ວິທີການໄລ່ຕາມເສາະຫາຄວາມຈິງ (24)

ຄັ້ງທີ່ແລ້ວ, ພວກເຮົາໄດ້ໂອ້ລົມກ່ຽວກັບເນື້ອໃນຂອງການປ່ອຍວາງຄວາມບາດໝາງລະຫວ່າງຕົນເອງກັບພຣະເຈົ້າ ແລະ ຄວາມເປັນປໍລະປັກຂອງຕົນທີ່ມີຕໍ່ພຣະເຈົ້າ ເຊິ່ງຢູ່ພາຍໃຕ້ຫົວຂໍ້ໃຫຍ່ຂອງ “ການປ່ອຍວາງ” ໃນ “ວິທີການໄລ່ຕາມເສາະຫາຄວາມຈິງ”. ເນື້ອໃນນີ້ກ່ຽວຂ້ອງກັບຄວາມຄິດຫຼົງຜິດ ແລະ ຈິນຕະນາການກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ພວກເຮົາໄດ້ໂອ້ລົມກ່ຽວກັບດ້ານໃດແດ່? (ຄັ້ງກ່ອນ, ພຣະເຈົ້າໄດ້ໂອ້ລົມ ແລະ ເປີດໂປງຄວາມຄິດຫຼົງຜິດ ແລະ ຈິນຕະນາການບາງຢ່າງຂອງພວກເຮົາກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງເປັນຫຼັກ ແລະ ພຣະເຈົ້າຍັງໄດ້ໂອ້ລົມກ່ຽວກັບສອງຫຼັກການປະຕິບັດສຳລັບພວກເຮົາ: ຢ່າງທີໜຶ່ງຄື ບໍ່ປຽບທຽບພຣະເຈົ້າທີ່ບັງເກີດເປັນເນື້ອໜັງກັບພຣະເຈົ້າໃນສະຫວັນ ແລະ ອີກຢ່າງໜຶ່ງຄື ບໍ່ຈັດໃຫ້ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຢູ່ໃນລະດັບດຽວກັນກັບມະນຸດຊາດທີ່ເສື່ອມຊາມ). ເພື່ອແກ້ໄຂຄວາມຄິດຫຼົງຜິດ ແລະ ຈິນຕະນາການກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ສິ່ງທີ່ຜູ້ຄົນຕ້ອງປະຕິບັດກໍຄືຫຼັກການສອງຢ່າງນີ້ທີ່ໄດ້ກ່າວເຖິງໃນການໂອ້ລົມຄັ້ງກ່ອນ. ຢ່າງທຳອິດແມ່ນຫຍັງ? (ບໍ່ປຽບທຽບພຣະເຈົ້າທີ່ບັງເກີດເປັນເນື້ອໜັງກັບພຣະເຈົ້າໃນສະຫວັນ). ແລ້ວຢ່າງທີສອງແມ່ນຫຍັງ? (ບໍ່ຈັດໃຫ້ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຢູ່ໃນລະດັບດຽວກັນກັບມະນຸດຊາດທີ່ເສື່ອມຊາມ). ໂດຍຫຼັກໆແລ້ວກໍຄືສອງຢ່າງນີ້. ຄັ້ງກ່ອນ, ເຮົາໄດ້ໂອ້ລົມກ່ຽວກັບຫຼັກການຢ່າງທຳອິດ ນັ້ນກໍຄື ບໍ່ປຽບທຽບພຣະເຈົ້າທີ່ບັງເກີດເປັນເນື້ອໜັງກັບພຣະເຈົ້າໃນສະຫວັນ ແລະ ໄດ້ແນະນຳໂດຍຫຍໍ້ເຖິງຫົວຂໍ້ກ່ຽວກັບຊີວິດຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງໂດຍຫຍໍ້ ເຊິ່ງຜູ້ຄົນສາມາດເບິ່ງເຫັນ ແຕ່ພວກເຂົາຍັງບໍ່ທັນເຂົ້າໃຈ. ມື້ນີ້, ເຮົາຈະສືບຕໍ່ໂອ້ລົມຫົວຂໍ້ທີ່ກ່ຽວຂ້ອງກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ຍິ່ງເຮົາໂອ້ລົມຫຼາຍສໍ່າໃດ, ຜູ້ຄົນກໍຍິ່ງຈະເຂົ້າໃຈຫຼາຍຂຶ້ນເທົ່ານັ້ນ ແລະ ຄວາມເຂົ້າໃຈຂອງພວກເຂົາກໍຍິ່ງຈະເລິກເຊິ່ງຫຼາຍສໍ່ານັ້ນ. ຍິ່ງເຮົາໂອ້ລົມກ່ຽວກັບຄວາມໝາຍສຳຄັນຂອງຄວາມເປັນມະນຸດທີ່ປົກກະຕິ ຫຼື ຄວາມຖ່ອມຕົວ ແລະ ຄວາມເຊື່ອງຊ້ອນຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງຫຼາຍສໍ່າໃດ, ຜູ້ຄົນກໍຍິ່ງຈະເຂົ້າໃຈພຣະເຈົ້າທີ່ບັງເກີດເປັນເນື້ອໜັງຫຼາຍສໍ່ານັ້ນ ແລະ ຄວາມເຂົ້າໃຈຂອງພວກເຂົາກ່ຽວກັບພຣະອົງກໍຍິ່ງຈະເປັນຈິງຫຼາຍສໍ່ານັ້ນ. ພວກເຂົາຈະສາມາດເຂົ້າໃຈຫຼາຍຂຶ້ນກ່ຽວກັບດ້ານທີ່ສຳພັນກັບຊີວິດຈິງຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ຫຼື ດ້ານຕ່າງໆຂອງພຣະອົງທີ່ຜູ້ຄົນສາມາດເບິ່ງເຫັນ ແລະ ພົບພໍ້ ແລະ ຄວາມຮູ້ຂອງພວກເຂົາກໍຈະຖືກຕ້ອງ ແລະ ສຳພັນກັບຊີວິດຈິງຫຼາຍຂຶ້ນ. ດ້ວຍວິທີນີ້, ຜູ້ຄົນຈະປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການບາງຢ່າງຂອງພວກເຂົາກ່ຽວກັບພຣະເຈົ້າໃນສະຫວັນທີ່ບໍ່ສອດຄ່ອງກັບຄວາມເປັນຈິງ. ຍິ່ງຜູ້ຄົນປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາກ່ຽວກັບພຣະເຈົ້າໃນສະຫວັນຫຼາຍສໍ່າໃດ ແລະ ຍິ່ງພວກເຂົາຮູ້ຈັກ ແລະ ຢັ່ງຮູ້ເຖິງຄວາມສຳພັນກັບຊີວິດຈິງ ແລະ ຄວາມເປັນປົກກະຕິຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງຫຼາຍສໍ່າໃດ, ຄວາມສຳພັນລະຫວ່າງຜູ້ຄົນ ແລະ ພຣະເຈົ້າກໍຍິ່ງຈະເປັນປົກກະຕິຫຼາຍສໍ່ານັ້ນ. ຈຸດໜຶ່ງກ່ຽວກັບການບໍ່ປຽບທຽບພຣະເຈົ້າທີ່ບັງເກີດເປັນເນື້ອໜັງກັບພຣະເຈົ້າໃນສະຫວັນກໍຄື ເຈົ້າຕ້ອງມີຄວາມເຂົ້າໃຈກ່ຽວກັບຄວາມສຳພັນກັບຊີວິດຈິງ ແລະ ຄວາມເປັນປົກກະຕິຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ຍິ່ງເຈົ້າເຂົ້າໃຈຄວາມສຳພັນກັບຊີວິດຈິງ ແລະ ຄວາມເປັນປົກກະຕິຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງຫຼາຍສໍ່າໃດ, ເຈົ້າກໍຍິ່ງຈະເຂົ້າໃຈພຣະເຈົ້າໃນສະຫວັນຫຼາຍສໍ່ານັ້ນ ແລະ ເຈົ້າຈະບໍ່ວັດແທກພຣະເຈົ້າໃນສະຫວັນດ້ວຍຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງເຈົ້າ. ແນ່ນອນວ່າ ຈາກມຸມມອງທີ່ເປັນກາງແລ້ວ, ບາງຢ່າງກໍຈະເກີດຂຶ້ນເຊັ່ນກັນ: ເຈົ້າຈະມີທັດສະນະຄະຕິທີ່ຖືກຕ້ອງຕໍ່ພຣະເຈົ້າ, ເຈົ້າຈະມີມຸມມອງທີ່ເປັນກາງຕໍ່ການສະແດງອອກຕ່າງໆທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງໄດ້ເປີດເຜີຍໃນຄວາມເປັນມະນຸດຂອງພຣະອົງ ແລະ ເຈົ້າຍັງຈະຮູ້ຈັກພຣະເຈົ້າໃນສະຫວັນຢ່າງຖືກຕ້ອງ ແລະ ໂດຍສຳພັນກັບຊີວິດຈິງຫຼາຍຂຶ້ນອີກດ້ວຍ. ສິ່ງນີ້ປ້ອງກັນບໍ່ໃຫ້ເຈົ້າມີຄວາມຄິດຫຼົງຜິດ ແລະ ຈິນຕະນາການກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ເຊິ່ງບໍ່ສອດຄ່ອງກັບຄວາມເປັນຈິງຢູ່ສະເໝີ ແລະ ມັນຍັງປ້ອງກັນບໍ່ໃຫ້ເຈົ້າປຽບທຽບພຣະເຈົ້າທີ່ບັງເກີດເປັນເນື້ອໜັງກັບພຣະເຈົ້າໃນສະຫວັນຢູ່ສະເໝີ. ເມື່ອສົນທະນາກ່ຽວກັບເນື້ອໜັງທີ່ບັງເກີດຂອງພຣະເຈົ້າ ນັ້ນກໍຄື ພຣະຄຣິສ, ມີຫົວຂໍ້ໜຶ່ງທີ່ມັກຖືກຍົກຂຶ້ນມາເວົ້າຢູ່ສະເໝີ: ຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງ ພ້ອມທັງຄວາມຖ່ອມຕົວ ແລະ ຄວາມເຊື່ອງຊ້ອນຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ຜູ້ຄົນມັກເວົ້າເຖິງຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງຂອງພຣະອົງ ແລະ ພວກເຂົາຍັງມັກເວົ້າເຖິງຄວາມຖ່ອມຕົວ ແລະ ຄວາມເຊື່ອງຊ້ອນຂອງພຣະອົງ; ເຖິງຢ່າງໃດກໍຕາມ, ເມື່ອເວົ້າເຖິງບັນຫາຕົວຈິງທີ່ກ່ຽວຂ້ອງກັນຢູ່ບ່ອນນີ້, ມັນສາມາດເວົ້າໄດ້ວ່າ ທຸກຄົນຂາດຄວາມຊັດເຈນ. ຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງຂອງພຣະເຈົ້າແມ່ນຫຍັງກັນແທ້? ຄວາມຖ່ອມຕົວ ແລະ ຄວາມເຊື່ອງຊ້ອນຂອງພຣະອົງແມ່ນຫຍັງ? ນັ້ນກໍຄື ເມື່ອເວົ້າເຖິງວ່າຄວາມເປັນປົກກະຕິ, ຄວາມສຳພັນກັບຊີວິດຈິງ, ຄວາມຖ່ອມຕົວ ແລະ ຄວາມເຊື່ອງຊ້ອນຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງໃນໃຈຂອງຜູ້ຄົນແມ່ນຫຍັງກັນແທ້, ພ້ອມທັງວິທີການເຂົ້າໃຈ ແລະ ຮູ້ຈັກສິ່ງເຫຼົ່ານີ້, ຜູ້ຄົນບໍ່ຊັດເຈນກ່ຽວກັບຄວາມຈິງ ຫຼື ແກ່ນແທ້ໃນດ້ານນີ້ ແລະ ພຽງແຕ່ເທດສະໜາກ່ຽວກັບພວກມັນຄືກັບວ່າພວກມັນເປັນທິດສະດີ ຫຼື ຄຳສັບຝ່າຍວິນຍານປະເພດໜຶ່ງ. ດັ່ງນັ້ນ, ຈຶ່ງມີຄວາມຈຳເປັນຢ່າງຍິ່ງທີ່ພວກເຮົາຕ້ອງໂອ້ລົມກ່ຽວກັບຫົວຂໍ້ຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງນີ້ ພ້ອມທັງຄວາມຖ່ອມຕົວ ແລະ ຄວາມເຊື່ອງຊ້ອນຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງຢ່າງລະອຽດ ແລະ ຢ່າງເປັນລະບົບ. ຜ່ານການໂອ້ລົມດັ່ງກ່າວ, ຜູ້ຄົນກໍຈະເລີ່ມຊັດເຈນວ່າ ແມ່ນຫຍັງຄືການໃຊ້ຊີວິດຕາມຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ບຸດມະນຸດຜູ້ນີ້ທີ່ມີອັດຕະລັກພິເສດ.

ພວກເຈົ້າສາມາດຢັ່ງຮູ້ຫຍັງແດ່ກ່ຽວກັບຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ໃນແງ່ຄວາມເຂົ້າໃຈຕາມຕົວອັກສອນຂອງພວກເຈົ້າ ຫຼື ໃນຂອບເຂດຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຈົ້າ? ຕະຫຼອດຫຼາຍປີທີ່ຜ່ານມາທີ່ໄດ້ພົບພໍ້, ມີປະຕິສຳພັນ ຫຼື ເວົ້າລົມກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ພວກເຈົ້າໄດ້ຮູ້ສຶກ ແລະ ມາຮູ້ຈັກຫຍັງກັນແທ້ກ່ຽວກັບຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ? ຫົວຂໍ້ສ່ວນໃຫຍ່ທີ່ໄດ້ໂອ້ລົມກັນກ່ອນໜ້ານີ້ແມ່ນກ່ຽວກັບບັນຫາຂອງມະນຸດຊາດທີ່ເສື່ອມຊາມ. ນັ້ນກໍຄື ພວກເຮົາໄດ້ໂອ້ລົມກ່ຽວກັບບັນຫາຕ່າງໆທີ່ພວກເຈົ້າມີ ເຊິ່ງກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມ, ການຮັບໃຊ້ພຣະເຈົ້າ ແລະ ການປະຕິບັດໜ້າທີ່, ພ້ອມທັງຄວາມເປັນມະນຸດ, ຂີດຄວາມສາມາດ, ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນ ແລະ ທັດສະນະຄະຕິ ແລະ ມຸມມອງຕໍ່ພຣະເຈົ້າ, ພວກເຮົາໄດ້ເວົ້າທຸກສິ່ງນີ້ແລ້ວ. ເຮົາໄດ້ເທດສະໜາຄວາມຈິງ ແລະ ໃຫ້ຄຳເທດສະໜາມາຫຼາຍປີແລ້ວ ແລະ ມັນກໍລ້ວນແລ້ວແຕ່ກ່ຽວກັບບັນຫາຂອງພວກເຈົ້າ. ຄັ້ງນີ້, ໃນທີ່ສຸດ ພວກເຮົາກໍບໍ່ໄດ້ເວົ້າກ່ຽວກັບບັນຫາຂອງພວກເຈົ້າ, ແຕ່ເວົ້າກ່ຽວກັບບາງສິ່ງທີ່ກ່ຽວຂ້ອງກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງແທນ, ເຊິ່ງເຮັດໃຫ້ພວກເຮົາສາມາດເບິ່ງສິ່ງຕ່າງໆຈາກອີກມຸມມອງໜຶ່ງ. ພວກເຈົ້າບໍ່ຮູ້ສຶກວ່າຫົວຂໍ້ນີ້ຂ້ອນຂ້າງຜ່ອນຄາຍ, ຂ້ອນຂ້າງປາສະຈາກພາລະໃດໆ ແລະ ບໍ່ໜ້າອຶດອັດປານໃດບໍ? (ແມ່ນແລ້ວ). ແລ້ວແມ່ນຫຍັງຄືສິ່ງທີ່ພວກເຈົ້າສາມາດເບິ່ງເຫັນ, ຊາບຊຶ້ງ ຫຼື ເຂົ້າໃຈ ເມື່ອເວົ້າເຖິງຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງ ຫຼື ຄວາມຖ່ອມຕົວ ແລະ ຄວາມເຊື່ອງຊ້ອນຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ? ພວກເຈົ້າສາມາດເວົ້າເຖິງທິດສະດີ ຫຼື ຂໍ້ເທັດຈິງກໍໄດ້; ແມ່ນຫຍັງກໍໄດ້ທັງນັ້ນ. ພວກເຈົ້າບໍ່ສາມາດໃຫ້ຄຳຕອບໄດ້, ຖ້າເປັນແນວນັ້ນ, ໂດຍປົກກະຕິແລ້ວ ພວກເຈົ້າບໍ່ມີຄວາມຄິດໃດໆໃນໃຈຂອງພວກເຈົ້າກ່ຽວກັບເນື້ອໜັງທີ່ບັງເກີດຂອງພຣະເຈົ້າບໍ? ບໍ່ມີຄວາມຮູ້ຫຍັງເລີຍບໍ? ແລະ ບໍ່ມີຄວາມຮູ້ສຶກຫຍັງເລີຍບໍ? ພວກເຈົ້າຕ້ອງມີບາງຢ່າງແນ່ນອນ, ແມ່ນບໍ? ບາງຄັ້ງມັນສາມາດເປັນຄວາມຄິດທີ່ຜຸດຂຶ້ນມາ, ບາງຄັ້ງມັນອາດເປັນບາງສິ່ງທີ່ພວກເຈົ້າຄິດໜ້ອຍໜຶ່ງ ແລະ ບາງຄັ້ງມັນອາດຈະເປັນຄວາມປະທັບໃຈອັນເລິກເຊິ່ງບາງຢ່າງທີ່ພວກເຈົ້າມີຢູ່ໃນໃຈຂອງພວກເຈົ້າ. ຖ້າມັນເປັນຄວາມຄິດທີ່ຜຸດຂຶ້ນມາ, ເຈົ້າອາດຈື່ມັນບໍ່ໄດ້; ຫຼື ບາງຄັ້ງຄວາມຄິດ ຫຼື ມຸມມອງບາງຢ່າງກໍຜຸດຂຶ້ນມາໃນຈິດໃຕ້ສຳນຶກຂອງເຈົ້າ ແລະ ເຈົ້າກໍອາດຈື່ສິ່ງນັ້ນບໍ່ໄດ້ເຊັ່ນກັນ. ແຕ່ບາງຄັ້ງເຈົ້າມີຄວາມປະທັບໃຈບາງຢ່າງຕໍ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ຄວາມປະທັບໃຈນີ້ກໍເຮັດໃຫ້ເຈົ້າເກີດມີມຸມມອງຂຶ້ນມາ. ຄວາມປະທັບໃຈນີ້ຈະມີຢູ່ໃນໃຈຂອງເຈົ້າເປັນເວລາດົນນານ. ເຈົ້າຈະສາມາດຈື່ມັນໄດ້ຢ່າງແນ່ນອນ. ສະໝອງຂອງເຈົ້າບໍ່ຄວນຫວ່າງເປົ່າ, ແມ່ນບໍ? ສະນັ້ນ ຈົ່ງເວົ້າກ່ຽວກັບຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງ ຫຼື ຄວາມຖ່ອມຕົວ ແລະ ຄວາມເຊື່ອງຊ້ອນຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. (ພຣະເຈົ້າ, ຄວາມເຂົ້າໃຈຂອງຂ້ານ້ອຍກ່ຽວກັບຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງກໍຄື ພຣະອົງຍັງມີຄວາມຕ້ອງການທີ່ປົກກະຕິຂອງເນື້ອໜັງ. ຕົວຢ່າງ: ເມື່ອພຣະຄຣິສກ່າວເປັນເວລາດົນ, ພຣະອົງກໍຈະຫິວນໍ້າ ແລະ ຕ້ອງການດື່ມນໍ້າ. ເມື່ອພຣະອົງໂອ້ລົມກັບພວກເຮົາໃນການເຕົ້າໂຮມເປັນເວລາສາມ ຫຼື ສີ່ຊົ່ວໂມງ, ພຣະອົງກໍຈະອິດເມື່ອຍ ແລະ ຕ້ອງການພັກຜ່ອນເຊັ່ນກັນ. ເມື່ອພຣະອົງຍ່າງເປັນເວລາດົນ, ພຣະອົງກໍຈະຕ້ອງການພັກຜ່ອນເຊັ່ນກັນ. ນັ້ນກໍຄື ຈາກພາຍນອກແລ້ວ ພຣະຄຣິສກໍຄືກັນກັບຄົນປົກກະຕິ ແລະ ພຣະອົງຍັງມີຂອບເຂດອາລົມທຸກຢ່າງຂອງຄວາມເປັນມະນຸດທີ່ປົກກະຕິ: ພຣະອົງຮູ້ສຶກມີຄວາມສຸກເມື່ອພຣະອົງໄດ້ຍິນເລື່ອງທີ່ໜ້າຍິນດີ ແລະ ຮູ້ສຶກເສົ້າໃຈເມື່ອໄດ້ຍິນເລື່ອງທີ່ໜ້າທຸກໃຈ. ສິ່ງເຫຼົ່ານີ້ກໍເປັນການສະແດງອອກເຖິງຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງເຊັ່ນກັນ). ເຈົ້າໄດ້ກ່າວເຖິງຂໍ້ເທັດຈິງບາງຢ່າງ. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ພວກເຈົ້າໄດ້ເຫັນ ແລະ ຍັງເປັນສິ່ງທີ່ພວກເຈົ້າສາມາດພົບພໍ້ ແລະ ຮູ້ສຶກໄດ້. ມີຫຍັງອີກບໍ? (ພຣະເຈົ້າ, ຂ້ານ້ອຍຂໍເພີ່ມເຕີມອີກຈຸດໜຶ່ງ: ກ່ອນໜ້ານີ້ ຂ້ານ້ອຍໄດ້ຍິນມາວ່າ ເມື່ອພຣະອົງຈະຊີ້ນໍາວຽກງານວິຊາຊີບບາງຢ່າງ, ພຣະອົງຍັງຈຳເປັນຕ້ອງຮຽນຮູ້ ແລະ ເຂົ້າໃຈຄວາມຮູ້ສະເພາະທາງບາງຢ່າງ). ນີ້ແມ່ນສິ່ງທີ່ພວກເຈົ້າທຸກຄົນໄດ້ຍິນບໍ? ທີ່ວ່າ ເມື່ອເຮົາຊີ້ນໍາວຽກງານວິຊາຊີບບາງຢ່າງ, ເຮົາກໍຈຳເປັນຕ້ອງໄປຮຽນຮູ້ກ່ຽວກັບວຽກງານວິຊາຊີບນັ້ນຢ່າງແທ້ຈິງ ພ້ອມທັງເຂົ້າໃຈ ແລະ ຊຳນານໃນຄວາມຮູ້ທາງດ້ານວິຊາຊີບບາງຢ່າງທີ່ກ່ຽວຂ້ອງ, ນີ້ແມ່ນຂໍ້ມູນທີ່ຄົນສ່ວນໃຫຍ່ໄດ້ຮັບມາບໍ? ນີ້ຄືສິ່ງທີ່ພວກເຈົ້າທຸກຄົນຄິດບໍ? (ບໍ່. ຕົວຢ່າງ: ເມື່ອພຣະອົງຊີ້ນໍາວຽກງານຂອງທີມງານຜະລິດຮູບເງົາ, ພຣະອົງພຽງແຕ່ເບິ່ງຮູບເງົາ ແລະ ລາຍການໂທລະທັດບາງລາຍການເປັນບາງຄັ້ງຄາວເພື່ອໃຫ້ທັນກັບສະຖານະການ; ພຣະອົງບໍ່ໄດ້ຈັດສັນເວລາໂດຍສະເພາະເພື່ອຮຽນຮູ້ ຫຼື ຄົ້ນຄວ້າກ່ຽວກັບມັນ). ເລື່ອງນີ້ຈຳເປັນຕ້ອງໄດ້ຮັບການຊີ້ແຈງໃຫ້ຖືກຕ້ອງ. ເຮົາບໍ່ມີແຮງກຳລັງທີ່ຈະໄປຊອກຫາແຫຼ່ງຂໍ້ມູນ ຫຼື ຮຽນຮູ້ຄວາມຮູ້ທາງດ້ານວິຊາຊີບປະເພດໃດເລີຍແທ້ໆ. ເຮົາພຽງແຕ່ເຄີຍເບິ່ງຮູບເງົາບາງເລື່ອງ ແລະ ດ້ວຍເຫດນັ້ນຈຶ່ງມີຄວາມປະທັບໃຈເລັກນ້ອຍກ່ຽວກັບວ່າໂດຍທົ່ວໄປແລ້ວພວກມັນຄວນຈະເປັນແນວໃດ; ນອກຈາກນັ້ນ, ໂດຍອີງໃສ່ຄວາມຮູ້ທາງດ້ານວິຊາຊີບທີ່ກ່ຽວຂ້ອງບາງຢ່າງທີ່ອ້າຍເອື້ອຍນ້ອງໄດ້ສະໜອງໃຫ້, ຈາກນັ້ນ ເຮົາກໍຄິດຫາ ແລະ ຖອດຖອນເອົາຫຼັກການທີ່ກ່ຽວຂ້ອງ ແລະ ໃຫ້ການຊີ້ນໍາບາງຢ່າງສຳລັບວຽກງານວິຊາຊີບນັ້ນ. ຈຸດສຳຄັນຢູ່ບ່ອນນີ້ກໍຄືການກຳແໜ້ນຫຼັກການ ແລະ ຊີ້ນໍາພວກເຂົາໂດຍອີງໃສ່ຫຼັກການເຫຼົ່ານັ້ນ. ຄວາມຫຍຸ້ງຍາກຂອງຄົນທີ່ເຮັດວຽກງານນີ້ກໍຄື ໃນດ້ານໜຶ່ງ ຄວາມຮູ້ທາງດ້ານວິຊາຊີບຂອງພວກເຂົາບໍ່ຄອບຄຸມ ແລະ ໃນອີກດ້ານໜຶ່ງ ພວກເຂົາບໍ່ໄດ້ກຳແໜ້ນຫຼັກການຄວາມຈິງ, ບວກກັບຂີດຄວາມສາມາດທີ່ຕໍ່າຂອງພວກເຂົາ. ດັ່ງນັ້ນ, ດ້ວຍການທີ່ເຮົາໃຫ້ການຊີ້ແນະບາງຢ່າງແກ່ພວກເຂົາບົນພື້ນຖານຂອງການເຂົ້າໃຈຫຼັກການ, ຜົນຮັບຈຶ່ງດີກວ່າການທີ່ພວກເຂົາເຮັດມັນດ້ວຍຕົນເອງ. ເຮົາເຮັດສິ່ງນີ້ໂດຍອີງໃສ່ຫຼັກການຂອງການຖ່າຍທອດພຣະທຳຂອງພຣະເຈົ້າ, ການເປັນປະຈັກພະຍານໃຫ້ແກ່ພຣະເຈົ້າ, ການບໍ່ນໍາຄວາມອັບອາຍມາສູ່ພຣະເຈົ້າ ແລະ ການເຮັດໃຫ້ຜູ້ຄົນສາມາດຮຽນຮູ້ເພີ່ມເຕີມກ່ຽວກັບວຽກງານຂອງພຣະເຈົ້າ ແລະ ເຂົ້າໃຈຄວາມຈິງຫຼາຍຂຶ້ນ ແລະ ສິ່ງນີ້ກໍໄດ້ໃຫ້ຜົນຮັບພໍສົມຄວນ. ໃນແງ່ຂອງທັກສະວິຊາຊີບຕົວຈິງແລ້ວ, ເຮົາເກືອບບໍ່ມີເລີຍ. ເຮົາບໍ່ມີຄວາມຮູ້ສະເພາະທາງນັ້ນຕັ້ງແຕ່ທຳອິດແລ້ວ ແລະ ເຮົາກໍບໍ່ເຄີຍພະຍາຍາມຮຽນຮູ້ກ່ຽວກັບມັນໂດຍສະເພາະດັ່ງທີ່ພວກເຈົ້າເວົ້າເລີຍ. ບໍ່ວ່າເຮົາຈະຊີ້ແນະວຽກງານວິຊາຊີບປະເພດໃດກໍຕາມ, ເຮົາບໍ່ເຄີຍພະຍາຍາມຮຽນຮູ້ກ່ຽວກັບມັນ ແລະ ເຮົາກໍບໍ່ເຄີຍຊອກຫາເອກະສານທາງດ້ານການສຶກສາ, ແຫຼ່ງຂໍ້ມູນ ຫຼື ຄວາມຮູ້ທາງດ້ານວິຊາຊີບທີ່ກ່ຽວຂ້ອງເລີຍ. ຢ່າງຫຼາຍທີ່ສຸດ, ອ້າຍເອື້ອຍນ້ອງກໍຊອກຫາເອກະສານທາງດ້ານການສຶກສາ ຫຼື ຕົວຢ່າງທີ່ກ່ຽວຂ້ອງບາງຢ່າງ ແລ້ວສົ່ງພວກມັນມາໃຫ້ເຮົາເບິ່ງ ແລະ ຈາກສິ່ງເຫຼົ່ານີ້ ເຮົາກໍຖອດຖອນເອົາຫຼັກການທີ່ກ່ຽວຂ້ອງບາງຢ່າງ ພ້ອມທັງວິທີການເຮັດວຽກບາງຢ່າງສຳລັບວິຊາຊີບນັ້ນ ແລະ ຊີ້ນໍາວຽກງານຂອງພວກເຂົາໂດຍອີງໃສ່ສິ່ງເຫຼົ່ານີ້.

ກ່ຽວກັບດ້ານນີ້ ນັ້ນກໍຄືຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ຜູ້ຄົນໄດ້ເຫັນຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງບາງຢ່າງທີ່ສະແດງອອກໂດຍສັນຊາດຕະຍານແຫ່ງເນື້ອໜັງຂອງພຣະອົງ. ສິ່ງນີ້ລວມເຖິງສັນຊາດຕະຍານຂອງມະນຸດ, ພ້ອມທັງການເປີດເຜີຍ ແລະ ຂໍ້ຈຳກັດບາງຢ່າງຂອງເງື່ອນໄຂຕ່າງໆ ທີ່ມີມາແຕ່ກຳເນີດຂອງເນື້ອໜັງ; ນີ້ຄືຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງໃນຄວາມໝາຍທີ່ແທ້ຈິງຂອງຄຳສັບເຫຼົ່ານີ້. ບໍ່ວ່າຈະເປັນສິ່ງທີ່ພຣະອົງເປີດເຜີຍອອກມາພາຍນອກ ຫຼື ຄວາມຄິດ ແລະ ມຸມມອງພາຍໃນຂອງພຣະອົງ ຫຼື ຫຼັກການພາຍໃນແຫ່ງການປະພຶດຕົນໃນຄວາມເປັນມະນຸດຂອງພຣະອົງ, ສະຫຼຸບແລ້ວ ຄວາມເຂົ້າໃຈທີ່ຮຽບງ່າຍ ແລະ ເປັນພື້ນຖານທີ່ສຸດກ່ຽວກັບຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງກໍຄື ພຣະອົງບໍ່ໄດ້ພິເສດ, ເໜືອກວ່າ ຫຼື ຜິດແປກໄປຈາກເດີມ. ນັ້ນກໍຄື ຈາກຮູບລັກສະນະພາຍນອກຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ເຈົ້າບໍ່ສາມາດເຫັນການສະແດງອອກພິເສດໃດໆທີ່ແຕກຕ່າງຈາກການສະແດງອອກຂອງຄົນທຳມະດາ. ຖ້າພຣະອົງບໍ່ໄດ້ກ່າວ ຫຼື ເຮັດຫຍັງເລີຍ, ພຽງແຕ່ເບິ່ງໜ້າຕາຂອງພຣະອົງ, ຮູບຮ່າງທາງຮ່າງກາຍຂອງພຣະອົງ ແລະ ບຸກຄົນທີ່ພຣະອົງເປັນໂດຍລວມແລ້ວ, ເຈົ້າກໍບໍ່ສາມາດເຫັນສິ່ງຜິດປົກກະຕິໃດໆ. ພຣະອົງບໍ່ໄດ້ພິເສດ, ເໜືອກວ່າ ຫຼື ຜິດແປກໄປຈາກເດີມ; ພຣະອົງເປັນພຽງຄົນທຳມະດາ. ຖ້າຈະເວົ້າໃຫ້ຖືກຕ້ອງ ຫຼື ເປັນກາງກໍຄື ຖ້າບຸກຄົນນີ້ຢູ່ທ່າມກາງຝູງຊົນ ແລະ ບໍ່ໄດ້ກ່າວ, ເຮັດວຽກ ຫຼື ສະແດງຄວາມຈິງ, ເຈົ້າກໍບໍ່ສາມາດບອກໄດ້ວ່າບຸກຄົນນີ້ແຕກຕ່າງຈາກຄົນອື່ນແນວໃດ. ຕົວຢ່າງ: ຖ້າເຮົານັ່ງຢູ່ທ່າມກາງພວກເຈົ້າ ແລະ ມີຄົນແປກໜ້າເຂົ້າມາ, ພວກເຂົາກໍຈະເຫັນວ່າເຮົາເບິ່ງຄືກັນກັບພວກເຈົ້າ. ເຮົາບໍ່ໄດ້ນັ່ງໃນບ່ອນນັ່ງທີ່ມີກຽດ ແລະ ເຮົາບໍ່ໄດ້ໂດດເດັ່ນ. ເຮົາມີຮູບລັກສະນະທີ່ທຳມະດາ; ເຮົາບໍ່ໄດ້ພິເສດ, ບໍ່ໄດ້ສູງສະຫງ່າ ແລະ ເຮົາບໍ່ເບິ່ງຄືກັບບຸກຄົນທີ່ຍິ່ງໃຫຍ່ຄົນໃດເລີຍ, ເຮົາເປັນພຽງຄົນທຳມະດາ. ສະນັ້ນ ພວກເຂົາຈຶ່ງບໍ່ສາມາດບອກໄດ້ວ່າໃຜຄືພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ຖ້າເຮົາອາໄສຢູ່ຮ່ວມກັບກຸ່ມຄົນ, ເຈົ້າກໍຈະບໍ່ສາມາດເຫັນສິ່ງທີ່ແຕກຕ່າງກ່ຽວກັບເຮົາໃນຕອນນັ້ນເຊັ່ນກັນ. ເຈົ້າພຽງແຕ່ຮູ້ວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງອົງນີ້ເປັນແມ່ຍິງ, ແຕ່ເຈົ້າຈະບໍ່ສາມາດບອກໄດ້ດ້ວຍຕາເປົ່າເລີຍວ່າໃຜຄືພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ເວັ້ນເສຍແຕ່ວ່າເຈົ້າໄດ້ຟັງຄຳເທດສະໜາຂອງເຮົາຫຼາຍ, ເຊິ່ງໃນກໍລະນີນັ້ນ ເຈົ້າອາດຈະສາມາດບອກໄດ້ຈາກສຽງຂອງເຮົາ. ຖ້າສຽງຂອງໃຜຄົນໜຶ່ງຄ້າຍຄືກັບສຽງຂອງເຮົາ, ບາງຄົນກໍອາດເຖິງກັບເຮັດຜິດພາດ ແລະ ຄິດວ່າລາວເປັນພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ມີເລື່ອງແບບນີ້ເກີດຂຶ້ນບໍ? ເລື່ອງນີ້ເຄີຍເກີດຂຶ້ນຢ່າງແນ່ນອນ. ບາງຄົນເບິ່ງຄືເໜືອກວ່າ ແລະ ໂດດເດັ່ນ, ມີລາສີ ແລະ ຮູບແບບເປັນພິເສດ ແລະ ເບິ່ງສູງສົ່ງເປັນພິເສດ, ຄືກັບຄົນທີ່ມີສະຖານະ ແລະ ມີຖານະໃນລະດັບໃດໜຶ່ງ. ອ້າຍເອື້ອຍນ້ອງທີ່ໂງ່ຈ້າບາງຄົນ ຫຼື ຄົນທີ່ຢາກພົບພຣະເຈົ້າທີ່ບັງເກີດເປັນເນື້ອໜັງເປັນພິເສດ, ຈະເຂົ້າໃຈຜິດຄິດວ່າຄົນແບບນັ້ນເປັນພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ເຖິງຂັ້ນກົ້ມຫົວ ແລະ ຄຸເຂົ່າໃຫ້ລາວ. ຄົນທີ່ຖືກກົ້ມຫົວໃຫ້ກໍຮູ້ສຶກຍິນດີພໍສົມຄວນຢູ່ພາຍໃນ ແລະ ເຖິງຂັ້ນຍອມຮັບມັນໂດຍປະລິຍາຍ. ເມື່ອລາວກຳລັງຈະຈາກໄປ, ຄົນໂງ່ຈ້າເຫຼົ່ານັ້ນທີ່ກົ້ມຫົວ ແລະ ຄຸເຂົ່າໃຫ້ກໍເຖິງກັບຫຼັ່ງນໍ້າຕາ ແລະ ລັງເລທີ່ຈະຈາກລາວໄປ; ພວກເຂົາດຶງເສື້ອຜ້າຂອງລາວໄວ້ ແລະ ບໍ່ຍອມປ່ອຍລາວໄປ ໂດຍເວົ້າວ່າ “ເຈົ້າຈະມາອີກເມື່ອໃດ? ພວກເຮົາຈະຄິດຮອດເຈົ້າ!” ພວກເຂົາເຖິງກັບເວົ້າດ້ວຍຄວາມຕື່ນເຕັ້ນເປັນພິເສດວ່າ “ໃນທີ່ສຸດຂ້ອຍກໍໄດ້ພົບກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງແລ້ວ. ຂ້ອຍບໍ່ມີຄວາມເສຍໃຈເລີຍໃນຊີວິດນີ້. ເຖິງແມ່ນວ່າຂ້ອຍຕາຍ, ຊີວິດຂອງຂ້ອຍກໍຄຸ້ມຄ່າແລ້ວ!” ຄົນທີ່ຖືກກົ້ມຫົວໃຫ້ກໍບໍ່ໄດ້ຊີ້ແຈງສະຖານະການໃຫ້ຊັດເຈນເລີຍ. ພວກເຈົ້າເຄີຍໄດ້ຍິນເລື່ອງແບບນີ້ບໍ? (ເຄີຍ). ເລື່ອງແບບນີ້ບໍ່ມີທາງເກີດຂຶ້ນຢູ່ຕ່າງປະເທດແນ່ນອນ. ເປັນຫຍັງມັນຈຶ່ງເກີດຂຶ້ນໃນປະເທດຈີນແຜ່ນດິນໃຫຍ່? ເພາະວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງໄດ້ປາກົດຕົວ ແລະ ເຮັດວຽກງານໃນປະເທດຈີນ, ພຣະອົງມີຮູບລັກສະນະຂອງຄົນຈີນຢ່າງແນ່ນອນ, ສະນັ້ນ ເລື່ອງແບບນີ້ຈຶ່ງເກີດຂຶ້ນໃນປະເທດຈີນແຜ່ນດິນໃຫຍ່. ພວກເຮົາຈະບໍ່ລົງເລິກເຖິງເລື່ອງທີ່ວ່າທັງສອງຝ່າຍທີ່ກ່ຽວຂ້ອງກັບເລື່ອງນີ້ຖືກ ຫຼື ຜິດ. ສຳລັບບັນຫານີ້ເອງ, ບໍ່ວ່າຜູ້ຄົນຈະເຂົ້າໃຈຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງແນວໃດກໍຕາມ, ໂດຍອີງຕາມຄວາມຄິດຫຼົງຜິດຂອງພວກເຂົາ ຜູ້ຄົນເຊື່ອວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງຄວນມີພາບລັກທີ່ສູງສະຫງ່າ, ມີຮູບລັກສະນະທີ່ສູງສົ່ງ ແລະ ຍິ່ງໄປກວ່ານັ້ນກໍຄືມີອັດຕະລັກທີ່ສູງສົ່ງ. ພຣະອົງຍັງຄວນມີຮູບລັກສະນະ ແລະ ວິທີການກ່າວທີ່ເປັນເອກະລັກ, ເຮັດໃຫ້ທຸກຄົນທີ່ເບິ່ງພຣະອົງຮູ້ສຶກວ່າພຣະອົງຄືກັບພຣະເຈົ້າ, ພຣະອົງຄືພຣະເຈົ້າ, ໂດຍປາສະຈາກຄວາມສົງໄສແມ່ນແຕ່ໜ້ອຍດຽວ. ຖ້າພຣະອົງເບິ່ງຄືບໍ່ໂດດເດັ່ນສຳລັບຜູ້ຄົນ ແລະ ພວກເຂົາບໍ່ສາມາດເຫັນລາສີຂອງພຣະເຈົ້າ ຫຼື ພາບລັກຂອງພຣະເຈົ້າໃນຕົວພຣະອົງ, ແລ້ວມັນກໍເປັນໄປບໍ່ໄດ້ທີ່ພຣະອົງຈະເປັນພຣະເຈົ້າ. ຜູ້ຄົນເຊື່ອວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງນັ້ນສູງສະຫງ່າ, ສູງສົ່ງ ແລະ ມີລາສີເປັນພິເສດຢ່າງແນ່ນອນ, ເບິ່ງຄືກັບຄົນທີ່ມີອັດຕະລັກຂອງກະສັດເປັນພິເສດ, ພຣະອົງຄວນຍ່າງຢ່າງສະຫງ່າຜ່າເຜີຍ, ສາຍຕາຂອງພຣະອົງຄວນສົດໃສ ແລະ ແຫຼມຄົມ ແລະ ການຈ້ອງເບິ່ງຂອງພຣະອົງກໍຄວນແຫຼມຄົມເປັນພິເສດ; ພຣະອົງຄວນສາມາດຮູ້ໄດ້ໃນທັນທີວ່າໃຜກຳລັງຄິດຫຍັງຢູ່ ໂດຍພຽງແຕ່ເບິ່ງພວກເຂົາ ແລະ ພຣະອົງຄວນສາມາດບອກໄດ້ໃນທັນທີວ່າໃຜແອບມີຄວາມເປັນປໍລະປັກ ຫຼື ຄວາມຄິດທີ່ບໍ່ດີ. ຄວາມຄິດເຫຼົ່ານີ້ທີ່ຜູ້ຄົນມີນັ້ນສະທ້ອນໃຫ້ເຫັນເຖິງປາກົດການໜຶ່ງຢ່າງ: ຜູ້ຄົນມີຈິນຕະນາການຫຼາກຫຼາຍກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ແຕ່ໃນຂໍ້ເທັດຈິງແລ້ວ, ພຣະເຈົ້າທີ່ບັງເກີດເປັນເນື້ອໜັງບໍ່ຄືກັນກັບພຣະເຈົ້າໃນຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນ; ມັນມີຄວາມແຕກຕ່າງກັນ. ຮູບລັກສະນະພາຍນອກຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງນັ້ນສາມັນເປັນພິເສດ. ພຣະອົງບໍ່ໄດ້ສູງສະຫງ່າເລີຍ, ບໍ່ໄດ້ຢູ່ເໜືອກວ່າເລີຍ ແລະ ບໍ່ໄດ້ເໜືອທຳມະຊາດເລີຍ; ມັນເຖິງຂັ້ນສາມາດເວົ້າໄດ້ວ່າ ບໍ່ມີຫຍັງພິເສດກ່ຽວກັບພຣະອົງເລີຍ. ຈາກພາຍນອກແລ້ວ, ພຣະອົງເກືອບບໍ່ແຕກຕ່າງຫຍັງຈາກມະນຸດທີ່ຖືກສ້າງຂຶ້ນທັງໝົດເລີຍ. ນັ້ນກໍຄື ພຣະອົງເກືອບຄືກັນກັບມະນຸດທີ່ພຣະເຈົ້າສ້າງຂຶ້ນທຸກຢ່າງ ໃນແງ່ຂອງໜ້າທີ່ຕ່າງໆທີ່ພວກເຂົາມີ, ພ້ອມທັງສັນຊາດຕະຍານ, ຄວາມຄິດທີ່ປົກກະຕິ ແລະ ຄວາມສາມາດຕ່າງໆຂອງມະນຸດ. ສິ່ງເຫຼົ່ານີ້ແມ່ນສິ່ງພາຍນອກທີ່ຜູ້ຄົນສາມາດເບິ່ງເຫັນໄດ້ໂດຍກົງດ້ວຍຕາເປົ່າ ແລະ ສຳຜັດໄດ້ ແລະ ເປັນສິ່ງທີ່ຜູ້ຄົນສາມາດຢັ່ງຮູ້ ແລະ ເຂົ້າໃຈໄດ້. ສິ່ງພາຍນອກເຫຼົ່ານີ້ງ່າຍສຳລັບຜູ້ຄົນທີ່ຈະເບິ່ງເຫັນ ແລະ ເຂົ້າໃຈ, ສະນັ້ນ ພວກມັນຈຶ່ງບໍ່ແມ່ນຈຸດສຳຄັນຂອງການໂອ້ລົມຂອງພວກເຮົາ. ຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ພ້ອມທັງຄວາມຖ່ອມຕົວ ແລະ ຄວາມເຊື່ອງຊ້ອນຂອງພຣະອົງ ແມ່ນຈຸດສຳຄັນຂອງການໂອ້ລົມຂອງພວກເຮົາ.

