ວິທີການໄລ່ຕາມເສາະຫາຄວາມຈິງ (25)

ເນື້ອໃນຂອງການໂອ້ລົມຄັ້ງທີ່ຜ່ານມາຂອງພວກເຮົາແມ່ນກ່ຽວຂ້ອງກັບຫົວຂໍ້ “ການປ່ອຍວາງຄວາມບາດໝາງລະຫວ່າງຕົນເອງກັບພຣະເຈົ້າ ແລະ ຄວາມເປັນປໍລະປັກຂອງຕົນທີ່ມີຕໍ່ພຣະເຈົ້າ”, ໂດຍສະເພາະແມ່ນການກ່າວເຖິງດ້ານຕ່າງໆທີ່ກ່ຽວຂ້ອງກັບເນື້ອໜັງທີ່ພຣະເຈົ້າຊົງບັງເກີດ. ພວກເຮົາໄດ້ໂອ້ລົມກ່ຽວກັບວິທີທີ່ຜູ້ຄົນຄວນຮູ້ຈັກ ແລະ ປະຕິບັດຕໍ່ເນື້ອໜັງທີ່ພຣະເຈົ້າຊົງບັງເກີດ. ຫຼັກການທຳອິດຄື ການບໍ່ປຽບທຽບພຣະເຈົ້າທີ່ບັງເກີດເປັນເນື້ອໜັງກັບພຣະເຈົ້າໃນສະຫວັນ. ຫຼັກການທີສອງແມ່ນຫຍັງ? (ຫຼັກການທີສອງຄື ການບໍ່ຈັດໃຫ້ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຢູ່ໃນລະດັບດຽວກັນກັບມະນຸດຊາດທີ່ເສື່ອມຊາມ). ຕອນນີ້ຫຼັງຈາກພວກເຮົາໄດ້ໂອ້ລົມກ່ຽວກັບຫົວຂໍ້ການບໍ່ປຽບທຽບພຣະເຈົ້າທີ່ບັງເກີດເປັນເນື້ອໜັງກັບພຣະເຈົ້າໃນສະຫວັນຈົບແລ້ວ, ພວກເຈົ້າມີຄວາມເຂົ້າໃຈໃໝ່ກ່ຽວກັບວິທີປະຕິບັດຕໍ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງບໍ? ພວກເຈົ້າໄດ້ປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການບາງຢ່າງກ່ອນໜ້ານີ້ຂອງພວກເຈົ້າກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ສາມາດຮູ້ຈັກພຣະເຈົ້າເທິງແຜ່ນດິນໂລກໂດຍສຳພັນກັບຊີວິດຈິງຫຼາຍຂຶ້ນແລ້ວບໍ? ພວກເຈົ້າໄດ້ຮັບຮູ້ບໍວ່າ ຄວາມຄິດ, ຄວາມເຂົ້າໃຈ ຫຼື ທັດສະນະຄະຕິບາງຢ່າງກ່ອນໜ້ານີ້ຂອງພວກເຈົ້າທີ່ກ່ຽວຂ້ອງກັບພຣະເຈົ້າເປັນຜົນມາຈາກຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງມະນຸດ? ຕອນນີ້, ຜ່ານການໂອ້ລົມໃນລັກສະນະນີ້, ກ່ອນອື່ນໝົດ ໃນແງ່ຂອງຄວາມຮູ້, ພວກເຈົ້າໄດ້ແກ້ໄຂຄວາມຄິດຫຼົງຜິດ ແລະ ຈິນຕະນາການຫຼາຍຢ່າງຂອງພວກເຈົ້າກ່ຽວກັບການບັງເກີດເປັນເນື້ອໜັງໃຫ້ຖືກຕ້ອງແລ້ວ ແລະ ຕັ້ງແຕ່ນີ້ຕໍ່ໄປ ທັດສະນະຄະຕິ ແລະ ວິທີການທີ່ພວກເຈົ້າປະຕິບັດຕໍ່ພຣະເຈົ້າຍັງສາມາດກາຍເປັນສິ່ງທີ່ສຳພັນກັບຊີວິດຈິງ ແລະ ຖືກຕ້ອງຫຼາຍຂຶ້ນເລັກໜ້ອຍເຊັ່ນກັນ. ພວກເຈົ້າທຸກຄົນມີຄວາມຮູ້ບາງຢ່າງຈາກປະສົບການກ່ຽວກັບເລື່ອງນີ້ບໍ? (ແມ່ນແລ້ວ. ກ່ອນໜ້ານີ້, ຂ້ານ້ອຍມີຄວາມຄິດຫຼົງຜິດ ແລະ ຈິນຕະນາການທີ່ເພີ້ຝັນບາງຢ່າງກ່ຽວກັບເນື້ອໜັງທີ່ພຣະເຈົ້າຊົງບັງເກີດ, ໂດຍຮູ້ສຶກວ່າພຣະເຈົ້າເຂົ້າໃຈທຸກສິ່ງ ແລະ ຮູ້ທຸກຢ່າງ. ຜ່ານການໂອ້ລົມສອງຄັ້ງທີ່ຜ່ານມາຂອງພຣະເຈົ້າ, ຂ້ານ້ອຍຈຶ່ງເລີ່ມເຂົ້າໃຈວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງນັ້ນປົກກະຕິ ແລະ ສຳພັນກັບຊີວິດຈິງເປັນພິເສດ. ຕົວຢ່າງ: ເມື່ອພຣະອົງໄປປະເທດໃດໜຶ່ງ, ພຣະອົງກໍຄົ້ນເບິ່ງກົດໝາຍທ້ອງຖິ່ນເຊັ່ນກັນ ແລະ ຖືວ່າມັນເປັນຫຼັກປະຕິບັດໃນການປະພຶດຕົນແບບປະຕິບັດຕາມກົດລະບຽບ ແລະ ເຮັດສິ່ງຕ່າງໆຕາມໜ້າທີ່. ສ່ວນນີ້ເຮັດໃຫ້ຂ້ານ້ອຍເລີ່ມຄິດໜ້ອຍໜຶ່ງເຊັ່ນກັນ, ເພາະຂ້ານ້ອຍບໍ່ໄດ້ປະພຶດຕົນແບບປະຕິບັດຕາມກົດລະບຽບ ຫຼື ເຮັດສິ່ງຕ່າງໆຕາມໜ້າທີ່; ບາງຄັ້ງຂ້ານ້ອຍກໍບໍ່ມີລະບຽບວິໄນ ແລະ ຂ້ານ້ອຍເຖິງກັບຢາກສວຍໂອກາດຈາກຊ່ອງໂຫວ່. ຫຼັງຈາກທີ່ໄດ້ຟັງການໂອ້ລົມຂອງພຣະເຈົ້າ, ຂ້ານ້ອຍກໍຮູ້ສຶກວ່າຮູບລັກສະນະຂອງພຣະເຈົ້າໃນໃຈຂອງຂ້ານ້ອຍກາຍເປັນສິ່ງທີ່ສຳພັນກັບຊີວິດຈິງ ແລະ ເປັນຮູບປະທຳຂຶ້ນມາທັນທີ). ຕອນນີ້, ຜ່ານການໂອ້ລົມກ່ຽວກັບເນື້ອໃນນີ້, ຜູ້ຄົນໄດ້ຮັບຄວາມຮູ້ ແລະ ຄວາມຮູ້ສຶກທີ່ກົງໄປກົງມາ ແລະ ສຳພັນກັບຊີວິດຈິງຫຼາຍຂຶ້ນກ່ຽວກັບພຣະເຈົ້າ. ຄວາມຮູ້ສຶກເຫຼົ່ານີ້ເຮັດໃຫ້ເຈົ້າຮູ້ສຶກເຖິງການມີຕົວຕົນທີ່ສຳພັນກັບຊີວິດຈິງຂອງພຣະເຈົ້າຫຼາຍຂຶ້ນຍິ່ງບໍ ຫຼື ການເຫັນພຣະເຈົ້າທີ່ບັງເກີດເປັນເນື້ອໜັງກ່າວ ແລະ ກະທຳຢ່າງເປັນປົກກະຕິ ແລະ ສຳພັນກັບຊີວິດຈິງນັ້ນ ເຮັດໃຫ້ເຈົ້າຮູ້ສຶກວ່າພຣະເຈົ້າຊ່າງທຳມະດາຫຼາຍ, ເຖິງຂັ້ນເຫຼືອເຊື່ອຈົນເຈົ້າກັບເກີດຄວາມສົງໄສ ແລະ ຫ່າງເຫີນອອກຈາກພຣະເຈົ້າໄປເລື້ອຍໆບໍ? ການສະແດງອອກເຫຼົ່ານີ້ເຖິງຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງຂອງພຣະເຈົ້າແມ່ນບໍ່ສອດຄ່ອງຢ່າງສິ້ນເຊີງກັບຄວາມຄິດຫຼົງຜິດ ແລະ ຈິນຕະນາການກ່ຽວກັບພຣະເຈົ້າທີ່ຄົນສ່ວນໃຫຍ່ຍຶດຖືໄວ້ພາຍໃນ; ພວກມັນແຕກຕ່າງກັນຢ່າງຫຼວງຫຼາຍ ແລະ ຍັງເປັນສິ່ງທີ່ຜູ້ຄົນບໍ່ເຄີຍຄາດຄິດມາກ່ອນອີກດ້ວຍ. ສະນັ້ນ, ຫຼັງຈາກທີ່ໄດ້ຍິນເນື້ອໃນນີ້ແລ້ວ, ເຈົ້າຮູ້ສຶກຜິດຫວັງຫຼາຍໃນເນື້ອໜັງທີ່ພຣະເຈົ້າຊົງບັງເກີດບໍ? (ບໍ່. ຫຼັງຈາກທີ່ໄດ້ຟັງແລ້ວ, ຂ້ານ້ອຍຮູ້ສຶກວ່າຮູບລັກສະນະຂອງພຣະຄຣິສກາຍເປັນຮູບປະທຳຫຼາຍຂຶ້ນໃນໃຈຂອງຂ້ານ້ອຍ ແລະ ຮູ້ສຶກວ່າພຣະອົງເຂົ້າເຖິງງ່າຍຫຼາຍ. ແຕ່ເດີມນັ້ນ, ຂ້ານ້ອຍຄິດວ່າພຣະຄຣິສຄືພຣະເຈົ້າໃນສະຫວັນທີ່ລົງມາສູ່ແຜ່ນດິນໂລກ ແລະ ພຣະອົງຄວນຈະໜ້າເກງຂາມ ແລະ ຍິ່ງໃຫຍ່ຫຼາຍ. ແຕ່ຕອນນີ້ ຂ້ານ້ອຍເຫັນວ່າພຣະຄຣິສນັ້ນທຳມະດາ ແລະ ສຳພັນກັບຊີວິດຈິງຫຼາຍ; ພຣະອົງກໍປະຕິບັດຕາມກົດໝາຍຂອງໂລກມະນຸດເຊັ່ນດຽວກັນ ແລະ ໃນເວລາດຽວກັນກໍສະແດງຄວາມຈິງຢ່າງສຳພັນກັບຊີວິດຈິງເພື່ອສະໜອງໃຫ້ແກ່ພວກເຮົາ. ສິ່ງນີ້ເຮັດໃຫ້ຮູ້ສຶກວ່າພຣະອົງສຳພັນກັບຊີວິດຈິງ ແລະ ເປັນຮູບປະທຳທີ່ສຸດ. ຂ້ານ້ອຍຮູ້ສຶກວ່າຄວາມສຳພັນຂອງຂ້ານ້ອຍກັບພຣະເຈົ້າບໍ່ໄດ້ຫ່າງເຫີນເຊັ່ນນັ້ນອີກຕໍ່ໄປ ແລະ ຂ້ານ້ອຍພັດໃກ້ຊິດກັບພຣະເຈົ້າຫຼາຍຂຶ້ນ). ພວກເຈົ້າທຸກຄົນຮູ້ສຶກແບບນີ້ບໍ? ພວກເຈົ້າທຸກຄົນໄດ້ຮັບສິ່ງທີ່ຄ້າຍຄືກັນບໍ? (ແມ່ນແລ້ວ). ໃນກໍລະນີນັ້ນ, ມັນກໍຍັງຈຳເປັນຕ້ອງໂອ້ລົມກ່ຽວກັບເນື້ອໃນນີ້. ນີ້ຄືດ້ານໜຶ່ງຂອງຄວາມຈິງທີ່ຜູ້ຄົນຕ້ອງການ ແລະ ຄວນມີ; ມັນເປັນສິ່ງທີ່ຂາດບໍ່ໄດ້. ໃນຂະບວນການໄລ່ຕາມເສາະຫາຄວາມຈິງ, ຄວາມຈິງດ້ານນີ້ແມ່ນສິ່ງທີ່ຜູ້ຄົນຕ້ອງເຂົ້າໃຈ. ຫຼັງຈາກທີ່ຜູ້ຄົນເຂົ້າໃຈຄວາມຈິງດ້ານນີ້ແລ້ວ, ຄວາມສຳພັນລະຫວ່າງຜູ້ຄົນ ແລະ ພຣະເຈົ້າກໍຈະເປັນປົກກະຕິຫຼາຍຂຶ້ນ. ແມ່ນບໍ? (ແມ່ນແລ້ວ). ເນື້ອໃນນີ້ໂດຍຫຼັກແລ້ວແມ່ນກ່ຽວຂ້ອງກັບການໂອ້ລົມກ່ຽວກັບການສະແດງອອກບາງຢ່າງເຖິງຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງຂອງເນື້ອໜັງທີ່ພຣະເຈົ້າຊົງບັງເກີດ, ເຊິ່ງຊ່ວຍໃຫ້ຜູ້ຄົນຮູ້ຈັກແກ່ນແທ້ຂອງເນື້ອໜັງທີ່ພຣະເຈົ້າຊົງບັງເກີດ, ພ້ອມທັງຈຸດເລີ່ມຕົ້ນ ແລະ ຫຼັກການບາງຢ່າງຂອງພຣະອົງໃນການປະພຶດຕົນ ແລະ ການເຮັດສິ່ງຕ່າງໆ. ໂດຍການຮູ້ຈັກຈຸດເລີ່ມຕົ້ນ, ຫຼັກການ ແລະ ມຸມມອງທີ່ສະເພາະເຈາະຈົງໃນການເຮັດສິ່ງຕ່າງໆເຫຼົ່ານີ້, ຜູ້ຄົນກໍສາມາດເຂົ້າໃຈພຣະເຈົ້າ ແລະ ເຂົ້າໃຈຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງຂອງພຣະອົງໄດ້ຢ່າງກົງໄປກົງມາ ແລະ ສຳພັນກັບຊີວິດຈິງຫຼາຍຂຶ້ນ.

ຜ່ານການເຂົ້າໃຈຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ເຈົ້າຄວນຈະສາມາດຮັບຮູ້ເຖິງຄວາມຄິດຫຼົງຜິດ ແລະ ຈິນຕະນາການບາງຢ່າງຂອງເຈົ້າກ່ຽວກັບພຣະເຈົ້າໃນສະຫວັນໄດ້, ແມ່ນບໍ? ເມື່ອພຣະເຈົ້າທີ່ບັງເກີດເປັນເນື້ອໜັງມາຢູ່ທ່າມກາງຜູ້ຄົນ, ໃນການປະພຶດຕົນ ແລະ ເຮັດສິ່ງຕ່າງໆ, ພຣະອົງປະຕິບັດຕາມຫຼັກການຂອງການປະພຶດຕົນແບບປະຕິບັດຕາມກົດລະບຽບ ແລະ ເຮັດສິ່ງຕ່າງໆຕາມໜ້າທີ່. ແລ້ວພຣະເຈົ້າໃນສະຫວັນເດ? ເຖິງແມ່ນວ່າພຣະອົງຈະບໍ່ມີພຶດຕິກຳທີ່ເປັນຮູບປະທຳຂອງການປະພຶດຕົນ ແລະ ພຣະອົງບໍ່ໄດ້ກ່ຽວຂ້ອງກັບດ້ານຕ່າງໆຂອງການປະພຶດຕົນກໍຕາມ, ເມື່ອເບິ່ງວິທີທີ່ພຣະເຈົ້າເຮັດສິ່ງຕ່າງໆ, ບໍ່ວ່າຈະອີງໃສ່ບັນທຶກໃນພຣະຄຳພີ ຫຼື ອີງໃສ່ສິ່ງທີ່ຜູ້ຄົນເຂົ້າໃຈ, ຮັບຮູ້ ແລະ ມີປະສົບການກັບການກະທຳຂອງພຣະເຈົ້າ, ມີຄວາມຂັດແຍ້ງຫຍັງກັບແກ່ນແທ້ ແລະ ຫຼັກການໃນວິທີທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງປະພຶດຕົນ ແລະ ເຮັດສິ່ງຕ່າງໆບໍ? (ບໍ່). ໃນທາງທິດສະດີແລ້ວ, ພວກເຮົາຄວນຈະສາມາດແນ່ໃຈໄດ້ວ່າບໍ່ມີຄວາມຂັດແຍ້ງໃດໆ. ເຖິງແມ່ນວ່າຜູ້ຄົນຈະບໍ່ສາມາດເບິ່ງເຫັນ ຫຼື ສຳຜັດພຣະເຈົ້າໃນສະຫວັນໄດ້ກໍຕາມ, ພຣະອົງກໍເຮັດສິ່ງຕ່າງໆຕາມໜ້າທີ່ ແລະ ສຳພັນກັບຊີວິດຈິງເຊັ່ນກັນ. ເນື້ອໜັງທີ່ພຣະເຈົ້າຊົງບັງເກີດມີດ້ານທີ່ປົກກະຕິ ແລະ ສຳພັນກັບຊີວິດຈິງ ເຊິ່ງຜູ້ຄົນສາມາດເບິ່ງເຫັນ ແລະ ຮູ້ຈັກໄດ້ ແລະ ພຣະເຈົ້າໃນສະຫວັນກໍມີດ້ານທີ່ປົກກະຕິ ແລະ ສຳພັນກັບຊີວິດຈິງເຊັ່ນດຽວກັນ. ພວກເຮົາຈະບໍ່ລົງເລິກເຖິງລິດທານຸພາບ, ສິດອຳນາດ, ປັນຍາ, ຄວາມຊົງລິດອຳນາດຍິ່ງໃຫຍ່ຂອງພຣະເຈົ້າ ແລະ ອື່ນໆ, ນັ້ນຄືດ້ານໜຶ່ງຂອງການຮູ້ຈັກພຣະເຈົ້າ, ການຮູ້ຈັກແກ່ນແທ້ຂອງພຣະເຈົ້າ ແລະ ການຮູ້ຈັກອັດຕະລັກຂອງພຣະເຈົ້າ, ເຊິ່ງອາດຢູ່ເກີນຄວາມສາມາດຂອງພວກເຈົ້າທີ່ຈະເອື້ອມເຖິງ. ແຕ່ໃນແງ່ຂອງບາງສິ່ງທີ່ພຣະເຈົ້າເຮັດ ເຊິ່ງຜູ້ຄົນສາມາດເບິ່ງເຫັນ ແລະ ມີປະສົບການໄດ້, ພຣະເຈົ້າໃນສະຫວັນກໍຍັງຄົງສະແດງໃຫ້ເຫັນດ້ານທີ່ປົກກະຕິ ແລະ ສຳພັນກັບຊີວິດຈິງນີ້. ຕົວຢ່າງ: ພຣະຄຳພີບັນທຶກໄວ້ວ່າ ພຣະເຈົ້າໄດ້ສ້າງອາດາມ ແລະ ເອວາ, ເປົ່າລົມຫາຍໃຈຂອງພຣະອົງເຂົ້າໄປໃນພວກເຂົາ ເພື່ອໃຫ້ພວກເຂົາກາຍເປັນຄົນທີ່ມີຊີວິດພ້ອມດ້ວຍວິນຍານ ແລະ ຈາກນັ້ນກໍວາງພວກເຂົາໄວ້ໃນສວນເອເດນ. ກ່ອນທີ່ພຣະເຈົ້າສ້າງບັນພະບູລຸດຂອງມະນຸດຊາດ ນັ້ນກໍຄື ອາດາມ ແລະ ເອວາ, ພຣະເຈົ້າໄດ້ເຮັດສິ່ງຕ່າງໆຢ່າງເປັນລຳດັບ, ເຊິ່ງທັງໝົດນັ້ນລ້ວນແຕ່ຖືກກຽມໄວ້ສຳລັບສອງຄົນນີ້ທີ່ພຣະເຈົ້າໄດ້ສ້າງຂຶ້ນ. ສຳລັບມະນຸດແລ້ວ, ພຣະເຈົ້າໄດ້ສ້າງສະຫວັນ ແລະ ແຜ່ນດິນໂລກ, ແມ່ນໍ້າ ແລະ ທະເລສາບ, ສິ່ງທີ່ມີຊີວິດຕ່າງໆເທິງແຜ່ນດິນໂລກ, ສີ່ລະດູການ ແລະ ສິ່ງອື່ນໆອີກທີ່ມະນຸດຕ້ອງການ. ກ່ອນທີ່ຈະສ້າງສອງຄົນນີ້, ພຣະເຈົ້າໄດ້ເຮັດວຽກງານນີ້ສຳເລັດເທື່ອລະຂັ້ນຕອນແລ້ວ. ດ້ວຍທຸກຂັ້ນຕອນທີ່ພຣະອົງຊົງເຮັດ, ທຸກສິ່ງເຫຼົ່ານີ້ທີ່ພຣະເຈົ້າຊົງສ້າງຂຶ້ນໄດ້ປາກົດຂຶ້ນເທື່ອລະໜ້ອຍໃນໂລກວັດຖຸນີ້ຢ່າງສຳພັນກັບຊີວິດຈິງ ແລະ ສິ່ງເຫຼົ່ານີ້ລ້ວນແຕ່ເປັນສິ່ງທີ່ສາຍຕາມະນຸດສາມາດເບິ່ງເຫັນໄດ້. ເມື່ອສອງຄົນນີ້ກຳເນີດຂຶ້ນມາ, ທຸກສິ່ງເຫຼົ່ານີ້ກໍພ້ອມແລ້ວ. ສຳລັບສິ່ງທີ່ພຣະເຈົ້າໄດ້ເຮັດເພື່ອພວກເຂົາຫຼັງຈາກທີ່ສ້າງສອງຄົນນີ້ແລ້ວ, ສິ່ງນີ້ກໍຖືກບັນທຶກໄວ້ໃນພຣະຄຳພີເຊັ່ນກັນ. ກ່ອນອື່ນໝົດ, ພຣະເຈົ້າໄດ້ວາງພວກເຂົາໄວ້ໃນສວນເອເດນ ແລະ ຈາກນັ້ນພຣະອົງກໍໄດ້ກ່າວບາງສິ່ງກັບພວກເຂົາດ້ວຍວິທີທີ່ສຳພັນກັບຊີວິດຈິງຫຼາຍ. ພຣະອົງກ່າວວ່າແນວໃດ? (“ແລ້ວພຣະເຈົ້າເຢໂຮວາສັ່ງຫ້າມຊາຍຄົນນັ້ນວ່າ ຈາກຕົ້ນໄມ້ທຸກຕົ້ນທີ່ຢູ່ໃນສວນ ເຈົ້າສາມາດກິນໄດ້ຢ່າງຕາມໃຈຍົກເວັ້ນຕົ້ນໄມ້ແຫ່ງຄວາມຮູ້ຈັກດີ ແລະ ຊົ່ວ, ເຈົ້າບໍ່ຕ້ອງກິນຈາກຕົ້ນນັ້ນ ຍ້ອນວ່າເມື່ອໃດທີ່ເຈົ້າກິນຈາກຕົ້ນໄມ້ນັ້ນ ເມື່ອນັ້ນເຈົ້າກໍຈະມີຄວາມຕາຍຢ່າງແນ່ນອນ” (ປະຖົມມະການ 2:16-17)). ພຣະເຈົ້າໄດ້ໃຫ້ຄຳສັ່ງນີ້ແກ່ມະນຸດຊາດ ແລະ ຈາກນັ້ນສິ່ງຕ່າງໆກໍເກີດຂຶ້ນຢ່າງເປັນລຳດັບ. ຫຼັງຈາກນັ້ນ, ພຣະເຈົ້າໄດ້ເຮັດຫຍັງເພື່ອອາດາມ ແລະ ເອວາ? (ພຣະອົງໄດ້ເຮັດເສື້ອຄຸມໜັງສັດໃຫ້ພວກເຂົາ). ພຣະເຈົ້າໄດ້ເຮັດເສື້ອຄຸມໜັງສັດເພື່ອໃຫ້ພວກເຂົານຸ່ງຫົ່ມ; ພວກເຈົ້າຄວນຈະຄຸ້ນເຄີຍກັບເລື່ອງລາວນີ້ເປັນຢ່າງດີ. ສິ່ງຕ່າງໆທີ່ເກີດຂຶ້ນເປັນລຳດັບນີ້ທີ່ພຣະເຈົ້າໄດ້ກ່າວ, ໄດ້ເຮັດ ແລະ ໄດ້ສັ່ງ ບໍ່ໄດ້ສ້າງພາບທີ່ຊັດເຈນບໍ? (ສ້າງພາບທີ່ຊັດເຈນ). ຜ່ານສາກເຫຼົ່ານີ້, ຜູ້ຄົນສາມາດຮັບຮູ້ໄດ້ຢ່າງເລິກເຊິ່ງ ຫຼື ຢ່າງແທ້ຈິງວ່າ ສິ່ງທີ່ຖືກເປີດເຜີຍ ຫຼື ລວມໄວ້ໃນທຸກໆການເຄື່ອນໄຫວຂອງພຣະເຈົ້ານັ້ນບໍ່ໄດ້ວ່າງເປົ່າ ແລະ ຍິ່ງໄປກວ່ານັ້ນ ສາກຕ່າງໆທີ່ນຳສະເໜີຕໍ່ຜູ້ຄົນໂດຍທຸກສິ່ງທີ່ພຣະເຈົ້າເຮັດກໍບໍ່ໄດ້ວ່າງເປົ່າເຊັ່ນກັນ. ແມ່ນບໍ? (ແມ່ນແລ້ວ). ບໍ່ມີສິ່ງໃດເລີຍທີ່ພຣະເຈົ້າເຮັດແລ້ວວ່າງເປົ່າ ແລະ ບໍ່ມີສິ່ງໃດເລີຍທີ່ເປັນພຽງທິດສະດີ ຫຼື ຄຳຂວັນເທົ່ານັ້ນ; ພຣະອົງເຮັດທຸກສິ່ງຢ່າງສຳພັນກັບຊີວິດຈິງ. ບາງຄົນເວົ້າວ່າ “ບາງຄັ້ງພຣະເຈົ້າກໍເຮັດສິ່ງຕ່າງໆໃຫ້ສຳເລັດດ້ວຍຄວາມຄິດ ແລະ ບາງຄັ້ງພຣະອົງກໍເຮັດສິ່ງຕ່າງໆໃຫ້ສຳເລັດດ້ວຍພຽງຄຳເວົ້າດຽວ”. ບໍ່ວ່າພຣະເຈົ້າຈະເຮັດເລື່ອງນີ້ໃຫ້ສຳເລັດດ້ວຍວິທີໃດກໍຕາມ, ໃນກໍລະນີໃດກໍຕາມ, ພຣະອົງກຳລັງເຮັດມັນຢ່າງສຳພັນກັບຊີວິດຈິງ; ພຣະອົງກຳລັງເຮັດສິ່ງຕ່າງໆໃນລັກສະນະທີ່ເປັນຈິງ ແລະ ຕາມໜ້າທີ່. ພຣະອົງບໍ່ໄດ້ຮ້ອງຄຳຂວັນ ຫຼື ຍົກຫຼັກຄຳສອນມາເວົ້າລອຍໆ ແລະ ພຣະອົງບໍ່ໄດ້ຫຼອກລວງຜູ້ຄົນ. ການເຮັດສິ່ງຕ່າງໆຢ່າງສຳພັນກັບຊີວິດຈິງນັ້ນກ່ຽວຂ້ອງກັບຫຍັງແດ່? ພຣະເຈົ້າວາງແຜນ ແລະ ຄິດ ແລະ ເມື່ອພຣະອົງເຮັດບາງສິ່ງ, ພຣະອົງອາດໃຊ້ຄວາມຄິດຂອງພຣະອົງ ຫຼື ໃຊ້ພຣະທຳຂອງພຣະອົງ ຫຼື ລົງມືເຮັດດ້ວຍຕົນເອງ. ພວກເຮົາຈະສະແດງອອກເຖິງ “ການລົງມືເຮັດບາງສິ່ງດ້ວຍຕົນເອງ” ແນວໃດໃນພາສາມະນຸດ? ມັນໝາຍເຖິງການໄປຈັດການເລື່ອງນັ້ນດ້ວຍຕົນເອງ, ເຮັດໃຫ້ພຣະອົງເອງຫຍຸ້ງຢູ່ກັບມັນດ້ວຍຕົນເອງ ແລະ ລົງມືເຮັດມັນດ້ວຍຕົນເອງ. ເມື່ອເບິ່ງຕົວຢ່າງທັງໝົດຂອງຄຳວ່າ “ດ້ວຍຕົນເອງ” ນີ້, ພຣະເຈົ້າບໍ່ໄດ້ເປັນຈິງ ແລະ ຕາມໜ້າທີ່ເປັນພິເສດໃນວິທີທີ່ພຣະອົງເຮັດສິ່ງຕ່າງໆບໍ? (ແມ່ນແລ້ວ). ແນ່ນອນວ່າມັນບໍ່ເໝາະສົມປານໃດທີ່ຈະໃຊ້ຄຳເວົ້າເຫຼົ່ານີ້ທີ່ບັນຍາຍວິທີທີ່ມະນຸດເຮັດສິ່ງຕ່າງໆ ເພື່ອບັນຍາຍວິທີທີ່ພຣະເຈົ້າໃນສະຫວັນເຮັດສິ່ງຕ່າງໆ, ແຕ່ພາສາມະນຸດນັ້ນມີຂີດຈຳກັດ. ຕາບໃດທີ່ຜູ້ຄົນສາມາດເຂົ້າໃຈວ່າພຣະເຈົ້າເຮັດສິ່ງຕ່າງໆໃນລັກສະນະທີ່ເປັນຈິງ ແລະ ສຳພັນກັບຊີວິດຈິງແບບນັ້ນ, ເຂົ້າໃຈວ່າພຣະອົງເປັນລະບົບລະບຽບ, ບໍ່ເຄີຍເຮັດພໍແລ້ວມືແລ້ວຕີນ ແລະ ບໍ່ເຄີຍຮ້ອງຄຳຂວັນ, ນັ້ນກໍພຽງພໍແລ້ວ. ໃນບັນດາທຸກສິ່ງທີ່ພຣະເຈົ້າໄດ້ເຮັດ ເຊິ່ງມືຂອງມະນຸດໄດ້ບັນທຶກໄວ້, ມີສິ່ງໃດແດ່ທີ່ພຣະເຈົ້າບໍ່ໄດ້ວາງແຜນດ້ວຍພຣະອົງເອງ, ບໍ່ໄດ້ຈັດຕັ້ງປະຕິບັດໄປເທື່ອລະຂັ້ນຕອນ ແລະ ບໍ່ໄດ້ຕິດຕາມ, ກວດກາ ແລະ ຢັ້ງຢືນດ້ວຍຕົນເອງ? ເຖິງແມ່ນວ່າສິ່ງເຫຼົ່ານີ້ຈະຖືກບັນທຶກໄວ້ດ້ວຍມືຂອງມະນຸດ ແລະ ນຳສະເໜີໃນຮູບແບບລາຍລັກອັກສອນກໍຕາມ, ພວກມັນກໍໄດ້ປະຫຼັກຖານທີ່ເປັນຮູບປະທຳທີ່ດີທີ່ສຸດໃຫ້ມະນຸດຊາດ ເພື່ອຮູ້ຈັກ ແລະ ເຂົ້າໃຈພຣະເຈົ້າ.

