ວິທີການໄລ່ຕາມເສາະຫາຄວາມຈິງ (28)
ກ່ອນໜ້ານີ້ ພວກເຮົາໄດ້ໂອ້ລົມຫຼາຍກ່ຽວກັບດ້ານນີ້ ນັ້ນກໍຄື ຄວາມຈິງທີ່ກ່ຽວຂ້ອງກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ພວກເຮົາໄດ້ໂອ້ລົມຫຼາຍຄັ້ງກ່ຽວກັບເນື້ອໃນສະເພາະບາງຢ່າງທີ່ກ່ຽວຂ້ອງກັບຄວາມເປັນປົກກະຕິ ແລະ ຄວາມສໍາພັນກັບຊີວິດຈິງຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ຕອນນີ້ ພວກເຈົ້າມີຄວາມເຂົ້າໃຈກ່ຽວກັບຫົວຂໍ້ນີ້ຫຼາຍຂຶ້ນແລ້ວບໍ? (ເຂົ້າໃຈແລ້ວ.) ພວກເຈົ້າໄດ້ຮັບຄວາມເຂົ້າໃຈຕື່ມອີກກ່ຽວກັບຄວາມເປັນປົກກະຕິ ແລະ ຄວາມສໍາພັນກັບຊີວິດຈິງຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ນັ້ນກໍຄືພຣະຄຣິສ ແລະ ແກ່ນແທ້ຂອງພຣະຄຣິສແລ້ວບໍ? (ໄດ້ຮັບແລ້ວ.) ຖ້າເປັນແນວນັ້ນ ພວກເຈົ້າສາມາດປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການບາງຢ່າງຂອງພວກເຈົ້າກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງແລ້ວບໍ? (ປ່ອຍວາງໄດ້ແລ້ວ.) ຖ້າພວກເຈົ້າພຽງແຕ່ຮຽນຮູ້ກ່ຽວກັບຄົນໃດຄົນໜຶ່ງ, ບໍ່ວ່າມັນຈະເປັນການຮຽນຮູ້ກ່ຽວກັບອຸປະນິໄສຂອງລາວ ຫຼື ການຮຽນຮູ້ກ່ຽວກັບວິທີທີ່ລາວປະພຶດຕົນ, ເວົ້າໂດຍລວມແລ້ວ ພວກເຈົ້າກໍພຽງແຕ່ຮຽນຮູ້ກ່ຽວກັບດ້ານຕ່າງໆຂອງຄົນທຳມະດາທີ່ລາວເປັນ ນັ້ນກໍຄື ລັກສະນະນິໄສ ແລະ ອາລົມຂອງລາວ ຫຼື ແນວທາງ ແລະ ວິທີການທີ່ລາວປະພຶດຕົນ, ປັດຊະຍາການດໍາລົງຊີວິດທາງໂລກຂອງລາວ, ການໄລ່ຕາມເສາະຫາຂອງລາວ, ຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງບາງຢ່າງຂອງລາວ ຫຼື ບັນຫາບາງຢ່າງຂອງລາວທີ່ຕິດຕົວມາແຕ່ເດີມ. ຢ່າງຫຼາຍທີ່ສຸດ ນັ້ນກໍເປັນພຽງການຮຽນຮູ້ກ່ຽວກັບຄວາມເປັນມະນຸດຂອງຄົນຜູ້ນີ້ ແລະ ບໍ່ໄດ້ກ່ຽວຂ້ອງກັບຄວາມຈິງແມ່ນແຕ່ໜ້ອຍດຽວ. ສິ່ງນີ້ແມ່ນກ່ຽວຂ້ອງກັບການຮຽນຮູ້ກ່ຽວກັບຄົນທຳມະດາ. ສະນັ້ນ, ບໍ່ວ່າເຈົ້າຈະຮຽນຮູ້ກ່ຽວກັບຄົນໃດ ຫຼື ຄົນປະເພດໃດໃນທ່າມກາງມະນຸດຊາດ, ບໍ່ວ່າເຈົ້າຈະຮູ້ຈັກກ່ຽວກັບລາວຫຼາຍສໍ່າໃດ, ເຈົ້າເຂົ້າໃຈລາວເລິກເຊິ່ງສໍ່າໃດ ຫຼື ເຈົ້າເຂົ້າໃຈລາວຢ່າງຄົບຖ້ວນ ຫຼື ບໍ່ກໍຕາມ, ບໍ່ມີຫຍັງໃນສິ່ງນີ້ທີ່ກ່ຽວຂ້ອງກັບຄວາມຈິງ. ເຖິງຢ່າງໃດກໍຕາມ, ການຮຽນຮູ້ກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງນັ້ນແຕກຕ່າງອອກໄປ; ຫົວຂໍ້ທີ່ກ່ຽວພັນກັບການຮຽນຮູ້ກ່ຽວກັບດ້ານຕ່າງໆຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງລ້ວນແຕ່ກ່ຽວຂ້ອງກັບຄວາມຈິງ. ການບັງເກີດເປັນເນື້ອໜັງແມ່ນຮູບແບບພິເສດທີ່ພຣະເຈົ້າຊົງປັບໃຊ້ຕາມຄວາມຕ້ອງການໃນວຽກງານຂອງພຣະອົງ ແລະ ກ່ຽວຂ້ອງໂດຍກົງກັບດ້ານຕ່າງໆທີ່ກ່ຽວພັນກັບພຣະເຈົ້າ ເຊັ່ນ: ອັດຕະລັກຂອງພຣະເຈົ້າ, ແກ່ນແທ້ຂອງພຣະເຈົ້າ ແລະ ອຸປະນິໄສຂອງພຣະເຈົ້າ; ການຮູ້ຈັກພຣະເຈົ້າທີ່ບັງເກີດເປັນເນື້ອໜັງກໍເປັນສ່ວນໜຶ່ງຂອງການຮູ້ຈັກພຣະເຈົ້າເຊັ່ນກັນ ແລະ ກ່ຽວພັນກັບການຮູ້ຈັກພຣະເຈົ້າ ພ້ອມທັງກ່ຽວພັນກັບຄວາມຈິງກ່ຽວກັບການຮູ້ຈັກພຣະເຈົ້າທີ່ຜູ້ຄົນຄວນເຂົ້າໃຈ. ສະນັ້ນ, ການຮູ້ຈັກພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈຶ່ງເປັນດ້ານໜຶ່ງຂອງຄວາມຈິງທີ່ຜູ້ຄົນຕ້ອງເຂົ້າໃຈ ແລະ ມາຮູ້ຈັກໃນຂະນະທີ່ພວກເຂົາຕິດຕາມພຣະເຈົ້າ ເພື່ອບັນລຸຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ການອ່ອນນ້ອມຕໍ່ພຣະເຈົ້າ. ຍ້ອນວ່າການຮູ້ຈັກພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ການຮູ້ຈັກດ້ານຕ່າງໆຂອງຄວາມຈິງທີ່ສະແດງອອກໂດຍພຣະເຈົ້າທີ່ບັງເກີດເປັນເນື້ອໜັງລ້ວນແຕ່ກ່ຽວຂ້ອງກັບຄວາມເປັນຈິງຄວາມຈິງທີ່ຜູ້ຄົນຄວນເຂົ້າໃຈ ແລະ ເຂົ້າສູ່ໃນຄວາມເຊື່ອຂອງພວກເຂົາທີ່ມີຕໍ່ພຣະເຈົ້າ, ການຮູ້ຈັກພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈຶ່ງບໍ່ສາມາດນຳໄປທຽບເທົ່າກັບການຮູ້ຈັກຄົນທຳມະດາ ນັ້ນກໍຄື ມະນຸດທີ່ເສື່ອມຊາມໄດ້. ເຫດຜົນທີ່ພວກມັນບໍ່ສາມາດຖືກນຳໄປທຽບເທົ່າກັນໄດ້ກໍຄື ການຮູ້ຈັກພຣະເຈົ້າທີ່ບັງເກີດເປັນເນື້ອໜັງນັ້ນກ່ຽວຂ້ອງກັບຄວາມຈິງແຫ່ງການຮູ້ຈັກພຣະເຈົ້າ ເຊິ່ງເປັນສ່ວນໜຶ່ງຂອງການຮູ້ຈັກພຣະຜູ້ສ້າງ. ບໍ່ວ່າເນື້ອໃນນີ້ຈະກ່ຽວພັນກັບຫຍັງກໍຕາມ, ສະຫຼຸບແລ້ວ ມັນກ່ຽວຂ້ອງກັບການຮູ້ຈັກພຣະຜູ້ສ້າງ, ມັນກ່ຽວຂ້ອງກັບການຮູ້ຈັກພຣະເຈົ້າເອງ ແລະ ແນ່ນອນວ່າມັນຍັງກ່ຽວຂ້ອງກັບວິທີການປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຄົນເຮົາກ່ຽວກັບພຣະເຈົ້າອີກດ້ວຍ. ມັນສາມາດເວົ້າໄດ້ວ່າ ຫຼັງຈາກທີ່ເຈົ້າເຂົ້າໃຈພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ເຂົ້າໃຈຄວາມຈິງທີ່ກ່ຽວຂ້ອງກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງແລ້ວ, ໃນລະດັບທີ່ຫຼາຍພໍສົມຄວນ ເຈົ້າກໍໄດ້ຮູ້ຈັກສ່ວນໜຶ່ງຂອງແກ່ນແທ້ຂອງພຣະເຈົ້າ ແລະ ອຸປະນິໄສຂອງພຣະເຈົ້າແລ້ວ. ແນ່ນອນວ່າ ໃນທຳນອງດຽວກັນ ເຈົ້າກໍຈະປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການຫຼາຍຢ່າງຂອງເຈົ້າກ່ຽວກັບພຣະເຈົ້າໄປໄດ້ຫຼາຍ ນັ້ນກໍຄື ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງເຈົ້າກ່ຽວກັບພຣະເຈົ້າໃນສະຫວັນ ແລະ ພຣະຜູ້ສ້າງ. ຢ່າງໜ້ອຍທີ່ສຸດ ການປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການເຫຼົ່ານີ້ກໍສາມາດຊ່ວຍໃຫ້ເຈົ້າມີຄວາມເຂົ້າໃຈທີ່ຖືກຕ້ອງຫຼາຍຂຶ້ນ ແລະ ມີຄວາມຮູ້ທີ່ແທ້ຈິງທີ່ຊັດເຈນຫຼາຍຂຶ້ນກ່ຽວກັບພຣະເຈົ້າ. ແລ້ວຄວາມຮູ້ ແລະ ຄວາມເຂົ້າໃຈນີ້ມີບົດບາດຫຍັງ? ພວກມັນມີບົດບາດທີ່ຍິ່ງໃຫຍ່ຫຼາຍ. ບາງທີເມື່ອເຈົ້າບໍ່ຮູ້ຈັກພຣະເຈົ້າ, ເຈົ້າຮູ້ສຶກວ່າພຣະເຈົ້າຄືຜູ້ທີ່ຜູ້ຄົນຄຸ້ນເຄີຍໃນຈິດໃຈ ແລະ ຄວາມຄິດຂອງພວກເຂົາ ຫຼື ໃນຄວາມຄິດຫຼົງຜິດແບບດັ້ງເດີມຂອງພວກເຂົາ ແລະ ເປັນຜູ້ທີ່ເບິ່ງບໍ່ເຫັນ ແລະ ຈັບຕ້ອງບໍ່ໄດ້. ແຕ່ເມື່ອເຈົ້າຮຽນຮູ້ ແລະ ມາຮູ້ຈັກຄວາມເປັນປົກກະຕິ ແລະ ຄວາມສໍາພັນກັບຊີວິດຈິງຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ພ້ອມທັງອຸປະນິໄສ ແລະ ແກ່ນແທ້ຂອງພຣະອົງ, ເຈົ້າກໍຈະມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ. ຄວາມຮູ້ທີ່ແທ້ຈິງນີ້ສາມາດເຮັດໃຫ້ເຈົ້າອ່ອນນ້ອມຕໍ່ພຣະເຈົ້າໄດ້ຢ່າງຖືກຕ້ອງ ແລະ ຢ່າງແທ້ຈິງ, ແທນທີ່ຈະມີການອ່ອນນ້ອມແບບຈອມປອມທີ່ມີຢູ່ໃນຄວາມຄິດຫຼົງຜິດ ແລະ ຈິນຕະນາການເທົ່ານັ້ນ. ອັນໃດແທ້ຈິງກວ່າ ແລະ ຖືກຕ້ອງກວ່າກັນ ລະຫວ່າງຄວາມເຊື່ອ ແລະ ການອ່ອນນ້ອມທີ່ເກີດຈາກຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນ ຫຼື ຄວາມເຊື່ອໃນພຣະເຈົ້າ ແລະ ການອ່ອນນ້ອມຕໍ່ພຣະເຈົ້າທີ່ມາຈາກການມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະອົງ? ພວກເຈົ້າສາມາດບອກໄດ້ບໍ? ຄວາມເຊື່ອທີ່ເກີດຈາກການມີຄວາມຮູ້ກ່ຽວກັບພຣະເຈົ້າບໍ່ແມ່ນຄວາມເຊື່ອທີ່ອີງໃສ່ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນ; ໃນທາງກົງກັນຂ້າມ ຄວາມເຊື່ອນີ້ຖືກສ້າງຂຶ້ນບົນຮາກຖານຂອງຄວາມຮູ້ທີ່ແທ້ຈິງ ແລະ ຖືກຕ້ອງກ່ຽວກັບພຣະເຈົ້າ. ສະນັ້ນ, ສຳລັບເຈົ້າແລ້ວ ຄວາມເຊື່ອນີ້ສາມາດເຮັດໃຫ້ເຈົ້າຈັບໃຈຄວາມ ແລະ ເຂົ້າໃຈເຈດຕະນາຂອງພຣະເຈົ້າໃນຊີວິດຈິງໄດ້ຢ່າງຖືກຕ້ອງຫຼາຍຂຶ້ນ ແລະ ຮູ້ໄດ້ຢ່າງຖືກຕ້ອງຫຼາຍຂຶ້ນວ່າ ໃນທຸກສະພາບແວດລ້ອມທີ່ແທ້ຈິງ ຫຼື ທ່າມກາງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ແທ້ຈິງນັ້ນ ຄວນປະຕິບັດແນວໃດຈຶ່ງຈະກົງກັນກັບເຈດຕະນາຂອງພຣະເຈົ້າ, ຄວນປະຕິບັດແນວໃດຈຶ່ງຈະເປັນວິທີທີ່ຖືກຕ້ອງ, ເປັນການອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງ ແລະ ສະທ້ອນໃຫ້ເຫັນເຖິງຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ ແລະ ການຫວັງເພິ່ງພຣະເຈົ້າຢ່າງແທ້ຈິງ. ເມື່ອເບິ່ງຈາກມຸມໃດກໍຕາມ, ການຮູ້ຈັກພຣະເຈົ້າທີ່ບັງເກີດເປັນເນື້ອໜັງບໍ່ໄດ້ງ່າຍດາຍຄືກັບການຮຽນຮູ້ ແລະ ການຮູ້ຈັກຄົນທຳມະດາ, ເພາະວ່າມັນກ່ຽວຂ້ອງກັບຄວາມຈິງຫຼາຍດ້ານ ເຊັ່ນ: ແກ່ນແທ້ຂອງພຣະເຈົ້າ ແລະ ແກ່ນແທ້ຂອງມະນຸດ, ສິ່ງທີ່ຖືກສ້າງ ແລະ ພຣະຜູ້ສ້າງ. ກ່ອນໜ້ານີ້ ເຮົາໄດ້ຍົກບາງຕົວຢ່າງ ແລະ ໄດ້ເວົ້າເຖິງຄວາມຈິງບາງຢ່າງກ່ຽວກັບການຮູ້ຈັກພຣະເຈົ້າ; ຜູ້ຄົນບໍ່ຄວນປະຕິບັດຕໍ່ຫົວຂໍ້ເຫຼົ່ານີ້ຄືກັບເປັນຫົວຂໍ້ທຳມະດາ, ແຕ່ຄວນພະຍາຍາມຮູ້ຈັກພວກມັນວ່າເປັນດ້ານໜຶ່ງຂອງຄວາມຈິງ. ນີ້ກໍເພາະວ່າ ໃນທີ່ສຸດແລ້ວ ພຣະເຈົ້າທີ່ບັງເກີດເປັນເນື້ອໜັງກໍຄືເນື້ອໜັງທີ່ພຣະວິນຍານຂອງພຣະເຈົ້າໄດ້ປາກົດເປັນຮູບປະທຳຢ່າງແທ້ຈິງ ແລະ ຢ່າງເປັນຈິງ ແລະ ເປັນບຸກຄົນທີ່ມີແກ່ນແທ້ທີ່ສັກສິດ; ພຣະອົງຄືຕົວແທນຂອງພຣະເຈົ້າເທິງແຜ່ນດິນໂລກ ແລະ ຍັງເປັນການສະແດງອອກເຖິງວຽກງານຂອງພຣະເຈົ້າເທິງແຜ່ນດິນໂລກອີກດ້ວຍ. ໃນແງ່ຂອງການເຮັດວຽກງານ ແລະ ໃນແງ່ຂອງແກ່ນແທ້ຂອງພຣະອົງ, ພຣະອົງສາມາດເປັນຕົວແທນຂອງພຣະເຈົ້າໃນສະຫວັນໄດ້ຢ່າງສົມບູນ. ເຖິງແມ່ນວ່າຈະມີຂໍ້ຈຳກັດໃນແງ່ຂອງຮູບລັກສະນະຂອງພຣະອົງ ແລະ ພາຍນອກພຣະອົງອາດເບິ່ງຄືວ່າບໍ່ພຽງພໍທີ່ຈະເປັນຕົວແທນຂອງພຣະເຈົ້າໃນສະຫວັນກໍຕາມ, ໃນແງ່ຂອງແກ່ນແທ້ຂອງພຣະອົງ ແລະ ອຸປະນິໄສທີ່ພຣະອົງມີ, ພຣະອົງສາມາດເປັນຕົວແທນຂອງພຣະເຈົ້າໃນສະຫວັນໄດ້ຢ່າງສົມບູນ. ສະນັ້ນ, ຈາກສິ່ງນີ້ ຜູ້ຄົນຄວນປະຕິບັດຕໍ່ດ້ານຕ່າງໆຂອງຄວາມຈິງທີ່ກ່ຽວຂ້ອງກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງຢ່າງຈິງຈັງ ແລະ ຮຽນຮູ້ກ່ຽວກັບພວກມັນຢ່າງຖີ່ຖ້ວນ. ມີພຽງແຕ່ເມື່ອເຈົ້າປະຕິບັດຕໍ່ພວກມັນຢ່າງຈິງຈັງ ແລະ ເອົາໃຈໃສ່ຮຽນຮູ້ກ່ຽວກັບພວກມັນ ເຈົ້າຈຶ່ງຈະສາມາດເຂົ້າໃຈພຣະເຈົ້າໄດ້ຢ່າງແທ້ຈິງ. ມີພຽງແຕ່ເມື່ອເຈົ້າເຂົ້າໃຈຢ່າງແທ້ຈິງກ່ຽວກັບພຣະເຈົ້າເທິງແຜ່ນດິນໂລກ ໃນລະດັບທີ່ຫຼາຍພໍສົມຄວນ, ເຈົ້າຈຶ່ງຈະສາມາດເຂົ້າໃຈພຣະເຈົ້າໃນສະຫວັນ ແລະ ເຂົ້າໃຈພຣະຜູ້ສ້າງ. ເຈົ້າພຽງແຕ່ບໍ່ສາມາດເຫັນໄດ້ວ່າພຣະຜູ້ສ້າງ ນັ້ນກໍຄືພຣະເຈົ້າ ກ່າວແນວໃດໃນສະຫວັນ ແລະ ທົ່ວທັງຈັກກະວານ ແລະ ສັບພະສິ່ງທັງປວງ, ພຣະອົງປະຕິບັດຕໍ່ຜູ້ຄົນດ້ວຍວິທີໃດ, ພຣະອົງປະຕິບັດຕໍ່ຜູ້ຄົນດ້ວຍທັດສະນະຄະຕິໃດ, ພຣະອົງເຮັດສິ່ງຕ່າງໆແນວໃດ, ຄວາມຄິດຂອງພຣະອົງເປັນແນວໃດ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງກັບອຸປະນິໄສ ແລະ ແກ່ນແທ້ຂອງພຣະເຈົ້າ. ແຕ່ເມື່ອພຣະເຈົ້າບັງເກີດເປັນເນື້ອໜັງ ແລະ ສະເດັດມາເທິງແຜ່ນດິນໂລກເພື່ອເປັນຄົນທຳມະດາ, ເພື່ອເປັນບຸກຄົນທີ່ມີຮູບຮ່າງ ແລະ ຮູບລັກສະນະ ແລະ ມີເນື້ອໜັງ ແລະ ເລືອດ, ຜູ້ຄົນກໍສາມາດເຂົ້າໃຈອຸປະນິໄສ ແລະ ແກ່ນແທ້ຂອງພຣະອົງໄດ້ໃນຊ່ວງເວລາທີ່ພຣະອົງເຮັດວຽກງານ ແລະ ມີປະຕິສຳພັນ ແລະ ຄົບຫາກັບຜູ້ຄົນ. ຜ່ານຄຳເວົ້າ ແລະ ການກະທຳຕ່າງໆຂອງພຣະອົງ ແລະ ຄວາມຮູ້ສຶກທຸກຮູບແບບທີ່ພຣະອົງສະແດງອອກ, ເຈົ້າສາມາດເຂົ້າໃຈໄດ້ວ່າແທ້ຈິງແລ້ວພຣະເຈົ້າເປັນແນວໃດ, ຮູບແບບຄວາມຮູ້ສຶກຕ່າງໆຂອງພຣະອົງເປັນແນວໃດ ແລະ ວິທີການ ແລະ ຫຼັກການໃນການເຮັດສິ່ງຕ່າງໆຂອງພຣະອົງເປັນແນວໃດ, ພ້ອມທັງທັດສະນະຄະຕິທີ່ພຣະອົງໃຊ້ໃນການກະທຳ. ເຈົ້າຈະເຂົ້າໃຈພຣະອົງຢ່າງສະເພາະເຈາະຈົງຫຼາຍຂຶ້ນ ແລະ ສາມາດສຳຜັດ, ເບິ່ງເຫັນ ແລະ ໄດ້ຍິນພຣະອົງຢ່າງເປັນຮູບປະທຳຫຼາຍຂຶ້ນ. ສິ່ງທັງໝົດນີ້ຍິ່ງເປັນປະໂຫຍດຫຼາຍຂຶ້ນສຳລັບເຈົ້າໃນການເຂົ້າໃຈພຣະເຈົ້າໃນສະຫວັນ. ພຣະເຈົ້າທີ່ບັງເກີດເປັນເນື້ອໜັງນັ້ນ ເຈົ້າສາມາດເບິ່ງເຫັນ ແລະ ສຳຜັດໄດ້; ພຣະທຳທີ່ພຣະອົງກ່າວ ເຈົ້າສາມາດໄດ້ຍິນດ້ວຍຫູຂອງເຈົ້າ ແລະ ຫຼັກການ ແລະ ວິທີການທີ່ພຣະອົງໃຊ້ຈັດການກັບສິ່ງຕ່າງໆ ເຈົ້າກໍສາມາດເຫັນໄດ້ດ້ວຍຕາຂອງເຈົ້າ. ສິ່ງນີ້ທຽບເທົ່າກັບການທີ່ເຈົ້າໄດ້ພົບພໍ້ການກ່າວ ແລະ ການເຮັດວຽກງານຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງດ້ວຍຕົນເອງ ແລະ ມີຄວາມຮູ້ກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ; ດ້ວຍວິທີນີ້, ເຈົ້າກໍຈະມີຄວາມເຂົ້າໃຈ ແລະ ຄວາມຮູ້ໃນລະດັບໃດໜຶ່ງກ່ຽວກັບພຣະເຈົ້າໃນສະຫວັນເຊັ່ນກັນ. ຖ້າເຈົ້າເຂົ້າໃຈຄວາມຈິງທີ່ສະແດງອອກໂດຍພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ເຈົ້າກໍຈະສາມາດຮູ້ຈັກອຸປະນິໄສຂອງພຣະເຈົ້າໄດ້, ແລ້ວສິ່ງທີ່ເຈົ້າຮູ້ກໍຄືດ້ານນີ້ຂອງແກ່ນແທ້ຂອງພຣະເຈົ້າໃນສະຫວັນຢ່າງແນ່ນອນ. ສະນັ້ນ, ວິທີທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງເຮັດວຽກງານ ແລະ ກ່າວເທິງແຜ່ນດິນໂລກ, ອຸປະນິໄສທີ່ພຣະອົງເປີດເຜີຍ ແລະ ປະເພດຂອງແກ່ນແທ້ທີ່ພຣະອົງມີ, ໃນລະດັບທີ່ຫຼາຍພໍສົມຄວນ ພາຍໃຕ້ເງື່ອນໄຂທີ່ຈຳກັດນີ້ ສິ່ງເຫຼົ່ານີ້ໄດ້ເຮັດໃຫ້ເຈົ້າສາມາດເຫັນຢ່າງຖືກຕ້ອງ, ໄດ້ຍິນດ້ວຍຫູຂອງເຈົ້າເອງ ຫຼື ເຂົ້າໃຈ ແລະ ຮູ້ຈັກຄຳເວົ້າ ແລະ ການກະທຳຂອງພຣະເຈົ້າ, ວິທີການກ່າວ ແລະ ການເຮັດວຽກງານຂອງພຣະເຈົ້າ ແລະ ແມ່ນແຕ່ອຸປະນິໄສ ແລະ ແກ່ນແທ້ຂອງພຣະເຈົ້າ. ກ່ອນໜ້ານີ້ ເຮົາໄດ້ເວົ້າບາງຢ່າງກ່ຽວກັບຄວາມຈິງເຫຼົ່ານີ້ທີ່ກ່ຽວຂ້ອງກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ແຕ່ມັນກໍບໍ່ເຄີຍສະເພາະເຈາະຈົງຫຼາຍ; ຄັ້ງນີ້, ເຮົາໄດ້ເວົ້າຫຼາຍກ່ຽວກັບພວກມັນໃນລັກສະນະທີ່ສະເພາະເຈາະຈົງ. ເຮົາຫວັງວ່າຫຼັງຈາກທີ່ໄດ້ຍິນສິ່ງນີ້, ພວກເຈົ້າຈະບໍ່ປະຕິບັດຕໍ່ຄວາມຈິງດ້ານນີ້ຄືກັບຄວາມຈິງທຳມະດາທີ່ກ່ຽວກັບການປະຕິບັດ ຫຼື ຄວາມຈິງທຳມະດາທີ່ກ່ຽວກັບການຮູ້ຈັກຄົນປະເພດຕ່າງໆ, ແຕ່ໃຫ້ປະຕິບັດວ່າມັນເປັນຄວາມຈິງກ່ຽວກັບການຮູ້ຈັກພຣະເຈົ້າ. ນີ້ກໍເພາະວ່າ ບໍ່ວ່າຈະເປັນທາງທິດສະດີ ຫຼື ໃນຄວາມເປັນຈິງ, ພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ພຣະເຈົ້າໃນສະຫວັນນັ້ນເປັນໜຶ່ງດຽວກັນ; ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຄືການສະແດງອອກ ແລະ ການປາກົດຂອງພຣະເຈົ້າເທິງແຜ່ນດິນໂລກ ແລະ ຍັງເປັນຜູ້ທີ່ໄດ້ຮັບມອບໝາຍໃຫ້ເຮັດວຽກງານຂອງພຣະເຈົ້າເທິງແຜ່ນດິນໂລກອີກດ້ວຍ. ບໍ່ວ່າເຈົ້າຈະອະທິບາຍໃນລັກສະນະໃດກໍຕາມ, ໃນແງ່ຂອງແກ່ນແທ້ ແລະ ອຸປະນິໄສ, ກ່ອນອື່ນໝົດ ບຸດມະນຸດທີ່ບັງເກີດເປັນເນື້ອໜັງນີ້ ແມ່ນໜຶ່ງດຽວກັນ ແລະ ເຂົ້າກັນໄດ້ກັບພຣະເຈົ້າໃນສະຫວັນ ນັ້ນກໍຄືພຣະຜູ້ສ້າງ. ເນື່ອງຈາກພຣະອົງທັງສອງເປັນໜຶ່ງດຽວກັນ, ການຮູ້ຈັກພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈຶ່ງເປັນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າໃນສະຫວັນ. ແນ່ນອນວ່າ ການຮູ້ຈັກພຣະເຈົ້າທີ່ບັງເກີດເປັນເນື້ອໜັງກໍເປັນໜຶ່ງໃນໂອກາດທີ່ດີທີ່ສຸດສຳລັບເຈົ້າໃນການຮູ້ຈັກພຣະເຈົ້າໃນສະຫວັນເຊັ່ນກັນ ແລະ ເປັນເງື່ອນໄຂທີ່ເອື້ອອຳນວຍທີ່ສຸດໃນການເຮັດເຊັ່ນນັ້ນ. ມັນບໍ່ເປັນແບບນີ້ບໍ? (ແມ່ນແລ້ວ.) ພວກເຈົ້າຈະເວົ້າວ່າເຮົາເວົ້າເກີນຈິງບໍ? (ບໍ່.) ສິ່ງທີ່ເຮົາເວົ້າກົງກັນກັບຂໍ້ເທັດຈິງບໍ? (ກົງກັນ.)
ບາງຄົນເວົ້າວ່າ “ພຣະເຈົ້າໃນສະຫວັນສາມາດສ້າງສັບພະສິ່ງທັງປວງ, ມີອໍານາດສູງສຸດເໜືອສັບພະສິ່ງທັງປວງ ແລະ ມີອໍານາດສູງສຸດເໜືອຊະຕາກຳຂອງມະນຸດຊາດ. ພຣະເຈົ້າທີ່ບັງເກີດເປັນເນື້ອໜັງສາມາດເຮັດສິ່ງນີ້ໄດ້ບໍ? ເນື່ອງຈາກພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ພຣະເຈົ້າໃນສະຫວັນເປັນໜຶ່ງດຽວກັນ ແລະ ເນື່ອງຈາກພຣະເຈົ້າທີ່ບັງເກີດເປັນເນື້ອໜັງສາມາດເປັນຕົວແທນຂອງພຣະເຈົ້າໃນສະຫວັນໄດ້, ພຣະອົງສາມາດສ້າງສັບພະສິ່ງທັງປວງໄດ້ບໍ? ພຣະອົງສາມາດມີອໍານາດສູງສຸດເໜືອສັບພະສິ່ງທັງປວງໄດ້ບໍ?” ເມື່ອມີຄົນແບ່ງປັນມຸມມອງແບບນີ້, ພວກເຈົ້າຈະອະທິບາຍກ່ຽວກັບມັນແນວໃດ? ບອກເຮົາມາເບິ່ງວ່າ ພຣະເຈົ້າທີ່ບັງເກີດເປັນເນື້ອໜັງສາມາດເຮັດວຽກງານແຫ່ງການສ້າງສັບພະສິ່ງທັງປວງ ແລະ ມີອໍານາດສູງສຸດເໜືອສັບພະສິ່ງທັງປວງໄດ້ບໍ? (ໄດ້.) ເຈົ້າເວົ້າວ່າ “ໄດ້” ໂດຍອີງໃສ່ພື້ນຖານຫຍັງ? ບອກມຸມມອງຂອງເຈົ້າໃຫ້ເຮົາຟັງເບິ່ງ. ເຈົ້າຄິດແນວໃດ? (ເພາະວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງກໍຄືພຣະເຈົ້າເອງເຊັ່ນກັນ, ພຣະອົງສາມາດເຮັດວຽກງານແຫ່ງການສ້າງສັບພະສິ່ງທັງປວງ ແລະ ມີອໍານາດສູງສຸດເໜືອສັບພະສິ່ງທັງປວງໄດ້. ພຽງແຕ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງມີວຽກງານທີ່ພຣະອົງຄວນເຮັດ; ພຣະອົງບໍ່ໄດ້ເຮັດວຽກງານອື່ນ.) ນີ້ຄືໜຶ່ງວິທີໃນການອະທິບາຍ. ໃນແງ່ຂອງທິດສະດີແລ້ວ, ຄຳເວົ້ານີ້ຖືກຕ້ອງບໍ? ມັນບິດເບືອນ ຫຼື ຜິດພາດໃນລັກສະນະໃດໜຶ່ງບໍ? (ບໍ່.) ຄຳເວົ້ານີ້ໝາຍຄວາມວ່າ ພຣະເຈົ້າທີ່ບັງເກີດເປັນເນື້ອໜັງສາມາດເຮັດວຽກງານແຫ່ງການສ້າງສັບພະສິ່ງທັງປວງ ແລະ ມີອໍານາດສູງສຸດເໜືອສັບພະສິ່ງທັງປວງໄດ້ຢ່າງແນ່ນອນ; ມັນພຽງແຕ່ຂຶ້ນຢູ່ກັບວ່າພຣະອົງຈະເຮັດວຽກງານນັ້ນ ຫຼື ບໍ່. ຖ້າພຣະອົງບໍ່ໄດ້ເຮັດມັນ, ແລ້ວເຈົ້າກໍບໍ່ສາມາດເຫັນມັນເກີດຂຶ້ນໄດ້, ແຕ່ຖ້າພຣະອົງຕ້ອງເຮັດມັນ, ແລ້ວພຣະອົງກໍສາມາດເຮັດໄດ້ຢ່າງແນ່ນອນ. ທິດສະດີນີ້ຖືກຕ້ອງ, ແຕ່ບໍ່ມີຊ່ອງຫວ່າງລະຫວ່າງທິດສະດີນີ້ກັບສິ່ງທີ່ພວກເຮົາກຳລັງໂອ້ລົມທີ່ກ່ຽວກັບການຮູ້ຈັກແກ່ນແທ້ ແລະ ຄວາມເປັນປົກກະຕິ ແລະ ຄວາມສໍາພັນກັບຊີວິດຈິງຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງບໍ? (ມີ.) ຖ້າເປັນແນວນັ້ນ ຈົ່ງຄິດກ່ຽວກັບເລື່ອງນີ້ໃຫ້ຫຼາຍຂຶ້ນອີກ. ຄວນໂອ້ລົມແນວໃດກ່ຽວກັບເລື່ອງນີ້ເພື່ອແກ້ໄຂບັນຫານີ້? (ຂ້າແດ່ພຣະເຈົ້າ, ຂ້ານ້ອຍຢາກຈະເພີ່ມເຕີມບາງຢ່າງ. ແກ່ນແທ້ຂອງພຣະເຈົ້າຄືຄວາມຈິງ ແລະ ພຣະວິນຍານຂອງພຣະເຈົ້າສາມາດສະແດງຄວາມຈິງ; ພຣະເຈົ້າທີ່ບັງເກີດເປັນເນື້ອໜັງກໍສະແດງຄວາມຈິງເປັນຫຼັກເຊັ່ນກັນ. ສິດອຳນາດຂອງຄວາມຈິງນັ້ນເອງສາມາດມີອໍານາດສູງສຸດເໜືອທຸກສິ່ງ ແລະ ຄວບຄຸມທຸກສິ່ງໄດ້. ຂ້ານ້ອຍຮູ້ສຶກວ່າສິ່ງນີ້ສາມາດສະແດງໃຫ້ເຫັນວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ພຣະເຈົ້າໃນສະຫວັນເປັນໜຶ່ງດຽວກັນ ແລະ ພຣະເຈົ້າທີ່ບັງເກີດເປັນເນື້ອໜັງກໍສາມາດມີອໍານາດສູງສຸດເໜືອສັບພະສິ່ງທັງປວງໄດ້ເຊັ່ນກັນ.) ຄຳເວົ້ານີ້ຖືກຕ້ອງບໍ? ຄຳເວົ້ານີ້ຖືກຕ້ອງ, ແຕ່ມັນຍັງບໍ່ທັນເຂົ້າເຖິງຕົ້ນຕໍຂອງບັນຫາ ແລະ ມັນຍັງບໍ່ທັນແກ້ໄຂບັນຫາທີ່ສຳພັນກັບຊີວິດຈິງ. ສິ່ງນີ້ພິສູດວ່າຄຳເວົ້ານີ້ເປັນພຽງທິດສະດີ. ໃນແງ່ຂອງຮູບລັກສະນະຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ພຣະອົງຖືກຈຳກັດໂດຍເງື່ອນໄຂທີ່ມີມາແຕ່ກຳເນີດ ແລະ ສັນຊາດຕະຍານຂອງເນື້ອໜັງ, ຈາກພາຍນອກແລ້ວ ມັນເບິ່ງຄືວ່າພຣະອົງບໍ່ສາມາດເຮັດສິ່ງຕ່າງໆໄດ້ຄືກັບທີ່ພຣະວິນຍານຂອງພຣະເຈົ້າເຮັດ. ຄວາມຈິງແລ້ວ, ມັນບໍ່ແມ່ນວ່າພຣະອົງບໍ່ສາມາດເຮັດພວກມັນໄດ້, ແຕ່ກົງກັນຂ້າມເປັນເພາະວ່າ ເມື່ອພຣະອົງໄດ້ບັງເກີດເປັນເນື້ອໜັງແລ້ວ, ພຣະອົງໄດ້ສະເດັດມາເພື່ອເຮັດວຽກງານທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຄວນຮັບຜິດຊອບ ແລະ ພຣະອົງບໍ່ໄດ້ເຮັດວຽກງານທີ່ບໍ່ກ່ຽວຂ້ອງກັບວຽກງານທີ່ເໝາະສົມສຳລັບພຣະອົງ. ເພາະວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງມີດ້ານໜຶ່ງໃນພຣະອົງທີ່ເປັນປົກກະຕິ ແລະ ສໍາພັນກັບຊີວິດຈິງ, ພາຍນອກແລ້ວເບິ່ງຄືວ່າ ໂດຍຖືກຈຳກັດຈາກເງື່ອນໄຂທີ່ມີມາແຕ່ກຳເນີດຂອງການຢູ່ໃນເນື້ອໜັງ ແລະ ປັດໄຈພາວະວິໄສຕ່າງໆ, ພຣະອົງບໍ່ສາມາດນຳໄປປຽບທຽບກັບພຣະເຈົ້າໃນສະຫວັນໄດ້. ເຖິງຢ່າງໃດກໍຕາມ, ໃນແງ່ຂອງແກ່ນແທ້ຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ພຣະອົງສາມາດສ້າງສັບພະສິ່ງທັງປວງ ແລະ ຍັງສາມາດຄວບຄຸມສັບພະສິ່ງທັງປວງໄດ້. ຍ້ອນວ່າແກ່ນແທ້ຂອງພຣະອົງຄືແກ່ນແທ້ຂອງພຣະເຈົ້າ ແລະ ຊີວິດຂອງພຣະອົງຄືຊີວິດຂອງພຣະເຈົ້າ, ພຣະອົງຈຶ່ງສາມາດເຮັດສິ່ງເຫຼົ່ານີ້ໄດ້. ສິ່ງທີ່ພວກເຈົ້າຫາກໍເວົ້າໄປນັ້ນບໍ່ໄດ້ເຂົ້າເຖິງຕົ້ນຕໍຂອງບັນຫານີ້ ແລະ ມັນບໍ່ໄດ້ເວົ້າເຖິງຈຸດສຳຄັນຂອງບັນຫານີ້. ແລ້ວຈຸດສຳຄັນຂອງບັນຫານີ້ແມ່ນຫຍັງ? ການທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງສາມາດສ້າງສັບພະສິ່ງທັງປວງ ແລະ ມີອໍານາດສູງສຸດເໜືອສັບພະສິ່ງທັງປວງນັ້ນເປັນຂໍ້ເທັດຈິງ; ມັນບໍ່ແມ່ນທິດສະດີ ແລະ ມັນບໍ່ແມ່ນພຽງແຕ່ຄຳເວົ້າ, ແຮງໄກທີ່ມັນຈະເປັນຄວາມຄິດຫຼົງຜິດຂອງມະນຸດ. ແລ້ວການສະແດງອອກທີ່ສະແດງໃຫ້ເຫັນວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງສາມາດເຮັດວຽກງານແຫ່ງການສ້າງສັບພະສິ່ງທັງປວງ ແລະ ມີອໍານາດສູງສຸດເໜືອສັບພະສິ່ງທັງປວງນັ້ນຢູ່ໃສ? ຍ້ອນວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງມີແກ່ນແທ້ຂອງພຣະເຈົ້າ ແລະ ຊີວິດຂອງພຣະເຈົ້າ, ພຣະອົງຈຶ່ງສາມາດສະແດງພຣະທຳຂອງພຣະເຈົ້າ. ສຳລັບພຣະທຳຂອງພຣະເຈົ້າແລ້ວ, ພຣະທຳເຫຼົ່ານັ້ນເອງມີສິດອຳນາດ ແລະ ລິດທານຸພາບ; ພຣະທຳເຫຼົ່ານັ້ນສາມາດເຮັດໃຫ້ທຸກສິ່ງສຳເລັດໄດ້, ພຣະທຳເຫຼົ່ານັ້ນສາມາດສ້າງທຸກສິ່ງໄດ້ ແລະ ແນ່ນອນວ່າ ພຣະທຳເຫຼົ່ານັ້ນຍັງສາມາດມີອໍານາດສູງສຸດເໜືອທຸກສິ່ງໄດ້ເຊັ່ນກັນ. ນີ້ບໍ່ແມ່ນຂໍ້ເທັດຈິງບໍ? (ແມ່ນແລ້ວ.) ພຣະອົງເຮັດໃຫ້ພຣະທຳທີ່ພຣະອົງເອງສະແດງອອກມານັ້ນສຳເລັດ ແລະ ບໍ່ມີກຳລັງໃດສາມາດຂັດຂວາງສິ່ງນີ້ໄດ້. ເຈົ້າກໍເຫັນແລ້ວວ່າ ພຣະທຳທີ່ກ່າວໂດຍພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ເຊິ່ງເປັນຄົນທຳມະດານີ້ ລ້ວນແຕ່ມີສິດອຳນາດ ແລະ ລິດທານຸພາບ, ບໍ່ວ່າຈະເປັນພຣະທຳປະເພດໃດ ຫຼື ພຣະທຳເຫຼົ່ານັ້ນກ່ຽວກັບຫຍັງກໍຕາມ. ນີ້ແມ່ນດ້ານໜຶ່ງ. ນອກຈາກນີ້, ບໍ່ວ່າຈະໃຊ້ເວລາເທົ່າໃດປີກໍຕາມ, ພຣະທຳທີ່ພຣະອົງກ່າວກໍສຳເລັດ ແລະ ເປັນຈິງເທື່ອລະຂໍ້ ໂດຍບໍ່ມີຂໍ້ຜິດພາດ, ດັ່ງທີ່ພຣະເຈົ້າກ່າວໄວ້ໃນພຣະທຳຂອງພຣະອົງເອງວ່າ “ພຣະເຈົ້າໝາຍຄວາມຕາມທີ່ພຣະອົງກ່າວ, ສິ່ງທີ່ພຣະອົງໝາຍຄວາມຈະຕ້ອງສຳເລັດ ແລະ ສິ່ງທີ່ພຣະອົງເຮັດຈະຄົງຢູ່ຕະຫຼອດໄປ”. ຄຳເວົ້ານີ້ແມ່ນຄຳອະທິບາຍທີ່ແທ້ຈິງ ແລະ ສະເພາະເຈາະຈົງທີ່ສຸດກ່ຽວກັບການທີ່ພຣະເຈົ້າສ້າງສັບພະສິ່ງທັງປວງ ແລະ ມີອໍານາດສູງສຸດເໜືອສັບພະສິ່ງທັງປວງ. ຕັ້ງແຕ່ພຣະທຳຂໍ້ທຳອິດທີ່ພຣະອົງເຄີຍກ່າວຈົນເຖິງທຸກມື້ນີ້, ພຣະທຳທຸກຂໍ້ກຳລັງເປັນຈິງເທື່ອລະໜ້ອຍ ແລະ ສຳເລັດໃນລະດັບທີ່ແຕກຕ່າງກັນ, ໃນມຸມຕ່າງໆຂອງໂລກ ແລະ ໃນຊ່ວງເວລາທີ່ແຕກຕ່າງກັນ. ຈາກມຸມມອງນີ້, ພຣະເຈົ້າທີ່ບັງເກີດເປັນເນື້ອໜັງສາມາດເຮັດວຽກງານແຫ່ງການມີອໍານາດສູງສຸດເໜືອທຸກສິ່ງໄດ້ບໍ? (ໄດ້.) ພວກເຈົ້າເຫັນຂໍ້ເທັດຈິງໃນເລື່ອງນີ້ບໍ? (ເຫັນ.) ນີ້ແມ່ນດ້ານໜຶ່ງຂອງຂໍ້ເທັດຈິງ. ອີກດ້ານໜຶ່ງກໍຄື ຖ້າເຈົ້າຍອມຮັບຂັ້ນຕອນວຽກງານນີ້ຂອງພຣະເຈົ້າ, ມາຢູ່ຕໍ່ໜ້າພຣະເຈົ້າ ແລະ ສາມາດຍອມຮັບພຣະທຳເຫຼົ່ານີ້ໄດ້, ພຣະທຳເຫຼົ່ານີ້ທີ່ສະແດງອອກໂດຍພຣະເຈົ້າທີ່ບັງເກີດເປັນເນື້ອໜັງກໍສາມາດກາຍເປັນຊີວິດຂອງເຈົ້າ, ປ່ຽນແປງມຸມມອງຕໍ່ຊີວິດຂອງເຈົ້າ ແລະ ປ່ຽນແປງທິດທາງໃນການປະພຶດຕົນຂອງເຈົ້າໄດ້. ຜູ້ທີ່ຍອມຮັບພຣະທຳເຫຼົ່ານີ້ຈະຖືກພິພາກສາ, ຖືກລົງທັນ, ຖືກເປີດໂປງ, ຖືກກ່າວໂທດ ຫຼື ແມ່ນແຕ່ຖືກສາບແຊ່ງໂດຍພຣະທຳເຫຼົ່ານັ້ນ, ແຕ່ໃນທີ່ສຸດແລ້ວ ພວກເຂົາທຸກຄົນກໍຖືກເອົາຊະນະໂດຍພຣະທຳເຫຼົ່ານີ້. ຫຼັງຈາກທີ່ຖືກເອົາຊະນະໂດຍພຣະທຳເຫຼົ່ານີ້ແລ້ວ, ຜູ້ຄົນທີ່ໄລ່ຕາມເສາະຫາຄວາມຈິງກໍຈະໄດ້ຮັບພວກມັນໃນທີ່ສຸດ; ອີກບໍ່ດົນ ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງຈະກາຍເປັນຊີວິດຂອງພວກເຂົາ ແລະ ເມື່ອສິ່ງນີ້ເກີດຂຶ້ນ, ຄົນເຫຼົ່ານີ້ກໍຈະກາຍເປັນມະນຸດຊາດໃໝ່. ການກຳເນີດຂອງມະນຸດຊາດໃໝ່, ບອກເຮົາເບິ່ງວ່າ ນີ້ແມ່ນຜົນທີ່ບັນລຸໄດ້ໂດຍພຣະທຳຂອງພຣະເຈົ້າບໍ? (ແມ່ນແລ້ວ.) ເຖິງແມ່ນວ່າທັງມະນຸດຊາດໃໝ່ນີ້ ແລະ ມະນຸດຊາດໃນສະໄໝຂອງອາດາມ ແລະ ເອວາຖືກສ້າງຂຶ້ນໂດຍພຣະເຈົ້າ, ຮູບແບບ ແລະ ວິທີການໃນການສ້າງພວກເຂົານັ້ນແຕກຕ່າງກັນ. ການກຳເນີດຂອງມະນຸດຊາດໃໝ່ນີ້ໝາຍຄວາມວ່າ ພຣະເຈົ້າໄດ້ໃຊ້ພຣະທຳເພື່ອສ້າງມະນຸດຊາດຂຶ້ນມາອີກຄັ້ງ. ສະນັ້ນ, ເນື່ອງຈາກພຣະເຈົ້າທີ່ບັງເກີດເປັນເນື້ອໜັງໃຊ້ພຣະທຳເພື່ອສ້າງມະນຸດຊາດ, ເຈົ້າຄິດວ່າມັນຍັງສາມາດເວົ້າໄດ້ບໍວ່າ ພຣະເຈົ້າທີ່ບັງເກີດເປັນເນື້ອໜັງສາມາດສ້າງສັບພະສິ່ງທັງປວງໄດ້? (ໄດ້.) ຜູ້ຄົນທີ່ຍອມຮັບຂັ້ນຕອນວຽກງານນີ້, ຍອມຮັບພຣະທຳຂອງພຣະເຈົ້າ ແລະ ຍອມຮັບການລົງທັນ ແລະ ການພິພາກສາຂອງພຣະເຈົ້າ ແລະ ຖືກເຮັດໃຫ້ບໍລິສຸດໃນຕອນນີ້ ແມ່ນຄົນປະເພດທີ່ແຕກຕ່າງກັນຢ່າງສິ້ນເຊີງຈາກມະນຸດໃນສະໄໝຂອງອາດາມ ແລະ ເອວາ ຫຼື ມະນຸດທີ່ເສື່ອມຊາມ, ພວກເຂົາເປັນຄົນສອງປະເພດທີ່ມີຊີວິດທີ່ແຕກຕ່າງກັນ. ຜູ້ທີ່ຍອມຮັບພຣະທຳຂອງພຣະເຈົ້າເປັນຊີວິດຂອງພວກເຂົາແມ່ນສ່ວນໜຶ່ງຂອງມະນຸດຊາດໃໝ່; ພວກເຂົາໄດ້ປະຖິ້ມທຳມະຊາດເກົ່າຂອງມະນຸດຊາດທີ່ເສື່ອມຊາມ, ພວກເຂົາມີພຣະທຳຂອງພຣະເຈົ້າເປັນຊີວິດຂອງພວກເຂົາ ແລະ ພວກເຂົາໄດ້ກາຍເປັນມະນຸດຊາດໃໝ່ ເຊິ່ງອີກບໍ່ດົນກໍຈະເຂົ້າສູ່ຍຸກໃໝ່, ສະໄໝໃໝ່. ເມື່ອພິຈາລະນາທັງໝົດນີ້ແລ້ວ, ມັນສາມາດເວົ້າໄດ້ບໍວ່າ ເນື້ອໜັງທີ່ພຣະເຈົ້າບັງເກີດໄດ້ສ້າງມະນຸດຊາດໃໝ່ຂຶ້ນມາອີກຄັ້ງ? ພຣະອົງໄດ້ໃຊ້ພຣະທຳເພື່ອສ້າງມະນຸດຊາດໃໝ່ທີ່ມີພຣະທຳຂອງພຣະເຈົ້າເປັນຊີວິດຂອງພວກເຂົາ. ນີ້ແມ່ນດ້ານໜຶ່ງ. ນີ້ຄືວຽກງານທີ່ເຮັດໂດຍພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ເມື່ອຕັດສິນຈາກໝາກຜົນຈາກວຽກງານຂອງພຣະອົງ ແລະ ຜົນຮັບສຸດທ້າຍ, ພຣະອົງສາມາດເຮັດວຽກງານແຫ່ງການສ້າງສັບພະສິ່ງທັງປວງ ແລະ ມີອໍານາດສູງສຸດເໜືອສັບພະສິ່ງທັງປວງໄດ້. ເຫດຜົນທີ່ພຣະອົງສາມາດເຮັດວຽກງານນີ້ໄດ້ກໍຄື ພຣະວິນຍານຂອງພຣະເຈົ້າສະຖິດຢູ່ພາຍໃນເນື້ອໜັງນີ້ ແລະ ພຣະອົງມີແກ່ນແທ້ທີ່ສັກສິດ, ລິດທານຸພາບຂອງພຣະເຈົ້າ ແລະ ສິດອຳນາດຂອງພຣະເຈົ້າ ແລະ ແນ່ນອນວ່າ ພຣະອົງຍິ່ງມີຄວາມຈິງທີ່ພຣະເຈົ້າມີອີກດ້ວຍ. ພຣະເຈົ້າໃນສະຫວັນ ເຊິ່ງກໍຄືພຣະຜູ້ສ້າງ ໄດ້ໃຊ້ພຣະທຳເພື່ອສ້າງສັບພະສິ່ງທັງປວງ; ພຣະອົງເວົ້າ ແລະ ສິ່ງນັ້ນກໍເກີດຂຶ້ນ; ພຣະອົງຊົງບັນຊາ ແລ້ວສິ່ງນັ້ນກໍເກີດຂຶ້ນ. ນອກຈາກນັ້ນ ຂັ້ນຕອນສຸດທ້າຍນີ້ຂອງວຽກງານທີ່ເຮັດໂດຍພຣະເຈົ້າທີ່ບັງເກີດເປັນເນື້ອໜັງກໍຄືກັນທຸກຢ່າງກັບວຽກງານຂອງພຣະເຈົ້າໃນສະຫວັນທີ່ໃຊ້ພຣະທຳເພື່ອເຮັດໃຫ້ທຸກສິ່ງສຳເລັດ ແລະ ໃຊ້ພຣະທຳເພື່ອສ້າງສັບພະສິ່ງທັງປວງ; ພວກມັນມີທຳມະຊາດດຽວກັນ. ເຖິງແມ່ນວ່າເນື້ອໜັງທີ່ພຣະເຈົ້າບັງເກີດເພື່ອເຮັດຂັ້ນຕອນນີ້ຂອງວຽກງານເບິ່ງຄືກັບຄົນທຳມະດາ ແລະ ປົກກະຕິ, ຄືຄົນທີ່ບໍ່ໄດ້ມີຜົນງານທີ່ສະເທືອນໂລກ ຫຼື ເຮັດການກະທຳຫຍັງເລີຍທີ່ສະເທືອນໂລກ, ພຣະທຳທີ່ພຣະອົງໄດ້ກ່າວ ແລະ ຄວາມຈິງທີ່ພຣະອົງໄດ້ສະແດງຕະຫຼອດຫຼາຍປີມານີ້ກໍໄດ້ເຮັດໃຫ້ພຣະອົງໄດ້ຮັບຄົນກຸ່ມໜຶ່ງແລ້ວ ແລະ ໄດ້ຄ່ອຍໆເຮັດໃຫ້ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງຝັງເລິກເຂົ້າໄປໃນຜູ້ຄົນແລ້ວ. ໃນອີກບໍ່ດົນ, ມະນຸດຊາດໃໝ່ທີ່ມີພຣະທຳຂອງພຣະເຈົ້າເປັນຊີວິດຂອງພວກເຂົາກໍຈະກຳເນີດຂຶ້ນ; ນີ້ຄືວຽກງານທີ່ເຮັດໂດຍພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ນີ້ແມ່ນວຽກງານຫຍັງ? ມັນຄືການໃຊ້ພຣະທຳເພື່ອເຮັດໃຫ້ຂັ້ນຕອນສຸດທ້າຍຂອງວຽກງານຂອງພຣະເຈົ້າສຳເລັດ, ເຮັດໃຫ້ພຣະທຳຝັງເລິກເຂົ້າໄປໃນຜູ້ຄົນ ແລະ ຍັງໃຊ້ພຣະທຳເພື່ອສ້າງມະນຸດຊາດໃໝ່ຂຶ້ນມາອີກຄັ້ງ. ນີ້ແມ່ນດ້ານໜຶ່ງ. ອີກດ້ານໜຶ່ງກໍຄື ເລີ່ມຕັ້ງແຕ່ເວລາທີ່ພຣະເຈົ້າບັງເກີດເປັນເນື້ອໜັງເປັນຄັ້ງທີສອງເພື່ອເຮັດວຽກງານ, ຂັ້ນຕອນທີສອງຂອງວຽກງານຂອງພຣະເຈົ້າ ເຊິ່ງກໍຄືວຽກງານໃນຍຸກແຫ່ງພຣະຄຸນ ໄດ້ຖືກປະກາດວ່າສິ້ນສຸດລົງ ແລະ ປິດສາກລົງ. ຫຼັງຈາກທີ່ຍຸກແຫ່ງພຣະຄຸນສິ້ນສຸດລົງ, ວຽກງານຂອງພຣະວິນຍານບໍລິສຸດໃນຍຸກແຫ່ງພຣະຄຸນ ແລະ ວຽກງານທັງໝົດທີ່ພຣະເຈົ້າໄດ້ເຮັດໃນຍຸກແຫ່ງພຣະຄຸນກໍຖືກປະກາດວ່າສິ້ນສຸດລົງ. ໂລກສາສະໜາທັງໝົດ, ໃນແງ່ຂອງຮູບແບບທາງສາສະໜາຂອງມັນ ແລະ ການກຳນົດຂອງພຣະເຈົ້າຕໍ່ມັນ, ໄດ້ກາຍເປັນອະດີດໄປແລ້ວ. ວຽກງານຂອງພຣະວິນຍານບໍລິສຸດໃນຄຣິສຕະຈັກ ແລະ ກຸ່ມຕ່າງໆໃນຍຸກແຫ່ງພຣະຄຸນໄດ້ຖືກຖອນຄືນ ເມື່ອພຣະເຈົ້າເລີ່ມເຮັດວຽກງານແຫ່ງການພິພາກສາໃນຍຸກສຸດທ້າຍ. ນັ້ນກໍຄື ຕັ້ງແຕ່ເວລາທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງປາກົດຕົວ ແລະ ເຮັດວຽກງານ ພ້ອມທັງເປັ່ງຄຳເວົ້າ ແລະ ກ່າວ, ໂລກສາສະໜາທັງໝົດກໍຖືກກຳນົດລັກສະນະໂດຍພຣະເຈົ້າວ່າເປັນສະຖານທີ່ທາງສາສະໜາ ແລະ ກຸ່ມທາງສາສະໜາ; ພວກມັນບໍ່ແມ່ນສະຖານທີ່ທີ່ພຣະເຈົ້າເຮັດວຽກງານອີກຕໍ່ໄປ ແລະ ພວກມັນບໍ່ແມ່ນເປົ້າໝາຍໃນການດູແລຂອງພຣະເຈົ້າອີກດ້ວຍ. ພຣະເຈົ້າໄດ້ຈາກພວກເຂົາໄປແລ້ວ, ເຊິ່ງກໍຄື ພຣະວິນຍານບໍລິສຸດບໍ່ໄດ້ເຮັດວຽກງານໃນພວກເຂົາອີກຕໍ່ໄປ. ບໍ່ວ່າຈະເປັນສາສະໜາຄຣິສ, ສາສະໜາກາໂຕລິກ, ສາສະໜາຢູດາ ຫຼື ສາສະໜາອື່ນໆທີ່ຄ້າຍຄືກັນ, ພວກມັນລ້ວນແຕ່ຖືກກຳນົດລັກສະນະວ່າເປັນສາສະໜາ. ພຣະວິນຍານບໍລິສຸດບໍ່ໄດ້ເຮັດວຽກງານໃນທ່າມກາງພວກເຂົາ. ວຽກງານຂອງພຣະເຈົ້າໄດ້ເຂົ້າສູ່ຍຸກໃໝ່, ສະໄໝໃໝ່ຢ່າງສົມບູນແລ້ວ. ນັ້ນກໍຄື ຕັ້ງແຕ່ເວລາທີ່ພຣະເຈົ້າບັງເກີດເປັນເນື້ອໜັງເປັນຄັ້ງທີສອງ ແລະ ເລີ່ມເຮັດວຽກງານ ພ້ອມທັງສະແດງພຣະທຳຂອງພຣະອົງຢ່າງເປັນທາງການ, ຍຸກແຫ່ງພຣະຄຸນກໍສິ້ນສຸດລົງຢ່າງສົມບູນ. ວຽກງານ ແລະ ກິດຈະກຳທັງໝົດຂອງໂລກສາສະໜາກໍຖືກປະກາດວ່າສິ້ນສຸດລົງເຊັ່ນກັນ ຍ້ອນວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງໄດ້ເລີ່ມສະແດງພຣະທຳ ແລະ ດ້ານຕ່າງໆຂອງຄວາມຈິງໃນຂັ້ນຕອນນີ້ຂອງວຽກງານ. ການປະກາດວ່າສິ່ງເຫຼົ່ານີ້ສິ້ນສຸດລົງໝາຍຄວາມວ່າ ສຳລັບມະນຸດຊາດທັງໝົດແລ້ວ ມີການຮຽບຮຽງຄຳເວົ້າໃໝ່ກ່ຽວກັບຄວາມເຊື່ອ, ຮູບແບບທາງສາສະໜາ ແລະ ການກຳນົດລັກສະນະຂອງຊື່ທາງສາສະໜາ. ຍຸກນັ້ນໄດ້ຜ່ານພົ້ນໄປແລ້ວ, ເຊິ່ງກໍຄື ຍຸກແຫ່ງພຣະຄຸນໄດ້ສິ້ນສຸດລົງຢ່າງສົມບູນແລ້ວ. ໃນເມື່ອພວກເຮົາມີການຮຽບຮຽງຄຳເວົ້າໃໝ່ນີ້ແລ້ວ, ມັນກໍສາມາດກຳນົດໄດ້ວ່າ ສາສະໜາຄຣິສ ຫຼື ສາສະໜາກາໂຕລິກບໍ່ໄດ້ຮັບການເຄົາລົບນັບຖືໃນທ່າມກາງມະນຸດຊາດວ່າເປັນສາສະໜາຊັ້ນນຳທີ່ຊີ້ນຳກະແສຄວາມເຊື່ອຂອງມະນຸດຊາດອີກຕໍ່ໄປ, ແຕ່ໄດ້ກາຍເປັນອະດີດໄປແລ້ວ. ນີ້ກໍເພາະວ່າ ພຣະເຈົ້າທີ່ບັງເກີດເປັນເນື້ອໜັງໄດ້ເລີ່ມນຳພາມະນຸດຊາດແລ້ວ ເຊິ່ງກຳລັງຈະເຂົ້າສູ່ຍຸກໃໝ່ຕໍ່ໄປ ແລະ ກຳລັງຈະກ້າວເຂົ້າສູ່ຍຸກໃໝ່. ຕັ້ງແຕ່ເວລາທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງເລີ່ມກ້າວເຂົ້າສູ່ຍຸກຕໍ່ໄປ, ສາສະໜາຄຣິສກໍໄດ້ກາຍເປັນອະດີດໄປແລ້ວໃນທ່າມກາງມະນຸດຊາດທັງໝົດ; ມັນໄດ້ກາຍເປັນສາສະໜາເກົ່າແກ່. ແນ່ນອນວ່າ ຕັ້ງແຕ່ເວລາທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງເລີ່ມເຮັດວຽກງານ ແລະ ສະແດງພຣະທຳ, ມະນຸດຊາດທັງໝົດກໍຖືກນຳພາເຂົ້າສູ່ຍຸກໃໝ່, ສະໄໝໃໝ່ໂດຍທີ່ພວກເຂົາບໍ່ຮູ້ຕົວ. ໃນທົ່ວທັງມະນຸດຊາດ, ບໍ່ວ່າຈະເປັນຫົວຂໍ້ ຫຼື ຄຳເວົ້າທີ່ນິຍົມທີ່ກ່ຽວຂ້ອງກັບສາສະໜາ ຫຼື ຕົວຊີ້ວັດກະແສບາງຢ່າງໃນຂົງເຂດຕ່າງໆ, ສິ່ງທັງໝົດເຫຼົ່ານີ້ກໍກຳລັງພັດທະນາໄປໃນທິດທາງໃໝ່ ແລະ ຖືກນຳພາເຂົ້າສູ່ສະໄໝໃໝ່ເຊັ່ນກັນ. ແນ່ນອນວ່າ ພຣະທຳທີ່ສະແດງອອກ ແລະ ວຽກງານທີ່ເຮັດໂດຍພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ພ້ອມທັງຄຳສັບຝ່າຍວິນຍານ ແລະ ຄຳເວົ້າຕ່າງໆທີ່ນິຍົມກັນໃນຄຣິສຕະຈັກ ຫຼື ຄວາມຄິດ ແລະ ມຸມມອງບາງຢ່າງທີ່ກ່ຽວຂ້ອງກັບຄວາມເຊື່ອ ໃນຊ່ວງເວລາທີ່ຈະມາເຖິງ ຈະສົ່ງຜົນກະທົບຕໍ່ມະນຸດຊາດນີ້ເປັນໄລຍະເວລາໜຶ່ງ, ຄືກັນກັບທີ່ສາສະໜາຄຣິສໄດ້ສົ່ງຜົນກະທົບຕໍ່ມະນຸດຊາດທັງໝົດເປັນເວລາສອງພັນປີໃນຂົງເຂດຕ່າງໆ. ໃນຂະນະທີ່ວຽກງານຂອງພຣະເຈົ້າຂະຫຍາຍອອກໄປ ແລະ ຂ່າວປະເສີດຖືກເຜີຍແຜ່ອອກໄປ, ພຣະທຳທີ່ກ່າວໂດຍພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ຫຼື ບາງຄຳເວົ້າ ແລະ ຄວາມຄິດ ແລະ ມຸມມອງບາງຢ່າງທີ່ຢູ່ໃນຂອບເຂດຂອງຂັ້ນຕອນນີ້ຂອງວຽກງານຂອງພຣະເຈົ້າໃນຄຣິສຕະຈັກ ຈະຄ່ອຍໆຊີ້ນຳ ແລະ ນຳພາມະນຸດຊາດໃນຍຸກຕໍ່ໄປ ແລະ ນໍາທາງວິທີການດຳລົງຊີວິດຂອງພວກເຂົາ; ນີ້ຄືກະແສ. ແນ່ນອນວ່າ ເມື່ອພຣະເຈົ້າທີ່ບັງເກີດເປັນເນື້ອໜັງເລີ່ມຂັ້ນຕອນນີ້ຂອງວຽກງານ, ຍ້ອນການປ່ຽນແປງວຽກງານຂອງພຣະວິນຍານບໍລິສຸດ, ໂລກສາສະໜາຈຶ່ງສູນເສຍວຽກງານຂອງພຣະວິນຍານບໍລິສຸດ ແລະ ຕົກຢູ່ໃນສະພາບທີ່ສິ້ນຫວັງ. ມັນສາມາດເວົ້າໄດ້ວ່າ ໂລກສາສະໜາຖືກກຳຈັດ ແລະ ຖືກທຳລາຍມ້າງໂດຍຂັ້ນຕອນນີ້ຂອງວຽກງານ. ນັ້ນກໍຄື ການມາເຖິງຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ການເລີ່ມຕົ້ນຂອງຂັ້ນຕອນນີ້ຂອງວຽກງານຂອງພຣະເຈົ້າ ບໍ່ພຽງແຕ່ເປັນສິ່ງທ້າທາຍຕໍ່ທົ່ວທັງໂລກ, ຕໍ່ມະນຸດຊາດ ແລະ ຕໍ່ຄວາມເຊື່ອຂອງພວກເຂົາເທົ່ານັ້ນ, ແຕ່ຍັງເປັນການກ່າວໂທດ ແລະ ແນ່ນອນວ່າ ເປັນການປ່ຽນແປງປະເພດໜຶ່ງນຳອີກ, ແມ່ນບໍ? (ແມ່ນແລ້ວ.) ຕັ້ງແຕ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງເລີ່ມສະແດງພຣະທຳ ແລະ ເຮັດຂັ້ນຕອນວຽກງານນີ້, ທິດທາງຄວາມເຊື່ອຂອງມະນຸດຊາດທັງໝົດກໍຖືກປ່ຽນແປງຢ່າງສິ້ນເຊີງ ແລະ ໂລກສາສະໜາກໍຖືກປ່ຽນແປງຢ່າງສິ້ນເຊີງເຊັ່ນກັນ; ສິ່ງເຫຼົ່ານີ້ລ້ວນແຕ່ເປັນຂໍ້ເທັດຈິງ. ພຣະທຳເຫຼົ່ານີ້ທີ່ກ່າວໂດຍພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ຫົວຂໍ້ຕ່າງໆເຫຼົ່ານີ້ທີ່ກ່ຽວຂ້ອງກັບຄວາມຈິງ ຈະຄ່ອຍໆເຜີຍແຜ່ໄປສູ່ທຸກປະເທດ ແລະ ທຸກສະຖານທີ່ໃນໂລກໃນອະນາຄົດ, ໂດຍເຜີຍແຜ່ໄປສູ່ຂົງເຂດຕ່າງໆ ແລະ ກຸ່ມທາງສາສະໜາຕ່າງໆ. ຄວາມຄິດ ແລະ ມຸມມອງທີ່ແຕກຕ່າງກັນທີ່ພຣະທຳເຫຼົ່ານີ້ເວົ້າເຖິງ ຈະສົ່ງຜົນກະທົບຕໍ່ໂລກສາສະໜາ ແລະ ມະນຸດຊາດນີ້ໃນອີກບໍ່ດົນ ແລະ ແນ່ນອນວ່າ ພວກມັນຈະປ່ຽນແປງມະນຸດຊາດນີ້ ແລະ ໂລກສາສະໜາໃນອີກບໍ່ດົນ, ໂດຍປ່ຽນແປງສະຖານະການໃນປັດຈຸບັນຂອງມະນຸດຊາດ ແລະ ໂລກສາສະໜາ. ສິ່ງນີ້ທຽບເທົ່າກັບການເວົ້າວ່າ ຂັ້ນຕອນນີ້ຂອງວຽກງານຂອງພຣະເຈົ້າກຳລັງໃຊ້ພຣະທຳຂອງພຣະອົງ ແລະ ມຸມມອງທີ່ພຣະອົງສະແດງອອກກ່ຽວກັບສິ່ງຕ່າງໆ ເພື່ອສົ່ງຜົນກະທົບຕໍ່ມະນຸດຊາດທັງໝົດ ແລະ ໂລກສາສະໜາອີກຄັ້ງ. ສຳລັບພຣະທຳເຫຼົ່ານີ້ແລ້ວ, ພຣະທຳເຫຼົ່ານີ້ມີສິດອຳນາດ ແລະ ລິດທານຸພາບພຽງພໍທີ່ຈະປ່ຽນແປງມະນຸດຊາດ, ໂລກນີ້ ແລະ ໂລກສາສະໜາ, ເພື່ອຈັດມະນຸດຕາມປະເພດຂອງພວກເຂົາ ແລະ ຈັດປະເພດພວກເຂົາ ພ້ອມທັງປະກາດຈຸດຈົບ ແລະ ຈຸດໝາຍປາຍທາງຂອງພວກເຂົາ. ແນ່ນອນວ່າ ໃນຂະນະທີ່ພຣະເຈົ້າສະແດງພຣະທຳທັງໝົດເຫຼົ່ານີ້ອອກມາ, ພຣະວິນຍານຂອງພຣະເຈົ້າກໍກຳລັງປ່ຽນແປງສະຖານະການຕ່າງໆຢ່າງບໍ່ຢຸດຢັ້ງ ແລະ ໃຊ້ອຳນາດສູງສຸດຂອງພຣະອົງເໜືອສັບພະສິ່ງທັງປວງເຊັ່ນກັນ. ບໍ່ວ່າພຣະທຳເຫຼົ່ານີ້ທີ່ກ່າວໂດຍພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈະເຜີຍແຜ່ໄປບ່ອນໃດກໍຕາມ, ບໍ່ວ່າຜູ້ທີ່ໄດ້ຍິນ ແລະ ໄດ້ອ່ານພວກມັນຈະຍອມຮັບພວກມັນ ຫຼື ຕໍ່ຕ້ານພວກມັນກໍຕາມ, ພຣະທຳເຫຼົ່ານີ້ກໍປຸກໃຈພວກເຂົາ ແລະ ທຸກຄົນທີ່ສຳຜັດກັບພວກມັນກໍຈະຖືກເປີດເຜີຍ ແລະ ຖືກຈັດປະເພດເທື່ອລະໜ້ອຍ. ນັ້ນກໍຄື ຕໍ່ໜ້າພຣະທຳເຫຼົ່ານີ້, ຄົນທຸກປະເພດ ບໍ່ວ່າຈະເປັນຜູ້ທີ່ຮັກຄວາມຈິງ ແລະ ຜູ້ທີ່ເບື່ອໜ່າຍຄວາມຈິງ; ມະນຸດທີ່ເສື່ອມຊາມ, ມານຮ້າຍ, ສັດ ແລະ ຊາກສົບຍ່າງໄດ້; ຜູ້ທີ່ມີການໄລ່ຕາມເສາະຫາທຸກຮູບແບບ ແລະ ຜູ້ທີ່ມີຄວາມຄິດ ແລະ ມຸມມອງທຸກຮູບແບບ; ພ້ອມທັງຜູ້ທີ່ເຊື່ອໃນພຣະເຈົ້າດ້ວຍຄວາມຄິດຫຼົງຜິດ, ຄວາມທະເຍີທະຍານ ແລະ ຄວາມປາຖະໜາຕ່າງໆ ລ້ວນແຕ່ຖືກເປີດເຜີຍທາດແທ້ຂອງພວກເຂົາອອກມາ. ດ້ວຍວິທີນີ້, ທຸກຄົນຈຶ່ງຖືກຈັດຕາມປະເພດຂອງພວກເຂົາ: ແກະຂອງພຣະເຈົ້າທີ່ຮັກຄວາມຈິງກໍກັບຄືນສູ່ເຮືອນຂອງພຣະເຈົ້າ; ໃນຂະນະດຽວກັນ ຜູ້ທີ່ບໍ່ຮັກ ຫຼື ບໍ່ຍອມຮັບຄວາມຈິງກໍບໍ່ແມ່ນແກະຂອງພຣະເຈົ້າ, ພວກເຂົາຖືກປິດປະຕູໃສ່ ແລະ ຖືກກ່າວໂທດ ແລະ ຖືກກຳຈັດ. ຄົນປະເພດນີ້ທີ່ຖືກກ່າວໂທດ ແລະ ຖືກກຳຈັດ ໃນອີກບໍ່ດົນກໍຈະລໍຖ້າການພິພາກສາໃນວັນທີ່ຍິ່ງໃຫຍ່ດັ່ງທີ່ກ່າວໄວ້ໃນພຣະທຳຂອງພຣະເຈົ້າ ເຊິ່ງນັ້ນກໍຄືການລົງໂທດຄົນຊົ່ວຮ້າຍດັ່ງທີ່ກ່າວໄວ້ໃນພຣະທຳຂອງພຣະເຈົ້າ. ຜົນກະທົບທີ່ການເຮັດຂັ້ນຕອນນີ້ຂອງວຽກງານ ແລະ ການກ່າວພຣະທຳເຫຼົ່ານີ້ຂອງພຣະເຈົ້າມີຕໍ່ມະນຸດຊາດ, ທັງໃນປັດຈຸບັນ ແລະ ໃນອະນາຄົດ, ລ້ວນແຕ່ເປັນຜົນທີ່ບັນລຸໄດ້ໂດຍພຣະທຳຂອງພຣະເຈົ້າທັງໝົດ ແລະ ລ້ວນແຕ່ບັນລຸໄດ້ໂດຍລິດທານຸພາບແຫ່ງພຣະທຳຂອງພຣະເຈົ້າ. ພຣະທຳເຫຼົ່ານີ້ລ້ວນແຕ່ເປັນວຽກງານທີ່ເຮັດ ແລະ ພຣະທຳທີ່ກ່າວໂດຍພຣະເຈົ້າໃນຊ່ວງເວລາແຫ່ງການບັງເກີດເປັນເນື້ອໜັງຂອງພຣະອົງ. ແລ້ວບອກເຮົາມາເບິ່ງວ່າ ເມື່ອຕັດສິນຈາກຜົນກະທົບນີ້ ຫຼື ຈາກຜົນຮັບຕ່າງໆທີ່ບັນລຸໄດ້ແລ້ວ ແລະ ທີ່ຜູ້ຄົນສາມາດເຫັນໄດ້, ພຣະເຈົ້າທີ່ບັງເກີດເປັນເນື້ອໜັງສາມາດເຮັດວຽກງານແຫ່ງການສ້າງສັບພະສິ່ງທັງປວງ ແລະ ມີອໍານາດສູງສຸດເໜືອສັບພະສິ່ງທັງປວງໄດ້ບໍ ໃນແງ່ຂອງແກ່ນແທ້ ແລະ ອັດຕະລັກຂອງພຣະອົງ? (ໄດ້.) ການເວົ້າວ່າ “ພຣະອົງສາມາດເຮັດໄດ້” ບໍ່ແມ່ນຫຼັກຄຳສອນ ຫຼື ເປັນຄຳເວົ້າເທົ່ານັ້ນ, ແມ່ນບໍ? (ແມ່ນແລ້ວ.) ເຖິງແມ່ນວ່າ ໃນແງ່ຂອງຮູບລັກສະນະ ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈະບໍ່ເລິກລັບ ແລະ ບໍ່ສາມາດຢັ່ງເຖິງ ຫຼື ມີລິດທານຸພາບຄືກັບພຣະເຈົ້າໃນສະຫວັນ ຫຼື ພຣະວິນຍານຂອງພຣະເຈົ້າກໍຕາມ, ໃນແງ່ຂອງແກ່ນແທ້ຂອງພຣະອົງ ແລະ ຊີວິດຂອງພຣະອົງ ແລະ ໃນແງ່ຂອງພຣະທຳທີ່ພຣະອົງສະແດງອອກມາ, ພຣະອົງຊົງສາມາດສ້າງມະນຸດຊາດໃໝ່, ປ່ຽນແປງໂລກນີ້ ແລະ ປ່ຽນແປງມະນຸດຊາດ ແລະ ມີອໍານາດສູງສຸດເໜືອມະນຸດຊາດໄດ້ຢ່າງຄົບຖ້ວນ. ນີ້ກໍເພາະວ່າ ການທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງໃຊ້ພຣະທຳເພື່ອເຮັດໃຫ້ສິ່ງທັງໝົດນີ້ສຳເລັດ ແມ່ນເຂົ້າກັນໄດ້ຢ່າງສົມບູນ ແລະ ສອດຄ່ອງກັນຢ່າງສິ້ນເຊີງກັບການທີ່ພຣະເຈົ້າໃນສະຫວັນໃຊ້ພຣະທຳເພື່ອເຮັດໃຫ້ທຸກສິ່ງສຳເລັດ. ໃນແງ່ຂອງຮູບລັກສະນະພາຍນອກທີ່ເປັນການບັງເກີດເປັນເນື້ອໜັງຂອງພຣະເຈົ້າ ແລະ ຮູບລັກສະນະພາຍນອກຂອງພຣະອົງ, ມັນເບິ່ງຄືວ່າພຣະອົງບໍ່ສາມາດເຮັດວຽກງານທີ່ເຮັດໂດຍພຣະເຈົ້າໃນສະຫວັນໄດ້ ແລະ ບໍ່ມີສິດອຳນາດ ແລະ ລິດທານຸພາບຂອງພຣະເຈົ້າໃນສະຫວັນ. ເຖິງຢ່າງໃດກໍຕາມ, ໃນແງ່ຂອງແກ່ນແທ້ ແລະ ຊີວິດຂອງພຣະອົງ, ພຣະອົງສາມາດເຮັດວຽກງານໃນການໃຊ້ພຣະທຳເພື່ອເຮັດໃຫ້ທຸກສິ່ງສຳເລັດ, ສ້າງທຸກສິ່ງ ແລະ ປ່ຽນແປງທຸກສິ່ງໄດ້, ແມ່ນບໍ? (ແມ່ນແລ້ວ.) ລອງເບິ່ງສະຖານະການໃນທຸກມື້ນີ້: ບໍ່ວ່າຈະເປັນໂລກສາສະໜາ ຫຼື ໂລກນີ້ເອງ, ຮູບແບບຂອງພວກມັນເປັນແນວໃດ ແລະ ພວກມັນຢູ່ໃນສະພາບໃດ ແມ່ນລ້ວນແຕ່ກ່ຽວຂ້ອງກັບພຣະທຳຂອງພຣະເຈົ້າ. ໃນດ້ານໜຶ່ງ, ທັງໝົດນີ້ສຳເລັດເປັນຈິງຕາມພຣະທຳທີ່ກ່າວໂດຍພຣະເຈົ້າ; ໃນອີກດ້ານໜຶ່ງ, ໂລກສາສະໜາ ແລະ ໂລກນີ້ຖືກກຳຈັດຍ້ອນການສະແດງພຣະທຳໃໝ່ຂອງພຣະເຈົ້າ ແລະ ການສະແດງຄວາມຈິງຂອງພຣະອົງ. ບໍ່ວ່າເຈົ້າຈະເບິ່ງດ້ວຍວິທີໃດກໍຕາມ, ບໍ່ວ່າປັດຈຸບັນພວກມັນຈະຢູ່ໃນສະພາບໃດກໍຕາມ, ສະພາບເຫຼົ່ານີ້ລ້ວນແຕ່ຖືກປ່ຽນແປງໂດຍພຣະທຳຂອງພຣະເຈົ້າ, ເກີດຂຶ້ນຍ້ອນພຣະທຳຂອງພຣະເຈົ້າ ແລະ ກ່ຽວຂ້ອງກັບພຣະທຳທີ່ພຣະເຈົ້າສະແດງອອກມາ ແລະ ທຸກດ້ານຂອງສິ່ງທີ່ພຣະເຈົ້າກ່າວ. ໃນຂະນະທີ່ຂ່າວປະເສີດຖືກເຜີຍແຜ່ອອກໄປ ແລະ ພຣະທຳຂອງພຣະເຈົ້າຖືກເຜີຍແຜ່ອອກໄປຢ່າງກວ້າງຂວາງຫຼາຍຂຶ້ນ, ອີກຫຼາຍຄົນ ເຊິ່ງກໍຄືຜູ້ຄົນຈາກທຸກປະເທດໃນໂລກ, ຜູ້ຄົນທຸກເຊື້ອຊາດ ແລະ ຈາກທຸກຂົງເຂດ ຈະມາ ແລະ ຍອມຮັບຂັ້ນຕອນນີ້ຂອງວຽກງານຂອງພຣະເຈົ້າ. ດ້ວຍວິທີນີ້, ອີກຫຼາຍຄົນຈະຍອມຮັບພຣະທຳຂອງພຣະເຈົ້າ, ອີກຫຼາຍຄົນຈະຖືກປ່ຽນແປງໂດຍພຣະທຳຂອງພຣະເຈົ້າ ແລະ ອີກຫຼາຍຄົນຈະໄດ້ຮັບພຣະທຳຂອງພຣະເຈົ້າ ແລະ ກາຍເປັນມະນຸດຊາດໃໝ່. ແນ່ນອນວ່າ ໃນຂະນະທີ່ຂ່າວປະເສີດຖືກເຜີຍແຜ່ອອກໄປ ແລະ ພຣະທຳຂອງພຣະເຈົ້າແຜ່ກະຈາຍໄປຢ່າງກວ້າງຂວາງຂຶ້ນ, ໃນອະນາຄົດອັນໃກ້ນີ້ ເຊິ່ງອະນາຄົດອັນໃກ້ນີ້ຈະສັ້ນກວ່າສອງພັນປີຂອງຍຸກແຫ່ງພຣະຄຸນຫຼາຍຢ່າງແນ່ນອນ, ຄວາມເຊື່ອຂອງມະນຸດຊາດ ແລະ ຄວາມຄິດ ແລະ ມຸມມອງຂອງພວກເຂົາກ່ຽວກັບເລື່ອງທຸກປະເພດ ຈະຖືກປ່ຽນແປງໂດຍພຣະທຳຂອງພຣະເຈົ້າ. ຜູ້ທີ່ບໍ່ເຊື່ອ ຫຼື ບໍ່ຍອມຮັບພຣະທຳຂອງພຣະເຈົ້າ ແລະ ຜູ້ທີ່ບໍ່ຍອມຮັບພຣະເຈົ້າ ກໍຈະໄດ້ຮັບຜົນກະທົບຈາກພຣະທຳເຫຼົ່ານີ້ໃນລະດັບທີ່ແຕກຕ່າງກັນເຊັ່ນກັນ. ເມື່ອຕັດສິນຈາກຜົນຮັບເຫຼົ່ານີ້, ໃນທີ່ສຸດແລ້ວ ມັນກໍສະຫຼຸບລົງດ້ວຍຂໍ້ເທັດຈິງແຫ່ງຄວາມຈິງທີ່ວ່າພຣະທຳທີ່ກ່າວໂດຍພຣະເຈົ້າທີ່ບັງເກີດເປັນເນື້ອໜັງສາມາດເຮັດໃຫ້ທຸກສິ່ງສຳເລັດ ແລະ ປ່ຽນແປງທຸກສິ່ງໄດ້, ແມ່ນບໍ? (ແມ່ນແລ້ວ.)
ເມື່ອຕັດສິນຈາກເນື້ອໃນດ້ານຕ່າງໆເຫຼົ່ານີ້ທີ່ພວກເຮົາໄດ້ໂອ້ລົມກັນ, ມີຊ່ອງຫວ່າງໃດໆລະຫວ່າງວຽກງານທີ່ເຮັດ ແລະ ພຣະທຳທີ່ກ່າວໂດຍພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ກັບວຽກງານ ແລະ ພຣະທຳຂອງພຣະເຈົ້າໃນສະຫວັນບໍ? (ບໍ່ມີ.) ບໍ່ມີຄວາມຂັດແຍ່ງກັນລະຫວ່າງຂໍ້ເທັດຈິງທີ່ວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງສາມາດເຮັດວຽກງານແຫ່ງການສ້າງສັບພະສິ່ງທັງປວງ ແລະ ມີອໍານາດສູງສຸດເໜືອສັບພະສິ່ງທັງປວງໄດ້ ກັບຂໍ້ເທັດຈິງທີ່ວ່າພຣະເຈົ້າໃນສະຫວັນໄດ້ສ້າງສັບພະສິ່ງທັງປວງ ແລະ ມີອໍານາດສູງສຸດເໜືອສັບພະສິ່ງທັງປວງ; ບໍ່ມີໄລຍະຫ່າງ ຫຼື ຊ່ອງຫວ່າງລະຫວ່າງສອງຂໍ້ເທັດຈິງນີ້. ບໍ່ມີຄວາມສົງໄສກ່ຽວກັບຈຸດນີ້. ຄວາມແນ່ນອນນີ້ບໍ່ແມ່ນທິດສະດີ ແລະ ມັນບໍ່ແມ່ນຄວາມຄິດຫຼົງຜິດ ຫຼື ຈິນຕະນາການ, ແຮງໄກທີ່ມັນຈະເປັນຄຳເວົ້າມ່ວນຫູ; ກົງກັນຂ້າມ ມັນເປັນສິ່ງທີ່ພວກເຮົາເວົ້າໂດຍອີງໃສ່ຂໍ້ເທັດຈິງ. ອີກຈຸດໜຶ່ງທີ່ສຳຄັນກໍຄື ບໍ່ວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈະກ່າວຫຍັງ ຫຼື ພຣະອົງຕັ້ງໃຈຈະເຮັດວຽກງານປະເພດໃດກໍຕາມ, ໃນດ້ານໜຶ່ງ ພຣະທຳຂອງພຣະອົງເອງມີສິດອຳນາດ ແລະ ລິດທານຸພາບ ແລະ ສາມາດບັນລຸຜົນໃນການເຮັດໃຫ້ທຸກສິ່ງສຳເລັດໄດ້. ໃນອີກດ້ານໜຶ່ງ, ໃນຂະນະທີ່ພຣະທຳຂອງພຣະອົງຖືກກ່າວອອກມາ, ພຣະວິນຍານຂອງພຣະເຈົ້າກໍກຳລັງເຮັດວຽກງານຄວບຄູ່ໄປກັບພຣະທຳເຫຼົ່ານັ້ນ ເພື່ອເຮັດໃຫ້ທຸກສິ່ງເຫຼົ່ານີ້ສຳເລັດເຊັ່ນກັນ. ນີ້ຄືສິ່ງທີ່ບໍ່ມີບຸກຄົນໃດສາມາດບັນລຸໄດ້ດ້ວຍຄຳເວົ້າ ຫຼື ການກະທຳຂອງພວກເຂົາ. ບໍ່ວ່າຄົນທຳມະດາຄົນໃດກໍຕາມ ເຊັ່ນ: ຜູ້ປະກາດພຣະທຳ, ບຸກຄົນທີ່ມີຊື່ສຽງ ຫຼື ຜູ້ຊ່ຽວຊານ ຈະເຮັດຫຍັງກໍຕາມ, ບໍ່ວ່າພວກເຂົາຈະພະຍາຍາມຄາດເດົາ ຫຼື ທຳນາຍບາງສິ່ງ, ເວົ້າກ່ຽວກັບປາກົດການບາງຢ່າງ ຫຼື ເປີດເຜີຍລາຍງານບາງຢ່າງ, ພວກເຂົາກໍບໍ່ສາມາດອະທິບາຍໄດ້ຢ່າງຊັດເຈນວ່າ ສິ່ງຕ່າງໆຈະພັດທະນາໄປຢ່າງສະເພາະເຈາະຈົງແນວໃດ ຫຼື ຈະເກີດຫຍັງຂຶ້ນ ແລະ ພວກເຂົາບໍ່ກ້າເວົ້າດ້ວຍຄວາມໝັ້ນໃຈໜຶ່ງຮ້ອຍເປີເຊັນວ່າ “ຄຳເວົ້າເຫຼົ່ານີ້ຈະສຳເລັດຢ່າງຫຼີກລ່ຽງບໍ່ໄດ້ ແລະ ຈະກາຍເປັນຂໍ້ເທັດຈິງຢ່າງຫຼີກລ່ຽງບໍ່ໄດ້”. ນີ້ຄືສິ່ງທີ່ເກີນຄວາມສາມາດຂອງຜູ້ຄົນ. ແຕ່ສຳລັບພຣະເຈົ້າແລ້ວ, ຍ້ອນວ່າພຣະທຳທຸກຂໍ້ທີ່ກ່າວໂດຍພຣະເຈົ້າທີ່ບັງເກີດເປັນເນື້ອໜັງຄືການສະແດງອອກເຖິງອຸປະນິໄສ ແລະ ແກ່ນແທ້ຂອງພຣະເຈົ້າ ແລະ ມາຈາກພຣະເຈົ້າ, ບໍ່ວ່າພຣະອົງຈະກຳລັງກ່າວກ່ຽວກັບຫຍັງກໍຕາມ, ມັນກໍຈະສຳເລັດ ແລະ ເປັນຈິງຢ່າງຫຼີກລ່ຽງບໍ່ໄດ້. ໃນດ້ານໜຶ່ງ, ນີ້ຄືລິດທານຸພາບ ແລະ ສິດອຳນາດຂອງພຣະທຳຂອງພຣະເຈົ້າ. ໃນອີກດ້ານໜຶ່ງ, ເຈົ້າຄວນຮັບຮູ້ວ່າ ນີ້ຄືພຣະວິນຍານຂອງພຣະເຈົ້າທີ່ກຳລັງເຮັດວຽກງານ. ມັນຍັງສາມາດເວົ້າໄດ້ບໍວ່າ ໃນຂະນະທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງກຳລັງເຮັດວຽກງານ, ພຣະວິນຍານຂອງພຣະເຈົ້າກໍກຳລັງເຮັດວຽກງານເຊັ່ນກັນ ແລະ ເນື້ອໜັງ ແລະ ພຣະວິນຍານນັ້ນບໍ່ສາມາດແຍກອອກຈາກກັນໄດ້ ແລະ ເປັນໜຶ່ງດຽວກັນ? (ແມ່ນແລ້ວ.) ແລ້ວບອກເຮົາມາເບິ່ງວ່າ ເມື່ອພຣະເຈົ້າທີ່ບັງເກີດເປັນເນື້ອໜັງກຳລັງກ່າວ, ນັ້ນຄືເນື້ອໜັງນີ້ກຳລັງກ່າວ ຫຼື ພຣະວິນຍານຂອງພຣະເຈົ້າກຳລັງກ່າວ? ພວກເຈົ້າສາມາດອະທິບາຍເລື່ອງນີ້ໃຫ້ຊັດເຈນໄດ້ບໍ? ນັ້ນຄືພຣະເຈົ້າທີ່ກຳລັງສະແດງພຣະທຳອອກມາ, ແມ່ນບໍ? ເປັນເພາະວ່າແມ່ນພຣະເຈົ້າທີ່ກຳລັງສະແດງພຣະທຳຢ່າງແນ່ນອນ, ພຣະທຳຂອງພຣະອົງຈຶ່ງສາມາດສຳເລັດໄດ້ທັງໝົດ ແລະ ລ້ວນແຕ່ກຳລັງເປັນຈິງ. ພວກເຮົາໄດ້ໂອ້ລົມຫຼາຍກ່ຽວກັບເລື່ອງນີ້, ບັນຫາທີ່ພວກເຮົາຫາກໍເວົ້າເຖິງນັ້ນໄດ້ຮັບການແກ້ໄຂແລ້ວບໍ? (ແກ້ໄຂແລ້ວ.) ພຣະທຳຂອງພຣະເຈົ້າເຮັດໃຫ້ທຸກສິ່ງສຳເລັດ ແລະ ພຣະເຈົ້າໃຊ້ພຣະທຳເພື່ອສ້າງສັບພະສິ່ງທັງປວງ, ບອກເຮົາມາເບິ່ງວ່າ ນີ້ບໍ່ແມ່ນຄວາມຈິງບໍ? ນີ້ບໍ່ແມ່ນຂໍ້ເທັດຈິງບໍ? (ແມ່ນແລ້ວ.) ນີ້ຄືຄວາມຈິງ ແລະ ມັນກໍເປັນຂໍ້ເທັດຈິງເຊັ່ນກັນ. ສະນັ້ນ, ຜົນຮັບທີ່ບັນລຸໄດ້ໂດຍວຽກງານທີ່ເຮັດໂດຍພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ບໍ່ແມ່ນສິ່ງທີ່ຄົນທຳມະດາສາມາດບັນລຸໄດ້ ແລະ ທຳມະຊາດ ແລະ ແກ່ນແທ້ຂອງວຽກງານ ແລະ ພຣະທຳຂອງພຣະອົງ ກໍບໍ່ແມ່ນທຳມະຊາດ ແລະ ແກ່ນແທ້ຂອງຄຳເວົ້າຂອງຄົນທຳມະດາ. ຖ້າມີຄົນຖາມວ່າ “ຜູ້ຄົນສາມາດສ້າງສັບພະສິ່ງທັງປວງ, ມີອໍານາດສູງສຸດເໜືອສັບພະສິ່ງທັງປວງ ແລະ ເຮັດໃຫ້ທຸກສິ່ງສຳເລັດໄດ້ບໍ?” ພວກເຮົາກໍສາມາດຕອບໄດ້ຢ່າງໜັກແໜ້ນວ່າ “ບໍ່ໄດ້!” ຖ້າມີຄົນຖາມວ່າ “ແລ້ວພຣະເຈົ້າທີ່ບັງເກີດເປັນເນື້ອໜັງສາມາດສ້າງສັບພະສິ່ງທັງປວງ, ມີອໍານາດສູງສຸດເໜືອສັບພະສິ່ງທັງປວງ ແລະ ເຮັດໃຫ້ທຸກສິ່ງສຳເລັດໄດ້ບໍ?” ພວກເຮົາກໍບໍ່ຄວນລັງເລເລີຍ ແລະ ຄວນຕອບຢ່າງໜັກແໜ້ນວ່າ “ໄດ້!” ຄຳເວົ້າເຫຼົ່ານີ້ບໍ່ແມ່ນຫຼັກຄຳສອນ, ແຕ່ເປັນຄວາມຈິງ ແລະ ຂໍ້ເທັດຈິງ.
ກ່ອນໜ້ານີ້, ເມື່ອມີການສະແດງເຫຼັ້ມທີໜຶ່ງຂອງພຣະທຳປາກົດໃນເນື້ອໜັງເທົ່ານັ້ນ ແລະ ຜູ້ຄົນຈຳນວນຫຼາຍໄດ້ອອກໄປເທດສອນຂ່າວປະເສີດ, ຄົນທາງສາສະໜາຈຳນວນບໍ່ໜ້ອຍໄດ້ອ່ານພຣະທຳຂອງພຣະເຈົ້າ ແລະ ຍອມຮັບວຽກງານຂັ້ນຕອນນີ້ຂອງພຣະເຈົ້າ; ໂລກສາສະໜາກໍພັງລົງຢ່າງສິ້ນເຊີງ. ຕອນນີ້, ເຫຼັ້ມທີສອງ, ທີສາມ, ທີສີ່, ທີຫ້າ, ທີຫົກ ແລະ ທີເຈັດ ລ້ວນແຕ່ຖືກສະແດງອອກມາແລ້ວ ແລະ ຕໍ່ມາກໍໄດ້ເຜີຍແຜ່ໄປທຸກມຸມ ແລະ ສະຖານທີ່ທາງສາສະໜາຂອງທຸກຊົນຊາດ ແລະ ທຸກປະເທດ. ເມື່ອພຣະທຳເຫຼົ່ານີ້ຖືກເຜີຍແຜ່ຕໍ່ມະນຸດຊາດທັງປວງ, ຈົ່ງບອກເຮົາມາເບິ່ງວ່າ ນັ້ນຈະມີຜົນກະທົບຫຍັງ? ມັນຈະເປັນສາກແບບໃດ? ມະນຸດຊາດຈະແຕກຕ່າງອອກໄປ, ແມ່ນບໍ? (ແມ່ນແລ້ວ.) ໃນລະຫວ່າງໜຶ່ງປີທີ່ຂ່າວປະເສີດຖືກເຜີຍແຜ່ເປັນວົງກວ້າງທົ່ວປະເທດຈີນ, ບາງຄົນໄດ້ຝ່າຟັນອັນຕະລາຍເພື່ອອອກໄປເທດສອນຂ່າວປະເສີດຢູ່ທຸກຫົນທຸກແຫ່ງ, ໃນສະຖານທີ່ຕ່າງໆ ເຊັ່ນ: ຖະໜົນຫົນທາງ, ໂຮງງານ ແລະ ໝູ່ບ້ານ. ໃນເວລານັ້ນ, ມີຫຼາຍຄົນແທ້ໆທີ່ຍອມຮັບຂ່າວປະເສີດ. ເມື່ອມີການສະແດງເຫຼັ້ມທີໜຶ່ງຂອງພຣະທຳປາກົດໃນເນື້ອໜັງເທົ່ານັ້ນ ຈຶ່ງມີຫຼາຍຄົນທີ່ເຊື່ອ ແລະ ຍອມຮັບແລ້ວວ່ານີ້ຄືຫົນທາງທີ່ແທ້ຈິງ. ບາງຄົນຍອມຮັບວ່າມັນເປັນຫົນທາງທີ່ແທ້ຈິງ ແຕ່ບໍ່ກ້າຍອມຮັບມັນ ຍ້ອນການປາບປາມ, ການຈັບກຸມ ແລະ ການຂົ່ມເຫັງຢ່າງບ້າປ່ວງໂດຍພະຍານາກໃຫຍ່ສີແດງ ແຕ່ພຣະທຳຂອງພຣະເຈົ້າກໍຍັງຄົງເຜີຍແຜ່ໄປທົ່ວທັງປະເທດຈີນ. ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ຖືກສ້າງຕັ້ງຂຶ້ນໃນທຸກແຂວງ, ທຸກນະຄອນ ແລະ ທຸກເຂດປົກຄອງ. ສິ່ງນີ້ເຮັດໃຫ້ພະຍານາກໃຫຍ່ສີແດງສັ່ນດ້ວຍຄວາມຢ້ານກົວ; ມັນໄດ້ເຮັດຈົນສຸດຄວາມສາມາດຂອງມັນເພື່ອດຳເນີນການປາບປາມ ແລະ ຈັບກຸມ ແລະ ເຖິງກັບຂົ່ມຂູ່ວ່າ “ກຳຈັດບໍ່ສຳເລັດ, ບໍ່ຖອນທັບ”. ແຕ່ບໍ່ມີໃຜຄາດຄິດວ່າ ສິບປີຕໍ່ມາ, ພຣະທຳຂອງພຣະເຈົ້າຈະເຜີຍແຜ່ໄປທຸກປະເທດ ແລະ ທຸກສະຖານທີ່ໃນໂລກ. ໂດຍສະເພາະຢ່າງຍິ່ງ ພວກເຮົາໄດ້ເຫັນການເຜີຍແຜ່ວຽກງານຂ່າວປະເສີດໃນວົງກວ້າງຢ່າງຕໍ່ເນື່ອງໃນປະເທດຟີລິບປິນໃນອາຊີ, ໃນອາເມລິກາເໜືອ ແລະ ອາເມລິກາໃຕ້ ແລະ ໃນເອີຣົບ ແລະ ອາຟຣິກາ. ເມື່ອເທດສອນຂ່າວປະເສີດໃນປະເທດຈີນ, ມີຄຳສັບໜຶ່ງທີ່ເອີ້ນວ່າ “ການປະກາດຂ່າວປະເສີດເປັນກຸ່ມ” ເຊິ່ງໝາຍເຖິງການເທດສອນຂ່າວປະເສີດໃຫ້ກັບຜູ້ຄົນຫຼາຍຄົນ ຫຼື ຫຼາຍສິບຄົນໃນເວລາດຽວກັນ ເຊິ່ງໄດ້ຮັບຜົນດີເປັນພິເສດ. ຕໍ່ມາ, ຍ້ອນການປາບປາມ ແລະ ການຈັບກຸມຢ່າງບ້າປ່ວງໂດຍພະຍານາກໃຫຍ່ສີແດງ, ວິທີການນີ້ຈຶ່ງຖືກຢຸດລົງຊົ່ວຄາວ ແຕ່ມັນກໍກັບມາເປັນທີ່ນິຍົມອີກຄັ້ງໃນບາງປະເທດ. ໃນບາງປະເທດໃນອາຊີ, ພວກເຂົາບໍ່ໄດ້ເອີ້ນມັນວ່າ “ການປະກາດຂ່າວປະເສີດເປັນກຸ່ມ” ແຕ່ເອີ້ນວ່າ “ການເຜີຍແຜ່ຂ່າວປະເສີດໃຫ້ທົ່ວທັງໝູ່ບ້ານ, ໂຮງຮຽນ ແລະ ໂຮງງານ” ແລະ ພວກເຂົາເຖິງກັບເຜີຍແຜ່ຂ່າວປະເສີດໃຫ້ກັບໜ່ວຍງານຂອງລັດຖະບານ, ສະຖານີຕຳຫຼວດ ແລະ ໜ່ວຍງານທະຫານ. ສາກທີ່ຄ້າຍຄືກັນກໍປາກົດຂຶ້ນ: ຫຼາຍຄົນໄດ້ຍອມຮັບຂ່າວປະເສີດ. ມະນຸດຊາດທັງປວງ, ບໍ່ວ່າພວກເຂົາຈະຢູ່ໃນອຸດສາຫະກຳຫຍັງກໍຕາມ, ພວກເຂົາເປັນສ່ວນໜຶ່ງຂອງກຸ່ມໃດ ຫຼື ພວກເຂົາມາຈາກຊົນເຜົ່າໃດກໍຕາມ, ລ້ວນແຕ່ດຳລົງຊີວິດຢູ່ໃນຄວາມມືດ, ຄວາມໝົດຫວັງ ແລະ ຄວາມມຶນງົງສັບສົນ. ພວກເຂົາບໍ່ຮູ້ວ່າຈະດຳລົງຊີວິດແນວໃດ ແລະ ບໍ່ຮູ້ວ່າຈະປະພຶດຕົນແນວໃດ; ມະນຸດຊາດຕ້ອງການຄວາມລອດພົ້ນຂອງພຣະເຈົ້າ. ຄວາມລອດພົ້ນນີ້ບໍ່ແມ່ນພິທີການ ແລະ ມັນບໍ່ແມ່ນພິທີກຳ. ໃນທາງກົງກັນຂ້າມ ການຊ່ວຍຜູ້ຄົນໃຫ້ລອດພົ້ນນັ້ນຈຳເປັນຕ້ອງມີພຣະທຳຂອງພຣະເຈົ້າ, ການນໍາພາໂດຍພຣະທຳຂອງພຣະເຈົ້າ, ການຊີ້ແນະ ແລະ ຄວາມຮູ້ແຈ້ງຈາກພຣະທຳຂອງພຣະເຈົ້າ ແລະ ການທີ່ພຣະເຈົ້າຊົງໃຊ້ພາສາທີ່ຊັດເຈນເພື່ອຊີ້ບອກທິດທາງ ແລະ ເສັ້ນທາງໃຫ້ກັບຜູ້ຄົນ, ພ້ອມທັງສອນຜູ້ຄົນວ່າຈະປະພຶດຕົນແນວໃດ, ຈະເປັນຄົນປະເພດໃດ, ຈະຍ່າງໃນເສັ້ນທາງແບບໃດ ແລະ ຄວນປະຕິບັດຕາມຫຼັກການຫຍັງສຳລັບແຕ່ລະເລື່ອງທີ່ພວກເຂົາພົບພໍ້. ມະນຸດຊາດນີ້ຕ້ອງການຄວາມຈິງເຫຼົ່ານີ້ຫຼາຍ. ສະນັ້ນ, ເມື່ອຜູ້ຄົນທີ່ເທດສອນຂ່າວປະເສີດໄດ້ເຜີຍແຜ່ມັນໃຫ້ທົ່ວທັງໝູ່ບ້ານ, ຕົວເມືອງ, ໂຮງຮຽນ, ໂຮງງານ, ໜ່ວຍງານທະຫານ ແລະ ສະຖານີຕຳຫຼວດ, ພວກເຂົາໄດ້ອ່ານພຣະທຳບາງຂໍ້ທີ່ກ່ຽວຂ້ອງຂອງພຣະເຈົ້າອອກສຽງດັງ ແລະ ຍັງໄດ້ເປັນພະຍານເຖິງສາມຂັ້ນຕອນຂອງວຽກງານຂອງພຣະເຈົ້າ. ຜູ້ຮັບຂ່າວປະເສີດສ່ວນໃຫຍ່ເຕັມໃຈທີ່ຈະຟັງ ແລະ ຍອມຮັບ ແລະ ພວກເຂົາຍັງຕ້ອງການເຂົ້າຮ່ວມໃນຊີວິດຄຣິສຕະຈັກ. ພຽງແຕ່ວ່າເງື່ອນໄຂຂອງພວກເຂົາໃນເວລານັ້ນບໍ່ເອື້ອອຳນວຍ; ພວກເຂົາຈຶ່ງຢູ່ພາຍໃຕ້ຂໍ້ຈຳກັດບາງຢ່າງ. ແຕ່ເມື່ອຕັດສິນຈາກປາກົດການເຫຼົ່ານີ້ທີ່ເກີດຂຶ້ນໃນລະຫວ່າງການເຜີຍແຜ່ຂ່າວປະເສີດ, ມະນຸດຊາດນີ້ດຳລົງຊີວິດທີ່ໜ້າສົມເພດ ແລະ ໜ້າສົງສານເປັນພິເສດ ແລະ ພວກເຂົາຕ້ອງການການຊີ້ແນະໂດຍພຣະທຳຂອງພຣະເຈົ້າ. ມີພຽງແຕ່ພຣະທຳຂອງພຣະເຈົ້າເທົ່ານັ້ນທີ່ສາມາດໃຫ້ທິດທາງ ແລະ ເປົ້າໝາຍແກ່ພວກເຂົາ, ເຮັດໃຫ້ພວກເຂົາສາມາດດຳລົງຊີວິດໄດ້ດີຂຶ້ນ ແລະ ເຮັດໃຫ້ພວກເຂົາສາມາດສືບຕໍ່ຢູ່ລອດໄດ້, ບໍ່ຕ້ອງທົນທຸກກັບການທໍລະມານຂອງຊາຕານ ຫຼື ຂອງກະແສທີ່ຊົ່ວຮ້າຍອີກຕໍ່ໄປ. ຖ້າມະນຸດຊາດທັງປວງຍອມຮັບພຣະທຳເຫຼົ່ານີ້ຂອງພຣະເຈົ້າ ແລະ ຍອມຮັບການສະໜອງຂອງພຣະເຈົ້າ ແລະ ການຊີ້ແນະໂດຍພຣະທຳຂອງພຣະເຈົ້າຈາກພຣະອົງ, ແລ້ວບອກເຮົາມາເບິ່ງວ່າ ພວກເຂົາຈະບໍ່ດຳລົງຊີວິດຢ່າງມີຄວາມສຸກຫຼາຍບໍ? (ແມ່ນແລ້ວ.) ສິ່ງໜຶ່ງທີ່ແນ່ນອນກໍຄື: ຖ້າມະນຸດຊາດນີ້ຍອມຮັບການສະໜອງ ແລະ ການຊີ້ແນະໂດຍພຣະທຳຂອງພຣະເຈົ້າ, ພວກເຂົາກໍຈະດຳລົງຊີວິດຢູ່ທ່າມກາງພອນຂອງພຣະເຈົ້າ ແລະ ບໍ່ຕ້ອງທົນທຸກກັບການທໍລະມານຂອງຊາຕານອີກຕໍ່ໄປ ແລະ ຈຸດຈົບຂອງພວກເຂົາກໍຈະແຕກຕ່າງຈາກຈຸດຈົບຂອງມະນຸດຊາດທີ່ເສື່ອມຊາມໃນປັດຈຸບັນນີ້. ມັນບໍ່ເປັນແບບນີ້ບໍ? (ແມ່ນແລ້ວ.) ພວກເຈົ້າເຄີຍໄດ້ຍິນບາງສິ່ງກ່ຽວກັບສະຖານະການເຫຼົ່ານີ້ທີ່ກ່ຽວຂ້ອງກັບການເທດສອນຂ່າວປະເສີດບໍ? (ເຄີຍ.) ສຳລັບຜູ້ຄົນທີ່ເຊື່ອໃນພຣະເຈົ້າມາຫຼາຍປີ, ຫຼັງຈາກທີ່ພວກເຂົາໄດ້ອ່ານພຣະທຳເຫຼົ່ານີ້ຂອງພຣະເຈົ້າມາເປັນເວລາດົນນານ, ພວກເຂົາພຽງແຕ່ຮູ້ສຶກໃນໃຈຂອງພວກເຂົາວ່າ “ສິ່ງເຫຼົ່ານີ້ຄືພຣະທຳຂອງພຣະເຈົ້າ, ພຣະທຳເຫຼົ່ານີ້ດີ ແລະ ພຣະທໍາເຫຼົ່ານີ້ຄືຄວາມຈິງ” ໂດຍບໍ່ຮູ້ສຶກຕື່ນເຕັ້ນຫຼາຍປານໃດ. ແຕ່ສຳລັບຜູ້ທີ່ຫາກໍໄດ້ຍິນພຣະທຳເຫຼົ່ານີ້, ພວກເຂົາຮູ້ສຶກເຖິງການຫຼໍ່ລ້ຽງຢູ່ເລິກໆໃນໃຈຂອງພວກເຂົາ, ຄືກັບປາທີ່ຫາທາງກັບຄືນສູ່ສາຍນໍ້າ. ມີສຸພາສິດໜຶ່ງທີ່ວ່າ “ຄືກັບຝົນຕົກໃສ່ດິນທີ່ແຫ້ງແລ້ງມາເປັນເວລາດົນນານ”, ນີ້ຄືຄວາມຮູ້ສຶກຂອງພວກເຂົາຢ່າງແທ້ຈິງ . ສະນັ້ນ, ຫຼາຍຄົນຈຶ່ງເຕັມໃຈທີ່ຈະຍອມຮັບພຣະທຳຂອງພຣະເຈົ້າຫຼັງຈາກທີ່ໄດ້ຍິນພຣະທຳເຫຼົ່ານັ້ນ. ນັກຮຽນໃນໂຮງຮຽນ, ເຈົ້າໜ້າທີ່ຕຳຫຼວດ ແລະ ຫົວໜ້າຕຳຫຼວດໃນສະຖານີຕຳຫຼວດ ແລະ ເຈົ້າໜ້າທີ່ລັດຖະບານລ້ວນແຕ່ເຕັມໃຈທີ່ຈະຍອມຮັບພຣະທຳເຫຼົ່ານັ້ນ. ເຖິງກັບມີສິດຍາພິບານໃນໂລກສາສະໜາທີ່ນໍາພາໃນການຍອມຮັບພຣະທຳເຫຼົ່ານັ້ນ ໂດຍນຳພາເພື່ອນນັກບວດ ແລະ ຜູ້ເຊື່ອບາງຄົນເຂົ້າມາໃນຄຣິສຕະຈັກ. ບໍ່ວ່າເຈົ້າຈະເບິ່ງມັນແນວໃດກໍຕາມ, ພຣະທຳທີ່ກ່າວອອກມາ ແລະ ຄວາມຈິງທີ່ສະແດງອອກໂດຍພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ບໍ່ພຽງແຕ່ສາມາດສະໜອງຄວາມຕ້ອງການຂອງມະນຸດຊາດເທົ່ານັ້ນ ແຕ່ຍັງປ່ຽນແປງຊະຕາກຳຂອງພວກເຂົາອີກດ້ວຍ. ສະນັ້ນ, ຄວາມຈິງທີ່ກ່ຽວຂ້ອງກັບການຮູ້ຈັກພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈຶ່ງສຳຄັນຫຼາຍ ແລະ ການຮູ້ຈັກພຣະອົງກໍເປັນສ່ວນໜຶ່ງຂອງການຮູ້ຈັກພຣະເຈົ້າ; ບໍ່ມີຂໍ້ສົງໄສກ່ຽວກັບເລື່ອງນີ້. ພວກເຈົ້າໄດ້ຮູ້ຈັກສິ່ງເຫຼົ່ານີ້ແລ້ວບໍ? (ຜ່ານການທີ່ພຣະເຈົ້າໂອ້ລົມແບບນີ້, ພວກເຮົາກໍໄດ້ຮູ້ຈັກສິ່ງເຫຼົ່ານີ້ໃນລະດັບໜຶ່ງ. ໃນອະດີດ, ຄວາມຮູ້ຂອງພວກເຮົາກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງລ້ວນແຕ່ເປັນຫຼັກຄຳສອນ; ພວກເຮົາຮູ້ວ່າພຣະເຈົ້າມີອຳນາດສູງສຸດເໜືອທຸກສິ່ງ ແຕ່ພວກເຮົາບໍ່ເຫັນຂໍ້ເທັດຈິງ. ຫຼັງຈາກການໂອ້ລົມຂອງພຣະເຈົ້າ, ມັນກໍແຈ່ມແຈ້ງຂຶ້ນສຳລັບພວກເຮົາ.) ຕອນນີ້ເມື່ອມັນແຈ່ມແຈ້ງຂຶ້ນສຳລັບພວກເຈົ້າແລ້ວ, ພວກເຈົ້າມີຄວາມເຊື່ອຫຼາຍຂຶ້ນບໍ? (ມີ.) ຖ້າມື້ໜຶ່ງໃນຄຣິສຕະຈັກທ້ອງຖິ່ນຂອງເຈົ້າ ຄົນສ່ວນໃຫຍ່ເກີດມີຄວາມສົງໄສກ່ຽວກັບພຣະເຈົ້າ, ບໍ່ກ້າທີ່ຈະເຊື່ອອີກຕໍ່ໄປ ແລະ ສູນເສຍຄວາມເຊື່ອຂອງພວກເຂົາ ຍ້ອນການຂົ່ມເຫັງຂອງລັດຖະບານ ແລະ ການປະຕິເສດຂອງໂລກ, ເຫຼືອພຽງແຕ່ເຈົ້າຄົນດຽວ ແລະ ຍິ່ງໄປກວ່ານັ້ນ ຍັງມີອີກຫຼາຍຄົນຕັດສິນ ແລະ ປະນາມເຈົ້າໂດຍເວົ້າວ່າ “ສິ່ງທີ່ພວກເຈົ້າເຊື່ອແມ່ນມະນຸດຄົນໜຶ່ງ; ເຈົ້າຖືກເຮັດໃຫ້ຫຼົງຜິດແລ້ວ”, ເຈົ້າຈະເຮັດແນວໃດ? (ຂ້ອຍຈະບໍ່ສົນໃຈພວກເຂົາ ແລະ ສືບຕໍ່ເຊື່ອ.) ເຈົ້າຈະໄດ້ຮັບຜົນກະທົບບໍ? ເຈົ້າຈະຮູ້ສຶກໂດດດ່ຽວບໍ? ເຈົ້າຈະເກີດມີຄວາມສົງໄສເຊັ່ນກັນບໍໂດຍຄິດໃນໃຈວ່າ “ແລ້ວຫຼາຍຄົນໃນໂລກນີ້ບໍ່ເຊື່ອ; ຄວາມເຊື່ອຂອງຂ້ອຍຖືກຕ້ອງແທ້ໆບໍ? ຂ້ອຍສາມາດໄດ້ຮັບຫຍັງແດ່ຈາກການສືບຕໍ່ເຊື່ອແບບນີ້? ຂ້ອຍຈະມີຈຸດຈົບ ແລະ ຈຸດໝາຍປາຍທາງທີ່ດີບໍ?” ພວກເຈົ້າຈະຄິດແບບນີ້ບໍ? (ເມື່ອເຫັນແລ້ວວ່າຕອນນີ້ພຣະທຳຫຼາຍຂໍ້ຂອງພຣະເຈົ້າໄດ້ສຳເລັດ ແລະ ເປັນຈິງແລ້ວ, ພວກເຮົາກໍຈະບໍ່ມີຄວາມຄິດເຫຼົ່ານີ້ ແຕ່ບາງຄັ້ງພວກເຮົາກໍຍັງມີຄວາມອ່ອນແອບາງຢ່າງ.) ຄວາມອ່ອນແອບໍ່ແມ່ນສິ່ງທີ່ໜ້າຢ້ານ. ຖ້າເຈົ້າສາມາດໝັ້ນໃຈໃນສິ່ງນັ້ນໄດ້, ມີຈຸດໜຶ່ງທີ່ຈະປ້ອງກັນບໍ່ໃຫ້ເຈົ້າສະດຸດລົ້ມຍ້ອນຄວາມອ່ອນແອນີ້. ເຈົ້າຕ້ອງຈື່ຈຸດນີ້ໄວ້: ບໍ່ວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈະປົກກະຕິ ແລະ ສຳພັນກັບຊີວິດຈິງສໍ່າໃດກໍຕາມ, ເຖິງແມ່ນວ່າເຈົ້າຈະເຫັນສິ່ງທີ່ເຈົ້າຖືວ່າເປັນຂໍ້ບົກພ່ອງ ແລະ ຄວາມບໍ່ພຽງພໍໃນພຣະອົງ ຫຼື ເຖິງແມ່ນວ່າເຈົ້າຈະໄດ້ຍິນຂ່າວລືທີ່ບໍ່ມີມູນຄວາມຈິງບາງຢ່າງ ຫຼື ເຈົ້າຮູ້ວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງເຄີຍເຈັບປ່ວຍ ແລະ ມີການສະແດງອອກເຖິງຄວາມເຈັບປວດ ແລະ ຄວາມອ່ອນແອ, ບໍ່ມີຫຍັງໃນບັນດາສິ່ງເຫຼົ່ານີ້ທີ່ເປັນບັນຫາ. ບໍ່ວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈະປົກກະຕິ ແລະ ສຳພັນກັບຊີວິດຈິງສໍ່າໃດກໍຕາມ, ບໍ່ວ່າພຣະອົງຈະທຳມະດາສໍ່າໃດກໍຕາມ ແລະ ບໍ່ວ່າລັກສະນະພາຍນອກຂອງພຣະອົງຈະເປັນແນວໃດກໍຕາມ, ພຽງແຕ່ຍຶດໝັ້ນໃນສິ່ງດຽວຢ່າງໜັກແໜ້ນ ເຊິ່ງນັ້ນກໍຄື ພຣະອົງຄືຄວາມຈິງ, ຫົນທາງ ແລະ ຊີວິດ. ນີ້ຄືເຫດຜົນຂອງເຈົ້າໃນການຕິດຕາມພຣະອົງ ແລະ ມັນຍັງເປັນພື້ນຖານຂອງຄວາມເຊື່ອໃນພຣະເຈົ້າຂອງເຈົ້າອີກດ້ວຍ. ຖ້າເຈົ້າສາມາດໝັ້ນໃຈໃນຈຸດນີ້ໄດ້, ນັ້ນກໍພຽງພໍແລ້ວ ແລະ ເຈົ້າຈະບໍ່ມີວັນເສຍໃຈ. ເຈົ້າຕິດຕາມພຣະອົງໂດຍບໍ່ມີເຫດຜົນອື່ນໃດນອກຈາກຍ້ອນວ່າພຣະອົງຄືຄວາມຈິງ, ຫົນທາງ ແລະ ຊີວິດ; ພຣະອົງສາມາດນຳພາເຈົ້າມາຢູ່ຕໍ່ໜ້າພຣະເຈົ້າ, ພຣະອົງສາມາດເປັນຕົວແທນຂອງພຣະເຈົ້າ ແລະ ພຣະອົງຄືການປາກົດຕົວຂອງພຣະເຈົ້າ, ການສະແດງອອກຂອງພຣະເຈົ້າ ແລະ ເປັນຜູ້ທີ່ໄດ້ຮັບມອບໝາຍໃຫ້ເຮັດວຽກງານຂອງພຣະເຈົ້າເທິງແຜ່ນດິນໂລກ. ມັນເປັນສິ່ງທີ່ຖືກຕ້ອງແລ້ວທີ່ເຈົ້າຕິດຕາມພຣະອົງ. ໃນການຕິດຕາມພຣະອົງ, ເຈົ້າບໍ່ໄດ້ກຳລັງຕິດຕາມຄົນໆໜຶ່ງ ແຕ່ກຳລັງຕິດຕາມພຣະເຈົ້າ. ເຈົ້າເປັນຜູ້ຕິດຕາມພຣະເຈົ້າ, ເປັນໜຶ່ງໃນແກະຂອງພຣະເຈົ້າ; ເຈົ້າບໍ່ໄດ້ຍ່າງໃນເສັ້ນທາງທີ່ຜິດ. ໃນການຕິດຕາມພຣະອົງ, ເຈົ້າຈະບໍ່ມີວັນຍ່າງໃນເສັ້ນທາງທີ່ຜິດ ແລະ ຈະບໍ່ມີວັນຫຼົງທາງ. ໃນການຕິດຕາມພຣະອົງ, ເຈົ້າເປັນສິ່ງທີ່ຖືກສ້າງຂອງພຣະເຈົ້າ; ເຈົ້າບໍ່ສາມາດຜິດພາດຈັກເທື່ອໃນການຕິດຕາມພຣະອົງ. ຫຼັງຈາກທີ່ເຈົ້າໝັ້ນໃຈໃນສິ່ງນີ້ແລ້ວ, ພື້ນຖານຄວາມເຊື່ອຂອງເຈົ້າໃນພຣະເຈົ້າກໍຖືກວາງລົງ. ບໍ່ວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈະເບິ່ງຄືວ່າປົກກະຕິ ແລະ ສຳພັນກັບຊີວິດຈິງສໍ່າໃດສຳລັບເຈົ້າກໍຕາມ, ບໍ່ວ່າເຈົ້າຈະໄດ້ຍິນຂ່າວລືທີ່ບໍ່ມີມູນຄວາມຈິງ ຫຼື ຄວາມຄິດທີ່ຜິດພ້ຽນໃດໆກໍຕາມ ຫຼື ບໍ່ວ່າເຈົ້າຈະຍັງມີຄວາມຄິດຫຼົງຜິດໃດໆທີ່ຍັງບໍ່ໄດ້ຮັບການແກ້ໄຂກໍຕາມ, ບໍ່ມີຫຍັງໃນບັນດາສິ່ງເຫຼົ່ານີ້ທີ່ສຳຄັນ. ເຖິງແມ່ນວ່າເຈົ້າຈະມີຄວາມອ່ອນແອ ແລະ ຄວາມເຈັບປວດ, ນັ້ນກໍບໍ່ສຳຄັນເຊັ່ນກັນ. ຕາບໃດທີ່ເຈົ້າມີຄວາມເຊື່ອທີ່ແທ້ຈິງ, ຕາບໃດທີ່ເຈົ້າສາມາດສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາໃດກໍຕາມທີ່ເຈົ້າພົບພໍ້ ແລະ ເຈົ້າບໍ່ເຄີຍປະຖິ້ມພຣະເຈົ້າໃນເວລາໃດກໍຕາມ, ໃນທີ່ສຸດ ເຈົ້າກໍຈະເປັນຜູ້ທີ່ຖືກຮັບເອົາໂດຍພຣະເຈົ້າຢ່າງແນ່ນອນ, ເປັນມະນຸດຊາດໃໝ່ຄົນໜຶ່ງທີ່ເຂົ້າສູ່ຍຸກຕໍ່ໄປ ແລະ ເຈົ້າຈະເປັນຜູ້ທີ່ໄດ້ຮັບພອນ. ສະນັ້ນ, ຕະຫຼອດເວລາ, ເຈົ້າຕ້ອງບໍ່ໄດ້ຮັບອິດທິພົນຈາກສະພາບແວດລ້ອມພາຍນອກ, ຈາກຄຳເວົ້າໃດໆ, ຈາກຄົນໃດກໍຕາມທີ່ເຈົ້າຖືວ່າເປັນບຸກຄົນທີ່ຍິ່ງໃຫຍ່ ຫຼື ຄົນທີ່ມີຊື່ສຽງ ຫຼື ຈາກຄົນໃດກໍຕາມທີ່ເຈົ້າເຄົາລົບບູຊາ. ສິ່ງດຽວທີ່ເຈົ້າຕ້ອງເຮັດກໍຄື ເຊື່ອຢ່າງໜັກແໜ້ນວ່າ ຜູ້ທີ່ເປັນຄວາມຈິງ, ຫົນທາງ ແລະ ຊີວິດນັ້ນຄືພຣະເຈົ້າເອງ, ນັ້ນກໍພຽງພໍແລ້ວ.
