ວິທີການໄລ່ຕາມເສາະຫາຄວາມຈິງ (21)
ເມື່ອບໍ່ດົນມານີ້, ພວກເຮົາໄດ້ໂອ້ລົມກ່ຽວກັບການສະແດງອອກບາງຢ່າງທີ່ກ່ຽວຂ້ອງກັບມະໂນທຳ ແລະ ເຫດຜົນ ເຊິ່ງບົ່ງບອກເຖິງການຂາດຄວາມເປັນມະນຸດ, ແມ່ນບໍ? (ແມ່ນແລ້ວ). ໂດຍການຍົກໃຫ້ເຫັນຕົວຢ່າງທີ່ເປັນລົບຈຳນວນໜຶ່ງ, ພວກເຮົາໄດ້ເປີດໂປງການສະແດງອອກບາງຢ່າງຂອງຜູ້ຄົນທີ່ບໍ່ມີມະໂນທຳ ແລະ ເຫດຜົນໃນຄວາມເປັນມະນຸດຂອງພວກເຂົາ. ສະນັ້ນ, ຜ່ານການໂອ້ລົມກ່ຽວກັບຕົວຢ່າງທີ່ເປັນລົບເຫຼົ່ານີ້, ພວກເຈົ້າໄດ້ຮຽນຮູ້ແລ້ວບໍວ່າ ຄົນທີ່ມີມະໂນທຳ ແລະ ເຫດຜົນຄວນມີການສະແດງອອກແບບໃດໃນຊີວິດຂອງພວກເຂົາ? (ຜ່ານການໂອ້ລົມຂອງພຣະເຈົ້າກ່ຽວກັບການສະແດງອອກບາງຢ່າງຂອງຜູ້ຄົນທີ່ບໍ່ມີມະໂນທຳ ແລະ ເຫດຜົນ, ຂ້ານ້ອຍຈຶ່ງເຂົ້າໃຈວ່າ ຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິຄວນມີຄວາມຮູ້ສຶກລະອາຍໃຈ ແລະ ເມື່ອມີສິ່ງຕ່າງໆເກີດຂຶ້ນກັບພວກເຂົາ, ພວກເຂົາກໍຄວນສາມາດຄິດ ແລະ ຮັບມືກັບສິ່ງເຫຼົ່ານັ້ນໄດ້ຢ່າງສົມເຫດສົມຜົນ). ມີໃຜອີກແດ່ມີຫຍັງຢາກເພີ່ມເຕີມບໍ? (ຜ່ານການໂອ້ລົມຂອງພຣະເຈົ້າ, ຂ້ານ້ອຍຈຶ່ງເຂົ້າໃຈວ່າ ຄົນທີ່ບໍ່ມີຄວາມເປັນມະນຸດມີການສະແດງອອກເຖິງຄວາມຫົວແຂງ ແລະ ຄວາມດື້ດ້ານ, ໃນຂະນະທີ່ຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິສາມາດແຍກແຍະຖືກອອກຈາກຜິດໄດ້ ແລະ ຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ; ພວກເຂົາສາມາດຍອມຮັບສິ່ງທີ່ເປັນບວກ ແລະ ພວກເຂົາເບິ່ງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ໃນວິທີທີ່ຂ້ອນຂ້າງເປັນພາວະວິໄສ ແລະ ສົມເຫດສົມຜົນ. ຍິ່ງໄປກວ່ານັ້ນ ພວກເຂົາຍັງມີຄວາມຮູ້ສຶກລະອາຍໃຈ; ເມື່ອພວກເຂົາເຮັດບາງສິ່ງຜິດພາດ, ພວກເຂົາກໍສາມາດຍອມຮັບຄວາມຜິດພາດຂອງຕົນ, ແກ້ໄຂຄວາມຜິດພາດເຫຼົ່ານັ້ນໂດຍທັນທີ ແລະ ກັບໃຈ). ເວົ້າງ່າຍໆກໍຄື ໂດຍພື້ນຖານແລ້ວແມ່ນຂຶ້ນຢູ່ກັບປັດໄຈເຫຼົ່ານີ້. ໃນດ້ານໜຶ່ງ, ຜູ້ທີ່ມີມະໂນທຳ ແລະ ເຫດຜົນສາມາດປະຕິບັດຕໍ່ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆໄດ້ຢ່າງຖືກຕ້ອງ ພ້ອມທັງສາມາດປະເມີນ ແລະ ເບິ່ງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆໄດ້ຢ່າງມີພາວະວິໄສ. ໃນອີກດ້ານໜຶ່ງ, ພວກເຂົາຍັງມີຄວາມຮູ້ສຶກລະອາຍໃຈອີກດ້ວຍ ແລະ ເຮັດສິ່ງຕ່າງໆໂດຍອີງໃສ່ມະໂນທຳ ແລະ ເຫດຜົນຂອງພວກເຂົາ. ເນື່ອງຈາກພວກເຮົາກຳລັງເວົ້າກ່ຽວກັບມະໂນທຳ ແລະ ເຫດຜົນ, ໃຫ້ພວກເຮົາເວົ້າກ່ຽວກັບຄຸນລັກສະນະສະເພາະທີ່ຜູ້ຄົນຄວນມີໃນມະໂນທຳຂອງພວກເຂົາ ແລະ ທີ່ຜູ້ຄົນຄວນສະແດງອອກມາ. ພວກເຮົາເຄີຍເວົ້າມາກ່ອນແລ້ວວ່າ ຄົນທີ່ມີມະໂນທຳມີສອງຄຸນສົມບັດຄື: ໜຶ່ງແມ່ນຄວາມຊື່ກົງ ແລະ ອີກຢ່າງໜຶ່ງແມ່ນຄວາມໃຈດີ. ເຊິ່ງເວົ້າໄດ້ວ່າ ນອກເໜືອຈາກການທີ່ສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດ ແລະ ຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງໄດ້ແລ້ວ, ຢ່າງໜ້ອຍທີ່ສຸດ ຜູ້ທີ່ມີຄຸນສົມບັດ ແລະ ລັກສະນະຂອງມະໂນທຳ ແລະ ເຫດຜົນກໍເປັນຄົນທີ່ຊື່ກົງ ແລະ ໃຈດີ. ມີລາຍລະອຽດສຳລັບຄວາມຊື່ກົງ ແລະ ຄວາມໃຈດີນີ້. ມັນບໍ່ໄດ້ໝາຍເຖິງການເບິ່ງຄືວ່າເປັນຄົນກົງໄປກົງມາຫຼາຍໃນພາຍນອກ ຫຼື ເບິ່ງຄືວ່າບໍ່ໄດ້ຊົ່ວຮ້າຍ, ບໍ່ມີພຶດຕິກຳທີ່ຊັດເຈນໃດໆໃນການກະທຳຄວາມຊົ່ວ ຫຼື ເຮັດສິ່ງທີ່ບໍ່ດີ, ມັນບໍ່ໄດ້ໝາຍເຖິງການສະແດງອອກພາຍນອກເຫຼົ່ານີ້ທີ່ຜູ້ຄົນຄິດເຖິງໃນຄວາມຄິດຫຼົງຜິດຂອງພວກເຂົາ. ແຕ່ກົງກັນຂ້າມ, ມັນໝາຍເຖິງການມີການສະແດງອອກບາງຢ່າງທີ່ສອດຄ່ອງກັບແກ່ນແທ້ຂອງຄວາມຊື່ກົງ ແລະ ຄວາມໃຈດີໃນສະຖານະການທີ່ສະເພາະເຈາະຈົງ.
ກ່ອນອື່ນ, ໃຫ້ພວກເຮົາເວົ້າກ່ຽວກັບຄວາມຊື່ກົງ ແລະ ຄວາມໃຈດີ. ການສະແດງອອກຫຼັກໆທີ່ລວມຢູ່ໃນມະໂນທຳກໍຄືຄວາມຊື່ກົງ ແລະ ຄວາມໃຈດີ. ໃຫ້ພວກເຮົາມາເບິ່ງສິ່ງນີ້ໃນແງ່ຂອງການປະພຶດຕົນກ່ອນ. ຄົນເຮົາຈະບອກໄດ້ແນວໃດວ່າຄົນໃດໜຶ່ງຊື່ກົງ ແລະ ໃຈດີຈາກວິທີທີ່ພວກເຂົາປະພຶດຕົນ? ໂດຍປົກກະຕິແລ້ວ, ຄົນທີ່ມີມະໂນທຳມີຂອບເຂດສຳລັບການປະພຶດຕົນຂອງພວກເຂົາ; ສິ່ງນີ້ໝາຍຄວາມວ່າ ພວກເຂົາມີມາດຕະຖານສຳລັບວິທີທີ່ພວກເຂົາປະພຶດຕົນຢູ່ໃນໃຈຂອງພວກເຂົາ. ຕົວຢ່າງ: ເມື່ອພົວພັນກັບຄົນອື່ນ, ພວກເຂົາບໍ່ເອົາປຽບຄົນອື່ນ. ນີ້ແມ່ນມາດຕະຖານສຳລັບການປະພຶດຕົນບໍ? (ແມ່ນແລ້ວ). ການບໍ່ເອົາປຽບຄົນອື່ນເມື່ອພົວພັນກັບພວກເຂົາແມ່ນມາດຕະຖານພື້ນຖານສຳລັບການປະພຶດຕົນ. ຄົນທີ່ມີມະໂນທຳ ແລະ ເຫດຜົນມີຂອບເຂດສຳລັບວິທີທີ່ພວກເຂົາປະພຶດຕົນ, ຈັດການເລື່ອງຕ່າງໆ ແລະ ພົວພັນກັບຄົນອື່ນ ເຊິ່ງກໍຄືການບໍ່ເອົາປຽບຜູ້ຄົນ. ບໍ່ວ່າພວກເຂົາຈະພົວພັນກັບຄົນທຸກຍາກ ຫຼື ຄົນຮັ່ງມີ, ພວກເຂົາກໍບໍ່ເອົາປຽບຄົນເຫຼົ່ານັ້ນ. ພວກເຂົາຄິດວ່າ “ເງິນຂອງຄົນອື່ນກໍເປັນຂອງຄົນອື່ນ. ບໍ່ວ່າຂ້ອຍຈະທຸກຍາກສໍ່າໃດກໍຕາມ, ຂ້ອຍກໍບໍ່ສາມາດເອົາປຽບພວກເຂົາໄດ້”. ຖ້າພວກເຂົາຂາດແຄນເງິນ ຫຼື ຕ້ອງການຄວາມຊ່ວຍເຫຼືອ, ເຖິງແມ່ນວ່າພວກເຂົາຈະເຫັນວ່າຄົນອື່ນຮັ່ງມີ, ພວກເຂົາກໍຈະບໍ່ເອົາປຽບຄົນເຫຼົ່ານັ້ນຢ່າງເດັດຂາດ. ຖ້າຄົນໃດໜຶ່ງຊ່ວຍເຫຼືອພວກເຂົາ, ພວກເຂົາກໍຈະຫາວິທີຕອບແທນຄົນໆນັ້ນ ແລະ ຈະບໍ່ປ່ອຍໃຫ້ມັນຜ່ານໄປລ້າໆຢ່າງເດັດຂາດ. ຕົວຢ່າງ: ຖ້າຄົນໃດໜຶ່ງລ້ຽງເຂົ້າພວກເຂົາ, ພວກເຂົາກໍຈະຊອກຫາໂອກາດເພື່ອລ້ຽງເຂົ້າເປັນການຕອບແທນ ຫຼື ເຮັດສຸດຄວາມສາມາດເພື່ອຊ່ວຍເຫຼືອເມື່ອອີກຝ່າຍຕ້ອງການ. ພວກເຂົາເຊື່ອວ່າມີພຽງແຕ່ການປະພຶດຕົນດ້ວຍວິທີນີ້ເທົ່ານັ້ນ ພວກເຂົາຈຶ່ງຈະສາມາດຮູ້ສຶກສະບາຍໃຈໄດ້. ເຈົ້າເຫັນບໍ, ນີ້ບໍ່ແມ່ນການມີຂອບເຂດສຳລັບການປະພຶດຕົນຂອງຄົນເຮົາບໍ? (ແມ່ນແລ້ວ). ນີ້ກໍເປັນມາດຕະຖານສຳລັບການປະພຶດຕົນເຊັ່ນກັນ. ຄົນທີ່ມີມະໂນທຳສາມາດບັນລຸສິ່ງນີ້ໄດ້. ຖ້າພວກເຂົາຕິດໜີ້ເງິນ ຫຼື ບຸນຄຸນຂອງຄົນໃດໜຶ່ງ, ພວກເຂົາກໍຈະຮູ້ສຶກຄ້າງຄາໃນໃຈຢູ່ສະເໝີ ແລະ ຈະຄອຍຊອກຫາໂອກາດເພື່ອຕອບແທນຄົນໆນັ້ນຢູ່ຕະຫຼອດ. ພວກເຂົາອາດຈະຕອບແທນຄົນໆນັ້ນດ້ວຍເງິນ ຫຼື ສິ່ງຂອງ ຫຼື ພວກເຂົາອາດຈະຊ່ວຍເຫຼືອຢ່າງສຸດຄວາມສາມາດເມື່ອຄົນນັ້ນພົບກັບຄວາມຫຍຸ້ງຍາກບາງຢ່າງ. ມີພຽງແຕ່ວິທີນີ້ເທົ່ານັ້ນ ພວກເຂົາຈຶ່ງຈະສາມາດຮູ້ສຶກສະຫງົບສຸກ ແລະ ບໍ່ຮູ້ສຶກຕິດໜີ້ໃນໃຈຂອງພວກເຂົາ. ຖ້າພວກເຂົາບໍ່ມີໂອກາດໄດ້ຊົດເຊີຍໃຫ້ຄົນນັ້ນ ຫຼື ບໍ່ມີຄວາມສາມາດທີ່ຈະຕອບແທນຄົນໆນັ້ນ, ພວກເຂົາກໍຈະຮູ້ສຶກຕິດໜີ້ບຸນຄຸນຕໍ່ຄົນໆນັ້ນຕະຫຼອດໄປ. ເມື່ອພວກເຂົາເຫັນຄົນໆນັ້ນ, ພວກເຂົາກໍຈະຮູ້ສຶກຢູ່ສະເໝີວ່າບໍ່ກ້າສູ້ໜ້າຄົນໆນັ້ນ ແລະ ພວກເຂົາກໍຈະບໍ່ສາມາດກິນ ຫຼື ນອນດ້ວຍຈິດໃຈທີ່ເປັນສຸກໄດ້. ພວກເຂົາຈະຮູ້ສຶກໂລ່ງໃຈ ແລະ ໃຈຂອງພວກເຂົາຈະຮູ້ສຶກສະບາຍໃຈ ກໍຕໍ່ເມື່ອພວກເຂົາໄດ້ຊົດເຊີຍໃຫ້ຄົນໆນັ້ນສຳເລັດແລ້ວເທົ່ານັ້ນ. ມີພຽງຄົນແບບນີ້ເທົ່ານັ້ນທີ່ເປັນຜູ້ທີ່ມີມະໂນທຳ, ເຫດຜົນ ແລະ ຄວາມຮູ້ສຶກລະອາຍໃຈ. ຖ້າເຈົ້າພົວພັນກັບຄົນປະເພດນີ້, ພວກເຂົາຈະບໍ່ມີທາງຕິດໜີ້ຫຍັງເຈົ້າຢ່າງເດັດຂາດ ແລະ ເຈົ້າກໍຈະບໍ່ມີທາງເປັນເຈົ້າໜີ້ຂອງພວກເຂົາຢ່າງເດັດຂາດ. ນີ້ບໍ່ແມ່ນການສະແດງອອກເຖິງການມີມະໂນທຳບໍ? (ແມ່ນແລ້ວ). ການບໍ່ເອົາປຽບຄົນອື່ນແມ່ນຂອບເຂດທີ່ຄົນປະເພດນີ້ມີສຳລັບການປະພຶດຕົນຂອງພວກເຂົາ ແລະ ມັນຍັງສາມາດເວົ້າໄດ້ອີກວ່າເປັນຫຼັກການໃນການປະພຶດຕົນຂອງພວກເຂົາ. ພວກເຂົາພຽງແຕ່ຕ້ອງກະທຳແບບນີ້; ຖ້າພວກເຂົາບໍ່ເຮັດແບບນີ້, ພວກເຂົາກໍຈະຮູ້ສຶກບໍ່ສະບາຍໃຈ ແລະ ຈະມີຄວາມຮູ້ສຶກກ່າວໂທດຕົນເອງຢູ່ສະເໝີ. ນີ້ແມ່ນການສະແດງອອກເຖິງຄວາມຊື່ກົງ ຫຼື ຄວາມໃຈດີຂອງມະໂນທຳບໍ? (ມັນຄືຄວາມຊື່ກົງ). ຄວາມຊື່ກົງແມ່ນໂດດເດັ່ນກວ່າເລັກໜ້ອຍຢູ່ບ່ອນນີ້. ມັນມີຄວາມໃຈດີຢູ່ໃນນັ້ນນຳບໍ? (ມັນມີຄວາມໃຈດີຢູ່ໃນນັ້ນນຳ, ການບໍ່ປາຖະໜາທີ່ຈະເອົາປຽບຄົນອື່ນ ແລະ ການບໍ່ປາຖະໜາທີ່ຈະເຮັດໃຫ້ຄົນອື່ນໄດ້ຮັບຄວາມເສຍຫາຍ ຫຼື ການສູນເສຍ). ມັນມີອົງປະກອບຂອງຄວາມໃຈດີໃນການບໍ່ປາຖະໜາໃຫ້ຄົນອື່ນປະສົບກັບການສູນເສຍ. ແລ້ວຫຼັກການໃນການປະພຶດຕົນຂອງພວກເຂົານີ້ມີຫຍັງກ່ຽວຂ້ອງກັບບຸກຄະລິກຂອງພວກເຂົາບໍ? (ບໍ່ມີ). ມັນມີຫຍັງກ່ຽວຂ້ອງກັບສິ່ງທີ່ພວກເຂົາຖືກສັ່ງສອນໂດຍຄອບຄົວຂອງພວກເຂົາ ຫຼື ໂດຍສັງຄົມບໍ? (ບໍ່ມີ). ມັນມີຫຍັງກ່ຽວຂ້ອງກັບການທີ່ພວກເຂົາທຸກຍາກ ຫຼື ຮັ່ງມີບໍ? (ບໍ່ມີ). ມັນມີຫຍັງກ່ຽວຂ້ອງກັບຄວາມສາມາດໃນການເບິ່ງທະລຸສິ່ງຕ່າງໆຂອງພວກເຂົາບໍ? (ບໍ່ມີ). ມີພຽງສິ່ງດຽວທີ່ສຳຄັນ, ນັ້ນກໍຄື ມັນກ່ຽວຂ້ອງກັບມະໂນທຳ ແລະ ເຫດຜົນຂອງພວກເຂົາ ແລະ ມັນກ່ຽວຂ້ອງກັບການຈັດປະເພດຂອງພວກເຂົາ. ມັນເປັນພຽງຍ້ອນວ່າພວກເຂົາມີຄຸນສົມບັດຂອງຄວາມຊື່ກົງ ແລະ ຄວາມໃຈດີພາຍໃນຄວາມເປັນມະນຸດຂອງພວກເຂົາ ແລະ ມະໂນທຳ ແລະ ເຫດຜົນຂອງຄວາມເປັນມະນຸດ, ພວກເຂົາຈຶ່ງປະພຶດຕົນດ້ວຍວິທີນີ້. ມັນບໍ່ແມ່ນຜົນມາຈາກການສຶກສາຂອງມະນຸດ. ເຖິງແມ່ນວ່າພໍ່ແມ່ຈະສັ່ງສອນລູກໆຂອງພວກເຂົາ, ພວກເຂົາກໍສາມາດສັ່ງສອນລູກໆໄດ້ພຽງແຕ່ຫຼັກຄຳສອນບາງຢ່າງສຳລັບການປະພຶດຕົນເທົ່ານັ້ນ, ພໍ່ແມ່ບໍ່ສາມາດປ່ຽນແປງແກ່ນແທ້ທຳມະຊາດຂອງລູກໆຂອງພວກເຂົາໄດ້ ແລະ ພວກເຂົາກໍບໍ່ສາມາດເຮັດໃຫ້ລູກໆຂອງພວກເຂົາເຮັດສິ່ງຕ່າງໆໂດຍອີງໃສ່ມະໂນທຳ ແລະ ເຫດຜົນໄດ້ຢ່າງເດັດຂາດ. ສະນັ້ນ ໂດຍພື້ນຖານແລ້ວ ຫຼັກການໃນການປະພຶດຕົນນີ້ ແມ່ນມາຈາກຄວາມເປັນມະນຸດຂອງພວກເຂົາ. ການທີ່ພວກເຂົາມີຫຼັກການ ແລະ ຂອບເຂດປະເພດນີ້ສຳລັບການປະພຶດຕົນຂອງພວກເຂົາບໍ່ແມ່ນຜົນມາຈາກອິດທິພົນຂອງຄົນອື່ນ; ມັນມາຈາກແກ່ນແທ້ທຳມະຊາດຂອງພວກເຂົາເອງຢ່າງສິ້ນເຊີງ ແລະ ມາຈາກມະໂນທຳ ແລະ ເຫດຜົນຂອງພວກເຂົາ. ເພາະສະນັ້ນ, ຖ້າຄົນໃດໜຶ່ງມີຄຸນສົມບັດຂອງຄວາມຊື່ກົງ ແລະ ຄວາມໃຈດີ, ແລ້ວໃນຊີວິດປະຈຳວັນຂອງພວກເຂົາ ແລະ ໃນລະຫວ່າງການປະພຶດຕົນ ແລະ ການຈັດການເລື່ອງຕ່າງໆ, ບໍ່ວ່າພວກເຂົາຈະຮັ່ງມີ ຫຼື ທຸກຍາກ, ບໍ່ວ່າພວກເຂົາຈະມີຄວາມສາມາດໃນການເບິ່ງທະລຸສິ່ງຕ່າງໆ ຫຼື ບໍ່, ບໍ່ວ່າບຸກຄະລິກຂອງພວກເຂົາຈະເປັນຄົນວ່ອງໄວ ແລະ ມີປະສິດທິພາບ ຫຼື ຊັກຊ້າ ແລະ ບໍ່ຟ້າວຟັ່ງ, ອາລົມຮ້າຍ ຫຼື ອ່ອນໂຍນກໍຕາມ, ສິ່ງເຫຼົ່ານີ້ລ້ວນແຕ່ບໍ່ສຳຄັນ. ສິ່ງທີ່ສຳຄັນແມ່ນຫຍັງ? ມັນກໍຄື ພວກເຂົາມີຂອບເຂດສຳລັບການປະພຶດຕົນຂອງພວກເຂົາ; ພວກເຂົາມີຂອບເຂດ ຫຼື ຫຼັກການພື້ນຖານສຳລັບການປະພຶດຕົນຂອງພວກເຂົາ ເຊິ່ງກໍຄືການບໍ່ເອົາປຽບຄົນອື່ນ. “ການບໍ່ເອົາປຽບຄົນອື່ນ” ນີ້ໝາຍເຖິງການບໍ່ປາຖະໜາທີ່ຈະເອົາປຽບຄົນອື່ນ ແລະ ບໍ່ເຄີຍເອົາປຽບຄົນອື່ນ. ຂອບເຂດ ແລະ ຫຼັກການໃນການປະພຶດຕົນນີ້ມາຈາກຄວາມເປັນມະນຸດຂອງພວກເຂົາ; ມັນເກີດຂຶ້ນຍ້ອນຄຸນສົມບັດແຫ່ງຄວາມເປັນມະນຸດຂອງພວກເຂົາ. ເພາະສະນັ້ນ, ຂໍ້ເທັດຈິງທີ່ວ່າພວກເຂົາມີຫຼັກການໃນການປະພຶດຕົນດັ່ງກ່າວແມ່ນເຊື່ອມໂຍງຢ່າງແຍກບໍ່ອອກກັບມະໂນທຳຂອງພວກເຂົາ ແລະ ຄວາມຊື່ກົງ ແລະ ຄວາມໃຈດີແຫ່ງຄວາມເປັນມະນຸດຂອງພວກເຂົາ. ເຊິ່ງເວົ້າໄດ້ວ່າ ມີພຽງແຕ່ຄົນທີ່ມີຄຸນສົມບັດຂອງຄວາມຊື່ກົງ ແລະ ຄວາມໃຈດີໃນຄວາມເປັນມະນຸດຂອງພວກເຂົາເທົ່ານັ້ນ ທີ່ຈະມີຫຼັກການໃນການບໍ່ເອົາປຽບຄົນອື່ນໃນການປະພຶດຕົນຂອງພວກເຂົາ; ຫຼັກການນີ້ເກີດຈາກຄຸນສົມບັດຂອງຄວາມຊື່ກົງ ແລະ ຄວາມໃຈດີໃນຄວາມເປັນມະນຸດຂອງພວກເຂົາ. ບອກເຮົາມາເບິ່ງດູວ່າ ນອກເໜືອຈາກການເປັນຄົນຊື່ກົງ ແລະ ໃຈດີແລ້ວ, ຄົນທີ່ມີຄຸນສົມບັດແຫ່ງຄວາມເປັນມະນຸດມີຄວາມຮູ້ສຶກອັບອາຍ ແລະ ຄວາມຮູ້ສຶກລະອາຍໃຈບໍ? (ມີ). ພວກເຂົາເອງຍອມທົນທຸກກັບຄວາມສູນເສຍດີກວ່າທີ່ຈະເອົາປຽບຄົນອື່ນ. ຖ້າພວກເຂົາເອົາປຽບຄົນໃດໜຶ່ງ, ພວກເຂົາກໍຈະຮູ້ສຶກຢູ່ສະເໝີວ່າພວກເຂົາຕິດໜີ້ບາງສິ່ງບາງຢ່າງກັບຄົນໆນັ້ນ. ເມື່ອໃດກໍຕາມທີ່ພວກເຂົາເຫັນຄົນໆນັ້ນ, ພວກເຂົາກໍຈະຮູ້ສຶກຄືກັບວ່າພວກເຂົາເປັນຄົນທີ່ຕໍ່າຕ້ອຍກວ່າ; ພວກເຂົາຈະຮູ້ສຶກບໍ່ສະບາຍໃຈ ແລະ ບໍ່ໝັ້ນຄົງໃນໃຈຂອງພວກເຂົາ ແລະ ຈະຢາກຊອກຫາໂອກາດເພື່ອຊົດເຊີຍຢູ່ສະເໝີ. ຖ້າພວກເຂົາຢືມເງິນຈາກຄົນອື່ນ ແລະ ຍັງບໍ່ທັນໄດ້ຈ່າຍຄືນຈົນຄົບ, ພວກເຂົາກໍຈະຮູ້ສຶກບໍ່ສະບາຍໃຈ. ເຖິງແມ່ນວ່າຄົນໃດໜຶ່ງຈະຍົກເລື່ອງນີ້ຂຶ້ນມາເວົ້າໂດຍບໍ່ໄດ້ຕັ້ງໃຈ, ພວກເຂົາກໍຈະຮູ້ສຶກໜ້າຮ້ອນຜ່າວ ແລະ ຮູ້ສຶກອັບອາຍ ແລະ ເຖິງຂັ້ນກະວົນກະວາຍ. ຖ້າຄົນໃດໜຶ່ງເວົ້າຮຸນແຮງຂຶ້ນເລັກໜ້ອຍກ່ຽວກັບເລື່ອງນີ້, ພວກເຂົາກໍຈະປາຖະໜາໃຫ້ແຜ່ນດິນສູບພວກເຂົາລົງໄປ, ໂດຍຮູ້ສຶກອັບອາຍເກີນກວ່າທີ່ຈະສູ້ໜ້າໃຜໄດ້ຢ່າງແທ້ຈິງ. ສິ່ງເຫຼົ່ານີ້ແມ່ນການສະແດງອອກເຖິງການມີຄວາມຮູ້ສຶກອັບອາຍບໍ? (ແມ່ນແລ້ວ). ສິ່ງເຫຼົ່ານີ້ລ້ວນແຕ່ເປັນການສະແດງອອກທີ່ຄົນທີ່ມີຄຸນສົມບັດແຫ່ງຄວາມເປັນມະນຸດສະແດງອອກມາ, ເຊິ່ງຖືກກະຕຸ້ນໂດຍມະໂນທຳຂອງພວກເຂົາ. ຖ້າຄົນປະເພດນີ້ຕິດໜີ້ເງິນ ຫຼື ບຸນຄຸນ, ພວກເຂົາກໍຈະຮູ້ສຶກບໍ່ສະບາຍໃຈ, ຄືກັບວ່າພວກເຂົາໄດ້ເຮັດບາງສິ່ງທີ່ໜ້າອັບອາຍ. ພວກເຂົາມັກຈະຮູ້ສຶກຖືກມະໂນທຳຂອງພວກເຂົາກ່າວໂທດ ແລະ ພວກເຂົາກໍພະຍາຍາມທຸກວິທີທາງທີ່ເປັນໄປໄດ້ເພື່ອຕອບແທນອີກຝ່າຍ. ບາງຄົນເຮັດວຽກຫຼາຍຢ່າງ; ບາງຄົນຂາຍສິ່ງຂອງທີ່ພວກເຂົາຮັກທີ່ສຸດ; ບາງຄົນຂາຍຊັບສິນຂອງຄອບຄົວ; ແລະ ບາງຄົນເຖິງຂັ້ນເຈັບປ່ວຍແຕ່ກໍບໍ່ຍອມຈ່າຍເງິນເພື່ອໄປຫາໝໍ, ພວກເຂົາເອງຍອມທົນທຸກກັບຄວາມທຸກຍາກ ແລະ ຄວາມອິດເມື່ອຍ ເພື່ອປະຢັດເງິນ ແລະ ຟ້າວຈ່າຍໜີ້ຂອງພວກເຂົາຄືນ. ບາງຄົນບໍ່ເຂົ້າໃຈສິ່ງນີ້ ແລະ ເວົ້າວ່າ “ຖ້າຄົນອື່ນຫາເງິນໄດ້ຄືກັບເຈົ້າ, ພວກເຂົາກໍຄົງຈະຊື້ລົດ ແລະ ຊື້ເຮືອນໄປດົນແລ້ວ. ເຈົ້າໃຊ້ເງິນທັງໝົດຂອງເຈົ້າເພື່ອຈ່າຍໜີ້ຂອງເຈົ້າຄືນ, ໂດຍທີ່ໂຕເຈົ້າເອງດຳລົງຊີວິດຢ່າງລຳບາກ, ນັ້ນບໍ່ແມ່ນເລື່ອງທີ່ໂງ່ຈ້າເກີນໄປບໍ? ຖ້າເຈົ້າບໍ່ມີຄວາມສາມາດທີ່ຈະຈ່າຍເງິນຄືນໄດ້, ກໍພຽງແຕ່ບໍ່ຕ້ອງຈ່າຍຄືນ”. ແຕ່ພວກເຂົາກັບຄິດວ່າ “ຂ້ອຍຈະປະພຶດຕົນແບບນັ້ນໄດ້ແນວໃດ? ການປະພຶດຕົນແບບນັ້ນຈະເປັນການຂາດມະໂນທຳຫຼາຍ, ແລ້ວຂ້ອຍຍັງຈະເປັນຄົນຢູ່ບໍ? ການໃຊ້ເງິນຂອງຄົນອື່ນເພື່ອດຳລົງຊີວິດທີ່ດີ, ມັນແຕກຕ່າງຫຍັງກັບການໃຊ້ເງິນທີ່ໄດ້ມາໂດຍບໍ່ຊອບທຳບໍ? ມະໂນທຳຂອງຂ້ອຍຈະສະຫງົບສຸກໄດ້ບໍ? ການອ້າງເອົາສິ່ງທີ່ເປັນຂອງຄົນອື່ນນັ້ນຊ່າງໜ້າລັງກຽດ ແລະ ສົກກະປົກຫຼາຍ! ມັນບໍ່ແມ່ນເລື່ອງງ່າຍເລີຍທີ່ພວກເຂົາຈະຫາເງິນມາໄດ້. ພວກເຂົາໄດ້ສ້າງບຸນຄຸນອັນໃຫຍ່ຫຼວງໃຫ້ຂ້ອຍແລ້ວ ໂດຍການໃຫ້ຂ້ອຍຢືມເງິນໃນຕອນນັ້ນ ແລະ ຂ້ອຍກໍຮູ້ສຶກຂອບໃຈຢ່າງບໍ່ມີທີ່ສິ້ນສຸດສຳລັບສິ່ງນັ້ນ; ຂ້ອຍຕ້ອງຟ້າວຈ່າຍຄືນໃຫ້ພວກເຂົາ. ໃນການປະພຶດຕົນ, ຄົນເຮົາຕ້ອງກະທຳດ້ວຍມະໂນທຳ ແລະ ເປັນຕາໄວ້ວາງໃຈ; ຄົນເຮົາຈະສາມາດຮູ້ສຶກສະບາຍໃຈໄດ້ກໍຕໍ່ເມື່ອໃຊ້ເງິນທີ່ພວກເຂົາຫາມາໄດ້ດ້ວຍຕົນເອງເທົ່ານັ້ນ. ການບໍ່ເອົາປຽບຄົນອື່ນ ແລະ ການບໍ່ຕິດໜີ້ຜູ້ຄົນ, ນີ້ຄືຂອບເຂດທີ່ເປັນພື້ນຖານທີ່ສຸດສຳລັບການປະພຶດຕົນຂອງຄົນເຮົາ”. ເຈົ້າເຫັນບໍ, ຄົນທີ່ມີມະໂນທຳມີຫຼັກການທີ່ຖືກຕ້ອງ ແລະ ເປັນພື້ນຖານທີ່ສຸດສຳລັບການເຮັດສິ່ງຕ່າງໆ. ເຖິງແມ່ນວ່າຍັງມີໄລຍະຫ່າງອັນໃຫຍ່ຫຼວງລະຫວ່າງເປົ້າໝາຍທີ່ພວກເຂົາຕັ້ງໄວ້ສຳລັບການປະພຶດຕົນຂອງພວກເຂົາ ແລະ ຫຼັກການຄວາມຈິງກໍຕາມ, ແຕ່ເມື່ອເວົ້າເຖິງການປະພຶດຕົນ, ຫຼັກການໃນການປະພຶດຕົນຂອງຄົນປະເພດນີ້ໃນການບໍ່ເອົາປຽບຄົນອື່ນກໍພຽງພໍທີ່ຈະສະແດງໃຫ້ເຫັນວ່າພວກເຂົາມີຄຸນສົມບັດຂອງຄວາມຊື່ກົງ ແລະ ຄວາມໃຈດີໃນຄວາມເປັນມະນຸດຂອງພວກເຂົາ. ເມື່ອເວົ້າເຖິງເລື່ອງການເອົາປຽບຄົນອື່ນ ຫຼື ການຕິດໜີ້, ມັນສາມາດເຫັນໄດ້ຈາກຫຼັກການໃນການປະພຶດຕົນທີ່ຄົນເຫຼົ່ານີ້ເວົ້າເຖິງວ່າພວກເຂົາຂ້ອນຂ້າງຊື່ກົງ ແລະ ໃຈດີ. ພວກເຂົາບໍ່ໃຊ້ເຫດຜົນທີ່ບິດເບືອນ ຫຼື ກະທຳຢ່າງບໍ່ສົມເຫດສົມຜົນ. ພວກເຂົາເວົ້າວ່າ “ຄົນໆນັ້ນໄດ້ຍື່ນມືເຂົ້າມາຊ່ວຍເຫຼືອເພື່ອໃຫ້ຂ້ອຍຢືມເງິນໃນຕອນທີ່ຂ້ອຍກຳລັງຜ່ານຊ່ວງເວລາທີ່ຍາກລຳບາກທີ່ສຸດ; ນີ້ກໍເປັນບຸນຄຸນອັນໃຫຍ່ຫຼວງແລ້ວ. ຖ້າຂ້ອຍສາມາດຈ່າຍເງິນນັ້ນຄືນໄດ້, ຂ້ອຍກໍຄວນເຮັດໃນທັນທີ”. ນີ້ບໍ່ແມ່ນການສະແດງອອກເຖິງການປະພຶດຕົນດ້ວຍຄວາມຊື່ກົງບໍ? (ແມ່ນແລ້ວ). ຢ່າງໜ້ອຍທີ່ສຸດ, ພວກເຂົາກໍມີຈິດວິນຍານແຫ່ງຄວາມຊອບທຳ ແລະ ຄວາມເປັນມະນຸດຂອງພວກເຂົາກໍບໍ່ຊົ່ວຮ້າຍ. ໃນຂະນະດຽວກັນ, ຄົນຊົ່ວຮ້າຍຄິດແນວໃດ? “ໃຜບອກໃຫ້ເຈົ້າໃຫ້ຂ້ອຍຢືມເງິນໃນຕອນນັ້ນ? ເຈົ້າພຽງແຕ່ບໍ່ໃຫ້ຂ້ອຍຢືມບໍ່ໄດ້ບໍ? ເຈົ້າເຕັມໃຈທີ່ຈະໃຫ້ຢືມເອງ. ຖ້າຂ້ອຍບໍ່ຢາກຈ່າຍຄືນ, ຂ້ອຍກໍຈະບໍ່ຈ່າຍ. ຂ້ອຍຈະໃຊ້ເງິນຂອງເຈົ້າເພື່ອເຮັດທຸລະກິດ ແລະ ສ້າງກຳໄລກ້ອນໃຫຍ່; ແນວໃດເຈົ້າກໍມີເງິນເຫຼືອໃຊ້ຢູ່ແລ້ວ. ນອກຈາກນີ້, ເມື່ອເງິນມາຢູ່ໃນມືຂອງຂ້ອຍແລ້ວ, ມັນກໍເປັນຂອງຂ້ອຍ ແລະ ຂ້ອຍສາມາດໃຊ້ມັນແນວໃດກໍໄດ້ຕາມທີ່ຂ້ອຍຕ້ອງການ. ສ່ວນເລື່ອງທີ່ວ່າຂ້ອຍຈະຈ່າຍຄືນ ຫຼື ບໍ່ນັ້ນ, ມັນກໍຂຶ້ນຢູ່ກັບອາລົມຂອງຂ້ອຍ. ເມື່ອຂ້ອຍມີເງິນ, ຂ້ອຍຈະຈ່າຍຄືນໃຫ້ເຈົ້າ ຖ້າຂ້ອຍອາລົມດີ, ເຈົ້າສາມາດຖືວ່ານັ້ນເປັນຜົນກຳໄລທີ່ບໍ່ຄາດຄິດໄດ້. ຖ້າຂ້ອຍບໍ່ຈ່າຍຄືນໃຫ້ເຈົ້າ, ເຈົ້າກໍເຮັດຫຍັງບໍ່ໄດ້; ຂ້ອຍບໍ່ໄດ້ຂຽນໃບຢືມເງິນໃຫ້ເຈົ້າ, ສະນັ້ນ ເຖິງແມ່ນວ່າເຈົ້າຈະຟ້ອງຮ້ອງ, ເຈົ້າກໍຈະບໍ່ຊະນະດອກ”. ນີ້ຄືແນວຄິດຂອງຄົນຊົ່ວຮ້າຍ. ນີ້ບໍ່ແມ່ນການບໍ່ສົມເຫດສົມຜົນບໍ? (ແມ່ນແລ້ວ). ວິທີທີ່ຄົນຊົ່ວຮ້າຍຄິດແມ່ນກົງກັນຂ້າມກັບວິທີທີ່ຄົນຊື່ກົງຄິດຢ່າງສິ້ນເຊີງ. ຄວາມຄິດຂອງຄົນຊື່ກົງແມ່ນທ່ຽງທຳຫຼາຍ. ໃນຄຳເວົ້າຂອງຜູ້ບໍ່ມີຄວາມເຊື່ອ, ພວກເຂົາເປັນຄົນທີ່ເຂົ້າໃຈ ແລະ ມີເຫດມີຜົນ, ພວກເຂົາຄຳນຶງເຖິງຄົນອື່ນໃນທຸກດ້ານ ແລະ ພວກເຂົາໃຫ້ຄຸນຄ່າກັບຄວາມມັກຮັກ ແລະ ຄວາມຊອບທຳ, ຄວາມມີເຫດຜົນ ແລະ ຄວາມເປັນມະນຸດ. ພວກເຂົາບໍ່ກະທຳຢ່າງບໍ່ສົມເຫດສົມຜົນ ແລະ ບໍ່ໃຊ້ເຫດຜົນທີ່ບິດເບືອນ. ນີ້ຄືຄວາມຊື່ກົງ. ແລ້ວຄົນຊື່ກົງຄິດແນວໃດ? “ມັນບໍ່ແມ່ນເລື່ອງງ່າຍເລີຍທີ່ພວກເຂົາຈະຫາເງິນມາໄດ້. ເຖິງແມ່ນວ່າພວກເຂົາຈະມີເງິນຫຼາຍກໍຕາມ, ມັນກໍເປັນເງິນຂອງພວກເຂົາ, ມັນບໍ່ແມ່ນສຳລັບໃຫ້ເຈົ້າໃຊ້. ການທີ່ພວກເຂົາໃຫ້ເຈົ້າຢືມນັ້ນເປັນບຸນຄຸນ; ເມື່ອເຈົ້າຕິດໜີ້ບາງສິ່ງບາງຢ່າງກັບຄົນໃດໜຶ່ງ, ເຈົ້າກໍໄດ້ຮັບເອົາໜີ້ສິນມາແລ້ວ ແລະ ຈາກນັ້ນເຈົ້າກໍມີຄວາມຮັບຜິດຊອບ ແລະ ພັນທະທີ່ຈະຕ້ອງຈ່າຍຄືນ”. ເຈົ້າເຫັນບໍ, ວິທີທີ່ພວກເຂົາຄິດນັ້ນບໍ່ທ່ຽງທຳບໍ? ພວກເຂົາບໍ່ສົມເຫດສົມເຫດຜົນບໍ? ພວກເຂົາບໍ່ມີເຫດຜົນບໍ? (ພວກເຂົາເປັນແບບນັ້ນ). ນີ້ຄືການສະແດງອອກເຖິງຄວາມຊື່ກົງ. ຖ້າຄົນໃດໜຶ່ງມີຄຸນສົມບັດຂອງຄວາມຊື່ກົງໃນຄວາມເປັນມະນຸດຂອງພວກເຂົາ, ພວກເຂົາຈະຄິດແບບນີ້ແຫຼະ. ພວກເຂົາຈະມີເຫດຜົນ ແລະ ສົມເຫດສົມຜົນ, ນີ້ຄືການສະແດງອອກເຖິງການມີຄວາມເປັນມະນຸດ. ການສະແດງອອກເຖິງການບໍ່ມີຄວາມເປັນມະນຸດກໍຄືການກະທຳຄືກັບຄົນຊົ່ວຮ້າຍ: ກະທຳຢ່າງບໍ່ສົມເຫດສົມຜົນ, ປະຕິເສດທີ່ຈະຮັບຟັງເຫດຜົນ, ອາລະວາດ, ມັກສັ່ງການ ແລະ ມັກຂົ່ມເຫັງ, ມັກໃຊ້ເຫດຜົນທີ່ບິດເບືອນຢູ່ສະເໝີ, ບໍ່ເຂົ້າໃຈແມ່ນແຕ່ເຫດຜົນຂອງຄວາມເປັນມະນຸດ ແລະ ບໍ່ສາມາດມີຄວາມເຂົ້າໃຈ ແລະ ມີເຫດຜົນໄດ້ເລີຍ ແລະ ດ້ວຍເຫດນັ້ນຈຶ່ງຍິ່ງບໍ່ສາມາດກ້າວໄປສູ່ລະດັບຂອງການປະຕິບັດຄວາມຈິງໄດ້ເລີຍ. ຄົນທີ່ມີຄຸນສົມບັດຂອງຄວາມຊື່ກົງ ແລະ ຄວາມໃຈດີໃນຄວາມເປັນມະນຸດຂອງພວກເຂົາແມ່ນມີຄວາມເຂົ້າໃຈ ແລະ ມີເຫດຜົນ; ສິ່ງທີ່ພວກເຂົາເວົ້າແມ່ນຍຸຕິທຳ ແລະ ສົມເຫດສົມຜົນຫຼາຍ, ມີນ້ຳໃຈຄວາມເປັນມະນຸດ ແລະ ມີເຫດຜົນທີ່ໜ້າເຊື່ອຖື. ມີພຽງຄົນແບບນີ້ເທົ່ານັ້ນທີ່ມີເງື່ອນໄຂສຳລັບການຍອມຮັບຄວາມຈິງໄດ້. ເມື່ອໄດ້ຍິນພຣະທຳຂອງພຣະເຈົ້າ, ມີພຽງຄົນທີ່ມີຄຸນສົມບັດແຫ່ງຄວາມເປັນມະນຸດດັ່ງກ່າວເທົ່ານັ້ນທີ່ຮູ້ສຶກວ່າ “ພຣະທຳຂອງພຣະເຈົ້າຖືກຕ້ອງຫຼາຍ, ນີ້ຄືຄວາມຈິງຢ່າງແທ້ຈິງ! ນີ້ຄືວິທີທີ່ຜູ້ຄົນຄວນປະພຶດຕົນ. ຜູ້ຄົນຄວນມີຂອບເຂດສຳລັບການປະພຶດຕົນຂອງພວກເຂົາ. ຄົນທີ່ມີມະໂນທຳ ແລະ ເຫດຜົນຄວນປະຕິບັດຕໍ່ຄົນອື່ນແບບນີ້ ແລະ ພວກເຂົາຄວນປະພຶດຕົນ ແລະ ຈັດການກັບເລື່ອງຕ່າງໆແບບນີ້. ພຣະທຳຂອງພຣະເຈົ້າຖືກຕ້ອງຫຼາຍ!” ເຈົ້າເຫັນບໍ, ຄຸນສົມບັດຂອງຄວາມຊື່ກົງ ແລະ ຄວາມໃຈດີພາຍໃນຄວາມເປັນມະນຸດຂອງພວກເຂົາເຮັດໃຫ້ພວກເຂົາມີເງື່ອນໄຂພື້ນຖານສຳລັບການຍອມຮັບຄວາມຈິງ, ເຊິ່ງຊ່ວຍໃຫ້ພວກເຂົາສາມາດກ່າວຄຳວ່າອາແມນ ແລະ ຍອມຮັບຄວາມຈິງໄດ້ ຫຼັງຈາກທີ່ໄດ້ຍິນມັນ, ໂດຍບໍ່ຮູ້ສຶກຕໍ່ຕ້ານ, ຮູ້ສຶກລັງກຽດ ຫຼື ປະຕິເສດມັນເລີຍ. ພວກເຂົາຮູ້ສຶກວ່າພຣະທຳຂອງພຣະເຈົ້ານັ້ນຖືກຕ້ອງ, ສອດຄ່ອງກັບຄວາມຕ້ອງການຂອງຄວາມເປັນມະນຸດທີ່ປົກກະຕິຢ່າງສິ້ນເຊີງ, ສາມາດຕອບສະໜອງຄວາມຕ້ອງການໃນໃຈຂອງຜູ້ຄົນ ແລະ ເປັນສິ່ງທີ່ຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິຄວນມີ ແລະ ມີພຽງຄວາມຈິງເທົ່ານັ້ນທີ່ສາມາດຕອບສະໜອງໃຫ້ພວກເຂົາ ແລະ ເຮັດໃຫ້ຄວາມເປັນມະນຸດຂອງພວກເຂົາປັບປຸງດີຂຶ້ນໄດ້. ເພາະສະນັ້ນ, ມີພຽງຄົນທີ່ມີຄຸນສົມບັດຂອງຄວາມຊື່ກົງ ແລະ ຄວາມໃຈດີໃນຄວາມເປັນມະນຸດຂອງພວກເຂົາເທົ່ານັ້ນ ທີ່ສາມາດຫິວກະຫາຍຄວາມຈິງ, ສາມາດຮູ້ວ່າພຣະທຳຂອງພຣະເຈົ້າຄືຄວາມຈິງເມື່ອພວກເຂົາໄດ້ຍິນພຣະທຳເຫຼົ່ານັ້ນ, ຈາກນັ້ນກໍສາມາດຍອມຮັບຄວາມຈິງໃນໃຈຂອງພວກເຂົາ ແລະ ສາມາດປະຕິບັດຄວາມຈິງໄດ້ ເມື່ອພວກເຂົາເຂົ້າໃຈມັນ.
ໃນຫຼັກການປະພຶດຕົນຂອງການບໍ່ເອົາປຽບຄົນອື່ນ, ຄຸນສົມບັດແຫ່ງຄວາມເປັນມະນຸດທີ່ຄົນໆໜຶ່ງສະແດງອອກຢ່າງຊັດເຈນກໍຄື ຄວາມຊື່ກົງ, ຄວາມໃຈດີ ແລະ ຄວາມຮູ້ສຶກລະອາຍໃຈ. ແນ່ນອນວ່າ, ນອກເໜືອຈາກການບໍ່ຕິດໜີ້ບຸນຄຸນ ຫຼື ເງິນແລ້ວ, ຄົນທີ່ມີມະໂນທຳ ແລະ ເຫດຜົນຍັງສະແດງອອກເຖິງການບໍ່ເອົາປຽບຄົນອື່ນອີກຢ່າງໜຶ່ງ ເຊິ່ງກໍຄື ເມື່ອຄົນອື່ນເອົາປຽບພວກເຂົາ ແລະ ພວກເຂົາປະສົບກັບການສູນເສຍ, ພວກເຂົາກໍບໍ່ຖືສາຫາຄວາມຄົນເຫຼົ່ານັ້ນ ແລະ ບາງຄັ້ງພວກເຂົາກໍເຖິງຂັ້ນສາມາດໃຫ້ສິ່ງຂອງແກ່ຄົນອື່ນໂດຍບໍ່ຕ້ອງຖືກຮ້ອງຂໍ. ຖ້າຄົນໃດໜຶ່ງຍົກເລື່ອງການຈ່າຍໜີ້ຂອງພວກເຂົາຄືນມາເວົ້າຢູ່ເລື້ອຍໆ, ຄົນເຫຼົ່ານີ້ກໍຈະຮູ້ສຶກອັບອາຍ: “ເຈົ້າຍົກເລື່ອງນີ້ມາເວົ້າຢູ່ເລື້ອຍໆ, ຄືກັບວ່າຂ້ອຍກຳລັງບີບບັງຄັບໃຫ້ເຈົ້າຈ່າຍໜີ້ຂອງເຈົ້າຄືນ. ຄວາມຈິງແລ້ວ, ຂ້ອຍບໍ່ເຄີຍຕັ້ງໃຈທີ່ຈະເຮັດແບບນັ້ນເລີຍ. ເຈົ້າສາມາດຈ່າຍຄືນໄດ້ທຸກເມື່ອທີ່ເຈົ້າມີເງິນ; ຖ້າເຈົ້າບໍ່ມີເງິນ ແລະ ຕິດໜີ້ຂ້ອຍຕະຫຼອດໄປ, ນັ້ນກໍບໍ່ເປັນຫຍັງຄືກັນ. ຖ້າເຈົ້າຍັງຢືນຢັດທີ່ຈະບໍ່ຈ່າຍເງິນໃຫ້ຂ້ອຍ, ຂ້ອຍກໍຈະບໍ່ທວງໜີ້ຈາກເຈົ້າ. ຖ້າເຈົ້າສາມາດຈ່າຍຄືນໄດ້, ກໍຈົ່ງຈ່າຍຄືນສາ; ຖ້າເຈົ້າບໍ່ສາມາດຈ່າຍຄືນໄດ້, ຂ້ອຍກໍຈະຖືວ່າມັນເປັນການບໍລິຈາກເພື່ອການກຸສົນ”. ເຈົ້າເຫັນບໍ, ພວກເຂົາຍັງມີການສະແດງອອກປະເພດນີ້ ແລະ ຂອບເຂດສຳລັບການປະພຶດຕົນຂອງພວກເຂົາແບບນີ້ອີກດ້ວຍ. ສົມມຸດວ່າຄົນໃດໜຶ່ງຂໍຢືມບາງສິ່ງບາງຢ່າງທີ່ສຳຄັນຫຼາຍສຳລັບພວກເຂົາ ແລະ ເປັນສິ່ງທີ່ພວກເຂົາຫວງແຫນຢ່າງຍິ່ງ. ເຖິງແມ່ນວ່າພວກເຂົາຈະບໍ່ຮັ່ງມີປານໃດ, ແຕ່ເມື່ອອີກຝ່າຍເວົ້າວ່າພວກເຂົາຢາກຢືມມັນ, ພວກເຂົາກໍຄິດວ່າ “ພວກເຂົາຕ້ອງຕົກຢູ່ໃນສະຖານະການທີ່ຍາກລຳບາກຢ່າງແນ່ນອນ ຈຶ່ງມາຂໍຢືມບາງສິ່ງບາງຢ່າງຈາກຂ້ອຍ, ສະນັ້ນ ຂ້ອຍກໍຄວນໃຫ້ພວກເຂົາຢືມ”. ຕົວຢ່າງ: ສົມມຸດວ່າໃນຊ່ວງລະດູການເຮັດນາທີ່ຫຍຸ້ງຫຼາຍ, ມີຄົນມາຂໍຢືມຍານພາຫະນະຂອງພວກເຂົາ. ຕົວພວກເຂົາເອງກໍຕ້ອງການໃຊ້ຍານພາຫະນະ ແລະ ຖ້າພວກເຂົາໃຫ້ຄົນນັ້ນຢືມໄປ, ວຽກຂອງພວກເຂົາເອງກໍຈະຊັກຊ້າ. ເຖິງຢ່າງໃດກໍຕາມ, ຍ້ອນວ່າພວກເຂົາໃຈດີໃນແງ່ຂອງຄວາມເປັນມະນຸດຂອງພວກເຂົາ, ພວກເຂົາກໍຍັງໃຫ້ຢືມ, ພຽງແຕ່ບອກໃຫ້ຄົນນັ້ນຟ້າວເອົາມາສົ່ງຄືນເມື່ອພວກເຂົາໃຊ້ແລ້ວ. ສອງສາມມື້ຕໍ່ມາ, ຄົນນັ້ນກໍເອົາລົດມາສົ່ງຄືນ, ແຕ່ມັນເພ ແລະ ຍັງບໍ່ໄດ້ສ້ອມແປງ, ສະນັ້ນ ຕົວພວກເຂົາເອງຈຶ່ງຕ້ອງສ້ອມແປງມັນ. ພວກເຂົາຮູ້ສຶກຫງຸດຫງິດເລັກໜ້ອຍ, ແຕ່ພວກເຂົາກໍບໍ່ໄດ້ໃຈຮ້າຍປານໃດ, ໂດຍຄິດໃນໃຈວ່າ “ຊ່າງມັນເຖາະ, ພວກເຮົາເປັນເພື່ອນບ້ານກັນ ແລະ ພວກເຮົາກໍເຫັນໜ້າກັນຢູ່ຕະຫຼອດ; ຂ້ອຍຈະບໍ່ຖືສາຫາຄວາມພວກເຂົາ”. ນີ້ຄືຄວາມໃຈກວ້າງຂອງພວກເຂົາໃນວິທີທີ່ພວກເຂົາປະຕິບັດຕໍ່ຜູ້ຄົນ; ເຖິງແມ່ນວ່າພວກເຂົາຈະປະສົບກັບການສູນເສຍ, ພວກເຂົາກໍບໍ່ໂວຍວາຍກ່ຽວກັບເລື່ອງດັ່ງກ່າວ. ເຖິງແມ່ນວ່າທຸກຄົນຈະເປັນມະນຸດຄືກັນ, ແຕ່ຫຼັກການ ແລະ ຂອບເຂດສຳລັບການປະພຶດຕົນຂອງຜູ້ຄົນແມ່ນແຕກຕ່າງກັນ. ບາງຄົນສາມາດໃຫ້ທານໄດ້, ໃນຂະນະທີ່ບາງຄົນບໍ່ພຽງແຕ່ບໍ່ສາມາດເຮັດສິ່ງນີ້ໄດ້ເທົ່ານັ້ນ, ແຕ່ຍັງຕ້ອງການເອົາປຽບຄົນອື່ນອີກດ້ວຍ. ເຖິງແມ່ນວ່າຄົນທີ່ຂ້ອນຂ້າງຊື່ກົງ ແລະ ໃຈດີປະເພດນີ້ຈະຮູ້ສຶກຫງຸດຫງິດເລັກໜ້ອຍຫຼັງຈາກທີ່ຕ້ອງປະສົບກັບການສູນເສຍກໍຕາມ, ພວກເຂົາກໍບໍ່ໄປໂຕ້ຖຽງກັບອີກຝ່າຍ, ທັງບໍ່ຜິດຖຽງກັບຄົນເຫຼົ່ານັ້ນ ຫຼື ຮຽກຮ້ອງຄ່າຊົດເຊີຍ; ພວກເຂົາພຽງແຕ່ໃຊ້ຄວາມອົດກັ້ນແບບນີ້. ຖ້າພວກເຂົາຈຳເປັນຕ້ອງອອກໄປເຮັດທຸລະບາງຢ່າງ ແລະ ຢືມລົດຂອງຄົນອື່ນ, ຫຼັງຈາກທີ່ໃຊ້ມັນແລ້ວ, ພວກເຂົາກໍລ້າງມັນ ແລະ ຕື່ມນ້ຳມັນໃຫ້ຈົນເຕັມຖັງ. ເມື່ອພວກເຂົາເອົາມາສົ່ງຄືນໃຫ້ເຈົ້າຂອງ, ລົດກໍບໍ່ໄດ້ເປ້ເພແມ່ນແຕ່ໜ້ອຍດຽວ ແລະ ພວກເຂົາຍັງຊົດເຊີຍໃຫ້ເຈົ້າຂອງໃນອັດຕາຄ່າເຊົ່າລາຍວັນທີ່ສູງທີ່ສຸດສຳລັບລົດປະເພດນີ້ອີກດ້ວຍ. ພວກເຂົາຈະບໍ່ເຮັດໃຫ້ຄົນໆນັ້ນຮູ້ສຶກວ່າຖືກເອົາປຽບ. ພວກເຂົາຄິດວ່ານີ້ຄືສິ່ງທີ່ພວກເຂົາຄວນເຮັດ. ບາງຄົນເວົ້າວ່າ “ຄົນປະເພດນີ້ພຽງແຕ່ສົນໃຈໜ້າຕາຂອງພວກເຂົາບໍ?” ສຳລັບສະມາຊິກຂອງມະນຸດຊາດທີ່ເສື່ອມຊາມ, ມີຈັກຄົນທີ່ສາມາດເຮັດໄດ້ເຖິງລະດັບນີ້ພຽງເພື່ອເຫັນແກ່ໜ້າຕາຂອງພວກເຂົາ? ຜູ້ບໍ່ມີຄວາມເຊື່ອມັກຈະເວົ້າວ່າ “ໜ້າຕາຂອງຄົນເຮົາມີຄ່າສໍ່າໃດ?” ແລະ “ມະໂນທຳມີຄ່າສໍ່າໃດ?” ບໍ່ມີໃຜຍອມຈົກກະເປົາເງິນຂອງພວກເຂົາພຽງເພື່ອຮັກສາໜ້າຕາ ຫຼື ເພື່ອເຮັດໃຫ້ຄົນອື່ນຄິດວ່າພວກເຂົາມີມະໂນທຳ ແລະ ຄວາມເປັນມະນຸດດອກ. ສຳລັບທຸກຄົນແລ້ວ, ສິ່ງຂອງທາງວັດຖຸ ແລະ ເງິນຄຳແມ່ນສຳຄັນກວ່າຊີວິດນັ້ນເອງ. ການເວົ້າບາງສິ່ງທີ່ດີ, ໜ້ານັບຖື ຫຼື ບໍ່ຈິງໃຈ ແລະ ປະຈົບປະແຈງເພື່ອເຫັນແກ່ການຮັກສາໜ້າຕາແມ່ນສິ່ງທີ່ຜູ້ຄົນສາມາດເຮັດໄດ້, ແຕ່ມັນບໍ່ແມ່ນເລື່ອງງ່າຍເລີຍທີ່ຈະຍອມເສຍເງິນຂອງຕົນເອງເພື່ອຊ່ວຍເຫຼືອຄົນອື່ນຢ່າງແທ້ຈິງ, ມີໜ້ອຍຄົນຫຼາຍທີ່ສາມາດເຮັດແບບນັ້ນໄດ້. ມີພຽງຜູ້ທີ່ມີຄຸນສົມບັດຂອງຄວາມຊື່ກົງ ແລະ ຄວາມໃຈດີໃນຄວາມເປັນມະນຸດຂອງພວກເຂົາເທົ່ານັ້ນທີ່ສາມາດເຮັດແບບນີ້ໄດ້. ຄົນດັ່ງກ່າວເຮັດສິ່ງຕ່າງໆໂດຍອີງໃສ່ຫຼັກການທີ່ວ່າ “ຂ້ອຍຍອມເສຍປຽບເລັກໜ້ອຍດີກວ່າທີ່ຈະເອົາປຽບເຈົ້າ”. ຖ້າພວກເຂົາບໍ່ກະທຳແບບນີ້, ພວກເຂົາກໍຈະຮູ້ສຶກບໍ່ດີກ່ຽວກັບມັນຢູ່ໃນໃຈ. ໂດຍປົກກະຕິແລ້ວ, ເມື່ອຄົນປະເພດນີ້ຢືມບາງສິ່ງບາງຢ່າງ, ພວກເຂົາບໍ່ພຽງແຕ່ບໍ່ເອົາປຽບຜູ້ໃຫ້ຢືມເທົ່ານັ້ນ, ແຕ່ບາງຄັ້ງພວກເຂົາກໍເຖິງຂັ້ນຕ້ອງຈ່າຍເງິນເພີ່ມຈາກກະເປົາຂອງພວກເຂົາເອງ. ຕົວຢ່າງ: ເມື່ອພວກເຂົາຢືມລົດຂອງຄົນອື່ນໄປ, ພວກເຂົາກໍຕື່ມນ້ຳມັນ ແລະ ລ້າງລົດ ແລະ ໃນທີ່ສຸດກໍຊົດເຊີຍໃຫ້ເຈົ້າຂອງໃນອັດຕາຄ່າເຊົ່າລາຍວັນທີ່ສູງທີ່ສຸດສຳລັບລົດປະເພດນັ້ນ. ເມື່ອຄິດໄລ່ແບບນີ້ແລ້ວ, ມັນບໍ່ແພງກວ່າການທີ່ຕົວພວກເຂົາເອງໄປເຊົ່າລົດບໍ? (ແມ່ນແລ້ວ). ເມື່ອພວກເຂົາເອົາລົດມາສົ່ງຄືນ, ຖ້າເຈົ້າຂອງເບິ່ງມັນຢ່າງລະອຽດ ແລະ ກວດກາມັນສອງສາມຄັ້ງ, ຜູ້ຢືມກໍຈະຮູ້ສຶກບໍ່ສະບາຍໃຈຢູ່ຂ້າງໃນ, ໂດຍກັງວົນວ່າເຈົ້າຂອງອາດຈະເຫັນບາງບ່ອນທີ່ລົດເປ້ເພ ແລະ ຮຽກຮ້ອງຄ່າຊົດເຊີຍ. ໃນທີ່ສຸດ, ຫຼັງຈາກທີ່ກວດກາເບິ່ງແລ້ວ, ເຈົ້າຂອງກໍເວົ້າວ່າບໍ່ມີບັນຫາຫຍັງ, ພໍໃຈຫຼາຍ ແລະ ຍັງບອກອີກວ່າພວກເຂົາສາມາດຢືມລົດໄດ້ທຸກເມື່ອທີ່ພວກເຂົາຕ້ອງການໃນອະນາຄົດ. ເມື່ອນັ້ນ ຄົນເຫຼົ່ານີ້ຈຶ່ງຈະຮູ້ສຶກສະບາຍໃຈ, ໂດຍຄິດວ່າ “ອາ, ພວກເຂົາໄວ້ໃຈຂ້ອຍ; ນັ້ນຄືທັງໝົດທີ່ຂ້ອຍຕ້ອງການໄດ້ຍິນ!” ເຈົ້າເຫັນບໍ, ພວກເຂົາສະແຫວງຫາຫຍັງໃນວິທີທີ່ພວກເຂົາປະພຶດຕົນ? ພວກເຂົາບໍ່ສະແຫວງຫາທີ່ຈະເອົາປຽບຄົນອື່ນ; ພວກເຂົາພຽງແຕ່ສະແຫວງຫາທີ່ຈະປະພຶດຕົນດ້ວຍຄວາມໜ້າເຊື່ອຖື ແລະ ບໍ່ໃຫ້ຄົນອື່ນດູຖູກ. ບອກເຮົາມາເບິ່ງ, ຄົນເຮົາສາມາດກະທຳແບບນີ້ໄດ້ຍ້ອນພວກເຂົາສົນໃຈໜ້າຕາຂອງພວກເຂົາ, ຍ້ອນພວກເຂົາຂີ້ຢ້ານ, ຍ້ອນພວກເຂົາທຸກຍາກ ແລະ ຂາດຄວາມທະເຍີທະຍານ ຫຼື ຍ້ອນພວກເຂົາຢ້ານການຖືກດູຖູກບໍ? ມັນບໍ່ແມ່ນຍ້ອນສິ່ງເຫຼົ່ານີ້ເລີຍ. ຫຼັກການພື້ນຖານທີ່ສຸດສຳລັບການພົວພັນກັບຄົນອື່ນທີ່ຄົນທີ່ມີມະໂນທຳມີກໍຄື ການບໍ່ເອົາປຽບຄົນອື່ນ. ສິ່ງທີ່ພວກເຂົາສະແຫວງຫາກໍຄືຄວາມສະບາຍໃຈ. ເຖິງແມ່ນວ່າຕົວພວກເຂົາເອງຈະປະສົບກັບການສູນເສຍ ຫຼື ດຳລົງຊີວິດຢ່າງລຳບາກຍ້ອນສິ່ງນັ້ນ, ພວກເຂົາກໍບໍ່ຖິ້ມໂທດໃສ່ຄົນອື່ນ ຫຼື ສະແຫວງຫາທີ່ຈະຄິດໄລ່ບັນຊີກັບພວກເຂົາ. ພວກເຂົາພຽງແຕ່ສະແຫວງຫາທີ່ຈະເຮັດໃນສິ່ງທີ່ຖືກຕ້ອງຕໍ່ມະໂນທຳຂອງພວກເຂົາເອງ ແລະ ບໍ່ຕິດໜີ້ຫຍັງໃຜ. ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ພວກເຂົາຮູ້ສຶກວ່າພວກເຂົາຕ້ອງກະທຳໃນລັກສະນະທີ່ພວກເຂົາບໍ່ຮູ້ສຶກຜິດ, ທີ່ມະໂນທຳຂອງພວກເຂົາບໍ່ກ່າວໂທດພວກເຂົາ ແລະ ທີ່ພວກເຂົາບໍ່ເອົາປຽບໃຜ; ພວກເຂົາບໍ່ເຮັດສິ່ງໃດທີ່ເຮັດໃຫ້ພວກເຂົາຕິດໜີ້ຜູ້ຄົນ ແລະ ເຮັດໃຫ້ຜູ້ຄົນວິພາກວິຈານພວກເຂົາລັບຫຼັງ. ພວກເຂົາສາມາດກະທຳແບບນີ້ໄດ້ ບໍ່ແມ່ນຍ້ອນພວກເຂົາທຸກຍາກ ຫຼື ຍ້ອນພວກເຂົາມີບຸກຄະລິກທີ່ອ່ອນແອ, ແຮງໄກທີ່ພວກເຂົາຈະເປັນຄົນມັກໜ້າຕາ; ແຕ່ກົງກັນຂ້າມ, ມັນເປັນຄຸນສົມບັດແຫ່ງຄວາມເປັນມະນຸດຂອງພວກເຂົາ ເຊິ່ງກໍຄືຄວາມຊື່ກົງ ແລະ ຄວາມໃຈດີ ທີ່ຜັກດັນໃຫ້ພວກເຂົາເຮັດສິ່ງເຫຼົ່ານີ້. ໂດຍສະເພາະເມື່ອເວົ້າເຖິງເລື່ອງການບໍ່ເອົາປຽບຄົນອື່ນເມື່ອມີການພົວພັນກັບພວກເຂົາ, ພວກເຂົາກໍປະພຶດຕົນໃນລັກສະນະທີ່ໃຈດີ ແລະ ຊື່ກົງເປັນພິເສດ.
ສົມມຸດວ່າຄົນໃດໜຶ່ງຕົກຢູ່ໃນສະຖານະການທີ່ຫຍຸ້ງຍາກທາງດ້ານການເງິນ ແລະ ເມື່ອຄົນໆນັ້ນມີການພົວພັນກັບຄົນທີ່ຮັ່ງມີ, ຄົນທີ່ຮັ່ງມີກໍໃຫ້ບາງສິ່ງບາງຢ່າງທີ່ບໍ່ໄດ້ໃຊ້ແລ້ວຢູ່ເຮືອນແກ່ຄົນໆນັ້ນ ເພື່ອເປັນການໃຫ້ທານ. ຜູ້ຮັບຄິດໃນໃຈວ່າ “ການທີ່ເພິ່ນໃຫ້ສິ່ງເຫຼົ່ານີ້ແກ່ຂ້ອຍ ໝາຍຄວາມວ່າເພິ່ນບໍ່ໄດ້ດູຖູກຂ້ອຍ; ເພິ່ນມີບຸນຄຸນຕໍ່ຂ້ອຍ. ແລ້ວຂ້ອຍຄວນຕອບແທນເພິ່ນແນວໃດ? ຂ້ອຍບໍ່ສາມາດຊື້ຂອງຂວັນລາຄາແພງໄດ້, ສິ່ງທີ່ຂ້ອຍມີກໍຄືຜັກສົດຈາກສວນ ແລະ ໄຂ່ຈາກໄກ່ລາດທີ່ລ້ຽງປ່ອຍຢູ່ເຮືອນ. ເພິ່ນອາດຈະບໍ່ສົນໃຈສິ່ງເຫຼົ່ານີ້ປານໃດ ແຕ່ພວກມັນກໍເປັນສິ່ງທີ່ດີທີ່ສຸດທີ່ຄົນທຸກຍາກຄືພວກເຮົາມີ, ເປັນສິ່ງທີ່ດີທີ່ສຸດທີ່ພວກເຮົາສາມາດມອບໃຫ້ໄດ້. ຂ້ອຍຈະເອົາໃຫ້ເພິ່ນຈຳນວນໜຶ່ງ ເພື່ອໃຫ້ເພິ່ນໄດ້ຊີມຂອງສົດໃໝ່; ນີ້ກໍເປັນການສະແດງຄວາມຂອບໃຈຂອງຂ້ອຍເຊັ່ນກັນ”. ຄວາມຈິງແລ້ວ ຄົນທີ່ຮັ່ງມີໄດ້ໃຫ້ສິ່ງທີ່ເພິ່ນເອງບໍ່ໄດ້ໃຊ້ແລ້ວ ແຕ່ຜູ້ຮັບກໍສາມາດເຂົ້າໃຈເລື່ອງນີ້ໄດ້ຢ່າງຖືກຕ້ອງ. ລາວຈະບໍ່ເວົ້າວ່າ “ເຈົ້າໃຫ້ສິ່ງທີ່ເຈົ້າບໍ່ໄດ້ໃຊ້ ແລະ ບໍ່ສົນໃຈແກ່ຂ້ອຍ, ນີ້ບໍ່ແມ່ນພຽງແຕ່ເຮັດຄືກັບວ່າຂ້ອຍເປັນຂໍທານບໍ? ເຈົ້າຍັງຈະໃຫ້ສິ່ງເຫຼົ່ານັ້ນແກ່ຂ້ອຍຢູ່ບໍ ຖ້າເຈົ້າຍັງໃຊ້ສິ່ງເຫຼົ່ານັ້ນຢູ່? ເປັນຫຍັງເຈົ້າຈຶ່ງບໍ່ໃຫ້ສິ່ງທີ່ດີໆທີ່ເຈົ້າມີແກ່ຂ້ອຍ?” ຄົນທີ່ມີມະໂນທຳ ແລະ ເຫດຜົນຢ່າງແທ້ຈິງຈະບໍ່ຄິດແບບນີ້. ລາວພຽງແຕ່ຈະຄິດວ່າ “ການທີ່ເພິ່ນໃຫ້ສິ່ງເຫຼົ່ານີ້ແກ່ຂ້ອຍ ໝາຍຄວາມວ່າເພິ່ນບໍ່ໄດ້ດູຖູກຂ້ອຍ”. ເຖິງແມ່ນວ່າຄົນອື່ນຈະເວົ້າບາງສິ່ງທີ່ບໍ່ໜ້າຟັງ ແລະ ລາວຮູ້ສຶກບໍ່ສະບາຍໃຈເລັກໜ້ອຍຢູ່ຂ້າງໃນ, ລາວກໍຍັງສາມາດປະຕິບັດຕໍ່ເລື່ອງນີ້ໄດ້ຢ່າງຖືກຕ້ອງ ແລະ ລາວກໍບໍ່ພະຍາຍາມແກ້ຕ່າງໃຫ້ຕົນເອງ; ຍິ່ງໄປກວ່ານັ້ນ ລາວຍັງສາມາດຕອບແທນຜູ້ມີພະຄຸນຂອງລາວດ້ວຍສິ່ງທີ່ລາວຖືວ່າເປັນສິ່ງທີ່ດີທີ່ສຸດທີ່ລາວມີ ໂດຍອີງໃສ່ສະຖານະການຂອງຄອບຄົວ ແລະ ເງື່ອນໄຂທາງດ້ານການເງິນຂອງລາວເອງ. ເຈົ້າເຫັນບໍ, ຫຼັກການສຳລັບການມີການພົວພັນ ແລະ ການປະຕິບັດຕໍ່ຄົນອື່ນຂອງລາວກໍຄື ການບໍ່ເອົາປຽບຄົນອື່ນ. ເຖິງແມ່ນວ່າຫຼັກການນີ້ຈະເບິ່ງຄືວ່າບໍ່ໂດດເດັ່ນ ແລະ ມັນເປັນຄວາມຈິງທີ່ທຳມະດາທີ່ຄົນສ່ວນໃຫຍ່ຄຸ້ນເຄີຍ ແຕ່ກໍບໍ່ແມ່ນທຸກຄົນທີ່ຈະສາມາດຍຶດໝັ້ນກັບມັນໄດ້, ທັງບໍ່ແມ່ນທຸກຄົນທີ່ຈະເບິ່ງວ່າມັນເປັນຫຼັກການໃນການປະພຶດຕົນທີ່ເປັນພື້ນຖານທີ່ສຸດ, ແຮງໄກທີ່ມັນຈະເປັນສິ່ງທີ່ທຸກຄົນໃຫ້ຄຸນຄ່າ. ຄົນທີ່ຊື່ກົງ ແລະ ໃຈດີຢ່າງແທ້ຈິງໃຫ້ຄຸນຄ່າຢ່າງສູງຕໍ່ການບໍ່ຕິດໜີ້ຜູ້ຄົນ ຫຼື ການບໍ່ເອົາປຽບຄົນອື່ນ ເມື່ອຄົບຫາ ແລະ ພົວພັນກັບຄົນເຫຼົ່ານັ້ນ. ບໍ່ວ່າພວກເຂົາຈະກຳລັງເພີດເພີນກັບຊີວິດທີ່ສະດວກສະບາຍ ຫຼື ທົນທຸກກັບຄວາມທຸກຍາກກໍຕາມ, ສິ່ງທີ່ພວກເຂົາສະແຫວງຫາໃນການປະພຶດຕົນ ແລະ ການຈັດການກັບເລື່ອງຕ່າງໆຂອງພວກເຂົາກໍຄືຄວາມສະຫງົບສຸກທາງໃຈ ແລະ ການປາສະຈາກການກ່າວໂທດຈາກມະໂນທຳຂອງພວກເຂົາ. ມີພຽງຄົນປະເພດນີ້ເທົ່ານັ້ນທີ່ສະແຫວງຫາທີ່ຈະປະພຶດຕົນດ້ວຍວິທີນັ້ນ. ບໍ່ວ່າພວກເຂົາຈະຢູ່ໃນຍຸກໃດ ຫຼື ຢູ່ໃນສະພາບແວດລ້ອມທາງສັງຄົມແບບໃດກໍຕາມ ຫຼື ບໍ່ວ່າພວກເຂົາຈະຢູ່ທ່າມກາງກຸ່ມຄົນປະເພດໃດກໍຕາມ, ຜູ້ທີ່ສາມາດປະພຶດຕົນດ້ວຍວິທີນີ້ກະທຳແບບນັ້ນກໍຍ້ອນພວກເຂົາມີຄຸນສົມບັດຂອງຄວາມຊື່ກົງ, ຄວາມໃຈດີ ແລະ ຮູ້ຈັກລະອາຍໃຈພາຍໃນຄວາມເປັນມະນຸດຂອງພວກເຂົາ. ໃນທາງກົງກັນຂ້າມ, ຖ້າຄົນໃດໜຶ່ງບໍ່ມີຄຸນສົມບັດເຫຼົ່ານີ້ພາຍໃນຄວາມເປັນມະນຸດຂອງລາວ, ລາວກໍຈະບໍ່ມີຂອບເຂດສຳລັບການປະພຶດຕົນຂອງລາວ ແລະ ເຖິງແມ່ນວ່າລາວຈະມີ, ລາວກໍຈະບໍ່ສາມາດຮັກສາມັນໄວ້ໄດ້. ແມ່ນຫຍັງຄືເຫດຜົນທີ່ລາວບໍ່ສາມາດຮັກສາຂອບເຂດສຳລັບການປະພຶດຕົນຂອງລາວໄວ້ໄດ້? ໂດຍຫຼັກໆແລ້ວແມ່ນຍ້ອນລາວບໍ່ມີຄຸນສົມບັດຂອງຄວາມຊື່ກົງ, ຄວາມໃຈດີ ແລະ ຄວາມຮູ້ສຶກອັບອາຍໃນຄວາມເປັນມະນຸດຂອງລາວ. ບາງຄົນເວົ້າວ່າ “ຄົນແບບນີ້ບໍ່ສາມາດຮັກສາຂອບເຂດສຳລັບການປະພຶດຕົນຂອງລາວໄວ້ໄດ້ໃນບາງຄັ້ງບາງຄາວບໍ?” ລາວສາມາດເຮັດໄດ້ໃນສະຖານະການພິເສດ. ບາງຄັ້ງລາວກໍເບິ່ງຄືວ່າສາມາດຮັກສາຂອບເຂດໄວ້ໄດ້; ນັ້ນຄືສະຖານະການພິເສດ. ບາງຄັ້ງລາວກໍສາມາດບໍ່ເອົາປຽບຄົນອື່ນ ຫຼື ບໍ່ຕິດໜີ້ຄົນອື່ນໄດ້ ຍ້ອນສະຖານະການບໍ່ເອື້ອອຳນວຍ ຫຼື ຍ້ອນລາວຫາໂອກາດທີ່ເໝາະສົມບໍ່ໄດ້. ຕົວຢ່າງ: ຖ້າລາວຢືມສິ່ງຂອງ ຫຼື ເງິນ ແລ້ວບໍ່ສົ່ງຄືນ, ກໍຈະມີຜົນຕາມມາຄື: ລາວຈະຕ້ອງຮັບການກ່າວໂທດຈາກຫາງສຽງຂອງສັງຄົມ ຫຼື ຖືກດຳເນີນຄະດີຕາມກົດໝາຍ, ຜູ້ຄົນຈະວິພາກວິຈານລາວລັບຫຼັງ ຫຼື ລາວອາດຈະເຖິງກັບບໍ່ສາມາດອາໄສຢູ່ໃນໝູ່ບ້ານ, ຊຸມຊົນ ຫຼື ສັງຄົມຂອງລາວໄດ້. ລາວຫຼີກລ່ຽງການເຮັດສິ່ງນີ້ກໍພຽງຍ້ອນລາວຖືກບັງຄັບ ແລະ ບໍ່ມີທາງຫຼີກລ່ຽງໄດ້; ມັນເປັນຍ້ອນຄວາມໝົດຫົນທາງທີ່ລາວຈຳໃຈຕ້ອງຕອບແທນຜູ້ມີພະຄຸນຂອງລາວ ຫຼື ຫຼີກລ່ຽງການເອົາປຽບຄົນອື່ນເປັນການຊົ່ວຄາວ. ເຖິງຢ່າງໃດກໍຕາມ, ຄົນປະເພດນີ້ທີ່ບໍ່ສາມາດຮັກສາຂອບເຂດສຳລັບການປະພຶດຕົນຂອງຕົນໄວ້ໄດ້ ບໍ່ເຄີຍກະທຳແບບນີ້ຢ່າງກະຕືລືລົ້ນເລີຍ ເພາະວ່າກໍລາວພຽງແຕ່ບໍ່ມີຄຸນສົມບັດດັງກ່າວເຊັ່ນ: ຄວາມຊື່ກົງ, ຄວາມໃຈດີ ແລະ ຄວາມຮູ້ສຶກລະອາຍໃຈໃນຄວາມເປັນມະນຸດຂອງລາວ. ໃນທາງກົງກັນຂ້າມ, ຄົນປະເພດທີ່ສາມາດຫຼີກລ່ຽງການເອົາປຽບຄົນອື່ນໄດ້ຢ່າງແທ້ຈິງນັ້ນ ກະທຳແບບນັ້ນດ້ວຍຢ່າງກະຕືລືລົ້ນ ແລະ ມັນເປັນສິ່ງທີ່ລາວສະແດງອອກມາຢ່າງເປັນທຳມະຊາດ ຫຼື ຕົວລາວເອງໄດ້ສ້າງຫຼັກການ ແລະ ຂອບເຂດປະເພດນີ້ສຳລັບການປະພຶດຕົນຂອງລາວຂຶ້ນມາ. ເຫັນໄດ້ຊັດເຈນວ່າ ການທີ່ລາວມີຫຼັກການປະເພດນີ້ສຳລັບການປະພຶດຕົນຂອງລາວແມ່ນການສະແດງອອກຢ່າງເປັນທຳມະຊາດທີ່ມາຈາກມະໂນທຳ ແລະ ເຫດຜົນຂອງລາວ ແລະ ການສະແດງອອກຢ່າງເປັນທຳມະຊາດນີ້ແມ່ນອີງໃສ່ການທີ່ລາວມີຄຸນສົມບັດຂອງຄວາມຊື່ກົງ ແລະ ຄວາມໃຈດີຢ່າງສິ້ນເຊີງ; ລາວບໍ່ໄດ້ຮັບອິດທິພົນຈາກຄົນອື່ນ, ທັງບໍ່ໄດ້ຖືກບັງຄັບໂດຍສະພາບແວດລ້ອມຂອງລາວ. ມັນກໍເປັນພຽງສິ່ງທີ່ລາວສະແດງອອກມາຢ່າງເປັນທຳມະຊາດ, ເປັນສິ່ງທີ່ຄວາມເປັນມະນຸດຂອງລາວຕ້ອງການ ແລະ ທີ່ໂລກພາຍໃນຂອງລາວຕ້ອງການ. ນີ້ເປັນພື້ນຖານທີ່ພຽງພໍທີ່ຈະເວົ້າໄດ້ວ່າ ຄົນປະເພດນີ້ມີຄຸນສົມບັດຂອງຄວາມຊື່ກົງ ແລະ ຄວາມໃຈດີໃນຄວາມເປັນມະນຸດຂອງລາວໂດຍກຳເນີດ. ຖ້າລາວບໍ່ກະທຳແບບນີ້, ລາວກໍຈະບໍ່ສາມາດເຮັດໃຫ້ມັນສອດຄ່ອງກັບມະໂນທຳຂອງລາວໄດ້ ແລະ ລາວກໍຈະຮູ້ສຶກບໍ່ສະບາຍໃຈຢູ່ຂ້າງໃນ; ລາວຈະຮູ້ສຶກອັບອາຍເກີນກວ່າທີ່ຈະມີຊີວິດຢູ່ ແລະ ຮູ້ສຶກອັບອາຍເກີນກວ່າທີ່ຈະໃຫ້ໃຜເຫັນໜ້າ. ດ້ວຍເຫດນີ້, ລາວຈຶ່ງປະພຶດຕົນດ້ວຍວິທີນີ້ຢ່າງເປັນທຳມະຊາດທີ່ສຸດ. ບອກເຮົາມາເບິ່ງ, ພວກເຈົ້າຄິດວ່າຫຼັກການໃນການປະພຶດຕົນຂອງການບໍ່ເອົາປຽບຄົນອື່ນນີ້ສຳຄັນບໍ? (ສຳຄັນ). ການບໍ່ເອົາປຽບຄົນອື່ນເບິ່ງຄືວ່າເປັນຫຼັກການພື້ນຖານໃນການປະພຶດຕົນທີ່ບໍ່ໂດດເດັ່ນເລີຍ ແຕ່ມັນເປັນເຄື່ອງໝາຍທີ່ສຳຄັນທີ່ສະທ້ອນໃຫ້ເຫັນວ່າຄົນໃດໜຶ່ງມີຄຸນສົມບັດປະເພດໃດໃນຄວາມເປັນມະນຸດຂອງລາວ. ມັນບໍ່ເປັນແບບນັ້ນບໍ? (ເປັນແບບນັ້ນ).
ຄົນທີ່ບໍ່ເອົາປຽບຄົນອື່ນຍັງມີການສະແດງອອກອີກປະເພດໜຶ່ງ. ຕົວຢ່າງ: ສົມມຸດວ່າຄົນທີ່ຂ້ອນຂ້າງຮັ່ງມີຄົນໜຶ່ງໃຫ້ບາງສິ່ງບາງຢ່າງທີ່ເພິ່ນມີເຫຼືອໃຊ້ ຫຼື ປະໄວ້ຊື່ໆແກ່ລາວ. ໂດຍຮູ້ສຶກວ່າລາວບໍ່ສາມາດເອົາປຽບຄົນອື່ນໂດຍບໍ່ຕອບແທນບາງສິ່ງບາງຢ່າງໄດ້ ແລະ ບໍ່ຕ້ອງການຕິດໜີ້ບຸນຄຸນໃຜ, ລາວຈຶ່ງເວົ້າວ່າ “ຕອນນີ້ຂ້ອຍຍັງບໍ່ຕ້ອງການມັນແທ້ໆ ແຕ່ກໍຂອບໃຈສຳລັບຄວາມໃຈດີຂອງເຈົ້າ”. ເຈົ້າຄິດວ່າຜູ້ຄົນໂລບມາກບໍ? ເມື່ອຜູ້ຄົນເຫັນສິ່ງທີ່ດີໆ, ພວກເຂົາມັກ ແລະ ຕ້ອງການເພີດເພີນກັບສິ່ງເຫຼົ່ານັ້ນບໍ? ທຸກຄົນລ້ວນແຕ່ມັກ ແລະ ຕ້ອງການເພີດເພີນກັບສິ່ງເຫຼົ່ານັ້ນ ແຕ່ກໍມີຄວາມແຕກຕ່າງກັນລະຫວ່າງຜູ້ຄົນ. ຕົວຢ່າງ: ຄົນສ່ວນໃຫຍ່ມັກໃຊ້ຄອມພິວເຕີທີ່ມີຍີ່ຫໍ້ດັງເຊິ່ງມີຄຸນນະພາບດີ, ໄວ ແລະ ມີໜ້າຈໍທີ່ຄົມຊັດ. ບາງຄົນບໍ່ມີເງິນ ແລະ ບໍ່ສາມາດຊື້ໄດ້, ສະນັ້ນ ພວກເຂົາຈຶ່ງຕ້ອງການເອົາປຽບຄົນອື່ນຢູ່ສະເໝີ. ເມື່ອພວກເຂົາເຫັນວ່າຄົນໃດໜຶ່ງໃຊ້ຄອມພິວເຕີທີ່ມີຍີ່ຫໍ້ດັງ, ພວກເຂົາກໍມັກຈະຂໍຢືມ ແລະ ເຖິງຂັ້ນໃຊ້ມັນໂດຍບໍ່ໄດ້ຮັບອະນຸຍາດຈາກເຈົ້າຂອງ ຫຼື ເມື່ອເຈົ້າຂອງບໍ່ຢູ່. ເມື່ອເຈົ້າຂອງຕ້ອງການໃຊ້ມັນ, ພວກເຂົາກໍເຖິງຂັ້ນຫາຂໍ້ອ້າງ ແລະ ໃຫ້ເຈົ້າຂອງໃຊ້ຄອມພິວເຕີຂອງພວກເຂົາແທນ. ເມື່ອເຫັນວ່າພວກເຂົາຈະສືບຕໍ່ນຳໃຊ້ມັນ ແລະ ບໍ່ຢາກສົ່ງຄືນ, ເຈົ້າຂອງກໍບໍ່ມີທາງເລືອກອື່ນນອກຈາກຕ້ອງຊື້ເຄື່ອງໃໝ່. ພຽງເທົ່ານີ້ ພວກເຂົາກໍຍຶດເອົາຄອມພິວເຕີຂອງເຈົ້າຂອງເດີມໄປ ໂດຍບໍ່ຮູ້ສຶກເຖິງການກ່າວໂທດຈາກມະໂນທຳຂອງພວກເຂົາແມ່ນແຕ່ໜ້ອຍດຽວ. ຄົນແບບນັ້ນມີຄວາມເປັນມະນຸດບໍ? ລາວມີມະໂນທຳບໍ? (ບໍ່ມີ). ລາວເປັນຄົນທີ່ຊື່ກົງ ແລະ ໃຈດີບໍ? (ບໍ່). ຄົນທີ່ຊື່ກົງ ແລະ ໃຈດີຈະບໍ່ເຮັດສິ່ງດັ່ງກ່າວຢ່າງເດັດຂາດ. ສົມມຸດວ່າຄົນອື່ນຊື້ຄອມພິວເຕີເຄື່ອງໃໝ່ ແລະ ເມື່ອເຫັນວ່າຄົນທີ່ຊື່ກົງ ແລະ ໃຈດີຜູ້ນີ້ກຳລັງໃຊ້ຄອມພິວເຕີທີ່ຊ້າ, ເພິ່ນກໍໃຫ້ເຄື່ອງເກົ່າຂອງເພິ່ນແກ່ລາວ. ຄົນທີ່ຊື່ກົງ ແລະ ໃຈດີຮູ້ສຶກວ່າການຮັບເອົາຄອມພິວເດີເຄື່ອງນັ້ນຈະເປັນການເອົາປຽບ ແລະ ປະຕິເສດ. ອີກຝ່າຍເວົ້າວ່າລາວພຽງແຕ່ຈ່າຍເງິນໃຫ້ເພິ່ນຊາວ-ສາມສິບຢວນສຳລັບຄອມພິວເຕີນັ້ນກໍໄດ້ ແຕ່ຄົນທີ່ຊື່ກົງຮູ້ດີວ່ານີ້ເປັນການໃຫ້ທານຢ່າງຊັດເຈນ ແລະ ຮູ້ສຶກວ່າລາວບໍ່ສາມາດເອົາປຽບເລື່ອງນີ້ໄດ້. ສະນັ້ນ ລາວຈຶ່ງຄິດຫາວິທີທ້ອນເງິນ, ໂດຍຄິດວ່າເຖິງແມ່ນວ່າລາວຈະທ້ອນບເງິນໄດ້ສອງສາມຮ້ອຍຢວນເພື່ອຊື້ມັນ, ນັ້ນກໍຖືວ່າເປັນການຊື້ມັນໃນລາຄາທີ່ຫຼຸດລົງແລ້ວ. ຖ້າອີກຝ່າຍປະຕິເສດເງິນ, ລາວກໍຈະບໍ່ຕົກລົງຮັບເອົາຂໍ້ສະເໜີນັ້ນ; ລາວຈະບໍ່ຮັບເອົາການໃຫ້ທານຢ່າງເດັດຂາດ. ບອກເຮົາມາເບິ່ງ, ລາວຫົວແຂງບໍ? ຜູ້ບໍ່ມີຄວາມເຊື່ອເວົ້າວ່າຄົນປະເພດນີ້ຫົວແຂງ ແລະ ບໍ່ຍອມຜ່ອນຜັນ ແຕ່ຄວາມບໍ່ເຕັມໃຈທີ່ຈະຜ່ອນຜັນນີ້ ໄດ້ສະທ້ອນໃຫ້ເຫັນເຖິງຄຸນງາມຄວາມດີໃນແງ່ຂອງຄຸນສົມບັດແຫ່ງຄວາມເປັນມະນຸດ. ຄຸນງາມຄວາມດີຫຍັງ? ລາວເຊື່ອວ່າບໍ່ວ່າສະຖານະການຈະເປັນແນວໃດກໍຕາມ, ລາວຕ້ອງຮັກສາຫຼັກການ ແລະ ຂອບເຂດສຳລັບການປະພຶດຕົນຂອງລາວໄວ້; ມີພຽງແຕ່ວິທີນີ້ເທົ່ານັ້ນ ລາວຈຶ່ງຈະສາມາດມີຄວາມສະຫງົບສຸກທາງໃຈ ແລະ ຮູ້ສຶກໝັ້ນຄົງໄດ້. ລາວຄິດວ່າຖ້າລາວເອົາປຽບຄົນອື່ນ, ນັ້ນກໍຈະເປັນສິ່ງທີ່ບໍ່ຍຸຕິທຳ ແລະ ລາວກໍຄົງຈະບໍ່ກ້າສູ້ໜ້າຄົນເຫຼົ່ານັ້ນໄດ້ ແລະ ຖ້າລາວໃຊ້ສິ່ງຂອງທີ່ເປັນຂອງຄົນອື່ນ, ມັນກໍຈະເຮັດໃຫ້ລາວຮູ້ສຶກບໍ່ສະບາຍໃຈ, ໜ້າຂອງລາວກໍຈະຮ້ອນຜ່າວ ແລະ ລາວກໍຈະຮູ້ສຶກອຶດອັດຢູ່ຂ້າງໃນ. ບາງຄົນເວົ້າວ່າ “ແຕ່ຄົນອື່ນກໍເຕັມໃຈທີ່ຈະໃຫ້ລາວໃຊ້ມັນ”. ການທີ່ຄົນອື່ນເຕັມໃຈນັ້ນໝາຍຄວາມວ່າມັນຈະບໍ່ແມ່ນການເອົາປຽບເພິ່ນບໍ? ເຖິງແມ່ນວ່າຄົນອື່ນຈະເຕັມໃຈ, ມັນກໍຍັງຈະເປັນການເອົາປຽບເພິ່ນຢູ່ດີ. ການເອົາປຽບກໍຄືການເອົາປຽບຢູ່ສະເໝີ, ທຳມະຊາດຂອງມັນບໍ່ໄດ້ປ່ຽນແປງຍ້ອນຄວາມເຕັມໃຈຂອງຄົນອື່ນ, ແກ່ນແທ້ກໍຍັງຄົງຄືເກົ່າ. ລາວຄິດວ່າ “ການຊື້ຄອມພິວເຕີທີ່ດີແບບນີ້ໃນລາຄາພຽງຊາວ-ສາມສິບຢວນຈະເປັນການເອົາປຽບຄົນອື່ນຢ່າງຊັດເຈນ. ຂ້ອຍບໍ່ສາມາດຮັບເອົາມັນໄດ້ຢ່າງເດັດຂາດ. ຖ້າຂ້ອຍເກັບເງິນໄດ້ພຽງພໍ, ຂ້ອຍກໍຈະຊື້ມັນ. ຖ້າຂ້ອຍເຮັດບໍ່ໄດ້, ຂ້ອຍກໍພຽງແຕ່ໃຊ້ຄອມພິວເຕີເຄື່ອງເກົ່າຂອງຂ້ອຍເອງ, ພຽງເພື່ອຄວາມສະຫງົບສຸກທາງໃຈ”. ເຈົ້າເຫັນບໍ, ນີ້ບໍ່ແມ່ນຂອບເຂດສຳລັບການປະພຶດຕົນຂອງລາວບໍ? (ແມ່ນແລ້ວ). ລາວສາມາດຮັກສາຂອບເຂດນີ້ໄວ້ໄດ້ໃນທຸກສະຖານະການ. ມີຄົນຕ້ອງການໃຫ້ສິ່ງທີ່ດີຫຼາຍແກ່ລາວ, ລາວມີໂອກາດໄດ້ຮັບສິ່ງທີ່ດີແບບນີ້, ວິທີທີ່ຜູ້ບໍ່ມີຄວາມເຊື່ອເບິ່ງເລື່ອງນີ້ກໍຄື: “ເຈົ້າເປັນຄົນໂງ່ ຖ້າເຈົ້າບໍ່ຮັບເອົາມັນ. ການບໍ່ເອົາປຽບຈະເປັນການເສຍໂອກາດລ້າໆ!” ແຕ່ລາວບໍ່ຄິດແບບນັ້ນ. ລາວເຊື່ອວ່ານີ້ບໍ່ແມ່ນການເປັນຄົນໂງ່ ແລະ ລາວກໍບໍ່ສາມາດຫຼອກລວງຕົນເອງໄດ້, ການເອົາປຽບກໍຄືການເອົາປຽບ. ລາວຄິດວ່າຖ້າລາວເອົາປຽບ, ລາວກໍຈະຮູ້ສຶກບໍ່ສະບາຍໃຈ, ໃຊ້ຊີວິດຢ່າງບໍ່ສະຫງົບ ແລະ ຮູ້ສຶກອຶດອັດໃນການໃຊ້ຄອມພິວເຕີ ແລະ ລາວກໍບໍ່ສາມາດປະພຶດຕົນດ້ວຍວິທີນັ້ນໄດ້. ເຈົ້າເຫັນບໍ, ລາວຈະບໍ່ກ້າວຂ້າມຂອບເຂດນີ້ສຳລັບການປະພຶດຕົນຂອງລາວ, ນີ້ບໍ່ແມ່ນການທີ່ມະໂນທຳທີ່ກຳລັງເຮັດໜ້າທີ່ຢູ່ພາຍໃນຕົວລາວບໍ? (ແມ່ນແລ້ວ). ລາວມີຄຸນສົມບັດຂອງຄວາມຊື່ກົງ ແລະ ຄວາມໃຈດີໃນຄວາມເປັນມະນຸດຂອງລາວ ແລະ ມະໂນທຳຂອງລາວກໍເຮັດໜ້າທີ່ຂອງມັນ, ສະນັ້ນ ລາວຈຶ່ງສາມາດຮັກສາຂອບເຂດນີ້ໄວ້ໄດ້. ເຊິ່ງເວົ້າໄດ້ວ່າ ເຫດຜົນທີ່ລາວສາມາດຮັກສາຂອບເຂດນີ້ໄວ້ໄດ້ນັ້ນກໍຍ້ອນວ່າມະໂນທຳຂອງລາວເຮັດໜ້າທີ່ຂອງມັນຢູ່ຕະຫຼອດເວລາ, ເຮັດໃຫ້ລາວມີຄວາມຮັບຮູ້ ແລະ ເຮັດໃຫ້ລາວຮູ້ສຶກວ່າ “ການເຮັດແບບນັ້ນແມ່ນຜິດ, ການເຮັດແບບນັ້ນແມ່ນບໍ່ເໝາະສົມ. ຂ້ອຍບໍ່ສາມາດເຮັດແບບນັ້ນໄດ້”. ມະໂນທຳຂອງລາວກະຕຸ້ນ, ຢັບຢັ້ງ ແລະ ຄວບຄຸມລາວຢູ່ຕະຫຼອດເວລາ, ເຊິ່ງຊ່ວຍໃຫ້ລາວສາມາດຮັກສາຂອບເຂດສຳລັບການປະພຶດຕົນຂອງລາວໄວ້ໄດ້. ໃນທີ່ສຸດ, ບາງທີລາວອາດຈະສາມາດຊື້ສິ່ງທີ່ຖືກສະເໜີໃຫ້ນັ້ນໄດ້ ແລ້ວລາວກໍໃຊ້ມັນ ຫຼື ບາງທີລາວອາດຈະບໍ່ມີວັນຊື້ມັນໄດ້ ແລະ ມັນກໍຖືກຄົນອື່ນໃຊ້ໄປ, ແບບນີ້ ລາວກໍບໍ່ຮູ້ສຶກເສຍດາຍ. ຢ່າງໜ້ອຍທີ່ສຸດ, ໃນເລື່ອງນີ້, ລາວກໍໄດ້ຮັກສາຂອບເຂດ ແລະ ຫຼັກການສຳລັບການປະພຶດຕົນຂອງລາວນີ້ໄວ້ໄດ້. ຄົນທີ່ມີຄຸນສົມບັດຂອງຄວາມເປັນມະນຸດສ້າງຫຼັກການ ແລະ ຂອບເຂດສຳລັບການປະພຶດຕົນຂອງລາວຂຶ້ນມາ ແລະ ລາວກໍຮັກສາສິ່ງເຫຼົ່ານັ້ນໄວ້ຢູ່ຕະຫຼອດ. ເຖິງແມ່ນວ່າລາວຈະພົບກັບສະຖານະການທີ່ກ່ຽວຂ້ອງກັບຜົນປະໂຫຍດຂອງລາວ ແລະ ລາວຮູ້ສຶກຖືກລໍ້ລວງໃນເວລານັ້ນກໍຕາມ, ມະໂນທຳຂອງລາວກໍຈະກະຕຸ້ນ ແລະ ຢັບຢັ້ງລາວຢູ່ຕະຫຼອດເວລາ. ໃນທີ່ສຸດ, ເຖິງແມ່ນວ່າຄົນອື່ນຈະຄິດວ່າຄົນຜູ້ນີ້ເສຍຜົນປະໂຫຍດ ຫຼື ຖືກຄົນອື່ນເອົາປຽບໄປແລ້ວ ແລະ ຄົນຜູ້ນີ້ອາດຈະຮູ້ສຶກເສຍດາຍ ຫຼື ບໍ່ພໍໃຈເລັກໜ້ອຍໃນຊົ່ວຂະນະໜຶ່ງ, ແຕ່ຍ້ອນໜ້າທີ່ຂອງມະໂນທຳຂອງລາວ, ໃຈຂອງລາວກໍຈະສະຫງົບລົງຢ່າງໄວວາ. ລາວຈະໄຕ່ຕອງວ່າ “ການບໍ່ເອົາປຽບຄົນອື່ນນັ້ນດີກວ່າສະເໝີ. ຢ່າງໜ້ອຍຂ້ອຍກໍມີຄວາມສະຫງົບສຸກທາງໃຈ ແລະ ບໍ່ຮູ້ສຶກຖືກມະໂນທຳຂອງຂ້ອຍກ່າວໂທດ”. ນີ້ຄືສິ່ງທີ່ລາວສະແຫວງຫາ. ນີ້ຄືໜ້າທີ່ທີ່ມະໂນທຳເຮັດໃນຕົວຜູ້ຄົນ: ມັນຄວບຄຸມ ແລະ ຢັບຢັ້ງພວກເຂົາຢູ່ຕະຫຼອດເວລາ, ເຊິ່ງຊ່ວຍໃຫ້ພວກເຂົາສາມາດຕັດສິນໃຈໄດ້ຢ່າງຖືກຕ້ອງ. ເມື່ອປະເຊີນກັບຜົນປະໂຫຍດຂອງຕົນເອງ, ສິນທຳ ຫຼື ເຖິງຂັ້ນການລໍ້ລວງບາງຢ່າງ, ມະໂນທຳຂອງຄົນເຮົາກໍຈະຢັບຢັ້ງ, ຄວບຄຸມ ແລະ ແກ້ໄຂພຶດຕິກຳຂອງຕົນຢູ່ຕະຫຼອດເວລາ. ໃນກໍລະນີສ່ວນໃຫຍ່ແລ້ວ, ໃນທີ່ສຸດ ຄົນທີ່ມີຄຸນສົມບັດຂອງຄວາມເປັນມະນຸດຈະເລືອກທີ່ຈະປະຖິ້ມຜົນປະໂຫຍດຂອງຕົນເອງ ເພື່ອໃຫ້ໄດ້ຮັບຄວາມສະຫງົບສຸກ ແລະ ຄວາມສະບາຍໃຈສຳລັບມະໂນທຳຂອງພວກເຂົາ. ພາຍໃຕ້ສະຖານະການພິເສດ, ບາງຄົນໃນກຸ່ມຄົນເຫຼົ່ານີ້ກໍມີຊ່ວງເວລາທີ່ພວກເຂົາກ້າວຂ້າມຂອບເຂດມະໂນທຳຂອງພວກເຂົາເຊັ່ນກັນ ແຕ່ສິ່ງທີ່ຕາມມາກໍຄືການກ່າວໂທດ ແລະ ຄວາມບໍ່ສະບາຍໃຈພາຍໃນມະໂນທຳຂອງພວກເຂົາ; ບາງຄົນເຖິງຂັ້ນແບກຮັບຄວາມບໍ່ສະບາຍໃຈ ແລະ ຄວາມຮູ້ສຶກຜິດນີ້ໄປຕະຫຼອດຊີວິດຂອງພວກເຂົາ. ນີ້ຄືໜ້າທີ່ຂອງມະໂນທຳ. ເຊິ່ງເວົ້າໄດ້ວ່າ ຄົນທີ່ມີຄຸນສົມບັດຂອງຄວາມຊື່ກົງ ແລະ ຄວາມໃຈດີໃນຄວາມເປັນມະນຸດຂອງພວກເຂົາຈະເຮັດຜິດພາດເປັນບາງຄັ້ງບາງຄາວ ແລະ ພາຍໃຕ້ສະຖານະການພິເສດ ພວກເຂົາກໍຈະກ້າວຂ້າມຂອບເຂດຄວາມເປັນມະນຸດຂອງພວກເຂົາ ແລະ ລະເມີດຫຼັກການໃນການປະພຶດຕົນທີ່ພວກເຂົາໄດ້ສ້າງຂຶ້ນມາສຳລັບຕົນເອງເຊັ່ນກັນ. ແຕ່ຜົນທີ່ຕາມມາຂອງສິ່ງນີ້ກໍຄື ພວກເຂົາຈະທົນທຸກກັບການກ່າວໂທດຈາກມະໂນທຳຂອງພວກເຂົາ. ຖ້າພວກເຂົາບໍ່ສາມາດຊອກຫາໂອກາດເພື່ອຊົດເຊີຍສຳລັບສິ່ງນີ້ໄດ້ ຫຼື ສະຖານະການຂອງພວກເຂົາບໍ່ເອື້ອອຳນວຍ, ພວກເຂົາກໍຈະດຳລົງຊີວິດຢູ່ກັບການກ່າວໂທດພາຍໃນ, ຄວາມບໍ່ສະບາຍໃຈ, ການຕຳນິຕົນເອງ ແລະ ຄວາມຮູ້ສຶກຜິດ. ສິ່ງເຫຼົ່ານີ້ແມ່ນການສະແດງອອກທີ່ປົກກະຕິທີ່ຄົນທີ່ມີມະໂນທຳ ແລະ ເຫດຜົນ ແລະ ມີຄຸນສົມບັດຂອງຄວາມຊື່ກົງ ແລະ ຄວາມໃຈດີໃນຄວາມເປັນມະນຸດຂອງຕົນ ມີຢູ່ພາຍໃຕ້ທຸກສະຖານະການ.