ຫຼັງຈາກທີ່ພຣະເຈົ້າໄດ້ສ້າງອາດາມ ແລະ ເອວາແລ້ວ, ພຣະອົງກໍໄດ້ເຮັດອີກສິ່ງໜຶ່ງ: ພຣະອົງໄດ້ບອກພວກເຂົາເຖິງວິທີການດຳລົງຊີວິດຂອງພວກເຂົາ, ຄວາມຮັບຜິດຊອບໃດແດ່ທີ່ຜູ້ຊາຍຄວນແບກຮັບ ແລະ ສິ່ງໃດແດ່ທີ່ຜູ້ຍິງຄວນເຮັດ. ເບິ່ງແມວ່າພຣະທຳຂອງພຣະເຈົ້າລະອຽດ ແລະ ສະເພາະເຈາະຈົງສໍ່າໃດ! ມະນຸດຈະບໍ່ເຮັດວຽກຂອງພວກເຂົາດ້ວຍວິທີນີ້, ແມ່ນບໍ? (ແມ່ນແລ້ວ). ທຸກຂັ້ນຕອນຂອງວຽກງານທີ່ພຣະເຈົ້າເຮັດນັ້ນສະເພາະເຈາະຈົງ, ເປັນຈິງ ແລະ ສຳພັນກັບຊີວິດຈິງແບບນີ້; ພຣະອົງແນໃສ່ຜົນຮັບ. ແລ້ວສິ່ງນີ້ສະແດງໃຫ້ເຫັນຫຍັງ? ໃຫ້ເຮົາວາງເລື່ອງໃຫຍ່ ເຊັ່ນ: ການສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ສັບພະສິ່ງທັງປວງໄວ້ກ່ອນ; ພຽງແຕ່ເວົ້າເຖິງສິ່ງທີ່ພຣະເຈົ້າໄດ້ກ່າວກັບມະນຸດຊາດ ແລະ ການເຕືອນສະຕິຂອງພຣະອົງຕໍ່ມະນຸດຊາດ, ພ້ອມທັງຄວາມຫ່ວງໃຍຂອງພຣະອົງ, ລວມເຖິງການເຕືອນສະຕິ, ຄຳແນະນຳ ແລະ ຄຳຕັກເຕືອນທີ່ສະເພາະເຈາະຈົງຂອງພຣະອົງສຳລັບທຸກໆສິ່ງ, ສິ່ງເຫຼົ່ານີ້ສະແດງໃຫ້ເຫັນຫຍັງ? ໃນດ້ານໜຶ່ງ, ເຈົ້າເຫັນໄດ້ວ່າພຣະເຈົ້າເຂັ້ມງວດ ແລະ ຈິງຈັງຫຼາຍໃນວິທີທີ່ພຣະອົງເຮັດສິ່ງຕ່າງໆ. ໃນອີກດ້ານໜຶ່ງ ແລະ ນີ້ກໍເປັນສິ່ງທີ່ມະນຸດຊາດຄວນຮູ້ເຊັ່ນກັນ, ພຣະເຈົ້າໄດ້ສ້າງມະນຸດຊາດ ແລະ ນອກເໜືອຈາກຄວາມຫ່ວງໃຍທີ່ພຣະອົງມີຕໍ່ພວກເຂົາແລ້ວ, ພຣະອົງກໍປະຕິບັດຄວາມຮັບຜິດຊອບຂອງພຣະອົງທີ່ມີຕໍ່ພວກເຂົາຢູ່ສະເໝີ. ການປະຕິບັດຄວາມຮັບຜິດຊອບນີ້ບໍ່ແມ່ນການເວົ້າທີ່ວ່າງເປົ່າ; ພຣະເຈົ້າໄດ້ເຮັດຕາມນັ້ນຢູ່ສະເໝີ. ນັບຕັ້ງແຕ່ເວລາທີ່ພຣະເຈົ້າໄດ້ສ້າງມະນຸດຊາດຈົນເຖິງປັດຈຸບັນ, ພຣະເຈົ້າໄດ້ສະໜອງໃຫ້ ແລະ ນຳພາມະນຸດຊາດຢູ່ສະເໝີ ໂດຍມີຊີວິດຂອງຜູ້ຄົນເປັນໃຈກາງ. ການກະທຳຂອງພຣະເຈົ້າທີ່ມີຕໍ່ມະນຸດຊາດບໍ່ມີຫຍັງນອກຈາກການທີ່ພຣະອົງປະຕິບັດຄວາມຮັບຜິດຊອບຂອງພຣະອົງ. ວະລີທີ່ວ່າ “ການປະຕິບັດຄວາມຮັບຜິດຊອບຂອງພຣະອົງ” ນັ້ນຂຽນງ່າຍ ແລະ ເວົ້າງ່າຍ, ແຕ່ຈຳນວນສິ່ງທີ່ພຣະເຈົ້າໄດ້ເຮັດນັ້ນເກີນກວ່າຈິນຕະນາການຂອງມະນຸດ. ເວົ້າລວມໆແລ້ວ, ສິ່ງນີ້ໝາຍເຖິງສິ່ງຕ່າງໆ ເຊັ່ນ: ການທີ່ພຣະເຈົ້າຈັດແຈງການກັບຊາດມາເກີດຂອງທຸກດວງວິນຍານ, ພວກເຂົາຈະອາໄສຢູ່ໃນຄອບຄົວແບບໃດ, ພວກເຂົາຈະມີຮູບຮ່າງໜ້າຕາແນວໃດ, ພວກເຂົາຈະມາເຊື່ອໃນພຣະເຈົ້າເມື່ອໃດ, ພວກເຂົາຈະມີຊະຕາກຳແບບໃດໃນຊີວິດນີ້ ແລະ ສິ່ງອື່ນໆອີກຫຼາຍຢ່າງ. ສິ່ງເຫຼົ່ານີ້ຄືການຈັດແຈງທີ່ພຣະເຈົ້າເຮັດສຳລັບຜູ້ຄົນໃນລະດັບມະຫາພາກ. ສຳລັບລາຍລະອຽດທີ່ນ້ອຍກວ່ານັ້ນ, ພຣະເຈົ້າຈັດໃຫ້ຕາມຄວາມຕ້ອງການປະຈຳວັນຂອງເຈົ້າ, ຮັບປະກັນວ່າເຈົ້າປາສະຈາກຄວາມກັງວົນເລື່ອງອາຫານ ແລະ ເຄື່ອງນຸ່ງຫົ່ມ ແລະ ຊີວິດທາງວັດຖຸຂອງເຈົ້າກໍໝັ້ນຄົງ. ສຳລັບລາຍລະອຽດທີ່ນ້ອຍກວ່ານັ້ນອີກ, ທຸກໆມື້ ພຣະເຈົ້າໄດ້ຈັດແຈງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ແຕກຕ່າງກັນເພື່ອຮ່ວມເດີນທາງໄປກັບເຈົ້າໃນຂະນະທີ່ເຈົ້າເຕີບໃຫຍ່ ແລະ ເພື່ອຢູ່ກັບເຈົ້າໃນຂະນະທີ່ເຈົ້າຜ່ານແຕ່ລະມື້, ແຕ່ລະຊ່ວງເວລາທີ່ແຕກຕ່າງກັນ ແລະ ແມ່ນແຕ່ທຸກໆຊ່ວງເວລາພິເສດ, ເຊິ່ງຊ່ວຍໃຫ້ເຈົ້າໄດ້ຮັບຄວາມເຂົ້າໃຈໃໝ່ ແລະ ຄວາມຮູ້ສຶກໃໝ່ໆກ່ຽວກັບພຣະຜູ້ສ້າງ, ມະນຸດຊາດ, ຕົວເຈົ້າເອງ ແລະ ຊີວິດຢູ່ສະເໝີ. ພຣະເຈົ້າໄດ້ສະແດງຄວາມຈິງຫຼາຍຢ່າງ ແລະ ໄດ້ເຮັດຫຼາຍສິ່ງຫຼາຍຢ່າງ, ພຣະທຳຂໍ້ໃດຂອງພຣະອົງທີ່ເປັນພຽງຄຳຂວັນ ຫຼື ຫຼັກຄຳສອນເທົ່ານັ້ນ? ສິ່ງໃດແດ່ທີ່ພຣະອົງເຮັດແລ້ວວ່າງເປົ່າ ແລະ ບໍ່ສຳພັນກັບຊີວິດຈິງ? ບໍ່ມີສິ່ງໃດເລີຍທີ່ພຣະອົງເຮັດແລ້ວວ່າງເປົ່າ ແລະ ບໍ່ມີພຣະທຳຂໍ້ໃດເລີຍທີ່ພຣະອົງກ່າວແລ້ວເປັນພຽງຄຳຂວັນ ຫຼື ຫຼັກຄຳສອນ. ໃນທາງກົງກັນຂ້າມ, ພຣະເຈົ້າໄດ້ເຮັດສິ່ງເຫຼົ່ານີ້ຢູ່ສະເໝີ, ແມ່ນແຕ່ກ່ອນທີ່ຈະເຮັດໃຫ້ມະນຸດຊາດຮູ້ຈັກສິ່ງເຫຼົ່ານັ້ນ. ເຖິງແມ່ນວ່າມະນຸດຊາດຈະບໍ່ຮູ້, ບໍ່ເຂົ້າໃຈ, ບໍ່ເຊື່ອ ຫຼື ບໍ່ຮັບຮູ້ຂໍ້ເທັດຈິງເຫຼົ່ານີ້, ພຣະເຈົ້າກໍຍັງຄົງເຮັດສິ່ງເຫຼົ່ານັ້ນຕໍ່ໄປຢ່າງເດັດດ່ຽວ. ໃຫ້ເຮົາວາງເລື່ອງທີ່ວ່າພຣະເຈົ້າໄດ້ເຮັດສິ່ງຕ່າງໆເພື່ອມະນຸດຊາດຫຼາຍສໍ່າໃດ, ພຣະອົງໄດ້ທຸ້ມເທຄວາມພະຍາຍາມຫຼາຍສໍ່າໃດໃຫ້ກັບມະນຸດຊາດ ແລະ ພຣະອົງໄດ້ປະທານພຣະຄຸນຫຼາຍສໍ່າໃດໃຫ້ແກ່ມະນຸດຊາດໄວ້ກ່ອນ. ພຽງແຕ່ເວົ້າເຖິງການກະທຳຂອງພຣະເຈົ້າໃນຕົວມັນເອງ, ມີສິ່ງໃດແດ່ທີ່ບໍ່ໄດ້ໃນລັກສະນະທີ່ເປັນຈິງ ແລະ ເປັນໄປຕາມຂັ້ນຕອນ? (ພຣະອົງເຮັດທຸກໆສິ່ງໃນລັກສະນະທີ່ເປັນຈິງ). ເບິ່ງວິທີທີ່ມະນຸດລ້ຽງດູລູກໆຂອງພວກເຂົາແມ: ພວກເຂົາເຮັດພໍແລ້ວມືແລ້ວຕີນ ແລະ ພະຍາຍາມເຮັດແບບຜ່ານໆໄປ; ບາງຄັ້ງພວກເຂົາກໍໃຊ້ອາລົມ, ບາງຄັ້ງພວກເຂົາກໍສຸດໂຕ່ງ ແລະ ບາງຄັ້ງພວກເຂົາກໍເຖິງກັບເອົາຄວາມມັກສ່ວນຕົວຂອງພວກເຂົາເຂົ້າມາກ່ຽວຂ້ອງ, ໂດຍບໍ່ໃຫ້ຄຸນຄ່າແກ່ລູກສາວຂອງພວກເຂົາຫຼາຍປານໃດ, ແຕ່ພັດຮັກແພງ, ຕາມໃຈ ແລະ ເອົາໃຈລູກຊາຍຂອງພວກເຂົາ, ກະທຳການຢ່າງບໍ່ມີຄວາມຮັບຜິດຊອບ ແລະ ບໍ່ຄຳນຶງເຖິງຜົນຕາມມາ. ມັນເປັນຄວາມຮັບຜິດຊອບຂອງຜູ້ຄົນໃໃນການລ້ຽງດູ ແລະ ສຶກສາອົບຮົມລູກໆ, ແຕ່ຜູ້ຄົນໄດ້ປະຕິບັດຄວາມຮັບຜິດຊອບນີ້ແລ້ວບໍ? (ບໍ່). ເບິ່ງແມວ່າທຸກໆສິ່ງທີ່ພຣະເຈົ້າເຮັດນັ້ນຖືກປະຕິບັດຢ່າງສົມບູນແບບແນວໃດ, ເຊິ່ງເຮັດໃຫ້ມະນຸດຊາດສາມາດຍ່າງໃນເສັ້ນທາງທີ່ຖືກຕ້ອງພາຍໃຕ້ອຳນາດສູງສຸດ ແລະ ການຈັດແຈງຂອງພຣະເຈົ້າ ແລະ ດຳລົງຊີວິດພາຍໃຕ້ການນຳພາຂອງພຣະເຈົ້າ. ບໍ່ມີແມ່ນແຕ່ຂັ້ນຕອນດຽວຂອງວຽກງານຂອງພຣະເຈົ້າ ຫຼື ສິ່ງດຽວທີ່ພຣະອົງເຮັດແລ້ວວ່າງເປົ່າ; ມັນລ້ວນແຕ່ສຳພັນກັບຊີວິດຈິງທັງໝົດ. ນັບຕັ້ງແຕ່ການສ້າງໂລກຈົນເຖິງປັດຈຸບັນ, ບໍ່ວ່າພຣະເຈົ້າເຮັດວຽກງານຫຼາຍສໍ່າໃດກໍຕາມ ແລະ ບໍ່ວ່າມະນຸດຊາດຈະຮັບຮູ້ ຫຼື ຮັບຮູ້ສິ່ງທັງໝົດນີ້ ຫຼື ບໍ່ກໍຕາມ, ການກະທຳຂອງພຣະເຈົ້າທີ່ມີຕໍ່ຜູ້ຄົນ ແລະ ຄວາມຮັບຜິດຊອບທີ່ພຣະອົງປະຕິບັດເພື່ອພວກເຂົາ, ໃນກໍລະນີໃດກໍຕາມ, ລ້ວນແຕ່ຄອບຄຸມ ແລະ ຄົບຖ້ວນ, ບໍ່ຂາດຕົກບົກພ່ອງແມ່ນແຕ່ໜ້ອຍດຽວ. ພຣະອົງບໍ່ເຄີຍເຮັດພໍແລ້ວມືແລ້ວຕີນ ແລະ ບໍ່ເຄີຍປະໝາດຢ່າງເດັດຂາດ. ຄຳວ່າ “ບໍ່ເຄີຍປະໝາດ” ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າພຣະອົງປະຕິບັດຕໍ່ທຸກຄົນໃນລັກສະນະທີ່ຈິງຈັງ, ມີຄວາມຕັ້ງໃຈ ແລະ ຄວາມເຂັ້ມງວດເປັນພິເສດ, ໃນລັກສະນະທີ່ປະຕິບັດຕາມກົດລະບຽບຢູ່ສະເໝີ ແລະ ບໍ່ເຄີຍເຮັດຕາມຄວາມມັກສ່ວນຕົວ ແລະ ປາສະຈາກຄວາມເອົາແຕ່ໃຈ ຫຼື ການເຮັດພໍແລ້ວມືແລ້ວຕີນຂອງມະນຸດໂດຍສິ້ນເຊີງ. ໃຫ້ເຮົາວາງສິ່ງອື່ນໆທັງໝົດໄວ້ກ່ອນ; ພຽງແຕ່ຍົກເອົາເລື່ອງການປົກປ້ອງຄວາມປອດໄພຂອງຜູ້ຄົນ, ພຣະເຈົ້າເຮັດສິ່ງນີ້ໄດ້ດີສໍ່າໃດ? ຊີວິດ, ຄວາມຕາຍ ແລະ ຄວາມປອດໄພສ່ວນຕົວຂອງທຸກຄົນລ້ວນແຕ່ຢູ່ໃນພຣະຫັດຂອງພຣະເຈົ້າ. ສຳລັບພຣະເຈົ້າແລ້ວ, ນີ້ຄືເລື່ອງທີ່ຍິ່ງໃຫຍ່ທີ່ສຸດ. ເຖິງແມ່ນວ່າບາງຄັ້ງເຈົ້າປະເຊີນກັບອັນຕະລາຍບາງຢ່າງ ແລະ ພົບພໍ້ກັບຄວາມຕາຍ, ຖ້າມັນບໍ່ແມ່ນມື້ທີ່ເຈົ້າຖືກກຳນົດໃຫ້ຕາຍ, ພຣະເຈົ້າກໍຈະບໍ່ປ່ອຍໃຫ້ເຈົ້າຕາຍ. ຖ້າເຈົ້າບໍ່ໄດ້ຖືກພຣະເຈົ້າກຳນົດໃຫ້ຕາຍ, ພຣະເຈົ້າກໍຈະຮັບປະກັນຄວາມປອດໄພຂອງເຈົ້າ. ສິ່ງນີ້ບໍ່ມີທາງຜິດພາດ ແລະ ພຣະເຈົ້າກໍຈັດການມັນດ້ວຍວິທີທີ່ລະອຽດຖີ່ຖ້ວນ ແລະ ຖືກຕ້ອງເປັນພິເສດ. ສະຫຼຸບແລ້ວ, ສິ່ງທີ່ເຮົາໄດ້ກ່າວມານັ້ນລ້ວນແຕ່ເປັນຄວາມຈິງ ແລະ ຜູ້ຄົນສາມາດເບິ່ງເຫັນມັນໄດ້. ຜູ້ຄົນບໍ່ສາມາດເບິ່ງເຫັນວິທີທີ່ພຣະເຈົ້າໃນສະຫວັນເຮັດສິ່ງຕ່າງໆ, ແຕ່ບໍ່ຊ້າກໍໄວ ພວກເຂົາກໍຈະສາມາດເບິ່ງເຫັນຂໍ້ເທັດຈິງຂອງສິ່ງທີ່ພຣະເຈົ້າໄດ້ເຮັດ ແລະ ຜົນຮັບທີ່ພຣະອົງບັນລຸ. ຕະຫຼອດຫຼາຍພັນປີທີ່ມະນຸດຊາດດຳລົງຊີວິດຢູ່ເທິງແຜ່ນດິນໂລກ, ມີໃຜແດ່ທີ່ສາມາດຢູ່ໄດ້ໂດຍປາສະຈາກອຳນາດສູງສຸດ ແລະ ການຈັດແຈງຂອງພຣະເຈົ້າ? ມີໃຜແດ່ທີ່ສາມາດຢູ່ໄດ້ໂດຍປາສະຈາກການສະໜອງ ແລະ ການນຳພາຂອງພຣະເຈົ້າ? (ບໍ່ມີໃຜສາມາດຢູ່ໄດ້ໂດຍປາສະຈາກສິ່ງເຫຼົ່ານັ້ນ). ພຣະເຈົ້າລ້ວນແຕ່ດຳເນີນອຳນາດສູງສຸດ ແລະ ການຈັດແຈງຂອງພຣະເຈົ້າ, ການສະໜອງ ແລະ ການນຳພາຂອງພຣະອົງທັງໝົດດ້ວຍຕົວພຣະອົງເອງ ແລະ ດຳເນີນຢ່າງສຳພັນກັບຊີວິດຈິງ. ຖ້າປາສະຈາກການທີ່ພຣະເຈົ້າເຮັດສິ່ງຕ່າງໆໃນລັກສະນະທີ່ເປັນຈິງ ແລະ ຕາມໜ້າທີ່ແບບນີ້, ມະນຸດຊາດກໍຄົງຈະຕົກຢູ່ໃນຄວາມວຸ້ນວາຍມາດົນແລ້ວ; ຢ່າງໜ້ອຍທີ່ສຸດ, ກໍຄົງຈະບໍ່ມີໃຜສາມາດຮັກສາຄວາມເປັນລະບຽບຮຽບຮ້ອຍໃຫ້ແກ່ມະນຸດຊາດໄດ້. ສະນັ້ນ, ບໍ່ວ່າຈະເປັນເລື່ອງໃຫຍ່ ຫຼື ເລື່ອງນ້ອຍ, ຜູ້ຄົນທີ່ໄດ້ຕິດຕາມພຣະເຈົ້າມາຈົນເຖິງປັດຈຸບັນຄວນຈະສາມາດຮັບເຂົ້າໃຈໄດ້ວ່າ ພຣະເຈົ້າບໍ່ພຽງແຕ່ກ່າວ, ເຮັດສິ່ງຕ່າງໆ ແລະ ເຮັດວຽກງານໃນເນື້ອໜັງທີ່ພຣະອົງຊົງບັງເກີດ, ໂດຍສະໜອງຄວາມຈິງ, ຫົນທາງ ແລະ ຊີວິດໃຫ້ແກ່ມະນຸດຊາດເທົ່ານັ້ນ, ແຕ່ພຣະວິນຍານຂອງພຣະເຈົ້າຍັງຄົງມີອຳນາດສູງສຸດເໜືອ, ນຳພາ ແລະ ສະໜອງໃຫ້ແກ່ມະນຸດຊາດຢ່າງບໍ່ຢຸດຢັ້ງ ແລະ ທັງໝົດນີ້ກໍຖືກດຳເນີນຢ່າງສຳພັນກັບຊີວິດຈິງ. ພຽງແຕ່ຜູ້ຄົນສາມາດເບິ່ງເຫັນ, ໄດ້ຍິນ ແລະ ຮັບຮູ້ເຖິງການກ່າວ ແລະ ການເຮັດວຽກງານຂອງເນື້ອໜັງທີ່ພຣະເຈົ້າຊົງບັງເກີດຢ່າງສຳພັນກັບຊີວິດຈິງ, ໃນຂະນະທີ່ຂອບເຂດຂອງສິ່ງທີ່ພຣະເຈົ້າໃນສະຫວັນເຮັດນັ້ນກວ້າງໃຫຍ່ກວ່າຫຼາຍ ແລະ ຫ່າງໄກຈາກຜູ້ຄົນເລັກໜ້ອຍ, ສະນັ້ນ ຜູ້ຄົນຈຶ່ງບໍ່ສາມາດຮູ້ສຶກ ແລະ ເຂົ້າໃຈມັນຈາກປະສົບການໂດຍກົງ ຄືກັບຕອນທີ່ພວກເຂົາເຫັນພຣະເຈົ້າທີ່ບັງເກີດເປັນເນື້ອໜັງກ່າວ ແລະ ເຮັດວຽກງານ. ສະນັ້ນ, ເມື່ອເວົ້າເຖິງການຮູ້ຈັກບໍ່ວ່າຈະເປັນພຣະເຈົ້າໃນສະຫວັນ ຫຼື ພຣະເຈົ້າເທິງແຜ່ນດິນໂລກ, ຜູ້ຄົນຄວນກຳຈັດຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງມະນຸດ, ຫຼຸດພົ້ນຈາກທິດສະດີ ແລະ ຄຳຂວັນທີ່ວ່າງເປົ່າ ແລະ ເຂົ້າໃຈເຖິງຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງຂອງພຣະເຈົ້າຢ່າງສຳພັນກັບຊີວິດຈິງ, ພ້ອມທັງປັນຍາ ແລະ ຄວາມຊົງລິດອຳນາດຍິ່ງໃຫຍ່ຂອງພຣະອົງ, ຜ່ານວຽກງານທີ່ພຣະອົງເຮັດ ແລະ ພຣະທຳທີ່ພຣະອົງກ່າວ. ດ້ວຍວິທີນີ້, ໃນດ້ານໜຶ່ງ ເຈົ້າສາມາດປະຕິບັດຕໍ່ເນື້ອໜັງທີ່ພຣະເຈົ້າຊົງບັງເກີດໄດ້ຢ່າງຖືກຕ້ອງ; ໃນອີກດ້ານໜຶ່ງ, ເຈົ້າສາມາດກຳຈັດຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງເຈົ້າກ່ຽວກັບພຣະເຈົ້າໃນສະຫວັນໄດ້ດີຂຶ້ນ; ນອກຈາກນັ້ນ, ໃນອີກດ້ານໜຶ່ງ ເຈົ້າສາມາດຮູ້ໄດ້ດີຂຶ້ນວ່າພຣະເຈົ້າເທິງແຜ່ນດິນໂລກ ແລະ ພຣະເຈົ້າໃນສະຫວັນເປັນໜຶ່ງດຽວກັນ, ແທນທີ່ຈະບັງຄັບເອົາຄວາມຄິດຫຼົງຜິດ ແລະ ຈິນຕະນາການທີ່ເພີ້ຝັນຂອງເຈົ້າກ່ຽວກັບພຣະເຈົ້າໃນສະຫວັນໄປໃສ່ເນື້ອໜັງທີ່ພຣະເຈົ້າຊົງບັງເກີດ, ການເຮັດເຊັ່ນນັ້ນຈະເປັນຄວາມຜິດພາດອັນໃຫຍ່ຫຼວງ. ນັ້ນກໍຄື ໃນດ້ານໜຶ່ງ, ເຈົ້າຈະປະເມີນພຣະເຈົ້າໃນສະຫວັນໂດຍໃຊ້ຄວາມຄິດຫຼົງຜິດ ແລະ ຈິນຕະນາການທີ່ເພີ້ຝັນ, ໃນຂະນະດຽວກັນ ເຈົ້າກໍຈະບໍ່ສາມາດຍອມຮັບ ແລະ ຮັບເອົາພຣະເຈົ້າເທິງແຜ່ນດິນໂລກໄດ້ດີຂຶ້ນ. ການເຮັດສອງສິ່ງນີ້ບໍ່ພຽງແຕ່ຈະບໍ່ສາມາດເຮັດໃຫ້ເຈົ້າໃກ້ຊິດກັບພຣະເຈົ້າຫຼາຍຂຶ້ນເທົ່ານັ້ນ, ແຕ່ພັດຈະເຮັດໃຫ້ເຈົ້າຫ່າງເຫີນຈາກພຣະອົງໄປເລື້ອຍໆ, ເຮັດໃຫ້ເຈົ້າດຳລົງຊີວິດຢູ່ໃນຄວາມຄິດຫຼົງຜິດ ແລະ ຈິນຕະນາການທີ່ວ່າງເປົ່າຂອງເຈົ້າເອງ, ບໍ່ສາມາດເຂົ້າໃຈທຸກສິ່ງທີ່ພຣະເຈົ້າເຮັດ.

ຜ່ານການໂອ້ລົມກ່ຽວກັບ “ການບໍ່ປຽບທຽບພຣະເຈົ້າທີ່ບັງເກີດເປັນເນື້ອໜັງກັບພຣະເຈົ້າໃນສະຫວັນ”, ຜູ້ຄົນສາມາດປະຕິບັດໃນເລື່ອງນີ້ໄດ້ຢ່າງຖືກຕ້ອງບໍ? (ແມ່ນແລ້ວ). ສະຫຼຸບແລ້ວ, ໃນການປະຕິບັດຕໍ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ຖ້າເຈົ້າສາມາດຍອມຮັບພຣະອົງ ແລະ ຈາກນັ້ນກໍມາຮູ້ຈັກຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງຂອງພຣະອົງ ແລະ ຍອມຮັບ ແລະ ອ່ອນນ້ອມຕໍ່ພຣະທຳ ແລະ ວຽກງານຂອງພຣະອົງ ພ້ອມທັງຂໍ້ກຳນົດຂອງພຣະອົງສຳລັບຜູ້ຄົນ, ນັ້ນກໍພຽງພໍແລ້ວ. ສຳລັບສັນຊາດຕະຍານ ແລະ ເງື່ອນໄຂພາຍໃນຂອງເນື້ອໜັງທີ່ຢູ່ພາຍໃນຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ຜູ້ຄົນພຽງແຕ່ຕ້ອງມີຄວາມຢັ່ງຮູ້ທີ່ຖືກຕ້ອງກ່ຽວກັບພວກມັນ ແລະ ສາມາດປະຕິບັດຕໍ່ພວກມັນໄດ້ຢ່າງຖືກຕ້ອງ. ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຄືບຸດມະນຸດທຳມະດາ; ແນ່ນອນວ່າພຣະອົງມີເງື່ອນໄຂພາຍໃນ ແລະ ສັນຊາດຕະຍານ ແລະ ໜ້າທີ່ປົກກະຕິຂອງເນື້ອໜັງທີ່ຄົນເຮົາຄວນມີ. ຕົວຢ່າງ: ຄົນທຳມະດາຈະຮູ້ສຶກຮ້ອນເມື່ອມືຂອງພວກເຂົາສຳຜັດກັບໄຟ ແລະ ພຣະເຈົ້າທີ່ບັງເກີດເປັນເນື້ອໜັງກໍບໍ່ມີຂໍ້ຍົກເວັ້ນ. ຄົນປົກກະຕິຈະຈາມຫຼັງຈາກທີ່ຖືກຄວາມເຢັນ ແລະ ຖ້າມັນຮ້າຍແຮງ ພວກເຂົາກໍຈະເປັນຫວັດ. ພຣະເຈົ້າທີ່ບັງເກີດເປັນເນື້ອໜັງກໍເປັນແບບນີ້ຄືກັນບໍ? (ແມ່ນແລ້ວ). ມະນຸດຈະຮູ້ສຶກຫິວນໍ້າຖ້າອາຫານຂອງພວກເຂົາເຄັມເກີນໄປ ແລະ ພວກເຂົາຈະເຈັບທ້ອງຖ້າພວກເຂົາກິນອາຫານທີ່ຍ່ອຍຍາກ. ເນື້ອໜັງທີ່ພຣະເຈົ້າຊົງບັງເກີດມີຄວາມຮູ້ສຶກເຫຼົ່ານີ້ບໍ? (ມີ). ໃນສະພາບອາກາດທີ່ຮ້ອນ, ມະນຸດຈະຮູ້ສຶກຮ້ອນ ແລະ ຢາກຊອກຫາບ່ອນທີ່ເຢັນ; ພຣະເຈົ້າທີ່ບັງເກີດເປັນເນື້ອໜັງກໍເປັນແບບນີ້ເຊັ່ນກັນ. ກ່ອນໜ້ານີ້ພວກເຈົ້າຄິດແນວໃດ? ພວກເຈົ້າຄິດໃນໃຈບໍວ່າ “ເນື້ອໜັງທີ່ຕ້ອງຕາຍຂອງພວກເຮົາທີ່ເປັນມະນຸດແມ່ນບໍ່ສາມາດທົນກັບຄວາມຮ້ອນໄດ້ເມື່ອອຸນຫະພູມສູງເຖິງສາມສິບ ຫຼື ສີ່ສິບອົງສາເຊ, ແຕ່ເນື້ອໜັງທີ່ພຣະເຈົ້າຊົງບັງເກີດບໍ່ຢ້ານຄວາມຮ້ອນ; ພຣະອົງຢູ່ເໜືອເນື້ອໜັງ ແລະ ບໍ່ມີຄວາມຮູ້ສຶກເຫຼົ່ານີ້”? ຄວາມໝາຍແຝງຢູ່ບ່ອນນີ້ແມ່ນຫຍັງ? ຜູ້ຄົນຄິດວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງເປັນຄືກັບຫຸ່ນຍົນ ຫຼື ຫຸ່ນໄມ້ ທີ່ບໍ່ກິນ, ບໍ່ນອນ ຫຼື ບໍ່ເຈັບປ່ວຍບໍ? ນັ້ນຄືຄວາມຄິດທີ່ຜິດ. ພຣະເຈົ້າທີ່ບັງເກີດເປັນເນື້ອໜັງມີຊີວິດຂອງເນື້ອໜັງ ເຊິ່ງຄືກັນກັບຊີວິດຂອງຄົນປົກກະຕິ. ພຣະອົງບໍ່ໄດ້ພິເສດ ຫຼື ແປກໄປຈາກເດີມ. ເນື້ອໜັງນີ້ມີດ້ານທີ່ປົກກະຕິ ແລະ ສຳພັນກັບຊີວິດຈິງ, ນັ້ນກໍຄື ໜ້າທີ່ ແລະ ສັນຊາດຕະຍານຂອງເນື້ອໜັງຂອງພຣະອົງນັ້ນຄືກັນກັບຂອງມະນຸດຊາດ. ກ່ອນໜ້ານີ້ພວກເຮົາໄດ້ໂອ້ລົມກ່ຽວກັບວ່າ ໜ້າທີ່ ແລະ ສັນຊາດຕະຍານຂອງເນື້ອໜັງລ້ວນແຕ່ເປັນສິ່ງທີ່ພຣະເຈົ້າປະທານໃຫ້ແກ່ມະນຸດຊາດເມື່ອພຣະອົງສ້າງພວກເຂົາ; ພວກມັນເປັນສິ່ງທີ່ມະນຸດຊາດມີມາແຕ່ກຳເນີດ, ບໍ່ແມ່ນສິ່ງທີ່ເປັນລົບ. ແລ້ວເປັນຫຍັງພວກເຈົ້າຈຶ່ງຫຼີກລ່ຽງຂໍ້ເທັດຈິງທີ່ວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງມີໜ້າທີ່ ແລະ ສັນຊາດຕະຍານປົກກະຕິຂອງເນື້ອໜັງຢູ່ສະເໝີ? ເຫດຜົນທີ່ຜູ້ຄົນຫຼີກລ່ຽງສິ່ງນີ້ແມ່ນຍ້ອນພວກເຂົາຄິດວ່າສິ່ງເຫຼົ່ານີ້ຜິດປົກກະຕິ, ແອບມີອະຄະຕິໃນໃຈຂອງພວກເຂົາຕໍ່ການສະແດງອອກເຫຼົ່ານີ້ເຖິງໜ້າທີ່ປົກກະຕິຂອງເນື້ອໜັງ ແລະ ຕໍ່ຕ້ານການທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງມີການສະແດງອອກເຫຼົ່ານີ້ບໍ? (ຂ້ານ້ອຍດູຖູກສິ່ງທີ່ສຳພັນກັບຊີວິດຈິງເຫຼົ່ານີ້ແທ້ໆໃນໃຈຂອງຂ້ານ້ອຍແທ້ໆ). ເຖິງແມ່ນວ່າຜູ້ຄົນອາດດູຖູກສິ່ງເຫຼົ່ານີ້ ຫຼື ໃນລະດັບສະຕິຮູ້ສຶກຜິດຊອບຍັງຄົງບໍ່ແນ່ໃຈວ່າພວກມັນຖືກ ຫຼື ຜິດ, ພວກເຂົາກໍຈະກ່າວໂທດພວກມັນໂດຍບໍ່ຮູ້ຕົວ. ສິ່ງນີ້ພິສູດໃຫ້ເຫັນວ່າຜູ້ຄົນຂາດຄວາມເຂົ້າໃຈຢ່າງຖີ່ຖ້ວນກ່ຽວກັບສັນຊາດຕະຍານ, ໜ້າທີ່ ແລະ ເງື່ອນໄຂພາຍໃນບາງຢ່າງຂອງເນື້ອໜັງມະນຸດ, ເຊິ່ງລ້ວນແຕ່ຖືກສ້າງຂຶ້ນໂດຍພຣະເຈົ້າ ແລະ ນີ້ຄືເຫດຜົນທີ່ພວກເຂົາອາດມີຄວາມຄິດທີ່ບິດເບືອນຫຼາຍຢ່າງ ຫຼື ອາດຈະມີຄວາມຄິດຫຼົງຜິດ ແລະ ຈິນຕະນາການທີ່ບໍ່ສຳພັນກັບຊີວິດຈິງຫຼາຍຢ່າງ. ບອກເຮົາເບິ່ງວ່າ ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈຳເປັນຕ້ອງນອນບໍ? (ແມ່ນແລ້ວ). ເມື່ອພຣະອົງນອນ, ພຣະອົງຍັງຈະຄິດກ່ຽວກັບວຽກງານຢູ່ບໍ? (ບໍ່, ພຣະອົງນອນຫຼັບແລ້ວ). ນັ້ນເປັນຄຳຕອບທີ່ຊື່ສັດ; ພຣະອົງນອນຫຼັບແທ້ໆ. ຖ້າບໍ່ດັ່ງນັ້ນ, ພຣະອົງຈະສາມາດພັກຜ່ອນໄດ້ແນວໃດ? ສະໝອງຂອງພຣະອົງກໍຕ້ອງການການພັກຜ່ອນເຊັ່ນກັນ; ນີ້ຄືໜ້າທີ່ປົກກະຕິຂອງເນື້ອໜັງ ແລະ ຍັງເປັນສັນຊາດຕະຍານຂອງເນື້ອໜັງອີກດ້ວຍ. ເມື່ອອາກາດໜາວ, ພຣະອົງກໍນຸ່ງເຄື່ອງທີ່ໜາຂຶ້ນ ແລະ ເມື່ອອາກາດຮ້ອນ ພຣະອົງກໍນຸ່ງເຄື່ອງທີ່ບາງລົງ. ພຣະອົງສາມາດຮູ້ສຶກເຖິງຄວາມໜາວ, ຄວາມຮ້ອນ, ຝົນ ແລະ ຫິມະ. ນີ້ຄືຄວາມເປັນມະນຸດທີ່ປົກກະຕິ; ມັນບໍ່ໄດ້ວ່າງເປົ່າເລີຍ. ຖ້າເຈົ້າບໍ່ສາມາດຮູ້ສຶກຫຍັງໄດ້ເລີຍ, ເຈົ້າບໍ່ໂງ່ຈ້າໜ້ອຍໜຶ່ງບໍ? ເຈົ້າບໍ່ແມ່ນຄົນປັນຍາອ່ອນບໍ? (ແມ່ນແລ້ວ). ປະສາດສຳຜັດ ແລະ ໜ້າທີ່ທາງຮ່າງກາຍທັງໝົດຂອງເນື້ອໜັງທີ່ພຣະເຈົ້າຊົງບັງເກີດນັ້ນເປັນຈິງ, ພວກມັນມີຢູ່ຈິງ ແລະ ພວກມັນເຮັດວຽກຢ່າງເປັນປົກກະຕິ; ພວກມັນບໍ່ໄດ້ວ່າງເປົ່າເລີຍ. ເຖິງຢ່າງໃດກໍຕາມ ພວກເຈົ້າພັດຈິນຕະນາການວ່າພວກມັນວ່າງເປົ່າ ແລະ ເໜືອທຳມະຊາດ. ເຮົາເຄີຍພົບຄົນຈີນຄົນໜຶ່ງທີ່ມີຄວາມເຊື່ອທີ່ແປກປະຫຼາດເລັກໜ້ອຍ. ລາວເຊື່ອວ່າຄວາມເຊື່ອຄວນກ່ຽວຂ້ອງກັບສິ່ງທີ່ແປກປະຫຼາດ ແລະ ລີ້ລັບບາງຢ່າງ ແລະ ມີພຽງສິ່ງນີ້ເທົ່ານັ້ນທີ່ເປັນຄວາມເຊື່ອ. ຕົວຢ່າງ: ເມື່ອຝົນຕົກ, ລາວຈະທ່ອງມົນຄາຖາບາງຢ່າງ ແລ້ວຝົນກໍຈະບໍ່ຕົກໃສ່ລາວ ແລະ ເມື່ອລາວທ່ອງມົນຄາຖາອີກບົດໜຶ່ງ, ຝົນກໍຈະຢຸດຕົກ. ລາວເຖິງກັບອວດອ້າງເລື່ອງນີ້, ໂດຍຄິດວ່າລາວມີຄວາມສາມາດທີ່ແທ້ຈິງ. ລາວເຊື່ອວ່ານີ້ຄືສິ່ງທີ່ເປັນຄວາມເຊື່ອ ແລະ ມັນສູງສົ່ງກວ່າຄວາມເຊື່ອທຳມະດາ. ພວກເຈົ້າຈະເວົ້າບໍວ່າຄົນຜູ້ນີ້ຂ້ອນຂ້າງໄຮ້ສາລະ? (ແມ່ນແລ້ວ). ນີ້ຄືວິນຍານຊົ່ວ. ແຕ່ຄວາມຄິດ ແລະ ມຸມມອງຂອງຄົນປະເພດນີ້ເປັນຕົວແທນໃຫ້ແກ່ຄວາມຄິດ ແລະ ມຸມມອງຂອງຄົນກຸ່ມໜຶ່ງ. ຫຼາຍຄົນເຕັມໄປດ້ວຍຄວາມຄິດຫຼົງຜິດ ແລະ ຈິນຕະນາການກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງຢູ່ສະເໝີ, ໂດຍກ່າວໃນໃຈຂອງພວກເຂົາວ່າ: “ເນື້ອໜັງທີ່ພຣະເຈົ້າຊົງບັງເກີດຕ້ອງເປັນຄົນທີ່ພິເສດ ຫຼື ເປັນຄົນທີ່ບັນລຸ ‘ຫົນທາງ’. ພຣະອົງສາມາດເຮັດໃນສິ່ງທີ່ຄົນທຳມະດາບໍ່ສາມາດເຮັດໄດ້, ກ່າວຄຳເວົ້າໃນສິ່ງທີ່ຄົນທຳມະດາບໍ່ສາມາດກ່າວໄດ້, ເບິ່ງເຫັນໃນສິ່ງທີ່ຄົນທຳມະດາບໍ່ສາມາດເບິ່ງເຫັນໄດ້ ແລະ ໄດ້ຍິນສຽງທີ່ຄົນທຳມະດາບໍ່ສາມາດໄດ້ຍິນ. ພຣະອົງຮູ້ວ່າຜູ້ຄົນເວົ້າ ແລະ ເຮັດຫຍັງລັບຫຼັງພຣະອົງ. ພຣະອົງສາມາດຮູ້ສຶກ ແລະ ຮູ້ວ່າມີປາກົດການເໜືອທຳມະຊາດ ຫຼື ສິ່ງທີ່ບໍ່ຮູ້ຈັກຢູ່ອ້ອມຕົວພຣະອົງ ຫຼື ບໍ່ ແລະ ພຣະອົງເຖິງກັບຮູ້ວ່າພຣະເຈົ້າໃນສະຫວັນກຳລັງເຮັດຫຍັງຢູ່. ມີພຽງສິ່ງນີ້ເທົ່ານັ້ນທີ່ເປັນພຣະເຈົ້າທີ່ບັງເກີດເປັນເນື້ອໜັງ!” ຄວາມຄິດປະເພດນີ້ຄືກັນກັບຄວາມຄິດຫຼົງຜິດ ແລະ ຈິນຕະນາການທີ່ຜູ້ບໍ່ມີຄວາມເຊື່ອມີກ່ຽວກັບພຣະເຈົ້າ. ຜູ້ຄົນລ້ວນແຕ່ຫວັງວ່າຈະໄດ້ພົບກັບພຣະເຈົ້າແບບນັ້ນ ແລະ ຖ້າມື້ໜຶ່ງພວກເຂົາສາມາດເບິ່ງເຫັນ ແລະ ສຳຜັດກັບພຣະເຈົ້າອົງນີ້ໄດ້, ມັນກໍຈະເປັນພອນທີ່ຍິ່ງໃຫຍ່ທີ່ສຸດໃນຊີວິດ. ເຖິງຢ່າງໃດກໍຕາມ, ການທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງມາຢູ່ທ່າມກາງຜູ້ຄົນ ແລະ ດຳລົງຊີວິດຮ່ວມກັບພວກເຂົານັ້ນ ໄດ້ເຮັດໃຫ້ຜູ້ຄົນຜິດຫວັງຢ່າງຫຼວງຫຼາຍ. ບໍ່ມີໃຜສາມາດເບິ່ງເຫັນການສະແດງອອກທີ່ເໜືອທຳມະຊາດໃດໆໃນພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ບໍ່ມີໃຜສາມາດຮັບຮູ້ເຖິງສິ່ງທີ່ເໜືອທຳມະຊາດເຫຼົ່ານີ້ຈາກພຣະອົງໄດ້. ເຖິງຢ່າງໃດກໍຕາມ ຈິນຕະນາການຂອງຜູ້ຄົນກໍຍັງຄົງມີຢູ່ຫຼາຍ; ຜູ້ຄົນຍັງຄົງມີຄວາມຄິດຫຼົງຜິດ ແລະ ຈິນຕະນາການຫຼາຍຢ່າງກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ພວກເຂົາກໍຍັງຄົງດຳລົງຊີວິດຢູ່ໃນຈິນຕະນາການຂອງພວກເຂົາ. ເນື່ອງຈາກຜູ້ຄົນມີຄວາມຄິດຫຼົງຜິດ ແລະ ຈິນຕະນາການຫຼາຍຢ່າງກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ພວກເຂົາຈະບໍ່ຍິ່ງມີຄວາມຄິດຫຼົງຜິດ ແລະ ຈິນຕະນາການກ່ຽວກັບພຣະເຈົ້າໃນສະຫວັນຫຼາຍຂຶ້ນໄປອີກບໍ? (ແມ່ນແລ້ວ). ຄວາມຄິດຫຼົງຜິດ ແລະ ຈິນຕະນາການເຫຼົ່ານັ້ນຍິ່ງແປກປະຫຼາດຫຼາຍຂຶ້ນ, ຍິ່ງບໍ່ສອດຄ່ອງກັບຂໍ້ເທັດຈິງຫຼາຍຂຶ້ນ ແລະ ຍິ່ງບໍ່ກົງໄປກົງມາຫຼາຍຂຶ້ນ ແລະ ຜູ້ຄົນເຖິງກັບມີຄວາມຄິດຫຼາຍຢ່າງທີ່ລີ້ລັບ ແລະ ຍາກທີ່ຈະເຂົ້າໃຈ. ໃນກໍລະນີໃດກໍຕາມ, ຜ່ານເນື້ອໃນທີ່ພວກເຮົາໄດ້ໂອ້ລົມກັນ, ໂດຍພື້ນຖານແລ້ວ ຜູ້ຄົນຈະສາມາດເຂົ້າໃຈຢ່າງຖືກຕ້ອງ, ຮູ້ຈັກຢ່າງຖືກຕ້ອງ ແລະ ປະຕິບັດຕໍ່ຄວາມເປັນມະນຸດທີ່ປົກກະຕິຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ຫຼື ຄວາມເປັນປົກກະຕິ, ຄວາມກົງໄປກົງມາ ແລະ ຄວາມສຳພັນກັບຊີວິດຈິງຂອງເນື້ອໜັງໄດ້ຢ່າງຖືກຕ້ອງ. ນອກຈາກນີ້, ຜ່ານເນື້ອໜັງ ເຊິ່ງຜູ້ຄົນສາມາດເບິ່ງເຫັນ ແລະ ສຳຜັດໄດ້, ການໂອ້ລົມ ແລະ ການເວົ້າກັບຜູ້ຄົນຢ່າງສຳພັນກັບຊີວິດຈິງ, ການມີປະຕິສຳພັນກັບຜູ້ຄົນ ແລະ ການເຮັດວຽກງານດ້ານຕ່າງໆຕໍ່ຜູ້ຄົນ, ຜູ້ຄົນກໍສາມາດມາຮູ້ຈັກວິທີທີ່ພຣະເຈົ້າເຮັດສິ່ງຕ່າງໆ ແລະ ວິທີທີ່ພຣະເຈົ້າເຮັດວຽກງານໃນລັກສະນະທີ່ດີຂຶ້ນ, ສຳພັນກັບຊີວິດຈິງຫຼາຍຂຶ້ນ ແລະ ກົງໄປກົງມາຫຼາຍຂຶ້ນ. ໂດຍການຮູ້ຈັກພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ຜູ້ຄົນກໍສາມາດເຂົ້າໃຈພຣະເຈົ້າໃນສະຫວັນໄດ້ດີຂຶ້ນເຊັ່ນກັນ.