ສິ່ງທີ່ພວກເຮົາໄດ້ໂອ້ລົມມື້ກີ້ນີ້ຄືຄວາມສຳຄັນຂອງຄວາມຈິງທີ່ກ່ຽວຂ້ອງກັບການຮູ້ຈັກພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ຍ້ອນວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງສາມາດເປັນຕົວແທນຂອງພຣະເຈົ້າເອງໄດ້ຢ່າງຄົບຖ້ວນໃນການເຮັດວຽກງານຂອງພຣະເຈົ້າເອງ, ແລ້ວໂດຍທຳມະຊາດ ອິດທິພົນຂອງພຣະທຳທີ່ພຣະອົງກ່າວ ແລະ ວຽກງານທີ່ພຣະອົງເຮັດຕໍ່ມະນຸດຊາດທັງປວງກໍຈະຄ່ອຍໆເກີດຂຶ້ນ ແລະ ເຈົ້າກໍຈະຄ່ອຍໆເຫັນເຊັ່ນກັນ. ບໍ່ວ່າຈະແມ່ນຫຍັງກໍຕາມ, ວຽກງານທີ່ເຮັດໂດຍພຣະເຈົ້າທີ່ບັງເກີດເປັນເນື້ອໜັງກໍຄືວຽກງານທີ່ເຮັດໂດຍພຣະເຈົ້າເອງ ແລະ ພຣະທຳທີ່ພຣະອົງສະແດງກໍຄືພຣະທຳທີ່ສະແດງໂດຍພຣະເຈົ້າເອງ. ນັ້ນກໍຄື ບໍ່ວ່າຮູບລັກສະນະ ຫຼື ຮູບລັກສະນະພາຍນອກຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈະເປັນແນວໃດກໍຕາມ, ພຣະອົງກໍສາມາດເປັນຕົວແທນຂອງພຣະເຈົ້າເອງໄດ້ຢ່າງສົມບູນ. ສະນັ້ນ, ການຮູ້ຈັກພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈຶ່ງເປັນສ່ວນໜຶ່ງຂອງການຮູ້ຈັກພຣະເຈົ້າເຊັ່ນກັນ ແລະ ເຈົ້າບໍ່ຄວນເບິ່ງຂ້າມຄວາມຈິງໃນດ້ານນີ້. ຖ້າເຈົ້າຕ້ອງການຮູ້ຈັກພຣະເຈົ້າ ແລະ ຮູ້ຈັກພຣະເຈົ້າໃນສະຫວັນ ແລະ ຖ້າເຈົ້າຕ້ອງການປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງເຈົ້າກ່ຽວກັບພຣະເຈົ້າໃນສະຫວັນ, ແລ້ວກ່ອນອື່ນ ເຈົ້າຕ້ອງຮູ້ຈັກພຣະເຈົ້າເທິງແຜ່ນດິນໂລກ, ຮູ້ຈັກພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງເຈົ້າກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ການເຮັດເຊັ່ນນັ້ນສາມາດຊ່ວຍໄດ້ຫຼາຍຍິ່ງຂຶ້ນໃນການເພີ່ມຄວາມເຊື່ອຂອງພຣະເຈົ້າໃນພຣະເຈົ້າ ແລະ ເຮັດໃຫ້ພື້ນຖານຂອງເຈົ້າໃນຖານະຜູ້ຕິດຕາມພຣະເຈົ້າໜັກແໜ້ນຂຶ້ນ. ຕາບໃດທີ່ເຈົ້າໝັ້ນໃຈວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງຄືພຣະເຈົ້າເອງ ແລະ ພຣະອົງຄືຄວາມຈິງ, ຫົນທາງ ແລະ ຊີວິດ, ແລ້ວເຈົ້າກໍຈະບໍ່ຖືວ່າພຣະອົງເປັນຄົນໆໜຶ່ງ. ຍິ່ງເຈົ້າຕິດຕາມພຣະອົງ ແລະ ມີປະສົບການກັບພຣະທຳ ແລະ ວຽກງານຂອງພຣະອົງຫຼາຍສໍ່າໃດ, ເຈົ້າກໍຈະຍິ່ງຮູ້ສຶກວ່າ “ຄົນທຳມະດາຜູ້ນີ້ບໍ່ທຳມະດາ. ພຣະອົງບໍ່ແມ່ນຄົນທຳມະດາໃນຄວາມໝາຍທີ່ແທ້ຈິງຂອງຄຳນີ້; ກົງກັນຂ້າມ ພຣະອົງເປັນຄົນທຳມະດາທີ່ມີແກ່ນແທ້ຂອງພຣະເຈົ້າ”. ຫຼັງຈາກທີ່ເຈົ້າຮັບຮູ້ສິ່ງນີ້, ເຈົ້າຈະບໍ່ຖືວ່າພຣະອົງເປັນມະນຸດຊາດທີ່ເສື່ອມຊາມທຳມະດາຄົນໜຶ່ງ ແຕ່ຈະປະຕິບັດຕໍ່ພຣະອົງວ່າເປັນບຸກຄົນທີ່ມີອັດຕະລັກ ແລະ ແກ່ນແທ້ຂອງພຣະເຈົ້າ. ສິ່ງນີ້ຈະແຕກຕ່າງຈາກວິທີທີ່ເຈົ້າປະຕິບັດຕໍ່ມະນຸດຊາດທີ່ເສື່ອມຊາມທຳມະດາຄົນໜຶ່ງ ໂດຍໃຊ້ປັດຊະຍາການດໍາລົງຊີວິດທາງໂລກ ແລະ ວິທີການຈັດການກັບສິ່ງຕ່າງໆທີ່ມີຢູ່ໃນທ່າມກາງຜູ້ຄົນ; ກົງກັນຂ້າມ ເຈົ້າຈະປະຕິບັດຕໍ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງໃນລັກສະນະທີ່ເຈົ້າຈະປະຕິບັດຕໍ່ພຣະເຈົ້າ. ໂດຍການປະຕິບັດຕໍ່ບຸດມະນຸດທີ່ບັງເກີດເປັນເນື້ອໜັງຜູ້ນີ້ແບບນີ້, ເຈົ້າກໍສາມາດມາຮູ້ຈັກພຣະອົງໄດ້. ເມື່ອເຈົ້າປະຕິບັດຕໍ່ພຣະອົງໃນລັກສະນະທີ່ພຣະເຈົ້າຮຽກຮ້ອງ, ເຈົ້າບໍ່ຈຳເປັນຕ້ອງຢ້ານກົວ ແລະ ກັງວົນ ແລະ ບໍ່ຈຳເປັນຕ້ອງລະມັດລະວັງຈົນເກີນໄປ, ແຮງໄກທີ່ເຈົ້າຈະຕ້ອງລະແວດລະແວງ. ກົງກັນຂ້າມ ເຈົ້າຄວນປະຕິບັດຕໍ່ພຣະອົງດ້ວຍວິທີການ ແລະ ທັດສະນະຄະຕິທີ່ຖືກຕ້ອງທີ່ສຸດສຳລັບການປະຕິບັດຕໍ່ພຣະເຈົ້າ. ແນ່ນອນວ່າ ວິທີການປະຕິບັດຕໍ່ພຣະອົງແບບນີ້ກໍເປັນວິທີທີ່ສິ່ງທີ່ຖືກສ້າງຄວນປະຕິບັດຕໍ່ພຣະເຈົ້າເຊັ່ນກັນ. ວິທີການປະຕິບັດຕໍ່ພຣະເຈົ້າທີ່ພວກເຮົາໄດ້ກ່າວເຖິງກ່ອນໜ້ານີ້ແມ່ນຫຍັງ? ພວກເຈົ້າຍັງຈື່ໄດ້ບໍ? (ຂໍ້ທີໜຶ່ງຄືການເປີດເຜີຍ ແລະ ຊື່ສັດ, ຂໍ້ທີສອງຄືການສະແດງຄວາມເຄົາລົບ ແລະ ຂໍ້ທີສາມຄືການເຊື່ອຟັງພຣະທຳຂອງພຣະອົງ.) ການເປີດເຜີຍ ແລະ ຊື່ສັດ, ການສະແດງຄວາມເຄົາລົບ ແລະ ການເຊື່ອຟັງພຣະທຳຂອງພຣະອົງ, ສິ່ງເຫຼົ່ານີ້ຄືສາມວິທີການ. ເຈົ້າເຫັນບໍວ່າ ສາມວິທີການນີ້ລວມແລ້ວມີພຽງບໍ່ເທົ່າໃດຄຳ. ເບິ່ງຈາກພາຍນອກແລ້ວ ພວກມັນເບິ່ງຄືວ່າບັນລຸໄດ້ງ່າຍຫຼາຍ ແຕ່ຖ້າຈຸດຢືນທີ່ເຈົ້າຢືນຢູ່ນັ້ນຜິດ ແລະ ທັດສະນະຄະຕິຂອງເຈົ້າຜິດ, ພວກມັນກໍຍາກຫຼາຍທີ່ຈະບັນລຸໄດ້. ເຈົ້າເຫັນບໍວ່າ ພວກມັນເຂົ້າໃຈງ່າຍຕາມຕົວອັກສອນ ແຕ່ບໍ່ໄດ້ບັນລຸງ່າຍໆ. ບອກເຮົາມາເບິ່ງວ່າ ຖ້າຜູ້ຄົນບໍ່ສາມາດບັນລຸການເປີດເຜີຍ ແລະ ຊື່ສັດ, ການສະແດງຄວາມເຄົາລົບ ແລະ ການເຊື່ອຟັງພຣະທຳຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງໄດ້, ພວກເຂົາຈະສາມາດບັນລຸສິ່ງນີ້ກັບພຣະເຈົ້າໃນສະຫວັນໄດ້ບໍ? (ບໍ່ໄດ້.) ເປັນຫຍັງຈຶ່ງບໍ່ໄດ້? (ເພາະວ່າຖ້າຜູ້ຄົນບໍ່ມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ, ພວກເຂົາກໍຈະປະຕິບັດຕໍ່ພຣະເຈົ້າໂດຍອີງໃສ່ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາ.) ສິ່ງນີ້ຖືກກຳນົດໂດຍແກ່ນແທ້ ແລະ ອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ. ມັນບໍ່ມີຫຍັງກ່ຽວຂ້ອງກັບວິທີທີ່ເຈົ້າຢັບຢັ້ງຕົນເອງຢູ່ພາຍໃນ ຫຼື ຄວາມປາຖະໜາປະເພດໃດທີ່ເຈົ້າມີ; ຖ້າອຸປະນິໄສທີ່ເສື່ອມຊາມຂອງເຈົ້າບໍ່ໄດ້ຮັບການແກ້ໄຂ, ມັນກໍຈະຍາກຫຼາຍທີ່ຈະປະຕິບັດຕໍ່ພຣະເຈົ້າດ້ວຍສາມວິທີນີ້. ຖ້າເຈົ້າແກ້ໄຂອຸປະນິໄສທີ່ເສື່ອມຊາມບາງຢ່າງຂອງເຈົ້າ ແລະ ເຈົ້າຍັງມີຄວາມເຂົ້າໃຈ ແລະ ຄວາມຮູ້ພື້ນຖານກ່ຽວກັບພຣະເຈົ້າ, ເຈົ້າກໍຈະສາມາດບັນລຸສິ່ງນີ້ໄດ້ບາງສ່ວນ ແລະ ຈະສາມາດຢືນຢູ່ໃນຈຸດຢືນທີ່ເໝາະສົມຂອງເຈົ້າໃນຖານະສິ່ງທີ່ຖືກສ້າງ ແລະ ປະຕິບັດຕໍ່ພຣະອົງຈາກຈຸດຢືນນີ້. ເພື່ອບັນລຸສາມຈຸດນີ້, ດ້ານໜຶ່ງ ເຈົ້າຕ້ອງແກ້ໄຂອຸປະນິໄສທີ່ເສື່ອມຊາມບາງຢ່າງ ແລະ ເຮັດໃຫ້ຄວາມມີເຫດຜົນຂອງເຈົ້າໄດ້ຮັບການຟື້ນຟູໃນລະດັບໜຶ່ງ; ແລະ ອີກດ້ານໜຶ່ງ ເຈົ້າຕ້ອງມີຄວາມຮູ້ບາງຢ່າງກ່ຽວກັບພຣະເຈົ້າ. ການບໍ່ຮູ້ຈັກພຣະເຈົ້ານັ້ນໃຊ້ບໍ່ໄດ້, ແມ່ນບໍ? (ແມ່ນແລ້ວ.) ການປະຕິບັດຕໍ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງກໍເປັນແບບນີ້ ແລະ ແນ່ນອນວ່າ ການປະຕິບັດຕໍ່ພຣະເຈົ້າໃນສະຫວັນກໍເປັນແບບນີ້ເຊັ່ນກັນ. ຖ້າເຈົ້າບໍ່ສາມາດບັນລຸສາມຈຸດນີ້ໃນລັກສະນະທີ່ເຈົ້າປະຕິບັດຕໍ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງໄດ້, ແລ້ວມັນກໍບໍ່ຈຳເປັນຕ້ອງເວົ້າເລີຍວ່າ ເຈົ້າບໍ່ສາມາດບັນລຸພວກມັນໃນລັກສະນະທີ່ເຈົ້າປະຕິບັດຕໍ່ພຣະເຈົ້າໃນສະຫວັນໄດ້. ເຈົ້າບໍ່ສາມາດເຫັນ, ໄດ້ຍິນ ຫຼື ຈັບໃຈຄວາມວຽກງານ ແລະ ພຣະທຳຂອງພຣະເຈົ້າໃນສະຫວັນໄດ້; ຖ້າເຈົ້າເວົ້າວ່າເຈົ້າສາມາດອ່ອນນ້ອມຕໍ່ພຣະເຈົ້າໄດ້, ນັ້ນກໍເປັນພຽງຄຳເວົ້າທີ່ຫວ່າງເປົ່າ. ຈົ່ງເບິ່ງມະນຸດຊາດໃນຍຸກທຳອິດ: ພຣະເຈົ້າບອກໃຫ້ພວກເຂົາຖວາຍເຄື່ອງບູຊາ, ໃຫ້ຖວາຍໜຶ່ງໃນສິບຂອງຜົນລະປູກທີ່ເກັບກ່ຽວໄດ້ໃນແຕ່ລະປີ. ຜູ້ຄົນເຂົ້າໃຈໃນໃຈຂອງພວກເຂົາວ່າ ພວກເຂົາຕ້ອງໃຫ້ໃນສິ່ງທີ່ພຣະເຈົ້າຮຽກຮ້ອງ ແຕ່ເມື່ອຮອດເວລາທີ່ຈະຖວາຍສິ່ງນັ້ນແດ່ພຣະເຈົ້າ, ພວກເຂົາກໍບໍ່ຢາກມອບມັນໃຫ້ພຣະອົງ. ພວກເຂົາເຖິງກັບຢາກເອົາມັນກັບຄືນມາຫຼັງຈາກທີ່ຖວາຍໄປແລ້ວ ໂດຍຄິດໃນໃຈວ່າ “ພຣະອົງບໍ່ໄດ້ປູກພືດ ແລະ ພຣະອົງບໍ່ໄດ້ເຮັດວຽກໜັກເລີຍ, ແລ້ວເປັນຫຍັງພວກເຮົາຈຶ່ງຄວນໃຫ້ສິ່ງນີ້ແກ່ພຣະອົງ?”. ເມື່ອພວກເຂົາຖວາຍມັນ, ພວກເຂົາກໍບໍ່ເຕັມໃຈ, ພວກເຂົາຮູ້ສຶກບໍ່ສະບາຍໃຈຢູ່ພາຍໃນ ແລະ ພວກເຂົາເລີ່ມໃຈຮ້າຍ. ນີ້ຄືການສະແດງຄວາມເຄົາລົບບໍ? ພວກເຂົາບໍ່ສາມາດບັນລຸມັນໄດ້, ແມ່ນບໍ? ສະນັ້ນ, ມັນຈຶ່ງບໍ່ໄດ້ງ່າຍຂະໜາດນັ້ນທີ່ຈະເຄົາລົບພຣະເຈົ້າ ແລະ ເຊື່ອຟັງພຣະທຳຂອງພຣະອົງ; ຖ້າອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນບໍ່ໄດ້ຮັບການແກ້ໄຂ, ພວກເຂົາກໍບໍ່ສາມາດບັນລຸສິ່ງນີ້ໄດ້. ບໍ່ວ່າຈະເປັນແນວໃດກໍຕາມ, ເພື່ອປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງເຈົ້າກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ກ່ອນອື່ນໝົດ ເຈົ້າຕ້ອງມີຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບແກ່ນແທ້ຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ຄວາມຈິງຕ່າງໆທີ່ກ່ຽວຂ້ອງກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ແກ້ໄຂຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງເຈົ້າເອງ. ມີພຽງແຕ່ເມື່ອນັ້ນເອງ ເຈົ້າຈຶ່ງຈະສາມາດຮັບເອົາຄວາມຈິງໃນດ້ານເຫຼົ່ານີ້ທີ່ກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງໄດ້ຢ່າງແທ້ຈິງ ແລະ ຮູ້ຈັກອັດຕະລັກ ແລະ ແກ່ນແທ້ຂອງພຣະເຈົ້າໄດ້ຢ່າງແທ້ຈິງ; ແລະ ຫຼັງຈາກນັ້ນເອງ ເຈົ້າຈຶ່ງຈະສາມາດບັນລຸການອ່ອນນ້ອມຕໍ່ພຣະເຈົ້າ ແລະ ຄວາມຢຳເກງພຣະເຈົ້າໄດ້.
ກ່ອນໜ້ານີ້ ພວກເຮົາໄດ້ໂອ້ລົມກ່ຽວກັບການປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຄົນໆໜຶ່ງກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ຫຼັກການທີໜຶ່ງຄືການບໍ່ປຽບທຽບພຣະເຈົ້າທີ່ບັງເກີດເປັນເນື້ອໜັງກັບພຣະເຈົ້າໃນສະຫວັນ ແລະ ຫຼັກການທີສອງຄືການບໍ່ຈັດໃຫ້ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຢູ່ໃນລະດັບດຽວກັນກັບມະນຸດຊາດທີ່ເສື່ອມຊາມ. ເມື່ອໂອ້ລົມກ່ຽວກັບຫຼັກການທີສອງ, ໄດ້ມີການກ່າວເຖິງວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງບໍ່ຫຼອກລວງ, ບໍ່ໂຕ້ແຍ່ງ, ບໍ່ຕໍ່ສູ້, ບໍ່ວາງແຜນຊົ່ວຮ້າຍ, ບໍ່ໂຈມຕີ ຫຼື ບໍ່ແກ້ແຄ້ນ. ພວກເຮົາໄດ້ໂອ້ລົມກ່ຽວກັບສິ່ງທັງໝົດນີ້ມາກ່ອນແລ້ວ. ຕອນນີ້ ພວກເຮົາຈະໂອ້ລົມກັນໃນຫົວຂໍ້ຕໍ່ໄປ ນັ້ນກໍຄື ການບໍ່ລອງໃຈ. ວິທີທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງປະພຶດຕົນ, ວິທີທີ່ພຣະອົງມີປະຕິສຳພັນກັບຜູ້ຄົນ ຫຼື ບາງວິທີທີ່ພຣະອົງເຮັດວຽກງານ ດັ່ງທີ່ຖືກເປີດເຜີຍໂດຍແກ່ນແທ້ອຸປະນິໄສຂອງພຣະອົງນັ້ນ ແມ່ນລວມເຖິງຈຸດນີ້: ການບໍ່ລອງໃຈ. ຄວນເຂົ້າໃຈສິ່ງນີ້ວ່າແນວໃດ? ຄວາມເຂົ້າໃຈຕາມຕົວອັກສອນຂອງຜູ້ຄົນກ່ຽວກັບ “ການບໍ່ລອງໃຈ” ສອດຄ່ອງກັບຂໍ້ເທັດຈິງທີ່ວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງບໍ່ລອງໃຈຜູ້ຄົນ ດັ່ງທີ່ສະແດງອອກໃນວິທີທີ່ພຣະອົງກ່າວ ແລະ ກະທຳບໍ? ຖ້າຄວາມເຂົ້າໃຈຂອງພວກເຂົາຂັດແຍ່ງກັບການສະແດງອອກຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ແລ້ວສິ່ງທີ່ຜູ້ຄົນເຂົ້າໃຈບໍ່ແມ່ນພຽງແຕ່ຄວາມຄິດຫຼົງຜິດຂອງມະນຸດບໍ? ມັນມີຄວາມເປັນໄປໄດ້ສູງທີ່ມັນເປັນພຽງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງມະນຸດ. ສະນັ້ນ ພວກເຮົາໂອ້ລົມກ່ຽວກັບຫົວຂໍ້ນີ້ກັນເທາະ, ນັ້ນກໍຄື “ການບໍ່ລອງໃຈ” ທີ່ຖືກເປີດເຜີຍໂດຍຄວາມເປັນມະນຸດ ແລະ ແກ່ນແທ້ຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ຄວາມເຂົ້າໃຈພື້ນຖານຂອງພວກເຈົ້າກ່ຽວກັບຫົວຂໍ້ນີ້ແມ່ນຫຍັງ? ພວກເຈົ້າຮູ້ບໍວ່າວິທີການກ່າວທີ່ສະໝໍ່າສະເໝີຂອງພຣະເຈົ້າແມ່ນຫຍັງ? ພວກເຈົ້າຄິດອອກແລ້ວບໍວ່າພຣະເຈົ້າໃຊ້ວິທີໃດແດ່ເພື່ອເວົ້າກັບຜູ້ຄົນ ແລະ ພຣະອົງໃຊ້ວິທີໃດແດ່ເພື່ອສະແດງພຣະທຳຂອງພຣະອົງ? (ພຣະເຈົ້າກ່າວໃນວິທີທີ່ຂ້ອນຂ້າງກົງໄປກົງມາ. ວິທີການກ່າວຂອງພຣະເຈົ້າລວມເຖິງການຊ່ວຍເຫຼືອ, ການຊີ້ແນະ ແລະ ການນໍາພາ ພ້ອມກັບການຊີ້ແນະຢ່າງອົດທົນ; ພຣະອົງບໍ່ໄດ້ເຮັດການລອງໃຈໃດໆ.) ການທີ່ພຣະອົງບໍ່ລອງໃຈນັ້ນເປັນສິ່ງທີ່ແນ່ນອນ, ແຕ່ຜູ້ຄົນກໍຍັງບໍ່ເຂົ້າໃຈຢ່າງລະອຽດປານໃດວ່າ “ການບໍ່ລອງໃຈ” ນີ້ໝາຍເຖິງຫຍັງກັນແທ້. ເມື່ອຕັດສິນຈາກຮູບແບບຂອງການສະແດງອອກທາງພາສາ ແລະ ຮູບແບບພາສາທີ່ພຣະເຈົ້າມັກຈະໃຊ້ເມື່ອກ່າວ, ພຣະເຈົ້າກ່າວໃນລັກສະນະທີ່ຮຽບງ່າຍ ແລະ ກົງໄປກົງມາຫຼາຍ, ໂດຍພະຍາຍາມເຮັດໃຫ້ຜູ້ຄົນເຂົ້າໃຈ ແລະ ຢັ່ງຮູ້ສິ່ງທີ່ພຣະອົງກຳລັງກ່າວ. ພຣະອົງບໍ່ໄດ້ຫຼິ້ນຄຳເວົ້າ ແລະ ພຣະອົງກໍບໍ່ໄດ້ກ່າວເຖິງສິ່ງທີ່ເທັດ, ເວົ້າເກີນຈິງ ແລະ ຫວ່າງເປົ່າ, ແຮງໄກທີ່ຄຳເວົ້າຂອງພຣະອົງເປັນພິທີການ. ກົງກັນຂ້າມ ພຣະອົງເວົ້າເຂົ້າປະເດັນ, ໂດຍເຮັດທຸກຢ່າງທີ່ເປັນໄປໄດ້ເພື່ອເວົ້າກັບຜູ້ຄົນໂດຍໃຊ້ພາສາຂອງມະນຸດ ແລະ ວິທີການເວົ້າທີ່ເໝາະສົມກັບມະນຸດຊາດ. ພຣະທຳຂອງພຣະອົງມີທຳມະຊາດຂອງການໃຫ້ຄຳປຶກສາ, ການປອບໂຍນ ແລະ ການເຕືອນສະຕິ ແລະ ບາງຄັ້ງກໍເປັນການຕັກເຕືອນ; ແນ່ນອນວ່າ ເລື້ອຍໆແລ້ວ ພວກມັນມີທຳມະຊາດຂອງການສະໜອງ, ການຊ່ວຍເຫຼືອ, ການສະໜັບສະໜູນ ແລະ ການເປີດໂປງ, ພວກມັນເປີດໂປງທຳມະຊາດທີ່ເສື່ອມຊາມຂອງຜູ້ຄົນ ແລະ ແກ່ນແທ້ຂອງບັນຫາ, ແມ່ນບໍ? ການເປີດໂປງ, ການສະໜອງ, ການຊີ້ແນະ, ການສະໜັບສະໜູນ ແລະ ການຊ່ວຍເຫຼືອແມ່ນວິທີການທີ່ພຣະອົງໃຊ້ເລື້ອຍທີ່ສຸດ. ໃນບັນດາວິທີການເຫຼົ່ານີ້, ບາງວິທີກໍກ່ຽວຂ້ອງກັບການຍົກຕົວຢ່າງທີ່ສະເພາະ ແລະ ບາງວິທີກໍກ່ຽວຂ້ອງກັບຄຳປຽບທຽບທີ່ມີຊີວິດຊີວາ ເຊິ່ງອ້າງອີງເຖິງສິ່ງທີ່ມີຊີວິດ, ສັດ, ປາກົດການ ຫຼື ສິ່ງຕ່າງໆທີ່ເກີດຂຶ້ນອ້ອມຕົວຜູ້ຄົນໃນຊີວິດຂອງພວກເຂົາ. ໃນດ້ານໜຶ່ງ, ສິ່ງນີ້ເຮັດໃຫ້ຄວາມຈິງ ຫຼື ຄວາມເປັນຈິງ ພາຍໃນພຣະທຳຂອງພຣະເຈົ້າທີ່ຜູ້ຄົນຄວນເຂົ້າໃຈນັ້ນ ຊັດເຈນຂຶ້ນສຳລັບພວກເຂົາ. ໃນອີກດ້ານໜຶ່ງ, ຕົວຢ່າງທີ່ພຣະເຈົ້າຍົກຂຶ້ນມານັ້ນແມ່ນເຫດການທີ່ເກີດຂຶ້ນກັບບຸກຄົນພິເສດບາງຄົນ, ການໃຊ້ເຫດການເຫຼົ່ານີ້ເປັນບົດຮຽນ ຫຼື ຕົວຢ່າງຈະຊ່ວຍໃຫ້ພວກເຈົ້າເຫັນວ່າບັນຫາຂອງຄົນເຫຼົ່ານີ້ແມ່ນຫຍັງ, ແກ່ນແທ້ຂອງບັນຫາແມ່ນຫຍັງ, ແມ່ນຫຍັງຄືຄວາມເສື່ອມຊາມໃດທີ່ພວກເຂົາເຜີຍອອກມາ ແລະ ແມ່ນຫຍັງຄືຄວາມຈິງທີ່ກ່ຽວຂ້ອງ. ດ້ວຍວິທີນີ້, ພຣະເຈົ້າຈຶ່ງສື່ສານຄວາມຈິງບາງດ້ານໃຫ້ກັບຜູ້ຄົນ, ເພື່ອວ່າບົນພື້ນຖານຂອງການເຂົ້າໃຈຄວາມຈິງດ້ານນີ້, ພວກເຂົາຈະຮູ້ວິທີປະຕິບັດໃຫ້ກົງກັນກັບເຈດຕະນາຂອງພຣະເຈົ້າ ແລະ ກົງກັນກັບຫຼັກການ. ຈຸດປະສົງຂອງພຣະເຈົ້າໃນການໃຊ້ຮູບແບບພາສາທີ່ກົງໄປກົງມາ ແລະ ຮຽບງ່າຍທີ່ສຸດກໍຄືເພື່ອສະໜອງຄວາມຈິງໃຫ້ແກ່ຜູ້ຄົນ. ພຣະອົງສະໜອງຄວາມຈິງໃຫ້ແກ່ຜູ້ຄົນ ເພື່ອວ່າ ເມື່ອພວກເຂົາພົບພໍ້ກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ, ພວກເຂົາຈະສາມາດຮູ້ຈັກຄວາມຄິດ ແລະ ມຸມມອງທີ່ຜິດພ້ຽນຂອງຜູ້ຄົນ, ອຸປະນິໄສຕ່າງໆທີ່ເສື່ອມຊາມຂອງຜູ້ຄົນ ແລະ ການສະແດງອອກ ແລະ ແກ່ນແທ້ຂອງຜູ້ຄົນທີ່ຕໍ່ຕ້ານພຣະເຈົ້າ ຈາກດ້ານລົບໄດ້. ໃນເວລາດຽວກັນ, ພຣະອົງເຮັດສິ່ງນີ້ເພື່ອຊີ້ແນະຜູ້ຄົນໃນແງ່ບວກໃຫ້ເຂົ້າໃຈຫຼັກການຄວາມຈິງ, ເພື່ອໃຫ້ພວກເຂົາມີເສັ້ນທາງແຫ່ງການປະຕິບັດ ແລະ ເຂົ້າສູ່ຄວາມເປັນຈິງຄວາມຈິງ. ຈຸດປະສົງສູງສຸດຂອງພຣະເຈົ້າໃນການສະໜອງໃຫ້ແກ່ຜູ້ຄົນເພື່ອໃຫ້ພວກເຂົາເຂົ້າໃຈຄວາມຈິງ, ມີຄວາມຮູ້ກ່ຽວກັບຄວາມຈິງ ແລະ ຮູ້ຈັກຫຼັກການຄວາມຈິງກໍຄື ເພື່ອເຮັດໃຫ້ຜູ້ຄົນສາມາດມາຢູ່ຕໍ່ໜ້າພຣະເຈົ້າ ແລະ ບັນລຸການອ່ອນນ້ອມຕໍ່ພຣະອົງ, ການອ່ອນນ້ອມຕໍ່ອຳນາດສູງສຸດຂອງພຣະອົງ, ການອ່ອນນ້ອມຕໍ່ການຈັດແຈງຂອງພຣະອົງ, ການອ່ອນນ້ອມຕໍ່ການຈັດວາງຂອງພຣະອົງ ແລະ ການອ່ອນນ້ອມຕໍ່ການລົງທັນ, ການພິພາກສາ, ການຫຼໍ່ຫຼອມ ແລະ ການທົດສອບທີ່ມາຈາກພຣະອົງ, ກາຍເປັນຄົນທີ່ຢຳເກງ ແລະ ນະມັດສະການພຣະເຈົ້າ, ກາຍເປັນສິ່ງທີ່ຖືກສ້າງທີ່ແທ້ຈິງ, ເຊິ່ງເປັນສິ່ງທີ່ຖືກສ້າງທີ່ໄດ້ມາດຕະຖານ. ສິ່ງເຫຼົ່ານີ້ຄືຫຼັກການສະເພາະທີ່ຢູ່ເບື້ອງຫຼັງພຣະທຳ ແລະ ການກະທຳຂອງພຣະເຈົ້າ, ລວມເຖິງທຸກສິ່ງທີ່ພຣະອົງເຮັດ. ພຣະທຳສະເພາະທີ່ພຣະເຈົ້າກ່າວ ແລະ ການກະທຳສະເພາະທີ່ພຣະອົງເຮັດນັ້ນແມ່ນປາສະຈາກການລອງໃຈ; ພວກມັນລ້ວນແຕ່ເປັນສາທາລະນະ, ຖືກເປີດເຜີຍ, ໂປ່ງໃສ ແລະ ກົງໄປກົງມາ ແລະ ຢູ່ບ່ອນແຈ້ງ. ພວກມັນບໍ່ໄດ້ກ່ຽວຂ້ອງກັບແຜນການຊົ່ວຮ້າຍ ແລະ ກົນອຸບາຍທີ່ຫຼອກລວງໃດໆ, ຍິ່ງບໍ່ຕ້ອງເວົ້າເຖິງແຜນການ ຫຼື ເຈດຕະນາ ແລະ ຈຸດປະສົງທີ່ບໍ່ສາມາດເວົ້າອອກມາໄດ້ກ່ຽວກັບມະນຸດຊາດ. ບໍ່ວ່າມັນຈະເປັນໃນຈຸດປະສົງ ແລະ ຄວາມໝາຍທີ່ຢູ່ເບື້ອງຫຼັງພຣະທຳຂອງພຣະເຈົ້າ ຫຼື ໃນວຽກງານທີ່ພຣະເຈົ້າເຮັດ, ພຣະອົງບໍ່ເຄີຍມີເປົ້າໝາຍທີ່ບໍ່ເໝາະສົມໃດໆກ່ຽວກັບຜູ້ຄົນ. ໃນທາງກົງກັນຂ້າມ, ເປົ້າໝາຍຂອງພຣະອົງລ້ວນແຕ່ເປັນບວກ; ທຸກສິ່ງທີ່ພຣະອົງເຮັດກໍເພື່ອເປັນປະໂຫຍດແກ່ຜູ້ຄົນ, ຊ່ວຍໃຫ້ຜູ້ຄົນເຂົ້າໃຈຄວາມຈິງ ແລະ ໄດ້ຮັບຄວາມຈິງ ແລະ ຊ່ວຍໃຫ້ຜູ້ຄົນກ້າວເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນຊີວິດ. ສະນັ້ນ, ເມື່ອຕັດສິນຈາກຈຸດປະສົງ ແລະ ຄວາມໝາຍຂອງວຽກງານຂອງພຣະເຈົ້າ ແລະ ຈາກການກ່າວ ແລະ ການເຮັດວຽກຂອງພຣະເຈົ້າ, ບໍ່ມີການລອງໃຈໃນແກ່ນແທ້ຂອງພຣະເຈົ້າ ຫຼື ຈຸດເລີ່ມຕົ້ນຂອງວຽກງານຂອງພຣະເຈົ້າ.
ຄຳວ່າ “ລໍ້ລວງ” ປາກົດຂຶ້ນຕັ້ງແຕ່ຕອນຕົ້ນໆໃນພຣະຄຳພີ, ພວກເຈົ້າທຸກຄົນຮູ້ເລື່ອງນີ້ບໍ? (ຮູ້.) ກ່ອນທີ່ມະນຸດຍອມຮັບການລໍ້ລວງຂອງຊາຕານເປັນຄັ້ງທຳອິດ, ພຣະເຈົ້າໄດ້ກ່າວບາງສິ່ງ. ພຣະເຈົ້າກ່າວວ່າແນວໃດ? (“ຈາກຕົ້ນໄມ້ທຸກຕົ້ນທີ່ຢູ່ໃນສວນ ເຈົ້າສາມາດກິນໄດ້ຢ່າງຕາມໃຈຍົກເວັ້ນຕົ້ນໄມ້ແຫ່ງຄວາມຮູ້ຈັກດີ ແລະ ຊົ່ວ, ເຈົ້າບໍ່ຕ້ອງກິນຈາກຕົ້ນນັ້ນ ຍ້ອນວ່າເມື່ອໃດທີ່ເຈົ້າກິນຈາກຕົ້ນໄມ້ນັ້ນ ເມື່ອນັ້ນເຈົ້າກໍຈະມີຄວາມຕາຍຢ່າງແນ່ນອນ” (ປະຖົມມະການ 2:16-17).) ຄຳກ່າວນີ້ຂອງພຣະເຈົ້າລວມມີຈັກປະການ? ໝາກໄມ້ຈາກທຸກຕົ້ນໃນສວນແມ່ນສາມາດກິນໄດ້, ສິ່ງນີ້ບອກໃຫ້ຜູ້ຄົນຮູ້ເຖິງຂອບເຂດຂອງສິ່ງທີ່ສາມາດກິນໄດ້. ນີ້ຄືການສະໜອງທີ່ເປັນບວກທີ່ສຸດສຳລັບຜູ້ຄົນ, ມັນກຳລັງບອກຜູ້ຄົນວ່າພວກເຂົາສາມາດກິນຫຍັງໄດ້. ພຣະທຳເຫຼົ່ານີ້ຮຽບງ່າຍ ແລະ ກົງໄປກົງມາຫຼາຍ ແມ່ນບໍ? (ແມ່ນແລ້ວ, ຜູ້ຄົນສາມາດເຂົ້າໃຈພວກມັນໄດ້.) ຖືກຕ້ອງ. ບໍ່ມີຄວາມຈຳເປັນຕ້ອງວິເຄາະ ຫຼື ຄົ້ນຄວ້າພວກມັນ; ຜູ້ຄົນເຂົ້າໃຈພວກມັນທັນທີຫຼັງຈາກທີ່ພວກເຂົາໄດ້ຍິນ. ປະໂຫຍກຕໍ່ໄປກໍຄື “ຍົກເວັ້ນຕົ້ນໄມ້ແຫ່ງຄວາມຮູ້ຈັກດີ ແລະ ຊົ່ວ, ເຈົ້າບໍ່ຕ້ອງກິນຈາກຕົ້ນນັ້ນ”. ປະໂຫຍກນີ້ກ່າວເຖິງຂໍ້ຍົກເວັ້ນ. ຂໍ້ຍົກເວັ້ນຫຍັງ? ມັນບອກຜູ້ຄົນວ່າມີຕົ້ນໄມ້ແຫ່ງຄວາມຮູ້ຈັກດີ ແລະ ຊົ່ວຢູ່ໃນສວນ ແລະ ພວກເຂົາບໍ່ຄວນກິນໝາກໄມ້ທີ່ເກີດຈາກຕົ້ນນັ້ນ. ພຣະທຳເຫຼົ່ານີ້ຮຽບງ່າຍ ແລະ ກົງໄປກົງມາ ແມ່ນບໍ? (ແມ່ນແລ້ວ.) ພວກມັນຮຽບງ່າຍ ແລະ ກົງໄປກົງມາສໍ່າໃດ? (ຫຼາຍຈົນຜູ້ຄົນສາມາດເຂົ້າໃຈພວກມັນໄດ້ທັນທີຫຼັງຈາກທີ່ພວກເຂົາໄດ້ຍິນ.) ບໍ່ມີຄວາມຈຳເປັນຕ້ອງວິເຄາະ ຫຼື ຄົ້ນຄວ້າພວກມັນ; ໃຜກໍຕາມທີ່ມີຫູ ແລະ ມີສະໝອງກໍຮູ້ວ່າປະໂຫຍກນີ້ໝາຍຄວາມວ່າແນວໃດຫຼັງຈາກທີ່ໄດ້ຍິນມັນ. ພຣະເຈົ້າບອກຜູ້ຄົນວ່າພວກເຂົາສາມາດກິນຫຍັງໄດ້ ແລະ ບໍ່ສາມາດກິນຫຍັງໄດ້. ບໍ່ສາມາດກິນຫຍັງໄດ້? ໝາກໄມ້ຈາກຕົ້ນໄມ້ແຫ່ງຄວາມຮູ້ຈັກດີ ແລະ ຊົ່ວ. ແຕ່ຫຼັງຈາກທີ່ໄດ້ຍິນສິ່ງນີ້, ຜູ້ຄົນມີຄວາມສົງໄສກ່ຽວກັບພຣະທຳຂອງພຣະເຈົ້າໃນໃຈຂອງພວກເຂົາບໍ? (ມີ.) ຕໍ່ໄປ, ຜູ້ຄົນກໍຈະຖາມວ່າ “ເປັນຫຍັງພວກເຮົາຈຶ່ງບໍ່ສາມາດກິນໝາກໄມ້ຈາກຕົ້ນນັ້ນໄດ້?” ໂດຍບໍ່ລໍຖ້າໃຫ້ຜູ້ຄົນຖາມ, ພຣະເຈົ້າກໍກ່າວວ່າ “ຍ້ອນວ່າເມື່ອໃດທີ່ເຈົ້າກິນຈາກຕົ້ນໄມ້ນັ້ນ ເມື່ອນັ້ນເຈົ້າກໍຈະມີຄວາມຕາຍຢ່າງແນ່ນອນ”. ພຣະທຳເຫຼົ່ານີ້ຮຽບງ່າຍບໍ? (ຮຽບງ່າຍ.) ພວກມັນຮຽບງ່າຍຫຼາຍ, ຖ້າເຈົ້າກິນມັນ, ເຈົ້າກໍຈະຕາຍຢ່າງແນ່ນອນ. ຄວາມຕາຍເປັນເລື່ອງໃຫຍ່, ສະນັ້ນ ພຣະເຈົ້າຈຶ່ງຕັ້ງໃຈໃຫ້ຄຳແນະນຳນີ້. ມີຫຍັງຜິດປົກກະຕິກ່ຽວກັບຄຳແນະນຳນີ້ບໍ? (ບໍ່ມີ.) ບໍ່ມີຄຳໃດໃນຄຳແນະນຳຂອງພຣະເຈົ້າທີ່ບໍ່ຖືກຕ້ອງ ແລະ ບໍ່ມີຄຳໃດທີ່ເປັນການລໍ້ລວງຢູ່ໃນນັ້ນເລີຍ. ຄຳແນະນໍານັ້ນສື່ສານຢ່າງຊັດເຈນ ແລະ ແຈ່ມແຈ້ງວ່າແມ່ນຫຍັງສາມາດກິນໄດ້ ແລະ ແມ່ນຫຍັງບໍ່ສາມາດກິນໄດ້ ແລະ ພຣະເຈົ້າຍັງບອກຜູ້ຄົນວ່າແມ່ນຫຍັງຄືຜົນຕາມມາ ຖ້າພວກເຂົາກິນສິ່ງທີ່ພວກເຂົາບໍ່ຄວນກິນ. ຫຼັງຈາກທີ່ໄດ້ຍິນສາມປະໂຫຍກທີ່ຮຽບງ່າຍເຫຼົ່ານີ້, ເຈົ້າກໍເຂົ້າໃຈຫຼາຍສິ່ງ. ພາຍໃຕ້ສະຖານະການປົກກະຕິ, ຫຼັງຈາກທີ່ສິ່ງທີ່ຖືກສ້າງໄດ້ຍິນພຣະທຳທີ່ກ່າວໂດຍພຣະຜູ້ສ້າງ, ໄດ້ຮັບຄວາມຊັດເຈນກ່ຽວກັບພຣະທຳເຫຼົ່ານັ້ນ, ເຂົ້າໃຈພວກມັນ ແລະ ເກັບພວກມັນໄວ້ໃນໃຈຂອງພວກເຂົາ, ພວກເຂົາກໍຮູ້ວ່າພວກເຂົາຄວນເຮັດຫຍັງ. ພວກເຂົາຄວນເຊື່ອຟັງ ແລະ ເຮັດຕາມທີ່ພວກເຂົາຖືກສັ່ງ, ໂດຍກິນພຽງແຕ່ສິ່ງທີ່ພຣະເຈົ້າບອກວ່າພວກເຂົາສາມາດກິນໄດ້ ແລະ ບໍ່ກິນສິ່ງທີ່ພຣະເຈົ້າບອກວ່າພວກເຂົາບໍ່ສາມາດກິນໄດ້. ພວກເຂົາບໍ່ຄວນລອງໃຈພຣະເຈົ້າ ແລະ ພວກເຂົາກໍບໍ່ຄວນຝ່າຝືນຄຳສັ່ງຂອງພຣະເຈົ້າ. ພວກເຮົາຈະບໍ່ລົງເລິກເຖິງຜົນຕາມມາຂອງການບໍ່ຟັງພຣະທຳຂອງພຣະເຈົ້າ. ສຳລັບພຣະທຳເຫຼົ່ານີ້ທີ່ພຣະເຈົ້າໄດ້ກ່າວ, ເມື່ອຕັດສິນຈາກຮູບແບບການກ່າວ ແລະ ຮູບແບບພາສາຂອງພຣະເຈົ້າ, ພຣະເຈົ້າກ່າວໃນວິທີທີ່ງ່າຍເປັນພິເສດເພື່ອໃຫ້ຜູ້ຄົນໄດ້ເຂົ້າໃຈ. ພຣະທຳຂອງພຣະອົງບໍ່ໄດ້ເລິກເຊິ່ງ ແລະ ພຣະອົງບໍ່ໄດ້ປ່ອຍໃຫ້ຜູ້ຄົນຄາດເດົາ, ແຮງໄກທີ່ພຣະອົງຈະມີເຈດຕະນາທີ່ເຊື່ອງຊ້ອນໃດໆ. ເຖິງແມ່ນວ່າສອງສາມປະໂຫຍກທີ່ພຣະເຈົ້າກ່າວນີ້ຈະຮຽບງ່າຍ, ພວກມັນກໍພຽງພໍທີ່ຈະເຮັດໃຫ້ຜູ້ຄົນເຫັນວ່າການກ່າວຂອງພຣະເຈົ້ານັ້ນຊັດເຈນ, ຮຽບງ່າຍ ແລະ ເຂົ້າໃຈງ່າຍ. ແລ້ວຫົວໃຈຂອງພຣະເຈົ້າເປັນແນວໃດ? ຫົວໃຈຂອງພຣະເຈົ້າເຕັມໄປດ້ວຍຄວາມຮັກ, ຄວາມຊື່ສັດ ແລະ ຄວາມສັດຊື່. ຄວາມຮັກນີ້ສະທ້ອນໃຫ້ເຫັນຢູ່ບ່ອນໃດ? ມັນສະທ້ອນໃຫ້ເຫັນໃນຄຳແນະນຳສອງສາມຂໍ້ນີ້ຈາກພຣະເຈົ້າ. ຄຳແນະນຳຂອງພຣະເຈົ້າແມ່ນສະເພາະເຈາະຈົງ ແລະ ລະອຽດຖີ່ຖ້ວນເປັນພິເສດ. ເມື່ອຕັດສິນຈາກຄຳແນະນຳສອງສາມຂໍ້ນີ້, ພຣະເຈົ້າມີຄວາມຮູ້ສຶກຮັບຜິດຊອບ ແລະ ຄວາມຫ່ວງໃຍຕໍ່ຜູ້ຄົນ. ພຣະອົງໃຊ້ພາສາທີ່ຮຽບງ່າຍທີ່ສຸດເພື່ອຊ່ວຍໃຫ້ຜູ້ຄົນເຂົ້າໃຈ ແລະ ຫຼັງຈາກທີ່ພວກເຂົາເຂົ້າໃຈແລ້ວ, ພຣະເຈົ້າກໍຈາກໄປດ້ວຍຄວາມສະບາຍໃຈ. ເຈົ້າເຫັນບໍວ່າ ພຣະເຈົ້າມີກົນອຸບາຍໃດໆຕໍ່ຜູ້ຄົນບໍ? (ບໍ່ມີເລີຍ.) ພາຍໃນຄວາມຮັກ ແລະ ຄວາມຫ່ວງໃຍຂອງພຣະເຈົ້າ, ພຣະອົງຫວັງວ່າຜູ້ຄົນຈະບັນລຸສິ່ງໜຶ່ງ: ການເຊື່ອຟັງ, ບໍ່ກະບົດຕໍ່ພຣະເຈົ້າ, ບໍ່ລະແວງພຣະເຈົ້າ ແລະ ບໍ່ສົງໄສພຣະເຈົ້າ. ນີ້ຄືຈຸດປະສົງ ແລະ ຄວາມຄາດຫວັງທີ່ຢູ່ເບື້ອງຫຼັງຄຳແນະນຳທັງສາມຂໍ້ນີ້ຈາກພຣະເຈົ້າ. ຈົ່ງເຊື່ອຟັງ. ຢ່າສົງໄສພຣະເຈົ້າ. ພຣະທຳທຸກຂໍ້ທີ່ພຣະເຈົ້າກ່າວລ້ວນແຕ່ເປັນຄວາມຈິງ; ພຣະເຈົ້າສັດຊື່. ພຣະເຈົ້າປະຕິບັດຄວາມຮັບຜິດຊອບນີ້ດ້ວຍຄວາມຮັກ ແລະ ຄວາມຫ່ວງໃຍ ແລະ ໃຫ້ຄຳແນະນຳທັງສາມຂໍ້ນີ້ແກ່ມະນຸດຊາດດ້ວຍຄວາມຮັກ ແລະ ຄວາມຫ່ວງໃຍ. ຈາກສິ່ງນີ້, ໃນດ້ານໜຶ່ງ ພວກເຮົາເຫັນແກ່ນແທ້ຂອງພຣະເຈົ້າ ແລະ ໃນອີກດ້ານໜຶ່ງ ພວກເຮົາກໍເຫັນວິທີທີ່ພຣະເຈົ້າກ່າວກັບມະນຸດຊາດ ແລະ ຈຸດເລີ່ມຕົ້ນຂອງການກ່າວຂອງພຣະອົງ. ຈຸດປະສົງຂອງພຣະເຈົ້າໃນການກ່າວແບບນີ້ກໍຄື ເມື່ອຜູ້ຄົນໄດ້ຍິນພຣະທຳຂອງພຣະອົງ, ພວກເຂົາກໍສາມາດເຂົ້າໃຈພວກມັນ ແລະ ເກັບພວກມັນໄວ້ໃນໃຈຂອງພວກເຂົາ. ບໍ່ວ່າຜູ້ຄົນຈະເບິ່ງເລື່ອງນີ້ແນວໃດກໍຕາມ, ຈຸດເລີ່ມຕົ້ນຂອງພຣະເຈົ້າກໍຍັງຄົງເປັນແບບນັ້ນ. ພຣະອົງເປັນຕົວແທນໃຫ້ພຣະເຈົ້າເອງ; ພຣະອົງບໍ່ມີເຈດຕະນາ ຫຼື ຈຸດປະສົງທີ່ຄົດໂກງ ຫຼື ມືດມົນໃດໆ. ຍິ່ງໄປກວ່ານັ້ນ, ເມື່ອຕັດສິນຈາກຄຳແນະນຳສອງສາມຂໍ້ນີ້ຈາກພຣະເຈົ້າ, ພຣະເຈົ້າກ່າວເຂົ້າກົງປະເດັນ. ຈຸດປະສົງຂອງພຣະອົງໃນການກ່າວກໍຄື ເພື່ອໃຫ້ເຈົ້າເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ຮູ້ວ່າຕ້ອງເຮັດຫຍັງ. ພຣະເຈົ້າບໍ່ເຄີຍກ່າວເປັນຄຳທວາຍກັບຜູ້ຄົນ; ພຣະອົງກົງໄປກົງມາ ແລະ ເວົ້າຢ່າງເປີດເຜີຍຢູ່ສະເໝີ. ພຣະອົງສົນທະນາກັບຜູ້ຄົນໂດຍໃຊ້ພາສາປະຈຳວັນທີ່ງ່າຍທີ່ສຸດເພື່ອໃຫ້ຜູ້ຄົນເຂົ້າໃຈ, ເພື່ອໃຫ້ຜູ້ຄົນສາມາດເຂົ້າໃຈ ແລະ ຈື່ຈຳສິ່ງທີ່ພຣະອົງກ່າວ ແລະ ເພື່ອບໍ່ໃຫ້ພຣະອົງກ່າວຢ່າງສູນເປົ່າ. ພຣະເຈົ້າກ່າວຈາກຈຸດຢືນຂອງສະຖານະບໍ? ພຣະອົງສັ່ງສອນຜູ້ຄົນບໍ? (ບໍ່.) ເມື່ອພຣະເຈົ້າສົນທະນາກັບມະນຸດຊາດ ແລະ ແນະນຳຜູ້ຄົນ, ເຖິງແມ່ນວ່າພຣະອົງກຳລັງແນະນຳພວກເຂົາຈາກມຸມມອງຂອງພຣະເຈົ້າ ຫຼື ຈາກມຸມມອງທີ່ຄ້າຍຄືກັບພໍ່ແມ່ ຫຼື ຂອງຜູ້ອາວຸໂສທີ່ເປັນມະນຸດ, ພຣະອົງກໍຍັງສົນທະນາກັບຜູ້ຄົນໂດຍໃຊ້ພາສາທີ່ກົງໄປກົງມາທີ່ສຸດ ແລະ ຮຽບງ່າຍທີ່ສຸດ. ຄວາມຈິງແລ້ວ, ໃນສາຍຕາຂອງມະນຸດທີ່ເສື່ອມຊາມ, ເມື່ອຕັດສິນຈາກຮູບແບບໄວຍາກອນທີ່ພຣະເຈົ້າໃຊ້ ແລະ ຈາກມຸມມອງຂອງຄວາມຮູ້ ແລະ ພາສາຂອງມະນຸດ, ພຣະທຳເຫຼົ່ານີ້ເປັນພຽງການເວົ້າທຳມະດາ; ພວກມັນເປັນສິ່ງທີ່ເຈົ້າອາດເວົ້າກັບເດັກນ້ອຍ. ບາງຄົນເວົ້າວ່າ “ພຣະທຳເຫຼົ່ານີ້ບໍ່ໄດ້ເລິກເຊິ່ງ, ພວກມັນບໍ່ໄດ້ສູງສົ່ງ ຫຼື ຍິ່ງໃຫຍ່ ແລະ ພວກມັນກໍບໍ່ໄດ້ຟັງເບິ່ງໜ້າເກງຂາມດ້ວຍຊໍ້າ. ພວກມັນຍັງບໍ່ໄດ້ໃຊ້ຄຳສັບທີ່ຊັບຊ້ອນ ຫຼື ຄຳເວົ້າທີ່ສະຫຼວຍສວຍງາມໃດໆ”. ຖືກຕ້ອງແລ້ວ, ນີ້ຄືວິທີທີ່ພຣະເຈົ້າກ່າວກັບຜູ້ຄົນ. ພຣະເຈົ້າຊົງລິດທານຸພາບສູງສຸດ, ທຸກສິ່ງອຸດົມສົມບູນຢູ່ກັບພຣະອົງ ແລະ ພຣະເຈົ້າຊົງຢູ່ເໜືອສັບພະສິ່ງທັງປວງ, ແຕ່ພຣະເຈົ້າສົນທະນາກັບມະນຸດໂດຍໃຊ້ພາສາທີ່ຮຽບງ່າຍທີ່ສຸດ ແລະ ກົງໄປກົງມາທີ່ສຸດ. ຍ້ອນວ່າມະນຸດເປັນຄືກັບເດັກນ້ອຍໃນສາຍຕາຂອງພຣະເຈົ້າ, ພຣະເຈົ້າຈຶ່ງແນະນຳພວກເຂົາໂດຍໃຊ້ຄຳເວົ້າທີ່ເດັກນ້ອຍສາມາດຮັບຮູ້ ແລະ ເຂົ້າໃຈໄດ້, ນັ້ນກໍຄື ພວກເຂົາສາມາດກິນຫຍັງໄດ້, ພວກເຂົາບໍ່ສາມາດກິນຫຍັງໄດ້ ແລະ ຈະເກີດຫຍັງຂຶ້ນຫຼັງຈາກທີ່ພວກເຂົາກິນມັນ. ພຣະອົງໃຊ້ຄຳເວົ້າທີ່ຮຽບງ່າຍແບບນີ້ເພື່ອແນະນຳມະນຸດ, ເພື່ອໃຫ້ພວກເຂົາສາມາດເຂົ້າໃຈໄດ້. ສິ່ງນີ້ເອີ້ນວ່າແນວໃດໃນສາຍຕາຂອງມະນຸດທີ່ເສື່ອມຊາມ? ສິ່ງນີ້ເອີ້ນວ່າການຫຼຸດສະຖານະຂອງພຣະອົງລົງ. ແຕ່ພຣະເຈົ້າເບິ່ງເລື່ອງນີ້ແນວໃດ? ນີ້ຄືການສະແດງອອກຕາມທຳມະຊາດຂອງພຣະອົງ. ພຣະເຈົ້າບໍ່ຈຳເປັນຕ້ອງປິດບັງພຣະອົງເອງ ແລະ ພຣະອົງກໍບໍ່ຈຳເປັນຕ້ອງກຽມຕົວລ່ວງໜ້າ ຫຼື ໄຕ່ຕອງເມື່ອເຮັດສິ່ງນີ້; ນີ້ຄືການສະແດງອອກຕາມທຳມະຊາດຂອງພຣະອົງ. ເຈົ້າເຫັນບໍວ່າ ຍ້ອນວ່າພຣະທຳເຫຼົ່ານີ້ບໍ່ໄດ້ເລິກເຊິ່ງ ຫຼື ເລິກລັບ ແລະ ບໍ່ສາມາດຢັ່ງເຖິງໄດ້, ຜູ້ຄົນຈຶ່ງມັກຈະບໍ່ເອົາຈິງເອົາຈັງກັບພວກມັນ. ພວກເຂົາບໍ່ສາມາດປະຕິບັດຕໍ່ພຣະທຳຂອງພຣະເຈົ້າດ້ວຍທັດສະນະຄະຕິທີ່ຈິງຈັງ ແລະ ບໍ່ສາມາດເຊື່ອຟັງ ແລະ ອ່ອນນ້ອມໄດ້. ນີ້ຄືຄວາມເສື່ອມຊາມຂອງມະນຸດຊາດທີ່ເສື່ອມຊາມ ແລະ ມັນກໍຍັງເປັນຄວາມໂງ່ຈ້າຂອງມະນຸດຊາດໃນຍຸກທຳອິດອີກດ້ວຍ. ຫຼັງຈາກທີ່ມະນຸດໄດ້ຍິນຄຳກ່າວທີ່ແຕກຕ່າງຈາກສິ່ງທີ່ພຣະເຈົ້າກ່າວ, ພວກເຂົາກໍເກີດຄວາມລະແວງຕໍ່ພຣະເຈົ້າ, ເລີ່ມສົງໄສ ແລະ ປະຕິເສດພຣະທຳຂອງພຣະເຈົ້າ ແລະ ເກີດຄວາມສົງໄສກ່ຽວກັບຈຸດປະສົງທີ່ຢູ່ເບື້ອງຫຼັງການກ່າວຂອງພຣະເຈົ້າ. ດ້ວຍວິທີນີ້, ມະນຸດຈຶ່ງອອກຫ່າງຈາກພຣະເຈົ້າ. ຫຼັງຈາກທີ່ມະນຸດຍອມຮັບການລອງໃຈຂອງຊາຕານ ແລະ ເລີ່ມມີຄວາມລະແວງ ແລະ ຄວາມສົງໄສກ່ຽວກັບພຣະເຈົ້າ, ພວກເຂົາກໍບໍ່ສາມາດຟັງພຣະທຳຂອງພຣະເຈົ້າ ຫຼື ອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າໄດ້ອີກຕໍ່ໄປ ແລະ ພວກເຂົາກໍຍິ່ງຫ່າງໄກຈາກພຣະເຈົ້າອອກໄປເລື້ອຍໆ. ຜົນຕາມມາຂອງການທີ່ຜູ້ຄົນປະຖິ້ມຄວາມສະຫວ່າງແຫ່ງພຣະພັກຂອງພຣະເຈົ້າ, ບໍ່ຟັງພຣະທຳຂອງພຣະເຈົ້າ ແລະ ບໍ່ເຊື່ອພຣະທຳຂອງພຣະເຈົ້າແມ່ນຫຍັງ? ພວກເຂົາຖືກເຮັດໃຫ້ເສື່ອມຊາມໂດຍຊາຕານ ແລະ ຍັງຄົງເສື່ອມຊາມມາຈົນເຖິງທຸກມື້ນີ້.
