ວິທີການໄລ່ຕາມເສາະຫາຄວາມຈິງ (23)

ໄລຍະໜຶ່ງມາແລ້ວ, ພວກເຮົາໄດ້ໂອ້ລົມກ່ຽວກັບຫົວຂໍ້ວິທີການໄລ່ຕາມເສາະຫາຄວາມຈິງ. ພວກເຮົາຍັງໂອ້ລົມກ່ຽວກັບຫົວຂໍ້ນີ້ບໍ່ທັນຈົບເທື່ອ; ມັນເປັນຫົວຂໍ້ທີ່ໃຫຍ່ຫຼາຍ ແລະ ມີຫຼາຍບັນຫາແທ້ໆທີ່ກ່ຽວຂ້ອງກັບການໄລ່ຕາມເສາະຫາຄວາມຈິງ, ບໍ່ແມ່ນບໍ? (ແມ່ນແລ້ວ). ກ່ຽວກັບຫົວຂໍ້ວິທີການໄລ່ຕາມເສາະຫາຄວາມຈິງ, ພວກເຮົາໄດ້ໂອ້ລົມກ່ຽວກັບການປະຕິບັດສອງດ້ານ: ການປະຕິບັດດ້ານໜຶ່ງແມ່ນການປ່ອຍວາງ ແລະ ການປະຕິບັດອີກດ້ານໜຶ່ງແມ່ນການອຸທິດຕົນ. ກ່ອນໜ້ານີ້ ພວກເຮົາໄດ້ໂອ້ລົມກັນຫຼາຍກ່ຽວກັບຫົວຂໍ້ “ການປ່ອຍວາງ”. ສິ່ງທີ່ພວກເຮົາໄດ້ໂອ້ລົມກັນເມື່ອບໍ່ດົນມານີ້ແມ່ນ “ການປ່ອຍວາງຄວາມບາດໝາງລະຫວ່າງຕົນເອງກັບພຣະເຈົ້າ ແລະ ຄວາມເປັນປໍລະປັກຂອງຕົນທີ່ມີຕໍ່ພຣະເຈົ້າ”, ເຊິ່ງແບ່ງອອກເປັນສີ່ດ້ານ: ດ້ານທີໜຶ່ງແມ່ນຄວາມຄິດຫຼົງຜິດ ແລະ ຈິນຕະນາການ, ດ້ານທີສອງແມ່ນຂໍ້ຮຽກຮ້ອງທີ່ບໍ່ສົມເຫດສົມຜົນ, ດ້ານທີສາມແມ່ນຄວາມລະແວດລະວັງ ແລະ ຄວາມສົງໄສ ແລະ ດ້ານທີສີ່ແມ່ນການກວດສອບຢ່າງລະອຽດ ແລະ ການສອດຮູ້ສອດເຫັນ. ບໍ່ແມ່ນວ່າພວກເຮົາໄດ້ໂອ້ລົມກັນຫຼາຍພໍສົມຄວນແລ້ວບໍ ກ່ຽວກັບດ້ານທີໜຶ່ງ ເຊິ່ງກໍຄືຄວາມຄິດຫຼົງຜິດ ແລະ ຈິນຕະນາການ? ໃນດ້ານຂອງຄວາມຄິດຫຼົງຜິດ ແລະ ຈິນຕະນາການ, ເນື້ອຫາທີ່ກ່ຽວຂ້ອງກັບຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນກ່ຽວກັບພຣະເຈົ້າແມ່ນປະກອບດ້ວຍຄວາມຄິດຫຼົງຜິດຂອງພວກເຂົາກ່ຽວກັບວຽກງານຂອງພຣະເຈົ້າ, ແກ່ນແທ້ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ກ່ອນໜ້ານີ້ ໂດຍຫຼັກແລ້ວພວກເຮົາໄດ້ໂອ້ລົມກ່ຽວກັບຄວາມຄິດຫຼົງຜິດຂອງຜູ້ຄົນກ່ຽວກັບວຽກງານຂອງພຣະເຈົ້າ. ເຖິງແມ່ນວ່າພວກເຮົາບໍ່ໄດ້ໂອ້ລົມກ່ຽວກັບຄວາມຄິດຫຼົງຜິດຂອງຜູ້ຄົນກ່ຽວກັບແກ່ນແທ້ອຸປະນິໄສຂອງພຣະເຈົ້າຢ່າງຊັດເຈນ ແລະ ໃນລັກສະນະທີ່ກົງປະເດັນ, ພວກເຮົາກໍໄດ້ໂອ້ລົມກ່ຽວກັບບາງບັນຫາທີ່ກ່ຽວຂ້ອງກັບດ້ານຕ່າງໆຂອງມະນຸດຊາດ. ຫຼັງຈາກທີ່ໂອ້ລົມກ່ຽວກັບສິ່ງເຫຼົ່ານີ້ແລ້ວ, ຜູ້ຄົນບໍ່ຄວນເຂົ້າໃຈທັດສະນະຄະຕິຂອງພຣະເຈົ້າທີ່ມີຕໍ່ບັນຫາຕ່າງໆຂອງມະນຸດຊາດບໍ? ແລ້ວຜູ້ຄົນບໍ່ຄວນເຂົ້າໃຈບໍວ່າພຣະເຈົ້າປະຕິບັດຕໍ່ເງື່ອນໄຂແຕ່ກຳເນີດ, ອຸປະນິໄສທີ່ເສື່ອມຊາມ ແລະ ຄວາມເປັນມະນຸດຂອງຜູ້ຄົນແນວໃດ? (ແມ່ນແລ້ວ). ຫຼັງຈາກທີ່ເຂົ້າໃຈສິ່ງເຫຼົ່ານີ້ແລ້ວ, ຄວາມຄິດຫຼົງຜິດຂອງຜູ້ຄົນກ່ຽວກັບວຽກງານຂອງພຣະເຈົ້າ ແລະ ແກ່ນແທ້ອຸປະນິໄສຂອງພຣະເຈົ້າກໍຄວນໄດ້ຮັບການແກ້ໄຂ. ເມື່ອບໍ່ດົນມານີ້ ພວກເຮົາໄດ້ໂອ້ລົມກ່ຽວກັບການຈັດປະເພດຂອງຄົນທຸກປະເພດ. ບອກເຮົາເບິ່ງ ພວກເຈົ້າຄິດວ່າເປັນຫຍັງພວກເຮົາຈຶ່ງໂອ້ລົມກ່ຽວກັບຫົວຂໍ້ນີ້? (ການໂອ້ລົມກ່ຽວກັບການຈັດປະເພດຂອງຄົນທຸກປະເພດນັ້ນ ໃນດ້ານໜຶ່ງແມ່ນເພື່ອຊ່ວຍໃຫ້ພວກເຮົາຮຽນຮູ້ທີ່ຈະແຍກແຍະຄົນທຸກປະເພດກໍຄື ໃຜກັບມາເກີດໃໝ່ຈາກມະນຸດ, ໃຜກັບມາເກີດໃໝ່ຈາກສັດ ແລະ ໃຜກັບມາເກີດໃໝ່ຈາກມານຮ້າຍ. ຫຼັງຈາກພວກເຮົາມີການແຍກແຍະແລ້ວ, ພວກເຮົາກໍຈະມີຫຼັກການໃນວິທີທີ່ພວກເຮົາປະຕິບັດຕໍ່ຜູ້ຄົນ. ໃນອີກດ້ານໜຶ່ງ ມັນເຮັດໃຫ້ພວກເຮົາມີຄວາມເຂົ້າໃຈບາງຢ່າງກ່ຽວກັບຄວາມຈິງທີ່ວ່າພຣະເຈົ້າຊ່ວຍຄົນປະເພດໃດໃຫ້ລອດພົ້ນກັນແທ້, ເພື່ອທີ່ພວກເຮົາຈະບໍ່ປະຕິບັດຕໍ່ວຽກງານຂອງພຣະເຈົ້າໂດຍອີງໃສ່ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຮົາ). ສະຫຼຸບແລ້ວ ການໂອ້ລົມກ່ຽວກັບສິ່ງເຫຼົ່ານີ້ເຮັດໃຫ້ຜູ້ຄົນເຂົ້າໃຈວ່າພຣະເຈົ້າເບິ່ງຄົນທຸກປະເພດແນວໃດ, ພຣະອົງປະຕິບັດຕໍ່ຄົນທຸກປະເພດແນວໃດ ແລະ ພຣະອົງຈັດການກັບຄົນທຸກປະເພດແນວໃດ. ໂດຍການເຂົ້າໃຈແກ່ນແທ້ຂອງຄົນທຸກປະເພດ ຫຼື ໂດຍການເຂົ້າໃຈບັນຫາຕ່າງໆຂອງມະນຸດຊາດ ທັງບັນຫາປະເພດທີ່ຜູ້ຄົນມີມາແຕ່ກຳເນີດ ແລະ ບັນຫາປະເພດທີ່ເກີດຂຶ້ນໃນພາຍຫຼັງ, ໂດຍພື້ນຖານແລ້ວ ຜູ້ຄົນສາມາດມີຄວາມຮູ້ທີ່ຖືກຕ້ອງກ່ຽວກັບວ່າຫຼັກການຂອງພຣະເຈົ້າໃນການປະຕິບັດຕໍ່ບັນຫາຕ່າງໆຂອງມະນຸດຊາດແມ່ນຫຍັງ. ຫຼັງຈາກທີ່ຜູ້ຄົນຮູ້ສິ່ງເຫຼົ່ານີ້ແລ້ວ, ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາທີ່ກ່ຽວຂ້ອງກັບວຽກງານຂອງພຣະເຈົ້າ ແລະ ແກ່ນແທ້ອຸປະນິໄສຂອງພຣະເຈົ້າກໍຈະໄດ້ຮັບການແກ້ໄຂເປັນສ່ວນໃຫຍ່. ພວກເຮົາໄດ້ໂອ້ລົມກັນຈົບແລ້ວກ່ຽວກັບບັນຫາທີ່ກ່ຽວຂ້ອງກັບວຽກງານຂອງພຣະເຈົ້າ ແລະ ແກ່ນແທ້ອຸປະນິໄສຂອງພຣະເຈົ້າ ພາຍໃຕ້ຫົວຂໍ້ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນ. ພວກເຈົ້າຄວນໄດ້ປະສົບ ແລະ ຊາບຊຶ້ງກັບສິ່ງທີ່ໄດ້ໂອ້ລົມກັນໄປແລ້ວດ້ວຍຕົວພວກເຈົ້າເອງແບບຊ້າໆ ແລະ ເມື່ອເວລາຜ່ານໄປ, ພວກເຈົ້າກໍຈະໄດ້ຮັບຄວາມຮູ້ບາງຢ່າງກ່ຽວກັບພຣະເຈົ້າ. ເມື່ອພວກເຈົ້າປະເຊີນກັບບັນຫາປະເພດເຫຼົ່ານີ້ໃນຊີວິດ, ພວກເຈົ້າຄວນນຳເອົາພຣະທຳເຫຼົ່ານີ້ມາທຽບໃສ່ກັບບັນຫາດັ່ງກ່າວ, ສະແຫວງຫາ ແລະ ອ່ານອະທິຖານໃຫ້ຫຼາຍຂຶ້ນ ແລະ ຈາກນັ້ນກໍແກ້ໄຂບັນຫາທີ່ພວກເຈົ້າໄດ້ປະເຊີນໃນຊີວິດຈິງ ໂດຍອີງໃສ່ຫຼັກການ ຫຼື ເນື້ອຫາທີ່ໄດ້ໂອ້ລົມກັນໄປແລ້ວ.

ກ່ຽວກັບຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນ, ຍັງມີຈຸດສຸດທ້າຍອີກຈຸດໜຶ່ງທີ່ພວກເຮົາຍັງບໍ່ທັນໄດ້ໂອ້ລົມກັນ, ເຊິ່ງກໍຄືຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ຈຳເປັນຕ້ອງໂອ້ລົມກ່ຽວກັບບັນຫານີ້ບໍ? (ຈຳເປັນ). ພວກເຈົ້າມີຄວາມຄິດຫຼົງຜິດ ແລະ ຈິນຕະນາການຫຍັງແດ່ກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ເຊິ່ງເປັນອັດຕະລັກພິເສດນີ້? ພວກເຈົ້າຮູ້ບໍວ່າບັນຫາ ຫຼື ຄວາມຫຍຸ້ງຍາກທີ່ໃຫຍ່ທີ່ສຸດຂອງພວກເຈົ້າກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງແມ່ນຫຍັງກັນແທ້? ສຳລັບຄົນສ່ວນໃຫຍ່ແລ້ວ ການຕິດຕໍ່ໂດຍກົງກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງກໍບໍ່ມີຫຍັງຫຼາຍໄປກວ່າການຟັງຄຳເທດສະໜາ ແລະ ການໂອ້ລົມໃນລະຫວ່າງການເຕົ້າໂຮມ. ມີພຽງຄົນຈຳນວນໜ້ອຍເທົ່ານັ້ນທີ່ມີການຕິດຕໍ່ແບບເຊິ່ງໜ້າຕົວຈິງກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ຫຼື ແມ່ນແຕ່ມີປະຕິສຳພັນທີ່ຈຳກັດບາງຢ່າງກັບພຣະອົງໃນຊີວິດ. ແລ້ວເມື່ອຟັງການໂອ້ລົມໃນລະຫວ່າງການເຕົ້າໂຮມ ຫຼື ເມື່ອໄດ້ເລີ່ມຕິດຕໍ່ ແລະ ມີປະຕິສຳພັນກັບພຣະອົງໃນວຽກງານ ຫຼື ໃນຊີວິດ, ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຈົ້າກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງແມ່ນຫຍັງ? ບັນຫາ ແລະ ຄວາມຫຍຸ້ງຍາກຕົວຈິງຂອງພວກເຈົ້າແມ່ນຫຍັງ? ຜູ້ຄົນມີຄວາມຄິດຫຼົງຜິດ ແລະ ຈິນຕະນາການກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງຢ່າງແນ່ນອນ; ມັນເປັນໄປບໍ່ໄດ້ທີ່ພວກເຂົາຈະບໍ່ມີ. ຜູ້ຄົນບໍ່ໄດ້ດຳລົງຊີວິດຢູ່ໃນຄວາມຫວ່າງເປົ່າ ແລະ ພວກເຂົາກໍບໍ່ຄືກັບຫຸ່ນຍົນທີ່ບໍ່ສາມາດຄິດໄດ້. ຖ້າເຈົ້າສາມາດຄິດໄດ້ ເຈົ້າກໍມີຈິດໃຈທີ່ຫ້າວຫັນ ແລະ ຖ້າເຈົ້າມີຈິດໃຈທີ່ຫ້າວຫັນ, ເຈົ້າກໍຈະມີຄວາມຄິດຢ່າງແນ່ນອນ ເມື່ອໄດ້ເລີ່ມຕິດຕໍ່ກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ຄວາມຄິດເຫຼົ່ານີ້ມັກຈະເປັນຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນ; ພວກມັນບໍ່ກ່ຽວຂ້ອງກັບຄວາມຈິງ ແລະ ພວກມັນກໍບໍ່ສອດຄ່ອງກັບຄວາມຈິງ. ພຽງແຕ່ຄົນສ່ວນໃຫຍ່ ຫຼັງຈາກທີ່ເຊື່ອໃນພຣະເຈົ້າໄດ້ສາມຫາຫ້າປີ, ໂດຍພື້ນຖານແລ້ວກໍມີການຮັບຮູ້ ແລະ ການຍອມຮັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງໃນລະດັບໃດໜຶ່ງ. ສະນັ້ນ ເຖິງແມ່ນວ່າພວກເຂົາຈະມີຄວາມຄິດຫຼົງຜິດບາງຢ່າງ, ເນື່ອງຈາກພວກເຂົາໄດ້ຍິນຄວາມຈິງມາຫຼາຍແລ້ວ, ເມື່ອພວກເຂົາປະເຊີນກັບສິ່ງເຫຼົ່ານີ້, ພວກເຂົາກໍສາມາດແກ້ໄຂພວກມັນດ້ວຍຕົນເອງ ໂດຍໃຊ້ຫຼັກການພື້ນຖານ ຫຼື ວິທີການທີ່ເປັນເອກະລັກຂອງພວກເຂົາເອງ ນັ້ນກໍຄືບາງທີອາດຈະໂດຍການອ່ານພຣະທຳຂອງພຣະເຈົ້າ ຫຼື ການລິຮານຕົນເອງ ຫຼື ການອະທິຖານ ແລະ ເວລາສ່ວນໃຫຍ່ແລ້ວ ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາກ່ຽວກັບພຣະເຈົ້າກໍສາມາດໄດ້ຮັບການແກ້ໄຂ. ແລ້ວພວກມັນໄດ້ຮັບການແກ້ໄຂຍ້ອນຜູ້ຄົນເຂົ້າໃຈຄວາມຈິງ ຫຼື ຍ້ອນພວກເຂົາໄດ້ລະງັບພວກມັນໄວ້ຊົ່ວຄາວໂດຍໃຊ້ວິທີການ ແລະ ວິທີທາງຂອງມະນຸດ? (ພວກມັນຖືກລະງັບໄວ້ຊົ່ວຄາວ). ນັ້ນກໍຄື ບັນຫານີ້ຍັງຄົງບໍ່ໄດ້ຮັບການແກ້ໄຂ. ໃນທາງຜິວເຜີນແລ້ວ ທຸກຢ່າງເບິ່ງຄືວ່າສະຫງົບ ແລະ ງຽບສະຫງັດສຳລັບພວກເຂົາ ແລະ ພວກເຂົາກໍບໍ່ມີຄວາມຄິດຫຼົງຜິດໃນໄລຍະໜຶ່ງ, ແຕ່ຕົ້ນ ຕໍຂອງບັນຫານີ້ຍັງຄົງເຊື່ອງຊ້ອນຢູ່ພາຍໃນພວກເຂົາ ແລະ ຍັງບໍ່ທັນຖືກກຳຈັດອອກໄປ. ບອກເຮົາເບິ່ງ ການທີ່ບັນຫານີ້ຍັງບໍ່ທັນຖືກກຳຈັດອອກໄປນັ້ນເປັນສິ່ງທີ່ດີບໍ? (ບໍ່ດີ). ເປັນຫຍັງຈຶ່ງບໍ່ດີ? ມັນຈະມີຜົນກະທົບຫຍັງຕໍ່ຜູ້ຄົນ? (ຜູ້ຄົນມີຄວາມຄິດຫຼົງຜິດ ແລະ ຈິນຕະນາການກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ຫຼັງຈາກສະຖານະການເອື້ອອຳນວຍ, ພວກມັນກໍຈະປະທຸຂຶ້ນ. ຕົວຢ່າງ: ເມື່ອພວກເຂົາປະເຊີນກັບສິ່ງທີ່ບໍ່ເປັນໄປຕາມທີ່ພວກເຂົາຄາດຫວັງ, ພວກເຂົາກໍຈະເຂົ້າໃຈຜິດ ແລະ ຈົ່ມວ່າພຣະເຈົ້າ ຫຼື ພວກເຂົາຈະກະບົດ ແລະ ຕໍ່ຕ້ານພຣະເຈົ້າ). ນີ້ຄືບັນຫາທີ່ແທ້ຈິງ. ຖ້າຄວາມຄິດຫຼົງຜິດ ແລະ ຈິນຕະນາການກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງບໍ່ສາມາດໄດ້ຮັບການແກ້ໄຂທີ່ຕົ້ນຕໍ, ພວກມັນກໍຈະມີຢູ່ພາຍໃນເຈົ້າໃນຖານະບັນຫາອັນໜຶ່ງສະເໝີ ແລະ ພວກມັນກໍຈະມີຜົນກະທົບບາງຢ່າງຕໍ່ເຈົ້າ. ເມື່ອເຈົ້າຍັງບໍ່ທັນໄດ້ປະເຊີນກັບສະຖານະການສະເພາະໃດໜຶ່ງ ແລະ ເຈົ້າພຽງແຕ່ອ່ານພຣະທຳຂອງພຣະເຈົ້າ ແລະ ໃນໃຈຂອງເຈົ້າກໍເຊື່ອໃນອັດຕະລັກ ແລະ ແກ່ນແທ້ຂອງພຣະເຈົ້າ ພ້ອມທັງອຸປະນິໄສຂອງພຣະອົງ, ແລ້ວບັນຫານີ້ກໍຍັງບໍ່ທັນມີຜົນກະທົບໃດໆຕໍ່ເຈົ້າ. ຖ້າໃນເວລາທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງມີປະຕິສຳພັນກັບເຈົ້າ, ໂອ້ລົມກັບເຈົ້າ ຫຼື ມອບໝາຍວຽກງານໃຫ້ເຈົ້າ, ເຈົ້າປະເຊີນກັບການລິຮານ ຫຼື ສິ່ງທີ່ບໍ່ເປັນໄປຕາມທີ່ເຈົ້າຄາດຫວັງ, ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງເຈົ້າກໍສາມາດສົ່ງຜົນກະທົບທາງລົບບາງຢ່າງພາຍໃນຕົວເຈົ້າໄດ້. ຖ້າຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງເຈົ້າກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງໄດ້ຮັບການແກ້ໄຂແລ້ວ, ເມື່ອເຈົ້າປະເຊີນກັບສິ່ງເຫຼົ່ານີ້, ເຈົ້າອາດຈະຍັງຮູ້ສຶກເຖິງຄວາມເຈັບປວດ ແລະ ຄວາມບໍ່ສະບາຍໃຈ, ໃນກໍລະນີທີ່ຮ້າຍແຮງກວ່ານັ້ນ ເຈົ້າອາດຈະເຖິງຂັ້ນເກີດຄວາມກະບົດ, ແຕ່ເຈົ້າຈະມາຢູ່ຕໍ່ໜ້າພຣະເຈົ້າຢ່າງຫ້າວຫັນເພື່ອສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາເຫຼົ່ານີ້, ແທນທີ່ຈະປະຕິບັດຕໍ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຄືກັບຄົນທຳມະດາ ຫຼື ກະບົດຕໍ່ພຣະອົງ, ຕໍ່ຕ້ານພຣະອົງ ແລະ ຢືນຢູ່ຝ່າຍກົງກັນຂ້າມກັບພຣະອົງ.

ໃຫ້ພວກເຮົາໂອ້ລົມກັນກ່ຽວກັບວິທີທີ່ຜູ້ຄົນຄວນແກ້ໄຂຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ຄວາມຈິງແລ້ວ ບັນຫານີ້ແກ້ໄຂໄດ້ງ່າຍກວ່າຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນທີ່ກ່ຽວຂ້ອງກັບວຽກງານຂອງພຣະເຈົ້າ ແລະ ແກ່ນແທ້ອຸປະນິໄສຂອງພຣະເຈົ້າ ເຊິ່ງພວກເຮົາໄດ້ໂອ້ລົມກັນໄປກ່ອນໜ້ານີ້ແລ້ວ. ວຽກງານຂອງພຣະເຈົ້າມີຂອບເຂດທີ່ກວ້າງຂວາງຫຼາຍ ແລະ ລວມມີເນື້ອຫາຫຼາຍຢ່າງ ພ້ອມທັງມີຄວາມຈິງຫຼາຍຢ່າງທີ່ຜູ້ຄົນຈຳເປັນຕ້ອງຮູ້ ແລະ ເຂົ້າໃຈ. ຍິ່ງໄປກວ່ານັ້ນ ແກ່ນແທ້ອຸປະນິໄສຂອງພຣະເຈົ້າຍິ່ງເປັນຄວາມຈິງທີ່ເລິກເຊິ່ງທີ່ສຸດໃນບັນດາຄວາມຈິງທັງໝົດທີ່ຜູ້ເຊື່ອໃນພຣະເຈົ້າຄວນເຂົ້າໃຈ ແລະ ມັນຍັງເປັນສິ່ງທີ່ຍາກທີ່ສຸດສຳລັບຜູ້ຄົນທີ່ຈະຮູ້ຈັກ. ເຖິງຢ່າງໃດກໍຕາມ ເມື່ອປຽບທຽບກັບຄວາມຈິງສອງດ້ານເຫຼົ່ານັ້ນແລ້ວ, ຄວາມຈິງກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງແມ່ນກົງໄປກົງມາສຳລັບຜູ້ຄົນຫຼາຍກວ່າ, ສະນັ້ນ ຄວາມຄິດຫຼົງຜິດ ແລະ ຈິນຕະນາການທີ່ກ່ຽວຂ້ອງກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈຶ່ງແກ້ໄຂໄດ້ງ່າຍກວ່າເຊັ່ນກັນ. ນີ້ກໍເພາະວ່າ ເມື່ອປຽບທຽບກັບວຽກງານຂອງພຣະເຈົ້າ ແລະ ແກ່ນແທ້ອຸປະນິໄສຂອງພຣະເຈົ້າແລ້ວ, ທ້າຍທີ່ສຸດ ພຣະເຈົ້າທີ່ບັງເກີດເປັນເນື້ອໜັງກໍເປັນຈິງຢ່າງແທ້ຈິງ, ຜູ້ຄົນສາມາດເບິ່ງເຫັນ ແລະ ສຳຜັດພຣະອົງໄດ້. ພຣະອົງບໍ່ແມ່ນສິ່ງທີ່ເປັນນາມມະທຳ; ໃນທາງກົງກັນຂ້າມ ພຣະອົງມີສຽງທີ່ສະເພາະເຈາະຈົງ ແລະ ສາມາດສະແດງອອກທາງຄຳເວົ້າໄດ້ ແລະ ມີຮູບຮ່າງພາຍນອກ, ຮູບລັກສະນະ, ອຸປະນິໄສ ແລະ ບຸກຄະລິກທີ່ສະເພາະເຈາະຈົງ ເຊິ່ງຜູ້ຄົນສາມາດ ຕິດຕໍ່ພົວພັນນຳໄດ້, ນອກເໜືອຈາກຄວາມຈິງດ້ານຕ່າງໆທີ່ພຣະອົງຊົງສະແດງອອກ. ສະນັ້ນ ເມື່ອປຽບທຽບກັບຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນກ່ຽວກັບວຽກງານຂອງພຣະເຈົ້າ ແລະ ແກ່ນແທ້ອຸປະນິໄສຂອງພຣະເຈົ້າແລ້ວ, ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງແມ່ນສິ່ງທີ່ເປັນຮູບປະທຳຫຼາຍກວ່າ. ຍິ່ງບາງສິ່ງທີ່ເປັນຮູບປະທຳຫຼາຍສໍ່າໃດ, ມັນກໍຍິ່ງງ່າຍສຳລັບຜູ້ຄົນທີ່ຈະຮູ້ຈັກ, ຍິ່ງງ່າຍສຳລັບພວກເຂົາທີ່ຈະນຳມາທຽບໃສ່ກັບຕົນເອງ ແລະ ຍິ່ງງ່າຍສຳລັບພວກເຂົາທີ່ຈະແກ້ໄຂ. ນີ້ຄືວິທີທີ່ມັນເປັນໄປໃນທາງທິດສະດີ, ແຕ່ໂດຍສະເພາະເຈາະຈົງແລ້ວ ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງຄວນໄດ້ຮັບການແກ້ໄຂແນວໃດ? ມີສອງເສັ້ນທາງແຫ່ງການປະຕິບັດ, ເຊິ່ງກໍຄື ມີສອງຫຼັກການຂອງການປະຕິບັດກ່ຽວກັບທັດສະນະຄະຕິທີ່ຖືກຕ້ອງທີ່ຜູ້ຄົນຄວນມີຕໍ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ຂໍ້ທີໜຶ່ງຄື ບໍ່ປຽບທຽບພຣະອົງກັບພຣະເຈົ້າໃນສະຫວັນ. ຂໍ້ທີສອງ ເຊິ່ງກໍສຳຄັນຫຼາຍເຊັ່ນກັນຄື ບໍ່ວາງພຣະອົງໃຫ້ຢູ່ໃນລະດັບດຽວກັນກັບມະນຸດຊາດທີ່ເສື່ອມຊາມ. ຖ້າເຈົ້າສາມາດເຮັດສອງສິ່ງນີ້ໄດ້, ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງເຈົ້າກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ໂດຍພື້ນຖານແລ້ວກໍຈະຖືວ່າໄດ້ຮັບການແກ້ໄຂຈາກຕົ້ນຕໍ ຂອງພວກມັນແລ້ວ. ເບິ່ງແມ ເສັ້ນທາງແຫ່ງການປະຕິບັດຕາມສອງຫຼັກການນີ້ຖືກຕ້ອງບໍ? (ຖືກຕ້ອງ). ເປັນຫຍັງສອງເສັ້ນທາງນີ້ຈຶ່ງເປັນວິທີແກ້ໄຂຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ? (ເພາະວ່າຜູ້ຄົນມັກຈະເຮັດຄວາມຜິດພາດສອງຢ່າງນີ້ຫຼາຍທີ່ສຸດ. ເມື່ອພຣະເຈົ້າເລີ່ມບັງເກີດເປັນເນື້ອໜັງ, ຜູ້ຄົນຈິນຕະນາການວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງນັ້ນຄຸມເຄືອຫຼາຍ, ໂດຍຄິດວ່າພຣະອົງສາມາດສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນໄດ້ຄືກັບພຣະເຈົ້າໃນສະຫວັນ ແລະ ອື່ນໆ. ຜູ້ຄົນຍັງມັກຈະວາງພຣະເຈົ້າທີ່ບັງເກີດເປັນເນື້ອໜັງໃຫ້ຢູ່ໃນລະດັບດຽວກັນກັບມະນຸດຊາດທີ່ເສື່ອມຊາມ, ເຊິ່ງເປັນການລ່ວງເກີນອຸປະນິໄສຂອງພຣະເຈົ້າໄດ້ງ່າຍ). ພວກເຈົ້າເຫັນເລື່ອງນີ້ຢ່າງຊັດເຈນແລ້ວ, ແມ່ນບໍ? (ແມ່ນແລ້ວ). ເຫດຜົນທີ່ສອງຂໍ້ນີ້ປະກອບເປັນເສັ້ນທາງ ແລະ ຫຼັກການສຳລັບການແກ້ໄຂຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງກໍຄື ຄວາມຄິດຫຼົງຜິດ ແລະ ຈິນຕະນາການທີ່ຜູ້ຄົນສ້າງຂຶ້ນກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງນັ້ນ ໂດຍຫຼັກແລ້ວແມ່ນປະກອບດ້ວຍສອງດ້ານນີ້. ໃນດ້ານໜຶ່ງ ກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ຖ້າຜູ້ຄົນກຳນົດວ່າພຣະອົງຄືພຣະເຈົ້າທີ່ມາຈາກສະຫວັນ, ກຳນົດວ່າພຣະອົງມີພຣະວິນຍານຂອງພຣະເຈົ້າສະຖິດຢູ່ພາຍໃນພຣະອົງໃນຖານະຊີວິດຂອງພຣະອົງ ແລະ ກຳນົດວ່າພຣະອົງຄືພຣະວິນຍານຂອງພຣະເຈົ້າທີ່ປາກົດເປັນຈິງໃນເນື້ອໜັງ ແລະ ຖ້າພວກເຂົາກຳນົດວ່າອັດຕະລັກຂອງພຣະອົງນັ້ນພິເສດ ແລະ ກຳນົດວ່າພຣະອົງຄືການສະແດງອອກຂອງພຣະເຈົ້າໃນສະຫວັນ, ແລ້ວພວກເຂົາກໍຈະປຽບທຽບພຣະອົງກັບພຣະເຈົ້າໃນສະຫວັນ. ໃນອີກດ້ານໜຶ່ງ ເພາະວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງເບິ່ງບໍ່ແຕກຕ່າງຈາກມະນຸດໃນພາຍນອກ ແລະ ເປັນພຽງຄົນທຳມະດາ, ຜູ້ຄົນຈຶ່ງອົດບໍ່ໄດ້ທີ່ຈະປະຕິບັດຕໍ່ພຣະອົງໃນຖານະສະມາຊິກຂອງມະນຸດຊາດທີ່ເສື່ອມຊາມ. ຜູ້ຄົນມັກຢ່າງຍິ່ງທີ່ຈະປຽບທຽບພຣະອົງ ຫຼື ວາງພຣະອົງໃຫ້ຢູ່ໃນລະດັບດຽວກັນກັບມະນຸດຊາດທີ່ເສື່ອມຊາມ ແລະ ເຖິງຂັ້ນຖືວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງເປັນສະມາຊິກຂອງມະນຸດຊາດທີ່ບໍ່ແຕກຕ່າງຈາກມະນຸດທີ່ເສື່ອມຊາມ. ສອງດ້ານນີ້ຄືຕົ້ນກຳເນີດຂອງຄວາມຄິດຫຼົງຜິດ ແລະ ຈິນຕະນາການທີ່ຜູ້ຄົນສ້າງຂຶ້ນກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ສອງດ້ານນີ້ຍັງເປັນສາເຫດຕົ້ນຕໍຂອງຄວາມຜິດພາດທີ່ຜູ້ຄົນມັກຈະເຮັດໃນການປະຕິບັດຕໍ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ຕໍ່ບັນຫາຕ່າງໆກ່ຽວກັບຄວາມກະບົດ, ການຕໍ່ຕ້ານ ແລະ ການເປັນປໍລະປັກທີ່ເກີດຂຶ້ນໃນການປະຕິບັດຕໍ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຂອງພວກເຂົາ. ສະນັ້ນ ຖ້າສອງບັນຫານີ້ໄດ້ຮັບການແກ້ໄຂ, ຄວາມຄິດຫຼົງຜິດ ແລະ ຈິນຕະນາການ ພ້ອມທັງຄວາມກະບົດ ແລະ ການເປັນປໍລະປັກທີ່ເຈົ້າເຮັດໃຫ້ເກີດຂຶ້ນກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງກໍຈະຄ່ອຍໆໄດ້ຮັບການແກ້ໄຂເຊັ່ນກັນ. ເນື່ອງຈາກສອງເສັ້ນທາງແຫ່ງການປະຕິບັດນີ້ມີຄວາມສຳຄັນຫຼາຍ, ໃຫ້ພວກເຮົາໂອ້ລົມກັນກ່ຽວກັບລາຍລະອຽດເທື່ອລະຂໍ້.

ເພື່ອແກ້ໄຂຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ຫຼັກການທຳອິດຂອງການປະຕິບັດຄື ບໍ່ປຽບທຽບພຣະອົງກັບພຣະເຈົ້າໃນສະຫວັນ. ພຣະເຈົ້າໃນສະຫວັນເປັນຮ່າງກາຍຝ່າຍວິນຍານ ແລະ ພຣະເຈົ້າເທິງແຜ່ນດິນໂລກເປັນເນື້ອໜັງ. ການບໍ່ປຽບທຽບພຣະອົງກັບພຣະເຈົ້າໃນສະຫວັນ ແນ່ນອນວ່າໝາຍເຖິງການບໍ່ພະຍາຍາມເບິ່ງພຣະເຈົ້າໃນສະຫວັນ ແລະ ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຄຽງຄູ່ກັນໄປ. ຍ້ອນວ່າອັດຕະລັກ ແລະ ແກ່ນແທ້ຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ພ້ອມທັງວຽກງານທີ່ພຣະອົງເຮັດ ລ້ວນແຕ່ເປັນຕົວແທນໃຫ້ແກ່ພຣະເຈົ້າໃນສະຫວັນ, ມັນຈຶ່ງເປັນເລື່ອງປົກກະຕິທີ່ຜູ້ຄົນມັກຈະວາງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ພຣະເຈົ້າໃນສະຫວັນມາໄວ້ນຳກັນເພື່ອປຽບທຽບພຣະອົງທັງສອງ. ແລ້ວການປຽບທຽບພຣະອົງທັງສອງຜິດບ່ອນໃດ? ເປັນຫຍັງຈຶ່ງບໍ່ສາມາດປຽບທຽບພຣະອົງທັງສອງໄດ້? ກ່ອນອື່ນ ໃຫ້ເບິ່ງວ່າໂດຍທົ່ວໄປແລ້ວຜູ້ຄົນປຽບທຽບຫຍັງແດ່ ແລ້ວພວກເຈົ້າກໍຈະຮູ້ວ່າການທີ່ຜູ້ຄົນປຽບທຽບພຣະອົງທັງສອງດ້ວຍວິທີນີ້ເປັນສິ່ງທີ່ຖືກຕ້ອງ ຫຼື ບໍ່. ແລ້ວຜູ້ຄົນປຽບທຽບຫຍັງແດ່ ເມື່ອພວກເຂົາປຽບທຽບພຣະເຈົ້າທີ່ບັງເກີດເປັນເນື້ອໜັງກັບພຣະເຈົ້າໃນສະຫວັນ? ພວກເຂົາປຽບທຽບລິດທານຸພາບຂອງພຣະອົງທັງສອງ, ສິດອຳນາດຂອງພຣະອົງທັງສອງ ແລະ ອຸປະນິໄສຂອງພຣະອົງທັງສອງ ແລະ ພວກເຂົາເຖິງຂັ້ນສະເພາະເຈາະຈົງໄປຫຼາຍກວ່ານັ້ນ ໂດຍປຽບທຽບວ່າພຣະອົງທັງສອງສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນ ຫຼື ບໍ່, ປຽບທຽບລິດທານຸພາບແຫ່ງພຣະທຳຂອງພຣະອົງທັງສອງ ແລະ ຜົນຮັບທີ່ບັນລຸໄດ້ໂດຍພຣະທຳຂອງພຣະອົງທັງສອງ. ພວກເຂົາປຽບທຽບຫຍັງອີກ? (ພຣະເຈົ້າໃນສະຫວັນກ່າວຄືກັບສຽງຟ້າຮ້ອງ ເຊິ່ງເຮັດໃຫ້ທຸກຄົນຮູ້ສຶກຢ້ານກົວ, ໃນຂະນະທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງກ່າວໃນລັກສະນະທີ່ທຳມະດາ, ປົກກະຕິ ແລະ ເປັນຈິງຫຼາຍ. ຜູ້ຄົນຍັງເຮັດການປຽບທຽບໃນດ້ານນີ້ເຊັ່ນກັນ). ນັ້ນກໍຄື ພວກເຂົາປຽບທຽບຄວາມສາມາດເໜືອທຳມະຊາດຫຼາຍຢ່າງ. ພຣະເຈົ້າໃນສະຫວັນຊົງສ້າງສັບພະສິ່ງທັງປວງ; ພຣະເຈົ້າໃນສະຫວັນກ່າວຄືກັບສຽງຟ້າຮ້ອງ; ພຣະເຈົ້າໃນສະຫວັນສາມາດເຮັດໃຫ້ຄົນຕາຍກັບຄືນມາມີຊີວິດໄດ້; ພຣະເຈົ້າໃນສະຫວັນເບິ່ງເຫັນຕັ້ງແຕ່ຈຸດເລີ່ມຕົ້ນຈົນເຖິງປັດຈຸບັນ; ພຣະເຈົ້າໃນສະຫວັນເວົ້າ ແລະ ສິ່ງນັ້ນກໍເກີດຂຶ້ນ, ພຣະອົງຊົງບັນຊາ ແລ້ວສິ່ງນັ້ນກໍເກີດຂຶ້ນ; ພຣະເຈົ້າໃນສະຫວັນສາມາດປ່ຽນບາງສິ່ງໃຫ້ກາຍເປັນຄວາມວ່າງເປົ່າ ແລະ ປ່ຽນຄວາມວ່າງເປົ່າໃຫ້ກາຍເປັນບາງສິ່ງໄດ້; ພຣະເຈົ້າໃນສະຫວັນສາມາດສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນຕ່າງໆ ແລະ ອື່ນໆ. ຜູ້ຄົນປຽບທຽບສິ່ງທັງໝົດເຫຼົ່ານີ້ຄື: ສິ່ງທີ່ພຣະເຈົ້າໃນສະຫວັນຊົງກະທຳ ແລະ ກ່າວ, ລິດທານຸພາບ, ສິດອຳນາດ, ຄວາມຊົງລິດທານຸພາບອັນສູງສຸດ ແລະ ອຸປະນິໄສທີ່ພຣະອົງຊົງສະແດງອອກ ພ້ອມທັງຄວາມເໜືອກວ່າ ແລະ ຄວາມຊົງລິດອໍານາດຍິ່ງໃຫຍ່ຂອງພຣະອົງ. ມີຫຍັງອີກ? ພຣະເຈົ້າໃນສະຫວັນມີອໍານາດສູງສຸດເໜືອສັບພະສິ່ງທັງປວງ ແລະ ຈັດວາງສັບພະສິ່ງທັງປວງ ແລະ ພຣະອົງຍັງມີອໍານາດສູງສຸດເໜືອກວ່າ ແລະ ຈັດແຈງຊະຕາກຳຂອງຜູ້ຄົນ; ພຣະເຈົ້າໃນສະຫວັນຈັດສະພາບແວດລ້ອມທຸກປະເພດໃຫ້ກັບຜູ້ຄົນ; ພຣະອົງກວດສອບສັບພະສິ່ງທັງປວງ, ກວດສອບທົ່ວທັງແຜ່ນດິນໂລກ ແລະ ກວດສອບທຸກການເຄື່ອນໄຫວ, ທຸກຄຳເວົ້າ ແລະ ການກະທຳຂອງຜູ້ຄົນ, ໂດຍຮູ້ວ່າແຕ່ລະຄົນຄິດ ແລະ ຮູ້ສຶກແນວໃດ. ບໍ່ວ່າສິ່ງດັ່ງກ່າວທັງໝົດນີ້ຈະຖືກຈິນຕະນາການຂຶ້ນໃນຄວາມຄິດຫຼົງຜິດຂອງຜູ້ຄົນ ຫຼື ບໍ່ວ່າພວກມັນຈະເປັນສິ່ງທີ່ຜູ້ຄົນຮູ້ສຶກໄດ້ຢ່າງເລິກເຊິ່ງກໍຕາມ, ທ້າຍທີ່ສຸດແລ້ວ ພວກມັນລ້ວນແຕ່ເປັນສ່ວນໜຶ່ງຂອງແກ່ນແທ້ທີ່ພຣະເຈົ້າໃນສະຫວັນຊົງຄອບຄອງ ແລະ ປະກົດການຕົວຈິງບາງຢ່າງທີ່ພຣະອົງສາມາດສະແດງອອກໄດ້ ເຊິ່ງຜູ້ຄົນສາມາດຈິນຕະນາການໄດ້ພາຍໃນຂອບເຂດຄວາມສາມາດໃນການເຂົ້າໃຈຂອງພວກເຂົາ. ສິ່ງເຫຼົ່ານີ້ຄືການສະແດງອອກເຖິງວິທີທີ່ພຣະເຈົ້າໃນສະຫວັນຊົງກະທຳ; ໂດຍສະເພາະແລ້ວ ພວກມັນຄືສິ່ງທີ່ພຣະວິນຍານຂອງພຣະເຈົ້າສາມາດເຮັດໄດ້. ບາງດ້ານຂອງສິ່ງເຫຼົ່ານີ້ກົງກັນ ແລະ ກ່ຽວຂ້ອງກັບພຣະວິນຍານຂອງພຣະເຈົ້າ, ໃນຂະນະທີ່ບາງດ້ານກໍຖືກເຈືອປົນໄປດ້ວຍຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນ. ແຕ່ບໍ່ວ່າພວກມັນຈະເປັນຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນ ຫຼື ສິ່ງທີ່ເປັນຄວາມຈິງກ່ຽວກັບພຣະວິນຍານຂອງພຣະເຈົ້າກໍຕາມ, ທ້າຍທີ່ສຸດແລ້ວ ສິ່ງເຫຼົ່ານີ້ລ້ວນແຕ່ເປັນສ່ວນໜຶ່ງຂອງການໃຊ້ຊີວິດຕາມ ຫຼື ແກ່ນແທ້ ແລະ ການເປີດເຜີຍ ທີ່ພຣະເຈົ້າໃນສະຫວັນຊົງຄອບຄອງ ແລະ ແບກຮັບ ເຊິ່ງພຣະອົງສາມາດບັນລຸໄດ້. ກໍຍ້ອນວ່າພວກມັນຄືແກ່ນແທ້, ອຸປະນິໄສ ຫຼື ລິດທານຸພາບທີ່ພຣະເຈົ້າໃນສະຫວັນຊົງຄອບຄອງ ແລະ ແບກຮັບນັ້ນເອງ, ການສະແດງອອກ ແລະ ການເປີດເຜີຍເຫຼົ່ານີ້ຈຶ່ງກ່ຽວຂ້ອງກັບພຣະວິນຍານຂອງພຣະເຈົ້າເທົ່ານັ້ນ ນັ້ນກໍຄື ພວກມັນກ່ຽວຂ້ອງກັບອັດຕະລັກ ແລະ ແກ່ນແທ້ແຕ່ກຳເນີດຂອງພຣະເຈົ້າ. ແກ່ນແທ້, ອຸປະນິໄສ ຫຼື ລິດທານຸພາບທີ່ພຣະເຈົ້າໃນສະຫວັນຊົງຄອບຄອງ ແລະ ແບກຮັບ ເຊິ່ງຜູ້ຄົນສາມາດຈິນຕະນາການ, ຮູ້ສຶກ ຫຼື ຮູ້ຈັກໄດ້ນັ້ນ ແມ່ນສິ່ງທີ່ພິເສດ ແລະ ຍິ່ງໃຫຍ່ເມື່ອທຽບໃສ່ກັບມະນຸດຊາດທີ່ຖືກສ້າງຂຶ້ນ ແລະ ມັນຍິ່ງເກີນກວ່າທີ່ມະນຸດຄົນໃດທີ່ມີຄຸນລັກສະນະຂອງສິ່ງທີ່ຖືກສ້າງຈະສາມາດເອື້ອມເຖິງໄດ້; ພຣະອົງຊົງຢູ່ເໜືອສິ່ງທີ່ຖືກສ້າງ ແລະ ສິ່ງທີ່ບໍ່ໄດ້ຖືກສ້າງທັງປວງ. ແກ່ນແທ້ ແລະ ລິດທານຸພາບທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຊົງຄອບຄອງ ແລະ ແບກຮັບ ຫຼື ເປີດເຜີຍດ້ວຍພຣະອົງເອງນັ້ນ ລ້ວນແຕ່ເປັນສິ່ງທີ່ມີແຕ່ກຳເນີດຂອງພຣະເຈົ້າ; ພວກມັນຄືອຸປະນິໄສບາງຢ່າງຂອງພຣະເຈົ້າ ຫຼື ແກ່ນແທ້ຂອງພຣະເຈົ້າທີ່ເໜືອກວ່າສິ່ງທີ່ຖືກສ້າງ ແລະ ສິ່ງທີ່ບໍ່ໄດ້ຖືກສ້າງທັງປວງຈະສາມາດຈິນຕະນາການ, ຮູ້ຈັກ ຫຼື ຈັບໃຈຄວາມໄດ້. ສຳລັບເລື່ອງທີ່ວ່າພຣະເຈົ້າຍິ່ງໃຫຍ່ສໍ່າໃດກັນແທ້, ພຣະອົງມີລິດທານຸພາບຫຼາຍສໍ່າໃດກັນແທ້ ແລະ ພຣະອົງຊົງຢູ່ເໜືອສັບພະສິ່ງທັງປວງຫຼາຍສໍ່າໃດກັນແທ້ນັ້ນ, ສຳລັບມະນຸດຊາດທີ່ຖືກສ້າງຂຶ້ນແລ້ວ ສິ່ງນີ້ຈະຍັງຄົງເປັນຄວາມລຶກລັບທີ່ບໍ່ສາມາດໄຂໄດ້ຢູ່ສະເໝີ. ຜູ້ຄົນບໍ່ມີທາງທີ່ຈະຮູ້ຈັກພຣະເຈົ້າໄດ້ຢ່າງສົມບູນ; ສິ່ງທີ່ພວກເຂົາເຫັນນັ້ນມີຈຳກັດຈົນເກີນໄປ. ຖ້າວາງສ່ວນທີ່ກ່ຽວກັບຄວາມຄິດຫຼົງຜິດ ແລະ ຈິນຕະນາການທີ່ບໍ່ເປັນຈິງຂອງຜູ້ຄົນກ່ຽວກັບພຣະເຈົ້າໄວ້ກ່ອນ ແລະ ພຽງແຕ່ເວົ້າເຖິງລິດທານຸພາບ, ສິດອຳນາດ ແລະ ແກ່ນແທ້ທີ່ແທ້ຈິງທີ່ພຣະເຈົ້າຊົງຄອບຄອງ, ສິ່ງທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງສາມາດເຮັດ, ໃຊ້ຊີວິດຕາມ ແລະ ເປີດເຜີຍໄດ້ນັ້ນແມ່ນມີຈຳກັດຈົນເກີນໄປ. ການຈະໃຊ້ຄຳປຽບທຽບຂອງມະນຸດທີ່ບໍ່ເໝາະສົມເພື່ອອະທິບາຍມັນ, ບາງທີສິ່ງທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຊົງໃຊ້ຊີວິດຕາມ, ເປີດເຜີຍ ແລະ ສາມາດເຮັດໄດ້ນັ້ນ ອາດເປັນພຽງນໍ້າຢົດໜຶ່ງໃນມະຫາສະໝຸດ ຫຼື ເປັນພຽງສ່ວນປາຍຂອງພູເຂົານໍ້າກ້ອນຂອງອັດຕະລັກ ແລະ ແກ່ນແທ້ແຕ່ກຳເນີດຂອງພຣະເຈົ້າ ແລະ ບໍ່ມີຫຍັງຫຼາຍໄປກວ່ານັ້ນ. ນັ້ນກໍຄື ສິ່ງທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງສາມາດໃຊ້ຊີວິດຕາມ ແລະ ເປີດເຜີຍກ່ຽວກັບອັດຕະລັກຂອງພຣະເຈົ້າ, ແກ່ນແທ້ອຸປະນິໄສຂອງພຣະເຈົ້າ ແລະ ລິດທານຸພາບຂອງພຣະເຈົ້າແມ່ນມີຈຳກັດຫຼາຍ. ຍ້ອນວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງຄືພຣະເຈົ້າທີ່ດຳລົງຊີວິດຢູ່ທ່າມກາງຜູ້ຄົນໃນຮູບແບບຂອງມະນຸດທີ່ຖືກສ້າງຂຶ້ນ, ສິ່ງທີ່ພຣະອົງສາມາດເຮັດໄດ້ ພ້ອມທັງສັນຊາດຕະຍານ ແລະ ທຳມະຊາດແຕ່ກຳເນີດທີ່ພຣະອົງສາມາດໃຊ້ຊີວິດຕາມໄດ້ນັ້ນຈຶ່ງມີຈຳກັດຫຼາຍ. ເຖິງແມ່ນວ່າພຣະອົງຄືພຣະວິນຍານຂອງພຣະເຈົ້າທີ່ປາກົດເປັນຈິງໃນເນື້ອໜັງ ແລະ ມີພຣະວິນຍານຂອງພຣະເຈົ້າສະຖິດຢູ່ພາຍໃນພຣະອົງກໍຕາມ, ຍ້ອນວ່າເນື້ອໜັງນີ້ຢູ່ໃນຮູບແບບຂອງສະມາຊິກຂອງມະນຸດຊາດທີ່ຖືກສ້າງຂຶ້ນ, ແກ່ນແທ້ຂອງພຣະເຈົ້າ ແລະ ອຸປະນິໄສຂອງພຣະເຈົ້າທີ່ພຣະອົງສາມາດໃຊ້ຊີວິດຕາມ, ເປີດເຜີຍ ແລະ ສະແດງອອກໄດ້ຈຶ່ງມີຈຳກັດຫຼາຍ. ນີ້ຄືເຫດຜົນໜຶ່ງ. ໃນອີກດ້ານໜຶ່ງ ແຕ່ລະຄັ້ງທີ່ພຣະເຈົ້າບັງເກີດເປັນເນື້ອໜັງ, ມັນເປັນຜົນຮັບທີ່ຫຼີກລ່ຽງບໍ່ໄດ້ຈາກຄວາມຕ້ອງການໃນວຽກງານຂອງພຣະເຈົ້າ, ນັ້ນກໍຄື ຄວາມຕ້ອງການທີ່ຫຼີກລ່ຽງບໍ່ໄດ້ຂອງຂັ້ນຕອນໜຶ່ງໃນວຽກງານຂອງພຣະເຈົ້າ ເຊິ່ງເວົ້າໄດ້ວ່າ ວຽກງານຂອງພຣະເຈົ້າຂັ້ນຕອນນີ້ຮຽກຮ້ອງໃຫ້ພຣະເຈົ້າບັງເກີດເປັນເນື້ອໜັງ, ໝາຍຄວາມວ່າພຣະເຈົ້າຕ້ອງບັງເກີດເປັນເນື້ອໜັງເພື່ອເຮັດວຽກງານຂັ້ນຕອນນີ້. ເນື່ອງຈາກພຣະເຈົ້າຈຳເປັນຕ້ອງບັງເກີດເປັນເນື້ອໜັງ, ພຣະອົງຈຶ່ງເຮັດວຽກງານຂັ້ນຕອນນີ້ໂດຍຜ່ານວິທີການບັງເກີດເປັນເນື້ອໜັງຂອງພຣະອົງ ແລະ ມີອຸປະນິໄສ, ແກ່ນແທ້ ແລະ ລິດທານຸພາບດ້ານຕ່າງໆຂອງພຣະເຈົ້າທີ່ພຣະເຈົ້າຈະສະແດງອອກ ແລະ ທີ່ຈຳເປັນສຳລັບວຽກງານຂັ້ນຕອນນີ້. ບໍ່ວ່າພຣະເຈົ້າຈະຕ້ອງການອຸປະນິໄສ, ແກ່ນແທ້ ແລະ ລິດທານຸພາບດ້ານໃດໃນວຽກງານຂັ້ນຕອນນີ້, ເມື່ອພຣະອົງບັງເກີດເປັນເນື້ອໜັງ, ພຣະອົງກໍເຮັດໃຫ້ອຸປະນິໄສ, ແກ່ນແທ້ ແລະ ລິດທານຸພາບຂອງພຣະເຈົ້າທີ່ກ່ຽວຂ້ອງກັບຄວາມຕ້ອງການຂອງວຽກງານຂັ້ນຕອນນີ້ປາກົດເປັນຈິງໃນເນື້ອໜັງນີ້. ເວົ້າງ່າຍໆກໍຄື ເນື້ອໜັງນີ້ສາມາດບັນລຸວຽກງານໃດກໍຕາມທີ່ຈຳເປັນສຳລັບຂັ້ນຕອນນີ້ໃນວຽກງານແຫ່ງການບັງເກີດເປັນເນື້ອໜັງຂອງພຣະເຈົ້າ. ຕົວຢ່າງ: ວຽກງານຂັ້ນຕອນນີ້ໃນຍຸກສຸດທ້າຍໄດ້ຮຽກຮ້ອງໃຫ້ເຮັດວຽກງານແຫ່ງການລົງທັນ ແລະ ການພິພາກສາ. ພຣະເຈົ້າທີ່ບັງເກີດເປັນເນື້ອໜັງກໍສາມາດສະແດງຄວາມພິໂລດ, ຄວາມສະງ່າຜ່າເຜີຍຂອງພຣະເຈົ້າ ແລະ ອຸປະນິໄສທີ່ຊອບທຳຂອງພຣະເຈົ້າອອກມາໄດ້; ພຣະອົງສາມາດສະແດງອຸປະນິໄສປະເພດນີ້ອອກມາໄດ້ ແລະ ຍັງສາມາດເຮັດວຽກງານປະເພດນີ້ໄດ້ອີກດ້ວຍ. ໃນລະຫວ່າງການບັງເກີດເປັນເນື້ອໜັງຂອງພຣະເຈົ້າໃນຄັ້ງນີ້, ສິ່ງທີ່ຜູ້ຄົນເຫັນ ແລະ ໄດ້ປະສົບນັ້ນລວມມີການລົງທັນ ແລະ ການພິພາກສາຂອງພຣະເຈົ້າ, ຄວາມພິໂລດຂອງພຣະເຈົ້າ, ຄວາມສະງ່າຜ່າເຜີຍຂອງພຣະເຈົ້າ ແລະ ອຸປະນິໄສທີ່ຊອບທຳຂອງພຣະເຈົ້າ. ເມື່ອວຽກງານທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງເຮັດນັ້ນຄືວຽກງານແຫ່ງການໄຖ່ບາບ, ການປະທານພຣະຄຸນ ແລະ ພອນໃຫ້ແກ່ມະນຸດຊາດ ແລະ ການໃຫ້ອະໄພບາບຂອງຜູ້ຄົນ, ແລ້ວຮູບລັກສະນະຂອງພຣະເຈົ້າທີ່ເປັນຕົວແທນໂດຍພຣະເຈົ້າທີ່ບັງເກີດເປັນເນື້ອໜັງກໍຄືຮູບລັກສະນະທີ່ເຕັມໄປດ້ວຍຄວາມຮັກຄວາມເມດຕາ, ເຕັມໄປດ້ວຍຄວາມອົດທົນ ແລະ ຄວາມອົດກັ້ນ ອີກທັງເຕັມໄປດ້ວຍຄວາມຮັກ ແລະ ພຣະອົງຍັງປະທານພຣະຄຸນອັນເຫຼືອລົ້ນໃຫ້ແກ່ຜູ້ຄົນອີກດ້ວຍ, ສິ່ງດັ່ງກ່າວຄືຄຸນລັກສະນະທີ່ຊັດເຈນຂອງອຸປະນິໄສ ແລະ ແກ່ນແທ້ຂອງພຣະເຈົ້າໃນວຽກງານຂັ້ນຕອນນັ້ນ. ສະນັ້ນ ບໍ່ວ່າຈະເປັນການບັງເກີດເປັນເນື້ອໜັງຄັ້ງໃດຂອງພຣະເຈົ້າກໍຕາມ, ມັນເປັນໄປບໍ່ໄດ້ທີ່ຜູ້ຄົນຈະເຫັນ ຫຼື ຮູ້ຈັກອຸປະນິໄສ ແລະ ແກ່ນແທ້ຂອງພຣະເຈົ້າໃນສະຫວັນຢ່າງຄົບຖ້ວນ. ຕົວຢ່າງ: ໜຶ່ງໃນຄຸນລັກສະນະຂອງອົງພຣະເຢຊູເຈົ້າທີ່ຜູ້ເຊື່ອໃນລະຫວ່າງຍຸກແຫ່ງພຣະຄຸນໄດ້ເຫັນກໍຄື ພຣະອົງຊົງມີຄວາມອົດກັ້ນ, ຄວາມອົດທົນ ແລະ ການໃຫ້ອະໄພຢ່າງໃຫຍ່ຫຼວງຕໍ່ຜູ້ຄົນ ພ້ອມທັງມີຄວາມຮັກ ແລະ ຄວາມເມດຕາອັນເຫຼືອລົ້ນ. ສະນັ້ນ ຜູ້ເຊື່ອໃນພຣະຜູ້ເປັນເຈົ້າບາງຄົນຈຶ່ງສາມາດປະສົບ ກັບຄວາມອົດທົນ, ຄວາມອົດກັ້ນ ແລະ ຄວາມຮັກອັນບໍ່ມີຂອບເຂດ ແລະ ບໍ່ສາມາດວັດແທກໄດ້ທີ່ມາຈາກພຣະເຈົ້າ, ນັ້ນກໍຄື ຄວາມຮັກຄວາມເມດຕາທີ່ມາຈາກພຣະເຈົ້າ. ໃນຍຸກແຫ່ງພຣະຄຸນ ຄຸນລັກສະນະຫຼັກຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງທີ່ເຮັດວຽກງານແຫ່ງການໄຖ່ບາບແມ່ນຄວາມຮັກຄວາມເມດຕາ. ເຖິງຢ່າງໃດກໍຕາມ ໃນວຽກງານຂັ້ນຕອນນີ້ໃນຍຸກສຸດທ້າຍ, ຍ້ອນວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງຕັ້ງໃຈທີ່ຈະແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ ແທນທີ່ຈະໃຫ້ອະໄພບາບຂອງຜູ້ຄົນ, ສິ່ງທີ່ຜູ້ຄົນໄດ້ປະສົບ ຈາກພຣະເຈົ້າທີ່ບັງເກີດເປັນເນື້ອໜັງໃນວຽກງານຂັ້ນຕອນນີ້ກໍຄື ຄວາມສະງ່າຜ່າເຜີຍ, ຄວາມພິໂລດ, ການພິພາກສາ ແລະ ການລົງທັນຂອງພຣະເຈົ້າ. ຜູ້ຄົນເຖິງຂັ້ນເຫັນດ້ານທີ່ບໍ່ປານີຂອງພຣະເຈົ້າ, ໂດຍເຫັນພຣະອົງພິພາກສາ ແລະ ເປີດໂປງຜູ້ຄົນຢ່າງບໍ່ປານີ, ເກືອບຈະທຸກຄັ້ງທີ່ພຣະອົງກ່າວ, ເນື້ອຫາພື້ນຖານກໍຄືການເປີດໂປງອຸປະນິໄສທີ່ເສື່ອມຊາມຕ່າງໆ, ການເຜີຍຄວາມເສື່ອມຊາມ ແລະ ສະພາວະທີ່ເສື່ອມຊາມໃນຕົວຜູ້ຄົນຢ່າງຕໍ່ເນື່ອງ, ບໍ່ຢຸດຢັ້ງ ແລະ ບໍ່ຮູ້ອິດເມື່ອຍ. ສິ່ງທີ່ຜູ້ຄົນເຫັນໃນພຣະເຈົ້າທີ່ບັງເກີດເປັນເນື້ອໜັງໃນຄັ້ງນີ້ຄື ຄວາມສະງ່າຜ່າເຜີຍ ແລະ ຄວາມພິໂລດຂອງພຣະເຈົ້າ, ຄວາມບໍ່ຍອມໃຫ້ລ່ວງເກີນຂອງພຣະເຈົ້າ ແລະ ອຸປະນິໄສທີ່ຊອບທຳຂອງພຣະເຈົ້າ; ສິ່ງທີ່ພວກເຂົາໄດ້ປະສົບຄື ການລົງທັນ ແລະ ການພິພາກສາຂອງພຣະເຈົ້າ ພ້ອມທັງການທົດສອບ ແລະ ການຫຼໍ່ຫຼອມ. ໃນທຸກສິ່ງທີ່ພຣະເຈົ້າ ກ່າວ, ຜູ້ຄົນໄດ້ປະສົບກັບຄວາມຊອບທຳ, ຄວາມສະງ່າຜ່າເຜີຍ ແລະ ຄວາມບໍ່ຍອມໃຫ້ລ່ວງເກີນຂອງພຣະເຈົ້າ ແລະ ຍັງມັກຈະຮູ້ສຶກເຖິງຄວາມໂກດຮ້າຍ, ຄວາມກຽດຊັງ, ຄວາມລັງກຽດ ແລະ ການປະຕິເສດຂອງພຣະເຈົ້າທີ່ມີຕໍ່ມະນຸດຊາດ ແລະ ແມ່ນແຕ່ການສາບແຊ່ງ ແລະ ການປະນາມຂອງພຣະອົງອີກດ້ວຍ. ເຖິງແມ່ນວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈະສາມາດເປັນຕົວແທນໃຫ້ແກ່ພຣະເຈົ້າເອງ, ເປັນຕົວແທນໃຫ້ແກ່ອັດຕະລັກຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ແກ່ນແທ້ຂອງພຣະເຈົ້າໄດ້ຢ່າງຄົບຖ້ວນກໍຕາມ, ຍ້ອນວ່າຮູບແບບເນື້ອໜັງທີ່ບັງເກີດມາຂອງພຣະເຈົ້ານີ້ແຕກຕ່າງຈາກຮູບແບບອັດຕະລັກແຕ່ກຳເນີດຂອງພຣະເຈົ້າ, ພຣະອົງຈຶ່ງຖືກຈຳກັດໂດຍຮູບແບບຂອງເນື້ອໜັງນີ້ ແລະ ໂດຍສັນຊາດຕະຍານຂອງຮູບແບບນີ້. ສິ່ງທີ່ຜູ້ຄົນສາມາດເຫັນກ່ຽວກັບແກ່ນແທ້ຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ລິດທານຸພາບຂອງພຣະເຈົ້າໃນພຣະເຈົ້າທີ່ບັງເກີດເປັນເນື້ອໜັງນັ້ນແມ່ນມີຈຳກັດ ເມື່ອທຽບໃສ່ກັບອັດຕະລັກ ແລະ ແກ່ນແທ້ແຕ່ກຳເນີດຂອງພຣະເຈົ້າ. ນີ້ເປັນເລື່ອງປົກກະຕິຫຼາຍ. ຜູ້ຄົນຄວນເຂົ້າໃຈສິ່ງນີ້ ແລະ ບໍ່ຄວນປຽບທຽບພຣະເຈົ້າທີ່ບັງເກີດເປັນເນື້ອໜັງກັບພຣະເຈົ້າໃນສະຫວັນຢ່າງຫຼັບຫູຫຼັບຕາ ແລ້ວຈາກນັ້ນ ເມື່ອພວກເຂົາບໍ່ສາມາດນຳພຣະອົງທັງສອງມາທຽບກັນໄດ້, ພວກເຂົາກໍຮູ້ສຶກຜິດຫວັງຢ່າງຍິ່ງ, ພິພາກສາ ແລະ ປະນາມພຣະອົງ, ປະຕິເສດພຣະເຈົ້າ ແລະ ປະຕິເສດອັດຕະລັກຂອງພຣະເຈົ້າ, ວຽກງານຂອງພຣະເຈົ້າ ຫຼື ແກ່ນແທ້ຂອງພຣະເຈົ້າ. ບາງຄົນເຖິງຂັ້ນເກີດຄວາມຄິດຫຼົງຜິດຍ້ອນເລື່ອງພຽງເລື່ອງດຽວ, ພະຍາຍາມນຳພຣະເຈົ້າທີ່ບັງເກີດເປັນເນື້ອໜັງມາທຽບກັບພຣະເຈົ້າໃນສະຫວັນ ແລະ ເມື່ອພວກເຂົາບໍ່ສາມາດທຽບກັນໄດ້, ພວກເຂົາກໍກາຍເປັນຄົນຄິດລົບ ແລະ ອ່ອນແອ, ໂດຍບາງຄົນເຖິງຂັ້ນມີຄວາມຄິດທີ່ຈະປະຖິ້ມຄວາມເຊື່ອຂອງພວກເຂົາ. ນີ້ຄືການສະແດງອອກທີ່ໂງ່ຈ້າຫຼາຍ ແລະ ຍັງເປັນການສະແດງອອກທີ່ຂາດຄວາມຮູ້ຫຼາຍອີກດ້ວຍ.

ໃນແງ່ຂອງອັດຕະລັກ ແລະ ແກ່ນແທ້ຂອງພຣະອົງ, ພຣະເຈົ້າທີ່ບັງເກີດເປັນເນື້ອໜັງແມ່ນກ່ຽວຂ້ອງກັບພຣະເຈົ້າ; ພຣະອົງຊົງຄອບຄອງອັດຕະລັກ ແລະ ແກ່ນແທ້ຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ ຍ້ອນວ່າຮູບແບບທາງເນື້ອໜັງຂອງພຣະອົງ ແລະ ຄຸນລັກສະນະຂອງເນື້ອໜັງນັ້ນເອງກ່ຽວຂ້ອງກັບສັນຊາດຕະຍານຂອງມະນຸດຊາດທີ່ຖືກສ້າງຂຶ້ນ ແລະ ຖືກຈຳກັດຢູ່ໃນຂອບເຂດຂອງສັນຊາດຕະຍານເຫຼົ່ານີ້, ບໍ່ວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈະເຮັດວຽກງານຫຍັງໃນຄັ້ງນີ້, ສິ່ງທີ່ພຣະອົງສາມາດເຮັດໄດ້, ສິ່ງທີ່ພຣະອົງສາມາດບັນລຸໄດ້ ພ້ອມທັງອັດຕະລັກ ແລະ ແກ່ນແທ້ຂອງພຣະເຈົ້າທີ່ພຣະອົງສາມາດເປັນຕົວແທນໄດ້ນັ້ນ ແມ່ນກ່ຽວຂ້ອງກັບວຽກງານ ແລະ ພັນທະກິດຂອງພຣະອົງໃນການບັງເກີດເປັນເນື້ອໜັງຄັ້ງນີ້ເທົ່ານັ້ນ. ພຣະອົງສາມາດເປັນຕົວແທນໃຫ້ແກ່ອັດຕະລັກ ແລະ ແກ່ນແທ້ໃດກໍຕາມຂອງພຣະເຈົ້າທີ່ສອດຄ່ອງກັບພັນທະກິດ ແລະ ວຽກງານຂອງພຣະອົງໃນຄັ້ງນີ້. ວຽກງານທີ່ຈະເຮັດໃນຄັ້ງນີ້ເປັນຕົວແທນໃຫ້ແກ່ອັດຕະລັກ ແລະ ແກ່ນແທ້ຂອງພຣະເຈົ້າ ແລະ ເປັນຕົວແທນໃຫ້ແກ່ອຸປະນິໄສຂອງພຣະເຈົ້າ. ບໍ່ວ່າພຣະອົງຈະເປັນຕົວແທນໃຫ້ແກ່ອຸປະນິໄສໃດກໍຕາມຂອງພຣະເຈົ້າ, ບໍ່ວ່າພຣະອົງຈະສະແດງອຸປະນິໄສໃດກໍຕາມຂອງພຣະເຈົ້າ ແລະ ບໍ່ວ່າພຣະອົງຈະເຮັດວຽກງານໃດກໍຕາມຂອງພຣະເຈົ້າ, ພຣະອົງກໍຈະເປັນຕົວແທນໃຫ້ແກ່ອຸປະນິໄສທີ່ກ່ຽວຂ້ອງຂອງພຣະເຈົ້າ; ພຣະອົງຈະສາມາດເປັນຕົວແທນໃຫ້ແກ່ອຸປະນິໄສທີ່ກ່ຽວຂ້ອງຂອງພຣະເຈົ້າ ແລະ ເຮັດວຽກງານທີ່ກ່ຽວຂ້ອງທີ່ພຣະເຈົ້າຕັ້ງໃຈຈະເຮັດ, ແຕ່ມັນເປັນໄປບໍ່ໄດ້ທີ່ພຣະອົງຈະເປັນຕົວແທນໃຫ້ແກ່ທັງໝົດນັ້ນ. ວຽກງານທີ່ເຮັດໃນການບັງເກີດເປັນເນື້ອໜັງຄັ້ງໃດກໍຕາມຂອງພຣະເຈົ້າແມ່ນພຽງພໍທີ່ຈະເປັນຕົວແທນໃຫ້ແກ່ອຸປະນິໄສທີ່ພຣະເຈົ້າຕັ້ງໃຈຈະສະແດງອອກໃນການບັງເກີດເປັນເນື້ອໜັງຄັ້ງນັ້ນ ແລະ ຍັງພຽງພໍທີ່ຈະສະແດງເຖິງວຽກງານທີ່ພຣະເຈົ້າຕັ້ງໃຈຈະເຮັດໃນການບັງເກີດເປັນເນື້ອໜັງຄັ້ງນັ້ນອີກດ້ວຍ. ຍິ່ງໄປກວ່ານັ້ນ ອຸປະນິໄສທີ່ພຣະເຈົ້າຊົງສະແດງອອກ ແລະ ແກ່ນແທ້ທີ່ພຣະອົງຊົງເປີດເຜີຍນັ້ນບໍ່ໄດ້ຂັດແຍ້ງກັບອັດຕະລັກ ແລະ ແກ່ນແທ້ແຕ່ກຳເນີດຂອງພຣະເຈົ້າເລີຍ ແລະ ພຣະອົງກໍບໍ່ໄດ້ເຮັດຄວາມຜິດພາດໃດໆໃນເລື່ອງນີ້. ຍ້ອນວ່າອັດຕະລັກ ແລະ ແກ່ນແທ້ຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງເປັນໜຶ່ງດຽວກັນຢ່າງສົມບູນກັບແກ່ນແທ້ແຕ່ກຳເນີດຂອງພຣະເຈົ້າ ຫຼື ແກ່ນແທ້ຂອງພຣະເຈົ້າໃນສະຫວັນ, ບໍ່ວ່າຈະເປັນໃນແງ່ຂອງພຣະທຳຂອງພຣະອົງ, ຊີວິດທີ່ພຣະອົງຊົງໃຊ້ຊີວິດ ຫຼື ວຽກງານຂອງພຣະອົງ ຫຼື ໃນແງ່ຂອງອຸປະນິໄສ, ແກ່ນແທ້ ແລະ ດ້ານອື່ນໆຂອງພຣະເຈົ້າທີ່ຜູ້ຄົນສາມາດເຫັນໄດ້, ພຣະເຈົ້າທີ່ບັງເກີດເປັນເນື້ອໜັງແມ່ນຄືກັນກັບພຣະເຈົ້າໃນສະຫວັນ; ພຣະອົງທັງສອງແມ່ນອົງດຽວກັນ. ບໍ່ວ່າພຣະອົງຈະສາມາດເປັນຕົວແທນໃຫ້ແກ່ພຣະເຈົ້າຢ່າງຄົບຖ້ວນໄດ້ ຫຼື ບໍ່ ແລະ ບໍ່ວ່າຜູ້ຄົນຈະສາມາດເຫັນພຣະເຈົ້າຢ່າງຄົບຖ້ວນໄດ້ ຫຼື ບໍ່ກໍຕາມ, ສະຫຼຸບແລ້ວ ອັດຕະລັກ ແລະ ແກ່ນແທ້ຂອງພຣະອົງແມ່ນມີຕົ້ນກຳເນີດມາຈາກພຣະເຈົ້າໃນສະຫວັນ. ເຖິງແມ່ນວ່າໃນມຸມມອງຂອງເຈົ້າ, ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈະບໍ່ສາມາດເປັນຕົວແທນໃຫ້ແກ່ພຣະເຈົ້າໃນສະຫວັນຢ່າງຄົບຖ້ວນໄດ້ກໍຕາມ, ອັດຕະລັກ ແລະ ແກ່ນແທ້ຂອງພຣະອົງກໍຍັງຄົງເປັນຂອງພຣະເຈົ້າເອງ. ເຖິງແມ່ນວ່າຫຼັງຈາກທີ່ປຽບທຽບພຣະອົງທັງສອງມາຫຼາຍປີແລ້ວ, ເຈົ້າກໍຍັງບໍ່ສາມາດຄົ້ນພົບຄວາມສຳພັນໃດໆລະຫວ່າງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ພຣະເຈົ້າໃນສະຫວັນທີ່ເຈົ້າຮູ້ຈັກກໍຕາມ, ອັດຕະລັກ ແລະ ແກ່ນແທ້ຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງກໍຍັງຄົງບໍ່ປ່ຽນແປງ ເພາະວ່ານີ້ຄືຂໍ້ເທັດຈິງ. ແລ້ວຂໍ້ເທັດຈິງນີ້ແມ່ນຫຍັງ? ມັນກໍຄື ແກ່ນແທ້ຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງແມ່ນແກ່ນແທ້ຂອງພຣະເຈົ້າໃນສະຫວັນ ແລະ ອັດຕະລັກຂອງພຣະອົງກໍບໍ່ເຄີຍປ່ຽນແປງຍ້ອນແກ່ນແທ້ຂອງພຣະອົງ, ມັນຄືອັດຕະລັກຂອງພຣະເຈົ້າ. ບາງທີເມື່ອສາມສິບປີກ່ອນ, ຄົນສ່ວນໃຫຍ່ອາດຈະບໍ່ເຊື່ອເຮົາ ຖ້າເຮົາເວົ້າແບບນີ້, ແຕ່ຫຼັງຈາກສາມສິບປີຜ່ານໄປ, ເຮົາຄິດວ່າເຮົາມີຄຸນສົມບັດທີ່ຈະເວົ້າແບບນີ້. ເປັນຫຍັງເຮົາຈຶ່ງເວົ້າແບບນັ້ນ? ຖ້າວຽກງານສາມສິບປີນີ້ບໍ່ໄດ້ຖືກເຮັດ ແລະ ຖ້າຄວາມຈິງເຫຼົ່ານີ້ບໍ່ໄດ້ຖືກສະແດງອອກ, ມັນກໍອາດຈະໄວເກີນໄປໜ້ອຍໜຶ່ງທີ່ຈະເວົ້າວ່າ “ພຣະເຈົ້າທີ່ບັງເກີດເປັນເນື້ອໜັງເປັນຕົວແທນໃຫ້ແກ່ພຣະເຈົ້າເອງ”. ນີ້ກໍເພາະວ່າ ຖ້າປາສະຈາກການສະແດງອອກເຖິງພຣະທຳຂອງພຣະເຈົ້າ, ການສະແດງອອກເຖິງອຸປະນິໄສຂອງພຣະເຈົ້າ ແລະ ການສະແດງອອກເຖິງອັດຕະລັກ ແລະ ແກ່ນແທ້ຂອງພຣະເຈົ້າ, ຖ້າເຈົ້າເວົ້າວ່າ “ພຣະເຈົ້າທີ່ບັງເກີດເປັນເນື້ອໜັງເປັນຕົວແທນໃຫ້ແກ່ພຣະເຈົ້າເອງ”, ຜູ້ຄົນກໍຈະຄິດວ່າເຈົ້າຜິດປົກກະຕິ ຫຼື ພວກເຂົາຈະຄິດວ່າເຈົ້າກະບົດຢ່າງຮ້າຍແຮງ. ແຕ່ດ້ວຍການສະແດງອອກຫຼາຍຢ່າງເຖິງພຣະທຳຂອງພຣະເຈົ້າ ພ້ອມທັງການສະແດງອອກຫຼາຍຢ່າງເຖິງແກ່ນແທ້ອຸປະນິໄສຂອງພຣະເຈົ້າ ແລະ ອັດຕະລັກແຕ່ກຳເນີດຂອງພຣະເຈົ້າ, ພວກເຈົ້າຄິດວ່າມັນເກີນໄປບໍທີ່ຈະເວົ້າວ່າ “ພຣະເຈົ້າທີ່ບັງເກີດເປັນເນື້ອໜັງເປັນຕົວແທນໃຫ້ແກ່ພຣະເຈົ້າເອງ”? (ບໍ່). ນີ້ເປັນການເວົ້າເກີນຈິງບໍ? ມັນເໝາະສົມແລ້ວບໍ? (ບໍ່). ມັນບໍ່ແມ່ນການໂອ້ອວດ. ສະນັ້ນ ບໍ່ວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈະສາມາດເປັນຕົວແທນໃຫ້ແກ່ພຣະເຈົ້າໃນສະຫວັນໄດ້ ຫຼື ບໍ່, ພຣະອົງຊົງຄອບຄອງອຸປະນິໄສ ແລະ ແກ່ນແທ້ຂອງພຣະເຈົ້າໃນສະຫວັນ ຫຼື ບໍ່ ແລະ ພຣະອົງຊົງຄອບຄອງອັດຕະລັກຂອງພຣະເຈົ້າໃນສະຫວັນ ຫຼື ບໍ່ນັ້ນ ແມ່ນບໍ່ສາມາດຕັດສິນໄດ້ຈາກຮູບຮ່າງພາຍນອກຂອງພຣະອົງ. ບາງທີຮູບຮ່າງພາຍນອກຂອງພຣະອົງອາດຈະເບິ່ງຄືວ່າບໍ່ສຳຄັນເລີຍ ແລະ ພຣະອົງກໍເບິ່ງຄືທຳມະດາ ແລະ ປົກກະຕິຫຼາຍ, ເຖິງຂັ້ນຖືກບາງຄົນເບິ່ງຂ້າມ; ບາງທີພຣະອົງອາດຈະບໍ່ມີຄຸນສົມບັດໃດໆທີ່ເໜືອກວ່າຄົນທົ່ວໄປແລະ ບໍ່ມີການສະແດງອອກທີ່ເໜືອທຳມະຊາດໃດໆ, ແຮງໄກທີ່ຈະມີສິ່ງທີ່ເອີ້ນວ່າລັກສະນະພິເສດໃນສາຍຕາຂອງມະນຸດຊາດທີ່ເສື່ອມຊາມ ຫຼື ສິ່ງໃດກໍຕາມທີ່ມະນຸດຊາດທີ່ເສື່ອມຊາມຊື່ນຊົມ, ເທີດທູນ ຫຼື ອັດສະຈັນໃຈ. ແຕ່ຍ້ອນວ່າວຽກງານທີ່ພຣະອົງເຮັດ, ແກ່ນແທ້ຂອງພຣະອົງ ແລະ ອຸປະນິໄສຂອງພຣະອົງສາມາດສະແດງເຖິງອຸປະນິໄສ ແລະ ແກ່ນແທ້ຂອງພຣະເຈົ້າໃນສະຫວັນໄດ້, ມັນຈຶ່ງສາມາດກຳນົດໄດ້ວ່າອັດຕະລັກຂອງພຣະອົງຄືອັດຕະລັກຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ຄືອັດຕະລັກຂອງພຣະເຈົ້າເອງ.

ພວກເຮົາສືບຕໍ່ໂອ້ລົມກ່ຽວກັບຫົວຂໍ້ການບໍ່ປຽບທຽບພຣະເຈົ້າທີ່ບັງເກີດເປັນເນື້ອໜັງກັບພຣະເຈົ້າໃນສະຫວັນກັນເທາະ. ພວກເຮົາຫາກໍກ່າວເຖິງວ່າ ເມື່ອຄົນສ່ວນໃຫຍ່ຕິດຕໍ່ກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ພວກເຂົາມັກປຽບທຽບພຣະອົງກັບພຣະເຈົ້າໃນສະຫວັນ. ຫຼັງຈາກທີ່ໄດ້ໂອ້ລົມຮອດຈຸດນີ້, ບອກເຮົາເບິ່ງວ່າ ມັນເໝາະສົມບໍທີ່ຈະປຽບທຽບພຣະອົງທັງສອງແບບນີ້? (ບໍ່). ນີ້ບໍ່ແມ່ນການເຮັດຄວາມຜິດພາດອັນໃຫຍ່ຫຼວງບໍ? (ແມ່ນແລ້ວ). ມັນໂງ່ຈ້າບໍທີ່ເຮັດຄວາມຜິດພາດນີ້? ມີຜົນສະທ້ອນທີ່ບໍ່ດີຫຍັງບໍ? (ມີ). ພວກມັນແມ່ນຫຍັງ? (ເມື່ອຜູ້ຄົນກຳນົດຂອບເຂດພຣະເຈົ້າໂດຍອີງໃສ່ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາ, ພວກເຂົາກໍມີແນວໂນ້ມທີ່ຈະກະບົດ ແລະ ຕໍ່ຕ້ານພຣະເຈົ້າ ແລະ ພວກເຂົາຍັງມີແນວໂນ້ມທີ່ຈະບໍ່ຍອມຮັບວຽກງານຂອງພຣະເຈົ້າ ຫຼື ຄວາມລອດພົ້ນຂອງພຣະເຈົ້າ; ຜົນສະທ້ອນນັ້ນຮ້າຍແຮງຫຼາຍ). ເຈົ້າຕ້ອງປະຕິບັດຕໍ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຢ່າງສົມເຫດສົມຜົນ. ແລ້ວເຈົ້າຄວນເຮັດແນວໃດເພື່ອໃຫ້ສົມເຫດສົມຜົນ? ເຈົ້າຕ້ອງໄຕ່ຕອງວ່າ: ການທີ່ພຣະເຈົ້າໃນສະຫວັນໄດ້ບັງເກີດເປັນເນື້ອໜັງເພື່ອເຮັດວຽກງານຂອງພຣະອົງໃນຕອນນີ້ນັ້ນໝາຍຄວາມວ່າແນວໃດ? ຕອນນີ້, ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຄືຜູ້ຕັດສິນຊີ້ຂາດ. ພຣະອົງສາມາດເປັນຕົວແທນໃຫ້ແກ່ພຣະເຈົ້າໃນສະຫວັນດ້ວຍສິດອຳນາດຢ່າງເຕັມທີ່ ເພື່ອເຮັດວຽກງານແຫ່ງການພິພາກສາໃນຍຸກສຸດທ້າຍ. ສະນັ້ນ, ຖ້າເຈົ້າມີບັນຫາ ຫຼື ຄວາມຫຍຸ້ງຍາກໃດໆ, ເຈົ້າຕ້ອງສະແຫວງຫາຈາກພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ເນື່ອງຈາກພຣະອົງສາມາດເປັນຕົວແທນໃຫ້ແກ່ພຣະເຈົ້າໃນສະຫວັນ, ພຣະອົງຈຶ່ງສາມາດແກ້ໄຂບັນຫາຂອງເຈົ້າໄດ້; ພຣະອົງສາມາດເປັນຕົວແທນໃຫ້ແກ່ພຣະເຈົ້າໃນສະຫວັນໃນການແກ້ໄຂບັນຫາໃນຊີວິດຂອງເຈົ້າ, ບັນຫາກ່ຽວກັບຄວາມເຊື່ອຂອງເຈົ້າໃນພຣະເຈົ້າ, ບັນຫາກ່ຽວກັບຄວາມລອດພົ້ນຂອງເຈົ້າ ແລະ ບັນຫາກ່ຽວກັບຈຸດໝາຍປາຍທາງ ແລະ ຊະຕາກຳໃນອະນາຄົດຂອງເຈົ້າ. ໃນອີກດ້ານ, ຖ້າເຈົ້າອະທິຖານ ແລະ ສະແຫວງຫາຈາກພຣະເຈົ້າໃນສະຫວັນ ແຕ່ບໍ່ສົນໃຈພຣະເຈົ້າອົງນີ້ທີ່ຢູ່ເທິງແຜ່ນດິນໂລກ ແລະ ບໍ່ສົນໃຈພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ແລ້ວກໍລອງເບິ່ງວ່າເຈົ້າຍັງຈະສາມາດໄດ້ຮັບຄຳແນະນຳທີ່ຊັດເຈນ, ຄວາມຮູ້ແຈ້ງ ແລະ ແສງສະຫວ່າງທີ່ຊັດເຈນ ແລະ ເສັ້ນທາງແຫ່ງການປະຕິບັດທີ່ຊັດເຈນໄດ້ຢູ່ ຫຼື ບໍ່. ຖ້າເຈົ້າສາມາດໄດ້ຮັບສິ່ງເຫຼົ່ານີ້ໂດຍການອະທິຖານ ແລະ ຫວັງເພິ່ງພຣະເຈົ້າໃນສະຫວັນ, ແລ້ວນັ້ນກໍຖືດີພໍສົມຄວນແທ້ໆ ແລະ ເຈົ້າກໍຈະບໍ່ຈຳເປັນຕ້ອງສະແຫວງຫາຈາກພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ແຕ່ຖ້າຫຼັງຈາກທີ່ອະທິຖານ, ສະແຫວງຫາຈາກ ແລະ ຫວັງເພິ່ງພຣະເຈົ້າໃນສະຫວັນເປັນເວລາດົນນານ ເຈົ້າຍັງບໍ່ໄດ້ຮັບແສງສະຫວ່າງທີ່ຊັດເຈນ, ເສັ້ນທາງແຫ່ງການປະຕິບັດ ຫຼື ວິທີແກ້ໄຂທີ່ຊັດເຈນ, ເຈົ້າຄວນເຮັດແນວໃດ? (ສະແຫວງຫາຫຼັກການຄວາມຈິງພາຍໃນພຣະທຳຂອງພຣະເຈົ້າ). ແລ້ວກໍບໍ່ມີທາງອື່ນ; ເຈົ້າສາມາດສະແຫວງຫາພຽງແຕ່ພຣະທຳທີ່ກ່າວ ແລະ ວຽກງານທີ່ເຮັດໂດຍພຣະເຈົ້າທີ່ບັງເກີດເປັນເນື້ອໜັງເທົ່ານັ້ນ. ເຈົ້າຈົ່ງຢຸດທະນົງໂຕ; ການທີ່ເຈົ້າຖືຕົນວ່າສໍາຄັນນັ້ນບໍ່ສາມາດຊ່ວຍໃຫ້ເຈົ້າລອດພົ້ນໄດ້, ມັນພຽງແຕ່ສາມາດທຳຮ້າຍເຈົ້າໄດ້ເທົ່ານັ້ນ. ພຣະເຈົ້າໃນສະຫວັນຊົງລິດທານຸພາບສູງສຸດ, ສູງສົ່ງ, ຍິ່ງໃຫຍ່, ພິເສດ ແລະ ເໜືອກວ່າທຸກສິ່ງ ແຕ່ມະນຸດຊາດບໍ່ສາມາດເອື້ອມເຖິງພຣະອົງໄດ້. ເມື່ອພຣະອົງກ່າວ, ເຈົ້າກໍບໍ່ສາມາດເຂົ້າໃຈ ຫຼື ໄດ້ຍິນພຣະອົງ. ຖ້າພຣະເຈົ້າກ່າວຕໍ່ເຈົ້າແທ້ໆ, ຮ່າງກາຍເນື້ອໜັງຂອງມະນຸດຂອງເຈົ້າກໍຈະບໍ່ສາມາດທົນຮັບ ຫຼື ຮັບມືກັບມັນໄດ້ເລີຍ. ແລ້ວເຈົ້າຄວນເຮັດແນວໃດ? ເຈົ້າຕ້ອງສະແຫວງຫາຈາກພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ເບິ່ງວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງໄດ້ກ່າວພຣະທຳໃດແດ່ ແລະ ພຣະອົງໄດ້ເຮັດວຽກງານຫຍັງເທິງແຜ່ນດິນໂລກ ແລະ ຂໍ້ກຳນົດຕ່າງໆຂອງພຣະອົງສຳລັບເຈົ້າແມ່ນຫຍັງ. ການເຂົ້າໃຈສິ່ງເຫຼົ່ານີ້ແມ່ນສຳຄັນທີ່ສຸດ. ຢ່າອະທິຖານ ແລະ ຫວັງເພິ່ງພຣະເຈົ້າໃນສະຫວັນຢູ່ສະເໝີ, ໂດຍລໍຖ້າໃຫ້ພຣະເຈົ້າໃນສະຫວັນປະທານການເຜີຍໃຫ້ເຫັນແກ່ເຈົ້າຢູ່ສະເໝີ. ຖ້າເຈົ້າເຮັດແບບນີ້, ພຣະເຈົ້າໃນສະຫວັນກໍຈະບໍ່ສົນໃຈເຈົ້າ. ພຣະເຈົ້າໃນສະຫວັນໄດ້ກ່າວວ່າ “ຕອນນີ້ເຮົາກຳລັງເຮັດວຽກງານເທິງແຜ່ນດິນໂລກ, ກ່າວຖ້ອຍຄຳ ແລະ ກ່າວພຣະທຳ. ເຈົ້າສາມາດໄດ້ຍິນ ແລະ ເຂົ້າໃຈພຣະທຳທີ່ເຮົາກ່າວ ແລະ ພຣະທຳເຫຼົ່ານີ້ກໍສາມາດແກ້ໄຂບັນຫາໃນການປະຕິບັດຂອງເຈົ້າ ແລະ ແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງເຈົ້າໄດ້”. ແລ້ວເຈົ້າຄວນເຮັດແນວໃດ? ເຈົ້າບໍ່ສາມາດລໍຖ້າໃຫ້ພຣະເຈົ້າໃນສະຫວັນກ່າວກັບເຈົ້າເປັນການສ່ວນຕົວຢູ່ສະເໝີໄດ້. ເຈົ້າຕ້ອງ “ຍອມຫຼຸດຕົວລົງ” ເພື່ອມາຢູ່ຕໍ່ໜ້າພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ມາຢູ່ຕໍ່ໜ້າພຣະທຳຂອງພຣະອົງເພື່ອສະແຫວງຫາຄວາມຈິງ, ເພື່ອທີ່ເຈົ້າອາດໄດ້ຮັບການສະໜອງ ແລະ ການຊ່ວຍເຫຼືອ. ສິ່ງນີ້ເອີ້ນວ່າການມີຄວາມສົມເຫດສົມຜົນ; ນີ້ຄືການປະຕິບັດຕໍ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຢ່າງສົມເຫດສົມຜົນ. ໃນດ້ານໜຶ່ງ, ເມື່ອເຈົ້າເຫັນຮູບຮ່າງພາຍນອກ ແລະ ຮູບລັກສະນະຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ຫຼື ໄດ້ຍິນພຣະອົງກ່າວ, ຢ່າປຽບທຽບພຣະອົງກັບພຣະເຈົ້າໃນສະຫວັນ; ພຽງແຕ່ປະຕິບັດຕໍ່ພຣະອົງໃຫ້ເປັນຄົນທຳມະດາ, ປົກກະຕິ ແລະ ຕົວຈິງ ທີ່ສາມາດເປັນຕົວແທນໃຫ້ແກ່ພຣະເຈົ້າໄດ້. ໃນອີກດ້ານໜຶ່ງ, ເຈົ້າບໍ່ຈຳເປັນຕ້ອງນຳເອົາພຣະທຳທີ່ພຣະອົງກ່າວ, ຂໍ້ກຳນົດຂອງພຣະອົງສຳລັບເຈົ້າ ແລະ ຄຳແນະນຳຂອງພຣະອົງທີ່ມີຕໍ່ເຈົ້າ ແລະ ກວດສອບພວກມັນຢ່າງລະອຽດ, ພະຍາຍາມເຂົ້າໃຈພວກມັນ, ຢືນຢັນຄວາມຖືກຕ້ອງຂອງພວກມັນ, ສົນທະນາກ່ຽວກັບພວກມັນ ຫຼື ນຳພວກມັນໄປຜ່ານຂະບວນການຄິດ. ພຽງແຕ່ປະຕິບັດ ແລະ ຈັດຕັ້ງປະຕິບັດພວກມັນໂດຍກົງ ແລະ ຍອມອ່ອນນ້ອມໂດຍກົງ; ບໍ່ຈຳເປັນຕ້ອງອະທິຖານ, ສະແຫວງຫາ ຫຼື ຢືນຢັນຄວາມຖືກຕ້ອງຂອງພວກມັນກັບພຣະເຈົ້າໃນສະຫວັນ ລັບຫຼັງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ຖ້າເຈົ້າຢືນຢັດທີ່ຈະໄດ້ຮັບການຢືນຢັນຄວາມຖືກຕ້ອງ ເພື່ອໃຫ້ເຈົ້າຮູ້ສຶກສະບາຍໃຈໃນວິນຍານຂອງເຈົ້າ ແລະ ເຕັມໃຈໃນຫົວໃຈຂອງເຈົ້າ ກ່ອນທີ່ເຈົ້າຈະປະຕິບັດ, ຈັດຕັ້ງປະຕິບັດ ແລະ ຍອມອ່ອນນ້ອມ, ສິ່ງນີ້ຈະບໍ່ສ້າງຄວາມຫຍຸ້ງຍາກຫຼາຍບໍ? (ແມ່ນແລ້ວ). ມີຄົນທີ່ເຮັດແບບນີ້ບໍ? ຄົນສ່ວນໃຫຍ່ທີ່ເຊື່ອໃນພຣະເຈົ້າແປດ ຫຼື ສິບປີ ແລະ ເລີ່ມແນ່ໃຈກ່ຽວກັບພຣະເຈົ້າຢ່າງສົມບູນໃນໃຈຂອງພວກເຂົາແລ້ວ ຈະບໍ່ເຮັດແບບນີ້; ພວກເຂົາພົບວ່າມັນສ້າງຄວາມຫຍຸ້ງຍາກເກີນໄປ. ມັກຈະເປັນຄົນທີ່ເຊື່ອໜ້ອຍກວ່າສາມປີສະເໝີທີ່ເຮັດແບບນີ້. ພວກເຂົາອະທິຖານຫາພຣະເຈົ້າໃນສະຫວັນແນວໃດ? ພວກເຂົາເວົ້າວ່າ “ຂ້າແດ່ພຣະເຈົ້າ, ຂໍໂປດໃຫ້ຂ້ານ້ອຍອ່ອນນ້ອມຕໍ່ເນື້ອໜັງທີ່ບັງເກີດມາຂອງພຣະອົງ. ຂ້າແດ່ພຣະເຈົ້າ, ຂໍໂປດໃຫ້ຂ້ານ້ອຍອ່ອນນ້ອມຕໍ່ພຣະທຳທີ່ພຣະອົງກ່າວເທິງແຜ່ນດິນໂລກ. ຂ້າແດ່ພຣະເຈົ້າ, ຂໍໂປດໃຫ້ຂ້ານ້ອຍອ່ອນນ້ອມຕໍ່ສິ່ງທີ່ພຣະອົງສະແດງອອກເທິງແຜ່ນດິນໂລກ. ຂ້າແດ່ພຣະເຈົ້າ, ຂໍໂປດຊ່ວຍໃຫ້ຂ້ານ້ອຍປ່ອຍວາງຄວາມຄິດຫຼົງຜິດທີ່ຂ້ານ້ອຍມີກ່ຽວກັບເນື້ອໜັງທີ່ບັງເກີດມາຂອງພຣະອົງ”. ເມື່ອພວກເຂົາອະທິຖານແບບນີ້, ພວກເຂົາກຳລັງອະທິຖານຫາໃຜ? (ພຣະເຈົ້າໃນສະຫວັນ). ບອກເຮົາເບິ່ງວ່າ ຄົນທີ່ມັກຈະອະທິຖານແບບນີ້ມີການດົນໃຈຂອງພຣະວິນຍານບໍລິສຸດບໍ? ພວກເຂົາມີການສະຖິດຢູ່ຂອງພຣະເຈົ້າບໍ? (ບໍ່ມີ). ພວກເຂົາບໍ່ມີ ແລະ ມັນກໍບໍ່ແມ່ນເລື່ອງງ່າຍທີ່ພວກເຂົາຈະໄດ້ຮັບມັນ. ພຣະເຈົ້າໃສ່ໃຈຫຍັງກັບຄົນແບບນັ້ນບໍ? (ບໍ່).

ເນື່ອງຈາກພຣະເຈົ້າທີ່ບັງເກີດເປັນເນື້ອໜັງຄືເນື້ອໜັງ, ພຣະອົງຈຶ່ງເປັນບຸດມະນຸດທີ່ສາມັນ ແລະ ປົກກະຕິ. ເມື່ອເວົ້າເຖິງບຸດມະນຸດທີ່ສາມັນ ແລະ ປົກກະຕິ, ມັນໝາຍຄວາມວ່າພຣະອົງຊົງມີສັນຊາດຕະຍານ ແລະ ເງື່ອນໄຂທີ່ມີມາແຕ່ກຳເນີດຂອງຄົນສາມັນ ແລະ ປົກກະຕິ ພ້ອມທັງບຸກຄະລິກ, ຂອບເຂດຂອງອາລົມ, ວິທີການສະແດງອອກ ແລະ ຮູບແບບການເວົ້າຂອງຄວາມເປັນມະນຸດທີ່ປົກກະຕິ. ມີຫຍັງອີກ? ວິທີຄິດ, ວິຖີຊີວິດ ແລະ ນິໄສການດຳລົງຊີວິດ ພ້ອມທັງທາງເລືອກຕ່າງໆຂອງຄວາມເປັນມະນຸດທີ່ປົກກະຕິກ່ຽວກັບທຸກດ້ານຂອງຊີວິດ. ທາງເລືອກເຫຼົ່ານີ້ລວມມີຫຍັງແດ່? ຕົວຢ່າງ: ສະພາບແວດລ້ອມການດຳລົງຊີວິດທີ່ຕ້ອງການ, ສີທີ່ມັກ ພ້ອມທັງຄວາມມັກ ແລະ ທາງເລືອກບາງຢ່າງກ່ຽວກັບສິ່ງຈຳເປັນພື້ນຖານ. ດ້ວຍຮູບຮ່າງພາຍນອກນີ້, ສັນຊາດຕະຍານເຫຼົ່ານີ້ ແລະ ເງື່ອນໄຂທີ່ມີມາແຕ່ກຳເນີດຂອງຄວາມເປັນມະນຸດທີ່ປົກກະຕິ ພ້ອມທັງການສະແດງອອກຕ່າງໆທີ່ຢູ່ໃນຂອບເຂດຂອງຊີວິດມະນຸດທີ່ປົກກະຕິ, ມັນສາມາດເວົ້າໄດ້ຢ່າງແນ່ນອນວ່າ ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຄືຄົນທີ່ເປັນມາດຕະຖານ, ປົກກະຕິຢ່າງສົມບູນ, ເປັນສະມາຊິກສາມັນຂອງມະນຸດຊາດທີ່ຖືກສ້າງຂຶ້ນ. ໃນແງ່ຂອງຄຸນລັກສະນະ ແລະ ຮູບແບບການດຳລົງຢູ່ຂອງພຣະອົງ, ພຣະເຈົ້າທີ່ບັງເກີດເປັນເນື້ອໜັງແມ່ນແຕກຕ່າງຈາກພຣະເຈົ້າໃນສະຫວັນຢ່າງສິ້ນເຊີງ, ນັ້ນກໍຄື ແຕກຕ່າງຈາກພຣະວິນຍານຂອງພຣະເຈົ້າ; ຮູບຮ່າງພາຍນອກຂອງພຣະອົງກໍແຕກຕ່າງຈາກຮູບຮ່າງພາຍນອກຂອງພຣະວິນຍານຂອງພຣະເຈົ້າຢ່າງສິ້ນເຊີງເຊັ່ນກັນ. ໃນລະຫວ່າງຊ່ວງໄລຍະເວລາຂອງວຽກງານຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ສິ່ງທີ່ພຣະອົງຊົງເປີດເຜີຍ ແລະ ສາມາດເຮັດໄດ້ນັ້ນຄືສິ່ງທີ່ສາຍຕາຂອງມະນຸດສາມາດເບິ່ງເຫັນໄດ້ ແລະ ຈິດໃຈຂອງມະນຸດສາມາດຢັ່ງຮູ້ໄດ້. ເຖິງຢ່າງໃດກໍຕາມ, ຄວາມຮູ້ຂອງຜູ້ຄົນກ່ຽວກັບອຸປະນິໄສຂອງພຣະເຈົ້າ, ແກ່ນແທ້ຂອງພຣະເຈົ້າ ແລະ ອັດຕະລັກເດີມຂອງພຣະເຈົ້າແມ່ນມີຈຳກັດຫຼາຍ. ບວກກັບຂໍ້ເທັດຈິງທີ່ວ່າຜູ້ຄົນເອງແອບມີຄວາມຄິດຫຼົງຜິດ ແລະ ຈິນຕະນາການຫຼາຍຢ່າງກ່ຽວກັບພຣະເຈົ້າ, ການສະແດງອອກຕ່າງໆຂອງຄວາມເປັນມະນຸດຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈຶ່ງສ້າງຄວາມຫຍຸ້ງຍາກບາງຢ່າງໃຫ້ກັບຜູ້ຄົນ. ຕົວຢ່າງ: ຄຳສັບທີ່ເຮົາໃຊ້ເມື່ອເຮົາເວົ້າແມ່ນພາສາປະຈຳວັນ ແລະ ເຮົາຍັງມັກຈະໃຊ້ຄຳເວົ້າແບບເປັນກັນເອງ ແລະ ພາສາທ້ອງຖິ່ນຈຳນວນໜຶ່ງອີກດ້ວຍ. ຈາກນັ້ນ ຜູ້ຄົນກໍຈະປຽບທຽບເຮົາກັບພຣະເຈົ້າໃນສະຫວັນ ໂດຍເວົ້າວ່າ “ພຣະເຈົ້າໃນສະຫວັນຄວນກ່າວຢ່າງຄ່ອງແຄ້ວ ແລະ ໃຊ້ຄຳເວົ້າທີ່ສວຍງາມ. ເປັນຫຍັງຄຳສັບທີ່ຄົນຜູ້ນີ້ໃຊ້ຈຶ່ງບໍ່ສວຍງາມ? ລາວເຖິງຂັ້ນໃຊ້ຄຳເວົ້າແບບເປັນກັນເອງ ແລະ ພາສາທ້ອງຖິ່ນຈຳນວນໜຶ່ງ ແລະ ບາງຄັ້ງກໍໃຊ້ຄຳສັບ ແລະ ສຳນວນທີ່ກ່ຽວຂ້ອງກັບສິ່ງຈຳເປັນປະຈຳວັນ”. ຕົວຢ່າງ: ເຮົາມັກສີໃດໜຶ່ງ ແລະ ມີຄົນເວົ້າວ່າ “ພຣະອົງມັກສີນີ້ໄດ້ແນວໃດ? ສີນີ້ເບິ່ງຄືບໍ່ບໍລິສຸດເລີຍ! ພຣະເຈົ້າບໍ່ຄວນມັກສີຂາວບໍ? ພຣະເຈົ້າບໍ່ຄວນມັກສີຟ້າອ່ອນ ຫຼື ສີຂຽວບໍ? ພຣະອົງມັກສີນີ້ໄດ້ແນວໃດ? ສີນີ້ບໍ່ໄດ້ເປັນຕົວແທນໃຫ້ແກ່ອັດຕະລັກ ແລະ ແກ່ນແທ້ຂອງພຣະເຈົ້າເລີຍ!” ຈາກນັ້ນພວກເຂົາກໍເລີ່ມມີ ຄວາມຄິດຫຼົງຜິດພາຍໃນໃຈຂອງພວກເຂົາ. ແຕ່ເຮົາເວົ້າວ່າເຮົາມັກສີນີ້ແທ້ໆ, ເຈົ້າຄວນປະຕິບັດຕໍ່ສິ່ງນີ້ແນວໃດ? (ພວກເຮົາຄວນປະຕິບັດຕໍ່ມັນຢ່າງຖືກຕ້ອງ). ພຣະເຈົ້າທີ່ບັງເກີດເປັນເນື້ອໜັງມີຄວາມເປັນມະນຸດທີ່ປົກກະຕິ. ໂດຍການດຳລົງຊີວິດພາຍໃຕ້ຄວາມເປັນມະນຸດທີ່ປົກກະຕິ, ພຣະອົງຕ້ອງໄດ້ສຳຜັດກັບທຸກສິ່ງທຸກຢ່າງທີ່ຢູ່ໃນຂອບເຂດຂອງຊີວິດມະນຸດທີ່ປົກກະຕິ. ສະນັ້ນ, ກ່ຽວກັບສິ່ງຈຳເປັນພື້ນຖານ, ພຣະອົງຈຶ່ງມີຄວາມມັກສ່ວນຕົວຂອງພຣະອົງ. ຄວາມມັກເຫຼົ່ານີ້ອາດສອດຄ່ອງກັບຄວາມມັກຂອງພຣະເຈົ້າໃນຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງເຈົ້າ ຫຼື ອາດບໍ່ສອດຄ່ອງກໍໄດ້. ຈະເກີດຫຍັງຂຶ້ນຖ້າພວກມັນບໍ່ສອດຄ່ອງກັນ? ເຈົ້າຜິດ ຫຼື ເຮົາຜິດ? ເຮົາຄິດວ່າເຮົາບໍ່ຜິດ ເພາະວ່າເຮົາມີສິດທີ່ຈະເລືອກສິ່ງທີ່ເຮົາມັກ. ເຮົາບໍ່ໄດ້ບັງຄັບໃຫ້ເຈົ້າມັກສິ່ງເຫຼົ່ານັ້ນ ແລະ ເຮົາກໍບໍ່ໄດ້ເວົ້າວ່າພວກມັນຄືຄວາມຈິງ ແລະ ເຈົ້າຕ້ອງຍອມຮັບພວກມັນ. ເຈົ້າກໍມີສິດຂອງເຈົ້າເຊັ່ນກັນ ແລະ ເຮົາກໍບໍ່ເຄີຍແຊກແຊງສິດເຫຼົ່ານັ້ນ. ເຮົາບໍ່ເຄີຍກ່າວໂທດເຈົ້າທີ່ມັກສີຂາວ ຫຼື ສີຟ້າ, ສະນັ້ນ ເຈົ້າກໍບໍ່ຄວນກ່າວໂທດເຮົາທີ່ມັກສີອື່ນເຊັ່ນກັນ, ແມ່ນບໍ? ບາງຄົນເວົ້າວ່າ “ແບບນັ້ນບໍ່ໄດ້ດອກ. ສິ່ງທີ່ພຣະອົງເປັນຕົວແທນໃຫ້ນັ້ນແຕກຕ່າງຈາກສິ່ງທີ່ຂ້ານ້ອຍເປັນຕົວແທນໃຫ້. ຂ້ານ້ອຍເປັນຕົວແທນໃຫ້ແກ່ມະນຸດທີ່ເສື່ອມຊາມ ແລະ ພຣະອົງເປັນຕົວແທນໃຫ້ແກ່ພຣະເຈົ້າໃນສະຫວັນ. ມັນຈະຄືກັນໄດ້ແນວໃດ?” ເຮົາເປັນຕົວແທນໃຫ້ແກ່ພຣະເຈົ້າໃນສະຫວັນແທ້ ແຕ່ພຣະເຈົ້າໃນສະຫວັນກໍບໍ່ໄດ້ກ່າວໂທດສີທີ່ເຮົາມັກ. ເຈົ້າຄິດວ່າສີຂາວນັ້ນບໍລິສຸດ ແຕ່ໃຫ້ເບິ່ງສັບພະສິ່ງທີ່ພຣະເຈົ້າໃນສະຫວັນຊົງສ້າງຂຶ້ນ, ພວກມັນມີທຸກສີສັນ. ດອກໄມ້ທີ່ພຣະເຈົ້າຊົງສ້າງຂຶ້ນນັ້ນມີຫຼາກຫຼາຍສີສັນ. ບາງຄັ້ງກໍເຖິງຂັ້ນມີເມກສີດຳປົນຢູ່ກັບເມກສີອື່ນໆເທິງທ້ອງຟ້າ ແລະ ເມກສີດຳກໍເປັນສີເທົາ. ໃນລະດູຮ້ອນເມື່ອອາກາດຮ້ອນເກີນໄປ, ທັນທີທີ່ເມກສີດຳບັງແສງຕາເວັນ, ເຈົ້າກໍຮູ້ສຶກເຢັນສະບາຍ ແລະ ເຈົ້າກໍຂອບພຣະຄຸນພຣະເຈົ້າສຳລັບພຣະຄຸນຂອງພຣະອົງ. ນີ້ບໍ່ແມ່ນສິ່ງທີ່ດີບໍ? (ແມ່ນແລ້ວ). ບາງຄົນເວົ້າວ່າ “ສີຂຽວເປັນສີທີ່ດີ; ສີຂຽວທີ່ພຣະເຈົ້າຊົງສ້າງຂຶ້ນເປັນຕົວແທນໃຫ້ຊີວິດ”. ສິ່ງນີ້ບໍ່ຖືກຕ້ອງ. ຈົ່ງເບິ່ງພືດພັນທັນຍາຫານທີ່ພຣະເຈົ້າຊົງສ້າງຂຶ້ນ. ຕົວຢ່າງ: ສາລີບໍ່ໄດ້ມີຫຼາຍສີບໍ? ມີສາລີສີເຫຼືອງ, ສີຂາວ, ສີມ່ວງ ແລະ ສີດຳ. ເຈົ້າສາມາດເວົ້າໄດ້ບໍວ່າສາລີບໍ່ໄດ້ເປັນຕົວແທນໃຫ້ຊີວິດ? ສາລີຖືກສ້າງຂຶ້ນໂດຍພຣະເຈົ້າ. ມັນສາມາດຢັ່ງຮາກ, ປົ່ງໜໍ່, ອອກດອກ ແລະ ເກີດຜົນໄດ້. ມັນເປັນສິ່ງທີ່ມີຊີວິດ ແລະ ມັນກໍເປັນຕົວແທນໃຫ້ຊີວິດເຊັ່ນກັນ. ນອກຈາກນີ້, ໃບໄມ້ທຸກໃບເປັນສີຂຽວບໍ? (ບໍ່, ຍັງມີໃບໄມ້ສີມ່ວງ, ສີເຫຼືອງ ແລະ ສີແດງອີກດ້ວຍ). ສິ່ງເຫຼົ່ານີ້ລ້ວນແຕ່ເປັນສີຂອງໃບໄມ້; ພວກມັນບໍ່ໄດ້ເປັນຕົວແທນໃຫ້ຊີວິດບໍ? (ເປັນ). ສະນັ້ນ, ເມື່ອບາງຄົນເວົ້າວ່າ “ສີຂຽວເປັນຕົວແທນໃຫ້ຊີວິດ”, ພວກເຂົາບໍ່ຜິດບໍ? (ແມ່ນ). ແລ້ວມັນເໝາະສົມບໍທີ່ບາງຄົນຈະເວົ້າວ່າ “ສີຂາວເປັນຕົວແທນຂອງຄວາມບໍລິສຸດ”? ນີ້ບໍ່ແມ່ນເລື່ອງໄຮ້ສາລະບໍ? ສີຂາວພຽງແຕ່ເບິ່ງສະອາດ ແລະ ສະຫວ່າງກວ່າເລັກໜ້ອຍເທົ່ານັ້ນ; ມັນບໍ່ໄດ້ເປັນຕົວແທນຂອງຄວາມບໍລິສຸດ. ເຖິງແມ່ນວ່າເຈົ້ານຸ່ງເຄື່ອງສີຂາວຕະຫຼອດຊີວິດຂອງເຈົ້າ, ມັນກໍບໍ່ໄດ້ໝາຍຄວາມວ່າເຈົ້າບໍລິສຸດ; ເຈົ້າຍັງຄົງເປັນມະນຸດທີ່ເສື່ອມຊາມ. ດ້ວຍເຫດນີ້, ຈຶ່ງບໍ່ມີກົດລະບຽບໃດໆເມື່ອເວົ້າເຖິງການເລືອກສີ. ມັນພຽງແຕ່ຂຶ້ນຢູ່ກັບສີຜິວ, ຄວາມມັກສ່ວນຕົວ ແລະ ບຸກຄະລິກຂອງຄົນໆໜຶ່ງ ແລະ ແນ່ນອນວ່າຂຶ້ນຢູ່ກັບລະດູການ, ສະພາບອາກາດ ແລະ ອຸນຫະພູມຢ່າງແນ່ນອນ. ສີຂາວເປັນພຽງສີໜຶ່ງເທົ່ານັ້ນ; ມັນບໍ່ໄດ້ເປັນຕົວແທນຂອງສິ່ງໃດເລີຍ. ແລ້ວສີດຳເດ? ບາງຄົນເວົ້າວ່າ “ສີດຳເປັນຕົວແທນຂອງຄວາມມືດ, ຄວາມຕາຍ ແລະ ມານຮ້າຍ, ສະນັ້ນ ສີດຳຈຶ່ງບໍ່ດີ!” ບອກເຮົາເບິ່ງວ່າ ມັນດີບໍທີ່ຈະກ່າວໂທດສີດຳ? (ບໍ່). ບາງຄັ້ງເຮົາກໍນຸ່ງເຄື່ອງສີດຳເຊັ່ນກັນ ເຊັ່ນ: ເສື້ອກັນໜາວຜ້າຂົນສັດສີດຳ, ເສື້ອກັນລົມ, ເສື້ອກັນໜາວ ຫຼື ໂສ້ງ ແລະ ໃນລະດູໜາວ ບາງຄັ້ງເຮົາກໍໃສ່ຜ້າພັນຄໍສີດຳ ແລະ ຖົງມືສີດຳ. ບາງຄົນເວົ້າວ່າ “ສີດຳບໍ່ໄດ້ເປັນຕົວແທນຂອງຄວາມມືດ ແລະ ຊາຕານບໍ? ພຣະອົງນຸ່ງເຄື່ອງສີດຳໄດ້ແນວໃດ? ພຣະອົງບໍ່ໄດ້ເປັນຕົວແທນໃຫ້ແກ່ພຣະເຈົ້າບໍ? ຖ້າພຣະອົງນຸ່ງເຄື່ອງສີດຳໃນຂະນະທີ່ເປັນຕົວແທນໃຫ້ແກ່ພຣະເຈົ້າ, ນັ້ນບໍ່ແມ່ນການເປັນຕົວແທນທີ່ຜິດໃຫ້ພຣະເຈົ້າບໍ? ພຣະເຈົ້າໃນສະຫວັນບໍ່ມັກສີດຳຢ່າງແນ່ນອນ”. ເຮົາບອກວ່າເຈົ້າຜິດແລ້ວ. ເຈົ້າຮູ້ໄດ້ແນວໃດວ່າພຣະເຈົ້າໃນສະຫວັນບໍ່ມັກສີດຳ? ເຈົ້າໄດ້ຍິນພຣະເຈົ້າກ່າວຕອນໃດວ່າພຣະອົງບໍ່ມັກສີດຳ? ມັນຖືກບັນທຶກໄວ້ໃນພຣະຄຳພີ ຫຼື ມີຜູ້ສົ່ງສານມາບອກເຈົ້າ? ຈົ່ງເບິ່ງອາຫານສີດຳໃນໝວດທັນຍາພືດ ແລະ ພືດຕະກຸນຖົ່ວ ເຊັ່ນ: ຖົ່ວດຳ, ເຂົ້າກໍ່າ ແລະ ງາດຳ, ພວກມັນບໍ່ໄດ້ຖືກສ້າງຂຶ້ນໂດຍພຣະເຈົ້າບໍ? (ແມ່ນແລ້ວ). ຜູ້ຄົນມັກກິນອາຫານສີດຳເຫຼົ່ານີ້ ແລະ ເຊື່ອກັນວ່າພວກມັນບຳລຸງຮ່າງກາຍ. ນອກຈາກນີ້, ໄກ່ດຳກໍເປັນສີດຳທັງໂຕ ແລະ ຄຸນຄ່າທາງໂພຊະນາການຂອງພວກມັນກໍສູງກວ່າໄກ່ທຳມະດາ. ຍັງມີປາຄໍ່ໃນໝວດປາ, ໝີດຳໃນໝວດສັດລ້ຽງລູກດ້ວຍນົມ ແລະ ອີກາໃນໝວດນົກ, ພວກມັນບໍ່ແມ່ນສີດຳບໍ? (ແມ່ນແລ້ວ). ມີຫີນສີດຳ, ຄົນທີ່ມີຜົມສີດຳ ແລະ ຄົນທີ່ມີຜິວສີດຳ. ເມື່ອບາງຄົນມີຜົມສີດຳເງົາງາມ, ພວກເຂົາມັກຈະອວດມັນຕໍ່ໜ້າຄົນອື່ນສະເໝີ ໂດຍເວົ້າວ່າ “ເບິ່ງແມວ່າຜົມຂອງຂ້ອຍດຳສໍ່າໃດ; ມັນງາມຫຼາຍ!” ເມື່ອຜົມຫງອກເພີ່ມຂຶ້ນ, ພວກເຂົາກໍເລີ່ມກັງວົນ ໂດຍຮູ້ສຶກວ່າພວກເຂົາເຖົ້າແລ້ວ. ແລ້ວສີຂາວເປັນຕົວແທນໃຫ້ຫຍັງ? (ຄວາມແກ່ຕົວ). ມັນເປັນຕົວແທນໃຫ້ຄວາມແກ່ຕົວ, ການເສື່ອມຖອຍຂອງການເຮັດວຽກຂອງຮ່າງກາຍ ແລະ ເຖິງຂັ້ນການກ້າວໄປສູ່ຄວາມຕາຍ. ຍິ່ງຜູ້ຄົນມີຜົມຫງອກຫຼາຍສໍ່າໃດ, ພວກເຂົາກໍຍິ່ງໂສກເສົ້າ, ທໍ້ຖອຍໃຈ ແລະ ທຸກໃຈຫຼາຍຂຶ້ນສໍ່ານັ້ນ ແລະ ພວກເຂົາກໍຫວນຄິດເຖິງວ່າ ມັນດີສໍ່າໃດທີ່ມີຜົມສີດຳໃນຕອນທີ່ພວກເຂົາຍັງໜຸ່ມ. ໃນເວລານີ້, ພວກເຂົາຈຶ່ງຮູ້ສຶກຕົວວ່າພວກເຂົາໂງ່ຈ້າສໍ່າໃດທີ່ເວົ້າວ່າ “ສີຂາວເປັນຕົວແທນຂອງຄວາມບໍລິສຸດ” ແລະ ພວກເຂົາກໍບໍ່ເວົ້າອີກຕໍ່ໄປວ່າສີດຳເປັນຕົວແທນຂອງຄວາມມືດ, ມານຮ້າຍ ແລະ ຊາຕານ; ພວກເຂົາບໍ່ເວົ້າຢ່າງຫຼັບຫູຫຼັບຕາໂດຍອີງໃສ່ຄວາມຄິດຫຼົງຜິດຂອງພວກເຂົາອີກຕໍ່ໄປ. ຜູ້ຄົນຈະເຂົ້າໃຈສິ່ງເຫຼົ່ານີ້ຫຼັງຈາກທີ່ຜ່ານປະສົບການບາງຢ່າງ ແຕ່ບາງຄົນກໍບໍ່ເຄີຍເຂົ້າໃຈພວກມັນເລີຍ ເຖິງແມ່ນວ່າເມື່ອພວກເຂົາຈະເຖົ້າແລ້ວກໍຕາມ. ຜູ້ຄົນແອບມີຄວາມຄິດຫຼົງຜິດໄວ້ໃນໃຈຂອງພວກເຂົາກ່ຽວກັບຫຼາຍສິ່ງຫຼາຍຢ່າງ. ເມື່ອພວກເຂົາໄດ້ຍິນສິ່ງທີ່ເຮົາເວົ້າ ຫຼື ເຫັນສິ່ງທີ່ເຮົາກຳລັງຈະເຮັດ ຫຼື ທາງເລືອກທີ່ເຮົາເລືອກ, ພວກເຂົາກໍອົດບໍ່ໄດ້ທີ່ຈະພະຍາຍາມນຳເຮົາມາທຽບກັບພຣະເຈົ້າໃນສະຫວັນ ແລະ ພວກເຂົາເລີ່ມມີຄວາມຄິດຫຼົງຜິດບາງຢ່າງ. ພວກເຂົາມັກມີຄວາມຄິດຫຼົງຜິດ ໂດຍສະເພາະກ່ຽວກັບສິ່ງຕ່າງໆໃນຊີວິດທີ່ພວກເຂົາສາມາດສຳຜັດ ແລະ ເບິ່ງເຫັນໄດ້. ເຈົ້າເຫັນບໍວ່າ ຜູ້ຄົນອົດບໍ່ໄດ້ທີ່ຈະເກີດມີຄວາມຄິດຫຼົງຜິດກ່ຽວກັບການເລືອກສີ ແລະ ພວກເຂົາເຖິງຂັ້ນບໍ່ສາມາດປະຕິບັດຕໍ່ເລື່ອງເລັກນ້ອຍນີ້ຢ່າງສົມເຫດສົມຜົນ ແລະ ຕັດສິນໃຈຢ່າງຖືກຕ້ອງໄດ້. ຕົວຢ່າງ: ເຈົ້າເຫັນວ່າເຄື່ອງນຸ່ງທີ່ແມ່ຊີ ແລະ ພະສົງໃນສາສະໜາພຸດນຸ່ງນັ້ນເປັນສີເທົາ, ສະນັ້ນ ເຈົ້າຈຶ່ງຄິດວ່າສີເທົາເປັນຕົວແທນຂອງແມ່ຊີ ແລະ ພະສົງໃນສາສະໜາພຸດ. ສະນັ້ນ, ຖ້າເຮົາເລືອກເສື້ອສີເທົາໃຫ້ເຈົ້າ, ເຈົ້າກໍຄິດວ່າ “ພວກເຮົາບໍ່ແມ່ນຊາວຄຣິສບໍ? ພຣະອົງບໍ່ແມ່ນພຣະເຈົ້າທີ່ບັງເກີດເປັນເນື້ອໜັງບໍ? ພຣະອົງຍັງເລືອກເຄື່ອງນຸ່ງສີເທົາໄດ້ແນວໃດ? ມີພຽງແຕ່ແມ່ຊີ ແລະ ພະສົງໃນສາສະໜາພຸດເທົ່ານັ້ນທີ່ນຸ່ງສີເທົາ! ຜູ້ທີ່ເຊື່ອໃນພຣະເຈົ້າຈະນຸ່ງສີທີ່ແມ່ຊີ ແລະ ພະສົງໃນສາສະໜາພຸດນຸ່ງໄດ້ແນວໃດ? ນີ້ບໍ່ແມ່ນການເຮັດໃຫ້ພວກເຮົາເທົ່າທຽມກັບສາສະໜາພຸດບໍ? ພຣະອົງເຖິງຂັ້ນບໍ່ຫຼີກລ່ຽງຂໍ້ຫ້າມນີ້ເລີຍ!” ເຮົາເວົ້າວ່າ ມີຫຍັງທີ່ຕ້ອງຫຼີກລ່ຽງ? ທຸກສີສັນລ້ວນແຕ່ຖືກສ້າງຂຶ້ນໂດຍພຣະເຈົ້າ. ເຮົາມີເຫດຜົນຂອງເຮົາສຳລັບສີໃດກໍຕາມທີ່ເຮົາມັກ ແລະ ຍິ່ງໄປກວ່ານັ້ນ ມັນດີຕໍ່ເຈົ້າ ແລະ ເປັນປະໂຫຍດຕໍ່ເຈົ້າຢ່າງແນ່ນອນ. ເຈົ້າມັກຈະເຊື່ອມໂຍງພະສົງ ແລະ ແມ່ຊີເຂົ້າກັບສີເທົາສະເໝີ ຫຼື ເຂົ້າກັບຜູ້ທີ່ເຊື່ອໃນພຣະເຈົ້າ ຫຼື ເຂົ້າກັບຕົວເຈົ້າເອງ, ນັ້ນຄືບັນຫາຂອງເຈົ້າ. ເຮົາບໍ່ໄດ້ຄິດກ່ຽວກັບມັນໃນລັກສະນະທີ່ຊັບຊ້ອນແບບນັ້ນ. ການຄິດແບບນັ້ນໝາຍຄວາມວ່າເຈົ້າບໍ່ມີເຫດຜົນ. ເຈົ້າກຳລັງເບິ່ງສີນີ້ຈາກມຸມມອງຂອງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງເຈົ້າ, ເຈົ້າໄດ້ເພີ່ມຄວາມໝາຍຂອງເຈົ້າເອງໃສ່ສີນີ້ ແລະ ເຈົ້າໄດ້ຕີຄວາມໝາຍສີນີ້ໃນທາງທີ່ບິດເບືອນ. ໃນທີ່ສຸດແລ້ວ ເຈົ້າກໍຈຳກັດຕົວເຈົ້າເອງໃຫ້ມັກພຽງແຕ່ສີຂາວ ແລະ ນຸ່ງພຽງແຕ່ສີຂາວເທົ່ານັ້ນ. ແຕ່ເມື່ອເຈົ້າເຫັນຫົວຂອງເຈົ້າເຕັມໄປດ້ວຍຜົມສີຂາວ, ຜິວໜັງ ແລະ ສີຜິວຂອງເຈົ້າກາຍເປັນສີຂາວຊີດ ຫຼື ເຈົ້າເປັນພະຍາດດ່າງຂາວ, ເຈົ້າກໍກາຍເປັນຄົນບໍ່ມີຄວາມສຸກ ແລະ ເຈົ້າກໍບໍ່ເວົ້າອີກຕໍ່ໄປວ່າເຈົ້າມັກສີຂາວ ແລະ ເຈົ້າບໍ່ເວົ້າວ່າສີຂາວເປັນຕົວແທນຂອງຄວາມບໍລິສຸດ. ຜູ້ຄົນເຖິງຂັ້ນເຕັມໄປດ້ວຍຄວາມຄິດຫຼົງຜິດກ່ຽວກັບວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງມັກ ແລະ ເລືອກສີໃດ. ບອກເຮົາເບິ່ງວ່າ ນີ້ບໍ່ແມ່ນສິ່ງທີ່ສ້າງຄວາມຫຍຸ້ງຍາກຫຼາຍບໍ? ເຮົາສົງໄສວ່າ: ຄົນເຫຼົ່ານີ້ເຂົ້າໃຈຄວາມຈິງຫຼາຍຢ່າງທີ່ເຮົາໄດ້ໂອ້ລົມໄປແລ້ວແທ້ໆບໍ? ຖ້າພວກເຂົາບໍ່ສາມາດເຂົ້າໃຈແມ່ນແຕ່ເລື່ອງເລັກນ້ອຍນີ້ໄດ້, ພວກເຂົາຈະສາມາດເຂົ້າໃຈຄວາມຈິງທີ່ຊັບຊ້ອນຫຼາຍໄດ້ບໍ? ເຮົາສົງໄສວ່າພວກເຂົາເຂົ້າໃຈຄວາມຈິງແທ້ໆ ຫຼື ບໍ່. ມັນຍາກທີ່ຈະເວົ້າ, ແມ່ນບໍ? (ແມ່ນແລ້ວ). ພວກເຂົາພຽງແຕ່ເຂົ້າໃຈຫຼັກຄຳສອນບາງຢ່າງ ແຕ່ບໍ່ເຂົ້າໃຈຄວາມຈິງ, ເຖິງຢ່າງນັ້ນ ພວກເຂົາກໍຍັງນຳໃຊ້ກົດລະບຽບຢ່າງຫຼັບຫູຫຼັບຕາ ແລະ ຕັດສິນບາງສິ່ງໃນຊີວິດຈິງ. ນີ້ບໍ່ແມ່ນການບິດເບືອນຂອງຜູ້ຄົນບໍ? (ແມ່ນແລ້ວ).

ບອກເຮົາເບິ່ງວ່າ ຜູ້ຄົນຄວນມອງເບິ່ງ ແລະ ເຂົ້າໃຈສີສັນຕ່າງໆແນວໃດ? ຈົ່ງເບິ່ງໂລກມະນຸດນີ້: ວັດຖຸ ແລະ ສິ່ງທີ່ມີຊີວິດທີ່ຜູ້ຄົນສາມາດເບິ່ງເຫັນໄດ້ດ້ວຍຕາເປົ່າ ບໍ່ວ່າຈະເຄື່ອນທີ່ ຫຼື ຢູ່ກັບທີ່ ລ້ວນແຕ່ມີຫຼາກຫຼາຍສີສັນ ແລະ ພວກມັນລ້ວນແຕ່ຖືກສ້າງຂຶ້ນໂດຍພຣະເຈົ້າ. ປາ, ນົກ, ສັດຮ້າຍ, ສັດກິນພືດ, ສັດປີກ ແລະ ປະສຸສັດລ້ວນແຕ່ມີຫຼາກຫຼາຍສີສັນ; ໝາກໄມ້ທີ່ເກີດເທິງຕົ້ນໄມ້ ແລະ ເທິງພື້ນດິນກໍມີຫຼາກຫຼາຍສີສັນ. ເຈົ້າເຂົ້າໃຈຫຍັງແດ່ຈາກສີສັນທີ່ຫຼາກຫຼາຍເຫຼົ່ານີ້? ພຣະເຈົ້າຊົງສ້າງສີສັນຂອງວັດຖຸທີ່ຢູ່ກັບທີ່ຕ່າງໆ ເພື່ອສະໜອງສະພາບແວດລ້ອມການດຳລົງຊີວິດທີ່ເໝາະສົມໃຫ້ແກ່ມະນຸດຊາດທີ່ຖືກສ້າງຂຶ້ນ; ສີສັນເຫຼົ່ານີ້ເປັນປະໂຫຍດຕໍ່ດວງຕາ ແລະ ປະສາດສຳຜັດຂອງຜູ້ຄົນ ພ້ອມທັງຕໍ່ການຢູ່ລອດຂອງຮ່າງກາຍທັງໝົດຂອງພວກເຂົາ. ພຣະເຈົ້າໄດ້ພິຈາລະນາສິ່ງທັງໝົດນີ້ແລ້ວ. ສຳລັບພຣະເຈົ້າແລ້ວ ມີເຫດຜົນສະເພາະສຳລັບການໃຊ້ສີໃດໜຶ່ງ ຫຼື ໃນການອອກແບບຮູບຊົງ ແລະ ຂະໜາດຂອງບາງສິ່ງ ພ້ອມທັງນິໄສ ແລະ ຮູບແບບການດຳລົງຊີວິດຂອງສິ່ງນັ້ນ; ບໍ່ມີກົດລະບຽບໃດໆສຳລັບພຣະເຈົ້າ. ພຣະເຈົ້າບໍ່ພຽງແຕ່ບໍ່ປະຕິບັດຕາມກົດລະບຽບໃນການສ້າງສັບພະສິ່ງທັງປວງເທົ່ານັ້ນ ແຕ່ຍັງມີຫຼັກການພື້ນຖານທີ່ສຸດອີກດ້ວຍ: ໂດຍຕັດສິນຈາກສີສັນ, ຮູບຊົງ, ນິໄສການດຳລົງຊີວິດ ແລະ ໜ້າທີ່ຂອງພວກມັນ ພ້ອມທັງບົດບາດທີ່ແຕ່ລະສິ່ງມີທ່າມກາງສັບພະສິ່ງ, ພວກມັນລ້ວນແຕ່ເຮັດໃຫ້ຜູ້ຄົນເໝາະສົມທີ່ຈະຢູ່ລອດໃນສະພາບແວດລ້ອມດັ່ງກ່າວ ແລະ ເຮັດໃຫ້ຜູ້ຄົນສາມາດດູດຊຶມສານອາຫານຕ່າງໆທີ່ພວກເຂົາຕ້ອງການຈາກອາຫານຕ່າງໆໄດ້; ພວກມັນຖືກສ້າງຂຶ້ນໂດຍອີງໃສ່ສິ່ງເຫຼົ່ານີ້. ຍ້ອນວ່າຜູ້ຄົນນັ້ນຕໍ່າຕ້ອຍເກີນໄປ ແລະ ສິ່ງທີ່ພວກເຂົາສາມາດເບິ່ງເຫັນໄດ້ດ້ວຍຕາເປົ່າຂອງພວກເຂົາກໍມີຈຳກັດ, ພາຍໃນຂອບເຂດຂອງສິ່ງທີ່ພວກເຂົາສາມາດເບິ່ງເຫັນໄດ້ດ້ວຍຕາເປົ່າຂອງພວກເຂົາ, ພວກເຂົາກຳນົດຂອບເຂດພຣະເຈົ້າວ່າເປັນແບບນີ້ ຫຼື ແບບນັ້ນ ພ້ອມທັງຄິດວ່າພຣະເຈົ້າຄວນກະທຳແບບນີ້ ຫຼື ແບບນັ້ນ. ຕົວຢ່າງ: ໃນຈິນຕະນາການຂອງຜູ້ຄົນ, ໂດຍທົ່ວໄປແລ້ວ ຊາຕານຈະປາກົດອອກມາຈາກຄວາມມືດ, ສະນັ້ນ ຜູ້ຄົນຈຶ່ງຄິດວ່າ “ສີດຳນັ້ນບໍ່ດີ. ພຣະເຈົ້າບໍ່ມັກສີດຳ; ພຣະເຈົ້າບໍ່ສ້າງສິ່ງທີ່ເປັນສີດຳ”. ເຈົ້າຜິດແລ້ວທີ່ຄິດແບບນີ້! ມີຫຼາຍສິ່ງທີ່ເປັນສີດຳເຊິ່ງເປັນປະໂຫຍດຕໍ່ຜູ້ຄົນ. ຕົວຢ່າງ: ອາຫານບາງຊະນິດ ເຊັ່ນ: ຖົ່ວດຳ ແລະ ງາດຳນັ້ນເປັນສີດຳ ແຕ່ພວກມັນກໍເປັນປະໂຫຍດຕໍ່ຮ່າງກາຍຂອງມະນຸດ. ນອກຈາກນີ້, ສີຂອງນົກ ແລະ ສັດບາງຊະນິດກໍເປັນສີດຳ ລະ ພວກມັນເຖິງຂັ້ນເປັນສາຍພັນທີ່ໄດ້ຮັບການປົກປ້ອງຈາກລັດອີກດ້ວຍ. ສະນັ້ນ, ມັນຈຶ່ງຜິດທີ່ເຈົ້າຈະກຳນົດວ່າບາງສິ່ງດີ ຫຼື ບໍ່ດີໂດຍອີງໃສ່ສີຂອງມັນ. ການທີ່ຊາຕານເລືອກສີດຳບໍ່ໄດ້ພິສູດວ່າສີດຳນັ້ນບໍ່ດີ ແລະ ມັນບໍ່ໄດ້ພິສູດວ່າສີດຳເປັນສິ່ງທີ່ພຣະເຈົ້າບໍ່ມັກ ຫຼື ກ່າວໂທດ. ແລ້ວເປັນຫຍັງຊາຕານຈຶ່ງເລືອກສີດຳ? ຍ້ອນວ່າຊາຕານນັ້ນຊົ່ວຊ້າ ແລະ ໂຫດຮ້າຍ, ມັນບໍ່ສາມາດທົນຕໍ່ແສງສະຫວ່າງໄດ້ ແລະ ມັນມັກເຊື່ອງຕົວມັນເອງຢູ່ໃນຄວາມມືດ. ມີພຽງແຕ່ການເຊື່ອງຕົວມັນເອງຢູ່ໃນຄວາມມືດເທົ່ານັ້ນ ມັນຈຶ່ງຈະສາມາດຫຼີກລ່ຽງການຖືກຄົ້ນພົບໂດຍຜູ້ຄົນໄດ້. ມັນເລືອກສີດຳເພື່ອເຮັດໃຫ້ມັນງ່າຍຂຶ້ນໃນການຫຼົບລີ້, ຫຼອກລວງ, ເຮັດສິ່ງທີ່ບໍ່ດີ ແລະ ເຮັດຄວາມຊົ່ວ. ແຕ່ເຈົ້າບໍ່ສາມາດກ່າວໂທດສີດຳພຽງເພາະວ່າຊາຕານເລືອກມັນ. ເມື່ອປຽບທຽບກັບສີຂາວແລ້ວ, ຢ່າງຫຼາຍທີ່ສຸດ ສີດຳກໍພຽງແຕ່ເຮັດໃຫ້ຊາຕານຫຼົບລີ້ໄດ້ງ່າຍຂຶ້ນ ພ້ອມທັງຖືກນຳໃຊ້ໂດຍຊາຕານ, ສະນັ້ນ ຊາຕານຈຶ່ງມັກສີດຳຫຼາຍກວ່າ. ຍ້ອນວ່າພຣະເຈົ້າຄືແສງສະຫວ່າງ, ພຣະອົງຈຶ່ງມັກຈະຍ່າງໃນແສງສະຫວ່າງ, ກ່າວກັບຜູ້ຄົນໃນແສງສະຫວ່າງ ແລະ ປາກົດຕໍ່ຜູ້ຄົນໃນແສງສະຫວ່າງ. ພຣະເຈົ້າຊົງດຳລົງຊີວິດຢູ່ໃນແສງສະຫວ່າງ ແລະ ພຣະເຈົ້າມັກເລືອກແສງສີຂາວສະເໝີ. ສະນັ້ນ ຜູ້ຄົນຈຶ່ງຄິດວ່າ “ພຣະເຈົ້າບໍ່ມັກສີອື່ນ; ພຣະເຈົ້າມັກພຽງແຕ່ສີຂາວເທົ່ານັ້ນ”. ມຸມມອງນີ້ບໍ່ຜິດບໍ? (ຜິດ). ໃຫ້ເບິ່ງສັບພະສິ່ງທີ່ຖືກສ້າງຂຶ້ນໂດຍພຣະເຈົ້າ, ພວກມັນມີຫຼາກຫຼາຍສີສັນ. ແລ້ວສີສັນທີ່ແຕກຕ່າງກັນທັງໝົດເຫຼົ່ານີ້ມາຈາກໃສ? ພວກມັນລ້ວນແຕ່ມີຕົ້ນກຳເນີດມາຈາກຄວາມຄິດຂອງພຣະເຈົ້າ. ຖ້າເຈົ້າກ່າວໂທດສີສັນຕ່າງໆທີ່ມີຕົ້ນກຳເນີດມາຈາກຄວາມຄິດຂອງພຣະເຈົ້າ, ນີ້ແມ່ນບັນຫາປະເພດໃດ? ນີ້ບໍ່ແມ່ນຄວາມກະບົດບໍ? (ແມ່ນແລ້ວ). ນີ້ຄືສິ່ງທີ່ໂງ່ຈ້າເກີນໄປ! ຖ້າເຈົ້າສາມາດຕິດຕໍ່, ເບິ່ງເຫັນ ຫຼື ໄດ້ຍິນການສະແດງອອກເຖິງຄວາມເປັນມະນຸດທີ່ປົກກະຕິຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ເຈົ້າກໍຄວນປະຕິບັດຕໍ່ພວກມັນຢ່າງຖືກຕ້ອງ. ຕາບໃດທີ່ພວກມັນບໍ່ສົ່ງຜົນກະທົບ ຫຼື ຂັດຂວາງການຍອມຮັບຄວາມຈິງຂອງເຈົ້າ, ເຈົ້າກໍບໍ່ຄວນເຮັດໃຫ້ສິ່ງເຫຼົ່ານີ້ກາຍເປັນເລື່ອງໃຫຍ່ ໂດຍການຄົ້ນຄວ້າ ແລະ ວິເຄາະພວກມັນ, ຈາກນັ້ນກໍເຮັດໃຫ້ພວກມັນໃຫຍ່ໂຕເກີນຈິງ ແລະ ໃນທີ່ສຸດກໍເລີ່ມມີຄວາມຄິດຫຼົງຜິດ ແລະ ພິພາກສາ, ກ່າວໂທດ, ຕໍ່ຕ້ານ ແລະ ປະຕິເສດພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ນັ້ນຈະເປັນສິ່ງທີ່ຜິດຫຼາຍ! ຄົນແບບນັ້ນເປັນຄົນທີ່ປາສະຈາກສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ.

ເນື່ອງຈາກພຣະເຈົ້າທີ່ບັງເກີດເປັນເນື້ອໜັງຄືຄົນສາມັນ ແລະ ປົກກະຕິ, ພຣະອົງຈຶ່ງມີຂອບເຂດຊີວິດ, ນິໄສການດຳລົງຊີວິດ ແລະ ແມ່ນແຕ່ຮູບແບບການດຳລົງຊີວິດທີ່ຕາຍຕົວ ແລະ ປົກກະຕິຂອງພຣະອົງ ພ້ອມທັງທາງເລືອກ, ການຊັ່ງຊາ ແລະ ຂອບເຂດຂອງອາລົມຕ່າງໆທັງໝົດທີ່ກ່ຽວຂ້ອງກັບຊີວິດມະນຸດ. ກ່ຽວກັບຄວາມເປັນມະນຸດທີ່ປົກກະຕິຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ໃນດ້ານໜຶ່ງ ຜູ້ຄົນຄວນປະຕິບັດຕໍ່ມັນຢ່າງຖືກຕ້ອງຈາກມຸມມອງທີ່ສົມເຫດສົມຜົນ; ໃນອີກດ້ານໜຶ່ງ, ພວກເຂົາຄວນມີຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບມັນ. ຖ້າເຈົ້າເກີດມີຄວາມຄິດຫຼົງຜິດ ຍ້ອນວ່າເຈົ້າເຫັນ, ໄດ້ຍິນ ຫຼື ໄດ້ສຳຜັດກັບສິ່ງທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຊົງກະທຳກ່ຽວກັບຊີວິດ ແລະ ຄວາມເປັນມະນຸດທີ່ປົກກະຕິຂອງພຣະອົງ, ວິທີທີ່ງ່າຍທີ່ສຸດເພື່ອຮັບປະກັນວ່າສິ່ງນີ້ຈະບໍ່ສົ່ງຜົນກະທົບຕໍ່ການເຂົ້າສູ່ຊີວິດຂອງເຈົ້າ ຫຼື ການທີ່ເຈົ້າຍອມຮັບພຣະທຳຂອງພຣະເຈົ້າ ກໍຄືການບໍ່ພະຍາຍາມນຳພຣະເຈົ້າທີ່ບັງເກີດເປັນເນື້ອໜັງມາທຽບກັບພຣະເຈົ້າໃນສະຫວັນ. ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຊົງດຳລົງຊີວິດໃນຄວາມເປັນມະນຸດທີ່ປົກກະຕິ; ພຣະອົງຊົງມີອິດສະລະພາບຂອງພຣະອົງ, ພຣະອົງຊົງມີພັນທະກິດທີ່ພຣະອົງຄວນປະຕິບັດ ແລະ ພຣະອົງຍັງມີຊີວິດມະນຸດທີ່ປົກກະຕິອີກດ້ວຍ. ເຈົ້າຄວນປະຕິບັດຕໍ່ສິ່ງນີ້ຢ່າງຖືກຕ້ອງ. ເຈົ້າເຫັນບໍວ່າ ຂັ້ນຕອນທີສາມຂອງວຽກງານຂອງພຣະເຈົ້າເພື່ອຊ່ວຍຜູ້ຄົນໃຫ້ລອດພົ້ນຮຽກຮ້ອງໃຫ້ມີການສະແດງອອກເຖິງຄວາມຈິງຫຼາຍຢ່າງ. ເມື່ອໂອ້ລົມກ່ຽວກັບຄວາມຈິງດ້ານຕ່າງໆ, ພຣະອົງໃຊ້ພາສາປະຈຳວັນ, ມັກຈະລວມເອົາຄຳເວົ້າແບບເປັນກັນເອງ, ພາສາທ້ອງຖິ່ນ ແລະ ສຳນຽງທ້ອງຖິ່ນ, ບາງຄັ້ງກໍໃຊ້ວິທີການສະແດງອອກທີ່ພິເສດ. ຕາບໃດທີ່ພຣະທຳທີ່ກ່າວອອກມານັ້ນລ້ວນແຕ່ເປັນຄວາມຈິງ ແລະ ລ້ວນແຕ່ເປັນຄວາມຈິງທີ່ເຈົ້າຄວນເຂົ້າໃຈ ແລະ ເຂົ້າສູ່, ແລ້ວເຈົ້າກໍຄວນອ່ອນນ້ອມ; ດ້ວຍວິທີນີ້, ເຈົ້າຈຶ່ງສາມາດບັນລຸຄວາມລອດພົ້ນໄດ້. ຖ້າເຈົ້າມັກຈັບຜິດຢູ່ສະເໝີ, ກວດສອບຢ່າງລະອຽດຢູ່ສະເໝີ ແລະ ມີຄວາມສົງໄສຢູ່ສະເໝີ, ແລ້ວເຈົ້າກໍຈະບໍ່ໄດ້ຮັບຄວາມຈິງ ແລະ ເຈົ້າກໍຈະພາດໂອກາດອັນລໍ້າຄ່າທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຊ່ວຍຜູ້ຄົນໃຫ້ລອດພົ້ນ. ແລ້ວເຈົ້າຄວນປະຕິບັດຕໍ່ວຽກງານຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງຢ່າງຖືກຕ້ອງແນວໃດ? ກ່ອນອື່ນໝົດ, ເຈົ້າຕ້ອງມີເຫດຜົນ, ເຈົ້າຕ້ອງຮຽນຮູ້ທີ່ຈະອ່ອນນ້ອມຕໍ່ວຽກງານຂອງພຣະເຈົ້າ, ເຈົ້າຕ້ອງຕັ້ງໃຈເຮັດໜ້າທີ່ທີ່ເໝາະສົມຂອງເຈົ້າ ແລະ ຍ່າງຕາມຫົນທາງແຫ່ງການໄລ່ຕາມເສາະຫາຄວາມຈິງ ແລະ ເຈົ້າຕ້ອງໃສ່ໃຈກັບການແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງເຈົ້າເພື່ອບັນລຸຄວາມລອດພົ້ນ. ນີ້ຄືສິ່ງທີ່ສຳຄັນທີ່ສຸດ. ບໍ່ຈຳເປັນທີ່ເຈົ້າຈະຕ້ອງກວດສອບພຣະເຈົ້າຕະຫຼອດໝົດມື້. ບໍ່ວ່າເຈົ້າຈະມີຄວາມຄິດຫຼົງຜິດ ແລະ ຈິນຕະນາການຫຼາຍສໍ່າໃດກໍຕາມ, ພວກມັນກໍບໍ່ແມ່ນຄວາມຈິງ. ເຈົ້າສາມາດຍຶດຕິດກັບຄວາມຄິດຫຼົງຜິດຂອງເຈົ້າຕະຫຼອດຊີວິດ ແລະ ຍັງບໍ່ໄດ້ຮັບຄວາມຈິງ, ໃນທີ່ສຸດກໍຍັງຕ້ອງຕົກນະຮົກຢູ່ດີ. ຫຼັງຈາກທີ່ເຈົ້າເບິ່ງທະລຸບັນຫາເຫຼົ່ານີ້ແລ້ວ, ເຈົ້າກໍຈະສາມາດເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຂອງການເຊື່ອໃນພຣະເຈົ້າ ແລະ ເຈົ້າຈະສາມາດປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງເຈົ້າໄດ້ ເມື່ອອ່ານພຣະທຳຂອງພຣະເຈົ້າ. ກ່ອນອື່ນ, ໃຫ້ເບິ່ງວ່າມີຄວາມຈິງທີ່ຕ້ອງສະແຫວງຫາໃນພຣະທຳເຫຼົ່ານີ້ ຫຼື ບໍ່. ຖ້າພຣະທຳເຫຼົ່ານີ້ມີຄວາມຈິງ ແລະ ເຈດຕະນາຂອງພຣະເຈົ້າ ແລະ ພວກມັນສາມາດເຮັດໃຫ້ເຈົ້າສາມາດເຂົ້າໃຈຫຼັກການຄວາມຈິງດ້ານໃດໜຶ່ງໄດ້, ແລ້ວໃຫ້ເປີດໃຈກວ້າງຂຶ້ນ; ຢ່າຈຸກຈິກກັບທຸກລາຍລະອຽດ, ຢ່າໃຈແຄບ ແລະ ຢ່າຍຶດຕິດກັບມັນ. ເຈົ້າຄວນຄິດແນວໃດໃນໃຈຂອງເຈົ້າ? “ເຖິງແມ່ນວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈະເປັນຄົນສາມັນທີ່ມີຄວາມເປັນມະນຸດທີ່ປົກກະຕິ, ພຣະອົງກໍສາມາດສະແດງຄວາມຈິງອອກມາໄດ້ ແລະ ພຣະອົງສາມາດເປັນຕົວແທນໃຫ້ແກ່ພຣະເຈົ້າໄດ້. ເຖິງແມ່ນວ່າພວກເຮົາຈະມີຄວາມຮູ້ບາງຢ່າງ ແລະ ສາມາດເວົ້າໄດ້ຢ່າງຄ່ອງແຄ້ວ, ພວກເຮົາກໍບໍ່ສາມາດສະແດງຄວາມຈິງອອກມາໄດ້ ແລະ ພວກເຮົາບໍ່ສາມາດສະແດງອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າມີ ແລະ ເປັນອອກມາໄດ້ ແລະ ພວກເຮົາບໍ່ສາມາດໂອ້ລົມຫຼັກການຄວາມຈິງໄດ້ຢ່າງຊັດເຈນ. ບໍ່ວ່າພວກເຮົາຈະມີຄວາມຮູ້ຫຼາຍສໍ່າໃດ ຫຼື ສະຖານະຂອງພວກເຮົາຈະສູງສົ່ງສໍ່າໃດກໍຕາມ, ມັນກໍບໍ່ໄດ້ໝາຍຄວາມວ່າພວກເຮົາມີຄວາມຈິງ ແລະ ພວກເຮົາບໍ່ສາມາດເປັນຕົວແທນໃຫ້ພຣະເຈົ້າໄດ້. ເຖິງແມ່ນວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈະກ່າວດ້ວຍພາສາປະຈຳວັນທີ່ຮຽບງ່າຍ ແລະ ເຂົ້າໃຈງ່າຍ, ພຣະທຳທີ່ພຣະອົງກ່າວນັ້ນລ້ວນແຕ່ເປັນຄວາມຈິງ. ພຣະອົງຍັງສາມາດໂອ້ລົມຫຼັກການຄວາມຈິງໄດ້ຢ່າງຖີ່ຖ້ວນ ແລະ ແກ້ໄຂບັນຫາຕ່າງໆຂອງຜູ້ຄົນໄດ້ອີກດ້ວຍ. ສໍ່ານີ້ກໍພຽງພໍແລ້ວ. ຜູ້ຄົນເຊື່ອໃນພຣະເຈົ້າເພື່ອຮັບເອົາຄວາມຈິງ ບໍ່ແມ່ນບໍ? ຂ້ອຍບໍ່ຄວນຈັບຜິດ ແລະ ພະຍາຍາມຊອກຫາຂໍ້ບົກຜ່ອງຢູ່ສະເໝີ; ນັ້ນຄືການລະເລີຍໜ້າທີ່ຫຼັກຂອງຂ້ອຍ”. ຖ້າເຈົ້າມີທັດສະນະຄະຕິນີ້, ເຈົ້າກໍຈະສາມາດເຂົ້າໃຈຄວາມຈິງໄດ້ເມື່ອເຈົ້າອ່ານພຣະທຳຂອງພຣະເຈົ້າ ແລະ ເຈົ້າຈະສາມາດໄລ່ຕາມເສາະຫາຄວາມຈິງໄດ້. ຖ້າເຈົ້າບໍ່ມີທັດສະນະຄະຕິນີ້ ແລະ ບໍ່ສະແຫວງຫາຄວາມຈິງ ແລະ ມັກຈັບຜິດຄຳເວົ້າຢູ່ສະເໝີເມື່ອຟັງຄຳເທດສະໜາ ແລະ ເຈົ້າມີຄວາມຄິດຫຼົງຜິດກ່ຽວກັບພຣະທຳ ແລະ ວຽກງານຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງສະເໝີ, ສິ່ງນີ້ກໍຈະສົ່ງຜົນກະທົບຕໍ່ຄວາມເຂົ້າໃຈຄວາມຈິງຂອງເຈົ້າ. ບາງຄົນປຽບທຽບພຣະເຈົ້າທີ່ບັງເກີດເປັນເນື້ອໜັງກັບພຣະເຈົ້າໃນສະຫວັນຢູ່ສະເໝີ ໂດຍຖາມຢູ່ສະເໝີວ່າ “ເປັນຫຍັງພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈຶ່ງບໍ່ແມ່ນຮ່າງກາຍຝ່າຍວິນຍານ? ເປັນຫຍັງເນື້ອໜັງຈຶ່ງບໍ່ກ່າວດ້ວຍສຽງຟ້າຮ້ອງຄືກັບພຣະເຈົ້າໃນສະຫວັນ?” ພວກເຂົາຍັງເຊື່ອອີກວ່າມັນເປັນໄປບໍ່ໄດ້ທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈະເປັນພຣະເຈົ້າທີ່ແທ້ຈິງທີ່ກຳລັງກ່າວຖ້ອຍຄຳ ແລະ ກ່າວພຣະທຳ. ພວກເຂົາເຊື່ອວ່າການກະທຳຂອງພຣະເຈົ້າທີ່ແທ້ຈິງຕ້ອງເໜືອກວ່າຈິນຕະນາການຂອງຜູ້ຄົນ, ຖ້າພຣະອົງກ່າວຄືກັບຄົນປົກກະຕິທົ່ວໄປ, ນັ້ນຈະເປັນການປາກົດຕົວ ແລະ ວຽກງານຂອງພຣະເຈົ້າໄດ້ແນວໃດ? ພວກເຂົາພຽງແຕ່ບໍ່ຄິດໄຕ່ຕອງວ່າ “ມະນຸດສາມາດສະແດງຄວາມຈິງອອກມາໄດ້ບໍ? ພຣະເຈົ້າທີ່ບັງເກີດເປັນເນື້ອໜັງສາມາດສະແດງຄວາມຈິງອອກມາໄດ້ຢ່າງຫຼວງຫຼາຍ; ນີ້ແມ່ນສິ່ງທີ່ມະນຸດສາມາດບັນລຸໄດ້ບໍ? ມີຄົນບໍ່ຫຼາຍປານໃດທີ່ສາມາດເຫັນສິ່ງນີ້ໄດ້ຢ່າງຊັດເຈນ. ການທີ່ພຣະເຈົ້າສະແດງຄວາມຈິງຫຼາຍຢ່າງອອກມານັ້ນຄືສິ່ງທີ່ຍິ່ງໃຫຍ່ທີ່ສຸດທີ່ພຣະເຈົ້າໄດ້ເຮັດທ່າມກາງມະນຸດຊາດ ແລະ ມັນເປັນສິ່ງທີ່ບໍ່ມີມະນຸດຄົນໃດສາມາດບັນລຸໄດ້”. ເພື່ອໃຫ້ຜູ້ຄົນເຂົ້າໃຈ, ເມື່ອເຮົາໂອ້ລົມຄວາມຈິງ ເຮົາຕ້ອງໂອ້ລົມມັນໃນວິທີທີ່ຮຽບງ່າຍ ແລະ ເຂົ້າໃຈງ່າຍ; ເຮົາຕ້ອງເວົ້າຢ່າງລະອຽດ, ເວົ້າສິ່ງຕ່າງໆຊໍ້າແລ້ວຊໍ້າອີກ ແລະ ຍົກຕົວຢ່າງນຳອີກ. ສິ່ງນີ້ເຮັດໃຫ້ຫຼາຍຄົນເກີດມີຄວາມຄິດຫຼົງຜິດ. ຖ້າເຮົາໂອ້ລົມແບບທົ່ວໄປແທ້ໆ, ຈະມີຈັກຄົນທີ່ສາມາດກຳແໜ້ນສິ່ງທີ່ເຮົາເວົ້າໄດ້? ຈະບໍ່ມີໃຜຈັກຄົນທີ່ສາມາດກຳແໜ້ນມັນໄດ້, ໂດຍຫຼັກແລ້ວແມ່ນຍ້ອນວຸດທິພາວະຂອງພວກເຈົ້າຕໍ່າເກີນໄປ. ເຮົາອະທິບາຍສິ່ງຕ່າງໆຢ່າງລະອຽດຫຼາຍ, ລະອຽດຫຼາຍຈົນກາຍເປັນເລື່ອງຍືດຍາວ ແມ່ນແຕ່ຕົວເຮົາເອງກໍຍັງຮູ້ສຶກເບື່ອໜ່າຍກັບມັນ ແລະ ບໍ່ຢາກເວົ້າເຖິງມັນອີກຕໍ່ໄປ ແຕ່ບາງຄົນກໍຍັງບໍ່ເຂົ້າໃຈສິ່ງທີ່ເຮົາກຳລັງເວົ້າ ແລະ ຄິດໃນໃຈຂອງພວກເຂົາວ່າ “ເປັນຫຍັງຈຶ່ງບໍ່ຍົກຕົວຢ່າງຕື່ມອີກຈັກສອງສາມຕົວຢ່າງ?” ເຮົາໄດ້ເວົ້າຈົນເຖິງຈຸດທີ່ຮູ້ສຶກເບື່ອໜ່າຍກັບມັນ ແລະ ບໍ່ຢາກສືບຕໍ່ແລ້ວ, ແລ້ວເປັນຫຍັງເຈົ້າຈຶ່ງຍັງບໍ່ເຂົ້າໃຈອີກ? ນັ້ນພິສູດໃຫ້ເຫັນວ່າເຈົ້າບໍ່ມີສະໝອງຂອງມະນຸດ, ເຈົ້າບໍ່ມີຄວາມສາມາດໃນການຢັ່ງຮູ້ຄວາມຈິງ ແລະ ບໍ່ວ່າເຮົາຈະລົງລາຍລະອຽດຫຼາຍສໍ່າໃດກໍຕາມ, ເຈົ້າກໍຍັງຈະບໍ່ເຂົ້າໃຈມັນຢູ່ດີ. ການໂອ້ລົມແບບນີ້, ໂດຍພະຍາຍາມຮັບປະກັນວ່າໃຜກໍຕາມທີ່ມີຄວາມສາມາດໃນການຢັ່ງຮູ້ເລັກນ້ອຍກໍສາມາດເຂົ້າໃຈ ແລະ ມີເສັ້ນທາງແຫ່ງການປະຕິບັດໄດ້ນັ້ນ, ຈະເປັນເລື່ອງທີ່ຍືດຍາວເລັກນ້ອຍຢ່າງຫຼີກລ່ຽງບໍ່ໄດ້. ຍິ່ງໄປກວ່ານັ້ນ, ຄວາມກະຕືລືລົ້ນ ແລະ ດ້ານອື່ນໆຂອງຄວາມເປັນມະນຸດທີ່ປົກກະຕິກໍມີຈຳກັດ. ໂດຍສະເພາະເມື່ອໂອ້ລົມຄວາມຈິງ, ບາງສິ່ງກໍຍາກຫຼາຍທີ່ຈະອະທິບາຍອອກມາເປັນຄຳເວົ້າ ແລະ ພາສາຂອງມະນຸດກໍຂາດແຄນເກີນໄປ. ດ້ວຍເຫດນີ້, ບາງຄັ້ງມັນຈຶ່ງຍາກຫຼາຍທີ່ຈະຊອກຫາຄຳສັບທີ່ຖືກຕ້ອງພາຍໃນສອງ ຫຼື ສາມວິນາທີ ແລະ ເຮົາສາມາດໃຊ້ພຽງແຕ່ຄຳສັບທີ່ມີຄວາມໝາຍໃກ້ຄຽງກັນເພື່ອໃຫ້ບັນລຸຜົນຮັບເລັກນ້ອຍເທົ່ານັ້ນ ແລະ ສໍ່ານັ້ນກໍພຽງພໍແລ້ວ. ແຕ່ທຸກຄັ້ງທີ່ເຮົາໂອ້ລົມ, ເຮົາພະຍາຍາມຮັບປະກັນວ່າພຣະທຳທີ່ເຮົາໂອ້ລົມນັ້ນສາມາດໝຸນອ້ອມຫົວຂໍ້ດຽວໄດ້, ເພື່ອໃຫ້ພວກເຈົ້າສາມາດມີຄວາມເຂົ້າໃຈກ່ຽວກັບຄວາມຈິງດ້ານນີ້ ແລະ ໃນທີ່ສຸດກໍມີເສັ້ນທາງໃຫ້ປະຕິບັດຕາມ ເມື່ອພວກເຈົ້າພົບພໍ້ກັບສິ່ງຕ່າງໆທຸກປະເພດໃນປະສົບການຕົວຈິງຂອງພວກເຈົ້າ. ສິ່ງນີ້ເປັນປະໂຫຍດຢ່າງຍິ່ງຕໍ່ປະສົບການຊີວິດຂອງພວກເຈົ້າ. ເຖິງແມ່ນວ່າການເວົ້າໃນລາຍລະອຽດດັ່ງກ່າວຈະເຮັດໃຫ້ເຮົາເບິ່ງຄືວ່າຍືດຍາວກໍຕາມ, ເມື່ອພວກເຈົ້າພົບພໍ້ກັບບັນຫາປະເພດເຫຼົ່ານີ້, ພວກເຈົ້າກໍຈະບໍ່ຮູ້ສຶກຫຼົງທາງ, ພວກເຈົ້າຈະມີເສັ້ນທາງໃຫ້ປະຕິບັດຕາມ. ພວກເຈົ້າຈະບໍ່ດຳລົງຊີວິດຢູ່ທ່າມກາງຄຳເວົ້າ ແລະ ຫຼັກຄຳສອນອີກຕໍ່ໄປ ແຕ່ຈະມີເສັ້ນທາງທີ່ເປັນຈິງ, ພື້ນຖານທີ່ເປັນຈິງ ແລະ ຫຼັກການຄວາມຈິງທີ່ເປັນຈິງ ເຊິ່ງພວກເຈົ້າສາມາດນຳມາທຽບໃສ່ກັບສະຖານະການທີ່ພວກເຈົ້າພົບພໍ້ເພື່ອແກ້ໄຂບັນຫາຂອງພວກເຈົ້າໄດ້. ສະນັ້ນ, ເຮົາຈຶ່ງເຮັດຈົນສຸດຄວາມສາມາດຂອງເຮົາເພື່ອເຮັດໃນສິ່ງທີ່ຄວາມເປັນມະນຸດທີ່ປົກກະຕິຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງສາມາດບັນລຸໄດ້ ແລະ ເຮົາເຮັດຈົນສຸດຄວາມສາມາດຂອງເຮົາເພື່ອເວົ້າທຸກສິ່ງທີ່ເຮົາສາມາດຄິດອອກໄດ້. ເມື່ອເຮົາເວົ້າຈົນເຖິງຈຸດທີ່ພວກເຈົ້າເວົ້າວ່າພວກເຈົ້າທຸກຄົນເຂົ້າໃຈແລ້ວ ແລະ ບໍ່ຈຳເປັນຕ້ອງໃຫ້ເຮົາໂອ້ລົມອີກຕໍ່ໄປ, ແລ້ວເຮົາກໍຈະຢຸດເວົ້າ; ເຮົາບໍ່ຢາກສືບຕໍ່ເວົ້າຍືດຍາວແບບນັ້ນແທ້ໆ.