ກ່ຽວກັບເນື້ອໃນນີ້ທີ່ເວົ້າເຖິງຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງຂອງເນື້ອໜັງທີ່ພຣະເຈົ້າຊົງບັງເກີດ, ກ່ອນອື່ນ ພວກເຮົາໄດ້ໂອ້ລົມກ່ຽວກັບວິທີທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງປະພຶດຕົນ ແລະ ເຮັດສິ່ງຕ່າງໆ, ສິ່ງທີ່ພຣະອົງເຮັດ ແລະ ຫຼັກການໃນການເຮັດສິ່ງຕ່າງໆຂອງພຣະອົງແມ່ນຫຍັງ. ພວກເຮົາໄດ້ໂອ້ລົມກ່ຽວກັບດ້ານເຫຼົ່ານີ້ຢ່າງຖີ່ຖ້ວນພໍສົມຄວນແລ້ວ. ມີສິ່ງໃດແດ່ທີ່ພວກເຈົ້າຍັງບໍ່ເຂົ້າໃຈ? ເຮົາຈຳເປັນຕ້ອງເພີ່ມເຕີມຫຍັງອີກບໍ? ພວກເຈົ້າເຂົ້າໃຈຂຶ້ນຕື່ມອີກໜ້ອຍໜຶ່ງກ່ຽວກັບຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງບໍ? (ເຂົ້າໃຈ). ພວກເຈົ້າສາມາດເບິ່ງເຫັນຫຍັງແດ່ຈາກການສະແດງອອກເຫຼົ່ານີ້ທີ່ສຳພັນກັບຊີວິດຈິງ? (ຂ້ານ້ອຍເຫັນວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງນັ້ນປົກກະຕິ ແລະ ສຳພັນກັບຊີວິດຈິງ). ພຣະເຈົ້າທີ່ບັງເກີດເປັນເນື້ອໜັງນັ້ນປົກກະຕິ ແລະ ສຳພັນກັບຊີວິດຈິງ; ພຣະອົງຍັງຕ້ອງຄິດກ່ອນທີ່ພຣະອົງຈະກ່າວ ແລະ ຄຳກ່າວ ແລະ ພຶດຕິກຳຂອງພຣະອົງລ້ວນແຕ່ເປັນປົກກະຕິ, ໂດຍປາສະຈາກການສະແດງອອກທີ່ເໜືອທຳມະຊາດແມ່ນແຕ່ໜ້ອຍດຽວ. ນີ້ຄືສິ່ງທີ່ພວກເຈົ້າບໍ່ຄາດຄິດ, ແມ່ນບໍ? (ແມ່ນແລ້ວ). ພຣະເຈົ້າທີ່ບັງເກີດເປັນເນື້ອໜັງບໍ່ມີຕາທີສາມ ແລະ ພຣະອົງບໍ່ມີການໄດ້ຍິນທີ່ເໜືອມະນຸດ, ແຮງໄກທີ່ຈະມີຄວາມສາມາດເໜືອທຳມະຊາດທີ່ພິເສດໃດໆ ທີ່ຢູ່ເໜືອສັນຊາດຕະຍານຂອງເນື້ອໜັງ. ຖ້າມີສາຍໄຟທີ່ບໍ່ມີຫຍັງຫຸ້ມຢູ່ບ່ອນໃດບ່ອນໜຶ່ງ, ເຮົາກໍຈະບໍ່ຈັບມັນຄືກັນ. ເປັນຫຍັງເຮົາຈຶ່ງບໍ່ຈັບມັນ? (ພຣະອົງຈະຖືກໄຟຊັອດ ແລະ ໄດ້ຮັບບາດເຈັບ). ຕາມຈິນຕະນາການຂອງພວກເຈົ້າ, ເຖິງແມ່ນວ່າເຮົາຈັບມັນໂດຍກົງ, ເຮົາກໍຈະບໍ່ຖືກໄຟຊັອດ ແລະ ໄດ້ຮັບບາດເຈັບ. ແຕ່ເຮົາບໍ່ມີຄວາມສາມາດນັ້ນແທ້ໆ ແລະ ເຮົາກໍຈະບໍ່ຈັບມັນອີກດ້ວຍ. ໃນດ້ານໜຶ່ງ, ເຮົາຮູ້ວ່າການຖືກໄຟຊັອດເຮັດໃຫ້ເກີດການບາດເຈັບ; ເຮົາມີສາມັນສຳນຶກໃນເລື່ອງນີ້ ແລະ ເຮົາມີຄວາມມີເຫດຜົນທີ່ປົກກະຕິ. ໃນອີກດ້ານໜຶ່ງ, ເຮົາຈະບໍ່ມີທາງເວົ້າຢ່າງເດັດຂາດວ່າ “ບໍ່ເປັນຫຍັງດອກ. ເຮົາເປັນບຸກຄົນພິເສດທີ່ມີອັດຕະລັກພິເສດ ແລະ ສະຖານະພິເສດ. ໄຟຟ້າຈະບໍ່ທຳຮ້າຍເຮົາ. ເຮົາຈະລອງຈັບມັນເບິ່ງວ່າເຮົາຈະຕາຍ ຫຼື ບໍ່”. ເຮົາຈະບໍ່ເຮັດສິ່ງທີ່ໄຮ້ເຫດຜົນແບບນັ້ນ. ຕາມຄວາມຄິດຫຼົງຜິດຂອງພວກເຈົ້າ, ສິ່ງໃດກໍຕາມທີ່ເປັນອັນຕະລາຍທີ່ຜູ້ຄົນບໍ່ກ້າຈັບ, ເຮົາກໍຈະກ້າຈັບ; ພວກເຈົ້າຈະຢ້ານສິ່ງເຫຼົ່ານັ້ນ, ແຕ່ເຮົາຈະບໍ່ຢ້ານ, ເພາະວ່າອັດຕະລັກຂອງເຮົາພິເສດ, ເຮົາແຕກຕ່າງຈາກພວກເຈົ້າ, ເຮົາມາຈາກສະຫວັນ ແລະ ເຮົາຄືພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ສະນັ້ນ ເຮົາຈຶ່ງບໍ່ຢ້ານ ແລະ ສາມາດກະທຳການແບບນັ້ນໄດ້. ບອກເຮົາເບິ່ງວ່າ ເຮົາຈະກະທຳການແບບນັ້ນບໍ? (ບໍ່). ເຮົາຈະບໍ່ກະທຳການແບບນັ້ນ. ສິ່ງນີ້ແມ່ນອີງໃສ່ຫຍັງ? ອີງໃສ່ຄວາມມີເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ. ສະຕິຮູ້ສຶກຜິດຊອບ ແລະ ຄວາມມີເຫດຜົນທີ່ກ່ຽວຂ້ອງກັບຄວາມເປັນມະນຸດຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງກໍເປັນປົກກະຕິເຊັ່ນກັນ. ຖ້າພຣະເຈົ້າທີ່ບັງເກີດເປັນເນື້ອໜັງບໍ່ມີຄວາມຮັບຮູ້ທາງສະຕິຮູ້ສຶກຜິດຊອບ ແລະ ຖ້າຄວາມມີເຫດຜົນຂອງພຣະອົງບໍ່ປົກກະຕິ, ພຣະອົງຈະສາມາດເຮັດວຽກງານໃນຄວາມເປັນມະນຸດທີ່ປົກກະຕິໄດ້ແນວໃດ? ຖ້າພຣະອົງບໍ່ມີຄວາມຮັບຮູ້ທາງສະຕິຮູ້ສຶກຜິດຊອບ ແລະ ຄວາມມີເຫດຜົນຂອງພຣະອົງບໍ່ປົກກະຕິ, ນີ້ແມ່ນມະນຸດປະເພດໃດ? ນີ້ບໍ່ແມ່ນຄົນທີ່ຂາດຄວາມເປັນມະນຸດບໍ? (ແມ່ນແລ້ວ). ສະນັ້ນ, ຄວາມຄິດຫຼົງຜິດ ແລະ ຈິນຕະນາການທີ່ຜູ້ຄົນມີກ່ຽວກັບຄວາມຄິດ ແລະ ວິຖີຊີວິດຂອງຄວາມເປັນມະນຸດທີ່ປົກກະຕິຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງລ້ວນແຕ່ບໍ່ສຳພັນກັບຊີວິດຈິງ; ພວກມັນລ້ວນແຕ່ພິເສດ, ແປກປະຫຼາດ, ລີ້ລັບ ແລະ ຜິດປົກກະຕິ ແລະ ພວກມັນລ້ວນແຕ່ຕັດຂາດຈາກສະຕິຮູ້ສຶກຜິດຊອບ ແລະ ຄວາມມີເຫດຜົນທີ່ກ່ຽວຂ້ອງກັບຄວາມເປັນມະນຸດຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ບອກເຮົາເບິ່ງວ່າ ຖ້າພວກເຮົານັ່ງນຳກັນ ແລະ ມີຍຸງຢູ່ອ້ອມຮອບ, ເຮົາຈະຖືກຍຸງກັດບໍ? (ແມ່ນແລ້ວ). ກ່ອນໜ້ານີ້ພວກເຈົ້າເຄີຍຄິດບໍວ່າ “ບໍ່ວ່າຍຸງຈະກັດໃຜກໍຕາມ, ພວກມັນຈະບໍ່ກັດພຣະຄຣິສ. ຍຸງຖືກສ້າງຂຶ້ນໂດຍພຣະເຈົ້າ; ພວກມັນບໍ່ສາມາດກັດພຣະຜູ້ສ້າງໄດ້”? ການຄິດແບບນີ້ຜິດບໍ? ສິ່ງນີ້ຕັດຂາດຈາກຄວາມເປັນຈິງບໍ? (ແມ່ນແລ້ວ). ຍຸງກໍບໍ່ໄດ້ມີຄວາມເກງໃຈໃດໆຕໍ່ເຮົາເຊັ່ນກັນ. ພວກມັນບໍ່ມີຄວາມຮູ້ສຶກ; ຕາບໃດທີ່ຄົນໃດໜຶ່ງມີເນື້ອໜັງທີ່ຕ້ອງຕາຍ ແລະ ມີເລືອດໃນຮ່າງກາຍຂອງພວກເຂົາ, ພວກມັນກໍຈະກັດ ແລະ ຫຼັງຈາກທີ່ພວກມັນກັດ, ຕຸ່ມກໍຈະປາກົດຂຶ້ນ. ເຈົ້າຄວນເຮັດແນວໃດເມື່ອເຈົ້າມີຕຸ່ມ? ເຮົາຟ້າວຝານກະທຽມສ່ວນໜຶ່ງແລ້ວເອົາມາທາ. ກະທຽມສາມາດຫຼຸດຜ່ອນການອັກເສບ, ຂ້າເຊື້ອແບັກທີເຣຍ ແລະ ຢຸດອາການຄັນໄດ້. ຫຼັງຈາກທີ່ທາໄວ້ໄລຍະໜຶ່ງ, ຮອຍກັດກໍຈະເຊົາຄັນ ແລະ ຕຸ່ມກໍຈະຄ່ອຍໆຫາຍໄປ. ນີ້ຄືສາມັນສຳນຶກ. ເຈົ້າອາດຄິດວ່າມັນບໍ່ມີຫຍັງພິເສດ, ແຕ່ມັນສຳພັນກັບຊີວິດຈິງຫຼາຍ. ເຈົ້າເຫັນບໍວ່າ ເມື່ອພວກເຈົ້າປະເຊີນກັບບັນຫາໃນຊີວິດ, ພວກເຈົ້າກໍຊອກຫາວິທີປິ່ນປົວແບບພື້ນບ້ານ ແລະ ເຄັດລັບນ້ອຍໆທີ່ສະຫຼາດ ແລະ ເຮົາກໍເປັນຄືກັນ. ເຮົາໝາຍຄວາມວ່າແນວໃດເມື່ອເວົ້າແບບນີ້? ສິ່ງທີ່ເຮົາກຳລັງພະຍາຍາມຈະບອກເຈົ້າກໍຄື ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນທີ່ຄວາມເປັນມະນຸດຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງມີ, ການຄິດ ແລະ ຄວາມຄິດຂອງພຣະອົງ, ພ້ອມທັງຄວາມຄິດ, ມຸມມອງ ແລະ ທັດສະນະຄະຕິທີ່ພຣະອົງສ້າງຂຶ້ນ ແລະ ວິທີແກ້ໄຂທີ່ພຣະອົງຄິດອອກໃນການເບິ່ງຜູ້ຄົນ ແລະ ສິ່ງຕ່າງໆ ແລະ ເມື່ອປະເຊີນກັບບັນຫາຕ່າງໆໃນຊີວິດຈິງ, ລ້ວນແຕ່ເປັນປົກກະຕິ ແລະ ສຳພັນກັບຊີວິດຈິງ; ພວກມັນບໍ່ໄດ້ແປກປະຫຼາດ, ຜິດປົກກະຕິ, ເໜືອທຳມະຊາດ, ບິດເບືອນ ຫຼື ສຸດໂຕ່ງ. ເຂົ້າໃຈບໍ? (ເຂົ້າໃຈແລ້ວ). ເຮົາຍົກຕົວຢ່າງເຫຼົ່ານີ້ເພື່ອໃຫ້ພວກເຈົ້າສາມາດມີຄວາມເຂົ້າໃຈທີ່ສຳພັນກັບຊີວິດຈິງຫຼາຍຂຶ້ນກ່ຽວກັບຊີວິດ ແລະ ການສະແດງອອກຂອງຄວາມເປັນມະນຸດທີ່ປົກກະຕິຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ການສະແດງອອກເຫຼົ່ານີ້ບໍ່ໄດ້ວ່າງເປົ່າເລີຍ ແລະ ພວກມັນບໍ່ໄດ້ແປກປະຫຼາດ, ແຮງໄກທີ່ຈະພິເສດ; ໃນທາງກົງກັນຂ້າມ ພວກມັນເປັນປົກກະຕິ ແລະ ສຳພັນກັບຊີວິດຈິງຫຼາຍ. ຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງນີ້ຄືຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງທີ່ແທ້ຈິງ. ນອກເໜືອຈາກມຸມມອງ ແລະ ຫຼັກການທີ່ພຣະອົງມີສຳລັບການປະພຶດຕົນ ແລະ ການກະທຳແລ້ວ, ສັນຊາດຕະຍານ ແລະ ໜ້າທີ່ຂອງເນື້ອໜັງຂອງພຣະອົງກໍເປັນປົກກະຕິເຊັ່ນກັນ. ຕົວຢ່າງ: ເມື່ອພວກເຈົ້າເປັນຫວັດ, ພວກເຈົ້າກໍຈາມ ແລະ ໄອ ແລະ ມັນຕ້ອງໃຊ້ເວລາໜຶ່ງ ຫຼື ສອງອາທິດຈຶ່ງຈະດີຂຶ້ນ. ຖ້າເຮົາເປັນຫວັດ, ເຮົາກໍຈະມີອາການເຫຼົ່ານີ້ເຊັ່ນກັນ ແລະ ມັນກໍຈະໃຊ້ເວລາໜຶ່ງ ຫຼື ສອງອາທິດເພື່ອໃຫ້ເຮົາດີຂຶ້ນເຊັ່ນກັນ. ພວກເຈົ້າເປັນແບບນີ້ ແລະ ພຣະເຈົ້າທີ່ບັງເກີດເປັນເນື້ອໜັງກໍເປັນຄືກັນແທ້ໆ. ດ້ານເຫຼົ່ານີ້ບໍ່ໄດ້ຕັດຂາດຈາກຄວາມເປັນຈິງເລີຍ ແລະ ພວກມັນບໍ່ໄດ້ສົ່ງຜົນກະທົບຕໍ່ການທີ່ພຣະອົງເຮັດວຽກງານສະເພາະເຈາະຈົງ ຫຼື ສົ່ງຜົນກະທົບຕໍ່ການທີ່ພຣະອົງດຳເນີນວຽກງານທີ່ພຣະອົງຕັ້ງໃຈຈະເຮັດທ່າມກາງຜູ້ຄົນ. ນັ້ນກໍຄື ດ້ານທີ່ປົກກະຕິ ແລະ ສຳພັນກັບຊີວິດຈິງນີ້ຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈະບໍ່ສົ່ງຜົນກະທົບໃດໆຕໍ່ພັນທະກິດທີ່ປະຕິບັດໂດຍພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ມັນຈະບໍ່ຂັດຂວາງສິ່ງຕ່າງໆ ຫຼື ສົ່ງຜົນກະທົບຕໍ່ຜົນຮັບຂອງວຽກງານຂອງພຣະເຈົ້າ, ແຮງໄກທີ່ຈະສົ່ງຜົນກະທົບຕໍ່ຄວາມຄືບໜ້າຂອງວຽກງານຂອງພຣະເຈົ້າ. ພັນທະກິດທີ່ປະຕິບັດໂດຍພຣະເຈົ້າທີ່ບັງເກີດເປັນເນື້ອໜັງກໍຄືການສະແດງພຣະທຳ, ເຮັດວຽກງານ ແລະ ຍ່າງຢູ່ທ່າມກາງຜູ້ຄົນຜ່ານເນື້ອໜັງທີ່ປົກກະຕິ ແລະ ສຳພັນກັບຊີວິດຈິງຢ່າງແທ້ຈິງ.

ທຸກສິ່ງທີ່ພວກເຮົາໄດ້ໂອ້ລົມກັນຂ້າງເທິງນັ້ນແມ່ນກ່ຽວກັບຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງຂອງເນື້ອໜັງທີ່ພຣະເຈົ້າຊົງບັງເກີດ. ຈຸດປະສົງຂອງການໂອ້ລົມກ່ຽວກັບເນື້ອໃນນີ້ແມ່ນເພື່ອແກ້ໄຂບັນຫາທີ່ຜູ້ຄົນຄອຍປຽບທຽບພຣະເຈົ້າທີ່ບັງເກີດເປັນເນື້ອໜັງກັບພຣະເຈົ້າໃນສະຫວັນຢູ່ສະເໝີ. ເນື້ອໃນທີ່ພວກເຮົາໄດ້ໂອ້ລົມກັນໂດຍພື້ນຖານແລ້ວແມ່ນກວມເອົາດ້ານໜຶ່ງຂອງການສະແດງອອກເຖິງຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງຂອງສັນຊາດຕະຍານແຫ່ງຄວາມເປັນມະນຸດທີ່ປົກກະຕິຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ; ອີກດ້ານໜຶ່ງໂດຍຫຼັກແລ້ວແມ່ນກວມເອົາວິທີທີ່ເນື້ອໜັງທີ່ພຣະເຈົ້າຊົງບັງເກີດປະພຶດຕົນ ແລະ ກະທຳ. ແນ່ນອນວ່ານີ້ບໍ່ໄດ້ໝາຍຄວາມວ່າ ພຽງແຕ່ຍ້ອນຜູ້ຄົນຮູ້ວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງນັ້ນປົກກະຕິ ແລະ ສຳພັນກັບຊີວິດຈິງສໍ່າໃດໃນຄຳກ່າວ ແລະ ການກະທຳຂອງພຣະອົງ, ພວກເຂົາກໍຈະສາມາດປະຕິບັດຕໍ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງດ້ວຍວິທີທີ່ຖືກຕ້ອງຢ່າງສົມບູນ; ສິ່ງນີ້ຍັງບໍ່ພຽງພໍເລີຍ. ຕອນນີ້ພວກເຮົາຮູ້ແລ້ວວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງກ່າວ ແລະ ເຮັດວຽກງານແນວໃດ ແລະ ພຣະອົງປະພຶດຕົນ ແລະ ກະທຳແນວໃດ, ພວກເຮົາໂອ້ລົມກັນເທາະວ່າແມ່ນຫຍັງຄືສິ່ງທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງບໍ່ໄດ້ເຮັດ ຫຼື ພຣະອົງແຕກຕ່າງຈາກມະນຸດຊາດໃນລັກສະນະໃດແດ່.

ການສະແດງອອກບາງຢ່າງເຖິງຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງຂອງເນື້ອໜັງທີ່ພຣະເຈົ້າຊົງບັງເກີດນັ້ນ, ໃນຫຼາຍໆດ້ານ, ແມ່ນຄືກັນກັບສັນຊາດຕະຍານຂອງມະນຸດຊາດ, ນັ້ນກໍຄື ສັນຊາດຕະຍານ, ໜ້າທີ່ ແລະ ເງື່ອນໄຂທີ່ມີມາແຕ່ກຳເນີດຂອງເນື້ອໜັງມະນຸດ. ມັນສາມາດເວົ້າໄດ້ວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ມະນຸດຊາດທຳມະດານັ້ນຄືກັນໃນແງ່ຂອງສັນຊາດຕະຍານ. ເຖິງຢ່າງໃດກໍຕາມ, ນອກເໜືອຈາກຄວາມຄ້າຍຄືກັນນີ້ແລ້ວ, ແກ່ນແທ້ຊີວິດ, ອັດຕະລັກ, ອຸປະນິໄສ ແລະ ອື່ນໆຂອງພຣະອົງລ້ວນແຕ່ແຕກຕ່າງຈາກຂອງມະນຸດຊາດທີ່ເສື່ອມຊາມໂດຍສິ້ນເຊີງ. ສິ່ງນີ້ກ່ຽວຂ້ອງກັບວ່າ ການສະແດງອອກເຖິງການໃຊ້ຊີວິດຂອງພຣະອົງ ແລະ ແກ່ນແທ້ອຸປະນິໄສຂອງພຣະອົງ ແຕກຕ່າງຈາກຂອງມະນຸດຊາດທີ່ເສື່ອມຊາມໃນລັກສະນະໃດ. ເມື່ອເວົ້າເຖິງເລື່ອງນີ້ກໍນຳພວກເຮົາໄປສູ່ຫົວຂໍ້ຕໍ່ໄປທີ່ພວກເຮົາຈະໂອ້ລົມ ເຊິ່ງເປັນຫົວຂໍ້ທີສອງກ່ຽວກັບການປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ: ການບໍ່ຈັດໃຫ້ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຢູ່ໃນລະດັບດຽວກັນກັບມະນຸດຊາດທີ່ເສື່ອມຊາມ. ເພື່ອແກ້ໄຂບັນຫານີ້, ພວກເຮົາຍັງຕ້ອງອີງການໂອ້ລົມຂອງພວກເຮົາໃສ່ການເປີດເຜີຍຕ່າງໆ ແລະ ດ້ານຕ່າງໆຂອງການໃຊ້ຊີວິດທີ່ສະແດງອອກໂດຍພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ທາງທິດສະດີແລ້ວ, ພວກເຈົ້າເຫັນດີກັບປະໂຫຍກທີ່ວ່າ “ຢ່າຈັດໃຫ້ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຢູ່ໃນລະດັບດຽວກັນກັບມະນຸດຊາດທີ່ເສື່ອມຊາມ” ບໍ? (ເຫັນດີ). ພວກເຈົ້າຍັງຕ້ອງການປະຕິບັດຕາມປະໂຫຍກນີ້ ແລະ ເຕັມໃຈທີ່ຈະແກ້ໄຂບັນຫານີ້, ແຕ່ພວກເຈົ້າມີເສັ້ນທາງແຫ່ງການປະຕິບັດສຳລັບວິທີການຫຼີກລ່ຽງການຈັດໃຫ້ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຢູ່ໃນລະດັບດຽວກັນກັບມະນຸດຊາດທີ່ເສື່ອມຊາມບໍ? ມັນບໍ່ແມ່ນເລື່ອງງ່າຍເລີຍທີ່ຈະຊອກຫາເສັ້ນທາງແຫ່ງການປະຕິບັດ, ແມ່ນບໍ? ການບໍ່ຈັດໃຫ້ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຢູ່ໃນລະດັບດຽວກັນກັບມະນຸດຊາດທີ່ເສື່ອມຊາມເປັນຂໍ້ກຳນົດທີ່ວາງອອກສຳລັບພວກເຈົ້າ, ແຕ່ເປັນຫຍັງຈຶ່ງມີຂໍ້ກຳນົດດັ່ງກ່າວ? ສິ່ງນີ້ຄວນຄ່າແກ່ການໄຕ່ຕອງ. ເມື່ອຜູ້ຄົນສຳຜັດກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ຍ້ອນຮູບແບບການບັງເກີດເປັນເນື້ອໜັງຂອງພຣະອົງ ແລະ ຮູບລັກສະນະພາຍນອກຂອງພຣະອົງ, ພວກເຂົາມັກຈະປະຕິບັດຄືກັບວ່າພຣະອົງເປັນມະນຸດຊາດທີ່ເສື່ອມຊາມຄົນໜຶ່ງໂດຍທຳມະຊາດ. ສິ່ງນີ້ເທົ່າກັບການປະຕິບັດຕໍ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງໃນຖານະບຸກຄົນທີ່ບໍ່ມີຫຍັງກ່ຽວຂ້ອງກັບແກ່ນແທ້, ອັດຕະລັກ ແລະ ອຸປະນິໄສຂອງພຣະເຈົ້າໂດຍສິ້ນເຊີງ ແລະ ຈາກນັ້ນກໍນຳໃຊ້ວິທີຄິດຂອງມະນຸດຊາດທີ່ເສື່ອມຊາມເມື່ອມີປະຕິສຳພັນກັບພຣະອົງ, ໂດຍໃຊ້ວິທີທີ່ພວກເຂົາມີປະຕິສຳພັນກັບຄົນອື່ນມາປະຕິບັດຕໍ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ດັ່ງນັ້ນ, ວິທີທີ່ຜູ້ຄົນປະຕິບັດຕໍ່ພຣະເຈົ້າໃນດ້ານໜຶ່ງແມ່ນເປີດເຜີຍໃຫ້ເຫັນທັດສະນະຄະຕິທີ່ຜິດພາດຂອງພວກເຂົາທີ່ມີຕໍ່ພຣະອົງ ແລະ ໃນອີກດ້ານໜຶ່ງແມ່ນເປີດເຜີຍໃຫ້ເຫັນບັນຫາອັນໃຫຍ່ຫຼວງທີ່ມີຢູ່ໃນຕົວພວກເຂົາ: ພວກເຂົາບໍ່ຮູ້ຈັກພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ເຖິງແມ່ນວ່າຜູ້ຄົນຈະຮັບຮູ້ພຣະເຈົ້າທີ່ບັງເກີດເປັນເນື້ອໜັງທາງຄຳເວົ້າ ແລະ ຕິດຕາມພຣະອົງແຕ່ພາຍນອກ, ພວກເຂົາກໍຍັງບໍ່ໄດ້ມາຮູ້ຈັກ ຫຼື ຍອມຮັບບຸກຄົນທຳມະດາຜູ້ນີ້ໂດຍແກ່ນແທ້. ການບໍ່ຍອມຮັບບຸກຄົນທຳມະດາຜູ້ນີ້ໝາຍເຖິງການບໍ່ປະຕິບັດຕໍ່ບຸກຄົນທຳມະດາຜູ້ນີ້ໃນຖານະພຣະເຈົ້າທີ່ບັງເກີດເປັນເນື້ອໜັງ; ຄວາມໝາຍແຝງກໍຄື ຜູ້ຄົນປະຕິບັດຄືກັບວ່າບຸກຄົນທຳມະດາຜູ້ນີ້ເປັນມະນຸດຊາດທີ່ເສື່ອມຊາມຄົນໜຶ່ງ. ເພື່ອຫຼີກລ່ຽງບັນຫານີ້ ແລະ ເພື່ອແກ້ໄຂມັນເຊັ່ນກັນ, ມື້ນີ້ພວກເຮົາຈະໂອ້ລົມກັນອີກຄັ້ງກ່ຽວກັບການສະແດງອອກເຖິງຄວາມເປັນມະນຸດທີ່ປົກກະຕິຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງໃນຊີວິດປະຈຳວັນຂອງພຣະອົງ ແລະ ວິທີທີ່ຜູ້ຄົນຄວນຮູ້ຈັກ ແລະ ເຂົ້າໃຈການສະແດງອອກຕ່າງໆທີ່ພຣະອົງເປີດເຜີຍໃນການມີປະຕິສຳພັນຂອງພຣະອົງ ແລະ ການພົວພັນກັບຜູ້ຄົນ. ກ່ອນອື່ນ ໃຫ້ພວກເຮົາມາເບິ່ງບັນຫາຢ່າງທີ່ກ່ຽວຂ້ອງກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງເຊິ່ງຜູ້ຄົນບໍ່ສາມາດເຂົ້າໃຈໄດ້ ຫຼື ບັນຫາບາງຢ່າງທີ່ຜູ້ຄົນມັກເບິ່ງຜ່ານມຸມມອງຂອງມະນຸດຊາດທີ່ເສື່ອມຊາມໂດຍງ່າຍ. ພວກເຮົາມາກຳນົດກັນກ່ອນເທາະວ່າບຸດມະນຸດທຳມະດາຜູ້ນີ້ ເຊິ່ງກໍຄືພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ບໍ່ໄດ້ເຮັດສິ່ງໃດແດ່ ຫຼື ມີສິ່ງໃດແດ່ທີ່ເປີດເຜີຍໃນພຣະອົງເຊິ່ງຜູ້ຄົນບໍ່ສາມາດຮັບຮູ້ໄດ້. ສິ່ງເຫຼົ່ານີ້ໝາຍເຖິງຫຍັງກັນແທ້? ກ່ອນອື່ນໝົດ, ພຣະອົງບໍ່ໄດ້ຫຼອກລວງ ແລະ ພຣະອົງບໍ່ໄດ້ເຮັດສິ່ງຕ່າງໆ ເຊັ່ນ: ການໂຕ້ແຍ້ງ, ການຕໍ່ສູ້, ການວາງແຜນຮ້າຍ, ການໂຈມຕີ, ການແກ້ແຄ້ນ, ການລໍ້ລວງ ແລະ ອື່ນໆ. ເປັນຫຍັງຜູ້ຄົນຈຶ່ງຄວນເຂົ້າໃຈສິ່ງເຫຼົ່ານີ້? ຫຼັງຈາກທີ່ເຂົ້າໃຈສິ່ງເຫຼົ່ານີ້ແລ້ວ, ເຈົ້າກໍຈະມີຄວາມເຂົ້າໃຈຢ່າງແທ້ຈິງກ່ຽວກັບອຸປະນິໄສ ແລະ ແກ່ນແທ້ຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ດ້ວຍຄວາມເຂົ້າໃຈຢ່າງແທ້ຈິງເທົ່ານັ້ນ ເຈົ້າຈຶ່ງຈະບໍ່ຈັດໃຫ້ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຢູ່ໃນລະດັບດຽວກັນກັບມະນຸດຊາດທີ່ເສື່ອມຊາມໄດ້. ພຽງແຕ່ເມື່ອເຈົ້າບໍ່ຈັດໃຫ້ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຢູ່ໃນລະດັບດຽວກັນກັບມະນຸດຊາດທີ່ເສື່ອມຊາມ ເຈົ້າຈຶ່ງຈະສາມາດບັນລຸຄວາມສຳພັນທີ່ປົກກະຕິກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ຢືນຢູ່ໃນຕຳແໜ່ງທີ່ເໝາະສົມຂອງສິ່ງທີ່ຖືກສ້າງ ແລະ ປະຕິບັດຕໍ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງດ້ວຍທັດສະນະຄະຕິທີ່ສິ່ງທີ່ຖືກສ້າງຄວນມີ.

ກ່ຽວກັບສິ່ງທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງບໍ່ໄດ້ເຮັດ, ກ່ອນອື່ນ ພວກເຮົາໂອ້ລົມກ່ຽວກັບດ້ານຂອງການບໍ່ຫຼອກລວງກັນເທາະ. ການສະແດງອອກທີ່ສະເພາະເຈາະຈົງຂອງການຫຼອກລວງແມ່ນຫຍັງ? ການເວົ້າຕົວະ, ການບິດເບືອນຂໍ້ເທັດຈິງ, ການເສແສ້ງ, ການທຳທ່າເປັນໃນສິ່ງທີ່ເຈົ້າບໍ່ໄດ້ເປັນ, ການເວົ້າໂອ້ອວດ, ການເວົ້າບໍ່ຄິດ ແລະ ອື່ນໆ. ການສະແດງອອກທີ່ເຮົາຫາກໍກ່າວເຖິງນັ້ນພົບເຫັນໄດ້ທົ່ວໄປໃນມະນຸດຊາດທີ່ເສື່ອມຊາມບໍ? (ແມ່ນແລ້ວ). ການຫຼອກລວງ ແລະ ການເວົ້າຕົວະເປັນລັກສະນະທີ່ສຳຄັນ ແລະ ຊັດເຈນຂອງມະນຸດຊາດທີ່ເສື່ອມຊາມ; ພວກມັນເປັນລັກສະນະທົ່ວໄປຂອງມະນຸດຊາດທີ່ເສື່ອມຊາມທັງປວງ ແລະ ບໍ່ມີໃຜສາມາດຫຼີກໜີຈາກສິ່ງນີ້ໄດ້, ໂດຍບໍ່ມີຂໍ້ຍົກເວັ້ນ. ທຸກຄົນເວົ້າຕົວະ, ທຸກຄົນສ້າງພາບ ແລະ ທຸກຄົນທຳທ່າເປັນໃນສິ່ງທີ່ພວກເຂົາບໍ່ໄດ້ເປັນ, ສະແດງລະຄອນ ແລະ ເສແສ້ງ. ຍິ່ງໄປກວ່ານັ້ນ, ມັນເກີດຂຶ້ນກັບພວກເຂົາໂດຍທຳມະຊາດ; ພວກເຂົາບໍ່ຈຳເປັນຕ້ອງໃຫ້ພໍ່ແມ່ສອນພວກເຂົາ ແລະ ພວກເຂົາບໍ່ຈຳເປັນຕ້ອງໃຫ້ໃຜມາມີອິດທິພົນ, ຍຸຍົງ ຫຼື ປຸກປັ່ນພວກເຂົາ. ພວກເຂົາເກີດມາເປັນຄົນຂີ້ຕົວະ. ການເວົ້າແບບນີ້ເກີນໄປບໍ? (ບໍ່). ແລ້ວເນື້ອໜັງທີ່ພຣະເຈົ້າຊົງບັງເກີດເດ? ພວກເຮົາບໍ່ຟ້າວກ່າວເຖິງເລື່ອງທີ່ໄກຕົວເລີຍ; ສຳລັບວິທີທີ່ເຮົາເວົ້າ, ໃນພາສາມະນຸດແລ້ວ, ເຮົາເວົ້າຢ່າງກົງໄປກົງມາ. ຕົວຢ່າງ: ເມື່ອຊີ້ນຳພວກເຈົ້າໃນວຽກງານວິຊາຊີບບາງຢ່າງ, ຖ້າມີບາງສິ່ງທີ່ເຮົາບໍ່ຮູ້ວ່າຈະເຮັດແນວໃດ, ເຮົາກໍຈະເວົ້າວ່າ “ເຮົາເຂົ້າໃຈບໍ່ແຈ່ມແຈ້ງປານໃດກ່ຽວກັບເລື່ອງນີ້. ເຮົາບໍ່ຮູ້ວ່າຈະເຮັດມັນແນວໃດ. ພວກເຈົ້າຄວນຊອກຫາເອກະສານອ້າງອີງບາງຢ່າງ”. ຖ້າເຮົາຮູ້ກ່ຽວກັບເລື່ອງນັ້ນເລັກໜ້ອຍ, ເຮົາກໍຈະເວົ້າເທົ່າທີ່ເຮົາຮູ້. ຫຼັງຈາກທີ່ເຮົາເວົ້າໃນສິ່ງທີ່ເຮົາຮູ້ ແລະ ເຂົ້າໃຈຈົບແລ້ວ, ເຮົາກໍຈະເວົ້າວ່າ “ຖ້າມີສິ່ງໃດທີ່ເຮົາຂ້າມໄປ ແລະ ພວກເຈົ້າຮູ້, ພວກເຈົ້າກໍສາມາດເພີ່ມເຕີມໄດ້”. ເຈົ້າເຫັນບໍວ່າ ຄຳເວົ້າທີ່ເຮົາກ່າວເຫຼົ່ານີ້ກົງໄປກົງມາ ແລະ ຊື່ສັດບໍ? (ແມ່ນແລ້ວ). ພວກເຈົ້າໄດ້ຟັງເຮົາກ່າວມາຕະຫຼອດຫຼາຍປີນີ້, ແລ້ວພວກເຈົ້າເຫັນການຫຼອກລວງໃດໆໃນຄຳເວົ້າຂອງເຮົາບໍ? ມີການເສແສ້ງໃດໆບໍ? ມີການບິດເບືອນຂໍ້ເທັດຈິງໃດໆບໍ? (ບໍ່ມີ). ເມື່ອເຮົາໂອ້ລົມໃນການເຕົ້າໂຮມ ຫຼື ຊີ້ນຳວຽກງານວິຊາຊີບບາງຢ່າງຕາມປົກກະຕິ, ເຮົາມັກຈະຍົກຕົວຢ່າງ, ໂດຍອ້າງອີງເຖິງບາງສິ່ງທີ່ເລັກນ້ອຍ ແລະ ບໍ່ມີຫຍັງພິເສດຈາກຊີວິດປະຈຳວັນ. ເຖິງແມ່ນວ່າລາຍລະອຽດບາງຢ່າງຂອງລຳດັບເຫດການອາດຈະຖືກລະເວັ້ນໃນບາງເລື່ອງ, ເລື່ອງນັ້ນເອງກໍເປັນຂໍ້ເທັດຈິງ. ນອກຈາກນີ້, ຍັງມີພະຍານທີ່ເຫັນວິທີທີ່ເຮົາຈັດການ ແລະ ດຳເນີນການກ່ຽວກັບເລື່ອງເຫຼົ່ານັ້ນ. ເຮົາເຄີຍເວົ້າຕົວະບໍ? (ບໍ່ເຄີຍ). ເຮົາບໍ່ເວົ້າຕົວະ ແລະ ເຮົາບໍ່ສະແດງລະຄອນ ຫຼື ເສແສ້ງ. ເຈົ້າເຫັນບໍວ່າ ເຮົານຸ່ງເຄື່ອງຊຸດດຽວກັນເມື່ອເຮົາອອກໄປຂ້າງນອກຄືກັບທີ່ເຮົານຸ່ງຢູ່ເຮືອນ. ບາງຄັ້ງ, ຖ້າເຄື່ອງນຸ່ງຂອງເຮົາເປື້ອນ, ເຮົາກໍຈະປ່ຽນເປັນຊຸດທີ່ສະອາດເມື່ອເຮົາອອກໄປຂ້າງນອກ. ມັນເປັນພຽງການແຕ່ງກາຍໃຫ້ສະອາດຂຶ້ນເລັກໜ້ອຍ; ເຮົາຈະບໍ່ປ່ຽນເປັນເຄື່ອງນຸ່ງທີ່ມີຊື່ຍີ່ຫໍ້ຫຼູຫຼາພຽງເພື່ອອອກໄປຂ້າງນອກ. ການນຸ່ງເຄື່ອງທຳມະດາຢູ່ເຮືອນ ແລະ ແຕ່ງກາຍໃຫ້ສະອາດຂຶ້ນເລັກໜ້ອຍ ເມື່ອອອກໄປຂ້າງນອກ, ນີ້ບໍ່ແມ່ນການສະແດງລະຄອນ; ນີ້ຄືຄວາມເປັນມະນຸດທີ່ປົກກະຕິ.