ສຳລັບສິ່ງທີ່ຜູ້ຄົນຄວນເຂົ້າໃຈກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ບໍ່ວ່າຈະເປັນຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງຂອງພຣະອົງ ຫຼື ຄວາມຖ່ອມຕົວ ແລະ ຄວາມເຊື່ອງຊ້ອນຂອງພຣະອົງ, ມັນລ້ວນແລ້ວແຕ່ປະກອບດ້ວຍຄວາມຄິດ ຫຼື ວິທີການຮູ້ຈັກທີ່ຜູ້ຄົນບໍ່ມີຢູ່ໃນໃຈຂອງພວກເຂົາເລີຍ; ຄວາມຄິດເຫຼົ່ານີ້ບໍ່ມີຢູ່ແມ່ນແຕ່ໃນຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາ. ສິ່ງນີ້ກ່ຽວຂ້ອງກັບວິທີທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງດຳລົງຊີວິດຢູ່ທ່າມກາງຜູ້ຄົນ, ວິທີທີ່ພຣະອົງດຳລົງຊີວິດໃນສະພາບແວດລ້ອມຊີວິດຈິງຂອງມະນຸດຊາດ, ວິທີທີ່ພຣະອົງປະພຶດຊີວິດຂອງພຣະອົງ ແລະ ວິທີທີ່ພຣະອົງກ່າວ ແລະ ເຮັດວຽກງານຢູ່ທ່າມກາງຜູ້ຄົນ. ສິ່ງນີ້ກ່ຽວຂ້ອງກັບບັນຫາກ່ຽວກັບແກ່ນແທ້ຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ບັນຫາເຫຼົ່ານີ້ກໍຄຸ້ມຄ່າທີ່ຈະໂອ້ລົມກັນ. ດ້ານເຫຼົ່ານີ້ຍັງເປັນສິ່ງທີ່ຜູ້ຄົນບໍ່ສາມາດເບິ່ງເຫັນໄດ້ ຫຼື ເປັນເລື່ອງຍາກຫຼາຍສຳລັບຜູ້ຄົນທີ່ຈະເຂົ້າໃຈ ແລະ ແນ່ນອນວ່າ ພວກມັນຍັງເປັນສິ່ງທີ່ບໍ່ມີຢູ່ໃນຄວາມຮູ້ຂອງຜູ້ຄົນ ຫຼື ພາຍໃນຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ນັ້ນກໍຄື ຄວາມຮູ້, ຄວາມເຂົ້າໃຈ ແລະ ຈິນຕະນາການຂອງຜູ້ຄົນກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ໂດຍພື້ນຖານແລ້ວແມ່ນຕັດຂາດຈາກຄວາມເປັນຈິງຂອງຊີວິດ ແລະ ການມີຢູ່ຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ຜົນຕາມມາກໍຄື ຄວາມຮູ້ສ່ວນຫຼາຍຂອງຜູ້ຄົນກ່ຽວກັບແກ່ນແທ້ຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈຶ່ງບໍ່ສຳພັນກັບຊີວິດຈິງ ແລະ ບໍ່ເປັນກາງ ແລະ ເຖິງຂັ້ນປະກອບດ້ວຍຄວາມຄິດຫຼົງຜິດ ແລະ ຈິນຕະນາການບາງຢ່າງທີ່ບໍ່ກົງກັນກັບຄວາມເປັນຈິງ. ພຣະເຈົ້າທີ່ບັງເກີດເປັນເນື້ອໜັງດຳລົງຊີວິດຢູ່ທ່າມກາງຜູ້ຄົນ ແລະ ໃນໂລກວັດຖຸນີ້; ຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງຂອງພຣະອົງສະທ້ອນໃຫ້ເຫັນໃນຊີວິດຂອງພຣະອົງ, ພ້ອມທັງໃນຂະບວນການມີຢູ່ຂອງພຣະອົງ. ໃນຊີວິດຂອງພຣະອົງ ແລະ ຂະບວນການມີຢູ່ຂອງພຣະອົງ, ໃນດ້ານໜຶ່ງ ສິ່ງທີ່ກ່ຽວຂ້ອງກໍຄືຊີວິດຂອງເນື້ອໜັງນີ້ ແລະ ໃນອີກດ້ານໜຶ່ງ ສິ່ງທີ່ກ່ຽວຂ້ອງກັນກໍຄືພັນທະກິດທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງປະຕິບັດ. ໃຫ້ພວກເຮົາເບິ່ງຈາກສອງດ້ານນີ້ວ່າ ຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງໃຊ້ຊີວິດຕາມ ແລະ ມີນັ້ນແຕກຕ່າງແນວໃດຈາກຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນ, ສ່ວນໃດແດ່ຂອງຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງນີ້ທີ່ຜູ້ຄົນບໍ່ສາມາດເຂົ້າໃຈ ຫຼື ປະຕິເສດຫຼັງຈາກທີ່ເຫັນພວກມັນ, ແຕ່ໃນຄວາມເປັນຈິງແລ້ວ ພວກມັນເປັນການສະແດງອອກເຖິງຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງທີ່ເນື້ອໜັງທີ່ບັງເກີດມາຂອງພຣະເຈົ້າມີ. ເນື່ອງຈາກສິ່ງນີ້ກ່ຽວຂ້ອງກັບຊີວິດ ແລະ ການມີຢູ່ຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ສິ່ງນີ້ຈຶ່ງກ່ຽວຂ້ອງກັບບັນຫາຕົວຈິງຫຼາຍຢ່າງ, ພ້ອມທັງຄວາມຄິດ ແລະ ມຸມມອງຫຼາຍຢ່າງກ່ຽວກັບບັນຫາຕົວຈິງເຫຼົ່ານີ້. ໃນຂໍ້ເທັດຈິງແລ້ວ ຄວາມຄິດ ແລະ ມຸມມອງເຫຼົ່ານີ້ຖືກເປີດເຜີຍ ແລະ ໃຊ້ຊີວິດຕາມຢ່າງສຳພັນກັບຊີວິດຈິງ ແລະ ຢ່າງເປັນກາງໃນຊີວິດຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ພັນທະກິດທີ່ພຣະອົງປະຕິບັດ. ເຖິງຢ່າງໃດກໍຕາມ, ເນື່ອງຈາກຜູ້ຄົນແອບມີຄວາມຄິດຫຼົງຜິດ ແລະ ຈິນຕະນາການຫຼາຍເກີນໄປ, ບໍ່ວ່າຈະກ່ຽວກັບພຣະເຈົ້າໃນສະຫວັນ ຫຼື ພຣະເຈົ້າເທິງແຜ່ນດິນໂລກ ແລະ ເນື່ອງຈາກສິ່ງເຫຼົ່ານີ້ລ້ວນແຕ່ເປັນສິ່ງທີ່ຫວ່າງເປົ່າ ແລະ ບໍ່ສອດຄ່ອງກັບຄວາມເປັນຈິງ, ຄົນສ່ວນໃຫຍ່ຈຶ່ງປະຕິເສດຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງ ພ້ອມທັງຄວາມຖ່ອມຕົວ ແລະ ຄວາມເຊື່ອງຊ້ອນທີ່ຜູ້ຄົນສາມາດເຫັນໄດ້ວ່າສະແດງອອກໂດຍພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ນັ້ນກໍຄື ອັດຕະລັກພິເສດນີ້ຂອງພຣະເຈົ້າ. ສິ່ງທີ່ຄົນສ່ວນໃຫຍ່ໃຫ້ຄວາມສຳຄັນກໍຄືໝາຍສຳຄັນ ແລະ ການອັດສະຈັນ, ຄວາມເລິກລັບ, ຄວາມສາມາດເໜືອທຳມະຊາດ ແລະ ສິ່ງທີ່ເລິກເຊິ່ງ, ຍິ່ງໃຫຍ່ ຫຼື ຂ້ອນຂ້າງເໜືອກວ່າ ແລະ ແປກປະຫຼາດ ແລະ ອື່ນໆ. ແຕ່ຜູ້ຄົນພັດປະຕິເສດສິ່ງທີ່ເປັນກາງ, ສຳພັນກັບຊີວິດຈິງ ແລະ ເປັນຈິງຢ່າງແທ້ຈິງທີ່ພຣະເຈົ້າເອງໃຊ້ຊີວິດຕາມ ແລະ ເປີດເຜີຍອອກມາ. ບໍ່ວ່າເນື້ອໜັງທີ່ບັງເກີດຂອງພຣະເຈົ້າຈະດຳລົງຊີວິດຢູ່ທ່າມກາງມະນຸດຊາດມາຈັກປີກໍຕາມ, ເນື່ອງຈາກຜູ້ຄົນປະຕິເສດສິ່ງເຫຼົ່ານີ້, ຄວາມຮູ້ຂອງພວກເຂົາກ່ຽວກັບພຣະເຈົ້າຈຶ່ງຍັງຄົງຕິດຢູ່ກັບຈິນຕະນາການທີ່ຫວ່າງເປົ່າ ແລະ ຄຸມເຄືອຂອງພວກເຂົາຢູ່ສະເໝີ. ຜົນຕາມມາກໍຄື ຄວາມຮູ້ຂອງຜູ້ຄົນກ່ຽວກັບພຣະເຈົ້າຈຶ່ງບໍ່ເປັນກາງ ແລະ ບໍ່ສຳພັນກັບຊີວິດຈິງຢູ່ສະເໝີ. ມື້ນີ້, ຜ່ານການໂອ້ລົມກ່ຽວກັບຫົວຂໍ້ນີ້, ພວກເຮົາມາຮູ້ຈັກຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງທີ່ສະທ້ອນໃຫ້ເຫັນໃນຊີວິດຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ພັນທະກິດທີ່ພຣະອົງປະຕິບັດກັນເທາະ. ບໍ່ວ່າຈະເປັນຊີວິດຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ຫຼື ພັນທະກິດທີ່ພຣະອົງປະຕິບັດ, ທັງສອງດ້ານລ້ວນແລ້ວແຕ່ກ່ຽວຂ້ອງກັບການໃຊ້ຊີວິດຕາມຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງຂອງພຣະອົງ. ສິ່ງນີ້ກ່ຽວຂ້ອງກັບມຸມມອງຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ບຸດມະນຸດຜູ້ນີ້ເຊິ່ງມີອັດຕະລັກພິເສດ, ຕໍ່ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທຸກປະເພດ ພ້ອມທັງຫຼັກການ ແລະ ວິທີການຂອງພຣະອົງໃນການຈັດການກັບເລື່ອງຕ່າງໆທຸກປະເພດ. ພວກເຈົ້າໄດ້ຍິນໃນການໂອ້ລົມຕະຫຼອດຫຼາຍປີທີ່ຜ່ານມາກ່ຽວກັບຫຼັກການ ແລະ ວິທີການທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງປະຕິບັດ ແລະ ຈັດການກັບເລື່ອງຕ່າງໆທຸກປະເພດ ແລະ ຕອນນີ້ພວກເຈົ້າກໍຮູ້ກ່ຽວກັບສິ່ງເຫຼົ່ານີ້ແລ້ວ. ສິ່ງເຫຼົ່ານີ້, ເຊິ່ງເບິ່ງຄືວ່າສູງສົ່ງ ແລະ ຍິ່ງໃຫຍ່ພໍສົມຄວນໃນໃຈຂອງພວກເຈົ້າ, ແມ່ນລ້ວນແລ້ວແຕ່ກ່ຽວຂ້ອງກັບຄວາມຈິງ. ໃນດ້ານໜຶ່ງ, ພວກມັນເປັນຕົວແທນໃຫ້ແກ່ເຈດຕະນາຂອງພຣະເຈົ້າໃນສະຫວັນ; ພວກມັນເປັນຕົວແທນໃຫ້ແກ່ສິ່ງທີ່ພຣະເຈົ້າຜູ້ຊົງມີອັດຕະລັກ ແລະ ແກ່ນແທ້ຂອງພຣະເຈົ້າຮຽກຮ້ອງຈາກຜູ້ຄົນ ແລະ ສິ່ງທີ່ພຣະອົງສັ່ງສອນພວກເຂົາ. ໃນອີກດ້ານໜຶ່ງ, ມັນປະຕິເສດບໍ່ໄດ້ວ່າ ພວກມັນຍັງເປັນຕົວແທນໃຫ້ແກ່ຫຼັກການ, ວິທີການ ແລະ ຄວາມຄິດ ແລະ ມຸມມອງຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ບຸດມະນຸດຜູ້ນີ້, ໃນວິທີທີ່ພຣະອົງເບິ່ງ ຫຼື ຈັດການກັບເລື່ອງຕ່າງໆທຸກປະເພດ. ເຮົາໄດ້ໂອ້ລົມກັບພວກເຈົ້າເປັນເວລາດົນນານແລ້ວກ່ຽວກັບເນື້ອໃນຈຳນວນມະຫາສານນີ້ ເຊິ່ງກ່ຽວຂ້ອງກັບຫຼັກການຄວາມຈິງ; ມີຫຼາຍຫົວຂໍ້ ແລະ ພວກມັນຍາວຫຼາຍ. ເນື້ອໃນນີ້ພຽງພໍທີ່ຈະເປັນຕົວແທນໃຫ້ແກ່ຄວາມຄິດ ແລະ ມຸມມອງ, ທັດສະນະຄະຕິ ແລະ ຫຼັກການໃນການຈັດການກັບສິ່ງຕ່າງໆໃນເລື່ອງຕ່າງໆທຸກປະເພດຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ນັ້ນກໍຄື ເຊິ່ງກໍຄືບຸດມະນຸດ. ມື້ນີ້ພວກເຮົາຈະບໍ່ເວົ້າກ່ຽວກັບດ້ານນີ້.

ຫົວຂໍ້ຫຼັກທີ່ພວກເຮົາຈະໂອ້ລົມກໍຄື ຫຼັກການໃນການປະພຶດຕົນຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ວິທີການເຮັດສິ່ງຕ່າງໆຂອງພຣະອົງ ໃນຊີວິດ ແລະ ການມີຢູ່ຂອງພຣະອົງ. ຜ່ານການໂອ້ລົມຂອງເຮົາກ່ຽວກັບສອງດ້ານນີ້, ພວກເຈົ້າຈະເລີ່ມເຂົ້າໃຈຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງໄດ້ດີຂຶ້ນ ແລະ ເຂົ້າໃຈພຣະເຈົ້າທີ່ບັງເກີດເປັນເນື້ອໜັງຫຼາຍຂຶ້ນ. ໃນດ້ານໜຶ່ງ, ໂດຍການດຳລົງຊີວິດຢູ່ທ່າມກາງມະນຸດຊາດ, ພຣະເຈົ້າທີ່ບັງເກີດເປັນເນື້ອໜັງມີຫຼັກການສຳລັບວິທີທີ່ພຣະອົງປະພຶດຕົນ ແລະ ພຣະອົງຍັງມີຫຼັກການສຳລັບວິທີທີ່ພຣະອົງເຮັດສິ່ງຕ່າງໆອີກດ້ວຍ. ຫຼັກການເຫຼົ່ານີ້ແມ່ນຮຽບງ່າຍຫຼາຍ. ຫຼັກການຂອງເຮົາສຳລັບການປະພຶດຕົນຂອງເຮົາກໍຄື ການປະພຶດຕົນຕາມກົດລະບຽບ ແລະ ຫຼັກການຂອງເຮົາສຳລັບການເຮັດສິ່ງຕ່າງໆກໍຄື ການເຮັດສິ່ງຕ່າງໆຕາມໜ້າທີ່. ການປະພຶດຕົນຕາມກົດລະບຽບ ແລະ ການເຮັດສິ່ງຕ່າງໆຕາມໜ້າທີ່, ສິ່ງເຫຼົ່ານີ້ຄືຫຼັກການ ແລະ ຫຼັກຄວາມເຊື່ອຂອງເຮົາສຳລັບວິທີທີ່ເຮົາປະພຶດຕົນ ແລະ ວິທີທີ່ເຮົາເຮັດສິ່ງຕ່າງໆ. ລວມທັງໝົດມີຈັກຄຳ? (ສິບຄຳ). ສິບຄຳນີ້ແມ່ນຮຽບງ່າຍຫຼາຍ ແລະ ຄວາມໝາຍຕາມຕົວອັກສອນຂອງພວກມັນກໍເຂົ້າໃຈງ່າຍພໍສົມຄວນ. ພວກມັນບໍ່ໄດ້ເປັນນາມມະທຳ ຫຼື ຫວ່າງເປົ່າເລີຍ, ບໍ່ໄດ້ເລິກເຊິ່ງເລີຍ ແລະ ບໍ່ໄດ້ສູງສົ່ງ ແລະ ຍິ່ງໃຫຍ່ເລີຍ. ການປະພຶດຕົນຕາມກົດລະບຽບ ແລະ ການເຮັດສິ່ງຕ່າງໆຕາມໜ້າທີ່, ສິ່ງເຫຼົ່ານີ້ຄືຫຼັກການ ແລະ ຫຼັກຄວາມເຊື່ອຂອງເຮົາສຳລັບວິທີທີ່ເຮົາປະພຶດຕົນ ແລະ ວິທີທີ່ເຮົາເຮັດສິ່ງຕ່າງໆ. ເຮົາປະຕິບັດຕາມຫຼັກການເຫຼົ່ານີ້ເມື່ອປະພຶດຕົນ ແລະ ເຮັດສິ່ງຕ່າງໆ; ນີ້ຄືວິທີທີ່ເຮົາເຮັດຢ່າງແທ້ຈິງ. ພວກເຈົ້າສາມາດເຫັນໄດ້ບໍວ່ານີ້ຄືຂໍ້ເທັດຈິງ? ເຈົ້າສາມາດເອົາສິ່ງນີ້ມາທຽບໃສ່ຂໍ້ເທັດຈິງບໍ? ໃນດ້ານໜຶ່ງ, ເມື່ອເຮົາເທດສະໜາ ແລະ ໂອ້ລົມ, ເມື່ອເຮົາຕິດຕໍ່ພົວພັນ ແລະ ມີປະຕິສຳພັນກັບຜູ້ຄົນ ແລະ ເມື່ອເຮົາເວົ້າລົມກັບຜູ້ຄົນ, ເຮົາບອກໃຫ້ພວກເຂົາປະພຶດຕົນດ້ວຍວິທີນີ້ຢູ່ສະເໝີ. ໃນອີກດ້ານໜຶ່ງ, ຕົວເຮົາເອງກໍປະພຶດຕົນດ້ວຍວິທີນີ້ເຊັ່ນກັນ, ເຮົາບໍ່ໄດ້ຮ້ອງຄຳຂວັນ. ແລ້ວເປັນຫຍັງເຮົາຈຶ່ງບອກຜູ້ຄົນກ່ຽວກັບຫຼັກການເຫຼົ່ານີ້? ມັນເປັນຍ້ອນວ່າຕົວເຮົາເອງເຮັດສິ່ງຕ່າງໆ ແລະ ປະພຶດຕົນດ້ວຍວິທີນີ້; ບໍ່ມີຫຍັງອື່ນທີ່ເລິກເຊິ່ງອີກແລ້ວ. ບາງຄົນເວົ້າວ່າ “ຫຼັກຄວາມເຊື່ອເຫຼົ່ານີ້ສຳລັບການປະພຶດຕົນຂອງເຈົ້າຊ່າງຮຽບງ່າຍພໍສົມຄວນ; ພວກມັນບໍ່ໄດ້ສະຫຼວຍເລີຍ. ພວກມັນບໍ່ສາມາດເປັນຕົວແທນໃຫ້ແກ່ອັດຕະລັກຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງໄດ້!” ສິ່ງນີ້ຖືກຕ້ອງບໍ? (ບໍ່). ການປະພຶດຕົນຕາມກົດລະບຽບ ແລະ ການເຮັດສິ່ງຕ່າງໆຕາມໜ້າທີ່, ສິ່ງເຫຼົ່ານີ້ຄືຫຼັກການ ແລະ ຫຼັກຄວາມເຊື່ອ. ເຮົາປະຕິບັດພວກມັນໃນຊີວິດປະຈຳວັນຂອງເຮົາ ແລະ ເຮົາຍັງປະຕິບັດພວກມັນເມື່ອປະຕິບັດພັນທະກິດຂອງເຮົາອີກດ້ວຍ ເຊິ່ງກໍຄື ເວລາທີ່ເຮັດວຽກງານ. ນີ້ຄືວິທີທີ່ເຮົາປະພຶດຕົນ ແລະ ນີ້ຄືວິທີທີ່ເຮົາເຮັດສິ່ງຕ່າງໆ. ພວກເຮົາພຽງແຕ່ເວົ້າກ່ຽວກັບສິ່ງເຫຼົ່ານີ້ຄືກັບວ່າພວກເຮົາກຳລັງເວົ້າລົມ ແລະ ສົນທະນາກັນຫຼິ້ນໆກັນເທາະ ເພື່ອໃຫ້ພວກເຈົ້າສາມາດຜ່ອນຄາຍໄດ້ໜ້ອຍໜຶ່ງ ແລະ ຮຽນຮູ້ເພີ່ມເຕີມເລັກໜ້ອຍກ່ຽວກັບຊີວິດຂອງເຮົາຈາກເຮົາ. ເອົາແບບນັ້ນບໍ? (ເອົາແບບນັ້ນ). ຖ້າໃນຈຸດໃດໜຶ່ງຂອງການເວົ້າລົມຂອງພວກເຮົາ, ພວກເຈົ້າບາງຄົນເວົ້າວ່າ “ຂ້ານ້ອຍຂໍຄັດຄ້ານ! ສິ່ງທີ່ພຣະອົງກ່າວນັ້ນບໍ່ກົງກັນກັບການໃຊ້ຊີວິດຕາມຂອງພຣະອົງ”. ແລ້ວເຮົາກໍຈະພະຍາຍາມກ່າວມັນອີກຄັ້ງ ແລະ ເຮົາຈະແກ້ໄຂມັນ ຫຼື ປັບປຸງມັນໃນອະນາຄົດ. ຖ້າພວກເຈົ້າບາງຄົນຍົກມືຂຶ້ນ ແລະ ເວົ້າວ່າ “ຂ້ານ້ອຍເຫັນດີ! ສິ່ງທີ່ພຣະອົງກ່າວນັ້ນກົງກັນຢ່າງສົມບູນກັບສິ່ງທີ່ພວກເຮົາໄດ້ເຫັນ ແລະ ໄດ້ຍິນພຣະອົງເປີດເຜີຍໃນຊີວິດຂອງພຣະອົງ; ສິ່ງທີ່ພຣະອົງກ່າວແມ່ນຂໍ້ເທັດຈິງ”. ແລ້ວເຮົາກໍຈະສືບຕໍ່ເຮັດແບບນັ້ນ. ເອົາແບບນັ້ນບໍ? (ເອົາແບບນັ້ນ).

ການປະພຶດຕົນຕາມກົດລະບຽບ ແລະ ການເຮັດສິ່ງຕ່າງໆຕາມໜ້າທີ່, ບໍ່ວ່າຈະໃນຊີວິດ ຫຼື ໃນວຽກງານ, ເຮົາກໍຍຶດໝັ້ນໃນຫຼັກຄວາມເຊື່ອເຫຼົ່ານີ້. ພວກເຈົ້າອາດຈະສາມາດຮັບຮູ້ພວກມັນໄດ້ຫຼາຍພໍສົມຄວນໃນວຽກງານທີ່ເຮົາເຮັດ, ສະນັ້ນ ກ່ອນອື່ນ ພວກເຮົາເວົ້າກ່ຽວກັບວິທີການປະຕິບັດພວກມັນໃນຊີວິດຂອງເຮົາ. ພຣະເຈົ້າທີ່ບັງເກີດເປັນເນື້ອໜັງເປັນບຸກຄົນທີ່ມີອັດຕະລັກພິເສດໃນທ່າມກາງມະນຸດຊາດ, ແຕ່ເມື່ອເຮັດສິ່ງຕ່າງໆ ພຣະອົງບໍ່ໄດ້ເຮັດຕົວຄືກັບວ່າພຣະອົງພິເສດເລີຍ. ພຣະອົງບໍ່ເຄີຍປະຕິບັດຄືກັບພຣະອົງເອງເປັນບຸກຄົນພິເສດ; ພຣະອົງເປັນພຽງຄົນສາມັນ. ບໍ່ວ່າພຣະອົງຈະຢູ່ໃນປະເທດໃດກໍຕາມ, ພຣະອົງກໍປະຕິບັດຕາມກົດໝາຍ ແລະ ລະບຽບການຂອງປະເທດນັ້ນໆ. ຖ້າມີບາງສິ່ງທີ່ພຣະອົງຈຳເປັນຕ້ອງເຮັດ ແຕ່ບໍ່ເຂົ້າໃຈ, ພຣະອົງກໍຈະຟ້າວປຶກສາ ແລະ ຊອກຫາວ່າກົດໝາຍ ແລະ ນະໂຍບາຍຂອງທ້ອງຖິ່ນກຳນົດໄວ້ແນວໃດ, ແມ່ນຫຍັງທີ່ເຮັດຜິດກົດໝາຍ ແລະ ແມ່ນຫຍັງທີ່ບໍ່ຜິດ ແລະ ພຣະອົງກໍເຮັດມັນຕາມຄວາມເໝາະສົມ ໂດຍບໍ່ເຮັດໃຫ້ພຣະອົງເອງມີສິດທິພິເສດ. ການເຮັດສິ່ງຕ່າງໆດ້ວຍວິທີນີ້ເປັນການປະພຶດຕົນຕາມກົດລະບຽບ ແລະ ມັນເປັນການເຮັດສິ່ງຕ່າງໆຕາມໜ້າທີ່ບໍ? (ແມ່ນແລ້ວ). ນີ້ຄືການປະພຶດຕົນຕາມກົດລະບຽບ ແລະ ການເຮັດສິ່ງຕ່າງໆຕາມໜ້າທີ່. ໃນປະເທດທີ່ມີເສລີພາບ ແລະ ປະຊາທິປະໄຕ, ຖ້າພຣະອົງຈຳເປັນຕ້ອງເຂົ້າໃຈກົດໝາຍທີ່ກ່ຽວຂ້ອງເພື່ອເຮັດສິ່ງຕ່າງໆໃຫ້ສຳເລັດ, ພຣະອົງກໍຈະປຶກສາທະນາຍຄວາມ ຫຼື ຄົ້ນຫາກົດໝາຍ ແລະ ລະບຽບການຕ່າງໆ. ພຣະອົງບໍ່ເຮັດສິ່ງທີ່ຜິດກົດໝາຍ ແລະ ພຣະອົງກໍບໍ່ສວຍໂອກາດຈາກຊ່ອງໂຫວ່ທາງດ້ານກົດໝາຍ; ພຣະອົງປະຕິບັດຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ ເພາະວ່າກົດໝາຍ ແລະ ລະບຽບການຂອງປະເທດສ່ວນໃຫຍ່ປົກປ້ອງສິດ ແລະ ຜົນປະໂຫຍດທີ່ຊອບທຳໂດຍກົດໝາຍຂອງບຸກຄົນ ແລະ ເປັນສິ່ງທີ່ຜູ້ຄົນຄວນປະຕິບັດຕາມ. ຕົວຢ່າງ: ຖ້າພວກເຮົາກຳລັງເຮັດການກໍ່ສ້າງບາງຢ່າງໃນເດີ່ນບ້ານ ແລະ ຈຳເປັນຕ້ອງວາງບາງສິ່ງບາງຢ່າງໄວ້ບ່ອນນັ້ນ, ກ່ອນອື່ນ ພວກເຮົາຕ້ອງຊອກຫາວ່າແມ່ນຫຍັງຄືລະບຽບການຂອງລັດຖະບານທີ່ກ່ຽວກັບເລື່ອງນີ້, ສິ່ງນີ້ສາມາດວາງໄວ້ໃນເດີ່ນບ້ານໄດ້ ຫຼື ບໍ່ ແລະ ຖ້າໄດ້ ບ່ອນໃດສາມາດວາງໄວ້ຢ່າງເໝາະສົມ. ຫຼັງຈາກທີ່ເຂົ້າໃຈຊັດເຈນກ່ຽວກັບລາຍລະອຽດແລ້ວ, ພວກເຮົາກໍເຮັດສິ່ງຕ່າງໆຕາມລະບຽບການຂອງລັດຖະບານ. ຖ້າລັດຖະບານບໍ່ອະນຸຍາດ, ພວກເຮົາກໍຈະບໍ່ເຮັດມັນ. ພວກເຮົາຈະບໍ່ພະຍາຍາມກໍ່ບັນຫາຢ່າງບໍ່ສົມເຫດສົມຜົນ ແລະ ພວກເຮົາຈະບໍ່ຕັ້ງໃຈລະເມີດກົດໝາຍເພື່ອເຮັດມັນຢ່າງເດັດຂາດ. ຕົວຢ່າງ: ຖ້າພວກເຮົາຕ້ອງການສ້າງອາຄານປະເພດໃດໜຶ່ງ, ພວກເຮົາຈຳເປັນຕ້ອງຂໍການອະນຸມັດຈາກລັດຖະບານ. ຫຼັງຈາກທີ່ລັດຖະບານອະນຸມັດແລ້ວ, ການກໍ່ສ້າງກໍສາມາດເລີ່ມຕົ້ນໄດ້. ເມື່ອໂຄງການສຳເລັດ, ມັນກໍຍັງຈຳເປັນຕ້ອງຜ່ານການກວດກາຈາກລັດຖະບານ. ຖ້າມັນຜ່ານການກວດກາ, ພວກເຮົາກໍສາມາດໃຊ້ມັນໄດ້ດ້ວຍຄວາມສະຫງົບໃຈ. ນີ້ຄືຂັ້ນຕອນສຳລັບການກໍ່ສ້າງ. ບາງຄົນອາດເວົ້າວ່າ “ສຳລັບໂຄງການນ້ອຍໆປະເພດນີ້, ລັດຖະບານກຳນົດໄວ້ບໍວ່າ ພວກເຮົາຕ້ອງໄດ້ຮັບການອະນຸມັດ? ຖ້າມັນບໍ່ຈຳເປັນຕ້ອງເຮັດກໍໄດ້, ກໍບໍ່ຈຳເປັນຕ້ອງເຮັດມັນ. ພວກເຮົາບໍ່ຕ້ອງເຮັດໃຫ້ຕົນເອງຫຍຸ້ງຍາກດອກ”. ເຮົາເວົ້າວ່າ “ພວກເຮົາຕ້ອງຊອກຫາໃຫ້ແນ່ໃຈ. ຈະເປັນແນວໃດຖ້າມັນຕ້ອງການການອະນຸມັດຈາກລັດຖະບານ ແລ້ວພວກເຮົາບໍ່ໄດ້ຮັບມັນ, ພວກເຮົາຈະບໍ່ລະເມີດລະບຽບການບໍ? ພວກເຮົາຕ້ອງບໍ່ລະເມີດພວກມັນ. ໃນເມື່ອພວກເຮົາກຳລັງຈະສ້າງອາຄານນີ້, ພວກເຮົາກໍຄວນພະຍາຍາມຂໍການອະນຸມັດ. ຖ້າລັດຖະບານບອກວ່າບໍ່ຈຳເປັນຕ້ອງຂໍການອະນຸມັດ, ພວກເຮົາກໍຈະຮູ້ສຶກສະບາຍໃຈທີ່ຈະບໍ່ຂໍການອະນຸມັດ. ຖ້າລັດຖະບານບອກວ່າມັນຕ້ອງໄດ້ຮັບການອະນຸມັດ, ແລ້ວການຂໍການອະນຸມັດຂອງພວກເຮົາກໍຈະສົມເຫດສົມຜົນ ແລະ ປະຕິບັດຕາມກົດໝາຍ”. ສຳລັບສິ່ງໃດກໍຕາມທີ່ກ່ຽວຂ້ອງກັບກົດໝາຍ ຫຼື ລະບຽບການຂອງລັດຖະບານ, ພວກເຮົາຕ້ອງປຶກສາ ແລະ ຊອກຫາໃຫ້ແນ່ໃຈ. ຖ້າບໍ່ດັ່ງນັ້ນ, ມັນກໍຈະສ້າງຄວາມຫຍຸ້ງຍາກຫຼາຍ ຖ້າມີເກີດບາງຢ່າງຜິດພາດ. ກົດລະບຽບພື້ນຖານຂອງການດຳລົງຊີວິດຢູ່ຕ່າງປະເທດກໍຄື ການບໍ່ເຮັດສິ່ງໃດທີ່ຜິດກົດໝາຍ ຫຼື ສິ່ງໃດທີ່ລະເມີດລະບຽບການຂອງລັດຖະບານ. ຕົວຢ່າງ: ຖ້າພວກເຮົາອາໄສຢູ່ໃນຊົນນະບົດ ແລະ ພວກເຮົາຕ້ອງການລ້ຽງໄກ່ ຫຼື ແກະ, ພວກເຮົາຕ້ອງໄດ້ຮັບການອະນຸມັດຈາກລັດຖະບານ. ລັດຖະບານມີລະບຽບການທີ່ລະອຽດສຳລັບສິ່ງເຫຼົ່ານີ້ ແລະ ພວກເຮົາຕ້ອງບໍ່ລະເມີດພວກມັນ ຫຼື ພະຍາຍາມຮັບສິດທິພິເສດຢ່າງເດັດຂາດ. ຖ້າພວກເຮົາລະເມີດລະບຽບການຂອງລັດຖະບານ ແລະ ຖືກຈັບໄດ້, ມັນກໍຈະສ້າງຄວາມຫຍຸ້ງຍາກຫຼາຍ. ສະນັ້ນ ສິ່ງນີ້ຈຶ່ງຮຽກຮ້ອງໃຫ້ພວກເຮົາປະຕິບັດຕາມກົດໝາຍ ແລະ ມັນຍັງກ່ຽວຂ້ອງກັບຫຼັກການຂອງວິທີທີ່ພວກເຮົາປະພຶດຕົນ ແລະ ວິທີທີ່ພວກເຮົາດຳລົງຊີວິດອີກດ້ວຍ. ບໍ່ວ່າພວກເຮົາຈະອາໄສຢູ່ໃສກໍຕາມ, ພວກເຮົາຄວນປະພຶດຕົນຕາມກົດລະບຽບ ແລະ ເຮັດສິ່ງຕ່າງໆຕາມໜ້າທີ່. ໃນຊີວິດປະຈຳວັນຂອງເຮົາ, ເຮົາຍັງມີປະຕິສຳພັນກັບເພື່ອນບ້ານຂອງເຮົາຕາມກົດລະບຽບເຊັ່ນກັນ. ເຮົາບໍ່ສົ່ງສຽງດັງ ຫຼື ລົບກວນຄົນອື່ນ. ບໍ່ວ່າລັດຖະບານຈະກຳນົດໄວ້ແນວໃດກໍຕາມ, ພວກເຮົາກໍຕ້ອງປະຕິບັດຕາມ. ເຖິງແມ່ນວ່າເຈົ້າລ້ຽງໝາ, ເຈົ້າກໍຕ້ອງເບິ່ງແຍງມັນຢ່າງເໝາະສົມ ເພື່ອບໍ່ໃຫ້ມັນເຫົ່າຢູ່ຕະຫຼອດເວລາ ແລະ ລົບກວນການພັກຜ່ອນຂອງເພື່ອນບ້ານ. ໂດຍສະເພາະໃນວັນຢຸດທ້າຍອາທິດ ເມື່ອເພື່ອນບ້ານຂອງເຈົ້າຢູ່ເຮືອນກັນໝົດ, ເຈົ້າຍິ່ງຕ້ອງລະມັດລະວັງຫຼາຍຂຶ້ນເພື່ອບໍ່ໃຫ້ລົບກວນພວກເຂົາ. ເມື່ອຫິມະຕົກໃນລະດູໜາວ, ເຈົ້າຕ້ອງລໍຖ້າຈົນກາຍແປດໂມງເຊົ້າຈຶ່ງຈະເລີ່ມກວາດຫິມະໄດ້. ການກວາດຫິມະແຕ່ເຊົ້າເກີນໄປຈະສ້າງສຽງລົບກວນ ເຊິ່ງຈະລົບກວນການພັກຜ່ອນຂອງເພື່ອນບ້ານຂອງເຈົ້າ ແລະ ເຮັດໃຫ້ພວກເຂົາລຳຄານ. ຖ້າລັດຖະບານມີລະບຽບການທີ່ຊັດເຈນ, ເຈົ້າກໍຕ້ອງປະຕິບັດຕາມພວກມັນ. ຢ່າຕັ້ງໃຈລະເມີດລະບຽບການຂອງລັດຖະບານ; ຢ່າຕັ້ງຕົນເປັນປໍລະປັກຕໍ່ລັດຖະບານ. ສິ່ງນີ້ເອີ້ນວ່າການປະພຶດຕົນຕາມກົດລະບຽບ. ບໍ່ວ່າເຮົາຈະພັກຢູ່ໃສກໍຕາມ, ໂດຍພື້ນຖານແລ້ວ ເຮົາຈະບໍ່ສົ່ງສຽງດັງ. ເຮົາບໍ່ເຄີຍເປີດເພງຢູ່ຂ້າງນອກ ແລະ ເຮົາກໍບໍ່ສົ່ງສຽງດັງວຸ້ນວາຍ ຫຼື ເວົ້າສຽງດັງ. ເມື່ອພາໝາຍ່າງຫຼິ້ນ, ເຮົາກໍບໍ່ປ່ອຍໃຫ້ມັນເຫົ່າຢູ່ຕະຫຼອດເວລາ. ເຮົາພະຍາຍາມສຸດຄວາມສາມາດຂອງເຮົາເພື່ອບໍ່ໃຫ້ລົບກວນເພື່ອນບ້ານຂອງເຮົາ, ບໍ່ເຂົ້າໄປຫຍຸ້ງກ່ຽວກັບຊີວິດຂອງພວກເຂົາ ແລະ ບໍ່ເຮັດໃຫ້ພວກເຂົາລຳຄານ. ນີ້ບໍ່ແມ່ນການປະພຶດຕົນຕາມກົດລະບຽບບໍ? (ແມ່ນແລ້ວ). ນັ້ນຄືເຫດຜົນທີ່ເຮົາເຂົ້າກັບເພື່ອນບ້ານຂອງເຮົາໄດ້ດີມາຫຼາຍປີແລ້ວຈົນຮອດຕອນນີ້. ພວກເຮົາອາໄສຢູ່ຮ່ວມກັນຢ່າງສະຫງົບສຸກ, ທັກທາຍກັນເມື່ອພວກເຮົາພົບເຫັນກັນ ແລະ ຢູ່ຮ່ວມກັນຢ່າງເປັນມິດ ແລະ ຮັກໃຄ່ກັນ. ບໍ່ວ່າພວກເຮົາຈະອາໄສຢູ່ໃສກໍຕາມ, ພວກເຮົາຕ້ອງປະຕິບັດຕາມກົດລະບຽບເມື່ອມີປະຕິສຳພັນກັບເພື່ອນບ້ານຂອງພວກເຮົາ. ພວກເຮົາຕ້ອງບໍ່ກໍ່ບັນຫາໃຫ້ພວກເຂົາ ແລະ ພວກເຮົາກໍບໍ່ຈຳເປັນຕ້ອງປະຈົບປະແຈງເຊັ່ນກັນ, ພວກເຮົາຄວນປະຕິບັດຕໍ່ຄົນອື່ນຢ່າງຖືກຕ້ອງ ແລະ ເຮັດສິ່ງຕ່າງໆຢ່າງຍຸຕິທຳ ແລະ ເປັນທຳ. ຖ້າພວກເຮົາເຮັດແບບນີ້, ກໍຈະບໍ່ມີຂໍ້ຂັດແຍ່ງໃດໆເມື່ອເວລາຜ່ານໄປ.

ກ່ຽວກັບບັນຫາທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງປະພຶດຕົນຕາມກົດລະບຽບ, ບາງຄົນເວົ້າວ່າ “ນີ້ບໍ່ແມ່ນເລື່ອງທີ່ປົກກະຕິຫຼາຍບໍ?” ເຊິ່ງເຮົາຕອບວ່າ “ເຈົ້າເວົ້າຖືກຕ້ອງທີ່ສຸດ; ມັນເປັນເລື່ອງທີ່ປົກກະຕິແບບນັ້ນແຫຼະ”. ຄວາມເປັນປົກກະຕິນີ້ມາຈາກໃສ? ມັນມາຈາກສະຕິຮູ້ຜິດຊອບ ແລະ ເຫດຜົນຂອງຄວາມເປັນມະນຸດ. ຍ້ອນວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງມີສະຕິຮູ້ຜິດຊອບ ແລະ ເຫດຜົນທີ່ດີເລີດຂອງຄວາມເປັນມະນຸດທີ່ປົກກະຕິ, ສະນັ້ນ ເມື່ອເວົ້າເຖິງການປະພຶດຕົນ ເຊິ່ງເປັນສິ່ງທີ່ຜູ້ຄົນຖືວ່າເປັນບັນຫາທີ່ທຳມະດາຫຼາຍ, ຫຼັກການທີ່ພຣະອົງປະຕິບັດຕາມກໍທຳມະດາຫຼາຍເຊັ່ນກັນ: ການປະຕິບັດຕາມກົດລະບຽບ. ຫຼັງຈາກທີ່ໄດ້ຍິນສິ່ງນີ້, ບາງຄົນອາດຈະເວົ້າວ່າ “ເລື່ອງນີ້ມີຄວາມສຳຄັນແນວໃດ? ມັນຄຸ້ມຄ່າບໍທີ່ຈະຍົກຂຶ້ນມາເວົ້າ? ນີ້ຄືການເປັນປົກກະຕິ ແລະ ສຳພັນກັບຊີວິດຈິງບໍ? ສິ່ງເຫຼົ່ານີ້ເປັນເລື່ອງເລັກນ້ອຍ”. ເຖິງມັນຈະເປັນແນວນັ້ນກໍຕາມ, ການທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງປະພຶດຕົນຕາມກົດລະບຽບກໍເປັນການສະແດງອອກເຖິງຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງຂອງພຣະອົງ, ສະນັ້ນ ມັນຈຶ່ງຄຸ້ມຄ່າທີ່ຈະເວົ້າເຖິງ ແລະ ມັນກໍຄຸ້ມຄ່າທີ່ຜູ້ຄົນຈະມີຄວາມຮູ້ກ່ຽວກັບມັນ. ຜູ້ຄົນຄິດວ່າມັນເປັນເລື່ອງທຳມະດາທີ່ເຮົາຈະປະພຶດຕົນຕາມກົດລະບຽບ. ແຕ່ຈະເປັນແນວໃດຖ້າເຮົາໃຫ້ສິດທິພິເສດແກ່ຕົວເຮົາເອງໃນທຸກຫົນທຸກແຫ່ງໃນຊີວິດຂອງເຮົາ ແລະ ໂອ້ອວດຕົວເຮົາເອງທຸກຄັ້ງທີ່ມີໂອກາດ ໂດຍເວົ້າວ່າ “ເຮົາຄືພຣະຄຣິສ. ເຮົາມາຈາກສະຫວັນ. ເຮົາບໍ່ຄືກັບໃຜ. ໃນທ່າມກາງມະນຸດຊາດ, ເຮົາເປັນໜຶ່ງດຽວທີ່ບໍ່ມີໃຜທຽບໄດ້. ມະນຸດຊາດທັງປວງ, ສິ່ງທີ່ມີຊີວິດທັງໝົດ ແລະ ສິ່ງທີ່ຖືກສ້າງທັງປວງຕ້ອງຖືກຢຽບຢູ່ພາຍໃຕ້ຕີນຂອງເຮົາ. ສັບພະສິ່ງຄືຕັ່ງຮອງຕີນຂອງເຮົາ. ບໍ່ວ່າຄົນໃດໜຶ່ງຈະເປັນຜູ້ເຊື່ອໃນພຣະເຈົ້າ ຫຼື ຜູ້ບໍ່ມີຄວາມເຊື່ອ, ທຸກຄົນກໍຕ້ອງກົ້ມຫົວ ແລະ ນະມັດສະການເຮົາ. ເມື່ອພວກເຂົາມາຢູ່ຕໍ່ໜ້າເຮົາ, ພວກເຂົາທຸກຄົນຕ້ອງອ່ອນນ້ອມ ແລະ ສະແດງຄວາມນັບຖື”? ສິ່ງນີ້ຈະປົກກະຕິບໍ? (ບໍ່). ນັ້ນຈະເປັນສິ່ງທີ່ຜິດປົກກະຕິ. ເຈົ້າຮູ້ສຶກວ່າເຮົາເຮັດຕົວແບບນັ້ນບໍ? (ບໍ່). ເຮົາບໍ່ໄດ້ເຮັດຕົວແບບນັ້ນ. ເຮົາເຂົ້າກັນໄດ້ຢ່າງເປັນມິດກັບທຸກຄົນທີ່ເຮົາສາມາດຕິດຕໍ່ພົວພັນນຳໄດ້, ໂດຍສະເພາະຜູ້ບໍ່ມີຄວາມເຊື່ອ. ເຮົາປະຕິບັດຕໍ່ພວກເຂົາ ແລະ ມີປະຕິສຳພັນກັບພວກເຂົາຕາມກົດລະບຽບ ແລະ ມາລະຍາດ. ເມື່ອສົນທະນາ ຫຼື ປຶກສາຫາລືເລື່ອງໃດເລື່ອງໜຶ່ງກັບຜູ້ຄົນ, ເຮົາກໍເຄົາລົບພວກເຂົາເປັນພິເສດ. ເມື່ອມີບາງສິ່ງທີ່ເຮົາບໍ່ເຂົ້າໃຈ, ເຮົາກໍຖາມ ແລະ ສອບຖາມເພີ່ມເຕີມ ແລະ ບາງຄົນກໍມີຄວາມອົດທົນຫຼາຍໃນການຊ່ວຍຕອບຄຳຖາມຂອງເຮົາ. ແນ່ນອນວ່າ ມັນບໍ່ແມ່ນວ່າເຮົາພຽງແຕ່ປະພຶດຕົນຕາມກົດລະບຽບເພື່ອຕອບແທນພວກເຂົາສຳລັບການປະຕິບັດນີ້; ກົງກັນຂ້າມ ມັນເປັນຍ້ອນວ່າ ໂດຍການດຳລົງຊີວິດໃນສະພາບແວດລ້ອມທີ່ແທ້ຈິງນີ້, ໂດຍທຳມະຊາດແລ້ວ ພຣະເຈົ້າທີ່ບັງເກີດເປັນເນື້ອໜັງກໍປະຕິບັດຕາມຫຼັກການດັ່ງກ່າວ ເມື່ອມີປະຕິສຳພັນກັບຜູ້ຄົນ ແລະ ເຮັດສິ່ງຕ່າງໆໃຫ້ສຳເລັດ. ຕົວຢ່າງ: ຫໍສະໝຸດເປັນສະຖານທີ່ສຳລັບການອ່ານ ແລະ ການສຶກສາ. ເມື່ອເຈົ້າໄປບ່ອນນັ້ນ, ເຈົ້າກໍຄວນປະຕິບັດຕາມກົດລະບຽບຂອງມັນ. ເຈົ້າບໍ່ສາມາດສົ່ງສຽງດັງໄດ້ ແລະ ເຈົ້າຄວນພະຍາຍາມຫຼີກລ່ຽງການເວົ້າລົມໃຫ້ຫຼາຍທີ່ສຸດເທົ່າທີ່ຈະຫຼາຍໄດ້. ຖ້າເຈົ້າຕ້ອງການເວົ້າ, ເຈົ້າກໍຄວນຫຼຸດສຽງລົງ ຫຼື ອອກໄປຂ້າງນອກ ແລະ ໂດຍສະເພາະຖ້າໂທລະສັບຂອງເຈົ້າດັງ, ເຈົ້າກໍຄວນຟ້າວອອກໄປຮັບສາຍຢູ່ຂ້າງນອກ, ທັງໝົດນີ້ກໍເພື່ອບໍ່ໃຫ້ລົບກວນ ຫຼື ສົ່ງຜົນກະທົບຕໍ່ການອ່ານຂອງຄົນອື່ນ. ສິ່ງນີ້ເອີ້ນວ່າການປະຕິບັດຕາມກົດລະບຽບ. ໃນສະພາບແວດລ້ອມປະເພດນີ້, ຖ້າເຮົາມີສາຍໂທເຂົ້າ, ເຮົາກໍຈະອອກໄປຮັບສາຍຢູ່ຂ້າງນອກ. ບາງຄົນເວົ້າວ່າ “ໃຜແດ່ທີ່ບໍ່ຮູ້ເລື່ອງນີ້?” ມີຄົນທີ່ບໍ່ຮູ້ເລື່ອງນີ້ແທ້ໆ. ໃນຮ້ານອາຫານ, ຊຸບເປີມາເກັດ ແລະ ສະຖານທີ່ບາງແຫ່ງທີ່ຜູ້ຄົນໄປເພື່ອເຮັດສິ່ງຕ່າງໆໃນປະເທດຕາເວັນຕົກ, ເຈົ້າມັກໄດ້ຍິນບາງຄົນເວົ້າສຽງດັງຫຼາຍ ແລະ ພະນັກງານເສີບ ແລະ ພະນັກງານຢູ່ບ່ອນນັ້ນກໍຮູ້ສຶກລັງກຽດເປັນພິເສດ. ໂດຍສະເພາະຄົນອາຊີບາງຄົນບໍ່ເຂົ້າໃຈກົດລະບຽບເລີຍ ແລະ ເບິ່ງຄືວ່າບໍ່ມີລະດັບທີ່ສຸດ. ໃນສະຖານທີ່ບາງແຫ່ງ ມີກົດລະບຽບທີ່ຂຽນໄວ້ຢ່າງຊັດເຈນ ແຕ່ພວກເຂົາກໍເຮັດຄືກັບວ່າພວກເຂົາບໍ່ເຫັນພວກມັນເລີຍ. ເຖິງແມ່ນວ່າພວກເຂົາຈະເຫັນກົດລະບຽບທີ່ຂຽນເປັນພາສາແມ່ຂອງພວກເຂົາ, ພວກເຂົາກໍບໍ່ປະຕິບັດຕາມພວກມັນ ແລະ ເຖິງຂັ້ນລະເມີດພວກມັນ. ເມື່ອພະນັກງານເຕືອນພວກເຂົາ, ພວກເຂົາກໍເຖິງກັບໂຕ້ຖຽງພວກເຂົາ. ນີ້ບໍ່ແມ່ນການເຮັດໃຫ້ຕົນເອງກາຍເປັນຕົວຕະຫຼົກບໍ? ບາງຄົນລຶ້ງເຄີຍກັບການໃຊ້ອຳນາດບາດໃຫຍ່ໃນປະເທດບ້ານເກີດຂອງພວກເຂົາ. ເມື່ອພວກເຂົາມາປະເທດຕາເວັນຕົກ, ພວກເຂົາກໍຍັງຄິດວ່າມັນເປັນຖິ່ນຂອງພວກເຂົາເອງ, ໂດຍເຮັດຕົວກ້າວລ້າວ ແລະ ຍ່າງວາງມາດຄືກັບລີງກໍຣິລາ, ບໍ່ປະຕິບັດຕາມກົດລະບຽບເລີຍ. ຜົນຕາມມາກໍຄື ບໍ່ວ່າພວກເຂົາຈະໄປໃສ ພວກເຂົາກໍເຮັດໃຫ້ຜູ້ຄົນລັງກຽດ ແລະ ຮູ້ສຶກຂີ້ດຽດພວກເຂົາ. ບາງຄົນເຖິງກັບສ້າງບັນຫາເມື່ອໄປສອບເສັງຢູ່ກົມການຂົນສົ່ງທາງບົກ. ຫຼັງຈາກນັ້ນ, ເມື່ອພວກເຂົາເຫັນຄົນຊາດດຽວກັນ, ພວກເຂົາກໍເຖິງກັບປະກາດວ່າ “ພວກເຮົາທີ່ເປັນຄົນຈີນມີອິດສະລະ ບໍ່ວ່າພວກເຮົາຈະໄປໃສກໍຕາມ. ພວກເຮົາບໍ່ເຄີຍມີທ່າອ່ຽງທີ່ຈະປະຕິບັດຕາມກົດລະບຽບ. ຍິ່ງພວກເຮົາເຮັດຕົວຕາມສະບາຍໄດ້ຫຼາຍສໍ່າໃດ ກໍຍິ່ງດີ. ຖ້າໃຜພະຍາຍາມມາລົງວິໄນຂ້ອຍ, ຂ້ອຍກໍຈະເຮັດໃຫ້ເປັນເລື່ອງໃຫຍ່ໂຕເລີຍ!” ຄົນແບບນີ້ບໍ່ແມ່ນມານຮ້າຍທີ່ມີຊີວິດບໍ? ເຈົ້າຄິດວ່າເຈົ້າຢູ່ໃນປະເທດບ້ານເກີດຂອງເຈົ້າບໍ ເຊິ່ງເປັນບ່ອນທີ່ເຈົ້າສາມາດໃຊ້ອຳນາດບາດໃຫຍ່ໄດ້ ຖ້າເຈົ້າມີອຳນາດ ແລະ ອິດທິພົນ? ເຈົ້າຢູ່ຕ່າງປະເທດ, ໃນປະເທດທີ່ປົກຄອງດ້ວຍຫຼັກນິຕິທຳ. ຖ້າເຈົ້າລະເມີດກົດໝາຍ ແລະ ລະບຽບການ, ເຈົ້າກໍຕ້ອງຮັບຜິດຊອບຕໍ່ກົດໝາຍ. ການປະຕິບັດຕາມກົດໝາຍ ແລະ ລະບຽບການແມ່ນສິ່ງເລັກນ້ອຍທີ່ສຸດທີ່ຄົນເຮົາຄວນເຮັດ. ຖ້າຄົນໃດໜຶ່ງບໍ່ເຂົ້າໃຈແມ່ນແຕ່ກົດລະບຽບພື້ນຖານເຫຼົ່ານີ້, ພວກເຂົາກໍຂາດລັກສະນະຄ້າຍຄືມະນຸດຢ່າງສິ້ນເຊີງ.