ເຈົ້າກໍເຫັນວ່າ ພຣະເຈົ້າໃນສະຫວັນກ່າວຢ່າງຮຽບງ່າຍ. ຕົວຢ່າງ: ພຣະເຈົ້າເຢໂຮວາບອກໂມເຊວ່າ “ໂມເຊ, ມາພີ້, ເຮົາມີບາງຢ່າງຈະບອກເຈົ້າ”. ໂມເຊຟ້າວຄຸເຂົ່າລົງ, ພຣະເຈົ້າບອກລາວສອງສາມສິ່ງເພື່ອໃຫ້ໄປປະກາດ ແລະ ໂມເຊກໍປະກາດສິ່ງເຫຼົ່ານັ້ນຕາມການແນະນຳຂອງພຣະເຈົ້າເຢໂຮວາ. ມື້ນີ້ ຖ້າພຣະເຈົ້າທີ່ບັງເກີດເປັນເນື້ອໜັງບອກເຈົ້າສອງສາມສິ່ງ ແລະ ຂໍໃຫ້ເຈົ້າເຮັດຕາມ, ໃນລະຫວ່າງການປະຕິບັດຂອງເຈົ້າ, ເຈົ້າກໍຈະເຜີຍອຸປະນິໄສທີ່ເສື່ອມຊາມທຸກປະເພດອອກມາ. ໃນເວລານີ້ ເຈົ້າຈະສາມາດມີຫຼັກການຂອງການປະຕິບັດ ແລະ ເສັ້ນທາງແຫ່ງການປະຕິບັດໄດ້ບໍ? (ບໍ່ໄດ້). ເຈົ້າບໍ່ສາມາດມີໄດ້. ສະນັ້ນ ເຈົ້າຈຶ່ງເຫັນວ່າພຣະວິນຍານຂອງພຣະເຈົ້າກ່າວຢ່າງຮຽບງ່າຍ ແຕ່ເມື່ອພຣະວິນຍານຂອງພຣະເຈົ້າເຮັດວຽກງານ ແລະ ກ່າວພຣະທຳບາງຢ່າງ, ມັນກໍເປັນພຽງຕອນທີ່ເຮັດບາງສິ່ງທີ່ພິເສດ ແລະ ສະເພາະເຈາະຈົງໃນໂອກາດພິເສດ ແລະ ໃນບໍລິບົດພິເສດເທົ່ານັ້ນ ເຊິ່ງພຣະອົງບໍ່ມີທາງເລືອກອື່ນນອກຈາກຕ້ອງເຮັດເຊັ່ນນັ້ນ. ເຖິງຢ່າງໃດກໍຕາມ ວຽກງານທີ່ເຮັດໂດຍພຣະເຈົ້າທີ່ບັງເກີດເປັນເນື້ອໜັງນັ້ນເປັນຮູບປະທຳ ແລະ ຮອບດ້ານ. ມັນບໍ່ຄືກັບການທີ່ພຣະວິນຍານຂອງພຣະເຈົ້າກ່າວສອງສາມສິ່ງເພື່ອປະທານການເຜີຍໃຫ້ເຫັນແກ່ຜູ້ຄົນ ຫຼື ກ່າວສອງສາມສິ່ງເພື່ອອອກຄຳສັ່ງ ຫຼື ສະແດງຄຳພະຍາກອນ ແລ້ວກໍສິ້ນສຸດລົງຫຼັງຈາກທີ່ມີການເຮັດວຽກງານທີ່ຮຽບງ່າຍ ແລະ ສະເພາະເຈາະຈົງນີ້ສຳເລັດ. ວຽກງານຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງຄືການກ່າວເປັນໄລຍະເວລາທີ່ຍາວນານ. ການປ່ຽນແປງອຸປະນິໄສຂອງຜູ້ຄົນ ແລະ ການປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາບໍ່ແມ່ນສິ່ງທີ່ສາມາດເຮັດໃຫ້ສຳເລັດໄດ້ໂດຍການກ່າວພຽງສອງສາມສິ່ງຢ່າງຮຽບງ່າຍ. ຍ້ອນວ່າມະນຸດຊາດຖືກເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງຫຼາຍ ແລະ ພິດຕ່າງໆ ແລະ ອຸປະນິໄສຂອງຊາຕານກໍໄດ້ຝັງຮາກເລິກຢູ່ພາຍໃນຜູ້ຄົນ, ເພື່ອຊຳລະລ້າງຄວາມເສື່ອມຊາມຂອງຜູ້ຄົນຢ່າງສົມບູນ, ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຕ້ອງເຮັດວຽກງານທີ່ເປັນຮູບປະທຳ, ກ່າວພຣະທຳທີ່ເປັນຮູບປະທຳ ແລະ ສະແດງຄວາມຈິງດ້ານຕ່າງໆທີ່ຈຳເປັນສຳລັບຜູ້ຄົນເພື່ອບັນລຸຄວາມລອດພົ້ນ. ມັນເປັນຍ້ອນການເຮັດວຽກແບບນີ້ເປັນໄລຍະເວລາທີ່ຍາວນານ ພຣະທຳທີ່ພຣະອົງກ່າວ ແລະ ວຽກງານທີ່ພຣະອົງປະຕິບັດຈຶ່ງເບິ່ງຄືວ່າເປັນຮູບປະທຳຫຼາຍ ແລະ ບາງທີໃນສາຍຕາຂອງຜູ້ຄົນ ມັນເຖິງກັບເບິ່ງຄືວ່າຍືດຍາວ ແລະ ຂະຫຍາຍເວລາອອກໄປຫຼາຍ. ໂດຍອີງໃສ່ຄວາມຄິດຫຼົງຜິດຂອງພວກເຂົາ, ຜູ້ຄົນຄິດວ່າ “ໂອ້, ພຣະເຈົ້າທີ່ບັງເກີດເປັນເນື້ອໜັງບໍ່ໄດ້ເຮັດວຽກງານຂອງພຣະອົງໄວປານສາຍຟ້າແມບ ແລະ ພຣະອົງກໍບໍ່ໄດ້ແກ້ໄຂສິ່ງຕ່າງໆຢ່າງວ່ອງໄວ. ພຣະອົງກ່າວໃນລາຍລະອຽດຫຼາຍເກີນໄປ ແລະ ກ່າວຫຼາຍເກີນໄປ; ພຣະອົງເຮັດໃຫ້ຍືດຍາວເລັກນ້ອຍ. ພຣະອົງປະຕິບັດຕໍ່ຜູ້ຄົນຄືກັບເດັກນ້ອຍອາຍຸສາມປີ!” ເມື່ອພິຈາລະນາຈາກວຸດທິພາວະຂອງເຈົ້າແລ້ວ, ເຮົາບໍ່ຄິດວ່າເຈົ້າຢູ່ໃນລະດັບຂອງເດັກນ້ອຍອາຍຸສາມປີດ້ວຍຊໍ້າ, ບາງທີເຈົ້າອາດຈະຢູ່ໃນລະດັບຂອງເດັກນ້ອຍອາຍຸໜຶ່ງ ຫຼື ສອງປີ ຫຼື ບາງທີອາດຈະເປັນເດັກແດງດ້ວຍຊ້ຳ. ການປະຕິບັດຕໍ່ເຈົ້າຄືກັບເດັກນ້ອຍອາຍຸສາມປີນັ້ນແທ້ຈິງແລ້ວແມ່ນການໃຫ້ກຽດເຈົ້າ. ເມື່ອພຣະເຈົ້າກ່າວຄືກັບສຽງຟ້າຮ້ອງຈາກສະຫວັນເພື່ອບອກສິ່ງຕ່າງໆແກ່ຜູ້ຄົນ, ພຣະອົງກຳລັງກ່າວກັບຄົນປະເພດໃດ? ພຣະອົງກຳລັງກ່າວກັບຜູ້ສົ່ງສານຂອງພຣະອົງ ແລະ ຄົນທີ່ພຣະອົງຊົງນຳໃຊ້. ແລ້ວຕອນນີ້ພຣະເຈົ້າທີ່ບັງເກີດເປັນເນື້ອໜັງກຳລັງປະເຊີນໜ້າກັບຄົນກຸ່ມແບບໃດ? ພຣະອົງກຳລັງປະເຊີນໜ້າກັບມະນຸດຊາດທີ່ເສື່ອມຊາມ ເຊິ່ງເປັນມະນຸດຊາດທີ່ພຣະອົງຕັ້ງໃຈຈະຊ່ວຍໃຫ້ລອດພົ້ນ, ແທນທີ່ຈະກ່າວ ແລະ ເຮັດວຽກກັບບຸກຄົນໃດໜຶ່ງໂດຍສະເພາະ. ທຳມະຊາດຂອງວຽກງານທີ່ເຮັດໂດຍພຣະວິນຍານຂອງພຣະເຈົ້າ ແລະ ວຽກງານທີ່ເຮັດໂດຍພຣະເຈົ້າທີ່ບັງເກີດເປັນເນື້ອໜັງນັ້ນແຕກຕ່າງກັນຢ່າງສິ້ນເຊີງ. ພຣະວິນຍານຂອງພຣະເຈົ້າບໍ່ມີທາງທີ່ຈະດຳລົງຊີວິດຮ່ວມກັບມະນຸດຊາດທີ່ເສື່ອມຊາມໄດ້. ມີພຽງແຕ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງເທົ່ານັ້ນທີ່ສາມາດດຳລົງຊີວິດຮ່ວມກັບຜູ້ຄົນໄດ້ ແລະ ສືບຕໍ່ກ່າວ ແລະ ເຮັດວຽກກັບມະນຸດຊາດທີ່ເສື່ອມຊາມແບບນີ້ຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍ. ພຣະເຈົ້າທີ່ບັງເກີດເປັນເນື້ອໜັງສະເດັດມາທ່າມກາງຜູ້ຄົນ ແລະ ດຳລົງຊີວິດຮ່ວມກັບພວກເຂົາ. ເນື່ອງຈາກພຣະອົງຊົງດຳລົງຊີວິດຮ່ວມກັບພວກເຂົາ, ພຣະອົງຈຶ່ງຊົງຈັດການທຸກສິ່ງທຸກຢ່າງ. ການຈັດການທຸກສິ່ງທຸກຢ່າງໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ບັນຫາທີ່ກ່ຽວຂ້ອງກັບວິທີທີ່ຜູ້ຄົນປະພຶດຕົນ, ດຳລົງຊີວິດ, ເຮັດວຽກ, ປະຕິບັດໜ້າທີ່ຂອງພວກເຂົາ ແລະ ເສັ້ນທາງທີ່ພວກເຂົາຍ່າງ ເຊັ່ນດຽວກັນກັບບັນຫາທີ່ກ່ຽວຂ້ອງກັບຄວາມລອດພົ້ນຂອງຜູ້ຄົນ, ວິທີທີ່ຜູ້ຄົນປະຕິບັດຕໍ່ພຣະເຈົ້າ ແລະ ວິທີທີ່ຜູ້ຄົນຮູ້ຈັກພຣະເຈົ້າ ລ້ວນແຕ່ຕ້ອງໄດ້ຮັບການແກ້ໄຂ. ຄັ້ງກ່ອນທີ່ພຣະເຈົ້າບັງເກີດເປັນເນື້ອໜັງ, ມັນແມ່ນເພື່ອໃຫ້ຖືກຄຶງເທິງໄມ້ກາງແຂນເພື່ອໄຖ່ຜູ້ຄົນຈາກຄວາມບາບ. ໃນຄັ້ງນີ້ ພຣະເຈົ້າໄດ້ບັງເກີດເປັນເນື້ອໜັງເພື່ອແກ້ໄຂທຳມະຊາດທີ່ຜິດບາບຂອງຜູ້ຄົນທີ່ຕົ້ນຕໍຂອງມັນ. ສະນັ້ນ ຂັ້ນຕອນຂອງວຽກງານນີ້ຈຶ່ງຮຽກຮ້ອງໃຫ້ພຣະເຈົ້າກ່າວພຣະທຳຫຼາຍຂໍ້ ແລະ ສະແດງຄວາມຈິງອອກມາຫຼາຍຢ່າງ ແລະ ໄລຍະເວລາຂອງວຽກງານຂອງພຣະເຈົ້າກໍຕ້ອງຂະຫຍາຍອອກໄປເປັນໄລຍະເວລາທີ່ຍາວນານກວ່າຫຼາຍເຊັ່ນກັນ. ພຣະວິນຍານຂອງພຣະເຈົ້າບໍ່ສາມາດດຳລົງຊີວິດຮ່ວມກັບມະນຸດຊາດໄດ້ ເພາະວ່າຄຸນລັກສະນະຂອງມະນຸດຊາດນັ້ນແຕກຕ່າງຈາກຄຸນລັກສະນະຂອງພຣະວິນຍານຂອງພຣະເຈົ້າ ແລະ ອັດຕະລັກແຕ່ກຳເນີດຂອງພຣະເຈົ້າ. ບໍ່ມີທາງທີ່ພວກເຂົາຈະດຳລົງຊີວິດຮ່ວມກັນໄດ້. ສະນັ້ນ ເວົ້າແບບບໍ່ຄ່ອຍເໝາະສົມປານໃດກໍຄື ເຈົ້າເທີດທູນພຣະເຈົ້າໃນສະຫວັນ ແຕ່ພຣະເຈົ້າໃນສະຫວັນເປັນຮ່າງກາຍຝ່າຍວິນຍານ ແລະ ພຣະອົງບໍ່ສາມາດຢູ່ຮ່ວມກັບມະນຸດຊາດໄດ້ຕະຫຼອດເວລາ. ມີພຽງແຕ່ຕອນພຣະເຈົ້າບັງເກີດເປັນເນື້ອໜັງ ແລະ ກາຍເປັນຄົນທຳມະດາເທົ່ານັ້ນ ພຣະອົງຈຶ່ງຈະສາມາດຢູ່ຮ່ວມກັບມະນຸດຊາດໃນວິທີນີ້ໄດ້. ມັນເຂົ້າໃຈງ່າຍເມື່ອເວົ້າແບບນີ້, ບໍ່ແມ່ນບໍ? (ແມ່ນແລ້ວ). ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຊົງດຳລົງຊີວິດຮ່ວມກັບມະນຸດຊາດ, ກ່າວ ແລະ ເຮັດວຽກງານແບບນີ້ຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍມາຫຼາຍປີແລ້ວ. ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຊົງດຳລົງຊີວິດຮ່ວມກັບຜູ້ຄົນ ແລະ ຜູ້ທີ່ຢູ່ອ້ອມຂ້າງພຣະອົງເຊິ່ງສາມາດຕິດຕໍ່ກັບພຣະອົງໄດ້ນັ້ນ ອາດຈະໄດ້ປະສົບກັບບາງສິ່ງບາງຢ່າງມາແລ້ວຄື: ພຣະອົງໄດ້ແກ້ໄຂບັນຫາທັງໝົດກ່ຽວກັບສິ່ງຈຳເປັນພື້ນຖານທີ່ຈຳເປັນຕ້ອງໄດ້ຮັບການແກ້ໄຂສຳລັບຜູ້ຄົນ ແລະ ພຣະອົງຍັງໄດ້ເຮັດຫຼາຍສິ່ງຫຼາຍຢ່າງນອກເໜືອຈາກວຽກງານທີ່ພຣະອົງຄວນເຮັດ ເຊິ່ງລວມເຖິງການສ້າງຮູບເງົາ, ການແກ້ໄຂບົດ, ການກຳກັບວິດີໂອ, ການຂຽນບົດສົນທະນາ, ການຂຽນບົດສຳພາດ ແລະ ການແກ້ໄຂບົດຄວາມທີ່ສຳຄັນ. ເຮົາໄດ້ເຮັດວຽກງານທັງໝົດນີ້ເຊິ່ງແຕ່ເດີມແລ້ວເຮົາບໍ່ຄວນຈະເຮັດ. ການເຮັດວຽກງານພິເສດນີ້ເຮັດໃຫ້ເຮົາອິດເມື່ອຍທັງຮ່າງກາຍ ແລະ ຈິດໃຈ, ເຮັດໃຫ້ເຮົາບໍ່ສາມາດພັກຜ່ອນໄດ້ ແລະ ເຖິງຂັ້ນເຮັດໃຫ້ການເທດສະໜາຂອງເຮົາຊັກຊ້າ. ຫຼາຍຄົນເຫັນສິ່ງເຫຼົ່ານີ້ ແຕ່ກໍບໍ່ມີຄວາມຮູ້ສຶກເຖິງສິ່ງເຫຼົ່ານີ້. ເຮົາກ່າວ ແລະ ເຮັດວຽກງານຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍ, ເຖິງຢ່າງນັ້ນ ຄົນສ່ວນໃຫຍ່ກໍຍັງຂາດຕົກບົກຜ່ອງ ແລະ ບໍ່ຄ່ອຍເຂົ້າໃຈ. ເຮົາເຫັນວ່າມະນຸດຊາດນີ້ໜ້າສົງສານແທ້ໆ, ບໍ່ມີຄວາມສຳຄັນແທ້ໆ ແລະ ໂງ່ຈ້າແທ້ໆ. ບໍ່ວ່າຈະເປັນເພດໃດ ຫຼື ອາຍຸເທົ່າໃດ, ຜູ້ຄົນກໍບໍ່ມີຄ່າຫຍັງເລີຍ. ຖ້າເຮົາເວົ້າແບບນີ້ກ່ອນທີ່ເຮົາຈະເຮັດວຽກງານນີ້, ເຈົ້າອາດຈະຄິດວ່າ “ພຣະອົງບໍ່ໄດ້ກຳລັງວາງທ່າສູງສົ່ງເກີນໄປບໍ? ພຣະອົງກຳລັງດູຖູກພວກເຮົາ”. ແຕ່ຫຼັງຈາກທີ່ໄດ້ພົວພັນກັບຄົນເຫຼົ່ານີ້ມາຫຼາຍປີ, ເຮົາກໍຖອນຫາຍໃຈຈາກກົ້ນບຶ້ງຫົວໃຈຂອງເຮົາວ່າ “ພວກເຈົ້າເຮັດໃຫ້ເຮົາຕ້ອງຍາກລຳບາກເພື່ອພວກເຈົ້າແທ້ໆ! ຂີດຄວາມສາມາດຂອງພວກເຈົ້ານັ້ນຕໍ່າ ແລະ ຄວາມກະບົດຂອງພວກເຈົ້າກໍຍິ່ງໃຫຍ່. ເຮົາບໍ່ໄດ້ກຳລັງດູຖູກພວກເຈົ້າແທ້ໆ”. ເຮົາເປັນຄົນທີ່ບໍ່ເປັນທີ່ສັງເກດເຫັນທີ່ສຸດ ແລະ ໂດດເດັ່ນໜ້ອຍທີ່ສຸດໃນໝູ່ພວກເຈົ້າ ແລະ ບໍ່ວ່າຈະເປັນໃນແງ່ຂອງການເວົ້າ, ຮູບຮ່າງໜ້າຕາ, ຄວາມສູງ ຫຼື ການຮຽນຮູ້, ພວກເຈົ້າກໍພົບວ່າເຮົາດ້ອຍກວ່າພວກເຈົ້າ ແຕ່ຜ່ານການຕິດຕໍ່ ແລະ ການພົວພັນຕົວຈິງຂອງເຮົາກັບພວກເຈົ້າໃນຫຼາຍປີມານີ້, ສິ່ງດຽວທີ່ເຮົາສາມາດເວົ້າໄດ້ແມ່ນຫຍັງ? ນອກເໜືອຈາກຂໍ້ເທັດຈິງທີ່ວ່າ ເສັ້ນທາງທີ່ພວກເຈົ້າໄດ້ເລືອກຍ່າງໃນການຕິດຕາມພຣະເຈົ້າທີ່ບັງເກີດເປັນເນື້ອໜັງນັ້ນຖືກຕ້ອງແລ້ວ, ພວກເຈົ້າກໍບໍ່ມີຫຍັງອີກເລີຍ. ພວກເຈົ້າເປັນພຽງເປືອກທີ່ວ່າງເປົ່າທີ່ປາສະຈາກຄວາມເປັນຈິງຂອງຊີວິດ. ສຳລັບຊີວິດມະນຸດຂອງພວກເຈົ້າແລ້ວ, ມັນເປັນພຽງແຕ່ຄວາມວຸ້ນວາຍ ແລະ ບໍ່ເປັນລະບຽບຢ່າງສິ້ນເຊີງ. ຄົນສ່ວນໃຫຍ່ບໍ່ມີທັກສະທີ່ແທ້ຈິງ ຫຼື ຄວາມຮູ້ທີ່ແທ້ຈິງ, ບໍ່ຮູ້ວິທີດຳລົງຊີວິດ, ບໍ່ຮູ້ວິທີຈັດການກັບສະພາບແວດລ້ອມ ຫຼື ຈັດການກັບສັດ ແລະ ບໍ່ຮູ້ວິທີເບິ່ງແຍງສຸຂະອະນາໄມສ່ວນຕົວຂອງພວກເຂົາ. ໃນທຸກສິ່ງທີ່ພວກເຂົາເຮັດ ພວກເຂົາບໍ່ມີຂັ້ນຕອນ, ບໍ່ເປັນລະບຽບ ແລະ ບໍ່ຮູ້ວິທີເລີ່ມຕົ້ນ ຫຼື ສິ້ນສຸດສິ່ງຕ່າງໆ. ລັກສະນະຂອງພວກເຂົາກໍບໍ່ດີເຊັ່ນກັນ. ພວກເຂົາຂາດທັດສະນະຄະຕິທີ່ຈິງຈັງ, ຮັບຜິດຊອບ, ເຂັ້ມງວດ ແລະ ລະອຽດຮອບຄອບໃນການເຮັດສິ່ງຕ່າງໆ. ພວກເຂົາພຽງແຕ່ເຮັດພໍແລ້ວມືແລ້ວຕີນເພື່ອກິນແຮງຄົນອື່ນ, ໃຊ້ຊີວິດຜ່ານໄປວັນໆ. ເຖິງຢ່າງນັ້ນ ຄົນເຫຼົ່ານີ້ລ້ວນແຕ່ມີຄວາມປາຖະໜາທີ່ເກີນຂອບເຂດ, ຮູ້ສຶກວ່າພວກເຂົາດີກວ່າຄົນອື່ນ ແລະ ຢາກເປັນຜູ້ຮັບຜິດຊອບ ແລະ ອອກຄຳສັ່ງໃຫ້ຄົນອື່ນເຮັດສິ່ງຕ່າງໆ ແຕ່ໜ້າເສຍດາຍຫຼາຍທີ່ບໍ່ມີໃຜໃນພວກເຂົາມີຄວາມສາມາດນັ້ນ. ເຮົາບໍ່ມັກເປັນຜູ້ຮັບຜິດຊອບທີ່ຄອຍອອກຄຳສັ່ງ ແລະ ເຮົາກໍບໍ່ມັກນັ່ງຢູ່ບ່ອນສູງເພື່ອອອກຄຳສັ່ງ ແລະ ບອກໃຫ້ຜູ້ຄົນເຮັດສິ່ງຕ່າງໆ. ເຮົາພຽງແຕ່ມັກເຮັດວຽກງານຕົວຈິງ, ເຮັດທຸກໜ້າວຽກຢ່າງເປັນລະບຽບຮຽບຮ້ອຍ ແລະ ມີປະສິດທິພາບ, ເຮັດພວກມັນໃຫ້ດີຢ່າງມີລະບົບ ແລະ ຮັບຜິດຊອບຕໍ່ພວກມັນດ້ວຍຄວາມຈິງຈັງຢ່າງຍິ່ງຈົນເຖິງທີ່ສຸດ. ແຕ່ຄົນສ່ວນໃຫຍ່ບໍ່ມີຄວາມສາມາດນັ້ນແທ້ໆ. ພວກເຂົາບໍ່ສາມາດແບກຮັບຄວາມຮັບຜິດຊອບນີ້ໄດ້ ແລະ ພວກເຂົາກໍບໍ່ມີທັກສະ ຫຼື ຄວາມສາມາດທີ່ຈະອອກຄຳສັ່ງ. ເຮົາຕ້ອງເວົ້າວ່າ ພວກເຈົ້າບໍ່ສາມາດຈັດການ ຫຼື ຮັກສາສະພາບແວດລ້ອມໄດ້. ເຮົາມີແຜນຜັງ ແລະ ແຜນການບາງຢ່າງໃນໃຈຂອງເຮົາ, ສະນັ້ນ ເຮົາຈຶ່ງບອກແຜນການຂອງເຮົາໃຫ້ພວກເຈົ້າຮູ້. ເຮົາບອກພວກເຈົ້າເຖິງວິທີເຮັດວຽກ, ວິທີຈັດແຈງສິ່ງຕ່າງໆ, ບ່ອນທີ່ຈະປູກຕົ້ນໄມ້, ບ່ອນທີ່ຈະປູຫຍ້າ, ຈະສ້າງຫຍັງຢູ່ບ່ອນໃດ, ບ່ອນໃດທີ່ເໝາະສົມທີ່ຈະວາງບາງສິ່ງບາງຢ່າງ ແລະ ວິທີຈັດການບາງສິ່ງບາງຢ່າງ ແລະ ຈາກນັ້ນພວກເຈົ້າກໍໄປເຮັດ, ສໍ່ານັ້ນກໍພຽງພໍແລ້ວ. ເມື່ອພວກເຈົ້າເຮັດສຳເລັດ, ທຸກຄົນກໍເຫັນວ່າສິ່ງທີ່ເຮັດໄປນັ້ນເບິ່ງຂ້ອນຂ້າງດີແທ້ໆ. ເຮົາໄດ້ພົວພັນກັບຄົນເຫຼົ່ານີ້ມາເປັນເວລາຫ້າ ຫຼື ຫົກປີ ແລະ ທັກສະ ແລະ ຄວາມສາມາດທັງໝົດຂອງພວກເຂົາກໍຖືກເປີດເຜີຍອອກມາ. ຕອນນີ້ເຮົາຮູ້ແລ້ວວ່າ ສະມາຊິກຂອງມະນຸດຊາດນີ້ອາດຈະເປັນແບບນີ້ກັນໝົດ. ເຖິງແມ່ນວ່າເຮົາບໍ່ໄດ້ດຳລົງຊີວິດຮ່ວມກັບປະຊາກອນທີ່ຖືກເລືອກຈາກປະເທດຕ່າງໆທັງໝົດ, ສະຖານະການຕົວຈິງຂອງພວກເຈົ້າກໍຄວນຈະຄືກັນກັບສະຖານະການຂອງປະຊາກອນທີ່ພຣະເຈົ້າຊົງເລືອກໃນຄຣິສຕະຈັກຄົນຈີນໃນສະຫະລັດອາເມຣິກາ. ເຮົາພົວພັນກັບຄົນເຫຼົ່ານີ້, ສະນັ້ນ ໃນທີ່ສຸດພວກເຂົາຈຶ່ງໄດ້ຮັບຜົນປະໂຫຍດພິເສດເລັກນ້ອຍ ແລະ ໄດ້ຮັບຄວາມໂປດປານຈາກເຮົາເລັກນ້ອຍ. ພວກເຈົ້າຢູ່ໄກ ແລະ ເຮົາບໍ່ສາມາດຕິດຕໍ່ກັບພວກເຈົ້າໄດ້, ສະນັ້ນ ພວກເຈົ້າຈຶ່ງພຽງແຕ່ສາມາດໄລ່ຕາມເສາະຫາຄວາມຈິງເທົ່ານັ້ນ. ຜົນຮັບກໍຄືກັນ.

ໃນການບັງເກີດເປັນເນື້ອໜັງເພື່ອເຮັດວຽກງານໃນຄັ້ງນີ້, ສິ່ງທີ່ພຣະເຈົ້າເຮັດໂດຍຫຼັກແລ້ວແມ່ນການໂອ້ລົມຄວາມຈິງຕ່າງໆ, ເຮັດໃຫ້ຜູ້ຄົນກ້າວເຂົ້າສູ່ເສັ້ນທາງແຫ່ງຄວາມລອດພົ້ນ ໂດຍການເຂົ້າໃຈ, ການຍອມຮັບ ແລະ ການປະຕິບັດຄວາມຈິງແຕ່ລະຢ່າງ ແລະ ໃນທີ່ສຸດກໍບັນລຸຄວາມລອດພົ້ນ, ເຊິ່ງຈະເປັນການສິ້ນສຸດວຽກງານແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າ; ນີ້ຄືວຽກງານທີ່ຕົກເປັນໜ້າທີ່ຂອງພຣະເຈົ້າທີ່ຈະຕ້ອງເຮັດ. ສຳລັບວຽກງານນີ້ຈະມີຈັກພາກສ່ວນທີ່ບໍ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງຜູ້ຄົນ ຫຼື ບໍ່ຄ່ອຍສອດຄ່ອງກັບພຣະເຈົ້າໃນສະຫວັນຕາມທີ່ຜູ້ຄົນເຫັນນັ້ນ, ພວກເຂົາຄວນປ່ອຍວາງສິ່ງທັງໝົດນີ້. ບໍ່ວ່າເຈົ້າຈະມີຄວາມຄິດຫຼົງຜິດຫຍັງກໍຕາມ, ຕາບໃດທີ່ພຣະທຳທີ່ກ່າວ ແລະ ວຽກງານທີ່ເຮັດໂດຍພຣະເຈົ້າທີ່ບັງເກີດເປັນເນື້ອໜັງນັ້ນສະແດງຄວາມຈິງ ແລະ ເຈດຕະນາຂອງພຣະເຈົ້າອອກມາ, ສາມາດເປັນຕົວແທນໃຫ້ແກ່ພຣະເຈົ້າເອງ ແລະ ເປັນຕົວແທນໃຫ້ແກ່ອຸປະນິໄສ ແລະ ອັດຕະລັກຂອງພຣະເຈົ້າ, ແລ້ວເຈົ້າກໍຄວນຍອມຮັບພວກມັນ ແລະ ບໍ່ຈັບຜິດ. ຍິ່ງໄປກວ່ານັ້ນ ຖ້າເຈົ້າມັກຈະຈັບຜິດຢູ່ສະເໝີ ແລະ ມີຄວາມຄິດຫຼົງຜິດແບບນີ້ ຫຼື ແບບນັ້ນກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ເຊິ່ງຂັດຂວາງເຈົ້າຈາກການຍອມຮັບຄວາມຈິງຢູ່ສະເໝີ, ແລ້ວນີ້ກໍຄືສິ່ງທີ່ສ້າງຄວາມຫຍຸ້ງຍາກທີ່ສຸດສຳລັບເຈົ້າ; ມັນຈະບໍ່ນຳສິ່ງໃດມາໃຫ້ເຈົ້ານອກຈາກອັນຕະລາຍ ໂດຍປາສະຈາກຜົນປະໂຫຍດແມ່ນແຕ່ໜ້ອຍດຽວ. ສະນັ້ນ ເຈົ້າບໍ່ຄວນປະຕິບັດຕໍ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງໂດຍອີງໃສ່ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງເຈົ້າ ແລະ ເຈົ້າກໍບໍ່ຄວນປະເມີນພຣະເຈົ້າທີ່ບັງເກີດເປັນເນື້ອໜັງໂດຍໃຊ້ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງເຈົ້າ. ໃນທາງກົງກັນຂ້າມ ເຈົ້າຄວນປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການໃນເບື້ອງຕົ້ນຂອງເຈົ້າກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ເຊັ່ນດຽວກັນກັບຄວາມຄິດຫຼົງຜິດ ແລະ ຈິນຕະນາການໃນປັດຈຸບັນຂອງເຈົ້າກ່ຽວກັບພຣະອົງ. ບໍ່ວ່າເຈົ້າຈະມີຄວາມຄິດຫຼົງຜິດ ແລະ ຈິນຕະນາການຫຍັງກໍຕາມ, ເຈົ້າຄວນປະຕິເສດພວກມັນ; ເຈົ້າຄວນໄຈ້ແຍກ ແລະ ມາຮູ້ຈັກພວກມັນ ແລະ ຈາກນັ້ນກໍປະນາມ ແລະ ປ່ອຍວາງພວກມັນ. ມີພຽງແຕ່ຫຼັງຈາກທີ່ປ່ອຍວາງພວກມັນແລ້ວເທົ່ານັ້ນ ເຈົ້າຈຶ່ງຈະສາມາດມີຫົວໃຈທີ່ບໍລິສຸດເພື່ອຍອມຮັບພຣະທຳຂອງພຣະເຈົ້າ ແລະ ວຽກງານແຫ່ງການລອດພົ້ນທີ່ພຣະເຈົ້າເຮັດຕໍ່ເຈົ້າ ແລະ ມີພຽງແຕ່ຕອນນັ້ນເທົ່ານັ້ນ ເຈົ້າຈຶ່ງຈະສາມາດມາຢູ່ຕໍ່ໜ້າພຣະເຈົ້າ ແລະ ມີຄວາມຫວັງທີ່ຈະບັນລຸຄວາມລອດພົ້ນໄດ້. ນອກເໜືອຈາກການກ່າວເພື່ອສະໜອງຄວາມຈິງໃຫ້ແກ່ຜູ້ຄົນ ແລະ ການເຮັດວຽກງານແຫ່ງການລົງທັນ, ການພິພາກສາ ແລະ ການຊ່ວຍຜູ້ຄົນໃຫ້ລອດພົ້ນແລ້ວ, ຄວາມຈິງແລ້ວ ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຍັງໃຫ້ການຊີ້ແນະທີ່ເປັນປະໂຫຍດບາງຢ່າງກ່ຽວກັບບາງເລື່ອງໃນຊີວິດຂອງຜູ້ຄົນອີກດ້ວຍ. ເຖິງແມ່ນວ່າວຽກງານນີ້ຈະບໍ່ກ່ຽວຂ້ອງກັບຄວາມຈິງ ຫຼື ວຽກງານການຊ່ວຍຜູ້ຄົນໃຫ້ລອດພົ້ນ ແລະ ບໍ່ແມ່ນວຽກງານທີ່ລວມຢູ່ໃນພັນທະກິດຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງກໍຕາມ, ໃນການຕິດຕໍ່ ແລະ ການພົວພັນຂອງເຮົາກັບຜູ້ຄົນໃນຄຣິສຕະຈັກຄົນຈີນໃນສະຫະລັດອາເມຣິກາ, ເຮົາກໍໄດ້ໃຫ້ການຊີ້ແນະ, ການຕຳນິ ແລະ ການແກ້ໄຂຫຼາຍຢ່າງກ່ຽວກັບບັນຫາໃນຊີວິດຂອງພວກເຂົາເຊັ່ນກັນ. ແມ່ນບໍ? (ແມ່ນແລ້ວ). ນີ້ຄືວຽກງານທີ່ເຮົາພຽງແຕ່ເຮັດຜ່ານໆເທົ່ານັ້ນ. ຈາກພາຍນອກຄົນສ່ວນໃຫຍ່ເບິ່ງຄືວ່າພວກເຂົາມີຄວາມສາມາດຢູ່ແດ່ ແຕ່ພວກເຂົາບໍ່ສາມາດແບກຮັບວຽກງານໄດ້ແມ່ນແຕ່ຢ່າງດຽວ ແລະ ແມ່ນແຕ່ສະພາບແວດລ້ອມການດຳລົງຊີວິດຂອງພວກເຂົາກໍວຸ້ນວາຍຢ່າງສິ້ນເຊີງ. ເມື່ອເຫັນວ່າໂດຍພື້ນຖານແລ້ວເບິ່ງຄືວ່າບໍ່ມີຄວາມຫວັງເລີຍທີ່ຈະໃຫ້ຄົນເຫຼົ່ານີ້ຮັກສາສະພາບແວດລ້ອມການດຳລົງຊີວິດຂອງພວກເຂົາໃຫ້ເປັນລະບຽບຮຽບຮ້ອຍ ແລະ ເຮັດໃຫ້ຊີວິດຂອງພວກເຂົາເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໄດ້ ແມ່ນແຕ່ພາຍໃນສິບປີກໍຕາມ, ເຮົາຈຶ່ງໄດ້ມີສ່ວນຮ່ວມ ແລະ ຊີ້ແນະພວກເຂົາໃນບາງເລື່ອງ, ຊ່ວຍພວກເຂົາຈັດເດີ່ນບ້ານໃຫ້ເປັນລະບຽບ ແລະ ຈັດແຈງສະພາບແວດລ້ອມ. ໃນບາງສະຖານທີ່, ໂຕະ, ຕັ່ງ, ໂຊຟາ ແລະ ກະຖັງຕົ້ນໄມ້ປະດັບໃນຫ້ອງ, ຮູບພາບ ແລະ ແວ່ນແຍງທີ່ແຂວນຢູ່ເທິງຝາ ແລະ ສິ່ງຂອງໃນຫ້ອງນໍ້າລ້ວນແຕ່ບໍ່ເປັນລະບຽບຢ່າງສິ້ນເຊີງ. ຖ້າຈະອະທິບາຍດ້ວຍສອງວະລີ, ມັນກໍຄື “ບໍ່ເປັນລະບຽບຢ່າງສິ້ນເຊີງ”, ເຮັດໃຫ້ເຈົ້າ “ບໍ່ມີແມ່ນແຕ່ບ່ອນຈະຢືນ”. ເຖິງຂັ້ນທີ່ວ່າພຽງແຕ່ພະຍາຍາມຍ່າງໄປມາຢູ່ຂ້າງໃນກໍຈະເຮັດໃຫ້ເຈົ້າກັງວົນວ່າເຈົ້າອາດຈະຕຳບາງສິ່ງບາງຢ່າງ. ທຸກຄັ້ງທີ່ເຮົາໄປບ່ອນນັ້ນ, ເຮົາຮູ້ສຶກອຶດອັດຢູ່ຂ້າງໃນຈົນທົນບໍ່ໄດ້. ການເຫັນວິທີທີ່ສິ່ງຕ່າງໆຖືກຈັດແຈງຢູ່ຂ້າງໃນເຮັດໃຫ້ເຮົາຮູ້ສຶກບໍ່ສະບາຍໃຈ. ສິ່ງຂອງທຸກປະເພດຖືກກອງສຸມໄວ້ເປັນກອງ, ໂດຍມີຫຼາຍສິ່ງຫຼາຍຢ່າງຖືກວາງໄວ້ຜິດບ່ອນ. ເຂົ້າສານ ແລະ ແປ້ງເປັນຖັງໆຖືກກອງສຸມໄວ້ໃນຫ້ອງໜັງສື ແຕ່ພັດບໍ່ມີຫຍັງເລີຍໃນຕູ້ຄົວທີ່ສ້າງໄວ້ສຳລັບເກັບມ້ຽນທັນຍາພືດ. ມີໄຂຄວງຢູ່ເທິງຊັ້ນວາງຈານ ແລະ ມີກ່ອງເຄື່ອງມືຢູ່ໃນຕູ້ເຢັນ. ເຮົາບອກຜູ້ຄົນຢູ່ບ່ອນນັ້ນວ່າ “ເຄື່ອງມືຂອງພວກເຈົ້າຈຳເປັນຕ້ອງຖືກແຊ່ແຂງບໍ? ພວກເຈົ້າຢ້ານວ່າພວກມັນຢູ່ຂ້າງນອກແລ້ວຈະຮ້ອນເກີນໄປບໍ?” ເຮົາພຽງແຕ່ພົບວ່າມັນເປັນເລື່ອງທີ່ເຫຼືອເຊື່ອ. ເຮົາມີນິໄສຢ່າງໜຶ່ງຄື: ເມື່ອກ້າວເຂົ້າໄປໃນເຮືອນ, ເຮົາມັກຈະເບິ່ງກ່ອນວ່າສະຖານທີ່ນັ້ນຖືກຈັດແຈງຢ່າງເປັນລະບຽບ ແລະ ຢ່າງເໝາະສົມ ຫຼື ບໍ່ ແລະ ສິ່ງຂອງແຕ່ລະຢ່າງຖືກວາງໄວ້ໃນບ່ອນທີ່ມັນຄວນຢູ່ ຫຼື ບໍ່. ເຮົາສັງເກດເບິ່ງສະຖານທີ່ຂອງພວກເຂົາສອງສາມຄັ້ງ ແລະ ທົນເບິ່ງມັນບໍ່ໄດ້ອີກຕໍ່ໄປແທ້ໆ. ເຮົາເວົ້າວ່າ “ມື້ນີ້ເຮົາມີເວລາຫວ່າງ, ສະນັ້ນ ເຮົາຈະຈັດສະຖານທີ່ຂອງພວກເຈົ້າໃຫ້ເປັນລະບຽບເພື່ອພວກເຈົ້າ. ຫຼັງຈາກທີ່ເຮົາຈັດເປັນລະບຽບແລ້ວ, ຖ້າພວກເຈົ້າຄິດວ່າມັນເໝາະສົມ, ກໍຮັກສາມັນໄວ້ແບບນີ້; ຖ້າພວກເຈົ້າຄິດວ່າມັນບໍ່ເໝາະສົມ, ພວກເຈົ້າກໍສາມາດປ່ຽນແປງມັນໄດ້”. ເຮົາສັງເກດເບິ່ງຜ່ານໆວ່າມີເຄື່ອງເຮືອນພື້ນຖານຫຍັງແດ່ ແລະ ຈາກນັ້ນ ໂດຍອີງໃສ່ຂະໜາດ ແລະ ໂຄງສ້າງຂອງສະຖານທີ່, ເຮົາກໍໃຫ້ທຸກຄົນເອົາເຄື່ອງເຮືອນ, ເຄື່ອງໃຊ້ໃນຄົວຕ່າງໆ ແລະ ເຄື່ອງນຸ່ງຂອງພວກເຂົາໄປໄວ້ໃນບ່ອນຂອງພວກມັນ, ໂດຍຈັດແຈງພວກມັນຢ່າງເໝາະສົມ. ເຮົາຍັງໃຫ້ພວກເຂົາປັດກວາດໃຍແມງມຸມ, ລວມທັງດິນຊາຍ ແລະ ຂີ້ຝຸ່ນທີ່ຢູ່ເທິງພື້ນ. ຫຼັງຈາກທີ່ຈັດເປັນລະບຽບແລ້ວ, ທຸກຄົນກໍຮູ້ສຶກດີກັບຜົນຮັບຫຼາຍພໍສົມຄວນ. ຕໍ່ມາ ພວກເຂົາກໍຮັກສາການຈັດແຈງພື້ນຖານນີ້ໄວ້; ພວກເຂົາພຽງແຕ່ຕ້ອງຮັກສາມັນໃຫ້ສະອາດ. ເຮົາຍັງໄດ້ຊ່ວຍຜູ້ຄົນອອກແບບສະພາບແວດລ້ອມເດີ່ນບ້ານຂອງພວກເຂົາອີກດ້ວຍ. ພວກເຮົາປູກຕົ້ນໄມ້ທີ່ອອກດອກໄວ້ໃນບາງບ່ອນ ແລະ ປູກຕົ້ນເມເປິນໄວ້ໃນບ່ອນອື່ນໆ ແລະ ປູກດອກໄມ້ບາງຊະນິດໄວ້ໃນໜານດອກໄມ້. ການຈັດສວນແບບນີ້ເບິ່ງງາມພໍສົມຄວນ. ຫຼັງຈາກທີ່ຈັດແຈງທຸກຢ່າງແລ້ວ, ໃນບາງສະຖານທີ່ ມັນກໍໄດ້ຮັບການເບິ່ງແຍງເປັນຢ່າງດີ, ໃນຂະນະທີ່ໃນບາງສະຖານທີ່ ບໍ່ມີໃຜໃສ່ໃຈສິ່ງຕ່າງໆຢ່າງຈິງຈັງ ແລະ ພວກເຂົາກໍບໍ່ເບິ່ງແຍງຫຍັງເລີຍ. ເມື່ອດອກໄມ້ ແລະ ຕົ້ນໄມ້ໃຫຍ່ຂຶ້ນ ແລະ ແຕກກິ່ງກ້ານສາຂາ, ພວກເຂົາກໍບໍ່ຮູ້ຊໍ້າວ່າພວກເຂົາຄວນຕັດແຕ່ງພວກມັນ. ເຮົາເຄີຍສົງໄສວ່າ ຄົນເຫຼົ່ານີ້ຫົວຊ້າ ຫຼື ວ່າແນວໃດ? ຫຼັງຈາກທີ່ຈັດແຈງສະພາບແວດລ້ອມແລ້ວ, ພວກເຂົາກໍບໍ່ຮູ້ວ່າມັນດີ ຫຼື ບໍ່ ແລະ ພວກເຂົາກໍບໍ່ສາມາດບອກໄດ້ວ່າຄວນວາງສິ່ງໃດໄວ້ບ່ອນໃດ. ເຈົ້າເອົາໂຕະໜຶ່ງໜ່ວຍໄປໄວ້ໃນຫ້ອງ, ເອົາໂຄມໄຟຕັ້ງໂຕະໜຶ່ງໜ່ວຍວາງໄວ້ເທິງໂຕະນັ້ນ ແລະ ເອົາຕັ່ງສອງສາມໜ່ວຍວາງໄວ້ອ້ອມຮອບມັນ. ໃນຕອນກາງຄືນ ການອ່ານໜັງສື ແລະ ຟັງເພງສັນລະເສີນພາຍໃຕ້ແສງໂຄມໄຟ, ມັນຂ້ອນຂ້າງດີສຳລັບຄົນໃດໜຶ່ງທີ່ຈະເຮັດການເຝົ້າດ່ຽວຝ່າຍວິນຍານຂອງພວກເຂົາຢ່າງງຽບໆຢູ່ບ່ອນນີ້. ຄົນທີ່ບໍ່ເຂົ້າໃຈເລື່ອງນີ້ຮູ້ສຶກວ່າເຄື່ອງຂອງໃນຫ້ອງຍັງມີບໍ່ພໍ, ພວກເຂົາຈຶ່ງເອົາໂຕະນ້ອຍອີກສອງໜ່ວຍເຂົ້າມາ ແລະ ກອງເຂົ້າສານ, ແປ້ງ ແລະ ອາຫານໝາໄວ້ເທິງໂຕະ. ບ່ອນໃດກໍຕາມທີ່ມີພື້ນທີ່ຫວ່າງເລັກນ້ອຍ, ພວກເຂົາກໍຍັດສິ່ງຂອງເຂົ້າໄປ, ເຮັດໃຫ້ຫ້ອງຮົກເຮື້ອຈົນເບິ່ງຄືກັບສາງເກັບເຄື່ອງ. ພວກເຂົາຮູ້ສຶກວ່າມັນບໍ່ສະດວກທີ່ຈະເອົາສິ່ງຂອງເມື່ອພວກມັນຖືກຈັດແຍກ ແລະ ເກັບມ້ຽນໄວ້ ແລະ ມັນສະດວກກວ່າທີ່ຈະຈັບເອົາສິ່ງຂອງເຫຼົ່ານັ້ນໄດ້ຕະຫຼອດເວລາເມື່ອທຸກຢ່າງຖືກກອງໄວ້ນຳກັນ. ເຮົາເວົ້າວ່າ “ນີ້ຄືສະພາບແວດລ້ອມສຳລັບໃຫ້ຜູ້ຄົນດຳລົງຊີວິດ. ຖ້າເຈົ້າບໍ່ຮູ້ວິທີເບິ່ງແຍງ ຫຼື ຮັກສາມັນ, ການດຳລົງຊີວິດແບບນີ້ຈະຕ່າງຫຍັງກັບການດຳລົງຊີວິດຢູ່ໃນຄອກໝູ?” ບາງຄົນເບິ່ງວິທີທີ່ເຮົາຮັກສາສະພາບແວດລ້ອມການດຳລົງຊີວິດໃຫ້ເປັນລະບຽບຮຽບຮ້ອຍ ແລະ ຮຽນຮູ້ຈາກສິ່ງນີ້; ພວກເຂົາສາມາດເກັບກຳບາງສິ່ງບາງຢ່າງ ແລະ ເຂົ້າໃຈໄດ້ເລັກນ້ອຍ. ແຕ່ບາງຄົນກໍບໍ່ພະຍາຍາມຮຽນຮູ້ດ້ວຍຊໍ້າ; ພວກເຂົາບໍ່ເຄີຍເບິ່ງແຍງສະພາບແວດລ້ອມໃນການດຳລົງຊີວິດຂອງພວກເຂົາເອງ ຫຼື ສຸຂະອະນາໄມສ່ວນຕົວຂອງພວກເຂົາເລີຍ. ບໍ່ວ່າເຮົາຈະໄປໃສກໍຕາມ, ຖ້າເຮົາເຫັນວ່າສະຖານທີ່ນັ້ນຂ້ອນຂ້າງສະອາດ, ບໍ່ມີສິ່ງຂອງຫຼາຍເກີນໄປ ແລະ ມັນບໍ່ໄດ້ຫຼູຫຼາ ແຕ່ມັນຂ້ອນຂ້າງເປັນລະບຽບ, ບໍ່ຮົກເຮື້ອໄປໝົດ ແລະ ບໍ່ມີຂີ້ເຫຍື້ອ, ເຮົາກໍຮູ້ສຶກເຕັມໃຈຫຼາຍທີ່ຈະພັກຢູ່ບ່ອນນັ້ນ. ເຮົາຮູ້ສຶກວ່າສະຖານທີ່ນີ້ດີຫຼາຍແທ້ໆ; ມັນສະຫວ່າງ ແລ້ວກໍສະອາດ ແລະ ງຽບສະຫງົບ. ສະຖານທີ່ທີ່ເຮົາອາໄສຢູ່ເອງບໍ່ຈຳເປັນຕ້ອງມີສິ່ງຂອງທີ່ຫຼູຫຼາ ຫຼື ເຄື່ອງເຮືອນທີ່ຟຸ່ມເຟືອຍ. ໂຄມໄຟຊໍ່, ບ່ອນນອນຊິມມອນ, ເຄື່ອງເຮືອນແບບເອີຣົບ, ເຮົາບໍ່ຕ້ອງການສິ່ງເຫຼົ່ານີ້. ພຽງແຕ່ຕຽງນອນທຳມະດາ, ໂຕະແຕ່ງໜ້າ, ໂຕະເຮັດວຽກ ແລະ ຕັ່ງໜຶ່ງໜ່ວຍ. ເມື່ອນັ່ງຢູ່ບ່ອນນັ້ນ, ເຮົາສາມາດອ່ານໜັງສື, ໃຊ້ຄອມພິວເຕີ ແລະ ຟັງເພງໄດ້. ນີ້ກໍຂ້ອນຂ້າງດີ ແລະ ຮຽບງ່າຍພໍສົມຄວນແລ້ວ. ການມີສິ່ງຂອງທີ່ຮຽບງ່າຍບໍ່ແມ່ນສິ່ງສຳຄັນຫຼັກ. ສິ່ງສຳຄັນຫຼັກແມ່ນຫຍັງ? ມັນຄືການທີ່ທຸກຢ່າງຖືກຈັດວາງຢ່າງເປັນລະບຽບ. ໜັງສືຖືກຈັດລຽງຢ່າງເປັນລະບຽບຢູ່ບ່ອນນັ້ນ. ແມ່ນແຕ່ເຄື່ອງນຸ່ງທີ່ເຮົາບໍ່ໄດ້ນຸ່ງໃນຕອນນີ້, ເຮົາກໍບໍ່ໄດ້ພຽງແຕ່ໂຍນພວກມັນປະໄວ້ຢ່າງບໍ່ໃສ່ໃຈ; ແຕ່ເຮົາພັບພວກມັນ ແລະ ເກັບມ້ຽນພວກມັນຢ່າງເປັນລະບຽບ, ເມື່ອເບິ່ງເຄື່ອງນຸ່ງເຫຼົ່ານັ້ນ ເຈົ້າກໍສາມາດບອກໄດ້ວ່າພວກມັນຖືກຈັດເປັນລະບຽບແລ້ວ. ບໍ່ມີຂີ້ຝຸ່ນຢູ່ເທິງໂຕະ ຫຼື ຕູ້ເສື້ອຜ້າ; ຖ້າມີ ເຮົາກໍຈະເຊັດມັນອອກ. ເມື່ອເຮົາໄປບາງສະຖານທີ່ ແລະ ເຫັນວ່າຫ້ອງຕ່າງໆຂ້ອນຂ້າງສະອາດ, ມັນກໍສະແດງໃຫ້ເຫັນວ່າເຈົ້າຂອງເຮືອນຂ້ອນຂ້າງຈິງຈັງກັບຄວາມສະອາດ. ໃນບາງສະຖານທີ່ ສິ່ງຂອງໃນຫ້ອງຕ່າງໆບໍ່ເປັນລະບຽບໄປໝົດ ແລະ ມັນກໍເປິເປື້ອນເປັນພິເສດອີກດ້ວຍ, ໂດຍມີເສັ້ນຜົມ, ຂີ້ຝຸ່ນ, ໃຍແມງມຸມ, ແມງໄມ້ ແລະ ສິ່ງອື່ນໆທຸກຢ່າງ; ມັນເບິ່ງໜ້າລັງກຽດ. ເຮົາຈະບໍ່ເຕັມໃຈໄປສະຖານທີ່ແບບນັ້ນ. ສະຖານທີ່ທີ່ເຮົາມັກພັກອາໄສບໍ່ຈຳເປັນຕ້ອງສະດວກສະບາຍເປັນພິເສດ ແຕ່ພວກມັນຈະຕ້ອງເປັນລະບຽບ ແລະ ສະອາດຢ່າງແນ່ນອນ. ໃນບາງສະຖານທີ່ ເຈົ້າສາມາດໄດ້ກິ່ນແປກໆທັນທີທີ່ເຈົ້າເຂົ້າໄປຂ້າງໃນ ແລະ ບໍ່ມີໃຜຈັດສິ່ງຂອງໃນຫ້ອງໃຫ້ເປັນລະບຽບ; ມັນຮົກເຮື້ອໄປໝົດ. ເຮົາຈະບໍ່ເຕັມໃຈພັກຢູ່ໃນສະຖານທີ່ແບບນັ້ນ. ຖ້າເຮົາຈຳເປັນຕ້ອງໄປບ່ອນນັ້ນເພື່ອຈັດການບາງສິ່ງບາງຢ່າງ, ເຮົາກໍສາມາດພະຍາຍາມອົດທົນກັບມັນໄດ້ ແຕ່ເມື່ອເຮົາເຖິງຂີດຈຳກັດຂອງເຮົາ, ເຮົາກໍຈະໃຫ້ພວກເຂົາຈັດມັນໃຫ້ເປັນລະບຽບ. ບາງຄົນບໍ່ເຕັມໃຈທີ່ຈະຈັດໃຫ້ເປັນລະບຽບ, ໃນກໍລະນີດັ່ງກ່າວ ເຮົາກໍຈະເວົ້າຢ່າງກົງໄປກົງມາ. ເຮົາເວົ້າວ່າ “ຈັດຄອກໝູຂອງເຈົ້າໃຫ້ເປັນລະບຽບແດ່!” ບອກເຮົາເບິ່ງ, ຖ້າຄົນໃດໜຶ່ງບໍ່ຮູ້ແມ່ນແຕ່ວິທີເບິ່ງແຍງສະພາບແວດລ້ອມໃນການດຳລົງຊີວິດຂອງພວກເຂົາເອງ, ພວກເຂົາຈະສາມາດເຮັດຫຍັງໃຫ້ສຳເລັດໄດ້? ໃນບາງສະຖານທີ່ ເຮືອນຄົວຖືກເກັບຮັກສາໃຫ້ສະອາດຫຼາຍ. ໂດຍພື້ນຖານແລ້ວແມ່ນບໍ່ມີແມງວັນ, ບໍ່ມີຂີ້ຝຸ່ນຢູ່ເທິງໂຕະກິນເຂົ້າ, ອາຫານທີ່ເຫຼືອຖືກຄຸມໄວ້ດ້ວຍຝາຊີຕາໜ່າງ, ບໍ່ມີຄາບນໍ້າຢູ່ອ້ອມອ່າງລ້າງຈານ, ຜ້າເຊັດທຸກຜືນສະອາດ ແລະ ເປັນລະບຽບ ແລະ ບໍ່ມີຄາບນໍ້າມັນຢູ່ເທິງມືຈັບປະຕູຕູ້ໃດໆເລີຍ. ມັນສະອາດຫຼາຍ! ນີ້ຄືການຮູ້ຈັກວິທີເບິ່ງແຍງສະພາບແວດລ້ອມໃນການດຳລົງຊີວິດ. ເຖິງຢ່າງໃດກໍຕາມ ຄົນສ່ວນໃຫຍ່ບໍ່ຮູ້ຈັກວິທີເບິ່ງແຍງສະພາບແວດລ້ອມໃນການດຳລົງຊີວິດຂອງພວກເຂົາ. ເຖິງແມ່ນວ່າເຈົ້າຈະຊ່ວຍພວກເຂົາຈັດຫ້ອງຂອງພວກເຂົາໃຫ້ເປັນລະບຽບ, ພວກເຂົາກໍສາມາດຮັກສາມັນໄວ້ແບບນັ້ນໄດ້ພຽງສອງສາມມື້ເທົ່ານັ້ນ. ຖ້າເຈົ້າກັບໄປອີກສອງສາມມື້ຕໍ່ມາ, ພວກມັນກໍຈະປ່ຽນໄປຈົນຈື່ສະພາບກ່ອນໜ້າບໍ່ໄດ້ເລີຍ; ເຈົ້າຈະຄິດວ່າເຈົ້າຍ່າງເຂົ້າຜິດຫ້ອງ. ເຖິງຢ່າງໃດກໍຕາມ ໃນສະຖານທີ່ສ່ວນໃຫຍ່, ເຮົາບໍ່ໄດ້ເຂົ້າໄປໃນຫ້ອງນອນຂອງໃຜກໍໄດ້; ເຮົາພຽງແຕ່ໄປພື້ນທີ່ສ່ວນລວມ ເຊັ່ນ: ຫ້ອງຮັບແຂກ, ຫ້ອງຄົວ ແລະ ຫ້ອງກິນເຂົ້າ. ຖ້າເຮົາພົບພື້ນທີ່ທີ່ບໍ່ຖືກສຸຂະອະນາໄມ, ເຮົາກໍຈະຈັດພວກມັນໃຫ້ເປັນລະບຽບຈັກໜຶ່ງ ຫຼື ສອງບ່ອນ. ສຳລັບສະຖານທີ່ທີ່ເຮົາບໍ່ຄ່ອຍໄດ້ໄປ, ພວກເຂົາສາມາດຈັດແຈງພວກມັນແນວໃດກໍໄດ້ຕາມໃຈມັກ.