ການຫຼອກລວງ, ການສະແດງລະຄອນ ແລະ ການເສແສ້ງ, ສິ່ງເຫຼົ່ານີ້ຄືສິ່ງທີ່ມະນຸດຊາດທີ່ເສື່ອມຊາມມັກເຮັດ. ເຈົ້າເຫັນບໍວ່າ ສິ່ງທີ່ມະນຸດເວົ້າສ່ວນໃຫຍ່ມີການເຈືອປົນ; ໂດຍສະເພາະເມື່ອມັນກ່ຽວຂ້ອງກັບຜົນປະໂຫຍດ, ຄວາມເປັນສ່ວນຕົວ, ຄວາມພາກພູມໃຈ, ສະຖານະ ຫຼື ຊື່ສຽງຂອງພວກເຂົາເອງ, ຜູ້ຄົນກໍຈະເວົ້າຕົວະ. ຕົວຢ່າງ: ບາງຄົນກໍປ່ອຍຕົວປ່ອຍໃຈເປັນພິເສດ, ມັກຫົວຂວັນ ແລະ ເວົ້າຢອກກັນຫຼິ້ນ, ບໍ່ເອົາໃຈໃສ່ໃນການປະຕິບັດໜ້າທີ່ຂອງພວກເຂົາ ແລະ ບໍ່ຈິງຈັງກັບສິ່ງໃດກໍຕາມທີ່ພວກເຂົາເຮັດ. ເມື່ອຜູ້ນໍາບໍ່ຢູ່, ພວກເຂົາກໍລົມກັນຫຼິ້ນ, ດື່ມຊາ, ດຽວກໍໄປຫ້ອງນໍ້າ ແລະ ດຽວກໍຍ່າງຫຼິ້ນໃນເດີ່ນ, ໃຊ້ຢ່າງສະບາຍໃຈເປັນພິເສດ. ເມື່ອຜູ້ນໍາມາ, ພວກເຂົາກໍຟ້າວເຮັດໃຫ້ຕົນເອງຫຍຸ້ງຢູ່ກັບວຽກງານ, ໂດຍທຳທ່າວ່າເປັນຄົນທີ່ມີຄວາມຮັບຜິດຊອບເປັນພິເສດ. ນີ້ບໍ່ແມ່ນການບິດເບືອນຂໍ້ເທັດຈິງບໍ? ນີ້ບໍ່ແມ່ນການເສແສ້ງບໍ? (ແມ່ນແລ້ວ). ມະນຸດຊາດທີ່ເສື່ອມຊາມມີຂໍ້ບົກພ່ອງອີກຢ່າງໜຶ່ງ: ພວກເຂົາມັກອະທິບາຍວ່າຕົນເອງເປັນຄົນທີ່ສູງສົ່ງ ແລະ ມີກຽດເປັນພິເສດ, ເປັນຄົນທີ່ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ຮັ່ງມີເປັນພິເສດ ແລະ ເປັນຄົນທີ່ມີສະຖານະ ແລະ ພູມຫຼັງທີ່ພິເສດ. ພວກເຂົາບໍ່ເຄີຍກ່າວເຖິງສິ່ງທີ່ຕ່ຳຊ້າ ຫຼື ໂງ່ຈ້າທີ່ພວກເຂົາໄດ້ເຮັດຢ່າງລັບໆ, ຄວາມຜິດພາດທີ່ພວກເຂົາໄດ້ເຮັດ ຫຼື ຂໍ້ບົກພ່ອງ ແລະ ຂໍ້ດ້ອຍທີ່ພວກເຂົາມີ, ພວກເຂົາບໍ່ເຄີຍຍົກເລື່ອງເຫຼົ່ານີ້ຂຶ້ນມາແມ່ນແຕ່ໜ້ອຍດຽວ ຫຼື ເປີດເຜີຍສິ່ງເຫຼົ່ານີ້ແມ່ນແຕ່ໜ້ອຍດຽວ, ໂດຍຢ້ານຢ່າງຍິ່ງວ່າຄົນອື່ນຈະເບິ່ງອອກເຖິງຄວາມຈິງ ແລະ ດູຖູກພວກເຂົາ. ນີ້ບໍ່ແມ່ນການບິດເບືອນຂໍ້ເທັດຈິງບໍ? ນີ້ບໍ່ແມ່ນການເວົ້າຕົວະ ແລະ ການຫຼອກລວງບໍ? (ແມ່ນແລ້ວ). ພວກເຂົາເຖິງກັບອ້າງວ່າພວກເຂົາສາມາດເຮັດໃນສິ່ງທີ່ພວກເຂົາບໍ່ສາມາດເຮັດໄດ້. ຖ້າກ່ອນໜ້ານີ້ພວກເຂົາໄດ້ຮັບໃຊ້ເປັນຜູ້ນໍາໃນລະດັບໃດໜຶ່ງ, ໄດ້ເຮັດວຽກງານທີ່ສຳຄັນບາງຢ່າງ ຫຼື ໄດ້ສ້າງຜົນງານບາງຢ່າງ, ພວກເຂົາກໍຕ້ອງປະກາດເລື່ອງນີ້ຢ່າງທົ່ວເຖິງ, ໂດຍຢ້ານຢ່າງຍິ່ງວ່າຄົນອື່ນຈະດູຖູກພວກເຂົາ. ເມື່ອເວົ້າເຖິງການເວົ້າບໍ່ຄິດ ແລະ ການເວົ້າໂອ້ອວດ, ພວກເຂົາ “ສາມາດເຮັດໄດ້ທຸກຢ່າງ”, ແຕ່ພວກເຂົາບໍ່ເຄີຍກ່າວເຖິງຂໍ້ບົກພ່ອງຂອງພວກເຂົາເອງ ຫຼື ຂໍ້ດ້ອຍໃນຄວາມເປັນມະນຸດຂອງພວກເຂົາ. ຜູ້ຄົນລ້ວນແຕ່ປະພຶດຕົນ ແລະ ກະທຳແບບນີ້. ຜູ້ຄົນເບິ່ງການສະແດງອອກເຫຼົ່ານີ້ວ່າເປັນລັກສະນະທົ່ວໄປຂອງມະນຸດຊາດ ແລະ ຄິດວ່າການປະພຶດຕົນແບບນີ້ເປັນເລື່ອງປົກກະຕິ ແລະ ທຳມະດາຫຼາຍ ແລະ ເປັນສ່ວນໜຶ່ງໃນຄວາມເປັນມະນຸດທີ່ປົກກະຕິ, ສະນັ້ນ ຫຼາຍຄົນຈຶ່ງຍັດເອົາມຸມມອງນີ້ໃຫ້ກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງຢ່າງເປັນທຳມະຊາດ, ໂດຍຄິດວ່າ “ພຣະເຈົ້າທີ່ບັງເກີດເປັນເນື້ອໜັງກໍເວົ້າຕົວະ ແລະ ຫຼອກລວງຄືກັນບໍ?” ຕົວຢ່າງ: ເມື່ອເຮົາເວົ້າວ່າເຮົາຮູ້ວິທີເຮັດກ້ຽວ, ບາງຄົນກໍບໍ່ເຊື່ອ, ໂດຍເວົ້າວ່າ “ຫຶ, ນອກເໜືອຈາກການສະແດງຄວາມຈິງແລ້ວ, ພຣະອົງຍັງຮູ້ວິທີແຕ່ງກິນອີກບໍ? ນັ້ນເປັນໄປບໍ່ໄດ້”. ພວກເຂົາຄິດວ່າ: “ມີໃຜແດ່ທີ່ບໍ່ເຄີຍເວົ້າຕົວະ? ມີໃຜແດ່ທີ່ບໍ່ເຄີຍເວົ້າໃຫຍ່?” ພຣະເຈົ້າທີ່ບັງເກີດເປັນເນື້ອໜັງກໍລວມຢູ່ໃນຄຳວ່າ “ໃຜ” ນັ້ນ. ພວກເຂົາເວົ້າແບບນີ້ຖືກຕ້ອງບໍ? (ບໍ່). ພວກເຂົາຜິດພາດຢູ່ບ່ອນໃດ? (ພວກເຂົາຈັດໃຫ້ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຢູ່ໃນລະດັບດຽວກັນກັບມະນຸດຊາດທີ່ເສື່ອມຊາມ). ເພາະວ່າມະນຸດຊາດທັງໝົດສາມາດເວົ້າຕົວະໄດ້, ເຈົ້າຈຶ່ງຄິດວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງກໍສາມາດເວົ້າຕົວະໄດ້ເຊັ່ນກັນ, ໂດຍຈິນຕະນາການວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງນັ້ນຄືກັນກັບມະນຸດຊາດທີ່ເສື່ອມຊາມ ແລະ ເຖິງກັບເວົ້າໃນໃຈຂອງເຈົ້າວ່າ “ຕາບໃດທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງສາມາດສະແດງຄວາມຈິງໄດ້, ນັ້ນກໍພຽງພໍແລ້ວ. ເຖິງແມ່ນວ່າເຈົ້າຈະເວົ້າຕົວະເປັນບາງຄັ້ງຄາວ, ພວກເຮົາກໍບໍ່ສົນໃຈ; ມັນບໍ່ໄດ້ສົ່ງຜົນກະທົບຕໍ່ອັດຕະລັກຂອງເຈົ້າໃນຖານະພຣະເຈົ້າທີ່ບັງເກີດເປັນເນື້ອໜັງ”. ນີ້ບໍ່ແມ່ນເລື່ອງທີ່ວ່າເຈົ້າສົນໃຈ ຫຼື ບໍ່; ເຈົ້າຕ້ອງໄຕ່ຕອງວ່າຄວາມຄິດເຫຼົ່ານີ້ທີ່ເຈົ້າມີກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງນັ້ນຖືກຕ້ອງ ຫຼື ບໍ່. ເຖິງແມ່ນວ່າທາງທິດສະດີແລ້ວ ເຈົ້າຈະຮູ້ວ່າສິ່ງນີ້ຜິດ ແລະ ເຈົ້າບໍ່ຄວນຄິດແບບນີ້, ເຈົ້າກໍຕ້ອງໄຕ່ຕອງວ່າເປັນຫຍັງເຈົ້າຈຶ່ງສາມາດຄິດແບບນີ້ໄດ້. ມັນເປັນເພາະວ່າເຈົ້າມີເລ່ລ່ຽມຫຼາຍເກີນໄປ ແລະ ບໍ່ຊື່ສັດ, ນັ້ນຈຶ່ງເປັນເຫດຜົນທີ່ເຈົ້າຄິດວ່າທຸກຄົນສາມາດເວົ້າຕົວະ ແລະ ສະແດງລະຄອນໄດ້ ແລະ ພຣະເຈົ້າທີ່ບັງເກີດເປັນເນື້ອໜັງກໍບໍ່ມີຂໍ້ຍົກເວັ້ນ. ເຈົ້າບໍ່ໄດ້ກຳລັງເຮັດຜິດພາດບໍທີ່ຄິດແບບນີ້? ເຖິງແມ່ນວ່າການເຮັດຜິດພາດນີ້ຈະບໍ່ແມ່ນເລື່ອງໃຫຍ່ ແລະ ບໍ່ໄດ້ສົ່ງຜົນກະທົບຕໍ່ການໄດ້ຮັບຄວາມຈິງຂອງເຈົ້າ, ພວກເຮົາກໍຕ້ອງຮອບຄອບແທ້ໆກ່ຽວກັບເລື່ອງນີ້ ແລະ ອະທິບາຍມັນໃຫ້ຊັດເຈນ. ຖ້າເຈົ້າປະຕິບັດຕໍ່ພຣະທຳທຳມະດາທີ່ກ່າວໂດຍພຣະເຈົ້າທີ່ບັງເກີດເປັນເນື້ອໜັງດ້ວຍທັດສະນະຄະຕິທີ່ສົງໄສ ແລະ ບໍ່ເຊື່ອແບບນັ້ນ, ແລ້ວເຈົ້າຈະປະຕິບັດແນວໃດເມື່ອພຣະອົງໂອ້ລົມກ່ຽວກັບຄວາມຈິງ, ສະແດງຄວາມຈິງ ແລະ ສະແດງເຈດຕະນາຂອງພຣະເຈົ້າ ແລະ ເມື່ອພຣະອົງພິພາກສາ, ເປີດໂປງ, ກ່າວໂທດ ແລະ ລິຮານເຈົ້າ? ເຈົ້າຈະປ່ຽນທັດສະນະຄະຕິຂອງເຈົ້າບໍ? ເຈົ້າຈະບໍ່ປ່ຽນ; ເຈົ້າຈະປະຕິບັດຕໍ່ມັນດ້ວຍທັດສະນະຄະຕິແບບດຽວກັນ, ໂດຍຄິດວ່າພຣະທຳທີ່ກ່າວໂດຍພຣະເຈົ້າທີ່ບັງເກີດເປັນເນື້ອໜັງນັ້ນບໍ່ຈຳເປັນຕ້ອງຖືກຕ້ອງທັງໝົດ. ທາງທິດສະດີແລ້ວ, ເຈົ້າຮັບຮູ້ວ່າສິ່ງທີ່ພຣະອົງກ່າວນັ້ນຖືກຕ້ອງ ແລະ ທັງໝົດນັ້ນຄືຄວາມຈິງ, ແຕ່ເມື່ອເຈົ້າເຮັດສິ່ງທີ່ລະເມີດຫຼັກການ ແລະ ພຣະອົງລິຮານ ແລະ ເປີດໂປງເຈົ້າ, ເຈົ້າກໍຄິດໃນໃຈວ່າ “ໃນເລື່ອງນີ້, ພຣະທຳຂອງພຣະເຈົ້າບໍ່ແມ່ນຄວາມຈິງ, ເພາະວ່າຂ້ານ້ອຍບໍ່ໄດ້ຄິດແບບນັ້ນກ່ຽວກັບເລື່ອງດັ່ງກ່າວ. ຂ້ານ້ອຍມີຂໍ້ອ້າງ ແລະ ເຫດຜົນທີ່ດີຫຼາຍສຳລັບເລື່ອງນີ້, ສະນັ້ນ ຂ້ານ້ອຍຈຶ່ງສາມາດເລືອກທີ່ຈະບໍ່ຍອມຮັບມັນ. ຂ້ານ້ອຍສາມາດປະຕິເສດ ແລະ ຕໍ່ຕ້ານພຣະອົງດ້ວຍທັດສະນະຄະຕິທີ່ບໍ່ສົນໃຈມັນ, ຫຼີກລ່ຽງຫົວຂໍ້ນັ້ນ ແລະ ບໍ່ຍອມຮັບມັນ ແລະ ປະຕິບັດຕໍ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງດ້ວຍທັດສະນະຄະຕິແບບດຽວກັນກັບທີ່ຂ້ານ້ອຍໃຊ້ເມື່ອໃຊ້ເຫດຜົນກັບຄົນໃດໜຶ່ງ”. ຖ້າເຈົ້າປະຕິບັດຕໍ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງດ້ວຍທັດສະນະຄະຕິແບບນັ້ນ, ແກ່ນແທ້ຂອງບັນຫາແມ່ນຫຍັງ? ທັດສະນະຄະຕິຂອງເຈົ້າທີ່ມີຕໍ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງນັ້ນເປັນການກະບົດ ຫຼື ເໝາະສົມ? (ມັນເປັນການກະບົດ, ບໍ່ເໝາະສົມ). ຖ້າເຈົ້າຄິດວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງສາມາດຫຼອກລວງ, ເວົ້າຕົວະ, ເວົ້າໃຫຍ່, ເອົາແຕ່ເວົ້າແນວຄິດທີ່ຟັງຄືດີ ແລະ ຮ້ອງຄຳຂວັນໄດ້, ແລ້ວເມື່ອພຣະອົງລິຮານ ແລະ ເປີດໂປງເຈົ້າ, ເຈົ້າກໍຈະຄິດວ່າເຈົ້າມີເຫດຜົນທີ່ຈະບໍ່ຍອມຮັບມັນ ແລະ ປະຕິເສດມັນ: “ຂ້ານ້ອຍພຽງແຕ່ຈະບໍ່ຍອມຮັບມັນ ແລະ ຂ້ານ້ອຍຈະຕໍ່ຕ້ານພຣະອົງ. ພຣະອົງບໍ່ແມ່ນພຽງແຕ່ຄົນທຳມະດາບໍ? ເປັນຫຍັງຂ້ານ້ອຍຈຶ່ງຄວນຍອມຮັບໃນສິ່ງທີ່ພຣະອົງກ່າວ? ຂ້ານ້ອຍຈະຍອມຮັບໃນສິ່ງທີ່ພຣະອົງກ່າວຖ້າມັນຖືກຕ້ອງ ແລະ ຂ້ານ້ອຍຈະບໍ່ຍອມຮັບໃນສິ່ງທີ່ຂ້ານ້ອຍຄິດວ່າຜິດ; ຂ້ານ້ອຍຈະຍອມຮັບມັນຖ້າຂ້ານ້ອຍມີຄວາມສຸກ ແລະ ຂ້ານ້ອຍຈະບໍ່ຍອມຮັບມັນຖ້າຂ້ານ້ອຍບໍ່ມີຄວາມສຸກ; ຂ້ານ້ອຍຈະຍອມຮັບມັນຖ້າສິ່ງທີ່ພຣະອົງກ່າວນັ້ນສອດຄ່ອງກັບຜົນປະໂຫຍດ, ລົດນິຍົມ ແລະ ອາລົມຂອງຂ້ານ້ອຍ ແລະ ຂ້ານ້ອຍຈະບໍ່ຍອມຮັບມັນຖ້າມັນບໍ່ສອດຄ່ອງກັບຜົນປະໂຫຍດ ແລະ ອາລົມຂອງຂ້ານ້ອຍ. ນີ້ບໍ່ແມ່ນເລື່ອງທຳມະຊາດ ແລະ ສົມເຫດສົມຜົນໂດຍສົມບູນບໍ? ນີ້ເປັນສິ່ງທີ່ເໝາະສົມຫຼາຍ, ນີ້ຄືສິດຂອງຂ້ານ້ອຍ ແລະ ຂ້ານ້ອຍກໍບໍ່ຮູ້ສຶກຕຳໜິຕິຕຽນໃນໃຈແມ່ນແຕ່ໜ້ອຍດຽວ”. ຖ້ານີ້ຄືທັດສະນະຄະຕິຂອງເຈົ້າທີ່ມີຕໍ່ພຣະເຈົ້າ, ແລ້ວຄວາມສຳພັນຂອງເຈົ້າກັບພຣະເຈົ້າແມ່ນຄວາມສຳພັນລະຫວ່າງສິ່ງທີ່ຖືກສ້າງກັບພຣະຜູ້ສ້າງແທ້ໆບໍ? ມັນແມ່ນຄວາມສຳພັນລະຫວ່າງມະນຸດກັບພຣະເຈົ້າບໍ? (ບໍ່). ເມື່ອຕັດສິນຈາກທັດສະນະຄະຕິ ຫຼື ການສະແດງອອກຂອງເຈົ້າ, ຄວາມສຳພັນລະຫວ່າງພຣະເຈົ້າທີ່ບັງເກີດເປັນເນື້ອໜັງກັບເຈົ້າເປັນພຽງຄວາມສຳພັນລະຫວ່າງຄົນທຳມະດາກັບມະນຸດທີ່ເສື່ອມຊາມທຳມະດາ; ມັນພຽງແຕ່ຢູ່ໃນລະດັບຂອງຄວາມສຳພັນລະຫວ່າງຜູ້ຄົນ. ບໍ່ມີບັນຫາຢູ່ບ່ອນນີ້ບໍ? (ມີ). ສະນັ້ນ, ກ່ອນອື່ນ ເຈົ້າຕ້ອງແນ່ໃຈວ່າ ໃນເມື່ອພຣະເຈົ້າທີ່ບັງເກີດເປັນເນື້ອໜັງຮຽກຮ້ອງໃຫ້ມະນຸດຊາດເປັນຄົນຊື່ສັດ, ພຣະອົງເອງກໍຕ້ອງຊື່ສັດກ່ອນ. ຄວາມເປັນມະນຸດຂອງພຣະອົງມີແກ່ນແທ້ຂອງຄວາມຊື່ສັດ; ສິ່ງນີ້ບໍ່ຕ້ອງສົງໄສເລີຍ. ເຈົ້າຄວນຮັບຮູ້ຈຸດນີ້ ແລະ ເຈົ້າຍັງຄວນຍອມຮັບມັນຈາກໃຈຂອງເຈົ້າອີກດ້ວຍ. ບໍ່ພຽງແຕ່ເຈົ້າຕ້ອງຮັບຮູ້ມັນໃນໃຈຂອງເຈົ້າເທົ່ານັ້ນ, ແຕ່ເຈົ້າຍັງຕ້ອງມີທັດສະນະຄະຕິແຫ່ງການຍອມຮັບແບບນັ້ນໃນຊີວິດຈິງອີກດ້ວຍ. ມະນຸດຊາດທີ່ເສື່ອມຊາມສາມາດເວົ້າຕົວະ ແລະ ບິດເບືອນຂໍ້ເທັດຈິງໄດ້ໃນທຸກສະຖານະການ ແລະ ໃຜກໍສາມາດເສແສ້ງ, ເວົ້າບໍ່ຄິດ ແລະ ເວົ້າໃຫຍ່ໄດ້. ເຫດຜົນທີ່ມະນຸດຊາດທີ່ເສື່ອມຊາມສາມາດເຮັດແບບນີ້ໄດ້ກໍຄື ອຸປະນິໄສທີ່ເສື່ອມຊາມແບບຊາຕານໄດ້ກາຍເປັນຊີວິດ ແລະ ທຳມະຊາດຂອງມະນຸດ, ເຊິ່ງເປັນເຫດຜົນທີ່ພວກເຂົາມີການເປີດເຜີຍທີ່ເປັນທຳມະຊາດເຫຼົ່ານີ້. ເຖິງຢ່າງໃດກໍຕາມ, ພຣະເຈົ້າທີ່ບັງເກີດເປັນເນື້ອໜັງມີດ້ານຂອງຄວາມຊື່ສັດໃນຄວາມເປັນມະນຸດຂອງພຣະອົງ. ເປັນເພາະວ່າຊີວິດຂອງພຣະອົງສັກສິດຢ່າງແນ່ນອນ, ອົງປະກອບຂອງຄວາມຊື່ສັດຈຶ່ງຍິ່ງເປັນດ້ານໜຶ່ງຂອງແກ່ນແທ້ຂອງພຣະອົງ. ສິ່ງນີ້ບໍ່ຕ້ອງສົງໄສເລີຍ ແລະ ຜູ້ຄົນກໍບໍ່ຄວນສົງໄສ.

ມີຄັ້ງໜຶ່ງເຮົາກຳລັງລົມກັບຄົນໆໜຶ່ງ ແລະ ລາວເວົ້າວ່າລາວມີບັນຫາກະເພາະອາຫານ, ໄດ້ຮັບຢາຫຼາຍຢ່າງຈາກໂຮງໝໍ ແລະ ໄດ້ກິນຢາມາຫຼາຍປີແລ້ວ. ຕໍ່ມາບັນຫາກະເພາະອາຫານຂອງລາວກໍດີຂຶ້ນເລັກໜ້ອຍ. ເຮົາຖາມລາວວ່າ “ເຈົ້າມີບັນຫາກະເພາະອາຫານປະເພດໃດ? ມັນເປັນຫວັດລົງກະເພາະ, ບາດເປື່ອຍໃນກະເພາະອາຫານ ຫຼື ກົດໃນກະເພາະອາຫານຫຼາຍເກີນໄປບໍ?” ເມື່ອລາວໄດ້ຍິນເຮົາຖາມລາຍລະອຽດ, ລາວກໍບໍ່ຍອມໃຫ້ຄຳຕອບທີ່ກົງໄປກົງມາກັບເຮົາ, ແຕ່ຍັງຄົງເວົ້າວ່າ “ຂ້ານ້ອຍມີບັນຫາກະເພາະອາຫານ ແລະ ຂ້ານ້ອຍກໍໄດ້ກິນຢາຫຼາຍຢ່າງ”. ເປັນຫຍັງເຮົາຈຶ່ງຖາມລາວແບບນີ້? ມັນເປັນພຽງການລົມກັນທຳມະດາ, ເພື່ອຊອກຫາວ່າລາວມີບັນຫາກະເພາະອາຫານປະເພດໃດ. ບາງຄັ້ງເຮົາກໍເຈັບທ້ອງຄືກັນ, ສະນັ້ນ ຖ້າລາວມີບັນຫາປະເພດນີ້, ບາງທີລາວອາດຈະສາມາດໃຫ້ຄວາມຊ່ວຍເຫຼືອບາງຢ່າງໄດ້. ການລົມກັນບໍ່ຄືກັບການໂອ້ລົມກ່ຽວກັບຄວາມຈິງ ຫຼື ການເຮັດວຽກງານຢ່າງເປັນທາງການ, ເຊິ່ງມີເປົ້າໝາຍທີ່ຊັດເຈນ, ຂັ້ນຕອນທີ່ເຂັ້ມງວດ ແລະ ທັດສະນະຄະຕິທີ່ຈິງຈັງ. ການລົມກັນນັ້ນສະບາຍໆກວ່າ, ໂດຍບໍ່ມີຈຸດປະສົງສະເພາະ ຫຼື ການວາງແຜນຮ້າຍໃດໆເຂົ້າມາກ່ຽວຂ້ອງ. ແຕ່ເມື່ອເຮົາຖາມລາວວ່າລາວມີບັນຫາກະເພາະອາຫານປະເພດໃດແທ້, ລາວກໍບໍ່ຍອມໃຫ້ຄຳຕອບທີ່ກົງໄປກົງມາກັບເຮົາ. ລາວກຳລັງເວົ້າຕົວະບໍ? ລາວກຳລັງເວົ້າຄວາມຈິງບໍ? (ລາວບໍ່ໄດ້ເວົ້າຄວາມຈິງ). ແລ້ວເປັນຫຍັງລາວຈຶ່ງບໍ່ເວົ້າຄວາມຈິງ? ເພາະວ່າລາວຕ້ອງການປິດບັງບັນຫານັ້ນ ແລະ ເຫດຜົນຂອງລາວໃນການປິດບັງບັນຫານັ້ນກໍຄື ລາວກັງວົນວ່າເຮົາຈະປະຕິບັດຕໍ່ລາວແນວໃດຫຼັງຈາກທີ່ຮູ້ກ່ຽວກັບຄວາມເຈັບປ່ວຍຂອງລາວ. ບໍ່ວ່າລາວຈະກັງວົນວ່າເຮົາຈະດູຖູກລາວ ຫຼື ເຮົາຈະປົດລາວອອກ ຫຼື ປັບການມອບໝາຍໜ້າທີ່ຂອງລາວ, ເຊິ່ງຈະສົ່ງຜົນກະທົບຕໍ່ຄວາມລອດພົ້ນຂອງລາວ, ສະຫຼຸບແລ້ວ, ລາວກັງວົນ, ສະນັ້ນ ລາວຈຶ່ງຕ້ອງການປິດບັງມັນ. ບອກເຮົາເບິ່ງວ່າ ມັນມີຄວາມຈຳເປັນຫຍັງທີ່ຕ້ອງເຮັດແບບນີ້ບໍ? ມັນບໍ່ແມ່ນເລື່ອງທີ່ໂງ່ຈ້າຫຼາຍບໍທີ່ລາວເຮັດແບບນີ້? (ແມ່ນແລ້ວ). ແລ້ວຄົນແບບນັ້ນເປີດເຜີຍອຸປະນິໄສປະເພດໃດ? (ອຸປະນິໄສທີ່ຊົ່ວຊ້າ). ຄວາມຊົ່ວຊ້າຢູ່ບ່ອນໃດ? (ລາວຄາດເດົາກ່ຽວກັບພຣະເຈົ້າ, ຈິນຕະນາການສິ່ງຕ່າງໆໃນໃຈຂອງລາວຢູ່ສະເໝີ, ປະຕິບັດຕໍ່ຈິນຕະນາການຂອງລາວວ່າເປັນຂໍ້ເທັດຈິງ, ຄາດເດົາກ່ຽວກັບເຈດຕະນາທີ່ຢູ່ເບື້ອງຫຼັງພຣະທຳຂອງພຣະເຈົ້າ ແລະ ລະແວດລະວັງພຣະເຈົ້າໃນທຸກດ້ານ ຄືກັນກັບທີ່ລາວລະແວດລະວັງຜູ້ຄົນ). ຖ້າເປົ້າໝາຍຂອງການຄາດເດົາ ແລະ ຄວາມລະແວດລະວັງຂອງເຈົ້າເປັນມະນຸດຊາດທີ່ເສື່ອມຊາມຄົນໜຶ່ງ, ມັນກໍຄົງມີຄວາມຈຳເປັນໃນລະດັບໜຶ່ງ, ເພາະວ່າສັງຄົມທຸກມື້ນີ້ຊັບຊ້ອນເກີນໄປ, ຜູ້ຄົນກໍຊັບຊ້ອນ ແລະ ຈິດໃຈຂອງມະນຸດກໍຊົ່ວຮ້າຍ. ເຈົ້າບໍ່ຮູ້ວ່າໃຜອາດຈະກະທຳການຢ່າງປະສົງຮ້າຍລັບຫຼັງເຈົ້າ ຫຼັງຈາກທີ່ຮູ້ສະຖານະການຕົວຈິງຂອງເຈົ້າ, ສະນັ້ນ ເຈົ້າຈຶ່ງບໍ່ຕ້ອງການໃຫ້ຄົນພາຍນອກຮູ້ກ່ຽວກັບສະຖານະການຕົວຈິງຂອງເຈົ້າຫຼາຍເກີນໄປ; ນີ້ຄືສິ່ງທີ່ເຂົ້າໃຈໄດ້. ເຈົ້າຕ້ອງລະແວດລະວັງ ແລະ ລະມັດລະວັງໃນທຸກດ້ານເມື່ອມີປະຕິສຳພັນກັບຜູ້ຄົນ ແລະ ເຈົ້າບໍ່ສາມາດບອກຄົນພາຍນອກກ່ຽວກັບສະຖານະການຕົວຈິງຂອງເຈົ້າໄດ້. ນີ້ຄືກົນລະຍຸດທາງປັດຊະຍາ ຫຼື ປັດຊະຍາການດໍາລົງຊີວິດທາງໂລກເມື່ອມີປະຕິສຳພັນກັບຜູ້ຄົນ. ແຕ່ລາວນຳໃຊ້ຫຼັກການ ແລະ ກົນລະຍຸດນີ້ຢູ່ໃສ? ລາວນຳໃຊ້ມັນໃນການມີປະຕິສຳພັນກັບເຮົາ. ເຮົາບໍ່ເຄີຍມີປະຕິສຳພັນກັບລາວມາກ່ອນ, ແຕ່ຈາກການລົມກັນຄັ້ງດຽວນັ້ນ, ເຮົາກໍເຂົ້າໃຈຄົນຜູ້ນີ້ທັງໝົດ: ລາວເວົ້າຕົວະຫຼາຍເກີນໄປ. ບອກເຮົາເບິ່ງວ່າ ເຮົາເປັນຄົນທີ່ຈະຫຼອກໃຫ້ເຈົ້າຕິດກັບ ຫຼື ທຳຮ້າຍເຈົ້າບໍ? ເຮົາເປັນຄົນທີ່ເຈົ້າຕ້ອງລະແວດລະວັງບໍ? (ບໍ່). ຖ້າແມ່ນແຕ່ເຮົາກໍຍັງເປັນຄົນທີ່ເຈົ້າລະແວດລະວັງ, ແລ້ວຄວາມເຊື່ອໃນພຣະເຈົ້າຂອງເຈົ້າມີຄວາມໝາຍ ຫຼື ຄຸນຄ່າຫຍັງ? ການບໍ່ກ້າເວົ້າຄວາມຈິງແມ່ນແຕ່ກ່ຽວກັບເລື່ອງເລັກນ້ອຍແບບນັ້ນ, ການຂາດແມ່ນແຕ່ຄວາມກ້າຫານທີ່ຈະເວົ້າຄວາມຈິງ, ເຈົ້າຈະເອີ້ນຄົນແບບນັ້ນວ່າແນວໃດ? ຄົນແບບນັ້ນບໍ່ມີເລ່ລ່ຽມຫຼາຍບໍ? (ແມ່ນແລ້ວ). ການນຳວິທີການສຳລັບການດຳລົງຊີວິດທາງໂລກ ແລະ ຫຼັກການສຳລັບການປະຕິບັດຕໍ່ຜູ້ບໍ່ມີຄວາມເຊື່ອມາໃຊ້ກັບເຮົາ ບໍ່ແມ່ນວ່າເປັນສິ່ງທີ່ບໍ່ຈຳເປັນຫຍັງເລີຍບໍ? ເຮົາຕ້ອງການຊອກຮູ້ກ່ຽວກັບເຈົ້າແທ້ໆບໍ? ນີ້ບໍ່ແມ່ນພຽງແຕ່ການລົມກັນບໍ? ເຖິງແມ່ນວ່າເຮົາຈະຕ້ອງການຊອກຮູ້ກ່ຽວກັບເຈົ້າກໍຕາມ, ເຮົາກໍຈະບໍ່ຫຼອກໃຫ້ເຈົ້າຕິດກັບ ຫຼື ທຳຮ້າຍເຈົ້າ ແລະ ເຮົາຈະບໍ່ເອົາມັນມາເປັນປະເດັນເວົ້າລັບຫຼັງເຈົ້າ. ສະນັ້ນ, ສຳລັບພວກເຈົ້າແຕ່ລະຄົນ, ບາງຄັ້ງເຮົາກໍລົມກັບພວກເຈົ້າ, ຖາມວ່າຊີວິດຢູ່ບ່ອນທີ່ພວກເຈົ້າຢູ່ເປັນແນວໃດ, ສະພາບອາກາດເປັນແນວໃດ, ສະພາບແວດລ້ອມສຳລັບການປະຕິບັດໜ້າທີ່ຂອງພວກເຈົ້າເໝາະສົມ ຫຼື ບໍ່ໃນຕອນນີ້, ພວກເຈົ້າມີຄວາມຫຍຸ້ງຍາກໃດໆໃນການປະຕິບັດໜ້າທີ່ຂອງພວກເຈົ້າໃນຊ່ວງນີ້ ຫຼື ບໍ່. ອີກຢ່າງໜຶ່ງ ສຳລັບບາງຄົນທີ່ຫາກໍມາຈາກປະເທດຈີນແຜ່ນດິນໃຫຍ່, ເຮົາກໍຖາມພວກເຂົາວ່າສະພາບແວດລ້ອມຢູ່ທີ່ນັ້ນເປັນແນວໃດ ແລະ ຄົນສ່ວນໃຫຍ່ເປັນແນວໃດໃນການປະຕິບັດໜ້າທີ່ຂອງພວກເຂົາ. ນີ້ເປັນພຽງການລົມກັນທຳມະດາ. ໃນດ້ານໜຶ່ງ, ມັນເກີດຈາກຄວາມຕ້ອງການຂອງຄວາມເປັນມະນຸດທີ່ປົກກະຕິ; ໃນອີກດ້ານໜຶ່ງ, ເພາະວ່າພວກເຈົ້າເຊື່ອໃນພຣະເຈົ້າ, ສິ່ງທີ່ພວກເຮົາລົມກັນລ້ວນແຕ່ເປັນເລື່ອງທີ່ກ່ຽວຂ້ອງກັບຄວາມເຊື່ອໃນພຣະເຈົ້າ ແລະ ພວກເຮົາບໍ່ໄດ້ລົມກັນກ່ຽວກັບຫົວຂໍ້ຂອງໂລກທີ່ບໍ່ມີຄວາມເຊື່ອ ເຊັ່ນ: ດາລາ, ຄົນດັງ, ກະແສສັງຄົມ ຫຼື ການເມືອງ. ຖ້າພວກເຈົ້າຕ້ອງລະແວດລະວັງແມ່ນແຕ່ໃນລະຫວ່າງການລົມກັນທຳມະດາ, ເຮົາກໍຈະບໍ່ລົມກັບພວກເຈົ້າອີກ. ບາງຄົນຄອຍຄິດຢູ່ສະເໝີວ່າ “ພຣະອົງມີຈຸດປະສົງສະເພາະໃນການລົມກັບພວກເຮົາບໍ? ພຣະອົງຄອຍຕັ້ງຄຳຖາມບາງຢ່າງກັບພວກເຮົາສະເໝີເມື່ອພຣະອົງມີປະຕິສຳພັນກັບພວກເຮົາ; ພຣະອົງຕ້ອງການຊອກຮູ້ບາງສິ່ງບໍ? ຂ້ານ້ອຍບໍ່ສາມາດບອກສະຖານະການຕົວຈິງໃຫ້ພຣະອົງຮູ້ໄດ້ຢ່າງເດັດຂາດ”. ຖ້າເຈົ້າຄິດແບບນີ້, ເຈົ້າກໍຄວນບອກລ່ວງໜ້າວ່າ “ຢ່າລົມກັບພວກເຮົາ. ຂ້ານ້ອຍຢ້ານວ່າພຣະອົງຈະຊອກຮູ້ຂໍ້ມູນບາງຢ່າງ. ຂ້ານ້ອຍບໍ່ຢາກບອກພຣະອົງ, ສະນັ້ນ ຢ່າຖາມອີກ!” ຫຼັງຈາກທີ່ເຮົາໄດ້ຍິນວ່າເຈົ້າບໍ່ເຕັມໃຈທີ່ຈະລົມ, ເຮົາກໍຈະປ່ອຍມັນໄປ. ເຈົ້າຄິດວ່າເຮົາຈຳເປັນຕ້ອງລົມກັບເຈົ້າບໍ? ຄົນສ່ວນໃຫຍ່ບໍ່ມີຄວາມເປັນມະນຸດທີ່ປົກກະຕິ ແລະ ເຮົາກໍບໍ່ເຕັມໃຈທີ່ຈະລົມກັບຄົນແບບນັ້ນ.