ໂດຍທົ່ວໄປແລ້ວ ເຮົາຈະລະມັດລະວັງຫຼາຍໃນສະຖານທີ່ສາທາລະນະ. ໂດຍສະເພາະເມື່ອໄປໜ່ວຍງານຂອງລັດຖະບານເພື່ອຈັດການເລື່ອງຕ່າງໆ, ເຮົາຈະປະຕິບັດດ້ວຍຄວາມລະມັດລະວັງ ແລະ ຫຼີກລ່ຽງການລະເມີດກົດລະບຽບຂອງພວກເຂົາ. ບໍ່ວ່າເຮົາຈະຕື່ມແບບຟອມຫຍັງ ຫຼື ເຮົາຈະຕອບຄຳຖາມຫຍັງກໍຕາມ, ເຮົາກໍປະຕິບັດຕາມກົດລະບຽບຢູ່ສະເໝີ. ຫຼັງຈາກທີ່ໄດ້ຈັດການເລື່ອງຕ່າງໆມາສອງສາມຄັ້ງ, ເຮົາກໍໄດ້ຮັບປະສົບການ. ການປະຕິບັດຕາມກົດລະບຽບເປັນສິ່ງງ່າຍໆ; ສິ່ງທີ່ໜ້າກັງວົນກໍຄືການບໍ່ເຂົ້າໃຈກົດລະບຽບ. ບໍ່ຕ້ອງເວົ້າເຖິງການເຮັດໃຫ້ຕົນເອງກາຍເປັນຕົວຕະຫຼົກເລີຍ, ມັນສາມາດສົ່ງຜົນກະທົບຕໍ່ການເຮັດສິ່ງຕ່າງໆໃຫ້ສຳເລັດໄດ້ບໍ? ມັນອາດເປັນໄປໄດ້, ສະນັ້ນ ຄົນເຮົາຈຶ່ງຕ້ອງປະພຶດຕົນຕາມກົດລະບຽບ. ໂດຍພື້ນຖານແລ້ວ ຄົນຕາເວັນຕົກສາມາດບັນລຸສິ່ງເຫຼົ່ານີ້ໄດ້. ພຣະເຈົ້າທີ່ບັງເກີດເປັນເນື້ອໜັງມີຄວາມສົມເຫດສົມຜົນ ແລະ ສະຕິຮູ້ຜິດຊອບທີ່ປົກກະຕິ, ສະນັ້ນ ແນ່ນອນວ່າພຣະອົງກໍສາມາດບັນລຸພວກມັນໄດ້ເຊັ່ນກັນ ແລະ ພຣະອົງກໍເຮັດເຊັ່ນນັ້ນຢ່າງຫ້າວຫັນ. ພຣະອົງບໍ່ໄດ້ຈັດປະເພດພຣະອົງເອງວ່າເປັນໜຶ່ງດຽວທີ່ບໍ່ມີໃຜທຽບໄດ້ໃນທ່າມກາງມະນຸດທີ່ຖືກສ້າງຂຶ້ນ ແລະ ພຣະອົງກໍບໍ່ເຄີຍຫຼີກລ່ຽງກົດໝາຍ ແລະ ລະບຽບການເຫຼົ່ານີ້ເພື່ອສະແຫວງຫາສິດທິພິເສດໃຫ້ແກ່ພຣະອົງເອງ. ບໍ່ວ່າເຮົາຈະຈັດການທຸລະຫຍັງກໍຕາມຢູ່ໜ່ວຍງານຂອງລັດຖະບານ, ເຮົາກໍປະຕິບັດຕາມຂັ້ນຕອນຢູ່ສະເໝີ. ເຮົາບໍ່ເຄີຍຮຽກຮ້ອງ ໂດຍເວົ້າວ່າ “ເຮົາມີສະຖານະພິເສດ ແລະ ອັດຕະລັກພິເສດ. ພວກເຈົ້າສາມາດໃຫ້ການປະຕິບັດທີ່ພິເສດແກ່ເຮົາໄດ້ບໍ?” ຢ່າງໜຶ່ງກໍຄື ເຮົາບໍ່ປຶກສາໃຜເພື່ອຊອກຫາຊ່ອງທາງປະເພດນີ້. ອີກຢ່າງໜຶ່ງກໍຄື ເຮົາບໍ່ເຄີຍອະທິຖານຕໍ່ພຣະເຈົ້າໃນສະຫວັນ ໂດຍເວົ້າວ່າ “ພຣະເຈົ້າ, ພຣະອົງສາມາດສະແດງໝາຍສຳຄັນ ແລະ ການອັດສະຈັນໃຫ້ແກ່ເຮົາ ເພື່ອເຮັດໃຫ້ເລື່ອງນີ້ສຳເລັດໃນທັນທີໄດ້ບໍ, ເພື່ອທີ່ເຮົາຈະບໍ່ຕ້ອງປະຕິບັດຕາມຂັ້ນຕອນເຫຼົ່ານີ້ຄືກັບທີ່ມະນຸດເຮັດ?” ເຮົາບໍ່ເຄີຍອະທິຖານແບບນີ້; ກົງກັນຂ້າມ ເຮົາຈັດການເລື່ອງຕ່າງໆຕາມຂັ້ນຕອນ ໂດຍປະພຶດຕົນຕາມກົດລະບຽບ. ແນ່ນອນວ່າ ເມື່ອຈັດການເລື່ອງເຫຼົ່ານີ້, ເຮົາກໍຈະປະເຊີນກັບສະຖານະການພິເສດບາງຢ່າງເຊັ່ນກັນ. ສະຖານະການພິເສດຕ້ອງການການຈັດການເປັນພິເສດ. ຖ້າຈຳເປັນຕ້ອງຈ່າຍຄ່າທຳນຽມ, ເຮົາກໍຈ່າຍ. ຖ້າເຮົາຈຳເປັນຕ້ອງລໍຖ້າ, ເຮົາກໍລໍຖ້າ. ຖ້າເຮົາຈຳເປັນຕ້ອງຂໍບາງສິ່ງບາງຢ່າງ ຫຼື ຂໍການຢືນຢັນຈາກລັດຖະບານອີກຄັ້ງ, ແລ້ວເຮົາກໍຂໍ ແລະ ຂໍການຢືນຢັນອີກຄັ້ງ. ເຮົາຈະປະຕິບັດຕາມຂັ້ນຕອນຢ່າງເຂັ້ມງວດຕາມກົດໝາຍ ແລະ ລະບຽບການຢ່າງແນ່ນອນ ແລະ ຈະບໍ່ຂ້າມໜ້າຂ້າມຕາໃຜ. ບໍ່ວ່າເຮົາຈະຊື້ເຄື່ອງຢູ່ຊຸບເປີມາເກັດ ຫຼື ຈັດການເລື່ອງຕ່າງໆຢູ່ໜ່ວຍງານຂອງລັດຖະບານກໍຕາມ, ຖ້າຜູ້ຄົນກຳລັງຕໍ່ແຖວ, ເຮົາກໍຕໍ່ແຖວກັບພວກເຂົາ. ເມື່ອຮອດຜຽນຂອງເຮົາ, ເຮົາກໍກ້າວໄປຂ້າງໜ້າທັນທີ. ບໍ່ວ່າພວກເຂົາຈະຂໍໃຫ້ເຮົາເຮັດຫຍັງກໍຕາມ, ເຮົາກໍເຮັດມັນ ໂດຍປະພຶດຕົນຕາມກົດລະບຽບຕາມຂໍ້ກຳນົດຂອງພວກເຂົາ. ນີ້ຄືວິທີທີ່ເຮົາປະພຶດຕົນ. ເມື່ອປະເຊີນກັບສິ່ງຕ່າງໆໃນຊີວິດ, ນີ້ຄືວິທີທີ່ເຮົາປະຕິບັດ ແລະ ມີປະສົບການກັບພວກມັນ. ເຖິງແມ່ນວ່າມີບາງຊ່ວງເວລາພິເສດທີ່ເຮົາຈະຕ້ອງທົນທຸກກັບຄວາມຄັບແຄ້ນໃຈບາງຢ່າງ, ມັນກໍບໍ່ເຄີຍສົ່ງຜົນກະທົບຕໍ່ຫຼັກຄວາມເຊື່ອຂອງເຮົາທີ່ວ່າ “ການປະພຶດຕົນຕາມກົດລະບຽບ ແລະ ການເຮັດສິ່ງຕ່າງໆຕາມໜ້າທີ່”. ເຮົາຍັງຄົງເຮັດໃນສິ່ງທີ່ເຮົາຄວນເຮັດ. ໂດຍສະເພາະຕົວເຮົາເອງນັ້ນເບິ່ງຄືຄົນອາຊີ, ມີຮູບຮ່າງນ້ອຍ ແລະ ມີໜ້າຕາທຳມະດາ, ບໍ່ເວົ້າສຽງດັງ ແລະ ເບິ່ງຄືຄົນສາມັນ ແລະ ທໍາມະດາສຳລັບຜູ້ຄົນ, ບໍ່ໂດດເດັ່ນໃນຝູງຊົນ ແລະ ບໍ່ດຶງດູດຄວາມສົນໃຈຂອງໃຜເລີຍ. ດັ່ງນັ້ນ, ເມື່ອຈັດການເລື່ອງຕ່າງໆໃນສະພາບແວດລ້ອມພິເສດບາງຢ່າງ, ເຮົາຈຶ່ງພົບກັບການເລືອກປະຕິບັດໃນລະດັບຕ່າງໆ ຫຼື ໄດ້ຮັບ “ການປະຕິບັດທີ່ພິເສດ” ໃນລະດັບຕ່າງໆ. ຖ້າພວກເຈົ້າປະເຊີນກັບສິ່ງເຫຼົ່ານີ້, ພວກເຈົ້າຈະເຮັດແນວໃດ? ພວກເຈົ້າຈະຖຽງກັບຄົນເຫຼົ່ານັ້ນ, ຍື່ນຄຳຮ້ອງຮຽນຕໍ່ພວກເຂົາ ຫຼື ອະທິຖານຕໍ່ພຣະເຈົ້າເພື່ອສາບແຊ່ງພວກເຂົາບໍ? ພວກເຈົ້າຈະເລືອກໃຊ້ວິທີໃດ? (ຖ້າສະຖານະການເໝາະສົມ, ຂ້ານ້ອຍອາດຈະໂຕ້ຖຽງກັບພວກເຂົາ). ແລ້ວພວກເຈົ້າຈະອະທິຖານໃນໃຈເພື່ອສາບແຊ່ງພວກເຂົາບໍ? (ຂ້ານ້ອຍຈະບໍ່ເຮັດເຖິງຂະໜາດນັ້ນ, ແຕ່ຂ້ານ້ອຍຈະໃຈຮ້າຍພໍສົມຄວນຢູ່ທາງໃນ). ເມື່ອເຈົ້າໄດ້ຮັບການປະຕິບັດທີ່ແຕກຕ່າງ ຫຼື ຖືກເລືອກປະຕິບັດ, ເຈົ້າຄວນປ່ອຍຜ່ານໄປກ່ອນ. ສຳລັບເຮົາແລ້ວ, ເຮົາບໍ່ອະທິຖານເພື່ອສາບແຊ່ງພວກເຂົາ ແລະ ເຮົາກໍບໍ່ໂຕ້ຖຽງ ຫຼື ໂຕ້ແຍ້ງກັບພວກເຂົາ. ໃນທາງກົງກັນຂ້າມ ເຮົາປ່ອຍຜ່ານໄປກ່ອນ ແລະ ຮັບມືກັບພວກມັນຢ່າງຖືກຕ້ອງ. ເຮົາຈະຮູ້ສຶກບໍ່ສະບາຍໃຈເລັກນ້ອຍໃນໃຈຂອງເຮົາ, ແຕ່ຫຼັງຈາກຜ່ານໄປສອງສາມມື້ ເຮົາກໍຈະບໍ່ເປັນຫຍັງ; ເຮົາຈະຍອມຮັບມັນໄດ້. ເຖິງແມ່ນວ່າເຈົ້າຈະຕ້ອງທົນຮັບການດູຖູກກຽດສັກສີ ແລະ ຄວາມສຸດຈະລິດຂອງເຈົ້າ, ເຈົ້າກໍບໍ່ສາມາດສະແດງຄວາມມຸທະລຸອອກມາໄດ້; ເຈົ້າບໍ່ສາມາດຈັດການກັບສິ່ງຕ່າງໆດ້ວຍວິທີທີ່ມຸທະລຸໄດ້. ແລ້ວເຈົ້າຄວນຈັດການກັບພວກມັນແນວໃດ? ຖ້າຄົນໃດຄົນໜຶ່ງເລືອກປະຕິບັດຕໍ່ເຈົ້າ ຫຼື ດູຖູກເຈົ້າ, ເຈົ້າກໍຄວນປະຕິບັດຕໍ່ພວກເຂົາດ້ວຍຄວາມອົດທົນ, ຢູ່ໃຫ້ຫ່າງຈາກພວກເຂົາ ແລະ ບໍ່ສະແດງຄວາມມຸທະລຸອອກມາ; ແລ້ວພວກເຂົາກໍຈະບໍ່ສາມາດເຮັດຫຍັງເຈົ້າໄດ້. ພຽງແຕ່ຖືວ່າການເສຍປຽບເລັກນ້ອຍໃນຄັ້ງນີ້ເປັນບົດຮຽນ. ຖ້າເຮົາປະເຊີນກັບເລື່ອງປະເພດນີ້, ເນື່ອງຈາກຄວາມສົມເຫດສົມຜົນ ແລະ ສະຕິຮູ້ຜິດຊອບຂອງຄວາມເປັນມະນຸດທີ່ປົກກະຕິຂອງເຮົາ, ເຮົາກໍຈະຮູ້ສຶກເຈັບປວດ ແລະ ເຮົາກໍຈະຮູ້ສຶກວ່າຄວາມສຸດຈະລິດ ແລະ ກຽດສັກສີຂອງເຮົາຖືກທຳຮ້າຍເຊັ່ນກັນ. ເຮົາຈະຮູ້ສຶກບໍ່ສະບາຍໃຈ ແລະ ເຈັບປວດຢູ່ພາຍໃນ. ແຕ່ເຮົາຈະບໍ່ຮູ້ສຶກວ່າຖືກປະຕິບັດຢ່າງບໍ່ເປັນທຳຢ່າງເດັດຂາດພຽງເພາະວ່າເຮົາມີອັດຕະລັກພິເສດ ແລະ ສະຖານະພິເສດ, ແຮງໄກທີ່ເຮົາຈະກຽດຊັງ ຫຼື ສາບແຊ່ງຜູ້ທີ່ເລືອກປະຕິບັດກັບເຮົາ. ຍິ່ງເຮົາອາຍຸຫຼາຍສໍ່າໃດ, ເຮົາກໍຍິ່ງຮູ້ສຶກວ່າສິ່ງເຫຼົ່ານີ້ເປັນເລື່ອງທີ່ປົກກະຕິທີ່ສຸດ. ເມື່ອດຳລົງຊີວິດຢູ່ໃນໂລກມະນຸດນີ້, ໃນທ່າມກາງມະນຸດຊາດທີ່ເສື່ອມຊາມແບບນີ້, ສິ່ງເຫຼົ່ານີ້ເປັນເລື່ອງທີ່ປົກກະຕິຫຼາຍ. ເຮົາຮູ້ສຶກແບບນີ້ບໍ່ແມ່ນຍ້ອນວ່າເຮົາລຶ້ງເຄີຍກັບສິ່ງດັ່ງກ່າວ ແລະ ເລີ່ມມຶນຊາກັບພວກມັນແລ້ວ, ແຕ່ເປັນຍ້ອນວ່າຜູ້ຄົນລ້ວນແລ້ວແຕ່ເປັນມະນຸດທີ່ເສື່ອມຊາມ. ການເລືອກປະຕິບັດຂອງພວກເຂົາບໍ່ໄດ້ແນເປົ້າໃສ່ເຈົ້າເປັນການສ່ວນຕົວ; ກົງກັນຂ້າມ ມະນຸດຊາດທັງໝົດກໍເປັນແບບນີ້. ເຈົ້າເຫັນບໍວ່າ ໃນສະຫະລັດອາເມຣິກາ ເຊິ່ງເປັນປະເທດທີ່ມີຜູ້ອົບພະຍົບຫຼາຍເຊື້ອຊາດ, ຜູ້ຄົນທຸກເຊື້ອຊາດຈະເວົ້າວ່າພວກເຂົາໄດ້ຮັບການເລືອກປະຕິບັດ; ແມ່ນແຕ່ຄົນຜິວຂາວກໍຈະອ້າງແບບນີ້. ຜູ້ຄົນຈະພົບກັບການເລືອກປະຕິບັດໃນໂອກາດທີ່ແຕກຕ່າງກັນ, ໃນສະພາບແວດລ້ອມທີ່ແຕກຕ່າງກັນ ແລະ ໃນທ່າມກາງກຸ່ມຄົນທີ່ແຕກຕ່າງກັນ. ບາງຄັ້ງມັນກໍເປັນການເລືອກປະຕິບັດຈາກເຊື້ອຊາດອື່ນ ແລະ ບາງຄັ້ງຄົນເຮົາກໍປະເຊີນກັບການເລືອກປະຕິບັດ ຫຼື ການປະຕິບັດທີ່ບໍ່ເປັນທຳບາງຢ່າງຈາກເຊື້ອຊາດຂອງຕົນເອງເຊັ່ນກັນ. ສິ່ງທີ່ເຈົ້າຖືວ່າເປັນການເລືອກປະຕິບັດອາດຈະເປັນພຽງວິທີການຈັດການກັບສິ່ງຕ່າງໆທີ່ພົບເຫັນໄດ້ທົ່ວໄປທີ່ສຸດ ເມື່ອເວົ້າເຖິງວິທີທີ່ມະນຸດທີ່ເສື່ອມຊາມປະຕິບັດຕໍ່ກັນ. ມະນຸດຊາດນີ້ກໍເປັນແບບນີ້ແຫຼະ, ສະນັ້ນ ຢ່າຈິງຈັງກັບສິ່ງດັ່ງກ່າວຫຼາຍເກີນໄປ. ມັນເປັນເລື່ອງປົກກະຕິທີ່ຈະໃຈຮ້າຍ, ແຕ່ເຈົ້າຄວນເບິ່ງທະລຸເລື່ອງເຫຼົ່ານີ້ໂດຍໄວ ແລ້ວກໍປ່ອຍພວກມັນໄປ. ຢ່າຮັບມືກັບພວກມັນດ້ວຍວິທີທີ່ມຸທະລຸ. ຢ່າຄິດທີ່ຈະແກ້ແຄ້ນໃຜ ຫຼື ອະທິຖານເພື່ອສາບແຊ່ງໃຜ. ຢ່າຮູ້ສຶກວ່າເຈົ້າບໍ່ແມ່ນຄົນທຳມະດາ. ເຈົ້າເປັນຄົນທຳມະດາ ແລະ ນັ້ນຄືວິທີທີ່ຄົນອື່ນປະຕິບັດຕໍ່ເຈົ້າ. ຖ້າພວກເຂົາເຫັນວ່າເຈົ້າເປັນຄົນທີ່ຖືກລັງແກໄດ້ງ່າຍ, ພວກເຂົາກໍຈະລັງແກເຈົ້າ. ນີ້ບໍ່ແມ່ນເລື່ອງທີ່ປົກກະຕິທີ່ສຸດບໍ? ຢ່າເພິ່ງພາຄວາມຄິດຫຼົງຜິດ ແລະ ຈິນຕະນາການເພື່ອຄິດວ່າ “ຂ້ອຍບໍ່ແມ່ນຄົນທຳມະດາ. ຂ້ອຍມີຄຸນຄ່າສູງ ແລະ ມີສະຖານະທີ່ສູງສົ່ງ. ຂ້ອຍຈະອະທິຖານເພື່ອສາບແຊ່ງໃຜກໍຕາມທີ່ລັງແກຂ້ອຍ. ຖ້າຂ້ອຍບອກເຈົ້າວ່າໃຜໜູນຫຼັງຂ້ອຍຢູ່, ມັນຈະເຮັດໃຫ້ເຈົ້າຢ້ານຈົນຫົວຫົດເລີຍ. ເມື່ອຂ້ອຍມີອຳນາດໃນອະນາຄົດ, ຂ້ອຍຈະເຮັດໃຫ້ເຈົ້າຄຸເຂົ່າ ແລະ ຂໍຄວາມເມດຕາ ແລະ ຂ້ອຍຈະເຮັດໃຫ້ເຈົ້າກົ້ມຫົວຄືກັບໄກ່ຕອດເຂົ້າສານ”. ເຮົາບໍ່ເຄີຍມີຄວາມຄິດແບບນັ້ນເລີຍ. ມີການເລືອກປະຕິບັດຢູ່ທຸກຫົນທຸກແຫ່ງໃນໂລກ. ການເລືອກປະຕິບັດຂອງຜູ້ຄົນບໍ່ໄດ້ແນເປົ້າໃສ່ເຈົ້າພຽງຄົນດຽວ. ໂລກນີ້ເອງກໍເຕັມໄປດ້ວຍຄວາມບໍ່ຍຸຕິທຳ, ການເລືອກປະຕິບັດ, ຄວາມຊົ່ວຊ້າທຸກປະເພດ ແລະ ການເຮັດຄວາມຊົ່ວທຸກປະເພດ. ເມື່ອເຮົາປະເຊີນກັບສິ່ງດັ່ງກ່າວ, ຍ້ອນວ່າເຮົາບໍ່ໄດ້ປະຕິບັດຕໍ່ຕົວເຮົາເອງວ່າເປັນບຸກຄົນພິເສດປະເພດໃດໜຶ່ງ, ມັນຈຶ່ງງ່າຍຫຼາຍສຳລັບເຮົາທີ່ຈະປ່ອຍສິ່ງເຫຼົ່ານີ້ໄປ. ນີ້ບໍ່ແມ່ນການປະຕິບັດຕາມຫຼັກຄວາມເຊື່ອຂອງການປະພຶດຕົນຕາມກົດລະບຽບ ແລະ ການເຮັດສິ່ງຕ່າງໆຕາມໜ້າທີ່ເຊັ່ນກັນບໍ? (ແມ່ນແລ້ວ).

ໃນຊີວິດຂອງພຣະອົງ, ພຣະເຈົ້າທີ່ບັງເກີດເປັນເນື້ອໜັງມີປະຕິສຳພັນ ແລະ ຕິດຕໍ່ພົວພັນກັບຜູ້ຄົນຢ່າງຫຼີກລ່ຽງບໍ່ໄດ້, ລວມທັງອ້າຍເອື້ອຍນ້ອງບາງຄົນທີ່ເຊື່ອໃນພຣະເຈົ້າ ພ້ອມທັງຜູ້ບໍ່ມີຄວາມເຊື່ອບາງຄົນ. ເມື່ອມີປະຕິສຳພັນກັບອ້າຍເອື້ອຍນ້ອງທີ່ເຊື່ອໃນພຣະເຈົ້າ, ແນ່ນອນວ່າພຣະອົງກໍມີຫຼັກການບາງຢ່າງສຳລັບການປະພຶດຕົນ ແລະ ການຈັດການກັບສິ່ງຕ່າງໆໃນດ້ານຄວາມເປັນມະນຸດເຊັ່ນກັນ. ເຖິງແມ່ນວ່າພຣະອົງຈະບໍ່ປະຕິບັດຕາມກົດເກນຂອງມາລະຍາດ ແລະ ການຕອບແທນກັນໄປມາ ແລະ ວິຖີທາງຂອງໂລກຢ່າງເຄັ່ງຄັດກໍຕາມ, ໃນດ້ານການຕອບແທນນ້ຳໃຈ ພຣະອົງພະຍາຍາມທີ່ຈະບໍ່ເອົາປຽບຄົນອື່ນ ຫຼື ສະແຫວງຫາສິດທິພິເສດໃຫ້ແກ່ພຣະອົງເອງ. ເມື່ອອ້າຍເອື້ອຍນ້ອງບາງຄົນໃຊ້ເຫື່ອແຮງ ແລະ ເວລາຂອງພວກເຂົາເພື່ອຈັດການເລື່ອງສ່ວນຕົວໃຫ້ເຮົາ, ເຮົາກໍຈະຫາໂອກາດເພື່ອມອບຂອງຂວັນເລັກນ້ອຍໃຫ້ພວກເຂົາ, ໄປຢ້ຽມຢາມພວກເຂົາ, ລ້ຽງອາຫານພວກເຂົາ ຫຼື ເຮັດສິ່ງອື່ນໆ. ນີ້ບໍ່ແມ່ນການໃຫ້ສິນບົນ; ນີ້ຄືມາລະຍາດ ແລະ ການຕອບແທນກັນໄປມາ ແລະ ບໍ່ແມ່ນການເອົາປຽບຄົນອື່ນ. ສຳລັບອ້າຍເອື້ອຍນ້ອງທີ່ເຮົາບໍ່ເຄີຍມີການຕິດຕໍ່ພົວພັນເປັນການສ່ວນຕົວນຳ, ເຮົາບໍ່ເຄີຍມອບຂອງຂວັນໃຫ້ຜູ້ໃດໃນພວກເຂົາຍ້ອນວ່າພວກເຂົາມີສະຖານະ ຫຼື ໄດ້ສ້າງຜົນງານໃນເຮືອນຂອງພຣະເຈົ້າ ແລະ ເຮົາກໍບໍ່ເຄີຍມອບສິ່ງຂອງ ຫຼື ການປະຕິບັດແບບພິເສດໃຫ້ຜູ້ໃດໃນພວກເຂົາຍ້ອນວ່າເຮົາໃຫ້ຄຸນຄ່າແກ່ພວກເຂົາ ຫຼື ມີຄວາມສຳພັນທີ່ດີກັບພວກເຂົາ. ສິ່ງເຫຼົ່ານີ້ບໍ່ເຄີຍເກີດຂຶ້ນເລີຍ. ສະຫຼຸບແລ້ວ ເມື່ອຕິດຕໍ່ພົວພັນ ແລະ ມີປະຕິສຳພັນກັບຜູ້ຄົນ, ເຮົາພະຍາຍາມທີ່ຈະບໍ່ເອົາປຽບພວກເຂົາ ຫຼື ສະແຫວງຫາສິດທິພິເສດໃຫ້ແກ່ຕົວເຮົາເອງ. ອັດຕະລັກພິເສດຂອງເຮົາຈະບໍ່ເຮັດໃຫ້ເຮົາຄິດວ່າ “ບໍ່ວ່າເຮົາຈະໃຊ້ເຈົ້າແນວໃດກໍເໝາະສົມທັງນັ້ນ ແລະ ເຈົ້າຄວນຍອມຮັບມັນ; ນັ້ນຄືການຍົກຍ້ອງເຈົ້າ”. ເຮົາຈະບໍ່ຄິດແບບນີ້. ຖ້າເຈົ້າຈັດການເລື່ອງສ່ວນຕົວບາງເລື່ອງໃຫ້ເຮົາ ເຊິ່ງເປັນເລື່ອງທີ່ນອກເໜືອຈາກວຽກງານຂອງຄຣິສຕະຈັກ, ແລ້ວເຮົາກໍຈະຈື່ນ້ຳໃຈນີ້ ແລະ ຕອບແທນເຈົ້າ. ບົນພື້ນຖານນີ້ ເຮົາຈະມີການຕອບແທນນ້ຳໃຈກັບເຈົ້າ. ຍິ່ງບໍ່ຈຳເປັນຕ້ອງເວົ້າເຖິງຕອນເປັນຜູ້ບໍ່ມີຄວາມເຊື່ອເລີຍ, ຖ້າຜູ້ບໍ່ມີຄວາມເຊື່ອໄດ້ຈັດການບາງສິ່ງໃຫ້ເຮົາ ແລະ ໄດ້ໃຊ້ຈ່າຍເງິນຈຳນວນໜຶ່ງ, ຢ່າງໜຶ່ງກໍຄື ເຮົາຈະເຮັດໃຫ້ແນ່ໃຈວ່າຈະບໍ່ຕິດໜີ້ພວກເຂົາທາງດ້ານການເງິນ. ເຮົາຈະບໍ່ປ່ອຍໃຫ້ພວກເຂົາອອກເງິນຂອງພວກເຂົາເອງ. ເຮົາຈະໃຫ້ເງິນພວກເຂົາຫຼາຍສໍ່າທີ່ຈຳເປັນ. ນອກຈາກນີ້ ໃນການຈັດການເລື່ອງນີ້ໃຫ້ເຮົາ ພວກເຂົາໄດ້ທົນລຳບາກຫຼາຍ, ໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍ ແລະ ແລ່ນໄປແລ່ນມາເພື່ອດຳເນີນການຫຼາຍຢ່າງ, ສະນັ້ນ ເຮົາຕ້ອງມອບຂອງຂວັນໃຫ້ພວກເຂົາຕາມມາລະຍາດ, ໃຫ້ຄ່າຊົດເຊີຍບາງຢ່າງເພື່ອຕອບແທນນ້ຳໃຈ ແລະ ບໍ່ເອົາປຽບພວກເຂົາ. ພວກເຂົາເຮັດວຽກນີ້ ແລະ ຫາລ້ຽງຊີບຈາກມັນ; ເຮົາບໍ່ສາມາດປ່ອຍໃຫ້ພວກເຂົາເສຍປຽບ ຫຼື ອອກເງິນຂອງພວກເຂົາເອງຍ້ອນວ່າພວກເຂົາຈັດການບາງສິ່ງໃຫ້ເຮົາ. ນັ້ນຈະເປັນສິ່ງທີ່ບໍ່ເໝາະສົມ. ສະນັ້ນ ເຮົາຈຶ່ງບໍ່ສະແຫວງຫາສິດທິພິເສດໃຫ້ແກ່ຕົວເຮົາເອງໃນເລື່ອງດັ່ງກ່າວ. ແນ່ນອນວ່າ ນີ້ບໍ່ແມ່ນການປະຕິບັດຕາມກົດເກນຂອງສັງຄົມ; ມັນພຽງແຕ່ເປັນການທີ່ຄົນໆໜຶ່ງຕ້ອງຍຶດໝັ້ນໃນວິຖີທາງພື້ນຖານທີ່ສຸດຂອງໂລກ ພ້ອມທັງມາລະຍາດ ແລະ ການຕອບແທນກັນໄປມາ; ບໍ່ສາມາດມີຂໍ້ຍົກເວັ້ນໃນເລື່ອງນີ້ໄດ້ເລີຍ. ຖ້າເຈົ້າຂໍໃຫ້ຄົນໃດໜຶ່ງຈັດການເລື່ອງໃດໜຶ່ງ ແລະ ບໍ່ຈ່າຍເງິນໃຫ້ພວກເຂົາ ແລະ ພະຍາຍາມທີ່ຈະເອົາປຽບພວກເຂົາຢູ່ສະເໝີ, ນີ້ຄືການສະແດງອອກເຖິງການບໍ່ມີຄວາມສຸດຈະລິດ. ຫຼັກການຂອງເຮົາໃນເລື່ອງເຫຼົ່ານີ້ແມ່ນຫຍັງ? ຖ້າເຈົ້າຕ້ອງການເຮັດບາງສິ່ງໃຫ້ສຳເລັດ ແລະ ແຜນການທີ່ພວກເຂົາສະໜອງໃຫ້ນັ້ນເໝາະສົມ ແລະ ເຈົ້າສາມາດຈ່າຍຕາມລາຄາຂອງພວກເຂົາໄດ້, ແລ້ວກໍເຮັດມັນໄປເລີຍ. ຖ້າເຈົ້າບໍ່ສາມາດຈ່າຍໄດ້, ກໍຢ່າເຮັດ; ຊອກຫາຄົນທີ່ໃຫ້ລາຄາຖືກກວ່າເພື່ອເຮັດມັນ. ເຮັດສະເພາະສິ່ງທີ່ເຈົ້າສາມາດຈ່າຍໄດ້ເທົ່ານັ້ນ. ຢ່າເຮັດເກີນຄວາມສາມາດຂອງເຈົ້າ ແລະ ຢ່າຄິດເຖິງວິທີທີ່ເຈົ້າຈະສາມາດເອົາປຽບຄົນອື່ນໄດ້. ຖ້າເຈົ້າບໍ່ມີກຳລັງຊັບເພື່ອຈັດການເລື່ອງນັ້ນ, ກໍໃຫ້ໄປຢືມເງິນ, ກູ້ເງິນ ຫຼື ລໍຖ້າຈົນກວ່າເຈົ້າຈະຫາເງິນໄດ້ພຽງພໍເພື່ອເຮັດມັນໃຫ້ສຳເລັດ. ສະຫຼຸບແລ້ວ ໃຫ້ຄິດຫາວິທີດ້ວຍຕົວເຈົ້າເອງ; ເຈົ້າບໍ່ສາມາດເອົາປຽບຄົນອື່ນໄດ້. ຖ້ານີ້ຄືອາຊີບຂອງພວກເຂົາ, ແລ້ວເມື່ອພວກເຂົາຈັດການບາງສິ່ງໃຫ້ເຈົ້າ, ເຈົ້າກໍຄວນຮັກສາສັນຍາຂອງເຈົ້າ ແລະ ຈ່າຍເງິນໃຫ້ພວກເຂົາ. ນີ້ເປັນເລື່ອງທຳມະຊາດ ແລະ ທ່ຽງທຳໂດຍສົມບູນ. ການບໍ່ເອົາປຽບຄົນອື່ນ, ການບໍ່ຫຼອກລວງຄົນອື່ນ, ການບໍ່ຕິດໜີ້ຄົນອື່ນ, ການບໍ່ເຮັດຕົວໜ້າດ້ານ ແລະ ການບໍ່ຕິດໜີ້ສິນ, ສິ່ງນີ້ເອີ້ນວ່າການປະພຶດຕົນຕາມກົດເກນ. ເມື່ອເຈົ້າພົບກັບຄວາມຫຍຸ້ງຍາກ, ຢ່າລະບາຍຄວາມທຸກຂອງເຈົ້າໃຫ້ຄົນອື່ນຟັງ; ເມື່ອເຈົ້າຍາກຈົນ, ຢ່າເອົາປຽບຄົນອື່ນ; ເມື່ອເຈົ້າຮັ່ງມີ, ຢ່າໂອ້ອວດຄວາມຮັ່ງມີຂອງເຈົ້າ ແລະ ຢ່າວາງທ່າພຽງເພາະອັດຕະລັກ ແລະ ສະຖານະຂອງເຈົ້າ. ນີ້ຄືຫຼັກຄວາມເຊື່ອຂອງເຮົາສຳລັບການມີປະຕິບັດສຳພັນກັບຜູ້ຄົນ ແລະ ການຈັດການເລື່ອງຕ່າງໆ. ຕົວຢ່າງ: ບາງຄັ້ງເຮົາກໍຈະຊອກຫາຄົນມາຈັດການບາງສິ່ງໃຫ້ເຮົາ. ສົມມຸດວ່າໂດຍປົກກະຕິແລ້ວເລື່ອງນີ້ຈະມີຄ່າໃຊ້ຈ່າຍພຽງແຕ່ໜຶ່ງພັນໂດລາ, ແຕ່ພວກເຂົາຕ້ອງການຫ້າພັນ. ເຖິງແມ່ນວ່າເຮົາຈະສາມາດຈ່າຍໄດ້, ເຮົາກໍຈະບໍ່ຍອມຮັບການຖືກໂກງແບບນີ້. ເຮົາໃຊ້ຈ່າຍຫຼາຍສໍ່າຕາມປົກກະຕິທີ່ຈຳເປັນຕ້ອງໃຊ້ເພື່ອເຮັດສິ່ງນີ້ໃຫ້ສຳເລັດ ແລະ ເຮົາບໍ່ຕໍ່ລອງລາຄາກັບຜູ້ຄົນ. ຖ້າເຮົາບໍ່ສາມາດຈ່າຍໄດ້, ເຮົາກໍຈະຊອກຫາຄົນທີ່ໃຫ້ລາຄາຖືກກວ່າ. ເຮົາຈະບໍ່ເຮັດຕົວໜ້າດ້ານຢ່າງເດັດຂາດ ແລະ ເຮົາກໍຈະບໍ່ອ້າງວ່າທຸກຍາກເພື່ອໃຫ້ພວກເຂົາຫຼຸດລາຄາລົງ; ເຮົາບໍ່ເຄີຍເວົ້າສິ່ງດັ່ງກ່າວ. ເຮົາໃຫ້ເງິນຫຼາຍສໍ່າທີ່ຈຳເປັນເພື່ອຈັດການເລື່ອງນີ້, ໂດຍຈ່າຍຕາມລາຄາຕະຫຼາດ ແລະ ປະຕິບັດຕາມກົດເກນ. ເຮົາກໍເປັນຄົນເຂັ້ມງວດເຊັ່ນນີ້. ຄົນຮັ່ງມີບາງຄົນມັກຈະເຮັດຕົວໂດດເດັ່ນ ແລະ ຍິ່ງຈອງຫອງເປັນພິເສດ. ພວກເຂົານຸ່ງເຄື່ອງແບຣນເນມ, ໃສ່ແຫວນເພັດ ແລະ ສາຍຄໍ, ປະດັບປະດາຕົນເອງຕັ້ງແຕ່ຫົວຮອດຕີນດ້ວຍເຄື່ອງປະດັບທີ່ເຫຼື້ອມແວວວາວ. ຍິ່ງໄປກວ່ານັ້ນ ພວກເຂົາໃສ່ເກີບສົ້ນສູງບໍ່ວ່າພວກເຂົາຈະໄປໃສກໍຕາມ ແລະ ໂດຍທົ່ວໄປແລ້ວຈະຫຼີກລ່ຽງການຍ່າງເທິງພົມ, ໂດຍຄິດວ່າມັນບໍ່ໂດດເດັ່ນພໍຖ້າບໍ່ມີສຽງ, ພວກເຂົາຈຶ່ງຕັ້ງໃຈຍ່າງເທິງພື້ນຫິນອ່ອນ ຫຼື ພື້ນໄມ້ ເພື່ອໃຫ້ຜູ້ຄົນສັງເກດເຫັນການມາຮອດຂອງພວກເຂົາ. ພວກເຂົາເຖິງກັບບໍ່ຖອດແວ່ນຕາກັນແດດແບຣນເນມຂອງພວກເຂົາອອກເມື່ອເຂົ້າໄປໃນຫ້ອງ ແລະ ພວກເຂົາກວາດສາຍຕາເບິ່ງຫ້ອງຈາກປະຕູເພື່ອເບິ່ງວ່າມີໃຜຢູ່ບ່ອນນັ້ນແດ່, ຄືກັບຈະເວົ້າວ່າ “ເຈົ້າເຫັນບໍວ່າລາຊິນີມາຮອດແລ້ວ?” ບໍ່ວ່າພວກເຂົາຈະໄປໃສກໍຕາມ, ກ່ອນອື່ນ ພວກເຂົາຕ້ອງວາງທ່າກ່ອນ. ຖ້າເຮົາໃສ່ແວ່ນຕາກັນແດດເມື່ອເຮົາອອກໄປຂ້າງນອກໃນລະດູຮ້ອນ, ເຮົາກໍຈະຟ້າວເກັບພວກມັນໃສ່ໃນກະເປົາຂອງເຮົາເມື່ອເຮົາມາຮອດຈຸດໝາຍປາຍທາງຂອງເຮົາແລ້ວ, ເພື່ອບໍ່ໃຫ້ຜູ້ຄົນເຫັນເຮົາໃສ່ແວ່ນຕາກັນແດດ ແລະ ຄິດວ່າເຮົາກຳລັງວາງທ່າ, ເຊິ່ງອາດຈະເຮັດໃຫ້ເກີດຄວາມເຂົ້າໃຈຜິດໄດ້. ເກີບສ່ວນໃຫຍ່ທີ່ເຮົາໃສ່ມີພື້ນຢາງ ຫຼື ໂຟມ ແລະ ເຮົາພະຍາຍາມທີ່ຈະບໍ່ເຮັດໃຫ້ເກີດສຽງດັງເມື່ອຍ່າງ. ເມື່ອເຮົາໄປບ່ອນໃດບ່ອນໜຶ່ງເພື່ອຈັດການເລື່ອງຕ່າງໆ, ຖ້າເຮົາຈຳເປັນຕ້ອງກົດກະດິ່ງປະຕູ, ເຮົາກໍກົດ. ຖ້າເຮົາບໍ່ຈຳເປັນຕ້ອງກົດກະດິ່ງປະຕູ, ແລ້ວເມື່ອເຮົາເຂົ້າໄປຂ້າງໃນ, ກ່ອນອື່ນ ເຮົາກໍຈະບອກພະນັກງານຕ້ອນຮັບວ່າເຮົາມີນັດກັບຄົນນັ້ນຄົນນີ້ໃນເວລາໃດໜຶ່ງ ແລະ ຈາກນັ້ນກໍນັ່ງລໍຖ້າຢູ່ບ່ອນນັ້ນ. ເຮົາເຫັນບາງຄົນນັ່ງ ແລະ ເບິ່ງໂທລະສັບຂອງພວກເຂົາເມື່ອພວກເຂົາບໍ່ມີຫຍັງເຮັດ. ພວກເຂົານັ່ງໄຂວ່ຫ້າງ, ພວກເຂົາສະບັດຜົມທີ່ດັດມາ ແລະ ພວກເຂົາມີກະເປົາແບຣນເນມຢູ່ຂ້າງໆ, ພວກເຂົາຊ່າງໂອ້ອວດແທ້ໆ. ບໍ່ວ່າເຮົາຈະໄປໃສກໍຕາມ, ເຮົາກໍຈະເຮັດຕົວບໍ່ໃຫ້ໂດດເດັ່ນເປັນພິເສດ. ເຮົາຊອກຫາມຸມໜຶ່ງເພື່ອນັ່ງ, ກອດກະເປົາຂອງເຮົາໄວ້ແນບເອິກ ເພື່ອປ້ອງກັນບໍ່ໃຫ້ຄົນບໍ່ດີຍາດເອົາໄປ. ເຮົາລະມັດລະວັງ ແລະ ເຮັດຕົວບໍ່ໃຫ້ໂດດເດັ່ນ. ເມື່ອຮອດຜຽນຂອງເຮົາ, ເຮົາກໍຟ້າວໄປຈັດການເລື່ອງນັ້ນໂດຍບໍ່ຊັກຊ້າ, ພະຍາຍາມດຶງດູດຄວາມສົນໃຈໃຫ້ໜ້ອຍທີ່ສຸດເທົ່າທີ່ຈະໜ້ອຍໄດ້. ເຮົາປະຕິບັດຕາມກົດເກນເມື່ອຈັດການສິ່ງຕ່າງໆ ແລະ ບໍ່ຕິດໜີ້ບຸນຄຸນຜູ້ຄົນ. ບໍ່ວ່າເຮົາຈະໄປໃສກໍຕາມ, ເຮົາກໍຄວບຄຸມການເຄື່ອນໄຫວຂອງເຮົາ; ເຮົາບໍ່ຕ້ອງການດຶງດູດຄວາມສົນໃຈຂອງໃຜກໍຕາມ. ນັ້ນກໍຄື ບໍ່ວ່າເຮົາຈະໄປຈັດການບາງສິ່ງຢູ່ໃສກໍຕາມ, ເຮົາກໍເຄື່ອນໄຫວຢ່າງງຽບໆ, ບໍ່ເຄີຍສົ່ງສຽງດັງຈົນເຮັດໃຫ້ຄົນອື່ນຮູ້ເຖິງການມີຕົວຕົນຂອງເຮົາ. ເມື່ອມີປະຕິສຳພັນກັບຜູ້ບໍ່ມີຄວາມເຊື່ອ, ຖ້າໂດຍປົກກະຕິແລ້ວພວກເຂົາມີກົດລະບຽບສະເພາະບາງຢ່າງສຳລັບການຈັດການສິ່ງຕ່າງໆ, ແລ້ວເຮົາກໍປະຕິບັດຕາມກົດເກນເຫຼົ່ານັ້ນ. ຕົວຢ່າງ: ກົດເກນໃນອຸດສາຫະກຳນັ້ນໆກໍຄື ຫຼັງຈາກທີ່ຄົນໃດໜຶ່ງຈັດການເລື່ອງໃດໜຶ່ງໃຫ້ເຈົ້າແລ້ວ, ເຈົ້າຕ້ອງລ້ຽງອາຫານພວກເຂົາ. ໂດຍອີງຕາມລາຄາການເຮັດທຸລະກຳຂອງພວກເຮົາ, ໂດຍທົ່ວໄປແລ້ວອາຫານຄວນມີລາຄາປະມານສິບຫ້າໂດລາ, ສະນັ້ນ ເຮົາຈຶ່ງລ້ຽງອາຫານພວກເຂົາໃນລາຄາປະມານນັ້ນ. ບາງຄົນເວົ້າວ່າ “ໃນເມື່ອພຣະອົງລ້ຽງອາຫານພວກເຂົາແລ້ວ, ກໍຈ່າຍເງິນເພີ່ມອີກໜ້ອຍໜຶ່ງເພື່ອໂອ້ອວດແດ່”. ບໍ່ຈຳເປັນຕ້ອງເຮັດແນວນັ້ນ. ບໍ່ວ່າກົດເກນຂອງພວກເຂົາຈະເປັນແນວໃດກໍຕາມ, ພວກເຮົາກໍປະຕິບັດຕາມກົດເກນເຫຼົ່ານັ້ນ. ຢ່າເຮັດເກີນຂອບເຂດ ແລະ ຢ່າສິ້ນເປືອງເງິນພຽງເພື່ອໂອ້ອວດ. ໃນປະເທດຕາເວັນຕົກ ເມື່ອຂໍໃຫ້ຄົນໃດໜຶ່ງຈັດການບາງສິ່ງໃຫ້ເຈົ້າ ຫຼື ຈ້າງພະນັກງານລາຍຊົ່ວໂມງ ຫຼື ກຳມະກອນ ແລະ ອື່ນໆທີ່ຄ້າຍຄືກັນ, ມັນເປັນທຳນຽມທີ່ຈະໃຫ້ເງິນທິບ. ບາງອຸດສາຫະກຳມີກົດເກນກ່ຽວກັບຈຳນວນເງິນທິບ, ໃນຂະນະທີ່ບາງອຸດສາຫະກຳກໍບໍ່ມີ. ສຳລັບອຸດສາຫະກຳທີ່ບໍ່ມີກົດເກນດັ່ງກ່າວ, ໂດຍເວລາສ່ວນໃຫຍ່ແລ້ວ ຍ້ອນຄວາມສຸພາບ ແລະ ຄວາມເຄົາລົບຕໍ່ພະນັກງານ, ເຮົາກໍຈະໃຫ້ເງິນທິບທີ່ສົມເຫດສົມຜົນໂດຍອີງໃສ່ອັດຕາຄ່າຈ້າງ, ຄຸນນະພາບວຽກງານ ແລະ ທັດສະນະຄະຕິຂອງພວກເຂົາ. ຖ້າພວກເຂົາເຮັດວຽກໄດ້ດີ, ເຮົາກໍຈະໃຫ້ເງິນພວກເຂົາເພີ່ມອີກຫ້າໂດລາ; ຖ້າພວກເຂົາເຮັດວຽກໄດ້ໃນລະດັບປານກາງ ແລະ ເຮົາບໍ່ຕ້ອງການໃຊ້ບໍລິການຂອງພວກເຂົາອີກໃນອະນາຄົດ, ເຮົາກໍຈະບໍ່ໃຫ້ເງິນພວກເຂົາເພີ່ມ, ແຕ່ເຮົາກໍຈະບໍ່ໃຫ້ເງິນພວກເຂົາໜ້ອຍກວ່າສິ່ງທີ່ພວກເຂົາສົມຄວນໄດ້ຮັບ. ສຳລັບການໃຫ້ເງິນທິບ, ເຮົາບໍ່ໄດ້ປະຕິບັດຕໍ່ຕົວເຮົາເອງຄືກັບວ່າເຮົາເປັນມະຫາເສດຖີ ແລະ ຕັ້ງໃຈໂອ້ອວດຄວາມຮັ່ງມີຂອງເຮົາ, ໂດຍດຶງເງິນສົດອອກມາເປັນກຳມື ແລະ ໃຫ້ຄົນໃດໜຶ່ງໂດຍບໍ່ນັບມັນ. ເຮົາບໍ່ເຄີຍເຮັດສິ່ງດັ່ງກ່າວ. ໃນທາງກົງກັນຂ້າມ ກ່ອນທີ່ພວກເຂົາຈະເລີ່ມເຮັດວຽກ, ເຮົາຈະກຽມເງິນໄວ້ລ່ວງໜ້າໂດຍອີງໃສ່ອັດຕາຄ່າຈ້າງຂອງພວກເຂົາ ແລະ ໃຫ້ພວກເຂົາເມື່ອພວກເຂົາກັບໄປ. ຄົນສ່ວນໃຫຍ່ກໍຂ້ອນຂ້າງພໍໃຈກັບສິ່ງນີ້. ສິ່ງນີ້ຍັງສາມາດຖືວ່າເປັນກົດເກນສຳລັບການຈັດການເລື່ອງຕ່າງໆໃນປະເທດຕາເວັນຕົກເຊັ່ນກັນ. ໃນເມື່ອມັນເປັນກົດເກນ, ພວກເຮົາກໍຕ້ອງປະຕິບັດຕາມມັນ ແລະ ບໍ່ລະເມີດມັນ. ຖ້າເຈົ້າຫາກໍມາໃໝ່ໃນສະຖານທີ່ໃດໜຶ່ງ ແລະ ບໍ່ເຂົ້າໃຈກົດເກນ, ມັນກໍຈະເປັນການດີທີ່ສຸດສຳລັບເຈົ້າທີ່ຈະຮຽນຮູ້ກົດເກນເຫຼົ່ານັ້ນ. ຫຼັງຈາກທີ່ເຈົ້າເຂົ້າໃຈພວກມັນແລ້ວ, ກໍຢ່າທຳທ່າໂງ່; ຈົ່ງພະຍາຍາມຢ່າງສຸດຄວາມສາມາດເພື່ອຈັດການເລື່ອງຕ່າງໆຕາມກົດເກນ. ແນ່ນອນວ່າ ມັນບໍ່ແມ່ນວ່າເຮົາຢ້ານຜູ້ຄົນຈະຕັດສິນເຮົາລັບຫຼັງ ຫຼື ເວົ້າວ່າເຮົາບໍ່ປະພຶດຕົນຕາມກົດເກນ, ມັນບໍ່ແມ່ນຍ້ອນຄວາມຢ້ານກົວຕໍ່ສິ່ງເຫຼົ່ານີ້. ໃນທາງກົງກັນຂ້າມ ເຮົາຮູ້ສຶກວ່ານີ້ຄືວິທີທີ່ຄວນເຮັດ; ມັນເປັນສິ່ງທີ່ເຮົາສົມຄວນເຮັດ. ບາງຄົນເວົ້າວ່າ “ຖ້າພຣະອົງຈ່າຍເງິນໃຫ້ພວກເຂົາໜ້ອຍລົງສິບໂດລາ, ບໍ່ແມ່ນວ່າພຣະອົງກໍຈະມີເງິນພຽງພໍສຳລັບອາຫານອີກຄາບໜຶ່ງບໍ?” ເຈົ້າບໍ່ສາມາດເບິ່ງມັນແບບນັ້ນໄດ້. ນັ້ນຄືສິ່ງທີ່ພວກເຂົາສົມຄວນໄດ້ຮັບ. ຖ້າເຈົ້າໃຫ້ເງິນພວກເຂົາໜ້ອຍລົງສິບໂດລາ, ມັນກໍເທົ່າກັບການເອົາເງິນສິບໂດລາໄປຈາກພວກເຂົາ. ການໃຊ້ເງິນທີ່ເຈົ້າເອົາມາຈາກຄົນອື່ນເພື່ອຄ່າໃຊ້ຈ່າຍຂອງເຈົ້າເອງເປັນສິ່ງທີ່ໄຮ້ຈິດສຳນຶກ. ການເຮັດສິ່ງທີ່ຂັດກັບສະຕິຮູ້ຜິດຊອບຂອງເຈົ້າບໍ່ສອດຄ່ອງກັບຄວາມເປັນມະນຸດ; ມັນຂາດຄວາມເປັນມະນຸດ. ຖ້າເຈົ້າພະຍາຍາມຈ່າຍເງິນໃຫ້ພວກເຂົາໜ້ອຍລົງແບບນັ້ນ, ແລ້ວເຈົ້າກໍບໍ່ໄດ້ກຳລັງປະພຶດຕົນຕາມກົດເກນ. ການປະພຶດຕົນຕາມກົດເກນໝາຍຄວາມວ່າ ຢ່າງໜ້ອຍທີ່ສຸດກໍຄືການກະທຳຢ່າງເປັນທຳ ແລະ ຊື່ສັດກົງໄປກົງມາ. ສົມມຸດວ່າເຈົ້າຢູ່ໃນອຸດສາຫະກຳການບໍລິການ ແລະ ຈຳເປັນຕ້ອງເພິ່ງພາເງິນທິບເພື່ອຫາລ້ຽງຊີບ. ຖ້າຄົນໃດໜຶ່ງບໍ່ໃຫ້ເງິນທິບແກ່ເຈົ້າ, ໂດຍເອົາປຽບເຈົ້າ, ເຈົ້າຈະຮູ້ສຶກແນວໃດ? ມັນກໍເປັນຕັກກະດຽວກັນ. ການບໍ່ໃຫ້ເງິນທິບອາດຈະບໍ່ຜິດກົດໝາຍໃນອຸດສາຫະກຳໃດໜຶ່ງ ແລະ ຈະບໍ່ມີໃຜມາເອົາຜິດເຈົ້າຍ້ອນເລື່ອງນັ້ນ, ແຕ່ເຈົ້າສາມາດເຮັດໃຫ້ມັນສອດຄ່ອງກັບສະຕິຮູ້ສຶກຜິດຊອບຂອງເຈົ້າບໍ? ຖ້າເຈົ້າບໍ່ສາມາດເຮັດໃຫ້ມັນສອດຄ່ອງກັບສະຕິຮູ້ສຶກຜິດຊອບຂອງເຈົ້າ, ແລ້ວເຈົ້າກໍຕິດໜີ້ສະຕິຮູ້ສຶກຜິດຊອບຂອງເຈົ້າ. ຖ້າເຈົ້າຕິດໜີ້ແບບນີ້ຫຼາຍເກີນໄປໃນຊີວິດນີ້, ເມື່ອໃດເຈົ້າຈຶ່ງຈະສາມາດຊົດໃຊ້ພວກມັນໄດ້? ເຈົ້າບໍ່ສາມາດປະພຶດຕົນແບບນີ້ໄດ້. ບາງທີເຈົ້າອາດຈະເອົາປຽບຄົນໃດໜຶ່ງເລັກນ້ອຍໂດຍການບໍ່ໃຫ້ເງິນທິບແກ່ພວກເຂົາ, ແຕ່ເຈົ້າບໍ່ຮູ້ສຶກເຖິງການກ່າວໂທດຈາກສະຕິຮູ້ສຶກຜິດຊອບຂອງເຈົ້າບໍ? ຖ້າເຈົ້າບໍ່ຮູ້ສຶກເຊັ່ນນັ້ນແທ້ໆ, ແລ້ວກໍມີບັນຫາກັບເຈົ້າຢ່າງແທ້ຈິງ. ຖ້າເຈົ້າພະຍາຍາມເອົາປຽບຄົນໃດໜຶ່ງໃນເລື່ອງເລັກນ້ອຍແບບນີ້, ເຈົ້າອາດຈະສາມາດເຮັດສິ່ງທີ່ຮ້າຍແຮງກວ່ານີ້ໄດ້ແມ່ນບໍ? ດ້ວຍຄວາມຄິດແບບນັ້ນ, ເຈົ້າຍັງສາມາດປະຕິບັດຄວາມຈິງໄດ້ຢູ່ບໍ?

