ວິທີການໄລ່ຕາມເສາະຫາຄວາມຈິງ (22)

ພວກເຈົ້າຮູ້ສຶກແນວໃດ ຫຼັງຈາກທີ່ໄດ້ຍິນຄຳກ່າວ ແລະ ເນື້ອໃນກ່ຽວກັບຄຸນສົມບັດຂອງຄວາມເປັນມະນຸດທີ່ໄດ້ໂອ້ລົມໄປໃນຊ່ວງເວລາບໍ່ດົນມານີ້? ພວກເຈົ້າຈະແຈ້ງຂຶ້ນໜ້ອຍໜຶ່ງບໍ ກ່ຽວກັບຄຸນສົມບັດຂອງຄົນທີ່ມີຄວາມເປັນມະນຸດຢ່າງແທ້ຈິງ? (ພວກຂ້ານ້ອຍຈະແຈ້ງຂຶ້ນໜ້ອຍໜຶ່ງກວ່າແຕ່ກ່ອນ). ສະນັ້ນ ຫຼັງຈາກທີ່ໄດ້ຍິນແບບນີ້ແລ້ວ ພວກເຈົ້າໄດ້ຂໍ້ສະຫຼຸບໃດໆບໍ ກ່ຽວກັບວ່າລັກສະນະຕົ້ນຕໍຂອງຄົນທີ່ມີຄຸນລັກສະນະຂອງຄວາມເປັນມະນຸດແມ່ນຫຍັງ? ໂດຍອີງໃສ່ລາຍລະອຽດ ແລະ ຄວາມສະເພາະເຈາະຈົງທີ່ໄດ້ໂອ້ລົມກັນ, ພວກເຈົ້າສາມາດເບິ່ງເຫັນບໍວ່າ ລັກສະນະຄວາມເປັນມະນຸດຂອງຄົນໃດໜຶ່ງແມ່ນຫຍັງ? (ຜ່ານການໂອ້ລົມຂອງພຣະເຈົ້າໃນຊ່ວງບໍ່ດົນມານີ້ ຕອນນີ້ຂ້ານ້ອຍເຂົ້າໃຈແລ້ວວ່າ ຄົນທີ່ມີຄຸນນົມບັດຂອງຄວາມເປັນມະນຸດນັ້ນມີມະໂນທຳ ແລະ ເຫດຜົນ ແລະ ສາມາດແຍກແຍະສິ່ງທີ່ຜິດຈາກສິ່ງທີ່ຖືກໄດ້). ຄົນທີ່ມີຄຸນສົມບັດຂອງມະໂນທຳ ແລະ ເຫດຜົນໃນຄວາມເປັນມະນຸດຂອງພວກເຂົາ ຈະເບິ່ງຜູ້ຄົນ ແລະ ສິ່ງຕ່າງໆ ພ້ອມທັງປະພຶດຕົນ ແລະ ວາງຕົວ ບົນພື້ນຖານມະໂນທຳ ແລະ ເຫດຜົນຂອງພວກເຂົາ. ມຸມມອງທີ່ພວກເຂົາມີຕໍ່ຜູ້ຄົນ ແລະ ຫຼັກການໃນການປະພຶດຕົນຂອງພວກເຂົາແມ່ນຖືກສ້າງຂຶ້ນບົນພື້ນຖານຂອງມະໂນທຳ ແລະ ເຫດຜົນນີ້. ສິ່ງນີ້ຖືກຕ້ອງຫຼາຍ ແມ່ນບໍ? (ແມ່ນແລ້ວ). ຄົນທີ່ບໍ່ມີມະໂນທຳ ແລະ ເຫດຜົນກໍມີລັກສະນະບາງຢ່າງກ່ຽວກັບມຸມມອງທີ່ລາວມີຕໍ່ຜູ້ຄົນ ແລະ ຫຼັກການໃນການປະພຶດຕົນຂອງຕົນ. ໃນຂະນະດຽວກັນ ຄົນທີ່ມີມະໂນທຳ ແລະ ເຫດຜົນກໍມີລັກສະນະບາງຢ່າງກ່ຽວກັບມຸມມອງທີ່ພວກເຂົາມີຕໍ່ຜູ້ຄົນ ແລະ ຫຼັກການໃນການປະພຶດຕົນຂອງພວກເຂົາເຊັ່ນກັນ ແລະ ລັກສະນະເຫຼົ່ານີ້ກໍບໍ່ໄດ້ວ່າງເປົ່າເລີຍ; ຄວາມຈິງແລ້ວ ພວກມັນຖືກເຜີຍອອກມາ ແລະ ສະແດງອອກໃນຊີວິດປະຈຳວັນຂອງຄົນທີ່ມີມະໂນທຳ ແລະ ເຫດຜົນ. ບໍ່ວ່າຄົນໃດໜຶ່ງຈະດຳລົງຊີວິດຢູ່ໃນຍຸກສະໄໝໃດ ຫຼື ສະພາບແວດລ້ອມທາງສັງຄົມແບບໃດກໍຕາມ ຖ້າພວກເຂົາມີມະໂນທຳ ແລະ ເຫດຜົນ ພວກເຂົາກໍຈະໃຊ້ຊີວິດຕາມຄຸນສົມບັດບາງຢ່າງຂອງຄວາມເປັນມະນຸດ. ກັບທຸກເລື່ອງໃນຊີວິດຂອງພວກເຂົາ ຫຼື ກັບເລື່ອງສ່ວນໃຫຍ່ທີ່ກ່ຽວຂ້ອງກັບຄວາມຄິດ ແລະ ມຸມມອງ ແລະ ຫຼັກການໃນການປະພຶດຕົນ ພວກເຂົາຈະເຜີຍໃຫ້ເຫັນຄຸນສົມບັດຂອງມະໂນທຳ ແລະ ເຫດຜົນຢ່າງຊັດເຈນ; ສິ່ງນີ້ບໍ່ແມ່ນສິ່ງທີ່ວ່າງເປົ່າເລີຍ. ຈົ່ງສົມທຽບສິ່ງນີ້ກັບຜູ້ຄົນທີ່ຢູ່ອ້ອມຂ້າງພວກເຈົ້າເບິ່ງດຸ ມັນບໍ່ເປັນແບບນີ້ບໍ? (ເປັນແບບນັ້ນ). ເມື່ອຄົນໃດໜຶ່ງມີມະໂນທຳ ແລະ ເຫດຜົນ, ລາວກໍຈະມີການສະແດງອອກເຖິງຄວາມຊື່ກົງ ແລະ ຄວາມໃຈດີ. ເນື່ອງຈາກມະໂນທຳຂອງລາວຊຸກຍູ້ ແລະ ສົ່ງຜົນຕໍ່ລາວ, ລາວຈຶ່ງຈະມີຂອບເຂດບາງຢ່າງໃນວິທີທີ່ລາວປະພຶດຕົນ ແລະ ວາງຕົວ ແລະ ຍ້ອນການເຮັດໜ້າທີ່ຂອງເຫດຜົນຂອງລາວ ແລະ ຜົນກະທົບໃນການຢັບຢັ້ງທີ່ມັນມີຕໍ່ລາວ ຫຼື ພາຍໃນຂອບເຂດເຫດຜົນຂອງລາວ ລາວກໍຈະມີການສະແດງອອກທີ່ສະເພາະເຈາະຈົງ ແລະ ການໃຊ້ຊີວິດຕາມທີ່ສະເພາະເຈາະຈົງ. ສະນັ້ນ ເພື່ອຕັດສິນວ່າຄົນໃດໜຶ່ງມີມະໂນທຳ ແລະ ເຫດຜົນ ຫຼື ບໍ່ ໃຫ້ເບິ່ງທີ່ການສະແດງອອກຕົວຈິງຂອງລາວ; ໃຫ້ເບິ່ງວ່າມຸມມອງ, ຫຼັກການ ແລະ ຂອບເຂດປົກກະຕິຂອງພວກເຂົາສຳລັບວິທີທີ່ພວກເຂົາເບິ່ງຜູ້ຄົນ ແລະ ສິ່ງຕ່າງໆ ພ້ອມທັງວິທີປະພຶດຕົນ ແລະ ວາງຕົວນັ້ນ ສອດຄ່ອງກັບມາດຕະຖານຂອງມະໂນທຳ ແລະ ເຫດຜົນ ຫຼື ບໍ່ ແລະ ຂອບເຂດຕໍ່າສຸດຂອງລາວຢູ່ໃນຂອບເຂດຂອງມະໂນທຳ ແລະ ເຫດຜົນ ແລະ ຢູ່ພາຍໃຕ້ການຄວບຄຸມຂອງມະໂນທຳ ແລະ ເຫດຜົນຂອງລາວ ຫຼື ບໍ່. ຖ້າໃນເວລາທີ່ເບິ່ງຜູ້ຄົນ ແລະ ສິ່ງຕ່າງໆ ພ້ອມທັງປະພຶດຕົນ ແລະ ວາງຕົວ, ມະໂນທຳ ແລະ ເຫດຜົນຂອງຄົນຜູ້ໜຶ່ງບໍ່ເຮັດໜ້າທີ່ ແລະ ຕົວລາວເອງກໍບໍ່ໄດ້ຖືກມະໂນທຳ ແລະ ເຫດຜົນຂອງຕົນຄວບຄຸມ ແລະ ຢັບຢັ້ງໄວ້ ແລ້ວລາວກໍມັກຈະສະແດງໃຫ້ເຫັນວ່າຕົນເອງກຳລັງເຮັດຂັດກັບມະໂນທຳ ແລະ ເຫດຜົນ ຫຼື ໄດ້ສູນເສຍມະໂນທຳ ແລະ ເຫດຜົນຂອງລາວໄປແລ້ວ. ໃນຊີວິດປະຈຳວັນ, ສິ່ງທີ່ຄົນຜູ້ນີ້ສະແດງອອກ ແລະ ໃຊ້ຊີວິດຕາມກໍເປັນພຽງການຂາດມະໂນທຳ ແລະ ການປາສະຈາກເຫດຜົນເທົ່ານັ້ນ. ເມື່ອພວກລາວພໍ້ກັບເລື່ອງຕ່າງໆ, ລາວກໍພຽງແຕ່ກ່າວເຫດຜົນທີ່ບິດເບືອນອອກມາ ແລະ ຄວາມຄິດ ແລະ ມຸມມອງຂອງລາວກໍສຸດໂຕ່ງ, ດື້ດ້ານ ແລະ ຜິດປົກກະຕິເປັນພິເສດ. ລາວບໍ່ໃສ່ໃຈກ່ຽວກັບວິທີທີ່ລາວເວົ້າ ແລະ ລາວບໍ່ສາມາດແຍກແຍະລະຫວ່າງຄົນພາຍໃນ ແລະ ຄົນພາຍນອກໄດ້ໃນເວລາທີ່ເວົ້າ; ທຸກສິ່ງທີ່ລາວເວົ້າລ້ວນແຕ່ໄຮ້ສາລະ ແລະ ສັບສົນ. ການກະທຳຂອງລາວຍັງມັກຈະເກີນຂອບເຂດຂອງເຫດຜົນອີກດ້ວຍ, ປາສະຈາກຫຼັກການ, ຂອບເຂດ ແລະ ຍິ່ງໄປກວ່ານັ້ນຄືປາສະຈາກສະຕິປັນຍາ ແລະ ມີຄວາມມຸທະລຸເປັນພິເສດ; ລາວເຮັດແຕ່ສິ່ງທີ່ໂງ່ຈ້າ ແລະ ໄຮ້ສາລະ. ບໍ່ວ່າຈະເປັນການຕິດຕໍ່ພົວພັນກັບຄົນອື່ນ ຫຼື ການຈັດການກັບເລື່ອງຕ່າງໆ ລາວກໍບໍ່ເຄີຍສາມາດຊອກຫາຫຼັກການ ຫຼື ທິດທາງທີ່ຖືກຕ້ອງໄດ້ເລີຍ, ແຮງໄກທີ່ລາວຈະມີຫຼັກການ ຫຼື ຂອບເຂດໃດໆໃນວິທີທີ່ລາວປະພຶດຕົນ. ລາວບໍ່ຮູ້ວິທີປະພຶດຕົນ; ລາວບໍ່ຮູ້ວ່າການປະພຶດຕົນໝາຍຄວາມວ່າແນວໃດ ຫຼື ລາວຄວນພະຍາຍາມເປັນຄົນປະເພດໃດ ທັງບໍ່ຮູ້ວ່າຊີວິດທີ່ແທ້ຈິງແມ່ນຫຍັງ ຫຼື ຜູ້ຄົນຄວນຍ່າງໃນເສັ້ນທາງແບບໃດ. ລາວບໍ່ມີແນວຄິດກ່ຽວກັບສິ່ງເຫຼົ່ານີ້ໃນໃຈຂອງລາວເລີຍ; ລາວໃຊ້ຊີວິດໄປແຕ່ລະມື້ຢ່າງເລື່ອນລອຍ ໂດຍປາສະຈາກເປົ້າໝາຍ ຫຼື ທິດທາງໃດໆ. ເມື່ອໃດກໍຕາມທີ່ພວກເຂົາພົບພໍ້ກັບບາງສິ່ງ, ລາວກໍພຽງແຕ່ເຮັດແບບພໍແລ້ວມືແລ້ວຕີນ ບໍ່ສາມາດຖອດຖອນປະສົບການ ຫຼື ບົດຮຽນໃດໆຈາກມັນໄດ້ ຫຼື ບໍ່ໄດ້ຮັບເສັ້ນທາງແຫ່ງການປະຕິບັດທີ່ຖືກຕ້ອງໃດໆເລີຍ. ບໍ່ວ່າລາວຈະມີຊີວິດຢູ່ດົນປານໃດກໍຕາມ, ລາວກໍຍັງຄົງສັບສົນ ແລະ ເບົາປັນຍາຢູ່ສະເໝີ. ຄົນແບບນັ້ນມີມະໂນທຳ ແລະ ເຫດຜົນບໍ? (ບໍ່ມີ). ພວກເຂົາເບິ່ງຄືວ່າໃຊ້ຊີວິດຢ່າງມີຄວາມສຸກ ແລະ ງ່າຍດາຍຫຼາຍໃນທຸກໆມື້, ປະພຶດຕົວຄືກັບຄົນໂງ່ທີ່ບໍ່ມີຄວາມກັງວົນ ໂດຍບໍ່ປະສົບກັບຄວາມຫຍຸ້ງຍາກໃດໆ. ແຕ່ເມື່ອພວກເຂົາພົບພໍ້ກັບເລື່ອງຕ່າງໆ, ຍິ່ງເລື່ອງເຫຼົ່ານີ້ກ່ຽວຂ້ອງກັບຄວາມຄິດ, ມຸມມອງ ແລະ ຫຼັກການໃນການປະພຶດຕົນຫຼາຍສ່ຳໃດ ພວກເຂົາກໍຍິ່ງມຶນງົງ ແລະ ສັບສົນຫຼາຍຂຶ້ນສ່ຳນັ້ນ. ໂດຍສະເພາະເມື່ອພວກເຂົາພົບພໍ້ກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຊັບຊ້ອນ, ພວກເຂົາກໍຂາດແມ່ນແຕ່ສະຕິປັນຍາ, ຄວາມສະຫຼາດ ແລະ ຫຼັກການໃນການປະພຶດຕົນທີ່ພື້ນຖານທີ່ສຸດ. ບໍ່ວ່າຈະເປັນໃນແງ່ຂອງໄອຄິວ (IQ) ຫຼື ຫຼັກການໃນການປະພຶດຕົນ, ຄົນແບບນັ້ນກໍຍັງຂາດການມີຄຸນສົມບັດຂອງຄວາມເປັນມະນຸດ. ການດຳລົງຊີວິດຢູ່ໃນໂລກນີ້, ຜູ້ຄົນຈະຕ້ອງປະເຊີນໜ້າກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທຸກປະເພດ ພ້ອມທັງເລື່ອງໃຫຍ່ ແລະ ເລື່ອງນ້ອຍໃນຊີວິດ. ມະນຸດທີ່ແທ້ຈິງມີມະໂນທຳ ແລະ ເຫດຜົນ; ເມື່ອລາວພົບພໍ້ກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆເຫຼົ່ານີ້, ລາວກໍມີຫຼັກການ ແລະ ລາວກໍມີຄວາມຄິດ ແລະ ມຸມມອງທີ່ຂ້ອນຂ້າງຖືກຕ້ອງ ແລະ ເປັນບວກ. ຍິ່ງໄປກວ່ານັ້ນ, ເມື່ອຈັດການກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆເຫຼົ່ານີ້, ລາວຈະຕັດສິນພາຍໃນຂອບເຂດຂອງຄວາມມີເຫດຜົນ. ເຖິງແມ່ນວ່າລາວຈະຍັງບໍ່ໄດ້ຍອມຮັບວຽກງານຂອງພຣະເຈົ້າ ແລະ ບໍ່ເຂົ້າໃຈຄວາມຈິງກໍຕາມ, ລາວກໍຍັງຈະຕັດສິນ ແລະ ຈັດການກັບເລື່ອງເຫຼົ່ານີ້ພາຍໃນຂອບເຂດຂອງມະໂນທຳ ແລະ ເຫດຜົນ. ລາວບໍ່ໄດ້ສັບສົນ ຫຼື ເບົາປັນຍາເມື່ອລາວປະເຊີນກັບສະຖານະການຕ່າງໆ, ແຕ່ຖືກຊຸກຍູ້ ແລະ ຢັບຢັ້ງໂດຍມະໂນທຳ ແລະ ເຫດຜົນຂອງລາວ, ສະນັ້ນ ລາວຈຶ່ງຈະມີຫຼັກການພື້ນຖານໃນການປະພຶດຕົນສຳລັບການຈັດການກັບເລື່ອງເຫຼົ່ານີ້. ນອກເໜືອຈາກຄວາມຊື່ກົງ ແລະ ຄວາມໃຈດີແລ້ວ, ອີກໜຶ່ງລັກສະນະທີ່ຊັດເຈນທີ່ສຸດຂອງຄົນທີ່ມີຄຸນສົມບັດຂອງມະໂນທຳ ແລະ ເຫດຜົນໃນຄວາມເປັນມະນຸດຂອງພວກເຂົາກໍຄື ການມີຄວາມຮູ້ສຶກລະອາຍ. ເຮົາໄດ້ໂອ້ລົມເລັກນ້ອຍກ່ຽວກັບການມີຄວາມຮູ້ສຶກລະອາຍ ໃນຕອນທີ່ໂອ້ລົມກ່ຽວກັບການສະແດງອອກເຖິງຄວາມຊື່ກົງ ແລະ ຄວາມໃຈດີກ່ອນໜ້ານີ້. ນອກເໜືອຈາກສິ່ງທີ່ເຮົາໄດ້ໂອ້ລົມໃນຕອນນັ້ນແລ້ວ ກໍຍັງມີເນື້ອໃນອີກຫຼາຍຢ່າງທີ່ສະເພາະເຈາະຈົງກວ່າ ແລະ ນັ້ນຄືສິ່ງທີ່ພວກເຮົາຈະດຳເນີນການຕໍ່ໃນມື້ນີ້.

ເນື່ອງຈາກຄົນທີ່ມີມະໂນທຳ ແລະ ເຫດຜົນມີມະໂນທຳທີ່ເຮັດໜ້າທີ່ ພ້ອມທັງມີເຫດຜົນ, ມັນຈຶ່ງແນ່ນອນວ່າລາວຈະມີລັກສະນະຂອງການມີຄວາມຮູ້ສຶກລະອາຍຢ່າງຊັດເຈນໃນວິທີທີ່ລາວາປະພຶດຕົນ. ກ່ອນອື່ນ ໃຫ້ພວກເຮົາໂອ້ລົມກັນກ່ຽວກັບການສະແດງອອກ ຫຼື ຄຳເວົ້າບາງຢ່າງກ່ຽວກັບການມີຄວາມຮູ້ສຶກລະອາຍທີ່ພວກເຈົ້າໄດ້ພົບພໍ້ໃນຊີວິດປະຈຳວັນ. ຕົວຢ່າງ: ມີຄຳຫຍາບຊ້າບາງຄຳທີ່ເຈົ້າເວົ້າບໍ່ອອກ; ຄວາມຄິດທີ່ຈະເວົ້າສິ່ງດັ່ງກ່າວເຮັດໃຫ້ເຈົ້າຮູ້ສຶກລະອາຍໃຈ, ສິ່ງນີ້ແມ່ນການມີຄວາມຮູ້ສຶກລະອາຍບໍ? (ແມ່ນແລ້ວ). ແລ້ວມີບາງສິ່ງທີ່ໜ້າກຽດ ແລະ ຊົ່ວຊ້າ; ບໍ່ສາມາດເປີດເຜີຍໃຫ້ໃຜຮູ້ໄດ້ ແລະ ເຈົ້າກໍເຮັດບໍ່ລົງ, ສິ່ງນີ້ແມ່ນການມີຄວາມຮູ້ສຶກລະອາຍບໍ? ເມື່ອເຈົ້າເຮັດສິ່ງທີ່ໜ້າອາຍ ເຈົ້າກໍຮູ້ສຶກສຳນຶກຜິດໃນໃຈຂອງເຈົ້າ ແລະ ກຽດຊັງຕົນເອງ, ສິ່ງນີ້ແມ່ນການມີຄວາມຮູ້ສຶກລະອາຍບໍ? (ແມ່ນແລ້ວ). ມີການສະແດງອອກອື່ນໃດອີກແດ່? (ຄົນທີ່ມີຄວາມຮູ້ສຶກລະອາຍຈະໃສ່ໃຈກ່ຽວກັບໜ້າຕາຂອງຕົນ ແລະ ຮູ້ຈັກຮູ້ສຶກລະອາຍຕາມຄວາມຈຳເປັນ). ສິ່ງເຫຼົ່ານີ້ແມ່ນສິ່ງທີ່ທຸກຄົນສາມາດຄິດອອກໄດ້. ມີວິທີອື່ນອີກບໍທີ່ຈະເວົ້າວ່າ “ການມີຄວາມຮູ້ສຶກລະອາຍ”? (ການມີຄວາມຮູ້ສຶກອັບອາຍ). ໃນຊີວິດປະຈຳວັນ, ພວກເຮົາບໍ່ມັກຈະເວົ້າບໍວ່າ “ເຈົ້າບໍ່ມີຄວາມລະອາຍໃຈແດ່ບໍ?” (ແມ່ນແລ້ວ). ຫຼັກໆແລ້ວ, ການມີຄວາມຮູ້ສຶກລະອາຍກ່ຽວຂ້ອງກັບຫຍັງ? ມັນກ່ຽວຂ້ອງກັບຄວາມສຸດຈະລິດ ແລະ ສັກສີບໍ? (ແມ່ນແລ້ວ). ເມື່ອຄົນຜູ້ໜຶ່ງມີຄວາມຮູ້ສຶກລະອາຍ ລາວຈະໃສ່ໃຈເປັນພິເສດກ່ຽວກັບຄວາມສຸດຈະລິດ ແລະ ສັກສີຂອງຕົວລາວເອງ. ລາວຈະບໍ່ຍອມເອົາຄວາມສຸດຈະລິດຂອງລາວ ຫຼື ເອົາສັກສີຂອງລາວໄປແລກກັບສິ່ງທີ່ຜູ້ຄົນຖືວ່າດີ ຫຼື ສິ່ງທີ່ເປັນປະໂຫຍດຕໍ່ຕົວລາວເອງ. ໃນຄວາມໝາຍໜຶ່ງຄື ການມີຄວາມຮູ້ສຶກລະອາຍໝາຍເຖິງການປົກປ້ອງຄວາມສຸດຈະລິດ ແລະ ສັກສີຂອງຕົນເອງ ເຖິງແມ່ນວ່າມັນຈະໝາຍເຖິງການເສຍສະລະຜົນປະໂຫຍດສ່ວນຕົວກໍຕາມ. ມະໂນທຳຂອງຄົນທີ່ມີຄວາມຮູ້ສຶກລະອາຍຈະເຮັດໜ້າທີ່ເມື່ອພວກເຂົາລົງມືກະທຳ; ນັ້ນກໍຄື ໃນສາຍຕາຂອງຄົນອື່ນ ພວກເຂົາມີຄວາມສຸດຈະລິດ ແລະ ສັກສີຂ້ອນຂ້າງຫຼາຍກວ່າ. ໃນຄຳເວົ້າ ແລະ ການກະທຳຂອງພວກເຂົາ, ພວກເຂົາບໍ່ມີຫຍັງຕ້ອງປິດບັງ ພ້ອມທັງເປີດເຜີຍ ແລະ ກົງໄປກົງມາ. ພວກເຂົາບໍ່ເຮັດສິ່ງທີ່ໜ້າລັງກຽດ ແລະ ຕ່ຳຊ້າ ແລະ ຫຼັກການທີ່ພວກເຂົາຍຶດໝັ້ນ ຫຼື ເຫດຜົນທີ່ພວກເຂົາສະແດງອອກກໍສາມາດທົນຕໍ່ການກວດສອບຂອງຜູ້ຄົນໄດ້; ຄົນອື່ນກໍບໍ່ຕຳນິພວກເຂົາລັບຫຼັງ ຫຼື ເວົ້າຈານິນທາກ່ຽວກັບພວກເຂົາ. ເຊິ່ງເວົ້າໄດ້ວ່າ ຖ້າຄົນຜູ້ໜຶ່ງມີຄວາມຮູ້ສຶກລະອາຍ, ວິທີການ ແລະ ແນວທາງທີ່ລາວເຮັດສິ່ງຕ່າງໆ ກໍຈະຂ້ອນຂ້າງເປີດເຜີຍ ແລະ ກົງໄປກົງມາ. ລາວບໍ່ພະຍາຍາມເຮັດສິ່ງໃດທີ່ບໍ່ໂປ່ງໃສ ແລະ ລາວກໍບໍ່ໜ້າລັງກຽດ ຫຼື ຕ່ຳຊ້າ. ຂອບເຂດສຳລັບການກະທຳຂອງຄົນດັ່ງກ່າວ ແລະ ວິທີທີ່ພວກເຂົາກະທຳ ໂດຍພື້ນຖານແລ້ວແມ່ນຢູ່ພາຍໃນຂອບເຂດຂອງມະໂນທຳ ແລະ ເຫດຜົນ. ຫຼັກການ ແລະ ວິທີການທີ່ຄົນທີ່ມີຄວາມຮູ້ສຶກລະອາຍປະພຶດຕົນ ພ້ອມທັງເປົ້າໝາຍທີ່ພວກເຂົາຕັ້ງໄວ້ສຳລັບການປະພຶດຕົນຂອງພວກເຂົາ ກໍເປັນແບບນີ້ແທ້ໆ. ນອກເໜືອຈາກສິ່ງເຫຼົ່ານີ້ແລ້ວ ແນ່ນອນວ່າຄົນທີ່ມີຄວາມຮູ້ສຶກລະອາຍ ມີການສະແດງອອກທີ່ສະເພາະເຈາະຈົງບາງຢ່າງ ພ້ອມທັງໃຊ້ຊີວິດຕາມ ແລະ ເປີດເຜີຍສິ່ງທີ່ສະເພາະເຈາະຈົງບາງຢ່າງອອກມາ. ຫຼື ໃນບາງເລື່ອງ, ພວກເຂົາມີຄວາມຄິດ ແລະ ມຸມມອງທີ່ຂ້ອນຂ້າງເປັນບວກ ແລະ ພວກເຂົາປະພຶດຕົນ ແລະ ກະທຳພາຍໃຕ້ການຊີ້ນຳຂອງຄວາມຄິດ ແລະ ມຸມມອງທີ່ເປັນບວກເຫຼົ່ານີ້. ຕົວຢ່າງ: ເມື່ອຄຣິສຕະຈັກກຳລັງເລືອກຕັ້ງຜູ້ນຳໃນທຸກລະດັບ, ເນື່ອງຈາກຄົນທີ່ມີຄວາມຮູ້ສຶກລະອາຍມີອຸປະນິໄສທີ່ເສື່ອມຊາມ, ພວກເຂົາຈຶ່ງຮັກສະຖານະ ແລະ ມີຄວາມທະເຍີທະຍານຄືກັນກັບຄົນອື່ນໆ; ພວກເຂົາຍັງຕ້ອງການໄດ້ຮັບການນັບຖືຢ່າງສູງ ພ້ອມທັງຕ້ອງການມີສະຖານະ ແລະ ກຽດຕິຍົດສູງໃນທ່າມກາງຜູ້ຄົນ, ພວກເຂົາກໍຄືກັນກັບທຸກຄົນໃນເລື່ອງນີ້. ເຖິງຢ່າງໃດກໍຕາມ, ວິທີທີ່ຄົນທີ່ມີຄວາມຮູ້ສຶກລະອາຍໄດ້ຮັບສະຖານະນັ້ນ ບໍ່ແມ່ນການພະຍາຍາມທຸກວິທີທາງເພື່ອອວດອ້າງ ແລະ ໂອ້ອວດຕົນເອງເພື່ອໃຫ້ໄດ້ຮັບການນັບຖືຢ່າງສູງຈາກອ້າຍເອື້ອຍນ້ອງ ຫຼື ໂດຍການຍາດແຍ່ງກັບຄົນອື່ນຢ່າງໜ້າດ້ານ ໂດຍໃຊ້ວິທີການທີ່ຜິດປົກກະຕິ ຫຼື ວິທີການທີ່ບໍ່ມີກຽດເພື່ອເຮັດສິ່ງທີ່ຕ່ຳຊ້າ. ແຕ່ລາວຕ້ອງການຖືກເລືອກຕັ້ງໃຫ້ເປັນຜູ້ນຳໂດຍອີງໃສ່ຄວາມສາມາດທີ່ແທ້ຈິງຂອງລາວ; ຕົວຢ່າງ: ໂດຍການບັນລຸຜົນສຳເລັດບາງຢ່າງໃນຂົງເຂດວິຊາຊີບຜ່ານການນຳໃຊ້ຈຸດແຂງຂອງພວກເຂົາ ຫຼື ການອົດທົນຕໍ່ຄວາມຍາກລຳບາກ ແລະ ການຈ່າຍລາຄາ ຫຼື ໂດຍການເຮັດສິ່ງທີ່ເປັນປະໂຫຍດຕໍ່ອ້າຍເອື້ອຍນ້ອງຜ່ານການໃຊ້ຊີວິດຕາມຄວາມເປັນມະນຸດຂອງພວກເຂົາເປັນຢ່າງດີ ເພື່ອໃຫ້ໄດ້ຮັບການຍອມຮັບຈາກອ້າຍເອື້ອຍນ້ອງສ່ວນໃຫຍ່ ແລະ ດ້ວຍເຫດນັ້ນຈຶ່ງຖືກເລືອກຕັ້ງໃຫ້ເປັນຜູ້ນຳ. ຖ້າລາວບໍ່ຖືກເລືອກຕັ້ງ, ລາວກໍຮູ້ສຶກຂຸ່ນເຄືອງໃນໃຈເລັກໜ້ອຍເຊັ່ນກັນ. ຄວາມຂຸ່ນເຄືອງນີ້ແມ່ນການເປີດເຜີຍຄວາມເສື່ອມຊາມທີ່ປົກກະຕິ ແລະ ເປັນການສະແດງອອກທີ່ເປັນທຳມະຊາດຫຼາຍຂອງມະນຸດຊາດທີ່ເສື່ອມຊາມ. ແຕ່ລາວສາມາດປະຕິບັດຕໍ່ເລື່ອງນີ້ໄດ້ຢ່າງຖືກຕ້ອງ: “ການທີ່ຜູ້ຄົນບໍ່ໄດ້ເລືອກຂ້ອຍສະແດງໃຫ້ເຫັນວ່າຂ້ອຍຍັງຂາດຕົກບົກຜ່ອງຢູ່. ບາງທີຂ້ອຍອາດຈະຍັງມີຂໍ້ບົກຜ່ອງໃນບາງດ້ານ. ຂ້ອຍຈຶ່ງບໍ່ຖືກເລືອກຕັ້ງ, ຕອນນີ້ຂ້ອຍຕ້ອງບໍ່ພະຍາຍາມດື້ດ້ານຍາດແຍ່ງເອົາມັນມາ. ຢ່າງໜ້ອຍທີ່ສຸດ ຂ້ອຍກໍຕ້ອງມີຄຸນສົມບັດທີ່ໜ້າປາຖະໜາໃນແງ່ຂອງຂີດຄວາມສາມາດ, ຄວາມເປັນມະນຸດ ຫຼື ຄວາມສາມາດໃນການເຮັດວຽກ ເພື່ອໃຫ້ຜູ້ຄົນເລືອກຂ້ອຍ. ຖ້າຂ້ອຍບໍ່ຖືກເລືອກຕັ້ງຍ້ອນບໍ່ມີຄຸນສົມບັດທີ່ໜ້າປາຖະໜາໃດໆ ແຕ່ຍັງຄົງຮຽກຮ້ອງທີ່ຈະເປັນຜູ້ນຳຢ່າງໜ້າດ້ານ, ນັ້ນກໍຄົງຈະເປັນຕາໜ້າອັບອາຍຫຼາຍ!” ເຖິງແມ່ນວ່າລາວຈະຮູ້ສຶກຜິດຫວັງ ແລະ ເສຍໃຈຢູ່ພາຍໃນເລັກໜ້ອຍຫຼັງຈາກທີ່ແພ້ການເລືອກຕັ້ງ, ແຕ່ລາວກໍສາມາດໄຕ່ຕອງ ແລະ ຮູ້ຈັກຕົນເອງ ພ້ອມທັງເບິ່ງເຫັນວ່າລາວມີຂໍ້ບົກຜ່ອງ ແລະ ຍັງຂາດຫຍັງອີກແດ່. ຈາກນັ້ນ ລາວກໍເບິ່ງວ່າຄົນທີ່ຖືກເລືອກຕັ້ງນັ້ນມີຈຸດແຂງຫຍັງກັນແທ້, ເປັນຫຍັງອ້າຍເອື້ອຍນ້ອງຈຶ່ງເລືອກຄົນຜູ້ນັ້ນ, ບຸກຄົນນັ້ນເຮັດວຽກໄດ້ດີກວ່າລາວໃນດ້ານໃດແດ່ ແລະ ຂີດຄວາມສາມາດຂອງຄົນຜູ້ນັ້ນດີກວ່າລາວໃນດ້ານໃດແດ່. ຄົນທີ່ມີຄວາມຮູ້ສຶກລະອາຍຈະປະຕິບັດຕໍ່ເລື່ອງນີ້ຢ່າງມີເຫດຜົນ; ຫຼັງຈາກທີ່ແພ້ການເລືອກຕັ້ງ ລາວຈະບໍ່ຕໍ່ຕ້ານ, ຈົ່ມວ່າ, ກ່າວໂທດ ຫຼື ດ່າທໍຢ່າງເດັດຂາດ. ລາວຈະບໍ່ເຮັດສິ່ງເຫຼົ່ານີ້ຢ່າງເດັດຂາດ. ເປັນຫຍັງລາວຈຶ່ງບໍ່ເຮັດສິ່ງເຫຼົ່ານີ້? ກໍຍ້ອນວ່າຄົນປະເພດນີ້ມີເຫດຜົນ. ເຖິງແມ່ນວ່າໃນເວລາທີ່ລາວພົບພໍ້ກັບອຸປະສັກ ແລະ ຄວາມລົ້ມເຫຼວບາງຢ່າງ, ລາວກໍບໍ່ສູນເສຍເຫດຜົນຂອງລາວ; ລາວຍັງຄົງດຳລົງຊີວິດຢູ່ພາຍໃນຂອບເຂດຂອງເຫດຜົນ. ດັ່ງນັ້ນ ລາວຈຶ່ງຈະປະຕິບັດຕໍ່ເລື່ອງທີ່ຢູ່ຕໍ່ໜ້າຢ່າງມີເຫດຜົນ. ເຖິງແມ່ນວ່າອຸປະນິໄສທີ່ເສື່ອມຊາມຂອງລາວຈະຊຸກຍູ້ ຫຼື ສົ່ງຜົນຕໍ່ລາວໃຫ້ຮູ້ສຶກບໍ່ສະບາຍໃຈ, ກາຍເປັນຄິດລົບ ຫຼື ເຖິງກັບຮູ້ສຶກຕໍ່ຕ້ານເລັກໜ້ອຍກໍຕາມ, ເນື່ອງຈາກລາວມີເຫດຜົນ ລາວຈຶ່ງຈະປັບປ່ຽນສະພາບຈິດໃຈ ແລະ ສະພາວະຂອງລາວໄດ້ຢ່າງໄວວາໃນຊ່ວງເວລາສັ້ນໆ ແລະ ຈາກນັ້ນກໍປະຕິບັດຕໍ່ເລື່ອງການແພ້ການເລືອກຕັ້ງຢ່າງມີເຫດຜົນ. ລາວຈະບໍ່ຍາດແຍ່ງຕຳແໜ່ງຜູ້ນຳ ພ້ອມທັງຈະບໍ່ໃຊ້ວິທີການ ຫຼື ແນວທາງທີ່ບໍ່ຊື່ກົງເພື່ອບັນລຸເປົ້າໝາຍຂອງຕົນ; ລາວຈະບໍ່ເຮັດສິ່ງທີ່ເກີນຂອບເຂດ. ເຊິ່ງເວົ້າໄດ້ ໃນສາຍຕາຂອງຄົນອື່ນ ຄົນຜູ້ນີ້ກໍຄືກັນກັບຄົນອື່ນໆທີ່ມີອຸປະນິໄສທີ່ເສື່ອມຊາມ: ລາວກໍຮັກສະຖານະ ພ້ອມທັງມີຄວາມທະເຍີທະຍານ ແລະ ຄວາມປາຖະໜາທີ່ຈະໄດ້ຮັບມັນເຊັ່ນກັນ, ແຕ່ຄວາມຮັກທີ່ລາວມີຕໍ່ສະຖານະ ແລະ ວິທີການໄດ້ຮັບມັນຂອງລາວນັ້ນ ຕົກຢູ່ໃນຂອບເຂດທີ່ຖືກຄວບຄຸມໂດຍຄຸນລັກສະນະຂອງການມີຄວາມຮູ້ສຶກລະອາຍພາຍໃນຄວາມເປັນມະນຸດຂອງລາວ. ລາວຈະບໍ່ໃຊ້ວິທີການທີ່ຜິດປົກກະຕິເພື່ອໃຫ້ໄດ້ຮັບສະຖານະ ພ້ອມທັງຈະບໍ່ອວດອ້າງເພື່ອເຫັນແກ່ສະຖານະ ຫຼື ເພື່ອຕອບສະໜອງຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງລາວ ໂດຍການເວົ້າສິ່ງທີ່ໜ້າບໍ່ອາຍເພື່ອໃຫ້ໄດ້ຮັບການນັບຖືຢ່າງສູງ. ລາວຈະບໍ່ເວົ້າ ຫຼື ເຮັດສິ່ງດັ່ງກ່າວຢ່າງເດັດຂາດ. ແຕ່ລາວທຸ້ມເທຄວາມພະຍາຍາມຢ່າງງຽບໆໃນການໄລ່ຕາມເສາະຫາຄວາມຈິງ ແລະ ປະຕິບັດໜ້າທີ່ຂອງຕົນ. ລາວເຮັດຫຼາຍ ເວົ້າໜ້ອຍ, ພະຍາຍາມຢ່າງສຸດຄວາມສາມາດເພື່ອຄວບຄຸມຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງຕົນສຳລັບສະຖານະ. ລາວຫວັງວ່າຈະບັນລຸຜົນສຳເລັດ ແລະ ເຮັດໄດ້ດີຂຶ້ນຜ່ານຄວາມພະຍາຍາມຂອງຕົວລາວເອງ ໂດຍກຽມວຸດທິພາວະທີ່ພຽງພໍສຳລັບຕົນເອງເພື່ອຕອບສະໜອງເງື່ອນໄຂໃນການຮັບໃຊ້ເປັນຜູ້ນຳ ຫຼື ຜູ້ເຮັດວຽກ. ລາວຍັງຫວັງວ່າອ້າຍເອື້ອຍນ້ອງຈະສາມາດເບິ່ງເຫັນ ແລະ ຍອມຮັບຄວາມພະຍາຍາມຂອງລາວ ພ້ອມທັງຫວັງວ່າລາວຈະສາມາດຖືກເລືອກຕັ້ງໃຫ້ເປັນຜູ້ນຳໃນອະນາຄົດ. ເຖິງແມ່ນວ່າຄົນທີ່ມີຄວາມຮູ້ສຶກລະອາຍຈະມີຄວາມທະເຍີທະຍານທີ່ຈະຖືກເລືອກຕັ້ງໃຫ້ເປັນຜູ້ນຳກໍຕາມ, ລາວກໍຍັງເຮັດສິ່ງທີ່ຂ້ອນຂ້າງມີເຫດຜົນເຊິ່ງຢູ່ພາຍໃນຂອບເຂດຂອງມະໂນທຳ ແລະ ເຫດຜົນ. ເວົ້າອີກແບບໜຶ່ງກໍຄື ເຖິງແມ່ນວ່າລາວຈະມີຄວາມທະເຍີທະຍານຂອງມະນຸດຊາດທີ່ເສື່ອມຊາມກໍຕາມ, ລາວກໍຍັງໃສ່ໃຈກ່ຽວກັບຄວາມສຸດຈະລິດ ແລະ ສັກສີຂອງຕົນ; ໂດຍບໍ່ຍອມເສຍຄວາມສຸດຈະລິດ ແລະ ສັກສີຂອງລາວໄປ, ລາວເຮັດສິ່ງທີ່ຖືວ່າເໝາະສົມ, ຖືກຕ້ອງ ແລະ ຂ້ອນຂ້າງເປັນບວກຕາມຄວາມຄິດ ແລະ ຄວາມຄິດຫຼົງຜິດຂອງມະນຸດຊາດທີ່ເສື່ອມຊາມ. ສະນັ້ນ ຄົນທີ່ມີຄວາມຮູ້ສຶກລະອາຍຈຶ່ງສະແດງຄວາມຮູ້ສຶກລະອາຍນີ້ອອກມາຢ່າງຊັດເຈນເປັນພິເສດ ແມ່ນແຕ່ໃນເວລາທີ່ປະເຊີນກັບສະຖານະ ແລະ ຄວາມປາຖະໜາ. ເຖິງແມ່ນວ່າລາວຈະຮັກສະຖານະ ແລະ ຕ້ອງການເປັນຜູ້ນຳກໍຕາມ, ລາວກໍຍັງໃສ່ໃຈກ່ຽວກັບຄວາມສຸດຈະລິດ ແລະ ສັກສີຂອງຕົນ; ນັ້ນກໍຄື ຄວາມຄິດ ແລະ ມຸມມອງຂອງລາວກ່ຽວກັບເລື່ອງດັ່ງກ່າວ ພ້ອມທັງວິທີການ ແລະ ຫຼັກການໃນການກະທຳຂອງລາວ ແມ່ນຂ້ອນຂ້າງມີເຫດຜົນ ແລະ ເປັນບວກ. ກ່ອນອື່ນໝົດຄື ລາວບໍ່ສ້າງເລື່ອງຂຶ້ນມາເພື່ອຫຼອກລວງໃຫ້ໄດ້ຮັບຄວາມໄວ້ວາງໃຈ ຫຼື ການນັບຖືຢ່າງສູງຈາກຜູ້ຄົນ; ນອກຈາກນີ້ ລາວບໍ່ໃຊ້ຄຳເວົ້າທີ່ມ່ວນຫູ ຫຼື ຮູບລັກສະນະພາຍນອກທີ່ຈອມປອມເຊິ່ງສາມາດຫຼອກລວງຜູ້ຄົນໃຫ້ມັກໃນຕົວລາວ ເພື່ອໃຫ້ໄດ້ຮັບການນັບຖືຢ່າງສູງຈາກຜູ້ຄົນ. ເຖິງແມ່ນວ່າລາວຈະຮັກສະຖານະ ແລະ ຕ້ອງການຖືກເລືອກຕັ້ງໃຫ້ເປັນຜູ້ນຳກໍຕາມ, ລາວກໍບໍ່ສ້າງເລື່ອງຂຶ້ນມາ, ບໍ່ຫຼອກລວງ ຫຼື ໃຊ້ກົນອຸບາຍ. ລາວເຊື່ອວ່າຫຼັກການພື້ນຖານທີ່ລາວຄວນຍຶດໝັ້ນທີ່ສຸດກໍຄືການເຮັດສິ່ງຕ່າງໆຢ່າງຕິດດິນ, ທຸ້ມເທຢ່າງໜັກເພື່ອເຮັດທຸກສິ່ງທີ່ພຣະເຈົ້າຮຽກຮ້ອງ ແລະ ທຸກສິ່ງທີ່ຖືກຕ້ອງ ໂດຍພະຍາຍາມເຮັດມັນໃຫ້ດີ ແລະ ທຸ້ມເທຄວາມພະຍາຍາມຫຼາຍຂຶ້ນໃນຄວາມຈິງ. ລາວຄິດໃນໃຈວ່າ “ຖ້າຂ້ອຍເຂົ້າໃຈຄວາມຈິງຫຼາຍຂຶ້ນ ແລະ ຮູ້ວິທີໂອ້ລົມກ່ຽວກັບຄວາມຈິງ, ອ້າຍເອື້ອຍນ້ອງຈະບໍ່ເລືອກຂ້ອຍໃຫ້ເປັນຜູ້ນຳບໍ?” ລາວຫວັງວ່າຈະໄດ້ຮັບການຍອມຮັບຜ່ານຄວາມພະຍາຍາມຂອງຕົວລາວເອງ ໂດຍການໃຊ້ຊີວິດຕາມການສະແດງອອກຂອງມະໂນທຳ ແລະ ເຫດຜົນເຫຼົ່ານີ້ຢ່າງແທ້ຈິງ ແທນທີ່ຈະຜ່ານການສ້າງເລື່ອງຂຶ້ນມາ. ຖ້າຈະເວົ້າໃນພາສາປະຈຳວັນກໍຄື ລາວຕ້ອງການໄດ້ຮັບການຍອມຮັບໂດຍການເພິ່ງພາຄວາມສາມາດທີ່ແທ້ຈິງ, ພອນສະຫວັນຕົວຈິງ ແລະ ວຽກງານຕົວຈິງຂອງລາວ ແລະ ຈາກນັ້ນກໍມີໂອກາດຖືກເລືອກຕັ້ງໃຫ້ເປັນຜູ້ນຳ. ສະນັ້ນ ເຈົ້າຄິດວ່າຄົນແບບນັ້ນມີຄວາມຮູ້ສຶກລະອາຍບໍ? (ມີ). ພວກເຈົ້າຈະເວົ້າບໍວ່າ ນີ້ເປັນການປະເມີນທີ່ເປັນພາວະວິໄສສຳລັບຄົນປະເພດນີ້? (ແມ່ນແລ້ວ). ມັນພາວະວິໄສໃນທາງໃດ? (ເຖິງແມ່ນວ່າຄົນປະເພດນີ້ຈະຮັກຊື່ສຽງ ແລະ ສະຖານະ ພ້ອມທັງມີຄວາມທະເຍີທະຍານ ແລະ ຄວາມປາຖະໜາກໍຕາມ, ລາວກໍຍັງສາມາດໃຊ້ມາດຕະຖານຂອງມະໂນທຳເພື່ອຢັບຢັ້ງຕົນເອງ ແລະ ລາວໃສ່ໃຈກ່ຽວກັບຄວາມສຸດຈະລິດ ແລະ ສັກສີຂອງຕົນ. ລາວບໍ່ເສແສ້ງ ຫຼື ຫຼອກລວງເພື່ອໃຫ້ໄດ້ຮັບການນັບຖືຢ່າງສູງ ແລະ ຄວາມໄວ້ວາງໃຈຈາກຜູ້ຄົນ; ແຕ່ລາວຕ້ອງການໄດ້ຮັບການຍອມຮັບຜ່ານການຈ່າຍລາຄາ ແລະ ການທຸ້ມເທຄວາມພະຍາຍາມຢ່າງແທ້ຈິງ. ຂ້ານ້ອຍຮູ້ສຶກວ່າ ເມື່ອທຽບກັນແລ້ວ ຄົນແບບນັ້ນມີຄວາມຮູ້ສຶກລະອາຍໃຈຢູ່ພໍສົມຄວນ). ຖ້າໃນເວລາທີ່ປະເຊີນກັບສະຖານະ ຄົນໃດໜຶ່ງບໍ່ມີແມ່ນແຕ່ການສະແດງອອກຂອງມະໂນທຳ ແລະ ເຫດຜົນ ແຕ່ຜູ້ຄົນກໍຍັງເວົ້າວ່າລາວມີຄວາມຮູ້ສຶກລະອາຍ, ຄຳເວົ້າເຫຼົ່ານີ້ບໍ່ວ່າງເປົ່າ ແລະ ບໍ່ເປັນຈິງບໍ? (ແມ່ນແລ້ວ). ແລ້ວພາຍໃຕ້ສະຖານະການໃດທີ່ມັນເປັນພາວະວິໄສ ແລະ ບໍ່ວ່າງເປົ່າທີ່ຈະເວົ້າວ່າຄົນໃດໜຶ່ງມີຄວາມຮູ້ສຶກລະອາຍ? ມັນກໍຄືຕອນທີ່ລາວມີການສະແດງອອກຂອງການມີມະໂນທຳ ແລະ ເຫດຜົນຢ່າງແທ້ຈິງເມື່ອພົບພໍ້ກັບເລື່ອງຕ່າງໆ ເຊິ່ງລວມເຖິງການສະແດງອອກຂອງຄວາມຮູ້ສຶກລະອາຍທີ່ພົບເຫັນໃນຄວາມເປັນມະນຸດທີ່ປົກກະຕິ. ຄວາມຮູ້ສຶກລະອາຍແມ່ນສິ່ງທີ່ຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິຄວນມີບໍ? (ແມ່ນແລ້ວ).

ຄົນທີ່ມີຄວາມຮູ້ສຶກລະອາຍມີການສະແດງອອກແບບໃດເມື່ອລາວຢູ່ທ່າມກາງຄົນອື່ນ? ລາວລົງມືປະຕິບັດຕົວຈິງ. ລາວບໍ່ເພິ່ງພາວິທີການຕ່າງໆເຊັ່ນ: ການປະຈົບປະແຈງ ແລະ ການຍົກຍ້ອງ, ການສ້າງພັກສ້າງພວກ, ການຍຸຍົງຄົນອື່ນ, ການສ້າງເລື່ອງຂຶ້ນມາ, ການຫັນໄປເພິ່ງການເສແສ້ງ, ການຫຼອກລວງ, ການຕົວະ ຫຼື ການເຮັດຕໍ່ໜ້າຢ່າງໜຶ່ງ ແລະ ລັບຫຼັງອີກຢ່າງໜຶ່ງ ເພື່ອໃຫ້ໄດ້ຮັບກຽດຕິຍົດ ແລະ ສະຖານະທີ່ລາວຕ້ອງການ; ແຕ່ກົງກັນຂ້າມ, ລາວຕັ້ງໜ້າຕັ້ງຕາເຮັດວຽກຢ່າງໜັກ. ຂໍ້ເທັດຈິງທີ່ເປັນພາວະວິໄສຢູ່ບ່ອນນີ້ແມ່ນຫຍັງ? ມັນກໍຄື ເນື່ອງຈາກຄົນທີ່ມີຄວາມຮູ້ສຶກລະອາຍມີອຸປະນິໄສທີ່ເສື່ອມຊາມ ພວກເຂົາຈຶ່ງຈະສະແດງຄຸນສົມບັດ, ຄວາມຄິດ ແລະ ມຸມມອງ ພ້ອມທັງຄວາມທະເຍີທະຍານ ແລະ ຄວາມປາຖະໜາບາງຢ່າງຂອງມະນຸດຊາດທີ່ເສື່ອມຊາມອອກມາຢ່າງເປັນທຳມະຊາດ; ສິ່ງນີ້ເປັນເລື່ອງປົກກະຕິຫຼາຍ. ແຕ່ເຖິງວ່າຈະມີຄວາມທະເຍີທະຍານ ແລະ ຮັກສະຖານະກໍຕາມ, ຄົນທີ່ມີຄວາມຮູ້ສຶກລະອາຍກໍຈະບໍ່ໃຊ້ວິທີການທີ່ຜິດປົກກະຕິເພື່ອໃຫ້ໄດ້ຮັບສະຖານະ; ແຕ່ກົງກັນຂ້າມ, ພວກເຂົາຕ້ອງການເພິ່ງພາຄວາມສາມາດທີ່ແທ້ຈິງຂອງພວກເຂົາເພື່ອລົງມືປະຕິບັດຕົວຈິງ. ແນ່ນອນວ່າ ຖ້າຄົນປະເພດນີ້ໄດ້ມາດຕະຖານໃນແງ່ຂອງຂີດຄວາມສາມາດ, ຄວາມເປັນມະນຸດ ແລະ ທຸກດ້ານອື່ນໆຂອງລາວ ມັນກໍເປັນພຽງເລື່ອງຂອງເວລາເທົ່ານັ້ນກ່ອນທີ່ລາວຈະຖືກເລືອກຕັ້ງໃຫ້ເປັນຜູ້ນຳ. ແຕ່ໃນກຸ່ມສັງຄົມ ຫຼື ໃນບ່ອນເຮັດວຽກ, ໃນທີ່ສຸດແລ້ວຈະເກີດຫຍັງຂຶ້ນກັບຄົນເຫຼົ່ານີ້ທີ່ມີມະໂນທຳ ແລະ ເຫດຜົນ? ບໍ່ພຽງແຕ່ລາວຈະບໍ່ໄດ້ຮັບການເລື່ອນຕຳແໜ່ງ ຫຼື ຖືກຈັດໃຫ້ຢູ່ໃນຕຳແໜ່ງທີ່ສຳຄັນເທົ່ານັ້ນ, ແຕ່ລາວຍັງຈະຖືກກີດກັນ ແລະ ຖືກກົດຂີ່ອີກດ້ວຍ. ລາວບໍ່ປະຈົບປະແຈງ ແລະ ຍົກຍ້ອງ ພ້ອມທັງບໍ່ເອົາໃຈຜູ້ນຳ ຫຼື ໃຫ້ຂອງຂວັນແກ່ພວກເຂົາ, ຍິ່ງໄປກວ່ານັ້ນ ລາວບໍ່ຕີສະໜິດກັບເພື່ອນຮ່ວມງານຂອງຕົນ. ລາວບໍ່ໃຊ້ກົນອຸບາຍ ຫຼື ພະຍາຍາມຫຼອກລວງ ພ້ອມທັງບໍ່ໃຊ້ປັດຊະຍາການດໍາລົງຊີວິດທາງໂລກທີ່ສະຫຼາດແກມໂກງເພື່ອເອົາໃຈທຸກຝ່າຍ. ຖ້າເຈົ້າຂໍໃຫ້ລາວເຮັດສິ່ງເຫຼົ່ານີ້, ລາວກໍຈະຮູ້ສຶກລະອາຍໃຈຢູ່ສະເໝີ; ລາວເຮັດບໍ່ລົງ. ຖ້າເຈົ້າຂໍໃຫ້ລາວປະຈົບປະແຈງຜູ້ນຳ ແລະ ບໍ່ເວົ້າຫຍັງນອກຈາກສິ່ງທີ່ດີກ່ຽວກັບພວກເຂົາ, ລາວກໍເຮັດບໍ່ລົງ ເນື່ອງຈາກວ່າລາວບໍ່ເຫັນສິ່ງທີ່ດີໃດໆໃນຕົວຜູ້ນຳ. ຖ້າລາວຝືນຄວາມຮູ້ສຶກທີ່ແທ້ຈິງຂອງຕົວເອງ ແລະ ເວົ້າຄຳປະຈົບປະແຈງອອກມາເຊັ່ນ: “ຜູ້ນຳຈັດການກັບເລື່ອງຕ່າງໆຫຼາຍຢ່າງໃນແຕ່ລະມື້ ແລະ ຍອມລຳບາກເພື່ອພວກເຮົາ”, ລາວກໍຈະຮູ້ສຶກລະອາຍໃຈ ໂດຍຮູ້ສຶກຢາກຕົບປາກຕົນເອງ ຫຼັງຈາກທີ່ເວົ້າມັນອອກໄປ. ລາວຄິດໃນໃຈວ່າ “ຜູ້ນຳເຫຼົ່ານີ້ໃຊ້ເວລາໝົດມື້ໄປກັບການກິນ, ການດື່ມ ແລະ ການຫາຄວາມສຳລານ; ພວກເຂົາຕຸ້ຍພີ ແລະ ໜ້າຕາແດງ. ພວກເຂົາຈັດການກັບເລື່ອງຕ່າງໆຫຼາຍຢ່າງໃນແຕ່ລະມື້ໄດ້ແນວໃດ? ພວກເຂົາລ້ວນແຕ່ເປັນເຈົ້າໜ້າທີ່ສໍ້ລາດບັງຫຼວງທີ່ບໍ່ເຮັດວຽກທີ່ເໝາະສົມ ແຕ່ພຽງແຕ່ກິນ, ດື່ມ, ຫຼິ້ນສາວ ແລະ ຫຼິ້ນການພະນັນ. ພວກເຂົາລ້ວນແຕ່ເປັນມານຮ້າຍທີ່ກິນຊີ້ນມະນຸດ ແລະ ດື່ມເລືອດມະນຸດ!” ລາວກຽດຊັງຄົນເຫຼົ່ານີ້ຢ່າງເລິກເຊິ່ງຢູ່ພາຍໃນ ແລະ ບໍ່ຕ້ອງການຝືນຄວາມຮູ້ສຶກທີ່ແທ້ຈິງຂອງຕົນ ແລະ ເວົ້າຄຳປະຈົບປະແຈງແມ່ນແຕ່ຄຳດຽວຕໍ່ຄົນເຫຼົ່ານັ້ນ. ລາວຮູ້ສຶກວ່າການເວົ້າສິ່ງທີ່ປະຈົບປະແຈງນັ້ນເປັນຕາໜ້າລັງກຽດ ແລະ ຍອມຕາຍດີກວ່າທີ່ຈະເວົ້າອອກມາ. ເຖິງແມ່ນວ່າລາວຈະຖືກເຮັດໃຫ້ແປດເປື້ອນໂດຍກະແສສັງຄົມແດ່ກໍຕາມ ແລະ ສາມາດເວົ້າບາງສິ່ງທີ່ຝືນຄວາມຮູ້ສຶກທີ່ແທ້ຈິງຂອງລາວໄດ້, ແຕ່ລາວກໍມີຂີດຈຳກັດ; ລາວຈະບໍ່ເຮັດເກີນຂອບເຂດ ແລະ ກາຍເປັນຄົນທີ່ໜ້າລັງກຽດ. ຖ້າລາວໃຫ້ຂອງຂວັນ ແລະ ຂໍຄວາມຊ່ວຍເຫຼືອເພື່ອໃຫ້ວຽກສຳເລັດແທ້ໆ, ມັນກໍເປັນຍ້ອນລາວບໍ່ມີທາງເລືອກອື່ນ. ມີແຕ່ເມື່ອລາວຖືກບັງຄັບໃຫ້ຈົນມຸມຢ່າງແທ້ຈິງ ແລະ ບໍ່ມີທາງເລືອກອື່ນເທົ່ານັ້ນ ລາວຈຶ່ງຈະຝືນຄວາມຮູ້ສຶກທີ່ແທ້ຈິງຂອງຕົນ ແລະ ເຮັດສິ່ງດັ່ງກ່າວລົງໄດ້. ແຕ່ຫຼັງຈາກທີ່ເຮັດມັນໄປແລ້ວ, ລາວກໍຈະເສຍໃຈ ໂດຍຮູ້ສຶກວ່າໄດ້ສູນເສຍສັກສີ ແລະ ບໍ່ມີໜ້າໄປພົບໃຜ. ມັນປະຮ່ອງຮອຍໄວ້ໃນໃຈຂອງລາວ ແລະ ລາວຈະບໍ່ສາມາດລືມເລື່ອງນີ້ໄດ້ຕະຫຼອດຊີວິດຂອງຕົນ. ເມື່ອຄົນທີ່ມີຄວາມຮູ້ສຶກລະອາຍພົບວ່າຕົນເອງຢູ່ໃນສະຖານະການພິເສດບາງຢ່າງ ເຊິ່ງເນື່ອງມາຈາກຄວາມຮູ້ສຶກສິ້ນຫວັງ, ຄວາມກົດດັນຂອງຊີວິດ ຫຼື ຄວາມກົດດັນຈາກພາຍນອກ ລາວບໍ່ມີທາງເລືອກອື່ນນອກຈາກຕ້ອງເຮັດສິ່ງທີ່ເຮັດໃຫ້ຄວາມສຸດຈະລິດ ແລະ ສັກສີຂອງລາວສູນເສຍໄປ, ສິ່ງນີ້ກໍຈະກາຍເປັນແຫຼ່ງຄວາມອັບອາຍຂອງລາວໄປຕະຫຼອດຊີວິດ. ເມື່ອໃດກໍຕາມທີ່ລາວຄິດເຖິງມັນ, ລາວກໍຈະຮູ້ສຶກເສຍໃຈ ແລະ ເຈັບປວດໃນໃຈ ໂດຍສາບານວ່າຈະບໍ່ເຮັດສິ່ງດັ່ງກ່າວອີກ.

ການມີຄວາມຮູ້ສຶກລະອາຍແມ່ນລັກສະນະທີ່ເຫັນໄດ້ຊັດເຈນໃນບັນດາຄຸນສົມບັດຂອງຄວາມເປັນມະນຸດ. ລັກສະນະນີ້ສາມາດຢັບຢັ້ງຜູ້ຄົນຈາກການເຮັດສິ່ງທີ່ເຮັດໃຫ້ຄວາມສຸດຈະລິດ ແລະ ສັກສີຂອງພວກເຂົາສູນເສຍໄປ ຫຼື ຊ່ວຍໃຫ້ພວກເຂົາເຮັດສິ່ງດັ່ງກ່າວໜ້ອຍລົງ. ມັນຍັງສາມາດປົກປ້ອງຜູ້ຄົນຈາກການເຮັດເກີນຂອບເຂດຂອງມະໂນທຳ ແລະ ເຫດຜົນ ພ້ອມທັງຊ່ວຍໃຫ້ພວກເຂົາເລືອກເຮັດສິ່ງທີ່ຂ້ອນຂ້າງເປັນບວກ ແລະ ຖືກຕ້ອງໄດ້ອີກດ້ວຍ. ສິ່ງນີ້ສຳຄັນຫຼາຍ. ແມ່ນແຕ່ໃນເວລາທີ່ປະເຊີນກັບສະຖານະ, ຜົນປະໂຫຍດສ່ວນຕົວ ແລະ ເງິນທອງ ແລະ ແມ່ນແຕ່ເພື່ອການດຳລົງຊີວິດແລະ ຄວາມຢູ່ລອດ, ຄົນທີ່ມີຄວາມຮູ້ສຶກລະອາຍກໍຍັງຖືກຢັບຢັ້ງໂດຍມະໂນທຳ ແລະ ເຫດຜົນຂອງພວກເຂົາໃນທຸກສິ່ງທີ່ພວກເຂົາເຮັດ ແລະ ຈະບໍ່ເຮັດເກີນຂອບເຂດເຫຼົ່ານີ້. ຖ້າບາງຄັ້ງພວກເຂົາເຮັດເກີນຂອບເຂດເຫຼົ່ານີ້ ແລະ ເຮັດສິ່ງທີ່ຂັດກັບມະໂນທຳ ແລະ ເຫດຜົນຂອງພວກເຂົາ ເຊິ່ງເຮັດໃຫ້ພວກເຂົາສູນເສຍສັກສີ ແລະ ຄວາມສຸດຈະລິດຂອງພວກເຂົາໄປ, ແລ້ວຄວາມຮູ້ສຶກລະອາຍຂອງພວກເຂົາກໍຈະຍິ່ງແຮງກ້າຂຶ້ນ ແລະ ຄວາມຮູ້ສຶກຕຳນິຈາກມະໂນທຳຂອງພວກເຂົາກໍຈະຮຸນແຮງຂຶ້ນ. ນີ້ກໍຍ້ອນວ່າ ເມື່ອຄົນປະເພດນີ້ເຮັດເກີນຂອບເຂດທີ່ສ້າງຂຶ້ນໂດຍຄວາມຮູ້ສຶກລະອາຍຂອງພວກເຂົາ ຫຼື ຫຼຸດພົ້ນຈາກການຄວບຄຸມ ແລະ ການຢັບຢັ້ງທີ່ຄວາມຮູ້ສຶກລະອາຍຂອງພວກເຂົາມີໃຫ້, ພວກເຂົາກໍຈະຮູ້ສຶກບໍ່ສະບາຍໃຈ ແລະ ຮູ້ສຶກຜິດຫຼາຍຂຶ້ນ ພ້ອມທັງໂທດຕົນເອງໃນໃຈຫຼາຍຂຶ້ນ. ດັ່ງນັ້ນ ເຈົ້າຈຶ່ງສາມາດເຫັນໄດ້ວ່າ ເມື່ອຄົນທີ່ມີຄວາມຮູ້ສຶກລະອາຍຢູ່ຕໍ່ໜ້າຄົນທີ່ມີສະຖານະ ແລະ ຕຳແໜ່ງ, ພວກເຂົາຈະເບິ່ງຄືວ່າໂດດດ່ຽວ ແລະ ບໍ່ເຂົ້າພັກເຂົ້າພວກຫຼາຍ ເຖິງກັບເຮັດໃຫ້ຄົນອື່ນຮູ້ສຶກວ່າພວກເຂົາເປັນຄົນແປກປະຫຼາດ. ຜູ້ທີ່ປາສະຈາກມະໂນທຳ ແລະ ເຫດຜົນຢ່າງສິ້ນເຊີງຈະເຂົ້າກັນໄດ້ຢ່າງສົມບູນແບບ ໃນຂະນະທີ່ຄົນທີ່ມີມະໂນທຳ ແລະ ເຫດຜົນຈະຮູ້ສຶກອຶດອັດເປັນພິເສດເມື່ອພວກເຂົາຢູ່ກັບຄົນແບບນັ້ນ. ຄົນທີ່ບໍ່ມີມະໂນທຳ ແລະ ເຫດຜົນຈະບໍ່ຮູ້ສຶກບໍ່ສະບາຍໃຈຢູ່ພາຍໃນ ບໍ່ວ່າຄຳເວົ້າຂອງພວກເຂົາຈະຂັດກັບຄວາມເປັນຈິງຫຼາຍສໍ່າໃດກໍຕາມ, ພ້ອມທັງບໍ່ຮູ້ສຶກຫຍັງເລີຍ ບໍ່ວ່າສິ່ງທີ່ພວກເຂົາເວົ້າຈະໜ້າດ້ານຫຼາຍສໍ່າໃດກໍຕາມ. ໃນທາງກົງກັນຂ້າມ, ເນື່ອງຈາກຄົນທີ່ມີມະໂນທຳ ແລະ ເຫດຜົນມີຄວາມຮູ້ສຶກລະອາຍ ບໍ່ພຽງແຕ່ພວກເຂົາຈະເວົ້າສິ່ງເຫຼົ່ານີ້ບໍ່ລົງເທົ່ານັ້ນ ແຕ່ພວກເຂົາຍັງຮູ້ສຶກບໍ່ສະບາຍໃຈ ແລະ ພົບວ່າມັນເປັນຕາທົນບໍ່ໄດ້ທີ່ຈະໄດ້ຍິນສິ່ງດັ່ງກ່າວອີກດ້ວຍ. ດັ່ງນັ້ນ ການຕິດຕໍ່ພົວພັນກັບຄົນທີ່ບໍ່ມີຄວາມຮູ້ສຶກລະອາຍຈຶ່ງເປັນຄວາມທໍລະມານປະເພດໜຶ່ງສຳລັບພວກເຂົາ. ໃນດ້ານໜຶ່ງ, ຄວາມທໍລະມານນີ້ເກີດຈາກຄວາມຮູ້ສຶກລະອາຍຂອງພວກເຂົາເອງ ແລະ ໃນອີກດ້ານໜຶ່ງແມ່ນເກີດຈາກການຖືກກີດກັນ. ເນື່ອງຈາກຫຼັກການໃນການປະພຶດຕົນ ແລະ ການຈັດການກັບເລື່ອງຕ່າງໆຂອງພວກເຂົາເຮັດໃຫ້ຄົນອື່ນຮູ້ສຶກວ່າພວກເຂົາແປກປະຫຼາດຫຼາຍ ແລະ ເປັນຄົນແປກປະຫຼາດ ຄືກັບວ່າພວກເຂົາຕັດຂາດຈາກເລື່ອງທາງໂລກຢ່າງສິ້ນເຊີງ ແລະ ພວກເຂົາຖືກເບິ່ງວ່າເປັນຄົນທີ່ທຳທ່າເປັນຄົນດີ, ດັ່ງນັ້ນ ຜູ້ຄົນຈຶ່ງກີດກັນພວກເຂົາ ຫຼື ຢູ່ຫ່າງຈາກພວກເຂົາ. ເພາະສະນັ້ນແລ້ວ, ຄົນປະເພດນີ້ຈຶ່ງຈະຖືກກີດກັນໃນທ່າມກາງຜູ້ບໍ່ມີຄວາມເຊື່ອ ໂດຍສະເພາະໃນບ່ອນເຮັດວຽກ; ຕາມຄຳເວົ້າຂອງຜູ້ບໍ່ມີຄວາມເຊື່ອ, ຄົນແບບນັ້ນບໍ່ເປັນທີ່ຕ້ອນຮັບຢູ່ບ່ອນໃດເລີຍ. ຜູ້ບໍ່ມີຄວາມເຊື່ອທຸກຄົນລ້ວນແຕ່ຕ້ອງການໄຕ່ເຕົ້າຂຶ້ນໄປໂດຍໃຊ້ວິທີການທີ່ຜິດປົກກະຕິທຸກປະເພດ ໂດຍຫັນໄປເພິ່ງວິທີການໃດກໍຕາມທີ່ຈຳເປັນເພື່ອໃຫ້ໄດ້ສິ່ງທີ່ພວກເຂົາຕ້ອງການ. ໃນທາງກົງກັນຂ້າມ, ຄົນທີ່ມີຄວາມຮູ້ສຶກລະອາຍມັກຈະຕ້ອງການຫາລ້ຽງຊີບຢ່າງຍຸຕິທຳ, ສົມເຫດສົມຜົນ ແລະ ເປັນທຳ ໂດຍເພິ່ງພາຄວາມສາມາດຂອງພວກເຂົາ. ສິ່ງນີ້ຈະບໍ່ເຮັດໃຫ້ພວກເຂົາກ້າວໜ້າໃນກຸ່ມສັງຄົມໃດໆ ເພາະວ່າກົດລະບຽບຂອງເກມໃນກຸ່ມດັ່ງກ່າວບໍ່ຍຸຕິທຳ; ແຕ່ທຸກຄົນປະຕິບັດຕາມກົດລະບຽບທີ່ບໍ່ໄດ້ເວົ້າອອກມາ. ຜູ້ທີ່ຈະເລີນຮຸ່ງເຮືອງ ແລະ ມີກຽດຕິຍົດແມ່ນຜູ້ທີ່ເກັ່ງໃນການດຳລົງຊີວິດຕາມກົດລະບຽບທີ່ບໍ່ໄດ້ເວົ້າອອກມາເຫຼົ່ານີ້, ໃນຂະນະທີ່ຄົນທີ່ມີຄວາມຮູ້ສຶກລະອາຍ ເນື່ອງຈາກພວກເຂົາປົກປ້ອງຄວາມສຸດຈະລິດ ແລະ ສັກສີຂອງພວກເຂົາ ພວກເຂົາຈຶ່ງບໍ່ມີທາງຍອມຮັບກົດລະບຽບເຫຼົ່ານັ້ນຂອງສັງຄົມທີ່ບໍ່ໄດ້ເວົ້າອອກມາໄດ້. ພວກເຂົາບໍ່ເຂົ້າໃຈກົດລະບຽບເຫຼົ່ານີ້, ພວກເຂົາບໍ່ມັກ ແລະ ຍິ່ງໄປກວ່ານັ້ນຄືພວກເຂົາປະຕິເສດທີ່ຈະໃຊ້ກົດລະບຽບເຫຼົ່ານີ້. ດັ່ງນັ້ນ ພາຍໃນກຸ່ມຄົນ, ໃນຂະນະທີ່ຄົນອື່ນອາດຈະໄດ້ຮັບການເລື່ອນຕຳແໜ່ງ ຫຼື ໄດ້ຮັບການນັບຖືຢ່າງສູງຈາກຜູ້ນຳ, ເນື່ອງຈາກພວກເຂົາມີຄວາມຮູ້ສຶກລະອາຍ ພວກເຂົາຈຶ່ງມັກຈະເວົ້າ ແລະ ກະທຳຕາມກົດລະບຽບຢ່າງເຄັ່ງຄັດຢູ່ສະເໝີ ໂດຍເວົ້າທຸກສິ່ງທີ່ຢູ່ໃນໃຈຂອງພວກເຂົາອອກມາ; ດັ່ງນັ້ນ ພວກເຂົາຈຶ່ງມັກຈະເຮັດໃຫ້ເພື່ອນຮ່ວມງານ ແລະ ຜູ້ນຳຂຸ່ນເຄືອງເປັນບາງຄັ້ງບາງຄາວ ໂດຍໄປຈີ້ຈຸດອ່ອນຂອງຜູ້ນຳ ແລະ ເວົ້າຄຳທີ່ຜູ້ນຳບໍ່ຢາກໄດ້ຍິນທີ່ສຸດ. ກວ່າພວກເຂົາຈະຮູ້ຕົວ ມັນກໍຊ້າເກີນໄປແລ້ວ. ໃນທີ່ສຸດແລ້ວຈະເກີດຫຍັງຂຶ້ນ? ບໍ່ວ່າພວກເຂົາຈະພະຍາຍາມມາຈັກປີ ຫຼື ເຮັດວຽກມາດົນປານໃດກໍຕາມ, ພວກເຂົາກໍບໍ່ເຄີຍໄດ້ຮັບການເລື່ອນຕຳແໜ່ງ ຫຼື ຖືກຈັດໃຫ້ຢູ່ໃນຕຳແໜ່ງທີ່ສຳຄັນ. ສຳລັບຄົນທີ່ມີມະໂນທຳ, ເຫດຜົນ ແລະ ຄວາມຮູ້ສຶກລະອາຍ ການດຳລົງຊີວິດຢູ່ທ່າມກາງຄົນແບບນັ້ນເປັນຄວາມສຸກ ຫຼື ຄວາມທໍລະມານ? (ຄວາມທໍລະມານ). ເມື່ອພວກເຂົາບໍ່ສາມາດເບິ່ງທະລຸສັງຄົມນີ້ ແລະ ມະນຸດຊາດທີ່ເສື່ອມຊາມນີ້, ພວກເຂົາກໍພະຍາຍາມທຸກວິທີທາງເພື່ອເຊື່ອມໂຍງເຂົ້າກັບສັງຄົມນີ້ ແລະ ເຂົ້າກັບຜູ້ຄົນທີ່ພວກເຂົາອາໄສຢູ່ຮ່ວມນຳ. ເຖິງຢ່າງໃດກໍຕາມ, ເນື່ອງຈາກພວກເຂົາມີມະໂນທຳ ແລະ ເຫດຜົນ, ພວກເຂົາຈຶ່ງເຮັດສິ່ງທີ່ຂັດກັບຄວາມສຸດຈະລິດ ແລະ ສັກສີຂອງພວກເຂົາບໍ່ລົງ. ດັ່ງນັ້ນ ບໍ່ວ່າພວກເຂົາຈະພະຍາຍາມໜັກສໍ່າໃດ ແລະ ບໍ່ວ່າພວກເຂົາຈະທຸ້ມເທຄວາມພະຍາຍາມຫຼາຍສໍ່າໃດ ຫຼື ເສຍສະລະຫຼາຍສໍ່າໃດກໍຕາມ, ຜົນສຸດທ້າຍກໍຄື ພວກເຂົາບໍ່ມີທາງເຊື່ອມໂຍງເຂົ້າກັບສັງຄົມນີ້ ຫຼື ເຂົ້າກັບຜູ້ຄົນທີ່ພວກເຂົາອາໄສຢູ່ຮ່ວມນຳໄດ້ເລີຍ; ພວກເຂົາເຂົ້າກັບຄົນເຫຼົ່ານັ້ນບໍ່ໄດ້ຢູ່ສະເໝີ ແລະ ບໍ່ຮູ້ຊ້ຳວ່າເປັນຍ້ອນຫຍັງ. ພວກເຂົາເວົ້າກັບຕົນເອງວ່າ “ສັງຄົມນີ້ບໍ່ຍຸຕິທຳເລີຍ. ຖ້າເຈົ້າບໍ່ຮູ້ວິທີໃຊ້ກົນອຸບາຍ ຫຼື ປະຈົບປະແຈງ ແລະ ຍົກຍ້ອງ ໂດຍຕ້ອງການປົກປ້ອງຄວາມສຸດຈະລິດ ແລະ ສັກສີຂອງເຈົ້າ ຫຼື ບັນລຸເປົ້າໝາຍຂອງເຈົ້າຢູ່ສະເໝີ ເຈົ້າກໍຈະບໍ່ກ້າວໜ້າໃນກຸ່ມຄົນໃດໆເລີຍ”. ນີ້ຄືປະສົບການທີ່ຄົນທີ່ມີຄວາມຮູ້ສຶກລະອາຍໄດ້ຮັບຈາກການເອົາຕົວລອດໃນສັງຄົມ. ໃນທີ່ສຸດແລ້ວ ຄວາມຮູ້ສຶກທີ່ພວກເຂົາຍັງເຫຼືອຢູ່ແມ່ນຫຍັງ? ພວກເຂົາມັກສັງຄົມມະນຸດນີ້ ຫຼື ຜິດຫວັງກັບມັນ? (ຜິດຫວັງ). ພວກເຂົາເຮັດໄດ້ພຽງແຕ່ຜິດຫວັງເທົ່ານັ້ນ. ພວກເຂົາກ້າວເຂົ້າສູ່ສັງຄົມດ້ວຍຄວາມຫວັງຢ່າງເຕັມປ່ຽມ ໂດຍຮູ້ສຶກວ່າຄົນສ່ວນໃຫຍ່ໃນສັງຄົມເປັນຄົນດີ ແລະ ໃນສັງຄົມມີຄວາມຍຸຕິທຳ, ຄວາມເປັນທຳ ແລະ ມີສະຖານທີ່ທີ່ຜູ້ຄົນສາມາດເວົ້າດ້ວຍເຫດຜົນໄດ້. ແຕ່ຫຼັງຈາກທີ່ດິ້ນລົນຢ່າງຍາກລຳບາກໃນສັງຄົມມາຫຼາຍປີ, ໃນທີ່ສຸດແລ້ວຕົວພວກເຂົາໄດ້ຮັບຫຍັງ? ສິ່ງທີ່ພວກເຂົາໄດ້ຮັບກໍຄືການຮັບຮູ້ວ່າ ບໍ່ພຽງແຕ່ບໍ່ມີຄວາມຍຸຕິທຳ ຫຼື ຄວາມຊອບທຳໃນໂລກມະນຸດເທົ່ານັ້ນ ແຕ່ມັນຍັງຊົ່ວຮ້າຍອີກດ້ວຍ. ເມື່ອເສືອໂດດມາໃສ່ເຈົ້າ ຢ່າງໜ້ອຍເຈົ້າກໍສາມາດພະຍາຍາມຫຼີກລ່ຽງມັນໄດ້; ແຕ່ເມື່ອຜູ້ຄົນມຸ່ງຮ້າຍເຈົ້າ, ເຈົ້າຈະບໍ່ມີແມ່ນແຕ່ໂອກາດທີ່ຈະພະຍາຍາມຫຼີກລ່ຽງໄດ້. ໃນທີ່ສຸດແລ້ວ ນີ້ຄືສິ່ງທີ່ພວກເຂົາໄດ້ຮັບ; ພວກເຂົາຈົບລົງດ້ວຍຄວາມທໍ້ແທ້ ແລະ ຜິດຫວັງກັບສັງຄົມ ແລະ ມະນຸດຊາດ. ພວກເຂົາຕ້ອງການຮຽນແບບຄົນເຫຼົ່ານີ້ໂດຍການໃຊ້ກົນອຸບາຍ, ການປະຈົບປະແຈງ ແລະ ການຍົກຍ້ອງ, ການເຂົ້າໃກ້ຜູ້ນຳ ແລະ ຜູ້ບັງຄັບບັນຊາ, ການໃຫ້ຂອງຂວັນ ແລະ ການສ້າງຄວາມສຳພັນທີ່ດີກັບຜູ້ຄົນ, ແຕ່ບໍ່ວ່າພວກເຂົາຈະພະຍາຍາມແນວໃດກໍຕາມ ພວກເຂົາກໍບໍ່ມີທາງຮຽນຮູ້ວິທີເຮັດສິ່ງເຫຼົ່ານີ້ໄດ້ເລີຍ; ພວກເຂົາບໍ່ສາມາດແມ່ນແຕ່ຈະເວົ້າຄຳປະຈົບປະແຈງສອງສາມຄຳໄດ້ຢ່າງລ່ຽນໄຫຼ ແລະ ເມື່ອພວກເຂົາພະຍາຍາມ ພວກເຂົາກໍຈົບລົງດ້ວຍຄວາມອັບອາຍ ແລະ ກາຍເປັນຕົວຕະຫຼົກ. ເຖິງຢ່າງໃດກໍຕາມ, ການດຳລົງຊີວິດຢູ່ໃນສັງຄົມນີ້ ພວກເຂົາບໍ່ມີທາງເລືອກອື່ນນອກຈາກຕ້ອງປະພຶດແບບນີ້. ທຸກໆມື້ ມະໂນທຳຂອງພວກເຂົາເຕັມໄປດ້ວຍການກ່າວໂທດຕົນເອງ ແລະ ຄວາມຮູ້ສຶກບໍ່ສະບາຍໃຈ. ພວກເຂົາຮູ້ສຶກວ່າພວກເຂົາບໍ່ມີຄວາມຫວັງໃນຊີວິດ; ທຸກສິ່ງທຸກຢ່າງລ້ວນແຕ່ຕຶງຄຽດ ຫຼື ທໍລະມານ ແລະ ພວກເຂົາຮູ້ສຶກເຖິງຄວາມອຸກອັ່ງຄັງແຄ້ນຢູ່ທຸກມື້. ການປະເຊີນໜ້າກັບບັນຫາຕ່າງໆທີ່ເກີດຂຶ້ນກັບສັງຄົມນີ້ ແລະ ກຸ່ມຄົນນີ້ເປັນຄວາມທໍລະມານສຳລັບພວກເຂົາ ແລະ ຄວາມທໍລະມານນີ້ເຮັດໃຫ້ພວກເຂົາມີຄວາມຮູ້ສຶກບໍ່ສະບາຍໃຈຢ່າງໃຫຍ່ຫຼວງໃນໃຈຂອງພວກເຂົາ. ເຖິງແມ່ນວ່າພວກເຂົາຈະຮຽນຮູ້ທີ່ຈະເວົ້າສິ່ງທີ່ໜ້າດ້ານບາງຢ່າງ ຫຼື ຮຽນແບບຄົນອື່ນໃນການເຮັດສິ່ງທີ່ຂັດກັບມະໂນທຳ ແລະ ເຫດຜົນຂອງພວກເຂົາກໍຕາມ, ແຕ່ຢູ່ພາຍໃນ ພວກເຂົາຮູ້ສຶກບໍ່ສະບາຍໃຈ ພ້ອມທັງຕຳນິຕົນເອງ ແລະ ກ່າວໂທດຕົນເອງ. ຍິ່ງພວກເຂົາຮູ້ສຶກບໍ່ສະບາຍໃຈຢູ່ພາຍໃນຫຼາຍສ່ຳໃດ ພວກເຂົາກໍຍິ່ງກຽດຊັງສັງຄົມນີ້ ແລະ ມະນຸດຊາດໃນໃຈຂອງພວກເຂົາຫຼາຍຂຶ້ນສ່ຳນັ້ນ ແມ່ນບໍ? (ແມ່ນແລ້ວ. ພວກເຂົາຈະຮູ້ສຶກວ່າສັງຄົມນີ້ບໍ່ຍຸຕິທຳ ແລະ ເລີ່ມກຽດຊັງມັນ). ພວກເຂົາຈະກຽດຊັງມະນຸດຊາດ ແລະ ກຽດຊັງສັງຄົມນີ້. ພວກເຂົາຫວັງໃຫ້ຄວາມຍຸຕິທຳ ແລະ ຄວາມຊອບທຳປາກົດຂຶ້ນ ໂດຍຫວັງໃຫ້ມີຄົນປາກົດຕົວຂຶ້ນເຊິ່ງສາມາດຜະດຸງຄວາມເປັນທຳ ແລະ ຄວາມຍຸຕິທຳ ແລະ ໃຫ້ມີສະຖານທີ່ທີ່ຜູ້ຄົນສາມາດເວົ້າດ້ວຍເຫດຜົນໄດ້. ແຕ່ສິ່ງເຫຼົ່ານີ້ກໍເປັນພຽງຄວາມປາຖະໜາເທົ່ານັ້ນ; ບໍ່ສາມາດເປັນຈິງໄດ້ໃນຊີວິດຈິງ; ບໍ່ມີສະຖານທີ່ໃນສັງຄົມໃຫ້ຜູ້ຄົນເວົ້າດ້ວຍເຫດຜົນໄດ້. ເຖິງແມ່ນວ່າອິດທິພົນຂອງສັງຄົມນີ້ ແລະ ການດຳລົງຊີວິດຢູ່ທ່າມກາງກຸ່ມຄົນຊົ່ວຊ້າຕ່າງໆ ຈະເຮັດໃຫ້ພວກເຂົາຖືກແປດເປື້ອນໂດຍບໍ່ຮູ້ຕົວຈາກສິ່ງທີ່ໄດ້ຮັບຄວາມນິຍົມ ແລະ ຖືກສະໜັບສະໜູນໂດຍກະແສທີ່ຊົ່ວຮ້າຍ ຫຼື ສິ່ງທີ່ຂ້ອນຂ້າງທັນສະໄໝກໍຕາມ, ແຕ່ຄວາມຮູ້ສຶກລະອາຍທີ່ຢູ່ເລິກໆໃນໃຈຂອງພວກເຂົາ ແລະ ຄວາມປາຖະໜາຂອງພວກເຂົາສຳລັບຄວາມຍຸຕິທຳ ແລະ ສິ່ງທີ່ເປັນບວກກໍບໍ່ເຄີຍຫາຍໄປ ຫຼື ປ່ຽນແປງເລີຍ. ໃນໃຈຂອງພວກເຂົາ, ພວກເຂົາຍັງຄົງຫວັງໃຫ້ຄວາມຍຸຕິທຳ ແລະ ຄວາມຊອບທຳປາກົດຂຶ້ນ ເພື່ອທີ່ພວກເຂົາຈະບໍ່ຕ້ອງປະພຶດຕົນໃນວິທີທີ່ຂັດກັບຄວາມຮູ້ສຶກທີ່ແທ້ຈິງຂອງພວກເຂົາ, ບໍ່ຕ້ອງທໍລະຍົດຕໍ່ຄວາມສຸດຈະລິດ ແລະ ສັກສີຂອງພວກເຂົາເອງ ແລະ ບໍ່ຕ້ອງຍອມເສຍຄວາມຮູ້ສຶກລະອາຍຂອງພວກເຂົາເພື່ອເຫັນແກ່ການຫາລ້ຽງຊີບ ແລະ ການເອົາຕົວລອດ ໂດຍການດຳລົງຊີວິດ ແລະ ປະພຶດຕົນຢ່າງໜ້າດ້ານແບບນັ້ນ. ເຖິງແມ່ນວ່າການປົນເປຢູ່ໃນສັງຄົມ ແລະ ໃນທ່າມກາງຄົນທີ່ເສື່ອມຊາມມາດົນນານ ຈະເຮັດໃຫ້ພວກເຂົາຖືກແປດເປື້ອນໂດຍນິໄສທີ່ບໍ່ດີບາງຢ່າງ ແລະ ໄດ້ນຳພາພວກເຂົາໃຫ້ປັບຕົວເຂົ້າກັບກະແສສັງຄົມ ເຊິ່ງເຮັດໃຫ້ເບິ່ງຄືວ່າມະໂນທຳ ແລະ ເຫດຜົນຂອງພວກເຂົາຖືກກັດເຊາະ ແລະ ຖືກບົດບັງກໍຕາມ, ແຕ່ຖ້າພວກເຂົາເປັນມະນຸດທີ່ແທ້ຈິງ, ມະໂນທຳ ແລະ ເຫດຜົນຂອງພວກເຂົາກໍຈະບໍ່ມີວັນຫາຍໄປ. ເນື່ອງຈາກມະໂນທຳ ແລະ ເຫດຜົນຂອງພວກເຂົາຈະບໍ່ຫາຍໄປ, ຄວາມຮູ້ສຶກລະອາຍຂອງພວກເຂົາກໍຈະມີຢູ່ສະເໝີ. ມັນກໍພຽງແຕ່ຍ້ອນວ່າ ການຢູ່ໃນສັງຄົມມາດົນນານ ແລະ ການໄດ້ຮັບຄວາມຮູ້ຫຼາຍຢ່າງ ພ້ອມທັງການໄດ້ຮຽນຮູ້ປັດຊະຍາການດໍາລົງຊີວິດທາງໂລກຫຼາຍຢ່າງ, ພວກເຂົາຈຶ່ງໄດ້ຮັບນິໄສທີ່ບໍ່ດີບາງຢ່າງໃນຄວາມເປັນມະນຸດຂອງພວກເຂົາ ແລະ ໄດ້ຮັບບາງສິ່ງຂອງຊາຕານ ແລະ ມານຮ້າຍໃນອຸປະນິໄສຂອງພວກເຂົາ, ດັ່ງນັ້ນ ມະໂນທຳ ແລະ ເຫດຜົນຂອງພວກເຂົາຈຶ່ງຂ້ອນຂ້າງມຶນຊາ ແລະ ຊັກຊ້າ. ແຕ່ຕາບໃດທີ່ພວກເຂົາເປັນມະນຸດ ແລະ ພວກເຂົາມີຄຸນສົມບັດຂອງມະໂນທຳ ແລະ ເຫດຜົນໃນຄວາມເປັນມະນຸດຂອງພວກເຂົາ, ຄວາມຮູ້ສຶກລະອາຍຂອງພວກເຂົາກໍຈະມີຢູ່ສະເໝີ, ຄົນແບບນີ້ແມ່ນຄົນທີ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້.

ເມື່ອຄົນຜູ້ໜຶ່ງມີມະໂນທຳ ແລະ ເຫດຜົນ ພວກເຂົາກໍມີຄວາມຮູ້ສຶກລະອາຍເຊັ່ນກັນ. ຄົນທີ່ມີຄວາມຮູ້ສຶກລະອາຍແມ່ນຄົນທີ່ມີຄວາມສຸດຈະລິດ ແລະ ສັກສີ ແລະ ຄົນແບບນັ້ນຈະຮັກຄວາມຍຸຕິທຳ ແລະ ຄວາມຊອບທຳ ພ້ອມທັງສິ່ງທີ່ເປັນບວກ. ເຊິ່ງເວົ້າໄດ້ວ່າ ເມື່ອຕັດສິນຈາກແກ່ນແທ້ທໍາມະຊາດຂອງລາວແລ້ວ ລາວຮັກສິ່ງທີ່ເປັນບວກ; ພຽງແຕ່ຍ້ອນວ່າ ກ່ອນທີ່ລາວຈະເຂົ້າໃຈວ່າສິ່ງທີ່ເປັນບວກແມ່ນຫຍັງ ລາວບໍ່ຮູ້ວ່າລາວຄວນ ຫຼື ບໍ່ຄວນມັກຫຍັງ. ເມື່ອລາວເຂົ້າໃຈວ່າສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບແມ່ນຫຍັງ, ຄວາມມັກທີ່ພວກເຂົາມີຕໍ່ສິ່ງທີ່ເປັນບວກກໍຈະສະເພາະເຈາະຈົງ ແລະ ຊັດເຈນຫຼາຍຂຶ້ນ. ຖ້າຄົນໃດໜຶ່ງມີມະໂນທຳ ແລະ ເຫດຜົນ, ການສະແດງອອກພື້ນຖານຂອງຄຸນສົມບັດຂອງຄວາມເປັນມະນຸດຂອງລາວກໍຄືຄວາມຮັກທີ່ມີຕໍ່ຄວາມຍຸຕິທຳ ແລະ ຄວາມຊອບທຳ. ລາວຫວັງວ່າ ໃນຂະນະທີ່ດຳລົງຊີວິດຢູ່ທ່າມກາງຄົນອື່ນ ລາວຈະສາມາດໄດ້ຮັບການປະຕິບັດຢ່າງຍຸຕິທຳ ໂດຍບໍ່ຈຳເປັນຕ້ອງໃຊ້ກົນອຸບາຍ ຫຼື ເລ່ລ່ຽມ ແລະ ໂດຍບໍ່ຕ້ອງປະຕິບັດຕາມກົດລະບຽບທີ່ບໍ່ໄດ້ກ່າວເຖິງໃດໆ. ລາວຫວັງວ່າການພົວພັນລະຫວ່າງຜູ້ຄົນຈະສາມາດເປັນທຳ ແລະ ຜູ້ຄົນຈະສາມາດໄດ້ຮັບການປະຕິບັດຢ່າງຍຸຕິທຳ. ນັ້ນກໍຄື ລາວຫວັງວ່າສິ່ງຕ່າງໆຈະສາມາດກົງໄປກົງມາ ແລະ ຊັດເຈນ: ຖ້າເຈົ້າເຮັດຜິດກໍຄືເຮັດຜິດ ແລະ ເຈົ້າກໍຄວນໄດ້ຮັບການລົງໂທດທີ່ເຈົ້າສົມຄວນໄດ້ຮັບ ໃນຂະນະທີ່ຖ້າເຈົ້າບໍ່ໄດ້ເຮັດຫຍັງຜິດ ແລະ ໄດ້ສ້າງຜົນງານ ເຈົ້າກໍຄວນໄດ້ຮັບລາງວັນ. ຖ້າຜູ້ຄົນມີທັກສະ ພ້ອມທັງມີຄວາມຮູ້ຄວາມສາມາດທີ່ແທ້ຈິງ, ພວກເຂົາກໍຄວນໄດ້ຮັບການເຄົາລົບ, ໄດ້ຮັບການເລື່ອນຕຳແໜ່ງ ແລະ ຖືກຈັດໃຫ້ຢູ່ໃນຕຳແໜ່ງທີ່ສຳຄັນ. ຖ້າພວກເຂົາຂາດຄວາມຮູ້ຄວາມສາມາດທີ່ແທ້ຈິງ, ພວກເຂົາກໍບໍ່ຄວນຖືກຈັດໃຫ້ຢູ່ໃນຕຳແໜ່ງທີ່ສຳຄັນ. ຜູ້ທີ່ມີມະໂນທຳ ແລະ ເຫດຜົນຈະມັກຄົນແບບນີ້ ແລະ ພວກເຂົາມັກສະພາບແວດລ້ອມໃນການດຳລົງຊີວິດແບບນີ້. ເຖິງແມ່ນວ່າ ຫຼັງຈາກທີ່ໃຊ້ເວລາໃນສັງຄົມມາເປັນເວລາດົນນານ, ພວກເຂົາໄດ້ຮັບນິໄສທີ່ບໍ່ດີບາງຢ່າງ ຫຼື ຍອມຮັບຄວາມຄິດ ແລະ ມຸມມອງທີ່ຜິດພ້ຽນບາງຢ່າງພາຍໃຕ້ອິດທິພົນຂອງກະແສທີ່ຊົ່ວຮ້າຍ ພ້ອມທັງໄດ້ປະສົບກັບອຸປະສັກ ແລະ ພົບກັບທາງຕັນກໍຕາມ, ໃນທີ່ສຸດແລ້ວພວກເຂົາກໍຮູ້ສຶກວ່າ ການກັບໄປມີຄວາມຮູ້ສຶກລະອາຍນັ້ນເປັນເລື່ອງທີ່ເໝາະສົມທີ່ສຸດ. ໃນການກະທຳຂອງພວກເຂົາ, ພວກເຂົາຈະກັບຄືນສູ່ຫຼັກການໃນການປົກປ້ອງຄວາມສຸດຈະລິດ ແລະ ສັກສີຂອງພວກເຂົາເອງໂດຍບໍ່ຮູ້ຕົວ. ເມື່ອຄົນປະເພດນີ້ໃຊ້ເວລາໃນສັງຄົມ ແລະ ໃນທ່າມກາງຄົນອື່ນມາເປັນເວລາດົນນານ ພ້ອມທັງໄດ້ຮັບອິດທິພົນຈາກຄົນເຫຼົ່ານັ້ນ, ມັນກໍປຽບເໝືອນຫຍົກຊັ້ນດີທີ່ຖືກຖິ້ມລົງໃນກອງຂີ້ເຫຍື້ອ ແລະ ຖືກປົກຄຸມໄປດ້ວຍສິ່ງສົກກະປົກ. ເຖິງແມ່ນວ່າສິ່ງສົກກະປົກນັ້ນຈະໜາ ແລະ ເປິເປື້ອນຫຼາຍກໍຕາມ, ແກ່ນແທ້ຂອງຫຍົກກໍຍັງຄົງບໍ່ປ່ຽນແປງ; ເມື່ອສິ່ງສົກກະປົກຖືກກຳຈັດອອກໄປ, ສິ່ງທີ່ຖືກເຜີຍອອກມາກໍຍັງຄົງເປັນຫຍົກຢູ່. ດັ່ງນັ້ນ ເມື່ອຄົນທີ່ມີມະໂນທຳ, ເຫດຜົນ ແລະ ຄວາມຮູ້ສຶກລະອາຍມາທີ່ເຮືອນຂອງພຣະເຈົ້າ, ສະພາບແວດລ້ອມໃນການດຳລົງຊີວິດຢູ່ທີ່ນັ້ນ ພ້ອມທັງວຽກງານທີ່ພຣະເຈົ້າເຮັດ ແລະ ພຣະທຳທີ່ພຣະອົງສະແດງອອກ ແມ່ນຕອບສະໜອງຄວາມຕ້ອງການທີ່ຢູ່ເລິກໆໃນໃຈຂອງພວກເຂົາໄດ້ຢ່າງສົມບູນແບບ. ແມ່ນຫຍັງຄືຄວາມຕ້ອງການທີ່ຢູ່ເລິກໆໃນໃຈຂອງພວກເຂົາ? ພວກເຂົາຮັກຄວາມຍຸຕິທຳ ແລະ ຄວາມຊອບທຳ, ຮັກສິ່ງທີ່ເປັນບວກ, ກຽດຊັງຄວາມຊົ່ວຊ້າ, ກຽດຊັງກົດລະບຽບແອບແຝງຂອງສັງຄົມ ແລະ ກຽດຊັງການຕໍ່ສູ້ກັນເອງ ແລະ ການແທງຂ້າງຫຼັງກັນລະຫວ່າງຜູ້ຄົນ. ຖ້າຄົນແບບນັ້ນມາທີ່ເຮືອນຂອງພຣະເຈົ້າ ແລະ ຜ່ານການປະສົບກັບການເປີດໂປງ, ການພິພາກສາ ແລະ ການລົງທັນແຫ່ງພຣະທຳຂອງພຣະເຈົ້າ ແລະ ຈາກນັ້ນກໍຜ່ານການທົດສອບ ແລະ ການຫຼໍ່ຫຼອມຂອງພຣະເຈົ້າ ແລະ ໃນທີ່ສຸດ ກໍອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າ ພ້ອມທັງຍອມຮັບການພິພາກສາ ແລະ ການລົງທັນແຫ່ງພຣະທຳຂອງພຣະອົງ, ພວກເຂົາກໍຄ່ອຍໆປະຖິ້ມອຸປະນິໄສທີ່ເສື່ອມຊາມຕ່າງໆທີ່ຖືກເປີດເຜີຍຈາກຄວາມເປັນມະນຸດຂອງພວກເຂົາ ພ້ອມທັງສິ່ງສົກກະປົກ ແລະ ນິໄສທີ່ບໍ່ດີທົ່ວໄປທີ່ຢູ່ພາຍໃນຕົວພວກເຂົາ, ແລ້ວພວກເຂົາກໍຈະກາຍເປັນມະນຸດຄົນໃໝ່. ເຊິ່ງເວົ້າໄດ້ວ່າ ເມື່ອຄົນທີ່ມີຄວາມຮູ້ສຶກລະອາຍບັນລຸມາດຕະຖານພື້ນຖານຂອງຄວາມເປັນມະນຸດນີ້ ເຊິ່ງກໍຄືການຍອມຮັບຄວາມຈິງ, ການອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າ ແລະ ການເບິ່ງຜູ້ຄົນ ແລະ ສິ່ງຕ່າງໆ ພ້ອມທັງປະພຶດຕົນ ແລະ ກະທຳຕາມພຣະທຳຂອງພຣະເຈົ້າ, ໂດຍອີງໃສ່ພຣະທຳຂອງພຣະເຈົ້າ ພວກເຂົາຈຶ່ງສາມາດຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ຄວາມຄິດ ແລະ ມຸມມອງທີ່ບໍ່ຖືກຕ້ອງຕ່າງໆ ພ້ອມທັງວິທີການປະພຶດຕົນທີ່ຜິດພາດຂອງພວກເຂົາ ແລະ ເສັ້ນທາງທີ່ຜິດທີ່ພວກເຂົາໄດ້ເລືອກ. ບໍ່ວ່າຄົນໃດໜຶ່ງຈະໄດ້ຮຽນຮູ້ສິ່ງເຫຼົ່ານີ້ຈາກສັງຄົມ ຫຼື ມາຈາກຄວາມເສື່ອມຊາມຂອງຊາຕານໂດຍກົງກໍຕາມ, ຖ້າພວກເຂົາມີຄວາມຮູ້ສຶກລະອາຍ, ແລ້ວຫຼັງຈາກທີ່ຍອມຮັບພຣະທຳຂອງພຣະເຈົ້າ ພວກເຂົາກໍຈະສາມາດປະຕິບັດຄວາມຈິງ ແລະ ຄ່ອຍໆປະຖິ້ມອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້ ແລະ ດ້ວຍເຫດນັ້ນຈຶ່ງມີຄວາມຫວັງອັນຍິ່ງໃຫຍ່ທີ່ຈະໄດ້ຮັບຄວາມລອດພົ້ນ.

