ວິທີການໄລ່ຕາມເສາະຫາຄວາມຈິງ (20)
ມື້ນີ້ພວກເຮົາຈະສືບຕໍ່ໂອ້ລົມກ່ຽວກັບຫົວຂໍ້ກ່ອນໜ້ານີ້ຂອງພວກເຮົາ. ກ່ອນໜ້ານີ້, ພວກເຮົາໄດ້ໂອ້ລົມກ່ຽວກັບຕົ້ນກຳເນີດຂອງຄົນທຸກປະເພດ ແລະ ພວກເຮົາໄດ້ສົນທະນາກັນເຖິງສາມປະເພດ. ພວກເຈົ້າຈື່ໄດ້ບໍວ່າສາມປະເພດນັ້ນມີຫຍັງແດ່? (ປະເພດໜຶ່ງຄືການກັບຊາດມາເກີດຈາກສັດ, ປະເພດໜຶ່ງຄືການກັບຊາດມາເກີດຈາກມານຮ້າຍ ແລະ ອີກປະເພດໜຶ່ງຄືການກັບຊາດມາເກີດຈາກມະນຸດ). ພວກເຮົາສົນທະນາກັນຮອດໃສແລ້ວ? (ພວກເຮົາສົນທະນາກັນຮອດຈຸດທີ່ວ່າ ຄົນປະເພດທີ່ກັບຊາດມາເກີດຈາກມະນຸດມີຄວາມເປັນມະນຸດທີ່ປົກກະຕິແນວໃດ ແລະ ພວກເຂົາມີຈິດສຳນຶກ ແລະ ເຫດຜົນພາຍໃນຄວາມເປັນມະນຸດຂອງພວກເຂົາແນວໃດ. ສິ່ງນີ້ກ່ຽວຂ້ອງກັບສອງຄຸນລັກສະນະຄື ການແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດ ແລະ ການຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ). ຢ່າງໜຶ່ງຄືການແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດ ແລະ ອີກຢ່າງໜຶ່ງຄືການຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ; ສິ່ງເຫຼົ່ານີ້ຄືຄຸນລັກສະນະຂອງມະນຸດ. ມະນຸດມີສອງຄຸນລັກສະນະນີ້ ໂດຍຫຼັກແລ້ວກໍຍ້ອນວ່າພວກເຂົາມີຈິດສຳນຶກ ແລະ ເຫດຜົນ; ສະນັ້ນ, ຜູ້ທີ່ມີຈິດສຳນຶກ ແລະ ເຫດຜົນຈຶ່ງສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດ ແລະ ຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ. ພວກເຮົາຍັງໄດ້ໂອ້ລົມກ່ຽວກັບດ້ານນີ້ຢ່າງລະອຽດ. ໂດຍຫຼັກແລ້ວ ພວກເຮົາໄດ້ໂອ້ລົມກ່ຽວກັບການສະແດງອອກຂອງຜູ້ທີ່ບໍ່ສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດ ແລະ ບໍ່ສາມາດຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ, ໂດຍເປີດໂປງການສະແດງອອກບາງຢ່າງຂອງພວກເຂົາໃນດ້ານລົບ ແລະ ຫຼັງຈາກນັ້ນ, ພວກເຮົາກໍໄດ້ເວົ້າກ່ຽວກັບວ່າສິ່ງທີ່ເປັນບວກມີຫຍັງແດ່, ແມ່ນບໍ? (ແມ່ນແລ້ວ). ມື້ນີ້, ໃຫ້ພວກເຮົາສືບຕໍ່ໂອ້ລົມກັນໃນຫົວຂໍ້ກ່ຽວກັບການກັບຊາດມາເກີດຈາກມະນຸດ. ຜູ້ທີ່ກັບຊາດມາເກີດຈາກມະນຸດບໍ່ພຽງແຕ່ສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດໄດ້ເທົ່ານັ້ນ, ແຕ່ພວກເຂົາຍັງຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງອີກດ້ວຍ. ການແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດ ໂດຍຫຼັກແລ້ວແມ່ນກ່ຽວກັບການຮູ້ວ່າສິ່ງທີ່ເປັນບວກແມ່ນຫຍັງ ແລະ ສິ່ງທີ່ເປັນລົບແມ່ນຫຍັງ, ນັ້ນກໍຄື ຜູ້ທີ່ສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດສາມາດແຍກແຍະຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທຸກປະເພດ; ແມ່ນແຕ່ກັບສິ່ງທີ່ພວກເຂົາບໍ່ເຄີຍພົບພໍ້ມາກ່ອນ, ພວກເຂົາກໍຈະໃຊ້ຈິດສຳນຶກ ແລະ ເຫດຜົນຂອງພວກເຂົາເພື່ອປະເມີນສິ່ງເຫຼົ່ານັ້ນຢ່າງລຽບງ່າຍ. ຖ້າພວກເຂົາພົບພໍ້ກັບສິ່ງດັ່ງກ່າວ ແລະ ຮູ້ສຶກບໍ່ສະບາຍໃຈໃນຈິດສຳນຶກຂອງພວກເຂົາ ຫຼື ບໍ່ສາມາດຍອມຮັບສິ່ງເຫຼົ່ານີ້ດ້ວຍເຫດຜົນຂອງພວກເຂົາໄດ້, ພວກເຂົາກໍຈະຕັດສິນໃຈເລືອກຂັ້ນພື້ນຖານ, ໂດຍຮັບຮູ້ເຖິງຄວາມຖືກຕ້ອງ ຫຼື ຄວາມບໍ່ຖືກຕ້ອງ ຫຼື ທຳມະຊາດທີ່ເປັນບວກ ຫຼື ເປັນລົບຂອງສິ່ງດັ່ງກ່າວໃນຈິດໃຕ້ສຳນຶກ. ເຊິ່ງເວົ້າໄດ້ວ່າ ມະນຸດທີ່ແທ້ຈິງຈະໃຊ້ຄວາມຮູ້ສຶກພື້ນຖານຂອງຈິດສຳນຶກ ຫຼື ເຫດຜົນຂອງພວກເຂົາເພື່ອປະເມີນສິ່ງທີ່ບໍ່ຄຸ້ນເຄີຍທີ່ພວກເຂົາພົບພໍ້, ເພື່ອແຍກແຍະວ່າສິ່ງເຫຼົ່ານັ້ນເປັນສິ່ງທີ່ເປັນບວກ ຫຼື ສິ່ງທີ່ເປັນລົບ ແລະ ພວກມັນຖືກຕ້ອງ ຫຼື ບໍ່ຖືກຕ້ອງ. ເຖິງຢ່າງໃດກໍຕາມ, ສຳລັບຄົນທີ່ບໍ່ມີຈິດສຳນຶກ ແລະ ເຫດຜົນ, ມັນຍາກຫຼາຍທີ່ຈະແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດ ແລະ ຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ, ບໍ່ວ່າມັນຈະກ່ຽວຂ້ອງກັບສິ່ງທີ່ບໍ່ຄຸ້ນເຄີຍ ຫຼື ສິ່ງທີ່ຄຸ້ນເຄີຍກໍຕາມ. ໂດຍສະເພາະຢ່າງຍິ່ງ, ພວກເຂົາຍິ່ງບໍ່ສາມາດຮູ້ໄດ້ວ່າສິ່ງໃໝ່ໆບາງຢ່າງທີ່ປາກົດຂຶ້ນໃນສັງຄົມນັ້ນຖືກຕ້ອງ ຫຼື ບໍ່. ພວກເຂົາບໍ່ສາມາດແຍກແຍະໄດ້ວ່າສິ່ງເຫຼົ່ານັ້ນແມ່ນສິ່ງທີ່ເປັນບວກ ຫຼື ເປັນລົບ. ຖ້າສິ່ງທີ່ເປັນບວກປາກົດຂຶ້ນໃນສັງຄົມ, ພວກເຂົາກໍເຖິງກັບຈະເຮັດຕາມກະແສທາງໂລກໃນວິທີທີ່ພວກເຂົາປະຕິບັດຕໍ່ມັນ ພ້ອມທັງໃນການກ່າວໂທດ ແລະ ປະຕິເສດມັນ. ນີ້ຄືຄວາມແຕກຕ່າງລະຫວ່າງມະນຸດ ແລະ ຜູ້ທີ່ບໍ່ແມ່ນມະນຸດ. ເຈົ້າເຫັນບໍວ່າ ເຖິງແມ່ນວ່າພວກເຂົາຈະເບິ່ງຄືມະນຸດຄືກັນກໍຕາມ, ບາງຄົນກໍບໍ່ເຄີຍໄດ້ຍິນຄວາມຈິງ ຫຼື ໄດ້ຮັບການສະໜອງຈາກພຣະທຳຂອງພຣະເຈົ້າ, ແຕ່ບໍ່ວ່າພວກເຂົາຈະຢູ່ໃນສະພາບແວດລ້ອມໃດກໍຕາມ, ພວກເຂົາກໍມີຂີດຈຳກັດຕໍ່າສຸດສຳລັບການກະທຳຂອງພວກເຂົາ, ຢ່າງໜ້ອຍທີ່ສຸດກໍຄືຂີດຈຳກັດຕໍ່າສຸດຂອງຈິດສຳນຶກ. ພວກເຂົາຈະບໍ່ເຮັດສິ່ງທີ່ຂັດຕໍ່ຈິດສຳນຶກ ຫຼື ສິນທຳຢ່າງເດັດຂາດ. ນີ້ກໍຍ້ອນວ່າໃນສ່ວນເລິກຂອງຫົວໃຈຂອງພວກເຂົາ ພວກເຂົາລັງກຽດສິ່ງທີ່ເປັນລົບ ແລະ ພວກເຂົາມີຈິດສຳນຶກ ແລະ ເຫດຜົນຂອງມະນຸດ, ສະນັ້ນ ໃນວິທີທີ່ພວກເຂົາປະພຶດຕົນ ແລະ ລົງມືກະທຳ, ພວກເຂົາຈຶ່ງມີຂີດຈຳກັດພື້ນຖານຕໍ່າສຸດຂອງສິນທຳ. ເຖິງຢ່າງໃດກໍຕາມ, ສຳລັບຜູ້ທີ່ບໍ່ໃຊ່ມະນຸດເຫຼົ່ານັ້ນ, ເມື່ອເບິ່ງຈາກຄຸນສົມບັດໃນການຈັດປະເພດຂອງພວກເຂົາແລ້ວ, ພວກເຂົາບໍ່ມີຈິດສຳນຶກ ແລະ ເຫດຜົນ. ຢ່າງໜຶ່ງກໍຄື ພວກເຂົາບໍ່ສາມາດແຍກແຍະລະຫວ່າງສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບໄດ້. ອີກຢ່າງໜຶ່ງກໍຄື ພວກເຂົາບໍ່ຮູ້ສຶກລັງກຽດ ຫຼື ກຽດຊັງຕໍ່ສິ່ງທີ່ເປັນລົບເຫຼົ່ານັ້ນ ຫຼື ແມ່ນແຕ່ສິ່ງທີ່ບໍ່ຖືກຕ້ອງຢ່າງເຫັນໄດ້ຊັດເຈນ, ທັງບໍ່ມີຄວາມສາມາດໃນການຕໍ່ຕ້ານພວກມັນ; ພວກເຂົາເຖິງກັບສາມາດຮັກສິ່ງທີ່ເປັນລົບ ແລະ ເຮັດຕາມກະແສທີ່ຊົ່ວຮ້າຍໄດ້. ສິ່ງທີ່ໜ້າເສົ້າໃຈຍິ່ງກວ່ານັ້ນກໍຄື ຄົນບາງຄົນທີ່ເຊື່ອໃນພຣະເຈົ້າ ແລະ ອ້າງວ່າຕິດຕາມພຣະເຈົ້າກໍຍັງສາມາດເຮັດຕາມກະແສທີ່ຊົ່ວຮ້າຍ ແລະ ເຮັດສິ່ງທີ່ຊົ່ວຊ້າເຫຼົ່ານັ້ນໄດ້ຄືກັນກັບຜູ້ບໍ່ມີຄວາມເຊື່ອ, ໂດຍເຮັດເຊັ່ນນັ້ນໂດຍບໍ່ມີຄວາມຮູ້ສຶກລະອາຍໃຈເລີຍ, ທັງບໍ່ມີແມ່ນແຕ່ການຕຳນິໃດໆຈາກຈິດສຳນຶກຂອງພວກເຂົາເລີຍ.
ທຸກມື້ນີ້, ຫຼາຍຄົນຖ່າຍຮູບເຊວຟີດ້ວຍໂທລະສັບຂອງພວກເຂົາ. ຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິຖ່າຍຮູບປະເພດໃດ? ພວກເຂົາຖ່າຍຮູບທີ່ມີຄວາມໝາຍ ແລະ ຄຸ້ມຄ່າແກ່ການຈົດຈຳ, ໂດຍມີຈຸດປະສົງເພື່ອປະໄວ້ເຊິ່ງຄວາມຊົງຈຳທີ່ຍອດຢ້ຽມບາງຢ່າງ. ເຖິງແມ່ນວ່າພວກເຂົາຈະຖ່າຍຮູບຕົນເອງ, ພວກເຂົາກໍຖ່າຍຮູບທີ່ເບິ່ງສຸພາບ, ເໝາະສົມ, ມີກຽດ ແລະ ສຸພາບຮຽບຮ້ອຍ. ການກະທຳຂອງພວກເຂົາໃນເລື່ອງນີ້ລ້ວນແຕ່ຢູ່ໃນຂອບເຂດຂອງຈິດສຳນຶກ ແລະ ເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ. ແຕ່ຜູ້ທີ່ບໍ່ມີຈິດສຳນຶກ ແລະ ເຫດຜົນນັ້ນແຕກຕ່າງອອກໄປ; ພວກເຂົາກໍຖ່າຍຮູບເຊວຟີຄືກັນ, ແຕ່ຮູບເຊວຟີຂອງພວກເຂົາມີບັນຫາ. ແມ່ຍິງບາງຄົນຖ່າຍຮູບປະເພດໃດ? ພວກເຂົາບໍ່ໄດ້ຖ່າຍຮູບທີ່ມີກຽດ, ສຸພາບຮຽບຮ້ອຍ ແລະ ເໝາະສົມ. ເມື່ອພວກເຂົາເຫັນແມ່ຍິງທີ່ບໍ່ມີຄວາມເຊື່ອເຫຼົ່ານັ້ນຢູ່ທາງອອນລາຍຖ່າຍຮູບທີ່ຍົວະຍວນ, ຮູບທີ່ສື່ເຖິງເລື່ອງທາງເພດ ຫຼື ຮູບທີ່ແປກປະຫຼາດເປັນພິເສດ, ພວກເຂົາກໍຮຽນແບບຄົນເຫຼົ່ານັ້ນ, ໂດຍຖ່າຍຮູບທີ່ເຮັດໃຫ້ຜູ້ຊາຍນໍ້າລາຍຍ້ອຍ ແລະ ມີຄວາມຄິດໃນທາງຕັນຫາເຊັ່ນກັນ, ນັ້ນກໍຄື ພວກເຂົາເຈາະຈົງຖ່າຍຮູບຕົນເອງໃຫ້ເບິ່ງຄືກັບໂສເພນີ, ແມ່ຍິງໃຈງ່າຍ ຫຼື ຮູບທີ່ສື່ເຖິງເລື່ອງທາງເພດ. ແມ່ຍິງບາງຄົນມັກແຕ່ງໜ້າໜາໆ, ທາໜ້າໃຫ້ຂາວໆ ແລະ ທາສົບໃຫ້ແດງໆ ພ້ອມທັງແຕ່ງຕາໃນແບບທີ່ເຮັດໃຫ້ພວກເຂົາເບິ່ງຄືກັບຕົວປະຫຼາດ; ພວກເຂົາຕັ້ງໃຈສະແດງທ່າທາງທີ່ຍົວະຍວນ, ຊວນໃຫ້ຫຼົງໄຫຼຢູ່ໜ້າກ້ອງ, ດ້ວຍແວວຕາທີ່ຍົວະຍວນ ແລະ ລາມົກ, ເຊິ່ງເຮັດໃຫ້ຜູ້ຊາຍມີຄວາມຄິດໃນທາງຕັນຫາເມື່ອພວກເຂົາເຫັນສິ່ງທັງໝົດນີ້. ຍັງມີແມ່ຍິງທີ່ປ່ອຍຜົມຍາວປົກໜ້າຂອງພວກເຂົາ, ເງີຍໜ້າຂຶ້ນເລັກໜ້ອຍ ແລະ ສະແດງແວວຕາທີ່ຍົວະຍວນ, ລາມົກຜ່ານຊ່ອງຫວ່າງຂອງເສັ້ນຜົມຂອງພວກເຂົາ. ສະຫຼຸບແລ້ວ, ແມ່ຍິງດັ່ງກ່າວຖ່າຍຮູບໂດຍໃຊ້ສີໜ້າ ແລະ ທ່າທາງໃດກໍຕາມທີ່ພວກເຂົາຄິດວ່າຍົວະຍວນ ແລະ ເຊັກຊີ່. ຫຼັງຈາກທີ່ຖ່າຍຮູບແລ້ວ, ແມ່ຍິງເຫຼົ່ານີ້ກໍຍັງຮູ້ສຶກຫຼົງຮັກຕົນເອງເປັນພິເສດ, ໂດຍຊື່ນຊົມຮູບພາບທີ່ຍົວະຍວນຂອງຕົນເອງເປັນບາງຄັ້ງຄາວ. ຍິ່ງໄປກວ່ານັ້ນ, ພວກເຂົາຍັງຕັ້ງຮູບເຊວຟີທີ່ພວກເຂົາໃຫ້ຄຸນຄ່າ ແລະ ມັກທີ່ສຸດເປັນຮູບໜ້າຈໍໃນຄອມພິວເຕີ ຫຼື ໂທລະສັບຂອງພວກເຂົາ ແລະ ແມ່ຍິງບາງຄົນກໍເຖິງກັບໂພສຮູບເຫຼົ່ານັ້ນລົງໃນສື່ອອນລາຍ. ເມື່ອໃດກໍຕາມທີ່ພວກເຂົາເບິ່ງຮູບເຫຼົ່ານີ້, ພວກເຂົາກໍຮູ້ສຶກວ່າພວກເຂົາມີສະເໜ່ຫຼາຍ, ພວກເຂົາເກີດມາເພື່ອເປັນດາລາ ແລະ ຖ້າພວກເຂົາບໍ່ໄດ້ເຊື່ອໃນພຣະເຈົ້າ, ພວກເຂົາກໍຄົງຈະເປັນຄົນດັງທີ່ມີຊື່ສຽງຢ່າງແນ່ນອນ. ເບິ່ງແມ, ພວກເຂົາກຳລັງຍ່າງຢູ່ໃນເສັ້ນທາງປະເພດໃດ? ພວກເຂົາບໍ່ພຽງແຕ່ຊື່ນຊົມຮູບພາບຂອງຕົນເອງຢູ່ຕະຫຼອດເວລາເທົ່ານັ້ນ, ແຕ່ພວກເຂົາຍັງເອົາຮູບເຫຼົ່ານີ້ໃຫ້ຄົນອ້ອມຂ້າງເບິ່ງອີກດ້ວຍ. ຖ້າຜູ້ຄົນບໍ່ຍ້ອງຍໍພວກເຂົາຫຼັງຈາກທີ່ເຫັນຮູບແລ້ວ, ພວກເຂົາກໍຈະຮູ້ສຶກບໍ່ພໍໃຈຢູ່ພາຍໃນ. ຖ້າພວກເຂົາພົບກັບຄົນປະເພດດຽວກັນທີ່ຊື່ນຊົມຮູບພາບຂອງພວກເຂົາເປັນພິເສດ ແລະ ເວົ້າວ່າ: “ຮູບນີ້ຖ່າຍອອກມາໄດ້ດີຫຼາຍ, ມັນເປັນຮູບດາລາເລີຍ! ມັນເບິ່ງຄືກັບຄົນນັ້ນຄົນນີ້ເລີຍ”, ພວກເຂົາກໍຍິ່ງຮູ້ສຶກພໍໃຈກັບຕົນເອງຫຼາຍຂຶ້ນ ແລະ ເພີດເພີນກັບຄວາມຮູ້ສຶກນີ້ທຸກມື້. ບາງຄົນກໍມັກຕົກແຕ່ງຮູບພາບຂອງພວກເຂົາ, ໂດຍໃສ່ຫູກະຕ່າຍເທິງຫົວຂອງພວກເຂົາ ແລະ ຕື່ມໜວດແມວໃສ່, ໂດຍຄິດວ່າພວກເຂົາໜ້າຮັກກວ່າກະຕ່າຍ ແລະ ແມວນ້ອຍ. ພວກເຂົາຖາມທຸກຄົນທີ່ພວກເຂົາພົບວ່າ: “ເຈົ້າຄິດວ່າຂ້ອຍເບິ່ງຄືກະຕ່າຍ ຫຼື ແມວນ້ອຍຫຼາຍກວ່າກັນ?” ເມື່ອຜູ້ຄົນເວົ້າວ່າ: “ໃຜຈະໄປຮູ້ວ່າເຈົ້າເບິ່ງຄືຫຍັງ?” ພວກເຂົາກໍຈະໃຈຮ້າຍຫຼາຍ. ບອກເຮົາເບິ່ງ, ມັນບໍ່ວິປະລິດບໍທີ່ຄົນເຮົາບໍ່ຢາກເປັນຄົນດີໆ ແຕ່ຢາກເປັນສັດ? ພວກເຂົາເຖິງກັບໂພສ “ຜົນງານຊິ້ນເອກ” ເຫຼົ່ານີ້ຂອງພວກເຂົາລົງທາງອອນລາຍ, ໂດຍພະຍາຍາມທີ່ຈະໄດ້ຮັບຄຳຍ້ອງຍໍຈາກຜູ້ຄົນຫຼາຍຂຶ້ນ. ຍັງມີບາງຄົນທີ່ແຕ່ງຕົວເປັນນັກດາບ ຫຼື ຈອມຍຸດ ເມື່ອຖ່າຍຮູບເຊວຟີ ຫຼື ແຕ່ງຕົວເປັນມະນຸດແມງມຸມ ຫຼື ມະນຸດເຈຍຈາກຮູບເງົາຕາເວັນຕົກ ຫຼື ພວກເຂົາແຕ່ງຕົວເປັນບຸກຄົນທີ່ເທ້, ເຢັນຊາ ແລະ ລຶກລັບ. ພວກເຂົາເຮັດສິ່ງນີ້ທັງໝົດກໍດ້ວຍຄວາມຫວັງທີ່ວ່າຄົນອື່ນຈະມັກ ແລະ ຍອມຮັບພວກເຂົາ ແລະ ພວກເຂົາກໍຫຼົງໄຫຼກັບສິ່ງນີ້ທຸກມື້. ບອກເຮົາເບິ່ງ, ຄົນເຫຼົ່ານີ້ແມ່ນຄົນປະເພດໃດ? ພວກເຂົາແມ່ນຄົນປົກກະຕິບໍ? ບໍ່ແມ່ນຢ່າງແນ່ນອນ; ພວກເຂົາບໍ່ແມ່ນມະນຸດ. ເຖິງແມ່ນວ່າການຖ່າຍຮູບເຊວຟີຈະເປັນພຽງເລື່ອງງ່າຍໆ, ເລື່ອງເລັກນ້ອຍໃນທ່າມກາງກະແສທີ່ຊົ່ວຮ້າຍ, ແຕ່ມັນກໍເປີດເຜີຍໃຫ້ເຫັນເຖິງຄວາມມັກ ແລະ ການໄລ່ຕາມຂອງຄົນໆໜຶ່ງ ແລະ ເປີດເຜີຍໃຫ້ເຫັນເຖິງຄຸນລັກສະນະຂອງພວກເຂົາ, ຄວາມຕ້ອງການແຫ່ງຄວາມເປັນມະນຸດຂອງພວກເຂົາ ແລະ ສິ່ງທີ່ຢູ່ເລິກລົງໄປພາຍໃນຈິດວິນຍານຂອງພວກເຂົາ. ຄົນທີ່ມີກຽດ ແລະ ສຸພາບຮຽບຮ້ອຍຈະໃຊ້ໂທລະສັບມືຖື ເຊິ່ງເປັນເຄື່ອງມືນີ້ ເພື່ອຖ່າຍຮູບສິ່ງທີ່ເປັນບວກ, ມີຄວາມໝາຍ ແລະ ມີຄຸນຄ່າ, ໃນຂະນະທີ່ຄົນທີ່ບໍ່ມີຄຸນສົມບັດແຫ່ງຄວາມເປັນມະນຸດຈະຖ່າຍຮູບສິ່ງທີ່ເປັນລົບ, ຊົ່ວຊ້າ ເຊິ່ງເປັນສິ່ງທີ່ແກ່ນແທ້ທຳມະຊາດຂອງພວກເຂົາເອງຕ້ອງການ. ສາມາດເວົ້າໄດ້ວ່າ ຄົນປະເພດໃດກໍຈະເປັນຕົວກຳນົດຄວາມຕ້ອງການປະເພດນັ້ນທີ່ພວກເຂົາມີ, ຮູບພາບປະເພດທີ່ພວກເຂົາຖ່າຍ ແລະ ວິທີທີ່ພວກເຂົາເລືອກທີ່ຈະແຕ່ງຕົວ ແລະ ນຳສະເໜີພາບລັກຂອງພວກເຂົາ. ຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິຈະເລືອກຖ່າຍຮູບພາບທີ່ມີກຽດ, ສຸພາບຮຽບຮ້ອຍ, ສຸພາບ, ມີຄວາມໝາຍ ແລະ ມີຄຸນຄ່າບາງຢ່າງໄວ້ເປັນທີ່ລະນຶກ, ໃນຂະນະທີ່ຄົນທີ່ບໍ່ມີຄວາມເປັນມະນຸດທີ່ປົກກະຕິຈະເຮັດຕາມກະແສທີ່ຊົ່ວຮ້າຍຂອງໂລກ, ໂດຍເຮັດໃນສິ່ງທີ່ພວກເຂົາມັກ. ເຖິງແມ່ນວ່າການຖ່າຍຮູບເຊວຟີຈະເປັນເລື່ອງນ້ອຍໆ, ແຕ່ມັນກໍພຽງພໍທີ່ຈະເຫັນເຖິງຄວາມມັກ ແລະ ການໄລ່ຕາມທີ່ຢູ່ເລິກທີ່ສຸດຂອງຜູ້ຄົນ. ບໍ່ວ່າຈະເປັນເລື່ອງໃດກໍຕາມ, ເຖິງແມ່ນວ່າມັນຈະເປັນສິ່ງທີ່ຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິບໍ່ສາມາດບອກໄດ້ຢ່າງຊັດເຈນວ່າສິ່ງໃດເປັນບວກ ແລະ ສິ່ງໃດເປັນລົບ, ແຕ່ຍ້ອນວ່າຄົນດັ່ງກ່າວຖືກ ຈິດສຳນຶກ ແລະ ເຫດຜົນຢັບຢັ້ງໄວ້, ພວກເຂົາກໍຈະເລືອກສິ່ງທີ່ເປັນບວກຢ່າງເປັນທຳມະຊາດ. ຖ້າຫາກວ່າ, ເນື່ອງຈາກການຂາດການແຍກແຍະຊົ່ວຄາວ, ພວກເຂົາເລືອກສິ່ງທີ່ເປັນລົບ ຫຼື ເຮັດບາງສິ່ງທີ່ເປັນລົບໂດຍບໍ່ຕັ້ງໃຈ, ພວກເຂົາກໍຈະມີຄວາມຮູ້ສຶກໃນໃຈຂອງພວກເຂົາຢ່າງໄວວາ, ຈິດສຳນຶກຂອງພວກເຂົາຈະຕຳນິພວກເຂົາ ຫຼື ພວກເຂົາຈະບໍ່ສາມາດຍອມຮັບສິ່ງນີ້ດ້ວຍເຫດຜົນຂອງພວກເຂົາໄດ້. ເມື່ອຄົນທີ່ບໍ່ມີຄວາມເປັນມະນຸດປະເຊີນກັບສິ່ງທີ່ເປັນບວກ, ພວກເຂົາຈະຮູ້ສຶກວ່າສິ່ງທີ່ເປັນບວກນັ້ນຈືດຊືດ ແລະ ໜ້າເບື່ອຫຼາຍ, ບໍ່ຄຸ້ມຄ່າທີ່ໃຫ້ກ່າວເຖິງ ແລະ ຖືກຜູ້ຄົນດູຖູກ, ໃນຂະນະທີ່ໃນໃຈຂອງພວກເຂົານັ້ນ ພວກເຂົາກັບມັກ ແລະ ຊື່ນຊົມສິ່ງທີ່ເປັນລົບເປັນພິເສດ, ໂດຍສະເພາະສິ່ງທີ່ໄດ້ຮັບຄວາມນິຍົມຫຼາຍໃນທ່າມກາງກະແສທີ່ຊົ່ວຮ້າຍ. ຖ້າເຈົ້າຖ່າຍຮູບທີ່ມີກຽດ ແລະ ສຸພາບຮຽບຮ້ອຍໃຫ້ຄົນປະເພດນີ້, ພວກເຂົາກໍຈະລັງກຽດ ແລະ ເຮັດທ່າທາງດູຖູກໃສ່ຮູບນັ້ນ, ໂດຍເວົ້າວ່າ: “ໃຜຍັງຖ່າຍຮູບແບບນີ້ຢູ່? ມັນຫຼ້າສະໄໝຫຼາຍ!” ພວກເຂົາເອງເລືອກທີ່ຈະຖ່າຍຮູບທີ່ສື່ເຖິງເລື່ອງທາງເພດ. ຄົນປົກກະຕິພົບວ່າຮູບພາບດັ່ງກ່າວໜ້າລັງກຽດ ແລະ ບໍ່ໜ້າເບິ່ງ, ແຕ່ຄົນປະເພດນີ້ເວົ້າວ່າ: “ນີ້ຄືຄວາມເຊັກຊີ່. ເຈົ້າເຂົ້າໃຈບໍວ່າຄວາມເຊັກຊີ່ແມ່ນຫຍັງ? ນີ້ຄືແຟຊັນ; ມັນຄືສິລະປະຊັ້ນສູງ. ເຈົ້າບໍ່ເຂົ້າໃຈສິລະປະດອກ!” ພວກເຂົາບໍ່ພຽງແຕ່ບໍ່ຮູ້ສຶກລັງກຽດເມື່ອຖ່າຍຮູບທີ່ສື່ເຖິງເລື່ອງທາງເພດຂອງຕົນເອງເທົ່ານັ້ນ, ແຕ່ພວກເຂົາຍັງມັກເຮັດຕາມສິ່ງທີ່ເປັນທີ່ນິຍົມ ແລະ ສື່ເຖິງເລື່ອງທາງເພດເຫຼົ່ານີ້ເປັນພິເສດອີກດ້ວຍ.
ຜູ້ທີ່ບໍ່ແມ່ນມະນຸດມີຄວາມກະຕືລືລົ້ນຢ່າງຍິ່ງກ່ຽວກັບສິ່ງທີ່ເປັນລົບ. ເມື່ອສິ່ງທີ່ເປັນລົບບາງຢ່າງປາກົດຂຶ້ນໃນທ່າມກາງກະແສທີ່ຊົ່ວຮ້າຍ, ພວກເຂົາກໍຈະຮຽນຮູ້ກ່ຽວກັບພວກມັນຢ່າງໄວວາ ແລະ ຈະມີລະດັບການຍອມຮັບຕໍ່ສິ່ງເຫຼົ່ານັ້ນສູງ. ຖ້າພວກເຂົາມີໂອກາດ ແລະ ເງື່ອນໄຂເອື້ອອຳນວຍ, ພວກເຂົາກໍຈະເຮັດສິ່ງເຫຼົ່ານັ້ນຈາກກະແສທີ່ຊົ່ວຮ້າຍທີ່ພວກເຂົາມັກ ແລະ ຍອມຮັບຢ່າງແນ່ນອນ. ພວກເຂົາຈະບໍ່ປະຕິເສດຢ່າງເດັດຂາດ ແລະ ຈະບໍ່ເປັນພຽງຜູ້ຢືນເບິ່ງຢ່າງແນ່ນອນ, ແຮງໄກທີ່ພວກເຂົາຈະກຽດຊັງ ຫຼື ຢູ່ຫ່າງຈາກພວກມັນ; ກົງກັນຂ້າມ, ພວກເຂົາຈະທຸ່ມເທໃຫ້ກັບສິ່ງເຫຼົ່ານັ້ນ. ໂດຍສະເພາະຢ່າງຍິ່ງ, ຄົນບາງຄົນທີ່ເຊື່ອໃນພຣະເຈົ້າກໍຍັງເຮັດຕາມຄຳເວົ້າ ແລະ ການປະຕິບັດທີ່ເປັນກະແສບາງຢ່າງທີ່ພວກເຂົາໄດ້ຍິນມາຈາກສັງຄົມຕາເວັນຕົກຢ່າງໃກ້ຊິດ. ຕົວຢ່າງ: ມີວັນພັກໃນສັງຄົມຕາເວັນຕົກທີ່ເອີ້ນວ່າ ຮາໂລວີນ, ເຊິ່ງຄວາມຈິງແລ້ວເປັນເທດສະການຂອງຜີ. ໃນມື້ນີ້, ຜູ້ໃຫຍ່ ແລະ ເດັກນ້ອຍລ້ວນແຕ່ໃສ່ຊຸດຕ່າງໆຄືກັບຊຸດສຳລັບການສະແດງເທິງເວທີ ຫຼື ການສະແດງລະຄອນ. ບາງຄົນແຕ່ງຕົວເປັນແມ່ມົດ, ບາງຄົນແຕ່ງເປັນເຈົ້າຊາຍ ຫຼື ເຈົ້າຍິງ ແລະ ຄົນອື່ນໆກໍແຕ່ງເປັນກົບ, ງູ, ໄດໂນເສົາ ແລະ ອື່ນໆ. ຈາກນັ້ນ ພວກເຂົາກໍເອົາກະຕ່າ ຫຼື ຖົງໄປຕາມສູນການຄ້າ, ຮ້ານຄ້າ ແລະ ບ້ານເຮືອນຕ່າງໆ ເພື່ອຂໍເຂົ້າໜົມ. ບາງຄົນທີ່ເຊື່ອໃນພຣະເຈົ້າກໍສະເຫຼີມສະຫຼອງເທດສະການນີ້ເຊັ່ນກັນ ແລະ ໃສ່ຊຸດຜີ, ໂດຍຮູ້ສຶກມີຄວາມສຸກຫຼາຍ ແລະ ຄິດວ່ານີ້ເປັນໂອກາດດີທີ່ຈະໄດ້ຫຼິ້ນບົດບາດຕ່າງໆ. ພວກເຂົາເລືອກທີ່ຈະໃສ່ຊຸດປະເພດໃດ? ພວກເຂົາບໍ່ໄດ້ໃສ່ຊຸດຂອງບຸກຄົນທີ່ຂ້ອນຂ້າງເປັນບວກເຊັ່ນ: ເຈົ້າໜ້າທີ່ທະຫານ, ນາຍພົນ ຫຼື ວິລະບຸລຸດ; ພວກເຂົາຍືນຍັນທີ່ຈະໃສ່ເຄື່ອງນຸ່ງຂອງແມ່ມົດ ແລະ ໝໍຜີ. ການແຕ່ງຕົວຄືກັບມານຮ້າຍຕ່າງໆເພື່ອສະເຫຼີມສະຫຼອງເທດສະການຂອງຜີ, ພວກເຂົາຮູ້ສຶກມີຄວາມສຸກ ແລະ ພົບວ່າມັນມ່ວນຊື່ນ, ໂດຍບໍ່ຮູ້ຕົວເລີຍວ່ານີ້ຄືສິ່ງທີ່ພຣະເຈົ້າກຽດຊັງ ແລະ ເປັນສິ່ງທີ່ເປັນລົບໃນໂລກມະນຸດ. ໃນສ່ວນເລິກແລ້ວ, ຄົນປະເພດນີ້ບໍ່ມີຄວາມເຂົ້າໃຈທີ່ຊັດເຈນກ່ຽວກັບສິ່ງທີ່ເປັນລົບດັ່ງກ່າວ ແລະ ບໍ່ຮູ້ວ່າພວກເຂົາຄວນປະຕິບັດຕໍ່ສິ່ງເຫຼົ່ານີ້ຂອງວັດທະນະທຳດັ້ງເດີມ ແລະ ກະແສທາງໂລກເຫຼົ່ານີ້ແນວໃດ. ພວກເຂົາຍັງບໍ່ມີຄວາມເຂົ້າໃຈຢ່າງແທ້ຈິງວ່າພວກເຂົາເອງແມ່ນຫຍັງກັນແທ້, ໂດຍບໍ່ຮູ້ວ່າພວກເຂົາເປັນມະນຸດ ຫຼື ຜີ. ພວກເຂົາບໍ່ຮູ້ວ່າພວກເຂົາເປັນມະນຸດ ຫຼື ຜີ, ແຕ່ມັນຍາກທີ່ຈະເຮັດໃຫ້ພວກເຂົາເປັນມະນຸດ, ໃນຂະນະທີ່ຖ້າເຈົ້າຂໍໃຫ້ພວກເຂົາເປັນຜີ ຫຼື ສັດ, ພວກເຂົາກໍຈະພົບວ່າມັນມ່ວນຊື່ນຢ່າງບໍ່ມີທີ່ສິ້ນສຸດ ແລະ ບໍ່ເຄີຍປະຕິເສດເລີຍ. ສະນັ້ນ ບອກເຮົາເບິ່ງ, ຄົນປະເພດນີ້ແມ່ນຫຍັງກັນແທ້? ຖ້າເຈົ້າຂໍໃຫ້ພວກເຂົາເປັນຄົນທີ່ມີຈິດສຳນຶກ ແລະ ເຫດຜົນ, ພວກເຂົາມັກຈະເວົ້າວ່າ: “ຈິດສຳນຶກມີຄ່າສໍ່າໃດ? ທຸກມື້ນີ້ໃຜຍັງສົນໃຈຈິດສຳນຶກຢູ່? ໃຜຍັງສົນໃຈຄວາມມັກຮັກ ແລະ ຄວາມຍຸຕິທຳທາງສິນທຳ? ໃຜຍັງສົນໃຈສິນທຳຢູ່?” ແຕ່ຖ້າເຈົ້າຂໍໃຫ້ພວກເຂົາແຕ່ງຕົວ ແລະ ຫຼິ້ນເປັນໝໍຜີ ຫຼື ໃສ່ຊຸດໄດໂນເສົາເພື່ອຫຼິ້ນເປັນໄດໂນເສົາ, ພວກເຂົາກໍບໍ່ຄັດຄ້ານ ຫຼື ປະຕິເສດ. ບອກເຮົາເບິ່ງ, ນີ້ແມ່ນຄົນປະເພດໃດ? ໃນແກ່ນແທ້ທຳມະຊາດຂອງພວກເຂົາ, ພວກເຂົາມີຄວາມຮັກຕໍ່ສິ່ງທີ່ເປັນບວກແມ່ນແຕ່ໜ້ອຍດຽວແທ້ໆບໍ? ພວກເຂົາຮູ້ສຶກລັງກຽດສິ່ງທີ່ເປັນລົບແດ່ບໍ? ເມື່ອເບິ່ງຈາກຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ພວກເຂົາເລືອກ, ມັນເຫັນໄດ້ຊັດເຈນວ່າພວກເຂົາບໍ່ມີຄວາມຮັກຕໍ່ສິ່ງທີ່ເປັນບວກເລີຍ ແລະ ບໍ່ຮູ້ສຶກລັງກຽດຕໍ່ສິ່ງທີ່ເປັນລົບເລີຍ. ກົງກັນຂ້າມ, ພວກເຂົາກັບລັງກຽດສິ່ງທີ່ເປັນບວກເປັນພິເສດ, ໂດຍຖືວ່າສິ່ງເຫຼົ່ານັ້ນເປັນສິ່ງທີ່ໜ້າເຍາະເຍີ້ຍ ແລະ ໜ້າດູຖູກ. ສຳລັບສິ່ງທີ່ເປັນລົບ, ໂດຍສະເພາະສິ່ງທີ່ໄດ້ຮັບຄວາມນິຍົມເປັນພິເສດ ແລະ ກຳລັງເປັນທີ່ນິຍົມຫຼາຍໃນປັດຈຸບັນໃນທ່າມກາງກະແສທີ່ຊົ່ວຮ້າຍ, ພວກເຂົາຊື່ນຊົມ ແລະ ຮັບຮອງພວກມັນຢ່າງຍິ່ງ. ໂດຍສະເພາະຢ່າງຍິ່ງ, ບາງຄົນຮູ້ສຶກພູມໃຈທີ່ສາມາດກ້າວທັນກະແສທີ່ຊົ່ວຮ້າຍ ແລະ ຫຼິ້ນບົດບາດຂອງມານຮ້າຍ, ວິນຍານທີ່ຊົ່ວຮ້າຍ ແລະ ສັດປ່າ, ໂດຍຮູ້ສຶກວ່າພວກເຂົາແຕກຕ່າງຈາກຄົນອື່ນ. ເຫັນໄດ້ຊັດເຈນວ່າ ຄົນປະເພດນີ້ບໍ່ມີຈິດສຳນຶກ ແລະ ເຫດຜົນເລີຍ; ຍິ່ງບາງສິ່ງບາງຢ່າງມາຈາກກະແສທີ່ຊົ່ວຮ້າຍຫຼາຍສໍ່າໃດ, ພວກເຂົາກໍຍິ່ງມັກມັນຫຼາຍສໍ່ານັ້ນ. ໂດຍສະເພາະຄົນຕາເວັນອອກບາງຄົນ, ເມື່ອໄດ້ຍິນຜູ້ຄົນເວົ້າກ່ຽວກັບສິ່ງທີ່ເປັນທີ່ນິຍົມໃນສັງຄົມຕາເວັນຕົກ, ສິ່ງທີ່ຄົນຕາເວັນຕົກມັກ ແລະ ສິ່ງທີ່ຄົນຕາເວັນຕົກນຸ່ງ ແລະ ໃຊ້, ພວກເຂົາກໍຍອມຮັບມັນທັງໝົດໂດຍບໍ່ໃຊ້ການແຍກແຍະໃດໆ ແລະ ພະຍາຍາມຮຽນແບບມັນ. ເຖິງແມ່ນວ່າມັນຈະເປັນສິ່ງທີ່ຊົ່ວຊ້າ ເຊິ່ງຂັດຕໍ່ຈິດສຳນຶກ ແລະ ເຫດຜົນ ພ້ອມທັງຂັດຕໍ່ຄວາມຈິງກໍຕາມ, ພວກເຂົາກໍຍັງຍອມຮັບມັນ. ບາງຄົນເວົ້າວ່າ: “ນີ້ຄືການບູຊາສິ່ງຂອງຕ່າງຊາດ ແລະ ປະຈົບປະແຈງຄົນຕ່າງຊາດບໍ?” ມັນເປັນແບບນັ້ນບໍ? (ບໍ່, ໃນແກ່ນແທ້ທຳມະຊາດຂອງພວກເຂົາ ພວກເຂົາພຽງແຕ່ມັກສິ່ງທີ່ຊົ່ວຊ້າເຫຼົ່ານີ້). ຖືກຕ້ອງແລ້ວ. ພວກເຂົາຮູ້ສຶກວ່າສິ່ງທີ່ເປັນທີ່ນິຍົມໃນທ່າມກາງຄົນຕາເວັນອອກນັ້ນບໍ່ທັນສະໄໝພໍ, ສະນັ້ນ ພວກເຂົາຈຶ່ງເຮັດຕາມສິ່ງທີ່ເປັນທີ່ນິຍົມໃນສັງຄົມຕາເວັນຕົກ, ໂດຍຕ້ອງການທີ່ຈະເປັນເອກະລັກ ແລະ ແຕກຕ່າງຈາກຄົນອື່ນ ພ້ອມທັງໄດ້ຮັບການນັບຖືຢ່າງສູງຈາກຄົນອື່ນ. ບໍ່ວ່າໃນກໍລະນີໃດກໍຕາມ, ຄົນປະເພດນີ້ບໍ່ມີຄຸນສົມບັດແຫ່ງຄວາມເປັນມະນຸດ. ເມື່ອຕັດສິນຈາກຄວາມມັກ ແລະ ການໄລ່ຕາມຂອງພວກເຂົາ ພ້ອມທັງຈາກຄວາມຄິດ, ມຸມມອງ ແລະ ການສະແດງອອກຂອງພວກເຂົາໃນທຸກໆເລື່ອງ, ພວກເຂົາບໍ່ມີຈິດສຳນຶກ ແລະ ເຫດຜົນເລີຍ. ຄວາມຄິດ ແລະ ມຸມມອງຂອງພວກເຂົາແມ່ນຄືກັນກັບຜູ້ທີ່ບໍ່ແມ່ນມະນຸດ ແລະ ເຖິງກັບຄືກັນກັບມານຮ້າຍ ແລະ ຊາຕານ. ຈຸດຢືນ ແລະ ທັດສະນະຂອງພວກເຂົາໃນການເບິ່ງເລື່ອງຕ່າງໆແມ່ນກົງກັນຂ້າມ ແລະ ເປັນປໍລະປັກກັບຈຸດຢືນ ແລະ ທັດສະນະຂອງຄົນປົກກະຕິຕາມທີ່ພຣະເຈົ້າຮຽກຮ້ອງຢ່າງແທ້ຈິງ. ເຖິງຢ່າງໃດກໍຕາມ, ຍ້ອນວ່າມະນຸດທີ່ແທ້ຈິງມີຈິດສຳນຶກ ແລະ ເຫດຜົນຂອງມະນຸດມາແຕ່ກຳເນີດ, ພວກເຂົາຈຶ່ງຈະຕັດສິນບຸກຄົນ, ເຫດການ ຫຼື ສິ່ງໃດໜຶ່ງໂດຍອີງໃສ່ຄວາມຮູ້ສຶກແຫ່ງຈິດສຳນຶກ ແລະ ເຫດຜົນຂອງພວກເຂົາ, ໂດຍເລືອກສິ່ງທີ່ເປັນບວກຈາກໃນບັນດາສິ່ງເຫຼົ່ານັ້ນ ແລະ ແຍກແຍະວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ.
