ້າເລື່ອງທີ່ໜ້າລັງກຽດຫຍັງກໍຕາມ ຫຼື ເຮັດສິ່ງທີ່ບໍ່ດີຫຍັງກໍຕາມຢູ່ລັບຫຼັງເຮົາ, ຖ້າມັນຕົກຢູ່ໃນຂອບເຂດຂອງການເປີດເຜີຍອຸປະນິໄສທີ່ເສື່ອມຊາມຕາມປົກກະຕິ ແລະ ເປັນສິ່ງທີ່ພຣະເຈົ້າສາມາດໃຫ້ອະໄພໄດ້, ແລ້ວເນື່ອງຈາກພຣະເຈົ້າມີອຳນາດສູງສຸດເໜືອທຸກຊັບພະສິ່ງ, ພຣະເຈົ້າກໍຈະໃຫ້ໂອກາດພວກເຂົາ, ໂດຍອະນຸຍາດໃຫ້ພວກເຂົາໄດ້ຮັບການເລື່ອນຕຳແໜ່ງ, ບົ່ມເພາະ ແລະ ນຳໃຊ້ ແລະ ບາງຄົນກໍເຖິງກັບສາມາດຖືກເຮັດໃຫ້ສົມບູນໄດ້. ເຖິງຢ່າງໃດກໍຕາມ, ຖ້າການເປີດເຜີຍເຫຼົ່ານີ້ເກີນຂອບເຂດຂອງອຸປະນິໄສທີ່ເສື່ອມຊາມຂອງຄວາມເປັນມະນຸດທີ່ປົກກະຕິ ແລະ ຖືກພຣະເຈົ້າຕັດສິນໂທດ, ແລ້ວເນື່ອງຈາກພຣະເຈົ້າກວດສອບທຸກສິ່ງນີ້, ສິ່ງທີ່ພຣະເຈົ້າຈະເຮັດຕໍ່ຄົນເຫຼົ່ານີ້ ຫຼື ສິ່ງທີ່ພຣະອົງຈະຈັດແຈງໃຫ້ພວກເຂົາ ແລະ ວິທີທີ່ພຣະອົງຈະຈັດການກັບພວກເຂົາ ກໍຂຶ້ນຢູ່ກັບພຣະເຈົ້າ. ເຮົາບໍ່ຈຳເປັນຕ້ອງກັງວົນກ່ຽວກັບເລື່ອງນີ້ ແລະ ເຮົາບໍ່ຈຳເປັນຕ້ອງແຊກແຊງ. ສະນັ້ນ, ເມື່ອເຮົາໄດ້ຮັບການປະຕິບັດທີ່ບໍ່ຍຸຕິທຳບາງຢ່າງ ຫຼື ໄດ້ຍິນຄຳເວົ້າທີ່ໂຈມຕີເຮົາ ແລະ ຕັດສິນໂທດເຮົາ, ເຮົາກໍຮູ້ສຶກເສົ້າໃຈ ຫຼື ເສຍໃຈເລັກໜ້ອຍໃນໃຈຂອງເຮົາ, ແຕ່ເຮົາຈະບໍ່ລະເມີດຫຼັກການເພື່ອເຮັດສິ່ງໃດກໍຕາມ. ເຮົາບໍ່ພຽງແຕ່ຈື່ຈຳສິ່ງເຫຼົ່ານີ້ເທົ່ານັ້ນ, ແຕ່ເຮົາຍັງເບິ່ງເລິກເຂົ້າໄປໃນແກ່ນແທ້ຄວາມເປັນມະນຸດຂອງຄົນເຫຼົ່ານີ້ ເຊິ່ງຖືກເປີດໂປງຜ່ານພຶດຕິກຳຂອງພວກເຂົາອີກດ້ວຍ. ເຖິງຢ່າງໃດກໍຕາມ, ສຳລັບຄຳຕັດສິນສຸດທ້າຍທີ່ມີຕໍ່ພຶດຕິກຳ ແລະ ການເປີດເຜີຍທັງໝົດເຫຼົ່ານີ້ຂອງພວກເຂົາ, ຄວາມເປັນມະນຸດຂອງພວກເຂົາ ແລະ ແກ່ນແທ້ອຸປະນິໄສຂອງພວກເຂົາ ແລະ ຈຸດຈົບໃນຂັ້ນສຸດທ້າຍຂອງພວກເຂົາຈະເປັນແນວໃດນັ້ນ, ເຮົາມີພຽງວິທີດຽວໃນການຈັດການກັບມັນ: ເຮົາປ່ອຍໃຫ້ທຸກຢ່າງຂຶ້ນຢູ່ກັບພຣະເຈົ້າ. ນີ້ກໍຍ້ອນວ່າພຣະເຈົ້າມີອຳນາດສູງສຸດເໜືອທຸກຊັບພະສິ່ງ, ຊະຕາກຳຂອງທຸກຄົນລ້ວນແຕ່ຢູ່ໃນພຣະຫັດຂອງພຣະເຈົ້າ ແລະ ພຣະເຈົ້າມີອຳນາດສູງສຸດເໜືອຊະຕາກຳຂອງຄົນທັງປວງ. ເຮົາບໍ່ໄດ້ກຳນົດຈຸດຈົບໃດໆຂອງພວກເຈົ້າ. ເຖິງແມ່ນວ່າເຮົາສາມາດເບິ່ງທະລຸທຸກສິ່ງນີ້, ກຳນົດ ແລະ ຕັດສິນມັນໃນໃຈຂອງເຮົາ ແລະ ມີຄວາມຄິດເຫັນກ່ຽວກັບເຈົ້າໃນໃຈຂອງເຮົາ, ເຮົາກໍບໍ່ເຄີຍກຳນົດລັກສະນະຂອງເຈົ້າຢ່າງເປີດເຜີຍ; ເຮົາບໍ່ເຮັດແບບນັ້ນ. ຖ້າຄຣິສຕະຈັກຕ້ອງການຈັດການກັບເຈົ້າ, ເຮົາສາມາດໃຫ້ຄວາມຄິດເຫັນຂອງເຮົາໄດ້, ແຕ່ເຮົາບໍ່ແຊກແຊງ ຫຼື ຢືນຂວາງການຈັດການຂອງຄຣິສຕະຈັກທີ່ມີຕໍ່ເຈົ້າ. ໃນເວລາດຽວກັນ, ເຮົາກໍບໍ່ແຊກແຊງການທີ່ພຣະວິນຍານຂອງພຣະເຈົ້າໃຊ້ອຳນາດສູງສຸດຂອງພຣະອົງເໜືອເຈົ້າ. ເຮົາປະຕິບັດຕໍ່ຜູ້ຄົນໂດຍອີງໃສ່ຫຼັກການເຫຼົ່ານີ້, ສະນັ້ນ ສິ່ງທີ່ບໍ່ເປັນທຳທີ່ເຮັດຕໍ່ເຮົາ ແລະ ເລື່ອງທີ່ໜ້າລັງກຽດທີ່ເວົ້າກັບເຮົາໂດຍຜູ້ທີ່ເຄີຍມີປະຕິສຳພັນກັບເຮົາຈຶ່ງຢຸດຢູ່ທີ່ເຮົາ ແລະ ບໍ່ກ້າວໄປໄກກວ່ານີ້ແມ່ນແຕ່ກ້າວດຽວ. ການທີ່ພວກມັນບໍ່ກ້າວໄປໄກກວ່ານີ້ແມ່ນແຕ່ກ້າວດຽວໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າບໍ່ວ່າໃຜກໍຕາມຈະເວົ້າເລື່ອງທີ່ໜ້າລັງກຽດກ່ຽວກັບເຮົາ, ລັງແກເຮົາ, ດູຖູກເຮົາ ຫຼື ທຳຮ້າຍເຮົາ, ເຮົາກໍບໍ່ເຄີຍຍົກເລື່ອງນີ້ຂຶ້ນມາກັບໃຜ, ແຮງໄກທີ່ເຮົາຈະແກ້ແຄ້ນພວກເຂົາ. ບາງຄົນເວົ້າວ່າ “ມັນຜ່ານມາຫຼາຍປີແລ້ວຕັ້ງແຕ່ນັ້ນມາ, ພຣະອົງລືມຄົນເຫຼົ່ານີ້ແລ້ວບໍ?” ໃນຊີວິດຂອງຄົນເຮົາ, ມັນຈະມີບາງສິ່ງບາງຢ່າງທີ່ຝັງໃຈ ແລະ ບໍ່ມີວັນລືມໄດ້ສະເໝີ. ມັນບໍ່ແມ່ນວ່າເຮົາລືມສິ່ງເຫຼົ່ານີ້ ແລະ ມັນບໍ່ແມ່ນວ່າເຮົາບໍ່ສາມາດຮັບຮູ້ພວກມັນໄດ້, ແຮງໄກທີ່ເຮົາຈະບໍ່ເຂົ້າໃຈພວກມັນ. ເຮົາສາມາດບໍ່ແອບມີຄວາມຄຽດແຄ້ນ ແລະ ບໍ່ແກ້ແຄ້ນໄດ້ ກໍຍ້ອນວ່າໃຈຂອງເຮົາປາສະຈາກສິ່ງຕ່າງໆ ເຊັ່ນ: ຄວາມຄຽດແຄ້ນ ແລະ ການແກ້ແຄ້ນ; ສິ່ງນີ້ໄດ້ກາຍເປັນຫຼັກການຂອງເຮົາສຳລັບວິທີທີ່ເຮົາປະຕິບັດຕໍ່ຜູ້ຄົນ. ດ້ານໜຶ່ງຂອງຫຼັກການນີ້ຄືການປະຕິບັດຕໍ່ທຸກຄົນຢ່າງເປັນທຳ. ຊະຕາກຳຂອງຄົນທັງປວງລ້ວນແຕ່ຢູ່ໃນພຣະຫັດຂອງພຣະເຈົ້າ. ຈຸດຈົບ ແລະ ຈຸດໝາຍປາຍທາງຂອງທຸກຄົນແມ່ນກ່ຽວຂ້ອງກັບສິ່ງທີ່ພວກເຂົາໄດ້ເຮັດ, ການສະແດງອອກຂອງພວກເຂົາ, ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ຄວາມຈິງ ແລະ ຕໍ່ພຣະເຈົ້າ ແລະ ເສັ້ນທາງທີ່ພວກເຂົາຍ່າງ; ພວກມັນຖືກກຳນົດໂດຍປັດໄຈເຫຼົ່ານີ້. ສິ່ງທີ່ຄົນໃດໜຶ່ງໄດ້ເຮັດຕໍ່ເຮົາບໍ່ແມ່ນມາດຕະຖານ ຫຼື ປັດໄຈສຳລັບການປະເມີນຈຸດຈົບ ແລະ ຈຸດໝາຍປາຍທາງຂອງພວກເຂົາ. ສະນັ້ນ, ເມື່ອເວົ້າເຖິງການບໍ່ແກ້ແຄ້ນ, ຈຸດທີ່ສຳຄັນທີ່ສຸດກໍຄື ເຮົາມີຫຼັກການຂອງເຮົາສຳລັບວິທີທີ່ເຮົາປະຕິບັດຕໍ່ຄົນທຸກປະເພດ. ຖ້າເຈົ້າທຳຮ້າຍເຮົາ, ເຮັດອັນຕະລາຍຕໍ່ເຮົາ, ຫຼອກລວງເຮົາ ຫຼື ແມ່ນແຕ່ດູຖູກ ຫຼື ດ່າເຮົາ, ເຮົາກໍຈະບໍ່ຫັນໄປໃຊ້ການແກ້ແຄ້ນຕໍ່ເຈົ້າ, ເພາະວ່າການແກ້ແຄ້ນບໍ່ແມ່ນຫຼັກການຂອງເຮົາສຳລັບວິທີທີ່ເຮົາປະຕິບັດຕໍ່ຜູ້ຄົນ ແລະ ມັນບໍ່ແມ່ນຫຼັກການທີ່ພຣະເຈົ້າສອນຜູ້ຄົນສຳລັບວິທີການປະຕິບັດຕໍ່ຄົນອື່ນ. ສະນັ້ນ, ກ່ອນທີ່ພຣະເຈົ້າຈະບອກຜູ້ຄົນເຖິງຫຼັກການສຳລັບວິທີການປະຕິບັດຕໍ່ຄົນອື່ນ, ພຣະເຈົ້າກໍມີຫຼັກການຂອງພຣະອົງເອງສຳລັບວິທີທີ່ພຣະອົງປະຕິບັດຕໍ່ຜູ້ຄົນເຊັ່ນກັນ. ໃນພຣະທຳຂອງພຣະເຈົ້າ ແລະ ໃນຫຼັກການທັງໝົດທີ່ພຣະເຈົ້າສອນຜູ້ຄົນ, ບໍ່ມີຫຼັກການໃດທີ່ເປັນການແກ້ແຄ້ນຄົນອື່ນ. ພວກເຈົ້າຈະເວົ້າບໍວ່າເປັນແບບນີ້? (ແມ່ນແລ້ວ). ຫຼັກການທີ່ເຮົາໃຊ້ຈັດການກັບເລື່ອງທຸກປະເພດ ແລະ ປະຕິບັດຕໍ່ຄົນທຸກປະເພດນັ້ນຂັດແຍ້ງກັບຫຼັກການຄວາມຈິງທີ່ເຮົາໄດ້ໂອ້ລົມໃນຫຼາຍປີມານີ້ບໍ? (ບໍ່).
ພຣະເຈົ້າທີ່ບັງເກີດເປັນເນື້ອໜັງສາມາດບໍ່ແກ້ແຄ້ນໃນຄວາມເປັນມະນຸດທີ່ປົກກະຕິຂອງພຣະອົງ, ມັນງ່າຍບໍສຳລັບມະນຸດທີ່ເສື່ອມຊາມທີ່ຈະເຮັດແບບດຽວກັນ? (ບໍ່). ເປັນຫຍັງຈຶ່ງບໍ່ແມ່ນເລື່ອງງ່າຍ? (ເມື່ອມີປະຕິສຳພັນກັບຄົນອື່ນ, ມະນຸດທີ່ເສື່ອມຊາມສ່ວນໃຫຍ່ຈະເພິ່ງພາອຸປະນິໄສທີ່ເສື່ອມຊາມ ແລະ ຄວາມມຸທະລຸຂອງພວກເຂົາ, ສະນັ້ນ ພວກເຂົາຈຶ່ງມີແນວໂນ້ມທີ່ມັກແກ້ແຄ້ນຄົນອື່ນພໍສົມຄວນ). ມະນຸດທີ່ເສື່ອມຊາມມີອຸປະນິໄສທີ່ປະສົງຮ້າຍ, ສະນັ້ນ ພວກເຂົາຈຶ່ງບໍ່ສາມາດຍັບຍັ້ງຕົນເອງຈາກການແກ້ແຄ້ນໄດ້. ພວກເຂົາຮູ້ວ່າເຈົ້າບອກຫຼັກການຫຍັງແກ່ຜູ້ຄົນສຳລັບວິທີການປະຕິບັດຕໍ່ຄົນອື່ນ, ແຕ່ພວກເຂົາບໍ່ສາມາດປະຕິບັດຕາມພວກມັນໄດ້, ເພາະວ່າພວກເຂົາມີອຸປະນິໄສທີ່ໂຫດຮ້າຍ. ເຖິງແມ່ນວ່າເຈົ້າບໍ່ມີເຈດຕະນາທີ່ຈະທຳຮ້າຍພວກເຂົາເມື່ອເຈົ້າເວົ້າ, ຖ້າເຈົ້າບໍ່ລະມັດລະວັງ ແລະ ເວົ້າສິ່ງດຽວທີ່ທຳຮ້າຍພວກເຂົາ, ພວກເຂົາກໍຈະໂກດຮ້າຍຢ່າງໜັກຍ້ອນຄວາມອັບອາຍ ແລະ ຕ້ອງການແກ້ແຄ້ນເຈົ້າ. ພວກເຂົາຍັງຈະພະຍາຍາມເຮັດໃຫ້ມັນກາຍເປັນເລື່ອງໃຫຍ່ ເພື່ອໂຈມຕີເຈົ້າ; ພວກເຂົາຈະໃສ່ຮ້າຍປ້າຍສີເຈົ້າຢູ່ລັບຫຼັງເຈົ້າ ແລະ ເວົ້າບໍ່ດີກ່ຽວກັບເຈົ້າໃຫ້ຄົນອື່ນຟັງ, ໂດຍບອກວ່າເຈົ້າມີຄວາມທະເຍີທະຍານ ແລະ ມີເລ່ລ່ຽມຫຼາຍສໍ່າໃດ, ໃນຂະນະທີ່ຄວາມຈິງແລ້ວມັນບໍ່ໄດ້ເປັນແບບນັ້ນເລີຍ. ເຈົ້າພຽງແຕ່ເວົ້າບາງສິ່ງບາງຢ່າງໂດຍບໍ່ໄດ້ຕັ້ງໃຈທີ່ທຳຮ້າຍພວກເຂົາ; ເຈົ້າບໍ່ມີຄວາມປະສົງຮ້າຍໃດໆ, ແຕ່ພວກເຂົາກໍສາມາດແກ້ແຄ້ນເຈົ້າໄດ້. ເຈົ້າເຫັນບໍວ່າ ອຸປະນິໄສທີ່ໂຫດຮ້າຍຂອງຄົນແບບນີ້ບໍ່ໜ້າຢ້ານກົວບໍ? (ແມ່ນແລ້ວ). ເພື່ອທີ່ຈະແກ້ແຄ້ນຄົນອື່ນ, ບາງຄົນສາມາດເປັນຄົນບໍ່ມີເຫດຜົນ, ເຮັດໜ້າດ້ານໆ ແລະ ເຖິງກັບອາລະວາດ ແລະ ສ້າງຄວາມວຸ້ນວາຍ; ສິ່ງນີ້ບໍ່ກົງກັນກັບຫຼັກການ. ມະນຸດທີ່ເສື່ອມຊາມມັກຈະເຮັດແບບນີ້, ແມ່ນບໍ? ເຮົາປະຕິບັດແນວໃດເມື່ອປະເຊີນກັບສະຖານະການທີ່ເຮັດໃຫ້ຢາກແກ້ແຄ້ນ? ບໍ່ວ່າຄົນອື່ນຈະປະຕິບັດຕໍ່ເຮົາແນວໃດກໍຕາມ, ເຮົາກໍບໍ່ແກ້ແຄ້ນພວກເຂົາ ແລະ ເຮົາບໍ່ເຮັດໜ້າດ້ານໆ. ບໍ່ວ່າເວລາໃດກໍຕາມ, ຫຼັກການແຫ່ງການປະພຶດຕົນຂອງເຮົາກໍບໍ່ສາມາດປ່ຽນແປງໄດ້. ເຮົາຕ້ອງມີເຫດຜົນ ແລະ ເຮົາຕ້ອງປະພຶດຕົນ ແລະ ເຮັດສິ່ງຕ່າງໆພາຍໃນຂອບເຂດເຫດຜົນຂອງຄວາມເປັນມະນຸດ. ເຮົາບໍ່ສາມາດຫັນໄປໃຊ້ວິທີການທີ່ບໍ່ມີຄວາມເປັນມະນຸດເພື່ອແກ້ແຄ້ນເຈົ້າ ພຽງແຕ່ຍ້ອນວ່າເຈົ້າບໍ່ມີເຫດຜົນ ແລະ ບໍ່ມີຄວາມເປັນມະນຸດ; ນັ້ນຈະເປັນສິ່ງທີ່ບໍ່ເໝາະສົມ. ເຮົາຕ້ອງຍຶດໝັ້ນໃນວຽກງານຂອງເຮົາ ແລະ ຍຶດໝັ້ນໃນຫຼັກການແຫ່ງການປະພຶດຕົນຂອງເຮົາ. ເຮົາຈະບໍ່ປະຖິ້ມຫຼັກການແຫ່ງການປະພຶດຕົນຂອງເຮົາ ພຽງແຕ່ຍ້ອນວ່າເຈົ້າບໍ່ມີຄວາມເປັນມະນຸດ ແລະ ບໍ່ປະຕິບັດໃນແບບທີ່ມະນຸດຄວນເຮັດ. ເຮົາຍັງຈະປະພຶດຕົນໃນແບບທີ່ເຮົາຄວນເຮັດ; ຫຼັກການແຫ່ງການປະພຶດຕົນຂອງເຮົາຍັງຄົງບໍ່ປ່ຽນແປງ. ນີ້ຄືວິທີທີ່ເຮົາປະຕິບັດຢູ່ເຮືອນຢ່າງແທ້ຈິງ. ເມື່ອເວົ້າເຖິງສິ່ງຕ່າງໆ ເຊັ່ນ: ການລ້າງຖ້ວຍ, ການຈັດເຮືອນໃຫ້ເປັນລະບຽບ ແລະ ການທຳຄວາມສະອາດ, ບໍ່ວ່າຄົນອື່ນຈະສ້າງຄວາມວຸ້ນວາຍຫຼາຍສໍ່າໃດ ຫຼື ພວກເຂົາຈະບໍ່ມີເຫດຜົນສໍ່າໃດກໍຕາມ, ເຮົາກໍຍັງເຮັດໃນສິ່ງທີ່ເຮົາຄວນເຮັດ ແລະ ເຮົາບໍ່ເຄີຍແກ້ແຄ້ນໃຜກໍຕາມຍ້ອນວ່າເຮົາໄດ້ຮັບການປະຕິບັດທີ່ບໍ່ເປັນທຳ. ໃນທີ່ສຸດ, ພໍ່ແມ່ໄດ້ໃຫ້ຂໍ້ສະຫຼຸບຫຍັງແກ່ເຮົາ? ພວກເພິ່ນບອກວ່າເຮົາເປັນຄົນຈິດໃຈສູງສົ່ງ. ຈົນເຖິງທຸກມື້ນີ້, ເຮົາຈື່ຄຳເວົ້າເຫຼົ່ານີ້ໄດ້ຢ່າງຊັດເຈນ. ນີ້ຄືຫຼັກການຂອງເຮົາສຳລັບການປະຕິບັດຕໍ່ຜູ້ຄົນ ແລະ ມັນຍັງຄົງບໍ່ປ່ຽນແປງຈົນເຖິງທຸກມື້ນີ້. ເຮົາບໍ່ພຽງແຕ່ປະຕິບັດແບບນີ້ຢູ່ເຮືອນເທົ່ານັ້ນ, ແຕ່ຕໍ່ມາ ເມື່ອເຮົາໄປຄຣິສຕະຈັກຕ່າງໆ ແລະ ໄດ້ພົວພັນກັບອ້າຍເອື້ອຍນ້ອງ, ຫຼັກການນີ້ກໍບໍ່ປ່ຽນແປງເຊັ່ນກັນ. ບອກເຮົາເບິ່ງວ່າ ສິ່ງນີ້ຖືກກຳນົດໂດຍແກ່ນແທ້ຄວາມເປັນມະນຸດບໍ? (ແມ່ນແລ້ວ). ພວກເຈົ້າສາມາດບັນລຸສິ່ງນີ້ໄດ້ບໍ? (ບໍ່). ມັນຍາກ, ແມ່ນບໍ? ເຈົ້າບໍ່ສາມາດບັນລຸມັນໄດ້ ເຖິງແມ່ນວ່າເຈົ້າຈະພະຍາຍາມຈົນໝົດແຮງ. ຜູ້ຄົນພຽງແຕ່ຕ້ອງການຕໍ່ສູ້ເພື່ອຄວາມທະນົງຕົວຂອງພວກເຂົາ ແລະ ໂຕ້ຖຽງເພື່ອປົກປ້ອງພວກເຂົາເອງ, ແຕ່ພວກເຂົາລືມເຂດແດນ ແລະ ຫຼັກການແຫ່ງການປະພຶດຕົນ. ບໍ່ເຄີຍມີໃຜປະຕິບັດຕາມເຂດແດນ ແລະ ຫຼັກການແຫ່ງການປະພຶດຕົນ. ເປັນຫຍັງຈຶ່ງບໍ່ມີໃຜປະຕິບັດຕາມພວກມັນ? ເພາະວ່າຊີວິດພາຍໃນຜູ້ຄົນນັ້ນບໍ່ມີຄວາມເປັນມະນຸດທີ່ປົກກະຕິ ແລະ ຫຼັກການ. ຊີວິດຂອງຜູ້ຄົນຄືອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ເຊິ່ງມາຈາກຊາຕານ. ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ, ຫຼັກການທີ່ຄວບຄຸມ ແລະ ຊີ້ນຳພຶດຕິກຳຂອງເຈົ້າມັກຈະມາຈາກອຸປະນິໄສທີ່ເສື່ອມຊາມສະເໝີ. ບໍ່ວ່າເຈົ້າຈະໃຊ້ເຫດຜົນໃດກໍຕາມ ຫຼື ພື້ນຖານການກະທຳຂອງເຈົ້າແມ່ນຫຍັງກໍຕາມ, ມັນລ້ວນແຕ່ມາຈາກອຸປະນິໄສທີ່ເສື່ອມຊາມ. ສະນັ້ນ, ການມີປະຕິບັດຕໍ່ຜູ້ຄົນຕາມຫຼັກການຈຶ່ງຍາກເກີນໄປສຳລັບມະນຸດທີ່ເສື່ອມຊາມ. ເຈົ້າເຫັນບໍວ່າ ສິ່ງເຫຼົ່ານີ້ໃນຊີວິດທີ່ເຮົາເວົ້າເຖິງບໍ່ໄດ້ຟັງເບິ່ງຄືວ່າທຳມະດາຫຼາຍ? ແຕ່ການປະຕິບັດແບບນີ້ໃນທ່າມກາງມະນຸດຊາດທີ່ເສື່ອມຊາມຖືກກຳນົດລັກສະນະວ່າເປັນຄົນຈິດໃຈສູງສົ່ງ. ຄຸນນະພາບຂອງການເປັນຄົນຈິດໃຈສູງສົ່ງນີ້ແມ່ນສິ່ງທີ່ຄົນສ່ວນໃຫຍ່ບໍ່ມີ ແລະ ບໍ່ສາມາດບັນລຸໄດ້, ແຮງໄກທີ່ພວກເຂົາຈະສາມາດສະແດງການຍອມເຮັດຕາມ. ພວກເຂົາຫ່າງໄກເກີນໄປທີ່ຈະສາມາດປະຕິບັດຕໍ່ຄົນອື່ນຕາມຫຼັກການ, ເພາະວ່າສິ່ງເຫຼົ່ານີ້ບໍ່ມີຢູ່ໃນຄວາມເປັນມະນຸດທີ່ເສື່ອມຊາມເລີຍ. ມັນບໍ່ແມ່ນວ່າຜູ້ຄົນບໍ່ສາມາດຍຶດໝັ້ນໃນຫຼັກການໄດ້, ແຕ່ເປັນຍ້ອນວ່າພວກເຂົາບໍ່ມີຫຼັກການ. ບໍ່ວ່າເຈົ້າຈະເວົ້າ ຫຼື ເຮັດຫຍັງກໍຕາມ ຫຼື ບໍ່ວ່າເຈົ້າຈະປະເຊີນກັບຫຍັງກໍຕາມ, ອຸປະນິໄສທີ່ເສື່ອມຊາມຂອງເຈົ້າກໍຈະຖືກເປີດເຜີຍ. ຄວາມມັກສ່ວນຕົວ, ຄວາມຮູ້ສຶກ, ຜົນປະໂຫຍດ, ຄວາມອວດອົ່ງ ແລະ ຄວາມທະນົງຕົວ, ຄວາມປາຖະໜາໃນຊື່ສຽງ, ຜົນປະໂຫຍດ ແລະ ສະຖານະ, ຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງເຈົ້າ ແລະ ແມ່ນແຕ່ຄວາມປາຖະໜາຂອງເຈົ້າທີ່ຈະແກ້ແຄ້ນ ແລະ ເຮັດໃຫ້ຜູ້ຄົນທົນທຸກ, ລ້ວນແຕ່ສະແດງຕົວພວກມັນອອກມາ. ສິ່ງເຫຼົ່ານີ້ເຂົ້າຄວບຄຸມ ແລະ ຊີ້ນຳສິ່ງທີ່ເຈົ້າເວົ້າ ແລະ ເຮັດ, ເຊິ່ງສະແດງໃຫ້ເຫັນວ່າໃຈຂອງເຈົ້າຖືກຄອບງໍາໂດຍອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້ຢ່າງສົມບູນ. ດັ່ງນັ້ນ, ເມື່ອເຈົ້າເສຍປຽບ, ເຈົ້າກໍບໍ່ສາມາດກືນຄວາມໂກດຮ້າຍຂອງເຈົ້າໄດ້; ເຈົ້າຢືນຢັນທີ່ຈະຕໍ່ສູ້ເພື່ອເບິ່ງວ່າໃຜຈະເປັນຜູ້ຊະນະ ກ່ອນທີ່ເຈົ້າຈະຍອມຜ່າຍແພ້. ໃນທີ່ສຸດແລ້ວຈະເກີດຫຍັງຂຶ້ນ? ເພື່ອຍາດເອົາຄວາມທະນົງຕົວຂອງເຈົ້າກັບຄືນມາ, ຟື້ນຟູກຽດສັກສີຂອງເຈົ້າ ແລະ ປົກປ້ອງຜົນປະໂຫຍດຂອງເຈົ້າເອງ, ເຈົ້າຈະທຳລາຍເຂດແດນຂອງສະຕິຮູ້ສຶກຜິດຊອບ, ຍາດແຍ່ງ ແລະ ຕໍ່ສູ້ກັບອີກຝ່າຍຢ່າງບ້າປ່ວງ ແລະ ເຖິງກັບແກ້ແຄ້ນຢ່າງບໍ່ມີຢາງອາຍ, ໂດຍຫຼຸດຕົວລົງໄປເຮັດທຸກສິ່ງທີ່ຕ່ຳຊ້າ. ນອກຈາກນັ້ນ ເມື່ອເຈົ້າແກ້ແຄ້ນ, ເຈົ້າກໍດ່າພວກເຂົາຈົນກວ່າເຈົ້າຈະໜ້າແດງດ້ວຍຄວາມໂກດຮ້າຍ. ຍິ່ງເຈົ້າດ່າພວກເຂົາຫຼາຍສໍ່າໃດ, ເຈົ້າກໍຍິ່ງຮູ້ສຶກວ່າມັນບັນເທົາຄວາມກຽດຊັງຂອງເຈົ້າໄດ້ໜ້ອຍລົງສໍ່ານັ້ນ; ຍິ່ງເຈົ້າດ່າພວກເຂົາຫຼາຍສໍ່າໃດ, ຄວາມໂກດຮ້າຍຂອງເຈົ້າກໍຍິ່ງເພີ່ມຂຶ້ນສໍ່ານັ້ນ; ຍິ່ງເຈົ້າດ່າພວກເຂົາຫຼາຍສໍ່າໃດ, ຄວາມກຽດຊັງຂອງເຈົ້າກໍຍິ່ງເລິກເຊິ່ງສໍ່ານັ້ນ ແລະ ຈາກນັ້ນກໍເຖິງເວລາທີ່ຈະໃຊ້ຄວາມຮຸນແຮງ. ເມື່ອການຕໍ່ສູ້ທາງຮ່າງກາຍເກີດຂຶ້ນ, ຄວາມເປັນສັດຕູກໍເກີດຂຶ້ນ; ສະຖານະການກໍກາຍເປັນສິ່ງທີ່ບໍ່ສາມາດກອບກູ້ໄດ້, ໂດຍບໍ່ມີທາງທີ່ຈະຖອຍຫຼັງໄດ້. ສະນັ້ນ, ການແກ້ແຄ້ນໂດຍພື້ນຖານແລ້ວຈຶ່ງເປັນຂົງເຂດສະເພາະຂອງມະນຸດຊາດທີ່ເສື່ອມຊາມ. ຂໍ້ເທັດຈິງທີ່ເຈົ້າສາມາດແກ້ແຄ້ນໄດ້ນັ້ນ ພິສູດໃຫ້ເຫັນວ່າສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງເຈົ້າບໍ່ມີການຄວບຄຸມເໜືອເຈົ້າ. ຍິ່ງໄປກວ່ານັ້ນ, ບາງຄົນໃນພວກເຈົ້າບໍ່ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນເລີຍ. ດັ່ງນັ້ນ, ເມື່ອເຈົ້າປະເຊີນກັບສະຖານະການບາງຢ່າງ, ຕາບໃດທີ່ອີກຝ່າຍທຳລາຍຜົນປະໂຫຍດຂອງເຈົ້າ ຫຼື ທຳຮ້າຍຄວາມພາກພູມໃຈຂອງເຈົ້າ, ເຈົ້າບໍ່ພຽງແຕ່ບໍ່ສາມາດປະຕິບັດຕໍ່ພວກເຂົາຕາມຫຼັກການໄດ້ເທົ່ານັ້ນ, ແຕ່ເຈົ້າຍັງແກ້ແຄ້ນຢ່າງບໍ່ມີຢາງອາຍ, ໂດຍທຳລາຍເຂດແດນຂອງສະຕິຮູ້ສຶກຜິດຊອບ ແລະ ສິນທຳເພື່ອເຮັດເຊັ່ນນັ້ນ, ເຖິງກັບຄິດວ່າການແກ້ແຄ້ນຂອງເຈົ້ານັ້ນມີເຫດຜົນເປັນພິເສດ. ເຈົ້າສືບຕໍ່ແທນທີ່ຫຼັກການຄວາມຈິງ ແລະ ຫຼັກການແຫ່ງການປະພຶດຕົນດ້ວຍການກະທຳທີ່ຊົ່ວຮ້າຍ. ສິ່ງທີ່ເຈົ້າໃຊ້ຊີວິດຕາມນັ້ນຄືໃບໜ້າ ແລະ ຮູບລັກສະນະຂອງມານຮ້າຍ, ແຕ່ເຈົ້າຍັງຮູ້ສຶກວ່າເຈົ້າໄດ້ຊະນະ ແລະ ໄດ້ປຽບ. ໃນຄວາມເປັນຈິງແລ້ວ, ພຣະເຈົ້າມີມຸມມອງຕໍ່ສິ່ງນີ້ແນວໃດ? ພຶດຕິກຳປະເພດໃດ ແລະ ວິທີການປະພຶດຕົນແບບໃດທີ່ເປັນສິ່ງທີ່ເປັນບວກໃນສາຍພຣະເນດຂອງພຣະເຈົ້າ ແລະ ໄດ້ຮັບການຍອມຮັບໂດຍພຣະເຈົ້າ? ນີ້ຄືສິ່ງທີ່ສຳຄັນ ແລະ ຈຳເປັນທີ່ສຸດ. ໃນທາງຜິວເຜີນແລ້ວ, ຍ້ອນວ່າບາງຄົນສະຫຼາດຫຼັກແຫຼມຫຼາຍ, ເວົ້າຄ່ອງແຄ້ວ, ຮູ້ວິທີປົກປ້ອງຄວາມອວດອົ່ງ ແລະ ຄວາມທະນົງຕົວຂອງພວກເຂົາ, ຮູ້ວິທີຊອກຫາໂອກາດເພື່ອແກ້ແຄ້ນຜູ້ຄົນ ແລະ ຮູ້ວິທີສ້າງຄວາມວຸ້ນວາຍ ແລະ ເຮັດໜ້າດ້ານໆ, ພວກເຂົາຈຶ່ງບໍ່ເຄີຍເສຍປຽບບໍ່ວ່າພວກເຂົາຈະພົບພໍ້ກັບຫຍັງກໍຕາມ ແລະ ພວກເຂົາສາມາດເພີດເພີນກັບຄວາມສະດວກສະບາຍ ແລະ ຄວາມສະບາຍໃຈ, ໂດຍບໍ່ຕ້ອງທົນທຸກກັບຄວາມເຈັບປວດໃດໆ. ພວກເຂົາສາມາດຕອບໂຕ້ໃຜກໍຕາມທີ່ລ່ວງເກີນພວກເຂົາ ຫຼື ທຳຮ້າຍພວກເຂົາ, ໂດຍໄດ້ຮັບທັງກຽດສັກສີພາຍນອກ ແລະ ຜົນປະໂຫຍດຕົວຈິງ, ບໍ່ຍອມໃຫ້ຄວາມທະນົງຕົວຂອງພວກເຂົາຖືກກະທົບກະເທືອນ. ເຖິງຢ່າງໃດກໍຕາມ, ພວກເຂົາຈະບໍ່ມີວັນຍອມຮັບຄວາມຈິງ ຫຼື ປະຕິບັດຕໍ່ຜູ້ຄົນຕາມຫຼັກການ ແລະ ເຖິງກັບສາມາດເຮັດສິ່ງທີ່ກາຍເຂດແດນຂອງສະຕິຮູ້ສຶກຜິດຊອບ ແລະ ສິນທຳ. ການແກ້ແຄ້ນ ແລະ ການທຳຮ້າຍຜູ້ຄົນເພື່ອປົກປ້ອງຄວາມທະນົງຕົວ ແລະ ຜົນປະໂຫຍດຂອງຕົນເອງ, ໃນສາຍພຣະເນດຂອງພຣະເຈົ້າແລ້ວ, ສິ່ງເຫຼົ່ານີ້ລ້ວນແຕ່ເປັນການກະທຳທີ່ຊົ່ວຮ້າຍ. ເຈົ້າອາດຈະປົກປ້ອງຄວາມອວດອົ່ງ ແລະ ຄວາມທະນົງຕົວຂອງເຈົ້າ ແລະ ຮັກສາຜົນປະໂຫຍດທາງເນື້ອໜັງຂອງເຈົ້າໄວ້, ແຕ່ເຈົ້າບໍ່ເຄີຍປະພຶດຕົນ ຫຼື ປະຕິບັດຕໍ່ຜູ້ຄົນຕາມຫຼັກການທີ່ພຣະເຈົ້າສອນ. ແລ້ວພຣະເຈົ້າມີມຸມມອງຕໍ່ສິ່ງນີ້ແນວໃດ? ເຈົ້າບໍ່ເຄີຍໄດ້ຮັບການຮັບຮອງຈາກພຣະເຈົ້າຕໍ່ໜ້າພຣະອົງເລີຍ. ເຈົ້າສະຫຼາດຫຼັກແຫຼມເກີນໄປ ແລະ ເປັນຄົນເຈົ້າເລ່ເກີນໄປ. ເຈົ້າຍາດແຍ່ງກຽດສັກສີພາຍນອກ, ຜົນປະໂຫຍດຕົວຈິງ ແລະ ຜົນປະໂຫຍດສ່ວນຕົວ ແລະ ຕໍ່ສູ້ເພື່ອຄວາມທະນົງຕົວຂອງເຈົ້າ. ເພື່ອເຫັນແກ່ການປົກປ້ອງຄວາມອວດອົ່ງ ແລະ ຄວາມທະນົງຕົວຂອງເຈົ້າ, ເຈົ້າບໍ່ເຄີຍເອົາຫຼັກການແຫ່ງການປະພຶດຕົນທີ່ພຣະເຈົ້າສອນເຈົ້າມາໃສ່ໃຈ ແລະ ບໍ່ເຄີຍປະຕິບັດຕາມພວກມັນເລີຍ. ສະນັ້ນ, ເຖິງແມ່ນວ່າຜົນປະໂຫຍດທາງເນື້ອໜັງຂອງບາງຄົນເບິ່ງຄືວ່າຈະບໍ່ໄດ້ເສຍປຽບຫຍັງເລີຍ ແລະ ມັນເບິ່ງຄືວ່າພວກເຂົາດຳລົງຊີວິດທີ່ປະສົບຄວາມສຳເລັດ, ຍອດຢ້ຽມ ແລະ ໜ້າເຄົາລົບເປັນພິເສດ, ພວກເຂົາກໍບໍ່ມີຄວາມຈິງທີ່ມອບຊີວິດແຫ່ງພຣະທຳຂອງພຣະເຈົ້າແມ່ນແຕ່ໜ້ອຍດຽວ; ພວກເຂົາບໍ່ໄດ້ຮັບມັນ. ພວກເຂົາຍັງບໍ່ມີຄວາມສາມາດໃນການກຳແໜ້ນສິ່ງຕ່າງໆ; ພວກເຂົາບໍ່ສາມາດກຳແໜ້ນ ແລະ ບໍ່ເຂົ້າໃຈມັນ. ນີ້ບໍ່ແມ່ນການເສຍປຽບໃນແງ່ຂອງຊີວິດຂອງຄົນເຮົາບໍ? (ແມ່ນແລ້ວ). ພວກເຂົາບໍ່ໄດ້ຮັບຄວາມຈິງ, ຊີວິດຂອງພວກເຂົາໄດ້ເສຍປຽບ ແລະ ພຣະເຈົ້າບໍ່ໄດ້ອວຍພອນພວກເຂົາ, ແຕ່ພວກເຂົາກໍຍັງຮູ້ສຶກວ່າພວກເຂົາສະຫຼາດພໍສົມຄວນ ແລະ ພວກເຂົາບໍ່ໄດ້ເສຍປຽບຫຍັງເລີຍ. ຄົນແບບນີ້ຄືຄົນທີ່ໂງ່ທີ່ສຸດ!
ຜ່ານຫຼັກການທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງປະຕິບັດຕໍ່ຜູ້ຄົນ, ພວກເຈົ້າເຂົ້າໃຈວິທີທີ່ເຮົາປະພຶດຕົນໃນຊີວິດປະຈຳວັນໄດ້ດີຂຶ້ນໜ້ອຍໜຶ່ງບໍ? (ແມ່ນແລ້ວ). ແລ້ວພວກເຈົ້າກໍເຂົ້າໃຈແຈ່ມແຈ້ງຂຶ້ນໜ້ອຍໜຶ່ງບໍວ່າ ພວກເຈົ້າຄວນປະຕິບັດຕາມຫຼັກການຫຍັງໃນການປະຕິບັດຕໍ່ຜູ້ຄົນ? (ແມ່ນແລ້ວ). ເຖິງແມ່ນວ່າບາງຄົນຈະຄິດວ່າເຈົ້າອ່ອນແອ, ຂີ້ຢ້ານ ແລະ ຖືກຂົ່ມເຫັງໄດ້ງ່າຍ, ພ້ອມທັງເຈົ້າກໍສາມາດຮູ້ສຶກໄດ້ວ່າພວກເຂົາຄິດແບບນີ້ ແລະ ນີ້ກໍຄືວິທີທີ່ພວກເຂົາປະຕິບັດຕໍ່ເຈົ້າເຊັ່ນກັນ, ເຈົ້າກໍຍັງຄວນປະຕິບັດຕາມຫຼັກການແຫ່ງການປະຕິບັດຕໍ່ຜູ້ຄົນຢ່າງເປັນທຳ. ຖ້າເຈົ້າສາມາດຊ່ວຍເຫຼືອພວກເຂົາໄດ້, ເຈົ້າກໍຄວນໂອ້ລົມກ່ຽວກັບຄວາມຈິງເພື່ອຊ່ວຍເຫຼືອພວກເຂົາ; ຖ້າພວກເຂົາບໍ່ແມ່ນຄົນທີ່ຍອມຮັບຄວາມຈິງ ຫຼື ຄົນທີ່ຮັກສິ່ງທີ່ເປັນບວກ, ເຈົ້າກໍຍັງຄວນປະຕິບັດຕໍ່ພວກເຂົາຢ່າງຖືກຕ້ອງຕາມຫຼັກການ. ຕະຫຼອດເວລາ ເມື່ອເວົ້າໃນແງ່ທີ່ເປັນອົງລວມຫຼາຍຂຶ້ນແລ້ວ, ເຮົາເຊື່ອໝັ້ນຢ່າງໜັກແໜ້ນວ່າພຣະເຈົ້າມີອຳນາດສູງສຸດເໜືອທຸກສິ່ງ ແລະ ເໜືອຊະຕາກຳຂອງຄົນທັງປວງ. ເຮົາໝັ້ນໃຈໃນໃຈຂອງເຮົາວ່າຊະຕາກຳຂອງມະນຸດຊາດ, ຊະຕາກຳຂອງທຸກຄົນລ້ວນແຕ່ຢູ່ໃນມືຂອງພຣະເຈົ້າ, ບໍ່ມີໃຜສາມາດຫຼົບໜີຈາກອຳນາດສູງສຸດ ແລະ ການຈັດວາງຂອງພຣະເຈົ້າໄດ້ ແລະ ບໍ່ມີໃຜສາມາດຫຼົບໜີຈາກການກວດສອບຂອງສາຍຕາພຣະເຈົ້າໄດ້. ເມື່ອເບິ່ງຈາກມຸມມອງທີ່ແຄບລົງ, ເຮືອນຂອງພຣະເຈົ້າເປັນສະຖານທີ່ທີ່ພຣະທຳຂອງພຣະເຈົ້າມີອຳນາດ ແລະ ເປັນບ່ອນທີ່ຄວາມຈິງມີອຳນາດ. ໃຫ້ເວົ້າສະເພາະເຈາະຈົງກວ່ານັ້ນກໍຄື ເຮືອນຂອງພຣະເຈົ້າມີກົດການປົກຄອງ, ຄຣິສຕະຈັກມີກົດລະບຽບ ແລະ ມີການຈັດແຈງວຽກງານໃນທຸກໆໄລຍະ. ເມື່ອເວົ້າເຖິງວິທີທີ່ເຮືອນຂອງພຣະເຈົ້າປະຕິບັດຕໍ່ຄົນທຸກປະເພດ, ເຮືອນຂອງພຣະເຈົ້າຈະຈັດການກັບພວກເຂົາຕາມຫຼັກການຄວາມຈິງໃຫ້ຫຼາຍທີ່ສຸດເທົ່າທີ່ຈະຫຼາຍໄດ້, ໂດຍບໍ່ປ່ອຍໃຫ້ຄົນທີ່ຄວນຖືກຄັດອອກ ຫຼື ຖືກຈັດການຫຼຸດລອດໄປໄດ້ແມ່ນແຕ່ຄົນດຽວ. ຜູ້ຕໍ່ຕ້ານພຣະຄຣິສ, ຄົນຊົ່ວຮ້າຍ ແລະ ຜູ້ບໍ່ເຊື່ອ, ພ້ອມທັງຜູ້ທີ່ບໍ່ຮັກຄວາມຈິງ, ຜູ້ທີ່ມີຄວາມເປັນມະນຸດທີ່ບໍ່ດີ ແລະ ຜູ້ທີ່ບໍ່ໄລ່ຕາມເສາະຫາຄວາມຈິງ, ລ້ວນແຕ່ເປັນເປົ້າໝາຍຂອງການກຳຈັດໃນສາຍຕາຂອງພຣະເຈົ້າ. ບໍ່ຊ້າກໍໄວ ຄົນເຫຼົ່ານີ້ຈະຖືກກຳຈັດ ແລະ ຖືກຄັດອອກ, ໃນຂະນະທີ່ຜູ້ທີ່ໄລ່ຕາມເສາະຫາຄວາມຈິງຢ່າງແທ້ຈິງ ຫຼື ຄົນທີ່ຢ່າງໜ້ອຍກໍເຕັມໃຈທີ່ຈະອອກເຫື່ອແຮງເພື່ອພຣະເຈົ້າ ແລະ ມີຄວາມເປັນມະນຸດທີ່ພໍໃຊ້ໄດ້, ຈະສືບຕໍ່ປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງໃນເຮືອນຂອງພຣະເຈົ້າ. ສຳລັບໂລກມະນຸດ ມັນຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າ; ສຳລັບຄຣິສຕະຈັກ ເຮືອນຂອງພຣະເຈົ້າມີກົດການປົກຄອງ ແລະ ຫຼັກການຄວາມຈິງ. ສະນັ້ນ ໃນແງ່ຂອງວິທີທີ່ຄວນປະຕິບັດຕໍ່ຄົນອື່ນ, ນີ້ຄືສອງຫຼັກການທີ່ຕ້ອງປະຕິບັດຕາມ. ພວກເຈົ້າເຂົ້າໃຈແຈ່ມແຈ້ງກ່ຽວກັບດ້ານນີ້ບໍ? (ແມ່ນແລ້ວ). ສຳລັບການພົວພັນ ແລະ ການມີປະຕິສຳພັນກັບບາງຄົນໃນຊີວິດ, ຖ້າເຮົາປະເຊີນກັບສະຖານະການບາງຢ່າງທີ່ບໍ່ໜ້າພໍໃຈ ຫຼື ຖ້າຄົນໃດໜຶ່ງເວົ້າສິ່ງທີ່ບໍ່ສອດຄ່ອງກັບມຸມມອງຂອງເຮົາ, ເຮົາກໍຈະຮັບມືກັບມັນໃຫ້ຖືກຕ້ອງເຊັ່ນກັນ. ຖ້າຫຼັງຈາກນັ້ນ ເຮົາໄຕ່ຕອງ, ພິຈາລະນາ ແລະ ໄດ້ຮັບການຢືນຢັນກ່ຽວກັບສິ່ງທີ່ເຈົ້າເວົ້າ ແລະ ຕັດສິນວ່າມັນຖືກຕ້ອງ, ແລ້ວເຮົາກໍຈະຍອມຮັບມັນ; ຖ້າສິ່ງທີ່ເຈົ້າເວົ້າຜິດ, ເຮົາກໍຈະປະຕິບັດຕໍ່ເຈົ້າຕາມຫຼັກການເຊັ່ນກັນ. ຖ້າມີການຂັດແຍ້ງ, ຂໍ້ຂັດແຍ່ງ ຫຼື ຄວາມບໍ່ພໍໃຈໃນຂະບວນການມີປະຕິສຳພັນກັບເຈົ້າ ແລະ ມັນກ່ຽວຂ້ອງກັບຄວາມຈິງ, ວຽກງານຂອງຄຣິສຕະຈັກ ຫຼື ອຸປະນິໄສທີ່ເສື່ອມຊາມຂອງເຈົ້າ, ເຮົາກໍຈະໂອ້ລົມກັບເຈົ້າຖ້າມີໂອກາດ, ເພື່ອໃຫ້ເຈົ້າສາມາດເຂົ້າໃຈຄວາມຈິງ ແລະ ເຫັນບັນຫາທີ່ມີຢູ່ໃນຕົວເຈົ້າຢ່າງຊັດເຈນ. ຖ້າໂອກາດນີ້ບໍ່ເຄີຍເກີດຂຶ້ນ ຫຼື ບໍ່ຈຳເປັນຕ້ອງໂອ້ລົມກ່ຽວກັບເລື່ອງນີ້ກັບເຈົ້າ, ເຈົ້າກໍອາດຈະສະແຫວງຫາດ້ວຍຕົນເອງ, ຖ້າເຈົ້າເຕັມໃຈທີ່ຈະເຮັດເຊັ່ນນັ້ນ. ຖ້າອຸປະນິໄສຂອງເຈົ້າອວດດີພໍສົມຄວນ ຫຼື ຖ້າເຈົ້າເວົ້າຈາຫຍາບຄາຍຕໍ່ໜ້າເຮົາ ແລະ ລ່ວງເກີນເຮົາ, ໃຫ້ໝັ້ນໃຈໄດ້ເລີຍວ່າ ເຮົາຈະປະຕິບັດຕໍ່ເຈົ້າຕາມຫຼັກການ. ເຮົາຈະບໍ່ລິຮານເຈົ້າ ພຽງແຕ່ຍ້ອນວ່າເຈົ້າລ່ວງເກີນເຮົາ ຫຼື ເຄີຍລ່ວງເກີນເຮົາໃນອະດີດໂດຍເດັດຂາດ; ເຮົາຈະບໍ່ເຮັດສິ່ງດັ່ງກ່າວ. ຖ້າເຈົ້າໄດ້ລ່ວງເກີນເຮົາ, ເຮົາກໍຕ້ອງເບິ່ງວ່າມັນເປັນຄວາມຕັ້ງໃຈ ຫຼື ບໍ່ໄດ້ຕັ້ງໃຈ. ຖ້າມັນບໍ່ໄດ້ຕັ້ງໃຈ, ແລ້ວເຮົາກໍຈະຖືວ່າມັນບໍ່ເຄີຍເກີດຂຶ້ນ. ເຮົາພຽງແຕ່ຈະຖືວ່າເຈົ້າກຳລັງໂງ່ຈ້າ, ຂາດຄວາມມີເຫດຜົນ ແລະ ເວົ້າໂດຍບໍ່ຄິດ, ຫຼັງຈາກທີ່ເຈົ້າເວົ້າອອກໄປ, ເຈົ້າກໍບໍ່ຮູ້ວ່າທຳມະຊາດຂອງຄຳເວົ້າຂອງເຈົ້າເປັນແນວໃດ ແລະ ເຈົ້າກໍບໍ່ຮູ້ວ່າເຈົ້າກຳລັງເວົ້າຫຍັງ; ມັນເປັນພຽງເລື່ອງໄຮ້ສາລະ. ເຖິງຢ່າງໃດກໍຕາມ, ຖ້າມັນເປັນຄວາມຕັ້ງໃຈ, ແລ້ວເຮົາກໍຕ້ອງໂອ້ລົມ ແລະ ສົນທະນາເລື່ອງນີ້ກັບທຸກຄົນ, ເພື່ອເບິ່ງວ່າມີພຽງແຕ່ເຮົາເທົ່ານັ້ນບໍທີ່ເຈົ້າຄິດ ແລະ ປະຕິບັດແບບນີ້ ຫຼື ເຈົ້າເປັນປໍລະປັກຕໍ່ຄົນຈຳນວນຫຼາຍ, ຕໍ່ຄຣິສຕະຈັກ ແລະ ຕໍ່ເຮືອນຂອງພຣະເຈົ້າ; ເຮົາຕ້ອງທຳຄວາມເຂົ້າໃຈວ່າສະຖານະການທີ່ສະເພາະເປັນແນວໃດ. ຖ້າມີພຽງແຕ່ເຮົາເທົ່ານັ້ນທີ່ເຈົ້າເປັນປໍລະປັກນຳ, ແລ້ວເຮົາກໍຈະສັງເກດເຈົ້າ; ກ່ອນອື່ນ ເຮົາຈະໃຫ້ໂອກາດເຈົ້າກັບໃຈ ແລະ ຍັງຈະເບິ່ງວ່າແທ້ຈິງແລ້ວເຈົ້າເປັນຄົນປະເພດໃດ. ຖ້ານອກເໜືອຈາກການເປັນປໍລະປັກຕໍ່ເຮົາແລ້ວ ເຈົ້າຍັງເປັນປໍລະປັກຕໍ່ເຮືອນຂອງພຣະເຈົ້າ, ຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງທັງໝົດ, ໂດຍຢາກເຫັນເຮືອນຂອງພຣະເຈົ້າກາຍເປັນຕົວຕະຫຼົກຢູ່ສະເໝີ ແລະ ຢາກເຫັນເຮົາກາຍເປັນຕົວຕະຫຼົກຢູ່ສະເໝີ; ຖ້າເຈົ້າຕົບມື ແລະ ໂຫ່ຮ້ອງດ້ວຍຄວາມຍິນດີ ເມື່ອພະຍານາກໃຫຍ່ສີແດງ ແລະ ໂລກທາງສາສະໜາສ້າງຂ່າວລືທີ່ບໍ່ມີມູນຄວາມຈິງກ່ຽວກັບເຮົາ ແລະ ເຈົ້າເຖິງກັບເຜີຍແຜ່ພວກມັນໃນທ່າມກາງອ້າຍເອື້ອຍນ້ອງ, ໂດຍຕັ້ງໃຈໃສ່ຮ້າຍປ້າຍສີເຮົາ ແລະ ເຮັດໃຫ້ອ້າຍເອື້ອຍນ້ອງຫຼົງຜິດ, ແລ້ວເຮົາກໍຈະປະຕິບັດຕາມຫຼັກການເຊັ່ນກັນ. ເຮົາຈະບໍ່ແກ້ແຄ້ນເຈົ້າ; ເຮົາຈະຈັດການກັບເຈົ້າຕາມກົດການປົກຄອງຂອງເຮືອນຂອງພຣະເຈົ້າ, ເຊິ່ງເປັນທຳ ແລະ ສົມເຫດສົມຜົນ. ເຮົາຈະໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກຄົ້ນເບິ່ງກົດການປົກຄອງ, ເຮົາຈະໃຫ້ມະນຸດທີ່ພຣະວິນຍານບໍລິສຸດນຳໃຊ້ ແຍກແຍະ ແລະ ຈັດການກັບເລື່ອງນີ້ ແລະ ເຮົາຈະປ່ອຍໃຫ້ວິທີການຈັດການໃນຂັ້ນສຸດທ້າຍຂຶ້ນຢູ່ກັບຄຣິສຕະຈັກ ແລະ ເຮືອນຂອງພຣະເຈົ້າ. ເຮົາເຮັດສິ່ງຕ່າງໆຕາມຫຼັກການ; ໃຫ້ໝັ້ນໃຈໄດ້ເລີຍວ່າ ເຮົາປະຕິບັດຕໍ່ຜູ້ຄົນດ້ວຍຄວາມເປັນທຳຢ່າງແທ້ຈິງ. ຖ້າຄົນໃດໜຶ່ງເປັນຄົນດີທີ່ເຊື່ອໃນພຣະເຈົ້າ ແລະ ໄລ່ຕາມເສາະຫາຄວາມຈິງຢ່າງແທ້ຈິງ, ພວກເຂົາກໍຈະຢູ່ໃນເຮືອນຂອງພຣະເຈົ້າຢ່າງແນ່ນອນ. ແຕ່ຖ້າຄົນໃດໜຶ່ງເປັນຄົນຊົ່ວຮ້າຍທີ່ເປັນປໍລະປັກຕໍ່ເຮືອນຂອງພຣະເຈົ້າ ແລະ ຕໍ່ພຣະເຈົ້າ, ຜູ້ທີ່ເປັນຂອງຊາຕານ ແລະ ຜູ້ທີ່ເປັນມານຮ້າຍທີ່ຊົ່ວຮ້າຍ, ເຮືອນຂອງພຣະເຈົ້າກໍຈະບໍ່ປ່ອຍຄົນແບບນັ້ນໄປຢ່າງເດັດຂາດ. ພວກເຈົ້າເຂົ້າໃຈບໍ? (ແມ່ນແລ້ວ). ຖ້າເຈົ້າຕົກຢູ່ໃນໝວດໝູ່ຂອງພວກຕໍ່ຕ້ານພຣະຄຣິສ, ຄົນຊົ່ວຮ້າຍ, ມານຮ້າຍທີ່ຊົ່ວຮ້າຍ ຫຼື ຄົນຮັບໃຊ້ຂອງຊາຕານ, ແລ້ວເຮົາກໍຈະປະຕິບັດຕາມຫຼັກການໃນວິທີທີ່ເຮົາປະຕິບັດຕໍ່ເຈົ້າເຊັ່ນກັນ; ເຮົາຈະບໍ່ຕັດສິນເຈົ້າຜິດ. ເຮົາຕ້ອງເຂົ້າໃຈວ່າເຈົ້າລ່ວງເກີນເຮົາໂດຍບໍ່ໄດ້ຕັ້ງໃຈ ຫຼື ເຈົ້າພຽງແຕ່ມີຄວາມຄິດເຫັນ ແລະ ມຸມມອງທີ່ເປັນລົບກ່ຽວກັບເຮົາເປັນການສ່ວນຕົວ, ຖ້າເປັນຍ້ອນເຮົາໜ້າຕາທຳມະດາ, ມີຮູບລັກສະນະທຳມະດາ ແລະ ປົກກະຕິ, ບໍ່ໄດ້ສູງສະຫງ່າ, ບໍ່ມີພູມຫຼັງທີ່ມີກຽດ, ມາຈາກຈຸດເລີ່ມຕົ້ນທີ່ຕໍ່າຕ້ອຍ ແລະ ເປັນຄົນທຳມະດາ ເຈົ້າຈຶ່ງດູຖູກເຮົາ ແລະ ລ່ວງເກີນເຮົາຊໍ້າແລ້ວຊໍ້າອີກ, ໂດຍເວົ້າສິ່ງທີ່ບໍ່ເຄົາລົບ ຫຼື ຖ້າເປັນຍ້ອນເຈົ້າມີຄວາມຄິດທີ່ບໍ່ດີ ແລະ ຄວາມເປັນປໍລະປັກຕໍ່ຄຣິສຕະຈັກທັງໝົດ ແລະ ເຮືອນຂອງພຣະເຈົ້າ. ເຮົາຕ້ອງຮຽນຮູ້ກ່ຽວກັບເຈົ້າ. ຫຼັງຈາກທີ່ເຈົ້າລ່ວງເກີນເຮົາ, ເຮົາຕ້ອງເບິ່ງວ່າທັດສະນະຄະຕິຂອງເຈົ້າທີ່ຢູ່ເບື້ອງຫຼັງຕໍ່ຄຣິສຕະຈັກ, ຕໍ່ອ້າຍເອື້ອຍນ້ອງ, ຕໍ່ໜ້າທີ່ຂອງເຈົ້າ ແລະ ຕໍ່ວຽກງານລາຍການຕ່າງໆຂອງເຮືອນຂອງພຣະເຈົ້າເປັນແນວໃດ. ຫຼັງຈາກທີ່ເຮົາມີຄວາມເຂົ້າໃຈຢ່າງຖືກຕ້ອງກ່ຽວກັບເຈົ້າແລ້ວ, ເຮົາກໍຈະຈັດການກັບເຈົ້າຕາມຫຼັກການ. ເຮົາຈະບໍ່ຕັດສິນເຈົ້າຜິດຢ່າງເດັດຂາດ; ເຖິງແມ່ນວ່າເຈົ້າຈະຖືກຄັດອອກ, ນັ້ນກໍບໍ່ແມ່ນການຕັດສິນເຈົ້າຜິດ. ເຮືອນຂອງພຣະເຈົ້າຈະຈັດການກັບເຈົ້າຢ່າງຖືກຕ້ອງຢ່າງແນ່ນອນ. ແຕ່ກ່ອນທີ່ຈະຈັດການກັບເຈົ້າ, ເຮົາຈະບໍ່ເວົ້າດ້ວຍຕົນເອງຢ່າງອັດຕະວິໄສຢ່າງເດັດຂາດວ່າ “ຈົ່ງຊຳລະລ້າງພວກເຂົາອອກຈາກຄຣິສຕະຈັກ!” ເຮົາຈະບໍ່ເຮັດສິ່ງນີ້ຢ່າງເດັດຂາດ. ເຮົາປະຕິບັດຕາມຂັ້ນຕອນຂອງເຮືອນຂອງພຣະເຈົ້າເພື່ອຮຽນຮູ້, ສືບສວນ, ຈັດການ ແລະ ແກ້ໄຂເລື່ອງນີ້, ໃນທີ່ສຸດກໍເຮັດໃຫ້ທຸກຄົນຍອມຮັບວ່າເລື່ອງນີ້ຖືກຈັດການຕາມຫຼັກການ. ພວກເຈົ້າສາມາດເບິ່ງຜູ້ທີ່ຖືກປົດອອກຈາກໜ້າທີ່ຂອງພວກເຂົາ, ຖືກຈັດການ ແລະ ຖືກຄັດອອກ, ແລ້ວເບິ່ງວ່າວິທີທີ່ເຮືອນຂອງພຣະເຈົ້າຈັດການກັບພວກເຂົານັ້ນມີຫຍັງກ່ຽວຂ້ອງກັບທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ເຮົາ ຫຼື ບໍ່. ນອກຈາກນີ້, ບາງຄົນໄດ້ເຊື່ອໃນພຣະເຈົ້າມາຫຼາຍປີແລ້ວ, ແຕ່ພວກເຂົາກໍຍັງເວົ້າກັບເຮົາຄືກັບຜູ້ບໍ່ມີຄວາມເຊື່ອ. ເຮົາຮູ້ສຶກເບື່ອໜ່າຍໃນໃຈຂອງເຮົາເມື່ອເຮົາໄດ້ຍິນມັນ, ແຕ່ເຮົາກໍບໍ່ໄດ້ລິຮານພວກເຂົາຕໍ່ໜ້າ ແລະ ເຮົາບໍ່ເຄີຍເຮັດໃຫ້ພວກເຂົາທົນທຸກ. ຍັງມີບາງຄົນທີ່ຍັງໜຸ່ມ, ມຸທະລຸ ແລ້ວເອີ້ນໃຜກໍຕາມທີ່ພວກເຂົາເວົ້ານຳວ່າ “ເຮີ້ຍເຈົ້າ”, ໂດຍຂາດຄວາມສຳນຶກເຖິງຄວາມເໝາະສົມ, ເບິ່ງຄືກັບຄົນທີ່ບໍ່ເຄີຍຮຽນຮູ້ມາລະຍາດ. ເຮົາກໍບໍ່ໄດ້ລິຮານຄົນແບບນີ້ເຊັ່ນກັນ; ເຮົາບໍ່ເຄີຍເຮັດສິ່ງດັ່ງກ່າວ. ສະຫຼຸບແລ້ວ, ບໍ່ວ່າພວກເຈົ້າຈະເຊື່ອໃນພຣະເຈົ້າມາດົນປານໃດກໍຕາມ, ບໍ່ວ່າພວກເຈົ້າຈະມີພື້ນຖານໃດໆ ຫຼື ບໍ່, ຄວາມເປັນມະນຸດຂອງພວກເຈົ້າເປັນແນວໃດ, ພວກເຈົ້າປະຕິບັດໜ້າທີ່ຫຍັງ ຫຼື ບໍ່ວ່າເຮົາຈະພົບພໍ້ພວກເຈົ້າພຽງຄັ້ງດຽວ ຫຼື ເຄີຍມີປະຕິສຳພັນກັບພວກເຈົ້າຫຼາຍຄັ້ງກໍຕາມ, ເຮົາກໍກຳແໜ້ນ ແລະ ມີມຸມມອງທີ່ແນ່ນອນກ່ຽວກັບແກ່ນແທ້ທຳມະຊາດຂອງພວກເຈົ້າບໍ່ຫຼາຍກໍໜ້ອຍ ແລະ ສຳລັບບາງຄົນ ເຮົາກໍເຖິງກັບມີການກຳນົດລັກສະນະຂອງພວກເຂົາ. ການທີ່ເຮົາເຂົ້າໃຈແກ່ນແທ້ທຳມະຊາດຂອງຄົນໃດໜຶ່ງ ແລະ ມີມຸມມອງທີ່ແນ່ນອນກ່ຽວກັບມັນນັ້ນ ບໍ່ໄດ້ກ່ຽວຂ້ອງກັບຈຸດຈົບຂອງຄົນຜູ້ນັ້ນ, ແຕ່ການມີການກຳນົດລັກສະນະຂອງພວກເຂົານັ້ນກ່ຽວຂ້ອງ. ພວກເຂົາມີການສະແດງອອກ ແລະ ການເປີດເຜີຍປະເພດເຫຼົ່ານີ້, ສະນັ້ນ ເຮົາຈຶ່ງມີຫຼັກການທີ່ຈະປະຕິບັດຕໍ່ພວກເຂົາ ແລະ ມີການກຳນົດລັກສະນະຂອງພວກເຂົາ. ເຖິງແມ່ນວ່າເຮົາຈະມີຫຼັກການສຳລັບຜູ້ຄົນ ແລະ ກຳນົດລັກສະນະຂອງພວກເຂົາ, ເຈົ້າເຄີຍເຫັນເຮົາຈັດການກັບໃຜບໍ? ເຮົາບໍ່ເຄີຍຈັດການກັບໃຜເລີຍ. ເຮົາລໍຖ້າອຳນາດສູງສຸດຂອງພຣະເຈົ້າ ແລະ ການຈັດວາງຂອງພຣະອົງ. ອີກຢ່າງໜຶ່ງ, ເຮົາປ່ອຍເລື່ອງເຫຼົ່ານີ້ໃຫ້ຄຣິສຕະຈັກ; ຄຣິສຕະຈັກຈະຈັດການກັບພວກເຂົາຕາມຫຼັກການ. ພວກເຈົ້າຄິດແນວໃດກັບຫຼັກການຂອງເຮົາສຳລັບວິທີການປະຕິບັດຕໍ່ຜູ້ຄົນ? (ມັນສອດຄ່ອງກັບຫຼັກການຄວາມຈິງ; ນັ້ນກໍຄື ພຣະເຈົ້າມີອຳນາດສູງສຸດເໜືອທຸກສິ່ງ ແລະ ຈັດວາງທຸກສິ່ງ). ຖືກຕ້ອງແລ້ວ, ພຣະເຈົ້າມີອຳນາດສູງສຸດເໜືອທຸກສິ່ງ ແລະ ຈັດວາງທຸກສິ່ງ; ທຸກສິ່ງຄວນຖືກປ່ອຍໃຫ້ຂຶ້ນຢູ່ກັບອຳນາດສູງສຸດ ແລະ ການຈັດວາງຂອງພຣະເຈົ້າ. ຫຼັກການເຫຼົ່ານີ້ຍັງກ່ຽວຂ້ອງກັບການອ່ອນນ້ອມຕໍ່ຄວາມຈິງ ແລະ ການອ່ອນນ້ອມຕໍ່ການຈັດວາງ ແລະ ການຈັດແຈງຂອງພຣະເຈົ້າອີກດ້ວຍ. ບໍ່ພຽງແຕ່ພວກເຈົ້າຕ້ອງມີຄວາມຮັບຮູ້ນີ້ ແລະ ທັດສະນະຄະຕິນີ້ເທົ່ານັ້ນ, ແຕ່ພວກເຈົ້າຍັງຕ້ອງປະຕິບັດ ແລະ ນຳໃຊ້ປະຕິບັດແບບນີ້ອີກດ້ວຍ.
ພຣະເຈົ້າທີ່ບັງເກີດເປັນເນື້ອໜັງມີຊີວິດຂອງພຣະເຈົ້າ ແລະ ມີແກ່ນແທ້ສັກສິດເປັນຊີວິດຂອງພຣະອົງ. ກ່ອນສິ່ງອື່ນໃດ, ຫຼັກການ, ມຸມມອງ ແລະ ວິທີການທີ່ພຣະອົງມີໃນທຸກສິ່ງທີ່ພຣະອົງເຮັດດ້ວຍຕົນເອງນັ້ນ ບໍ່ສາມາດລະເມີດຫຼັກການຄວາມຈິງໄດ້. ບໍ່ວ່າບຸກຄະລິກ ແລະ ວິທີການສະແດງອອກຂອງຄວາມເປັນມະນຸດທີ່ປົກກະຕິຂອງພຣະອົງຈະເປັນແນວໃດກໍຕາມ ຫຼື ບໍ່ວ່າພຣະອົງຈະດຳລົງຊີວິດຢູ່ທ່າມກາງຄົນປະເພດໃດກໍຕາມ, ໃນເບື້ອງຕົ້ນແລ້ວ ຫຼັກການທີ່ພຣະອົງປະຕິບັດຕາມນັ້ນ ບໍ່ສາມາດລະເມີດຫຼັກການຄວາມຈິງໄດ້; ພວກມັນເຂົ້າກັນໄດ້ກັບຊີວິດຂອງພຣະເຈົ້າ ແລະ ແກ່ນແທ້ຂອງພຣະເຈົ້າ. ເນື່ອງຈາກພຣະເຈົ້າທີ່ບັງເກີດເປັນເນື້ອໜັງສອນພວກເຈົ້າກ່ຽວກັບວິທີການປະພຶດຕົນ, ໃນເບື້ອງຕົ້ນແລ້ວ ພຣະອົງເອງກໍຕ້ອງເປັນຄົນແບບນັ້ນ, ມັນເປັນຍ້ອນວ່າພຣະອົງມີການໃຊ້ຊີວິດຕາມແບບນັ້ນ ແລະ ມີແກ່ນແທ້ແບບນັ້ນ ພຣະອົງຈຶ່ງສາມາດສອນພວກເຈົ້າໃຫ້ເປັນຄົນແບບນັ້ນໄດ້. ພຽງແຕ່ຈຸດນີ້ຈຸດດຽວ, ພຣະເຈົ້າທີ່ບັງເກີດເປັນເນື້ອໜັງກໍມີຄວາມສາມາດ ແລະ ເງື່ອນໄຂພຽງພໍທີ່ຈະນຳພາພວກເຈົ້າໄປສູ່ເສັ້ນທາງທີ່ຖືກຕ້ອງຂອງຊີວິດມະນຸດ, ນຳພາພວກເຈົ້າໄປສູ່ເສັ້ນທາງແຫ່ງຄວາມລອດພົ້ນ ແລະ ນຳພາພວກເຈົ້າມາຢູ່ຕໍ່ໜ້າພຣະເຈົ້າ, ເຮັດໃຫ້ພວກເຈົ້າສາມາດມີທັດສະນະຄະຕິ ແລະ ຫົວໃຈແຫ່ງການອ່ອນນ້ອມຕໍ່ພຣະເຈົ້າ. ຖ້າພວກເຈົ້າສາມາດປະຕິບັດ ແລະ ໄດ້ຮັບພຣະທຳເຫຼົ່ານີ້ທີ່ເຮົາໄດ້ກ່າວ ແລະ ຄຳເທດສະໜາເຫຼົ່ານີ້ທີ່ເຮົາໄດ້ໃຫ້, ແລ້ວພຣະທຳເຫຼົ່ານີ້ກໍພຽງພໍທີ່ຈະເຮັດໃຫ້ພວກເຈົ້າສາມາດປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຈົ້າ ແລະ ກາຍເປັນຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍໄດ້. ພຣະເຈົ້າທີ່ບັງເກີດເປັນເນື້ອໜັງດຳລົງຊີວິດໃນຄວາມເປັນມະນຸດທີ່ປົກກະຕິ ແລະ ໃນຊີວິດຈິງ ແລະ ເຖິງແມ່ນວ່າວິທີການດຳລົງຊີວິດ ແລະ ຮູບແບບການດຳລົງຢູ່ແບບນີ້ຈະອະນຸຍາດໃຫ້ມີການຕິດຕໍ່ກັບຜູ້ຄົນຢ່າງຈຳກັດກໍຕາມ, ຫຼັກການຕ່າງໆທີ່ພຣະອົງປະຕິບັດຕາມສຳລັບວິທີການປະຕິບັດຕໍ່ຜູ້ຄົນໃນຂະນະທີ່ມີປະຕິສຳພັນກັບຄົນຈຳນວນຈຳກັດນັ້ນ ກໍບໍ່ໄດ້ຂັດແຍ້ງ ຫຼື ຂັດກັບຫຼັກການແຫ່ງການປະພຶດຕົນທີ່ພຣະເຈົ້າສອນມະນຸດ, ແຕ່ເຂົ້າກັນໄດ້ກັບພວກມັນ. ສະນັ້ນ, ເມື່ອເວົ້າເຖິງການເປີດເຜີຍຄວາມເປັນມະນຸດທີ່ປົກກະຕິ ຫຼື ການເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງຄົນທຸກປະເພດ, ບໍ່ວ່າພວກມັນຈະເປັນການລ່ວງເກີນ ຫຼື ການສະແດງຄວາມບໍ່ເຄົາລົບຕໍ່ເຮົາເປັນການສ່ວນຕົວ ຫຼື ບໍ່ກໍຕາມ ແລະ ບໍ່ວ່າພວກມັນຈະເໝາະສົມກັບບຸກຄະລິກ, ຄວາມມັກ ຫຼື ຄວາມຮູ້ສຶກຂອງເຮົາເອງໃນເວລານັ້ນ ຫຼື ບໍ່ກໍຕາມ, ເຮົາກໍສາມາດປະຕິບັດຕໍ່ທຸກຄົນຢ່າງຖືກຕ້ອງໄດ້. ຖ້າເຈົ້າມັກຈະສົງໄສເຮົາ, ລະແວດລະວັງເຮົາ ແລະ ວາງແຜນຮ້າຍຕໍ່ເຮົາສະເໝີ ຫຼື ຄອຍຄິດວ່າເຮົາກຳລັງວາງແຜນຮ້າຍຕໍ່ເຈົ້າສະເໝີ, ເຮົາກໍຍັງສາມາດປະຕິບັດຕໍ່ເຈົ້າຢ່າງຖືກຕ້ອງໄດ້. ບໍ່ວ່າເຈົ້າຈະເປີດເຜີຍອຸປະນິໄສທີ່ເສື່ອມຊາມປະເພດໃດກໍຕາມ, ບໍ່ວ່າເຈົ້າຈະເວົ້າຕົວະ, ສົງໄສເຮົາ, ຄາດເດົາກ່ຽວກັບເຮົາ, ລະແວດລະວັງເຮົາ ແລະ ຢາກຫຼີກລ່ຽງເຮົາສະເໝີ ຫຼື ວາງແຜນຮ້າຍຕໍ່ເຮົາໃນໃຈຂອງເຈົ້າກໍຕາມ, ເຮົາກໍສາມາດປະຕິບັດຕໍ່ເຈົ້າຢ່າງຖືກຕ້ອງໄດ້. ເຮົາຈະບໍ່ໃຊ້ວິທີການຂອງເຈົ້າເພື່ອແກ້ແຄ້ນເຈົ້າຢ່າງເດັດຂາດ, ເຮົາຈະບໍ່ຕອບໂຕ້ແບບຕາຕໍ່ຕາ ແລະ ແຂ້ວຕໍ່ແຂ້ວ. ເຖິງແມ່ນວ່າເຮົາຈະຮູ້ວ່າເຈົ້າກຳລັງຄິດຫຍັງຢູ່, ຮູ້ວ່າເຈົ້າຕ້ອງການວາງແຜນຮ້າຍຕໍ່ເຮົາ ແລະ ປະຕິບັດຕໍ່ເຮົາແນວໃດ, ເຖິງແມ່ນວ່າເຮົາຈະເຫັນວ່າເຈົ້າເບິ່ງເຮົາດ້ວຍສາຍຕາທີ່ບໍ່ເປັນມິດຫຼາຍ, ເຮົາກໍຍັງສາມາດປະຕິບັດຕໍ່ເຈົ້າຢ່າງຖືກຕ້ອງໄດ້. ຈົ່ງໝັ້ນໃຈໄດ້ເລີຍວ່າ ເຮົາຈະບໍ່ແກ້ແຄ້ນເຈົ້າຢ່າງເດັດຂາດ. ເຈົ້າອາດຈະຮູ້ສຶກວ່າ ໂດຍການບໍ່ແກ້ແຄ້ນເຈົ້າ, ຄວາມຈິງແລ້ວ ເຮົາກຳລັງຊອກຫາໂອກາດເພື່ອເອົາປຽບເຈົ້າ ແລະ ເຮົາກຳລັງວາງແຜນຮ້າຍຕໍ່ເຈົ້າ. ເຈົ້າຄິດຜິດແລ້ວທີ່ຄິດແບບນັ້ນ; ເຈົ້າກຳລັງຄາດເດົາກ່ຽວກັບເຮົາ. ເຮົາໄດ້ບອກພວກເຈົ້າເຖິງຫຼັກການຂອງເຮົາສຳລັບວິທີທີ່ເຮົາປະຕິບັດຕໍ່ຜູ້ຄົນແລ້ວ. ຕອນນີ້ ພວກເຈົ້າເຂົ້າໃຈເຮົາແລ້ວບໍ? (ເຂົ້າໃຈແລ້ວ). ສະນັ້ນ, ເຮົາເປັນຄົນທີ່ເຂົ້າກັບຄົນງ່າຍຫຼາຍບໍ? ຜູ້ຄົນເຫັນວ່າເຮົາເປັນຄົນທີ່ພົວພັນນຳງ່າຍບໍ? (ພຣະເຈົ້າປະຕິບັດຕໍ່ພວກເຮົາດ້ວຍຄວາມຈິງໃຈ, ສະນັ້ນ ພວກເຮົາກໍຄວນເປີດເຜີຍ ແລະ ຈິງໃຈກັບພຣະເຈົ້າ). ຫຼັກການນີ້ຖືກຕ້ອງແລ້ວ. ແຕ່ຖ້າເຈົ້າບໍ່ສາມາດເປີດເຜີຍ ແລະ ຈິງໃຈໄດ້, ບອກເຮົາເບິ່ງວ່າ ເຮົາຈະລິຮານເຈົ້າ ແລະ ເປີດໂປງສິ່ງທີ່ບໍ່ດີໃດໆທີ່ເຈົ້າເຄີຍເຮັດໃນອະດີດບໍ? (ບໍ່). ເຮົາຈະມີຄວາມຮູ້ສຶກທີ່ບໍ່ດີຕໍ່ເຈົ້າໃນໃຈຂອງເຮົາ, ໂດຍຄິດໃນໃຈວ່າຄົນຜູ້ນີ້ເປັນຄົນທີ່ມັກຄິດຄຳນວນຫຼາຍ, ເວົ້າຈາຕິດໆຂັດໆ, ຄືກັບວ່າທຸກຄຳເວົ້າຕ້ອງຖືກບີບອອກມາ ແລະ ບໍ່ກົງໄປກົງມາກັບຜູ້ຄົນ. ແຕ່ເຖິງແມ່ນວ່າເຮົາຈະມີຄວາມຮູ້ສຶກທີ່ບໍ່ດີຕໍ່ເຈົ້າໃນໃຈຂອງເຮົາ, ເຮົາກໍຈະບໍ່ຈັດການພວກເຈົ້າ. ຖ້າຄົນສ່ວນໃຫຍ່ລາຍງານວ່າເຈົ້າກຳລັງປະຕິບັດໜ້າທີ່ຂອງເຈົ້າໄດ້ດີພໍໃຊ້ໃນເຮືອນຂອງພຣະເຈົ້າ, ແຕ່ອຸປະນິໄສຂອງເຈົ້າມີເລ່ລ່ຽມເລັກໜ້ອຍ, ເຈົ້າບໍ່ກົງໄປກົງມາກັບເຮົາ ແລະ ເຈົ້າຄອຍອວດອົ່ງ ແລະ ໂອ້ອວດຕົນເອງຕໍ່ໜ້າເຮົາສະເໝີ, ເຮົາກໍຍັງຈະສາມາດປະຕິບັດຕໍ່ເຈົ້າຢ່າງຖືກຕ້ອງ ແລະ ໃຫ້ໂອກາດເຈົ້າປ່ຽນແປງເມື່ອເວລາຜ່ານໄປ. ເຮົາຈະບໍ່ເບິ່ງຢ່າງແນ່ນອນວ່າພວກເຈົ້າເປີດເຜີຍອຸປະນິໄສທີ່ເສື່ອມຊາມຫຍັງແດ່ ແລ້ວເວົ້າວ່າ “ເຮົາບໍ່ສາມາດທົນຕໍ່ຄວາມຜິດພາດແມ່ນແຕ່ໜ້ອຍດຽວໄດ້. ເຮົາສາມາດເບິ່ງທະລຸອຸປະນິໄສທີ່ເສື່ອມຊາມໃດກໍຕາມທີ່ເຈົ້າມີໄດ້ພຽງແຕ່ເຫຼືອບເບິ່ງ. ຖ້າເຈົ້າບໍ່ເຊື່ອເຮົາ, ເຮົາກໍຈະເປີດໂປງສິ່ງທີ່ເຈົ້າກຳລັງຄິດຢູ່ໃນໃຈຂອງເຈົ້າ ແລະ ເຈົ້າກໍສາມາດເບິ່ງໄດ້ວ່າເຮົາເວົ້າຖືກ ຫຼື ບໍ່”. ເຮົາບໍ່ເຮັດສິ່ງເຫຼົ່ານີ້. ເຮົາປະຕິບັດຕໍ່ການສະແດງອອກຕ່າງໆຂອງອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນຢ່າງຖືກຕ້ອງ, ລວມທັງສິ່ງທີ່ຖືກເປີດເຜີຍໃນຄຳເວົ້າຂອງພວກເຂົາ, ພຶດຕິກຳຂອງພວກເຂົາ ພ້ອມທັງໃນຄວາມຄິດ ແລະ ມຸມມອງຂອງພວກເຂົາ. ຖ້າເຈົ້າເປັນຄົນທີ່ໄລ່ຕາມເສາະຫາຄວາມຈິງ ແລະ ຮັກສິ່ງທີ່ເປັນບວກ, ເຈົ້າກໍຈະຄ່ອຍໆປ່ຽນແປງອຸປະນິໄສທີ່ເສື່ອມຊາມ ແລະ ສະພາວະເຫຼົ່ານີ້ຂອງເຈົ້າຕາມຫຼັກການຄວາມຈິງ. ຖ້າເຈົ້າບໍ່ແມ່ນຄົນທີ່ໄລ່ຕາມເສາະຫາຄວາມຈິງ, ມັນກໍຈະໄຮ້ປະໂຫຍດເຖິງແມ່ນວ່າຈະບັງຄັບຫົດນໍ້າເຈົ້າກໍຕາມ; ເຈົ້າຈະບໍ່ປ່ຽນແປງ. ບໍ່ວ່າເຈົ້າຈະສຸພາບ ແລະ ມີມາລະຍາດຕໍ່ເຮົາຫຼາຍສໍ່າໃດເມື່ອຢູ່ຕໍ່ໜ້າເຮົາ, ມັນກໍບໍ່ມີປະໂຫຍດ, ມັນບໍ່ສາມາດທົດແທນການທີ່ເຈົ້າປະຕິບັດຄວາມຈິງ ຫຼື ອ່ອນນ້ອມຕໍ່ຄວາມຈິງໄດ້. ບໍ່ວ່າເຈົ້າຈະສຸພາບ ຫຼື ບໍ່ສຸພາບຕໍ່ໜ້າເຮົາ, ເຮົາກໍຈະປະຕິບັດຕໍ່ເຈົ້າຢ່າງຖືກຕ້ອງ. ໃນອະດີດ, ມີບາງຄົນທີ່ເປີດເຜີຍອຸປະນິໄສທີ່ເສື່ອມຊາມຫຼາຍຢ່າງເມື່ອພວກເຂົາພົວພັນ ແລະ ສື່ສານກັບເຮົາ ຍ້ອນວຸດທິພາວະຂອງພວກເຂົາທີ່ນ້ອຍ ແລະ ການຂາດຄວາມເຂົ້າໃຈໃນຄວາມຈິງ ແລະ ພວກເຂົາຍັງສະແດງຄວາມກະບົດ ແລະ ການຕໍ່ຕ້ານຫຼາຍຢ່າງອີກດ້ວຍ. ແຕ່ຫຼັງຈາກນັ້ນ, ພວກເຂົາກໍຮູ້ສຶກສຳນຶກຜິດ ແລະ ຫັນປ່ຽນຕົນເອງ, ຈາກນັ້ນສອງສາມປີຕໍ່ມາ, ພວກເຂົາກໍເຂົ້າໃຈຄວາມຈິງບາງຢ່າງ ແລະ ຫັນປ່ຽນຕົນເອງ. ໂດຍບັງເອີນ, ເຮືອນຂອງພຣະເຈົ້າໄດ້ເລື່ອນຕຳແໜ່ງພວກເຂົາອີກຄັ້ງ. ເມື່ອເຮົາໄດ້ຍິນວ່າພວກເຂົາໄດ້ຮັບການເລື່ອນຕຳແໜ່ງ, ເຮົາກໍຮູ້ສຶກດີໃຈຫຼາຍໃນໃຈຂອງເຮົາ. ເຈົ້າເຫັນບໍວ່າ ເຮົາບໍ່ໄດ້ຜູກໃຈເຈັບ, ແມ່ນບໍ? (ພຣະອົງບໍ່ໄດ້ຜູກໃຈເຈັບ). ເຮົາຍັງສາມາດປະຕິບັດຕໍ່ພວກເຂົາຢ່າງຖືກຕ້ອງໄດ້. ເຮົາບໍ່ໄດ້ເວົ້າວ່າ “ກ່ອນໜ້ານີ້, ເຈົ້າບໍ່ເຄົາລົບເຮົາ, ເຈົ້າບໍ່ຟັງສິ່ງໃດກໍຕາມທີ່ເຮົາເວົ້າ ແລະ ເຈົ້າໄດ້ເຮັດຫຼາຍສິ່ງທີ່ທຳຮ້າຍຄວາມຮູ້ສຶກຂອງເຮົາ. ຕອນນີ້ ເຈົ້າໄດ້ຮັບການເລື່ອນຕຳແໜ່ງອີກຄັ້ງແລ້ວ. ເຮົາຕ້ອງໃຫ້ເຈົ້າຮູ້ວ່າ ເຮົາຮູ້ທຸກສິ່ງທີ່ເຈົ້າເຄີຍເຮັດມາກ່ອນ; ຢ່າຄິດວ່າເຮົາລືມພວກມັນແລ້ວ”. ເຮົາບໍ່ເຮັດສິ່ງເຫຼົ່ານີ້. ກົງກັນຂ້າມ, ເຮົາປອບໂຍນພວກເຂົາ ໂດຍກ່າວວ່າ “ຈົ່ງໄລ່ຕາມເສາະຫາຢ່າງຈິງຈັງ. ຢ່າໄດ້ມີພາລະທາງຄວາມຄິດໃດໆ”. ເມື່ອຜູ້ຄົນມີວຸດທິພາວະນ້ອຍ ແລະ ບໍ່ເຂົ້າໃຈຄວາມຈິງ, ພວກເຂົາທຸກຄົນກໍຈະເປີດເຜີຍຄວາມກະບົດ, ເພາະວ່າຜູ້ຄົນດຳລົງຊີວິດຢູ່ພາຍໃຕ້ການຄວບຄຸມຂອງອຸປະນິໄສທີ່ເສື່ອມຊາມ ແລະ ຜູ້ທີ່ບໍ່ມີຄວາມຈິງທີ່ມີອຳນາດໃນໃຈຂອງພວກເຂົາກໍບໍ່ສາມາດຄວບຄຸມຕົນເອງໄດ້, ໂດຍເວົ້າ ແລະ ເຮັດສິ່ງຕ່າງໆທັງທີ່ພວກເຂົາບໍ່ຢາກເຮັດ. ນີ້ຄືສິ່ງທີ່ຄົນທີ່ໃຊ້ຊີວິດຕາມອຸປະນິໄສທີ່ເສື່ອມຊາມເປັນ. ສະນັ້ນ, ຢ່າໄດ້ມີພາລະທາງຄວາມຄິດໃດໆໃນການທີ່ພວກເຈົ້າໄລ່ຕາມເສາະຫາຄວາມຈິງ. ເຮົາຈະບໍ່ເບິ່ງຄົນໃດຄົນໜຶ່ງ ຫຼື ຄົນເຊື້ອຊາດໃດໜຶ່ງຜ່ານມຸມມອງທີ່ມີອະຄະຕິ. ເຮົາບໍ່ເບິ່ງລະດັບການສຶກສາຂອງເຈົ້າ ຫຼື ອະດີດຂອງເຈົ້າ. ເຮົາພຽງແຕ່ເບິ່ງແກ່ນແທ້ຄວາມເປັນມະນຸດຂອງເຈົ້າ ແລະ ການໄລ່ຕາມເສາະຫາຂອງເຈົ້າ, ພ້ອມທັງທັດສະນະຄະຕິຂອງເຈົ້າທີ່ມີຕໍ່ຄວາມຈິງ, ທັດສະນະຄະຕິຂອງເຈົ້າທີ່ມີຕໍ່ພຣະເຈົ້າ ແລະ ທັດສະນະຄະຕິຂອງເຈົ້າທີ່ມີຕໍ່ໜ້າທີ່ຂອງເຈົ້າ. ຖ້າເຈົ້າເຄີຍເຮັດໜ້າທີ່ຂອງເຈົ້າແບບພໍແລ້ວມືແລ້ວຕີນ ແລະ ເຮັດໃຫ້ເກີດຄວາມເສຍຫາຍບາງຢ່າງຕໍ່ເຮືອນຂອງພຣະເຈົ້າ ຫຼື ເຖິງກັບເຮັດການກະທຳທີ່ຊົ່ວຮ້າຍເຊິ່ງເຮັດໃຫ້ເກີດການຂັດຂວາງ ແລະ ການລົບກວນໃນຂະນະທີ່ປະຕິບັດໜ້າທີ່ຂອງເຈົ້າ, ເຖິງແມ່ນວ່າສິ່ງເຫຼົ່ານັ້ນຈະແຈ່ມແຈ້ງໃນຄວາມຄິດຂອງເຮົາ ແລະ ຝັງຢູ່ໃນຄວາມຊົງຈຳຂອງເຮົາກໍຕາມ, ເຮົາກໍຈະບໍ່ໄດ້ຮັບອິດທິພົນ ຫຼື ຖືກນຳພາຢ່າງຜິດໆໂດຍສິ່ງເຫຼົ່ານັ້ນໃນວິທີທີ່ເຮົາເບິ່ງເຈົ້າ. ເຮົາຈະເບິ່ງເຈົ້າຢ່າງຮອບດ້ານ; ເຮົາຈະເບິ່ງເຈົ້າຕາມຫຼັກການຄວາມຈິງ, ໂດຍເບິ່ງວິທີທີ່ເຈົ້າປະຕິບັດໜ້າທີ່ຂອງເຈົ້າ ແລະ ປະຕິບັດຕໍ່ໜ້າທີ່ຂອງເຈົ້າໃນຕອນນີ້ ແລະ ເບິ່ງວ່າເຈົ້າຍັງເຮັດແບບພໍແລ້ວມືແລ້ວຕີນຄືກັບທີ່ເຈົ້າເຄີຍເຮັດ ຫຼື ບໍ່. ໃນອະດີດ ເຈົ້າບໍ່ສາມາດປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າໄດ້, ໂດຍປະຕິບັດຕົວລະມັດລະວັງເກີນໄປ ແລະ ພະຍາຍາມເປັນຄົນທີ່ບໍ່ຢາກຜິດໃຈໃຜ. ຕອນນີ້ ເຈົ້າໄດ້ຫັນປ່ຽນຕົນເອງ ແລະ ປ່ຽນແປງແລ້ວບໍ? ເຈົ້າສາມາດນຳໃຊ້ຄວາມຈິງບາງຢ່າງເຂົ້າໃນການປະຕິບັດຕາມຫຼັກການຄວາມຈິງໄດ້ບໍ? ເຈົ້າມັກຈະໂລບຢາກໄດ້ຄວາມສະດວກສະບາຍທາງເນື້ອໜັງສະເໝີ; ຕອນນີ້ ເຈົ້າສາມາດທົນຕໍ່ຄວາມຍາກລຳບາກໄດ້ບໍ? ເຈົ້າໄດ້ສະລະຕົນຢ່າງຈິງໃຈແລ້ວບໍ? ເຈົ້າສາມາດສະແຫວງຫາຄວາມຈິງໃນຂະບວນການປະຕິບັດໜ້າທີ່ຂອງເຈົ້າໄດ້ບໍ? ເຈົ້າມີຄວາມຈົງຮັກພັກດີ ແລະ ຄວາມຈິງໃຈໜ້ອຍໜຶ່ງບໍ? ເຈົ້າມີຄວາມຄືບໜ້າ ແລະ ປ່ຽນແປງເມື່ອທຽບກັບແຕ່ກ່ອນບໍ? ສິ່ງເຫຼົ່ານີ້ຄືສິ່ງທີ່ເຮົາເບິ່ງ. ຖ້າເຈົ້າເຮັດພໍແລ້ວມືແລ້ວຕີນ, ເພີດເພີນກັບຄວາມສະດວກສະບາຍ ແລະ ບໍ່ໄດ້ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າສະເໝີ ໃນອະດີດ ແລະ ຕອນນີ້ ເຈົ້າກໍຍັງເປັນແບບນີ້ຢູ່, ແລ້ວເຮົາກໍຈະບໍ່ມີຄວາມຮູ້ສຶກທີ່ດີໃດໆຕໍ່ເຈົ້າໃນໃຈຂອງເຮົາ. ຖ້າເຈົ້າເຄີຍເປັນແບບນັ້ນໃນອະດີດ, ເຖິງແມ່ນວ່າເຮົາຈະມີຄວາມຮູ້ສຶກທີ່ບໍ່ດີຕໍ່ເຈົ້າກໍຕາມ, ແຕ່ຕອນນີ້ເຈົ້າໄດ້ປ່ຽນແປງແລ້ວ, ເຮົາກໍຂ້ອນຂ້າງດີໃຈ. ນອກຈາກນັ້ນ ເຮົາກໍເຖິງກັບຈະປອບໂຍນເຈົ້າ ໂດຍກ່າວວ່າ “ຈົ່ງໄລ່ຕາມເສາະຫາແບບນີ້ຕໍ່ໄປ. ໃນອະດີດ, ວຸດທິພາວະຂອງເຈົ້ານ້ອຍເກີນໄປ, ເຈົ້າຍັງໜຸ່ມ ແລະ ຂາດວຸດທິພາວະ ແລ້ວເຈົ້າກໍພຽງແຕ່ອາລະວາດເຮັດສິ່ງທີ່ບໍ່ດີ; ສິ່ງເຫຼົ່ານີ້ລ້ວນແຕ່ເປັນບົດຮຽນສຳລັບເຈົ້າ. ເຈົ້າຄວນໄລ່ຕາມເສາະຫາຄວາມຈິງເພື່ອແກ້ໄຂການເຮັດພໍແລ້ວມືແລ້ວຕີນຂອງເຈົ້າ ແລະ ການກະທຳທີ່ຊົ່ວຮ້າຍຂອງເຈົ້າ, ຈາກນັ້ນ ເຈົ້າກໍຈະປ່ຽນແປງຢ່າງແທ້ຈິງ”. ເຮົາຈະປອບໂຍນ ແລະ ໃຫ້ກຳລັງໃຈເຈົ້າ. ຖ້າເປັນຄົນຊົ່ວຮ້າຍເຫຼົ່ານັ້ນ, ເມື່ອເຫັນວ່າເຈົ້າໄດ້ປ່ຽນແປງແລ້ວ, ພວກເຂົາກໍຈະອິດສາເຈົ້າ ແລະ ກຽດຊັງເຈົ້າ. ພວກເຂົາຈະບໍ່ສຸພາບຕໍ່ເຈົ້າ ໂດຍກ່າວວ່າ “ຂ້ອຍຕ້ອງເປີດໂປງສິ່ງບໍ່ດີທີ່ເຈົ້າເຄີຍເຮັດໃນອະດີດ ແລະ ໃຫ້ຜູ້ຄົນເຫັນວ່າແຕ່ກ່ອນເຈົ້າໜ້າລັງກຽດສໍ່າໃດ. ຢ່າຄິດວ່າຂ້ອຍບໍ່ຮູ້ກ່ຽວກັບສິ່ງທັງໝົດນີ້!” ເຈົ້າເຫັນບໍວ່າ ມະນຸດທີ່ເສື່ອມຊາມພຽງແຕ່ມັກເຮັດຕົວສະຫຼາດ, ຫຼິ້ນເລ່ລ່ຽມເລັກໆນ້ອຍໆ, ເຮັດໃຫ້ຜູ້ຄົນຮັບຮູ້ເຖິງການມີຢູ່ຂອງພວກເຂົາ, ເປີດໂປງຂໍ້ບົກຜ່ອງຂອງຜູ້ຄົນ ແລະ ຂຸດຄຸ້ຍອະດີດທີ່ບໍ່ດີຂອງຜູ້ຄົນ. ເຮົາບໍ່ເຄີຍເຮັດສິ່ງດັ່ງກ່າວແທ້ໆ. ເຮົາບໍ່ເຄີຍເວົ້າສິ່ງດັ່ງກ່າວກັບຜູ້ຄົນຈັກເທື່ອ. ເຮົາພຽງແຕ່ພະຍາຍາມຊຸກຍູ້ ແລະ ປອບໂຍນພວກເຂົາ, ເພື່ອໃຫ້ພວກເຂົາຮູ້ສຶກສະຫງົບໃນໃຈຂອງພວກເຂົາ ແລະ ຮູ້ສຶກວ່າການໄລ່ຕາມເສາະຫາຄວາມຈິງນັ້ນເປັນສິ່ງທີ່ດີ. ເມື່ອເຮົາເຫັນວ່າພວກເຂົາໄດ້ປ່ຽນແປງເລັກໜ້ອຍ, ເຮົາກໍຕ້ອງໃຫ້ກຳລັງໃຈພວກເຂົາ, ໃຫ້ພວກເຂົາຮູ້ວ່າພວກເຂົາມີຄວາມຄືບໜ້າ ພ້ອມທັງໃຫ້ແຮງຈູງໃຈ ແລະ ຄວາມໝັ້ນໃຈບາງຢ່າງແກ່ພວກເຂົາ. ບອກເຮົາເບິ່ງວ່າ ໃນການປະຕິບັດຕໍ່ຜູ້ຄົນແບບນີ້, ເຮົາກຳລັງປະຕິບັດຕາມຫຼັກການບໍ? (ແມ່ນແລ້ວ). ເຮົາປະຕິບັດອອກມາຈາກຄວາມເປັນທຳມະຊາດ ຫຼື ອອກມາຈາກຄວາມມຸທະລຸບໍ? (ບໍ່). ບາງຄົນເວົ້າວ່າ “ພຣະອົງມີຄວາມຊົງຈຳທີ່ບໍ່ດີບໍ? ບາງທີພຣະອົງອາດຈະບໍ່ສົນໃຈສິ່ງເຫຼົ່ານີ້ບໍ? ຫຼື ພຣະອົງເປັນຄົນໃຈກວ້າງໂດຍທຳມະຊາດບໍ?” ບອກເຮົາເບິ່ງວ່າ ສິ່ງນີ້ມີຫຍັງກ່ຽວຂ້ອງກັບບຸກຄະລິກ, ການເປັນຄົນໃຈກວ້າງ ຫຼື ຄວາມຊົງຈຳບໍ? (ບໍ່). ເຖິງແມ່ນວ່າຄົນໃດໜຶ່ງຈະເປັນຄົນໃຈກວ້າງໂດຍທຳມະຊາດ ແລະ ມີບຸກຄະລິກທີ່ດີກໍຕາມ, ຖ້າພວກເຂົາດຳລົງຊີວິດຢູ່ພາຍໃຕ້ການຄວບຄຸມຂອງອຸປະນິໄສທີ່ເສື່ອມຊາມ, ພວກເຂົາກໍຍັງບໍ່ສາມາດປະຕິບັດຕໍ່ຜູ້ຄົນຕາມຫຼັກການ ຫຼື ໃຫ້ໂອກາດຜູ້ຄົນເລີ່ມກ້າວເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໄດ້; ພວກເຂົາບໍ່ສາມາດບັນລຸສິ່ງນີ້ໄດ້. ຢ່າງຫຼາຍທີ່ສຸດ, ມະນຸດທີ່ເສື່ອມຊາມກໍຈະເວົ້າວ່າ “ຂ້ອຍຈະບໍ່ເປີດໂປງຂໍ້ບົກພ່ອງຂອງເຈົ້າ; ຖ້າບໍ່ດັ່ງນັ້ນ ຜູ້ຄົນກໍຈະຫົວຂວັນຂ້ອຍ”. ພວກເຂົາເຮັດສິ່ງນີ້ກໍເພື່ອເຫັນແກ່ຄວາມທະນົງຕົວ ແລະ ເນື່ອງຈາກຄວາມກົດດັນຈາກຄວາມຄິດເຫັນສັງຄົມໃນໂລກ, ໂດຍກັງວົນວ່າການປະພຶດຕົນແບບນັ້ນຈະເຮັດໃຫ້ພວກເຂົາເບິ່ງຄືຄົນໃຈແຄບ ແລະ ຂາດຄວາມໃຈກວ້າງ. ມັນເປັນພຽງການປົກປ້ອງຄວາມທະນົງຕົວຂອງພວກເຂົາເອງເທົ່ານັ້ນ ພວກເຂົາຈຶ່ງລະເວັ້ນຈາກການເປີດໂປງຂໍ້ບົກພ່ອງຂອງຜູ້ຄົນ, ແຕ່ພວກເຂົາສາມາດຊີ້ບອກເສັ້ນທາງທີ່ຖືກຕ້ອງບາງຢ່າງໃຫ້ແກ່ຜູ້ຄົນໄດ້ບໍ? (ບໍ່). ສຳລັບຄົນສ່ວນໃຫຍ່ແລ້ວ, ມັນກໍຖືວ່າດີພໍສົມຄວນແລ້ວ ຖ້າພວກເຂົາສາມາດລະເວັ້ນຈາກການແກ້ແຄ້ນໄດ້, ການຂໍໃຫ້ພວກເຂົາຊ່ວຍເຫຼືອຄົນອື່ນ ຫຼື ປາຖະໜາດີຕໍ່ພວກເຂົານັ້ນແມ່ນເກີນຄວາມສາມາດຂອງພວກເຂົາ. ຢ່າງຫຼາຍທີ່ສຸດ, ພວກເຂົາກໍຮູ້ສຶກວ່າ “ບໍ່ວ່າເຈົ້າຈະໄດ້ດີ ຫຼື ບໍ່ກໍຕາມ ມັນກໍບໍ່ມີຫຍັງກ່ຽວຂ້ອງກັບຂ້ອຍ”. ບາງຄົນປະກາດວ່າ “ຂ້ອຍເປັນຄົນຖ່ອມຕົວທີ່ມີຄຸນນະທຳ; ຂ້ອຍບໍ່ສາມາດແກ້ແຄ້ນຜູ້ຄົນໄດ້”, ແຕ່ໃນໃຈຂອງພວກເຂົາ ພວກເຂົາຄິດວ່າ “ຂໍໃຫ້ສິ່ງຕ່າງໆເປັນໄປຢ່າງບໍ່ດີສຳລັບເຈົ້າ. ຖ້າເຈົ້າໄດ້ດີ, ຂ້ອຍກໍຈະຮູ້ສຶກບໍ່ສະບາຍໃຈຢູ່ຂ້າງໃນ. ຂ້ອຍຈະມີຄວາມສຸກເມື່ອມື້ທີ່ເຈົ້າຕາຍມາຮອດໃນທີ່ສຸດ!” ຄຳເວົ້າຂອງພວກເຂົາເຕັມໄປດ້ວຍຄວາມເມດຕາ, ຄວາມຊອບທຳ ແລະ ສິນທຳ, ແຕ່ໃຈຂອງພວກເຂົາຊົ່ວຮ້າຍ ແລະ ໂຫດຮ້າຍ. ພວກເຂົາບໍ່ເວົ້າຫຍັງເລີຍນອກຈາກສິ່ງທີ່ຟັງມ່ວນຫູ, ໃນຂະນະທີ່ໃຈຂອງພວກເຂົາປະສົງຮ້າຍຍິ່ງກວ່າໃຜໆ. ສິ່ງນີ້ເອີ້ນວ່າການປາກຫວານກົ້ນປ້ຽວ; ມັນເອີ້ນວ່າການເປັນຄົນໜ້າຊື່ໃຈຄົດ. ເຈົ້າເຫັນບໍວ່າ ມະນຸດທີ່ເສື່ອມຊາມສາມາດປະຕິບັດຕໍ່ຄົນອື່ນໂດຍອີງໃສ່ຫຼັກການຄວາມຈິງໄດ້ບໍ? ມະນຸດທີ່ເສື່ອມຊາມຄິດຢ່າງໜຶ່ງແຕ່ເຮັດອີກຢ່າງໜຶ່ງ. ໃນທາງພາຍນອກແລ້ວ, ເພື່ອເຮັດໃຫ້ຕົນເອງເບິ່ງຄືໜ້າເຄົາລົບ, ສຸພາບຮຽບຮ້ອຍ ແລະ ສູງສົ່ງ, ພວກເຂົາຈຶ່ງເວົ້າບາງຢ່າງທີ່ຟັງມ່ວນຫູ, ແຕ່ພວກເຂົາບໍ່ໄດ້ຄິດແບບນັ້ນໃນໃຈຂອງພວກເຂົາ ແລະ ລັກເຮັດສິ່ງຕ່າງໆເພື່ອຂັດຂວາງຄົນອື່ນ. ສະນັ້ນ, ເມື່ອເວົ້າເຖິງວິທີທີ່ຜູ້ບໍ່ມີຄວາມເຊື່ອປະຕິບັດຕໍ່ຜູ້ຄົນ, ເຖິງແມ່ນວ່າພວກເຂົາຈະບໍ່ແກ້ແຄ້ນເຈົ້າກໍຕາມ, ພວກເຂົາກໍຈະບໍ່ປາຖະໜາດີຕໍ່ເຈົ້າເຊັ່ນກັນ. ວິທີທີ່ພວກເຂົາປະຕິບັດຕໍ່ຜູ້ຄົນນັ້ນບໍ່ກົງກັນກັບຫຼັກການຄວາມຈິງ. ເມື່ອພວກເຂົາເຫັນເຈົ້າໄດ້ດີ, ພວກເຂົາກໍຮູ້ສຶກບໍ່ສະບາຍໃຈ ແລະ ອິດສາໃນໃຈຂອງພວກເຂົາ; ເມື່ອພວກເຂົາເຫັນເຈົ້າຕົກຕໍ່າ, ຖ້າພວກເຂົາມີໂອກາດ, ພວກເຂົາກໍຈະຊໍ້າເຕີມບາດແຜຂອງເຈົ້າ ຫຼື ເຖິງກັບເຕະເຈົ້າສອງສາມບາດ ແລ້ວເມື່ອນັ້ນພວກເຂົາຈຶ່ງຈະຮູ້ສຶກວ່າຄວາມກຽດຊັງຂອງພວກເຂົາໄດ້ຮັບການບັນເທົາລົງ. ມັນຍາກພໍແລ້ວສຳລັບພວກເຂົາທີ່ຈະລະເວັ້ນຈາກການແກ້ແຄ້ນ, ມັນຍິ່ງຍາກຂຶ້ນໄປອີກສຳລັບພວກເຂົາທີ່ຈະມີຫຼັກການຕໍ່ຜູ້ຄົນ; ພວກເຂົາບໍ່ມີຄວາມເປັນມະນຸດດັ່ງກ່າວ.
ພຣະເຈົ້າທີ່ບັງເກີດເປັນເນື້ອໜັງໄດ້ກາຍເປັນຄົນທຳມະດາ. ໃນຊີວິດປະຈຳວັນຂອງພຣະອົງ, ວິທີທີ່ພຣະອົງປະຕິບັດຕໍ່ຜູ້ຄົນຢ່າງໜ້ອຍທີ່ສຸດກໍຢູ່ໃນຂອບເຂດຂອງສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ; ມັນຈະບໍ່ຕໍ່າກວ່າມາດຕະຖານນີ້ຢ່າງເດັດຂາດ ແລະ ມີແຕ່ຈະຢູ່ເໜືອມັນເທົ່ານັ້ນ. ບໍ່ຈຳເປັນຕ້ອງເວົ້າເລີຍວ່າ ພຣະເຈົ້າທີ່ບັງເກີດເປັນເນື້ອໜັງປະຕິບັດຕໍ່ຜູ້ຄົນຕາມຫຼັກການຄວາມຈິງ. ເພາະວ່າພຣະອົງມີແກ່ນແທ້ຄວາມເປັນພຣະເຈົ້າ, ພຣະອົງຈຶ່ງຍິ່ງສາມາດປະຕິບັດຕໍ່ເຈົ້າຕາມຫຼັກການຄວາມຈິງໄດ້ ແລະ ຈະບໍ່ຈັດການກັບເຈົ້າເດັດຂາດ. ມັນກໍຄືກັນກັບວິທີທີ່ເຮືອນຂອງພຣະເຈົ້າປະຕິບັດຕໍ່ຄົນທຸກປະເພດ, ການປົດຜູ້ນໍາ ແລະ ຜູ້ເຮັດວຽກໃນທຸກລະດັບ, ການປັບການມອບໝາຍໜ້າທີ່ຂອງຜູ້ຄົນ ຫຼື ການປົດພວກເຂົາອອກ, ການຊຳລະລ້າງຄົນທຸກປະເພດອອກໄປ ແລະ ອື່ນໆ, ລ້ວນແຕ່ຖືກດຳເນີນການຕາມຫຼັກການ, ບໍ່ໄດ້ຖືກຕັດສິນໃຈໂດຍອີງໃສ່ຄວາມມັກຂອງໃຜກໍຕາມ; ການຕັດສິນໃຈເຫຼົ່ານີ້ໄດ້ຮັບການເຫັນດີຈາກຄົນສ່ວນໃຫຍ່ໃນຄຣິສຕະຈັກ. ສະນັ້ນ ຄວາມຈິງຈຶ່ງມີອຳນາດທີ່ສຸດໃນເຮືອນຂອງພຣະເຈົ້າ; ນີ້ຄືຄວາມຈິງ. ແມ່ນແຕ່ຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິກໍສາມາດເຮັດສິ່ງຕ່າງໆໃນວິທີທີ່ສອດຄ່ອງກັບມາດຕະຖານຂອງສະຕິຮູ້ສຶກຜິດຊອບທີ່ຄົນປົກກະຕິມີ ແລະ ເມື່ອຫຼັກການຄວາມຈິງເຂົ້າມາກ່ຽວຂ້ອງ, ພວກເຂົາກໍຍັງສາມາດປະຕິບັດຕາມມາດຕະຖານຂອງສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງຄົນປົກກະຕິໄດ້, ແຮງບໍ່ຕ້ອງເວົ້າເຖິງຄວາມເປັນມະນຸດທີ່ປົກກະຕິທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງສວມໃສ່. ກ່ຽວກັບເລື່ອງທີ່ກ່ຽວຂ້ອງກັບວຽກງານຂອງຄຣິສຕະຈັກ, ໜ້າທີ່ທີ່ພວກເຈົ້າປະຕິບັດ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຈົ້າ, ພຣະອົງຍິ່ງສາມາດປະຕິບັດຕໍ່ພວກເຈົ້າຕາມຫຼັກການໄດ້. ເມື່ອເວົ້າເຖິງວິທີທີ່ເຮົາ, ຄົນທຳມະດາ ແລະ ປົກກະຕິຜູ້ນີ້, ພົວພັນ ແລະ ຕິດຕໍ່ກັບພວກເຈົ້າ, ບໍ່ວ່າເຮົາຈະໂອ້ລົມຄວາມຈິງແນວໃດ ຫຼື ເຮົາຈະຈັດການກັບບັນຫາປະເພດໃດກໍຕາມ, ບອກເຮົາເບິ່ງວ່າ ຄວາມເປັນມະນຸດທີ່ປົກກະຕິຂອງເຮົານີ້ສົມຄວນໄດ້ຮັບຄວາມໄວ້ວາງໃຈຈາກພວກເຈົ້າບໍ? (ແມ່ນແລ້ວ). ພວກເຈົ້າຈຳເປັນຕ້ອງສ້າງແນວປ້ອງກັນເພື່ອລະແວດລະວັງເຮົາບໍ? (ບໍ່). ສະນັ້ນ ເຮົາຂໍບອກພວກເຈົ້າແບບນີ້: ເມື່ອເວົ້າ ແລະ ພົວພັນກັບເຮົາ, ເຈົ້າພຽງແຕ່ຕ້ອງເປີດເຜີຍ ແລະ ຈິງໃຈ. ບໍ່ວ່າເຮົາຈະຮູ້ກ່ຽວກັບເຈົ້າຫຼາຍສໍ່າໃດ ຫຼື ສິ່ງທີ່ເຮົາຮູ້ກ່ຽວກັບເຈົ້າແມ່ນຫຍັງກໍຕາມ, ເຮົາກໍຈະປະຕິບັດຕໍ່ເຈົ້າຕາມຫຼັກການ. ບໍ່ວ່າເຈົ້າຈະມີທັດສະນະຄະຕິແນວໃດຕໍ່ເຮົາກໍຕາມ, ເຮົາກໍຍັງຈະປະຕິບັດຕໍ່ເຈົ້າຕາມຫຼັກການ. ເຈົ້າສາມາດໝັ້ນໃຈໄດ້; ບໍ່ຈຳເປັນຕ້ອງລະແວດລະວັງເຮົາ. ຖ້າບໍ່ເວົ້າເຖິງແກ່ນແທ້ທີ່ສັກສິດ ແລະ ຊີວິດທີ່ສັກສິດຂອງເຮົາ, ພຽງແຕ່ແກ່ນແທ້ຄວາມເປັນມະນຸດທີ່ເຮົາຜູ້ເປັນຄົນທຳມະດາ, ໃນດ້ານທີ່ປົກກະຕິ ແລະ ສຳພັນກັບຊີວິດຈິງນີ້ມີ, ກໍເປັນສິ່ງທີ່ພວກເຈົ້າສາມາດໄວ້ວາງໃຈໄດ້ແລ້ວ. ບໍ່ວ່າພວກເຮົາກຳລັງສົນທະນາເລື່ອງຫຍັງກໍຕາມ, ເຈົ້າບໍ່ຄວນມີຈິດໃຈທີ່ຊັບຊ້ອນ. ເຈົ້າພຽງແຕ່ຕ້ອງຮຽບງ່າຍ ແລະ ເປີດເຜີຍ. ຖ້າເຈົ້າກຳລັງປະເຊີນກັບຄວາມຫຍຸ້ງຍາກໃດໆ, ກໍພຽງແຕ່ເວົ້າກ່ຽວກັບພວກມັນໂດຍກົງ. ບໍ່ຈຳເປັນຕ້ອງລະວັງເຮົາຄືກັບວ່າເຈົ້າກຳລັງລະແວດລະວັງຄົນແປກໜ້າ. ຖ້າເຈົ້າມັກຈະລະແວດລະວັງເຮົາສະເໝີ, ແລ້ວມີສິ່ງໜຶ່ງທີ່ເຮົາຈະບອກເຈົ້າ: ເຈົ້າໂງ່ເກີນໄປ ແລະ ເຈົ້າກໍຕາບອດ! ເຈົ້າບໍ່ຮູ້ບໍວ່າເຮົາເຮັດວຽກງານຫຍັງ? ຍິ່ງເຈົ້າລະແວດລະວັງເຮົາຫຼາຍສໍ່າໃດ, ໃນທີ່ສຸດເຈົ້າກໍຈະຍິ່ງບໍ່ສາມາດໄດ້ຮັບຄວາມຈິງຫຼາຍສໍ່ານັ້ນ. ນີ້ບໍ່ແມ່ນການຂັດຂວາງຕົນເອງ ແລະ ທຳລາຍຕົນເອງບໍ? ຖ້າເຈົ້າຄອຍສົງໄສ ແລະ ລະແວດລະວັງພຣະເຈົ້າທີ່ບັງເກີດເປັນເນື້ອໜັງສະເໝີ ແລະ ບໍ່ວ່າພຣະອົງຈະກ່າວ ແລະ ໂອ້ລົມຄວາມຈິງແນວໃດກໍຕາມ, ເຈົ້າກໍຍັງຮັກສາທັດສະນະຄະຕິແຫ່ງການກວດສອບຢູ່ສະເໝີ, ໂດຍບໍ່ຍອມຮັບສິ່ງທີ່ພຣະອົງກ່າວ ເຖິງແມ່ນວ່າເຈົ້າຈະຍອມຮັບວ່າມັນເປັນຄວາມຈິງກໍຕາມ, ແລ້ວພຣະວິນຍານບໍລິສຸດບໍ່ພຽງແຕ່ຈະບໍ່ໃຫ້ຄວາມຮູ້ແຈ້ງ ຫຼື ອວຍພອນເຈົ້າເທົ່ານັ້ນ ແຕ່ກົງກັນຂ້າມ ພຣະເຈົ້າຈະເຊື່ອງພຣະພັກຂອງພຣະອົງຈາກເຈົ້າ ແລະ ບໍ່ສົນໃຈເຈົ້າ. ຖ້າເຈົ້າບໍ່ເຊື່ອເຮົາ, ກໍພຽງແຕ່ລອງເບິ່ງວ່າມັນເປັນແບບນີ້ ຫຼື ບໍ່. ຖ້າເຈົ້າບໍ່ມີຫຼັກການເມື່ອມີປະຕິສຳພັນກັບເຮົາ, ຄົນທຳມະດາທີ່ມີຄວາມເປັນມະນຸດທີ່ປົກກະຕິຜູ້ນີ້, ເຈົ້າບໍ່ຮູ້ວິທີພົວພັນກັບເຮົາ ແລະ ເຈົ້າບໍ່ຮູ້ວິທີປະຕິບັດຕໍ່ເຮົາຕາມຫຼັກການທີ່ພຣະເຈົ້າສອນເຈົ້າ, ແລ້ວເຈົ້າຈະບໍ່ປະຕິບັດຕໍ່ພຣະເຈົ້າໃນສະຫວັນແບບດຽວກັນບໍ? (ແມ່ນແລ້ວ). ຖ້າເຈົ້າພົວພັນກັບພຣະເຈົ້າໃນສະຫວັນໃນແບບດຽວກັນ, ຜົນຕາມມາຈະເປັນແນວໃດ? (ພວກເຮົາຈະຖືກຕັດສິນໂທດ ແລະ ຖືກຟາດລົງ). ເຈົ້າຄິດຜິດອີກແລ້ວ. ພຣະເຈົ້າບໍ່ໄດ້ຟາດຜູ້ຄົນລົງຕາມອຳເພີໃຈ. ເຖິງຢ່າງໃດກໍຕາມ, ເຈົ້າຈະບໍ່ມີວັນມີໂອກາດໄດ້ເຫັນຮູບລັກສະນະທີ່ແທ້ຈິງຂອງພຣະເຈົ້າ ແລະ ເຈົ້າຈະບໍ່ມີວັນມີຄຸນສົມບັດທີ່ຈະໄດ້ເຫັນ; ນີ້ຄືຂໍ້ເທັດຈິງ. ເຈົ້າຈະບໍ່ມີວັນມີຄຸນສົມບັດທີ່ຈະໄດ້ເຫັນຮູບລັກສະນະທີ່ແທ້ຈິງຂອງພຣະເຈົ້າ, ເຈົ້າຈະບໍ່ສາມາດເຫັນແມ່ນແຕ່ດ້ານຫຼັງຂອງພຣະເຈົ້າ. ສິ່ງນີ້ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າພຣະເຈົ້າຈະບໍ່ຮັບຮູ້ເຈົ້າວ່າເປັນສິ່ງທີ່ຖືກສ້າງຂອງພຣະອົງຢ່າງເດັດຂາດ. ການທີ່ໂຢບເຫັນດ້ານຫຼັງຂອງພຣະເຢໂຮວາໝາຍຄວາມວ່າແນວໃດ? ການທີ່ອັບຣາຮາມໄດ້ຍິນສຽງຂອງພຣະເຈົ້າກ່າວກັບລາວໝາຍຄວາມວ່າແນວໃດ? (ພຣະເຈົ້າຮັບຮອງພວກເຂົາ). ມັນໝາຍຄວາມວ່າພວກເຂົາມີຄຸນສົມບັດທີ່ຈະສົນທະນາກັບພຣະເຈົ້າ, ສົນທະນາກັບພຣະເຈົ້າໃນສະຫວັນ, ກັບຮູບລັກສະນະທີ່ແທ້ຈິງຂອງພຣະອົງ, ກັບພຣະວິນຍານຂອງພຣະເຈົ້າ. ພຣະເຈົ້າຮັບຮູ້ ແລະ ຍອມຮັບພວກເຂົາວ່າເປັນສິ່ງທີ່ຖືກສ້າງ. ພຣະເຈົ້າຍອມຮັບພວກເຂົາວ່າເປັນສິ່ງທີ່ຖືກສ້າງ. ພຣະເຈົ້າຮັບເອົາພວກເຂົາ. ຄວາມໝາຍຂອງສິ່ງນີ້ເລິກເຊິ່ງຫຼາຍ! ພຣະເຈົ້າເຕັມໃຈທີ່ຈະເຫັນພວກເຂົາ ແລະ ເຕັມໃຈທີ່ຈະສົນທະນາກັບພວກເຂົາ. ພຣະເຈົ້າເຕັມໃຈທີ່ຈະໃຫ້ພວກເຂົາໄດ້ຍິນສຽງຂອງພຣະອົງກ່າວຈາກສະຫວັນ. ພຣະເຈົ້າເຕັມໃຈທີ່ຈະໃຫ້ພວກເຂົາເຫັນຮ່າງກາຍຝ່າຍວິນຍານຂອງພຣະອົງ, ເພື່ອສະແດງມັນໃຫ້ພວກເຂົາເຫັນ. ນີ້ເປັນພອນອັນຍິ່ງໃຫຍ່ສຳລັບມະນຸດແທ້ໆ! ນີ້ເປັນກຽດອັນຍິ່ງໃຫຍ່! ພວກເຈົ້າສະແຫວງຫາສິ່ງນີ້ບໍ? ພວກເຈົ້າອາດບໍ່ກ້າສະແຫວງຫາມັນ, ແຕ່ພວກເຈົ້າຕ້ອງມີຄວາມປາຖະໜານີ້. ສະນັ້ນ ພວກເຈົ້າຄວນປະຕິບັດແນວໃດເພື່ອເຮັດໃຫ້ຄວາມປາຖະໜານີ້ເປັນຈິງ? ກ່ອນອື່ນ, ຈົ່ງເລີ່ມຕົ້ນການປະຕິບັດຂອງພວກເຈົ້າດ້ວຍວິທີທີ່ພວກເຈົ້າປະຕິບັດຕໍ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ຄົນທຳມະດາ ແລະ ປົກກະຕິຜູ້ນີ້. ເຈົ້າຄວນມີປະຕິສຳພັນກັບພຣະອົງ ແລະ ປະຕິບັດຕໍ່ພຣະອົງແນວໃດ? ເມື່ອເຈົ້າເຫັນພຣະອົງໃນຮູບແບບທີ່ຈັບຕ້ອງໄດ້ຂອງພຣະອົງ, ຖ້າເຈົ້າສາມາດມີປະຕິສຳພັນກັບພຣະອົງໄດ້ຕາມປົກກະຕິ, ຍອມຮັບທຸກສິ່ງກ່ຽວກັບພຣະອົງ, ເປີດເຜີຍ ແລະ ຈິງໃຈກັບພຣະອົງ ແລະ ບໍ່ມີອຸປະສັກ ຫຼື ຄວາມຫຍຸ້ງຍາກໃດໆໃນການພົວພັນ ແລະ ຄົບຫາກັບພຣະອົງ, ແລ້ວຕໍ່ໜ້າພຣະເຈົ້າ, ຢ່າງໜ້ອຍກໍໃນສາຍຕາຂອງເຮົາ, ເຮົາກໍຈະເຕັມໃຈທີ່ຈະພົວພັນກັບເຈົ້າ; ເຮົາຈະບໍ່ຮູ້ສຶກລັງກຽດເຈົ້າ. ແລ້ວເຈົ້າກໍອາດຈະມີໂອກາດ ແລະ ມີຄຸນສົມບັດທີ່ຈະໄດ້ຍິນສຽງຂອງພຣະເຈົ້າ, ໄດ້ຍິນສຽງຂອງພຣະເຈົ້າກ່າວຈາກສະຫວັນ ແລະ ໄດ້ເຫັນຮູບລັກສະນະຂອງພຣະເຈົ້າ. ແນ່ນອນວ່າ ຕອນນີ້ພວກເຈົ້າຍັງຢູ່ຫ່າງໄກຈາກເປົ້າໝາຍນີ້; ເຮົາພຽງແຕ່ກຳລັງໃຫ້ເສັ້ນທາງແກ່ພວກເຈົ້າ. ຖ້າພວກເຈົ້າບໍ່ສາມາດຜ່ານດ່ານນີ້ທີ່ເຮົາ ເຊິ່ງເປັນ ຄົນທຳມະດາຜູ້ນີ້ ໄດ້ນໍາສະເໜີ, ແຕ່ເຈົ້າຢາກເຫັນພຣະເຈົ້າໃນສະຫວັນ, ມີສິ່ງໜຶ່ງທີ່ເຮົາຕ້ອງບອກເຈົ້າ: ບໍ່ມີທາງ! ນັ້ນເປັນພຽງຄວາມຄິດທີ່ເພີ້ຝັນຢ່າງແທ້ຈິງ!
ເອົາລະ, ໃຫ້ພວກເຮົາຈົບການໂອ້ລົມຂອງພວກເຮົາໄວ້ພຽງເທົ່ານີ້ສຳລັບມື້ນີ້. ລາກ່ອນ!
ວັນທີ 14 ກັນຍາ 2024