ທຸກຄົນອາດຈະປະເຊີນກັບຕົວຢ່າງເຫຼົ່ານີ້ທີ່ພວກເຮົາໄດ້ໂອ້ລົມກັນກ່ຽວກັບການປະພຶດຕົນຕາມກົດເກນໃນລະຫວ່າງການດຳລົງຊີວິດ ແລະ ການຢູ່ລອດຂອງພວກເຂົາ. ສຳລັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ການດຳລົງຊີວິດຢູ່ທ່າມກາງມະນຸດຊາດນີ້, ສິ່ງເຫຼົ່ານີ້ກໍເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້ ແລະ ເປັນສິ່ງທີ່ພຣະອົງຕ້ອງປະເຊີນເຊັ່ນກັນ. ເມື່ອເຮັດສິ່ງເຫຼົ່ານີ້ ໂດຍລວມແລ້ວ ພຣະເຈົ້າທີ່ບັງເກີດເປັນເນື້ອໜັງປະຕິບັດຕາມຫຼັກຄວາມເຊື່ອ ແລະ ຫຼັກການຂອງການປະພຶດຕົນຕາມກົດເກນ ແລະ ເຮັດສິ່ງຕ່າງໆຕາມໜ້າທີ່ຢ່າງເຂັ້ມງວດ. ຕົວເຮົາເອງກໍເຮັດແບບນີ້ຢ່າງແທ້ຈິງ. ແນ່ນອນວ່າ ເມື່ອການມີປະຕິສຳພັນຂອງເຮົາກັບພວກເຈົ້າກ່ຽວຂ້ອງກັບວຽກງານຂອງຄຣິສຕະຈັກ ຫຼື ຊີວິດສ່ວນຕົວຂອງພວກເຈົ້າ, ຖ້າພວກເຈົ້າຂໍໃຫ້ເຮົາໂອ້ລົມກັບພວກເຈົ້າ ຫຼື ປຶກສາເຮົາກ່ຽວກັບວິທີຈັດການກັບບັນຫາໃດໜຶ່ງ, ເຮົາກໍຈະໂອ້ລົມກັບພວກເຈົ້າຕາມຫຼັກຄວາມເຊື່ອໃນການປະພຶດຕົນຂອງເຮົາຢ່າງເຂັ້ມງວດ. ບໍ່ວ່າພວກເຈົ້າຈະຍອມຮັບສິ່ງເຫຼົ່ານັ້ນ ຫຼື ບໍ່ກໍຕາມ, ມຸມມອງຂອງເຮົາ ພ້ອມທັງວິທີການ ແລະ ຫຼັກການທີ່ເຮົາໃຊ້ໃນການປະພຶດຕົນກໍຍັງຄົງບໍ່ປ່ຽນແປງ. ເຮົາຈະບໍ່ສອນພວກເຈົ້າໃຫ້ສວຍໂອກາດຈາກຊ່ອງໂຫວ່ທາງກົດໝາຍເພື່ອເອົາປຽບຄົນອື່ນຢ່າງເດັດຂາດ; ການເຮັດເຊັ່ນນັ້ນເປັນສິ່ງທີ່ບໍ່ເໝາະສົມຢ່າງຍິ່ງ. ບໍ່ວ່າຈະມີຫຍັງເກີດຂຶ້ນກໍຕາມ, ກ່ອນອື່ນ ເຮົາຈະໃຫ້ພວກເຈົ້າຄິດໃຫ້ອອກຢ່າງຊັດເຈນວ່າ ເລື່ອງນັ້ນກ່ຽວຂ້ອງກັບກົດໝາຍ, ນະໂຍບາຍ ຫຼື ລະບຽບການຂອງອຸດສາຫະກຳໃດໜຶ່ງ ຫຼື ບໍ່. ຖ້າມັນກ່ຽວຂ້ອງກັບສິ່ງເຫຼົ່ານີ້, ເຮົາກໍຈະບອກໃຫ້ພວກເຈົ້າປຶກສາເຈົ້າໜ້າທີ່ລັດຖະບານ, ປຶກສາທະນາຍຄວາມ ຫຼື ຄົ້ນຫາກົດເກນທີ່ກ່ຽວຂ້ອງທາງອິນເຕີເນັດ. ຖ້າມັນກ່ຽວຂ້ອງກັບບັນຫາທາງດ້ານການເງິນ, ແລ້ວພວກເຈົ້າກໍຄວນປຶກສານັກບັນຊີ. ພວກເຈົ້າຕ້ອງປະຕິບັດດ້ວຍວິທີນີ້ ບໍ່ວ່າພວກເຈົ້າຈະຢູ່ໃນປະເທດໃດກໍຕາມ. ນີ້ຄືວິທີທີ່ເຮົາເຮັດສິ່ງຕ່າງໆ ແລະ ເຮົາຈະບໍ່ສົ່ງເສີມໃຫ້ເຈົ້າລະເມີດຫຼັກຄວາມເຊື່ອເຫຼົ່ານີ້ຢ່າງເດັດຂາດ. ກົງກັນຂ້າມ, ເຮົາຮຽກຮ້ອງໃຫ້ເຈົ້າປະຕິບັດຕາມກົດໝາຍ ແລະ ລະບຽບການຂອງແຕ່ລະປະເທດຢ່າງເຂັ້ມງວດ, ລວມທັງກົດເກນ ແລະ ຂໍ້ກຳນົດຂອງສະຖານທີ່ສາທາລະນະ ຫຼື ອຸດສາຫະກຳໃດໜຶ່ງ. ຖ້າເຈົ້າບໍ່ຮູ້ກ່ຽວກັບເລື່ອງເຫຼົ່ານີ້, ເຈົ້າກໍຕ້ອງລິເລີ່ມທີ່ຈະຮຽນຮູ້ກ່ຽວກັບພວກມັນ ແລະ ປຶກສາຫາລືກັບຜູ້ຄົນກ່ຽວກັບພວກມັນ. ຖ້າເຈົ້າຮູ້ກ່ຽວກັບເລື່ອງເຫຼົ່ານີ້, ເຈົ້າກໍຕ້ອງພະຍາຍາມຢ່າງສຸດຄວາມສາມາດເພື່ອປະຕິບັດຕາມພວກມັນ. ບໍ່ວ່າກົດເກນຈະກ່າວໄວ້ແນວໃດກໍຕາມ, ນັ້ນກໍຄືວິທີທີ່ພວກເຮົາຄວນເຮັດສິ່ງຕ່າງໆ. ເຖິງແມ່ນວ່າບາງຄັ້ງກົດເກນ ຫຼື ກົດໝາຍຂອງປະເທດຈະສົ່ງຜົນກະທົບຕໍ່ເວລາທີ່ເຈົ້າໃຊ້ໃນການປະຕິບັດໜ້າທີ່ຂອງເຈົ້າ ຫຼື ສົ່ງຜົນກະທົບຕໍ່ບາງເລື່ອງທີ່ກ່ຽວຂ້ອງກັບໜ້າທີ່ຂອງເຈົ້າກໍຕາມ, ເຈົ້າກໍຍັງຕ້ອງປະຕິບັດຕາມພວກມັນ. ເຈົ້າສາມາດຄິດຫາວິທີປັບເວລາທີ່ເຈົ້າປະຕິບັດໜ້າທີ່ຂອງເຈົ້າ ຫຼື ສະພາບແວດລ້ອມທີ່ເຈົ້າປະຕິບັດໜ້າທີ່ ເພື່ອຫຼີກລ່ຽງການຂັດແຍ້ງກັບກົດໝາຍ ແລະ ລະບຽບການຂອງປະເທດ ແລະ ເພື່ອຫຼີກລ່ຽງການມີສ່ວນຮ່ວມໃນພຶດຕິກຳ ຫຼື ການກໍ່ໃຫ້ເກີດເຫດການທີ່ລະເມີດກົດໝາຍ ແລະ ລະບຽບການຂອງປະເທດອີກດ້ວຍ. ການເຮັດສິ່ງຕ່າງໆດ້ວຍວິທີນີ້ເໝາະສົມບໍ? (ແມ່ນແລ້ວ). ນີ້ແມ່ນໃນດ້ານໜຶ່ງ. ໃນອີກດ້ານໜຶ່ງ, ບໍ່ວ່າຈະເປັນກົດໝາຍ ແລະ ລະບຽບການຂອງປະເທດໃດກໍຕາມ ແລະ ບໍ່ວ່າພວກມັນຈະສົມເຫດສົມຜົນ ຫຼື ບໍ່ສົມເຫດສົມຜົນກໍຕາມ, ຕາບໃດທີ່ລັດຖະບານໄດ້ກຳນົດໄວ້ຢ່າງຊັດເຈນ ແລະ ຕາບໃດທີ່ພວກມັນປາກົດຢູ່ໃນຂອບເຂດຊີວິດ ແລະ ການມີຢູ່ຂອງເຮົາ, ເຮົາກໍປະຕິບັດຕາມ ແລະ ຍຶດຖືຕາມພວກມັນໃຫ້ຫຼາຍທີ່ສຸດເທົ່າທີ່ເຮົາຈະເຮັດໄດ້. ເຮົາຈະບໍ່ສະແດງຄວາມຄິດເຫັນ ຫຼື ວິພາກວິຈານດ້ານໃດໆຂອງກົດໝາຍ ແລະ ລະບຽບການຂອງລັດຖະບານທີ່ບໍ່ສົມເຫດສົມຜົນ ຫຼື ບໍ່ເປັນປະໂຫຍດຕໍ່ຜູ້ຄົນຢ່າງເດັດຂາດ ໃນທາງກົງກັນຂ້າມ ເຮົາປະຕິບັດຕາມກົດເກນໃດກໍຕາມທີ່ລັດຖະບານກຳນົດໄວ້. ແນ່ນອນວ່າ ເມື່ອເຮົາເວົ້າເຖິງການປະຕິບັດຕາມກົດໝາຍ ແລະ ລະບຽບການຂອງລັດຖະບານ, ສິ່ງນີ້ບໍ່ໄດ້ລວມເຖິງກົດໝາຍທີ່ຕໍ່ຕ້ານຄວາມເຊື່ອທາງສາສະໜາ ຫຼື ກົດໝາຍທີ່ປະຕິເສດ ແລະ ຕໍ່ຕ້ານພຣະເຈົ້າ. ແຕ່ມັນໝາຍເຖິງກົດໝາຍ ແລະ ລະບຽບການທີ່ປົກປ້ອງສິດທິຂອງພົນລະເມືອງ, ຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ສົ່ງເສີມຄວາມຍຸຕິທຳ. ສິ່ງເຫຼົ່ານີ້ຄືສິ່ງທີ່ຜູ້ຄົນຄວນປະຕິບັດຕາມ. ບໍ່ວ່າຜູ້ຄົນຈະມີຄວາມຄິດແນວໃດໃນໃຈຂອງພວກເຂົາກໍຕາມ, ການປະຕິບັດຕາມກົດໝາຍ ແລະ ລະບຽບການຕ້ອງມາກ່ອນ. ຄົນໆໜຶ່ງຄວນເຄົາລົບກົດໝາຍຂອງປະເທດ ແລະ ເຄົາລົບກົດເກນ ແລະ ຂໍ້ກຳນົດຂອງອຸດສາຫະກຳໃດໜຶ່ງ. ຖ້າເຈົ້າບໍ່ສາມາດປັບຕົວເຂົ້າກັບພວກມັນໄດ້ ຫຼື ເຈົ້າບໍ່ມັກພວກມັນ, ເຈົ້າກໍສາມາດຫຼີກລ່ຽງອຸດສາຫະກຳນີ້ໄດ້ ຫຼື ເຈົ້າສາມາດອອກຈາກປະເທດໄດ້. ແຕ່ຖ້າເວົ້າຕາມເຫດຜົນແລ້ວ, ຖ້າເຈົ້າອາໄສຢູ່ໃນປະເທດໃດໜຶ່ງ ຫຼື ເຈົ້າມີການພົວພັນກັບຜູ້ຄົນໃນອຸດສາຫະກຳໃດໜຶ່ງ, ເຈົ້າກໍຄວນປະຕິບັດຕາມກົດໝາຍຂອງປະເທດ, ປະຕິບັດຕາມຂໍ້ກຳນົດ ແລະ ຄຳສັ່ງຂອງອຸດສາຫະກຳ ຫຼື ຂອງໂອກາດ ແລະ ສະພາບແວດລ້ອມພິເສດບາງຢ່າງ ແລະ ແມ່ນແຕ່ປະຕິບັດຕາມບັນທັດຖານທາງສິນທຳບາງຢ່າງ. ເຮົາພະຍາຍາມປະຕິບັດຕາມກົດໝາຍ, ລະບຽບການ ແລະ ຂໍ້ກຳນົດຂອງມະນຸດຊາດ, ປະຕິບັດຕາມກົດເກນ ແລະ ຄຳສັ່ງພິເສດບາງຢ່າງໃນສະຖານທີ່ສາທາລະນະ ແລະ ປະຕິບັດຕາມບັນທັດຖານທາງສິນທຳ ແລະ ພຶດຕິກຳພື້ນຖານຂອງຄວາມເປັນມະນຸດຢ່າງເຂັ້ມງວດ. ເຮົາບໍ່ເຄີຍໂອ້ອວດອັດຕະລັກ ແລະ ສະຖານະພິເສດຂອງເຮົາ ແລະ ເຮົາກໍບໍ່ເຄີຍຝ່າຝືນກົດໝາຍ, ລະບຽບການ, ຄຳສັ່ງ, ຂໍ້ກຳນົດ ແລະ ສິ່ງອື່ນໆທີ່ຄ້າຍຄືກັນ. ເຮົາບໍ່ທ້າທາຍພວກມັນ ຫຼື ຕັ້ງໃຈລະເມີດພວກມັນ ແລະ ເຮັດຕາມໃຈເຮົາເອງ; ໃນທາງກົງກັນຂ້າມ ເຮົາປະຕິບັດຕາມພວກມັນຢ່າງເຂັ້ມງວດ. ເບື້ອງຫຼັງການປະຕິບັດຕາມຢ່າງເຂັ້ມງວດຂອງເຮົານີ້ຄືການເຄົາລົບຕໍ່ກົດໝາຍ, ລະບຽບການ, ຂໍ້ກຳນົດ ແລະ ກົດເກນຂອງພວກເຂົາ. ນີ້ຍັງເປັນຫຼັກການທີ່ຄົນເຮົາປະຕິບັດ ແລະ ປະຕິບັດຕາມຢ່າງແທ້ຈິງ ເມື່ອປະພຶດຕົນຕາມກົດເກນ ແລະ ເຮັດສິ່ງຕ່າງໆຕາມໜ້າທີ່. ບາງທີບາງຄົນບໍ່ເຂົ້າໃຈວ່າທັດສະນະຄະຕິຂອງເຮົາຕໍ່ສິ່ງເຫຼົ່ານີ້ແມ່ນຫຍັງ; ພວກເຂົາອາດຈະມີຄວາມຄິດບາງຢ່າງທີ່ບໍ່ສອດຄ່ອງກັບຄວາມເປັນຈິງໃນໃຈຂອງພວກເຂົາ ຫຼື ມີຄວາມຄິດຫຼົງຜິດ ແລະ ຈິນຕະນາການທີ່ວ່າງເປົ່າບາງຢ່າງກ່ຽວກັບຫຼັກການ ແລະ ຫຼັກຄວາມເຊື່ອຂອງເຮົາສຳລັບການເຮັດສິ່ງດັ່ງກ່າວ. ຜ່ານການໂອ້ລົມແບບນີ້ ພວກເຈົ້າພົບວ່າມີສິ່ງໃດທີ່ວ່າງເປົ່າຢູ່ບ່ອນນີ້ບໍ? (ບໍ່). ການເວົ້າວ່າບໍ່ມີຫຍັງທີ່ວ່າງເປົ່າໝາຍຄວາມວ່າ ທັດສະນະຄະຕິຂອງເຮົາຕໍ່ສິ່ງເຫຼົ່ານີ້ຄືການປະຕິບັດຕໍ່ພວກມັນຢ່າງສົມເຫດສົມຜົນຈາກມຸມມອງຂອງຄວາມເປັນມະນຸດ. ເຮົາບໍ່ໄດ້ວາງຕົວຢູ່ໃນຕຳແໜ່ງທີ່ເໜືອກວ່າ, ເຮົາບໍ່ໄດ້ຢືນຢູ່ຈາກມຸມມອງຂອງສະຫວັນຊັ້ນສາມ ແລະ ເຮົາບໍ່ໄດ້ປະຕິບັດຕໍ່ສິ່ງເຫຼົ່ານີ້ຈາກສະຖານະພິເສດຂອງການມີອັດຕະລັກຂອງພຣະເຈົ້າ. ໃນທາງກົງກັນຂ້າມ ເຮົາປະຕິບັດຕໍ່ພວກມັນດ້ວຍວິທີທີ່ເປັນມະນຸດຫຼາຍຈາກມຸມມອງທີ່ສົມເຫດສົມຜົນ. ເຮົາບໍ່ເຄີຍໂອ້ອວດອັດຕະລັກຂອງເຮົາໃນຖານະພຣະເຈົ້າທີ່ບັງເກີດເປັນເນື້ອໜັງໃນວິທີທີ່ເຮົາປະຕິບັດຕໍ່ສິ່ງເຫຼົ່ານີ້ ແລະ ເຮົາກໍບໍ່ເຄີຍອາໄສອັດຕະລັກນີ້ເພື່ອເບິ່ງພວກມັນໃນລັກສະນະທີ່ດູຖູກ. ເຮົາບໍ່ເຄີຍທ້າທາຍສິ່ງເຫຼົ່ານີ້ ແລະ ເຮົາບໍ່ໄດ້ຂັດຂວາງກົດໝາຍ ແລະ ລະບຽບການຂອງປະເທດ ຫຼື ກົດເກນຂອງອຸດສາຫະກຳໃດໜຶ່ງ. ໃນທາງກົງກັນຂ້າມ ເຮົາປະຕິບັດຕາມກົດໝາຍ, ລະບຽບການ, ຂໍ້ກຳນົດ ແລະ ສິ່ງອື່ນໆທີ່ຄ້າຍຄືກັນເຫຼົ່ານີ້ຢ່າງເຂັ້ມງວດດ້ວຍຄວາມເຊື່ອຟັງ ແລະ ເຮັດຕາມໜ້າທີ່. ສິ່ງທີ່ສຳພັນກັບຊີວິດຈິງຍິ່ງໄປກວ່ານັ້ນກໍຄື ເມື່ອເວົ້າເຖິງການມີປະຕິສຳພັນກັບຜູ້ຄົນ, ເຮົາຍັງປະຕິບັດຕາມຫຼັກການທີ່ເປັນມະນຸດຫຼາຍເຊັ່ນກັນ.

ພວກເຮົາໄດ້ໂອ້ລົມກັນກ່ຽວກັບການສະແດງອອກບາງຢ່າງຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງໃນການປະພຶດຕົນຕາມກົດເກນ. ສິ່ງເຫຼົ່ານີ້ອາດຈະເປັນສິ່ງທີ່ພວກເຈົ້າບໍ່ເຄີຍຄິດເຖິງ ຫຼື ເປັນສິ່ງທີ່ພວກເຈົ້າບໍ່ເຄີຍເອົາຈິງເອົາຈັງ; ພວກເຈົ້າອາດຈະມີແນວຄວາມຄິດທີ່ວ່າງເປົ່າຫຼາຍກ່ຽວກັບສິ່ງເຫຼົ່ານີ້ ຫຼື ເມື່ອພວກເຈົ້າເຫັນ, ຕິດຕໍ່ພົວພັນ ຫຼື ໄດ້ຍິນກ່ຽວກັບສິ່ງເຫຼົ່ານີ້, ພວກເຈົ້າອາດຈະບໍ່ສົນໃຈພວກມັນເລີຍ. ເຖິງຢ່າງໃດກໍຕາມ ສິ່ງເຫຼົ່ານີ້ເປັນການສະທ້ອນເຖິງຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງ ພ້ອມທັງຄວາມຖ່ອມຕົວ ແລະ ຄວາມເຊື່ອງຊ້ອນ ທີ່ສະແດງອອກໂດຍພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ນອກຈາກນີ້ ພວກມັນຍັງເປັນການສະແດງອອກທີ່ປົກກະຕິ ແລະ ສຳພັນກັບຊີວິດຈິງທີ່ສຸດຂອງການປະພຶດຕົນຂອງພຣະອົງ ເມື່ອພຣະວິນຍານຂອງພຣະເຈົ້າສວມໃສ່ເນື້ອໜັງ ແລະ ມາຢູ່ທ່າມກາງຜູ້ຄົນ. ຜ່ານການສະແດງອອກເຫຼົ່ານີ້, ຜູ້ຄົນສາມາດເຂົ້າໃຈໄດ້ດີຂຶ້ນວ່າພຣະເຈົ້າໃນສະຫວັນເບິ່ງ, ປະຕິບັດ ແລະ ຈັດການກັບບັນຫາການປະພຶດຕົນ ແລະ ການກາຍເປັນສະມາຊິກຂອງມະນຸດຊາດແນວໃດ. ຫຼັກຄວາມເຊື່ອ ແລະ ຫຼັກການໃນການປະພຶດຕົນເຫຼົ່ານີ້ເຮັດໃຫ້ຜູ້ຄົນເຫັນ ແລະ ຮູ້ວ່າພຣະເຈົ້າບໍ່ໄດ້ເຮັດສິ່ງໃດໃນລັກສະນະທີ່ວ່າງເປົ່າ, ພຣະອົງເຮັດທຸກສິ່ງຢ່າງສຳພັນກັບຊີວິດຈິງ ແລະ ພຣະອົງປະຕິບັດຕາມຫຼັກການໃນວິທີທີ່ສຳພັນກັບຊີວິດຈິງ, ໂດຍປະຕິບັດຕາມກົດໝາຍ ແລະ ລະບຽບການຂອງມະນຸດຊາດ ແລະ ປະຕິບັດຕາມກົດເກນຂອງຂົງເຂດຕ່າງໆໃນສັງຄົມມະນຸດ. ໃນຂະນະທີ່ປະຕິບັດຕາມກົດໝາຍ ແລະ ລະບຽບການເຫຼົ່ານີ້, ພຣະເຈົ້າທີ່ບັງເກີດເປັນເນື້ອໜັງກໍຍັງຕ້ອງປະຕິບັດພັນທະກິດຂອງພຣະອົງ ແລະ ເຮັດວຽກງານທີ່ພຣະອົງຕັ້ງໃຈຈະເຮັດອີກດ້ວຍ. ບໍ່ວ່າຈະເປັນການໃຊ້ຊີວິດຕາມຄວາມເປັນມະນຸດທີ່ປົກກະຕິຂອງພຣະອົງ ຫຼື ການເຮັດວຽກງານແຫ່ງຄວາມເປັນພຣະເຈົ້າຂອງພຣະອົງກໍຕາມ, ບໍ່ມີສິ່ງໃດໃນສອງສິ່ງນີ້ທີ່ຂັດແຍ້ງ ຫຼື ກົງກັນຂ້າມກັບອີກສິ່ງໜຶ່ງ. ຫຼັກຄວາມເຊື່ອ ແລະ ຫຼັກການໃນການປະພຶດຕົນທີ່ພຣະເຈົ້າສະແດງອອກໃນຊີວິດມະນຸດທີ່ປົກກະຕິຂອງພຣະອົງ ໄດ້ສະແດງໃຫ້ເຫັນເຖິງຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ນີ້ແມ່ນດ້ານໜຶ່ງ. ອີກດ້ານໜຶ່ງກໍຄື ພຣະອົງໃຊ້ຊີວິດຕາມຄວາມເປັນມະນຸດທີ່ປົກກະຕິ ເຊິ່ງຄອບຄອງສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ ທີ່ພຣະວິນຍານຂອງພຣະເຈົ້າຄວນມີໃນການກາຍມາເປັນມະນຸດ ຫຼື ການສວມໃສ່ເນື້ອໜັງໃນທ່າມກາງຜູ້ຄົນ. ເຖິງແມ່ນວ່າການໃຊ້ຊີວິດຕາມນີ້ເບິ່ງຄືວ່າບໍ່ກ່ຽວຂ້ອງກັບພັນທະກິດທີ່ປະຕິບັດໂດຍພຣະເຈົ້າທີ່ບັງເກີດເປັນເນື້ອໜັງໃນຄວາມເປັນພຣະເຈົ້າຂອງພຣະອົງໃນຫຼາຍໆຄັ້ງກໍຕາມ, ຫຼັກຄວາມເຊື່ອ ແລະ ຫຼັກການທີ່ການໃຊ້ຊີວິດຕາມໃນຄວາມເປັນມະນຸດຂອງພຣະເຈົ້າປະຕິບັດຕາມນັ້ນແມ່ນຄືກັນກັບແກ່ນແທ້ຂອງຄວາມຈິງ, ອຸປະນິໄສຂອງພຣະເຈົ້າ ແລະ ຂໍ້ກຳນົດຂອງພຣະອົງສຳລັບມະນຸດຊາດທີ່ສະແດງອອກໃນວຽກງານແຫ່ງອັນສັກສິດຂອງພຣະອົງ. ຫຼັກການໃນການປະພຶດຕົນທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງປະຕິບັດຕາມໃນຊີວິດມະນຸດຂອງພຣະອົງກໍຄື ການປະພຶດຕົນຕາມກົດເກນ ແລະ ການເຮັດສິ່ງຕ່າງໆຕາມໜ້າທີ່. ແລ້ວຫຼັກການຂອງວຽກງານທີ່ພຣະອົງປະຕິບັດຕາມເມື່ອເຮັດວຽກງານຂອງພຣະອົງໃນຄວາມເປັນພຣະເຈົ້າກໍຄືກັນໂດຍພື້ນຖານ, ພຣະອົງປະພຶດຕົນຕາມກົດເກນ ແລະ ເຮັດສິ່ງຕ່າງໆຕາມໜ້າທີ່; ຫຼັກການເຫຼົ່ານີ້ບໍ່ປ່ຽນແປງ. ສະນັ້ນ ສຳລັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງແລ້ວ, ຄວາມເປັນມະນຸດ ແລະ ຄວາມເປັນພຣະເຈົ້າຂອງພຣະອົງບໍ່ເຄີຍແຍກອອກຈາກກັນ. ພວກມັນລວມເຂົ້າກັນຢ່າງສົມບູນ. ຄວາມເປັນພຣະເຈົ້າຂອງພຣະອົງສາມາດສະແດງອອກຜ່ານຄວາມເປັນມະນຸດຂອງພຣະອົງ ແລະ ຄວາມເປັນມະນຸດຂອງພຣະອົງກໍເປັນການສະແດງອອກເຖິງສ່ວນໜຶ່ງຂອງຄວາມເປັນພຣະເຈົ້າຂອງພຣະອົງ. ສະນັ້ນ ເມື່ອພຣະເຈົ້າທີ່ບັງເກີດເປັນເນື້ອໜັງດຳລົງຊີວິດຢູ່ທ່າມກາງມະນຸດຊາດ, ຄວາມເປັນມະນຸດ ແລະ ຄວາມເປັນພຣະເຈົ້າຂອງພຣະອົງທີ່ຜູ້ຄົນສາມາດເຫັນໄດ້ໃນຊ່ວງເວລານີ້ບໍ່ໄດ້ຕັດຂາດ ຫຼື ແຍກອອກຈາກກັນ; ພວກມັນລວມເຂົ້າກັນ. ການໃຊ້ຊີວິດຕາມຄວາມເປັນມະນຸດຂອງພຣະອົງ ພ້ອມທັງຫຼັກຄວາມເຊື່ອ ແລະ ຫຼັກການໃນການປະພຶດຕົນຂອງພຣະອົງ, ໃນລະດັບໃດໜຶ່ງແລ້ວ ແມ່ນຖືກກຳກັບດູແລ, ໄດ້ຮັບອິດທິພົນ ແລະ ຖືກຊີ້ນໍາໂດຍພຣະວິນຍານຂອງພຣະເຈົ້າ. ໃນອີກດ້ານໜຶ່ງ ຍັງສາມາດເວົ້າໄດ້ວ່າ ພຣະອົງໃຊ້ຊີວິດຕາມຄວາມເປັນມະນຸດທີ່ປົກກະຕິຂອງພຣະອົງ ເຊິ່ງຄອບຄອງສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ. ມີພຽງແຕ່ດ້ວຍຄວາມເປັນມະນຸດແບບນີ້ເທົ່ານັ້ນ ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈຶ່ງຈະສາມາດແບກຮັບວຽກງານອັນສັກສິດຂອງພຣະອົງໄດ້ທັງໝົດ ເຊິ່ງເປັນວຽກງານທີ່ພຣະອົງຄວນເຮັດໃນຄວາມເປັນພຣະເຈົ້າຂອງພຣະອົງ; ມີພຽງແຕ່ດ້ວຍຄວາມເປັນມະນຸດແບບນີ້ເທົ່ານັ້ນ ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈຶ່ງຈະສາມາດປະຕິບັດພັນທະກິດທີ່ພຣະອົງຕ້ອງປະຕິບັດໃຫ້ສຳເລັດ ແລະ ປະຕິບັດມັນໄດ້ເປັນຢ່າງດີ. ນີ້ຄືຄວາມເຂົ້າໃຈໜຶ່ງ. ອີກຄວາມເຂົ້າໃຈໜຶ່ງກໍຄື ພັນທະກິດທີ່ປະຕິບັດໂດຍພຣະເຈົ້າທີ່ບັງເກີດເປັນເນື້ອໜັງນັ້ນບັນລຸຜົນສຳເລັດໄດ້ຜ່ານຄວາມເປັນມະນຸດທີ່ຄອບຄອງຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງແບບນີ້. ບໍ່ວ່າໃນກໍລະນີໃດກໍຕາມ ແກ່ນແທ້ຄວາມເປັນມະນຸດ ແລະ ຄວາມເປັນພຣະເຈົ້າຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງລ້ວນແຕ່ປະກອບເປັນພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ເຊິ່ງມີອັດຕະລັກພິເສດຂອງພຣະຄຣິສ. ສະນັ້ນ ຫຼັກຄວາມເຊື່ອ ແລະ ຫຼັກການໃນການປະພຶດຕົນແຫ່ງຄວາມເປັນມະນຸດຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງທີ່ເຈົ້າເຫັນ, ຕະຫຼອດຈົນເຖິງການສະແດງອອກ, ທັດສະນະຄະຕິ ແລະ ມຸມມອງທີ່ສະເພາະເຈາະຈົງຂອງພຣະອົງໃນທຸກສິ່ງທີ່ພຣະອົງເຮັດ, ລ້ວນແຕ່ເປັນສ່ວນໜຶ່ງຂອງຄວາມເປັນມະນຸດຂອງພຣະອົງ ແລະ ແນ່ນອນວ່າ ຍັງສາມາດເວົ້າໄດ້ວ່າເປັນສ່ວນໜຶ່ງຂອງຄວາມເປັນພຣະເຈົ້າຂອງພຣະອົງເຊັ່ນກັນ. ສອງສິ່ງນີ້ບໍ່ສາມາດແຍກອອກຈາກກັນໄດ້. ນັ້ນກໍຄື ເມື່ອເຈົ້າເຫັນຄວາມເປັນມະນຸດແບບນີ້ໃນພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ເຈົ້າກໍຄວນໝັ້ນໃຈວ່າພຣະອົງຄືເນື້ອໜັງທີ່ພຣະເຈົ້າໄດ້ສວມໃສ່. ແນ່ນອນວ່າ ເມື່ອເຈົ້າສຳຜັດກັບຄວາມຈິງທີ່ພຣະເຈົ້າສະແດງອອກ, ໃນຂະນະທີ່ຍອມຮັບວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງມີຄວາມເປັນພຣະເຈົ້າ, ເຈົ້າກໍຄວນຍອມຮັບວ່າຄວາມເປັນມະນຸດຂອງພຣະອົງເປັນສ່ວນໜຶ່ງຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ເຊິ່ງມີອັດຕະລັກພິເສດເຊັ່ນກັນ. ບໍ່ວ່າໃນກໍລະນີໃດກໍຕາມ ໃນທີ່ສຸດແລ້ວ ກໍເຮັດໃຫ້ຜູ້ຄົນເຫັນດ້ານທີ່ປົກກະຕິ ແລະ ສຳພັນກັບຊີວິດຈິງນີ້ຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ພ້ອມທັງຫຼັກຄວາມເຊື່ອ ແລະ ຫຼັກການໃນການປະພຶດຕົນທີ່ພຣະອົງໃຊ້ຊີວິດຕາມ, ເພາະວ່າສິ່ງເຫຼົ່ານີ້ກ່ຽວຂ້ອງກັບຫຼາຍບັນຫາທີ່ເນື້ອໜັງຂອງພຣະເຈົ້າຕ້ອງປະເຊີນໃນການມີຢູ່ ແລະ ໃນຊີວິດຂອງພຣະອົງ. ເຖິງແມ່ນວ່າການສະແດງອອກທີ່ສຳພັນກັບຊີວິດຈິງເຫຼົ່ານີ້ໃນຊີວິດມະນຸດຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈະບໍ່ສູງເຖິງລະດັບຂອງພັນທະກິດທີ່ພຣະອົງປະຕິບັດ ຫຼື ການສະໜອງຄວາມຈິງ, ຫົນທາງ ແລະ ຊີວິດໃຫ້ແກ່ຜູ້ຄົນຂອງພຣະອົງກໍຕາມ, ຫຼັກການ ແລະ ຫຼັກຄວາມເຊື່ອໃນການປະພຶດຕົນເຫຼົ່ານີ້ກໍບໍ່ໄດ້ຕັດຂາດຈາກຄວາມເປັນພຣະເຈົ້າທີ່ຢູ່ພາຍໃນພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ເປັນເພາະວ່າເນື້ອໜັງນີ້ຄືພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ເປັນເນື້ອໜັງທີ່ພຣະວິນຍານຂອງພຣະເຈົ້າໄດ້ສວມໃສ່ຢ່າງແນ່ນອນ, ຄວາມເປັນມະນຸດທີ່ປົກກະຕິຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງນີ້ຈຶ່ງສາມາດມີຫຼັກຄວາມເຊື່ອ ແລະ ຫຼັກການໃນການປະພຶດຕົນແບບນີ້ໄດ້. ສິ່ງທີ່ເລື່ອງນີ້ບົ່ງບອກກໍຄື ມັນຍາກຫຼາຍສຳລັບສະມາຊິກຄົນໃດກໍຕາມຂອງມະນຸດຊາດທີ່ເສື່ອມຊາມ ຫຼື ໃຜກໍຕາມໃນທ່າມກາງມະນຸດຊາດທີ່ເສື່ອມຊາມທີ່ມີພູມຫຼັງ, ອັດຕະລັກ, ຄຸນຄ່າທາງສັງຄົມທີ່ໄດ້ປຽບ ແລະ ສະຖານະທີ່ສູງສົ່ງ ທີ່ຈະປະພຶດຕົນຕາມກົດເກນ ແລະ ເຮັດສິ່ງຕ່າງໆຕາມໜ້າທີ່; ບໍ່ມີໃຜເປັນຂໍ້ຍົກເວັ້ນ. ສະນັ້ນ ດ້ານຂອງຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງນີ້ຄືສິ່ງທີ່ຄວາມເປັນມະນຸດຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງມີ ແລະ ເປັນ ແລະ ແນ່ນອນວ່າ ມັນຍັງເປັນສ່ວນໜຶ່ງຂອງສິ່ງທີ່ຄວາມເປັນພຣະເຈົ້າຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງມີ ແລະ ເປັນເຊັ່ນກັນ; ພຽງແຕ່ພຣະອົງສະແດງອອກ ແລະ ເປີດເຜີຍມັນຜ່ານຄວາມເປັນມະນຸດຂອງພຣະອົງເທົ່ານັ້ນ. ຖ້າພຣະເຈົ້າທີ່ບັງເກີດເປັນເນື້ອໜັງໂອ້ອວດຢູ່ທຸກຫົນທຸກແຫ່ງທີ່ພຣະອົງໄປ, ຍົກອ້າງສະຖານະຂອງພຣະອົງຢູ່ສະເໝີ, ເວົ້າໂອ້ອວດ, ຮູ້ສຶກວ່າພຣະອົງສູງສົ່ງ, ດູຖູກທຸກຄົນ ແລະ ເຮັດຕົວສູງສົ່ງ ແລະ ຍິ່ງໃຫຍ່ ແລະ ຕ້ອງການຢຽບທຸກຄົນໄວ້ໃຕ້ຕີນຢູ່ສະເໝີ; ຖ້າພຣະອົງສາບແຊ່ງໃຜກໍຕາມທີ່ບໍ່ກົ້ມຫົວນະມັດສະການ, ໂດຍເຮັດໃຫ້ພວກເຂົາກາຍເປັນຂີ້ເຖົ່າ, ຂ້າພວກເຂົາໃນທັນທີ ຫຼື ໂຈມຕີພວກເຂົາລົງດ້ວຍສາຍຕາທີ່ແຫຼມຄົມຂອງພຣະອົງ, ແລ້ວມັນກໍຈະຍາກທີ່ຈະເວົ້າໄດ້ວ່າ ພຣະອົງມີແກ່ນແທ້ຄວາມເປັນພຣະເຈົ້າຢູ່ພາຍໃນພຣະອົງຢ່າງແທ້ຈິງ ຫຼື ບໍ່. ໃນດ້ານໜຶ່ງ ພຣະເຈົ້າທີ່ບັງເກີດເປັນເນື້ອໜັງມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ ເພື່ອຮັກສາຊີວິດ, ຄຳເວົ້າ ແລະ ການກະທຳທັງໝົດແຫ່ງເນື້ອໜັງຂອງພຣະອົງ. ໃນອີກດ້ານໜຶ່ງ ຄວາມເປັນພຣະເຈົ້າຂອງພຣະອົງກໍກຳລັງເຮັດວຽກຢູ່ພາຍໃນຕົວພຣະອົງເຊັ່ນກັນ, ເພາະວ່າໃນທີ່ສຸດແລ້ວ ຄວາມເປັນພຣະເຈົ້າກໍຄືຊີວິດທີ່ແທ້ຈິງຂອງພຣະອົງ. ຖ້າຄວາມເປັນມະນຸດຂອງພຣະອົງອວດດີ ແລະ ຖືຕົນວ່າຊອບທຳຄືກັບຄວາມເປັນມະນຸດຊາດທີ່ເສື່ອມຊາມ, ເຈົ້າຈະເວົ້າບໍວ່າບຸກຄົນນີ້ຄືພຣະເຈົ້າທີ່ບັງເກີດເປັນເນື້ອໜັງ? (ບໍ່). ສົມມຸດວ່າຄົນໃດໜຶ່ງມີການສະແດງອອກທີ່ເໜືອທຳມະຊາດຢູ່ສະເໝີ, ຄິດຢູ່ສະເໝີວ່າພວກເຂົາເປັນຜູ້ທີ່ມາຈາກສະຫວັນທີ່ລົງມາສູ່ແຜ່ນດິນໂລກ, ມີຄວາມຮູ້ສຶກນີ້ຢູ່ສະເໝີ ແລະ ເວົ້າກັບຜູ້ຄົນຈາກບ່ອນສູງຢູ່ສະເໝີ, ເຮັດໃຫ້ຜູ້ຄົນເທີດທູນຄຳເວົ້າ ແລະ ການກະທຳຂອງພວກເຂົາ. ສົມມຸດວ່າພວກເຂົາມີຄວາມຄິດທີ່ເໜືອທຳມະຊາດ ແລະ ສູງສົ່ງຢູ່ໃນໃຈຂອງພວກເຂົາຢູ່ສະເໝີ, ສາມາດບອກໄດ້ທັນທີວ່າເກີດຫຍັງຂຶ້ນໃນຊາດກ່ອນຂອງຄົນໃດໜຶ່ງ, ພວກເຂົາໄດ້ເຮັດຄວາມຊົ່ວຮ້າຍຫຍັງແດ່, ພວກເຂົາໄດ້ເຮັດສິ່ງໃດແດ່ ຫຼື ພວກເຂົາໄດ້ກັບຊາດມາເກີດເປັນມະນຸດ ຫຼື ສັດຈັກຄັ້ງແລ້ວ. ຍິ່ງໄປກວ່ານັ້ນ ສົມມຸດວ່າຄົນຜູ້ນີ້ຮູ້ສຶກຢູ່ສະເໝີວ່າພວກເຂົາສູງສົ່ງເປັນພິເສດ, ມີການສະແດງອອກທີ່ເໜືອທຳມະຊາດຢູ່ສະເໝີເມື່ອເວົ້າ ແລະ ມາພ້ອມກັບໝາຍສຳຄັນ ແລະ ສິ່ງອັດສະຈັນ, ເຮັດໃຫ້ຜູ້ຄົນຮູ້ສຶກວ່າພວກເຂົາພິເສດ. ຄົນແບບນັ້ນຈະເປັນຄົນທີ່ຜິດປົກກະຕິ. ໃນດ້ານໜຶ່ງ ອຸປະນິໄສຊີວິດທີ່ຢູ່ພາຍໃນຕົວພວກເຂົາຈະຜິດປົກກະຕິ; ໃນອີກດ້ານໜຶ່ງ ຊີວິດທີ່ຢູ່ພາຍໃນຕົວພວກເຂົາຈະບໍ່ແມ່ນຊີວິດແຫ່ງຄວາມເປັນພຣະເຈົ້າ. ນີ້ຄືວິທີດຽວທີ່ຈະອະທິບາຍເລື່ອງນີ້ໄດ້.