ໃນສະພາບແວດລ້ອມຂອງສັງຄົມຕາເວັນອອກ, ບາງຄົນຖືກຈຳກັດໂດຍວັດທະນະທຳດັ້ງເດີມຂອງສັງຄົມຕາເວັນອອກ ແລະ ສາມາດປະຕິບັດຕາມປະເພນີຕາເວັນອອກບາງຢ່າງໄດ້. ເຖິງແມ່ນວ່າພວກເຂົາຈະບໍ່ເຮັດບາງສິ່ງທີ່ຂັດຕໍ່ຈິດສຳນຶກ ແລະ ສິນທຳກໍຕາມ, ແຕ່ໃນສ່ວນເລິກແລ້ວພວກເຂົາກໍມັກສິ່ງເຫຼົ່ານີ້. ສະນັ້ນ, ເມື່ອສະພາບແວດລ້ອມປ່ຽນແປງ, ເມື່ອພວກເຂົາມີໂອກາດ, ພວກເຂົາກໍຈະສະແດງດ້ານທີ່ແທ້ຈິງແຫ່ງຄວາມເປັນມະນຸດຂອງພວກເຂົາອອກມາ, ປ່ຽນແປງສິ່ງທີ່ພວກເຂົາເບິ່ງຄືວ່າເປັນຢ່າງສິ້ນເຊີງ ແລະ ເປີດເຜີຍຄຸນສົມບັດທີ່ບໍ່ແມ່ນມະນຸດອອກມາ. ຄວນອະທິບາຍຄຸນສົມບັດທີ່ບໍ່ແມ່ນມະນຸດນີ້ແນວໃດ? ມັນຖືກສະແດງອອກໂດຍການບໍ່ແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດ, ບໍ່ຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ ແລະ ບໍ່ມີຈິດສຳນຶກ ແລະ ເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ. ເມື່ອພວກເຂົາຢູ່ໃນສັງຄົມຕາເວັນອອກ, ບາງຄົນເບິ່ງຄືວ່າມີແບບແຜນທີ່ຊື່ກົງ, ມີກຽດ, ມີຄຸນນະທຳ ແລະ ສຸພາບຮຽບຮ້ອຍ ພ້ອມທັງໃສ່ໃຈຄອບຄົວຂອງພວກເຂົາເປັນພິເສດ, ໂດຍປາສະຈາກຊື່ສຽງໃນທາງທີ່ບໍ່ດີ. ແຕ່ເມື່ອພວກເຂົາໄປຮອດປະເທດຕາເວັນຕົກ, ພວກເຂົາກໍປ່ຽນໄປ. ພວກເຂົາໄດ້ຍິນບາງຄົນເວົ້າວ່າ: “ຄົນຕາເວັນຕົກເປີດກວ້າງເປັນພິເສດ ແລະ ມີອິດສະຫຼະເປັນພິເສດໃນເລື່ອງຄວາມສຳພັນລະຫວ່າງຍິງຊາຍ”. ຄວາມຈິງແລ້ວ, ສິ່ງນີ້ບໍ່ສອດຄ່ອງກັບຄວາມເປັນຈິງ, ແຕ່ອີງຕາມຄວາມຄິດ ແລະ ຄວາມຄິດຫຼົງຜິດຂອງພວກເຂົາແລ້ວ, ພວກເຂົາເຊື່ອວ່າເມື່ອພວກເຂົາໄປຮອດປະເທດຕາເວັນຕົກ, ພວກເຂົາກໍມີອິດສະຫຼະ ແລະ ພວກເຂົາບໍ່ຈຳເປັນຕ້ອງກັງວົນກ່ຽວກັບຊື່ສຽງ ຫຼື ຄວາມຊື່ສັດທາງສິນທຳໃດໆ ຫຼື ຄຳເວົ້າຂອງວັດທະນະທຳດັ້ງເດີມຂອງສັງຄົມຕາເວັນອອກ. ພວກເຂົາຄິດວ່າແມ່ຍິງບໍ່ຈຳເປັນຕ້ອງປະຕິບັດຕາມຄຸນນະທຳຂອງແມ່ຍິງ ແລະ ຜູ້ຊາຍກໍບໍ່ຈຳເປັນຕ້ອງຍຶດຕິດກັບການມີຜົວໜຶ່ງເມຍດຽວ ແລະ ຫຼັງຈາກທີ່ມາຮອດປະເທດຕາເວັນຕົກແລ້ວ, ພວກເຂົາກໍສາມາດປ່ອຍຕົວປ່ອຍໃຈກັບເພດກົງກັນຂ້າມໄດ້ ແລະ ຈະບໍ່ມີໃຜຫົວຂວັນພວກເຂົາ ຫຼື ວິພາກວິຈານພວກເຂົາ. ພວກເຂົາເຊື່ອວ່ານີ້ຄືສິ່ງທີ່ວັດທະນະທຳຕາເວັນຕົກເປັນ, ວ່ານີ້ຄືກະແສສັງຄົມ ແລະ ບໍ່ມີໃຜຕໍ່ຕ້ານມັນ. ເມື່ອພວກເຂົາເລີ່ມຄິດແບບນີ້, ພວກເຂົາກໍບໍ່ໄດ້ຍ່າງຢູ່ໃນເສັ້ນທາງທີ່ດີອີກຕໍ່ໄປແລ້ວ ແມ່ນບໍ? ສິ່ງທີ່ພວກເຂົາຮັກຢ່າງແທ້ຈິງໃນຄວາມເປັນມະນຸດຂອງພວກເຂົາກຳລັງຈະຖືກເປີດໂປງອອກມາ, ເຊັ່ນດຽວກັນກັບໃບໜ້າທີ່ແທ້ຈິງແຫ່ງຄວາມເປັນມະນຸດຂອງພວກເຂົາ. ຫຼັງຈາກທີ່ຄົນຕາເວັນອອກ, ໂດຍສະເພາະຄົນຈີນ ມາຮອດປະເທດຕາເວັນຕົກ, ຍ້ອນວ່າຄູ່ສົມລົດຂອງຕົນຢູ່ທີ່ປະເທດບ້ານເກີດຂອງພວກເຂົາ, ໃນຂະນະທີ່ພວກເຂົາຢູ່ຄົນດຽວໃນດິນແດນຕ່າງຖິ່ນກັບຜູ້ຄົນ ແລະ ສະຖານທີ່ທີ່ບໍ່ຄຸ້ນເຄີຍ ພ້ອມທັງພວກເຂົາຕ້ອງທັງເຮັດວຽກ ແລະ ດຳລົງຊີວິດ ແລະ ຈັດການກັບເລື່ອງທີ່ຊັບຊ້ອນອື່ນໆ, ຊີວິດຂອງພວກເຂົາຈຶ່ງຂ້ອນຂ້າງຍາກລຳບາກ ແລະ ພວກເຂົາກໍຮູ້ສຶກໂດດດ່ຽວຫຼາຍເມື່ອຢູ່ຄົນດຽວ. ເພາະສະນັ້ນ, “ຄູ່ຜົວເມຍໃນຍາມສົງຄາມ” ປະເພດໜຶ່ງຈຶ່ງກາຍເປັນທີ່ນິຍົມໃນທ່າມກາງຊຸມຊົນຄົນຈີນໃນສະຫະລັດອາເມຣິກາ, ສິ່ງນີ້ກ່ຽວຂ້ອງກັບການຊອກຫາຄູ່ສົມລົດຊົ່ວຄາວເພື່ອສ້າງຄອບຄົວຊົ່ວຄາວ ແລະ ອາໄສຢູ່ຮ່ວມກັນ, ຊ່ວຍເຫຼືອ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນເພື່ອຮັບມືກັບຄວາມຫຍຸ້ງຍາກຂອງຊີວິດໄປນຳກັນ ພ້ອມທັງຕອບສະໜອງຄວາມຕ້ອງການທາງຮ່າງກາຍຂອງເນື້ອໜັງໃນເວລາດຽວກັນ. ຍ້ອນວ່າມັນຍາກທີ່ຈະດຳລົງຊີວິດຢູ່ຄົນດຽວໃນດິນແດນຕ່າງຖິ່ນ, ຫຼາຍຄົນຈຶ່ງຊອກຫາສະມາຊິກເພດກົງກັນຂ້າມເພື່ອສ້າງເປັນຄູ່ຜົວເມຍໃນຍາມສົງຄາມ ເພື່ອຕອບສະໜອງຄວາມຕ້ອງການຕ່າງໆຂອງພວກເຂົາ. ມີການກ່າວວ່າ ຫຼັງຈາກທີ່ຄູ່ຜົວເມຍໃນຍາມສົງຄາມບາງຄູ່ໄດ້ອາໄສຢູ່ຮ່ວມກັນເປັນເວລາຫຼາຍປີ, ຄູ່ສົມລົດຂອງທັງສອງຝ່າຍກໍມາ ແລະ ທັງສອງຄອບຄົວກໍເຖິງກັບກາຍເປັນໝູ່ກັນ ແລະ ມີປະຕິສຳພັນເຊິ່ງກັນ ແລະ ກັນ. ນີ້ຄືການປະຕິບັດທີ່ກາຍເປັນທີ່ນິຍົມໃນທ່າມກາງຜູ້ບໍ່ມີຄວາມເຊື່ອເພື່ອຮັບມືກັບຄວາມຫຍຸ້ງຍາກຂອງຊີວິດ. ບອກເຮົາເບິ່ງ, ມີຄົນໃນບັນດາຜູ້ທີ່ເຊື່ອໃນພຣະເຈົ້າທີ່ເຮັດສິ່ງດັ່ງກ່າວບໍ? (ຜູ້ບໍ່ເຊື່ອບາງຄົນກໍສາມາດເຮັດສິ່ງນີ້ໄດ້ເຊັ່ນກັນ). ໃນບັນດາຜູ້ທີ່ເຊື່ອໃນພຣະເຈົ້າ, ມີຫຼາຍຄົນທີ່ບໍ່ໄລ່ຕາມເສາະຫາຄວາມຈິງ ແລະ ຍັງມີບາງຄົນທີ່ເປັນຜູ້ບໍ່ເຊື່ອຢ່າງຊັດເຈນ ເຊິ່ງບໍ່ສົນໃຈຄວາມຈິງເລີຍ. ບາງຄົນເຖິງກັບບໍ່ມີຈິດສຳນຶກ ແລະ ບໍ່ມີເຫດຜົນ. ເມື່ອຄົນເຫຼົ່ານີ້ໄດ້ຍິນກ່ຽວກັບສິ່ງທີ່ເປັນລົບເຫຼົ່ານີ້, ຄວາມຈິງແລ້ວ ໃນສ່ວນເລິກພວກເຂົາບໍ່ໄດ້ຮູ້ສຶກລັງກຽດ; ພວກເຂົາຮູ້ສຶກວ່າສິ່ງເຫຼົ່ານີ້ເປັນສິ່ງທີ່ຍອມຮັບໄດ້ ແລະ ບາງຄົນກໍເຖິງກັບເພີດເພີນໄປກັບພວກມັນ. ພວກເຂົາບໍ່ໄດ້ຮູ້ສຶກລັງກຽດສິ່ງເຫຼົ່ານີ້ ແລະ ເຖິງກັບຄິດວ່າ: “ນີ້ເປັນເລື່ອງປົກກະຕິຫຼາຍ. ຜູ້ບໍ່ມີຄວາມເຊື່ອລ້ວນແຕ່ເຮັດສິ່ງນີ້; ມັນເປັນກະແສ, ບໍ່ແມ່ນອາດຊະຍາກຳ. ໜຶ່ງ, ມັນບໍ່ຜິດກົດໝາຍ. ສອງ, ມັນບໍ່ໄດ້ເຮັດໃຫ້ສິນທຳຂອງປະຊາຊົນເສື່ອມເສຍ. ສາມ, ນີ້ຄືຄວາມຕ້ອງການທາງຮ່າງກາຍຂອງມະນຸດ. ການເຮັດສິ່ງນີ້ແມ່ນຍຸຕິທຳ, ສົມເຫດສົມຜົນ ແລະ ຖືກກົດໝາຍ, ມັນຜິດບ່ອນໃດ?” ພວກເຂົາຄິດວ່ານີ້ເປັນເລື່ອງປົກກະຕິ. ຢ່າຟ້າວເວົ້າເຖິງຜູ້ບໍ່ມີຄວາມເຊື່ອເລີຍ, ຖ້າຄົນທີ່ເຊື່ອໃນພຣະເຈົ້າສາມາດເຮັດສິ່ງດັ່ງກ່າວໄດ້, ພວກເຂົາແມ່ນຄົນປະເພດໃດ? ຄວາມເປັນມະນຸດຂອງພວກເຂົາມີບາງຢ່າງຜິດປົກກະຕິ ແມ່ນບໍ? (ແມ່ນແລ້ວ, ຄົນປະເພດນີ້ບໍ່ມີຄວາມເປັນມະນຸດ). ຄົນທີ່ບໍ່ມີຄວາມເປັນມະນຸດສາມາດເຮັດສິ່ງທີ່ໜ້າລັງກຽດດັ່ງກ່າວໄດ້. ຄົນທີ່ມີຄວາມເປັນມະນຸດ, ຢ່າຟ້າວເວົ້າເຖິງການເຮັດສິ່ງດັ່ງກ່າວເລີຍ, ພວກເຂົາບໍ່ສາມາດແມ່ນແຕ່ຈະຍອມຮັບຄວາມຄິດ ແລະ ມຸມມອງຂອງກະແສທີ່ຊົ່ວຮ້າຍນີ້ໄດ້ ແລະ ພວກເຂົາກໍຮູ້ສຶກລັງກຽດ ແລະ ກຽດຊັງພວກມັນຈາກສ່ວນເລິກຂອງຫົວໃຈຂອງພວກເຂົາ. ບໍ່ວ່າຈະແມ່ນເພື່ອໃຫ້ທັງສອງຝ່າຍສາມາດເບິ່ງແຍງເຊິ່ງກັນ ແລະ ກັນ ຫຼື ເພື່ອຈຸດປະສົງອື່ນກໍຕາມ, ຈາກມຸມມອງຂອງຈິດສຳນຶກ ແລະ ເຫດຜົນແຫ່ງຄວາມເປັນມະນຸດແລ້ວ, ການສ້າງເປັນ “ຄູ່ຜົວເມຍໃນຍາມສົງຄາມ” ບໍ່ແມ່ນສິ່ງທີ່ເປັນບວກ. ຖ້າຄົນທີ່ເຊື່ອໃນພຣະເຈົ້າບໍ່ຮູ້ແມ່ນແຕ່ວ່າສິ່ງປະເພດນີ້ແມ່ນສິ່ງທີ່ເປັນບວກ ຫຼື ບໍ່ ຫຼື ມັນສົມເຫດສົມຜົນ ຫຼື ບໍ່, ແລ້ວພວກເຂົາມີຈິດສຳນຶກ ແລະ ຄວາມເປັນມະນຸດບໍ? ບາງຄົນເວົ້າວ່າ: “ເຖິງແມ່ນວ່າຂ້ອຍຈະບໍ່ຮູ້ວ່າສິ່ງນີ້ແມ່ນສິ່ງທີ່ເປັນບວກ ຫຼື ບໍ່, ແຕ່ຂ້ອຍເຊື່ອໃນພຣະເຈົ້າ, ສະນັ້ນ ຂ້ອຍຈຶ່ງບໍ່ສາມາດເຮັດສິ່ງນີ້ໄດ້. ຜູ້ບໍ່ມີຄວາມເຊື່ອບໍ່ໄດ້ເຊື່ອໃນພຣະເຈົ້າ ຫຼື ຢຳເກງພຣະເຈົ້າ, ສະນັ້ນ ພວກເຂົາຈຶ່ງບໍ່ມີຄວາມຮັບຮູ້ໃນເວລາທີ່ເຮັດສິ່ງນີ້, ແຕ່ຂ້ອຍເຊື່ອໃນພຣະເຈົ້າ, ສະນັ້ນ ຂ້ອຍຈຶ່ງບໍ່ສາມາດເຮັດສິ່ງນີ້ໄດ້”. ຖ້າພວກເຂົາຄິດແບບນີ້, ມັນກໍພິສູດວ່າພວກເຂົາມີຈິດສຳນຶກ ແລະ ເຫດຜົນຂອງມະນຸດ. ເຖິງແມ່ນວ່າພວກເຂົາຈະບໍ່ຮູ້ວ່າເລື່ອງນີ້ຖືກຕ້ອງ ຫຼື ບໍ່, ທັງບໍ່ຮູ້ວ່າມັນແມ່ນສິ່ງທີ່ເປັນບວກ ຫຼື ບໍ່ກໍຕາມ ຫຼື ພຣະເຈົ້າກ່າວກ່ຽວກັບມັນແນວໃດ, ແຕ່ພວກເຂົາກໍສາມາດໃຊ້ຈິດສຳນຶກ ແລະ ເຫດຜົນພື້ນຖານແຫ່ງຄວາມເປັນມະນຸດເພື່ອປະເມີນມັນໄດ້. ເຖິງແມ່ນວ່າພວກເຂົາຈະບໍ່ສາມາດຮູ້ໄດ້ຢ່າງຊັດເຈນວ່າມັນແມ່ນສິ່ງທີ່ເປັນບວກ ຫຼື ສິ່ງທີ່ເປັນລົບ, ແຕ່ພວກເຂົາກໍສາມາດເຫັນໄດ້ວ່າເລື່ອງນີ້ຂັດຕໍ່ສິນທຳ ແລະ ຄວາມເປັນມະນຸດ ແລະ ບໍ່ຄວນເຮັດ. ພວກເຂົາມີລະດັບການແຍກແຍະທີ່ແນ່ນອນກ່ຽວກັບສິ່ງດັ່ງກ່າວ, ສະນັ້ນ ເມື່ອສິ່ງດັ່ງກ່າວເກີດຂຶ້ນກັບພວກເຂົາ, ພວກເຂົາກໍປະຕິເສດພວກມັນ. ສາມາດເວົ້າໄດ້ວ່າ ຜູ້ທີ່ບໍ່ປະຕິເສດ ແລະ ສາມາດຍອມຮັບສິ່ງດັ່ງກ່າວໄດ້ຢ່າງສິ້ນເຊີງນັ້ນບໍ່ແມ່ນມະນຸດ; ພວກເຂົາບໍ່ມີຄວາມເປັນມະນຸດທີ່ປົກກະຕິ ແລະ ບໍ່ມີຈິດສຳນຶກ ແລະ ເຫດຜົນ. ຄວາມຈິງທີ່ວ່າພວກເຂົາສາມາດຍອມຮັບສິ່ງທີ່ເປັນລົບເຫຼົ່ານີ້ໄດ້ນັ້ນສະແດງໃຫ້ເຫັນວ່າຈິດສຳນຶກ ແລະ ເຫດຜົນຂອງພວກເຂົາບໍ່ໄດ້ເຮັດວຽກເລີຍ ແລະ ພວກເຂົາບໍ່ໄດ້ໃຊ້ມາດຕະຖານຂັ້ນຕໍ່າສຸດ ເຊິ່ງກໍຄືຈິດສຳນຶກ ແລະ ເຫດຜົນເພື່ອແຍກແຍະ, ຕໍ່ຕ້ານ ຫຼື ປະຕິເສດສິ່ງດັ່ງກ່າວ; ເພາະສະນັ້ນ, ເຫັນໄດ້ຊັດເຈນວ່າມີບັນຫາກັບຄວາມເປັນມະນຸດຂອງຄົນປະເພດນີ້. ບາງຄົນເວົ້າວ່າ: “ມີບັນຫາກັບຄວາມເປັນມະນຸດຂອງຄົນປະເພດນີ້, ແລ້ວພວກເຂົາເປັນຂອງສັດ ຫຼື ຂອງມານຮ້າຍ?” ບໍ່ວ່າພວກເຂົາຈະເປັນຂອງສັດ ຫຼື ຂອງມານຮ້າຍກໍຕາມ, ພວກເຂົາລ້ວນແຕ່ຖືກເອີ້ນລວມກັນວ່າຜູ້ທີ່ບໍ່ແມ່ນມະນຸດ. ເມື່ອພວກເຂົາມາຮອດປະເທດຕາເວັນຕົກ ແລະ ເຫັນວ່າປະເທດຕາເວັນຕົກນັ້ນພັດທະນາແລ້ວ, ຮັ່ງມີ ແລະ ມີອິດສະຫຼະ ພ້ອມທັງລະບົບສັງຄົມຂອງພວກເຂົາກໍກ້າວໜ້າກວ່າປະເທດຕາເວັນອອກ, ພວກເຂົາກໍຄິດວ່າທຸກສິ່ງທຸກຢ່າງໃນສັງຄົມຕາເວັນຕົກນັ້ນຖືກຕ້ອງ ແລະ ດີກວ່າໃນສັງຄົມຕາເວັນອອກ. ພວກເຂົາຄິດວ່າຄົນຕາເວັນອອກນັ້ນປິດກັ້ນ, ອະນຸລັກນິຍົມ ແລະ ບໍ່ທັນໂລກ, ໃນຂະນະທີ່ຄົນຕາເວັນຕົກນັ້ນເປີດກວ້າງ, ມີອິດສະຫຼະ ແລະ ທັນໂລກ ພ້ອມທັງເປີດກວ້າງເປັນພິເສດກ່ຽວກັບການແຕ່ງງານ ຫຼື ຄວາມສຳພັນລະຫວ່າງຍິງຊາຍ. ພວກເຂົາຄິດວ່າມັນເປັນເລື່ອງປົກກະຕິຫຼາຍທີ່ຜູ້ຊາຍ ແລະ ແມ່ຍິງຈະກອດ ແລະ ຈູບກັນເມື່ອພວກເຂົາພົບກັນຢູ່ຕາມທ້ອງຖະໜົນ. ແຕ່ໃນຄວາມເປັນຈິງແລ້ວ, ຄົນຕາເວັນຕົກມີຫຼັກການໃນການກອດເມື່ອພົບກັນ; ພວກເຂົາບໍ່ໄດ້ກອດໃຜກໍໄດ້ຕາມໃຈມັກ. ໂດຍສະເພາະຢ່າງຍິ່ງ, ຜູ້ໃຫຍ່ບໍ່ຄ່ອຍເຮັດສິ່ງປະເພດນີ້ຫຼາຍປານໃດ; ສ່ວນໃຫຍ່ແລ້ວແມ່ນຄົນໜຸ່ມສາວທີ່ມັກເຮັດສິ່ງນີ້. ກົງກັນຂ້າມ, ໃນສະຖານທີ່ທີ່ຄົນອາຊີເຕົ້າໂຮມກັນ, ຄົນເຮົາມັກຈະເຫັນຜູ້ຊາຍ ແລະ ແມ່ຍິງສະແດງຄວາມໃກ້ຊິດສະໜິດສະໜົມກັນໃນຮູບແບບຕ່າງໆໃນທີ່ສາທາລະນະ, ໂດຍສະເພາະໃນເຂດທີ່ມີຄົນແອອັດຕາມທ້ອງຖະໜົນ. ຄົນເຮົາເຖິງກັບສາມາດເຫັນຜູ້ສູງອາຍຸເຮັດສິ່ງນີ້, ເຊິ່ງເປັນສິ່ງທີ່ເຫັນແລ້ວໜ້າລັງກຽດເປັນພິເສດ. ບາງທີຄົນອາຊີບາງຄົນອາດຈະເດີນທາງໄປປະເທດຕາເວັນຕົກ ແລະ ເຫັນຊີວິດວັດທະນະທຳ ແລະ ມາລະຍາດຂອງຄົນຕາເວັນຕົກ, ແລ້ວກໍອ້າງວ່າຄົນຕາເວັນຕົກນັ້ນມີອິດສະຫຼະ, ເປີດກວ້າງແລະ ມີສິດເສລີໃນເລື່ອງທາງເພດ. ໂດຍອີງໃສ່ຄຳກ່າວອ້າງເຫຼົ່ານີ້, ຄົນອາຊີຫຼາຍຄົນຈຶ່ງຈິນຕະນາການເຖິງສິ່ງທີ່ຊົ່ວຊ້າທຸກປະເພດໃນໃຈຂອງພວກເຂົາຕາມອຳເພີໃຈ. ຄວາມຈິງແລ້ວ, ຖ້າເຈົ້າເຈາະເລິກເຂົ້າໄປໃນສັງຄົມຕາເວັນຕົກຢ່າງແທ້ຈິງ ຫຼື ມີການຕິດຕໍ່ ແລະ ປະຕິສຳພັນຢ່າງເລິກເຊິ່ງກັບຄົນຕາເວັນຕົກ, ເຈົ້າກໍຈະພົບວ່າຫຼາຍສິ່ງຫຼາຍຢ່າງນັ້ນແຕກຕ່າງຢ່າງສິ້ນເຊີງຈາກສິ່ງທີ່ຄົນອາຊີຈິນຕະນາການ ແລະ ເວົ້າ. ໂດຍສະເພາະໃນບາງຊຸມຊົນທີ່ມີພູມຫຼັງທາງສາສະໜາ ຫຼື ຊຸມຊົນທີ່ຫ່າງໄກສອກຫຼີກກວ່າ, ພວກເຂົາຈະເປັນອະນຸລັກນິຍົມ ແລະ ຍຶດຖືປະເພນີດັ້ງເດີມເປັນພິເສດ, ບໍ່ຄືກັບເລື່ອງເລົ່າທີ່ຄົນອາຊີເຜີຍແຜ່ເລີຍ. ຄຳກ່າວອ້າງທີ່ວ່າຄົນຕາເວັນຕົກເປີດກວ້າງຫຼາຍກ່ຽວກັບຄວາມສຳພັນລະຫວ່າງຍິງຊາຍນັ້ນເປັນພຽງຈິນຕະນາການຂອງຜູ້ຄົນ, ບໍ່ແມ່ນຂໍ້ເທັດຈິງ. ຖ້າຄົນໃດຄົນໜຶ່ງຄິດແບບນີ້ແທ້ໆ ແລະ ນຳໃຊ້ສິ່ງທີ່ເອີ້ນວ່າຄວາມເປີດກວ້າງທີ່ພວກເຂົາຄິດວ່າເປັນຄວາມຈິງນີ້ກັບຕົນເອງ, ໂດຍປ່ອຍຕົວປ່ອຍໃຈໄປກັບຕັນຫາທາງເນື້ອໜັງຂອງພວກເຂົາຕາມອຳເພີໃຈ, ແລ້ວນັ້ນກໍຄືບັນຫາຂອງພວກເຂົາເອງ; ມັນບໍ່ມີຫຍັງກ່ຽວຂ້ອງກັບກະແສ, ວັດທະນະທຳ ຫຼື ປະເພນີຂອງສັງຄົມໃດໆເລີຍ. ມັນບໍ່ແມ່ນວັດທະນະທຳ ຫຼື ປະເພນີຕາເວັນຕົກທີ່ນຳພາພວກເຂົາຢ່າງຜິດໆ, ແຕ່ເປັນຍ້ອນວ່າພວກເຂົາເອງມີບັນຫາ. ມັນບໍ່ແມ່ນແບບນີ້ບໍ? (ແມ່ນແລ້ວ). ເມື່ອຄົນຕາເວັນອອກເວົ້າເຖິງຄົນຕາເວັນຕົກ, ສິ່ງທຳອິດທີ່ພວກເຂົາເວົ້າກໍຄື: “ຄົນຕາເວັນຕົກມີອິດສະຫຼະ, ເປີດກວ້າງ ແລະ ມີສິດເສລີໃນເລື່ອງທາງເພດ”, ໂດຍບົ່ງບອກວ່າຜູ້ຄົນໃນສັງຄົມຕາເວັນຕົກສາມາດປ່ອຍຕົວປ່ອຍໃຈໄປກັບຕັນຫາ ຫຼື ເຖິງກັບມີເພດສຳພັນກັບຄົນໃນຄອບຄົວດຽວກັນໄດ້. ເມື່ອຖືກຄວາມຄິດ ແລະ ມຸມມອງດັ່ງກ່າວຄວບຄຸມ, ຄົນຕາເວັນອອກຈຶ່ງເລີ່ມປ່ອຍຕົວປ່ອຍໃຈຫຼັງຈາກທີ່ມາຮອດປະເທດຕາເວັນຕົກ. ການປ່ອຍຕົວປ່ອຍໃຈຂອງພວກເຂົາບໍ່ແມ່ນຍ້ອນວ່າພວກເຂົາເຫັນປະກົດການເຫຼົ່ານີ້ຢ່າງແທ້ຈິງ ແລະ ຮຽນແບບປະກົດການເຫຼົ່ານັ້ນ, ແຕ່ເປັນຍ້ອນວ່າມັນເປັນພຽງທຳມະຊາດຂອງພວກເຂົາທີ່ຈະຮັກຄວາມຊົ່ວຊ້າ; ພວກເຂົາພຽງແຕ່ໃຊ້ສິ່ງທີ່ເອີ້ນວ່າວັດທະນະທຳຕາເວັນຕົກ ຫຼື ປະເພນີຕາເວັນຕົກເປັນຂໍ້ອ້າງເພື່ອປ່ອຍຕົວປ່ອຍໃຈໄປກັບເນື້ອໜັງຂອງພວກເຂົາ. ຄວາມຈິງແລ້ວ, ຍ້ອນວ່າຄົນປະເພດນີ້ບໍ່ແມ່ນບຸກຄົນທີ່ເປັນບວກ ແລະ ບໍ່ມີຄຸນສົມບັດແຫ່ງຄວາມເປັນມະນຸດ ພ້ອມທັງຍ້ອນວ່າມັນເປັນທຳມະຊາດມາແຕ່ກຳເນີດຂອງພວກເຂົາທີ່ຈະຮັກສິ່ງທີ່ເປັນລົບ ແລະ ສິ່ງທີ່ບໍ່ຖືກຕ້ອງທັງໝົດ, ພວກເຂົາຈຶ່ງຊອກຫາຂໍ້ອ້າງ ແລະ ຂໍ້ແກ້ຕົວຕ່າງໆເພື່ອເຮັດສິ່ງທີ່ກົງກັນຂ້າມ ຫຼື ເຖິງກັບເປັນປໍລະປັກກັບສິ່ງທີ່ເປັນບວກ. ຍິ່ງໄປກວ່ານັ້ນ, ພວກເຂົາຍັງຮູ້ສຶກວ່າມີເຫດຜົນຢ່າງເຕັມທີ່, ໂດຍຄິດວ່າຄົນຕາເວັນຕົກທຸກຄົນລ້ວນແຕ່ເປັນແບບນີ້ໃນປັດຈຸບັນ. ນີ້ເປັນຄວາມຈິງບໍ? ພວກເຂົາພຽງແຕ່ເວົ້າເລື່ອງໄຮ້ສາລະ ແລະ ກ່າວຫາຢ່າງບໍ່ມີມູນຄວາມຈິງ! ເຫັນໄດ້ຊັດເຈນວ່າ ເມື່ອຄົນປະເພດນີ້ເວົ້າວ່າ: “ຄົນຕາເວັນຕົກມີອິດສະຫຼະ, ເປີດກວ້າງ ແລະ ມີສິດເສລີໃນເລື່ອງທາງເພດ”, ຄວາມຈິງແລ້ວພວກເຂົາມີເຈດຕະນາແອບແຝງ, ນັ້ນກໍຄືເພື່ອບັນລຸເປົ້າໝາຍຂອງພວກເຂົາໃນການປ່ອຍຕົວປ່ອຍໃຈໄປກັບຕັນຫາຂອງພວກເຂົາ. ເປັນຫຍັງຄົນປະເພດນີ້ຈຶ່ງສາມາດເຮັດຕາມສິ່ງທີ່ເປັນລົບເຫຼົ່ານີ້ດ້ວຍຄວາມໝັ້ນໃຈວ່າຕົນເອງຖືກຕ້ອງຫຼາຍຂະໜາດນັ້ນ? ຢ່າງໜຶ່ງກໍຄື ພວກເຂົາບໍ່ມີຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບ; ເມື່ອພົບພໍ້ກັບສິ່ງທີ່ບໍ່ຄຸ້ນເຄີຍ, ພວກເຂົາບໍ່ສາມາດໃຊ້ມາດຕະຖານຂັ້ນຕໍ່າສຸດ ເຊິ່ງກໍຄືຈິດສຳນຶກ ແລະ ເຫດຜົນເພື່ອປະເມີນສິ່ງເຫຼົ່ານັ້ນໄດ້. ເຫັນໄດ້ຊັດເຈນວ່າ ຄົນປະເພດນີ້ບໍ່ມີຄຸນສົມບັດແຫ່ງຄວາມເປັນມະນຸດ. ຖ້າພວກເຂົາບໍ່ສາມາດເຂົ້າໃຈສິ່ງທີ່ເປັນບວກຢ່າງຊັດເຈນວ່າແມ່ນສິ່ງທີ່ເປັນບວກ, ທັງບໍ່ສາມາດຍອມຮັບວ່າມັນແມ່ນສິ່ງທີ່ເປັນບວກໄດ້, ແລ້ວຄົນປະເພດນີ້ກໍບໍ່ມີຈິດສຳນຶກ ແລະ ເຫດຜົນຂອງຄົນປົກກະຕິຢ່າງແນ່ນອນ. ອີກຢ່າງໜຶ່ງກໍຄື ຖ້າຄົນໃດຄົນໜຶ່ງບໍ່ຮູ້ວ່າສິ່ງທີ່ເປັນບວກແມ່ນຫຍັງ, ທັງບໍ່ຮູ້ວ່າສິ່ງທີ່ເປັນລົບແມ່ນຫຍັງ, ແລ້ວພວກເຂົາກໍບໍ່ສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດ ແລະ ສິ່ງທີ່ຖືກຕ້ອງອອກຈາກສິ່ງທີ່ບໍ່ຖືກຕ້ອງໄດ້ຢ່າງເຫັນໄດ້ຊັດເຈນ. ຍ້ອນວ່າພວກເຂົາຍຶດຖືຄວາມຄິດ ແລະ ມຸມມອງທີ່ຜິດພາດ, ເຖິງແມ່ນວ່າພວກເຂົາຈະເຮັດບາງສິ່ງທີ່ບໍ່ຖືກຕ້ອງ ຫຼື ສິ່ງທີ່ຂັດຕໍ່ຈິດສຳນຶກ ແລະ ເຫດຜົນກໍຕາມ, ພວກເຂົາກໍບໍ່ມີຄວາມຮັບຮູ້ກ່ຽວກັບມັນແຕ່ຢ່າງໃດເລີຍ. ມັນເຫັນໄດ້ຊັດເຈນຫຼາຍວ່າຄົນປະເພດນີ້ບໍ່ສາມາດແຍກແຍະລະຫວ່າງສິ່ງທີ່ຖືກ ແລະ ສິ່ງທີ່ຜິດ ພ້ອມທັງລະຫວ່າງສິ່ງທີ່ຖືກຕ້ອງ ແລະ ສິ່ງທີ່ບໍ່ຖືກຕ້ອງໄດ້. ພວກເຂົາບໍ່ມີຈິດສຳນຶກ ແລະ ເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ ແລະ ພວກເຂົາບໍ່ຮູ້ວ່າບາງສິ່ງທີ່ເກີດຂຶ້ນໃນຊີວິດ ຫຼື ໃນຂະບວນການແຫ່ງການຢູ່ລອດນັ້ນຖືກຕ້ອງ ຫຼື ບໍ່ຖືກຕ້ອງ, ທັງເປັນໄປບໍ່ໄດ້ທີ່ພວກເຂົາຈະໃຊ້ຈິດສຳນຶກຂອງພວກເຂົາເພື່ອປະເມີນ ແລະ ຕີລາຄາຄວາມຖືກຕ້ອງ ແລະ ຄວາມບໍ່ຖືກຕ້ອງຂອງພວກມັນໄດ້. ເພາະສະນັ້ນ, ພວກເຂົາຈຶ່ງມັກຈະເຮັດບາງສິ່ງທີ່ບໍ່ຖືກຕ້ອງ ເຊິ່ງຂັດຕໍ່ຈິດສຳນຶກ ແລະ ເຫດຜົນ ແລະ ຫຼັງຈາກທີ່ເຮັດສິ່ງເຫຼົ່ານັ້ນແລ້ວ, ພວກເຂົາກໍບໍ່ມີຄວາມຮັບຮູ້ກ່ຽວກັບມັນແຕ່ຢ່າງໃດເລີຍ ແລະ ເຖິງກັບຮູ້ສຶກວ່າມີເຫດຜົນຢ່າງເຕັມທີ່, ໂດຍຄິດວ່າພວກເຂົາໄດ້ກະທຳຢ່າງຖືກຕ້ອງ ແລະ ເປັນຄົນຊື່ກົງ. ນີ້ບໍ່ແມ່ນການປີ້ນຂາວເປັນດຳຢ່າງສິ້ນເຊີງບໍ? (ແມ່ນແລ້ວ).
ບາງຄົນເຫັນລູກຂອງຄົນອື່ນດື້ເປັນພິເສດ ແລ້ວກໍເວົ້າວ່າ: “ຊ່າງເປັນເດັກນ້ອຍທີ່ດື້ແທ້ໆ; ເບິ່ງບາດດຽວກໍຮູ້ແລ້ວວ່າລາວບໍ່ແມ່ນຄົນດີ. ເມື່ອໃຫຍ່ຂຶ້ນ ລາວຈະລະເລີຍທີ່ຈະເຮັດວຽກທີ່ເໝາະສົມຢ່າງແນ່ນອນ. ລາວຈະໄດ້ດີໄດ້ແນວໃດ?” ແຕ່ຖ້າຄົນອື່ນເວົ້າກັບຄົນດັ່ງກ່າວວ່າລູກຂອງລາວດື້, ລາວກໍຕອບວ່າ: “ແລ້ວມັນເປັນຫຍັງຖ້າລາວດື້? ການທີ່ລູກຂອງຂ້ອຍດື້ເປັນການສະແດງອອກເຖິງອະນາຄົດທີ່ສົດໃສຂອງລາວ. ເມື່ອລາວໃຫຍ່ຂຶ້ນ, ລາວກໍຈະສາມາດໂດດເດັ່ນກວ່າຄົນອື່ນ; ບາງທີລາວອາດຈະກາຍເປັນເຈົ້າໜ້າທີ່ລະດັບສູງກໍເປັນໄດ້!” ເມື່ອລູກຂອງຄົນອື່ນດື້, ລາວເວົ້າວ່າເດັກນ້ອຍຈະບໍ່ໄດ້ດີເມື່ອໃຫຍ່ຂຶ້ນ, ແຕ່ເມື່ອລູກຂອງລາວເອງດື້, ລາວພັດເວົ້າວ່າລູກຈະສາມາດໂດດເດັ່ນກວ່າຄົນອື່ນເມື່ອໃຫຍ່ຂຶ້ນ. ຄຳເວົ້າໃດຂອງລາວທີ່ຖືກຕ້ອງ? (ບໍ່ຖືກຈັກຢ່າງ). ແລ້ວເປັນຫຍັງລາວຈຶ່ງເວົ້າແບບນີ້? ລາວເວົ້າດ້ວຍຄວາມຍຸຕິທຳບໍ? (ບໍ່). ການທີ່ລາວສາມາດເວົ້າສິ່ງດັ່ງກ່າວໄດ້ນັ້ນສະແດງໃຫ້ເຫັນວ່າລາວຂາດຈິດສຳນຶກ. ລູກຂອງຄົນອື່ນຍັງບໍ່ທັນໃຫຍ່ຊໍ້າ, ແລ້ວລາວຈະບອກໄດ້ແນວໃດວ່າເດັກນ້ອຍຈະບໍ່ໄດ້ດີ? ການທີ່ຜູ້ຄົນຈະໄດ້ດີເມື່ອພວກເຂົາໃຫຍ່ຂຶ້ນ ຫຼື ບໍ່ນັ້ນແມ່ນຂຶ້ນຢູ່ກັບການກຳນົດຂອງພຣະເຈົ້າ ແລະ ເສັ້ນທາງທີ່ພວກເຂົາຍ່າງ; ມັນຈະຂຶ້ນຢູ່ກັບຄຳເວົ້າພຽງປະໂຫຍກດຽວຈາກລາວໄດ້ແນວໃດ! ການທີ່ລາວສາມາດເວົ້າສິ່ງດັ່ງກ່າວໄດ້ນັ້ນສະແດງໃຫ້ເຫັນວ່າລາວຂາດຈິດສຳນຶກ. ມັນເປັນບັນຫາເລື່ອງຄວາມດື້ຄືກັນ, ແຕ່ເມື່ອເວົ້າເຖິງລູກຂອງລາວເອງ, ລາວພັດເວົ້າໃນແງ່ບວກ, ໃນຂະນະທີ່ເມື່ອເວົ້າເຖິງລູກຂອງຄົນອື່ນ, ລາວພັດເວົ້າໃນແງ່ລົບ. ຄຳເວົ້າຂອງລາວຍຸຕິທຳບໍ? (ບໍ່). ແລ້ວຄົນປະເພດໃດທີ່ຍຸຕິທຳ? (ຄົນທີ່ມີຈິດສຳນຶກ). ແມ່ນຫຍັງຄືຄຸນລັກສະນະຂອງຄົນທີ່ມີຈິດສຳນຶກ? ຄົນທີ່ມີຈິດສຳນຶກມີສອງຄຸນລັກສະນະຄື: ຄວາມຊື່ກົງ ແລະ ຄວາມເມດຕາ. ການເປັນຄົນຊື່ກົງໝາຍຄວາມວ່າ, ຢ່າງໜ້ອຍທີ່ສຸດ, ເຈດຕະນາຂອງຄົນໆໜຶ່ງຕ້ອງຖືກຕ້ອງເມື່ອເວົ້າ ແລະ ກະທຳ. ຄຳເວົ້າທີ່ເວົ້າອອກມາຕ້ອງຍຸຕິທຳ, ເປັນກາງ ແລະ ອີງຕາມຄວາມຈິງ; ຕ້ອງບໍ່ລຳອຽງ, ບໍ່ປົກປິດຂໍ້ບົກຜ່ອງ ຫຼື ອີງໃສ່ຄວາມຮູ້ສຶກ. ເມື່ອລູກຂອງຄົນອື່ນດື້, ລາວເວົ້າວ່າເດັກນ້ອຍຈະບໍ່ໄດ້ດີເມື່ອໃຫຍ່ຂຶ້ນ, ແຕ່ເມື່ອລູກຂອງລາວເອງດື້, ລາວພັດເວົ້າວ່າລູກຈະມີອະນາຄົດທີ່ສົດໃສເມື່ອໃຫຍ່ຂຶ້ນ. ພຶດຕິກຳຄວາມດື້ແບບດຽວກັນນີ້ ລາວພັດມີວິທີເວົ້າສອງແບບທີ່ແຕກຕ່າງກັນ. ເຈົ້າຈະເວົ້າວ່າຄົນຜູ້ນີ້ຊື່ກົງບໍ? (ບໍ່). ຄົນທີ່ເວົ້າໂດຍອີງໃສ່ຄວາມຮູ້ສຶກພຽງຢ່າງດຽວມີຈິດສຳນຶກບໍ? (ບໍ່ມີ). ພຽງແຕ່ຈຸດນີ້ກໍພຽງພໍແລ້ວທີ່ຈະພິສູດໄດ້ວ່າລາວບໍ່ມີຈິດສຳນຶກ. ລາວເວົ້າແຕ່ສິ່ງດີໆກ່ຽວກັບລູກຂອງລາວເອງ, ພ້ອມກັບຄຳອວຍພອນ ແລະ ຄວາມປາຖະໜາດີ, ແຕ່ສາບແຊ່ງລູກຂອງຄົນອື່ນເມື່ອລາວເວົ້າເຖິງພວກເຂົາ. ນີ້ຄືການບໍ່ມີຄວາມເມດຕາ ແລະ ບໍ່ຊື່ກົງ. ຍ້ອນວ່າລາວບໍ່ມີຈິດສຳນຶກ, ລາວຈຶ່ງສາມາດເວົ້າຄຳເວົ້າທີ່ປະສົງຮ້າຍດັ່ງກ່າວອອກມາໄດ້. ຄົນດັ່ງກ່າວບໍ່ໄດ້ເວົ້າຢ່າງຍຸຕິທຳ ແລະ ບໍ່ໄດ້ສະແດງອອກເຖິງສິ່ງໃດເລີຍນອກຈາກເຫດຜົນທີ່ບິດເບືອນ. ໃນດ້ານໜຶ່ງ, ສິ່ງນີ້ສະແດງໃຫ້ເຫັນວ່າລາວບໍ່ຊື່ກົງ; ໃນອີກດ້ານໜຶ່ງ, ມັນສະແດງໃຫ້ເຫັນວ່າລາວບໍ່ມີຄວາມເມດຕາ. ຄົນທີ່ບໍ່ມີຄວາມເມດຕາຈະອະທິບາຍສະຖານະການຂອງຄົນອື່ນວ່າບໍ່ດີ ບໍ່ວ່າສະຖານະການນັ້ນຈະເປັນແນວໃດກໍຕາມ. ພວກເຂົາເວົ້າດ້ວຍເຈດຕະນາແອບແຝງ, ໂດຍຫວັງຢ່າງຍິ່ງວ່າສິ່ງຕ່າງໆຈະເປັນໄປໃນທາງທີ່ບໍ່ດີສຳລັບຄົນອື່ນ. ມີຄວາມປະສົງຮ້າຍ ແລະ ຄວາມຮູ້ສຶກຂອງການສາບແຊ່ງຄົນອື່ນໃນສິ່ງທີ່ພວກເຂົາເວົ້າ. ພວກເຂົາມັກຈະເວົ້າແບບນີ້ຢູ່ສະເໝີ ແລະ ບໍ່ເຄີຍຮູ້ສຶກບໍ່ສະບາຍໃຈກ່ຽວກັບມັນໃນຈິດສຳນຶກຂອງພວກເຂົາເລີຍ. ພວກເຂົາເວົ້າແບບນີ້ກ່ຽວກັບເລື່ອງຕ່າງໆຂອງຄົນອື່ນ ແລະ ພວກເຂົາກໍປະຕິບັດຕໍ່ຄົນອື່ນແບບນີ້ເຊັ່ນກັນ. ຕົວຢ່າງ: ຜົວຂອງແມ່ຍິງຄົນໜຶ່ງມີຊູ້. ດ້ວຍຄວາມຢ້ານກົວຕໍ່ສິ່ງທີ່ຄົນອື່ນຈະເວົ້າກ່ຽວກັບເລື່ອງນີ້, ນາງຈຶ່ງບອກຜູ້ຄົນວ່າ: “ຜົວຂອງຂ້ອຍມີຊູ້ກໍຍ້ອນວ່າລາວໂດດເດັ່ນເກີນໄປ. ລາວໜ້າຕາດີ ແລະ ມີຄວາມສາມາດ. ໃນສັງຄົມທີ່ຊົ່ວຮ້າຍທຸກມື້ນີ້, ແມ່ຍິງເຫຼົ່ານັ້ນໜ້າດ້ານຫຼາຍ, ພວກນາງພຽງແຕ່ຍັດຍຽດຕົວເອງໃຫ້ລາວ. ມັນເປັນພຽງຍ້ອນວ່າລາວໂດດເດັ່ນເກີນໄປ. ສິ່ງນີ້ຍັງພິສູດໃຫ້ເຫັນວ່າຂ້ອຍບໍ່ໄດ້ຕັດສິນລາວຜິດ; ຂ້ອຍມີລົດສະນິຍົມທີ່ດີຫຼາຍ!” ແຕ່ຖ້າຜົວຂອງຄົນອື່ນມີຊູ້, ນາງພັດເວົ້າວ່າ: “ເບິ່ງກໍຮູ້ແລ້ວວ່າລາວບໍ່ແມ່ນຄົນດີ. ລາວບໍ່ມີທັງເງິນ ຫຼື ໜ້າຕາດີ, ແຕ່ລາວກໍຍັງອອກໄປໄລ່ຕາມຫາເມຍນ້ອຍ. ແມ່ຍິງຄົນໃດທີ່ຢູ່ກັບລາວກໍຕາບອດແລ້ວ!” ນາງເຖິງກັບແນະນຳໃຫ້ຄົນນັ້ນຟ້າວປະຖິ້ມຜົວຂອງລາວ ແລະ ໄປຊອກຫາຄົນໃໝ່. ຄົນນັ້ນຖາມວ່າ: “ຜົວຂອງເຈົ້າກໍມີຊູ້ຄືກັນ, ແລ້ວເປັນຫຍັງເຈົ້າຈຶ່ງບໍ່ຊອກຫາຄົນໃໝ່?” ນາງເວົ້າວ່າ: “ຜົວຂອງຂ້ອຍແຕກຕ່າງຈາກຜົວຂອງເຈົ້າ. ຜົວຂອງເຈົ້າເປັນຄົນຊົ່ວ. ຜົວຂອງຂ້ອຍພຽງແຕ່ໂດດເດັ່ນເກີນໄປ ແລະ ຄົນອື່ນກໍຍັດຍຽດຕົວພວກເຂົາເອງໃຫ້ລາວ. ຜົວຂອງຂ້ອຍຫ້າມໃຈຕົນເອງບໍ່ໄດ້, ໃນຂະນະທີ່ຜົວຂອງເຈົ້າຕັ້ງໃຈອອກໄປຊອກຫາເມຍນ້ອຍ”. ເຈົ້າເຫັນບໍ, ສິ່ງທີ່ນາງເວົ້າກ່ຽວກັບທຸກຢ່າງຈະປ່ຽນໄປເມື່ອມັນກ່ຽວຂ້ອງກັບນາງ. ສິ່ງໃດກໍຕາມທີ່ກ່ຽວຂ້ອງກັບນາງແມ່ນມີເຫດຜົນທີ່ຟັງຂຶ້ນ ແລະ ເປັນກໍລະນີພິເສດ; ນາງອະທິບາຍມັນທັງໝົດໃນແງ່ບວກ. ແຕ່ເມື່ອມັນກ່ຽວຂ້ອງກັບຄົນອື່ນ, ມັນກໍແຕກຕ່າງອອກໄປ; ນາງອະທິບາຍມັນທັງໝົດວ່າເປັນສິ່ງທີ່ບໍ່ດີ. ແລ້ວຖ້າພໍ່ແມ່ຂອງຄົນດັ່ງກ່າວບໍ່ເຊື່ອໃນພຣະເຈົ້າ, ລາວຈະເວົ້າແນວໃດ? “ເຖິງແມ່ນວ່າພໍ່ແມ່ຂອງຂ້ອຍຈະບໍ່ເຊື່ອໃນພຣະເຈົ້າ, ແຕ່ພວກເພິ່ນກໍເປັນຄົນດີໃນໂລກ. ພວກເພິ່ນບໍ່ຕີກັນ ຫຼື ດ່າທໍຄົນອື່ນ ແລະ ພວກເພິ່ນກໍຊ່ວຍເຫຼືອທຸກຄົນທີ່ກຳລັງປະສົບກັບຄວາມຫຍຸ້ງຍາກ. ພວກເພິ່ນເປັນທີ່ຮູ້ຈັກກັນຢ່າງກວ້າງຂວາງວ່າເປັນຄົນດີ ແລະ ມີຄວາມເມດຕາຢ່າງຍິ່ງ. ຖ້າພວກເພິ່ນເຊື່ອໃນພຣະເຈົ້າ, ພວກເພິ່ນກໍຈະດີກວ່າພວກເຮົາຢ່າງແນ່ນອນ!” ແຕ່ເມື່ອພໍ່ແມ່ຂອງອ້າຍເອື້ອຍນ້ອງບາງຄົນບໍ່ເຊື່ອໃນພຣະເຈົ້າ, ລາວພັດເວົ້າວ່າ: “ພໍ່ແມ່ຂອງເຈົ້າລ້ວນແຕ່ເປັນມານຮ້າຍ”. ເມື່ອພໍ່ແມ່ຂອງອ້າຍເອື້ອຍນ້ອງບາງຄົນເຊື່ອໃນພຣະເຈົ້າ, ລາວພັດເວົ້າວ່າ: “ເຖິງແມ່ນວ່າພວກເພິ່ນຈະເຊື່ອໃນພຣະເຈົ້າ, ພວກເພິ່ນກໍເປັນຜູ້ເຊື່ອແຕ່ໃນນາມເທົ່ານັ້ນ ແລະ ພວກເພິ່ນກໍບໍ່ແມ່ນຄົນດີ. ໃນເມື່ອພວກເພິ່ນເຊື່ອໃນພຣະເຈົ້າ, ແລ້ວເປັນຫຍັງພວກເພິ່ນຈຶ່ງບໍ່ສະໜັບສະໜູນເຈົ້າໃນການປະຕິບັດໜ້າທີ່?” ເມື່ອໃດກໍຕາມທີ່ມັນກ່ຽວຂ້ອງກັບຕົວລາວເອງ, ສິ່ງທີ່ລາວເວົ້າກໍຈະປ່ຽນໄປ. ລາວບໍ່ເຄີຍເວົ້າໂດຍອີງໃສ່ຄວາມຈິງທີ່ເປັນກາງ ແລະ ຄຳເວົ້າຂອງລາວກໍບໍ່ເຄີຍຍຸຕິທຳເລີຍ. ລາວມີມາດຕະຖານໜຶ່ງສຳລັບເລື່ອງຂອງລາວເອງ ແລະ ອີກມາດຕະຖານໜຶ່ງສຳລັບເລື່ອງຂອງຄົນອື່ນ. ໃນສ່ວນເລິກຂອງຫົວໃຈຂອງລາວແລ້ວ ບໍ່ມີມາດຕະຖານທີ່ຍຸຕິທຳເພື່ອປະເມີນບຸກຄົນ, ເຫດການ ແລະ ສິ່ງຕ່າງໆທຸກປະເພດ. ສິ່ງໃດກໍຕາມທີ່ກ່ຽວຂ້ອງກັບຕົນເອງແມ່ນດີ ແລະ ເປັນບວກ ພ້ອມທັງມີເຫດຜົນທີ່ຟັງຂຶ້ນຕ່າງໆນາໆ; ສິ່ງໃດກໍຕາມທີ່ກ່ຽວຂ້ອງກັບຄົນອື່ນຄວນຖືກປະນາມ, ສາບແຊ່ງ ແລະ ປະຕິເສດ ພ້ອມທັງເປັນຂອງມານຮ້າຍ ແລະ ຊາຕານ. ສ່ວນຄອບຄົວ, ຍາດພີ່ນ້ອງ ແລະ ໝູ່ເພື່ອນຂອງລາວ, ພວກເຂົາລ້ວນແຕ່ເປັນຄົນດີ, ເປັນຜູ້ເຊື່ອທີ່ແທ້ຈິງ ແລະ ເປັນອ້າຍເອື້ອຍນ້ອງ. ແຕ່ເມື່ອເວົ້າເຖິງອ້າຍເອື້ອຍນ້ອງໃນຄຣິສຕະຈັກ, ລາວພັດຕັດສິນຄົນເຫຼົ່ານັ້ນຕາມອຳເພີໃຈ, ໂດຍເວົ້າວ່າຄົນນີ້ເປັນຜູ້ບໍ່ເຊື່ອ, ຄົນນັ້ນບໍ່ອຸທິດຕົນໃນການປະຕິບັດໜ້າທີ່ຂອງຕົນ ແລະ ພວກເຂົາທຸກຄົນຄວນຖືກຄັດອອກ. ຖ້າອ້າຍ ຫຼື ເອື້ອຍນ້ອງຄົນໃດເຮັດຜິດພາດເລັກໆນ້ອຍໆ ຫຼື ມີບັນຫາເລັກໆນ້ອຍໆ, ລາວກໍຈະຈັບຜິດທັນທີ, ເຮັດໃຫ້ມັນເປັນທີ່ຮູ້ຈັກແກ່ທຸກຄົນ ແລະ ຈາກນັ້ນກໍສັ່ງສອນ ແລະ ດູຖູກລາວດ້ວຍແວວຕາທີ່ເຄັ່ງຂຶມ. ແຕ່ເມື່ອຍາດພີ່ນ້ອງຂອງລາວເອງເຮັດບາງສິ່ງທີ່ຜິດພາດ, ລາວພັດພະຍາຍາມໄກ່ເກ່ຍໃຫ້ເລື່ອງມັນຈົບລົງ ແລະ ເຮັດທຸກຢ່າງທີ່ສາມາດເຮັດໄດ້ເພື່ອປົກປ້ອງພວກເຂົາດ້ວຍເຫດຜົນທີ່ບິດເບືອນ. ຄົນດັ່ງກ່າວມີຄວາມຍຸຕິທຳແດ່ບໍ? (ບໍ່ມີ). ລາວບໍ່ມີຄວາມຍຸຕິທຳເລີຍ. ເມື່ອຈັດການກັບອ້າຍເອື້ອຍນ້ອງ ແລະ ຄົນອື່ນໆ, ລາວ “ຍຶດໝັ້ນໃນຫຼັກການ” ດ້ວຍແວວຕາທີ່ເຄັ່ງຂຶມ, ໂດຍຮູ້ສຶກວ່າຕົນເອງມີຄວາມເປັນຈິງຄວາມຈິງ. ລາວມັກຈະໂອ້ອວດຕໍ່ໜ້າຄົນອື່ນ ໂດຍເວົ້າວ່າ: “ເບິ່ງແມວ່າຂ້ອຍຍຶດໝັ້ນໃນຫຼັກການຫຼາຍສໍ່າໃດ. ຂ້ອຍມີຈຸດຢືນທີ່ໜັກແໜ້ນແທ້ໆ. ຂ້ອຍສາມາດປະຕິບັດຄວາມຈິງໄດ້ເປັນຢ່າງດີ”. ແຕ່ເມື່ອເວົ້າເຖິງເລື່ອງຄອບຄົວຂອງລາວເອງ ເຊັ່ນ: ຜົວ ຫຼື ເມຍ, ລູກໆ, ຍາດພີ່ນ້ອງ ແລະ ແມ່ນແຕ່ໝາຂອງລາວ, ທັດສະນະຄະຕິຂອງລາວກໍປ່ຽນໄປ. ຕົວຢ່າງ: ຖ້າໝາຂອງລາວເຫົ່າເມື່ອໃດກໍຕາມທີ່ມັນເຫັນຄົນແປກໜ້າ ແລະ ກັດແບບບໍ່ເລືອກໜ້າເມື່ອຄົນຮູ້ຈັກມາຢ້ຽມຢາມ, ລາວກໍເວົ້າວ່າ: “ເບິ່ງແມ, ໝາໂຕນີ້ເປັນຜູ້ເຝົ້າຍາມທີ່ດີ ແລະ ຊື່ສັດແທ້ໆ. ມັນຊື່ສັດຕໍ່ຂ້ອຍ ເຊິ່ງເປັນເຈົ້ານາຍຂອງມັນຢ່າງແທ້ຈິງ; ມັນບໍ່ເຄີຍປ່ຽນໄປເລີຍ!” ແຕ່ຖ້າໝາຂອງຄົນອື່ນກັດແບບບໍ່ເລືອກໜ້າເມື່ອເຫັນຄົນຮູ້ຈັກ, ລາວພັດເວົ້າວ່າ: “ໝາໂຕນີ້ຕາບອດແລ້ວ. ມັນບໍ່ເບິ່ງຊໍ້າວ່າມີໃຜມາ. ມັນບໍ່ມີຫຼັກການໃນການເຝົ້າເຮືອນເລີຍ. ມັນຈະກັດໄປທົ່ວທີບເຮັດຫຍັງ?” ລາວບໍ່ຍຸຕິທຳແມ່ນແຕ່ກັບໝາ. ນີ້ແມ່ນຄົນປະເພດໃດ? (ນີ້ບໍ່ແມ່ນມະນຸດ). ລາວຄິດວ່າທຸກສິ່ງທີ່ຕົນເອງເຮັດນັ້ນຖືກຕ້ອງ ແລະ ສົມເຫດສົມຜົນ ພ້ອມທັງສອດຄ່ອງກັບສິ່ງທີ່ເປັນບວກ; ລາວເຖິງກັບຄິດວ່າຕົນເອງກຳລັງຍຶດໝັ້ນໃນຫຼັກການຄວາມຈິງ. ແຕ່ເມື່ອເວົ້າເຖິງສິ່ງທີ່ບໍ່ຍຸຕິທຳໃດໆທີ່ລາວເຮັດ ຫຼື ເຫດຜົນທີ່ບິດເບືອນໃດໆທີ່ລາວສະແດງອອກມາ, ລາວກໍບໍ່ເຄີຍຄິດວ່າມັນຜິດ, ທັງບໍ່ເຄີຍແກ້ໄຂມັນເລີຍ. ຖ້າເຈົ້າຕຳນິ ຫຼື ເປີດໂປງລາວ, ລາວກໍບໍ່ຍອມຮັບມັນ. ແລ້ວຜົນສຸດທ້າຍແມ່ນຫຍັງ? ມັນກໍຄື ລາວຍຶດຕິດກັບຄຳກ່າວອ້າງຂອງຕົນເອງ ແລະ ສິ່ງທີ່ເອີ້ນວ່າຫຼັກການຂອງຕົນເອງຢ່າງດື້ດ້ານ ແລະ ເຖິງກັບເຮັດຄືກັບວ່າຕົນເອງເປັນຕົວແທນຂອງຄວາມຍຸຕິທຳ ແລະ ປະເມີນທຸກເລື່ອງ. ຄວາມຈິງແລ້ວ, ມຸມມອງ ແລະ ຈຸດຢືນທີ່ລາວໃຊ້ປະເມີນຄວາມຖືກຕ້ອງຂອງສິ່ງຕ່າງໆນັ້ນເປັນປໍລະປັກ ແລະ ກົງກັນຂ້າມກັບຫຼັກການຄວາມຈິງຢ່າງສິ້ນເຊີງ, ແຕ່ລາວເອງພັດບໍ່ເຄີຍຮັບຮູ້ເລື່ອງນີ້ເລີຍ. ລາວເວົ້າຄຳສອນນອກຮີດ ແລະ ຂໍ້ອ້າງທີ່ຜິດພ້ຽນອອກມາຢ່າງຫຼວງຫຼາຍ ແລະ ຍຶດຕິດກັບຄຳເວົ້າເຫຼົ່ານີ້ຢ່າງດື້ດ້ານ ພ້ອມທັງເຖິງກັບຕໍ່ຕ້ານຄວາມຈິງ ແລະ ພະຍາຍາມໂຕ້ຖຽງກັບຜູ້ທີ່ສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດ ແລະ ເຂົ້າໃຈຄວາມຈິງ. ຄົນເຫຼົ່ານີ້ແມ່ນຄົນປະເພດໃດ? ພວກເຂົາແມ່ນຄົນທີ່ບໍ່ມີເຫດຜົນ. ເຖິງແມ່ນວ່າສິ່ງທີ່ພວກເຂົາເຮັດ ແລະ ຍືນຍັນນັ້ນຈະບໍ່ຖືວ່າຜິດໃນສາຍຕາຂອງຜູ້ຄົນກໍຕາມ, ແຕ່ເມື່ອຕັດສິນຈາກການສະແດງອອກ ແລະ ການເປີດເຜີຍຫຼາຍຢ່າງຂອງພວກເຂົາແລ້ວ, ພວກເຂົາບໍ່ມີຄວາມຊື່ກົງ, ຄວາມເມດຕາ ແລະ ເຫດຜົນ ເຊິ່ງເປັນຄຸນສົມບັດຂອງຄວາມເປັນມະນຸດເຫຼົ່ານີ້ຢ່າງແນ່ນອນ. ພຽງແຕ່ເບິ່ງວິທີທີ່ພວກເຂົາປະຕິບັດຕໍ່ບຸກຄົນ, ເຫດການ ແລະ ສິ່ງຕ່າງໆໃນຊີວິດປະຈຳວັນ, ການປະເມີນຂອງພວກເຂົາແມ່ນແຕ່ກັບເດັກນ້ອຍ ຫຼື ໝາກໍຍັງບິດເບືອນ, ບໍ່ວ່າໝາຂອງພວກເຂົາເອງຈະບໍ່ດີສໍ່າໃດກໍຕາມ, ມັນກໍຍັງເປັນໝາທີ່ດີທີ່ສຸດໃນໂລກ ແລະ ບໍ່ວ່າໝາຂອງຄົນອື່ນຈະດີສໍ່າໃດກໍຕາມ, ພວກເຂົາກໍບໍ່ສາມາດເວົ້າສິ່ງທີ່ດີກ່ຽວກັບມັນໄດ້ແມ່ນແຕ່ຄຳດຽວ. ພວກເຂົາຈະບໍ່ປະເມີນບຸກຄົນ ຫຼື ເລື່ອງໃດໜຶ່ງຢ່າງຍຸຕິທຳຢ່າງແນ່ນອນ, ແຮງໄກທີ່ພວກເຂົາຈະປະຕິບັດຕໍ່ບຸກຄົນ ຫຼື ເລື່ອງໃດໜຶ່ງຢ່າງຍຸຕິທຳ. ໃນຄວາມເປັນມະນຸດຂອງພວກເຂົາ, ມີພຽງແຕ່ຄວາມຮູ້ສຶກ ແລະ ຄວາມລຳອຽງເທົ່ານັ້ນ. ພວກເຂົາ ປົກປ້ອງແຕ່ຜົນປະໂຫຍດຂອງພວກເຂົາເອງ ພ້ອມທັງບຸກຄົນ, ເຫດການ ແລະ ສິ່ງຕ່າງໆທີ່ກ່ຽວຂ້ອງກັບພວກເຂົາເທົ່ານັ້ນ. ນອກເໜືອຈາກນີ້ແລ້ວ, ພວກເຂົາຮູ້ສຶກວ່າບໍ່ມີຫຍັງໃນຊີວິດທີ່ຄຸ້ມຄ່າໃຫ້ເຮັດເລີຍ. ໃນທ່າມກາງກຸ່ມຄົນໃດກໍຕາມ ແລະ ໃນເລື່ອງໃດກໍຕາມ, ຄຸນລັກສະນະແຫ່ງທຳມະຊາດຂອງພວກເຂົາທີ່ພວກເຂົາສະແດງອອກມາກໍຄືການບິດເບືອນຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ເປັນພາວະວິໄສທັງໝົດ ແລະ ນຳສະເໜີສິ່ງເຫຼົ່ານັ້ນຢ່າງຜິດໆ. ພວກເຂົາປະເມີນ ແລະ ປະຕິບັດຕໍ່ສິ່ງເຫຼົ່ານັ້ນຕາມຄວາມຄິດ ແລະ ມຸມມອງຂອງພວກເຂົາເອງຢ່າງສິ້ນເຊີງ ຫຼື ອີງໃສ່ວ່າສິ່ງເຫຼົ່ານັ້ນເປັນປະໂຫຍດຕໍ່ພວກເຂົາ ຫຼື ບໍ່.