ຖ້າຄົນໃດໜຶ່ງບໍ່ມີຄວາມຮູ້ສຶກລະອາຍ ແລ້ວພວກເຂົາກໍພຽງແຕ່ບໍ່ມີເງື່ອນໄຂພື້ນຖານຂອງຄວາມເປັນມະນຸດນີ້ ເຊິ່ງກໍຄືການຍອມຮັບພຣະທຳຂອງພຣະເຈົ້າ, ການອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າ ແລະ ການເບິ່ງຜູ້ຄົນ ແລະ ສິ່ງຕ່າງໆ ພ້ອມທັງການປະພຶດຕົນ ແລະ ການກະທຳຕາມພຣະທຳຂອງພຣະເຈົ້າ. ເປັນຫຍັງພວກເຂົາຈຶ່ງບໍ່ບັນລຸເງື່ອນໄຂພື້ນຖານນີ້? ເພາະວ່າຄົນທີ່ບໍ່ມີຄວາມຮູ້ສຶກລະອາຍບໍ່ໄດ້ເບື່ອໜ່າຍສິ່ງທີ່ເປັນລົບ, ກະແສທີ່ຊົ່ວຮ້າຍຕ່າງໆຂອງສັງຄົມ ຫຼື ປັດຊະຍາຂອງຊາຕານ; ແຕ່ກົງກັນຂ້າມ ພວກເຂົາກັບຫຼົງໄຫຼກັບສິ່ງເຫຼົ່ານີ້ ແລະ ເຖິງກັບສາມາດຍອມຮັບ, ສະໜັບສະໜູນ ແລະ ເຜີຍແຜ່ມຸມມອງເຫຼົ່ານີ້. ພວກເຂົາບໍ່ຮູ້ສຶກວ່າສິ່ງນີ້ເປັນຕາໜ້າອັບອາຍ ພ້ອມທັງບໍ່ຮູ້ສຶກວ່າມັນຂັດກັບມະໂນທຳ ແລະ ເຫດຜົນ. ນັ້ນກໍຄື ພວກເຂົາບໍ່ມີຄວາມຮູ້ສຶກອັບອາຍໃດໆເລີຍ. ບໍ່ວ່າພວກເຂົາຈະໃຊ້ກົນອຸບາຍ ຫຼື ເຮັດສິ່ງທີ່ຝືນຄວາມຮູ້ສຶກທີ່ແທ້ຈິງຂອງພວກເຂົາແນວໃດກໍຕາມ, ພວກເຂົາກໍບໍ່ຮູ້ສຶກອັບອາຍ. ຄົນທີ່ມີຄວາມເປັນມະນຸດ ແລະ ຄວາມຮູ້ສຶກລະອາຍຮູ້ສຶກໜ້າອາຍແທນພວກເຂົາ, ແຕ່ ຄົນທີ່ບໍ່ມີຄວາມຮູ້ສຶກລະອາຍບໍ່ພຽງແຕ່ຈະ ບໍ່ຮູ້ສຶກລັງກຽດແມ່ນແຕ່ໜ້ອຍດຽວໃນການເຮັດສິ່ງເຫຼົ່ານີ້ເທົ່ານັ້ນ ແຕ່ພວກເຂົາຍັງເພີດເພີນກັບສິ່ງເຫຼົ່ານັ້ນອີກດ້ວຍ. ຄົນທີ່ບໍ່ມີຄວາມຮູ້ສຶກລະອາຍນັ້ນຄືກັບປາໄດ້ນ້ຳໃນບໍ່ນ້ຳຄຳຂະໜາດໃຫຍ່ເຊິ່ງກໍຄືສັງຄົມ ໂດຍປາສະຈາກຄວາມຮູ້ສຶກລັງກຽດ ຫຼື ຄວາມກຽດຊັງໃດໆ, ມັນເປັນບ່ອນທີ່ພວກມັນສາມາດລອຍຫຼິ້ນໄດ້ຢ່າງຄ່ອງແຄ້ວແທ້ໆ. ພວກເຂົາກຽດຊັງຄວາມຍຸຕິທຳ ແລະ ຄວາມຊອບທຳ ແລະ ພວກເຂົາຍັງກຽດຊັງເມື່ອຄົນອື່ນປະຕິບັດຕໍ່ພວກເຂົາໃນວິທີທີ່ເປັນທຳອີກດ້ວຍ. ພວກເຂົາພຽງແຕ່ມັກວິທີການທີ່ບໍ່ຍຸຕິທຳ ແລະ ບໍ່ເປັນທຳເຫຼົ່ານີ້ໃນສັງຄົມ ເນື່ອງຈາກສິ່ງນີ້ເຮັດໃຫ້ພວກເຂົາມີໂອກາດໄດ້ຮັບສິ່ງທີ່ພວກເຂົາຕ້ອງການຜ່ານວິທີການທີ່ບໍ່ເໝາະສົມຕ່າງໆ. ພວກເຂົາຮູ້ສຶກວ່າຄວາມບໍ່ຍຸຕິທຳນັ້ນເປັນສິ່ງທີ່ດີເລີດ ແລະ ກະແສທີ່ຊົ່ວຮ້າຍ ພ້ອມທັງກົດລະບຽບແອບແຝງເຫຼົ່ານີ້ເປັນສິ່ງທີ່ຍອດຢ້ຽມ. ເປັນຫຍັງພວກເຂົາຈຶ່ງເຫັນວ່າສິ່ງເຫຼົ່ານັ້ນດີເລີດຫຼາຍ? ເພາະວ່າກະແສຕ່າງໆ ແລະ ກົດລະບຽບແອບແຝງຂອງໂລກມະນຸດທີ່ຊົ່ວຊ້ານີ້ ຊ່ວຍໃຫ້ພວກເຂົາໄດ້ຮັບທຸກສິ່ງທີ່ພວກເຂົາຕ້ອງການ ເຊິ່ງຕອບສະໜອງຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາ ພ້ອມທັງຄວາມຕ້ອງການທີ່ຊົ່ວຊ້າຕ່າງໆຂອງພວກເຂົາ. ດັ່ງນັ້ນ ພວກເຂົາຈຶ່ງຮູ້ສຶກວ່າໂລກນີ້ຍອດຢ້ຽມ. ຖ້າຄວາມຍຸຕິທຳ ແລະ ຄວາມຊອບທຳປາກົດຂຶ້ນໃນສັງຄົມ, ພວກເຂົາກໍຈະບໍ່ມີບ່ອນໃຫ້ເອົາຕົວລອດ ແລະ ຈະບໍ່ສາມາດເຮັດໃຫ້ຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາເປັນຈິງໄດ້. ກໍຍ້ອນວ່າສັງຄົມບໍ່ຍຸຕິທຳ ແລະ ມີກົດລະບຽບແອບແຝງນັ້ນເອງ ພວກເຂົາຈຶ່ງມີໂອກາດທີ່ຈະເລີນຮຸ່ງເຮືອງ ແລະ ກາຍເປັນຄົນທີ່ເໜືອກວ່າຄົນອື່ນ. ຖ້າໂລກນີ້ມີຄວາມຍຸຕິທຳ ແລະ ຄວາມຊອບທຳ, ຄົນຊົ່ວຊ້າເຫຼົ່ານີ້ທີ່ບໍ່ມີຄວາມຮູ້ສຶກລະອາຍກໍຈະບໍ່ສາມາດໂດດເດັ່ນໄດ້. ເພາະສະນັ້ນແລ້ວ, ເມື່ອພວກເຂົາໄດ້ຍິນຄຳເວົ້າກ່ຽວກັບຄວາມຍຸຕິທຳ ແລະ ຄວາມຊອບທຳ, ພວກເຂົາຈຶ່ງຮູ້ສຶກລັງກຽດຄຳເວົ້າເຫຼົ່ານັ້ນຢ່າງຮຸນແຮງ ແລະ ເກີດອາການໃຈຮ້າຍຂຶ້ນ. ໃນທາງກົງກັນຂ້າມ ເມື່ອຄົນທີ່ມີຄວາມຮູ້ສຶກລະອາຍໄດ້ຍິນຄຳເວົ້າກ່ຽວກັບຄວາມຍຸຕິທຳ ແລະ ຄວາມຊອບທຳ, ພວກເຂົາກໍຮູ້ສຶກໃນໃຈວ່າຊີວິດເຕັມໄປດ້ວຍແສງສະຫວ່າງ ແລະ ພວກເຂົາມີຄວາມຫວັງ. ເມື່ອເຫັນແສງສະຫວ່າງ ໃຈຂອງພວກເຂົາກໍໄດ້ຮັບການປົດປ່ອຍ. ຖ້າພວກເຂົາເຫັນວ່າສັງຄົມເຕັມໄປດ້ວຍຄວາມຊົ່ວຊ້າ ແລະ ຜູ້ຄົນລ້ວນແຕ່ດຳລົງຊີວິດຕາມປັດຊະຍາຂອງຊາຕານ ພ້ອມທັງກະທຳຕາມກົດລະບຽບແອບແຝງ ພວກເຂົາກໍຈະຮູ້ສຶກວ່າຫົນທາງຂ້າງໜ້ານັ້ນມືດມົນ ແລະ ປາສະຈາກແສງສະຫວ່າງ. ເພາະສະນັ້ນແລ້ວ, ສຳລັບຄົນທີ່ມີຄວາມຮູ້ສຶກລະອາຍນັ້ນ ການປາກົດຕົວ ແລະ ວຽກງານຂອງພຣະເຈົ້າ ພ້ອມທັງຄວາມຈິງທີ່ພຣະເຈົ້າສະແດງອອກມາ ແມ່ນສິ່ງທີ່ສ່ວນເລິກໃນໃຈຂອງພວກເຂົາຕ້ອງການຢ່າງແທ້ຈິງ ແລະ ຍັງເປັນສິ່ງທີ່ພວກເຂົາຫິວຫາຍ ແລະ ປາຖະໜາໃນໃຈຂອງພວກເຂົາອີກດ້ວຍ. ການປາກົດຕົວຂອງພຣະເຈົ້າ, ວຽກງານຂອງພຣະເຈົ້າ ແລະ ຂໍ້ເທັດຈິງທີ່ວ່າຄວາມຈິງປົກຄອງໃນເຮືອນຂອງພຣະເຈົ້າ ຊ່ວຍໃຫ້ຄົນທີ່ມີຄວາມຮູ້ສຶກລະອາຍ ແລະ ມີຄຸນສົມບັດຂອງຄວາມເປັນມະນຸດສາມາດເບິ່ງເຫັນຄວາມຫວັງ ແລະ ເບິ່ງເຫັນແສງສະຫວ່າງໄດ້. ຫຼັງຈາກທີ່ມາເຮືອນຂອງພຣະເຈົ້າ, ເຖິງແມ່ນວ່າອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຍັງຄົງຄວບຄຸມເມື່ອພວກເຂົາເວົ້າ ແລະ ກະທຳກໍຕາມ, ແຕ່ພວກເຂົາກໍໂຫຍຫາສິ່ງທີ່ເປັນບວກໃນໃຈຂອງພວກເຂົາ ແລະ ເຕັມໃຈທີ່ຈະຍອມຮັບຄວາມຈິງ. ໃນແງ່ຄວາມຕ້ອງການຂອງຄວາມເປັນມະນຸດຂອງພວກເຂົາແລ້ວ ພວກເຂົາຢູ່ພາຍໃຕ້ການຄວບຄຸມຂອງມະໂນທຳ ແລະ ເຫດຜົນ, ຄຳເວົ້າ ແລະ ການກະທຳຂອງພວກເຂົາສາມາດຖືກຢັບຢັ້ງໄດ້ ແລະ ພວກເຂົາສາມາດຮູ້ຈັກຕົນເອງເມື່ອພວກເຂົາເປີດເຜີຍຄວາມເສື່ອມຊາມອອກມາ. ຖ້າພວກເຂົາສາມາດເຂົ້າໃຈຄວາມຈິງ ແລະ ກະທຳຕາມຫຼັກການໄດ້, ພວກເຂົາກໍສາມາດໄດ້ຮັບການຮັບຮອງຈາກພຣະເຈົ້າ. ການດຳລົງຊີວິດຢູ່ໃນເຮືອນຂອງພຣະເຈົ້າ ພວກເຂົາຮູ້ສຶກມີຄວາມຫວັງ; ພວກເຂົາເຫັນອະນາຄົດທີ່ສົດໃສຢູ່ຂ້າງໜ້າ ແລະ ໃຈຂອງພວກເຂົາກໍເຕັມໄປດ້ວຍຄວາມຫວັງ. ເມື່ອໃດກໍຕາມທີ່ມີການກ່າວວ່າ “ຄວາມຈິງປົກຄອງໃນເຮືອນຂອງພຣະເຈົ້າ, ພຣະເຈົ້າຊົງຊອບທຳ ແລະ ບ່ອນໃດກໍຕາມທີ່ພຣະເຈົ້າປົກຄອງ ບ່ອນນັ້ນກໍມີຄວາມຍຸຕິທຳ ແລະ ຄວາມຊອບທຳ” ຄົນທີ່ມີມະໂນທຳ ແລະ ເຫດຜົນກໍຈະຮູ້ສຶກຍິນດີ ແລະ ໄດ້ຮັບການເລົ້າໂລມໃຈໃນໃຈຂອງພວກເຂົາ ແລະ ແນ່ນອນວ່າ ພວກເຂົາຍັງໂຫຍຫາສິ່ງນັ້ນອີກດ້ວຍ. “ການໂຫຍຫາ” ໝາຍຄວາມວ່າແນວໃດ? ໝາຍຄວາມວ່າ ເມື່ອມີການກ່າວວ່າ “ຄວາມຈິງປົກຄອງໃນເຮືອນຂອງພຣະເຈົ້າ” ພວກເຂົາກໍຮູ້ສຶກມີຄວາມສຸກ ແລະ ໄດ້ຮັບການປົດປ່ອຍໃນໃຈຂອງພວກເຂົາ; ຢູ່ເລິກໆແລ້ວ ພວກເຂົາກ່າວອາແມນຕໍ່ຄຳເວົ້າເຫຼົ່ານີ້ ແລະ ພວກເຂົາຮູ້ສຶກເຖິງຄວາມປິຕິຍິນດີ. ເມື່ອມີການກ່າວວ່າ “ຄວາມຈິງປົກຄອງໃນເຮືອນຂອງພຣະເຈົ້າ ແລະ ບ່ອນໃດກໍຕາມທີ່ພຣະເຈົ້າເຮັດວຽກງານ, ຄວາມຍຸຕິທຳ ແລະ ຄວາມຊອບທຳກໍຊົງປົກຄອງຢູ່ບ່ອນນັ້ນ” ຄົນທີ່ມີຄຸນສົມບັດຂອງມະໂນທຳ ແລະ ເຫດຜົນໃນຄວາມເປັນມະນຸດຂອງພວກເຂົາກໍຈະຮູ້ສຶກພໍໃຈຢູ່ພາຍໃນເປັນພິເສດ. ຄຳກ່າວສອງປະໂຫຍກນີ້ນຳທິດທາງມາສູ່ຊີວິດຂອງພວກເຂົາ ແລະ ຍັງຕອບສະໜອງຄວາມຕ້ອງການຂອງຄວາມເປັນມະນຸດຂອງພວກເຂົາອີກດ້ວຍ. ພວກເຂົາອາດຈະບໍ່ເຂົ້າໃຈຄວາມຈິງຫຼາຍປານໃດສະເໝີໄປ ແລະ ພວກເຂົາອາດຈະບໍ່ສາມາດປະຕິບັດພຣະທຳຂອງພຣະເຈົ້າໄດ້ຫຼາຍຂໍ້ກໍຕາມ, ແຕ່ພຽງແຕ່ໄດ້ຍິນວະລີທີ່ວ່າ “ຄວາມຈິງປົກຄອງໃນເຮືອນຂອງພຣະເຈົ້າ” ກໍເຮັດໃຫ້ພວກເຂົາຮູ້ສຶກໄດ້ຮັບການເລົ້າໂລມໃຈ ແລະ ພໍໃຈໃນໃຈຂອງພວກເຂົາເປັນພິເສດແລ້ວ. ວະລີນີ້ເຮັດໃຫ້ເກີດຄວາມຮູ້ສຶກຮ່ວມໃນໃຈຂອງພວກເຂົາຢ່າງແຮງກ້າ ແລະ ກະຕຸ້ນໃຈຂອງພວກເຂົາ; ນີ້ຄືການສະແດງອອກເຖິງຄວາມຕ້ອງການຂອງຄວາມເປັນມະນຸດຂອງພວກເຂົາ. ທັດສະນະຄະຕິທີ່ຄົນຜູ້ໜຶ່ງມີຕໍ່ວະລີນີ້ ແລະ ສິ່ງທີ່ລາວຮູ້ສຶກຢູ່ເລິກໆໃນໃຈຂອງລາວ ບົ່ງບອກໄດ້ຫຼາຍຢ່າງກ່ຽວກັບແກ່ນແທ້ ແລະ ການຈັດປະເພດຂອງລາວ. ເຈົ້າເຫັນບໍ ເມື່ອມານຮ້າຍ ແລະ ຊາຕານໄດ້ຍິນວ່າ “ຄວາມຈິງປົກຄອງໃນເຮືອນຂອງພຣະເຈົ້າ” ພວກມັນກໍຮູ້ສຶກລັງກຽດ: “ທີ່ວ່າ ‘ຄວາມຈິງປົກຄອງ’ ໝາຍຄວາມວ່າແນວໃດ? ຂ້ອຍຍັງບໍ່ເຫັນຄວາມຈິງປົກຄອງເລີຍ!” ເມື່ອພວກມັນໄດ້ຍິນວ່າ “ຄວາມຈິງປົກຄອງໃນເຮືອນຂອງພຣະເຈົ້າ” ພວກມັນກໍຮູ້ສຶກຄືກັບວ່າກຳລັງຖືກກ່າວໂທດ ແລະ ຖືກຄຸກຄາມຊີວິດ ດັ່ງນັ້ນ ພວກມັນຈຶ່ງລັງກຽດຄຳເວົ້ານັ້ນ; ນີ້ຄືວິທີທີ່ມານຮ້າຍ ແລະ ຊາຕານມີປະຕິກິລິຍາເມື່ອພວກມັນໄດ້ຍິນຄຳເວົ້າເຫຼົ່ານີ້. ໃນທາງກົງກັນຂ້າມ ເມື່ອຄົນເບົາປັນຍາ ແລະ ຜູ້ທີ່ເປັນສັດໄດ້ຍິນຄຳເວົ້າເຫຼົ່ານີ້ ພວກເຂົາກໍຍອມຮັບທາງຄຳເວົ້າວ່າຄວາມຈິງປົກຄອງໃນເຮືອນຂອງພຣະເຈົ້າ, ແຕ່ໃນໃຈຂອງພວກເຂົາກັບບໍ່ຮູ້ສຶກຫຍັງເລີຍ. ພວກເຂົາບໍ່ຮູ້ສຶກເຖິງຄວາມສຸກ ຫຼື ຄວາມຍິນດີ ພ້ອມທັງບໍ່ຮູ້ສຶກເຖິງຄວາມຮູ້ສຶກຮ່ວມໃດໆ. ເຖິງແມ່ນວ່າພວກເຂົາຈະສາມາດເຫັນດີກັບຄຳກ່າວນີ້ ແລະ ບໍ່ຕໍ່ຕ້ານມັນກໍຕາມ, ແຕ່ມັນກໍບໍ່ແມ່ນສິ່ງທີ່ພວກເຂົາຕ້ອງການໃນໃຈຂອງຕົນ. ແຕ່ມະນຸດທີ່ແທ້ຈິງນັ້ນແຕກຕ່າງອອກໄປ. ພວກເຂົາໂຫຍຫາ ແລະ ຫິວກະຫາຍຄວາມຍຸຕິທຳ ແລະ ຄວາມຊອບທຳ, ດັ່ງນັ້ນ ເມື່ອພວກເຂົາໄດ້ຍິນວ່າຄວາມຈິງປົກຄອງໃນເຮືອນຂອງພຣະເຈົ້າ, ໃຈຂອງພວກເຂົາກໍເຕັມປ່ຽມໄປດ້ວຍຄວາມຫວັງ. ເຖິງແມ່ນວ່າພວກເຂົາຈະພົບພໍ້ກັບຄວາມຫຍຸ້ງຍາກ ແລະ ອຸປະສັກພິເສດບາງຢ່າງ ຫຼື ທົນທຸກກັບການປະຕິບັດທີ່ບໍ່ຍຸຕິທຳຈາກຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຮ້າຍກໍຕາມ, ເມື່ອພວກເຂົາຄິດເຖິງວິທີທີ່ຄວາມຈິງປົກຄອງໃນເຮືອນຂອງພຣະເຈົ້າ ໃຈຂອງພວກເຂົາກໍເຕັມປ່ຽມໄປດ້ວຍຄວາມຫວັງ, ສະພາວະຂອງພວກເຂົາກໍດີຂຶ້ນເລື້ອຍໆ ແລະ ບາງຄົນກໍເຖິງກັບເຕັມໄປດ້ວຍຄວາມຍິນດີຢ່າງເຫຼືອລົ້ນ. ຄວາມຮູ້ສຶກທີ່ມະນຸດທີ່ແທ້ຈິງມີເມື່ອໄດ້ຍິນຄຳວ່າ “ຄວາມຈິງປົກຄອງໃນເຮືອນຂອງພຣະເຈົ້າ” ນັ້ນແຕກຕ່າງຈາກຄວາມຮູ້ສຶກຂອງຄົນທີ່ເປັນຂອງຊາຕານ ແລະ ມານຮ້າຍ ຫຼື ຜູ້ທີ່ເປັນຂອງສັດ. ເຈົ້າເຫັນບໍ ເມື່ອກະຕ່າຍເຫັນຫົວກາລົດ ແລະ ຫຍ້າ, ມັນກໍມັກ ແລະ ຫຍໍ້າກິນຢ່າງບໍ່ຢຸດຢ່ອນ. ແຕ່ເມື່ອໝາປ່າເຫັນຫົວກາລົດ ແລະ ຫຍ້າ, ມັນກໍຮູ້ສຶກລັງກຽດ ໂດຍເວົ້າວ່າ “ອັນນີ້ມັນແຊບບ່ອນໃດ? ຂ້ອຍຄິດວ່າກະຕ່າຍ ແລະ ໄກ່ແຊບກວ່າຫຼາຍ!” ບໍ່ວ່າເຈົ້າຈະບອກມັນຫຼາຍສໍ່າໃດວ່າຫົວກາລົດ ແລະ ຫຍ້າມີໂພຊະນາການກໍຕາມ ໝາປ່າກໍຍັງຄົງບໍ່ສົນໃຈເລີຍ. ດັ່ງນັ້ນ ເມື່ອຄົນທີ່ກັບຊາດມາເກີດຈາກສັດໄດ້ຍິນຄຳວ່າ “ຄວາມຈິງປົກຄອງໃນເຮືອນຂອງພຣະເຈົ້າ” ເຖິງແມ່ນວ່າພວກເຂົາຈະຍອມຮັບໃນແງ່ຂອງຫຼັກຄຳສອນວ່າຄຳເວົ້າເຫຼົ່ານີ້ຖືກຕ້ອງກໍຕາມ, ແຕ່ພວກເຂົາກໍລັງກຽດຄຳເວົ້າເຫຼົ່ານັ້ນໃນໃຈຂອງພວກເຂົາ. ພວກເຂົາບໍ່ຍອມຮັບຄຳເວົ້າເຫຼົ່ານີ້ແມ່ນແຕ່ໜ້ອຍດຽວ ແລະ ຈະບໍ່ມີວັນຍອມຮັບວ່າເປັນຂໍ້ເທັດຈິງ. ໃນທາງກົງກັນຂ້າມ, ເມື່ອມະນຸດທີ່ແທ້ຈິງໄດ້ຍິນວ່າ “ຄວາມຈິງປົກຄອງໃນເຮືອນຂອງພຣະເຈົ້າ ແລະ ມີຄວາມຍຸຕິທຳ ແລະ ຄວາມຊອບທຳຢູ່ກັບພຣະເຈົ້າ” ພວກເຂົາກໍຮູ້ສຶກອີ່ມອົກອີ່ມໃຈເປັນພິເສດ. ພວກເຂົາຮູ້ສຶກວ່າຕອນນີ້ພວກເຂົາມີເສັ້ນທາງ ແລະ ມີຄວາມຫວັງສຳລັບພວກເຂົາໃນຖານະມະນຸດແລ້ວ. ເຈົ້າເຫັນບໍ ຄົນທີ່ຢູ່ຕ່າງປະເພດກັນມີການສະແດງອອກທີ່ແຕກຕ່າງກັນໃນວິທີທີ່ພວກເຂົາປະຕິບັດຕໍ່ເລື່ອງດຽວກັນ. ເນື່ອງຈາກມະນຸດທີ່ແທ້ຈິງມີຄວາມຮູ້ສຶກທີ່ເຫັນໄດ້ຊັດເຈນດັ່ງກ່າວຕໍ່ວະລີທີ່ວ່າ “ຄວາມຈິງປົກຄອງໃນເຮືອນຂອງພຣະເຈົ້າ” ເມື່ອເວົ້າເຖິງຄວາມຈິງອື່ນໆ ເຊິ່ງກ່ຽວຂ້ອງກັບການປະຕິບັດທີ່ສະເພາະເຈາະຈົງບາງຢ່າງ ແລະ ຄຳສອນທີ່ສະເພາະເຈາະຈົງຂອງພຣະເຈົ້າທີ່ມີຕໍ່ຜູ້ຄົນ, ຜູ້ທີ່ມີມະໂນທຳ ແລະ ເຫດຜົນກໍຈະຫິວກະຫາຍສິ່ງເຫຼົ່ານັ້ນເປັນພິເສດ. ເຖິງແມ່ນວ່າໃນປັດຈຸບັນ ໃນຂະນະທີ່ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຍັງຄົງບໍ່ປ່ຽນແປງຢ່າງສິ້ນເຊີງ, ການປະຕິບັດຄວາມຈິງຈະເປັນເລື່ອງຍາກສຳລັບພວກເຂົາພໍສົມຄວນ ເນື່ອງຈາກວຸດທິພາວະຂອງພວກເຂົາຍັງນ້ອຍ ແລະ ພວກເຂົາຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງເກີນໄປກໍຕາມ, ແຕ່ເມື່ອໃດກໍຕາມທີ່ພວກເຂົາອ່ານພຣະທຳເຫຼົ່ານີ້ຂອງພຣະເຈົ້າ ພວກເຂົາກໍຊາບຊຶ້ງໃນໃຈ ແລະ ຮູ້ສຶກໄດ້ຮັບແຮງບັນດານໃຈ. ພວກເຂົາຈະຕັດສິນໃຈທີ່ຈະອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າ ແລະ ປະຕິບັດຕາມພຣະທຳເຫຼົ່ານັ້ນ. ສຳລັບພວກເຂົາແລ້ວ ພຣະທຳຂອງພຣະເຈົ້າຄືແຮງຊຸກຍູ້ທີ່ສ້າງແຮງບັນດານໃຈໃຫ້ພວກເຂົາຍຶດໝັ້ນໃນເສັ້ນທາງ ແລະ ແນ່ນອນວ່າ ພຣະທຳເຫຼົ່ານັ້ນຍັງປະກອບເປັນເສັ້ນທາງທີ່ນຳໃຊ້ໄດ້ຈິງສຳລັບພວກເຂົາໃນການໄລ່ຕາມເສາະຫາເພື່ອເປັນຄົນທີ່ພຣະເຈົ້າຮັກ. ຕົວຢ່າງ: ເມື່ອພຣະເຈົ້າກ່າວເຖິງເລື່ອງລາວຂອງໂນອາ, ໂຢບ, ອັບຣາຮາມ ແລະ ເປໂຕ, ທຳອິດ ຄົນທີ່ມີຄຸນຄຸນສົມບັດຂອງຄວາມເປັນມະນຸດຈະຮູ້ສຶກອິດສາຫຼັງຈາກທີ່ໄດ້ຍິນເລື່ອງລາວເຫຼົ່ານັ້ນ. ພວກເຂົາອິດສາຫຼາຍສໍ່າໃດ? ຖ້າຈະໃຊ້ສຳນວນທີ່ບໍ່ເໝາະສົມກໍຄື ພວກເຂົາ “ຢາກໄດ້ຈົນນ້ຳລາຍໄຫຼ” ຕໍ່ຄົນເຫຼົ່ານັ້ນ. ນັ້ນກໍຄື ເມື່ອພວກເຂົາໄດ້ຍິນວ່າຄົນເຫຼົ່ານີ້ສາມາດມີຄວາມຢຳເກງ ແລະ ການອ່ອນນ້ອມເຊັ່ນນັ້ນຕໍ່ພຣະເຈົ້າ ພວກເຂົາກໍຕ້ອງການເປັນຄົນປະເພດນັ້ນເຊັ່ນກັນ ໂດຍຄິດວ່າ “ຂ້ານ້ອຍຕ້ອງການນະມັດສະການພຣະເຈົ້າຄືກັບໂຢບ ແລະ ໂນອາ ແລະ ຂ້ານ້ອຍຫວັງວ່າຈະບັນລຸການອ່ອນນ້ອມຕໍ່ພຣະເຈົ້າຢ່າງເດັດຂາດຄືກັບອັບຣາຮາມ ໂດຍປາສະຈາກການເຈືອປົນສ່ວນຕົວໃດໆ”. ພວກເຂົາມີການໂຫຍຫາປະເພດໜຶ່ງ; ນັ້ນກໍຄື ເມື່ອພວກເຂົາໄດ້ຍິນເລື່ອງລາວ ແລະ ຄຳພະຍານຂອງບຸກຄົນເຫຼົ່ານີ້, ໃຈຂອງພວກເຂົາກໍຖືກກະຕຸ້ນ ແລະ ພວກເຂົາຮູ້ສຶກໄດ້ຮັບແຮງບັນດານໃຈ. ການທີ່ໃຈຂອງພວກເຂົາຖືກກະຕຸ້ນໝາຍຄວາມວ່າແນວໃດ? ໝາຍຄວາມວ່າພວກເຂົາຕ້ອງການເປັນຄົນປະເພດນີ້. ພວກເຂົາຮູ້ສຶກວ່າການເປັນຄົນປະເພດນີ້ເປັນສິ່ງທີ່ດີ ແລະ ມັນເປັນຄວາມຕ້ອງການພາຍໃນຂອງພວກເຂົາ; ພວກເຂົາຮູ້ສຶກວ່າການເປັນຄົນປະເພດນີ້ຊ່ວຍໃຫ້ພວກເຂົາສາມາດເຮັດໃຫ້ພຣະເຈົ້າພໍພຣະໄທ, ອ່ອນນ້ອມຕໍ່ພຣະເຈົ້າ ແລະ ເປັນພະຍານໃຫ້ກັບພຣະເຈົ້າໄດ້ ແລະ ສິ່ງນີ້ເປັນສິ່ງທີ່ຍອດຢ້ຽມ, ມີຄວາມໝາຍ ແລະ ມີຄຸນຄ່າທີ່ສຸດ. ໃນມຸມມອງຂອງພວກເຂົາແລ້ວ ສິ່ງເຫຼົ່ານີ້ເປັນສິ່ງທີ່ລ້ຳຄ່າທີ່ສຸດ ແລະ ຄູ່ຄວນແກ່ການທະນຸຖະໜອມ. ດັ່ງນັ້ນ ເມື່ອພວກເຂົາໄດ້ຍິນກ່ຽວກັບສິ່ງທີ່ເປັນບວກເຫຼົ່ານີ້, ໃຈຂອງພວກເຂົາກໍຊາບຊຶ້ງ; ພວກເຂົາຮັກສິ່ງເຫຼົ່ານັ້ນເປັນພິເສດ, ສົນໃຈສິ່ງເຫຼົ່ານັ້ນເປັນພິເສດ ແລະ ປະທັບໃຈກັບສິ່ງເຫຼົ່ານັ້ນຢ່າງເລິກເຊິ່ງ. ເນື່ອງຈາກສິ່ງເຫຼົ່ານີ້ຕອບສະໜອງຄວາມຕ້ອງການພາຍໃນຂອງພວກເຂົາສຳລັບຄວາມຍຸຕິທຳ ແລະ ຄວາມຊອບທຳ ພ້ອມທັງຄວາມຫິວກະຫາຍທີ່ພວກເຂົາມີຕໍ່ສິ່ງທີ່ເປັນບວກໄດ້ຢ່າງສົມບູນແບບ, ສິ່ງເຫຼົ່ານີ້ຈຶ່ງເປັນສິ່ງທີ່ພວກເຂົາສົນໃຈ ແລະ ເປັນສິ່ງທີ່ພວກເຂົາຂາດບໍ່ໄດ້ໃນຊີວິດຂອງພວກເຂົາ. ສ່ວນສິ່ງທີ່ໄຮ້ຄ່າ ແລະ ບໍ່ມີຄວາມໝາຍ ພວກເຂົາກໍບໍ່ສົນໃຈ. ກ່ອນທີ່ຈະໄດ້ສຳຜັດກັບຄວາມຈິງ ແລະ ພຣະທຳຂອງພຣະເຈົ້າ, ພວກເຂົາອາດຈະເຄີຍອ່ານຜົນງານທາງວັນນະຄະດີທາງໂລກ ຫຼື ບົດຄວາມກ່ຽວກັບທັດສະນະຄະຕິຕໍ່ຊີວິດ ແລະ ປັດຊະຍາແຫ່ງຊີວິດ, ແຕ່ຫຼັງຈາກທີ່ມາເຊື່ອໃນພຣະເຈົ້າ ແລະ ໄດ້ພົບກັບພຣະທຳຂອງພຣະເຈົ້າແລ້ວ, ເມື່ອພວກເຂົາປຽບທຽບສິ່ງເຫຼົ່ານັ້ນກັບເລື່ອງລາວຂອງບຸກຄົນທີ່ຖືກກ່າວເຖິງໃນພຣະທຳຂອງພຣະເຈົ້າ ຫຼື ຄວາມຈິງແຫ່ງພຣະທຳຂອງພຣະເຈົ້າ, ພວກເຂົາກໍບໍ່ມັກສິ່ງເຫຼົ່ານັ້ນຂອງໂລກທີ່ບໍ່ມີຄວາມເຊື່ອອີກຕໍ່ໄປ; ສິ່ງທີ່ພວກເຂົາມັກທີ່ສຸດກໍຄືເນື້ອໃນທີ່ກ່ຽວຂ້ອງກັບຄວາມຈິງນີ້. ນັ້ນກໍຄື ພວກເຂົາມີຄວາມຫິວກະຫາຍ ແລະ ການໂຫຍຫາໃນໃຈຂອງພວກເຂົາສຳລັບສິ່ງທີ່ເປັນບວກ, ສຳລັບພຣະທຳຂອງພຣະເຈົ້າ ແລະ ສຳລັບເລື່ອງລາວຂອງບຸກຄົນທີ່ກ່ຽວຂ້ອງກັບຄວາມຈິງ. ແມ່ນບົນພື້ນຖານນີ້ນັ້ນເອງທີ່ຜູ້ຄົນສາມາດເຂົ້າໃຈຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງຄວາມຈິງໄດ້ເທື່ອລະກ້າວ. ກ່ອນອື່ນໝົດ ສິ່ງທີ່ເປັນບວກ, ຄວາມຈິງ ພ້ອມທັງຄວາມຍຸຕິທຳ ແລະ ຄວາມຊອບທຳແມ່ນຄວາມຕ້ອງການຂອງຄວາມເປັນມະນຸດຂອງພວກເຂົາ. ດ້ວຍຄວາມຕ້ອງການເຫຼົ່ານີ້ໃນຄວາມເປັນມະນຸດຂອງພວກເຂົາ, ເມື່ອພວກເຂົາໄດ້ຍິນຄວາມຈິງ ພວກເຂົາກໍສາມາດສະແດງຄວາມຫິວກະຫາຍ ແລະ ການໂຫຍຫາຕໍ່ຄວາມຈິງນັ້ນອອກມາ ແລະ ເມື່ອນັ້ນເອງທີ່ພວກເຂົາຈຶ່ງຈະສາມາດກ້າວໄປອີກຂັ້ນໜຶ່ງເພື່ອຍອມຮັບ, ອ່ອນນ້ອມ ແລະ ເຂົ້າສູ່ຄວາມຈິງນັ້ນໄດ້. ມີພຽງແຕ່ຄົນແບບນັ້ນເທົ່ານັ້ນທີ່ມີຄວາມຫວັງທີ່ຈະໄດ້ຮັບການເຮັດໃຫ້ບໍລິສຸດ ແລະ ໄດ້ຮັບຄວາມລອດພົ້ນ. ເພາະສະນັ້ນແລ້ວ ການມີຄວາມຮູ້ສຶກລະອາຍໃນຄວາມເປັນມະນຸດຂອງຄົນຜູ້ໜຶ່ງຈຶ່ງສຳຄັນຫຼາຍ.

ຖ້າເຈົ້າຂໍໃຫ້ຄົນທີ່ມີຄວາມຮູ້ສຶກລະອາຍເຮັດສິ່ງທີ່ຂັດກັບຄວາມສຸດຈະລິດ ແລະ ສັກສີຂອງພວກເຂົາ, ພວກເຂົາກໍຈະຮູ້ສຶກທໍລະມານຢູ່ພາຍໃນ; ການດຳລົງຊີວິດດ້ວຍສັກສີ ແລະ ຄວາມສຸດຈະລິດແມ່ນຄວາມຕ້ອງການຂອງຄວາມເປັນມະນຸດຂອງພວກເຂົາ. ໂດຍສ້າງຂຶ້ນບົນພື້ນຖານນີ້ ຈຶ່ງສາມາດກ່າວໄດ້ວ່າການທີ່ພວກເຂົາຍອມຮັບຄວາມຈິງນັ້ນເປັນເລື່ອງທີ່ເປັນທຳມະຊາດຫຼາຍ; ພວກເຮົາຍັງສາມາດກ່າວໄດ້ອີກວ່າມັນເປັນເລື່ອງທີ່ແນ່ນອນ ແລະ ໂດຍທຳມະຊາດແລ້ວ ມັນເປັນສິ່ງທີ່ຂ້ອນຂ້າງງ່າຍສຳລັບພວກເຂົາ. ເຫດຜົນທີ່ພວກເຮົາສາມາດກ່າວໄດ້ວ່າມັນຂ້ອນຂ້າງງ່າຍກໍຄື ຜູ້ຄົນຍັງຄົງມີອຸປະນິໄສທີ່ເສື່ອມຊາມຢູ່ພາຍໃນພວກເຂົາ, ແຕ່ຖ້າເວົ້າໃນແງ່ຂອງຄວາມເປັນມະນຸດແລ້ວ ມັນງ່າຍກວ່າສຳລັບຄົນທີ່ມີຄວາມຮູ້ສຶກລະອາຍທີ່ຈະຍອມຮັບຄວາມຈິງ. ນອກຈາກນີ້ ຖ້າຄົນທີ່ມີຄວາມຮູ້ສຶກລະອາຍມີຈຸດແຂງ, ຂໍ້ດີ ແລະ ພອນສະຫວັນບາງຢ່າງ ເມື່ອພວກເຂົາສ້າງຜົນງານບາງຢ່າງ ແລະ ໄດ້ຮັບບາງສິ່ງບາງຢ່າງໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາໃນຄຣິສຕະຈັກ, ພວກເຂົາກໍຈະແບ່ງປັນສິ່ງເຫຼົ່ານັ້ນກັບຄົນອື່ນຢ່າງເປັນປົກກະຕິທີ່ສຸດ ໂດຍອີງຕາມມະໂນທຳ ແລະ ເຫດຜົນຂອງພວກເຂົາ. ທຸກຄົນລ້ວນແຕ່ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ເມື່ອຄົນທີ່ມີຄວາມຮູ້ສຶກລະອາຍແບ່ງປັນປະສົບການ, ຄວາມເຂົ້າໃຈຂອງຕົນ ແລະ ສິ່ງທີ່ພວກເຂົາໄດ້ຮັບ, ບາງຄັ້ງພວກເຂົາກໍອວດອ້າງຈຸດແຂງ ແລະ ຄຸນງາມຄວາມດີຂອງຕົນ. ເຖິງຢ່າງໃດກໍຕາມ ເນື່ອງຈາກພວກເຂົາມີຄວາມຮູ້ສຶກລະອາຍ ພວກເຂົາຈຶ່ງຖືກຢັບຢັ້ງ ແລະ ຮູ້ຈັກປະມານຕົນໃນການກະທຳຂອງພວກເຂົາ. ສິ່ງໃດທີ່ເຮັດໃຫ້ພວກເຂົາຮູ້ຈັກປະມານຕົນ? ມາຈາກມະໂນທຳ ແລະ ເຫດຜົນຂອງພວກເຂົາ. ເຖິງແມ່ນວ່າບາງຄັ້ງພວກເຂົາຈະອວດອ້າງ ແລະ ຕ້ອງການໄດ້ຮັບການນັບຖືຢ່າງສູງຈາກຄົນອື່ນໂດຍບໍ່ຮູ້ຕົວກໍຕາມ, ແຕ່ຍ້ອນຄວາມຮູ້ສຶກລະອາຍຂອງພວກເຂົາ ແລະ ການຢັບຢັ້ງຈາກເຫດຜົນແຫ່ງຄວາມເປັນມະນຸດຂອງພວກເຂົາ ເຖິງແມ່ນວ່າພວກເຂົາຈະອວດອ້າງກໍຕາມ ພວກເຂົາກໍຈະບໍ່ເຮັດເກີນຂອບເຂດ ຫຼື ປ່ອຍຕົວ ແລະ ບໍ່ມີການຢັບຢັ້ງຫຼາຍປານນັ້ນ. ດັ່ງນັ້ນ ຄຳເວົ້າຂອງພວກເຂົາຈຶ່ງຂ້ອນຂ້າງເປັນພາວະວິໄສ ແລະ ມີເຫດຜົນ. ຕົວຢ່າງ: ເມື່ອການອວດອ້າງຂອງພວກເຂົາໄປເຖິງຈຸດທີ່ຂັດກັບຄວາມຮູ້ສຶກລະອາຍຂອງຕົນ, ພວກເຂົາກໍຈະຢັບຢັ້ງຕົນເອງ ແລະ ຢຸດ ແທນທີ່ຈະໂອ້ອວດຕົນເອງ, ອວດອ້າງ ພ້ອມທັງຍົກຍ້ອງ ແລະ ເປັນພະຍານໃຫ້ກັບຕົນເອງຢ່າງໜ້າດ້ານ ແລະ ບໍ່ມີຄວາມເກງກົວ ຫຼື ສະແຫວງຫາການນັບຖືຢ່າງສູງ, ຄວາມຊື່ນຊົມ ແລະ ການເຄົາລົບບູຊາຈາກຜູ້ຄົນຢ່າງໜ້າບໍ່ອາຍໂດຍໃຊ້ທຸກວິທີທາງທີ່ຈຳເປັນ. ເຖິງວ່າຈະມີການເປີດເຜີຍ ແລະ ການສະແດງອອກຂອງອຸປະນິໄສທີ່ເສື່ອມຊາມ ພ້ອມທັງຄວາມຄິດ ຫຼື ຄວາມປາຖະໜາທີ່ຖືກບົງການໂດຍອຸປະນິໄສທີ່ເສື່ອມຊາມກໍຕາມ, ຄົນທີ່ມີຄວາມຮູ້ສຶກລະອາຍກໍຈະກະທຳໂດຍອີງໃສ່ມະໂນທຳ ແລະ ເຫດຜົນເມື່ອປະຕິບັດໜ້າທີ່ຂອງຕົນ ແລະ ບົນພື້ນຖານຂອງການປົກປ້ອງຄວາມສຸດຈະລິດ ແລະ ສັກສີຂອງພວກເຂົາເອງ. ເຖິງແມ່ນວ່າພວກເຂົາຈະເຜີຍອຸປະນິໄສທີ່ເສື່ອມຊາມອອກມາກໍຕາມ ແຕ່ກໍຍັງມີຂີດຈຳກັດຕໍ່ຄວາມເສື່ອມຊາມນັ້ນ. ໃນທາງກົງກັນຂ້າມ, ຄົນທີ່ບໍ່ມີຄວາມຮູ້ສຶກລະອາຍຈະພະຍາຍາມທຸກວິທີທາງທີ່ເປັນໄປໄດ້ເພື່ອອວດອ້າງ ແລະ ຍົກຍ້ອງຕົນເອງໃນທຸກສະຖານະການ ແລະ ໃນທຸກສະພາບແວດລ້ອມ. ພວກເຂົາເວົ້າໂດຍບໍ່ມີການໄຕ່ຕອງ ໂດຍເວົ້າທຸກສິ່ງທຸກຢ່າງ. ພວກເຂົາເຖິງກັບຍາດເອົາຜົນງານສຳລັບສິ່ງດີໆທີ່ຄົນອື່ນເຮັດ ຫຼື ເອົາຂໍ້ບົກຜ່ອງ ແລະ ຄວາມຜິດພາດຂອງຄົນອື່ນມາເວົ້າເພື່ອອວດອ້າງວ່າພວກເຂົາເໜືອກວ່າ ແລະ ດີກວ່າຄົນອື່ນ ໂດຍເວົ້າກ່ຽວກັບວ່າພວກເຂົາດີສໍ່າໃດ ແລະ ພວກເຂົາເໜືອກວ່າຄົນອື່ນແນວໃດບົນພື້ນຖານຂອງການກົດຂີ່ ແລະ ການດູຖູກຄົນອື່ນ. ສຳລັບບາງຄົນ ຍິ່ງມີຄົນຫຼາຍສ່ຳໃດ ຄວາມປາຖະໜາທີ່ຈະອວດອ້າງຂອງພວກເຂົາກໍຍິ່ງມີຫຼາຍຂຶ້ນສ່ຳນັ້ນ; ເມື່ອມີຄົນໜ້ອຍ ພວກເຂົາກໍຮູ້ສຶກວ່າຄວາມປາຖະໜາຂອງພວກເຂົາບໍ່ສາມາດໄດ້ຮັບການຕອບສະໜອງ. ດັ່ງນັ້ນ ຍິ່ງມີຄົນຫຼາຍສ່ຳໃດ ພວກເຂົາກໍຍິ່ງຕ້ອງການອວດອ້າງ ແລະ ສະແດງອອກຫຼາຍຂຶ້ນສ່ຳນັ້ນ; ຍິ່ງມີຄົນຫຼາຍສ່ຳໃດ ພວກເຂົາກໍຍິ່ງໜ້າດ້ານຫຼາຍຂຶ້ນ ແລະ ຍິ່ງມີຄວາມຮູ້ສຶກລະອາຍໜ້ອຍລົງສ່ຳນັ້ນ, ພວກເຂົາເວົ້າບໍ່ຍອມຢຸດ ໂດຍບໍ່ສາມາດຄວບຄຸມຕົນເອງໄດ້. ພວກເຂົາຊອກຫາທຸກໂອກາດເພື່ອອວດອ້າງ ແລະ ໂອ້ອວດຕົນເອງ ໂດຍໂອ້ອວດວ່າສະຖານະ ແລະ ຕຳແໜ່ງຂອງພວກເຂົາສູງສົ່ງສໍ່າໃດ, ວຸດທິການສຶກສາຂອງພວກເຂົາສູງສໍ່າໃດ, ຄວາມຮູ້ຂອງພວກເຂົາອຸດົມສົມບູນສໍ່າໃດ, ສະຖານະທາງສັງຄົມຂອງພວກເຂົາສູງສໍ່າໃດ, ພວກເຂົາເຄີຍເປັນຜູ້ນຳລະດັບໃດໃນເຮືອນຂອງພຣະເຈົ້າ, ພວກເຂົາໄດ້ສ້າງຜົນງານຫຍັງແດ່ ແລະ ອື່ນໆ. ພວກເຂົາຊອກຫາທຸກໂອກາດເພື່ອໂອ້ອວດຄຸນສົມບັດທີ່ໂດດເດັ່ນຂອງພວກເຂົາ ແລະ ອວດອ້າງວ່າພວກເຂົາແຕກຕ່າງຈາກຄົນອື່ນໆ. ພວກເຂົາອວດອ້າງຢ່າງບໍ່ຢຸດຢ່ອນ ແລະ ຍິ່ງພວກເຂົາເວົ້າຫຼາຍສ່ຳໃດ ພວກເຂົາກໍຍິ່ງຕື່ນເຕັ້ນຫຼາຍຂຶ້ນສ່ຳນັ້ນ. ຖ້າເຈົ້າຂໍໃຫ້ພວກເຂົາໂອ້ລົມກ່ຽວກັບຄວາມຮູ້ທີ່ພວກເຂົາມີຕໍ່ຄວາມຈິງ ຫຼື ປະສົບການຂອງພວກເຂົາກ່ຽວກັບການເຂົ້າສູ່ຊີວິດ ຄຳເວົ້າຂອງພວກເຂົາກໍຈະໄຮ້ແຮງບັນດານໃຈ ແລະ ພວກເຂົາກໍເວົ້າພຽງແຕ່ສອງສາມຢ່າງເທົ່ານັ້ນ. ແຕ່ເມື່ອເວົ້າເຖິງການໂອ້ອວດຕົນເອງ ໂດຍເວົ້າກ່ຽວກັບວ່າພວກເຂົາແຕກຕ່າງຈາກຄົນອື່ນໆແນວໃດ ແລະ ພວກເຂົາໄດ້ສ້າງຜົນງານຫຍັງແດ່, ພວກເຂົາກໍເວົ້າຢ່າງບໍ່ຢຸດຢ່ອນ ແລະ ບໍ່ມີວັນຈົບສິ້ນ ໂດຍເວົ້າໄປເລື້ອຍໆໂດຍບໍ່ມີຄວາມຮູ້ສຶກລະອາຍແມ່ນແຕ່ໜ້ອຍດຽວ. ເມື່ອພວກເຂົາເວົ້າສິ່ງເຫຼົ່ານີ້ຈົບແລ້ວ ແລະ ບໍ່ມີຫຍັງເຫຼືອໃຫ້ເວົ້າອີກ ພວກເຂົາກໍເວົ້າກ່ຽວກັບວ່າພວກເຂົາເປັນນັກສູ້ທີ່ເກັ່ງກ້າທີ່ສຸດໃນຕອນທີ່ພວກເຂົາຍັງນ້ອຍແນວໃດ, ບໍ່ມີໃຜສາມາດເອົາຊະນະພວກເຂົາໄດ້ ແລະ ພວກເຂົາເຖິງກັບເຮັດໃຫ້ເດັກນ້ອຍອີກຄົນໜຶ່ງຕາບອດເບື້ອງໜຶ່ງແນວໃດ. ພວກເຂົາເຖິງກັບເວົ້າວ່າ “ຜູ້ໃຫຍ່ທຸກຄົນລ້ວນແຕ່ເວົ້າວ່າ ‘ເດັກນ້ອຍຄົນນີ້ບໍ່ທຳມະດາ; ເມື່ອໃຫຍ່ຂຶ້ນ ລາວຈະບໍ່ເປັນຄົນທຳມະດາ!’” ບໍ່ແມ່ນຄົນທີ່ເວົ້າສິ່ງເຫຼົ່ານີ້ບໍ່ມີຄວາມຮູ້ສຶກລະອາຍແມ່ນບໍ? ພວກເຂົາບໍ່ມີຄວາມຮູ້ສຶກລະອາຍ; ນີ້ຄືການເວົ້າໂອ້ອວດ ແລະ ການອວດອ້າງ. ຄົນທີ່ບໍ່ມີຄວາມຮູ້ສຶກລະອາຍຈະຍາດແຍ່ງທຸກໂອກາດເພື່ອອວດອ້າງ ແລະ ຍົກຍ້ອງຕົນເອງ ແລະ ພວກເຂົາຍອມແລກກັບທຸກສິ່ງເພື່ອເຮັດເຊັ່ນນັ້ນ. ບໍ່ວ່າຄົນອື່ນຈະເບິ່ງພວກເຂົາແນວໃດກໍຕາມ, ພວກເຂົາກໍບໍ່ມີຄວາມອັບອາຍເລີຍ. ໃນທາງກົງກັນຂ້າມ ຄົນທີ່ມີຄວາມຮູ້ສຶກລະອາຍກໍຈະອວດອ້າງ ແລະ ຍົກຍ້ອງຕົນເອງເຊັ່ນກັນ ແຕ່ເຖິງແມ່ນວ່າພວກເຂົາຈະບໍ່ເຂົ້າໃຈຄວາມຈິງ ແລະ ຍັງບໍ່ໄດ້ຜ່ານການລົງທັນ ແລະ ການພິພາກສາກໍຕາມ, ພວກເຂົາກໍຮູ້ຈັກປະມານຕົນເມື່ອເຮັດສິ່ງດັ່ງກ່າວ. ຢ່າງໜ້ອຍທີ່ສຸດ ຄຳເວົ້າຂອງພວກເຂົາກໍເປັນພາວະວິໄສ. ພວກເຂົາຈະບໍ່ເວົ້າວ່າພວກເຂົາສາມາດເຮັດໃນສິ່ງທີ່ພວກເຂົາເຮັດບໍ່ໄດ້, ພວກເຂົາຈະບໍ່ເວົ້າໂອ້ອວດ ຫຼື ຂີ້ໂມ້ ແລະ ແຮງໄກທີ່ພວກເຂົາຈະອ້າງເອົາຜົນງານສຳລັບສິ່ງດີໆທີ່ຄົນອື່ນເຮັດ. ພວກເຂົາຈະບໍ່ເວົ້າສິ່ງທີ່ແຕ່ງເລື່ອງຂຶ້ນມາຈາກຄວາມວ່າງເປົ່າ ຫຼື ສ້າງເລື່ອງຂຶ້ນມາ. ເປັນຫຍັງຈຶ່ງເປັນແນວນີ້? ພວກເຂົາເວົ້າສິ່ງດັ່ງກ່າວບໍ່ລົງ. ພວກເຂົາຄິດວ່າ “ຖ້າຂ້ອຍບໍ່ໄດ້ເຮັດ ແລ້ວເປັນຫຍັງຂ້ານ້ອຍຈຶ່ງຄວນເວົ້າວ່າຂ້ອຍເຮັດ?” ມະໂນທຳຂອງພວກເຂົາຈະກ່າວໂທດພວກເຂົາ. ຕົວຢ່າງ: ຖ້າຄົນທີ່ມີມະໂນທຳ ແລະ ເຫດຜົນ ພ້ອມທັງມີຄວາມຮູ້ສຶກລະອາຍມີຜົນການຮຽນບໍ່ດີໃນໂຮງຮຽນ, ເຖິງແມ່ນວ່າພວກເຂົາຈະຕ້ອງການໂອ້ອວດວ່າພວກເຂົາມີຂີດຄວາມສາມາດທີ່ດີ ແລະ ບໍ່ໄດ້ດ້ອຍໄປກວ່າຄົນທົ່ວໄປກໍຕາມ, ຢ່າງຫຼາຍທີ່ສຸດພວກເຂົາກໍຈະເວົ້າວ່າ “ຂ້ອຍຕັ້ງໃຈຮຽນ. ຂ້ອຍເສັງເຂົ້າຮຽນມັດທະຍົມຕົ້ນ ແລະ ມັດທະຍົມປາຍໄດ້ດ້ວຍຕົນເອງ ໂດຍບໍ່ໄດ້ຕິດສິນບົນໃດໆ ແລະ ຕໍ່ມາຂ້ອຍກໍສາມາດເຂົ້າຮຽນໃນວິທະຍາໄລຊັ້ນຕົ້ນໄດ້ຢ່າງຍາກລຳບາກ”. ພວກເຂົາພຽງແຕ່ເວົ້າວ່າ “ຂ້ອຍກໍໄດ້ເຂົ້າຮຽນວິທະຍາໄລຄືກັນ” ແລະ ບໍ່ໄດ້ໂອ້ອວດກ່ຽວກັບສິ່ງໃດເລີຍ. ສິ່ງນີ້ບໍ່ສາມາດຖືວ່າເປັນການອວດອ້າງໄດ້ ເພາະສິ່ງທີ່ລາວເວົ້ານັ້ນເປັນພາວະວິໄສ ແລະ ເປັນຄວາມຈິງ. ລາວອາດຈະລະເວັ້ນສິ່ງທີ່ເຮັດໃຫ້ລາວອັບອາຍ ຫຼື ເຮັດໃຫ້ລາວເສຍໜ້າ ແຕ່ລາວຈະບໍ່ເວົ້າຢ່າງເດັດຂາດວ່າ “ຂ້ອຍເປັນນັກຮຽນທີ່ເກັ່ງຫຼາຍ; ຂ້ອຍຕິດອັນດັບໜຶ່ງໃນສິບຂອງຫ້ອງສະເໝີ”. ລາວຈະບໍ່ສ້າງເລື່ອງຂຶ້ນມາ, ແຕ່ງເລື່ອງຂຶ້ນມາຈາກຄວາມວ່າງເປົ່າ ຫຼື ເວົ້າໃນສິ່ງທີ່ບໍ່ເຄີຍເກີດຂຶ້ນ. ແມ່ນຫຍັງຄືເຫດຜົນທີ່ລາວບໍ່ເວົ້າສິ່ງເຫຼົ່ານີ້? ກໍຍ້ອນວ່າລາວມີມະໂນທຳ ແລະ ຄວາມຮູ້ສຶກລະອາຍຢູ່ພາຍໃນຕົວລາວ. ບາງຄົນເວົ້າວ່າ “ເປັນຍ້ອນວ່າມີຄົນອ້ອມຂ້າງຮູ້ພື້ນເພຂອງພວກເຂົາບໍ?” ເຖິງແມ່ນວ່າຈະບໍ່ມີໃຜຮູ້ພື້ນເພຂອງລາວກໍຕາມ, ລາວກໍຍັງເວົ້າສິ່ງເຫຼົ່ານີ້ບໍ່ລົງ ເພາະລາວມີຄວາມຮູ້ສຶກລະອາຍ ແລະ ໃສ່ໃຈກ່ຽວກັບໜ້າຕາຂອງຕົນ. ລາວຮູ້ສຶກວ່າການແຕ່ງເລື່ອງຂຶ້ນມາຈາກຄວາມວ່າງເປົ່າ ແລະ ການສ້າງເລື່ອງຂຶ້ນມານັ້ນເປັນຕາໜ້າອັບອາຍເກີນໄປ ແລະ ປາສະຈາກຄວາມສຸດຈະລິດ ແລະ ສັກສີ. ບາງຄົນເວົ້າວ່າ “ຖ້າຄົນອື່ນບໍ່ຮູ້ພື້ນເພຂອງລາວ, ລາວກໍສາມາດເສແສ້ງໄດ້ໜ້ອຍໜຶ່ງ. ການເສແສ້ງມັນເປັນເລື່ອງໃຫຍ່ຫຍັງ?” ແຕ່ລາວກໍຍັງຈະບໍ່ເຮັດແບບນັ້ນດອກ. ນີ້ຄືເລື່ອງທຳມະຊາດຂອງຄົນຜູ້ໜຶ່ງ; ມັນຂຶ້ນຢູ່ກັບການຈັດປະເພດຂອງຄົນຜູ້ໜຶ່ງ. ຖ້າເຈົ້າເປັນຄົນທີ່ມີຄວາມຮູ້ສຶກລະອາຍ, ຄຳເວົ້າ ແລະ ການກະທຳຂອງເຈົ້າກໍຈະຍັງຄົງຢູ່ພາຍໃນຂອບເຂດຂອງການມີຄວາມຮູ້ສຶກລະອາຍສະເໝີ. ເຈົ້າບໍ່ສາມາດເຮັດເກີນຂອບເຂດເຫຼົ່ານັ້ນໄດ້; ຖ້າບາງຄັ້ງເຈົ້າເຮັດເກີນຂອບເຂດເຫຼົ່ານັ້ນໄປກ້າວໜຶ່ງ, ນັ້ນກໍເປັນສະຖານະການທີ່ພິເສດຫຼາຍ. ເມື່ອເຈົ້າເຮັດເກີນຂອບເຂດເຫຼົ່ານັ້ນໄປແລ້ວ ເຈົ້າກໍຈະຮູ້ສຶກບໍ່ສະບາຍໃຈ ແລະ ກ່າວໂທດຕົນເອງໃນມະໂນທຳຂອງເຈົ້າ; ເຈົ້າຈະຮູ້ສຶກອຶດອັດຢູ່ພາຍໃນ. ເພາະສະນັ້ນແລ້ວ ເຖິງແມ່ນວ່າຄົນທີ່ມີຄວາມຮູ້ສຶກລະອາຍຈະອວດອ້າງ ແລະ ໂອ້ອວດກໍຕາມ, ມັນກໍມີຂີດຈຳກັດ ແລະ ຂອບເຂດທີ່ເຮັດໜ້າທີ່ຢູ່. ພວກເຂົາຈະບໍ່ເວົ້າຄຳທີ່ວ່າງເປົ່າ ຫຼື ເວົ້າໂອ້ອວດເພື່ອໂອ້ອວດ ແລະ ອວດອ້າງຢ່າງໜ້າດ້ານ ແລະ ບໍ່ມີຄວາມເກງກົວຢ່າງເດັດຂາດ ພ້ອມທັງຈະບໍ່ແຕ່ງເລື່ອງຂຶ້ນມາຈາກຄວາມວ່າງເປົ່າ ແລະ ສ້າງເລື່ອງຂຶ້ນມາເພື່ອອ້າງເອົາຜົນງານສຳລັບວຽກງານທີ່ດີທັງໝົດມາເປັນຂອງຕົນເອງ. ພວກເຂົາບໍ່ແມ່ນຄົນປະເພດນີ້ຢ່າງເດັດຂາດ. ເມື່ອເວົ້າເຖິງການມີຄວາມຮູ້ສຶກລະອາຍ, ຄວາມຮູ້ສຶກລະອາຍນີ້ເຮັດໜ້າທີ່ຢູ່ພາຍໃນຜູ້ຄົນ; ມັນບໍ່ແມ່ນສິ່ງທີ່ວ່າງເປົ່າ. ເນື່ອງຈາກຄວາມຮູ້ສຶກລະອາຍເປັນຄຸນສົມບັດຂອງຄວາມເປັນມະນຸດ, ມັນຈຶ່ງເປັນສິ່ງທີ່ມີມາແຕ່ກຳເນີດພາຍໃນຕົວຜູ້ຄົນ; ມັນບໍ່ແມ່ນຜົນກະທົບທີ່ເກີດຈາກການຢັບຢັ້ງຂອງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆພາຍນອກຢ່າງເດັດຂາດ. ສິ່ງພາຍນອກບໍ່ສາມາດຢັບຢັ້ງຄວາມຄິດ ແລະ ການກະທຳຂອງເຈົ້າໄດ້; ຄວາມຄິດຂອງຄົນຜູ້ໜຶ່ງ, ຄວາມຕ້ອງການພາຍໃນຂອງລາວ ພ້ອມທັງແກ່ນແທ້ ແລະ ການຈັດປະເພດຂອງລາວ ລ້ວນແຕ່ເປັນເລື່ອງພາຍໃນສຳລັບລາວ. ເຖິງແມ່ນວ່າຄົນທີ່ມີຄວາມຮູ້ສຶກລະອາຍຕ້ອງການອວດອ້າງ ຫຼື ຍົກຍ້ອງ ແລະ ເປັນພະຍານໃຫ້ກັບຕົນເອງເພື່ອໃຫ້ໄດ້ຮັບກຽດຕິຍົດເລັກໜ້ອຍໃນທ່າມກາງຜູ້ຄົນກໍຕາມ, ແຕ່ຍ້ອນລາວມີຄວາມຮູ້ສຶກລະອາຍ, ມັນຈຶ່ງມີຂີດຈຳກັດ ແລະ ຂອບເຂດທີ່ເຮັດໜ້າທີ່ຢູ່ເມື່ອລາວເຮັດສິ່ງເຫຼົ່ານີ້. ນັ້ນກໍຄື ມະໂນທຳຂອງລາວຈະເຕືອນລາວໃນໃຈຢູ່ສະເໝີວ່າ “ການເຮັດແບບນີ້ມັນເກີນໄປ ແລະ ໄຮ້ຢາງອາຍ. ຢ່າເຮັດແບບນີ້! ຖ້າເຈົ້າເຮັດແບບນີ້ ມັນຈະເປັນຕາໜ້າອັບອາຍ ແລະ ເສຍສັກສີຫຼາຍເມື່ອຜູ້ຄົນເປີດໂປງທາດແທ້ຂອງເຈົ້າໃນພາຍຫຼັງ! ຖ້າເຈົ້າປະພຶດຕົນແບບນີ້ ເຈົ້າຍັງເປັນມະນຸດຢູ່ບໍ?” ຄວາມຄິດ ແລະ ມຸມມອງເຫຼົ່ານີ້ຄອຍຢັບຢັ້ງລາວຢູ່ສະເໝີ; ດັ່ງນັ້ນ ຈຶ່ງມີຂີດຈຳກັດທີ່ເຮັດໜ້າທີ່ຢູ່ເມື່ອລາວເຮັດສິ່ງດັ່ງກ່າວ. ເຈົ້າເຫັນບໍ ເມື່ອຄົນທີ່ມີຄວາມຮູ້ສຶກລະອາຍແຕ່ງກາຍ ເຖິງແມ່ນວ່າພວກເຂົາຈະຄິດວ່າເຄື່ອງນຸ່ງຊຸດໜຶ່ງເບິ່ງດີກໍຕາມ ແຕ່ຖ້າພວກເຂົາເບິ່ງໃນແວ່ນ ແລະ ເຫັນວ່າມັນຂ້ອນຂ້າງບາງ, ພວກເຂົາກໍຈະຮູ້ສຶກວ່າມັນຄົງຈະບໍ່ດີທີ່ຈະນຸ່ງມັນອອກໄປຂ້າງນອກ. ຄົນອື່ນເວົ້າວ່າ “ຖ້າມັນບາງແລ້ວມັນເປັນຫຍັງ? ຜູ້ຄົນໃນທຸກມື້ນີ້ກໍນຸ່ງເຄື່ອງແບບນີ້ກັນທັງນັ້ນ. ມັນພຽງແຕ່ເປີດແປນເລັກໜ້ອຍ ແລະ ເຈົ້າກໍຮູ້ສຶກໜ້າອາຍແລ້ວ, ຄົນອື່ນນຸ່ງເຄື່ອງທີ່ເປີດແປນຫຼາຍກວ່ານີ້ ແລະ ພວກເຂົາກໍຮອດບໍ່ສົນໃຈຊໍ້າ”. ພວກເຂົາເວົ້າວ່າ “ບໍ່ມີທາງ; ຂ້ອຍນຸ່ງມັນອອກໄປບໍ່ໄດ້ດອກ”. ພວກເຂົາຍອມຕາຍດີກວ່າທີ່ຈະອອກໄປຂ້າງນອກແບບນັ້ນ. ເປັນຫຍັງຈຶ່ງເປັນແນວນີ້? ພວກເຂົາພຽງແຕ່ບໍ່ສາມາດຜ່ານດ່ານຄວາມຮູ້ສຶກລະອາຍຂອງພວກເຂົາໄປໄດ້; ຄວາມຮູ້ສຶກລະອາຍຂອງພວກເຂົາຢັບຢັ້ງພວກເຂົາໄວ້. ຄົນທີ່ມີຄວາມຮູ້ສຶກລະອາຍຈະຮູ້ຈັກປະມານຕົນໃນວິທີທີ່ພວກເຂົາປະພຶດຕົນ ແລະ ຈັດການກັບເລື່ອງຕ່າງໆ ຫຼື ໃນການແຕ່ງກາຍ ແລະ ການແຕ່ງໜ້າທາຜົມຂອງພວກເຂົາ ໃນຂະນະທີ່ຄົນທີ່ບໍ່ມີຄວາມຮູ້ສຶກລະອາຍນັ້ນແຕກຕ່າງອອກໄປ. ມັນກໍຄືກັບວິທີທີ່ບາງຄົນແຕ່ງກາຍຢ່າງເໝາະສົມເມື່ອພວກເຂົາຢູ່ກັບອ້າຍເອື້ອຍນ້ອງ, ແຕ່ແຕ່ງກາຍແຕກຕ່າງອອກໄປຫຼັງຈາກທີ່ພວກເຂົາກັບຮອດບ້ານ ໂດຍນຸ່ງທຸກສິ່ງທີ່ຜູ້ບໍ່ມີຄວາມເຊື່ອມັກນຸ່ງ, ບາງຄົນເຖິງກັບຟ້າວແກ້ເຄື່ອງນຸ່ງທີ່ພວກເຂົານຸ່ງໄປການເຕົ້າໂຮມອອກທັນທີທີ່ພວກເຂົາກັບຮອດບ້ານ ໂດຍເວົ້າວ່າ “ຂ້ອຍບໍ່ມັກນຸ່ງເຄື່ອງເຫຼົ່ານີ້ແທ້ໆ. ພວກມັນຫຼ້າສະໄໝເກີນໄປ; ຂ້ອຍເບິ່ງຄືກັບຄົນບ້ານນອກແທ້ໆ. ໃຜຈະຢາກນຸ່ງຊຸດແບບນີ້!” ບໍ່ວ່າພວກເຂົາຈະຢູ່ກັບອ້າຍເອື້ອຍນ້ອງ ຫຼື ບໍ່ກໍຕາມ, ການແຕ່ງກາຍ ແລະ ການແຕ່ງໜ້າທາຜົມຂອງຄົນທີ່ມີຄວາມຮູ້ສຶກອັບອາຍຢ່າງແທ້ຈິງກໍຈະສະຫງ່າງາມ ແລະ ເໝາະສົມຢູ່ສະເໝີ. ເຖິງແມ່ນວ່າພວກເຂົາຈະບໍ່ເຊື່ອໃນພຣະເຈົ້າກໍຕາມ, ພວກເຂົາກໍຍັງຈະແຕ່ງກາຍແບບນີ້ ແລະ ຈະບໍ່ແຕ່ງກາຍໂປ້ເກີນໄປ.