ບາງຄົນຈັດແຕ່ງຕົນເອງໃຫ້ສະອາດໄດ້ດີຫຼາຍເມື່ອຖ່າຍທຳຮູບເງົາ ຫຼື ລາຍການຮ້ອງເພງ ແລະ ເຕັ້ນລຳ, ເບິ່ງແຕ່ງຕົວດີພໍສົມຄວນ. ແຕ່ບາງຄັ້ງ ພາຍໃຕ້ສະຖານະການພິເສດ, ພວກເຮົາຈຳເປັນຕ້ອງໂທວິດີໂອເພື່ອປຶກສາຫາລືເລື່ອງວຽກງານ ແລະ ໂດຍທີ່ບໍ່ໄດ້ກຽມຕົວ, ແຕ່ງໜ້າ ຫຼື ແຕ່ງຕົວ, ພວກເຂົາກໍຮັບສາຍໂທວິດີໂອ; ທັນທີທີ່ເຮົາເຫັນພວກເຂົາ, ເຮົາກໍຄິດວ່າ “ເປັນຫຍັງຄົນເຫຼົ່ານີ້ຈຶ່ງເບິ່ງແຕ່ງຕົວບໍ່ຮຽບຮ້ອຍແບບນີ້? ພວກເຂົາບໍ່ແມ່ນແຕ່ຈະຈັດແຈງຕົນເອງໃຫ້ເປັນລະບຽບ. ພວກເຂົາຫຍຸ້ງຂະໜາດນັ້ນແທ້ໆບໍ?” ບາງຄົນເຊື່ອງຂີ້ເຫຍື້ອຈຳນວນຫຼາຍໄວ້ທົ່ວຫ້ອງນອນຂອງພວກເຂົາ. ພວກເຂົາເຊື່ອງອາຫານຈຳນວນຫຼາຍໄວ້ກ້ອງໝອນ ແລະ ຜ້າຫົ່ມຂອງພວກເຂົາ ເຊັ່ນ: ຄຸກກີ້, ແກ່ນດອກຕາເວັນ ແລະ ອື່ນໆ ພ້ອມທັງຊຸດຊັ້ນໃນ, ຖົງຕີນ ແລະ ແມ່ນແຕ່ຄອມພິວເຕີ, ໂທລະສັບມືຖື, ປຶ້ມບັນທຶກ ແລະ ອື່ນໆ. ເມື່ອພວກເຂົາໄປນອນໃນຕອນກາງຄືນ, ພວກເຂົາຕ້ອງຍູ້ສິ່ງເຫຼົ່ານີ້ໄປໄວ້ຂ້າງໆເພື່ອໃຫ້ມີບ່ອນນອນ. ຄົນເຫຼົ່ານີ້ບໍ່ສາມາດຮັກສາພື້ນທີ່ເທິງຕຽງນອນຂອງພວກເຂົາທີ່ມີຂະໜາດບໍ່ຮອດສີ່ຕາແມັດໃຫ້ເປັນລະບຽບໄດ້ດ້ວຍຊໍ້າ. ພວກເຂົາວາງທຸກຢ່າງໄວ້ເທິງຕຽງນອນຂອງພວກເຂົາ ແລະ ໃຜຈະຮູ້ວ່າພວກເຂົາອາດຈະປ່ອຍປະໄວ້ຈັກມື້ໂດຍບໍ່ທຳຄວາມສະອາດມັນ. ເມື່ອຜ້າຫົ່ມຂອງພວກເຂົາຊຸ່ມ ແລະ ມີກິ່ນອັບ, ພວກເຂົາກໍບໍ່ເອົາພວກມັນໄປຕາກແດດ. ທັນທີທີ່ເຈົ້າເຂົ້າໄປໃນຫ້ອງ, ເຈົ້າກໍສາມາດໄດ້ກິ່ນເໝັນ, ເຊິ່ງມັນກໍບໍ່ດີຕໍ່ສຸຂະພາບຂອງພວກເຂົາເຊັ່ນກັນ. ບໍ່ວ່າຈະເປັນເຮືອນປະເພດໃດກໍຕາມ, ຫ້ອງນອນຕ້ອງມີການລະບາຍອາກາດ. ອາກາດຈະສົດຊື່ນໄດ້ກໍຕໍ່ເມື່ອເຈົ້າປ່ອຍໃຫ້ແສງແດດສ່ອງເຂົ້າມາ. ຜ້າປູຕຽງທີ່ເຈົ້ານອນ ແລະ ຜ້າຫົ່ມທີ່ເຈົ້າຫົ່ມຕ້ອງເອົາໄປຕາກແດດເປັນບາງຄັ້ງຄາວ. ຖ້າພວກມັນເລີ່ມມີກິ່ນແປກໆ ຫຼື ເປິເປື້ອນ, ກໍຕ້ອງຊັກພວກມັນ. ນີ້ຄືວິທີດຽວທີ່ຈະຮັກສາສຸຂະອະນາໄມໄດ້. ນອກຈາກນີ້ ການວາງສິ່ງຂອງປະປົນກັນໄວ້ກ້ອງໝອນກໍເປັນສິ່ງທີ່ຍອມຮັບບໍ່ໄດ້ຢ່າງເດັດຂາດ; ເມື່ອມີສິ່ງຂອງເຫຼົ່ານັ້ນຢູ່ບ່ອນນັ້ນ, ເຮົາກໍນອນບໍ່ຫຼັບ. ບາງຄົນມີນິໄສແບບນີ້ຄື: ພວກເຂົາຍັດເຄື່ອງໃຊ້ສ່ວນຕົວທັງໝົດຂອງພວກເຂົາໄວ້ກ້ອງໝອນ ແລະ ກ້ອງຜ້າປູທີ່ນອນຂອງພວກເຂົາ. ຖ້າພວກເຂົາຊອກຫາບາງສິ່ງບາງຢ່າງບໍ່ເຫັນ, ຮັບປະກັນໄດ້ເລີຍວ່າພວກເຂົາຈະສາມາດຊອກຫາມັນເຫັນຢູ່ບ່ອນນັ້ນ. ບໍ່ແມ່ນແຕ່ຜູ້ຊາຍເທົ່ານັ້ນທີ່ມີນິໄສທີ່ບໍ່ດີເຫຼົ່ານີ້; ແຕ່ໜ້າແປກໃຈທີ່ບາງຄົນກໍເປັນຍິງສາວ. ໂດຍປົກກະຕິແລ້ວ ຄົນເຫຼົ່ານີ້ເບິ່ງຄືວ່າສະອາດພໍສົມຄວນຢູ່ພາຍນອກ. ເມື່ອຖ່າຍທຳວິດີໂອ ແລະ ເຮັດລາຍການ, ພວກເຂົາເບິ່ງຮຽບຮ້ອຍໜ້າເບິ່ງຫຼາຍ ແລະ ຮູບຮ່າງໜ້າຕາຂອງພວກເຂົາກໍບໍ່ຂີ້ຮ້າຍເຊັ່ນກັນ. ພວກເຂົາເບິ່ງມີຊີວິດຊີວາ ແລະ ມີສະເໜ່ພໍສົມຄວນ. ເປັນຫຍັງພວກເຂົາຈຶ່ງບໍ່ຮູ້ແມ່ນແຕ່ວິທີເບິ່ງແຍງສະພາບແວດລ້ອມການດຳລົງຊີວິດສ່ວນຕົວຂອງພວກເຂົາ ແລະ ບໍ່ສາມາດຮັກສາແມ່ນແຕ່ສຸຂະອະນາໄມພື້ນຖານໄດ້? ບອກເຮົາເບິ່ງວ່າ ຄົນແບບນັ້ນຈະສາມາດເຮັດຫຍັງໃຫ້ສຳເລັດໄດ້? ການເຮັດສິ່ງໃດກໍຕາມລ້ວນແຕ່ຮຽກຮ້ອງໃຫ້ມີວິໄນໃນຕົນເອງ; ເຈົ້າຄວນເຮັດສິ່ງຕ່າງໆຢ່າງມີລະບົບ ແລະ ເປັນຂັ້ນຕອນ ພ້ອມທັງມີຄວາມເຂັ້ມງວດ, ລະອຽດຮອບຄອບ, ເອົາຈິງເອົາຈັງ ແລະ ຮັບຜິດຊອບ, ເຈົ້າຕ້ອງມີຄຸນລັກສະນະເຫຼົ່ານີ້ຂອງຄວາມເປັນມະນຸດ. ຖ້າເມື່ອເວົ້າເຖິງພື້ນທີ່ສ່ວນຕົວ ແລະ ສະພາບແວດລ້ອມຂອງເຈົ້າເອງ, ເຈົ້າມີທັດສະນະຄະຕິທີ່ຂີ້ຄ້ານ, ຫຍ່ອນຍານ, ບໍ່ໃສ່ໃຈ ແລະ ບໍ່ຮັບຜິດຊອບ, ແລ້ວເຈົ້າຈະສາມາດເຮັດວຽກງານຕ່າງໆຂອງຄຣິສຕະຈັກໃຫ້ດີໄດ້ແນວໃດ? ບາງຄົນເວົ້າວ່າ “ຂ້ອຍຫຍຸ້ງກັບວຽກຫຼາຍເກີນໄປ. ຂ້ອຍບໍ່ມີເວລາເບິ່ງແຍງສິ່ງເຫຼົ່ານີ້”. ນີ້ບໍ່ແມ່ນຂໍ້ອ້າງບໍ? (ແມ່ນແລ້ວ). ເວົ້າກົງໆກໍຄື ຄົນແບບນັ້ນພຽງແຕ່ຂີ້ຄ້ານເທົ່ານັ້ນ.

ຜູ້ຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິລ້ວນແຕ່ມີຂໍ້ກຳນົດສຳລັບສະພາບແວດລ້ອມໃນການດຳລົງຊີວິດຂອງພວກເຂົາ. ເຮົາກໍມີຂໍ້ກຳນົດສຳລັບສະພາບແວດລ້ອມໃນການດຳລົງຊີວິດຂອງເຮົາເຊັ່ນກັນ. ຢ່າງໜ້ອຍທີ່ສຸດ ມັນຕ້ອງຖືກສຸຂະອະນາໄມ, ສະອາດ ແລະ ເປັນລະບຽບ ພ້ອມທັງເບິ່ງແລ້ວສະບາຍຕາ. ເຮົາຈະບໍ່ເວົ້າເຖິງເລື່ອງນີ້ອີກຕໍ່ໄປ. ໃຫ້ເຮົາມາເບິ່ງການສ້າງ ແລະ ການຄຸ້ມຄອງສັບພະສິ່ງທັງປວງຂອງພຣະເຈົ້າ, ພຣະອົງຄຸ້ມຄອງສິ່ງເຫຼົ່ານີ້ໄດ້ດີບໍ? ສັບພະສິ່ງທັງປວງທີ່ຖືກສ້າງຂຶ້ນໂດຍພຣະເຈົ້າ ນັ້ນກໍຄືແມ່ນໍ້າ ແລະ ທະເລສາບທີ່ມີທຸກສິ່ງທຸກຢ່າງຢູ່ໃນນັ້ນ, ພູເຂົາ, ແອ່ງນ້ຳ ແລະ ທົ່ງພຽງ ພ້ອມທັງສັດ ແລະ ພືດທຸກຊະນິດ ລ້ວນແຕ່ຖືກຄຸ້ມຄອງໂດຍພຣະອົງ. ບອກເຮົາເບິ່ງວ່າ ພຣະເຈົ້າຄຸ້ມຄອງສິ່ງເຫຼົ່ານີ້ໄດ້ດີບໍ? (ດີ). ສິ່ງທີ່ມີຊີວິດທຸກຊະນິດຖືກຄຸ້ມຄອງເປັນຢ່າງດີບໍ? (ດີ). ມີສິ່ງໃດທີ່ວຸ້ນວາຍ ຫຼື ຄຸມເຄືອບໍ? (ບໍ່ມີ, ພຣະເຈົ້າຄຸ້ມຄອງສິ່ງເຫຼົ່ານີ້ຢ່າງເປັນລະບຽບຮຽບຮ້ອຍ ແລະ ຢ່າງມີລະບົບ). ພຣະເຈົ້າຄຸ້ມຄອງສິ່ງເຫຼົ່ານີ້ດ້ວຍຄວາມສະໝໍ່າສະເໝີ, ຄວາມເປັນລະບຽບຮຽບຮ້ອຍ, ການຈັດຕັ້ງ ແລະ ຄວາມຊັດເຈນ ພ້ອມທັງມີຄວາມເຂັ້ມງວດ ແລະ ຄວາມແມ່ນຢຳເປັນພິເສດ. ຖ້າຈະເວົ້າໃນພາສາຂອງມະນຸດກໍຄື ການຄຸ້ມຄອງສິ່ງເຫຼົ່ານີ້ຂອງພຣະອົງນັ້ນເປັນລະບຽບຮຽບຮ້ອຍ ແລະ ເປັນລະບົບເປັນພິເສດ, ໂດຍບໍ່ມີສິ່ງໃດແຊກແຊງສິ່ງອື່ນ ແລະ ບໍ່ມີສິ່ງໃດທີ່ວຸ້ນວາຍ. ເຈົ້າເຫັນບໍ ມະຫາສະໝຸດມີເຂດແດນຂອງພວກມັນ, ແມ່ນໍ້າມີຂອບເຂດຂອງພວກມັນ ແລະ ພູເຂົາ, ແຜ່ນດິນ ແລະ ທົ່ງພຽງກໍມີໜ້າທີ່ຂອງພວກມັນເອງ. ຕົ້ນໄມ້ຊະນິດໃດເຕີບໃຫຍ່ໃນສະຖານທີ່ໃດ ແລະ ສັດ, ນົກ ແລະ ສັດປ່າເຕີບໃຫຍ່ໃນສະພາບແວດລ້ອມ ແລະ ເຂດໃດ, ສິ່ງເຫຼົ່ານີ້ລ້ວນແຕ່ຖືກຈັດເປັນລະບຽບ ແລະ ກຳນົດຂອບເຂດໄວ້ແລ້ວ. ພຣະເຈົ້າຄຸ້ມຄອງສິ່ງເຫຼົ່ານີ້ດ້ວຍຄວາມເປັນລະບຽບຮຽບຮ້ອຍຢ່າງສົມບູນ. ປາ ແລະ ສິ່ງທີ່ມີຊີວິດອື່ນໆໃນທະເລກໍດຳລົງຊີວິດຢ່າງມີແບບແຜນເປັນພິເສດເຊັ່ນກັນ. ພຣະເຈົ້າໄດ້ຈັດກຽມທຸກຢ່າງໄວ້ໃຫ້ພວກມັນແລ້ວ. ໂດຍອີງໃສ່ຂອບເຂດການດຳລົງຊີວິດຂອງສິ່ງທີ່ມີຊີວິດແຕ່ລະຊະນິດ, ພຣະອົງໄດ້ກຳນົດນິໄສການດຳລົງຊີວິດ, ກິດຈະວັດປະຈຳວັນ ແລະ ອຸນຫະພູມທີ່ເໝາະສົມກັບມັນ ພ້ອມທັງພຣະອົງຍັງໄດ້ສ້າງອາຫານທີ່ມັນຕ້ອງການອີກດ້ວຍ. ພຣະເຈົ້າຊົງລະອຽດຖີ່ຖ້ວນເປັນພິເສດໃນການພິຈາລະນາແຕ່ລະເລື່ອງຂອງພຣະອົງ ແລະ ຄຸ້ມຄອງສັບພະສິ່ງທັງປວງຢ່າງເປັນລະບຽບຮຽບຮ້ອຍເປັນພິເສດ. ຕອນນີ້ຈົ່ງເບິ່ງວ່າ: ຜູ້ຄົນເບິ່ງແຍງສະພາບແວດລ້ອມຂອງພວກເຂົາແນວໃດ? ຢ່າຟ້າວເວົ້າເຖິງການໃຫ້ເຈົ້າຄຸ້ມຄອງຄຣິສຕະຈັກ ຫຼື ພາກພື້ນໃດໜຶ່ງເລີຍ, ເຈົ້າບໍ່ສາມາດແມ່ນແຕ່ຈະເບິ່ງແຍງຫ້ອງນອນຂອງເຈົ້າເອງ ຫຼື ບ່ອນທີ່ເຈົ້າພັກຜ່ອນໃຫ້ດີໄດ້ດ້ວຍຊໍ້າ. ບາງຄົນບໍ່ສາມາດແມ່ນແຕ່ຈະຮັກສາພື້ນທີ່ທີ່ນ້ອຍຄືກັບຕຽງນອນຂອງພວກເຂົາເອງໃຫ້ເປັນລະບຽບໄດ້. ບອກເຮົາເບິ່ງວ່າ ເຈົ້າຈະສາມາດເຮັດຫຍັງໄດ້ແດ່? ນີ້ຄືຂໍ້ບົກຜ່ອງຂອງຄວາມເປັນມະນຸດ. ບໍ່ຕ້ອງເວົ້າເຖິງການບັນລຸມາດຕະຖານທີ່ກຳນົດໂດຍພຣະເຈົ້າໃນສະຫວັນເລີຍ, ຖ້າເຈົ້າສາມາດບັນລຸສິ່ງທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ນັ້ນກໍຄືສິ່ງທີ່ເຮົາຮຽກຮ້ອງໃຫ້ເຈົ້າເຮັດໄດ້, ນັ້ນກໍຖືວ່າດີພໍແລ້ວ. ສິ່ງເຫຼົ່ານີ້ລ້ວນແຕ່ເປັນສິ່ງທີ່ຜູ້ຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິຄວນບັນລຸ. ຖ້າເຈົ້າບໍ່ສາມາດແມ່ນແຕ່ຈະບັນລຸມາດຕະຖານຂອງຄວາມເປັນມະນຸດທີ່ປົກກະຕິໄດ້, ແລ້ວມັນກໍຈະເປັນເລື່ອງຍາກເລັກນ້ອຍສຳລັບເຈົ້າທີ່ຈະບັນລຸຄວາມລອດພົ້ນຢ່າງແທ້ຈິງ. ສິ່ງເຫຼົ່ານີ້ຄືຂໍ້ກຳນົດສຳລັບຜູ້ຄົນເມື່ອເວົ້າເຖິງການເບິ່ງແຍງສະພາບແວດລ້ອມຂອງຕົນເອງ. ຖ້າຜູ້ຄົນໃຊ້ຄວາມພະຍາຍາມເລັກນ້ອຍໃນເລື່ອງນີ້, ພວກເຂົາກໍສາມາດຕອບສະໜອງຂໍ້ກຳນົດເຫຼົ່ານີ້ໄດ້; ມັນບໍ່ແມ່ນເລື່ອງຍາກ. ຈົ່ງເລີ່ມຕົ້ນການເຂົ້າສູ່ຂອງເຈົ້າດ້ວຍການເບິ່ງແຍງສະພາບແວດລ້ອມການດຳລົງຊີວິດຂອງເຈົ້າເອງ; ຈາກນັ້ນ ຈົ່ງຮຽນຮູ້ທີ່ຈະຈັດການວຽກງານຂອງເຈົ້າ ແລະ ໜ້າທີ່ທີ່ເຈົ້າເຮັດ. ຈົ່ງເຂົ້າສູ່ສິ່ງເຫຼົ່ານີ້ເທື່ອລະໜ້ອຍ, ສ້າງນິໄສທີ່ດີບາງຢ່າງໃນແງ່ຂອງຄວາມເປັນມະນຸດທີ່ປົກກະຕິ ແລະ ບົ່ມເພາະຄວາມສາມາດໃນການເຮັດວຽກ ຫຼື ການດຳລົງຊີວິດບາງຢ່າງທີ່ຜູ້ຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິສາມາດບັນລຸໄດ້. ໃນຂະນະທີ່ເຈົ້າພະຍາຍາມດຳລົງຊີວິດພາຍໃນຄວາມເປັນມະນຸດທີ່ປົກກະຕິນີ້ເທື່ອລະໜ້ອຍ, ເຈົ້າຄວນປັບຕົວເຂົ້າກັບນິໄສການດຳລົງຊີວິດ ແລະ ສະພາບແວດລ້ອມໃນການດຳລົງຊີວິດທີ່ເປັນບວກ ແລະ ດີບາງຢ່າງ ພ້ອມທັງຄ່ອຍໆເຮັດໃຫ້ພວກມັນກາຍເປັນສ່ວນໜຶ່ງຂອງຄວາມເປັນມະນຸດທີ່ປົກກະຕິຂອງເຈົ້າ. ສິ່ງນີ້ຈະເປັນປະໂຫຍດຕໍ່ການປະຕິບັດໜ້າທີ່ຂອງເຈົ້າ, ວຽກງານຂອງເຈົ້າ ແລະ ການຢູ່ລອດຂອງເຈົ້າ. ແມ່ນບໍ? (ແມ່ນແລ້ວ). ສິ່ງເຫຼົ່ານີ້ແມ່ນບາງບັນຫາທີ່ກ່ຽວຂ້ອງກັບຊີວິດປະຈຳວັນ.

ເນື່ອງຈາກພຣະເຈົ້າທີ່ບັງເກີດເປັນເນື້ອໜັງຄືເນື້ອໜັງ, ພຣະອົງຈຶ່ງຕ້ອງມີຄວາມເປັນມະນຸດທີ່ປົກກະຕິ ແລະ ສັນຊາດຕະຍານຂອງມະນຸດຊາດທີ່ຖືກສ້າງຂຶ້ນ ແລະ ດຳລົງຊີວິດຢູ່ພາຍໃນຂອບເຂດຊີວິດຂອງມະນຸດຊາດທີ່ຖືກສ້າງຂຶ້ນ. ດັ່ງນັ້ນ ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈຶ່ງມີຄວາມຕ້ອງການ ແລະ ການສະແດງອອກບາງຢ່າງຂອງຄວາມເປັນມະນຸດທີ່ປົກກະຕິເຊັ່ນກັນ. ເຖິງແມ່ນວ່າພາຍນອກແລ້ວ ຄວາມຕ້ອງການ ແລະ ການສະແດງອອກເຫຼົ່ານີ້ຈະບໍ່ກ່ຽວຂ້ອງໂດຍກົງກັບອັດຕະລັກ ແລະ ແກ່ນແທ້ຂອງພຣະເຈົ້າ ຫຼື ກັບອຸປະນິໄສຂອງພຣະເຈົ້າທີ່ພຣະເຈົ້າເປັນຕົວແທນກໍຕາມ, ຢ່າງໜ້ອຍສິ່ງເຫຼົ່ານີ້ກໍສອດຄ່ອງກັບຄວາມເປັນມະນຸດທີ່ປົກກະຕິທີ່ພຣະເຈົ້າໃນສະຫວັນຮຽກຮ້ອງຈາກຜູ້ຄົນ; ສິ່ງເຫຼົ່ານີ້ບໍ່ໄດ້ຂັດແຍ່ງກັນ ແລະ ສິ່ງເຫຼົ່ານີ້ກໍບໍ່ໄດ້ຂັດຂວາງກັນເລີຍ. ຍິ່ງໄປກວ່ານັ້ນ ການເຜີຍ ແລະ ການສະແດງອອກເຖິງຄວາມເປັນມະນຸດທີ່ປົກກະຕິຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງກໍບໍ່ໄດ້ກໍ່ໃຫ້ເກີດອັນຕະລາຍໃດໆຕໍ່ມະນຸດຊາດ. ບໍ່ວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈະຮຽກຮ້ອງຫຍັງຈາກເຈົ້າພາຍໃນຂອບເຂດຂອງຄວາມເປັນມະນຸດທີ່ປົກກະຕິ ແລະ ບໍ່ວ່າພຣະອົງຈະເຜີຍຫຍັງໃນຂະນະທີ່ມີປະຕິສຳພັນກັບເຈົ້າ, ສິ່ງເຫຼົ່ານີ້ຈະບໍ່ທຳຮ້າຍເຈົ້າຢ່າງແນ່ນອນ ແລະ ພວກມັນຈະບໍ່ເປັນອັນຕະລາຍຕໍ່ເຈົ້າຢ່າງແນ່ນອນ. ພຣະເຈົ້າບໍ່ພຽງແຕ່ຈະບໍ່ເຮັດໃນສິ່ງທີ່ເປັນອັນຕະລາຍຕໍ່ເຈົ້າເທົ່ານັ້ນ ແຕ່ພາຍໃນຂອບເຂດຄວາມເປັນມະນຸດຂອງພຣະອົງ ເຊິ່ງມີຄວາມເປັນມະນຸດທີ່ປົກກະຕິ ພຣະອົງຍັງຈະເຮັດວຽກງານທີ່ພຣະອົງຕັ້ງໃຈຈະເຮັດ, ກ່າວພຣະທຳທີ່ພຣະອົງຕັ້ງໃຈຈະກ່າວ ແລະ ສະແດງອຸປະນິໄສ ແລະ ແກ່ນແທ້ທີ່ພຣະອົງຕັ້ງໃຈຈະສະແດງອອກມາ ເພື່ອນໍາພາຜູ້ຄົນມາຢູ່ຕໍ່ໜ້າພຣະເຈົ້າ ແລະ ກ້າວເຂົ້າສູ່ເສັ້ນທາງແຫ່ງການບັນລຸຄວາມລອດພົ້ນ. ບໍ່ວ່າຮູບຮ່າງພາຍນອກຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງດັ່ງກ່າວຈະເບິ່ງຄືວ່າບໍ່ສະດຸດຕາ, ທຳມະດາ ແລະ ສໍາພັນກັບຊີວິດຈິງສຳລັບເຈົ້າຫຼາຍສໍ່າໃດກໍຕາມ ແລະ ບໍ່ວ່າພຣະອົງຈະບໍ່ໂດດເດັ່ນ ແລະ ທຳມະດາສໍ່າໃດໃນທ່າມກາງມະນຸດຊາດທີ່ຖືກສ້າງຂຶ້ນກໍຕາມ, ຄວາມເປັນມະນຸດທີ່ປົກກະຕິທີ່ພຣະອົງຊົງໃຊ້ຊີວິດຕາມກໍຍັງຄົງເປັນຕົວແທນໃຫ້ແກ່ພຣະເຈົ້າເອງ ແລະ ກ່ຽວຂ້ອງກັບພຣະເຈົ້າເອງ. ສະນັ້ນ ພຽງເພາະວ່າພຣະອົງຊົງເຜີຍຄວາມເປັນມະນຸດທີ່ປົກກະຕິ ຫຼື ເຮັດບາງສິ່ງທີ່ກ່ຽວຂ້ອງກັບຄວາມເປັນມະນຸດທີ່ປົກກະຕິ ຄືການຊ່ວຍເຈົ້າຈັດລະບຽບສະພາບແວດລ້ອມການດຳລົງຊີວິດຂອງເຈົ້າ ຫຼື ຈັດການກັບສະພາບແວດລ້ອມອ້ອມຂ້າງຂອງເຈົ້າ, ເຈົ້າກໍບໍ່ຄວນຄິດວ່າ “ພຣະເຈົ້າເຮັດສິ່ງເຫຼົ່ານີ້ໄດ້ແນວໃດ? ພຣະອົງບໍ່ແມ່ນພຣະເຈົ້າໃນສະຫວັນບໍ? ພຣະອົງບໍ່ຄວນເຮັດວຽກງານຂອງພຣະເຈົ້າເອງບໍ? ພຣະອົງຈະມາຈັດການເລື່ອງເຫຼົ່ານີ້ໄດ້ແນວໃດ? ນີ້ບໍ່ແມ່ນການໃຊ້ຄວາມສາມາດທີ່ຍິ່ງໃຫຍ່ເພື່ອມາເຮັດເລື່ອງເລັກນ້ອຍບໍ?” ຖ້າເຈົ້າມີຄວາມຄິດເຫຼົ່ານີ້, ແລ້ວເຈົ້າກໍຜິດພາດຢ່າງສິ້ນເຊີງ ແລະ ຜິດພາດຢ່າງແທ້ຈິງ. ອາດຈະມີບາງຄົນທີ່ຄິດວ່າ “ພຣະເຈົ້າຄືພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ພຣະເຈົ້າທີ່ບັງເກີດເປັນເນື້ອໜັງອົງນີ້ສູງສົ່ງ ແລະ ຍິ່ງໃຫຍ່ບໍ? ພຣະອົງຕັດຂາດຈາກເລື່ອງທາງໂລກບໍ? ສະພາບແວດລ້ອມທີ່ພຣະອົງຊົງດຳລົງຊີວິດ, ຂອບເຂດຊີວິດຂອງພຣະອົງ ຫຼື ຂໍ້ກຳນົດສຳລັບຊີວິດຂອງພຣະອົງແຕກຕ່າງຈາກຄົນທຳມະດາຄືກັບພວກເຮົາບໍ?” ເຮົາຂໍບອກເຈົ້າວ່າ ການສະແດງອອກໃນທຸກດ້ານຂອງຊີວິດຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງອົງນີ້ນັ້ນລ້ວນທຳມະດາ ແລະ ປົກກະຕິຫຼາຍ; ພວກມັນບໍ່ໄດ້ສູງສົ່ງເລີຍ ແລະ ເຖິງຂັ້ນບໍ່ສະດຸດຕາໃນສາຍຕາຂອງຫຼາຍຄົນ. ພຣະອົງບໍ່ມີຂໍ້ກຳນົດທີ່ເຂັ້ມງວດ ຫຼື ຄວາມປາຖະໜາທີ່ເກີນຂອບເຂດສຳລັບຄຸນນະພາບຊີວິດຂອງພຣະອົງ; ພຣະອົງພຽງແຕ່ມັກການດຳລົງຊີວິດໃນວິທີທີ່ຮຽບງ່າຍ ແລະ ທຳມະດາທີ່ສຸດ. ບາງຄົນເວົ້າວ່າ “ພຣະເຈົ້າທີ່ບັງເກີດເປັນເນື້ອໜັງບໍ່ຮູ້ວິທີເພີດເພີນກັບການດຳລົງຊີວິດທີ່ມີມາດຕະຖານສູງບໍ?” ມັນບໍ່ແມ່ນວ່າເຮົາບໍ່ຮູ້ວິທີແທ້ໆ ແລະ ບໍ່ແມ່ນວ່າເຮົາບໍ່ຄຸ້ນເຄີຍກັບສິ່ງທີ່ດີໆ. ເຮົາພຽງແຕ່ບໍ່ມັກສິ່ງເຫຼົ່ານັ້ນ. ເຮົາບໍ່ມີຂໍ້ກຳນົດປະເພດນັ້ນ. ຂໍ້ກຳນົດ ແລະ ມາດຕະຖານສຳລັບຊີວິດຂອງເຮົາແມ່ນຄືກັນກັບຄົນທຳມະດາທົ່ວໄປຄື: ກິນອາຫານປະເພດຜັດ ແລະ ສະຫຼັດໃນລະດູຮ້ອນ, ກິນອາຫານປະເພດຕົ້ມ ແລະ ເຕົ້າຫູ້ຕົ້ມໃນລະດູໜາວ, ກິນກ້ຽວເມື່ອອາກາດໜາວ ແລະ ຫິມະຕົກ. ບາງຄົນເວົ້າວ່າ “ແລ້ວພຣະອົງຮູ້ວິທີເຮັດອາຫານບໍ?” ເຮົາກໍຮູ້ວິທີເຮັດອາຫານເຊັ່ນກັນ ແລະ ເຮົາສາມາດເຮັດເສັ້ນໝີ່ທີ່ນວດດ້ວຍມືໄດ້. ເມື່ອຫຼາຍປີກ່ອນ ເຮົາກໍເຄີຍເຮັດໝັ່ນໂຖ ແລະ ໝັ່ນໂຖແບບກຽວ, ລ້າງຖ້ວຍຊາມ ແລະ ທຳຄວາມສະອາດ. ເຮົາພັບຜ້າຫົ່ມຂອງເຮົາຢ່າງເປັນລະບຽບຮຽບຮ້ອຍ. ເຮົາຈະຢາກຊັກເຄື່ອງນຸ່ງຂອງເຮົາທັນທີທີ່ພວກມັນເປື້ອນເລັກນ້ອຍ ແລະ ເຮົາບໍ່ມັກກິ່ນແປກໆ. ເຮົາບໍ່ມີຂໍ້ກຳນົດທີ່ເຂັ້ມງວດເມື່ອເວົ້າເຖິງການດຳລົງຊີວິດ. ເຮົາມັກຄວາມງຽບສະຫງົບ ແລະ ບໍ່ມັກສຽງດັງ. ເຮົາບໍ່ເຕັມໃຈທີ່ຈະຢູ່ໃນສະຖານທີ່ທີ່ມີຄົນຈຳນວນຫຼາຍເວົ້າສຽງດັງຫຼາຍ, ມີສຽງລົບກວນຫຼາຍ ແລະ ເຮົາກໍບໍ່ມັກຕົວເມືອງ. ບອກເຮົາເບິ່ງວ່າ ນີ້ຄືການມີມາດຕະຖານສູງບໍ? (ບໍ່). ເມື່ອເຮົາຂີ່ລົດ, ຂໍພຽງໃຫ້ພາຍໃນລົດງຽບສະຫງົບ ແລະ ສໍ່ານັ້ນກໍພຽງພໍແລ້ວ. ເຮົາບໍ່ມັກເປີດແອເຢັນເກີນໄປ ແລະ ສຳລັບເຄື່ອງທຳຄວາມຮ້ອນ, ຕາບໃດທີ່ມັນອຸ່ນເລັກນ້ອຍ ແລະ ເຮົາບໍ່ຮູ້ສຶກໜາວເມື່ອນຸ່ງເສື້ອກັນໜາວ, ສໍ່ານັ້ນກໍພຽງພໍແລ້ວ. ເມື່ອຊື້ເຄື່ອງເຟີນີເຈີ, ເຮົາມັກຊື້ຕູ້ຂະໜາດໃຫຍ່ທີ່ສາມາດໃສ່ເຄື່ອງໄດ້ຫຼາຍ, ດັ່ງນັ້ນ ບໍ່ວ່າເຮົາຈະໃສ່ຫຍັງໄວ້ຂ້າງໃນກໍສາມາດຈັດລຽງໄດ້ຢ່າງເປັນລະບຽບຮຽບຮ້ອຍ. ເຮົາມັກຮັກສາສິ່ງຂອງທີ່ເຮົາໃຊ້ໃຫ້ສະອາດ. ເຖິງແມ່ນວ່າພວກມັນຈະເກົ່າຫຼັງຈາກທີ່ຖືກໃຊ້ງານມາເປັນເວລາດົນນານ, ກໍບໍ່ມີຮອຍເຫື່ອເທິງພວກມັນ ແລະ ພວກມັນກໍບໍ່ສົ່ງກິ່ນແປກໆອອກມາ, ແຮງໄກທີ່ຈະມີເສັ້ນຜົມ ຫຼື ຮັງແຄເທິງພວກມັນ. ແນ່ນອນວ່າເຮົາຈະຊັກເຄື່ອງນຸ່ງທີ່ເຮົາເຄີຍນຸ່ງແລ້ວກ່ອນທີ່ຈະເກັບພວກມັນໄວ້ໃນຕູ້; ເຮົາບໍ່ເຄີຍເອົາເຄື່ອງນຸ່ງທີ່ເປື້ອນໄວ້ໃນຕູ້ເລີຍ. ເຮົາບໍ່ມີຂໍ້ກຳນົດທີ່ເຂັ້ມງວດເມື່ອເວົ້າເຖິງການດຳລົງຊີວິດ. ເມື່ອເຮົາລ້ຽງໝາ, ເຮົາບໍ່ໄດ້ລ້ຽງສາຍພັນທີ່ໂດດເດັ່ນເລີຍ; ຕາບໃດທີ່ມັນເຊື່ອຟັງ, ໃຈດີ ແລະ ຮູ້ຄວາມ, ບໍ່ສ້າງບັນຫາ ແລະ ບໍ່ຢາກອອກໄປຍ່າງຫຼິ້ນ ຫຼື ໄປຫຼິ້ນຢູ່ຕະຫຼອດເວລາ, ສໍ່ານັ້ນກໍພຽງພໍແລ້ວ. ບາງຄົນເວົ້າວ່າ “ພຣະເຈົ້າທີ່ບັງເກີດເປັນເນື້ອໜັງມັກພຽງແຕ່ສິ່ງຂອງທີ່ຫຼູຫຼາ ແລະ ສວຍງາມບໍ?” ເຮົາບໍ່ໄດ້ບໍ່ຄຸ້ນເຄີຍກັບສິ່ງເຫຼົ່ານັ້ນ ແຕ່ເຮົາບໍ່ມັກພວກມັນແທ້ໆ. ເຮົາມັກສິ່ງທີ່ສຳພັນກັບຊີວິດຈິງ ບໍ່ວ່າຈະເປັນເຄື່ອງນຸ່ງຂອງເຮົາ, ສິ່ງຂອງທີ່ເຮົາໃຊ້ ຫຼື ພື້ນທີ່ໃນດຳລົງຊີວິດຂອງເຮົາ, ຕາບໃດທີ່ມັນສຳພັນກັບຊີວິດຈິງ, ສໍ່ານັ້ນກໍພຽງພໍແລ້ວ. ຖ້າມີເຄື່ອງນຸ່ງ ຫຼື ເກີບຄູ່ໜຶ່ງທີ່ສາມາດນຸ່ງໄດ້ຫຼາຍປີ ແລະ ມັນເປັນສິ່ງທີ່ເຮົາຕ້ອງການ, ເຮົາກໍຈະຊື້ມັນຢ່າງແນ່ນອນ. ຖ້າສິ່ງຂອງໃດໜຶ່ງມີຄວາມຫຼູຫຼາ, ລໍ້າຄ່າ ແລະ ມີຄຸນຄ່າຫຼາຍ ແຕ່ເປັນສິ່ງທີ່ເຮົາເກືອບຈະບໍ່ໄດ້ໃຊ້ເລີຍໃນຮອບສິບປີ, ເຮົາກໍຈະບໍ່ຕ້ອງການມັນ ເຖິງແມ່ນວ່າມັນຈະຖືກມອບໃຫ້ເຮົາລ້າໆກໍຕາມ. ເຮົາບໍ່ມັກສິ່ງເຫຼົ່ານັ້ນ. ບາງຄົນເວົ້າວ່າ “ສຳລັບຄອມພິວເຕີຂອງພຣະອົງ, ພຣະອົງໃຊ້ໜ່ວຍທີ່ແພງທີ່ສຸດ, ຫຼູຫຼາທີ່ສຸດ, ທັນສະໄໝທີ່ສຸດ ແລະ ໄວທີ່ສຸດບໍ?” ຄອມພິວເຕີທີ່ເຮົາໃຊ້ກໍໄວພໍສົມຄວນ ແຕ່ມັນບໍ່ແມ່ນໜ່ວຍທີ່ຫຼູຫຼາທີ່ສຸດ. ຕາບໃດທີ່ເຮົາສາມາດໃຊ້ມັນເພື່ອກວດເບິ່ງສະພາບອາກາດ, ອ່ານຂໍ້ຄວາມ ແລະ ເຮັດໜ້າວຽກປະຈຳວັນບາງຢ່າງໄດ້, ສໍ່ານັ້ນກໍພຽງພໍແລ້ວ. ບໍ່ວ່າເຮົາຈະໃຊ້ອຸປະກອນໃດກໍຕາມ, ເຮົາບໍ່ເຄີຍໃຊ້ເຄື່ອງທີ່ຫຼູຫຼາທີ່ສຸດເລີຍ; ເຄື່ອງທຳມະດາທີ່ສຳພັນກັບຊີວິດຈິງກໍພໍແລ້ວ. ເຖິງແມ່ນວ່າສິ່ງຂອງທຳມະດາຂອງເຮົາຈະເກົ່າຈາກການໃຊ້ງານ, ເຮົາກໍພະຍາຍາມຈົນສຸດຄວາມສາມາດເພື່ອຮັກສາພວກມັນໃຫ້ສະອາດ ແລະ ບໍ່ໄດ້ຮັບຄວາມເສຍຫາຍຢ່າງສົມບູນ, ເພື່ອຮັບປະກັນວ່າພວກມັນສາມາດໃຊ້ງານໄດ້ຕາມປົກກະຕິ.