ຄົນປະເພດນີ້ທີ່ບໍ່ມີຄຸນສົມບັດແຫ່ງຄວາມເປັນມະນຸດບໍ່ມີຄວາມຊື່ກົງ, ຄວາມເມດຕາ ແລະ ເຫດຜົນແຫ່ງຄວາມເປັນມະນຸດ. ເມື່ອຕັດສິນຈາກການສະແດງອອກເຫຼົ່ານີ້ແລ້ວ, ຄົນດັ່ງກ່າວບໍ່ແມ່ນເປັນຄົນທີ່ຮັບມືໄດ້ຍາກບໍ? (ແມ່ນແລ້ວ). ພວກເຂົາຮັບມືຍາກ ແລະ ເຂົ້າກັນໄດ້ຍາກ. ເຈົ້າບໍ່ມີທາງເຮັດໃຫ້ພວກເຂົາຍອມຮັບຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງໄດ້ເລີຍ, ເພາະວ່າພວກເຂົາບໍ່ມີຄວາມສາມາດໃນການຍອມຮັບສິ່ງທີ່ເປັນບວກໄດ້. ສິ່ງນີ້ໝາຍຄວາມວ່າພວກເຂົາບໍ່ມີເງື່ອນໄຂໃນການຍອມຮັບຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງໃດໆໄດ້ເລີຍ. ດ້ວຍເຫດນັ້ນ, ພວກເຂົາຈຶ່ງຕີຄວາມໝາຍຜິດ ແລະ ບິດເບືອນມຸມມອງທີ່ຖືກຕ້ອງ ແລະ ສິ່ງທີ່ເປັນບວກຫຼາຍຢ່າງ ແລະ ຫຼັງຈາກທີ່ຖືກບິດເບືອນແລ້ວ, ພວກມັນກໍກາຍເປັນຄວາມຄິດ, ມຸມມອງ ແລະ ຄຳກ່າວອ້າງຕ່າງໆທີ່ເປັນເອກະລັກສະເພາະຂອງຄົນປະເພດນີ້. ເຖິງແມ່ນວ່າພວກເຂົາຈະເຊື່ອໃນພຣະເຈົ້າ, ບໍ່ວ່າພວກເຂົາຈະອ່ານພຣະທຳຂອງພຣະເຈົ້າຫຼາຍສໍ່າໃດ ຫຼື ຟັງຄຳເທດສະໜາ ແລະ ການໂອ້ລົມຫຼາຍສໍ່າໃດກໍຕາມ, ພວກເຂົາກໍຍັງຍຶດຕິດກັບຄວາມຄິດ ແລະ ມຸມມອງທີ່ຜິດພ້ຽນຂອງພວກເຂົາເອງໃນໃຈຂອງພວກເຂົາຢູ່ສະເໝີ, ໂດຍບໍ່ເຄີຍປ່ອຍວາງພວກມັນໄປເລີຍ. ເຖິງແມ່ນວ່າພຣະເຈົ້າຈະສະໜອງຄວາມຈິງໃຫ້ແກ່ພວກເຂົາກໍຕາມ, ພວກເຂົາກໍບໍ່ສາມາດຍອມຮັບຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງຈາກພຣະເຈົ້າໄດ້ເລີຍ, ທັງບໍ່ສາມາດປະຕິບັດ ຫຼື ປະເມີນບຸກຄົນ ຫຼື ເລື່ອງໃດໜຶ່ງດ້ວຍຄຳອະທິບາຍທີ່ຖືກຕ້ອງ ແລະ ໃນວິທີທີ່ຖືກຕ້ອງໄດ້ເລີຍ. ໂດຍອີງໃສ່ຄຸນສົມບັດຂອງຄວາມເປັນມະນຸດຂອງພວກເຂົາ, ພວກເຂົາຈະພຽງແຕ່ປະຕິບັດຕໍ່ບຸກຄົນ, ເຫດການ ແລະ ສິ່ງຕ່າງໆທຸກປະເພດໂດຍໃຊ້ຄວາມຄິດ ແລະ ມຸມມອງທີ່ຜິດພ້ຽນທີ່ເປັນເອກະລັກສະເພາະຂອງພວກເຂົາເທົ່ານັ້ນ ແລະ ພວກເຂົາກໍຈະຍືນຍັນທີ່ຈະເຮັດເຊັ່ນນັ້ນ. ສະນັ້ນ, ເຈົ້າສາມາດເຫັນໄດ້ຈາກຄົນດັ່ງກ່າວວ່າ, ນອກເໜືອຈາກການມີອຸປະນິໄສທີ່ອວດດີ ແລະ ມີເລ່ລ່ຽມແລ້ວ, ພວກເຂົາຍັງມີອຸປະນິໄສທີ່ໂດດເດັ່ນຢ່າງຊັດເຈນອີກຢ່າງໜຶ່ງ, ນັ້ນກໍຄືການເປັນຄົນຫົວແຂງເປັນພິເສດ. ການສະແດງອອກທີ່ສະເພາະເຈາະຈົງຂອງສິ່ງນີ້ກໍຄື ພວກເຂົາດື້ດ້ານ, ໂງ່ຈ້າ, ຍຶດຕິດ ແລະ ເຖິງກັບຫຼ້າສະໄໝເປັນພິເສດ. ເມື່ອເຈົ້າພົວພັນກັບຄົນດັ່ງກ່າວ ແລະ ສົນທະນາກ່ຽວກັບບາງຫົວຂໍ້ ຫຼື ເຈົ້າປະເຊີນກັບບາງເລື່ອງຮ່ວມກັນໃນຂະນະທີ່ຄົບຫາກັບລາວ, ເຈົ້າຈະເຫັນວ່າທັດສະນະຄະຕິ ແລະ ອຸປະນິໄສຂອງລາວໃນການປະເຊີນກັບເລື່ອງຕ່າງໆນັ້ນຫົວແຂງ, ດື້ດ້ານ, ໂງ່ຈ້າ ແລະ ຍຶດຕິດເປັນພິເສດ. ເລື່ອງທີ່ຖືກຕ້ອງ ຫຼື ຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງ ເຊິ່ງເຫັນໄດ້ຊັດເຈນວ່າງ່າຍຫຼາຍສຳລັບຄົນປົກກະຕິທີ່ຈະຍອມຮັບໄດ້ນັ້ນ ພັດກາຍເປັນສິ່ງທີ່ຍອມຮັບໄດ້ຍາກຫຼາຍເມື່ອມາເຖິງລາວ, ໂດຍມີອຸປະສັກຫຼາຍໆຢ່າງ. ມັນເຮັດໃຫ້ເຈົ້າບໍ່ຮູ້ວ່າຈະຫົວ ຫຼື ຈະໄຫ້ດີ ແລະ ເຈົ້າຮູ້ສຶກວ່າຄົນຜູ້ນີ້ສ້າງຄວາມຫຍຸ້ງຍາກເປັນພິເສດ: “ເປັນຫຍັງເລື່ອງງ່າຍໆແບບນີ້ຈຶ່ງກາຍເປັນບັນຫາທີ່ຫຍຸ້ງຍາກເມື່ອຢູ່ກັບລາວ? ລາວແມ່ນມະນຸດແທ້ບໍ?” ການເຮັດໃຫ້ລາວຍອມຮັບເລື່ອງທີ່ຖືກຕ້ອງ ຫຼື ມຸມມອງທີ່ຖືກຕ້ອງນັ້ນຍາກລຳບາກແສນສາຫັດຄືກັນກັບການເຮັດໃຫ້ໝາປ່າເຊົາກິນຊີ້ນ ແລ້ວຫັນມາກິນຜັກຕ່າງໆແທນ. ມັນເທົ່າກັບການຂໍໃຫ້ລາວປ່ຽນການຈັດປະເພດຂອງຕົນເອງ, ມັນຍາກຂະໜາດນັ້ນເລີຍ. ມັນອາດຈະເປັນໄປໄດ້ວ່າ, ສຳລັບບາງເລື່ອງນ້ອຍໆ, ເຈົ້າໃຊ້ເວລາຫຼາຍໃນການອະທິບາຍ ແລະ ໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍຈຶ່ງສາມາດຊັກຈູງໃຫ້ລາວຍອມຮັບມັນໄດ້ແບບຫວຸດຫວິດ, ແຕ່ເມື່ອມີອີກເລື່ອງໜຶ່ງເກີດຂຶ້ນ, ອຸປະນິໄສທີ່ຫົວແຂງຂອງລາວກໍສະແດງອອກມາອີກຄັ້ງ ແລະ ມັນສະແດງອອກມາໃນວິທີທີ່ຊັດເຈນເປັນພິເສດ, ໂດຍລາວສະແດງໃຫ້ເຫັນເຖິງຄວາມສາມາດໃນການຢັ່ງຮູ້ທີ່ບິດເບືອນ ແລະ ຄວາມດື້ດ້ານຂອງຕົນ ພ້ອມທັງການທີ່ເປັນຄົນໂງ່ຈ້າ, ຍຶດຕິດ ແລະ ຫຼ້າສະໄໝ. ເມື່ອເຈົ້າມີການຕິດຕໍ່ພົວພັນຫຼາຍຂຶ້ນ ແລະ ມີຄວາມເຂົ້າໃຈຢ່າງເລິກເຊິ່ງຫຼາຍຂຶ້ນກ່ຽວກັບຄົນປະເພດນີ້, ເຈົ້າຈະຄົ້ນພົບວ່າແກ່ນແທ້ຂອງຜູ້ຄົນນັ້ນແຕກຕ່າງກັນ. ເມື່ອເວົ້າເຖິງແກ່ນແທ້ຂອງຄົນປະເພດນີ້, ເຈົ້າອາດຈະຕ້ອງໃຊ້ຄວາມພະຍາຍາມຢ່າງມະຫາສານເພື່ອເຮັດໃຫ້ພວກເຂົາເຂົ້າໃຈ ແລະ ອະທິບາຍສິ່ງຕ່າງໆຢ່າງຊັດເຈນກ່ຽວກັບບາງເລື່ອງທີ່ບໍ່ສຳຄັນ, ຈົນໃນທີ່ສຸດກໍໄດ້ຮັບຜົນຮັບບາງຢ່າງດ້ວຍຄວາມຍາກລຳບາກເປັນຢ່າງຍິ່ງ. ເຖິງຢ່າງໃດກໍຕາມ, ເມື່ອເວົ້າເຖິງບັນຫາເລື່ອງມຸມມອງ ແລະ ຈຸດຢືນ ຫຼື ເລື່ອງສຳຄັນ, ເຈົ້າບໍ່ມີທາງສື່ສານກັບພວກເຂົາໄດ້ເລີຍ. ໃນຈຸດນັ້ນ, ເຈົ້າຈະຮູ້ວ່າຜູ້ຄົນມີການແບ່ງປະເພດ ແລະ ປະເພດຂອງທຸກຄົນນັ້ນກໍແຕກຕ່າງກັນ. ຖ້າຄົນສອງຄົນບໍ່ສາມາດສື່ສານກັນຢ່າງລ່ຽນໄຫຼ ຫຼື ຮ່ວມມືກັນຢ່າງກົມກຽວໄດ້ ແລະ ບໍ່ສາມາດບັນລຸຄວາມກົມກຽວ ແລະ ຄວາມເຫັນດີເຫັນພ້ອມໃນມຸມມອງຂອງພວກເຂົາໄດ້ຢ່າງໄວວາເມື່ອສົນທະນາກ່ຽວກັບເລື່ອງໃດກໍຕາມ, ຖ້າເປັນເຊັ່ນນັ້ນ ພວກເຂົາກໍຢູ່ຕ່າງປະເພດກັນ. ຍ້ອນວ່າຄົນປະເພດທີ່ບໍ່ຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງນັ້ນ ໃນຄວາມເປັນມະນຸດຂອງພວກເຂົາ ບໍ່ມີຄວາມສາມາດທີ່ຈະແຍກແຍະໄດ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ, ພວກເຂົາຈຶ່ງບໍ່ມີທາງຮັບຮູ້ໄດ້ເລີຍວ່າ ເປັນຫຍັງຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງ, ຄຳເວົ້າທີ່ຖືກຕ້ອງ ແລະ ເລື່ອງທີ່ຖືກຕ້ອງຢ່າງຊັດເຈນນັ້ນຈຶ່ງຖືກຕ້ອງ ຫຼື ຄວາມຖືກຕ້ອງຂອງພວກມັນຢູ່ບ່ອນໃດ. ພວກເຂົາຈະເວົ້າວ່າ: “ເປັນຫຍັງສິ່ງທີ່ເຈົ້າເວົ້າຈຶ່ງຖືກຕ້ອງ? ເປັນຫຍັງສິ່ງທີ່ຂ້ອຍເວົ້າຈຶ່ງບໍ່ຖືກຕ້ອງ? ສິ່ງທີ່ເຈົ້າເວົ້ານັ້ນຖືກຕ້ອງແນວໃດກັນແທ້?” ບາງຄັ້ງ, ເພື່ອພິສູດວ່າສິ່ງທີ່ເຈົ້າເວົ້ານັ້ນຖືກຕ້ອງ, ເຈົ້າຕ້ອງນຳສະເໜີຂໍ້ເທັດຈິງ ແລະ ໃຫ້ເຫດຜົນແກ່ສິ່ງຕ່າງໆ, ຍົກຕົວຢ່າງຫຼາຍຢ່າງ ແລະ ປຽບທຽບຫຼາຍຢ່າງ, ໂດຍໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍ ແລະ ໃຊ້ຄວາມຄິດຢ່າງໜັກ ກ່ອນທີ່ເຈົ້າຈະສາມາດອະທິບາຍເລື່ອງໜຶ່ງໃຫ້ພວກເຂົາເຂົ້າໃຈໄດ້ຢ່າງຊັດເຈນ. ຫຼັງຈາກທີ່ເຮັດສຳເລັດໃນທີ່ສຸດ, ເຈົ້າກໍຍັງຈະຕ້ອງໃຊ້ຄວາມຄິດຢ່າງໜັກ ແລະ ໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອອະທິບາຍເລື່ອງຕໍ່ໄປທີ່ເກີດຂຶ້ນໃຫ້ພວກເຂົາເຂົ້າໃຈຢ່າງຊັດເຈນ. ຖ້າເຈົ້າເຮັດແບບນີ້ຢູ່ສະເໝີ, ເມື່ອເວລາຜ່ານໄປ ເຈົ້າຈະຄົ້ນພົບວ່າການເຮັດເຊັ່ນນັ້ນໃນທີ່ສຸດແລ້ວກໍບໍ່ສາມາດປ່ຽນແປງປະເພດຂອງຄົນໆໜຶ່ງໄດ້ ແລະ ເຈົ້າກໍພຽງແຕ່ເສຍແຮງໄປລ້າໆ. ເຖິງແມ່ນວ່າເຈົ້າຈະໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍ ແລະ ຕັ້ງຄວາມຫວັງໄວ້ກັບພວກເຂົາຢ່າງຫຼວງຫຼາຍກໍຕາມ, ແຕ່ຜົນຮັບທີ່ເຈົ້າໄດ້ຮັບນັ້ນຈະໜ້ອຍຫຼາຍ, ເພາະວ່າບໍ່ມີໃຜສາມາດປ່ຽນແປງປະເພດຂອງຄົນໆໜຶ່ງໄດ້. ຖ້າຄົນໃດຄົນໜຶ່ງບໍ່ຮູ້ແມ່ນແຕ່ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ, ແລ້ວກໍມີພຽງວິທີດຽວເທົ່ານັ້ນທີ່ສາມາດປ່ຽນແປງປະເພດຂອງລາວໄດ້, ນັ້ນກໍຄືການໃຫ້ລາວກັບຄືນສູ່ຮ່າງເດີມຂອງຕົນເພື່ອໄປກັບຊາດມາເກີດໃໝ່ອີກຄັ້ງ. ຖ້າລາວໂຊກດີ, ລາວກໍຈະກັບຊາດມາເກີດເປັນມະນຸດ; ຖ້າລາວໂຊກບໍ່ດີ ແລະ ກັບຊາດມາເກີດເປັນສິ່ງອື່ນທີ່ບໍ່ແມ່ນມະນຸດອີກຄັ້ງ, ແລ້ວກໍຍັງບໍ່ມີຄວາມຫວັງທີ່ຈະເຮັດໃຫ້ຄົນດັ່ງກ່າວຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ. ມັນກໍເປັນແບບນີ້ແຫຼະ.
ຄົນປະເພດນີ້, ຜູ້ທີ່ບໍ່ມີຄຸນສົມບັດຂອງຄວາມເປັນມະນຸດ ມີຄຸນລັກສະນະອີກຢ່າງໜຶ່ງໃນການພົວພັນກັບຄົນອື່ນຄື: ພວກເຂົາສາມາດຈັບຜິດຕ່າງໆໃນຕົວທຸກຄົນໄດ້, ແຕ່ເມື່ອພວກເຂົາມີຂໍ້ຜິດພາດແບບດຽວກັນນີ້, ພວກເຂົາພັດບໍ່ເຄີຍຍອມຮັບວ່າມັນເປັນຂໍ້ຜິດພາດ. ພວກເຂົາກໍພຽງແຕ່ບໍ່ສາມາດເບິ່ງເຫັນຈຸດແຂງ ຫຼື ຂໍ້ດີໃດໆໃນຕົວຄົນອື່ນ; ພວກເຂົາພຽງແຕ່ຈັບຜິດ ແລະ ເປີດໂປງຂໍ້ບົກຜ່ອງຂອງຄົນອື່ນ, ໂດຍໃຊ້ສິ່ງນີ້ເປັນຂໍ້ອ້າງເພື່ອເວົ້າວ່າຄົນອື່ນບໍ່ສາມາດຮ່ວມມືກັນຢ່າງກົມກຽວກັບພວກເຂົາໄດ້ ແລະ ການທີ່ບໍ່ສາມາດຮ່ວມມືກັນຢ່າງກົມກຽວໄດ້ນັ້ນລ້ວນແຕ່ເປັນຄວາມຜິດຂອງຄົນອື່ນ, ໃນຂະນະທີ່ຕົວພວກເຂົາເອງບໍ່ມີຄວາມຜິດຫຍັງເລີຍ ແລະ ຄົນອື່ນຕ່າງຫາກທີ່ຈຳເປັນຕ້ອງຮູ້ຈັກຕົນເອງ. ບັນຫາຢູ່ບ່ອນນີ້ແມ່ນຫຍັງ? ໃນການປະພຶດຕົນ ແລະ ການຈັດການກັບສິ່ງຕ່າງໆ, ຄົນດັ່ງກ່າວບໍ່ເຄີຍສາມາດປະຕິບັດຕໍ່ຄົນອື່ນໄດ້ຢ່າງມີເຫດຜົນ, ທັງບໍ່ສາມາດຈັດການກັບບັນຫາຂອງພວກເຂົາເອງໄດ້ຢ່າງມີເຫດຜົນ, ຖືກຕ້ອງ ແລະ ຍຸຕິທຳ. ພວກເຈົ້າຈະເວົ້າບໍວ່າທັດສະນະຄະຕິຂອງພວກເຂົາໃນການຈັດການກັບເລື່ອງຕ່າງໆ ແລະ ການປະຕິບັດຕໍ່ຜູ້ຄົນນັ້ນຖືກຕ້ອງ ຫຼື ບໍ່ຖືກຕ້ອງ? (ບໍ່ຖືກຕ້ອງ). ແຕ່ພວກເຂົາຮູ້ເລື່ອງນີ້ບໍ? (ພວກເຂົາບໍ່ຮູ້). ພວກເຂົາມັກຈະປະເມີນ ແລະ ເບິ່ງຄົນອື່ນຈາກຈຸດຢືນທາງສິນທຳທີ່ສູງສົ່ງກວ່າຢູ່ສະເໝີ. ວິທີການເບິ່ງຄົນອື່ນຂອງພວກເຂົາ ແລະ ມຸມມອງທີ່ພວກເຂົາໃຊ້ເບິ່ງນັ້ນ ແມ່ນການໃຊ້ສິ່ງທີ່ພວກເຂົາເອີ້ນວ່າ “ຄວາມຖືກຕ້ອງ ແລະ ຄວາມບໍ່ຖືກຕ້ອງ” ຂອງພວກເຂົາເອງເພື່ອແຍກແຍະຄົນອື່ນ. ພວກເຂົາເຫັນວ່າທຸກສິ່ງທີ່ຄົນອື່ນເຮັດນັ້ນຜິດ ແລະ ດ້ອຍກວ່າພວກເຂົາ. ຖ້າມີຂໍ້ຂັດແຍ່ງເກີດຂຶ້ນ ແລະ ພວກເຂົາບໍ່ສາມາດຮ່ວມມືກັນຢ່າງກົມກຽວໄດ້, ພວກເຂົາກໍເຊື່ອວ່າມັນລ້ວນແຕ່ເປັນບັນຫາຂອງຄົນອື່ນ ແລະ ມັນເກີດຈາກຄົນອື່ນ, ຄົນອື່ນມີອຸປະນິໄສທີ່ເສື່ອມຊາມ ແລະ ຄົນອື່ນຕ່າງຫາກທີ່ຄວນປັບປຸງ ແລະ ປ່ຽນແປງ. ພວກເຂົາເຫັນວ່າຄົນອື່ນເຕັມໄປດ້ວຍຂໍ້ຜິດພາດ ແລະ ບັນຫາ, ໂດຍບໍ່ມີຂໍ້ດີແມ່ນແຕ່ຂໍ້ດຽວ, ໃນຂະນະທີ່ເບິ່ງວ່າພວກເຂົາເອງເຕັມໄປດ້ວຍຂໍ້ດີ ແລະ ປາສະຈາກຂໍ້ຜິດພາດໃດໆ. ເຈົ້າຈະເວົ້າວ່າຄົນເຊັ່ນນີ້ມີເຫດຜົນບໍ? (ບໍ່). ສາຍຕາຂອງຄົນທີ່ບໍ່ມີເຫດຜົນມີປະໂຫຍດຫຍັງບໍ? (ບໍ່ມີ). ພວກເຂົາພຽງແຕ່ບໍ່ສາມາດເບິ່ງເຫັນຈຸດແຂງ ແລະ ຂໍ້ດີໃນຕົວຄົນທຸກປະເພດໄດ້. ກົງກັນຂ້າມ, ພວກເຂົາຈັບຜິດຂໍ້ບົກຜ່ອງຂອງຄົນອື່ນ, ເຊິ່ງໃນຄວາມເປັນຈິງແລ້ວ ອາດຈະບໍ່ແມ່ນຂໍ້ບົກຜ່ອງສະເໝີໄປ ແລະ ເຮັດໃຫ້ກາຍເປັນເລື່ອງໃຫຍ່ໂຕ. ທຸກຢ່າງຈະດີຖ້າບໍ່ມີບັນຫາເກີດຂຶ້ນ, ແຕ່ເມື່ອມີບັນຫາເກີດຂຶ້ນ, ພວກເຂົາກໍຈະຈັບຜິດຂໍ້ບົກຜ່ອງຂອງອີກຝ່າຍ, ໂດຍເວົ້າວ່າ: “ເຈົ້າດີກວ່າຂ້ອຍໃນດ້ານໃດ? ຖ້າເຈົ້າດີກວ່າຂ້ອຍ, ແລ້ວເປັນຫຍັງບັນຫານີ້ຈຶ່ງຍັງເກີດຂຶ້ນ?” ຄວາມຕໍ່ຕ້ານທີ່ຝັງເລິກຂອງພວກເຂົາລະເບີດອອກມາ ແລະ ມຸມມອງພາຍໃນທີ່ແທ້ຈິງຂອງພວກເຂົາກໍຖືກເປີດໂປງອອກມາທັງໝົດ. ພວກເຂົາບໍ່ເຄີຍເບິ່ງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆຢ່າງມີເຫດຜົນເລີຍ. ໃນສາຍຕາຂອງພວກເຂົາ, ການສະແດງອອກໃດໆຈາກຄົນອື່ນລ້ວນແຕ່ເປັນບັນຫາ, ເປັນຂໍ້ຜິດພາດ. ເມື່ອອີງຕາມຄວາມຄິດ ແລະ ມຸມມອງຂອງພວກເຂົາແລ້ວ, ບໍ່ມີສິ່ງໃດຜ່ານເກນເລີຍ; ມັນລ້ວນແຕ່ຜິດ, ລ້ວນແຕ່ແມ່ນສິ່ງທີ່ເປັນລົບ ແລະ ລ້ວນແຕ່ເປັນເຄື່ອງມືສຳລັບພວກເຂົາເພື່ອໃຊ້ໃນການຕັດສິນ. ຄົນດັ່ງກ່າວແມ່ນຮັບມືໄດ້ຍາກ. ພວກເຂົາບໍ່ມີຈິດສຳນຶກ ແລະ ເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ, ສະນັ້ນ ໃນສ່ວນເລິກຂອງຫົວໃຈພວກເຂົາ, ສິ່ງທີ່ພວກເຂົາເອີ້ນວ່າ “ຄວາມຖືກຕ້ອງ ແລະ ຄວາມບໍ່ຖືກຕ້ອງ” ນັ້ນໝາຍຄວາມພຽງແຕ່ວ່າ ສິ່ງໃດກໍຕາມທີ່ພວກເຂົາຄິດວ່າຖືກຕ້ອງກໍຄືຖືກຕ້ອງ ແລະ ສິ່ງໃດກໍຕາມທີ່ພວກເຂົາຄິດວ່າບໍ່ຖືກຕ້ອງກໍຄືບໍ່ຖືກຕ້ອງ. ພວກເຂົາປະເມີນຄວາມຖືກຕ້ອງຂອງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆໂດຍອີງໃສ່ການປະເມີນ ແລະ ຄວາມມັກຂອງພວກເຂົາເອງ ແລະ ຍັງອີງໃສ່ຜົນປະໂຫຍດຂອງພວກເຂົາເອງອີກດ້ວຍ. ພວກເຂົາຈະບໍ່ເບິ່ງຜູ້ຄົນ ແລະ ສິ່ງຕ່າງໆຢ່າງຍຸຕິທຳ. ບຸກຄົນ ຫຼື ສິ່ງໃດກໍຕາມທີ່ພວກເຂົາບໍ່ມັກ, ເຂົ້າກັນບໍ່ໄດ້, ບໍ່ໄດ້ຮັບຜົນປະໂຫຍດນຳ ຫຼື ດູຖູກ ລ້ວນແຕ່ຖືກສະຫຼຸບລວມວ່າຜິດ ແລະ ບໍ່ດີ, ໂດຍບໍ່ມີຊ່ອງຫວ່າງສຳລັບການສົນທະນາໃດໆ. ຄົນດັ່ງກ່າວບໍ່ພຽງແຕ່ຮັບມືໄດ້ຍາກເທົ່ານັ້ນ ແຕ່ຍັງໜ້າຢ້ານກົວອີກດ້ວຍ. ຖ້າມີຄົນເຊັ່ນນີ້ຢູ່ອ້ອມຕົວເຈົ້າ, ເມື່ອຄວາມຄິດ ແລະ ມຸມມອງຂອງລາວຖືກສະແດງອອກມາທັງໝົດ, ລັກສະນະຂອງລາວກໍຈະຖືກເປີດໂປງອອກມາຢ່າງເຕັມທີ່. ເຈົ້າສາມາດເຫັນໄດ້ວ່າສິ່ງທີ່ຢູ່ເລິກລົງໄປໃນຈິດວິນຍານຂອງລາວແມ່ນຫຍັງກັນແທ້, ສິ່ງທີ່ລາວຮັກແມ່ນຫຍັງກັນແທ້, ຄວາມຕ້ອງການຂອງລາວແມ່ນຫຍັງກັນແທ້ ແລະ ສິ່ງທີ່ລາວໄລ່ຕາມແມ່ນຫຍັງກັນແທ້. ການເຫັນສິ່ງເຫຼົ່ານີ້ໃນຕົວລາວສາມາດເຮັດໃຫ້ເຈົ້າລັງກຽດລາວໄປຕະຫຼອດຊີວິດ. ແນ່ນອນ, ເມື່ອບັນຫາທັງໝົດເຫຼົ່ານີ້ຂອງລາວໄດ້ຖືກເປີດໂປງແລ້ວ, ເຈົ້າກໍຈະມີຄຳຕອບກ່ຽວກັບການສະແດງອອກຂອງລາວ ເຊັ່ນ: ການຢັ່ງຮູ້ທີ່ບິດເບືອນຂອງລາວ ແລະ ຄວາມດື້ດ້ານ, ຄວາມໂງ່ຈ້າ, ຄວາມຍຶດຕິດ ພ້ອມທັງຄວາມມັກບິດເບືອນທີ່ລາວເປີດເຜີຍອອກມາເນື່ອງຈາກອຸປະນິໄສທີ່ຫົວແຂງຂອງລາວ. ຄຳຕອບນີ້ແມ່ນຫຍັງ? ມັນກໍຄື ຄົນດັ່ງກ່າວບໍ່ມີຄວາມເປັນມະນຸດທີ່ປົກກະຕິ, ນັ້ນກໍຄື ພວກເຂົາບໍ່ມີຈິດສຳນຶກ ແລະ ເຫດຜົນຂອງມະນຸດ; ພວກເຂົາບໍ່ແມ່ນມະນຸດ. ຖ້າພວກເຂົາມີຈິດສຳນຶກ ແລະ ເຫດຜົນຢູ່ແດ່, ພວກເຂົາກໍຈະບໍ່ຍຶດຕິດກັບເຫດຜົນທີ່ບິດເບືອນ ແລະ ເວົ້າເຖິງມັນຄືກັບວ່າມັນຖືກຕ້ອງ. ຕັ້ງແຕ່ເຊື່ອໃນພຣະເຈົ້າ ແລະ ໄດ້ຟັງຄຳເທດສະໜາຫຼາຍຢ່າງ, ຢ່າງໜ້ອຍພວກເຂົາກໍຄວນຈະເຂົ້າໃຈຄວາມຈິງໄດ້ເລັກນ້ອຍ ແລະ ມຸມມອງຂອງພວກເຂົາຕໍ່ສິ່ງຕ່າງໆກໍຄວນຈະປ່ຽນແປງໄປແດ່. ແລ້ວເປັນຫຍັງພວກເຂົາຈຶ່ງຍັງເບິ່ງສິ່ງຕ່າງໆໂດຍໃຊ້ມຸມມອງຂອງຜູ້ບໍ່ມີຄວາມເຊື່ອ ແລະ ຖືກວ່າມຸມມອງທີ່ຜິດພາດ ແລະ ເຫດຜົນທີ່ບິດເບືອນນັ້ນຖືກຕ້ອງ ແລະ ເປັນຄວາມຈິງ ພ້ອມທັງເຖິງກັບກ່າວໂທດຄວາມຈິງ, ສິ່ງທີ່ເປັນບວກ ແລະ ສິ່ງທີ່ຖືກຕ້ອງວ່າແມ່ນສິ່ງທີ່ເປັນລົບ? ເມື່ອຄວາມຄິດ ແລະ ມຸມມອງທີ່ຜິດພາດຂອງພວກເຂົາຖືກເປີດໂປງ, ເຈົ້າກໍໄດ້ຮັບຄຳຕອບ. ບໍ່ແປກໃຈເລີຍທີ່ພວກເຂົາສາມາດເວົ້າຫຼາຍສິ່ງຫຼາຍຢ່າງໃນຊີວິດທີ່ປີ້ນຂາວເປັນດຳ ແລະ ບິດເບືອນຂໍ້ເທັດຈິງ, ມັນເປັນຍ້ອນການທີ່ພວກເຂົາປະຕິເສດທີ່ຈະຍອມຮັບຄວາມຈິງຢ່າງສິ້ນເຊີງ. ໃນເມື່ອພວກເຂົາມີຄຸນລັກສະນະປະຈຳຕົວຄືການເບື່ອໜ່າຍຄວາມຈິງ, ມັນຈຶ່ງສົມເຫດສົມຜົນແລ້ວທີ່ພວກເຂົາຈະເປີດເຜີຍສິ່ງເຫຼົ່ານັ້ນອອກມາ. ສິ່ງນີ້ບໍ່ແມ່ນຍ້ອນວິທີທີ່ພໍ່ແມ່ຂອງພວກເຂົາສັ່ງສອນພວກເຂົາ, ທັງບໍ່ແມ່ນອິດທິພົນຂອງສະພາບແວດລ້ອມ, ແຮງໄກທີ່ຈະເປັນສິ່ງທີ່ສັງຄົມສັ່ງສອນພວກເຂົາ; ນີ້ຄືຄຸນສົມບັດຂອງຄວາມເປັນມະນຸດຂອງພວກເຂົາ. ພວກເຂົາເບື່ອໜ່າຍຄວາມຈິງ; ພວກເຂົາມີຄຸນລັກສະນະປະຈຳຕົວນີ້. ສິ່ງທີ່ຄົນໆໜຶ່ງຮັກ, ຄວາມເປັນມະນຸດປະເພດໃດໜຶ່ງທີ່ພວກເຂົາເຜີຍອອກມາ, ສິ່ງທີ່ພວກເຂົາເຜີຍອອກມາຢ່າງເປັນທຳມະຊາດໃນຊີວິດປະຈຳວັນ ແລະ ສະພາວະປົກກະຕິໃນຊີວິດຂອງພວກເຂົາ, ທັງໝົດນີ້ແມ່ນຂຶ້ນຢູ່ກັບຄຸນລັກສະນະປະຈຳຕົວຂອງຄົນໆໜຶ່ງ. ບໍ່ມີໃຜສາມາດປ່ຽນແປງຄຸນລັກສະນະປະຈຳຕົວຂອງຄົນໆໜຶ່ງໄດ້. ຄືກັນກັບງູ: ຍ້ອນວ່າມັນມີຄຸນລັກສະນະປະຈຳຕົວຄືຄວາມຄົດງໍ, ມັນຈຶ່ງບໍ່ມີທາງເລືອເປັນເສັ້ນຊື່ໄດ້ເລີຍ. ຄືກັນກັບກະປູ: ມັນຍ່າງທາງຂ້າງ ແລະ ເຖິງແມ່ນວ່າເຈົ້າຈະເອົາມັນໄປໄວ້ໃນພື້ນທີ່ແຄບໆ, ມັນກໍຍັງຈະຍ່າງທາງຂ້າງຢູ່ດີ. ສິ່ງເຫຼົ່ານີ້ຄືຄຸນລັກສະນະປະຈຳຕົວຂອງພວກມັນ ແລະ ຄຸນລັກສະນະປະຈຳຕົວນັ້ນບໍ່ສາມາດປ່ຽນແປງໄດ້. ຖ້າຄົນໃດຄົນໜຶ່ງບໍ່ສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດໄດ້ ຫຼື ຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ, ຄຸນລັກສະນະນີ້ກໍສາມາດເວົ້າໄດ້ວ່າເປັນຄຸນລັກສະນະປະຈຳຕົວທີ່ລາວມີ. ຍ້ອນວ່າລາວມີຄຸນລັກສະນະປະຈຳຕົວນີ້, ລາວຈຶ່ງເປີດເຜີຍຫຼາຍສິ່ງຫຼາຍຢ່າງທີ່ກ່ຽວຂ້ອງກັບມັນອອກມາຢ່າງເປັນທຳມະຊາດໃນຊີວິດປະຈຳວັນຂອງລາວ, ນີ້ແມ່ນເລື່ອງປົກກະຕິຫຼາຍ.
ເມື່ອເວົ້າເຖິງຄວາມຮູ້ສຶກ ຫຼື ການຈັດການກັບສິ່ງຕ່າງໆ, ບາງຄົນບໍ່ຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ. ເຊັ່ນດຽວກັນ, ເມື່ອເວົ້າເຖິງການປະພຶດລະຫວ່າງຍິງຊາຍ ພວກເຂົາກໍບໍ່ຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ. ຕົວຢ່າງ: ເມື່ອຕິດຕໍ່ພົວພັນ ກັບເພດກົງກັນຂ້າມ, ພວກເຂົາບໍ່ຮູ້ວ່າຄວນຮັກສາໄລຍະຫ່າງສໍ່າໃດ, ຄວນຫຼີກລ່ຽງຫົວຂໍ້ສົນທະນາ, ຄຳເວົ້າ ແລະ ວິທີການປະພຶດແບບໃດ ຫຼື ຄວນເອົາໃຈໃສ່ລາຍລະອຽດຫຍັງແດ່ໃນຄໍາເວົ້າ ແລະ ການປະພຶດປະຈຳວັນຂອງພວກເຂົາ. ສິ່ງນີ້ແມ່ນເຂົ້າໃຈໄດ້ຍາກ, ຄົນປົກກະຕິທຸກຄົນບໍ່ຮູ້ບໍວ່າຕ້ອງມີຂອບເຂດໃນການພົວພັນກັບເພດກົງກັນຂ້າມ? (ແມ່ນ.) ນີ້ແມ່ນສິ່ງທີ່ຈຳເປັນຕ້ອງສອນບໍ? ຕອນຍັງນ້ອຍ, ພໍ່ແມ່ອາດຈຳເປັນຕ້ອງສອນກ່ຽວກັບເລື່ອງນີ້, ແຕ່ເມື່ອຄ່ອຍໆເຕີບໃຫຍ່ຂຶ້ນ ແລະ ຮູ້ຈັກຄິດ, ກໍຈະເຂົ້າໃຈສິ່ງເຫຼົ່ານີ້ເອງ ໂດຍບໍ່ຈຳເປັນຕ້ອງໄດ້ຮັບການສອນຈາກຄອບຄົວ ຫຼື ຈາກສັງຄົມ. ມັນເປັນສິ່ງທີ່ມີມາແຕ່ກຳເນີດບໍ່ແມ່ນບໍ? ການຮູ້ວ່າມີຂອບເຂດລະຫວ່າງຍິງຊາຍແມ່ນຄຸນສົມບັດຂອງຄວາມເປັນມະນຸດ. ຄຸນສົມບັດຂອງຄວາມເປັນມະນຸດລວມມີຈິດສຳນຶກ ແລະ ເຫດຜົນ, ສະນັ້ນ ຜູ້ຄົນຈຶ່ງຮູ້ຢ່າງແນ່ນອນວ່າການມີຄວາມຮູ້ສຶກລະອາຍໃຈແມ່ນຫຍັງ. ຖ້າເຈົ້າມີຄວາມຮູ້ສຶກລະອາຍ, ເຈົ້າກໍຈະຮູ້ວິທີປະຕິບັດຕໍ່ເພດກົງກັນຂ້າມ. ຖ້າເຈົ້າບໍ່ຮູ້ ແລະ ປະພຶດຕົນໂດຍປາສະຈາກຄວາມຮູ້ສຶກລະອາຍ, ໂດຍບໍ່ຮູ້ວ່າການວາງຕົວແບບໃດຖືກຕ້ອງ ແລະ ແບບໃດຜິດ, ແບບໃດເໝາະສົມ ແລະ ສົມເຫດສົມຜົນ ແລະ ແບບໃດທີ່ເກີນຄວາມພໍດີ ແລະ ເກີນຂອບເຂດ, ຖ້າເປັນແນວນັ້ນ ຄວາມເປັນມະນຸດຂອງເຈົ້າກໍມີບັນຫາ, ເພາະວ່າຢ່າງໜ້ອຍທີ່ສຸດ ນີ້ກໍຄືສິ່ງທີ່ຄົນປົກກະຕິຄວນຮູ້. ຖ້າຄົນໃດຄົນໜຶ່ງຮູ້ ແລະ ສາມາດຍຶດໝັ້ນກັບສິ່ງເຫຼົ່ານີ້ໄດ້, ຄົນນັ້ນກໍມີຈິດສຳນຶກ ແລະ ເຫດຜົນຂອງຄວາມເປັນມະນຸດ; ຖ້າຄົນໃດຄົນໜຶ່ງບໍ່ຮູ້ສິ່ງເຫຼົ່ານີ້ເລີຍ ແລະ ເຖິງກັບຈຳເປັນຕ້ອງໃຫ້ຄົນອື່ນເຕືອນສະຕິ ແລະ ຢັບຢັ້ງ, ຄົນປະເພດນີ້ກໍມີບັນຫາໃຫຍ່ແລ້ວ. ມີຄົນປະເພດໜຶ່ງທີ່ເປັນແບບນີ້ໂດຍສະເພາທີ່ຈະບໍ່ນັ່ງກັບຄົນເພດດຽວກັນເມື່ອຢູ່ທ່າມກາງຄົນອື່ນ ແຕ່ຈະເຈາະຈົງນັ່ງໃກ້ກັບເພດກົງກັນຂ້າມ ແລະ ເຂົ້າໃກ້ພວກເຂົາຫຼາຍ, ພວກເຂົາບໍ່ພະຍາຍາມທີ່ຈະຫຼີກລ່ຽງສິ່ງນີ້ເລີຍ. ເມື່ອຄົນອື່ນເຕືອນບຸກຄົນດັ່ງກ່າວ, ພວກເຂົາກໍເຖິງກັບພົບວ່າມັນແປກ ໂດຍເວົ້າວ່າ: “ການນັ່ງໃກ້ກັນມັນຜິດບ່ອນໃດ? ພວກເຮົາຈະໄປເຮັດຫຍັງໄດ້ໃນທີ່ສາທາລະນະ? ຂ້ອຍເປັນຜູ້ໃຫຍ່ແລ້ວ, ຂ້ອຍຈຳເປັນຕ້ອງໃຫ້ເຈົ້າຄອຍຈັບຕາເບິ່ງຂ້ອຍບໍ? ເປັນຫຍັງເຈົ້າຈຶ່ງມັກເຈາະຈົງມາທີ່ຂ້ອຍຢູ່ສະເໝີ?” ພວກເຂົາເຖິງກັບກ້າເວົ້າວ່າ: “ພວກເຮົາຈະໄປເຮັດຫຍັງໄດ້ໃນທີ່ສາທາລະນະ?” ພວກເຂົາມີຄວາມຮູ້ສຶກລະອາຍແດ່ບໍ? (ບໍ່ມີ.) ຈຳເປັນຕ້ອງເຮັດບາງສິ່ງບາງຢ່າງແທ້ໆຈຶ່ງຈະຖືວ່າມີບັນຫາບໍ? ຫຼືວ່າ ຕາບໃດທີ່ພວກເຂົາບໍ່ໄດ້ເຮັດຫຍັງ, ພວກເຂົາກໍບໍ່ຈຳເປັນຕ້ອງຮັກສາຂອບເຂດລະຫວ່າງຍິງຊາຍບໍ? ມັນບໍ່ມີຄວາມແຕກຕ່າງລະຫວ່າງຍິງຊາຍບໍ? (ມີ.) ໃນເມື່ອເປັນແນວນັ້ນ, ມັນກໍຄວນມີຂອບເຂດລະຫວ່າງພວກເຂົາ ແລະ ການຮັກສາຂອບເຂດເຫຼົ່ານີ້ແມ່ນເກີດຈາກຄວາມຮູ້ສຶກລະອາຍພາຍໃນຄວາມເປັນມະນຸດ. ຖ້າເຈົ້າມີຄວາມຮູ້ສຶກລະອາຍ, ເຈົ້າກໍຈະຮັກສາຂອບເຂດຢ່າງເປັນທຳມະຊາດເມື່ອພົວພັນກັບເພດກົງກັນຂ້າມ; ເຈົ້າຈະບໍ່ຈຳເປັນຕ້ອງໃຫ້ຄົນອື່ນມາກຳກັບດູແລເຈົ້າ, ທັງບໍ່ຈຳເປັນຕ້ອງຖືກສະພາບແວດລ້ອມຢັບຢັ້ງໄວ້, ເຈົ້າສາມາດເຮັດມັນໄດ້ດ້ວຍຕົວເຈົ້າເອງ. ຖ້າເຈົ້າບໍ່ມີແມ່ນແຕ່ຄວາມຮູ້ສຶກລະອາຍພຽງເລັກນ້ອຍນີ້ ແລະ ຈຳເປັນຕ້ອງໃຫ້ຄົນອື່ນຈັບຕາເບິ່ງເຈົ້າ ແລະ ເຕືອນເຈົ້າ, ຄົນແບບເຈົ້າກໍຕົກຢູ່ໃນອັນຕະລາຍຢ່າງຍິ່ງ. ບາງຄົນເຫັນເປັນເລື່ອງທໍາມະດາລະຫວ່າງຍິງຊາຍ ແລະ ມັກຈະສົ່ງສາຍຕາຢອກລໍ້ໃສ່ເພດກົງກັນຂ້າມ ແລະ ມັກຈັບບາຍພວກເຂົາ. ໂດຍສະເພາະບາງຄົນມັກເຮັດຕົວໃຫ້ເດັ່ນຕໍ່ໜ້າເພດກົງກັນຂ້າມເປັນພິເສດ. ຍິ່ງມີເພດກົງກັນຂ້າມຢູ່ຫຼາຍສໍ່າໃດ, ພວກເຂົາກໍຍິ່ງບ້າຄັ່ງ ແລະ ຕື່ນເຕັ້ນຫຼາຍສໍ່ານັ້ນ ແລະ ພວກເຂົາກໍຍິ່ງເຮັດຕົວໃຫ້ເດັ່ນຫຼາຍຂຶ້ນ. ຄົນອື່ນເຫັນວ່າສິ່ງນີ້ບໍ່ເໝາະສົມ ແລະ ບໍ່ມີກຽດ ແຕ່ພວກເຂົາກໍບໍ່ຮູ້ສຶກວ່າມັນເປັນບັນຫາ, ທັງບໍ່ຮູ້ສຶກຖືກຈິດສຳນຶກພວກເຂົາຕຳນິເລີຍ. ກົງກັນຂ້າມ, ພວກເຂົາຄິດວ່າ: “ນີ້ເປັນເລື່ອງປົກກະຕິຫຼາຍ. ລະຫວ່າງຍິງຊາຍມັນກໍຄວນເປັນແບບນີ້ບໍ່ແມ່ນບໍ? ແມ່ຍິງເກີດມາໃນໂລກນີ້ເພື່ອຜູ້ຊາຍບໍ່ແມ່ນບໍ? ແລ້ວຜູ້ຊາຍກໍເກີດມາເພື່ອແມ່ຍິງບໍ່ແມ່ນບໍ? ການມີຄວາມມ່ວນຊື່ນຮ່ວມກັນເລັກນ້ອຍມັນຜິດບ່ອນໃດ? ນີ້ບໍ່ແມ່ນສິ່ງທີ່ມີຄວາມສຸກບໍ? ການດຳລົງຊີວິດຢ່າງຈິງຈັງຄືກັບພວກເຈົ້າມັນໜ້າອິດເມື່ອຍຫຼາຍ! ພວກເຈົ້າບໍ່ເຄີຍໄດ້ຍິນຄົນເວົ້າບໍວ່າ: ‘ຍິງຊາຍເຮັດວຽກຮ່ວມກັນເຮັດໃຫ້ວຽກເບົາລົງ’?” ເຈົ້າເຫັນບໍ, ພວກເຂົາພົບວ່າຄວາມຄິດ ຫຼື ມຸມມອງໃດກໍເປັນສິ່ງທີ່ຍອມຮັບໄດ້. ໂດຍສະເພາະຢ່າງຍິ່ງ, ພວກເຂົາຍອມຮັບຄວາມຄິດ ແລະ ມຸມມອງທີ່ຜິດພ້ຽນເຫຼົ່ານີ້ຢ່າງເຕັມທີ່ ແຕ່ບໍ່ຍອມຮັບຄຳເວົ້າທີ່ເປັນບວກແມ່ນແຕ່ໜ້ອຍດຽວ, ກົງກັນຂ້າມ ພວກເຂົາພັດຕໍ່ຕ້ານ, ໂຕ້ແຍ້ງ ແລະ ປະຕິເສດຄຳເວົ້າເຫຼົ່ານັ້ນ. ຖ້າເຈົ້າພະຍາຍາມເຕືອນພວກເຂົາ, ພວກເຂົາກໍຈະຮູ້ສຶກລັງກຽດ ແລະ ໃນໃຈຂອງພວກເຂົາ ພວກເຂົາກໍກຽດຊັງເຈົ້າ ແລະ ຖືວ່າເຈົ້າເປັນປໍລະປັກ. ພວກເຂົາບໍ່ຍອມຮັບຄຳແນະນຳຂອງໃຜເລີຍ ແລະ ຍືນຍັນທີ່ຈະປະພຶດແບບນີ້. ບາງຄົນອາດຈະສູນເສຍການຄວບຄຸມ ຫຼື ເກີດຄວາມປະໝາດຊົ່ວຄາວ, ໂດຍບາງຄັ້ງກໍປະພຶດຕົນແບບບໍ່ເໝາະສົມເລັກນ້ອຍ. ໂດຍບໍ່ຈຳເປັນຕ້ອງໃຫ້ຄົນອື່ນເຕືອນ, ພວກເຂົາກໍຮູ້ສຶກບໍ່ສະບາຍໃຈ ແລະ ຮູ້ສຶກວ່າພວກເຂົາຕ້ອງລະມັດລະວັງໃນອະນາຄົດ. ນີ້ແມ່ນການສະແດງອອກທີ່ຄົນທີ່ມີຈິດສຳນຶກ ແລະ ເຫດຜົນຄວນມີ. ແຕ່ຄົນອີກປະເພດໜຶ່ງນີ້ໄດ້ເຮັດເກີນໄປ ແລະ ເກີນຂອບເຂດຢ່າງຮ້າຍແຮງແລ້ວ; ພວກເຂົາກຳລັງປ່ອຍຕົວປ່ອຍໃຈໄປກັບຕັນຫາທາງເນື້ອໜັງແລ້ວ. ຫຼາຍຄົນຮັບບໍ່ໄດ້ເມື່ອເຫັນພຶດຕິກໍາແບບນີ້. ຖ້າພວກເຂົາຍັງສືບຕໍ່ເປັນແບບນີ້, ພວກເຂົາກໍຈະນຳອັນຕະລາຍມາສູ່ຕົນເອງ ແລະ ພຣະເຈົ້າກໍຈະລັງກຽດ ແລະ ກຳຈັດພວກເຂົາ. ແຕ່ພວກເຂົາກໍບໍ່ສົນໃຈ ແລະ ເວົ້າວ່າ: “ການປ່ອຍຕົວປ່ອຍໃຈໄປກັບຕັນຫາມັນຈະມີອັນຕະລາຍຫຍັງ?” ຄວາມຈິງແລ້ວພວກເຂົາບໍ່ມີຄວາມຮັບຮູ້ໃດໆເລີຍ. ແມ່ຍິງບາງຄົນໃນໄວຊາວປີພົວພັນກັບເພດກົງກັນຂ້າມຢ່າງມັກງ່າຍ, ໂດຍໄປນອນຄ້າງຄືນຢູ່ເຮືອນຂອງຜູ້ຊາຍ. ຖ້າເລື່ອງນີ້ແຜ່ກະຈາຍອອກໄປ, ມັນກໍຈະທຳລາຍຊື່ສຽງຂອງພວກເຂົາ ແຕ່ພວກເຂົາກໍບໍ່ໄດ້ສົນໃຈເລີຍ. ຄົນແບບນີ້ມີຄວາມຮູ້ສຶກລະອາຍແດ່ບໍ? (ບໍ່ມີ.) ລາວບໍ່ມີຄວາມຮູ້ສຶກລະອາຍເລີຍ. ບໍ່ວ່າຈະເປັນຊາຍ ຫຼື ຍິງ, ຖ້າຄົນໃດຄົນໜຶ່ງບໍ່ມີຂີດຈຳກັດຕໍ່າສຸດໃນໃຈຂອງຕົນເອງກ່ຽວກັບເລື່ອງລະຫວ່າງຍິງຊາຍ ແລະ ບໍ່ຮູ້ຄວາມໝາຍຂອງຄຳວ່າ: “ຄວາມລະອາຍ”, ສິ່ງນີ້ກໍຢືນຢັນຢ່າງຊັດເຈນວ່າລາວບໍ່ມີຄຸນສົມບັດຂອງຄວາມເປັນມະນຸດ. ຖ້າຄົນໃດຄົນໜຶ່ງມີຄຸນສົມບັດຂອງຄວາມເປັນມະນຸດແທ້ໆ ແລະ ບາງຄັ້ງລາວກໍເຮັດຜິດສິນທຳກັບເພດກົງກັນຂ້າມ ຫຼື ເຮັດບາງສິ່ງທີ່ເກີນຂອບເຂດ, ລາວກໍຈະເສຍໃຈໄປຕະຫຼອດຊີວິດ. ເມື່ອໃດກໍຕາມທີ່ລາວຄິດເຖິງມັນ, ໜ້າຂອງລາວກໍຈະຮ້ອນຂຶ້ນ ແລະ ລາວຈະຮູ້ສຶກຄືມີຫຍັງມາແທງໃຈ; ລາວຈະຮູ້ສຶກບໍ່ສະບາຍໃຈ ແລະ ອຶດອັດ, ໂດຍບໍ່ຢາກຍົກເລື່ອງນີ້ຂຶ້ນມາເວົ້າອີກ ແລະ ຫວັງວ່າສິ່ງດັ່ງກ່າວຈະບໍ່ເກີດຂຶ້ນອີກໃນອະນາຄົດ. ສິ່ງທີ່ລາວເຮັດນັ້ນເປັນຮອຍດ່າງພ້ອຍທີ່ຕິດຕົວພວກເຂົາໄປຕະຫຼອດຊີວິດ. ຄົນປົກກະຕິມີຄວາມຮູ້ສຶກລະອາຍ ແລະ ມີຂີດຈຳກັດຕໍ່າສຸດກ່ຽວກັບເລື່ອງລະຫວ່າງຍິງຊາຍ; ພວກເຂົາຈະຄວບຄຸມ ແລະ ຢັບຢັ້ງຕົນເອງ ແລະ ຈະບໍ່ເຮັດສິ່ງດັ່ງກ່າວ. ເຖິງແມ່ນວ່າພວກເຂົາຈະສູນເສຍການຄວບຄຸມຊົ່ວຄາວ ແລະ ເຮັດຜິດສິນທຳກັບເພດກົງກັນຂ້າມກໍຕາມ, ພວກເຂົາກໍຈະຮູ້ສຶກເສຍໃຈ. ພວກເຂົາຈະບໍ່ເຮັດຜິດຊໍ້າສອງ, ທັງຈະບໍ່ປ່ອຍຕົວປ່ອຍໃຈ ແລະ ປ່ອຍໃຫ້ຕົນເອງເສື່ອມຊາມລົງເມື່ອສະພາບແວດລ້ອມເອື້ອອຳນວຍ; ກົງກັນຂ້າມ ພວກເຂົາຈະຖືກຢັບຢັ້ງ. ສິ່ງນີ້ບັນລຸໄດ້ແນວໃດ? ມັນຄືຜົນດີທີ່ເຈົ້າໄດ້ຮັບຈາກການຖືກຈິດສຳນຶກ ແລະ ເຫດຜົນຂອງເຈົ້າຢັບຢັ້ງໄວ້. ຈິດສຳນຶກ ແລະ ເຫດຜົນຂອງເຈົ້າຈະຢັບຢັ້ງ ແລະ ຄວບຄຸມເຈົ້າ ພ້ອມທັງໃຫ້ຂີດຈຳກັດຕໍ່າສຸດແກ່ເຈົ້າ, ເຊິ່ງເປັນມາດຕະຖານຂັ້ນຕໍ່າສຸດຂອງເຈົ້າສຳລັບການປະຕິບັດຕໍ່ເລື່ອງດັ່ງກ່າວເຊັ່ນກັນ; ນັ້ນກໍຄື ສິ່ງເຫຼົ່ານີ້ຈະຊ່ວຍໃຫ້ເຈົ້າຫຼີກລ່ຽງການກ້າວຂ້າມຂີດຈຳກັດຕໍ່າສຸດນີ້ ແລະ ລະເວັ້ນຈາກການເຮັດສິ່ງດັ່ງກ່າວໄດ້. ເມື່ອຄວາມອ່ອນແອ ຫຼື ເຫດຜົນພິເສດບາງຢ່າງເຮັດໃຫ້ເຈົ້າບໍ່ສາມາດເອົາຊະນະຕັນຫາຂອງເຈົ້າໄດ້ຊົ່ວຄາວ ແລະ ດ້ວຍເຫດນີ້ຈຶ່ງເຮັດຜິດສິນທຳກັບເພດກົງກັນຂ້າມ, ເຈົ້າກໍຈະຮູ້ສຶກລັງກຽດ ແລະ ກຽດຊັງໃນສ່ວນເລິກຂອງຫົວໃຈຂອງເຈົ້າ ແລະ ເຖິງກັບຮູ້ສຶກຜິດໄປຕະຫຼອດຊີວິດ, ເຈົ້າຈະບໍ່ຍອມໃຫ້ເລື່ອງແບບບນີ້ເກີດຂຶ້ນເປັນຄັ້ງທີສອງໃນຊີວິດນີ້. ເຖິງຢ່າງໃດກໍຕາມ, ຜູ້ທີ່ບໍ່ແມ່ນມະນຸດບໍ່ສົນໃຈເມື່ອພວກເຂົາເຮັດສິ່ງດັ່ງກ່າວ. ພວກເຂົາເຖິງກັບປ່າວປະກາດເລື່ອງນີ້ໄປທົ່ວ ແລະ ເບິ່ງວ່າພວກເຂົາຢູ່ໃນລະດັບໃດເມື່ອທຽບກັບຄົນອື່ນ, ໂດຍຄິດວ່ານີ້ແມ່ນທັກສະ ແລະ ຄວາມສາມາດ, ເອີ້ນສິ່ງນີ້ວ່າການມີສະເໜ່ ແລະ ການໄດ້ປຽບ ແລະ ມັນຈະເປັນການເສຍໂອກາດຖ້າບໍ່ເຮັດ. ຖ້າຄົນປະເພດນີ້ມີໂອກາດ, ພວກເຂົາຈະເຮັດສິ່ງດັ່ງກ່າວອີກບໍ? ຄຳຕອບຄື ແນ່ນອນວ່າເຮັດ, ພວກເຂົາຈະເຮັດຢ່າງແນ່ນອນ. ພວກເຂົາບໍ່ເຄີຍຮູ້ສຶກບໍ່ສະບາຍໃຈທີ່ໄດ້ເຮັດສິ່ງດັ່ງກ່າວ, ແຕ່ກົງກັນຂ້າມ ພວກເຂົາພັດໂອ້ອວດກ່ຽວກັບສິ່ງເຫຼົ່ານັ້ນ. ສິ່ງນີ້ບໍ່ໜ້າລັງກຽດບໍ? (ໜ້າລັງກຽດ.) ມັນໜ້າຜິດຫວັງພໍແລ້ວທີ່ພວກເຂົາບໍ່ຮູ້ສຶກບໍ່ສະບາຍໃຈ, ແຕ່ພວກເຂົາຍັງໂອ້ອວດອີກ, ເຊິ່ງຍິ່ງໜ້າລັງກຽດຫຼາຍຂຶ້ນຕື່ມອີກ. ສິ່ງທີ່ພວກເຂົາເຮັດນັ້ນເຮັດໃຫ້ຄົນອື່ນຮູ້ສຶກດູຖູກ, ແຕ່ພວກເຂົາເອງພັດບໍ່ຮູ້ສຶກລະອາຍເລີຍ; ຄົນປະເພດນີ້ບໍ່ສົມຄວນຖືກເອີ້ນວ່າມະນຸດ. ພວກເຂົາມັກຈະເຮັດສິ່ງທີ່ໜ້າລະອາຍດັ່ງກ່າວ, ແຕ່ພວກເຂົາກໍບໍ່ຮູ້ສຶກລະອາຍໃຈ, ເສຍໃຈ ຫຼື ບໍ່ສະບາຍໃຈ ແລະ ຖ້າມີໂອກາດ ຫຼື ເງື່ອນໄຂເອື້ອອຳນວຍໃນອະນາຄົດ, ພວກເຂົາກໍຈະເຮັດສິ່ງເຫຼົ່ານັ້ນອີກ, ນີ້ແມ່ນການສະແດງອອກເຖິງການບໍ່ມີຄວາມຮູ້ສຶກລະອາຍໃຈ. ແລ້ວບອກເຮົາມາເບິ່ງດູວ່າ ຖ້າຄົນປະເພດນີ້ບໍ່ປະຕິບັດຄວາມຈິງ, ລາວຈະຮູ້ສຶກບໍ່ສະບາຍໃຈ ຫຼື ຮູ້ສຶກຜິດໃນໃຈບໍ? (ບໍ່.) ຖືກຕ້ອງແລ້ວ, ລາວກໍຈະບໍ່ຮູ້ສຶກບໍ່ສະບາຍໃຈ ຫຼື ຮູ້ສຶກຜິດໃນໃຈເຊັ່ນກັນ. ເປັນຫຍັງຈຶ່ງເປັນແນວນັ້ນ? (ເພາະວ່າລາວບໍ່ມີຈິດສຳນຶກ ຫຼື ເຫດຜົນ.) ເມື່ອເວົ້າເຖິງການເຮັດສິ່ງທີ່ໜ້າອັບອາຍ, ຄົນທີ່ບໍ່ມີຈິດສຳນຶກ ຫຼື ເຫດຜົນຈະບໍ່ຮູ້ສຶກລະອາຍໃຈເມື່ອເຮັດບາງສິ່ງທີ່ແມ່ນແຕ່ຜູ້ບໍ່ມີຄວາມເຊື່ອກໍຍັງເຫັນວ່າໜ້າອັບອາຍ, ທັງບໍ່ຮູ້ສຶກບໍ່ສະບາຍໃຈເມື່ອລາວເຮັດມັນລົງໄປ. ຖ້າເປັນແນວນັ້ນ ມັນກໍຍິ່ງເປັນໄປບໍ່ໄດ້ທີ່ລາວຈະຮູ້ສຶກບໍ່ສະບາຍໃຈເມື່ອລາວເຮັດສິ່ງທີ່ຂັດຕໍ່ຄວາມຈິງ, ຖືກບໍ? (ຖືກແລ້ວ.) ໃນສາຍຕາຂອງຜູ້ບໍ່ມີຄວາມເຊື່ອ, ການບໍ່ປະຕິບັດຄວາມຈິງ ແລະ ການບໍ່ໄລ່ຕາມເສາະຫາຄວາມຈິງເປັນເລື່ອງປົກກະຕິຫຼາຍ; ມັນບໍ່ໄດ້ຖືກຖືວ່າເປັນສິ່ງທີ່ໜ້າອັບອາຍ, ທັງບໍ່ໄດ້ຖືກຖືວ່າເປັນການຂັດຕໍ່ສິນທຳຂອງມະນຸດ, ເພາະວ່າຄົນສ່ວນໃຫຍ່ກໍເປັນແບບນັ້ນນັ້ນແຫຼະ. ດ້ວຍເຫດນັ້ນ, ມັນຈຶ່ງບໍ່ເຮັດໃຫ້ຄົນປະເພດນັ້ນຮູ້ສຶກຫຍັງເລີຍ. ຖ້າຄົນປົກກະຕິຖືກລິຮານຍ້ອນລາວບໍ່ໄດ້ປະຕິບັດຄວາມຈິງ ແລະ ເຮັດສິ່ງທີ່ຂັດຕໍ່ຫຼັກການ, ເນື່ອງຈາກລາວມີຈິດສຳນຶກ ແລະ ເຫດຜົນ, ລາວກໍຈະຮູ້ສຶກຖືກຈິດສໍານຶກຂອງຕົນເອງຕໍານິ ແລະ ຈິດສຳນຶກຂອງພວກເຂົາກໍຈະບໍ່ສະບາຍໃຈ. ແຕ່ເມື່ອຄົນທີ່ບໍ່ມີຈິດສຳນຶກ ແລະ ເຫດຜົນເຮັດສິ່ງທີ່ໜ້າບໍ່ອາຍ ຫຼື ສິ່ງທີ່ເຮັດໃຫ້ຄົນອື່ນດູຖູກ ແລະ ລັງກຽດ, ລາວຈະບໍ່ຮູ້ສຶກອຶດອັດ ຫຼື ບໍ່ສະບາຍໃຈ. ໃນມຸມມອງຂອງລາວ, ການທີ່ລາວບໍ່ປະຕິບັດຄວາມຈິງນັ້ນ ບໍ່ແມ່ນເລື່ອງປົກກະຕິທີ່ສຸດບໍ? ລາວບໍ່ມີຄວາມຮັບຮູ້ໃດໆເລີຍ, ສະນັ້ນ ຄົນປະເພດນີ້ຈຶ່ງໝົດຫວັງແລ້ວ.
ບອກເຮົາເບິ່ງ, ຜູ້ທີ່ສາມາດເຂົ້າໃຈຢ່າງຈະແຈ້ງເຖິງສິ່ງທີ່ຖືກ ແລະ ສິ່ງທີ່ຜິດ, ສິ່ງທີ່ຖືກຕ້ອງ ແລະ ບໍ່ຖືກຕ້ອງນັ້ນມີຈຳນວນຫຼາຍບໍ? ຈົ່ງເບິ່ງຜູ້ຄົນທີ່ຢູ່ອ້ອມຂ້າງພວກເຈົ້າ, ລວມທັງຄອບຄົວ, ໝູ່ເພື່ອນ ແລະ ເພື່ອນຮ່ວມງານ ແລະ ຈາກນັ້ນກໍເບິ່ງອ້າຍເອື້ອຍນ້ອງ. ໃນບັນດາຄົນເຫຼົ່ານີ້, ຜູ້ທີ່ສາມາດແຍກແຍະ ແລະ ເຂົ້າໃຈຢ່າງຈະແຈ້ງເຖິງສິ່ງທີ່ຖືກ ແລະ ຜິດ ແລະ ສິ່ງທີ່ຖືກຕ້ອງ ແລະ ບໍ່ຖືກຕ້ອງນັ້ນມີຈຳນວນຫຼາຍ ຫຼື ໜ້ອຍ? (ໜ້ອຍຫຼາຍ). ມີບໍ່ຫຼາຍຄົນທີ່ສາມາດຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ. ເວົ້າໄດ້ວ່າ ໃນໂລກນີ້, ມີຄົນບໍ່ຫຼາຍຄົນທີ່ມີຄວາມເປັນມະນຸດທີ່ຊື່ກົງ ແລະ ມີເມດຕາ, ມີບໍ່ຫຼາຍຄົນທີ່ຍຸຕິທຳ ແລະ ເປັນກາງໃນຄຳເວົ້າ ແລະ ການກະທຳຂອງພວກເຂົາ ແລະ ບໍ່ເຮັດສິ່ງທີ່ຊົ່ວຮ້າຍຕາມອຳເພີໃຈ ແລະ ມີບໍ່ຫຼາຍຄົນທີ່ເວົ້າຢ່າງສົມເຫດສົມຜົນ ແລະ ບໍ່ໃຊ້ເຫດຜົນທີ່ບິດເບືອນ. ໂດຍສະເພາະໃນທ່າມກາງຜູ້ບໍ່ມີຄວາມເຊື່ອ, ຄົນດັ່ງກ່າວຍິ່ງມີໜ້ອຍເກີນໄປ. ເມື່ອເຈົ້າພົບປະກັບຜູ້ບໍ່ມີຄວາມເຊື່ອຄົນໃດກໍຕາມ, ເຈົ້າພຽງແຕ່ຕ້ອງໄດ້ຍິນພວກເຂົາເວົ້າກໍຮູ້ແລ້ວວ່າພວກເຂົາເປັນຄົນປະເພດໃດ. ມີຄວາມບໍ່ຖືກຕ້ອງ ແລະ ການເຈືອປົນຫຼາຍເກີນໄປໃນຄຳເວົ້າຂອງຜູ້ບໍ່ມີຄວາມເຊື່ອ. ສ່ວນໃຫຍ່ແລ້ວພວກເຂົາບໍ່ໄດ້ເວົ້າຢ່າງຍຸຕິທຳ ແລະ ເປັນກາງ; ພວກເຂົາເວົ້າໂດຍອີງໃສ່ຄວາມຮູ້ສຶກຂອງພວກເຂົາ ແລະ ເພື່ອປົກປ້ອງຜົນປະໂຫຍດຂອງພວກເຂົາເອງ. ບໍ່ວ່າພວກເຂົາຈະເວົ້າຄຳເວົ້າທີ່ຜິດພາດໃດໆ ຫຼື ເຮັດສິ່ງທີ່ຜິດພາດໃດໆກໍຕາມ, ໃນສ່ວນເລິກຂອງຫົວໃຈຂອງພວກເຂົາແລ້ວ ພວກເຂົາກໍບໍ່ມີຄວາມຮັບຮູ້ກ່ຽວກັບມັນເລີຍ. ໃນຖານະຜູ້ທີ່ເຊື່ອໃນພຣະເຈົ້າ, ຖ້າຄົນໃດຄົນໜຶ່ງເປັນຄືກັບຜູ້ບໍ່ມີຄວາມເຊື່ອ ທີ່ບໍ່ຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງໃນຄຳເວົ້າ ແລະ ການກະທຳຂອງພວກເຂົາ ແລະ ເຖິງແມ່ນວ່າຄຳເວົ້າທີ່ພວກເຂົາເວົ້າ ແລະ ມຸມມອງທີ່ພວກເຂົາຍຶດຖືນັ້ນຜິດ, ພວກເຂົາກໍຍັງຄົງຍຶດໝັ້ນກັບພວກມັນຢ່າງຫຼັບຫູຫຼັບຕາ, ໂດຍຖືວ່າມຸມມອງທີ່ຜິດນັ້ນແມ່ນສິ່ງທີ່ເປັນບວກ ແລະ ເປັນຄວາມຈິງ ແລະ ເຖິງກັບໃຊ້ມຸມມອງດັ່ງກ່າວເພື່ອແທນທີ່ຄວາມຈິງ ແລະ ພຣະທຳຂອງພຣະເຈົ້າ, ແລ້ວມັນຍັງມີຄວາມຫວັງໃດໆທີ່ຄົນປະເພດນີ້ຈະໄດ້ຮັບຄວາມລອດພົ້ນບໍ? (ບໍ່ມີ). ບາງຄົນເຊື່ອໃນພຣະເຈົ້າມາຊາວ ຫຼື ສາມສິບປີ ຫຼື ເຖິງກັບຕະຫຼອດຊີວິດ, ແຕ່ພວກເຂົາບໍ່ເຄີຍຮູ້ວ່າສິ່ງທີ່ເປັນບວກແມ່ນຫຍັງ ແລະ ສິ່ງທີ່ເປັນລົບແມ່ນຫຍັງ, ທັງບໍ່ເຄີຍຊັດເຈນວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ. ຕາບໃດທີ່ບາງສິ່ງບາງຢ່າງເປັນປະໂຫຍດຕໍ່ພວກເຂົາ, ພວກເຂົາກໍມັກມັນ ແລະ ປົກປ້ອງມັນ; ຖ້າມັນບໍ່ເປັນປະໂຫຍດຕໍ່ພວກເຂົາ, ພວກເຂົາກໍເວົ້າວ່າມັນບໍ່ດີ ແລະ ຜິດ ແລະ ປະຕິເສດມັນ. ພວກເຂົາດຳລົງຊີວິດມາຈົນເຖິງປັດຈຸບັນດ້ວຍປັດຊະຍາ ແລະ ທັດສະນະຄະຕິສຳລັບການດຳລົງຊີວິດທາງໂລກດັ່ງກ່າວ, ແຕ່ກໍຍັງອ້າງວ່າພວກເຂົາເຊື່ອໃນພຣະເຈົ້າ ແລະ ຕ້ອງການໄດ້ຮັບຄວາມລອດພົ້ນ, ນີ້ບໍ່ແມ່ນເລື່ອງຕະຫຼົກບໍ? (ແມ່ນແລ້ວ). ພວກເຂົາຍັງອ້າງວ່າພວກເຂົາເປັນຜູ້ຕິດຕາມພຣະເຈົ້າ ແລະ ເປັນພະຍານໃຫ້ກັບພຣະເຈົ້າ. ພວກເຂົາຈະໃຊ້ຫຍັງເພື່ອເປັນພະຍານໃຫ້ກັບພຣະເຈົ້າ? ພວກເຂົາຮອດບໍ່ຮູ້ຊ້ຳວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ, ແຕ່ພວກເຂົາກໍອ້າງວ່າພວກເຂົາຢາກເປັນພະຍານໃຫ້ກັບພຣະເຈົ້າ, ນີ້ບໍ່ແມ່ນເລື່ອງໄຮ້ສາລະຢ່າງສິ້ນເຊີງບໍ? ພຣະເຈົ້າຈະໃຊ້ຄົນເບົາປັນຍາແບບນັ້ນເພື່ອເປັນພະຍານໃຫ້ກັບພຣະອົງບໍ? (ບໍ່). ມັນຈະເປັນຄວາມເສຍກຽດສຳລັບພຣະເຈົ້າ ຖ້າຄົນປະເພດນັ້ນເປັນພະຍານໃຫ້ກັບພຣະອົງ. ພວກເຂົາບໍ່ເຄີຍຮູ້ສຶກວ່າສິ່ງໃດທີ່ພຣະເຈົ້າເຮັດນັ້ນຖືກຕ້ອງ. ເມື່ອປະເມີນໂດຍໃຊ້ຄວາມຄິດ ແລະ ມຸມມອງຂອງພວກເຂົາ, ຫຼາຍສິ່ງຫຼາຍຢ່າງທີ່ພຣະເຈົ້າເຮັດນັ້ນບໍ່ສອດຄ່ອງກັບຄວາມຄິດ ແລະ ມຸມມອງຂອງພວກເຂົາ, ທັງບໍ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງພວກເຂົາ ແລະ ແນ່ນອນວ່າ ພວກມັນກໍບໍ່ສອດຄ່ອງກັບຜົນປະໂຫຍດທາງເນື້ອໜັງຂອງພວກເຂົາເຊັ່ນກັນ. ຫຼາຍຄັ້ງ, ພຣະທຳຂອງພຣະເຈົ້າ ຫຼື ວຽກງານຂອງພຣະເຈົ້າກໍຂັດກັບຄວາມຕ້ອງການຂອງພວກເຂົາ, ຄວາມປາຖະໜາ ແລະ ຄວາມທະເຍີທະຍານສ່ວນຕົວຂອງພວກເຂົາ ແລະ ຜົນປະໂຫຍດສ່ວນຕົວທຸກປະເພດຂອງພວກເຂົາ. ດ້ວຍເຫດນັ້ນ, ສຳລັບບາງຄົນທີ່ເຊື່ອໃນພຣະເຈົ້າມາເປັນເວລາສິບ ຫຼື ຊາວປີ, ມັນຍາກຫຼາຍທີ່ຈະໃຫ້ພວກເຂົາເວົ້າຄຳເວົ້າທີ່ອອກມາຈາກໃຈແມ່ນແຕ່ຄຳດຽວ, ເຊິ່ງກໍຄືການເວົ້າວ່າທຸກສິ່ງທີ່ພຣະເຈົ້າເຮັດນັ້ນຖືກຕ້ອງ ແລະ ບໍ່ມີຄວາມຜິດພາດເລີຍ. ສາມາດເວົ້າໄດ້ວ່າມີບາງສິ່ງບາງຢ່າງເຊື່ອງຊ້ອນຢູ່ໃນໃຈຂອງພວກເຂົາ. ຫຼັງຈາກທີ່ເຊື່ອໃນພຣະເຈົ້າມາຫຼາຍປີ, ພວກເຂົາກໍມີປະສົບການໂດຍກົງຄື: ພວກເຂົາຮູ້ສຶກວ່າຄວາມປາຖະໜາຂອງພວກເຂົາບໍ່ໄດ້ຮັບການຕອບສະໜອງ; ພວກເຂົາຈຶ່ງຢາກເປັນເຈົ້າໜ້າທີ່ລັດແຕ່ກໍບໍ່ໄດ້ເປັນ ແລະ ຢາກໄດ້ຮັບພອນແຕ່ກໍບໍ່ໄດ້ຮັບ. ເບິ່ງຄືວ່າເຮືອນຂອງພຣະເຈົ້າປະຕິບັດຕໍ່ພວກເຂົາຢ່າງບໍ່ຍຸຕິທຳ. ພວກເຂົາມີຄວາມຄັບແຄ້ນໃຈ ແລະ ຄວາມຮູ້ສຶກວ່າຖືກປະຕິບັດຢ່າງບໍ່ເປັນທຳໃນໃຈຂອງພວກເຂົາ ເຊິ່ງພວກເຂົາຢາກຈະເວົ້າອອກມາແຕ່ກໍເວົ້າບໍ່ໄດ້; ພວກເຂົາຢ້ານວ່າຖ້າພວກເຂົາເວົ້າອອກມາ, ພວກເຂົາຈະລ່ວງເກີນພຣະເຈົ້າ, ໃຫ້ຂໍ້ຈັບຜິດແກ່ຄົນອື່ນເພື່ອໃຊ້ຕໍ່ຕ້ານພວກເຂົາ ຫຼື ບໍ່ສາມາດຮັກສາພາບລັກທີ່ດີຂອງພວກເຂົາໃນໃຈຂອງຜູ້ຄົນໄວ້ໄດ້. ດັ່ງນັ້ນ, ພວກເຂົາຈຶ່ງເກັບກົດຫຼາຍສິ່ງຫຼາຍຢ່າງໄວ້ໃນໃຈ. ການທີ່ພວກເຂົາບໍ່ໄດ້ເວົ້າມັນອອກມາ ບໍ່ໄດ້ໝາຍຄວາມວ່າພວກເຂົາບໍ່ມີຄວາມຄິດ ຫຼື ບາງສິ່ງບາງຢ່າງຢູ່ໃນໃຈຂອງພວກເຂົາ. ແລ້ວສິ່ງທີ່ເອີ້ນວ່າ “ສິ່ງຕ່າງໆ” ເຫຼົ່ານີ້ແມ່ນຫຍັງ? ສິ່ງເຫຼົ່ານີ້ບໍ່ແມ່ນຄວາມເຂົ້າໃຈ ແລະ ຄວາມຮູ້ທີ່ເປັນບວກຂອງຄົນເຫຼົ່ານີ້ກ່ຽວກັບພຣະເຈົ້າ ແລະ ວຽກງານຂອງພຣະອົງ, ແຕ່ເປັນຄວາມບໍ່ເຂົ້າໃຈ, ການຕໍ່ຕ້ານ ແລະ ຄວາມຄຽດແຄ້ນຂອງພວກເຂົາຕໍ່ພຣະເຈົ້າ, ພ້ອມທັງຄວາມຄັບແຄ້ນໃຈທີ່ພວກເຂົາເຊື່ອວ່າພວກເຂົາໄດ້ທົນທຸກ, ເຊິ່ງສະສົມມາຕະຫຼອດຫຼາຍປີແຫ່ງການເຊື່ອໃນພຣະເຈົ້າ. ແຕ່ຍ້ອນວ່າຜູ້ທີ່ພວກເຂົາເຊື່ອແມ່ນພຣະເຈົ້າ, ພວກເຂົາຈຶ່ງບໍ່ສາມາດເວົ້າມັນອອກມາໄດ້. ເປັນຫຍັງຈຶ່ງມີຫຼາຍສິ່ງຫຼາຍຢ່າງໃນໃຈຂອງພວກເຂົາທີ່ພວກເຂົາບໍ່ສາມາດເວົ້າອອກມາໄດ້? ມັນມີເຫດຜົນຢູ່ເບື້ອງຫຼັງສິ່ງນີ້ເຊັ່ນກັນ. ພຽງແຕ່ຈຸດນີ້ກໍພຽງພໍແລ້ວທີ່ຈະສະແດງໃຫ້ເຫັນວ່າ ພວກເຂົາບໍ່ໄດ້ເຂົ້າໃຈຄວາມຈິງຢ່າງແທ້ຈິງ ເຖິງແມ່ນວ່າຈະເຊື່ອໃນພຣະເຈົ້າມາຫຼາຍປີກໍຕາມ. ພວກເຂົາບໍ່ໄດ້ຈິງຈັງກັບການໄລ່ຕາມເສາະຫາຄວາມຈິງໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ. ບໍ່ວ່າຈະມີຫຍັງເກີດຂຶ້ນກັບພວກເຂົາກໍຕາມ, ພວກເຂົາບໍ່ໄດ້ເບິ່ງສິ່ງຕ່າງໆໂດຍອີງຕາມພຣະທຳຂອງພຣະເຈົ້າ, ທັງບໍ່ໄດ້ໄລ່ຕາມເສາະຫາຄວາມຈິງເພື່ອຊອກຫາເສັ້ນທາງແຫ່ງການປະຕິບັດ. ພວກເຂົາບໍ່ເຄີຍຍອມຮັບພຣະທຳຂອງພຣະເຈົ້າວ່າເປັນຄວາມຈິງ ແລະ ເປັນຊີວິດ. ພວກເຂົາບໍ່ໄດ້ທະນຸຖະໜອມ ຫຼື ໃຫ້ຄຸນຄ່າແກ່ຄວາມຈິງ, ທັງບໍ່ໄດ້ຈິງຈັງກ່ຽວກັບວິທີການປະຕິບັດຄວາມຈິງ. ຕະຫຼອດຫຼາຍປີທີ່ພວກເຂົາເຊື່ອໃນພຣະເຈົ້າ, ພວກເຂົາຍືນຢູ່ຝ່າຍກົງກັນຂ້າມກັບພຣະເຈົ້າຢູ່ສະເໝີ, ໂດຍກວດສອບ, ສອດຮູ້ສອດເຫັນ ແລະ ຕັ້ງຄຳຖາມຕໍ່ພຣະທຳຂອງພຣະເຈົ້າ, ເຖິງກັບຕໍ່ຕ້ານພຣະທຳຂອງພຣະເຈົ້າ ຫຼື ປະເມີນ ແລະ ຕັດສິນພຣະທຳ ແລະ ວຽກງານຂອງພຣະເຈົ້າດ້ວຍສິ່ງທີ່ພວກເຂົາເອີ້ນວ່າມຸມມອງທີ່ຖືກຕ້ອງຂອງພວກເຂົາ. ສະນັ້ນ, ຫຼັງຈາກທີ່ເຊື່ອໃນພຣະເຈົ້າມາເປັນເວລາຫຼາຍປີ, ໃນທີ່ສຸດພວກເຂົາກໍເວົ້າບາງສິ່ງບາງຢ່າງອອກມາຈາກໃຈວ່າ: “ຂ້ອຍໄດ້ຮັບຫຍັງແດ່ຈາກການເຊື່ອໃນພຣະເຈົ້າ?” ຄວາມໝາຍແຝງກໍຄື ພວກເຂົາບໍ່ໄດ້ຮັບຫຍັງເລີຍຈາກການເຊື່ອໃນພຣະເຈົ້າ. ໃນໃຈຂອງພວກເຂົາ, ພວກເຂົາເຊື່ອວ່າພວກເຂົາໄດ້ທົນທຸກຫຼາຍ ແລະ ໄດ້ຈ່າຍລາຄາຫຼາຍຢ່າງໃນການປະຕິບັດໜ້າທີ່ຂອງພວກເຂົາໃນເຮືອນຂອງພຣະເຈົ້າຕະຫຼອດຫຼາຍປີທີ່ຜ່ານມາ, ແຕ່ຄວາມປາຖະໜາຂອງພວກເຂົາທີ່ຈະໄດ້ຮັບພອນ ແລະ ຄວາມປາຖະໜາຂອງພວກເຂົາທີ່ຈະໄລ່ຕາມຊື່ສຽງ ແລະ ຜົນປະໂຫຍດນັ້ນບໍ່ໄດ້ຮັບການຕອບສະໜອງ. ບາງຄົນເຖິງກັບເຊື່ອວ່າພຣະເຈົ້າບໍ່ໄດ້ແກ້ໄຂຄວາມບໍ່ເປັນທຳທີ່ພວກເຂົາໄດ້ຮັບ, ສະນັ້ນ ພວກເຂົາຈຶ່ງຮູ້ສຶກຕໍ່ຕ້ານ, ຄຽດແຄ້ນ ແລະ ເຕັມໄປດ້ວຍຄວາມຄັບແຄ້ນໃຈຢູ່ພາຍໃນ. ເພື່ອເຫັນແກ່ການໄດ້ຮັບພອນ ແລະ ເພື່ອເຫັນແກ່ຈຸດໝາຍປາຍທາງຂອງພວກເຂົາ, ພວກເຂົາບໍ່ມີທາງເລືອກອື່ນນອກຈາກຕ້ອງຝືນໃຈປະຕິບັດໜ້າທີ່ຂອງພວກເຂົາເລັກໜ້ອຍ ແລະ ເຮັດວຽກງານເລັກໜ້ອຍໃນເຮືອນຂອງພຣະເຈົ້າ, ແຕ່ໃນທີ່ສຸດ, ຄວາມຫວັງຂອງພວກເຂົາກໍສູນເປົ່າ ແລະ ພວກເຂົາກໍບໍ່ໄດ້ຮັບຫຍັງເລີຍ. ມີຄົນແບບນີ້ຢູ່ບໍ? ຢ່າງໜ້ອຍກໍມີຄົນປະເພດນີ້ຢູ່ສ່ວນໜຶ່ງ. ການທີ່ພວກເຂົາບໍ່ໄດ້ຮັບຫຍັງເລີຍຫຼັງຈາກທີ່ເຊື່ອໃນພຣະເຈົ້າມາຫຼາຍປີແມ່ນເປັນຍ້ອນບັນຫາຂອງພວກເຂົາເອງ. ພວກເຂົາບໍ່ມີຄວາມສາມາດໃນການຢັ່ງຮູ້ ຫຼື ເຂົ້າໃຈຄວາມຈິງ ແລະ ພວກເຂົາຕິດຕາມພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງພວກເຂົາດ້ວຍເຈດຕະນາທີ່ຈະໄດ້ຮັບພອນ. ເຖິງແມ່ນວ່າພວກເຂົາໄດ້ສະລະຕົນຢ່າງຈິງໃຈໃນລະດັບໜຶ່ງ ພ້ອມທັງໄດ້ຈ່າຍລາຄາຢ່າງຫຼວງຫຼາຍ ແລະ ທົນທຸກຫຼາຍກໍຕາມ, ພວກເຂົາກໍບໍ່ເຄີຍສົນໃຈໃນພຣະທຳທີ່ພຣະເຈົ້າກ່າວ ຫຼື ຄວາມຈິງທີ່ພຣະເຈົ້າສະແດງອອກ. ພວກເຂົາບໍ່ເຄີຍຍອມຮັບສິ່ງເຫຼົ່ານັ້ນເຂົ້າໄປໃນໃຈຂອງພວກເຂົາ, ທັງບໍ່ເຄີຍຈິງຈັງກັບການປະຕິບັດຄວາມຈິງເລີຍ. ດ້ວຍເຫດນັ້ນ, ພວກເຂົາຈຶ່ງບໍ່ເຄີຍຮູ້ວ່າພວກເຂົາມີຄວາມເປັນຈິງຄວາມຈິງ ຫຼື ບໍ່. ພວກເຂົາຄິດວ່າ “ພວກເຮົາສາມາດໂອ້ລົມກ່ຽວກັບຄວາມຈິງ ແລະ ພວກເຮົາເຂົ້າໃຈຄວາມຈິງບາງຢ່າງ, ແລ້ວຈະເວົ້າໄດ້ແນວໃດວ່າພວກເຮົາບໍ່ມີຄວາມເປັນຈິງຄວາມຈິງ?” ແຕ່ພວກເຂົາກໍບໍ່ສາມາດຂຽນຄຳພະຍານຈາກປະສົບການທີ່ແທ້ຈິງໄດ້ແມ່ນແຕ່ບົດດຽວ, ແລ້ວຄວາມເປັນຈິງຄວາມຈິງຂອງພວກເຂົານີ້ຢູ່ໃສ? ການກະທຳ ແລະ ພຶດຕິກຳຂອງພວກເຂົາຍັງຄົງຄືກັນກັບຜູ້ບໍ່ມີຄວາມເຊື່ອ; ພຽງແຕ່ວ່າພຶດຕິກຳຂອງພວກເຂົາປ່ຽນແປງໄປເລັກໜ້ອຍເມື່ອທຽບກັບຜູ້ບໍ່ມີຄວາມເຊື່ອ. ດ້ວຍວິທີການ ແລະ ແນວທາງໃນການປະພຶດຕົນຂອງພວກເຂົາ ພ້ອມທັງຄວາມຄິດ ແລະ ມຸມມອງຂອງພວກເຂົາຕໍ່ເຫດການ ແລະ ສິ່ງຕ່າງໆທັງໝົດ, ໂດຍສະເພາະກ່ຽວກັບສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບ ແລະ ກ່ຽວກັບວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ, ພວກເຂົາບໍ່ເຄີຍເບິ່ງສິ່ງຕ່າງໆໂດຍອີງໃສ່ພຣະທຳຂອງພຣະເຈົ້າ ຫຼື ຄວາມຈິງເລີຍ. ກົງກັນຂ້າມ, ພວກເຂົາເບິ່ງທຸກສິ່ງຕາມຄວາມຄິດ ແລະ ມຸມມອງຂອງພວກເຂົາເອງ. ພວກເຂົາເຊື່ອວ່າສິ່ງໃດກໍຕາມທີ່ພວກເຂົາມັກແມ່ນສິ່ງທີ່ເປັນບວກ ແລະ ສິ່ງໃດກໍຕາມທີ່ພວກເຂົາກຽດຊັງແມ່ນສິ່ງທີ່ເປັນລົບ. ພວກເຂົາບໍ່ເຄີຍເບິ່ງຜູ້ຄົນ ແລະ ສິ່ງຕ່າງໆໂດຍໃຊ້ພຣະທຳຂອງພຣະເຈົ້າເປັນພື້ນຖານ ແລະ ພວກເຂົາກໍບໍ່ເຄີຍສະແຫວງຫາຄວາມຈິງ ຫຼື ຍອມຮັບຄວາມຈິງໃນຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ພວກເຂົາພົບພໍ້, ພວກເຂົາພຽງແຕ່ເຮັດຕາມຄວາມຄິດທີ່ຕົນເອງປາຖະໜາເພື່ອປະຕິບັດ, ດຳລົງຊີວິດ ແລະ ປະຕິບັດໜ້າທີ່ຂອງພວກເຂົາຕາມຄວາມປາຖະໜາ, ເຈດຕະນາ ແລະ ຄວາມມັກຂອງພວກເຂົາເອງ. ພວກເຂົາເຊື່ອວ່າຄວາມສາມາດຂອງພວກເຂົາໃນການປະຖິ້ມສິ່ງຕ່າງໆ, ສະລະຕົນ, ທົນທຸກ ແລະ ຈ່າຍລາຄາໝາຍຄວາມວ່າພວກເຂົາໄດ້ສ້າງຄຸນງາມຄວາມດີອັນໃຫຍ່ຫຼວງຕໍ່ພຣະເຈົ້າແລ້ວ; ພວກເຂົາຄິດວ່ານີ້ຄືຄວາມໝາຍຂອງການເຊື່ອໃນພຣະເຈົ້າ ແລະ ວ່ານີ້ຄືການໄລ່ຕາມເສາະຫາຄວາມຈິງ. ພວກເຂົາເຊື່ອໃນພຣະເຈົ້າທີ່ພວກເຂົາຈິນຕະນາການໃນໃຈຂອງພວກເຂົາຕາມວິທີທາງຂອງພວກເຂົາເອງ ແລະ ໄລ່ຕາມເສາະຫາຄວາມຈິງຕາມວິທີທາງຂອງພວກເຂົາເອງ. ເມື່ອພວກເຂົາຖືກລິຮານຍ້ອນມັກກະທຳການຕາມອຳເພີໃຈ ແລະ ໂດຍບໍ່ຄິດໜ້າຄິດຫຼັງຕາມຄວາມປະສົງຂອງພວກເຂົາເອງໃນການປະຕິບັດໜ້າທີ່ຂອງຕົນ ຫຼື ເມື່ອພວກເຂົາບໍ່ຖືກນຳໃຊ້ສຳລັບໜ້າວຽກທີ່ສຳຄັນໃນເຮືອນຂອງພຣະເຈົ້າ, ພວກເຂົາກໍຮູ້ສຶກທໍ້ແທ້ ແລະ ຜິດຫວັງ. ໃນທີ່ສຸດ, ພວກເຂົາກໍສະຫຼຸບທຸກຢ່າງອອກມາເປັນຄຳເວົ້າດຽວວ່າ: “ຂ້ອຍໄດ້ຮັບຫຍັງແດ່ຈາກການເຊື່ອໃນພຣະເຈົ້າມາເປັນເວລາຫຼາຍປີ?” ພວກເຂົາບໍ່ໄດ້ຮັບຫຍັງເລີຍແທ້ໆ. ເຫດຜົນທີ່ພວກເຂົາບໍ່ໄດ້ຮັບຄວາມຈິງກໍຄື ພວກເຂົາບໍ່ໄດ້ໄລ່ຕາມເສາະຫາຄວາມຈິງ; ຈະໂທດພຣະເຈົ້າສຳລັບເລື່ອງນີ້ບໍ່ໄດ້. ນີ້ກໍຍ້ອນວ່າພຣະເຈົ້າບໍ່ໄດ້ລຳອຽງຕໍ່ຜູ້ຄົນ ແລະ ຄວາມຈິງກໍບໍ່ລຳອຽງເຊັ່ນກັນ. ການທີ່ເຈົ້າບໍ່ໄດ້ຮັບຄວາມຈິງນັ້ນ ບໍ່ແມ່ນຍ້ອນວ່າພຣະເຈົ້າບໍ່ໄດ້ໃຫ້ໂອກາດແກ່ເຈົ້າ ຫຼື ຍ້ອນວ່າພຣະອົງບໍ່ໄດ້ໃຫ້ເຈົ້າໄດ້ຍິນພຣະທຳຂອງພຣະອົງ, ແຕ່ເປັນຍ້ອນວ່າເຈົ້າໄດ້ຍິນພຣະທຳຂອງພຣະເຈົ້າແລ້ວ ແຕ່ບໍ່ໄດ້ໄຕ່ຕອງ, ຄິດກ່ຽວກັບ, ປະຕິບັດ ຫຼື ປະສົບກັບພຣະທຳເຫຼົ່ານັ້ນ. ມັນເປັນຍ້ອນວ່າເຈົ້າບໍ່ຮັກຄວາມຈິງ ເຈົ້າຈຶ່ງບໍ່ຍອມຮັບມັນ. ພຣະເຈົ້າບໍ່ໄດ້ປິດຕາຂອງເຈົ້າໄວ້ ຫຼື ປິດກັ້ນຫົວໃຈຂອງເຈົ້າ; ກົງກັນຂ້າມ, ມັນແມ່ນຄວາມມັກຂອງເຈົ້າ ແລະ ຄວາມໄຮ້ເຫດຜົນຂອງເຈົ້າທີ່ປິດກັ້ນຫົວໃຈຂອງເຈົ້າ ຈົນເຮັດໃຫ້ເຈົ້າບໍ່ສາມາດຍອມຮັບຄວາມຈິງໄດ້. ການທີ່ເຈົ້າບໍ່ໄດ້ຮັບຄວາມຈິງນັ້ນ ບໍ່ແມ່ນຍ້ອນວ່າພຣະເຈົ້າບໍ່ໄດ້ສະໜອງມັນໃຫ້ກັບເຈົ້າ, ແຕ່ເປັນຍ້ອນວ່າເຈົ້າບໍ່ເຄີຍມັກອ່ານພຣະທຳຂອງພຣະເຈົ້າ ແລະ ເຈົ້າບໍ່ຍອມຮັບພຣະທຳຂອງພຣະເຈົ້າ ຫຼື ຄວາມຈິງເຂົ້າໄປໃນໃຈຂອງເຈົ້າ. ເຈົ້າປະຕິບັດຕໍ່ຄວາມເຊື່ອ ແລະ ມຸມມອງຂອງເຈົ້າເອງວ່າເປັນຄວາມຈິງທີ່ເຈົ້າຈະໄລ່ຕາມ ແລະ ອ່ອນນ້ອມຕໍ່, ເຈົ້າຢາກໃຫ້ຜູ້ຄົນນະມັດສະການເຈົ້າໃນຖານະພຣະເຈົ້າບໍ? ພຣະທຳຂອງພຣະເຈົ້າ ແລະ ວຽກງານຂອງພຣະເຈົ້າເປັນພຽງພິທີການ, ເປັນສູດສຳເລັດສຳລັບເຈົ້າ; ເຈົ້າບໍ່ໄດ້ໄລ່ຕາມເສາະຫາຄວາມຈິງ ແລະ ຊີວິດເລີຍ. ສະນັ້ນ, ການທີ່ເຈົ້າເຊື່ອໃນພຣະເຈົ້າຈຶ່ງສາມາດຈົບລົງໄດ້ພຽງວິທີດຽວເທົ່ານັ້ນ, ນັ້ນກໍຄື ການທີ່ເຈົ້າບໍ່ໄດ້ຮັບຫຍັງເລີຍແທ້ໆ. ເປັນຫຍັງເຈົ້າຈຶ່ງບໍ່ໄດ້ຮັບຄວາມຈິງ? ນີ້ບໍ່ແມ່ນຍ້ອນວ່າພຣະເຈົ້າບໍ່ໄດ້ປະທານພຣະຄຸນໃຫ້ແກ່ເຈົ້າ, ແຕ່ເປັນຍ້ອນເສັ້ນທາງທີ່ເຈົ້າຍ່າງດ້ວຍຕົນເອງ. ພຣະເຈົ້າໄດ້ໃຫ້ໂອກາດແກ່ເຈົ້າຢ່າງຫຼວງຫຼາຍ ພ້ອມທັງເຕືອນສະຕິ ແລະ ຊ່ວຍເຫຼືອເຈົ້າຢ່າງຈິງຈັງ ແລະ ຢ່າງອົດທົນ, ແຕ່ເຈົ້າກໍບໍ່ສົນໃຈ. ທັງເຈົ້າກໍບໍ່ຍອມຮັບການຖືກລິຮານເຊັ່ນກັນ. ເຈົ້າມັກຈະໄລ່ຕາມການໄດ້ຮັບພອນ ຫຼື ໄລ່ຕາມຊື່ສຽງ ແລະ ສະຖານະ, ໂດຍບໍ່ເຄີຍລົ້ມເລີກເລີຍ. ການທີ່ໃນທີ່ສຸດເຈົ້າບໍ່ໄດ້ຮັບຄວາມຈິງນັ້ນ ເກີດຈາກເສັ້ນທາງທີ່ເຈົ້າໄດ້ຍ່າງດ້ວຍຕົນເອງຢ່າງສິ້ນເຊີງ. ເຈົ້າບໍ່ໄດ້ຍ່າງໃນເສັ້ນທາງແຫ່ງການໄລ່ຕາມເສາະຫາຄວາມຈິງ. ສິ່ງນີ້ບໍ່ມີຫຍັງກ່ຽວຂ້ອງກັບພຣະເຈົ້າເລີຍ. ພຣະເຈົ້າບໍ່ໄດ້ລຳອຽງຕໍ່ຜູ້ຄົນ ແລະ ຄວາມຈິງກໍບໍ່ລຳອຽງເຊັ່ນກັນ. ບໍ່ວ່າການຈັດປະເພດຂອງເຈົ້າຈະເປັນແນວໃດກໍຕາມ, ຕາບໃດທີ່ເຈົ້າເປັນມະນຸດ, ແລ້ວເຖິງແມ່ນຈະສົມມຸດວ່າຄວາມສາມາດໃນການຢັ່ງຮູ້ຄວາມຈິງຂອງເຈົ້າອາດຈະດ້ອຍກວ່າຄົນປົກກະຕິເລັກໜ້ອຍກໍຕາມ, ຖ້າເຈົ້າຍັງສາມາດຟັງພຣະທຳຂອງພຣະເຈົ້າດ້ວຍຫົວໃຈຂອງເຈົ້າ, ຍອມຮັບພຣະທຳຂອງພຣະເຈົ້າ ແລະ ປະຕິບັດຕາມພຣະທຳຂອງພຣະເຈົ້າ, ເຖິງແມ່ນວ່າຄວາມຈິງແລ້ວເຈົ້າອາດຈະເຂົ້າໃຈພຽງແຕ່ຫຼັກຄຳສອນບາງຢ່າງເທົ່ານັ້ນ ແລະ ປະຕິບັດຕາມລະບຽບການບາງຢ່າງກໍຕາມ, ເຈົ້າກໍຍັງສາມາດໄດ້ຮັບບາງສິ່ງບາງຢ່າງ. ຄົນສ່ວນໃຫຍ່ສາມາດເຮັດສິ່ງນີ້ໄດ້, ແລ້ວເປັນຫຍັງເຈົ້າຈຶ່ງເຮັດບໍ່ໄດ້? ຄົນອື່ນກໍຟັງຄຳເທດສະໜາ ແລະ ປະຕິບັດໜ້າທີ່ຂອງພວກເຂົາຄືກັນ, ແລ້ວເປັນຫຍັງພວກເຂົາຈຶ່ງສາມາດໄດ້ຮັບຄວາມຈິງ, ປະຕິບັດໜ້າທີ່ຂອງພວກເຂົາໃຫ້ໄດ້ມາດຕະຖານ ພ້ອມທັງປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ອ່ອນນ້ອມຕໍ່ພຣະເຈົ້າໄດ້, ແຕ່ເຈົ້າພັດເຮັດບໍ່ໄດ້? ພຣະເຈົ້າໄດ້ຈັດກຽມສະພາບແວດລ້ອມໃຫ້ເຈົ້າປະຕິບັດໜ້າທີ່ຂອງເຈົ້າ, ໂດຍຫວັງວ່າເຈົ້າຈະເຂົ້າໃຈຄວາມຈິງ ແລະ ສາມາດນຳມັນໄປປະຕິບັດໄດ້. ພຣະເຈົ້າບໍ່ໄດ້ຂັດຂວາງເຈົ້າ, ແຕ່ຕົວເຈົ້າເອງມັກຈະໂລບມາກໃນສິ່ງຂອງທາງໂລກ ແລະ ຄວາມສຸກທາງເນື້ອໜັງ, ເຈົ້າບໍ່ໄດ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ເຈົ້າກໍເບື່ອໜ່າຍ ແລະ ປະຕິເສດຄວາມຈິງໃນໃຈຂອງເຈົ້າ. ເຈົ້າຍົກຍ້ອງປັດຊະຍາ ພ້ອມທັງວິຊາຄວາມຮູ້ ແລະ ຄວາມຮູ້ຂອງຊາຕານວ່າແມ່ນສິ່ງທີ່ເປັນບວກ ແລະ ເປັນຄວາມຈິງ, ໃນຂະນະທີ່ເມີນເສີຍຕໍ່ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ, ໂດຍຖືວ່າສິ່ງເຫຼົ່ານັ້ນເປັນສັດຕູຂອງເຈົ້າ, ເປັນສິ່ງທີ່ເປັນປໍລະປັກກັບເຈົ້າ. ໃນເມື່ອເຈົ້າບໍ່ຮັກຄວາມຈິງໃນໃຈຂອງເຈົ້າ, ແລ້ວເປັນຫຍັງເຈົ້າຈຶ່ງເຊື່ອໃນພຣະເຈົ້າ? ເຈົ້າເຊື່ອໃນພຣະເຈົ້າແຕ່ບໍ່ຟັງພຣະທຳຂອງພຣະເຈົ້າ ຫຼື ຍອມຮັບພຣະທຳຂອງພຣະເຈົ້າ, ເຈົ້າຍັງຈະຫວັງທີ່ຈະໄດ້ຮັບຄວາມລອດພົ້ນຢູ່ບໍ? ເຈົ້າບໍ່ຍອມຮັບຄວາມຈິງ ຫຼື ປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຈົ້າ, ແລ້ວເຈົ້າຈະໄດ້ຮັບຄວາມລອດພົ້ນໄດ້ແນວໃດ? ເຈົ້າບໍ່ຍອມຮັບພຣະທຳຂອງພຣະເຈົ້າ ແລະ ບໍ່ໄລ່ຕາມເສາະຫາຄວາມຈິງ, ແຕ່ກໍຍັງຢາກໄດ້ຮັບການຍອມຮັບ ແລະ ການຮັບຮອງຈາກພຣະເຈົ້າ, ນີ້ຄືຄວາມຝັນລົມໆແລ້ງໆ; ມັນຈະບໍ່ໄດ້ຜົນ. ເຈົ້າບໍ່ຍອມຮັບພຣະທຳຂອງພຣະເຈົ້າ ແລະ ບໍ່ຍອມຮັບຄວາມຈິງ, ສະນັ້ນ ນັ້ນໝາຍຄວາມວ່າບໍ່ມີບ່ອນສຳລັບພຣະເຈົ້າຢູ່ໃນໃຈຂອງເຈົ້າ. ເຈົ້າຈະມີແຕ່ຫ່າງເຫີນອອກຈາກພຣະເຈົ້າໄປເລື້ອຍໆ. ເຈົ້າກໍຈະເປັນຄືກັບຜູ້ບໍ່ມີຄວາມເຊື່ອ; ມັນຈະເປັນໄປບໍ່ໄດ້ທີ່ເຈົ້າຈະບັນລຸຄວາມລອດພົ້ນໄດ້.
ບາງຄົນບໍ່ເຄີຍຍອມຮັບພຣະທຳຂອງພຣະເຈົ້າຢ່າງແທ້ຈິງໃນສ່ວນເລິກຂອງຫົວໃຈຂອງພວກເຂົາ; ພວກເຂົາບໍ່ຍອມຮັບພຣະທຳຂອງພຣະເຈົ້າແມ່ນແຕ່ຄຳດຽວ. ເມື່ອເຮືອນຂອງພຣະເຈົ້າບໍ່ເລື່ອນຕຳແໜ່ງ ຫຼື ນຳໃຊ້ພວກເຂົາ, ພວກເຂົາກໍຈົ່ມວ່າ: “ເປັນຫຍັງພຣະເຈົ້າຈຶ່ງບໍ່ມັກຂ້ອຍ? ເປັນຫຍັງເຮືອນຂອງພຣະເຈົ້າຈຶ່ງບໍ່ເຄີຍເລື່ອນຕຳແໜ່ງຂ້ອຍ ຫຼື ຈັດວາງໃຫ້ຂ້ອຍຢູ່ໃນຕຳແໜ່ງທີ່ສຳຄັນ? ຂ້ອຍເຂົ້າໃຈຄວາມຈິງບາງຢ່າງ, ຂ້ອຍມີຄວາມປາຖະໜາ ແລະ ຄວາມຕັ້ງໃຈ ແລະ ຂ້ອຍກໍເຕັມໃຈທີ່ຈະສະລະຕົນເພື່ອພຣະເຈົ້າ! ຂ້ອຍມີການສຶກສາ ແລະ ມີຂີດຄວາມສາມາດ ແລະ ຂ້ອຍສາມາດທົນທຸກ ແລະ ຈ່າຍລາຄາໄດ້, ແລ້ວເປັນຫຍັງເຮືອນຂອງພຣະເຈົ້າຈຶ່ງບໍ່ໃຫ້ໂອກາດຂ້ອຍ? ການປະຕິບັດຕໍ່ຂ້ອຍແບບນີ້ແມ່ນບໍ່ຍຸຕິທຳ! ຄົນອື່ນໄດ້ຮັບໂອກາດ, ແລ້ວເປັນຫຍັງຂ້ອຍຈຶ່ງບໍ່ໄດ້ຮັບ? ພຣະເຈົ້າບໍ່ຊອບທຳ!” ແລ້ວເປັນຫຍັງເຈົ້າຈຶ່ງບໍ່ເບິ່ງວ່າ ເຈົ້າສອດຄ່ອງກັບຫຼັກການຂອງເຮືອນຂອງພຣະເຈົ້າສຳລັບການເລື່ອນຕຳແໜ່ງ ແລະ ການນຳໃຊ້ຄົນຫຼືບໍ່? ຫົວໃຈຂອງເຈົ້າປິດກັ້ນຕໍ່ພຣະເຈົ້າ ແລະ ເຈົ້າກໍຕໍ່ຕ້ານພຣະທຳທີ່ພຣະເຈົ້າກ່າວ, ເຈົ້າໄດ້ເຂົ້າໃຈສິ່ງທີ່ພຣະເຈົ້າກ່າວແລ້ວບໍ? ເຈົ້າເຄີຍສະແຫວງຫາພຣະທຳຂອງພຣະເຈົ້າບໍ ເມື່ອເຈົ້າເຮັດສິ່ງຕ່າງໆ? ເຈົ້າບໍ່ຟັງສິ່ງທີ່ພຣະທຳຂອງພຣະເຈົ້າກ່າວ ແລະ ເຈົ້າບໍ່ເຄີຍສະແຫວງຫາເຈດຕະນາຂອງພຣະເຈົ້າ ຫຼື ຫຼັກການຄວາມຈິງເລີຍ, ແລ້ວເຮືອນຂອງພຣະເຈົ້າຈະນຳໃຊ້ເຈົ້າໄດ້ແນວໃດ? ເຖິງແມ່ນວ່າພຣະເຈົ້າຈະຈັດວາງສະພາບແວດລ້ອມໃຫ້ເຈົ້າ ແລະ ເຮືອນຂອງພຣະເຈົ້າກໍໃຫ້ໂອກາດເຈົ້າໄດ້ຮັບການເລື່ອນຕຳແໜ່ງ ແລະ ຖືກນຳໃຊ້ກໍຕາມ, ເຈົ້າຈະມີຄວາມສາມາດເຮັດວຽກງານໃດໄດ້? ເຈົ້າຈະສາມາດແບກຮັບວຽກງານໃດໄດ້? ຖ້າຄົນດັ່ງກ່າວຖືກນຳໃຊ້ສຳລັບວຽກງານຂອງຄຣິສຕະຈັກ, ພວກເຂົາກໍຈະເຮັດຕາມຄວາມປະສົງຂອງພວກເຂົາເອງຢ່າງແນ່ນອນ ເພື່ອເຮັດການກະທຳທີ່ຊົ່ວຮ້າຍໂດຍບໍ່ຄິດໜ້າຄິດຫຼັງ ພ້ອມທັງກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ, ເຊິ່ງສາມາດນຳໄປສູ່ສິ່ງດຽວເທົ່ານັ້ນ ນັ້ນກໍຄື: ພວກເຂົາຈະຖືກກຳຈັດ. ມີສອງເຫດຜົນທີ່ຜູ້ຄົນຖືກກຳຈັດ: ຢ່າງໜຶ່ງຄືການເປັນຜູ້ນຳປອມທີ່ບໍ່ສາມາດເຮັດວຽກງານຕົວຈິງໄດ້ ແລະ ອີກຢ່າງໜຶ່ງຄືການເປັນຜູ້ຕໍ່ຕ້ານພຣະຄຣິສທີ່ເຮັດການກະທຳທີ່ຊົ່ວຮ້າຍໂດຍບໍ່ຄິດໜ້າຄິດຫຼັງ, ເຮັດສິ່ງຕ່າງໆຕາມວິທີທາງຂອງພວກເຂົາເອງ ແລະ ບໍ່ປົກປ້ອງວຽກງານຂອງຄຣິສຕະຈັກ ຫຼື ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ໃນທີ່ສຸດແລ້ວ, ທັງສອງລ້ວນແຕ່ຕ້ອງຖືກກຳຈັດ. ເຈົ້າບໍ່ເຄີຍຍອມຮັບຄວາມຈິງ, ເຈົ້າເບື່ອໜ່າຍການອ່ານພຣະທຳຂອງພຣະເຈົ້າ, ຫົວໃຈຂອງເຈົ້າປິດກັ້ນຕໍ່ພຣະເຈົ້າ ແລະ ເຈົ້າບໍ່ສະແຫວງຫາຫຼັກການຄວາມຈິງເມື່ອເຮັດສິ່ງຕ່າງໆ. ເຖິງແມ່ນວ່າພຣະເຈົ້າຈະປະຕິບັດຕໍ່ເຈົ້າດ້ວຍພຣະຄຸນ ແລະ ໃຫ້ໂອກາດເຈົ້າ ແລະ ເຖິງແມ່ນວ່າເຮືອນຂອງພຣະເຈົ້າຈະເລື່ອນຕຳແໜ່ງ ແລະ ນຳໃຊ້ເຈົ້າກໍຕາມ, ເຈົ້າກໍຈະບໍ່ມີຄວາມສາມາດໃນວຽກງານນັ້ນ, ທັງບໍ່ສາມາດຮັບຜິດຊອບວຽກງານໃດໆໄດ້ດ້ວຍຕົນເອງ. ໃນທີ່ສຸດແລ້ວ, ເຈົ້າກໍຍັງຈະຕ້ອງຖືກກຳຈັດຢູ່ດີ. ເຈົ້າຫວັງໃຫ້ເຮືອນຂອງພຣະເຈົ້າເລື່ອນຕຳແໜ່ງ ແລະ ນຳໃຊ້ເຈົ້າ, ແຕ່ສະພາບຈິດໃຈຂອງເຈົ້າຖືກຕ້ອງບໍ? ຖ້າເປົ້າໝາຍຂອງເຈົ້າບໍ່ແມ່ນເພື່ອປະຕິບັດໜ້າທີ່ຂອງເຈົ້າ, ຮັບເອົາຄວາມຈິງ ແລະ ຕອບແທນຄວາມຮັກຂອງພຣະເຈົ້າ, ແລ້ວສະພາບຈິດໃຈຂອງເຈົ້າກໍບໍ່ມີຫຍັງນອກຈາກຄວາມທະເຍີທະຍານ ແລະ ຄວາມປາຖະໜາ; ສິ່ງນີ້ເກີດຈາກການທີ່ອຸປະນິໄສທີ່ອວດດີຂອງເຈົ້າກຳເລີບຂຶ້ນ ແລະ ພຣະເຈົ້າບໍ່ຍອມຮັບມັນ. ບອກເຮົາເບິ່ງ, ດ້ວຍການສະແດງອອກຄືກັບຂອງເຈົ້າ, ເຮືອນຂອງພຣະເຈົ້າຈະກ້າໃຊ້ເຈົ້າບໍ? ຖ້າເຈົ້າຖືກນຳໃຊ້, ມັນກໍຈະມີແຕ່ນຳເອົາບັນຫາ ແລະ ຄວາມເສຍຫາຍມາສູ່ວຽກງານຂອງຄຣິສຕະຈັກເທົ່ານັ້ນ. ເຈົ້າບໍ່ສາມາດເຮັດຫຍັງໄດ້ດີເລີຍ ແລະ ຫຼັງຈາກທີ່ເຈົ້າເຮັດບາງສິ່ງບາງຢ່າງແລ້ວ, ຫຼາຍຄົນຕ້ອງມາແກ້ໄຂສະຖານະການ ແລະ ຕາມເກັບກວາດຄວາມວຸ້ນວາຍນັ້ນ. ດ້ວຍເຫດນັ້ນ, ເຮືອນຂອງພຣະເຈົ້າຈຶ່ງບໍ່ກ້າໃຊ້ເຈົ້າ. ວຽກງານແຕ່ລະຢ່າງຂອງຄຣິສຕະຈັກລ້ວນແຕ່ສຳຄັນຫຼາຍ, ເຈົ້າສາມາດແບກຮັບວຽກງານເຫຼົ່ານັ້ນໄດ້ບໍ? ຖ້າມີບາງສິ່ງບາງຢ່າງຜິດພາດເກີດຂຶ້ນ, ເຈົ້າສາມາດຮັບຜິດຊອບໄດ້ບໍ? ເຈົ້າບໍ່ມີຄວາມສາມາດໃນວຽກງານ ແລະ ບໍ່ສາມາດແບກຮັບວຽກດັ່ງກ່າວໄດ້, ແຕ່ເຈົ້າຍັງຕ້ອງການໃຫ້ເຮືອນຂອງພຣະເຈົ້າຈັດວາງເຈົ້າໃຫ້ຢູ່ໃນຕຳແໜ່ງທີ່ສຳຄັນ, ນັ້ນຊ່າງເປັນຄວາມທະເຍີທະຍານທີ່ໃຫຍ່ຫຼວງແທ້ໆ! ຖ້າເຈົ້າຕ້ອງການໄດ້ຮັບການເລື່ອນຕຳແໜ່ງໃຫ້ຮັບຜິດຊອບວຽກງານຂອງຄຣິສຕະຈັກແທ້ໆ, ແລ້ວເປັນຫຍັງເຈົ້າຈຶ່ງບໍ່ຄິດກ່ຽວກັບການປະກອບຕົນເອງດ້ວຍຄວາມຈິງໃຫ້ຫຼາຍຂຶ້ນ ແລະ ເຂົ້າໃຈຄວາມຈິງໃຫ້ຫຼາຍຂຶ້ນ? ຢ່າເປັນສັດຕູກັບພຣະທຳຂອງພຣະເຈົ້າ. ຈົ່ງປ່ອຍວາງສິ່ງທີ່ເອີ້ນວ່າຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງຂອງເຈົ້າເອງ ແລະ ອ່ານພຣະທຳຂອງພຣະເຈົ້າຢ່າງຈິງຈັງ. ແມ່ນແຕ່ພຽງແຕ່ມີທັດສະນະຄະຕິແຫ່ງການອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າກໍຍັງດີ. ເຈົ້າບໍ່ມີແມ່ນແຕ່ທັດສະນະຄະຕິແຫ່ງການອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າ, ແຮງໄກທີ່ເຈົ້າຈະຍອມຮັບພຣະທຳເຫຼົ່ານັ້ນ. ຖ້າເຈົ້າບໍ່ຍອມຮັບພຣະທຳຂອງພຣະເຈົ້າ ແຕ່ຍັງຕ້ອງການໄດ້ຮັບການເລື່ອນຕຳແໜ່ງໃນເຮືອນຂອງພຣະເຈົ້າ ແລະ ເຮັດວຽກງານຂອງຄຣິສຕະຈັກ, ແລ້ວເຈົ້າກໍຈະຢູ່ໄດ້ບໍ່ເທົ່າໃດມື້ກ່ອນທີ່ຈະຖືກກຳຈັດ. ຄົນປະເພດນີ້ລ້ວນແຕ່ເບິ່ງຄືວ່າມີຄວາມປາຖະໜາຂອງພວກເຂົາເອງໃນສ່ວນເລິກຂອງຫົວໃຈຂອງພວກເຂົາ, ແຕ່ຄວາມປາຖະໜາເຫຼົ່ານີ້ບໍ່ມີທາງເປັນຈິງໄດ້ເລີຍ ແລະ ຫົວໃຈຂອງພວກເຂົາກໍບໍ່ສາມາດໄດ້ຮັບການຕອບສະໜອງໄດ້. ເຖິງແມ່ນວ່າພວກເຂົາຈະເຊື່ອໃນພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງພວກເຂົາໃນເຮືອນຂອງພຣະເຈົ້າມາເປັນເວລາຫຼາຍປີ ແລະ ສາມາດປະຖິ້ມສິ່ງຕ່າງໆ ພ້ອມທັງສະລະຕົນເອງໄດ້ກໍຕາມ, ແຕ່ຍ້ອນວ່າຫົວໃຈຂອງພວກເຂົາປິດກັ້ນຕໍ່ພຣະເຈົ້າຢູ່ສະເໝີ ແລະ ພວກເຂົາມີທັດສະນະຄະຕິທີ່ຕໍ່ຕ້ານຕໍ່ຄວາມຈິງ, ພວກເຂົາຈຶ່ງຮູ້ສຶກວ່າພວກເຂົາບໍ່ໄດ້ຮັບຫຍັງເລີຍຫຼັງຈາກທີ່ເຊື່ອໃນພຣະເຈົ້າມາເປັນເວລາຫຼາຍປີ. ເຮົາເວົ້າວ່າ: “ສິ່ງທີ່ເຈົ້າເວົ້າກໍຖືກຕ້ອງຢູ່; ເຈົ້າບໍ່ໄດ້ຮັບຫຍັງເລີຍແທ້ໆ”. ຖ້າເຈົ້າໄດ້ຮັບຄວາມຈິງບາງຢ່າງແທ້ໆຫຼັງຈາກທີ່ເຊື່ອໃນພຣະເຈົ້າມາເປັນເວລາຫຼາຍປີ, ນັ້ນກໍຈະເປັນສິ່ງທີ່ລໍ້າຄ່າຢ່າງແທ້ຈິງ. ຖ້າມີຊັບສົມບັດຢູ່ພາຍໃນຕົວເຈົ້າແທ້ໆ, ແລ້ວເຮືອນຂອງພຣະເຈົ້າກໍຈະມັກ ແລະ ເຫັນຄຸນຄ່າຄົນແບບນັ້ນຢ່າງແທ້ຈິງ. ໜ້າເສຍດາຍທີ່ເຈົ້າບໍ່ແມ່ນຄົນປະເພດນັ້ນ. ສິ່ງທີ່ເຈົ້າໄດ້ຮັບບໍ່ແມ່ນຄວາມຈິງ, ທັງບໍ່ແມ່ນຊັບສົມບັດ; ແຕ່ກົງກັນຂ້າມ, ສິ່ງທີ່ເຈົ້າໄດ້ຮັບກໍຄືຄວາມຄິດທີ່ເຕັມໄປດ້ວຍຄວາມຄັບແຄ້ນໃຈ, ການຕໍ່ຕ້ານ, ຄວາມບໍ່ພໍໃຈ ແລະ ການຈົ່ມວ່າ. ເຈົ້າເວົ້າວ່າເຈົ້າບໍ່ໄດ້ຮັບຫຍັງເລີຍ ແລະ ນັ້ນກໍຖືກຕ້ອງແລ້ວ; ມັນກໍເປັນແບບນັ້ນແທ້. ຖ້າເຈົ້າເຂົ້າໃຈຄວາມຈິງບາງຢ່າງ ແລະ ໄດ້ຮັບຄວາມຈິງບາງຢ່າງແທ້ໆ, ແລ້ວເຈົ້າກໍຈະບໍ່ມີຄວາມຄັບແຄ້ນໃຈ, ການຕໍ່ຕ້ານ, ການຈົ່ມວ່າ ແລະ ສິ່ງທີ່ເປັນລົບອື່ນໆເຊັ່ນນັ້ນໃນຫົວໃຈຂອງເຈົ້າ. ກົງກັນຂ້າມ, ເຈົ້າຈະມີຄວາມສັດທາໃນພຣະເຈົ້າ, ມີຄວາມເຂົ້າໃຈກ່ຽວກັບພຣະເຈົ້າ, ການຄຳນຶງເຖິງພຣະເຈົ້າ, ການອ່ອນນ້ອມຕໍ່ພຣະເຈົ້າ ແລະ ຄວາມຢຳເກງພຣະເຈົ້າ, ເຊິ່ງສິ່ງເຫຼົ່ານີ້ລ້ວນແຕ່ແມ່ນສິ່ງທີ່ເປັນບວກ. ໜ້າເສຍດາຍທີ່ສິ່ງທີ່ຢູ່ພາຍໃນຕົວເຈົ້າບໍ່ແມ່ນສິ່ງທີ່ເປັນບວກ, ແຕ່ແມ່ນສິ່ງທີ່ເປັນລົບຢ່າງສິ້ນເຊີງ. ແຕ່ເຈົ້າກໍຍັງຍຶດຕິດກັບພວກມັນຢ່າງແໜ້ນໜາ, ໂດຍຄິດວ່າສິ່ງເຫຼົ່ານີ້ເປັນສິ່ງທີ່ລໍ້າຄ່າທີ່ສຸດ; ໃນຂະນະທີ່ຍຶດຕິດກັບພວກມັນຢູ່ນັ້ນ, ເຈົ້າກໍຄິດວ່າເຈົ້າເປັນຝ່າຍຖືກ ແລະ ມີຂໍ້ແກ້ຕົວ. ນີ້ຄືຄວາມຄິດທີ່ໂງ່ຈ້າ. ຄວາມໂກດແຄ້ນ, ຄວາມກຽດຊັງ, ການຕັດສິນ ພ້ອມທັງການຕໍ່ຕ້ານ ແລະ ຄວາມຂຸ່ນເຄືອງເຫຼົ່ານັ້ນຂອງເຈົ້າບໍ່ແມ່ນຄວາມຈິງ. ພວກມັນລ້ວນແຕ່ເປັນສິ່ງທີ່ມາຈາກຊາຕານ; ພວກມັນຄືກ້ອນພິດຮ້າຍທີ່ເກີດຈາກອຸປະນິໄສທີ່ເສື່ອມຊາມຂອງຊາຕານ. ເຈົ້າຕ້ອງຄິດຫາວິທີເພື່ອແກ້ໄຂພວກມັນ. ສິ່ງເຫຼົ່ານີ້ບໍ່ສາມາດເຮັດໃຫ້ເຈົ້າໄດ້ຮັບຄວາມລອດພົ້ນ, ທັງບໍ່ສາມາດເຮັດໃຫ້ເຈົ້າຍອມຮັບຄວາມຈິງ ແລະ ມາຢູ່ຕໍ່ໜ້າພຣະເຈົ້າໄດ້ຢ່າງເປີດເຜີຍ ແລະ ຢ່າງຈິງໃຈ ເພື່ອກາຍເປັນສິ່ງທີ່ຖືກສ້າງທີ່ແທ້ຈິງ ແລະ ຍອມຮັບອຳນາດສູງສຸດ ແລະ ການຈັດວາງຂອງພຣະຜູ້ສ້າງ. ກົງກັນຂ້າມ, ຖ້າເຈົ້າເຫັນຄຸນຄ່າສິ່ງເຫຼົ່ານີ້ຢູ່ສະເໝີ ແລະ ບໍ່ຍອມປ່ອຍວາງພວກມັນໄປ, ມັນກໍຈະມີແຕ່ເຮັດໃຫ້ເຈົ້າຫ່າງເຫີນຈາກພຣະເຈົ້າອອກໄປເລື້ອຍໆເທົ່ານັ້ນ ແລະ ມືດມົນຫຼາຍຍິ່ງຂຶ້ນ ແລະ ຕົກຕໍ່າລົງເລື້ອຍໆຢູ່ພາຍໃນ. ໃນທີ່ສຸດແລ້ວ, ມັນກໍຈະນຳໄປສູ່ການທີ່ເຈົ້າມີຄວາມເຊື່ອໃນພຣະເຈົ້າໜ້ອຍລົງເລື້ອຍໆ ແລະ ຮູ້ສຶກລັງກຽດພຣະທຳຂອງພຣະເຈົ້າ, ວຽກງານຂອງພຣະເຈົ້າ, ຂໍ້ກຳນົດຂອງພຣະເຈົ້າ ແລະ ແກ່ນແທ້ອຸປະນິໄສຂອງພຣະເຈົ້າຫຼາຍຂຶ້ນເລື້ອຍໆ. ເຈົ້າເຊື່ອໃນພຣະເຈົ້າ ແຕ່ກໍຄ່ອຍໆຫ່າງເຫີນຈາກພຣະອົງອອກໄປເລື້ອຍໆ; ນີ້ບໍ່ແມ່ນສັນຍານທີ່ດີ. ສຳລັບເຈົ້າແລ້ວ, ນີ້ຄືໄພພິບັດທີ່ຈະນຳມາເຊິ່ງຄວາມພິນາດຢ່າງສິ້ນເຊີງ. ເຈົ້າຄວນຫັນປ່ຽນຈາກສິ່ງນີ້ ແລະ ບໍ່ຍຶດຕິດກັບສິ່ງເຫຼົ່ານີ້. ຖ້າເຈົ້າຍຶດຕິດກັບສິ່ງທີ່ເປັນລົບເຫຼົ່ານີ້, ມັນກໍຈະມີແຕ່ນຳພາເຈົ້າໄປສູ່ຄວາມຫາຍະນະເທົ່ານັ້ນ. ມັນຈະດີກວ່າຖ້າເຈົ້ານຳເອົາສິ່ງເຫຼົ່ານີ້ອອກມາເປີດເຜີຍເພື່ອໄຈ້ແຍກພວກມັນ, ປ່ອຍວາງພວກມັນ ແລະ ຍອມຮັບຄວາມຈິງ. ບາງຄົນເວົ້າວ່າ: “ພຣະອົງບໍ່ໄດ້ກ່າວບໍວ່າ ຄົນແບບພວກເຮົາບໍ່ມີຄວາມສາມາດໃນການຍອມຮັບຄວາມຈິງ?” ເຈົ້າບໍ່ມີຄວາມສາມາດໃນການຍອມຮັບຄວາມຈິງ, ແຕ່ເຮົາກຳລັງບອກເຈົ້າໃນຕອນນີ້ວ່າ: ຄວາມຄັບແຄ້ນໃຈ, ຄວາມບໍ່ພໍໃຈ, ການຕໍ່ຕ້ານ, ຄວາມຂຸ່ນເຄືອງ, ຄວາມກຽດຊັງ ແລະ ການຕັດສິນທີ່ຢູ່ພາຍໃນຕົວເຈົ້າລ້ວນແຕ່ເປັນສິ່ງທີ່ຕໍ່ຕ້ານພຣະເຈົ້າ. ຖ້າເຈົ້າເຂົ້າໃຈສິ່ງນີ້ ແລະ ສາມາດແຍກແຍະບັນຫາທີ່ຢູ່ພາຍໃນຕົວເຈົ້າໄດ້, ເຈົ້າກໍຄວນປ່ອຍວາງສິ່ງເຫຼົ່ານີ້. ບາງຄົນເວົ້າວ່າ: “ຂ້ອຍບໍ່ເຂົ້າໃຈຄວາມຈິງ, ສະນັ້ນ ຂ້ອຍຈຶ່ງບໍ່ຮູ້ວ່າຈະປ່ອຍວາງແນວໃດ”. ແລ້ວເຈົ້າຮູ້ວິທີປະຕິບັດຕາມກົດລະບຽບບໍ? ພຽງແຕ່ເຮັດທຸກສິ່ງທີ່ພຣະທຳຂອງພຣະເຈົ້າບອກໃຫ້ເຈົ້າເຮັດ. ຕົວຢ່າງ: ເຈົ້າສາມາດຫຼີກເວັ້ນຈາກການເຮັດຄວາມຊົ່ວໄດ້ບໍ? ເຈົ້າສາມາດຫຼີກເວັ້ນຈາກການຕັດສິນພຣະເຈົ້າໄດ້ບໍ? ເຈົ້າສາມາດເຮັດສິ່ງທີ່ດີໃຫ້ຫຼາຍຂຶ້ນໄດ້ບໍ? ເຈົ້າສາມາດຫຼີກເວັ້ນຈາກການຕິດຕາມຜູ້ເຮັດຄວາມຊົ່ວໄດ້ບໍ? ເຈົ້າສາມາດເປີດໃຈຂອງເຈົ້າຕໍ່ພຣະເຈົ້າໄດ້ບໍ? ເຈົ້າສາມາດລາຍງານບັນຫາຕໍ່ເຮືອນຂອງພຣະເຈົ້າເມື່ອເຈົ້າຄົ້ນພົບບັນຫາເຫຼົ່ານັ້ນໄດ້ບໍ? ເຈົ້າສາມາດເວົ້າຈາກໃຈເມື່ອອະທິຖານຕໍ່ພຣະເຈົ້າໄດ້ບໍ? ເຈົ້າສາມາດຫຼີກເວັ້ນຈາກການເຮັດພໍແລ້ວມືແລ້ວຕີນໃນການປະຕິບັດໜ້າທີ່ຂອງເຈົ້າໄດ້ບໍ? ຖ້າເຈົ້າສາມາດເຮັດສິ່ງເຫຼົ່ານີ້ໄດ້, ແລ້ວ ເຈົ້າກໍຍັງມີຫວັງຢູ່. ຖ້າເຈົ້າບໍ່ສາມາດເຮັດແມ່ນແຕ່ສິ່ງເຫຼົ່ານີ້ໄດ້, ແລ້ວເຮົາຈະບອກຄວາມຈິງແກ່ເຈົ້າວ່າ: ເຈົ້າໝົດຫວັງແລ້ວ. ສິ່ງທີ່ຢູ່ທາງໜ້າຂອງເຈົ້າບໍ່ແມ່ນແສງສະຫວ່າງ ແຕ່ເປັນຄວາມມືດ. ເຈົ້າຍັງຄົງເປັນຄົນທີ່ເປັນຂອງຊາຕານ ແລະ ເຈົ້າບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້.