ພວກເຮົາຫາກໍໂອ້ລົມກັນກ່ຽວກັບວ່າ ພຣະເຈົ້າທີ່ບັງເກີດເປັນເນື້ອໜັງບໍ່ໄດ້ຫຼອກລວງແນວໃດ. ປະໂຫຍກນີ້ບໍ່ໄດ້ຢູ່ໃນລະດັບຂອງທິດສະດີ ແລະ ມັນບໍແມ່ນຄຳເວົ້າທີ່ຕາຍຕົວ. ກ່ອນອື່ນໝົດ, ການບໍ່ຫຼອກລວງເປັນດ້ານໜຶ່ງຂອງການໃຊ້ຊີວິດ ແລະ ການເປີດເຜີຍແກ່ນແທ້ທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງມີ, ຜູ້ເຊິ່ງມີອັດຕະລັກຂອງພຣະເຈົ້າ. ມັນບໍ່ແມ່ນທິດສະດີ, ແຮງໄກທີ່ມັນຈະເປັນຄຳຂວັນ, ແຕ່ເປັນການໃຊ້ຊີວິດທີ່ແທ້ຈິງ, ເປັນການໃຊ້ຊີວິດທີ່ສຳພັນກັບຊີວິດຈິງ. ບໍ່ວ່າຈະເປັນໃນຊີວິດປະຈຳວັນ ຫຼື ເມື່ອໂອ້ລົມກ່ຽວກັບຄວາມຈິງ ແລະ ສົນທະນາກ່ຽວກັບວຽກງານ, ຄຳເວົ້າທີ່ເຮົາກ່າວນັ້ນບໍ່ມີການຫຼອກລວງຢ່າງເດັດຂາດ, ບໍ່ມີການເວົ້າຕົວະຢ່າງເດັດຂາດ; ແຮງໄກທີ່ເຮົາຈະແຕ່ງເລື່ອງຂຶ້ນມາ. ຕົວຢ່າງ: ເມື່ອເຮົາກຳລັງໂອ້ລົມກ່ຽວກັບຫົວຂໍ້ໃດໜຶ່ງ ແລະ ຈື່ຄຳສັບໃດໜຶ່ງບໍ່ໄດ້, ເຮົາກໍຈະຖາມວ່າພວກເຈົ້າຈື່ຄຳສັບນີ້ໄດ້ ຫຼື ບໍ່. ບາງຄັ້ງພວກເຈົ້າກໍຈື່ມັນໄດ້ ແລະ ບາງຄັ້ງພວກເຈົ້າກໍຈື່ມັນບໍ່ໄດ້, ສະນັ້ນ ເຮົາກໍຈະໃຊ້ອີກຄຳສັບໜຶ່ງມາຖ່າຍທອດຄວາມໝາຍ ຫຼື ບອກວ່າເຮົາກໍຈື່ມັນບໍ່ໄດ້ຄືກັນ. ໃນດ້ານໜຶ່ງ, ເຮົາມີທັດສະນະຄະຕິທີ່ຊື່ສັດ ແລະ ບໍ່ແຕ່ງເລື່ອງຂຶ້ນມາ; ຖ້າເຮົາລືມ, ເຮົາກໍບອກວ່າເຮົາລືມ ແລະ ຖ້າເຮົາຈື່ບໍ່ໄດ້, ເຮົາກໍບອກວ່າເຮົາຈື່ບໍ່ໄດ້. ໃນອີກດ້ານໜຶ່ງ, ບາງຄັ້ງເຮົາກໍບໍ່ສາມາດຊອກຫາຄຳສັບທີ່ເໝາະສົມໄດ້ ຫຼື ເຮົາລືມສິ່ງທີ່ກຳລັງຈະເວົ້າ, ໃນກໍລະນີດັ່ງກ່າວ ເຮົາຈະບໍ່ທຳທ່າໄອ ຫຼື ເວົ້າວ່າ “ສຽງກະດິ່ງປະຕູດັງ; ເຮົາຈະໄປເປີດປະຕູ” ຫຼື “ສຽງໂທລະສັບດັງ; ເຮົາຈະໄປຮັບສາຍ”. ເຮົາຈະບໍ່ບິດເບືອນຂໍ້ເທັດຈິງ. ເຮົາເປັນແນວໃດເມື່ອມີປະຕິສຳພັນກັບພວກເຈົ້າ ແລະ ໂອ້ລົມກ່ຽວກັບວຽກງານແບບເຊິ່ງໜ້າ, ເຮົາກໍເປັນແບບນັ້ນໃນຊີວິດປະຈຳວັນຂອງເຮົາເມື່ອຢູ່ລັບຫຼັງພວກເຈົ້າ. ເຮົາເປັນຄົນປະເພດນີ້ແທ້ໆ; ເຮົາເປັນຄົນແບບດຽວກັນທັງຕໍ່ໜ້າ ແລະ ລັບຫຼັງພວກເຈົ້າ. ຖ້າເຮົາມັກກິນຫຍັງ, ເຮົາກໍບອກວ່າເຮົາມັກກິນສິ່ງນັ້ນ; ເຮົາບໍ່ເວົ້າຕົວະ. ຕົວຢ່າງ: ເຮົາເວົ້າວ່າ: “ເຮົາມັກກິນເຕົ້າຫູ້ຍຳກັບຕົ້ນຫອມ ແລະ ມັນຝຣັ່ງຊອຍຜັດນໍ້າສົ້ມ”. ບາງຄົນເວົ້າວ່າ “ຂ້ານ້ອຍບໍ່ເຊື່ອ. ຕອນນີ້ພຣະອົງຈະຂາດຫຍັງໄດ້? ພຣະອົງອາດຈະກິນຊີ້ນໝູຕົ້ມພະໂລ້ ແລະ ກ້ຽວທຸກມື້!” ເຮົາເວົ້າວ່າ “ເຖິງແມ່ນວ່າຊີ້ນໝູຕົ້ມພະໂລ້ຈະແຊບ, ເຮົາບໍ່ມັກກິນສິ່ງທີ່ມັນເກີນໄປແທ້ໆ. ສຳລັບອາຫານເຊົ້າ, ເຮົາພຽງແຕ່ກິນເຂົ້າປຽກໜຶ່ງຖ້ວຍ ແລະ ກັບເຂົ້າບາງຢ່າງ; ມັນງ່າຍແບບນັ້ນແຫຼະ”. ສິ່ງເຫຼົ່ານີ້ລ້ວນແຕ່ເປັນຂໍ້ເທັດຈິງແທ້ໆ; ບໍ່ມີແມ່ນແຕ່ປະໂຫຍກດຽວທີ່ເປັນການເວົ້າຕົວະ. ຄຳເວົ້າທີ່ເຮົາກ່າວກັບພວກເຈົ້າ, ຕົວຢ່າງທີ່ເຮົາຍົກຂຶ້ນມາ ຫຼື ສິ່ງເຫຼົ່ານີ້ຈາກຊີວິດຈິງທີ່ເຮົາກ່າວເຖິງ, ບໍ່ວ່າພວກເຈົ້າຈະເບິ່ງວ່າພວກມັນຂ້ອນຂ້າງເປັນມະນຸດ, ທຳມະດາ ແລະ ປົກກະຕິ ຫຼື ພວກມັນຫຍາບຄາຍເລັກໜ້ອຍກໍຕາມ, ໃນກໍລະນີໃດກໍຕາມ, ສິ່ງທີ່ເຮົາເວົ້າລ້ວນແຕ່ເປັນຄວາມຈິງທີ່ຊື່ສັດ, ລ້ວນແຕ່ອີງໃສ່ຂໍ້ເທັດຈິງ. ມັນບໍ່ແມ່ນເພື່ອສະແດງໃຫ້ພວກເຈົ້າເຫັນວ່າ “ເບິ່ງແມວ່າເຮົາທຳມະດາສໍ່າໃດ, ເຮົາກົມກືນເຂົ້າກັບຊີວິດມະນຸດຫຼາຍສໍ່າໃດ, ເຮົາຮຽບງ່າຍ ແລະ ບໍ່ເສີມແຕ່ງຫຼາຍສໍ່າໃດ”. ເຮົາບໍ່ມີຄວາມຄິດເຫຼົ່ານີ້ແທ້ໆ. ບາງຄັ້ງ, ເພື່ອໂອ້ລົມກ່ຽວກັບດ້ານໜຶ່ງຂອງຄວາມຈິງ, ເຮົາກໍກ່າວເຖິງສິ່ງເລັກນ້ອຍບາງຢ່າງໃນຊີວິດ ແລະ ບາງຄົນກໍຄິດວ່ານີ້ຄືຄວາມຖ່ອມຕົວ ແລະ ຄວາມເຊື່ອງຊ້ອນຂອງພຣະເຈົ້າ. ຄວາມຈິງແລ້ວ, ນັ້ນບໍ່ແມ່ນຄວາມໝາຍຂອງເຮົາແທ້ໆ. ເມື່ອເຮົາກ່າວເຖິງສິ່ງເຫຼົ່ານັ້ນ, ເຮົາພຽງແຕ່ເວົ້າໄປຕາມຄວາມເປັນຈິງ; ເຮົາບໍ່ໄດ້ເວົ້າສິ່ງທີ່ສູງສົ່ງ ແລະ ຍິ່ງໃຫຍ່ໃດໆ. ຈຸດປະສົງກໍຄືເພື່ອໃຫ້ຜູ້ຄົນສາມາດເຂົ້າໃຈຄວາມຈິງໄດ້ດີຂຶ້ນ ແລະ ເຮົາກໍບໍ່ມີເຈດຕະນາອື່ນໃດ. ໃນຄຳກ່າວ ແລະ ການກະທຳຂອງເຮົາ, ເຮົາຈະບໍ່ມີທາງເຮັດສິ່ງຕ່າງໆຢ່າງເດັດຂາດ ເຊັ່ນ: ການຊີ້ກວາງວ່າເປັນມ້າ, ການເຊືອດໄກ່ໃຫ້ລີງເບິ່ງ ຫຼື ການລົງໂທດຜູ້ຄົນຢ່າງໜັກເພື່ອເປັນການຕັກເຕືອນຄົນອື່ນ. ໃນອະດີດ, ເມື່ອພວກເຮົາໄປສະຖານທີ່ທີ່ອ້າຍເອື້ອຍນ້ອງອາໄສຢູ່, ພວກເຂົາກໍຈະຫຍຸ້ງຢູ່ກັບການເຮັດກ້ຽວ, ຜັດຊີ້ນ ແລະ ແຕ່ງກິນ. ຄວາມຈິງແລ້ວ, ບໍ່ຈຳເປັນຕ້ອງເປັນເຈົ້າພາບຕ້ອນຮັບພວກເຮົາແບບນີ້ເລີຍ. ເຮົາບອກວ່າໂດຍປົກກະຕິແລ້ວເຮົາບໍ່ໄດ້ເລືອກກິນອາຫານຂອງເຮົາປານນີ້; ອາຫານຂອງເຮົາຮຽບງ່າຍເປັນພິເສດ ແລະ ເຮົາກໍບໍ່ສົນໃຈເລື່ອງການໂອ້ອວດ. ບາງຄົນບໍ່ເຄີຍເຊື່ອໃນສິ່ງທີ່ເຮົາເວົ້າ; ພວກເຂົາຄອຍຄິດຢູ່ສະເໝີວ່າເຮົາກຳລັງເວົ້າຕົວະ. ບໍ່ວ່າເຮົາຈະເວົ້າຫຍັງກໍຕາມ, ພວກເຂົາກໍບໍ່ເຊື່ອ. ຄົນແບບນັ້ນເປັນພາລະແທ້ໆ; ພວກເຂົາໄຮ້ເຫດຜົນຢ່າງສິ້ນເຊີງ. ມັນບໍ່ແມ່ນວ່າເຮົາບໍ່ໜ້າເຊື່ອຖື ຫຼື ຄຳເວົ້າທີ່ເຮົາກ່າວນັ້ນມີສິ່ງທີ່ບໍ່ເປັນຄວາມຈິງ, ແຕ່ເປັນຍ້ອນວ່າເຈົ້າຊົ່ວຊ້າຫຼາຍ. ບໍ່ວ່າເຮົາຈະເວົ້າຫຍັງກໍຕາມ, ເຈົ້າກໍບໍ່ສາມາດຮັບເອົາມັນໃນທາງທີ່ຖືກຕ້ອງໄດ້; ເຈົ້າມີທັດສະນະຄະຕິທີ່ສົງໄສຕໍ່ທຸກສິ່ງທີ່ເຮົາເວົ້າ ແລະ ເຖິງກັບຄິດກ່ຽວກັບມັນໃນທາງທີ່ບິດເບືອນ, ໂດຍຖືວ່າທັງໝົດນັ້ນເປັນການຫຼອກລວງ ແລະ ເຈົ້າເຖິງກັບຕັ້ງຂໍ້ລະແວດລະວັງ. ເຈົ້າບໍ່ເຄີຍເຊື່ອວ່າຄຳເວົ້າທີ່ເຮົາກ່າວນັ້ນລ້ວນແຕ່ເປັນຄວາມຈິງທັງໝົດ. ນີ້ແມ່ນບັນຫາປະເພດໃດ? ເຈົ້າສາມາດເຊື່ອຄຳເວົ້າຂອງມານຮ້າຍ ແລະ ຊາຕານໄດ້, ແລ້ວເປັນຫຍັງເຈົ້າຈຶ່ງບໍ່ສາມາດເຊື່ອຄຳເວົ້າຂອງເຮົາໄດ້? ແລ້ວເຈົ້າຍັງສາມາດໄດ້ຮັບຄວາມຈິງໂດຍການເຊື່ອໃນພຣະເຈົ້າດ້ວຍວິທີນີ້ໄດ້ບໍ? ແນ່ນອນວ່າຄວາມຈິງບໍ່ແມ່ນຄຳເວົ້າທີ່ວ່າງເປົ່າ, ແຕ່ເປັນຄວາມເປັນຈິງຊີວິດທີ່ຜູ້ຄົນໃຊ້ຊີວິດຕາມ. ຄຳເວົ້າທີ່ເຮົາກ່າວກັບພວກເຈົ້າລ້ວນແຕ່ເປັນຄຳເວົ້າທີ່ສຳພັນກັບຊີວິດຈິງ. ຖ້າພວກເຈົ້າບໍ່ເຊື່ອພວກມັນ, ແລ້ວພວກເຈົ້າຈະສາມາດເຊື່ອໃນພຣະເຈົ້າໄດ້ແນວໃດ? ພຣະທຳຂອງພຣະເຈົ້າລ້ວນແຕ່ຊື່ສັດ ແລະ ເປັນຈິງ; ພຣະອົງບໍ່ເຄີຍເວົ້າຕົວະ, ບິດເບືອນຂໍ້ເທັດຈິງ, ເສແສ້ງ ຫຼື ທຳທ່າເປັນໃນສິ່ງທີ່ພຣະອົງບໍ່ໄດ້ເປັນ. ຖ້າພວກເຈົ້າສາມາດຮັບຮູ້ເຖິງຮູບແບບການປະພຶດເຫຼົ່ານີ້ໄດ້, ພວກເຈົ້າກໍຈະມີຄວາມເຂົ້າໃຈກ່ຽວກັບພຣະເຈົ້າ ແລະ ດ້ວຍວິທີນີ້ເທົ່ານັ້ນ ພວກເຈົ້າຈຶ່ງຈະສາມາດຮັບຮູ້ ແລະ ມາຮູ້ຈັກເທື່ອລະໜ້ອຍຜ່ານພຣະເຈົ້າທີ່ບັງເກີດເປັນເນື້ອໜັງວ່າ ພຣະເຈົ້ານັ້ນສຳພັນກັບຊີວິດຈິງໃນການກະທຳ ແລະ ຄຳກ່າວຂອງພຣະອົງ ແລະ ເຂົ້າໃຈພຣະທຳທີ່ພຣະອົງກ່າວ ແລະ ຄວາມຈິງທີ່ພຣະອົງໂອ້ລົມຢ່າງແທ້ຈິງ. ພວກເຮົາໄດ້ໂອ້ລົມກ່ຽວກັບດ້ານຂອງການບໍ່ຫຼອກລວງຈົບແລ້ວ.

ພວກເຮົາສືບຕໍ່ໂອ້ລົມກ່ຽວກັບດ້ານຂອງການບໍ່ຍາດແຍ່ງກັນເທາະ. ການບໍ່ຍາດແຍ່ງໝາຍຄວາມວ່າແນວໃດ? ມັນໝາຍເຖິງການບໍ່ໂຕ້ຖຽງ, ບໍ່ຍາດແຍ່ງສະຖານະ, ບໍ່ຊີງດີຊີງເດັ່ນ ແລະ ບໍ່ໂຕ້ຖຽງກັບເຈົ້າກ່ຽວກັບປະໂຫຍກໃດໜຶ່ງ. ຖ້າເຈົ້າເຫັນດ້ວຍກັບສິ່ງທີ່ເຮົາກ່າວກັບເຈົ້າ, ເຈົ້າກໍຮັບເອົາມັນ; ຖ້າເຈົ້າບໍ່ເຫັນດ້ວຍ, ເຮົາກໍຈະບໍ່ບັງຄັບເຈົ້າ. ຖ້າຄວາມຢັ່ງຮູ້ຂອງເຈົ້າບິດເບືອນ, ເຮົາກໍຈະເປີດໂປງເຈົ້າ ແລະ ແກ້ໄຂເຈົ້າ. ຖ້າເຈົ້າສາມາດຢັ່ງຮູ້ມັນໄດ້ຢ່າງຖືກຕ້ອງ, ນັ້ນກໍເປັນການດີທີ່ສຸດ; ຖ້າເຈົ້າບໍ່ສາມາດຢັ່ງຮູ້ມັນໄດ້ຢ່າງຖືກຕ້ອງ, ເຮົາກໍຈະບໍ່ບັງຄັບໃຫ້ເຈົ້າຍອມຮັບມັນ. ເຈົ້າພຽງແຕ່ປ່ອຍໃຫ້ສິ່ງຕ່າງໆເປັນໄປຕາມທຳມະຊາດ ແລະ ຄ່ອຍໆມາຮູ້ຈັກມັນ. ນອກຈາກນີ້, ບໍ່ວ່າຈະເປັນໃນການມີປະຕິສຳພັນ ຫຼື ການສົນທະນາລະຫວ່າງຜູ້ຄົນ, ເມື່ອເວົ້າ, ຜູ້ຄົນມັກຈະຍາດແຍ່ງຊື່ສຽງ, ຍາດແຍ່ງຄວາມເປັນໃຫຍ່, ຍາດແຍ່ງກັນໂອ້ອວດ ແລະ ຍາດແຍ່ງການຍົກຍ້ອງຈາກຄົນອື່ນຢູ່ສະເໝີ. ຜູ້ຄົນຍັງມັກຈະກະທຳແບບນີ້ເຊັ່ນກັນເມື່ອມີປະຕິສຳພັນກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ພວກເຈົ້າບໍ່ຄວນປະຕິບັດຕໍ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງດ້ວຍມຸມມອງທີ່ພວກເຈົ້າປະຕິບັດຕໍ່ມະນຸດຊາດ, ໂດຍເບິ່ງວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງນັ້ນຄືກັນກັບມະນຸດຊາດທີ່ເສື່ອມຊາມ. ເຈົ້າເຫັນບໍວ່າ ເມື່ອເຮົາກຳລັງເວົ້າກັບພວກເຈົ້າ, ເຮົາພະຍາຍາມລົມກັນແບບສະບາຍໆເພື່ອໃຫ້ພວກເຈົ້າທຸກຄົນໄດ້ເວົ້າຢ່າງອິດສະລະກ່ຽວກັບສິ່ງທີ່ຢູ່ໃນໃຈຂອງພວກເຈົ້າ ແລະ ລົມກັນກ່ຽວກັບສິ່ງທີ່ພວກເຈົ້າຮູ້ ແລະ ເຂົ້າໃຈ. ມັນອາດຈະເປັນໄປໄດ້ວ່າສິ່ງທີ່ເຈົ້າເວົ້ານັ້ນບໍ່ສອດຄ່ອງກັບຂໍ້ເທັດຈິງ ຫຼື ບໍ່ກົງໄປກົງມາຫຼາຍ, ແຕ່ເຮົາກໍຍັງໃຫ້ໂອກາດເຈົ້າໄດ້ເວົ້າ. ການລົມກັນຕາມປົກກະຕິຂອງພວກເຮົາບໍ່ແມ່ນການເຕົ້າໂຮມຢ່າງເປັນທາງການ; ທຸກຄົນມີສິດທີ່ຈະເວົ້າ. ເຮົາຈະບໍ່ເຮັດໃຫ້ພວກເຈົ້າທຸກຄົນຟັງແຕ່ເຮົາພຽງຜູ້ດຽວ, ແຕ່ພະຍາຍາມໃຫ້ທຸກຄົນໄດ້ເວົ້າ. ບາງຄັ້ງ, ຜ່ານການລົມກັນແບບສະບາຍໆກໍຄົ້ນພົບບັນຫາບາງຢ່າງໃນວຽກງານ, ສະນັ້ນ ພວກເຮົາຈຶ່ງເລີ່ມລົງມື ແລະ ແກ້ໄຂບັນຫາເຫຼົ່ານັ້ນ. ຖ້າບໍ່ມີບັນຫາໃດໆ, ທຸກຄົນກໍສາມາດເປີດໃຈ ແລະ ລົມກັນ, ຮູ້ສຶກສະບາຍໃຈ ແລະ ພຽງແຕ່ຖືວ່າມັນເປັນການບັນເທີງ. ບໍ່ວ່າເຮົາຈະຢູ່ໃນໂອກາດໃດ ຫຼື ຢູ່ກັບກຸ່ມຄົນໃດກໍຕາມ, ເຮົາຈະບໍ່ເວົ້າວ່າ: “ບໍ່ອະນຸຍາດໃຫ້ສຽງຂອງໃຜດັງກວ່າສຽງຂອງເຮົາ. ເຮົາຕ້ອງເໜືອກວ່າພວກເຈົ້າທຸກຄົນ. ໂດຍສະເພາະເມື່ອສົນທະນາກ່ຽວກັບບັນຫາໃດໜຶ່ງ, ເຮົາຕ້ອງເວົ້າຫຼາຍທີ່ສຸດ ແລະ ຄວາມເຂົ້າໃຈຂອງເຮົາຕ້ອງເລິກເຊິ່ງທີ່ສຸດ. ບໍ່ມີໃຜສາມາດເໜືອກວ່າເຮົາໄດ້. ຖ້າເຈົ້າເໜືອກວ່າເຮົາ, ແລ້ວເຮົາກໍຈະຍາດແຍ່ງຄວາມເປັນໃຫຍ່ກັບເຈົ້າ”. ເຮົາຈະບໍ່ເຮັດແບບນີ້. ເຖິງແມ່ນວ່າເຮົາຕ້ອງເວົ້າ ບໍ່ວ່າຈະເປັນໂອກາດໃດກໍຕາມ, ເຮົາກໍຍັງບໍ່ຄ່ອຍມັກເວົ້າຫຼາຍປານໃດ; ເຮົາມັກໃຫ້ທຸກຄົນໄດ້ເວົ້າ. ບາງຄັ້ງເຮົາກໍຖາມທຸກຄົນວ່າ “ຊ່ວງນີ້ພວກເຈົ້າໄດ້ຮຽນເຕັ້ນແດ່ບໍ? ພວກເຈົ້າໄດ້ຮຽນເຕັ້ນບົດໃດແດ່?” ຖ້າມີຄົນເວົ້າບາງສິ່ງຜິດ ຫຼື ສິ່ງທີ່ລາວເວົ້າບໍ່ກົງໄປກົງມາ ຫຼື ບໍ່ຖືກຕ້ອງ, ກໍບໍ່ຈຳເປັນຕ້ອງໂຕ້ຖຽງ. ບາງຄົນເວົ້າວ່າ “ຖ້າມີຄົນລ່ວງເກີນເຈົ້າເດ?” ການລ່ວງເກີນເຮົາໝາຍຄວາມວ່າແນວໃດ? ເຮົາບໍ່ເຄີຍພົບໃຜທີ່ຕັດສິນເຮົາ, ດ່າເຮົາ ຫຼື ໂຕ້ແຍ້ງເຮົາຢ່າງເປີດເຜີຍແທ້ໆ. ຖ້າມີຄົນແບບນັ້ນແທ້ໆ, ເຮົາກໍຈະຕ້ອງຖາມລາວວ່າ “ເປັນຫຍັງເຈົ້າຈຶ່ງເຮັດແບບນີ້? ສິ່ງທີ່ເຈົ້າເວົ້າສອດຄ່ອງກັບຂໍ້ເທັດຈິງບໍ?” ຖ້າສິ່ງທີ່ລາວເວົ້ານັ້ນຖືກຕ້ອງ, ເຮົາກໍຈະຂໍໂທດລາວ. ຖ້າລາວຜິດ, ເຮົາກໍຈະຕ້ອງໂອ້ລົມກ່ຽວກັບຄວາມຈິງກັບລາວ, ເພື່ອໃຫ້ລາວສາມາດຮັບຮູ້ບັນຫາຂອງລາວເອງ ແລະ ນັ້ນກໍພຽງພໍແລ້ວ. ເຮົາຈະບໍ່ຍາດແຍ່ງຄວາມເປັນໃຫຍ່ກັບລາວ, ໂດຍຮຽກຮ້ອງໃຫ້ລາວຍອມຈຳນົນຕໍ່ເຮົາ ແລະ ຮັບຮູ້ວ່າເຮົາເປັນຫົວໜ້າ. ສະນັ້ນ, ບາງຄັ້ງເມື່ອທຸກຄົນກຳລັງລົມກັນ, ສຽງຂອງບາງຄົນກໍດັງຂຶ້ນເລື້ອຍໆ ແລະ ການສົນທະນາກໍດຸເດືອດຂຶ້ນພໍສົມຄວນ; ເຮົາພຽງແຕ່ອົດທົນຟັງພວກເຂົາເວົ້າ. ມະນຸດຊາດທີ່ເສື່ອມຊາມນັ້ນແຕກຕ່າງອອກໄປ. ເຈົ້າເຫັນບໍວ່າ ເມື່ອບາງຄົນລົມກັນ, ພວກເຂົາກໍຈົບລົງດ້ວຍການໂຕ້ຖຽງ. ເລິກໆແລ້ວ, ພວກເຂົາດູຖູກກັນ ແລະ ພວກເຂົາກໍໂຕ້ຖຽງກັນຢ່າງບໍ່ມີວັນຈົບສິ້ນ, ໂດຍດື້ງດຶງທີ່ຈະຍາດແຍ່ງກັນວ່າໃຜຖືກ ແລະ ໃຜຜິດ, ຂໍໃຫ້ທຸກຄົນຕັດສິນ ແລະ ບໍ່ຍອມໃຫ້ໃຜມາລ່ວງເກີນພວກເຂົາ. ບາງຄັ້ງເມື່ອບາງຄົນສົນທະນາກັບເຮົາ, ພວກເຂົາກໍຂັດຈັງຫວະ, ຟ້າວເວົ້າກ່ອນ ຫຼື ໃຫ້ຄຳເຫັນບາງຢ່າງແບບຄົນບໍ່ຮູ້ເລື່ອງ ແລະ ເຖິງກັບລ່ວງເກີນເຮົາ. ເຮົາຮູ້ສຶກວ່າມັນບໍ່ແມ່ນເລື່ອງໃຫຍ່; ພວກເຂົາບໍ່ໄດ້ຕັ້ງໃຈເຮັດ. ຜູ້ຄົນລ້ວນແຕ່ມີອຸປະນິໄສທີ່ເສື່ອມຊາມ, ສະນັ້ນ ມັນຈຶ່ງເປັນເລື່ອງປົກກະຕິຫຼາຍທີ່ຈະມີການປະພຶດແບບນີ້. ເຖິງກັບມີບາງຄົນທີ່ເມື່ອຈັດການເລື່ອງຕ່າງໆກັບເຮົາ, ພວກເຂົາກໍຕັດສິນໃຈໂດຍກົງໂດຍບໍ່ລໍຖ້າໃຫ້ເຮົາເວົ້າ. ເຮົາຄິດໃນໃຈວ່າ “ເຈົ້າຕັດສິນໃຈໄປເລີຍໂດຍບໍ່ໄດ້ປຶກສາຫາລືເລື່ອງນີ້ກັບທຸກຄົນ, ແຕ່ວິທີການຈັດການຂອງເຈົ້ານັ້ນສົມເຫດສົມຜົນ, ສະນັ້ນ ມັນກໍບໍ່ເປັນຫຍັງ”. ແລ້ວເຮົາກໍບໍ່ເວົ້າຫຍັງ. ເຮົາບໍ່ໂຕ້ຖຽງກັບເຈົ້າ; ເຮົາສາມາດເຮັດສິ່ງນີ້ໄດ້ ແລະ ເຮົາກຳລັງເຮັດສິ່ງນີ້ແທ້ໆ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກຖາມເຮົາກ່ຽວກັບລາຍການວຽກງານສະເພາະດ້ານຕ່າງໆໃນຄຣິສຕະຈັກ, ເຮົາກໍໂອ້ລົມ ແລະ ໃຫ້ຄຳແນະນຳໂດຍອີງໃສ່ສິ່ງໃດກໍຕາມທີ່ເຂົ້າມາໃນຄວາມຄິດໃນເວລານັ້ນ ແລະ ຈາກນັ້ນຜູ້ນໍາ ແລະ ຜູ້ເຮັດວຽກກໍໄປທີ່ຄຣິສຕະຈັກເພື່ອຖ່າຍທອດ ແລະ ຈັດຕັ້ງປະຕິບັດຄຳແນະນໍານັ້ນ. ຕໍ່ມາ, ເມື່ອເຮົາໄປທີ່ຄຣິສຕະຈັກ ແລະ ເຫັນບາງຄົນ, ເຮົາພຽງແຕ່ຟັງຢູ່ຂ້າງໆເມື່ອພວກເຂົາໂອ້ລົມກ່ຽວກັບວຽກງານ. ຄວາມຈິງແລ້ວ, ເຮົາຮູ້ສິ່ງທັງໝົດນີ້, ແຕ່ບາງຄົນຄິດວ່າເຮົາບໍ່ຮູ້. ພວກເຂົາຄິດວ່າ “ນີ້ຄືທຸລະຂອງພວກເຮົາທີ່ເປັນມະນຸດ; ມັນບໍ່ມີຫຍັງກ່ຽວຂ້ອງກັບພຣະອົງ. ພຣະອົງເປັນພຽງຜູ້ສັງເກດການ, ສະນັ້ນ ພຮະອົງຄວນພຽງແຕ່ຟັງພວກເຮົາເວົ້າ”. ໃນສະຖານະການນັ້ນ, ເຮົາກໍບໍ່ເວົ້າຫຍັງຫຼາຍ; ເຮົາບໍ່ໂຕ້ຖຽງກັບຜູ້ຄົນ. ແຕ່ມະນຸດຊາດທີ່ເສື່ອມຊາມບໍ່ສາມາດເຮັດສິ່ງນີ້ໄດ້. ໃຜກໍຕາມທີ່ມີສະຖານະເລັກໜ້ອຍ ຫຼື ຜູ້ທີ່ແບກຮັບຄວາມຮັບຜິດຊອບບາງຢ່າງລ້ວນແຕ່ຕ້ອງການເປັນຜູ້ຕັດສິນໃຈຂັ້ນສຸດທ້າຍຢູ່ທ່າມກາງຜູ້ຄົນ, ເພື່ອປົກປ້ອງສະຖານະຂອງພວກເຂົາ ແລະ ເພື່ອປົກປ້ອງຕຳແໜ່ງຢ່າງເປັນທາງການຂອງພວກເຂົາ. ຖ້າມີຄົນບໍ່ຈິງຈັງກັບພວກເຂົາ, ພວກເຂົາກໍຈະຮູ້ສຶກອຸກໃຈເປັນພິເສດ, ໂດຍຮູ້ສຶກວ່າສັກສີ, ຄວາມທະນົງຕົວ ແລະ ລັກສະນະຂອງພວກເຂົາຖືກທ້າທາຍຢ່າງໜັກ. ເຮົາບໍ່ຮູ້ສຶກຫຍັງເລີຍກ່ຽວກັບສິ່ງປະເພດນີ້; ໃນໃຈ ແລະ ຄວາມຄິດຂອງເຮົາ, ເຮົາບໍ່ສົນໃຈສິ່ງຕ່າງໆ ເຊັ່ນ: ສະຖານະ, ຊື່ສຽງ ແລະ ກຽດຕິຍົດໃນທ່າມກາງຜູ້ຄົນ. ຖ້າບໍ່ວ່າເຮົາຈະໄປໃສ, ກໍມັກຈະມີຄົນຍ່າງຕາມຫຼັງເຮົາສະເໝີ, ຄອຍອ້ອມຮອບ ແລະ ຫຸ້ມເຮົາສະເໝີຄືກັບວ່າເຮົາເປັນຈຸດສູນກາງຂອງຄວາມສົນໃຈ ຫຼື ຖ້າຜູ້ຄົນຄອຍເອີ້ນເຮົາດ້ວຍຄຳຍົກຍ້ອງສະເໝີ, ສຸພາບກັບເຮົາຫຼາຍ, ປະຈົບປະແຈງເຮົາ ແລະ ປະຕິບັດຕໍ່ເຮົາຄືກັບຄົນພິເສດ ຫຼື ຜູ້ອາວຸໂສທີ່ມີສະຖານະ, ເຮົາກໍຮູ້ສຶກບໍ່ສະບາຍໃຈແທ້ໆ. ຖ້າເຈົ້າຢືນຢູ່ໃນລະດັບດຽວກັນກັບເຮົາ ແລະ ລົມກັນຢ່າງສະຫງົບ, ເຮົາກໍຮູ້ສຶກສະບາຍໃຈພໍສົມຄວນ; ຖ້າເຈົ້າເຮັດຕົວຕໍ່າຕ້ອຍ ແລະ ເສແສ້ງເປັນພິເສດຕໍ່ໜ້າເຮົາ, ເຮົາກໍຮູ້ສຶກຂ້ອນຂ້າງບໍ່ສະບາຍໃຈແທ້ໆ. ແຕ່ເກືອບໜຶ່ງຮ້ອຍເປີເຊັນຂອງມະນຸດຊາດທີ່ເສື່ອມຊາມບໍ່ສາມາດກ້າວຂ້າມອຸປະສັກຂອງສະຖານະ, ຊື່ສຽງ ແລະ ສັກສີໄດ້; ພວກເຂົາທຸກຄົນລ້ວນແຕ່ໄລ່ຕາມ ແລະ ເພີດເພີນກັບສິ່ງເຫຼົ່ານີ້.

ເມື່ອເຮົາກຳລັງລົມກັບຄົນຜູ້ໜຶ່ງ, ລາວກໍຍົກເລື່ອງໜຶ່ງຂຶ້ນມາ ແລະ ຕາມຫົວຂໍ້ຂອງລາວ, ເຮົາກໍຍົກເລື່ອງໜຶ່ງຂຶ້ນມາເຊັ່ນກັນ. ລາວຄິດໃນໃຈວ່າເຮົາຕ້ອງການຍາດແຍ່ງຄວາມເປັນໃຫຍ່ກັບລາວ, ສະນັ້ນ ລາວຈຶ່ງຍົກອີກສອງເລື່ອງຂຶ້ນມາທັນທີເພື່ອເບິ່ງວ່າເຮົາຈະສາມາດຍົກຂຶ້ນມາໄດ້ອີກສອງເລື່ອງ ຫຼື ບໍ່. ເຮົາໄດ້ເວົ້າແລ້ວວ່າການລົມກັນນັ້ນບໍ່ໄດ້ຈິງຈັງ ແລະ ເຂັ້ມງວດຄືກັບການເຮັດວຽກງານ; ມັນເປັນພຽງການລົມກັນແບບສະບາຍໆ. ຕາບໃດທີ່ທຸກຄົນມີຄວາມສຸກ, ມັນກໍບໍ່ເປັນຫຍັງ; ມັນບໍ່ມີຄວາມຊັບຊ້ອນຫຼາຍປານນັ້ນເຂົ້າມາກ່ຽວຂ້ອງ. ເຮົາເປັນຄົນຮຽບງ່າຍ. ບໍ່ວ່າຄົນໃດໜຶ່ງຈະເວົ້າກ່ຽວກັບຫຍັງກໍຕາມ, ເຮົາກໍພຽງແຕ່ເວົ້າແຊກ ແລະ ລົມກັນເລັກໜ້ອຍຕາມແນວທາງເຫຼົ່ານັ້ນ, ແຕ່ມັນພັດຈົບລົງດ້ວຍການສ້າງບັນຫາ. ລາວໝາຍຄວາມວ່າແນວໃດ? ບໍ່ວ່າລາວຈະລົມກ່ຽວກັບຫົວຂໍ້ໃດກໍຕາມ, ເຮົາກໍບໍ່ສາມາດເວົ້າກ່ຽວກັບມັນໄດ້ອີກຕໍ່ໄປ. ຖ້າເຮົາຍັງສືບຕໍ່ເວົ້າ, ລາວກໍຈະເບິ່ງບໍ່ເໜືອກວ່າ ແລະ ຈະຈົ່ມໃນໃຈວ່າ “ເປັນຫຍັງພຣະອົງຈຶ່ງບໍ່ຮູ້ເລື່ອງຮູ້ລາວແບບນີ້? ເປັນຫຍັງພຣະອົງຈຶ່ງບໍ່ເຂົ້າໃຈໃນສິ່ງທີ່ຂ້ານ້ອຍໝາຍເຖິງ? ພຣະອົງຄິດວ່າພຣະອົງເປັນໃຜ? ພຣະອົງເຖິງກັບຕ້ອງການມີປະຕິສຳພັນກັບຂ້ານ້ອຍໃນລະດັບດຽວກັນ!” ເມື່ອເຫັນວ່າລາວບໍ່ມັກລົມກັນແບບນີ້, ເຮົາກໍເຂົ້າໃຈ. ເຮົາມີປະຕິສຳພັນກັບຜູ້ຄົນໂດຍໃຊ້ວິທີການຂອງຄວາມເປັນມະນຸດທີ່ປົກກະຕິ. ຖ້າມັນບໍ່ໄດ້ຜົນ, ເຮົາກໍຈະຍອມຖອຍຢ່າງມີເຫດຜົນ; ເຮົາຈະບໍ່ໂຕ້ຖຽງກັບຜູ້ຄົນ. ມັນເປັນໄປບໍ່ໄດ້ທີ່ຈະເຂົ້າກັນໄດ້ກັບຜູ້ບໍ່ມີຄວາມເຊື່ອ ແລະ ບາງຄົນໃນຄຣິສຕະຈັກກໍໄຮ້ເຫດຜົນເຊັ່ນກັນ. ເມື່ອເຈົ້າໂອ້ລົມກັບພວກເຂົາ, ຄວາມຮູ້ສຶກເຖິງສັກສີຂອງພວກເຂົາເຮັດໃຫ້ພວກເຂົາບໍ່ເວົ້າຫຍັງອອກມາຢ່າງກົງໄປກົງມາ, ແຕ່ພວກເຂົາມີອຸປະນິໄສທີ່ເສື່ອມຊາມຢູ່ພາຍໃນ ແລະ ພວກເຂົາກໍຍັງຈະຍາດແຍ່ງກັບເຈົ້າ. ພວກເຂົາບໍ່ສາມາດຫຼີກລ່ຽງຈາກການຍາດແຍ່ງໄດ້. ເປັນຫຍັງ? ນັ້ນຄືຊີວິດຂອງພວກເຂົາ. ສຳລັບເລື່ອງທີ່ບໍ່ກ່ຽວຂ້ອງກັບຫຼັກການຄວາມຈິງ, ກໍບໍ່ຈຳເປັນຕ້ອງເລີ່ມການໂຕ້ຖຽງ. ຕົວຢ່າງ: ຊາວຕາເວັນອອກເວົ້າວ່າການດື່ມຊາເປັນຜົນດີຕໍ່ສຸຂະພາບ, ໃນຂະນະທີ່ຊາວຕາເວັນຕົກເວົ້າວ່າການດື່ມກາເຟເປັນຜົນດີຕໍ່ສຸຂະພາບ. ອັນໃດເປັນຜົນດີຕໍ່ສຸຂະພາບແທ້ໆ? ບໍ່ຈຳເປັນຕ້ອງໂຕ້ຖຽງກ່ຽວກັບເລື່ອງແບບນັ້ນ. ເລື່ອງນີ້ບໍ່ກ່ຽວຂ້ອງກັບຫຼັກການຄວາມຈິງ; ພຽງແຕ່ເລືອກໂດຍອີງໃສ່ຄວາມມັກ, ເງື່ອນໄຂການດຳລົງຊີວິດ ແລະ ນິໄສການໃຊ້ຊີວິດຂອງເຈົ້າເອງ. ຖ້າເຈົ້າມີກຳລັງຊື້ຊາມາດື່ມ, ກໍໃຫ້ດື່ມຊາ; ຖ້າເຈົ້າບໍ່ມີ, ກໍດື່ມນໍ້າຕົ້ມສຸກທຳມະດາ. ບໍ່ວ່າເຈົ້າຈະດື່ມຫຍັງກໍຕາມ, ມັນກໍບໍ່ໄດ້ສົ່ງຜົນກະທົບຕໍ່ວິທີທີ່ເຈົ້າປະພຶດຕົນເລີຍ. ບາງຄັ້ງ, ຄວາມຄິດ ແລະ ມຸມມອງຂອງພວກເຮົາກໍແຕກຕ່າງກັນ, ແຕ່ເຮົາກໍບໍ່ໄດ້ຈັບຜິດລາຍລະອຽດເລັກໆນ້ອຍໆກັບເຈົ້າ; ເຮົາຍັງຄົງຍຶດໝັ້ນໃນຫຼັກການຂອງເຮົາ. ເຮົາຈະບໍ່ໂຕ້ຖຽງກັບເຈົ້າກ່ຽວກັບເລື່ອງທີ່ບໍ່ກ່ຽວຂ້ອງກັບຫຼັກການ. ເຮົາຈະບໍ່ມີທາງໂຕ້ຖຽງຈົນໜ້າດຳໜ້າແດງກັບເຈົ້າຢ່າງເດັດຂາດກ່ຽວກັບປະໂຫຍກທີ່ບໍ່ກ່ຽວຂ້ອງກັບຫຼັກການເລີຍ ຫຼື ຫຼັກຄຳສອນ ຫຼື ທິດສະດີ, ພຽງເພື່ອເຮັດໃຫ້ເຮົາເບິ່ງຄືກັບຄົນທີ່ຍຶດໝັ້ນໃນຫຼັກການຢ່າງໜັກແໜ້ນ. ເຮົາຈະບໍ່ມີທາງເຮັດແບບນັ້ນຢ່າງເດັດຂາດ! ບາງຄັ້ງເມື່ອບາງຄົນຕັ້ງຄຳຖາມກັບເຮົາ, ເຮົາກໍຈະໂອ້ລົມກ່ຽວກັບຫຼັກການກັບພວກເຂົາ ແລະ ໃນສະຖານະການພິເສດ, ເຮົາກໍຈະບອກພວກເຂົາໂດຍກົງວ່າຕ້ອງເຮັດແນວໃດ. ຫຼັງຈາກນັ້ນ, ພວກເຂົາກໍສະເໜີວິທີການເຮັດອີກແບບໜຶ່ງ ແລະ ຖາມເຮົາວ່າມັນໄດ້ຜົນ ຫຼື ບໍ່. ເມື່ອໄດ້ຍິນວ່າຜົນຮັບຈາກວິທີການທີ່ພວກເຂົາສະເໜີມານັ້ນປະມານດຽວກັນກັບຂອງເຮົາ, ເຮົາກໍເວົ້າວ່າ “ຖ້າເຈົ້າເຮັດແບບນັ້ນແລ້ວມັນສະດວກສຳລັບເຈົ້າ ແລະ ເງື່ອນໄຂໃນທ້ອງຖິ່ນກໍເໝາະສົມ, ເຈົ້າກໍສາມາດເຮັດມັນຕາມຄວາມຄິດຂອງເຈົ້າໄດ້; ເຈົ້າບໍ່ຈຳເປັນຕ້ອງເຮັດມັນຕາມສິ່ງທີ່ເຮົາເວົ້າ”. ເຮົາຈະບໍ່ມີທາງເວົ້າຢ່າງເດັດຂາດວ່າ “ຄຳເວົ້າຂອງເຮົາຄືກົດໝາຍ; ສິ່ງທີ່ເຮົາເວົ້າຕ້ອງເປັນໄປຕາມນັ້ນ ແລະ ພວກເຈົ້າຕ້ອງຟັງ”. ມັນກໍບໍ່ເປັນຫຍັງຖ້າເຈົ້າບໍ່ຟັງ. ຖ້າສິ່ງທີ່ເຈົ້າເວົ້ານັ້ນສົມເຫດສົມຜົນ, ບໍ່ແຕກຕ່າງຈາກວິທີການທີ່ເຮົາແນະນຳຫຼາຍປານໃດ, ມີເປົ້າໝາຍດຽວກັນ ແລະ ຜົນຮັບກໍປະມານດຽວກັນ, ແລ້ວເຈົ້າກໍສາມາດເລືອກທີ່ຈະບໍ່ຟັງຄຳແນະນຳຂອງເຮົາໄດ້. ເຮົາຈະບໍ່ມີທາງບັງຄັບເຈົ້າຢ່າງເດັດຂາດ.