ການສະແດງອອກເຫຼົ່ານີ້ຂອງຄົນທີ່ມີຄຸນສົມບັດຂອງຄວາມຊື່ກົງ ແລະ ຄວາມໃຈດີ, ຈາກມຸມມອງຂອງຄວາມເປັນມະນຸດແລ້ວ ແມ່ນຂ້ອນຂ້າງທຳມະດາ ແລະ ພົບເຫັນໄດ້ທົ່ວໄປ, ບໍ່ໄດ້ສູງສົ່ງ ຫຼື ເໜືອທຳມະຊາດ, ທັງບໍ່ໄດ້ປະເສີດຢ່າງແທ້ຈິງ ແລະ ໃນສາຍຕາຂອງມະນຸດແລ້ວ, ມັນພຽງແຕ່ໝາຍຄວາມວ່າຄົນໃດໜຶ່ງມີຄວາມສຸດຈະລິດເລັກໜ້ອຍ ແລະ ດຳລົງຊີວິດດ້ວຍຄວາມມີກຽດສັກສີເລັກໜ້ອຍເທົ່ານັ້ນ. ເຖິງຢ່າງໃດກໍຕາມ, ໃນສາຍຕາຂອງພຣະເຈົ້າແລ້ວ, ຄຸນສົມບັດຂອງຄວາມຊື່ກົງ ແລະ ຄວາມໃຈດີພາຍໃນຄວາມເປັນມະນຸດທີ່ຄົນດັ່ງກ່າວໃຊ້ຊີວິດຕາມນັ້ນແມ່ນລ້ຳຄ່າ. ເພາະວ່າມະນຸດຊາດນີ້ເຄົາລົບນັບຖືຄວາມຊົ່ວຊ້າ ແລະ ບໍ່ມີໃຜສົນໃຈມະໂນທຳ ຫຼື ເຫດຜົນ, ຄົນທີ່ຊື່ກົງ ແລະ ໃຈດີຈຶ່ງຖືກກີດກັນໃນສັງຄົມ. ຫຼັກການພື້ນຖານໃນການປະພຶດຕົນທີ່ພວກເຂົາປະຕິບັດຕາມ ແລະ ໃຊ້ຊີວິດຕາມນັ້ນຖືກຄົນສ່ວນໃຫຍ່ໃນສັງຄົມເຍາະເຍີ້ຍ, ດູຖູກ ແລະ ກ່າວໂທດ. ຜູ້ຄົນເຍາະເຍີ້ຍພວກເຂົາແນວໃດ? (ຜູ້ຄົນເວົ້າວ່າພວກເຂົາເປັນຄົນໂງ່, ຫົວແຂງ ແລະ ເບົາປັນຍາ). ມັນກໍເປັນແບບນັ້ນແທ້ໆ. ໃນສັງຄົມນີ້, ຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິຖືກຄົນອື່ນເຍາະເຍີ້ຍ, ຫົວຂວັນ, ດູຖູກ ແລະ ກ່າວໂທດ; ພວກເຂົາບໍ່ສາມາດໄດ້ຮັບການຍອມຮັບຈາກຄົນອື່ນ, ທັງບໍ່ໄດ້ຮັບການຮັບຮອງຈາກພວກເຂົາ. ຖ້າເຈົ້າຍຶດໝັ້ນໃນຫຼັກການໃນການປະພຶດຕົນຂອງເຈົ້າ ໃນກຸ່ມຄົນຢູ່ສະເໝີ, ເຈົ້າກໍຈະດຳລົງຊີວິດຢ່າງອິດເມື່ອຍຫຼາຍ. ທຸກໆມື້, ບໍ່ວ່າເຈົ້າຈະພົບກັບຫຍັງກໍຕາມ, ເຈົ້າກໍຈະຮູ້ສຶກອຶດອັດ ແລະ ຄຽດແຄ້ນ ແລະ ເຈົ້າກໍໄຕ່ຕອງວ່າ “ມັນຜິດຫຍັງບໍທີ່ຂ້ອຍປະພຶດຕົນດ້ວຍວິທີນີ້? ເປັນຫຍັງຄົນອື່ນຈຶ່ງເຍາະເຍີ້ຍຂ້ອຍ? ຜູ້ຄົນມັກຈະເວົ້າຢູ່ສະເໝີວ່າ ‘ມະໂນທຳມີຄ່າສໍ່າໃດ?’ ມະໂນທຳຄືສິ່ງທີ່ລ້ຳຄ່າທີ່ສຸດ. ຄົນໃດໜຶ່ງຍັງຈະເປັນມະນຸດຢູ່ບໍ ຖ້າລາວບໍ່ມີມະໂນທຳ?” ຄົນແບບເຈົ້າເປັນເປົ້າໝາຍຂອງການເຍາະເຍີ້ຍ ແລະ ການກີດກັນໃນທ່າມກາງກຸ່ມຜູ້ບໍ່ມີຄວາມເຊື່ອໃດໆ; ບໍ່ມີໃຜຮັບຮອງເຈົ້າ ແລະ ບໍ່ມີໃຜເຂົ້າຂ້າງເຈົ້າ. ເຈົ້າເປັນຄົນຊື່ກົງ ແລະ ຍຶດໝັ້ນໃນຫຼັກການໃນການປະພຶດຕົນຂອງເຈົ້າ ແລະ ຜູ້ຄົນກໍເວົ້າວ່າ “ການຍຶດໝັ້ນໃນຫຼັກການມັນກິນໄດ້ບໍ? ການຍຶດໝັ້ນໃນຫຼັກການຈະເຮັດໃຫ້ເຈົ້າໄດ້ຮັບຄວາມຊື່ນຊົມຈາກຜູ້ບັງຄັບບັນຊາບໍ? ທຸກຄົນຈະຮັບຮອງເຈົ້າບໍ ຖ້າເຈົ້າຍຶດໝັ້ນໃນຫຼັກການ? ຖ້າເຈົ້າຍຶດໝັ້ນໃນຫຼັກການໃນສັງຄົມນີ້, ເຈົ້າກໍຄືຄົນທີ່ໂງ່ທີ່ສຸດ; ເຈົ້າຈະຖືກກົດຂີ່ ແລະ ໃນທີ່ສຸດກໍຈະບໍ່ມີທາງຫາລ້ຽງຊີບໄດ້!” ສະນັ້ນ ເຈົ້າຈຶ່ງໄຕ່ຕອງວ່າ: “ມັນຜິດຫຍັງທີ່ຂ້ອຍຍຶດໝັ້ນໃນຫຼັກການ? ເປັນຫຍັງການເປັນຄົນທີ່ຊື່ກົງ ແລະ ໃຈດີຈຶ່ງເຮັດໃຫ້ຂ້ອຍຖືກເຍາະເຍີ້ຍ, ຖືກກີດກັນ ແລະ ຖືກກົດຂີ່?” ໃນທີ່ສຸດແລ້ວ, ເຈົ້າກໍສະຫຼຸບໄດ້ວ່າມະນຸດນັ້ນເສື່ອມຊາມຈົນເຖິງແກ່ນແທ້, ບໍ່ມີຄົນດີເລີຍແມ່ນແຕ່ຄົນດຽວໃນໝູ່ພວກເຂົາ, ພວກເຂົາລ້ວນແຕ່ເປັນມານຮ້າຍ ແລະ ຊາຕານ! ເຈົ້າເວົ້າວ່າເຈົ້າປະພຶດຕົນດ້ວຍມະໂນທຳທີ່ບໍລິສຸດ, ວ່າເຈົ້າຕ້ອງການປະພຶດຕົນໃນລັກສະນະທີ່ມີກຽດ ແລະ ຊື່ກົງ, ຕ້ອງການຈັດການທຸກຢ່າງຕາມກົດລະບຽບ ແລະ ເພິ່ງພາທັກສະຂອງຕົນເອງເພື່ອຫາລ້ຽງຊີບ ໂດຍບໍ່ຫັນໄປເຮັດສິ່ງທີ່ຄົດໂກງໃດໆ, ແຕ່ໂດຍການປະພຶດຕົນດ້ວຍວິທີນີ້, ເຈົ້າກໍມີແນວໂນ້ມທີ່ຈະຖືກຂົ່ມເຫັງໃນສັງຄົມ; ຜູ້ຄົນສາມາດຈັດການກັບເຈົ້າໄດ້ຢ່າງງ່າຍດາຍດ້ວຍການໃຊ້ເລ່ລ່ຽມພຽງເລັກໜ້ອຍ. ບໍ່ວ່າເຈົ້າຈະມີທັກສະຫຍັງກໍຕາມ, ເຈົ້າກໍຖືກກີດກັນ ແລະ ຖືກກົດຂີ່. ເຈົ້າຮູ້ສຶກວ່າໃນໂລກມະນຸດນີ້ບໍ່ມີບ່ອນທີ່ຈະຮຽກຮ້ອງຄວາມເປັນທຳໄດ້ ແລະ ການດຳລົງຊີວິດແບບນີ້ກໍເປັນຕາອຶດອັດເກີນໄປ. ການດຳລົງຊີວິດໃນທ່າມກາງຄົນເຫຼົ່ານີ້ບໍ່ຄືກັບການຢູ່ໃນຂຸມສ້ວມຂະໜາດໃຫຍ່ ແຕ່ຄືກັບການຢູ່ໃນເຄື່ອງບົດຊີ້ນ, ເຈົ້າຈະຖືກບົດຈົນຕາຍທັງເປັນ. ເຖິງແມ່ນວ່າເຈົ້າຈະບໍ່ຖືກບົດຈົນຕາຍ, ເຈົ້າກໍຈະຕາຍຍ້ອນຄວາມອິດເມື່ອຍ, ໂດຍການຝືນໃຈຕົນເອງທຸກມື້ໃນຊີວິດຂອງເຈົ້າໃນສະພາບທີ່ອິດເມື່ອຍທັງຮ່າງກາຍ ແລະ ຈິດໃຈ, ທຸກຄຳທີ່ເຈົ້າເວົ້າ ແລະ ທຸກສິ່ງທີ່ເຈົ້າເຮັດລ້ວນແຕ່ເປັນການທໍລະຍົດຕໍ່ເຈດຈຳນົງຂອງເຈົ້າເອງ. ການໃຊ້ຊີວິດດ້ວຍຄວາມລະມັດລະວັງຢູ່ຕະຫຼອດເວລາແບບນີ້, ເຈົ້າຍັງຖືກເຍາະເຍີ້ຍວ່າເປັນຄົນໂງ່ ແລະ ເປັນຄົນທີ່ຫົວແຂງ, ຜູ້ທີ່ບໍ່ຮູ້ຈັກໃຫ້ຂອງຂວັນແກ່ຜູ້ບັງຄັບບັນຊາຂອງຕົນ ຫຼື ສ້າງຄວາມສຳພັນກັບເພື່ອນຮ່ວມງານຂອງຕົນ. ເຈົ້າປະພຶດຕົນໂດຍອີງໃສ່ຫຼັກການຂອງການບໍ່ເອົາປຽບຄົນອື່ນ, ແຕ່ຄົນອື່ນພະຍາຍາມທຸກວິທີທາງທີ່ເປັນໄປໄດ້ເພື່ອເອົາປຽບເຈົ້າ ແລະ ເຈົ້າກໍບໍ່ສາມາດຫຼີກລ່ຽງມັນໄດ້ເລີຍ. ຈົນໃນທີ່ສຸດແລ້ວ ເຈົ້າກໍເຮັດວຽກຫຼາຍຢ່າງ, ແຕ່ຜູ້ບັງຄັບບັນຊາກັບບໍ່ສັງເກດເຫັນເຈົ້າ, ໂດຍຜົນງານທັງໝົດຖືກຄົນອື່ນຍາດເອົາໄປ. ຫຼັງຈາກທີ່ເຈົ້າເຊື່ອໃນພຣະເຈົ້າ, ເຈົ້າເຫັນວ່າມີຄວາມຍຸຕິທຳໃນເຮືອນຂອງພຣະເຈົ້າ, ພຣະເຈົ້າຊົງຊອບທຳ ແລະ ເຖິງແມ່ນວ່າບາງຄົນຈະກະທຳຢ່າງບໍ່ຍຸຕິທຳ, ແຕ່ກໍມີຄວາມຈິງໃນພຣະທຳຂອງພຣະເຈົ້າ, ມີຄວາມຊອບທຳໃນພຣະທຳຂອງພຣະເຈົ້າ, ພຣະເຈົ້າມີອຸປະນິໄສທີ່ຊອບທຳ ແລະ ມັນແມ່ນຄວາມຈິງ ແລະ ຄວາມຊອບທຳນັ້ນເອງທີ່ກຳອຳນາດໃນເຮືອນຂອງພຣະເຈົ້າ. ເຈົ້າເວົ້າວ່າ: “ສະນັ້ນ, ຄົນດີຈຶ່ງສາມາດມີບ່ອນຢືນໄດ້ໃນເຮືອນຂອງພຣະເຈົ້າ. ຂ້ອຍສາມາດເປີດໃຈ ແລະ ເວົ້າທຸກຄຳທີ່ຂ້ອຍເກັບໄວ້ໃນໃຈອອກມາໄດ້. ຂ້ອຍສາມາດນຳໃຊ້ຈຸດແຂງ ແລະ ພອນສະຫວັນໃດໆກໍຕາມທີ່ຂ້ອຍມີ. ການດຳລົງຊີວິດຢູ່ໃນເຮືອນຂອງພຣະເຈົ້າຊ່າງສະຫງົບສຸກ ແລະ ປິຕິຍິນດີຢ່າງແທ້ຈິງ; ຂ້ອຍຈະບໍ່ຖືກກົດຂີ່ ແລະ ຖືກກີດກັນຈາກຄົນອື່ນອີກຕໍ່ໄປ. ມັນຊ່າງຍອດຢ້ຽມຫຼາຍທີ່ໄດ້ເຊື່ອໃນພຣະເຈົ້າ ແລະ ໄດ້ມາທີ່ເຮືອນຂອງພຣະເຈົ້າ! ຖ້າຂ້ອຍບໍ່ເຊື່ອໃນພຣະເຈົ້າ, ຂ້ອຍກໍຄົງຈະດຳລົງຊີວິດຄືກັບຊາກສົບຍ່າງໄດ້ ແລະ ຍິ່ງຂ້ອຍມີຊີວິດຢູ່ດົນເທົ່າໃດ, ຂ້ອຍກໍຍິ່ງຮູ້ສຶກອິດເມື່ອຍ ແລະ ທຸກທໍລະມານຫຼາຍຂຶ້ນເທົ່ານັ້ນ; ຂ້ອຍຈະບໍ່ສາມາດຊອກຫາທິດທາງໃນຊີວິດໄດ້, ໃຈຂອງຂ້ອຍກໍຈະມືດມົນລົງ ແລະ ຂ້ອຍກໍຄົງຈະບໍ່ສາມາດເບິ່ງເຫັນແສງສະຫວ່າງ ຫຼື ອະນາຄົດໄດ້ເລີຍ. ມັນຄົງຈະເຈັບປວດຫຼາຍແທ້ໆ!” ກ່ອນທີ່ຄົນປະເພດນີ້ຈະມາເຊື່ອໃນພຣະເຈົ້າ ແລະ ໄດ້ຮັບຄວາມຈິງ, ພວກເຂົາຮູ້ສຶກວ່າພວກເຂົາບໍ່ມີເສັ້ນທາງໃນຊີວິດ ແລະ ອະນາຄົດຂອງພວກເຂົາກໍມືດມົນ ແລະ ປາສະຈາກແສງສະຫວ່າງ. ຫຼັງຈາກທີ່ທົນທຸກກັບຄວາມລົ້ມເຫຼວ ແລະ ຄວາມຜິດຫວັງບາງຢ່າງ ແລະ ປະສົບກັບຄວາມຍາກລຳບາກຫຼາຍຢ່າງມາແລ້ວ, ພວກເຂົາບໍ່ພຽງແຕ່ໝົດສັດທາໃນຊີວິດຂອງພວກເຂົາເທົ່ານັ້ນ, ແຕ່ຍິ່ງໄປກວ່ານັ້ນ ພວກເຂົາຍັງຮູ້ສຶກວ່າບໍ່ມີຄວາມໝາຍຫຍັງທີ່ຈະມີຊີວິດຢູ່. ພວກເຂົາຮູ້ສຶກວ່າຄວາມຕາຍຍັງດີກວ່າການດຳລົງຊີວິດໃນທ່າມກາງຄົນແບບນັ້ນ ແລະ ການດຳລົງຊີວິດໃນໂລກແບບນັ້ນ! ຜູ້ຄົນບໍ່ໄດ້ດຳລົງຊີວິດຢ່າງມີຄວາມສຸກຄືກັບນົກໃນທ້ອງຟ້າ, ທັງບໍ່ໄດ້ມີອິດສະຫຼະຄືກັບປາໃນທະເລ, ແຕ່ຢ່າງໜ້ອຍທີ່ສຸດ ນົກກໍສາມາດຮ້ອງໄດ້ເມື່ອພວກມັນຕ້ອງການ, ສາມາດບິນໃນທ້ອງຟ້າໂດຍບໍ່ມີອຸປະສັກໃດໆ ແລະ ມີດິນແດນອັນບໍລິສຸດເປັນຂອງພວກມັນເອງ. ຜູ້ຄົນທີ່ດຳລົງຊີວິດໃນໂລກນີ້ບໍ່ມີແມ່ນແຕ່ສິດ ຫຼື ເສລີພາບທີ່ຈະເວົ້າຄວາມຈິງ; ພວກເຂົາດຳລົງຊີວິດທຸກມື້ໂດຍການໃສ່ໜ້າກາກ ແລະ ສາມາດເວົ້າໄດ້ພຽງແຕ່ສິ່ງທີ່ພວກເຂົາບໍ່ຕ້ອງການເວົ້າອອກມາ, ເຊິ່ງຂັດກັບສິ່ງທີ່ພວກເຂົາຮູ້ສຶກຢູ່ຂ້າງໃນຢ່າງແທ້ຈິງ, ພວກເຂົາບໍ່ມີທາງເລືອກອື່ນນອກຈາກຕ້ອງເວົ້າສິ່ງດັ່ງກ່າວ, ແຕ່ພວກເຂົາກໍຮູ້ສຶກລັງກຽດເມື່ອພວກເຂົາເວົ້າອອກໄປ. ເປັນຫຍັງການມີຊີວິດຢູ່ຈຶ່ງຕ້ອງຍາກລຳບາກຂະໜາດນີ້? ຄົນປະເພດນີ້ຮູ້ສຶກລັງກຽດເມື່ອເບິ່ງໜ້າຄົນທີ່ຢູ່ອ້ອມຂ້າງພວກເຂົາດ້ວຍຄວາມຮູ້ສຶກລັງກຽດ ແລະ ກຽດຊັງໃນໃຈຂອງພວກເຂົາ, ແຕ່ພວກເຂົາກໍບໍ່ສາມາດຫຼີກລ່ຽງ ຫຼື ຢູ່ຫ່າງຈາກຄົນເຫຼົ່ານັ້ນໄດ້ ແລະ ຍັງຕ້ອງໄດ້ຄົບຄ້າສະມາຄົມກັບພວກເຂົາອີກດ້ວຍ. ບາງຄັ້ງພວກເຂົາກໍຄິດທີ່ຈະພຽງແຕ່ໃຊ້ຊີວິດໄປວັນໆແບບນີ້ ເພື່ອລ້ຽງດູຕົນເອງ ແລະ ຄອບຄົວຂອງພວກເຂົາ, ແຕ່ກໍຍັງບໍ່ສາມາດຍອມຮັບທີ່ຈະເຮັດແບບນັ້ນໄດ້. ພວກເຂົາຮູ້ສຶກວ່າຜູ້ຄົນຕ້ອງໄລ່ຕາມເສາະຫາບາງສິ່ງທີ່ມີຄວາມໝາຍໃນຊີວິດ, ພວກເຂົາຕ້ອງໃຊ້ຊີວິດຕາມລັກສະນະຄ້າຍຄືມະນຸດ, ເວົ້າຄວາມຈິງ ແລະ ຮັກສາຂອບເຂດສຳລັບການປະພຶດຕົນຂອງພວກເຂົາໄວ້ ແລະ ຢ່າງໜ້ອຍທີ່ສຸດ ນີ້ຄືສິ່ງທີ່ຜູ້ຄົນຄວນບັນລຸ. ພວກເຂົາຮູ້ສຶກວ່າຖ້າຄົນໃດໜຶ່ງບໍ່ສາມາດບັນລຸແມ່ນແຕ່ສິ່ງນີ້ໄດ້, ລາວກໍບໍ່ແມ່ນມະນຸດ. ແຕ່ເມື່ອບໍ່ມີເສັ້ນທາງໃຫ້ຍ່າງ, ພວກເຂົາກໍໝົດຫົນທາງ ແລະ ເຮັດໄດ້ພຽງແຕ່ໃຊ້ຊີວິດໄປວັນໆຢ່າງສັບສົນ ແລະ ຢ່າງມືດມົນ, ພຽງແຕ່ເອົາຕົວລອດໄປວັນໆເທົ່ານັ້ນ. ໂດຍສະເພາະເມື່ອພວກເຂົາພົບກັບຄວາມຫຍຸ້ງຍາກບາງຢ່າງ ແລະ ໝົດຫົນທາງ, ພວກເຂົາກໍຮູ້ສຶກທໍລະມານຢ່າງໜັກຢູ່ຂ້າງໃນ: “ພວກເຮົາຈະມີຊີວິດຢູ່ໄປເພື່ອຫຍັງ? ພຽງແຕ່ເພື່ອເວົ້າຕົວະທຸກມື້ ແລະ ເພື່ອຄົບຄ້າສະມາຄົມກັບຄົນເຫຼົ່ານີ້ທີ່ບໍ່ຄືມະນຸດເລີຍ ແລະ ພຽງແຕ່ໃຊ້ຊີວິດໄປວັນໆເພື່ອລໍຖ້າຄວາມຕາຍບໍ? ໃນເມື່ອບໍ່ຊ້າກໍໄວຂ້ອຍກໍຕ້ອງຕາຍຢູ່ດີ, ແທນທີ່ຈະໃຊ້ຊີວິດໄປວັນໆເພື່ອລໍຖ້າຄວາມຕາຍ, ຂ້ອຍຍອມຕາຍຕອນນີ້ເລີຍດີກວ່າ ແລະ ຈະໄດ້ຫຼຸດພົ້ນຈາກທຸກສິ່ງໄວຂຶ້ນ”. ເຖິງແມ່ນວ່າຜູ້ຄົນຕ້ອງການທີ່ຈະຫຼຸດພົ້ນຈາກທຸກສິ່ງ, ແຕ່ກໍໜ້ອຍຄົນຫຼາຍທີ່ຈະກ້າລົງມືເຮັດແບບນີ້; ພວກເຂົາກັງວົນວ່າຖ້າພວກເຂົາຕາຍແບບນີ້, ພວກເຂົາກໍຈະບໍ່ມີທາງອະທິບາຍໃຫ້ພໍ່ແມ່ ແລະ ຄົນທີ່ພວກເຂົາຮັກເຂົ້າໃຈໄດ້ ແລະ ພວກເຂົາຍັງມີຄວາມສົງໄສໃນໃຈຂອງພວກເຂົາວ່າ: “ການຕາຍແບບນີ້ຈະເຮັດໃຫ້ຂ້ອຍຫຼຸດພົ້ນໄດ້ແທ້ບໍ? ຖ້າມັນເຮັດໃຫ້ຂ້ອຍຫຼຸດພົ້ນໄດ້ແທ້, ນັ້ນກໍຄົງຈະດີ, ແຕ່ຖ້າມັນບໍ່ເປັນແບບນັ້ນ, ມັນກໍຄົງຈະຍິ່ງຮ້າຍແຮງໄປກວ່າເກົ່າ”. ດັ່ງນັ້ນ, ຜູ້ຄົນຈຶ່ງດີ້ນລົນໃນຄວາມເຈັບປວດຢູ່ແບບນີ້. ນີ້ຄືຄວາມໜ້າສົມເພດຂອງຜູ້ທີ່ຍັງບໍ່ໄດ້ຮັບຄວາມຈິງ. ຜູ້ຄົນຮູ້ສຶກວ່າການມີຊີວິດຢູ່ນັ້ນມີຄວາມຫວັງ ແລະ ມີບາງສິ່ງໃຫ້ລໍຖ້າຢູ່ສະເໝີ, ແຕ່ເລິກໆໃນໃຈຂອງພວກເຂົາແລ້ວ, ພວກເຂົາກັບຮູ້ສຶກວ່າສິ່ງເຫຼົ່ານີ້ກຳລັງກາຍເປັນສິ່ງທີ່ຄຸມເຄືອ ແລະ ຫ່າງໄກອອກໄປເລື້ອຍໆ. ຍິ່ງຜູ້ຄົນຮູ້ສຶກວ່າສິ່ງເຫຼົ່ານີ້ຄຸມເຄືອ ແລະ ຫ່າງໄກອອກໄປຫຼາຍສໍ່າໃດ, ພວກເຂົາກໍຍິ່ງດີ້ນລົນ ແລະ ທົນທຸກໃນໃຈຂອງພວກເຂົາຫຼາຍຂຶ້ນສໍ່ານັ້ນ. ຄົນແບບນັ້ນລ້ວນແຕ່ຫວັງທີ່ຈະຮັກສາຂອບເຂດມະໂນທຳຂອງພວກເຂົາ ແລະ ຫຼັກການໃນການປະພຶດຕົນຂອງພວກເຂົາໄວ້ ແລະ ບໍ່ດຳລົງຊີວິດໃນລັກສະນະທີ່ຂັດກັບເຈດຈຳນົງຂອງພວກເຂົາ. ພວກເຂົາບໍ່ໄດ້ຕັ້ງຂໍ້ກຳນົດທີ່ເຂັ້ມງວດໃຫ້ກັບຕົນເອງ, ທັງບໍ່ໄດ້ຕັ້ງເປົ້າໝາຍທີ່ສູງຫຼາຍສຳລັບຊີວິດຂອງພວກເຂົາ, ພວກເຂົາບໍ່ໄດ້ສະແຫວງຫາຄວາມຮັ່ງມີ ແລະ ຕຳແໜ່ງທີ່ສູງ, ແຕ່ພຽງແຕ່ຕ້ອງການດຳລົງຊີວິດດ້ວຍຄວາມສະຫງົບສຸກທາງໃຈເທົ່ານັ້ນ. ແຕ່ພວກເຂົາກໍບໍ່ສາມາດຍຶດໝັ້ນໃນຫຼັກການທີ່ງ່າຍດາຍ ແລະ ຂອບເຂດສຳລັບການປະພຶດຕົນທີ່ງ່າຍດາຍແບບນີ້ໄວ້ໄດ້, ສະນັ້ນ ພວກເຂົາຈຶ່ງດຳລົງຊີວິດຄືກັບຊາກສົບຍ່າງໄດ້ທຸກມື້, ໂດຍຮູ້ສຶກອິດເມື່ອຍຢ່າງຍິ່ງ. ຄວາມອິດເມື່ອຍນີ້ບໍ່ແມ່ນຄວາມເມື່ອຍລ້າທາງຮ່າງກາຍ, ທັງບໍ່ແມ່ນຄວາມເຈັບປວດທີ່ເກີດຈາກການເຈັບປ່ວຍ, ແຕ່ເປັນຄວາມອິດເມື່ອຍທັງຮ່າງກາຍ ແລະ ຈິດໃຈ. ຄວາມອິດເມື່ອຍນີ້ຄືຄວາມຮູ້ສຶກໜັກໜ່ວງທີ່ເກີດຈາກຄວາມທໍ້ແທ້ໃນໃຈຂອງພວກເຂົາ; ມັນກົດທັບຫົວໃຈຂອງພວກເຂົາຄືກັບກ້ອນຫີນໃຫຍ່, ເຮັດໃຫ້ພວກເຂົາຮູ້ສຶກອຶດອັດ ແລະ ເຈັບປວດຢູ່ຂ້າງໃນ. ແຕ່ເຖິງຢ່າງນັ້ນ, ພວກເຂົາກໍຍັງຕ້ອງປະເຊີນກັບຊີວິດ ແລະ ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທຸກປະເພດ, ສະນັ້ນ ພວກເຂົາຈຶ່ງເຮັດໄດ້ພຽງແຕ່ຕ້ອງອົດທົນ ແລະ ກ້າວຕໍ່ໄປມື້ແລ້ວມື້ເລົ່າ, ຜ່ານພົ້ນແຕ່ລະມື້ໄປທ່າມກາງຄວາມຍາກລຳບາກ, ດຳລົງຊີວິດທີ່ເຈັບປວດຢ່າງທີ່ສຸດ. ບາງຄົນຢາກໄປເບິ່ງງິ້ວປັກກິ່ງ. ພວກເຂົາເຫັນວ່າເນື້ອເລື່ອງໃນງິ້ວປັກກິ່ງລ້ວນແຕ່ກ່ຽວກັບຊີວິດຂອງຕົວລະຄອນເອກທີ່ຍາກລຳບາກ ແລະ ເຕັມໄປດ້ວຍອຸປະສັກ ແລະ ຄວາມລົ້ມເຫຼວ, ໂດຍໃນທີ່ສຸດນັກສະແດງກໍຮ້ອງອອກມາໃນຕອນທ້າຍວ່າ “ຊ່າງທຸກທໍລະມານຫຍັງແບບນີ້...” ແລະ ຜູ້ທີ່ມີຄວາມເຈັບປວດໃນໃຈກໍຮູ້ສຶກເຂົ້າໃຈສິ່ງນີ້. ເປັນຫຍັງພວກເຂົາຈຶ່ງຮູ້ສຶກເຂົ້າໃຈມັນ? ເພາະວ່ານັກສະແດງກຳລັງເວົ້າໃນສິ່ງທີ່ຢູ່ໃນໃຈຂອງພວກເຂົາອອກມາ. ຖ້າເຈົ້າດຳລົງຊີວິດໂດຍມະໂນທຳຂອງເຈົ້າ, ການດຳລົງຊີວິດໃນໂລກນີ້ກໍບໍ່ແມ່ນເລື່ອງງ່າຍ ແລະ ບໍ່ໄດ້ເຮັດໃຫ້ເຈົ້າກ້າວໜ້າໄປໃສ; ເຈົ້າຈະພົບກັບອຸປະສັກ, ປະສົບກັບຄວາມລົ້ມເຫຼວ ແລະ ຖືກທໍລະມານໃນທຸກໆບາດກ້າວ. ຖ້າເຈົ້າພະຍາຍາມເປັນຄົນບໍ່ດີ, ຄົນຊົ່ວຮ້າຍ ຫຼື ຄົນຊົ່ວຊ້າ, ເຈົ້າກໍຈະເຂົ້າກັບຄົນອື່ນໄດ້ດີບໍ່ວ່າຈະໄປໃສກໍຕາມ, ໂດຍບໍ່ພົບກັບອຸປະສັກໃດໆ. ຖ້າເຈົ້າເປັນຄົນທີ່ຊື່ກົງ ແລະ ໃຈດີ ແລະ ເຈົ້າມີຄຸນສົມບັດຂອງຄວາມຊື່ກົງ ແລະ ຄວາມໃຈດີໃນຄວາມເປັນມະນຸດຂອງເຈົ້າ, ແລ້ວເຖິງແມ່ນວ່າຄວາມຊື່ກົງ ແລະ ຄວາມໃຈດີຂອງເຈົ້າຈະແປດເປື້ອນ ຫຼື ເຖິງຂັ້ນມີມົນທິນ ແລະ ມີສິ່ງເຈືອປົນບາງຢ່າງ ຫຼັງຈາກທີ່ເຈົ້າປະສົບກັບສິ່ງຕ່າງໆໃນສັງຄົມກໍຕາມ, ຄຸນສົມບັດຂອງຄວາມຊື່ກົງ ແລະ ຄວາມໃຈດີໃນຄວາມເປັນມະນຸດຂອງເຈົ້າກໍຈະບໍ່ມີວັນປ່ຽນແປງ ແລະ ຈະບໍ່ມີໃຜສາມາດປ່ຽນແປງຄຸນສົມບັດເຫຼົ່ານັ້ນໄດ້. ເຖິງແມ່ນວ່າເຈົ້າຈະບໍ່ກ້າເວົ້າຄວາມຈິງ ຫຼື ຍຶດໝັ້ນໃນຫຼັກການ ແລະ ຂອບເຂດສຳລັບການປະພຶດຕົນຂອງເຈົ້າອີກຕໍ່ໄປກໍຕາມ, ແຕ່ເລິກໆໃນໃຈຂອງເຈົ້າ ເຈົ້າກໍຈະປາຖະໜາທີ່ຈະເວົ້າຄວາມຈິງ, ທີ່ຈະຍຶດໝັ້ນໃນຫຼັກການສຳລັບການປະພຶດຕົນຂອງເຈົ້າ, ທີ່ຈະຮັກສາຂອບເຂດມະໂນທຳຂອງເຈົ້າໄວ້ ແລະ ທີ່ຈະໄດ້ຮັບຄວາມສະຫງົບສຸກ ແລະ ຄວາມສະບາຍໃຈພາຍໃນ.
ຫຼັງຈາກທີ່ຄົນທີ່ຊື່ກົງ ແລະ ໃຈດີປະເພດນີ້ມາເຊື່ອໃນພຣະເຈົ້າ, ເຮືອນຂອງພຣະເຈົ້າ ເຊິ່ງກໍຄືຄຣິສຕະຈັກ ແມ່ນສະຖານທີ່ແຫ່ງຄວາມບໍລິສຸດ ແລະ ຄວາມງຽບສະຫງົບສຳລັບລາວ, ພ້ອມທັງເປັນສະຖານທີ່ທີ່ໃຈຂອງລາວສາມາດພົບກັບຄວາມສະຫງົບສຸກ ແລະ ການປົດປ່ອຍ. ແນ່ນອນ, ມັນຍັງສາມາດເວົ້າໄດ້ອີກວ່າເປັນສະຖານທີ່ທີ່ລາວສາມາດໄລ່ຕາມເສາະຫາການບັນລຸຄວາມປາຖະໜາໃນຊີວິດຂອງລາວ ແລະ ເປັນສະຖານທີ່ທີ່ຊ່ວຍໃຫ້ລາວເຫັນແສງສະຫວ່າງໃນຊີວິດຂອງລາວ ແລະ ບໍ່ຮູ້ສຶກຫຼົງທາງອີກຕໍ່ໄປໃນແງ່ຂອງວິທີທີ່ລາວຄວນກຳນົດທິດທາງໃນການປະພຶດຕົນຂອງລາວ. ສະນັ້ນ, ສຳລັບຄົນທີ່ມີມະໂນທຳ ແລະ ເຫດຜົນ, ເຮືອນຂອງພຣະເຈົ້າຄືບ້ານທີ່ແທ້ຈິງຂອງລາວ. ບ້ານຫຼັງນີ້ບໍ່ແມ່ນບ້ານໃນຄວາມໝາຍທາງເນື້ອໜັງ ຫຼື ທາງວັດຖຸ; ແຕ່ມັນເປັນສະຖານທີ່ທີ່ປອດໄພທີ່ລາວສາມາດເຊື່ອໃນພຣະເຈົ້າ ແລະ ອ່ອນນ້ອມຕໍ່ພຣະອົງດ້ວຍໃຈທີ່ຮຽບງ່າຍ, ເປີດໃຈ ແລະ ເປີດກວ້າງ. ມັນຍັງສາມາດເອີ້ນໄດ້ວ່າເປັນບ່ອນຫຼົບໄພທີ່ປອດໄພອີກດ້ວຍ. ຄຳສຸພາສິດເວົ້າໄວ້ແນວໃດ? ເຮືອນຂອງພຣະເຈົ້າຄືທ່າເຮືອທີ່ຄົນຊື່ກົງ ແລະ ໃຈດີ ເຊິ່ງມີຄຸນສົມບັດຂອງຄວາມເປັນມະນຸດສາມາດຈອດເຮືອຂອງລາວໄດ້. ນັ້ນກໍຄື ນີ້ຄືບ່ອນທີ່ລາວສາມາດຖິ້ມສະໝໍເຮືອຂອງລາວລົງໄດ້; ລາວບໍ່ຈຳເປັນຕ້ອງດິ້ນລົນອີກຕໍ່ໄປ ແລະ ສາມາດຍອມຮັບຄວາມຈິງ ແລະ ຄົ້ນພົບທິດທາງ ແລະ ເສັ້ນທາງໃນຊີວິດຂອງລາວ, ເພື່ອໃຫ້ໃຈຂອງລາວພໍໃຈໄດ້. ດັ່ງນັ້ນ, ມະນຸດທີ່ແທ້ຈິງຮູ້ສຶກພໍໃຈໃນໃຈຢ່າງແທ້ຈິງກໍຕໍ່ເມື່ອລາວມາທີ່ເຮືອນຂອງພຣະເຈົ້າເທົ່ານັ້ນ; ຄົນທີ່ມີມະໂນທຳ ແລະ ເຫດຜົນຮູ້ສຶກວ່າລາວໄດ້ພົບບ້ານທີ່ແທ້ຈິງຂອງລາວແລ້ວ, ເຊິ່ງເປັນສະຖານທີ່ທີ່ຊ່ວຍໃຫ້ໃຈຂອງລາວໄດ້ຮັບຄວາມສະຫງົບສຸກ ແລະ ຄວາມສະບາຍໃຈ ກໍຕໍ່ເມື່ອລາວກັບຄືນມາທີ່ເຮືອນຂອງພຣະເຈົ້າ ແລະ ກັບຄືນມາຢູ່ຕໍ່ໜ້າພຣະຜູ້ສ້າງເທົ່ານັ້ນ. ເຖິງແມ່ນວ່າຄວາມປາຖະໜາສຳລັບການປະພຶດຕົນຂອງລາວ ແລະ ຫຼັກການທີ່ລາວໃຊ້ໃນການປະພຶດຕົນນັ້ນຈະຫ່າງໄກຈາກການປະຕິບັດຄວາມຈິງຫຼາຍກໍຕາມ, ຢ່າງໜ້ອຍທີ່ສຸດ ລາວກໍຮູ້ສຶກວ່າໃນເຮືອນຂອງພຣະເຈົ້າ ແລະ ໃນຄຣິສຕະຈັກ, ໃຈຂອງລາວໄດ້ຮັບຄວາມສະຫງົບສຸກ ແລະ ການປອບໂຍນ. ນີ້ຄືຄວາມແຕກຕ່າງທີ່ຄົນປະເພດນີ້ຮູ້ສຶກໄດ້ລະຫວ່າງການຢູ່ໃນເຮືອນຂອງພຣະເຈົ້າ ແລະ ການຢູ່ໃນໂລກ; ມັນເປັນຄວາມແຕກຕ່າງຢູ່ໃນໃຈຂອງລາວ. ສະນັ້ນ, ເມື່ອຄົນປະເພດນີ້ມາທີ່ເຮືອນຂອງພຣະເຈົ້າ, ໃຈຂອງລາວກໍໄດ້ຮັບການປອບໂຍນ ແລະ ຄວາມສະຫງົບສຸກ; ລາວຮູ້ສຶກວ່າມີພຽງເຮືອນຂອງພຣະເຈົ້າເທົ່ານັ້ນທີ່ເປັນສະຖານທີ່ທີ່ລາວສາມາດໄລ່ຕາມເສາະຫາທິດທາງໃນຊີວິດຂອງລາວໄດ້ ແລະ ຍັງເປັນສະພາບແວດລ້ອມທີ່ລາວຕ້ອງການຫຼາຍທີ່ສຸດອີກດ້ວຍ ແລະ ແນ່ນອນວ່າເປັນສະຖານທີ່ທີ່ລາວປາຖະໜາ. ລາວຮັກທີ່ນີ້ ແລະ ເຕັມໃຈທີ່ຈະດຳລົງຊີວິດ ແລະ ປະພຶດຕົນໃນສະພາບແວດລ້ອມແບບນີ້; ແນ່ນອນວ່າມັນເປັນຄວາມປາຖະໜາສ່ວນຕົວຂອງລາວທີ່ຈະເຮັດແບບນັ້ນ. ໃນແງ່ຂອງຄວາມປາຖະໜາສ່ວນຕົວຂອງລາວນີ້, ສະພາບແວດລ້ອມຂອງເຮືອນຂອງພຣະເຈົ້າ, ວິທີທີ່ພຣະເຈົ້າເຮັດວຽກ, ຂໍ້ກຳນົດຂອງພຣະເຈົ້າສຳລັບຜູ້ຄົນ ແລະ ທຸກດ້ານອື່ນໆກໍພຽງພໍແລ້ວທີ່ຈະຕອບສະໜອງຄວາມຕ້ອງການຂອງຄວາມເປັນມະນຸດຂອງລາວໄດ້, ສະນັ້ນ ລາວຈຶ່ງໄລ່ຕາມເສາະຫາຄວາມຈິງດ້ວຍຄວາມສະຫງົບສຸກທາງໃຈ ແລະ ປະຕິບັດຕາມຂໍ້ກຳນົດຂອງພຣະເຈົ້າ. ເພາະສະນັ້ນ, ຄົນໃດໜຶ່ງຈະສາມາດໄລ່ຕາມເສາະຫາຄວາມຈິງໄດ້ ຫຼື ບໍ່ນັ້ນ ແມ່ນຂຶ້ນຢູ່ກັບຄວາມເປັນມະນຸດຂອງລາວຢ່າງສິ້ນເຊີງ. ມີພຽງແຕ່ຖ້າຄວາມເປັນມະນຸດຂອງລາວມີຄຸນສົມບັດຂອງຄວາມໃຈດີ ແລະ ຄວາມຊື່ກົງ, ຖ້າລາວຮັກຄວາມຍຸຕິທຳ ແລະ ຄວາມຊອບທຳ, ຖ້າລາວຮັກການມາທີ່ເຮືອນຂອງພຣະເຈົ້າ ແລະ ການໄດ້ຮັບຄວາມສະຫງົບສຸກ ແລະ ຄວາມສະບາຍໃຈພາຍໃນ ຫຼື ຖ້າໃຈຂອງລາວໄດ້ຮັບການປອບໂຍນຢ່າງສົມບູນ ຫຼັງຈາກທີ່ມາທີ່ເຮືອນຂອງພຣະເຈົ້າ ແລະ ມາຢູ່ຕໍ່ໜ້າພຣະເຈົ້າເທົ່ານັ້ນ ລາວຈຶ່ງຈະສາມາດສະຫງົບໃຈເພື່ອຮັບຟັງ, ຍອມຮັບ ແລະ ອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າໄດ້; ເມື່ອນັ້ນ ລາວຈຶ່ງຈະສາມາດສະຫງົບໃຈເພື່ອໄລ່ຕາມເສາະຫາຄວາມຈິງ ແລະ ເປັນສິ່ງທີ່ຖືກສ້າງທີ່ເໝາະສົມໄດ້. ເຊິ່ງເວົ້າໄດ້ວ່າ ມີພຽງແຕ່ເມື່ອຄົນໃດໜຶ່ງມາສູ່ສະພາບແວດລ້ອມຂອງເຮືອນຂອງພຣະເຈົ້າ ແລະ ໄດ້ຮັບການປອບໂຍນໃນໃຈ ແລະ ຮູ້ສຶກເຕັມອີ່ມຢູ່ຂ້າງໃນ ເຊິ່ງເປັນຜົນມາຈາກການເຂົ້າໃຈຄວາມຈິງ ແລະ ບັນລຸຄວາມປາຖະໜາ ແລະ ເປົ້າໝາຍໃນຊີວິດທີ່ລາວໄລ່ຕາມເສາະຫາ ເຊິ່ງພາຍໃຕ້ເງື່ອນໄຂພື້ນຖານເຫຼົ່ານີ້ເທົ່ານັ້ນ ລາວຈຶ່ງຈະມີໂອກາດໄລ່ຕາມເສາະຫາຄວາມຈິງໄດ້. ນີ້ຄືການສະແດງອອກທີ່ສະເພາະເຈາະຈົງຂອງຜູ້ທີ່ມີຄຸນສົມບັດຂອງຄວາມເປັນມະນຸດ. ແນ່ນອນວ່າ, ເມື່ອເວົ້າເຖິງການໄລ່ຕາມເສາະຫາຄວາມຈິງ, ການທີ່ຄົນໃດໜຶ່ງມີຄຸນສົມບັດຂອງຄວາມເປັນມະນຸດ ຫຼື ບໍ່ນັ້ນແມ່ນສຳຄັນຫຼາຍ. ຖ້າຄົນໃດໜຶ່ງບໍ່ມີຄຸນສົມບັດຂອງຄວາມເປັນມະນຸດ, ໂດຍພື້ນຖານແລ້ວ ລາວກໍບໍ່ຕອບສະໜອງເງື່ອນໄຂສຳລັບການໄລ່ຕາມເສາະຫາຄວາມຈິງ.
ຕອນນີ້ ໃຫ້ພວກເຮົາເວົ້າກ່ຽວກັບການສະແດງອອກອື່ນໆຂອງຄວາມຊື່ກົງ ແລະ ຄວາມໃຈດີໃນຄວາມເປັນມະນຸດຂອງຜູ້ຄົນ. ເຮົາຫາກໍເວົ້າກ່ຽວກັບວິທີທີ່ຜູ້ຄົນທີ່ມີຄຸນສົມບັດຂອງຄວາມຊື່ກົງ ແລະ ຄວາມໃຈດີໃນຄວາມເປັນມະນຸດຂອງພວກເຂົາ ສ້າງຫຼັກການພື້ນຖານສຳລັບການຄົບຫາ ແລະ ການພົວພັນກັບຄົນອື່ນ ພ້ອມທັງໃນວິທີທີ່ພວກເຂົາປະພຶດຕົນ ແລະ ຈັດການເລື່ອງຕ່າງໆ ເຊິ່ງກໍຄືການບໍ່ເອົາປຽບຄົນອື່ນ. ແນ່ນອນວ່າ, ນີ້ກໍເປັນຂອບເຂດສຳລັບການປະພຶດຕົນຂອງພວກເຂົາເຊັ່ນກັນ. ນອກເໜືອຈາກການບໍ່ເອົາປຽບຄົນອື່ນແລ້ວ, ຄົນປະເພດນີ້ຍັງມີການສະແດງອອກອີກຢ່າງໜຶ່ງຄື: ລາວເຕັມໃຈທີ່ຈະເຫັນອົກເຫັນໃຈ ແລະ ຊ່ວຍເຫຼືອຄົນອື່ນ ພ້ອມທັງເຕັມໃຈທີ່ຈະແບ່ງປັນໃຫ້ຄົນເຫຼົ່ານັ້ນອີກດ້ວຍ. ໃນສາຍຕາຂອງຄົນອື່ນ, ຄົນປະເພດນີ້ຂ້ອນຂ້າງໂງ່ຈ້າ, ລາວໃຈດີເກີນໄປ, ລາວໄວ້ໃຈ ແລະ ສົງສານຄົນອື່ນໄດ້ງ່າຍ ແລະ ເຖິງແມ່ນວ່າລາວເອງຈະບໍ່ໄດ້ຮັ່ງມີ, ລາວກໍມັກໃຫ້ຄົນອື່ນ. ລາວມັກລຸກຂຶ້ນຕໍ່ສູ້ກັບຄວາມບໍ່ຍຸຕິທຳ; ເມື່ອເຫັນຄົນໃດໜຶ່ງພົບກັບຄວາມຫຍຸ້ງຍາກ, ລາວກໍບໍ່ຢູ່ເສີຍໆ ຫຼື ທຳທ່າເປັນບໍ່ເຫັນ ແຕ່ຈະພະຍາຍາມຊ່ວຍເຫຼືອຢ່າງຫ້າວຫັນ. ເຖິງແມ່ນວ່າລາວຈະບໍ່ມີຄວາມສາມາດທີ່ຈະຊ່ວຍເຫຼືອໄດ້, ລາວກໍຍັງມີເຈດຕະນາດີ. ເມື່ອເຫັນຄົນໃດໜຶ່ງປະສົບກັບຄວາມຫຍຸ້ງຍາກ, ລາວຮູ້ກໍສຶກວ່າ ຖ້າບໍ່ຍື່ນມືເຂົ້າຊ່ວຍເຫຼືອ, ລາວກໍຄົງຈະຮູ້ສຶກຜິດຕໍ່ມະໂນທຳຂອງຕົນ. ເຖິງແມ່ນວ່າອີກຝ່າຍຈະບໍ່ຂໍຄວາມຊ່ວຍເຫຼືອກໍຕາມ, ລາວກໍຍັງຮູ້ສຶກວ່າຄວນຊ່ວຍເຫຼືອຄົນໆນັ້ນ. ຫຼັງຈາກທີ່ອີກຝ່າຍໄດ້ຮັບຄວາມຊ່ວຍເຫຼືອຈາກລາວແລ້ວ, ຄົນນັ້ນພຽງແຕ່ກ່າວຂອບໃຈແລ້ວກໍແລ້ວໄປ ແຕ່ຄົນທີ່ຊື່ກົງ ແລະ ໃຈດີກໍບໍ່ຖືສາ; ໃນພາຍຫຼັງ, ເມື່ອມີຄົນອື່ນພົບກັບຄວາມຫຍຸ້ງຍາກຢ່າງແທ້ຈິງ, ລາວກໍຍັງຈະຊ່ວຍເຫຼືອຄົນນັ້ນແບບດຽວກັນ. ສິ່ງນີ້ເບິ່ງຄືວ່າຂ້ອນຂ້າງບໍ່ຮູ້ເລື່ອງ ຫຼື ໂງ່ຈ້າສຳລັບຜູ້ຄົນ; ຄົນອື່ນແນະນຳໃຫ້ລາວຢຸດເຮັດການກະທຳທີ່ໃຈດີ, ໂດຍບອກວ່າ ເມື່ອລາວຊ່ວຍເຫຼືອຜູ້ຄົນ ຢ່າງໜ້ອຍກໍຄວນໄດ້ຮັບຄວາມຮູ້ບຸນຄຸນເປັນການຕອບແທນ. ເມື່ອໄດ້ຍິນສິ່ງນີ້, ລາວກໍໄຕ່ຕອງວ່າ “ພວກເຮົາ ຄວນໄດ້ຮັບການຮູ້ບຸນຄຸນຈາກການຊ່ວຍເຫຼືອຜູ້ຄົນບໍ? ມັນເປັນພຽງເລື່ອງເລັກນ້ອຍ, ເປັນຫຍັງຕ້ອງເຮັດໃຫ້ສິ່ງຕ່າງໆສັບສົນວຸ້ນວາຍຂະໜາດນັ້ນ?” ນີ້ຄືຄວາມເປັນຄົນຊື່ໆຂອງລາວ; ລາວກໍພຽງແຕ່ເຕັມໃຈທີ່ຈະຊ່ວຍເຫຼືອຄົນອື່ນ. ບອກເຮົາມາເບິ່ງ, ເຈົ້າຄິດວ່າການເຕັມໃຈຊ່ວຍເຫຼືອຄົນອື່ນມີຫຍັງກ່ຽວຂ້ອງກັບຄວາມເປັນມະນຸດຂອງຄົນເຮົາບໍ? (ມີ). ພວກເຂົາບໍ່ໄດ້ສະແຫວງຫາການຕອບແທນໃດໆຢ່າງແທ້ຈິງ. ໃນໂລກນີ້, ມີໃຜແດ່ທີ່ປາສະຈາກຄວາມປາຖະໜາ ແລະ ຄວາມຕ້ອງການ? (ບໍ່ມີ). ແລ້ວຄົນປະເພດນີ້ສາມາດຊ່ວຍເຫຼືອຄົນອື່ນໂດຍບໍ່ສະແຫວງຫາສິ່ງໃດເປັນການຕອບແທນໄດ້ແນວໃດ? ສຳລັບຄົນສ່ວນໃຫຍ່ແລ້ວ, ຕ້ອງມີສະຖານະການພິເສດແບບໃດ ຫຼື ຄວາມສຳພັນຂອງພວກເຂົາກັບຄົນໃດໜຶ່ງຕ້ອງເປັນແບບໃດ ພວກເຂົາຈຶ່ງຈະຊ່ວຍເຫຼືອຄົນໆນັ້ນ? ໜຶ່ງແມ່ນຄວາມສຳພັນທີ່ໃກ້ຊິດທີ່ສຸດ ເຊິ່ງກໍຄືການກ່ຽວຂ້ອງກັນທາງສາຍເລືອດ. ນອກຈາກນີ້, ຄົນທີ່ລາວຊ່ວຍເຫຼືອຕ້ອງເປັນຄົນທີ່ມີຄວາມສາມາດ ຫຼື ຕ້ອງມີຜົນປະໂຫຍດບາງຢ່າງທີ່ຈະໄດ້ຮັບຈາກການຊ່ວຍເຫຼືອບຸກຄົນນັ້ນ, ໂດຍມີແຕ່ຜົນປະໂຫຍດ ແລະ ບໍ່ມີຂໍ້ເສຍສຳລັບຕົວລາວເອງ. ມີພຽງສະຖານະການເຫຼົ່ານີ້ເທົ່ານັ້ນ. ນອກເໜືອຈາກສະຖານະການເຫຼົ່ານີ້ແລ້ວ, ໃຜຈະຊ່ວຍເຫຼືອຄົນອື່ນໂດຍບໍ່ມີເຫດຜົນແດ່? ເວົ້າໃຫ້ຖືກຕ້ອງກໍຄື ພວກເຂົາບໍ່ໄດ້ຊ່ວຍເຫຼືອຄົນອື່ນລ້າໆ; ມັນຕ້ອງໄດ້ຮັບຜົນປະໂຫຍດບາງຢ່າງ. ເຖິງແມ່ນວ່າຈະບໍ່ມີຜົນປະໂຫຍດໃນທັນທີ, ມັນກໍຍັງຕ້ອງມີຜົນປະໂຫຍດໃນໄລຍະຍາວ. ບໍ່ວ່າໃນກໍລະນີໃດກໍຕາມ, ພວກເຂົາຈະຊ່ວຍເຫຼືອກໍຕໍ່ເມື່ອພວກເຂົາສາມາດໄດ້ຮັບບາງສິ່ງບາງຢ່າງຈາກການຊ່ວຍເຫຼືອນັ້ນເທົ່ານັ້ນ. ຕອນນີ້, ສຳລັບຄົນທີ່ເຕັມໃຈຊ່ວຍເຫຼືອຄົນອື່ນ, ໂດຍບໍ່ຄຳນຶງເຖິງວ່າລາວໃຫ້ຄວາມຊ່ວຍເຫຼືອຫຼາຍສໍ່າໃດ ຫຼື ສິ່ງທີ່ລາວຊ່ວຍເຫຼືອນັ້ນມີຄຸນຄ່າໃດໆ ຫຼື ບໍ່, ບໍ່ວ່າມັນຈະເປັນເລື່ອງໃຫຍ່ ຫຼື ເລື່ອງເລັກນ້ອຍກໍຕາມ, ຄວາມເຕັມໃຈທີ່ຈະຊ່ວຍເຫຼືອຄົນອື່ນຂອງລາວມາຈາກໃສ? ມັນກ່ຽວຂ້ອງກັບຄວາມເປັນມະນຸດຂອງລາວບໍ? (ແມ່ນ). ມັນກ່ຽວຂ້ອງກັບດ້ານໃດຂອງຄວາມເປັນມະນຸດ? (ຄວາມໃຈດີ). ມັນກ່ຽວຂ້ອງກັບຄວາມໃຈດີ; ເມື່ອຜູ້ຄົນມີຄຸນສົມບັດຂອງຄວາມໃຈດີໃນຄວາມເປັນມະນຸດຂອງພວກເຂົາ, ພວກເຂົາກໍເຕັມໃຈທີ່ຈະຊ່ວຍເຫຼືອຄົນອື່ນ. ຕົວຢ່າງ: ສົມມຸດວ່າລາວເຫັນອ້າຍ ຫຼື ເອື້ອຍນ້ອງຄົນໜຶ່ງກາຍເປັນຄົນຄິດລົບ ແລະ ອ່ອນແອ. ຄວາມຈິງແລ້ວ, ລາວເອງບໍ່ໄດ້ເປັນຜູ້ນຳຄຣິສຕະຈັກ ແລະ ມີພຽງຄວາມສຳພັນທຳມະດາກັບອ້າຍ ຫຼື ເອື້ອຍນ້ອງຄົນນີ້ ແຕ່ເມື່ອລາວເຫັນຄົນນັ້ນຄິດລົບ ແລະ ອ່ອນແອ, ລາວກໍຮູ້ສຶກບໍ່ສະບາຍໃຈ ແລະ ມີພາລະໃນໃຈຂອງຕົນ. ລາວຈະຮູ້ສຶກບໍ່ດີຖ້າບໍ່ຊ່ວຍເຫຼືອ ແລະ ລາວຄິດວ່າ “ເຖິງແມ່ນວ່າວຸດທິພາວະຂອງຂ້ອຍເອງຈະບໍ່ຫຼາຍ ແລະ ຂ້ອຍບໍ່ເຂົ້າໃຈຄວາມຈິງຫຼາຍຢ່າງ, ມັນກໍຍັງເປັນສິ່ງທີ່ດີສຳລັບຂ້ອຍທີ່ຈະພະຍາຍາມປະຕິບັດພັນທະຂອງຂ້ອຍໃຫ້ສຳເລັດ. ບາງທີຫຼັງຈາກທີ່ໄດ້ຍິນສິ່ງທີ່ຂ້ອຍເວົ້າ ລາວອາດຈະສາມາດໄຕ່ຕອງກ່ຽວກັບຕົນເອງ ແລະ ເຊົາຄິດລົບ, ນັ້ນຈະບໍ່ເປັນການດີບໍ?” ສະນັ້ນ, ຖ້າຄົນໃດໜຶ່ງກາຍເປັນຄົນຄິດລົບ ແລະ ອ່ອນແອ, ເວັ້ນເສຍແຕ່ວ່າລາວຈະບໍ່ສັງເກດເຫັນ, ເມື່ອລາວສັງເກດເຫັນແລ້ວ, ລາວກໍຈະຊອກຫາໂອກາດເພື່ອໂອ້ລົມກັບຄົນໆນັ້ນ. ຖ້າລາວບໍ່ສາມາດໂອ້ລົມໄດ້ຢ່າງຊັດເຈນດ້ວຍຕົນເອງ, ລາວກໍຈະຊອກຫາພຣະທຳຂອງພຣະເຈົ້າຈັກຕອນໜຶ່ງເພື່ອໂອ້ລົມກັບຄົນໆນັ້ນ. ສະຫຼຸບແລ້ວ ຜ່ານການປະສົມປະສານລະຫວ່າງການເຕືອນສະຕິ, ການຊີ້ນຳ ແລະ ການອ່ານພຣະທຳຂອງພຣະເຈົ້າໃຫ້ຄົນໆນັ້ນຟັງ, ໃນທີ່ສຸດຄົນໆນັ້ນກໍເຂົ້າໃຈເຈດຕະນາຂອງພຣະເຈົ້າ, ບໍ່ຄິດລົບອີກຕໍ່ໄປ ແລະ ສາມາດປະຕິບັດໜ້າທີ່ຂອງຕົນໄດ້ຕາມປົກກະຕິ, ເຊິ່ງເຮັດໃຫ້ຄົນໃຈດີຮູ້ສຶກພໍໃຈ. ລາວພຽງແຕ່ບໍ່ສາມາດທົນເຫັນຜູ້ຄົນຄິດລົບ ແລະ ຂີ້ຄ້ານ ຫຼື ຕົກຢູ່ໃນຄວາມເຈັບປວດ ແລະ ຄວາມທຸກທໍລະມານໄດ້; ລາວພຽງແຕ່ຕ້ອງການປອບໂຍນ ແລະ ສະໜັບສະໜູນຄົນເຫຼົ່ານັ້ນ. ຖ້າອີກຝ່າຍຍັງຄົງຄິດລົບຢູ່, ລາວກໍຮູ້ສຶກວ່າຕົນເອງຄວນປະຕິບັດຄວາມຮັບຜິດຊອບຂອງຕົນໃຫ້ສຳເລັດ. ເມື່ອຄົນນັ້ນບໍ່ຄິດລົບອີກຕໍ່ໄປ ຍ້ອນຄຳແນະນຳ ແລະ ການຊີ້ນຳຂອງລາວ, ລາວກໍຮູ້ສຶກມີຄວາມສຸກຫຼາຍຢູ່ຂ້າງໃນ ແລະ ຮູ້ສຶກວ່າການປະພຶດຕົນດ້ວຍວິທີນີ້ແມ່ນຂ້ອນຂ້າງດີ. ລາວບໍ່ໄດ້ສະແຫວງຫາຜົນປະໂຫຍດໃດໆ; ມັນພຽງແຕ່ເປັນຍ້ອນວ່າ ເມື່ອລາວສາມາດຊ່ວຍເຫຼືອຄົນໃດໜຶ່ງ, ການບໍ່ເຮັດເຊັ່ນນັ້ນຈະເຮັດໃຫ້ລາວຮູ້ສຶກບໍ່ສະບາຍໃຈ ແລະ ຈະຂັດຕໍ່ມະໂນທຳຂອງຕົນ. ບອກເຮົາມາເບິ່ງ, ພວກເຈົ້າຄິດວ່າການຂັດຕໍ່ມະໂນທຳຂອງຕົນ ແລະ ຄວາມຮູ້ສຶກບໍ່ສະບາຍໃຈນີ້ເປັນການສະແດງອອກ ແລະ ການເປີດເຜີຍເຖິງຄຸນສົມບັດຂອງຄວາມເປັນມະນຸດບໍ? (ແມ່ນແລ້ວ).
ບາງຄົນມັກຈະເຫັນອົກເຫັນໃຈຄົນອື່ນ. ແນ່ນອນວ່າ, ຖ້າເບິ່ງຈາກມຸມມອງໃດໜຶ່ງຂອງຄວາມເປັນມະນຸດແລ້ວ, ສິ່ງນີ້ກໍອາດຈະເປັນຈຸດອ່ອນຂອງມະນຸດເຊັ່ນກັນ, ເພາະບາງຄັ້ງລາວອາດຈະເຫັນອົກເຫັນໃຈ ແລະ ຊ່ວຍເຫຼືອຄົນຊົ່ວຮ້າຍ ແຕ່ພວກເຂົາກໍບໍ່ສາມາດປ່ຽນແປງຈຸດອ່ອນນີ້ໄດ້. ຫຼັງຈາກທີ່ລາວຊ່ວຍເຫຼືອຄົນຊົ່ວຮ້າຍ, ຄົນຊົ່ວຮ້າຍກໍຜ່ານພົ້ນວິກິດໄປໄດ້ ແລະ ຈະເລີນຮຸ່ງເຮືອງ ແຕ່ກໍຍັງດູຖູກ ແລະ ເມີນເສີຍຕໍ່ລາວ. ລາວຮູ້ສຶກບໍ່ສະບາຍໃຈຢູ່ຂ້າງໃນ, ໂດຍເວົ້າວ່າ “ເປັນຫຍັງລາວຈຶ່ງເປັນແບບນີ້? ໃນຕອນທີ່ລາວຕົກຕ່ຳ ແລະ ມາຂໍຄວາມຊ່ວຍເຫຼືອຈາກຂ້ອຍ, ຂ້ອຍກໍເຫັນອົກເຫັນໃຈລາວ ແລະ ຊ່ວຍເຫຼືອລາວ ແຕ່ຕອນນີ້ລາວກຳລັງຈະເລີນຮຸ່ງເຮືອງ ແລະ ມີຊີວິດທີ່ດີ, ລາວພັດເມີນເສີຍຕໍ່ຂ້ອຍ”. ໃນໃຈຂອງລາວແລ້ວ, ລາວບໍ່ສາມາດເຂົ້າໃຈເລື່ອງນີ້ໄດ້; ລາວບໍ່ສາມາດເບິ່ງທະລຸເຖິງແກ່ນແທ້ຂອງຄົນຊົ່ວຮ້າຍໄດ້. ຫຼັງຈາກນັ້ນໄລຍະໜຶ່ງ, ຖ້າມີຄົນຊົ່ວຮ້າຍອີກຄົນໜຶ່ງມາຂໍຄວາມຊ່ວຍເຫຼືອຈາກລາວ, ລາວກໍອາດຈະຍັງເຫັນອົກເຫັນໃຈຄົນໆນັ້ນ ແຕ່ລາວຈະເບິ່ງກ່ອນວ່າຄົນນີ້ຊົ່ວຮ້າຍ ຫຼື ບໍ່. ຖ້າຄົນນັ້ນບໍ່ໄດ້ໜ້າລັງກຽດປານນັ້ນ ແລະ ໜ້າສົງສານຫຼາຍ, ລາວກໍຍັງຈະຮູ້ສຶກເຫັນອົກເຫັນໃຈຄົນໆນັ້ນ. ເມື່ອລາວເຫັນອ້າຍເອື້ອຍນ້ອງບາງຄົນທີ່ປະຕິບັດໜ້າທີ່ຂອງຕົນເຕັມເວລາ ແຕ່ຄອບຄົວຂອງພວກເຂົາທຸກຍາກ ແລະ ກຳລັງພົບກັບຄວາມຫຍຸ້ງຍາກໃນຊີວິດ, ລາວກໍຄິດວ່າ “ພວກເຂົາຍັງສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ ເຖິງແມ່ນວ່າຈະທຸກຍາກຫຼາຍກໍຕາມ, ນັ້ນຄືຄົນດີແທ້ໆ! ຂ້ອຍເອງກໍດຳລົງຊີວິດຢ່າງຮັ່ງມີ; ຖ້າຂ້ອຍບໍ່ຊ່ວຍເຫຼືອພວກເຂົາ, ຂ້ອຍກໍຈະຮູ້ສຶກຜິດຕໍ່ພວກເຂົາ. ຂ້ອຍຄວນແບ່ງປັນໃຫ້ພວກເຂົາ ແລະ ຊ່ວຍເຫຼືອພວກເຂົາ ເພື່ອໃຫ້ພວກເຂົາສາມາດຊື້ເຄື່ອງນຸ່ງ ຫຼື ເຄື່ອງໃຊ້ປະຈຳວັນບາງຢ່າງໄດ້”. ເຈົ້າເຫັນບໍ, ລາວເປັນຄົນໃຈດີ; ເມື່ອລາວເຫັນຜູ້ຄົນປະສົບກັບຄວາມຫຍຸ້ງຍາກ, ລາວກໍອົດບໍ່ໄດ້ທີ່ຈະຮູ້ສຶກເຫັນອົກເຫັນໃຈພວກເຂົາ ແລະ ຊ່ວຍເຫຼືອພວກເຂົາ. ໃນທ່າມກາງຜູ້ຄົນ, ມີທັງຄົນດີ, ຄົນຊົ່ວຮ້າຍ ແລະ ຄົນທີ່ໂງ່ຈ້າ. ຄົນດີສາມາດໃຫ້ ແລະ ຊ່ວຍເຫຼືອຄົນອື່ນ, ຄົນຊົ່ວຮ້າຍສາມາດເຮັດສິ່ງທີ່ຊົ່ວຮ້າຍໄດ້ທຸກປະເພດ ແລະ ຄົນໂງ່ຈ້າຕ່າງໆກໍມັກຈະຖືກຄົນອື່ນຫຼອກໃຊ້ ແລະ ສັ່ງການຢູ່ສະເໝີ ພ້ອມທັງອາດຈະເຮັດສິ່ງທີ່ໂງ່ຈ້າໄດ້ທຸກປະເພດ; ພວກເຂົາໂງ່ຈ້າໃນລະດັບທີ່ແຕກຕ່າງກັນໄປ. ສະຫຼຸບແລ້ວ, ມີຄົນທຸກປະເພດ. ຄົນທີ່ມີຄຸນສົມບັດຂອງຄວາມເປັນມະນຸດມັກຈະເຫັນອົກເຫັນໃຈຄົນອື່ນ. ລາວມັກຈະເຫັນວ່າຄົນອື່ນໜ້າສົງສານ, ລາວສາມາດເຫັນສະເໝີວ່າສິ່ງໃດທີ່ໜ້າສົງສານກ່ຽວກັບຜູ້ຄົນ ແລະ ລາວສາມາດເຫັນສະເໝີວ່າຜູ້ຄົນສົມຄວນໄດ້ຮັບຄວາມເຫັນອົກເຫັນໃຈຢູ່ບ່ອນໃດ; ມະໂນທຳຂອງລາວມີອົງປະກອບຂອງຄວາມອ່ອນໂຍນຢູ່ໃນນັ້ນ. ນັ້ນກໍຄື ເມື່ອລາວເຫັນຄົນໃດໜຶ່ງກຳລັງປະສົບກັບຄວາມຫຍຸ້ງຍາກ, ປະເຊີນກັບສະຖານະການທີ່ເຈັບປວດ ຫຼື ຖືກຄົນຊົ່ວຮ້າຍຂົ່ມເຫັງ ຫຼື ຖືກປະຕິບັດຢ່າງບໍ່ຍຸຕິທຳ, ລາວກໍຈະຮູ້ສຶກຄຽດແຄ້ນຢູ່ຂ້າງໃນ ແລະ ຮູ້ສຶກເຫັນອົກເຫັນໃຈຄົນດັ່ງກ່າວ; ລາວມີຫົວໃຈທີ່ເຫັນອົກເຫັນໃຈຢູ່ສະເໝີ. ຄວາມຈິງແລ້ວ, ສະຖານະການຂອງລາວເອງອາດຈະບໍ່ໄດ້ດີໄປກວ່າຄົນອື່ນປານໃດ ແລະ ລາວກໍອາດຈະບໍ່ໄດ້ຖືກຂົ່ມເຫັງໜ້ອຍໄປກວ່າກັນ ແຕ່ຍ້ອນວ່າລາວມີຄວາມໃຈດີຢູ່ໃນຄວາມເປັນມະນຸດຂອງລາວ, ລາວຈຶ່ງອົດບໍ່ໄດ້ທີ່ຈະເຫັນອົກເຫັນໃຈຄົນອື່ນຢູ່ສະເໝີ. ເມື່ອຜູ້ຄົນປະສົບກັບຄວາມຫຍຸ້ງຍາກ ຫຼື ທົນທຸກກັບຄວາມເຈັບປວດ, ລາວກໍບໍ່ຢູ່ເສີຍໆ ຫຼື ເມີນເສີຍຕໍ່ຄົນເຫຼົ່ານັ້ນ. ບາງຄັ້ງ, ໂດຍໄດ້ຮັບອິດທິພົນຈາກສະພາບແວດລ້ອມທາງສັງຄົມ ເຊິ່ງເຫັນວ່າຜູ້ຄົນສົນໃຈແຕ່ຕົວເອງໃນຂະນະທີ່ເມີນເສີຍຕໍ່ເພື່ອນມະນຸດດ້ວຍກັນ, ລາວກໍຈະຕ້ອງການທີ່ຈະຢັບຢັ້ງຕົນເອງຈາກການຊ່ວຍເຫຼືອຜູ້ຄົນ ແຕ່ລາວກໍລົ້ມເຫຼວຢູ່ສະເໝີ; ເມື່ອລາວເຫັນຄົນທຸກຍາກທີ່ບໍ່ມີເຂົ້າກິນ, ຫຼັງຈາກທີ່ຄິດໄປຄິດມາໃນໃຈ ລາວກໍຍັງລົງເອີຍດ້ວຍການຊ່ວຍເຫຼືອຄົນໆນັ້ນຢູ່ດີ. ຕົວຢ່າງ: ສົມມຸດວ່າຄົນໃດໜຶ່ງເປັນໄຂ້ຫວັດໃຫຍ່ຢ່າງຮຸນແຮງ, ມີອາການໄອ, ຈາມ ແລະ ມີໄຂ້ສູງ. ບາງຄົນຢ້ານວ່າຈະຕິດເຊື້ອ, ສະນັ້ນ ພວກເຂົາຈຶ່ງຢູ່ຫ່າງໆ. ໃນທາງກົງກັນຂ້າມ, ຄົນໃຈດີພັດອົດບໍ່ໄດ້ທີ່ຈະສະແດງຄວາມເປັນຫ່ວງເປັນໄຍຕໍ່ຄົນໆນັ້ນ: “ເຈົ້າເປັນໄຂ້ຫວັດ; ເຈົ້າກິນຢາແລ້ວບໍ?” ຖ້າຄົນໆນັ້ນບໍ່ມີເງິນຊື້ຢາ, ລາວກໍຈະໃຊ້ເງິນຂອງຕົນເອງເພື່ອຊື້ຢາໃຫ້ຄົນໆນັ້ນ. ເຈົ້າເຫັນບໍ, ເມື່ອຄົນໃຈດີເຫັນວ່າຄົນໃດໜຶ່ງກຳລັງເຈັບປ່ວຍ ແລະ ທົນທຸກ, ລາວກໍບໍ່ຢູ່ເສີຍໆ. ນັ້ນກໍຄື ເມື່ອຜູ້ຄົນກຳລັງພົບກັບຄວາມຫຍຸ້ງຍາກ, ເມື່ອພວກເຂົາປະເຊີນກັບຄວາມທຸກທໍລະມານ ຫຼື ສະຖານະການທີ່ຫຍຸ້ງຍາກ, ຄົນທີ່ມີຄຸນສົມບັດຂອງຄວາມເປັນມະນຸດສາມາດຮັບຮູ້ມັນໄດ້ສະເໝີ ແລະ ສາມາດຮັບຮູ້ໄດ້ສະເໝີວ່າຄົນເຫຼົ່ານັ້ນຕ້ອງການຄວາມຊ່ວຍເຫຼືອ. ລາວກໍຢູ່ໃນສະພາບແວດລ້ອມດຽວກັນກັບທຸກຄົນ ແຕ່ລາວອ່ອນໄຫວເປັນພິເສດຕໍ່ສິ່ງທີ່ຄົນອື່ນບໍ່ສາມາດຮູ້ສຶກໄດ້. ເປັນຫຍັງຈຶ່ງເປັນແບບນີ້? ມັນເປັນພຽງວ່າຈິດໃຈຂອງຜູ້ຄົນບໍ່ຄືກັນ. ຄົນທີ່ຂາດນ້ຳໃຈຄວາມເປັນມະນຸດຈະບໍ່ສອບຖາມ ບໍ່ວ່າຄົນອື່ນຈະເຈັບປວດຫຼາຍສໍ່າໃດກໍຕາມ, ຄືກັບວ່າພວກເຂົາບໍ່ສາມາດຮັບຮູ້ມັນໄດ້. ຄົນທີ່ມີນ້ຳໃຈຄວາມເປັນມະນຸດ, ຍ້ອນວ່າມີຄວາມໃຈດີແຝງຢູ່ໃນຄຸນສົມບັດຂອງຄວາມເປັນມະນຸດຂອງຕົນ, ລາວຈຶ່ງອົດບໍ່ໄດ້ທີ່ຈະຮູ້ສຶກເຫັນອົກເຫັນໃຈຕໍ່ຄົນອ້ອມຂ້າງທີ່ກຳລັງປະສົບກັບຄວາມເຈັບປວດ ແລະ ຄວາມຫຍຸ້ງຍາກຢູ່ສະເໝີ ແລະ ຈາກນັ້ນ ໂດຍຖືກຄວບຄຸມດ້ວຍມະໂນທຳຂອງຕົນ, ລາວກໍຍື່ນມືເຂົ້າຊ່ວຍເຫຼືອ, ເຖິງແມ່ນວ່າເຈົ້າຈະພະຍາຍາມ ເຈົ້າຈະບໍ່ສາມາດຢຸດລາວໄດ້. ລາວບໍ່ໄດ້ເຮັດສິ່ງນີ້ໂດຍຄາດຫວັງໃຫ້ຄົນອື່ນຈື່ຈຳຄວາມໃຈດີຂອງຕົນ, ທັງບໍ່ໄດ້ຫວັງວ່າຄົນອື່ນຈະຍົກຍ້ອງຄວາມເປັນມະນຸດ ແລະ ລັກສະນະຂອງຕົນຢ່າງສູງ; ລາວພຽງແຕ່ມີຄວາມເຕັມໃຈທີ່ຈະເຮັດເຊັ່ນນັ້ນ ແລະ ການເຮັດສິ່ງນັ້ນກໍເຮັດໃຫ້ລາວຮູ້ສຶກໝັ້ນຄົງໃນໃຈ. ສິ່ງເຫຼົ່ານີ້ແມ່ນຄວາມຄິດ ແລະ ພຶດຕິກຳທີ່ເກີດຈາກຄຸນສົມບັດຂອງຄວາມເປັນມະນຸດ; ບໍ່ມີໃຜສາມາດປ່ຽນແປງພວກມັນໄດ້ ແລະ ບໍ່ມີໃຜສາມາດຈຳກັດພວກມັນໄດ້. ສິ່ງທີ່ລາວເຮັດ ຫຼື ວິທີທີ່ລາວປະພຶດຕົນ ແລະ ຫຼັກການທີ່ລາວເຮັດເຊັ່ນນັ້ນ ລ້ວນແຕ່ເປັນການເປີດເຜີຍທີ່ເປັນທຳມະຊາດຢ່າງແທ້ຈິງຂອງຄວາມເປັນມະນຸດທີ່ປົກກະຕິ. ການເປີດເຜີຍທີ່ເປັນທຳມະຊາດຂອງຄວາມເປັນມະນຸດເຫຼົ່ານີ້ມາຈາກໃຈຂອງລາວຢ່າງສິ້ນເຊີງ. ລາວກະທຳແບບນີ້ດ້ວຍຄວາມເຕັມໃຈ; ບໍ່ມີໃຜສັ່ງໃຫ້ລາວເຮັດ ແລະ ລາວກໍບໍ່ໄດ້ກຳລັງໄລ່ຕາມຜົນປະໂຫຍດບາງຢ່າງ. ລາວພຽງແຕ່ເຕັມໃຈທີ່ຈະເຮັດເຊັ່ນນັ້ນ ແລະ ມີພຽງການເຮັດສິ່ງດັ່ງກ່າວເທົ່ານັ້ນທີ່ເຮັດໃຫ້ລາວມີຄວາມສະຫງົບສຸກທາງໃຈ; ຖ້າລາວບໍ່ເຮັດສິ່ງເຫຼົ່ານັ້ນ, ລາວກໍຈະຮູ້ສຶກບໍ່ສະບາຍໃຈຢູ່ຂ້າງໃນ. ເຖິງແມ່ນວ່າໃນເວລາທີ່ລາວພົບກັບຄົນຊົ່ວຮ້າຍທີ່ກຳລັງພົບກັບຄວາມຫຍຸ້ງຍາກ, ລາວຮູ້ວ່າຕົນບໍ່ຄວນຊ່ວຍເຫຼືອຄົນຊົ່ວຮ້າຍ ແຕ່ລາວກໍຍັງຄິດເຊັ່ນກັນວ່າ “ຂ້ອຍກຳລັງກາຍເປັນຄົນໂຫດຮ້າຍບໍ?” ເຖິງແມ່ນວ່າລາວຈະບໍ່ຊ່ວຍເຫຼືອຄົນຊົ່ວຮ້າຍຄົນນີ້, ຄວາມເຫັນອົກເຫັນໃຈຂອງລາວກໍຍັງຄົງບໍ່ປ່ຽນແປງ ແລະ ຈະເປີດເຜີຍຕົວມັນເອງອອກມາອີກຄັ້ງຢ່າງເປັນທຳມະຊາດໃນສະພາບແວດລ້ອມທີ່ເໝາະສົມ ແລະ ກັບຄົນທີ່ເໝາະສົມ. ນີ້ຄືຄຸນສົມບັດຂອງຄວາມເປັນມະນຸດ. ຄຸນສົມບັດຂອງຄວາມເປັນມະນຸດແມ່ນມີມາແຕ່ກຳເນີດ ແລະ ແນ່ນອນວ່າພວກມັນຍັງອາດຈະຖືກເປີດເຜີຍໄດ້ທຸກເວລາ ແລະ ທຸກສະຖານທີ່; ພວກມັນເປັນທຳມະຊາດຫຼາຍ, ບໍລິສຸດຫຼາຍ ແລະ ຮຽບງ່າຍຫຼາຍ. ເພາະສະນັ້ນແລ້ວ, ເມື່ອຄົນໃດໜຶ່ງມີຄຸນສົມບັດຂອງຄວາມຊື່ກົງ ແລະ ຄວາມໃຈດີໃນຄວາມເປັນມະນຸດຂອງຕົນ, ມັນບໍ່ໄດ້ມາຈາກສິ່ງທີ່ພໍ່ແມ່ ຫຼື ສັງຄົມສັ່ງສອນລາວ, ທັງບໍ່ໄດ້ຮັບອິດທິພົນຈາກສະພາບແວດລ້ອມໃດໆ; ສິ່ງເຫຼົ່ານີ້ແມ່ນຄຸນສົມບັດທີ່ມີຢູ່ແລ້ວໃນຄວາມເປັນມະນຸດຂອງຄົນເຮົາ.
ບາງຄົນມັກໃຫ້ທານ. ເຈົ້າຄິດວ່າຄົນທີ່ມັກໃຫ້ທານຕ້ອງເປັນຄົນຮັ່ງມີສະເໝີໄປບໍ? ພວກເຂົາຕ້ອງເປັນຄົນທີ່ຜ່ານຮ້ອນຜ່ານໜາວມາຫຼາຍໃນຊີວິດ ແລະ ໝົດສັດທາກັບໂລກມະນຸດບໍ? ພວກເຂົາຕ້ອງເປັນຄົນທີ່ໄດ້ເພີດເພີນກັບຄວາມຮັ່ງມີ ແລະ ຄວາມສະຫງ່າງາມທັງໝົດຂອງໂລກ, ໄດ້ເບິ່ງທະລຸສິ່ງເຫຼົ່ານັ້ນທັງໝົດ ແລະ ຫັນມາເບິ່ງການເພີດເພີນກັບສິ່ງຂອງທາງວັດຖຸດ້ວຍຄວາມເສີຍເມີຍບໍ? ພວກເຂົາຕ້ອງເປັນຄົນທີ່ມີບຸກຄະລິກທີ່ຂ້ອນຂ້າງໄຮ້ກັງວົນ ແລະ ໃຈກວ້າງບໍ? ບໍ່, ພວກເຂົາບໍ່ຈຳເປັນຕ້ອງເປັນແບບນີ້. ໃນທ່າມກາງຜູ້ຄົນທີ່ມີຄຸນສົມບັດຂອງຄວາມຊື່ກົງ ແລະ ຄວາມໃຈດີໃນຄວາມເປັນມະນຸດຂອງພວກເຂົາ, ມີຄົນປະເພດໜຶ່ງທີ່ດຳລົງຊີວິດຢ່າງປະຢັດມັດທະຍັດເປັນພິເສດ. ຖ້າລາວເຮັດເຂົ້າຕົກເມັດໜຶ່ງໃນຂະນະທີ່ກິນ, ລາວກໍຕ້ອງເກັບມັນຂຶ້ນມາກິນຍ້ອນເສຍດາຍ ແລະ ບໍ່ຍອມປ່ອຍໃຫ້ມັນເສຍໄປລ້າໆ. ລາວໃຊ້ນ້ຳພຽງເລັກໜ້ອຍເມື່ອຖູແຂ້ວ ແລະ ລ້າງໜ້າ. ເມື່ອເຄື່ອງນຸ່ງເກົ່າ, ລາວກໍບໍ່ກ້າຖິ້ມ; ລາວຊັກມັນ ແລະ ນຸ່ງເຄື່ອງຜືນນັ້ນຕໍ່ໄປ. ເມື່ອຊື້ສິ່ງຂອງ, ລາວກໍວາງແຜນ ແລະ ຈັດສັນງົບປະມານຢ່າງລະມັດລະວັງ, ໂດຍຊື້ສິ່ງຂອງທີ່ລາຄາຖືກຕາບໃດທີ່ຄຸນນະພາບຍັງພໍຮັບໄດ້. ເນື່ອງຈາກຄົນປະເພດນີ້ປະຢັດມັດທະຍັດຫຼາຍ, ສິ່ງນີ້ໝາຍຄວາມວ່າລາວຂີ້ຖີ່ບໍ? (ບໍ່ແມ່ນ). ຄົນປະເພດນີ້ປະຢັດມັດທະຍັດເປັນພິເສດສຳລັບຕົນເອງ ແຕ່ສຳລັບຄົນອື່ນແລ້ວລາວບໍ່ຂີ້ຖີ່ເລີຍ. ຕົວຢ່າງ: ເມື່ອລາວເຫັນຄົນໃດໜຶ່ງດຳລົງຊີວິດຢ່າງຍາກລຳບາກ, ລາວກໍໃຫ້ສິ່ງຂອງບາງຢ່າງທີ່ເປັນຂອງຕົນເອງແກ່ຄົນໆນັ້ນ ເຊັ່ນ: ເຄື່ອງນຸ່ງ ຫຼື ເຄື່ອງໃຊ້ຕ່າງໆ. ບາງຄົນເວົ້າວ່າ “ລາວເປັນຄົນທຸກຍາກທີ່ມັກເຮັດບຸນບໍ?” ມັນບໍ່ແມ່ນແບບນັ້ນ, ລາວພຽງແຕ່ຮູ້ສຶກວ່າຄົນອື່ນໜ້າສົງສານຫຼາຍ, ສະນັ້ນ ລາວຈຶ່ງຢາກຊ່ວຍເຫຼືອພວກເຂົາຢູ່ສະເໝີ. ຄວາມຈິງແລ້ວ, ລາວເອງກໍບໍ່ໄດ້ມີຖານະດີ ຫຼື ຮັ່ງມີ ແລະ ລາວກໍບໍ່ໄດ້ຫວັງສິ່ງໃດເມື່ອລາວໃຫ້ຄວາມຊ່ວຍເຫຼືອແກ່ຄົນອື່ນ. ລາວພຽງແຕ່ມີຄວາມເປັນມະນຸດປະເພດນີ້; ລາວມັກຊ່ວຍເຫຼືອຄົນອື່ນ ແລະ ນີ້ຍັງເປັນຫຼັກການໃນການປະພຶດຕົນຂອງລາວອີກດ້ວຍ. ນີ້ກໍເປັນຄຸນສົມບັດຂອງຄວາມເປັນມະນຸດເຊັ່ນກັນບໍ? (ແມ່ນແລ້ວ). ຫຼັກການພື້ນຖານຂອງຄົນປະເພດນີ້ໃນການປະຕິບັດຕໍ່ຄົນອື່ນກໍຄື ການຊ່ວຍເຫຼືອເມື່ອລາວຄວນຊ່ວຍເຫຼືອ ແລະ ການເຫັນອົກເຫັນໃຈເມື່ອລາວຄວນເຫັນອົກເຫັນໃຈ. ເມື່ອຄົນອື່ນປະສົບກັບຄວາມຫຍຸ້ງຍາກ, ລາວກໍຈະມອບຄວາມຮັກຂອງຕົນ ແລະ ໃຊ້ການກະທຳຕົວຈິງເພື່ອຊ່ວຍເຫຼືອພວກເຂົາ; ເມື່ອຄົນອື່ນຂາດແຄນສິ່ງຂອງ, ລາວກໍເອົາສິ່ງຂອງຂອງຕົນເອງໃຫ້ພວກເຂົາ. ພາຍໃນຄຸນສົມບັດຂອງຄວາມເປັນມະນຸດຂອງລາວ, ມັນມີຄວາມເຕັມໃຈດັ່ງກ່າວຢູ່ສະເໝີ; ຄວາມຄິດເຫຼົ່ານີ້ສາມາດເກີດຂຶ້ນໃນຕົວລາວໄດ້ສະເໝີ ຫຼື ລາວສາມາດຮູ້ສຶກເຖິງຄວາມເຈັບປວດຂອງຄົນອ້ອມຂ້າງທີ່ຕ້ອງການຄວາມຊ່ວຍເຫຼືອ ແລະ ຄວາມເຫັນອົກເຫັນໃຈໄດ້ສະເໝີ. ນີ້ຄືການເຮັດໜ້າທີ່ຂອງມະໂນທຳທີ່ຢູ່ພາຍໃນຕົວລາວບໍ? (ແມ່ນ). ຄຸນສົມບັດຂອງຄວາມເປັນມະນຸດດັ່ງກ່າວບໍ່ໄດ້ຖືກກຳນົດໂດຍບຸກຄະລິກ ແຕ່ເປັນຍ້ອນການເຮັດໜ້າທີ່ຂອງມະໂນທຳ. ດັ່ງນັ້ນ, ລາວຈຶ່ງມີແນວຄິດນີ້ ຫຼື ຄຸນສົມບັດຂອງຄວາມເປັນມະນຸດນີ້ ໃນການເຕັມໃຈຊ່ວຍເຫຼືອຄົນອື່ນ. ເມື່ອຜູ້ຄົນຕ້ອງການຄວາມຊ່ວຍເຫຼືອ ແລະ ມາຂໍຄວາມຊ່ວຍເຫຼືອຈາກລາວ, ລາວບໍ່ພຽງແຕ່ຮູ້ສຶກເຫັນອົກເຫັນໃຈເທົ່ານັ້ນ ແຕ່ລາວຍັງຊ່ວຍເຫຼືອຢ່າງຈິງໃຈອີກດ້ວຍ; ເຖິງແມ່ນວ່າມັນຈະໃຊ້ເວລາຂອງລາວບາງສ່ວນ ແລະ ລາວຕ້ອງເອົາສິ່ງຂອງບາງຢ່າງໃຫ້ແກ່ພວກເຂົາ, ລາວກໍເຕັມໃຈ. ຢ່າງໜ້ອຍທີ່ສຸດ, ຄວາມເຕັມໃຈນີ້ກໍອີງໃສ່ຄວາມໃຈດີໃນຄວາມເປັນມະນຸດຂອງຄົນເຮົາ. ຖ້າຄົນໃດໜຶ່ງບໍ່ມີຄວາມໃຈດີໃນຄວາມເປັນມະນຸດຂອງຕົນ, ຢ່າງໜຶ່ງກໍຄື ລາວຈະບໍ່ມີຄວາມເຕັມໃຈໃນຕົວເອງທີ່ຈະຊ່ວຍເຫຼືອຄົນອື່ນ ແລະ ອີກຢ່າງໜຶ່ງກໍຄື ລາວຈະບໍ່ຮູ້ສຶກເຫັນອົກເຫັນໃຈເມື່ອຖືກຂໍຄວາມຊ່ວຍເຫຼືອ, ທັງຈະບໍ່ຊ່ວຍເຫຼືອຜູ້ຄົນຢ່າງຈິງໃຈ. ຖ້າຄົນໃດໜຶ່ງບໍ່ມີຄວາມຈິງໃຈນີ້, ລາວກໍພຽງແຕ່ຈະເຮັດພໍເປັນພິທີ ແລະ ເຮັດພໍແລ້ວມືແລ້ວຕີນກັບເຈົ້າ. ບາງທີລາວອາດຈະຝືນໃຈເຮັດບາງສິ່ງບາງຢ່າງໃຫ້ເຈົ້າເລັກໜ້ອຍ ຍ້ອນເຫັນແກ່ໜ້າຕາ ຫຼື ຍ້ອນມາລະຍາດ ຫຼື ຍ້ອນລາວຖືກຜັກດັນໂດຍຜົນປະໂຫຍດສ່ວນຕົວ, ເພື່ອປ້ອງກັນໄວ້ກ່ອນໃນກໍລະນີທີ່ມື້ໜຶ່ງລາວຕົກຢູ່ພາຍໃຕ້ການສັ່ງການຂອງເຈົ້າ ຫຼື ຕ້ອງການໃຊ້ເຈົ້າ, ລາວສາມາດຫາຂໍ້ອ້າງໃຫ້ຕົນເອງໃນການຊ່ວຍເຫຼືອເຈົ້າໄດ້ດ້ວຍເຫດຜົນຫຼາຍຢ່າງ. ເຖິງຢ່າງໃດກໍຕາມ, ສຳລັບຄົນທີ່ມີຄວາມເປັນມະນຸດທີ່ມີຄຸນສົມບັດຂອງຄວາມໃຈດີຢ່າງແທ້ຈິງ, ລາວບໍ່ໄດ້ເສີຍຊາໃນວິທີທີ່ລາວຊ່ວຍເຫຼືອຜູ້ຄົນ, ແຮງໄກທີ່ລາວຈະບໍ່ເຕັມໃຈ ຫຼື ຝືນໃຈ; ແຕ່ຄວາມເຕັມໃຈນີ້ມີຢູ່ແລ້ວພາຍໃນຄຸນສົມບັດຂອງຄວາມເປັນມະນຸດຂອງລາວ. ລາວຊ່ວຍເຫຼືອຄົນອື່ນຢ່າງເຕັມໃຈ, ຢ່າງຈິງໃຈ ແລະ ຢ່າງຫ້າວຫັນ. ຕົວຢ່າງ: ສົມມຸດວ່າເຈົ້າຕ້ອງການຄວາມຊ່ວຍເຫຼືອຈາກລາວໃນບາງເລື່ອງ. ເມື່ອເຈົ້າຂໍຄວາມຊ່ວຍເຫຼືອຈາກລາວ, ລາວກໍຈະຮູ້ສຶກເຫັນອົກເຫັນໃຈເຈົ້າຫຼາຍ ແລະ ຈະຊ່ວຍເຫຼືອເຈົ້າດ້ວຍຄວາມກະຕືລືລົ້ນ, ດ້ວຍຄວາມຈິງໃຈ ແລະ ດ້ວຍຄວາມເຕັມໃຈຢ່າງຍິ່ງ. ມັນອາດຈະເປັນການທີ່ເຈົ້າມອບໝາຍໃຫ້ລາວຈັດການບາງສິ່ງບາງຢ່າງແທນເຈົ້າ ຫຼື ໃຫ້ສົ່ງຂໍ້ມູນແທນເຈົ້າ ຫຼື ມັນອາດຈະເປັນສິ່ງຂອງບາງຢ່າງທີ່ເຈົ້າຕ້ອງການ, ບໍ່ວ່າເຈົ້າຈະຕ້ອງການຄວາມຊ່ວຍເຫຼືອປະເພດໃດຈາກລາວກໍຕາມ, ສະຫຼຸບແລ້ວ ລາວຈະຈັດການເລື່ອງນີ້ດ້ວຍຄວາມຈິງໃຈ, ດ້ວຍຄວາມຕັ້ງໃຈ, ດ້ວຍຄວາມຈິງຈັງ ແລະ ດ້ວຍຄວາມຮັບຜິດຊອບ.
ຄົນທີ່ມີຄຸນສົມບັດຂອງຄວາມຊື່ກົງ ແລະ ຄວາມໃຈດີໃນຄວາມເປັນມະນຸດຂອງຕົນເປັນຄົນຈິງຈັງ ແລະ ມີຄວາມຮັບຜິດຊອບຫຼາຍ ເມື່ອຄົນອື່ນມອບໝາຍໃຫ້ລາວຈັດການເລື່ອງຕ່າງໆ. ຕົວຢ່າງ: ຖ້າຄົນປະເພດນີ້ເຂົ້າໄປໃນເມືອງເພື່ອຈັດການບາງສິ່ງບາງຢ່າງ ແລະ ມີຄົນອື່ນຂໍໃຫ້ລາວຊ່ວຍຊື້ຢາບາງຊະນິດ, ໃນຂະນະທີ່ລາວກຳລັງຊື້ຢານັ້ນ ລາວກໍໄຕ່ຕອງວ່າ “ຂ້ອຍຄວນຊື້ຢາຫຼວງ ຫຼື ຢາພື້ນເມືອງດີ? ຢາຫຼວງອອກລິດໄວ ແຕ່ມັນກັດກະເພາະ. ບາງທີລາວອາດຈະມີຜົນຂ້າງຄຽງຖ້າລາວກິນມັນ? ຖ້າເປັນແບບນັ້ນ, ຂ້ອຍຈະຖາມວ່າມີຢາພື້ນເມືອງຊະນິດໃດທີ່ຂ້ອນຂ້າງມີປະສິດທິພາບ ແລະ ບໍ່ກັດກະເພາະ”. ເຈົ້າເຫັນບໍ, ລາວພິຈາລະນາສິ່ງຕ່າງໆຢ່າງລະມັດລະວັງຫຼາຍ. ເມື່ອຄົນທີ່ມີຄວາມຮັບຜິດຊອບ ແລະ ມີຄຸນສົມບັດຂອງຄວາມໃຈດີຕົກລົງທີ່ຈະຊ່ວຍຄົນອື່ນຈັດການບາງສິ່ງບາງຢ່າງ, ລາວກໍຈະຊ່ວຍຄົນນັ້ນເລືອກສິ່ງທີ່ລາວຕ້ອງການໃນລັກສະນະທີ່ຈິງໃຈ, ຈິງຈັງ ແລະ ມີຄວາມຮັບຜິດຊອບ. ມັນອາດຈະເປັນໄປໄດ້ວ່າລາວບໍ່ໄດ້ຈິງຈັງປານນັ້ນເມື່ອຈັດການເລື່ອງຂອງຕົນເອງ ແລະ ເມື່ອຊື້ສິ່ງຂອງໃຫ້ຕົວລາວເອງ, ລາວກໍພຽງແຕ່ຊື້ສິ່ງໃດກໍຕາມທີ່ເບິ່ງຄືວ່າພໍໃຊ້ໄດ້ ແຕ່ເມື່ອຈັດການເລື່ອງໃຫ້ຄົນອື່ນ, ລາວພັດເອົາໃຈໃສ່ເປັນພິເສດ ແລະ ມີຄວາມຮັບຜິດຊອບເປັນພິເສດ. ລາວຄິດໃນໃຈວ່າ “ເນື່ອງຈາກລາວມອບໝາຍເລື່ອງນີ້ໃຫ້ຂ້ອຍ, ມັນກໍໝາຍຄວາມວ່າລາວໃຫ້ຄວາມເຄົາລົບຂ້ອຍ; ຂ້ອຍຕ້ອງຈັດການເລື່ອງຕ່າງໆໃຫ້ລາວຢ່າງເໝາະສົມ. ຍິ່ງໄປກວ່ານັ້ນ, ນີ້ກໍບໍ່ແມ່ນເລື່ອງຍາກຫຍັງ. ມັນເປັນພຽງເລື່ອງເລັກນ້ອຍ. ຂ້ອຍຕ້ອງເຮັດໃຫ້ແນ່ໃຈວ່າລາວພໍໃຈກັບສິ່ງທີ່ຂ້ອຍເຮັດ. ແຕ່ຂ້ອຍບໍ່ຮູ້ວ່າຢາປະເພດໃດທີ່ເໝາະສົມກັບລາວ ແລະ ລາວກໍກຳລັງຟ້າວຊື້ຢາເພື່ອປິ່ນປົວພະຍາດຂອງລາວ, ສະນັ້ນ ຂ້ອຍຈະຊື້ທັງຢາພື້ນເມືອງ ແລະ ຢາຫຼວງໃຫ້ລາວຢ່າງລະໜ້ອຍໜຶ່ງ”. ຫຼັງຈາກທີ່ລາວຊື້ຢາ ແລະ ເອົາກັບມາແລ້ວ, ອີກຝ່າຍກໍເລືອກຢາທີ່ບັງເອີນເປັນຊະນິດທີ່ລາວຕ້ອງການພໍດີ. ເຈົ້າເຫັນບໍ, ລາວໃສ່ໃຈໃນສິ່ງທີ່ລາວເຮັດ ແລະ ເຮັດມັນຢ່າງຈິງຈັງ, ສະນັ້ນ ເລື່ອງດັ່ງກ່າວຈຶ່ງຖືກຈັດການຢ່າງສົມບູນແບບ. ແຕ່ກັບຄົນທີ່ບໍ່ມີຄວາມຮັບຜິດຊອບ ແລະ ບໍ່ມີຄຸນສົມບັດຂອງຄວາມໃຈດີ, ຖ້າເຈົ້າຂໍໃຫ້ລາວຊ່ວຍຊື້ຢາ, ລາວກໍຈະຕົກລົງເຊັ່ນກັນ ແຕ່ຫຼັງຈາກທີ່ໄປຮ້ານຂາຍຢາແລ້ວ, ລາວກໍພຽງແຕ່ຊື້ຢາບາງຊະນິດທີ່ກົງກັບພະຍາດນັ້ນແບບສຸ່ມ ແລ້ວກໍກັບມາ. ເຈົ້າຖາມລາວວ່າຕ້ອງກິນຢາຫຼາຍປານໃດໃນແຕ່ລະມື້ ແລະ ມີຂໍ້ຫ້າມໃດໆ ຫຼື ບໍ່, ລາວກໍຕອບວ່າ “ຂ້ອຍບໍ່ຮູ້. ອ່ານຄຳແນະນຳເອົາເອງ. ແນວໃດກໍຕາມ, ຂ້ອຍກໍໄປເອົາຢາມາໃຫ້ເຈົ້າແລ້ວ”. ໃນທີ່ສຸດ, ຢາຫຼວງທີ່ລາວຊື້ມານັ້ນ ຄົນທີ່ມັກຈະມີອາການແພ້ບໍ່ສາມາດກິນໄດ້ ເຊິ່ງເຈົ້າກໍບັງເອີນເປັນຄົນແບບນັ້ນພໍດີ. ສະນັ້ນ ຢານັ້ນຈຶ່ງຖືກຊື້ມາລ້າໆ ແລະ ເຈົ້າຍັງຕ້ອງໄດ້ເດີນທາງໄປຊື້ຢາຊະນິດອື່ນດ້ວຍຕົນເອງອີກ. ລາວບໍ່ໄດ້ຈັດການເລື່ອງນັ້ນໃຫ້ສຳເລັດ ແລະ ຕອນນີ້ເຈົ້າຍັງຕິດໜີ້ບຸນຄຸນລາວອີກດ້ວຍ. ເຈົ້າຮູ້ສຶກມີຄວາມສຸກຢູ່ຂ້າງໃນບໍ? (ບໍ່). ການຈັດການເລື່ອງນີ້ເປັນແນວໃດ? ມັນບໍ່ໄດ້ຖືກຈັດການເປັນຢ່າງດີ. ເຈົ້າມອບໝາຍໃຫ້ຜິດຄົນແລ້ວ; ເຈົ້າບໍ່ໄດ້ຊອກຫາຄົນທີ່ເໝາະສົມ. ເຈົ້າຕ້ອງຊອກຫາຄົນທີ່ມີຄຸນສົມບັດຂອງຄວາມເປັນມະນຸດ. ຖ້າຄົນປະເພດນັ້ນຊອກຫາຍາກ, ແລ້ວເມື່ອເຈົ້າມອບໝາຍໃຫ້ຄົນໃດໜຶ່ງຊ່ວຍຊື້ຢາມາໃຫ້, ເຈົ້າກໍຕ້ອງໃຫ້ຄຳແນະນຳລາວຕື່ມອີກເລັກໜ້ອຍ ແລະ ອະທິບາຍສິ່ງຕ່າງໆໃຫ້ຊັດເຈນ. ຖ້າເຈົ້າບໍ່ໄດ້ໃຫ້ຄຳແນະນຳແກ່ລາວ ແລະ ຄົນທີ່ເຈົ້າມອບໝາຍໃຫ້ນັ້ນເປັນຄົນທີ່ບໍ່ມີຄວາມເປັນມະນຸດ, ແລ້ວເລື່ອງນີ້ກໍຈະບໍ່ໄດ້ຮັບການຈັດການເປັນຢ່າງດີຢ່າງແນ່ນອນ; ບໍ່ພຽງແຕ່ຈະເສຍເງິນລ້າໆເທົ່ານັ້ນ, ເຈົ້າຍັງຈະຕິດໜີ້ບຸນຄຸນລາວອີກດ້ວຍ. ຖ້າເຈົ້າພົບຄົນທີ່ມີຄວາມເປັນມະນຸດ, ລາວຈະເຮັດສຸດຄວາມສາມາດຂອງຕົນເພື່ອຈັດການເລື່ອງນີ້ໃຫ້ເຈົ້າ. ຍ້ອນວ່າລາວມີຫົວໃຈທີ່ຈິງໃຈ ແລະ ສາມາດຮັບຜິດຊອບໄດ້ ພ້ອມທັງມີຄຸນສົມບັດຂອງຄວາມໃຈດີໃນຄວາມເປັນມະນຸດຂອງຕົນ, ເມື່ອລາວຈັດການເລື່ອງຕ່າງໆໃຫ້ເຈົ້າ, ລາວກໍສາມາດຄຳນຶງເຖິງຜົນປະໂຫຍດຂອງເຈົ້າ ແລະ ພິຈາລະນາສິ່ງຕ່າງໆໃຫ້ເຈົ້າ, ໂດຍຊື້ສິ່ງທີ່ເຈົ້າຕ້ອງການໃນລາຄາທີ່ສົມເຫດສົມຜົນ. ໃນທາງກົງກັນຂ້າມ, ຄົນທີ່ບໍ່ມີຄຸນສົມບັດຂອງຄວາມເປັນມະນຸດຈະພຽງແຕ່ເຮັດພໍເປັນພິທີ ແລະ ເຮັດພໍແລ້ວມືແລ້ວຕີນກັບເຈົ້າ ເມື່ອຈັດການບາງສິ່ງບາງຢ່າງໃຫ້ເຈົ້າ. ລາວຈະເວົ້າດີແຕ່ປາກ ແຕ່ເມື່ອຈັດການເລື່ອງນັ້ນ, ລາວຈະບໍ່ຖາມລາຄາເລີຍ, ທັງຈະບໍ່ເລາະເບິ່ງລາຄາ; ລາວຈະພຽງແຕ່ຊື້ບາງສິ່ງບາງຢ່າງໃຫ້ເຈົ້າແບບສຸ່ມ. ຖ້າເຈົ້າບໍ່ປຽບທຽບຄົນສອງປະເພດນີ້, ມັນກໍເບິ່ງຄືວ່າພວກເຂົາທັງສອງສາມາດຈັດການເລື່ອງຕ່າງໆໃຫ້ສຳເລັດໄດ້. ເຖິງຢ່າງໃດກໍຕາມ, ຄົນທີ່ມີຄຸນສົມບັດຂອງຄວາມເປັນມະນຸດສາມາດເຮັດໃຫ້ເຈົ້າພໍໃຈໄດ້ ເມື່ອລາວຈັດການບາງສິ່ງບາງຢ່າງໃຫ້ເຈົ້າ. ລາວມີການສະແດງອອກເຖິງຄວາມເປັນມະນຸດ; ລາວສາມາດຕອບສະໜອງຄວາມຕ້ອງການຂອງເຈົ້າໄດ້ ແລະ ພິຈາລະນາສິ່ງຕ່າງໆໃຫ້ເຈົ້າ. ລາວກໍມີຄວາມຈິງໃຈແບບນີ້ແຫຼະ. ສິ່ງນີ້ພິສູດໃຫ້ເຫັນວ່າລາວໃຈດີ, ເປັນມະນຸດທີ່ແທ້ຈິງ ແລະ ຄູ່ຄວນແກ່ການມອບໝາຍຂອງເຈົ້າ. ໃນທາງກົງກັນຂ້າມ, ເມື່ອເຈົ້າມອບໝາຍໃຫ້ຄົນທີ່ບໍ່ມີຄຸນສົມບັດຂອງຄວາມເປັນມະນຸດຈັດການບາງສິ່ງບາງຢ່າງ, ລາວຈະບໍ່ຈັດການມັນເປັນຢ່າງດີ. ເຖິງແມ່ນວ່າບາງຄັ້ງລາວຈະຈັດການເລື່ອງຕ່າງໆໄດ້ດີ, ລາວກໍບໍ່ໄດ້ເຮັດດ້ວຍຄວາມຈິງໃຈ, ມັນເປັນພຽງຄວາມບັງເອີນເທົ່ານັ້ນ. ເຈົ້າເວົ້າວ່າ: “ຢານັ້ນເປັນຂອງດີ. ຂ້ອຍດີຂຶ້ນຫຼັງຈາກທີ່ກິນມັນໄດ້ບໍ່ດົນ”. ມັນຄົງຈະດີຖ້າເຈົ້າບໍ່ໄດ້ເວົ້າແບບນີ້ ແຕ່ຕອນນີ້ເຈົ້າໄດ້ບອກລາວແບບນີ້ແລ້ວ, ຄວາມຮູ້ສຶກເປັນໜີ້ບຸນຄຸນຂອງເຈົ້າທີ່ມີຕໍ່ລາວກໍຫຼາຍຂຶ້ນ. ມັນເຫັນໄດ້ຊັດເຈນວ່າລາວໄປຈັດການບາງສິ່ງບາງຢ່າງໃຫ້ຕົນເອງ ແຕ່ລາວກໍຍັງຕ້ອງບອກເຈົ້າວ່າ “ເຫັນບໍ? ຂ້ອຍອຸດສາເດີນທາງໄປເພື່ອເຈົ້າໂດຍສະເພາະ”. ລາວຈະທວງບຸນຄຸນຈາກເຈົ້າ ແລະ ເຈົ້າຈະບໍ່ສາມາດຕອບແທນໜີ້ບຸນຄຸນເລັກໆນ້ອຍໆນີ້ໄດ້ຕະຫຼອດຊີວິດຂອງເຈົ້າ; ໂດຍພື້ນຖານແລ້ວ ເຈົ້າໄດ້ຕົກເປັນເຫຍື່ອຂອງມານຮ້າຍທີ່ຊົ່ວຮ້າຍແລ້ວ. ເຖິງຢ່າງໃດກໍຕາມ, ຄົນທີ່ມີຄວາມເປັນມະນຸດຈະບໍ່ທວງບຸນຄຸນຈາກເຈົ້າ ບໍ່ວ່າລາວຈະຈັດການບາງເລື່ອງໃຫ້ເຈົ້າໄດ້ດີສໍ່າໃດກໍຕາມ. ເມື່ອເຈົ້າສະແດງຄວາມຂອບໃຈຕໍ່ລາວ, ລາວກໍເວົ້າວ່າ “ມັນບໍ່ມີຫຍັງພິເສດດອກ. ມັນເປັນທາງຜ່ານຂອງຂ້ອຍຢູ່ແລ້ວ”. ເຈົ້າເຫັນບໍ, ລາວພຽງແຕ່ເວົ້າຄວາມຈິງ. ຄວາມຈິງແລ້ວ, ລາວໄດ້ເຮັດໄດ້ດີຫຼາຍ ແລະ ຊ່ວຍເຫຼືອເຈົ້າຫຼາຍແລ້ວ. ແມ່ນແຕ່ຄົນທີ່ໃກ້ຊິດກັບເຈົ້າທີ່ສຸດກໍອາດຈະບໍ່ປະຕິບັດຕໍ່ເຈົ້າແບບນີ້ ແຕ່ຄົນທີ່ມີຄຸນສົມບັດຂອງຄວາມເປັນມະນຸດສາມາດເຮັດໃນສິ່ງທີ່ແມ່ນແຕ່ຄົນທີ່ເຈົ້າຮັກກໍບໍ່ສາມາດເຮັດໄດ້. ລາວຈັດການເລື່ອງນັ້ນໄດ້ຂ້ອນຂ້າງດີ ແລະ ບໍ່ສະແຫວງຫາສິ່ງຕອບແທນໃດໆ. ເຈົ້າຮູ້ສຶກຢູ່ສະເໝີວ່າເຈົ້າຕິດໜີ້ບຸນຄຸນລາວ, ສະນັ້ນ ເຈົ້າຈຶ່ງໃຫ້ໝາກໄມ້ ຫຼື ສິ່ງອື່ນໆແກ່ລາວເປັນບາງຄັ້ງຄາວ ແລະ ເຈົ້າກໍຄິດເຖິງລາວສະເໝີເມື່ອມີສິ່ງດີໆເກີດຂຶ້ນ. ແຕ່ລາວບໍ່ໄດ້ຄິດວ່າມັນເປັນເລື່ອງໃຫຍ່ຫຍັງໃນໃຈຂອງລາວ, ໂດຍຮູ້ສຶກວ່າການຊ່ວຍເຫຼືອເຈົ້າເຮັດບາງສິ່ງບາງຢ່າງໃຫ້ສຳເລັດນັ້ນເກືອບຈະບໍ່ຕ້ອງໃຊ້ຄວາມພະຍາຍາມໃດໆໃນສ່ວນຂອງລາວເລີຍ ແລະ ເປັນສິ່ງທີ່ປົກກະຕິຫຼາຍທີ່ຕ້ອງເຮັດ. ລາວຍັງບອກເຈົ້າອີກວ່າ ຖ້າມີສິ່ງໃດທີ່ເຈົ້າຕ້ອງການຄວາມຊ່ວຍເຫຼືອໃນອະນາຄົດ, ລາວກໍຍັງຈະຊ່ວຍເຫຼືອ. ເຈົ້າເຫັນບໍ, ຜູ້ຄົນມີຄວາມແຕກຕ່າງກັນບໍ? (ມີ). ເຮົາຂໍບອກເຈົ້າວ່າ, ຄົນທີ່ມີຄວາມເປັນມະນຸດມີຄຸນສົມບັດຂອງຄວາມຊື່ກົງ ແລະ ຄວາມໃຈດີ ແລະ ບໍ່ວ່າເວລາໃດກໍຕາມ, ຄົນປະເພດນີ້ກໍໄວ້ໃຈໄດ້ທີ່ສຸດ. ມີພຽງຄົນແບບນີ້ເທົ່ານັ້ນທີ່ໄວ້ໃຈໄດ້, ເພາະວ່າພວກເຂົາມີຂອບເຂດສຳລັບການກະທຳຂອງພວກເຂົາ. ເຫດຜົນທີ່ພວກເຂົາມີຂອບເຂດສຳລັບການກະທຳຂອງພວກເຂົາກໍຄື ພວກເຂົາມີຄຸນສົມບັດຂອງຄວາມເປັນມະນຸດ ເຊັ່ນ: ຄວາມຊື່ກົງ ແລະ ຄວາມໃຈດີ.
ເມື່ອເວົ້າເຖິງຄົນທີ່ບໍ່ມີຄຸນສົມບັດຂອງຄວາມເປັນມະນຸດ, ເຖິງແມ່ນວ່າຈະເປັນຄົນທີ່ເຈົ້າບໍ່ເຄີຍລ່ວງເກີນມາກ່ອນ, ຕາບໃດທີ່ເຈົ້າເຮັດບາງສິ່ງທີ່ກ່ຽວຂ້ອງກັບຜົນປະໂຫຍດຂອງລາວ, ລາວກໍຈະຊອກຫາໂອກາດເພື່ອແກ້ແຄ້ນເຈົ້າ. ໃນທາງກົງກັນຂ້າມ, ເມື່ອເປັນຄົນທີ່ມີຄຸນສົມບັດຂອງຄວາມເປັນມະນຸດ, ເຖິງແມ່ນວ່າເຈົ້າຈະເຄີຍເຮັດໃຫ້ລາວເຈັບປວດມາກ່ອນ ຫຼື ເຖິງຂັ້ນທຳລາຍຜົນປະໂຫຍດຂອງລາວ, ລາວກໍຈະບໍ່ກຽດຊັງເຈົ້າ ຫຼື ແກ້ແຄ້ນເຈົ້າຢ່າງເດັດຂາດ. ເຖິງແມ່ນວ່າລາວຈະມີທັດສະນະຄະຕິທີ່ບໍ່ດີເລັກໜ້ອຍເມື່ອເວົ້າກັບເຈົ້າ ຫຼື ຄຳເວົ້າຂອງລາວຟັງເບິ່ງຄືວ່າຮຸນແຮງເລັກໜ້ອຍ ຫຼື ລາວສັ່ງສອນເຈົ້າເລັກໜ້ອຍ, ສິ່ງເຫຼົ່ານີ້ກໍເປັນການສະແດງອອກທີ່ປົກກະຕິເຊິ່ງເກີດຈາກຄວາມເປັນມະນຸດ, ລາວຈະບໍ່ພະຍາຍາມແກ້ແຄ້ນຢ່າງບໍ່ມີທີ່ສິ້ນສຸດ ຫຼື ຈະບໍ່ກຽດຊັງເຈົ້າຕະຫຼອດໄປຄືກັບທີ່ຄົນຊົ່ວຮ້າຍຢ່າງເດັດຂາດ. ສິ່ງນີ້ອີງໃສ່ຫຍັງ? ມັນອີງໃສ່ຂອບເຂດທີ່ລາວມີສຳລັບການປະພຶດຕົນຂອງຕົນ. ເປັນຍ້ອນວ່າລາວມີມະໂນທຳ ແລະ ເຫດຜົນ ພ້ອມທັງມີຄຸນສົມບັດຂອງຄວາມຊື່ກົງ ແລະ ຄວາມໃຈດີໃນຄວາມເປັນມະນຸດຂອງຕົນແທ້ໆ ລາວຈຶ່ງຈະບໍ່ມີທາງລໍ້າເສັ້ນຂອບເຂດສຳລັບການປະພຶດຕົນຂອງຕົນຢ່າງເດັດຂາດ. ຖ້າມີໃຜລ່ວງເກີນລາວ, ເຖິງແມ່ນວ່າລາວຈະຢາກແກ້ແຄ້ນ, ມະໂນທຳຂອງລາວກໍຈະບໍ່ຍອມໃຫ້ລາວແກ້ແຄ້ນຢ່າງເດັດຂາດ. ຖ້າລາວຮູ້ສຶກໃຈຮ້າຍ, ລາວກໍພຽງແຕ່ຈະເວົ້າຄຳເວົ້າທີ່ໃຈຮ້າຍບາງຄຳເພື່ອເປັນການລະບາຍເລັກໜ້ອຍ ແລ້ວມັນກໍຈະຈົບລົງພຽງເທົ່ານັ້ນ, ລາວຈະບໍ່ເຮັດສິ່ງໃດເພື່ອແກ້ແຄ້ນຢ່າງເດັດຂາດ. ນີ້ຄືຄຸນສົມບັດຂອງຄົນທີ່ມີຄວາມເປັນມະນຸດ. ເຈົ້າເຫັນບໍ, ເຖິງແມ່ນວ່າໃນເວລາທີ່ບາງຄົນຍັງບໍ່ທັນຖືກລ່ວງເກີນ, ພວກເຂົາກໍຍັງຕ້ອງການທໍລະມານຄົນອື່ນ; ພວກເຂົາຕ້ອງການຍາດແຍ່ງ ແລະ ຕໍ່ສູ້ກັບຄົນອື່ນ, ໂດຍຄິດຢູ່ສະເໝີວ່າຈະວາງແຜນຕໍ່ຕ້ານຄົນອື່ນລັບຫຼັງແນວໃດ. ນີ້ກໍເປັນຄຸນສົມບັດຂອງຄວາມເປັນມະນຸດເຊັ່ນກັນ, ມັນເປັນຄຸນສົມບັດທີ່ມານຮ້າຍທີ່ຊົ່ວຮ້າຍ ແລະ ຜີຮ້າຍທີ່ຊົ່ວຮ້າຍມີໃນຄວາມເປັນມະນຸດຂອງພວກເຂົາ. ໃນທາງກົງກັນຂ້າມ, ຄົນທີ່ມີຄຸນສົມບັດຂອງຄວາມຊື່ກົງ ແລະ ຄວາມໃຈດີໃນຄວາມເປັນມະນຸດຂອງຕົນບໍ່ສາມາດເຮັດໃຈທໍລະມານຄົນອື່ນໄດ້. ຖ້າລາວເຮັດສິ່ງດັ່ງກ່າວ, ມະໂນທຳຂອງລາວກໍຈະຕຳນິ ແລະ ລົງວິໄນລາວ. ເຖິງແມ່ນວ່າພຣະເຈົ້າຈະບໍ່ລົງວິໄນລາວ, ພຣະວິນຍານບໍລິສຸດບໍ່ຕຳນິລາວ ແລະ ອ້າຍເອື້ອຍນ້ອງບໍ່ຕຳນິລາວ, ມະໂນທຳຂອງລາວກໍຍັງຄວບຄຸມລາວຢູ່. ເມື່ອຄົນເຮົາຖືກຢັບຢັ້ງໂດຍມະໂນທຳຂອງຕົນ, ລາວກໍຈະບໍ່ເຮັດເກີນຂອບເຂດໃນການກະທຳຂອງຕົນ ແລະ ລາວກໍມີຂອບເຂດສຳລັບສິ່ງທີ່ລາວເຮັດ. ເຖິງແມ່ນວ່າເຈົ້າຈະລ່ວງເກີນລາວ, ເຮັດໃຫ້ລາວເຈັບປວດ ຫຼື ເຖິງຂັ້ນເຮັດບາງສິ່ງທີ່ເກີນຂອບເຂດ, ລາວກໍຈະບໍ່ຕ້ອງການຜິດຖຽງກັບເຈົ້າ. ຢ່າງຫຼາຍທີ່ສຸດ, ລາວກໍພຽງແຕ່ຈະຫຼີກລ່ຽງເຈົ້າ ແລະ ເມີນເສີຍຕໍ່ເຈົ້າ ພ້ອມທັງຈະບໍ່ຄົບຫາ, ພົວພັນ ຫຼື ເຮັດວຽກຮ່ວມກັບເຈົ້າ. ແຕ່ລາວຈະບໍ່ທຳຮ້າຍເຈົ້າ ຫຼື ພະຍາຍາມທຳລາຍເຈົ້າຢ່າງເດັດຂາດ; ລາວຈະບໍ່ວາງແຜນຕໍ່ຕ້ານເຈົ້າລັບຫຼັງ ຫຼື ໃຊ້ກົນອຸບາຍເພື່ອຫຼອກລວງເຈົ້າ, ລາວຈະບໍ່ເຮັດສິ່ງດັ່ງກ່າວຢ່າງເດັດຂາດ. ຈົ່ງເບິ່ງວ່າຄົນໃດໃນບັນດາຄົນອ້ອມຂ້າງພວກເຈົ້າທີ່ເປັນຄົນປະເພດນີ້, ຄົນເຫຼົ່ານີ້ຄືຄົນດີທີ່ມີຄຸນນະພາບສູງສຸດ. ເຈົ້າສາມາດຮູ້ສຶກສະບາຍໃຈໄດ້ຢ່າງແທ້ຈິງເມື່ອພົວພັນກັບພວກເຂົາ. ເຖິງແມ່ນວ່າເຈົ້າຈະເຮັດໃຫ້ພວກເຂົາເຈັບປວດຈົນເຖິງຂັ້ນທີ່ພວກເຂົາຮູ້ສຶກເສຍໃຈຢ່າງໜັກກໍຕາມ, ຢ່າງຫຼາຍທີ່ສຸດພວກເຂົາກໍຈະກຽດຊັງເຈົ້າຢູ່ຂ້າງໃນ, ບໍ່ຕ້ອງການສົນໃຈເຈົ້າອີກຕໍ່ໄປ ແລະ ບໍ່ເປັນໝູ່ກັບເຈົ້າອີກເລີຍ ແຕ່ພວກເຂົາຈະບໍ່ວາງແຜນຕໍ່ຕ້ານເຈົ້າ, ທັງຈະບໍ່ຊອກຫາໂອກາດເພື່ອແກ້ແຄ້ນເຈົ້າ, ແຮງໄກທີ່ພວກເຂົາຈະເວົ້າວ່າ “ສຸພາບບຸລຸດແກ້ແຄ້ນສິບປີກໍຍັງບໍ່ສາຍ”. ນີ້ຄືຄວາມຊື່ກົງ ແລະ ຄວາມໃຈດີທີ່ແທ້ຈິງ. ການທີ່ສາມາດບັນລຸສິ່ງນີ້ໄດ້ບໍ່ແມ່ນສິ່ງທີ່ສາມາດເສແສ້ງໄດ້ຢ່າງແນ່ນອນ; ນີ້ຄືຄຸນສົມບັດທີ່ແທ້ຈິງຂອງຄວາມເປັນມະນຸດ. ມີພຽງຄົນທີ່ມີຄຸນສົມບັດຂອງຄວາມເປັນມະນຸດເທົ່ານັ້ນທີ່ຈະມີຫຼັກການ ແລະ ຂອບເຂດທີ່ຖືກຕ້ອງສຳລັບການປະພຶດຕົນຂອງຕົນໄດ້. ໃນຂະນະທີ່ເຈົ້າພົວພັນ ແລະ ຄົບຫາກັບລາວ, ເຈົ້າກໍຈະສາມາດເຫັນພຶດຕິກຳ ແລະ ການສະແດງອອກເຫຼົ່ານີ້ໃນຕົວລາວ ພ້ອມທັງການເປີດເຜີຍທີ່ເປັນທຳມະຊາດເຫຼົ່ານີ້ຂອງຄວາມເປັນມະນຸດຂອງລາວໄດ້.
ຍ້ອນວ່າປະເພດຂອງຜູ້ຄົນນັ້ນແຕກຕ່າງກັນ, ປະຕິກິລິຍາຂອງພວກເຂົາຕໍ່ສິ່ງຕ່າງໆກໍແຕກຕ່າງກັນເຊັ່ນກັນ. ເຈົ້າເຫັນບໍວ່າ ເມື່ອຄົນຊົ່ວຮ້າຍເຫຼົ່ານັ້ນ ນັ້ນກໍຄື ຄົນທີ່ກັບຊາດມາເກີດຈາກມານຮ້າຍ ມາເອົາປຽບຄົນອື່ນ, ປະຕິກິລິຍາຂອງພວກເຂົາຈະເປັນແນວໃດ ຖ້າມີຄົນເປີດໂປງພວກເຂົາ? ພວກເຂົາຈະເວົ້າວ່າ “ໃຜແດ່ທີ່ບໍ່ເອົາປຽບຄົນອື່ນ? ຜົນປະໂຫຍດບໍ່ໄດ້ມີໄວ້ໃຫ້ກອບໂກຍບໍ? ການເອົາປຽບເລັກໆນ້ອຍໆຜິດບ່ອນໃດ? ຖ້າມີຜົນປະໂຫຍດໃຫ້ກອບໂກຍ ແລ້ວເຈົ້າບໍ່ກອບໂກຍ, ເຈົ້າບໍ່ແມ່ນຄົນໂງ່ ແລະ ຄົນປຶກບໍ?” ນີ້ຄືເຫດຜົນຂອງໂຈນ. ພວກເຂົາບໍ່ມີຄວາມຮັບຮູ້ເຖິງສະຕິຮູ້ສຶກຜິດຊອບໃນໃຈຂອງພວກເຂົາ, ບໍ່ມີຄວາມຮູ້ສຶກລະອາຍໃຈ ແລະ ບໍ່ມີຄວາມຮູ້ສຶກອັບອາຍ. ຍ້ອນວ່າພວກເຂົາບໍ່ມີສະຕິຮູ້ສຶກຜິດຊອບ, ພວກເຂົາຈຶ່ງບໍ່ມີມາດຕະຖານສຳລັບການປະເມີນບັນຫາການເອົາປຽບຄົນອື່ນ. ຫຼັກການຂອງພວກເຂົາກໍຄື ຜົນປະໂຫຍດມີໄວ້ໃຫ້ຍຶດເອົາ ແລະ ເມື່ອເຈົ້າຍຶດເອົາຜົນປະໂຫຍດເຫຼົ່ານັ້ນມາໄດ້ແລ້ວ, ພວກມັນກໍເປັນຂອງເຈົ້າ. ການບໍ່ຍຶດເອົາຜົນປະໂຫຍດເຫຼົ່ານັ້ນຈະເປັນການສູນເປົ່າ ແລະ ເຮັດໃຫ້ເຈົ້າເປັນຄົນໂງ່. ນີ້ບໍ່ແມ່ນເຫດຜົນຂອງໂຈນບໍ? ແລ້ວຄົນທີ່ກັບຊາດມາເກີດຈາກສັດເບິ່ງບັນຫາການເອົາປຽບຄົນອື່ນແນວໃດ? ຖ້າເຈົ້າບອກພວກເຂົາວ່າ “ສິ່ງທີ່ເຈົ້າກຳລັງເຮັດຢູ່ນີ້ຄືການເອົາປຽບ, ມັນບໍ່ດີທີ່ຈະເອົາປຽບຄົນອື່ນ ແລະ ມັນບໍ່ດີທີ່ຈະຕິດໜີ້ພວກເຂົາບາງຢ່າງ”, ພວກເຂົາຄິດແນວໃດ? “ຜົນປະໂຫຍດນີ້ເປັນຂອງຂ້ອຍ. ຖ້າຂ້ອຍເອົາປຽບພວກເຂົາ ຂ້ອຍກໍບໍ່ໄດ້ຕິດໜີ້ຫຍັງພວກເຂົາ. ການເອົາປຽບມັນຜິດບ່ອນໃດ? ການທີ່ສາມາດເອົາປຽບໄດ້ຄືທັກສະ; ຖ້າເຈົ້າບໍ່ມີທັກສະ, ເຈົ້າກໍຈະເສຍປຽບ”. ນີ້ຄືເຫດຜົນຂອງຄົນອັນທະພານ. ພວກເຂົາບໍ່ມີຂອບເຂດ, ບໍ່ມີຄວາມຮູ້ສຶກລະອາຍໃຈ, ບໍ່ມີຄວາມຮູ້ສຶກອັບອາຍ, ແຮງໄກທີ່ພວກເຂົາຈະມີຄວາມຮູ້ສຶກເຖິງສະຕິຮູ້ສຶກຜິດຊອບໃດໆ. ພວກເຂົາບໍ່ມີມາດຕະຖານສຳລັບການຕັດສິນສິ່ງໃດເລີຍ. ເຖິງແມ່ນວ່າເຈົ້າຈະບອກພວກເຂົາວ່າແມ່ນຫຍັງຄືມາດຕະຖານທີ່ຖືກຕ້ອງ, ພວກເຂົາກໍບໍ່ຖືວ່າມັນເປັນມາດຕະຖານ ແລະ ບໍ່ຮູ້ວ່າມາດຕະຖານນີ້ຖືກຕ້ອງ. ພວກເຂົາບໍ່ມີຄວາມມີເຫດຜົນຂອງຄົນປົກກະຕິ ແລະ ບໍ່ສາມາດແຍກແຍະໄດ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ. ພວກເຂົາໃຊ້ເວລາໝົດມື້ຢູ່ໃນຄວາມມຶນງົງ; ບໍ່ວ່າເຈົ້າຈະເວົ້າຫຍັງກໍບໍ່ສາມາດເຮັດໃຫ້ພວກເຂົາແຈ່ມແຈ້ງ ຫຼື ເຮັດໃຫ້ພວກເຂົາເຂົ້າໃຈໄດ້. ພວກເຂົາເປັນພຽງຄົນເບົາປັນຍາ. ເຖິງຢ່າງໃດກໍຕາມ, ຄົນທີ່ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນກໍມີຄຸນສົມບັດຂອງຄວາມເປັນມະນຸດ. ຖ້າພວກເຂົາເອົາປຽບຄົນໃດໜຶ່ງໂດຍບໍ່ໄດ້ຕັ້ງໃຈ ແລະ ເຈົ້າຊີ້ໃຫ້ພວກເຂົາເຫັນ, ພວກເຂົາກໍຈະວຸ້ນວ້າຍຢູ່ຂ້າງໃນ ແລະ ໜ້າແດງ: “ຂ້ອຍໄດ້ເອົາປຽບລາວບໍ? ຂ້ອຍບໍ່ຮູ້ຕົວໄດ້ແນວໃດ? ແລ້ວການທີ່ຖືກຄົນອື່ນຊີ້ໃຫ້ເຫັນ, ມັນຊ່າງໜ້າອັບອາຍແທ້ໆ!” ພວກເຂົາຈະເວົ້າວ່າ “ບໍ່ວ່າຂ້ອຍຈະເອົາປຽບລາວຫຼາຍສໍ່າໃດກໍຕາມ, ຂ້ອຍຕ້ອງຈ່າຍຄືນໃຫ້ລາວຈົນຄົບ, ຂ້ອຍເຖິງຂັ້ນສາມາດເພີ່ມດອກເບ້ຍໃຫ້ໄດ້ນຳອີກ”. ພວກເຂົາຕ້ອງຫາວິທີແກ້ໄຂສະຖານະການ. ພວກເຂົາບໍ່ເຕັມໃຈທີ່ຈະມີຊື່ສຽງວ່າມັກເອົາປຽບຄົນອື່ນ. ຖ້າເປັນແນວນັ້ນ, ພວກເຂົາກໍຈະຮູ້ສຶກເສຍໜ້າຢ່າງສິ້ນເຊີງ. ເພາະສະນັ້ນແລ້ວ, ເມື່ອມີຄົນຊີ້ໃຫ້ເຫັນບັນຫາຂອງພວກເຂົາຢ່າງແທ້ຈິງ, ພວກເຂົາກໍຈະບໍ່ພະຍາຍາມແກ້ຕົວ, ພວກເຂົາຈະບໍ່ເວົ້າວ່າ “ຂ້ອຍບໍ່ໄດ້ເອົາປຽບລາວ ແລະ ຂ້ອຍບໍ່ໄດ້ຕ້ອງການເຮັດແບບນັ້ນ”. ພວກເຂົາຈະບໍ່ໃຊ້ເຫດຜົນຂອງຄົນອັນທະພານປະເພດນີ້ເພື່ອໂຕ້ຖຽງ ແລະ ແກ້ຕົວ. ຍ້ອນວ່າພວກເຂົາມີອົງປະກອບຂອງຄວາມຊື່ກົງຢູ່ໃນຕົວພວກເຂົາ, ເມື່ອມີຄົນຍົກເລື່ອງນີ້ຂຶ້ນມາເວົ້າ, ພວກເຂົາກໍຈະປະເຊີນໜ້າກັບມັນຢ່າງຖືກຕ້ອງ, ເຮັດທຸກວິທີທາງທີ່ເປັນໄປໄດ້ເພື່ອຊົດເຊີຍ ແລະ ທົດແທນອີກຝ່າຍ ແລະ ຈະບໍ່ເຮັດສິ່ງປະເພດນີ້ອີກຢ່າງເດັດຂາດ; ຖ້າພວກເຂົາເຮັດ, ພວກເຂົາກໍຈະຕົບໜ້າຕົນເອງ. ພວກເຂົາຮູ້ສຶກວ່າມັນເປັນຕາໜ້າອັບອາຍທີ່ສິ່ງທີ່ພວກເຂົາເຮັດຖືກຄົນອື່ນເປີດໂປງ ແລະ ຕອນນີ້ຜູ້ຄົນກໍວິພາກວິຈານພວກເຂົາລັບຫຼັງ ແລະ ຕຳໜິພວກເຂົາຕໍ່ໜ້າ. ພວກເຂົາອາຍຈົນບໍ່ກ້າສູ້ໜ້າໃຜ ແລະ ຢາກຈະມຸດດິນໜີ; ພວກເຂົາຍອມໃຫ້ທັງຊີວິດຂອງພວກເຂົາຜ່ານໄປໂດຍບໍ່ມີສິ່ງປະເພດນີ້ເກີດຂຶ້ນຍັງດີກວ່າ. ຍ້ອນວ່າພວກເຂົາມີສະຕິຮູ້ສຶກຜິດຊອບ, ພວກເຂົາຈຶ່ງຮູ້ສຶກອັບອາຍໃນໃຈຫຼັງຈາກທີ່ເອົາປຽບຄົນອື່ນ. ພວກເຂົາຮູ້ສຶກອັບອາຍເກີນກວ່າທີ່ຈະແກ້ຕົວ, ໂດຍຮູ້ສຶກວ່າສິ່ງທີ່ພວກເຂົາເຮັດນັ້ນໜ້າລະອາຍເກີນໄປ, ສະນັ້ນ ພວກເຂົາຈຶ່ງເວົ້າຫຍັງບໍ່ອອກ, ບໍ່ມີຫຍັງຈະເວົ້າເພື່ອປົກປ້ອງຕົນເອງ; ພວກເຂົາພຽງແຕ່ຕ້ອງການຊົດເຊີຍໃຫ້ອີກຝ່າຍ. ຄົນແບບນີ້ແຕກຕ່າງຈາກຄົນຊົ່ວຮ້າຍ ແລະ ມານຮ້າຍ. ບໍ່ວ່າສິ່ງທີ່ມານຮ້າຍເຮັດຈະໜ້າອັບອາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ຮູ້ສຶກອັບອາຍເລີຍ. ເມື່ອຄົນທີ່ມີຄຸນສົມບັດຂອງຄວາມເປັນມະນຸດໄດ້ຍິນເລື່ອງດັ່ງກ່າວ, ພວກເຂົາກໍໜ້າແດງຂຶ້ນທັນທີ: “ມີຄົນຮູ້ເລື່ອງນີ້ຫຼາຍ, ມັນຊ່າງໜ້າອັບອາຍແທ້ໆ!” ພວກເຂົາຮູ້ສຶກອັບອາຍ ແລະ ເສຍໜ້າຢ່າງສິ້ນເຊີງ ແລະ ຮູ້ສຶກທຸກໃຈ ແລະ ບໍ່ສະບາຍໃຈໃນໃຈຂອງພວກເຂົາເປັນພິເສດ. ເຈົ້າເຫັນບໍວ່າ ເລິກລົງໄປໃນໃຈຂອງພວກເຂົາ, ຄົນແຕ່ລະປະເພດມີມຸມມອງ ແລະ ທັດສະນະຄະຕິທີ່ແຕກຕ່າງກັນຕໍ່ບັນຫາດຽວກັນ. ຍ້ອນຄວາມແຕກຕ່າງໃນຄຸນສົມບັດຂອງຄວາມເປັນມະນຸດຂອງພວກເຂົາ, ຄົນປະເພດຕ່າງໆຈຶ່ງມີທັດສະນະຄະຕິທີ່ແຕກຕ່າງກັນຕໍ່ບັນຫາດຽວກັນ. ຖ້າຄົນໃດໜຶ່ງມີຄວາມຮູ້ສຶກອັບອາຍ, ມັນກໍພິສູດວ່າລາວຍັງມີຄວາມຮູ້ສຶກລະອາຍໃຈນຳອີກ, ເຊິ່ງໃນທາງກັບກັນກໍພິສູດວ່າລາວມີຄຸນສົມບັດຂອງຄວາມເປັນມະນຸດ. ໃນທາງກົງກັນຂ້າມ, ຖ້າຄົນໃດໜຶ່ງບໍ່ມີຄວາມຮູ້ສຶກລະອາຍໃຈ ແລະ ຫຼັງຈາກທີ່ກະທຳການທີ່ຊົ່ວຮ້າຍ ແລະ ເຮັດສິ່ງທີ່ໜ້າອັບອາຍແລ້ວ ລາວພະຍາຍາມໂຕ້ຖຽງເພື່ອປົກປ້ອງຕົນເອງ ຫຼື ເຖິງຂັ້ນປະຕິເສດທີ່ຈະຍອມຮັບສິ່ງທີ່ຕົນເຮັດ ແລະ ເຮັດເປັນບໍ່ຮູ້ບໍ່ເຫັນ, ລາວກໍເປັນຄົນທີ່ບໍ່ມີຄຸນສົມບັດຂອງຄວາມເປັນມະນຸດ. ຄົນທີ່ບໍ່ມີຄຸນສົມບັດຂອງຄວາມເປັນມະນຸດ, ຢ່າງໜ້ອຍທີ່ສຸດກໍບໍ່ແມ່ນຄົນຊື່ກົງ ແລະ ໃຈດີ; ພວກເຂົາບໍ່ມີຄວາມເປັນມະນຸດ ຫຼື ເຫດຜົນ ແລະ ບໍ່ຄູ່ຄວນທີ່ຈະຖືກເອີ້ນວ່າມະນຸດ. ເມື່ອຄົນຊົ່ວຮ້າຍ ແລະ ມານຮ້າຍເຮັດສິ່ງທີ່ບໍ່ດີ ແລະ ກະທຳການທີ່ຊົ່ວຮ້າຍ ແລະ ສັດຕູຂອງພວກເຂົາຊີ້ໜ້າ ແລະ ດ່າພວກເຂົາ, ພວກເຂົາກໍດ່າກັບ, ໂດຍຮູ້ສຶກວ່າມີເຫດຜົນຢ່າງສົມບູນໃນການເຮັດເຊັ່ນນັ້ນ. ພວກເຂົາເຖິງຂັ້ນເຮັດທຸກວິທີທາງທີ່ເປັນໄປໄດ້ເພື່ອແກ້ຕົວ ແລະ ປົກປ້ອງຕົນເອງ, ໂດຍສະແດງເຫດຜົນທີ່ບິດເບືອນອອກມາຄືກັບວ່າມັນເປັນເຫດຜົນທີ່ໜ້າເຊື່ອຖືຢ່າງແທ້ຈິງ, ເວົ້າຢ່າງໜ້າດ້ານ ແລະ ເວົ້າບໍ່ຢຸດ, ພວກເຂົາພຽງແຕ່ບໍ່ຮັບຟັງເຫດຜົນ ແລະ ໜ້າດ້ານຢ່າງສິ້ນເຊີງ! ສ່ວນຄົນທີ່ກັບຊາດມາເກີດຈາກສັດ, ເມື່ອພວກເຂົາເອົາປຽບຄົນອື່ນ ແລະ ຖືກວິພາກວິຈານຍ້ອນສິ່ງນັ້ນ, ພວກເຂົາກໍຮູ້ສຶກວ່າບໍ່ໄດ້ຮັບຄວາມເປັນທຳຢູ່ຂ້າງໃນ ແລະ ພວກເຂົາຍັງເຮັດທຸກວິທີທາງທີ່ເປັນໄປໄດ້ເພື່ອຫາຂໍ້ອ້າງ ແລະ ເຫດຜົນ. ເມື່ອແກ້ຕົວ, ພວກເຂົາຍັງເວົ້າດ້ວຍຄຳເວົ້າທີ່ລ່ຽນໄຫຼ ແລະ ເວົ້າບໍ່ຢຸດເລີຍ ແລະ ຄືກັບຄົນຊົ່ວຮ້າຍ ພວກເຂົາກໍບໍ່ມີຄວາມຮູ້ສຶກອັບອາຍເຊັ່ນກັນ. ຍ້ອນວ່າພວກເຂົາເປັນສັດທີ່ບໍ່ມີຄວາມຮັບຮູ້ເຖິງສະຕິຮູ້ສຶກຜິດຊອບ, ໃຊ້ເວລາໝົດມື້ຢູ່ໃນຄວາມມຶນງົງ ແລະ ບໍ່ສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດໃນເລື່ອງໃດໄດ້ເລີຍ, ດັ່ງນັ້ນ ພວກເຂົາຈຶ່ງບໍ່ມີຄວາມຮັບຮູ້ເມື່ອເວົ້າເຖິງສິ່ງປະເພດນີ້; ພວກເຂົາໃຫ້ຂໍ້ອ້າງທີ່ຟັງເບິ່ງຄືມີເຫດຜົນເພື່ອພະຍາຍາມປົກປິດສິ່ງທີ່ພວກເຂົາເຮັດ ແລະ ຈາກນັ້ນພວກເຂົາກໍຮູ້ສຶກວ່າມັນຈົບແລ້ວ. ພວກເຂົາບໍ່ຄິດວ່ານີ້ເປັນບັນຫາກັບການປະພຶດຕົນຂອງພວກເຂົາ; ພວກເຂົາຄິດວ່າ ຕາບໃດທີ່ພວກເຂົາໃຫ້ຂໍ້ອ້າງ ແລະ ເຫດຜົນທີ່ພຽງພໍ, ພວກເຂົາກໍສາມາດຫຼີກລ່ຽງຄວາມຮັບຜິດຊອບໄດ້ ແລະ ຈະບໍ່ມີໃຜຮູ້ກ່ຽວກັບສິ່ງທີ່ພວກເຂົາໄດ້ເຮັດ. ພວກເຂົາຈະຫຼອກລວງຕົນເອງ ໂດຍຄິດວ່າ “ມັນຈົບໄປແລ້ວ. ຂ້ອຍບໍ່ເຄີຍເຮັດສິ່ງປະເພດນັ້ນ, ຂ້ອຍບໍ່ເຄີຍເຮັດຄວາມຜິດພາດນັ້ນ. ຢ່າຄິດວ່າຂ້ອຍເປັນຄົນບໍ່ດີ. ຂ້ອຍບໍ່ແມ່ນຄົນທີ່ເອົາປຽບຄົນອື່ນ. ເບິ່ງແມວ່າຂ້ອຍມີຈິດໃຈດີ ແລະ ໃຈດີສໍ່າໃດ ແລະ ຂ້ອຍມີເຫດມີຜົນຕໍ່ຄົນອື່ນຫຼາຍສໍ່າໃດ!” ເຈົ້າເຫັນບໍວ່າ ນີ້ຄືຄົນທີ່ເບົາປັນຍາ. ມີພຽງຄົນທີ່ມີຄຸນສົມບັດຂອງຄວາມເປັນມະນຸດເທົ່ານັ້ນທີ່ອ່ອນໄຫວເປັນພິເສດຕໍ່ບັນຫາແບບນີ້ ເຊິ່ງກ່ຽວຂ້ອງກັບກຽດສັກສີ. ເຖິງແມ່ນວ່າຈະບໍ່ມີໃຜຮູ້ວ່າພວກເຂົາເຮັດຫຍັງລົງໄປ, ຖ້າພວກເຂົາຮູ້ຕົວດ້ວຍຕົນເອງ, ພວກເຂົາກໍຈະຮູ້ສຶກບໍ່ສະບາຍໃຈ ແລະ ຮູ້ສຶກຜິດຢູ່ຂ້າງໃນ ແລະ ເຖິງຂັ້ນຮູ້ສຶກຄືກັບວ່າມີຄົນກຳລັງຈັບຕາເບິ່ງພວກເຂົາຢູ່. ຖ້າມີຄົນສອງສາມຄົນທີ່ຂ້ອນຂ້າງຄຸ້ນເຄີຍກັບພວກເຂົາຮູ້ກ່ຽວກັບສິ່ງທີ່ພວກເຂົາເຮັດຢ່າງແທ້ຈິງ, ພວກເຂົາກໍຈະຍິ່ງຮູ້ສຶກບໍ່ສະບາຍໃຈຫຼາຍຂຶ້ນ ແລະ ຈະຮູ້ສຶກອັບອາຍເກີນກວ່າທີ່ຈະພະຍາຍາມແກ້ຕົວ. ພວກເຂົາຈະເຮັດທຸກວິທີທາງທີ່ເປັນໄປໄດ້ເພື່ອຟ້າວຊົດເຊີຍ ແລະ ຈະບໍ່ເຮັດສິ່ງປະເພດນີ້ອີກຢ່າງເດັດຂາດ, ຍ້ອນຮູ້ສຶກວ່າມັນໜ້າອັບອາຍເກີນໄປ! ສິ່ງເຫຼົ່ານີ້ຄືການສະແດງອອກທີ່ແຕກຕ່າງກັນຂອງຄົນສາມປະເພດໃນເລື່ອງດຽວກັນ.