ບໍ່ວ່າຈະເປັນຫຼັກຄວາມເຊື່ອໃນການປະພຶດຕົນຂອງພຣະອົງ ຫຼື ຫຼັກການສຳລັບການຈັດການເລື່ອງຕ່າງໆຂອງພຣະອົງກໍຕາມ, ທຸກສິ່ງທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງເປີດເຜີຍ ແລະ ໃຊ້ຊີວິດຕາມນັ້ນລ້ວນແຕ່ປົກກະຕິ ແລະ ສຳພັນກັບຊີວິດຈິງເປັນພິເສດ. ຈົ່ງເບິ່ງສິ່ງທີ່ເຮົາໄດ້ກ່າວ ແລະ ສິ່ງທີ່ເຮົາເຮັດໃນຊີວິດຂອງເຮົາ, ມີສິ່ງໃດໃນສິ່ງເຫຼົ່ານີ້ທີ່ຜິດປົກກະຕິບໍ? ມີສິ່ງໃດໃນສິ່ງເຫຼົ່ານີ້ທີ່ເໜືອທຳມະຊາດ ຫຼື ແປກປະຫຼາດບໍ? (ບໍ່). ບໍ່ວ່າເຮົາຈະກຳລັງຈັດການເລື່ອງຫຍັງກໍຕາມ, ເຈົ້າຈະບໍ່ພົບເຫັນສິ່ງໃດທີ່ຜິດປົກກະຕິກ່ຽວກັບເຮົາ. ເຮົາບໍ່ແມ່ນຄົນທີ່ຜິດປົກກະຕິ; ເຮົາເປັນພຽງຄົນປົກກະຕິ. ຍິ່ງໄປກວ່ານັ້ນ ຄວາມຄິດ, ມຸມມອງ, ຄວາມຄິດ ແລະ ຕັກກະຂອງເຮົາໃນການຈັດການທຸກເລື່ອງກໍບໍ່ໄດ້ບິດເບືອນ, ສຸດໂຕ່ງ ຫຼື ເໜືອທຳມະຊາດ. ເຮົາສະຫງົບ ແລະ ໃຈເຢັນເມື່ອມີປະຕິສຳພັນ ແລະ ຕິດຕໍ່ພົວພັນກັບຜູ້ຄົນ. ຖ້າຜູ້ຄົນເຕັມໃຈທີ່ຈະມີປະຕິສຳພັນກັບເຮົາ, ເຮົາກໍມີປະຕິສຳພັນກັບພວກເຂົາ; ຖ້າພວກເຂົາບໍ່ເຕັມໃຈ, ເຮົາກໍບໍ່ພະຍາຍາມທີ່ຈະປະຈົບປະແຈງພວກເຂົາ. ເຈົ້າພົບວ່າຄວາມຄິດຂອງເຮົາປົກກະຕິບໍ ເມື່ອເວົ້າເຖິງການມີປະຕິສຳພັນກັບຜູ້ຄົນ, ການຈັດການເລື່ອງຕ່າງໆ, ການເຮັດສິ່ງຕ່າງໆທຸກປະເພດ ແລະ ການປະພຶດຕົນຂອງເຮົາ? (ແມ່ນແລ້ວ). ມັນລ້ວນແຕ່ເປັນເລື່ອງປົກກະຕິ. ເຮົາບໍ່ເຄີຍຮຽກຮ້ອງໃຫ້ພວກເຈົ້າ ຫຼື ຍຸຍົງພວກເຈົ້າໃຫ້ຕໍ່ຕ້ານລັດຖະບານຂອງປະເທດໃດກໍຕາມ ແລະ ເຮົາກໍບໍ່ເຄີຍບອກພວກເຈົ້າໃນທຳນອງທີ່ວ່າ “ຜູ້ທີ່ເຊື່ອໃນພຣະເຈົ້າລ້ວນແຕ່ມາຈາກພຣະເຈົ້າ; ພວກເຈົ້າທຸກຄົນມາຈາກສະຫວັນຊັ້ນສາມ. ຢ່າຢ້ານກົວໂລກນີ້. ຈົ່ງຢຽບໂລກນີ້ໄວ້ໃຕ້ຕີນຂອງພວກເຈົ້າ! ພວກເຈົ້າທຸກຄົນຄືບຸດຊາຍຂອງຜູ້ຊະນະ. ຈົ່ງຈັບຄະທາເຫຼັກຂຶ້ນມາເພື່ອປົກຄອງໂລກນີ້ ແລະ ປົກຄອງມະນຸດຊາດນີ້. ສັບພະສິ່ງທັງປວງລ້ວນແຕ່ຢູ່ໃຕ້ຕີນຂອງພວກເຈົ້າ!” ເຮົາເຄີຍເວົ້າແບບນີ້ບໍ? (ບໍ່). ເຮົາໄດ້ເວົ້າຫຍັງແດ່? ເຮົາເວົ້າວ່າພວກເຈົ້າຕ້ອງປະຕິບັດຕາມກົດເກນໃນທຸກສິ່ງທີ່ພວກເຈົ້າເຮັດ. ບໍ່ວ່າພວກເຈົ້າຈະເຊື່ອໃນພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງພວກເຈົ້າໃນປະເທດໃດກໍຕາມ, ພວກເຈົ້າຕ້ອງປະຕິບັດຕາມກົດໝາຍ ແລະ ເຮັດສິ່ງຕ່າງໆຕາມລະບຽບການຂອງລັດຖະບານ. ພວກເຈົ້າຕ້ອງບໍ່ກະທຳການຢ່າງປະໝາດ ແລະ ຕາມໃຈຕົນເອງຢ່າງເດັດຂາດ; ພວກເຈົ້າຕ້ອງລະມັດລະວັງ ແລະ ບໍ່ປ່ອຍຕົວ. ຖ້າພວກເຈົ້າລະເມີດກົດໝາຍ ແລະ ລະບຽບການຂອງລັດຖະບານ, ຫຼັງຈາກມີການຮ້ອງຮຽນພວກເຈົ້າ, ມັນກໍຈະສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງພວກເຈົ້າ. ເຮົາຄອຍຈົ່ມເຕືອນກ່ຽວກັບເລື່ອງນີ້ຢູ່ສະເໝີ. ເຖິງແມ່ນວ່າມັນຈະຟັງເບິ່ງຄືເປັນເລື່ອງທຳມະດາສາມັນ ແຕ່ມັນກໍສຳພັນກັບຊີວິດຈິງຫຼາຍ, ເພາະວ່າພວກເຈົ້າມີປະສົບການຊີວິດໜ້ອຍເກີນໄປ ແລະ ຂາດຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ມັກຈະເຮັດຜິດພາດໄດ້ງ່າຍ. ພວກເຈົ້າເປັນຜູ້ທີ່ເຊື່ອໃນພຣະເຈົ້າ. ຈຸດປະສົງຂອງພວກເຈົ້າໃນການໄປປະເທດຕ່າງໆເພື່ອປະຕິບັດໜ້າທີ່ຂອງພວກເຈົ້າກໍຄື ການປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ເປັນພະຍານໃຫ້ແກ່ພຣະເຈົ້າ, ບໍ່ແມ່ນເພື່ອຕັ້ງຕົວເປັນສັດຕູກັບປະເທດໃດໜຶ່ງ ຫຼື ພັກການເມືອງໃດໜຶ່ງ. ພວກເຈົ້າເປັນພຽງສິ່ງທີ່ຖືກສ້າງທີ່ປະຕິບັດໜ້າທີ່ຂອງພວກເຈົ້າ; ພວກເຈົ້າຄວນອ່ອນນ້ອມຕໍ່ອຳນາດປົກຄອງຂອງພຣະຜູ້ສ້າງຢ່າງສິ້ນເຊີງ ແລະ ພວກເຈົ້າຄວນອ່ອນນ້ອມບໍ່ວ່າພຣະເຈົ້າຈະຈັດວາງ ແລະ ຈັດແຈງສິ່ງຕ່າງໆແນວໃດກໍຕາມ. ບໍ່ວ່າພວກເຈົ້າຈະໄປປະເທດໃດກໍຕາມ, ອາໄສຢູ່ໃນສະພາບແວດລ້ອມແບບໃດ ຫຼື ພັກຢູ່ໃນເຮືອນຂອງອ້າຍເອື້ອຍນ້ອງຄົນໃດກໍຕາມ, ພວກເຈົ້າຕ້ອງປະຕິບັດຕາມກົດເກນ, ຊ່ວຍເຫຼືອໃຫ້ຫຼາຍທີ່ສຸດເທົ່າທີ່ພວກເຈົ້າຈະເຮັດໄດ້. ນອກຈາກນີ້ ພວກເຈົ້າຕ້ອງປະຕິບັດຕາມກົດໝາຍ ແລະ ລະບຽບການໃດກໍຕາມທີ່ປະເທດນັ້ນມີ. ເຮົາເຕືອນສະຕິພວກເຈົ້າຊໍ້າແລ້ວຊໍ້າອີກວ່າ ຢ່າລະເມີດກົດເກນ ແລະ ຢ່າເຮັດໃຫ້ມີການຮ້ອງຮຽນພວກເຈົ້າ. ຖ້າມີການຮ້ອງຮຽນພວກເຈົ້າ, ພວກເຈົ້າກໍຄວນຄິດໃຫ້ອອກວ່າພວກເຈົ້າໄດ້ເຮັດຫຍັງຜິດພາດ, ພວກເຈົ້າໄດ້ລະເມີດລະບຽບການຫຍັງ ແລະ ເປັນຫຍັງຈຶ່ງມີການຮ້ອງຮຽນ. ຈົ່ງຮຽນຮູ້ບົດຮຽນຂອງພວກເຈົ້າ ເພື່ອບໍ່ໃຫ້ມັນເກີດຂຶ້ນອີກ. ຖ້າເຈົ້າບໍ່ຮຽນຮູ້ບົດຮຽນຂອງເຈົ້າ, ກໍຈະມີການຮ້ອງຮຽນເຈົ້າຕໍ່ໄປ. ຄຳເວົ້າຂອງເຮົາໃນເລື່ອງນີ້ລ້ວນແຕ່ເປັນວິທີແກ້ໄຂບັນຫາໂດຍອີງໃສ່ສະຖານະການຕົວຈິງ, ເຮົາກຳລັງບອກເຈົ້າເຖິງວິທີການດຳລົງຊີວິດ, ວິທີການເອົາຕົວລອດ ແລະ ວິທີການປະຕິບັດຕາມກົດເກນ, ເພື່ອບໍ່ໃຫ້ນຳບັນຫາທີ່ບໍ່ຈຳເປັນມາສູ່ຊີວິດ ແລະ ການຢູ່ລອດຂອງເຈົ້າເອງ. ບໍ່ວ່າພວກເຈົ້າຈະໄປປະເທດໃດກໍຕາມ, ພວກເຈົ້າໄປທີ່ນັ້ນເພື່ອປະຕິບັດໜ້າທີ່ຂອງພວກເຈົ້າ. ກ່ອນອື່ນ ເຈົ້າຕ້ອງປັບຕົວເຂົ້າກັບປະເທດນັ້ນ ແລະ ປະຕິບັດຕາມກົດໝາຍ ແລະ ລະບຽບການຂອງມັນ. ພວກເຈົ້າຕ້ອງບໍ່ທຳລາຍຄວາມເປັນລະບຽບຮຽບຮ້ອຍທີ່ມີຢູ່ຂອງພວກເຂົາ ຫຼື ນຳບັນຫາໃດໆມາໃຫ້ພວກເຂົາ. ມີພຽງແຕ່ວິທີນີ້ເທົ່ານັ້ນ ພວກເຂົາຈຶ່ງຈະຍອມຮັບເຈົ້າ ແລະ ປະຕິບັດຕໍ່ເຈົ້າໃນຖານະສະມາຊິກຂອງປະເທດ ແລະ ມີພຽງແຕ່ວິທີນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດຕັ້ງຖິ່ນຖານເພື່ອປະຕິບັດໜ້າທີ່ຂອງເຈົ້າໄດ້. ຖ້າເຈົ້າບໍ່ປະຕິບັດຕາມແມ່ນແຕ່ກົດເກນຂອງທ້ອງຖິ່ນ ແລະ ເຮັດສິ່ງທີ່ລະເມີດກົດເກນ, ເຮັດໃຫ້ຜູ້ຄົນຮ້ອງຮຽນ ແລະ ສ້າງບັນຫາໃຫ້ເຈົ້າຢູ່ສະເໝີ, ຈົນເຖິງຂັ້ນທີ່ພວກເຂົາລັງກຽດເຈົ້າ ແລະ ບໍ່ຕ້ອງການໃຫ້ເຈົ້າອາໄສຢູ່ບ່ອນນັ້ນອີກຕໍ່ໄປ, ແລ້ວເຈົ້າຈະແມ່ນແຕ່ຝັນເຖິງການປະຕິບັດໜ້າທີ່ຂອງເຈົ້າໄດ້ແນວໃດ? ບໍ່ວ່າພວກເຈົ້າຈະອາໄສຢູ່ໃສກໍຕາມ, ພວກເຈົ້າຕ້ອງປະຕິບັດຕາມກົດໝາຍ ແລະ ລະບຽບການຂອງທ້ອງຖິ່ນ. ບອກເຮົາເບິ່ງວ່າ ການປະຕິບັດດ້ວຍວິທີນີ້ຖືກຕ້ອງບໍ? ມັນເປັນປະໂຫຍດຕໍ່ພວກເຈົ້າໃນການປະຕິບັດໜ້າທີ່ຂອງພວກເຈົ້າບໍ? (ແມ່ນແລ້ວ). ການປະຕິບັດດ້ວຍວິທີນີ້ແມ່ນສຳພັນກັບຊີວິດຈິງຫຼາຍ. ການປະຕິບັດຕາມກົດໝາຍ ແລະ ລະບຽບການແມ່ນສາມັນສຳນຶກພື້ນຖານໃນຊີວິດຈິງ. ມັນບໍ່ແມ່ນການເຮັດເລື່ອງນ້ອຍໃຫ້ເປັນເລື່ອງໃຫຍ່, ແຮງໄກທີ່ມັນຈະເປັນການອ່ອນໄຫວເກີນໄປ; ມັນເປັນຫຼັກການທີ່ພວກເຈົ້າຕ້ອງປະຕິບັດຕາມໃນຊີວິດຈິງ. ຖ້າມີບາງສິ່ງເກີດຂຶ້ນ ຫຼື ມີບັນຫາເກີດຂຶ້ນ, ພວກເຮົາກໍປຶກສາຫາລືກ່ຽວກັບວິທີທີ່ດີທີ່ສຸດໃນການແກ້ໄຂມັນ ແລະ ວິທີການຮຽນຮູ້ບົດຮຽນຈາກມັນ ເພື່ອໃຫ້ພວກເຈົ້າສາມາດພະຍາຍາມເຮັດຜິດພາດໃຫ້ໜ້ອຍລົງ ຫຼື ຫຼີກລ່ຽງການເຮັດຜິດພາດຢ່າງສິ້ນເຊີງໃນອະນາຄົດ ແລະ ເປັນຄົນທີ່ປະພຶດຕົນຕາມກົດເກນ ແລະ ເຮັດສິ່ງຕ່າງໆຕາມໜ້າທີ່. ບາງຄົນບໍ່ປະຕິບັດຕາມກົດລະບຽບບໍ່ວ່າພວກເຂົາຈະໄປໃສກໍຕາມ. ພວກເຂົາຖິ້ມຂີ້ເຫຍື້ອຊະຊາຍໄປທົ່ວ ແລະ ບາງຄັ້ງບາງຄາວກໍສົ່ງສຽງດັງວຸ້ນວາຍ ແລະ ລົບກວນການພັກຜ່ອນຂອງເພື່ອນບ້ານ. ຄືກັບສັດປ່າທີ່ເຂົ້າມາໃນໝູ່ບ້ານ, ພວກເຂົາສົ່ງຜົນກະທົບ ແລະ ລົບກວນສະພາບແວດລ້ອມຂອງຊຸມຊົນ, ດຶງດູດຄວາມລັງກຽດ ແລະ ຄວາມເປັນປໍລະປັກຈາກຜູ້ຄົນບໍ່ວ່າພວກເຂົາຈະໄປໃສກໍຕາມ. ເຮົາບອກຄົນເຫຼົ່ານີ້ວ່າ ພວກເຂົາຄວນປະຕິບັດຕາມກົດໝາຍ ແລະ ລະບຽບການຂອງທ້ອງຖິ່ນຢ່າງເຂັ້ມງວດ ແລະ ພວກເຂົາຕ້ອງປະຕິບັດຕາມກົດເກນ ແລະ ມີພຽງແຕ່ການປະພຶດຕົນດ້ວຍວິທີນີ້ເທົ່ານັ້ນ ຄົນໆໜຶ່ງຈຶ່ງຈະມີຄວາມເປັນມະນຸດທີ່ປົກກະຕິ. ບອກເຮົາເບິ່ງວ່າ ຄວາມຄິດຂອງເຮົາ ແລະ ຈຸດເລີ່ມຕົ້ນຂອງເຮົາໃນການຈັດການເລື່ອງເຫຼົ່ານີ້ຖືກຕ້ອງບໍ? (ແມ່ນແລ້ວ). ເຮົາບໍ່ເຮັດສິ່ງທີ່ສູງສົ່ງ ແລະ ຍິ່ງໃຫຍ່ ຫຼື ເປັນນາມມະທຳ ຫຼື ເໜືອໂລກ ຫຼື ແປກປະຫຼາດ. ເຮົາພຽງແຕ່ແກ້ໄຂໃຫ້ຖືກຕ້ອງ ແລະ ຊີ້ນໍາຜູ້ຄົນກ່ຽວກັບເລື່ອງເລັກນ້ອຍເຫຼົ່ານີ້ໃນຊີວິດຂອງພວກເຂົາ ພ້ອມທັງຄວາມຜິດພາດ ແລະ ຂໍ້ບົກຜ່ອງທີ່ປາກົດໃນຊີວິດຂອງພວກເຂົາ, ໂດຍຊີ້ໃຫ້ເຫັນ ແລະ ປັບປຸງແກ້ໄຂບັນຫາຂອງພວກເຂົາ ແລະ ໃຫ້ຄຳແນະນຳແກ່ພວກເຂົາ. ສຳລັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງແລ້ວ, ການປະພຶດຕົນດ້ວຍວິທີນີ້ສຳພັນກັບຊີວິດຈິງບໍ? (ແມ່ນແລ້ວ). ມັນສຳພັນກັບຊີວິດຈິງຫຼາຍ! ການຈັດການເລື່ອງເຫຼົ່ານີ້ບໍ່ໄດ້ວ່າງເປົ່າເລີຍ ແລະ ມັນກໍບໍ່ໄດ້ຕັດຂາດຈາກຊີວິດຈິງເລີຍ. ສະນັ້ນ ບໍ່ວ່າຈະເບິ່ງທີ່ຫຼັກຄວາມເຊື່ອ ແລະ ຫຼັກການໃນການປະພຶດຕົນ ແລະ ການເຮັດສິ່ງຕ່າງໆທີ່ສະທ້ອນໃຫ້ເຫັນໃນຊີວິດປະຈຳວັນຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ຫຼື ເບິ່ງທີ່ຄວາມຈິງທີ່ພຣະອົງໂອ້ລົມໃນພັນທະກິດທີ່ພຣະອົງປະຕິບັດກໍຕາມ, ທັງສອງດ້ານນີ້ລ້ວນແຕ່ເປັນເລື່ອງປົກກະຕິ ແລະ ສຳພັນກັບຊີວິດຈິງຫຼາຍ. ທັງສອງດ້ານນີ້ລ້ວນແຕ່ເປັນສິ່ງທີ່ຜູ້ຄົນທີ່ມີຄວາມຄິດທີ່ປົກກະຕິ, ຜູ້ທີ່ຮັກສິ່ງທີ່ເປັນບວກ ແລະ ຜູ້ທີ່ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ ສາມາດເຂົ້າໃຈ, ຢັ່ງຮູ້, ຍອມຮັບ ແລະ ບັນລຸໄດ້. ບໍ່ມີດ້ານໃດທີ່ຕັດຂາດຈາກຊີວິດຈິງເລີຍ. ນີ້ຄືການເປັນປົກກະຕິ ແລະ ສຳພັນກັບຊີວິດຈິງ.

ເລື່ອງເລັກນ້ອຍໃນຊີວິດທີ່ເຮົາຫາກໍກ່າວເຖິງນີ້ກ່ຽວຂ້ອງກັບຫຼັກການຂອງການປະພຶດຕົນ ແລະ ການເຮັດສິ່ງຕ່າງໆບໍ? ພວກມັນເປັນປະໂຫຍດຕໍ່ພວກເຈົ້າບໍ? (ເປັນປະໂຫຍດ). ຊັ້ນພວກເຮົາລົມກັນຕໍ່ເທາະ. ມີຄັ້ງໜຶ່ງ, ທໍ່ນໍ້າໃນລະບົບຫົດນໍ້າສະໜາມຫຍ້າໃນເດີ່ນບ້ານຂອງພວກເຮົາບໍ່ຮູ້ວ່າແຕກຕອນໃດ ແລະ ນໍ້າທີ່ຮົ່ວອອກມາກໍໄຫຼເຂົ້າໄປໃນເດີ່ນບ້ານຂອງເພື່ອນບ້ານ. ເຮົາໃຫ້ຄົນຟ້າວໄປບອກເພື່ອນບ້ານ ແລະ ເບິ່ງວ່າພວກເຮົາຈຳເປັນຕ້ອງທຳຄວາມສະອາດໃຫ້ພວກເຂົາ ຫຼື ບໍ່. ເພື່ອນບ້ານຮູ້ສຶກບໍ່ພໍໃຈເລັກນ້ອຍທີ່ເຫັນນໍ້າໄຫຼເຂົ້າມາຫຼາຍຂະໜາດນັ້ນ ແຕ່ຍ້ອນວ່າພວກເຮົາເປັນຝ່າຍລິເລີ່ມໄປບອກພວກເຂົາ, ພວກເຂົາຈຶ່ງບໍ່ໄດ້ຖືສາຫຍັງຫຼາຍຕາມມາລະຍາດ. ຕໍ່ມາ, ໃນຊ່ວງຄຣິສມາດ, ພວກເຮົາໄດ້ເອົາຊັອກໂກແລັດກ່ອງໜຶ່ງໃຫ້ພວກເຂົາເພື່ອເປັນການຂໍໂທດ. ພວກເຂົາຮູ້ສຶກແປກໃຈ ແລະ ດີໃຈພໍສົມຄວນ ແລະ ບອກພວກເຮົາວ່າ ຖ້າມີຫຍັງກໍພຽງແຕ່ບອກມາ ຫຼື ບໍ່ຕ້ອງເກງໃຈທີ່ຈະມາເຄາະປະຕູ ແລະ ຂໍຖ້າພວກເຮົາຕ້ອງການຄວາມຊ່ວຍເຫຼືອໃດໆ. ພໍຕົກແລງມາ, ພວກເຂົາກໍເຖິງກັບພາລູກຂອງພວກເຂົາມາເອົາກະຕ່າໝາກໄມ້ໃຫ້ພວກເຮົາ ໂດຍເວົ້າວ່າ “ສຸກສັນວັນພັກ! ຂອບໃຈສຳລັບຂອງຂວັນຂອງພວກເຈົ້າ ແລະ ຍິນດີຕ້ອນຮັບສູ່ຊຸມຊົນຂອງພວກເຮົາ!” ພວກເຮົາໄດ້ໂອ້ລົມທັກທາຍກັນຕາມມາລະຍາດເລັກໜ້ອຍ ແລ້ວພວກເຂົາກໍກັບໄປ. ເຮົາຄິດວ່າການຈັດການເລື່ອງນີ້ດ້ວຍວິທີນີ້ກໍດີພໍສົມຄວນ; ຖ້າພວກເຮົາເຂົ້າກັບເພື່ອນບ້ານຂອງພວກເຮົາໄດ້ແບບນີ້, ຄວາມສຳພັນກໍບໍ່ໜ້າຈະຂີ້ຮ້າຍປານໃດ. ນີ້ຄືການໃຫ້ຂອງຂວັນແກ່ອີກຝ່າຍເພື່ອເປັນການຂໍໂທດ ເພື່ອຜ່ອນຄາຍຄວາມສຳພັນ ຫຼື ເຮັດໃຫ້ສະຖານະການດີຂຶ້ນເມື່ອເກີດບັນຫາຂຶ້ນ, ເຊິ່ງເປັນການແລກປ່ຽນນໍ້າໃຈກັນແບບທຳມະດາ. ແນ່ນອນວ່າ ພວກເຂົາບໍ່ໄດ້ຮັບຂອງຂວັນຂອງເຈົ້າລ້າໆ ໂດຍເອົາປຽບເຈົ້າ; ພວກເຂົາໃຫ້ບາງສິ່ງບາງຢ່າງຕອບແທນ. ເຈົ້າເຫັນແລ້ວວ່າ ຄົນຕາເວັນຕົກຂ້ອນຂ້າງເອົາໃຈໃສ່ກັບລາຍລະອຽດ. ເມື່ອພວກເຂົາໃຫ້ຂອງຂວັນ, ພວກເຂົາກໍຈິງໃຈຢ່າງບໍ່ໜ້າເຊື່ອ. ມັນບໍ່ສຳຄັນວ່າຂອງຂວັນນັ້ນຈະແພງ ຫຼື ບໍ່; ສິ່ງສຳຄັນກໍຄືຫົວໃຈຂອງພວກເຂົາຈິງໃຈເປັນພິເສດ. ນີ້ຄືການແລກປ່ຽນນໍ້າໃຈກັນ ແລະ ການຈັດການເລື່ອງນີ້ດ້ວຍວິທີນີ້ກໍຂ້ອນຂ້າງເໝາະສົມ. ແນ່ນອນວ່າ ມັນມີບໍລິບົດສຳລັບການຈັດການເລື່ອງປະເພດນີ້. ເມື່ອບໍ່ມີຫຍັງເກີດຂຶ້ນ, ກໍບໍ່ຈຳເປັນຕ້ອງໄປຕີສະໜິດກັບໃຜໂດຍບໍ່ມີເຫດຜົນ, ເປັນຝ່າຍລິເລີ່ມເຮັດອາຫານຈີນໃຫ້ພວກເຂົາ ຫຼື ໃຫ້ຂອງຂວັນພວກເຂົາ, ພະຍາຍາມຢ່າງເຕັມທີ່ເພື່ອຮັກສາຄວາມສຳພັນກັບພວກເຂົາ. ບໍ່ຈຳເປັນຕ້ອງເຮັດແບບນີ້. ໃນການມີປະຕິສຳພັນໂດຍປົກກະຕິ, ພຽງແຕ່ທັກທາຍພວກເຂົາເມື່ອເຈົ້າເຫັນພວກເຂົາ ແລະ ຢູ່ຮ່ວມກັນຢ່າງເປັນມິດກໍພຽງພໍແລ້ວ. ແຕ່ເມື່ອມີບັນຫາເກີດຂຶ້ນ, ຕົວຢ່າງ: ຖ້າເຈົ້າເຮັດບາງຢ່າງຜິດ ແລະ ຈຳເປັນຕ້ອງຂໍໂທດ, ຊັ້ນກໍໄປຂໍໂທດ. ມັນເປັນຍ້ອນຄວາມມີເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິທີ່ເຈົ້າເຮັດແບບນີ້; ມັນບໍ່ໄດ້ເກີນຈິງ ຫຼື ເສແສ້ງເລີຍ. ບອກເຮົາເບິ່ງວ່າ ການຈັດການມັນດ້ວຍວິທີນີ້ເໝາະສົມບໍ? ມັນກົງກັນກັບຫຼັກການບໍ? (ແມ່ນແລ້ວ). ມັນບໍ່ແມ່ນການປະຈົບປະແຈງ ແລະ ມັນກໍບໍ່ແມ່ນການອວດດີ ແລະ ໃຊ້ອຳນາດບາດໃຫຍ່. ເຈົ້າບໍ່ໄດ້ເຮັດຕົວຢູ່ເໜືອກວ່າ ແຕ່ເຈົ້າຍັງຄົງຮັກສາກຽດສັກສີຂອງເຈົ້າໄວ້. ບາງຄົນຄິດວ່າ “ຄົນຕາເວັນຕົກມັກກິນອາຫານຈີນ. ເພື່ອຫຼີກລ່ຽງບໍ່ໃຫ້ພວກເຂົາຍື່ນຄຳຮ້ອງຮຽນຕໍ່ພວກເຮົາ ຖ້າພວກເຮົາລະເມີດກົດລະບຽບບາງຢ່າງໃນອະນາຄົດ, ພວກເຮົາເຮັດກ້ຽວໃຫ້ພວກເຂົາກັນເທາະ ແລະ ເອົາເຂົ້າໜົມສ່ວນໜຶ່ງໃຫ້ພວກເຂົາ”. ການປະຈົບປະແຈງໂດຍບໍ່ມີເຫດຜົນ, ບອກເຮົາເບິ່ງວ່າ ສິ່ງນີ້ເໝາະສົມບໍ? (ບໍ່). ໃນດ້ານໜຶ່ງ, ບໍ່ມີໃຜຮູ້ວ່າອາຫານທີ່ເຈົ້າເຮັດມີລົດຊາດຄືກັບມາຈາກຮ້ານອາຫານຕົ້ນຕຳຮັບ ຫຼື ບໍ່ ແລະ ອີກຝ່າຍຈະເຕັມໃຈກິນມັນ ຫຼື ບໍ່. ນອກຈາກນີ້, ພວກເຂົາກໍບໍ່ຮູ້ຈັກເຈົ້າດີເຊັ່ນກັນ. ຖ້າເຈົ້າໃຫ້ອາຫານທີ່ເຈົ້າເຮັດເອງແກ່ພວກເຂົາ, ພວກເຂົາຈະໄວ້ໃຈເຈົ້າບໍ? ໃນອີກດ້ານໜຶ່ງ, ເຈົ້າໃຫ້ຂອງຂວັນພວກເຂົາເພື່ອຫຍັງ ໃນເມື່ອບໍ່ມີຫຍັງພິເສດເກີດຂຶ້ນ? ພວກເຂົາຮູ້ຈັກເຈົ້າດີບໍ? ເຈົ້າມີການຕິດຕໍ່ພົວພັນ ຫຼື ມິດຕະພາບໃດໆກັບພວກເຂົາບໍ? ເຈົ້າບໍ່ມີ, ແລ້ວການພະຍາຍາມເອົາອາຫານຈີນໃຫ້ພວກເຂົາຢູ່ສະເໝີ ຈະບໍ່ແມ່ນສິ່ງທີ່ຄົນບ້າເຮັດບໍ? (ແມ່ນແລ້ວ). ຜູ້ຄົນຈະບໍ່ຮູ້ສຶກລຳຄານບໍ? (ແມ່ນແລ້ວ). ໃຫ້ເບິ່ງຫຼັກການຂອງເຮົາໃນການມີປະຕິສຳພັນກັບເພື່ອນບ້ານ. ຄວາມຄິດຂອງເຮົາປົກກະຕິບໍ? ເຮົານຳໃຊ້ຫຼັກການຢ່າງຖືກຕ້ອງ ແລະ ເໝາະສົມບໍ? (ແມ່ນແລ້ວ). ເຮົາມີການສະແດງອອກເຖິງເຫດຜົນທາງຄວາມຄິດທີ່ຜິດປົກກະຕິບໍ? (ບໍ່). ການມີປະຕິສຳພັນຂອງເຮົາກັບຜູ້ຄົນລ້ວນແລ້ວແຕ່ເປັນປົກກະຕິ. ພາຍໃຕ້ສະຖານະການປົກກະຕິ, ເຮົາບໍ່ເຄີຍໃຫ້ຂອງຂວັນຜູ້ຄົນ. ຖ້າມີຄົນໆໜຶ່ງຊ່ວຍເຫຼືອເຮົາແທ້ໆ, ເຮົາກໍຈະໃຫ້ບາງສິ່ງບາງຢ່າງແກ່ພວກເຂົາເພື່ອສະແດງຄວາມຮູ້ບຸນຄຸນຂອງເຮົາ. ການມີປະຕິສຳພັນກັບຜູ້ຄົນດ້ວຍວິທີນີ້ແມ່ນເໝາະສົມ. ນີ້ຄືສິ່ງທີ່ປົກກະຕິ ແລະ ສຳພັນກັບຊີວິດຈິງ ແລະ ນີ້ກໍຄືການປະພຶດຕົນຕາມກົດລະບຽບ ແລະ ການເຮັດສິ່ງຕ່າງໆຕາມໜ້າທີ່ເຊັ່ນກັນ. ຄົນສ່ວນໃຫຍ່ບໍ່ເຂົ້າໃຈຫຼັກການເຫຼົ່ານີ້; ສິ່ງນີ້ເອີ້ນວ່າການເປັນຄົນໂງ່ຈ້າ ແລະ ເບົາປັນຍາ. ພວກເຈົ້າບໍ່ເຫັນດີບໍ? (ແມ່ນແລ້ວ). ບາງຄົນສະແດງຄວາມໂງ່ຈ້າຂອງພວກເຂົາໃນວິທີທີ່ພວກເຂົາເຮັດສິ່ງຕ່າງໆ. ພວກເຂົາມັກຈະໃຫ້ຂອງຂວັນຜູ້ຄົນ ແລະ ປະຈົບປະແຈງໂດຍບໍ່ມີເຫດຜົນ ແລະ ເມື່ອຜູ້ຄົນເຫັນສິ່ງນີ້, ພວກເຂົາກໍຄິດວ່າມີບາງຢ່າງຜິດປົກກະຕິກ່ຽວກັບພວກເຂົາ. ເຮົາບໍ່ເຮັດແບບນີ້. ເຮົາບໍ່ຕີສະໜິດກັບຜູ້ຄົນ. ເຮົາມີກຽດສັກສີ ແລະ ເຮົາມີຫຼັກການຂອງເຮົາໃນການເຮັດສິ່ງຕ່າງໆ. ເມື່ອມີບັນຫາເກີດຂຶ້ນແທ້ໆ, ເຮົາກໍປະຕິບັດຕາມຫຼັກການ. ເຮົາປະຕິບັດຕາມກົດລະບຽບ, ເຮົາມີເຂດແດນ ແລະ ວິທີຄິດຂອງເຮົາກໍມີເຫດຜົນ, ສອດຄ່ອງກັບຄວາມຄິດທີ່ປົກກະຕິ ແລະ ສອດຄ່ອງກັບຄວາມມີເຫດຜົນ. ມີລາຍລະອຽດຫຼາຍຢ່າງກ່ຽວກັບດ້ານນີ້, ຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແຕ່ບໍ່ຈຳເປັນຕ້ອງລົງລາຍລະອຽດກ່ຽວກັບຫຼາຍສິ່ງຫຼາຍຢ່າງ. ສະຫຼຸບແລ້ວກໍຄື ຄວາມຄິດຂອງພຣະອົງໃນເລື່ອງນີ້ແມ່ນປົກກະຕິຢ່າງແນ່ນອນ.

