ວິທີການໄລ່ຕາມເສາະຫາຄວາມຈິງ (14)
ຜູ້ຄົນສາມປະເພດທີ່ແບ່ງຕາມແຫຼ່ງກຳເນີດຂອງພວກເຂົາ
ລັກສະນະຂອງຄົນທີ່ກັບຊາດມາເກີດຈາກມານຮ້າຍ
ເມື່ອບໍ່ດົນມານີ້ ພວກເຮົາໄດ້ໂອ້ລົມກ່ຽວກັບຫົວຂໍ້ໜຶ່ງ ນັ້ນກໍຄືການແຍກແຍະຜູ້ຄົນປະເພດຕ່າງໆໂດຍແບ່ງຕາມແຫຼ່ງກຳເນີດຂອງພວກເຂົາ. ນີ້ແມ່ນຫົວຂໍ້ພິເສດທີ່ເກີດຂຶ້ນພາຍໃຕ້ຫົວຂໍ້ທີ່ກວ້າງກວ່າກ່ຽວກັບເງື່ອນໄຂທີ່ຕິດໂຕມາແຕ່ເກີດ, ຄວາມເປັນມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ. ພວກເຮົາໄດ້ໂອ້ລົມກ່ຽວກັບເນື້ອຫາບາງສ່ວນທີ່ກ່ຽວຂ້ອງກັບຫົວຂໍ້ພິເສດນີ້ແລ້ວ, ມັນມີຫຍັງລວມຢູ່ແດ່? (ພຣະເຈົ້າໄດ້ຈັດປະເພດຜູ້ຄົນອອກເປັນສາມປະເພດຕາມແຫຼ່ງກຳເນີດຂອງພວກເຂົາຄື: ຄົນທີ່ກັບຊາດມາເກີດຈາກສັດ, ຄົນທີ່ກັບຊາດມາເກີດຈາກມານຮ້າຍ ແລະ ຄົນທີ່ກັບຊາດມາເກີດຈາກມະນຸດ. ໃນຄັ້ງທຳອິດ ພຣະເຈົ້າໄດ້ໂອ້ລົມກ່ຽວກັບລັກສະນະສີ່ຢ່າງຂອງຄົນທີ່ກັບຊາດມາເກີດຈາກສັດ: ລັກສະນະທຳອິດກໍຄື ພວກເຂົາມີການຢັ່ງຮູ້ທີ່ບິດເບືອນ; ລັກສະນະທີສອງກໍຄື ພວກເຂົາມຶນຊາເປັນພິເສດ; ລັກສະນະທີສາມກໍຄື ພວກເຂົາເບົາປັນຍາເປັນພິເສດ ແລະ ລັກສະນະທີສີ່ກໍຄື ພວກເຂົາໂງ່ຈ້າ. ໃນຄັ້ງທີສອງ ພຣະເຈົ້າໄດ້ໂອ້ລົມກ່ຽວກັບລັກສະນະຂອງຄົນທີ່ກັບຊາດມາເກີດຈາກມານຮ້າຍ: ລັກສະນະທຳອິດກໍຄື ພວກເຂົາເວົ້າຕົວະຈົນເປັນສັນດານ; ລັກສະນະທີສອງກໍຄື ພວກເຂົາແປກປະຫຼາດ ແລະ ລັກສະນະທີສາມກໍຄື ພວກເຂົາຊົ່ວຮ້າຍ. ຈຸດສຸມຫຼັກຂອງການໂອ້ລົມແມ່ນກ່ຽວກັບການສະແດງອອກສອງຢ່າງຂອງພວກເຂົາ ນັ້ນກໍຄືການເວົ້າຕົວະຈົນເປັນສັນດານ ແລະ ຄວາມແປກປະຫຼາດ). ການສະແດງອອກຫຼັກຂອງການເວົ້າຕົວະຈົນເປັນສັນດານກໍຄືການຫຼອກລວງ. ສ່ວນການສະແດງອອກຂອງຄວາມແປກປະຫຼາດນັ້ນ ພວກເຮົາກໍໄດ້ຈັດປະເພດໄວ້ເຊັ່ນກັນ, ແລ້ວມັນມີການສະແດງອອກຈັກຢ່າງ? (ມີສາມຢ່າງ. ຢ່າງທຳອິດແມ່ນກ່ຽວຂ້ອງກັບອຸປະນິໄສ ເຊິ່ງກໍຄືການຄົດໂກງ. ຢ່າງທີສອງແມ່ນກ່ຽວຂ້ອງກັບຕັນຫາທີ່ຊົ່ວຊ້າຂອງເນື້ອໜັງ ແລະ ອີກຢ່າງໜຶ່ງກໍຄືຄວາມພິລຶກພິລັນ ເຊິ່ງເປັນການປະສົບກັບອາການຫູແວ່ວ ແລະ ອາການປະສາດຫຼອນທາງຄວາມຮູ້ສຶກອື່ນໆຢູ່ເລື້ອຍໆ ພ້ອມທັງສະແດງພຶດຕິກຳທີ່ຜິດປົກກະຕິຢູ່ສະເໝີ). ເນື້ອຫາໂດຍລວມກໍມີປະມານນີ້.
II. ລັກສະນະທີສອງ: ຄວາມແປກປະຫຼາດ
ຄັ້ງທີ່ແລ້ວພວກເຮົາໄດ້ໂອ້ລົມກ່ຽວກັບການສະແດງອອກບາງຢ່າງໃນດ້ານທີ່ແປກປະຫຼາດຂອງຄົນທີ່ກັບຊາດມາເກີດຈາກມານຮ້າຍ. ເຮົາໄດ້ອ່ານການສະແດງອອກຂອງຄົນຜູ້ໜຶ່ງໃນເອກະສານການຂັບໄລ່ທີ່ຄຣິສຕະຈັກໄດ້ຮວບຮວມໄວ້, ທຸກຄົນລອງຟັງເບິ່ງວ່າການສະແດງອອກຂອງລາວສອດຄ່ອງກັບສິ່ງທີ່ພວກເຮົາໄດ້ໂອ້ລົມໄປ ຫຼື ບໍ່. ບຸກຄົນນີ້ຮັບຜິດຊອບການປູກຜັກຢູ່ໃນຟາມ. ການສະແດງອອກຫຼັກຂອງລາວຖືກອະທິບາຍວ່າ: “ຄວາມເປັນມະນຸດຂອງລາວມີຄວາມປະສົງຮ້າຍ ແລະ ທັດສະນະຄະຕິຂອງລາວທີ່ມີຕໍ່ເບື້ອງເທິງກໍບໍ່ເຄົາລົບ” ໂດຍມີການລະບຸການສະແດງອອກທີ່ສະເພາະເຈາະຈົງຈຳນວນໜຶ່ງ. ການສະແດງອອກທຳອິດກໍຄື: “ລາວເລືອກສະຖານທີ່ປູກຜັກໃຫ້ເບື້ອງເທິງແບບຜິວເຜີນ. ຕໍ່ມາ ກໍຄົ້ນພົບວ່າສະຖານທີ່ນີ້ເປັນພື້ນທີ່ຕ່ຳ ແລະ ມັກຈະມີນ້ຳຖ້ວມຂັງ. ຝຸ່ນທີ່ໃສ່ຢູ່ບ່ອນນັ້ນຖືກນ້ຳພັດໄປ ແລ້ວເຮັດໃຫ້ຜັກບໍ່ໃຫຍ່. ລາວຮູ້ວ່າຄວນໃສ່ຝຸ່ນອີກຄັ້ງ ແຕ່ລາວກໍບໍ່ລົງມືເຮັດ. ລາວເຫັນວ່າຜັກເຕີບໃຫຍ່ບໍ່ໄດ້ດີ ແຕ່ລາວກໍບໍ່ລົງມືເຮັດຫຍັງເລີຍ, ລາວຕັ້ງໃຈເອົາຜັກທີ່ເຕີບໃຫຍ່ບໍ່ໄດ້ດີໃຫ້ເບື້ອງເທິງກິນ”. ນີ້ຄືການສະແດງອອກທຳອິດ. ການສະແດງອອກທີສອງກໍຄື: “ໂດຍປົກກະຕິແລ້ວ ລາວເບິ່ງແຍງແຕ່ຜັກທີ່ປູກໄວ້ໃຫ້ອ້າຍເອື້ອຍນ້ອງ ແລ້ວກໍໜີໄປ. ສ່ວນຜັກທີ່ປູກໄວ້ໃຫ້ເບື້ອງເທິງນັ້ນ ລາວບໍ່ໄດ້ເບິ່ງແຍງ ຫຼື ຈັດການເລີຍ, ລາວບໍ່ໄດ້ສົນໃຈເລື່ອງນີ້ ຫຼື ລົງມືເຮັດຫຍັງເລີຍ”. ການສະແດງອອກທີສາມກໍຄື: “ລາວຮູ້ວ່າມີແມງໄມ້ສັດຕູພືດຈຳນວນຫຼາຍມາທຳລາຍຜັກ ໂດຍກັດກິນຜັກຈົນເປັນຮູພຸນ ເຊິ່ງເບິ່ງແລ້ວໜ້າລັງກຽດ ແລະ ເຮັດໃຫ້ຜັກກິນບໍ່ໄດ້, ແຕ່ລາວກໍພຽງແຕ່ສີດຢາຂ້າແມງໄມ້ແບບຜິວເຜີນ ໂດຍບໍ່ສົນໃຈວ່າມັນຈະໄດ້ຜົນ ຫຼື ບໍ່. ເມື່ອຄົນອື່ນເຕືອນລາວໃຫ້ຈັບແມງໄມ້ອອກຈາກຜັກ ລາວກໍເມີນເສີຍຢ່າງສິ້ນເຊີງ ໂດຍຄິດວ່າ ‘ມີຫຍັງໃຫ້ຕ້ອງວຸ່ນວາຍຂະໜາດນັ້ນ? ຂ້ອຍມີວຽກຫຼາຍຢ່າງທີ່ຕ້ອງເຮັດ, ຂ້ອຍບໍ່ສາມາດເຝົ້າຜັກເຫຼົ່ານີ້ໄດ້ທຸກມື້ດອກ!’” ເຈົ້າເຫັນບໍ ນີ້ຄືສິ່ງທີ່ລາວຄິດຢູ່ໃນໃຈ, ເຖິງແມ່ນວ່າຄົນອື່ນຈະເຕືອນລາວ ລາວກໍຍັງບໍ່ລົງມືເຮັດ. ການສະແດງອອກທີສີ່ກໍຄື: “ສິ່ງທີ່ລາວຄິດຢູ່ໃນໃຈກ່ຽວກັບການປູກຜັກໃຫ້ເບື້ອງເທິງກໍຄື: ‘ບໍ່ວ່າຜັກທີ່ຂ້ອຍປູກຈະອອກມາເປັນແນວໃດ ນັ້ນກໍຄືສິ່ງທີ່ເຈົ້າຈະຕ້ອງກິນ. ຖ້າຜັກອອກມາດີ ເຈົ້າກໍຈະມີຜັກດີໆກິນ. ຖ້າຂ້ອຍປູກໄດ້ບໍ່ດີ ກໍບໍ່ຕ້ອງກິນ. ແນວໃດກໍຕາມ ຂ້ອຍກໍໄດ້ປູກຜັກໃຫ້ເຈົ້າແລ້ວ, ເຈົ້າຕ້ອງຮູ້ສຶກຂອບໃຈຂ້ອຍ!’” ຄວາມຄິດເຫຼົ່ານີ້ຄືຄວາມຄິດທີ່ປະສົງຮ້າຍໃນໃຈຂອງລາວ ແລະ ລາວກໍໄດ້ບອກຄວາມຄິດເຫຼົ່ານີ້ໃຫ້ກັບຄົນທີ່ລາວອາໄສຢູ່ນຳ. “ເມື່ອຄົນອື່ນເຕືອນລາວວ່າບໍ່ໃຫ້ໃຊ້ກະຕ່າທີ່ໃສ່ໃບຜັກເນົ່າເວລາສົ່ງຜັກໃຫ້ເບື້ອງເທິງ, ລາວກໍຈະເວົ້າວ່າ ‘ຂ້ອຍບໍ່ສາມາດຮັບປະກັນຫຍັງກ່ຽວກັບເລື່ອງນັ້ນໄດ້’”. ເຈົ້າເຫັນບໍ ຄົນອື່ນເຕືອນລາວ ແຕ່ລາວກໍຍັງບໍ່ຟັງ. ລາວພຽງແຕ່ເຮັດທຸກສິ່ງທຸກຢ່າງຕາມທີ່ລາວຕ້ອງການ. ນີ້ຄືການສະແດງອອກທີສີ່. ການສະແດງອອກທີຫ້າກໍຄື: “ລາວປະຕິບັດຕໍ່ຜັກທີ່ປູກໄວ້ໃຫ້ເບື້ອງເທິງແບບນີ້ ໂດຍບໍ່ມີຄວາມສຳນຶກໃນໃຈຂອງລາວເລີຍ ແລະ ບໍ່ມີຄວາມຮູ້ສຶກຜິດແມ່ນແຕ່ໜ້ອຍດຽວ. ເມື່ອໃດກໍຕາມທີ່ມີຄົນເຕືອນລາວ ໂດຍບອກໃຫ້ລາວໃສ່ໃຈຫຼາຍຂຶ້ນ, ລາວກໍຈະຕໍ່ຕ້ານ ແລະ ຮູ້ສຶກເບື່ອໜ່າຍ. ໃຜກໍຕາມທີ່ໃຫ້ຄຳແນະນຳລາວ ລາວກໍກຽດຊັງຄົນຜູ້ນັ້ນ”. ຜູ້ນຳ ແລະ ຜູ້ເຮັດວຽກໄດ້ສະຫຼຸບການສະແດງອອກມາທັງໝົດຫ້າຢ່າງ. ພວກເຂົາໄດ້ສະຫຼຸບການສະແດງອອກຕາມປົກກະຕິຂອງບຸກຄົນນີ້ ພ້ອມທັງທັດສະນະຄະຕິຂອງລາວທີ່ມີຕໍ່ຄວາມຈິງ ແລະ ທັດສະນະຄະຕິຂອງລາວທີ່ມີຕໍ່ໜ້າທີ່ ແລະ ພວກເຂົາຍັງໄດ້ລະບຸຕົວຢ່າງທີ່ສະເພາະເຈາະຈົງນຳອີກ. ການສະຫຼຸບນັ້ນຂ້ອນຂ້າງດີ. ພວກເຈົ້າຮູ້ສຶກແນວໃດຫຼັງຈາກທີ່ໄດ້ຍິນເລື່ອງນີ້? ຄົນທີ່ມີການສະແດງອອກເຫຼົ່ານີ້ມີຄວາມເປັນມະນຸດທີ່ດີບໍ? (ບໍ່). ມັນຮ້າຍແຮງສໍ່າໃດ? ການສະແດງອອກຂອງຄົນຜູ້ນີ້ສອດຄ່ອງກັບການສະແດງອອກຂອງຄົນທີ່ກັບຊາດມາເກີດຈາກມານຮ້າຍທີ່ພວກເຮົາໄດ້ໂອ້ລົມໄປ, ແມ່ນບໍ? (ແມ່ນແລ້ວ). ການສະແດງອອກຂອງຄົນຜູ້ນີ້ສອດຄ່ອງກັບການສະແດງອອກໃດ? (ການສະແດງອອກເຖິງຄວາມຊົ່ວຮ້າຍຂອງຄົນປະເພດນັ້ນ). ນອກເໜືອຈາກຄວາມຊົ່ວຮ້າຍແລ້ວ ລາວມີການສະແດງອອກຂອງຄວາມແປກປະຫຼາດທີ່ເປັນລັກສະນະຂອງຄົນທີ່ກັບຊາດມາເກີດຈາກມານຮ້າຍບໍ? (ມີ). ມັນສະແດງອອກໃຫ້ເຫັນຢ່າງຊັດເຈນແນວໃດ? (ເມື່ອຄົນທຳມະດາປູກຜັກໃຫ້ເບື້ອງເທິງ ພວກເຂົາຈະໃຫ້ຄວາມສຳຄັນກັບການເລືອກດິນທີ່ດີ, ແຕ່ລາວເລືອກທີ່ຈະປະຈົບປະແຈງອ້າຍເອື້ອຍນ້ອງ ໂດຍເບິ່ງແຍງແຕ່ຜັກທີ່ປູກໄວ້ໃຫ້ອ້າຍເອື້ອຍນ້ອງເທົ່ານັ້ນ. ສ່ວນຜັກທີ່ປູກໄວ້ໃຫ້ເບື້ອງເທິງນັ້ນ ລາວເລືອກດິນທີ່ບໍ່ດີ, ບໍ່ເບິ່ງແຍງ ຫຼື ຈັດການກັບແມງໄມ້ສັດຕູພືດ ແລະ ລາວກໍມັກຈະເອົາຜັກທີ່ເຕີບໃຫຍ່ບໍ່ໄດ້ດີໃຫ້ເບື້ອງເທິງກິນຢູ່ສະເໝີ. ທັດສະນະຄະຕິຂອງລາວທີ່ມີຕໍ່ເບື້ອງເທິງ ແລະ ພຣະເຈົ້າຄືຄວາມເປັນປໍລະປັກ). ເປັນຫຍັງທັດສະນະຄະຕິຂອງລາວທີ່ມີຕໍ່ເບື້ອງເທິງຈຶ່ງເປັນຄວາມເປັນປໍລະປັກ? ເບື້ອງເທິງໄດ້ລ່ວງເກີນລາວບໍ? (ບໍ່. ທັດສະນະຄະຕິຂອງລາວຖືກກຳນົດໂດຍແກ່ນແທ້ທຳມະຊາດຂອງລາວ ເຊິ່ງລາວກຽດຊັງພຣະເຈົ້າ ແລະ ກຽດຊັງສິ່ງທີ່ເປັນບວກ). ເຮົາບໍ່ເຄີຍຮູ້ຈັກບຸກຄົນນີ້ແທ້ໆ ແລະ ເຮົາກໍບໍ່ເຄີຍມີການພົວພັນໃດໆກັບລາວເລີຍ. ແລ້ວລາວຈະມີຄວາມກຽດຊັງທີ່ເລິກເຊິ່ງແບບນັ້ນຢູ່ໃນໃຈຂອງລາວໄດ້ແນວໃດ? ນີ້ຄືບັນຫາກ່ຽວກັບທຳມະຊາດຂອງລາວ. ໃນດ້ານໜຶ່ງ ມັນເປັນຄວາມຊົ່ວຮ້າຍ; ໃນອີກດ້ານໜຶ່ງ ມັນກໍເປັນຄວາມແປກປະຫຼາດ, ບໍ່ແມ່ນບໍ? ມັນບໍ່ຄືກັນກັບຂອງພະຍານາກໃຫຍ່ສີແດງບໍ? (ຄື). ຈາກການທີ່ລາວປະຕິບັດຕໍ່ພຣະເຈົ້າ ແລະ ສິ່ງທີ່ເປັນບວກນັ້ນ, ມັນມີຄວາມກຽດຊັງບາງຢ່າງຢູ່ໃນໃຈຂອງລາວ. ຖ້າເຈົ້າຖາມລາວວ່າມັນເກີດຫຍັງຂຶ້ນ ຕົວລາວເອງກໍຈະບໍ່ສາມາດອະທິບາຍໄດ້ຢ່າງຊັດເຈນ, ລາວພຽງແຕ່ຮູ້ສຶກກຽດຊັງ. ລາວກຽດຊັງພຣະເຈົ້າ ແລະ ຄວາມຈິງເປັນພິເສດ, ລາວກຽດຊັງສິ່ງທີ່ເປັນບວກເປັນພິເສດ. ນີ້ບໍ່ແມ່ນຄວາມແປກປະຫຼາດບໍ? (ແມ່ນແລ້ວ). ຄົນປະເພດນີ້ຄືມານຮ້າຍ. ຖ້າເຈົ້າຖາມລາວວ່າ “ເຈົ້າເຊື່ອໃນຜູ້ໃດ?” ລາວກໍຈະເວົ້າວ່າລາວເຊື່ອໃນພຣະເຈົ້າຢ່າງແນ່ນອນ. ລາວເຊື່ອໃນພຣະເຈົ້າ ແຕ່ລາວກໍຍັງກຽດຊັງພຣະເຈົ້າ, ສິ່ງນີ້ເປີດເຜີຍໃຫ້ເຫັນເຖິງແນວຄິດຂອງມານຮ້າຍ. ນີ້ຄືຄວາມແປກປະຫຼາດ. ເປັນຫຍັງເຮົາຈຶ່ງເວົ້າແບບນັ້ນ? ປະການທຳອິດ ເຮົາບໍ່ຮູ້ຈັກຄົນຜູ້ນີ້ເລີຍ ແລະ ເຮົາກໍບໍ່ເຄີຍລິຮານລາວ ແຕ່ລາວກໍຍັງມີຄວາມກຽດຊັງທີ່ເລິກເຊິ່ງແບບນັ້ນຕໍ່ເຮົາ, ນີ້ຄືຄວາມແປກປະຫຼາດ. ປະການທີສອງ ອ້າຍເອື້ອຍນ້ອງເປັນຄົນຈັດແຈງໃຫ້ລາວປູກຜັກເຫຼົ່ານີ້. ຖ້າລາວບໍ່ເຕັມໃຈທີ່ຈະເຮັດ ລາວກໍສາມາດຍົກບັນຫານີ້ຂຶ້ນມາເວົ້າໄດ້ ແຕ່ລາວກັບໄປລະບາຍຄວາມໂມໂຫຂອງລາວໃສ່ສວນຜັກແທນ. ຫຼັງຈາກທີ່ປູກຜັກແລ້ວ ລາວກໍບໍ່ເບິ່ງແຍງຜັກຢ່າງເໝາະສົມ ແລະ ເອົາຜັກທີ່ເຕີບໃຫຍ່ບໍ່ໄດ້ດີໃຫ້ເບື້ອງເທິງກິນ. ປະການທີສາມ ລາວເຕັມໃຈຫຼາຍເມື່ອເປັນການປູກຜັກໃຫ້ອ້າຍເອື້ອຍນ້ອງ ແລະ ລາວກໍເບິ່ງແຍງຜັກເປັນຢ່າງດີ, ແຕ່ເມື່ອເປັນການປູກຜັກໃຫ້ເບື້ອງເທິງ ລາວກັບບໍ່ເຕັມໃຈໃນໃຈຂອງລາວ. ລາວເຕັມໄປດ້ວຍຄວາມກຽດຊັງເປັນພິເສດ ແລະ ມັນກໍບໍ່ຊັດເຈນວ່າເປັນຫຍັງ, ບໍ່ມີໃຜລ່ວງເກີນລາວ ແຕ່ລາວກໍຍັງປະຕິບັດຕໍ່ເບື້ອງເທິງ ແລະ ປະຕິບັດຕໍ່ພຣະເຈົ້າແບບນີ້. ນີ້ບໍ່ແມ່ນຄວາມແປກປະຫຼາດບໍ? (ແມ່ນແລ້ວ). ແຮງຂັບເຄື່ອນທີ່ແປກປະຫຼາດນີ້ຊ່າງຮຸນແຮງຫຼາຍ! ໃນດ້ານໜຶ່ງ ມັນເປັນຄວາມຊົ່ວຮ້າຍ; ໃນອີກດ້ານໜຶ່ງ ມັນກໍເປັນຄວາມແປກປະຫຼາດ, ນີ້ຄືທຳມະຊາດຂອງມານຮ້າຍ. ບໍ່ວ່າເຮືອນຂອງພຣະເຈົ້າຈະປະຕິບັດຕໍ່ມານຮ້າຍດ້ວຍຄວາມຮັກຢ່າງອົດກັ້ນ ແລະ ອົດທົນສໍ່າໃດກໍຕາມ ແລະ ບໍ່ວ່າເຮືອນຂອງພຣະເຈົ້າຈະໃຫ້ໂອກາດພວກມັນເພື່ອໃຫ້ໄດ້ຮັບຄວາມລອດພົ້ນສໍ່າໃດກໍຕາມ ພວກມັນກໍບໍ່ເຂົ້າໃຈສິ່ງເຫຼົ່ານີ້ເລີຍ. ໃນໃຈຂອງພວກມັນ ພວກມັນພຽງແຕ່ກຽດຊັງພຣະເຈົ້າ ແລະ ເຮືອນຂອງພຣະເຈົ້າ. ນີ້ເປັນເພາະວ່າທຳມະຊາດຂອງມານຮ້າຍກໍຄືການກຽດຊັງພຣະເຈົ້າ ແລະ ການກຽດຊັງສິ່ງທີ່ເປັນບວກຢ່າງແທ້ຈິງ. ບໍ່ມີໃຜສາມາດບອກໄດ້ຢ່າງຊັດເຈນວ່າເຫດຜົນຂອງເລື່ອງນີ້ແມ່ນຫຍັງ, ມານຮ້າຍພຽງແຕ່ມີຄວາມກຽດຊັງທີ່ບໍ່ມີເຫດຜົນຕໍ່ພຣະເຈົ້າ ແລະ ສິ່ງທີ່ເປັນບວກ. ນີ້ຄືສິ່ງທີ່ເອີ້ນວ່າຄວາມແປກປະຫຼາດ. ລາວຄິດກ່ຽວກັບຫຍັງໃນແຕ່ລະມື້? “ບໍ່ວ່າຜັກທີ່ຂ້ອຍປູກຈະອອກມາເປັນແນວໃດ ນັ້ນກໍຄືສິ່ງທີ່ເຈົ້າຈະຕ້ອງກິນ. ຖ້າຜັກອອກມາດີ ເຈົ້າກໍຈະມີຜັກດີໆກິນ. ຖ້າຂ້ອຍປູກໄດ້ບໍ່ດີ ກໍບໍ່ຕ້ອງກິນ. ແນວໃດກໍຕາມ ຂ້ອຍກໍໄດ້ປູກຜັກໃຫ້ເຈົ້າແລ້ວ, ເຈົ້າຕ້ອງຮູ້ສຶກຂອບໃຈຂ້ອຍ!” ສິ່ງທີ່ຢູ່ໃນໃຈຂອງລາວບໍ່ແປກປະຫຼາດບໍ? ສິ່ງທີ່ລາວຄິດລ້ວນແຕ່ຊົ່ວຊ້າ ແລະ ຄົດໂກງ. ຄົນທີ່ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຮູ້ສຶກວ່າຄວາມຄິດຂອງລາວເປັນສິ່ງທີ່ເຫຼືອເຊື່ອ, ພວກເຂົາບໍ່ສາມາດເຂົ້າໃຈໄດ້ເລີຍວ່າເປັນຫຍັງລາວຈຶ່ງຄິດແບບນີ້. ນີ້ຄືວິທີທີ່ມານຮ້າຍກະທຳການຢ່າງແທ້ຈິງ. ສິ່ງທີ່ລາວຄິດ ແລະ ໄຕ່ຕອງຢູ່ໃນໃຈຂອງລາວລ້ວນແຕ່ເປັນສິ່ງທີ່ມືດມົນ ແລະ ຊົ່ວຊ້າ. ຄົນແບບນີ້ທີ່ເປັນມານຮ້າຍສາມາດຍອມຮັບຄວາມຈິງໄດ້ບໍ? (ບໍ່ໄດ້). ລາວບໍ່ມີແມ່ນແຕ່ສິນທຳພື້ນຖານຂອງມະນຸດ ຫຼື ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ. ເມື່ອມີການກ່າວເຖິງພຣະເຈົ້າ ລາວກໍຄຽດແຄ້ນ ແລະ ຮູ້ສຶກກຽດຊັງ. ເມື່ອຄົນອື່ນຂໍໃຫ້ລາວເຮັດວຽກງານອື່ນ ລາວກໍບໍ່ໄດ້ຕໍ່ຕ້ານປານໃດ; ມີພຽງແຕ່ເມື່ອເປັນການປູກຜັກໃຫ້ເບື້ອງເທິງເທົ່ານັ້ນທີ່ລາວຕໍ່ຕ້ານເປັນພິເສດ. ນີ້ຄືຄວາມຊົ່ວຮ້າຍ ແລະ ຄວາມແປກປະຫຼາດ. ເຈົ້າອາດຈະຖາມລາວວ່າເປັນຫຍັງລາວຈຶ່ງຕໍ່ຕ້ານຫຼາຍຂະໜາດນັ້ນ, ນີ້ເປັນເລື່ອງຂອງຫົວໃຈ ແລະ ລາວກໍອາດຈະບໍ່ສາມາດບອກໄດ້ຢ່າງຊັດເຈນວ່າຕົ້ນຕໍຂອງມັນຢູ່ໃສ. ພວກເຈົ້າສາມາດເຫັນໄດ້ຢ່າງຊັດເຈນບໍວ່າຕົ້ນຕໍຂອງບັນຫານີ້ຢູ່ໃສ? ເປັນຫຍັງລາວຈຶ່ງປະຕິບັດຕໍ່ພຣະເຈົ້າແບບນີ້? ຄົນສ່ວນໃຫຍ່ຈະພົບວ່າເລື່ອງນີ້ເປັນຕາງຶດງໍ້ຢ່າງສິ້ນເຊີງ: “ຄົນທີ່ເຊື່ອໃນພຣະເຈົ້າຈະປະຕິບັດຕໍ່ພຣະເຈົ້າແບບນີ້ໄດ້ແນວໃດ? ລາວບໍ່ແມ່ນຜູ້ບໍ່ມີຄວາມເຊື່ອບໍ?” ຕອນນີ້ພວກເຈົ້າສາມາດເຫັນແກ່ນແທ້ ແລະ ແຫຼ່ງກຳເນີດຂອງຄົນປະເພດຕ່າງໆຜ່ານການໂອ້ລົມກ່ຽວກັບຄວາມຈິງໄດ້ຊັດເຈນຂຶ້ນອີກໜ້ອຍໜຶ່ງແລ້ວບໍ? (ສາມາດ). ຕອນນີ້ພວກເຈົ້າຄວນຈະສາມາດເຫັນໄດ້ຊັດເຈນຂຶ້ນອີກໜ້ອຍໜຶ່ງແລ້ວ, ຄົນເຫຼົ່ານີ້ຄືຄົນປະເພດທີ່ກັບຊາດມາເກີດຈາກມານຮ້າຍຢ່າງແທ້ຈິງ ແລະ ທຳມະຊາດຂອງພວກເຂົາກໍຄືການກຽດຊັງພຣະເຈົ້າ.