ພວກເຮົາຫາກໍກ່າວເຖິງວ່າ ຄົນທີ່ມີຄຸນສົມບັດຂອງຄວາມເປັນມະນຸດມັກຈະມີຫຼັກການໃນວິທີທີ່ພວກເຂົາປະຕິບັດຕໍ່ຄົນອື່ນ. ເມື່ອພວກເຂົາລາຍງານ ຫຼື ໃຫ້ຂໍ້ມູນກ່ຽວກັບສະຖານະການຂອງຄົນໃດໜຶ່ງ ຫຼື ເມື່ອພວກເຂົາປະເມີນຄົນໃດໜຶ່ງ, ພວກເຂົາກໍສາມາດເບິ່ງ ແລະ ປະຕິບັດຕໍ່ລາວໂດຍອີງໃສ່ຄວາມເປັນມະນຸດທີ່ຊື່ກົງ ແລະ ໃຈດີຂອງພວກເຂົາໄດ້. ເຖິງແມ່ນວ່າພວກເຂົາຈະບໍ່ເຂົ້າໃຈຄວາມຈິງ, ພວກເຂົາກໍຍັງມີຂອບເຂດພື້ນຖານບາງຢ່າງ. ຕົວຢ່າງ: ພວກເຂົາຈະປະເມີນຄົນທຳມະດາແບບນີ້: “ລາວບໍ່ໄດ້ເຮັດສິ່ງທີ່ບໍ່ດີໃດໆ. ລາວດຳລົງຊີວິດທີ່ດີ. ລາວເປັນຄົນທຳມະດາໃນໂລກ ແລະ ສາມາດຖືວ່າເປັນຄົນບໍ່ມີເລ່ລ່ຽມ”. ເຈົ້າເຫັນບໍວ່າ ພວກເຂົາຈະປະເມີນຄົນທຳມະດາຢ່າງຖືກຕ້ອງໂດຍອີງໃສ່ສະຕິຮູ້ສຶກຜິດຊອບຂອງພວກເຂົາເອງ. ພວກເຂົາເຖິງຂັ້ນສາມາດປະຕິບັດ ແລະ ປະເມີນຜູ້ທີ່ໄດ້ລ່ວງເກີນພວກເຂົາ, ທຳຮ້າຍພວກເຂົາ ຫຼື ເຮັດໃຫ້ຜົນປະໂຫຍດຂອງພວກເຂົາເສຍຫາຍໃນອະດີດ ຢ່າງຖືກຕ້ອງ. ສິ່ງນີ້ຍິ່ງເປີດເຜີຍໃຫ້ເຫັນເຖິງຄຸນສົມບັດຂອງຄວາມຊື່ກົງ ແລະ ຄວາມໃຈດີທີ່ຄົນເຫຼົ່ານີ້ມີໃນຄວາມເປັນມະນຸດຂອງພວກເຂົາ. ເຊິ່ງເວົ້າໄດ້ວ່າ ພວກເຂົາສາມາດປະເມີນຄົນທຳມະດາໄດ້ຢ່າງຖືກຕ້ອງ, ຖ້າດີກໍວ່າດີ ແລະ ຖ້າບໍ່ດີກໍບອກວ່າບໍ່ດີໄປຕາມຄວາມຈິງ. ຖ້າຖືກຂໍໃຫ້ເວົ້າຕົວະ, ພວກເຂົາກໍບໍ່ສາມາດເຮັດໄດ້; ພວກເຂົາຮູ້ສຶກວ່າການເຮັດເຊັ່ນນັ້ນຈະເປັນການຝືນໃຈ. ພວກເຂົາພຽງແຕ່ເວົ້າໄປຕາມຄວາມເປັນຈິງ ແລະ ເວົ້າຢ່າງກົງໄປກົງມາ. ພວກເຂົາຍັງສາມາດກະທຳຕາມຫຼັກການນີ້ຕໍ່ຜູ້ທີ່ໄດ້ລ່ວງເກີນພວກເຂົາ. ເຖິງແມ່ນວ່າມີຄົນທີ່ພວກເຂົາບໍ່ມັກ ຫຼື ຮູ້ສຶກລັງກຽດ, ຖ້າພວກເຂົາຖືກຮຽກຮ້ອງໃຫ້ລາຍງານ ຫຼື ປະເມີນລາວ, ພວກເຂົາຍອມທີ່ຈະບໍ່ສະແດງຈຸດຢືນດີກວ່າ ໂດຍເວົ້າວ່າ “ຂ້ອຍຢ້ານວ່າການປະເມີນຂອງຂ້ອຍຕໍ່ຄົນຜູ້ນີ້ຈະບໍ່ເປັນກາງ ເພາະຂ້ອຍມີຄວາມຄັບແຄ້ນໃຈ ແລະ ຄວາມບາດໝາງສ່ວນຕົວກັບລາວ, ສະນັ້ນ ຂ້ອຍຂໍງົດອອກສຽງ. ພວກເຈົ້າສາມາດປະເມີນລາວໂດຍອີງໃສ່ການປະເມີນຂອງທຸກຄົນທີ່ມີຕໍ່ລາວ”. ໂດຍພື້ນຖານແລ້ວ ນີ້ຄືສິ່ງທີ່ຄົນທີ່ມີຄຸນສົມບັດຂອງຄວາມເປັນມະນຸດສາມາດບັນລຸໄດ້. ໂດຍສະເພາະຢ່າງຍິ່ງ, ເມື່ອຄົນທີ່ມີສະຖານະຍັງສາມາດປະຕິບັດຕໍ່ຄົນອື່ນໄດ້ຢ່າງຍຸຕິທຳ, ສິ່ງນັ້ນກໍຍິ່ງເປີດເຜີຍໃຫ້ເຫັນເຖິງຄຸນສົມບັດຂອງຄວາມເປັນມະນຸດຂອງລາວຫຼາຍຂຶ້ນ. ວິທີທີ່ລາວປະຕິບັດຕໍ່ຜູ້ຄົນເມື່ອລາວມີສະຖານະຄືສິ່ງທີ່ສາມາດເຮັດໃຫ້ຄົນອື່ນເຫັນໄດ້ຢ່າງຊັດເຈນຢ່າງແທ້ຈິງວ່າ ລາວມີຄຸນສົມບັດຂອງຄວາມຊື່ກົງ ແລະ ຄວາມໃຈດີໃນຄວາມເປັນມະນຸດຂອງຕົນ ຫຼື ບໍ່. ເມື່ອຄົນໃດໜຶ່ງບໍ່ມີສະຖານະ, ລາວເບິ່ງຄືວ່າສາມາດປະຕິບັດຕໍ່ຜູ້ຄົນໄດ້ຢ່າງເປັນທຳ ແລະ ການປະເມີນຂອງລາວຕໍ່ຄົນເຫຼົ່ານັ້ນກໍຂ້ອນຂ້າງເປັນກາງ. ໃນຕົວມັນເອງແລ້ວ ສິ່ງນີ້ອາດຈະບໍ່ໄດ້ບົ່ງບອກເຖິງສິ່ງໃດເລີຍ, ເມື່ອລາວມີສະຖານະ, ໃຫ້ເບິ່ງວ່າລາວປະຕິບັດຕໍ່ຜູ້ທີ່ໄດ້ລ່ວງເກີນຕົນ ຫຼື ທຳຮ້າຍລາວແນວໃດ ແລະ ລາວປະຕິບັດຕໍ່ຜູ້ທີ່ໄດ້ກີດກັນລາວ ຫຼື ເຖິງຂັ້ນຕັ້ງໃຈກົດຂີ່ລາວໃນເມື່ອກ່ອນແນວໃດ. ຍ້ອນວ່າຄົນທີ່ມີຄຸນສົມບັດຂອງຄວາມເປັນມະນຸດຢ່າງແທ້ຈິງມີຄວາມຊື່ກົງ ແລະ ຄວາມໃຈດີໃນຄວາມເປັນມະນຸດຂອງພວກເຂົາ, ເມື່ອພວກເຂົາມີສະຖານະ, ພວກເຂົາກໍສາມາດປະຕິບັດຕໍ່ຜູ້ທີ່ໄດ້ລ່ວງເກີນພວກເຂົາ, ທຳຮ້າຍພວກເຂົາ ຫຼື ເຖິງຂັ້ນຕັ້ງໃຈກົດຂີ່ພວກເຂົາໃນອະດີດ ຢ່າງຖືກຕ້ອງ. ມັນອາດຈະເປັນໄປໄດ້ວ່າ ເມື່ອພວກເຂົາບໍ່ເຂົ້າໃຈຄວາມຈິງ, ພວກເຂົາບໍ່ສາມາດປະຕິບັດຕໍ່ຜູ້ຄົນຕາມຫຼັກການຄວາມຈິງໄດ້ຢ່າງຖືກຕ້ອງຄົບຖ້ວນ, ແຕ່ພວກເຂົາກໍຍັງມີຂອບເຂດ ແລະ ຫຼັກການຂອງພວກເຂົາເອງໃນວິທີທີ່ພວກເຂົາປະຕິບັດຕໍ່ຜູ້ຄົນ. ຕົວຢ່າງ: ໃນຄຣິສຕະຈັກ, ຖ້າອ້າຍເອື້ອຍນ້ອງຄົນອື່ນໆເລືອກບຸກຄົນໃດໜຶ່ງເປັນຜູ້ສະໝັກ ຫຼື ເປັນຜູ້ນຳ ແລະ ບັງເອີນວ່າຄົນຜູ້ນີ້ເປັນຄົນທີ່ເຄີຍລ່ວງເກີນພວກເຂົາມາກ່ອນ, ພວກເຂົາກໍຈະບໍ່ຕັ້ງໃຈແຊກແຊງ ຫຼື ຂັດຂວາງການເລືອກຕັ້ງຢ່າງເດັດຂາດ ເມື່ອເຫັນວ່າອ້າຍເອື້ອຍນ້ອງທຸກຄົນເວົ້າວ່າຄົນຜູ້ນີ້ບໍ່ໄດ້ເລວຮ້າຍ ແລະ ໄດ້ປ່ຽນແປງແລ້ວ. ພວກເຂົາອາດຈະບໍ່ມັກຄົນຜູ້ນີ້ເປັນການສ່ວນຕົວຫຼາຍປານໃດ, ແຕ່ຖ້າເຮືອນຂອງພຣະເຈົ້າໃຊ້ຄົນຜູ້ນີ້ ແລະ ອ້າຍເອື້ອຍນ້ອງເລືອກລາວ, ພວກເຂົາກໍຈະຈັດການເລື່ອງຕ່າງໆຕາມກົດລະບຽບ ແລະ ກະທຳຕາມຫຼັກການ, ພາຍໃຕ້ສະຖານະການທີ່ວ່າພວກເຂົາຍັງບໍ່ໄດ້ເບິ່ງທະລຸຄົນຜູ້ນີ້ຢ່າງສິ້ນເຊີງ. ພວກເຂົາຈະບໍ່ປະຕິບັດຕໍ່ຄົນຜູ້ນີ້ຢ່າງບໍ່ຍຸຕິທຳ ຍ້ອນພວກເຂົາມີຄວາມຄັບແຄ້ນໃຈສ່ວນຕົວຕໍ່ລາວຢ່າງເດັດຂາດ, ທັງຈະບໍ່ຕັ້ງໃຈຂົ່ມເຫັງ ຫຼື ທໍລະມານລາວ. ໃນບາງຄັ້ງຄາວ, ຍ້ອນອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ຫຼື ຄວາມອ່ອນແອຂອງຄວາມເປັນມະນຸດຂອງພວກເຂົາ, ພາຍໃຕ້ສະຖານະການພິເສດ ພວກເຂົາອາດຈະໃຊ້ຄຳເວົ້າຈັບຜິດອີກຝ່າຍດ້ວຍສິ່ງທີ່ບໍ່ຄວນເວົ້າ, ເພາະວ່າທຸກຄົນມີອຸປະນິໄສທີ່ເສື່ອມຊາມ ແລະ ບໍ່ມີໃຜທີ່ສົມບູນແບບ. ເຖິງຢ່າງໃດກໍຕາມ, ພວກເຂົາສາມາດຍຶດໝັ້ນໃນຫຼັກການພື້ນຖານ; ນັ້ນກໍຄື ພວກເຂົາຈະບໍ່ຫາເລື່ອງ, ກົດຂີ່ ຫຼື ແກ້ແຄ້ນຜູ້ທີ່ພວກເຂົາມີຄວາມບາດໝາງນຳ ພຽງເພາະວ່າພວກເຂົາເອງມີສະຖານະ. ຖ້າສິ່ງນີ້ເກີດຂຶ້ນເປັນບາງຄັ້ງບາງຄາວຢ່າງແທ້ຈິງ, ມະໂນທຳຂອງພວກເຂົາກໍຈະກ່າວໂທດພວກເຂົາໃນພາຍຫຼັງ ໂດຍບອກພວກເຂົາວ່າ “ມັນຜິດທີ່ເຈົ້າເຮັດແບບນີ້. ຕອນນີ້ເຈົ້າມີສະຖານະແລ້ວ, ເຈົ້າພັດໃຊ້ອຳນາດທີ່ເຈົ້າມີເພື່ອແກ້ແຄ້ນຄົນເຫຼົ່ານັ້ນ, ສິ່ງນີ້ບໍ່ເໝາະສົມ!” ພວກເຂົາຈະໄຕ່ຕອງກ່ຽວກັບຕົນເອງ, ມະໂນທຳຂອງພວກເຂົາຈະກ່າວໂທດພວກເຂົາ ແລະ ຍິ່ງໄປກວ່ານັ້ນ ເຫດຜົນຂອງພວກເຂົາຈະຢັບຢັ້ງພວກເຂົາຈາກການກົດຂີ່ຄົນອື່ນ ແລະ ການແກ້ແຄ້ນ ພ້ອມທັງຈະຄວບຄຸມພຶດຕິກຳຂອງພວກເຂົາ ໂດຍເຕືອນພວກເຂົາຢູ່ສະເໝີວ່າ “ນັ້ນບໍ່ເໝາະສົມ”. ດັ່ງນັ້ນ, ພວກເຂົາຈະມີຂອບເຂດໃນຄຳເວົ້າຂອງພວກເຂົາ ແລະ ຈະບໍ່ເຮັດສິ່ງຕ່າງໆເກີນຂອບເຂດ. ສິ່ງເຫຼົ່ານີ້ຄືການສະແດງອອກພື້ນຖານບາງຢ່າງຂອງຄົນທີ່ມີມະໂນທຳ ແລະ ເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິໃນວິທີທີ່ພວກເຂົາປະຕິບັດຕໍ່ຄົນອື່ນ. ເຖິງແມ່ນວ່າພວກເຂົາຈະຕ້ອງການກະທຳຕາມອາລົມຂອງພວກເຂົາຊົ່ວຄາວເພື່ອແນເປົ້າໃສ່ຜູ້ທີ່ພວກເຂົາມີຄວາມບາດໝາງນຳ ຫຼື ຜູ້ທີ່ເຄີຍທຳຮ້າຍພວກເຂົາໃນອະດີດ ແລະ ເຖິງແມ່ນວ່າຄົນອື່ນຈະເຫັນວ່າມັນສົມເຫດສົມຜົນຢ່າງສິ້ນເຊີງທີ່ພວກເຂົາຈະແກ້ແຄ້ນໃນຕອນນີ້ກໍຕາມ, ພວກເຂົາກໍຍັງຮູ້ຈັກປະມານຕົນໃນສິ່ງທີ່ພວກເຂົາເຮັດ ແລະ ພວກເຂົາກໍມີຂອບເຂດ ເຊິ່ງພວກເຂົາຈະບໍ່ເຮັດເກີນຂອບເຂດດັ່ງກ່າວຢ່າງເດັດຂາດ. ຖ້າພວກເຂົາສາມາດເຮັດເກີນຂອບເຂດຂອງພວກເຂົາ ແລະ ແກ້ແຄ້ນຢ່າງບ້າຄັ່ງ, ພວກເຂົາກໍຈະບໍ່ແມ່ນຜູ້ທີ່ມີຄຸນສົມບັດຂອງຄວາມຊື່ກົງ ແລະ ຄວາມໃຈດີໃນຄວາມເປັນມະນຸດຂອງພວກເຂົາ. ເປັນຍ້ອນວ່າພວກເຂົາມີຄວາມອ່ອນແອຂອງຄວາມເປັນມະນຸດ ແລະ ພວກເຂົາດຳລົງຊີວິດຢູ່ພາຍໃຕ້ຄວາມເປັນມະນຸດທີ່ປົກກະຕິຢ່າງແນ່ນອນ, ພວກເຂົາຈຶ່ງຮູ້ສຶກກຽດຊັງ ແລະ ຄຽດແຄ້ນຕໍ່ຜູ້ທີ່ເຄີຍທຳຮ້າຍພວກເຂົາ ແລະ ຍັງຕ້ອງການແກ້ແຄ້ນນຳອີກ. ເຖິງຢ່າງໃດກໍຕາມ, ຍ້ອນວ່າຄວາມເປັນມະນຸດຂອງພວກເຂົາມີຄຸນສົມບັດຂອງຄວາມຊື່ກົງ ແລະ ຄວາມໃຈດີ ພ້ອມທັງພວກເຂົາຖືກຢັບຢັ້ງ ແລະ ຖືກຄວບຄຸມໂດຍມະໂນທຳ ແລະ ເຫດຜົນຂອງພວກເຂົາ, ເມື່ອພວກເຂົາຕ້ອງການແກ້ແຄ້ນຄົນໃດໜຶ່ງ, ພວກເຂົາກໍຈະຖືກມະໂນທຳຂອງພວກເຂົາ ຕຳນິ ແລະ ຖືກຄວບຄຸມໂດຍເຫດຜົນຂອງພວກເຂົາ ໂດຍຄິດໃນໃຈວ່າ “ຊ່າງມັນເຖາະ. ນັ້ນຄົງຈະບໍ່ເໝາະສົມ. ສິ່ງທີ່ລາວເຮັດໃນເມື່ອກ່ອນບໍ່ໄດ້ທຳຮ້າຍຂ້ອຍແທ້ໆ ແລະ ເຖິງແມ່ນວ່າຂ້ອຍຈະແກ້ແຄ້ນລາວໃນຕອນນີ້, ມັນກໍຈະບໍ່ແກ້ໄຂບັນຫາໃດໆ”. ພວກເຂົາຈະໃຊ້ວິທີການທີ່ມີເຫດຜົນເພື່ອຄວບຄຸມ ແລະ ຢັບຢັ້ງຕົນເອງ, ໃນຂະນະດຽວກັນກໍໂນ້ມນ້າວຕົນເອງ ແລະ ເຮັດໃຫ້ຕົນເອງຄິດໄດ້. ຍິ່ງໄປກວ່ານັ້ນ ຖ້າພວກເຂົາຍັງເຂົ້າໃຈຄວາມຈິງບາງຢ່າງອີກດ້ວຍ, ແລ້ວພຶດຕິກຳຂອງພວກເຂົາໃນເລື່ອງນີ້ກໍຈະຍິ່ງດີຂຶ້ນ ແລະ ສອດຄ່ອງກັບຫຼັກການຄວາມຈິງຫຼາຍຂຶ້ນ. ສະຫຼຸບແລ້ວ, ເມື່ອເວົ້າເຖິງວິທີທີ່ພວກເຂົາປະຕິບັດຕໍ່ຄົນອື່ນ, ພວກເຂົາຈະເຜີຍໃຫ້ເຫັນເຖິງຄຸນສົມບັດຂອງຄວາມຊື່ກົງ ແລະ ຄວາມໃຈດີໃນຄວາມເປັນມະນຸດຂອງພວກເຂົາເປັນບາງຄັ້ງບາງຄາວ ແລະ ມັກຈະເຜີຍໃຫ້ເຫັນຄວາມຄິດ ແລະ ພຶດຕິກຳບາງຢ່າງທີ່ຖືກຊີ້ນຳໂດຍຄຸນສົມບັດຂອງຄວາມເປັນມະນຸດ. ສິ່ງທີ່ເຈົ້າມັກຈະໄດ້ຍິນພວກເຂົາເວົ້າກໍຄື: “ຊ່າງມັນເຖາະ. ຖ້າຂ້ອຍລົດຕົວລົງໄປທຽບເທົ່າກັບລາວ, ຂ້ອຍຈະບໍ່ເປັນຄືກັບລາວບໍ? ນອກຈາກນີ້, ສິ່ງທີ່ເກີດຂຶ້ນກໍຜ່ານໄປແລ້ວ. ພວກເຮົາທຸກຄົນລ້ວນແຕ່ເປັນຜູ້ໃຫຍ່ແລ້ວ, ມັນມີປະໂຫຍດຫຍັງທີ່ຈະຕອບໂຕ້ຄືນແບບນີ້?” ພວກເຂົາຈະມີຄວາມຄິດ ແລະ ມຸມມອງບາງຢ່າງທີ່ເກີດຈາກຄຸນສົມບັດຂອງຄວາມເປັນມະນຸດເພື່ອຢັບຢັ້ງຕົນເອງ. ແນ່ນອນວ່າ ມັນຍັງເປັນຍ້ອນວ່າຄວາມຄິດ ແລະ ມຸມມອງຂອງພວກເຂົາທີ່ເກີດຂຶ້ນພາຍໃຕ້ການຊີ້ນຳຂອງມະໂນທຳ ແລະ ເຫດຜົນຂອງພວກເຂົາກຳລັງຄວບຄຸມ, ຢັບຢັ້ງ, ບັງຄັບ ແລະ ຈຳກັດຄຳເວົ້າ ແລະ ການກະທຳຂອງພວກເຂົາຢູ່ຕະຫຼອດເວລາ. ຫຼັງຈາກນັ້ນ, ຄວາມຄິດໃນການແກ້ແຄ້ນຄົນອື່ນທີ່ເຮັດເກີນຂອບເຂດຂອງເຫດຜົນເຫຼົ່ານັ້ນກໍຈະຄ່ອຍໆຈາງຫາຍໄປໃນໃຈຂອງພວກເຂົາ. ພາຍໃຕ້ການແກ້ໄຂໃຫ້ຖືກຕ້ອງຢ່າງຕໍ່ເນື່ອງຂອງມະໂນທຳ ແລະ ເຫດຜົນ, ບວກກັບການໄລ່ຕາມເສາະຫາຄວາມຈິງ ແລະ ການເຕີບໃຫຍ່ເປັນຜູ້ໃຫຍ່ຂຶ້ນຕາມອາຍຸ, ຄວາມຄິດ ແລະ ການກະທຳຂອງຜູ້ທີ່ມີຄຸນສົມບັດເຊັ່ນ: ຄວາມຊື່ກົງ ແລະ ຄວາມໃຈດີໃນຄວາມເປັນມະນຸດຂອງພວກເຂົາ ຈະມີທ່າອ່ຽງໄປສູ່ສິ່ງທີ່ເປັນບວກຫຼາຍຂຶ້ນ, ສອດຄ່ອງກັບຫຼັກການຄວາມຈິງຫຼາຍຂຶ້ນ ແລະ ຖືກຄວບຄຸມຢ່າງເປັນລະບຽບຮຽບຮ້ອຍຫຼາຍຂຶ້ນ ໃນຂະນະທີ່ຄົນເຫຼົ່ານີ້ໄລ່ຕາມເສາະຫາຄວາມຈິງ. ນັ້ນກໍຄື ຜ່ານຂະບວນການນີ້, ຜູ້ຄົນຈະຄ່ອຍໆປ່ອຍວາງຄວາມກຽດຊັງ, ປ່ອຍວາງຄວາມຄັບແຄ້ນໃຈ ແລະ ປ່ອຍວາງບັນຫາສ່ວນຕົວຕ່າງໆທີ່ເກີດຈາກຄວາມຄິດທີ່ຄັບແຄບຂອງພວກເຂົາເອງ. ຖ້າຄົນໃດໜຶ່ງພຽງແຕ່ຖືກຄວບຄຸມ ແລະ ຖືກຢັບຢັ້ງໂດຍມະໂນທຳ ແລະ ເຫດຜົນ, ລາວກໍສາມາດພຽງແຕ່ປ່ອຍວາງຄວາມກຽດຊັງ ແລະ ຄວາມຄັບແຄ້ນໃຈໄດ້ແບບງ່າຍໆ ແລະ ເວົ້າງ່າຍໆວ່າ “ຊ່າງມັນເຖາະ, ມັນຜ່ານໄປແລ້ວ”. ແຕ່ຖ້າຄົນໃດໜຶ່ງສາມາດໄລ່ຕາມເສາະຫາຄວາມຈິງ ແລະ ເຂົ້າໃຈຄວາມຈິງໄດ້, ລາວຈະບໍ່ຖືກຈຳກັດຢູ່ພຽງແຕ່ການປ່ອຍວາງ ແລະ ປ່ອຍໃຫ້ສິ່ງຕ່າງໆຜ່ານໄປ ແລະ ຈົບລົງເທົ່ານັ້ນ; ແຕ່ລາວຈະສາມາດນຳໃຊ້ຫຼັກການຄວາມຈິງ ແລະ ໂດຍຖືກຜັກດັນຈາກມະໂນທຳ ແລະ ເຫດຜົນ, ລາວຈະດຳລົງຊີວິດໄດ້ຢ່າງຖືກຕ້ອງຫຼາຍຂຶ້ນ, ຈັດການກັບບັນຫາເຫຼົ່ານີ້ ແລະ ປະຕິບັດຕໍ່ຜູ້ທີ່ລາວມີຄວາມຄັບແຄ້ນໃຈຕ່າງໆນຳໃນວິທີທີ່ພຣະເຈົ້າສັ່ງສອນ. ເພາະສະນັ້ນແລ້ວ, ມີພຽງແຕ່ເມື່ອຄົນໃດໜຶ່ງມີຫຼັກການພື້ນຖານສຳລັບການປະຕິບັດຕໍ່ຄົນອື່ນ ແລະ ບົນພື້ນຖານນີ້ກໍເຂົ້າໃຈຄວາມຈິງນຳອີກ, ລາວຈຶ່ງຈະສາມາດຄ່ອຍໆເຂົ້າສູ່ຄວາມເປັນຈິງຄວາມຈິງ ແລະ ຫັນມາປະຕິບັດຕາມຫຼັກການຄວາມຈິງໄດ້.
ຫຼັກການທີ່ຄົນທີ່ມີມະໂນທຳ ແລະ ເຫດຜົນປະຕິບັດຕໍ່ຄົນອື່ນແມ່ນຖືກຢັບຢັ້ງໂດຍຄຸນສົມບັດຂອງຄວາມຊື່ກົງ ແລະ ຄວາມໃຈດີພາຍໃນຄວາມເປັນມະນຸດຂອງພວກເຂົາ. ສະນັ້ນ, ຄົນທີ່ບໍ່ມີຄຸນສົມບັດຂອງຄວາມຊື່ກົງ ແລະ ຄວາມໃຈດີເຫຼົ່ານີ້ໃນຄວາມເປັນມະນຸດຂອງພວກເຂົາ ຈຶ່ງບໍ່ມີຫຼັກການໃນວິທີທີ່ພວກເຂົາປະຕິບັດຕໍ່ຄົນອື່ນ. ເຈົ້າເຫັນບໍ, ເມື່ອບາງຄົນບໍ່ມີສະຖານະ, ຖ້າມີໃຜທຳຮ້າຍພວກເຂົາ ຫຼື ດູຖູກພວກເຂົາ ແລະ ການແກ້ແຄ້ນນັ້ນເກີນຄວາມສາມາດຂອງພວກເຂົາ, ພວກເຂົາກໍຈະເບິ່ງຄືວ່າເຊື່ອຟັງຫຼາຍ, ຄືກັບວ່າວິທີທີ່ພວກເຂົາປະພຶດຕົນນັ້ນໃຈກວ້າງຫຼາຍ ແລະ ເຈົ້າອາດຈະຮູ້ສຶກວ່າພວກເຂົາຂ້ອນຂ້າງເປັນຄົນດີ ແລະ ຈະບໍ່ເຄີຍເຫັນພວກເຂົາແກ້ແຄ້ນໃຜກໍຕາມທີ່ເຄີຍລ່ວງເກີນພວກເຂົາ, ແຕ່ສິ່ງນີ້ບໍ່ສາມາດກຳນົດໄດ້ວ່າຄວາມເປັນມະນຸດຂອງພວກເຂົາມີຄຸນລັກສະນະແນວໃດກັນແທ້. ເຈົ້າຄວນເບິ່ງວິທີທີ່ພວກເຂົາປະຕິບັດຕໍ່ຜູ້ຄົນ, ບໍ່ວ່າພວກເຂົາຈະສາມາດປະຕິບັດຕໍ່ຜູ້ຄົນໄດ້ຢ່າງຍຸຕິທຳ ຫຼື ບໍ່, ບໍ່ວ່າພວກເຂົາຈະສາມາດປະຕິບັດຕໍ່ຜູ້ທີ່ເຄີຍລ່ວງເກີນພວກເຂົາໃນອະດີດໂດຍອີງໃສ່ມະໂນທຳ ແລະ ເຫດຜົນ ຫຼື ບໍ່ ແລະ ບໍ່ວ່າພວກເຂົາຈະສາມາດມີຫຼັກການໃນການປະຕິບັດຕໍ່ຜູ້ຄົນ ຫຼື ບໍ່, ເມື່ອພວກເຂົາມີສະຖານະ, ມີອຳນາດໃນການຄວບຄຸມການສົນທະນາ ແລະ ມີອຳນາດໃນການຕັດສິນໃຈ. ສິ່ງນີ້ບອກໃຫ້ເຈົ້າຮູ້ວ່າປະເພດຂອງຄົນໃດໜຶ່ງແມ່ນຫຍັງກັນແທ້. ຄົນທີ່ບໍ່ມີຄຸນສົມບັດຂອງຄວາມເປັນມະນຸດທຳທ່າເປັນຄົນທີ່ປະພຶດຕົວດີຫຼາຍເມື່ອພວກເຂົາບໍ່ມີສະຖານະ. ເມື່ອການແກ້ແຄ້ນຄົນອື່ນເກີນຄວາມສາມາດຂອງພວກເຂົາ, ພວກເຂົາກໍບໍ່ກ້າສະແຫວງຫາມັນ, ແຕ່ໃນໃຈຂອງພວກເຂົານັ້ນ ພວກເຂົາຈື່ຈຳທຸກການດູຖູກ. ຈິດໃຈຂອງພວກເຂົາເຕັມໄປດ້ວຍຄວາມກຽດຊັງ, ເຕັມໄປດ້ວຍການແກ້ແຄ້ນ ແລະ ເຕັມໄປດ້ວຍວິທີການທໍລະມານ ແລະ ວາງແຜນຮ້າຍຕໍ່ຜູ້ຄົນ. ພວກເຂົາຈະລໍຖ້າເວລາຂອງພວກເຂົາ ແລະ ຊອກຫາໂອກາດເພື່ອແກ້ແຄ້ນ, ໂດຍລໍຖ້າເບິ່ງຜູ້ທີ່ເຄີຍລ່ວງເກີນພວກເຂົາໃນອະດີດພົບກັບຄວາມຫາຍະນະ. ເມື່ອພວກເຂົາມີສະຖານະ ແລະ ເມື່ອພວກເຂົາເຮັດໃຫ້ສະຖານະນີ້ໝັ້ນຄົງແລ້ວ, ທັດສະນະຄະຕິຂອງພວກເຂົາຕໍ່ຜູ້ທີ່ເຄີຍລ່ວງເກີນພວກເຂົາໃນອະດີດ ຫຼື ຜູ້ທີ່ຂັດແຍ້ງກັບພວກເຂົາແມ່ນແຕກຕ່າງຈາກທັດສະນະຄະຕິທີ່ຄົນທີ່ມີມະໂນທຳ ແລະ ເຫດຜົນຈະມີຢ່າງສິ້ນເຊີງ. ພວກເຂົາພຽງແຕ່ຕ້ອງແກ້ແຄ້ນ ແລະ ຈະຄິດຫາທຸກວິທີທາງເພື່ອເຮັດເຊັ່ນນັ້ນ. ພວກເຂົາຈະບໍ່ປ່ອຍວາງຄວາມກຽດຊັງຂອງພວກເຂົາໄປຢ່າງເດັດຂາດ, ທັງຈະບໍ່ປ່ອຍວາງຄວາມຄັບແຄ້ນໃຈໃດໆ. ພວກເຂົາຈະບໍ່ເປັນຄືກັບຄົນທີ່ມີຄຸນສົມບັດຂອງຄວາມເປັນມະນຸດຢ່າງເດັດຂາດ ເຊິ່ງຈະເວົ້າວ່າ “ຊ່າງມັນເຖາະ. ຫຼາຍປີຜ່ານໄປແລ້ວ. ຂ້ອຍກໍສະບາຍດີ ແລະ ສິ່ງທີ່ອີກຝ່າຍເຮັດກໍບໍ່ໄດ້ທຳຮ້າຍຂ້ອຍແທ້ໆ. ນອກຈາກນີ້, ການແກ້ແຄ້ນຈະໄດ້ຫຍັງ?” ພວກເຂົາຈະບໍ່ເວົ້າວ່າ “ຊ່າງມັນເຖາະ” ຢ່າງເດັດຂາດ; ໃນໃຈຂອງພວກເຂົານັ້ນ ພວກເຂົາຈະຄິດໄລ່ບັນຊີຢູ່. ເມື່ອພວກເຂົາມີສະຖານະ, ພວກເຂົາກໍເວົ້າວ່າ “ເຈົ້າຄິດວ່າຂ້ອຍລືມຄວາມກຽດຊັງຂອງຂ້ອຍແລ້ວບໍ? ເຈົ້າເຄີຍລ່ວງເກີນຂ້ອຍ, ທຳຮ້າຍຂ້ອຍ ແລະ ກົດຂີ່ຂ້ອຍມາກ່ອນ, ເຈົ້າຄິດວ່າມັນເປັນພຽງເລື່ອງໃນອະດີດທີ່ຜ່ານໄປແລ້ວບໍ? ນັ້ນເປັນໄປບໍ່ໄດ້! ຕອນນີ້ຂ້ອຍມີສະຖານະແລ້ວ; ສິ່ງຕ່າງໆແຕກຕ່າງຈາກເມື່ອກ່ອນ, ຂ້ອຍຈະບໍ່ແກ້ແຄ້ນເຈົ້າໄດ້ແນວໃດ? ຂ້ອຍຈະໃຊ້ອຳນາດທີ່ຂ້ອຍມີເພື່ອສະແດງໃຫ້ເຈົ້າເຫັນວ່າຂ້ອຍມີຄວາມສາມາດເຮັດຫຍັງໄດ້ແດ່, ເພື່ອໃຫ້ເຈົ້າຮູ້ວ່າຂ້ອຍບໍ່ແມ່ນຄົນທຳມະດາ!” ໂລກພາຍໃນຂອງພວກເຂົາເຕັມໄປດ້ວຍຄວາມກຽດຊັງ ແລະ ຈິດໃຈຂອງພວກເຂົາກໍເຕັມໄປດ້ວຍວິທີການແກ້ແຄ້ນ ແລະ ວິທີການປ່ຽນຄວາມພ່າຍແພ້ໃຫ້ກາຍເປັນໄຊຊະນະ, ໂດຍພະຍາຍາມເຮັດໃຫ້ບໍ່ມີໃຜລືມວ່າພວກເຂົາໜ້າເກງຂາມສໍ່າໃດ ແລະ ເພື່ອບໍ່ໃຫ້ຜູ້ຄົນຂົ່ມເຫັງພວກເຂົາຄືກັບເມື່ອກ່ອນອີກຕໍ່ໄປ ແຕ່ຫັນມາຢ້ານກົວພວກເຂົາແທນ. ເຈົ້າເຫັນບໍ, ຄົນປະເພດນີ້ແຕກຕ່າງຈາກຄົນທີ່ມີຄຸນສົມບັດຂອງຄວາມເປັນມະນຸດບໍ? (ແຕກຕ່າງ). ພວກເຂົາຄິດໄຕ່ຕອງຫຍັງຢູ່ໃນຫົວຂອງພວກເຂົາຢູ່ຕະຫຼອດເວລາ? “ຂ້ອຍຈະສະແດງໃຫ້ເຈົ້າເຫັນວ່າຂ້ອຍໜ້າເກງຂາມສໍ່າໃດ. ຂ້ອຍຈະສະແດງໃຫ້ເຈົ້າເຫັນວ່າຂ້ອຍບໍ່ແມ່ນຄົນທີ່ຈະມາລໍ້ຫຼິ້ນໄດ້. ຂ້ອຍຈະເຮັດໃຫ້ເຈົ້າຢ້ານທຸກຄັ້ງທີ່ເຈົ້າເຫັນຂ້ອຍ ແລະ ເຮັດໃຫ້ເຈົ້າບໍ່ກ້າຂົ່ມເຫັງຂ້ອຍອີກຕໍ່ໄປ!” ບອກເຮົາມາເບິ່ງ, ພວກເຈົ້າຄິດວ່າພວກເຂົາສາມາດກະທຳຕາມຄວາມຄິດເຫຼົ່ານີ້ໄດ້ບໍ? (ໄດ້). ພວກເຂົາສາມາດເຮັດໄດ້ຢ່າງແນ່ນອນ. ໃຈຂອງພວກເຂົາເຕັມໄປດ້ວຍຄວາມກຽດຊັງ ແລະ ຍິ່ງໄປກວ່ານັ້ນ ປະເພດຂອງພວກເຂົາກໍຄືມານຮ້າຍ ແລະ ພວກເຂົາບໍ່ມີມາດຕະຖານທີ່ຈະວັດແທກວ່າການຄິດແບບນີ້ຖືກ ຫຼື ຜິດ. ເມື່ອພວກເຂົາຄິດແບບນີ້, ພວກເຂົາບໍ່ມີມະໂນທຳ ແລະ ເຫດຜົນເພື່ອຢັບຢັ້ງຕົນເອງ, ບໍ່ມີສິ່ງໃດສາມາດຢັບຢັ້ງ ຫຼື ຄວບຄຸມພວກເຂົາໄດ້. ໃນຂະນະທີ່ສິ່ງທີ່ຊົ່ວຊ້າ ແລະ ໂຫດຮ້າຍເຫຼົ່ານີ້ເພີ່ມຂຶ້ນ ແລະ ລົ້ນອອກມາພາຍໃນຕົວພວກເຂົາຢູ່ຕະຫຼອດເວລາ, ພວກເຂົາກໍຍັງວາງແຜນຮ້າຍ ແລະ ຊອກຫາໂອກາດເພື່ອເຮັດໃນສິ່ງທີ່ພວກເຂົາຕ້ອງການເຮັດຢູ່ຕະຫຼອດເວລາເຊັ່ນກັນ. ຕອນນີ້ພວກເຂົາມີສະຖານະແລ້ວ, ໃນທີ່ສຸດໂອກາດຂອງພວກເຂົາກໍມາເຖິງ. ບອກເຮົາມາເບິ່ງ, ພວກເຈົ້າຄິດວ່າພວກເຂົາຈະຍອມອ່ອນຂໍ້ບໍ? ພວກເຂົາຈະບໍ່ຍອມອ່ອນຂໍ້ຢ່າງເດັດຂາດ. ພວກເຂົາຈະສວຍໃຊ້ໂອກາດນີ້ ແລະ ໃຊ້ອຳນາດທີ່ພວກເຂົາມີໃນຕອນນີ້ເພື່ອປ່ຽນຄວາມຄິດທັງໝົດຂອງພວກເຂົາໃຫ້ກາຍເປັນຄວາມຈິງ, ເຮັດໃຫ້ຜູ້ທີ່ເຄີຍທຳຮ້າຍພວກເຂົາໃນອະດີດ ແລະ ສັດຕູຂອງພວກເຂົາຢ້ານກົວພວກເຂົາ, ສະແດງໃຫ້ຄົນເຫຼົ່ານັ້ນເຫັນວ່າພວກເຂົາມີຄວາມສາມາດ ແລະ ເກັ່ງກາດສໍ່າໃດ, ເຮັດໃຫ້ຄົນເຫຼົ່ານີ້ລ້ວນແຕ່ຊື່ນຊົມພວກເຂົາໃນໃຈຂອງຕົນ ແລະ ເຮັດໃຫ້ພວກເຂົາມີສະຖານະໃນໃຈຂອງຄົນເຫຼົ່ານັ້ນ. ສິ່ງຕໍ່ໄປທີ່ພວກເຂົາຈະເຮັດກໍຄືການເຮັດໃຫ້ຄົນເຫຼົ່ານີ້ອັບອາຍ ແລະ ໃຊ້ຄຳເວົ້າ ແລະ ການກະທຳເພື່ອກົດຂີ່ ແລະ ຫາເລື່ອງພວກເຂົາ. ພວກເຂົາຈະເບິ່ງຜູ້ທີ່ເຄີຍລ່ວງເກີນພວກເຂົາໃນອະດີດ ແລະ ຄິດໄຕ່ຕອງວ່າ “ຂ້ອຍຕ້ອງສົ່ງຄົນນັ້ນໄປເທດສອນຂ່າວປະເສີດໃນສະຖານທີ່ທີ່ຍາກລຳບາກ ແລະ ອັນຕະລາຍທີ່ສຸດ. ຖ້າລາວບໍ່ຢາກໄປ, ຂ້ອຍກໍຈະລິຮານລາວ. ຖ້າລາວຍັງບໍ່ໄປຫຼັງຈາກນັ້ນ, ຂ້ອຍກໍຈະທຳລາຍຊື່ສຽງຂອງລາວ ແລະ ຂັບໄລ່ລາວອອກໄປ! ແລ້ວໃຜກໍຕາມທີ່ເວົ້າປົກປ້ອງລາວກໍຈະພົບກັບຈຸດຈົບດຽວກັນ!” ບາງຄົນເຄີຍລ່ວງເກີນພວກເຂົາໃນອະດີດ ແລະ ຕອນນີ້ກໍຖືກເລືອກໃຫ້ເປັນຜູ້ນຳ, ແຕ່ກໍຍັງເປັນຜູ້ໃຕ້ບັງຄັບບັນຊາຂອງພວກເຂົາ. ພວກເຂົາຄິດໄຕ່ຕອງວ່າ “ຂ້ອຍຈະສາມາດເທດສະໜາຫຍັງເພື່ອທຳລາຍຊື່ສຽງຂອງພວກເຂົາໄດ້ຢ່າງສິ້ນເຊີງ? ຖ້າພວກເຂົາປະພຶດຕົວດີ ແລະ ເຊື່ອຟັງຂ້ອຍໃນທຸກເລື່ອງ, ຂ້ອຍກໍຈະໃຫ້ໂອກາດພວກເຂົາເລີ່ມຕົ້ນໃໝ່. ແຕ່ຖ້າພວກເຂົາກະບົດ, ຮູ້ສຶກລັງກຽດຂ້ອຍ ແລະ ບໍ່ພໍໃຈກັບຂ້ອຍ ແລະ ເຖິງຂັ້ນຕ້ອງການລາຍງານບັນຫາຂອງຂ້ອຍ, ຂ້ອຍກໍຈະຕ້ອງໃຫ້ພວກເຂົາຮູ້ລິດ! ຂ້ອຍຈະເຮັດທຸກວິທີທາງທີ່ເປັນໄປໄດ້ເພື່ອເຮັດໃຫ້ອ້າຍເອື້ອຍນ້ອງປົດ ແລະ ໄລ່ພວກເຂົາອອກ ແລະ ເຮັດໃຫ້ພວກເຂົາບໍ່ສາມາດພິກສະຖານະການໄດ້ອີກເລີຍ! ຂ້ອຍຈະສົ່ງພວກເຂົາໄປຟາມເພື່ອເຮັດນາ ຫຼື ລ້ຽງໝູ. ຖ້າພວກເຂົາຍັງບໍ່ຟັງ, ຂ້ອຍກໍຈະຊອກຫາສະຖານທີ່ທີ່ອັນຕະລາຍທີ່ສຸດໃຫ້ພວກເຂົາໄປ ແລະ ປະຕິບັດໜ້າທີ່ຂອງພວກເຂົາ, ບ່ອນທີ່ພວກເຂົາອາດຈະຖືກຕຳຫຼວດຈັບກຸມໄດ້ທຸກເວລາ!” ພຽງແຕ່ມີຄວາມຄິດດັ່ງກ່າວກໍຮ້າຍແຮງຫຼາຍແລ້ວ; ມັນເປັນການເຮັດເກີນຂອບເຂດແລ້ວ. ການທີ່ພວກເຂົາສາມາດຄິດແບບນີ້ໄດ້ກໍພິສູດແລ້ວວ່າພວກເຂົາບໍ່ມີມະໂນທຳ ຫຼື ເຫດຜົນໃດໆຢ່າງແທ້ຈິງ. ແລ້ວຖ້າພວກເຂົາສາມາດເຮັດສິ່ງເຫຼົ່ານີ້ໄດ້ຢ່າງແທ້ຈິງ, ຄັນຊັ້ນ ນອກເໜືອຈາກການບໍ່ມີມະໂນທຳ ແລະ ເຫດຜົນແລ້ວ, ພວກເຂົາຍັງມີອົງປະກອບຂອງທຳມະຊາດແບບມານຮ້າຍຢູ່ພາຍໃນຕົວພວກເຂົານຳອີກ. ໃຈຂອງພວກເຂົາບໍ່ພຽງແຕ່ປາສະຈາກຄວາມເປັນມະນຸດເທົ່ານັ້ນ, ແຕ່ຍັງມີທຳມະຊາດແບບມານຮ້າຍນຳອີກ. ຄົນນັ້ນບໍ່ແມ່ນມານຮ້າຍບໍ? ເມື່ອຄົນປະເພດນີ້ບໍ່ມີສະຖານະ, ລາວເກັ່ງຫຼາຍໃນການປອມຕົວ ແລະ ອົດທົນກັບສິ່ງຕ່າງໆ. ລາວຊຳນານໃນການ “ນອນເທິງຟືນ ແລະ ຊີມບີຂົມ”. ລາວໄດ້ຮຽນຮູ້ຈາກຄຳເວົ້າທີ່ວ່າ “ສຸພາບບຸລຸດແກ້ແຄ້ນສິບປີກໍຍັງບໍ່ສາຍ” ແລະ “ຕາບໃດທີ່ຍັງມີຊີວິດຢູ່ກໍຍັງມີໂອກາດ” ພ້ອມທັງ ‘ໃຈຂອງນາຍົກລັດຖະມົນຕີກວ້າງພໍທີ່ຈະແລ່ນເຮືອໄດ້’. ລາວໄດ້ປອມຕົວມາຈົນເຖິງຕອນນີ້ ແລະ ໃນທີ່ສຸດ ທາດແທ້ຂອງລາວກໍຖືກເປີດເຜີຍອອກມາ. ລາວເປັນຄົນຊົ່ວຊ້າປະເພດໃດ? ລາວບໍ່ແມ່ນມະນຸດ, ລາວເປັນມານຮ້າຍ. ລອງໄປເບິ່ງວ່າຄົນໃດທີ່ປະພຶດຕົວດີເມື່ອບໍ່ມີສະຖານະ ແຕ່ເບິ່ງຄືກາຍເປັນຄົນລະຄົນທັນທີທີ່ໄດ້ຮັບມັນມາ. ລາວຟ້າວສອບຖາມກ່ຽວກັບບ່ອນຢູ່ ແລະ ສະຖານະການຂອງໃຜກໍຕາມທີ່ເຄີຍລ່ວງເກີນຕົນ ແລະ ຕອນນີ້ຄົນເຫຼົ່ານັ້ນກຳລັງປະຕິບັດໜ້າທີ່ຫຍັງຢູ່. ຈາກນັ້ນ ລາວກໍຊອກຫາໂອກາດເພື່ອຫາເລື່ອງຄົນເຫຼົ່ານີ້ ແລະ ເຮັດໃຫ້ບັນຫາຂອງພວກເຂົາກາຍເປັນເລື່ອງໃຫຍ່ໂຕ, ໂດຍຕາມຫຼິ້ນງານຄົນເຫຼົ່ານີ້ຈົນເຖິງຂັ້ນທີ່ພວກເຂົາກາຍເປັນຄົນເຊື່ອຟັງ ແລະ ຍອມຈຳນົນຕໍ່ລາວ, ເຊິ່ງໃນຈຸດນັ້ນ ລາວເຊື່ອວ່າວຽກງານຂອງຄຣິສຕະຈັກໄດ້ຖືກເຮັດເປັນຢ່າງດີແລ້ວ. ຄົນແບບນີ້ເປັນມານຮ້າຍທີ່ຊົ່ວຮ້າຍ ແລະ ຕ້ອງຖືກປົດອອກໂດຍໄວ. ຖ້າພວກເຂົາບໍ່ຖືກປົດອອກ, ເຈົ້າກໍຈະທົນທຸກໄປພ້ອມກັບຄົນອື່ນໆ, ບໍ່ຊ້າກໍໄວ ພວກເຂົາກໍຈະຕາມຫຼິ້ນງານເຈົ້າເຊັ່ນກັນ.