ເຮົາບໍ່ເຄີຍແນະນຳຕົວເຮົາເອງເມື່ອມີປະຕິສຳພັນກັບຜູ້ຄົນ; ແມ່ນແຕ່ເມື່ອພົບກັບອ້າຍເອື້ອຍນ້ອງ, ເຮົາກໍບໍ່ເຄີຍແນະນຳຕົວເຮົາເອງ. ໃນການມີປະຕິສຳພັນຂອງເຮົາກັບຜູ້ຄົນ, ເຮົາບໍ່ເຄີຍວາງມາດໃນຖານະພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ເຈົ້າຮູ້ສຶກວ່າສິ່ງເຫຼົ່ານີ້ເປັນການສະແດງອອກທີ່ປົກກະຕິ ແລະ ສຳພັນກັບຊີວິດຈິງຂອງການປະພຶດຕົນຕາມກົດລະບຽບ ແລະ ການເຮັດສິ່ງຕ່າງໆຕາມໜ້າທີ່ບໍ? (ແມ່ນແລ້ວ). ຕົວຢ່າງ: ອ້າຍເອື້ອຍນ້ອງບາງຄົນເວົ້າວ່າ “ພຣະອົງຄືພຣະເຈົ້າ, ພຣະອົງຄືພຣະຜູ້ສ້າງ. ມັນເປັນກຽດສຳລັບທຸກຄົນທີ່ໄດ້ເຮັດສິ່ງຕ່າງໆເພື່ອພຣະອົງ. ຖ້າພວກເຂົາເຮັດໄດ້ບໍ່ດີ, ພວກເຂົາກໍກຳລັງຫາເລື່ອງຕາຍ!” ເມື່ອເຮົາພົບຄົນແບບນັ້ນ, ເຮົາກໍເວົ້າວ່າ “ຢູ່ໃຫ້ຫ່າງຈາກເຮົາ! ການເວົ້າສິ່ງເຫຼົ່ານັ້ນມີປະໂຫຍດຫຍັງ? ເຖິງແມ່ນວ່າອ້າຍເອື້ອຍນ້ອງຈະເຮັດສິ່ງຕ່າງໆເພື່ອເຮົາ, ເຮົາກໍບໍ່ໄດ້ຮຽກຮ້ອງສິ່ງດັ່ງກ່າວຈາກພວກເຂົາ”. ບໍ່ວ່າເຮົາຈະມີປະຕິສຳພັນກັບໃຜກໍຕາມ, ເຮົາກໍບໍ່ເຄີຍບອກອັດຕະລັກຂອງເຮົາໃຫ້ພວກເຂົາຮູ້. ບອກເຮົາເບິ່ງວ່າ ນີ້ເປັນການສະແດງອອກເຖິງຄວາມຄິດທີ່ປົກກະຕິ ແລະ ຄວາມເປັນມະນຸດທີ່ປົກກະຕິບໍ? (ແມ່ນແລ້ວ). ເຈົ້າກໍຮູ້ວ່າ ຄົນບ້າມັກຈະແນະນຳຕົວເອງຢູ່ສະເໝີ ໂດຍເວົ້າວ່າ “ຂ້ອຍຄືເງັກຊຽນຮ່ອງເຕ້! ຂ້ອຍຄືເຈົ້າແມ່ຊີຫວັງໝູ່ທີ່ລົງມາສູ່ໂລກມະນຸດ! ຂ້ອຍມາຈາກສະຫວັນ. ຖ້າພວກເຈົ້າພວກລູກນ້ອງໂຕນ້ອຍໆບໍ່ຟັງຂ້ອຍ, ຂ້ອຍຈະກວາດລ້າງພວກເຈົ້າໃຫ້ໝົດ!” ຄົນແບບນີ້ຈະເປັນຄືກັບຫຍັງ? (ຊາຕານ ແລະ ມານຮ້າຍ). ພວກເຂົາຈະເປັນຊາຕານ ແລະ ມານຮ້າຍ. ໃນພາສາມະນຸດ, ພວກເຂົາຈະຖືກເອີ້ນວ່າຄົນປ່ວຍທາງຈິດ, ຄົນທີ່ບໍ່ມີຄວາມມີເຫດຜົນທີ່ປົກກະຕິ. ຄົນທີ່ບໍ່ມີຄວາມມີເຫດຜົນທີ່ປົກກະຕິຈະປະພຶດຕົນຕາມກົດລະບຽບ ແລະ ເຮັດສິ່ງຕ່າງໆຕາມໜ້າທີ່ບໍ? (ບໍ່). ເຈົ້າສາມາດປະພຶດຕົນຕາມກົດລະບຽບ ແລະ ເຮັດສິ່ງຕ່າງໆຕາມໜ້າທີ່ ຖ້າຢ່າງໜ້ອຍທີ່ສຸດ ເຈົ້າມີສະຕິຮູ້ຜິດຊອບທີ່ດີເລີດ ແລະ ຄວາມມີເຫດຜົນທີ່ໄດ້ມາດຕະຖານເທົ່ານັ້ນ. ເນື່ອງຈາກພຣະເຈົ້າທີ່ບັງເກີດເປັນເນື້ອໜັງມີຄວາມເປັນມະນຸດທີ່ປົກກະຕິ, ການປະພຶດ ແລະ ການກະທຳຂອງພຣະອົງຈຶ່ງຖືກຄວບຄຸມໂດຍສະຕິຮູ້ຜິດຊອບ ແລະ ເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ ແລະ ໂດຍທຳມະຊາດແລ້ວ ພຣະອົງກໍດຳລົງຊີວິດຢູ່ພາຍໃຕ້ຄວາມເປັນມະນຸດທີ່ປົກກະຕິເຊິ່ງມີສະຕິຮູ້ຜິດຊອບ ແລະ ຄວາມມີເຫດຜົນດັ່ງກ່າວ; ສະນັ້ນ, ໃນການປະພຶດຕົນ ແລະ ການເຮັດສິ່ງຕ່າງໆ, ພຣະອົງຈຶ່ງປະຕິບັດຕາມຫຼັກການຂອງການປະພຶດຕົນຕາມກົດລະບຽບ ແລະ ການເຮັດສິ່ງຕ່າງໆຕາມໜ້າທີ່ຢ່າງເຂັ້ມງວດ. ຖ້າຜູ້ບໍ່ມີຄວາມເຊື່ອບາງຄົນເຮັດໃຫ້ເລື່ອງສ່ວນຕົວຂອງເຮົາເສຍຫາຍ ຫຼື ຕັ້ງໃຈຫຼອກລວງເຮົາ ຫຼື ຕັ້ງໃຈທຳລາຍສິ່ງຂອງ, ເຮົາກໍຈະຖອດຖອນບົດຮຽນຈາກສິ່ງນີ້ ແລະ ບໍ່ໃຊ້ພວກເຂົາອີກເລີຍ. ສຳລັບຜູ້ບໍ່ມີຄວາມເຊື່ອແລ້ວ, ບໍ່ວ່າຄຳເວົ້າຂອງພວກເຂົາຈະຟັງມ່ວນຫູສໍ່າໃດກໍຕາມ, ເຮົາກໍຕ້ອງລະມັດລະວັງ; ຖ້າເຮົາບໍ່ລະວັງ, ເຮົາກໍຈະຫຼົງກົງອຸບາຍຂອງພວກເຂົາ. ມີຄົນຫຼອກລວງຫຼາຍເກີນໄປໃນໂລກນີ້. ພວກເຂົາບໍ່ສົນໃຈວ່າເຈົ້າເປັນໃຜ; ຕາບໃດທີ່ພວກເຂົາສາມາດຫຼອກລວງເຈົ້າໄດ້, ພວກເຂົາກໍຈະເຮັດ. ໃນໂລກຝ່າຍວິນຍານ, ຊາຕານ ແລະ ມານຮ້າຍເຫັນຢ່າງຊັດເຈນວ່າພຣະເຈົ້າມີອຳນາດສູງສຸດເໜືອສັບພະສິ່ງ ແລະ ເຫັນຄວາມຊົງລິດອໍານາດຍິ່ງໃຫຍ່ຂອງພຣະເຈົ້າ ແລະ ແກ່ນແທ້ຂອງພຣະເຈົ້າ ແຕ່ພວກເຂົາບໍ່ເຄີຍເຄົາລົບພຣະເຈົ້າ, ຢຳເກງພຣະເຈົ້າ ຫຼື ຍອມຮັບອັດຕະລັກ ແລະ ແກ່ນແທ້ຂອງພຣະເຈົ້າເລີຍ. ຕອນນີ້ພຣະເຈົ້າໄດ້ບັງເກີດເປັນເນື້ອໜັງແລ້ວ, ບອກເຮົາເບິ່ງວ່າ ຜູ້ໃດໃນບັນດາມະນຸດຊາດທີ່ຖືກເຮັດໃຫ້ເສື່ອມຊາມໂດຍຊາຕານ ແລ້ວສາມາດຍອມຮັບພຣະເຈົ້າ ແລະ ອ່ອນນ້ອມຕໍ່ພຣະອົງໄດ້? ແມ່ນແຕ່ຜູ້ຄົນທີ່ເຊື່ອໃນພຣະເຈົ້າກໍຍັງບໍ່ຍອມຮັບພຣະອົງຢ່າງສົມບູນ, ແຮງໄກທີ່ພວກເຂົາຈະອ່ອນນ້ອມຕໍ່ພຣະອົງ. ບາງຄົນເວົ້າວ່າພວກເຂົາຈະກົ້ມຫົວ ແລະ ນະມັດສະການຕໍ່ໜ້າພຣະເຈົ້າ, ພວກເຂົາບໍ່ມີບັນຫາກັບການຄຸເຂົ່າຕໍ່ໜ້າສະຫວັນ, ການຄຸເຂົ່າຕໍ່ໜ້າໄມ້ກາງແຂນ, ການຄຸເຂົ່າຕໍ່ພຣະນາມຂອງພຣະເຢໂຮວາ ຫຼື ການຄຸເຂົ່າຕໍ່ໜ້າຮູບພາບຂອງອົງພຣະເຢຊູເຈົ້າ, ແຕ່ໃນໃຈຂອງພວກເຂົາ ພວກເຂົາບໍ່ສາມາດຍອມຮັບການຄຸເຂົ່າຕໍ່ເຮົາ ທີ່ເປັນບຸກຄົນນີ້ໄດ້: “ແມ່ນເຈົ້າບໍທີ່ຂ້ອຍເຊື່ອ? ເຈົ້າເບິ່ງບໍ່ຄືພຣະເຈົ້າເລີຍ! ຖ້າຂ້ອຍຄຸເຂົ່າຕໍ່ໜ້າເຈົ້າ, ຂ້ອຍຈະບໍ່ເປັນການຫຼຸດລະດັບຕົວເອງບໍ? ຂ້ອຍສາມາດຄຸເຂົ່າຕໍ່ໜ້າສະຫວັນ, ແຜ່ນດິນໂລກ ແລະ ພໍ່ແມ່ຂອງຂ້ອຍໄດ້, ແລ້ວຂ້ອຍຈະຄຸເຂົ່າຕໍ່ໜ້າຄົນຕໍ່າຕ້ອຍຄືກັບເຈົ້າໄດ້ແນວໃດ? ໂດຍສະເພາະໃນເມື່ອເຈົ້າເປັນຜູ້ຍິງ, ຮູບຮ່າງໜ້າຕາຂອງເຈົ້າກໍທຳມະດາ, ເຈົ້າບໍ່ມີຊື່ສຽງ ແລະ ເຈົ້າບໍ່ມີສະຖານະ ຫຼື ກຽດຕິຍົດໃນໂລກ, ເປັນຫຍັງຂ້ອຍຈຶ່ງຕ້ອງຄຸເຂົ່າຕໍ່ໜ້າເຈົ້າ?” ພວກເຂົາຮູ້ສຶກບໍ່ສະບາຍໃຈຢູ່ພາຍໃນ. ເມື່ອພວກເຂົາຢາກຄຸເຂົ່າ, ພວກເຂົາກໍລັງເລ ແລະ ກ່ອນທີ່ພວກເຂົາຈະຄຸເຂົ່າລົງ, ພວກເຂົາກໍລຸກຂຶ້ນອີກຄັ້ງ, ດ້ວຍຄວາມບໍ່ເຕັມໃຈ ແລະ ຝືນໃຈດ້ວຍຊໍ້າ. ເຮົາເວົ້າວ່າ “ບໍ່ຕ້ອງຄຸເຂົ່າຕໍ່ໜ້າເຮົາ. ຖ້າເຈົ້າຢາກຄຸເຂົ່າ, ກໍຈົ່ງຄຸເຂົ່າຕໍ່ໜ້າພຣະເຈົ້າໃນສະຫວັນ. ເຮົາບໍ່ຕ້ອງການໃຫ້ເຈົ້າຄຸເຂົ່າຕໍ່ໜ້າເຮົາ; ເຮົາຮັບມັນບໍ່ໄດ້. ເຮົາບໍ່ມີອຳນາດອັນຍິ່ງໃຫຍ່ຂະໜາດນັ້ນທີ່ຈະສາມາດພາເຈົ້າຂຶ້ນໄປເທິງອາກາດ ແລະ ພາເຈົ້າໄປສູ່ສະຫວັນຊັ້ນສາມໄດ້. ເຮົາເປັນພຽງຄົນສາມັນ. ເຮົາພາເຈົ້າ ເຊິ່ງເປັນມະນຸດທີ່ເສື່ອມຊາມ ມາຢູ່ຕໍ່ໜ້າພຣະເຈົ້າ. ຈາກນັ້ນ ເຮົາກໍບອກຄວາມຈິງທີ່ເຮົາຮູ້ ແລະ ເຂົ້າໃຈໃຫ້ເຈົ້າຟັງ ເພື່ອໃຫ້ເຈົ້າປະຕິບັດ, ເພື່ອທີ່ເຈົ້າຈະສາມາດບັນລຸຄວາມລອດພົ້ນໄດ້, ປ່ຽນແປງເຈົ້າໃຫ້ກາຍເປັນສິ່ງທີ່ຖືກສ້າງທີ່ໄດ້ມາດຕະຖານຢ່າງຄົບຖ້ວນ ແລະ ຈາກນັ້ນກໍສົ່ງເຈົ້າກັບຄືນສູ່ພຣະຜູ້ສ້າງ, ນີ້ຄືຄວາມຮັບຜິດຊອບຂອງເຮົາ ແລະ ພັນທະກິດຂອງເຮົາ. ສຳລັບພວກເຈົ້າທຸກຄົນແລ້ວ, ນັ້ນຄືປະໂຫຍດພຽງຢ່າງດຽວທີ່ເຮົາມີ. ເຮົາບໍ່ໄດ້ເຮັດສິ່ງໃດທີ່ສົມຄວນໄດ້ຮັບຄວາມດີຄວາມຊອບຕໍ່ເຈົ້າ ແລະ ເຮົາກໍບໍ່ໄດ້ເຮັດເຊັ່ນນັ້ນຕໍ່ພຣະເຈົ້າໃນສະຫວັນເຊັ່ນກັນ. ເຮົາເປັນພຽງຄົນສາມັນທີ່ໄດ້ເຮັດໃນສິ່ງທີ່ເຮົາຄວນເຮັດ, ໄດ້ເວົ້າໃນສິ່ງທີ່ເຮົາຄວນເວົ້າ ແລະ ໄດ້ເຮັດວຽກງານທີ່ເຮົາຄວນເຮັດ. ບໍ່ວ່າເຈົ້າຈະເຕັມໃຈໃນໃຈຂອງເຈົ້າ ຫຼື ບໍ່ກໍຕາມ, ຈາກມຸມມອງຄວາມເປັນມະນຸດຂອງເຮົາແລ້ວ, ເຮົາບໍ່ເຕັມໃຈເລີຍທີ່ຈະຍອມຮັບການຄຸເຂົ່າ ແລະ ການນະມັດສະການຂອງເຈົ້າ. ຍິ່ງໄປກວ່ານັ້ນ, ເຈົ້າກໍບໍ່ເຕັມໃຈ ແລະ ຕໍ່ຕ້ານໃນໃຈຂອງເຈົ້າ, ສະນັ້ນ ເຮົາຈຶ່ງຍິ່ງບໍ່ສາມາດຍອມຮັບມັນໄດ້”. ເຈົ້າເຫັນແລ້ວວ່າ ຄວາມຄິດຂອງເຮົາປົກກະຕິບໍ? ບໍ່ວ່າມັນຈະມາຈາກດ້ານໃດຂອງຄວາມເປັນມະນຸດກໍຕາມ, ນີ້ຄືການສະແດງອອກເຖິງຄວາມຄິດທີ່ປົກກະຕິ. ຍ້ອນວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງດຳລົງຊີວິດຢູ່ພາຍໃຕ້ຄວາມເປັນມະນຸດທີ່ປົກກະຕິ ແລະ ດຳລົງຊີວິດຄືກັບຄົນສາມັນໃນຊີວິດຈິງ ແລະ ບໍ່ໄດ້ພິເສດ, ວິທີທີ່ພຣະອົງປະຕິບັດ ແລະ ຈັດການກັບເລື່ອງຕ່າງໆສ່ວນໃຫຍ່ແລ້ວຈຶ່ງຖືກຄວບຄຸມໂດຍສະຕິຮູ້ຜິດຊອບ ແລະ ເຫດຜົນຂອງຄວາມເປັນມະນຸດຂອງພຣະອົງ. ສິ່ງນີ້ເຮັດໃຫ້ຫຼາຍຄົນເກີດຄວາມຄິດຫຼົງຜິດ; ພວກເຂົາຄິດວ່າ “ພຣະອົງບໍ່ແມ່ນພຽງແຕ່ຄົນສາມັນ ແລະ ປົກກະຕິບໍ?” ເຖິງແມ່ນວ່າຜູ້ຄົນຈະຍອມຮັບການບັງເກີດເປັນເນື້ອໜັງ ແລະ ຍອມຮັບວຽກງານຂອງພຣະເຈົ້າກໍຕາມ, ໃນໃຈຂອງພວກເຂົາ ພວກເຂົາກໍບໍ່ຕ້ອງການທີ່ຈະຄຸເຂົ່າລົງຕໍ່ໜ້າ ແລະ ນະມັດສະການບຸກຄົນນີ້ ຫຼື ອ່ອນນ້ອມຕໍ່ພຣະອົງ. ຄວາມຈິງແລ້ວ, ຖ້າເວົ້າຈາກໃຈຂອງເຮົາ ເຮົາບໍ່ຕ້ອງການທີ່ຈະຍອມຮັບການຄຸເຂົ່າ ແລະ ການນະມັດສະການຂອງເຈົ້າ, ເພາະວ່າເຮົາມີກຽດສັກສີ ແລະ ຄວາມມີເຫດຜົນ. ບໍ່ຕ້ອງເວົ້າເຖິງຕອນທີ່ເຈົ້າຝືນໃຈເລີຍ, ເຖິງແມ່ນວ່າເຈົ້າຈະເຕັມໃຈຄຸເຂົ່າ ແລະ ນະມັດສະການເຮົາ, ເຮົາກໍຈະບໍ່ເຕັມໃຈຍອມຮັບມັນ. ສິ່ງນີ້ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ພາຍໃນສະຕິຮູ້ຜິດຊອບ ແລະ ເຫດຜົນຂອງຄວາມເປັນມະນຸດຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງນີ້, ກໍຍັງມີຄວາມຮູ້ສຶກລະອາຍໃຈເຊັ່ນກັນ. ການມີຄວາມຮູ້ສຶກລະອາຍໃຈໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ຖ້າມີຄົນເວົ້າວ່າ “ຂ້ອຍຝືນໃຈທີ່ຈະຄຸເຂົ່າລົງຕໍ່ໜ້າ ແລະ ນະມັດສະການບຸກຄົນນີ້; ຂ້ອຍບໍ່ເຕັມໃຈເລັກນ້ອຍຢູ່ພາຍໃນ” ຫຼື ຖ້າຄົນໃດໜຶ່ງກຳລັງດຳລົງຊີວິດຢູ່ໃນສະພາວະທີ່ເບົາປັນຍາ; ຫຼື ຖ້າຄົນໃດໜຶ່ງກຳລັງຄຸເຂົ່າ ແລະ ນະມັດສະການໃນຂະນະທີ່ເຕັມໄປດ້ວຍຈິນຕະນາການກ່ຽວກັບພຣະເຈົ້າ, ເຮົາກໍຈະເວົ້າວ່າ ການຄຸເຂົ່າ ແລະ ການນະມັດສະການປະເພດເຫຼົ່ານີ້ລ້ວນແຕ່ບໍ່ຖືກຕ້ອງ. ເຮົາບໍ່ຕ້ອງການພິທີກຳແບບນີ້; ພວກເຈົ້າຕ້ອງບໍ່ເຂົ້າຮ່ວມໃນພິທີກຳດັ່ງກ່າວຢ່າງເດັດຂາດ. ເຖິງແມ່ນວ່າເຈົ້າຄຸເຂົ່າຕໍ່ໜ້າເຮົາ, ເຮົາກໍຈະຮູ້ສຶກອາຍທີ່ຈະຍອມຮັບມັນ. ຖ້າເຈົ້າຍັງຢືນຢັດທີ່ຈະຄຸເຂົ່າຕໍ່ໜ້າເຮົາ, ເຮົາຄວນເວົ້າວ່າ “ຂໍອວຍພອນເຈົ້າ” ຫຼື “ຂອບໃຈເຈົ້າ” ບໍ? ເຮົາຄົງຈະບໍ່ຮູ້ແທ້ໆວ່າຈະເວົ້າຫຍັງ. ເປັນຫຍັງ? ຕອນນີ້ເຈົ້າຍັງບໍ່ຊັດເຈນກ່ຽວກັບສະຖານະການຂອງເຈົ້າເອງໃນດ້ານຕ່າງໆເລີຍ ແຕ່ເຈົ້າກໍຍັງພະຍາຍາມທີ່ຈະຄຸເຂົ່າລົງຕໍ່ໜ້າ ແລະ ນະມັດສະການເຮົາ; ເຮົາບໍ່ສາມາດຍອມຮັບມັນໄດ້ແທ້ໆ. ເຮົາບໍ່ຮູ້ວ່າເຈົ້າກຳລັງນະມັດສະການພຣະເຈົ້າຢ່າງແທ້ຈິງ ຫຼື ບໍ່. ຖ້າເຮົາພະຍາຍາມຍອມຮັບເຈົ້າໃນຖານະຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍ, ເຈົ້າກໍຍັງບໍ່ໄດ້ມາດຕະຖານແທ້ໆ. ສະນັ້ນ ນັ້ນຈຶ່ງເປັນຈຸດທີ່ເຮັດໃຫ້ເລື່ອງນີ້ບໍ່ຄືບໜ້າໄປໃສ, ມັນໜ້າອຶດອັດຫຼາຍ. ເຮົາຍັງບໍ່ຊັດເຈນວ່າເຮົາຄວນຍອມຮັບເຈົ້າໃນຖານະຫຍັງ ຫຼື ແມ່ນຫຍັງເໝາະສົມທີ່ຈະເວົ້າກັບເຈົ້າ, ສະນັ້ນ ເຮົາຈຶ່ງຕໍ່ຕ້ານເລື່ອງນີ້ຢູ່ທາງໃນເປັນພິເສດ. ພວກເຈົ້າທຸກຄົນຕ້ອງບໍ່ຄຸເຂົ່າລົງຕໍ່ໜ້າ ແລະ ນະມັດສະການເຮົາຢ່າງເດັດຂາດ. ເຮົາບໍ່ຕ້ອງການມັນ ແລະ ເຮົາກໍບໍ່ມັກມັນ. ຖ້າພວກເຈົ້າຈຳເປັນຕ້ອງເຂົ້າໃຈຄວາມຈິງໃນດ້ານໃດໜຶ່ງ ຫຼື ຕ້ອງການຫຼັກການຂອງການປະພຶດຕົນ ແລະ ການເຮັດສິ່ງຕ່າງໆໃນດ້ານໃດໜຶ່ງ, ເຮົາກໍສາມາດໂອ້ລົມກ່ຽວກັບພວກມັນໄດ້. ແຕ່ຖ້າພວກເຈົ້າຕ້ອງການເຂົ້າຮ່ວມໃນພິທີການນີ້, ເຮົາຂໍແນະນຳບໍ່ໃຫ້ພວກເຈົ້າເຮັດມັນ, ຢ່າງໜ້ອຍກໍບໍ່ແມ່ນຕອນນີ້. ກ່ອນທີ່ພວກເຈົ້າຈະມີການອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງໃນໃຈຂອງພວກເຈົ້າ ແລະ ກ່ອນທີ່ພວກເຈົ້າກ້າວເຂົ້າສູ່ເສັ້ນທາງແຫ່ງການຢຳເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍ, ຢ່າເຮັດແບບນີ້; ຢ່າເຂົ້າຮ່ວມໃນພິທີການນີ້. ການເຮັດແບບນີ້ຈະບໍ່ດີ; ມັນຈະເຮັດໃຫ້ສະຖານະການໜ້າອຶດອັດສຳລັບພວກເຮົາທັງສອງ. ມັນເປັນການດີທີ່ສຸດທີ່ຈະຫຼີກລ່ຽງການເຮັດສິ່ງນີ້; ການເຂົ້າຮ່ວມໃນພິທີກຳດັ່ງກ່າວແມ່ນບໍ່ມີປະໂຫຍດ.

ໃນການໂອ້ລົມກ່ຽວກັບບັນຫາເລື່ອງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ເຮົາໄດ້ຍົກຫຼາຍຕົວຢ່າງທີ່ກ່ຽວຂ້ອງກັບຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ໃນຕົວຢ່າງເຫຼົ່ານີ້, ພວກເຈົ້າສາມາດເຫັນໄດ້ວ່າ ພຣະເຈົ້າທີ່ບັງເກີດເປັນເນື້ອໜັງບໍ່ໄດ້ພິເສດ, ເໜືອກວ່າ, ເໜືອທຳມະຊາດ ຫຼື ຜິດແປກໄປຈາກເດີມ. ສິ່ງເຫຼົ່ານີ້ ແລະ ສິ່ງອື່ນໆທີ່ຄ້າຍຄືກັນແມ່ນສິ່ງທີ່ຜູ້ຄົນຄວນເຂົ້າໃຈກ່ຽວກັບຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງ ແລະ ຄວາມຖ່ອມຕົວ ແລະ ຄວາມເຊື່ອງຊ້ອນຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ການໃຊ້ຊີວິດຕາມຂອງພຣະອົງ ແລະ ຫຼັກຄວາມເຊື່ອ ແລະ ຫຼັກການໃນການປະພຶດຕົນຂອງພຣະອົງ ລ້ວນແລ້ວແຕ່ສຳພັນກັບຊີວິດຈິງເປັນພິເສດ ແລະ ປົກກະຕິເປັນພິເສດ ແລະ ເມື່ອພຣະອົງປະເຊີນກັບສິ່ງຕ່າງໆ, ພຣະອົງກໍສາມາດອົດທົນ ແລະ ໃຈກວ້າງໄດ້ເຊັ່ນກັນ. ບໍ່ວ່າພຣະອົງຈະເຮັດຫຍັງກໍຕາມ, ທຸກສິ່ງທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງໃຊ້ຊີວິດຕາມ ແລະ ເປີດເຜີຍໃນຊີວິດຂອງພຣະອົງ ລ້ວນແລ້ວແຕ່ສະທ້ອນໃຫ້ເຫັນວ່າມີດ້ານທີ່ສຳພັນກັບຊີວິດຈິງໃນວິທີທີ່ເນື້ອໜັງທີ່ພຣະເຈົ້າບັງເກີດເປັນປະພຶດຕົນ. ນັ້ນກໍຄື ວິທີທີ່ພຣະອົງປະເຊີນກັບສິ່ງຕ່າງໆ ແລະ ຈັດການກັບບັນຫາຕ່າງໆແມ່ນອີງໃສ່ຫຼັກຄວາມເຊື່ອ ແລະ ຫຼັກການໃນການປະພຶດຕົນຂອງພຣະອົງຢ່າງສິ້ນເຊີງ, ເຊິ່ງກໍຄືການປະພຶດຕົນຕາມກົດລະບຽບ ແລະ ການເຮັດສິ່ງຕ່າງໆຕາມໜ້າທີ່. ເມື່ອສອງສາມປີກ່ອນ, ລູກຂອງເພື່ອນບ້ານຂອງພວກເຮົາກຳລັງຈະເຂົ້າຮຽນວິທະຍາໄລ ແລະ ພວກເຂົາກໍໄດ້ຈັດງານລ້ຽງໃນເດີ່ນບ້ານເພື່ອສະເຫຼີມສະຫຼອງ, ມີການຮ້ອງເພງ ແລະ ເຕັ້ນລຳ. ພວກເຂົາຍັງຄົງຮ້ອງເພງດ້ວຍໄມໂຄຣໂຟນໃນເວລາໜຶ່ງໂມງເຊົ້າ ຫຼື ສອງໂມງເຊົ້າ ແລະ ເພື່ອນບ້ານໃກ້ຄຽງຫຼາຍຄົນກໍສາມາດໄດ້ຍິນຢ່າງຊັດເຈນ. ຄົນຕາເວັນຕົກມັກຈະຍື່ນຄຳຮ້ອງຮຽນ, ແຕ່ໃນສະຖານະການນີ້ ບໍ່ມີໃຜຍື່ນຄຳຮ້ອງຮຽນ, ເພາະວ່າພວກເຮົາທຸກຄົນເປັນເພື່ອນບ້ານກັນມາຫຼາຍປີແລ້ວໃນຕອນນັ້ນ. ທຸກຄົນຮູ້ສຶກວ່າ “ເດັກນ້ອຍຮຽນໜັງສືມາຫຼາຍປີແລ້ວ ແລະ ມັນກໍຍາກທີ່ພວກເຂົາຈະໄດ້ປົດປ່ອຍ, ສະນັ້ນ ປ່ອຍໃຫ້ພວກເຂົາສະໜຸກສະໜານໃຫ້ເຕັມທີ່ໄປເລີຍ. ການຖືກລົບກວນແບບນີ້ເປັນບາງຄັ້ງບາງຄາວ ແລະ ການນອນບໍ່ຫຼັບດີຄືນໜຶ່ງກໍບໍ່ແມ່ນບັນຫາໃຫຍ່; ພວກເຮົາພຽງແຕ່ຖືວ່າມັນເປັນການນອນເດິກກໍແລ້ວກັນ”. ການຄິດແບບນີ້ປົກກະຕິບໍ? ຄົນເຮົາຄວນມີຄວາມອົດທົນ ແລະ ຄວາມໃຈກວ້າງແບບນີ້ຕໍ່ຄົນອື່ນບໍ? (ແມ່ນແລ້ວ). ບາງຄົນເວົ້າວ່າ “ພຣະອົງຄືພຣະເຈົ້າ, ພຣະອົງຈະສາມາດອົດທົນຕໍ່ມະນຸດທີ່ເສື່ອມຊາມທີ່ກຳລັງສົ່ງສຽງດັງໄດ້ແນວໃດ? ພຣະອົງບໍ່ຄວນອົດທົນ; ການພັກຜ່ອນຂອງພຣະອົງສຳຄັນຫຼາຍ!” ເຮົາເວົ້າວ່າ “ການພັກຜ່ອນຂອງໃຜທີ່ບໍ່ສຳຄັນແດ່? ການພັກຜ່ອນຂອງທຸກຄົນແມ່ນສຳຄັນໝົດ”. ແຕ່ບາງຄັ້ງຜູ້ໃຫຍ່ກໍຈຳເປັນຕ້ອງມີຄວາມອົດກັ້ນ ແລະ ສະແດງຄວາມເຂົ້າໃຈແດ່; ໂດຍສະເພາະຕໍ່ເດັກນ້ອຍ, ພວກເຮົາຄວນສະແດງຄວາມໃຈກວ້າງຕໍ່ພວກເຂົາແດ່. ນອກຈາກນີ້, ເມື່ອເຈົ້າອາໄສຢູ່ໃນໂລກນີ້, ຫຼາຍສິ່ງຫຼາຍຢ່າງກໍບໍ່ໄດ້ເປັນໄປຕາມທີ່ເຈົ້າຕ້ອງການ ແລະ ຫຼາຍຄັ້ງ ເຈົ້າກໍພຽງແຕ່ຕ້ອງອົດທົນ. ສິ່ງເຫຼົ່ານີ້ບໍ່ແມ່ນຫຍັງເລີຍ; ເຈົ້າຍັງຕ້ອງອົດທົນກັບສິ່ງທີ່ຮ້າຍແຮງກວ່ານີ້ ແລະ ສິ່ງທີ່ສ້າງອັນຕະລາຍໃຫ້ກັບເຈົ້າຢ່າງແທ້ຈິງ. ເມື່ອດຳລົງຊີວິດຢູ່ໃນໂລກນີ້, ໃນເສັ້ນທາງຂອງການເອົາຊີວິດລອດ, ທຸກຄົນປະເຊີນກັບຫຼາຍສະຖານະການທີ່ພວກເຂົາບໍ່ມີທາງເລືອກ. ເຈົ້າຍອມຈົນປັນຍາແທ້ໆບໍ ເມື່ອເຈົ້າປະເຊີນກັບສະຖານະການດັ່ງກ່າວ? ເຈົ້າຈະບໍ່ສາມາດດຳລົງຊີວິດຕໍ່ໄປໄດ້ບໍ? ດວງອາທິດກໍຍັງຈະຂຶ້ນໃນມື້ຕໍ່ມາ. ຊີວິດກໍຕ້ອງດຳເນີນຕໍ່ໄປ. ບໍ່ຈຳເປັນຕ້ອງຄິດເລັກຄິດນ້ອຍກັບເລື່ອງເລັກໆນ້ອຍໆ, ຍຶດຕິດກັບມັນ ແລະ ເຮັດຄືກັບວ່າໂລກກຳລັງຈະຈົບສິ້ນແລ້ວ. ບໍ່ຈຳເປັນຕ້ອງເຮັດໃຫ້ເປັນເລື່ອງໃຫຍ່ໂຕ ຫຼື ເຮັດເລື່ອງນ້ອຍໃຫ້ເປັນເລື່ອງໃຫຍ່. ສຳລັບສິ່ງເຫຼົ່ານີ້, ເຈົ້າຕ້ອງອົດກັ້ນ ແລະ ອົດທົນ. ເມື່ອມື້ໜຶ່ງເຈົ້າມີປະສົບການຫຼາຍຂຶ້ນ, ເຈົ້າກໍຈະມີຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ຮູ້ວິທີປະຕິບັດຕໍ່ສິ່ງເຫຼົ່ານີ້. ບອກເຮົາເບິ່ງວ່າ ຄວາມຄິດແບບນີ້ປົກກະຕິບໍ? (ແມ່ນແລ້ວ). ຄົນທີ່ມີຄວາມຄິດຜິດປົກກະຕິຈະຄິດແນວໃດ? “ເຈົ້າເດັກດື້, ເຈົ້າໃຫຍ່ແລ້ວ ແລະ ເລີ່ມຈັດງານລ້ຽງສະຫຼອງແລ້ວຕິ. ຜູ້ບໍ່ມີຄວາມເຊື່ອເຫຼົ່ານີ້ເປັນມານຮ້າຍແທ້ໆ! ເຈົ້າຮູ້ບໍວ່າຂ້ອຍແມ່ນໃຜ? ເຈົ້າລົບກວນການພັກຜ່ອນຂອງຂ້ອຍ, ສະນັ້ນ ຂ້ອຍຈະເຮັດໃຫ້ເຈົ້າຫຼາບຈຳ. ຂ້ອຍຂໍສາບແຊ່ງເຈົ້າ!” ຄວາມຄິດດັ່ງກ່າວປົກກະຕິບໍ? (ບໍ່). ຄວາມຄິດເຫຼົ່ານີ້ຜິດປົກກະຕິ, ສະນັ້ນ ເຈົ້າຕ້ອງບໍ່ຄິດແບບນັ້ນ. ຕົວເຮົາເອງກໍຈະບໍ່ຄິດແບບນັ້ນ. ເມື່ອສິ່ງເຫຼົ່ານີ້ເກີດຂຶ້ນ, ເຮົາສາມາດອົດທົນ ແລະ ປະຕິບັດຕໍ່ສິ່ງເຫຼົ່ານີ້ຢ່າງຖືກຕ້ອງ; ເຮົາສາມາດປະຕິບັດ ແລະ ຈັດການກັບສິ່ງເຫຼົ່ານີ້ດ້ວຍຄວາມຄິດ ແລະ ມຸມມອງຂອງຜູ້ໃຫຍ່. ແນ່ນອນວ່າ ສິ່ງເຫຼົ່ານີ້ຍັງເປັນການສະແດງອອກສະເພາະຂອງການປະພຶດຕົນຕາມກົດລະບຽບ ແລະ ການເຮັດສິ່ງຕ່າງໆຕາມໜ້າທີ່ອີກດ້ວຍ. ບາງຄົນເວົ້າວ່າ “ຄວາມໃຈກວ້າງຂອງພຣະເຈົ້ານັ້ນກວ້າງໃຫຍ່ໄພສານຄືກັບທະເລ ແລະ ທ້ອງຟ້າ, ສະນັ້ນ ຄົນທີ່ຕໍ່າຕ້ອຍເຫຼົ່ານີ້ຈຶ່ງບໍ່ມີຄວາມໝາຍຫຍັງສຳລັບພຣະເຈົ້າ. ບໍ່ວ່າມັນຈະສຽງດັງສໍ່າໃດກໍຕາມ, ພຣະອົງກໍບໍ່ໄດ້ຍິນ; ພຣະອົງບໍ່ຮູ້ສຶກຫຍັງເລີຍ. ສິ່ງນີ້ເອີ້ນວ່າການຢູ່ໃນລະດັບທີ່ສູງກວ່າ, ສິ່ງນີ້ເອີ້ນວ່າການຢູ່ໃນອີກລະດັບໜຶ່ງ, ສິ່ງນີ້ເອີ້ນວ່າການມີຈິດໃຈທີ່ກວ້າງຂວາງ”. ມັນເປັນແບບນີ້ບໍ? (ບໍ່). ເຮົາບໍ່ໄດ້ຈົດຈໍ່ກັບ “ຈິດໃຈທີ່ກວ້າງຂວາງ” ແທ້ໆ. ເຮົາບໍ່ແນ່ໃຈວ່າ “ຈິດໃຈທີ່ກວ້າງຂວາງ” ໝາຍຄວາມວ່າແນວໃດ ແລະ ເຮົາກໍບໍ່ເຂົ້າໃຈວ່າ “ການຢູ່ໃນອີກລະດັບໜຶ່ງ” ແມ່ນຫຍັງ ແລະ ເຮົາກໍບໍ່ໄດ້ຢູ່ໃນລະດັບທີ່ “ສູງ” ຂະໜາດນັ້ນ. ເຮົາພຽງແຕ່ຮູ້ວ່າຄວາມຄິດທີ່ປົກກະຕິ ແລະ ຄວາມມີເຫດຜົນທີ່ປົກກະຕິແມ່ນຫຍັງ, ວິທີການປະຕິບັດໃນທາງທີ່ກົງກັນກັບຄວາມເປັນມະນຸດ ແລະ ຄວາມມີເຫດຜົນ, ສິ່ງໃດທີ່ຄວນອົດທົນຮັບໄວ້ ແລະ ສິ່ງໃດທີ່ຄວນປະຕິບັດຢ່າງຈິງຈັງ ແລະ ຫຼັກການ ແລະ ຫຼັກຄວາມເຊື່ອໃດທີ່ຄວນປະຕິບັດຕາມຢ່າງເຂັ້ມງວດເມື່ອມີປະຕິສຳພັນກັບຜູ້ຄົນ ພ້ອມທັງວິທີຄິດໃນທາງທີ່ບໍ່ບິດເບືອນ, ຫົວຮຸນແຮງ, ເໜືອທຳມະຊາດ ຫຼື ສຸດໂຕ່ງໃນບາງສະຖານະການ ແລະ ວິທີຄິດຢ່າງປົກກະຕິໂດຍບໍ່ອຽງໄປທາງໃດທາງໜຶ່ງ. ເຮົາຮູ້ສິ່ງເຫຼົ່ານີ້ ແຕ່ເຮົາບໍ່ເຄີຍຮູ້ວ່າ “ການຢູ່ໃນອີກລະດັບໜຶ່ງ”, “ການມີຈິດໃຈທີ່ກວ້າງຂວາງ” ແລະ “ການບໍ່ເຮັດຕົວໂດດເດັ່ນໃນການປະພຶດຕົນ” ໝາຍຄວາມວ່າແນວໃດ. ເຮົາພຽງແຕ່ປະຕິບັດຕາມຫຼັກການຂອງການປະພຶດຕົນຕາມກົດລະບຽບ ແລະ ການເຮັດສິ່ງຕ່າງໆຕາມໜ້າທີ່. ນີ້ບໍ່ແມ່ນເລື່ອງງ່າຍດາຍບໍ? (ແມ່ນແລ້ວ). ບໍ່ວ່າເຮົາຈະຈັດການເລື່ອງໃດກໍຕາມ, ຈາກມຸມມອງ ແລະ ຈຸດຢືນຂອງເຮົາ ເຮົາເບິ່ງທຸກເລື່ອງ ແລະ ທຸກຄົນຢ່າງຖືກຕ້ອງ, ເປັນທຳ, ສົມເຫດສົມຜົນ ແລະ ມີເຫດຜົນໃນຖານະຄົນສາມັນ ແລະ ປົກກະຕິ, ໂດຍພະຍາຍາມບັນລຸຄວາມຍຸຕິທຳ, ຄວາມເປັນທຳ, ຄວາມສົມເຫດສົມຜົນ ແລະ ຄວາມມີເຫດຜົນໃນທຸກສິ່ງທີ່ເຮົາເຮັດ ໂດຍບໍ່ເປັນຄົນຫົວຮຸນແຮງ, ວ່າງເປົ່າ ຫຼື ຜິດແປກໄປຈາກເດີມ. ນອກຈາກນີ້, ເຮົາບໍ່ໄດ້ເຮັດຕົວສູງສົ່ງ ແລະ ເຮົາບໍ່ເຄີຍເບິ່ງສິ່ງໃດຈາກຕຳແໜ່ງທີ່ຫວ່າງເປົ່າເຊັ່ນສະຫວັນຊັ້ນສາມ. ເຖິງແມ່ນວ່າການຈັດການກັບຫຼາຍສິ່ງຫຼາຍຢ່າງໃນຊີວິດຈິງຂອງເຮົາແບບນີ້ເບິ່ງຄືວ່າທຳມະດາຫຼາຍສຳລັບຜູ້ຄົນ, ສິ່ງເຫຼົ່ານີ້ກໍຄືຄວາມຄິດ ແລະ ມຸມມອງບາງຢ່າງ ພ້ອມທັງວິທີການປະພຶດຕົນ ທີ່ຄົນເຮົາຕ້ອງມີໃນການດຳລົງຊີວິດ ແລະ ການເອົາຊີວິດລອດໃນຖານະສະມາຊິກຂອງມະນຸດຊາດ. ການດຳລົງຊີວິດແບບນີ້ແມ່ນຕິດດິນຫຼາຍ ແລະ ບໍ່ອິດເມື່ອຍ, ສະນັ້ນ ຫຼາຍຄົນຈຶ່ງຮູ້ສຶກວ່າເຮົາເຂົ້າກັນໄດ້ງ່າຍ ໂດຍບໍ່ມີຄວາມຊັບຊ້ອນທີ່ບໍ່ຈຳເປັນທຸກປະເພດ. ຈຸດປະສົງຂອງເຮົາໃນການບອກສິ່ງເຫຼົ່ານີ້ແກ່ພວກເຈົ້າບໍ່ແມ່ນພຽງແຕ່ເພື່ອໃຫ້ພວກເຈົ້າຮູ້ບາງສິ່ງບາງຢ່າງເທົ່ານັ້ນ ແຕ່ເພື່ອບອກພວກເຈົ້າວ່າ ເຮົາມີຫຼັກການເມື່ອມີປະຕິສຳພັນກັບໃຜກໍຕາມ ຫຼື ຈັດການກັບເລື່ອງຕ່າງໆ, ເຮົາບໍ່ເຄີຍເອົາສິ່ງຕ່າງໆມາດ້ວຍກຳລັງ ຫຼື ກົນອຸບາຍ, ເຮົາບໍ່ເຄີຍເວົ້າຈາຫວ່ານລ້ອມ, ເຮົາບໍ່ເຄີຍຕ້ອງການເອົາປຽບໃຜເມື່ອພົວພັນກັບຜູ້ຄົນ ແລະ ເຮົາຈະບໍ່ລະເມີດກົດໝາຍເພື່ອຈັດການກັບເລື່ອງໃດໆຢ່າງແນ່ນອນ. ສະຫຼຸບແລ້ວ, ຫຼັກການໃນການປະພຶດຕົນຂອງເຮົາກໍຄືການປະຕິບັດຕາມຫຼັກຄວາມເຊື່ອຂອງການປະພຶດຕົນຕາມກົດລະບຽບ ແລະ ການເຮັດສິ່ງຕ່າງໆຕາມໜ້າທີ່ ເພື່ອໃຫ້ມີຄວາມສະຫງົບໃນສະຕິຮູ້ຜິດຊອບຂອງເຮົາ ແລະ ມີຄວາມເປັນທຳໃນການເຮັດສິ່ງຕ່າງໆ, ເພື່ອບໍ່ທຳຮ້າຍ ຫຼື ຫຼອກລວງໃຜ ແລະ ເພື່ອບໍ່ທຳຮ້າຍຜົນປະໂຫຍດຂອງຄົນອື່ນ. ເຖິງແມ່ນວ່າເຮົາໄດ້ຮັບຜົນປະໂຫຍດບາງຢ່າງ, ມັນກໍຈະບໍ່ເກີດຂຶ້ນບົນພື້ນຖານຂອງການສ້າງຄວາມເສຍຫາຍຕໍ່ຜົນປະໂຫຍດຂອງຄົນອື່ນ; ໃນທາງກົງກັນຂ້າມ ເຮົາພະຍາຍາມທີ່ຈະເປັນທຳ ແລະ ຍຸຕິທຳ. ເຮົາໄດ້ບອກສິ່ງເຫຼົ່ານີ້ແກ່ພວກເຈົ້າ ແລະ ໄດ້ຍົກຕົວຢ່າງເຫຼົ່ານີ້ ແລະ ເຮົາຍັງໄດ້ເວົ້າກັບພວກເຈົ້າກ່ຽວກັບຫຼັກການໃນດ້ານນີ້, ວິທີການປະພຶດຕົນ, ໃນທາງທິດສະດີອີກດ້ວຍ. ນີ້ຄືຄົນປະເພດທີ່ເຮົາເປັນ. ຖ້າພວກເຈົ້າຕ້ອງການຮຽນຮູ້ເພີ່ມເຕີມເພື່ອຢັ້ງຢືນເຖິງຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງ ແລະ ຄວາມຖ່ອມຕົວ ແລະ ຄວາມເຊື່ອງຊ້ອນ ທີ່ເຮົາໄດ້ກ່າວເຖິງ ແລະ ເພື່ອຢັ້ງຢືນວ່າເຮົາປະຕິບັດຕາມຫຼັກການເຫຼົ່ານີ້ຂອງ “ການປະພຶດຕົນຕາມກົດລະບຽບ ແລະ ການເຮັດສິ່ງຕ່າງໆຕາມໜ້າທີ່” ຢ່າງແທ້ຈິງ, ເຮົາກໍຍິນດີໃຫ້ພວກເຈົ້າສືບສວນ ແລະ ຮວບຮວມຫຼັກຖານຢູ່ທຸກຫົນທຸກແຫ່ງເພື່ອເບິ່ງວ່າສິ່ງທີ່ເຮົາເວົ້າເປັນຂໍ້ເທັດຈິງ ຫຼື ບໍ່. ສະຫຼຸບແລ້ວ, ພວກເຈົ້າທຸກຄົນຄວນເຂົ້າໃຈຊັດເຈນກ່ຽວກັບສິ່ງເຫຼົ່ານີ້. ໂດຍພື້ນຖານແລ້ວ ສິ່ງເຫຼົ່ານີ້ຄືເລື່ອງທັງໝົດທີ່ກ່ຽວຂ້ອງກັບຊີວິດ ແລະ ການມີຢູ່ຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ສິ່ງເຫຼົ່ານີ້ຄືສິ່ງທີ່ພວກເຈົ້າຄວນເຂົ້າໃຈ ແລະ ເປັນສິ່ງທີ່ພວກເຈົ້າຕ້ອງເຂົ້າໃຈເຊັ່ນກັນ.