ເມື່ອໂອ້ລົມ ແລະ ແບ່ງປັນຄວາມເຂົ້າໃຈຈາກປະສົບການຂອງພວກເຂົາໃນການເຕົ້າໂຮມ, ຖ້າຄົນທີ່ມີຄວາມສຸດຈະລິດ ແລະ ສັກສີອວດອ້າງ ແລະ ຍົກຍ້ອງຕົນເອງ, ລາວກໍຈະຮູ້ສຶກລະອາຍໃຈຢູ່ພາຍໃນ ຄືກັບວ່າມີຄົນຈຳນວນຫຼາຍກຳລັງຈັບຕາເບິ່ງລາວຢູ່ ແລະ ຄວາມຮູ້ສຶກນີ້ກໍກະຕຸ້ນລາວວ່າ “ການເວົ້າແບບນີ້ບໍ່ດີ ແມ່ນບໍ? ການເຮັດແບບນີ້ບໍ່ດີ ແມ່ນບໍ?” ພວກເຂົາຈະຮູ້ສຶກໜ້າອາຍ. ເຊິ່ງເວົ້າໄດ້ວ່າ ບໍ່ວ່າລາາວຈະເວົ້າ ຫຼື ເຮັດຫຍັງກໍຕາມ ຫຼື ຄຳເວົ້າ ຫຼື ການກະທຳຂອງລາວຈະໄປໄກສໍ່າໃດກໍຕາມ, ຄວາມຮູ້ສຶກລະອາຍທີ່ຢູ່ເລິກໆໃນໃຈຂອງລາວກໍຈະກະຕຸ້ນ, ຢັບຢັ້ງ ແລະ ຄວບຄຸມລາວຢູ່ສະເໝີ. ດັ່ງນັ້ນ ຄຳທີ່ພວກເຂົາເວົ້າ ແລະ ສິ່ງທີ່ພວກເຂົາເຮັດຈຶ່ງສະທ້ອນໃຫ້ເຫັນເຖິງຄວາມສຸດຈະລິດ ແລະ ສັກສີໃນລະດັບໃດໜຶ່ງ. ເຖິງແມ່ນວ່າຄົນປະເພດນີ້ຈະມີອຸປະນິໄສທີ່ເສື່ອມຊາມ ຫຼື ມີຂໍ້ບົກຜ່ອງບາງຢ່າງໃນຄວາມເປັນມະນຸດຂອງລາວ ຫຼື ໄດ້ຮັບອິດທິພົນຈາກກະແສທີ່ຊົ່ວຮ້າຍກໍຕາມ, ແຕ່ເນື່ອງຈາກປະເພດໂດຍກຳເນີດຂອງລາວແລ້ວ ລາວກໍຍັງສາມາດເອົາພຣະທຳຂອງພຣະເຈົ້າມາທຽບໃສ່ຕົນເອງໂດຍບໍ່ຮູ້ຕົວ ເມື່ອໄດ້ຍິນພຣະທຳຂອງພຣະອົງທີ່ເປີດໂປງ ແລະ ພິພາກສາຜູ້ຄົນ. ລາວຄິດວ່າ “ພຣະເຈົ້າກຳລັງກ່າວກ່ຽວກັບຂ້ອຍດ້ວຍຄຳກ່າວນີ້. ຂ້ອຍເຄີຍມີສະພາວະ ແລະ ການເປີດເຜີຍແບບນີ້ ແລະ ຂ້ອຍກໍເຄີຍມີການສະແດງອອກແບບນີ້ເຊັ່ນກັນ”. ລາວຈະສະແດງສະພາວະ ແລະ ການສະແດງອອກຂອງການເອົາພຣະທຳຂອງພຣະເຈົ້າມາທຽບໃສ່ຕົນເອງຢ່າງມີສະຕິ. ເວົ້າອີກແບບໜຶ່ງກໍຄື ເມື່ອຄົນທີ່ມີຄວາມຮູ້ສຶກລະອາຍໄດ້ຍິນພຣະທຳຂອງພຣະເຈົ້າທີ່ເປີດໂປງ ແລະ ພິພາກສາຜູ້ຄົນ, ລາວກໍຈະຍອມຮັບພຣະທຳເຫຼົ່ານັ້ນໂດຍບໍ່ຮູ້ຕົວ ແລະ ເອົາພຣະທຳເຫຼົ່ານັ້ນມາທຽບໃສ່ຕົນເອງໂດຍບໍ່ຮູ້ຕົວ. ລາວຈະໄຕ່ຕອງກ່ຽວກັບຕົນເອງໂດຍອີງໃສ່ພຣະທຳຂອງພຣະເຈົ້າ ແລະ ຍອມຮັບວ່າລາວເສື່ອມຊາມໃນລັກສະນະນີ້ ພ້ອມທັງຍອມຮັບວ່າລາວມີການເປີດເຜີຍ ແລະ ການສະແດງອອກເຫຼົ່ານີ້. ລາວຈະຮູ້ສຶກບໍ່ສະບາຍໃຈຢູ່ເລິກໆໃນໃຈວ່າ: “ແທ້ຈິງແລ້ວຂ້ອຍກໍມີຄວາມເສື່ອມຊາມເຊັ່ນກັນ. ແທ້ຈິງແລ້ວຂ້ອຍກໍເປັນຄົນທີ່ມີອຸປະນິໄສທີ່ອວດດີດັ່ງທີ່ທຳຂອງພຣະເຈົ້າໄດ້ເປີດໂປງ. ຂ້ອຍຍັງຕໍ່ຕ້ານ ແລະ ບໍ່ເຊື່ອຟັງ ພ້ອມທັງບໍ່ແມ່ນຄົນດີ. ຂ້ອຍເສື່ອມຊາມຂະໜາດນີ້ໄດ້ແນວໃດ? ເມື່ອກ່ອນຂ້ອຍເຄີຍຄິດວ່າຂ້ອຍເປັນຄົນດີ, ເປັນຄົນດີທີ່ມີມະໂນທຳ ແລະ ເຫດຜົນເຊິ່ງມັກໃຫ້ທານແກ່ຄົນອື່ນ ແລະ ເປັນຄົນທີ່ມັກຈະເຫັນອົກເຫັນໃຈ ແລະ ສົງສານຄົນອື່ນ. ຂ້ອຍຄິດວ່າຂ້ອຍສາມາດຖືກຮັບຂື້ນໄປໄດ້ໂດຍກົງຫຼັງຈາກທີ່ຍອມຮັບວຽກງານຂອງພຣະເຈົ້າ. ຂ້ອຍບໍ່ເຄີຍຄິດເລີຍວ່າຂ້ອຍກໍເປັນສະມາຊິກຄົນໜຶ່ງຂອງມະນຸດຊາດທີ່ເສື່ອມຊາມເຊັ່ນກັນ”. ເນື່ອງຈາກລາວມີເງື່ອນໄຂພື້ນຖານຂອງການມີຄວາມຮູ້ສຶກລະອາຍນີ້ ລາວຈຶ່ງຈະຍອມຮັບຂໍ້ເທັດຈິງກ່ຽວກັບຜູ້ຄົນທີ່ຖືກເປີດໂປງໂດຍພຣະທຳຂອງພຣະເຈົ້າຢ່າງເປັນທຳມະຊາດ ແລະ ຢ່າງປົກກະຕິ ແລະ ຈາກນັ້ນກໍເອົາຂໍ້ເທັດຈິງເຫຼົ່ານັ້ນມາທຽບໃສ່ຕົນເອງເພື່ອໄຕ່ຕອງ ແລະ ຮູ້ຈັກຕົນເອງ. ສິ່ງນີ້ເຮັດໃຫ້ພວກເຂົາມີໂອກາດອັນດີເລີດທີ່ຈະປະເຊີນໜ້າກັບພຣະທຳຂອງພຣະເຈົ້າຢ່າງຖືກຕ້ອງ, ຍອມຮັບພຣະທຳຂອງພຣະເຈົ້າໂດຍປາສະຈາກການຕໍ່ຕ້ານ ແລະ ຈາກນັ້ນກໍບັນລຸການອ່ອນນ້ອມເທື່ອລະໜ້ອຍ. ທັງໝົດນີ້ແມ່ນອີງໃສ່ຫຍັງ? ມັນອີງໃສ່ການທີ່ລາວມີຄວາມຮູ້ສຶກລະອາຍ. ດັ່ງນັ້ນ ລາວຈຶ່ງສາມາດຮັບຮູ້ໄດ້ວ່າມີການເປີດເຜີຍຄວາມເສື່ອມຊາມທີ່ໜ້າອັບອາຍ ແລະ ຊົ່ວຊ້າບາງຢ່າງຢູ່ພາຍໃນຕົວລາວເອງ ແລະ ຈາກນັ້ນ ດ້ວຍຄວາມຮູ້ສຶກລະອາຍທີ່ສົ່ງຜົນຕໍ່ຕົວລາວ, ລາວຈຶ່ງສາມາດປະຕິເສດສິ່ງທີ່ລາວຖືວ່າເປັນສິ່ງທີ່ເປັນລົບ ແລະ ໜ້າອັບອາຍໄດ້ຢ່າງຕັ້ງໜ້າ. ເມື່ອລາວໄດ້ຍິນຄຳກ່າວ, ສະພາວະ, ການເປີດເຜີຍທີ່ສະເພາະເຈາະຈົງ ແລະ ແມ່ນແຕ່ເຫດການທີ່ສະເພາະເຈາະຈົງໃນພຣະທຳຂອງພຣະເຈົ້າທີ່ເປີດໂປງອຸປະນິໄສທີ່ເສື່ອມຊາມຂອງມະນຸດຊາດ, ລາວກໍສາມາດຮັບຮູ້ໄດ້ວ່າລາວມີອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້ຢູ່ພາຍໃນຕົວລາວເອງ. ລາວຈະຍອມຮັບສິ່ງເຫຼົ່ານັ້ນເພື່ອໄຕ່ຕອງ ແລະ ຮູ້ຈັກຕົນເອງ. ຫຼັງຈາກນັ້ນ ເມື່ອພົບພໍ້ກັບເລື່ອງດັ່ງກ່າວອີກຄັ້ງ, ຖ້າລາວຂັດກັບພຣະທຳຂອງພຣະເຈົ້າ ຫຼື ເຜີຍສະພາວະທີ່ຖືກເປີດໂປງໃນພຣະທຳຂອງພຣະເຈົ້າອອກມາອີກຄັ້ງ, ຄວາມຮູ້ສຶກລະອາຍຂອງລາວກໍຍັງຈະກະຕຸ້ນລາວໃນໃຈວ່າ “ການເຮັດແບບນີ້ ເຈົ້າບໍ່ໄດ້ກຳລັງຂັດກັບພຣະທຳຂອງພຣະເຈົ້າບໍ? ເຈົ້າບໍ່ແມ່ນຄົນດີ ພ້ອມທັງບໍ່ແມ່ນຄົນທີ່ອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າ ຫຼື ຮັກຄວາມຈິງ!” ເນື່ອງຈາກລາວມີຄວາມຮູ້ສຶກລະອາຍ ລາວຈຶ່ງສາມາດຍອມຮັບການເປີດໂປງ ແລະ ການພິພາກສາແຫ່ງພຣະທຳຂອງພຣະເຈົ້າໄດ້. ຈາກນັ້ນ ພຣະທຳຂອງພຣະເຈົ້າກໍຈະມີຜົນໃນການຢັບຢັ້ງລາວ ແລະ ສາມາດແກ້ໄຂຄວາມຄິດ ແລະ ມຸມມອງຂອງລາວໄດ້. ເຈົ້າເຫັນບໍວ່າ ໜ້າທີ່ຂອງຄວາມຮູ້ສຶກລະອາຍນັ້ນຍິ່ງໃຫຍ່ຫຼາຍ ແມ່ນບໍ? (ແມ່ນແລ້ວ). ເມື່ອລາວບໍ່ເຂົ້າໃຈຄວາມຈິງ, ລາວກໍມີຂອບເຂດທາງສິນທຳຂັ້ນພື້ນຖານ. ເມື່ອລາວເຂົ້າໃຈຫຼັກການຄວາມຈິງ ຫຼື ກຳແໜ້ນລາຍລະອຽດໃນພຣະທຳຂອງພຣະເຈົ້າໄດ້, ມາດຕະຖານທີ່ຄວາມຮູ້ສຶກລະອາຍຂອງລາວໃຊ້ເພື່ອຢັບຢັ້ງຕົວລາວກໍຈະບໍ່ແມ່ນຂອບເຂດທາງສິນທຳຂອງລາວອີກຕໍ່ໄປ ພ້ອມທັງບໍ່ແມ່ນພຽງແຕ່ຂອບເຂດຂອງມະໂນທຳ ແລະ ເຫດຜົນຂອງລາວເທົ່ານັ້ນ; ແຕ່ກົງກັນຂ້າມ, ຫຼັກການຄວາມຈິງຈະກາຍມາເປັນຂອບເຂດຂອງລາວ. ຂອບເຂດນີ້ບໍ່ໄດ້ເໜືອກວ່າຂອບເຂດຂອງມະໂນທຳ ແລະ ເຫດຜົນຂອງຄົນເຮົາບໍ? ມາດຕະຖານຂອງຂອບເຂດນີ້ບໍ່ໄດ້ຖືກຍົກລະດັບຂຶ້ນບໍ? (ແມ່ນແລ້ວ). ແຕ່ເດີມ ເມື່ອຄົນທີ່ມີຄວາມຮູ້ສຶກລະອາຍບໍ່ເຂົ້າໃຈຄວາມຈິງ, ພວກເຂົາກໍມີຂອບເຂດທາງສິນທຳຂັ້ນພື້ນຖານໃນຄວາມຄິດ ແລະ ມຸມມອງຂອງຕົນ. ຫຼັງຈາກທີ່ພວກເຂົາເຂົ້າໃຈຄວາມຈິງແລ້ວ, ຂອບເຂດທາງສິນທຳຂອງພວກເຂົາກໍຈະຖືກຍົກລະດັບຂຶ້ນ ແລະ ຄ່ອຍໆມຸ່ງໄປສູ່ຫຼັກການຄວາມຈິງ. ເຈົ້າບໍ່ຄິດບໍວ່າຄົນປະເພດນີ້ໄດ້ປ່ຽນໄປແລ້ວ? ເຮົາຈະຍົກຕົວຢ່າງໃຫ້ເບິ່ງ ແລ້ວພວກເຈົ້າກໍຈະເຂົ້າໃຈ. ຕົວຢ່າງ: ແຕ່ເດີມ ເມື່ອຕິດຕໍ່ພົວພັນກັບຄົນອື່ນ ພວກເຂົາບໍ່ໄດ້ເອົາປຽບຜູ້ຄົນ, ບໍ່ໄດ້ທຸບຕີ ຫຼື ດ່າທໍຜູ້ຄົນ, ບໍ່ໄດ້ຕັ້ງໃຈເຮັດສິ່ງທີ່ສໍ້ໂກງ ແລະ ທຳຮ້າຍຄົນອື່ນ ພ້ອມທັງບໍ່ໄດ້ຫຼອກລວງ ແລະ ຕົ້ມຕຸ໋ນຄົນອື່ນ. ພວກເຂົາຄິດວ່າການປະພຶດຕົນແບບນີ້ກໍດີພໍສົມຄວນແລ້ວ. ການລະເວັ້ນຈາກການທຸບຕີ ຫຼື ດ່າທໍຜູ້ຄົນ ແລະ ຈາກການສໍ້ໂກງ ຫຼື ທຳຮ້າຍພວກເຂົາ ແມ່ນຫຼັກການຄວາມຈິງສຳລັບການປະຕິບັດຕໍ່ຜູ້ຄົນບໍ? (ນີ້ເປັນພຽງການສະແດງອອກເບື້ອງຕົ້ນຂອງຄວາມເປັນມະນຸດເທົ່ານັ້ນ; ມັນບໍ່ແມ່ນຫຼັກການຄວາມຈິງ). ນີ້ເປັນພຽງຂອບເຂດທາງສິນທຳສຳລັບວິທີທີ່ຄົນທີ່ມີມະໂນທຳ ແລະ ເຫດຜົນປະພຶດຕົນເທົ່ານັ້ນ: ພະຍາຍາມຢ່າງສຸດຄວາມສາມາດເພື່ອບໍ່ທຸບຕີ ຫຼື ດ່າທໍຜູ້ຄົນ ແລະ ບໍ່ເຮັດສິ່ງທີ່ສໍ້ໂກງ ຫຼື ທຳຮ້າຍຄົນອື່ນ. ມັນເປັນພຽງການລະເວັ້ນຈາກການເຮັດຄວາມຊົ່ວເທົ່ານັ້ນ. ເຖິງຢ່າງໃດກໍຕາມ ຫຼັກການຄວາມຈິງນັ້ນສູງກວ່າຂອບເຂດທາງສິນທຳຂອງຄົນເຮົາ. ການປະຕິບັດຕໍ່ຜູ້ຄົນຕາມຫຼັກການຄວາມຈິງບໍ່ແມ່ນພຽງແຕ່ການຍຶດໝັ້ນກັບຂອບເຂດທາງສິນທຳຂອງຕົນອີກຕໍ່ໄປ; ມັນຖືກຍົກລະດັບສູງກວ່ານັ້ນ. ແລ້ວພຣະທຳຂອງພຣະເຈົ້າຮຽກຮ້ອງຫຍັງແດ່ ເມື່ອເວົ້າເຖິງຫຼັກການສຳລັບການປະຕິບັດຕໍ່ຜູ້ຄົນເຊິ່ງຖືກຍົກລະດັບສູງກວ່າຂອບເຂດທາງສິນທຳຂອງຄົນເຮົາ? (ໃຫ້ປະຕິບັດຕໍ່ຜູ້ຄົນຢ່າງຍຸຕິທຳຕາມຫຼັກການ). ຖືກຕ້ອງແລ້ວ, ການປະຕິບັດຕໍ່ຜູ້ຄົນຢ່າງຍຸຕິທຳ. ນີ້ຄືຫຼັກການຄວາມຈິງ. ແລ້ວຫຼັກການຄວາມຈິງນີ້ແມ່ນຂອບເຂດທາງສິນທຳບໍ? (ບໍ່, ຫຼັກການນີ້ເໜືອກວ່າຂອບເຂດທາງສິນທຳ). ນີ້ບໍ່ແມ່ນຂອບເຂດທາງສິນທຳ; ແຕ່ເປັນຫຼັກການຄວາມຈິງທີ່ອີງໃສ່ຂອບເຂດທາງສິນທຳ ແລະ ຍັງເໜືອກວ່າຂອບເຂດທາງສິນທຳອີກດ້ວຍ. ນີ້ຄືຫຼັກການທີ່ແທ້ຈິງສຳລັບວິທີການປະຕິບັດຕໍ່ຜູ້ຄົນ. ການລະເວັ້ນຈາກການທຸບຕີ ຫຼື ດ່າທໍຜູ້ຄົນ ແລະ ຈາກການເຮັດສິ່ງທີ່ສໍ້ໂກງ ຫຼື ທຳຮ້າຍຄົນອື່ນ ບໍ່ແມ່ນຫຼັກການຄວາມຈິງ; ມັນເປັນພຽງການລະເວັ້ນຈາກການເຮັດສິ່ງຕ່າງໆໃນແງ່ລົບເທົ່ານັ້ນ. ແຕ່ພຽງແຕ່ຍ້ອນວ່າເຈົ້າລະເວັ້ນຈາກການເຮັດສິ່ງເຫຼົ່ານັ້ນ ບໍ່ໄດ້ໝາຍຄວາມວ່າເຈົ້າມີຫຼັກການສຳລັບວິທີທີ່ເຈົ້າປະຕິບັດຕໍ່ຜູ້ຄົນ; ການບໍ່ທຸບຕີ ຫຼື ດ່າທໍຜູ້ຄົນ ບໍ່ໄດ້ໝາຍຄວາມວ່າຫຼັກການສຳລັບການປະຕິບັດຕໍ່ຜູ້ຄົນຂອງເຈົ້າຖືກຕ້ອງ. ການລະເວັ້ນຈາກການທຸບຕີ ຫຼື ດ່າທໍພວກເຂົາ ແລະ ຈາກການສໍ້ໂກງ ຫຼື ທຳຮ້າຍພວກເຂົາ ເທົ່າກັບການປະຕິບັດຕໍ່ພວກເຂົາຢ່າງຍຸຕິທຳບໍ? ມັນບໍ່ເທົ່າກັນ ແມ່ນບໍ? ຖ້າເປັນຄົນທີ່ເຄີຍລ່ວງເກີນເຈົ້າ ຫຼື ຄົນທີ່ເຈົ້າເຂົ້າກັນບໍ່ໄດ້ ຫຼື ເປັນຄົນທີ່ເຈົ້າບໍ່ມັກ, ແຕ່ອີງໃສ່ຄວາມເປັນມະນຸດ ແລະ ຂີດຄວາມສາມາດຂອງພວກເຂົາແລ້ວ ພວກເຂົາເໝາະສົມທີ່ຈະເປັນຜູ້ນຳ, ເຈົ້າຈະເລືອກຕັ້ງລາວບໍ? ຖ້າເຈົ້າວັດແທກສິ່ງນີ້ດ້ວຍຫຼັກການຂອງການບໍ່ທຸບຕີ ຫຼື ດ່າທໍຜູ້ຄົນ ແລະ ບໍ່ສໍ້ໂກງ ຫຼື ທຳຮ້າຍພວກເຂົາ, ເຈົ້າຈະເຮັດແນວໃດ? ເຈົ້າກໍຈະບໍ່ມີເສັ້ນທາງໃຫ້ປະຕິບັດຕາມ. ໃນຖານະມະນຸດທີ່ເສື່ອມຊາມ, ໂດຍປາສະຈາກຫຼັກການທີ່ຖືກຕ້ອງສຳລັບການປະຕິບັດຕໍ່ຜູ້ຄົນແລ້ວ ຢ່າງຫຼາຍທີ່ສຸດເຈົ້າກໍຈະເວົ້າວ່າ “ຂ້ອຍບໍ່ໄດ້ທຸບຕີ ຫຼື ດ່າທໍພວກເຂົາ, ພ້ອມທັງບໍ່ໄດ້ເວົ້າວ່າພວກເຂົາດີ ຫຼື ບໍ່ດີ. ຂ້ອຍບໍ່ໄດ້ກີດກັນພວກເຂົາ, ດັ່ງນັ້ນ ເຈົ້າຈຶ່ງບໍ່ສາມາດເວົ້າໄດ້ວ່າຂ້ອຍໄດ້ສໍ້ໂກງ ຫຼື ທຳຮ້າຍພວກເຂົາ. ແນວໃດກໍຕາມ ຂ້ອຍບໍ່ມັກພວກເຂົາ, ດັ່ງນັ້ນ ຂ້ອຍຈຶ່ງຈະບໍ່ເລືອກຕັ້ງພວກເຂົາ”. ການບໍ່ເລືອກຕັ້ງພວກເຂົາແມ່ນການປະຕິບັດຕໍ່ຜູ້ຄົນຢ່າງຍຸຕິທຳບໍ? (ບໍ່). ຄວາມຈິງແລ້ວ ຖ້າພວກເຂົາເປັນຜູ້ສະໝັກທີ່ເໝາະສົມສຳລັບການເປັນຜູ້ນຳ, ເຈົ້າກໍຄວນເລືອກຕັ້ງພວກເຂົາ; ມີພຽງສິ່ງນີ້ເທົ່ານັ້ນທີ່ເປັນການປະຕິບັດຕໍ່ຜູ້ຄົນຢ່າງຍຸຕິທຳ. ການເລືອກຕັ້ງພວກເຂົາບໍ່ໄດ້ອີງໃສ່ຫຼັກການຂອງການບໍ່ທຸບຕີ ຫຼື ດ່າທໍຜູ້ຄົນ ແລະ ບໍ່ສໍ້ໂກງ ຫຼື ທຳຮ້າຍພວກເຂົາ, ແຕ່ອີງໃສ່ຫຍັງ? ມັນອີງໃສ່ຫຼັກການຂອງການປະຕິບັດຕໍ່ຜູ້ຄົນຢ່າງຍຸຕິທຳຕາມທີ່ພຣະທຳຂອງພຣະເຈົ້າຊົງຮຽກຮ້ອງ; ມີພຽງສິ່ງນີ້ເທົ່ານັ້ນທີ່ເປັນຫຼັກການຄວາມຈິງ. ດັ່ງນັ້ນ ບາງຄົນຈຶ່ງຄິດວ່າ “ຂ້ອຍບໍ່ທຸບຕີ ຫຼື ດ່າທໍຜູ້ຄົນ ພ້ອມທັງບໍ່ສໍ້ໂກງ ຫຼື ທຳຮ້າຍພວກເຂົາ, ແລ້ວນັ້ນບໍ່ໄດ້ເຮັດໃຫ້ຂ້ອຍເປັນຄົນດີບໍ?” ເຊິ່ງເຮົາຂໍເວົ້າວ່າ “ເຈົ້າບໍ່ແມ່ນຄົນດີ. ຢ່າງດີທີ່ສຸດ ຖືວ່າເປັນມະນຸດໄດ້ກໍດີແລ້ວ”. ຄົນດີຢ່າງແທ້ຈິງຄືຄົນທີ່ສາມາດປະຕິບັດຕາມຫຼັກການຄວາມຈິງໄດ້. ນັ້ນກໍຄື ເມື່ອເວົ້າເຖິງວິທີການປະຕິບັດຕໍ່ຜູ້ຄົນ ນອກເໜືອຈາກການລະເວັ້ນຈາກການທຸບຕີ, ການດ່າທໍ, ການສໍ້ໂກງ ຫຼື ການທຳຮ້າຍພວກເຂົາແລ້ວ, ເຈົ້າຍັງສາມາດປະຕິບັດຕໍ່ພວກເຂົາໄດ້ຢ່າງຍຸຕິທຳ ແລະ ຢ່າງເປັນທຳອີກດ້ວຍ; ເມື່ອນັ້ນເທົ່ານັ້ນ ເຈົ້າຈຶ່ງຈະເປັນຄົນດີ. ການໂອ້ລົມແບບນີ້ເຮັດໃຫ້ມັນຊັດເຈນແລ້ວບໍ? (ແມ່ນແລ້ວ). ຂອບເຂດທາງສິນທຳແມ່ນຫຼັກການພື້ນຖານໃນການປະພຶດຕົນສຳລັບຄົນທີ່ມີມະໂນທຳ ແລະ ເຫດຜົນໃນຄວາມເປັນມະນຸດຂອງພວກເຂົາ. ເຖິງແມ່ນວ່າຫຼັກການໃນການປະພຶດຕົນນີ້ຈະສອດຄ່ອງກັບມະໂນທຳ ແລະ ເຫດຜົນຂອງຄວາມເປັນມະນຸດກໍຕາມ, ແຕ່ມັນກໍບໍ່ສາມາດແທນທີ່ຫຼັກການຄວາມຈິງໄດ້; ເມື່ອທຽບກັບຫຼັກການຄວາມຈິງແລ້ວ ມັນກໍຍັງມີຊ່ອງຫວ່າງຢູ່. ຢ່າງດີທີ່ສຸດ ຄົນທີ່ມີຂອບເຂດທາງສິນທຳກໍເປັນພຽງຄົນທີ່ໄດ້ມາດຕະຖານ ແຕ່ລາວບໍ່ສາມາດຖືກເອີ້ນວ່າເປັນຄົນດີໄດ້. ມີພຽງຜູ້ທີ່ສາມາດປະພຶດຕົນ ແລະ ກະທຳຕາມຫຼັກການຄວາມຈິງເທົ່ານັ້ນທີ່ເປັນຄົນດີ. ຕົວຢ່າງ: ມັນກໍດີພໍສົມຄວນແລ້ວ ຖ້າຄົນທຳມະດາສາມາດຈັດການບໍ່ສໍ້ໂກງ ຫຼື ທຳຮ້າຍຄົນອື່ນ ແລະ ບໍ່ທຸບຕີ ຫຼື ດ່າທໍຜູ້ຄົນ ເມື່ອເວົ້າເຖິງວິທີທີ່ລາວປະຕິບັດຕໍ່ຄົນອື່ນ. ເຖິງຢ່າງໃດກໍຕາມ ຫຼັກການສຳລັບການປະຕິບັດຕໍ່ຜູ້ຄົນຂອງຄົນດີນັ້ນຖືກຍົກລະດັບຂຶ້ນສູງກວ່ານີ້: ລາວສາມາດປະຕິບັດຕໍ່ຜູ້ຄົນຢ່າງຍຸຕິທຳ ແລະ ຕາມຫຼັກການຄວາມຈິງ. ນັ້ນກໍຄື ມະນຸດທີ່ແທ້ຈິງມີຂອບເຂດທາງສິນທຳ ແລະ ຄວາມຮູ້ສຶກລະອາຍ ພ້ອມທັງມີເງື່ອນໄຂພື້ນຖານສຳລັບວິທີການປະພຶດຕົນຢ່າງເໝາະສົມ. ດັ່ງນັ້ນ ຄົນແບບນັ້ນຈຶ່ງມີໂອກາດທີ່ຈະບັນລຸການປະຕິບັດຕໍ່ຜູ້ຄົນຢ່າງຍຸຕິທຳ, ການປະພຶດຕົນຕາມຫຼັກການຄວາມຈິງ ແລະ ການປະຕິບັດຕາມຫຼັກການຄວາມຈິງ. ມີຄວາມແຕກຕ່າງລະຫວ່າງຂອບເຂດທາງສິນທຳ ແລະ ຫຼັກການຄວາມຈິງບໍ? (ມີ).

ຖ້າຄົນໃດໜຶ່ງມີຄວາມຮູ້ສຶກລະອາຍໃນຄວາມເປັນມະນຸດຂອງລາວ ແລ້ວລາວກໍຈະມີຄວາມສຸດຈະລິດ ແລະ ສັກສີໃນວິທີທີ່ລາວປະພຶດຕົນ ແລະ ກະທຳ. ຂອບເຂດຂອງລາວກໍຄື ລາວຕ້ອງປົກປ້ອງຄວາມສຸດຈະລິດ ແລະ ສັກສີຂອງລາວໄວ້ ແລະ ບໍ່ຍອມເສຍສິ່ງເຫຼົ່ານັ້ນໄປ. ຖ້າຈະເວົ້າໃນພາສາປະຈຳວັນກໍຄື ໂດຍພື້ນຖານແລ້ວຄົນແບບນັ້ນບໍ່ໄດ້ສູນເສຍມະໂນທຳຂອງຕົນ; ລາວພິຖີພິຖັນກ່ຽວກັບວິທີທີ່ລາວເຮັດສິ່ງຕ່າງໆ, ລາວໃຫ້ຄຸນຄ່າແກ່ຄວາມສຸດຈະລິດ ແລະ ຄຸນລັກສະນະ ພ້ອມທັງມີນໍ້າໃຈ. ບໍ່ວ່າລາວຈະເຮັດຫຍັງກໍຕາມ, ເມື່ອເວົ້າເຖິງຜົນປະໂຫຍດສ່ວນຕົວ, ສະຖານະ ຫຼື ເງິນທອງ, ລາວກໍມີຂອບເຂດ. ຂອບເຂດນີ້ປົກປ້ອງຄວາມສຸດຈະລິດ ແລະ ສັກສີຂອງລາວໄວ້; ນັ້ນກໍຄື ລາວຈະບໍ່ເຮັດເກີນກວ່າສິ່ງທີ່ຄວາມສຸດຈະລິດ ແລະ ສັກສີຂອງລາວອະນຸຍາດ ເພື່ອເຮັດສິ່ງທີ່ຂັດກັບຄວາມຍຸດຕິທຳທາງສິນທຳ ຫຼື ຈັນຍາບັນຂອງມະນຸດຢ່າງບໍ່ມີຢາງອາຍ. ນີ້ຄືການມີຄວາມຮູ້ສຶກລະອາຍ. ນອກຈາກນີ້ ຄົນທີ່ມີຄຸນສົມບັດຂອງມະໂນທຳ ແລະ ເຫດຜົນໃນຄວາມເປັນມະນຸດຂອງພວກເຂົາ ມີມຸມມອງ ແລະ ທາງເລືອກຂອງພວກເຂົາເອງກ່ຽວກັບການກິນ, ການດື່ມ ແລະ ການຫາຄວາມສຳລານ ພ້ອມທັງກ່ຽວກັບກະແສທີ່ຊົ່ວຮ້າຍຕ່າງໆໃນສັງຄົມ. ພວກເຂົາຈະບໍ່ເຮັດຕາມກະແສທີ່ຊົ່ວຮ້າຍເພື່ອດຳລົງຊີວິດທີ່ສັບສົນ ແລະ ມົ້ວສຸມ, ປ່ອຍຕົວຕາມອຳເພີໃຈ ແລະ ກະທຳການທີ່ເສື່ອມຊາມຢ່າງເດັດຂາດ. ພວກເຂົາມີທາງເລືອກຂອງພວກເຂົາເອງກ່ຽວກັບເລື່ອງຂອງໂລກມະນຸດ ຫຼື ກະແສທີ່ຊົ່ວຮ້າຍ. ທາງເລືອກເຫຼົ່ານີ້ອາດຈະອີງໃສ່ຄວາມຊື່ກົງ ແລະ ຄວາມໃຈດີຂອງພວກເຂົາ ຫຼື ອາດຈະອີງໃສ່ຄວາມຮູ້ສຶກລະອາຍຂອງພວກເຂົາ; ມັນຂຶ້ນຢູ່ກັບເລື່ອງທີ່ຢູ່ຕໍ່ໜ້າ. ບໍ່ວ່າສິ່ງຕ່າງໆທີ່ປາກົດຂຶ້ນໃນໂລກຈະໄດ້ຮັບຄວາມນິຍົມຫຼາຍສໍ່າໃດກໍຕາມ ແລະ ບໍ່ວ່າພວກມັນຈະໄດ້ຮັບການຍອມຮັບຈາກສັງຄົມ ແລະ ສາທາລະນະຊົນຫຼາຍສໍ່າໃດກໍຕາມ, ແຕ່ຢູ່ເລິກໆໃນໃຈ ຄົນແບບນັ້ນກໍຍັງມີຄວາມຄິດ ແລະ ມຸມມອງຂອງພວກເຂົາເອງກ່ຽວກັບສິ່ງເຫຼົ່ານີ້ ແລະ ພວກເຂົາກໍຍັງຈະຕັດສິນໃຈເລືອກຢ່າງຖືກຕ້ອງດ້ວຍຕົນເອງ. ພວກເຂົາເຊື່ອໃນໃຈວ່າ “ບໍ່ວ່າສະຖານະການຈະເປັນແນວໃດກໍຕາມ, ເຈົ້າກໍບໍ່ສາມາດຍອມເສຍຄວາມເປັນມະນຸດຂອງເຈົ້າໄປໄດ້. ໃນທຸກເວລາ ເຈົ້າຄືມະນຸດ. ເຈົ້າບໍ່ສາມາດເຮັດສິ່ງທີ່ສັດເດຍລະສານເຮັດໄດ້. ເຈົ້າບໍ່ສາມາດເຮັດສິ່ງທີ່ມານຮ້າຍເຮັດໄດ້. ເຈົ້າບໍ່ສາມາດເຮັດໃຫ້ຕົນເອງຄືກັນກັບສັດເດຍລະສານ ແລະ ມານຮ້າຍໄດ້”. ດັ່ງນັ້ນ ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ພວກເຂົາກໍຖືກມະໂນທຳ ແລະ ເຫດຜົນຂອງພວກເຂົາຢັບຢັ້ງໄວ້. ໂດຍສະເພາະແລ້ວ ການຢັບຢັ້ງນີ້ໝາຍເຖິງການຖືກກະຕຸ້ນ ແລະ ຄວບຄຸມໂດຍມະໂນທຳ ແລະ ເຫດຜົນຂອງພວກເຂົາຢູ່ຕະຫຼອດເວລາ. ຕົວຢ່າງ: ສົມມຸດວ່າຄົນແບບນີ້ ແລະ ອີກຄົນໜຶ່ງກຳລັງເຮັດທຸລະກິດນຳກັນ. ອີກຄົນໜຶ່ງຫຼອກລວງ ແລະ ຕົ້ມຕຸ໋ນຜູ້ຄົນຢູ່ສະເໝີ ໂດຍຂາຍສິນຄ້າລາຄາສິບຢວນໃນລາຄາສາມຫາຫ້າຮ້ອຍຢວນ, ແຕ່ພວກເຂົາຂາຍໃນລາຄາພຽງຫ້າສິບຢວນເທົ່ານັ້ນ ເຊິ່ງໄດ້ກຳໄລພຽງພໍທີ່ຈະລ້ຽງຊີບໄປວັນໆໄດ້ແລ້ວ. ເມື່ອເຫັນອີກຄົນໜຶ່ງໄດ້ກຳໄລຢ່າງມະຫາສານ ໃນຂະນະທີ່ພວກເຂົາເຮັດວຽກຢ່າງໜັກມາຫຼາຍປີພຽງເພື່ອຫາເງິນໃຫ້ພໍລ້ຽງປາກລ້ຽງທ້ອງໄດ້, ພວກເຂົາກໍຮູ້ສຶກບໍ່ຍອມໃນໃຈຢູ່ສະເໝີ. ພວກເຂົາກໍຕ້ອງການເປັນຄົນທີ່ບໍ່ມີຢາງອາຍຄືກັບອີກຄົນໜຶ່ງເຊັ່ນກັນ, ແຕ່ແລ້ວພວກເຂົາກໍຄິດໄດ້ວ່າ “ການເຮັດແບບນັ້ນຈະຂັດກັບມະໂນທຳຂອງຂ້ອຍຫຼາຍເກີນໄປ. ຂ້ອຍເຮັດບໍ່ລົງ! ຈະເປັນແນວໃດຖ້າຂ້ອຍຖືກເປີດໂປງຫຼັງຈາກທີ່ເຮັດມັນລົງໄປ? ການເຮັດແບບນັ້ນຈະເປັນການເຮັດຜິດກົດໝາຍບໍ? ຂ້ອຍຈະຕິດຄຸກບໍ?” ເຈົ້າເຫັນບໍວ່າ ພວກເຂົາຄິດຫຼາຍກ່ຽວກັບເລື່ອງນີ້ ແລະ ເມື່ອຄິດທົບທວນແບບນີ້ແລ້ວ ພວກເຂົາກໍຮູ້ສຶກເຖິງການກ່າວໂທດຕົນເອງຈາກມະໂນທຳຂອງພວກເຂົາຢູ່ສະເໝີ. ເຖິງແມ່ນວ່າພວກເຂົາຈະຖືກເຮັດໃຫ້ຫຼົງຜິດ ແລະ ໄດ້ຮັບອິດທິພົນຈາກກະແສທີ່ຊົ່ວຮ້າຍຕ່າງໆຂອງໂລກ ພ້ອມທັງຕ້ອງການຫາເງິນໃຫ້ໄດ້ຫຼາຍຂຶ້ນເພື່ອເພີດເພີນກັບຊີວິດທາງວັດຖຸທີ່ດີກໍຕາມ, ແຕ່ຫຼັງຈາກທີ່ຄິດທົບທວນແລ້ວ ໃນທີ່ສຸດພວກເຂົາກໍຍັງຫຼອກລວງ ແລະ ຕົ້ມຕຸ໋ນຄົນອື່ນບໍ່ລົງ. ບາງຄົນເວົ້າວ່າ “ຄົນແບບນັ້ນກໍພຽງແຕ່ເປັນຄົນຂີ້ຢ້ານ ແມ່ນບໍ?” ບາງຄົນກໍເປັນຄົນຂີ້ຢ້ານ ແຕ່ບາງຄົນກໍບໍ່ແມ່ນ; ພວກເຂົາກໍພຽງແຕ່ຖືກມະໂນທຳ ແລະ ເຫດຜົນຂອງພວກເຂົາຢັບຢັ້ງໄວ້ ແລະ ຮູ້ສຶກວ່າພວກເຂົາບໍ່ສາມາດຫຼອກລວງ ແລະ ຕົ້ມຕຸ໋ນຄົນອື່ນໄດ້. ເຖິງແມ່ນວ່າບາງຄັ້ງພວກເຂົາຈະເຮັດມັນກໍຕາມ ແຕ່ພວກເຂົາກໍເສຍໃຈໃນພາຍຫຼັງ ໂດຍດຳລົງຊີວິດດ້ວຍຄວາມຢ້ານກົວທຸກມື້ວ່າຈະມີບາງສິ່ງບາງຢ່າງຜິດພາດເກີດຂຶ້ນ ແລະ ຈະມີຄົນມາຫາເລື່ອງຮອດເຮືອນ. ພວກເຂົາຄິດໃນໃຈວ່າ “ຂ້ອຍບໍ່ໄດ້ຫາເງິນນີ້ມາຢ່າງມີກຽດ. ຖ້າຜູ້ຄົນຮູ້ ພວກເຂົາຈະຕຳນິຂ້ອຍລັບຫຼັງບໍ? ຂ້ອຍຈະບໍ່ເຮັດແບບນີ້ອີກຢ່າງແນ່ນອນ. ເມື່ອເງິນທີ່ຂ້ອຍໃຊ້ຈ່າຍນັ້ນໄດ້ມາຈາກການເຮັດວຽກໜັກຂອງຂ້ອຍເອງເທົ່ານັ້ນ ຈິດໃຈຂອງຂ້ອຍຈຶ່ງຈະສະຫງົບ ແລະ ເມື່ອນັ້ນເທົ່ານັ້ນ ຂ້ອຍຈຶ່ງຈະນອນຫຼັບໄດ້ໂດຍບໍ່ຝັນຮ້າຍ”. ຫຼັງຈາກທີ່ຫຼອກລວງຄົນອື່ນໄປຄັ້ງໜຶ່ງແບບນີ້ ສິ່ງຕ່າງໆກໍຍາກລຳບາກສຳລັບພວກເຂົາເປັນເວລາດົນນານ; ພວກເຂົານອນບໍ່ຫຼັບ, ກິນເຂົ້າບໍ່ແຊບ ແລະ ພວກເຂົາກໍຮູ້ສຶກບໍ່ສະບາຍໃຈຢູ່ສະເໝີ. ແນ່ນອນວ່າ ໂດຍພື້ນຖານແລ້ວ ຄົນປະເພດນີ້ ແມ່ນບໍ່ມີຢູ່ໃນສັງຄົມ. ສັງຄົມເຕັມໄປດ້ວຍຄົນທີ່ຈັດຢູ່ໃນປະເພດມານຮ້າຍ ແລະ ສັດ; ພວກເຂົາບໍ່ຮູ້ສຶກຫຍັງເລີຍເມື່ອເວົ້າເຖິງການຫຼອກລວງ ແລະ ການຕົ້ມຕຸ໋ນຄົນອື່ນແບບນີ້.