ຄົນປະເພດໃດທີ່ຄວນຖືກເລືອກໃຫ້ເປັນຜູ້ນຳຄຣິສຕະຈັກ? ຢ່າງໜຶ່ງກໍຄື ລາວຄວນມີພາລະໃນການປະຕິບັດໜ້າທີ່ຂອງຕົນ ແລະ ມີຂີດຄວາມສາມາດພຽງພໍ. ອີກຢ່າງໜຶ່ງກໍຄື ຄວາມເປັນມະນຸດຂອງລາວຄວນຊື່ກົງ ແລະ ໃຈດີ ແລະ ລາວຄວນສາມາດປະຕິບັດຕໍ່ຜູ້ຄົນໄດ້ຢ່າງຍຸຕິທຳ. ເມື່ອລາວບໍ່ມີສະຖານະ, ຄວາມຈິງແລ້ວມີອ້າຍເອື້ອຍນ້ອງບາງຄົນທີ່ເຄີຍລ່ວງເກີນລາວ ຫຼື ຂັດແຍ້ງກັບລາວ, ແຕ່ຫຼັງຈາກທີ່ກາຍເປັນຜູ້ນຳແລ້ວ ລາວສາມາດປະຕິບັດຕໍ່ຄົນເຫຼົ່ານີ້ຢ່າງຖືກຕ້ອງ, ໂດຍສົ່ງເສີມພວກເຂົາເມື່ອພວກເຂົາຄວນຖືກສົ່ງເສີມ ແລະ ນຳໃຊ້ພວກເຂົາເມື່ອພວກເຂົາຄວນຖືກນຳໃຊ້. ບາງຄົນບອກກັບລາວວ່າ “ຄົນຜູ້ນັ້ນເຄີຍເວົ້າບໍ່ດີກ່ຽວກັບເຈົ້າມາກ່ອນ”, ແຕ່ລາວກໍສາມາດປ່ອຍຜ່ານໄປໄດ້. ລາວໃຫ້ຄວາມສຳຄັນກັບວຽກງານຂອງເຮືອນຂອງພຣະເຈົ້າເປັນອັນດັບທຳອິດ ໂດຍເວົ້າວ່າ “ເຮືອນຂອງພຣະເຈົ້າກຳລັງຕ້ອງການຄົນໃນຕອນນີ້. ຖ້າຄົນນັ້ນເໝາະສົມທີ່ຈະປະຕິບັດໜ້າທີ່ນີ້, ພວກເຮົາກໍຄວນນຳໃຊ້ຄົນນັ້ນ”. ບໍ່ວ່າໃຜຈະພະຍາຍາມຍຸຍົງໃຫ້ແຕກແຍກກໍຕາມ, ລາວກໍບໍ່ໄດ້ຮັບອິດທິພົນຈາກສິ່ງນັ້ນ. ເຖິງແມ່ນວ່າຈະເປັນຄົນທີ່ປະຕິບັດຕໍ່ລາວຮ້າຍແຮງທີ່ສຸດກໍຕາມ, ຖ້າຄົນຜູ້ນີ້ສອດຄ່ອງກັບຫຼັກການຂອງເຮືອນຂອງພຣະເຈົ້າໃນການນຳໃຊ້ຄົນ, ຜູ້ນຳກໍຈະນຳໃຊ້ລາວຕາມຄວາມຈຳເປັນ. ບໍ່ຕ້ອງເວົ້າເຖິງວ່າຄົນດັ່ງກ່າວຄຳນຶງເຖິງເຈດຕະນາຂອງພຣະເຈົ້າ ຫຼື ບໍ່ ຫຼື ຂີດຄວາມສາມາດລາວເປັນແນວໃດ ຫຼື ລາວສາມາດເຮັດວຽກໄດ້ດີ ຫຼື ບໍ່, ພຽງແຕ່ໃນແງ່ຂອງປະເພດຂອງຜູ້ຄົນ, ລາວເປັນມະນຸດທີ່ແທ້ຈິງຢ່າງແນ່ນອນ. ລາວສາມາດປະຕິບັດຕໍ່ຜູ້ຄົນໄດ້ຢ່າງຍຸຕິທຳ, ໂດຍສະເພາະຜູ້ທີ່ເຄີຍຂັດແຍ້ງກັບລາວ ຫຼື ຜູ້ທີ່ເຄີຍກົດຂີ່ລາວ, ທຳຮ້າຍລາວ ຫຼື ເຖິງຂັ້ນດູຖູກລາວ ຫຼື ຂົ່ມເຫັງລາວໃນອະດີດ, ລາວກໍສາມາດປະຕິບັດຕໍ່ພວກເຂົາທຸກຄົນໄດ້ຢ່າງຖືກຕ້ອງ ແລະ ຢ່າງຍຸຕິທຳ. ນັ້ນກໍພຽງພໍແລ້ວສຳລັບພວກເຮົາທີ່ຈະເວົ້າວ່າຄົນຜູ້ນີ້ຊື່ກົງ ແລະ ໃຈດີພຽງພໍແລ້ວ; ລາວສອດຄ່ອງກັບຫຼັກການ ແລະ ຕອບສະໜອງເງື່ອນໄຂສຳລັບການຖືກພຣະເຈົ້າເຮັດໃຫ້ສົມບູນ. ບາງຄົນເວົ້າວ່າ “ແລ້ວຄົນຜູ້ນີ້ເປັນຄົນທີ່ໄລ່ຕາມເສາະຫາຄວາມຈິງບໍ? ຖ້າລາວບໍ່ໄລ່ຕາມເສາະຫາຄວາມຈິງ, ລາວຈະບໍ່ສາມາດປະຕິບັດຕໍ່ຜູ້ຄົນດ້ວຍວິທີນີ້ໄດ້ບໍ?” ສິ່ງນີ້ຖືກຕ້ອງບໍ? ບອກເຮົາມາເບິ່ງ, ເຖິງແມ່ນວ່າຄົນໃດໜຶ່ງຈະບໍ່ໄລ່ຕາມເສາະຫາຄວາມຈິງກໍຕາມ, ຕາບໃດທີ່ລາວມີຄຸນສົມບັດຂອງຄວາມຊື່ກົງ ແລະ ຄວາມໃຈດີໃນຄວາມເປັນມະນຸດຂອງຕົນໂດຍທຳມະຊາດ, ລາວ ຈະສາມາດມີຫຼັກການພື້ນຖານໃນວິທີທີ່ຕົນປະຕິບັດຕໍ່ຜູ້ຄົນໄດ້ບໍ? (ໄດ້). ເມື່ອລາວມີສະຖານະ, ລາວຈະສາມາດປ່ອຍວາງຄວາມຄັບແຄ້ນໃຈສ່ວນຕົວ, ບໍ່ຖືສາຫາຄວາມຜິດໃນອະດີດຂອງຜູ້ຄົນ ແລະ ບໍ່ປະຕິບັດຕໍ່ຜູ້ຄົນໂດຍອີງໃສ່ຄວາມຄັບແຄ້ນໃຈສ່ວນຕົວຂອງຕົນໄດ້ບໍ? ລາວຈະສາມາດບັນລຸສິ່ງນີ້ໄດ້. ຖ້າເຈົ້າບໍ່ສາມາດບັນລຸໄດ້ແມ່ນແຕ່ສິ່ງນີ້, ເຈົ້າຈະຫວັງທີ່ຈະປະຕິບັດຄວາມຈິງ ແລະ ອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າໄດ້ແນວໃດ? ຖ້າແມ່ນແຕ່ສິ່ງນີ້ກໍຍັງເກີນຄວາມສາມາດຂອງເຈົ້າ, ເຈົ້າກໍບໍ່ແມ່ນຄົນທີ່ຊື່ກົງ ແລະ ໃຈດີ; ມັນຍັງສາມາດເວົ້າໄດ້ອີກວ່າ ເຈົ້າບໍ່ແມ່ນຄົນທີ່ມີຄຸນສົມບັດຂອງຄວາມເປັນມະນຸດ, ເຈົ້າບໍ່ແມ່ນມະນຸດ. ຖ້າເຈົ້າບໍ່ແມ່ນມະນຸດ ແລະ ບໍ່ມີມະໂນທຳ ຫຼື ເຫດຜົນ, ເຈົ້າຈະເອົາສິດຫຍັງມາພະຍາຍາມໄລ່ຕາມເສາະຫາຄວາມຈິງ? ຖ້າເຈົ້າບໍ່ບັນລຸເງື່ອນໄຂພື້ນຖານສຳລັບການອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າ ແລະ ການໄລ່ຕາມເສາະຫາຄວາມຈິງ, ເຈົ້າກໍບໍ່ສາມາດໄດ້ຮັບຄວາມຈິງ ແລະ ບໍ່ຄູ່ຄວນທີ່ຈະຖືກເອີ້ນວ່າມະນຸດ. ຖ້າເຈົ້າບໍ່ສາມາດປະຕິບັດຕໍ່ຜູ້ຄົນໄດ້ຢ່າງຍຸຕິທຳ, ເຈົ້າຈະສາມາດຮັກຄວາມຈິງໄດ້ບໍ? ເຈົ້າຈະສາມາດປະຕິບັດພຣະທຳຂອງພຣະເຈົ້າໄດ້ບໍ? ຖ້າເຈົ້າບໍ່ສາມາດປ່ອຍວາງໄດ້ແມ່ນແຕ່ຄວາມຄັບແຄ້ນໃຈສ່ວນຕົວເລັກໆນ້ອຍໆ ແລະ ເຈົ້າສາມາດແກ້ແຄ້ນໃຜກໍຕາມທີ່ເປັນໄພຕໍ່ເຈົ້າ ຫຼື ຜູ້ທີ່ເຄີຍລ່ວງເກີນເຈົ້າມາກ່ອນ ແລະ ເຈົ້າບໍ່ມີແມ່ນແຕ່ມາດຕະຖານໃດໆຂອງມະໂນທຳ ແລະ ເຫດຜົນ, ເຈົ້າຈະສາມາດປະຕິບັດພຣະທຳຂອງພຣະເຈົ້າໄດ້ບໍ? ບໍ່ມີທາງ! ເພາະສະນັ້ນແລ້ວ, ເມື່ອເລືອກຕັ້ງຜູ້ນຳ, ເຈົ້າຄວນເບິ່ງວິທີທີ່ຄົນໃດໜຶ່ງປະຕິບັດຕໍ່ຄົນອື່ນກ່ອນ; ນີ້ຄືໜຶ່ງໃນມາດຕະຖານສຳລັບການວັດແທກວ່າຄົນໃດໜຶ່ງມີຄຸນສົມບັດຂອງຄວາມເປັນມະນຸດ ຫຼື ບໍ່. ນັ້ນກໍຄື ບໍ່ວ່າໃຜຈະເຄີຍລ່ວງເກີນຄົນນັ້ນໃນອະດີດກໍຕາມ, ລາວກໍບໍ່ເກັບມາຄຽດແຄ້ນ ແລະ ລາວກໍບໍ່ເຄີຍແກ້ແຄ້ນໃຜເລີຍ ແລະ ລາວຍັງຄົງເປັນຄືເກົ່າເຖິງແມ່ນວ່າຈະໄດ້ຮັບສະຖານະແລ້ວກໍຕາມ. ມັນອາດຈະເປັນໄປໄດ້ວ່າ ລາວຈະວາງຕົວເໜືອກວ່າ, ມີຄວາມປາຖະໜາໃນສະຖານະເລັກໜ້ອຍ ຫຼື ເພີດເພີນກັບຜົນປະໂຫຍດຈາກສະຖານະ, ແຕ່ລາວກໍນຳໃຊ້ຜູ້ທີ່ເຄີຍລ່ວງເກີນຕົນໃນອະດີດຕາມຄວາມຈຳເປັນ ແລະ ມີການພົວພັນກັບພວກເຂົາຕາມທີ່ຄວນເຮັດ, ບາງທີໃນໃຈຂອງລາວອາດຈະຈື່ຈຳຄວາມບາດໝາງເຫຼົ່ານັ້ນ, ແຕ່ລາວກໍບໍ່ໄດ້ເຮັດສິ່ງໃດເລີຍທີ່ເປັນການຕອບໂຕ້. ນີ້ຄືສິ່ງທີ່ໃຜກໍຕາມທີ່ບໍ່ມີຄຸນສົມບັດຂອງຄວາມເປັນມະນຸດບໍ່ສາມາດບັນລຸໄດ້; ສັດເດຍລະສານບໍ່ສາມາດບັນລຸໄດ້ ແລະ ມານຮ້າຍຍິ່ງບໍ່ສາມາດບັນລຸໄດ້. ມີພຽງຄົນທີ່ມີມະໂນທຳເທົ່ານັ້ນທີ່ສາມາດບັນລຸໄດ້. ເມື່ອຄົນທີ່ມີມະໂນທຳເຮັດສິ່ງໃດກໍຕາມ, ມະໂນທຳຂອງພວກເຂົາຈະກະຕຸ້ນພວກເຂົາ ແລະ ຄວບຄຸມພຶດຕິກຳຂອງພວກເຂົາຈາກພາຍໃນ ແລະ ເຫດຜົນຂອງພວກເຂົາຈະຢັບຢັ້ງແຮງກະຕຸ້ນ ແລະ ຄວາມມຸທະລຸຂອງພວກເຂົາ; ຍິ່ງໄປກວ່ານັ້ນ ມັນຍັງຢັບຢັ້ງ ແລະ ຄວບຄຸມຄວາມຄິດ ແລະ ພຶດຕິກຳທີ່ບໍ່ສົມເຫດສົມຜົນຂອງພວກເຂົານຳອີກ. ເຖິງແມ່ນວ່າພວກເຂົາຈະມີສະຖານະ, ພວກເຂົາກໍຈະບໍ່ເຮັດສິ່ງຕ່າງໆເພື່ອແກ້ແຄ້ນຄົນອື່ນ. ນີ້ຄືສັນຍານທີ່ຊັດເຈນວ່າຄົນໃດໜຶ່ງມີຄຸນສົມບັດຂອງຄວາມເປັນມະນຸດ. ຈົ່ງເບິ່ງຜູ້ຄົນທີ່ຢູ່ອ້ອມຂ້າງພວກເຈົ້າ, ໃຜກໍຕາມທີ່ເປັນແບບນີ້ກໍຄືມະນຸດທີ່ແທ້ຈິງ. ມັນອາດຈະເປັນໄປໄດ້ວ່າ ຂີດຄວາມສາມາດຂອງຄົນນັ້ນຢູ່ໃນລະດັບປານກາງ, ລາວບໍ່ໄດ້ມີການສຶກສາສູງ ແລະ ລາວກໍຍັງໜຸ່ມຫຼາຍ; ມັນຍັງອາດຈະເປັນໄປໄດ້ວ່າ ໃນພາຍນອກແລ້ວ ລາວເບິ່ງຄືບໍ່ກະຕືລືລົ້ນປານໃດ, ທັງບໍ່ເບິ່ງຄືວ່າຈະໄລ່ຕາມເສາະຫາຫຼາຍປານໃດ ແລະ ມັນອາດຈະເປັນໄປໄດ້ວ່າ ລາວຈະບໍ່ໄລ່ຕາມເສາະຫາຄວາມຈິງໃນອະນາຄົດ, ແຕ່ຢ່າງໜ້ອຍທີ່ສຸດ, ຄົນດັ່ງກ່າວກໍເປັນຄົນທີ່ໄວ້ໃຈໄດ້ສຳລັບເຈົ້າ, ແມ່ນບໍ? (ແມ່ນແລ້ວ).
ຕອນນີ້ພວກເຮົາໄດ້ໂອ້ລົມກ່ຽວກັບການສະແດງອອກຂອງຄົນທີ່ຊື່ກົງ ແລະ ໃຈດີໃນແງ່ຂອງວິທີທີ່ພວກເຂົາປະຕິບັດຕໍ່ຄົນອື່ນຈົບແລ້ວ, ໃຫ້ພວກເຮົາເວົ້າກ່ຽວກັບວ່າຄົນປະເພດນີ້ມີການສະແດງອອກ ແລະ ຄຸນລັກສະນະສະເພາະຫຍັງແດ່ ເມື່ອພວກເຂົາເຮັດບາງສິ່ງຜິດພາດ ແລະ ກະທຳຜິດ. ໃນຖານະທີ່ເປັນມະນຸດຊາດທີ່ເສື່ອມຊາມ, ຖ້າພວກເຂົາມີຄຸນສົມບັດຂອງຄວາມຊື່ກົງ ແລະ ຄວາມໃຈດີໃນຄວາມເປັນມະນຸດຂອງພວກເຂົາ, ເມື່ອພວກເຂົາເຮັດບາງສິ່ງຜິດພາດ, ບໍ່ວ່າພວກເຂົາຈະສາມາດຮັບຮູ້ເຖິງມັນໄດ້ ຫຼື ບໍ່ກໍຕາມ, ພວກເຂົາກໍຈະໄຕ່ຕອງ ແລະ ກວດສອບຄຳເວົ້າ ແລະ ການກະທຳຂອງພວກເຂົາເອງ. ຖ້າພວກເຂົາໄດ້ສ້າງຄວາມເສຍຫາຍໃຫ້ກັບຄົນໃດໜຶ່ງ ຫຼື ຖ້າຄົນໃດໜຶ່ງໃຫ້ຄຳຕິຊົມທີ່ເປັນລົບກ່ຽວກັບພວກເຂົາ ຫຼື ການປະເມີນທີ່ເປັນລົບກ່ຽວກັບພວກເຂົາ, ພວກເຂົາກໍຈະກວດສອບຕົນເອງເບິ່ງວ່າ: “ຄຳເວົ້າໃດຂອງຂ້ອຍທີ່ຜິດພາດ? ຂ້ອຍເຮັດຫຍັງຜິດ? ຂ້ອຍມີເຈດຕະນາໃດໆ ຫຼື ບໍ່ໃນຕອນທີ່ຂ້ອຍກຳລັງເວົ້າ? ຂ້ອຍກຳລັງແນເປົ້າໃສ່ຄົນນັ້ນບໍ? ມັນເປັນຄວາມຜິດຂອງຂ້ອຍແທ້ໆບໍທີ່ຂ້ອຍນຳຜົນສະທ້ອນທີ່ບໍ່ດີມາສູ່ຄົນນັ້ນ? ຄົນນັ້ນອ່ອນໄຫວເກີນໄປບໍ ຫຼື ຂ້ອຍບໍ່ລະມັດລະວັງພຽງພໍໃນການພິຈາລະນາຂອງຂ້ອຍ ແລະ ບໍ່ເໝາະສົມໃນການເລືອກຄຳເວົ້າຂອງຂ້ອຍໃນຕອນນັ້ນ?” ພວກເຂົາມັກຈະກວດສອບຕົນເອງຢູ່ສະເໝີ ແລະ ມີທັດສະນະຄະຕິໃນການປະພຶດຕົນຢ່າງຖ່ອມຕົວ. ທັດສະນະຄະຕິນີ້ມາຈາກຄວາມຊື່ກົງ ແລະ ຄວາມໃຈດີຂອງພວກເຂົາ ແລະ ແນ່ນອນວ່າມັນກໍມາຈາກຄວາມມີເຫດຜົນຂອງພວກເຂົາເຊັ່ນກັນ. ນັ້ນແມ່ນດ້ານໜຶ່ງ. ຍິ່ງໄປກວ່ານັ້ນ, ຖ້າພວກເຂົາຄົ້ນພົບຜ່ານການໄຕ່ຕອງຕົນເອງວ່າພວກເຂົາມີບັນຫາບາງຢ່າງ ຫຼື ຖ້າຄົນອື່ນຊີ້ໃຫ້ເຫັນບັນຫາຂອງພວກເຂົາ, ພວກເຂົາກໍຈະຮູ້ສຶກທຸກໃຈ ແລະ ສະດຸ້ງໃຈວ່າ: “ຂ້ອຍຜິດບໍໃນວິທີທີ່ຂ້ອຍຈັດການກັບເລື່ອງນີ້? ຂ້ອຍບໍ່ຄວນເຮັດແບບນັ້ນບໍ? ຂ້ອຍບໍ່ໄດ້ຕັ້ງໃຈເຮັດໃນຕອນນັ້ນ ແລະ ຂ້ອຍກໍບໍ່ມີເຈດຕະນາໃດໆ”. ໃນຖານະທີ່ເປັນມະນຸດຊາດທີ່ເສື່ອມຊາມ, ພາຍໃຕ້ສະຖານະການພິເສດບາງຢ່າງ ຫຼື ກ່ຽວກັບເລື່ອງພິເສດບາງຢ່າງ, ພວກເຂົາອາດຈະເວົ້າວ່າ “ຂ້ອຍບໍ່ໄດ້ຕັ້ງໃຈເຮັດ ຫຼື ມີເຈດຕະນາໃດໆ” ເພື່ອຮັກສາໜ້າຕາຂອງພວກເຂົາ, ແຕ່ພວກເຂົາຈະຮູ້ສຶກຜິດຢູ່ຂ້າງໃນ. ໃນລະຫວ່າງຂະບວນການກວດສອບ ແລະ ໄຕ່ຕອງຕົນເອງຢ່າງຕໍ່ເນື່ອງ, ຖ້າພວກເຂົາຄົ້ນພົບວ່າສິ່ງທີ່ພວກເຂົາເຮັດນັ້ນຜິດແທ້ໆ, ພວກເຂົາກໍຈະຮູ້ສຶກບໍ່ສະບາຍໃຈອີກຄັ້ງ, ໂດຍຮູ້ສຶກວ່າພວກເຂົາບໍ່ຄວນເຮັດແບບນັ້ນ; ພວກເຂົາຈະຮູ້ສຶກເສຍໃຈ ແລະ ເປັນທຸກໃຈ ແລະ ຈະພະຍາຍາມຊອກຫາວິທີເພື່ອຊົດເຊີຍສິ່ງທີ່ພວກເຂົາໄດ້ເຮັດລົງໄປ ຫຼື ຫາໂອກາດທີ່ຈະແກ້ໄຂມັນ, ເຖິງຂັ້ນຂໍໂທດ ແລະ ຍອມຮັບຄວາມຜິດພາດຂອງພວກເຂົາຢ່າງຫ້າວຫັນ. ເມື່ອຄົ້ນພົບວ່າພວກເຂົາໄດ້ເຮັດບາງສິ່ງຜິດພາດ, ຄົນທີ່ມີຄຸນສົມບັດຂອງຄວາມເປັນມະນຸດຈະຮູ້ສຶກທຸກໃຈກ່ອນ, ພວກເຂົາຈະໜ້າແດງ ແລະ ໃຈຂອງພວກເຂົາຈະເຕັ້ນຕຸບໆ; ສິ່ງເຫຼົ່ານີ້ແມ່ນປະຕິກິລິຍາປົກກະຕິທີ່ມາຈາກມະໂນທຳ. ປະຕິກິລິຍາປົກກະຕິເຫຼົ່ານີ້ອີງໃສ່ຫຍັງ? ພວກມັນອີງໃສ່ການທີ່ຄົນເຮົາມີຄຸນສົມບັດຂອງຄວາມຊື່ກົງ, ຄວາມໃຈດີ ແລະ ຄວາມມີເຫດຜົນພາຍໃນຄວາມເປັນມະນຸດຂອງພວກເຂົາ. ພວກເຂົາບໍ່ໄດ້ມີການສະແດງອອກເຫຼົ່ານີ້ຍ້ອນວ່າພວກເຂົາຕ້ອງການຮັກສາໜ້າຕາຂອງພວກເຂົາເອງ, ທັງບໍ່ແມ່ນຍ້ອນວ່າພວກເຂົາເຮັດໃຫ້ຕົນເອງອັບອາຍ ຫຼື ຖືກຄົນອື່ນດູຖູກ, ແຕ່ຍ້ອນວ່າພວກເຂົາຮູ້ສຶກຜິດ ແລະ ຕຳນິຕົນເອງທີ່ເຮັດບາງສິ່ງທີ່ຜິດພາດ, ໂດຍຮູ້ສຶກວ່າພວກເຂົາບໍ່ຄວນເຮັດແບບນັ້ນ. ນີ້ຄືທັດສະນະຄະຕິໃນການຍອມຮັບຄວາມຜິດພາດຂອງພວກເຂົາ ແລະ ມັນຍັງເປັນປະຕິກິລິຍາທີ່ເກີດຈາກການກ່າວໂທດຂອງມະໂນທຳຂອງພວກເຂົາ ແລະ ໜ້າທີ່ຂອງຄວາມມີເຫດຜົນຂອງພວກເຂົາອີກດ້ວຍ. ພວກເຂົາຈະມີປະຕິກິລິຍາ; ພວກເຂົາຈະບໍ່ມຶນຊາຢ່າງສິ້ນເຊີງຢ່າງເດັດຂາດ, ທັງຈະບໍ່ພະຍາຍາມໂຕ້ຖຽງ ແລະ ແກ້ຕົວຢ່າງໜ້າດ້ານໆ, ທັງຈະບໍ່ພະຍາຍາມຊອກຫາວິທີເພື່ອຫຼີກລ່ຽງຄວາມຮັບຜິດຊອບ, ແຕ່ພວກເຂົາຈະມີທັດສະນະຄະຕິໃນການຍອມຮັບ ແລະ ຮັບເອົາຢ່າງຫ້າວຫັນ ແລະ ເຕັມໃຈທີ່ຈະແບກຮັບຄວາມຮັບຜິດຊອບ. ຍ້ອນວ່າຄົນປະເພດນີ້ມີຄຸນສົມບັດຂອງຄວາມຊື່ກົງ ແລະ ຄວາມໃຈດີໃນຄວາມເປັນມະນຸດຂອງພວກເຂົາ, ຄວາມຮູ້ສຶກລະອາຍໃຈຂອງພວກເຂົາຈຶ່ງຊັດເຈນຫຼາຍ. ຖ້າພວກເຂົາເຮັດບາງສິ່ງຜິດພາດພຽງເລັກນ້ອຍ, ທັນທີທີ່ຄົນໃດໜຶ່ງຊີ້ໃຫ້ເຫັນ, ພວກເຂົາກໍຈະບໍ່ສາມາດປິດບັງຄວາມອັບອາຍຂອງພວກເຂົາໄວ້ໄດ້. ຖ້າພວກເຂົາຈະໂຕ້ຖຽງຈັກໜ້ອຍ, ພວກເຂົາກໍຈະຮູ້ສຶກວ່າ “ມັນເປັນຄວາມຜິດຂອງຂ້ອຍເອງຢ່າງຊັດເຈນ ແລະ ຄົນນັ້ນກໍໄດ້ອະທິບາຍມັນຢ່າງຊັດເຈນແລ້ວ, ແລ້ວຂ້ອຍຍັງຈະໂຕ້ຖຽງໄປເພື່ອຫຍັງ?” ພວກເຂົາຈະຍອມຮັບຄວາມຜິດພາດຂອງພວກເຂົາໂດຍກົງ, ໂດຍຮູ້ສຶກເສຍໜ້າຢ່າງສິ້ນເຊີງ ແລະ ປາຖະໜາໃຫ້ແຜ່ນດິນສູບພວກເຂົາລົງໄປ. ສິ່ງເຫຼົ່ານີ້ແມ່ນຜົນມາຈາກມະໂນທຳ ແລະ ເຫດຜົນບໍ? (ແມ່ນແລ້ວ). ຖ້າມີຄົນຈຳນວນຫຼາຍຮູ້ກ່ຽວກັບສິ່ງທີ່ພວກເຂົາໄດ້ເຮັດ, ພວກເຂົາກໍຈະຍິ່ງຮູ້ສຶກອັບອາຍເກີນກວ່າທີ່ຈະສູ້ໜ້າໃຜໄດ້ ແລະ ພວກເຂົາຈະພະຍາຍາມຊອກຫາວິທີເພື່ອຊົດເຊີຍມັນ ແລະ ແກ້ໄຂສິ່ງທີ່ພວກເຂົາໄດ້ເຮັດ. ເຊິ່ງເວົ້າໄດ້ວ່າ ຫຼັງຈາກທີ່ຄົນທີ່ມີມະໂນທຳ ແລະ ເຫດຜົນເຮັດບາງສິ່ງຜິດພາດໄປ, ພວກເຂົາກໍມີທັດສະນະຄະຕິພື້ນຖານໃນການຍອມຮັບຄວາມຜິດພາດຂອງຕົນ; ພວກເຂົາສາມາດຍອມຮັບຂໍ້ເທັດຈິງນີ້ໄດ້ ແລະ ມີຄວາມຮູ້ສຶກລະອາຍໃຈ. ຍິ່ງໄປກວ່ານັ້ນ, ມັນບໍ່ແມ່ນວ່າພວກເຂົາພຽງແຕ່ຍອມຮັບຄວາມຜິດພາດຂອງພວກເຂົາ ແລ້ວກໍປ່ອຍມັນໄປຊື່ໆ; ພວກເຂົາຍັງຈະພະຍາຍາມຊອກຫາວິທີເພື່ອຊົດເຊີຍຄວາມຜິດພາດນັ້ນອີກດ້ວຍ. ຍ້ອນວ່າພວກເຂົາມີມະໂນທຳ, ພວກເຂົາຈຶ່ງໃສ່ໃຈໃນສິ່ງທີ່ພວກເຂົາເຮັດ; ເມື່ອປະເຊີນກັບສະຖານະການບາງຢ່າງ, ພວກເຂົາກໍເອົາມາໃສ່ໃຈ ແລະ ຈັດການກັບສະຖານະການນັ້ນຢ່າງຈິງຈັງ ແລະ ຢ່າງມີຄວາມຮັບຜິດຊອບ, ໂດຍຕັ້ງໃຈໄຕ່ຕອງບັນຫາທີ່ຢູ່ຕໍ່ໜ້າ ແລະ ຈັດການກັບມັນຢ່າງຈິງຈັງ, ແທນທີ່ຈະເຮັດພໍແລ້ວມືແລ້ວຕີນ, ເຮັດພໍເປັນພິທີ ຫຼື ແຮງໄກທີ່ພວກເຂົາຈະຫຼີກລ່ຽງຄວາມຮັບຜິດຊອບ. ພວກເຂົາສາມາດແບກຮັບຄວາມຮັບຜິດຊອບ, ຍອມຮັບຄວາມຜິດພາດຂອງພວກເຂົາຢ່າງຈິງຈັງ ແລະ ດ້ວຍສຸດໃຈຂອງພວກເຂົາ ແລະ ຈາກນັ້ນກໍເວົ້າ ແລະ ກະທຳຢ່າງມີຄວາມຮັບຜິດຊອບ, ໂດຍພະຍາຍາມຫຼຸດຜ່ອນຄວາມເສຍຫາຍໃຫ້ໜ້ອຍທີ່ສຸດ. ພວກເຂົາບໍ່ຄືກັບຄົນປະເພດມານຮ້າຍຢ່າງເດັດຂາດ, ຜູ້ທີ່ໃຈຮ້າຍທັນທີທີ່ຄົນໃດໜຶ່ງວິພາກວິຈານພວກເຂົາວ່າເຮັດບາງສິ່ງຜິດພາດ, ຜູ້ທີ່ຄິດຫາທຸກວິທີທາງທີ່ເປັນໄປໄດ້ເພື່ອຫຼີກລ່ຽງ ແລະ ປັດຄວາມຮັບຜິດຊອບ, ຜູ້ທີ່ພະຍາຍາມທຸກວິທີທາງເພື່ອໂຍນຄວາມຜິດໃຫ້ຄົນອື່ນ ແລະ ຜູ້ທີ່ວາງທ່າເປັນໄພ່ພົນທີ່ບໍ່ເຄີຍເຮັດຫຍັງຜິດເລີຍ. ສຳລັບຜູ້ທີ່ກັບຊາດມາເກີດຈາກສັດ, ມັນກໍຍິ່ງເປັນຈິງທີ່ວ່າພວກເຂົາບໍ່ຮູ້ວ່າອັນໃດຖືກ ແລະ ອັນໃດຜິດໃນທຸກສິ່ງທີ່ພວກເຂົາເຮັດ. ຖ້າເຈົ້າຊີ້ໃຫ້ເຫັນວ່າພວກເຂົາເຮັດບາງສິ່ງຜິດພາດ, ພວກເຂົາກໍຍອມຮັບມັນ, ແຕ່ຖ້າເຈົ້າຖາມພວກເຂົາວ່າພວກເຂົາຜິດພາດຢູ່ບ່ອນໃດ, ພວກເຂົາກໍເວົ້າວ່າ “ຂ້ອຍບໍ່ຮູ້, ແຕ່ໃນເມື່ອເຈົ້າເວົ້າວ່າຂ້ອຍຜິດ, ແລ້ວຂ້ອຍກໍຜິດ”. ແຕ່ເມື່ອພວກເຂົາປະເຊີນກັບເລື່ອງແບບນີ້ອີກຄັ້ງ, ພວກເຂົາກໍຍັງຈະເຮັດມັນດ້ວຍວິທີເດີມ. ບໍ່ວ່າພວກເຂົາຈະເຮັດສິ່ງທີ່ຜິດພາດ ຫຼື ຊົ່ວຮ້າຍຫຼາຍສໍ່າໃດກໍຕາມ ຫຼື ພວກເຂົາຈະເປີດເຜີຍອຸປະນິໄສທີ່ເສື່ອມຊາມຫຼາຍສໍ່າໃດກໍຕາມ, ໃນທີ່ສຸດແລ້ວ ພວກເຂົາກໍມັກຈະກັບໄປໃຊ້ຄຳເວົ້າເດີມໆສອງສາມປະໂຫຍກນັ້ນສະເໝີວ່າ: “ຂ້ອຍເຮັດຫຍັງຜິດ? ມັນຜິດບໍທີ່ຂ້ອຍທົນທຸກ ແລະ ຈ່າຍລາຄາມາຫຼາຍປີ? ຖ້າຂ້ອຍບໍ່ເຊື່ອໃນພຣະເຈົ້າ ແລະ ບໍ່ມີມະໂນທຳ ແລະ ເຫດຜົນ, ຂ້ອຍຈະສາມາດທົນທຸກໄດ້ຫຼາຍຂະໜາດນີ້ບໍ?” ຜູ້ທີ່ກັບຊາດມາເກີດຈາກສັດເປັນຄົນທີ່ຄິດງ່າຍໆ, ມັກຈະຈົບລົງດ້ວຍຄຳເວົ້າເດີມໆສອງສາມປະໂຫຍກນັ້ນສະເໝີ. ແຕ່ຄົນປະເພດມານຮ້າຍນັ້ນມີເລ່ລ່ຽມຫຼາຍກວ່າຜູ້ທີ່ກັບຊາດມາເກີດຈາກສັດຫຼາຍ; ພວກເຂົາຈະໃຊ້ຮູບແບບ ແລະ ວິທີການຕ່າງໆເພື່ອເຮັດຄວາມຊົ່ວ ແລະ ເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ບາງຄົນທີ່ມີວຸດທິພາວະໜ້ອຍ ແລະ ບໍ່ມີການແຍກແຍະກໍສາມາດຖືກຫຼອກລວງໄດ້ຢ່າງແທ້ຈິງ. ເວົ້າສັ້ນໆກໍຄື ມານຮ້າຍຈະບໍ່ຍອມຮັບຢ່າງເດັດຂາດເມື່ອພວກເຂົາເຮັດບາງສິ່ງຜິດພາດ. ພວກເຂົາບໍ່ພຽງແຕ່ບໍ່ຍອມຮັບວ່າພວກເຂົາເປັນຄົນທີ່ມີອຸປະນິໄສທີ່ເສື່ອມຊາມເທົ່ານັ້ນ, ແຕ່ພວກເຂົາຍັງຕ້ອງການໃຫ້ຜູ້ຄົນຄິດວ່າພວກເຂົາສັກສິດ ແລະ ບໍ່ສາມາດລະເມີດໄດ້ ແລະ ເປັນຄົນທີ່ສົມບູນແບບທີ່ບໍ່ເຄີຍເຮັດຜິດພາດເລີຍ. ບໍ່ວ່າພວກເຂົາຈະເຮັດຜິດຫຍັງກໍຕາມ, ພວກເຂົາມັກຈະອ້າງເຫດຜົນວ່າເປັນຫຍັງພວກເຂົາຈຶ່ງເຮັດມັນ ແລະ ພະຍາຍາມແກ້ຕົວຢູ່ສະເໝີ. ໃນທີ່ສຸດ, ພວກເຂົາກໍອ້າງວ່າພວກເຂົາບໍ່ສາມາດເຮັດຜິດໄດ້, ເຖິງແມ່ນວ່າພວກເຂົາຈະເຮັດບາງສິ່ງຜິດພາດໄປ ພວກເຂົາກໍມີເຫດຜົນທີ່ເຮັດມັນລົງໄປ, ພວກເຂົາບໍ່ແມ່ນຄົນທີ່ມີອຸປະນິໄສທີ່ເສື່ອມຊາມ, ພວກເຂົາຈະບໍ່ມີທາງເຮັດຫຍັງຜິດພາດຢ່າງເດັດຂາດ ແລະ ພວກເຂົາເປັນພຽງໄພ່ພົນ ແລະ ຄົນທີ່ສົມບູນແບບເທົ່ານັ້ນ. ເຖິງຢ່າງໃດກໍຕາມ, ຄົນທີ່ມີຄຸນສົມບັດຂອງມະໂນທຳ ແລະ ເຫດຜົນພາຍໃນຄວາມເປັນມະນຸດຂອງພວກເຂົານັ້ນແຕກຕ່າງອອກໄປ. ຍ້ອນວ່າພວກເຂົາເປັນຄົນຊື່ກົງທີ່ບໍ່ຄົດໂກງ ຫຼື ມີເລ່ລ່ຽມ, ຖ້າເຈົ້າເວົ້າວ່າພວກເຂົາໄດ້ເຮັດບາງສິ່ງຜິດພາດ, ເຖິງແມ່ນວ່າພວກເຂົາຈະບໍ່ໄດ້ເຮັດ ຫຼື ມັນບໍ່ມີຫຍັງກ່ຽວຂ້ອງກັບພວກເຂົາກໍຕາມ, ພວກເຂົາກໍເຕັມໃຈທີ່ຈະຍອມຮັບມັນກ່ອນ. ເມື່ອຄົນອື່ນບອກພວກເຂົາວ່າ “ເຈົ້າໂງ່ບໍ? ຖ້າເຈົ້າຍອມຮັບມັນ, ເຈົ້າກໍຈະຕ້ອງແບກຮັບຄວາມຮັບຜິດຊອບ”, ພວກເຂົາກໍເວົ້າວ່າ “ຂ້ອຍກໍມີສ່ວນໃນສິ່ງທີ່ເກີດຂຶ້ນຄືກັນ; ຂ້ອຍກໍກ່ຽວຂ້ອງນຳ”. ພວກເຂົາສາມາດຍອມຮັບມັນໄດ້; ທັດສະນະຄະຕິຂອງພວກເຂົາແມ່ນຊື່ສັດ ແລະ ຊື່ກົງ. ບາງຄັ້ງພວກເຂົາກໍຈະຕ້ອງການຫຼີກລ່ຽງຄວາມຮັບຜິດຊອບເຊັ່ນກັນ, ແຕ່ຈາກນັ້ນພວກເຂົາກໍໄຕ່ຕອງວ່າ: “ເປັນຫຍັງຕ້ອງຫຼີກລ່ຽງຄວາມຮັບຜິດຊອບສຳລັບສິ່ງທີ່ໃຜໆທີ່ມີຕາກໍສາມາດເຫັນໄດ້ວ່າເກີດຂຶ້ນແທ້? ຍິ່ງໄປກວ່ານັ້ນ, ພຣະເຈົ້າຊົງກວດສອບສ່ວນເລິກໃນໃຈຂອງຜູ້ຄົນ. ຖ້າເຈົ້າກ່ຽວຂ້ອງກັບສິ່ງທີ່ເກີດຂຶ້ນ, ພຣະເຈົ້າກໍຈະບໍ່ປ່ອຍເຈົ້າໄປ. ຕໍ່ໜ້າພຣະເຈົ້າ, ທຸກຄົນລ້ວນແຕ່ຖືກເປີດໂປງ ແລະ ການກະທຳ ແລະ ພຶດຕິກຳທັງໝົດຂອງພວກເຂົາກໍຖືກເປີດເຜີຍອອກມາ. ເຈົ້າຈະສາມາດຫຼົບໜີຕໍ່ໜ້າພຣະເຈົ້າໄດ້ບໍ? ເພາະສະນັ້ນແລ້ວ, ເລື່ອງນີ້ຄວນຖືກຈັດການຕາມກົດລະບຽບ; ຄວາມຮັບຜິດຊອບຕ້ອງຕົກຢູ່ກັບຜູ້ທີ່ສົມຄວນໄດ້ຮັບ. ຖ້າຂ້ອຍມີຄວາມຜິດໃນເລື່ອງນີ້, ຂ້ອຍກໍຈະແບກຮັບຄວາມຮັບຜິດຊອບນັ້ນ. ຂ້ອຍເຕັມໃຈທີ່ຈະຍອມຮັບການລົງໂທດ ແລະ ຂ້ອຍກໍເຕັມໃຈທີ່ຈະຍອມຮັບການລິຮານເຊັ່ນກັນ. ຂ້ອຍຈະຍອມຮັບບໍ່ວ່າເຮືອນຂອງພຣະເຈົ້າຈະຈັດການກັບຂ້ອຍແນວໃດກໍຕາມ; ແນວໃດກໍຕາມ ຂ້ອຍກໍເປັນຄົນທີ່ເລືອກທີ່ຈະເຮັດຜິດເອງ”. ເຈົ້າເຫັນບໍ, ເມື່ອພວກເຂົາເຮັດບາງສິ່ງຜິດພາດ ແລະ ປະເຊີນກັບການຖືກລິຮານ, ໃນດ້ານໜຶ່ງ, ພວກເຂົາມີທັດສະນະຄະຕິໃນການຍອມຮັບ; ໃນອີກດ້ານໜຶ່ງ, ພວກເຂົາສາມາດເຂົ້າໃຈມັນໄດ້ຢ່າງຖືກຕ້ອງ. ແລ້ວໃນອີກດ້ານໜຶ່ງ, ຍ້ອນວ່າຄົນປະເພດນີ້ຕັ້ງໃຈໄຕ່ຕອງສະຖານະການ ແລະ ກວດສອບຕົນເອງຫຼັງຈາກທີ່ເຮັດບາງສິ່ງຜິດພາດ, ເມື່ອພວກເຂົາພົບກັບເລື່ອງແບບດຽວກັນນີ້ອີກຄັ້ງ, ພວກເຂົາກໍຈະຄິດຫາວິທີຫຼີກລ່ຽງການເຮັດຜິດພາດ. ຍ້ອນວ່າພວກເຂົາມີຄວາມຮູ້ສຶກລະອາຍໃຈ ແລະ ພວກເຂົາຫ່ວງໜ້າຕາຂອງພວກເຂົາ, ພວກເຂົາຈຶ່ງສາມາດກັບໃຈໄດ້ເມື່ອພວກເຂົາເຮັດບາງສິ່ງຜິດພາດ.