ບອກເຮົາມາເບິ່ງ ຄົນທີ່ກັບຊາດມາເກີດຈາກມານຮ້າຍສາມາດປ່ຽນແປງໄດ້ບໍ? (ພວກເຂົາບໍ່ສາມາດປ່ຽນແປງໄດ້). ພວກເຂົາກໍຄືກັນກັບພະຍານາກໃຫຍ່ສີແດງ. ພວກເຂົາສາມາດເວົ້າຄຳເວົ້າທີ່ຖືກຕ້ອງ, ເວົ້າຄຳເວົ້າທີ່ສອດຄ່ອງກັບສະຕິຮູ້ສຶກຜິດຊອບ ແລະ ສິນທຳໄດ້ເຊັ່ນກັນ ແຕ່ພວກເຂົາບໍ່ສາມາດປະຕິບັດຕາມສິ່ງທີ່ພວກເຂົາເວົ້າໄດ້ຢ່າງເດັດຂາດ. ພວກເຂົາສາມາດເວົ້າຄຳເວົ້າທີ່ຟັງແລ້ວມ່ວນຫູໄດ້ຫຼາຍຢ່າງ ແຕ່ເມື່ອຮອດເວລາທີ່ພວກເຂົາຕ້ອງເຮັດສິ່ງທີ່ແທ້ຈິງ ພວກເຂົາກໍບໍ່ສາມາດເຮັດໄດ້ແມ່ນແຕ່ຢ່າງດຽວ. ເປັນຫຍັງພວກເຂົາຈຶ່ງບໍ່ສາມາດເຮັດໄດ້? ເພາະວ່າຢູ່ພາຍໃນຕົວຂອງພວກເຂົານັ້ນ ພວກເຂົາຄືມານຮ້າຍ. ພວກເຂົາຈະຮູ້ສຶກບໍ່ສະບາຍໃຈ ແລະ ທຸກໃຈຢູ່ພາຍໃນໃຈ ຖ້າພວກເຂົາເຮັດສິ່ງທີ່ເປັນບວກ ແລະ ສິ່ງທີ່ສອດຄ່ອງກັບມາດຕະຖານຂອງສະຕິຮູ້ສຶກຜິດຊອບຂອງມະນຸດ. ມີພຽງແຕ່ເມື່ອເຮັດຄວາມຊົ່ວ, ເຮັດສິ່ງທີ່ມານຮ້າຍເຮັດ ແລະ ຄິດສິ່ງທີ່ມານຮ້າຍຄິດເທົ່ານັ້ນ ພວກເຂົາຈຶ່ງຈະຮູ້ສຶກສະບາຍໃຈ ແລະ ປິຕິຍິນດີຢູ່ພາຍໃນໃຈ. ນີ້ຄືໂສມໜ້າທີ່ແທ້ຈິງຂອງຄົນປະເພດນີ້. ຖ້າເຈົ້າລົມຫຼິ້ນກັບພວກເຂົາ, ເວົ້າກ່ຽວກັບເລື່ອງຊີວິດທາງເນື້ອໜັງ ຫຼື ແມ່ນແຕ່ສົນທະນາກ່ຽວກັບເຫດການປັດຈຸບັນ ແລະ ການເມືອງ ພວກເຂົາກໍສາມາດນັ່ງຢູ່ຊື່ໆໄດ້. ແຕ່ເມື່ອໃດກໍຕາມທີ່ເນື້ອຫາຂອງການໂອ້ລົມກ່າວເຖິງສິ່ງທີ່ເປັນບວກ, ຄວາມຈິງ, ພຣະເຈົ້າ, ອັດຕະລັກຂອງພຣະເຈົ້າ, ແກ່ນແທ້ຂອງພຣະເຈົ້າ, ວຽກງານຂອງພຣະເຈົ້າ, ເຈດຕະນາຂອງພຣະເຈົ້າທີ່ມີຕໍ່ມະນຸດ ຫຼື ຂໍ້ກຳນົດຂອງພຣະເຈົ້າທີ່ມີຕໍ່ມະນຸດ ພວກເຂົາກໍຈະຮູ້ສຶກເບື່ອໜ່າຍ ແລະ ຕໍ່ຕ້ານຢູ່ໃນໃຈຂອງພວກເຂົາ, ພວກເຂົາບໍ່ຢາກຟັງມັນ. ພວກເຂົາເລີ່ມເກົາຫູເກົາແກ້ມ ຄືກັບວ່າກຳລັງນັ່ງຢູ່ເທິງໜາມ. ໃຈຂອງພວກເຂົາເລີ່ມເຕັມໄປດ້ວຍຄວາມກະວົນກະວາຍ ແລະ ຄວາມບໍ່ສະບາຍໃຈ ຄືກັບວ່າມີຫຍ້າປ່າກຳລັງເກີດຂຶ້ນຢ່າງຮົກເຮື້ອຢູ່ພາຍໃນຕົວພວກເຂົາ. ພວກເຂົາຮູ້ສຶກວ່າການຢູ່ຕໍ່ແມ່ນແຕ່ວິນາທີດຽວກໍຄືກັບການຖືກທໍລະມານ ແລະ ບາງຄົນໃນພວກເຂົາກໍເຖິງກັບລຸກຂຶ້ນ ແລະ ຍ່າງອອກໄປໃນທັນທີ. ເຖິງແມ່ນວ່າບາງຄົນຈະນັ່ງຢູ່ບ່ອນນັ້ນຢ່າງສຸພາບຮຽບຮ້ອຍ ແລະ ບໍ່ໜີໄປໃສເພື່ອຮັກສາພາບລັກ ແຕ່ຈິດໃຈຂອງພວກເຂົາກໍໄດ້ລ່ອງລອຍໄປໄກແລ້ວ, ຄວາມຄິດຂອງພວກເຂົາໄດ້ປິວໄປໄກຈົນກາຍໝູ່ເມກຕັ້ງດົນແລ້ວ ແລະ ພວກເຂົາກໍບໍ່ໄດ້ຟັງສິ່ງທີ່ເຈົ້າກຳລັງເວົ້າເລີຍ. ເປັນຫຍັງພວກເຂົາຈຶ່ງມີການສະແດງອອກເຫຼົ່ານີ້? ເພາະວ່າໃນໃຈຂອງພວກເຂົາ ພວກເຂົາລັງກຽດພຣະເຈົ້າ ແລະ ສິ່ງທີ່ເປັນບວກ. ພວກເຂົາບໍ່ສົນໃຈຄວາມຈິງ; ພວກເຂົາບໍ່ສາມາດຮັບເອົາມັນໄດ້ ແລະ ບໍ່ເຕັມໃຈທີ່ຈະຍອມຮັບມັນ. ທັນທີທີ່ມີການໂອ້ລົມກ່ຽວກັບຄວາມຈິງໃນລະຫວ່າງການເຕົ້າໂຮມ ພວກເຂົາກໍຄິດຫາຂໍ້ອ້າງສາລະພັດເພື່ອທີ່ຈະໜີໄປ ໂດຍເວົ້າວ່າ “ຂ້ອຍຕ້ອງໄປຈັດການທຸລະບາງຢ່າງ” ຫຼື “ຂ້ອຍຕ້ອງໂທລະສັບ”. ພວກເຂົາພຽງແຕ່ຕ້ອງການສວຍໂອກາດຫາຂໍ້ອ້າງໃດກໍໄດ້ເພື່ອໜີໄປ. ຄົນປະເພດນີ້ແປກປະຫຼາດຢ່າງແທ້ຈິງ. ຖ້າຄົນໃດຄົນໜຶ່ງຍອມຮັບວ່າພວກເຂົາເປັນຄົນທີ່ເຊື່ອ ແລະ ຕິດຕາມພຣະເຈົ້າ ແລ້ວພວກເຂົາກໍບໍ່ຄວນມີການສະແດງອອກເຫຼົ່ານີ້. ແຕ່ເມື່ອເວົ້າເຖິງເລື່ອງທີ່ກ່ຽວຂ້ອງກັບສິ່ງທີ່ເປັນບວກ ຫຼື ກ່ຽວຂ້ອງກັບພຣະເຈົ້າ ຄົນທີ່ກັບຊາດມາເກີດຈາກມານຮ້າຍກໍມີການສະແດງອອກເຫຼົ່ານີ້, ສິ່ງນີ້ຢູ່ເໜືອການຄວບຄຸມຂອງພວກເຂົາເອງ ແລະ ເປັນເລື່ອງຂອງແກ່ນແທ້ທຳມະຊາດຂອງພວກເຂົາ. ມັນຖືກກຳນົດໂດຍແຫຼ່ງກຳເນີດຂອງພວກເຂົາ ແລະ ບໍ່ມີໃຜສາມາດປ່ຽນແປງຂໍ້ເທັດຈິງນີ້ໄດ້. ເມື່ອເຈົ້າໂອ້ລົມກ່ຽວກັບຄວາມຈິງ, ກ່ຽວກັບສິ່ງທີ່ເປັນບວກ, ກ່ຽວກັບເຈດຕະນາຂອງພຣະເຈົ້າ ແລະ ກ່ຽວກັບພຣະທຳຂອງພຣະເຈົ້າ ພວກເຂົາກໍຈະຮູ້ສຶກຄືກັບວ່າເຈົ້າກຳລັງຕັດສິນພວກເຂົາ ແລະ ມັນກຳລັງຈະຈົບຊີວິດຂອງພວກເຂົາ. ນີ້ຄືສະພາວະພາຍໃນທີ່ແທ້ຈິງເມື່ອພວກເຂົາປະຕິບັດຕໍ່ພຣະເຈົ້າ, ຄວາມຈິງ ແລະ ສິ່ງທີ່ເປັນບວກ. ແນ່ນອນວ່າ ສິ່ງນີ້ກໍເປັນການສະແດງອອກປະເພດໜຶ່ງຂອງແກ່ນແທ້ທີ່ຊົ່ວຊ້າຂອງຄົນປະເພດນີ້ເຊັ່ນກັນ. ເພາະວ່າພວກເຂົາລັງກຽດ ແລະ ກຽດຊັງສິ່ງທີ່ເປັນບວກ, ຄວາມຈິງ ແລະ ພຣະເຈົ້າ ສິ່ງທີ່ພວກເຂົາຄິດ ແລະ ໄຕ່ຕອງຢູ່ໃນໂລກພາຍໃນຂອງພວກເຂົາໃນແຕ່ລະມື້ຈຶ່ງບໍ່ມີຫຍັງກ່ຽວຂ້ອງກັບສິ່ງທີ່ເປັນບວກ, ຄວາມຈິງ ຫຼື ວຽກງານຂອງພຣະເຈົ້າເລີຍ. ທຸກສິ່ງທຸກຢ່າງທີ່ພວກເຂົາຄິດຢູ່ໃນໃຈຂອງພວກເຂົານັ້ນກ່ຽວຂ້ອງກັບສິ່ງທີ່ແປກປະຫຼາດ. ສິ່ງທີ່ພວກເຂົາຄິດກໍຄືວິທີການໂອ້ອວດຕົນເອງ ເພື່ອໃຫ້ພວກເຂົາສາມາດມີສະຖານະ ແລະ ຊື່ສຽງໃນທ່າມກາງຜູ້ຄົນ, ວິທີການກະທຳເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ, ໄດ້ຮັບສະຖານະ ແລະ ເຮັດໃຫ້ຜູ້ຄົນຍອມຮັບ ແລະ ເຄົາລົບນັບຖືພວກເຂົາຫຼາຍຂຶ້ນ, ວິທີການກະທຳເພື່ອຊະນະໃຈຜູ້ຄົນ ແລະ ໄດ້ຮັບການຍອມຮັບຈາກຜູ້ຄົນ ແລະ ວິທີການທີ່ຈະໄດ້ຮັບການຍອມຮັບ ແລະ ການເລື່ອນຕຳແໜ່ງຈາກເຮືອນຂອງພຣະເຈົ້າ ຫຼື ຈາກຜູ້ນຳທຸກລະດັບ. ທຸກສິ່ງທຸກຢ່າງທີ່ພວກເຂົາຄິດ ແລະ ທຸກສິ່ງທຸກຢ່າງທີ່ພວກເຂົາເຮັດລ້ວນແຕ່ມີທຳມະຊາດຂອງການຍາດແຍ່ງ, ການຕໍ່ສູ້, ການຍາດຊີງ, ການຫຼອກລວງ, ການວາງແຜນຮ້າຍ, ການສົມຮູ້ຮ່ວມຄິດ, ການຍຸແຍ່, ການລໍ້ລວງ, ການຄວບຄຸມ ແລະ ການເຮັດໃຫ້ຫຼົງຜິດ, ບໍ່ແມ່ນບໍ? (ແມ່ນແລ້ວ). ພວກເຂົາທຸ່ມເທທຸກສິ່ງທຸກຢ່າງເພື່ອເຮັດສິ່ງເຫຼົ່ານີ້ ແລະ ພວກເຂົາເຕັມໃຈທີ່ຈະທົນທຸກກັບຄວາມລຳບາກ. ໃນລະຫວ່າງຂະບວນການທັງໝົດຂອງການທົນທຸກຂອງພວກເຂົາ ພວກເຂົາກຳລັງວາງແຜນ ແລະ ຄິດຫາວິທີທີ່ຈະເຮັດຄວາມຊົ່ວ ໂດຍຈະຄິດໄລ່ໃສ່ຮ້າຍໃຜ ແລະ ຈະບັນລຸເປົ້າໝາຍໃດ. ທຸກສິ່ງທຸກຢ່າງທີ່ພວກເຂົາເຮັດລ້ວນແຕ່ມີກົນອຸບາຍ ແລະ ເຈດຕະນາທີ່ສະເພາະເຈາະຈົງ. ເມື່ອເບິ່ງຈາກພາຍນອກແລ້ວ ພວກເຂົາບໍ່ໄດ້ເວົ້າສິ່ງທີ່ຂັດກັບຄວາມຈິງຢ່າງເປີດເຜີຍ ທັງບໍ່ໄດ້ເຮັດສິ່ງທີ່ຂັດຂວາງ ຫຼື ລົບກວນວຽກງານຂອງຄຣິສຕະຈັກຢ່າງເປີດເຜີຍ ແລະ ພວກເຂົາຍິ່ງບໍ່ໄດ້ຕັດສິນ, ໂຈມຕີ ຫຼື ໝິ່ນປະໝາດພຣະເຈົ້າຢ່າງເປີດເຜີຍ. ພວກເຂົາບໍ່ໄດ້ເຮັດການກະທຳທີ່ຊົ່ວຮ້າຍທີ່ຊັດເຈນເຫຼົ່ານີ້. ແຕ່ເມື່ອຢູ່ໃນໂລກພາຍໃນຂອງພວກເຂົາ ພວກເຂົາບໍ່ເຄີຍຄິດກ່ຽວກັບສິ່ງໃດທີ່ກ່ຽວຂ້ອງກັບຄວາມຈິງ ຫຼື ສິ່ງທີ່ເປັນບວກເລີຍ ແລະ ເຖິງກັບບໍ່ເຄີຍພິຈາລະນາສິ່ງໃດທີ່ກ່ຽວຂ້ອງກັບສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງມະນຸດ ຫຼື ສິນທຳເລີຍ. ແລ້ວສິ່ງທີ່ພວກເຂົາພິຈາລະນາແມ່ນຫຍັງກັນແທ້? ຈິດໃຈຂອງພວກເຂົາຈົມປັກຢູ່ກັບເລ່ລ່ຽມ, ກົນອຸບາຍ, ການຄິດຄຳນວນ, ການສົມຮູ້ຮ່ວມຄິດ ແລະ ການວາງແຜນຮ້າຍຢ່າງສິ້ນເຊີງ. ສະນັ້ນ ເຖິງແມ່ນວ່າເຈົ້າຈະບໍ່ເຫັນພວກເຂົາຕໍ່ຕ້ານພຣະເຈົ້າຢ່າງເປີດເຜີຍ ຫຼື ໄດ້ຍິນພວກເຂົາເວົ້າຄຳຈົ່ມວ່າຕໍ່ພຣະເຈົ້າ, ຄວາມສົງໄສໃນພຣະເຈົ້າ, ການຕັດສິນພຣະເຈົ້າ ຫຼື ແມ່ນແຕ່ການໝິ່ນປະໝາດພຣະເຈົ້າຢູ່ພາຍນອກກໍຕາມ ແຕ່ໃນໃຈຂອງພວກເຂົາກໍຍັງເຕັມໄປດ້ວຍທັດສະນະຄະຕິແຫ່ງການດູຖູກ, ການເຍາະເຍີ້ຍ ແລະ ການບໍ່ເຄົາລົບຕໍ່ພຣະທຳຂອງພຣະເຈົ້າ, ວຽກງານຂອງພຣະເຈົ້າ ແລະ ທຸກສິ່ງທຸກຢ່າງທີ່ກ່ຽວຂ້ອງກັບວຽກງານຂອງພຣະເຈົ້າ. ບໍ່ວ່າພຣະເຈົ້າຈະກ່າວຫຍັງກໍຕາມ, ຂໍ້ກຳນົດຂອງພຣະເຈົ້າທີ່ມີຕໍ່ຜູ້ຄົນແມ່ນຫຍັງ, ເຈດຕະນາຂອງພຣະເຈົ້າແມ່ນຫຍັງ ຫຼື ຫຼັກການທີ່ຢູ່ເບື້ອງຫຼັງວຽກງານປະເພດຕ່າງໆທີ່ພຣະເຈົ້າເຮັດແມ່ນຫຍັງ ພວກເຂົາກໍບໍ່ເຄີຍໃສ່ໃຈ ຫຼື ຍອມຮັບສິ່ງເຫຼົ່ານັ້ນເລີຍ, ພາຍໃນຕົວຄົນເຫຼົ່ານີ້ບໍ່ມີພາຊະນະທີ່ຈະຮັບເອົາສິ່ງທີ່ເປັນບວກເຫຼົ່ານີ້ເລີຍ. ເຖິງແມ່ນວ່າເຈົ້າຈະບໍ່ເຫັນພວກເຂົາຕໍ່ຕ້ານ ຫຼື ກ່າວໂທດສິ່ງທີ່ເປັນບວກເຫຼົ່ານີ້ຢ່າງເປີດເຜີຍກໍຕາມ ແຕ່ພວກເຂົາກໍລັງກຽດ ແລະ ກຽດຊັງສິ່ງເຫຼົ່ານັ້ນຈາກສ່ວນເລິກໃນຈິດໃຈຂອງພວກເຂົາ. ເມື່ອພວກເຂົາຟັງຄຳເທດສະໜາ ພວກເຂົາບໍ່ໄດ້ໄຕ່ຕອງວິທີການຍອມຮັບຄວາມຈິງ ແລະ ປະຕິບັດຄວາມຈິງ ແຕ່ກັບໄຕ່ຕອງວິທີການສະຫຼຸບແສງສະຫວ່າງໃໝ່ໆ ແລະ ວະລີທີ່ພວກເຂົາໄດ້ຍິນ ແລ້ວປ່ຽນສິ່ງເຫຼົ່ານັ້ນເປັນຄຳເວົ້າຂອງພວກເຂົາເອງເພື່ອໂອ້ລົມ ແລະ ແບ່ງປັນກັບຄົນອື່ນ ໂດຍມີຈຸດປະສົງເພື່ອເຮັດໃຫ້ຜູ້ຄົນເຄົາລົບນັບຖື ແລະ ຍົກຍ້ອງບູຊາພວກເຂົາ. ພວກເຂົາຄິດກັບຕົນເອງວ່າ “ຖ້າຂ້ອຍນຳເອົາຄຳເວົ້າເຫຼົ່ານີ້ໄປເທດສະໜາໃຫ້ຜູ້ທີ່ຫາກໍເຂົ້າຮ່ວມຄຣິສຕະຈັກຟັງ, ຂ້ອຍກໍຈະສາມາດໄດ້ຮັບຄວາມຊື່ນຊົມ ແລະ ການຍົກຍ້ອງບູຊາຈາກຜູ້ຄົນຫຼາຍຂຶ້ນ ແລະ ຂ້ອຍກໍຈະມີສະຖານະທີ່ສູງຂຶ້ນໃນທ່າມກາງຜູ້ຄົນ. ສະຖານະນີ້ຈະອີງໃສ່ວ່າຂ້ອຍເຂົ້າໃຈ ແລະ ຈັບໃຈຄວາມຫຼັກຄຳສອນໄດ້ຫຼາຍສໍ່າໃດ ແລະ ຂ້ອຍຈັບໃຈຄວາມມັນໄດ້ຄົບຖ້ວນສໍ່າໃດ”. ເຖິງແມ່ນວ່າພວກເຂົາຈະນັ່ງຟັງຄຳເທດສະໜາຢູ່ບ່ອນນັ້ນ ເຖິງກັບຟັງຢ່າງຕັ້ງໃຈ ແລະ ດຸໝັ່ນທີ່ສຸດ ພ້ອມທັງທຸ່ມເທຄວາມພະຍາຍາມຢ່າງຫຼວງຫຼາຍກໍຕາມ, ແຕ່ທັດສະນະຄະຕິຂອງພວກເຂົາກໍບໍ່ເປັນບວກ ແລະ ແຮງຈູງໃຈຂອງພວກເຂົາກໍບໍ່ບໍລິສຸດ. ພວກເຂົາບໍ່ໄດ້ຟັງດ້ວຍທັດສະນະຄະຕິແຫ່ງການຍອມຮັບຄວາມຈິງ ແຕ່ກັບໄຕ່ຕອງມັນຄືກັບວ່າພວກເຂົາກຳລັງສຶກສາເທວະວິທະຍາ ໂດຍປຽບທຽບສິ່ງທີ່ເວົ້າໃນຄຳເທດສະໜາກັບພຣະຄຳພີ. ພວກເຂົາບໍ່ໄດ້ຍອມຮັບພຣະທຳຂອງພຣະເຈົ້າ ແລະ ປຽບທຽບຕົນເອງກັບພຣະທຳເຫຼົ່ານັ້ນ ໂດຍສະແຫວງຫາຄວາມເຂົ້າໃຈກ່ຽວກັບບັນຫາຕ່າງໆຂອງພວກເຂົາເອງ ແລະ ຊອກຫາເສັ້ນທາງແຫ່ງການແກ້ໄຂ ແລະ ຫຼັກການຂອງການປະຕິບັດຈາກພຣະທຳເຫຼົ່ານັ້ນ ເພື່ອໃຫ້ພວກເຂົາສາມາດຮູ້ຈັກຕົນເອງ, ມີຄວາມຮູ້ສຶກຜິດຢ່າງແທ້ຈິງ, ປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ກະທຳການ ແລະ ປະພຶດຕົນດ້ວຍວິທີການທີ່ສອດຄ່ອງກັບຫຼັກການຄວາມຈິງ ແລະ ຕອບສະໜອງຕາມເຈດຕະນາຂອງພຣະເຈົ້າ, ນັ້ນບໍ່ແມ່ນເປົ້າໝາຍຂອງພວກເຂົາຢ່າງແນ່ນອນ. ແລ້ວເປົ້າໝາຍຂອງພວກເຂົາແມ່ນຫຍັງ? ມັນຄືການສະສົມຫຼັກຄຳສອນໃຫ້ຕົນເອງຫຼາຍຂຶ້ນ ເພື່ອໃຫ້ພວກເຂົາສາມາດໂອ້ອວດ ແລະ ອວດອ້າງຕົນເອງ ແລ້ວເຮັດໃຫ້ຜູ້ຄົນເຄົາລົບນັບຖື ແລະ ຍົກຍ້ອງບູຊາພວກເຂົາ. ນັ້ນຄືເປົ້າໝາຍທຳອິດ. ເປົ້າໝາຍທີສອງຂອງພວກເຂົາກໍຄືການຊອກຫາເສັ້ນທາງທີ່ງ່າຍດາຍທີ່ສຸດເພື່ອໃຫ້ໄດ້ຮັບພຣະພອນ. ຫຼັງຈາກທີ່ຟັງຄຳເທດສະໜາ ແລະ ຢືນຢັນວ່ານີ້ຄືເສັ້ນທາງທີ່ແທ້ຈິງແລ້ວ, ພວກເຂົາກໍເລີ່ມໄຕ່ຕອງວ່າພວກເຂົາມີຄວາມຫວັງຫຼາຍສໍ່າໃດທີ່ຈະໄດ້ຮັບພຣະພອນ ແລະ ພວກເຂົາມີຄວາມຫວັງຫຼາຍສໍ່າໃດທີ່ຈະໄດ້ຮັບຄວາມລອດພົ້ນ. ຈາກນັ້ນ ພວກເຂົາກໍຕັດສິນໃຈທີ່ຈະໃຊ້ວິທີການທົນທຸກກັບຄວາມລຳບາກ ແລະ ການຈ່າຍລາຄາເພື່ອຫຼອກເອົາຄວາມໄວ້ວາງໃຈຈາກປະຊາກອນທີ່ພຣະເຈົ້າເລືອກ ແລະ ເຮືອນຂອງພຣະເຈົ້າ ພ້ອມທັງເຮັດໃຫ້ພຣະເຈົ້າເຫັນຄວາມລຳບາກທີ່ພວກເຂົາທົນທຸກ ແລະ ລາຄາທີ່ພວກເຂົາຈ່າຍ. ພວກເຂົາຄິດວ່າພວກເຂົາສາມາດໄດ້ຮັບພຣະພອນອັນຍິ່ງໃຫຍ່ ແລະ ຈຸດໝາຍປາຍທາງທີ່ດີເລີດ ໂດຍການເຊື່ອໃນພຣະເຈົ້າດ້ວຍວິທີນີ້. ເຈົ້າເຫັນບໍ, ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ຄຳເທດສະໜາ ແລະ ຄວາມຈິງໃນແຕ່ລະດ້ານນັ້ນບໍ່ແມ່ນພຽງແຕ່ການຍອມຮັບມັນ ແລ້ວກໍນຳໄປປະຕິບັດ ແລະ ສຳຜັດ, ແຕ່ພວກເຂົາມີແຜນການ ແລະ ກົນອຸບາຍທີ່ແອບແຝງຢູ່. ພວກເຂົາຫວັງຈະໃຊ້ວະລີໃດໜຶ່ງ ຫຼື ຄຳເວົ້າທີ່ສຳຄັນຈາກຄຳເທດສະໜາ ແລະ ການໂອ້ລົມຢູ່ສະເໝີ ເພື່ອສະສົມຄວາມຄິດ ແລະ ຄັງວາທະສິນຂອງພວກເຂົາເອງ ເພື່ອເຮັດໃຫ້ອ້າຍເອື້ອຍນ້ອງຫຼົງຜິດ, ເຮັດໃຫ້ທຸກຄົນຍົກຍ້ອງບູຊາພວກເຂົາ, ເຮັດໃຫ້ພວກເຂົາສາມາດໄດ້ຮັບຈຸດຢືນໃນທ່າມກາງຜູ້ຄົນ ແລະ ສາມາດເພີດເພີນກັບການເຄົາລົບນັບຖືຢ່າງສູງຈາກຄົນອື່ນ. ຄວາມຄິດ, ເຈດຕະນາ ແລະ ທັດສະນະຄະຕິເຫຼົ່ານີ້ທີ່ພວກເຂົາມີໃນເວລາທີ່ຟັງຄຳເທດສະໜາບໍ່ພຽງພໍທີ່ຈະສະແດງໃຫ້ເຫັນວ່າຄົນປະເພດນີ້ແປກປະຫຼາດຫຼາຍບໍ? (ພຽງພໍແລ້ວ). ມີໃຜສາມາດແກ້ໄຂແຮງຂັບເຄື່ອນທີ່ແປກປະຫຼາດໃນຕົວພວກເຂົາໄດ້ບໍ? ຖ້າເຈົ້າຈະເວົ້າກັບພວກເຂົາວ່າ “ການຄິດແບບນີ້ບໍ່ແມ່ນການຍອມຮັບຄວາມຈິງ, ມັນບໍ່ແມ່ນທັດສະນະຄະຕິທີ່ຜູ້ໄລ່ຕາມເສາະຫາຄວາມຈິງຄວນມີ. ຖ້າເຈົ້າຄິດແບບນີ້ ຄວາມຈິງກໍຈະບໍ່ມີຜົນຫຍັງກັບເຈົ້າ; ມັນຈະບໍ່ສາມາດເຮັດໃຫ້ເຈົ້າໄດ້ຮັບຄວາມລອດພົ້ນໄດ້. ເຈົ້າຄວນຍອມຮັບຄວາມຈິງ, ຊອກຫາຫຼັກການຂອງການປະຕິບັດພາຍໃນນັ້ນ ແລ້ວປະຕິບັດ ແລະ ສຳຜັດພຣະທຳຂອງພຣະເຈົ້າໃນຊີວິດຈິງ ເພື່ອໃຫ້ພຣະທຳຂອງພຣະເຈົ້າກາຍເປັນຄວາມເປັນຈິງຄວາມຈິງຂອງເຈົ້າ ແລະ ໃນທີ່ສຸດກໍກາຍເປັນຊີວິດຂອງເຈົ້າ”, ພວກເຂົາຈະສາມາດບັນລຸສິ່ງນັ້ນໄດ້ບໍ? (ພວກເຂົາຈະບໍ່ສາມາດບັນລຸໄດ້). ເປັນຫຍັງຈຶ່ງບໍ່ໄດ້? ເປັນເພາະວ່າພວກເຂົາບໍ່ໄດ້ທຸ່ມເທຄວາມພະຍາຍາມພຽງພໍ ຫຼື ເປັນເພາະວ່າການໂອ້ລົມກ່ຽວກັບຄວາມຈິງຂອງພວກເຮົາບໍ່ໄດ້ຄຳນຶງເຖິງຄວາມຮູ້ສຶກຂອງພວກເຂົາ ຫຼື ບໍ່ໄດ້ລວມເອົາການສະໜອງຄວາມຈິງທີ່ເໝາະສົມທີ່ແນໃສ່ສະພາວະຂອງພວກເຂົາບໍ? (ບໍ່ແມ່ນທັງສອງກໍລະນີ). ແລ້ວເຫດຜົນແມ່ນຫຍັງ? (ມັນຖືກກຳນົດໂດຍແກ່ນແທ້ແຫ່ງການກຽດຊັງຄວາມຈິງຂອງພວກເຂົາ). ສະນັ້ນ ມັນຕ້ອງເວົ້າໄດ້ວ່າການສະແດງອອກຂອງຄົນເຫຼົ່ານີ້ບໍ່ສາມາດແຍກອອກຈາກແກ່ນແທ້ຂອງພວກເຂົາໄດ້ ແລະ ມັນກໍເຊື່ອມໂຍງກັນຢ່າງໃກ້ຊິດ. ບໍ່ມີໃຜສາມາດແກ້ໄຂຄວາມຄິດໃນໃຈຂອງພວກເຂົາໄດ້ ແລະ ບໍ່ມີໃຜສາມາດປ່ຽນແປງແກ່ນແທ້ທຳມະຊາດທີ່ຊົ່ວຊ້າຂອງຄົນເຫຼົ່ານີ້ທີ່ເປັນມານຮ້າຍໄດ້. ພວກເຂົາກຽດຊັງຄວາມຈິງ ແລະ ປະຕິເສດຄວາມຈິງ, ດ້ວຍເຫດນັ້ນ ຄວາມຈິງຈຶ່ງບໍ່ສາມາດປ່ຽນແປງພວກເຂົາໄດ້. ແລ້ວສາມາດເວົ້າໄດ້ບໍວ່າຄົນປະເພດນີ້ເກີນກວ່າຈະຊ່ວຍເຫຼືອໄດ້ແລ້ວ? (ໄດ້). ຄຳຕອບກໍຄືໄດ້ຢ່າງແນ່ນອນ. ເປັນຫຍັງ? ເພາະວ່າແກ່ນແທ້ທຳມະຊາດຂອງພວກເຂົາຄືແກ່ນແທ້ທຳມະຊາດຂອງມານຮ້າຍ. ທຸກສິ່ງທຸກຢ່າງທີ່ພວກເຂົາເປີດເຜີຍລ້ວນແຕ່ຖືກຄວບຄຸມໂດຍທຳມະຊາດຂອງມານຮ້າຍຢ່າງສິ້ນເຊີງ, ມັນບໍ່ແມ່ນການເປີດເຜີຍຄວາມເສື່ອມຊາມຊົ່ວຄາວຢ່າງແນ່ນອນ ແລະ ມັນກໍບໍ່ແມ່ນການເປີດເຜີຍອຸປະນິໄສທີ່ເສື່ອມຊາມອັນຊົ່ວຊ້າຂອງມະນຸດຊາດທີ່ເສື່ອມຊາມ. ມັນເປັນເພາະວ່າພວກເຂົາເປັນມານຮ້າຍ ບໍ່ແມ່ນມະນຸດທີ່ຖືກສ້າງຂຶ້ນ, ນີ້ຄືຕົ້ນຕໍຂອງບັນຫາ.