ສິ່ງທີ່ເຮົາຫາກໍເວົ້າໄປນັ້ນແມ່ນເລື່ອງລາວຈາກຕອນທີ່ຄຳວ່າ “ລອງໃຈ” ປາກົດຂຶ້ນເປັນຄັ້ງທຳອິດໃນພຣະຄຳພີ. ຈາກເລື່ອງລາວນີ້, ຜູ້ຄົນຄວນມີຄວາມເຂົ້າໃຈພື້ນຖານກ່ຽວກັບວິທີການກ່າວຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ທັດສະນະຄະຕິຂອງພຣະເຈົ້າທີ່ມີຕໍ່ມະນຸດຊາດ. ດ້ານນີ້ຂອງພຣະເຈົ້າ ເຊິ່ງແກ່ນແທ້ຂອງພຣະອົງນັ້ນປາສະຈາກການລອງໃຈ ກໍມີຢູ່ໃນພຣະເຈົ້າທີ່ບັງເກີດເປັນເນື້ອໜັງເຊັ່ນກັນ; ສິ່ງນີ້ຄວນເປັນສິ່ງທີ່ຮັບຮູ້ໄດ້ງ່າຍຫຼາຍ. ບໍ່ມີການບັນທຶກໄວ້ໃນພຣະຄຳພີຫຼາຍປານໃດກ່ຽວກັບສິ່ງທີ່ພຣະເຈົ້າກ່າວ ຫຼື ກະທຳ, ສະນັ້ນ ມັນຈຶ່ງຍາກສຳລັບຜູ້ຄົນທີ່ຈະມີຄວາມຮູ້ທີ່ຊັດເຈນກ່ຽວກັບເລື່ອງນີ້. ໃນຂັ້ນຕອນນີ້ຂອງວຽກງານໃນຍຸກສຸດທ້າຍ, ພຣະເຈົ້າທີ່ບັງເກີດເປັນເນື້ອໜັງໄດ້ກ່າວພຣະທຳຫຼາຍຂໍ້ ແລະ ເຮັດຫຼາຍສິ່ງຫຼາຍຢ່າງ. ຕະຫຼອດຫຼາຍປີທີ່ຜ່ານມາຂອງການກ່າວ ແລະ ການໂອ້ລົມຂອງເຮົາກັບພວກເຈົ້າ ແລະ ແມ່ນແຕ່ການມີປະຕິສຳພັນກັບພວກເຈົ້າໃນຊີວິດປະຈຳວັນ, ຄຳເວົ້າ ແລະ ການກະທຳຂອງເຮົາໂດຍພື້ນຖານແລ້ວກໍສະທ້ອນໃຫ້ເຫັນເຖິງທັດສະນະຄະຕິດຽວກັນກັບທີ່ພຣະເຈົ້າມີຕໍ່ມະນຸດໃນເລື່ອງລາວໃນພຣະຄຳພີທີ່ຫາກໍກ່າວໄປ. ເຮົາພະຍາຍາມກ່າວໃນລັກສະນະທີ່ພວກເຈົ້າສາມາດເຂົ້າໃຈ ແລະ ຢັ່ງຮູ້ໄດ້, ສະນັ້ນ ບາງຄັ້ງເຮົາຈຶ່ງກ່າວຢ່າງສະເພາະເຈາະຈົງ ແລະ ລະອຽດຫຼາຍ, ເຖິງຂັ້ນເວົ້າເຖິງສິ່ງຕ່າງໆຊໍ້າແລ້ວຊໍ້າອີກ ເຊິ່ງຫຼີກລ່ຽງບໍ່ໄດ້ທີ່ຈະເຮັດໃຫ້ມັນຍືດຍາວເລັກໜ້ອຍ. ມີພຽງເຫດຜົນດຽວສຳລັບສິ່ງນີ້: ບໍ່ວ່າພຣະຜູ້ສ້າງ ເຊິ່ງກໍຄືພຣະເຈົ້າ ຈະປາກົດຕົວ ແລະ ເຮັດວຽກງານໃນລັກສະນະໃດກໍຕາມ, ພຣະອົງກໍມີທັດສະນະຄະຕິທີ່ເປັນນິໄສ ແລະ ມຸມມອງທີ່ເປັນນິໄສທີ່ຍັງຄົງຢູ່ ແລະ ຍາກທີ່ຈະປ່ຽນແປງຢູ່ສະເໝີ ເມື່ອເວົ້າເຖິງມະນຸດຊາດ. ຄຳວ່າ “ເປັນນິໄສ” ແລະ “ຍັງຄົງຢູ່” ອາດຈະບໍ່ເໝາະສົມປານໃດ ແຕ່ພາສາຂອງມະນຸດນັ້ນມີຂໍ້ຈຳກັດເກີນໄປ, ສະນັ້ນ ເຮົາຈຶ່ງສາມາດເວົ້າໄດ້ພຽງແບບນີ້ໃນຕອນນີ້. ແລ້ວມຸມມອງນີ້ໝາຍເຖິງຫຍັງ? ມັນໝາຍເຖິງ ຈາກມຸມມອງຂອງພຣະເຈົ້າແລ້ວ ວິທີທີ່ມະນຸດຊາດຈະຍັງຄົງເປັນມະນຸດຊາດທີ່ໂງ່ຈ້າ ແລະ ໄຮ້ດຽງສາຄືເກົ່າຕັ້ງແຕ່ຕອນເລີ່ມຕົ້ນທີ່ຖືກສ້າງຂຶ້ນມືຂອງພຣະເຈົ້າຢູ່ສະເໝີ, ເປັນມະນຸດຊາດທີ່ພາຍນອກເບິ່ງຄືວ່າເປັນຜູ້ໃຫຍ່ ແຕ່ແກ່ນແທ້ພາຍໃນຂອງພວກເຂົາແມ່ນຄືກັບເດັກນ້ອຍອາຍຸສາມປີ. ສະນັ້ນ, ທັດສະນະຄະຕິຂອງພຣະເຈົ້າທີ່ມີຕໍ່ມະນຸດຊາດຈຶ່ງແຕກຕ່າງຈາກມຸມມອງ ແລະ ທັດສະນະຄະຕິທີ່ຜູ້ຄົນໃຊ້ເບິ່ງມະນຸດຊາດຢູ່ສະເໝີ. ເປັນເພາະຄວາມແຕກຕ່າງນີ້ແທ້ໆ, ຫຼາຍຄັ້ງເມື່ອພຣະເຈົ້າກ່າວກັບມະນຸດຊາດ ຫຼື ແນະນຳພວກເຂົາ, ວິທີການກ່າວຂອງພຣະເຈົ້າ ຫຼື ຈຸດເລີ່ມຕົ້ນຂອງພຣະອົງໃນການເຮັດເຊັ່ນນັ້ນຈຶ່ງເປັນເລື່ອງຂອງການຕ້ອງການໃຊ້ພາສາຂອງມະນຸດຫຼາຍກວ່າ ເພື່ອໃຫ້ຜູ້ຄົນສາມາດຮູ້ໄດ້ດີຂຶ້ນວ່າພຣະອົງກຳລັງກ່າວຫຍັງ. ຈຸດປະສົງຂອງພຣະເຈົ້າໃນວິທີທີ່ພຣະອົງປະຕິບັດຕໍ່ຜູ້ຄົນ ແລະ ໃນການກ່າວກັບພວກເຂົາກໍຄື ເພື່ອໃຫ້ພວກເຂົາຮູ້ຢ່າງຊັດເຈນຂຶ້ນວ່າເຈດຕະນາຂອງພຣະອົງແມ່ນຫຍັງ, ມາດຕະຖານທີ່ກຳນົດຂອງພຣະອົງແມ່ນຫຍັງ, ຫຼັກການສຳລັບທຸກສິ່ງທີ່ພຣະອົງຮຽກຮ້ອງໃຫ້ຜູ້ຄົນເຮັດແມ່ນຫຍັງ ແລະ ຜູ້ຄົນຄວນມີມຸມມອງແນວໃດຕໍ່ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທັງໝົດ. ເມື່ອພຣະເຈົ້າກ່າວພຣະທຳເຫຼົ່ານີ້ຕໍ່ມະນຸດຊາດຈາກມຸມມອງຂອງພຣະຜູ້ສ້າງ, ພຣະອົງບໍ່ໄດ້ກຳລັງກ່າວຄຳປາໄສ ແລະ ພຣະອົງກໍບໍ່ໄດ້ກຳລັງກ່າວຄຳຮຽກຮ້ອງເພື່ອປຸກລະດົມ ແລະ ແນ່ນອນວ່າ ພຣະອົງກໍບໍ່ໄດ້ກຳລັງຮຽກຮ້ອງພວກເຂົາເຊັ່ນກັນ; ກົງກັນຂ້າມ ພຣະອົງກຳລັງສະໜອງໃຫ້ແກ່ພວກເຂົາ. ການສະໜອງແມ່ນຫຍັງ? ບອກເຮົາມາເບິ່ງວ່າພວກເຈົ້າຄິດວ່າມັນແມ່ນຫຍັງ. (ມັນຄືການຊົດເຊີຍສິ່ງທີ່ຜູ້ຄົນຕ້ອງການ ແລະ ສິ່ງທີ່ຜູ້ຄົນຂາດແຄນ; ສິ່ງນີ້ເອີ້ນວ່າການສະໜອງ.) ການສະໜອງລວມເຖິງການສະໜັບສະໜູນ ແລະ ການຊ່ວຍເຫຼືອ ແລະ ບາງຄັ້ງກໍເປັນການເຕືອນສະຕິ, ການກະຕຸ້ນ, ການໃຫ້ກຳລັງໃຈ ແລະ ອື່ນໆ. ແລ້ວການສະໜອງແມ່ນຫຍັງ? ມັນໝາຍຄວາມວ່າ ບໍ່ວ່າມະນຸດຈະມີອາຍຸເທົ່າໃດກໍຕາມ, ບໍ່ວ່າພວກເຂົາຈະຊຳນານທັກສະໃນການເອົາຕົວລອດຫຼາຍສໍ່າໃດ ຫຼື ລະດັບຄວາມຮູ້ຂອງພວກເຂົາຈະສູງສໍ່າໃດກໍຕາມ, ເມື່ອເວົ້າເຖິງຄວາມຈິງແລ້ວ ມະນຸດກໍຍັງຄົງຫວ່າງເປົ່າຢູ່ສະເໝີ. ຄວາມຮູ້ທີ່ຜູ້ຄົນເຂົ້າໃຈນັ້ນບໍ່ເຂົ້າກັບຄວາມຈິງ. ມີຄວາມຈິງຫຼາຍຢ່າງທີ່ຜູ້ຄົນຄວນເຂົ້າໃຈ ແລະ ການສະໜອງທີ່ຜູ້ຄົນຕ້ອງການຫຼາຍທີ່ສຸດກໍຄືການສະໜອງຄວາມຈິງ ແລະ ຊີວິດ. ສະນັ້ນ, ມີພຽງແຕ່ການໂອ້ລົມຄວາມຈິງເທົ່ານັ້ນທີ່ເປັນການສະໜອງທີ່ດີທີ່ສຸດສຳລັບຜູ້ຄົນ. ນັ້ນກໍຄື ມຸມມອງ, ຄວາມເຂົ້າໃຈ ແລະ ທັດສະນະຄະຕິຂອງເຈົ້າເມື່ອຢູ່ຕໍ່ໜ້າຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທັງໝົດນັ້ນບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງເລີຍ. ບໍ່ວ່າເຈົ້າຈະມີຄວາມຮູ້ຫຼາຍສໍ່າໃດກໍຕາມ, ບໍ່ວ່າກົນລະຍຸດສຳລັບການດຳລົງຊີວິດທາງໂລກຂອງເຈົ້າຈະຊັບຊ້ອນສໍ່າໃດກໍຕາມ ແລະ ບໍ່ວ່າເຈົ້າຈະມີປະສົບການໃນຊີວິດຫຼາຍສໍ່າໃດກໍຕາມ, ເມື່ອເວົ້າເຖິງຄວາມຈິງແລ້ວ ເຈົ້າກໍຫວ່າງເປົ່າ; ເຈົ້າບໍ່ມີຄວາມຈິງ. ເຖິງແມ່ນວ່າບາງຄົນໄດ້ ເຊື່ອໃນພຣະເຈົ້າມາຫຼາຍປີ ແລະ ເຂົ້າໃຈຫຼັກຄຳສອນບາງຢ່າງ, ພວກເຂົາກໍບໍ່ເຂົ້າໃຈຄວາມຈິງຢ່າງແທ້ຈິງ. ການບໍ່ເຂົ້າໃຈຄວາມຈິງໝາຍຄວາມວ່າແນວໃດ? ໃນດ້ານໜຶ່ງ, ໃນແງ່ຂອງຂໍ້ເທັດຈິງທີ່ພາວະວິໄສ, ມັນໝາຍຄວາມວ່າເຈົ້າບໍ່ເຂົ້າໃຈຫຼັກການຄວາມຈິງ, ເຈົ້າບໍ່ຮູ້ວິທີປະຕິບັດ ແລະ ເຈົ້າກໍເຮັດຫຍັງບໍ່ຖືກເມື່ອປະເຊີນກັບສະຖານະການພິເສດ. ໃນອີກດ້ານໜຶ່ງ, ມັນກໍມີເຫດຜົນທີ່ເປັນອັດຕະວິໄສຢູ່ເບື້ອງຫຼັງເຊັ່ນກັນ ນັ້ນກໍຄື ຜູ້ຄົນມີອຸປະນິໄສທີ່ເສື່ອມຊາມ. ອຸປະນິໄສທີ່ເສື່ອມຊາມຂັດຂວາງ ແລະ ຜູກມັດເຈົ້າ ເພື່ອບໍ່ໃຫ້ເຈົ້າສາມາດປະຕິບັດຄວາມຈິງໄດ້. ແມ່ນແຕ່ຄວາມຈິງພຽງເລັກນ້ອຍທີ່ເຈົ້າເຂົ້າໃຈ ເຈົ້າກໍບໍ່ສາມາດນໍາເອົາມາປະຕິບັດໄດ້; ສຳລັບເຈົ້າແລ້ວ ການປະຕິບັດຄວາມຈິງເປັນເລື່ອງຍາກ ແລະ ມີອຸປະສັກໃນການເຮັດເຊັ່ນນັ້ນ. ສະນັ້ນ ໃນສາຍຕາຂອງພຣະເຈົ້າ ມະນຸດຊາດຈະເປັນແອນ້ອຍຕະຫຼອດໄປ. ບາງຄົນເວົ້າວ່າ “ມະນຸດຈະເປັນແອນ້ອຍໃນສາຍຕາຂອງພຣະເຈົ້າຕະຫຼອດໄປບໍ? ສິ່ງນີ້ຂຶ້ນຢູ່ກັບວ່າຄົນໆໜຶ່ງຢູ່ໃນຂັ້ນຕອນໃດບໍ?” ມັນບໍ່ໄດ້ເປັນແບບນັ້ນ. ເປັນຫຍັງເຮົາຈຶ່ງເວົ້າວ່າມັນບໍ່ໄດ້ຂຶ້ນຢູ່ກັບວ່າຄົນໆໜຶ່ງຢູ່ໃນຂັ້ນຕອນໃດ? ໂດຍອີງໃສ່ແກ່ນແທ້ຂອງມະນຸດ, ມະນຸດຊາດກໍຍັງຄົງເປັນມະນຸດຊາດຢູ່ສະເໝີ ແລະ ມະນຸດຈະເປັນແອນ້ອຍຕໍ່ໜ້າພຣະເຈົ້າຕະຫຼອດໄປ. ບາງຄົນເວົ້າວ່າ “ແລ້ວອັບຣາຮາມ ແລະ ໂຢບເປັນແອນ້ອຍບໍ?” ແມ່ນແລ້ວ. ເປັນຫຍັງອັບຣາຮາມ ແລະ ໂຢບຈຶ່ງຍັງເປັນແອນ້ອຍ ເຖິງແມ່ນວ່າພວກເຂົາໄດ້ເປັນພະຍານແລ້ວ? ນັ້ນກໍຄືການປຽບທຽບກັບແກ່ນແທ້ຂອງພຣະເຈົ້າ ແລະ ຄວາມຊົງລິດທານຸພາບອັນສູງສຸດຂອງພຣະເຈົ້າ. ບໍ່ວ່າຜູ້ຄົນຈະເຂົ້າໃຈຄວາມຈິງທີ່ພຣະເຈົ້າສະໜອງໃຫ້ຫຼາຍສໍ່າໃດກໍຕາມ ແລະ ບໍ່ວ່າພວກເຂົາຈະສາມາດອ່ອນນ້ອມຕໍ່ພຣະເຈົ້າໄດ້ຫຼາຍສໍ່າໃດກໍຕາມ, ຄວາມຮູ້ຂອງຜູ້ຄົນກ່ຽວກັບແກ່ນແທ້ອຸປະນິໄສຂອງພຣະເຈົ້າ ແລະ ຄວາມເຂົ້າໃຈຂອງພວກເຂົາກ່ຽວກັບຄວາມຈິງກໍຍັງມີຈຳກັດ. ຄຳວ່າ “ມີຈຳກັດ” ນີ້ໝາຍເຖິງຫຍັງ? ມັນໝາຍຄວາມວ່າສິ່ງເຫຼົ່ານີ້ຖືກຈຳກັດຢູ່ພຽງຂອບເຂດຊີວິດ ແລະ ການເອົາຕົວລອດຂອງພວກເຂົາ. ເຖິງແມ່ນວ່າເຈົ້າຈະເຂົ້າໃຈຄວາມຈິງໃນດ້ານຕ່າງໆ ແລະ ຖືກເຮັດໃຫ້ສົມບູນໂດຍພຣະເຈົ້າກໍຕາມ, ໃນທີ່ສຸດແລ້ວ ກໍຍັງເປັນພຣະເຈົ້າທີ່ສະໜອງໃຫ້ແກ່ເຈົ້າ. ພຣະເຈົ້າຈະເປັນແຫຼ່ງກຳເນີດແຫ່ງຊີວິດ ແລະ ການດຳລົງຊີວິດຂອງເຈົ້າຕະຫຼອດໄປ ແລະ ເຈົ້າຈະເປັນຜູ້ຮັບການສະໜອງ ແລະ ການຫົດນໍ້າຈາກພຣະທຳຂອງພຣະເຈົ້າ ແລະ ຊີວິດຂອງພຣະເຈົ້າຕະຫຼອດໄປ. ຈາກມຸມມອງນີ້, ມະນຸດຊາດຈະເປັນແອນ້ອຍໃນສາຍຕາຂອງພຣະເຈົ້າຕະຫຼອດໄປ. ໂດຍສະເພາະແລ້ວ, ບໍ່ວ່າເຈົ້າຈະເປັນແອນ້ອຍທີ່ຖືກຫໍ່ດ້ວຍຜ້າອ້ອມ, ເປັນແອນ້ອຍທີ່ຍັງກິນນົມ ຫຼື ຢູ່ໃນຂັ້ນຕອນອື່ນໆ, ສິ່ງນັ້ນກໍຖືກຈັດປະເພດຕາມຄວາມຈິງທີ່ເຈົ້າເຂົ້າໃຈ. ແຕ່ບໍ່ວ່າຈະຢູ່ໃນຂັ້ນຕອນໃດກໍຕາມ, ຍ້ອນວ່າມະນຸດ ເຊິ່ງເປັນສິ່ງທີ່ມີຊີວິດທີ່ຖືກສ້າງຂຶ້ນເຫຼົ່ານີ້ ແມ່ນສິ່ງທີ່ຖືກສ້າງ, ພວກເຂົາຈຶ່ງຈະເປັນແອນ້ອຍໃນສາຍຕາຂອງພຣະຜູ້ສ້າງຕະຫຼອດໄປ. ສະນັ້ນ, ເມື່ອເບິ່ງໃນແງ່ຂອງອັດຕະລັກ ແລະ ແກ່ນແທ້ຂອງແອນ້ອຍ, ຈຸດປະສົງຫຼັກ ແລະ ທຳມະຊາດຂອງພຣະເຈົ້າໃນການກ່າວກັບມະນຸດຊາດກໍຄືການສະໜອງ. ແນ່ນອນວ່າ ການສະໜອງທີ່ພຣະເຈົ້າປະທານໃຫ້ນັ້ນມີຂອບເຂດທີ່ກວ້າງຂວາງ: ບາງສ່ວນກໍເປັນການເປີດເຜີຍ, ບາງສ່ວນກໍເປັນການຕຳໜິ ແລະ ບາງສ່ວນກໍເປັນການລົງວິໄນ, ໃນຂະນະທີ່ບາງຄັ້ງກໍເປັນການເປີດໂປງ, ບາງຄັ້ງກໍເປັນການລິຮານ, ບາງຄັ້ງກໍເປັນການບອກສິ່ງຕ່າງໆກັບຜູ້ຄົນໂດຍກົງ, ບາງຄັ້ງກໍເປັນການບອກສິ່ງຕ່າງໆກັບພວກເຂົາຢ່າງຊັດເຈນ ແລະ ບາງຄັ້ງກໍເປັນພຽງການຍົກຕົວຢ່າງເພື່ອບອກຫຼັກການແກ່ຜູ້ຄົນ ເພື່ອໃຫ້ພວກເຂົາໄຕ່ຕອງ ແລະ ມີປະສົບການດ້ວຍຕົນເອງ. ບໍ່ວ່າພຣະອົງຈະກ່າວໃນລັກສະນະໃດກໍຕາມ, ເມື່ອເວົ້າເຖິງທຳມະຊາດຂອງພຣະຜູ້ສ້າງທີ່ກ່າວກັບມະນຸດທີ່ພຣະອົງໄດ້ສ້າງຂຶ້ນ, ມັນກໍເປັນຮູບແບບໜຶ່ງຂອງການສະໜອງຢູ່ສະເໝີ. ສະນັ້ນ ເມື່ອເວົ້າເຖິງການທີ່ພຣະເຈົ້າສະໜອງໃຫ້ແກ່ຜູ້ຄົນ, ພວກເຈົ້າເຫັນບໍວ່າມັນປາສະຈາກການລໍ້ລວງ? (ເຫັນ.) ສຳລັບຜູ້ຄົນແລ້ວ, ສິ່ງທີ່ມະນຸດຊາດໄດ້ຮັບຈາກພຣະເຈົ້າກໍຄືຄວາມຈິງ, ຫົນທາງ ແລະ ຊີວິດຢູ່ສະເໝີ; ສິ່ງທີ່ພວກເຂົາໄດ້ຮັບຄືຜົນປະໂຫຍດ ແລະ ສິ່ງທີ່ພວກເຂົາເກັບກ່ຽວໄດ້ຄືຊີວິດ. ເຖິງແມ່ນວ່າເຈົ້າຈະຖືກເຮັດໃຫ້ສົມບູນໃນທີ່ສຸດ, ເຈົ້າກໍຍັງຕ້ອງຍອມຮັບອຳນາດສູງສຸດຂອງພຣະເຈົ້າ ແລະ ອ່ອນນ້ອມຕໍ່ການຈັດວາງ ແລະ ການຈັດແຈງຂອງພຣະເຈົ້າ. ເຈົ້າຍັງຕ້ອງຍອມຮັບການສະໜອງຂອງພຣະເຈົ້າ, ເຈົ້າຍັງຕ້ອງຍອມຮັບການນໍາພາຂອງພຣະເຈົ້າ ແລະ ເຈົ້າກໍຍັງເປັນສິ່ງທີ່ຖືກສ້າງ; ອັດຕະລັກຂອງເຈົ້າຈະບໍ່ມີວັນປ່ຽນແປງ. ພຽງແຕ່ຊີວິດ ແລະ ວຸດທິພາວະທີ່ເຈົ້າມີພາຍໃນອັດຕະລັກນັ້ນໃນເວລານັ້ນ ຈະແຕກຕ່າງຈາກຊີວິດ ແລະ ວຸດທິພາວະທີ່ເຈົ້າມີພາຍໃນອັດຕະລັກປັດຈຸບັນຂອງເຈົ້າ. ໃນເວລານັ້ນ, ອັດຕະລັກຂອງເຈົ້າຈະຍິ່ງຖືກຕ້ອງຫຼາຍຂຶ້ນ; ເຈົ້າຈະມີຊີວິດທີ່ເປັນຂອງມະນຸດຊາດໃໝ່. ແກ່ນແທ້ຂອງຊີວິດນີ້ມາຈາກພຣະທຳຂອງພຣະເຈົ້າ. ມະນຸດຊາດໃໝ່ນີ້ສາມາດອ່ອນນ້ອມຕໍ່ພຣະເຈົ້າ ແລະ ນະມັດສະການພຣະເຈົ້າ; ພວກເຂົາບໍ່ນະມັດສະການຊາຕານອີກຕໍ່ໄປ, ພວກເຂົາໄດ້ປະຕິເສດຊາຕານ, ພວກເຂົາບໍ່ຖືກລໍ້ລວງໂດຍຊາຕານອີກຕໍ່ໄປ ແລະ ພວກເຂົາບໍ່ມີເຄື່ອງໝາຍຂອງສັດຮ້າຍ.
ໃນພຣະທຳທັງໝົດເຫຼົ່ານີ້ທີ່ກ່າວໂດຍພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ຕັ້ງແຕ່ມື້ທຳອິດທີ່ພວກເຈົ້າອ່ານພຣະທຳເຫຼົ່ານັ້ນຈົນເຖິງປັດຈຸບັນ ຫຼື ເມື່ອພວກເຈົ້າອ່ານພວກມັນໃນອະນາຄົດ, ໃນພຣະທຳທຸກຂໍ້ທີ່ພວກເຈົ້າອ່ານ ແລະ ໃນພຣະທຳທຸກຂໍ້ທີ່ພວກເຈົ້າໄດ້ຍິນ ແລະ ຍອມຮັບ, ໃນແຕ່ລະຄັ້ງທີ່ພຣະເຈົ້າກ່າວ, ບໍ່ມີພຣະທຳແມ່ນແຕ່ຂໍ້ດຽວທີ່ມີອົງປະກອບຂອງການລໍ້ລວງ. ເຖິງແມ່ນວ່າຕອນທີ່ເຮົາຕັ້ງຄຳຖາມພວກເຈົ້າ, ເຮົາກໍເຮັດຢ່າງກົງໄປກົງມາ, ໂດຍຖາມເຖິງມຸມມອງຂອງພວກເຈົ້າ ແລະ ຖາມວ່າພວກເຈົ້າເຂົ້າໃຈ ແລະ ເບິ່ງບາງສິ່ງແນວໃດ. ອີກຢ່າງ ເຮົາອາດຕັ້ງຄຳຖາມໃຫ້ພວກເຈົ້າໄຕ່ຕອງ ແລະ ຖ້າເຮົາເຫັນວ່າພວກເຈົ້າຄິດບໍ່ອອກ ຫຼື ບໍ່ໄດ້ຮັບຄວາມຊັດເຈນຫຼັງຈາກທີ່ໄດ້ໂອ້ລົມກັນ, ແລ້ວເຮົາກໍຈະເວົ້າກ່ຽວກັບເລື່ອງນັ້ນໂດຍກົງ. ຫຼັງຈາກທີ່ເຮົາເວົ້າຈົບ ແລະ ພວກເຈົ້າເຂົ້າໃຈ ແລະ ສາມາດຢັ່ງຮູ້ບັນຫານັ້ນແລ້ວ, ເຮົາກໍຈະບໍ່ເວົ້າກ່ຽວກັບມັນອີກ. ບາງຄັ້ງເມື່ອເຮົາເວົ້າ, ເຮົາກໍຍົກຕົວຢ່າງ. ບາງຄົນໄດ້ຍິນແລ້ວກໍຮູ້ສຶກວ່າ “ພຣະອົງກຳລັງສອນເດັກນ້ອຍທີ່ຮຽນຍ່າງບໍ?” ເຮົາເວົ້າວ່າ ຄົນສ່ວນໃຫຍ່ທີ່ເຊື່ອໃນພຣະເຈົ້າແມ່ນຜູ້ໃຫຍ່ທີ່ມີອາຍຸຫຼາຍກວ່າຊາວ ຫຼື ສາມສິບປີ; ພວກເຂົາບໍ່ແມ່ນເດັກນ້ອຍທີ່ຮຽນຍ່າງ. ເຖິງຢ່າງໃດກໍຕາມ, ສິ່ງທີ່ຜູ້ເຊື່ອໃນພຣະເຈົ້າກິນ ແລະ ດື່ມກໍຄືພຣະທຳຂອງພຣະເຈົ້າ, ສະນັ້ນ ບໍ່ວ່າຄົນໆໜຶ່ງຈະມີອາຍຸເທົ່າໃດກໍຕາມ, ຕໍ່ໜ້າພຣະທຳຂອງພຣະເຈົ້າ ແລະ ຕໍ່ໜ້າພຣະເຈົ້າແລ້ວ, ພວກເຂົາກໍຄືເດັກນ້ອຍທີ່ຮຽນຍ່າງ ແລະ ຈະເປັນແບບນັ້ນຕະຫຼອດໄປ. ເຈົ້າເຫັນບໍວ່າ ຜູ້ຄົນໃນເຮືອນຂອງພຣະເຈົ້າມາຈາກທຸກສາຂາອາຊີບ: ກຳມະກອນ, ຊາວກະສິກອນ, ນັກວິຊາການ, ເຈົ້າໜ້າທີ່ລັດຖະບານ ພ້ອມທັງນັກສຶກສາວິທະຍາໄລ ແລະ ແມ່ນແຕ່ນັກສຶກສາປະລິນຍາໂທ, ນັກສຶກສາປະລິນຍາເອກ, ສາດສະດາຈານ ແລະ ອື່ນໆ. ແຕ່ໃນບັນດາຄົນທັງໝົດເຫຼົ່ານີ້, ມີຈັກຄົນທີ່ສາມາດຈັບໃຈຄວາມຄວາມຈິງໄດ້? ເມື່ອເຮົາເທດສະໜາແບບນີ້, ມີຈັກຄົນທີ່ສາມາດເຂົ້າໃຈພວກມັນໄດ້ຢ່າງຄົບຖ້ວນ? ຖ້າເຮົາບໍ່ເວົ້າຢ່າງລະອຽດ ແລະ ສະເພາະເຈາະຈົງ, ຜູ້ຄົນຈະສາມາດເຂົ້າໃຈສິ່ງທີ່ເຮົາເວົ້າໄດ້ບໍ? ພວກເຂົາພຽງແຕ່ເຂົ້າໃຈຄວາມໝາຍຕາມຕົວອັກສອນເລັກນ້ອຍ ແລະ ເມື່ອຮອດເວລາທີ່ພວກເຂົາຕ້ອງປະຕິບັດ ແລະ ມີປະສົບການ, ພວກເຂົາກໍບໍ່ມີເສັ້ນທາງ. ສະນັ້ນ ເຮົາຈຶ່ງຕ້ອງເວົ້າຢ່າງລະອຽດ ແລະ ສະເພາະເຈາະຈົງ ແລະ ເຮົາຍັງຕ້ອງຍົກຕົວຢ່າງອີກດ້ວຍ; ການລະເວັ້ນວິທີການເວົ້າເຫຼົ່ານີ້ແມ່ນໃຊ້ບໍ່ໄດ້. ຖ້າຄົນໃດໜຶ່ງຄິດວ່ານີ້ຄືການສອນເດັກນ້ອຍທີ່ຮຽນຍ່າງ, ແລ້ວພວກເຂົາກໍຄິດຖືກແລ້ວ. ເມື່ອເຮົາກ່າວພຣະທຳເຫຼົ່ານີ້, ເຮົາກຳລັງເວົ້າກັບເດັກນ້ອຍທີ່ຮຽນຍ່າງແທ້ໆ. ແລ້ວບອກເຮົາມາເບິ່ງວ່າ ພວກເຈົ້າທຸກຄົນບໍ່ແມ່ນເດັກນ້ອຍທີ່ຮຽນຍ່າງຕໍ່ພຣະພັກພຣະເຈົ້າບໍ? ໃນບັນດາພວກເຈົ້າມີຈັກຄົນທີ່ສາມາດເຂົ້າເຖິງພຣະທຳຂອງພຣະເຈົ້າ ແລະ ເຂົ້າໃຈພຣະທຳຂອງພຣະເຈົ້າໄດ້? ຖ້າພວກເຈົ້າປະຕິບັດຕໍ່ຕົນເອງຄືກັບເດັກນ້ອຍທີ່ຮຽນຍ່າງແທ້ໆ, ແລ້ວພວກເຈົ້າກໍມີເຫດຜົນຢ່າງແທ້ຈິງ. ພວກເຈົ້າຄວນປະຕິບັດຕໍ່ຕົນເອງຄືກັບເດັກນ້ອຍທີ່ຮຽນຍ່າງເມື່ອຟັງພຣະທຳຂອງພຣະເຈົ້າ; ຊຸດຄວາມຄິດນີ້ແມ່ນຖືກຕ້ອງແລ້ວ. ພວກເຈົ້າເຫັນບໍວ່າ ເມື່ອເຮົາກ່າວພຣະທຳເຫຼົ່ານີ້ທີ່ຕັ້ງໃຈໃຫ້ສຳລັບເດັກນ້ອຍທີ່ຮຽນຍ່າງ, ພວກເຈົ້າພົບວ່າພວກມັນໜ້າສົນໃຈ ແລະ ກ່າວອາແມນຕໍ່ພວກມັນບໍ? ການທີ່ເຮົາກ່າວແບບນີ້ແກ້ໄຂຄວາມຫຍຸ້ງຍາກຂອງພວກເຈົ້າບໍ? ມັນແກ້ໄຂບັນຫາຂອງພວກເຈົ້າບໍ? ຖ້າບັນຫາຂອງພວກເຈົ້າໄດ້ຮັບການແກ້ໄຂຢ່າງແທ້ຈິງ, ແລ້ວພຣະທຳເຫຼົ່ານີ້ກໍຄືສິ່ງທີ່ຜູ້ຄົນຕ້ອງການ ແລະ ການທີ່ເຮົາກ່າວແບບນີ້ກໍເໝາະສົມຢ່າງສົມບູນແທ້ໆ. ມະນຸດທີ່ເສື່ອມຊາມຕ້ອງການໃຫ້ເຮົາກ່າວແບບນີ້ແທ້ໆ, ໂດຍການຍົກຕົວຢ່າງ, ການໃຊ້ຄຳປຽບທຽບ ແລະ ການກ່າວຢ່າງບໍ່ຮູ້ອິດບໍ່ເມື່ອຍ ແລະ ຊໍ້າແລ້ວຊໍ້າອີກຈາກຫຼາຍມຸມມອງ ແລະ ໃຊ້ຫຼາຍວິທີການ. ຍິ່ງໄປກວ່ານັ້ນ, ເຮົາໃຊ້ຄຳເວົ້າທີ່ຄ້າຍຄືກັບສິ່ງທີ່ເຈົ້າອາດຈະໃຊ້ກັບເດັກນ້ອຍ; ສິ່ງເຫຼົ່ານີ້ຄືຄຳເວົ້າທີ່ຮຽບງ່າຍທີ່ສຸດ ແລະ ກົງໄປກົງມາທີ່ສຸດ. ມີພຽງແຕ່ການກ່າວແບບນີ້ເທົ່ານັ້ນ ຜູ້ຄົນຈຶ່ງຈະສາມາດເຂົ້າໃຈໄດ້. ແຕ່ບໍ່ວ່າເຮົາຈະກ່າວແນວໃດກໍຕາມ, ໃນບັນດາພຣະທຳທັງໝົດເຫຼົ່ານີ້, ບໍ່ມີພຣະທຳແມ່ນແຕ່ຂໍ້ດຽວທີ່ເປັນຄຳຕົວະ ຫຼື ຕັ້ງໃຈທີ່ຈະເຮັດໃຫ້ພວກເຈົ້າຫຼົງຜິດ. ພຣະທຳເຫຼົ່ານີ້ລ້ວນແຕ່ບອກໃຫ້ພວກເຈົ້າເຊື່ອທຸກສິ່ງທີ່ພຣະເຈົ້າກ່າວ; ພວກເຈົ້າຕ້ອງບໍ່ສົງໄສພຣະທຳຂອງພຣະເຈົ້າຢ່າງເດັດຂາດ. ໃຜກໍຕາມທີ່ສົງໄສພຣະທຳຂອງພຣະເຈົ້າກໍຕົກຂຸມພາງກົນອຸບາຍຂອງຊາຕານ ແລະ ພົບວ່າຕົນເອງຕົກຢູ່ໃນກັບດັກຂອງມັນ. ຕົວຢ່າງ: ພຣະເຈົ້າກ່າວວ່າ “ຍົກເວັ້ນຕົ້ນໄມ້ແຫ່ງຄວາມຮູ້ຈັກດີ ແລະ ຊົ່ວ, ເຈົ້າບໍ່ຕ້ອງກິນຈາກຕົ້ນນັ້ນ ຍ້ອນວ່າເມື່ອໃດທີ່ເຈົ້າກິນຈາກຕົ້ນໄມ້ນັ້ນ ເມື່ອນັ້ນເຈົ້າກໍຈະມີຄວາມຕາຍຢ່າງແນ່ນອນ” (ປະຖົມມະການ 2:17). ແລ້ວຊາຕານເຮັດໃຫ້ຜູ້ຄົນຫຼົງຜິດແນວໃດ? ຊາຕານເວົ້າວ່າ “ພວກເຈົ້າຈະບໍ່ຕາຍດອກ...” (ປະຖົມມະການ 3:4). ສິ່ງນີ້ເຮັດໃຫ້ຜູ້ຄົນຫຼົງຜິດ. ມີຄຳເວົ້າໃດທີ່ຄ້າຍຄືກັບຄຳເວົ້າຂອງຊາຕານໃນສິ່ງທີ່ເຮົາໄດ້ກ່າວໄປ ຫຼື ທີ່ເຮັດໃຫ້ຜູ້ຄົນຫຼົງຜິດຄືກັບທີ່ຊາຕານເຮັດບໍ? ເຮົາເຄີຍກ່າວສິ່ງໃດໜຶ່ງທີ່ມີລັກສະນະແບບນີ້ບໍ? (ບໍ່ເຄີຍ.) ໃນດ້ານໜຶ່ງ, ຄຳເວົ້າທີ່ເຮົາໄດ້ກ່າວໄປນັ້ນຊ່ວຍໃຫ້ພວກເຈົ້າຮູ້ຈັກອຸປະນິໄສທີ່ເສື່ອມຊາມແບບຊາຕານ ແລະ ຄວາມຄິດ ແລະ ມຸມມອງທີ່ຜິດພ້ຽນຕ່າງໆທີ່ມັນປູກຝັງໃນຕົວຜູ້ຄົນ, ເຮັດໃຫ້ພວກເຈົ້າສາມາດມາຮູ້ຈັກ ແລະ ໄຈ້ແຍກພວກມັນ ແລ້ວຈາກນັ້ນກໍປະຖິ້ມພວກມັນ. ໃນອີກດ້ານໜຶ່ງ, ຄຳເວົ້າເຫຼົ່ານັ້ນບອກພວກເຈົ້າເຖິງວິທີປະຕິບັດຕາມຫົນທາງຂອງພຣະເຈົ້າ, ຫົນທາງຂອງພຣະເຈົ້າເປັນແນວໃດ, ຫຼັກການທີ່ພຣະເຈົ້າກຳນົດສຳລັບຜູ້ຄົນແມ່ນຫຍັງ ແລະ ຫຼັກການໃດທີ່ຜູ້ຄົນຄວນຍຶດໝັ້ນໃນເລື່ອງຕ່າງໆ. ທຸກສິ່ງທີ່ເຮົາໄດ້ກ່າວໄປກໍເພື່ອຊ່ວຍໃຫ້ເຈົ້າຢູ່ຫ່າງຈາກຊາຕານ ແລະ ກະແສທີ່ຊົ່ວຮ້າຍ, ປະຕິເສດຊາຕານ, ແຍກຕົວເຈົ້າເອງອອກຈາກກະແສທີ່ຊົ່ວຮ້າຍ, ມາຢູ່ຕໍ່ໜ້າພຣະເຈົ້າ, ສະແຫວງຫາເຈດຕະນາຂອງພຣະເຈົ້າ ແລະ ຫຼັກການຄວາມຈິງໃນຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ, ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ ແລະ ອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າ. ທຸກສິ່ງທີ່ເຮົາໄດ້ກ່າວໄປກໍເພື່ອຊ່ວຍໃຫ້ພວກເຈົ້າປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຈົ້າ ແລ້ວຈາກນັ້ນກໍກາຍເປັນຄົນທີ່ຢຳເກງພຣະເຈົ້າ ແລະ ນະມັດສະການພຣະເຈົ້າ. ເຮົາບໍ່ເຄີຍກ່າວສິ່ງໃດທີ່ບອກໃຫ້ພວກເຈົ້າເຮັດຕາມກະແສທາງໂລກ ຫຼື ເຫັນດີກັບຄວາມຄິດ ແລະ ມຸມມອງຕ່າງໆຂອງໂລກ. ເຮົາບໍ່ໄດ້ກ່າວແມ່ນແຕ່ສິ່ງດຽວເພື່ອເຮັດໃຫ້ພວກເຈົ້າຫັນໜີຈາກເສັ້ນທາງທີ່ແທ້ຈິງ ຫຼື ຫັນໜີຈາກພຣະເຈົ້າ ແລະ ເຮົາກໍບໍ່ເຄີຍບອກໃຫ້ພວກເຈົ້າຕັດສິນພຣະເຈົ້າ ຫຼື ບໍ່ພໍໃຈກັບພຣະເຈົ້າ. ແນ່ນອນວ່າ ພຣະທຳຂອງເຮົາແຮງບໍ່ເຄີຍເປັນຕົວແທນໃຫ້ພຣະເຈົ້າຢ່າງບໍ່ຖືກຕ້ອງ ຈາກມຸມມອງຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ຫຼື ໃຫ້ຂໍ້ມູນຜິດໆເພື່ອເຮັດໃຫ້ພວກເຈົ້າເຂົ້າໃຈພຣະເຈົ້າຜິດ ຫຼື ລະແວງພຣະອົງ. ກົງກັນຂ້າມ ເຮົາເຮັດຈົນສຸດຄວາມສາມາດຂອງເຮົາເພື່ອແກ້ໄຂຄວາມຄິດ ແລະ ມຸມມອງຜິດໆຂອງພວກເຈົ້າກ່ຽວກັບພຣະເຈົ້າ ແລະ ຄວາມຄິດຫຼົງຜິດ ແລະ ຈິນຕະນາການຕ່າງໆຂອງພວກເຈົ້າກ່ຽວກັບພຣະເຈົ້າ, ໂດຍນໍາພາພວກເຈົ້າມາຢູ່ຕໍ່ໜ້າພຣະອົງ, ເຖິງຂັ້ນຍູ້ພວກເຈົ້າໄປຫາພຣະອົງ, ຊ່ວຍໃຫ້ພວກເຈົ້າຢູ່ຫ່າງຈາກກະແສທີ່ຊົ່ວຮ້າຍ ແລະ ປ່ອຍວາງຄວາມຄິດ ແລະ ມຸມມອງທີ່ຜິດພ້ຽນຕ່າງໆ. ເຈົ້າເຫັນບໍວ່າ ພຣະທຳທັງໝົດເຫຼົ່ານີ້ທີ່ໄຈ້ແຍກຄວາມຄິດ ແລະ ມຸມມອງທີ່ຜິດພ້ຽນຕ່າງໆ, ລວມເຖິງການໂອ້ລົມຂອງເຮົາກ່ຽວກັບການແຕ່ງດອງ, ຄອບຄົວ, ວຽກງານ, ການເມືອງ, ຄວາມປາຖະໜາ, ອະນາຄົດ, ເງິນທອງ, ສະຖານະ, ຊື່ສຽງ ແລະ ຜົນປະໂຫຍດ, ຄວາມສຳພັນລະຫວ່າງຊາຍ ແລະ ຍິງ ພ້ອມທັງເສັ້ນທາງທີ່ຄົນຕ່າງໆໃນໂລກນີ້ເລືອກຍ່າງ, ວິທີທີ່ຜູ້ຄົນຄວນແຍກແຍະອາລົມຕ່າງໆ, ວິທີປະຕິບັດຕໍ່ຄວາມຮູ້ສຶກ ແລະ ອື່ນໆ, ລ້ວນແຕ່ສະໜອງຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງ ແລະ ເປັນບວກ ພ້ອມທັງຄວາມຈິງໃຫ້ແກ່ພວກເຈົ້າ. ພຣະທຳເຫຼົ່ານີ້ລ້ວນແຕ່ເປັນຄວາມຈິງ. ມີພຽງແຕ່ໂດຍການຍອມຮັບຄວາມຈິງເທົ່ານັ້ນ ມະນຸດຈຶ່ງຈະສາມາດໃຊ້ມຸມມອງຕ່າງໆເພື່ອແຍກແຍະຄວາມຄິດ ແລະ ມຸມມອງທີ່ຜິດພ້ຽນຕ່າງໆ, ແຍກແຍະຄວາມມືດມົນ ແລະ ຄວາມຊົ່ວຮ້າຍຂອງໂລກນີ້, ສາມາດເບິ່ງໂລກນີ້ໄດ້ຢ່າງຊັດເຈນ ແລະ ປະຕິເສດຊາຕານ; ມີພຽງແຕ່ໂດຍການຍອມຮັບຄວາມຈິງເທົ່ານັ້ນ ລາວຈຶ່ງຈະສາມາດມີຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງ ເຊິ່ງກົງກັນກັບຄວາມຈິງຕາມທີ່ພຣະເຈົ້າຮຽກຮ້ອງຈາກລາວ, ຍ່າງໃນເສັ້ນທາງທີ່ສະຫວ່າງ ແລະ ຖືກຕ້ອງ ແລະ ມາຢູ່ຕໍ່ໜ້າພຣະເຈົ້າເພື່ອອ່ອນນ້ອມຕໍ່ພຣະອົງ ແລະ ນະມັດສະການພຣະອົງ. ນອກຈາກນີ້, ຖ້າມີເຈດຕະນາຢູ່ເບື້ອງຫຼັງການກ່າວພຣະທຳເຫຼົ່ານີ້ຂອງເຮົາ, ມັນກໍມີພຽງຢ່າງດຽວ ນັ້ນກໍຄື ການເຮັດທຸກຢ່າງທີ່ເປັນໄປໄດ້ເພື່ອຊ່ວຍໃຫ້ພວກເຈົ້າເຂົ້າໃຈຄວາມຈິງ, ສາມາດປ່ອຍວາງຄວາມຄາດຫວັງໃນອະນາຄົດ ແລະ ຜົນປະໂຫຍດທາງເນື້ອໜັງຂອງພວກເຈົ້າເອງ ແລະ ສິ່ງອື່ນໆທາງເນື້ອໜັງ ແລ້ວຈາກນັ້ນກໍໄລ່ຕາມເສາະຫາຄວາມຈິງ. ມັນຍັງເປັນການໃຊ້ວິທີການຕ່າງໆເພື່ອບອກຜູ້ຄົນກ່ຽວກັບຫົວຂໍ້ຕ່າງໆທີ່ກ່ຽວຂ້ອງກັບຄວາມຈິງ, ເພື່ອໃຫ້ພວກເຈົ້າສົນໃຈໃນຄວາມຈິງ. ໂດຍສະເພາະແລ້ວ, ເຮົາໃຊ້ວິທີການບາງຢ່າງທີ່ຂ້ອນຂ້າງຕະຫຼົກ ແລະ ມີໄຫວພິບເພື່ອເຮັດໃຫ້ພວກເຈົ້າສົນໃຈ ແລະ ຊ່ວຍໃຫ້ພວກເຈົ້າເຕັມໃຈທີ່ຈະຟັງ, ເພື່ອໃຫ້ພວກເຈົ້າສາມາດຮັບເອົາມັນ ແລະ ຈາກນັ້ນກໍເຂົ້າໃຈຄວາມຈິງທີ່ຖືກກ່າວຢູ່ພາຍໃນ. ເຮົາອາດໃຊ້ເລື່ອງລາວທີ່ຕະຫຼົກ ຫຼື ໜ້າສົນໃຈເພື່ອດຶງດູດພວກເຈົ້າ ແລະ ຊ່ວຍໃຫ້ພວກເຈົ້າເຕັມໃຈທີ່ຈະຟັງ. ດ້ວຍວິທີນີ້, ຫຼັງຈາກທີ່ເຈົ້າຟັງມັນແລ້ວ, ນອກເໜືອຈາກການຈື່ຈຳເລື່ອງລາວນັ້ນ, ເຈົ້າຍັງຈະສາມາດນຶກເຖິງມັນໄດ້ເມື່ອເຈົ້າພົບພໍ້ກັບເລື່ອງທີ່ຄ້າຍຄືກັນໃນຊີວິດຈິງ ແລະ ຈະສາມາດສະແຫວງຫາຄວາມຈິງທີ່ກ່ຽວຂ້ອງກັບບັນຫານີ້. ໃນຂະນະທີ່ເຈົ້າສະແຫວງຫາ, ເຈົ້າກໍຈະໄດ້ຮັບຄວາມຮູ້ແຈ້ງຂອງພຣະວິນຍານບໍລິສຸດ ແລະ ຮູ້ວ່າຫຼັກການຄວາມຈິງທີ່ຢູ່ພາຍໃນນັ້ນແມ່ນຫຍັງ, ເຈດຕະນາຂອງພຣະເຈົ້າແມ່ນຫຍັງ ແລະ ຄວາມຈິງໃດທີ່ຜູ້ຄົນຄວນປະຕິບັດ. ນັ້ນກໍຄື ເຮົາພະຍາຍາມເພື່ອບໍ່ໃຫ້ເຈົ້າຫຼົງທາງອີກຕໍ່ໄປ, ບໍ່ໃຫ້ເຈົ້າໝົດຫົນທາງອີກຕໍ່ໄປ ແລະ ບໍ່ໃຫ້ເຈົ້າສັບສົນ ຫຼື ເຈັບປວດອີກຕໍ່ໄປ ເມື່ອເຈົ້າພົບພໍ້ກັບເລື່ອງຕ່າງໆ, ແຕ່ໃຫ້ມີເສັ້ນທາງທີ່ເປັນໄປໄດ້ ແລະ ທີ່ສຳຄັນໄປກວ່ານັ້ນກໍຄື ເພື່ອບໍ່ໃຫ້ເຈົ້າຖືກຄວບຄຸມໂດຍຄວາມຄິດ ແລະ ອຸປະນິໄສທີ່ເສື່ອມຊາມແບບຊາຕານຄືກັບແຕ່ກ່ອນອີກຕໍ່ໄປ, ບໍ່ເອົາອຸປະນິໄສທີ່ເສື່ອມຊາມແບບຊາຕານມາເປັນຊີວິດຂອງເຈົ້າອີກຕໍ່ໄປ ແລະ ບໍ່ໃຊ້ຄວາມຄິດ ແລະ ມຸມມອງທີ່ຊາຕານປູກຝັງໃນຕົວເຈົ້າມາຈັດການກັບເລື່ອງຕ່າງໆອີກຕໍ່ໄປ, ແຕ່ປ່ຽນແທນພວກມັນດ້ວຍພຣະທຳຂອງພຣະເຈົ້າ ແລະ ຫຼັກການຄວາມຈິງ. ເຈົ້າເຫັນບໍວ່າ ບໍ່ວ່າເຮົາຈະໃຊ້ວິທີໃດໃນທຸກສິ່ງທີ່ເຮົາກ່າວ, ບໍ່ວ່າມັນຈະເປັນວິທີທີ່ເຮັດໃຫ້ເຈົ້າສົນໃຈ ຫຼື ວິທີທີ່ສາມາດດຶງດູດເຈົ້າໄດ້, ເຮົາກໍພະຍາຍາມຊ່ວຍໃຫ້ເຈົ້າເຂົ້າໃຈຄວາມຈິງ, ນັ້ນຄືເປົ້າໝາຍສູງສຸດຂອງເຮົາ. ເຖິງແມ່ນວ່າບາງຄັ້ງເຮົາຈະເລົ່າເລື່ອງຕະຫຼົກ ຫຼື ແບ່ງປັນເລື່ອງລາວສັ້ນໆກໍຕາມ, ມັນກໍເພື່ອຊ່ວຍເຮັດໃຫ້ໃຈຂອງພວກເຈົ້າສະຫງົບ ແລະ ຊ່ວຍໃຫ້ພວກເຈົ້າສາມາດນັ່ງຢູ່ຊື່ໆໄດ້; ດ້ວຍວິທີນີ້ ພວກເຈົ້າກໍຈະຢາກຟັງຄວາມຈິງ ແລະ ຈະມີໂອກາດຍອມຮັບຄວາມຈິງ. ເມື່ອເວົ້າເຖິງເປົ້າໝາຍແລ້ວ, ນີ້ຄືເປົ້າໝາຍພຽງຢ່າງດຽວ. ໂດຍສະເພາະກັບຄົນໜຸ່ມສາວບາງຄົນທີ່ຫາກໍເຊື່ອໃນພຣະເຈົ້າໄດ້ພຽງໄລຍະສັ້ນໆ ແລະ ມີປະສົບການທີ່ຕື້ນເຂີນ, ເຊິ່ງກຸ່ມຄົນເຫຼົ່ານີ້ຍັງຄົງເຕັມໄປດ້ວຍຄວາມຄາດຫວັງ ແລະ ຄວາມຢາກຮູ້ຢາກເຫັນກ່ຽວກັບໂລກນີ້, ເພື່ອຊ່ວຍໃຫ້ຜູ້ເຊື່ອໃໝ່ເຫຼົ່ານີ້ວາງຮາກຖານໃນເສັ້ນທາງທີ່ແທ້ຈິງ, ເຮົາໄດ້ກ່າວພຣະທຳຫຼາຍຂໍ້ ແລະ ເຮັດວຽກງານຫຼາຍຢ່າງ. ສຳລັບຜູ້ຕິດຕາມທຸກກຸ່ມອາຍຸ, ຜູ້ຕິດຕາມໃນທຸກສະຖານະການ ແລະ ຜູ້ຕິດຕາມທຸກເຊື້ອຊາດ, ຈຸດປະສົງ ແລະ ເຈດຕະນາພຽງຢ່າງດຽວທີ່ຢູ່ເບື້ອງຫຼັງການກ່າວຂອງເຮົາກໍຄື ເພື່ອຊ່ວຍໃຫ້ພວກເຂົາໄດ້ຮັບຄວາມຈິງໃນຂະນະທີ່ຕິດຕາມພຣະເຈົ້າ, ເຂົ້າໃຈຫຼັກການຄວາມຈິງ ແລະ ເຈດຕະນາຂອງພຣະເຈົ້າ, ສາມາດຕິດຕາມພຣະເຈົ້າ ແລະ ຍ່າງໃນເສັ້ນທາງທີ່ຖືກຕ້ອງ, ບໍ່ເຮັດຕາມກະແສທາງໂລກອີກຕໍ່ໄປ, ບໍ່ຖືກຄວບຄຸມໂດຍອຸປະນິໄສທີ່ເສື່ອມຊາມແບບຊາຕານອີກຕໍ່ໄປ ແລະ ບໍ່ສືບຕໍ່ຍອມຮັບຄວາມເສື່ອມຊາມຂອງຊາຕານອີກຕໍ່ໄປ, ແຕ່ຫັນມານະມັດສະການພຣະເຈົ້າທີ່ແທ້ຈິງ, ນະມັດສະການພຣະຜູ້ສ້າງ ແລະ ກັບຄືນສູ່ຕຳແໜ່ງເດີມຂອງພວກເຂົາໃນຖານະສິ່ງທີ່ຖືກສ້າງເພື່ອນະມັດສະການພຣະຜູ້ສ້າງ, ນີ້ຄືເປົ້າໝາຍພຽງຢ່າງດຽວທີ່ເຮົາມີ. ກ່ຽວກັບເປົ້າໝາຍພຽງຢ່າງດຽວນີ້, ເຖິງແມ່ນວ່າບາງຄັ້ງເຮົາຈະໃຊ້ວິທີການພິເສດ ແລະ ເວົ້າເຖິງຫົວຂໍ້ພິເສດເມື່ອກ່າວ ແລະ ເຖິງແມ່ນວ່າເຮົາຈະກ່າວບາງຄຳທີ່ຂ້ອນຂ້າງເລິກເຊິ່ງ ແລະ ບໍ່ເຂົ້າໃຈງ່າຍປານໃດກໍຕາມ, ບໍ່ວ່າສະຖານະການຈະເປັນແນວໃດ, ເປົ້າໝາຍຂອງເຮົາກໍບໍ່ເຄີຍເປັນການລອງໃຈ. ເຮົາມີພຽງຈຸດປະສົງດຽວ ນັ້ນກໍຄື ການສະໜອງ ແລະ ການຊີ້ແນະແກ່ພວກເຈົ້າ ແລະ ການສະໜອງ ແລະ ການຊີ້ແນະນີ້ກໍຄືການຊີ້ແນະຢ່າງອົດທົນ. ຖ້າຈະໃຊ້ຄຳປຽບທຽບທີ່ບໍ່ສົມບູນແບບ, ການສະໜອງ ແລະ ການຊີ້ແນະແກ່ພວກເຈົ້າກໍປຽບເໝືອນການເບິ່ງແຍງດອກໄມ້ໃນເຮືອນແກ້ວ. ເຮົາບໍ່ກ້າທີ່ຈະລະເລີຍແມ່ນແຕ່ໜ້ອຍດຽວ. ມັນບໍ່ສາມາດຮ້ອນເກີນໄປ ຫຼື ເຢັນເກີນໄປ. ເມື່ອອາກາດດີ, ເຮົາກໍຕ້ອງໃຫ້ດອກໄມ້ໄດ້ຮັບແສງແດດແດ່ ແລະ ເຮົາກໍຕ້ອງຄອຍສັງເກດເບິ່ງອຸນຫະພູມຢູ່ຕະຫຼອດເວລາ. ຖ້າມັນຮ້ອນເກີນໄປ, ດອກໄມ້ກໍຈະແຫ້ງ ແລະ ຕາຍ; ຖ້າອຸນຫະພູມຫຼຸດລົງຢ່າງກະທັນຫັນ ແລະ ມັນເຢັນເກີນໄປ, ດອກໄມ້ນ້ອຍໆກໍຈະໜາວຕາຍ. ນີ້ຄືຄວາມບອບບາງຂອງວຸດທິພາວະຂອງພວກເຈົ້າເອງ. ບອບບາງໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າພວກເຈົ້າຍັງອ່ອນຫັດເກີນໄປ ແລະ ບໍ່ມີວຸດທິພາວະ. ການສະແດງອອກຕົວຈິງຂອງການບໍ່ມີວຸດທິພາວະແມ່ນຫຍັງ? ມັນກໍຄື ຄົນສ່ວນໃຫຍ່ເກືອບມີການເຂົ້າສູ່ຊີວິດເລີຍເມື່ອພວກເຂົາພົບພໍ້ກັບສິ່ງຕ່າງໆໃນຊີວິດຈິງ. ຄົນເຮົາສາມາດມີວຸດທິພາວະໄດ້ແນວໃດ ຖ້າປາສະຈາກການເຂົ້າສູ່ຊີວິດ? ວຸດທິພາວະແມ່ນໄດ້ມາຈາກການສະສົມ ແລະ ຮວບຮວມເມື່ອເວລາຜ່ານໄປ ບົນພື້ນຖານຂອງການຄ່ອຍໆສ້າງການເຂົ້າສູ່ຊີວິດ. ສະນັ້ນ, ເມື່ອເຮົາກ່າວກັບພວກເຈົ້າ, ເຮົາຕ້ອງສະໜອງ ແລະ ຊີ້ແນະພວກເຈົ້າຢ່າງບໍ່ຮູ້ອິດເມື່ອຍໃນຫົວຂໍ້ຕ່າງໆຈາກມຸມມອງທີ່ແຕກຕ່າງກັນ, ຈາກຈຸດຢືນທີ່ແຕກຕ່າງກັນ, ໂດຍໃຊ້ວິທີການ ແລະ ຕົວຢ່າງທີ່ແຕກຕ່າງກັນ, ສິ່ງນີ້ເອີ້ນວ່າການຊີ້ແນະຢ່າງອົດທົນ. ການຊີ້ແນະນີ້ບໍ່ແມ່ນການລອງໃຈ, ມັນຄືການຊີ້ແນະ ແລະ ການສະໜອງ; ມັນເປັນການນໍາພາປະເພດໜຶ່ງ. ການນໍາພາປະເພດນີ້ບໍ່ມີຜົນກະທົບທາງລົບ ແລະ ມັນກໍບໍ່ໄດ້ມາຈາກເຈດຕະນາທີ່ບໍ່ເໝາະສົມໃດໆ. ຈົ່ງກວດສອບຄຳເວົ້າທີ່ເຮົາໄດ້ກ່າວ: ບໍ່ວ່າຈະເປັນໃນແງ່ຂອງເຈດຕະນາ ຫຼື ໃນແງ່ຂອງວິທີທີ່ເຮົາກ່າວ, ຫົວຂໍ້ທີ່ເຮົາເວົ້າເຖິງ ຫຼື ຮູບແບບການກ່າວຂອງເຮົາ ແລະ ບໍ່ວ່າພວກເຈົ້າຈະກຳລັງຟັງສຽງບັນທຶກການເທດສະໜາ ຫຼື ອ່ານຂໍ້ຄວາມກໍຕາມ, ເຮົາໄດ້ໃຊ້ວິທີການໃດໜຶ່ງທີ່ຊາຕານໃຊ້ເພື່ອລອງໃຈຜູ້ຄົນບໍ? (ບໍ່.) ໃຫ້ພິຈາລະນາເບິ່ງທຸກສິ່ງທີ່ເຮົາໄດ້ກ່າວໄປຢ່າງລະອຽດ. ໃນແຕ່ລະຂໍ້ຄວາມ, ບໍ່ວ່າມັນຈະຍາວສໍ່າໃດກໍຕາມ, ສິ່ງທີ່ຖືກໂອ້ລົມກໍຄືຄວາມຈິງດ້ານໜຶ່ງ; ມັນລ້ວນແຕ່ກ່ຽວຂ້ອງກັບຄວາມຈິງ. ເນື່ອງຈາກມັນລ້ວນແຕ່ກ່ຽວຂ້ອງກັບຄວາມຈິງ, ແລ້ວມັນຈຶ່ງເປັນການສະໜອງສຳລັບພວກເຈົ້າທັງໝົດ, ມັນຄືສິ່ງທີ່ພວກເຈົ້າຕ້ອງການ, ມັນກ່ຽວຂ້ອງກັບຊີວິດທີ່ພວກເຈົ້າກຳລັງຈະໄດ້ຮັບ ແລະ ມັນກ່ຽວຂ້ອງກັບອະນາຄົດ ແລະ ຈຸດໝາຍປາຍທາງຂອງພວກເຈົ້າ. ສະນັ້ນ, ໃນສ່ວນຂອງເຮົາແລ້ວ, ເຮົາແນ່ນອນວ່າບໍ່ໄດ້ປະໝາດແມ່ນແຕ່ໜ້ອຍດຽວ. ຖ້າພວກເຈົ້າເອງບໍ່ເຄີຍເອົາຈິງເອົາຈັງກັບພຣະທຳຂອງພຣະເຈົ້າ, ແລ້ວມັນກໍສາມາດເວົ້າໄດ້ພຽງແຕ່ວ່າພວກເຈົ້າໂງ່ຈ້າ. ເປັນຫຍັງເຮົາຈຶ່ງເວົ້າວ່າພວກເຈົ້າໂງ່ຈ້າ? ເພາະວຸດທິພາວະຂອງພວກເຈົ້າຍັງອ່ອນຫັດຫຼາຍຈົນຄວາມຈິງນັ້ນເກີນຄວາມສາມາດຂອງພວກເຈົ້າ ແລະ ຄວາມເຂົ້າໃຈຂອງພວກເຈົ້າກໍມີການບ່ຽງເບນ ແລະ ເປັນຄືກັບເດັກນ້ອຍຫຼາຍ. ສະນັ້ນ, ມັນຈຶ່ງບໍ່ຫຼາຍເກີນໄປເລີຍທີ່ພວກເຈົ້າຈະຖືກປະຕິບັດຄືກັບເດັກນ້ອຍອາຍຸສາມປີ. ມັນບໍ່ແມ່ນການບໍ່ເຄົາລົບພວກເຈົ້າ ຫຼື ດູຖູກພວກເຈົ້າ; ກົງກັນຂ້າມ ມັນເປັນຍ້ອນວຸດທິພາວະຕົວຈິງຂອງພວກເຈົ້ານັ້ນນ້ອຍເກີນໄປ ແລະ ພວກເຈົ້າບໍ່ມີການແຍກແຍະເລີຍ. ຄຳເວົ້າເຫຼົ່ານີ້ຖືກຕ້ອງບໍ? (ຖືກຕ້ອງ.)