ຜູ້ບໍ່ມີຄວາມເຊື່ອມັກຈະເວົ້າວ່າ “ຄົນເຮົາສາມາດອາໄສຢູ່ໃນຖັງຂີ້ເຫຍື້ອໄດ້ໂດຍບໍ່ຄິດວ່າມັນເໝັນ”. ສຳລັບຄົນທີ່ບໍ່ມີມະໂນທຳ ແລະ ເຫດຜົນ, ເຖິງແມ່ນວ່າພວກເຂົາຈະເຮັດສິ່ງທີ່ຜິດພາດແບບດຽວກັນເປັນຮ້ອຍຄັ້ງ, ພວກເຂົາກໍບໍ່ມີຄວາມຮູ້ສຶກລະອາຍໃຈ ແລະ ບໍ່ມີຄວາມຮູ້ສຶກຜິດ. ພວກເຂົາບໍ່ແມ່ນມະນຸດ! ຖ້າຄົນໃດໜຶ່ງເປັນມະນຸດ, ຫຼັງຈາກທີ່ເຮັດສິ່ງທີ່ຜິດພາດແບບດຽວກັນໜຶ່ງ ຫຼື ສອງຄັ້ງ, ຄົນນັ້ນກໍຈະຮູ້ສຶກວ່າ “ຂ້ອຍໄດ້ເຮັດຜິດພາດຄັ້ງໃຫຍ່ແລ້ວແທ້ໆ. ເມື່ອໃດຂ້ອຍຈຶ່ງຈະປ່ຽນແປງໄດ້?” ພວກເຂົາຈະກັງວົນໃຈ ແລະ ກະວົນກະວາຍ ແລະ ມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ ແລະ ສາລະພາບຄວາມບາບຂອງພວກເຂົາ. ພວກເຂົາເຖິງຂັ້ນຈະສົງໄສວ່າພວກເຂົາໝົດຫວັງແລ້ວບໍ, ພວກເຂົາຈະມີຄວາມເຂົ້າໃຈຜິດແບບນີ້. ຍ້ອນວ່າພວກເຂົາຫ່ວງໜ້າຕາຂອງພວກເຂົາ ແລະ ມີຄວາມຮູ້ສຶກລະອາຍໃຈ, ພວກເຂົາຈຶ່ງຮູ້ສຶກວ່າ “ຕອນນີ້ ຂ້ອຍໄດ້ເຮັດຄວາມຜິດພາດແບບນີ້ມາຫຼາຍຄັ້ງແລ້ວ; ຂ້ອຍຈະຖືກເຮືອນຂອງພຣະເຈົ້າຈັດການບໍ? ພຣະເຈົ້າໄດ້ຍອມແພ້ກັບຂ້ອຍແລ້ວບໍ? ຂ້ອຍຮູ້ສຶກອັບອາຍເກີນກວ່າທີ່ຈະໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າ!” ບໍ່ວ່າພວກເຂົາຈະມີຄວາມເຂົ້າໃຈຜິດຫຍັງກ່ຽວກັບພຣະເຈົ້າກໍຕາມ, ສະຫຼຸບແລ້ວ ຫຼັງຈາກທີ່ເຮັດບາງສິ່ງຜິດພາດ, ຄົນປະເພດນີ້ຈະໄດ້ຮັບປະສົບການບາງຢ່າງ ແລະ ຖອດຖອນບົດຮຽນຢ່າງແນ່ນອນ ແລະ ພະຍາຍາມຊອກຫາທຸກວິທີທາງທີ່ເປັນໄປໄດ້ເພື່ອຊົດເຊີຍ ແລະ ແກ້ໄຂຄວາມຜິດພາດຂອງພວກເຂົາ, ໂດຍພະຍາຍາມທີ່ຈະບໍ່ເຮັດຜິດພາດອີກ. ພວກເຂົາຈະຄິດໃນໃຈວ່າ “ຂ້ອຍບໍ່ສະແຫວງຫາທີ່ຈະເຮັດໃຫ້ຄົນອື່ນພໍໃຈ, ແຕ່ຢ່າງໜ້ອຍທີ່ສຸດຂ້ອຍກໍຕ້ອງມີຄວາມສະຫງົບສຸກໃນຕົນເອງ. ມີພຽງແຕ່ເມື່ອຂ້ອຍມີຄວາມສະຫງົບສຸກຕົນເອງເທົ່ານັ້ນ ຂ້ອຍຈຶ່ງຈະສາມາດລາຍງານຕໍ່ພຣະເຈົ້າໃນທີ່ປະທັບຂອງພຣະອົງໄດ້. ຖ້າຂ້ອຍຍັງບໍ່ມີຄວາມສະຫງົບສຸກໃນຕົນເອງເລີຍ, ຂ້ອຍຈະກ້າສູ້ໜ້າພຣະເຈົ້າໄດ້ແນວໃດ?” ຖ້າຄົນໃດໜຶ່ງມີຄວາມຄິດດັ່ງກ່າວ, ຄົນນັ້ນກໍຖືກຜັກດັນໂດຍຄຸນສົມບັດຂອງມະໂນທຳ ແລະ ເຫດຜົນໃນຄວາມເປັນມະນຸດຂອງຕົນຢ່າງແນ່ນອນ. ຖ້າເຈົ້າບໍ່ມີຄວາມຄິດດັ່ງກ່າວ, ເຈົ້າກໍຈະເຮັດຜິດພາດແບບເດີມຊໍ້າແລ້ວຊໍ້າອີກ ແລະ ຍິ່ງໄປກວ່ານັ້ນ, ເຈົ້າຈະບໍ່ຢາກຟັງ ຫຼື ຍອມຮັບສິ່ງທີ່ຄົນອື່ນເວົ້າ; ເຈົ້າອາດຈະບໍ່ເຄີຍມີທັດສະນະຄະຕິໃນການກັບໃຈເລີຍ, ທັງບໍ່ເຄີຍຢາກຍອມຮັບຂໍ້ເທັດຈິງ ຫຼື ຍອມຮັບຄວາມຜິດພາດຂອງເຈົ້າ, ແຮງໄກທີ່ຈະແບກຮັບຄວາມຮັບຜິດຊອບ. ຍັງມີຄົນທີ່ກຽດຊັງຜູ້ໃດກໍຕາມທີ່ຊີ້ໃຫ້ເຫັນຄວາມຜິດພາດຂອງພວກເຂົາ; ພວກເຂົາໂຕ້ຖຽງກັບຄົນເຫຼົ່ານັ້ນ, ເຮັດໃຫ້ຄົນເຫຼົ່ານັ້ນລຳບາກ ແລະ ເຖິງຂັ້ນໂຈມຕີ ແລະ ແກ້ແຄ້ນຄົນເຫຼົ່ານັ້ນ. ຄົນດັ່ງກ່າວແມ່ນໝົດຫວັງແລ້ວ; ຄົນເຫຼົ່ານີ້ແມ່ນຄົນທີ່ບໍ່ມີຄຸນສົມບັດຂອງຄວາມເປັນມະນຸດ. ເຖິງຢ່າງໃດກໍຕາມ, ຄົນທີ່ມີຄຸນສົມບັດຂອງຄວາມເປັນມະນຸດຈະບໍ່ກະທຳແບບນີ້ຢ່າງເດັດຂາດ. ຫຼັງຈາກທີ່ເຮັດຜິດພາດແບບເດີມໜຶ່ງ ຫຼື ສອງຄັ້ງ, ພວກເຂົາກໍຈະໄຕ່ຕອງວ່າ “ເປັນຫຍັງຂ້ອຍຈຶ່ງຍັງສາມາດເຮັດຜິດພາດແບບນີ້ໄດ້ອີກ?” ພວກເຂົາສາມາດສະແຫວງຫາຄວາມຈິງເພື່ອແກ້ໄຂສິ່ງນີ້ໄດ້. ເຈົ້າຈະເວົ້າບໍວ່ານີ້ຄືທັດສະນະຄະຕິໃນການຫັນປ່ຽນ? (ແມ່ນແລ້ວ). ການທີ່ສາມາດກວດສອບຕົນເອງເມື່ອເຮັດບາງສິ່ງຜິດພາດ ແລະ ການເຕັມໃຈທີ່ຈະແກ້ໄຂຄວາມຜິດພາດຂອງຕົນເອງ, ນີ້ຄືທັດສະນະຄະຕິໃນການຫັນປ່ຽນ. ແລ້ວຄົນປະເພດໃດທີ່ມີທັດສະນະຄະຕິໃນການຫັນປ່ຽນ? ນີ້ບໍ່ແມ່ນທັດສະນະຄະຕິທີ່ສາມາດເກີດຂຶ້ນໄດ້ສະເພາະໃນຄົນທີ່ມີຄວາມເປັນມະນຸດທີ່ມີຄຸນສົມບັດຂອງມະໂນທຳ ແລະ ເຫດຜົນເທົ່ານັ້ນບໍ? (ແມ່ນແລ້ວ). ຖ້າຜູ້ຄົນບໍ່ມີມະໂນທຳ ແລະ ເຫດຜົນຂອງຄວາມເປັນມະນຸດ, ພວກເຂົາຈະຫັນປ່ຽນບໍ? (ບໍ່). ພວກເຂົາຈະຮູ້ສຶກສຳນຶກຜິດ ແລະ ກຽດຊັງຕົນເອງບໍ? (ບໍ່). ພວກເຂົາຈະເອົາໃຈໃສ່ກັບສິ່ງທີ່ຜິດພາດທີ່ພວກເຂົາໄດ້ເຮັດ ແລະ ການກະທຳຜິດທີ່ພວກເຂົາໄດ້ກໍ່ຂຶ້ນບໍ? ພວກເຂົາຈະບໍ່ເຮັດຢ່າງແນ່ນອນ, ແມ່ນບໍ? ເວົ້າໃຫ້ຊັດເຈນກໍຄື ຄົນທີ່ບໍ່ມີມະໂນທຳແມ່ນບໍ່ມີຫົວໃຈ, ສະນັ້ນ ພວກເຂົາຈຶ່ງຈະບໍ່ໃສ່ໃຈໃນສິ່ງທີ່ພວກເຂົາເຮັດລົງໄປ, ທັງຈະບໍ່ເອົາມາໃສ່ໃຈເມື່ອພວກເຂົາເຮັດບາງສິ່ງຜິດພາດ. ເນື່ອງຈາກພວກເຂົາບໍ່ມີຫົວໃຈ, ພວກເຂົາຈຶ່ງຈະບໍ່ໄຕ່ຕອງຕົນເອງ, ທັງຈະບໍ່ຍອມຮັບຄວາມຈິງ; ພວກເຂົາບໍ່ມີຄວາມສາມາດນີ້. ເມື່ອພວກເຂົາໄດ້ຍິນຄົນອື່ນເວົ້າວ່າພວກເຂົາໄດ້ເຮັດບາງສິ່ງຜິດພາດ, ມີພຽງຄົນທີ່ມີມະໂນທຳເທົ່ານັ້ນທີ່ສາມາດຈັດການກັບເລື່ອງນັ້ນໄດ້ຢ່າງຈິງຈັງ ແລະ ດ້ວຍສຸດໃຈຂອງພວກເຂົາ, ເອົາເລື່ອງນັ້ນມາໃສ່ໃຈ ແລະ ຈາກນັ້ນກໍຮູ້ສຶກຜິດ ແລະ ສຳນຶກຜິດ. ມີພຽງແຕ່ບົນພື້ນຖານຂອງການຮູ້ສຶກຜິດ ແລະ ສຳນຶກຜິດເທົ່ານັ້ນ ພວກເຂົາຈຶ່ງຈະສາມາດຫັນປ່ຽນໄດ້ ແລະ ມີພຽງແຕ່ເມື່ອພວກເຂົາຫັນປ່ຽນເທົ່ານັ້ນ ພວກເຂົາຈຶ່ງຈະສາມາດມີໂອກາດທີ່ຈະອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າ ແລະ ປະຕິບັດ ແລະ ປະພຶດຕົນຕາມພຣະທຳຂອງພຣະເຈົ້າ ແລະ ຫຼັກການຄວາມຈິງໄດ້. ເຖິງຢ່າງໃດກໍຕາມ, ຄົນທີ່ບໍ່ມີມະໂນທຳບໍ່ເຄີຍຮູ້ສຶກຜິດ ຫຼື ສຳນຶກຜິດເລີຍ; ບໍ່ວ່າພວກເຂົາຈະເຮັດຜິດຫຍັງກໍຕາມ ພວກເຂົາບໍ່ເຄີຍເອົາມາໃສ່ໃຈເລີຍ. ບໍ່ວ່າຄົນອື່ນຈະເປີດໂປງບັນຫາຂອງພວກເຂົາແນວໃດກໍຕາມ, ພວກເຂົາກໍບໍ່ເອົາຈິງເອົາຈັງກັບມັນ ແລະ ເຮັດຫູທວນລົມ. ຍ້ອນວ່າພວກເຂົາບໍ່ມີມະໂນທຳ, ພວກເຂົາຈຶ່ງຈະບໍ່ຈັດການກັບເລື່ອງນັ້ນຢ່າງຈິງຈັງ ແລະ ດ້ວຍສຸດໃຈຂອງພວກເຂົາ, ທັງຈະບໍ່ໄຕ່ຕອງ ແລະ ກວດສອບມັນດ້ວຍສຸດໃຈຂອງພວກເຂົາ. ຖ້າປາສະຈາກການໃສ່ໃຈໃນການໄຕ່ຕອງຕົນເອງ, ພວກເຂົາກໍຈະບໍ່ຮູ້ສຶກສຳນຶກຜິດ ຫຼື ຮູ້ສຶກຜິດ ແລະ ຖ້າປາສະຈາກການສຳນຶກຜິດ ແລະ ຄວາມຮູ້ສຶກຜິດ, ພວກເຂົາກໍຈະບໍ່ຫັນປ່ຽນ. ໃນກໍລະນີນັ້ນ, ມັນເປັນໄປບໍ່ໄດ້ຢ່າງເດັດຂາດທີ່ຄົນປະເພດນີ້ຈະຍອມຮັບຄວາມຈິງ ແລະ ອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າ; ພວກເຂົາເປັນພຽງຄົນທີ່ບໍ່ມີຄວາມຫວັງຢ່າງສິ້ນເຊີງໃນການໄດ້ຮັບຄວາມລອດພົ້ນ. ເພາະສະນັ້ນແລ້ວ, ຈາກມຸມມອງຂອງມະນຸດ, ມັນບໍ່ແມ່ນວ່າພຣະເຈົ້າບໍ່ຊ່ວຍຄົນເຫຼົ່ານີ້ທີ່ບໍ່ມີຄຸນສົມບັດຂອງຄວາມເປັນມະນຸດໃຫ້ລອດພົ້ນ; ແຕ່ມັນເປັນຍ້ອນວ່າຄົນໃດໜຶ່ງບໍ່ມີຄຸນສົມບັດຂອງຄວາມເປັນມະນຸດ ເຊິ່ງເປັນເງື່ອນໄຂພື້ນຖານສຳລັບການໄດ້ຮັບຄວາມລອດພົ້ນ, ຄົນນັ້ນຈຶ່ງບໍ່ສາມາດຍອມຮັບ ຫຼື ອ່ອນນ້ອມຕໍ່ຄວາມຈິງໄດ້, ເຮັດໃຫ້ຄວາມຫວັງໃນການໄດ້ຮັບຄວາມລອດພົ້ນຂອງຄົນນັ້ນເກືອບຈະກາຍເປັນສູນ. ເມື່ອຄຳນຶງເຖິງສິ່ງນີ້, ມັນຈຶ່ງມີຄວາມສຳພັນໂດຍກົງລະຫວ່າງການມີຄຸນສົມບັດຂອງຄວາມເປັນມະນຸດ ແລະ ການໄດ້ຮັບຄວາມລອດພົ້ນ; ມັນເປັນແບບນີ້ແທ້ໆ. ຖ້າເຈົ້າບໍ່ມີຄຸນສົມບັດຂອງຄວາມເປັນມະນຸດ, ແມ່ນແຕ່ຕອນທີ່ເຈົ້າເຮັດບາງສິ່ງຜິດພາດ ເຈົ້າກໍຈະບໍ່ຍອມຮັບມັນ, ທັງຈະບໍ່ເອົາມັນມາໃສ່ໃຈ, ຈັດການກັບມັນຢ່າງຮອບຄອບ, ໄຕ່ຕອງມັນຢ່າງຈິງຈັງ, ຮູ້ສຶກຜິດ ແລະ ສຳນຶກຜິດ ແລະ ຈາກນັ້ນກໍແກ້ໄຂ ແລະ ປ່ຽນແປງມັນ. ຖ້າເຈົ້າບໍ່ສາມາດຫັນປ່ຽນໄດ້ເມື່ອເວົ້າເຖິງສິ່ງທີ່ງ່າຍດາຍຄືກັບການເຮັດຜິດພາດ, ແລ້ວເຈົ້າກໍຈະຍິ່ງບໍ່ສາມາດຫັນປ່ຽນໄດ້ເມື່ອເວົ້າເຖິງການເປີດເຜີຍອຸປະນິໄສທີ່ເສື່ອມຊາມ. ຍ້ອນວ່າອຸປະນິໄສທີ່ເສື່ອມຊາມແມ່ນກົງກັນຂ້າມກັບພຣະເຈົ້າໂດຍກົງ ທັງໃນແງ່ຂອງທຳມະຊາດ ແລະ ແກ່ນແທ້ຂອງພວກມັນ, ອຸປະນິໄສທີ່ເສື່ອມຊາມແມ່ນຮ້າຍແຮງກວ່າການເຮັດບາງສິ່ງຜິດພາດຫຼາຍ. ຖ້າເຈົ້າບໍ່ຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງເຈົ້າ ແລະ ບໍ່ສະແຫວງຫາຄວາມຈິງເພື່ອແກ້ໄຂພວກມັນ, ແລ້ວອຸປະນິໄສທີ່ເສື່ອມຊາມຂອງເຈົ້າກໍຈະແກ້ໄຂໄດ້ຍາກຫຼາຍ. ຍ້ອນວ່າອຸປະນິໄສທີ່ເສື່ອມຊາມນັ້ນຝັງຮາກເລິກໂດຍທຳມະຊາດ, ຖ້າເຈົ້າບໍ່ແມ່ນຄົນທີ່ໄລ່ຕາມເສາະຫາຄວາມຈິງ, ເຈົ້າກໍຈະບໍ່ມີທາງແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງເຈົ້າໄດ້ ແລະ ດ້ວຍເຫດນັ້ນ, ເຈົ້າກໍຈະບໍ່ມີທາງບັນລຸການປ່ຽນແປງໃນອຸປະນິໄສຊີວິດຂອງເຈົ້າໄດ້. ໃນກໍລະນີນັ້ນ, ການໄດ້ຮັບຄວາມລອດພົ້ນຈະບໍ່ແມ່ນເລື່ອງຍາກສຳລັບເຈົ້າ, ມັນຈະເປັນສິ່ງທີ່ເປັນໄປບໍ່ໄດ້. ເພາະສະນັ້ນແລ້ວ, ທັດສະນະຄະຕິ ແລະ ປະຕິກິລິຍາຂອງຄົນເຮົາຫຼັງຈາກທີ່ເຮັດບາງສິ່ງຜິດພາດໄປ ຫຼື ກະທຳຜິດລົງໄປແມ່ນຂຶ້ນຢູ່ກັບວ່າຄົນນັ້ນມີຄຸນສົມບັດຂອງຄວາມເປັນມະນຸດ ຫຼື ບໍ່ໂດຍກົງ. ມັນສຳຄັນຫຼາຍທີ່ຈະເຫັນສິ່ງນີ້ຢ່າງຊັດເຈນ.
ຈົ່ງເບິ່ງຜູ້ຄົນທີ່ຢູ່ອ້ອມຂ້າງພວກເຈົ້າ ແລະ ແຍກແຍະເບິ່ງວ່າ ຫຼັງຈາກທີ່ເຮັດບາງສິ່ງຜິດພາດແລ້ວ, ພວກເຂົາຍອມຮັບ ແລະ ຮັບເອົາມັນຢ່າງຫ້າວຫັນ ຫຼື ບໍ່, ພວກເຂົາຮູ້ສຶກສຳນຶກຜິດ ແລະ ບໍ່ສະບາຍໃຈ ຫຼື ບໍ່ ແລະ ພວກເຂົາຫັນປ່ຽນຕົນເອງຫຼັງຈາກເວລາຜ່ານໄປໄລຍະໜຶ່ງ ຫຼື ບໍ່, ນັ້ນກໍຄື ພວກເຂົາຫັນປ່ຽນໃນແງ່ຂອງຄວາມຄິດ, ທັດສະນະຄະຕິ ແລະ ພຶດຕິກຳຂອງພວກເຂົາ ຫຼື ບໍ່. ຖ້າພວກເຂົາບໍ່ຫັນປ່ຽນຕົນເອງ, ພວກເຂົາກໍບໍ່ແມ່ນມະນຸດຮ້ອຍເປີເຊັນ. ຖ້າຜ່ານການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ຄວາມຮູ້ແຈ້ງຂອງພຣະວິນຍານບໍລິສຸດ, ອິດທິພົນຂອງສະພາບແວດລ້ອມຂອງພວກເຂົາ ຫຼື ການຊ່ວຍເຫຼືອຂອງອ້າຍເອື້ອຍນ້ອງ, ບໍ່ວ່າຈະຜ່ານວິທີການໃດກໍຕາມທີ່ຄົນໃດໜຶ່ງຫັນປ່ຽນຕົນເອງ, ຄົນນັ້ນກໍມີທັດສະນະຄະຕິທີ່ຊື່ສັດໃນການຍອມຮັບຄວາມຈິງໃນໃຈຂອງຕົນ, ລາວແກ້ຕົວໜ້ອຍລົງເລື້ອຍໆ, ເຖິງຂັ້ນຢຸດໄປເລີຍ ແລະ ເມື່ອຕັດສິນຈາກຄຳເວົ້າ ແລະ ການກະທຳຂອງລາວແລ້ວ, ລາວກໍຮູ້ສຶກສຳນຶກຜິດ ແລະ ບໍ່ສະບາຍໃຈກ່ຽວກັບຄວາມຜິດພາດທີ່ຕົນໄດ້ເຮັດກ່ອນໜ້ານີ້ ແລະ ຕ້ອງການຊອກຫາໂອກາດເພື່ອຊົດເຊີຍມັນ, ແລ້ວຄົນຜູ້ນີ້ກໍມີຄວາມຫວັງໃນການໄດ້ຮັບຄວາມລອດພົ້ນ; ນີ້ຄືຄົນທີ່ມີຄຸນສົມບັດຂອງຄວາມເປັນມະນຸດ. ເຖິງຢ່າງໃດກໍຕາມ, ບາງຄົນບໍ່ເອົາມັນມາໃສ່ໃຈຫຼັງຈາກທີ່ເຮັດຜິດພາດ. ພວກເຂົາບໍ່ເຄີຍເວົ້າເຖິງຄວາມຜິດພາດທີ່ພວກເຂົາໄດ້ເຮັດ, ທັງບໍ່ຍອມຮັບຄວາມຜິດພາດຂອງພວກເຂົາ, ໄຈ້ແຍກຕົນເອງ ຫຼື ຮູ້ສຶກບໍ່ສະບາຍໃຈ. ພວກເຂົາເບິ່ງຄືວ່າບໍ່ມີເຈດຕະນາທີ່ຈະຫັນປ່ຽນຕົນເອງເລີຍ; ພວກເຂົາມຶນຊາ ແລະ ໂງ່ຈ້າ, ໃຊ້ເວລາໝົດມື້ໄປກັບການຫົວຂວັນແບບບໍ່ຮູ້ສຶກຜິດ ແລະ ບໍ່ຮູ້ສຶກເລີຍວ່າພວກເຂົາໄດ້ເຮັດຜິດພາດໄປແລ້ວ. ເຖິງແມ່ນວ່າພວກເຂົາຈະຍອມຮັບມັນ, ພວກເຂົາກໍພຽງແຕ່ຍອມຮັບແບບຜິວເຜີນ ແລ້ວກໍປ່ອຍມັນໄປຊື່ໆ. ຄືກັນກັບຄົນອັນທະພານທີ່ໜ້າດ້ານ, ພວກເຂົາຍອມຮັບຄວາມຜິດພາດຂອງພວກເຂົາໃນຕອນໜຶ່ງ ແລ້ວກໍເຮັດຜິດພາດໃນຕອນຕໍ່ໄປ ແລະ ສືບຕໍ່ຍອມຮັບຄວາມຜິດພາດຂອງພວກເຂົາທັນທີທີ່ພວກເຂົາເຮັດມັນລົງໄປ. ມັນຄືກັບວ່າພວກເຂົາກຳລັງເວົ້າຫຼິ້ນ ຫຼື ເຮັດຫຼິ້ນ; ພວກເຂົາບໍ່ເອົາຈິງເອົາຈັງກັບເລື່ອງນັ້ນ. ພວກເຂົາປະຕິບັດຕໍ່ມັນຄືກັບເລື່ອງຫຼິ້ນໆຂອງເດັກນ້ອຍ, ເປັນຂັ້ນຕອນ ແລະ ເປັນພຽງພິທີການ, ແທນທີ່ຈະຍອມຮັບສິ່ງທີ່ເກີດຂຶ້ນ ແລະ ປ່ຽນແປງຈາກສ່ວນເລິກໃນໃຈຂອງພວກເຂົາ. ຄົນແບບນີ້ແມ່ນຄົນປະເພດໃດ? ນີ້ບໍ່ແມ່ນມະນຸດ. ພວກເຂົາບໍ່ຮູ້ວິທີປະພຶດຕົນ, ທັງບໍ່ຮູ້ວ່າຈະເລືອກເສັ້ນທາງປະເພດໃດສຳລັບການປະພຶດຕົນຂອງພວກເຂົາ. ພວກເຂົາບໍ່ເຂົ້າໃຈສິ່ງເຫຼົ່ານີ້; ພວກເຂົາເບິ່ງວ່າພວກມັນງ່າຍດາຍ ແລະ ຜິວເຜີນຫຼາຍ. ຫຼັງຈາກທີ່ເຮັດບາງສິ່ງຜິດພາດໄປ, ເຖິງແມ່ນວ່າພວກເຂົາຈະບໍ່ເວົ້າຫຍັງໃນຕອນນັ້ນ, ພວກເຂົາກໍມັກຈະຄິດຫາວິທີແກ້ຕົວ ແລະ ລ້າງມົນທິນໃຫ້ຕົນເອງໃນພາຍຫຼັງຢູ່ສະເໝີ. ໂດຍໃຊ້ໂອກາດທີ່ເກີດຂຶ້ນໃນການເຕົ້າໂຮມ ຫຼື ເວລາທີ່ທຸກຄົນຍົກເລື່ອງນັ້ນຂຶ້ນມາເວົ້າ, ພວກເຂົາມັກຈະຕ້ອງການໃຫ້ທຸກຄົນຮູ້ ແລະ ເຂົ້າໃຈສິ່ງທີ່ພວກເຂົາຕ້ອງການເວົ້າເພື່ອປົກປ້ອງຕົນເອງຢູ່ສະເໝີ, ວ່າພວກເຂົາກຳລັງຄິດຫຍັງ ແລະ ພວກເຂົາກະທຳແນວໃດໃນຕອນນັ້ນ, ວ່າພວກເຂົາມີເຈດຕະນາດີ, ວ່າເປົ້າໝາຍຂອງພວກເຂົານັ້ນຖືກຕ້ອງ, ວ່າພວກເຂົາບໍ່ໄດ້ເຮັດຫຍັງຜິດ. ພວກເຂົາບໍ່ພຽງແຕ່ບໍ່ຮູ້ສຶກສຳນຶກຜິດສຳລັບຄວາມຜິດພາດ ແລະ ການກະທຳຜິດຂອງພວກເຂົາເທົ່ານັ້ນ, ແຕ່ພວກເຂົາຍັງບໍ່ຕ້ອງການຍອມຮັບຄວາມຜິດເຫຼົ່ານັ້ນອີກດ້ວຍ ແລະ ເຖິງຂັ້ນຕ້ອງການຫຼີກລ່ຽງ ແລະ ໄດ້ຮັບການຍົກເວັ້ນຈາກຄວາມຮັບຜິດຊອບ, ໂດຍຫວັງວ່າຈະຮັກສາພາບລັກຂອງພວກເຂົາໃນສາຍຕາຂອງທຸກຄົນໄວ້ໄດ້. ເຖິງແມ່ນວ່າຄົນແບບນີ້ຈະຟັງເບິ່ງຄືວ່າເປັນຄົນດີເມື່ອພວກເຂົາເວົ້າ, ແຕ່ເມື່ອຕັດສິນຈາກການສະແດງອອກຂອງພວກເຂົາໃນທຸກດ້ານແລ້ວ, ພວກເຂົາບໍ່ຍອມຮັບ ຫຼື ຮັບເອົາຂໍ້ເທັດຈິງທີ່ວ່າພວກເຂົາໄດ້ເຮັດຜິດພາດໄປ. ແລ້ວເຈົ້າຈະເວົ້າບໍວ່າພວກເຂົາຈະຫັນປ່ຽນຕົນເອງ? ພວກເຂົາຈະບໍ່ຫັນປ່ຽນດອກ. ພວກເຂົາຍົກເລື່ອງນີ້ຂຶ້ນມາເວົ້າເປັນບາງຄັ້ງຄາວ ແລະ ເຖິງຂັ້ນຕ້ອງເລົ່າມັນໃຫ້ທຸກຄົນທີ່ບໍ່ຮູ້ກ່ຽວກັບເລື່ອງນີ້ຟັງ. ຫຼັງຈາກທີ່ເລົ່າມັນແລ້ວ, ພວກເຂົາກໍຄິດຫາທຸກວິທີທາງທີ່ເປັນໄປໄດ້ເພື່ອປະຕິບັດຕົວໃຫ້ດີເມື່ອເຮັດສິ່ງອື່ນໆ ເພື່ອຊົດເຊີຍພາບລັກຂອງພວກເຂົາທີ່ໄດ້ຮັບຄວາມເສຍຫາຍໃນເລື່ອງກ່ອນໜ້ານັ້ນ, ເພື່ອທີ່ຈະເອົາຊະນະໃຈຜູ້ຄົນ. ເມື່ອພວກເຂົາປະພຶດຕົວດີເປັນໄລຍະເວລາໜຶ່ງ ແລະ ທຸກຄົນລືມສິ່ງທີ່ພວກເຂົາໄດ້ເຮັດກ່ອນໜ້ານີ້ໄປແລ້ວ, ພວກເຂົາກໍເລີ່ມຄິດກ່ຽວກັບການຍົກຍ້ອງ ແລະ ເປັນພະຍານໃຫ້ກັບຕົນເອງອີກຄັ້ງ. ພວກເຂົາມັກຈະນັບຢູ່ສະເໝີວ່າພວກເຂົາໄດ້ປະກອບສ່ວນໃຫ້ກັບເຮືອນຂອງພຣະເຈົ້າຫຼາຍສໍ່າໃດ, ພວກເຂົາໄດ້ເຮັດສິ່ງທີ່ດີໃຫ້ກັບເຮືອນຂອງພຣະເຈົ້າຫຼາຍສໍ່າໃດ ແລະ ພວກເຂົາໄດ້ຊ່ວຍເຮືອນຂອງພຣະເຈົ້າໃຫ້ລອດພົ້ນຈາກຄວາມເສຍຫາຍຫຼາຍສໍ່າໃດ. ພວກເຂົາບໍ່ມີເຈດຕະນາທີ່ຈະຫັນປ່ຽນຕົນເອງແມ່ນແຕ່ໜ້ອຍດຽວ; ພວກເຂົາບໍ່ມີຄວາມຮູ້ສຶກລະອາຍໃຈ. ເມື່ອຄົນທີ່ຂາດຄວາມຮູ້ສຶກລະອາຍໃຈເຮັດຜິດພາດ ແລະ ກະທຳຜິດ, ພວກເຂົາບໍ່ພຽງແຕ່ບໍ່ຫັນປ່ຽນຕົນເອງເທົ່ານັ້ນ, ແຕ່ພວກເຂົາຍັງກາຍເປັນຄົນທີ່ຮ້າຍແຮງກວ່າເກົ່າອີກດ້ວຍ. ພວກເຂົາຄິດໃນໃຈວ່າ: “ໃຜແດ່ທີ່ບໍ່ເຄີຍເຮັດຜິດພາດ? ຄວາມຜິດພາດທີ່ຂ້ອຍໄດ້ເຮັດກ່ອນໜ້ານີ້ບໍ່ແມ່ນເລື່ອງໃຫຍ່ຫຍັງເລີຍ. ນອກຈາກນີ້, ຂ້ອຍກໍບໍ່ແມ່ນຄົນດຽວທີ່ກ່ຽວຂ້ອງ. ແຕ່ຂ້ອຍບໍ່ສາມາດເວົ້າແບບນັ້ນໄດ້. ຂ້ອຍຕ້ອງໃຫ້ທຸກຄົນເຫັນວ່າການສະແດງອອກຂອງຂ້ອຍນັ້ນເປັນທີ່ຍອມຮັບໄດ້ ແລະ ຂ້ອຍມີທັດສະນະຄະຕິໃນການສຳນຶກຜິດ ແລະ ຈາກນັ້ນຂ້ອຍກໍຈະເຮັດສິ່ງທີ່ດີບາງຢ່າງເພື່ອຊົດເຊີຍມັນ ເພື່ອທີ່ຈະຫັນເຫຄວາມສົນໃຈຂອງທຸກຄົນ ແລະ ເອົາຊະນະໃຈພວກເຂົາຈັກໜ້ອຍ, ນັ້ນຈະບໍ່ໄດ້ຜົນບໍ?” ໃນໃຈຂອງພວກເຂົາ, ພວກເຂົາບໍ່ເຊື່ອວ່າພຣະເຈົ້າຊົງກວດສອບທຸກສິ່ງ. ພວກເຂົາຕ້ອງການເຮັດສິ່ງເຫຼົ່ານີ້ຕໍ່ໜ້າຄົນອື່ນ; ພວກເຂົາຄິດວ່າພຣະເຈົ້າບໍ່ສາມາດເຫັນສິ່ງທີ່ພວກເຂົາກຳລັງຄິດຢູ່ໃນໃຈຂອງພວກເຂົາໄດ້, ສຳລັບພວກເຂົາແລ້ວ, ການທີ່ພຣະເຈົ້າຊົງກວດສອບສ່ວນເລິກໃນໃຈຂອງຜູ້ຄົນນັ້ນເປັນພຽງຫຼັກຄຳສອນ. ພວກເຂົາບໍ່ຮູ້ວ່າພຣະເຈົ້າກຳລັງຊົງກວດສອບ ແລະ ພວກເຂົາບໍ່ຍອມຮັບ ຫຼື ເຊື່ອວ່າພຣະເຈົ້າສາມາດກວດສອບສ່ວນເລິກໃນໃຈຂອງຜູ້ຄົນໄດ້, ສະນັ້ນ ທຸກສິ່ງທີ່ພວກເຂົາເຮັດກໍເພື່ອໃຫ້ຄົນອື່ນເຫັນ. ຢູ່ສ່ວນເລິກໃນໃຈ, ພວກເຂົາຫົວແຂງ ແລະ ຕໍ່ຕ້ານ. ພວກເຂົາຕໍ່ຕ້ານຄວາມຈິງ, ຕໍ່ຕ້ານການຍອມຮັບຂໍ້ເທັດຈິງ, ຕໍ່ຕ້ານການຍອມຮັບຄວາມຜິດພາດຂອງພວກເຂົາ ແລະ ຍິ່ງຕໍ່ຕ້ານການຫັນປ່ຽນຕົນເອງຫຼາຍຂຶ້ນໄປອີກ. ພວກເຂົາບໍ່ຫັນປ່ຽນຕົນເອງ, ນີ້ບໍ່ແມ່ນສິ່ງທີ່ບົ່ງບອກເຖິງບັນຫາບໍ? ບໍ່ວ່າຄວາມຜິດພາດທີ່ພວກເຂົາເຮັດຈະໃຫຍ່ຫຼວງສໍ່າໃດ ຫຼື ການກະທຳຜິດທີ່ພວກເຂົາກໍ່ຂຶ້ນຈະໃຫຍ່ຫຼວງສໍ່າໃດກໍຕາມ, ພວກເຂົາກໍບໍ່ຫັນປ່ຽນຕົນເອງ. ພວກເຂົາກໍຄືກັບໂປໂລ, ຜູ້ທີ່ຕໍ່ຕ້ານພຣະເຈົ້າ ແລະ ຖືກພຣະເຈົ້າຟາດລົງໂດຍກົງ, ແຕ່ກໍຍັງຄິດວ່າຕົນເອງນັ້ນດີຫຼາຍ. ຄົນປະເພດນີ້ຄິດວ່າ: “ຖ້າຂ້ອຍແລ່ນໄປມາ ແລະ ສະລະຕົນເອງ ແລະ ໄດ້ຮັບຜູ້ຄົນຈຳນວນຫຼາຍ ແລະ ເກີດຜົນຫຼາຍຈາກການເທດສອນຂ່າວປະເສີດ, ການປະກອບສ່ວນເພື່ອຊົດໃຊ້ບາບຂອງຂ້ອຍ, ແລ້ວພຣະເຈົ້າກໍຄວນຈະປະທານມົງກຸດໃຫ້ຂ້ອຍ. ມົງກຸດເປັນຂອງຄົນຄືກັບຂ້ອຍ. ຖ້າຂ້ອຍບໍ່ໄດ້ຮັບມົງກຸດ, ແລ້ວໃຜຈະໄດ້ຮັບ? ການເຮັດຜິດພາດມັນເປັນເລື່ອງໃຫຍ່ຫຍັງ? ຫຼັງຈາກທີ່ຂ້ອຍໄດ້ຕໍ່ຕ້ານພຣະເຈົ້າແລ້ວ, ຕາບໃດທີ່ຂ້ອຍເຕັມໃຈທີ່ຈະແກ້ໄຂສິ່ງນີ້, ນັ້ນກໍບໍ່ເປັນຫຍັງ. ຖ້າຂ້ອຍພຽງແຕ່ເທດສອນຂ່າວປະເສີດໃຫ້ຫຼາຍຂຶ້ນໃນອະນາຄົດ, ພຣະເຈົ້າກໍຈະບໍ່ຈື່ຈຳການກະທຳຜິດຂອງຂ້ອຍ”. ເຈົ້າເຫັນບໍ, ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະເຈົ້າເປັນແນວໃດ? ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ຄວາມຈິງເປັນແນວໃດ? ນີ້ຄືທັດສະນະຄະຕິທີ່ປາສະຈາກຄວາມເປັນມະນຸດ; ນີ້ຄືທັດສະນະຄະຕິຂອງມານຮ້າຍ. ພວກເຂົາບໍ່ເຄີຍເບິ່ງພຣະທຳຂອງພຣະເຈົ້າ, ຄວາມຈິງ ຫຼື ເສັ້ນທາງທີ່ຖືກຕ້ອງໃນຊີວິດວ່າເປັນສິ່ງທີ່ພວກເຂົາຄວນເລືອກ ແລະ ໄລ່ຕາມເສາະຫາ. ພວກເຂົາບໍ່ເຄີຍມີເຈດຕະນາໃດໆທີ່ຈະຫັນປ່ຽນຕົນເອງ ແລະ ພວກເຂົາຈະບໍ່ມີວັນກົ້ມຫົວ ແລະ ສາລະພາບຄວາມບາບຂອງພວກເຂົາຢ່າງເດັດຂາດ, ທັງຈະບໍ່ຍອມຮັບຄວາມຜິດພາດຂອງຕົນ ແລະ ຍອມຮັບຄວາມພ່າຍແພ້ຢ່າງເດັດຂາດ. ຄຳວ່າ “ຄວາມລົ້ມເຫຼວ” ແລະ “ຄວາມຜິດພາດ” ບໍ່ມີຢູ່ໃນວັດຈະນານຸກົມຂອງພວກເຂົາ, ແຮງໄກທີ່ຈະມີຄຳວ່າ “ການກະທຳຜິດ”, ສະນັ້ນ ຄົນປະເພດນີ້ຈຶ່ງຈະບໍ່ກັບໃຈ. ແລ້ວເຈົ້າຈະເວົ້າບໍວ່າຄົນປະເພດນີ້ມີມະໂນທຳ ແລະ ເຫດຜົນ? ພວກເຂົາມີຄຸນສົມບັດຂອງຄວາມຊື່ກົງ, ຄວາມໃຈດີ ແລະ ຄວາມຮູ້ສຶກລະອາຍໃຈໃນຄວາມເປັນມະນຸດຂອງພວກເຂົາບໍ? (ບໍ່ມີ). ພວກເຂົາບໍ່ມີຢ່າງແນ່ນອນ. ບໍ່ວ່າພວກເຂົາຈະໄດ້ກະທຳຜິດທີ່ໃຫຍ່ຫຼວງສໍ່າໃດກໍຕາມ, ເຖິງແມ່ນວ່າຂໍ້ເທັດຈິງຈະຢູ່ຕໍ່ໜ້າຕໍ່ຕາພວກເຂົາ, ພວກເຂົາກໍບໍ່ຮູ້ສຶກຜິດໃນໃຈຂອງພວກເຂົາເລີຍ. ນີ້ເປັນຕາຢ້ານຫຼາຍ! ຖ້າເຈົ້າເປັນຄົນທີ່ມີມະໂນທຳ, ເຈົ້າກໍຈະຮູ້ສຶກຜິດຢ່າງແນ່ນອນເມື່ອເຈົ້າເຮັດບາງສິ່ງຜິດພາດໄປ ແລະ ກະທຳຜິດລົງໄປ. ຖ້າເຈົ້າເຮັດຄວາມຜິດພາດຄັ້ງໃຫຍ່ຢ່າງແທ້ຈິງ ແລະ ນຳຄວາມເສຍຫາຍມາສູ່ເຮືອນຂອງພຣະເຈົ້າ, ເຈົ້າກໍຈະຮູ້ສຶກໂສກເສົ້າຫຼາຍຈົນປາຖະໜາວ່າເຈົ້າຕາຍໄປຊະດີກວ່າ, ເຈົ້າຈະສາບແຊ່ງຕົນເອງ ແລະ ເຈົ້າຈະຮູ້ສຶກວ່າເຈົ້າບໍ່ຄູ່ຄວນທີ່ຈະມີຊີວິດຢູ່ຕໍ່ໜ້າພຣະເຈົ້າ; ແຕ່ຄົນທີ່ຄືກັບໂປໂລບໍ່ມີຄວາມສຳນຶກຜິດປະເພດນີ້. ໃນເຮືອນຂອງພຣະເຈົ້າ, ພວກເຮົາມັກຈະເຫັນວ່າບາງຄົນຮູ້ສຶກຖືກຕຳນິໃນໃຈຂອງພວກເຂົາຢູ່ຕະຫຼອດເວລາ ຫຼັງຈາກທີ່ເວົ້າຕົວະພຽງຄັ້ງດຽວ ຫຼື ເຮັດບາງສິ່ງທີ່ລະເມີດຫຼັກການພຽງຄັ້ງດຽວ ແລະ ມັນກໍເປັນພຽງຫຼັງຈາກທີ່ພວກເຂົາຍອມຮັບຄວາມຜິດພາດຂອງພວກເຂົາຕໍ່ຄົນອື່ນເທົ່ານັ້ນ ພວກເຂົາຈຶ່ງຈະຮູ້ສຶກຄືກັບວ່າພາລະອັນໜັກໜ່ວງໄດ້ຖືກຍົກອອກໄປຈາກພວກເຂົາແລ້ວ. ມີຄົນແບບນີ້ຢູ່ບໍ່ໜ້ອຍເລີຍ. ບໍ່ວ່າພວກເຂົາຈະເຮັດຄວາມຜິດພາດຫຍັງກໍຕາມ, ພວກເຂົາກໍສາມາດໄຕ່ຕອງຕົນເອງ ແລະ ໃນເວລາດຽວກັນ ພວກເຂົາກໍສາມາດຖືວ່າມັນເປັນຄຳເຕືອນ ແລະ ຕັກເຕືອນຕົນເອງບໍ່ໃຫ້ເຮັດຄວາມຜິດພາດແບບເດີມອີກ. ຖ້າຄົນໃດໜຶ່ງຫ່ວງໜ້າຕາຂອງຕົນ, ມີຄວາມຮູ້ສຶກລະອາຍໃຈ ແລະ ຍິ່ງໄປກວ່ານັ້ນຄືມີເຫດຜົນ, ເມື່ອລາວເຮັດບາງສິ່ງຜິດພາດ, ລາວກໍຈະຮູ້ສຶກອັບອາຍເກີນກວ່າທີ່ຈະພະຍາຍາມແກ້ຕົວ ຫຼື ຫຼີກລ່ຽງຄວາມຮັບຜິດຊອບ ແລະ ໂຍນຄວາມຜິດໃຫ້ຄົນອື່ນໄດ້. ກົງກັນຂ້າມ, ລາວເຕັມໃຈທີ່ຈະແບກຮັບຄວາມຮັບຜິດຊອບ, ລາວຮູ້ສຶກຜິດ ແລະ ບໍ່ສະບາຍໃຈເປັນບາງຄັ້ງຄາວ ແລະ ຈາກນັ້ນລາວກໍຫັນປ່ຽນຕົນເອງ. ບາງຄົນຮູ້ສຶກເສຍໜ້າເມື່ອພວກເຂົາເຮັດບາງສິ່ງຜິດພາດ ແລະ ກະທຳຜິດ, ໂດຍຮູ້ສຶກອັບອາຍເກີນກວ່າທີ່ຈະສູ້ໜ້າພຣະເຈົ້າ ແລະ ອ້າຍເອື້ອຍນ້ອງ, ໃນຂະນະທີ່ຜູ້ທີ່ບໍ່ມີຄຸນສົມບັດຂອງຄວາມເປັນມະນຸດບໍ່ມີຄວາມຮູ້ສຶກເຫຼົ່ານີ້. ເຈົ້າເຫັນບໍ, ເຖິງແມ່ນວ່າຄົນທັງສອງປະເພດຈະເປັນມະນຸດຄືກັນ, ສຳລັບບາງຄົນແລ້ວ, ຖ້າມີຂ່າວລືວ່າພວກເຂົາມີຄວາມສຳພັນຊູ້ສາວກັບຄົນໃດໜຶ່ງຖືກເຜີຍແຜ່ລັບຫຼັງພວກເຂົາ ແລະ ນີ້ອາດຈະເປັນພຽງສິ່ງທີ່ພວກເຂົາຄິດໃນໃຈຊົ່ວຄາວ, ທັນທີທີ່ພວກເຂົາໄດ້ຍິນຄົນສອງສາມຄົນເວົ້າກ່ຽວກັບເລື່ອງນັ້ນ, ພວກເຂົາກໍຮູ້ສຶກເສຍໜ້າຢ່າງສິ້ນເຊີງ ແລະ ອັບອາຍເກີນກວ່າທີ່ຈະສູ້ໜ້າໃຜໄດ້. ຄົນທີ່ມີຄວາມຮູ້ສຶກລະອາຍໃຈຈະມີການສະແດງອອກດັ່ງກ່າວ. ແຕ່ບາງຄົນກໍບໍ່ສົນໃຈແມ່ນແຕ່ຕອນທີ່ພວກເຂົາຖືກຈັບໄດ້ວ່ານອນກັບຄົນອື່ນ: “ຂ້ອຍເຮັດຫຍັງຜິດ? ຂ້ອຍກໍພຽງແຕ່ນອນນຳກັນຊື່ໆບໍ່ແມ່ນບໍ? ມັນເປັນເລື່ອງໃຫຍ່ຫຍັງ? ທຸກມື້ນີ້ມັນກໍເປັນເລື່ອງປົກກະຕິບໍ່ແມ່ນບໍ?” ເຈົ້າເຫັນບໍ, ນີ້ແຕກຕ່າງກັນຢ່າງຊັດເຈນ, ແມ່ນບໍ? ຖ້າຄົນທີ່ມີຄຸນສົມບັດຂອງຄວາມເປັນມະນຸດໄດ້ຍິນຄົນອື່ນພຽງແຕ່ສົນທະນາກ່ຽວກັບພວກເຂົາ, ພວກເຂົາກໍຮູ້ສຶກອັບອາຍ ແລະ ໂສກເສົ້າຫຼາຍຈົນກິນເຂົ້າບໍ່ລົງ, ໂດຍຮູ້ສຶກອັບອາຍເກີນກວ່າທີ່ຈະອອກມາສູ້ໜ້າ ແລະ ຮູ້ສຶກວ່າພວກເຂົາບໍ່ສາມາດມີຊີວິດຢູ່ຕໍ່ໄປໄດ້, ໃນຂະນະທີ່ບາງຄົນບໍ່ສົນໃຈແມ່ນແຕ່ຕອນທີ່ພວກເຂົາຖືກຈັບໄດ້ວ່ານອນກັບຄົນອື່ນ. ຜູ້ຄົນແຕ່ລະຄົນນັ້ນແຕກຕ່າງກັນ; ຖ້າຄົນໃດໜຶ່ງບໍ່ມີຄວາມຮູ້ສຶກລະອາຍໃຈ, ລາວກໍບໍ່ແມ່ນມະນຸດ. ຄົນທີ່ບໍ່ມີຄວາມຮູ້ສຶກລະອາຍໃຈຈະສາມາດໄດ້ຮັບຄວາມຈິງໄດ້ບໍ? ຄົນທີ່ບໍ່ມີມະໂນທຳ ແລະ ເຫດຜົນບໍ່ຮັກຄວາມຈິງ. ນີ້ກໍຍ້ອນວ່າພວກເຂົາບໍ່ກຽດຊັງຄວາມບາບ, ສິ່ງທີ່ຊົ່ວຊ້າ ຫຼື ສິ່ງທີ່ເປັນລົບ. ນອກຈາກນີ້, ພວກເຂົາບໍ່ມີຄວາມຮູ້ສຶກລະອາຍໃຈເມື່ອພວກເຂົາເຮັດບາງສິ່ງຜິດພາດໄປ ແລະ ພະຍາຍາມຫຼີກລ່ຽງຄວາມຮັບຜິດຊອບຢ່າງໜ້າດ້ານໆ. ດ້ວຍເຫດນີ້, ຄົນປະເພດນີ້ຈຶ່ງຈະບໍ່ມີທາງມາຢູ່ຕໍ່ໜ້າພຣະເຈົ້າຢ່າງຫ້າວຫັນເພື່ອຍອມຮັບການພິພາກສາ ແລະ ການລົງທັນແຫ່ງພຣະທຳຂອງພຣະເຈົ້າ, ຍອມຮັບຄວາມເສື່ອມຊາມຂອງຕົນຢ່າງຫ້າວຫັນ ຫຼື ເຕັມໃຈອ່ອນນ້ອມຕໍ່ຄວາມຈິງຢ່າງເດັດຂາດ; ຄົນປະເພດນີ້ບໍ່ມີຄວາມຕ້ອງການເຊັ່ນນັ້, ພວກເຂົາຄິດວ່າມັນບໍ່ຈຳເປັນ ແລະ ບໍ່ຕ້ອງການມັນ. ເຖິງຢ່າງໃດກໍຕາມ, ສຳລັບຄົນທີ່ມີມະໂນທຳ ແລະ ເຫດຜົນຢ່າງແທ້ຈິງ, ຍ້ອນວ່າຫຼັກການ ແລະ ຂອບເຂດສຳລັບການປະພຶດຕົນຂອງພວກເຂົາໃນທຸກດ້ານເຮັດໃຫ້ພວກເຂົາຮູ້ສຶກວ່າພຣະທຳຂອງພຣະເຈົ້າ ແລະ ຂໍ້ກຳນົດຂອງພຣະເຈົ້າສຳລັບຜູ້ຄົນແມ່ນສິ່ງທີ່ພວກເຂົາຕ້ອງການ, ພວກເຂົາຈຶ່ງເຕັມໃຈທີ່ຈະປະຕິບັດຕາມພຣະທຳຂອງພຣະເຈົ້າ; ຖ້າພວກເຂົາບໍ່ເຮັດເຊັ່ນນັ້ນ, ພວກເຂົາກໍຈະຮູ້ສຶກບໍ່ສະບາຍໃຈຢູ່ຂ້າງໃນ. ຖ້າພວກເຂົາໄດ້ຍິນ ແລະ ເຂົ້າໃຈຂໍ້ກຳນົດຂອງພຣະເຈົ້າ ແຕ່ບໍ່ປະຕິບັດຕາມຂໍ້ກຳນົດເຫຼົ່ານັ້ນ, ໃນດ້ານໜຶ່ງ, ພວກເຂົາຮູ້ສຶກວ່າອ້າຍເອື້ອຍນ້ອງກຳລັງຈັບຕາເບິ່ງພວກເຂົາຢູ່ ແລະ ໃນອີກດ້ານໜຶ່ງທີ່ສຳຄັນກວ່ານັ້ນ, ພວກເຂົາຮູ້ສຶກວ່າພຣະເຈົ້າກຳລັງຊົງເຝົ້າເບິ່ງພວກເຂົາຢ່າງລັບໆ ແລະ ພວກເຂົາບໍ່ສາມາດຫຼົບໜີການກວດສອບຂອງພຣະອົງໄດ້ ບໍ່ວ່າພວກເຂົາຈະໄປໃສກໍຕາມ. ພວກເຂົາຄິດວ່າ “ພຣະເຈົ້າຊົງຮູ້ບໍ່ວ່າເຈົ້າຈະເວົ້າຫຍັງກໍຕາມ. ຖ້າເຈົ້າເຮັດບາງສິ່ງຜິດພາດ ແຕ່ເຈົ້າບໍ່ຍອມຮັບມັນ, ບໍ່ຮູ້ສຶກສຳນຶກຜິດ, ບໍ່ເອົາມັນມາໃສ່ໃຈ, ບໍ່ແກ້ໄຂມັນ ແລະ ບໍ່ຫັນປ່ຽນຕົນເອງເລີຍ, ພຣະເຈົ້າຈະຊົງເບິ່ງສິ່ງນີ້ແນວໃດ?” ຄຳຖາມນີ້ “ພຣະເຈົ້າຈະຊົງເບິ່ງສິ່ງນີ້ແນວໃດ?” ໃນດ້ານໜຶ່ງແມ່ນມາຈາກຄວາມເຊື່ອ ແລະ ການທີ່ພວກເຂົາຍອມຮັບໃນພຣະເຈົ້າ ແລະ ໃນອີກດ້ານໜຶ່ງ, ມັນມາຈາກການເຮັດວຽກຂອງມະໂນທຳ ແລະ ເຫດຜົນຂອງພວກເຂົາເປັນຫຼັກ. ສະນັ້ນ, ທ້າຍທີ່ສຸດແລ້ວ, ມະໂນທຳ ແລະ ເຫດຜົນຂອງຄົນເຮົາເປັນຕົວກຳນົດຄວາມຕ້ອງການແຫ່ງຄວາມເປັນມະນຸດຂອງຕົນ, ເສັ້ນທາງທີ່ຕົນຍ່າງ ແລະ ຍິ່ງໄປກວ່ານັ້ນຄືຫຼັກການ ແລະ ທັດສະນະຄະຕິຂອງຕົນທີ່ມີຕໍ່ສິ່ງຕ່າງໆທຸກປະເພດ. ແນ່ນອນ, ສິ່ງເຫຼົ່ານີ້ຍັງເປັນຕົວກຳນົດວ່າຄົນໃດໜຶ່ງຈະສາມາດກ້າວເຂົ້າສູ່ເສັ້ນທາງແຫ່ງການໄລ່ຕາມເສາະຫາຄວາມຈິງໄດ້ ຫຼື ບໍ່ ແລະ ໃນລະດັບທີ່ຍິ່ງໃຫຍ່ກວ່ານັ້ນ ສິ່ງເຫຼົ່ານີ້ເປັນຕົວກຳນົດວ່າຄົນໃດໜຶ່ງຈະສາມາດໄດ້ຮັບຄວາມລອດພົ້ນໃນທີ່ສຸດໄດ້ ຫຼື ບໍ່.
ເນື້ອໃນຂອງການໂອ້ລົມໃນມື້ນີ້ລ້ວນແຕ່ກ່ຽວກັບເລື່ອງເລັກໆນ້ອຍໆຕ່າງໆໃນຊີວິດທີ່ກ່ຽວຂ້ອງກັບຄວາມເປັນມະນຸດຂອງຄົນເຮົາ, ເຊິ່ງກ່າວເຖິງວ່າຄົນໃດໜຶ່ງມັກເອົາປຽບຄົນອື່ນໃນວິທີທີ່ຕົນປະພຶດຕົນ ແລະ ຈັດການກັບສິ່ງຕ່າງໆ ຫຼື ບໍ່, ຄົນໃດໜຶ່ງມີນ້ຳໃຈອົບອຸ່ນ ແລະ ເຕັມໃຈທີ່ຈະຊ່ວຍເຫຼືອ ແລະ ເຫັນອົກເຫັນໃຈຄົນອື່ນ ຫຼື ບໍ່, ຕົນເຕັມໃຈທີ່ຈະໃຫ້ ຫຼື ບໍ່ ແລະ ຫຼັກການໃນການປະຕິບັດຕໍ່ຄົນອື່ນຂອງຕົນແມ່ນຫຍັງ ແລະ ທັດສະນະຄະຕິ ແລະ ມຸມມອງຂອງຄົນໃດໜຶ່ງເປັນແນວໃດເມື່ອຕົນເຮັດບາງສິ່ງຜິດພາດໄປ. ເຖິງແມ່ນວ່າສິ່ງເຫຼົ່ານີ້ຈະເປັນເລື່ອງເລັກໆນ້ອຍໆໃນຊີວິດ, ເປັນການສະແດງອອກຂອງຄວາມເປັນມະນຸດທີ່ບໍ່ໂດດເດັ່ນຫຼາຍໃນຊີວິດປະຈຳວັນຂອງຜູ້ຄົນ, ແຕ່ສິ່ງທີ່ພວກມັນສະທ້ອນໃຫ້ເຫັນຢູ່ເບື້ອງຫຼັງກໍຄືຄຸນສົມບັດຂອງຄວາມເປັນມະນຸດຂອງຄົນເຮົາ. ໂດຍຖືກຜັກດັນຈາກມະໂນທຳ ແລະ ເຫດຜົນ, ຄົນທີ່ມີຄຸນສົມບັດຂອງຄວາມເປັນມະນຸດຈະປະຕິບັດຕາມຂອບເຂດທາງສິນທຳພື້ນຖານ, ໃນຂະນະທີ່ຄົນທີ່ບໍ່ມີຄຸນສົມບັດຂອງຄວາມເປັນມະນຸດບໍ່ເຂົ້າໃຈເລີຍວ່າຂອບເຂດຂອງຄວາມເປັນມະນຸດ ແລະ ຫຼັກການໃນການປະພຶດຕົນແມ່ນຫຍັງ. ສະນັ້ນ, ການທີ່ຄົນໃດໜຶ່ງມີມະໂນທຳ ແລະ ເຫດຜົນ ຫຼື ບໍ່ນັ້ນເປັນຕົວກຳນົດເສັ້ນທາງທີ່ຕົນຍ່າງ. ມັນຍັງສາມາດເວົ້າໄດ້ອີກວ່າມັນເປັນຕົວກຳນົດອະນາຄົດ ແລະ ຈຸດໝາຍປາຍທາງຂອງຄົນເຮົາ, ມັນກໍເປັນແບບນັ້ນແຫຼະ. ເອົາລະ, ໃຫ້ພວກເຮົາຈົບການໂອ້ລົມຂອງພວກເຮົາໄວ້ພຽງເທົ່ານີ້ສຳລັບມື້ນີ້. ລາກ່ອນ!
ວັນທີ 18 ເດືອນພຶດສະພາ 2024