ພຣະເຈົ້າທີ່ບັງເກີດເປັນເນື້ອໜັງບໍ່ພຽງແຕ່ປະຕິບັດຕາມຫຼັກຄວາມເຊື່ອ ແລະ ຫຼັກການຂອງການປະພຶດຕົນຕາມກົດລະບຽບ ແລະ ການເຮັດສິ່ງຕ່າງໆຕາມໜ້າທີ່ໃນຊີວິດມະນຸດຂອງພຣະອົງຢ່າງເຂັ້ມງວດເທົ່ານັ້ນ ແຕ່ພຣະອົງຍັງປະຕິບັດຕາມຫຼັກຄວາມເຊື່ອ ແລະ ຫຼັກການເຫຼົ່ານີ້ຢ່າງເຂັ້ມງວດໃນພັນທະກິດທີ່ພຣະອົງປະຕິບັດອີກດ້ວຍ. ເຮົາໄດ້ເຮັດວຽກ ແລະ ເທດສະໜາມາເປັນເວລາຫຼາຍປີ ແລະ ພວກເຈົ້າກໍໄດ້ອ່ານພຣະທຳທີ່ເຮົາໂອ້ລົມຢູ່ສະເໝີ. ຜ່ານຫົວຂໍ້ຕ່າງໆ, ພວກເຈົ້າຄວນຈະສາມາດເຂົ້າໃຈມຸມມອງ, ຈຸດຢືນ ແລະ ທັດສະນະຄະຕິຂອງເຮົາກ່ຽວກັບບັນຫາຕ່າງໆ. ພວກເຈົ້າຮູ້ເລື່ອງນີ້ທາງທິດສະດີ ແຕ່ພວກເຈົ້າຮູ້ບໍວ່າເຮົາປະພຶດຕົນ ແລະ ເຮັດສິ່ງຕ່າງໆແນວໃດໃນພັນທະກິດທີ່ເຮົາປະຕິບັດ? ບາງທີ ພວກເຈົ້າບາງຄົນອາດຮູ້ພຽງແຕ່ວ່າ ເຮົາໄດ້ເຮັດສິ່ງຕ່າງໆ ແລະ ຮູ້ວ່າເຮົາໄດ້ສະແດງຫຍັງອອກມາ ແຕ່ເມື່ອເວົ້າເຖິງເລື່ອງສະເພາະເຈາະຈົງ, ພວກເຈົ້າອາດຍັງບໍ່ຮູ້ວ່າເຮົາຄິດຫຍັງຢູ່ໃນໃຈຂອງເຮົາ ຫຼື ແຜນການ ແລະ ການອອກແບບຂອງເຮົາແມ່ນຫຍັງ. ສະນັ້ນ, ເຮົາຈະແນະນຳໂດຍຫຍໍ້. ເມື່ອເວົ້າເຖິງເລື່ອງການປະຕິບັດພັນທະກິດຂອງເຮົາ, ໂດຍພື້ນຖານແລ້ວ ສຳລັບວຽກງານທີ່ເຮົາສາມາດ ແລະ ຄວນເຮັດ ແລະ ວຽກງານທີ່ກ່ຽວຂ້ອງກັບພັນທະກິດຂອງເຮົາ, ເຮົາພະຍາຍາມໂດຍບໍ່ລັງເລຫຍັງ ແລະ ບໍ່ຢູ່ພາຍໃຕ້ຂໍ້ຈຳກັດໃດໆ. ເຮົາບໍ່ໄດ້ຮຽກຮ້ອງສິ່ງໃດຈາກພວກເຈົ້າ ແລະ ເຮົາກໍບໍ່ໄດ້ທວງເອົາຄວາມດີຄວາມຊອບ. ເຮົາພຽງແຕ່ພະຍາຍາມທຸກວິທີທາງທີ່ເປັນໄປໄດ້ເພື່ອອະທິບາຍຢ່າງຊັດເຈນກ່ຽວກັບສິ່ງທີ່ເຮົາສາມາດເຮັດໄດ້, ສິ່ງທີ່ເຮົາເຂົ້າໃຈ ແລະ ສິ່ງທີ່ເຮົາຮູ້. ເພື່ອອະທິບາຍສິ່ງຕ່າງໆໃຫ້ຊັດເຈນ, ເຖິງແມ່ນວ່າມັນຈະຍືດຍາວ ຫຼື ສ້າງຄວາມຫຍຸ້ງຍາກກໍຕາມ, ເຮົາກໍພະຍາຍາມສຸດຄວາມສາມາດເພື່ອເຮັດໃຫ້ສິ່ງຕ່າງໆຊັດເຈນ. ເຮົາພະຍາຍາມໄປໃຫ້ເຖິງຈຸດທີ່ເຮົາຮູ້ສຶກໃນໃຈຂອງເຮົາວ່າພວກເຈົ້າໄດ້ເຂົ້າໃຈແລ້ວ ແລະ ເຮົາໄດ້ອະທິບາຍສິ່ງຕ່າງໆຢ່າງຊັດເຈນແລ້ວ, ໃນເວລານັ້ນ ເຮົາຈຶ່ງຈະຢຸດເວົ້າ ແລະ ຫົວຂໍ້ນັ້ນກໍຈົບລົງພຽງເທົ່ານັ້ນ. ຖ້າເຮົາຮູ້ສຶກວ່າເຮົາເວົ້າໜ້ອຍເກີນໄປ ແລະ ພວກເຈົ້າອາດບໍ່ທັນເຂົ້າໃຈ, ແລ້ວເຮົາກໍຈະລົງລາຍລະອຽດ, ເວົ້າໃຫ້ຫຼາຍຂຶ້ນ ແລະ ເຖິງກັບເວົ້າມັນຊໍ້າແລ້ວຊໍ້າອີກ, ໂດຍພະຍາຍາມທຸກວິທີທາງທີ່ເປັນໄປໄດ້ເພື່ອອະທິບາຍຫົວຂໍ້ນັ້ນໃຫ້ຊັດເຈນ. ເຮົາບໍ່ຢ້ານວ່າພວກເຈົ້າຈະຫົວຂວັນເຮົາ, ເຮົາບໍ່ຢ້ານວ່າປັນຍາຊົນບາງຄົນຈະຫົວຂວັນ ແລະ ເວົ້າວ່າ “ເວລາເຈົ້າເວົ້າ ເຈົ້າເວົ້າຍືດຍາວແທ້ໆ!” ເຮົາພຽງແຕ່ປະຕິບັດຄວາມຮັບຜິດຊອບຂອງເຮົາໂດຍອີງໃສ່ຫຼັກການຂອງການປະພຶດຕົນຕາມກົດລະບຽບ ແລະ ການເຮັດສິ່ງຕ່າງໆຕາມໜ້າທີ່, ໂດຍອະທິບາຍພຣະທຳທີ່ເຮົາຕັ້ງໃຈຈະກ່າວຢ່າງຊັດເຈນ ແລະ ກົງໄປກົງມາ. ຖ້າຜູ້ຄົນບໍ່ສາມາດກຳແໜ້ນພຣະທຳບາງຂໍ້ທີ່ເຮົາໂອ້ລົມກ່ຽວກັບຄວາມຈິງ ແລະ ຍັງຮູ້ສຶກບໍ່ຊັດເຈນຫຼັງຈາກທີ່ໄດ້ຍິນພຣະທຳເຫຼົ່ານັ້ນ, ແລ້ວເຮົາກໍຈະຍົກຕົວຢ່າງ ແລະ ເວົ້າໃຫ້ສະເພາະເຈາະຈົງຫຼາຍຂຶ້ນ. ເຖິງແມ່ນວ່າເຮົາຕ້ອງໃຊ້ຄຳເວົ້າຫຼາຍຢ່າງດ້ວຍວິທີນີ້, ຮູ້ສຶກໝົດແຮງ, ອິດເມື່ອຍທາງຈິດໃຈ ແລະ ປາກແຫ້ງກໍຕາມ, ເຮົາກໍຍັງຕ້ອງພະຍາຍາມທຸກວິທີທາງທີ່ເປັນໄປໄດ້ເພື່ອອະທິບາຍສິ່ງຕ່າງໆໃຫ້ຊັດເຈນ. ຖ້າພວກເຈົ້າບໍ່ເຂົ້າໃຈຫຼັງຈາກທີ່ເຮົາເວົ້າຈົບໃນເວລານັ້ນ, ເຮົາກໍຈະຈັດການເຕົ້າໂຮມອີກຄັ້ງ. ແລ້ວນັ້ນໝາຍຄວາມວ່າແນວໃດ? ການຈັດການເຕົ້າໂຮມອີກຄັ້ງ ແລະ ການເວົ້າຈົນກວ່າປາກຂອງເຮົາແຫ້ງໝາຍຄວາມວ່າ ເຮົາຈະອິດເມື່ອຍຫຼາຍ; ມັນໝາຍເຖິງການທົນທຸກກັບຄວາມອິດເມື່ອຍອີກຄັ້ງ. ແຕ່ເຮົາບໍ່ສາມາດກຽດຄ້ານໄດ້. ເຮົາບໍ່ສາມາດຫ້າມໃຈຈາກການເວົ້າກ່ຽວກັບຫົວຂໍ້ນີ້ ໂດຍບໍ່ສົນໃຈວ່າພວກເຈົ້າເຂົ້າໃຈມັນແລ້ວ ຫຼື ບໍ່, ພຽງເພາະວ່າເຮົາໄດ້ເວົ້າກ່ຽວກັບຫົວຂໍ້ນີ້ໃນຄັ້ງກ່ອນ ແລະ ຢ້ານວ່າຈະອິດເມື່ອຍ. ເຮົາຕ້ອງພະຍາຍາມທຸກວິທີທາງທີ່ເປັນໄປໄດ້ເພື່ອອະທິບາຍຫົວຂໍ້ນີ້ໃຫ້ຊັດເຈນ. ສຳລັບເລື່ອງທີ່ວ່າພວກເຈົ້າຈະສາມາດເຂົ້າໃຈ, ຍອມຮັບ ແລະ ປະຕິບັດຄວາມຈິງຫຼັງຈາກທີ່ໄດ້ຍິນພຣະທຳເຫຼົ່ານີ້ ຫຼື ບໍ່, ນັ້ນກໍຂຶ້ນຢູ່ກັບການໄລ່ຕາມເສາະຫາສ່ວນຕົວຂອງພວກເຈົ້າ; ເຮົາບໍ່ໄດ້ໃສ່ໃຈກັບເລື່ອງນັ້ນ. ເຖິງຢ່າງໃດກໍຕາມ, ສຳລັບຫົວຂໍ້ທີ່ເຮົາຕ້ອງການເວົ້າ ແລະ ຍັງບໍ່ທັນໄດ້ເວົ້າ ແລະ ຄວາມຮັບຜິດຊອບທີ່ເຮົາຍັງບໍ່ທັນໄດ້ປະຕິບັດໃຫ້ສຳເລັດ ຫຼື ພາລະທີ່ເຮົາຍັງບໍ່ທັນໄດ້ປົດຖິ້ມ, ເຮົາຕ້ອງເຮັດໃຫ້ພວກມັນສຳເລັດ ແລະ ຈັດການພວກມັນໃຫ້ດີຢ່າງແນ່ນອນ, ຈົນກວ່າເຮົາຈະຮູ້ສຶກຢູ່ທາງໃນວ່າ “ຕອນນີ້ມັນຖືກອະທິບາຍຢ່າງຊັດເຈນແລ້ວ. ເຮົາໄດ້ເວົ້າເຖິງທຸກສິ່ງທີ່ລວມຢູ່ໃນຫົວຂໍ້ນີ້ແລ້ວ. ຢ່າງໜ້ອຍທີ່ສຸດ, ພວກເຈົ້າກໍຮູ້ກ່ຽວກັບມັນ ແລະ ເຂົ້າໃຈມັນ”. ແລ້ວເຮົາຈຶ່ງຈະຮູ້ສຶກສະບາຍໃຈຢູ່ພາຍໃນ. ມັນອາດເປັນໄປໄດ້ວ່າການຈັດການເຕົ້າໂຮມເພີ່ມເຕີມສອງສາມຄັ້ງສຳລັບພວກເຈົ້າຈະເຮັດໃຫ້ເຮົາອິດເມື່ອຍຫຼາຍຈົນເຮົາບໍ່ສາມາດນອນຫຼັບໄດ້ເປັນເວລາຫຼາຍມື້, ແຕ່ໃນຄັ້ງຕໍ່ໄປທີ່ສິ່ງນີ້ເກີດຂຶ້ນ ເຮົາກໍຍັງຈະໃຊ້ວິທີການນີ້. ເຮົາຈະບໍ່ກຽດຄ້ານ ໂດຍເວົ້າວ່າ “ເພື່ອຫຼີກລ່ຽງຄວາມອິດເມື່ອຍ, ເຮົາຈະບໍ່ເວົ້າຫຼາຍ ແລະ ເຮົາຈະຈັດການເຕົ້າໂຮມໜ້ອຍລົງໜຶ່ງຄັ້ງ. ພວກເຮົາຈົບຫົວຂໍ້ນີ້ໄວ້ພຽງເທົ່ານີ້ກັນເທາະ; ແນວໃດກໍຕາມ ຄົນສ່ວນໃຫຍ່ກໍບໍ່ໄດ້ໄລ່ຕາມເສາະຫາຄວາມຈິງຢູ່ແລ້ວ”. ເຮົາຈະບໍ່ເຮັດພໍແລ້ວມືແລ້ວຕີນຕໍ່ພວກເຈົ້າ ແລະ ເຮົາກໍຈະບໍ່ເຮັດພໍແລ້ວມືແລ້ວຕີນຕໍ່ພັນທະກິດທີ່ເຮົາປະຕິບັດ. ເມື່ອເຮົາເຮັດສິ່ງນີ້, ເຮົາບໍ່ເຄີຍເວົ້າວ່າ ເຮົາຕ້ອງເຮັດເພື່ອບໍ່ໃຫ້ຜິດຕໍ່ສະຕິຮູ້ຜິດຊອບຂອງເຮົາ ຫຼື ບໍ່ໃຫ້ຜິດຕໍ່ອ້າຍເອື້ອຍນ້ອງທີ່ນັ່ງຢູ່ບ່ອນນີ້ເພື່ອຟັງຄຳເທດສະໜາຂອງເຮົາເປັນເວລາຫຼາຍຊົ່ວໂມງ. ໃນທາງກົງກັນຂ້າມ ເຮົາພຽງແຕ່ທຸ້ມເທທຸກສິ່ງທີ່ເຮົາຄວນເຮັດ, ຕ້ອງການເຮັດ ແລະ ຕ້ອງການເວົ້າໃຫ້ພວກເຈົ້າ ຢ່າງເປັນທຳມະຊາດ ແລະ ສຸດຄວາມສາມາດຂອງເຮົາ, ເພື່ອໃຫ້ພວກເຈົ້າໄດ້ຍິນມັນ ແລະ ໄດ້ຮັບມັນ. ເຮົາບໍ່ກຽດຄ້ານ ແລະ ເຮົາບໍ່ເຮັດພໍແລ້ວມືແລ້ວຕີນ. ຖ້າເຮົາອະທິບາຍບາງສິ່ງບໍ່ຊັດເຈນໃນຄັ້ງທຳອິດ, ເຮົາກໍຈະເວົ້າມັນຊໍ້າສອງ ຫຼື ສາມຄັ້ງດ້ວຍວິທີທີ່ແຕກຕ່າງກັນ. ເຖິງແມ່ນວ່າພວກເຈົ້າມີຄວາມຄິດເຫັນບາງຢ່າງກ່ຽວກັບເຮົາໃນໃຈຂອງພວກເຈົ້າ ຫຼື ເວົ້າວ່າເຮົາເວົ້າຍືດຍາວ, ເຮົາກໍບໍ່ສົນໃຈ. ຕາບໃດທີ່ເຮົາສາມາດອະທິບາຍສິ່ງຕ່າງໆໃຫ້ຊັດເຈນ ແລະ ບັນລຸຜົນໄດ້, ນັ້ນກໍພຽງພໍແລ້ວ. ເມື່ອເຮົາເວົ້າ, ເຮົາປະຕິບັດໂດຍອີງໃສ່ຫຼັກການທີ່ວ່າ “ເຮັດສິ່ງຕ່າງໆໃຫ້ດີ ແລະ ຢ່າງຖີ່ຖ້ວນ, ປະຕິບັດຄວາມຮັບຜິດຊອບຂອງເຮົາໃຫ້ສຳເລັດ ແລະ ທຸ້ມເທທຸກສິ່ງທີ່ຢູ່ພາຍໃນເຮົາໃຫ້ແກ່ພວກເຈົ້າ”. ເຮົາບໍ່ກຽດຄ້ານ ຫຼື ເຮັດພໍແລ້ວມືແລ້ວຕີນ. ນີ້ຄືທັດສະນະຄະຕິຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງໃນການປະຕິບັດພັນທະກິດຂອງພຣະອົງ.

ສຳລັບສິ່ງທີ່ບໍ່ກ່ຽວຂ້ອງກັບພັນທະກິດຂອງເຮົາ, ເຊັ່ນ ບາງຄັ້ງການຊີ້ນໍາພວກເຈົ້າໃນເລື່ອງທີ່ຢູ່ພາຍໃນຂອບເຂດໜ້າທີ່ຂອງພວກເຈົ້າ, ສິ່ງນີ້ຢູ່ນອກເໜືອພັນທະກິດຂອງເຮົາ. ພວກເຈົ້າອາດບໍ່ຮັບຮູ້ເຖິງສິ່ງນີ້. ຄວາມຈິງແລ້ວ, ນອກເໜືອຈາກການໂອ້ລົມຄວາມຈິງ ແລະ ການຊີ້ນໍາພວກເຈົ້າໃຫ້ເຂົ້າໃຈຫຼັກການຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງຄວາມຈິງແລ້ວ, ບໍ່ມີສິ່ງອື່ນໃດທີ່ກ່ຽວຂ້ອງກັບເຮົາ; ມັນບໍ່ແມ່ນສິ່ງທີ່ເຮົາຄວນເຮັດ. ໃຫ້ເຮົາເຮັດໃຫ້ສິ່ງນີ້ຊັດເຈນສຳລັບພວກເຈົ້າ. ການຊີ້ນໍາວຽກງານຂອງພວກເຈົ້າບໍ່ໄດ້ຢູ່ພາຍໃນຂອບເຂດພັນທະກິດຂອງເຮົາ ແລະ ບໍ່ມີຫຍັງກ່ຽວຂ້ອງກັບເຮົາ. ມັນບໍ່ເປັນຫຍັງ ບໍ່ວ່າເຮົາຈະເຮັດວຽກງານນີ້ ຫຼື ບໍ່ກໍຕາມ; ນັ້ນຄືທຸລະຂອງພວກເຈົ້າທີ່ເປັນມະນຸດ. ນີ້ຄືຄັ້ງທຳອິດທີ່ເຮົາໄດ້ກ່າວເຖິງສິ່ງນີ້, ນັ້ນກໍຄື ທຸລະຂອງພວກເຈົ້າທີ່ເປັນມະນຸດ. ນັ້ນກໍຄື ທຸລະຂອງພວກເຈົ້າ, ທະລຸຂອງມະນຸດ, ບໍ່ມີຫຍັງກ່ຽວຂ້ອງກັບເຮົາ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ສິ່ງທີ່ພວກເຈົ້າປະຕິບັດຄືໜ້າທີ່ຂອງພວກເຈົ້າ ແລະ ສິ່ງທີ່ເຮົາປະຕິບັດຄືພັນທະກິດຂອງເຮົາ. ເຮົາເຮັດວຽກງານ, ໃນຂະນະທີ່ພວກເຈົ້າປະຕິບັດໜ້າທີ່; ມີຄວາມແຕກຕ່າງກັນ. ກ່ຽວກັບການຊີ້ນໍາພວກເຈົ້າໃນເລື່ອງທີ່ຢູ່ພາຍໃນຂອບເຂດໜ້າທີ່ຂອງພວກເຈົ້າ, ນອກເໜືອຈາກການໂອ້ລົມຫຼັກການຄວາມຈິງແລ້ວ, ຖ້າພວກເຈົ້າຖາມເຮົາກ່ຽວກັບທັກສະທາງດ້ານວິຊາຊີບ ຫຼື ວຽກງານທາງໂລກ, ເຮົາກໍຈະພະຍາຍາມຢ່າງສຸດຄວາມສາມາດເພື່ອສະແດງອອກຢ່າງຊັດເຈນເຖິງສິ່ງທີ່ເຮົາເຂົ້າໃຈ, ສິ່ງທີ່ເຮົາມີຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ຫຼັກການທີ່ເຮົາໄດ້ກຳແໜ້ນ, ເພື່ອໃຫ້ພວກເຈົ້າຮູ້ ແລະ ເຂົ້າໃຈພວກມັນ. ເຮົາຈະເຮັດຢ່າງສຸດຄວາມສາມາດຂອງເຮົາເພື່ອສອນພວກເຈົ້າ ແລະ ຊ່ວຍໃຫ້ພວກເຈົ້າຮຽນຮູ້. ສຳລັບສິ່ງທີ່ເຮົາບໍ່ຮູ້, ເຮົາກໍຈະໃຫ້ພວກເຈົ້າຊອກຫາແຫຼ່ງຂໍ້ມູນ ຫຼື ຖ້າມີຄົນໃດໃນທ່າມກາງພວກເຈົ້າທີ່ຮູ້ກ່ຽວກັບເລື່ອງນັ້ນ, ເຮົາກໍຈະປຶກສາພວກເຂົາວ່າ “ເຈົ້າໄດ້ສຶກສາວິຊາຊີບນີ້ມາ, ແລ້ວເອກະສານທາງດ້ານການສຶກສາໃນອຸດສາຫະກຳນີ້ກ່າວແນວໃດກ່ຽວກັບເລື່ອງນີ້? ກົດລະບຽບໃນຂົງເຂດຄວາມຮູ້ນີ້ແມ່ນຫຍັງ? ພວກເຮົາຊອກຫາຫຼັກການຢູ່ບ່ອນນີ້ກັນເທາະ ເພື່ອໃຫ້ວຽກງານຂອງພວກເຮົາເໝາະສົມຫຼາຍຂຶ້ນກັບລົດນິຍົມ ແລະ ສາຍຕາທີ່ແຫຼມຄົມຂອງຜູ້ຊ່ຽວຊານ, ເພື່ອທີ່ພວກເຮົາຈະບໍ່ຖືກເຍາະເຍີ້ຍ ຫຼື ກາຍເປັນຕົວຕະຫຼົກ, ເພື່ອທີ່ພວກເຮົາຈະບໍ່ເຮັດສິ່ງທີ່ໜ້າອັບອາຍ ແລະ ເພື່ອທີ່ພວກເຮົາຈະບໍ່ເຮັດໃຫ້ເຮືອນຂອງພຣະເຈົ້າເສຍໜ້າ”. ເຈົ້າເຫັນບໍວ່າ ເພງສັນລະເສີນປະສານສຽງ, ລະຄອນເພງ, ການຜະລິດຮູບເງົາ, ການຂຽນບົດ, ສິລະປະ, ພ້ອມທັງການເຕັ້ນ, ເຄື່ອງນຸ່ງ ແລະ ອື່ນໆ ທີ່ເຮົາຊີ້ນໍານັ້ນ, ບໍ່ວ່າຈະເປັນວຽກງານດ້ານວິຊາຊີບ ຫຼື ບໍ່ແມ່ນວິຊາຊີບກໍຕາມ, ມັນກໍບໍ່ແມ່ນວຽກງານທີ່ຢູ່ພາຍໃນຂອບເຂດພັນທະກິດທີ່ເຮົາປະຕິບັດ. ມັນຄືໜ້າທີ່ຂອງພວກເຈົ້າ. ການເອີ້ນມັນວ່າ “ໜ້າທີ່ຂອງພວກເຈົ້າ” ໝາຍຄວາມວ່າມັນເປັນທຸລະຂອງພວກເຈົ້າ ແລະ ພວກເຈົ້າຄວນຈັດການມັນດ້ວຍຕົນເອງ, ເພາະວ່າເລື່ອງເຫຼົ່ານີ້ກ່ຽວຂ້ອງກັບຂົງເຂດຄວາມຮູ້ບາງຢ່າງ ແລະ ບັນຫາທາງດ້ານເຕັກນິກ ແລະ ວິຊາຊີບຂອງບາງອຸດສາຫະກຳ ແລະ ສິ່ງເຫຼົ່ານີ້ຄືສິ່ງທີ່ພວກເຈົ້າຕ້ອງຮຽນຮູ້. ສິ່ງທີ່ພວກເຈົ້າຄວນສຶກສາກໍເປັນເລື່ອງທີ່ພວກເຈົ້າຕ້ອງສຶກສາ, ສິ່ງທີ່ພວກເຈົ້າຄວນສອບຖາມກໍເປັນເລື່ອງທີ່ພວກເຈົ້າຕ້ອງສອບຖາມ ແລະ ສິ່ງທີ່ພວກເຈົ້າຄວນປະຕິບັດກໍເປັນເລື່ອງທີ່ພວກເຈົ້າຕ້ອງປະຕິບັດ. ຄວາມຈິງແລ້ວ, ສິ່ງນີ້ບໍ່ມີຫຍັງກ່ຽວຂ້ອງກັບເຮົາ. ວຽກງານທີ່ເຮົາເຮັດຄືການເປັນຕົວແທນໃຫ້ແກ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງໃນການສະແດງພຣະທຳ ແລະ ເປັນຕົວແທນໃຫ້ແກ່ພຣະເຈົ້າໃນການກ່າວກັບພວກເຈົ້າ ແລະ ເຮັດວຽກງານຢູ່ໃນພວກເຈົ້າ. ສຳລັບວຽກງານທີ່ບໍ່ມີຫຍັງກ່ຽວຂ້ອງກັບພັນທະກິດຂອງເຮົາ, ນັ້ນຄືທຸລະຂອງພວກເຈົ້າທີ່ເປັນມະນຸດ. ສຳລັບວຽກງານນີ້, ພຣະເຈົ້າໄດ້ຈັດກຽມຜູ້ນໍາ ແລະ ຜູ້ລ້ຽງດູເພື່ອນໍາພາພວກເຈົ້າ ແລະ ພຣະອົງຍັງໄດ້ສ້າງຕັ້ງການຈັດແຈງວຽກງານຕ່າງໆ ແລະ ກົດການປົກຄອງ ແລະ ກົດລະບຽບຕ່າງໆອີກດ້ວຍ. ພວກເຈົ້າຄວນປະຕິບັດຕາມການຈັດແຈງຂອງຜູ້ນໍາທີ່ພຣະເຈົ້າໄດ້ສ້າງຕັ້ງຂຶ້ນສຳລັບພວກເຈົ້າຢ່າງເຂັ້ມງວດ ນັ້ນກໍຄື ມະນຸດທີ່ພຣະວິນຍານບໍລິສຸດຊົງໃຊ້ ແລະ ພວກເຈົ້າຄວນອ່ອນນ້ອມຕໍ່ການນໍາພາຂອງລາວ. ນອກຈາກນັ້ນ ສຳລັບວຽກງານໃດໆທີ່ເຮົາເຮັດນອກເໜືອຈາກພັນທະກິດຂອງເຮົາ, ນັ້ນນັບວ່າເປັນຫຍັງ? ທັງໝົດນີ້ນັບວ່າເປັນວຽກງານເພີ່ມເຕີມ. ເຮົາບໍ່ຈຳເປັນຕ້ອງປະຕິບັດໜ້າທີ່. ເຮົາເຮັດວຽກງານ ແລະ ປະຕິບັດພັນທະກິດຂອງເຮົາ ແລະ ພວກເຈົ້າປະຕິບັດໜ້າທີ່ຂອງພວກເຈົ້າ. ສະນັ້ນ, ເຮົາສາມາດຊີ້ນໍາວຽກງານຂອງພວກເຈົ້າໄດ້ ແຕ່ນີ້ບໍ່ແມ່ນຄວາມຮັບຜິດຊອບຂອງເຮົາ. ຖ້າພວກເຈົ້າຄິດວ່າ “ພຣະອົງຕ້ອງເຮັດວຽກງານນີ້; ນີ້ຄືວຽກງານຂອງພຣະອົງ. ມັນເປັນໄປໄດ້ແນວໃດທີ່ພຣະອົງຈະບໍ່ເຮັດມັນ? ຖ້າພຣະອົງບໍ່ເຮັດມັນ, ຂ້ານ້ອຍຈະໂຍນຄວາມຮັບຜິດຊອບໃຫ້ພຣະອົງ ແລະ ຈະບໍ່ຍອມປ່ອຍພຣະອົງໄປ”, ແລ້ວເຮົາກໍບອກວ່າພວກເຈົ້າຜິດແລ້ວ. ພວກເຈົ້າບໍ່ສາມາດໂຍນສິ່ງນີ້ໃຫ້ເຮົາໄດ້. ນັ້ນຄືໜ້າທີ່ຂອງພວກເຈົ້າທີ່ເປັນມະນຸດ. ເມື່ອພວກເຈົ້າບໍ່ເຂົ້າໃຈບາງສິ່ງທີ່ກ່ຽວຂ້ອງກັບໜ້າທີ່ຂອງພວກເຈົ້າ, ພວກເຈົ້າກໍຄວນໂອ້ລົມ, ສົນທະນາ ແລະ ສະແຫວງຫາໃນທ່າມກາງພວກເຈົ້າເອງ. ຖ້າພວກເຈົ້າຖາມເຮົາ ແລະ ເງື່ອນໄຂຂອງເຮົາໃນເວລານັ້ນເອື້ອອຳນວຍ, ເຮົາກໍສາມາດຊ່ວຍເຈົ້າໄດ້. ຖ້າເຮົາບໍ່ມີເວລາ ແລະ ບໍ່ສາມາດຊ່ວຍເຈົ້າໄດ້, ນັ້ນກໍບໍ່ແມ່ນຄວາມຜິດຂອງເຮົາ. ຖ້າພວກເຈົ້າບາງຄົນໃຊ້ເຫດຜົນທີ່ບິດເບືອນ ໂດຍເວົ້າວ່ານີ້ຄືສິ່ງທີ່ເຮົາຄວນເຮັດ, ແລ້ວເຈົ້າກໍຜິດແລ້ວ. ນີ້ຄືໜ້າທີ່ທີ່ພວກເຈົ້າຄວນເຮັດ ແລະ ມັນບໍ່ມີຫຍັງກ່ຽວຂ້ອງກັບເຮົາ. ຖ້າເຈົ້າບໍ່ປະຕິບັດໜ້າທີ່ຂອງເຈົ້າໃຫ້ດີ, ນັ້ນກໍຄືການທີ່ເຈົ້າບໍ່ມີຄວາມຮັບຜິດຊອບ ແລະ ບໍ່ຊື່ສັດ. ຖ້າເຈົ້າບໍ່ບັນລຸໜ້າທີ່ຂອງເຈົ້າ ແລະ ພະຍາຍາມໂຍນຄວາມຮັບຜິດຊອບມາໃຫ້ເຮົາ, ນີ້ກໍຄືການສະແດງອອກເຖິງການບໍ່ມີເຫດຜົນ ແລະ ພຣະເຈົ້າກໍເຫັນວ່າສິ່ງນີ້ເປັນຕາໜ້າລັງກຽດຢ່າງຍິ່ງ. ເຖິງຢ່າງໃດກໍຕາມ, ຖ້າເຮົາເຫັນວ່າພວກເຈົ້າບໍ່ສາມາດເຮັດບາງສິ່ງໄດ້ແທ້ໆ, ເຫັນວ່າມັນເກີນຂີດຄວາມສາມາດຂອງພວກເຈົ້າ ແລະ ພວກເຈົ້າບໍ່ຮູ້ຫຼັກການໃນການເຮັດວຽກງານນີ້, ແລ້ວເຮົາກໍຕ້ອງຍື່ນມືເຂົ້າຊ່ວຍ, ຍົກຕົວຢ່າງໃຫ້ພວກເຈົ້າເຫັນໜຶ່ງ ຫຼື ສອງຕົວຢ່າງ ແລະ ເຮັດໃຫ້ພວກເຈົ້າເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ. ຖ້າພວກເຈົ້າຍັງບໍ່ສາມາດເຮັດມັນໄດ້ ແລະ ເງື່ອນໄຂຂອງເຮົາກໍບໍ່ເອື້ອອຳນວຍໃຫ້ເຮົາເຮັດມັນ ຫຼື ເຮົາເອງກໍບໍ່ສາມາດເຮັດມັນໄດ້ເຊັ່ນກັນ, ແລ້ວສິ່ງດຽວທີ່ພວກເຮົາສາມາດເຮັດໄດ້ກໍຄືການຢຸດວຽກງານລາຍການນີ້ໄວ້. ນັ້ນຄືທັງໝົດທີ່ພວກເຮົາສາມາດເຮັດໄດ້, ຈະໂທດໃຜໄດ້ທີ່ຄວາມສາມາດຂອງພວກເຈົ້າມີຈຳກັດຫຼາຍ ແລະ ຂີດຄວາມສາມາດຂອງພວກເຈົ້າກໍຕໍ່າຫຼາຍ? ແຕ່ຖ້າເຮົາປະຕິບັດວຽກງານລາຍການໃດໜຶ່ງ, ເຮົາກໍຈະປະຕິບັດມັນໃຫ້ດີທີ່ສຸດເທົ່າທີ່ເຮົາຈະເຮັດໄດ້. ຖ້າເຮົາຮູ້ວິທີເຮັດບາງສິ່ງ, ເຮົາກໍຈະບອກພວກເຈົ້າຕາມນັ້ນ ແລະ ເຮົາກໍຈະໃຫ້ພວກເຈົ້າຮູ້ໃນສິ່ງທີ່ເຮົາບໍ່ຮູ້ວິທີເຮັດເຊັ່ນກັນ. ສຳລັບສ່ວນທີ່ເຮົາບໍ່ຮູ້, ເຮົາກໍຈະປຶກສາພວກເຈົ້າ. ຖ້າພວກເຈົ້າກໍບໍ່ຮູ້ເຊັ່ນກັນ, ເຮົາກໍຈະໄຕ່ຕອງ, ຄິດ ແລະ ສະແຫວງຫາດ້ວຍຕົວເຮົາເອງ. ຫຼັງຈາກທີ່ເຮົາຄິດຫາເສັ້ນທາງ, ແນວຄວາມຄິດບາງຢ່າງ ແລະ ເບາະແສບາງຢ່າງໃຫ້ຕິດຕາມໄດ້ແລ້ວ, ເຮົາກໍຈະໂອ້ລົມກັບພວກເຈົ້າ, ໂດຍພະຍາຍາມຢ່າງສຸດຄວາມສາມາດຂອງເຮົາເພື່ອເຮັດວຽກງານນີ້ໃຫ້ດີ ແລະ ຢ່າງຖີ່ຖ້ວນ. ຢ່າງໜຶ່ງກໍຄື ນີ້ຄືການມີຄວາມຮັບຜິດຊອບຕໍ່ວຽກງານ. ອີກຢ່າງໜຶ່ງກໍຄື ສິ່ງນີ້ເຮັດໃຫ້ພວກເຈົ້າໄດ້ຮຽນຮູ້ບາງສິ່ງໃນລະຫວ່າງທີ່ເຮົາຊີ້ນໍາພວກເຈົ້າ. ພວກເຈົ້າຈະໄດ້ຮຽນຮູ້ຫຼັກການທີ່ຈຳເປັນຕ້ອງກຳແໜ້ນ ແລະ ຄວາມຈິງທີ່ຈຳເປັນຕ້ອງເຂົ້າໃຈສຳລັບວຽກງານດ້ານວິຊາຊີບນີ້. ມີບາງຄົນທີ່ເຖິງແມ່ນວ່າຈະເຂົ້າໃຈຄວາມຮູ້ທາງດ້ານວິຊາຊີບເລັກໜ້ອຍ ແຕ່ກໍບໍ່ສາມາດສ້າງຜົນງານທີ່ສຳເລັດສົມບູນໄດ້, ສະນັ້ນ ເຮົາຈຶ່ງຊີ້ນໍາພວກເຂົາ. ຫຼັງຈາກທີ່ມັນສຳເລັດແລ້ວ, ເຮົາກໍຍັງຮູ້ສຶກບໍ່ແນ່ໃຈກ່ຽວກັບມັນ, ສະນັ້ນ ເຮົາຈຶ່ງໃຫ້ພວກເຂົາປຶກສາຜູ້ຊ່ຽວຊານໃນອຸດສາຫະກຳ ແລະ ໃຫ້ຜູ້ຊ່ຽວຊານກວດສອບມັນ. ຖ້າຜູ້ຊ່ຽວຊານບອກວ່າການເຮັດແບບນີ້ສອດຄ່ອງກັບມາດຕະຖານຂອງອຸດສາຫະກຳ ແລະ ບໍ່ເຮັດໃຫ້ພວກເຮົາກາຍເປັນຕົວຕະຫຼົກ, ແລ້ວພວກເຮົາກໍຈະຍຶດໝັ້ນໃນແນວທາງການປະຕິບັດນີ້. ຖ້າຜູ້ຊ່ຽວຊານບອກວ່າມັນເບິ່ງຄືກັບວ່າເຮັດໂດຍມືສະໝັກຫຼິ້ນ, ຄືກັບວ່າມັນເບິ່ງໜ້າອັບອາຍ, ບໍ່ຖືກຕ້ອງ ແລະ ບໍ່ສອດຄ່ອງກັບມາດຕະຖານ, ແລ້ວພວກເຮົາກໍຈະໃຫ້ຜູ້ຊ່ຽວຊານປັບປຸງແກ້ໄຂມັນໃນທັນທີ. ພວກເຮົາບໍ່ສາມາດຖືຕົນວ່າຊອບທຳໄດ້, ພວກເຮົາບໍ່ສາມາດທຳທ່າວ່າເຂົ້າໃຈບາງສິ່ງໃນເມື່ອພວກເຮົາບໍ່ເຂົ້າໃຈ ແລະ ພວກເຮົາຕ້ອງຮູ້ຈັກຕົນເອງ. ພວກເຮົາບໍ່ຄວນຫຼອກລວງຕົນເອງ; ພວກເຮົາຕ້ອງຈິງຈັງກັບສິ່ງຕ່າງໆ, ໂດຍພະຍາຍາມເພື່ອໃຫ້ໄດ້ຮັບບາງສິ່ງໃນແງ່ຂອງທັກສະທາງດ້ານວິຊາຊີບ ຫຼັງຈາກທີ່ເຮັດວຽກງານສຳເລັດແລ້ວ. ສະນັ້ນ, ເມື່ອເຮັດສິ່ງປະເພດນີ້, ເຖິງແມ່ນວ່າເຮົາຈະເປັນມືສະໝັກຫຼິ້ນໃນແງ່ຂອງທັກສະທາງດ້ານວິຊາຊີບ ແລະ ບໍ່ເຂົ້າໃຈຫຼາຍປານໃດກໍຕາມ, ເຮົາກໍຍັງຈະເຮັດຢ່າງສຸດຄວາມສາມາດຂອງເຮົາ. ບາງຄົນເວົ້າວ່າ “ເປັນຫຍັງພຣະອົງຍັງຊີ້ນໍາພວກເຂົາຢູ່ ໃນເມື່ອພຣະອົງບໍ່ເຂົ້າໃຈ?” ມັນເປັນຍ້ອນວ່າຄົນເຫຼົ່ານີ້ມີທັກສະທາງວິຊາຊີບທີ່ຈຳກັດ; ພວກເຂົາບໍ່ມີຄວາມຄິດສ້າງສັນ ຫຼື ແນວຄວາມຄິດທີ່ດີເລີຍ ເມື່ອເວົ້າເຖິງການຜະລິດຜົນງານສິລະປະທີ່ກ່ຽວຂ້ອງກັບທັກສະທາງດ້ານວິຊາຊີບ. ເຮົາມີຈຸດແຂງເລັກໜ້ອຍໃນດ້ານນີ້ ແລະ ມີແນວຄວາມຄິດບາງຢ່າງ, ສະນັ້ນ ເຮົາຈຶ່ງມອບພວກມັນໃຫ້ກັບຄົນເຫຼົ່ານີ້ທີ່ມີພື້ນຖານເລັກໜ້ອຍ ຫຼື ມີສາມັນສຳນຶກບາງຢ່າງໃນວິຊາຊີບໃດໜຶ່ງ ແລະ ຄົນເຫຼົ່ານີ້ກໍລ້ວນແລ້ວແຕ່ຄິດວ່າແນວຄວາມຄິດເຫຼົ່ານີ້ຂອງເຮົາຂ້ອນຂ້າງດີ. ເມື່ອເຫັນວ່າພວກເຂົາຄິດວ່າແນວຄວາມຄິດຂອງເຮົາຂ້ອນຂ້າງດີ, ເຮົາກໍດຳເນີນການ ແລະ ຊີ້ນໍາພວກເຂົາຢ່າງ “ບໍ່ອາຍ” ແລະ ບາງຜົນງານທີ່ເຮົາຊີ້ນໍາດ້ວຍວິທີນີ້ກໍພໍໃຊ້ໄດ້. ເຮົາບໍ່ໄດ້ອວດອ້າງທີ່ເວົ້າແບບນັ້ນ; ຄຳວ່າ “ພໍໃຊ້ໄດ້” ນີ້ມີພື້ນຖານ, ເຮົາພຽງແຕ່ເວົ້າແບບນີ້ຍ້ອນວ່າຜູ້ຊ່ຽວຊານໃນອຸດສາຫະກຳໄດ້ເຫັນພວກມັນ ແລະ ບອກວ່າພວກມັນພໍໃຊ້ໄດ້. ຄຳວ່າ “ພໍໃຊ້ໄດ້” ນີ້ບໍ່ໄດ້ໝາຍຄວາມວ່າພວກມັນດີຫຼາຍ ຫຼື ບັນລຸມາດຕະຖານທາງວິຊາຊີບ, ພຽງແຕ່ຢ່າງໜ້ອຍທີ່ສຸດ ຜູ້ຊ່ຽວຊານໄດ້ຢັ້ງຢືນຄວາມຖືກຕ້ອງແລ້ວວ່າພວກມັນໃຊ້ການໄດ້ ແລະ ດັ່ງນັ້ນ ເຮົາຈຶ່ງຮູ້ສຶກສະບາຍໃຈ. ມາຮອດປັດຈຸບັນ, ຄົນສ່ວນໃຫຍ່ຄິດວ່າຜົນງານສອງສາມຢ່າງທີ່ເຮົາໄດ້ຊີ້ນໍານັ້ນພໍໃຊ້ໄດ້ ແລະ ເບິ່ງຄືວ່າບາງຜົນງານກໍເຖິງກັບໄດ້ຮັບລາງວັນໃນການແຂ່ງຂັນບາງລາຍການ, ແມ່ນບໍ? (ແມ່ນແລ້ວ). ບໍ່ວ່າເຮົາຈະເຮັດວຽກງານດ້ານໃດ ຫຼື ເຮັດສິ່ງໃດກໍຕາມ, ຕາບໃດທີ່ເຮົາມີຄວາມຄິດ ແລະ ແນວຄວາມຄິດບາງຢ່າງ ຫຼື ເຮົາຮູ້ສຶກວ່າເຮົາມີແນວຄວາມຄິດສ້າງສັນທີ່ດີ, ເຮົາກໍຈະເວົ້າອອກມາຢ່າງແນ່ນອນ. ເຮົາຈະພະຍາຍາມທຸກວິທີທາງເພື່ອໃຫ້ອ້າຍເອື້ອຍນ້ອງຊ່ວຍນໍາໃຊ້ແນວຄວາມຄິດເຫຼົ່ານີ້ເຂົ້າໃນການຜະລິດ ເພື່ອໃຫ້ອີກຫຼາຍຄົນເຕັມໃຈທີ່ຈະເບິ່ງມັນຫຼາຍຂຶ້ນ. ຜົນກໍຄື ວຽກງານຂອງພຣະເຈົ້າ ແລະ ພຣະທຳຂອງພຣະເຈົ້າໄດ້ຮັບການຖ່າຍທອດຫຼາຍຂຶ້ນ, ດີຂຶ້ນ ແລະ ກວ້າງຂວາງຂຶ້ນ, ດ້ວຍເຫດນີ້ ເປົ້າໝາຍຂອງພວກເຮົາຈຶ່ງບັນລຸຜົນ. ສຳລັບວິທີການ ແລະ ວິທີປະຕິບັດທີ່ເຮົາເຮັດສິ່ງຕ່າງໆນັ້ນ, ພວກມັນຍັງຄົງອີງໃສ່ຫຼັກການຂອງການປະພຶດຕົນຕາມກົດລະບຽບ ແລະ ການເຮັດສິ່ງຕ່າງໆຕາມໜ້າທີ່. ເມື່ອເຮົາເຮັດສິ່ງຕ່າງໆ, ເຮົາກໍປະຕິບັດຢ່າງງຽບໆ ແລະ ພະຍາຍາມຢ່າງສຸດຄວາມສາມາດເພື່ອເຮັດໜ້າວຽກໃຫ້ສຳເລັດ ແລະ ເຮັດມັນໃຫ້ດີ. ຫຼັງຈາກທີ່ວຽກງານສຳເລັດ ແລະ ຖືກອັບໂຫຼດແລ້ວ, ໄລຍະນັ້ນກໍສິ້ນສຸດລົງ.