ພວກເຈົ້າເຂົ້າໃຈຫຼາຍຂຶ້ນໜ້ອຍໜຶ່ງບໍກ່ຽວກັບຫົວຂໍ້ທີ່ພວກເຮົາຫາກໍໂອ້ລົມ, ນັ້ນກໍຄື ພຣະເຈົ້າທີ່ບັງເກີດເປັນເນື້ອໜັງບໍ່ລໍ້ລວງຜູ້ຄົນແນວໃດ? (ເຂົ້າໃຈ.) ໂດຍພື້ນຖານແລ້ວ ສິ່ງທີ່ເຮົາໄດ້ໂອ້ລົມແມ່ນສົນທະນາໂດຍອີງໃສ່ວິທີທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງກ່າວ ແລະ ເຮັດວຽກງານ, ນັ້ນກໍຄື ການສົນທະນາໂດຍອີງໃສ່ຂໍ້ເທັດຈິງກ່ຽວກັບວິທີທີ່ພຣະເຈົ້າກ່າວ ແລະ ເຮັດວຽກງານ ແລະ ໂດຍອີງໃສ່ເຈດຕະນາທີ່ພຽນພະຍາຍາມຂອງພຣະເຈົ້າ. ສິ່ງນີ້ເຮັດໃຫ້ຜູ້ຄົນເຫັນວ່າ ພາຍໃນການກ່າວຂອງພຣະເຈົ້າ, ວຽກງານຂອງພຣະເຈົ້າ ແລະ ແກ່ນແທ້ຂອງພຣະເຈົ້າ, ບໍ່ມີອົງປະກອບຂອງການລໍ້ລວງຜູ້ຄົນທີ່ພົບເຫັນພາຍໃນມະນຸດທີ່ເສື່ອມຊາມ ຫຼື ພາຍໃນຊາຕານ ແລະ ມານຮ້າຍ ແລະ ບໍ່ມີເຈດຕະນາແບບນັ້ນເລີຍ. ແລ້ວພວກເຈົ້າຮູ້ຫຼາຍສໍ່າໃດກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ເຊິ່ງເປັນບຸກຄົນທີ່ມີຮູບລັກສະນະທຳມະດານີ້? ນອກຈາກນັ້ນມີຂໍ້ເທັດຈິງຫຍັງທີ່ສາມາດພິສູດໄດ້ວ່າ ຄວາມເປັນມະນຸດ ແລະ ແກ່ນແທ້ທີ່ສັກສິດຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງນັ້ນເປັນໜຶ່ງດຽວກັນ, ພວກມັນບໍ່ຂັດແຍ່ງ ຫຼື ປະທະກັນ, ພວກມັນສອດຄ່ອງກັນ ແລະ ໃນທຳນອງດຽວກັນ ພຣະເຈົ້າທີ່ບັງເກີດເປັນເນື້ອໜັງກໍບໍ່ມີການສະແດງອອກເຖິງການລໍ້ລວງຜູ້ຄົນຄືກັບທີ່ພົບເຫັນໃນຊາຕານ ຫຼື ມະນຸດຊາດທີ່ເສື່ອມຊາມ? ພວກເຈົ້າຮູ້ຫຼາຍສໍ່າໃດກ່ຽວກັບດ້ານນີ້? ຫຼື ການສະແດງອອກ ແລະ ການເປີດເຜີຍຫຍັງຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງທີ່ເຮັດໃຫ້ພວກເຈົ້າຮັບຮູ້ສິ່ງນີ້? ນີ້ອາດເປັນສິ່ງທີ່ຄົນສ່ວນໃຫຍ່ຍັງບໍ່ເຂົ້າໃຈ, ແມ່ນບໍ? ເມື່ອເປັນແນວນັ້ນ, ເຮົາກໍຕ້ອງອະທິບາຍເລື່ອງນີ້ໃຫ້ພວກເຈົ້າຟັງຢ່າງລະອຽດ; ເຮົາຮູ້ສຶກວ່າມັນຫຍຸ້ງຍາກທີ່ຕ້ອງມາອະທິບາຍສິ່ງຕ່າງໆແບບນີ້ຢູ່ສະເໝີ. ຄວາມຈິງແລ້ວ, ໃນການມີປະຕິສຳພັນ ແລະ ການຄົບຫາກັບພວກເຈົ້າ, ບໍ່ວ່າຈະເປັນທາງອອນລາຍ ຫຼື ໃນຊີວິດຈິງ, ຖ້າພວກເຈົ້າໃສ່ໃຈ ແລະ ເຂົ້າໃຈກ່ຽວກັບການສະແດງອອກ ແລະ ການເປີດເຜີຍຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງໃນດ້ານນີ້ຢ່າງຖີ່ຖ້ວນ, ພວກເຈົ້າກໍສາມາດພົບເຫັນພວກມັນໄດ້. ແຕ່ພວກເຈົ້າບໍ່ຊ່າງສັງເກດ ແລະ ຍິ່ງໄປກວ່ານັ້ນ ພວກເຈົ້າຮູ້ສຶກວ່ານີ້ບໍ່ແມ່ນບັນຫາສຳຄັນ. ບໍ່ມີພວກເຈົ້າຄົນໃດທີ່ໃສ່ໃຈເລື່ອງນີ້, ສະນັ້ນ ພວກເຈົ້າຈຶ່ງບໍ່ສາມາດພົບເຫັນພວກມັນໄດ້. ບໍ່ວ່າພວກເຈົ້າຈະໃສ່ໃຈ ຫຼື ບໍ່ກໍຕາມ, ເນື່ອງຈາກດ້ານນີ້ກ່ຽວຂ້ອງກັບຄວາມຈິງກ່ຽວກັບການຮູ້ຈັກພຣະເຈົ້າ, ພວກເຮົາຈຶ່ງຕ້ອງໂອ້ລົມກ່ຽວກັບມັນ. ເມື່ອໂອ້ລົມກ່ຽວກັບດ້ານການບໍ່ລໍ້ລວງ, ໂດຍເບິ່ງຈາກລັກສະນະທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງມີປະຕິສຳພັນກັບຜູ້ຄົນ, ສິ່ງທຳອິດທີ່ເຈົ້າຄວນເຂົ້າໃຈກໍຄື ເຮົາບໍ່ພະຍາຍາມຫຼອກຖາມຂໍ້ມູນຈາກພວກເຈົ້າ ເມື່ອເຮົາກຳລັງເວົ້າ ຫຼື ຈັດການເລື່ອງຕ່າງໆກັບພວກເຈົ້າ. ການລົມກັນກໍຄືການລົມກັນ; ເຮົາເວົ້າເຂົ້າກົງປະເດັນ, ເຮົາເວົ້າກົງໄປກົງມາ ແລະ ເຮົາເວົ້າແມ່ນຫຍັງກໍຕາມທີ່ເຮົາກຳລັງຄິດຢູ່ໃນໃຈ. ເຖິງແມ່ນວ່າບາງຄັ້ງ, ຍ້ອນຄຳນຶງເຖິງຄວາມອ່ອນແອຂອງເຈົ້າ ຫຼື ເພື່ອຮັກສາໜ້າຕາຂອງເຈົ້າເນື່ອງຈາກວຸດທິພາວະທີ່ອ່ອນຫັດຂອງເຈົ້າ, ເຮົາຈຶ່ງໃຊ້ວິທີການບາງຢ່າງທີ່ມີສະຕິປັນຍາເພື່ອເວົ້າກັບເຈົ້າ, ເຮົາຍັງບໍ່ພະຍາຍາມຫຼອກຖາມຂໍ້ມູນຈາກເຈົ້າ ແລະ ເຮົາບໍ່ລໍ້ລວງເຈົ້າໃຫ້ເວົ້າບາງຢ່າງອອກມາ. ຖ້າເຈົ້າເຕັມໃຈທີ່ຈະເວົ້າ, ກໍເວົ້າອອກມາ; ຖ້າເຈົ້າບໍ່ເຕັມໃຈເວົ້າກ່ຽວກັບບາງສິ່ງ, ເຮົາກໍຈະບໍ່ພະຍາຍາມຖາມເຈົ້າກ່ຽວກັບມັນ. ເຮົາຈະບໍ່ພະຍາຍາມຫຼອກຖາມຂໍ້ມູນຈາກເຈົ້າ. ຖ້າເຮົາຢາກເຂົ້າໃຈວ່າກຳລັງເກີດຫຍັງຂຶ້ນກັບຄົນບາງຄົນ, ເຮົາກໍຈະຖາມກ່ຽວກັບພວກເຂົາໂດຍກົງວ່າ: “ຜູ້ນໍາຄຣິສຕະຈັກຂອງພວກເຈົ້າເປັນແນວໃດ? ເອື້ອຍນ້ອງທີ່ເຮັດວຽກຮ່ວມກັບເຈົ້າໄດ້ເຊື່ອໃນພຣະເຈົ້າຈັກປີແລ້ວ? ລາວມີຮາກຖານໃນຄວາມເຊື່ອຂອງລາວໃນພຣະເຈົ້າບໍ? ເຈົ້າຄິດວ່າລາວເປັນຄົນທີ່ໄລ່ຕາມເສາະຫາຄວາມຈິງບໍ? ພວກເຈົ້າໄດ້ພົບບັນຫາໃດໆໃນການເຮັດວຽກຮ່ວມກັນບໍ?” ລອງຟັງຄຳຖາມເຫຼົ່ານີ້ເບິ່ງ, ພວກມັນມີທຳມະຊາດຂອງການຫຼອກຖາມຂໍ້ມູນຈາກຜູ້ຄົນບໍ? (ບໍ່.) ຖ້າເຈົ້າບໍ່ຢາກເວົ້າບາງຢ່າງ, ເຮົາກໍຈະບໍ່ບັງຄັບເຈົ້າ. ເຮົາຈະບໍ່ໃຊ້ກົນລະຍຸດ ຫຼື ແຜນການຮ້າຍໃດໆເພື່ອລໍ້ລວງເຈົ້າ ແລະ ເຮົາກໍຈະບໍ່ເຮັດທຸກຢ່າງທີ່ເປັນໄປໄດ້ເພື່ອດຶງເອົາສິ່ງທີ່ຢູ່ໃນໃຈຂອງເຈົ້າອອກມາ. ເຮົາບໍ່ມີແນວໂນ້ມແບບນັ້ນ, ເຮົາບໍ່ສົນໃຈທີ່ຈະເຮັດແບບນີ້ ແລະ ເຮົາກໍຈະບໍ່ມີວັນເຮັດແບບນັ້ນ. ຖ້າເຈົ້າເຕັມໃຈທີ່ຈະເວົ້າ ໂດຍບໍ່ປິດບັງຫຍັງເລີຍ, ບໍ່ວ່າສິ່ງທີ່ເຈົ້າເວົ້າຈະຂ້ອນຂ້າງຢູ່ບົນພື້ນຖານຄວາມຈິງ ຫຼື ມີອະຄະຕິສ່ວນຕົວ, ເຈົ້າກໍສາມາດເວົ້າໄດ້ຕາມທີ່ເຈົ້າຕ້ອງການ, ຫຼັງຈາກທີ່ເຮົາຟັງເຈົ້າແລ້ວ, ເຮົາກໍຈະດຳເນີນການວິເຄາະໂດຍສະເພາະ. ແຕ່ຈາກມຸມມອງຂອງເຮົາແລ້ວ, ເຮົາເວົ້າກັບເຈົ້າຢ່າງກົງໄປກົງມາຫຼາຍ. ຄວາມໝາຍຕາມຕົວອັກສອນຂອງແມ່ນຫຍັງກໍຕາມທີ່ເຮົາເວົ້າກໍຄືສິ່ງທີ່ເຮົາພະຍາຍາມສື່ສານແທ້ໆ. ຖ້າເຮົາຢາກຮູ້ກ່ຽວກັບບາງຢ່າງ, ເຮົາກໍຖາມກ່ຽວກັບມັນໂດຍກົງ. ຖ້າເຈົ້າຄອຍເວົ້າອ້ອມຢູ່ສະເໝີ ແລະ ບໍ່ເວົ້າໂດຍກົງ, ໂດຍພະຍາຍາມຫຼິ້ນຄຳເວົ້າ ຫຼື ຫຼິ້ນເກມປະສາດກັບເຮົາ, ເຮົາກໍຈະບໍ່ພົວພັນກັບເຈົ້າ. ເຮົາບໍ່ມັກຫຼິ້ນຄຳເວົ້າ ແລະ ເຮົາກໍບໍ່ໃຊ້ກົນອຸບາຍເຊັ່ນກັນ; ເຮົາຈະບໍ່ມີວັນເຮັດທຸກຢ່າງທີ່ເປັນໄປໄດ້ເພື່ອຫຼອກຖາມຂໍ້ມູນ. ສົມມຸດວ່າເຮົາຢາກຮູ້ກ່ຽວກັບສະຖານະການຂອງຄົນໃດຄົນໜຶ່ງ ເຊັ່ນ: ພວກເຂົາເຊື່ອໃນພຣະເຈົ້າມາຈັກປີແລ້ວ, ພວກເຂົາເຊື່ອໃນພຣະເຈົ້າຢ່າງແທ້ຈິງ ຫຼື ບໍ່, ການຢັ່ງຮູ້ຂອງພວກເຂົາກ່ຽວກັບຄວາມຈິງເປັນແນວໃດ, ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາເຕັມເວລາ ຫຼື ບໍ່ ຫຼື ມັນຈະຄຸ້ມຄ່າ ຫຼື ບໍ່ທີ່ຈະພະຍາຍາມບົ່ມເພາະພວກເຂົາ, ຖ້າເຮົາຈຳເປັນຕ້ອງຮູ້ສິ່ງເຫຼົ່ານີ້ເພື່ອເຫັນແກ່ວຽກງານ, ເຮົາກໍຈະຖາມໂດຍກົງ. ແຕ່ສຳລັບລາຍລະອຽດກ່ຽວກັບເລື່ອງສ່ວນຕົວຂອງພວກເຂົາ ຫຼື ສິ່ງທີ່ພວກເຂົາເຮັດຢູ່ເບື້ອງຫຼັງໃນຊີວິດສ່ວນຕົວຂອງພວກເຂົາ, ເຮົາຈະບໍ່ຖາມກ່ຽວກັບສິ່ງເຫຼົ່ານັ້ນ. ສິ່ງທີ່ເຮົາຢາກຮຽນຮູ້ກໍຄືການໄລ່ຕາມເສາະຫາຂອງເຈົ້າ, ທັດສະນະຄະຕິຂອງເຈົ້າທີ່ມີຕໍ່ຄວາມຈິງ ແລະ ໜ້າທີ່ຂອງເຈົ້າ ແລະ ຖ້າເຈົ້າຖືກເລືອກໃຫ້ເປັນຜູ້ນໍາ, ຄວາມຕັ້ງໃຈ, ພາລະ ແລະ ຄວາມເປັນມະນຸດຂອງເຈົ້າເປັນແນວໃດ ພ້ອມທັງຄວາມເຊື່ອຂອງເຈົ້າຍິ່ງໃຫຍ່ສໍ່າໃດ, ສິ່ງເຫຼົ່ານີ້ຄືສິ່ງທີ່ເຮົາຢາກຮູ້. ສຳລັບເລື່ອງສ່ວນຕົວຂອງເຈົ້າ ເຊັ່ນ: ເຈົ້າຫາເງິນໄດ້ເດືອນລະເທົ່າໃດ, ເຈົ້າເຄີຍເຮັດສິ່ງທີ່ສົກກະປົກຫຍັງແດ່, ເຈົ້າເຄີຍຫຼິ້ນຊູ້ກັບເພດກົງກັນຂ້າມຄົນໃດແດ່ ຫຼື ເຈົ້າເຄີຍຫຼອກລວງ ຫຼື ສໍ້ໂກງໃຜແດ່, ເຮົາບໍ່ຢາກຮູ້ສິ່ງເຫຼົ່ານີ້ແທ້ໆ ແລະ ເຮົາກໍບໍ່ເຄີຍຖາມກ່ຽວກັບພວກມັນ. ບາງຄົນບອກເຮົາວ່າ ພວກເຂົາເຄີຍກະທຳຜິດກ່ຽວກັບເພດກົງກັນຂ້າມ. ເຮົາເວົ້າວ່າ “ຢ່າບອກເຮົາກ່ຽວກັບສິ່ງເຫຼົ່ານີ້. ຈົ່ງໄປອະທິຖານຕໍ່ພຣະເຈົ້າເປັນການສ່ວນຕົວ. ຖ້າພຣະເຈົ້າໃຫ້ອະໄພເຈົ້າ, ເຈົ້າກໍຈະຮູ້ສຶກຊາບຊຶ້ງໃຈ. ຖ້າພຣະເຈົ້າບໍ່ໃຫ້ອະໄພເຈົ້າ, ກໍຈົ່ງອະທິຖານຕໍ່ໄປ. ຢ່າບອກເຮົາ; ເຮົາບໍ່ຢາກໄດ້ຍິນສິ່ງເຫຼົ່ານີ້”. ເມື່ອເຮົາພົບກັບພວກເຈົ້າ, ໂດຍຫຼັກໆແລ້ວ ເຮົາຈະເວົ້າກ່ຽວກັບເລື່ອງຄວາມເຊື່ອໃນພຣະເຈົ້າ, ວຽກງານຂອງຄຣິສຕະຈັກ, ການເຂົ້າສູ່ຊີວິດ ຫຼື ບັນຫາກ່ຽວກັບສະພາວະສ່ວນຕົວຂອງເຈົ້າທີ່ເຈົ້າຖາມເຖິງ. ສ່ວນໃຫຍ່ກໍຈະເປັນສິ່ງເຫຼົ່ານີ້ ແລະ ບາງຄັ້ງເຮົາກໍເວົ້າໜ້ອຍໜຶ່ງກ່ຽວກັບບັນຫາຕ່າງໆໃນທົ່ວໂລກ. ບໍ່ວ່າພວກເຮົາຈະສົນທະນາຫົວຂໍ້ຫຍັງກໍຕາມ, ເຮົາພຽງແຕ່ສະແດງມຸມມອງ ແລະ ຄວາມຄິດເຫັນສ່ວນຕົວຂອງເຮົາກ່ຽວກັບຫົວຂໍ້ທີ່ກຳລັງສົນທະນາກັນຢູ່ເທົ່ານັ້ນ; ເຈົ້າມີອິດສະລະທີ່ຈະຄິດ ແລະ ເວົ້າແມ່ນຫຍັງກໍຕາມທີ່ເຈົ້າຕ້ອງການ. ເຈົ້າສາມາດເວົ້າແມ່ນຫຍັງກໍຕາມທີ່ເຈົ້າຢາກເວົ້າ ແລະ ເຈົ້າສາມາດເວົ້າໄດ້ຫຼາຍເທົ່າທີ່ເຈົ້າຢາກເວົ້າ. ຖ້າເຈົ້າຮູ້ສຶກວ່າບໍ່ຈຳເປັນຕ້ອງລະແວງເຮົາ, ເຈົ້າກໍສາມາດເວົ້າແມ່ນຫຍັງກໍຕາມທີ່ເຈົ້າຢາກເວົ້າ. ຖ້າເຈົ້າລະແວງ ແລະ ສົງໄສເຮົາໃນໃຈຂອງເຈົ້າ, ຢ້ານວ່າເຮົາຈະຮູ້ກ່ຽວກັບອະດີດຂອງເຈົ້າ ຫຼື ເປີດເຜີຍຄວາມລັບຂອງເຈົ້າ ແລະ ເຈົ້າບໍ່ຢາກເວົ້າຫຼາຍເກີນໄປ, ແລ້ວເຮົາກໍຈະບໍ່ບັງຄັບເຈົ້າ; ເຮົາໃຫ້ອິດສະລະແກ່ເຈົ້າ. ນີ້ຄືຫຼັກການຂອງເຮົາໃນການມີປະຕິສຳພັນກັບຜູ້ຄົນ. ເຮົາຈະບໍ່ມີວັນເຮັດທຸກຢ່າງທີ່ເປັນໄປໄດ້ເພື່ອຊອກຫາຄົນມາສືບເລື່ອງຂອງເຈົ້າຢ່າງລັບໆ ພຽງເພາະວ່າເຈົ້າເກັບເລື່ອງຕ່າງໆໄວ້ກັບຕົວເອງ ແລະ ເຮົາຈະບໍ່ໃຊ້ວິທີການຕ່າງໆຕໍ່ໜ້າເຈົ້າເພື່ອຫຼອກຖາມຂໍ້ມູນຈາກເຈົ້າ, ເພື່ອເຮັດໃຫ້ເຈົ້າເວົ້າອອກມາເອງ. ເຮົາບໍ່ເຮັດສິ່ງເຫຼົ່ານັ້ນ. ເຮົາບໍ່ເຄີຍຂໍໃຫ້ໃຜເປັນຝ່າຍເລີ່ມເປີດເຜີຍເລື່ອງຕ່າງໆໃຫ້ກັບເຮົາ. ເຈົ້າບໍ່ຈຳເປັນຕ້ອງເປີດເຜີຍສິ່ງໃດກັບເຮົາ; ເຮົາບໍ່ມີການຮຽກຮ້ອງແບບນັ້ນສຳລັບເຈົ້າ. ເຖິງແມ່ນວ່າເຈົ້າຈະເປີດເຜີຍເລື່ອງຕ່າງໆກັບເຮົາ ໂດຍບໍ່ປິດບັງລາຍລະອຽດຫຍັງເລີຍ, ມັນກໍຍັງມີສິ່ງໜຶ່ງທີ່ເຈົ້າບໍ່ສາມາດຫຼີກລ່ຽງໄດ້: ເຈົ້າຕ້ອງໄລ່ຕາມເສາະຫາຄວາມຈິງ. ມັນບໍ່ແມ່ນວ່າ ໂດຍການສາລະພາບທຸກຢ່າງກັບເຮົາແລ້ວ ເຈົ້າຈະກາຍເປັນຄົນຊື່ສັດ, ບໍ່ຈຳເປັນຕ້ອງໄລ່ຕາມເສາະຫາຄວາມຈິງອີກຕໍ່ໄປ ແລະ ສາມາດລອດພົ້ນຈາກການລົງທັນ ແລະ ການພິພາກສາໄດ້. ກົງກັນຂ້າມ ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ, ເຮົາກໍຈະປະຕິບັດຕໍ່ເຈົ້າຕາມທີ່ເຈົ້າຄວນໄດ້ຮັບການປະຕິບັດ ໃນວິທີຂອງເຮົາເອງ. ແຕ່ຖ້າພວກເຮົາມີການສົນທະນາ ຫຼື ການແລກປ່ຽນໃດກໍຕາມ ແລ້ວເຈົ້າຢາກປິດບັງເລື່ອງຕ່າງໆຈາກເຮົາ, ຫຼິ້ນເກມປະສາດກັບເຮົາ, ຫຼິ້ນຄຳເວົ້າ ຫຼື ຫຼິ້ນໝາກລີ້ກັບເຮົາ, ເຮົາຈະບໍ່ໃຊ້ວິທີການ ຫຼື ແນວທາງໃດເພື່ອຫຼອກຖາມຂໍ້ມູນຈາກເຈົ້າໂດຍເດັດຂາດ, ເພື່ອລໍ້ລວງໃຫ້ເຈົ້າເວົ້າບາງສິ່ງອອກມາ ຫຼື ເພື່ອເຮັດໃຫ້ເຈົ້າເປີດເຜີຍສິ່ງໃດໜຶ່ງ. ພວກເຈົ້າເຂົ້າໃຈບໍ? (ເຂົ້າໃຈ.)
ກ່ຽວກັບດ້ານນີ້ທີ່ພຣະເຈົ້າບໍ່ຫຼອກຖາມຂໍ້ມູນຈາກຜູ້ຄົນ, ມີບາງຢ່າງທີ່ພວກເຈົ້າຕ້ອງເຂົ້າໃຈຢ່າງຊັດເຈນ. ການທີ່ພຣະເຈົ້າເຂົ້າໃຈມະນຸດຊາດນັ້ນບໍ່ໄດ້ອີງໃສ່ການເປີດເຜີຍທີ່ສະເພາະບາງຢ່າງ, ການໃຊ້ຊີວິດຂອງພວກເຂົາ ຫຼື ວິທີການດຳລົງຊີວິດຂອງພວກເຂົາໃນຊີວິດຈິງ ແລະ ມັນບໍ່ໄດ້ອີງໃສ່ການທີ່ຜູ້ຄົນໄດ້ເຮັດສິ່ງໃດສິ່ງໜຶ່ງເຊັ່ນກັນ. ແລ້ວການທີ່ພຣະເຈົ້າເຂົ້າໃຈມະນຸດຊາດ ແລະ ທັດສະນະຄະຕິທີ່ພຣະອົງມີຕໍ່ພວກເຂົາຫຼັງຈາກທີ່ເຂົ້າໃຈພວກເຂົາແລ້ວນັ້ນແມ່ນອີງໃສ່ຫຍັງ? ພວກມັນອີງໃສ່ຄວາມເຂົ້າໃຈຂອງພຣະເຈົ້າກ່ຽວກັບແກ່ນແທ້ທຳມະຊາດຂອງຊາຕານ. ສະນັ້ນ, ຄວາມເຂົ້າໃຈຂອງພຣະເຈົ້າກ່ຽວກັບມະນຸດຊາດກໍຄື ພຣະອົງເຂົ້າໃຈວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມ, ພຣະອົງເຂົ້າໃຈແກ່ນແທ້ທີ່ເສື່ອມຊາມຂອງພວກເຂົາ ແລະ ພຣະອົງເຂົ້າໃຈວ່າພວກເຂົາຖືກເຮັດໃຫ້ເສື່ອມຊາມ ແລະ ຖືກຫຼອກລວງໂດຍຊາຕານແນວໃດ ພ້ອມທັງແມ່ນຫຍັງຄືຄວາມຄິດ ແລະ ມຸມມອງຜິດພ້ຽນທີ່ຊາຕານປູກຝັງໃນຕົວພວກເຂົາ ແລະ ຄວາມເຂົ້າໃຈນີ້ກໍພຽງພໍແລ້ວ. ສິ່ງນີ້ພຽງພໍແລ້ວທີ່ຈະພິພາກສາ ແລະ ລົງທັນເຈົ້າ ແລະ ເປັນເຫດຜົນພຽງພໍສຳລັບການສະໜອງຄວາມຈິງ ແລະ ຊີວິດໃຫ້ແກ່ເຈົ້າເພື່ອຊ່ວຍເຈົ້າໃຫ້ລອດພົ້ນ. ສະນັ້ນ, ຢ່າຄິດວ່າເມື່ອເຈົ້າມີປະຕິສຳພັນ ຫຼື ສົນທະນາກັບເຮົາ, ເຈົ້າຕ້ອງເປີດເຜີຍເລື່ອງຕ່າງໆໃຫ້ເຮົາຟັງ. ບາງຄົນເວົ້າວ່າ “ພຣະອົງບໍ່ໄດ້ກ່າວບໍວ່າ ໃນການມີປະຕິສຳພັນກັບພຣະອົງ, ກ່ອນອື່ນພວກເຮົາຕ້ອງເປີດໃຈ ແລະ ຊື່ສັດ?” ການເປີດໃຈ ແລະ ຊື່ສັດເປັນທັດສະນະຄະຕິ; ມັນບໍ່ເທົ່າກັບການເປີດເຜີຍເລື່ອງຕ່າງໆ. ມັນບໍ່ໄດ້ໝາຍຄວາມວ່າ ຍ້ອນເຈົ້າເປັນມະນຸດທີ່ເສື່ອມຊາມ ແລະ ເປັນຄົນບາບ, ເຈົ້າຈຶ່ງຕ້ອງເປີດເຜີຍທຸກຢ່າງແກ່ເຮົາ ແລະ ອະທິບາຍທຸກຢ່າງກັບເຮົາຢ່າງຊັດເຈນ. ສິ່ງນີ້ບໍ່ຈຳເປັນ; ເຮົາບໍ່ມີຄວາມຕ້ອງການແບບນັ້ນ ແລະ ທັດສະນະຄະຕິຂອງເຮົາທີ່ມີຕໍ່ເຈົ້າກໍບໍ່ໄດ້ເປັນແບບນີ້. ຖ້າເຈົ້າຄິດວ່າການເປີດໃຈ ແລະ ຊື່ສັດກັບເຮົາໝາຍຄວາມວ່າເຈົ້າຕ້ອງເປີດເຜີຍທຸກສິ່ງໃຫ້ເຮົາຟັງ, ສິ່ງນີ້ກໍຜິດແລ້ວ; ມັນເປັນຄວາມເຂົ້າໃຈຜິດໃນສ່ວນຂອງເຈົ້າ. ເຈົ້າເຂົ້າໃຈບໍ? (ເຂົ້າໃຈ.) ສະນັ້ນ, ເຖິງແມ່ນວ່າມີຫຼາຍສິ່ງ ແລະ ຫຼາຍຄຳເວົ້າທີ່ເວົ້າຍາກຕໍ່ໜ້າເຮົາ ຫຼື ທີ່ເຈົ້າບໍ່ເຕັມໃຈເວົ້າ, ສິ່ງນີ້ກໍບໍ່ໄດ້ໝາຍຄວາມວ່າເຈົ້າບໍ່ໄດ້ເປີດໃຈ ແລະ ຊື່ສັດ; ມັນພຽງແຕ່ຂຶ້ນຢູ່ກັບວ່າຊຸດຄວາມຄິດຂອງເຈົ້າເປັນແນວໃດ. ຖ້າມີສິ່ງທີ່ເຈົ້າບໍ່ສະດວກໃຈທີ່ຈະເວົ້າ ຫຼື ເຈົ້າບໍ່ເຕັມໃຈທີ່ຈະເວົ້າພວກມັນເມື່ອມີຫຼາຍຄົນຢູ່ອ້ອມຂ້າງ, ແລ້ວເຈົ້າກໍບໍ່ຈຳເປັນຕ້ອງເວົ້າ. ເຈົ້າຕ້ອງບໍ່ຄິດໄປເອງເດັດຂາດວ່າເຮົາຢາກຮູ້ພູມຫຼັງຂອງເຈົ້າແທ້ໆ ຫຼື ຢາກຮູ້ຄວາມລັບຂອງເຈົ້າແທ້ໆ. ເຈົ້າຕ້ອງບໍ່ເຂົ້າໃຈຜິດເດັດຂາດ, ເຮົາບໍ່ຢາກຮູ້ສິ່ງເຫຼົ່ານີ້ເລີຍ. ເຮົາບໍ່ຢາກຮູ້ວ່າໃນອະດີດເຈົ້າເປັນແນວໃດ ແລະ ເຮົາບໍ່ຢາກຮູ້ວ່າໃນອະນາຄົດເຈົ້າຈະເປັນແນວໃດ; ສິ່ງດຽວທີ່ເຮົາສົນໃຈກໍຄືຕອນນີ້ເຈົ້າເປັນແນວໃດ. ບໍ່ວ່າຕອນນີ້ເຈົ້າຈະເປັນຄົນທີ່ໄລ່ຕາມເສາະຫາຄວາມຈິງ ຫຼື ບໍ່, ຕອນນີ້ເຈົ້າເຂົ້າໃຈຄວາມຈິງຫຼາຍສໍ່າໃດ, ເຈົ້າມີການເຂົ້າສູ່ຊີວິດທຸກມື້ ຫຼື ບໍ່, ເຈົ້າໄດ້ເຂົ້າສູ່ຄວາມຈິງທີ່ຈຳເປັນຕ້ອງເຂົ້າສູ່ໃນຊີວິດຈິງ ຫຼື ບໍ່ ເຊັ່ນ: ການເປັນຄົນຊື່ສັດ, ການປະຕິບັດໜ້າທີ່ຂອງເຈົ້າຢ່າງອຸທິດຕົນ, ການອ່ອນນ້ອມຕໍ່ພຣະເຈົ້າ ແລະ ການສະແຫວງຫາຫຼັກການຄວາມຈິງໃນທຸກສິ່ງ, ສິ່ງເຫຼົ່ານີ້ຄືສິ່ງດຽວທີ່ເຮົາສົນໃຈ. ສະນັ້ນ, ພວກເຈົ້າຕ້ອງບໍ່ມີຄວາມລະແວງໃດໆກ່ຽວກັບເຮົາໃນໃຈຂອງພວກເຈົ້າເດັດຂາດ ແລະ ພວກເຈົ້າບໍ່ຈຳເປັນຕ້ອງກັງວົນ ໂດຍເວົ້າວ່າ “ເພື່ອຈະເປັນຄົນຊື່ສັດ, ຂ້ານ້ອຍຕ້ອງອະທິບາຍທຸກສິ່ງໃຫ້ພຣະອົງຟັງຢ່າງຊັດເຈນ ແລະ ໃຫ້ພຣະອົງຮູ້ທຸກສິ່ງບໍ? ຖ້າຂ້ານ້ອຍບໍ່ເວົ້າບາງສິ່ງ, ພຣະອົງຈະເຮັດທຸກຢ່າງທີ່ເປັນໄປໄດ້ເພື່ອຫຼອກຖາມຂໍ້ມູນຈາກຂ້ານ້ອຍ ແລະ ລອງໃຈໃຫ້ຂ້ານ້ອຍເວົ້າບໍ?” ຄຳຕອບຂອງເຮົາຕໍ່ສິ່ງນັ້ນກໍຄື ບໍ່. ເມື່ອພວກເຮົາລົມກັນ, ສົນທະນາ, ຈັດການເລື່ອງຕ່າງໆ ແລະ ມີປະຕິສຳພັນກັນ, ມັນກໍພຽງພໍແລ້ວທີ່ພວກເຮົາຈະເຂົ້າຫາກັນດ້ວຍທັດສະນະຄະຕິ ແລະ ຊຸດຄວາມຄິດທີ່ເປີດໃຈ ແລະ ຊື່ສັດ, ໂດຍບໍ່ພະຍາຍາມຫຼອກຖາມສິ່ງໃດຈາກໃຜ. ການຫຼອກຖາມຂໍ້ມູນຈາກຜູ້ຄົນເປັນກົນອຸບາຍທົ່ວໄປທີ່ໃຊ້ໃນການມີປະຕິສຳພັນລະຫວ່າງມະນຸດທີ່ເສື່ອມຊາມ ແລະ ເປັນວິທີການຈັດການສິ່ງຕ່າງໆທີ່ພວກເຂົາມັກໃຊ້ຈົນເປັນນິໄສ. ບາງຄົນມີຄວາມສົນໃຈຫຼາຍໃນເລື່ອງສ່ວນຕົວຂອງຄົນອື່ນ ຫຼື ສິ່ງທີ່ຄົນອື່ນເຮັດຢູ່ເບື້ອງຫຼັງ, ໂດຍສະເພາະເມື່ອເວົ້າເຖິງວິທີທີ່ຄົນອື່ນເບິ່ງ ແລະ ປະເມີນພວກເຂົາ, ບໍ່ວ່າຄົນອື່ນຈະຄິດວ່າພວກເຂົາສູງສົ່ງ ຫຼື ຕໍ່າຕ້ອຍ, ມີກຽດ ຫຼື ໄຮ້ຄ່າ ແລະ ອື່ນໆ. ສະນັ້ນ, ພວກເຂົາຈຶ່ງມັກຈະໃຊ້ວິທີການຫຼອກຖາມຂໍ້ມູນຈາກຄົນອື່ນເພື່ອຊອກຮູ້ເລື່ອງເຫຼົ່ານີ້. ບອກຄວາມຈິງກັບພວກເຈົ້າເລີຍວ່າ ເຮົາບໍ່ມີຄວາມສົນໃຈໃນສິ່ງເຫຼົ່ານີ້ເລີຍ. ຢ່າຄິດວ່າເຮົາເປັນຄືກັບຄົນທຳມະດາທົ່ວໄປທີ່ພວກເຈົ້າມີປະຕິສຳພັນນຳ. ເຮົາບໍ່ເຄີຍສົນໃຈວ່າເຮົາມີສະຖານະໃນໃຈຂອງພວກເຈົ້າ ຫຼື ບໍ່, ບໍ່ວ່າພວກເຈົ້າຈະເບິ່ງວ່າເຮົາມີກຽດ ຫຼື ໄຮ້ຄ່າ, ສູງສົ່ງ ຫຼື ຕໍ່າຕ້ອຍກໍຕາມ, ເຮົາບໍ່ສົນໃຈເລື່ອງເຫຼົ່ານີ້. ສະນັ້ນ, ເມື່ອພວກເຈົ້າສົນທະນາ ແລະ ມີປະຕິສຳພັນກັບເຮົາ, ຢ່າມີລັງເລສົງໄສແບບນັ້ນເລີຍ. ເມື່ອມະນຸດທີ່ເສື່ອມຊາມມີປະຕິສຳພັນກັບໃຜກໍຕາມ, ພວກເຂົາຄອຍສົງໄສຢູ່ສະເໝີວ່າ “ແທ້ຈິງແລ້ວ ຂ້ອຍມີສະຖານະຫຍັງໃນໃຈຂອງຄົນອື່ນ? ຄວາມປະທັບໃຈຂອງພວກເຂົາທີ່ມີຕໍ່ຂ້ອຍນັ້ນດີ ຫຼື ບໍ່ດີແທ້?” ບາງຄົນຄອຍໄຕ່ຕອງຢູ່ສະເໝີວ່າ “ຂ້ອຍຈະໄດ້ຮັບຜົນປະໂຫຍດຫຍັງແດ່ຈາກການມີປະຕິສຳພັນກັບພວກເຂົາ? ຂ້ອຍສາມາດໄດ້ປຽບຫຍັງ? ຂ້ອຍສາມາດດຳລົງຕຳແໜ່ງຫຍັງໃນກຸ່ມນີ້? ຄົນອື່ນຈະຍົກຍ້ອງຂ້ອຍບໍ?” ຜູ້ຄົນຄອຍຄິດກ່ຽວກັບສິ່ງເຫຼົ່ານີ້ ແລະ ສົນໃຈແຕ່ເລື່ອງເຫຼົ່ານີ້ຢູ່ສະເໝີ. ເຮົາບໍ່ເຄີຍຕັ້ງຄຳຖາມເຫຼົ່ານີ້ ແລະ ເຮົາກໍບໍ່ພະຍາຍາມຊອກຮູ້ເລື່ອງຂອງຄົນອື່ນ. ຜູ້ຄົນຄອຍສອບຖາມກ່ຽວກັບສິ່ງເຫຼົ່ານີ້ຢູ່ສະເໝີ. ນີ້ຄືການສະແດງອອກຕາມທຳມະຊາດຂອງອຸປະນິໄສທີ່ເສື່ອມຊາມແບບຊາຕານ ແລະ ມັນຍັງເປັນລັກສະນະທົ່ວໄປຂອງມະນຸດທີ່ເສື່ອມຊາມອີກດ້ວຍ. ໃນດ້ານໜຶ່ງ, ຜູ້ຄົນມັກສືບເລື່ອງສ່ວນຕົວຂອງຄົນອື່ນເປັນພິເສດ ແລະ ສົນໃຈເລື່ອງເຫຼົ່ານັ້ນຢ່າງຍິ່ງ; ໃນອີກດ້ານໜຶ່ງ, ພວກເຂົາຢາກຮູ້ເປັນພິເສດວ່າຕຳແໜ່ງ ແລະ ຄຸນຄ່າຂອງພວກເຂົາໃນໃຈຂອງຄົນອື່ນນັ້ນເປັນແນວໃດ. ໂດຍສະເພາະແລ້ວ, ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນ ຫຼື ຄົນທີ່ມີພອນສະຫວັນ ແລະ ຄວາມສາມາດບາງຢ່າງ ພ້ອມທັງມີຊື່ສຽງໃນຄຣິສຕະຈັກເລັກໜ້ອຍ, ໃຫ້ຄວາມສຳຄັນຢ່າງຍິ່ງກັບສະຖານະຂອງພວກເຂົາໃນໃຈຂອງຄົນອື່ນ ແລະ ຕຳແໜ່ງຂອງພວກເຂົາພາຍໃນກຸ່ມ; ຄົນສ່ວນໃຫຍ່ໃສ່ໃຈເລື່ອງນີ້ຫຼາຍ. ບາງຄັ້ງພວກເຂົາກໍຕັ້ງຄຳຖາມທີ່ສະເພາະເຈາະຈົງກັບຄົນອື່ນ, ເຈດຕະນາ ແລະ ຈຸດປະສົງຂອງພວກເຂົາບໍ່ແມ່ນເພື່ອແກ້ໄຂບັນຫາ ແຕ່ເພື່ອຊອກຮູ້ວ່າຄົນອື່ນຍົກຍ້ອງ ແລະ ນະມັດສະການພວກເຂົາ ຫຼື ບໍ່. ສິ່ງນີ້ສະແດງໃຫ້ເຫັນວ່າພວກເຂົາໃສ່ໃຈຫຼາຍກ່ຽວກັບຕຳແໜ່ງທີ່ພວກເຂົາມີໃນໃຈຂອງຄົນອື່ນ. ການຮູ້ສິ່ງເຫຼົ່ານີ້ມີປະໂຫຍດຫຍັງ? ແລ້ວຈະເປັນແນວໃດຖ້າຄົນອື່ນຍົກຍ້ອງເຈົ້າ? ສິ່ງນັ້ນສາມາດປ່ຽນແທນການໄລ່ຕາມເສາະຫາຄວາມຈິງຂອງເຈົ້າໄດ້ບໍ? ຖ້າຄົນອື່ນດູຖູກເຈົ້າ, ເຈົ້າຈະກາຍເປັນຄົນຄິດລົບ ແລະ ເຊົາເຊື່ອໃນພຣະເຈົ້າບໍ? ການທີ່ຄົນອື່ນຍົກຍ້ອງເຈົ້າສາມາດມີຜົນກະທົບຫຍັງແດ່? ມັນສາມາດກະຕຸ້ນເຈົ້າ ຫຼື ໃຫ້ກຳລັງໃຈເຈົ້າບໍ? ມັນບໍ່ມີຜົນກະທົບຫຍັງເລີຍ. ນອກຈາກນີ້ຍັງມີຄົນຊົ່ວຮ້າຍບາງຄົນທີ່ຄອຍຄຸ້ຍຂໍ້ມູນຂອງຄົນອື່ນຢູ່ສະເໝີ, ສອບຖາມວ່າຄົນອື່ນເວົ້າຫຍັງກ່ຽວກັບພວກເຂົາຢູ່ລັບຫຼັງ ແລະ ຄົນເຫຼົ່ານັ້ນມີມຸມມອງແນວໃດຕໍ່ພວກເຂົາ, ເພື່ອຊອກຮູ້ວ່າໃຜຕໍ່ຕ້ານພວກເຂົາຫຼາຍທີ່ສຸດ ແລະ ເປັນສັດຕູຂອງພວກເຂົາ ແລະ ພວກເຂົາເຖິງຂັ້ນໃຊ້ວິທີການຕ່າງໆເພື່ອຫຼອກຖາມຄວາມຈິງຈາກຄົນອື່ນ. ບາງຄົນບໍ່ສາມາດທົນຕໍ່ການລໍ້ລວງຂອງພວກເຂົາໄດ້ ແລະ ໃນທີ່ສຸດກໍເປີດເຜີຍຄວາມຈິງອອກມາ, ສົ່ງຜົນໃຫ້ຫຼົງກົນໃນແຜນການຮ້າຍຂອງພວກເຂົາ. ຈາກນັ້ນ ຄົນຊົ່ວຮ້າຍກໍເຮັດທຸກຢ່າງທີ່ເປັນໄປໄດ້ເພື່ອໂຈມຕີ ແລະ ແກ້ແຄ້ນພວກເຂົາ, ກົດຂີ່ ແລະ ກີດກັນພວກເຂົາໃນທຸກສະຖານະການ, ປາບປາມພວກເຂົາຫຼາຍຈົນເຮັດໃຫ້ພວກເຂົາຮູ້ສຶກອຶດອັດ, ເຮັດໃຫ້ພວກເຂົາທົນທຸກທໍລະມານຫຼາຍຈົນຢາກຕາຍ, ຄືກັບວ່າມີໄພພິບັດອັນໃຫຍ່ຫຼວງເກີດຂຶ້ນກັບພວກເຂົາ. ເຖິງແມ່ນວ່າພວກເຂົາຈະອະທິຖານຫາພຣະເຈົ້າ, ພວກເຂົາກໍບໍ່ສາມາດຮູ້ສຶກເຖິງການນໍາພາຂອງພຣະເຈົ້າໄດ້; ພວກເຂົາບໍ່ມີໃຜມາຊ່ວຍເຫຼືອພວກເຂົາ ແລະ ຖືກຄົນຊົ່ວຮ້າຍບີບຄັ້ນຈົນໝົດຫົນທາງ. ໃນທີ່ສຸດ, ພວກເຂົາກໍສູນເສຍຄວາມເຊື່ອຂອງພວກເຂົາ. ພວກເຂົາຄິດວ່າ ເຖິງແມ່ນຈະເປັນຜູ້ເຊື່ອໃນພຣະເຈົ້າ ພວກເຂົາກໍຍັງສາມາດພົບພໍ້ກັບຄົນຊົ່ວຮ້າຍ ແລະ ຖືກພວກເຂົາຂົ່ມເຫັງ ແລະ ທໍລະມານໄດ້; ພວກເຂົາຮູ້ສຶກວ່າການເຊື່ອໃນພຣະເຈົ້ານັ້ນຍາກເກີນໄປ ແລະ ພວກເຂົາບໍ່ຢາກເຊື່ອອີກຕໍ່ໄປ. ຄົນຊົ່ວຮ້າຍເຫຼົ່ານີ້ບໍ່ແມ່ນຈະກຳຈັດໄດ້ງ່າຍໆ. ການລ່ວງເກີນຄົນຊົ່ວຮ້າຍກໍປຽບເໝືອນການຖືກແມງງອດຕອດ; ເຈົ້າບໍ່ສາມາດໂຍນພວກເຂົາຖິ້ມ ຫຼື ໜີຈາກພວກເຂົາໄດ້ ແລະ ເຈົ້າກໍບໍ່ມີຄວາມເຊື່ອທີ່ຈະຕໍ່ສູ້ກັບພວກເຂົາດ້ວຍຕົວເຈົ້າເອງ, ສະນັ້ນ ໃນທີ່ສຸດເຈົ້າກໍຖືກພວກເຂົາທໍລະມານ. ມະນຸດຊາດທີ່ເສື່ອມຊາມນີ້ ບໍ່ວ່າຈະເປັນມານຮ້າຍທີ່ເປັນຂອງຊາຕານ ຫຼື ມະນຸດທີ່ມີອຸປະນິໄສທີ່ເສື່ອມຊາມ ລ້ວນແຕ່ມີທັງແນວໂນ້ມນີ້ ແລະ ແກ່ນແທ້ນີ້. ຍ້ອນມະນຸດມີອຸປະນິໄສທີ່ເສື່ອມຊາມ, ທຸກຄົນຈຶ່ງມີບັນຫານີ້ໃນລະດັບທີ່ແຕກຕ່າງກັນ; ພວກເຂົາທຸກຄົນພະຍາຍາມຫຼອກຖາມຂໍ້ມູນຈາກຄົນອື່ນເພື່ອເຫັນແກ່ຊື່ສຽງ, ສະຖານະ ແລະ ຜົນປະໂຫຍດຂອງພວກເຂົາເອງ ແລະ ເຖິງຂັ້ນສາມາດຈັບຜິດຜູ້ຄົນເພື່ອທໍລະມານພວກເຂົາໄດ້. ເຈົ້າເຫັນບໍວ່າ ໃນຍຸກທຳອິດຂອງການກໍ່ຕັ້ງສາທາລະນະລັດປະຊາຊົນຈີນ, ເມື່ອພັກກອມມູນິດຢາກທໍລະມານພວກຝ່າຍຂວາ, ພວກເຂົາບອກຜູ້ຄົນວ່າ “ການພັດທະນາປະເທດຊາດຕ້ອງການຄົນທີ່ມີຄວາມສາມາດພິເສດ. ຖ້າພວກເຈົ້າມີຄວາມຄິດເຫັນໃດໆກ່ຽວກັບພັກ ຫຼື ມີແນວຄວາມຄິດທີ່ສະຫຼາດຫຼັກແຫຼມໃດໆກ່ຽວກັບການພັດທະນາປະເທດຊາດ, ພວກເຈົ້າກໍຄວນເວົ້າອອກມາ. ຜູ້ເວົ້າຈະບໍ່ຖືກກ່າວໂທດ ແຕ່ຄຳເວົ້າຂອງລາວຈະຖືກຮັບຟັງເພື່ອເປັນການຕັກເຕືອນ. ພວກເຈົ້າທຸກຄົນຕ້ອງໃຫ້ຄຳແນະນຳຂອງພວກເຈົ້າ!” ຜົນກໍຄື ບາງຄົນໄດ້ຍິນສິ່ງນີ້ ແລະ ເວົ້າວ່າ “ໂອ້, ປະເທດຊາດກຳລັງຕົກຢູ່ໃນສະພາບພັງພິນາດ ແລະ ລໍຖ້າການສ້າງສາຄືນໃໝ່; ປະເທດຊາດຕ້ອງການຄົນທີ່ມີຄວາມສາມາດພິເສດຄືກັບພວກເຮົາ. ເນື່ອງຈາກປະເທດຊາດໃຫ້ຄຸນຄ່າແກ່ຄົນທີ່ມີຄວາມສາມາດພິເສດຫຼາຍຂະໜາດນີ້, ພວກເຮົາກໍຕ້ອງເວົ້າຄວາມຈິງ”. ພວກປັນຍາຊົນ ແລະ ບຸກຄົນລະດັບສູງເຫຼົ່ານັ້ນລ້ວນແຕ່ເວົ້າຄວາມຈິງ, ໂດຍຄິດວ່າຈະບໍ່ມີສິ່ງບໍ່ດີເກີດຂຶ້ນ. ເຈົ້າເຫັນບໍວ່າ ຊາຕານໃຊ້ຄຳເວົ້າທີ່ມ່ວນຫູເພື່ອລອງໃຈຜູ້ຄົນໃຫ້ເວົ້າຄວາມຈິງ. ເມື່ອຜູ້ຄົນຫຼຸດການປ້ອງກັນຕົວລົງທັງໝົດ, ພວກເຂົາກໍລະບາຍທຸກສິ່ງທີ່ຢູ່ໃນໃຈຂອງພວກເຂົາອອກມາ ແລະ ຜົນກໍຄື ພວກເຂົາກໍຫຼົງກົນໃນແຜນການຂອງຊາຕານພໍດີ. ຊາຕານເວົ້າວ່າ “ດີ! ຕອນນີ້ຂ້ອຍຈັບຜິດພວກເຈົ້າໄດ້ແລ້ວ ແລະ ຂ້ອຍກໍມີຫຼັກຖານທີ່ຈະລົງໂທດພວກເຈົ້າ!” ທັນໃດນັ້ນ, ພັກກອມມູນິດກໍໄດ້ເປີດສາກການໂຄສະນາຕໍ່ຕ້ານພວກຝ່າຍຂວາ ແລະ ຕິດປ້າຍຊື່ຜູ້ທີ່ເວົ້າຄວາມຈິງທຸກຄົນວ່າເປັນພວກຝ່າຍຂວາ ແລະ ພວກປັນຍາຊົນ ແລະ ບຸກຄົນລະດັບສູງເຫຼົ່ານັ້ນກໍຖືກທໍລະມານ. ຕໍ່ມາ, ການປະຕິວັດວັດທະນະທຳກໍເລີ່ມຕົ້ນຂຶ້ນ, ບຸກຄົນທີ່ມີຊື່ສຽງ ແລະ ຄົນທີ່ມີຄວາມສາມາດທັງໝົດຖືກໂຍນເຂົ້າໄປໃນ “ຄອກງົວ” ແລະ ຖືກບັງຄັບໃຫ້ຫ້ອຍປ້າຍທີ່ຕິດຊື່ພວກເຂົາວ່າເປັນ “ພວກນາຍທຶນ” ແລະ “ພວກຕໍ່ຕ້ານການປະຕິວັດ”. ຜົນກໍຄື ຫຼາຍຄົນຖືກທໍລະມານຢ່າງໜ້າສົມເພັດ. ເຈົ້າເຫັນບໍວ່າ ຊາຕານບໍ່ເຂົ້າໃຈແກ່ນແທ້ຂອງມະນຸດ. ມັນເອງກໍບໍ່ໄດ້ຍ່າງໃນເສັ້ນທາງທີ່ຖືກຕ້ອງ ແລະ ມັນກໍບໍ່ຮູ້ວ່າຜູ້ຄົນຄິດຫຍັງຢູ່ໃນໃຈຂອງພວກເຂົາ. ມັນພຽງແຕ່ລໍ້ລວງຜູ້ຄົນໃຫ້ເວົ້າຄວາມຈິງ ແລ້ວຈາກນັ້ນກໍຈັບຜິດພວກເຂົາ ແລະ ກ່າວໂທດພວກເຂົາ, ໂດຍທໍລະມານພວກເຂົາຈົນຕາຍຢ່າງໂຫດຮ້າຍ. ພຣະເຈົ້າໄດ້ສ້າງມະນຸດຊາດ. ມະນຸດຊາດໄດ້ຜ່ານການເຮັດໃຫ້ເສື່ອມຊາມຂອງຊາຕານ, ໂດຍກາຍເປັນຄົນທີ່ເສື່ອມຊາມຢ່າງເລິກເຊິ່ງຂຶ້ນເລື້ອຍໆຕະຫຼອດເສັ້ນທາງ. ພຣະເຈົ້າໄດ້ເຫັນທຸກສິ່ງນີ້ພາຍໃຕ້ສາຍຕາທີ່ຄອຍເຝົ້າເບິ່ງຂອງພຣະອົງ; ພຣະອົງເຂົ້າໃຈມັນເປັນຢ່າງດີ, ສະນັ້ນ ພຣະອົງຈຶ່ງເລືອກເວລາທີ່ເໝາະສົມເພື່ອມາ ແລະ ຊ່ວຍຜູ້ຄົນໃຫ້ລອດພົ້ນ. ພຣະເຈົ້າບໍ່ໄດ້ສົນທະນາເລື່ອງຕ່າງໆກັບຜູ້ຄົນ ແລະ ພຣະອົງບໍ່ໄດ້ປຶກສາຫາລືກັບພວກເຂົາ. ເມື່ອເວລາຂອງພຣະເຈົ້າມາເຖິງ, ພຣະອົງກໍບັງເກີດເປັນເນື້ອໜັງ ແລະ ມາຢູ່ທ່າມກາງຜູ້ຄົນເພື່ອສະແດງຄວາມຈິງ, ເປີດໂປງອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ ແລະ ເປີດໂປງບັນຫາຕ່າງໆທັງໝົດທີ່ພວກເຂົາມີ. ໂດຍການເປີດໂປງບັນຫາຂອງຜູ້ຄົນ, ພຣະອົງເຮັດໃຫ້ພວກເຂົາສາມາດໄດ້ຍິນສຽງຂອງພຣະເຈົ້າ, ມາຢູ່ຕໍ່ໜ້າພຣະເຈົ້າ ແລະ ຮູ້ຈັກຕົນເອງ. ຈາກນັ້ນ, ພຣະເຈົ້າກໍສະໜອງຄວາມຈິງໃຫ້ແກ່ຜູ້ຄົນ ເພື່ອໃຫ້ພວກເຂົາສາມາດຍ່າງໃນເສັ້ນທາງທີ່ຖືກຕ້ອງໄດ້. ໂດຍຜ່ານວິທີການນີ້ ແລະ ແນວທາງນີ້, ພຣະເຈົ້າຈຶ່ງຊ່ວຍມະນຸດຊາດໃຫ້ລອດພົ້ນ. ເຖິງຢ່າງໃດກໍຕາມ, ຊາຕານຄອຍເຮັດທຸກຢ່າງທີ່ເປັນໄປໄດ້ຢູ່ສະເໝີເພື່ອເຮັດໃຫ້ມະນຸດຊາດຫຼົງຜິດ ແລະ ເສື່ອມຊາມ. ມັນບໍ່ສົນໃຈວ່າຜູ້ຄົນຄິດຫຍັງ, ພວກເຂົາຫວັງຫຍັງ ຫຼື ພວກເຂົາຂາດຫຍັງ; ມັນພຽງແຕ່ຢາກລໍ້ລວງຜູ້ຄົນໃຫ້ເຮັດບາບ ແລະ ລໍ້ລວງພວກເຂົາໃຫ້ປະຖິ້ມພຣະເຈົ້າ ແລະ ທໍລະຍົດພຣະເຈົ້າ. ມັນຂັດຂວາງຜູ້ຄົນຈາກການອ່ານພຣະທຳຂອງພຣະເຈົ້າ ແລະ ຂັດຂວາງພວກເຂົາຈາກການມາຢູ່ຕໍ່ໜ້າພຣະເຈົ້າ. ຊາຕານຕ້ອງການລອງໃຈ ແລະ ລໍ້ລວງຜູ້ຄົນຢູ່ສະເໝີ; ມັນລໍ້ລວງພວກເຂົາໃຫ້ເຮັດຄວາມຊົ່ວ ແລະ ລໍ້ລວງພວກເຂົາໃຫ້ຫຼຸດການປ້ອງກັນຕົວລົງທັງໝົດ, ເພື່ອວ່າເມື່ອພວກເຂົາບໍ່ໄດ້ລະແວງມັນເລີຍ, ພວກເຂົາກໍເຊື່ອວ່າມັນຈິງໃຈ ແລະ ເອົາຈິງເອົາຈັງ ແລ້ວຈາກນັ້ນກໍຫັນໄປຫາມັນ ແລະ ເພິ່ງພາມັນ. ຕໍ່ມາ, ຫຼັງຈາກທີ່ພວກເຂົາປ່ອຍວາງການປ້ອງກັນຕົວທັງໝົດແລ້ວ, ພວກເຂົາກໍປ່ອຍໃຫ້ຕົວເອງຖືກມັນຫຼອກລວງ ແລະ ເຮັດໃຫ້ເສື່ອມຊາມ ແລະ ຖືກມັນກືນກິນຢ່າງສິ້ນເຊີງ, ແມ່ນບໍ? (ແມ່ນແລ້ວ.) ພຣະເຈົ້າຮູ້ຈັກແກ່ນແທ້ຂອງມະນຸດຊາດ; ພຣະອົງຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງມະນຸດຊາດ; ແລະ ພຣະອົງຮູ້ຈັກຕົ້ນຕໍຂອງການກະບົດ ແລະ ການຕໍ່ຕ້ານພຣະເຈົ້າຂອງມະນຸດຊາດ. ດັ່ງນັ້ນ, ໂດຍບໍ່ຈຳເປັນຕ້ອງເຂົ້າໃຈວ່າແມ່ນຫຍັງຄືສິ່ງສະເພາະເຈາະຈົງທີ່ເຈົ້າຄິດ ຫຼື ເຮັດຢູ່ເບື້ອງຫຼັງ ຫຼື ເຈົ້າມີເລື່ອງສ່ວນຕົວຫຍັງທີ່ເຈົ້າບໍ່ໄດ້ເປີດເຜີຍ, ພຣະອົງກໍສາມາດເປີດໂປງແກ່ນແທ້ທຳມະຊາດຂອງເຈົ້າໄດ້ຢ່າງຄົບຖ້ວນແລ້ວ, ໂດຍເປີດເຜີຍອຸປະນິໄສທີ່ເສື່ອມຊາມ ແລະ ແກ່ນແທ້ທຳມະຊາດຂອງເຈົ້າ ແລະ ໃຫ້ພວກມັນປາກົດຢ່າງຊັດເຈນ ແລະ ບົນພື້ນຖານນີ້ ພຣະອົງກໍເຮັດໃຫ້ເຈົ້າເຕັມໃຈທີ່ຈະຍອມຮັບຄວາມລອດພົ້ນຂອງພຣະເຈົ້າຢ່າງສົມບູນ. ຈຸດປະສົງຂອງພຣະເຈົ້າໃນການເຮັດໃຫ້ເຈົ້າຮູ້ຈັກແກ່ນແທ້ຂອງເຈົ້າກໍຄື ເພື່ອເຮັດໃຫ້ເຈົ້າສາມາດກັບໃຈຢ່າງແທ້ຈິງ, ອ່ອນນ້ອມຕໍ່ພຣະເຈົ້າ ແລະ ຫັນມາຫາພຣະເຈົ້າ, ມັນບໍ່ແມ່ນເພື່ອທໍລະມານເຈົ້າ ແລະ ເຮັດໃຫ້ເຈົ້າກາຍເປັນຄົນຄິດລົບ ແລະ ເສື່ອມຊາມລົງເດັດຂາດ. ເຈົ້າຄວນເຂົ້າໃຈເຈດຕະນາທີ່ພຽນພະຍາຍາມຂອງພຣະເຈົ້າ. ພຣະເຈົ້າມີຄວາມຮູ້ສຶກຮັບຜິດຊອບຕໍ່ເຈົ້າ ແລະ ຫ່ວງໃຍເຈົ້າ, ສະນັ້ນ ພຣະເຈົ້າຈຶ່ງເຮັດສິ່ງເຫຼົ່ານີ້ດ້ວຍສະຕິປັນຍາອັນຍິ່ງໃຫຍ່ ແລະ ໃນວິທີການທີ່ເປັນລະບົບຫຼາຍ, ໂດຍຄຳນຶງເຖິງເຈົ້າຢ່າງຄົບຖ້ວນ. ທຸກບາດກ້າວທີ່ພຣະອົງເຮັດກໍເພື່ອຄຳນຶງເຖິງເຈົ້າ; ແຕ່ລະບາດກ້າວລ້ວນແຕ່ຖືກຈັດແຈງ ແລະ ວາງແຜນໄວ້ຢ່າງລະອຽດຖີ່ຖ້ວນ. ເຖິງແມ່ນວ່າມັນບໍ່ກົງກັນກັບຄວາມຄິດຫຼົງຜິດຂອງມະນຸດກໍຕາມ, ໃນທີ່ສຸດແລ້ວ ຜູ້ຄົນກໍສາມາດຮັບຮູ້ເຖິງເຈດຕະນາທີ່ພຽນພະຍາຍາມຂອງພຣະເຈົ້າໄດ້.