ເຖິງແມ່ນວ່າຄົນໃດຄົນໜຶ່ງຈະບໍ່ເຂົ້າໃຈຄວາມຈິງກໍຕາມ, ຖ້າພວກເຂົາມີຈິດສຳນຶກ ແລະ ເຫດຜົນ, ແລ້ວບໍ່ວ່າພວກເຂົາຈະພົບພໍ້ກັບສິ່ງໃດກໍຕາມ, ພວກເຂົາກໍສາມາດແຍກແຍະໄດ້ໃນລະດັບໃດໜຶ່ງວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ. ເຖິງຢ່າງໃດກໍຕາມ, ຄົນທີ່ບໍ່ມີຈິດສຳນຶກ ແລະ ເຫດຜົນບໍ່ຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງໃນຫຼາຍໆເລື່ອງ, ເຊິ່ງເຮັດໃຫ້ຄົນອື່ນຄິດວ່າພວກເຂົາແປກປະຫຼາດຫຼາຍ. ເມື່ອຜູ້ຄົນພົວພັນ ຫຼື ຈັດການເລື່ອງຕ່າງໆກັບພວກເຂົາ, ຫຼາຍສິ່ງຫຼາຍຢ່າງກໍໃຊ້ບໍ່ໄດ້ຜົນກັບພວກເຂົາ ແລະ ຄຳເວົ້າຫຼາຍຢ່າງກໍບໍ່ສາມາດສື່ສານໄປເຖິງພວກເຂົາໄດ້. ຍິ່ງໄປກວ່ານັ້ນ, ຄວາມຄິດ ແລະ ມຸມມອງຂອງພວກເຂົາແມ່ນຜິດປົກກະຕິ ແລະ ສຸດໂຕ່ງຫຼາຍ ແລະ ຜູ້ຄົນກໍພົບວ່າພວກເຂົາເປັນຕາເຫຼືອເຊື່ອ, ຄືກັບວ່າພວກເຂົາບໍ່ເຄີຍອາໄສຢູ່ໃນໂລກມະນຸດມາກ່ອນ. ພວກເຂົາບໍ່ເຂົ້າໃຈຫຼາຍສິ່ງທີ່ໄດ້ຮັບການຍອມຮັບໂດຍທົ່ວໄປວ່າຖືກຕ້ອງ; ພວກເຂົາບໍ່ພຽງແຕ່ບໍ່ສາມາດຮັບຮອງ ຫຼື ຍອມຮັບສິ່ງເຫຼົ່ານັ້ນໄດ້ເທົ່ານັ້ນ, ແຕ່ພວກເຂົາຍັງສາມາດສະແດງເຫດຜົນທີ່ບິດເບືອນ ແລະ ຄວາມເຊື່ອທີ່ນອກຮີດອອກມາໄດ້ອີກດ້ວຍ. ໂດຍສະເພາະຢ່າງຍິ່ງ, ບາງຄົນມັກຈະຫຼິ້ນເລ່ລ່ຽມພາຍໃນກຸ່ມ, ໂດຍຍຸແຍ່ໃຫ້ແຕກແຍກກັນ ແລະ ປີ້ນຂາວເປັນດຳ. ມັນຄືກັບວ່າໃນແຕ່ລະມື້ພວກເຂົາບໍ່ມີເລື່ອງທີ່ເໝາະສົມທີ່ຈະຕ້ອງຈັດການ; ພວກເຂົາບໍ່ຕັດສິນຄົນນັ້ນກໍຕັດສິນເລື່ອງນີ້ ແລະ ພວກເຂົາກໍເພີດເພີນໄປກັບມັນ. ເຖິງແມ່ນວ່າຈະບໍ່ມີໃຜສົນໃຈສິ່ງທີ່ພວກເຂົາເວົ້າ ແລະ ບໍ່ມີໃຜສົນໃຈສິ່ງເຫຼົ່ານີ້ກໍຕາມ, ພວກເຂົາກໍຍັງບໍ່ເຄີຍເບື່ອໜ່າຍທີ່ຈະເວົ້າ ແລະ ເຮັດສິ່ງເຫຼົ່ານັ້ນ. ພວກເຂົາມັກຈະຍຸແຍ່ໃຫ້ຄວາມສຳພັນຂອງຜູ້ຄົນແຕກແຍກກັນຢູ່ສະເໝີ, ໂດຍຕັດສິນຄົນອື່ນ ແລະ ປີ້ນຂາວເປັນດຳຢູ່ເບື້ອງຫຼັງ. ເມື່ອສິ່ງຕ່າງໆບໍ່ເປັນໄປຕາມທີ່ພວກເຂົາຕ້ອງການ, ພວກເຂົາກໍຕັດພໍ້, ຈົ່ມວ່າ ແລະ ເຖິງກັບຕັດສິນຢູ່ລັບຫຼັງຜູ້ຄົນ. ຊີວິດຂອງພວກເຂົາເຕັມໄປດ້ວຍສິ່ງເຫຼົ່ານີ້ຢ່າງສິ້ນເຊີງ. ເຈົ້າບໍ່ເຄີຍເຫັນພວກເຂົາໂອ້ລົມກ່ຽວກັບຄວາມເຂົ້າໃຈຂອງພວກເຂົາເອງເລີຍ, ບໍ່ວ່າຈະເປັນການໂອ້ລົມກ່ຽວກັບຄວາມຮູ້ແຈ້ງ ແລະ ແສງສະຫວ່າງທີ່ພວກເຂົາໄດ້ຮັບຈາກພຣະທຳຂອງພຣະເຈົ້າ ຫຼື ການໂອ້ລົມ ແລະ ແບ່ງປັນປະສົບການຂອງພວກເຂົາໃນເລື່ອງໃດໜຶ່ງໃຫ້ທຸກຄົນຟັງ. ຍິ່ງມີການສົນທະນາກ່ຽວກັບເລື່ອງທີ່ເໝາະສົມດັ່ງກ່າວຫຼາຍເທົ່າໃດ, ພວກເຂົາກໍຍິ່ງມິດງຽບຫຼາຍຂຶ້ນເທົ່ານັ້ນ, ໂດຍຂາດທັດສະນະຄະຕິທີ່ກະຕືລືລົ້ນ ແລະ ເບິ່ງຄືວ່າອ່ອນເພຍ ພ້ອມທັງບໍ່ມີເຫື່ອແຮງໃດໆເລີຍ. ສິ່ງທີ່ພວກເຂົາຫຼົງໄຫຼກໍຄືການຍຸແຍ່ໃຫ້ແຕກແຍກກັນ ແລະ ການປີ້ນຂາວເປັນດຳເຖິງແມ່ນວ່າໃນເວລາທີ່ສົນທະນາກ່ຽວກັບເລື່ອງໃດໜຶ່ງ, ພວກເຂົາກໍປະຕິບັດຕົວຄືກັບຜູ້ບໍ່ມີຄວາມເຊື່ອໃນການເບິ່ງເລື່ອງນັ້ນຈາກມຸມມອງຂອງສິ່ງທີ່ຖືກ ແລະ ສິ່ງທີ່ຜິດ, ສິ່ງທີ່ຖືກຕ້ອງ ແລະ ສິ່ງທີ່ບໍ່ຖືກຕ້ອງ, ໂດຍບໍ່ເຄີຍສົນທະນາເລື່ອງໃດໆໃນແງ່ຂອງຈິດສຳນຶກ ແລະ ເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິເລີຍ. ພວກເຂົາມັກຈະຫຼິ້ນບົດບາດເປັນຍຸງ, ແມງວັນ, ໜູ ແລະ ອື່ນໆໃນທ່າມກາງກຸ່ມຄົນຢູ່ສະເໝີ, ໂດຍລົບກວນ ແລະ ກໍ່ກວນຊີວິດທີ່ເປັນປົກກະຕິຂອງພວກເຂົາ. ເມື່ອພວກເຂົາເວົ້າ ແລະ ສະແດງມຸມມອງຂອງພວກເຂົາ ຫຼື ປະເມີນ ແລະ ຕັດສິນບາງສິ່ງບາງຢ່າງ, ຜູ້ຄົນກໍຈະຮູ້ສຶກເບື່ອໜ່າຍ ແລະ ຖືກລົບກວນໃນໃຈຂອງພວກເຂົາ ແລະ ບາງຄົນທີ່ມີວຸດທິພາວະນ້ອຍເຊິ່ງບໍ່ເຂົ້າໃຈຄວາມຈິງກໍເຖິງກັບຖືກພວກເຂົາເຮັດໃຫ້ຫຼົງຜິດ ແລະ ຖືກພວກເຂົາ. ບີບຄັ້ນ ຄົນເຫຼົ່ານີ້ບໍ່ເຄີຍມີບົດບາດທີ່ເປັນບວກໃນກຸ່ມເລີຍ; ພວກເຂົາມັກຈະຊຸບຊິບນິນທາ ແລະ ປີ້ນຂາວເປັນດຳສະເໝີ, ໂດຍເວົ້າກ່ຽວກັບຄວາມຜິດຂອງຄົນນີ້ ແລ້ວກໍເວົ້າເຖິງສິ່ງທີ່ຄົນນັ້ນເຮັດ. ແຕ່ພວກເຂົາບໍ່ເຄີຍຮູ້ສຶກວ່າມີຫຍັງຜິດປົກກະຕິໃນການເຮັດແບບນີ້ເລີຍ; ກົງກັນຂ້າມ, ພວກເຂົາເຊື່ອວ່ານີ້ຄືວິທີທີ່ຜູ້ຄົນຄວນດຳລົງຊີວິດ ແລະ ມີພຽງແຕ່ການດຳລົງຊີວິດແບບນີ້ເທົ່ານັ້ນຄົນເຮົາຈຶ່ງຈະສາມາດມີຄວາມສຸກ ແລະ ມີອິດສະຫຼະໄດ້. ພວກເຂົາຖືວ່າຮູບແບບການດຳລົງຊີວິດ ແລະ ວິທີການຈັດການກັບສິ່ງຕ່າງໆທີ່ຜິດພາດນີ້ເປັນສິ່ງທີ່ຖືກຕ້ອງ, ເປັນຮູບແບບການດຳລົງຊີວິດທີ່ຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິຄວນມີ ແລະ ພວກເຂົາບໍ່ຍອມຮັບເມື່ອຄົນອື່ນລິຮານ ແລະ ເປີດໂປງພວກເຂົາ. ຖ້າວິທີການຂອງພວກເຂົາໃຊ້ບໍ່ໄດ້ຜົນໃນກຸ່ມໃດໜຶ່ງ, ພວກເຂົາກໍຈະໄປອີກກຸ່ມໜຶ່ງເພື່ອຊອກຫາຄົນປະເພດດຽວກັນກັບພວກເຂົາ, ຄົນອື່ນໆທີ່ມີຄວາມຄິດທີ່ສົກກະປົກຄືກັນກັບພວກເຂົາ, ເພື່ອຕັດສິນສິ່ງທີ່ຖືກ ແລະ ສິ່ງທີ່ຜິດຮ່ວມກັນ. ເມື່ອພວກເຂົາພົບຄົນທີ່ມີຄວາມຄິດຄືກັນ, ພວກເຂົາກໍຮູ້ສຶກວ່າທຸກໆມື້ໃນຊີວິດຂອງພວກເຂົານັ້ນມີຄວາມສຸກ ແລະ ເບີກບານໃຈຫຼາຍ. ບໍ່ວ່າໃນສະຖານະການໃດກໍຕາມ, ບົດບາດທີ່ຄົນເຫຼົ່ານີ້ຫຼິ້ນກໍຄືຜູ້ທີ່ປີ້ນຂາວເປັນດຳ, ຍຸແຍ່ໃຫ້ແຕກແຍກກັນ, ພະຍາຍາມຊັກຈູງຜູ້ຄົນເຂົ້າມາ ພ້ອມທັງລົບກວນ ແລະ ໂຈມຕີຜູ້ຄົນ. ຖ້າເຈົ້າຖາມພວກເຂົາວ່າ ພວກເຂົາມີເຈດຕະນາແອບແຝງຫຍັງແດ່ໃນການເຮັດສິ່ງນີ້ ແລະ ເປົ້າໝາຍໃດທີ່ພວກເຂົາຕ້ອງການບັນລຸ, ຕົວພວກເຂົາເອງກໍບໍ່ສາມາດອະທິບາຍໄດ້ຢ່າງຊັດເຈນວ່າເປັນຫຍັງພວກເຂົາຈຶ່ງເຮັດແບບນັ້ນລົງໄປ. ພວກເຂົາອາດຈະບໍ່ມີເປົ້າໝາຍທີ່ຊັດເຈນ, ແຕ່ສະພາບທີ່ພວກເຂົາດຳລົງຊີວິດຢູ່ນັ້ນມັກຈະເຕັມໄປດ້ວຍການສະແດງອອກ ແລະ ການປະຕິບັດເຫຼົ່ານີ້. ບອກເຮົາເບິ່ງ, ຄົນດັ່ງກ່າວຈັດຢູ່ໃນປະເພດໃດ? ຖ້າເຈົ້າເວົ້າວ່າພວກເຂົາມີເຈດຕະນາແອບແຝງໃນການເຮັດແບບນີ້, ພວກເຂົາກໍຈະມີຂໍ້ອ້າງຕ່າງໆນາໆວ່າ: “ຂ້ອຍບໍ່ໄດ້ຕັ້ງໃຈທີ່ຈະສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງໃຜ, ຂ້ອຍບໍ່ໄດ້ຕັ້ງໃຈທີ່ຈະລົບກວນໃຜ ແລະ ຂ້ອຍບໍ່ໄດ້ຕັ້ງໃຈທີ່ຈະລົບກວນວຽກງານຂອງເຮືອນຂອງພຣະເຈົ້າ. ຂ້ອຍພຽງແຕ່ເວົ້າສິ່ງທີ່ຢູ່ໃນໃຈຂອງຂ້ອຍບໍ່ໄດ້ບໍ?” ເມື່ອເຈົ້າເປີດໂປງພວກເຂົາ, ພວກເຂົາກໍຈະຕໍ່ຕ້ານ; ພວກເຂົາຍືນຍັນທີ່ຈະເຮັດແບບນີ້, ພວກເຂົາຍືນຍັນທີ່ຈະເຮັດຕາມວິທີທາງຂອງພວກເຂົາເອງ ແລະ ພວກເຂົາຍືນຍັນທີ່ຈະດຳລົງຊີວິດແບບນີ້ໃນທ່າມກາງຄົນອື່ນ. ບໍ່ວ່າພວກເຂົາຈະຕັດສິນໃຜ ຫຼື ປີ້ນຂາວເປັນດຳເລື່ອງໃດກໍຕາມ, ວິທີການດຳລົງຊີວິດ ແລະ ການປະພຶດຕົນຂອງພວກເຂົາຖືກຕ້ອງບໍ? (ບໍ່). ແຕ່ພວກເຂົາກໍສາມາດເພີດເພີນໄປກັບມັນໄດ້. ເຈົ້າຈະເວົ້າບໍວ່າບັນຫາຂອງຄົນເຊັ່ນນີ້ຮ້າຍແຮງຫຼາຍ? (ແມ່ນແລ້ວ). ພວກເຂົາເປັນຜູ້ໃຫຍ່ແລ້ວ, ແຕ່ພວກເຂົາກໍຍັງບໍ່ຮູ້ວ່າຄຳເວົ້າໃດ ແລະ ການກະທຳໃດທີ່ຖືກຕ້ອງ, ມີຄຸນຄ່າ, ມີຄວາມໝາຍ ແລະ ຖືວ່າເປັນການໃສ່ໃຈວຽກງານທີ່ເໝາະສົມ ແລະ ບໍ່ຮູ້ວ່າການກະທຳໃດທີ່ຖືວ່າເປັນການລະເລີຍວຽກງານທີ່ເໝາະສົມ, ຄົນປະເພດນີ້ ໂດຍພື້ນຖານແລ້ວແມ່ນພວກອັນທະພານ, ບໍ່ແມ່ນຄົນປົກກະຕິ. ບໍ່ວ່າພວກເຂົາຈະກໍ່ໃຫ້ເກີດການລົບກວນຕໍ່ຄົນອື່ນ ຫຼື ບໍ່ກໍຕາມ, ເນື່ອງຈາກວ່າພວກເຂົາດຳລົງຊີວິດໃນແຕ່ລະມື້ໃນສະພາບຂອງການເຮັດການກະທຳທີ່ຊົ່ວຮ້າຍແບບບໍ່ຄິດໜ້າຄິດຫຼັງ ໂດຍບໍ່ຮູ້ວ່າສິ່ງທີ່ພວກເຂົາກຳລັງເຮັດນັ້ນຖືກຕ້ອງ ຫຼື ບໍ່ຖືກຕ້ອງ ແລະ ຖືວ່າການນິນທາ ແລະ ການຍຸແຍ່ໃຫ້ແຕກແຍກກັນນັ້ນເປັນວຽກງານທີ່ເໝາະສົມ ໂດຍທີ່ບໍ່ມີຄວາມຮັບຮູ້ໃນຈິດສຳນຶກຂອງພວກເຂົາເລີຍ, ເຈົ້າຈະເວົ້າບໍວ່າພວກເຂົາມີຄວາມເປັນມະນຸດ? ຖ້າພວກເຂົາມີຄວາມເປັນມະນຸດທີ່ປົກກະຕິຢ່າງແທ້ຈິງ, ພວກເຂົາກໍຄວນຮູ້ວ່າຫຼັກການທີ່ຄວບຄຸມການເວົ້າ ແລະ ການກະທຳແມ່ນຫຍັງ ແລະ ຍິ່ງໄປກວ່ານັ້ນ, ພວກເຂົາຄວນຮູ້ວ່າໃນການປະພຶດຕົນ, ຄົນເຮົາຕ້ອງເຂົ້າໃຈຄວາມຈິງ ແລະ ນີ້ຄືຄວາມຕ້ອງການທີ່ຍິ່ງໃຫຍ່ທີ່ສຸດຂອງຜູ້ຄົນ. ເຖິງຢ່າງໃດກໍຕາມ, ພວກເຂົາບໍ່ຮູ້ວ່າຜູ້ຄົນຕ້ອງການຫຍັງ ຫຼື ຜູ້ຄົນຄວນເຮັດຫຍັງ. ພວກເຂົາບໍ່ມີຄວາມເປັນມະນຸດທີ່ປົກກະຕິ; ພວກເຂົາເປັນສັດເດຍລະສານ. ບາງຄົນກໍເຖິງກັບຮ້າຍໄປກວ່າສັດເດຍລະສານອີກ. ເບິ່ງແມວເປັນຕົວຢ່າງ: ພວກມັນນອນ ແລະ ບາງຄັ້ງກໍຫຼິ້ນໃນຕອນກາງເວັນ ແລະ ໄປຈັບໜູເມື່ອຕົກຄ່ຳມາ. ໜູເປັນອັນຕະລາຍຕໍ່ມະນຸດ, ສະນັ້ນ ໂດຍການຈັບພວກມັນ ແມວຈຶ່ງກຳລັງເຮັດບາງສິ່ງທີ່ເປັນປະໂຫຍດຕໍ່ມະນຸດ. ຫຼື ເບິ່ງວິທີທີ່ໝາດຳລົງຊີວິດ. ນອກເໜືອຈາກການຫຼິ້ນກັບເຈົ້ານາຍຂອງພວກມັນແລ້ວ, ໝາຍັງເຝົ້າເຮືອນອີກດ້ວຍ. ເມື່ອໃດທີ່ມີຄົນແປກໜ້າມາ, ພວກມັນກໍຈະເລີ່ມເຫົ່າເພື່ອເຕືອນເຈົ້ານາຍຂອງພວກມັນ ແລະ ເຝົ້າເຮືອນ. ເມື່ອເຈົ້ານາຍຂອງພວກມັນພາພວກມັນອອກໄປຂ້າງນອກ, ພວກມັນກໍຈະຢູ່ຄຽງຂ້າງເຈົ້ານາຍຂອງພວກມັນ ແລະ ຖ້າມີຄົນແປກໜ້າເຂົ້າມາໃກ້, ພວກມັນກໍຈະປົກປ້ອງເຈົ້ານາຍຂອງພວກມັນ. ພວກມັນເຮັດບົດບາດໃນການປົກປ້ອງ ແລະ ການເຝົ້າເບິ່ງເຮືອນ. ບໍ່ວ່າຈະເປັນແມວ ຫຼື ໝາ, ພວກມັນກໍລ້ວນແຕ່ສາມາດໃສ່ໃຈວຽກງານທີ່ເໝາະສົມໄດ້. ແນ່ນອນວ່າ ສັດເຮັດສິ່ງນີ້ບໍ່ແມ່ນຍ້ອນມີກຳລັງຄວບຄຸມຂອງຈິດສຳນຶກ ແຕ່ເປັນຍ້ອນສັນຊາດຕະຍານ. ເມື່ອພຣະເຈົ້າສ້າງພວກມັນຂຶ້ນມາ, ພຣະອົງໄດ້ສ້າງສັນຊາດຕະຍານນີ້ ແລະ ມອບໝາຍພາລະກິດດັ່ງກ່າວໃຫ້ພວກມັນ ແລະ ພວກມັນກໍຍຶດໝັ້ນກັບພາລະກິດຂອງພວກມັນ ແລະ ບໍ່ມີໃຜສາມາດປ່ຽນແປງສິ່ງນີ້ໄດ້. ສັດເຖິງກັບສາມາດປະຕິບັດຄວາມຮັບຜິດຊອບຂອງພວກມັນ ແລະ ໃສ່ໃຈວຽກງານທີ່ເໝາະສົມໄດ້. ຖ້າຄົນໃດຄົນໜຶ່ງເປັນມະນຸດ, ຢ່າງໜ້ອຍທີ່ສຸດ, ຄົນໆນັ້ນກໍຕ້ອງຖືກຄວບຄຸມໂດຍຈິດສຳນຶກ ແລະ ເຫດຜົນ. ຄົນເຮົາຄວນມີມາດຕະຖານ ແລະ ຂີດຈຳກັດຕໍ່າສຸດໃນຫົວໃຈຂອງຕົນກ່ຽວກັບສິ່ງທີ່ຕົນຄວນ ແລະ ບໍ່ຄວນເຮັດໃນແຕ່ລະມື້, ການກະທຳໃດທີ່ກ່ຽວຂ້ອງກັບຄວາມຈິງ ແລະ ການກະທຳໃດທີ່ຖືວ່າເປັນການລະເລີຍວຽກງານທີ່ເໝາະສົມ. ມາດຕະຖານເຫຼົ່ານີ້ ແລະ ຂີດຈຳກັດຕໍ່າສຸດນີ້ສາມາດຊັ່ງຊາໄດ້ຢ່າງໄວວາໂດຍໃຊ້ຈິດສຳນຶກ ແລະ ເຫດຜົນຂອງຄວາມເປັນມະນຸດ. ຕົວຢ່າງ: ການເປັນຄົນເສເພ ແລະ ບໍ່ມີການຢັບຢັ້ງ, ການມັກປີ້ນຂາວເປັນດຳ ແລະ ອື່ນໆ, ຄົນປະເພດໃດທີ່ເຮັດສິ່ງເຫຼົ່ານີ້? ຄົນປົກກະຕິສາມາດຮັບຮູ້ໄດ້ວ່າ: “ນັ້ນຄືສິ່ງທີ່ເຮັດໂດຍຄົນຂີ້ຄ້ານ ແລະ ພວກອັນທະພານທີ່ລະເລີຍວຽກງານທີ່ເໝາະສົມ. ຄົນປົກກະຕິຫຍຸ້ງກັບເລື່ອງທີ່ເໝາະສົມຫຼາຍເກີນໄປ; ໃຜຈະໄປເຮັດສິ່ງເຫຼົ່ານັ້ນ? ພວກມັນບໍ່ມີປະໂຫຍດຫຍັງເລີຍ! ນອກຈາກນີ້, ສິ່ງເຫຼົ່ານີ້ທີ່ເປັນການປີ້ນຂາວເປັນດຳ ແລະ ການຍຸແຍ່ໃຫ້ແຕກແຍກກັນລ້ວນແຕ່ແມ່ນສິ່ງທີ່ເປັນລົບ ແລະ ບໍ່ຖືກຕ້ອງ. ຖ້າຜູ້ຄົນມີຈິດສຳນຶກ ແລະ ເຫດຜົນ, ພວກເຂົາກໍບໍ່ຄວນເຮັດສິ່ງເຫຼົ່ານັ້ນຢ່າງເດັດຂາດ. ບາງຄັ້ງຄາວ, ອາດຈະມີສະຖານະການພິເສດບາງຢ່າງ ເຊັ່ນ: ມີຄົນລ່ວງເກີນເຈົ້າ ແລະ ເຈົ້າອາດຈະຈົ່ມສອງສາມຄຳຍ້ອນຄວາມຫົວຮ້ອນ, ແຕ່ເຈົ້າບໍ່ສາມາດປ່ຽນສິ່ງນີ້ໃຫ້ກາຍເປັນເລື່ອງປົກກະຕິສຳລັບຊີວິດປະຈຳວັນຂອງເຈົ້າໄດ້; ເຈົ້າບໍ່ສາມາດປະຕິບັດຕໍ່ມັນວ່າເປັນວຽກງານທີ່ເໝາະສົມໄດ້!” ນີ້ຄືສິ່ງທີ່ສາມາດຊັ່ງຊາໄດ້ໂດຍໃຊ້ຈິດສຳນຶກ ແລະ ເຫດຜົນຂອງຄົນປົກກະຕິ, ສະນັ້ນ ພວກເຂົາຈຶ່ງສາມາດຫຼີກເວັ້ນຈາກການເຮັດສິ່ງເຫຼົ່ານີ້ໄດ້. ແຕ່ຄົນທີ່ບໍ່ມີຈິດສຳນຶກ ແລະ ເຫດຜົນປະຕິບັດຕໍ່ສິ່ງເຫຼົ່ານີ້ວ່າເປັນວຽກງານທີ່ເໝາະສົມ. ພວກເຂົາບໍ່ວິຕົກກັງວົນ ຫຼື ກັງວົນກ່ຽວກັບການເຮັດໃຫ້ໜ້າທີ່ຂອງພວກເຂົາຊັກຊ້າ. ເມື່ອພວກເຂົາຍັງເຮັດວຽກຂອງພວກເຂົາບໍ່ສຳເລັດ ແລະ ຄົນອື່ນຊຸກຍູ້ໃຫ້ພວກເຂົາເຮັດຕໍ່ໃຫ້ສຳເລັດ, ພວກເຂົາກໍບໍ່ໄດ້ຈິງຈັງກັບມັນ. ຄົນອື່ນລ້ວນແຕ່ຫຍຸ້ງຢູ່ກັບການປະຕິບັດໜ້າທີ່ຂອງຕົນ, ແຕ່ພວກເຂົາກໍທຳທ່າເປັນບໍ່ເຫັນສິ່ງນີ້. ເມື່ອໃດກໍຕາມທີ່ພວກເຂົາຮູ້ສຶກຢາກເຮັດ, ພວກເຂົາກໍຈະລົມກັນຫຼິ້ນ, ບໍ່ປິ້ນຂາວເປັນດຳກໍຍຸແຍ່ໃຫ້ແຕກແຍກກັນ. ການສະແດງອອກເຫຼົ່ານີ້ບໍ່ແມ່ນການສະແດງອອກຂອງຄວາມເປັນມະນຸດທີ່ປົກກະຕິ, ແຕ່ເປັນການສະແດງອອກຂອງການເປັນຜູ້ທີ່ບໍ່ແມ່ນມະນຸດ. ໃນຖານະທີ່ເປັນສະມາຊິກຂອງເຜົ່າພັນມະນຸດ, ຫຼັງຈາກທີ່ກ້າວເຂົ້າສູ່ໄວຜູ້ໃຫຍ່ແລ້ວ, ທຸກຄົນຄວນໄຕ່ຕອງເຖິງເລື່ອງທີ່ເໝາະສົມບາງຢ່າງ ເຊັ່ນ: ທັດສະນະຄະຕິຕໍ່ຊີວິດແບບໃດທີ່ຄົນເຮົາຄວນສ້າງຂຶ້ນມາ, ຄວາມປາຖະໜາ ແລະ ການໄລ່ຕາມເສາະຫາແບບໃດທີ່ຄົນເຮົາຄວນມີ, ຄົນເຮົາຄວນເຊື່ອໃນສິ່ງໃດ, ເສັ້ນທາງໃດທີ່ຄົນເຮົາຄວນຍ່າງ, ວິທີການດຳລົງຊີວິດເພື່ອໃຫ້ມີຄຸນຄ່າ ແລະ ຄວາມໝາຍໃນຊີວິດນີ້ ແລະ ອື່ນໆ, ມີຫຼາຍສິ່ງຫຼາຍຢ່າງເກີນໄປທີ່ຄົນເຮົາຄວນໄຕ່ຕອງ ແລະ ເຂົ້າໃຈ. ສິ່ງນີ້ເປັນຄວາມຈິງໂດຍສະເພາະຫຼັງຈາກທີ່ຜູ້ຄົນເຊື່ອໃນພຣະເຈົ້າ ແລະ ປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າ, ບ່ອນທີ່ປະລິມານຂອງວຽກງານແຕ່ລະຢ່າງນັ້ນມີຫຼາຍ, ເຊິ່ງຮຽກຮ້ອງໃຫ້ມີຄວາມຄືບໜ້າ ແລະ ປະສິດທິພາບເພື່ອໃຫ້ສຳເລັດ. ທຸກຄົນຫຍຸ້ງຫຼາຍ, ໃຜຈະມີເວລາຫວ່າງມາປີ້ນຂາວເປັນດຳ ແລະ ຍຸແຍ່ໃຫ້ແຕກແຍກກັນ? ຄົນສ່ວນໃຫຍ່ຈະບໍ່ໃຊ້ເວລາຂອງພວກເຂົາໄປກັບສິ່ງເຫຼົ່ານີ້. ນອກຈາກນີ້, ຄົນສ່ວນໃຫຍ່ກໍບໍ່ມີຄວາມມັກທີ່ຜິດປົກກະຕິນີ້; ໃຜກໍຕາມທີ່ມີກໍຈະເບິ່ງຄືວ່າແປກປະຫຼາດ ແລະ ຜິດປົກກະຕິຫຼາຍ. ຜູ້ທີ່ປະຕິບັດຕໍ່ການປີ້ນຂາວເປັນດຳ ແລະ ການຍຸແຍ່ໃຫ້ແຕກແຍກກັນວ່າເປັນຄວາມມັກທີ່ຜິດປົກກະຕິນັ້ນແມ່ນຜູ້ທີ່ບໍ່ແມ່ນມະນຸດ, ເພາະວ່າພຶດຕິກຳຂອງພວກເຂົາແຕກຕ່າງຈາກຄົນປົກກະຕິຢ່າງສິ້ນເຊີງ ແລະ ຂັດຕໍ່ຫຼັກການສຳລັບການເຮັດສິ່ງຕ່າງໆທີ່ຄົນປົກກະຕິຄວນມີ. ດ້ວຍເຫດນັ້ນ, ຄົນດັ່ງກ່າວຈຶ່ງເປັນພວກຕ່ຳຊ້າທີ່ລະເລີຍວຽກງານທີ່ເໝາະສົມຂອງຕົນ. ສິ່ງທີ່ພວກເຂົາເຮັດບໍ່ແມ່ນສິ່ງທີ່ຄົນປົກກະຕິຄວນເຮັດ; ບົດບາດທີ່ພວກເຂົາຫຼິ້ນກໍຄືບົດບາດຂອງຜູ້ທີ່ບໍ່ແມ່ນມະນຸດ. ແຕ່ພວກເຂົາເອງກໍຄິດວ່າມັນຂ້ອນຂ້າງດີ ແລະ ຖືກຕ້ອງ. ນີ້ບໍ່ແມ່ນການບໍ່ຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງບໍ? (ແມ່ນແລ້ວ).
ບາງຄົນມັກຈະມີພຶດຕິກຳທີ່ລັບໆລໍ້ໆ ແລະ ກ້າວກ່າຍຢູ່ລັບຫຼັງຜູ້ຄົນຢູ່ສະເໝີ. ຕົວຢ່າງ: ບາງຄົນມັກກວດເບິ່ງຂໍ້ມູນສ່ວນຕົວຂອງຄົນອື່ນ ເຊັ່ນ: ປຶ້ມບັນທຶກປະຈຳວັນສ່ວນຕົວ ແລະ ບັນທຶກການເຝົ້າດ່ຽວຝ່າຍວິນຍານຂອງພວກເຂົາ. ບາງຄົນມັກລັກຟັງຄຳອະທິຖານຂອງຄົນອື່ນ ຫຼື ລັກຟັງການສົນທະນາຂອງຄົນອື່ນ ເພື່ອເບິ່ງວ່າພວກເຂົາຖືກກ່າວເຖິງ ຫຼື ບໍ່ ແລະ ຄົນອື່ນຄິດແນວໃດກັບພວກເຂົາ. ບາງຄົນລັກເບິ່ງຄອມພິວເຕີຂອງຄົນອື່ນ ເພື່ອເບິ່ງວ່າພວກເຂົາມີຂໍ້ຄວາມຫຍັງແດ່, ພວກເຂົາກຳລັງຕິດຕໍ່ຫາໃຜ, ພວກເຂົາກຳລັງຟັງເພງຫຍັງ ແລະ ພວກເຂົາກຳລັງເບິ່ງວິດີໂອຫຍັງ, ໂດຍມັກຈະສອດຮູ້ສອດເຫັນຊີວິດສ່ວນຕົວຂອງຄົນອື່ນຢູ່ສະເໝີ. ຍັງມີອີກບາງຄົນທີ່ມືໄວ ເຊິ່ງມັກຄົ້ນເຄື່ອງຂອງສ່ວນຕົວ, ຫໍ່ເຄື່ອງ ແລະ ເຖິງກັບເຄື່ອງນອນຂອງຄົນອື່ນໂດຍບໍ່ໄດ້ຮັບອະນຸຍາດ. ພວກເຂົາກວດເບິ່ງທຸກສິ່ງທີ່ຄົນອື່ນກິນ, ນຸ່ງຫົ່ມ ຫຼື ໃຊ້. ຖ້າພວກເຂົາພົບຂອງດີ, ພວກເຂົາກໍຈະເອົາມັນໄປໃຊ້ ແລະ ຖ້າການໃຊ້ມັນເຮັດໃຫ້ພວກເຂົາຮູ້ສຶກດີ, ພວກເຂົາກໍຈະຖືວ່າມັນເປັນຂອງພວກເຂົາເອງ. ເມື່ອຄົນອື່ນຊື້ເຂົ້າໜົມ ຫຼື ເຂົ້າໜົມອົບ, ພວກເຂົາກໍຈະລັກຈອບເບິ່ງ ແລະ ຖ້າພວກເຂົາພົບສິ່ງທີ່ແຊບ, ພວກເຂົາກໍຈະກັດ ຫຼື ເອົາໄປຕອນໜຶ່ງ. ຈຸດປະສົງຂອງພວກເຂົາບໍ່ແມ່ນພຽງແຕ່ເພື່ອເບິ່ງເທົ່ານັ້ນ, ແຕ່ເພື່ອຈະກິນ ຍ້ອນວ່າພວກເຂົາຕະກະ. ຖ້າພວກເຂົາຢາກກິນ, ພວກເຂົາກໍສາມາດຂໍໄດ້ ແລະ ກໍຈະບໍ່ມີໃຜຫົວຂວັນພວກເຂົາ. ແຕ່ເປັນຫຍັງພວກເຂົາຈຶ່ງລັກອາຫານຂອງຄົນອື່ນຢູ່ລັບຫຼັງພວກເຂົາ? ການເຮັດແບບນີ້ຖືກຕ້ອງບໍ? (ບໍ່). ພວກເຂົາຮູ້ວ່າມັນຜິດ ແຕ່ກໍຍັງເຮັດ ແລະ ເຮັດເລື້ອຍໆ, ໂດຍຄົ້ນເຄື່ອງຂອງຄົນອື່ນຄືກັບວ່າມັນເປັນຂອງພວກເຂົາເອງ. ຖ້າຖືກຈັບໄດ້, ພວກເຂົາກໍຈະແກ້ຕົວໂດຍເວົ້າວ່າພວກເຂົາພຽງແຕ່ເບິ່ງຊື່ໆ ແລະ ພວກເຂົາກໍບໍ່ຮູ້ສຶກລະອາຍໃຈກັບສິ່ງນີ້. ເມື່ອບໍ່ມີໃຜຢູ່, ພວກເຂົາກໍຈະສືບຕໍ່ຄົ້ນ ແລະ ລັກເອົາໄປ. ພວກເຂົາບໍ່ມີຄວາມຮູ້ສຶກລະອາຍໃຈເລີຍ; ພວກເຂົາບໍ່ຮູ້ຊ້ຳວ່າມັນຖືກຕ້ອງ ຫຼື ບໍ່. ຄົນປະເພດໃດທີ່ເຮັດສິ່ງດັ່ງກ່າວ? ໂດຍທົ່ວໄປແລ້ວ, ເດັກນ້ອຍອາຍຸຫົກ ຫຼື ເຈັດປີທີ່ຮູ້ຄວາມກໍຍັງບໍ່ເຮັດສິ່ງເຫຼົ່ານີ້ເລີຍ. ຖ້າຜູ້ໃຫຍ່ກໍຍັງເຮັດແບບນັ້ນຢູ່, ມັນກໍເປັນຍ້ອນວ່າພວກເຂົາເຄີຍຊິນກັບການເຮັດສິ່ງເຫຼົ່ານີ້ມາຕັ້ງແຕ່ຍັງນ້ອຍແລ້ວ. ມັນຄືກັບຫົວຂະໂມຍທີ່ເຄີຍຊິນກັບການລັກ ແລະ ລັກເລັກຂະໂມຍນ້ອຍໄປທຸກບ່ອນທີ່ພວກເຂົາໄປ. ເຖິງແມ່ນວ່າພວກເຂົາຈະບໍ່ຂາດແຄນຫຍັງກໍຕາມ, ພວກເຂົາກໍຍັງຢາກລັກ; ມັນໄດ້ກາຍເປັນທຳມະຊາດທີສອງຂອງພວກເຂົາໄປແລ້ວ ແລະ ພວກເຂົາກໍບໍ່ສາມາດຢຸດໄດ້. ເຖິງແມ່ນວ່າພວກເຂົາຢາກຈະຢຸດ, ພວກເຂົາກໍຢຸດບໍ່ໄດ້. ພວກເຂົາເກີດມາເປັນຫົວຂະໂມຍ. ພວກເຂົາບໍ່ແມ່ນຜູ້ທີ່ບໍ່ແມ່ນມະນຸດບໍ? (ແມ່ນແລ້ວ). ເຈົ້າຢາກຮູ້ຢາກເຫັນ ແລະ ຍືນຍັນທີ່ຈະເບິ່ງເຄື່ອງຂອງສ່ວນຕົວຂອງຄົນອື່ນ, ແຕ່ການເບິ່ງນັ້ນຈະມີປະໂຫຍດຫຍັງ? ເຖິງແມ່ນວ່າເຈົ້າຈະເບິ່ງ, ພວກມັນກໍບໍ່ແມ່ນຂອງເຈົ້າ ແລະ ເຈົ້າກໍບໍ່ສາມາດໄດ້ຮັບພວກມັນມາ. ຖ້າເຈົ້າຢາກຢືມບາງສິ່ງບາງຢ່າງຈັກຄັ້ງໜຶ່ງແທ້ໆ, ກໍພຽງແຕ່ຂໍຄົນນັ້ນ ແລະ ໃຊ້ມັນຫຼັງຈາກທີ່ພວກເຂົາເຫັນດີໃຫ້ຢືມເທົ່ານັ້ນ. ຈົ່ງເຮັດສິ່ງຕ່າງໆຢ່າງເປີດເຜີຍ ແລະ ກົງໄປກົງມາ; ຢ່າເຮັດແບບລັບໆລໍ້ໆ. ຖ້າເຈົ້າຢາກນຸ່ງເຄື່ອງຂອງຄົນອື່ນ, ກໍຈົ່ງຂໍໃຫ້ພວກເຂົາໃຫ້ເຈົ້າຢືມຢ່າງເປີດເຜີຍ. ເຈົ້າສາມາດນຸ່ງເຄື່ອງນຸ່ງເຫຼົ່ານັ້ນໄດ້ກໍຕໍ່ເມື່ອພວກເຂົາເຫັນດີທີ່ຈະໃຫ້ເຈົ້າຢືມເທົ່ານັ້ນ. ຖ້າພວກເຂົາຍອມໃຫ້ເຈົ້າຢືມສິ່ງທີ່ພວກເຂົາໃຫ້ຄຸນຄ່າແບບຝືນໃຈ, ສິ່ງນີ້ກໍຖືວ່າເປັນຄວາມຮັກແພງລະຫວ່າງອ້າຍເອື້ອຍນ້ອງ. ຖ້າພວກເຂົາບໍ່ໃຫ້ເຈົ້າຢືມ, ກໍຢ່າລັກເອົາໄປນຸ່ງ. ຜູ້ທີ່ເຊື່ອໃນພຣະເຈົ້າລ້ວນແຕ່ເປັນຜູ້ໃຫຍ່ແລ້ວ, ແຕ່ບາງຄົນກໍຍັງປະພຶດຕົວບໍ່ເໝາະສົມ ແລະ ບາງຄົນກໍເຖິງກັບເປັນຄົນມືໄວ. ພວກເຂົາລັກຄົ້ນເຄື່ອງຂອງຄົນອື່ນໂດຍບໍ່ຮູ້ວ່າມັນຜິດ. ເມື່ອພວກເຂົາຖືກຈັບໄດ້ ແລະ ຄົນອື່ນເວົ້າເຖິງພວກເຂົາ, ພວກເຂົາກໍບໍ່ຮູ້ສຶກລະອາຍໃຈ ແລະ ເຖິງກັບຄິດວ່າ: “ຖ້າຂ້ອຍຄົ້ນເຄື່ອງຂອງເຈົ້າ ແລ້ວມັນເປັນຫຍັງ? ເຈົ້າບໍ່ໄດ້ເສຍຫຍັງໄປເລີຍ ແລະ ເຄື່ອງຂອງເຈົ້າກໍບໍ່ໄດ້ຖືກແຍກອອກໄວ້ວ່າບໍລິສຸດ, ແລ້ວເປັນຫຍັງຂ້ອຍຈຶ່ງເບິ່ງພວກມັນບໍ່ໄດ້?” ເບິ່ງແມ, ພວກເຂົາເຖິງກັບໃຊ້ເຫດຜົນທີ່ບິດເບືອນ. ບັນຫານີ້ຮ້າຍແຮງຫຼາຍ; ມັນບໍ່ແມ່ນພຽງແຕ່ບັນຫາກ່ຽວກັບພຶດຕິກຳຂອງພວກເຂົາເທົ່ານັ້ນ, ແຕ່ເປັນບັນຫາກ່ຽວກັບແກ່ນແທ້ຄວາມເປັນມະນຸດຂອງພວກເຂົາ. ແລ້ວບັນຫາກ່ຽວກັບແກ່ນແທ້ຂອງພວກເຂົາແມ່ນຫຍັງ? ຄົນດັ່ງກ່າວບໍ່ຮູ້ຕົວຫຍັງເລີຍເມື່ອພວກເຂົາເຮັດຜິດ. ເມື່ອມີຄົນຄົ້ນພົບສິ່ງທີ່ພວກເຂົາໄດ້ເຮັດ ແລະ ແກ້ໄຂພວກເຂົາ, ພວກເຂົາບໍ່ພຽງແຕ່ບໍ່ຍອມຮັບເທົ່ານັ້ນ, ແຕ່ພວກເຂົາຍັງແກ້ຕົວ, ໃຊ້ເຫດຜົນທີ່ບິດເບືອນ ແລະ ຍືນຍັນທີ່ຈະເຮັດແບບນັ້ນຕໍ່ໄປ. ສິ່ງນີ້ສະແດງໃຫ້ເຫັນວ່າພວກເຂົາເປັນຜູ້ທີ່ບໍ່ແມ່ນມະນຸດ. ລັກສະນະໜຶ່ງຂອງຜູ້ທີ່ບໍ່ແມ່ນມະນຸດກໍຄື ພວກເຂົາບໍ່ເຄີຍຍອມຮັບວ່າພວກເຂົາຜິດເມື່ອພວກເຂົາເຮັດຜິດ, ບໍ່ມີຄວາມສຳນຶກຜິດໃດໆເລີຍ, ຍືນຍັນທີ່ຈະເຊື່ອວ່າພວກເຂົາຖືກຕ້ອງ ແລະ ເຕັມໄປດ້ວຍຂໍ້ແກ້ຕົວ. ນັ້ນກໍຄື ພວກເຂົາເວົ້າເຖິງສິ່ງທີ່ຜິດ, ສິ່ງທີ່ບິດເບືອນ ພ້ອມທັງສິ່ງທີ່ຄົດໂກງ ແລະ ຊົ່ວຊ້າວ່າເປັນສິ່ງທີ່ຖືກຕ້ອງ. ນີ້ຄືການຖືເອົາເຫດຜົນທີ່ຜິດພ້ຽນຄືກັບວ່າມັນຖືກຕ້ອງ. ຜູ້ທີ່ມີຄຸນລັກສະນະນີ້ຂາດຈິດສຳນຶກ ແລະ ເຫດຜົນ. ຄົນທີ່ຂາດຈິດສຳນຶກ ແລະ ເຫດຜົນແມ່ນຜູ້ທີ່ບໍ່ແມ່ນມະນຸດ. ສິ່ງເຫຼົ່ານີ້ຄືການສະແດງອອກທີ່ຜູ້ທີ່ບໍ່ແມ່ນມະນຸດມີຢ່າງແທ້ຈິງ. ເມື່ອພວກເຂົາລັກຄົ້ນເຄື່ອງຂອງຄົນອື່ນ, ບໍ່ວ່າເຈົ້າຈະເປີດໂປງພວກເຂົາ ຫຼື ໂອ້ລົມຄວາມຈິງກັບພວກເຂົາແນວໃດກໍຕາມ, ພວກເຂົາກໍບໍ່ຍອມຮັບມັນ. ພວກເຂົາບໍ່ພຽງແຕ່ບໍ່ຮູ້ສຶກສຳນຶກຜິດເທົ່ານັ້ນ, ແຕ່ພວກເຂົາຍັງໃຊ້ເຫດຜົນທີ່ບິດເບືອນ ໂດຍເວົ້າວ່າ: “ຂ້ອຍພຽງແຕ່ຄົ້ນເຄື່ອງຂອງຄົນອື່ນ, ມັນຜິດບ່ອນໃດ? ເມື່ອທຽບກັບຄົນທີ່ມັກມົ້ວສຸມທາງເພດ, ຄາດຕະກຳ ຫຼື ການວາງເພີງ ແລະ ຜູ້ທີ່ໄດ້ເຮັດຄວາມຊົ່ວທຸກຮູບແບບທີ່ສາມາດຈິນຕະນາການອອກໄດ້, ຂ້ອຍກໍເປັນຄົນທີ່ດີທີ່ສຸດແລ້ວ! ເຈົ້າຈະໄປຫາຄົນທີ່ດີຄືກັບຂ້ອຍໄດ້ຈາກໃສອີກ?” ນີ້ບໍ່ແມ່ນການບໍ່ມີເຫດຜົນຢ່າງສິ້ນເຊີງບໍ? (ແມ່ນແລ້ວ). ຖ້າຄົນໃດຄົນໜຶ່ງເຮັດບາງສິ່ງທີ່ຜິດ ແລະ ດື້ດ້ານບໍ່ຍອມຮັບມັນ, ພວກເຂົາກໍໝົດຫວັງແລ້ວ. ບາງຄົນເຮັດຜິດຮ້າຍແຮງຫຼາຍຈົນບໍ່ສາມາດຍອມຮັບໄດ້ ແມ່ນແຕ່ເມື່ອປະເມີນໂດຍໃຊ້ສິນທຳຂອງມະນຸດ, ແຮງໄກທີ່ເມື່ອໃຊ້ຄວາມຈິງ; ຂີດຄວາມສາມາດຂອງພວກເຂົາເຮັດໃຫ້ພວກເຂົາບໍ່ມີຄວາມພ້ອມທີ່ຈະຮັບຮູ້ສິ່ງນີ້. ໃນແງ່ຂອງຄວາມເປັນມະນຸດ, ເມື່ອຄົນເຮົາຂາດຈິດສຳນຶກ ແລະ ເຫດຜົນ, ພວກເຂົາກໍບໍ່ແມ່ນມະນຸດ. ບໍ່ວ່າເຈົ້າຈະຄິດວ່າເຈົ້າດີ, ມີຄວາມເມດຕາ, ຍິ່ງໃຫຍ່ ຫຼື ສູງສົ່ງສໍ່າໃດກໍຕາມ, ຖ້າເຈົ້າບໍ່ມີການສະແດງອອກຂອງຈິດສຳນຶກ ແລະ ເຫດຜົນ, ແຕ່ພັດມີການສະແດງອອກຂອງການເປັນຜູ້ທີ່ບໍ່ແມ່ນມະນຸດຫຼາຍຢ່າງ ແລະ ເຖິງກັບມີການປະຕິບັດສະເພາະ ພ້ອມທັງຄວາມຄິດ ແລະ ມຸມມອງທີ່ຜິດພາດຫຼາຍຢ່າງ, ແລ້ວເຈົ້າກໍບໍ່ແມ່ນມະນຸດ. ຄຸນລັກສະນະຫຼັກຂອງຜູ້ທີ່ບໍ່ແມ່ນມະນຸດກໍຄື ພວກເຂົາບໍ່ຍອມຮັບຄວາມຈິງ ຫຼື ສິ່ງທີ່ເປັນບວກ, ແຕ່ຍອມຮັບສິ່ງທີ່ຜິດພາດວ່າເປັນມຸມມອງທີ່ຖືກຕ້ອງ ແລະ ເຖິງກັບສາມາດສ້າງຄວາມສັບສົນລະຫວ່າງສິ່ງທີ່ຖືກ ແລະ ສິ່ງທີ່ຜິດ ພ້ອມທັງປີ້ນຂາວເປັນດຳເພື່ອເຮັດໃຫ້ຜູ້ຄົນຫຼົງຜິດໄດ້.