ເມື່ອສອງສາມປີກ່ອນ, ມີບາງຄົນໄດ້ສະແດງການເຕັ້ນສຳລັບລາຍການໜຶ່ງ. ເມື່ອເຫັນວ່າມີບັນຫາຈຳນວນໜຶ່ງກັບການເຄື່ອນໄຫວບາງຢ່າງຂອງພວກເຂົາ, ເຮົາກໍຊີ້ໃຫ້ພວກເຂົາເຫັນ. ພວກເຂົາບາງຄົນກໍບໍ່ພໍໃຈທີ່ໄດ້ຍິນແບບນີ້ ແລະ ບໍ່ເຕັມໃຈທີ່ຈະຍອມຮັບມັນ. ເຮົາບໍ່ໄດ້ໂຕ້ຖຽງກັບພວກເຂົາ; ເຮົາພຽງແຕ່ຂໍໃຫ້ພວກເຂົາເບິ່ງມັນຢ່າງລະມັດລະວັງສອງສາມຄັ້ງເພື່ອເບິ່ງວ່າມີບັນຫາກັບການເຄື່ອນໄຫວເຫຼົ່ານັ້ນ ຫຼື ບໍ່. ເຮົາເວົ້າວ່າ “ຖ້າພວກເຈົ້າຍັງບໍ່ສາມາດຮູ້ສຶກເຖິງບັນຫາທີ່ເຮົາກ່າວເຖິງໄດ້, ແລ້ວເຮົາກໍຈະໃຫ້ທາງເລືອກອື່ນແກ່ພວກເຈົ້າ. ລອງໃຊ້ທາງເລືອກນີ້ ແລະ ປຽບທຽບມັນກັບທາງເລືອກກ່ອນໜ້ານີ້ເພື່ອເບິ່ງວ່າອັນໃດດີກວ່າ”. ປາກົດວ່າພວກເຂົາໄດ້ລອງເຮັດມັນຕາມທາງເລືອກທີ່ເຮົາແນະນຳ ແລະ ຮູ້ສຶກວ່າທາງເລືອກຂອງເຮົາດີກວ່າແທ້ໆ ແລະ ຫຼັງຈາກນັ້ນພວກເຂົາຈຶ່ງຍອມຮັບວ່າມີບັນຫາບາງຢ່າງກັບການເຄື່ອນໄຫວການເຕັ້ນກ່ອນໜ້ານີ້. ພວກເຂົາບໍ່ສາມາດຮັບຮູ້ມັນໄດ້ໃນເວລານັ້ນ. ມັນອາດຈະເປັນພຽງແຕ່ວ່າຜູ້ສັງເກດການເຫັນໄດ້ຊັດເຈນກວ່າຜູ້ທີ່ກ່ຽວຂ້ອງ. ພວກເຂົາຄ່ອຍໆຊຳນານໃນການເຄື່ອນໄຫວເຫຼົ່ານັ້ນແລ້ວ ເພາະວ່າພວກເຂົາສະແດງພວກມັນຢູ່ສະເໝີ, ສະນັ້ນ ເມື່ອໄດ້ຍິນເຮົາເວົ້າຢ່າງກະທັນຫັນວ່າການເຄື່ອນໄຫວບາງຢ່າງບໍ່ດີ, ພວກເຂົາກໍອາດຈະຮູ້ສຶກວ່າສັກສີຂອງພວກເຂົາຖືກທຳຮ້າຍ ແລະ ບໍ່ສາມາດຍອມຮັບມັນໄດ້ໃນຊົ່ວຂະນະໜຶ່ງ. ເຮົາເວົ້າວ່າມັນເປັນເລື່ອງປົກກະຕິທີ່ຄົນໜຸ່ມສາວຈະເປັນແບບນີ້. ຈຸດປະສົງຂອງການບອກເລື່ອງນີ້ກັບພວກເຈົ້າແມ່ນຫຍັງ? ເຮົາພຽງແຕ່ຕ້ອງການບອກພວກເຈົ້າວ່າ ພາຍໃຕ້ສະຖານະການປົກກະຕິ, ເຮົາຈະບໍ່ມີທາງໂຕ້ຖຽງກັບພວກເຈົ້າຢ່າງເດັດຂາດກ່ຽວກັບບັນຫາທີ່ບໍ່ກ່ຽວຂ້ອງກັບຫຼັກການ. ຖ້າມັນກ່ຽວຂ້ອງກັບເລື່ອງຂອງຫຼັກການ, ເຮົາກໍຈະພຽງແຕ່ຊີ້ໃຫ້ເຫັນວິທີແກ້ໄຂສຳລັບພວກເຈົ້າເທົ່ານັ້ນ. ເຮົາຈະບໍ່ໃຊ້ສະຖານະເພື່ອສະກັດກັ້ນພວກເຈົ້າໂດຍບີບບັງຄັບ ແລະ ເຮັດໃຫ້ພວກເຈົ້າຟັງເຮົາ. ໃນກໍລະນີສ່ວນໃຫຍ່, ເຮົາຄ່ອຍໆຈັດການສິ່ງຕ່າງໆ, ລົມກັນໃຫ້ເຂົ້າໃຈ ແລະ ແກ້ໄຂພວກມັນ. ຖ້າວິທີການທັງໝົດເຫຼົ່ານີ້ບໍ່ໄດ້ຜົນ, ບາງທີບາງຄົນກໍອາດຈະຕ້ອງຖືກລິຮານ. ແນ່ນອນວ່າ ບາງຄົນຖືກລິຮານບໍ່ແມ່ນຍ້ອນພວກເຂົາລ່ວງເກີນເຮົາ, ແຕ່ຍ້ອນພວກເຂົາລະເມີດກົດການປົກຄອງ, ລະເມີດຫຼັກການ ແລະ ກໍ່ໃຫ້ເກີດການລົບກວນຕໍ່ວຽກງານຂອງຄຣິສຕະຈັກ. ສະນັ້ນ, ເມື່ອບຸກຄົນໃດໜຶ່ງເຮັດຜິດພາດ ຫຼື ກະບົດ ແລະ ຖືກລົງວິໄນ ຫຼື ຖືກລົງໂທດ, ມັນບໍ່ແມ່ນຍ້ອນລາວລ່ວງເກີນອັດຕະລັກຂອງພຣະເຈົ້າ ຫຼື ສະຖານະຂອງພຣະເຈົ້າ, ບໍ່ແມ່ນຍ້ອນລາວລ່ວງເກີນພຣະເຈົ້າ, ແຕ່ຍ້ອນລາວໄດ້ລະເມີດຫຼັກການ ແລະ ລະເມີດກົດການປົກຄອງ. ເບິ່ງທົ່ວທັງໂລກແມ: ເຄີຍມີໃຜຖືກລົງໂທດ ຫຼື ໄດ້ຮັບຜົນກຳຍ້ອນການລ່ວງເກີນພຣະເຈົ້າບໍ? ບໍ່ມີໃຜເລີຍ. ມີຄົນຈຳນວນຫຼາຍເກີນໄປໃນໂລກນີ້ທີ່ບໍ່ເຊື່ອໃນພຣະເຈົ້າ, ທີ່ດ່າພຣະເຈົ້າ, ທີ່ເວົ້າຄຳເວົ້າທີ່ໄຮ້ສາລະ ແລະ ທີ່ເວົ້າຄຳເວົ້າທີ່ອວດດີ. ເມື່ອພວກເຂົາຖືກລົງໂທດໃນທີ່ສຸດ, ມີພວກເຂົາຄົນໃດທີ່ຖືກລົງໂທດຍ້ອນລ່ວງເກີນພຣະເຈົ້າບໍ? ບໍ່ມີພວກເຂົາຄົນໃດເລີຍ; ມັນລ້ວນແຕ່ເປັນຍ້ອນພວກເຂົາໄດ້ກະທຳຄວາມຊົ່ວຮ້າຍຢ່າງຫຼວງຫຼາຍ ແລະ ພວກເຂົາຄວນຖືກລົງໂທດໂດຍອີງໃສ່ການກະທຳທີ່ຊົ່ວຮ້າຍເຫຼົ່ານີ້. ເມື່ອພົບກັບເລື່ອງທີ່ສາມາດກໍ່ໃຫ້ເກີດການໂຕ້ຖຽງ, ເຮົາກໍພະຍາຍາມລົມກັນໃຫ້ເຂົ້າໃຈກັບເຈົ້າ, ເພື່ອໃຫ້ເຈົ້າເຂົ້າໃຈວ່າຫຼັກການສຳລັບການຈັດການເລື່ອງນັ້ນແມ່ນຫຍັງ. ຖ້າເຈົ້າມີແຜນການທີ່ດີກວ່າ, ແນ່ນອນວ່າເຈົ້າກໍສາມາດຍຶດໝັ້ນກັບມັນໄດ້ເຊັ່ນກັນ. ເຮົາຈະບໍ່ຍາດແຍ່ງຄວາມເປັນໃຫຍ່ກັບເຈົ້ ແລະ ເຮົາຈະບໍ່ເວົ້າວ່າ “ໃນເມື່ອເຮົາໄດ້ເວົ້າແລ້ວ, ມັນກໍຕ້ອງຖືກຈັດຕັ້ງປະຕິບັດຕາມແຜນການຂອງເຮົາ. ເຖິງແມ່ນວ່າແຜນການຂອງເຈົ້າຈະດີ, ມັນກໍບໍ່ສາມາດຖືກຈັດຕັ້ງປະຕິບັດໄດ້. ເຮົາຕ້ອງເປັນຜູ້ຕັດສິນໃຈຂັ້ນສຸດທ້າຍໃນເລື່ອງນີ້!” ເຮົາຈະບໍ່ເຮັດແບບນີ້. ເຮົາຈະພະຍາຍາມຮັບຟັງຄວາມຄິດເຫັນຂອງພວກເຈົ້າ ແລະ ນຳເອົາຈຸດແຂງຂອງທຸກຄົນມາໃຊ້ໃຫ້ເກີດປະໂຫຍດ. ຖ້າບໍ່ມີໃຜໃນພວກເຈົ້າມີຄວາມຄິດເຫັນ ຫຼື ແນວຄິດໃດໆ, ແລ້ວເຮົາກໍຈະເປັນຜູ້ຕັດສິນໃຈຂັ້ນສຸດທ້າຍ, ສິ່ງນີ້ບໍ່ຈຳເປັນຕ້ອງເວົ້າເລີຍ. ແຕ່ເຮົາຈະບໍ່ມີທາງຍາດແຍ່ງກັບພວກເຈົ້າຄົນໃດກ່ຽວກັບສັກສີ, ສະຖານະ ຫຼື ວ່າໃຜຈະເປັນຜູ້ຕັດສິນໃຈຂັ້ນສຸດທ້າຍຢ່າງເດັດຂາດ. ຫຼັງຈາກທີ່ໄດ້ພົວພັນ ແລະ ຈັດການກັບພວກເຈົ້າຕະຫຼອດຫຼາຍປີມານີ້, ບາງທີພວກເຈົ້າກໍອາດຈະຮັບຮູ້ສິ່ງນີ້ເຊັ່ນກັນ: ຫຼາຍຄັ້ງທີ່ເຮົາໄດ້ເວົ້າບາງສິ່ງກັບພວກເຈົ້າ ແລະ ຫຼັງຈາກທີ່ເຮົາເວົ້າຈົບ, ພວກເຈົ້າກໍມີຄວາມຄິດຂອງພວກເຈົ້າເອງ ແລະ ບໍ່ໄດ້ປະຕິບັດ ຫຼື ຈັດຕັ້ງປະຕິບັດໃນສິ່ງທີ່ເຮົາເວົ້າ. ແລ້ວເຮົາກໍຈະພະຍາຍາມຊອກຫາວິທີເພື່ອອະທິບາຍມັນໃຫ້ຊັດເຈນຂຶ້ນ. ຖ້າພວກເຈົ້າສາມາດຍອມຮັບມັນໄດ້, ນັ້ນກໍຍິ່ງດີກວ່າ. ຖ້າເຈົ້າບໍ່ຍອມຮັບມັນ ແລະ ມັນສົ່ງຜົນກະທົບຕໍ່ວຽກງານຂອງຄຣິສຕະຈັກ, ແລ້ວຄຣິສຕະຈັກກໍມີກົດການປົກຄອງ: ຖ້າເຈົ້າຄວນຖືກປົດອອກ, ເຈົ້າກໍຈະຖືກປົດອອກ; ຖ້າເຈົ້າຄວນຖືກລິຮານ, ເຈົ້າກໍຈະຖືກລິຮານ; ຄຣິສຕະຈັກຈະຈັດການກັບເຈົ້າຕາມທີ່ຄວນຈະເປັນ. ເທົ່າທີ່ກ່ຽວຂ້ອງກັບເລື່ອງນັ້ນເອງ, ເຮົາຈະບໍ່ມີທາງໂຕ້ຖຽງກັບເຈົ້າຢ່າງເດັດຂາດກ່ຽວກັບສິ່ງໃດກໍຕາມເພື່ອຍາດເອົາສັກສີຂອງເຮົາກັບຄືນມາ ຫຼື ເພື່ອປົກປ້ອງສະຖານະ ແລະ ກຽດຕິຍົດຂອງເຮົາ. ເຮົາພຽງແຕ່ເນັ້ນໃສ່ການອະທິບາຍເລື່ອງລາວທັງໝົດຂອງເລື່ອງນັ້ນ ແລະ ຫຼັກການທີ່ຜູ້ຄົນຄວນເຂົ້າໃຈໃຫ້ຊັດເຈນ. ເຮົາອະທິບາຍສິ່ງຕ່າງໆຊໍ້າແລ້ວຊໍ້າອີກຢ່າງໃຈເຢັນ ເພື່ອໃຫ້ເຈົ້າສາມາດເຂົ້າໃຈຄວາມຈິງໄດ້ດີຂຶ້ນ ແລະ ເຂົ້າສູ່ຄວາມເປັນຈິງຄວາມຈິງ. ຈຸດປະສົງຂອງການໂອ້ລົມກ່ຽວກັບເນື້ອໃນນີ້ແມ່ນເພື່ອໃຫ້ພວກເຈົ້າສາມາດເຂົ້າໃຈພຣະເຈົ້າທີ່ບັງເກີດເປັນເນື້ອໜັງໄດ້ດີຂຶ້ນ. ນອກເໜືອຈາກການມີຄວາມເຂົ້າໃຈກ່ຽວກັບການໃຊ້ຊີວິດຕາມທີ່ປົກກະຕິ ແລະ ສຳພັນກັບຊີວິດຈິງຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງຢູ່ພາຍນອກແລ້ວ, ເຈົ້າຍັງສາມາດມີຄວາມເຂົ້າໃຈຕື່ມອີກກ່ຽວກັບແກ່ນແທ້, ອຸປະນິໄສ, ຄວາມຄິດ ແລະ ມຸມມອງຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ພວກເຮົາຫາກໍໂອ້ລົມກ່ຽວກັບຫົວຂໍ້ຂອງການບໍ່ຍາດແຍ່ງ. ເມື່ອສະຖານະ ແລະ ສັກສີເຂົ້າມາກ່ຽວຂ້ອງ, ຫຼັກການທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງປະຕິບັດຕາມກໍຄືການບໍ່ໂຕ້ຖຽງກັບຜູ້ຄົນ ແລະ ບໍ່ຍາດແຍ່ງສະຖານະ, ສັກສີ ຫຼື ຊື່ສຽງກັບຜູ້ຄົນ. ແນວໂນ້ມທີ່ຈະຍາດແຍ່ງສິ່ງເຫຼົ່ານີ້ກັບຄົນອື່ນຄືການສະແດງອອກທີ່ໂດດເດັ່ນຢ່າງແທ້ຈິງຂອງມະນຸດຊາດທີ່ເສື່ອມຊາມທີ່ເປີດເຜີຍອຸປະນິໄສທີ່ເສື່ອມຊາມ. ສະນັ້ນ, ການບໍ່ຍາດແຍ່ງກໍເປັນສິ່ງທີ່ແກ່ນແທ້ແຫ່ງຄວາມເປັນມະນຸດຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງແຕກຕ່າງຈາກຂອງມະນຸດຊາດເຊັ່ນກັນ ແລະ ມັນເປັນດ້ານໜຶ່ງຂອງເນື້ອໃນທີ່ຜູ້ຄົນຄວນເຂົ້າໃຈ.

ຕອນນີ້ເມື່ອພວກເຮົາໄດ້ໂອ້ລົມກ່ຽວກັບດ້ານຂອງການບໍ່ຍາດແຍ່ງຈົບແລ້ວ, ພວກເຮົາມາໂອ້ລົມກ່ຽວກັບດ້ານຂອງການບໍ່ຕໍ່ສູ້ກັນເທາະ. ການບໍ່ຕໍ່ສູ້ຂ້ອນຂ້າງຄ້າຍຄືກັບການບໍ່ຍາດແຍ່ງ ແຕ່ກໍຍັງມີຄວາມແຕກຕ່າງບາງຢ່າງ. ນອກເໜືອຈາກການມີການສະແດງອອກເຖິງການບໍ່ຍາດແຍ່ງເຫຼົ່ານັ້ນແລ້ວ, ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຍັງມີການໃຊ້ຊີວິດຕາມທີ່ສຳພັນກັບຊີວິດຈິງ ແລະ ການເປີດເຜີຍບາງຢ່າງໃນດ້ານຂອງການບໍ່ຕໍ່ສູ້ອີກດ້ວຍ. ຜ່ານການໃຊ້ຊີວິດ ແລະ ການເປີດເຜີຍເຫຼົ່ານີ້, ຜູ້ຄົນຍັງສາມາດເຂົ້າໃຈດ້ານໜຶ່ງຂອງແກ່ນແທ້ຄວາມເປັນມະນຸດຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງໄດ້ດີຂຶ້ນອີກດ້ວຍ. ໂດຍທົ່ວໄປແລ້ວ ດ້ານນີ້ ເຊິ່ງກໍຄືການບໍ່ຕໍ່ສູ້ ແມ່ນກ່ຽວຂ້ອງກັບຫຍັງ? ມັນຍັງຄົງກ່ຽວຂ້ອງກັບການມີປະຕິສຳພັນ ແລະ ການຄົບຫາກັບຜູ້ຄົນ. ຫຼັກການຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງສຳລັບການມີປະຕິສຳພັນ ແລະ ການຄົບຫາກັບຜູ້ຄົນກໍຄື ການປະຕິບັດຕໍ່ຜູ້ຄົນຢ່າງເປັນທຳ, ເຮັດສິ່ງຕ່າງໆຕາມຫຼັກການ ແລະ ບໍ່ຫຼິ້ນເກມປະສາດ ຫຼື ໃຊ້ກົນອຸບາຍກັບຜູ້ຄົນໃນໃຈຂອງພຣະອົງ ຫຼື ຢ່າງລັບໆ. ເມື່ອມີປະຕິສຳພັນກັບຜູ້ຄົນ ແລະ ສົນທະນາກ່ຽວກັບຫົວຂໍ້ບາງຢ່າງ, ພຣະອົງຈະບໍ່ມີທາງໄຕ່ຕອງໃນໃຈຂອງພຣະອົງຢ່າງເດັດຂາດວ່າ “ເຈົ້າໝາຍຄວາມວ່າແນວໃດ? ເຈົ້າຕັ້ງໃຈແນເປົ້າໃສ່ເຮົາບໍ? ມີຄວາມໝາຍທີ່ເຊື່ອງຊ້ອນໄວ້ຢູ່ໃນຄຳເວົ້າຂອງເຈົ້າບໍ? ມີບາງສິ່ງບາງຢ່າງເກີດຂຶ້ນຢ່າງລັບໆບໍ? ເຮົາຕ້ອງຄິດກ່ຽວກັບວິທີທີ່ຈະເວົ້າກັບເຈົ້າ, ວິທີທີ່ຈະສະແດງລິດເດດໃຫ້ເຈົ້າເຫັນ ຫຼື ວິທີທີ່ຈະຕໍ່ສູ້ກັບເຈົ້າ.” ເມື່ອເຮົາມີປະຕິສຳພັນ ແລະ ລົມກັບພວກເຈົ້າ, ເຮົາບໍ່ມີຄວາມຄິດເຫຼົ່ານີ້. ເຖິງແມ່ນວ່າອີກຝ່າຍໜຶ່ງຕັ້ງໃຈຢາກຈະຕໍ່ສູ້, ເຮົາກໍຈະບໍ່ມີທາງຕໍ່ສູ້ກັບຝ່າຍນັ້ນຢ່າງເດັດຂາດ. ເຖິງແມ່ນວ່າອີກຝ່າຍໜຶ່ງເປັນຜູ້ບໍ່ມີຄວາມເຊື່ອທີ່ຕ້ອງການຊອກຮູ້ກ່ຽວກັບສະຖານະການຈິງ ຫຼື ສວຍໂອກາດຈັບຜິດບາງຢ່າງເພື່ອໃຊ້ຕໍ່ຕ້ານເຮົາ, ເຮົາກໍຍັງເຮັດສິ່ງຕ່າງໆຕາມຫຼັກການ. ເຮົາບໍ່ຕໍ່ສູ້ກັບລາວ; ເຮົາເຮັດໃນສິ່ງທີ່ເຮົາຄວນເຮັດ ແລະ ເວົ້າໃນສິ່ງທີ່ເຮົາຄວນເວົ້າ. ເຮົາກະທຳ ແລະ ເວົ້າຕາມຫຼັກການຂອງເຮົາ ແລະ ເຂດແດນຂອງເຮົາສຳລັບການປະພຶດຕົນ. ສະຫຼຸບແລ້ວ, ບໍ່ວ່າຈະເປັນໃຜກໍຕາມ, ເຮົາກໍບໍ່ຕໍ່ສູ້ກັບລາວ. ຕົວຢ່າງ: ເຮົາຖາມຄົນໆໜຶ່ງວ່າ “ຜົນຂອງການເທດສອນຂ່າວປະເສີດໃນເດືອນນີ້ເປັນແນວໃດ?” ລາວຄິດໃນໃຈວ່າ “ເປັນຫຍັງພຣະອົງຈຶ່ງຖາມກ່ຽວກັບສະຖານະການຂອງການເທດສອນຂ່າວປະເສີດໃນເດືອນນີ້ຢ່າງກະທັນຫັນ? ສິ່ງນີ້ໝາຍຄວາມວ່າແນວໃດ? ມີໃຜລາຍງານບັນຫາບາງຢ່າງກ່ຽວກັບຂ້ານ້ອຍລັບຫຼັງຂ້ານ້ອຍບໍ? ພຣະອົງກຳລັງພະຍາຍາມຊອກຮູ້ຄວາມຈິງກ່ຽວກັບສະຖານະການຂອງຂ້ານ້ອຍ ແລະ ປົດຂ້ານ້ອຍອອກບໍ?” ເປັນຫຍັງລາວຈຶ່ງຄິດແບບນີ້? ເຮົາມີເຈດຕະນາແອບແຝງໃນການຖາມເຊັ່ນນີ້ບໍ? ມີຄວາມໝາຍແຝງຢູ່ບໍ? (ບໍ່ມີ). ລາວຕ້ອງການຕໍ່ສູ້, ສະນັ້ນ ລາວຈຶ່ງຮູ້ສຶກວ່າຄຳເວົ້າຂອງເຮົາມີຄວາມໝາຍເຊື່ອງຊ້ອນ; ຫຼື ເພາະວ່າລາວໄດ້ເຮັດສິ່ງທີ່ບໍ່ດີບາງຢ່າງຢູ່ເບື້ອງຫຼັງ ແລະ ມີຄວາມຮູ້ສຶກຜິດ, ລາວຈຶ່ງຮູ້ສຶກວ່າເຮົາຕ້ອງມີເຈດຕະນາແອບແຝງໃນການເວົ້າ. ຄວາມຈິງແລ້ວ, ເມື່ອເຮົາຖາມວ່າການເທດສອນຂ່າວປະເສີດໃນເດືອນນີ້ເປັນແນວໃດ, ປະໂຫຍກນັ້ນກໍມີຄວາມໝາຍກົງຕາມຕົວອັກສອນເທິງໜ້າຜິວເຜີນ; ບໍ່ມີຄວາມໝາຍອື່ນໃດ. ເຮົາບໍ່ມີເຈດຕະນາທີ່ຈະຕໍ່ສູ້ ແລະ ເຮົາບໍ່ໄດ້ພະຍາຍາມເຮັດໃຫ້ເຈົ້າເປີດເຜີຍຄວາມລັບ, ເຮັດໃຫ້ເຈົ້າຍອມຮັບວ່າຜົນຮັບໃນເດືອນນີ້ບໍ່ດີ ຫຼື ເຮັດໃຫ້ເຈົ້າສາລະພາບຄວາມຈິງກ່ຽວກັບວ່າການເທດສອນຂ່າວປະເສີດໃນຊ່ວງນີ້ເປັນແນວໃດ, ເພື່ອທີ່ເຮົາຈະສາມາດໃຊ້ສິ່ງນີ້ເປັນຂໍ້ອ້າງໃນການສວຍໂອກາດຈັບຜິດບາງຢ່າງເພື່ອລິຮານ ແລະ ປົດເຈົ້າອອກ. ກົງກັນຂ້າມ, ເຮົາກຳລັງພະຍາຍາມຊອກຮູ້ກ່ຽວກັບສະຖານະການຂອງວຽກງານຂອງຄຣິສຕະຈັກຕາມຄວາມເປັນຈິງ ແລະ ຊ່ວຍເຈົ້າແກ້ໄຂບັນຫາທີ່ມີຢູ່ໃນການປະຕິບັດໜ້າທີ່ຂອງເຈົ້າ. ແຕ່ຖ້າເຈົ້າຕ້ອງການຕີຄວາມໝາຍຄຳເວົ້າຂອງເຮົາເກີນຈິງຢູ່ສະເໝີ ແລະ ຕ້ອງການຕໍ່ສູ້ກັບເຮົາຢູ່ສະເໝີ, ແລ້ວເຮົາກໍຈະບໍ່ຖາມເຈົ້າ. ເຮົາສາມາດຖາມຄົນອື່ນໄດ້. ເຮົາຈະໄປຫາຜູ້ໃດກໍຕາມທີ່ເຮົາສາມາດຊອກຮູ້ສະຖານະການຕົວຈິງນຳໄດ້, ຜູ້ໃດກໍຕາມທີ່ສາມາດສົນທະນາໄດ້ຕາມປົກກະຕິ, ເວົ້າຄືກັບມະນຸດປົກກະຕິ ແລະ ເວົ້າຄວາມຈິງ. ເຈົ້າເຮັດໃຫ້ທຸກຢ່າງກາຍເປັນບັນຫາ ແລະ ເປັນເລື່ອງຫຍຸ້ງຍາກຫຼາຍເກີນໄປ. ເຈົ້າຂີ້ສົງໄສເກີນໄປ ແລະ ຈິດໃຈຂອງເຈົ້າກໍຊັບຊ້ອນເກີນໄປ, ສະນັ້ນ ເຮົາຈຶ່ງຈະບໍ່ສົນທະນາກັບເຈົ້າ. ນີ້ຄືຫຼັກການຂອງເຮົາສຳລັບການມີປະຕິສຳພັນ ແລະ ການລົມກັບຜູ້ຄົນ. ພວກເຈົ້າຈະເວົ້າວ່າມັນງ່າຍບໍ? (ແມ່ນແລ້ວ, ມັນງ່າຍ). ຕົວຢ່າງ: ມີຄົນເວົ້າໂອ້ອວດກັບເຮົາກ່ຽວກັບການໄດ້ຂຶ້ນເຮືອສຳລານທີ່ຫຼູຫຼາ. ເຮົາເວົ້າວ່າ “ເຮົາບໍ່ເຄີຍຂຶ້ນເຮືອສຳລານທີ່ຫຼູຫຼາແທ້ໆ. ພວກເຈົ້າເປັນຄົນຮັ່ງມີ; ພວກເຈົ້າໄດ້ເຫັນໂລກກວ້າງ.” ສິ່ງເຫຼົ່ານີ້ບໍ່ແມ່ນຄຳເວົ້າທີ່ກ່າວອອກມາດ້ວຍຄວາມໂກດຮ້າຍ ແລະ ພວກມັນບໍ່ແມ່ນຄຳເວົ້າທີ່ກ່າວອອກມາຈາກຄວາມມຸທະລຸ. ເຮົາບໍ່ເຄີຍຂຶ້ນເຮືອແບບນັ້ນ, ສະນັ້ນ ເຮົາຈຶ່ງເວົ້າຄວາມຈິງທັງໝົດ; ເຮົາບໍ່ໄດ້ເສແສ້ງ. ເມື່ອພົບພໍ້ກັບຄົນແບບນັ້ນ, ເຮົາກໍຍອມຖອຍ ແລະ ບໍ່ຕໍ່ສູ້ກັບລາວຢ່າງເດັດຂາດ. ຄົນຈີນບາງຄົນຄອຍເວົ້າພາສາອັງກິດກັບເຮົາສະເໝີ, ໂດຍໃຊ້ຄຳສັບບາງຄຳທີ່ເຮົາບໍ່ເຄີຍໄດ້ຍິນມາກ່ອນ. ເມື່ອເຫັນວ່າເຮົາບໍ່ເຄີຍໄດ້ຍິນຄຳເຫຼົ່ານັ້ນ, ພວກເຂົາກໍຍິ່ງໂອ້ອວດຢ່າງແຮງກ້າຂຶ້ນ: “ຂ້ານ້ອຍຈະເວົ້າສະເພາະໃນສິ່ງທີ່ພຣະອົງບໍ່ຮູ້. ຂ້ານ້ອຍຈະເຮັດໃຫ້ແນ່ໃຈວ່າພຣະອົງບໍ່ສາມາດເຂົ້າໃຈຂ້ານ້ອຍໄດ້, ເຮັດໃຫ້ພຣະອົງອິດສາ ແລະ ລິດສະຫຍາ ແລະ ເຮັດໃຫ້ພຣະອົງໂມໂຫ!” ນີ້ບໍ່ແມ່ນການຕໍ່ສູ້ບໍ? (ແມ່ນແລ້ວ). ເຮົາເວົ້າວ່າ “ເຮົາບໍ່ເຄີຍໄດ້ຍິນຄຳສັບທີ່ເຈົ້າໃຊ້. ພາສາອັງກິດຂອງເຈົ້າຂ້ອນຂ້າງດີ.” ບາງຄົນມັກໂອ້ອວດ ແລະ ດູຖູກຜູ້ຄົນ, ມັກເຮັດຕົວເໜືອກວ່າຢູ່ສະເໝີ, ໂດຍຄິດວ່າພວກເຂົາເປັນສິ່ງທີ່ພິເສດ ແລະ ຮູ້ສຶກວ່າພວກເຂົາມີຄວາມສາມາດ ແລະ ເໜືອກວ່າຄົນອື່ນ. ເມື່ອພົບພໍ້ກັບຄົນແບບນັ້ນ, ເຮົາກໍສາມາດປະຕິບັດຕໍ່ພວກເຂົາຢ່າງຖືກຕ້ອງໄດ້ເຊັ່ນກັນ. ຖ້າເຈົ້າມັກໂອ້ອວດ, ແລ້ວເຮົາກໍຈະປ່ອຍໃຫ້ເຈົ້າໂອ້ອວດຢ່າງເຕັມທີ່. ເຮົາຈະບໍ່ຂັດຈັງຫວະເຈົ້າ, ແຮງໄກທີ່ເຮົາຈະຕໍ່ສູ້ກັບເຈົ້າ.

ເຈົ້າສາມາດເຫັນຄົນທີ່ມັກຕໍ່ສູ້ຢູ່ທຸກຫົນທຸກແຫ່ງ; ບ່ອນໃດກໍຕາມທີ່ມີກຸ່ມຄົນ, ກໍຈະມີຄົນທີ່ມັກຕໍ່ສູ້. ພວກເຂົາມັກຍາດແຍ່ງ ແລະ ຕໍ່ສູ້ກັບຄົນອື່ນ ແລະ ຈະຕໍ່ສູ້ເພື່ອຄຳເວົ້າພຽງຄຳດຽວ, ສິ່ງຂອງພຽງສິ່ງດຽວ ຫຼື ເລື່ອງພຽງເລື່ອງດຽວ. ເຮົາໄດ້ເຫັນຄົນແບບນີ້ມາຫຼາຍເກີນໄປແລ້ວ. ເຖິງຢ່າງໃດກໍຕາມ, ເຮົາບໍ່ຕໍ່ສູ້ກັບຜູ້ຄົນ. ເປັນຫຍັງເຮົາຈຶ່ງບໍ່ເຮັດ? ເພາະວ່າມັນບໍ່ແມ່ນທຳມະຊາດຂອງເຮົາທີ່ຈະຕໍ່ສູ້. ໃນຄຣິສຕະຈັກ, ກໍມີຫຼາຍຄົນທີ່ມັກຫຼິ້ນເກມປະສາດຢູ່ສະເໝີເມື່ອມີປະຕິສຳພັນ ແລະ ເວົ້າກັບເຮົາ. ພວກເຂົາຄອຍຄາດເດົາຢູ່ສະເໝີວ່າ “ພຣະອົງກຳລັງໝາຍເຖິງຫຍັງ? ພຣະອົງໄດ້ຮູ້ກ່ຽວກັບພຶດຕິກຳທີ່ບໍ່ດີບາງຢ່າງຂອງຂ້ານ້ອຍລັບຫຼັງຂ້ານ້ອຍບໍ? ພຣະອົງກຳລັງຈະປົດຂ້ານ້ອຍອອກບໍ?” “ເປັນຫຍັງພຣະອົງຈຶ່ງເວົ້າແບບນີ້? ພຣະອົງກຳລັງບອກໃບ້ບໍ? ມີຄວາມໝາຍແຝງບາງຢ່າງໃນສິ່ງທີ່ພຣະອົງກຳລັງເວົ້າບໍ? ພຣະອົງກຳລັງພະຍາຍາມໃຫ້ຂ້ານ້ອຍເຮັດບາງສິ່ງບໍ?” ຕົວຢ່າງ: ມີຄົນໜຶ່ງກຳລັງນຸ່ງເສື້ອຢືດ ແລະ ເຮົາເວົ້າວ່າ “ສີເສື້ອຢືດຂອງເຈົ້າຂ້ອນຂ້າງງາມ. ມັນເຮັດໃຫ້ເຈົ້າເຢັນບໍ? ມັນເປັນຜ້າຝ້າຍບໍ?” ນີ້ບໍ່ແມ່ນສິ່ງທີ່ເວົ້າໄດ້ປົກກະຕິ ແລະ ທຳມະດາຫຼາຍບໍ? (ແມ່ນແລ້ວ). ຈາກນັ້ນ ຄົນຜູ້ນັ້ນກໍຄິດໃນໃຈວ່າ “ພຣະອົງຖາມແບບນີ້ເພາະວ່າພຣະອົງກໍຢາກໄດ້ຄືກັນບໍ? ນີ້ບໍ່ແມ່ນວິທີທີ່ເຈົ້າໜ້າທີ່ມັກຂໍສິ່ງຂອງຈາກຄົນທຳມະດາບໍ? ພວກເຂົາບໍ່ໄດ້ຂໍຢ່າງເປີດເຜີຍ ແຕ່ເວົ້າແບບອ້ອມຄ້ອມ, ປ່ອຍໃຫ້ຜູ້ຄົນເຂົ້າໃຈຄຳບອກໃບ້ ແລະ ນຳເອົາສິ່ງຂອງມາສົ່ງໃຫ້ເຖິງໜ້າປະຕູເຮືອນດ້ວຍຄວາມສະໝັກໃຈ. ດ້ວຍວິທີນັ້ນ, ຖ້າມີການຍົກເລື່ອງນີ້ຂຶ້ນມາໃນພາຍຫຼັງ, ພວກເຂົາກໍສາມາດເວົ້າໄດ້ວ່າພວກເຂົາບໍ່ໄດ້ຂໍ ແລະ ມັນບໍ່ແມ່ນການຂູດຮີດ. ນີ້ຄືສິ່ງທີ່ພຣະເຈົ້າໝາຍເຖິງບໍ? ຖ້ານັ້ນຄືສິ່ງທີ່ພຣະອົງໝາຍເຖິງ, ແລ້ວຂ້ານ້ອຍກໍຕ້ອງຟ້າວໄປຊື້ເສື້ອຢືດສອງສາມຜືນ ແລະ ສົ່ງໄປໃຫ້.” ຫຼັງຈາກທີ່ຄິດແບບນີ້ແລ້ວ, ລາວກໍຊື້ເສື້ອຢືດສອງສາມຜືນ ແລະ ສົ່ງມາໃຫ້ເຮົາ. ລາວຄິດວ່າເປັນເພາະເຮົາເວົ້າວ່າເສື້ອງາມ, ເຮົາຈຶ່ງຢາກໄດ້. ຄວາມຈິງແລ້ວ, ເຮົາບໍ່ຢາກໄດ້ແທ້ໆ; ເຮົາພຽງແຕ່ລົມຫຼິ້ນຊື່ໆ. ຖ້າເຮົາຢາກໄດ້ແທ້ໆ, ເຮົາກໍຈະບອກໄປກົງໆ; ເຮົາຈະບໍ່ມີທາງເຮັດໃຫ້ຜູ້ຄົນຕ້ອງມາຄາດເດົາຄວາມໝາຍແຝງຢ່າງເດັດຂາດ. ສະນັ້ນ ເຮົາຈຶ່ງບໍ່ສາມາດຮັບເອົາເສື້ອເຫຼົ່ານັ້ນໄດ້ ແລະ ຟ້າວສົ່ງພວກມັນຄືນທັນທີ. ເຮົາບໍ່ໄດ້ຂາດແຄນເຄື່ອງນຸ່ງ. ເຮົາມີຄວາມມັກສ່ວນຕົວສຳລັບສິ່ງທີ່ເຮົານຸ່ງ ແລະ ບໍ່ມີໃຜສາມາດເຂົ້າໃຈມັນໄດ້. ຊັດເຈນແລ້ວບໍ? (ຊັດເຈນແລ້ວ). ເມື່ອເຮົາເວົ້າກັບຜູ້ຄົນ, ເຖິງແມ່ນວ່າຈະເປັນການສົນທະນາແບບສະບາຍໆກໍຕາມ, ເຮົາກໍເວົ້າຢ່າງສະເພາະເຈາະຈົງ ແລະ ຈິງຈັງຫຼາຍ. ຫຼາຍຄັ້ງ, ບາງຄົນທີ່ມີຈິດໃຈຊັບຊ້ອນກໍຈະຕີຄວາມໝາຍສິ່ງທີ່ເຮົາເວົ້າໃນລັກສະນະທີ່ບິດເບືອນ ແລະ ຄາດເດົາວ່າຄຳເວົ້າຂອງເຮົາມີຄວາມໝາຍເຊື່ອງຊ້ອນບາງຢ່າງ ຫຼື ບໍ່, ຈົນກາຍເປັນປໍລະປັກ. ເຮົາຂໍຊີ້ແຈງບາງສິ່ງໃຫ້ພວກເຈົ້າຟັງ: ເຮົາບໍ່ມີເຈດຕະນາທີ່ຈະຕໍ່ສູ້ກັບໃຜຢ່າງເດັດຂາດ. ສິ່ງທີ່ເຮົາສື່ສານອອກໄປເມື່ອເຮົາເວົ້າກໍຄືຄວາມໝາຍກົງຕາມຕົວອັກສອນຂອງຄຳເວົ້າຂອງເຮົາຢ່າງແທ້ຈິງ; ບໍ່ມີຄວາມໝາຍແຝງໃດໆໃນສິ່ງທີ່ເຮົາເວົ້າຢ່າງເດັດຂາດ. ສະນັ້ນ ເມື່ອເຈົ້າລົມກັບເຮົາ, ບໍ່ວ່າເຈົ້າຈະໄດ້ຍິນເຮົາເວົ້າຫຍັງກໍຕາມ ມັນກໍໝາຍຄວາມຕາມນັ້ນແທ້ໆ. ຢ່າຕີຄວາມໝາຍມັນເກີນຈິງ, ຢ່າຄິດຫຼາຍເກີນໄປ ແລະ ຢ່າຫຼິ້ນເກມປະສາດ, ຍິ່ງໄປກວ່ານັ້ນຄືຢ່າໃຊ້ກົນອຸບາຍໃດໆເພື່ອທົດສອບເຮົາ ຫຼື ຄາດເດົາກ່ຽວກັບເຮົາ. ຄຳເວົ້າທີ່ເຮົາກ່າວນັ້ນງ່າຍດາຍທີ່ສຸດ ແລະ ຊັດເຈນທີ່ສຸດ; ໃຜກໍຕາມທີ່ມີຄວາມຄິດແບບປົກກະຕິພຽງເລັກນ້ອຍກໍສາມາດເຂົ້າໃຈໃນສິ່ງທີ່ເຮົາເວົ້າໄດ້. ຖ້າເຈົ້າບໍ່ຕໍ່ສູ້, ມັນກໍຈະງ່າຍສຳລັບພວກເຮົາທີ່ຈະເຂົ້າກັນໄດ້ ແລະ ຈັດການກັບເລື່ອງຕ່າງໆ. ເມື່ອເຮົາສັ່ງໃຫ້ເຈົ້າເຮັດບາງສິ່ງ, ເຮົາບໍ່ໄດ້ເຮັດໃຫ້ສິ່ງຕ່າງໆສັບສົນ; ເຈົ້າພຽງແຕ່ຕ້ອງເຮັດຕາມທີ່ເຮົາບອກຢ່າງຖືກຕ້ອງ. ຖ້າເຈົ້າຕໍ່ສູ້, ມັນກໍຈະຍິ່ງເຮັດໃຫ້ສິ່ງຕ່າງໆຊັກຊ້າລົງ ແລະ ເຮົາກໍຈະຮູ້ສຶກເບື່ອໜ່າຍເຈົ້າ. ເຮົາຈະເວົ້າວ່າ “ເຈົ້າມັກຕໍ່ສູ້, ມີຈິດໃຈທີ່ຊັບຊ້ອນເກີນໄປ ແລະ ບໍ່ກົງໄປກົງມາ. ເຮົາບໍ່ມັກມີປະຕິສຳພັນ ຫຼື ສົນທະນາກັບຄົນແບບເຈົ້າ. ເຮົາຍອມຫຼິ້ນກັບໝາສັດລ້ຽງຂອງເຮົາດີກວ່າທີ່ຈະລົມ ຫຼື ມີປະຕິສຳພັນກັບເຈົ້າ. ເຈົ້າຕໍ່ສູ້ກັບຄົນນັ້ນຄົນນີ້ໝົດມື້; ນັ້ນບໍ່ແມ່ນສິ່ງທີ່ເຮົາມັກເຮັດ. ໂດຍທຳມະຊາດແລ້ວ, ເຮົາເວົ້າໄປຕາມຄວາມເປັນຈິງເມື່ອເຮົາເວົ້າ ແລະ ເຮັດສິ່ງຕ່າງໆ; ເຮົາບໍ່ຕໍ່ສູ້ກັບຜູ້ຄົນ.” ເຈົ້າຕ້ອງບໍ່ຕໍ່ສູ້ຢ່າງເດັດຂາດ. ຖ້າເຈົ້າຄອຍຕໍ່ສູ້ຢູ່ສະເໝີ, ເຈົ້າກໍຈະສູນເສຍຄວາມສຸດຈະລິດຂອງເຈົ້າ ແລະ ເຈົ້າກໍຈະບໍ່ມີຄວາມສຳຄັນໃດໆໃນໃຈຂອງເຮົາ. ເມື່ອຖືກຖາມກ່ຽວກັບບາງສິ່ງ, ກໍພຽງແຕ່ເວົ້າຄວາມຈິງ. ເວົ້າສິ່ງໃດກໍຕາມທີ່ເຂົ້າມາໃນຄວາມຄິດໃນເວລານັ້ນ ແລະ ເວົ້າເທົ່າທີ່ເຈົ້າສາມາດຈື່ໄດ້. ຢ່າມັກຈະໄຕ່ຕອງຢູ່ສະເໝີວ່າເປັນຫຍັງເຮົາຈຶ່ງຕ້ອງການຊອກຮູ້ກ່ຽວກັບບາງສິ່ງ, ມັນຈະມີຂໍ້ເສຍຫຍັງແດ່ຖ້າເຈົ້າເວົ້າຄວາມຈິງກ່ຽວກັບມັນ ຫຼື ມັນຈະສົ່ງຜົນກະທົບຕໍ່ສະຖານະຂອງເຈົ້າ ຫຼື ວິທີທີ່ເບື້ອງເທິງເບິ່ງເຈົ້າ ຫຼື ບໍ່. ຖ້າເຈົ້າມັກຈະໄຕ່ຕອງກ່ຽວກັບສິ່ງເຫຼົ່ານີ້ຢູ່ສະເໝີ, ເຈົ້າກໍຈະພົບວ່າຕົນເອງຕົກຢູ່ໃນບັນຫາ. ເຮົາກຳລັງບອກເຈົ້າວ່າ ຈົ່ງເວົ້າຢ່າງຊື່ສັດ ແລະ ຢ່າຫຼິ້ນເກມປະສາດ ຫຼື ໃຊ້ກົນອຸບາຍ. ເຖິງແມ່ນວ່າເຈົ້າຈະເຮັດບາງສິ່ງຜິດພາດ, ເຈົ້າກໍຄວນເວົ້າຄວາມຈິງ ແລະ ບໍ່ປິດບັງມັນ. ເຖິງແມ່ນວ່າເຈົ້າບໍ່ເໝາະສົມກັບໜ້າທີ່ຂອງເຈົ້າ, ເຮືອນຂອງພຣະເຈົ້າກໍພຽງແຕ່ຈະປົດເຈົ້າອອກຕາມຫຼັກການ ແລະ ຈະບໍ່ມີຄວາມກຽດຊັງຕໍ່ເຈົ້າ. ແຕ່ຖ້າເຈົ້າມັກຈະປິດບັງສະຖານະການຕົວຈິງຢູ່ສະເໝີ ແລະ ມັກຈະຫຼິ້ນເກມປະສາດຢູ່ສະເໝີເມື່ອເວົ້າກັບເຮົາ, ແລ້ວເຖິງແມ່ນວ່າເຈົ້າຈະບໍ່ຖືກປົດອອກ, ເຮົາກໍຈະລັງກຽດເຈົ້າຢູ່ພາຍໃນ. ເມື່ອໃດກໍຕາມທີ່ເຮົາຄິດຫາເຈົ້າ, ເຮົາກໍຈະຮູ້ສຶກລັງກຽດ ແລະ ມັນຈະບໍ່ນຳຄວາມຍິນດີໃດໆມາຫາເຮົາ ຖ້າເຮົາຕ້ອງໃຊ້ເຈົ້າ. ແລ້ວພວກເຈົ້າຈະເລືອກເສັ້ນທາງໃດ? (ພວກເຮົາຈະເວົ້າຄວາມຈິງ). ຖືກຕ້ອງແລ້ວ. ຢ່າຫຼິ້ນເກມປະສາດຢ່າງເດັດຂາດ. ບໍ່ວ່າຈະເປັນເວລາໃດກໍຕາມ, ການເວົ້າຄຳທີ່ຊື່ສັດ, ການເຮັດສິ່ງທີ່ຊື່ສັດ ແລະ ການເວົ້າຄວາມຈິງຄວນເປັນຂອບເຂດສຳລັບການປະພຶດຕົນຂອງເຈົ້າ ແລະ ຍັງເປັນຫຼັກການພື້ນຖານທີ່ສຸດທີ່ເຈົ້າຄວນປະຕິບັດຕາມໃນການປະພຶດຕົນອີກດ້ວຍ. ຢ່າມັກຈະຫຼິ້ນເກມປະສາດຢູ່ສະເໝີ. ໂດຍສະເພາະເມື່ອເວົ້າ ຫຼື ຈັດການກັບເລື່ອງຕ່າງໆກັບເຮົາ, ເຈົ້າຕ້ອງບໍ່ຫຼິ້ນເກມປະສາດຢ່າງເດັດຂາດ. ຢ່າເວົ້າອ້ອມຄ້ອມ ຫຼື ເຮັດໃຫ້ຜູ້ຄົນຄ້າງຄາໃຈເມື່ອເວົ້າ ແລະ ຢ່າຫຼິ້ນເກມປະສາດເມື່ອຈັດການກັບເລື່ອງຕ່າງໆ. ຖ້າເຈົ້າພະຍາຍາມສະຫຼາດ, ໂດຍຄິດໃນໃຈວ່າ “ຂ້ານ້ອຍຈະຈັດການກັບເລື່ອງນີ້ຕໍ່ໜ້າພຣະອົງເພື່ອໃຫ້ພຣະອົງເຫັນວ່າຂ້ານ້ອຍຫຍຸ້ງສໍ່າໃດ ແລະ ວຽກງານຂອງຂ້ານ້ອຍຖືກຈັດແຈງຢ່າງເຂັ້ມງວດ ແລະ ອັດແໜ້ນສໍ່າໃດ, ແຕ່ລັບຫຼັງພຣະອົງ ຂ້ານ້ອຍຈະບໍ່ເຮັດຫຍັງເລີຍ”, ຖ້າເຈົ້າໄຕ່ຕອງແບບນີ້, ເຈົ້າກໍກຳລັງມຸ່ງໜ້າໄປສູ່ບັນຫາແລ້ວ. ເຮົາຈັດການກັບເຈົ້າຕາມກົດລະບຽບ ແລະ ຈັດການກັບສິ່ງຕ່າງໆຕາມຫຼັກການ. ເຮົາຈະບໍ່ຕໍ່ສູ້ກັບເຈົ້າ; ເຮົາຈະບໍ່ຕໍ່ສູ້ກັບເຈົ້າໂດຍໃຊ້ວິທີການຂອງເຈົ້າ ຫຼື ກົນອຸບາຍທີ່ເຈົ້າໃຊ້ເພື່ອຕໍ່ສູ້. ຄຣິສຕະຈັກມີກົດການປົກຄອງ ແລະ ເຮືອນຂອງພຣະເຈົ້າມີຫຼັກການສຳລັບການຈັດການກັບຜູ້ຄົນ. ບໍ່ຊ້າກໍໄວ, ເຈົ້າກໍຈະຕ້ອງຮັບຜິດຊອບ ແລະ ຈ່າຍລາຄາສຳລັບພຶດຕິກຳທີ່ບໍ່ເໝາະສົມເຫຼົ່ານີ້ ແລະ ເຖິງຂັ້ນເປັນການກະທຳທີ່ຊົ່ວຮ້າຍຂອງເຈົ້າ. ຊັດເຈນແລ້ວບໍ? (ຊັດເຈນແລ້ວ).