ພຣະເຈົ້າບໍ່ໄດ້ປະໝາດແມ່ນແຕ່ໜ້ອຍດຽວກ່ຽວກັບເລື່ອງຄວາມລອດພົ້ນຂອງຜູ້ຄົນ; ກົງກັນຂ້າມ ພຣະອົງມີເຈດຕະນາທີ່ພຽນພະຍາຍາມ ແລະ ທຸ່ມເທແຮງກາຍແຮງກາຍທັງໝົດຂອງພຣະອົງເຂົ້າໃນເລື່ອງນີ້. ບົນພື້ນຖານຂອງການເປີດໂປງແກ່ນແທ້ທີ່ເສື່ອມຊາມຂອງຜູ້ຄົນ, ໂດຍຜ່ານການໂອ້ລົມກ່ຽວກັບບັນຫາຕ່າງໆ, ພຣະອົງເຮັດໃຫ້ຜູ້ຄົນສາມາດເຂົ້າໃຈບັນຫາຂອງພວກເຂົາເອງ ແລະ ແກ່ນແທ້ທຳມະຊາດຂອງພວກເຂົາເອງໄດ້ດີຂຶ້ນ. ຈາກນັ້ນ, ພຣະອົງກໍສະໜອງໃຫ້ແກ່ເຈົ້າໃນດ້ານບວກ, ເຮັດໃຫ້ເຈົ້າສາມາດເຂົ້າໃຈວ່າຄວາມຈິງແມ່ນຫຍັງ ແລະ ຄວາມຜິດພ້ຽນແມ່ນຫຍັງ, ແມ່ນຫຍັງຖືກ ແລະ ແມ່ນຫຍັງຜິດ, ສິ່ງທີ່ເປັນບວກແມ່ນຫຍັງ ແລະ ສິ່ງທີ່ເປັນລົບແມ່ນຫຍັງ ແລ້ວຈາກນັ້ນກໍຄ່ອຍໆກ້າວເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ. ເຈົ້າເຫັນບໍວ່າ ທຸກສິ່ງທີ່ພຣະເຈົ້າເຮັດເພື່ອເຈົ້າກໍເພື່ອເຫັນແກ່ການຊ່ວຍເຈົ້າໃຫ້ລອດພົ້ນ. ເມື່ອຕັດສິນຈາກວຽກງານທັງໝົດນີ້ທີ່ເຮັດໂດຍພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ບໍ່ວ່າຈະເບິ່ງຈາກມຸມມອງຂອງຄວາມເປັນມະນຸດຂອງພຣະອົງ ຫຼື ຈາກມຸມມອງຂອງຄວາມເປັນພຣະເຈົ້າຂອງພຣະອົງ, ຈຸດເລີ່ມຕົ້ນຂອງພຣະອົງກໍສອດຄ່ອງກັບຈຸດເລີ່ມຕົ້ນຂອງພຣະຜູ້ສ້າງ. ສະນັ້ນ, ເມື່ອບຸດມະນຸດທີ່ບັງເກີດເປັນເນື້ອໜັງອົງນີ້ມີປະຕິສຳພັນ ແລະ ຄົບຫາກັບພວກເຈົ້າ, ພຣະອົງກໍມີທັດສະນະຄະຕິນີ້ເຊັ່ນກັນ ແລະ ຈຸດປະສົງຂອງພຣະອົງກໍຄືການນໍາພາພວກເຈົ້າເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຂອງການເຊື່ອໃນພຣະເຈົ້າ ແລະ ສະໜັບສະໜູນພວກເຈົ້າໃນການເລີ່ມກ້າວເຂົ້າສູ່ເສັ້ນທາງແຫ່ງຄວາມລອດພົ້ນ. ດັ່ງນັ້ນ, ເມື່ອເຮົາສົນທະນາ ແລະ ມີປະຕິສຳພັນກັບພວກເຈົ້າ ຈຶ່ງບໍ່ເຄີຍມີບັນຫາເລື່ອງທີ່ເຮົາພະຍາຍາມຫຼອກຖາມຂໍ້ມູນຈາກພວກເຈົ້າເລີຍ. ຖ້າເຮົາຕັ້ງຄຳຖາມບາງຢ່າງກັບພວກເຈົ້າ, ມັນກໍເປັນພຽງການຕັ້ງຄຳຖາມຊື່ໆ; ເຮົາບໍ່ເຄີຍໃຊ້ວິທີການຫຼອກຖາມຂໍ້ມູນຈາກພວກເຈົ້າເພື່ອລໍ້ລວງພວກເຈົ້າໃຫ້ເຮັດໃນສິ່ງທີ່ພວກເຈົ້າບໍ່ເຕັມໃຈເຮັດ. ສິ່ງນັ້ນບໍ່ເຄີຍເກີດຂຶ້ນ. ຕອນນີ້ພວກເຈົ້າເຂົ້າໃຈແລ້ວບໍ? (ເຂົ້າໃຈ.) ໃນອີກດ້ານໜຶ່ງ, ເຮົາບໍ່ເຄີຍສົນໃຈວ່າພວກເຈົ້າມີມຸມມອງແນວໃດຕໍ່ເຮົາຢ່າງລັບໆ ແລະ ເຮົາຈະບໍ່ມີວັນຄິດວ່າ “ເມື່ອພວກເຈົ້າເຫັນວ່າເຮົາຂ້ອນຂ້າງເຕ້ຍ, ຮູບລັກສະນະຂອງເຮົາກໍທຳມະດາ ແລະ ເຮົາເວົ້າແບບນີ້ ແລະ ໃຊ້ນໍ້າສຽງແບບນີ້, ສິ່ງນັ້ນຈະເຮັດໃຫ້ພວກເຈົ້າເກີດມີຄວາມຄິດຫຼົງຜິດບໍ? ເຮົາດຳລົງຕຳແໜ່ງແບບໃດໃນໃຈຂອງພວກເຈົ້າ?” ເຮົາບໍ່ເຄີຍສອບຖາມກ່ຽວກັບສິ່ງເຫຼົ່ານີ້ ແລະ ເມື່ອເຮົາມີປະຕິສຳພັນກັບພວກເຈົ້າ, ເຮົາກໍບໍ່ເຄີຍໃຊ້ວິທີການໃດໆເພື່ອຖາມທາງອ້ອມວ່າ ພວກເຈົ້າເບິ່ງເຮົາແນວໃດ; ເຮົາບໍ່ສົນໃຈເລື່ອງເຫຼົ່ານີ້. ເປັນຫຍັງເຮົາຈຶ່ງບໍ່ສົນໃຈ? ເພາະເຮົາບໍ່ໃຫ້ຄຸນຄ່າແກ່ສິ່ງເຫຼົ່ານັ້ນ. ການເປັນຄົນສູງສົ່ງ, ຍິ່ງໃຫຍ່, ມີສະຖານະ, ມີຄຸນຄ່າສູງ, ບໍ່ຄືໃຜ, ຍິ່ງໃຫຍ່ ແລະ ສູງສົ່ງ, ເຮົາບໍ່ສົນໃຈເລື່ອງເຫຼົ່ານີ້. ການເປັນຄົນສູງສົ່ງ ຫຼື ບໍ່ນັ້ນສຳຄັນແນວໃດ? ສິ່ງນັ້ນສາມາດປ່ຽນແທນຫຍັງໄດ້? ເຖິງແມ່ນວ່າພວກເຈົ້າຈະບໍ່ມີຄວາມຄິດຫຼົງຜິດກ່ຽວກັບເຮົາເລີຍ ແລະ ສາມາດເຊື່ອຟັງເຮົາໄດ້ຢ່າງສົມບູນ, ແລ້ວແນວໃດຕໍ່? ສິ່ງນັ້ນຈະໝາຍຄວາມວ່າເຮົາສາມາດກ່າວ ຫຼື ເຮັດວຽກງານໄດ້ໜ້ອຍກວ່າທີ່ເຮົາເຮັດໃນຕອນນີ້ບໍ? ບໍ່ມີສິ່ງໃດໃນນີ້ທີ່ສາມາດປ່ຽນແທນສິ່ງໃດໄດ້. ແນ່ນອນວ່າ ນີ້ເປັນເລື່ອງຮອງ; ສິ່ງສຳຄັນກໍຄື ໂດຍສ່ວນຕົວແລ້ວເຮົາບໍ່ສົນໃຈສິ່ງເຫຼົ່ານີ້. ເຮົາບໍ່ຮູ້ວ່າເປັນຫຍັງເຮົາຈຶ່ງບໍ່ສົນໃຈ; ເຮົາພຽງແຕ່ບໍ່ມັກເອົາຕົວເອງໄປຫຍຸ້ງກ່ຽວກັບສິ່ງເຫຼົ່ານີ້. ເມື່ອເຮົາເຮັດສິ່ງຕ່າງໆເພື່ອພວກເຈົ້າ, ບໍ່ວ່າພວກມັນຈະເປັນເລື່ອງໃນຊີວິດຂອງພວກເຈົ້າ, ເລື່ອງທີ່ກ່ຽວຂ້ອງກັບການເຂົ້າສູ່ຊີວິດຂອງພວກເຈົ້າ ຫຼື ເລື່ອງທີ່ກ່ຽວຂ້ອງກັບຈຸດໝາຍປາຍທາງ ແລະ ອະນາຄົດຂອງພວກເຈົ້າ ແລະ ບໍ່ວ່າມັນຈະກ່ຽວຂ້ອງກັບການກ່າວພຣະທຳບາງຂໍ້ ຫຼື ການເຮັດບາງຢ່າງທີ່ສະເພາະເຈາະຈົງ, ເຮົາບໍ່ເຄີຍສົງໄສວ່າ “ມີໃຜຮູ້ບຸນຄຸນເຮົາຢ່າງເລິກເຊິ່ງຢູ່ເບື້ອງຫຼັງບໍ? ມີໃຜທີ່ກຳລັງຫຼັ່ງນໍ້າຕາແຫ່ງຄວາມຮູ້ບຸນຄຸນບໍ? ມີໃຜຈື່ຈຳຄວາມເມດຕາຂອງເຮົາທີ່ເຮັດສິ່ງເຫຼົ່ານີ້ບໍ?” ເຮົາບໍ່ເອົາຕົວເອງໄປຫຍຸ້ງກ່ຽວກັບເລື່ອງແບບນັ້ນແທ້ໆ ແລະ ເຮົາບໍ່ໄດ້ພະຍາຍາມຊອກຮູ້ເລື່ອງເຫຼົ່ານີ້. ໃນດ້ານໜຶ່ງ, ເມື່ອເຮົາເຕົ້າໂຮມ ແລະ ໂອ້ລົມກັບພວກເຈົ້າ, ເຮົາບໍ່ເຄີຍຖາມກ່ຽວກັບສິ່ງເຫຼົ່ານີ້; ໃນອີກດ້ານໜຶ່ງ, ເມື່ອເຮົາໂອ້ລົມກັບພວກເຈົ້າກ່ຽວກັບວຽກງານ, ເຮົາກໍບໍ່ຖາມກ່ຽວກັບເລື່ອງເຫຼົ່ານີ້ເຊັ່ນກັນ. ບໍ່ວ່າເຮົາຈະໄປຫາທີມໃດກໍຕາມ, ເຮົາພຽງແຕ່ຖາມວ່າ “ຊ່ວງນີ້ພວກເຈົ້າເປັນແນວໃດແດ່? ມີບັນຫາໃດທີ່ພວກເຈົ້າບໍ່ສາມາດແກ້ໄຂໄດ້ບໍ? ພວກເຈົ້າສາມາດຈັບໃຈຄວາມຫຼັກການເມື່ອປະຕິບັດໜ້າທີ່ຂອງພວກເຈົ້າໄດ້ບໍ?” ເຮົາພຽງແຕ່ເວົ້າກ່ຽວກັບສິ່ງເຫຼົ່ານີ້. ເຮົາບໍ່ສົນໃຈວ່າພຣະທຳທີ່ເຮົາກ່າວ ແລະ ສິ່ງທີ່ເຮົາເຮັດນັ້ນມີອິດທິພົນຫຼາຍສໍ່າໃດທ່າມກາງພວກເຈົ້າ, ມີຈັກຄົນທີ່ຮູ້ບຸນຄຸນເຮົາ, ມີຈັກຄົນທີ່ບໍ່ຮູ້ບຸນຄຸນ ຫຼື ເຮົາຄວນປັບປຸງວຽກງານນີ້ແນວໃດເພື່ອໃຫ້ມີຄົນຮູ້ບຸນຄຸນຫຼາຍຂຶ້ນ; ເຮົາບໍ່ເຮັດສິ່ງເຫຼົ່ານີ້. ເຮົາຮຽນຮູ້ກ່ຽວກັບວ່າໜ້າທີ່ຂອງພວກເຈົ້າເປັນແນວໃດ ແລະ ຊີ້ໃຫ້ເຫັນບັນຫາ ແລະ ການບ່ຽງເບນຂອງພວກເຈົ້າ ແລະ ໃຫ້ພວກເຈົ້າແກ້ໄຂສິ່ງເຫຼົ່ານັ້ນ, ເພື່ອໃຫ້ພວກເຈົ້າສາມາດເຮັດວຽກງານໄດ້ດີ. ຖ້າບາງຄົນບໍ່ຮູ້ບຸນຄຸນ ຫຼື ບໍ່ຍອມຮັບ, ເຮົາກໍບໍ່ສາມາດເຮັດຫຍັງໄດ້; ນັ້ນຄືສິ່ງທີ່ເຮົາສາມາດເຮັດໄດ້ຫຼາຍທີ່ສຸດແລ້ວ. ໃນຊີວິດປະຈຳວັນຂອງພວກເຈົ້າ, ເຮົາໄດ້ເຮັດຈົນສຸດຄວາມສາມາດຂອງເຮົາເພື່ອຈັດແຈງສິ່ງຕ່າງໆໃຫ້ພວກເຈົ້າ ແລະ ຊ່ວຍເຫຼືອພວກເຈົ້າ. ຖ້າມີບາງຄົນບໍ່ພໍໃຈ, ເຮົາກໍບໍ່ສາມາດເຮັດຫຍັງໄດ້; ນັ້ນເປັນເພາະຄວາມຕ້ອງການສ່ວນຕົວຂອງພວກເຂົາມີຫຼາຍເກີນໄປ. ເຮົາພຽງແຕ່ເນັ້ນຢໍ້າຊໍ້າແລ້ວຊໍ້າອີກວ່າ ແມ່ນຫຍັງຄືຫຼັກການທີ່ເຮືອນຂອງພຣະເຈົ້າປະຕິບັດຕາມໃນການເຮັດສິ່ງນີ້ ແລະ ຈຸດປະສົງໃນການເຮັດເຊັ່ນນັ້ນແມ່ນຫຍັງ ແລະ ນັ້ນກໍພຽງພໍແລ້ວ. ເມື່ອເຮົາໄປສະຖານທີ່ບາງບ່ອນ ແລະ ເຫັນບາງຄົນກຳລັງໂອ້ລົມກັນ, ເວົ້າກ່ຽວກັບສິ່ງທີ່ພຣະເຈົ້າກ່າວ ແລະ ກະທຳ, ເຮົາກໍຈະຍ່າງໜີທັນທີ. ເຮົາບໍ່ແອບຟັງ. ເຮົາບໍ່ຢາກຮູ້ຢາກເຫັນ ແລະ ເຮົາກໍບໍ່ສົງໄສວ່າ “ພວກເຈົ້າກຳລັງເວົ້າຫຍັງກ່ຽວກັບເຮົາ? ພວກເຈົ້າກຳລັງເວົ້າບໍ່ດີກ່ຽວກັບເຮົາບໍ? ພວກເຈົ້າກຳລັງເວົ້າສິ່ງຕ່າງໆກ່ຽວກັບເຮົາໂດຍອີງໃສ່ຄວາມຄິດຫຼົງຜິດບໍ? ຖ້າເປັນແນວນັ້ນ, ເຮົາກໍຈະເຮັດທຸກຢ່າງທີ່ເປັນໄປໄດ້ເພື່ອທໍລະມານເຈົ້າ ແລະ ເຮັດໃຫ້ເຈົ້າຫຼຸດຄວາມຈອງຫອງລົງ”. ເຮົາບໍ່ເຮັດສິ່ງເຫຼົ່ານີ້; ພວກເຈົ້າສາມາດເວົ້າທຸກສິ່ງທີ່ພວກເຈົ້າຢາກເວົ້າ. ບົດຮຽນຂອງການຮູ້ຈັກພຣະເຈົ້າຕ້ອງໃຊ້ເວລາດົນໃນການຮຽນຮູ້; ມັນບໍ່ໄດ້ເກີດຂຶ້ນຂ້າມຄືນ. ບໍ່ວ່າການໂອ້ລົມຂອງພວກເຈົ້າກ່ຽວກັບການຮູ້ຈັກພຣະເຈົ້າຈະຖືກເຈືອປົນດ້ວຍຄວາມຄິດຫຼົງຜິດ ຫຼື ເປັນຄວາມເຂົ້າໃຈທີ່ແທ້ຈິງຂອງພວກເຈົ້າ, ມັນກໍບໍ່ໄດ້ກ່ຽວຂ້ອງກັບຄວາມຖືກ ຫຼື ຜິດ; ມັນພຽງແຕ່ກ່ຽວຂ້ອງກັບວ່າມັນສອດຄ່ອງກັບຄວາມຈິງ ຫຼື ບໍ່. ສະນັ້ນ, ຖ້າການໂອ້ລົມຂອງພວກເຈົ້າກ່ຽວກັບຫົວຂໍ້ໃດໜຶ່ງມີຄວາມບິດເບືອນ, ເຮົາກໍສາມາດແກ້ໄຂໃຫ້ພວກເຈົ້າໄດ້. ຖ້າມີຄວາມຄິດຫຼົງຜິດ ແລະ ຈິນຕະນາການ, ພວກເຮົາກໍສາມາດໂອ້ລົມກ່ຽວກັບເລື່ອງເຫຼົ່ານັ້ນໄດ້. ຖ້າສິ່ງທີ່ພວກເຈົ້າໂອ້ລົມນັ້ນຖືກຕ້ອງທັງໝົດ ແລະ ສອດຄ່ອງກັບຄວາມຈິງ, ແຕ່ຕື້ນເຂີນເລັກໜ້ອຍເທົ່ານັ້ນ, ແລ້ວກໍພຽງແຕ່ມາຮັບເອົາຄວາມຮູ້ເທື່ອລະໜ້ອຍ.
ຕອນນີ້ພວກເຈົ້າເຂົ້າໃຈດ້ານນີ້ແລ້ວບໍ, ເຂົ້າໃຈວ່າພຣະເຈົ້າບໍ່ຫຼອກຖາມຂໍ້ມູນຈາກຜູ້ຄົນ? (ເຂົ້າໃຈ.) ການບໍ່ຫຼອກຖາມຂໍ້ມູນຈາກຜູ້ຄົນໝາຍຄວາມວ່າ ເມື່ອເຮົາເວົ້າ ແລະ ລົມກັນກັບພວກເຈົ້າ, ເຮົາເຮັດແບບນັ້ນຈາກຈຸດຢືນຂອງຄົນທຳມະດາ. ເຮົາບໍ່ໄດ້ໃຊ້ອຳນາດບາດໃຫຍ່ ຫຼື ວາງຕົວເໜືອຄົນອື່ນ ແລະ ເຮົາກໍບໍ່ໄດ້ກົດຂີ່ເຈົ້າ. ຫຼັກການຂອງເຮົາສຳລັບວິທີທີ່ເຮົາມີປະຕິສຳພັນກັບເຈົ້າກໍຄື ການສົນທະນາກັບເຈົ້າຢ່າງຊື່ສັດ ແລະ ຈາກໃຈ, ໂດຍປາສະຈາກການລໍ້ລວງ ແລະ ປາສະຈາກການຫຼອກຖາມສິ່ງໃດຈາກເຈົ້າ. ນັ້ນກໍຄື ເຮົາບໍ່ໄດ້ວາງກັບດັກສຳລັບເຈົ້າ ແລະ ເຮົາບໍ່ໄດ້ເວົ້າສິ່ງທີ່ຟັງເບິ່ງຄືຈະຖືກແຕ່ຄວາມຈິງແລ້ວຜິດ. ພຽງແຕ່ຖ້າບາງສິ່ງບໍ່ແມ່ນຫົວຂໍ້ຫຼັກ, ເຮົາກໍອາດຈະພຽງແຕ່ເວົ້າສະຫຼຸບລວມໆ ແລ້ວກໍຂ້າມໄປຫົວຂໍ້ອື່ນ, ໂດຍບໍ່ເວົ້າສະເພາະເຈາະຈົງເກີນໄປ, ແຕ່ມັນກໍຈະບໍ່ແມ່ນສິ່ງທີ່ຟັງເບິ່ງຄືຈະຖືກແຕ່ຄວາມຈິງແລ້ວຜິດເຊັ່ນກັນ. ນັ້ນກໍຄື ຄຳເວົ້າທີ່ເຮົາກ່າວບໍ່ໄດ້ລໍ້ລວງເຈົ້າໃຫ້ຄິດໄປໃນທິດທາງທີ່ຜິດ, ໃຫ້ເຮັດບາບ, ໃຫ້ເສື່ອມຊາມລົງ, ໃຫ້ເກີດມີຄວາມຄິດຫຼົງຜິດກ່ຽວກັບພຣະເຈົ້າ ຫຼື ໃຫ້ມີຄວາມເຂົ້າໃຈຜິດ ແລະ ລະແວງພຣະເຈົ້າ, ແຮງໄກເລີຍທີ່ພຣະທຳເຫຼົ່ານັ້ນຈະເຮັດໃຫ້ເຈົ້າເກີດມີທັດສະນະຄະຕິທີ່ສົງໄສຕໍ່ຄວາມຈິງບາງດ້ານ. ໃນສິ່ງທີ່ເຮົາເວົ້າ, ບໍ່ມີຄຳເວົ້າໃດທີ່ຄືກັບສິ່ງທີ່ຊາຕານເວົ້າທີ່: “ພວກເຈົ້າຈະບໍ່ຕາຍດອກ”, ຄຳວ່າ “ບໍ່ດອກ” ນີ້ມີທຳມະຊາດຂອງການລໍ້ລວງ. ເມື່ອເຮົາກ່າວກັບພວກເຈົ້າ, ເຮົາບໍ່ໃຊ້ຄຳເວົ້າທີ່ເປັນການລໍ້ລວງໃດໆ ເຊັ່ນ: “ບໍ່ດອກ”. ພວກເຈົ້າສາມາດເບິ່ງ ແລະ ກວດສອບໄດ້ວ່າມີຄຳເວົ້າແບບນັ້ນໃນເນື້ອໃນທັງໝົດທີ່ເຮົາໄດ້ໂອ້ລົມ ຫຼື ບໍ່. ມີບາງຄຳເວົ້າທີ່ພວກເຈົ້າອາດບໍ່ສາມາດໝັ້ນໃຈ ຫຼື ເຂົ້າໃຈຢ່າງຖີ່ຖ້ວນໄດ້, ນັ້ນກໍຄືຄຳເວົ້າ ເຊັ່ນ: “ບາງທີ” ແລະ “ອາດຈະ”. ພວກເຈົ້າອາດບໍ່ຮັບຮູ້ເຖິງຫຼັກການ ຫຼື ເຫດຜົນຂອງເຮົາໃນການໃຊ້ຄຳເວົ້າດັ່ງກ່າວ. ເຮົາມີເຫດຜົນໃນການໃຊ້ຄຳເວົ້າດັ່ງກ່າວ. ມັນເປັນເພາະຄວາມຈິງດ້ານຕ່າງໆທີ່ພວກເຮົາໂອ້ລົມກັນນັ້ນບໍ່ໄດ້ແນເປົ້າໃສ່ຄົນປະເພດດຽວ ແລະ ພວກມັນບໍ່ໄດ້ແນເປົ້າໃສ່ບຸກຄົນໃດໜຶ່ງ, ແຕ່ແນເປົ້າໃສ່ທຸກຄົນທີ່ຕິດຕາມພຣະເຈົ້າ ແລະ ຍອມຮັບພຣະທຳຂອງພຣະເຈົ້າ. ຫຼັງຈາກທີ່ກ່າວເຖິງຄຳວ່າ “ທຸກຄົນ”, ສິ່ງນີ້ກໍລວມເຖິງສະພາວະຂອງຄົນທີ່ແຕກຕ່າງກັນທຸກປະເພດ. ນັ້ນກໍຄື ບັນຫາດຽວກັນກວມເອົາສະພາວະຂອງຄົນຫຼາຍປະເພດພາຍໃຕ້ເງື່ອນໄຂທີ່ແຕກຕ່າງກັນ ແລະ ໃນສະພາບແວດລ້ອມທີ່ແຕກຕ່າງກັນ, ສະນັ້ນ ມັນຈຶ່ງສາມາດສະແດງອອກໄດ້ໂດຍໃຊ້ຄຳວ່າ “ບາງທີ” ແລະ “ອາດຈະ” ເທົ່ານັ້ນ. ຄຳວ່າ “ບາງທີ” ແລະ “ອາດຈະ” ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ບາງທີເຈົ້າອາດຈະຢູ່ໃນສະພາວະນີ້, ບາງທີເຈົ້າອາດຈະຢູ່ໃນສະພາວະນັ້ນ, ບາງທີເຈົ້າອາດຈະຢູ່ໃນສະພາບແວດລ້ອມແບບນີ້ ຫຼື ບາງທີເຈົ້າອາດຈະຢູ່ໃນສະພາບແວດລ້ອມແບບນັ້ນ. ແຕ່ຄຳວ່າ “ບາງທີ” ນີ້ບໍ່ໄດ້ມີຈຸດປະສົງເພື່ອສື່ເຖິງຄວາມບໍ່ແນ່ນອນ; ກົງກັນຂ້າມ ມັນໝາຍຄວາມວ່າສິ່ງທີ່ກຳລັງເວົ້າຢູ່ນັ້ນໃຊ້ໄດ້ກັບບາງຄົນເທົ່ານັ້ນ. ຄຳວ່າ “ບາງທີ” ແລະ “ອາດຈະ” ເຫຼົ່ານີ້ບໍ່ມີຄວາມໝາຍໃນການລໍ້ລວງຄືກັບຄຳວ່າ “ບໍ່ຕາຍດອກ” ຂອງຊາຕານ; ເຮົາໃຊ້ຄຳເວົ້າເຫຼົ່ານີ້ເພື່ອໃຫ້ການໂອ້ລົມທີ່ອີງຕາມສະພາບຕົວຈິງ, ໂດຍຊ່ວຍໃຫ້ເຈົ້າລະບຸໄດ້ວ່າເຈົ້າມີສະພາວະໃດ ແລະ ເຈົ້າຢູ່ໃນສະພາບແວດລ້ອມໃດ. ເປັນເພາະເຮົາກຳລັງປະເຊີນໜ້າກັບຄົນຫຼາຍກຸ່ມ ແລະ ສະພາວະຕ່າງໆທີ່ຜູ້ຄົນມີກໍຊັບຊ້ອນຫຼາຍແທ້ໆ, ເຮົາຈຶ່ງສາມາດສະແດງສິ່ງຕ່າງໆອອກມາໂດຍໃຊ້ຄຳວ່າ “ບາງທີ” ແລະ “ອາດຈະ” ເທົ່ານັ້ນ ແລ້ວຈາກນັ້ນກໍໃຫ້ພວກເຈົ້າເບິ່ງວ່າຕົນເອງຈັດຢູ່ໃນປະເພດໃດ. ພວກເຈົ້າເຂົ້າໃຈບັນຫານີ້ບໍ? (ເຂົ້າໃຈ.) ຕອນນີ້ພວກເຈົ້າເຂົ້າໃຈບັນຫານີ້ແລ້ວ, ພວກເຮົາກ້າວໄປສູ່ຫົວຂໍ້ຕໍ່ໄປກັນເທາະ.
ມີອີກຫົວຂໍ້ໜຶ່ງພາຍໃນຫົວຂໍ້ໃຫຍ່ທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງບໍ່ລໍ້ລວງຜູ້ຄົນ, ນັ້ນກໍຄື ພຣະອົງບໍ່ຍຸຍົງຜູ້ຄົນ, ພຣະອົງຈະບໍ່ມີວັນຍຸຍົງເຈົ້າໃຫ້ເຮັດບາງສິ່ງ. ສິ່ງທີ່ຢູ່ເບື້ອງຫຼັງການຍຸຍົງທີ່ກ່າວເຖິງຢູ່ນີ້ກໍຄືສິ່ງທີ່ບໍ່ຍຸຕິທຳ, ຜິດພາດ ຫຼື ຜິດພ້ຽນ ຫຼື ການກະທຳຊົ່ວຮ້າຍທີ່ເຮັດໃຫ້ເຈົ້າເສື່ອມຊາມລົງ, ຕໍ່ຕ້ານພຣະເຈົ້າ ຫຼື ຫັນໜີຈາກເສັ້ນທາງທີ່ຖືກຕ້ອງ. ເມື່ອພຣະເຈົ້າທີ່ບັງເກີດເປັນເນື້ອໜັງກ່າວກັບພວກເຈົ້າ, ມີປະຕິສຳພັນ ແລະ ຄົບຫາກັບພວກເຈົ້າ ແລະ ນໍາພາພວກເຈົ້າ, ພຣະທຳທີ່ພຣະອົງກ່າວ ແລະ ວຽກງານທີ່ພຣະອົງເຮັດລ້ວນແຕ່ແນເປົ້າໃສ່ການນໍາພາພວກເຈົ້າມາຢູ່ຕໍ່ໜ້າພຣະເຈົ້າ ແລະ ກ້າວເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ. ພຣະທຳທຸກຂໍ້ທີ່ພຣະອົງກ່າວກໍເພື່ອໃຫ້ພວກເຈົ້າສາມາດເຂົ້າໃຈຄວາມຈິງຂອງຂໍ້ເທັດຈິງໄດ້ດີຂຶ້ນ, ສາມາດຮູ້ຈັກຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆຈາກມຸມມອງ ແລະ ຈຸດຢືນທີ່ຖືກຕ້ອງ ແລະ ສາມາດເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ມາດຕະຖານທີ່ພຣະເຈົ້າກຳນົດໄດ້ຢ່າງຖືກຕ້ອງຍິ່ງຂຶ້ນ. ບໍ່ມີພຣະທຳແມ່ນແຕ່ຂໍ້ດຽວທີ່ພຣະເຈົ້າກ່າວເພື່ອຍຸຍົງພວກເຈົ້າໃຫ້ຕໍ່ຕ້ານພຣະເຈົ້າ ຫຼື ໃຫ້ໄປສູ້ຮົບກັບຊາຕານ, ເຊິ່ງເປັນການເສຍສະລະທີ່ໄຮ້ຄວາມໝາຍ. ເມື່ອເວົ້າເຖິງວິທີທີ່ຜູ້ຄົນຄວນປະຕິບັດຕໍ່ພຣະເຈົ້າ, ເຈດຕະນາຂອງພຣະເຈົ້າກໍຄືເພື່ອໃຫ້ຜູ້ຄົນສາມາດອ່ອນນ້ອມຕໍ່ພຣະອົງ ແລະ ປະຕິບັດຕໍ່ພຣະອົງຈາກມຸມມອງຂອງສິ່ງທີ່ຖືກສ້າງ. ບໍ່ວ່າຄົນໆໜຶ່ງຈະປະເຊີນກັບສິ່ງໃດກໍຕາມ, ກ່ອນອື່ນໝົດ, ທັດສະນະຄະຕິທີ່ພວກເຂົາຄວນມີກໍຄືການຍອມຮັບສິ່ງເຫຼົ່ານັ້ນຈາກພຣະເຈົ້າ ແລະ ອ່ອນນ້ອມຕໍ່ພຣະເຈົ້າຈາກມຸມມອງຂອງສິ່ງທີ່ຖືກສ້າງ. ນີ້ຄືໃນແງ່ຂອງພາບລວມ; ແນ່ນອນວ່າ ນີ້ກໍຍັງເປັນຈຸດປະສົງທີ່ຢູ່ເບື້ອງຫຼັງພຣະທຳທັງໝົດທີ່ເຮົາກ່າວ ແລະ ຫຼັກການທີ່ເຮົາຮຽກຮ້ອງຈາກພວກເຈົ້າເຊັ່ນກັນ. ສຳລັບວິທີທີ່ເຈົ້າປະຕິບັດຕໍ່ຊາຕານ, ໂລກ, ກອງກຳລັງທີ່ເປັນປໍລະປັກທີ່ຂົ່ມເຫັງພວກເຈົ້າ ແລະ ໃຜກໍຕາມທີ່ຂົ່ມເຫັງພວກເຈົ້າ, ຫຼັກການທີ່ເຮົາຮຽກຮ້ອງຈາກພວກເຈົ້າກໍຄືການໃຊ້ສະຕິປັນຍາໃນວິທີທີ່ເຈົ້າປະຕິບັດຕໍ່ພວກເຂົາ. ຄືກັບທີ່ອົງພຣະເຢຊູເຈົ້າກ່າວວ່າ: “ດັ່ງນັ້ນ ໃຫ້ສະຫຼາດຄືກັບງູ ແລະ ບໍ່ເປັນອັນຕະລາຍຄືກັບນົກເຂົາ” (ມັດທາຍ 10:16). ເຈົ້າຕ້ອງອ່ອນນ້ອມຕໍ່ພຣະເຈົ້າຄືກັບນົກເຂົາ ແລະ ມີສະຕິປັນຍາຂອງງູໃນວິທີທີ່ເຈົ້າປະຕິບັດຕໍ່ໂລກນີ້, ຜູ້ທີ່ເປັນປໍລະປັກຕໍ່ເຈົ້າ, ຄົນຊົ່ວຮ້າຍ, ກອງກຳລັງທີ່ເປັນປໍລະປັກທີ່ມີອຳນາດ ແລະ ລະບອບການປົກຄອງທີ່ມີອຳນາດທີ່ເປັນປໍລະປັກຕໍ່ພຣະເຈົ້າ. ໃນແງ່ທີ່ສຳພັນກັບຊີວິດຈິງຫຼາຍຂຶ້ນ, ເມື່ອເວົ້າເຖິງການພົບພໍ້ກັບຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສໃນຄຣິສຕະຈັກ ຫຼື ເມື່ອເວົ້າເຖິງການປະເຊີນໜ້າກັບກອງກຳລັງທີ່ເປັນປໍລະປັກຈາກພາຍນອກ, ພວກເຮົາໄດ້ໂອ້ລົມກ່ຽວກັບສະຕິປັນຍາບາງຢ່າງ ແລະ ວິທີການປະຕິບັດຕໍ່ພວກເຂົາທີ່ສະເພາະເຈາະຈົງຫຼາຍຂຶ້ນ. ໃນດ້ານໜຶ່ງ, ວິທີການປະຕິບັດຕໍ່ພວກເຂົາ ແລະ ຫຼັກການຂອງການປະຕິບັດທີ່ສະເພາະເຈາະຈົງເຫຼົ່ານີ້ຊ່ວຍໃຫ້ເຈົ້າຮູ້ຢ່າງຖືກຕ້ອງຫຼາຍຂຶ້ນວ່າຕ້ອງປະຕິບັດແນວໃດ ແລະ ຕ້ອງຍຶດໝັ້ນຫຼັກການຫຍັງເພື່ອໃຫ້ກົງກັນກັບເຈດຕະນາຂອງພຣະເຈົ້າ, ເຊິ່ງເປັນສິ່ງສຳຄັນ. ໃນອີກດ້ານໜຶ່ງ, ສິ່ງເຫຼົ່ານີ້ມີຈຸດປະສົງເພື່ອປົກປ້ອງພວກເຈົ້າ, ເພື່ອຮັບປະກັນຄວາມປອດໄພສ່ວນຕົວຂອງພວກເຈົ້າ ແລະ ເພື່ອປົກປ້ອງພວກເຈົ້າບໍ່ໃຫ້ຕົກເຂົ້າສູ່ການລອງໃຈ, ການຖືກລໍ້ລວງໂດຍຊາຕານ, ການຖືກຈັບຜິດໂດຍຊາຕານ ແລະ ການຖືກຊາຕານພາຕົວໄປ ພ້ອມທັງຈາກການຕົກເຂົ້າສູ່ສະຖານະການທີ່ຫຍຸ້ງຍາກ, ການຕົກເຂົ້າສູ່ຄວາມຄິດລົບ ແລະ ຄວາມອ່ອນແອ ແລະ ການຂາດຄວາມເຊື່ອທີ່ຈະຕິດຕາມພຣະເຈົ້າອັນເປັນຜົນມາຈາກການຖືກກໍ່ກວນ ແລະ ຄວບຄຸມໂດຍກອງກຳລັງທີ່ເປັນປໍລະປັກ, ເວົ້າສັ້ນໆກໍຄື ເພື່ອປົກປ້ອງພວກເຈົ້າໃນທຸກວິທີທາງທີ່ເປັນໄປໄດ້. ຈຸດປະສົງຂອງເຮົາໃນການສອນພວກເຈົ້າໃຫ້ມີສະຕິປັນຍາ ແລະ ໃນການສອນພວກເຈົ້າກ່ຽວກັບເສັ້ນທາງທີ່ພວກເຈົ້າຄວນຍ່າງກໍຄື ເພື່ອເຮັດໃຫ້ພວກເຈົ້າສາມາດຍຶດໝັ້ນໃນຕຳແໜ່ງທີ່ເໝາະສົມຂອງພວກເຈົ້າໄດ້ຢ່າງໜັກແໜ້ນ, ເຮັດໜ້າທີ່ທີ່ພຣະເຈົ້າໄດ້ມອບໝາຍໃຫ້ພວກເຈົ້າໃຫ້ສຳເລັດຜົນໃນລັກສະນະທີ່ໄດ້ມາດຕະຖານ ແລະ ຍ່າງໃນເສັ້ນທາງນີ້ໃຫ້ດີ. ຖ້າເຈົ້າຕົກເຂົ້າສູ່ການລອງໃຈ, ເຂົ້າສູ່ສະຖານະການທີ່ຫຍຸ້ງຍາກຕ່າງໆ ຫຼື ເຂົ້າສູ່ກັບດັກ ຫຼື ການປິດລ້ອມຂອງຊາຕານ ຫຼື ປະເຊີນກັບສະຖານະການທີ່ຫຍຸ້ງຍາກ ຫຼື ອັນຕະລາຍເຖິງຊີວິດ, ແລ້ວມັນກໍຈະບໍ່ແມ່ນເລື່ອງງ່າຍສຳລັບເຈົ້າທີ່ຈະເຮັດສຳເລັດໜ້າທີ່ທີ່ພຣະເຈົ້າໄດ້ມອບໝາຍໃຫ້ເຈົ້າ ແລະ ໄລ່ຕາມເສາະຫາຄວາມຈິງເພື່ອບັນລຸຄວາມລອດພົ້ນ. ການທີ່ເຈົ້າຈະສາມາດບັນລຸຄວາມລອດພົ້ນໄດ້ ຫຼື ບໍ່ນັ້ນຈະກາຍເປັນສິ່ງທີ່ບໍ່ຮູ້, ເປັນເຄື່ອງໝາຍຄຳຖາມອັນໃຫຍ່, ມັນຈະກາຍເປັນບັນຫາສຳລັບເຈົ້າ. ສະນັ້ນ, ເຮົາຈຶ່ງບອກພວກເຈົ້າໃຫ້ບໍ່ມີພິດມີໄພຄືກັບນົກເຂົາ ແລະ ສະຫຼາດຄືກັບງູ. ການສະຫຼາດຄືກັບງູນັ້ນສຳຄັນຫຼາຍ; ມັນເຮັດໃຫ້ເຈົ້າສາມາດປະຕິບັດຕໍ່ຄົນຊົ່ວຮ້າຍຕ່າງໆ, ຜູ້ຕໍ່ຕ້ານພຣະຄຣິສ, ຄວາມຜິດພ້ຽນ ແລະ ຄຳສອນນອກຮີດຕ່າງໆ ແລະ ກອງກຳລັງຕ່າງໆທີ່ຂົ່ມເຫັງ ແລະ ກົດຂີ່ເຈົ້າດ້ວຍສະຕິປັນຍາ ແລະ ຫຼັກການ, ເພື່ອໃຫ້ເຈົ້າສາມາດໄປເຖິງຈຸດສິ້ນສຸດຂອງເສັ້ນທາງໄດ້ຢ່າງປອດໄພ ແລະ ສຳເລັດຜົນ ແລະ ມີຄວາມຫວັງທີ່ຈະບັນລຸຄວາມລອດພົ້ນ. ດັ່ງນັ້ນ, ໂດຍທົ່ວໄປແລ້ວ, ເມື່ອເຮືອນຂອງພຣະເຈົ້າພົບພໍ້ກັບເລື່ອງທີ່ກ່ຽວຂ້ອງກັບການຈັດການກັບໂລກພາຍນອກ, ເຮືອນຂອງພຣະເຈົ້າກໍຈະຊອກຫາອ້າຍເອື້ອຍນ້ອງບາງຄົນທີ່ມີສະຕິປັນຍາ ແລະ ມີປະສົບການໃນໂລກແຫ່ງຄວາມເປັນຈິງມາຈັດການກັບເລື່ອງເຫຼົ່ານັ້ນ. ສຳລັບຄົນທີ່ຍັງໜຸ່ມ ແລະ ມີວຸດທິພາວະນ້ອຍ ຫຼື ຄົນທີ່ໂງ່ຈ້າ ແລະ ບໍ່ມີປະສົບການໃນໂລກແຫ່ງຄວາມເປັນຈິງ ຫຼື ແມ່ນແຕ່ຄົນທີ່ເບົາປັນຍາບາງຄົນ, ພວກເຮົາບໍ່ສົ່ງເສີມໃຫ້ພວກເຂົາໄປຈັດການກັບເລື່ອງເຫຼົ່ານີ້ ແລະ ເຮືອນຂອງພຣະເຈົ້າກໍຈະບໍ່ຈັດແຈງໃຫ້ພວກເຂົາເຮັດແບບນັ້ນເຊັ່ນກັນ. ບາງຄົນພາຍນອກເບິ່ງຄືວ່າກ້າຫານ ແລະ ມີຄວາມສາມາດຫຼາຍ, ແຕ່ຄວາມຈິງແລ້ວບໍ່ມີສະຕິປັນຍາ. ມັນເອີ້ນວ່າແນວໃດເມື່ອຄົນໃດໜຶ່ງບໍ່ມີສະຕິປັນຍາແຕ່ຂ້ອນຂ້າງກ້າຫານ? ສິ່ງນີ້ເອີ້ນວ່າການກະທຳໂດຍບໍ່ຄິດໜ້າຄິດຫຼັງ; ໃນພາສາເວົ້າ, ມັນຄືການເປັນຄົນຫົວຮ້ອນ. ຖ້າຄົນແບບນີ້ໄປຈັດການກັບເລື່ອງທີ່ກ່ຽວຂ້ອງກັບການຈັດການກັບໂລກພາຍນອກ, ບັນຫາກໍຈະເກີດຂຶ້ນຢ່າງແນ່ນອນ. ສະນັ້ນ, ເມື່ອພົບພໍ້ກັບເລື່ອງເຫຼົ່ານີ້ທີ່ກ່ຽວຂ້ອງກັບການຈັດການກັບໂລກພາຍນອກ, ຖ້າມັນຈຳເປັນສຳລັບຄຣິສຕະຈັກທີ່ຈະເຮັດວຽກງານນີ້, ພວກເຮົາກໍຈະຊອກຫາຄົນທີ່ເໝາະສົມມາເຮັດມັນ. ວິທີການນີ້ແມ່ນດີຫຼາຍ. ບໍ່ວ່າຈະເປັນຄົນທີ່ພຣະວິນຍານບໍລິສຸດ ຫຼື ເຮົາໃຊ້, ພວກເຮົາບໍ່ເຄີຍຈັດແຈງໃຫ້ພວກເຈົ້າອອກໄປຕາມທ້ອງຖະໜົນເພື່ອເດີນຂະບວນ ແລະ ປະທ້ວງ, ແຮງບໍ່ຕ້ອງເວົ້າເຖິງວ່າພວກເຮົາຮຽກຮ້ອງໃຫ້ພວກເຈົ້າເຂົ້າຮ່ວມໃນການຮຽກຮ້ອງສິດທິທາງການເມືອງ ຫຼື ເທດສະໜາຂ່າວປະເສີດໃຫ້ກັບຄົນທີ່ມີຊື່ສຽງບາງປະເພດ; ເຮືອນຂອງພຣະເຈົ້າບໍ່ເຄີຍເຮັດສິ່ງເຫຼົ່ານີ້. ເຈົ້າເຄີຍຮູ້ບໍວ່າເຮືອນຂອງພຣະເຈົ້າເຮັດການຈັດແຈງວຽກງານປະເພດນີ້? (ບໍ່.) ແມ່ນແຕ່ກັບການເທດສອນຂ່າວປະເສີດ, ມັນຄືການເທດສອນໃຫ້ກັບຄົນໃນສາສະໜາທີ່ຫິວກະຫາຍຄວາມຈິງ; ບໍ່ຈຳເປັນຕ້ອງໃສ່ໃຈພວກຟາຣີຊາຍເຫຼົ່ານັ້ນ ແລະ ຄົນເຫຼົ່ານັ້ນທີ່ກິນເຂົ້າຈີ່ຈົນອີ່ມ. ເຮືອນຂອງພຣະເຈົ້າບໍ່ເຄີຍຍຸຍົງພວກເຈົ້າໃຫ້ສ່ຽງອັນຕະລາຍ ຫຼື ປ່ອຍໃຫ້ພວກເຈົ້າຕົກເຂົ້າສູ່ການລອງໃຈ ຫຼື ເຂົ້າສູ່ກັບດັກຂອງຊາຕານ; ນັ້ນກໍຄື ເຮືອນຂອງພຣະເຈົ້າບໍ່ໄດ້ຍູ້ພວກເຈົ້າລົງໄປໃນຂຸມໄຟ, ແຕ່ເຮັດທຸກຢ່າງທີ່ເປັນໄປໄດ້ເພື່ອປົກປ້ອງພວກເຈົ້າດ້ວຍຄວາມສາມາດ ແລະ ຊັບພະຍາກອນທີ່ມີຢູ່ໃນປັດຈຸບັນສຳລັບເຮືອນຂອງພຣະເຈົ້າ. ເຫັນບໍວ່າ ນີ້ບໍ່ແມ່ນວິທີທີ່ເຮືອນຂອງພຣະເຈົ້າເຮັດສິ່ງຕ່າງໆບໍ? (ແມ່ນແລ້ວ.) ຕົວຢ່າງ: ຖ້າມີໄຟໄໝ້ໃນສະຖານທີ່ໃດໜຶ່ງ, ເຈົ້າກໍຄວນໂທຫາໜ່ວຍດັບເພີງເພື່ອມາດັບໄຟ ແລະ ອ້າຍເອື້ອຍນ້ອງກໍຄວນອົບພະຍົບອອກໄປໂດຍໄວ; ມັນປອດໄພກວ່າທີ່ຈະປ່ອຍໃຫ້ຜູ້ຊ່ຽວຊານເຮັດວຽກງານດັບເພີງ. ນີ້ກໍເພື່ອປົກປ້ອງພວກເຈົ້າຈາກການສ່ຽງອັນຕະລາຍ, ການຕົກເຂົ້າສູ່ການລໍ້ລວງ ແລະ ການຕົກເຂົ້າສູ່ກັບດັກຂອງຊາຕານ. ໃນທຳນອງດຽວກັນ, ກ່ຽວກັບບຸກຄົນຕ່າງໆທີ່ເປັນລົບທີ່ປາກົດຂຶ້ນໃນຄຣິສຕະຈັກ ເຊັ່ນ: ຜູ້ຕໍ່ຕ້ານພຣະຄຣິສ, ຄົນຊົ່ວຮ້າຍ ແລະ ຜູ້ບໍ່ເຊື່ອ, ພຣະເຈົ້າອະນຸຍາດໃຫ້ພວກເຂົາປາກົດຕົວຂຶ້ນ. ເຮົາໂອ້ລົມກັບພວກເຈົ້າເພື່ອຊ່ວຍໃຫ້ພວກເຈົ້າຮຽນຮູ້ທີ່ຈະແຍກແຍະພວກເຂົາ, ຈາກນັ້ນກໍສອນພວກເຈົ້າວ່າຄວນໃຊ້ວິທີການໃດເພື່ອປະຕິບັດຕໍ່ພວກເຂົາ ແລະ ໃນທີ່ສຸດ, ເຮືອນຂອງພຣະເຈົ້າກໍສ້າງຕັ້ງກົດການປົກຄອງກ່ຽວກັບວິທີຈັດການກັບຄົນເຫຼົ່ານີ້, ໂດຍຈັດປະເພດຂອງພວກເຂົາ ແລະ ຫຼັງຈາກທີ່ແຍກແຍະຜູ້ຕໍ່ຕ້ານພຣະຄຣິສ, ຄົນຊົ່ວຮ້າຍ, ຜູ້ບໍ່ເຊື່ອ ແລະ ຜູ້ທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຢ່າງຊັດເຈນແລ້ວ, ກໍຊຳລະລ້າງພວກເຂົາອອກໄປ, ເພື່ອໃຫ້ພວກເຈົ້າສາມາດປະຕິບັດໜ້າທີ່ຂອງພວກເຈົ້າຢ່າງສະຫງົບສຸກ. ບອກເຮົາມາເບິ່ງວ່າ ເຮືອນຂອງພຣະເຈົ້າເຮັດວຽກງານລາຍການນີ້ເປັນແນວໃດ? (ເຮັດໄດ້ດີ.) ຫຼັງຈາກທີ່ເຮັດວຽກງານນີ້ໄດ້ດີແລ້ວ, ກໍບໍ່ມີຄົນທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນໃນຄຣິສຕະຈັກຂອງປະເທດຕ່າງໆອີກຕໍ່ໄປ ແລະ ຊີວິດຄຣິສຕະຈັກກໍເລີ່ມສະຫງົບສຸກ. ຫຼັງຈາກທີ່ຄົນຊົ່ວຮ້າຍຖືກຄັດອອກ, ຄຣິສຕະຈັກກໍເລີ່ມສະຫງົບສຸກທັນທີ. ໃຈຂອງຄົນສ່ວນໃຫຍ່ສະຫງົບລົງ, ພວກເຂົາສາມາດເຕົ້າໂຮມກັນໄດ້ຕາມປົກກະຕິ, ຄວາມເປັນລະບຽບຮຽບຮ້ອຍຂອງຊີວິດຄຣິສຕະຈັກກໍເລີ່ມເປັນປົກກະຕິ ແລະ ວຽກງານປະເພດຕ່າງໆກໍສາມາດດຳເນີນການໄດ້ຕາມປົກກະຕິເຊັ່ນກັນ. ເມື່ອເບິ່ງຈາກມຸມນີ້ແລ້ວ, ຄວາມຈິງມີອຳນາດໃນເຮືອນຂອງພຣະເຈົ້າບໍ? (ແມ່ນແລ້ວ.) ເຮືອນຂອງພຣະເຈົ້າເຮັດວຽກງານນີ້ເພື່ອໃຫ້ຄົນສ່ວນໃຫຍ່ທີ່ເຕັມໃຈໄລ່ຕາມເສາະຫາຄວາມຈິງ, ຜູ້ທີ່ສາມາດຍອມຮັບຄວາມຈິງ ແລະ ຜູ້ທີ່ມີຄວາມຈິງໃຈເລັກໜ້ອຍຕໍ່ໜ້າທີ່ຂອງພວກເຂົາ ສາມາດປະຕິບັດໜ້າທີ່ຂອງພວກເຂົາ, ຟັງການເທດສະໜາ ແລະ ໄລ່ຕາມເສາະຫາຄວາມຈິງດ້ວຍຢ່າງສະຫງົບສຸກ, ນີ້ຄືໃນແງ່ຂອງວຽກງານຂອງຄຣິສຕະຈັກ. ນອກຈາກນີ້, ສຳລັບເຮົາແລ້ວ, ເມື່ອເຮົາມີປະຕິສຳພັນກັບພວກເຈົ້າ ແລະ ຈັດການເລື່ອງຕ່າງໆ, ທຸກສິ່ງທີ່ເຮົາຄຳນຶງເຖິງເພື່ອພວກເຈົ້າບໍ່ແມ່ນເຮັດໄປເພື່ອປົກປ້ອງພວກເຈົ້າໃຫ້ໄດ້ຫຼາຍທີ່ສຸດບໍ? (ແມ່ນແລ້ວ.) ເຮົາເຄີຍຍຸຍົງພວກເຈົ້າໃຫ້ເຮັດໃນສິ່ງທີ່ຄົນຊົ່ວຮ້າຍເຮັດ ຫຼື ຍ່າງໃນເສັ້ນທາງທີ່ຄົນຊົ່ວຮ້າຍຍ່າງບໍ? (ບໍ່ເຄີຍ.) ໃນດ້ານໜຶ່ງ, ເຮົາສະໜອງຄວາມຈິງໃຫ້ແກ່ພວກເຈົ້າ ເພື່ອໃຫ້ພວກເຈົ້າສາມາດເຂົ້າໃຈຫຼັກການຄວາມຈິງ, ເບິ່ງທະລຸສິ່ງຕ່າງໆ, ແຍກແຍະຄົນປະເພດຕ່າງໆ, ປະຕິບັດຕໍ່ຄົນຊົ່ວຮ້າຍຕ່າງໆດ້ວຍສະຕິປັນຍາ ແລະ ຢູ່ຫ່າງຈາກພວກເຂົາ. ນອກຈາກນັ້ນ ໃນອີກດ້ານໜຶ່ງ, ເມື່ອເຈົ້າພົບພໍ້ກັບເລື່ອງທີ່ເປັນອັນຕະລາຍ, ເຮົາກໍບອກພວກເຈົ້າເຖິງວິທີຈັດການກັບເລື່ອງເຫຼົ່ານັ້ນ. ເຮົາບອກພວກເຈົ້າວ່າ ບົນພື້ນຖານຂອງການອ່ອນນ້ອມຕໍ່ການຈັດວາງຂອງພຣະເຈົ້າ ຄວນຫຼີກລ່ຽງການຕົກເຂົ້າສູ່ການລອງໃຈ ແລະ ກັບດັກຂອງຊາຕານໄດ້ແນວໃດ ແລະ ເຮົາບອກເຈົ້າບໍ່ໃຫ້ໂງ່ຈ້າ ແລະ ໃຫ້ຢູ່ຫ່າງໆ ແລະ ຫຼີກລ່ຽງເມື່ອເຈົ້າເຫັນບາງສິ່ງທີ່ຈະນໍາໄປສູ່ຄວາມທຸກຍາກລຳບາກ. ເຮົາບໍ່ເຄີຍປຸກລະດົມ, ຍຸຍົງ ຫຼື ສົ່ງເສີມພວກເຈົ້າໃຫ້ໄປໃນສະຖານທີ່ທີ່ເປັນອັນຕະລາຍ; ກົງກັນຂ້າມ ເຮົາບອກພວກເຈົ້າວ່າ ຖ້າເມືອງປັດຈຸບັນຂອງເຈົ້າເປັນອັນຕະລາຍ ແລະ ເຈົ້າຈະຖືກຂົ່ມເຫັງຢູ່ທີ່ນັ້ນ, ເຈົ້າກໍຄວນໜີໄປເມືອງອື່ນ. ເຈົ້າເຫັນບໍວ່າ ເຈົ້າບໍ່ມີເສັ້ນທາງໃຫ້ປະຕິບັດໃນລັກສະນະນີ້ບໍ? (ມີ.) ເຮົາບໍ່ເຄີຍເວົ້າວ່າ “ພັກກອມມູນິດຈີນປາບປາມ ແລະ ທໍລະມານພວກເຮົາຫຼາຍຂະໜາດນີ້ ແລະ ມະນຸດຊາດນີ້ກໍຊົ່ວຊ້າຫຼາຍຈົນພວກເຂົາບໍ່ສາມາດທົນກັບພວກເຮົາໄດ້, ສະນັ້ນ ພວກເຮົາຕ້ອງຕໍ່ສູ້ກັບພວກເຂົາ! ຈົ່ງອອກໄປຕາມທ້ອງຖະໜົນພ້ອມກັບຄຳຂວັນ ແລະ ປ້າຍປະທ້ວງເພື່ອເດີນຂະບວນ ແລະ ເປີດໂປງຄວາມມືດມົນ ແລະ ຄວາມຊົ່ວຮ້າຍຂອງໂລກນີ້!” ເຮົາບໍ່ເຄີຍເວົ້າສິ່ງເຫຼົ່ານີ້ ແລະ ເຮົາບໍ່ເຄີຍຂໍໃຫ້ພວກເຈົ້າເຮັດສິ່ງເຫຼົ່ານີ້ເຊັ່ນກັນ. ເຮົາໄດ້ເວົ້າໄປຫຼາຍແລ້ວ ທັງໝົດກໍເພື່ອຈຸດປະສົງໃນການຊ່ວຍໃຫ້ພວກເຈົ້າຍອມຮັບ ແລະ ໄລ່ຕາມເສາະຫາຄວາມຈິງ ແລະ ເຮົາຍັງບອກພວກເຈົ້າເລື້ອຍໆວ່າ ບໍ່ວ່າເຈົ້າຈະອາໄສຢູ່ໃສກໍຕາມ, ເຈົ້າຕ້ອງປະພຶດຕົນໃນລັກສະນະທີ່ປະຕິບັດຕາມກົດລະບຽບ, ເຮັດສິ່ງຕ່າງໆຕາມໜ້າທີ່, ປະຕິບັດຕາມກົດໝາຍ ແລະ ບໍ່ປ່ອຍໃຫ້ຜູ້ບໍ່ມີຄວາມເຊື່ອຈັບຜິດເຈົ້າ ຫຼື ສ້າງບັນຫາ. ພວກເຮົາບໍ່ເຂົ້າຮ່ວມໃນການເມືອງຂອງຜູ້ບໍ່ມີຄວາມເຊື່ອ ແລະ ພວກເຮົາກໍບໍ່ເປັນປໍລະປັກຕໍ່ລັດຖະບານໃດໆ. ພວກເຮົາພຽງແຕ່ປະຕິບັດໜ້າທີ່ຂອງພວກເຮົາ, ໂດຍເຮັດມັນໃຫ້ດີ ແລະ ເຮັດວຽກງານທີ່ພວກເຮົາຄວນເຮັດໃຫ້ສຳເລັດໂດຍບໍ່ດຶງດູດຄວາມສົນໃຈ, ເປັນພະຍານທີ່ດີໃຫ້ກັບພຣະເຈົ້າ. ນີ້ຄືສິ່ງທີ່ຈຳເປັນທີ່ສຸດ; ບໍ່ຈຳເປັນຕ້ອງເອົາຕົວເອງໄປຫຍຸ້ງກ່ຽວກັບສິ່ງອື່ນໃດ. ນີ້ບໍ່ແມ່ນສິ່ງທີ່ເຮົາໄດ້ບອກພວກເຈົ້າບໍ? (ແມ່ນແລ້ວ.) ພວກເຮົາພະຍາຍາມທີ່ຈະຮູ້ຈັກໂລກນີ້, ຮູ້ຈັກກະແສທີ່ຊົ່ວຮ້າຍ ແລະ ຮູ້ຈັກແກ່ນແທ້ທີ່ເສື່ອມຊາມຂອງມະນຸດຊາດທີ່ເສື່ອມຊາມ ບໍ່ແມ່ນເພື່ອໃຫ້ພວກເຮົາສາມາດທວນກະແສ ຫຼື ຕໍ່ຕ້ານປະເທດ ຫຼື ລັດຖະບານໃດໆ, ແຕ່ເພື່ອໃຫ້ພວກເຮົາສາມາດເຂົ້າໃຈຄວາມຈິງໄດ້ດີຂຶ້ນ ແລະ ຢືນຢັນຕື່ມອີກວ່າພຣະທຳຂອງພຣະເຈົ້າຄືຄວາມຈິງ. ເປົ້າໝາຍຂອງການຮູ້ຈັກສິ່ງເຫຼົ່ານີ້ກໍຄື ເພື່ອໃຫ້ສາມາດອ່ອນນ້ອມຕໍ່ພຣະເຈົ້າ, ເລີ່ມກ້າວເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ ແລະ ຍອມຮັບຄວາມລອດພົ້ນຂອງພຣະເຈົ້າ. ຄວາມມືດມົນຂອງໂລກນີ້ບໍ່ມີຫຍັງກ່ຽວຂ້ອງກັບພວກເຮົາ, ພວກເຮົາໄດ້ບອກລາມັນແລ້ວ, ແມ່ນບໍ? ພວກເຈົ້າເຂົ້າໃຈຢ່າງຊັດເຈນໃນດ້ານນີ້ແລ້ວບໍ ທີ່ວ່າພຣະເຈົ້າບໍ່ຍຸຍົງຜູ້ຄົນ? (ຊັດເຈນແລ້ວ.) ເຮົາໂອ້ລົມກັບເຈົ້າໃນດ້ານນີ້ ນັ້ນກໍຄື ພຣະເຈົ້າບໍ່ຍຸຍົງຜູ້ຄົນ ໂດຍຫຼັກໆແລ້ວກໍເພື່ອບອກພວກເຈົ້າວ່າ ໃນທຸກສິ່ງທີ່ເຈົ້າເຮັດ ເຈົ້າຕ້ອງເຂົ້າໃຈຢ່າງຊັດເຈນວ່າຫຼັກການໃນການກະທຳຂອງເຈົ້າແມ່ນຫຍັງ. ໃນທຸກສິ່ງທີ່ເຈົ້າເຮັດ, ຢ່າເພິ່ງພາຄວາມມຸທະລຸ ຫຼື ຄວາມກ້າຫານພຽງຊົ່ວຄາວເພື່ອໄປຕໍ່ສູ້ກັບຜູ້ຄົນ ຫຼື ຮຽກຮ້ອງຄຳອະທິບາຍ; ກົງກັນຂ້າມ ເຈົ້າຕ້ອງມີຫຼັກການໃນທຸກສິ່ງທີ່ເຈົ້າເຮັດ ແລະ ພະຍາຍາມປະຕິບັດຕາມຫົນທາງຂອງພຣະເຈົ້າ, ພະຍາຍາມກະທຳຕາມຫຼັກການຄວາມຈິງ ແລະ ເຈດຕະນາຂອງພຣະເຈົ້າ ແລະ ກະທຳໃຫ້ກົງກັນກັບເຈດຕະນາຂອງພຣະເຈົ້າ. ເຈົ້າເຂົ້າໃຈຢ່າງຊັດເຈນໃນດ້ານນີ້ແລ້ວບໍ? (ຊັດເຈນແລ້ວ.) ການກະທຳ ແລະ ການສະແດງອອກຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງບໍ່ໄດ້ມີໄວ້ເພື່ອຍຸຍົງພວກເຈົ້າ; ນີ້ກໍເປັນດ້ານໜຶ່ງທີ່ພວກເຈົ້າຄວນຮູ້ເຊັ່ນກັນ. ແນ່ນອນວ່າ ຫຼັງຈາກທີ່ພວກເຈົ້າໄດ້ຮັບຄວາມຮູ້ກ່ຽວກັບມັນແລ້ວ, ເຈົ້າກໍຄວນແນ່ໃຈຫຼາຍຂຶ້ນວ່າພວກເຈົ້າຄວນຍ່າງໃນເສັ້ນທາງໃດ ແລະ ຄວນປະຕິບັດຕາມຫົນທາງໃດ, ແທນທີ່ຈະພຽງແຕ່ມີຄວາມຮູ້ທາງຫຼັກຄຳສອນກ່ຽວກັບມັນ ແລ້ວກໍປ່ອຍມັນໄວ້ແບບນັ້ນ.