ມີຄົນປະເພດໜຶ່ງທີ່ເມື່ອເຫັນວ່າລູກສາວຂອງພວກເຂົາໜ້າຕາດີ, ກໍຢາກໃຊ້ລາວເພື່ອຫາເງິນໃຫ້ໄດ້ຫຼາຍໆ. ສະນັ້ນ, ພວກເຂົາຈຶ່ງໝັ້ນໝາຍລາວໃຫ້ກັບຄົນລວຍ ແລະ ຮຽກຮ້ອງເອົາຄ່າດອງຈຳນວນຫຼາຍ. ເມື່ອພວກເຂົາໄດ້ຄ່າດອງມາແລ້ວ, ພວກເຂົາກໍເລີ່ມກິນ, ດື່ມ ແລະ ຫາຄວາມສຸກໃຫ້ກັບຕົນເອງ. ຫຼັງຈາກນັ້ນໄລຍະໜຶ່ງ, ເມື່ອພວກເຂົາໃຊ້ເງິນເກືອບໝົດແລ້ວ, ພວກເຂົາກໍກັບໄປຫາຄອບຄົວຂອງຝ່າຍຊາຍເພື່ອຂໍເງິນຕື່ມອີກ. ເມື່ອຄອບຄົວຝ່າຍຊາຍບອກວ່າພວກເຂົາວ່າໄດ້ໃຫ້ຄ່າດອງໄປໝົດແລ້ວ ແລະ ບໍ່ສາມາດໃຫ້ໄດ້ອີກ, ພໍ່ແມ່ກໍໝັ້ນໝາຍລູກສາວໃຫ້ກັບອີກຄອບຄົວໜຶ່ງ ແລະ ຮຽກຮ້ອງຄ່າດອງຈຳນວນຫຼາຍອີກຄັ້ງ. ຄອບຄົວທຳອິດເຫັນວ່າພວກເຂົາຈະບໍ່ຍອມໃຫ້ລູກສາວແຕ່ງງານເຂົ້າຄອບຄົວຂອງຕົນ, ສະນັ້ນ ພວກເຂົາຈຶ່ງທວງຄ່າດອງຄືນ. ແລ້ວຄົນເຫຼົ່ານັ້ນເວົ້າວ່າແນວໃດ? “ລູກສາວຂອງຂ້ອຍແຕ່ງງານກັບລູກຊາຍຂອງເຈົ້າບໍ່ໄດ້ດອກ ເພາະເຈົ້າໃຫ້ເງິນຄ່າດອງບໍ່ພໍ. ພວກເຮົາບໍ່ຄວນຕ້ອງສົ່ງເງິນຄືນໃຫ້ເຈົ້າ. ໃຜບອກໃຫ້ເຈົ້າໃຫ້ຄ່າດອງບໍ່ພໍ? ເຈົ້າໃຫ້ເງິນບໍ່ພໍແລ້ວຍັງຢາກແຕ່ງງານກັບລູກສາວຂອງຂ້ອຍອີກບໍ? ບໍ່ມີທາງ!” ຫຼັງຈາກທີ່ຫຼອກເອົາເງິນແລ້ວ, ພວກເຂົາກໍເລີ່ມໃຊ້ເຫດຜົນທີ່ບິດເບືອນ. ຄອບຄົວທຳອິດຮູ້ສຶກຕົວວ່າພວກເຂົາໄດ້ພົບກັບຄົນຫຼອກລວງ, ຄົນຂີ້ໂກງ, ສະນັ້ນ ພວກເຂົາຈຶ່ງບໍ່ສົນໃຈພວກເຂົາ. ຄອບຄົວທີສອງກໍຖືກຕົ້ມແບບດຽວກັນ. ລູກສາວຖືກໝັ້ນໝາຍໃຫ້ກັບຫຼາຍຄອບຄົວຈົນວຸ້ນວາຍໄປໝົດ ແລະ ຫຼັງຈາກທີ່ວຸ້ນວາຍມາທັງໝົດ, ໃນທີ່ສຸດລາວກໍບໍ່ໄດ້ແຕ່ງງານ, ແຕ່ຄອບຄົວຂອງລາວກໍຫາເງິນໄດ້ຫຼາຍ. ຄອບຄົວນີ້ດີບໍ? (ບໍ່ດີ). ເປັນຫຍັງຈຶ່ງວ່າບໍ່ດີ? (ພວກເຂົາໃຊ້ການແຕ່ງງານຂອງລູກສາວຂອງພວກເຂົາເພື່ອຫຼອກເອົາເງິນຈາກຜູ້ຊາຍ. ເມື່ອຖືກຂໍໃຫ້ສົ່ງເງິນຄືນ, ພວກເຂົາກໍປະຕິເສດ ແລະ ໃຊ້ເຫດຜົນທີ່ບິດເບືອນ. ພວກເຂົາບໍ່ມີເຫດຜົນເລີຍ. ຄົນແບບນີ້ບໍ່ຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ ພ້ອມທັງບໍ່ມີຄວາມຮູ້ສຶກລະອາຍໃຈ, ສະນັ້ນ ພວກເຂົາຈຶ່ງເປັນຄົນບໍ່ດີ). ພວກເຂົາສະແດງພຶດຕິກຳທັງໝົດເຫຼົ່ານີ້ອອກມາ. ພວກເຂົາບໍ່ຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ ພ້ອມທັງບໍ່ມີຄວາມຮູ້ສຶກລະອາຍໃຈເລີຍ. ພວກເຂົາໃຊ້ເງິນທີ່ຫຼອກລວງມາໄດ້ໂດຍບໍ່ຮູ້ສຶກຕຳນິຕົນເອງເລີຍ ແລະ ເຖິງກັບກິນດື່ມຢ່າງດີ ພ້ອມທັງດຳລົງຊີວິດໃນແຕ່ລະມື້ຢ່າງສະບາຍໃຈ. ບອກເຮົາເບິ່ງ, ມີຄົນແບບນີ້ໃນທ່າມກາງຜູ້ທີ່ເຊື່ອໃນພຣະເຈົ້າບໍ? (ອາດຈະມີ). ມີ. ຄົນເຫຼົ່ານີ້ມີກົນອຸບາຍຫຼອກລວງທຸກຮູບແບບ, ເຮັດໃຫ້ມັນເປັນໄປບໍ່ໄດ້ທີ່ຈະປ້ອງກັນຕົວຈາກພວກເຂົາໄດ້. ໂລກທີ່ວຸ້ນວາຍແຫ່ງຄວາມຊົ່ວຮ້າຍຂອງຜູ້ບໍ່ມີຄວາມເຊື່ອກໍເປັນແບບນີ້ແຫຼະ, ແຕ່ຖ້າຄົນທີ່ເຊື່ອໃນພຣະເຈົ້າກໍຍັງສາມາດຫຼອກລວງຜູ້ຄົນດ້ວຍວິທີນີ້ໄດ້, ພວກເຂົາກໍບໍ່ແມ່ນຄົນດີຢ່າງແນ່ນອນ. ທຳມະຊາດຂອງພວກເຂົານັ້ນຊົ່ວຮ້າຍຫຼາຍ; ເຖິງແມ່ນວ່າໃນຂະນະທີ່ເຊື່ອໃນພຣະເຈົ້າ, ພວກເຂົາກໍເປັນຜູ້ບໍ່ເຊື່ອ. ສິ່ງນີ້ບໍ່ໄດ້ຖືກກຳນົດໂດຍທຳມະຊາດຂອງພວກເຂົາບໍ? (ແມ່ນແລ້ວ). ພວກເຂົາບໍ່ເຊື່ອແມ່ນແຕ່ເລື່ອງກຳຕາມສະໜອງ, ແຕ່ພວກເຂົາພັດເຊື່ອໃນພຣະເຈົ້າ, ພວກເຂົາເປັນຄົນຕ່ຳຊ້າປະເພດໃດກັນ? ພວກເຂົາຫຼອກເອົາຄ່າດອງຈາກຜູ້ຄົນ ແລະ ບໍ່ຍອມໃຫ້ລູກສາວຂອງພວກເຂົາແຕ່ງງານ. ນີ້ຄືການຫຼອກລວງ. ຍິ່ງໄປກວ່ານັ້ນ, ພວກເຂົາບໍ່ພຽງແຕ່ຫຼອກລວງຄອບຄົວດຽວເທົ່ານັ້ນ, ແຕ່ຫຼອກລວງຫຼາຍຄອບຄົວ ແລະ ຍັງຄົງດຳລົງຊີວິດຢ່າງສະບາຍໃຈ. ແລ້ວພວກເຂົາຍັງອ້າງວ່າເຊື່ອໃນພຣະເຈົ້າອີກດ້ວຍ. ພຣະເຈົ້າຍອມຮັບຄົນເຊັ່ນນີ້ບໍ? (ບໍ່). ພຣະເຈົ້າບໍ່ຍອມຮັບຄວາມເຊື່ອຂອງພວກເຂົາ. ຖ້າມີຄົນເຊັ່ນນີ້ຢູ່ໃນເຮືອນຂອງພຣະເຈົ້າ, ພວກເຂົາກໍຕ້ອງຖືກຊຳລະລ້າງອອກໄປ. ເຮືອນຂອງພຣະເຈົ້າບໍ່ຕ້ອງການຄົນເຊັ່ນນີ້. ຄົນຫຼອກລວງບໍ່ສາມາດປ່ຽນແປງໄດ້; ພຣະເຈົ້າບໍ່ຊ່ວຍຄົນຊົ່ວຮ້າຍໃຫ້ລອດພົ້ນ. ຄົນຫຼອກລວງຈະຫຼອກລວງຜູ້ຄົນບໍ່ວ່າພວກເຂົາຈະໄປໃສກໍຕາມ. ເມື່ອພວກເຂົາມາທີ່ເຮືອນຂອງພຣະເຈົ້າ, ພວກເຂົາຈະຫຼອກລວງອ້າຍເອື້ອຍນ້ອງບໍ? ພວກເຂົາຈະຫຼອກລວງເຮືອນຂອງພຣະເຈົ້າບໍ? ພວກເຂົາຈະຫຼອກລວງຢ່າງແນ່ນອນ. ພຣະເຈົ້າຈະຊ່ວຍຄົນເຊັ່ນນັ້ນໃຫ້ລອດພົ້ນບໍ? ພຣະເຈົ້າຈະບໍ່ຊ່ວຍພວກເຂົາໃຫ້ລອດພົ້ນດອກ. ຄົນຫຼອກລວງແມ່ນຄົນປະເພດໃດ? ໃຫ້ເວົ້າຢ່າງຊັດເຈນກໍຄື ພວກເຂົາແມ່ນຜູ້ທີ່ບໍ່ແມ່ນມະນຸດ. ຜູ້ທີ່ບໍ່ແມ່ນມະນຸດແມ່ນຄົນທີ່ບໍ່ມີຈິດສຳນຶກ ແລະ ເຫດຜົນ. ສະນັ້ນ, ຄົນເຊັ່ນນີ້ຈະໄປຫຼອກລວງຜູ້ຄົນໃນຂະນະທີ່ເຊື່ອໃນພຣະເຈົ້າບໍ? ພວກເຂົາຈະເຮັດຢ່າງແນ່ນອນ. ຖ້າພວກເຂົາອ້າງວ່າເຊື່ອໃນພຣະເຈົ້າ, ອ້າຍເອື້ອຍນ້ອງບາງຄົນກໍຈະປະຕິບັດຕໍ່ພວກເຂົາດ້ວຍຄວາມຮັກ, ໂດຍຊ່ວຍເຫຼືອພວກເຂົາໃນຄວາມຫຍຸ້ງຍາກຂອງພວກເຂົາ ແລະ ໃຫ້ສິ່ງທີ່ພວກເຂົາຕ້ອງການ. ແຕ່ໃນທີ່ສຸດ, ເມື່ອເວລາຜ່ານໄປ, ພວກເຂົາກໍຄົ້ນພົບວ່າຄົນໆນີ້ບໍ່ໄດ້ໄລ່ຕາມເສາະຫາຄວາມຈິງເລີຍ ແລະ ເປັນຄົນຫຼອກລວງ. ພວກເຂົາບໍ່ໄດ້ຖືກຫຼອກລວງບໍ? ເພາະສະນັ້ນ, ຄົນເຮົາຕ້ອງຮູ້ວິທີແຍກແຍະຄົນຫຼອກລວງເພື່ອຫຼີກລ່ຽງການຖືກຫຼອກລວງ. ນີ້ກໍເພື່ອປົກປ້ອງອ້າຍເອື້ອຍນ້ອງຈາກການຖືກຫຼອກລວງ. ຖ້າພົບເຫັນຄົນເຊັ່ນນີ້, ພວກເຂົາກໍຄວນຖືກຄັດອອກ, ເພາະວ່າພວກເຂົາມີຊື່ສຽງໃນທາງທີ່ບໍ່ດີ ແລະ ສາມາດເຮັດສິ່ງທີ່ບໍ່ດີໃດໆກໍໄດ້, ພວກເຂົາເປັນຄົນຂີ້ໂກງໃນສັງຄົມ. ຄົນຂີ້ໂກງຈະໄດ້ຮັບຄວາມລອດພົ້ນໄດ້ແນວໃດ? ຄົນຂີ້ໂກງບໍ່ໄດ້ຮັບອະນຸຍາດໃຫ້ມີຕົວຕົນຢູ່ໃນຄຣິສຕະຈັກ. ພວກເຂົາບໍ່ເໝາະສົມທີ່ຈະດຳລົງຊີວິດໃນທ່າມກາງປະຊາກອນທີ່ພຣະເຈົ້າເລືອກ. ພວກເຂົາຄວນຖືກຄັດອອກ; ພວກເຂົາບໍ່ຄູ່ຄວນທີ່ຈະຢູ່ໃນເຮືອນຂອງພຣະເຈົ້າຕໍ່ໄປ.
ຍັງມີບາງຄົນທີ່ມັກຢືມສິ່ງຂອງຈາກຄົນອື່ນເປັນພິເສດ. ບໍ່ວ່າຈະເປັນອາຫານ, ເຄື່ອງນຸ່ງ, ເຄື່ອງມື, ຄອມພິວເຕີ ຫຼື ເຟີນີເຈີ, ພວກເຂົາຢືມທຸກຢ່າງ, ແມ່ນແຕ່ເງິນ, ເຄື່ອງປະດັບ ແລະ ລົດ. ບາງຄົນມີເງິນຂອງຕົນເອງ ແຕ່ບໍ່ຈັບຈ່າຍຊື້ເຄື່ອງດ້ວຍຕົນເອງ; ພວກເຂົາພຽງແຕ່ມັກຢືມຈາກຄົນອື່ນ, ໂດຍຕັ້ງໃຈເອົາປຽບພວກເຂົາ. ຕົວຢ່າງ: ບາງຄົນຢືມລົດເພື່ອອອກໄປຂ້າງນອກ ແລະ ບໍ່ຕື່ມນ້ຳມັນເມື່ອພວກເຂົາໃຊ້ນ້ຳມັນຈົນໝົດ. ບາງຄົນເຖິງກັບຢືມລົດແລ້ວບໍ່ສົ່ງຄືນ, ໂດຍລໍຖ້າຈົນກວ່າເຈົ້າຂອງຈະມາທວງຖາມຈຶ່ງສົ່ງຄືນ. ບາງຄົນຢືມເຄື່ອງມື ແລະ ບໍ່ສ້ອມແປງໃຫ້ເຈົ້າຂອງເມື່ອພວກເຂົາເຮັດມັນເປ້ເພ, ໂດຍບໍ່ແມ່ນແຕ່ຈະກ່າວຄຳຂໍໂທດຊ້ຳ. ບາງຄົນຢືມເງິນແລ້ວໃຊ້ຈົນໝົດ, ໂດຍບໍ່ມີເຈດຕະນາທີ່ຈະສົ່ງຄືນ, ຄືກັບວ່າມັນເປັນເງິນຂອງພວກເຂົາເອງ. ພວກເຂົາພຽງແຕ່ຫວັງວ່າຜູ້ໃຫ້ຢືມຈະລືມມັນໄປ, ເຊິ່ງນັ້ນກໍຈະເປັນໄປຕາມທີ່ພວກເຂົາຕ້ອງການ, ໂດຍຕັ້ງໃຈເອົາປຽບ. ພວກເຂົາໃຊ້ເງິນຂອງຄົນອື່ນສຳລັບທຸລະກິດ, ສຳລັບອາຫານ, ເຄື່ອງດື່ມ ແລະ ຄວາມບັນເທີງ, ໃນຂະນະທີ່ເກັບເງິນຂອງຕົນເອງໄວ້ເພື່ອຮັບດອກເບ້ຍ ຫຼື ລົງທຶນໃນຮຸ້ນ. ເມື່ອຖືກຖາມວ່າພວກເຂົາຈະຈ່າຍເງິນຄືນເມື່ອໃດ, ພວກເຂົາກໍເວົ້າວ່າ: “ຂ້ອຍຈະຈ່າຍຄືນເມື່ອຂ້ອຍມີເງິນ. ຂ້ອຍຈະຈ່າຍຄືນໄດ້ແນວໃດໃນເມື່ອຕອນນີ້ຂ້ອຍບໍ່ມີເງິນເລີຍ!” ເຫັນບໍ? ທາດແທ້ຂອງພວກເຂົາຖືກເປີດໂປງແລ້ວ ແມ່ນບໍ? ມັນເປັນເຈດຕະນາຂອງພວກເຂົາມາຕັ້ງແຕ່ຕົ້ນທີ່ຈະບໍ່ມີວັນຈ່າຍຄືນເລີຍ. ນີ້ແມ່ນຄົນປະເພດໃດ? ນີ້ຄືຄົນຂີ້ໂກງ. ຄົນອື່ນໆ, ເມື່ອເຫັນວ່າຄົນໃດຄົນໜຶ່ງມີໂມງທີ່ສວຍງາມ, ກໍຂໍຢືມສອງສາມມື້ ແລະ ໃນທີ່ສຸດກໍເຮັດໃຫ້ໂມງນັ້ນເປື້ອນ. ເມື່ອເຈົ້າຂອງມາທວງເອົາຄືນ, ພວກເຂົາກໍຮູ້ສຶກບໍ່ພໍໃຈ ແລະ ເວົ້າວ່າ: “ເຈົ້າຂີ້ໜຽວຫຼາຍ! ຂ້ອຍຫາກໍເອົາມາໄດ້ສອງສາມມື້ ແລ້ວເຈົ້າກໍມາທວງເອົາຄືນແລ້ວ!” ນີ້ຄືຄວາມຄິດປະເພດໃດ? ມັກຈະຢາກຍຶດເອົາສິ່ງຂອງດີໆຂອງຄົນອື່ນມາເປັນຂອງຕົນເອງຢູ່ສະເໝີ. ນີ້ບໍ່ແມ່ນຄວາມໂລບມາກບໍ? ພວກເຂົາຮູ້ສຶກວ່າການຢືມສິ່ງຂອງນັ້ນເປັນເລື່ອງທຳມະຊາດ ແລະ ທ່ຽງທຳໂດຍສົມບູນ, ສະນັ້ນ ພວກເຂົາຈຶ່ງມັກຈະຊອກຫາໂອກາດທີ່ຈະຢືມຈາກຄົນອື່ນຢູ່ສະເໝີ. ບໍ່ວ່າພວກເຂົາຈະຢືມຫຍັງກໍຕາມ, ພວກເຂົາກໍບໍ່ເຄີຍຢາກສົ່ງຄືນ, ໂດຍຫວັງທີ່ຈະຍຶດເອົາສິ່ງຂອງເຫຼົ່ານັ້ນມາເປັນຂອງຕົນເອງ. ນີ້ແມ່ນຄົນປະເພດໃດ? (ນີ້ຄືຄົນອັນທະພານ ແລະ ຄົນຂີ້ໂກງ; ນີ້ຄືຜູ້ທີ່ບໍ່ແມ່ນມະນຸດ). ມີຄົນຂີ້ໂກງ ແລະ ຜູ້ທີ່ບໍ່ແມ່ນມະນຸດແບບນີ້ຫຼາຍໃນທ່າມກາງຜູ້ບໍ່ມີຄວາມເຊື່ອ, ພວກເຮົາຈະບໍ່ສົນທະນາກ່ຽວກັບພວກເຂົາຕື່ມອີກ. ແຕ່ມີຄົນແບບນີ້ໃນທ່າມກາງຜູ້ທີ່ເຊື່ອໃນພຣະເຈົ້າບໍ? ຖ້າຄົນເຊັ່ນນີ້ແຊກຊຶມເຂົ້າມາໃນຄຣິສຕະຈັກ, ພວກເຂົາບໍ່ແມ່ນຄົນອັນທະພານ ແລະ ຄົນຂີ້ໂກງບໍ? (ແມ່ນ). ຄົນຂີ້ໂກງແບບນີ້ເຊື່ອໃນພຣະເຈົ້າພຽງເພື່ອໃຫ້ໄດ້ຮັບພອນເທົ່ານັ້ນ. ເມື່ອພວກເຂົາພົວພັນກັບອ້າຍເອື້ອຍນ້ອງ, ພວກເຂົາມັກຈະມີຄວາມຄິດທີ່ຈະເອົາປຽບອ້າຍເອື້ອຍນ້ອງຢູ່ສະເໝີ. ພວກເຂົາມັກຈະຄອຍສັງເກດເບິ່ງຢູ່ສະເໝີວ່າໃນທ່າມກາງອ້າຍເອື້ອຍນ້ອງມີໃຜແດ່ທີ່ມີເງິນ, ໃຜມີອິດທິພົນ ຫຼື ຄອບຄົວຂອງໃຜມີສິ່ງຂອງດີໆ ແລະ ພວກເຂົາກໍຈະແນເປົ້າໝາຍໄປທີ່ຄົນເຫຼົ່ານີ້ໂດຍສະເພາະ. ພວກເຂົາໃຊ້ໃຜກໍຕາມທີ່ພວກເຂົາສາມາດໃຊ້ໄດ້ ແລະ ພົວພັນກັບໃຜກໍຕາມທີ່ເອົາປຽບໄດ້ງ່າຍ. ພວກເຂົາມັກຈະຢືມສິ່ງຂອງຈາກອ້າຍເອື້ອຍນ້ອງຢູ່ສະເໝີ ແລະ ບອກໃຫ້ອ້າຍເອື້ອຍນ້ອງເຮັດສິ່ງນັ້ນສິ່ງນີ້ພາຍໃຕ້ຂໍ້ອ້າງທີ່ວ່າ “ອ້າຍເອື້ອຍນ້ອງຄືຄອບຄົວດຽວກັນ” ແລະ ເຖິງກັບຮຽກຮ້ອງໃຫ້ອ້າຍເອື້ອຍນ້ອງຈັດຕ້ອນຮັບພວກເຂົາ. ອ້າຍເອື້ອຍນ້ອງບາງຄົນທີ່ຫາກໍເລີ່ມເຊື່ອໃນພຣະເຈົ້າບໍ່ເຂົ້າໃຈຄວາມຈິງ ແລະ ບໍ່ມີການແຍກແຍະ, ສະນັ້ນ ພວກເຂົາຈຶ່ງປະຕິບັດຕໍ່ຄົນດັ່ງກ່າວຄືກັບອ້າຍ ຫຼື ເອື້ອຍນ້ອງ, ໂດຍຮູ້ສຶກວ່າມັນຄົງຈະເປັນຕາໜ້າອາຍທີ່ຈະປະຕິເສດພວກເຂົາ. ແຕ່ເມື່ອເວລາຜ່ານໄປ, ພວກເຂົາກໍພົບວ່າຄົນໆນີ້ກຳລັງມາເກາະກິນພວກເຂົາຢູ່ໃນເຮືອນຂອງພວກເຂົາ ແລະ ບໍ່ຍອມໜີໄປໃສ, ໂດຍກິນຢ່າງບໍ່ຢຸດຢ່ອນເມື່ອໃດກໍຕາມທີ່ພວກເຂົາເຫັນອາຫານດີໆ ແລະ ຍາດເອົາສິ່ງຂອງດີໆຕາມໃຈມັກ. ຍິ່ງໄປກວ່ານັ້ນ, ຄົນໆນີ້ບໍ່ໄດ້ໄລ່ຕາມເສາະຫາຄວາມຈິງ ຫຼື ປະຕິບັດໜ້າທີ່ຂອງພວກເຂົາແມ່ນແຕ່ໜ້ອຍດຽວ, ໂດຍຄິດແຕ່ຈະເອົາປຽບຢູ່ໝົດມື້. ສະນັ້ນ, ພວກເຂົາຈຶ່ງຮູ້ສຶກລັງກຽດຄົນເຫຼົ່ານີ້. ເມື່ອເຫັນວ່າມີຄົນເຊັ່ນນີ້ຢູ່ໃນເຮືອນຂອງພຣະເຈົ້າ, ບາງຄົນກໍເຖິງກັບເກີດຄວາມຄິດຫຼົງຜິດກ່ຽວກັບພຣະເຈົ້າ, ໂດຍຄິດໃນໃຈວ່າ: “ພຣະເຈົ້າເລືອກຄົນແບບນີ້ມາໄດ້ແນວໃດ?” ຄວາມຈິງແລ້ວ, ຄົນເຊັ່ນນີ້ບໍ່ໄດ້ຖືກເລືອກໂດຍພຣະເຈົ້າ; ກົງກັນຂ້າມ, ພວກເຂົາແຊກຊຶມເຂົ້າມາໃນຄຣິສຕະຈັກ. ຄົນທີ່ເທດສອນຂ່າວປະເສີດໃຫ້ພວກເຂົາບໍ່ຮູ້ພູມຫຼັງທີ່ແທ້ຈິງຂອງພວກເຂົາ ແລະ ຄຣິສຕະຈັກກໍຮັບເອົາພວກເຂົາ. ສະຖານະການແບບນີ້ເກີດຂຶ້ນແທ້. ພຣະເຈົ້າບໍ່ເລືອກຄົນຂີ້ໂກງ ແລະ ຜູ້ທີ່ບໍ່ແມ່ນມະນຸດເຊັ່ນນີ້ຢ່າງເດັດຂາດ. ຖ້າພົບເຫັນຄົນຊົ່ວຮ້າຍ ແລະ ຄົນຂີ້ໂກງເຊັ່ນນີ້, ພວກເຂົາກໍຄວນຖືກຫຼີກລ່ຽງ ແລະ ຖືກປະຕິເສດ. ຢ່າປະຕິບັດຕໍ່ພວກເຂົາຄືກັບອ້າຍເອື້ອຍນ້ອງ; ພວກເຂົາເປັນພຽງຄົນເກາະກິນ. ຖ້າເຈົ້າປະຕິບັດຕໍ່ຄົນຂີ້ໂກງດັ່ງກ່າວຄືກັບອ້າຍ ຫຼື ເອື້ອຍນ້ອງ ແລະ ຄິດວ່າພວກເຂົາເປັນຄົນທີ່ພຣະເຈົ້າເລືອກ, ຖ້າເປັນເຊັ່ນນັ້ນ ຄວາມເຂົ້າໃຈຂອງເຈົ້າກໍບິດເບືອນແລ້ວ. ປະຊາກອນທີ່ພຣະເຈົ້າເລືອກ ຢ່າງໜ້ອຍທີ່ສຸດກໍຄືຜູ້ທີ່ມີຄວາມເປັນມະນຸດທີ່ດີ ເຊິ່ງສາມາດຍອມຮັບຄວາມຈິງໄດ້. ພຣະເຈົ້າຈະບໍ່ມີວັນເລືອກຄົນຂີ້ໂກງ ແລະ ຄົນຊົ່ວຮ້າຍຢ່າງເດັດຂາດ, ເພາະວ່າພຣະເຈົ້າບໍ່ຊ່ວຍຄົນຂີ້ໂກງ ແລະ ຄົນຊົ່ວຮ້າຍໃຫ້ລອດພົ້ນ; ພຣະເຈົ້າບໍ່ຕ້ອງການຄົນເຊັ່ນນັ້ນ. ເຖິງແມ່ນວ່າຄົນເຊັ່ນນີ້ຈະມາເຊື່ອໃນພຣະເຈົ້າກໍຕາມ, ພວກເຂົາກໍຍັງຈະຖືກພຣະອົງເປີດເຜີຍ ແລະ ກຳຈັດອອກຢູ່ດີ. ຕອນນີ້ພວກເຈົ້າເຂົ້າໃຈແລ້ວບໍ? (ເຂົ້າໃຈແລ້ວ). ຜູ້ຄົນຮູ້ສຶກລັງກຽດຢ່າງສິ້ນເຊີງຫຼັງຈາກທີ່ຈັດການກັບບຸກຄົນເຊັ່ນນີ້ ພ້ອມທັງກຽດຊັງ ແລະ ລັງກຽດພວກເຂົາ. ສະນັ້ນ, ຖ້າພວກເຂົາຕ້ອງກ່ຽວຂ້ອງກັບພຣະເຈົ້າ, ພຣະເຈົ້າຈະມັກຄົນເຊັ່ນນີ້ໄດ້ບໍ? ຄຳຕອບນັ້ນຊັດເຈນຢູ່ແລ້ວ: ພຣະເຈົ້າບໍ່ມັກຄົນເຊັ່ນນີ້ຢ່າງເດັດຂາດ, ທັງພຣະອົງຈະບໍ່ເລືອກພວກເຂົາເລີຍ. ເຮືອນຂອງພຣະເຈົ້າບໍ່ຕ້ອງການຄົນເຊັ່ນນີ້ມາປະຕິບັດໜ້າທີ່ ແລະ ພວກເຂົາກໍບໍ່ມີຄວາມສາມາດສຳລັບວຽກງານໃດໆ. ພວກເຂົາເປັນພຽງຄົນອັນທະພານ, ເປັນຄົນທີ່ພຽງແຕ່ໃຊ້ຊີວິດໄປວັນໆຢ່າງບໍ່ມີຈຸດໝາຍ. ພວກເຂົາມາທີ່ເຮືອນຂອງພຣະເຈົ້າພຽງເພື່ອມາເກາະກິນເທົ່ານັ້ນ. ພວກເຂົາຄິດວ່າຄົນທີ່ເຊື່ອໃນພຣະເຈົ້າລ້ວນແຕ່ເປັນຄົນບໍ່ມີເລ່ລ່ຽມ, ຈິງໃຈ ແລະ ມີຄວາມຮັກເປັນພິເສດ ພ້ອມທັງເຕັມໃຈທີ່ຈະຊ່ວຍເຫຼືອຄົນອື່ນ. ພວກເຂົາຄິດວ່າເຖິງແມ່ນວ່າຜູ້ເຊື່ອຈະໃຫ້ພວກເຂົາຢືມເງິນ, ພວກເຂົາກໍຈະຮູ້ສຶກວ່າເປັນຕາໜ້າອາຍເກີນໄປທີ່ຈະທວງເອົາເງິນຄືນ ແລະ ເຖິງແມ່ນວ່າພວກເຂົາຈະບໍ່ສົ່ງເງິນຄືນ, ຜູ້ເຊື່ອກໍຈະບໍ່ລາຍງານພວກເຂົາ. ພວກເຂົາຄິດວ່າຄົນເຫຼົ່ານີ້ເອົາປຽບໄດ້ງ່າຍທີ່ສຸດ. ແລະ ຍ້ອນວ່າພວກເຂົາບໍ່ຢາກເຮັດວຽກ, ພວກເຂົາຈຶ່ງພຽງແຕ່ຢືມເງິນຈາກອ້າຍເອື້ອຍນ້ອງ. ພວກເຂົາສາມາດຢູ່ລອດໄດ້ໂດຍບໍ່ຕ້ອງເຮັດວຽກ ແລະ ຄຣິສຕະຈັກກໍສາມາດຊ່ວຍເຫຼືອໄດ້ຖ້າພວກເຂົາພົບກັບຄວາມຫຍຸ້ງຍາກ. ບໍ່ພຽງແຕ່ຄ່າເຊົ່າເຮືອນຂອງພວກເຂົາຈະໄດ້ຮັບການເບິ່ງແຍງເທົ່ານັ້ນ, ແຕ່ຄ່າໃຊ້ຈ່າຍຂອງພວກເຂົາກໍຍັງໄດ້ຮັບການຄຸ້ມຄອງອີກດ້ວຍ ແລະ ພວກເຂົາກໍໃຊ້ຊີວິດໃນແຕ່ລະມື້ໄປໂດຍປາສະຈາກຄວາມກັງວົນ. ອ້າຍເອື້ອຍນ້ອງບາງຄົນບໍ່ມີການແຍກແຍະ ແລະ ໃນທີ່ສຸດກໍກາຍເປັນຜູ້ລ້ຽງດູຊີວິດການເປັນຢູ່ຂອງຄົນດັ່ງກ່າວ, ໂດຍປ່ອຍໃຫ້ພວກເຂົາເອົາປຽບ ແລະ ສວຍໂອກາດຢ່າງແທ້ຈິງ. ສິ່ງນີ້ບໍ່ແມ່ນຍ້ອນວ່າພວກເຂົາບໍ່ມີການແຍກແຍະບໍ? (ແມ່ນແລ້ວ). ຜູ້ຄົນໂງ່ຈ້າເກີນໄປ ແລະ ບໍ່ມີການແຍກແຍະຄົນອື່ນ, ສະນັ້ນ ບາງຄັ້ງພວກເຂົາຈຶ່ງເຮັດບາງສິ່ງທີ່ໂງ່ຈ້າ. ຕອນນີ້ພວກເຈົ້າຮູ້ວິທີແຍກແຍະຄົນເຊັ່ນນີ້ແລ້ວບໍ? (ຮູ້ແລ້ວ). ໃນເມື່ອພວກເຈົ້າສາມາດແຍກແຍະພວກເຂົາໄດ້, ພວກເຈົ້າກໍຄວນຊຳລະລ້າງຄົນເຊັ່ນນີ້ອອກໄປ. ພວກເຂົາບໍ່ແມ່ນປະຊາກອນທີ່ພຣະເຈົ້າເລືອກ, ສະນັ້ນ ຈຶ່ງບໍ່ຈຳເປັນຕ້ອງສະແດງຄວາມຮັກໃດໆຕໍ່ພວກເຂົາ. ພວກເຂົາມັກຈະຢາກໄດ້ບາງສິ່ງບາງຢ່າງມາລ້າໆຢູ່ສະເໝີ ແລະ ເກັບກ່ຽວໃນບ່ອນທີ່ພວກເຂົາບໍ່ໄດ້ຫວ່ານ, ພວກເຂົາເປັນຄົນອັນທະພານ! ພວກເຂົາອາໄສເຫດຜົນຫຍັງຈຶ່ງມາໃຊ້ເງິນທີ່ເຈົ້າຫາມາໄດ້ຢ່າງຍາກລຳບາກ ແລະ ໃຊ້ສິ່ງຂອງທີ່ເປັນຂອງເຈົ້າຕາມໃຈມັກ? ການອົດທົນ ແລະ ປ່ອຍປະລະເລີຍຄົນເຊັ່ນນີ້ ແລະ ເຖິງກັບລ້ຽງດູຊີວິດການເປັນຢູ່ຂອງພວກເຂົາ, ນີ້ບໍ່ແມ່ນໜ້າທີ່ທີ່ພຣະເຈົ້າປະທານໃຫ້ເຈົ້າ, ທັງບໍ່ແມ່ນພຣະບັນຊາ ແລະ ພາລະກິດທີ່ພຣະເຈົ້າໄດ້ມອບໝາຍໃຫ້ເຈົ້າ. ເຈົ້າບໍ່ມີຄວາມຮັບຜິດຊອບ ຫຼື ພັນທະໃດໆເລີຍທີ່ຈະສະແດງຄວາມຮັກຕໍ່ພວກເຂົາ. ການສະແດງຄວາມຮັກຕໍ່ອ້າຍເອື້ອຍນ້ອງທີ່ແທ້ຈິງນັ້ນສອດຄ່ອງກັບຫຼັກການ ແລະ ຂໍ້ກຳນົດຂອງພຣະເຈົ້າ; ນີ້ຄືຄວາມຮັບຜິດຊອບ ແລະ ພັນທະຂອງເຈົ້າ. ການຈັດຫາ, ການຊ່ວຍເຫຼືອ ແລະ ການສະໜັບສະໜູນອ້າຍເອື້ອຍນ້ອງທີ່ແທ້ຈິງ, ແມ່ນແຕ່ດ້ວຍການຊ່ວຍເຫຼືອທາງດ້ານການເງິນ ແລະ ວັດຖຸ, ກໍລ້ວນແຕ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ສິ່ງເຫຼົ່ານີ້ຄືການກະທຳທີ່ດີ ແລະ ພຣະເຈົ້າຊົງຈົດຈຳການກະທຳທີ່ດີເຫຼົ່ານີ້ໄວ້. ແຕ່ສຳລັບຜູ້ທີ່ບໍ່ແມ່ນມະນຸດເຫຼົ່ານີ້, ບໍ່ຈຳເປັນຕ້ອງສຸພາບ, ທັງບໍ່ຈຳເປັນຕ້ອງກະທຳດ້ວຍຄວາມຮັກຕໍ່ພວກເຂົາ. ຄວາມຮັກ, ຄວາມອົດທົນ ແລະ ຄວາມໃຈເຢັນມີໄວ້ສຳລັບອ້າຍເອື້ອຍນ້ອງທີ່ແທ້ຈິງ. ສຳລັບຜູ້ທີ່ບໍ່ແມ່ນມະນຸດ, ສຳລັບພວກນັກເລງ, ຄົນຂີ້ໂກງ ແລະ ຄົນອັນທະພານ, ບໍ່ຈຳເປັນຕ້ອງສະແດງຄວາມຮັກ, ຄວາມອົດທົນ ຫຼື ຄວາມໃຈເຢັນ. ນີ້ຄືຫຼັກການ. ສຳລັບຄົນອັນທະພານ, ຄົນເກາະກິນທີ່ບໍ່ມີຄວາມຮູ້ສຶກລະອາຍໃຈ ແລະ ບໍ່ຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ, ຖ້າເຈົ້າສະແດງຄວາມໃຈເຢັນ ແລະ ຄວາມຮັກຕໍ່ພວກເຂົາຢ່າງບໍ່ລືມຫູລືມຕາ, ນັ້ນກໍເປັນຄວາມໂງ່ຈ້າ ແລະ ບໍ່ມີຫຼັກການ, ພຣະເຈົ້າກໍບໍ່ຊົງຈົດຈຳມັນແມ່ນແຕ່ໜ້ອຍດຽວ. ການທີ່ເຈົ້າເຮັດສິ່ງເຫຼົ່ານີ້ບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງ; ມັນບໍ່ໄດ້ຮັບການຍອມຮັບຈາກພຣະເຈົ້າ ແລະ ເປັນການເຮັດໄປລ້າໆ.
ບາງຄົນມັກຈະໂຈມຕີອ້າຍເອື້ອຍນ້ອງ, ຜູ້ນໍາ ແລະ ຜູ້ເຮັດວຽກ ພ້ອມທັງເຮືອນຂອງພຣະເຈົ້າ ແລະ ການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າຢູ່ເລື້ອຍໆ; ພວກເຂົາເຖິງກັບໂຈມຕີ ແລະ ຕັດສິນພຣະເຈົ້າ. ແລ້ວຂໍ້ອ້າງຂອງພວກເຂົາໃນການເຮັດສິ່ງນີ້ແມ່ນຫຍັງ? “ຂ້ອຍຍຸຕິທຳໃນສິ່ງທີ່ຂ້ອຍເຮັດ. ຂ້ອຍບໍ່ມີເຈດຕະນາອື່ນ. ຂ້ອຍເວົ້າສິ່ງເຫຼົ່ານີ້ ແລະ ເຮັດສິ່ງນີ້ດ້ວຍທັດສະນະຄະຕິແຫ່ງການສະແຫວງຫາຄວາມຈິງ ແລະ ຄວາມຈິງໃຈ!” ພວກເຂົາຟັງເບິ່ງຄືວ່າມີເຫດຜົນຫຼາຍ ແລະ ເວົ້າດ້ວຍທ່າທາງທີ່ຊອບທຳ. ຄວາມຈິງແລ້ວ, ທຸກຄຳທີ່ພວກເຂົາເວົ້າອອກມາ ແລະ ທຸກສິ່ງທີ່ພວກເຂົາເຮັດນັ້ນບໍ່ສອດຄ່ອງກັບຄວາມຈິງ ແລະ ເປັນຜົນມາຈາກຄວາມຄິດ ແລະ ມຸມມອງທີ່ຜິດພາດຂອງພວກເຂົາ; ຍິ່ງໄປກວ່ານັ້ນ, ມັນລ້ວນແຕ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຕໍ່ວຽກງານຂອງຄຣິສຕະຈັກ, ແຕ່ພວກເຂົາພັດຄິດວ່າ: “ສິ່ງທີ່ຂ້ອຍກຳລັງເຮັດນັ້ນຖືກຕ້ອງ. ຂ້ອຍເປັນຝ່າຍຖືກ. ເຈົ້າບໍ່ສາມາດກ່າວໂທດຂ້ອຍໄດ້!” ພວກເຂົາເຊື່ອໃນພຣະເຈົ້າ, ແຕ່ພວກເຂົາພັດໂຈມຕີພຣະອົງ. ຫົວໃຈຂອງພວກເຂົາເຕັມໄປດ້ວຍການຕໍ່ຕ້ານ ແລະ ຄວາມແຄ້ນໃຈຕໍ່ພຣະເຈົ້າ ແລະ ພວກເຂົາເຖິງກັບດູຖູກ ແລະ ດູໝິ່ນພຣະອົງ, ແຕ່ພວກເຂົາພັດບໍ່ຮູ້ຕົວວ່າສິ່ງນີ້ຜິດ ແລະ ກົງກັນຂ້າມ ພວກເຂົາພັດເຮັດມັນຄືກັບວ່າມັນເປັນສິ່ງທີ່ຖືກຕ້ອງ, ຄືກັບວ່າມັນເປັນໜ້າທີ່ ແລະ ພັນທະຂອງພວກເຂົາ. ໃນທ່າມກາງມະນຸດຊາດທີ່ເສື່ອມຊາມ, ສາມາດເວົ້າໄດ້ວ່າຄົນເຊັ່ນນີ້ມີບັນຫາທີ່ຮ້າຍແຮງທີ່ສຸດ. ການສະແດງອອກ ແລະ ການເປີດເຜີຍຂອງພວກເຂົາບໍ່ແມ່ນຄວາມຄິດ ແລະ ມຸມມອງທີ່ຜິດພາດເປັນພິເສດ ຫຼື ວິທີການຈັດການກັບສິ່ງຕ່າງໆທີ່ພົບເຫັນໄດ້ທົ່ວໄປໃນຄົນປົກກະຕິ, ທັງບໍ່ແມ່ນຂໍ້ບົກພ່ອງຂອງຄວາມເປັນມະນຸດ. ກົງກັນຂ້າມ, ພວກມັນກ່ຽວຂ້ອງກັບຫຍັງ? (ພວກມັນກ່ຽວຂ້ອງກັບພຣະເຈົ້າ ແລະ ວຽກງານຂອງເຮືອນຂອງພຣະເຈົ້າ). ພວກມັນກ່ຽວຂ້ອງກັບທັດສະນະຄະຕິຂອງຄົນໆໜຶ່ງທີ່ມີຕໍ່ສິ່ງທີ່ເປັນບວກ ແລະ ຕໍ່ພຣະເຈົ້າ. ການສະແດງອອກເຫຼົ່ານີ້ຂອງພວກເຂົາບໍ່ພຽງແຕ່ກ່ຽວຂ້ອງກັບຄວາມສຳພັນລະຫວ່າງຜູ້ຄົນ ຫຼື ວິທີການ ແລະ ວິທີຈັດການກັບສິ່ງຕ່າງໆຂອງຜູ້ຄົນເທົ່ານັ້ນ; ແຕ່ພວກມັນກ່ຽວຂ້ອງກັບຄວາມສຳພັນລະຫວ່າງຜູ້ຄົນ ແລະ ພຣະເຈົ້າ, ວິທີທີ່ຜູ້ຄົນປະຕິບັດຕໍ່ພຣະເຈົ້າ ແລະ ທັດສະນະຄະຕິຂອງຜູ້ຄົນຕໍ່ພຣະອົງ. ຄົນເຫຼົ່ານີ້ບໍ່ພຽງແຕ່ບໍ່ມີການອ່ອນນ້ອມແມ່ນແຕ່ໜ້ອຍດຽວໃນທັດສະນະຄະຕິຂອງພວກເຂົາຕໍ່ພຣະເຈົ້າເທົ່ານັ້ນ, ແຕ່ໃນໃຈຂອງພວກເຂົາແລ້ວ ພວກເຂົາຍັງມັກຈະໂຈມຕີ, ຕັດສິນ ແລະ ກ່າວໂທດວຽກງານ ແລະ ພຣະທຳທັງໝົດຂອງພຣະເຈົ້າທີ່ບໍ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງມະນຸດອີກດ້ວຍ. ພວກເຂົາເຖິງກັບປະຕິເສດວ່າພຣະທຳທັງໝົດຂອງພຣະເຈົ້າແມ່ນຄວາມຈິງ ແລະ ສາມາດກີດກັນການຈັດແຈງວຽກງານທັງໝົດຂອງເຮືອນຂອງພຣະເຈົ້າ. ພາຍນອກແລ້ວ, ພວກເຂົາບໍ່ໄດ້ຍົກຂໍ້ໂຕ້ແຍ້ງ ຫຼື ຄຳກ່າວອ້າງໃດໆ ຫຼື ຍຸຍົງຜູ້ຄົນໃນລັກສະນະທີ່ເປີດເຜີຍ ແລະ ໂຈ່ງແຈ້ງ, ແຕ່ໃນສ່ວນເລິກຂອງຫົວໃຈຂອງພວກເຂົາແລ້ວ ພວກເຂົາມັກຈະມີຄວາມຄິດທີ່ຈະຕັດສິນ ແລະ ໂຈມຕີພຣະເຈົ້າ. ພວກເຂົາເຜີຍແຜ່ຄວາມຄິດ ແລະ ມຸມມອງທີ່ຜິດພາດບາງຢ່າງທີ່ຕັດສິນພຣະເຈົ້າ, ໂດຍເຜີຍແຜ່ຄວາມຄິດລົບ ແລະ ຄວາມຕາຍເພື່ອລົບກວນຈິດໃຈຂອງຜູ້ຄົນ ແລະ ດຶງພວກເຂົາໃຫ້ອອກຫ່າງຈາກພຣະເຈົ້າເປັນບາງຄັ້ງຄາວ. ແກ່ນແທ້ຂອງຄົນເຫຼົ່ານີ້ຄືແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ຜູ້ຕໍ່ຕ້ານພຣະຄຣິສມີຄວາມຄິດ ແລະ ມຸມມອງທີ່ຜິດພ້ຽນຫຼາຍຢ່າງໃນໃຈຂອງພວກເຂົາ. ເຖິງແມ່ນວ່າພວກເຂົາຈະບໍ່ກ້າສະແດງພວກມັນອອກມາຢ່າງໜ້າດ້ານໆໃນທີ່ແຈ້ງກໍຕາມ, ແຕ່ສິ່ງເຫຼົ່ານີ້ກໍຖືກເປີດເຜີຍອອກມາຢ່າງເປັນທຳມະຊາດເມື່ອພວກເຂົາພົວພັນກັບຜູ້ຄົນຢູ່ເບື້ອງຫຼັງ. ບອກເຮົາເບິ່ງ, ຄົນດັ່ງກ່າວມີບັນຫາບໍ? (ມີ). ບັນຫາປະເພດໃດ? (ຄົນດັ່ງກ່າວມີແກ່ນແທ້ຂອງມານຮ້າຍ, ເພາະວ່າບໍ່ມີຄວາມບາດໝາງກັນລະຫວ່າງພຣະເຈົ້າກັບພວກເຂົາ ແລະ ພຣະເຈົ້າກໍສະແດງຄວາມຈິງຫຼາຍຢ່າງເພື່ອຊ່ວຍຜູ້ຄົນໃຫ້ລອດພົ້ນ, ແຕ່ພວກເຂົາພັດໂຈມຕີ ແລະ ຕັດສິນພຣະອົງຢູ່ຕະຫຼອດເວລາ. ພວກເຂົາກຽດຊັງຄວາມຈິງ ແລະ ກຽດຊັງພຣະເຈົ້າໃນໃຈຂອງພວກເຂົາ, ພວກເຂົາມີແກ່ນແທ້ຂອງມານຮ້າຍ). ເຈົ້າເຫັນບໍ, ເຮົາກຳລັງເທດສະໜາຢູ່ທີ່ນີ້ ແລະ ໃນຂະນະທີ່ທຸກຄົນກຳລັງຟັງຢູ່, ບາງຄົນກໍໄຕ່ຕອງໃນສ່ວນເລິກວ່າພວກເຂົາຈະເຂົ້າໃຈ ແລະ ຍອມຮັບມັນຢ່າງເໝາະສົມໄດ້ແນວໃດ: “ຫົວຂໍ້ຂອງຄຳເທດສະໜາມື້ນີ້ແມ່ນຫຍັງ? ຂ້ອຍຄວນກວດສອບຕົນເອງທຽບກັບການສະແດງອອກຂອງຄວາມເສື່ອມຊາມທີ່ຖືກເປີດໂປງເຫຼົ່ານີ້ ແລະ ມາຮູ້ຈັກຕົນເອງແນວໃດ?” ທັດສະນະຄະຕິຂອງພວກເຂົາຄືທັດສະນະຄະຕິແຫ່ງການຍອມຮັບ. ຄົນເຫຼົ່ານີ້ທີ່ມີທັດສະນະຄະຕິແຫ່ງການຍອມຮັບ ເຊິ່ງດຳລົງຊີວິດຢູ່ພາຍໃນຈິດສຳນຶກ ແລະ ເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິມັກຈະໄດ້ຮັບຄວາມຮູ້ແຈ້ງ ແລະ ແສງສະຫວ່າງບາງຢ່າງ. ໃນສ່ວນເລິກຂອງຫົວໃຈຂອງພວກເຂົາ, ພວກເຂົາບໍ່ໄດ້ປະຕິເສດວຽກງານຂອງພຣະເຈົ້າ ຫຼື ສິ່ງທີ່ເປັນບວກ. ພຽງແຕ່ຍ້ອນຂີດຄວາມສາມາດທີ່ຕໍ່າຂອງພວກເຂົາ, ພວກເຂົາຈຶ່ງເຂົ້າໃຈຄວາມຈິງຊ້າແດ່ເລັກໜ້ອຍ ແລະ ບາງຄັ້ງສະພາວະຂອງພວກເຂົາກໍຜິດພາດຍ້ອນພວກເຂົາຖືກຄວບຄຸມໂດຍອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ເຖິງຢ່າງໃດກໍຕາມ, ຫົວໃຈຂອງພວກເຂົາກຳລັງພະຍາຍາມກ້າວໄປສູ່ຄວາມຈິງ ແລະ ສ່ວນໃຫຍ່ແລ້ວ ຄວາມສຳພັນຂອງພວກເຂົາກັບພຣະເຈົ້າກໍເປັນປົກກະຕິ. ພຽງແຕ່ບາງຄັ້ງ, ເມື່ອຖືກລົບກວນໂດຍອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ພວກເຂົາກໍເກີດສະພາວະທີ່ເປັນລົບ ແລະ ບໍ່ໄດ້ໃກ້ຊິດກັບພຣະເຈົ້າປານໃດ. ແຕ່ໃນໃຈຂອງພວກເຂົາ, ພວກເຂົາບໍ່ໄດ້ກວດສອບ ຫຼື ຕັ້ງຄຳຖາມຕໍ່ພຣະເຈົ້າ, ທັງບໍ່ໄດ້ຕໍ່ຕ້ານ ຫຼື ກີດກັນພຣະອົງ, ແຮງໄກທີ່ພວກເຂົາຈະມີທັດສະນະຄະຕິໃນການດູຖູກພຣະເຈົ້າ, ເຍາະເຍີ້ຍພຣະເຈົ້າ ຫຼື ຫາຄວາມສຸກບົນຄວາມທຸກຂອງພຣະອົງ. ແຕ່ມີຄົນອີກກຸ່ມໜຶ່ງທີ່ແຕກຕ່າງອອກໄປ. ບໍ່ວ່າຈະກຳລັງສົນທະນາກັນໃນຫົວຂໍ້ໃດກໍຕາມ, ພວກເຂົາກໍບໍ່ໄດ້ຟັງຄຳເທດສະໜາດ້ວຍຄວາມຄິດທີ່ຫິວກະຫາຍຄວາມຈິງ ແລະ ດ້ວຍການອ່ອນນ້ອມ ແລະ ຍອມຮັບມັນເລີຍ. ກົງກັນຂ້າມ, ພວກເຂົາຟັງດ້ວຍຄວາມຄິດແຫ່ງການກວດສອບ ແລະ ການຕັ້ງຄຳຖາມ: “ເປັນຫຍັງເຈົ້າຈຶ່ງເວົ້າແບບນີ້? ຈຸດປະສົງຂອງເຈົ້າໃນການເວົ້າສິ່ງເຫຼົ່ານີ້ແມ່ນຫຍັງ? ເຈົ້າກຳລັງພະຍາຍາມເປີດໂປງ ແລະ ເປີດເຜີຍໃຜ? ຫຼື ເຈົ້າກຳລັງພະຍາຍາມໂຈມຕີ ແລະ ກ່າວໂທດໃຜ? ສິ່ງນີ້ມີຫຍັງກ່ຽວຂ້ອງກັບຂ້ອຍບໍ?” ຖ້າຄົນອື່ນສາມາດຍອມຮັບມັນໄດ້ ແລະ ນຳໃຊ້ມັນກັບຕົນເອງ, ພວກເຂົາກໍຈະຮູ້ສຶກບໍ່ພໍໃຈ. ຖ້າພວກເຂົາຄົ້ນພົບວ່າຄົນໃດຄົນໜຶ່ງພົບວ່າຄວາມຈິງເຫຼົ່ານີ້ຍາກເກີນໄປສຳລັບພວກເຂົາ ແລະ ບໍ່ສາມາດນຳໃຊ້ພວກມັນກັບຕົນເອງໄດ້, ພວກເຂົາກໍຈະຮູ້ສຶກພໍໃຈຫຼາຍ ແລະ ມີຄວາມຮູ້ສຶກເຖິງຄວາມສຳເລັດຢ່າງຍິ່ງ: “ໃນທີ່ສຸດ, ຂ້ອຍກໍໄດ້ເຍາະເຍີ້ຍພຣະເຈົ້າ! ໃນທີ່ສຸດ, ຂ້ອຍກໍຈັບຜິດພຣະອົງໄດ້ແລ້ວ!” ພວກເຂົາມັກຈະຟັງຄຳເທດສະໜາດ້ວຍຄວາມຄິດປະເພດນີ້. ໂດຍສະເພາະເມື່ອເນື້ອຫາບາງຢ່າງທີ່ຖືກກ່າວເຖິງນັ້ນແນເປົ້າໝາຍໄປທີ່ສະພາວະ ແລະ ການສະແດງອອກຂອງພວກເຂົາ, ທັດສະນະຄະຕິຂອງພວກເຂົາກໍບໍ່ແມ່ນການຍອມຮັບ, ທັງບໍ່ແມ່ນຄວາມຖ່ອມຕົວ ແລະ ຄວາມອ່ອນນ້ອມ. ກົງກັນຂ້າມ, ພວກເຂົາຮູ້ສຶກເຖິງການຕໍ່ຕ້ານ, ຄວາມກຽດຊັງ ແລະ ຄວາມລັງກຽດໃນໃຈຂອງພວກເຂົາ. ພວກເຂົາຮູ້ສຶກວ່າສິ່ງທີ່ເຮົາກຳລັງເວົ້ານັ້ນເປັນພຽງການສັ່ງສອນ ແລະ ການເວົ້າໂອ້ອວດ. ພວກເຂົາບໍ່ຢາກຟັງ ແລະ ບໍ່ສາມາດຮັບມັນເຂົ້າໄປໄດ້. ໂດຍສະເພາະເມື່ອຈຸດເຈັບປວດ ແລະ ຈຸດອ່ອນຂອງພວກເຂົາຖືກກ່າວເຖິງ, ພວກເຂົາກໍຍິ່ງຮູ້ສຶກກຽດຊັງ ແລະ ລັງກຽດຫຼາຍຍິ່ງຂຶ້ນ ແລະ ຮູ້ສຶກບໍ່ສະບາຍໃຈຢ່າງຍິ່ງຢູ່ພາຍໃນ. ຄວາມບໍ່ສະບາຍໃຈຂອງພວກເຂົາບໍ່ໄດ້ມາຈາກຄວາມສຳນຶກຜິດ ຫຼື ຄວາມໂສກເສົ້າຈາກຄວາມຈິງທີ່ວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມ, ແຕ່ມາຈາກການຕໍ່ຕ້ານ ແລະ ການປະຕິເສດຂອງພວກເຂົາຕໍ່ວິທີການ ແລະ ພາສາທີ່ໃຊ້ເພື່ອເປີດໂປງພວກເຂົາ, ພ້ອມທັງເນື້ອໃນຂອງການເປີດໂປງ ແລະ ແກ່ນແທ້ທີ່ຖືກເປີດໂປງຂອງພວກເຂົາເອງ. ພາຍໃຕ້ສະຖານະການທົ່ວໄປ, ເມື່ອຄົນປົກກະຕິຮັບຜິດຊອບວຽກງານໃດໜຶ່ງຂອງຄຣິສຕະຈັກ, ຕາບໃດທີ່ພວກເຂົາຍອມຮັບການຈັດແຈງວຽກງານ ຫຼື ການສະໜອງ ແລະ ການຊີ້ນຳຈາກເບື້ອງເທິງດ້ວຍທັດສະນະຄະຕິແຫ່ງຄວາມຖ່ອມຕົວ ແລະ ການອ່ອນນ້ອມ, ພວກເຂົາກໍຈະມີຄວາມຄືບໜ້າບາງຢ່າງຫຼັງຈາກເວລາຜ່ານໄປໄລຍະໜຶ່ງ. ພວກເຂົາຈະເຂົ້າໃຈມັນ, ຄິດອອກວິທີການບາງຢ່າງ ແລະ ພົບເຫັນຫຼັກການ ແລະ ເສັ້ນທາງແຫ່ງການປະຕິບັດບາງຢ່າງ. ເວົ້າອີກຢ່າງໜຶ່ງກໍຄື ພວກເຂົາຈະມີຄວາມຄືບໜ້າ, ປ່ຽນແປງ ແລະ ໄດ້ຮັບບາງສິ່ງບາງຢ່າງຢ່າງຕໍ່ເນື່ອງ. ແຕ່ຜູ້ທີ່ມີການຕໍ່ຕ້ານໃນໃຈຂອງພວກເຂົານັ້ນແຕກຕ່າງອອກໄປ. ຍ້ອນວ່າຫົວໃຈຂອງພວກເຂົາເຕັມໄປດ້ວຍການກວດສອບ, ການຕໍ່ຕ້ານ, ການເຍາະເຍີ້ຍ ແລະ ການລະແວງຕໍ່ພຣະເຈົ້າ, ສຳລັບພວກເຂົາແລ້ວ, ພຣະເຈົ້າ ແລະ ຄວາມຈິງຄືເປົ້າໝາຍໃນການກວດສອບຂອງພວກເຂົາ. ພວກເຂົາບໍ່ໄດ້ຫິວກະຫາຍຄວາມຈິງ. ເມື່ອພວກເຂົາປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາເພິ່ງພາພອນສະຫວັນ ຫຼື ຄວາມສະຫຼາດເລັກໆນ້ອຍໆຂອງພວກເຂົາເພື່ອເຮັດສິ່ງຕ່າງໆ. ທັນທີທີ່ພວກເຂົາພົບກັບບັນຫາ ຫຼື ຄວາມຫຍຸ້ງຍາກ, ພວກເຂົາກໍຈະບໍ່ສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາເຫຼົ່ານັ້ນ. ເມື່ອເວົ້າເຖິງເລື່ອງທີ່ກ່ຽວຂ້ອງກັບຫຼັກການຄວາມຈິງ, ພວກເຂົາກໍບໍ່ມີຄວາມເຂົ້າໃຈຫຍັງເລີຍ. ບໍ່ວ່າພວກເຂົາກຳລັງປະເຊີນກັບບັນຫາໃດຢູ່ກໍຕາມ, ຕາບໃດທີ່ພວກມັນກ່ຽວຂ້ອງກັບຫຼັກການຄວາມຈິງ, ພວກເຂົາກໍຮູ້ສຶກວ່າພວກມັນຍາກລຳບາກ ແລະ ເຮັດໃຫ້ອິດເມື່ອຍ ພ້ອມທັງເກີນຄວາມສາມາດຂອງພວກເຂົາ, ຄືກັບການບັງຄັບໃຫ້ປາຢູ່ເທິງບົກ ຫຼື ບັງຄັບໃຫ້ໝູບິນ. ບໍ່ວ່າຄົນດັ່ງກ່າວຈະພະຍາຍາມໜັກສໍ່າໃດກໍຕາມ, ພວກເຂົາກໍບໍ່ສາມາດເຂົ້າເຖິງຄວາມຈິງໄດ້. ບໍ່ວ່າພວກເຂົາຈະເວົ້າຫຍັງກໍຕາມ, ພວກເຂົາກໍຟັງເບິ່ງຄືກັບສັດຕະບຸລຸດທຳມະດາ, ເຊິ່ງເຮັດໃຫ້ເຈົ້າສົງໄສວ່າພວກເຂົາເຄີຍອ່ານພຣະທຳຂອງພຣະເຈົ້າ ຫຼື ໂອ້ລົມກ່ຽວກັບຄວາມຈິງໃນຕະຫຼອດຫຼາຍປີແຫ່ງຄວາມເຊື່ອຂອງພວກເຂົາ ຫຼື ບໍ່ ແລະ ພວກເຂົາເຄີຍດຳລົງຊີວິດຄຣິສຕະຈັກຢ່າງແທ້ຈິງ ຫຼື ບໍ່. ມັນເປັນຕາງຶດງໍ້ແທ້ໆ. ຄົນເຊັ່ນນີ້ບໍ່ເປັນຕາໜ້າລຳຄານຫຼາຍບໍ? ເຮົາມີຄຳສັບໜຶ່ງເພື່ອບັນຍາຍພວກເຂົາ: ພວກເຂົາບໍ່ມີອໍຣ່າຝ່າຍວິນຍານ. ສິ່ງນີ້ໝາຍຄວາມວ່າ ແມ່ນແຕ່ເມື່ອເຮັດສິ່ງທີ່ງ່າຍທີ່ສຸດ, ພວກເຂົາກໍບໍ່ສາມາດຄິດອອກວິທີເຮັດມັນໄດ້ ແລະ ບໍ່ສາມາດເຂົ້າໃຈມັນໄດ້ ເຖິງແມ່ນວ່າພວກເຂົາຈະພະຍາຍາມກໍຕາມ. ການບໍ່ມີອໍຣ່າຝ່າຍວິນຍານບໍ່ໄດ້ໝາຍຄວາມວ່າຄົນໆໜຶ່ງເບິ່ງຄືວ່າໂງ່ຈ້າ ແລະ ຊັກຊ້າສະເໝີໄປ. ກົງກັນຂ້າມ, ມັນໝາຍຄວາມວ່າພວກເຂົາບໍ່ມີສະຕິປັນຍາເມື່ອເວົ້າເຖິງການເຮັດສິ່ງຕ່າງໆ. ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ພວກເຂົາກໍບໍ່ສາມາດຊອກຫາຫຼັກການ ຫຼື ທິດທາງໄດ້ ແລະ ບໍ່ວ່າພວກເຂົາຈະເຮັດມັນດົນປານໃດກໍຕາມ, ພວກເຂົາກໍບໍ່ສາມາດຈັບໃຈຄວາມກົດລະບຽບທີ່ກ່ຽວຂ້ອງໄດ້. ສິ່ງນີ້ເປັນຄວາມຈິງໂດຍສະເພາະສຳລັບວຽກງານຕ່າງໆໃນເຮືອນຂອງພຣະເຈົ້າ. ເຖິງແມ່ນວ່າຄົນດັ່ງກ່າວອາດຈະມີການສຶກສາ, ຂ້ອນຂ້າງໜຸ່ມ ແລະ ເບິ່ງຄືວ່າສະຫຼາດ, ແຕ່ພວກເຂົາພັດເບິ່ງຄືວ່າງຸ່ມງ່າມເປັນພິເສດເມື່ອປະຕິບັດໜ້າທີ່ ແລະ ເຮັດວຽກງານໃນເຮືອນຂອງພຣະເຈົ້າ. ພຽງແຕ່ເບິ່ງພວກເຂົາກໍເຮັດໃຫ້ຜູ້ຄົນໃຈຮ້າຍແລ້ວ; ມັນເບິ່ງຄືວ່າເປັນຕາງຶດງໍ້. ນີ້ຄືຄົນເປັນໆທີ່ຍັງຫາຍໃຈຢູ່, ມີການສຶກສາ ແລະ ມີພອນສະຫວັນ, ພວກເຂົາຈະໄຮ້ຄວາມສາມາດໃນທຸກໆວຽກງານໄດ້ແນວໃດ? ພວກເຂົາຈະງຸ່ມງ່າມຂະໜາດນີ້ໄດ້ແນວໃດ? ຄວາມຈິງກໍຄື ວຽກທີ່ພວກເຂົາເຮັດໃນໂລກນັ້ນບໍ່ໄດ້ຂີ້ຮ້າຍ, ແລ້ວເປັນຫຍັງພວກເຂົາຈຶ່ງງຸ່ມງ່າມ ແລະ ໄຮ້ຄວາມສາມາດຫຼາຍເມື່ອເຮັດວຽກງານຂອງເຮືອນຂອງພຣະເຈົ້າ? ມີບັນຫາຢູ່ບ່ອນນີ້. ເມື່ອຄົນເຊັ່ນນັ້ນເຊື່ອໃນພຣະເຈົ້າເປັນເວລາສາມຫາຫ້າປີ, ສິ່ງທີ່ພວກເຂົາເຂົ້າໃຈກໍມີພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນສອງສາມຂໍ້ນັ້ນ. ພວກເຂົາພຽງແຕ່ຮ້ອງຄຳຂວັນເມື່ອພວກເຂົາເວົ້າ ແລະ ບໍ່ມີຫຼັກການໃນການກະທຳຂອງພວກເຂົາເລີຍ. ຫຼັງຈາກທີ່ພວກເຂົາເຊື່ອມາໄດ້ເຈັດ ຫຼື ແປດປີແລ້ວ, ສິ່ງທີ່ພວກເຂົາເວົ້າກໍຍັງຄົງເປັນເລື່ອງເກົ່າໆ, ໂດຍບໍ່ມີຄວາມຄືບໜ້າແມ່ນແຕ່ໜ້ອຍດຽວ. ເປັນຄືກັບດອກໄມ້ຢາງ, ພວກເຂົາບໍ່ໄດ້ປ່ຽນແປງເລີຍ. ພວກເຂົາບໍ່ມີຄວາມຮູ້ກ່ຽວກັບຕົນເອງ, ບໍ່ມີການເຂົ້າສູ່ພຣະທຳຂອງພຣະເຈົ້າ ແລະ ບໍ່ໄດ້ຮັບຫຍັງເລີຍ. ເມື່ອພວກເຂົາໂອ້ລົມກ່ຽວກັບຄວາມຈິງ, ມັນກໍຄືກັບວ່າພວກເຂົາກຳລັງເລົ່ານິທານ ຫຼື ເວົ້າກ່ຽວກັບເລື່ອງພາຍໃນຄອບຄົວ, ແລ້ວເປັນຫຍັງມັນຈຶ່ງຟັງເບິ່ງງຸ່ມງ່າມຫຼາຍ? ຄົນອື່ນເວົ້າວ່າ: “ພວກເຮົາຕ້ອງປະຕິບັດໜ້າທີ່ຂອງພວກເຮົາດ້ວຍຄວາມອຸທິດຕົນ, ມອບຄວາມຈິງໃຈຂອງພວກເຮົາ ແລະ ປະຕິບັດໜ້າທີ່ຂອງພວກເຮົາໃຫ້ດີ ພ້ອມທັງສະລະຕົນເພື່ອພຣະເຈົ້າ”. ແຕ່ພວກເຂົາເວົ້າວ່າແນວໃດ? “ຂໍໃຫ້ພວກເຮົາເຮັດວຽກເຕັມທີ່, ທຸ່ມເທທຸກຢ່າງໃສ່ວຽກນັ້ນ ແລະ ເຮັດວຽກໃຫ້ດີ!” ຫຼັງຈາກທີ່ເຊື່ອໃນພຣະເຈົ້າເປັນເວລາຫຼາຍກວ່າໜຶ່ງທົດສະວັດ, ພວກເຂົາກໍບໍ່ສາມາດແມ່ນແຕ່ຈະເວົ້າຄຳວ່າ “ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມອຸທິດຕົນ”. ວິທີດຽວທີ່ພວກເຂົາຮູ້ເວົ້າກໍຄື: “ພະຍາຍາມໃຫ້ຫຼາຍຂຶ້ນ, ເຮັດວຽກໃຫ້ຫຼາຍຂຶ້ນ, ເຮັດສິ່ງຕ່າງໆໃຫ້ເຮືອນຂອງພຣະເຈົ້າ, ອຸທິດຊີວິດຂອງພວກເຮົາເພື່ອເຮັດວຽກໃຫ້ເຮືອນຂອງພຣະເຈົ້າ. ພວກເຮົາບໍ່ມີຫຍັງຫຼາຍ, ແຕ່ພວກເຮົາມີກຳລັງຂອງພວກເຮົາ!” ສິ່ງເຫຼົ່ານີ້ລ້ວນແຕ່ເປັນສິ່ງທີ່ຄົນທຳມະດາເວົ້າ; ພວກເຂົາບໍ່ສາມາດແມ່ນແຕ່ຈະໃຊ້ຄຳສັບຝ່າຍວິນຍານໄດ້ຢ່າງຄົບຖ້ວນ. ຄົນເຊັ່ນນີ້ເຊື່ອໃນພຣະເຈົ້າເປັນເວລາຫຼາຍປີພໍສົມຄວນ, ຢ່າງໜ້ອຍກໍເຈັດ ຫຼື ແປດປີ ຫຼື ຫຼາຍກວ່າສິບປີ. ພວກເຂົາປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າມາໂດຍຕະຫຼອດ ແລະ ໄດ້ຟັງຄຳເທດສະໜາມາຫຼາຍພໍສົມຄວນ. ແລ້ວເປັນຫຍັງພວກເຂົາຈຶ່ງບໍ່ສາມາດໃຊ້ຄຳສັບຝ່າຍວິນຍານຢ່າງເໝາະສົມເມື່ອພວກເຂົາເວົ້າ? ຄົນດັ່ງກ່າວກຳລັງຄິດກ່ຽວກັບຫຍັງ, ໝົກມຸ້ນຢູ່ກັບຫຍັງ, ໄຕ່ຕອງ ແລະ ພິຈາລະນາຫຍັງໃນໃຈຂອງພວກເຂົາທຸກມື້? ມັນເປັນຄວາມລຶກລັບຢ່າງສິ້ນເຊີງ! ຖ້າເຈົ້າສັງເກດເບິ່ງພວກເຂົາເປັນໄລຍະເວລາໜຶ່ງ, ເຈົ້າກໍຈະພົບວ່າສິ່ງທີ່ພວກເຂົາຄິດ, ໄຕ່ຕອງ ແລະ ໝົກມຸ້ນຢູ່ທຸກມື້ນັ້ນ ຄວາມຈິງແລ້ວລ້ວນແຕ່ເປັນເລື່ອງທາງເນື້ອໜັງທັງນັ້ນ. ພວກເຂົາໃຈແຄບ, ຄິດເລັກຄິດນ້ອຍ ແລະ ເຂັ້ມງວດເກີນໄປ, ໂດຍໝົກມຸ້ນຢູ່ໝົດມື້ກັບເລື່ອງທີ່ວ່າໃຜດີ ແລະ ໃຜບໍ່ດີ, ຄວາມແຄ້ນໃຈສ່ວນຕົວ ແລະ ເລື່ອງເລັກໆນ້ອຍໆທີ່ບໍ່ມີຄວາມໝາຍອື່ນໆ ເຊິ່ງບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງເລີຍ. ຄວາມຄິດ, ແນວຄວາມຄິດ ແລະ ມຸມມອງຂອງພວກເຂົາລ້ວນແຕ່ຜິດພາດ, ໄຮ້ສາລະ ແລະ ໄຮ້ເຫດຜົນ. ພາຍນອກແລ້ວ, ຄົນດັ່ງກ່າວເບິ່ງຄືວ່າມີການສຶກສາ ແລະ ມີຂີດຄວາມສາມາດ; ບາງຄົນກໍເຖິງກັບເຄີຍດຳເນີນທຸລະກິດໃນສັງຄົມ. ເປັນຫຍັງຫຼັງຈາກທີ່ພວກເຂົາມາເຊື່ອໃນພຣະເຈົ້າແລ້ວ, ພວກເຂົາຈຶ່ງເບິ່ງຄືວ່າບໍ່ມີອໍຣ່າຝ່າຍວິນຍານແມ່ນແຕ່ໜ້ອຍດຽວ? ບໍ່ວ່າເຈົ້າຈະເບິ່ງພວກເຂົາແນວໃດກໍຕາມ, ພວກເຂົາກໍເບິ່ງຄືກັບຫຸ່ນໄມ້ ຫຼື ຫຸ່ນຍົນ. ເປັນຫຍັງພວກເຂົາຈຶ່ງງຸ່ມງ່າມຫຼາຍບໍ່ວ່າພວກເຂົາຈະປະຕິບັດໜ້າທີ່ໃດກໍຕາມ? ເປັນຫຍັງຄຳສັບຝ່າຍວິນຍານຈຶ່ງຟັງເບິ່ງງຸ່ມງ່າມຫຼາຍເມື່ອອອກມາຈາກປາກຂອງພວກເຂົາ? ພວກເຂົາບໍ່ດີເທົ່ານົກແກ້ວທີ່ສາມາດຮຽນແບບການເວົ້າໄດ້ຊໍ້າ. ຖ້າເຈົ້າເວົ້າຄຳວ່າ “ອາແມນ, ຂອບພຣະໄທພຣະເຈົ້າ!” ຕໍ່ໜ້ານົກແກ້ວຢູ່ເລື້ອຍໆ, ມັນກໍສາມາດຮຽນຮູ້ທີ່ຈະເວົ້າມັນໄດ້ຢ່າງຄ່ອງແຄ້ວ. ແຕ່ຄົນເຫຼົ່ານີ້ບໍ່ສາມາດແມ່ນແຕ່ຈະເວົ້າຄຳວ່າ “ຂອບພຣະໄທພຣະເຈົ້າ”; ພວກເຂົາເວົ້າວ່າ “ຂອບໃຈ, ພຣະເຈົ້າ”. ແລ້ວຖ້າເຈົ້າເບິ່ງຫຼັກການຂອງພວກເຂົາໃນການຈັດການກັບສິ່ງຕ່າງໆ, ສິ່ງທີ່ພວກເຂົາຄິດ, ຄິດໄລ່ ແລະ ວາງແຜນໃນໃຈຂອງພວກເຂົາທຸກມື້ ພ້ອມທັງສິ່ງທີ່ພວກເຂົາຮັກ ແລະ ຫຼົງໄຫຼໃນການໄລ່ຕາມຢູ່ພາຍໃນ, ມັນບໍ່ມີຫຍັງກ່ຽວຂ້ອງກັບສິ່ງທີ່ເປັນບວກເລີຍ; ພວກມັນລ້ວນແຕ່ເປັນສິ່ງຂອງກະແສທີ່ຊົ່ວຮ້າຍ, ສິ່ງທີ່ເປັນລົບ. ເພາະສະນັ້ນແລ້ວ, ສິ່ງທີ່ຄົນເຫຼົ່ານີ້ຄິດໃນໃຈຂອງພວກເຂົາລ້ວນແຕ່ເປັນສິ່ງທີ່ຊົ່ວຮ້າຍ, ຄຳເວົ້ານີ້ບໍ່ຜິດແມ່ນແຕ່ໜ້ອຍດຽວ. ແມ່ນແຕ່ເມື່ອພວກເຂົາໂອ້ລົມກັນໃນການເຕົ້າໂຮມ, ເນື້ອໃນຂອງການໂອ້ລົມຂອງພວກເຂົາ ພ້ອມທັງຄວາມຄິດ ແລະ ມຸມມອງທີ່ພວກເຂົາເຜີຍອອກມາກໍລ້ວນແຕ່ບິດເບືອນ. ພວກເຂົາບໍ່ໄດ້ສະແຫວງຫາຄວາມຈິງແມ່ນແຕ່ໜ້ອຍດຽວ ແລະ ບໍ່ສາມາດໄດ້ຮັບຄວາມຮູ້ແຈ້ງ ຫຼື ແສງສະຫວ່າງໃດໆເລີຍ. ເມື່ອຄົນອື່ນໂອ້ລົມ ແລະ ແບ່ງປັນຄວາມຮູ້ແຈ້ງ, ແສງສະຫວ່າງ ແລະ ຄວາມເຂົ້າໃຈສ່ວນຕົວຂອງຕົນກ່ຽວກັບພຣະທຳຂອງພຣະເຈົ້າ, ພວກເຂົາກໍເບິ່ງຄືວ່າງຸ່ມງ່າມຫຼາຍ, ບໍ່ເຂົ້າກັບສະຖານະການ ແລະ ບໍ່ຮູ້ວ່າຈະເຮັດແນວໃດເລີຍ. ເມື່ອເວົ້າເຖິງການເຮັດວຽກໜັກ ແລະ ການເຮັດວຽກ, ພວກເຂົາມີກຳລັງບາງຢ່າງ ແລະ ເຕັມໃຈທີ່ຈະເຮັດວຽກໜັກ, ແຕ່ຖ້າເຈົ້າຂໍໃຫ້ພວກເຂົາໂອ້ລົມກ່ຽວກັບຄວາມຈິງ, ພວກເຂົາກໍເວົ້າຫຍັງບໍ່ອອກເລີຍ. ບໍ່ວ່າຄົນດັ່ງກ່າວຈະເຊື່ອໃນພຣະເຈົ້າມາຈັກປີແລ້ວກໍຕາມ, ພວກເຂົາກໍບໍ່ເຄີຍຮູ້ຕົວວ່າຜູ້ຄົນຄວນຍ່າງໃນເສັ້ນທາງໃດໃນຊີວິດ ຫຼື ສິ່ງໃດທີ່ມີຄຸນຄ່າທີ່ສຸດທີ່ຈະໄລ່ຕາມເສາະຫາ. ຄົນທີ່ມີຈິດສຳນຶກ ແລະ ເຫດຜົນເລັກນ້ອຍ, ເຖິງແມ່ນວ່າພວກເຂົາຈະບໍ່ເຊື່ອໃນພຣະເຈົ້າກໍຕາມ, ພວກເຂົາກໍສາມາດຮັບຮູ້ເຖິງສາມັນສຳນຶກ ແລະ ຄວາມເຂົ້າໃຈບາງຢ່າງທີ່ຜູ້ຄົນຄວນມີໃນຊີວິດເມື່ອພວກເຂົາອາຍຸຫ້າສິບ ຫຼື ຫົກສິບປີ; ໃນລະດັບທີ່ເລິກເຊິ່ງກວ່ານັ້ນ, ພວກເຂົາຍັງສາມາດຮັບຮູ້ເຖິງປັດຊະຍາແຫ່ງຊີວິດບາງຢ່າງໄດ້ອີກດ້ວຍ. ແລະ ສິ່ງນີ້ກໍເປັນທີ່ຮູ້ກັນດີສຳລັບຜູ້ທີ່ເຊື່ອໃນພຣະເຈົ້າ, ຫຼັງຈາກທີ່ເຊື່ອມາໄດ້ສິບ ຫຼື ຊາວປີ, ພວກເຂົາກໍສາມາດເຂົ້າໃຈຄວາມຈິງບາງຢ່າງ ແລະ ເກີດມີຄວາມເຊື່ອທີ່ແທ້ຈິງ ພ້ອມທັງຫົວໃຈທີ່ຢຳເກງພຣະເຈົ້າໄດ້. ແຕ່ຜູ້ທີ່ບໍ່ຮັກຄວາມຈິງ, ບໍ່ວ່າພວກເຂົາຈະເຊື່ອໃນພຣະເຈົ້າຈັກປີແລ້ວກໍຕາມ, ພວກເຂົາກໍບໍ່ມີຄວາມຮັບຮູ້ ຫຼື ຄວາມຮູ້ສຶກໃດໆຕໍ່ເລື່ອງທີ່ກ່ຽວຂ້ອງກັບຊີວິດຂອງພວກເຂົາ, ເສັ້ນທາງໃດທີ່ຈະຍ່າງ ຫຼື ເລື່ອງຝ່າຍວິນຍານໃນຊີວິດ. ເຖິງແມ່ນວ່າພວກເຂົາຈະມີອາຍຸຮອດຮ້ອຍປີກໍຕາມ, ພວກເຂົາກໍຈະສາມາດເວົ້າໄດ້ພຽງແຕ່ຫຼັກຄຳສອນສອງສາມຂໍ້ເທົ່ານັ້ນ ແລະ ຍຶດຕິດກັບມຸມມອງສອງສາມຂໍ້ນັ້ນຢ່າງດື້ດ້ານ. ຄົນດັ່ງກ່າວບໍ່ເປັນຕາໜ້າລຳຄານຫຼາຍບໍ? ພວກເຂົາແມ່ນຄົນປະເພດໃດ? ຖ້າຄົນດັ່ງກ່າວມີຄວາມເປັນມະນຸດທີ່ຊົ່ວຮ້າຍ, ພວກເຂົາກໍຄືມານຮ້າຍ ແລະ ຊາຕານ. ຖ້າພວກເຂົາບໍ່ແມ່ນຄົນຊົ່ວຮ້າຍ ແຕ່ເປັນພຽງຄົນເບົາປັນຍາ, ມຶນຊາ ແລະ ໂງ່ຈ້າ, ພວກເຂົາແມ່ນຫຍັງ? (ສັດ). ນັ້ນໝາຍຄວາມວ່າພວກເຂົາກັບຊາດມາເກີດຈາກສັດ; ມັນເປັນຄວາມຈິງຢ່າງແທ້ຈິງ. ທັງຜູ້ທີ່ກັບຊາດມາເກີດຈາກມານຮ້າຍ ແລະ ຜູ້ທີ່ກັບຊາດມາເກີດຈາກສັດລ້ວນແຕ່ມີລັກສະນະຮ່ວມກັນຄື: ພວກເຂົາບໍ່ຍອມຮັບຄວາມຈິງ ແລະ ເບື່ອໜ່າຍຄວາມຈິງ. ຕາບໃດທີ່ເຈົ້າໂອ້ລົມກ່ຽວກັບຄວາມຈິງ, ຜູ້ທີ່ກັບຊາດມາເກີດຈາກມານຮ້າຍກໍຈະສະແດງຄວາມເບື່ອໜ່າຍ ແລະ ການຕໍ່ຕ້ານອອກມາຢ່າງຊັດເຈນ; ພວກເຂົາມີແນວຄວາມຄິດ, ຄວາມຄິດ ແລະ ມຸມມອງທີ່ຊັດເຈນເຊິ່ງແນເປົ້າໝາຍໄປທີ່ຄວາມຈິງແຕ່ລະຂໍ້. ເຖິງຢ່າງໃດກໍຕາມ, ຜູ້ທີ່ກັບຊາດມາເກີດຈາກສັດບໍ່ມີຄວາມຄິດ ແລະ ມຸມມອງທີ່ຊັດເຈນ; ພວກເຂົາສັບສົນ. ພວກເຂົາພຽງແຕ່ຮູ້ສຶກລັງກຽດໃນໃຈຂອງພວກເຂົາ ແລະ ບໍ່ຍອມຮັບຄວາມຈິງ. ພວກເຂົາຍັງມີຄວາມຄິດ ແລະ ມຸມມອງທີ່ບິດເບືອນບາງຢ່າງທີ່ຟັງບໍ່ຂຶ້ນຢ່າງສິ້ນເຊີງອີກດ້ວຍ. ສິ່ງເຫຼົ່ານີ້ຄືມຸມມອງທີ່ບໍ່ກ້າໃຫ້ໃຜຮູ້ ແລະ ບໍ່ມີຄົນປົກກະຕິຄົນໃດຈະເວົ້າອອກມາ, ແຕ່ພວກເຂົາພັດທະນຸຖະໜອມພວກມັນຢ່າງຍິ່ງ. ສະຫຼຸບແລ້ວ, ການສະແດງອອກຂອງທັງຜູ້ທີ່ກັບຊາດມາເກີດຈາກມານຮ້າຍ ແລະ ຜູ້ທີ່ກັບຊາດມາເກີດຈາກສັດກໍຄືການມີທັດສະນະຄະຕິທີ່ລັງກຽດ ແລະ ກຽດຊັງຄວາມຈິງຢ່າງຍິ່ງ: ພວກທຳອິດມີຄວາມລັງກຽດ, ຄວາມກຽດຊັງ ແລະ ການກ່າວໂທດທີ່ເປັນອັດຕະວິໄສຢ່າງຍິ່ງ; ພວກຫຼັງມີຄວາມລັງກຽດ, ຄວາມກຽດຊັງ ແລະ ການຕີຕົວອອກຫ່າງແບບບໍ່ໃສ່ໃຈ, ເຖິງແມ່ນວ່າມັນຈະບໍ່ຮຸນແຮງປານໃດກໍຕາມ, ແຕ່ທຳມະຊາດແຫ່ງທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ຄວາມຈິງນັ້ນແມ່ນຄືກັນ. ດ້ວຍເຫດນັ້ນ, ບໍ່ວ່າຄົນສອງປະເພດນີ້ຈະໄດ້ຍິນຄຳເທດສະໜາຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ສາມາດຮັບຮູ້ ຫຼື ເຂົ້າໃຈພວກມັນໄດ້ ເພາະວ່າພວກເຂົາພຽງແຕ່ບໍ່ສາມາດຊາບຊຶມຄຳເທດສະໜາເຫຼົ່ານັ້ນໄດ້ຢ່າງສິ້ນເຊີງ. ຖ້າຄົນໃດຄົນໜຶ່ງເຊື່ອໃນພຣະເຈົ້າມາເປັນເວລາສາມ ຫຼື ຫ້າປີ ແລະ ບໍ່ສາມາດໃຊ້ຄຳສັບຝ່າຍວິນຍານໄດ້ຢ່າງຄົບຖ້ວນ ຫຼື ໄດ້ດີ, ສິ່ງນີ້ກໍພໍໃຫ້ອະໄພໄດ້, ເພາະວ່າຄຳສັບຝ່າຍວິນຍານນັ້ນບໍ່ເປັນທີ່ຄຸ້ນເຄີຍຫຼາຍສຳລັບທຸກຄົນ; ພວກມັນເປັນພາສາປະເພດໃໝ່. ເມື່ອຜູ້ຄົນເລີ່ມເຊື່ອໃນພຣະເຈົ້າ, ພວກເຂົາບໍ່ເຂົ້າໃຈຄຳສັບຝ່າຍວິນຍານທີ່ພວກເຂົາໄດ້ຍິນປານໃດ ແລະ ຫຼາຍຄຳກໍເປັນສິ່ງແປກໃໝ່ສຳລັບພວກເຂົາ. ແຕ່ຫຼັງຈາກທີ່ເຊື່ອໃນພຣະເຈົ້າມາເປັນເວລາຫຼາຍກວ່າຫ້າປີ, ຍ້ອນວ່າພວກເຂົາມັກຈະຟັງຄຳເທດສະໜາ, ໂອ້ລົມກ່ຽວກັບຄວາມຈິງ ແລະ ສຳຜັດກັບພາສານີ້, ພວກເຂົາກໍຈະຄ່ອຍໆຄຸ້ນເຄີຍກັບຄຳສັບນັ້ນ. ພວກເຂົາຈະສາມາດເວົ້າມັນໄດ້ຢ່າງງ່າຍດາຍ, ຢ່າງຄ່ອງແຄ້ວ, ຢ່າງເປັນທຳມະຊາດ ແລະ ຢ່າງອິດສະຫຼະ. ພວກເຂົາຈະສາມາດໃຊ້ມັນໄດ້ ແລະ ມັນກໍຈະກາຍເປັນພາສາຂອງພວກເຂົາເອງ ພ້ອມທັງເປັນສ່ວນໜຶ່ງໃນຊີວິດຂອງພວກເຂົາ. ສິ່ງເຫຼົ່ານີ້ຄືການສະແດງອອກຂອງຄົນປົກກະຕິ. ຜູ້ທີ່ບໍ່ມີການສະແດງອອກຂອງຄົນປົກກະຕິຈະບໍ່ສາມາດບັນລຸສິ່ງເຫຼົ່ານີ້ໄດ້. ແມ່ນແຕ່ເມື່ອພວກເຂົາເວົ້າຄຳສັບຝ່າຍວິນຍານພື້ນຖານບາງຄຳ, ມັນກໍຟັງເບິ່ງງຸ່ມງ່າມຫຼາຍ ແລະ ຍາກທີ່ຄົນອື່ນຈະເຂົ້າໃຈໄດ້. ເມື່ອເຈົ້າມີການພົວພັນກັບຄົນດັ່ງກ່າວ, ເຈົ້າກໍຄົງຈະບໍ່ໄດ້ຍິນພວກເຂົາເວົ້າສິ່ງໃດທີ່ເປັນການສັ່ງສອນຜູ້ຄົນ ຫຼື ມີເຫດຜົນ ຫຼື ຄົບຖ້ວນເລີຍ. ບໍ່ວ່າພວກເຂົາຈະເວົ້າຫຍັງກໍຕາມ, ມັນກໍບໍ່ຄົບຖ້ວນ, ມັນມີຈຸດເລີ່ມຕົ້ນແຕ່ບໍ່ມີຈຸດຈົບ ຫຼື ມີຈຸດຈົບແຕ່ບໍ່ມີຈຸດເລີ່ມຕົ້ນ ຫຼື ບໍ່ດັ່ງນັ້ນກໍບໍ່ມີເຫດຜົນໃນຄວາມຄິດຂອງພວກເຂົາ, ມີແຕ່ຄຳເວົ້າທີ່ໄຮ້ສາລະ. ດຳລົງຊີວິດມາໄດ້ດົນປານນີ້ແລ້ວ, ພວກເຂົາກໍຍັງບໍ່ຮູ້ວິທີເວົ້າ. ພວກເຂົາບໍ່ສາມາດສະແດງອອກ, ອະທິບາຍ ຫຼື ຊີ້ແຈງຢ່າງຊັດເຈນເຖິງສິ່ງທີ່ພວກເຂົາກຳລັງຄິດ ຫຼື ສິ່ງທີ່ພວກເຂົາໄດ້ປະສົບມາ. ພວກເຂົາມັກຈະເວົ້າແບບບໍ່ຄົບຖ້ວນຢູ່ສະເໝີ, ມັກຈະສະແດງຄວາມໂງ່ຈ້າອອກມາຢູ່ສະເໝີ ຫຼື ບໍ່ດັ່ງນັ້ນພວກເຂົາກໍກຳລັງສະແດງຄວາມຄິດ ແລະ ມຸມມອງທີ່ບິດເບືອນອອກມາ. ບໍ່ວ່າເຈົ້າຈະເບິ່ງຈາກມຸມໃດກໍຕາມ, ບໍ່ວ່າຈະເປັນທັດສະນະຄະຕິຂອງພວກເຂົາຕໍ່ພຣະເຈົ້າ, ການເປີດເຜີຍ ແລະ ການສະແດງອອກຂອງຄວາມເປັນມະນຸດຂອງພວກເຂົາໃນຊີວິດປະຈຳວັນ ຫຼື ຂໍ້ເທັດຈິງທີ່ວ່າພວກເຂົາບໍ່ໄດ້ຮັບຫຍັງເລີຍຫຼັງຈາກທີ່ດຳລົງຊີວິດມາຫຼາຍປີ, ຄົນດັ່ງກ່າວກໍຄືຜູ້ທີ່ບໍ່ແມ່ນມະນຸດ. ມັນງ່າຍບໍທີ່ຜູ້ທີ່ບໍ່ແມ່ນມະນຸດຈະມາເຂົ້າໃຈຄວາມຈິງ? (ບໍ່ງ່າຍ). ຕອນນີ້ມັນນັບມື້ນັບຊັດເຈນຂຶ້ນເລື້ອຍໆແລ້ວວ່າມັນບໍ່ແມ່ນເລື່ອງງ່າຍທີ່ຄົນດັ່ງກ່າວຈະເຂົ້າໃຈຄວາມຈິງໄດ້.
ສຳລັບການຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ, ຫຼັງຈາກທີ່ສົນທະນາກ່ຽວກັບຕົວຢ່າງເຫຼົ່ານີ້ແລ້ວ, ຕອນນີ້ພວກເຈົ້າບໍ່ຄວນຮູ້ວິທີແຍກແຍະວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງໄດ້ແລ້ວບໍ? ຕົວຢ່າງສ່ວນໃຫຍ່ທີ່ພວກເຮົາໄດ້ສົນທະນາກັນນັ້ນແມ່ນສິ່ງທີ່ເປັນລົບ. ຜ່ານການປຽບທຽບກັບຕົວຢ່າງທີ່ເປັນລົບເຫຼົ່ານີ້, ໂດຍພື້ນຖານແລ້ວ ຜູ້ຄົນຄວນຮູ້ວ່າສິ່ງໃດແມ່ນສິ່ງທີ່ເປັນບວກ. ໃຜກໍຕາມທີ່ມີຄຸນສົມບັດຂອງຄວາມເປັນມະນຸດລ້ວນແຕ່ມີຄວາມຮັບຮູ້ກ່ຽວກັບສິ່ງທີ່ເປັນລົບດັ່ງກ່າວ. ເພາະສະນັ້ນ, ຄົນປົກກະຕິຈະເຮັດສິ່ງດັ່ງກ່າວພາຍໃຕ້ສະຖານະການພິເສດເທົ່ານັ້ນ ແລະ ຫຼັງຈາກທີ່ເຮັດສິ່ງເຫຼົ່ານັ້ນແລ້ວ, ພວກເຂົາກໍຈະຮູ້ສຶກບໍ່ສະບາຍໃຈ ແລະ ເຈັບປວດ ພ້ອມທັງມີທັດສະນະຄະຕິແຫ່ງການກັບໃຈ. ແຕ່ຜູ້ທີ່ບໍ່ແມ່ນມະນຸດນັ້ນແຕກຕ່າງອອກໄປ. ເຖິງແມ່ນວ່າພວກເຂົາຈະເຮັດສິ່ງເຫຼົ່ານີ້ເປັນເວລາຮ້ອຍປີກໍຕາມ, ພວກເຂົາກໍຈະບໍ່ຮູ້ວ່າພວກເຂົາຜິດ; ພວກເຂົາກໍຍັງຈະຄິດວ່າພວກເຂົາຖືກຕ້ອງ ແລະ ຍືນຍັດຈົນເຖິງທີ່ສຸດ. ຖ້າເຈົ້າເປີດໂປງວ່າສິ່ງທີ່ພວກເຂົາກຳລັງເຮັດນັ້ນຜິດ, ພວກເຂົາກໍຈະໂຕ້ຕອບວ່າ: “ເຈົ້າອີງໄສເຫດຜົນຫຍັງຈຶ່ງເວົ້າວ່າສິ່ງທີ່ຂ້ອຍກຳລັງເຮັດນັ້ນຜິດ? ຂ້ອຍເຮັດສິ່ງນີ້ມາຫຼາຍປີແລ້ວ ແລະ ບໍ່ເຄີຍມີໃຜເວົ້າວ່າຂ້ອຍຜິດ”. ເຈົ້າຮູ້ສຶກແນວໃດເມື່ອເຈົ້າໄດ້ຍິນພວກເຂົາເວົ້າແບບນີ້? (ຂ້ອຍຮູ້ສຶກວ່າຄົນໆນີ້ໄຮ້ເຫດຜົນ). ພວກເຂົາໄຮ້ເຫດຜົນ. ເຈົ້າບອກພວກເຂົາວ່າການເຮັດສິ່ງນີ້ຜິດ, ແຕ່ພວກເຂົາບໍ່ຍອມຮັບມັນ, ໂດຍຍັງຄົງບໍ່ຮູ້ເລື່ອງວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ. ຈາກນັ້ນ, ເຈົ້າກໍເຮັດໄດ້ພຽງແຕ່ເວົ້າຫຍັງບໍ່ອອກ: “ເຈົ້າເປັນຄົນທີ່ບໍ່ສາມາດໃຊ້ເຫດຜົນນຳໄດ້; ຂ້ອຍຂໍຈົບການສົນທະນາໄວ້ພຽງເທົ່ານີ້!” ຕອນນີ້ພວກເຈົ້າເຂົ້າໃຈຢ່າງຊັດເຈນກ່ຽວກັບການສະແດງອອກຂອງຜູ້ທີ່ບໍ່ແມ່ນມະນຸດແລ້ວບໍ? (ເຂົ້າໃຈແລ້ວ). ຜູ້ທີ່ບໍ່ແມ່ນມະນຸດບໍ່ເຂົ້າໃຈເລື່ອງຂອງຊີວິດ, ເລື່ອງຂອງຄວາມຮູ້ສຶກ, ວິທີການປະພຶດຕົນ ແລະ ຈັດການກັບສິ່ງຕ່າງໆ ຫຼື ເລື່ອງທີ່ກ່ຽວຂ້ອງກັບຄວາມຊື່ກົງ ແລະ ກຽດສັກສີ; ຍັງສາມາດເວົ້າໄດ້ອີກວ່າສິ່ງເຫຼົ່ານີ້ເກີນຄວາມສາມາດຂອງພວກເຂົາ. ພວກເຂົາເລືອກຄວາມຄິດ, ມຸມມອງ ແລະ ວິທີການທີ່ຜິດພາດເຫຼົ່ານັ້ນຢ່າງສະບາຍໃຈ ເພື່ອປະຕິບັດຕໍ່ຜູ້ຄົນ ແລະ ສິ່ງຕ່າງໆ ພ້ອມທັງເພື່ອປະພຶດຕົນ ແລະ ກະທຳການ. ຍິ່ງໄປກວ່ານັ້ນ, ພວກເຂົາຍັງຍືນຍັດຢ່າງບໍ່ລືມຫູລືມຕາ ແລະ ເຊື່ອວ່າການເຮັດເຊັ່ນນັ້ນເປັນສິ່ງທີ່ຖືກຕ້ອງ. ສິ່ງນີ້ເປີດເຜີຍໃຫ້ເຫັນວ່າບໍ່ມີຈິດສຳນຶກ ຫຼື ເຫດຜົນໃນຄວາມເປັນມະນຸດຂອງພວກເຂົາຢ່າງສິ້ນເຊີງ. ສະນັ້ນ, ມັນຈຶ່ງເຫັນໄດ້ຊັດເຈນວ່າຄົນເຫຼົ່ານີ້ບໍ່ມີຄຸນສົມບັດຂອງຄວາມເປັນມະນຸດ; ສາມາດເວົ້າໄດ້ພຽງແຕ່ວ່າພວກເຂົາເປັນຜູ້ທີ່ບໍ່ແມ່ນມະນຸດ. ພວກເຂົາບໍ່ມີຈິດສຳນຶກ ຫຼື ເຫດຜົນແມ່ນແຕ່ໜ້ອຍດຽວ ແລະ ດຳລົງຊີວິດໂດຍປັດຊະຍາຂອງຊາຕານຢ່າງສິ້ນເຊີງ, ໂດຍຄິດວ່າພວກເຂົາເກັ່ງກາດ ແລະ ບໍ່ຍອມຈຳນົນຕໍ່ໃຜ. ຫຼັງຈາກທີ່ມາເຊື່ອໃນພຣະເຈົ້າແລ້ວ, ຖ້າຄົນເຫຼົ່ານີ້ສະລະຕົນເພື່ອພຣະເຈົ້າເລັກນ້ອຍ, ພວກເຂົາກໍຈະຄິດວ່າພວກເຂົາເປັນຄົນທີ່ຮັກພຣະເຈົ້າ ແລະ ອ່ອນນ້ອມຕໍ່ພຣະອົງ. ຄົນເຊັ່ນນີ້ອາດຈະອ້າງວ່າພວກເຂົາຮັກພຣະເຈົ້າ, ແຕ່ໃນໃຈຂອງພວກເຂົາແລ້ວ ພວກເຂົາຍັງຄົງມີຄວາມຄິດຫຼົງຜິດກ່ຽວກັບພຣະອົງ ແລະ ເມື່ອພວກເຂົາເຫັນພຣະເຈົ້າເຮັດສິ່ງທີ່ບໍ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງພວກເຂົາ, ພວກເຂົາກໍຍັງສາມາດຕັດສິນ ແລະ ຕໍ່ຕ້ານພຣະເຈົ້າໄດ້. ໃນສະຖານະການດັ່ງກ່າວ ພວກເຂົາເຖິງກັບກ້າປະກາດຢ່າງໜ້າດ້ານໆວ່າພວກເຂົາເປັນຄົນທີ່ຮັກພຣະເຈົ້າຫຼາຍທີ່ສຸດ. ພວກເຂົາບໍ່ໄຮ້ເຫດຜົນບໍ? ມີຄົນແບບນີ້ຫຼາຍໃນສາສະໜາ. ພວກເຂົາເວົ້າກ່ຽວກັບພຣະຄຳພີ ແລະ ພາຍນອກເບິ່ງຄືວ່າເຂົ້າໃຈຫຼັກຄຳສອນທັງໝົດ, ແຕ່ພວກເຂົາພັດບໍ່ສາມາດຮັບຮູ້ຄວາມຈິງທີ່ພຣະເຈົ້າສະແດງອອກມາໄດ້. ໃນຂະນະທີ່ເຊື່ອໃນອົງພຣະເຢຊູເຈົ້າ, ພວກເຂົາກໍກ່າວໂທດພຣະເຈົ້າທີ່ບັງເກີດເປັນມະນຸດ. ຜູ້ຄົນເຊື່ອໃນພຣະເຈົ້າແຕ່ພັດຕໍ່ຕ້ານພຣະອົງ ແລະ ເຖິງກັບສາມາດພະຍາຍາມຈັບຜິດພຣະອົງ ແລະ ໂຈມຕີພຣະອົງໄດ້. ພວກເຂົາມັກຈະພະຍາຍາມວາງແຜນຕໍ່ຕ້ານພຣະເຈົ້າຢູ່ສະເໝີ, ມັກຈະຢາກຕັດສິນພຣະເຈົ້າຢູ່ສະເໝີ, ມັກຈະຢາກປະເມີນວ່າພຣະທຳຂອງພຣະເຈົ້າຖືກ ຫຼື ຜິດຢູ່ສະເໝີ, ເພື່ອປະເມີນວ່າການກະທຳຂອງພຣະເຈົ້າຖືກ ຫຼື ຜິດ ແລະ ເພື່ອກວດສອບເບິ່ງວ່າພຣະເຈົ້າຖືກ ຫຼື ຜິດ. ຄົນດັ່ງກ່າວມີຈິດສຳນຶກ ຫຼື ເຫດຜົນແດ່ບໍ? ເຈົ້າເຊື່ອໃນພຣະເຈົ້າ, ກິນ ແລະ ດື່ມພຣະທຳຂອງພຣະອົງ ພ້ອມທັງເພີດເພີນກັບພຣະຄຸນຂອງພຣະອົງ ແລະ ພອນຂອງພຣະອົງຢ່າງຫຼວງຫຼາຍ, ແຕ່ຕາບໃດທີ່ເຈົ້າຄົ້ນພົບວ່າພຣະເຈົ້າເຮັດບາງສິ່ງທີ່ບໍ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງເຈົ້າ, ເຈົ້າກໍກ້າທີ່ຈະຕັດສິນພຣະເຈົ້າ, ຕໍ່ຕ້ານພຣະເຈົ້າ ແລະ ກ່າວໂທດພຣະເຈົ້າ. ນີ້ຄືການໄຮ້ເຫດຜົນ. ຄົນທີ່ໄຮ້ເຫດຜົນຄືຜູ້ທີ່ບໍ່ແມ່ນມະນຸດ; ພວກເຂົາບໍ່ເໝາະສົມທີ່ຈະເຊື່ອໃນພຣະເຈົ້າ ແລະ ບໍ່ເໝາະສົມທີ່ຈະມາຢູ່ຕໍ່ໜ້າພຣະເຈົ້າ.
ເອົາລະ, ສຳລັບການໂອ້ລົມຂອງພວກເຮົາໃນມື້ນີ້ກໍມີພຽງເທົ່ານີ້. ລາກ່ອນ!
ວັນທີ 27 ເມສາ 2024