ບາງຄັ້ງພວກເຮົາກໍໄປຢ້ຽມຢາມຄຣິສຕະຈັກຄົນຈີນບາງແຫ່ງໃນສະຫະລັດອາເມຣິກາ. ທັນທີທີ່ພວກເຮົາໄປຮອດ ແລະ ເຫັນອ້າຍເອື້ອຍນ້ອງ, ບາງຄົນກໍບອກໃຫ້ຄົນອື່ນຮູ້, ໂດຍຮ້ອງຂຶ້ນວ່າ “ພຣະເຈົ້າຢູ່ທີ່ນີ້! ອ້າຍຢູ່ທີ່ນີ້!” ພວກເຂົາກຳລັງບໍ່ຕັ້ງໃຈເຮັດວຽກຢູ່, ແຕ່ເມື່ອໄດ້ຍິນແບບນີ້ ບັນຍາກາດກໍປ່ຽນໄປທັນທີ. ບາງຄົນກໍຕິດຈັກຕັດຫຍ້າ, ບາງຄົນກໍອະນາໄມ ແລະ ພວກເຂົາກໍເຮັດໃຫ້ຕົນເອງຫຍຸ້ງ. ເຮົາເວົ້າວ່າ “ເປັນຫຍັງເຈົ້າຈຶ່ງເລີ່ມອະນາໄມເມື່ອເຈົ້າເຫັນເຮົາມາ? ເຈົ້າກຳລັງເຮັດແບບນີ້ພຽງເພື່ອສະແດງລະຄອນໃຫ້ເຮົາເບິ່ງບໍ? ເຈົ້າກຳລັງກະທຳດ້ວຍເຫດຜົນບໍທີ່ເຮັດແບບນີ້?” ຜູ້ຄົນສາມາດຫຼິ້ນເກມປະສາດກັບຄົນອື່ນ ແລະ ພະຍາຍາມຫຼອກລວງພວກເຂົາ ແລະ ພວກເຂົາກໍເຮັດແບບດຽວກັນກັບພຣະເຈົ້າ; ນີ້ຄືທຳມະຊາດຂອງມະນຸດ. ສິ່ງນີ້ເປີດເຜີຍໃຫ້ເຫັນທຳມະຊາດຂອງມະນຸດໃນດ້ານໃດ? ຄົນແບບນີ້ບໍ່ແມ່ນຄົນທີ່ມີລັກສະນະຕ່ຳຊ້າບໍ? (ແມ່ນແລ້ວ). ຜູ້ຄົນມີເລ່ລ່ຽມຫຼາຍເກີນໄປ ແລະ ມີຄວາມຕໍ່າຊ້າຢ່າງຮ້າຍແຮງ. ພວກເຂົາເຄີຍຊິນກັບການຕໍ່ສູ້ກັບຜູ້ຄົນ ແລະ ພວກເຂົາເຖິງກັບຕ້ອງການຕໍ່ສູ້ກັບພຣະເຈົ້າ. ເຈົ້າຄອຍລະແວດລະວັງເຮົາຢູ່ສະເໝີ ແລະ ຄອຍຕໍ່ຕ້ານໃນໃຈຂອງເຈົ້າຢູ່ສະເໝີ; ເຈົ້າຄິດວ່າເຮົາເປັນຄົນປະເພດໃດ? ຄວາມຈິງແລ້ວ, ເຮົາບໍ່ມີຄວາມປາຖະໜາທີ່ຈະເຫັນສິ່ງທີ່ເຈົ້າເຮັດເມື່ອເຮົາບໍ່ຢູ່. ເຮົາພຽງແຕ່ໂອ້ລົມກ່ຽວກັບຄວາມຈິງເພື່ອຊີ້ນໍາເຈົ້າໄປສູ່ເສັ້ນທາງທີ່ຖືກຕ້ອງໃນຊີວິດ ແລະ ໃຫ້ເຈົ້າກະທຳຕາມຫຼັກການໃນທຸກສິ່ງ. ຖ້າເຈົ້າສາມາດຍ່າງບົນເສັ້ນທາງທີ່ຖືກຕ້ອງຢ່າງມີສະຕິໄດ້, ແລ້ວເຈົ້າກໍເປັນມະນຸດ. ຖ້າເຈົ້າບໍ່ຍ່າງບົນເສັ້ນທາງທີ່ຖືກຕ້ອງ ແຕ່ໃຊ້ກົນອຸບາຍເລັກໆນ້ອຍໆລັບຫຼັງເຮົາ ແລະ ຕໍ່ສູ້ກັບເຮົາ, ແລ້ວເຈົ້າກໍບໍ່ແມ່ນມະນຸດ; ເຈົ້າເປັນມານຮ້າຍ, ເປັນສັດ. ໃນກໍລະນີນັ້ນ, ບໍ່ວ່າເຮົາຈະເວົ້າຫຼາຍສໍ່າໃດກໍຕາມ, ມັນກໍໄຮ້ປະໂຫຍດ; ພຣະເຈົ້າບໍ່ຊ່ວຍຄົນແບບເຈົ້າໃຫ້ລອດພົ້ນ. ເຈົ້າຕ້ອງການຕໍ່ສູ້ ແຕ່ເຮົາຈະບໍ່ຕໍ່ສູ້ກັບເຈົ້າແທ້ໆ; ເຮົາຈະຢູ່ໃຫ້ຫ່າງໄກຈາກເຈົ້າ. ບໍ່ພຽງແຕ່ເຮົາຈະພະຍາຍາມບໍ່ໄປສະຖານທີ່ທີ່ເຈົ້າອາໄສ ແລະ ເຮັດວຽກເທົ່ານັ້ນ ແຕ່ເຈົ້າກໍຄວນພະຍາຍາມບໍ່ເຂົ້າໄປໃນສະຖານທີ່ທີ່ເຮົາອາໄສ ແລະ ເຮັດວຽກເປັນສ່ວນຕົວເຊັ່ນກັນ. ເປັນຫຍັງ? ເພາະວ່າເຮົາບໍ່ມັກຕໍ່ສູ້ກັບເຈົ້າ. ເຈົ້າມັກຕໍ່ສູ້ຫຼາຍ; ຖ້າເຈົ້າຢູ່ໃກ້ເຮົາສະເໝີ, ເຮົາຈະບໍ່ຮູ້ສຶກອິດເມື່ອຍບໍ? ບາງຄົນເວົ້າວ່າ “ຖ້າພຣະອົງບໍ່ຕໍ່ສູ້, ເປັນຫຍັງພຣະອົງຈຶ່ງຮູ້ສຶກອິດເມື່ອຍ?” ຖ້າເຈົ້າຕໍ່ສູ້ກັບເຮົາສະເໝີ, ເຮົາກໍຈະຕ້ອງໂອ້ລົມກ່ຽວກັບຄວາມຈິງກັບເຈົ້າຢູ່ຕະຫຼອດເວລາ. ເຖິງແມ່ນວ່າຈະເປັນເລື່ອງເລັກນ້ອຍ, ເຮົາກໍຈະຕ້ອງໂອ້ລົມກ່ຽວກັບມັນກັບເຈົ້າເປັນເວລາດົນ. ເຈົ້າບໍ່ຄິດບໍວ່າເຮົາຈະຮູ້ສຶກອິດເມື່ອຍ? ຖ້າເຮົາບໍ່ເວົ້າເລື່ອງຕ່າງໆໃຫ້ເຈົ້າຟັງ ແລະ ເຮັດໃຫ້ເຈົ້າເຂົ້າໃຈ, ເຈົ້າກໍຈະມີຄວາມຮູ້ສຶກຄຽດແຄ້ນໃນໃຈຂອງເຈົ້າສະເໝີ, ເປັນລົບສະເໝີ, ມີຄວາມເຂົ້າໃຈຜິດ ແລະ ຈົ່ມວ່າ ແລະ ຈິດໃຈຂອງເຈົ້າກໍຈະເຕັມໄປດ້ວຍສິ່ງທີ່ເປັນລົບ. ແກ່ນແທ້ທຳມະຊາດຂອງມະນຸດເປັນຂອງຊາຕານ ແລະ ອຸປະນິໄສຂອງຊາຕານກໍໄດ້ກາຍເປັນຊີວິດຂອງລາວ. ມະນຸດຊາດທີ່ເສື່ອມຊາມມີແນວໂນ້ມທີ່ຈະຕໍ່ສູ້ ແລະ ມັນຍາກຫຼາຍສຳລັບມະນຸດທີ່ຈະຫຼີກລ່ຽງຈາກການຕໍ່ສູ້. ສະນັ້ນ, ເມື່ອພວກເຈົ້າບໍ່ຫຼິ້ນເກມປະສາດອີກຕໍ່ໄປໃນຂະນະທີ່ມີປະຕິສຳພັນ ແລະ ເວົ້າກັບເຮົາ, ເມື່ອພວກເຈົ້າສາມາດປະຕິບັດຕໍ່ສິ່ງໃດກໍຕາມທີ່ເຮົາເວົ້າຢ່າງຈິງຈັງ ແລະ ຢັ່ງຮູ້ມັນຢ່າງບໍລິສຸດໃຈ ແລະ ເມື່ອພວກເຮົາສາມາດເປີດເຜີຍ ແລະ ຊື່ສັດຕໍ່ກັນ ແລະ ເວົ້າກ່ຽວກັບທຸກສິ່ງໄດ້, ແລ້ວກໍຈະມີຄວາມເຂົ້າອົກເຂົ້າໃຈກັນລະຫວ່າງພວກເຮົາ. ເຖິງແມ່ນວ່າຈະບໍ່ໄດ້ເວົ້າຫຍັງກໍຕາມ, ພວກເຮົາກໍຈະເຂົ້າກັນໄດ້ທາງວິນຍານ, ຈະບໍ່ມີອຸປະສັກ ຫຼື ຄວາມເຂົ້າໃຈຜິດລະຫວ່າງພວກເຮົາ ແລະ ພວກເຮົາກໍຈະສາມາດສື່ສານກັນໃນໃຈຂອງພວກເຮົາໄດ້ຢ່າງສົມບູນ. ແລ້ວພວກເຮົາກໍຈະສາມາດດຳລົງຊີວິດຢູ່ຮ່ວມກັນ ແລະ ເຂົ້າກັນໄດ້. ຕອນນີ້, ເຮົາບໍ່ຕໍ່ສູ້ກັບພວກເຈົ້າພຽງຝ່າຍດຽວ ແຕ່ພວກເຈົ້າບໍ່ສາມາດຢຸດຕົນເອງຈາກການຕໍ່ສູ້ໄດ້. ສະນັ້ນ, ເຖິງແມ່ນວ່າພວກເຈົ້າຈະບໍ່ລຸກຂຶ້ນມາຕໍ່ຕ້ານ, ປະຕິເສດ, ພິພາກສາ ແລະ ກ່າວໂທດພຣະທຳຂອງເຮົາຢ່າງເປີດເຜີຍກໍຕາມ, ພວກເຈົ້າກໍຍັງຈະຕໍ່ຕ້ານໃນໃຈຂອງພວກເຈົ້າ ແລະ ຍັງຄົງຕໍ່ສູ້ກັບເຮົາຢ່າງລັບໆ. ສິ່ງນີ້ພິສູດໃຫ້ເຫັນວ່າມະນຸດບໍ່ສາມາດມີການອ່ອນນ້ອມທີ່ແທ້ຈິງໄດ້ ຖ້າບໍ່ແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງລາວ. ໃນເລື່ອງສ່ວນໃຫຍ່, ບໍ່ພຽງແຕ່ພວກເຈົ້າບໍ່ສາມາດບັນລຸຄວາມເປັນໜຶ່ງດຽວກັບເຮົາໄດ້ເທົ່ານັ້ນ ແຕ່ພວກເຈົ້າຍັງບໍ່ມີແມ່ນແຕ່ຄວາມເຂົ້າອົກເຂົ້າໃຈພື້ນຖານທີ່ສຸດກັບເຮົາ ຫຼື ຄວາມເຂົ້າໃຈກ່ຽວກັບເຮົາອີກດ້ວຍ; ພວກເຈົ້າບໍ່ສາມາດບັນລຸສິ່ງນີ້ໄດ້ເລີຍ. ດັ່ງນັ້ນ, ມັນຈຶ່ງຍາກຫຼາຍສຳລັບພວກເຮົາທີ່ຈະດຳລົງຊີວິດຢູ່ຮ່ວມກັນໃນວິທີທີ່ທຸກຄົນຈະມີຄວາມສຸກ ແລະ ຮູ້ສຶກຍິນດີ. ຖ້າເຮົາຢູ່ກັບພວກເຈົ້າ, ເຮົາກໍຈະຕ້ອງການນໍາພາພວກເຈົ້າໄປສູ່ເສັ້ນທາງທີ່ຖືກຕ້ອງສະເໝີ, ເພື່ອໃຫ້ພວກເຈົ້າສາມາດມີຄວາມສາມາດໃນການຢັ່ງຮູ້ທີ່ບໍລິສຸດ ແລະ ຕັດສິນໃຈໄດ້ຢ່າງຖືກຕ້ອງໃນທຸກເລື່ອງ, ເພື່ອໃຫ້ພວກເຈົ້າສາມາດຍ່າງບົນເສັ້ນທາງທີ່ຖືກຕ້ອງໄດ້ ບໍ່ວ່າຈະເປັນໃນຊີວິດ, ໃນການປະພຶດຕົນຂອງພວກເຈົ້າ ຫຼື ບົນເສັ້ນທາງແຫ່ງການເຊື່ອໃນພຣະເຈົ້າ ແລະ ເພື່ອໃຫ້ບໍ່ວ່າເຮົາຈະເວົ້າ ຫຼື ບໍ່ກໍຕາມ, ພວກເຈົ້າກໍຈະມີຄວາມໄວ້ວາງໃຈພື້ນຖານທີ່ສຸດໃນຕົວເຮົາ, ພ້ອມທັງຄວາມເຊື່ອຟັງ ແລະ ການອ່ອນນ້ອມຕໍ່ເຮົາໃນໃຈຂອງພວກເຈົ້າ. ແຕ່ຕອນນີ້, ຜູ້ຄົນບໍ່ສາມາດບັນລຸແມ່ນແຕ່ຄວາມໄວ້ວາງໃຈ, ຄວາມເຊື່ອຟັງ ແລະ ການອ່ອນນ້ອມທີ່ພື້ນຖານທີ່ສຸດນີ້ໄດ້; ຈິດໃຈຂອງຜູ້ຄົນຊັບຊ້ອນເກີນໄປ. ຖ້າເຮົາດີກັບເຈົ້າເລັກໜ້ອຍ, ເຈົ້າກໍຈະຄິດວ່າບໍ່ມີໃຜສາມາດປຽບທຽບກັບເຈົ້າໄດ້ ແລະ ເຈົ້າຢູ່ເໜືອຄົນອື່ນທັງໝົດ ແລະ ຈະກາຍເປັນຄົນມັກສັ່ງການຍ້ອນການຄົບຫາຂອງເຈົ້າກັບເຮົາ ແລະ ໃຊ້ຊື່ຂອງເຮົາເພື່ອວາງອຳນາດ. ຖ້າເຮົາປະຕິບັດຕໍ່ເຈົ້າຕາມປົກກະຕິ ຫຼື ຂ້ອນຂ້າງເຢັນຊາ, ເຈົ້າກໍຈະຮູ້ສຶກວ່າເຮົາບໍ່ມີຄວາມຮັກ. ຖ້າເຮົາເຂັ້ມງວດກັບເຈົ້າເລັກໜ້ອຍ ຫຼື ຄອຍລິຮານ ແລະ ສັ່ງສອນເຈົ້າຢູ່ສະເໝີ, ເຈົ້າກໍຈະຮູ້ສຶກວ່າຖືກເອົາປຽບ ແລະ ຖືກປະຕິບັດຢ່າງບໍ່ຍຸຕິທຳ, ໂດຍຄິດວ່າເຮົາບໍ່ມີຄວາມຮັກ ຫຼື ຄວາມອົດກັ້ນກັບເຈົ້າ. ບໍ່ວ່າເຮົາຈະເຮັດຫຍັງກໍຕາມ, ພວກເຈົ້າກໍຈະມີຄວາມຄິດເຫັນຂອງພວກເຈົ້າເອງກ່ຽວກັບສິ່ງນັ້ນ, ເພາະວ່າບັນຫາຂອງພວກເຈົ້າຮ້າຍແຮງເກີນໄປ ແລະ ຈິດໃຈຂອງພວກເຈົ້າກໍຊັບຊ້ອນເກີນໄປ. ສະນັ້ນ, ເຖິງແມ່ນວ່າເຮົາຈະດຳລົງຊີວິດຢູ່ຮ່ວມກັບພວກເຈົ້າກໍຕາມ, ບັນຫາກໍຈະເກີດຂຶ້ນຢ່າງຕໍ່ເນື່ອງໃນຂະນະທີ່ພວກເຮົາສື່ສານ ແລະ ມີປະຕິສຳພັນກັນ. ໃນທີ່ສຸດແລ້ວ, ບັນຫາເຫຼົ່ານີ້ກໍຈະນຳໄປສູ່ຄວາມຂັດແຍ່ງຢ່າງຕໍ່ເນື່ອງ ແລະ ເມື່ອຄວາມຂັດແຍ່ງຮຸນແຮງຂຶ້ນ, ມັນກໍຍາກທີ່ຈະບອກໄດ້ວ່າພວກເຈົ້າຈະສາມາດສືບຕໍ່ຍ່າງບົນເສັ້ນທາງແຫ່ງການເຊື່ອໃນພຣະເຈົ້ານີ້ໄດ້ ຫຼື ບໍ່. ພວກເຈົ້າຄິດວ່າພວກເຈົ້າມີຄວາມເຊື່ອທີ່ຍິ່ງໃຫຍ່ບໍ? ວຸດທິພາວະຂອງພວກເຈົ້າຕໍ່າເກີນໄປ! ເຖິງແມ່ນວ່າຕອນນີ້ເຮົາໄດ້ບັງເກີດເປັນເນື້ອໜັງເປັນຄົນທຳມະດາຫຼາຍ ແລະ ໄດ້ເວົ້າກັບພວກເຈົ້າ ແລະ ເຮັດວຽກງານຕໍ່ພວກເຈົ້າເປັນເວລາດົນນານແລ້ວກໍຕາມ, ການມີປະຕິສຳພັນກັບພວກເຈົ້າກໍຍັງສ້າງຄວາມຫຍຸ້ງຍາກອັນໃຫຍ່ຫຼວງ. ຮາກຖານຂອງຄວາມຫຍຸ້ງຍາກເຫຼົ່ານີ້ແມ່ນຫຍັງ? (ພວກເຮົາມີເລ່ລ່ຽມຫຼາຍເກີນໄປ ແລະ ມັກຈະຕໍ່ສູ້). ຈິດໃຈຂອງຜູ້ຄົນບໍ່ບໍລິສຸດ ແລະ ຜູ້ຄົນກໍບໍ່ຊື່ສັດ; ພວກເຂົາເຕັມໄປດ້ວຍອຸປະນິໄສທີ່ເສື່ອມຊາມ. ຖ້າເມື່ອເຮົາຄົ້ນພົບວ່າເຈົ້າເປີດເຜີຍອຸປະນິໄສທີ່ເສື່ອມຊາມ ຫຼື ມີຂໍ້ບົກຜ່ອງບາງຢ່າງໃນຄວາມເປັນມະນຸດຂອງເຈົ້າ, ແລ້ວເຮົາບໍ່ໄດ້ຊີ້ໃຫ້ເຈົ້າເຫັນ, ນັ້ນກໍເບິ່ງຄືວ່າເປັນການຂາດຄວາມຮັບຜິດຊອບໃນສ່ວນຂອງເຮົາ. ຖ້າເຮົາຊີ້ໃຫ້ເຈົ້າເຫັນສິ່ງດັ່ງກ່າວ ແລະ ເຈົ້າສາມາດຍອມຮັບມັນໄດ້, ແນ່ນອນວ່ານັ້ນກໍຈະດີກວ່າ. ແຕ່ຖ້າເຈົ້າບໍ່ຍອມຮັບມັນ, ເຮົາຄວນຕາມໃຈເຈົ້າບໍ ຫຼື ເຮົາຄວນລິຮານເຈົ້າ ແລະ ລົງວິໄນເຈົ້າຢ່າງເຂັ້ມງວດ? ຖ້າເຮົາຕາມໃຈເຈົ້າ, ເຮົາກໍຄົງຈະຮູ້ສຶກຜິດຕໍ່ສະຕິຮູ້ສຶກຜິດຊອບຂອງເຮົາ. ຖ້າເຮົາລິຮານເຈົ້າ, ເຈົ້າກໍບໍ່ສາມາດຍອມຮັບມັນໄດ້ ແລະ ຈະຮູ້ສຶກວ່າຖືກເອົາປຽບ. ຖ້າເຮົາຄອຍໂອ້ລົມກ່ຽວກັບຄວາມຈິງກັບເຈົ້າຢູ່ສະເໝີ ແລະ ເຈົ້າຍັງຄົງບໍ່ຍອມຮັບມັນໃນໃຈຂອງເຈົ້າ, ແລ້ວບອກເຮົາເບິ່ງວ່າ ມັນຈະຄຸ້ມຄ່າບໍທີ່ເຮົາຈະເຮັດແບບນີ້? ເຮົາຈະບໍ່ຮູ້ສຶກອິດເມື່ອຍບໍ? (ແມ່ນແລ້ວ). ຖ້າເຮົາເທດສະໜາໃຫ້ພວກເຈົ້າແຕ່ລະຄົນຟັງທຸກມື້, ເຮົາຈະບໍ່ກາຍເປັນຫຸ່ນຍົນບໍ? ເຮົາຈະບໍ່ກາຍເປັນເຄື່ອງມືບໍ? ນັ້ນບໍ່ແມ່ນວຽກງານທີ່ເຮົາຖືກກຳນົດໃຫ້ເຮັດ. ເຮົາເວົ້າກັບມະນຸດຊາດທັງໝົດ; ນີ້ຄືພັນທະກິດຂອງເຮົາ. ຄຳເວົ້າຂອງເຮົາບໍ່ໄດ້ແນເປົ້າໃສ່ບຸກຄົນໃດໜຶ່ງໂດຍສະເພາະ. ເຮົາເວົ້າກັບມະນຸດຊາດທັງໝົດ ແລະ ເຈົ້າກໍເປັນມະນຸດຊາດຄົນໜຶ່ງ, ສະນັ້ນ ຄຳເວົ້າເຫຼົ່ານີ້ຈຶ່ງນຳໃຊ້ກັບເຈົ້າ. ຈົ່ງກິນ ແລະ ດື່ມພວກມັນຢ່າງຊ້າໆດ້ວຍຕົນເອງ, ປຽບທຽບຕົນເອງກັບພວກມັນຢ່າງຊ້າໆ ແລະ ມີປະສົບການ ແລະ ປ່ຽນແປງຢ່າງຊ້າໆ. ແຕ່ການປ່ຽນແປງຢ່າງຊ້າໆນີ້ຈະໃຊ້ເວລາດົນປານໃດ? ມັນແມ່ນສາມຫາຫ້າປີ ຫຼື ສິບຫາຊາວປີ? ແລະ ເຈົ້າຈະປ່ຽນແປງໃນລະດັບໃດ? ນັ້ນຂຶ້ນຢູ່ກັບຄວາມຕັ້ງໃຈສ່ວນຕົວ ແລະ ຄວາມສາມາດໃນການຢັ່ງຮູ້ຂອງເຈົ້າ. ໃນລະຫວ່າງຊ່ວງເວລານີ້, ເມື່ອພວກເຮົາມີປະຕິສຳພັນຮ່ວມກັນ, ພວກເຈົ້າເວົ້າຕົວະ ແລະ ຫຼອກລວງ, ຍາດແຍ່ງ ແລະ ຕໍ່ສູ້ ແລະ ຫຼິ້ນເລ່ລ່ຽມ. ສະນັ້ນ ມັນຈຶ່ງບໍ່ແມ່ນເລື່ອງງ່າຍເລີຍສຳລັບພວກເຮົາທີ່ຈະບັນລຸຄວາມກົມກຽວ, ຄວາມເຂົ້າອົກເຂົ້າໃຈກັນ ແລະ ຄວາມເປັນໜຶ່ງດຽວ ຫຼື ຮູ້ສຶກມີຄວາມສຸກ ແລະ ຍິນດີໃນການມີປະຕິສຳພັນຂອງພວກເຮົາ. ຢ່າງໃດກໍຕາມ, ບໍ່ວ່າຈະເປັນຄົນທີ່ເຮົາພົວພັນຢ່າງໃກ້ຊິດ ຫຼື ຈາກໄລຍະໄກ, ຈົນເຖິງຕອນນີ້ ເຮົາກໍຍັງບໍ່ຮູ້ສຶກເຖິງຄວາມຈິງໃຈ ຫຼື ການປ່ຽນແປງຈາກໃຜເລີຍ ແລະ ເຮົາບໍ່ຮູ້ສຶກເຖິງຄວາມສຸກ ຫຼື ຄວາມສະບາຍໃຈຈາກໃຜເລີຍ. ຍິ່ງໄປກວ່ານັ້ນ, ເມື່ອໄດ້ໃຊ້ມາຈົນຮອດທຸກມື້ນີ້ ຄວາມເຂົ້າໃຈຢ່າງເລິກເຊິ່ງທີ່ສຸດຂອງເຮົາໃນຕອນນີ້ແມ່ນຫຍັງ? ມັນສາມາດເວົ້າໄດ້ຢ່າງຖືກຕ້ອງວ່າ ສິ່ງໜຶ່ງທີ່ເຮົາບໍ່ເຕັມໃຈທີ່ຈະເຮັດທີ່ສຸດກໍຄືການພົວພັນຢ່າງໃກ້ຊິດກັບຜູ້ຄົນ ແລະ ມີປະຕິສຳພັນຢ່າງໃກ້ຊິດກັບພວກເຂົາ. ເຮົາບໍ່ຫຼອກລວງ, ຍາດແຍ່ງ ຫຼື ຕໍ່ສູ້ກັບໃຜ ແຕ່ຜູ້ຄົນຕ້ອງການຍາດແຍ່ງ, ຕໍ່ສູ້ ແລະ ຫຼອກລວງຢູ່ສະເໝີ. ເຮົາຄວນເຮັດແນວໃດ? ເຮົາຄວນຕາມໃຈການຫຼອກລວງ, ການຍາດແຍ່ງ ແລະ ການຕໍ່ສູ້ຂອງຜູ້ຄົນບໍ ຫຼື ເຮົາຄວນປ່ຽນແປງການຫຼອກລວງ, ການຍາດແຍ່ງ ແລະ ການຕໍ່ສູ້ຂອງຜູ້ຄົນ? ເຮົາບໍ່ສາມາດຕາມໃຈຜູ້ຄົນໄດ້. ເຮົາມີຄວາມສາມາດບາງຢ່າງ ແລະ ມີເສັ້ນທາງບາງຢ່າງທີ່ຈະປ່ຽນແປງຜູ້ຄົນແທ້ໆ ແຕ່ຂະບວນການປ່ຽນແປງນີ້ຍາວນານເກີນໄປ ແລະ ຍາກລຳບາກເກີນໄປ. ໃນທີ່ສຸດແລ້ວ, ເຮົາກໍເລືອກສິ່ງທີ່ດີທີ່ສຸດຮອງລົງມາ: ເມື່ອພົວພັນກັບຜູ້ຄົນ, ເຮົາພະຍາຍາມຢ່າງສຸດຄວາມສາມາດເພື່ອຊ່ວຍເຫຼືອຜູ້ທີ່ສາມາດຊ່ວຍເຫຼືອໄດ້. ສຳລັບຜູ້ທີ່ບໍ່ຍອມຮັບຄວາມຊ່ວຍເຫຼືອ ບໍ່ວ່າຈະເກີດຫຍັງຂຶ້ນກໍຕາມ, ເຮົາກໍພະຍາຍາມຫຼີກລ່ຽງການພົວພັນ ແລະ ການມີປະຕິສຳພັນກັບພວກເຂົາ ແລະ ໃຊ້ເວລາລໍຖ້າ!