ພາຍໃນຫົວຂໍ້ທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງບໍ່ລໍ້ລວງຜູ້ຄົນນັ້ນ, ຍັງມີການສະແດງອອກທີ່ສະເພາະເຈາະຈົງອີກຢ່າງໜຶ່ງ ນັ້ນກໍຄື ພຣະອົງບໍ່ປຸກລະດົມຜູ້ຄົນ. ມີຄວາມຄ້າຍຄືກັນລະຫວ່າງການບໍ່ປຸກລະດົມຜູ້ຄົນ ແລະ ການບໍ່ຍຸຍົງຜູ້ຄົນ. ເຮົາຈະບໍ່ລົງເລິກເຖິງຄວາມຄ້າຍຄືກັນເຫຼົ່ານີ້ ແຕ່ເຮົາຈະເວົ້າສັ້ນໆກ່ຽວກັບຄວາມແຕກຕ່າງ. ເມື່ອແຍກແຍະຄົນປະເພດຕ່າງໆໃນຄຣິສຕະຈັກ ເຊິ່ງກ່ຽວຂ້ອງກັບການແຍກແຍະຜູ້ຕໍ່ຕ້ານພຣະຄຣິສ, ຄົນຊົ່ວຮ້າຍ ແລະ ຄົນຕ່າງໆທີ່ຂັດຂວາງ ແລະ ລົບກວນວຽກງານຂອງເຮືອນຂອງພຣະເຈົ້າ, ໃນດ້ານໜຶ່ງ ພວກເຈົ້າຕ້ອງມີການແຍກແຍະລັກສະນະຂອງຄົນເຫຼົ່ານີ້ ແລະ ພວກເຈົ້າຕ້ອງປະຕິເສດຄົນເຫຼົ່ານີ້. ນອກຈາກນີ້, ເຮືອນຂອງພຣະເຈົ້າກໍມີວິທີການທີ່ສອດຄ່ອງກັນໃນການຈັດການກັບຄົນເຫຼົ່ານີ້. ສິ່ງທີ່ພວກເຈົ້າຄວນເຮັດທີ່ສຸດກໍຄືການຮູ້ຈັກອຸປະນິໄສທີ່ເສື່ອມຊາມ ແລະ ແກ່ນແທ້ທີ່ເສື່ອມຊາມຂອງຄົນປະເພດຕ່າງໆ ແລະ ສາມາດຮູ້ຈັກແກ່ນແທ້ຂອງຜູ້ຄົນ. ຫຼັງຈາກທີ່ພວກເຈົ້າມາຮູ້ຈັກສິ່ງເຫຼົ່ານີ້ແລ້ວ, ພວກເຈົ້າກໍບໍ່ຄວນເປັນຄົນປະເພດນັ້ນ, ພວກເຈົ້າບໍ່ຄວນເຮັດສິ່ງເຫຼົ່ານັ້ນ ແລະ ພວກເຈົ້າຍັງຄວນຮັບຮູ້ ແລະ ປ່ອຍວາງສະພາວະ ແລະ ການສະແດງອອກທີ່ພວກເຈົ້າມີ ພ້ອມທັງເຈດຕະນາ, ແຮງຈູງໃຈ ແລະ ມຸມມອງສະເພາະທີ່ຢູ່ເບື້ອງຫຼັງການກະທຳຂອງພວກເຈົ້າ ນັ້ນຄືສິ່ງທີ່ຄືກັນກັບພວກເຂົາ. ເປົ້າໝາຍຂອງການແຍກແຍະຄົນດັ່ງກ່າວບໍ່ແມ່ນເພື່ອປຸກລະດົມຄົນກຸ່ມໜຶ່ງໃຫ້ໂຈມຕີຄົນອີກກຸ່ມໜຶ່ງ ແລະ ມັນບໍ່ແມ່ນເພື່ອເຂົ້າຮ່ວມໃນການຕໍ່ສູ້ລະຫວ່າງຝ່າຍ; ຈຸດນີ້ຊັດເຈນແລ້ວບໍ? (ຊັດເຈນແລ້ວ.) ເຈົ້າເຫັນບໍວ່າ ເມື່ອພວກເຮົາໂອ້ລົມກ່ຽວກັບພຶດຕິກຳ ແລະ ການສະແດງອອກບາງຢ່າງຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຮ້າຍໃນລະຫວ່າງການເຕົ້າໂຮມຢ່າງເປັນທາງການ, ພວກເຮົາບໍ່ເຄີຍກ່າວເຖິງຊື່ຂອງຜູ້ຄົນ; ພວກເຮົາພຽງແຕ່ກ່າວເຖິງການສະແດງອອກຂອງຄົນດັ່ງກ່າວ ແລະ ຈາກນັ້ນກໍເປີດໂປງ ແລະ ໄຈ້ແຍກແກ່ນແທ້ຂອງພຶດຕິກຳບາງຢ່າງຂອງພວກເຂົາ ແລະ ມຸມມອງທີ່ພວກເຂົາຍຶດຖື ແລະ ໃນທີ່ສຸດກໍກຳນົດລັກສະນະວ່າແກ່ນແທ້ຂອງພວກເຂົາແມ່ນຫຍັງ. ສຳລັບຈຸດປະສົງ ແລະ ເປົ້າໝາຍຂອງການໂອ້ລົມ, ມັນແມ່ນເພື່ອຊ່ວຍໃຫ້ພວກເຈົ້າສາມາດຮູ້ຈັກ ແລະ ເຫັນທາດແທ້ຂອງຊາຕານ ແລະ ແກ່ນແທ້ຂອງຊາຕານຢ່າງຊັດເຈນ ແລະ ເພື່ອຊ່ວຍໃຫ້ພວກເຈົ້າຮັບຮູ້ຢ່າງຊັດເຈນຂຶ້ນວ່າພຣະເຈົ້າຮັກຄົນປະເພດໃດ ແລະ ພຣະອົງກຽດຊັງຄົນປະເພດໃດ. ນອກຈາກນີ້, ສຳລັບພວກເຈົ້າເປັນການສ່ວນຕົວແລ້ວ, ມັນກໍເພື່ອຊ່ວຍໃຫ້ພວກເຈົ້າຮັບຮູ້ວ່າເສັ້ນທາງປະເພດໃດຖືກຕ້ອງທີ່ຈະຍ່າງ. ພວກເຈົ້າຄວນລະມັດລະວັງຄົນປະເພດທີ່ພຣະເຈົ້າບໍ່ມັກ, ພວກເຈົ້າຕ້ອງປະຕິເສດວິທີການເຮັດສິ່ງຕ່າງໆທີ່ຜິດພາດຂອງພວກເຂົາ ແລະ ພວກເຈົ້າຍັງຄວນປ່ອຍວາງຄວາມຄິດ ແລະ ມຸມມອງທີ່ຜິດພ້ຽນຂອງພວກເຂົາອີກດ້ວຍ. ເປົ້າໝາຍຂອງການທີ່ພວກເຮົາໂອ້ລົມກ່ຽວກັບບັນຫາເຫຼົ່ານີ້ຕັ້ງແຕ່ຕົ້ນນັ້ນບໍ່ແມ່ນເພື່ອປຸກລະດົມພວກເຈົ້າໃຫ້ໂຈມຕີຄົນດັ່ງກ່າວ. ເຖິງແມ່ນວ່າ ຜ່ານການໂອ້ລົມ ຜູ້ຄົນເລີ່ມມີການແຍກແຍະພວກເຂົາໄດ້, ເກີດຄວາມເບື່ອໜ່າຍຕໍ່ພວກເຂົາໃນໃຈຂອງພວກເຂົາ ແລະ ສາມາດປະຕິເສດພວກເຂົາ ແລະ ບໍ່ມີປະຕິສຳພັນກັບພວກເຂົາກໍຕາມ, ການໂອ້ລົມໃນວິທີນີ້ກໍບໍ່ແມ່ນການປຸກລະດົມໃຫ້ຜູ້ຄົນເຮັດສິ່ງໃດໜຶ່ງ. ນັ້ນກໍຄື ການໂອ້ລົມກ່ຽວກັບບັນຫາ ແລະ ຫົວຂໍ້ເຫຼົ່ານີ້ບໍ່ມີຫຍັງກ່ຽວຂ້ອງກັບຂະບວນການທໍລະມານຜູ້ຄົນ ຫຼື ການຕໍ່ສູ້ແບບແບ່ງພັກແບ່ງພວກ ແລະ ລະຫວ່າງຝ່າຍ ເຊິ່ງເຈົ້າອາດພົບເຫັນໃນໂລກທີ່ບໍ່ມີຄວາມເຊື່ອ. ຜູ້ຄົນເຂົ້າຮ່ວມໃນການຕໍ່ສູ້ລະຫວ່າງຝ່າຍເພື່ອເຫັນແກ່ອຳນາດ, ຄວາມປາຖະໜາ ແລະ ຜົນປະໂຫຍດສ່ວນຕົວ. ໃນທາງກົງກັນຂ້າມ, ພວກເຮົາໂອ້ລົມ, ເປີດໂປງ ແລະ ແຍກແຍະຄົນບາງຄົນໃນລັກສະນະນີ້ກໍເພື່ອໃຫ້ເຈົ້າສາມາດເຂົ້າໃຈຄວາມຈິງໄດ້ດີຂຶ້ນ. ເປົ້າໝາຍຂອງການໂອ້ລົມດັ່ງກ່າວກໍຄື ເພື່ອນໍາພາເຈົ້າມາຢູ່ຕໍ່ໜ້າພຣະເຈົ້າ ແລະ ເຮັດໃຫ້ເຈົ້າຍ່າງໃນເສັ້ນທາງທີ່ຖືກຕ້ອງ, ແຍກແຍະວ່າສິ່ງທີ່ເປັນບວກແມ່ນຫຍັງ ແລະ ສິ່ງທີ່ເປັນລົບແມ່ນຫຍັງ ແລະ ປັບປຸງຄວາມສາມາດຂອງເຈົ້າໃນການແຍກແຍະສິ່ງທີ່ຖືກຈາກສິ່ງທີ່ຜິດຜ່ານເລື່ອງນີ້. ສຳລັບຜູ້ທີ່ຖືກເປີດໂປງຜ່ານການໂອ້ລົມດັ່ງກ່າວ, ຖ້າພວກເຂົາສາມາດຮູ້ສຶກສຳນຶກຜິດ ແລະ ມີໃຈທີ່ກັບໃຈ, ແລ້ວບໍ່ວ່າຜູ້ຄົນຈະຍອມຮັບພວກເຂົາ ຫຼື ບໍ່ກໍຕາມ, ພຣະເຈົ້າກໍຍອມຮັບພວກເຂົາ. ການທີ່ພຣະເຈົ້າຍອມຮັບພວກເຂົາໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າພຣະເຈົ້າຍອມຮັບການກັບໃຈຂອງພວກເຂົາ; ຖ້າພວກເຂົາກັບໃຈ, ພຣະເຈົ້າກໍຈະບໍ່ຕັດສິນລົງໂທດພວກເຂົາ. ແຕ່ມັນຂ້ອນຂ້າງຫາຍາກທີ່ຜູ້ຄົນຈະກັບໃຈ, ແມ່ນບໍ? (ແມ່ນແລ້ວ.) ຖ້າພວກເຂົາໄດ້ເຮັດຄວາມຊົ່ວ ແລະ ມີການກະທຳຜິດ, ພວກເຮົາກໍຄວນຊ່ວຍເຫຼືອພວກເຂົາເຊັ່ນກັນ. ພວກເຮົາບໍ່ສາມາດຕັດຄົນດັ່ງກ່າວອອກໄປໂດຍສິ້ນເຊີງ, ຕັດສິນວ່າພວກເຂົາໝົດຫວັງແລ້ວ ແລະ ບໍ່ສາມາດໃຫ້ໂອກາດໃດໆອີກ ແລະ ຄັດພວກເຂົາອອກຈາກຄຣິສຕະຈັກ; ພວກເຮົາບໍ່ເຄີຍໃຊ້ວິທີການດັ່ງກ່າວ. ເຮືອນຂອງພຣະເຈົ້າໄດ້ສ້າງຕັ້ງຄຣິສຕະຈັກທີ່ປະຕິບັດໜ້າທີ່ເຕັມເວລາ, ຄຣິສຕະຈັກທີ່ປະຕິບັດໜ້າທີ່ບາງເວລາ, ຄຣິສຕະຈັກທຳມະດາ ແລະ ກຸ່ມ B ຂຶ້ນມາ; ເວັ້ນເສຍແຕ່ວ່າຜູ້ຄົນຈະໄປເຖິງຈຸດທີ່ພວກເຂົາໝົດຫວັງຢ່າງສົມບູນ, ພວກເຂົາກໍຈະໄດ້ຮັບໂອກາດໃຫ້ກັບໃຈ. ເຖິງແມ່ນເມື່ອການສະແດງອອກຂອງຫຼາຍຄົນຄືກັນກັບການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ພະຍານາກໃຫຍ່ສີແດງ ເຊິ່ງໝາຍຄວາມວ່າພວກມັນເປັນການສະແດງອອກປະເພດດຽວກັນ, ພວກເຮົາກໍບໍ່ໄດ້ຄັດຄົນເຫຼົ່ານັ້ນອອກໂດຍກົງເຊັ່ນກັນ. ຂໍ້ຍົກເວັ້ນພຽງຢ່າງດຽວກໍຄືຜູ້ຕໍ່ຕ້ານພຣະຄຣິສທີ່ມີສະຖານະການຮ້າຍແຮງເປັນພິເສດ, ຄົນທີ່ເຮັດໃຫ້ອ້າຍເອື້ອຍນ້ອງຫຼາຍຄົນຫຼົງຜິດ ແລະ ຄົນທີ່ນໍາຄວາມເສຍຫາຍທີ່ໜັກໜ່ວງເກີນກວ່າຈະວັດຄ່າເປັນເງິນມາສູ່ວຽກງານຂອງຄຣິສຕະ, ຄົນດັ່ງກ່າວຈະຖືກກຳນົດລັກສະນະໂດຍກົງວ່າເປັນຜູ້ຕໍ່ຕ້ານພຣະຄຣິສ ແລະ ຖືກຂັບໄລ່ອອກ. ຍົກເວັ້ນສະຖານະການທີ່ຮ້າຍແຮງທີ່ສຸດນີ້, ພວກເຮົາໃຫ້ໂອກາດທຸກຄົນໄດ້ກັບໃຈ ແລະ ບໍ່ກຳນົດລັກສະນະພວກເຂົາໂດຍກົງວ່າເປັນຄົນທີ່ຈະພິນາດ. ເຫດຜົນທີ່ພວກເຮົາໃຫ້ໂອກາດພວກເຂົາກໍຄື ທຸກຄົນກຳລັງຍອມຮັບວຽກງານຂອງພຣະເຈົ້າໃນຍຸກສຸດທ້າຍເປັນຄັ້ງທຳອິດ, ມັນບໍ່ແມ່ນວ່າພວກເຂົາໄດ້ມີປະສົບການກັບວຽກງານຂອງພຣະເຈົ້າມາຫຼາຍປີແລ້ວ, ໄດ້ຟັງຄຳເທດສະໜາມາຫຼາຍແລ້ວ ແລະ ໄດ້ກະທຳການກະທໍາຜິດຫຼາຍຄັ້ງ ແຕ່ກໍຍັງໄດ້ຮັບໂອກາດຢູ່. ແລ້ວມັນແມ່ນຫຍັງກັນແທ້? ມັນກໍຄື ຫຼາຍຄົນເປັນຜູ້ກະທຳຜິດຄັ້ງທຳອິດໃນການເຮັດຄວາມຊົ່ວ ຫຼື ພວກເຂົາເຮັດມັນໂດຍບໍ່ຕັ້ງໃຈ ຫຼື ມີເຫດຜົນອື່ນໆຢູ່ເບື້ອງຫຼັງສິ່ງທີ່ພວກເຂົາເຮັດ. ບໍ່ວ່າຈະມີເຫດຜົນຫຼາຍສໍ່າໃດກໍຕາມ, ໃນຄວາມຈິງແລ້ວ ຕາມສະຖານະການຕົວຈິງ, ພວກເຂົາບໍ່ຄວນເຮັດຄວາມຊົ່ວເລີຍ. ເຖິງຢ່າງໃດກໍຕາມ, ເຮືອນຂອງພຣະເຈົ້າກໍຍັງໃຫ້ທາງອອກແກ່ຜູ້ຄົນ ແລະ ໃຫ້ໂອກາດພວກເຂົາໄດ້ກັບໃຈ ແລະ ສັງເກດການສະແດງອອກຂອງພວກເຂົາຄັ້ງແລ້ວຄັ້ງເລົ່າ. ບາງຄົນບໍ່ກັບໃຈຫຼັງຈາກທີ່ເຮັດຄວາມຊົ່ວ, ສະນັ້ນ ພວກເຂົາຈຶ່ງຖືກສົ່ງຈາກຄຣິສຕະຈັກທີ່ປະຕິບັດໜ້າທີ່ເຕັມເວລາ ຫຼື ຄຣິສຕະຈັກທີ່ປະຕິບັດໜ້າທີ່ບາງເວລາ ໄປຍັງຄຣິສຕະຈັກທຳມະດາ ຫຼື ກຸ່ມ B. ຖ້າພວກເຂົາຍັງບໍ່ກັບໃຈໃນກຸ່ມ B, ໂດຍສືບຕໍ່ເຮັດຄວາມຊົ່ວ ແລະ ກໍ່ໃຫ້ເກີດການລົບກວນ, ໃນທີ່ສຸດພວກເຂົາກໍຈະຖືກຄັດອອກຈາກຄຣິສຕະຈັກ. ໃຜກໍຕາມທີ່ຖືກຄັດອອກກໍຖືກຄັດອອກຍ້ອນພວກເຂົາໄດ້ເຮັດການກະທຳທີ່ຊົ່ວຮ້າຍທຸກປະເພດ ແລະ ບໍ່ໄດ້ສະແດງການກັບໃຈໃດໆເປັນເວລາຫຼາຍປີ. ພວກເຂົາພຽງແຕ່ສາມາດໂທດຕົນເອງເທົ່ານັ້ນທີ່ບໍ່ຍອມຮັບຄວາມຈິງ, ເພາະວ່າເຮືອນຂອງພຣະເຈົ້າໄດ້ໃຫ້ໂອກາດພວກເຂົາຫຼາຍຄັ້ງໃນການກັບໃຈ ແລະ ພວກເຂົາກໍບໍ່ໄດ້ທະນຸຖະໜອມໂອກາດເຫຼົ່ານັ້ນ, ໂດຍປ່ອຍໃຫ້ພວກມັນຫຼຸດລອຍໄປທັງໝົດ; ພວກເຂົາບໍ່ມີຄົນໃດໃຫ້ໂທດອີກແລ້ວ. ສະຫຼຸບແລ້ວ, ເປົ້າໝາຍຂອງເຮົາໃນການເວົ້າກ່ຽວກັບສິ່ງເຫຼົ່ານີ້ແມ່ນຫຍັງ? ບໍ່ວ່າພວກເຮົາຈະແຍກແຍະ ຫຼື ຈັດການກັບຄົນໃດກໍຕາມ, ເປົ້າໝາຍຂອງການເຮັດເຊັ່ນນັ້ນບໍ່ແມ່ນເພື່ອປຸກລະດົມຜູ້ຄົນໃຫ້ລຸກຂຶ້ນມາ ແລະ ທໍລະມານພວກເຂົາ ແລະ ມັນບໍ່ແມ່ນເພື່ອປຸກລະດົມພວກເຂົາໃຫ້ເຂົ້າຮ່ວມໃນການຕໍ່ສູ້ລະຫວ່າງຝ່າຍ ຫຼື ພັກພວກ. ກົງກັນຂ້າມ ມັນແມ່ນເພື່ອຊ່ວຍໃຫ້ຜູ້ຄົນຮຽນຮູ້ທີ່ຈະແຍກແຍະ, ເບິ່ງທະລຸເຖິງແກ່ນແທ້ຂອງຄົນປະເພດຕ່າງໆ ແລ້ວຈາກນັ້ນກໍກຳນົດໂທດ ແລະ ການຕອບແທນທີ່ສົມຄວນສຳລັບຄົນຊົ່ວຮ້າຍ, ເພື່ອໃຫ້ຜູ້ທີ່ຖືກທຳຮ້າຍສາມາດຮຽນຮູ້ບົດຮຽນຫຼັງຈາກທີ່ໄດ້ເຫັນການກະທຳທີ່ຊົ່ວຮ້າຍຂອງຄົນເຫຼົ່ານີ້, ຮູ້ວິທີແຍກແຍະຜູ້ຄົນ ແລະ ເຂົ້າໃຈຄວາມຈິງດ້ານໜຶ່ງ. ສະນັ້ນ, ເມື່ອເຮົາໂອ້ລົມກັບພວກເຈົ້າກ່ຽວກັບການສະແດງອອກທີ່ສະເພາະເຈາະຈົງຂອງບາງຄົນທີ່ເຮັດຄວາມຊົ່ວ, ມັນບໍ່ແມ່ນເພື່ອປຸກລະດົມພວກເຈົ້າໃຫ້ກຽດຊັງພວກເຂົາ ແລ້ວຈາກນັ້ນກໍດຶງດູດພວກເຈົ້າໃຫ້ມາເຊື່ອໃນເຮົາ ແລະ ໄວ້ວາງໃຈເຮົາຫຼາຍຂຶ້ນ; ນີ້ບໍ່ແມ່ນເປົ້າໝາຍຂອງເຮົາ. ຍິ່ງໄປກວ່ານັ້ນ, ສິ່ງທີ່ເຮົາໂອ້ລົມກັບພວກເຈົ້າເປັນພຽງວິທີການເຮັດສິ່ງຕ່າງໆຂອງພວກເຂົາທີ່ພວກເຂົາສະແດງອອກພາຍນອກເທົ່ານັ້ນ; ເຮົາບໍ່ໄດ້ບອກພວກເຈົ້າກ່ຽວກັບການສະແດງອອກທີ່ສະເພາະເຈາະຈົງຫຼາຍຢ່າງຂອງພວກເຂົາທີ່ເກີດຂຶ້ນຢ່າງລັບໆ. ເຖິງແມ່ນວ່າບາງຄັ້ງ ເມື່ອເຮົາລົມກັບພວກເຈົ້າບາງຄົນ ແລະ ຫົວຂໍ້ນີ້ຖືກຍົກຂຶ້ນມາ, ເຮົາກໍເວົ້າຫຼາຍຂຶ້ນເລັກໜ້ອຍ. ເປົ້າໝາຍຂອງເຮົາໃນຕອນນັ້ນກໍບໍ່ແມ່ນເພື່ອປຸກລະດົມເຈົ້າ ຫຼື ເພື່ອເຮັດໃຫ້ເຈົ້າລຸກຂຶ້ນມາ ແລະ ກ່າວປະນາມພວກເຂົາ, ແຕ່ເພື່ອຊ່ວຍໃຫ້ເຈົ້າຮຽນຮູ້ທີ່ຈະແຍກແຍະຜູ້ຄົນຕາມຄວາມຈິງ ແລະ ຮູ້ວ່າຫຼັກການໃນເຮືອນຂອງພຣະເຈົ້າສຳລັບການຈັດການກັບຜູ້ຄົນແມ່ນຫຍັງກັນແທ້. ຫຼັກການໃນເຮືອນຂອງພຣະເຈົ້າສຳລັບການຈັດການກັບຜູ້ຄົນນັ້ນຍຸຕິທຳ ແລະ ເປັນທຳ; ພວກມັນບໍ່ແມ່ນກ່ຽວກັບການທໍລະມານຜູ້ຄົນ, ເປົ້າໝາຍຂອງເຮົາກໍຄືເພື່ອຊ່ວຍໃຫ້ເຈົ້າເຂົ້າໃຈສິ່ງນີ້ໃນໃຈຂອງເຈົ້າ. ດ້ວຍວິທີນີ້, ເຖິງແມ່ນວ່າເຮົາຈະຍົກລາຍລະອຽດທີ່ສະເພາະເຈາະຈົງຫຼາຍຂຶ້ນມາກໍຕາມ, ມັນກໍບໍ່ແມ່ນເພື່ອປຸກລະດົມເຈົ້າ; ຖ້າເຈົ້າມີການແຍກແຍະບຸກຄົນທີ່ຖືກເປີດໂປງຢ່າງແທ້ຈິງ, ແລ້ວນັ້ນກໍພຽງພໍແລ້ວສຳລັບເຈົ້າ. ບາງຄົນທີ່ເປັນຄົນມຸທະລຸຫຼາຍຢາກຕໍ່ສູ້ຢູ່ສະເໝີ. ເຮົາເວົ້າວ່າສິ່ງນັ້ນບໍ່ເໝາະສົມ, ຈົ່ງຈັດການເລື່ອງຕ່າງໆຢ່າງເປັນກາງ ແລະ ປະຕິບັດຕໍ່ຜູ້ຄົນຕາມຫຼັກການ; ບໍ່ມີຄວາມຈຳເປັນຕ້ອງຕໍ່ສູ້. ຖ້າຄົນໃດໜຶ່ງໄດ້ກັບໃຈແລ້ວ, ພວກເຮົາກໍຈະໃຫ້ອະໄພພວກເຂົາ ແລະ ປະຕິບັດຕໍ່ພວກເຂົາໃນຖານະອ້າຍເອື້ອຍນ້ອງ. ແຕ່ຖ້າພວກເຂົາຍັງຄົງຍຶດໝັ້ນໃນວິທີການເຮັດສິ່ງຕ່າງໆທີ່ຜິດພາດແບບເດີມຂອງພວກເຂົາໂດຍປາສະຈາກການກັບໃຈແມ່ນແຕ່ໜ້ອຍດຽວ ແລະ ຍັງພະຍາຍາມແກ້ຕົວ ແລະ ປົກປ້ອງຕົນເອງ, ໂຕ້ຖຽງໃນທຸກໂອກາດ ແລະ ເຖິງຂັ້ນຕັດສິນ ແລະ ເຜີຍແຜ່ສິ່ງຕ່າງໆລັບຫຼັງຜູ້ຄົນ, ແລ້ວພວກເຮົາກໍຈະປະຕິບັດຕໍ່ພວກເຂົາຄືກັບສັດຕູ, ບໍ່ມີປະຕິສຳພັນກັບພວກເຂົາເດັດຂາດ ແລະ ບໍ່ອະນຸຍາດໃຫ້ພວກເຂົາເຂົ້າມາໃນຄຣິສຕະຈັກເດັດຂາດ. ການເຮັດແບບນີ້ເໝາະສົມບໍ? (ເໝາະສົມ.) ຕັ້ງແຕ່ຕົ້ນຈົນຈົບ, ໃນວິທີການເຮັດສິ່ງຕ່າງໆທັງໝົດເຫຼົ່ານີ້, ພວກເຈົ້າບໍ່ເຫັນບໍວ່າທຸກຂັ້ນຕອນລ້ວນແຕ່ປະຕິບັດຕາມຫຼັກການຄວາມຈິງ ແລະ ຜູ້ຄົນຖືກປະຕິບັດຕາມຫຼັກການທີ່ຖືກຕ້ອງ? ມີວິທີການໃດແດ່ໃນສິ່ງເຫຼົ່ານີ້ທີ່ໄດ້ຮັບອິດທິພົນຈາກຄວາມປະສົງຂອງມະນຸດບໍ? ພວກມັນອາໄສຄວາມມຸທະລຸບໍ? (ບໍ່.) ອາລົມ ຫຼື ຄວາມຮູ້ສຶກມີບົດບາດຫຍັງຢູ່ບ່ອນນີ້ບໍ? (ບໍ່ມີ.) ເຄີຍມີການໃຊ້ວິທີການທໍລະມານຜູ້ຄົນບໍ? ຈຸດປະສົງເຄີຍເປັນໄປເພື່ອປົກປ້ອງສະຖານະຂອງຄົນໃດຄົນໜຶ່ງ, ຊື່ສຽງຂອງຄຣິສຕະຈັກ, ກຽດສັກສີຂອງຄົນໃດຄົນໜຶ່ງ ຫຼື ກຽດສັກສີ ແລະ ຮູບລັກສະນະຂອງເຮົາເອງບໍ? (ບໍ່ເຄີຍ.) ມັນບໍ່ເຄີຍເປັນແບບນີ້ເລີຍ.
ບໍ່ວ່າຈະເປັນການຈັດການກັບຄົນປະເພດໃດ ຫຼື ບຸກຄົນໃດກໍຕາມ, ວິທີການທີ່ພວກເຮົາຈັດການກັບພວກເຂົາກໍຄືການມອບເລື່ອງນີ້ໃຫ້ກັບຄຣິສຕະຈັກ ເຊິ່ງຈະຈັດການກັບພວກເຂົາຕາມຫຼັກການ. ໃນກໍລະນີສ່ວນໃຫຍ່, ອ້າຍເອື້ອຍນ້ອງໃນກຸ່ມຕັດສິນໃຈເປັນຄົນທີ່ເຂົ້າຮ່ວມໃນເລື່ອງເຫຼົ່ານີ້. ຖ້າຈຳເປັນຕ້ອງມີອ້າຍເອື້ອຍນ້ອງເຂົ້າຮ່ວມຫຼາຍຂຶ້ນ, ແລ້ວຄະດີນີ້ກໍຈະຖືກສົ່ງໄປຫາຜູ້ນໍາຄຣິສຕະຈັກ ຫຼື ອ້າຍເອື້ອຍນ້ອງໃນຄຣິສຕະຈັກຕ່າງໆຫຼາຍຂຶ້ນ ເພື່ອໃຫ້ພວກເຂົາສາມາດມີຄວາມເຂົ້າໃຈຢ່າງຊັດເຈນກ່ຽວກັບເລື່ອງນັ້ນ ແລ້ວຈາກນັ້ນກໍລົງຄະແນນສຽງ ແລະ ສະແດງມຸມມອງຂອງພວກເຂົາ. ໃນທີ່ສຸດ, ອ້າຍເອື້ອຍນ້ອງກໍຈະຕັດສິນໃຈວ່າຈະຈັດການກັບຄົນໆນີ້ແນວໃດ. ສິດອຳນາດນີ້ຖືກມອບໃຫ້ກັບຄຣິສຕະຈັກ ແລະ ໃຫ້ກັບອ້າຍເອື້ອຍນ້ອງ; ບໍ່ວ່າຄຣິສຕະຈັກຈະຈັດການກັບເລື່ອງນັ້ນແນວໃດກໍຕາມ, ມັນກໍຈະຖືກເຮັດຕາມການຕັດສິນໃຈຂອງພວກເຈົ້າ. ແລ້ວຫຼັກການທີ່ອ້າຍເອື້ອຍນ້ອງໃຊ້ຈັດການກັບຄົນປະເພດຕ່າງໆແມ່ນຫຍັງ? ຜູ້ຄົນຖືກປະເມີນຕາມຫຼັກການທີ່ເຮົາ ແລະ ຄົນທີ່ຖືກພຣະວິນຍານບໍລິສຸດໃຊ້ ໄດ້ໂອ້ລົມຕະຫຼອດຫຼາຍປີເຫຼົ່ານີ້. ຫຼັງຈາກທີ່ມັນຖືກຈັດການແລ້ວ, ພວກເຈົ້າກໍຈະລາຍງານສິ່ງທີ່ເກີດຂຶ້ນໃຫ້ເບື້ອງເທິງ. ເຮົາຈະເບິ່ງມັນ ແລະ ຄົນທີ່ຖືກພຣະວິນຍານບໍລິສຸດໃຊ້ກໍຈະເບິ່ງມັນເຊັ່ນກັນ; ພວກເຮົາທັງສອງຈະທົບທວນມັນ. ບາງຄັ້ງ, ເຮົາກໍເຫັນວ່າພວກເຈົ້າໄດ້ຈັດການກັບສະຖານະການຢ່າງເໝາະສົມພໍສົມຄວນ ແລະ ບາງຄັ້ງຜົນຂອງການຈັດການກໍບໍ່ຄ່ອຍກົງກັບສິ່ງທີ່ເຮົາໄດ້ຕັ້ງໃຈໄວ້. ສຳລັບບາງຄົນ, ຜົນຂອງການຈັດການກໍຮ້າຍແຮງກວ່າສິ່ງທີ່ເຮົາຄິດໄວ້ໃນໃຈ ແລະ ສຳລັບບາງຄົນ, ແນ່ນອນວ່າ ຜົນຮັບກໍເບົາກວ່າສິ່ງທີ່ເຮົາຄິດໄວ້ໃນໃຈ. ເຖິງຢ່າງໃດກໍຕາມ, ເຮົາບໍ່ເຄີຍໃຫ້ຄຳແນະນຳໃດໆ; ເຮົາເຄົາລົບການຕັດສິນໃຈຂອງພວກເຈົ້າ ແລະ ມອບສິດອຳນາດນີ້ໃຫ້ກັບພວກເຈົ້າ ແລະ ໃຫ້ກັບຄຣິສຕະຈັກ. ແມ່ນຫຍັງຄືເຫດຜົນທີ່ເຮົາມອບມັນໃຫ້ກັບພວກເຈົ້າ? ພວກເຈົ້າໄດ້ຟັງຄຳເທດສະໜາ ແລະ ການໂອ້ລົມມາຫຼາຍປີແລ້ວ, ເຮົາເຊື່ອວ່າພວກເຈົ້າສ່ວນໃຫຍ່ມີມາດຕະຖານໃນການປະເມີນຄົນຊົ່ວຮ້າຍ ແລະ ການກະທຳທີ່ຊົ່ວຮ້າຍຂອງຜູ້ທີ່ທຳຮ້າຍຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ຜົນປະໂຫຍດຂອງອ້າຍເອື້ອຍນ້ອງ. ກ່ຽວກັບວິທີການຈັດການກັບຄົນເຫຼົ່ານີ້, ຜູ້ຄົນຫຼາຍກວ່າແປດສິບເປີເຊັນຄວນມີຕາຊັ່ງໃນໃຈຂອງພວກເຂົາ ແລະ ຮູ້ວິທີປະເມີນ ແລະ ຈັດການກັບພວກເຂົາຢ່າງເໝາະສົມ. ເຖິງແມ່ນວ່າຈະມີການບ່ຽງເບນເລັກໜ້ອຍໃນການຈັດການໂດຍຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນໃນຄຣິສຕະຈັກ, ທິດທາງທົ່ວໄປກໍຈະບໍ່ຜິດພາດ; ນີ້ຄືສິ່ງທີ່ແນ່ນອນ. ສິ່ງນີ້ແມ່ນອີງໃສ່ຫຍັງ? ມັນອີງໃສ່ຂໍ້ເທັດຈິງທີ່ວ່າ ພວກເຈົ້າໄດ້ເຂົ້າໃຈພຣະທຳທີ່ເຮົາໄດ້ກ່າວກັບພວກເຈົ້າ ແລະ ມຸມມອງທີ່ເຮົາໄດ້ສອນ ແລະ ສະໜອງໃຫ້ແກ່ພວກເຈົ້າຕະຫຼອດຫຼາຍປີເຫຼົ່ານີ້; ພວກເຈົ້າຮູ້ວ່າຕ້ອງເຮັດຫຍັງ ແລະ ເຮົາເຊື່ອໃນພວກເຈົ້າ. ສະນັ້ນ, ເມື່ອຕັດສິນຈາກສະຖານະການເຫຼົ່ານີ້, ບໍ່ວ່າເຮືອນຂອງພຣະເຈົ້າຈະໂອ້ລົມ ແລະ ເປີດໂປງການສະແດງອອກຂອງຄົນປະເພດໃດກໍຕາມ ຫຼື ເຮືອນຂອງພຣະເຈົ້າຈະຈັດການກັບຄົນປະເພດໃດກໍຕາມ, ມັນກໍບໍ່ມີຫຍັງທັງສິ້ນກ່ຽວຂ້ອງກັບການປຸກລະດົມປະເພດທີ່ຖືກກ່າວເຖິງໃນໂລກທີ່ບໍ່ມີຄວາມເຊື່ອ. ບໍ່ວ່າເຮືອນຂອງພຣະເຈົ້າຈະຈັດການກັບຄົນປະເພດໃດ ຫຼື ບຸກຄົນໃດກໍຕາມ, ການຈັດການດັ່ງກ່າວບໍ່ເຄີຍເປັນຂະບວນການ; ກົງກັນຂ້າມ ຄົນຊົ່ວຮ້າຍທີ່ເຮັດຄວາມຊົ່ວ, ຕໍ່ຕ້ານພຣະເຈົ້າ ແລະ ຂັດຂວາງພຣະເຈົ້າຈະຖືກເປີດເຜີຍຢ່າງຫຼີກລ່ຽງບໍ່ໄດ້. ນີ້ຄືຜົນຮັບທີ່ຫຼີກລ່ຽງບໍ່ໄດ້. ນອກຈາກນີ້, ຈາກມຸມມອງຂອງພຣະເຈົ້າແລ້ວ, ມັນຄືການທີ່ພຣະເຈົ້າຈັດບົດຮຽນ ແລະ ສະພາບແວດລ້ອມຄັ້ງແລ້ວຄັ້ງເລົ່າໃຫ້ກັບທຸກຄົນທີ່ໄລ່ຕາມເສາະຫາຄວາມຈິງ ແລະ ທຸກຄົນທີ່ຕິດຕາມພຣະເຈົ້າ. ມັນເປັນໂອກາດໃຫ້ເຈົ້າໄດ້ຮູ້ຈັກວຽກງານຂອງພຣະເຈົ້າ ແລະ ແຍກແຍະຄົນຊົ່ວຮ້າຍ ແລະ ມັນຍັງເປັນການທີ່ເຈົ້າປະຕິບັດຄວາມຈິງທີ່ເຈົ້າໄດ້ຢັ່ງຮູ້ ແລະ ເຂົ້າໃຈຊໍ້າແລ້ວຊໍ້າອີກ. ການຍອມຮັບສິ່ງຕ່າງໆຈາກພຣະເຈົ້າໝາຍເຖິງການຮຽນຮູ້ບົດຮຽນ; ມັນງ່າຍແບບນັ້ນແຫຼະ. ສະຖານະການເຫຼົ່ານີ້ເປັນໂອກາດອັນດີເລີດທີ່ເຈົ້າສາມາດຮຽນຮູ້ບົດຮຽນ ແລະ ແຍກແຍະຄົນຊົ່ວຮ້າຍ. ຖ້າພຣະເຈົ້າບໍ່ໄດ້ວາງຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ໄວ້ຕໍ່ໜ້າເຈົ້າ ແລະ ບໍ່ໄດ້ໃຫ້ເຈົ້າເຫັນດ້ວຍຕາຂອງເຈົ້າເອງວ່າຄົນຊົ່ວຮ້າຍເຫຼົ່ານີ້ເຮັດຄວາມຊົ່ວ ແລະ ຕໍ່ຕ້ານພຣະເຈົ້າແນວໃດ, ແລ້ວພຣະທຳເຫຼົ່ານີ້ທີ່ເຮົາໄດ້ໂອ້ລົມຕະຫຼອດຫຼາຍປີທີ່ຜ່ານມາກ່ຽວກັບການແຍກແຍະຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສກໍອາດຈະເປັນພຽງຫຼັກຄຳສອນປະເພດໜຶ່ງສຳລັບເຈົ້າ. ເຈົ້າຈະຮູ້ສຶກວ່າບໍ່ມີຄົນທີ່ຊົ່ວຮ້າຍຂະໜາດນັ້ນຢູ່ໃນຄຣິສຕະຈັກ ແລະ ໃນໃຈຂອງເຈົ້າ ພຣະທຳເຫຼົ່ານີ້ຈະບໍ່ຖືກຕາມດ້ວຍເຄື່ອງໝາຍຖາມຈັກເທື່ອ. ເຖິງແມ່ນວ່າເຈົ້າຈະບໍ່ປະຕິເສດຄຳເວົ້າເຫຼົ່ານີ້ກໍຕາມ, ເຈົ້າກໍຈະປະຕິບັດຄືວ່າພຣະທຳເຫຼົ່ານີ້ເປັນຫຼັກຄຳສອນປະເພດໜຶ່ງຢູ່ສະເໝີ. ແຕ່ຖ້າມີຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສບາງຄົນປາກົດຕົວຂຶ້ນແທ້ໆ ແລະ ມີຕົວຢ່າງຕົວຈິງເກີດຂຶ້ນ, ເຈົ້າກໍຈະຮັບຮູ້ຢ່າງແທ້ຈິງວ່າ: “ໂອ ຊາຕານປະຕິບັດຕໍ່ພຣະເຈົ້າແບບນີ້ໆເອງ. ໂອ ຊາຕານ ແລະ ຜູ້ຕໍ່ຕ້ານພຣະຄຣິສເບື່ອໜ່າຍຄວາມຈິງ ແລະ ກຽດຊັງຄວາມຈິງຫຼາຍຂະໜາດນີ້ໆເອງ. ໂອ ຊາຕານ ແລະ ມານຮ້າຍຊົ່ວຊ້າ, ມີເລ່ລ່ຽມ ແລະ ໂລບມາກຫຼາຍຂະໜາດນີ້ໆເອງ ແລະ ຕໍ່ຕ້ານພຣະເຈົ້າແບບນີ້ໆເອງ. ພຣະເຈົ້າກ່າວວ່າ ຊາຕານບໍ່ເຄີຍຍອມຮັບຄວາມຈິງ ແລະ ຊາຕານເບື່ອໜ່າຍຄວາມຈິງ ແລະ ກຽດຊັງຄວາມຈິງ; ຕອນນີ້ຂ້ອຍໄດ້ເຫັນສິ່ງນີ້ແລ້ວ. ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ຕົວະຈົນເປັນນິໄສ. ເຖິງແມ່ນວ່າຂໍ້ເທັດຈິງຈະຢູ່ຕໍ່ໜ້າຕໍ່ຕາພວກເຂົາກໍຕາມ, ພວກເຂົາກໍຍັງພະຍາຍາມໂຕ້ຖຽງ; ພວກເຂົາເປັນຊາຕານທີ່ມີຊີວິດແທ້ໆ! ຊາຕານບໍ່ເຄີຍປ່ຽນແປງທຳມະຊາດຂອງພວກມັນແທ້ໆ!” ພຣະເຈົ້າຈັດຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆເຫຼົ່ານີ້ກໍພຽງເພື່ອຊ່ວຍໃຫ້ເຈົ້າຮຽນຮູ້ບົດຮຽນ. ເຂົ້າໃຈຈຸດນີ້ຢ່າງຊັດເຈນແລ້ວບໍ? (ຊັດເຈນແລ້ວ.) ສະນັ້ນ, ບໍ່ວ່າເຮືອນຂອງພຣະເຈົ້າຈະຄັດອອກ ແລະ ຈັດການກັບຄົນໃດກໍຕາມ ແລະ ບໍ່ວ່າເຮືອນຂອງພຣະເຈົ້າຈະເປີດໂປງ ແລະ ແຍກແຍະຄົນໃດກໍຕາມ, ທຳມະຊາດຂອງສິ່ງນີ້ກໍແຕກຕ່າງຈາກທຳມະຊາດຂອງການຕໍ່ສູ້ພາຍໃນ ຫຼື ຂະບວນການຂອງກຸ່ມ ຫຼື ກອງກຳລັງໃດໆໃນໂລກ. ຢ່າງໜ້ອຍທີ່ສຸດ, ສິ່ງເຫຼົ່ານີ້ທີ່ເກີດຂຶ້ນໃນເຮືອນຂອງພຣະເຈົ້າລ້ວນແຕ່ເປັນການຈັດວາງຂອງພຣະເຈົ້າ. ເມື່ອຮອດເວລາ, ພຣະເຈົ້າກໍຈັດສະພາບແວດລ້ອມເຫຼົ່ານີ້ເພື່ອໃຫ້ຄົນຊົ່ວຮ້າຍອອກມາ ແລະ ສະແດງ ແລະ ຈາກນັ້ນກໍເຮັດໃຫ້ພວກເຂົາຖືກເປີດເຜີຍ ແລະ ຖືກເປີດໂປງ, ເພື່ອໃຫ້ປະຊາກອນຂອງພຣະເຈົ້າສາມາດຮຽນຮູ້ບົດຮຽນໄດ້. ເມື່ອປະຊາກອນຂອງພຣະເຈົ້າເຫັນສິ່ງເຫຼົ່ານີ້ເກີດຂຶ້ນ, ພວກເຂົາກໍໂອ້ລົມກ່ຽວກັບພວກມັນ. ຜ່ານການໂອ້ລົມ, ທຸກຄົນກໍໄດ້ຮັບຄວາມຮູ້ ແລະ ການແຍກແຍະຫຼາຍຂຶ້ນເລື້ອຍໆ ແລະ ຮູ້ສຶກຫຼາຍຂຶ້ນເລື້ອຍໆວ່າຄົນຊົ່ວຮ້າຍບໍ່ຮັກຄວາມຈິງ ແລະ ເຖິງຂັ້ນເບື່ອໜ່າຍຄວາມຈິງ ແລະ ກຽດຊັງຄວາມຈິງ ແລະ ພວກເຂົາເປັນຊາຕານທີ່ມີຊີວິດ. ຕອນນີ້ພວກເຂົາເຫັນແກ່ນແທ້ທຳມະຊາດຂອງຄົນຊົ່ວຮ້າຍຢ່າງຊັດເຈນແລ້ວ, ເພາະວ່າມີຕົວຢ່າງຕົວຈິງ. ທຸກສິ່ງທີ່ເຮືອນຂອງພຣະເຈົ້າເຮັດໃນເລື່ອງນີ້ຄືສິ່ງທີ່ປະຊາກອນທີ່ພຣະເຈົ້າເລືອກທຸກຄົນຕ້ອງມີປະສົບການໃນຂະບວນການທີ່ພຣະເຈົ້າຊ່ວຍຜູ້ຄົນໃຫ້ລອດພົ້ນ. ເມື່ອເບິ່ງໂດຍລວມແລ້ວ, ມັນລ້ວນແຕ່ເປັນການຈັດວາງຂອງພຣະເຈົ້າ, ສະນັ້ນ ມັນຈຶ່ງບໍ່ແມ່ນຂະບວນການ. ເມື່ອສິ່ງເຫຼົ່ານີ້ເກີດຂຶ້ນ, ພຣະທຳທີ່ເຮົາກ່າວກັບພວກເຈົ້າກໍຄືກັນກັບຄຳເທດສະໜາ ຫຼື ການໂອ້ລົມອື່ນໆສຳລັບພວກເຈົ້າ, ພວກມັນເປັນການສະໜອງຮູບແບບໜຶ່ງ. ນັ້ນກໍຄື ພຣະເຈົ້າຈັດເລື່ອງດັ່ງກ່າວພາຍໃນສະພາບແວດລ້ອມທີ່ໃຫຍ່ກວ່າ ແລະ ເຮົາມີບົດບາດຫຍັງຢູ່ບ່ອນນີ້? ເຮົາພຽງແຕ່ຍື່ນມືເຂົ້າຊ່ວຍເຫຼືອພວກເຈົ້າ. ເມື່ອພວກເຈົ້າບໍ່ມີມຸມມອງ ຫຼື ຄວາມຮູ້ທີ່ຊັດເຈນກ່ຽວກັບເລື່ອງນີ້, ເຮົາກໍໂອ້ລົມຄວາມຈິງເພື່ອຊ່ວຍເຫຼືອພວກເຈົ້າ, ໃຫ້ຄຳປຶກສາແກ່ພວກເຈົ້າ ແລະ ໃຫ້ຄຳແນະນຳແກ່ພວກເຈົ້າ. ເຮົາໃຫ້ຄຳແນະນຳຫຍັງແດ່? ຄຳແນະນຳທີ່ເຮັດໃຫ້ພວກເຈົ້າສາມາດຮັບຮູ້ຈຸດສຳຄັນຂອງເລື່ອງທີ່ກຳລັງກ່າວເຖິງ ແລະ ແກ່ນແທ້ຂອງບັນຫານີ້ຢ່າງຊັດເຈນ. ດ້ວຍຄຳແນະນຳ ແລະ ການກະຕຸ້ນທີ່ຮຽບງ່າຍພຽງເລັກນ້ອຍ, ພວກເຈົ້າກໍໄດ້ຮັບຄວາມຊັດເຈນໃນທັນທີ ແລະ ຮູ້ວ່າເກີດຫຍັງຂຶ້ນ. ດ້ວຍຄວາມຊ່ວຍເຫຼືອພຽງເລັກນ້ອຍນີ້, ພວກເຈົ້າກໍຜ່ານການທົດສອບທີ່ເກີດຈາກເລື່ອງນີ້ໄດ້ຢ່າງງ່າຍດາຍ ຕາມທີ່ພວກເຈົ້າປາຖະໜາ ແລະ ສົ່ງຄຳຕອບທີ່ໜ້າພໍໃຈໃຫ້ກັບພຣະເຈົ້າ. ພວກເຈົ້າມີການແຍກແຍະຄົນຊົ່ວຮ້າຍ, ບໍ່ນະມັດສະການພວກເຂົາອີກຕໍ່ໄປ, ບໍ່ຖືກພວກເຂົາເຮັດໃຫ້ຫຼົງຜິດອີກຕໍ່ໄປ ແລະ ບໍ່ເຊື່ອຄຳເວົ້າມານຮ້າຍທີ່ພວກເຂົາເວົ້າອີກຕໍ່ໄປ. ພວກເຈົ້າມີຄວາມຮູ້ທີ່ຊັດເຈນກ່ຽວກັບພວກເຂົາ: ພວກເຂົາຕົວະຈົນເປັນນິໄສ, ພວກເຂົາບໍ່ເຄີຍຍອມຮັບຄວາມຈິງ ແລະ ພວກເຂົາເປັນມານຮ້າຍ. ຈຸດນີ້ຖືກສະຫຼຸບແລ້ວ. ກ່ອນໜ້ານີ້, ພວກເຈົ້ານະມັດສະການພວກເຂົາຫຼາຍພໍສົມຄວນ ແລະ ຮູ້ສຶກວ່າພວກເຂົາເປັນຄົນທີ່ຕ້ອງການພຣະເຈົ້າຢ່າງຈິງໃຈ. ຕອນນີ້ພວກເຈົ້າມີການແຍກແຍະພວກເຂົາແລ້ວ ແລະ ໄດ້ກຳນົດແລ້ວວ່າຄົນປະເພດນີ້ບໍ່ສາມາດບັນລຸຄວາມລອດພົ້ນໄດ້ ແລະ ຄົນປະເພດນີ້ເປັນສັດຕູຂອງພຣະເຈົ້າ. ບໍ່ວ່າຈະເກີດຫຍັງຂຶ້ນໃນຄຣິສຕະຈັກ ຫຼື ມີເລື່ອງປະເພດໃດເກີດຂຶ້ນໃນວຽກງານຂອງພວກເຈົ້າກໍຕາມ, ດ້ວຍວຽກງານທັງໝົດທີ່ເຮົາເຮັດ ແລະ ພຣະທຳທັງໝົດທີ່ເຮົາກ່າວ, ເຮົາພຽງແຕ່ດຶງ ແລະ ລາກພວກເຈົ້າໄປນໍາຢ່າງຕໍ່ເນື່ອງ, ໂດຍເຮັດຈົນສຸດຄວາມສາມາດຂອງເຮົາເພື່ອນໍາພາພວກເຈົ້າມາຢູ່ຕໍ່ໜ້າພຣະເຈົ້າ ແລະ ກ້າວເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ ແລະ ຊ່ວຍໃຫ້ພວກເຈົ້າເຂົ້າໃຈ ແລະ ຮັບເອົາຄວາມຈິງ, ເພື່ອບໍ່ໃຫ້ພວກເຈົ້າໂງ່ຈ້າ ຫຼື ຕາບອດອີກຕໍ່ໄປ ແລະ ບໍ່ອາໄສຄວາມມຸທະລຸ ຫຼື ຍຶດຕິດກັບຄວາມຄິດຫຼົງຜິດເດີມໆຂອງພວກເຈົ້າໃນວິທີທີ່ພວກເຈົ້າເຂົ້າຫາຜູ້ຄົນ, ເຫດການ ຫຼື ສິ່ງຕ່າງໆອີກຕໍ່ໄປ. ບໍ່ວ່າຈຸດປະສົງ ແລະ ເປົ້າໝາຍຂອງການກ່າວຂອງເຮົາຈະນໍາຜົນຮັບຫຍັງມາສູ່ພວກເຈົ້າໃນທີ່ສຸດ, ສະຫຼຸບແລ້ວ ເຮົາມີພຽງເປົ້າໝາຍ ແລະ ທິດທາງດຽວເທົ່ານັ້ນ ນັ້ນກໍຄື ການນໍາພາພວກເຈົ້າມາຢູ່ຕໍ່ໜ້າພຣະເຈົ້າ ແລະ ເຮັດໃຫ້ພວກເຈົ້າສາມາດຮັບເອົາຕຳແໜ່ງທີ່ເໝາະສົມຂອງພວກເຈົ້າໃນຖານະສິ່ງທີ່ຖືກສ້າງ. ສະນັ້ນ, ນີ້ຈຶ່ງບໍ່ແມ່ນການປຸກລະດົມ. ການປຸກລະດົມກ່ຽວຂ້ອງກັບແຜນການຊົ່ວຮ້າຍ ແລະ ເປົ້າໝາຍຂອງຄວາມປະສົງຂອງມະນຸດ, ເຮັດໃຫ້ຄົນອື່ນຮັບຄວາມສ່ຽງເພື່ອບັນລຸເປົ້າໝາຍຂອງຕົນເອງຢູ່ເບື້ອງຫຼັງ. ແລ້ວສິ່ງທີ່ເຮົາເຮັດແມ່ນການປຸກລະດົມພວກເຈົ້າບໍ? (ບໍ່.) ເມື່ອພວກເຈົ້າໄດ້ຮັບຄວາມຈິງ ແລະ ໄດ້ຮຽນຮູ້ບົດຮຽນບາງຢ່າງແລ້ວ, ເຮົາກໍພໍໃຈແລ້ວ; ເຮົາບໍ່ມີເຈດຕະນາອື່ນອີກ. ເຮົາກຳລັງເຮັດສິ່ງນີ້ເພື່ອຜົນປະໂຫຍດທີ່ເຫັນແກ່ຕົວຂອງເຮົາເອງບໍ? (ບໍ່.) ໃນທາງກົງກັນຂ້າມ, ເຮົາຕ້ອງຈ່າຍລາຄາ, ໃຊ້ຄວາມຄິດ ແລະ ເວົ້າຢ່າງຍືດຍາວເພື່ອໂອ້ລົມກັບພວກເຈົ້າຢ່າງບໍ່ຮູ້ອິດບໍ່ເມື່ອຍ, ໂດຍເຮັດທຸກຢ່າງທີ່ເປັນໄປໄດ້ເພື່ອອະທິບາຍທຸກຈຸດສຳຄັນໃຫ້ພວກເຈົ້າເຂົ້າໃຈຢ່າງຊັດເຈນ. ຕົວຢ່າງ: ຖ້າເລື່ອງໃດໜຶ່ງກ່ຽວຂ້ອງກັບສິບຈຸດສຳຄັນ ແລະ ເຮົາລະເວັ້ນສາມ ຫຼື ຫ້າຈຸດ, ພວກເຈົ້າກໍຈະພາດຫຼາຍສິ່ງຫຼາຍຢ່າງ. ຖ້າເຮົາພຽງແຕ່ໂອ້ລົມສັ້ນໆກ່ຽວກັບສິບຈຸດສຳຄັນເຫຼົ່ານີ້, ແລ້ວຄົນທີ່ມີຂີດຄວາມສາມາດຕໍ່າກໍຍິ່ງຈະໄດ້ຮັບໜ້ອຍລົງ; ເພື່ອໃຫ້ຄົນທີ່ມີຂີດຄວາມສາມາດດີໄດ້ຮັບບາງສິ່ງບາງຢ່າງ, ຈຸດເຫຼົ່ານີ້ກໍຕ້ອງໄດ້ຮັບການໂອ້ລົມຢ່າງຊັດເຈນເຊັ່ນກັນ ແລະ ຄົນທີ່ມີຂີດຄວາມສາມາດຕໍ່າກໍຈຳເປັນຕ້ອງໄດ້ຮັບການໂອ້ລົມຫຼາຍຄັ້ງຈຶ່ງຈະເຂົ້າໃຈ. ດັ່ງນັ້ນ, ເຮົາຈຶ່ງຕ້ອງອະທິບາຍທັງສິບຈຸດສຳຄັນຢ່າງຊັດເຈນ, ເພື່ອວ່າເມື່ອທຸກຄົນແບ່ງປັນ ແລະ ສື່ສານກັນໃນລະຫວ່າງການເຕົ້າໂຮມ, ພວກເຂົາກໍຈະຄ່ອຍໆໄດ້ຮັບພວກມັນທັງໝົດ. ເຮືອນຂອງພຣະເຈົ້າເປັນຄອບຄົວໃຫຍ່. ບໍ່ມີໃຜຄົນໃດຄົນໜຶ່ງສາມາດກິນ ແລະ ດື່ມຄວາມຈິງທັງໝົດໄດ້ຢ່າງສົມບູນ. ທຸກຄົນຈຳເປັນຕ້ອງແບ່ງປັນກັນ; ພວກເຈົ້າຕ້ອງອ່ານອະທິຖານ, ແບ່ງປັນ ແລະ ໂອ້ລົມກັນຢູ່ສະເໝີ. ມີພຽງແຕ່ວິທີນີ້ເທົ່ານັ້ນ ພວກເຈົ້າຈຶ່ງຈະສາມາດເຂົ້າໃຈສິ່ງຕ່າງໆໄດ້ຫຼາຍຂຶ້ນ ແລະ ເຂົ້າໃຈພວກມັນໄດ້ຢ່າງຄົບຖ້ວນຫຼາຍຂຶ້ນ. ສະນັ້ນ, ຊີວິດຄຣິສຕະຈັກຈຶ່ງເປັນສິ່ງທີ່ຂາດບໍ່ໄດ້ ແລະ ພວກເຈົ້າກໍບໍ່ສາມາດຂາດການໂອ້ລົມ ແລະ ການແບ່ງປັນໃນທ່າມກາງພວກເຈົ້າເອງເຊັ່ນກັນ. ມັນອາດເປັນໄປໄດ້ວ່າເຈົ້າໄດ້ຮັບສາມ ຫຼື ຫ້າຈຸດຈາກສິບຈຸດສຳຄັນທີ່ເຮົາໄດ້ເວົ້າເຖິງໃນເວລານັ້ນ ແລະ ຕໍ່ມາ ຜ່ານການທີ່ທຸກຄົນແບ່ງປັນນຳກັນ, ເຈົ້າກໍສາມາດໄດ້ຮັບເຈັດ ຫຼື ແປດຈຸດ. ຫຼັງຈາກນັ້ນອີກສອງສາມປີ, ຄົນອື່ນແບ່ງປັນເຊັ່ນກັນ ແລະ ບາງທີ ໃນຂະນະທີ່ສິ່ງທີ່ເຈົ້າໄດ້ຮັບຄ່ອຍໆສະສົມເພີ່ມຂຶ້ນໃນແຕ່ລະວັນ ແລະ ແຕ່ລະເດືອນ, ເຈົ້າກໍຈະໄດ້ຮັບທັງສິບຈຸດສຳຄັນ. ດ້ວຍວິທີນີ້, ພຣະທຳຂອງເຮົາກໍບໍ່ໄດ້ຖືກກ່າວຢ່າງສູນເປົ່າ, ແມ່ນບໍ? (ແມ່ນແລ້ວ.) ສະນັ້ນ, ພວກເຈົ້າໄດ້ຮັບຄວາມຈິງ ແລະ ເຕີບໂຕໃນວຸດທິພາວະ, ແລ້ວເຮົາຈະໄດ້ຮັບຫຍັງຈາກສິ່ງນັ້ນ? ເຮົາກຳລັງຫວັງວ່າເຈົ້າຈະເຮັດຂອງກິນແຊບໆໃຫ້ເຮົາບໍ? ຫຼື ຊື້ເຄື່ອງນຸ່ງງາມໆໃຫ້ເຮົາບໍ? ບາງທີອາດຈະເປັນເຮືອນຫຼັງໃຫຍ່ບໍ? ເຮົາບໍ່ໄດ້ໃຫ້ຄຸນຄ່າກັບສິ່ງເຫຼົ່ານີ້. ມັນກໍຄືກັບຕອນທີ່ດາວິດຢາກສ້າງພຣະວິຫານໃຫ້ພຣະເຈົ້າໃນຕອນນັ້ນ, ເຈົ້າຈະເວົ້າບໍວ່າພຣະວິຫານຄືສິ່ງທີ່ພຣະເຈົ້າຕ້ອງການ? ໃນເວລານັ້ນ, ຜູ້ຄົນບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າຢ່າງແທ້ຈິງ; ພວກເຂົາຂ້ອນຂ້າງໂງ່ຈ້າແທ້ໆ. ເຖິງແມ່ນວ່າພຣະເຈົ້າຈະບໍ່ໄດ້ຮຽກຮ້ອງສິ່ງນັ້ນກໍຕາມ, ເມື່ອເຫັນວ່າດາວິດມີໃຈແບບນັ້ນ, ພຣະເຈົ້າກໍຍອມຮັບ ແລະ ຍິນຍອມຮັບສິ່ງນັ້ນໂດຍປະລິຍາຍ. ໃນບໍລິບົດຂອງຍຸກນັ້ນ, ວຸດທິພາວະຂອງຜູ້ຄົນກໍເປັນແບບນັ້ນແຫຼະ; ພຣະເຈົ້າບໍ່ໄດ້ມີຂໍ້ກຳນົດທີ່ສູງສຳລັບຜູ້ຄົນ. ຖ້າມັນເກີດຂຶ້ນໃນມື້ນີ້, ການທີ່ຜູ້ຄົນເຮັດແບບນັ້ນກໍຈະເປັນເລື່ອງທີ່ໂງ່ຈ້າເກີນໄປ ແລະ ຈະບໍ່ກົງກັນກັບຫຼັກການຄວາມຈິງເລີຍແມ່ນແຕ່ໜ້ອຍດຽວ.