ເຖິງແມ່ນວ່າຄົນທີ່ມີມະໂນທຳ ແລະ ເຫດຜົນຈະພົບພໍ້ກັບເລື່ອງຕ່າງໆທີ່ກ່ຽວຂ້ອງກັບການກິນ, ການດື່ມ ແລະ ການຫາຄວາມສຳລານຢູ່ເລື້ອຍໆກໍຕາມ, ແຕ່ມະໂນທຳ ແລະ ເຫດຜົນຂອງລາວກໍຍັງຈະເຮັດໜ້າທີ່ຂອງມັນຢູ່. ລາວຈະບໍ່ເຮັດຕາມເນື້ອໜັງ ຫຼື ກະແສທີ່ຊົ່ວຮ້າຍເພື່ອປ່ອຍຕົວຕາມຄວາມປາຖະໜາຕ່າງໆຂອງລາວຢ່າງເຕັມທີ່. ແຕ່ກົງກັນຂ້າມ, ບໍ່ວ່າລາວຈະກິນ, ດື່ມ ຫຼື ເພີດເພີນກັບຫຍັງກໍຕາມ, ມັນກໍມີຂີດຈຳກັດ. ລາວຄິດວ່າ “ການກິນອາຫານດີໆ, ການນຸ່ງເຄື່ອງງາມໆ ແລະ ການມີຄວາມສຸກທາງຮ່າງກາຍທີ່ດີທີ່ສຸດລ້ວນແຕ່ເປັນຄວາມວ່າງເປົ່າ. ນີ້ຄືສິ່ງທີ່ຜູ້ຄົນມີຊີວິດຢູ່ເພື່ອມັນແທ້ໆບໍ?” ໃນໃຈຂອງຄົນປະເພດນີ້ ຄວາມສຸກທາງຮ່າງກາຍ, ການກິນ, ການດື່ມ ແລະ ການຫາຄວາມສຳລານ ບໍ່ສາມາດຕອບສະໜອງຄວາມຕ້ອງການໃນໂລກພາຍໃນຂອງລາວໄດ້. ລາວຄິດໃນໃຈວ່າ “ຜູ້ຄົນມັກຈະໄລ່ຕາມການເພີດເພີນກັບສິ່ງດີໆ. ຕອນນີ້ຂ້ອຍກໍໄດ້ເພີດເພີນກັບສິ່ງເຫຼົ່ານັ້ນດ້ວຍຕົນເອງແລ້ວ ແລະ ຂ້ອຍກໍບໍ່ຮູ້ສຶກເຖິງຄວາມສຸກໃດໆເລີຍ. ຄວາມສຸກແມ່ນຫຍັງກັນແທ້? ຄົນເຮົາຄວນດຳລົງຊີວິດແນວໃດເພື່ອໃຫ້ມີຄວາມສຸກທີ່ແທ້ຈິງ? ຂ້ອຍໄດ້ເພີດເພີນກັບການກິນ, ການດື່ມ ແລະ ການຫາຄວາມສຳລານທັງໝົດນີ້ແລ້ວ ພ້ອມທັງຄວາມສຸກທາງຮ່າງກາຍຕ່າງໆ, ນັ້ນບໍ່ແມ່ນສິ່ງທີ່ປະກອບເປັນຊີວິດມະນຸດບໍ? ຊີວິດເປັນແບບນີ້ບໍ? ຖ້າຄົນໃດໜຶ່ງດຳລົງຊີວິດແບບນີ້ໄປຕະຫຼອດຊີວິດ ພຽງເພື່ອໄລ່ຕາມການກິນ, ການດື່ມ ແລະ ການຫາຄວາມສຳລານ ພ້ອມທັງໄລ່ຕາມຄວາມສຸກທາງຮ່າງກາຍ ລາວຈະແຕກຕ່າງຈາກສັດແນວໃດ? ຖ້າມະນຸດກໍດຳລົງຊີວິດພຽງເພື່ອອາຫານສາມຄາບຕໍ່ມື້ຄືກັບສັດ, ບໍ່ເຂົ້າໃຈວ່າຊີວິດແມ່ນຫຍັງ, ຍັງຄົງບໍ່ໄດ້ຖືກຕື່ມເຕັມໃນຄວາມຄິດ, ໂລກຝ່າຍວິນຍານ ແລະ ຈິດໃຈຂອງພວກເຂົາ ພ້ອມທັງບໍ່ເຂົ້າໃຈຫຼາຍສິ່ງຫຼາຍຢ່າງກ່ຽວກັບຊີວິດ, ແລ້ວການທີ່ຄົນຮຸ່ນແລ້ວຮຸ່ນເລົ່າດຳລົງຊີວິດແບບນີ້ຈະມີປະໂຫຍດຫຍັງ?” ເມື່ອຜູ້ຄົນຍັງໜຸ່ມ ພວກເຂົາກໍເຕັມໄປດ້ວຍຄວາມຢາກຮູ້ຢາກເຫັນກ່ຽວກັບໂລກ. ມີຫຼາຍສິ່ງທີ່ພວກເຂົາບໍ່ຮູ້ ແລະ ບໍ່ເຄີຍເຫັນ ພ້ອມທັງຫຼາຍສິ່ງທີ່ພວກເຂົາບໍ່ເຄີຍປະສົບ ແລະ ພວກເຂົາຮູ້ສຶກວ່າຖ້າພວກເຂົາອອກໄປປະເຊີນກັບໂລກກວ້າງ ຊີວິດຂອງພວກເຂົາກໍອາດຈະມີຄວາມສຸກ ແລະ ສົມບູນຫຼາຍ ຫຼື ພວກເຂົາອາດຈະມີຊີວິດທີ່ມະຫັດສະຈັນ ແລະ ບໍ່ຄືໃຜ. ແຕ່ຫຼັງຈາກທີ່ໄດ້ປະສົບກັບສັງຄົມຢ່າງແທ້ຈິງແລ້ວ ພວກເຂົາກໍເຫັນວ່າມະນຸດຊາດດຳລົງຊີວິດແບບນີ້ຮຸ່ນແລ້ວຮຸ່ນເລົ່າ. ຈາກການເປັນຄົນໂງ່ຈ້າ ແລະ ບໍ່ຮູ້ເລື່ອງໃນໄວໜຸ່ມ ໄປສູ່ການທົນທຸກຫຼາຍ ແລະ ໄດ້ຮັບປະສົບການຊີວິດບາງຢ່າງຫຼັງຈາກທີ່ຜ່ານເລື່ອງບາງຢ່າງໃນສັງຄົມ, ນີ້ຄືວິທີທີ່ທຸກຄົນໃຊ້ຊີວິດຂອງຕົນ. ພວກເຂົາທຸກຄົນລ້ວນແຕ່ຜ່ານຂະບວນການຂອງການໄລ່ຕາມອະນາຄົດ, ຊື່ສຽງ ແລະ ຜົນປະໂຫຍດ ພ້ອມທັງການສຸມໃສ່ການກິນ, ການດື່ມ, ການຫາຄວາມສຳລານ ແລະ ຄວາມສຸກທາງຮ່າງກາຍ. ໃນຊ່ວງບັ້ນປາຍຊີວິດຂອງພວກເຂົາ, ເຖິງແມ່ນວ່າພວກເຂົາຈະໄດ້ຮັບປະສົບການຊີວິດບາງຢ່າງກໍຕາມ ແຕ່ພວກເຂົາກໍເບິ່ງຄືວ່າບໍ່ໄດ້ຮັບຫຍັງເລີຍ ພ້ອມທັງບໍ່ເຂົ້າໃຈວ່າຊີວິດແມ່ນຫຍັງ. ມັນບໍ່ຂ້ອນຂ້າງໄຮ້ຄວາມໝາຍບໍ ທີ່ຄົນໃດໜຶ່ງຈະດຳລົງຊີວິດແບບນີ້ໄປຕະຫຼອດຊີວິດ? ຜູ້ຄົນມັກຈະຮູ້ສຶກເຖິງຄວາມວ່າງເປົ່າທີ່ອະທິບາຍບໍ່ໄດ້. ນັ້ນກໍຄື ເມື່ອພວກເຂົາໄຕ່ຕອງກ່ຽວກັບຊີວິດໃນໃຈຂອງພວກເຂົາຢ່າງແທ້ຈິງ ແລະ ພະຍາຍາມຄິດເຖິງບາງສິ່ງທີ່ມີຄວາມໝາຍ ແລະ ມີຄຸນຄ່າ, ພວກເຂົາກໍຄິດຫຍັງບໍ່ອອກ ແລະ ໃຈຂອງພວກເຂົາກໍຮູ້ສຶກວ່າງເປົ່າຢ່າງສິ້ນເຊີງ. ພວກເຂົາບໍ່ຮູ້ວ່າເປັນຫຍັງຈຶ່ງເປັນແບບນີ້ ພ້ອມທັງບໍ່ຮູ້ວ່າໃຈຂອງພວກເຂົາຄວນຕ້ອງການຫຍັງ ຫຼື ໃຈຂອງພວກເຂົາຄວນມີບ່ອນເພິ່ງພີງຢູ່ໃສ. ພວກເຂົາຮູ້ສຶກວ່າພວກເຂົາບໍ່ມີຫຍັງໃຫ້ເພິ່ງພາ ແລະ ພວກເຂົາກໍຮູ້ສຶກສັບສົນຢ່າງເລິກເຊິ່ງ ໂດຍຄິດໃນໃຈວ່າ “ຂ້ອຍໄດ້ປະສົບກັບຫຼາຍສິ່ງຫຼາຍຢ່າງໃນຊີວິດນີ້ ແລະ ຂ້ອຍກໍໄດ້ຊິມລົດຊາດຄວາມຍາກລຳບາກ ແລະ ຄວາມເຈັບປວດຕ່າງໆ. ນີ້ຄືຈຸດຈົບຂອງຊີວິດແທ້ໆບໍ?” ເມື່ອພວກເຂົາເບິ່ງຜູ້ສູງອາຍຸ, ມັນກໍເບິ່ງຄືກັບວ່າພວກເຂົາກໍໄດ້ຜ່ານຊີວິດແບບນີ້ມາເຊັ່ນກັນ. ຈາກນັ້ນ ພວກເຂົາກໍຮູ້ສຶກວ່າຊີວິດຂອງຜູ້ຄົນນັ້ນໄຮ້ຄວາມໝາຍ. ພວກເຂົາໄລ່ຕາມຊື່ສຽງ ແລະ ຜົນປະໂຫຍດ, ສະຖານະ ແລະ ຄວາມສຸກທາງຮ່າງກາຍຢູ່ສະເໝີ. ເມື່ອພວກເຂົາບໍ່ມີສິ່ງເຫຼົ່ານັ້ນ, ພວກເຂົາກໍຕັ້ງໃຈທີ່ຈະເອົາພວກມັນມາໃຫ້ໄດ້; ເມື່ອພວກເຂົາໄດ້ພວກມັນມາແລ້ວ ພວກເຂົາກໍຮູ້ສຶກມີຄວາມສຸກເລັກໜ້ອຍ ແລະ ຍິນດີເລັກໜ້ອຍໃນຊ່ວງເວລາໜຶ່ງ, ແຕ່ໃນໄລຍະຍາວ ພວກເຂົາກໍບໍ່ມີຄວາມສຸກຫຍັງໃຫ້ເວົ້າເຖິງເລີຍ. ຫຼັງຈາກທີ່ດິ້ນລົນມາເກືອບຕະຫຼອດຊີວິດ, ພວກເຂົາກໍຍັງຮູ້ສຶກວ່າງເປົ່າ ໂດຍບໍ່ມີຫຍັງທີ່ຄຸ້ມຄ່າທີ່ຈະຍຶດໝັ້ນໄວ້. ພວກເຂົາຮູ້ສຶກຢູ່ສະເໝີວ່າສອງມືຂອງພວກເຂົາຄວ້າໄດ້ແຕ່ຄວາມວ່າງເປົ່າ ແຕ່ກໍຫວັງວ່າຈະໄດ້ຮັບບາງສິ່ງບາງຢ່າງຈາກມັນ. ພວກເຈົ້າຈະເວົ້າບໍວ່າຄວາມຮູ້ສຶກນີ້ດີ? (ບໍ່). ແລ້ວຄວາມຮູ້ສຶກນີ້ເກີດຂຶ້ນໄດ້ແນວໃດ? (ມັນກໍຄື ການກິນ, ການດື່ມ ແລະ ການຫາຄວາມສຳລານທັງໝົດໃນໂລກນັ້ນ ບໍ່ສາມາດຕອບສະໜອງຄວາມຕ້ອງການພາຍໃນຂອງຜູ້ຄົນໄດ້). ທຸກຄົນຄິດແບບນີ້ບໍ? ຄົນປະເພດໃດທີ່ຄິດແບບນີ້? (ຄົນທີ່ມີມະໂນທຳ ແລະ ເຫດຜົນຄິດແບບນີ້). ບອກເຮົາມາເບິ່ງ ຄົນທີ່ບໍ່ມີຄວາມຄິດ, ບໍ່ມີການຄິດແບບມີເຫດຜົນ ແລະ ເປັນຄົນທີ່ບໍ່ມີຈິດສຳນຶກ ຈະຄິດແບບນີ້ບໍ? (ບໍ່). ຄົນທີ່ບໍ່ມີຈິດສຳນຶກຄືຄົນທີ່ບໍ່ມີມະໂນທຳ ແລະ ເຫດຜົນ; ພວກເຂົາຈັດຢູ່ໃນປະເພດສັດເດຍລະສານ. ພວກເຂົາບໍ່ຄິດກ່ຽວກັບເລື່ອງຂອງຄວາມເປັນມະນຸດເຫຼົ່ານີ້ ພ້ອມທັງບໍ່ຄຳນຶງເຖິງຊີວິດມະນຸດ, ອະນາຄົດ ຫຼື ເສັ້ນທາງທີ່ຈະຍ່າງໄປ. ພວກເຂົາບໍ່ຄຳນຶງເຖິງສິ່ງເຫຼົ່ານີ້ເລີຍ. ຕາບໃດທີ່ພວກເຂົາມີກິນມີດື່ມ ພວກເຂົາກໍພໍໃຈແລ້ວ. ພວກເຂົາພຽງແຕ່ໃຊ້ຊີວິດໄປວັນໆ, ຫາຄວາມສຳລານໄປແຕ່ລະມື້ທີ່ພວກເຂົາມີຊີວິດຢູ່ ແລະ ເພີດເພີນໄປແຕ່ລະມື້ເທົ່າທີ່ພວກເຂົາສາມາດເຮັດໄດ້. ພວກເຂົາບໍ່ຄຳນຶງເຖິງເລື່ອງເຫຼົ່ານີ້ທີ່ກ່ຽວຂ້ອງກັບຊີວິດ. ແລ້ວສິ່ງເຫຼົ່ານີ້ກ່ຽວຂ້ອງຫຍັງກັບມະໂນທຳ ແລະ ເຫດຜົນຂອງຄວາມເປັນມະນຸດ? ຖ້າຄົນໃດໜຶ່ງມີມະໂນທຳ ແລະ ເຫດຜົນ, ລາວກໍຈະສະແດງຄວາມມີເຫດຜົນອອກມາໃນສິ່ງທີ່ລາວເຮັດ. ການມີເຫດຜົນນັ້ນສຳຄັນຫຼາຍສຳລັບຜູ້ຄົນ. ເມື່ອຜູ້ຄົນມີເຫດຜົນ, ຫຼາຍຄັ້ງພວກເຂົາບໍ່ໄດ້ດຳລົງຊີວິດດ້ວຍຄວາມຮູ້ສຶກ ແຕ່ດຳລົງຊີວິດຢ່າງມີເຫດຜົນ ໂດຍດຳລົງຊີວິດຢ່າງມີເຫດຜົນໃນປັດຈຸບັນ. ພວກເຂົາຈະຄຳນຶງວ່າ “ແທ້ຈິງແລ້ວຂ້ອຍໄດ້ຮັບຫຍັງແດ່ໃນຊີວິດນີ້? ຊີວິດນີ້ຄຸ້ມຄ່າທີ່ຈະມີຊີວິດຢູ່ບໍ? ຂ້ອຍໄດ້ເຮັດສິ່ງທີ່ມີຄວາມໝາຍ ແລະ ມີຄຸນຄ່າແດ່ບໍ? ສິ່ງທີ່ຂ້ອຍໄລ່ຕາມນັ້ນແມ່ນສິ່ງທີ່ຂ້ອຍຕ້ອງການຢູ່ພາຍໃນບໍ? ຄວາມຕ້ອງການພາຍໃນຂອງຂ້ອຍໄດ້ຮັບການຕອບສະໜອງແລ້ວບໍ? ຍັງບໍ່ໄດ້ຮັບການຕອບສະໜອງ ແລະ ຂ້ອຍກໍຮູ້ສຶກວ່າງເປົ່າຫຼາຍ. ບໍ່ມີສິ່ງຂອງທາງວັດຖຸໃດໆ ຫຼື ຄວາມຮັກໃນຄອບຄົວ ຫຼື ມິດຕະພາບ ທີ່ຈະສາມາດຕອບສະໜອງຂ້ອຍຢູ່ເລິກໆໃນໃຈໄດ້. ບໍ່ມີສິ່ງໃດເລີຍໃນສິ່ງເຫຼົ່ານີ້ທີ່ເປັນສິ່ງທີ່ຄວາມເປັນມະນຸດຂອງຂ້ອຍຕ້ອງການ”. ພວກເຂົາຈະຄິດກ່ຽວກັບສິ່ງເຫຼົ່ານີ້ຢ່າງມີເຫດຜົນ. ນັ້ນກໍຄື ຍິ່ງພວກເຂົາເຕີບໃຫຍ່ເປັນຜູ້ໃຫຍ່ຫຼາຍສ່ຳໃດ ພວກເຂົາກໍຍິ່ງຈະເບິ່ງສິ່ງເຫຼົ່ານີ້ຢ່າງມີເຫດຜົນຫຼາຍຂຶ້ນສ່ຳນັ້ນ ແລະ ຍິ່ງພວກເຂົາບໍ່ໄດ້ຮັບຄຳຕອບ ພວກເຂົາກໍຍິ່ງຮູ້ສຶກເຈັບປວດຫຼາຍຂຶ້ນສ່ຳນັ້ນ. ກ່ອນທີ່ຈະປະສົບກັບສິ່ງເຫຼົ່ານີ້, ຜູ້ຄົນຈະຕັດສິນ ແລະ ຈິນຕະນາການບາງສິ່ງພາຍໃນຂອບເຂດຂອງເຫດຜົນ ໃນວິທີທີ່ມີການວາງແຜນ ແລະ ໃຊ້ຄວາມມີເຫດຜົນທີ່ປົກກະຕິ. ແຕ່ເມື່ອພວກເຂົາໄດ້ຜ່ານຂະບວນການຂອງສິ່ງເຫຼົ່ານີ້ ແລະ ເບິ່ງກັບໄປແລ້ວ ພວກເຂົາກໍຈະມີເຫດຜົນຫຼາຍຂຶ້ນ. ພວກເຂົາຈະເບິ່ງສິ່ງທີ່ພວກເຂົາໄດ້ປະສົບ ແລະ ສິ່ງທີ່ພວກເຂົາໄດ້ຜ່ານມາຢ່າງມີເຫດຜົນ ແລະ ພວກເຂົາຈະເຫັນວ່າສິ່ງເຫຼົ່ານີ້ລ້ວນແຕ່ເປັນຄວາມວ່າງເປົ່າ ພ້ອມທັງບໍ່ມີແມ່ນແຕ່ສິ່ງດຽວທີ່ມີຄວາມໝາຍເລີຍ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ເພາະວ່າທຸກສິ່ງທີ່ຜູ້ຄົນເຮັດກໍເພື່ອອາຫານ ແລະ ເຄື່ອງນຸ່ງຫົ່ມ, ເພື່ອຮັກສາອາຫານສາມຄາບຕໍ່ມື້ສຳລັບເນື້ອໜັງຂອງພວກເຂົາ ແລະ ເພື່ອປົກປ້ອງຄວາມສຸກທາງຮ່າງກາຍ. ພວກເຂົາຍາດແຍ່ງຊື່ສຽງ ແລະ ຜົນປະໂຫຍດ ພ້ອມທັງແຂ່ງຂັນກັນເອງ. ຖ້າຄົນໃດໜຶ່ງດຳລົງຊີວິດແບບນີ້ໄປຕະຫຼອດຊີວິດພຽງເພື່ອສິ່ງເຫຼົ່ານີ້ ໂດຍດຳລົງຊີວິດຄືກັບສັດ ແລ້ວພວກເຂົາກໍບໍ່ໄດ້ສູງສົ່ງໄປກວ່າສັດຫຼາຍປານໃດ; ການດຳລົງຊີວິດແບບນີ້ບໍ່ມີຄຸນຄ່າຫຍັງເລີຍ. ຄົນທີ່ມີເຫດຜົນຂອງມະນຸດຈະໄຕ່ຕອງກ່ຽວກັບສິ່ງເຫຼົ່ານີ້ໃນໃຈຂອງພວກເຂົາ. ເພາະສະນັ້ນແລ້ວ ເມື່ອພວກເຂົາກ້າວເຂົ້າສູ່ອາຍຸໃດໜຶ່ງ ຮູບແບບການດຳລົງຊີວິດ, ກົດລະບຽບຂອງເກມ ແລະ ວິທີການຈັດການກັບເລື່ອງຕ່າງໆທີ່ຊໍ້າແລ້ວຊໍ້າອີກຢູ່ສະເໝີເຫຼົ່ານີ້ ຈະເຮັດໃຫ້ພວກເຂົາຮູ້ສຶກອິດເມື່ອຍ, ເບື່ອໜ່າຍ, ລັງກຽດ ແລະ ເອືອມລະອາ. ໃນທີ່ສຸດ ພວກເຂົາກໍຈະເກີດຄວາມຮູ້ສຶກວ່າງເປົ່າ ໂດຍຮູ້ສຶກວ່າພວກເຂົາໄດ້ເພີດເພີນ ແລະ ປະສົບກັບສິ່ງທັງໝົດເຫຼົ່ານີ້ ແຕ່ກໍບໍ່ໄດ້ຮັບຫຍັງເລີຍ ພ້ອມທັງບໍ່ໄດ້ຮັບສິ່ງທີ່ແທ້ຈິງ ແລະ ຈັບຕ້ອງໄດ້ໃດໆ ທີ່ຕອບສະໜອງຄວາມຕ້ອງການໃນຄວາມເປັນມະນຸດຂອງພວກເຂົາຢ່າງແທ້ຈິງ. ພາຍໃຕ້ສະຖານະການເຫຼົ່ານີ້, ຄົນທີ່ມີມະໂນທຳ ແລະ ເຫດຜົນຈະສຳຫຼວດ, ສະແຫວງຫາ ແລະ ຄົ້ນຫາຕໍ່ໄປວ່າ: ຊີວິດມະນຸດທີ່ແທ້ຈິງແມ່ນຫຍັງກັນແທ້? ຄົນເຮົາຄວນດຳລົງຊີວິດແນວໃດກັນແທ້? ຄົນສະຫຼາດບາງຄົນຈະຄົ້ນຫາເສັ້ນທາງໃນຊີວິດ ແລະ ພະຍາຍາມຊອກຫາຄວາມເຊື່ອທາງສາສະໜາ. ຢູ່ພາຍໃນບໍລິບົດນີ້ເອງ ທີ່ບາງຄົນໄດ້ເຂົ້າມາໃນເຮືອນຂອງພຣະເຈົ້າ. ພວກເຂົາຄົ້ນພົບວ່າມີພຽງພຣະທຳຂອງພຣະເຈົ້າ ພ້ອມທັງຄວາມຈິງ, ເສັ້ນທາງ ແລະ ຊີວິດທີ່ພຣະເຈົ້າສະໜອງໃຫ້ແກ່ມະນຸດຊາດເທົ່ານັ້ນ ທີ່ສາມາດຕອບສະໜອງຄວາມຕ້ອງການຂອງພວກເຂົາໄດ້. ເມື່ອພວກເຂົາສຳຫຼວດຄຳຖາມຕ່າງໆ ເຊັ່ນ: ຄຸນຄ່າ ແລະ ຄວາມໝາຍຂອງຊີວິດແມ່ນຫຍັງ, ມີພຽງພຣະທຳຂອງພຣະເຈົ້າເທົ່ານັ້ນທີ່ສາມາດໃຫ້ຄຳຕອບແກ່ພວກເຂົາໄດ້. ເມື່ອນັ້ນເທົ່ານັ້ນ ພວກເຂົາຈຶ່ງເກີດຄວາມຫິວກະຫາຍຕໍ່ພຣະທຳຂອງພຣະເຈົ້າ ແລະ ຕໍ່ມາກໍຍອມຮັບພຣະທຳຂອງພຣະເຈົ້າ ພ້ອມທັງກ້າວໄປອີກຂັ້ນໜຶ່ງເພື່ອອ່ອນນ້ອມຕໍ່ພຣະທຳເຫຼົ່ານັ້ນ. ຄວາມຫິວກະຫາຍ, ການຍອມຮັບ ແລະ ການອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າຂອງພວກເຂົາ ລ້ວນແຕ່ອີງໃສ່ປະສົບການຊີວິດຂອງພວກເຂົາ ແລະ ເກີດຈາກການໄຕ່ຕອງຂອງພວກເຂົາກ່ຽວກັບບາງສິ່ງທີ່ພວກເຂົາໄດ້ປະສົບມາໃນຊີວິດ.

ພວກເຈົ້າຮູ້ສຶກວ່າສິ່ງທີ່ພວກເຮົາຫາກໍໂອ້ລົມກັນໄປນັ້ນເປັນນາມມະທຳບໍ? ພວກເຈົ້າສາມາດເຂົ້າໃຈມັນໄດ້ບໍ? (ບໍ່ເປັນນາມມະທຳ. ພວກຂ້ານ້ອຍສາມາດເຂົ້າໃຈໄດ້). ເນື້ອໃນນີ້ບໍ່ເປັນນາມມະທຳ ແລະ ບໍ່ວ່າງເປົ່າ; ມັນລ້ວນແຕ່ເປັນສິ່ງທີ່ຜູ້ຄົນສາມາດເບິ່ງເຫັນ ແລະ ສຳຜັດໄດ້ໃນຊີວິດຈິງ. ຖ້າຄົນໃດໜຶ່ງຄິດວ່າການໂອ້ລົມກ່ຽວກັບມະໂນທຳ ແລະ ເຫດຜົນຂອງຄວາມເປັນມະນຸດນັ້ນຕັດຂາດຈາກຊີວິດຈິງ ແລະ ຮູ້ສຶກວ່າເນື້ອໃນນີ້ວ່າງເປົ່າ ແລະ ເປັນນາມມະທຳຫຼາຍ ຄືກັບວ່າມັນເປັນສິ່ງທີ່ເກີດຂຶ້ນໃນອີກໂລກໜຶ່ງ ແລະ ຫ່າງໄກຈາກຜູ້ຄົນຫຼາຍເກີນໄປ, ແລ້ວຄົນຜູ້ນັ້ນກໍມີບັນຫາ ແມ່ນບໍ? ເຈົ້າບໍ່ເຂົ້າໃຈເລື່ອງທີ່ກ່ຽວຂ້ອງກັບການປະພຶດຕົນ ແລະ ໃນການປະພຶດຕົນຂອງເຈົ້ານັ້ນ ເຈົ້າກໍບໍ່ມີມະໂນທຳ ຫຼື ເຫດຜົນໃດໆເລີຍ. ແລ້ວເຈົ້າເປັນຫຍັງກັນແທ້, ເປັນມານຮ້າຍ ຫຼື ເປັນສັດກັນແທ້? ມັນກໍເວົ້າໄດ້ຍາກວ່າເປັນຫຍັງແທ້, ແຕ່ເຖິງແນວໃດກໍຕາມ ເຈົ້າກໍບໍ່ແມ່ນມະນຸດ. ຄົນທີ່ມີມະໂນທຳ ແລະ ເຫດຜົນສາມາດຮັບຮູ້ ແລະ ເຊື່ອມໂຍງກັບຄວາມຄິດ ຫຼື ການສະແດງອອກທີ່ກ່ຽວຂ້ອງກັບມະໂນທຳ ແລະ ເຫດຜົນຂອງຄວາມເປັນມະນຸດໄດ້. ຖ້າຄົນໃດໜຶ່ງບໍ່ສາມາດເຊື່ອມໂຍງກັບຄວາມຄິດ ຫຼື ການສະແດງອອກທີ່ເປັນບວກເຫຼົ່ານີ້ ແຕ່ສາມາດເຊື່ອມໂຍງກັບສິ່ງທີ່ເປັນລົບໄດ້, ມັນກໍສະແດງໃຫ້ເຫັນວ່າລາວບໍ່ມີມະໂນທຳ ຫຼື ເຫດຜົນຢູ່ພາຍໃນຕົວລາວເລີຍ. ບາງຄົນທີ່ບໍ່ມີມະໂນທຳ ແລະ ເຫດຜົນເຖິງກັບຮູ້ສຶກລັງກຽດຢ່າງເລິກເຊິ່ງຕໍ່ຄວາມຄິດ ແລະ ມຸມມອງ ພ້ອມທັງວິທີການປະພຶດຕົນທີ່ກ່ຽວຂ້ອງກັບມະໂນທຳ ແລະ ເຫດຜົນຂອງຄວາມເປັນມະນຸດ ໂດຍຮູ້ສຶກວ່າສິ່ງເຫຼົ່ານັ້ນເປັນຕາໜ້າອັບອາຍ, ໜ້າລັງກຽດ ຫຼື ໜ້າດູຖູກ, ຄົນເຫຼົ່ານີ້ຄືຄົນທີ່ບໍ່ມີຄຸນສົມບັດຂອງຄວາມເປັນມະນຸດ. ຄົນທີ່ບໍ່ມີຄຸນສົມບັດຂອງຄວາມເປັນມະນຸດຈະຮູ້ສຶກລັງກຽດຢ່າງຮຸນແຮງຕໍ່ການສະແດງອອກຂອງມະໂນທຳ ແລະ ເຫດຜົນຂອງຄວາມເປັນມະນຸດ ແລະ ພວກເຂົາຍັງບໍ່ສາມາດຮັບຮູ້ເຖິງຄວາມຄິດ, ພຶດຕິກຳ ແລະ ຫຼັກການຂອງການປະຕິບັດທີ່ສະເພາະເຈາະຈົງຕ່າງໆ ເຊິ່ງສະແດງອອກໂດຍຄວາມເປັນມະນຸດຂອງຄົນທີ່ມີມະໂນທຳ ແລະ ເຫດຜົນອີກດ້ວຍ. ເນື່ອງຈາກພວກເຂົາບໍ່ແມ່ນຄົນປະເພດດຽວກັນ, ພວກເຂົາຈຶ່ງບໍ່ສາມາດຮັບຮູ້ສິ່ງເຫຼົ່ານັ້ນໄດ້. ບອກເຮົາມາເບິ່ງ ສັດສາມາດເຂົ້າໃຈໄດ້ບໍວ່າຜູ້ຄົນກະທຳຕາມຫຼັກການໃດ ຫຼື ເປັນຫຍັງພວກເຂົາຈຶ່ງກະທຳແບບນັ້ນ? (ບໍ່). ສັດບໍ່ຮູ້. ສັດຮູ້ຫຍັງແດ່? ພວກມັນຮູ້ວ່າຕ້ອງເຮັດຫຍັງ ແລະ ຕ້ອງເຮັດຕອນໃດ, ພຽງແຕ່ສິ່ງທີ່ຕາຍຕົວເຫຼົ່ານັ້ນ: ເວລາໃດຄວນກິນ, ຫຼິ້ນດົນປານໃດ ແລະ ໂດຍປົກກະຕິແລ້ວເຈົ້າຂອງພາພວກມັນໄປໃສ. ສ່ວນເຫດຜົນທີ່ວ່າເປັນຫຍັງເຈົ້າຂອງຈຶ່ງພາພວກມັນໄປບ່ອນນັ້ນ ຫຼື ເປັນຫຍັງຈຶ່ງບໍ່ພາໄປ, ສິ່ງເຫຼົ່ານີ້ແມ່ນສິ່ງທີ່ພວກມັນບໍ່ຮູ້. ພວກມັນຍັງບໍ່ຮູ້ອີກວ່າເປັນຫຍັງປະລິມານອາຫານທີ່ພວກມັນໄດ້ຮັບຈຶ່ງແຕກຕ່າງກັນລະຫວ່າງລະດູໜາວ ແລະ ລະດູຮ້ອນ, ພ້ອມທັງບໍ່ຮູ້ເຖິງເຈດຕະນາຂອງເຈົ້າຂອງທີ່ຢູ່ເບື້ອງຫຼັງທຸກສິ່ງທີ່ພວກເຂົາເຮັດໃຫ້ພວກມັນ. ພວກມັນຮູ້ພຽງແຕ່ວ່າ “ເຖິງແນວໃດກໍຕາມ ເຈົ້າຂອງກໍດີຕໍ່ຂ້ອຍ. ເຈົ້າຂອງໃຫ້ອາຫານແຊບໆແກ່ຂ້ອຍທຸກມື້ ພ້ອມທັງຢູ່ເປັນໝູ່ ແລະ ປົກປ້ອງຂ້ອຍ. ລາວດີຕໍ່ຂ້ອຍ, ດັ່ງນັ້ນ ລາວຈຶ່ງເປັນເຈົ້າຂອງຂອງຂ້ອຍ. ຄົນອື່ນບໍ່ໃຫ້ອາຫານຂ້ອຍ ຫຼື ບໍ່ປະຕິບັດຕໍ່ຂ້ອຍເປັນຢ່າງດີ, ດັ່ງນັ້ນ ພວກເຂົາຈຶ່ງບໍ່ແມ່ນເຈົ້າຂອງຂອງຂ້ອຍ ແລະ ຂ້ອຍກໍບໍ່ສະໜິດກັບພວກເຂົາເຊັ່ນກັນ”. ສັດຮູ້ພຽງແຕ່ສິ່ງງ່າຍໆເຫຼົ່ານີ້ເທົ່ານັ້ນ. ໃນທຳນອງດຽວກັນ, ຄົນທີ່ຈັດຢູ່ໃນປະເພດຂອງສັດຈະບໍ່ມີວັນສາມາດເຂົ້າໃຈ ຫຼື ຈັບໃຈຄວາມເລື່ອງເຫຼົ່ານີ້ທີ່ກ່ຽວຂ້ອງກັບຄວາມເປັນມະນຸດ, ການປະພຶດຕົນ ພ້ອມທັງຄວາມຄິດ ແລະ ມຸມມອງໄດ້. ເຖິງແມ່ນວ່າເຈົ້າຈະສອນພວກເຂົາກໍຕາມ, ສິ່ງທີ່ພວກເຂົາຈະຮຽນຮູ້ຈາກເຈົ້າກໍເປັນພຽງຫຼັກຄຳສອນເທົ່ານັ້ນ. ແຕ່ການເຂົ້າໃຈບາງສິ່ງໃນແງ່ຂອງຫຼັກຄຳສອນນັ້ນບໍ່ແມ່ນການເຂົ້າໃຈມັນຢ່າງແທ້ຈິງ; ພວກເຂົາບໍ່ເຂົ້າໃຈຄວາມໝາຍທີ່ແຝງຢູ່ ພ້ອມທັງບໍ່ເຂົ້າໃຈຄຸນຄ່າຂອງສິ່ງທີ່ເຈົ້າສອນພວກເຂົາ. ເພາະສະນັ້ນແລ້ວ ຄົນທີ່ຈັດຢູ່ໃນປະເພດຂອງສັດຈຶ່ງບໍ່ສາມາດເຂົ້າໃຈໄດ້ ເມື່ອມີການເວົ້າເຖິງເລື່ອງທີ່ກ່ຽວຂ້ອງກັບມະໂນທຳ ແລະ ເຫດຜົນຂອງຄວາມເປັນມະນຸດ. ມານຮ້າຍສາມາດເຂົ້າໃຈສິ່ງເຫຼົ່ານີ້ທາງຫຼັກຄຳສອນໄດ້ ແຕ່ພວກເຂົາບໍ່ຍອມຮັບສິ່ງເຫຼົ່ານັ້ນ. ພວກເຂົາຮູ້ສຶກລັງກຽດ ແລະ ກຽດຊັງຄຳກ່າວເຫຼົ່ານີ້ ໂດຍຄິດວ່າເຈົ້າກຳລັງເວົ້າແຕ່ຄຳເວົ້າທີ່ຟັງເບິ່ງສູງສົ່ງແຕ່ປະຕິບັດບໍ່ໄດ້ ແລະ ຄິດວ່າສິ່ງເຫຼົ່ານີ້ແມ່ນຄຳກ່າວທີ່ຕັດຂາດຈາກຊີວິດຈິງຂອງມະນຸດຊາດ. ບໍ່ວ່າຈະເປັນຍ້ອນພວກເຂົາບໍ່ຍອມຮັບ ຫຼື ຍ້ອນພວກເຂົາບໍ່ສາມາດເຂົ້າໃຈໄດ້ກໍຕາມ, ເຮົາບໍ່ໄດ້ເວົ້າສິ່ງເຫຼົ່ານີ້ກ່ຽວກັບການປະພຶດຕົນໃຫ້ຜູ້ທີ່ຈັດຢູ່ໃນປະເພດມານຮ້າຍ ຫຼື ສັດຟັງ. ຖ້າພວກເຂົາເຕັມໃຈທີ່ຈະຍອມຮັບສິ່ງເຫຼົ່ານັ້ນເປັນຫຼັກຄຳສອນ, ນັ້ນກໍບໍ່ເປັນຫຍັງ; ຖ້າພວກເຂົາບໍ່ເຕັມໃຈ ເຮົາກໍບໍ່ວ່າຫຍັງ. ຜູ້ຄົນຖືກຈັດຕາມປະເພດຂອງພວກເຂົາ, ບໍ່ສາມາດບັງຄັບກັນໄດ້. ບໍ່ວ່າການຖືກກຳນົດປະເພດຂອງເຈົ້າຈະເປັນແນວໃດກໍຕາມ, ສິ່ງນັ້ນກໍຈະຕັດສິນສິ່ງທີ່ເຈົ້າມັກ. ຖ້າເຈົ້າບໍ່ມີຄວາມເປັນມະນຸດ ແລະ ບໍ່ໄດ້ຈັດຢູ່ໃນປະເພດມະນຸດຊາດ ແລ້ວເຈົ້າກໍຈະບໍ່ເຂົ້າໃຈພຣະທຳທີ່ກ່ຽວຂ້ອງກັບຄວາມຈິງ ແລະ ເຈົ້າກໍຈະບໍ່ເຕັມໃຈທີ່ຈະຍ່າງໃນເສັ້ນທາງທີ່ມະນຸດຄວນຍ່າງ. ມີພຽງຜູ້ທີ່ຈັດຢູ່ໃນປະເພດຂອງມະນຸດເທົ່ານັ້ນທີ່ຈະເຕັມໃຈຟັງຫົວຂໍ້ເຫຼົ່ານີ້ທີ່ກ່ຽວຂ້ອງກັບການປະພຶດຕົນ ແລະ ຄວາມຈິງ. ຖ້າບາງຄົນບໍ່ເຕັມໃຈທີ່ຈະຟັງ ແລະ ຮັບເອົາມັນບໍ່ໄດ້, ພວກເຂົາກໍບໍ່ຈຳເປັນຕ້ອງຟັງ. ຄົນແບບນັ້ນບໍ່ໄດ້ຈັດຢູ່ໃນປະເພດຂອງມະນຸດ ແລະ ຄວາມຈິງກໍບໍ່ໄດ້ມີໄວ້ເພື່ອເວົ້າໃຫ້ພວກເຂົາຟັງ.

ພວກເຮົາຫາກໍກ່າວເຖິງວ່າ ສຳລັບຄົນທີ່ມີມະໂນທຳ ແລະ ເຫດຜົນໃນຄວາມເປັນມະນຸດຂອງພວກເຂົາ, ເມື່ອເວົ້າເຖິງຄວາມຕ້ອງການທາງຮ່າງກາຍໃນຊີວິດຂອງພວກເຂົາ ເຊັ່ນ: ການກິນ, ການດື່ມ ແລະ ການຫາຄວາມສຳລານ, ເມື່ອພວກເຂົາປະສົບ ແລະ ພົບພໍ້ກັບສິ່ງເຫຼົ່ານີ້ຫຼາຍຂຶ້ນ ພວກເຂົາກໍຈະໄຕ່ຕອງກ່ຽວກັບສິ່ງເຫຼົ່ານີ້ຢູ່ສະເໝີ. ຍິ່ງພວກເຂົາປະສົບກັບການກິນ, ການດື່ມ, ການຫາຄວາມສຳລານ ແລະ ຄວາມສຸກທາງກາຍໃນຊີວິດຫຼາຍສ່ຳໃດ ພວກເຂົາກໍຍິ່ງຮູ້ສຶກໃນໃຈວ່າສິ່ງເຫຼົ່ານີ້ໄຮ້ຄວາມໝາຍ ແລະ ວ່າງເປົ່າຫຼາຍຂຶ້ນສ່ຳນັ້ນ. ເຖິງແມ່ນວ່າພວກເຂົາຈະບໍ່ສາມາດເຊົາການດຳລົງຊີວິດແບບນີ້ໄດ້, ແຕ່ພວກເຂົາກໍບໍ່ພົບຄວາມສຸກໃນສິ່ງນັ້ນ; ກົງກັນຂ້າມ ພວກເຂົາພັດຮູ້ສຶກໝົດຫົນທາງຫຼາຍ. ສະພາບນີ້ຍິ່ງຊຸກຍູ້ໃຫ້ພວກເຂົາສະແຫວງຫາເພື່ອທຳຄວາມເຂົ້າໃຈຄຳຖາມຕ່າງໆ ເຊັ່ນ: ຄວາມໝາຍຂອງຊີວິດ ແລະ ເຫດຜົນທີ່ຜູ້ຄົນມີຊີວິດຢູ່. ເພາະສະນັ້ນແລ້ວ ເມື່ອພວກເຂົາຍອມຮັບວຽກງານຂອງພຣະເຈົ້າ ແລະ ໄດ້ຮັບຄຳຕອບສຳລັບຄຳຖາມເຫຼົ່ານີ້, ພວກເຂົາກໍຮູ້ສຶກເຖິງຄວາມເພິ່ງພໍໃຈຢ່າງຍິ່ງໃນໃຈຂອງພວກເຂົາ ແລະ ຄິດວ່ານີ້ຄືເສັ້ນທາງທີ່ຖືກຕ້ອງຢ່າງແທ້ຈິງໃນຊີວິດມະນຸດ. ເມື່ອຄົນແບບນັ້ນຍອມຮັບການສະໜອງຄວາມຈິງແຫ່ງພຣະທຳຂອງພຣະເຈົ້າ ລາວກໍຮູ້ສຶກວ່າສິ່ງທີ່ເປັນບວກຕ່າງໆ ແລະ ຂໍ້ກຳນົດຕ່າງໆສຳລັບຜູ້ຄົນທີ່ຖືກກ່າວເຖິງໃນພຣະທຳຂອງພຣະເຈົ້ານັ້ນ ຕອບສະໜອງໄດ້ຢ່າງສົມບູນ ຫຼື ສອດຄ່ອງກັບຄວາມຕ້ອງການພາຍໃນຄວາມເປັນມະນຸດຂອງລາວໃນລະດັບໃດໜຶ່ງ. ເພາະສະນັ້ນແລ້ວ ລາວຈຶ່ງຈະຍອມຮັບພຣະທຳຂອງພຣະເຈົ້າ ແລະ ຂໍ້ກຳນົດຂອງພຣະເຈົ້າສຳລັບຜູ້ຄົນຢ່າງເຕັມໃຈ; ລາວເຊື່ອວ່ານີ້ຄືເສັ້ນທາງທີ່ຜູ້ຄົນຄວນຍ່າງຢ່າງແທ້ຈິງ ແລະ ສິ່ງເຫຼົ່ານີ້ຄືຫຼັກການໃນການປະພຶດຕົນທີ່ຜູ້ຄົນຄວນມີຢ່າງແທ້ຈິງ. ເນື່ອງຈາກລາວມີຄວາມຕ້ອງການ ແລະ ການພິຈາລະນາແບບນັ້ນ, ພຣະທຳຂອງພຣະເຈົ້າຈຶ່ງເປັນການສະໜອງຂອງລາວ ແລະ ສາມາດກາຍເປັນຄວາມຊ່ວຍເຫຼືອທີ່ທັນເວລາຂອງລາວໄດ້. ເມື່ອລາວຍອມຮັບການສະໜອງແຫ່ງພຣະທຳຂອງພຣະເຈົ້າແລ້ວ ລາວກໍຈະມີຄວາມປາຖະໜາ ແລະ ຄວາມຕັ້ງໃຈທີ່ຈະຕອບສະໜອງພຣະເຈົ້າ ແລະ ກາຍເປັນມະນຸດທີ່ແທ້ຈິງຕາມຂໍ້ກຳນົດຂອງພຣະເຈົ້າ. ຕົວຢ່າງ: ຄົນຊອບທຳທີ່ພຣະເຈົ້າກ່າວເຖິງ ເຊັ່ນ: ໂນອາ, ອັບຣາຮາມ, ໂຢບ ແລະ ເປໂຕ ເລື່ອງລາວກ່ຽວກັບວິທີທີ່ພວກເຂົາອ່ອນນ້ອມຕໍ່ພຣະເຈົ້າ ແລະ ຍອມຮັບພຣະບັນຊາຂອງພຣະອົງນັ້ນ ແມ່ນສິ່ງທີ່ຄົນປະເພດນີ້ໂຫຍຫາ ແລະ ຊື່ນຊົມໃນໃຈຂອງລາວເປັນພິເສດ. ລາວຫວັງວ່າມື້ໜຶ່ງລາວກໍຈະສາມາດມີການອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງ ແລະ ຢ່າງເດັດຂາດໄດ້ເຊັ່ນກັນ ຄືກັນກັບໂນອາ, ອັບຣາຮາມ ແລະ ຄົນອື່ນໆ ແລະ ລາວຍັງຄາດຫວັງວ່າມື້ໜຶ່ງລາວຈະສາມາດໄດ້ຮັບການຮັບຮອງຈາກພຣະເຈົ້າ ແລະ ກາຍເປັນໜຶ່ງໃນຄົນຊອບທຳທີ່ພຣະເຈົ້າກ່າວເຖິງ. ລາວໂຫຍຫາທີ່ຈະເປັນຄົນດີ, ເປັນຄົນຊອບທຳ. ເລື່ອງລາວຂອງຄົນຊອບທຳເຫຼົ່ານີ້ທີ່ພຣະເຈົ້າເລົ່າໄດ້ເຮັດໃຫ້ລາວຊາບຊຶ້ງຢ່າງເລິກເຊິ່ງ ແລະ ໃຈຂອງລາວກໍມັກຈະຊາບຊຶ້ງ ແລະ ໄດ້ຮັບແຮງບັນດານໃຈຈາກເລື່ອງລາວຂອງບຸກຄົນເຫຼົ່ານັ້ນ ແລະ ຈາກທັດສະນະຄະຕິທີ່ພວກເຂົາມີຕໍ່ພຣະເຈົ້າ. ເນື່ອງຈາກລາວມີຄຸນສົມບັດຂອງມະໂນທຳ ແລະ ເຫດຜົນໃນຄວາມເປັນມະນຸດຂອງລາວ, ລາວຈຶ່ງສາມາດເອົາບຸກຄົນເຫຼົ່ານີ້ທີ່ຖືກກ່າວເຖິງໃນພຣະທຳຂອງພຣະເຈົ້າເປັນແບບຢ່າງ ແລະ ເປັນຕົວຢ່າງເພື່ອຮຽນແບບ; ສິ່ງນີ້ຍັງເປັນສັນຍານທີ່ບົ່ງບອກວ່າລາວມີມະໂນທຳ ແລະ ເຫດຜົນອີກດ້ວຍ. ແນ່ນອນວ່າ ການສະແດງອອກປະເພດນີ້ຍັງເປັນເງື່ອນໄຂພື້ນຖານສຳລັບຄົນຜູ້ໜຶ່ງທີ່ຈະສາມາດຍອມຮັບ ແລະ ອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າ ພ້ອມທັງໄດ້ຮັບການເຮັດໃຫ້ບໍລິສຸດ ແລະ ຖືກຊ່ວຍໃຫ້ລອດພົ້ນໄດ້. ຢ່າງໜ້ອຍທີ່ສຸດ ຖ້າຕັດສິນຈາກການສະແດງອອກຂອງຄົນແບບນັ້ນ ແລະ ສິ່ງທີ່ລາວເຜີຍອອກມາໃນລະຫວ່າງຂະບວນການມີປະສົບການກັບຊີວິດ, ລາວກໍບໍ່ໄດ້ມຶນຊາ ແລະ ໄຮ້ຄວາມຮູ້ສຶກ. ລາວບໍ່ແມ່ນຄົນທີ່ບໍ່ມີຄວາມຄິດ ທັງບໍ່ແມ່ນຄົນທີ່ບໍ່ມີມຸມມອງໃດໆກ່ຽວກັບການດຳລົງຊີວິດ, ຄວາມເປັນຈິງ ຫຼື ສິ່ງຕ່າງໆ ເຊັ່ນ: ການກິນ, ການດື່ມ ແລະ ການຫາຄວາມສຳລານ. ລາວມີຄວາມຄິດເຫັນ, ລາວມີມຸມມອງຂອງລາວເອງ ແລະ ຍິ່ງໄປກວ່ານັ້ນກໍຄື ລາວມີຄວາມຄິດ ແລະ ມຸມມອງທີ່ເປັນບວກ. ນັ້ນກໍຄື ລາວບໍ່ໄດ້ມຶນຊາ ແລະ ໄຮ້ຄວາມຮູ້ສຶກຕໍ່ສິ່ງຕ່າງໆໃນຊີວິດ ແຕ່ກົງກັນຂ້າມ ລາວຄິດກ່ຽວກັບສິ່ງເຫຼົ່ານັ້ນ. ໂດຍສະເພາະຫຼັງຈາກທີ່ປະສົບກັບຄວາມຍາກລຳບາກ, ອຸປະສັກ ແລະ ຄວາມລົ້ມເຫຼວທຸກປະເພດ ພ້ອມທັງໄດ້ສຳຜັດກັບຄວາມສຸກ ແລະ ຄວາມທຸກໂສກຂອງຊີວິດ ລາວກໍຍິ່ງຮູ້ສຶກວ່າຊີວິດຂອງລາວວ່າງເປົ່າ ແລະ ໄຮ້ຄ່າ ຖ້າມັນຍັງຄົງດຳເນີນຕໍ່ໄປແບບນີ້; ຖ້າລາວພຽງແຕ່ຜ່ານໂລກນີ້ໄປ ແລະ ປະພຶດຕົນແບບນີ້, ມັນກໍຈະບໍ່ມີຄຸນຄ່າ ແລະ ໄຮ້ຄວາມໝາຍ ແລະ ໃນທີ່ສຸດແລ້ວ ລາວກໍຈະບໍ່ໄດ້ຮັບຫຍັງເລີຍຈາກການປະພຶດຕົນດ້ວຍວິທີນີ້. ລາວຈະຮູ້ສຶກບໍ່ເຕັມໃຈທີ່ຈະຍອມຮັບສິ່ງນີ້ ແລະ ພົບວ່າມັນເປັນຕາເຫຼືອເຊື່ອ: “ນີ້ຄືວິທີທີ່ຜູ້ຄົນຄວນດຳລົງຊີວິດຢ່າງແທ້ຈິງ ໂດຍໃຊ້ຊີວິດແບບນີ້ໄປຕະຫຼອດຊີວິດບໍ? ການທີ່ຄົນຮຸ່ນແລ້ວຮຸ່ນເລົ່າດຳລົງຊີວິດແບບນີ້ມີປະໂຫຍດຫຍັງ?” ເຈົ້າເຫັນບໍ ເຖິງແມ່ນວ່າໃນທີ່ສຸດແລ້ວລາວຈະບໍ່ໄດ້ຂໍ້ສະຫຼຸບກ່ຽວກັບວິທີທີ່ຜູ້ຄົນຄວນດຳລົງຊີວິດກໍຕາມ ແຕ່ຢ່າງໜ້ອຍທີ່ສຸດລາວກໍຄິດກ່ຽວກັບມັນ. ລາວບໍ່ໄດ້ໝົກມຸ້ນຢູ່ກັບການກິນ, ການດື່ມ, ການຫາຄວາມສຳລານ ແລະ ການເພີດເພີນກັບຄວາມສະດວກສະບາຍທາງເນື້ອໜັງ, ຄວາມອົບອຸ່ນໃນຄອບຄົວ ຫຼື ຄວາມສຸກຂອງຊີວິດຄອບຄົວ ໂດຍພຽງແຕ່ໃຊ້ຊີວິດໄປແຕ່ລະມື້ຢ່າງເລື່ອນລອຍ. ທັດສະນະຄະຕິທີ່ລາວມີຕໍ່ຊີວິດບໍ່ແມ່ນການພຽງແຕ່ໃຊ້ຊີວິດໄປວັນໆຢ່າງເດັດຂາດ ເພາະວ່າເມື່ອຖືກຄວບຄຸມໂດຍເຫດຜົນແລ້ວ ລາວຈຶ່ງມັກຈະໄຕ່ຕອງ. ສິ່ງຕ່າງໆ ເຊັ່ນ: ການກິນ, ການດື່ມ, ການຫາຄວາມສຳລານ ແລະ ຄວາມສຸກທາງກາຍຈະບໍ່ຕອບສະໜອງຄວາມຕ້ອງການໃນໃຈຂອງລາວຢ່າງເດັດຂາດ. ພາຍໃຕ້ສະຖານະການເຫຼົ່ານີ້, ລາວຈະຄົ້ນຫາສິ່ງທີ່ສາມາດຕອບສະໜອງຄວາມຕ້ອງການໃນໃຈຂອງລາວໄດ້. ໃນທີ່ສຸດແລ້ວ ມີພຽງແຕ່ພຣະທຳຂອງພຣະເຈົ້າ ແລະ ວຽກງານຂອງພຣະເຈົ້າເທົ່ານັ້ນທີ່ສາມາດໃຫ້ຄຳຕອບສຳລັບຄຳຖາມກ່ຽວກັບຊີວິດເຫຼົ່ານີ້ທີ່ລາວໄຕ່ຕອງ ແລະ ຕອບສະໜອງຄວາມຕ້ອງການໃນໃຈຂອງລາວໄດ້.