ການຍອມຮັບຄວາມຈິງ ແລະ ການອ່ອນນ້ອມຕໍ່ຄວາມຈິງເພື່ອປະຖິ້ມອຸປະນິໄສທີ່ເສື່ອມຊາມ ແລະ ບັນລຸການເຮັດໃຫ້ບໍລິສຸດນັ້ນເປັນຂະບວນການໜຶ່ງ; ນີ້ບໍ່ແມ່ນເລື່ອງງ່າຍ. ຕະຫຼອດຫຼາຍປີຂອງການມີປະຕິສຳພັນກັບຜູ້ຄົນ, ບໍ່ວ່າເຮົາຈະພົບວ່າຕົນເອງຢູ່ໃນກຸ່ມຄົນໃດກໍຕາມ ແລະ ບໍ່ວ່າຜູ້ຄົນຈະແຕກຕ່າງກັນແນວໃດໃນແງ່ຂອງອາຍຸ, ຮູບລັກສະນະ, ສີຜິວ, ບຸກຄະລິກ ແລະ ພູມຫຼັງການດຳລົງຊີວິດຂອງພວກເຂົາ, ເຮົາຮູ້ສຶກສະເໝີວ່າແກ່ນແທ້ທຳມະຊາດຂອງພວກເຂົານັ້ນຄຸ້ນເຄີຍຫຼາຍ, ຄືກັບວ່າເຮົາເຄີຍເຫັນມັນມາໝົດແລ້ວ. ເຮົາຮູ້ສຶກວ່າແກ່ນແທ້ອຸປະນິໄສຂອງຄົນທຸກປະເພດນັ້ນຄືກັນ ແລະ ຫຼັງຈາກທີ່ເຮົາມີປະຕິສຳພັນກັບພວກເຂົາ, ພວກເຂົາທຸກຄົນກໍເປັນໄປຕາມທີ່ເຮົາຄາດການໄວ້ແທ້ໆ. ພາຍໃຕ້ສະຖານະການເຫຼົ່ານີ້, ເຮົາມີອາລົມແບບໃດ? ມັນເປັນອາລົມທີ່ດີບໍ? (ບໍ່). ບໍ່ມີໃຜຮູ້ວ່າເປັນຫຍັງເຮົາຈຶ່ງອາລົມບໍ່ດີ. ຜູ້ຄົນມີຄວາມຮັບຮູ້ນີ້ບໍເມື່ອພວກເຂົາມີປະຕິສຳພັນກັບເຮົາ? (ບໍ່ມີ). ໂດຍການດຳລົງຊີວິດຢູ່ໃນຄວາມເສື່ອມຊາມ, ມະນຸດຊາດເພິ່ງພາວິທີການເອົາຕົວລອດ ເຊັ່ນ: ການຫຼອກລວງ, ການຍາດແຍ່ງ ແລະ ການຕໍ່ສູ້ເພື່ອດຳລົງຊີວິດ. ພວກເຂົາຮູ້ສຶກສະບາຍໃຈທີ່ສຸດເມື່ອຢູ່ແບບນີ້, ດຳລົງຊີວິດຢ່າງບໍ່ມີຄວາມກັງວົນ ແລະ ຢ່າງສະບາຍໃຈ. ພວກເຂົາດຳລົງຊີວິດຢູ່ໃນຄວາມບາບ, ເພີດເພີນກັບຄວາມສຸກຂອງຄວາມບາບໂດຍບໍ່ມີຄວາມກັງວົນໃດໆ ແລະ ບໍ່ຮູ້ສຶກວ່ານີ້ເປັນສິ່ງທີ່ເຈັບປວດ. ເປັນເພາະວ່າຄົນທຸກຄົນມີທຳມະຊາດທີ່ເປັນບາບຢ່າງແນ່ນອນ, ຄວາມບາບຈຶ່ງເປັນຊີວິດຂອງຜູ້ຄົນ ແລະ ແກ່ນແທ້ຂອງຊີວິດຂອງຜູ້ຄົນກໍຄືຄວາມບາບ, ພວກເຂົາຈຶ່ງບໍ່ຮູ້ສຶກວ່າການດຳລົງຊີວິດຢູ່ໃນຄວາມບາບນັ້ນເປັນເລື່ອງທີ່ເຈັບປວດ. ມັນຄືກັບໝູ; ໝູເປັນສິ່ງທີ່ເປິເປື້ອນ, ເປັນສິ່ງທີ່ສົກກະປົກ. ມັນກິນ ແລະ ນອນຢູ່ໃນຂຸມຂີ້ຕົມ ແລະ ກອງຂີ້ເຫຍື້ອໂດຍບໍ່ຮູ້ສຶກເປິເປື້ອນ ຫຼື ສົກກະປົກ. ຍັງມີໜອນອີກດ້ວຍ; ພວກມັນອາໄສຢູ່ໃນກອງຂີ້ສັດ ແລະ ຮ່ອງນໍ້າທີ່ເໝັນບູດໂດຍບໍ່ເຄີຍຮູ້ສຶກເຖິງຄວາມສົກກະປົກແມ່ນແຕ່ໜ້ອຍດຽວ, ພວກມັນເຖິງກັບຮູ້ສຶກຄືກັບຢູ່ບ້ານ ແລະ ສະດວກສະບາຍ. ຜູ້ຄົນດຳລົງຊີວິດຢູ່ພາຍໃນອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ທ່າມກາງການຍາດແຍ່ງ ແລະ ການຕໍ່ສູ້ ແລະ ພວກເຂົາກໍບໍ່ພົບວ່າມັນເຈັບປວດ ຫຼື ຍາກລຳບາກເຊັ່ນກັນ. ບາງຄົນເຖິງກັບຮູ້ສຶກວ່າ ຖ້າພວກເຂົາຜ່ານໄປພຽງມື້ດຽວໂດຍບໍ່ມີການຍາດແຍ່ງ, ການຕໍ່ສູ້ ຫຼື ການຫຼິ້ນເລ່ລ່ຽມ, ຊີວິດຂອງພວກເຂົາກໍຈະໜ້າເບື່ອ ແລະ ບໍ່ໜ້າສົນໃຈເກີນໄປ, ສະນັ້ນ ພວກເຂົາຈຶ່ງຕ້ອງຊອກຫາບາງສິ່ງເພື່ອຕໍ່ສູ້ ຫຼື ໃຜບາງຄົນເພື່ອຫຼິ້ນເລ່ລ່ຽມນຳ. ໃນສາຍຕາຂອງພວກເຂົາ, ໂດຍການດຳລົງຊີວິດຢູ່ໃນເນື້ອໜັງ ແລະ ສວມໃສ່ຜິວໜັງຂອງມະນຸດ, ຜູ້ຄົນຕ້ອງຍາດແຍ່ງ ແລະ ຕໍ່ສູ້; ຖ້າພວກເຂົາບໍ່ເຮັດ, ການມີຢູ່ຂອງພວກເຂົາກໍຈະສູນເສຍຄຸນຄ່າຂອງມັນໄປ. ສຳລັບເຮົາແລ້ວ, ຄວາມຮູ້ສຶກນັ້ນແຕກຕ່າງກັນຢ່າງສິ້ນເຊີງ. ເຮົາຮູ້ສຶກວ່າການຍາດແຍ່ງ ແລະ ການຕໍ່ສູ້ກັບຜູ້ຄົນເປັນສິ່ງທີ່ອິດເມື່ອຍຫຼາຍ ແລະ ຍັງເປັນສິ່ງທີ່ໜ້າລຳຄານອີກດ້ວຍ; ມັນເປັນສິ່ງສຳຄັນອັນດັບໜຶ່ງທີ່ເຮົາຕ້ອງການຫຼົບໜີຫຼາຍທີ່ສຸດໃນຊີວິດນີ້. ເຮົາບໍ່ຮູ້ວິທີຍາດແຍ່ງ ຫຼື ຕໍ່ສູ້ ແລະ ເຮົາບໍ່ເຕັມໃຈທີ່ຈະຍາດແຍ່ງ ຫຼື ຕໍ່ສູ້. ເມື່ອເຮົາພົບພໍ້ກັບເລື່ອງທີ່ກ່ຽວຂ້ອງກັບການຍາດແຍ່ງ ແລະ ການຕໍ່ສູ້ແທ້ໆ, ເຮົາພຽງແຕ່ຕ້ອງການຖອຍອອກມາ, ເພື່ອຫຼີກລ່ຽງ ແລະ ຫຼົບຫຼີກພວກມັນ, ສະນັ້ນ ເຮົາຈຶ່ງພົບວ່າສິ່ງເຫຼົ່ານີ້ໜ້າລຳຄານເປັນພິເສດ. ຫຼັງຈາກຫຼາຍປີທີ່ເຮົາຮູ້ສຶກລຳຄານ, ອາລົມເຫຼົ່ານີ້ກໍໄດ້ສະສົມ ແລະ ມາເຖິງຂີດຈຳກັດຂອງພວກມັນ ແລະ ໃນທີ່ສຸດ ເຮົາກໍມາຮູ້ສຶກວ່າການມີປະຕິສຳພັນກັບມະນຸດເປັນສິ່ງທີ່ເຈັບປວດທີ່ສຸດໃນໂລກ. ທຸກຄັ້ງທີ່ເຮົາພົບພໍ້ກັບຄົນທີ່ຍາດແຍ່ງ ແລະ ຕໍ່ສູ້ກັບເຮົາ, ມັນຮູ້ສຶກຄືກັບຖືກດັນໃຫ້ເຂົ້າຜ່ານເຄື່ອງບົດຊີ້ນ, ຄືກັບຖືກລໍ້ຫຼິ້ນ; ນັ້ນຄືຄວາມຮູ້ສຶກ. ຫຼັງຈາກທີ່ມີຄວາມຮູ້ສຶກເຫຼົ່ານີ້, ເຮົາກໍໄຕ່ຕອງວ່າ “ດ້ານນີ້ຂອງອຸປະນິໄສທີ່ເສື່ອມຊາມຂອງລາວຖືກເປີດເຜີຍແນວໃດ? ແກ່ນແທ້ຂອງຄົນປະເພດນີ້ແມ່ນຫຍັງ? ຖ້າມີໂອກາດ, ເຮົາກໍຈະໂອ້ລົມກັບລາວກ່ຽວກັບມັນ. ຖ້າລາວສາມາດຍອມຮັບຄວາມຈິງໄດ້, ນັ້ນກໍຈະເປັນສິ່ງທີ່ດີທີ່ສຸດ ແລະ ລາວກໍຄຸ້ມຄ່າແກ່ການຊ່ວຍເຫຼືອຢ່າງແທ້ຈິງ. ຖ້າລາວບໍ່ຍອມຮັບຄວາມຈິງ, ແລ້ວເຮົາກໍຈະປ່ອຍໃຫ້ສິ່ງຕ່າງໆເປັນໄປຕາມທຳມະຊາດຂອງພວກມັນ ແລະ ປ່ອຍໃຫ້ໂຊກຊະຕາຈັດການກັບລາວຕາມທີ່ມັນຕ້ອງການ”. ຄົນທີ່ບໍ່ຍອມຮັບຄວາມຈິງແມ່ນຄົນທີ່ບໍ່ມີຄວາມເປັນມະນຸດ ແລະ ພວກເຂົາຍັງເປັນຄົນທີ່ບໍ່ມີພອນອີກດ້ວຍ; ພວກເຂົາເປັນຄົນທີ່ໂງ່ຈ້າທີ່ສຸດ, ເປັນຄົນທີ່ໄຮ້ຄ່າທີ່ສຸດ. ຫຼັງຈາກທີ່ມີປະຕິສຳພັນກັບຫຼາຍຄົນ, ເຮົາກໍໄດ້ເກີດມີຄວາມຄິດ ແລະ ມຸມມອງນີ້ກ່ຽວກັບຜູ້ຄົນ ແລະ ເລື່ອງທາງໂລກ: ການມີປະຕິສຳພັນກັບຜູ້ຄົນໄດ້ກາຍເປັນສິ່ງທີ່ເປັນຕາເມື່ອຍ. ນີ້ບໍ່ແມ່ນຄວາມອິດເມື່ອຍທາງຮ່າງກາຍ ແຕ່ເປັນຄວາມອິດເມື່ອຍທາງວິນຍານ. ພາຍໃນຄວາມອິດເມື່ອຍນີ້, ຍັງມີຄວາມຮູ້ສຶກເບື່ອໜ່າຍ, ຄວາມອຶດອັດ ແລະ ຄວາມເຈັບປວດອີກດ້ວຍ. ຖ້າເຮົາບໍ່ມີປະຕິສຳພັນກັບຜູ້ຄົນ, ເຮົາກໍຈະພົບພໍ້ກັບກໍລະນີທີ່ຜູ້ຄົນຍາດແຍ່ງ ແລະ ຕໍ່ສູ້ກັບເຮົາໜ້ອຍລົງ ແລະ ວິນຍານຂອງເຮົາກໍຈະຮູ້ສຶກເປັນອິດສະລະ ແລະ ຜ່ອນຄາຍຫຼາຍ.

ໃນຊຸມປີທີ່ຜ່ານມານີ້, ເມື່ອມີປະຕິສຳພັນກັບອ້າຍເອື້ອຍນ້ອງບາງຄົນ, ເຮົາມັກຈະໄດ້ຍິນບາງຄົນເວົ້າວ່າ “ຂ້ານ້ອຍເວົ້າຜິດໄປວ່າງກີ້ນີ້; ຂໍໃຫ້ຂ້ານ້ອຍແກ້ໄຂຄຳເວົ້າຂອງຂ້ານ້ອຍເອງ” ຫຼື “ມີຄວາມແຕກຕ່າງເລັກນ້ອຍໃນສະຖານະການທີ່ຂ້ານ້ອຍໄດ້ຮຽນຮູ້ກ່ອນໜ້ານີ້; ຂໍໃຫ້ຂ້ານ້ອຍແກ້ໄຂມັນ”. ນອກຈາກນີ້, ບາງຄົນກໍມີທັດສະນະຄະຕິທີ່ເໝາະສົມກວ່າແຕ່ກ່ອນໃນການຈັດການກັບເລື່ອງຕ່າງໆ ແລະ ມີຄວາມຈິງຈັງ ແລະ ມີຄວາມຮັບຜິດຊອບຫຼາຍຂຶ້ນເລັກໜ້ອຍ. ຍິ່ງໄປກວ່ານັ້ນ, ພວກເຂົາສາມາດອົດທົນຕໍ່ຄວາມຍາກລຳບາກ ແລະ ຈ່າຍລາຄາໄດ້ ແລະ ພວກເຂົາກໍມີການຈົ່ມວ່າໜ້ອຍລົງ. ຄົນສ່ວນໃຫຍ່ສາມາດປຶກສາຫາລືເລື່ອງຕ່າງໆນຳກັນ ແລະ ຮ່ວມມືກັນຢ່າງກົມກຽວເມື່ອປະຕິບັດໜ້າທີ່ຂອງພວກເຂົາຮ່ວມກັນ. ເມື່ອປຽບທຽບກັບສອງສາມປີກ່ອນ, ພວກເຂົາກໍດີຂຶ້ນຫຼາຍ ແລະ ໄດ້ປ່ຽນແປງໄປເລັກໜ້ອຍ. ທຸກຄັ້ງທີ່ເຮົາສັງເກດເຫັນສິ່ງນີ້ເກີດຂຶ້ນ, ເຮົາກໍຮູ້ສຶກດີພໍສົມຄວນ. ເຮົາຮູ້ສຶກວ່າຕະຫຼອດຫຼາຍປີທີ່ຜ່ານມາຂອງການທົບທວນເລື່ອງເຫຼົ່ານີ້ຊໍ້າແລ້ວຊໍ້າອີກນັ້ນບໍ່ໄດ້ສູນເປົ່າ, ໃນທີ່ສຸດແລ້ວ ຄົນສ່ວນໜຶ່ງກໍໄດ້ເອົາໃຈໃສ່ຄຳເວົ້າເຫຼົ່ານີ້ຢ່າງຈິງຈັງ. ຫຼັງຈາກທີ່ໄດ້ຍິນຄຳເວົ້າເຫຼົ່ານີ້, ພວກເຂົາກໍສາມາດເຂົ້າໃຈຄວາມຈິງ ແລະ ຮູ້ຈັກປະຕິບັດຕາມພຣະທຳຂອງພຣະເຈົ້າ. ບໍ່ວ່າພວກເຂົາຈະສາມາດນຳໄປປະຕິບັດໄດ້ຫຼາຍສໍ່າໃດກໍຕາມ, ຢ່າງໜ້ອຍທີ່ສຸດ ພວກເຂົາກໍມີການເຂົ້າສູ່ຊີວິດ ແລະ ໄດ້ປ່ຽນແປງໄປພໍສົມຄວນ. ສະຫຼຸບແລ້ວ, ທັດສະນະຄະຕິ ແລະ ມຸມມອງຂອງພວກເຂົາທີ່ມີຕໍ່ຄວາມຈິງໄດ້ກາຍເປັນສິ່ງທີ່ເໝາະສົມ ແລະ ຖືກຕ້ອງພໍສົມຄວນ. ເຖິງແມ່ນວ່າບາງຄົນຈະປ່ຽນແປງໄປເລັກໜ້ອຍ ພວກເຂົາກໍຍັງປ່ຽນແປງບໍ່ພຽງພໍ. ບາງຄັ້ງ, ເມື່ອພົບພໍ້ກັບເລື່ອງທີ່ແຕກຕ່າງກັນ, ກໍຍັງມີກໍລະນີທີ່ຜູ້ຄົນຍາດແຍ່ງ ແລະ ຕໍ່ສູ້ກັນ; ບັນຫາຍັງບໍ່ໄດ້ຮັບການແກ້ໄຂທີ່ຮາກຖານຂອງມັນ. ພວກເຈົ້າພຽງແຕ່ປ່ຽນແປງໄປເລັກໜ້ອຍ ແລະ ຍັງບໍ່ທັນເຖິງຈຸດທີ່ສາມາດອ່ອນນ້ອມໄດ້ຢ່າງສົມບູນ. ພວກເຈົ້າຍັງຕ້ອງສືບຕໍ່ໄລ່ຕາມເສາະຫາຄວາມຈິງ ແລະ ສືບຕໍ່ມີປະສົບການກັບການລິຮານ, ການທົດສອບ ແລະ ການຫຼໍ່ຫຼອມ. ການປ່ຽນແປງບໍ່ແມ່ນການປ່ຽນແປງພາຍນອກ, ແລ້ວສິ່ງໃດແທ້ທີ່ປ່ຽນແປງ? ເຮົາໄດ້ເວົ້າມາຫຼາຍປີແລ້ວ ແລະ ພວກເຈົ້າກໍໄດ້ມາຮັບຮູ້ວ່າພວກເຈົ້າມີອຸປະນິໄສທີ່ເສື່ອມຊາມຫຼາຍພໍສົມຄວນ ແລະ ຄວາມຈິງແລ້ວ ພວກເຈົ້າກໍມີຂໍ້ບົກພ່ອງຫຼາຍຢ່າງໃນຄວາມເປັນມະນຸດຂອງພວກເຈົ້າເຊັ່ນກັນ. ພວກເຈົ້າຄວນຈະແຈ້ງກ່ຽວກັບວິທີການປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຈົ້າ ແລະ ປະຕິບັດໜ້າທີ່ຂອງພວກເຈົ້າຢ່າງເໝາະສົມ ແລະ ວິທີການປະຕິບັດຄວາມຈິງເພື່ອປະຕິບັດໜ້າທີ່ຂອງພວກເຈົ້າໃຫ້ໄດ້ມາດຕະຖານ, ແມ່ນບໍ? ຢ່າງໜ້ອຍທີ່ສຸດ, ພວກເຈົ້າທຸກຄົນຄວນເຂົ້າໃຈຢ່າງຈະແຈ້ງກ່ຽວກັບວິທີການເປັນຄົນຊື່ສັດ ແລະ ຍັງຮູ້ວິທີການປະຕິບັດສິ່ງນີ້ອີກດ້ວຍ. ຖ້າກ່ຽວກັບບັນຫາທີ່ພວກເຈົ້າເຂົ້າໃຈ ແລະ ຢູ່ໃນຄວາມສາມາດຂອງພວກເຈົ້າ, ພວກເຈົ້າສາມາດທຸ່ມເທຄວາມພະຍາຍາມໃນການສະແຫວງຫາຄວາມຈິງເພື່ອແກ້ໄຂພວກມັນເທື່ອລະຢ່າງ, ອົດທົນຕໍ່ຄວາມທຸກລຳບາກເລັກໜ້ອຍເພື່ອເອົາຊະນະຄວາມຫຍຸ້ງຍາກຕ່າງໆຂອງພວກເຈົ້າ ແລະ ສາມາດປະຕິບັດຄວາມຈິງໄດ້, ແລ້ວເຮົາກໍອາດຈະມາພິຈາລະນາວ່າໂດຍພື້ນຖານແລ້ວພວກເຈົ້າມີລັກສະນະຄ້າຍຄືມະນຸດເລັກໜ້ອຍ. ເຖິງແມ່ນວ່າເຈົ້າຈະຍັງສະແດງທ່າອ່ຽງທີ່ຈະຕໍ່ສູ້ເລັກໜ້ອຍເປັນບາງຄັ້ງຄາວ ເມື່ອເຮົາມີປະຕິສຳພັນກັບເຈົ້າກໍຕາມ, ຖ້າເຮົາຮູ້ສຶກວ່າມັນບໍ່ຊັດເຈນ, ມຸມມອງຂອງເຮົາທີ່ມີຕໍ່ເຈົ້າກໍຈະແຕກຕ່າງຈາກແຕ່ກ່ອນຫຼາຍ ແລະ ມັນກໍຈະຍາກໜ້ອຍລົງຫຼາຍສຳລັບພວກເຮົາທີ່ຈະເຂົ້າກັນໄດ້. ພວກເຈົ້າຕ້ອງໂອ້ລົມ ແລະ ວາງແຜນກ່ຽວກັບເລື່ອງນີ້, ກ່ຽວກັບວິທີການໄລ່ຕາມເສາະຫາເພື່ອບັນລຸການປ່ຽນແປງ. ພວກເຈົ້າບໍ່ສາມາດພໍໃຈໃນການປະຕິບັດໜ້າທີ່ຂອງພວກເຈົ້າດ້ວຍການທຸ່ມເທຄວາມພະຍາຍາມເລັກໜ້ອຍ, ການອອກແຮງງານເລັກໜ້ອຍ, ການເຮັດພໍແລ້ວມືແລ້ວຕີນ, ການບໍ່ເຮັດສິ່ງທີ່ຜິດພາດ, ການບໍ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ ຫຼື ພຽງແຕ່ການບໍ່ຖືກປົດອອກ ຫຼື ຖືກຄັດອອກເທົ່ານັ້ນ. ກົງກັນຂ້າມ, ພວກເຈົ້າຕ້ອງທຸ່ມເທຄວາມພະຍາຍາມເຂົ້າໃນຄວາມຈິງ, ເຂົ້າໃນການປະຕິບັດຄວາມຈິງ ແລະ ເຂົ້າໃນການຍອມຮັບ ແລະ ການອ່ອນນ້ອມຕໍ່ຄວາມຈິງ. ໃນເລື່ອງນີ້, ເຮົາຕ້ອງຍົກຍ້ອງເອື້ອຍນ້ອງສ່ວນໃຫຍ່; ເອື້ອຍນ້ອງສ່ວນໃຫຍ່ເຮັດໄດ້ດີ, ໃນຂະນະທີ່ອ້າຍນ້ອງສ່ວນໃຫຍ່ເຮັດໄດ້ບໍ່ດີ. ຈາກວິດີໂອຄຳພະຍານຈາກປະສົບການ, ເຮົາເຫັນວ່າໃນວຽກງານຕ່າງໆຂອງຄຣິສຕະຈັກ, ຜູ້ທີ່ຮັບບົດບາດຫຼັກ ແລະ ຮັບໃຊ້ເປັນຜູ້ກຳກັບດູແລສ່ວນໃຫຍ່ແມ່ນເອື້ອຍນ້ອງ; ມີອ້າຍນ້ອງໜ້ອຍຫຼາຍ. ອ້າຍນ້ອງສ່ວນໃຫຍ່ບໍ່ເອົາຈິງເອົາຈັງເມື່ອເວົ້າເຖິງວຽກງານວິຊາຊີບຕ່າງໆ ແລະ ພວກເຂົາບໍ່ເອົາຈິງເອົາຈັງເມື່ອເວົ້າເຖິງຫຼັກການຄວາມຈິງ ແລະ ການເຂົ້າສູ່ຊີວິດ ຫຼື ຄວາມຈິງຕ່າງໆກ່ຽວກັບການອ່ອນນ້ອມຕໍ່ພຣະເຈົ້າ ແລະ ການບັນລຸຄວາມລອດພົ້ນ. ຍິ່ງໄປກວ່ານັ້ນ, ອ້າຍນ້ອງຫຼາຍຄົນພຽງແຕ່ບໍ່ມີຊີວິດຝ່າຍວິນຍານເລີຍ; ພວກເຂົາບໍ່ອ່ານພຣະທຳຂອງພຣະເຈົ້າ, ບໍ່ຟັງຄຳເທດສະໜາ ແລະ ການໂອ້ລົມ, ບໍ່ເບິ່ງຮູບເງົາ ແລະ ວິດີໂອຂອງເຮືອນຂອງພຣະເຈົ້າ ແລະ ເມື່ອພວກເຂົາປະເຊີນກັບບັນຫາ, ພວກເຂົາກໍບໍ່ສະແຫວງຫາຄວາມຈິງ ຫຼື ໂອ້ລົມກັບອ້າຍເອື້ອຍນ້ອງ. ເອື້ອຍນ້ອງເຮັດໄດ້ດີກວ່າອ້າຍນ້ອງໃນເລື່ອງນີ້. ໂດຍສະເພາະຢ່າງຍິ່ງ, ເອື້ອຍນ້ອງບາງຄົນທີ່ປັດຈຸບັນຮັບໃຊ້ເປັນຜູ້ກຳກັບດູແລສຳລັບວຽກງານສຳຄັນໃນເຮືອນຂອງພຣະເຈົ້າແມ່ນມີຄວາມເຊື່ອຟັງ ແລະ ອ່ອນນ້ອມກວ່າແຕ່ກ່ອນ. ພວກເຂົາສາມາດອົດທົນຕໍ່ຄວາມຍາກລຳບາກ, ເຕັມໃຈທີ່ຈະຈ່າຍລາຄາ, ເຮັດສິ່ງຕ່າງໆຢ່າງຮອບຄອບ ແລະ ມີຄວາມຈິງຈັງ, ເຂັ້ມງວດ ແລະ ເອົາຈິງເອົາຈັງຫຼາຍ. ເມື່ອຖືກລິຮານ, ພວກເຂົາກໍບໍ່ປະຖິ້ມໜ້າທີ່ຂອງພວກເຂົາ ຫຼື ຈົ່ມວ່າ; ພວກເຂົາຍັງຄົງສາມາດອະທິຖານ ແລະ ອ່ອນນ້ອມໄດ້ ແລະ ສາມາດສະແຫວງຫາຄວາມຈິງເພື່ອຮູ້ຈັກ ແລະ ແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ອ້າຍນ້ອງທັງຫຼາຍ, ພວກເຈົ້າສາມາດເບິ່ງວິທີທີ່ເອື້ອຍນ້ອງທີ່ຢູ່ອ້ອມຂ້າງພວກເຈົ້າເຮັດສິ່ງຕ່າງໆໄດ້. ພວກເຂົາຮອບຄອບກວ່າພວກເຈົ້າ ແລະ ຈິງຈັງ, ມີຄວາມຮັບຜິດຊອບ ແລະ ເອົາຈິງເອົາຈັງໃນການກະທຳຂອງພວກເຂົາຫຼາຍກວ່າພວກເຈົ້າ; ຍິ່ງໄປກວ່ານັ້ນ, ພວກເຂົາກໍເຊື່ອຟັງ ແລະ ອ່ອນນ້ອມ ແລະ ພວກເຂົາກໍໃສ່ໃຈໃນການສະແຫວງຫາຫຼັກການຄວາມຈິງເມື່ອເຮັດສິ່ງຕ່າງໆ. ແນ່ນອນວ່າ ຍັງມີອ້າຍນ້ອງສ່ວນໜຶ່ງທີ່ເຊື່ອຟັງພໍສົມຄວນ ແລະ ສາມາດມີຄວາມຮອບຄອບ ແລະ ເອົາຈິງເອົາຈັງໃນສິ່ງທີ່ພວກເຂົາເຮັດ ແຕ່ອ້າຍນ້ອງສ່ວນໃຫຍ່ມັກຈະບໍ່ລະມັດລະວັງເລັກໜ້ອຍຢູ່ສະເໝີ. ຜູ້ບໍ່ມີຄວາມເຊື່ອເອີ້ນສິ່ງນີ້ວ່າເປັນການເຮັດແບບຫຍາບໆ ແລະ ບໍ່ມີການຢັບຢັ້ງ. ເຮືອນຂອງພຣະເຈົ້າບໍ່ຍອມຮັບ “ການເຮັດແບບຫຍາບໆ”; ເຮືອນຂອງພຣະເຈົ້າເນັ້ນໜັກເຖິງການໂອ້ລົມກ່ຽວກັບຄວາມຈິງ ແລະ ການຈັດການກັບເລື່ອງຕ່າງໆຕາມຫຼັກການ ແລະ ການເຮັດສິ່ງຕ່າງໆຢ່າງເອົາຈິງເອົາຈັງ ແລະ ເຂັ້ມງວດ. ການບໍ່ໃສ່ໃຈ ແລະ ການເຮັດແບບລວກໆເປັນສິ່ງທີ່ຍອມຮັບບໍ່ໄດ້ຢ່າງເດັດຂາດ. ອ້າຍນ້ອງສ່ວນໃຫຍ່ບໍ່ໃສ່ໃຈໃນການຈັດການກັບເລື່ອງຕ່າງໆ ແລະ ບໍ່ເຄີຍເອົາຈິງເອົາຈັງ, ໂດຍຄິດຢູ່ສະເໝີວ່າ “ ‘ປະມານນີ້’ ຫຼື ‘ໃກ້ຄຽງແລ້ວ’ ກໍພໍແລ້ວ; ສໍ່ານີ້ກໍດີພໍແລ້ວ”. ເມື່ອພວກເຂົາເຫັນເອື້ອຍນ້ອງບາງຄົນທຸ່ມເທຄວາມພະຍາຍາມເຂົ້າໃນຄວາມຈິງ ແລະ ປະຕິບັດຕໍ່ມັນຢ່າງເອົາຈິງເອົາຈັງ ແລະ ມີຄວາມຈິງຈັງ ແລະ ເຂັ້ມງວດກັບໜ້າທີ່ຂອງພວກເຂົາ, ພວກເຂົາເຖິງກັບດູຖູກພວກນາງ, ໂດຍເວົ້າວ່າ: “ພວກເຮົາເປັນລູກຜູ້ຊາຍຕົວຈິງ. ສິ່ງເຫຼົ່ານັ້ນຈຳເປັນຕ້ອງເຮັດໃນລາຍລະອຽດທີ່ເລັກນ້ອຍ ແລະ ຈຸກຈິກແບບນັ້ນບໍ? ການໂອ້ລົມກ່ຽວກັບຄວາມຈິງທັງໝົດນີ້, ການອະທິຖານ ແລະ ການສະແຫວງຫາທັງໝົດນີ້, ຕາບໃດທີ່ໂດຍພື້ນຖານແລ້ວພວກເຮົາກຳລັງກ້າວໄປໃນທິດທາງທີ່ຖືກຕ້ອງ, ມັນກໍບໍ່ເປັນຫຍັງແລ້ວ. ການຈູ້ຈີ້ຈຸກຈິກຫຼາຍປານນັ້ນຈະມີປະໂຫຍດຫຍັງ? ພວກເຮົາຍັງສາມາດເອີ້ນຕົນເອງວ່າເປັນຜູ້ຊາຍໄດ້ຢູ່ບໍ ຖ້າພວກເຮົາຈູ້ຈີ້ຈຸກຈິກກັບທຸກສິ່ງຫຼາຍປານນັ້ນ? ຜູ້ຄົນຈະຫົວຂວັນພວກເຮົາ!” ທັດສະນະຄະຕິນີ້ຂອງເຈົ້ານັ້ນບໍ່ຖືກຕ້ອງ. ໃຜຈະຫົວຂວັນເຈົ້າຍ້ອນເຮັດສິ່ງຕ່າງໆຢ່າງຈິງຈັງ? ປ່ອຍໃຫ້ພວກເຂົາຫົວຂວັນໄປຖ້າພວກເຂົາຕ້ອງການ. ລູກຜູ້ຊາຍທີ່ແທ້ຈິງຕ້ອງເຮັດສິ່ງຕ່າງໆຢ່າງຈິງຈັງ; ບໍ່ມີຫຍັງໜ້າອາຍໃນເລື່ອງນີ້. ການເຮັດສິ່ງຕ່າງໆຢ່າງຈິງຈັງແມ່ນທັດສະນະຄະຕິທີ່ມີຕໍ່ຄວາມຈິງ, ຕໍ່ຄວາມຮັບຜິດຊອບ ແລະ ຕໍ່ໜ້າທີ່ ເຊິ່ງມະນຸດທຸກຄົນທີ່ເປັນສິ່ງທີ່ຖືກສ້າງຄວນມີ, ໂດຍບໍ່ຄຳນຶງເຖິງເພດ. ເມື່ອເວົ້າເຖິງການເຮັດວຽກໜັກທາງຮ່າງກາຍ ຫຼື ການຄວບຄຸມສິ່ງຕ່າງໆ ເຊັ່ນ: ເຄື່ອງຈັກ, ມັນມີຄວາມແຕກຕ່າງລະຫວ່າງຍິງ ແລະ ຊາຍ ແຕ່ບໍ່ມີຄວາມແຕກຕ່າງດັ່ງກ່າວໃນການໄລ່ຕາມເສາະຫາຄວາມຈິງ. ຄວາມຈິງບໍ່ໄດ້ແນເປົ້າໃສ່ພຽງແຕ່ຜູ້ຊາຍ ຫຼື ແມ່ຍິງເທົ່ານັ້ນ ແຕ່ແນເປົ້າໃສ່ມະນຸດຊາດ, ເຊິ່ງລວມມີທັງຍິງ ແລະ ຊາຍ. ໃນບັນດາຄວາມຈິງທັງໝົດທີ່ພວກເຮົາໄດ້ໂອ້ລົມກັນ, ມີພຽງແຕ່ໃນເລື່ອງທີ່ກ່ຽວຂ້ອງກັບການແຕ່ງດອງເທົ່ານັ້ນທີ່ມີຄວາມແຕກຕ່າງລະຫວ່າງຍິງ ແລະ ຊາຍ, ເຊິ່ງຮຽກຮ້ອງໃຫ້ຜູ້ຊາຍປະຕິບັດຄວາມຮັບຜິດຊອບຂອງຜູ້ຊາຍ ແລະ ແມ່ຍິງປະຕິບັດຄວາມຮັບຜິດຊອບຂອງແມ່ຍິງ. ບໍ່ມີຄວາມແຕກຕ່າງລະຫວ່າງຍິງ ແລະ ຊາຍໃນດ້ານອື່ນໆຂອງຄວາມຈິງ; ພວກມັນລ້ວນແຕ່ເປັນສິ່ງທີ່ຜູ້ຄົນຄວນປະຕິບັດ. ໂດຍສະເພາະໃນເລື່ອງທີ່ກ່ຽວຂ້ອງກັບຫຼັກການຄວາມຈິງ, ພວກເຈົ້າຕ້ອງບໍ່ເຮັດຜິດພາດ ແລະ ທິດທາງ ແລະ ເປົ້າໝາຍຂອງພວກເຈົ້າກໍຕ້ອງບໍ່ຜິດພາດເຊັ່ນກັນ. ໃນການໄລ່ຕາມເສາະຫາຄວາມຈິງ, ເມື່ອມັນກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມຂອງຕົນເອງ, ສະພາວະທີ່ຕົນເອງເປີດເຜີຍ ແລະ ຄວາມຄິດ ແລະ ແນວຄິດຂອງຕົນເອງ, ພວກເຈົ້າຕ້ອງກວດສອບ ແລະ ແຍກແຍະພວກມັນຢ່າງລະອຽດ. ຖ້າພວກເຈົ້າບໍ່ກວດສອບພວກມັນ, ພວກເຈົ້າກໍຈະບໍ່ມີທາງພົບບັນຫາທີ່ເປັນຮາກຖານ. ຖ້າພວກເຈົ້າບໍ່ສາມາດພົບມັນ, ເຈົ້າກໍບໍ່ສາມາດແກ້ໄຂມັນໄດ້ ແລະ ພວກເຈົ້າກໍຈະດຳລົງຊີວິດຢູ່ພາຍໃນອຸປະນິໄສທີ່ເສື່ອມຊາມຂອງພວກເຈົ້າສະເໝີ, ໂດຍຖືກພວກມັນສ້າງຄວາມຫຍຸ້ງຍາກ ແລະ ບົງການ, ເຈົ້າຈະບໍ່ສາມາດບັນລຸການປ່ຽນແປງໄດ້ ແລະ ບໍ່ສາມາດປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຈົ້າໄດ້.

ມື້ນີ້ພວກເຮົາໄດ້ໂອ້ລົມກ່ຽວກັບຫຼາຍດ້ານທີ່ກ່ຽວຂ້ອງກັບຫົວຂໍ້ “ການບໍ່ຈັດໃຫ້ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຢູ່ໃນລະດັບດຽວກັນກັບມະນຸດຊາດທີ່ເສື່ອມຊາມ”. ຫຼັກໆແລ້ວ ສິ່ງນີ້ແມ່ນເພື່ອບອກພວກເຈົ້າກ່ຽວກັບຫຼັກການທີ່ເຮົາປະພຶດຕົນ ແລະ ມີປະຕິສຳພັນກັບຜູ້ຄົນ ພ້ອມທັງອຸປະນິໄສ ແລະ ແກ່ນແທ້ພາຍໃນຂອງເຮົາເມື່ອເຮົາມີປະຕິສຳພັນກັບຜູ້ຄົນ. ພວກເຈົ້າບໍ່ສາມາດເຫັນ, ເຂົ້າໃຈ ຫຼື ຮັບຮູ້ສິ່ງເຫຼົ່ານີ້ຈາກພາຍນອກໄດ້, ສະນັ້ນ ເຮົາຈຶ່ງໄດ້ແບ່ງປັນຄວາມຮູ້ສຶກຂອງເຮົາ ແລະ ຫຼັກການຂອງເຮົາໃນການເຮັດສິ່ງຕ່າງໆກັບພວກເຈົ້າ. ເຮົາບໍ່ໄດ້ກຳລັງເປັນພະຍານໃຫ້ກັບຕົວເຮົາເອງ; ເຮົາພຽງແຕ່ແບ່ງປັນສິ່ງເຫຼົ່ານີ້ກັບພວກເຈົ້າ ເພື່ອໃຫ້ພວກເຈົ້າສາມາດຮູ້ ແລະ ເຂົ້າໃຈຫຼັກການທີ່ເຮົາປະພຶດຕົນ ແລະ ເຮັດສິ່ງຕ່າງໆ ພ້ອມທັງຊີວິດ, ອຸປະນິໄສ ແລະ ແກ່ນແທ້ທີ່ເຮົາໃຊ້ຊີວິດຕາມ. ສິ່ງເຫຼົ່ານີ້ບໍ່ແມ່ນຄວາມລັບ ແລະ ພວກມັນບໍ່ແມ່ນຄວາມເລິກລັບ. ຫຼັງຈາກທີ່ພວກເຈົ້າເຂົ້າໃຈ ແລະ ຊັດເຈນກ່ຽວກັບສິ່ງເຫຼົ່ານີ້ແລ້ວ, ພວກເຈົ້າກໍຈະສາມາດຮູ້ຈັກພຣະເຈົ້າ ແລະ ຮູ້ຈັກເນື້ອໜັງທີ່ພຣະເຈົ້າຊົງບັງເກີດໄດ້ຢ່າງຖືກຕ້ອງຫຼາຍຂຶ້ນ. ຖ້າບໍ່ດັ່ງນັ້ນ, ປະໂຫຍກທີ່ວ່າ “ເນື້ອໜັງທີ່ພຣະເຈົ້າຊົງບັງເກີດສາມາດເປັນຕົວແທນຂອງພຣະເຈົ້າໃນສະຫວັນ ແລະ ພຣະອົງມີອັດຕະລັກ ແລະ ແກ່ນແທ້ຂອງພຣະເຈົ້າ” ອາດຈະເປັນພຽງວະລີທີ່ວ່າງເປົ່າສຳລັບພວກເຈົ້າຕະຫຼອດໄປ ຫຼື ມັນອາດຈະຍັງຄົງຢູ່ພາຍໃນຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຈົ້າຕະຫຼອດໄປ ຫຼື ມັນອາດຈະເປັນຄວາມເລິກລັບສຳລັບພວກເຈົ້າຕະຫຼອດໄປ. ຄວາມຈິງແລ້ວ, ນີ້ຄືບັນຫາທີ່ສາມາດແກ້ໄຂໄດ້; ມັນບໍ່ແມ່ນທິດສະດີ ແລະ ມັນບໍ່ແມ່ນຄຳເວົ້າທີ່ເປັນສູດຕາຍຕົວ. ເຖິງແມ່ນວ່າຮູບແບບການມີຢູ່ຂອງຊີວິດຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈະແຕກຕ່າງຈາກຮູບແບບການມີຢູ່ຂອງພຣະເຈົ້າໃນສະຫວັນເລັກໜ້ອຍກໍຕາມ, ນັ້ນກໍຄື ມັນແມ່ນພຣະວິນຍານຂອງພຣະເຈົ້າທີ່ມີຢູ່ໃນເນື້ອໜັງ ແຕ່ກໍບໍ່ມີຄວາມແຕກຕ່າງໃນຊີວິດຂອງພຣະອົງທັງສອງ ແລະ ບໍ່ມີຄວາມແຕກຕ່າງໃນແກ່ນແທ້ຊີວິດຂອງພຣະອົງທັງສອງ. ສະນັ້ນ, ສິ່ງເຫຼົ່ານີ້ທີ່ພວກເຮົາໄດ້ເວົ້າເຖິງ ເຊິ່ງກໍຄືການທີ່ເນື້ອໜັງທີ່ພຣະເຈົ້າຊົງບັງເກີດບໍ່ຫຼອກລວງ, ບໍ່ຍາດແຍ່ງ ຫຼື ບໍ່ຕໍ່ສູ້ກັບຜູ້ຄົນນັ້ນ ມາຈາກໃສ? ພວກມັນມາຈາກຊີວິດຂອງພຣະເຈົ້າເອງ; ໃຫ້ເວົ້າຢ່າງຊັດເຈນກໍຄື ພວກມັນມາຈາກການສະແດງອອກເຖິງອຸປະນິໄສຂອງພຣະເຈົ້າເອງ. ດັ່ງນັ້ນ, ການບອກພວກເຈົ້າວ່າ “ເຮົາບໍ່ຫຼອກລວງ, ຍາດແຍ່ງ ຫຼື ຕໍ່ສູ້ກັບໃຜ” ບໍ່ແມ່ນວະລີແບບເຈົ້າຄົນນາຍຄົນ ແລະ ມັນບໍ່ແມ່ນຄວາມເລິກລັບ. ພຣະອົງເປັນພຽງບຸກຄົນແບບນັ້ນ, ພຣະອົງພຽງແຕ່ດຳລົງຊີວິດຢູ່ພາຍໃນຊີວິດແບບນັ້ນ ແລະ ຫຼັກການຂອງພຣະອົງສຳລັບການປະພຶດຕົນ ພ້ອມທັງຊີວິດ, ອຸປະນິໄສ ແລະ ແກ່ນແທ້ທີ່ພຣະອົງໃຊ້ຊີວິດຕາມ ລ້ວນແຕ່ມີອົງປະກອບຂອງການບໍ່ຫຼອກລວງ, ການບໍ່ຍາດແຍ່ງ ແລະ ການບໍ່ຕໍ່ສູ້ກັບຜູ້ຄົນ. ຊັດເຈນແລ້ວບໍ? (ຊັດເຈນແລ້ວ). ພວກເຮົາຈະຈົບການໂອ້ລົມຂອງພວກເຮົາໄວ້ພຽງເທົ່ານີ້ສຳລັບມື້ນີ້. ລາກ່ອນ!

ວັນທີ 17 ສິງຫາ 2024

ກ່ອນນີ້: ວິທີການໄລ່ຕາມເສາະຫາຄວາມຈິງ (24)

ຕໍ່ໄປ: ວິທີການໄລ່ຕາມເສາະຫາຄວາມຈິງ (27)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້