ພຣະເຈົ້າທີ່ບັງເກີດເປັນເນື້ອໜັງກໍເລືອກເຟັ້ນເຊັ່ນກັນເມື່ອເວົ້າເຖິງການມີປະຕິສຳພັນກັບຜູ້ຄົນ. ພຣະອົງບໍ່ມັກເຂົ້າສັງຄົມຢ່າງກວ້າງຂວາງ ແລະ ບໍ່ມັກມີຄວາມສຳພັນທີ່ເລິກເຊິ່ງເກີນໄປກັບຜູ້ຄົນ. ເຖິງຢ່າງນັ້ນກໍຕາມ ເມື່ອມີປະຕິສຳພັນກັບຄົນອື່ນ, ພຣະອົງກໍມີຄວາມຄິດເຫັນພື້ນຖານບາງຢ່າງກ່ຽວກັບຜູ້ຄົນ ແລະ ຂໍ້ກຳນົດສຳລັບພວກເຂົາເຊັ່ນກັນ; ຢ່າງໜ້ອຍທີ່ສຸດ ຄົນທີ່ພຣະອົງມີປະຕິສຳພັນນຳຕ້ອງປະຕິບັດຕໍ່ຄົນອື່ນດ້ວຍຄວາມຈິງໃຈ. ມີຄົນປະເພດໜຶ່ງທີ່ມັກໂອ້ອວດ ແລະ ເວົ້າໃຫຍ່ເມື່ອພວກເຂົາເວົ້າ. ເກົ້າໃນສິບຢ່າງທີ່ພວກເຂົາເວົ້າຟັງເບິ່ງຄືບໍ່ເປັນຄວາມຈິງ ແລະ ບໍ່ສຳພັນກັບຊີວິດຈິງ ຫຼື ຄຳເວົ້າຂອງພວກເຂົາເຈືອປົນໄປດ້ວຍຄວາມດູຖູກ ແລະ ການດູໝິ່ນຕໍ່ຄົນອື່ນ ແລະ ພວກເຂົາກໍເກັບຊ່ອນເຈດຕະນາທີ່ບໍ່ດີ. ທຸກຄັ້ງທີ່ເຈົ້າເວົ້າ ແລະ ມີປະຕິສຳພັນກັບຄົນແບບນັ້ນ, ພວກເຂົາກໍເປັນແບບນີ້; ເຈົ້າບໍ່ມີທາງທີ່ຈະເຂົ້າໃຈຢ່າງເລິກເຊິ່ງວ່າພວກເຂົາເປັນຄົນແນວໃດກັນແທ້ ແລະ ບໍ່ສາມາດສຳຜັດໄດ້ເຖິງຄວາມຈິງໃຈຂອງພວກເຂົາ. ຄົນແບບນັ້ນບໍ່ໜ້າໄວ້ວາງໃຈ ແລະ ບໍ່ຈິງຈັງ; ພວກເຂົາເປັນຄົນບໍ່ເອົາການເອົາງານ ແລະ ເຮົາກໍບໍ່ມັກຄົບຄ້າສະມາຄົມກັບພວກເຂົາ. ຍັງມີຄົນອີກປະເພດໜຶ່ງທີ່ຂີ້ຕົວະຢູ່ຕະຫຼອດເວລາ, ມັກເວົ້າເລື່ອງໄຮ້ສາລະ ແລະ ເວົ້າເລື່ອງເຫຼວໄຫຼ, ບໍ່ເຄີຍເວົ້າສິ່ງທີ່ເປັນຈິງເລີຍ. ຖ້າເຈົ້າຖາມພວກເຂົາກ່ຽວກັບບາງສິ່ງ ແລະ ພະຍາຍາມເອົາຄຳຕອບທີ່ຈິງຈັງ, ພວກເຂົາກໍຈະເວົ້າອ້ອມຄ້ອມ ແລະ ບໍ່ບອກຄວາມຈິງແກ່ເຈົ້າ. ເຮົາມັກຈະເວົ້າກັບພວກເຂົາດ້ວຍວິທີທີ່ຈິງໃຈຢ່າງແທ້ຈິງຢູ່ສະເໝີ ແລະ ບໍ່ໄດ້ດູຖູກພວກເຂົາ, ແຮງໄກທີ່ເຮົາຈະທຳຮ້າຍພວກເຂົາ, ເຖິງຢ່າງນັ້ນ ພວກເຂົາກໍຍັງບໍ່ບອກຄວາມຈິງແກ່ເຮົາ; ບໍ່ມີທາງທີ່ຈະສົນທະນາກັບຄົນແບບນັ້ນໄດ້ເລີຍ. ປະເພດໜຶ່ງຄືຄົນບໍ່ເອົາການເອົາງານທີ່ມັກໂອ້ອວດ, ເວົ້າໃຫຍ່ ແລະ ບໍ່ຈິງຈັງ, ເຮົາບໍ່ເຕັມໃຈທີ່ຈະມີປະຕິສຳພັນກັບຄົນແບບນັ້ນ. ອີກປະເພດໜຶ່ງຄືຄົນທີ່ຂີ້ຕົວະຢູ່ຕະຫຼອດເວລາ ແລະ ບໍ່ເຄີຍເວົ້າສິ່ງທີ່ເປັນຈິງເລີຍ; ເຮົາກໍບໍ່ມັກມີປະຕິສຳພັນກັບຄົນປະເພດນີ້ເຊັ່ນກັນ, ເຮົາຮູ້ສຶກລັງກຽດ ແລະ ກຽດຊັງຄົນແບບນັ້ນ. ຖ້າເຮົາຕ້ອງພົວພັນກັບຄົນແບບນັ້ນໃນລະຫວ່າງການເຮັດວຽກງານຂອງຄຣິສຕະຈັກ, ເຮົາກໍສາມາດອົດທົນກັບມັນໄດ້, ນັ້ນເປັນພຽງການເຮັດຕາມໜ້າທີ່ວຽກງານຢ່າງເຄັ່ງຄັດ. ຖ້າບໍ່ມີວຽກງານໃດທີ່ຕ້ອງຈັດການ, ເຮົາກໍພະຍາຍາມຈົນສຸດຄວາມສາມາດເພື່ອຢູ່ໃຫ້ຫ່າງຈາກຄົນແບບນັ້ນ ແລະ ບໍ່ມີປະຕິສຳພັນກັບພວກເຂົາ. ຍັງມີຄົນອີກປະເພດໜຶ່ງຄື: ກ່ອນທີ່ເຈົ້າຈະມີການພົວພັນທີ່ແທ້ຈິງກັບພວກເຂົາດ້ວຍຊ້ຳ, ພວກເຂົາກໍເລີ່ມວາງແຜນແລ້ວວ່າພວກເຂົາຈະສາມາດໃຊ້ປະໂຫຍດຈາກເຈົ້າໄດ້ແນວໃດ, ພວກເຂົາຈະສາມາດເອົາຂໍ້ມູນທີ່ເປັນປະໂຫຍດບາງຢ່າງຈາກເຈົ້າໄດ້ແນວໃດ, ພວກເຂົາຈະສາມາດຫາເງິນຈາກເຈົ້າໄດ້ແນວໃດ ຫຼື ພວກເຂົາຈະສາມາດຫຼອກລວງເຈົ້າເພື່ອໃຫ້ໄດ້ຮັບຄວາມເຫັນອົກເຫັນໃຈ, ຄວາມໄວ້ວາງໃຈ ແລະ ການໃຫ້ກຽດຈາກເຈົ້າໄດ້ແນວໃດ. ພວກເຂົາຄິດຫາທຸກວິທີທາງທີ່ເປັນໄປໄດ້ເພື່ອວາງແຜນຮ້າຍຕໍ່ເຈົ້າ. ເຮົາບໍ່ເຕັມໃຈທີ່ຈະມີປະຕິສຳພັນກັບຄົນແບບນັ້ນ; ເຮົາພົບວ່າພວກເຂົາໜ້າລັງກຽດ ແລະ ເຮົາກໍຢູ່ໃຫ້ຫ່າງຈາກພວກເຂົາໃຫ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້. ຍັງມີຄົນອີກປະເພດໜຶ່ງເຊັ່ນກັນຄື: ພຽງແຕ່ເຈົ້າມີການຕິດຕໍ່ກັບພວກເຂົາເລັກນ້ອຍ, ພວກເຂົາກໍຈະພະຍາຍາມເບິ່ງວ່າພວກເຂົາຈະທຽບຊັ້ນກັບເຈົ້າໄດ້ແນວໃດ, ປຽບທຽບຕົວພວກເຂົາເອງກັບເຈົ້າ ແລະ ເຖິງຂັ້ນຈະອິດສາເຈົ້າອີກດ້ວຍ. ຕົວຢ່າງ: ຖ້າເຈົ້າໄປຕັດຜົມ, ພວກເຂົາກໍຈະເວົ້າວ່າຊົງຜົມຂອງເຈົ້າເບິ່ງບໍ່ດີ, ແຕ່ສອງສາມມື້ຕໍ່ມາ, ພວກເຂົາກໍຈະໄປຕັດຜົມຊົງດຽວກັນເລີຍ. ອີກກໍລະນີໜຶ່ງ ພວກເຂົາຈະເຫັນເຈົ້ານຸ່ງເຄື່ອງງາມໆ ແລະ ຖາມວ່າເຈົ້າຊື້ມັນມາຈາກໃສ, ໃນຂະນະທີ່ເວົ້າຕໍ່ໜ້າເຈົ້າວ່າສີເຂັ້ມເກີນໄປ, ຮູບແບບຫຼ້າສະໄໝ, ພວກມັນບໍ່ເໝາະກັບເຈົ້າ ແລະ ອື່ນໆ, ແຕ່ສອງສາມມື້ຕໍ່ມາ, ພວກເຂົາກໍໄປຊື້ເຄື່ອງນຸ່ງແບບດຽວກັນ ແລະ ຍ່າງອວດໄປມາອ້ອມຕົວເຈົ້າຢູ່ຕະຫຼອດເວລາ. ກັບທຸກສິ່ງທີ່ເຈົ້າມີ ຕາບໃດທີ່ພວກເຂົາເຫັນມັນ, ພວກເຂົາກໍຕ້ອງມີມັນເຊັ່ນກັນ. ຖ້າເຈົ້າຊື້ກະລໍ່າປີໃນລາຄາຫ້າສິບເຊັນຕໍ່ປອນ, ພວກເຂົາກໍເວົ້າວ່າ “ນັ້ນແພງຫຼາຍ!” ແຕ່ພວກເຂົາກໍໄປຮ້ານອື່ນເພື່ອຊື້ກະລໍ່າປີໃນລາຄາໜຶ່ງໂດລາຕໍ່ປອນ ແລະ ເຖິງຂັ້ນເວົ້າວ່າ “ຜັກທີ່ຂ້ອຍຊື້ມາຖືກກວ່າຂອງເຈົ້າ”. ພວກເຂົາບໍ່ໄດ້ກຳລັງຂີ້ຕົວະຢ່າງໜ້າບໍ່ອາຍບໍ? ເຈົ້າບໍ່ຄ່ອຍຄຸ້ນເຄີຍກັບພວກເຂົາປານໃດ ແລະ ເຈົ້າກໍບໍ່ມີການພົວພັນທີ່ໃກ້ຊິດໃດໆກັບພວກເຂົາ, ເຖິງຢ່າງນັ້ນ ພວກເຂົາກໍຍັງພະຍາຍາມແຂ່ງຂັນກັບເຈົ້າ ແລະ ອິດສາເຈົ້າແບບນີ້, ໂດຍປຽບທຽບຕົວພວກເຂົາເອງກັບເຈົ້າໃນທຸກໆດ້ານ; ພວກເຂົາເຖິງຂັ້ນພະຍາຍາມເອົາຊະນະເຈົ້າ ບໍ່ວ່າເຈົ້າຈະເວົ້າສິ່ງໃດກໍຕາມ. ນີ້ບໍ່ຄືກັບການປະເຊີນກັບໝາວໍ້ບໍ? ເມື່ອເຮົາປະເຊີນກັບຄົນແບບນັ້ນ, ເຮົາກໍຫຼີກລ່ຽງພວກເຂົາ ແລະ ບໍ່ສົນໃຈພວກເຂົາ; ມັນເປັນໄປບໍ່ໄດ້ເລີຍທີ່ຈະເຂົ້າກັນໄດ້ກັບຄົນປະເພດນີ້ທີ່ບໍ່ມີຄວາມເປັນມະນຸດທີ່ປົກກະຕິ. ຍັງມີຄົນອີກປະເພດໜຶ່ງ ເຊິ່ງພວກເຈົ້າກໍອາດຈະເຄີຍປະເຊີນມາເຊັ່ນກັນ; ຄົນປະເພດນີ້ຮັບມືຍາກທີ່ສຸດ. ຕົວຢ່າງ: ພວກເຂົາຈົ່ມວ່າໃນຫ້ອງຮ້ອນ. ຖ້າເຈົ້າບອກໃຫ້ພວກເຂົາເປີດປະຕູເພື່ອລະບາຍອາກາດ, ພວກເຂົາກໍເວົ້າວ່າ “ບໍ່, ແມງວັນຈະເຂົ້າມາຖ້າເປີດປະຕູ”. ຖ້າເຈົ້າແນະນຳໃຫ້ພວກເຂົາຕິດຕັ້ງປະຕູມຸ້ງລວດ, ພວກເຂົາກໍເວົ້າວ່າມັນຈະເຮັດໃຫ້ການເຂົ້າອອກມີຄວາມຫຍຸ້ງຍາກ. ຖ້າເຈົ້າບອກໃຫ້ພວກເຂົາເປີດພັດລົມ, ພວກເຂົາກໍເວົ້າວ່າພວກເຂົາຢ້ານເປັນຫວັດຍ້ອນລົມພັດ ແລະ ມັນກໍເປືອງໄຟຟ້າ. ຖ້າເຈົ້າປະເຊີນກັບຄົນແບບນີ້ ຜູ້ທີ່ປະຕິເສດທຸກຄຳແນະນຳທີ່ເຈົ້າໃຫ້ເມື່ອພວກເຂົາຈົ່ມວ່າຫ້ອງຮ້ອນ, ເຈົ້າກໍຈະຮູ້ວ່າຄົນຜູ້ນີ້ເປັນຄົນທີ່ຮັບມືຍາກແທ້ໆ. ພວກເຂົາເປັນຄົນໜ້າລັງກຽດປະເພດໃດກັນແທ້? ພວກເຂົາສາມາດຍອມຮັບຄຳເວົ້າທີ່ຖືກຕ້ອງໄດ້ບໍ? (ບໍ່ໄດ້. ພວກເຂົາບໍ່ມີຄວາມເປັນມະນຸດທີ່ປົກກະຕິ). ແລ້ວເຈົ້າຍັງຈະເວົ້າກັບພວກເຂົາຢູ່ບໍ? (ບໍ່). ເມື່ອເຮົາປະເຊີນກັບຄົນປະເພດນີ້, ເຮົາກໍຈະປະເມີນພວກເຂົາໄວ້ໃນໃຈຂອງເຮົາວ່າ “ໂອ້, ເຈົ້າເປັນຄົນປະເພດນີ້ເອງ. ເຈົ້າບໍ່ມີຄວາມເປັນມະນຸດທີ່ປົກກະຕິ, ເຈົ້າບໍ່ຍອມຮັບຄຳເວົ້າທີ່ຖືກຕ້ອງ, ເຈົ້າມັກຈະຈັບຜິດ ແລະ ຊອກຫາຂໍ້ບົກຜ່ອງຢູ່ສະເໝີ ແລະ ເຈົ້າມັກຈະສ້າງບັນຫາທີ່ຫຍຸ້ງຍາກເພື່ອຕັ້ງໃຈສ້າງຄວາມ ລຳບາກໃຫ້ກັບຄົນອື່ນ. ເຈົ້າເປັນຄົນບໍ່ດີເລີຍ”. ຄົນປະເພດນີ້ຄວນຖືກກຳນົດລັກສະນະແນວໃດ? ໃນພາສາຊາວບ້ານ, ຄົນແບບນັ້ນຖືກເອີ້ນວ່າ “ຄົນມັກຂັດ”; ຄົນແບບນີ້ບໍ່ຟັງເຫດຜົນເລີຍ. ພວກເຂົາຈົ່ມວ່າຫ້ອງຮ້ອນ, ແຕ່ບໍ່ວ່າເຈົ້າຈະສະເໜີວິທີແກ້ໄຂໃດກໍຕາມ, ພວກເຂົາກໍເວົ້າວ່າມັນຜິດ ຫຼື ເວົ້າວ່າມັນຈະໃຊ້ບໍ່ໄດ້ຜົນ. ເຖິງຢ່າງນັ້ນກໍຕາມ ທັນທີທີ່ເຈົ້າອອກຈາກຫ້ອງ, ພວກເຂົາກໍເປີດປະຕູ ແລະ ປ່ອງຢ້ຽມທັນທີ ແລະ ເປີດພັດລົມ, ໂດຍບໍ່ກັງວົນວ່າແມງວັນຈະເຂົ້າມາ ຫຼື ຈະເປັນຫວັດຍ້ອນລົມພັດ. ຄົນແບບນັ້ນບໍ່ແມ່ນຄົນປະເພດດຽວກັນກັບເຮົາ. ມັນເປັນໄປບໍ່ໄດ້ເລີຍທີ່ຈະສື່ສານກັບພວກເຂົາ ແລະ ເຮົາກໍບໍ່ມັກມີປະຕິສຳພັນກັບພວກເຂົາ. ບາງຄົນເວົ້າວ່າ “ພຣະອົງບໍ່ມັກຄົນປະເພດນີ້, ພຣະອົງບໍ່ມັກຄົນປະເພດນັ້ນ, ພຣະອົງບໍ່ສາມາດພົວພັນກັບຄົນໃດໜຶ່ງພຽງເພາະວ່າພຣະອົງບໍ່ມັກພວກເຂົາບໍ?” ເຮົາບໍ່ໄດ້ເວົ້າວ່າເຮົາບໍ່ສາມາດພົວພັນກັບພວກເຂົາໄດ້ພຽງເພາະວ່າເຮົາບໍ່ມັກພວກເຂົາ. ຖ້າເຮົາຕ້ອງມີປະຕິສຳພັນກັບພວກເຂົາໃນເລື່ອງວຽກງານ ຫຼື ໃນຊີວິດປະຈຳວັນ, ເຮົາກໍສາມາດອົດທົນກັບມັນໄດ້. ເຮົາບໍ່ສາມາດປະຕິເສດທີ່ຈະມີປະຕິສຳພັນກັບຄົນແບບນັ້ນພຽງເພາະວ່າເຮົາບໍ່ມັກພວກເຂົາ, ເຊິ່ງຈະເຮັດໃຫ້ວຽກງານຊັກຊ້າ ຫຼື ສົ່ງຜົນກະທົບຕໍ່ບາງສິ່ງທີ່ຕ້ອງເຮັດໃຫ້ສຳເລັດ. ເຖິງຢ່າງນັ້ນກໍຕາມ ເມື່ອມັນບໍ່ມີຄວາມຈຳເປັນ, ເຮົາຈະບໍ່ມີປະຕິສຳພັນກັບຄົນແບບນັ້ນຢ່າງເດັດຂາດ.

ຍັງມີຄົນອີກປະເພດໜຶ່ງທີ່ມັກພຽງແຕ່ກິນ, ດື່ມ ແລະ ມ່ວນຊື່ນ ໂດຍລະເລີຍໜ້າວຽກທີ່ຄວນເຮັດ. ຖ້າເປັນຍ້ອນວ່າພວກເຂົາຍັງໜຸ່ມ ແລະ ບໍ່ທັນເປັນຜູ້ໃຫຍ່, ຍັງບໍ່ທັນມີລັກສະນະນິໄສທີ່ໝັ້ນຄົງ ຫຼື ຍ້ອນວ່າພວກເຂົາຖືກຕາມໃຈຢູ່ບ້ານ ຈົນພວກເຂົາບໍ່ຮູ້ວິທີໃສ່ໃຈກັບເລື່ອງທີ່ຄວນເຮັດ ຫຼື ເອົາໃຈໃສ່ກັບໜ້າວຽກທີ່ຄວນເຮັດ ແລະ ພວກເຂົາບໍ່ພະຍາຍາມຮຽນຮູ້ທັກສະທາງເຕັກນິກໃດໆ ຫຼື ສະແຫວງຫາຄວາມຮູ້ ແລະ ຄວາມຊ່ຽວຊານ, ສິ່ງນີ້ກໍສາມາດໃຫ້ອະໄພໄດ້. ເຖິງຢ່າງນັ້ນກໍຕາມ ບາງຄົນກໍອາຍຸຊາວ, ສາມສິບ ຫຼື ສີ່ສິບປີແລ້ວ ແຕ່ກໍຍັງລະເລີຍໜ້າວຽກທີ່ຄວນເຮັດ ແລະ ຫຼິ້ນໄປວັນໆຕະຫຼອດທັງວັນ. ເມື່ອພວກເຂົາບໍ່ມີຫຍັງເຮັດ, ພວກເຂົາມັກຈະລົມກັນຫຼິ້ນ, ໂອ້ລົມກັນ ແລະ ຍ່າງຫຼິ້ນໄປມາເພື່ອໃຊ້ຊີວິດແບບຜ່ານໄປວັນໆ. ພວກເຂົາບໍ່ເຄີຍຄິດກ່ຽວກັບເລື່ອງທີ່ຄວນເຮັດ ຫຼື ເອົາໃຈໃສ່ກັບໜ້າວຽກທີ່ຄວນເຮັດ ແລະ ພວກເຂົາບໍ່ພະຍາຍາມຮຽນຮູ້ທັກສະທາງເຕັກນິກໃດໆ ຫຼື ສະແຫວງຫາຄວາມຮູ້ ແລະ ຄວາມຊ່ຽວຊານໃດໆ. ພວກເຂົາບໍ່ອ່ານພຣະທຳຂອງພຣະເຈົ້າ, ບໍ່ພິຈາລະນາເລື່ອງຂອງຊີວິດ ຫຼື ບໍ່ຄິດໄຕ່ຕອງວ່າຜູ້ຄົນຄວນຍ່າງໃນເສັ້ນທາງໃດ. ພວກເຂົາບໍ່ເຄີຍໄຕ່ຕອງວ່າພວກເຂົາຄວນຫຼີກລ່ຽງການຍ່າງໃນເສັ້ນທາງທີ່ຜິດແນວໃດ ຫຼັງຈາກທີ່ເຫັນຄົນອື່ນຍ່າງໃນເສັ້ນທາງນັ້ນ ແລະ ບໍ່ເບິ່ງຜູ້ທີ່ມີການເຂົ້າສູ່ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ ແລະ ໄດ້ຮັບບາງສິ່ງບາງຢ່າງຈາກພຣະທຳເຫຼົ່ານັ້ນ ເພື່ອທີ່ພວກເຂົາຈະສາມາດຮຽນຮູ້ຈາກຄົນເຫຼົ່ານີ້ໄດ້. ພວກເຂົາບໍ່ເຄີຍຄິດໄຕ່ຕອງກ່ຽວກັບເລື່ອງທີ່ຄວນເຮັດເຫຼົ່ານີ້. ເມື່ອພວກເຂົາຫວ່າງ ພວກເຂົາກໍພຽງແຕ່ກິນ, ດື່ມ ແລະ ມ່ວນຊື່ນ, ອ່ານຂ່າວບັນເທີງ ແລະ ຕິດຕາມພັດທະນາການຈາກອຸດສາຫະກຳຕ່າງໆ. ໂດຍຈົມຢູ່ກັບແຫຼ່ງຂ່າວ, ວາລະສານ ແລະ ກະແສສັງຄົມທຸກປະເພດ, ພວກເຂົາພຽງແຕ່ປ່ອຍຕົວໄປຕາມກະແສ ແລະ ໃຊ້ຊີວິດແບບຜ່ານໄປວັນໆ, ໂດຍໃຊ້ຊີວິດໄປແຕ່ລະມື້. ເຖິງແມ່ນວ່າຈະໃຊ້ຊີວິດແບບຜ່ານໄປວັນໆເປັນເວລາປະມານໜຶ່ງທົດສະວັດແລ້ວກໍຕາມ, ພວກເຂົາກໍບໍ່ມີຄວາມຮັບຮູ້ໃດໆເລີຍ ແລະ ບໍ່ເຄີຍຮູ້ສຶກທຸກໃຈ. ບໍ່ວ່າໃຜຈະລິຮານພວກເຂົາ ຫຼື ເປີດໂປງພວກເຂົາ, ພວກເຂົາກໍບໍ່ສົນໃຈ, ຍັງຄົງເສີຍຊາ ແລະ ໂງ່ຈ້າ ແລະ ບໍ່ຮູ້ຈັກສະແຫວງຫາຄວາມຈິງ. ຄົນແບບນັ້ນພຽງແຕ່ໃຊ້ຊີວິດແບບຜ່ານໄປວັນໆ, ພຽງແຕ່ອາໄສຄົນອື່ນກິນ ແລະ ລໍຖ້າຄວາມຕາຍ. ຄົນປະເພດນີ້ຍັງມັກຈະເບິ່ງໂລກໃນແງ່ຮ້າຍ, ໂດຍຮູ້ສຶກວ່າທຸກຢ່າງບໍ່ຍຸຕິທຳ ແລະ ບໍ່ວ່າພວກເຂົາຈະໄປໃສ, ຄວາມສາມາດພິເສດຂອງພວກເຂົາກໍບໍ່ມີບ່ອນໃຫ້ສະແດງອອກ. ເຖິງຢ່າງນັ້ນ ພວກເຂົາກໍລົ້ມເຫຼວທີ່ຈະຮຽນຮູ້ສິ່ງໃດກໍຕາມຍ້ອນການຂາດຄວາມພະຍາຍາມຂອງພວກເຂົາ, ບໍ່ເຄີຍປະຕິບັດຕໍ່ວຽກງານໃດໆຢ່າງຈິງຈັງ, ບໍ່ເຄີຍເອົາຈິງເອົາຈັງກັບຄຳເວົ້າທີ່ຖືກຕ້ອງແມ່ນແຕ່ຄຳດຽວ ແລະ ບໍ່ເຄີຍຄິດວ່າພວກເຂົາຄວນເຮັດຫຍັງໃນອະນາຄົດ. ພວກເຂົາສະແດງອອກຢ່າງຊັດເຈນພໍສົມຄວນ ແລະ ມີແນວຄວາມຄິດ, ອຸດົມຄະຕິ ແລະ ຄວາມປາຖະໜາ ແຕ່ພວກເຂົາພຽງແຕ່ບໍ່ລົງມືເຮັດ. ຫຼັກຄຳສອນທີ່ພວກເຂົາເວົ້ານັ້ນຂ້ອນຂ້າງດີ ແລະ ສູງສົ່ງ, ຜູ້ຄົນກໍພົບວ່າຫຼັກຄຳສອນເຫຼົ່ານັ້ນມີເຫດຜົນ ແລະ ສົມເຫດສົມຜົນ, ເຖິງຂັ້ນໜ້າຟັງຫຼາຍ ແຕ່ເມື່ອເວົ້າເຖິງການເຮັດວຽກງານທີ່ສຳພັນກັບຊີວິດຈິງ, ພວກເຂົາກໍບໍ່ສາມາດຮວບຮວມກຳລັງວັງຊາໃດໆໄດ້ ແລະ ບໍ່ມີການກະທຳທີ່ສຳພັນກັບຊີວິດຈິງ. ເຮົາບໍ່ມັກຄົນແບບນັ້ນ. ມັນອາດຈະເປັນໄປໄດ້ວ່າຂີດຄວາມສາມາດຂອງເຈົ້າທຳມະດາຫຼາຍ ຫຼື ເຈົ້າຂ້ອນຂ້າງຫົວຊ້າ, ຄວາມຖະໜັດຕາມທຳມະຊາດຂອງເຈົ້ານັ້ນຂາດແຄນ ແລະ ເຈົ້າບໍ່ມີພອນສະຫວັນ ຫຼື ຄວາມສາມາດພິເສດໃດໆ. ເຖິງຢ່າງນັ້ນກໍຕາມ ເຈົ້າກໍໜັກແໜ້ນເປັນພິເສດ, ເຈົ້າທຸ່ມເທຄວາມພະຍາຍາມຢ່າງຫຼວງຫຼາຍໃນສິ່ງຕ່າງໆ ແລະ ເຮັດສິ່ງເຫຼົ່ານັ້ນຢ່າງດຸໝັ່ນ, ເຈົ້າເຕັມໃຈທີ່ຈະທົນທຸກກັບຄວາມລຳບາກ ແລະ ເຈົ້າສາມາດຈ່າຍລາຄາໄດ້. ບໍ່ວ່າໃຜຈະມອບໝາຍໜ້າວຽກໃຫ້ເຈົ້າ, ເຈົ້າກໍເອົາຈິງເອົາຈັງ ແລະ ມີຄວາມຮັບຜິດຊອບເປັນພິເສດ ແລະ ເຈົ້າສາມາດຮັບຜິດຊອບມັນໄດ້ຈົນເຖິງທີ່ສຸດ. ເຈົ້າຍັງຍຶດໝັ້ນໃນຫຼັກການຢ່າງເຄັ່ງຄັດ, ຈົນເຖິງຈຸດທີ່ບາງຄັ້ງເຈົ້າເຖິງຂັ້ນເຮັດໃຫ້ຄົນອື່ນຖືກບີບຄັ້ນ; ຜູ້ຄົນຮູ້ສຶກວ່າເຈົ້າຈິງຈັງເກີນໄປ ແລະ ຍຶດໝັ້ນໃນຫຼັກການຢ່າງເຄັ່ງຄັດເກີນໄປ ແຕ່ເຈົ້າກໍສາມາດຢືນຢັນໃນການເຮັດເຊັ່ນນັ້ນໄດ້. ເຮົາມັກຄົນປະເພດນີ້. ມັນບໍ່ສຳຄັນປານໃດທີ່ຂີດຄວາມສາມາດຂອງເຈົ້າຕ່ຳເລັກນ້ອຍ ແລະ ເຈົ້າຫົວຊ້າເລັກນ້ອຍ, ຢ່າງໜ້ອຍເຈົ້າກໍບໍ່ແມ່ນຄົນທີ່ເວົ້າຫວານຫູ, ເຈົ້າເລ່, ເປັນຄົນເລ່ລ່ຽມ ຫຼື ຄົນທີ່ໃຊ້ຊີວິດແບບຜ່ານໄປວັນໆ. ເຖິງແມ່ນວ່າຂີດຄວາມສາມາດຂອງເຈົ້າຈະບໍ່ສູງ ແລະ ຄວາມຖະໜັດຕາມທຳມະຊາດຂອງເຈົ້າຈະຂາດແຄນ, ເຈົ້າກໍມັກຮຽນຮູ້ສິ່ງຕ່າງໆ ແລະ ເຈົ້າຮຽນຮູ້ໃນລັກສະນະທີ່ຈິງຈັງ ແລະ ຕິດດິນເປັນພິເສດ ໂດຍບໍ່ເຮັດພໍແລ້ວມືແລ້ວຕີນ. ເມື່ອຄົນອື່ນຢຸດພະຍາຍາມຮຽນຮູ້ບາງສິ່ງ, ເຈົ້າກໍສືບຕໍ່ພະຍາຍາມຈົນກວ່າເຈົ້າຈະເຂົ້າໃຈມັນ. ເຮົາມັກຄົນປະເພດນີ້. ພວກເຂົາປະພຶດຕົນ ແລະ ກະທຳດ້ວຍບາດກ້າວທີ່ໜັກແໜ້ນ ແລະ ຮອບຄອບ, ບໍ່ເຄີຍຕັ້ງເປົ້າໝາຍສູງເກີນໄປ ແລະ ເອົາຈິງເອົາຈັງເປັນພິເສດ. ພວກເຂົາປະຕິບັດຕໍ່ຜູ້ຄົນ ແລະ ສິ່ງຕ່າງໆດ້ວຍຄວາມຈິງໃຈ. ເຖິງແມ່ນວ່າຕອນອາບນໍ້າໃຫ້ໝາ, ພວກເຂົາກໍອາບໃຫ້ມັນຈົນສະອາດ ແລະ ໝົດຈົດຢ່າງສົມບູນ; ຖ້າບໍ່ດັ່ງນັ້ນ ພວກເຂົາກໍຮູ້ສຶກວ່າພວກເຂົາກຳລັງເຮັດພໍແລ້ວມືແລ້ວຕີນ, ພວກເຂົາເຮັດໃນສິ່ງທີ່ຖືກຕ້ອງແມ່ນແຕ່ກັບໝາ. ເຮົາມັກຄົນແບບນີ້. ບາງຄົນສາມາດຫຼອກລວງຄົນອື່ນ ແລະ ພວກເຂົາຍັງສາມາດຫຼອກລວງພຣະເຈົ້າ ແລະ ເຮັດພໍແລ້ວມືແລ້ວຕີນກັບພຣະອົງ; ພວກເຂົາເວົ້າໄດ້ມ່ວນຫຼາຍ ແຕ່ບໍ່ເຮັດວຽກງານທີ່ສຳພັນກັບຊີວິດຈິງ. ເຮົາບໍ່ເຕັມໃຈທີ່ຈະໃສ່ໃຈ ຫຼື ມີປະຕິສຳພັນກັບຄົນແບບນັ້ນ. ມັນອາດຈະເປັນໄປໄດ້ວ່າເຈົ້າເວົ້າເກັ່ງ ແລະ ເຈົ້າຮູ້ວິທີຍົກຍໍ ແລະ ເວົ້າສິ່ງທີ່ຟັງແລ້ວມ່ວນຫູ ແຕ່ເຮົາບໍ່ເຕັມໃຈທີ່ຈະຟັງຄຳເວົ້າແບບນັ້ນ, ເຮົາຈະບໍ່ຫຼົງກົນກັບສິ່ງເຫຼົ່ານັ້ນ.

ເຮົາເວົ້າພຣະທຳເຫຼົ່ານີ້ເພື່ອໃຫ້ພວກເຈົ້າສາມາດເຂົ້າໃຈເຮົາ. ເຮົາເປັນພຽງຄົນທຳມະດາທີ່ດຳລົງຊີວິດໃນຄວາມເປັນມະນຸດທີ່ປົກກະຕິ. ເມື່ອປຽບທຽບກັບພຣະເຈົ້າໃນສະຫວັນ, ເຮົາກໍບໍ່ມີຄວາມສຳຄັນຢ່າງຍິ່ງ; ເຮົາເປັນຄົນທຳມະດາສາມັນ, ເປັນຄົນທຳມະດາຫຼາຍ. ເຮົາບໍ່ມີຮູບລັກສະນະທີ່ສູງສົ່ງ ແລະ ເຮົາບໍ່ມີຄວາມສາມາດທີ່ພິເສດ. ເຮົາບໍ່ໄດ້ສູງສົ່ງກວ່າຄົນອື່ນ, ແຮງໄກທີ່ເຮົາຈະປາຖະໜາຢາກໂດດເດັ່ນຈາກຝູງຊົນ. ເຮົາເປັນພຽງຄົນທຳມະດາສາມັນ ແລະ ກໍເປັນຄົນທີ່ຮຽບງ່າຍຫຼາຍເຊັ່ນກັນ. ເຮົາຮູ້ສຶກວ່າຄົນທຳມະດາຄືກັບເຮົາທີ່ດຳລົງຊີວິດໃນຄວາມເປັນມະນຸດທີ່ປົກກະຕິ ສາມາດແບກຮັບວຽກງານຂັ້ນຕອນນີ້ຂອງພຣະເຈົ້າໃນຍຸກສຸດທ້າຍໄດ້ຢ່າງເຕັມທີ່ ແລະ ຍັງສາມາດສະແດງຄວາມຈິງທັງໝົດທີ່ພຣະເຈົ້າຕັ້ງໃຈຈະສະແດງອອກມາໃນຍຸກສຸດທ້າຍໄດ້ອີກດ້ວຍ, ເພື່ອທີ່ພວກເຈົ້າຈະສາມາດໄດ້ຮັບຄວາມຈິງທຸກດ້ານຈາກເຮົາທີ່ມາຈາກພຣະເຈົ້າ ເຊິ່ງຈຳເປັນສຳລັບການບັນລຸຄວາມລອດພົ້ນ. ສຳລັບພວກເຈົ້າແລ້ວ ເນື້ອໜັງທີ່ບັງເກີດມາຂອງພຣະເຈົ້າກໍພຽງພໍແລ້ວທີ່ຈະເຮັດໃຫ້ພວກເຈົ້າບັນລຸຄວາມລອດພົ້ນ; ທຸກດ້ານ ຫຼື ທຸກມຸມຂອງເນື້ອໜັງນີ້ທີ່ພວກເຈົ້າສາມາດເບິ່ງເຫັນ ແລະ ສຳຜັດໄດ້ນັ້ນ ຄວາມຈິງແລ້ວກໍພຽງພໍສຳລັບຈຸດປະສົງນີ້ແລ້ວ. ສະນັ້ນ ໃນຖານະຄົນປົກກະຕິ, ຖ້າເຈົ້າມີສະຕິຮູ້ສຶກຜິດຊອບ ແລະ ຄວາມມີເຫດຜົນ, ເຈົ້າກໍບໍ່ຄວນປຽບທຽບພຣະເຈົ້າທີ່ບັງເກີດເປັນເນື້ອໜັງກັບພຣະເຈົ້າໃນສະຫວັນຢູ່ຕະຫຼອດເວລາ. ຖ້າເຈົ້າເຮັດແບບນີ້ ຢ່າງໜຶ່ງກໍຄື ມັນບໍ່ມີປະໂຫຍດຫຍັງຕໍ່ເຈົ້າ ແລະ ອີກຢ່າງໜຶ່ງກໍຄື ພຣະເຈົ້າໃນສະຫວັນຈະບໍ່ມັກທີ່ເຈົ້າເຮັດແບບນີ້. ຍິ່ງໄປກວ່ານັ້ນ ຖ້າເຈົ້າປຽບທຽບພຣະເຈົ້າທີ່ບັງເກີດເປັນເນື້ອໜັງກັບພຣະເຈົ້າໃນສະຫວັນຢູ່ຕະຫຼອດເວລາ, ມັນຈະສົ່ງຜົນກະທົບໃນຂອບເຂດທີ່ກວ້າງຕໍ່ການຍອມຮັບຂອງເຈົ້າຕໍ່ພຣະທຳທີ່ກ່າວ ແລະ ວຽກງານທີ່ເຮັດໂດຍພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ພ້ອມທັງການສະໜອງຄວາມຈິງທຸກດ້ານທີ່ເຈົ້າຕ້ອງການເຊິ່ງມາຈາກພຣະອົງ. ຍັງມີອີກດ້ານໜຶ່ງທີ່ສຳຄັນຍິ່ງກວ່ານັ້ນກໍຄື ບໍ່ວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈະບໍ່ສະດຸດຕາ, ປົກກະຕິ ຫຼື ທຳມະດາສໍ່າໃດກໍຕາມ, ໃນທີ່ສຸດແລ້ວ ພຣະອົງກໍຄືການສະແດງອອກຂອງພຣະເຈົ້າເທິງແຜ່ນດິນໂລກ, ການປາກົດຂອງພຣະເຈົ້າເທິງແຜ່ນດິນໂລກ ແລະ ຕົວແທນຂອງພຣະເຈົ້າເທິງແຜ່ນດິນໂລກ. ບໍ່ວ່າພຣະອົງຈະສາມາດເປັນຕົວແທນໃຫ້ແກ່ພຣະເຈົ້າໄດ້ຫຼາຍສໍ່າໃດ ຫຼື ພຣະອົງຈະສາມາດສະແດງເຖິງພຣະເຈົ້າໄດ້ຫຼາຍສໍ່າໃດກໍຕາມ, ຢ່າງໜ້ອຍທີ່ສຸດ ໃນສາຍຕາຂອງພຣະເຈົ້າ ພຣະອົງກໍເປັນຕົວແທນໃຫ້ແກ່ພຣະເຈົ້າ ແລະ ພຣະອົງກໍເປັນຕົວແທນສ່ວນໜຶ່ງຂອງອັດຕະລັກຂອງພຣະເຈົ້າ, ແກ່ນແທ້ຂອງພຣະເຈົ້າ ແລະ ອຸປະນິໄສຂອງພຣະເຈົ້າ. ສະນັ້ນ ຢ່າງໜ້ອຍທີ່ສຸດ ພຣະອົງກໍເປັນຕົວແທນໃຫ້ແກ່ອັດຕະລັກຂອງພຣະເຈົ້າ ແລະ ພຣະອົງຍັງເປັນຕົວແທນໃຫ້ແກ່ວຽກງານທີ່ພຣະເຈົ້າຕັ້ງໃຈຈະເຮັດເທິງແຜ່ນດິນໂລກອີກດ້ວຍ; ພຣະອົງເຮັດໜ້າທີ່ແທນພຣະເຈົ້າ ຫຼື ອາດເວົ້າໄດ້ວ່າ ພຣະອົງເຮັດໜ້າທີ່ແທນພຣະເຈົ້າເພື່ອເຮັດວຽກງານເທິງແຜ່ນດິນໂລກ. ບໍ່ວ່າເຈົ້າຈະເທີດທູນພຣະເຈົ້າໃນສະຫວັນຫຼາຍສໍ່າໃດ ຫຼື ເຈົ້າຈະນະມັດສະການພຣະເຈົ້າໃນສະຫວັນຫຼາຍສໍ່າໃດກໍຕາມ, ພຣະເຈົ້າກໍບໍ່ມັກໃຫ້ເຈົ້າປຽບທຽບພຣະເຈົ້າທີ່ບັງເກີດເປັນເນື້ອໜັງກັບພຣະເຈົ້າໃນສະຫວັນ ແລະ ພຣະອົງກໍບໍ່ມັກໃຫ້ເຈົ້າແຍກພຣະເຈົ້າທີ່ບັງເກີດເປັນເນື້ອໜັງອອກຈາກພຣະເຈົ້າໃນສະຫວັນ. ຍິ່ງຫ່າງໄກທີ່ພຣະອົງຈະມັກເມື່ອປຽບທຽບພຣະເຈົ້າທີ່ບັງເກີດເປັນເນື້ອໜັງກັບພຣະເຈົ້າໃນສະຫວັນແລ້ວ ເຈົ້າຍົກຍ້ອງພຣະເຈົ້າໃນສະຫວັນ ແຕ່ດູຖູກພຣະເຈົ້າເທິງແຜ່ນດິນໂລກ ຫຼື ຖ້າເຈົ້າເຕັມໄປດ້ວຍຄວາມຊື່ນຊົມ ແລະ ຄວາມເຄົາລົບຕໍ່ພຣະເຈົ້າໃນສະຫວັນ ແຕ່ເຕັມໄປດ້ວຍຄວາມເປັນປໍລະປັກ ແລະ ການຈຳແນກຕໍ່ພຣະເຈົ້າເທິງແຜ່ນດິນໂລກ, ເຖິງຂັ້ນຕັດສິນ, ປະນາມ ແລະ ໂຈມຕີພຣະອົງ. ສະນັ້ນ ເມື່ອເວົ້າເຖິງວິທີທີ່ຜູ້ຄົນປະຕິບັດຕໍ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ຢ່າງໜຶ່ງກໍຄື ພວກເຂົາຕ້ອງປະຕິບັດຕໍ່ພຣະອົງຢ່າງຖືກຕ້ອງ ແລະ ຍອມຮັບຄວາມເປັນມະນຸດທີ່ປົກກະຕິຂອງພຣະອົງ; ອີກຢ່າງໜຶ່ງກໍຄື ພວກເຂົາຕ້ອງຍອມຮັບຄວາມຈິງທີ່ພຣະອົງສະແດງອອກມາ ແລະ ອຸປະນິໄສທີ່ພຣະອົງສະແດງອອກມາຕາມອັດຕະລັກ ແລະ ສະຖານະຂອງພຣະເຈົ້າ. ເມື່ອພຣະອົງເຜີຍຄວາມເປັນມະນຸດທີ່ປົກກະຕິ ແລະ ສະແດງອຸປະນິໄສຂອງພຣະເຈົ້າອອກມາ ຫຼື ສະແດງແກ່ນແທ້ຂອງພຣະເຈົ້າອອກມາ, ສິ່ງທີ່ເຈົ້າເຫັນ ແລະ ສິ່ງທີ່ເຈົ້າສາມາດເຂົ້າໃຈໄດ້ກໍຄືສິ່ງນັ້ນແທ້ໆ. ໃນທີ່ສຸດແລ້ວ ເຈົ້າຕ້ອງອ່ອນນ້ອມ ແລະ ຍອມຮັບພຣະທຳຂອງພຣະເຈົ້າທີ່ພຣະອົງສະແດງອອກມາ ຫຼື ອຸປະນິໄສ ແລະ ແກ່ນແທ້ຂອງພຣະເຈົ້າທີ່ພຣະອົງເຜີຍອອກມາ ດ້ວຍມຸມມອງ ແລະ ທັດສະນະຄະຕິຂອງສິ່ງທີ່ຖືກສ້າງ. ໃນຂະນະທີ່ບໍ່ປຽບທຽບພຣະເຈົ້າທີ່ບັງເກີດເປັນເນື້ອໜັງກັບພຣະເຈົ້າໃນສະຫວັນ, ເຈົ້າກໍບໍ່ຄວນປະຕິບັດຕໍ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ພຣະເຈົ້າໃນສະຫວັນແຕກຕ່າງກັນເຊັ່ນກັນ. ເນື່ອງຈາກພຣະເຈົ້າໃນສະຫວັນ ແລະ ພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ໃນທີ່ສຸດແລ້ວກໍເປັນໜຶ່ງດຽວກັນໃນແກ່ນແທ້, ມັນພຽງແຕ່ມີຄວາມແຕກຕ່າງໃນຮູບແບບການປາກົດຂອງພຣະອົງທັງສອງເມື່ອເບິ່ງໂດຍກົງດ້ວຍຕາເປົ່າ, ບໍ່ວ່າເຈົ້າຈະປຽບທຽບພຣະເຈົ້າທີ່ບັງເກີດເປັນເນື້ອໜັງກັບພຣະເຈົ້າໃນສະຫວັນ ຫຼື ບໍ່ກໍຕາມ, ໃນທີ່ສຸດແລ້ວ ວິທີທີ່ເຈົ້າປະຕິບັດຕໍ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງກໍຕ້ອງຍ້ອນກັບມາສູ່ຂໍ້ເທັດຈິງທີ່ວ່າ ພຣະອົງມີອັດຕະລັກຂອງພຣະເຈົ້າ ແລະ ແກ່ນແທ້ຂອງພຣະເຈົ້າ. ບໍ່ວ່າເຈົ້າຈະເຫັນດ້ວຍຕາເປົ່າວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງມີຄວາມເປັນມະນຸດທີ່ປົກກະຕິແບບໃດ ຫຼື ມີການເຜີຍ ແລະ ການສະແດງອອກແບບໃດກໍຕາມ ຫຼື ພຣະອົງເບິ່ງຄືວ່າປົກກະຕິ, ທຳມະດາ ແລະ ສໍາພັນກັບຊີວິດຈິງຫຼາຍສໍ່າໃດກໍຕາມ, ເຈົ້າກໍຕ້ອງຍອມຮັບ, ໂອບກອດ ແລະ ອ່ອນນ້ອມຕໍ່ພຣະອົງຈາກມຸມມອງຂອງສິ່ງທີ່ຖືກສ້າງ ແທນທີ່ຈະຕໍ່ຕ້ານພຣະອົງ. ຜູ້ຄົນມັກຈະປຽບທຽບພຣະເຈົ້າທີ່ບັງເກີດເປັນເນື້ອໜັງກັບພຣະເຈົ້າໃນສະຫວັນຢູ່ສະເໝີ. ສິ່ງທີ່ຮ້າຍແຮງທີ່ສຸດກ່ຽວກັບເລື່ອງນີ້ກໍຄື ຜູ້ຄົນມັກຈະໃຊ້ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງມະນຸດກ່ຽວກັບພຣະເຈົ້າ ເພື່ອຕັດສິນ, ປະນາມ ຫຼື ປະຕິເສດພຣະເຈົ້າທີ່ບັງເກີດເປັນເນື້ອໜັງຫຼາຍທີ່ສຸດ. ສະນັ້ນ ການປຽບທຽບພຣະເຈົ້າທີ່ບັງເກີດເປັນເນື້ອໜັງກັບພຣະເຈົ້າໃນສະຫວັນຈຶ່ງເປັນເສັ້ນທາງທີ່ນຳໄປສູ່ຄວາມຕາຍສຳລັບເຈົ້າ. ເສັ້ນທາງທີ່ນຳໄປສູ່ຄວາມຕາຍໝາຍຄວາມວ່າຫຍັງ? ສິ່ງນີ້ໝາຍເຖິງສິ່ງທີ່ເຮົາເຄີຍເວົ້າກ່ອນໜ້ານີ້ ນັ້ນກໍຄືເຈົ້າຕ້ອງຢາກຕາຍແນ່ນອນ! ແລ້ວການຢາກຕາຍແມ່ນຫຍັງ? ມັນບໍ່ໄດ້ໝາຍຄວາມວ່າເຮືອນຂອງພຣະເຈົ້າຈະຄັດເຈົ້າອອກ ຫຼື ຂັບໄລ່ເຈົ້າອອກ, ໃນທາງກົງກັນຂ້າມ ມັນໝາຍຄວາມວ່າຄວາມຊົ່ວຮ້າຍທີ່ເຈົ້າໄດ້ກະທຳນັ້ນຮ້າຍແຮງຫຼາຍ ຈົນເຈົ້າຈະຕ້ອງທົນທຸກຕໍ່ການລົງໂທດ ແລະ ການຖືກທຳລາຍ; ມັນຄືການລໍ້ຫຼິ້ນກັບໂຊກຊະຕາ. ເມື່ອເຈົ້າກະທຳຄວາມຊົ່ວຮ້າຍດັ່ງກ່າວ, ຜູ້ຄົນບໍ່ສາມາດເຮັດຫຍັງເຈົ້າໄດ້ ແຕ່ພຣະເຈົ້າຈະປະນາມເຈົ້າໂດຍອີງໃສ່ການກະທຳທີ່ຊົ່ວຮ້າຍຂອງເຈົ້າ. ແລ້ວເປັນຫຍັງເຮົາຈຶ່ງເວົ້າວ່າສິ່ງນີ້ຄືການຢາກຕາຍ? ມັນມີເຫດຜົນທີ່ເຮົາໃຊ້ວະລີທີ່ວ່າ “ເຈົ້າຕ້ອງຢາກຕາຍແນ່ນອນ” ກໍຄື: ວິທີການນີ້ຂອງເຈົ້າເປັນຕົວແທນໃຫ້ແກ່ເສັ້ນທາງທີ່ເຈົ້າຍ່າງ. ຕອນນີ້ເຈົ້າກຳລັງຍ່າງໃນເສັ້ນທາງປະເພດໃດ? ວິທີການນີ້ຂອງເຈົ້າເປັນຕົວແທນໃຫ້ເຫັນວ່າ ເຈົ້າກຳລັງຍ່າງໃນເສັ້ນທາງທີ່ນຳໄປສູ່ການທຳລາຍ. ເສັ້ນທາງທີ່ນຳໄປສູ່ການທຳລາຍນີ້ໝາຍຄວາມວ່າຫຍັງ? ມັນໝາຍຄວາມວ່າ ພຣະເຈົ້າເປັນປະຈັກພະຍານຢ່າງຊັດເຈນວ່າ ພຣະເຈົ້າທີ່ບັງເກີດເປັນເນື້ອໜັງເທິງແຜ່ນດິນໂລກອົງນີ້ເປັນຕົວແທນໃຫ້ແກ່ພຣະອົງ ແລະ ເປັນຕົວແທນໃຫ້ແກ່ເຈດຕະນາຂອງພຣະອົງໃນຍຸກສຸດທ້າຍ ແລະ ພຣະເຈົ້າທີ່ບັງເກີດເປັນເນື້ອໜັງອົງນີ້ຄືການປາກົດຂອງພຣະອົງ ແລະ ເປັນຜູ້ແບກຮັບວຽກງານຂອງພຣະອົງໃນຍຸກສຸດທ້າຍ, ເຖິງຢ່າງນັ້ນ ເຈົ້າກໍບໍ່ຍອມຮັບພຣະທຳເຫຼົ່ານີ້. ເຈົ້າປະຕິເສດທີ່ຈະຮັບຮູ້ອັດຕະລັກ ແລະ ແກ່ນແທ້ຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງອົງນີ້ຢ່າງດື້ດ້ານ ແລະ ເຈົ້າບໍ່ຍອມຮັບພຣະທຳ ແລະ ວຽກງານຂອງພຣະອົງ. ບໍ່ພຽງແຕ່ເຈົ້າຈະບໍ່ຍອມຮັບພວກມັນເທົ່ານັ້ນ ແຕ່ເຈົ້າຍັງປະຕິເສດພວກມັນອີກດ້ວຍ ແລະ ເຈົ້າເຖິງຂັ້ນອະທິຖານເຖິງ ແລະ ອ້ອນວອນຕໍ່ພຣະເຈົ້າໃນສະຫວັນຢູ່ເລື້ອຍໆ, ໂດຍຕ້ອງການຂ້າມຜ່ານພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ເພື່ອໃຫ້ໄດ້ຮັບການຮັບຮອງຈາກພຣະເຈົ້າໃນສະຫວັນ ແລະ ດ້ວຍເຫດນັ້ນຈຶ່ງບັນລຸຄວາມລອດພົ້ນ. ນັ້ນກໍຄື ເຈົ້າເຊື່ອພຽງແຕ່ໃນພຣະເຈົ້າໃນສະຫວັນເທົ່ານັ້ນ, ໃນຂະນະທີ່ສຳລັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ເຊິ່ງເປັນຜູ້ທີ່ໄດ້ຮັບມອບໝາຍວຽກງານຂອງພຣະເຈົ້າເທິງແຜ່ນດິນໂລກນັ້ນ ເຈົ້າພັດບໍ່ຍອມຮັບພຣະອົງ. ໃນກໍລະນີດັ່ງກ່າວ ເຈົ້າກຳລັງປະຕິເສດວຽກງານທີ່ເຮັດ ແລະ ພຣະທຳທີ່ກ່າວໂດຍພຣະເຈົ້າໃນສະຫວັນ ຫຼັງຈາກທີ່ພຣະອົງສະເດັດມາສູ່ແຜ່ນດິນໂລກ; ເຈົ້າກຳລັງປະຕິເສດບຸກຄົນທີ່ພຣະເຈົ້າໄດ້ກາຍມາເປັນເທິງແຜ່ນດິນໂລກ, ດັ່ງນັ້ນ ເສັ້ນທາງທີ່ເຈົ້າຍ່າງຈຶ່ງເປັນເສັ້ນທາງແຫ່ງການທຳລາຍ. ບໍ່ວ່າເຈົ້າຈະນະມັດສະການ ແລະ ເທີດທູນພຣະເຈົ້າໃນສະຫວັນຫຼາຍສໍ່າໃດກໍຕາມ, ພຣະເຈົ້າກໍບໍ່ຍອມຮັບ ຫຼື ຮັບຮູ້ມັນ. ເສັ້ນທາງທີ່ເຈົ້າກຳລັງຍ່າງນັ້ນເປັນເສັ້ນທາງແຫ່ງການທຳລາຍ; ສິ່ງນີ້ເອີ້ນວ່າການຢາກຕາຍ. ການຢາກຕາຍໝາຍຄວາມວ່າຫຍັງ? ມັນໝາຍຄວາມວ່າຄວາມຊົ່ວຮ້າຍທີ່ເຈົ້າໄດ້ກະທຳນັ້ນໃຫຍ່ຫຼວງເກີນໄປ ແລະ ສາມາດເຮັດໃຫ້ເຈົ້າຖືກລົງໂທດໄດ້; ນີ້ຄືການລໍ້ຫຼິ້ນກັບຊະຕາກຳ. ເສັ້ນທາງທີ່ເຈົ້າຍ່າງ ແລະ ເສັ້ນທາງແຫ່ງການປະຕິບັດທີ່ເຈົ້າເລືອກນັ້ນແມ່ນເສັ້ນທາງທີ່ຜິດ. ເຈົ້າກຳລັງຕັ້ງຕົວເປັນສັດຕູກັບພຣະເຈົ້າ, ເຈົ້າກຳລັງເປັນປໍລະປັກຕໍ່ພຣະເຈົ້າ. ຢ່າຄິດວ່າ “ຂ້ອຍໄວ້ວາງໃຈໃນພຣະເຈົ້າໃນສະຫວັນ. ພຣະເຈົ້າທີ່ບັງເກີດເປັນເນື້ອໜັງເປັນພຽງຄົນທຳມະດາ. ຂ້ອຍຍອມຮັບພຣະທຳທີ່ພຣະອົງກ່າວ ແຕ່ສຳລັບຕົວພຣະອົງເອງແລ້ວ, ຂ້ອຍບໍ່ຍອມຮັບວ່າພຣະອົງຄືພຣະຄຣິສ, ວ່າພຣະອົງຄືພຣະເຈົ້າ. ພຣະອົງຈະເປັນຕົວແທນໃຫ້ແກ່ອັດຕະລັກຂອງພຣະເຈົ້າໄດ້ແນວໃດ? ຂ້ອຍພຽງແຕ່ບໍ່ຮັບຮູ້ວ່າພຣະອົງຄືພຣະເຈົ້າເທິງແຜ່ນດິນໂລກ. ບໍ່ມີພຣະເຈົ້າອື່ນໃດນອກຈາກພຣະເຈົ້າໃນສະຫວັນ”. ຖ້າເຈົ້າເວົ້າຄຳເວົ້າເຫຼົ່ານີ້, ແລ້ວເຈົ້າກໍກຳລັງມີບັນຫາແລ້ວ. ເຈົ້າກຳລັງຍ່າງໃນເສັ້ນທາງແຫ່ງການທຳລາຍ; ສິ່ງນີ້ຄືການຢາກຕາຍ. ໃນປະຫວັດສາດມີຄົນທີ່ “ຢາກຕາຍ” ບໍ? ມີຄົນທີ່ຍ່າງໃນເສັ້ນທາງແຫ່ງການທຳລາຍຢ່າງຊັດເຈນບໍ? ໂປໂລເປັນໜຶ່ງໃນນັ້ນບໍ? (ແມ່ນແລ້ວ). ໂປໂລເປັນຄົນແບບນັ້ນ ແລະ ພວກທຳມະຈານ, ພວກຟາຣີຊາຍ ແລະ ມະຫາປະໂລຫິດເຫຼົ່ານັ້ນກໍເຊັ່ນກັນ. ພວກເຂົາເຊື່ອພຽງແຕ່ໃນພຣະນາມຂອງພຣະເຢໂຮວາເທົ່ານັ້ນ ແລະ ເຊື່ອພຽງແຕ່ໃນພຣະເຈົ້າໃນສະຫວັນເທົ່ານັ້ນ. ເມື່ອພຣະເຈົ້າບັງເກີດເປັນເນື້ອໜັງ ແລະ ສະເດັດມາສູ່ແຜ່ນດິນໂລກ, ພວກເຂົາເຫັນວ່າອົງພຣະເຢຊູເຈົ້າເປັນພຽງຄົນທຳມະດາ ແລະ ເປັນລູກຊາຍຂອງຊ່າງໄມ້ທີ່ຍາກຈົນອີກດ້ວຍ, ດັ່ງນັ້ນ ພວກເຂົາຈຶ່ງປະຕິເສດທີ່ຈະຍອມຮັບພຣະອົງບໍ່ວ່າຈະເກີດຫຍັງຂຶ້ນກໍຕາມ ໂດຍເວົ້າວ່າ: “ຂ້ອຍຈະບໍ່ຍອມຮັບເຈົ້າເດັດຂາດ. ຂ້ອຍເຊື່ອພຽງແຕ່ໃນພຣະເຈົ້າໃນສະຫວັນເທົ່ານັ້ນ!” ແລ້ວພຣະເຈົ້າໃນສະຫວັນກ່າວກັບພວກເຂົາວ່າແນວໃດ? “ເຈົ້າຕ້ອງຢາກຕາຍແນ່ນອນ!” ເປັນວະລີດຽວກັນກັບທີ່ເຮົາຫາກໍໃຊ້ໄປ. ຜົນອອກມາເປັນແນວໃດ? ຂໍ້ເທັດຈິງພິສູດໃຫ້ເຫັນວ່າພວກເຂົາຢາກຕາຍ, ບໍ່ແມ່ນບໍ? (ແມ່ນແລ້ວ). ພວກເຈົ້າຢາກຍ່າງໃນເສັ້ນທາງແບບນັ້ນບໍ? (ບໍ່). ຖ້າເປັນແນວນັ້ນກໍຢ່າຍ່າງໃນເສັ້ນທາງແບບນັ້ນ. ຖ້າພວກເຈົ້າເຄີຍຍ່າງໃນເສັ້ນທາງປະເພດນີ້ມາກ່ອນ, ກໍຈົ່ງຟ້າວຫັນກັບຄືນມາ, ກັບໃຈ ແລະ ສາລະພາບຄວາມບາບຂອງພວກເຈົ້າ; ຕອນນີ້ຍັງບໍ່ສາຍເກີນໄປທີ່ຈະຫັນກັບຄືນມາ. ເຖິງຢ່າງໃດກໍຕາມ ພວກເຈົ້າບໍ່ຄວນໃຊ້ວະລີທີ່ວ່າ “ເຈົ້າຕ້ອງຢາກຕາຍແນ່ນອນ” ຢ່າງບໍ່ລະມັດລະວັງ. ເມື່ອໃດກໍຕາມທີ່ພວກເຈົ້າເວົ້າມັນ, ມັນກໍມີຄວາມມຸທະລຸຢູ່ໃນນັ້ນ. ຄົນໃນໂລກອາດຊະຍາກຳມັກຈະເວົ້າວ່າ “ເຈົ້າຕ້ອງຢາກຕາຍແນ່ນອນ!” ສິ່ງທີ່ພວກເຂົາໝາຍເຖິງກໍຄື ພວກເຂົາຕ້ອງການຂ້າຄົນ. ແຕ່ເມື່ອເຮົາເວົ້າສິ່ງນີ້, ມັນແຕກຕ່າງຈາກຕອນທີ່ພວກເຂົາເວົ້າ. ເມື່ອເຮົາເວົ້າສິ່ງນີ້ ມັນບໍ່ມີຄວາມມຸທະລຸຢູ່ໃນນັ້ນ ແລະ ເຮົາກໍບໍ່ໄດ້ພະຍາຍາມເວົ້າຂົ່ມຂູ່. ເຮົາພຽງແຕ່ຕ້ອງການເຕືອນເຈົ້າວ່າ: ຢ່າຍ່າງໃນເສັ້ນທາງຂອງໂປໂລ; ນັ້ນຈະໝາຍເຖິງການຢາກຕາຍ ແລະ ມັນເປັນເສັ້ນທາງແຫ່ງການທຳລາຍ. ຖ້າເຈົ້າຍ່າງໃນເສັ້ນທາງນີ້, ເຈົ້າກໍຈະຖືກທຳລາຍ ແລະ ເຈົ້າກໍຈະຈົບລົງດ້ວຍຈຸດຈົບດຽວກັນກັບໂປໂລ; ນັ້ນຈະເປັນເລື່ອງທີ່ຮ້າຍແຮງຫຼາຍ. ໃນຕອນນັ້ນ ໂປໂລບໍ່ໄດ້ຍິນຄວາມຈິງຫຼາຍປານໃດ. ການທີ່ລາວຢາກຕາຍນັ້ນເປັນຄວາມຜິດຂອງລາວເອງ ແລະ ຖືກກຳນົດໂດຍທຳມະຊາດຂອງລາວ. ແຕ່ຕອນນີ້ພວກເຈົ້າມີບົດຮຽນເຕືອນໃຈຂອງໂປໂລແລ້ວ, ດັ່ງນັ້ນ ພວກເຈົ້າຕ້ອງບໍ່ຢາກຕາຍ, ຢ່າຍ່າງໃນເສັ້ນທາງແຫ່ງການທຳລາຍນັ້ນ. ຕອນນີ້ຄວາມຈິງກ່ຽວກັບການບັງເກີດເປັນເນື້ອໜັງໄດ້ຖືກອະທິບາຍຢ່າງຊັດເຈນແລ້ວ ແລະ ຄວາມຈິງຕ່າງໆກ່ຽວກັບການບັນລຸຄວາມລອດພົ້ນກໍໄດ້ຖືກອະທິບາຍຢ່າງຊັດເຈນແລ້ວເຊັ່ນກັນ. ຖ້າເຈົ້າຍັງຕັ້ງໃຈຕໍ່ຕ້ານ ແລະ ປະຕິເສດທີ່ຈະຍອມຮັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງຢ່າງດື້ດ້ານ, ນີ້ບໍ່ແມ່ນການຢາກຕາຍບໍ? ສິ່ງນີ້ພິສູດໃຫ້ເຫັນວ່າເຈົ້າເປັນຄົນປະເພດດຽວກັນກັບໂປໂລ. ພວກເຈົ້າຕ້ອງບໍ່ຍ່າງໃນເສັ້ນທາງນີ້ຢ່າງເດັດຂາດ!

ຕອນນີ້ເຮົາໄດ້ໂອ້ລົມຫຼາຍແລ້ວ, ພວກເຈົ້າເຂົ້າໃຈແຈ່ມແຈ້ງແລ້ວບໍວ່າ ພວກເຈົ້າຄວນປະຕິບັດຕໍ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງແນວໃດ ແລະ ຄວນຈັດການກັບຄວາມສຳພັນລະຫວ່າງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ພຣະເຈົ້າໃນສະຫວັນຢ່າງເໝາະສົມແນວໃດ? (ເຂົ້າໃຈແຈ່ມແຈ້ງແລ້ວ). ແລ້ວຫຼັກການໃນເລື່ອງນີ້ແມ່ນຫຍັງ? ມີຈັກຫຼັກການ? ຈົ່ງສະຫຼຸບມາເບິ່ງ. (ຜ່ານການໂອ້ລົມຂອງພຣະເຈົ້າໃນມື້ນີ້, ຫຼັກການທຳອິດທີ່ຂ້ານ້ອຍເຂົ້າໃຈກໍຄືການຍອມຮັບຄວາມເປັນມະນຸດທີ່ປົກກະຕິຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ປະຕິບັດຕໍ່ຄວາມເປັນມະນຸດທີ່ປົກກະຕິຂອງເນື້ອໜັງທີ່ພຣະເຈົ້າຊົງສວມໃສ່ຢ່າງຖືກຕ້ອງ ເຊິ່ງລວມເຖິງການປະຕິບັດຕໍ່ສິ່ງຈຳເປັນພື້ນຖານ ແລະ ທາງເລືອກຕ່າງໆຂອງພຣະອົງພາຍໃນຄວາມເປັນມະນຸດທີ່ປົກກະຕິຂອງພຣະອົງຢ່າງຖືກຕ້ອງ. ອີກຫຼັກການໜຶ່ງກໍຄື ພຣະເຈົ້າເທິງແຜ່ນດິນໂລກມີແກ່ນແທ້ຂອງພຣະເຈົ້າ, ສະນັ້ນ ຕາບໃດທີ່ພຣະອົງສາມາດສະແດງຄວາມຈິງອອກມາ ແລະ ຊ່ວຍຜູ້ຄົນໃຫ້ລອດພົ້ນໄດ້, ພວກເຮົາກໍຄວນຍອມຮັບພຣະອົງ ແລະ ອ່ອນນ້ອມຕໍ່ພຣະອົງ. ນີ້ຄືສິ່ງສຳຄັນ). ເຮົາຂໍເນັ້ນຢໍ້າຕື່ມອີກຈັກສອງສາມຢ່າງ. ຕາມທິດສະດີແລ້ວ, ຄວາມເປັນມະນຸດທີ່ປົກກະຕິຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງບໍ່ໄດ້ກ່ຽວຂ້ອງກັບຄວາມຈິງ ແລະ ມັນບໍ່ໄດ້ກ່ຽວຂ້ອງກັບວຽກງານທີ່ພຣະເຈົ້າຕັ້ງໃຈຈະເຮັດ. ເວົ້າຢ່າງເຄັ່ງຄັດແລ້ວ, ຄວາມເປັນມະນຸດທີ່ປົກກະຕິໝາຍເຖິງສິ່ງຕ່າງໆທີ່ຢູ່ໃນຂອບເຂດການດຳລົງຊີວິດຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ສຳລັບບຸກຄົນນີ້ ນັ້ນກໍຄື ສິ່ງທີ່ພຣະອົງມັກ, ບຸກຄະລິກຂອງພຣະອົງ, ຂອບເຂດອາລົມທີ່ພຣະອົງມີ ພ້ອມທັງຄວາມຄິດເຫັນ, ມຸມມອງ, ຄວາມເຂົ້າໃຈ, ທາງເລືອກ ແລະ ສິ່ງອື່ນໆຂອງພຣະອົງກ່ຽວກັບຊີວິດ ແລະ ສັງຄົມ, ເມື່ອຕັດສິນຈາກມຸມມອງຂອງຄວາມເປັນມະນຸດແລ້ວ, ການສະແດງອອກເຫຼົ່ານີ້ຂອງພຣະອົງສອດຄ່ອງກັບສະຕິຮູ້ສຶກຜິດຊອບ ແລະ ຄວາມສົມເຫດສົມຜົນຂອງຄວາມເປັນມະນຸດທີ່ປົກກະຕິບໍ? (ສອດຄ່ອງ). ຄົນທີ່ເວົ້າວ່າ “ສອດຄ່ອງ” ຕ້ອງຮັບຜິດຊອບກັບຄຳເວົ້ານັ້ນ. ເຈົ້າຕ້ອງອະທິບາຍໃຫ້ຊັດເຈນວ່າ ຄຳວ່າ “ສອດຄ່ອງ” ຂອງເຈົ້ານີ້ມາຈາກໃສ? ມັນເປັນຫຼັກຄຳສອນ, ເປັນການເວົ້າຕາມຄົນອື່ນ ຫຼື ເຈົ້າມີປະສົບການ ແລະ ຄວາມຮູ້ກ່ຽວກັບເລື່ອງນີ້ຢ່າງແທ້ຈິງ? (ພຣະເຈົ້າ, ມຸມມອງຂອງຂ້ານ້ອຍກໍຄື ບໍ່ວ່າພຣະເຈົ້າຈະຊີ້ນຳພວກເຮົາໃນການໃຊ້ຊີວິດຕາມຄວາມເປັນມະນຸດທີ່ປົກກະຕິ ຫຼື ໃຫ້ພວກເຮົາແຍກແຍະບາງຄົນ, ບາງເຫດການ ແລະ ບາງສິ່ງທີ່ພວກເຮົາປະເຊີນ, ທັງໝົດນີ້ລ້ວນແຕ່ບອກພວກເຮົາເຖິງວິທີການໃຊ້ຊີວິດຕາມຄວາມເປັນມະນຸດທີ່ປົກກະຕິ ແລະ ວິທີການເປັນຄົນຊື່ສັດ; ທັງໝົດນີ້ລ້ວນແຕ່ນຳພາພວກເຮົາໄປສູ່ເສັ້ນທາງທີ່ຖືກຕ້ອງ. ສະນັ້ນ, ການທີ່ພຣະເຈົ້າຊີ້ນຳຜູ້ຄົນໃນທຸກດ້ານຈຶ່ງເປັນປະໂຫຍດຕໍ່ພວກເຂົາ). ເຮົາຈະລະມັດລະວັງທີ່ຈະເວົ້າວ່າທັງໝົດນີ້ລ້ວນແຕ່ເປັນປະໂຫຍດຕໍ່ຜູ້ຄົນ ແຕ່ຢ່າງໜ້ອຍທີ່ສຸດ ເຮົາເອງກໍເຊື່ອວ່າຄຳວ່າ “ປົກກະຕິ” ໃນ “ຄວາມເປັນມະນຸດທີ່ປົກກະຕິ” ນັ້ນຄຸ້ມຄ່າທີ່ຈະອະທິບາຍ. ແລ້ວຄຳວ່າ “ປົກກະຕິ” ຄວນຖືກອະທິບາຍແນວໃດ? ໃນດ້ານໜຶ່ງ, ມັນໝາຍຄວາມວ່າມຸມມອງ ແລະ ຈຸດຢືນທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງໃຊ້ເບິ່ງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆນັ້ນຖືກຕ້ອງ. ເຮົາໄດ້ເວົ້າໄປແລ້ວໃນການໂອ້ລົມຂອງເຮົາກ່ຽວກັບວິທີທີ່ເຮົາປະຕິບັດຕໍ່ຄົນທຸກປະເພດ ແລະ ສິ່ງຕ່າງໆທຸກປະເພດ. ມັນສາມາດເວົ້າໄດ້ວ່າມຸມມອງຕ່າງໆຂອງເຮົາທີ່ມີຕໍ່ໂລກ, ຕໍ່ມະນຸດຊາດ ແລະ ຕໍ່ກະແສທີ່ຊົ່ວຮ້າຍ ແລະ ກະແສທາງດ້ານອຸດົມການຕ່າງໆນັ້ນ ເປັນສິ່ງທີ່ເຮົາມີໃນຖານະມະນຸດຄົນໜຶ່ງ ແຕ່ມັນກໍສາມາດເວົ້າໄດ້ເຊັ່ນກັນວ່າພວກມັນມາຈາກພຣະເຈົ້າ. ມັນເປັນໄປບໍ່ໄດ້ທີ່ຈະລົງລາຍລະອຽດກ່ຽວກັບສິ່ງເຫຼົ່ານີ້ຢູ່ບ່ອນນີ້, ໃຫ້ຄ່ອຍໆໄຕ່ຕອງພວກມັນດ້ວຍຕົວພວກເຈົ້າເອງ. ຈຸດຢືນ ແລະ ມຸມມອງທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງໃຊ້ມອງເບິ່ງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆນັ້ນປົກກະຕິ, ນີ້ຄືໃນດ້ານໜຶ່ງ. ໃນອີກດ້ານໜຶ່ງ, ມຸມມອງ ແລະ ຄວາມຄິດທີ່ພຣະອົງພັດທະນາຂຶ້ນຈາກຄວາມເຂົ້າໃຈຂອງພຣະອົງກ່ຽວກັບສິ່ງຕ່າງໆນັ້ນປົກກະຕິ; ພວກມັນບໍ່ໄດ້ຖືກບິດເບືອນ ຫຼື ສຸດໂຕ່ງ. ເຮົາຈະບໍ່ກ້າເວົ້າວ່າ ພວກເຈົ້າອາດໄດ້ຮັບປະໂຫຍດຫຼາຍສໍ່າໃດຈາກການເປີດເຜີຍເຖິງຄວາມເປັນມະນຸດທີ່ປົກກະຕິຂອງເຮົາ ໃນຂະນະທີ່ເຮົາດຳລົງຊີວິດ ແລະ ມີປະຕິສຳພັນກັບພວກເຈົ້າ ຫຼື ພວກມັນສາມາດໃຫ້ປະໂຫຍດແກ່ພວກເຈົ້າໄດ້ຄືກັນກັບຄວາມຈິງ ແຕ່ຢ່າງໜ້ອຍທີ່ສຸດ ເຮົາກໍຈະບໍ່ທຳຮ້າຍພວກເຈົ້າ. ຍັງມີປະເດັນພື້ນຖານທີ່ສຸດອີກຢ່າງໜຶ່ງ ນັ້ນກໍຄື ຈາກຄວາມຄິດ ແລະ ຄວາມປາຖະໜາສ່ວນຕົວຂອງເຮົາແລ້ວ, ເຮົາບໍ່ເຄີຍຕ້ອງການທີ່ຈະທຳຮ້າຍໃຜເລີຍ. ຖ້າເຮົາເຫັນວ່າເຈົ້າເຮັດຜິດພາດໃນຄຳເວົ້າຂອງເຈົ້າ ຫຼື ມີວິຖີຊີວິດ, ນິໄສການດຳລົງຊີວິດ ຫຼື ທັດສະນະຄະຕິຕໍ່ຊີວິດທີ່ຜິດພາດບາງຢ່າງ, ຕົວຢ່າງ: ເຈົ້າມີຄວາມເຂົ້າໃຈທີ່ບິດເບືອນກ່ຽວກັບການກິນອາຫານບາງຊະນິດ, ເຮົາກໍຈະເວົ້າກັບເຈົ້າ ແລະ ແກ້ໄຂຄວາມຄິດ ແລະ ມຸມມອງຂອງເຈົ້າ. ໃນດ້ານໜຶ່ງ, ຈາກຄວາມເຂົ້າໃຈເຖິງຄວາມເປັນມະນຸດທີ່ປົກກະຕິ, ເຮົາຊ່ວຍເຈົ້າແກ້ໄຂນິໄສການດຳລົງຊີວິດທີ່ຜິດພາດບາງຢ່າງ ເພື່ອໃຫ້ເຈົ້າມີຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງ ແລະ ສາມາດປະຕິບັດຕໍ່ເລື່ອງນີ້ຢ່າງສົມເຫດສົມຜົນ. ໃນອີກດ້ານໜຶ່ງທີ່ເລິກເຊິ່ງກວ່ານັ້ນ, ເຮົາເຮັດສິ່ງນີ້ເພື່ອເຮັດໃຫ້ເຈົ້າສາມາດເຂົ້າໃຈ ແລະ ເຂົ້າສູ່ຄວາມຈິງບາງຢ່າງໄດ້. ນີ້ກໍເປັນການສະແດງອອກເຖິງຄວາມເປັນມະນຸດທີ່ປົກກະຕິຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງເຊັ່ນກັນ. ຍິ່ງໄປກວ່ານັ້ນ, ຄວາມຕ້ອງການຕ່າງໆໃນຊີວິດຂອງພຣະເຈົ້າໃນຄວາມເປັນມະນຸດທີ່ປົກກະຕິ ແລະ ວິທີທີ່ພຣະອົງມີປະຕິສຳພັນກັບຄົນທຸກປະເພດກໍປົກກະຕິເຊັ່ນກັນ. ຄຳວ່າ “ປົກກະຕິ” ນີ້ໝາຍເຖິງຫຍັງ? ພວກເຈົ້າເຄີຍໄດ້ຍິນວ່າເຮົາລັງແກໃຜ, ທຳຮ້າຍໃຜ, ກົດຂີ່ໃຜ ຫຼື ຫຼອກລວງໃຜບໍ? (ບໍ່ເຄີຍ). ເຮົາບໍ່ເຄີຍເຮັດສິ່ງເຫຼົ່ານັ້ນແທ້ໆ. ດ້ວຍອັດຕະລັກ ແລະ ສະຖານະຂອງເຮົາ, ມັນຈະບໍ່ເປັນເລື່ອງງ່າຍເກີນໄປບໍສຳລັບເຮົາທີ່ຈະກ່າວຄຳເວົ້າທີ່ໂຫດຮ້າຍບາງຢ່າງ ຫຼື ກົດຂີ່ໃຜຄົນໜຶ່ງ? ເຮົາມີສິດທີ່ຈະເຮັດແບບນັ້ນ ແຕ່ເຮົາບໍ່ເຄີຍລັງແກໃຜ, ຜິດຖຽງກັບໃຜ, ໂຕ້ແຍ່ງກັບໃຜ ຫຼື ນິນທາວ່າຮ້າຍໃຜລັບຫຼັງພວກເຂົາແທ້ໆ, ເຮົາບໍ່ເຄີຍມີການສະແດງອອກເຫຼົ່ານີ້ເລີຍ. ເມື່ອຢູ່ທ່າມກາງຜູ້ຄົນ, ເຮົາພຽງແຕ່ມີປະຕິສຳພັນກັບພວກເຂົາຢ່າງເປັນປົກກະຕິ; ເຮົາໃກ້ຊິດຫຼາຍຂຶ້ນເລັກນ້ອຍກັບຄົນທີ່ມີຄວາມເປັນມະນຸດທີ່ດີ ແລະ ຢູ່ຫ່າງຈາກຄົນທີ່ມີຄວາມເປັນມະນຸດທີ່ບໍ່ດີ. ເຮົາຊ່ວຍເຫຼືອເມື່ອເຮົາສາມາດຊ່ວຍໄດ້ ແລະ ປ່ອຍໃຫ້ສິ່ງຕ່າງໆເປັນໄປຕາມທຳມະຊາດເມື່ອເຮົາບໍ່ສາມາດຊ່ວຍໄດ້. ກ່ຽວກັບການສະແດງອອກເຫຼົ່ານີ້ຂອງຄວາມເປັນມະນຸດທີ່ປົກກະຕິ ນັ້ນກໍຄື ບໍ່ວ່າພວກມັນຈະເປັນຂອບເຂດອາລົມ ຫຼື ນິໄສການດຳລົງຊີວິດຂອງເຮົາ ຫຼື ວິທີການ ແລະ ຫຼັກການໃນການມີປະຕິສຳພັນກັບຜູ້ຄົນຂອງເຮົາກໍຕາມ, ຈາກສິ່ງທີ່ພວກເຈົ້າສາມາດເບິ່ງເຫັນ, ສຳຜັດ, ເຂົ້າໃຈ ແລະ ຮຽນຮູ້ດ້ວຍຕົນເອງ, ພວກເຈົ້າເຫັນດ້ານໃດທີ່ຜິດປົກກະຕິບໍ? (ບໍ່ມີຫຍັງຜິດປົກກະຕິ; ທັງໝົດນີ້ສຳພັນກັບຊີວິດຈິງແທ້ໆ). “ທັງໝົດນີ້ສຳພັນກັບຊີວິດຈິງແທ້ໆ”, ບາງຄົນອາດບໍ່ເຂົ້າໃຈສິ່ງນີ້ປານໃດ, ສະນັ້ນ ໃຫ້ເຮົາແກ້ໄຂເຈົ້າ: ການສະແດງອອກເຫຼົ່ານີ້ຂອງຄວາມເປັນມະນຸດທີ່ປົກກະຕິຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງລ້ວນແຕ່ມີຫຼັກການ; ບໍ່ມີຫຍັງທີ່ຫວ່າງເປົ່າ ຫຼື ເສແສ້ງກ່ຽວກັບພວກມັນ. ເຮົາເອງກໍເຊື່ອວ່າເຮົາບໍ່ເຄີຍວາງທ່າ ແລະ ເຮົາບໍ່ມັກການອອກຄຳສັ່ງເປັນພິເສດ; ໃນທາງກົງກັນຂ້າມ ເຮົາມັກເຮັດວຽກງານຕົວຈິງຫຼາຍກວ່າ. ເຮົາສອນທຸກສິ່ງທີ່ເຮົາຮູ້ ແລະ ເຂົ້າໃຈ ໂດຍບໍ່ປິດບັງຫຍັງເລີຍ. ເຈົ້າເຫັນບໍວ່າ ເມື່ອແນະນຳພວກເຈົ້າກ່ຽວກັບໜ້າວຽກໃດໜຶ່ງທີ່ກ່ຽວຂ້ອງກັບທັກສະວິຊາຊີບ, ເຮົາເວົ້າຫຼາຍເທົ່າທີ່ເຮົາຮູ້. ເຮົາເຄີຍປິດບັງຫຍັງໄວ້ບໍ? (ບໍ່, ພຣະອົງບໍ່ເຄີຍ). ເຮົາບໍ່ປິດບັງ ຫຼື ເຊື່ອງສິ່ງຕ່າງໆໄວ້; ເຮົາເຮັດຈົນສຸດຄວາມສາມາດຂອງເຮົາເພື່ອຊີ້ນຳ ແລະ ສອນເຈົ້າ. ເຈົ້າຮຽນຮູ້ຢ່າງຈິງຈັງຫຼາຍ, ໃຊ້ຄວາມພະຍາຍາມຫຼາຍ ແລະ ສາມາດທົນຕໍ່ຄວາມຍາກລຳບາກຫຼາຍຢ່າງ ແລະ ໃນທີ່ສຸດ ເຈົ້າກໍຊຳນານໃນສິ່ງທີ່ເຮົາໄດ້ສອນ ແລະ ສາມາດປະຕິບັດໄດ້ດ້ວຍຕົນເອງ ໂດຍບໍ່ຕ້ອງການການຊີ້ນຳຂອງເຮົາອີກຕໍ່ໄປ. ສິ່ງນີ້ເຮັດໃຫ້ເຮົາມີຄວາມສຸກພໍສົມຄວນ ແລະ ເຮົາບໍ່ຮູ້ສຶກອິດສາ. ເຮົາເຖິງຂັ້ນຜັກດັນໃຫ້ເຈົ້າເຮັດສິ່ງຕ່າງໆດ້ວຍຕົນເອງ ແລະ ເຮົາເຕັມໃຈທີ່ຈະໃຫ້ເຈົ້າມີຜົນສຳເລັດ. ເມື່ອເຈົ້າມີຜົນສຳເລັດ ແລະ ທຸກຄົນຊົມເຊີຍເຈົ້າ, ເຮົາເຖິງຂັ້ນສະແດງຄວາມຍິນດີກັບເຈົ້າ. ເມື່ອເຈົ້າຮຽນຮູ້ສິ່ງຕ່າງໆຈາກເຮົາ ແລະ ມີຜົນສຳເລັດ ແລະ ທຸກຄົນຍົກຍ້ອງເຈົ້າ, ສິ່ງນີ້ພິສູດວ່າເຈົ້າມີຄວາມສາມາດ ແລະ ເຮົາບໍ່ອິດສາແທ້ໆ; ເຮົາບໍ່ພະຍາຍາມຍາດເອົາຄວາມໂດດເດັ່ນຂອງເຈົ້າ ແລະ ເຮົາບໍ່ພະຍາຍາມຍາດເອົາຄວາມດີຄວາມຊອບຈາກເຈົ້າ. ເຮົາຈະບໍ່ເວົ້າວ່າ “ເປັນຫຍັງເຈົ້າຈຶ່ງບໍ່ບອກທຸກຄົນວ່າເຈົ້າຮຽນຮູ້ສິ່ງນີ້ຈາກເຮົາ? ເປັນຫຍັງເຈົ້າຈຶ່ງບໍ່ຮູ້ບຸນຄຸນເຮົາ?” ເຮົາເວົ້າວ່າ “ເຮົາພຽງແຕ່ໂອ້ລົມຫຼັກການ ແລະ ບໍ່ໄດ້ສອນຫຼາຍປານນັ້ນ; ເປັນເຈົ້າເອງທີ່ເຂົ້າໃຈມັນໄດ້ດີ”. ມີຫຼາຍສິ່ງທີ່ສຳພັນກັບຊີວິດຈິງພາຍໃນຄວາມເປັນມະນຸດທີ່ປົກກະຕິຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ພາຍໃນຄວາມສຳພັນກັບຊີວິດຈິງນີ້ ກໍມີຫຼາຍສິ່ງທີ່ເປັນຮູບປະທຳ. ບາງທີດ້ວຍການທີ່ເຮົາແນະນຳຕົວເຮົາເອງແບບນີ້, ພວກເຈົ້າຜູ້ທີ່ເຄີຍມີປະຕິສຳພັນກັບເຮົາກໍຈະຄ່ອຍໆເຂົ້າໃຈ. ເຮົາຮຽບງ່າຍຫຼາຍໃນການມີປະຕິສຳພັນກັບຜູ້ຄົນຂອງເຮົາ; ເຮົາກົງໄປກົງມາ, ເຮົາບໍ່ມີເລ່ລ່ຽວໃດໆ, ເຮົາບໍ່ວາງແຜນຮ້າຍໃສ່ຜູ້ຄົນ ແລະ ເຮົາບໍ່ນຳໃຊ້ຜູ້ຄົນ, ແຮງໄກທີ່ເຮົາຈະໃຊ້ອຳນາດບາດໃຫຍ່ຈາກສະຖານະຂອງເຮົາເໜືອຄົນອື່ນໃນຂະນະທີ່ເຮັດວຽກ ຫຼື ໃຊ້ຜົນປະໂຫຍດຈາກສະຖານະຂອງເຮົາເພື່ອສະແຫວງຫາຜົນປະໂຫຍດສ່ວນຕົວໃດໆ. ຖ້າເຈົ້າພະຍາຍາມປະຈົບປະແຈງເຮົາ ແລະ ຍົກຍໍເຮົາ, ເຮົາກໍຮູ້ສຶກບໍ່ສະບາຍໃຈ ແລະ ອຶດອັດຫຼາຍ ແລະ ເຮົາຕ້ອງຢູ່ຫ່າງຈາກເຈົ້າ. ຖ້າເຈົ້າມີປະຕິສຳພັນກັບເຮົາຢ່າງປົກກະຕິ ໂດຍບໍ່ພະຍາຍາມປະຈົບປະແຈງເຮົາ ຫຼື ຍົກຍໍເຮົາ, ເຮົາກໍຮູ້ສຶກສະບາຍໃຈພໍສົມຄວນ ແລະ ເຮົາກໍຂ້ອນຂ້າງເຕັມໃຈທີ່ຈະມີປະຕິສຳພັນກັບເຈົ້າ.

ຕະຫຼອດຫຼາຍປີທີ່ເຮົາມີປະຕິສຳພັນກັບຜູ້ຄົນ, ຍ້ອນໄດ້ດຳລົງຊີວິດມາໄດ້ດົນປານນີ້ ເຮົາໄດ້ຕິດຕໍ່ພົວພັນກັບຄົນຈຳນວນຫຼວງຫຼາຍທີ່ມີທຸກພູມຫຼັງແຕກຕ່າງກັນໃນຄວາມເປັນມະນຸດທີ່ປົກກະຕິຂອງເຮົາ. ເຮົາໄດ້ເຫັນພວກເຂົາທັງໝົດ ນັ້ນກໍຄື ຄົນທີ່ມີຄວາມຊັບຊ້ອນຫຼາຍ ແລະ ຄົນທີ່ມີຄວາມໂງ່ຈ້າຫຼາຍ; ຄົນທີ່ມີຄວາມອວດດີ ແລະ ຄວາມບໍ່ສົມເຫດສົມຜົນຫຼາຍ ແລະ ຄົນທີ່ຊົ່ວຮ້າຍຫຼາຍ. ຕໍ່ມາ ເຮົາໄດ້ຄົ້ນພົບເທື່ອລະເລັກເທື່ອລະໜ້ອຍວ່າ ຜູ້ຄົນແຕກຕ່າງກັນແທ້ໆ. ເຮົາຮຽບງ່າຍໃນປະຕິສຳພັນທີ່ເຮົາມີກັບຜູ້ຄົນ; ເຮົາເວົ້າຢ່າງຮຽບງ່າຍ ແລະ ກົງໄປກົງມາຫຼາຍ ແລະ ເຮົາຍັງສາມາດເປີດໃຈອີກດ້ວຍ. ເຖິງຢ່າງນັ້ນ ເມື່ອປະເຊີນກັບຄົນທຸກພູມຫຼັງ, ເຮົາກໍເຫັນວ່າຄວາມເປັນມະນຸດນັ້ນມີຄວາມຊັບຊ້ອນຫຼາຍເກີນໄປຢູ່ພາຍໃນ. ແຕ່ບໍ່ວ່າຄົນທີ່ເຮົາພົບພໍ້ໜ້າຊັບຊ້ອນສໍ່າໃດກໍຕາມ, ເມື່ອສະແດງບາງສິ່ງອອກມາ ຫຼື ແກ້ໄຂບາງເລື່ອງໃນຄວາມເປັນມະນຸດທີ່ປົກກະຕິຂອງເຮົາ, ຈຸດຢືນ, ຫຼັກການ, ວິທີການ ແລະ ຄວາມມັກສ່ວນຕົວຂອງເຮົາກໍບໍ່ເຄີຍປ່ຽນແປງ. ບໍ່ວ່າເຮົາຈະພົວພັນກັບຄົນປະເພດໃດກໍຕາມ, ໃນທີ່ສຸດແລ້ວ ວິທີທີ່ເຮົາປະຕິບັດຕໍ່ຜູ້ຄົນກໍອີງໃສ່ຫຼັກການທີ່ມີຢູ່ພາຍໃນເຮົາແລ້ວ. ຖ້າເຈົ້າເປັນຄົນທີ່ໄລ່ຕາມເສາະຫາຄວາມຈິງ ແລະ ມີຄວາມເປັນມະນຸດ, ແລ້ວພວກເຮົາກໍສາມາດມີປະຕິສຳພັນຫຼາຍຂຶ້ນ, ຕິດຕໍ່ພົວພັນຫຼາຍຂຶ້ນ ແລະ ໂອ້ລົມຫຼາຍຂຶ້ນ ໂດຍເວົ້າກັນຢ່າງເປີດໃຈ. ຖ້າເຈົ້າບໍ່ແມ່ນຄົນທີ່ໄລ່ຕາມເສາະຫາຄວາມຈິງ, ເຈົ້າບໍ່ປະຕິບັດໜ້າທີ່ຂອງເຈົ້າ ແລະ ຄວາມເປັນມະນຸດຂອງເຈົ້າກໍຊົ່ວຮ້າຍຫຼາຍ, ແລ້ວເຮົາກໍຈະພະຍາຍາມຈົນສຸດຄວາມສາມາດຂອງເຮົາເພື່ອຕິດຕໍ່ ແລະ ມີປະຕິສຳພັນກັບເຈົ້າໃຫ້ໜ້ອຍລົງ; ເຮົາເຮັດພໍເພື່ອຮັກສາຄວາມສຸພາບເທົ່ານັ້ນ. ຖ້າເຈົ້າສາມາດສະແຫວງຫາຄວາມຈິງ ແລະ ສະແຫວງຫາຢ່າງຈິງໃຈເມື່ອເຈົ້າມີບັນຫາ, ເຮົາກໍສາມາດໂອ້ລົມກັບເຈົ້າໄດ້ ແຕ່ເລື່ອງທີ່ວ່າເຈົ້າສາມາດຍອມຮັບຄວາມຈິງໄດ້ ຫຼື ບໍ່ນັ້ນກໍເປັນເລື່ອງຂອງເຈົ້າເອງ. ສຳລັບຄົນທີ່ແອບມີເຈດຕະນາທີ່ມຸ່ງຮ້າຍ ຫຼື ຄວາມປະສົງຮ້າຍ, ເຮົາກໍມີວິທີການ ແລະ ຫຼັກການທີ່ເໝາະສົມເພື່ອຈັດການ ແລະ ປະຕິບັດຕໍ່ພວກເຂົາເຊັ່ນກັນ. ພາຍນອກແລ້ວ, ວິທີທີ່ເຮົາປະຕິບັດຕໍ່ພວກເຂົາບໍ່ໄດ້ປ່ຽນແປງ; ເຮົາຍັງຄົງໂອ້ລົມພຣະທຳເຫຼົ່ານັ້ນ ແລະ ຍັງຄົງເຮັດສິ່ງເຫຼົ່ານີ້ ແລະ ມັນກໍຍັງຄົງເປັນການເປີດເຜີຍອອກເຖິງຄວາມເປັນມະນຸດທີ່ປົກກະຕິຂອງເຮົາ, ແຕ່ນີ້ບໍ່ໄດ້ໝາຍຄວາມວ່າເຮົາບໍ່ສາມາດເບິ່ງເຫັນວ່າພວກເຂົາເປັນຄົນປະເພດໃດ. ຈາກພາຍນອກ, ເຈົ້າເຫັນວ່າເຮົາເປັນແບບນີ້ຢູ່ສະເໝີ, ຮຽບງ່າຍໃນວິທີທີ່ເຮົາປະຕິບັດຕໍ່ຜູ້ຄົນ, ປະຕິບັດຕໍ່ທຸກຄົນຢ່າງສົມເຫດສົມຜົນໃນຄວາມເປັນມະນຸດທີ່ປົກກະຕິ. ນີ້ຄືສິ່ງທີ່ເຈົ້າເຫັນຈາກພາຍນອກ, ແຕ່ເຈົ້າຮູ້ບໍວ່າ ເຮົາຄິດແນວໃດກ່ຽວກັບພວກເຂົາໃນໃຈຂອງເຮົາ? ເຮົາມີຫຼັກການ ແລະ ມຸມມອງກ່ຽວກັບຄົນປະເພດນີ້. ຫຼັກການ ແລະ ມຸມມອງເຫຼົ່ານີ້ແມ່ນຫຍັງ? ຖ້າເຮົາປະເມີນພວກເຂົາຈາກມຸມມອງຂອງສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິຂອງເຮົາ, ບັນຫາຂອງພວກເຂົາກໍບໍ່ແມ່ນບັນຫາໃຫຍ່; ແຕ່ຖ້າເຮົາມອງເສັ້ນທາງທີ່ພວກເຂົາຍ່າງ ແລະ ຈຸດຈົບໃນອະນາຄົດຂອງພວກເຂົາຈາກມຸມມອງຂອງຄວາມເປັນພຣະເຈົ້າຂອງເຮົາ, ແລ້ວບັນຫາຂອງພວກເຂົາກໍຮ້າຍແຮງຫຼາຍ. ສະນັ້ນ, ສຳລັບເຮົາແລ້ວ ບາງຄັ້ງຄວາມເປັນມະນຸດທີ່ປົກກະຕິຂອງເຮົາ ແລະ ຄວາມເປັນພຣະເຈົ້າຂອງເຮົາກໍກຳລັງຖືກປັບເຂົ້າຫາກັນ. ໃນຂະນະທີ່ເຮົາກຳລັງປັບພວກມັນເຂົ້າຫາກັນ, ມັນອາດເປັນໄປໄດ້ວ່າເຮົາກຳລັງຜ່ອນຜັນໃຫ້ເຈົ້າ, ໃຫ້ໂອກາດເຈົ້າ, ສັງເກດເບິ່ງເຈົ້າ ແລະ ລໍຖ້າໃຫ້ເຈົ້າຫັນປ່ຽນເສັ້ນທາງ ແລະ ມັນກໍອາດເປັນໄປໄດ້ເຊັ່ນກັນວ່າ ພຣະເຈົ້າໃນສະຫວັນກຳລັງໃຫ້ໂອກາດເຈົ້າ. ສຳລັບເຮົາແລ້ວ, ມັນເປັນຂະບວນການປັບເຂົ້າຫາກັນລະຫວ່າງຄວາມເປັນມະນຸດທີ່ປົກກະຕິຂອງເຮົາ ແລະ ຄວາມເປັນພຣະເຈົ້າຂອງເຮົາ. ເຮົາບໍ່ເຕັມໃຈທີ່ຈະຕິດຕໍ່ພົວພັນກັບເຈົ້າ ແຕ່ເພາະວ່າບາງທີເຈົ້າອາດບໍ່ໄດ້ລະເມີດກົດການປົກຄອງ ຫຼື ຫຼັກການຂອງເຮືອນຂອງພຣະເຈົ້າ, ເຈົ້າຈຶ່ງຍັງຢູ່ໃນເຮືອນຂອງພຣະເຈົ້າ. ສຳລັບເຮົາແລ້ວ, ຈາກມຸມມອງຂອງຄວາມເປັນມະນຸດຂອງເຮົາ ເຮົາສາມາດອົດທົນກັບເຈົ້າ ແລະ ບໍ່ເອົາເລື່ອງກັບສິ່ງທີ່ເຈົ້າໄດ້ເຮັດ ແຕ່ຈາກມຸມມອງຄວາມເປັນພຣະເຈົ້າຂອງເຮົາ, ເຮົາໄດ້ກ່າວໂທດເຈົ້າແລ້ວ. ໃນຂະນະທີ່ເຮົາກຳລັງກ່າວໂທດຜູ້ຄົນ ແລະ ໃນເວລາດຽວກັນກໍຜ່ອນຜັນ, ໃຫ້ອະໄພພວກເຂົາ ແລະ ປ່ອຍໃຫ້ສິ່ງຕ່າງໆຜ່ານໄປ, ບາງຄົນກໍຖືກເປີດເຜີຍໂດຍພຣະເຈົ້າ ແລະ ຄົນອື່ນໆກໍເຮັດຄວາມຊົ່ວຮ້າຍອັນໃຫຍ່ຫຼວງ, ກໍ່ໃຫ້ເກີດຜົນສະທ້ອນທີ່ຮ້າຍແຮງ ແລະ ຖືກຂັບໄລ່ອອກ. ໃນຂະນະທີ່ເຮົາລໍຖ້າ, ບາງຄົນກໍຍັງຄົງປະຕິບັດໜ້າທີ່ຂອງພວກເຂົາໃນເຮືອນຂອງພຣະເຈົ້າ. ໃນລະຫວ່າງການປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາກໍຄ່ອຍໆຫັນປ່ຽນຕົນເອງ, ປ່ຽນແປງ ແລະ ພະຍາຍາມມຸ່ງໄປສູ່ຄວາມຈິງ; ພວກເຂົາຫັນປ່ຽນເສັ້ນທາງໃນໃຈຂອງພວກເຂົາ. ຈາກມຸມມອງຂອງຄວາມເປັນມະນຸດທີ່ປົກກະຕິຂອງເຮົາ, ເຮົາອາດມີປະຕິສຳພັນ ແລະ ສົນທະນາກັບຄົນທີ່ຫັນປ່ຽນເສັ້ນທາງ ເມື່ອມັນເໝາະສົມ, ໂດຍໃຫ້ການໂອ້ລົມ ແລະ ການຊ່ວຍເຫຼືອບາງຢ່າງແກ່ພວກເຂົາ. ເຖິງຢ່າງໃດກໍຕາມ, ໃນລະຫວ່າງຂະບວນການນີ້ ບາງຄົນກໍຍັງຄົງບໍ່ປ່ຽນແປງເລີຍ. ພວກເຂົາຍັງຄົງມີການສະແດງອອກຄືກັນກັບແຕ່ກ່ອນ, ບໍ່ໄລ່ຕາມເສາະຫາຄວາມຈິງ ແລະ ຍັງຄົງຍ່າງໃນເສັ້ນທາງເດີມຂອງພວກເຂົາ. ດັ່ງນັ້ນ ຈາກມຸມມອງຂອງເຮົາແລ້ວ, ບໍ່ວ່າເຈົ້າຈະເຮັດຫຍັງກັບເຮົາ ຫຼື ເຈົ້າເບິ່ງເຮົາແນວໃດກໍຕາມ, ເຮົາພຽງແຕ່ປະຕິບັດຕໍ່ເຈົ້າໃນຖານະຄົນທີ່ເຊື່ອໃນພຣະເຈົ້າເທົ່ານັ້ນ. ເຖິງຢ່າງໃດກໍຕາມ, ໃນການພິພາກສາຂອງຄວາມເປັນມະນຸດທີ່ປົກກະຕິຂອງເຮົາ, ເນື່ອງຈາກເຈົ້າຍັງຄົງບໍ່ປ່ຽນແປງແມ່ນແຕ່ໃນຕອນນີ້, ມັນກໍຈະເປັນເລື່ອງຍາກຫຼາຍສຳລັບເຈົ້າທີ່ຈະປ່ຽນແປງໃນອະນາຄົດ. ຄວາມຈິງແລ້ວ, ໃນຄວາມເປັນພຣະເຈົ້າຂອງເຮົາ, ມັນໄດ້ຖືກກຳນົດໄວ້ແລ້ວວ່າຄົນແບບນີ້ເປັນປະເພດທີ່ຈະພິນາດ ແລະ ເປັນເປົ້າໝາຍຂອງການທຳລາຍ ແລະ ໂດຍພື້ນຖານແລ້ວ ມັນເປັນໄປບໍ່ໄດ້ເລີຍທີ່ພວກເຂົາຈະປ່ຽນແປງ. ແຕ່ນີ້ຄືການເບິ່ງມັນຈາກມຸມມອງຂອງຄວາມເປັນພຣະເຈົ້າຂອງເຮົາ. ຢ່າງໃດກໍຕາມ ຄວາມເປັນມະນຸດກໍມີຂໍ້ຈຳກັດຂອງມັນ ນັ້ນກໍຄື ບາງຄັ້ງ ພາຍໃຕ້ຂໍ້ຈຳກັດຂອງສະຕິຮູ້ສຶກຜິດຊອບ ຫຼື ຄວາມສົມເຫດສົມຜົນຂອງພຣະອົງ, ພຣະເຈົ້າທີ່ບັງເກີດເປັນເນື້ອໜັງກໍຈະມີເຈດຕະນາດີບາງສ່ວນແບບມະນຸດ ແລະ ຫວັງໃນສິ່ງທີ່ດີທີ່ສຸດສຳລັບຜູ້ຄົນ; ພຣະອົງຈະຫວັງວ່າບາງຄົນຈະຫັນປ່ຽນຕົນເອງໃນລະຫວ່າງຊ່ວງໄລຍະເວລາໃດໜຶ່ງ ຫຼື ໃນເລື່ອງໃດໜຶ່ງໃນອະນາຄົດ ຫຼື ໃນລະຫວ່າງເຫດການສຳຄັນໃດໜຶ່ງ, ບາງທີພວກເຂົາກໍຈະສາມາດປ່ຽນແປງໄດ້. ພາຍໃຕ້ສະຖານະການດັ່ງກ່າວ, ພຣະອົງຈຶ່ງໃຫ້ໂອກາດແກ່ບາງຄົນໃນແງ່ຂອງວິທີທີ່ພຣະອົງປະຕິບັດຕໍ່ພວກເຂົາ.

ໃນດ້ານໜຶ່ງ, ຄວາມເປັນມະນຸດທີ່ປົກກະຕິນີ້ຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ກຳລັງຮ່ວມມືກັບວຽກງານບາງຢ່າງຂອງຄວາມເປັນພຣະເຈົ້າຂອງພຣະອົງ ຫຼື ສະແດງຄວາມຄິດເຫັນ ແລະ ມຸມມອງບາງຢ່າງອອກມາ. ໃນອີກດ້ານໜຶ່ງ, ມັນຍັງໃຫ້ການຊ່ວຍເຫຼືອ ຫຼື ຢືນຢັນຄວາມຖືກຕ້ອງຂອງແກ່ນແທ້, ທຳມະຊາດ ຫຼື ເສັ້ນທາງບາງຢ່າງຂອງຜູ້ຄົນຢູ່ສະເໝີ ເຊິ່ງຄວາມເປັນພຣະເຈົ້າຂອງພຣະເຈົ້າໄດ້ເບິ່ງເຫັນ. ສະນັ້ນ, ຄວາມເປັນມະນຸດທີ່ປົກກະຕິນີ້ຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈຶ່ງບໍ່ແມ່ນພຽງແຕ່ເພື່ອແບກຮັບພັນທະກິດຂອງພຣະຄຣິສ ແລະ ບຸດມະນຸດເທົ່ານັ້ນ. ສຳລັບຜູ້ຄົນແລ້ວ, ສິ່ງທີ່ສຳຄັນກວ່ານັ້ນກໍຄື ມັນເຮັດໃຫ້ພວກເຂົາສາມາດມີຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບພຣະເຈົ້າໃນສະຫວັນ. ນັ້ນກໍຄື ມັນໃຫ້ໂອກາດອີກຫຼາຍແກ່ຜູ້ຄົນເພື່ອເຂົ້າໃຈພຣະເຈົ້າໃນສະຫວັນໄດ້ດີຂຶ້ນ ແລະ ເຫັນແກ່ນແທ້ຂອງພຣະອົງຈາກພຣະເຈົ້າທີ່ບັງເກີດເປັນເນື້ອໜັງໄດ້ຫຼາຍຂຶ້ນ. ໃນອີກດ້ານໜຶ່ງ, ມັນເຮັດໜ້າທີ່ເພື່ອປັບຄວາມສຳພັນລະຫວ່າງມະນຸດຊາດທີ່ເສື່ອມຊາມ ແລະ ພຣະເຈົ້າໃນສະຫວັນເຂົ້າຫາກັນໃຫ້ດີຂຶ້ນ. ບາງທີພວກເຈົ້າບໍ່ຄ່ອຍເຂົ້າໃຈຄຳວ່າ “ປັບເຂົ້າຫາກັນ” ປານໃດ. ຖ້າພວກເຈົ້າບໍ່ເຂົ້າໃຈມັນ, ກໍບໍ່ມີຫຍັງທີ່ສາມາດເຮັດໄດ້; ບໍ່ມີຄຳສັບໃດທີ່ເໝາະສົມກວ່ານີ້ແລ້ວ. ເຮົາຈະຍົກຕົວຢ່າງໃຫ້ຟັງ. ເມື່ອເຈົ້າເກີດມີຄວາມຄິດຫຼົງຜິດກ່ຽວກັບເຈດຕະນາຂອງພຣະເຈົ້າ ຫຼື ຂໍ້ກຳນົດຂອງພຣະເຈົ້າໃນດ້ານໃດໜຶ່ງ, ເຈົ້າກໍບໍ່ສາມາດຍອມຮັບເຈດຕະນາ ຫຼື ຂໍ້ກຳນົດເຫຼົ່ານີ້ໄດ້. ເຈົ້າເລີ່ມມີຄວາມຄິດ, ເຈົ້າກໍເກີດມີຄວາມກະບົດ ແລະ ຈາກນັ້ນເຈົ້າກໍບໍ່ສາມາດອ່ອນນ້ອມໄດ້. ໃນເວລານີ້, ພຣະເຈົ້າທີ່ບັງເກີດເປັນເນື້ອໜັງເຂົ້າໃຈ ແລະ ຄຳນຶງເຖິງຄວາມຫຍຸ້ງຍາກ ແລະ ຄວາມອ່ອນແອຂອງເຈົ້າ. ພຣະອົງກ່າວພຣະທຳບາງຢ່າງ, ເຮັດວຽກງານບາງຢ່າງ ແລະ ຍົກຕົວຢ່າງບາງຢ່າງ. ຜ່ານການໂອ້ລົມ, ພຣະອົງຊ່ວຍໃຫ້ເຈົ້າເຫັນວ່າເຈດຕະນາຂອງພຣະເຈົ້າແມ່ນຫຍັງ, ຂໍ້ຜິດພາດໃນທັດສະນະຄະຕິຂອງເຈົ້າຕໍ່ພຣະເຈົ້າຢູ່ບ່ອນໃດ ແລະ ເຈົ້າຄວນຫັນປ່ຽນສະພາວະທີ່ກະບົດນີ້ແນວໃດ ເພື່ອບັນລຸການອ່ອນນ້ອມຕໍ່ພຣະເຈົ້າ. ຜ່ານການໂອ້ລົມແບບມະນຸດ ຫຼື ການຊ່ວຍເຫຼືອ ແລະ ການສະໜັບສະໜູນແບບມະນຸດຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ຄວາມຄິດຫຼົງຜິດ ແລະ ຄວາມເຂົ້າໃຈຜິດຂອງເຈົ້າກ່ຽວກັບພຣະເຈົ້າກໍຖືກກຳຈັດອອກໄປ. ຫຼັງຈາກນັ້ນ, ທັດສະນະຄະຕິຂອງເຈົ້າທີ່ມີຕໍ່ພຣະເຈົ້າກໍມີການປ່ຽນແປງພໍສົມຄວນ; ມັນປ່ຽນຈາກການກະບົດ ແລະ ການທ້າທາຍມາເປັນຄວາມເຕັມໃຈທີ່ຈະອ່ອນນ້ອມ. ຈາກນັ້ນ ເຈົ້າກໍມາຮູ້ຈັກຕົນເອງ, ກຽດຊັງຕົນເອງ ແລະ ເຂົ້າໃຈວ່າມັນເໝາະສົມແລ້ວທີ່ພຣະເຈົ້າຈະກະທຳແບບນີ້ ແລະ ພຣະເຈົ້າມີເຈດຕະນາທີ່ພຽນພະຍາຍາມ. ຜ່ານການໂອ້ລົມ, ການປັບເຂົ້າຫາກັນ, ການສະໜັບສະໜູນ ແລະ ການຊ່ວຍເຫຼືອດັ່ງກ່າວຈາກພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ພຣະອົງເຮັດໃຫ້ເຈົ້າສາມາດເຂົ້າໃຈເຈດຕະນາຂອງພຣະເຈົ້າ ໂດຍການແນະນຳວ່າອຸປະນິໄສ, ແກ່ນແທ້ ແລະ ເຈດຕະນາຂອງພຣະເຈົ້າໃນສະຫວັນແມ່ນຫຍັງ ແລະ ພຣະອົງຍັງເຮັດໃຫ້ເຈົ້າສາມາດຮູ້ວ່າເຈົ້າຜິດຢູ່ບ່ອນໃດ ແລະ ຄວນກັບໃຈແນວໃດ. ຫຼັງຈາກທີ່ໄດ້ໂອ້ລົມສອງດ້ານນີ້ຢ່າງຊັດເຈນແລ້ວ ແລະ ໃນທີ່ສຸດເຈົ້າກໍມາເຖິງຈຸດທີ່ເຈົ້າບໍ່ກະບົດຕໍ່ພຣະເຈົ້າ ຫຼື ທ້າທາຍພຣະອົງອີກຕໍ່ໄປ ແລະ ເຈົ້າມີຄວາມເຕັມໃຈທີ່ຈະອ່ອນນ້ອມ, ທັດສະນະຄະຕິຂອງພຣະເຈົ້າໃນສະຫວັນທີ່ມີຕໍ່ເຈົ້າກໍຈະປ່ຽນແປງໄປພໍສົມຄວນ. ພຣະອົງຈະບໍ່ກ່າວໂທດເຈົ້າອີກຕໍ່ໄປ ແລະ ຈະບໍ່ກຽດຊັງເຈົ້າອີກຕໍ່ໄປ; ຄວາມໂກດຮ້າຍຂອງພຣະອົງທີ່ມີຕໍ່ເຈົ້າຈະຫາຍໄປ. ຫຼັງຈາກທີ່ຄວາມໂກດຮ້າຍຂອງພຣະເຈົ້າຫາຍໄປ, ເຈົ້າກໍຮູ້ສຶກເຖິງຄວາມສະຫງົບ, ຄວາມປອບໂຍນ ແລະ ຄວາມເພີດເພີນໃນໃຈຂອງເຈົ້າ; ເມື່ອເຈົ້າມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານອີກຄັ້ງ, ເຈົ້າກໍຮູ້ສຶກວ່າເຈົ້າມີສິ່ງທີ່ຈະເວົ້າຕໍ່ພຣະອົງ, ເຈົ້າຮູ້ສຶກເຖິງການສະຖິດຢູ່ຂອງພຣະເຈົ້າ ແລະ ຫົວໃຈຂອງເຈົ້າກໍງຽບສະຫງົບ ແລະ ມີສັນຕິສຸກ. ເມື່ອຄິດຍ້ອນກັບໄປ ເຈົ້າກໍຮູ້ສຶກຕົວວ່າແຕ່ກ່ອນເຈົ້າກະບົດຕໍ່ພຣະເຈົ້າຫຼາຍເກີນໄປ ແລະ ຄວາມເອົາແຕ່ໃຈຂອງເຈົ້າເອງກໍຮຸນແຮງເກີນໄປ, ເຊິ່ງເຮັດໃຫ້ພຣະເຈົ້າກຽດຊັງເຈົ້າ. ຈາກນັ້ນ ເຈົ້າກໍຮູ້ສຶກສຳນຶກຜິດ ແລະ ເມື່ອເຈົ້າປະເຊີນກັບສິ່ງເຫຼົ່ານີ້ອີກຄັ້ງໃນອະນາຄົດ, ເຈົ້າກໍຈະບໍ່ກະບົດຕໍ່ພຣະເຈົ້າອີກເລີຍ. ຜ່ານການໂອ້ລົມ ແລະ ການສະໜັບສະໜູນຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ທັດສະນະຄະຕິຂອງເຈົ້າທີ່ມີຕໍ່ພຣະເຈົ້າກໍຖືກຫັນປ່ຽນຢ່າງສິ້ນເຊີງ ແລະ ຄວາມສຳພັນຂອງເຈົ້າກັບພຣະເຈົ້າກໍມີການຫັນປ່ຽນຢ່າງສິ້ນເຊີງ ແລະ ດີຂຶ້ນ, ຈົນເຮັດໃຫ້ຄວາມສຳພັນຂອງເຈົ້າກັບພຣະເຈົ້າບໍ່ໄດ້ຢູ່ໃນສະພາວະແບບກ່ອນໜ້ານີ້ອີກຕໍ່ໄປ ແຕ່ພັດທະນາໄປໃນທິດທາງທີ່ເປັນບວກ. ເຈົ້າເຫັນບໍວ່າ ຖ້າພຣະເຈົ້າທີ່ບັງເກີດເປັນເນື້ອໜັງບໍ່ໄດ້ກ່າວພຣະທຳເຫຼົ່ານີ້ ຫຼື ເຮັດວຽກງານນີ້, ບາງທີຍ້ອນຄວາມເອົາແຕ່ໃຈຂອງເຈົ້າເອງ ແລະ ທຳມະຊາດຂອງເຈົ້າ ເຈົ້າກໍຈະດຳລົງຊີວິດຢູ່ໃນສະພາວະແຫ່ງການທ້າທາຍພຣະເຈົ້າຕະຫຼອດໄປ. ແລ້ວຄວາມສຳພັນຂອງເຈົ້າກັບພຣະເຈົ້າກໍຈະຍັງຄົງຕິດຂັດ ແລະ ມັນກໍຈະຍັງຄົງຢູ່ໃນວົງຈອນທີ່ຊົ່ວຮ້າຍແບບນັ້ນ. ພຣະເຈົ້າໃນສະຫວັນຈະປ່ຽນແປງທັດສະນະຄະຕິຂອງພຣະອົງທີ່ມີຕໍ່ເຈົ້າຍ້ອນວ່າເຈົ້າຍັງຄົງຕິດຂັດກັບພຣະເຈົ້າແບບນີ້ບໍ? ນັ້ນເປັນໄປບໍ່ໄດ້ເລີຍ. ຖ້າເຈົ້າຍັງຄົງຕິດຂັດກັບພຣະເຈົ້າແບບນີ້, ພຣະເຈົ້າກໍຈະປ່ຽນຈາກການເບື່ອໜ່າຍເຈົ້າ ແລະ ການກຽດຊັງເຈົ້າ ມາເປັນການລັງກຽດເຈົ້າ. ຫຼັງຈາກທີ່ມັນມາເຖິງຈຸດທີ່ພຣະອົງລັງກຽດເຈົ້າແລ້ວ, ເຈົ້າຍັງມີໂອກາດທີ່ຈະໄດ້ຮັບຄວາມລອດພົ້ນຢູ່ບໍ? (ບໍ່ມີ). ເຈົ້າຈະບໍ່ມີໂອກາດ ແລະ ພຣະເຈົ້າກໍຈະປ່ອຍເຈົ້າໄປ. ຫຼັງຈາກທີ່ພຣະອົງປ່ອຍເຈົ້າໄປແລ້ວ, ຊີວິດຂອງເຈົ້າໃນຖານະຜູ້ເຊື່ອກໍຈະຈົບລົງຢູ່ບ່ອນນັ້ນ. ເຮົາຈະບໍ່ຕ້ອງການຊ່ວຍເຈົ້າໃຫ້ລອດພົ້ນອີກຕໍ່ໄປ ແລະ ຈະບໍ່ມີຄວາມຈຳເປັນທີ່ເຮົາຈະຕ້ອງຕິດຕໍ່ກັບເຈົ້າອີກ. ເຈົ້າຈະຖືກຄັດອອກຈາກກຸ່ມຄົນທີ່ເຮົາຊ່ວຍໃຫ້ລອດພົ້ນໂດຍສິ້ນເຊີງ. ເຮົາຈະບໍ່ຕ້ອງການເຫັນເຈົ້າອີກ, ເພາະວ່າໃນລະຫວ່າງຊ່ວງເວລາທີ່ເຮົາໄດ້ລໍຖ້າ, ເຈົ້າບໍ່ເຄີຍຫັນປ່ຽນເສັ້ນທາງເລີຍ. ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງເຈົ້າບໍ່ໄດ້ເຮັດວຽກ ແລະ ບໍ່ມີໃຜສາມາດເຮັດໃຫ້ເຈົ້າຫັນປ່ຽນເສັ້ນທາງໄດ້. ເຮົາໄດ້ໃຫ້ໂອກາດເຈົ້າເປັນເວລາດົນນານ, ແຕ່ເຈົ້າກໍຍັງບໍ່ຫັນປ່ຽນເສັ້ນທາງ. ສະນັ້ນ, ໃນສະຖານະການແບບນີ້, ຖ້າບໍ່ມີໃຜປາກົດຕົວຂຶ້ນມາເພື່ອປັບຄວາມສຳພັນລະຫວ່າງພຣະເຈົ້າ ແລະ ມະນຸດເຂົ້າຫາກັນ, ແລ້ວຄວາມສຳພັນຂອງເຈົ້າກັບພຣະເຈົ້າກໍຈະແຕກຫັກ. ຜົນສຸດທ້າຍກໍຄື ພຣະເຈົ້າຈະລັງກຽດເຈົ້າ, ເຈົ້າຈະຢູ່ຫ່າງໄກຈາກແສງສະຫວ່າງແຫ່ງພຣະພັກຂອງພຣະເຈົ້າຕະຫຼອດໄປ ແລະ ເຈົ້າຈະບໍ່ເປັນສິ່ງທີ່ຖືກສ້າງໃນສາຍພຣະເນດຂອງພຣະເຈົ້າອີກຕໍ່ໄປ; ຈາກນັ້ນ ເຈົ້າກໍຈະພິນາດຢ່າງສິ້ນເຊີງ. ເຖິງຢ່າງໃດກໍຕາມ ການສະຖິດຢູ່ຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງໃຫ້ໂອກາດແກ່ເຈົ້າເພື່ອປັບຄວາມສຳພັນຂອງເຈົ້າກັບພຣະເຈົ້າເຂົ້າຫາກັນ. ຖ້າພຣະເຈົ້າທີ່ບັງເກີດເປັນເນື້ອໜັງບໍ່ໄດ້ປາກົດຕົວ ແລະ ເຮັດວຽກງານ, ຫຼັງຈາກທີ່ຄວາມສຳພັນລະຫວ່າງຜູ້ຄົນ ແລະ ພຣະເຈົ້າໃນສະຫວັນຕິດຂັດ, ມັນກໍຈະນຳໄປສູ່ການທີ່ພຣະເຈົ້າລັງກຽດມະນຸດຊາດໄດ້ງ່າຍ. ມັນຈະເປັນໄປບໍ່ໄດ້ເລີຍທີ່ຜູ້ຄົນຈະໄດ້ຮັບໂອກາດ ຫຼື ຂໍ້ຄວາມບາງປະເພດຈາກບຸກຄົນທີສາມ ຫຼື ໂລກພາຍນອກເພື່ອເຮັດໃຫ້ຄວາມສຳພັນຂອງພວກເຂົາກັບພຣະເຈົ້າເປັນໄປໄດ້ດີຍິ່ງຂຶ້ນ. ມີພຽງແຕ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງເທົ່ານັ້ນທີ່ສາມາດຮັບບົດບາດນີ້ ແລະ ເຮັດວຽກງານນີ້ໄດ້; ພຣະອົງກາຍເປັນຜູ້ປັບຄວາມສຳພັນລະຫວ່າງພຣະເຈົ້າໃນສະຫວັນ ແລະ ມະນຸດຊາດເຂົ້າຫາກັນ. ດ້ວຍການປັບເຂົ້າຫາກັນດັ່ງກ່າວ, ມະນຸດຊາດທັງໝົດກໍໄດ້ຮັບໂອກາດຫຼາຍຂຶ້ນຢ່າງບໍ່ຮູ້ຕົວໃນຊ່ວງໄລຍະເວລາແຫ່ງການບັງເກີດເປັນເນື້ອໜັງຂອງພຣະເຈົ້າ. ໂອກາດເຫຼົ່ານີ້ເປັນສິ່ງຈຳເປັນສຳລັບຜູ້ຄົນເພື່ອໄດ້ຮັບຄວາມລອດພົ້ນ ແລະ ບໍ່ມີໃຜສາມາດປາສະຈາກພວກມັນໄດ້. ບໍ່ວ່າປັດຈຸບັນເຈົ້າກຳລັງໄລ່ຕາມເສາະຫາຄວາມຈິງ ຫຼື ຈະໄລ່ຕາມເສາະຫາຄວາມຈິງໃນອະນາຄົດກໍຕາມ, ຕາບໃດທີ່ເຈົ້າຕ້ອງການໄດ້ຮັບຄວາມລອດພົ້ນ, ໂອກາດເຫຼົ່ານີ້ກໍຄືສິ່ງທີ່ສຳຄັນທີ່ສຸດສຳລັບເຈົ້າ. ສະນັ້ນ, ບົດບາດນີ້ຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈຶ່ງສຳຄັນຕໍ່ເຈົ້າຫຼາຍ! ຄວາມເປັນມະນຸດທີ່ປົກກະຕິຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງເປັນສ່ວນໜຶ່ງທີ່ຂາດບໍ່ໄດ້ຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ມີພຽງແຕ່ຄວາມເປັນມະນຸດທີ່ປົກກະຕິຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງເທົ່ານັ້ນທີ່ສາມາດເບິ່ງເຫັນໂອກາດດັ່ງກ່າວ, ກຳແໜ້ນໂອກາດດັ່ງກ່າວ, ຮູ້ວ່າມະນຸດຊາດຕ້ອງການໂອກາດດັ່ງກ່າວ ແລະ ຄວ້າໂອກາດດັ່ງກ່າວໃຫ້ແກ່ມະນຸດຊາດ, ດ້ວຍເຫດນີ້ຈຶ່ງແກ້ໄຂບັນຫາຄວາມສຳພັນທີ່ຕິດຂັດລະຫວ່າງຜູ້ຄົນ ແລະ ພຣະເຈົ້າໄດ້. ແຕ່ຖ້າພຣະເຈົ້າທີ່ບັງເກີດເປັນເນື້ອໜັງບໍ່ມີຄວາມເປັນມະນຸດທີ່ປົກກະຕິ ແລະ ມີພຽງແຕ່ຄວາມເປັນພຣະເຈົ້າ, ແລ້ວຄວາມສຳພັນລະຫວ່າງມະນຸດ ແລະ ພຣະເຈົ້າກໍຈະຍັງຄົງເປັນຄວາມສຳພັນລະຫວ່າງມະນຸດຊາດ ແລະ ພຣະເຈົ້າໃນສະຫວັນ. ໃນກໍລະນີດັ່ງກ່າວ, ມັນສາມາດເວົ້າໄດ້ວ່າມັນຈະເປັນເລື່ອງຍາກຫຼາຍສຳລັບຜູ້ຄົນທີ່ຈະໄດ້ຮັບໂອກາດເພື່ອບັນລຸຄວາມລອດພົ້ນ ແລະ ເຮັດໃຫ້ຄວາມສຳພັນຂອງພວກເຂົາກັບພຣະເຈົ້າດີຍິ່ງຂຶ້ນ. ເພາະພຣະເຈົ້າທີ່ບັງເກີດເປັນເນື້ອໜັງມີຄວາມເປັນມະນຸດທີ່ປົກກະຕິ ແລະ ເພາະຄວາມເປັນມະນຸດທີ່ປົກກະຕິນີ້ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງຄວາມເປັນມະນຸດ, ພຣະອົງຈຶ່ງສາມາດເບິ່ງເຫັນໄດ້ວ່າ ພາຍໃນຂອບເຂດຂອງສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ, ແມ່ນຫຍັງຄືຈຸດສຳຄັນ, ເຫດຜົນ ແລະ ສາເຫດຕົ້ນຕໍສຳລັບຂໍ້ຂັດແຍ່ງຕ່າງໆທີ່ເກີດຂຶ້ນລະຫວ່າງຜູ້ຄົນ ແລະ ພຣະເຈົ້າ. ສຳລັບວິທີການແກ້ໄຂຂໍ້ຂັດແຍ່ງ ແລະ ບັນຫາຕົ້ນຕໍເຫຼົ່ານີ້ ເພື່ອບໍ່ໃຫ້ມີຂໍ້ຂັດແຍ່ງລະຫວ່າງຜູ້ຄົນ ແລະ ພຣະເຈົ້າອີກຕໍ່ໄປ ແລະ ເພື່ອບໍ່ໃຫ້ຄວາມສຳພັນຂອງພວກເຂົາຕິດຂັດອີກຕໍ່ໄປ, ມີພຽງແຕ່ບຸດມະນຸດທີ່ດຳລົງຊີວິດຢູ່ພາຍໃນຂອບເຂດຂອງສະຕິຮູ້ສຶກຜິດຊອບ ແລະ ຄວາມສົມເຫດສົມຜົນຂອງຄວາມເປັນມະນຸດທີ່ປົກກະຕິ ນັ້ນກໍຄື ພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ຈຶ່ງສາມາດເບິ່ງເຫັນສິ່ງນີ້, ສາມາດແກ້ໄຂບັນຫານີ້ໄດ້ຢ່າງແທ້ຈິງ ແລະ ສາມາດເຮັດວຽກງານນີ້ໄດ້. ດ້ວຍວິທີນີ້, ໃນຂະບວນການແຫ່ງການກະບົດຕໍ່ພຣະເຈົ້າ ແລະ ໃນຂະບວນການແຫ່ງການບັນລຸຄວາມລອດພົ້ນ, ຜູ້ຄົນສາມາດແກ້ໄຂຄວາມກະບົດຂອງພວກເຂົາທີ່ມີຕໍ່ພຣະເຈົ້າ, ການທ້າທາຍຂອງພວກເຂົາທີ່ມີຕໍ່ພຣະເຈົ້າ ແລະ ການຕໍ່ຕ້ານຂອງພວກເຂົາທີ່ມີຕໍ່ພຣະເຈົ້າໄດ້ຢ່າງຕໍ່ເນື່ອງ, ແມ່ນບໍ? (ແມ່ນແລ້ວ). ໃນຂະນະທີ່ເຈົ້າແກ້ໄຂບັນຫາເຫຼົ່ານີ້ຂອງຄວາມກະບົດ, ການຕໍ່ຕ້ານ ແລະ ການທ້າທາຍຕໍ່ພຣະເຈົ້າ, ພຣະເຈົ້າກໍໃຫ້ອະໄພເຈົ້າ, ຍອມຮັບເຈົ້າ ແລະ ໃຫ້ການຮັບຮອງແກ່ເຈົ້າຢ່າງຕໍ່ເນື່ອງ. ເຈົ້າປ່ຽນຈາກຄວາມກະບົດ, ການຕໍ່ຕ້ານ ແລະ ການທ້າທາຍ ມາເປັນການສາລະພາບຄວາມບາບຂອງເຈົ້າ ແລະ ການກັບໃຈຢ່າງຕໍ່ເນື່ອງ ແລະ ຈາກນັ້ນກໍມີຄວາມເຕັມໃຈທີ່ຈະຍອມຮັບຄວາມຈິງ, ບັນລຸການອ່ອນນ້ອມຢ່າງຈິງໃຈ ແລະ ບໍ່ກະບົດຕໍ່ພຣະເຈົ້າອີກຕໍ່ໄປ. ໃນຂະບວນການນີ້, ເຈົ້າໄດ້ຮັບການໃຫ້ອະໄພຈາກພຣະເຈົ້າ ແລະ ຈາກນັ້ນເຈົ້າກໍໄດ້ຮັບຄວາມຈິງ, ມາຢູ່ຕໍ່ໜ້າພຣະເຈົ້າເທື່ອລະໜ້ອຍ, ປັບປຸງຄວາມສຳພັນຂອງເຈົ້າກັບພຣະເຈົ້າເທື່ອລະໜ້ອຍໃຫ້ດີຂຶ້ນ ແລະ ຖືກຍອມຮັບຈາກພຣະເຈົ້າເທື່ອລະໜ້ອຍ. ເຈົ້າເຫັນບໍວ່າ ໃຜຄືຜູ້ທີ່ໄດ້ຮັບຜົນປະໂຫຍດສູງສຸດຢູ່ບ່ອນນີ້? (ຜູ້ຄົນ). ຜູ້ຄົນໄດ້ຮັບຜົນປະໂຫຍດຫຼາຍແທ້ໆ! ຂະບວນການນີ້ເຮັດໃຫ້ເຈົ້າສາມາດເບິ່ງເຫັນຄວາມຫວັງໃນການດຳລົງຊີວິດ ແລະ ຄວາມຫວັງໃນການຢູ່ລອດ. ແຕ່ກ່ອນທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈະເຮັດວຽກງານຂອງພຣະອົງ, ຜູ້ຄົນມີຄວາມຄິດຫຼົງຜິດ ແລະ ຈິນຕະນາການຫຼາຍຢ່າງກ່ຽວກັບພຣະເຈົ້າ ພ້ອມທັງຄວາມກະບົດທຸກປະເພດ; ມີບັນຫາຫຼາຍຢ່າງໃນຄວາມສຳພັນລະຫວ່າງມະນຸດ ແລະ ພຣະເຈົ້າ. ໃນລະຫວ່າງຊ່ວງເວລາທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງໄດ້ເຮັດວຽກງານ ແລະ ສະແດງຄວາມຈິງອອກມາຢ່າງຫຼວງຫຼາຍ, ບັນຫາເຫຼົ່ານີ້ຂອງມະນຸດຊາດກໍໄດ້ຮັບການແກ້ໄຂເທື່ອລະໜ້ອຍ. ມຸມມອງ, ທັດສະນະຄະຕິ, ຈຸດຢືນ ແລະ ທັດສະນະຂອງຜູ້ຄົນທີ່ມີຕໍ່ພຣະເຈົ້າໄດ້ດີຂຶ້ນເທື່ອລະໜ້ອຍ ແລະ ໃນຂະນະທີ່ພວກມັນດີຂຶ້ນເທື່ອລະໜ້ອຍ, ທັດສະນະຄະຕິຂອງຜູ້ຄົນທີ່ມີຕໍ່ພຣະເຈົ້າກໍໄດ້ປ່ຽນແປງໄປເຊັ່ນກັນ. ມີພຽງແຕ່ເມື່ອຜູ້ຄົນປ່ຽນແປງເທົ່ານັ້ນ ພຣະເຈົ້າຈຶ່ງຈະໃຫ້ການຮັບຮອງແກ່ພວກເຂົາເທື່ອລະໜ້ອຍ, ຍອມຮັບ ແລະ ມັກພວກເຂົາເທື່ອລະໜ້ອຍ ແລະ ປ່ອຍວາງຄວາມກຽດຊັງ, ຄວາມລັງກຽດ, ການປະຕິເສດ ແລະ ຄຳສາບແຊ່ງຂອງພຣະອົງທີ່ມີຕໍ່ພວກເຂົາເທື່ອລະໜ້ອຍ. ຖ້າພຣະເຈົ້າບໍ່ໄດ້ບັງເກີດເປັນເນື້ອໜັງ, ບໍ່ວ່າເຈົ້າຈະໃຊ້ຄວາມກະຕືລືລົ້ນຫຼາຍສໍ່າໃດກໍຕາມ ຫຼື ຈ່າຍລາຄາຫຼາຍສໍ່າໃດກໍຕາມໃນຄວາມເຊື່ອໃນພຣະເຈົ້າຂອງເຈົ້າຕະຫຼອດຫຼາຍປີທີ່ຜ່ານມານີ້, ເຈົ້າຈະສາມາດມີຜົນໄດ້ເຫຼົ່ານີ້ບໍ? (ບໍ່). ຫາກປາສະຈາກພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ຄວາມສຳພັນລະຫວ່າງຜູ້ຄົນ ແລະ ພຣະເຈົ້າກໍຈະບໍ່ຖືກປັບປຸງໃຫ້ດີຂຶ້ນຈັກເທື່ອ. ປະເດັນທີ່ສຳຄັນທີ່ສຸດກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງກໍຄື ພຣະອົງມີຄວາມເປັນມະນຸດທີ່ປົກກະຕິ ແລະ ດຳລົງຊີວິດຢູ່ພາຍໃນຄວາມເປັນມະນຸດທີ່ປົກກະຕິ. ມີພຽງແຕ່ການດຳລົງຊີວິດຢູ່ພາຍໃນຄວາມເປັນມະນຸດທີ່ປົກກະຕິ, ມີສະຕິຮູ້ສຶກຜິດຊອບ ແລະ ຄວາມສົມເຫດສົມຜົນຂອງຄວາມເປັນມະນຸດທີ່ປົກກະຕິ ແລະ ສາມາດຄິດ, ຕັດສິນ ແລະ ຕັດສິນໃຈໄດ້ຢ່າງຖືກຕ້ອງ ພ້ອມທັງເຂົ້າໃຈ ແລະ ຮູ້ຈັກຄົນ, ເຫດການ ແລະ ສິ່ງຕ່າງໆທຸກປະເພດເທົ່ານັ້ນ ພຣະອົງຈຶ່ງຈະສາມາດສະໜອງຄວາມຈິງຕ່າງໆທີ່ຜູ້ຄົນຕ້ອງການໄດ້ຢ່າງປົກກະຕິເທື່ອລະໜ້ອຍ ເພື່ອໃຫ້ຜູ້ຄົນສາມາດຖືກຍອມຮັບ ແລະ ຮັບຮອງຈາກພຣະເຈົ້າເທື່ອລະໜ້ອຍ. ມີພຽງແຕ່ວິທີນີ້ເທົ່ານັ້ນທີ່ຜູ້ຄົນຈຶ່ງຈະສາມາດຫຼຸດພົ້ນຈາກອຸປະນິໄສທີ່ເສື່ອມຊາມຕ່າງໆຂອງພວກເຂົາໄດ້, ບໍ່ກະບົດຕໍ່ພຣະເຈົ້າອີກຕໍ່ໄປ ແລະ ບໍ່ດຳລົງຊີວິດຢູ່ພາຍໃຕ້ພັນທະນາການຂອງຊາຕານເພື່ອທ້າທາຍພຣະເຈົ້າອີກຕໍ່ໄປ, ແຕ່ໃນທາງກັບກັນ ໃນຂະບວນການທີ່ພຣະເຈົ້າສະແດງຄວາມຈິງອອກມາ ນັ້ນກໍຄື ໃນຂະບວນການທີ່ພຣະເຈົ້າເຮັດວຽກງານຂອງພຣະອົງ ພວກເຂົາກໍຄ່ອຍໆມີການອ່ອນນ້ອມທີ່ແທ້ຈິງຕໍ່ພຣະເຈົ້າ ແລະ ຄວາມຢຳເກງທີ່ແທ້ຈິງຕໍ່ພຣະເຈົ້າ. ດັ່ງນັ້ນ, ບໍ່ວ່າເຈົ້າຈະມອງເບິ່ງມັນແນວໃດກໍຕາມ, ຄວາມໝາຍສຳຄັນຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງທີ່ມີຕໍ່ມະນຸດຊາດນັ້ນຍິ່ງໃຫຍ່ຫຼາຍແທ້ໆ!

ການເປັນຕົວແທນຫຼັກຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງຄືຄວາມເປັນມະນຸດທີ່ປົກກະຕິຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ຄວາມເປັນມະນຸດທີ່ປົກກະຕິນີ້ກໍເປັນສິ່ງທີ່ຂາດບໍ່ໄດ້. ສະນັ້ນ, ຖ້າເຈົ້າມີຄວາມຄິດຫຼົງຜິດຫຼາຍຢ່າງກ່ຽວກັບຄວາມເປັນມະນຸດທີ່ປົກກະຕິຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ເຊິ່ງເຈົ້າບໍ່ສາມາດປ່ອຍວາງໄດ້ຈັກເທື່ອ ແລະ ເຈົ້າມັກຈະປຽບທຽບພຣະເຈົ້າທີ່ບັງເກີດເປັນເນື້ອໜັງກັບພຣະເຈົ້າໃນສະຫວັນຢູ່ສະເໝີ, ແລ້ວເຮົາຂໍບອກວ່າ ເຈົ້າປາສະຈາກຄວາມເປັນມະນຸດຢ່າງສິ້ນເຊີງ. ເຈົ້າໄດ້ຮັບຫຼາຍສິ່ງຫຼາຍຢ່າງຈາກຄວາມເປັນມະນຸດທີ່ປົກກະຕິຂອງພຣະເຈົ້ານີ້, ເຖິງຢ່າງນັ້ນ ເຈົ້າກໍຍັງບໍ່ຮູ້ດ້ວຍຊໍ້າວ່າເຈົ້າໄດ້ຮັບຄວາມຈິງດ້ານຕ່າງໆເຫຼົ່ານີ້ມາໄດ້ແນວໃດ. ເຈົ້າບໍ່ໄດ້ຕາບອດບໍ? ເຈົ້າປາສະຈາກສະຕິຮູ້ສຶກຜິດຊອບ, ແມ່ນບໍ? (ແມ່ນແລ້ວ). ເຈົ້າປາສະຈາກສະຕິຮູ້ສຶກຜິດຊອບ ແລະ ບໍ່ຮູ້ວ່າສິ່ງຕ່າງໆເຮັດວຽກແນວໃດ. ບາງຄົນເວົ້າວ່າ “ຖ້າພຣະເຈົ້າບໍ່ໄດ້ບັງເກີດເປັນເນື້ອໜັງເພື່ອກ່າວ ແລະ ເຮັດວຽກງານ, ພວກເຮົາກໍຄົງຈະບັນລຸຄວາມລອດພົ້ນໄປດົນແລ້ວ ແລະ ພວກເຮົາກໍຄົງຈະຖືກຮັບຂື້ນໄປຢູ່ຕໍ່ໜ້າພຣະເຈົ້າດົນແລ້ວ”. ຄຳເວົ້າເຫຼົ່ານີ້ບໍ່ແມ່ນຄຳເວົ້າທີ່ຜິດພ້ຽນບໍ? ການເວົ້າສິ່ງດັ່ງກ່າວບໍ່ແມ່ນເລື່ອງທີ່ໄຮ້ສາລະເກີນໄປບໍ? (ແມ່ນແລ້ວ). ຫາກປາສະຈາກພຣະທຳ ແລະ ວຽກງານຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງຕະຫຼອດຫຼາຍປີທີ່ຜ່ານມານີ້, ພວກເຈົ້າຍັງຈະມີຊີວິດຢູ່ຈົນເຖິງທຸກມື້ນີ້ບໍ? ສະນັ້ນ, ຖ້າຫຼັງຈາກທີ່ຕິດຕາມພຣະເຈົ້າທີ່ບັງເກີດເປັນເນື້ອໜັງມາຫຼາຍປີ ແລະ ໄດ້ຟັງພຣະອົງໂອ້ລົມຄວາມຈິງມາຫຼາຍປີ, ເຈົ້າໄດ້ຮູ້ສຶກ ແລະ ຊາບຊຶ້ງຢ່າງເລິກເຊິ່ງວ່າ “ວຽກງານທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຊົງກະທຳນັ້ນເປັນປະໂຫຍດອັນໃຫຍ່ຫຼວງຕໍ່ຂ້ອຍ! ຂ້ອຍໄດ້ຮັບຜົນປະໂຫຍດຢ່າງມະຫາສານແທ້ໆ!” ຖ້າເຈົ້າສາມາດຊາບຊຶ້ງກັບສິ່ງນີ້ໄດ້ຢ່າງແທ້ຈິງ, ສິ່ງນີ້ສະແດງໃຫ້ເຫັນຫຍັງ? ມັນສະແດງໃຫ້ເຫັນວ່າເຈົ້າມີສະຕິຮູ້ສຶກຜິດຊອບ ແລະ ຄວາມຊາບຊຶ້ງຂອງເຈົ້ານັ້ນຖືກຕ້ອງ. ຄົນທີ່ປາສະຈາກສະຕິຮູ້ສຶກຜິດຊອບ ແລະ ເຫດຜົນກໍຍັງບໍ່ສາມາດຊາບຊຶ້ງກັບສິ່ງນີ້ໄດ້ແມ່ນແຕ່ໃນຕອນນີ້, ເຊິ່ງເປັນເລື່ອງທີ່ອັນຕະລາຍ. ຖ້າພວກເຂົາຍັງບໍ່ຊາບຊຶ້ງກັບມັນໃນຕອນນີ້, ພວກເຂົາຈະສາມາດຊາບຊຶ້ງກັບມັນໄດ້ໃນອີກຊາວປີຂ້າງໜ້າບໍ? ບໍ່ໄດ້ຢ່າງແນ່ນອນ. ມັນຊັດເຈນວ່າ ຄົນແບບນີ້ປາສະຈາກສະຕິຮູ້ສຶກຜິດຊອບ. ພວກເຂົາບໍ່ພຽງແຕ່ບໍ່ສາມາດຊາບຊຶ້ງໄດ້ວ່າ ພຣະທຳ ແລະ ວຽກງານຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງລ້ວນແຕ່ເປັນຄວາມລອດພົ້ນສຳລັບຜູ້ຄົນເທົ່ານັ້ນ ແຕ່ພວກເຂົາຍັງຈະເວົ້າອີກວ່າ “ຂ້ອຍໄດ້ຮັບຫຍັງແດ່ຈາກການເຊື່ອໃນພຣະເຈົ້າມາຫຼາຍປີ?” ພຣະເຈົ້າໄດ້ສະແດງຄວາມຈິງອອກມາຢ່າງຫຼວງຫຼາຍ, ເຈົ້າບໍ່ໄດ້ຮັບຄວາມຈິງເຫຼົ່ານັ້ນບໍ? ເຈົ້າບໍ່ຮູ້ສຶກບໍວ່າຄວາມຈິງຄືສິ່ງທີ່ລໍ້າຄ່າທີ່ສຸດ? ຖ້າເຈົ້າບໍ່ຮູ້ສຶກວ່າຄວາມຈິງຄືສິ່ງທີ່ລໍ້າຄ່າທີ່ສຸດ, ແລ້ວເຈົ້າກໍບໍ່ແມ່ນຜູ້ເຊື່ອທີ່ແທ້ຈິງ; ເຈົ້າເປັນພຽງຄົນທີ່ອາໄສຄຣິສຕະຈັກຫາກິນເທົ່ານັ້ນ. ຖ້າເຈົ້າບໍ່ຮູ້ສຶກວ່າເຈົ້າໄດ້ຮັບຄວາມຈິງ, ແລ້ວເຈົ້າກໍບໍ່ມີສະຕິຮູ້ສຶກຜິດຊອບ. ຄົນທີ່ບໍ່ມີສະຕິຮູ້ສຶກຜິດຊອບເປັນມະນຸດບໍ? (ບໍ່). ຄົນທີ່ບໍ່ມີສະຕິຮູ້ສຶກຜິດຊອບບໍ່ແມ່ນມະນຸດ. ເຈົ້າເຫັນບໍວ່າ ບໍ່ວ່າສັດຈະມີຊີວິດຢູ່ຈັກປີກໍຕາມ, ມັນກໍຈະບໍ່ມີວັນຮູ້ວ່າພຣະຜູ້ສ້າງຊົງດຳລົງຢູ່; ແລະ ບໍ່ວ່າມານຮ້າຍຈະມີຊີວິດຢູ່ຈັກໝື່ນ ຫຼື ຈັກຮ້ອຍລ້ານປີກໍຕາມ, ມັນກໍຈະບໍ່ມີວັນຍອມຮັບການດຳລົງຢູ່ຂອງພຣະເຈົ້າ. ສັດຈະຖືກກ່າວໂທດບໍທີ່ບໍ່ຮູ້ວ່າພຣະເຈົ້າຊົງດຳລົງຢູ່? (ບໍ່). ໝາມີຊີວິດຢູ່ປະມານສິບປີ, ມ້າມີຊີວິດຢູ່ຊາວ ຫຼື ສາມສິບປີ ແລະ ຊ້າງອາດຈະມີຊີວິດຢູ່ຫຼາຍກວ່າຮ້ອຍປີ. ພວກມັນບໍ່ຮູ້ເຖິງການດຳລົງຢູ່ຂອງພຣະຜູ້ສ້າງ ເຖິງຢ່າງນັ້ນ ກໍບໍ່ມີພວກມັນຕົວໃດຖືກກ່າວໂທດສຳລັບສິ່ງນີ້, ເພາະວ່າພວກມັນຖືກຈັດຢູ່ໃນປະເພດສັດ. ພຣະເຈົ້າບໍ່ມີຂໍ້ກຳນົດໃດໆສຳລັບພວກມັນ ແລະ ພຣະອົງກໍບໍ່ໄດ້ຊ່ວຍພວກມັນໃຫ້ລອດພົ້ນເຊັ່ນກັນ. ມະນຸດນັ້ນແຕກຕ່າງກັນ. ພຣະເຈົ້າມີຄວາມຄາດຫວັງຕໍ່ຜູ້ຄົນ ແລະ ໄດ້ວາງຄວາມຫວັງຂອງພຣະອົງໄວ້ກັບພວກເຂົາ. ໂດຍທີ່ໄດ້ມີປະສົບການກັບວຽກງານຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງມາຫຼາຍປີ, ເຈົ້າຄວນຈະສາມາດຊາບຊຶ້ງກັບສິ່ງນີ້ໄດ້, ແມ່ນບໍ? ແລ້ວຜູ້ຄົນຄວນປະຕິບັດຕໍ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງແນວໃດ? ທັງໝົດນີ້ຍ້ອນກັບໄປຫາສິ່ງທີ່ເຮົາໄດ້ເວົ້າກ່ອນໜ້ານີ້: ບໍ່ວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈະເບິ່ງຄືວ່າບໍ່ສອດຄ່ອງກັບຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງເຈົ້າ ຫຼື ບໍ່ສອດຄ່ອງກັບສິ່ງທີ່ເຈົ້າຕ້ອງການຫຼາຍສໍ່າໃດກໍຕາມ, ບາງທີພຣະອົງອາດຈະບໍ່ສູງເທົ່າເຈົ້າ, ບໍ່ໜ້າຕາດີເທົ່າເຈົ້າ, ບໍ່ມີຄວາມຮູ້ ແລະ ການສຶກສາຫຼາຍເທົ່າເຈົ້າ ແລະ ບໍ່ມີສະຖານະທາງສັງຄົມສູງເທົ່າເຈົ້າ, ຖ້າເຈົ້າສາມາດຊາບຊຶ້ງວ່າ ຄວາມຈິງທີ່ພຣະອົງໄດ້ໂອ້ລົມຕະຫຼອດຫຼາຍປີທີ່ຜ່ານມານີ້ໄດ້ເຮັດໃຫ້ເຈົ້າເກັບກ່ຽວຜົນປະໂຫຍດອັນໃຫຍ່ຫຼວງ ແລະ ໄດ້ຮັບຄວາມຈິງ, ແລ້ວເຈົ້າກໍຄວນຍອມຮັບຂໍ້ເທັດຈິງທີ່ວ່າພຣະອົງຄືພຣະເຈົ້າ ແລະ ພຣະອົງມີອັດຕະລັກຂອງພຣະເຈົ້າ. ຖ້າເຈົ້າມີຄວາມສົມເຫດສົມຜົນຢ່າງແທ້ຈິງ, ເຈົ້າກໍບໍ່ຄວນປຽບທຽບພຣະເຈົ້າທີ່ບັງເກີດເປັນເນື້ອໜັງກັບພຣະເຈົ້າໃນສະຫວັນຢູ່ສະເໝີ. ມັນມີປະໂຫຍດຫຍັງບໍໃນການປຽບທຽບພຣະອົງທັງສອງແບບນັ້ນ? ໂດຍການປຽບທຽບພຣະອົງທັງສອງແບບນີ້ຢູ່ສະເໝີ, ເຈົ້າພຽງແຕ່ຈະເຮັດໃຫ້ຕົວເຈົ້າເອງຕົກຢູ່ໃນສະຖານະການທີ່ຍາກລຳບາກເທົ່ານັ້ນ; ນອກຈາກນັ້ນ, ພຣະເຈົ້າກໍຈະກຽດຊັງເຈົ້າ ແລະ ໃນທີ່ສຸດ ເຈົ້າກໍຈະບໍ່ໄດ້ຮັບຫຍັງເລີຍ. ການປຽບທຽບພຣະອົງທັງສອງແບບນີ້ຢູ່ສະເໝີຈະສົ່ງຜົນກະທົບຕໍ່ການໄດ້ຮັບຄວາມຈິງ ແລະ ການບັນລຸຄວາມລອດພົ້ນຂອງເຈົ້າ. ສະນັ້ນ, ພຽງເພາະວ່າຄວາມຈິງທີ່ສະແດງອອກໂດຍພຣະເຈົ້າທີ່ບັງເກີດເປັນເນື້ອໜັງສາມາດເຮັດໃຫ້ເຈົ້າບັນລຸຄວາມລອດພົ້ນໄດ້, ເຈົ້າກໍບໍ່ຄວນປຽບທຽບພຣະເຈົ້າທີ່ບັງເກີດເປັນເນື້ອໜັງກັບພຣະເຈົ້າໃນສະຫວັນອີກຕໍ່ໄປ ແລະ ເຈົ້າຄວນຍອມຮັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ; ມັນຍັງບໍ່ຊ້າເກີນໄປທີ່ຈະຍອມຮັບພຣະອົງໃນຕອນນີ້. ບາງຄົນເວົ້າວ່າ “ແລ້ວການຍອມຮັບໝາຍຄວາມວ່າແນວໃດ? ຂ້ານ້ອຍກໍຟັງຄຳເທດສະໜາຂອງພຣະອົງມາຕະຫຼອດບໍ່ແມ່ນບໍ? ນັ້ນບໍ່ແມ່ນການຍອມຮັບບໍ?” ການຟັງຄຳເທດສະໜາບໍ່ໄດ້ເທົ່າກັບການຍອມຮັບ. ແລ້ວການຍອມຮັບແມ່ນຫຍັງກັນແທ້? ຈົ່ງໄຕ່ຕອງສິ່ງນີ້ດ້ວຍຕົວພວກເຈົ້າເອງ: ການສະແດງອອກຂອງການບໍ່ຍອມຮັບພຣະອົງແມ່ນຫຍັງ ແລະ ການສະແດງອອກຂອງການຍອມຮັບພຣະອົງແມ່ນຫຍັງ? ຈົ່ງໄຕ່ຕອງມັນ ແລະ ໂອ້ລົມກ່ຽວກັບມັນໃນໝູ່ພວກເຈົ້າເອງ. ໃຫ້ພວກເຮົາຈົບການໂອ້ລົມຂອງພວກເຮົາໄວ້ພຽງເທົ່ານີ້ສຳລັບມື້ນີ້. ລາກ່ອນ!

ວັນທີ 27 ກໍລະກົດ 2024

ກ່ອນນີ້: ວິທີການໄລ່ຕາມເສາະຫາຄວາມຈິງ (22)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້