ຄົນປະເພດນີ້ມີການສະແດງອອກບາງຢ່າງເພີ່ມເຕີມໃນເວລາທີ່ຟັງຄຳເທດສະໜາ, ທຸກຄັ້ງທີ່ເຮືອນຂອງພຣະເຈົ້າໂອ້ລົມກ່ຽວກັບຄວາມຈິງ ແລະ ມັນກ່ຽວຂ້ອງກັບການເປີດໂປງ ແລະ ການໄຈ້ແຍກການກະທຳທີ່ຊົ່ວຮ້າຍ ແລະ ການສະແດງອອກຂອງຄົນບາງຄົນ, ພວກເຂົາກໍຈະເວົ້າສິ່ງຕ່າງໆເຊັ່ນ: “ເຈົ້າບໍ່ໄດ້ກຳລັງເວົ້າເຖິງເຫດການທີ່ເກີດຂຶ້ນກ່ອນໜ້ານີ້ບໍ? ຂ້ອຍຮູ້ເລື່ອງລາວທັງໝົດແລ້ວ. ແນ່ນອນວ່າ ຂ້ອຍຮູ້ວ່າເປົ້າໝາຍຂອງເຈົ້າໃນການຍົກເລື່ອງນີ້ຂຶ້ນມາເວົ້າແມ່ນຫຍັງ. ເຈົ້າພຽງແຕ່ພະຍາຍາມໃຊ້ການໂອ້ລົມ ແລະ ການໄຈ້ແຍກເລື່ອງນີ້ເພື່ອສ້າງສິດອຳນາດຂອງເຈົ້າເອງ ແລະ ເຮັດໃຫ້ຜູ້ຄົນເຊື່ອຟັງເຈົ້າ, ບໍ່ແມ່ນບໍ? ມັນບໍ່ແມ່ນພຽງແຕ່ຍ້ອນວ່າເຈົ້າຕ້ອງການສັ່ງສອນຄົນບາງຄົນ ແລະ ກົດຂີ່ຄົນບາງຄົນບໍ? ນີ້ບໍ່ແມ່ນພຽງແຕ່ການຈັດຕັ້ງຂະບວນການບໍ? ມີແຕ່ຄົນໂງ່ເທົ່ານັ້ນທີ່ຈະເຊື່ອໃນສິ່ງທີ່ເຈົ້າເວົ້າ! ມີແຕ່ຄົນໂງ່ເທົ່ານັ້ນທີ່ຈະເຊື່ອຟັງເຈົ້າ ແລະ ປະຕິບັດຕາມຫຼັກການຄວາມຈິງ!” ເຈົ້າເຫັນບໍ, ເຖິງແມ່ນວ່າໃນເວລາທີ່ພວກເຂົາໄດ້ຍິນຕົວຢ່າງ, ຄຳເວົ້າ ຫຼື ການສະແດງອອກທີ່ສະເພາະເຈາະຈົງບາງຢ່າງຂອງຜູ້ຄົນທີ່ກ່ຽວຂ້ອງກັບຄວາມຈິງໃນບາງດ້ານກໍຕາມ, ແຕ່ສິ່ງທີ່ພວກເຂົາເຂົ້າໃຈກໍແຕກຕ່າງຈາກສິ່ງທີ່ຄົນອື່ນເຂົ້າໃຈຢ່າງສິ້ນເຊີງ. ພວກເຂົາບໍ່ສາມາດຢັ່ງຮູ້ສິ່ງເຫຼົ່ານີ້ຢ່າງຖືກຕ້ອງ ຫຼື ປະຕິບັດຕໍ່ສິ່ງເຫຼົ່ານີ້ຢ່າງຖືກຕ້ອງ ແລະ ພວກເຂົາກໍເຖິງກັບສາມາດບິດເບືອນຂໍ້ເທັດຈິງ ພ້ອມທັງຕັດສິນ ແລະ ກ່າວໂທດສິ່ງທີ່ເປັນບວກໄດ້. ສິ່ງທີ່ພວກເຂົາຄິດຢູ່ໃນໃຈຂອງພວກເຂົາມັກຈະມືດມົນຢູ່ສະເໝີ ແຕ່ພວກເຂົາກັບຮູ້ສຶກວ່າພວກເຂົາສະຫຼາດເປັນພິເສດ ແລະ ຮູ້ເລື່ອງລາວທີ່ແທ້ຈິງ. ນີ້ບໍ່ແມ່ນຄວາມແປກປະຫຼາດບໍ? ມັນກໍຄືກັນກັບພະຍານາກໃຫຍ່ສີແດງ, ພະຍານາກໃຫຍ່ສີແດງເວົ້າວ່າ ເມື່ອຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຄັດຄົນອອກ ຫຼື ຂັບໄລ່ຄົນອອກນັ້ນ ກໍເຮັດເພື່ອເປັນການສະແດງອຳນາດໃຫ້ຄົນອື່ນເຫັນ, ແຕ່ພະຍານາກໃຫຍ່ສີແດງບໍ່ເຄີຍເວົ້າເລີຍວ່າ ເມື່ອເຮືອນຂອງພຣະເຈົ້າ ເຊິ່ງກໍຄືຄຣິສຕະຈັກຄັດຄົນອອກນັ້ນ ກໍເພື່ອເຮັດໃຫ້ຄຣິສຕະຈັກບໍລິສຸດ. ນີ້ເປັນເພາະວ່າພວກເຂົາເປັນມານຮ້າຍທີ່ບໍ່ມີຄວາມເຊື່ອ ເຊິ່ງບໍ່ສາມາດຢັ່ງຮູ້ຄວາມຈິງໄດ້; ພວກເຂົາມັກຈະບິດເບືອນ, ຕັດສິນ ແລະ ກ່າວໂທດສິ່ງທີ່ເປັນບວກຢູ່ສະເໝີ ແລະ ພວກເຂົາກໍຈະບໍ່ປະຕິບັດຕໍ່ສິ່ງທີ່ເປັນບວກດ້ວຍແນວຄິດທີ່ຖືກຕ້ອງຢ່າງເດັດຂາດ. ພວກເຂົາຍອມເຊື່ອວ່າພວກເຂົາວິວັດທະນາການມາຈາກລີງ ແລະ ພວກເຂົາເປັນລູກຫຼານຂອງພະຍານາກດີກວ່າທີ່ຈະຍອມຮັບວ່າເປັນມະນຸດທີ່ພຣະເຈົ້າສ້າງຂຶ້ນມາ. ເມື່ອບໍ່ດົນມານີ້ ເຮົາເຖິງກັບໄດ້ຍິນນັກຄົ້ນຄວ້າວິທະຍາສາດບາງຄົນເວົ້າວ່າ ໜູຍັກສາຍພັນໜຶ່ງຈາກຫຼາຍຮ້ອຍລ້ານປີກ່ອນເປັນບັນພະບຸລຸດຂອງມະນຸດຊາດ, ມັນຊ່າງເປັນທິດສະດີທີ່ໄຮ້ສາລະ ແລະ ແປກປະຫຼາດແທ້ໆ! ຖ້າເຈົ້າພະຍາຍາມເຮັດໃຫ້ພວກເຂົາຍອມຮັບວ່າມະນຸດຖືກພຣະເຈົ້າສ້າງຂຶ້ນມາ, ບໍ່ວ່າເຈົ້າຈະເວົ້າແນວໃດກໍຕາມເພື່ອເຮັດໃຫ້ພວກເຂົາເຊື່ອວ່າມະນຸດຖືກພຣະເຈົ້າສ້າງຂຶ້ນມາ ພວກເຂົາກໍປະຕິເສດທີ່ຈະຍອມຮັບມັນ. ເຖິງແມ່ນວ່າຈະມີຂໍ້ເທັດຈິງນີ້ວາງຢູ່ຕໍ່ໜ້າຕໍ່ຕາຂອງພວກເຂົາ ພວກເຂົາກໍຍັງບໍ່ເຊື່ອ. ພວກເຂົາພຽງແຕ່ເຊື່ອວ່າມະນຸດວິວັດທະນາການມາຈາກລີງ ຫຼື ພວກເຂົາເປັນລູກຫຼານຂອງໜູ ຫຼື ພວກເຂົາເປັນລູກຫຼານຂອງພະຍານາກ. ພວກເຂົາຍອມເຊື່ອຄຳເວົ້າມານຮ້າຍປະເພດນີ້ດີກວ່າທີ່ຈະເຊື່ອວ່າມະນຸດຖືກພຣະເຈົ້າສ້າງຂຶ້ນມາ, ຊີວິດ ແລະ ລົມຫາຍໃຈຂອງມະນຸດຖືກພຣະເຈົ້າປະທານໃຫ້. ພວກເຂົາບໍ່ເຊື່ອ, ບໍ່ຍອມຮັບ ແລະ ບໍ່ເຕັມໃຈທີ່ຈະຍອມຮັບຂໍ້ເທັດຈິງນີ້. ນີ້ບໍ່ແມ່ນຄວາມແປກປະຫຼາດບໍ? (ແມ່ນແລ້ວ). ຖ້າເຈົ້າເວົ້າວ່າພວກເຂົາເປັນລູກຫຼານຂອງພະຍານາກ ພວກເຂົາກໍຈະດີໃຈ. ຖ້າເຈົ້າເວົ້າວ່າພວກເຂົາວິວັດທະນາການມາຈາກລີງ ແລະ ເປັນລູກຫຼານຂອງລີງ ຫຼື ໜູຍັກເປັນບັນພະບຸລຸດຂອງພວກເຂົາ, ພວກເຂົາກໍຈະເວົ້າວ່າ “ແມ່ນແລ້ວ, ຊ່າງເປັນກຽດແທ້ໆ!” ແຕ່ຖ້າເຈົ້າເວົ້າວ່າມະນຸດຖືກພຣະເຈົ້າສ້າງຂຶ້ນມາ ພວກເຂົາກໍຈະປ່ຽນເປັນປໍລະປັກ, ຕາຂອງພວກເຂົາກໍຈະລຸກເປັນໄຟດ້ວຍຄວາມໂມໂຫ ແລະ ພວກເຂົາກໍຈະເຕັມໄປດ້ວຍຄວາມກຽດຊັງທີ່ມີຕໍ່ເຈົ້າ. ມັນຊ່າງແປກປະຫຼາດແທ້ໆ!