ເຮົາບໍ່ເຄີຍກ່າວຄຳເວົ້າປຸກລະດົມ ຫຼື ເຮັດສິ່ງທີ່ປຸກລະດົມຜູ້ຄົນ. ເຖິງແມ່ນວ່າເຮົາກຽດຊັງຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສກໍຕາມ, ເຮົາກໍບໍ່ໄດ້ປຸກລະດົມໃຫ້ທຸກຄົນລຸກຂຶ້ນມາກຽດຊັງ ແລະ ປະຕິເສດພວກເຂົາ. ພຣະທຳຫຼາຍຂໍ້ທີ່ເຮົາກ່າວລ້ວນແຕ່ເພື່ອເຮັດໃຫ້ຜູ້ຄົນສາມາດເຂົ້າໃຈຄວາມຈິງ ແລະ ເຫັນຄວາມຈິງຂອງຂໍ້ເທັດຈິງຢ່າງຊັດເຈນ, ສະນັ້ນ ສິ່ງນີ້ຈຶ່ງບໍ່ສາມາດເອີ້ນວ່າການປຸກລະດົມໄດ້. ບໍ່ວ່າເຮົາຈະໂອ້ລົມຄວາມຈິງດ້ານໃດກໍຕາມ, ພວກເຈົ້າຕ້ອງປະຕິບັດກັບມັນຢ່າງຖືກຕ້ອງ ແລະ ສາມາດຢັ່ງຮູ້ມັນໄດ້ຢ່າງຖືກຕ້ອງ. ນີ້ແຫຼະຄືວິທີການເຮັດວຽກງານຂອງຄຣິສຕະຈັກ. ເຮົາພຽງແຕ່ໂອ້ລົມ ແລະ ສະໜອງຄວາມຈິງຢ່າງບໍ່ຮູ້ອິດບໍ່ເມື່ອຍ ແລະ ແບ່ງປັນຄວາມຮູ້ ແລະ ຄວາມເຂົ້າໃຈເລິກເຊິ່ງຂອງເຮົາກ່ຽວກັບຄວາມຈິງ, ມຸມມອງຂອງເຮົາກ່ຽວກັບສິ່ງຕ່າງໆ, ຄວາມຮູ້ຂອງເຮົາກ່ຽວກັບຄົນປະເພດຕ່າງໆ ພ້ອມທັງມຸມມອງ ແລະ ທັດສະນະຄະຕິຂອງເຮົາທີ່ມີຕໍ່ພວກເຂົາຢ່າງບໍ່ຮູ້ອິດບໍ່ເມື່ອຍ. ເປົ້າໝາຍສູງສຸດຂອງເຮົາໃນການໂອ້ລົມຢ່າງບໍ່ຮູ້ອິດບໍ່ເມື່ອຍແບບນີ້ກໍຄື ເພື່ອເຮັດໃຫ້ພວກເຈົ້າສາມາດເຂົ້າໃຈຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງຄວາມຈິງ. ສະນັ້ນ, ໃນແງ່ຂອງຜົນຮັບນີ້, ເຮົາບັນລຸມັນແລ້ວບໍ? ວຽກງານຂອງພຣະເຈົ້າບັນລຸຜົນຮັບນີ້ແລ້ວບໍ? (ບັນລຸແລ້ວ.) ມີຄົນຈຳນວນໜຶ່ງທີ່ຄອຍຢ້ານຢູ່ສະເໝີວ່າຈະເຊື່ອຢ່າງຜິດໆ; ພວກເຂົາເຊື່ອຂ່າວລືທີ່ບໍ່ມີມູນຄວາມຈິງຂອງຊາຕານ, ໂດຍຄິດວ່າພວກເຂົາຖືກເຮັດໃຫ້ຫຼົງຜິດ ແລະ ຜູ້ທີ່ພວກເຂົາເຊື່ອນັ້ນບໍ່ແມ່ນພຣະເຈົ້າ ແຕ່ເປັນມະນຸດ. ເຈົ້າເວົ້າວ່າເຈົ້າຖືກເຮັດໃຫ້ຫຼົງຜິດ, ແຕ່ພຣະທຳທີ່ເຈົ້າອ່ານນັ້ນບໍ່ແມ່ນພຣະທຳຂອງພຣະເຈົ້າບໍ? ພຣະທຳຂອງພຣະເຈົ້າບໍ່ແມ່ນຄວາມຈິງບໍ? ສິ່ງທີ່ຖືກໂອ້ລົມໃນການເຕົ້າໂຮມຂອງເຮືອນຂອງພຣະເຈົ້າບໍ່ແມ່ນຄວາມຈິງບໍ? ເຈົ້າສາມາດຮັບເອົາຄວາມຈິງໂດຍການເຊື່ອໃນມະນຸດບໍ? ວຽກງານໃດຂອງເຮືອນຂອງພຣະເຈົ້າທີ່ເຮັດໃຫ້ເຈົ້າຫຼົງຜິດ? ເຈົ້າໃຊ້ພື້ນຖານຫຍັງໃນການຕັດສິນວ່າເຈົ້າຖືກເຮັດໃຫ້ຫຼົງຜິດ ຫຼື ບໍ່? ເຈົ້າພຽງແຕ່ຖືກເຮັດໃຫ້ຫຼົງຜິດ ຖ້າສິ່ງທີ່ເຈົ້າເຊື່ອນັ້ນບໍ່ແມ່ນຄວາມຈິງ. ຖ້າສິ່ງທີ່ເຈົ້າເຊື່ອນັ້ນແມ່ນຄວາມຈິງ, ເຈົ້າກໍບໍ່ສາມາດເວົ້າໄດ້ວ່າເຈົ້າຖືກເຮັດໃຫ້ຫຼົງຜິດ. ເຖິງແມ່ນວ່າເຈົ້າບໍ່ໄດ້ຮັບຄວາມຈິງ, ມັນກໍບໍ່ສາມາດເວົ້າໄດ້ວ່າເຈົ້າຖືກເຮັດໃຫ້ຫຼົງຜິດ; ມັນສາມາດເວົ້າໄດ້ພຽງແຕ່ວ່າເຈົ້າບໍ່ໄດ້ໄລ່ຕາມເສາະຫາຄວາມຈິງ, ເຈົ້າບໍ່ແມ່ນຄົນທີ່ຖືກຕ້ອງ ແລະ ເຈົ້າໄດ້ທຳຮ້າຍຕົວເຈົ້າເອງ. ເຈົ້າເຊື່ອໃນພຣະຜູ້ເປັນເຈົ້າມາຫຼາຍປີໂດຍບໍ່ໄດ້ຮັບຄວາມຈິງ, ແລ້ວບັນຫາໃນຕອນນັ້ນແມ່ນຫຍັງ? ເຈົ້າໄດ້ນະມັດສະການສິດຍາພິບານ ແລະ ຕິດຕາມຜູ້ຄົນຢ່າງແນ່ນອນ; ນີ້ຄືຄວາມໝາຍທີ່ແທ້ຈິງຂອງການຖືກເຮັດໃຫ້ຫຼົງຜິດ. ເຮືອນຂອງພຣະເຈົ້າປະຕິບັດຕໍ່ທຸກຄົນຢ່າງຍຸຕິທຳ. ຖ້າເຈົ້າເຕັມໃຈປະຕິບັດໜ້າທີ່ຂອງເຈົ້າ, ເຮືອນຂອງພຣະເຈົ້າກໍຈະມອບໜ້າທີ່ໃຫ້ເຈົ້າ ແລະ ຍັງຮັບຜິດຊອບຄ່າໃຊ້ຈ່າຍໃນການດຳລົງຊີວິດຂອງເຈົ້າ ໂດຍບໍ່ຄິດເລັກຄິດນ້ອຍກັບເຈົ້າ. ນີ້ບໍ່ແມ່ນການຍົກຊູຂອງພຣະເຈົ້າບໍ? ເຈົ້າບໍ່ໄດ້ຮັບຄວາມໂປດປານເປັນພິເສດບໍ? (ແມ່ນແລ້ວ.) ແລ້ວເປົ້າໝາຍຂອງການມອບໜ້າທີ່ໃຫ້ເຈົ້າແມ່ນຫຍັງ? ມັນກໍເພື່ອໃຫ້ເຈົ້າ ໃນຖານະສິ່ງທີ່ຖືກສ້າງ ສາມາດສ້າງຄວາມສຳພັນທີ່ແນ່ນອນ ແລະ ໝັ້ນຄົງກັບພຣະຜູ້ສ້າງ ໃນຂະນະທີ່ປະຕິບັດໜ້າທີ່ຂອງເຈົ້າ. ບົນພື້ນຖານນີ້, ພຣະເຈົ້າສະໜອງຄວາມຈິງໃຫ້ແກ່ເຈົ້າ ແລະ ຍັງຈັດສະພາບແວດລ້ອມຕ່າງໆເພື່ອໃຫ້ເຈົ້າຮຽນຮູ້ບົດຮຽນ. ເຮືອນຂອງພຣະເຈົ້າຍັງໂອ້ລົມຄວາມຈິງ ແລະ ຫຼັກການໃນການປະຕິບັດໜ້າທີ່ຕ່າງໆກັບເຈົ້າຢູ່ສະເໝີ. ພຣະເຈົ້າທຸ່ມເທແຮງກາຍແຮງໃຈບໍ ເພື່ອຊ່ວຍໃຫ້ຜູ້ຄົນໄດ້ຮັບຄວາມຈິງ? ເຮືອນຂອງພຣະເຈົ້າເຮັດວຽກງານຫຼາຍບໍ ເພື່ອຈຸດປະສົງນີ້? (ແມ່ນແລ້ວ.) ຜູ້ຄົນຄືຜູ້ທີ່ໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດໃນທຸກສິ່ງນີ້. ເຈົ້າບໍ່ໄດ້ໄລ່ຕາມເສາະຫາຄວາມຈິງ, ແຕ່ໄລ່ຕາມພຽງຊື່ສຽງ, ຜົນປະໂຫຍດ ແລະ ສະຖານະເທົ່ານັ້ນ, ແຕ່ເຈົ້າພັດເວົ້າວ່າເຈົ້າເສຍປຽບ. ການທີ່ເຈົ້າເວົ້າແບບນີ້ ບໍ່ແມ່ນການປີ້ນຂາວເປັນດຳບໍ? ເຈົ້າມີສະຕິຮູ້ສຶກຜິດຊອບແດ່ບໍທີ່ເວົ້າແບບນີ້? ບາງຄົນເວົ້າວ່າ “ການປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້ານັ້ນຍາກຫຼາຍ; ວຽກທີ່ຕ້ອງເຮັດນັ້ນບໍ່ມີວັນສິ້ນສຸດເລີຍ!” ປະສິດທິພາບໃນການປະຕິບັດໜ້າທີ່ຂອງເຈົ້ານັ້ນຕໍ່າຫຼາຍ, ສະນັ້ນ ເຈົ້າຄວນເລັ່ງມືຂຶ້ນ. ເຈົ້າຢາກກິນລ້າໆໂດຍບໍ່ເຮັດວຽກຫຍັງເລີຍຢູ່ສະເໝີ; ສິ່ງນີ້ບໍ່ກົງກັນກັບຫຼັກການ. ບາງຄົນຢາກກິນລ້າໆ ແລະ ບໍ່ເຮັດວຽກຫຍັງເລີຍຢູ່ສະເໝີ; ບັນຫາຢູ່ບ່ອນນີ້ແມ່ນຫຍັງ? ຄົນເຫຼົ່ານີ້ບໍ່ແມ່ນຄົນໂລບບໍ? ພວກເຂົາຕ້ອງອຶດຕາຍໃນຊາດກ່ອນຢ່າງແນ່ນອນ! ພວກເຂົາມາທີ່ເຮືອນຂອງພຣະເຈົ້າພຽງເພື່ອຢາກກິນລ້າໆ. ຄົນທີ່ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນບໍ່ເຕັມໃຈເຮັດສິ່ງນີ້. ຖ້າເຮືອນຂອງພຣະເຈົ້າປ່ອຍໃຫ້ພວກເຂົາກິນຈົນອີ່ມ, ພວກເຂົາກໍສາມາດຕອບແທນພຣະຄຸນ ແລະ ຄວາມຮັກຂອງພຣະເຈົ້າໄດ້ ແລະ ພວກເຂົາສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ເປັນຢ່າງດີ ໂດຍບໍ່ຫຼີກລ່ຽງຄວາມຍາກລຳບາກ ຫຼື ຄວາມອິດເມື່ອຍ. ຄົນທີ່ບໍ່ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຢາກກິນລ້າໆຢູ່ສະເໝີ. ພວກເຂົາຢ້ານຫຼາຍວ່າການເຮັດວຽກພຽງເລັກນ້ອຍອາດຈະໝາຍຄວາມວ່າພວກເຂົາເສຍປຽບ, ສະນັ້ນ ພວກເຂົາຈຶ່ງກິນຫຼາຍຂຶ້ນເພື່ອເອົາປຽບເຮືອນຂອງພຣະເຈົ້າ. ຄົນແບບນັ້ນຈະສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ດີບໍ? ເຮົາຄິດວ່າບໍ່ຊ້າກໍໄວພວກເຂົາຈະຖືກກຳຈັດ. ບາງຄົນຍັງເວົ້າອີກວ່າ “ການເຮັດວຽກໃນເຮືອນຂອງພຣະເຈົ້ານັ້ນອິດເມື່ອຍ!” ເອົາລະ, ເຈົ້າບໍ່ມີຈຸດແຂງຫຍັງເລີຍ. ຖ້າເຈົ້າບໍ່ເຮັດວຽກ ແລະ ບໍ່ປະຕິບັດໜ້າທີ່ຂອງເຈົ້າ, ແລ້ວເຈົ້າກໍຈະຕ້ອງກັບຄືນສູ່ໂລກເພື່ອເຮັດວຽກຫາລ້ຽງຊີບ, ວຽກທີ່ເຈົ້າເຮັດຢູ່ບ່ອນນັ້ນຈະບໍ່ອິດເມື່ອຍບໍ? ເຈົ້າຢາກກິນລ້າໆໃນເຮືອນຂອງພຣະເຈົ້າບໍ? ເຮືອນຂອງພຣະເຈົ້າບໍ່ແມ່ນສະຖານດູແລຜູ້ສູງອາຍຸ ແລະ ມັນບໍ່ແມ່ນອົງການການກຸສົນ. ຖ້າເຈົ້າຢາກກິນລ້າໆຢູ່ສະເໝີ, ເຈົ້າບໍ່ແມ່ນຄົນທີ່ຂາດສະຕິຮູ້ສຶກຜິດຊອບບໍ? ຢ່າຟ້າວເວົ້າເຖິງເລື່ອງທີ່ວ່າເຮືອນຂອງພຣະເຈົ້າໄດ້ໃຊ້ຈ່າຍໄປຫຼາຍສໍ່າໃດເພື່ອສະໜອງອາຫານ, ເຄື່ອງນຸ່ງຫົ່ມ ແລະ ຄ່າໃຊ້ຈ່າຍປະຈຳວັນຂອງພວກເຈົ້າ, ພຽງແຕ່ໃນແງ່ຂອງຄວາມຈິງທີ່ພວກເຈົ້າໄດ້ຮັບ, ພວກເຈົ້າຈະສາມາດໃຊ້ຫຍັງເພື່ອຊື້ມັນໄດ້? ພວກເຈົ້າສາມາດຊື້ມັນດ້ວຍຄຳ ຫຼື ເພັດບໍ? ພວກເຈົ້າບໍ່ສາມາດຊື້ມັນດ້ວຍສິ່ງໃດເລີຍ; ຄວາມຈິງນັ້ນປະເມີນຄ່າບໍ່ໄດ້. ໃນການສະໜອງຄວາມຈິງໃຫ້ແກ່ພວກເຈົ້າ, ເຮົາເຄີຍຂໍເງິນຈາກພວກເຈົ້າຈັກຢວນໜຶ່ງບໍ? (ບໍ່ເຄີຍ.) ເຮົາຕ້ອງທຸ່ມເທແຮງກາຍແຮງໃຈຂອງເຮົາໄປຫຼາຍສໍ່າໃດໃນການເທດສະໜາໃຫ້ພວກເຈົ້າຟັງ? ອັນໃດໃນການໂອ້ລົມກ່ຽວກັບຄວາມຈິງຂອງເຮົາທີ່ບໍ່ໄດ້ເຮັດໃຫ້ພວກເຈົ້າໄດ້ຮັບຜົນປະໂຫຍດ? ການເຕົ້າໂຮມຄັ້ງໃດແດ່ທີ່ເປັນການສິ້ນເປືອງເວລາ ແລະ ພະລັງງານຂອງພວກເຈົ້າ? (ບໍ່ມີເລີຍ.) ເຮົາໄດ້ປະຕິບັດຕໍ່ພວກເຈົ້າເປັນຢ່າງດີທີ່ສຸດແລ້ວ. ທຸກຄັ້ງທີ່ເຮົາເທດສະໜາ, ເຮົາກໍເຮັດໃຫ້ພວກເຈົ້າໄດ້ຮັບບາງສິ່ງບາງຢ່າງ. ເມື່ອເຮົາລົມ ແລະ ສົນທະນາເລື່ອງທົ່ວໄປກັບພວກເຈົ້າ, ເຖິງແມ່ນວ່າເຮົາຈະເລົ່າເລື່ອງຕະຫຼົກກໍຕາມ, ມັນກໍລ້ວນແຕ່ເພື່ອຊ່ວຍໃຫ້ພວກເຈົ້າເຂົ້າໃຈຄວາມຈິງ. ສະນັ້ນ, ເຮົາຈຶ່ງສືບຕໍ່ກ່າວຢ່າງບໍ່ຢຸດເຊົາ ເພື່ອໃຫ້ພວກເຈົ້າສາມາດເຂົ້າໃຈຄວາມຈິງໄດ້. ເຖິງຢ່າງນັ້ນກໍຕາມ, ບາງຄົນກໍຍັງເວົ້າວ່າພວກເຂົາກຳລັງຖືກເຮັດໃຫ້ຫຼົງຜິດໂດຍການເຊື່ອໃນພຣະເຈົ້າ. ພວກເຂົາກຳລັງຖືກເຮັດໃຫ້ຫຼົງຜິດບໍ? (ບໍ່.) ສິ່ງໜຶ່ງທີ່ແນ່ນອນກ່ຽວກັບຜູ້ທີ່ເວົ້າວ່າພວກເຂົາກຳລັງຖືກເຮັດໃຫ້ຫຼົງຜິດກໍຄື: ພວກເຂົາບໍ່ແມ່ນແກະຂອງພຣະເຈົ້າ. ເມື່ອບໍ່ແມ່ນແກະຂອງພຣະເຈົ້າ, ພວກເຂົາກໍບໍ່ສາມາດເພີດເພີນກັບພອນແຫ່ງການເຂົ້າໃຈຄວາມຈິງໄດ້. ພວກເຂົາຄວນທົນທຸກກັບການທໍລະມານຂອງຄວາມບາບ ແລະ ດຳລົງຊີວິດຢູ່ໃນຄວາມເຈັບປວດ, ໂດຍມີຊາຕານທໍລະມານພວກເຂົາຕາມທີ່ມັນພໍໃຈ ແລະ ສືບຕໍ່ເຮັດໃຫ້ພວກເຂົາເສື່ອມຊາມ ແລ້ວຈາກນັ້ນກໍພິນາດໄປພ້ອມກັບຊາຕານ; ນີ້ຄືຈຸດໝາຍປາຍທາງທີ່ພວກເຂົາສົມຄວນໄດ້ຮັບ. ເມື່ອບໍ່ແມ່ນແກະຂອງພຣະເຈົ້າ, ພວກເຂົາກໍບໍ່ສາມາດເພີດເພີນກັບພອນນັ້ນໄດ້. ທັນທີທີ່ພວກເຂົາອ່ານພຣະທຳຂອງພຣະເຈົ້າ, ພວກເຂົາກໍບໍ່ສາມາດທົນຮັບ ຫຼື ຮັບມືກັບມັນໃນໃຈຂອງພວກເຂົາໄດ້, ຄືກັນກັບບາງຄົນທີ່ໂຊກຮ້າຍ ແລະ ບໍ່ສາມາດຮັບພອນໄດ້; ຖ້າພວກເຂົາເພີດເພີນກັບຊີວິດທີ່ດີເກີນໄປ, ພວກເຂົາກໍຈະອາຍຸສັ້ນ. ບອກເຮົາມາເບິ່ງວ່າ ເຮົາໄດ້ເຕົ້າໂຮມ ແລະ ໂອ້ລົມກັບພວກເຈົ້າມາຫຼາຍປີແລ້ວ, ເຮົາເຄີຍຂໍເງິນຈາກພວກເຈົ້າຈັກຢວນໜຶ່ງບໍ? (ບໍ່ເຄີຍ.) ບາງຄົນພະຍາຍາມເອົາເງິນສອງສາມຮ້ອຍຢວນໃຫ້ເຮົາຕໍ່ໜ້າ, ໂດຍຂໍໃຫ້ເຮົາຊື້ອາຫານເສີມບາງຢ່າງເພື່ອບຳລຸງສຸຂະພາບຂອງເຮົາ. ເຮົາເວົ້າວ່າ “ເຮົາບໍ່ຕ້ອງການມັນ, ເຮົາມີພຽງພໍແລ້ວ. ເຈົ້າເກັບເງິນນັ້ນໄວ້ເທາະ ຫຼື ເບິ່ງວ່າຄຣິສຕະຈັກຕ້ອງການຫຍັງ ແລ້ວຊື້ບາງສິ່ງບາງຢ່າງໃຫ້ຄຣິສຕະຈັກ ຫຼື ເບິ່ງວ່າອ້າຍເອື້ອຍນ້ອງຄົນໃດຕ້ອງການເງິນສຳລັບຄ່າໃຊ້ຈ່າຍໃນການດຳລົງຊີວິດ ຫຼື ຄ່າເດີນທາງ ແລ້ວກໍເອົາໃຫ້ພວກເຂົາ. ບໍ່ຈຳເປັນຕ້ອງເອົາໃຫ້ເຮົາ”. ຍັງມີຄົນທີ່ເອົາສິ່ງຂອງດີໆບາງຢ່າງໃຫ້ເຮົາຕໍ່ໜ້າ ແລະ ເຮົາກໍປະຕິເສດພວກມັນທັງໝົດໂດຍບໍ່ມີຂໍ້ຍົກເວັ້ນ. ຕັ້ງແຕ່ຕົ້ນຈົນເຖິງປັດຈຸບັນ, ເຮົາບໍ່ເຄີຍເອົາເງິນຈັກຢວນໜຶ່ງ ຫຼື ສິ່ງຂອງຈັກຢ່າງໜຶ່ງຈາກບຸກຄົນໃດເລີຍ. ບາງຄົນຖວາຍສິ່ງຂອງບາງຢ່າງໃຫ້ເຮົາ ແລະ ສ່ວນໃຫຍ່ແລ້ວ ເຮົາກໍປະຕິເສດພວກມັນ. ຖ້າມັນເປັນສິ່ງທີ່ເຮົາຕ້ອງການແທ້ໆ, ເຮົາກໍຈະຮັບເອົາເລັກໜ້ອຍ ແລ້ວຈາກນັ້ນເຮົາກໍຕ້ອງສະແດງຄວາມຂອບໃຈເຊັ່ນກັນ. ເຮົາບໍ່ເຄີຍຮຽກຮ້ອງສິ່ງຂອງສ່ວນຕົວຈາກໃຜເລີຍ. ເຮົາຈະບໍ່ຂໍໃຫ້ເຈົ້າເອົາໃຫ້ເຮົາອັນໜຶ່ງ ຫຼື ສົ່ງມາໃຫ້ເຮົາບາງອັນ ພຽງເພາະເຮົາເຫັນເຈົ້ານຸ່ງເຄື່ອງງາມໆ ຫຼື ກິນອາຫານດີໆ; ເຮົາບໍ່ເຄີຍຂໍສິ່ງເຫຼົ່ານີ້ເລີຍ. ຕະຫຼອດຫຼາຍປີທີ່ຜ່ານມາ, ການເຕົ້າໂຮມ ແລະ ການໂອ້ລົມຂອງເຮົາກັບພວກເຈົ້ານັ້ນແມ່ນບໍ່ໄດ້ເສຍຄ່າໃຊ້ຈ່າຍຫຍັງເລີຍ. ເຮົາບໍ່ໄດ້ຂໍເງິນຈາກພວກເຈົ້າຈັກຢວນໜຶ່ງ ແລະ ເຮົາກໍບໍ່ໄດ້ຂໍໃຫ້ພວກເຈົ້າມອບເງິນໃຫ້ຈັກຢວນໜຶ່ງເຊັ່ນກັນ. ຍິ່ງໄປກວ່ານັ້ນ, ພວກເຮົາບໍ່ເຄີຍເວົ້າກ່ຽວກັບການຖວາຍເຄື່ອງຖວາຍໃນການເຕົ້າໂຮມ ແລະ ການໂອ້ລົມຂອງພວກເຮົາເລີຍ. ສະນັ້ນ ເຮົາຈຶ່ງບໍ່ຮູ້ວ່າເປັນຫຍັງບາງຄົນທີ່ຍອມຮັບຂັ້ນຕອນນີ້ຂອງວຽກງານ ແລະ ເຊື່ອມາຫຼາຍປີແລ້ວ ຈຶ່ງຍັງສາມາດເວົ້າໄດ້ວ່າພວກເຂົາຖືກເຮັດໃຫ້ຫຼົງຜິດ. ເຈົ້າຖືກເຮັດໃຫ້ຫຼົງຜິດແນວໃດ? ເຈົ້າຖືກຫຼອກເອົາເງິນ ຫຼື ຖືກຫຼອກໄປມີເພດສຳພັນບໍ? ກໍບໍ່ແມ່ນທັງສອງຢ່າງ. ແລ້ວພວກເຈົ້າກຳນົດລັກສະນະຂອງຄົນທີ່ສາມາດເວົ້າສິ່ງປະເພດນີ້ໄດ້ແນວໃດ? (ພວກເຂົາເປັນຜູ້ບໍ່ເຊື່ອ.) ພວກເຂົາເປັນຜູ້ບໍ່ເຊື່ອ. ພວກເຂົາບໍ່ແມ່ນແກະຂອງພຣະເຈົ້າ; ພວກເຂົາເປັນມານຮ້າຍ, ສະນັ້ນ ພວກເຂົາຈຶ່ງສາມາດພົ່ນຄຳໃສ່ຮ້າຍປ້າຍສີທີ່ເປັນພິດອອກມາໄດ້.
ພວກເຮົາຄອຍໂອ້ລົມຄວາມຈິງຢູ່ສະເໝີເມື່ອພວກເຮົາເຕົ້າໂຮມກັນ ແລະ ຫຼັງຈາກທີ່ໂອ້ລົມມາຫຼາຍປີ, ໃນທີ່ສຸດພວກເຈົ້າກໍໄດ້ຮຽນຮູ້ພື້ນຖານແລ້ວ. ເຮົາເຫັນວ່າໃນຄຳພະຍານຈາກປະສົບການຫຼາຍຢ່າງໃນຕອນນີ້, ຜູ້ຄົນມີປະສົບການ ແລະ ຄວາມຮູ້ບາງຢ່າງກ່ຽວກັບສິ່ງຕ່າງໆທີ່ພວກເຂົາພົບພໍ້ໃນຊີວິດ, ໂດຍສະເພາະໃນການປະຕິບັດໜ້າທີ່ຂອງພວກເຂົາ. ພວກເຂົາທຸກຄົນລ້ວນແຕ່ໄດ້ຮັບຄວາມຈິງບາງຢ່າງ ແລະ ມີການເຕີບໂຕບາງຢ່າງໃນຊີວິດ. ສິ່ງນີ້ສະແດງໃຫ້ເຫັນວ່າ ຜ່ານການຟັງເຮົາກ່າວ ແລະ ເທດສະໜາຢູ່ເລື້ອຍໆ, ພວກເຈົ້າໄດ້ເກີດມີຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງ ແລະ ໄດ້ແບ່ງປັນຄວາມຮູ້ຈາກປະສົບການທີ່ແທ້ຈິງ; ນີ້ຄືສິ່ງທີ່ເຮົາຍິນດີທີ່ສຸດທີ່ໄດ້ເຫັນ. ເຮົາສົ່ງເສີມໃຫ້ພວກເຈົ້າຂຽນບົດຄວາມຄຳພະຍານຈາກປະສົບການໃຫ້ຫຼາຍຂຶ້ນ. ເຖິງແມ່ນວ່າຄວາມເຂົ້າໃຈຂອງເຈົ້າຈະຕື້ນເຂີນກໍຕາມ, ຈົ່ງຂຽນມັນລົງໄປ ຕາບໃດທີ່ມັນຍັງກ່ຽວຂ້ອງແມ່ນແຕ່ໜ້ອຍດຽວ; ຍິ່ງເຈົ້າຂຽນຫຼາຍເທົ່າໃດ, ຄວາມເຂົ້າໃຈຂອງເຈົ້າກໍຈະຍິ່ງເລິກເຊິ່ງຫຼາຍຂຶ້ນເທົ່ານັ້ນ. ນີ້ຄືວິທີທີ່ຜູ້ຄົນມາຮູ້ຈັກຄວາມຈິງ, ເຂົ້າໃຈຄວາມຈິງ ແລະ ມີປະສົບການກັບຄວາມຈິງ. ຍິ່ງເຈົ້າປະຕິບັດຕໍ່ມັນຢ່າງຈິງຈັງຫຼາຍເທົ່າໃດ ແລະ ຍິ່ງເຈົ້າໃຫ້ຄວາມສຳຄັນກັບມັນໃນໃຈຂອງເຈົ້າຫຼາຍເທົ່າໃດ, ເຈົ້າກໍຈະຍິ່ງມີຄວາມຄິດ ແລະ ມຸມມອງທີ່ຊັດເຈນຫຼາຍຂຶ້ນໃນຄວາມເຂົ້າໃຈຂອງເຈົ້າກ່ຽວກັບຄວາມຈິງ. ຍິ່ງຄວາມຄິດ ແລະ ມຸມມອງຂອງເຈົ້າຊັດເຈນຫຼາຍເທົ່າໃດ, ສິ່ງທີ່ເຈົ້າຂຽນກໍຍິ່ງຈະມີທາດແທ້ຫຼາຍຂຶ້ນເມື່ອເຈົ້າລົງມືຂຽນ ແລະ ເຈົ້າກໍຍິ່ງຈະສາມາດສະແດງມັນອອກມາເປັນລາຍລັກອັກສອນໄດ້ດີຂຶ້ນ. ແຕ່ຖ້າເຈົ້າພຽງແຕ່ໄຕ່ຕອງສິ່ງຕ່າງໆໃນຈິດໃຕ້ສຳນຶກ ຫຼື ພຽງແຕ່ຄິດກ່ຽວກັບພວກມັນແບບງ່າຍໆຢູ່ສະເໝີ, ເຈົ້າກໍຈະບໍ່ເກີດມີຄວາມຄິດ ຫຼື ມຸມມອງທີ່ຊັດເຈນໃດໆເລີຍ. ເມື່ອເຈົ້າລົງມືຂຽນ, ເຈົ້າກໍຈະຮູ້ສຶກວ່າ “ຂ້ອຍມີຄວາມເຂົ້າໃຈ, ເປັນຫຍັງຂ້ອຍຈຶ່ງບໍ່ສາມາດຖ່າຍທອດມັນອອກມາເປັນລາຍລັກອັກສອນໄດ້?” ເຈົ້າບໍ່ສາມາດເອົາມັນອອກມາໄດ້ ເພາະວ່າເຈົ້າບໍ່ມີຄວາມຄິດ ຫຼື ມຸມມອງ ແລະ ເຈົ້າບໍ່ຮູ້ວິທີຂຽນ. ຖ້າປາສະຈາກຄວາມຄິດ ແລະ ມຸມມອງ, ບົດຄວາມທີ່ເຈົ້າຂຽນກໍຈະຂາດຈິດວິນຍານ, ທິດທາງ ແລະ ເປົ້າໝາຍ ແລະ ເຈົ້າກໍຈະບໍ່ສາມາດກຳນົດທິດທາງຫຼັກຂອງບົດຄວາມໄດ້. ຖ້າເຈົ້າບໍ່ຮູ້ ແລະ ບໍ່ສາມາດກຳນົດໄດ້ວ່າເປົ້າໝາຍຂອງການຂຽນບົດຄວາມແມ່ນຫຍັງ, ເຈົ້າຫວັງວ່າຈະບັນລຸຜົນຮັບຫຍັງຜ່ານບົດຄວາມນັ້ນ, ແມ່ນຫຍັງຄືຫຼັກການຄວາມຈິງທີ່ກ່ຽວຂ້ອງທີ່ເຈົ້າໄດ້ມາເຂົ້າໃຈ ແລະ ແມ່ນຫຍັງຄືຄວາມຈິງທີ່ກ່ຽວຂ້ອງທີ່ເຈົ້າໄດ້ມາເຂົ້າໃຈ, ເຈົ້າກໍຈະບໍ່ສາມາດເລີ່ມຂຽນໄດ້. ຖ້າເຈົ້າສາມາດກຳນົດສິ່ງເຫຼົ່ານີ້ໄດ້, ຖ້າເຈົ້າຮູ້ວ່າຄວາມຈິງແມ່ນຫຍັງກັນແທ້, ຄວາມຜິດພ້ຽນ ແລະ ການບິດເບືອນຂອງເຈົ້າຢູ່ບ່ອນໃດ, ສິ່ງໃດແດ່ທີ່ເຈົ້າໄດ້ປ່ຽນແປງ ແລະ ສິ່ງທີ່ເຈົ້າໄດ້ຮັບຜ່ານການເຂົ້າໃຈຄວາມຈິງໃນຕອນນີ້, ຖ້າເຈົ້າເຂົ້າໃຈຢ່າງຊັດເຈນກ່ຽວກັບສິ່ງທັງໝົດນີ້, ເຈົ້າກໍຈະສາມາດລົງມືຂຽນໄດ້. ຫຼາຍຄົນໄດ້ຮັບບາງສິ່ງບາງຢ່າງໃນດ້ານນີ້ແລ້ວ, ເຊິ່ງສາມາດເຫັນໄດ້ຈາກບົດຄວາມຄຳພະຍານຈາກປະສົບການເຫຼົ່ານີ້ທີ່ຖືກອັບໂຫຼດໂດຍເຮືອນຂອງພຣະເຈົ້າ. ຄົນຈຳນວນໜຶ່ງໄດ້ເລີ່ມມີການເຂົ້າສູ່ຊີວິດທີ່ຊັດເຈນແລ້ວ ແລະ ແນ່ນອນວ່າ ຄົນຈຳນວນໜຶ່ງກໍມີຜົນຮັບທີ່ຊັດເຈນໃນຄວາມຈິງເຊັ່ນກັນ. ມັນສາມາດເວົ້າໄດ້ຢ່າງແນ່ນອນວ່າ ສຳລັບຄົນຈຳນວນໜຶ່ງນີ້ທີ່ໄດ້ຮັບຄວາມຈິງແລ້ວ, ຫຼັກການຄວາມຈິງບາງຢ່າງກໍໄດ້ກາຍເປັນຊີວິດຂອງພວກເຂົາພາຍໃນພວກເຂົາແລ້ວ. ນີ້ຄືການເລີ່ມຕົ້ນທີ່ດີຫຼາຍ ແລະ ມັນກໍຍັງເປັນປາກົດການທີ່ຍິ່ງໃຫຍ່ອີກດ້ວຍ. ມັນສາມາດເວົ້າໄດ້ວ່າ ການໄດ້ຮັບສິ່ງເຫຼົ່ານີ້ຄືຜົນຮັບທີ່ບັນລຸໄດ້ ຍ້ອນການໂອ້ລົມຂອງພວກເຮົາກ່ຽວກັບຄວາມຈິງໃນດ້ານຕ່າງໆນັ້ນມີຄວາມລະອຽດ ແລະ ສະເພາະເຈາະຈົງຫຼາຍຂຶ້ນເລື້ອຍໆຕະຫຼອດຫຼາຍປີທີ່ຜ່ານມານີ້. ຈຸດປະສົງຂອງການຍົກຕົວຢ່າງນີ້ແມ່ນຫຍັງ? ມັນກໍເພື່ອບອກພວກເຈົ້າວ່າ ຫຼັງຈາກທີ່ໄດ້ຟັງຄຳເທດສະໜາ ແລະ ການໂອ້ລົມຂອງເຮົາມາຫຼາຍປີແລ້ວ, ໂດຍອີງໃສ່ຄວາມຈິງທີ່ພວກເຈົ້າສາມາດເຂົ້າໃຈໄດ້, ບໍ່ວ່າຈະຢູ່ໃນລະດັບຫຼັກຄຳສອນ ຫຼື ໃນລະດັບການປະຕິບັດກໍຕາມ, ພວກເຈົ້າບໍ່ຄວນຄິດວ່າເຮືອນຂອງພຣະເຈົ້າເປັນສິ່ງທີ່ເອີ້ນວ່າ “ກຸ່ມມະນຸດ” ອີກຕໍ່ໄປ. ບໍ່ວ່າຈະກຳລັງໂອ້ລົມຄວາມຈິງດ້ານໃດກໍຕາມ, ພວກເຈົ້າກຳລັງພະຍາຍາມຮູ້ຈັກເລື່ອງໃດເປັນສະເພາະ ຫຼື ແມ່ນຫຍັງຄືພຶດຕິກຳພິເສດ ແລະ ເຫດການຂອງຄົນຊົ່ວຮ້າຍທີ່ກຳລັງຖືກໂອ້ລົມ, ພວກເຈົ້າບໍ່ຄວນປະເມີນພວກມັນດ້ວຍຄວາມຄິດ ແລະ ມຸມມອງຂອງຜູ້ບໍ່ມີຄວາມເຊື່ອອີກຕໍ່ໄປ. ກົງກັນຂ້າມ ພວກເຈົ້າຄວນຍອມຮັບພວກມັນຈາກພຣະເຈົ້າ, ພະຍາຍາມຮຽນຮູ້ບົດຮຽນ, ປະຕິບັດກັບພວກມັນຢ່າງຈິງຈັງ ແລ້ວຈາກນັ້ນກໍໄຕ່ຕອງຢ່າງຕັ້ງໃຈ ແລະ ຮຽນຮູ້ຄວາມຈິງທີ່ຄວນເຂົ້າໃຈພາຍໃນສິ່ງເຫຼົ່ານີ້. ເຈົ້າຕ້ອງຈື່ຈຸດນີ້ໄວ້: ບໍ່ວ່າຈະເປັນການໂອ້ລົມຂອງເຮົາ, ການໂອ້ລົມຂອງຄົນທີ່ຖືກໃຊ້ໂດຍພຣະວິນຍານບໍລິສຸດ ຫຼື ການໂອ້ລົມຂອງອ້າຍເອື້ອຍນ້ອງທີ່ຢູ່ເບື້ອງລຸ່ມກໍຕາມ, ຖ້າມັນກ່ຽວຂ້ອງກັບຄົນຊົ່ວຮ້າຍປະເພດໜຶ່ງທີ່ຜູ້ຄົນຄວນແຍກແຍະຢ່າງແທ້ຈິງ ຫຼື ບົດຮຽນປະເພດໜຶ່ງທີ່ຄວນຮຽນຮູ້, ຕາບໃດທີ່ມັນກ່ຽວຂ້ອງກັບຄວາມຈິງ ແລະ ຕາບໃດທີ່ມັນເປັນຄວາມຈິງດ້ານໜຶ່ງທີ່ເຈົ້າຄວນເຂົ້າໃຈ ແລະ ຈັບໃຈຄວາມ, ເຈົ້າກໍຄວນປະຕິບັດກັບມັນຢ່າງຖືກຕ້ອງ ແລະ ເອົາຈິງເອົາຈັງກັບມັນ. ເຖິງແມ່ນວ່າການກະທຳຂອງສອງສາມຄົນຂ້ອນຂ້າງຮຸນແຮງ ແລະ ດື້ດ້ານ, ຕາບໃດທີ່ເຈົ້າບໍ່ເຮັດແບບນັ້ນ, ມັນກໍບໍ່ເປັນຫຍັງ. ໃຫ້ຈົດຈໍ່ກັບຄວາມຈິງ, ທຸ່ມເທຄວາມພະຍາຍາມໃນຄວາມຈິງ, ຮູ້ຈັກແກ່ນແທ້ຂອງຂໍ້ເທັດຈິງຂອງເລື່ອງທີ່ກຳລັງເວົ້າເຖິງ, ຮູ້ຈັກ ແລະ ແຍກແຍະບຸກຄົນທີ່ເປັນລົບ, ຍອມຮັບສິ່ງທີ່ເປັນບວກ ແລະ ປະຕິບັດຕາມເສັ້ນທາງທີ່ເປັນບວກ, ໃນການເຮັດແບບນີ້ ເຈົ້າກໍຈະບັນລຸຜົນຮັບທີ່ຕ້ອງການ ແລະ ສາມາດເກັບກ່ຽວຜົນ. ເຈົ້າບໍ່ຄວນເບິ່ງສິ່ງນີ້ດ້ວຍມຸມມອງຂອງຜູ້ບໍ່ມີຄວາມເຊື່ອ, ໂດຍຄິດຢູ່ສະເໝີວ່າ “ການທີ່ເຮືອນຂອງພຣະເຈົ້າໂອ້ລົມກ່ຽວກັບຄົນຊົ່ວຮ້າຍ, ເປີດໂປງ ແລະ ຊຳລະລ້າງພວກເຂົານັ້ນແມ່ນການເລີ່ມຕົ້ນຂະບວນການ; ມັນເປັນການປຸກລະດົມ ແລະ ການລໍ້ລວງພວກເຮົາໃຫ້ເຮັດສິ່ງໃດໜຶ່ງ. ຂ້ອຍຢ້ານວ່າຂ້ອຍຈະເດືອດຮ້ອນ ແລະ ນໍາບັນຫາມາສູ່ຕົວຂ້ອຍເອງ ຖ້າຂ້ອຍເປີດໂປງຄົນຊົ່ວຮ້າຍ”. ບໍ່ຈຳເປັນຕ້ອງກັງວົນກ່ຽວກັບເລື່ອງນີ້; ໃນເຮືອນຂອງພຣະເຈົ້າ, ຄວາມຈິງມີອຳນາດເດັດຂາດ. ຖ້າເຈົ້າເຊື່ອວ່າພຣະເຈົ້າມີອຳນາດສູງສຸດ, ພຣະເຈົ້າຊົງລິດທານຸພາບສູງສຸດ ແລະ ພຣະເຈົ້າຊົງຊອບທຳ, ແລ້ວເຈົ້າກໍຄວນມີຄວາມຢັ່ງຮູ້ ແລະ ທັດສະນະຄະຕິທີ່ຖືກຕ້ອງຕໍ່ເລື່ອງນີ້ ແລະ ພະຍາຍາມເກັບກ່ຽວສິ່ງທີ່ໄດ້ຮັບໃນຄວາມຈິງເມື່ອພົບພໍ້ກັບທຸກເລື່ອງ ແລະ ເຫດການພິເສດເຫຼົ່ານີ້, ແທນທີ່ຈະເຮັດຈົນສຸດຄວາມສາມາດຂອງເຈົ້າເພື່ອປົກປ້ອງຕົວເຈົ້າເອງ ໂດຍການເຮັດຕົວເປັນຜູ້ສັງເກດການ ຫຼື ຜູ້ບໍ່ເຊື່ອ. ພວກເຈົ້າເຂົ້າໃຈບໍ? (ເຂົ້າໃຈ.) ເຈົ້າເຫັນບໍວ່າ ພຣະທຳເຫຼົ່ານີ້ທີ່ເຮົາກ່າວເປັນປະໂຫຍດຕໍ່ພວກເຈົ້າບໍ? (ເປັນປະໂຫຍດ.) ຖ້າເຈົ້າຢາກເປັນຜູ້ສັງເກດການ ແລະ ດຳລົງຊີວິດຢ່າງຢ້ານກົວ, ແລ້ວຄວາມເຊື່ອໃນພຣະເຈົ້າຂອງເຈົ້າກໍນ້ອຍເກີນໄປ; ເຈົ້າບໍ່ເຊື່ອຂໍ້ເທັດຈິງກ່ຽວກັບຄວາມຊອບທຳ ແລະ ຄວາມຊົງລິດທານຸພາບອັນສູງສຸດຂອງພຣະເຈົ້າ ຫຼື ຂໍ້ເທັດຈິງທີ່ວ່າພຣະເຈົ້າມີອຳນາດສູງສຸດເໜືອສັບພະສິ່ງທັງປວງ. ເຖິງແມ່ນມັນບໍ່ສາມາດເວົ້າໄດ້ວ່າເຈົ້າເປັນຜູ້ບໍ່ເຊື່ອກໍຕາມ, ຢ່າງໜ້ອຍທີ່ສຸດ ເຈົ້າກໍມີທັດສະນະຄະຕິທີ່ສົງໄສ; ເຈົ້າບໍ່ໄດ້ມອບຫົວໃຈຂອງເຈົ້າໃຫ້ກັບພຣະເຈົ້າ ແລະ ເຈົ້າບໍ່ມີຫົວໃຈທີ່ແທ້ຈິງສຳລັບພຣະເຈົ້າ. ນີ້ຄືຄົນປະເພດໜຶ່ງ: ພວກເຂົາຂີ້ຢ້ານຫຼາຍ ແລະ ເມື່ອຄຣິສຕະຈັກເຮັດວຽກງານການຊຳລະລ້າງ ແລະ ຈຳເປັນຕ້ອງເປີດໂປງຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຮ້າຍ, ພວກເຂົາກໍຖອຍຫຼັງ, ຫຼີກໜີ ແລະ ປະນີປະນອມ. ຍັງມີຜູ້ບໍ່ເຊື່ອອີກປະເພດໜຶ່ງ ເຊິ່ງເມື່ອພົບພໍ້ກັບເລື່ອງດັ່ງກ່າວ ກໍຄິດວ່າ “ເຮືອນຂອງພຣະເຈົ້າກຳລັງເລີ່ມຕົ້ນຂະບວນການອີກແລ້ວ. ຂ້ອຍຈະບໍ່ມີສ່ວນຮ່ວມໃນເລື່ອງນີ້. ຂ້ອຍຈະບໍ່ເວົ້າຫຍັງເລີຍ. ຈະເປັນແນວໃດຖ້າຂ້ອຍເວົ້າຜິດ ແລ້ວຖືກຂັບໄລ່ອອກ? ຂ້ອຍຈະບໍ່ເປີດໂປງໃຜ ແລະ ຂ້ອຍຈະບໍ່ເປັນສັດຕູກັບໃຜ. ສິ່ງດຽວທີ່ຂ້ອຍຕ້ອງເຮັດກໍຄືການປົກປ້ອງຕົວຂ້ອຍເອງ; ຂ້ອຍຕ້ອງຮັກສາຕົວຂ້ອຍເອງໄວ້. ຂ້ອຍບໍ່ເຫັນການກະທຳທີ່ຊົ່ວຮ້າຍຂອງໃຜ, ຂ້ອຍບໍ່ໄດ້ຍິນຄຳເວົ້າທີ່ຜິດປົກກະຕິຂອງໃຜ ແລະ ຂ້ອຍບໍ່ຮູ້ ແລະ ບໍ່ເຫັນໃຜເຮັດສິ່ງທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ ຫຼື ທຳຮ້າຍຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ທັງໝົດນີ້ບໍ່ມີຫຍັງກ່ຽວຂ້ອງກັບຂ້ອຍ”. ນີ້ຄືມຸມມອງຂອງຜູ້ບໍ່ເຊື່ອ. ເຈົ້າບໍ່ພຽງແຕ່ລົ້ມເຫຼວໃນການປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເທົ່ານັ້ນ, ແຕ່ເຈົ້າຍັງຫົວຂວັນເຮືອນຂອງພຣະເຈົ້າອີກດ້ວຍ, ໃນຂະນະດຽວກັນກໍເຮັດຈົນສຸດຄວາມສາມາດຂອງເຈົ້າເພື່ອປົກປ້ອງຕົວເຈົ້າເອງ, ທໍລະຍົດຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ໃນສາຍຕາຂອງພຣະເຈົ້າ, ຄົນແບບນີ້ແມ່ນຄົນປະເພດໃດ? ພຣະເຈົ້າມັກຄົນແບບນີ້ບໍ? (ບໍ່, ໃນສາຍຕາຂອງພຣະເຈົ້າ, ຄົນແບບນັ້ນແມ່ນຜູ້ບໍ່ມີຄວາມເຊື່ອ.) ຖ້າເຈົ້າເປັນແບບນີ້, ພຣະເຈົ້າກໍຈະປະຕິບັດຕໍ່ເຈົ້າຄືກັບຜູ້ບໍ່ມີຄວາມເຊື່ອ. ເຈົ້າອາດຈະກຳລັງປະຕິບັດໜ້າທີ່ຂອງເຈົ້າຢູ່, ແຕ່ພຣະເຈົ້າບໍ່ຍອມຮັບເຈົ້າ ຫຼື ຮັບຮູ້ເຈົ້າວ່າເປັນສິ່ງທີ່ຖືກສ້າງຂອງພຣະອົງ, ນັ້ນກໍເປັນບັນຫາໃຫຍ່ສຳລັບເຈົ້າ. ເຖິງແມ່ນວ່າເຈົ້າປົກປ້ອງຕົວເຈົ້າເອງໄດ້ດີພໍສົມຄວນ, ນັ້ນກໍບໍ່ມີປະໂຫຍດຫຍັງ; ເຈົ້າຕ້ອງໃຫ້ພຣະເຈົ້າປົກປ້ອງເຈົ້າ. ຖ້າພຣະເຈົ້າປົກປ້ອງເຈົ້າ, ແລ້ວເຈົ້າກໍຈະປອດໄພຢ່າງສົມບູນ; ຖ້າພຣະເຈົ້າປົກປ້ອງເຈົ້າ, ເຈົ້າກໍຈະສາມາດໄດ້ຮັບຄວາມຈິງ ແລະ ການຍອມຮັບຈາກພຣະເຈົ້າ. ເຈົ້າຄວນອະທິຖານຂໍການປົກປ້ອງຈາກພຣະເຈົ້າ ແລະ ປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບທີ່ຄົນໆໜຶ່ງຄວນປະຕິບັດໃຫ້ສຳເລັດ; ຢ່າພະຍາຍາມປົກປ້ອງຕົວເຈົ້າເອງໂດຍລຳພັງ. ເຈົ້າມີຄວາມສາມາດສໍ່າໃດ, ເຈົ້າຈຶ່ງສາມາດປົກປ້ອງຊີວິດຂອງເຈົ້າເອງໄດ້? ເຈົ້າມີຄວາມສາມາດສໍ່າໃດ, ເຈົ້າຈຶ່ງສາມາດຮັບປະກັນຈຸດໝາຍປາຍທາງຂອງເຈົ້າເອງໄດ້? ເຈົ້າບໍ່ໄດ້ມີຄວາມສາມາດຂະໜາດນີ້; ເຈົ້າບໍ່ໄດ້ຄວບຄຸມຕົວເຈົ້າເອງ. ຖ້າເຈົ້າສະຫຼາດ, ເຈົ້າກໍຄວນມອບຕົວເຈົ້າເອງ, ຮັບເອົາຕຳແໜ່ງທີ່ເໝາະສົມຂອງເຈົ້າໃນຖານະສິ່ງທີ່ຖືກສ້າງເມື່ອພົບພໍ້ກັບທຸກເລື່ອງ, ປະຕິບັດຄວາມຮັບຜິດຊອບຂອງເຈົ້າ ແລະ ໜ້າທີ່ຂອງເຈົ້າໃຫ້ສຳເລັດ ແລະ ເຮັດຈົນສຸດຄວາມສາມາດຂອງເຈົ້າເພື່ອປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ຖ້າເຈົ້າສາມາດປະຕິບັດໜ້າທີ່ຂອງເຈົ້າຢ່າງອຸທິດຕົນ ແລະ ເປັນຢ່າງດີ ແລະ ເຈົ້າສາມາດປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າໄດ້, ຈົ່ງເບິ່ງວ່າພຣະເຈົ້າຈະມອບເຈົ້າໃຫ້ກັບຊາຕານ ຫຼື ບໍ່, ເຈົ້າຈະຕາຍ ຫຼື ບໍ່ ແລະ ຄຣິສຕະຈັກຈະຂັບໄລ່ເຈົ້າອອກ ຫຼື ບໍ່. ຖ້າເຈົ້າບໍ່ສາມາດໝັ້ນໃຈໃນເລື່ອງນີ້ໄດ້, ແລ້ວເຈົ້າກໍເປັນຜູ້ບໍ່ເຊື່ອຢ່າງແທ້ຈິງ; ເຈົ້າເປັນຜູ້ບໍ່ມີຄວາມເຊື່ອ. ພຣະເຈົ້າບໍ່ຊ່ວຍຜູ້ບໍ່ມີຄວາມເຊື່ອໃຫ້ລອດພົ້ນ ຫຼື ເຮັດໃຫ້ພວກເຂົາສົມບູນ; ພຣະອົງບໍ່ຕ້ອງການຄົນແບບນັ້ນ. ພວກເຈົ້າເຂົ້າໃຈບໍ? (ເຂົ້າໃຈ.) ຫຼັງຈາກທີ່ເຈົ້າມີຄວາມຄິດ ແລະ ມຸມມອງດັ່ງກ່າວແລ້ວ, ເມື່ອເຈົ້າພົບພໍ້ກັບເລື່ອງໃດໜຶ່ງໃນຄັ້ງຕໍ່ໄປ, ຢ່າຢູ່ເສີຍໆ. ເຈົ້າຕ້ອງຖືວ່າຕົວເຈົ້າເອງເປັນສະມາຊິກຂອງຄອບຄົວໃຫຍ່ນີ້ ເຊິ່ງກໍຄືເຮືອນຂອງພຣະເຈົ້າ. ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າກ່ຽວຂ້ອງກັບຜົນປະໂຫຍດຂອງອ້າຍເອື້ອຍນ້ອງທຸກຄົນ ແລະ ພວກມັນກໍກ່ຽວຂ້ອງກັບຜົນປະໂຫຍດຂອງເຈົ້າເຊັ່ນກັນ. ເມື່ອຜົນປະໂຫຍດຂອງເຮືອນຂອງພຣະເຈົ້າໄດ້ຮັບຄວາມເສຍຫາຍ, ເຈົ້າກໍຄວນຮັບຮູ້ວ່າຜົນປະໂຫຍດຂອງເຈົ້າເອງກໍໄດ້ຮັບຄວາມເສຍຫາຍເຊັ່ນກັນ. ເຈົ້າຄວນລຸກຂຶ້ນມາເພື່ອຢຸດສິ່ງນີ້ ແລະ ແຍກແຍະສິ່ງນີ້ ແລ້ວຈາກນັ້ນກໍໂອ້ລົມກັບອ້າຍເອື້ອຍນ້ອງເພື່ອປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ນີ້ຄືສິ່ງທີ່ຜູ້ຄົນໃນເຮືອນຂອງພຣະເຈົ້າຄວນເຮັດ ແລະ ເປັນພຶດຕິກຳທີ່ພວກເຂົາຄວນສະແດງອອກ; ນີ້ຄືສິ່ງທີ່ປະຊາກອນຂອງພຣະເຈົ້າ ແລະ ທະຫານທີ່ດີຂອງລາຊະອານາຈັກຄວນເຮັດ. ພວກເຈົ້າເຂົ້າໃຈບໍ? (ເຂົ້າໃຈ.)
ເອົາລະ, ພວກເຮົາຈະຈົບການໂອ້ລົມຂອງພວກເຮົາໄວ້ພຽງເທົ່ານີ້ສຳລັບມື້ນີ້. ລາກ່ອນ!
ວັນທີ 19 ຕຸລາ 2024