ຖ້າຄົນໃດໜຶ່ງພຽງແຕ່ໃຊ້ຊີວິດຂອງລາວແບບນີ້ໄປມື້ແລ້ວມື້ເລົ່າ, ປີແລ້ວປີເລົ່າ ໂດຍບໍ່ເຄີຍພິຈາລະນາວ່າລາວຄວນຍ່າງໃນເສັ້ນທາງໃດ ຫຼື ລາວຄວນດຳລົງຊີວິດແນວໃດ; ຖ້າຫຼັງຈາກທີ່ປະສົບກັບອຸປະສັກ, ຄວາມລົ້ມເຫຼວ, ຄວາມຍາກລຳບາກ ແລະ ຄວາມລຳບາກຍາກແຄ້ນ ພ້ອມທັງໄດ້ສຳຜັດກັບຄວາມສຸກ ແລະ ຄວາມທຸກໂສກຂອງຊີວິດແລ້ວ ລາວກໍຍັງບໍ່ພິຈາລະນາສິ່ງເຫຼົ່ານີ້ເລີຍ, ບໍ່ມີມຸມມອງກ່ຽວກັບຊີວິດ ຫຼື ວິທີການປະພຶດຕົນ ແລະ ຍັງຄົງໄລ່ຕາມຊື່ສຽງ, ຜົນປະໂຫຍດ, ສະຖານະ ແລະ ຄວາມສຸກ ເຖິງກັບກະຕືລືລົ້ນເປັນພິເສດທີ່ຈະເຂົ້າຮ່ວມໃນກະແສທີ່ຊົ່ວຮ້າຍຕ່າງໆ ແລະ ລາວບໍ່ມີຄວາມຮັບຮູ້, ບໍ່ຮູ້ສຶກທຸກໃຈ ຫຼື ເຈັບປວດ ແລະ ບໍ່ຮູ້ສຶກວ່າການດຳລົງຊີວິດແບບນີ້ເປົ່າວ່າງ, ຄົນແບບນັ້ນກໍບໍ່ແມ່ນມະນຸດຢ່າງແນ່ນອນ. ຖ້າລາວເປັນມະນຸດ, ເມື່ອລາວຮອດອາຍຸໃດໜຶ່ງ ລາວກໍຈະຄິດກ່ຽວກັບຄຳຖາມເຫຼົ່ານີ້ທີ່ກ່ຽວຂ້ອງກັບຊີວິດ. ບາງຄົນເລີ່ມໄຕ່ຕອງເລື່ອງຂອງຊີວິດໃນຊ່ວງທີ່ພວກເຂົາອາຍຸໄດ້ຊາວປີ: “ຄົນຮຸ່ນພໍ່ຕູ້ແມ່ຕູ້ຂອງຂ້ອຍ ແລະ ຄົນຮຸ່ນພໍ່ແມ່ຂອງຂ້ອຍລ້ວນແຕ່ດຳລົງຊີວິດແບບນັ້ນ. ຂ້ອຍກໍຈະດຳລົງຊີວິດຄືກັບພວກເພິ່ນ ໂດຍການແຕ່ງງານ ແລະ ມີລູກເມື່ອຮອດອາຍຸໃດໜຶ່ງ ແລະ ນັ້ນກໍຄືທັງໝົດສຳລັບຊີວິດຂອງຂ້ອຍບໍ? ຂ້ອຍມີຊີວິດຢູ່ພຽງເພື່ອລ້ຽງດູລູກ ແລະ ສືບພັນແທ້ໆບໍ? ຖ້າຄົນຜູ້ໜຶ່ງໃຊ້ຊີວິດແບບນັ້ນຕະຫຼອດຊີວິດ, ມັນກໍໄຮ້ຄວາມໝາຍ. ຖ້າຮຸ່ນສູ່ຮຸ່ນໃຊ້ຊີວິດແບບນີ້, ມັນກໍຍັງບໍ່ເປົ່າວ່າງບໍ?” ພວກເຂົາຮູ້ສຶກໃນໃຈລາງໆວ່າອະນາຄົດນັ້ນເປົ່າວ່າງ ແລະ ບໍ່ແນ່ນອນ. ພວກເຂົາຮູ້ສຶກວ່າ “ຖ້າຄົນຜູ້ໜຶ່ງພຽງແຕ່ສະແຫວງຫາການກິນ, ການດື່ມ, ການຫາຄວາມສຳລານ ແລະ ຄວາມສຸກທາງກາຍຕະຫຼອດຊີວິດຂອງລາວ ແລະ ຈາກນັ້ນກໍມີລູກ ແລະ ລ້ຽງດູລູກ ໂດຍໃຫ້ລູກເບິ່ງແຍງຕົນເອງໃນຍາມເຖົ້າແກ່ ແລະ ຈັດງານສົບໃຫ້ຕົນເອງຢ່າງເໝາະສົມ ແລະ ກໍສາມາດເພີດເພີນກັບບັ້ນປາຍຊີວິດຂອງລາວໄດ້ຢ່າງສະຫງົບສຸກ. ຖ້າລາວໄລ່ຕາມເປົ້າໝາຍນີ້, ຊີວິດຂອງລາວກໍຄົງຈະໄຮ້ຄວາມໝາຍຫຼາຍ!” ກ່ອນທີ່ພວກເຂົາຈະເລີ່ມຕົ້ນມີປະສົບການກັບຊີວິດຢ່າງແທ້ຈິງ, ພວກເຂົາກໍເຫັນແລ້ວວ່າເສັ້ນທາງທາງໜ້ານັ້ນມືດມົວ ແລະ ປາສະຈາກແສງສະຫວ່າງ; ພວກເຂົາໄດ້ເຫັນແຕ່ລະໄລຍະຂອງຊີວິດທີ່ຖືກວາງແຜນໄວ້ລ່ວງໜ້າເຊິ່ງຢູ່ຕໍ່ໜ້າພວກເຂົາແລ້ວ. ພວກເຂົາຮູ້ສຶກໃນໃຈລາງໆວ່າການດຳລົງຊີວິດແບບນີ້ໄຮ້ຄວາມໝາຍ ແລະ ບໍ່ມີຫຍັງໃຫ້ລໍຄອຍ! ເມື່ອພວກເຂົາອາຍຸໄດ້ຊາວປີ, ບາງຄົນກໍເລີ່ມຄິດກ່ຽວກັບການສ້າງຄອບຄົວ, ການສ້າງອາຊີບ ແລະ ການດຳລົງຊີວິດທີ່ດີ ພ້ອມທັງໃຫ້ພໍ່ແມ່ຂອງພວກເຂົາໄດ້ເພີດເພີນກັບຊີວິດທີ່ດີ. ແລ້ວຍັງມີບາງຄົນທີ່ມີຄວາມທະເຍີທະຍານຢູ່ສະເໝີ; ພວກເຂົາມັກຈະຕ້ອງການສ້າງຄວາມຮັ່ງມີ ຫຼື ກາຍເປັນເຈົ້າໜ້າທີ່ ເພື່ອໃຫ້ຕົວເອງໂດດເດັ່ນກວ່າຄົນອື່ນ ແລະ ນຳກຽດຕິຍົດມາສູ່ບັນພະບຸລຸດຂອງຕົນ. ບໍ່ວ່າພວກເຂົາຈະໄດ້ຮັບອິດທິພົນຈາກພໍ່ແມ່ຂອງພວກເຂົາ ຫຼື ຈາກສັງຄົມກໍຕາມ, ສະຫຼຸບແລ້ວ ພວກເຂົາກໍບໍ່ຮູ້ຈັກໄຕ່ຕອງກ່ຽວກັບຊີວິດເລີຍ. ພວກເຂົາເຊື່ອຢ່າງໜັກແໜ້ນວ່າຊີວິດເປັນພຽງເລື່ອງຂອງອາຫານການກິນທີ່ດີ, ເຄື່ອງນຸ່ງທີ່ດີ ແລະ ການດຳລົງຊີວິດທີ່ດີ ແລະ ພວກເຂົາກໍບໍ່ພິຈາລະນາສິ່ງອື່ນໃດເລີຍ. ບາງຄົນປະສົບກັບອຸປະສັກຫຼາຍຢ່າງກ່ອນທີ່ພວກເຂົາຈະເຫັນໄດ້ຢ່າງຊັດເຈນວ່າສັງຄົມນີ້ ແລະ ມະນຸດຊາດບໍ່ໄດ້ດີຄືກັບທີ່ຜູ້ຄົນຈິນຕະນາການເອົາໄວ້ ແລະ ພວກເຂົາກໍເລີ່ມພິຈາລະນາວິທີການດຳລົງຊີວິດທີ່ມີຄຸນຄ່າ ແລະ ມີຄວາມໝາຍ ພ້ອມທັງບໍ່ໄດ້ໃຊ້ຊີວິດໄປຢ່າງເສຍຖິ້ມ. ຄົນແບບນັ້ນມີຈຳນວນໜ້ອຍຫຼາຍ. ສະຫຼຸບແລ້ວ ທຸກຄົນທີ່ໄຕ່ຕອງເຖິງຄຸນຄ່າຂອງຊີວິດ ແລະ ຮັບຮູ້ວ່າຜູ້ຄົນຕ້ອງເຮັດວຽກຕົວຈິງໃນຂະນະທີ່ພວກເຂົາມີຊີວິດຢູ່ ລ້ວນແຕ່ເປັນຄົນທີ່ມີຄວາມສໍານຶກ ແລະ ເຫດຜົນ. ການທີ່ພວກເຂົາສາມາດໄຕ່ຕອງສິ່ງເຫຼົ່ານີ້ໄດ້ນັ້ນສະແດງໃຫ້ເຫັນວ່າຄ່ານິຍົມຂອງພວກເຂົາແຕກຕ່າງຈາກຄົນອື່ນ. ຄ່ານິຍົມຂອງພວກເຂົາບໍ່ແມ່ນກ່ຽວກັບການກິນດີ ແລະ ການເພີດເພີນກັບສິ່ງທີ່ດີ ພ້ອມທັງການຈະເລີນຮຸ່ງເຮືອງ, ການໂດດເດັ່ນກວ່າຄົນອື່ນ ແລະ ການມີອະນາຄົດທີ່ດີໃນຊີວິດນີ້ ແລ້ວກໍຈົບພຽງເທົ່ານັ້ນ. ມີຫຼາຍຄົນທີ່ມີອະນາຄົດທີ່ດີ ເຊັ່ນ: ເຈົ້າໜ້າທີ່ລະດັບສູງເຫຼົ່ານັ້ນ. ໃນທີ່ສຸດແລ້ວມີສິ່ງທີ່ດີລໍຖ້າພວກເຂົາຢູ່ບໍ? ພວກເຂົາດຳລົງຊີວິດຢ່າງມີຄວາມສຸກບໍ? ຖ້າເຈົ້າເບິ່ງຊີວິດເບື້ອງຫຼັງຂອງພວກເຂົາຢ່າງໃກ້ຊິດ, ພວກເຂົາກໍບໍ່ມີຄວາມສຸກເຊັ່ນກັນ. ສິ່ງນີ້ເຮັດໃຫ້ເຈົ້າຮູ້ສຶກໄດ້ວ່າ ຖ້າເຈົ້າສະແຫວງຫາສະຖານະ ແລະ ອະນາຄົດເຊັ່ນກັນ, ເຈົ້າກໍຈະບໍ່ມີຄວາມສຸກຄືກັນກັບພວກເຂົາ. ຄົນທີ່ມີຄວາມຄິດຂອງຄວາມເປັນມະນຸດທີ່ປົກກະຕິຈະໄຕ່ຕອງວ່າ “ເຈົ້າໜ້າທີ່ລະດັບສູງເຫຼົ່ານັ້ນບໍ່ມີຄວາມສຸກ ເຊິ່ງພິສູດໃຫ້ເຫັນວ່າເສັ້ນທາງທີ່ພວກເຂົາຍ່າງນັ້ນຜິດ. ແລ້ວເສັ້ນທາງທີ່ຖືກຕ້ອງທີ່ຜູ້ຄົນຄວນຍ່າງເຊິ່ງສາມາດນຳການປອບໂຍນມາສູ່ໃຈຂອງພວກເຂົາຢ່າງແທ້ຈິງນັ້ນແມ່ນຫຍັງ?” ໃຈຂອງຜູ້ຄົນຕ້ອງການບາງສິ່ງມາປອບໂຍນພວກເຂົາ. ແຫຼ່ງການປອບໂຍນນີ້ບໍ່ແມ່ນຄວາມສຸກທາງວັດຖຸ ເຊັ່ນ: ເງິນ, ເຮືອນຫຼູຫຼາ ຫຼື ລົດລາຄາແພງ ແລະ ບໍ່ແມ່ນເພື່ອນສະໜິດທີ່ສາມາດຜະເຊີນກັບຄວາມລຳບາກຍາກແຄ້ນໄປພ້ອມກັບພວກເຂົາໄດ້, ຍິ່ງໄປກວ່ານັ້ນກໍບໍ່ແມ່ນການແຕ່ງງານທີ່ສົມບູນແບບ ຫຼື ລູກທີ່ກະຕັນຍູ. ບໍ່ມີສິ່ງໃດໃນສິ່ງເຫຼົ່ານີ້ທີ່ສາມາດນຳການປອບໂຍນມາສູ່ໃຈຂອງຜູ້ຄົນໄດ້ຢ່າງແທ້ຈິງ. ສິ່ງທີ່ສາມາດນຳການປອບໂຍນມາສູ່ໃຈຂອງຜູ້ຄົນໄດ້ຢ່າງແທ້ຈິງກໍຄືສິ່ງທີ່ໃຈຂອງພວກເຂົາຕ້ອງການ. ພວກເຂົາຈຳເປັນຕ້ອງໄດ້ຮັບຄຳຕອບບາງຢ່າງ; ນັ້ນກໍຄື ມີບາງສິ່ງທີ່ຜູ້ຄົນຕ້ອງການເຂົ້າໃຈໃນເສັ້ນທາງຂອງຊີວິດ: ຜູ້ຄົນມາຈາກໃສ? ພວກເຂົາຈະຕາຍເມື່ອໃດ? ໃຜເປັນຜູ້ຄວບຄຸມຄວາມຕາຍ? ມີສິ່ງທີ່ເອີ້ນວ່າຊະຕາກຳໃນຊີວິດບໍ? ໃຜເປັນຜູ້ຄວບຄຸມຊະຕາກຳ? ຖ້າພໍ່ແມ່ຂອງຄົນຜູ້ໜຶ່ງເປັນຜູ້ຄວບຄຸມຊະຕາກຳນັ້ນ, ແລ້ວໃຜເປັນຜູ້ຄວບຄຸມຊະຕາກຳຂອງພໍ່ແມ່ຂອງຄົນຜູ້ນັ້ນ? ຂະໜາດພໍ່ແມ່ເອງກໍຍັງບໍ່ສາມາດຄວບຄຸມຊະຕາກຳຂອງຕົນເອງໄດ້, ແລ້ວພວກເຂົາຈະສາມາດຄວບຄຸມຊະຕາກຳຂອງລູກໆຂອງພວກເຂົາໄດ້ບໍ? ນອກຈາກນີ້, ຜູ້ຄົນຄວນປະພຶດຕົນແນວໃດ? ພວກເຂົາຄວນປະພຶດຕົນແນວໃດເພື່ອໃຫ້ຊີວິດຂອງພວກເຂົາມີຄຸນຄ່າ ແລະ ພວກເຂົາບໍ່ໄດ້ຜ່ານໂລກນີ້ໄປຢ່າງເສຍຖິ້ມ? ຖ້າຜູ້ຄົນມີດວງວິນຍານ, ແລ້ວຫຼັງຈາກທີ່ພວກເຂົາຕາຍ ດວງວິນຍານຂອງພວກເຂົາມີບ່ອນໄປບໍ? ຖ້າດວງວິນຍານມີບ່ອນໄປ, ມັນກ່ຽວຂ້ອງກັບຊີວິດນີ້ບໍ? ຜູ້ຄົນຕ້ອງເຮັດຫຍັງໃນຊີວິດນີ້ ເພື່ອໃຫ້ດວງວິນຍານຂອງພວກເຂົາສາມາດໄປສູ່ສະຖານທີ່ທີ່ດີຫຼັງຈາກຄວາມຕາຍໄດ້? ພວກເຂົາຈະສາມາດຫຼີກລ່ຽງ ຫຼື ປ່ຽນເສັ້ນທາງຈາກການໄປສູ່ສະຖານທີ່ທີ່ບໍ່ດີໄດ້ແນວໃດ? ສິ່ງເຫຼົ່ານີ້ລ້ວນແຕ່ເປັນຄຳຖາມທີ່ຜູ້ຄົນຄວນຄິດ. ເມື່ອຜູ້ຄົນຄິດກ່ຽວກັບຄຳຖາມເຫຼົ່ານີ້ແຕ່ບໍ່ສາມາດໄດ້ຮັບຄຳຕອບ, ພວກເຂົາຮູ້ສຶກທໍລະມານຢູ່ພາຍໃນບໍ? (ຮູ້ສຶກ). ຍິ່ງເຈົ້າບໍ່ໄດ້ຮັບຄຳຕອບຫຼາຍສ່ຳໃດ ເຈົ້າກໍຍິ່ງຮູ້ສຶກທໍລະມານຢູ່ພາຍໃນຫຼາຍຂຶ້ນສ່ຳນັ້ນ ແລະ ເຈົ້າກໍຍິ່ງບໍ່ມີອາລົມທີ່ຈະເພີດເພີນກັບຊີວິດ, ຄວາມອົບອຸ່ນໃນຄອບຄົວ ຫຼື ຄວາມຮັກແບບໜຸ່ມສາວ ເພາະບໍ່ວ່າເຈົ້າຈະເພີດເພີນກັບສິ່ງເຫຼົ່ານີ້ຫຼາຍສໍ່າໃດກໍຕາມ ສິ່ງເຫຼົ່ານີ້ກໍສາມາດຕື່ມຄວາມເປົ່າວ່າງໃນໃຈຂອງເຈົ້າໃຫ້ເຕັມໄດ້ພຽງຊົ່ວຄາວເທົ່ານັ້ນ. ເມື່ອເຈົ້າເພີດເພີນກັບສິ່ງເຫຼົ່ານີ້ຈົບແລ້ວ, ຢູ່ເລິກໆໃນໃຈເຈົ້າຈະຍິ່ງຮູ້ສຶກເປົ່າວ່າງຫຼາຍຂຶ້ນ ເພາະສິ່ງທີ່ເຈົ້າຄອບຄອງ ຫຼື ເພີດເພີນພຽງຊົ່ວຄາວນັ້ນພຽງແຕ່ເຮັດໃຫ້ໃຈຂອງເຈົ້າມຶນຊາ ແລະ ຕອບສະໜອງຄວາມຕ້ອງການຊົ່ວຄາວຂອງເຈົ້າເທົ່ານັ້ນ; ສິ່ງເຫຼົ່ານັ້ນບໍ່ສາມາດໃຫ້ຄຳຕອບສຳລັບຄຳຖາມທີ່ເຈົ້າໄຕ່ຕອງໄດ້. ໃນທີ່ສຸດແລ້ວ, ບໍ່ວ່າເຈົ້າຈະມີເງິນຫຼາຍສໍ່າໃດ, ເຈົ້າຈະເພີດເພີນກັບຊີວິດທາງວັດຖຸທີ່ດີສໍ່າໃດ ຫຼື ເຈົ້າຈະມີລູກຈັກຄົນຢູ່ຄຽງຂ້າງເພື່ອສະແດງຄວາມກະຕັນຍູຕໍ່ເຈົ້າກໍຕາມ, ບໍ່ມີສິ່ງໃດເລີຍທີ່ສາມາດຕອບຄຳຖາມເຫຼົ່ານັ້ນທີ່ຢູ່ເລິກໆໃນໃຈຂອງເຈົ້າໄດ້ ແລະ ບໍ່ມີສິ່ງໃດທີ່ສາມາດຊ່ວຍເຈົ້າຊອກຫາຄຳຕອບທີ່ເຈົ້າຕ້ອງການໄດ້. ສິ່ງທີ່ເຈົ້າເພີດເພີນໃນຊີວິດນີ້ ເຊິ່ງນັ້ນກໍຄືສິ່ງທີ່ເຈົ້າໄດ້ຮັບມາແລ້ວນັ້ນ ບໍ່ສາມາດບອກເຈົ້າໄດ້ວ່າອະນາຄົດຂອງເຈົ້າຈະເປັນແນວໃດ, ເຈົ້າຈະໄປໃສຫຼັງຈາກທີ່ຊີວິດນີ້ສິ້ນສຸດລົງ ຫຼື ເຈົ້າຈະຖືກລົງໂທດ ຫຼື ໄດ້ຮັບລາງວັນ ຫຼື ບໍ່. ບໍ່ມີໃຜສາມາດໃຫ້ຄຳຕອບທີ່ຖືກຕ້ອງສຳລັບຄຳຖາມເຫຼົ່ານີ້ແກ່ເຈົ້າໄດ້ ແລະ ເຈົ້າກໍບໍ່ສາມາດຊອກຫາຄຳຕອບທີ່ຖືກຕ້ອງໃນໜັງສື ຫຼື ແຫຼ່ງຂໍ້ມູນປະເພດໃດໄດ້ເລີຍ. ຖ້າໃນເວລາທີ່ໄຕ່ຕອງຄຳຖາມເຫຼົ່ານີ້ ເຈົ້າສາມາດຮູ້ສຶກລາງໆວ່າຊີວິດນັ້ນເປົ່າວ່າງ, ການເພີດເພີນກັບຄວາມອົບອຸ່ນໃນຄອບຄົວນັ້ນເປົ່າວ່າງ, ການເພີດເພີນກັບຄວາມຮັກແບບໜຸ່ມສາວ, ການແຕ່ງງານ ແລະ ຄອບຄົວຂອງຕົນເອງນັ້ນເປົ່າວ່າງ, ການເພີດເພີນກັບຄວາມກະຕັນຍູຂອງລູກໆນັ້ນເປົ່າວ່າງ ແລະ ການເພີດເພີນກັບສິ່ງຕ່າງໆ ເຊັ່ນ: ການກິນ, ການດື່ມ ແລະ ການຫາຄວາມສຳລານລ້ວນແຕ່ເປົ່າວ່າງ ແລະ ຍິ່ງເຈົ້າເພີດເພີນ ແລະ ໄດ້ຮັບສິ່ງເຫຼົ່ານີ້ຫຼາຍສ່ຳໃດ, ຄວາມຮູ້ສຶກເປົ່າວ່າງນີ້ກໍຍິ່ງແຮງກ້າ ແລະ ໜັກໜ່ວງຫຼາຍຂຶ້ນສ່ຳນັ້ນ, ເຈົ້າກໍຈະຍິ່ງຮູ້ສຶກວ່າໃຈຂອງເຈົ້າຕ້ອງການສິ່ງອື່ນນອກເໜືອຈາກສິ່ງເຫຼົ່ານີ້ເພື່ອເປັນການປອບໂຍນ. ສິ່ງນີ້ຈະຍິ່ງຊຸກຍູ້ໃຫ້ເຈົ້າສະແຫວງຫາສິ່ງທີ່ສາມາດນຳການປອບໂຍນມາສູ່ໃຈຂອງເຈົ້າ ພ້ອມທັງຊອກຫາຄຳຕອບສຳລັບຊີວິດ ແລະ ເສັ້ນທາງຂອງຊີວິດ. ເມື່ອບໍ່ສາມາດໄດ້ຮັບສິ່ງເຫຼົ່ານີ້, ຜູ້ຄົນກໍຈະຮັບເອົາທັດສະນະຄະຕິທີ່ໝົດຫົນທາງ ແລະ ເຮັດແບບພໍແລ້ວມືແລ້ວຕີນຕໍ່ເລື່ອງທາງໂລກ: “ຂ້ອຍກໍຈະດຳລົງຊີວິດແບບນີ້. ແນວໃດກໍຕາມ, ນີ້ຄືວິທີທີ່ຜູ້ຄົນໃຊ້ເວລາໝົດຊີວິດຂອງພວກເຂົາ”. ບໍ່ວ່າສິ່ງທີ່ຄົນທີ່ມີຄວາມສໍານຶກ ແລະ ເຫດຜົນຄອບຄອງ ຫຼື ເພີດເພີນຈະດີສໍ່າໃດກໍຕາມ, ມັນກໍລ້ວນແຕ່ເປົ່າວ່າງສຳລັບພວກເຂົາ. ພວກເຂົາບໍ່ຄືກັບຄົນເຫຼົ່ານັ້ນທີ່ເປັນຄືກັບສັດເດຍລະສານ ເຊິ່ງບໍ່ເຄີຍອີ່ມບໍ່ວ່າພວກເຂົາຈະກິນຫຼາຍສໍ່າໃດກໍຕາມ ແລະ ບໍ່ເຄີຍພໍໃຈບໍ່ວ່າພວກເຂົາຈະເພີດເພີນຫຼາຍສໍ່າໃດ ພ້ອມທັງເຖິງກັບຄິດວ່າ “ມັນດີທີ່ສຸດສຳລັບຜູ້ຄົນທີ່ຈະເພີດເພີນກັບຕົນເອງແບບນີ້ໄປຕະຫຼອດຊີວິດຂອງພວກເຂົາ. ໃນຊີວິດນີ້ ມີຫຍັງກໍໄດ້ແຕ່ຢ່າມີພະຍາດ, ຂາດຫຍັງກໍໄດ້ແຕ່ຢ່າຂາດເງິນ”. ນີ້ຄືຕັກກະຂອງຄົນທີ່ກັບຊາດມາເກີດຈາກສັດ. ຄຳເວົ້ານີ້ທີ່ວ່າ “ມີຫຍັງກໍໄດ້ແຕ່ຢ່າມີພະຍາດ, ຂາດຫຍັງກໍໄດ້ແຕ່ຢ່າຂາດເງິນ” ແມ່ນປັດຊະຍາຊີວິດທີ່ພວກເຂົາໄດ້ຮັບຫຼັງຈາກທີ່ມີປະສົບການກັບຊີວິດ. ເຖິງຢ່າງໃດກໍຕາມ, ເມື່ອຄົນທີ່ມີຄວາມສໍານຶກ ແລະ ເຫດຜົນໄດ້ຍິນຄຳເວົ້າເຫຼົ່ານີ້ ພວກເຂົາກໍຄິດວ່າ “ການເປັນຄົນທຸກຍາກເບິ່ງຄືວ່າບໍ່ດີແທ້; ເມື່ອເຈົ້າຕ້ອງການເງິນແຕ່ບໍ່ມີ ມັນກໍເຮັດໃຫ້ເຈົ້າຕົກຢູ່ໃນສະຖານະການທີ່ຍາກລຳບາກ. ແຕ່ການມີເງິນສາມາດແກ້ໄຂບັນຫາຄວາມເປົ່າວ່າງໄດ້ບໍ? ມັນບໍ່ສາມາດແກ້ໄຂໄດ້ແມ່ນແຕ່ໜ້ອຍດຽວ. ການມີເງິນຫຼາຍເກີນໄປກໍເປັນເລື່ອງຫຍຸ້ງຍາກເຊັ່ນກັນ. ມີຄົນຄອຍໂລບຢາກໄດ້ມັນຢູ່ສະເໝີ ແລະ ເຈົ້າຈະບໍ່ຮູ້ວ່າເກັບມັນໄວ້ບ່ອນໃດຈຶ່ງຈະປອດໄພ. ການເອົາໄປຝາກໄວ້ໃນທະນາຄານກໍເບິ່ງຄືວ່າບໍ່ປອດໄພ, ເຈົ້າບໍ່ຮູ້ສຶກໝັ້ນໃຈເລີຍໃນການເອົາໄປລົງທຶນ ແລະ ແນວໃດກໍຕາມ ເຈົ້າກໍບໍ່ສາມາດໃຊ້ຈ່າຍເງິນຫຼາຍຂະໜາດນັ້ນໄດ້. ຖ້າເຈົ້າໃຊ້ຈ່າຍເງິນໄປກັບຄວາມສຸກໃນການກິນ, ການດື່ມ ແລະ ການຫາຄວາມສຳລານ, ການອາໄສຢູ່ໃນເຮືອນຫຼູຫຼາ, ການຂັບລົດລາຄາແພງ ແລະ ການເພີດເພີນກັບການປະຈົບປະແຈງ, ຄວາມຊື່ນຊົມ ແລະ ການນັບຖືຢ່າງສູງຈາກຜູ້ຄົນ ໂດຍມີຜູ້ຄົນຕິດຕາມ ແລະ ອ້ອມຮອບຕົວເຈົ້າໄປທຸກບ່ອນທີ່ເຈົ້າໄປ ຄືກັບຝູງແມງວັນຂຽວທີ່ບິນວົນຢູ່ອ້ອມຕົວເຈົ້າຢູ່ຕະຫຼອດເວລາໂດຍບໍ່ຍອມໜີຈາກເຈົ້າໄປແມ່ນແຕ່ຊົ່ວຄາວ, ຫຼັງຈາກທີ່ເພີດເພີນກັບສິ່ງເຫຼົ່ານີ້ເມື່ອເວລາຜ່ານໄປ, ເຈົ້າກໍຈະຮູ້ສຶກເບື່ອໜ່າຍກັບສິ່ງເຫຼົ່ານັ້ນຢູ່ພາຍໃນ ແລະ ຄິດວ່າມັນຄົງຈະດີຫຼາຍສໍ່າໃດຖ້າໄດ້ຊອກຫາສະຖານທີ່ເພື່ອຢູ່ຢ່າງງຽບໆຈັກໄລຍະໜຶ່ງ ແລະ ເຮັດໃຫ້ຈິດໃຈຂອງເຈົ້າສະຫງົບລົງ. ເຖິງແມ່ນວ່າເຈົ້າຈະສາມາດເດີນທາງໄປທົ່ວໂລກ ແລະ ເປີດຫູເປີດຕາຂອງເຈົ້າກໍຕາມ, ຫຼັງຈາກນັ້ນ ເມື່ອເຈົ້າສະຫງົບລົງຢູ່ພາຍໃນ ເຈົ້າກໍຍັງຈະຮູ້ສຶກວ່າການດຳລົງຊີວິດແບບນີ້ໄຮ້ຄວາມໝາຍ ແລະ ເຈົ້າກໍຈະຍິ່ງຮູ້ສຶກເປົ່າວ່າງຫຼາຍຂຶ້ນ”. ຄວາມຈິງແລ້ວ ເມື່ອຜູ້ຄົນຮູ້ສຶກເປົ່າວ່າງຕໍ່ທັງໝົດນີ້, ໃຈຂອງພວກເຂົາກໍຕ້ອງການການປອບໂຍນ. ນັ້ນກໍຄື ເມື່ອພວກເຂົາຮອດອາຍຸໃດໜຶ່ງ ແລະ ກ້າວໄປເຖິງໄລຍະໃດໜຶ່ງໃນເສັ້ນທາງຂອງຊີວິດ, ພວກເຂົາກໍຈະມີຄຳຖາມ ແລະ ຄວາມສັບສົນຫຼາຍຢ່າງກ່ຽວກັບຊີວິດທີ່ພວກເຂົາບໍ່ເຂົ້າໃຈ ເຊິ່ງພວກເຂົາຈຳເປັນຕ້ອງໄດ້ຮັບຄຳຕອບ ແລະ ຫາທາງແກ້ໄຂຄວາມສັບສົນເຫຼົ່ານີ້. ຖ້າຄຳຖາມເຫຼົ່ານີ້ບໍ່ສາມາດແກ້ໄຂໄດ້, ພວກເຂົາກໍເຮັດໄດ້ພຽງແຕ່ດຳລົງຊີວິດຄືກັບຊາກສົບທີ່ຍ່າງໄດ້ ໂດຍຈັດການກັບທຸກສິ່ງຢ່າງບໍ່ເຕັມໃຈ ແລະ ມຸມມອງທີ່ພວກເຂົາມີຕໍ່ທຸກສິ່ງກໍຈະເປັນລົບ ແລະ ເສີຍເມີຍເປັນພິເສດ ແທນທີ່ຈະເປັນແບບກະຕືລືລົ້ນ. ສິ່ງເຫຼົ່ານີ້ຄືຄວາມຮູ້ສຶກບາງຢ່າງກ່ຽວກັບການດຳລົງຊີວິດຂອງຄົນທີ່ມີຄວາມສໍານຶກ ແລະ ເຫດຜົນໃນຄວາມເປັນມະນຸດຂອງພວກເຂົາ.

ສຳລັບຄົນທີ່ມີມະໂນທຳ ແລະ ເຫດຜົນ, ນອກເໜືອຈາກການມີຄວາມຮູ້ສຶກບາງຢ່າງກ່ຽວກັບການດຳລົງຊີວິດແລ້ວ ເມື່ອພວກເຂົາຮອດອາຍຸໃດໜຶ່ງ ພວກເຂົາກໍຈະມີຂໍ້ຄິດບາງຢ່າງກ່ຽວກັບຊີວິດມະນຸດ ແລະ ຈະໄຕ່ຕອງຄຳຖາມຕ່າງໆ. ເນື່ອງຈາກພວກເຂົາມີມະໂນທຳ ຫຼື ເວົ້າໃຫ້ຊັດເຈນກໍຄື ເນື່ອງຈາກຄົນແບບນັ້ນມີຫົວໃຈ ແລະ ຈິດວິນຍານ, ພາຍໃຕ້ຜົນກະທົບຢ່າງຕໍ່ເນື່ອງຂອງມະໂນທຳ ແລະ ເຫດຜົນຂອງພວກເຂົາ, ພວກເຂົາຈຶ່ງຈະໄຕ່ຕອງຄຳຖາມຕ່າງໆໃນແຕ່ລະໄລຍະຂອງຊີວິດເຊັ່ນ: ຄວນປະຕິບັດຕໍ່ຄົນທຸກປະເພດແນວໃດ? ຄົນຜູ້ໜຶ່ງຄວນປະຕິບັດຕໍ່ພໍ່ແມ່ ແລະ ລູກໆຂອງຕົນແນວໃດ? ຊີວິດແມ່ນຫຍັງກັນແທ້? ໃນຊີວິດ ການກິນ, ການດື່ມ ແລະ ຄວາມເພີດເພີນ ພ້ອມທັງຊື່ສຽງ, ຜົນປະໂຫຍດ, ສະຖານະ ແລະ ອະນາຄົດແມ່ນຫຍັງກັນແທ້? ຫຼັງຈາກທີ່ປະສົບກັບໄລຍະຕ່າງໆຂອງຊີວິດ, ເຖິງແມ່ນວ່າພວກເຂົາຈະບໍ່ເຂົ້າໃຈຄວາມຈິງກໍຕາມ ພວກເຂົາກໍຈະໄດ້ຂໍ້ສະຫຼຸບບາງຢ່າງກ່ຽວກັບຊີວິດ. ເນື່ອງຈາກພວກເຂົາໄຕ່ຕອງ, ພວກເຂົາຈຶ່ງຈະໄດ້ຂໍ້ສະຫຼຸບ. ຂໍ້ສະຫຼຸບເຫຼົ່ານີ້ອາດຈະເປັນພາວະວິໄສ ຫຼື ອາດຈະເປັນພຽງຂໍ້ຄິດສ່ວນຕົວ. ແຕ່ຢ່າງໜ້ອຍທີ່ສຸດ ຄົນທີ່ມີມະໂນທຳ ແລະ ເຫດຜົນກໍໄດ້ຜ່ານບາງສິ່ງບາງຢ່າງມາແລ້ວໃນຂະບວນການມີປະສົບການກັບຊີວິດ. ດ້ວຍການມີປະສົບການຊີວິດໃນລະດັບໜຶ່ງ, ພວກເຂົາຈະຮູ້ສຶກວ່າ “ໃນຊີວິດນີ້ ມີຫຼາຍສິ່ງຫຼາຍຢ່າງທີ່ບໍ່ເປັນໄປຕາມທີ່ຄົນເຮົາຕ້ອງການໃຫ້ເປັນ; ມີຫຼາຍສິ່ງຫຼາຍຢ່າງທີ່ຢູ່ເໜືອການຄວບຄຸມຂອງຄົນເຮົາ. ມັນຄືກັບວ່າ ສະຫວັນໄດ້ຈັດວາງທຸກສິ່ງໄວ້ແລ້ວຢູ່ເບື້ອງຫຼັງທີ່ເບິ່ງບໍ່ເຫັນ”. ນີ້ຄືຂໍ້ຄິດທີ່ພວກເຂົາໄດ້ຮັບຈາກການມີປະສົບການກັບຊີວິດ ແລະ ມັນຍັງເປັນໜຶ່ງໃນສິ່ງທີ່ພວກເຂົາໄດ້ຮັບອີກດ້ວຍ. ໃນແງ່ຂອງຄວາມເປັນມະນຸດ, ສິ່ງທີ່ໄດ້ຮັບນີ້ແມ່ນການໄຕ່ຕອງທີ່ເປັນບວກ ແລະ ເປັນທຳມະຊາດຫຼາຍ ເຊິ່ງເກີດຈາກການເຮັດໜ້າທີ່ຂອງມະໂນທຳ ແລະ ເຫດຜົນ. ເປັນຫຍັງພວກເຂົາຈຶ່ງມີການໄຕ່ຕອງແບບນີ້? ມັນກໍຍ້ອນວ່າໃນຂະບວນການມີປະສົບການກັບຊີວິດ, ມີຫຼາຍສິ່ງຫຼາຍຢ່າງທີ່ເປັນໄປຕາມທີ່ພວກເຂົາປາຖະໜາ ແລະ ສິ່ງທີ່ບໍ່ເປັນໄປຕາມນັ້ນ, ສິ່ງທີ່ສອດຄ່ອງກັບຄວາມປາຖະໜາຂອງພວກເຂົາ ແລະ ສິ່ງທີ່ບໍ່ສອດຄ່ອງ. ໃນຂະບວນການມີປະສົບການກັບສິ່ງເຫຼົ່ານີ້, ພວກເຂົາຈະຖອດຖອນບົດຮຽນຢູ່ສະເໝີ ແລະ ໃນທີ່ສຸດກໍໄດ້ຂໍ້ສະຫຼຸບວ່າ: ຜູ້ຄົນມີຊະຕາກຳ. ບໍ່ວ່າຊີວິດຂອງຄົນເຮົາຈະດຳເນີນໄປຢ່າງລ່ຽນໄຫຼ ແລະ ເປັນໄປຕາມທີ່ລາວປາຖະໜາ ຫຼື ເຕັມໄປດ້ວຍຄວາມຍາກລຳບາກ ແລະ ຄວາມຜິດຫວັງ, ບໍ່ວ່າມັນຈະກ່ຽວຂ້ອງກັບຄວາມທຸກທໍລະມານ ຫຼື ຄວາມສຸກກໍຕາມ, ມັນກໍມີສິ່ງທີ່ເອີ້ນວ່າຊະຕາກຳ. ບົນພື້ນຖານນີ້ ພວກເຂົາຈະໄຕ່ຕອງຄຳຖາມບາງຢ່າງເຊັ່ນ: “ມັນແນ່ນອນວ່າຜູ້ຄົນມີຊະຕາກຳ ແຕ່ຜູ້ຄົນເລືອກຊະຕາກຳຂອງພວກເຂົາເອງບໍ? ພໍ່ແມ່ຂອງພວກເຂົາເປັນຜູ້ກຳນົດຊະຕາກຳເຫຼົ່ານັ້ນບໍ? ມັນເບິ່ງຄືວ່າບໍ່ເປັນແບບນີ້. ຖ້າພໍ່ແມ່ເປັນຜູ້ກຳນົດ ແລະ ຕັດສິນຊະຕາກຳຂອງລູກໆ, ແລ້ວພໍ່ແມ່ທຸກຄົນກໍຄົງຈະຫວັງໃຫ້ລູກໆຂອງພວກເຂົາຈະເລີນຮຸ່ງເຮືອງ ແລະ ໂດດເດັ່ນກວ່າຄົນອື່ນ ພ້ອມທັງມີຊີວິດທີ່ມີຄວາມສຸກເຊິ່ງເປັນໄປຕາມທີ່ພວກເຂົາປາຖະໜາ. ແຕ່ເປັນຫຍັງຊີວິດຂອງຂ້ອຍຈຶ່ງບໍ່ເປັນໄປຕາມຄວາມປາຖະໜາຂອງພໍ່ແມ່ຂອງຂ້ອຍ ທັງບໍ່ເປັນໄປຕາມຄວາມປາຖະໜາຂອງຂ້ອຍເອງອີກດ້ວຍ? ເຫັນໄດ້ຊັດເຈນວ່າ ຜູ້ຄົນບໍ່ໄດ້ເປັນຜູ້ຕັດສິນຊະຕາກຳ. ການເວົ້າວ່າທຳມະຊາດເປັນຜູ້ກຳນົດຊະຕາກຳຂອງຜູ້ຄົນນັ້ນເປັນພຽງຄຳເວົ້າທີ່ວ່າງເປົ່າ; ສິ່ງນີ້ເປັນໄປບໍ່ໄດ້ຢ່າງເດັດຂາດ. ຕ້ອງມີຜູ້ຊົງອຳນາດສູງສຸດ ເຊິ່ງກໍຄືສະຫວັນ ທີ່ຄອຍຈັດວາງເລື່ອງນີ້ຢູ່ໃນໂລກທີ່ເບິ່ງບໍ່ເຫັນຢ່າງແນ່ນອນ”. ຫຼັງຈາກທີ່ປະສົບກັບບາງໄລຍະຂອງຊີວິດ ພວກເຂົາກໍມີຂໍ້ຄິດບາງຢ່າງ. ຫຼື ສຳລັບບາງໄລຍະຂອງຊີວິດທີ່ພວກເຂົາຍັງບໍ່ທັນໄດ້ປະສົບເທື່ອ, ພວກເຂົາກໍໄດ້ຮັບຄວາມເຂົ້າໃຈ ແລະ ຂໍ້ຄິດບາງຢ່າງຈາກພໍ່ແມ່ຂອງພວກເຂົາ ຫຼື ຄົນລຸ້ນກ່ອນ; ແນ່ນອນວ່າ ສິ່ງເຫຼົ່ານີ້ກໍເປັນຂໍ້ຄິດກ່ຽວກັບຊີວິດເຊັ່ນກັນ. ກ່ອນອື່ນໝົດ ພວກເຂົາເຊື່ອໃນຊະຕາກຳ ແລະ ບົນພື້ນຖານນີ້ ພວກເຂົາເຊື່ອວ່າສະຫວັນມີຢູ່ຈິງ. ສິ່ງນີ້ເປັນພາວະວິໄສບໍ? (ແມ່ນແລ້ວ). ບາງທີບາງຄົນອາດຈະເວົ້າວ່າ “ສິ່ງທີ່ເຈົ້າເວົ້ານັ້ນບໍ່ເປັນພາວະວິໄສ. ພວກເຮົາກໍເປັນມະນຸດຄືກັນ ແຕ່ພວກເຮົາບໍ່ໄດ້ຄິດແບບນັ້ນ”. ເມື່ອພວກເຮົາເວົ້າວ່າຄົນທີ່ມີມະໂນທຳ ແລະ ເຫດຜົນໄຕ່ຕອງຄຳຖາມຂອງຊີວິດ. ມັນບໍ່ໄດ້ໝາຍຄວາມວ່າພວກເຂົາພຽງແຕ່ນັ່ງຢູ່ລ້າໆໂດຍບໍ່ມີຫຍັງເຮັດ ແລະ ຄິດກ່ຽວກັບມັນເປັນເວລາສີ່ສິບຫ້ານາທີຄືກັບວ່າພວກເຂົາຢູ່ໃນຫ້ອງຮຽນ ແລະ ຈາກນັ້ນກໍໄດ້ຄຳຕອບ. ແຕ່ກົງກັນຂ້າມ, ເມື່ອພວກເຂົາໃຫຍ່ຂຶ້ນ ແລະ ປະສົບກັບສິ່ງຕ່າງໆຫຼາຍຂຶ້ນເລື້ອຍໆ, ພວກເຂົາກໍໄດ້ຮັບຂໍ້ຄິດກ່ຽວກັບຊີວິດໂດຍບໍ່ຮູ້ຕົວ. ຂໍ້ຄິດເຫຼົ່ານີ້ບໍ່ໄດ້ເກີດຂຶ້ນພຽງຊົ່ວຂ້າມຄືນ ທັງບໍ່ໄດ້ເກີດຂຶ້ນຫຼັງຈາກຜ່ານໄປໜຶ່ງປີ. ບາງທີອາດຈະເລີ່ມຕັ້ງແຕ່ຕອນອາຍຸໄດ້ສາມສິບປີ, ພວກເຂົາກໍເລີ່ມມີປະສົບການກັບຊີວິດ ແລະ ພົວພັນກັບສັງຄົມ ແລະ ຄົນອື່ນໆ; ຫຼັງຈາກທີ່ຄ່ອຍໆປະສົບກັບສິ່ງຕ່າງໆ, ພວກເຂົາກໍສະສົມໄປເທື່ອລະໜ້ອຍ ເຊິ່ງນຳພາພວກເຂົາໄປສູ່ຂໍ້ສະຫຼຸບດັ່ງກ່າວ. ນັ້ນກໍຄື ເມື່ອຮອດອາຍຸໃດໜຶ່ງ ຫຼັງຈາກທີ່ຜ່ານການເດີນທາງບາງຢ່າງຂອງຊີວິດມາແລ້ວ, ກ່ອນອື່ນໝົດ ຄົນທີ່ມີມະໂນທຳ ແລະ ເຫດຜົນຈະເຊື່ອ ວ່າຜູ້ຄົນມີຊະຕາກຳ ແລະ ຊະຕາກຳຂອງພວກເຂົານັ້ນຢູ່ພາຍໃຕ້ອຳນາດສູງສຸດ ແລະ ການຈັດວາງຂອງສະຫວັນ; ພວກເຂົາໄດ້ຂໍ້ສະຫຼຸບແບບນີ້. ພວກເຂົາສະຫຼຸບຫຍັງອີກ? “ບໍ່ວ່າຄົນຜູ້ໜຶ່ງຈະເພີດເພີນກັບພອນ ຫຼື ທົນທຸກກັບຄວາມຍາກລຳບາກໃນຊີວິດນີ້, ບໍ່ວ່າພວກເຂົາຈະທຸກຍາກ ຫຼື ຮັ່ງມີ, ບໍ່ວ່າພວກເຂົາຈະກາຍເປັນເຈົ້າໜ້າທີ່ລະດັບສູງ ຫຼື ເປັນພຽງຄົນທຳມະດາກໍຕາມ ກໍບໍ່ມີສິ່ງໃດເລີຍທີ່ຂຶ້ນຢູ່ກັບພວກເຂົາ”. ຖ້າເຈົ້າຄິດກ່ຽວກັບເລື່ອງນີ້ຈາກມຸມມອງຂອງມະນຸດ, ມີໃຜແດ່ທີ່ບໍ່ຢາກເປັນເຈົ້າໜ້າທີ່, ເພີດເພີນກັບຊີວິດທາງວັດຖຸທີ່ດີ ແລະ ມີຊີວິດທີ່ມີຄວາມສຸກ, ປາສະຈາກຄວາມຫຍຸ້ງຍາກ ເຊິ່ງທຸກສິ່ງເປັນໄປຕາມທີ່ພວກເຂົາປາຖະໜາ? ແຕ່ຄວາມປາຖະໜາດັ່ງກ່າວອາດຈະບໍ່ເປັນຈິງສະເໝີໄປ; ຊະຕາກຳຂອງທຸກຄົນນັ້ນແຕກຕ່າງກັນ. ຕົວຢ່າງ: ບາງຄົນເບິ່ງຄືວ່າບໍ່ໂດດເດັ່ນ ແລະ ເປິເປື້ອນເມື່ອພວກເຂົາຍັງໜຸ່ມ, ແຕ່ພວກເຂົາພັດປະສົບຄວາມສຳເລັດເມື່ອພວກເຂົາໃຫຍ່ຂຶ້ນ; ຜູ້ຄົນບໍ່ສາມາດເຂົ້າໃຈສິ່ງນີ້ໄດ້. ຕົວຢ່າງ: ສົມມຸດວ່າມີເດັກຍິງຄົນໜຶ່ງທີ່ມີຄວາມມຸ່ງໝັ້ນເປັນພິເສດທີ່ຈະດີເລີດຕັ້ງແຕ່ອາຍຸຍັງນ້ອຍ; ລາວຮຽນເກັ່ງ ແລະ ມີໜ້າຕາທີ່ໂດດເດັ່ນເປັນພິເສດ. ແຕ່ສຸດທ້າຍແລ້ວເກີດຫຍັງຂຶ້ນກັບລາວ? ລາວແຕ່ງງານກັບນັກເລງ, ຖືກທຸບຕີທຸກມື້ ແລະ ລູກໆທີ່ລາວມີກໍບໍ່ໄດ້ໜ້າຕາດີຄືກັບທີ່ລາວຈິນຕະນາການໄວ້; ພວກເຂົາລ້ວນແຕ່ໜ້າຕາແປກປະຫຼາດ ແລະ ບໍ່ໜ້າດຶງດູດ. ລາວມີຄວາມມຸ່ງໝັ້ນຫຼາຍ, ມີໜ້າຕາດີ ແລະ ມີຄົນມາຕາມຈີບຫຼາຍຄົນ, ແຕ່ຫຼັງຈາກທີ່ເລືອກເບິ່ງທຸກທາງເລືອກຂອງລາວແລ້ວ ໃນທີ່ສຸດລາວກໍເລືອກນັກເລງ; ສິ່ງນີ້ແມ່ນສິ່ງທີ່ຜູ້ຄົນຄາດບໍ່ເຖິງເລີຍ. ຫຼື ສົມມຸດວ່າມີອີກຄົນໜຶ່ງທີ່ມີຄວາມທະເຍີທະຍານເປັນພິເສດ ແລະ ໄຝ່ຝັນຢາກເປັນນາຍພົນ ຫຼື ເຈົ້າແຂວງເມື່ອລາວໃຫຍ່ຂຶ້ນ. ແລ້ວເກີດຫຍັງຂຶ້ນກັບລາວ? ເມື່ອລາວໃຫຍ່ຂຶ້ນ, ລາວຫາລ້ຽງຊີບດ້ວຍການເຮັດນາ. ລາວມີການສຶກສາຂ້ອນຂ້າງສູງ, ໃສ່ແວ່ນຕາຢູ່ໝົດມື້ ແລະ ສາມາດເວົ້າຈາໄດ້ຢ່າງຄ່ອງແຄ້ວ. ບໍ່ວ່າລາວຈະໄປໃສ ລາວກໍເລົ່າເລື່ອງລາວທາງປະຫວັດສາດ ແລະ ນິທານໃຫ້ຄົນອື່ນຟັງ. ລາວເຖິງກັບຮູ້ທຸກສິ່ງຕັ້ງແຕ່ດາລາສາດໄປຈົນເຖິງພູມສາດ ແລະ ສາມາດທຳນາຍໂຊກຊະຕາໄດ້. ແຕ່ໃນທີ່ສຸດແລ້ວ, ລາວກໍບໍ່ປະສົບຄວາມສຳເລັດຫຍັງເລີຍ ແລະ ຍັງຄົງເປັນຊາວນາໄປຕະຫຼອດຊີວິດຂອງລາວ. ຈາກສິ່ງເຫຼົ່ານີ້ ສາມາດເຫັນໄດ້ວ່າສະຫວັນເປັນຜູ້ຈັດວາງຊະຕາກຳຂອງຄົນເຮົາຕະຫຼອດຊີວິດຂອງລາວ. ເຖິງແມ່ນວ່າເຈົ້າຈະມີຄວາມປາຖະໜາ ແລະ ຄວາມຫວັງທີ່ດີກໍຕາມ, ພວກມັນກໍອາດຈະບໍ່ເປັນຈິງສະເໝີໄປ; ແລະ ເຖິງແມ່ນວ່າເຈົ້າຈະບໍ່ມີກໍຕາມ ບາງທີຄວາມໂຊກດີອາດຈະເຂົ້າມາຫາເຈົ້າຢ່າງບໍ່ຄາດຄິດ. ສິ່ງນີ້ເຮັດໃຫ້ຄຳເວົ້າຂອງຜູ້ບໍ່ມີຄວາມເຊື່ອທີ່ວ່າສະຫວັນມີຕານັ້ນເປັນຈິງ. ສິ່ງນີ້ຢູ່ພາຍໃຕ້ອຳນາດສູງສຸດ ແລະ ການຈັດວາງຂອງພຣະຜູ້ສ້າງຢ່າງສິ້ນເຊີງ. ຍິ່ງໄປກວ່ານັ້ນ, ໃຜກໍຕາມທີ່ທຸກຍາກໃນຕອນນີ້ກໍອາດຈະບໍ່ທຸກຍາກໄປຕະຫຼອດຊີວິດຂອງພວກເຂົາສະເໝີໄປ. ເມື່ອຄົນຜູ້ໜຶ່ງທຸກຍາກ, ເມຍຂອງລາວອາດຈະດູຖູກລາວ ແລະ ປະຖິ້ມລາວໄປ. ແຕ່ສອງສາມປີຕໍ່ມາ ທຸລະກິດຂອງລາວກໍຈະເລີນຮຸ່ງເຮືອງ ແລະ ລາວກໍກາຍເປັນເສດຖີ, ຂັບລົດລາຄາແພງ, ອາໄສຢູ່ໃນຄະລຶຫາດ ແລະ ສວມໃສ່ຄຳ ແລະ ເງິນ. ຈາກນັ້ນ ເມຍຂອງລາວກໍຢາກກັບມາ, ແຕ່ລາວຍອມບໍ່ແຕ່ງງານອີກເລີຍດີກວ່າທີ່ຈະຮັບນາງກັບມາ. ເຈົ້າເຫັນບໍວ່າ ເມຍຂອງລາວພຽງແຕ່ບໍ່ມີໂຊກວາດສະໜາທີ່ດີ; ນາງຖືກກຳນົດໃຫ້ທຸກຍາກ. ການທີ່ຄົນຜູ້ໜຶ່ງຈະທຸກຍາກ ຫຼື ຮັ່ງມີໃນຊີວິດນີ້ນັ້ນແມ່ນຢູ່ເໜືອການຄວບຄຸມຂອງລາວ. ເຈົ້າບໍ່ມີທາງຮູ້ໄດ້ເລີຍວ່າເຈົ້າອາດຈະຮັ່ງມີຂຶ້ນມາເມື່ອໃດ ແລະ ເຈົ້າກໍບໍ່ມີທາງຮູ້ໄດ້ເລີຍວ່າອັນໃດອາດຈະເຮັດໃຫ້ເຈົ້າກາຍເປັນຄົນທຸກຍາກ. ຄົນຮັ່ງມີບາງຄົນຄິດວ່າພວກເຂົາຈະຮັ່ງມີແບບນີ້ຕະຫຼອດຊີວິດ, ດັ່ງນັ້ນ ພວກເຂົາຈຶ່ງດູຖູກຄົນທຸກຍາກ ແລະ ບໍ່ສົນໃຈຄົນທຸກເຫຼົ່ານັ້ນ. ແຕ່ສອງສາມປີຕໍ່ມາ ພວກເຂົາກໍກາຍເປັນຄົນທຸກຍາກ ແລະ ຄົນທີ່ພວກເຂົາເຄີຍຂົ່ມເຫັງ ແລະ ບໍ່ສົນໃຈນັ້ນຕອນນີ້ພັດຮັ່ງມີກວ່າພວກເຂົາ ແລະ ບໍ່ຮູ້ສຶກຢາກໃສ່ໃຈພວກເຂົາເລີຍ. ນອກເໜືອຈາກການຮັບຮູ້ວ່າການທີ່ຄົນເຮົາຈະຮັ່ງມີ ຫຼື ທຸກຍາກນັ້ນຢູ່ເໜືອການຄວບຄຸມຂອງລາວແລ້ວ, ຄົນທີ່ມີມະໂນທຳ ແລະ ເຫດຜົນຍັງໄດ້ຮັບຂໍ້ຄິດອື່ນໃດອີກແດ່ກ່ຽວກັບຊີວິດ? ບາງຄົນເວົ້າວ່າ “ໃນຊີວິດນີ້ ເຖິງແມ່ນວ່າຈະບໍ່ເຮັດສິ່ງທີ່ດີກໍຕາມ ກໍຢ່າເຮັດຄວາມຊົ່ວ. ສະຫວັນມີຕາ! ເບິ່ງຄອບຄົວນັ້ນດຸ; ພວກເຂົາຊົ່ວຊ້າຕັ້ງແຕ່ຮຸ່ນປູ່ຍ່າຕາຍາຍຂອງພວກເຂົາ ໂດຍມັກຈະສໍ້ໂກງ ແລະ ທຳຮ້າຍຄົນອື່ນຢູ່ສະເໝີ. ແລ້ວສຸດທ້າຍເກີດຫຍັງຂຶ້ນກັບພວກເຂົາ? ຫຼານຊາຍຂອງພວກເຂົາໄດ້ຮັບຜົນກຳ; ລາວເກີດມາພິການ. ສະນັ້ນ ຢ່າເຮັດຄວາມຊົ່ວ. ສະຫວັນມີຕາ; ບໍ່ຊ້າກໍໄວເຈົ້າຈະຕ້ອງປະເຊີນກັບຜົນກຳຖ້າເຈົ້າເຮັດຄວາມຊົ່ວ!” ຄົນທີ່ມີມະໂນທຳ ແລະ ເຫດຜົນປະສົບກັບຫຼາຍສິ່ງຫຼາຍຢ່າງ ແລະ ທົນທຸກຫຼາຍເມື່ອພວກເຂົາບໍ່ເຂົ້າໃຈຄວາມຈິງ. ເມື່ອພວກເຂົາອາຍຸໄດ້ຫ້າສິບ ຫຼື ຫົກສິບປີ, ພວກເຂົາກໍຈະມີຂໍ້ຄິດຕ່າງໆກ່ຽວກັບຊີວິດ. ໃນທີ່ສຸດແລ້ວ ຂໍ້ຄິດເຫຼົ່ານີ້ກໍສະຫຼຸບໄດ້ວ່າຊະຕາກຳ ແລະ ສະຫວັນມີຢູ່ຈິງ, ຢູ່ໃນໂລກທີ່ເບິ່ງບໍ່ເຫັນ ຊະຕາກຳຂອງຜູ້ຄົນແມ່ນຢູ່ພາຍໃຕ້ອຳນາດສູງສຸດ ແລະ ການຈັດວາງຂອງສະຫວັນ, ຜູ້ຄົນຈະປະເຊີນກັບຜົນກຳຫຼັງຈາກທີ່ພວກເຂົາຕາຍ, ຄົນເຮົາບໍ່ຄວນເຮັດຄວາມຊົ່ວ ແລະ ບໍ່ວ່າຄົນເຮົາຈະເຮັດຄວາມຊົ່ວຫຍັງກໍຕາມ, ສະຫວັນມີຕາ ແລະ ຈັບຕາເບິ່ງຢູ່. ຢ່າຄິດວ່າຄົນອື່ນບໍ່ຮູ້ວ່າເຈົ້າໄດ້ເຮັດຄວາມຊົ່ວ; ຜູ້ຄົນອາດຈະບໍ່ຮູ້ ແຕ່ສະຫວັນຮູ້ຢ່າງແນ່ນອນ. ສິ່ງທີ່ຄົນເຮົາຕິດຄ້າງໃນຊີວິດນີ້ຕ້ອງຖືກຊົດໃຊ້ໃນຊາດໜ້າ ແລະ ມັນອາດຈະໃຊ້ເວລາຫຼາຍຊາດເພື່ອຊົດໃຊ້ພວກມັນ. ເຈົ້າເຫັນບໍ ຕັ້ງແຕ່ສະໄໝບູຮານຈົນເຖິງປັດຈຸບັນ, ທຸກຄົນທີ່ເຮັດຄວາມຊົ່ວຫຼາຍເກີນໄປລ້ວນແຕ່ມີຈຸດຈົບທີ່ບໍ່ດີ ແລະ ປະເຊີນກັບຜົນກຳ. ບາງຄົນຂ້າຄົນຫຼາຍເກີນໄປ ແລະ ຖືກລົງໂທດ; ເປັນເວລາຫຼາຍຮ້ອຍປີທີ່ພວກເຂົາບໍ່ໄດ້ກັບຊາດມາເກີດເປັນມະນຸດເລີຍແມ່ນແຕ່ຄັ້ງດຽວ. ພວກເຂົາກັບຊາດມາເກີດເປັນງົວ ແລະ ໝູຢູ່ສະເໝີ ແລະ ຫຼັງຈາກທີ່ຖືກຂ້າຕາຍ, ພວກເຂົາກໍກັບຊາດມາເກີດເປັນໝູ ແລະ ງົວອີກຄັ້ງ ໂດຍຜ່ານວົງຈອນນີ້ຮຸ່ນແລ້ວຮຸ່ນເລົ່າ. ນີ້ຄືການປະເຊີນກັບຜົນກຳ. ເຖິງແມ່ນວ່າຄົນທີ່ມີມະໂນທຳ ແລະ ເຫດຜົນຈະບໍ່ເຂົ້າໃຈຄວາມຈິງກໍຕາມ, ພວກເຂົາກໍຍັງສາມາດມີຄວາມຮູ້ສຶກບາງຢ່າງກ່ຽວກັບເລື່ອງຂອງຊີວິດ, ຮັບຮູ້ສິ່ງທີ່ເປັນບວກບາງຢ່າງ ແລະ ໃນທີ່ສຸດກໍໄດ້ຮັບຄຳຕອບທີ່ເປັນບວກບາງຢ່າງ. ຄຳຕອບທີ່ເປັນບວກເຫຼົ່ານີ້ເຮັດໃຫ້ພວກເຂົາສາມາດຖອດຖອນຫຼັກການບາງຢ່າງສຳລັບການປະພຶດຕົນທີ່ຜູ້ຄົນຄວນມີ ແລະ ເສັ້ນທາງແຫ່ງການປະພຶດຕົນທີ່ຜູ້ຄົນຄວນຍ່າງ. ການທີ່ພວກເຂົາດຳລົງຊີວິດໄປຕະຫຼອດຊີວິດດ້ວຍວິທີນີ້ ຢ່າງໜ້ອຍພວກເຂົາກໍສາມາດເຮັດຄວາມຊົ່ວໄດ້ໜ້ອຍລົງ ແລະ ລອດພົ້ນຈາກການລົງໂທດບາງຢ່າງໄດ້. ຍິ່ງຜູ້ຄົນມີປະສົບການຊີວິດຫຼາຍສ່ຳໃດ ແລະ ຍິ່ງພວກເຂົາໄດ້ຮັບຂໍ້ຄິດກ່ຽວກັບຊີວິດຫຼາຍຂຶ້ນສ່ຳນັ້ນ ພວກເຂົາກໍຍິ່ງສາມາດປະເຊີນກັບອະນາຄົດ ແລະ ວັນຂ້າງໜ້າຂອງພວກເຂົາໄດ້ຢ່າງຖືກຕ້ອງຫຼາຍຂຶ້ນສ່ຳນັ້ນ ແລະ ພວກເຂົາກໍຍິ່ງສາມາດປ່ອຍໃຫ້ສິ່ງຕ່າງໆເປັນໄປຕາມທຳມະຊາດຂອງມັນ ໂດຍປ່ອຍໃຫ້ທຸກສິ່ງເກີດຂຶ້ນຕາມທີ່ມັນຈະເປັນ ແທນທີ່ຈະພະຍາຍາມຄວບຄຸມສິ່ງທັງໝົດເຫຼົ່ານີ້ແບບບັງຄັບ ແລະ ຢ່າງຕັ້ງໃຈ. ຕົວຢ່າງ: ກ່ຽວກັບສິ່ງຕ່າງໆ ເຊັ່ນ: ອະນາຄົດ ແລະ ການແຕ່ງງານຂອງລູກໆ ຫຼື ວິທີທີ່ລູກໆປະຕິບັດຕໍ່ຜູ້ອາວຸໂສນັ້ນ ພໍ່ແມ່ຈະປ່ອຍໃຫ້ສິ່ງຕ່າງໆເປັນໄປຕາມທຳມະຊາດຂອງມັນ ແລະ ປະເຊີນກັບສິ່ງເຫຼົ່ານີ້ຢ່າງຖືກຕ້ອງ ແທນທີ່ຈະໃຊ້ວິທີການທີ່ສ້າງຂຶ້ນ ຫຼື ພຶດຕິກຳທີ່ສຸດໂຕ່ງເພື່ອບົງການທຸກສິ່ງ. ສະນັ້ນ ເມື່ອຄົນຜູ້ໜຶ່ງມີຂໍ້ຄິດເຫຼົ່ານີ້ກ່ຽວກັບຊີວິດ, ລາວກໍສາມາດຍອມປະຕິບັດຕາມການຈັດວາງຂອງສະຫວັນ ແລະ ການຈັດວາງຂອງຊະຕາກຳໃນລະດັບໃດໜຶ່ງ ແລະ ເຮັດສິ່ງທີ່ໂງ່ຈ້າໜ້ອຍລົງ ຫຼື ບໍ່ເຮັດເລີຍ.

ມີຂໍ້ຄິດຫຼາຍຢ່າງທີ່ສາມາດໄດ້ຮັບກ່ຽວກັບຊີວິດ. ນອກເໜືອຈາກສິ່ງທີ່ພວກເຮົາຫາກໍໂອ້ລົມໄປແລ້ວ, ພວກເຈົ້າມີຂໍ້ຄິດອື່ນໃດອີກແດ່? (ການເກີດ, ການແກ່, ການເຈັບປ່ວຍ ແລະ ການຕາຍກໍຢູ່ເໜືອການຄວບຄຸມຂອງຜູ້ຄົນເຊັ່ນກັນ). ແມ່ນແລ້ວ ການເກີດ, ການແກ່, ການເຈັບປ່ວຍ ແລະ ການຕາຍແມ່ນຢູ່ເໜືອການຄວບຄຸມຂອງຜູ້ຄົນ. ເຈົ້າເຫັນບໍ ບາງຄົນມີສຸຂະພາບແຂງແຮງດີ, ແຕ່ຫຼັງຈາກນັ້ນພວກເຂົາກໍເປັນຫວັດ ແລະ ຕາຍພາຍໃນສອງສາມມື້. ໃນຂະນະດຽວກັນ, ບາງຄົນກໍເຈັບປ່ວຍ, ຕ້ອງກິນຢາຕະຫຼອດທັງປີ ແຕ່ພວກເຂົາພັດມີອາຍຸຍືນຍາວຈົນຮອດແປດສິບກວ່າປີ. ການທີ່ຄົນຜູ້ໜຶ່ງຈະຕາຍເມື່ອໃດນັ້ນກໍຢູ່ເໜືອການຄວບຄຸມຂອງລາວເຊັ່ນກັນ; ມັນບໍ່ແມ່ນສິ່ງທີ່ຄົນເຮົາສາມາດເລືອກໄດ້. ມີຂໍ້ຄິດອື່ນໃດອີກແດ່ກ່ຽວກັບຊີວິດ? (ຄວາມຮັກແບບໜຸ່ມສາວ ແລະ ການແຕ່ງງານກໍຢູ່ເໜືອການຄວບຄຸມຂອງຄົນເຮົາເຊັ່ນກັນ). ໃນຕອນນັ້ນ ຜູ້ຄົນບໍ່ສາມາດເບິ່ງອອກໃນຫຼາຍສິ່ງຫຼາຍຢ່າງໄດ້, ແຕ່ເມື່ອພວກເຂົາຮອດອາຍຸໃດໜຶ່ງ ພວກເຂົາກໍຈະໄດ້ຮັບຂໍ້ຄິດບາງຢ່າງ. ຕົວຢ່າງ: ມີຫຼາຍສິ່ງຫຼາຍຢ່າງທີ່ມະນຸດບໍ່ສາມາດສ້າງຂຶ້ນມາໄດ້; ສິ່ງເຫຼົ່ານັ້ນບໍ່ໄດ້ປ່ຽນແປງໄປຕາມຄວາມປະສົງຂອງມະນຸດ ທັງບໍ່ໄດ້ຖືກຕັດສິນໂດຍຄວາມປະສົງນັ້ນ. ບອກເຮົາເບິ່ງວ່າ ສຳລັບຄົນທີ່ສາມາດໄຕ່ຕອງຄຳຖາມເຫຼົ່ານີ້ໄດ້ ແລະ ມີຂໍ້ຄິດເຫຼົ່ານີ້ກ່ຽວກັບຊີວິດ, ເມື່ອພວກເຂົາໄດ້ຍິນພຣະທຳຂອງພຣະເຈົ້າ ໃຈຂອງພວກເຂົາບໍ່ສະຫວ່າງຂຶ້ນຫຼາຍບໍ? (ສະຫວ່າງຂຶ້ນຫຼາຍ). ຖ້າພວກເຂົາສາມາດໄດ້ຮັບຄຳຕອບຈາກພຣະທຳຂອງພຣະເຈົ້າ ແລ້ວພວກເຂົາຈະສາມາດຍອມຮັບພຣະທຳຂອງພຣະເຈົ້າໄດ້ບໍ? ພວກເຂົາຈະຍອມຮັບຄວາມຈິງແຫ່ງພຣະທຳຂອງພຣະເຈົ້າບໍ? (ພວກເຂົາຈະຍອມຮັບ). ຫຼັງຈາກທີ່ຄົນທີ່ມີມະໂນທຳ ແລະ ເຫດຜົນປະສົບກັບບາງໄລຍະຂອງຊີວິດ, ພວກເຂົາກໍຈະໄດ້ຮັບຂໍ້ຄິດບາງຢ່າງກ່ຽວກັບຊີວິດ. ຈຸດພື້ນຖານທີ່ສຸດໃນບັນດາຂໍ້ຄິດເຫຼົ່ານີ້ກໍຄືຄວາມເຊື່ອໃນຊະຕາກຳ ແລະ ຄວາມເຊື່ອທີ່ວ່າພຣະເຈົ້າມີຢູ່ຈິງ. ບົນພື້ນຖານນີ້ ເມື່ອພວກເຂົາມາຢູ່ຕໍ່ໜ້າພຣະເຈົ້າ, ພຣະທຳຂອງພຣະເຈົ້າກໍໃຫ້ຄຳຕອບແກ່ພວກເຂົາ ແລະ ຍັງໃຫ້ເສັ້ນທາງແກ່ພວກເຂົາ ເຊິ່ງເປັນການຢືນຢັນຂໍ້ຄິດທີ່ພວກເຂົາໄດ້ຮັບໃນຂະບວນການມີປະສົບການກັບຊີວິດ ພ້ອມທັງໃຫ້ຄຳຕອບທີ່ສະເພາະເຈາະຈົງແກ່ພວກເຂົາໄດ້. ນັ້ນກໍຄື ພຣະທຳຂອງພຣະເຈົ້າໄດ້ຊ່ວຍເພີ່ມເຕີມຢ່າງສົມບູນແບບໃຫ້ກັບລາຍລະອຽດທີ່ສະເພາະເຈາະຈົງບາງຢ່າງທີ່ພວກເຂົາບໍ່ສາມາດຮັບຮູ້ໄດ້ໃນຂະບວນການມີປະສົບການກັບຊີວິດ, ຊ່ວຍໃຫ້ພວກເຂົາເຂົ້າໃຈໄດ້ດີຂຶ້ນ ແລະ ເຊື່ອຢ່າງໜັກແໜ້ນຫຼາຍຂຶ້ນວ່າພຣະເຈົ້າມີຢູ່ຈິງ ແລະ ບໍ່ມີຂໍ້ສົງໄສເລີຍວ່າພຣະເຈົ້າຊົງມີອຳນາດສູງສຸດເໜືອຊະຕາກຳຂອງຜູ້ຄົນ. ພວກເຂົາມີພື້ນຖານນີ້ຕັ້ງແຕ່ທຳອິດ ແລະ ໄດ້ຮັບຄຳຕອບດັ່ງກ່າວແລ້ວໃນຂະບວນການມີປະສົບການກັບຊີວິດ. ເມື່ອພວກເຂົາມາຢູ່ຕໍ່ໜ້າພຣະເຈົ້າ ແລະ ເຂົ້າໃຈຄວາມຈິງຈາກພຣະທຳຂອງພຣະເຈົ້າ, ພຣະທຳຂອງພຣະເຈົ້າກໍເຮັດໃຫ້ພວກເຂົາເຊື່ອຢ່າງໜັກແໜ້ນຫຼາຍຂຶ້ນໃນການມີຢູ່ຂອງພຣະອົງ ແລະ ຂໍ້ເທັດຈິງທີ່ວ່າພຣະອົງຊົງມີອຳນາດສູງສຸດເໜືອຊະຕາກຳຂອງຜູ້ຄົນ. ນັ້ນກໍຄື ພຣະທຳຂອງພຣະເຈົ້າເຮັດໃຫ້ພວກເຂົາສາມາດຢືນຢັນໄດ້ວ່າຂໍ້ຄິດຂອງພວກເຂົານັ້ນຖືກຕ້ອງ ແລະ ເໝາະສົມ. ເພາະສະນັ້ນແລ້ວ ບົນພື້ນຖານຂອງການມີຂໍ້ຄິດກ່ຽວກັບຊີວິດ, ພວກເຂົາຈຶ່ງເຊື່ອຢ່າງໜັກແໜ້ນຫຼາຍຂຶ້ນວ່າພຣະເຈົ້າມີຢູ່ຢ່າງແທ້ຈິງ ແລະ ເຖິງແມ່ນວ່າຈະບໍ່ສາມາດເບິ່ງເຫັນໄດ້ ຫຼື ສຳຜັດພຣະອົງໄດ້ກໍຕາມ, ແຕ່ການມີຢູ່ຂອງພຣະອົງກໍເປັນສິ່ງທີ່ປະຕິເສດບໍ່ໄດ້. ຄວາມຈິງແລ້ວ ພວກເຂົາມີຄວາມຮັບຮູ້ ແລະ ຄວາມຮູ້ສຶກກ່ຽວກັບເລື່ອງນີ້ຢູ່ແລ້ວກ່ອນທີ່ຈະມາຢູ່ຕໍ່ໜ້າພຣະເຈົ້າ. ເມື່ອພວກເຂົາໄດ້ຮັບການຢືນຢັນຈາກພຣະທຳຂອງພຣະເຈົ້າ, ຄວາມເຊື່ອຂອງພວກເຂົາກໍເພີ່ມຂຶ້ນເອງ; ແທນທີ່ຈະມີຄວາມສົງໄສຫຼາຍຂຶ້ນ, ພວກເຂົາພັດມີຄວາມເຊື່ອໃນພຣະເຈົ້າຫຼາຍຂຶ້ນ ແລະ ມີຄວາມເຊື່ອທີ່ໜັກແໜ້ນຫຼາຍຂຶ້ນໃນການມີຢູ່ຂອງພຣະອົງ. ດ້ວຍເຫດນີ້ ພວກເຂົາຈຶ່ງມີຄວາມຫຍຸ້ງຍາກໜ້ອຍກວ່າຄົນສ່ວນໃຫຍ່ໃນການຍອມຮັບພຣະທຳຂອງພຣະເຈົ້າ. ຄືກັນກັບໂຢບ, ຂໍ້ຄິດກ່ຽວກັບຊີວິດຂອງເພິ່ນແມ່ນຫຍັງ? “ພຣະເຢໂຮວາໄດ້ມອບໃຫ້ ແລະ ພຣະເຢໂຮວາໄດ້ເອົາຄືນໄປ; ພອນປະເສີດຈົ່ງມີແກ່ພຣະນາມຂອງພຣະເຢໂຮວາເທີ້ນ” (ໂຢບ 1:21). ກ່ອນທີ່ພຣະເຈົ້າຈະທົດສອບເພິ່ນ ແລະ ກ່ອນທີ່ພຣະເຈົ້າຈະມາຜະເຊີນໜ້າກັບເພິ່ນນັ້ນ ເພິ່ນກໍຮູ້ສຶກເຖິງສິ່ງນີ້ແລ້ວ. ສະນັ້ນ ເມື່ອພຣະເຈົ້າທົດສອບເພິ່ນນັ້ນ ເພິ່ນຈຶ່ງເຊື່ອຢ່າງໜັກແໜ້ນຫຼາຍຂຶ້ນໃນໃຈຂອງເພິ່ນວ່ານີ້ຄືການກະທຳຂອງພຣະເຈົ້າ ແລະ ມັນບໍ່ມີທາງຜິດພາດຢ່າງແນ່ນອນ. ນັ້ນກໍຄື ເມື່ອພຣະເຈົ້າທົດສອບເພິ່ນ, ເພິ່ນບໍ່ໄດ້ເລີ່ມຕົ້ນຈາກສູນໃນການຮູ້ຈັກພຣະເຈົ້າ, ການສຳຜັດ ແລະ ການຮູ້ຈັກການກະທຳຂອງພຣະເຈົ້າ ພ້ອມທັງການຮູ້ຈັກອຳນາດສູງສຸດຂອງພຣະເຈົ້າ; ແຕ່ກົງກັນຂ້າມ ລາວໄດ້ເຂົ້າໃຈ ແລະ ຮັບຮູ້ການກະທຳຂອງພຣະເຈົ້າ ແລະ ອຳນາດສູງສຸດຂອງພຣະເຈົ້າແລ້ວ. ບົນພື້ນຖານນີ້ ເພິ່ນຈຶ່ງຢືນຢັນຕື່ມອີກວ່າຄວາມຮູ້ ແລະ ຂໍ້ຄິດຂອງເພິ່ນນັ້ນຖືກຕ້ອງ ແລະ ພຣະເຈົ້າຊົງກະທຳແບບນີ້ແທ້ໆ. ສຳລັບຄົນທີ່ມີມະໂນທຳ ແລະ ເຫດຜົນແລ້ວ, ເມື່ອພວກເຂົາມາຢູ່ຕໍ່ໜ້າພຣະເຈົ້າຫຼັງຈາກທີ່ໄດ້ຮັບຂໍ້ຄິດກ່ຽວກັບຊີວິດ, ພວກເຂົາເກືອບຈະບໍ່ມີຄວາມຫຍຸ້ງຍາກເລີຍໃນການຍອມຮັບພຣະທຳຂອງພຣະເຈົ້າ. ພວກເຂົາສາມາດເຊື່ອຢ່າງໜັກແໜ້ນຫຼາຍຂຶ້ນວ່າພຣະທຳຂອງພຣະເຈົ້ານັ້ນຖືກຕ້ອງ. ມັນກໍພຽງແຕ່ວ່າຂໍ້ຄິດກ່ຽວກັບຊີວິດຂອງພວກເຂົາຍັງຂາດລາຍລະອຽດຫຼາຍຢ່າງ ແລະ ສິ່ງນີ້ເຮັດໃຫ້ພວກເຂົາເຊື່ອຢ່າງໜັກແໜ້ນຫຼາຍຂຶ້ນ ພ້ອມທັງຢືນຢັນວ່າຄວາມຮູ້ຂອງພວກເຂົານັ້ນຖືກຕ້ອງ ເຊິ່ງເຮັດໃຫ້ພວກເຂົາບໍ່ມີຂໍ້ສົງໄສໃດໆກ່ຽວກັບພຣະເຈົ້າ. ເນື່ອງຈາກພວກເຂົາບໍ່ມີຂໍ້ສົງໄສກ່ຽວກັບພຣະເຈົ້າ ແລະ ເຊື່ອຢ່າງໜັກແໜ້ນໃນການມີຢູ່ຂອງພຣະອົງ, ມັນຍາກສຳລັບພວກເຂົາບໍທີ່ຈະຍອມຮັບອຳນາດສູງສຸດຂອງພຣະເຈົ້າ ແລະ ພຣະທຳຂອງພຣະອົງ? ເມື່ອທຽບກັບຄົນເຫຼົ່ານັ້ນທີ່ບໍ່ເຊື່ອ ຫຼື ບໍ່ຍອມຮັບການມີຢູ່ຂອງພຣະເຈົ້າເລີຍ ຫຼື ຜູ້ທີ່ຕັ້ງຄຳຖາມກ່ຽວກັບການມີຢູ່ນັ້ນ, ມັນຍາກໜ້ອຍກວ່າສຳລັບພວກເຂົາບໍ? (ແມ່ນແລ້ວ). ເຖິງແມ່ນວ່າອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຈະຂັດຂວາງພວກເຂົາກໍຕາມ, ຢ່າງໜ້ອຍທີ່ສຸດ ທັດສະນະຄະຕິທີ່ພວກເຂົາມີຕໍ່ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງກໍຖືກສ້າງຂຶ້ນບົນພື້ນຖານຂອງການທີ່ພວກເຂົາເຊື່ອຢ່າງໜັກແໜ້ນ ໂດຍປາສະຈາກຂໍ້ສົງໄສໃດໆ ວ່າພຣະເຈົ້າຊົງເປັນຜູ້ຊົງອຳນາດສູງສຸດຂອງມະນຸດຊາດ. ນັ້ນກໍຄື ເມື່ອພຣະເຈົ້າຊົງທົດສອບພວກເຂົາ ຫຼື ລົງທັນ ແລະ ພິພາກສາພວກເຂົານັ້ນ, ປະການທີໜຶ່ງຄື ຢ່າງໜ້ອຍທີ່ສຸດພວກເຂົາກໍບໍ່ປະຕິເສດການມີຢູ່ຂອງພຣະເຈົ້າ; ປະການທີສອງຄື ພວກເຂົາບໍ່ຕັ້ງຄຳຖາມກ່ຽວກັບອຳນາດສູງສຸດຂອງພຣະເຈົ້າ; ແລະ ປະການທີສາມຄື ພວກເຂົາບໍ່ປະຕິເສດອຳນາດສູງສຸດຂອງພຣະເຈົ້າ. ແຕ່ກົງກັນຂ້າມ, ພວກເຂົາພຽງແຕ່ສຸມໃສ່ການແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເອງ. ສະພາວະນີ້ແຕກຕ່າງຈາກສະພາວະຂອງຄົນທີ່ບໍ່ເຊື່ອວ່າພຣະເຈົ້າມີຢູ່ຈິງເລີຍ ຫຼື ຜູ້ທີ່ສົງໄສໃນພຣະເຈົ້າ. ສຳລັບບັນດາຜູ້ທີ່ບໍ່ເຊື່ອໃນການມີຢູ່ຂອງພຣະເຈົ້າເລີຍ, ເມື່ອການລົງທັນ ແລະ ການພິພາກສາຂອງພຣະເຈົ້າມາສູ່ພວກເຂົາ ຫຼື ພຣະເຈົ້າຊົງຈັດວາງສະພາບແວດລ້ອມເພື່ອລົງວິໄນພວກເຂົາ, ກ່ອນອື່ນໝົດພວກເຂົາກໍຈະຕໍ່ຕ້ານພຣະເຈົ້າ. ພວກເຂົາປະຕິເສດການມີຢູ່ຂອງພຣະເຈົ້າ ໂດຍເວົ້າວ່າ “ນີ້ບໍ່ແມ່ນການກະທຳຂອງພຣະເຈົ້າ; ພຣະເຈົ້າຈະບໍ່ມີວັນກະທຳແບບນີ້!” ຫຼື “ພຣະເຈົ້າຢູ່ໃສ? ນີ້ຄືການກະທຳຂອງມະນຸດ!” ພວກເຂົາສະແດງພຶດຕິກຳ ແລະ ໃຫ້ຄຳເວົ້າທີ່ເປັນແບບສະບັບຂອງຜູ້ບໍ່ເຊື່ອ. ໃນຂະນະດຽວກັນ ຜູ້ທີ່ສົງໄສໃນພຣະເຈົ້າມັກຈະສົງໄສຢູ່ສະເໝີວ່າ “ນີ້ຄືການກະທຳຂອງພຣະເຈົ້າບໍ? ຂ້ອຍບໍ່ເຊື່ອແທ້ໆວ່າພຣະເຈົ້າຈະກະທຳແບບນີ້. ພຣະເຈົ້າຊົງຮັກ ແລະ ສະແດງຄວາມຫ່ວງໃຍຕໍ່ຜູ້ຄົນ; ພຣະອົງຈະຊົງໃຊ້ອຳນາດສູງສຸດຂອງພຣະອົງແບບນີ້ບໍ? ຂ້ອຍບໍ່ຄິດວ່າພຣະອົງຈະເຮັດແບບນັ້ນ. ແນວໃດກໍຕາມ ຂ້ອຍບໍ່ຕ້ອງການຍອມຮັບສິ່ງນີ້; ຖ້າມີບາງສິ່ງບໍ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງຂ້ອຍ, ຂ້ອຍກໍຈະບໍ່ຍອມຮັບມັນ!” ເຈົ້າເຫັນບໍວ່າ ທັດສະນະຄະຕິຂອງຄົນສອງປະເພດນີ້ທີ່ມີຕໍ່ການລົງທັນ ແລະ ການພິພາກສາ, ການລົງວິໄນ ແລະ ການທົດສອບຂອງພຣະເຈົ້ານັ້ນແຕກຕ່າງກັນ. ສຳລັບຄົນທີ່ມີຄຸນສົມບັດຂອງມະໂນທຳ ແລະ ເຫດຜົນໃນຄວາມເປັນມະນຸດຂອງພວກເຂົາ ແລະ ເຊື່ອໃນການມີຢູ່ຂອງພຣະເຈົ້າຢ່າງແທ້ຈິງ, ເມື່ອພຣະເຈົ້າຈັດວາງສະພາບແວດລ້ອມເພື່ອທົດສອບພວກເຂົານັ້ນ ກ່ອນອື່ນໝົດພວກເຂົາຈະປະຕິບັດຕໍ່ສະພາບແວດລ້ອມທີ່ພຣະເຈົ້າຊົງຈັດວາງຈາກມຸມມອງຂອງມະນຸດຊາດທີ່ຖືກສ້າງຂຶ້ນມາ. ພວກເຂົາປະຕິບັດຕໍ່ພຣະຜູ້ສ້າງ ແລະ ພຣະເຈົ້າດ້ວຍທັດສະນະຄະຕິແຫ່ງການອ່ອນນ້ອມໃນໃຈຂອງພວກເຂົາ. ທັດສະນະຄະຕິຂອງພວກເຂົາບໍ່ແມ່ນການຕັ້ງຄຳຖາມ, ການປະຕິເສດ ຫຼື ການບໍ່ຍອມຮັບ; ແຕ່ພວກເຂົາເຊື່ອວ່າ “ນີ້ຄືການກະທຳຂອງພຣະເຈົ້າ; ມັນຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າ”. ເຖິງແມ່ນວ່າພວກເຂົາອາດຈະເກີດຄວາມກະບົດ ແລະ ຄວາມຄິດຫຼົງຜິດອີກດ້ວຍ ພ້ອມທັງພະຍາຍາມໂຕ້ແຍ້ງກໍຕາມ, ຢ່າງໜ້ອຍທີ່ສຸດ ທັດສະນະຄະຕິທີ່ພວກເຂົາມີຕໍ່ສະພາບແວດລ້ອມກໍຄື: “ນີ້ຄືການກະທຳຂອງພຣະເຈົ້າ; ພຣະເຈົ້າຊົງມີອຳນາດສູງສຸດເໜືອທຸກສິ່ງ”. ຍິ່ງໄປກວ່ານັ້ນ, ຢ່າງໜ້ອຍທີ່ສຸດ ພວກເຂົາຈະບໍ່ສົງໄສວ່າພຣະເຈົ້າມີຢູ່ຈິງ ຫຼື ບໍ່; ສິ່ງນີ້ເປັນສິ່ງທີ່ຈະບໍ່ມີວັນເກີດຂຶ້ນຢ່າງແນ່ນອນ. ເພາະສະນັ້ນແລ້ວ, ບໍ່ວ່າພຣະເຈົ້າຈະເຮັດວຽກງານໃດກັບພວກເຂົາກໍຕາມ, ທັດສະນະຄະຕິທີ່ພວກເຂົາມີຕໍ່ພຣະເຈົ້າກໍຄືທັດສະນະຄະຕິຂອງມະນຸດທີ່ຖືກສ້າງຂຶ້ນທີ່ມີຕໍ່ພຣະເຈົ້າ ແທນທີ່ຈະເປັນທັດສະນະຄະຕິທີ່ມີຕໍ່ຄົນທຳມະດາ. ທັດສະນະຄະຕິຂອງຄົນທີ່ມີມະໂນທຳ ແລະ ເຫດຜົນທີ່ມີຕໍ່ພຣະເຈົ້າແຕກຕ່າງຈາກທັດສະນະຄະຕິຂອງຜູ້ບໍ່ເຊື່ອ ແລະ ຄົນທີ່ສົງໄສໃນພຣະອົງບໍ? (ແມ່ນແລ້ວ).

ຜູ້ບໍ່ເຊື່ອປະຕິບັດຕໍ່ພຣະເຈົ້າຄືກັບວ່າພຣະອົງເປັນພຽງອາກາດ ແລະ ເຖິງກັບປະຕິບັດຕໍ່ພຣະອົງຄືກັບຄົນທຳມະດາທີ່ຢູ່ໃນລະດັບດຽວກັນກັບພວກເຂົາເອງ. ຜູ້ທີ່ສົງໄສພຣະເຈົ້າມີຈິນຕະນາການທີ່ວ່າງເປົ່າ ແລະ ຄຸມເຄືອກ່ຽວກັບພຣະເຈົ້າ ເມື່ອບໍ່ມີຫຍັງເກີດຂຶ້ນກັບພວກເຂົາ; ເມື່ອພວກເຂົາພົບພໍ້ກັບບັນຫາ, ພວກເຂົາກໍມີຄວາມລະແວງ, ຄວາມສົງໄສ ແລະ ເຖິງກັບມີຄວາມຄາງແຄງໃຈທຸກປະເພດຕໍ່ພຣະເຈົ້າ. ເຖິງເຖິງຢ່າງໃດກໍຕາມ, ສຳລັບຜູ້ທີ່ມີມະໂນທຳ ແລະ ເຫດຜົນ ຍ້ອນວ່າພວກເຂົາແນ່ໃຈໃນໃຈວ່າພຣະເຈົ້າມີຢູ່ຈິງ ແລະ ແນ່ໃຈໃນອັດຕະລັກ ແລະ ແກ່ນແທ້ຂອງພຣະເຈົ້າ ບໍ່ວ່າພວກເຂົາຈະເກີດມີຄວາມກະບົດ ຫຼື ຄວາມຄິດຫຼົງຜິດໃດໆຕໍ່ພຣະເຈົ້າກໍຕາມ, ຢ່າງໜ້ອຍທີ່ສຸດ ພວກເຂົາກໍປະຕິບັດຕໍ່ພຣະເຈົ້າດ້ວຍທັດສະນະຄະຕິຂອງສິ່ງຖືກສ້າງທີ່ມີຕໍ່ພຣະຜູ້ສ້າງ. ຄວາມແຕກຕ່າງລະຫວ່າງຄົນປະເພດນີ້ກັບສອງປະເພດກ່ອນໜ້ານີ້ໃຫຍ່ຫຼວງບໍ? (ແມ່ນແລ້ວ). ພວກເຂົາຈະບໍ່ຄາງແຄງໃຈຕໍ່ພຣະເຈົ້າ ທັງຈະບໍ່ປະຕິບັດຕໍ່ພຣະເຈົ້າຄືກັບຄົນທຳມະດາ. ເປັນຫຍັງພວກເຮົາຈຶ່ງເວົ້າເຖິງຄວາມແຕກຕ່າງນີ້? ກໍຍ້ອນວ່າ ສຳລັບຄົນທີ່ມີຄວາມເປັນມະນຸດແລ້ວ ບໍ່ວ່າລາວຈະເຜີຍອຸປະນິໄສທີ່ເສື່ອມຊາມໃດໆອອກມາກໍຕາມ ແລະ ບໍ່ວ່າລາວຈະເກີດມີຄວາມຄິດຫຼົງຜິດ ຫຼື ຄວາມກະບົດຕໍ່ພຣະເຈົ້າ ຫຼື ບໍ່ກໍຕາມ, ສິ່ງເຫຼົ່ານີ້ກໍລ້ວນແຕ່ເກີດຂຶ້ນພາຍໃນຂອບເຂດມະໂນທຳ ແລະ ເຫດຜົນໃນຄວາມເປັນມະນຸດຂອງລາວ. ປະການທີໜຶ່ງຄື ລາວຈະບໍ່ສາບແຊ່ງພຣະເຈົ້າ, ປະການທີສອງຄື ລາວຈະບໍ່ຕັດສິນພຣະເຈົ້າ ຫຼື ໝິ່ນປະໝາດພຣະເຈົ້າ ແລະ ປະການທີສາມຄື ລາວຈະບໍ່ຕໍ່ຕ້ານວຽກງານທີ່ພຣະເຈົ້າເຮັດກັບລາວ. ຢ່າງຫຼາຍທີ່ສຸດ ລາວກໍອາດຈະພະຍາຍາມໂຕ້ຖຽງ ຫຼື ບໍ່ເຕັມໃຈທີ່ຈະຍອມຮັບສະຖານະການທີ່ຢູ່ຕໍ່ໜ້າ ຫຼື ບໍ່ເຕັມໃຈທີ່ຈະຍອມຮັບວຽກງານດັ່ງກ່າວຂອງພຣະເຈົ້າ. ແຕ່ຢ່າງໜ້ອຍທີ່ສຸດ ລາວກໍປະຕິບັດຕໍ່ພຣະເຈົ້າໃນຖານະພຣະເຈົ້າ ແລະ ເຖິງແມ່ນວ່າລາວຈະມີການສະແດງອອກເຖິງຄວາມກະບົດບາງຢ່າງກໍຕາມ ສິ່ງເຫຼົ່ານີ້ກໍຖືກຈຳກັດຢູ່ພາຍໃນຂອບເຂດຂອງມະໂນທຳ ແລະ ເຫດຜົນ. ໃນທາງກົງກັນຂ້າມ ຄົນທີ່ປະຕິເສດພຣະເຈົ້າບໍ່ມີຄວາມຮັບຮູ້ເລີຍວ່າພຣະເຈົ້າມີຢູ່ຈິງ ຫຼື ບໍ່ ເມື່ອພວກເຂົາບໍ່ໄດ້ປະເຊີນກັບສະຖານະການໃດໆ. ເຖິງຢ່າງໃດກໍຕາມ, ເມື່ອພວກເຂົາພົບພໍ້ກັບສະຖານະການບາງຢ່າງ ພວກເຂົາກໍເຊື່ອວ່າພຣະເຈົ້າໄດ້ເຮັດບາງສິ່ງທີ່ບໍ່ເປັນຜົນດີຕໍ່ພວກເຂົາ, ບາງທີພຣະອົງອາດກຳລັງລົງວິໄນພວກເຂົາ ຫຼື ຍຶດເອົາບາງສິ່ງບາງຢ່າງໄປຈາກພວກເຂົາ ເພື່ອໃຫ້ພວກເຂົາສູນເສຍຜົນປະໂຫຍດສ່ວນຕົວບາງຢ່າງ ແລະ ພວກເຂົາກໍຈະຕັດສິນພຣະເຈົ້າ, ສາບແຊ່ງພຣະເຈົ້າ ແລະ ໝິ່ນປະໝາດພຣະເຈົ້າໃນໃຈຂອງພວກເຂົາຢ່າງບໍ່ມີຢາງອາຍ ໂດຍບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າເລີຍແມ່ນແຕ່ໜ້ອຍດຽວ. ທັດສະນະຄະຕິທີ່ພວກເຂົາມີຕໍ່ພຣະເຈົ້າແມ່ນແຕກຕ່າງຈາກທັດສະນະຄະຕິຂອງຄົນທີ່ມີມະໂນທຳ ແລະ ເຫດຜົນ. ພວກເຂົາກ້າສາບແຊ່ງພຣະເຈົ້າ ແລະ ການສາບແຊ່ງນີ້ບໍ່ແມ່ນພຽງແຕ່ຄວາມກະບົດເທົ່ານັ້ນ; ພວກເຂົາສາບແຊ່ງພຣະເຈົ້າໂດຍປາສະຈາກການຢັບຢັ້ງ ຫຼື ຄວາມອົດກັ້ນໃດໆ. ເປັນຫຍັງພວກເຂົາຈຶ່ງບໍ່ຢັບຢັ້ງ ຫຼື ອົດກັ້ນ? ກໍຍ້ອນວ່າພວກເຂົາບໍ່ແມ່ນມະນຸດ ແລະ ບໍ່ມີມະໂນທຳ ແລະ ເຫດຜົນ; ພວກເຂົາປະຕິບັດຕໍ່ພຣະເຈົ້າຄືກັບວ່າພຣະອົງເປັນພຽງຄົນທຳມະດາທີ່ສຸດທີ່ຢູ່ອ້ອມຂ້າງພວກເຂົາເທົ່ານັ້ນ. ແລະ ຖ້າພຣະທຳຂອງພຣະເຈົ້າຈີ້ຖືກບັນຫາຂອງພວກເຂົາ, ພວກເຂົາກໍຈະປະຕິບັດຕໍ່ພຣະເຈົ້າຄືກັບສັດຕູ ໂດຍຄິດວ່າ “ຖ້າຄຳເວົ້າຂອງເຈົ້າບໍ່ເປັນຜົນດີຕໍ່ຂ້ອຍ, ຂ້ອຍກໍຈະໂກດຮ້າຍ ແລະ ຕອບໂຕ້ເຈົ້າ! ຕາບໃດທີ່ຄຳເວົ້າ ແລະ ການກະທຳຂອງເຈົ້າບໍ່ກ່ຽວຂ້ອງກັບຂ້ອຍ, ຂ້ອຍກໍຈະບໍ່ມີບັນຫາກັບເຈົ້າ. ຖ້າມີບາງສິ່ງເກີດຂຶ້ນເຊິ່ງທຳລາຍຜົນປະໂຫຍດຂອງຂ້ອຍ ຫຼື ຖ້າຂ້ອຍປະເຊີນກັບການຖືກຈັບກຸມ, ເມື່ອນັ້ນ ຂ້ອຍກໍຈະປະຕິເສດ ແລະ ບໍ່ຍອມຮັບພຣະເຈົ້າໃນທັນທີ!” ພວກເຂົາຍັງຈະເວົ້າໃນໃຈຂອງພວກເຂົາອີກວ່າ “ການເຊື່ອໃນພຣະເຈົ້າເປັນເລື່ອງໄຮ້ປະໂຫຍດ, ພວກເຮົາເຖິງກັບຕ້ອງທົນທຸກກັບການຖືກຂົ່ມເຫັງ ແລະ ການກົດຂີ່. ສຳລັບຂ້ອຍແລ້ວ, ຂ້ອຍຈະບໍ່ຍອມທົນທຸກກັບຄວາມຍາກລຳບາກນີ້ເດັດຂາດ!” ເຈົ້າເຫັນບໍ ພວກເຂົາມີຄວາມຄິດທີ່ຈະລົ້ມເລີກຄວາມເຊື່ອຂອງຕົນໃນພຣະເຈົ້າ ແລະ ປະຖິ້ມພຣະອົງຢູ່ຕະຫຼອດເວລາ. ເມື່ອພວກເຂົາພົບພໍ້ກັບສິ່ງທີ່ບໍ່ເປັນໄປຕາມທີ່ພວກເຂົາປາຖະໜາ, ພວກເຂົາກໍມີຄວາມຄິດເຫຼົ່ານີ້ ແລະ ຕ້ອງການຕີຕົວອອກຫ່າງຈາກພຣະເຈົ້າ. ນີ້ຄືສະພາວະທີ່ພົບເຫັນໄດ້ທົ່ວໄປທີ່ສຸດຂອງມານຮ້າຍ ແລະ ຜູ້ບໍ່ເຊື່ອ. ເມື່ອຄົນເຫຼົ່ານີ້ພົບພໍ້ກັບສິ່ງທີ່ບໍ່ເປັນຜົນດີຕໍ່ພວກເຂົາ, ພວກເຂົາກໍຕ້ອງການປະຕິເສດພຣະເຈົ້າ, ຢຸດເຊື່ອໃນພຣະເຈົ້າ ແລະ ບໍ່ຍອມຮັບພຣະນາມຂອງພຣະເຈົ້າ ພ້ອມທັງຫຼົບໜີໄປ. ພວກເຂົາບໍ່ພຽງແຕ່ປະຖິ້ມພຣະນາມຂອງພຣະເຈົ້າເທົ່ານັ້ນ ແຕ່ພວກເຂົາຍັງຈົ່ມວ່າພຣະເຈົ້າບໍ່ສາມາດປົກປ້ອງພວກເຂົາ ຫຼື ຮັກສາຜົນປະໂຫຍດຂອງພວກເຂົາໄວ້ໄດ້. ບາງຄົນເຖິງກັບເວົ້າວ່າ “ພຣະເຈົ້າມີຢູ່ຈິງບໍ? ພຣະອົງສາມາດມີອຳນາດສູງສຸດເໜືອທຸກສິ່ງໄດ້ແທ້ບໍ?” ແລະ ຄົນອື່ນໆກໍເວົ້າວ່າ “ການຮັບໃຊ້ພຣະເຈົ້າບໍ່ແມ່ນເລື່ອງງ່າຍ, ການຢູ່ໃກ້ຊິດກັບກະສັດກໍອັນຕະລາຍຄືກັບການນອນຢູ່ກັບເສືອ!” ເຈົ້າເຫັນບໍ ພວກເຂົາກ້າເວົ້າສິ່ງທີ່ກະບົດຢ່າງຮ້າຍແຮງ. ຖ້າເຈົ້າປະຕິບັດຕໍ່ພຣະເຈົ້າໃນຖານະພຣະເຈົ້າຢ່າງແທ້ຈິງ ແລະ ເຊື່ອຢ່າງແທ້ຈິງວ່າພຣະເຈົ້າມີຢູ່ຈິງ ໂດຍພິຈາລະນາມັນຈາກມະໂນທຳ ແລະ ເຫດຜົນຂອງຄົນປົກກະຕິ, ເມື່ອພົບພໍ້ກັບສິ່ງທີ່ບໍ່ເປັນຜົນດີຕໍ່ເຈົ້ານັ້ນ ເຈົ້າຈະຕັດສິນພຣະເຈົ້າ ແລະ ໝິ່ນປະໝາດພຣະອົງແບບນີ້ບໍ? ເຈົ້າຈະບໍ່ເຮັດແບບນັ້ນ ເພາະວ່າມະໂນທຳຂອງເຈົ້າຈະບໍ່ຍອມໃຫ້ເຮັດແບບນັ້ນຢ່າງແນ່ນອນ ແລະ ດ້ວຍເຫດນັ້ນ ເຈົ້າຈຶ່ງຈະບໍ່ເກີດມີຄວາມຄິດເຫຼົ່ານີ້ເລີຍ. ແລ້ວເຈົ້າຍັງຈະເວົ້າສິ່ງດັ່ງກ່າວຢູ່ບໍ? ຄຳເວົ້າດັ່ງກ່າວຈະບໍ່ມີທາງຫຼຸດອອກຈາກປາກຂອງເຈົ້າໄດ້ເລີຍ. ເມື່ອມານຮ້າຍ ແລະ ຜູ້ບໍ່ເຊື່ອເຫຼົ່ານັ້ນພົບພໍ້ກັບສິ່ງທີ່ບໍ່ເປັນຜົນດີຕໍ່ພວກເຂົາ, ພວກເຂົາກໍຈະສາບແຊ່ງ ແລະ ໝິ່ນປະໝາດພຣະເຈົ້າ ແລະ ໃນທີ່ສຸດກໍຈະປະຖິ້ມພຣະເຈົ້າ ພ້ອມທັງຢຸດເຊື່ອ. ຍັງມີອີກບາງຄົນທີ່ ເມື່ອພວກເຂົາພົບພໍ້ກັບສິ່ງທີ່ບໍ່ເປັນໄປຕາມທີ່ພວກເຂົາປາຖະໜາ ກໍປະທ້ວງໂດຍການຢຸດງານ, ຖິ້ມວຽກຂອງພວກເຂົາ ແລະ ປະຕິເສດທີ່ຈະປະຕິບັດໜ້າທີ່ຂອງຕົນ. ຄັ້ງໜຶ່ງເຄີຍມີຜູ້ບໍ່ເຊື່ອຄົນໜຶ່ງທີ່ເຮັດຄວາມຊົ່ວຮ້າຍ ແລະ ນຳຄວາມເສຍຫາຍຢ່າງຮ້າຍແຮງມາສູ່ເຮືອນຂອງພຣະເຈົ້າ. ເຮືອນຂອງພຣະເຈົ້າໄດ້ປົດລາວອອກ ແລະ ເມື່ອລາວຖືກມອບໝາຍໃຫ້ໄປຢູ່ຄຣິສຕະຈັກທຳມະດາ, ລາວກໍປະຕິເສດ ໂດຍເວົ້າວ່າ “ຖ້າພວກເຈົ້າມອບໝາຍໃຫ້ຂ້ອຍໄປຢູ່ຄຣິສຕະຈັກທຳມະດາ, ຂ້ອຍກໍຈະບໍ່ກິນເຂົ້າ. ຂ້ອຍຈະຍອມຕາຍຢູ່ບ່ອນນີ້ເລີຍ!” ຈາກນັ້ນ ອ້າຍເອື້ອຍນ້ອງບາງຄົນກໍໄດ້ລິຮານລາວ ແລະ ໂອ້ລົມກັບລາວ. ເຮົາເວົ້າວ່າ “ເຈົ້າບໍ່ໂງ່ບໍທີ່ລົດຕົວລົງໄປທຽບກັບຄົນແບບນັ້ນ? ນີ້ຄືມານຮ້າຍທີ່ກຳລັງສະແດງທາດແທ້ອອກມາ, ແລ້ວເປັນຫຍັງເຈົ້າຈຶ່ງຈິງຈັງກັບລາວຫຼາຍແທ້?” ຖ້າລາວເປັນມະນຸດ, ລາວຈະສາມາດເຮັດສິ່ງດັ່ງກ່າວໄດ້ບໍ? ລາວກຳລັງຕໍ່ຕ້ານໃຜ? ບໍ່ຕ້ອງເວົ້າເຖິງຂໍ້ເທັດຈິງທີ່ວ່າລາວໄດ້ເຮັດຄວາມຊົ່ວຮ້າຍຫຼາຍຢ່າງ ແລະ ນຳຄວາມເສຍຫາຍຢ່າງຮ້າຍແຮງມາສູ່ເຮືອນຂອງພຣະເຈົ້າ ເຊິ່ງໃນກໍລະນີນີ້ ມັນເປັນເລື່ອງທີ່ຍຸຕິທຳ ແລະ ເໝາະສົມຢ່າງຍິ່ງທີ່ເຮືອນຂອງພຣະເຈົ້າຈະຈັດການກັບລາວ, ເຖິງແມ່ນວ່າລາວຈະບໍ່ໄດ້ເຮັດຄວາມຊົ່ວຮ້າຍໃດໆກໍຕາມ, ມັນຈະບໍ່ເໝາະສົມບໍທີ່ເຮືອນຂອງພຣະເຈົ້າຈະປົດລາວອອກ ຍ້ອນວ່າລາວບໍ່ສາມາດເຮັດວຽກໄດ້? ນີ້ຄືການກະທຳຕາມຫຼັກການ, ແລ້ວລາວກຳລັງພະຍາຍາມໃຊ້ກົນອຸບາຍທີ່ໜ້າບໍ່ອາຍປະເພດໃດກັນແທ້? ໂດຍການພະຍາຍາມເຮັດສິ່ງໂງ່ຈ້າທີ່ໜ້າບໍ່ອາຍແບບນັ້ນ ລາວກໍຖືກເປີດໂປງ ແລະ ນີ້ກໍຍິ່ງເປັນເຫດຜົນທີ່ຕ້ອງໄລ່ລາວອອກໄປ. ລາວຢາກໄປໃສກໍໄປໄດ້ ຄຣິສຕະຈັກພຽງແຕ່ຕ້ອງລຶບຊື່ຂອງລາວອອກ ແລະ ນັ້ນກໍຖືວ່າຈົບເລື່ອງ. ນີ້ຄືມານຮ້າຍ, ແລ້ວເປັນຫຍັງເຈົ້າຈຶ່ງຈິງຈັງກັບລາວຫຼາຍແທ້? ການຈິງຈັງກັບລາວເປັນເລື່ອງທີ່ໂງ່ຈ້າ, ເຈົ້າສາມາດເວົ້າດ້ວຍເຫດຜົນກັບມານຮ້າຍໄດ້ບໍ? ຜູ້ບໍ່ເຊື່ອຄົນນີ້ບໍ່ມີມະໂນທຳ ແລະ ເຫດຜົນ, ເຮັດສິ່ງທີ່ຕ່ຳຊ້າທຸກປະເພດ ແລະ ພະຍາຍາມເຮັດສິ່ງໂງ່ຈ້າທີ່ໜ້າບໍ່ອາຍ ໂດຍຄິດວ່າຖ້າລາວເຮັດແບບນັ້ນ ເຮືອນຂອງພຣະເຈົ້າກໍຈະບໍ່ສາມາດຕອບໂຕ້ໄດ້. ຄົນແບບນີ້ຈັດການໄດ້ງ່າຍ, ພຽງແຕ່ໄລ່ລາວອອກໄປ ແລະ ນັ້ນກໍຈົບເລື່ອງ, ພົ້ນຫູພົ້ນຕາໄປກໍສະບາຍໃຈ. ມັນບໍ່ໂງ່ຈ້າບໍທີ່ຈະປະຕິບັດຕໍ່ຜູ້ບໍ່ເຊື່ອທີ່ເປັນມານຮ້າຍຄືກັບຄົນປົກກະຕິ? ມານຮ້າຍບໍ່ຍອມຮັບຄວາມຈິງເລີຍແມ່ນແຕ່ໜ້ອຍດຽວ ແລະ ບໍ່ວ່າລາວຈະເຊື່ອແນວໃດກໍຕາມ, ລາວກໍຈະບໍ່ໄດ້ຮັບຄວາມຈິງ. ຖ້າເຈົ້າໂອ້ລົມກ່ຽວກັບຄວາມຈິງກັບລາວ, ນັ້ນບໍ່ແມ່ນການເສຍເຫື່ອແຮງໄປລ້າໆບໍ? ຖ້າເຈົ້າຕ້ອງການໃຫ້ລາວຖືກຊຳລະລ້າງ ແລະ ຖືກຊ່ວຍໃຫ້ລອດພົ້ນ ນັ້ນເປັນໄປບໍ່ໄດ້. ລາວເປັນພຽງມານຮ້າຍທີ່ກຳລັງສະແດງທາດແທ້ອອກມາ ແລະ ລາວຄວນຖືກຄັດອອກ. ນີ້ຄືວິທີທີ່ຄວນຈັດການກັບຜູ້ບໍ່ເຊື່ອ.