ສິ່ງທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງເຮັດພາຍໃນຂອບເຂດພັນທະກິດທີ່ພຣະອົງປະຕິບັດນັ້ນ ແມ່ນອີງໃສ່ຫຼັກການຂອງພຣະອົງໃນການປະພຶດຕົນຕາມກົດລະບຽບ ແລະ ການເຮັດສິ່ງຕ່າງໆຕາມໜ້າທີ່. ເມື່ອເຮັດສິ່ງຕ່າງໆນອກເໜືອຂອບເຂດນີ້, ພຣະອົງກໍບໍ່ໄດ້ອອກຫ່າງຈາກຫຼັກການເຫຼົ່ານີ້ເຊັ່ນກັນ; ພຣະອົງຍັງປະພຶດຕົນຕາມກົດລະບຽບ ແລະ ເຮັດສິ່ງຕ່າງໆຕາມໜ້າທີ່ອີກດ້ວຍ. ສຳລັບບັນຫາທີ່ເຮົາສາມາດເຫັນ ແລະ ຄົ້ນພົບ, ເຮົາກໍໃຫ້ຄົນໃດໜຶ່ງຖ່າຍທອດພວກມັນ ຫຼື ເຮົາກໍເຂົ້າໄປມີສ່ວນຮ່ວມດ້ວຍຕົນເອງເພື່ອໃຫ້ການຊີ້ນໍາ ແລະ ການແກ້ໄຂ ແລະ ເພື່ອຊ່ວຍແກ້ໄຂພວກມັນ. ສະຫຼຸບແລ້ວ, ໃນແງ່ຂອງສິ່ງທີ່ພວກເຈົ້າສາມາດສຳຜັດ ຫຼື ໄດ້ຍິນໃນຊີວິດຈິງຂອງພວກເຈົ້າ, ໂດຍພື້ນຖານແລ້ວ ເຮົາຈັດການທຸກສິ່ງ ບໍ່ວ່າມັນຈະເປັນຫຍັງກໍຕາມ ໂດຍອີງໃສ່ຫຼັກການດັ່ງກ່າວ. ຍິ່ງໄປກວ່ານັ້ນ, ເຮົາບໍ່ໄດ້ຈຳແນກລະຫວ່າງເລື່ອງໃຫຍ່ ແລະ ເລື່ອງນ້ອຍ. ບໍ່ວ່າຈະເປັນການລ້ຽງແມວ, ການລ້ຽງໝາ, ການສ້າງຄອກໝູ, ການສ້າງຄອກແກະ ຫຼື ການເຮັດອາຫານ, ການຕັດຫຍິບເຄື່ອງນຸ່ງ ຫຼື ແມ່ນແຕ່ການທຳຄວາມສະອາດ, ເຮົາກໍເຂົ້າໄປມີສ່ວນຮ່ວມໃນທຸກສິ່ງທີ່ເຮົາເຫັນ. ເມື່ອເຮົາເຫັນພວກເຈົ້າເຮັດສິ່ງຕ່າງໆຜິດພາດ, ເຮົາກໍຊີ້ນໍາ ແລະ ແກ້ໄຂພວກເຈົ້າ. ຄົນທີ່ໃສ່ໃຈກໍຈະຟັງ ແລະ ຮັບເອົາມັນ, ໃນຂະນະທີ່ຄົນທີ່ບໍ່ໃສ່ໃຈກໍຈະບໍ່ເຮັດແນວນັ້ນ. ຫຼັງຈາກນັ້ນ, ເຮົາກໍເບິ່ງວ່າໃຜຟັງ ແລະ ສາມາດປະຕິບັດຕາມຄຳແນະນໍາຂອງເຮົາ ແລະ ເຮົາກໍໃຊ້ພວກເຂົາ. ຕະຫຼອດຫຼາຍປີທີ່ມີປະຕິສຳພັນກັບພວກເຈົ້າ, ນີ້ຄືວິທີທີ່ເຮົາເຮັດສິ່ງຕ່າງໆ. ຫຼັງຈາກທີ່ບອກພວກເຈົ້າວ່າຕ້ອງເຮັດຫຍັງແລ້ວ, ເຮົາກໍສືບຕໍ່ຕິດຕາມຈົນກວ່າເລື່ອງນັ້ນຈະສຳເລັດ ແລະ ເຮັດໄດ້ດີ. ເຖິງແມ່ນວ່າມີຫຼາຍສິ່ງທີ່ເຮົາບໍ່ໄດ້ລົງມືເຮັດດ້ວຍຕົນເອງກໍຕາມ, ໃຈຂອງເຮົາກໍຈົດຈໍ່ຢູ່ກັບສິ່ງໃດກໍຕາມທີ່ເຮົາກຳລັງຕິດຕາມຢູ່ສະເໝີ; ໃຈຂອງເຮົາບໍ່ເຄີຍອອກຫ່າງຈາກສິ່ງເຫຼົ່ານີ້ເລີຍ. ຖ້າມີບາງສິ່ງທີ່ຈຳເປັນຕ້ອງໄດ້ຮັບການຈັດການຢ່າງຮີບດ່ວນ ແລະ ວ່ອງໄວ, ເຮົາກໍເຮັດວຽກຕັ້ງແຕ່ເຊົ້າຈົນຄໍ່າ ແລະ ຈົນເດິກດື່ນທ່ຽງຄືນເພື່ອເຮັດໃຫ້ມັນສຳເລັດ, ໂດຍຕິດຕາມ, ກຳກັບດູແລ ແລະ ຊີ້ນໍາຢູ່ຕະຫຼອດເວລາ. ແຕ່ດ້ວຍສະພາບຮ່າງກາຍຂອງເຮົາ, ດັ່ງທີ່ພວກເຈົ້າສາມາດຈິນຕະນາການໄດ້, ການເຮັດວຽກງານນີ້ແມ່ນຂ້ອນຂ້າງອິດເມື່ອຍ. ຫຼັງຈາກທີ່ມັນສຳເລັດໃນທີ່ສຸດ, ເຮົາກໍຢຸດໄປບ່ອນນັ້ນ. ໃນທີ່ສຸດ, ມີຄົນສັງເກດເຫັນ ແລະ ເວົ້າວ່າ “ພຣະເຈົ້າໄດ້ຈັດແຈງສິ່ງຕ່າງໆໃຫ້ພວກເຮົາຢູ່ບ່ອນນີ້ເປັນຢ່າງດີ ແຕ່ພຣະອົງບໍ່ໄດ້ເພີດເພີນກັບມັນ; ພວກເຮົາຕ່າງຫາກທີ່ເປັນຄົນໄດ້ເພີດເພີນກັບມັນທັງໝົດ”. ເຮົາເວົ້າວ່າ ຕາບໃດທີ່ພວກເຈົ້າໄດ້ເພີດເພີນກັບມັນ, ນັ້ນກໍພຽງພໍແລ້ວ. ຫຼັງຈາກທີ່ສິ່ງຕ່າງໆຖືກຈັດການຮຽບຮ້ອຍສຳລັບພວກເຈົ້າແລ້ວ ແລະ ທຸກຢ່າງເໝາະສົມສຳລັບພວກເຈົ້າໃນແງ່ຂອງຊີວິດຂອງພວກເຈົ້າ ແລະ ການປະຕິບັດໜ້າທີ່ຂອງພວກເຈົ້າ, ເຮົາກໍບໍ່ຈຳເປັນຕ້ອງເຮັດໃຫ້ຕົວເຮົາເອງຫຍຸ້ງກັບສິ່ງເຫຼົ່ານີ້ອີກຕໍ່ໄປ. ຄວາມຈິງແລ້ວ, ວຽກງານຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງຄືການໂອ້ລົມຄວາມຈິງ ແລະ ການສະໜອງຄວາມຈິງ; ວຽກງານອື່ນບໍ່ມີຫຍັງກ່ຽວຂ້ອງກັບເຮົາ. ແຕ່ຕະຫຼອດຫຼາຍປີມານີ້, ນອກເໜືອຈາກການເຮັດວຽກງານຂອງເຮົາແລ້ວ, ເຮົາຍັງຫຍຸ້ງຢູ່ກັບການຊ່ວຍພວກເຈົ້າແກ້ໄຂບັນຫາທີ່ພວກເຈົ້າມີໃນການປະຕິບັດໜ້າທີ່ຂອງພວກເຈົ້າ ເຊິ່ງກໍເຮັດໃຫ້ເຮົາຕ້ອງເອົາໃຈໃສ່ຢ່າງໜັກເຊັ່ນກັນ. ເຖິງແມ່ນວ່າວຽກງານຫຼາຍຢ່າງຈະບໍ່ແມ່ນສິ່ງທີ່ເຮົາຄວນເຮັດກໍຕາມ ແລະ ມີຫຼາຍສິ່ງທີ່ເຮົາບໍ່ເຄີຍເຮັດມາກ່ອນ ໂດຍບໍ່ເຄີຍຮຽນເອົາຄວາມຮູ້ ຫຼື ທັກສະບາງປະເພດຢ່າງເປັນລະບົບ ຫຼື ຈັດການກັບສິ່ງເຫຼົ່ານີ້ໃນຊີວິດ, ເຮົາກໍບໍ່ໄດ້ຢືນເບິ່ງຊື່ໆໃນຂະນະທີ່ຄຣິສຕະຈັກ ແລະ ເຮືອນຂອງພຣະເຈົ້າໄດ້ປະເຊີນກັບສິ່ງຕ່າງໆ. ໃນທາງກົງກັນຂ້າມ ເຮົາເຮັດຢ່າງສຸດຄວາມສາມາດຂອງເຮົາເພື່ອຊີ້ນໍາ ແລະ ຊ່ວຍເຫຼືອພວກເຈົ້າທຸກຄົນ ແລະ ເມື່ອເວົ້າເຖິງເລື່ອງຂອງຊີວິດປະຈຳວັນ, ເຮົາຍັງເຮັດທຸກຢ່າງທີ່ເຮົາສາມາດເຮັດໄດ້ເພື່ອຈັດການສິ່ງຕ່າງໆໃຫ້ຮຽບຮ້ອຍສຳລັບພວກເຈົ້າ. ໂດຍປະຕິບັດຈາກມຸມມອງຂອງຄວາມເປັນມະນຸດ, ເຮົາເຮັດໃນສິ່ງທີ່ເຮົາສາມາດເຮັດໄດ້. ຖ້າເຮົາເຫັນບາງສິ່ງທີ່ຈຳເປັນຕ້ອງເຮັດ ແຕ່ບໍ່ໄດ້ເຮັດມັນ, ເຮົາກໍຈະຮູ້ສຶກບໍ່ສະບາຍໃຈຢູ່ທາງໃນ. ຖ້າເຮົາຄົ້ນພົບບັນຫາ ແລະ ບໍ່ໄດ້ແກ້ໄຂມັນ, ເຮົາກໍຈະຮູ້ສຶກບໍ່ສະບາຍໃຈຢູ່ພາຍໃນ. ຖ້າມີວຽກງານທີ່ບໍ່ມີໃຜຮູ້ວິທີເຮັດ ແລະ ເຮົາມີແນວຄວາມຄິດ ແລະ ສາມາດເຮັດມັນໄດ້ ແຕ່ເຮົາບໍ່ໄດ້ເຮັດມັນ, ເຮົາກໍຈະຮູ້ສຶກບໍ່ສະບາຍໃຈຢູ່ພາຍໃນ. ສະນັ້ນ, ເຮົາຈຶ່ງຕ້ອງລົງມືເຮັດ. ດັ່ງນັ້ນ, ພາຍນອກແລ້ວ ເບິ່ງຄືວ່ານອກເໜືອຈາກການເວົ້າ ແລະ ການເທດສະໜາແລ້ວ, ເຮົາກໍບໍ່ໄດ້ເຮັດສິ່ງອື່ນໃດເລີຍ. ແຕ່ເຮົາໄດ້ເອົາໃຈໃສ່ຢ່າງໜັກເພື່ອເຫັນແກ່ຊີວິດປະຈຳວັນຂອງພວກເຈົ້າ ແລະ ສິ່ງຈຳເປັນພື້ນຖານທີ່ພວກເຈົ້າຕ້ອງການເພື່ອປະຕິບັດໜ້າທີ່ຂອງພວກເຈົ້າ. ຂີດຄວາມສາມາດຂອງຄົນສ່ວນໃຫຍ່ຕໍ່າຫຼາຍຈົນພວກເຂົາບໍ່ສາມາດເຮັດແມ່ນແຕ່ສິ່ງເຫຼົ່ານີ້ໃຫ້ດີໄດ້ ສະນັ້ນ ເຮົາຈຶ່ງຕ້ອງໃສ່ໃຈໃນການຊີ້ນໍາພວກເຈົ້າ. ເຖິງແມ່ນວ່າເຮົາຈະເບິ່ງທຳມະດາ ແລະ ບໍ່ແມ່ນບຸກຄົນສຳຄັນໃດໆ ແລະ ບໍ່ໄດ້ຮັບການຝຶກຝົນໃດໆໃນສັງຄົມກໍຕາມ, ເມື່ອເວົ້າເຖິງສິ່ງຈຳເປັນພື້ນຖານຂອງບຸກຄະລາກອນທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາໃນເຮືອນຂອງພຣະເຈົ້າ, ນັບຕັ້ງແຕ່ເຮົາໄດ້ພົວພັນກັບພວກເຈົ້າເປັນຄັ້ງທຳອິດຈົນເຖິງປັດຈຸບັນ, ບໍ່ມີແມ່ນແຕ່ດ້ານດຽວຂອງສະພາບແວດລ້ອມການດຳລົງຊີວິດພື້ນຖານ, ເງື່ອນໄຂການດຳລົງຊີວິດ ແລະ ຄວາມຕ້ອງການປະຈຳວັນຂອງພວກເຈົ້າທີ່ເຮົາບໍ່ໄດ້ເອົາໃຈໃສ່ຢ່າງໜັກນຳ. ຍົກຕົວຢ່າງ: ການປູກຜັກໃນຟາມ. ໃນຕອນທຳອິດ, ເມື່ອເຫັນວ່າຄົນສ່ວນໃຫຍ່ໃນຟາມເຄີຍອາໄສຢູ່ໃນຊົນນະບົດ ແລະ ເຄີຍເຮັດວຽກປູກຝັງມາສອງສາມປີ, ເຮົາກໍໄດ້ເລືອກຄົນທີ່ຮູ້ວິທີປູກຝັງຈຳນວນໜຶ່ງມາຮັບຜິດຊອບວຽກງານນີ້. ເຮົາບອກພວກເຂົາວ່າຄວນປູກຜັກຊະນິດໃດໃນລະດູໃດ ແລະ ຄວນປູກແນວໃດ, ໂດຍຄິດວ່າເຮົາຈະບໍ່ຈຳເປັນຕ້ອງກັງວົນກ່ຽວກັບມັນອີກຫຼັງຈາກນັ້ນ. ແຕ່ຫຼັງຈາກນັ້ນບໍ່ດົນ, ເຮົາກໍໄປທີ່ຟາມ ແລະ ເຫັນວ່າທຸກຢ່າງວຸ້ນວາຍໄປໝົດ. ຜູ້ກຳກັບດູແລບໍ່ສາມາດຮັບຜິດຊອບໄດ້ ແລະ ຄົນງານກໍບໍ່ສາມາດເຮັດວຽກໄດ້ດີເຊັ່ນກັນ. ໃນທີ່ສຸດ, ເຮົາກໍບໍ່ມີທາງເລືອກອື່ນນອກຈາກເຂົ້າໄປມີສ່ວນຮ່ວມ, ຕິດຕາມ ແລະ ຊີ້ນໍາພວກເຂົາເທື່ອລະໜ້ອຍ. ຕັ້ງແຕ່ການເລືອກ ແລະ ການຊື້ແກ່ນພັນ ໄປຈົນເຖິງການຄິດໄລ່ວ່າຈະປູກຫຼາຍສໍ່າໃດ ແລະ ຈະເລືອກດິນແນວໃດ, ພ້ອມທັງສິ່ງທີ່ຄວນປູກໃນແຕ່ລະລະດູ, ຄວນປູກຫຼາຍສໍ່າໃດ, ຄວນປູກແນວໃດ, ໃຜຄວນຮັບຜິດຊອບໃນການປູກ, ຄວນໃສ່ຝຸ່ນແນວໃດ ແລະ ສິ່ງທີ່ຄວນລະວັງແມ່ນຫຍັງ, ເຮົາໄດ້ອະທິບາຍທຸກຢ່າງໃຫ້ພວກເຂົາຟັງຢ່າງຊັດເຈນ. ເຮົາຊີ້ນໍາພວກເຂົາດ້ວຍຕົນເອງແບບນີ້; ນອກເໜືອຈາກການເຮັດອາຫານໃຫ້ພວກເຂົາ ແລະ ປ້ອນອາຫານພວກເຂົາແລ້ວ, ເຮົາກໍເຮັດທຸກຢ່າງແທ້ໆ. ບາງຄົນເວົ້າວ່າ “ພຣະອົງບໍ່ໄດ້ປະຕິບັດຕໍ່ພວກເຂົາຄືກັບເດັກນ້ອຍອາຍຸສາມປີບໍ?” ໃນຂໍ້ເທັດຈິງແລ້ວ, ມັນເປັນແບບນັ້ນແທ້ໆ. ຄົນເຫຼົ່ານີ້ລ້ວນແຕ່ເປັນຜູ້ໃຫຍ່ແລ້ວ ແຕ່ພວກເຂົາບໍ່ສາມາດແບກຮັບຄວາມຮັບຜິດຊອບເຫຼົ່ານີ້ໄດ້ແທ້ໆ. ເຮົາພຽງແຕ່ຕ້ອງຈັບມືພວກເຂົາເຮັດ ແລະ ຊີ້ນໍາ ແລະ ສອນພວກເຂົາດ້ວຍຕົນເອງດ້ວຍວິທີນີ້ ກ່ອນທີ່ສິ່ງຕ່າງໆຈະເລີ່ມເຂົ້າທີ່ເຂົ້າທາງໃນທີ່ສຸດ. ຕໍ່ມາ, ຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາກໍລ້ວນແລ້ວແຕ່ສາມາດກິນເມັດພືດ ແລະ ຜັກທີ່ພວກເຂົາປູກເອງໄດ້. ໃນລະດູຮ້ອນ, ພວກເຂົາຍັງສາມາດກິນໝາກໄມ້ບາງຊະນິດໄດ້ ແລະ ໃນລະດູໜາວ, ພວກເຂົາກໍສາມາດກິນຜັກທີ່ພວກເຂົາເກັບໄວ້ໄດ້. ຖ້າເບື້ອງເທິງບໍ່ໄດ້ເຂົ້າມາແຊກແຊງ ແລະ ກວດສອບວຽກງານນີ້ ແລະ ພຽງແຕ່ປ່ອຍໃຫ້ຄົນທີ່ຢູ່ເບື້ອງລຸ່ມເຮັດ, ມັນກໍຄົງຈະວຸ້ນວາຍໄປໝົດແລ້ວ. ບໍ່ວ່າຈະໃນກໍລະນີໃດກໍຕາມ, ຂໍ້ເທັດຈິງທີ່ເຮົາກຳລັງບອກພວກເຈົ້າແມ່ນຫຍັງ? ເຮົາໄດ້ເຮັດຫຼາຍສິ່ງໂດຍບໍ່ໄດ້ເວົ້າເຖິງພວກມັນ ແຕ່ສິ່ງທີ່ເຮົາເວົ້າເຖິງນັ້ນແມ່ນສິ່ງທີ່ເຮົາໄດ້ເຮັດຢ່າງແທ້ຈິງ.

ເຮົາໂອ້ລົມກ່ຽວກັບສິ່ງເຫຼົ່ານີ້ບໍ່ແມ່ນເພື່ອບອກພວກເຈົ້າວ່າເຮົາໄດ້ເຮັດຫຼາຍສິ່ງສໍ່າໃດ, ເຮົາໄດ້ທົນທຸກກັບຄວາມອິດເມື່ອຍຫຼາຍສໍ່າໃດ ຫຼື ເຮົາໄດ້ເອົາໃຈໃສ່ຢ່າງໜັກຫຼາຍສໍ່າໃດເພື່ອເຫັນແກ່ພວກເຈົ້າ. ບໍ່ຈຳເປັນຕ້ອງເວົ້າກ່ຽວກັບສິ່ງເຫຼົ່ານີ້. ແລ້ວເຮົາກຳລັງບອກຫຍັງພວກເຈົ້າ? ພຣະເຈົ້າທີ່ບັງເກີດເປັນເນື້ອໜັງລົງມາສູ່ໂລກມະນຸດນີ້ເພື່ອເປັນຕົວແທນໃຫ້ແກ່ພຣະເຈົ້າໃນການເຮັດວຽກງານ. ວຽກງານຂອງພຣະອົງຄືພັນທະກິດທີ່ພຣະອົງປະຕິບັດ. ໃນຂັ້ນຕອນຂອງຍຸກສຸດທ້າຍນີ້, ວຽກງານຂອງພຣະອົງຄືການສະໜອງຄວາມຈິງທັງໝົດທີ່ຜູ້ຄົນຕ້ອງການເພື່ອບັນລຸຄວາມລອດພົ້ນ. ໃນພັນທະກິດທີ່ພຣະອົງປະຕິບັດ, ພຣະອົງປະຕິບັດຕາມຫຼັກຄວາມເຊື່ອ ແລະ ຫຼັກການຂອງການປະພຶດຕົນຕາມກົດລະບຽບ ແລະ ການເຮັດສິ່ງຕ່າງໆຕາມໜ້າທີ່ຢ່າງເຂັ້ມງວດ. ນອກເໜືອຈາກນີ້, ໃນຊີວິດມະນຸດຂອງພຣະອົງ ແລະ ກ່ຽວກັບການສະແດງອອກເຖິງຄວາມເປັນມະນຸດຂອງພຣະອົງ, ພຣະອົງກໍບໍ່ໄດ້ກ້າວກາຍຫຼັກການ ແລະ ຫຼັກຄວາມເຊື່ອເຫຼົ່ານີ້ເຊັ່ນກັນ. ບໍ່ວ່າຈະເປັນການຊີ້ນໍາພວກເຈົ້າໃນການປະຕິບັດໜ້າທີ່ຂອງພວກເຈົ້າ ຫຼື ການຊ່ວຍພວກເຈົ້າຈັດການເລື່ອງຕ່າງໆກ່ຽວກັບສິ່ງຈຳເປັນພື້ນຖານໃນຊີວິດ, ເຮົາກໍປະຕິບັດຕາມຫຼັກການຂອງການປະພຶດຕົນຕາມກົດລະບຽບ ແລະ ການເຮັດສິ່ງຕ່າງໆຕາມໜ້າທີ່. ເຮົາບໍ່ເຄີຍຮ້ອງຄຳຂວັນ ຫຼື ເວົ້າຢ່າງຍິ່ງໃຫຍ່ ແລະ ເຮົາກໍບໍ່ເຄີຍອອກຄຳສັ່ງຢ່າງຫຼັບຫູຫຼັບຕາ; ເຮົາພຽງແຕ່ເຮັດສິ່ງຕ່າງໆຢ່າງສຳພັນກັບຊີວິດຈິງ. ເຮົາເຮັດສິ່ງນີ້ໃນລະດັບໃດ? ຕົວຢ່າງ: ເມື່ອຊີ້ນໍາການປູກຝັງໃນຟາມ, ເຮົາໃຫ້ພວກເຂົາຂຽນລາຍຊື່ຜັກທຸກຊະນິດທີ່ພວກເຂົາຮູ້ຈັກ, ຊື່ຂອງຜັກເຫຼົ່ານັ້ນແມ່ນຫຍັງ, ພວກມັນມີລັກສະນະແນວໃດ, ໄລຍະເວລາການຈະເລີນເຕີບໂຕຂອງພວກມັນດົນປານໃດ ແລະ ຊະນິດໃດດີທີ່ສຸດ ແລະ ເໝາະສົມທີ່ສຸດສຳລັບການປູກໃນທ້ອງຖິ່ນ. ໂດຍອີງໃສ່ສິ່ງທີ່ເຮົາຮູ້, ເຮົາໄດ້ເລືອກຜັກແຕ່ລະຊະນິດໜຶ່ງ ຫຼື ສອງຊະນິດ, ຕັດສິນໃຈວ່າໃຜຈະຮັບຜິດຊອບໃນການປູກພວກມັນ ແລະ ໃນທີ່ສຸດກໍເຮັດໃຫ້ທຸກຄົນສາມາດກິນຜັກສົດໄດ້ໃນແຕ່ລະລະດູ. ເຮົາບໍ່ເຄີຍຮ້ອງຄຳຂວັນ ໂດຍເວົ້າວ່າ “ຜັກຊະນິດນີ້ມີຄຸນຄ່າທາງໂພຊະນາການຫຼາຍ. ຜູ້ຄົນໄດ້ຮັບປະໂຫຍດຈາກການກິນມັນຫຼາຍ. ວິທີການປູກແບບນັ້ນແບບນີ້ເປັນວິທີທາງວິທະຍາສາດ”. ເຮົາບໍ່ເຄີຍສຶກສາດ້ານໂພຊະນາການ ແລະ ເຮົາກໍບໍ່ເຂົ້າໃຈການເຮັດຟາມ. ແລ້ວເຮົາຮູ້ຫຍັງແດ່? ເຮົາຮູ້ວິທີເລືອກຊະນິດຜັກທີ່ເໝາະສົມສຳລັບການປູກໃນສະຖານທີ່ໃດໜຶ່ງ, ເພື່ອທີ່ຫຼັງຈາກທີ່ມັນເຕີບໂຕແລ້ວ ມັນຈະມີລົດຊາດດີ, ທຸກຄົນເຕັມໃຈທີ່ຈະກິນມັນ ແລະ ມັນກໍບໍ່ໄດ້ຖືກປູກຢ່າງສູນເປົ່າ, ວິທີການຂອງເຮົາກໍສຳພັນກັບຊີວິດຈິງແບບນີ້ແຫຼະ. ທັງໝົດນີ້ຄືການປະພຶດຕົນຕາມກົດລະບຽບ ແລະ ການເຮັດສິ່ງຕ່າງໆຕາມໜ້າທີ່. ສິ່ງເຫຼົ່ານີ້ຄືຫຼັກການ ແລະ ຫຼັກຄວາມເຊື່ອທີ່ເຮົາປະຕິບັດຕາມ; ນີ້ຄືວິທີທີ່ເຮົາປະພຶດຕົນຕະຫຼອດຫຼາຍປີທີ່ຜ່ານມາ. ເຮົາບໍ່ເຄີຍຮ້ອງຄຳຂວັນ ແລະ ເຮົາກໍບໍ່ຕ້ອງການຄຳຂອບໃຈຈາກພວກເຈົ້າ. ຕາບໃດທີ່ອາຫານ ແລະ ທີ່ພັກອາໄສຂອງພວກເຈົ້າເໝາະສົມ ແລະ ສິ່ງຕ່າງໆກໍບໍ່ໄດ້ຜິດປົກກະຕິຈົນເກີນໄປ, ເຮົາກໍຮູ້ສຶກສະບາຍໃຈ. ເມື່ອບໍ່ມີໃຜກໍ່ຄວາມລົບກວນ ຫຼື ສ້າງບັນຫາ ແລະ ທຸກບ່ອນກໍເບິ່ງສະອາດພໍສົມຄວນ, ເມັດພືດ ແລະ ຜັກໄດ້ຮັບການປູກຢ່າງເໝາະສົມ, ໝູ, ແກະ ແລະ ສັດລ້ຽງອື່ນໆໄດ້ຮັບການລ້ຽງຢ່າງເໝາະສົມ ແລະ ດ້ານອື່ນໆທັງໝົດກໍດີພໍສົມຄວນ, ໂດຍທີ່ສິ່ງຈຳເປັນພື້ນຖານບໍ່ເປັນບັນຫາສຳລັບຜູ້ທີ່ປະຕິບັດໜ້າທີ່ຂອງພວກເຂົາສ່ວນໃຫຍ່ອີກຕໍ່ໄປ, ແລ້ວເຮົາກໍສາມາດຢຸດກັງວົນໄດ້. ຂໍ້ກຳນົດຂອງເຮົາໃນເລື່ອງນີ້ບໍ່ໄດ້ເຂັ້ມງວດ. ພວກເຈົ້າເຫັນບໍວ່າ ເຮົາເຄີຍຮ້ອງຄຳຂວັນບໍ ເມື່ອຊີ້ນໍາພວກເຈົ້າໃນວຽກງານໃດໜຶ່ງ ຫຼື ໃນບັນຫາທີ່ກ່ຽວຂ້ອງກັບສິ່ງຈຳເປັນພື້ນຖານຂອງພວກເຈົ້າ? ເຮົາບໍ່ເຄີຍຮ້ອງຄຳຂວັນ. ຫຼັງຈາກທີ່ເຮົາຈັດການສິ່ງຕ່າງໆໃຫ້ພວກເຈົ້າຮຽບຮ້ອຍແລ້ວ, ເຮົາກໍຊອກຫາຄົນທີ່ເໝາະສົມເພື່ອຈັດຕັ້ງປະຕິບັດວຽກງານ. ຖ້າຄົນທີ່ຊອກຫາໄດ້ບໍ່ເໝາະສົມ ແລະ ບໍ່ສາມາດຈັດຕັ້ງປະຕິບັດວຽກງານໄດ້, ພວກເຂົາກໍຈະຖືກປ່ຽນແທນ. ເມື່ອວຽກງານໄດ້ຮັບການຈັດຕັ້ງປະຕິບັດໃນທີ່ສຸດ ແລະ ສ່ວນໃຫຍ່ໄດ້ຮັບການຈັດການຢ່າງເໝາະສົມ ແລະ ສິ່ງຈຳເປັນພື້ນຖານຂອງບຸກຄະລາກອນທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາໄດ້ຮັບການຈັດແຈງຢ່າງເໝາະສົມເທົ່ານັ້ນ, ເຮົາຈຶ່ງຈະສາມາດຢຸດວຽກງານຂອງມະນຸດຂອງເຮົາໄດ້, ໂດຍບໍ່ຈຳເປັນຕ້ອງເອົາໃຈໃສ່ຢ່າງໜັກໃນເລື່ອງນີ້ອີກຕໍ່ໄປ. ບາງຄົນຍັງຍັງຖາມເຮົາກ່ຽວກັບເລື່ອງເລັກນ້ອຍຢູ່ສະເໝີ. ຄົນໜຶ່ງເວົ້າວ່າ “ພວກເຮົາຄວນເຮັດແນວໃດ ຖ້າລູກແກະທີ່ເກີດໃໝ່ບໍ່ໄດ້ກິນນົມ?” ອີກຄົນໜຶ່ງເວົ້າວ່າ “ພວກເຮົາຄວນເຮັດແນວໃດ ຖ້າເຄື່ອງນຸ່ງທີ່ພວກເຮົາຕັດຫຍິບຫົດຕົວຢູ່ສະເໝີ?” ພວກເຈົ້າຕ້ອງຄິດຫາວິທີແກ້ໄຂສິ່ງເຫຼົ່ານີ້ດ້ວຍຕົວພວກເຈົ້າເອງ; ນັ້ນຄືທຸລະຂອງພວກເຈົ້າ ແລະ ມັນບໍ່ມີຫຍັງກ່ຽວຂ້ອງກັບເຮົາ. ແມ່ນແຕ່ເມື່ອໂອ້ລົມຄວາມຈິງ, ເຮົາກໍເວົ້າພຽງຄັ້ງດຽວເທົ່ານັ້ນ. ມີການບັນທຶກສຽງຂອງຄຳເທດສະໜາ ແລະ ການໂອ້ລົມ. ຖ້າພວກເຈົ້າບໍ່ເຂົ້າໃຈ, ພວກເຈົ້າກໍສາມາດຟັງພວກມັນຕື່ມອີກສອງສາມຄັ້ງ ແລະ ໃຊ້ເວລາຂອງພວກເຈົ້າເພື່ອໄຕ່ຕອງ, ສະແຫວງຫາ ແລະ ໂອ້ລົມ. ຖ້າບົນພື້ນຖານນີ້, ພວກເຈົ້າຍັງສັບສົນເລັກນ້ອຍກ່ຽວກັບສອງສາມບັນຫາ ແລະ ບໍ່ຮູ້ວ່າຈະຈັດການກັບພວກມັນແນວໃດ, ພວກເຮົາກໍສາມາດໂອ້ລົມກ່ຽວກັບພວກມັນໄດ້ເມື່ອພວກເຮົາພົບກັນ. ແຕ່ເມື່ອເວົ້າເຖິງສິ່ງທີ່ຜູ້ຄົນສາມາດເຮັດໄດ້, ມັນເປັນການດີທີ່ສຸດທີ່ພວກເຈົ້າຈະຈັດການສິ່ງດັ່ງກ່າວດ້ວຍຕົວພວກເຈົ້າເອງ. ພຣະເຈົ້າໄດ້ສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ຊັບພະສິ່ງສຳລັບຜູ້ຄົນ ນັ້ນກໍຄື ດວງອາທິດ, ດວງຈັນ, ດວງດາວ, ນໍ້າ, ອາກາດ, ແສງແດດ, ອາຫານ ພ້ອມທັງສະພາບແວດລ້ອມຕ່າງໆ ແລະ ສິ່ງທີ່ມີຊີວິດທີ່ຜູ້ຄົນຕ້ອງການ, ຫຼັງຈາກນັ້ນ ພຣະອົງກໍໄດ້ວາງຜູ້ຄົນໄວ້ເທິງແຜ່ນດິນໂລກ. ພຣະເຈົ້າຮັກສາກົດເກນການຈະເລີນເຕີບໂຕ ແລະ ການດຳເນີນງານຂອງສັບພະສິ່ງສຳລັບຜູ້ຄົນ ແລະ ຮັກສາສະພາບແວດລ້ອມການດຳລົງຊີວິດຂອງຜູ້ຄົນ, ມັນຂຶ້ນຢູ່ກັບຜູ້ຄົນທີ່ຈະລົງມືໃຊ້ຊີວິດຕົວຈິງ. ສຳລັບເລື່ອງທີ່ວ່າຄວນປູກຫຍັງໃນລະດູໃດ, ຄວນເກັບກ່ຽວພວກມັນເມື່ອໃດ, ຄວນເກັບຮັກສາພວກມັນແນວໃດຫຼັງຈາກການເກັບກ່ຽວ, ຄວນໃຊ້ວິທີໃດເມື່ອເຮັດພວກມັນເປັນອາຫານ, ຄວນກິນຫຍັງໃຫ້ຫຼາຍຂຶ້ນ, ຄວນກິນຫຍັງໃຫ້ໜ້ອຍລົງ, ຄວນກິນຫຍັງໃນລະດູໃດ, ຄວນກິນຫຼາຍສໍ່າໃດໃນແຕ່ລະມື້, ນັ້ນຄືທຸລະຂອງພວກເຈົ້າເອງ. ໃນເມື່ອຕອນນີ້ຄວາມຈິງໄດ້ຮັບການໂອ້ລົມຢ່າງຊັດເຈນແລ້ວ ແລະ ເລື່ອງຕ່າງໆກ່ຽວກັບຊີວິດກໍໄດ້ຮັບການຈັດການຢ່າງເໝາະສົມສຳລັບພວກເຈົ້າແລ້ວ, ຖ້າພວກເຈົ້າຍັງຂໍໃຫ້ເຮົາຊ່ວຍພວກເຈົ້າເຮັດສິ່ງນັ້ນສິ່ງນີ້ ແລະ ຍັງຊອກຫາເຮົາເພື່ອໂອ້ລົມກັບພວກເຈົ້າກ່ຽວກັບສິ່ງນັ້ນສິ່ງນີ້, ແລ້ວພວກເຈົ້າກໍຊ່າງບໍ່ມີເຫດຜົນເລີຍ. ສຳລັບສິ່ງທີ່ເຮົາໄດ້ໂອ້ລົມໄປແລ້ວ, ເຮົາບອກໃຫ້ພວກເຈົ້າຈັດການ ແລະ ແກ້ໄຂສິ່ງເຫຼົ່ານີ້ດ້ວຍຕົວພວກເຈົ້າເອງ. ຄຣິສຕະຈັກມີຜູ້ນໍາໃນທຸກລະດັບ ພ້ອມທັງມະນຸດທີ່ພຣະວິນຍານບໍລິສຸດຊົງໃຊ້ເພື່ອນໍາພາພວກເຈົ້າ. ພວກເຈົ້າຄວນສະແຫວງຫາ ແລະ ແກ້ໄຂສິ່ງຕ່າງໆດ້ວຍຕົວພວກເຈົ້າເອງ; ຢ່າມາຫາເຮົາສຳລັບທຸກສິ່ງ. ເຫດຜົນກໍຄື ເຮົາໄດ້ເວົ້າທຸກສິ່ງທີ່ຄວນເວົ້າໄປໝົດແລ້ວ, ເຮົາເຖິງກັບໄດ້ຈັດແຈງສິ່ງຈຳເປັນພື້ນຖານຂອງພວກເຈົ້າໃຫ້ແກ່ພວກເຈົ້າແລ້ວ ແລະ ເມື່ອເວົ້າເຖິງເລື່ອງເລັກນ້ອຍເຫຼົ່ານັ້ນ, ພວກມັນບໍ່ແມ່ນສິ່ງທີ່ເຮົາຄວນແກ້ໄຂ ແຕ່ເປັນທຸລະຂອງພວກເຈົ້າເອງ ແລະ ພວກເຈົ້າຄວນຈັດການພວກມັນດ້ວຍຕົວພວກເຈົ້າເອງ.

ບໍ່ວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈະກ່າວພຣະທຳຫຼາຍສໍ່າໃດ ຫຼື ພຣະອົງຈະເຮັດສິ່ງຕ່າງໆຫຼາຍສໍ່າໃດກໍຕາມ, ຜູ້ຄົນຕ້ອງຮູ້ວ່າຈຸດທີ່ສຳຄັນທີ່ສຸດກ່ຽວກັບຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງ ແລະ ຄວາມຖ່ອມຕົວ ແລະ ຄວາມເຊື່ອງຊ້ອນຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງກໍຄື: ບໍ່ວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈະດຳລົງຊີວິດຢູ່ທ່າມກາງຜູ້ຄົນ ຫຼື ປະຕິບັດພັນທະກິດຂອງພຣະອົງກໍຕາມ, ຫຼັກຄວາມເຊື່ອ ແລະ ຫຼັກການພື້ນຖານທີ່ສຸດຂອງຄວາມເປັນມະນຸດຂອງພຣະອົງ ເຊິ່ງເນື້ອໜັງຂອງພຣະອົງໃຊ້ຊີວິດຕາມນັ້ນ ກໍຄືການປະພຶດຕົນຕາມກົດລະບຽບ ແລະ ການເຮັດສິ່ງຕ່າງໆຕາມໜ້າທີ່. ສິ່ງນີ້ສະທ້ອນໃຫ້ເຫັນໃນພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ໂດຍທຳມະຊາດແລ້ວ ມັນຍັງສະທ້ອນໃຫ້ເຫັນໃນພຣະເຈົ້າຜູ້ຊົງຄອບຄອງອັດຕະລັກ ແລະ ແກ່ນແທ້ຂອງພຣະເຈົ້າ ເຊິ່ງກໍຄືພຣະເຈົ້າໃນອັດຕະລັກດັ່ງເດີມຂອງພຣະອົງອີກດ້ວຍ. ແນ່ນອນວ່າ ໃນກໍລະນີຂອງພຣະເຈົ້າ, ມັນບໍ່ໄດ້ຖືກເອີ້ນວ່າ “ການປະພຶດຕົນຕາມກົດລະບຽບ” ແຕ່ຢ່າງໜ້ອຍທີ່ສຸດ ໃນວິທີທີ່ພຣະເຈົ້າເຮັດສິ່ງຕ່າງໆ ແລະ ໃນວິທີທີ່ພຣະອົງປະຕິບັດຕໍ່ຜູ້ຄົນ ແລະ ສິ່ງຕ່າງໆ, ພຣະອົງກໍຍັງປະຕິບັດຕາມຫຼັກການເຫຼົ່ານີ້ຢ່າງເຂັ້ມງວດແນ່ນອນ. ນີ້ຄືທັງສິ່ງທີ່ຄວາມເປັນມະນຸດຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງມີ ແລະ ເປັນ ແລະ ສິ່ງທີ່ຄວາມເປັນພຣະເຈົ້າຂອງພຣະເຈົ້າໃນອັດຕະລັກດັ່ງເດີມຂອງພຣະອົງມີ ແລະ ເປັນ. ສິ່ງທີ່ຄວາມເປັນມະນຸດຂອງພຣະອົງມີ ແລະ ເປັນນັ້ນກ່ຽວຂ້ອງກັບການປະພຶດຕົນຕາມກົດລະບຽບ ແລະ ການເຮັດສິ່ງຕ່າງໆຕາມໜ້າທີ່ ໃນຂະນະທີ່ແກ່ນແທ້ຂອງພຣະເຈົ້າໃນອັດຕະລັກດັ່ງເດີມຂອງພຣະອົງນັ້ນກ່ຽວຂ້ອງກັບການທີ່ພຣະເຈົ້າປະຕິບັດຕໍ່ຜູ້ຄົນຕາມກົດລະບຽບ ແລະ ການເຮັດສິ່ງຕ່າງໆຕາມໜ້າທີ່. ພວກເຮົາຈະບໍ່ເວົ້າກ່ຽວກັບເລື່ອງນີ້ຫຼາຍໄປກວ່ານີ້. ບໍ່ວ່າເຈົ້າຈະເບິ່ງຈາກມຸມມອງໃດກໍຕາມ, ໃນແງ່ຂອງສັບພະສິ່ງທີ່ພຣະເຈົ້າຊົງສ້າງຂຶ້ນ, ອຳນາດສູງສຸດຂອງພຣະເຈົ້າເໜືອມະນຸດຊາດ ແລະ ການນໍາພາມະນຸດຊາດຂອງພຣະອົງ, ຈາກເລື່ອງໃຫຍ່ໄປຈົນເຖິງເລື່ອງນ້ອຍ ແລະ ຈາກມະຫາພາກຈົນເຖິງຈຸລະພາກ, ພຣະເຈົ້າເຮັດທຸກສິ່ງຕາມກົດລະບຽບ ແລະ ຕາມໜ້າທີ່. ເມື່ອພຣະເຈົ້າບໍ່ໄດ້ບັງເກີດເປັນເນື້ອໜັງ, ພຣະອົງກໍເຊື່ອງຊ້ອນຢູ່ໃນທ່າມກາງສັບພະສິ່ງ. ເຖິງແມ່ນວ່າມະນຸດຊາດຈະບໍ່ເຫັນຮູບລັກສະນະຂອງພຣະເຈົ້າ ຫຼື ໃບໜ້າທີ່ແທ້ຈິງຂອງພຣະເຈົ້າກໍຕາມ, ພຣະເຈົ້າກໍນໍາພາມະນຸດຊາດທັງໝົດຢູ່ສະເໝີ. ພຣະອົງຍັງເຮັດທຸກສິ່ງ, ຄຸ້ມຄອງທຸກສິ່ງ ແລະ ມີອຳນາດສູງສຸດເໜືອທຸກສິ່ງໃນຈັກກະວານຢ່າງສຳພັນກັບຊີວິດຈິງຢູ່ສະເໝີ; ບໍ່ມີສິ່ງໃດທີ່ພຣະອົງເຮັດນັ້ນຫວ່າງເປົ່າ. ແນ່ນອນວ່າ ບໍ່ມີແມ່ນແຕ່ສິ່ງດຽວທີ່ເຮັດໂດຍພຣະຫັດຂອງພຣະເຈົ້າທີ່ຍັງຄົງຢູ່ໃນລະດັບຂອງທິດສະດີ ຫຼື ຄຳຂວັນ. ໃນທາງກົງກັນຂ້າມ ໃນທຸກສິ່ງທີ່ພຣະເຈົ້າເຮັດ, ບໍ່ວ່າເຈົ້າສາມາດເຫັນຄຸນຄ່າໃນມັນໄດ້ ຫຼື ບໍ່, ບໍ່ວ່າເຈົ້າຈະສາມາດເຫັນມັນໄດ້ ຫຼື ບໍ່ກໍຕາມ, ພຣະອົງກໍກຳລັງເຮັດມັນຕາມກົດລະບຽບ ແລະ ເຮັດມັນຕາມໜ້າທີ່. ພຣະອົງເຮັດວຽກງານທີ່ພຣະອົງຕັ້ງໃຈເຮັດໃນລັກສະນະທີ່ຕິດດິນ. ພຣະອົງບໍ່ເຄີຍປະກາດ ຫຼື ແກ້ຕົວຕໍ່ຜູ້ຄົນ ແລະ ພຣະອົງກໍບໍ່ເຄີຍຮ້ອງຄຳຂວັນໃດໆ. ໃນທາງກົງກັນຂ້າມ ພຣະອົງກ່າວຖ້ອຍຄຳ ແລະ ກ່າວພຣະທຳຢູ່ສະເໝີ ໂດຍນໍາພາ ແລະ ສະໜອງໃຫ້ແກ່ມະນຸດຊາດທັງໝົດຢ່າງສຳພັນກັບຊີວິດຈິງ. ນີ້ກໍຄືສິ່ງທີ່ພຣະເຈົ້າມີ ແລະ ເປັນເຊັ່ນກັນ. ສິ່ງທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງມີ ແລະ ເປັນນັ້ນຈະບໍ່ຕັດຂາດຈາກ ຫຼື ຂັດແຍ້ງກັບສິ່ງທີ່ພຣະເຈົ້າເອງມີ ແລະ ເປັນຢ່າງແນ່ນອນ. ສະນັ້ນ, ຫຼັງຈາກທີ່ຜູ້ຄົນຮູ້ສິ່ງທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງມີ ແລະ ເປັນ ຫຼື ຮູ້ຫຼັກຄວາມເຊື່ອ ແລະ ຫຼັກການຂອງການປະພຶດຕົນທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງປະຕິບັດຕາມ, ໂດຍສ່ວນໃຫຍ່ແລ້ວ ພວກເຂົາກໍຈະມາຮູ້ຈັກແກ່ນແທ້ຂອງພຣະເຈົ້າໃນອັດຕະລັກດັ່ງເດີມຂອງພຣະອົງ ພ້ອມທັງສິ່ງທີ່ພຣະອົງມີ ແລະ ເປັນ. ຜົນກໍຄື ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນກ່ຽວກັບພຣະເຈົ້າໃນສະຫວັນຈະຫຼຸດລົງຈົນຮອດລະດັບໃດໜຶ່ງ ແລະ ຄວາມຮູ້, ຄວາມເຂົ້າໃຈ ຫຼື ມຸມມອງຂອງພວກເຂົາກ່ຽວກັບພຣະເຈົ້າກໍຈະສຳພັນກັບຊີວິດຈິງຫຼາຍຂຶ້ນ. ເວົ້າໂດຍປຽບທຽບແລ້ວ, ພວກເຂົາຍັງຈະສາມາດປະຕິບັດຕໍ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງໄດ້ຢ່າງຖືກຕ້ອງ, ເປັນກາງ ແລະ ສົມເຫດສົມຜົນຫຼາຍຂຶ້ນ ແທນທີ່ຈະກ່າວໂທດສິ່ງທີ່ຄວາມເປັນມະນຸດຂອງພຣະອົງມີ ແລະ ເປັນ ຫຼື ລັງກຽດ ຫຼື ບໍ່ໃສ່ໃຈຕໍ່ສິ່ງທີ່ຄວາມເປັນມະນຸດຂອງພຣະອົງມີ ແລະ ເປັນ. ແຕ່ຢ່າງໜຶ່ງກໍຄື ພວກເຂົາຈະສາມາດປະຕິບັດຕໍ່ມັນໄດ້ຢ່າງຖືກຕ້ອງ ແລະ ອີກຢ່າງໜຶ່ງກໍຄື ພວກເຂົາຈະຍິ່ງສາມາດເຫັນສິ່ງທີ່ຄວາມເປັນພຣະເຈົ້າຂອງພຣະອົງມີ ແລະ ເປັນ ຜ່ານສິ່ງທີ່ຄວາມເປັນມະນຸດຂອງພຣະອົງມີ ແລະ ເປັນ, ດ້ວຍເຫດນີ້ ຈຶ່ງສາມາດຮູ້ຈັກທັງພຣະເຈົ້າໃນສະຫວັນ ແລະ ພຣະເຈົ້າເທິງແຜ່ນດິນໂລກໄດ້ຢ່າງຖືກຕ້ອງຫຼາຍຂຶ້ນ.

ເອົາລະ, ພວກເຮົາຈະຈົບການໂອ້ລົມຂອງພວກເຮົາກ່ຽວກັບຫົວຂໍ້ນີ້ໄວ້ພຽງເທົ່ານີ້ສຳລັບມື້ນີ້. ລາກ່ອນ!

ວັນທີ 10 ສິງຫາ 2024

ກ່ອນນີ້: ວິທີການໄລ່ຕາມເສາະຫາຄວາມຈິງ (23)

ຕໍ່ໄປ: ວິທີການໄລ່ຕາມເສາະຫາຄວາມຈິງ (25)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້