ຄົນເບົາປັນຍາເຫຼົ່ານັ້ນທີ່ຖືກຈັດຢູ່ໃນປະເພດຂອງສັດ ບໍ່ຍອມຮັບພຣະເຈົ້າຈາກກົ້ນບຶ້ງໃນໃຈຂອງພວກເຂົາ ແລະ ບໍ່ປະຕິບັດຕໍ່ພຣະເຈົ້າໃນຖານະພຣະເຈົ້າ ພ້ອມທັງບໍ່ມີຄວາມເຄົາລົບຕໍ່ເນື້ອໜັງຂອງພຣະເຈົ້າ ຫຼື ມີຄວາມຢຳເກງຕໍ່ພຣະເຈົ້າໃນສະຫວັນ; ສຳລັບພວກເຂົາແລ້ວ ມີພຽງຜົນປະໂຫຍດສ່ວນຕົວເທົ່ານັ້ນທີ່ສຳຄັນ. ຖ້າມື້ນີ້ພວກເຂົາໄດ້ຮັບພອນທີ່ເປັນປະໂຫຍດຕໍ່ພວກເຂົາ, ພວກເຂົາກໍເວົ້າວ່າ “ພຣະເຈົ້າດີ, ພຣະເຈົ້າຊົງຍິ່ງໃຫຍ່, ພຣະເຈົ້າຊົງຊອບທຳ, ພຣະເຈົ້າຊົງສູງສົ່ງ!” ແຕ່ຖ້າມື້ໜຶ່ງພຣະເຈົ້າຍຶດເອົາຜົນປະໂຫຍດຂອງພວກເຂົາໄປ ແລະ ເຮັດໃຫ້ພວກເຂົາຕ້ອງທົນທຸກ, ພວກເຂົາກໍຈະປະຕິເສດ ແລະ ທໍລະຍົດພຣະເຈົ້າ ເຖິງກັບເວົ້າວ່າ “ມັນບໍ່ຈຳເປັນຕ້ອງເປັນຄວາມຈິງສະເໝີໄປທີ່ວ່າພຣະເຈົ້າຊົງດີທຸກຢ່າງ; ຂ້ອຍບໍ່ເຊື່ອໃນພຣະເຈົ້າອີກຕໍ່ໄປແລ້ວ!” ຖ້າເຮືອນຂອງພຣະເຈົ້າແຈກຢາຍຜົນປະໂຫຍດບາງຢ່າງ ແລະ ໃຫ້ພວກເຂົາໄດ້ຮັບບາງສິ່ງລ້າໆ, ພວກເຂົາກໍຮູ້ສຶກມີຄວາມສຸກ ແລະ ເວົ້າວ່າ “ພຣະເຈົ້າຊົງຮັກຜູ້ຄົນຫຼາຍ, ພຣະເຈົ້າຊົງໜ້າຮັກຫຼາຍ! ຂ້ອຍສັນລະເສີນພຣະເຈົ້າໃນໃຈຂອງຂ້ອຍ!” ພວກເຂົາມີຄວາມສຸກຫຼາຍຈົນກະໂດດເຕັ້ນດ້ວຍຄວາມຍິນດີ ແລະ ເຖິງກັບສາມາດຕື່ນຂຶ້ນມາຫົວຈາກຄວາມຝັນຂອງພວກເຂົາໃນຕອນກາງຄືນ. ຖ້າພວກເຂົາຖືກບອກວ່າມັນບໍ່ໄດ້ໃຫ້ລ້າໆອີກຕໍ່ໄປ, ພວກເຂົາກໍປ່ຽນທ່າທີທັນທີ ແລະ ກາຍເປັນບໍ່ມີຄວາມສຸກ. ພວກເຂົາບໍ່ເວົ້າອີກຕໍ່ໄປວ່າພຣະເຈົ້າຊົງໜ້າຮັກ ຫຼື ພຣະເຈົ້າຊົງຫ່ວງໃຍຜູ້ຄົນ ແລະ ກັບຕັດສິນວ່າເຮືອນຂອງພຣະເຈົ້າຂີ້ຖີ່ເກີນໄປ ແລະ ບໍ່ມີຄວາມຮັກ, ທ່າທີຂອງພວກເຂົາປ່ຽນໄປໄວຫຼາຍ. ຄົນແບບນັ້ນມີມະໂນທຳ ແລະ ຄວາມມີເຫດຜົນບໍ? (ບໍ່ມີ). ຄົນທີ່ບໍ່ມີມະໂນທຳ ແລະ ເຫດຜົນຈະບໍ່ມີຄວາມຮູ້ສຶກລະອາຍ. ເມື່ອພວກເຂົາໄດ້ຮັບຜົນປະໂຫຍດ, ພວກເຂົາກໍເວົ້າວ່າພຣະເຈົ້າດີ, ແຕ່ເມື່ອພວກເຂົາບໍ່ສາມາດໄດ້ຮັບຜົນປະໂຫຍດ ພວກເຂົາກໍປ່ຽນທ່າທີ ແລະ ເວົ້າວ່າ “ພຣະເຈົ້າບໍ່ດີ, ບໍ່ມີພຣະເຈົ້າ”. ພວກເຂົາສາມາດເວົ້າສິ່ງດັ່ງກ່າວອອກມາໄດ້ແທ້ໆ. ພວກເຂົາເວົ້າກັບກອກ ຄືກັບວ່າພວກເຂົາມີບຸກຄະລິກກະພາບສອງດ້ານ, ພວກເຂົາຄືຄົນທີ່ເວົ້າວ່າພຣະເຈົ້າດີ ແລະ ພວກເຂົາກໍຍັງຄືຄົນທີ່ເວົ້າວ່າພຣະເຈົ້າບໍ່ດີ. ຄຳເວົ້າຂອງພວກເຂົາອີງໃສ່ຫຍັງ? ມັນອີງໃສ່ພຽງແຕ່ວ່າພວກເຂົາຈະໄດ້ຮັບບາງສິ່ງບາງຢ່າງ ຫຼື ບໍ່ເທົ່ານັ້ນ, ຖ້າພວກເຂົາບໍ່ໄດ້ຮັບບາງສິ່ງບາງຢ່າງ, ພວກເຂົາກໍເວົ້າວ່າພຣະເຈົ້າບໍ່ດີ, ພວກເຂົາສາມາດເວົ້າສິ່ງດັ່ງກ່າວອອກມາໄດ້ແທ້ໆ. ໂດຍທົ່ວໄປແລ້ວ, ຖ້າຄົນທີ່ມີມະໂນທຳ ແລະ ເຫດຜົນເວົ້າສິ່ງດັ່ງກ່າວ ພວກເຂົາກໍຈະຮູ້ສຶກຜິດຢູ່ພາຍໃນ: “ໂອ້, ຂ້ອຍບໍ່ມີມະໂນທຳ. ສິ່ງທີ່ຂ້ອຍຫາກໍເວົ້າໄປນັ້ນບໍ່ເໝາະສົມ. ຂ້ອຍບໍ່ສາມາດເວົ້າແບບນັ້ນໄດ້ອີກໃນອະນາຄົດ. ເມື່ອເວົ້າບາງສິ່ງອອກໄປແລ້ວ ກໍບໍ່ສາມາດເອົາຄືນໄດ້, ການເວົ້າແບບນັ້ນໄດ້ເຜີຍຄວາມເປັນມະນຸດຂອງຂ້ອຍອອກມາ”. ຈາກນັ້ນ ພວກເຂົາກໍຈະໄຕ່ຕອງ ແລະ ຮູ້ຈັກຕົນເອງ. ຄົນທີ່ກັບຊາດມາເກີດຈາກສັດຈະບໍ່ໄຕ່ຕອງ ແລະ ຮູ້ຈັກຕົນເອງ. ພວກເຂົາຄິດວ່າພວກເຂົາມີເຫດຜົນ ບໍ່ວ່າພວກເຂົາຈະເວົ້າຫຍັງກໍຕາມ; ພວກເຂົາເວົ້າຢ່າງໜຶ່ງເມື່ອພວກເຂົາມີຄວາມສຸກ ແລະ ເວົ້າອີກຢ່າງໜຶ່ງເມື່ອພວກເຂົາບໍ່ມີຄວາມສຸກ. ພວກເຂົາບໍ່ມີຄວາມຮູ້ສຶກລະອາຍ ແລະ ບໍ່ມີຄວາມສຸດຈະລິດ ຫຼື ສັກສີ ແລະ ພວກເຂົາກໍບໍ່ສົນໃຈວ່າຄົນອື່ນຈະເບິ່ງພວກເຂົາແນວໃດ. ສະນັ້ນ ພວກເຂົາມີພຣະເຈົ້າຢູ່ໃນໃຈຂອງພວກເຂົາແທ້ບໍ? ເວົ້າຢ່າງຖືກຕ້ອງກໍຄື ພວກເຂົາບໍ່ມີພຣະເຈົ້າຢູ່ໃນໃຈ. ເວົ້າຢ່າງພາວະວິໄສກໍຄື ເມື່ອພວກເຂົາຕ້ອງການພຣະອົງ, ພວກເຂົາກໍເວົ້າວ່າພຣະເຈົ້າມີຢູ່ຈິງ, ພຣະເຈົ້າສະຖິດຢູ່ກັບພວກເຂົາ, ພຣະເຈົ້າປະທານພຣະຄຸນໃຫ້ແກ່ພວກເຂົາ ແລະ ຊ່ວຍເຫຼືອພວກເຂົາ ແລະ ພຣະເຈົ້າເຝົ້າເບິ່ງ ແລະ ປົກປ້ອງພວກເຂົາ. ເຖິງຢ່າງໃດກໍຕາມ ເມື່ອພຣະເຈົ້າຕຳນິ ແລະ ລົງວິໄນພວກເຂົາ, ເຮັດໃຫ້ພວກເຂົາເສຍໜ້າ ແລະ ຮູ້ສຶກອັບອາຍ, ແລະ ພວກເຂົາຮູ້ສຶກວ່າສິ່ງທີ່ພຣະເຈົ້າເຮັດນັ້ນບໍ່ເປັນຜົນດີຕໍ່ພວກເຂົາ, ພວກເຂົາກໍເວົ້າວ່າພຣະເຈົ້າບໍ່ດີ ແລະ ເລີ່ມຄາງແຄງໃຈຕໍ່ພຣະເຈົ້າ. ບອກເຮົາມາເບິ່ງວ່າ ຄົນແບບນັ້ນມີມະໂນທຳ ແລະ ເຫດຜົນຫຍັງແດ່? ພວກເຂົາປະຕິບັດຕໍ່ພຣະເຈົ້າຄືກັນກັບທີ່ພວກເຂົາປະຕິບັດຕໍ່ຜູ້ຄົນ ໂດຍບໍ່ຮັກສາຂອບເຂດຂອງມະໂນທຳໃດໆເລີຍ. ພວກເຂົາເຖິງກັບກ້າຜິດຖຽງ ແລະ ໂຕ້ຖຽງກັບພຣະເຈົ້າ ແລະ ກ້າດ່າທໍພຣະອົງ ໂດຍບໍ່ມີຄວາມຢ້ານກົວ ຫຼື ຄວາມຢຳເກງຕໍ່ພຣະເຈົ້າແມ່ນແຕ່ໜ້ອຍດຽວ. ຫຼັງຈາກນັ້ນ ພວກເຂົາກໍເສຍໃຈ: “ໂອ້, ຂ້ອຍເຮັດໃຫ້ພຣະເຈົ້າຜິດຫວັງ!” ແຕ່ເມື່ອພວກເຂົາພົບພໍ້ກັບສິ່ງດັ່ງກ່າວອີກຄັ້ງ, ພວກເຂົາກໍຍັງຄົງກະທຳແບບເດີມ. ພວກເຂົາຈະບໍ່ມີວັນມີຄວາມຢຳເກງທີ່ແທ້ຈິງຕໍ່ພຣະເຈົ້າໃນໃຈຂອງພວກເຂົາເລີຍ, ພຣະເຈົ້າບໍ່ມີບ່ອນຢູ່ໃນໃຈຂອງພວກເຂົາ. ເຖິງຢ່າງໃດກໍຕາມ, ຄົນທີ່ມີມະໂນທຳ ແລະ ເຫດຜົນຢ່າງແທ້ຈິງຈະມີບ່ອນທີ່ແນ່ນອນສຳລັບພຣະເຈົ້າໃນໃຈຂອງຕົນ ແລະ ບ່ອນທີ່ແນ່ນອນນີ້ເຮັດໃຫ້ລາວມີຄວາມຈິງໃຈ, ເອົາຈິງເອົາຈັງ ແລະ ເຄົາລົບຕໍ່ພຣະເຈົ້າຫຼາຍກວ່າຕໍ່ຄົນອື່ນໆ. ຄວາມຈິງໃຈ, ຄວາມເອົາຈິງເອົາຈັງ ແລະ ຄວາມເຄົາລົບນີ້ປະກອບເປັນທັດສະນະຄະຕິທີ່ລາວມີຕໍ່ພຣະເຈົ້າ ເຊິ່ງເປັນຜົນມາຈາກມະໂນທຳ ແລະ ເຫດຜົນພື້ນຖານທີ່ລາວມີ. ສະນັ້ນ ບໍ່ວ່າເວລາໃດກໍຕາມ, ບໍ່ວ່າລາວຈະອ່ອນແອ ຫຼື ຄິດລົບ ຫຼື ລາວລົ້ມເຫຼວ ຫຼື ຖືກລົງວິໄນກໍຕາມ, ລາວກໍຈະບໍ່ເຮັດເກີນຂອບເຂດນີ້. ບໍ່ວ່າຄວາມຫຍຸ້ງຍາກທີ່ລາວພົບພໍ້ຈະໃຫຍ່ຫຼວງສໍ່າໃດ ຫຼື ລາວຈະທົນທຸກກັບຄວາມເຈັບປວດຫຼາຍສໍ່າໃດກໍຕາມ, ລາວກໍຈະບໍ່ເຮັດເກີນຂອບເຂດນີ້ ເພາະວ່າລາວເປັນມະນຸດທີ່ແທ້ຈິງ. ລາວເຊື່ອວ່າພຣະເຈົ້າມີຢູ່ຈິງ ແລະ ພຣະອົງມີອຳນາດສູງສຸດເໜືອຊະຕາກຳຂອງຜູ້ຄົນ, ດັ່ງນັ້ນ ລາວຈຶ່ງຈະບໍ່ເຮັດເກີນຂອບເຂດຂອງມະໂນທຳເພື່ອລ່ວງເກີນພຣະເຈົ້າ ພ້ອມທັງຈະບໍ່ຕັ້ງໃຈສາບແຊ່ງພຣະເຈົ້າ, ຕໍ່ຕ້ານພຣະເຈົ້າ ຫຼື ກະບົດຕໍ່ພຣະເຈົ້າໃນຂະນະທີ່ຮູ້ຕົວວ່າລາວກຳລັງເຮັດແບບນັ້ນ. ການທີ່ລາວລະເວັ້ນຈາກການຕັ້ງໃຈເຮັດແບບນັ້ນໝາຍຄວາມວ່າລາວຖືກມະໂນທຳ ແລະ ເຫດຜົນຂອງລາວຢັບຢັ້ງໄວ້. ແນ່ນອນວ່າ ພາຍໃຕ້ຜົນກະທົບຂອງມະໂນທຳ ແລະ ເຫດຜົນຂອງລາວ, ລາວຍັງສາມາດເຮັດບາງສິ່ງທີ່ຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິຄວນເຮັດໄດ້. ຕົວຢ່າງ: ບໍ່ວ່າພຣະເຈົ້າຈະເຮັດວຽກງານໃດ ຫຼື ພຣະເຈົ້າຈະກ່າວພຣະທຳຂໍ້ໃດທີ່ບໍ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງລາວ, ລາວກໍຈະບໍ່ຕັ້ງໃຈຕັດສິນ ຫຼື ໃຫ້ຄຳເຫັນ. ລາວສາມາດປະຕິບັດຕໍ່ສິ່ງເຫຼົ່ານີ້ໄດ້ຢ່າງຖືກຕ້ອງ ຫຼື ສະແຫວງຫາຄວາມຈິງເພື່ອແກ້ໄຂຄວາມຄິດຫຼົງຜິດຂອງຕົນເອງ; ລາວມີຂອບເຂດພື້ນຖານຢູ່ໃນຈິດໃຕ້ສຳນຶກຂອງລາວ. ຍ້ອນເຊື່ອວ່າພຣະເຈົ້າມີຢູ່ຈິງ, ລາວຈຶ່ງຈະມີການໄຕ່ຕອງເຫຼົ່ານີ້ເນື່ອງຈາກຜົນກະທົບຂອງມະໂນທຳ ແລະ ເຫດຜົນຂອງລາວ. ຫຼັງຈາກທີ່ໄຕ່ຕອງແລ້ວ, ລາວກໍຈະມີທັດສະນະຄະຕິພື້ນຖານ ແລະ ຫຼັກການພື້ນຖານສຳລັບວິທີທີ່ລາວປະຕິບັດຕໍ່ພຣະເຈົ້າ. ມີແຕ່ບົນພື້ນຖານຂອງຫຼັກການພື້ນຖານເຫຼົ່ານີ້ເທົ່ານັ້ນ ຜູ້ຄົນຈຶ່ງຈະສາມາດຮັກສາຄວາມສຳພັນຂອງພວກເຂົາກັບພຣະເຈົ້າໃນຖານະສິ່ງຖືກສ້າງທີ່ມີຕໍ່ພຣະຜູ້ສ້າງ ໂດຍຮັກສາຄວາມສຳພັນທີ່ຖືກຕ້ອງ, ປົກກະຕິ ແລະ ເໝາະສົມດັ່ງກ່າວໄວ້ໄດ້. ມີແຕ່ເມື່ອມີຄວາມສຳພັນນີ້ເທົ່ານັ້ນ ຜູ້ຄົນຈຶ່ງຈະສາມາດຍອມຮັບພຣະທຳຂອງພຣະເຈົ້າໄດ້ຢ່າງປົກກະຕິ ແລະ ອ່ອນນ້ອມ ພ້ອມທັງປະຕິບັດພຣະທຳຂອງພຣະເຈົ້າໄດ້ຢ່າງປົກກະຕິ. ບອກເຮົາມາເບິ່ງວ່າ ຄົນທີ່ມັກຈະສາບແຊ່ງພຣະເຈົ້າເລື້ອຍໆ, ຄົນທີ່ຕ້ອງການຢຸດເຊື່ອໃນພຣະເຈົ້າຢ່າງງ່າຍດາຍ ແລະ ຄົນທີ່ຈົ່ມວ່າ ແລະ ກຽດຊັງພຣະເຈົ້າແບບນັ້ນ ສາມາດຍອມຮັບພຣະທຳຂອງພຣະເຈົ້າໄດ້ບໍ? ພວກເຂົາສາມາດປະຕິບັດພຣະທຳຂອງພຣະເຈົ້າໄດ້ບໍ? (ບໍ່ໄດ້). ທັດສະນະຄະຕິທີ່ຄົນເຫຼົ່ານີ້ມີຕໍ່ພຣະເຈົ້າແມ່ນທັດສະນະຄະຕິທີ່ມານຮ້າຍມີຕໍ່ພຣະເຈົ້າ. ເນື່ອງຈາກມານຮ້າຍມີທັດສະນະຄະຕິດັ່ງກ່າວຕໍ່ພຣະເຈົ້າ, ພວກເຂົາຈະສາມາດປະຕິບັດຕໍ່ພຣະທຳຂອງພຣະເຈົ້າວ່າເປັນຄວາມຈິງໄດ້ບໍ? ບໍ່ມີທາງ. ມີພຽງມະນຸດທີ່ຖືກສ້າງຂຶ້ນເທົ່ານັ້ນທີ່ສາມາດປະຕິບັດຕໍ່ພຣະທຳຂອງພຣະເຈົ້າວ່າເປັນຄວາມຈິງໄດ້. ມີແຕ່ໂດຍການປະຕິບັດຕໍ່ພຣະທຳຂອງພຣະເຈົ້າໃນຖານະຄວາມຈິງເທົ່ານັ້ນ ຜູ້ຄົນຈຶ່ງຈະສາມາດເຕັມໃຈຍອມຮັບພຣະທຳຂອງພຣະເຈົ້າ ແລະ ຈາກນັ້ນກໍອ່ອນນ້ອມ, ປະຕິບັດ ແລະ ເຂົ້າສູ່ພຣະທຳເຫຼົ່ານັ້ນໄດ້ຫຼາຍຂຶ້ນ ແລະ ໃນທີ່ສຸດກໍຖືກຊຳລະລ້າງ ແລະ ຖືກຊ່ວຍໃຫ້ລອດພົ້ນ.

ຄົນທີ່ມີຄຸນສົມບັດຂອງມະໂນທຳ ແລະ ເຫດຜົນໃນຄວາມເປັນມະນຸດຂອງຕົນ ມີຫຼັກການພື້ນຖານໃນວິທີທີ່ລາວປະຕິບັດຕໍ່ພຣະເຈົ້າ ເຊິ່ງກໍຄືການມີເຈດຕະນາທີ່ຈະອ່ອນນ້ອມ. ບໍ່ວ່າຈະມີຫຍັງເກີດຂຶ້ນກັບລາວກໍຕາມ, ລາວກໍຈະບໍ່ຕັດສິນຕາມອຳເພີໃຈຢ່າງເດັດຂາດ, ແຕ່ຈະອະທິຖານຕໍ່ພຣະເຈົ້າ ແລະ ສະແຫວງຫາຄວາມຈິງ; ນີ້ຄືການສະແດງອອກທີ່ຄົນປົກກະຕິຄວນມີ. ຖ້າການສະແດງອອກຂອງຄົນຜູ້ໜຶ່ງສອດຄ່ອງກັບມະໂນທຳ ແລະ ເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ ຫຼື ຖ້າລາວມີການຄວບຄຸມ, ການຢັບຢັ້ງ ແລະ ການບັງຄັບຂອງມະໂນທຳ ແລະ ເຫດຜົນ, ແລ້ວຄົນຜູ້ນີ້ກໍເປັນມະນຸດທີ່ແທ້ຈິງ ແລະ ເປັນຄົນທີ່ພຣະເຈົ້າມີເຈດຕະນາຈະຊ່ວຍໃຫ້ລອດພົ້ນ. ຖ້າລາວກະທຳໂດຍປາສະຈາກການຄວບຄຸມ, ຍິ່ງໄປກວ່ານັ້ນຄືປາສະຈາກການຢັບຢັ້ງຂອງມະໂນທຳ ແລະ ເຫດຜົນ ແລະ ເປັນຄົນເບົາປັນຍາ; ຖ້າລາວຕ້ອງການມີທັດສະນະຄະຕິທີ່ດີຕໍ່ພຣະເຈົ້າ ແຕ່ບໍ່ເຄີຍສາມາດເຮັດໄດ້, ບໍ່ຮູ້ວ່າພວກເຂົາຄວນປະຕິບັດຕໍ່ພຣະເຈົ້າແນວໃດແທ້ ແລະ ບໍ່ຮູ້ວ່າຜູ້ຄົນຄວນຍຶດໝັ້ນໃນຫຼັກການໃດຕໍ່ໜ້າພຣະເຈົ້າເພື່ອໃຫ້ຖືກຕ້ອງ, ຖ້າລາວບໍ່ຮູ້ເຖິງສິ່ງເຫຼົ່ານີ້ເລີຍ, ແຕ່ເປັນພຽງຄົນເບົາປັນຍາ ແລະ ສັບສົນ ໂດຍເຮັດດີເມື່ອຢູ່ກັບຄົນດີ ແລະ ເຮັດຊົ່ວເມື່ອຢູ່ກັບຄົນຊົ່ວ, ລາວເປັນຄົນປະເພດໃດ? ເມື່ອລາວຢູ່ກັບຄົນທີ່ມີມະໂນທຳ ແລະ ເຫດຜົນ ລາວກໍບໍ່ເຮັດສິ່ງທີ່ຊົ່ວຮ້າຍໃດໆ, ແຕ່ນັ້ນບໍ່ໄດ້ໝາຍຄວາມວ່າລາວເປັນຄົນທີ່ມີຄວາມເປັນມະນຸດ. ຖ້າລາວຢູ່ກັບຄົນຊົ່ວ, ລາວກໍຈະເຮັດສິ່ງທີ່ຊົ່ວຮ້າຍ. ເມື່ອຄົນຊົ່ວສາບແຊ່ງພຣະເຈົ້າ, ລາວກໍຄາງແຄງໃຈຕໍ່ພຣະເຈົ້າເຊັ່ນກັນ; ເມື່ອຄົນຊົ່ວປະຕິເສດ ແລະ ຕັດສິນພຣະເຈົ້າ, ລາວກໍບໍ່ຮູ້ສຶກລັງກຽດ, ລາວບໍ່ມີການແຍກແຍະໃດໆ ແລະ ລາວກໍຍັງຄົງຕິດຕໍ່ພົວພັນກັບຄົນຊົ່ວຄືເກົ່າ. ພວກເຂົາບໍ່ເຄີຍປົກປ້ອງວຽກງານຂອງເຮືອນຂອງພຣະເຈົ້າ, ຄຳພະຍານຂອງພຣະເຈົ້າ ຫຼື ຜົນປະໂຫຍດຂອງຄຣິສຕະຈັກ, ແຕ່ເຮັດຕົວເປັນຜູ້ສັງເກດການ ໂດຍບໍ່ຮູ້ແມ່ນແຕ່ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ. ຄົນແບບນັ້ນແມ່ນໜຶ່ງໃນຜູ້ທີ່ກັບຊາດມາເກີດຈາກສັດ, ລາວບໍ່ແມ່ນມະນຸດຢ່າງແນ່ນອນ. ໃນທາງກົງກັນຂ້າມ, ກ່ອນທີ່ຄົນທີ່ມີມະໂນທຳ ແລະ ເຫດຜົນຈະພົບພໍ້ກັບວຽກງານຂອງພຣະເຈົ້າ, ລາວມີຄວາມເຄົາລົບ, ຄວາມຢ້ານກົວ ຫຼື ຄວາມຢຳເກງພື້ນຖານຕໍ່ສະຫວັນທີ່ມະນຸດສາມາດບັນລຸໄດ້. ຢ່າງໜ້ອຍທີ່ສຸດ, ສະຫວັນກໍເປັນສິ່ງທີ່ສັກສິດ, ຍຸຕິທຳ ແລະ ສູງສົ່ງສຳລັບລາວ. ຫຼັງຈາກທີ່ລາວຍອມຮັບວຽກງານຂອງພຣະເຈົ້າ ແລະ ເຂົ້າໃຈຄວາມຈິງບາງຢ່າງທີ່ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນມີ ເນື່ອງຈາກຜົນກະທົບຂອງມະໂນທຳ ແລະ ເຫດຜົນຂອງລາວ ເຖິງແມ່ນວ່າລາວຈະບໍ່ເຂົ້າໃຈຄວາມຈິງຫຼາຍຢ່າງກໍຕາມ, ແຕ່ລາວກໍສາມາດຄິດອອກເຖິງເຫດຜົນ ແລະ ທັດສະນະຄະຕິທີ່ຜູ້ຄົນຄວນມີຕໍ່ພຣະເຈົ້າ. ບໍ່ວ່າມັນຈະກ່ຽວຂ້ອງກັບອັດຕະລັກຂອງພຣະເຈົ້າ ຫຼື ດ້ານຕ່າງໆຂອງເນື້ອໜັງຂອງພຣະອົງກໍຕາມ, ລາວກໍຈະມີຄວາມເຄົາລົບ, ຄວາມຢຳເກງ ແລະ ຄວາມຢ້ານກົວໃນລະດັບໜຶ່ງ. ທີ່ດີໄປກວ່ານັ້ນຄື ບົນພື້ນຖານຂອງການເຂົ້າໃຈຄວາມຈິງບາງຢ່າງ, ລາວສາມາດມີຄວາມຢຳເກງພຣະເຈົ້າໄດ້. ພວກເຂົາບໍ່ປະຕິບັດຕໍ່ພຣະເຈົ້າໃນລັກສະນະທີ່ບໍ່ໃສ່ໃຈ, ເສີຍເມີຍ, ຕາມອຳເພີໃຈ ຫຼື ບໍ່ເຄົາລົບ ແຕ່ປະຕິບັດຕໍ່ພຣະອົງດ້ວຍຄວາມໃສ່ໃຈ ແລະ ຄວາມລະມັດລະວັງຢ່າງຍິ່ງ. ໂດຍສະເພາະເມື່ອມັນກ່ຽວຂ້ອງກັບວຽກງານຂອງພຣະເຈົ້າ, ຄຳພະຍານຂອງພຣະອົງ, ພຣະນາມຂອງພຣະອົງ, ອັດຕະລັກ ແລະ ສະຖານະຂອງພຣະອົງ ແລະ ເຄື່ອງຖວາຍຂອງພຣະອົງ ພ້ອມທັງພຣະທຳຂອງພຣະເຈົ້າ, ຂໍ້ກຳນົດຂອງພຣະເຈົ້າ ແລະ ຄຳແນະນຳທີ່ສະເພາະເຈາະຈົງຈາກພຣະເຈົ້າ, ລາວຈະໃສ່ໃຈ ແລະ ລະມັດລະວັງເປັນພິເສດ. ລາວປະຕິບັດຕໍ່ສິ່ງເຫຼົ່ານີ້ດ້ວຍຫົວໃຈທີ່ຢຳເກງພຣະເຈົ້າ ແລະ ດ້ວຍທັດສະນະຄະຕິທີ່ເຄົາລົບ. ລາວບໍ່ຈັດການກັບສິ່ງເຫຼົ່ານັ້ນແບບພໍແລ້ວມືແລ້ວຕີນ ພ້ອມທັງບໍ່ເຮັດແບບພໍເປັນພິທີ ແລະ ເຮັດສິ່ງຕ່າງໆເພື່ອສ້າງພາບ ແຕ່ສາມາດປະຕິບັດຕໍ່ສິ່ງເຫຼົ່ານັ້ນຢ່າງຈິງຈັງ ດ້ວຍຫົວໃຈ ແລະ ທັດສະນະຄະຕິທີ່ຖ່ອມຕົວ ຕໍ່ທຸກສິ່ງທີ່ເບິ່ງເຫັນ ຫຼື ເບິ່ງບໍ່ເຫັນທີ່ກ່ຽວຂ້ອງກັບພຣະເຈົ້າ. ນີ້ຄືທັດສະນະຄະຕິທີ່ຄົນທີ່ມີມະໂນທຳ ແລະ ເຫດຜົນຄວນມີຕໍ່ພຣະເຈົ້າເໜືອສິ່ງອື່ນໃດ. ເມື່ອເຈົ້າບໍ່ເຂົ້າໃຈຄວາມຈິງ, ເຈົ້າອາດຈະບໍ່ມີຄວາມເຂົ້າໃຈທີ່ຊັດເຈນຫຼາຍກ່ຽວກັບຄຳວ່າ “ພຣະເຈົ້າ” ພ້ອມທັງບໍ່ເຂົ້າໃຈອັດຕະລັກ ແລະ ແກ່ນແທ້ຂອງພຣະເຈົ້າ ຫຼື ອຸປະນິໄສຂອງພຣະເຈົ້າ, ແຕ່ເຈົ້າມີຄວາມເຄົາລົບ ແລະ ຄວາມຢ້ານກົວຕໍ່ສະຫວັນໃນລະດັບໜຶ່ງ. ຫຼັງຈາກທີ່ເຈົ້າເຂົ້າໃຈວຽກງານຂອງພຣະເຈົ້າ, ປະສົບກັບວຽກງານຂອງພຣະເຈົ້າ ແລະ ຍອມຮັບພຣະທຳຂອງພຣະເຈົ້າ, ຄວາມຢຳເກງ ແລະ ຄວາມຢ້ານກົວທີ່ເຈົ້າມີຕໍ່ພຣະເຈົ້າຈະປ່ຽນເປັນຫຍັງ? ພວກມັນຈະປ່ຽນເປັນຄວາມຈິງໃຈ, ຄວາມເອົາຈິງເອົາຈັງ ແລະ ຄວາມຢຳເກງ ຫຼື ຄວາມຢ້ານກົວ ແລະ ຄວາມສັ່ນສະທ້ານ; ນີ້ຄືທັດສະນະຄະຕິຕໍ່ພຣະເຈົ້າທີ່ຄົນທີ່ມີມະໂນທຳ ແລະ ເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິຄວນພັດທະນາຂຶ້ນ. ຖ້າຄົນໃດໜຶ່ງເຊື່ອໃນພຣະເຈົ້າມາຫຼາຍປີ ແລະ ອ້າງວ່າເຊື່ອວ່າພຣະເຈົ້າມີຢູ່ຈິງ ພ້ອມທັງຍອມຮັບການມີຢູ່ຂອງພຣະເຈົ້າດ້ວຍຄຳເວົ້າ ແຕ່ບໍ່ເຄີຍສ້າງທັດສະນະຄະຕິທີ່ພວກເຂົາຄວນມີຕໍ່ພຣະເຈົ້າເນື່ອງຈາກຜົນກະທົບຂອງມະໂນທຳ ແລະ ເຫດຜົນ ແລ້ວມັນກໍງ່າຍທີ່ຈະຈິນຕະນາການວ່າຄົນຜູ້ນີ້ຂາດຫຍັງຢູ່ພາຍໃນ. ຖ້າລາວພຽງແຕ່ຂາດຄວາມຈິງໃຈ ແລະ ຄວາມເອົາຈິງເອົາຈັງຕໍ່ພຣະເຈົ້າ ແຕ່ຍັງຄົງມີຄວາມຢ້ານກົວ ແລະ ຄວາມຢຳເກງຕໍ່ພຣະເຈົ້າຢູ່ພໍສົມຄວນ ແລ້ວກໍສາມາດເວົ້າໄດ້ພຽງແຕ່ວ່າຄົນຜູ້ນີ້ບໍ່ດີປານໃດ; ເຖິງແມ່ນວ່າລາວຈະເປັນມະນຸດ, ແຕ່ລາວກໍບໍ່ແມ່ນຄົນທີ່ດີປານໃດ. ມັນອາດຈະເປັນຍ້ອນວ່າລາວຖືກເຮັດໃຫ້ແປດເປື້ອນ ແລະ ໄດ້ຮັບອິດທິພົນຢ່າງຮ້າຍແຮງເກີນໄປຈາກກະແສທີ່ຊົ່ວຮ້າຍຂອງຊາຕານໃນສັງຄົມ ຫຼື ລາວຖືກວາງຢາພິດຢ່າງເລິກເຊິ່ງເກີນໄປ ແລະ ຖືກລ້າງສະໝອງຢ່າງຮ້າຍແຮງເກີນໄປ. ເຖິງຢ່າງໃດກໍຕາມ ຖ້າເຈົ້າມີຄວາມຢຳເກງພຣະເຈົ້າ, ຢ່າງໜ້ອຍທີ່ສຸດ ເຈົ້າກໍຍັງເປັນມະນຸດ. ຖ້າເຈົ້າບໍ່ມີຄວາມຈິງໃຈ ຫຼື ຄວາມຢ້ານກົວຕໍ່ພຣະເຈົ້າແມ່ນແຕ່ໜ້ອຍດຽວ ແລະ ບໍ່ມີຄວາມຢຳເກງພຣະເຈົ້າແມ່ນແຕ່ໜ້ອຍດຽວ, ແລ້ວກໍສາມາດເວົ້າໄດ້ວ່າເຈົ້າບໍ່ແມ່ນມະນຸດ, ເຈົ້າບໍ່ຄູ່ຄວນທີ່ຈະຖືກເອີ້ນວ່າມະນຸດ ແລະ ບໍ່ໄດ້ມາດຕະຖານຂອງການເປັນມະນຸດ. ເມື່ອເວົ້າເຖິງທຸກສິ່ງທີ່ເບິ່ງເຫັນ ຫຼື ເບິ່ງບໍ່ເຫັນທີ່ກ່ຽວຂ້ອງກັບພຣະເຈົ້າ, ຖ້າເຈົ້າປະຕິບັດຕໍ່ສິ່ງເຫຼົ່ານັ້ນຢ່າງບໍ່ໃສ່ໃຈ, ຢ່າງເສີຍເມີຍ ແລະ ຢ່າງຜິວເຜີນ ຫຼື ເຖິງກັບປະຕິບັດຕໍ່ສິ່ງເຫຼົ່ານັ້ນໃນລັກສະນະທີ່ຫຍາບຄາຍ ແລະ ປ່າເຖື່ອນ, ຖ້າເປັນແບບນັ້ນ ເຈົ້າກໍບໍ່ແມ່ນມະນຸດ. ນີ້ກໍຍ້ອນວ່າເຈົ້າຂາດແມ່ນແຕ່ການຄວບຄຸມ ແລະ ການຢັບຢັ້ງຂອງມະໂນທຳ ແລະ ເຫດຜົນໃນວິທີທີ່ເຈົ້າປະຕິບັດຕໍ່ພຣະເຈົ້າ ເຊິ່ງພຽງພໍທີ່ຈະສະແດງໃຫ້ເຫັນເຖິງບັນຫາ ແລະ ພຽງພໍທີ່ຈະກຳນົດລັກສະນະຂອງຄົນແບບເຈົ້າວ່າບໍ່ແມ່ນມະນຸດ. ເມື່ອເຈົ້າບໍ່ເຊື່ອໃນພຣະເຈົ້າ ແລະ ຍັງບໍ່ໄດ້ມາທີ່ເຮືອນຂອງພຣະເຈົ້າ, ມັນກໍເປັນເລື່ອງທີ່ສາມາດໃຫ້ອະໄພໄດ້ທີ່ເຈົ້າຂາດຄວາມເຄົາລົບທີ່ຊັດເຈນ ຫຼື ທັດສະນະຄະຕິທີ່ຖືກຕ້ອງຕໍ່ພຣະເຈົ້າ ແລະ ບໍ່ມີການຕັດສິນຢ່າງເຄັ່ງຄັດໃດໆຕໍ່ເຈົ້າ, ແຕ່ຕອນນີ້ເຈົ້າເຊື່ອໃນພຣະເຈົ້າແລ້ວ, ຖ້າໃນຊ່ວງເວລາທີ່ເຈົ້າຕິດຕາມພຣະເຈົ້າ ແລະ ຍອມຮັບການຈັດກຽມພຣະທຳແຫ່ງຊີວິດຂອງພຣະອົງ, ເຈົ້າຍັງບໍ່ສາມາດພັດທະນາຄວາມຈິງໃຈ, ຄວາມເອົາຈິງເອົາຈັງ ແລະ ຄວາມຢຳເກງຕໍ່ພຣະເຈົ້າຂຶ້ນມາໄດ້ ແລະ ທັດສະນະຄະຕິຂອງເຈົ້າຕໍ່ພຣະອົງກໍຍັງຄົງຫຍາບຄາຍ ແລະ ປ່າເຖື່ອນ ໂດຍບໍ່ພຽງແຕ່ຂາດຄວາມຢຳເກງເທົ່ານັ້ນ ແຕ່ຍັງບໍ່ໃສ່ໃຈ ແລະ ເສີຍເມີຍຫຼາຍ ເຊິ່ງຄືກັນກັບທັດສະນະຄະຕິທີ່ຊາຕານມີຕໍ່ພຣະເຈົ້າ, ແລ້ວກໍສາມາດເວົ້າໄດ້ພຽງແຕ່ວ່າຄົນແບບເຈົ້າບໍ່ມີມະໂນທຳ ແລະ ເຫດຜົນ. ຖ້າຄົນແບບນັ້ນເຖິງກັບປະຕິບັດຕໍ່ພຣະເຈົ້າແບບນີ້ ໂດຍປາສະຈາກການຢັບຢັ້ງຂອງມະໂນທຳ ແລະ ເຫດຜົນ, ລາວຍັງເປັນມະນຸດຢູ່ບໍ? ລາວບໍ່ແມ່ນມະນຸດ.

ນັ້ນຄືທັງໝົດທີ່ພວກເຮົາຈະໂອ້ລົມກັນກ່ຽວກັບດ້ານຕ່າງໆຂອງມະໂນທຳ ແລະ ເຫດຜົນຂອງມະນຸດ. ບໍ່ວ່າພວກເຮົາຈະກຳລັງເວົ້າເຖິງການສະແດງອອກໃດຂອງມະໂນທຳ ແລະ ເຫດຜົນກໍຕາມ, ກໍລ້ວນແຕ່ກ່ຽວຂ້ອງກັບຄວາມຄິດ, ມຸມມອງ ແລະ ພຶດຕິກຳບາງຢ່າງຂອງມະນຸດ. ບໍ່ມີດ້ານໃດໃນສິ່ງເຫຼົ່ານີ້ທີ່ວ່າງເປົ່າ, ບາງດ້ານກ່ຽວຂ້ອງກັບວິທີການປະຕິບັດຕໍ່ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ; ບາງດ້ານກ່ຽວຂ້ອງກັບວິທີການເຂົ້າຫາປັດຊະຍາການດໍາລົງຊີວິດທາງໂລກ ແລະ ດ້ານຕ່າງໆຂອງຊີວິດ ແລະ ດ້ານອື່ນໆທີ່ກ່ຽວຂ້ອງກັບວິທີການປະຕິບັດຕໍ່ຄວາມຈິງ ແລະ ພຣະເຈົ້າ. ບໍ່ວ່າເຈົ້າຈະເນັ້ນໃສ່ດ້ານໃດກໍຕາມ, ລັກສະນະທີ່ໂດດເດັ່ນຂອງຄົນທີ່ມີມະໂນທຳ ແລະ ເຫດຜົນກໍຄື ການປະພຶດຕົນ ແລະ ການກະທຳຂອງລາວໄດ້ຖືກຢັບຢັ້ງ ແລະ ຄວບຄຸມໂດຍມະໂນທຳ ແລະ ເຫດຜົນ. ລາວມີຂີດຈຳກັດ ແລະ ຂອບເຂດໃນການກະທຳຂອງລາວ, ນີ້ຄືລັກສະນະທີ່ກຳນົດຕົວລາວ. ມີແຕ່ໂດຍການມີລັກສະນະນີ້ເທົ່ານັ້ນ ລາວຈຶ່ງຈະມີຄຸນສົມບັດຕົງຕາມເງື່ອນໄຂພື້ນຖານສຳລັບການໄດ້ຮັບຄວາມລອດພົ້ນໄດ້. ພວກເຈົ້າເຂົ້າໃຈບໍ? (ເຂົ້າໃຈ). ມີຫຍັງທີ່ພວກເຈົ້າບໍ່ເຂົ້າໃຈບໍ? ກ່ຽວກັບສາມດ້ານທີ່ໄດ້ໂອ້ລົມກັນໃນມື້ນີ້ ເຊິ່ງກໍຄື ຄົນທີ່ມີມະໂນທຳ ແລະ ເຫດຜົນມີຄວາມຮູ້ສຶກລະອາຍ ສາມາດໄຕ່ຕອງກ່ຽວກັບຊີວິດ ແລະ ມີຄວາມເຄົາລົບ ແລະ ຄວາມຢ້ານກົວພື້ນຖານຕໍ່ພຣະເຈົ້າໄດ້, ພວກເຈົ້າຮູ້ສຶກວ່າມີດ້ານໃດບໍທີ່ພວກເຈົ້າບໍ່ສາມາດທຽບກັບຕົນເອງໄດ້? ພວກເຈົ້າຮູ້ສຶກວ່າດ້ານໃດໜຶ່ງໃນນັ້ນວ່າງເປົ່າບໍ? (ບໍ່. ພວກຂ້ານ້ອຍຮູ້ສຶກວ່າພວກຂ້ານ້ອຍສາມາດທຽບຕົນເອງກັບທຸກດ້ານໄດ້). ຖ້າເປັນແນວນັ້ນ ກໍໃຫ້ພວກເຮົາຈົບການໂອ້ລົມຂອງພວກເຮົາສຳລັບມື້ນີ້ໄວ້ພຽງເທົ່ານີ້. ລາກ່ອນ!

ວັນທີ 1 ມິຖຸນາ 2024

ກ່ອນນີ້: ວິທີການໄລ່ຕາມເສາະຫາຄວາມຈິງ (21)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້