ຄົນທີ່ກັບຊາດມາເກີດຈາກມານຮ້າຍບໍ່ເຕັມໃຈທີ່ຈະຟັງຄຳໂອ້ລົມກ່ຽວກັບຄວາມຈິງທີ່ສຸດ. ໂດຍສະເພາະ ເມື່ອຄຳເວົ້າເຫຼົ່ານັ້ນກ່ຽວກັບການຮູ້ຈັກຕົນເອງ, ການໄຈ້ແຍກສະພາວະຂອງຄົນປະເພດຕ່າງໆ, ວິທີການເຂົ້າສູ່ຄວາມເປັນຈິງຄວາມຈິງ ຫຼື ຫຼັກການຂອງການປະຕິບັດຄວາມຈິງ ພວກເຂົາກໍຮູ້ສຶກລັງກຽດຢ່າງຍິ່ງຢູ່ໃນໃຈຂອງພວກເຂົາ ແລະ ໃນເວລາດຽວກັນນັ້ນ ພວກເຂົາກໍເຜີຍແຜ່ຄວາມເຂົ້າໃຈ ແລະ ຄວາມຄິດເຫັນທີ່ບິດເບືອນ. ຕົວຢ່າງ: ເມື່ອຄຣິສຕະຈັກຄັດຜູ້ເຮັດຄວາມຊົ່ວບາງຄົນອອກ ຄົນປະເພດນີ້ກໍຍຸຍົງຄົນອື່ນ ໂດຍເວົ້າສິ່ງຕ່າງໆເຊັ່ນ: “ເຮືອນຂອງພຣະເຈົ້າບໍ່ມີຄວາມຮັກຕໍ່ຜູ້ຄົນເລີຍ. ມັນຄືກັບວ່າພວກເຂົາຂ້າງົວຖິ້ມຫຼັງຈາກທີ່ໄຖນາສຳເລັດແລ້ວ” ຫຼື “ຄົນເຫຼົ່ານີ້ຖືກຄັດອອກຍ້ອນພວກເຂົາລ່ວງເກີນຜູ້ນຳທີ່ຢູ່ໃນລະດັບສູງກວ່າ”. ພວກເຂົາບໍ່ສາມາດປະຕິບັດຕໍ່ວຽກງານການຊຳລະລ້າງຄຣິສຕະຈັກພາຍໃນເຮືອນຂອງພຣະເຈົ້າໄດ້ຢ່າງຖືກຕ້ອງ ແລະ ບໍ່ມີການຢັ່ງຮູ້ທີ່ບໍລິສຸດ, ພວກເຂົາຄິດ ແລະ ເວົ້າກ່ຽວກັບວຽກງານການຊຳລະລ້າງຄຣິສຕະຈັກຢ່າງບິດເບືອນ. ເຈົ້າຈະບໍ່ໄດ້ຍິນຄຳເວົ້າທີ່ມີຈິດສໍານຶກ ຫຼື ເຫດຜົນໃດໆຈາກປາກຂອງພວກເຂົາ ແລະ ບໍ່ມີຄຳເວົ້າໃດໆທີ່ເປັນສິ່ງທີ່ເປັນບວກ, ຍິ່ງໄປກວ່ານັ້ນ ກໍບໍ່ມີສິ່ງໃດທີ່ສອດຄ່ອງກັບຫຼັກການຄວາມຈິງເລີຍ. ໃຈຂອງພວກເຂົາເຕັມໄປດ້ວຍຄຳຈົ່ມວ່າ, ການຕໍ່ຕ້ານ ແລະ ຄວາມຄັບແຄ້ນໃຈ. ເມື່ອພວກເຂົາສະແດງມຸມມອງຂອງພວກເຂົາອອກມາຢ່າງບໍ່ຢັບຢັ້ງ ສິ່ງທີ່ພວກເຂົາເວົ້າ ພ້ອມທັງຄວາມຄິດ ແລະ ມຸມມອງທີ່ພວກເຂົາເປີດເຜີຍລ້ວນແຕ່ບ່ຽງເບນ ແລະ ບິດເບືອນ. ເຈົ້າພົບວ່າມັນເປັນເລື່ອງຍາກທີ່ຈະເຂົ້າໃຈໄດ້, ເຈົ້າຄິດວ່າພວກເຂົາໄດ້ເຊື່ອໃນພຣະເຈົ້າ ແລະ ຟັງຄຳເທດສະໜາມາຫຼາຍປີແລ້ວ ແລະ ພາຍນອກເບິ່ງຄືວ່າພວກເຂົາປະພຶດຕົນດີຫຼາຍ ແລະ ບໍ່ໄດ້ຊົ່ວຮ້າຍເລີຍ ແລ້ວເຈົ້າກໍສົງໄສວ່າພວກເຂົາສາມາດເວົ້າສິ່ງທີ່ບໍ່ສົມເຫດສົມຜົນເຫຼົ່ານີ້ໃນຊ່ວງເວລາທີ່ສຳຄັນໄດ້ແນວໃດ. ໃນທີ່ສຸດພວກເຂົາກໍໄດ້ເປີດເຜີຍຄວາມຄິດທີ່ແທ້ຈິງຂອງພວກເຂົາ ເຊິ່ງເປັນສິ່ງທີ່ພວກເຂົາເຊື່ອງໄວ້ໃນໃຈມາເປັນເວລາດົນນານ, ສິ່ງນີ້ບໍ່ໄດ້ເປີດເຜີຍໃຫ້ເຫັນເຖິງບັນຫາຂອງພວກເຂົາຢ່າງແທ້ຈິງບໍ? (ເປີດເຜີຍ.) ຄວາມຄິດທີ່ແທ້ຈິງທີ່ພວກເຂົາໄດ້ເປີດເຜີຍນັ້ນແມ່ນຂໍ້ອ້າງທີ່ບິດເບືອນ ແລະ ຄຳສອນນອກຮີດຢ່າງສິ້ນເຊີງ. ແລ້ວພວກເຂົາໄດ້ເວົ້າຂໍ້ອ້າງທີ່ບິດເບືອນ ແລະ ຄຳສອນນອກຮີດເຫຼົ່ານີ້ອອກມາຍ້ອນອາລົມບໍ່ດີຊົ່ວຄາວບໍ? (ບໍ່.) ບໍ່ແມ່ນຢ່າງແນ່ນອນ. ບໍ່ວ່າພວກເຂົາຈະເຊື່ອໃນພຣະເຈົ້າ ແລະ ຟັງຄຳເທດສະໜາມາຈັກປີກໍຕາມ ຄວາມຄິດເຫຼົ່ານີ້ກໍຖືກເຊື່ອງໄວ້ໃນໃຈຂອງພວກເຂົາມາໂດຍຕະຫຼອດ ແລະ ບໍ່ເຄີຍເປີດເຜີຍອອກມາໃຫ້ເຫັນເລີຍ. ແຕ່ເມື່ອຊ່ວງເວລາທີ່ສຳຄັນມາເຖິງ ແລະ ພວກເຂົາບໍ່ສາມາດອົດກັ້ນສິ່ງທີ່ພວກເຂົາຢາກເວົ້າໄດ້ອີກຕໍ່ໄປ ມັນກໍລະເບີດອອກມາຄືກັບພູເຂົາໄຟ, ມັນໄດ້ກໍ່ຕົວຂຶ້ນຢ່າງຮຸນແຮງເກີນໄປຢູ່ພາຍໃນຕົວພວກເຂົາ ແລະ ມື້ໜຶ່ງພວກເຂົາກໍຈະບໍ່ສາມາດເກັບງຳມັນໄວ້ໄດ້ອີກຕໍ່ໄປ ແລະ ຄວາມໃຈຮ້າຍທີ່ເກີດຈາກຄວາມຄິດທີ່ທີ່ບ່ຽງເບນນີ້ກໍຈະລະເບີດອອກມາ. ເມື່ອທຳມະຊາດຂອງມານຮ້າຍຂອງພວກເຂົາລະເບີດອອກມາ ຂໍ້ອ້າງທີ່ບິດເບືອນ ແລະ ຄຳສອນນອກຮີດ ພ້ອມທັງຄວາມຜິດພ້ຽນທຸກປະເພດກໍຫຼັ່ງໄຫຼອອກມາ, ພວກເຂົາເວົ້າຄຳຈົ່ມວ່າໃຫ້ພຣະເຈົ້າ, ຄຳໝິ່ນປະໝາດພຣະເຈົ້າ, ຄຳດູຖູກພຣະເຈົ້າ, ຄຳເວົ້າແຫ່ງຄວາມອິດສາ ແລະ ຄວາມກຽດຊັງຕໍ່ຜູ້ຄົນ ພ້ອມທັງຄຳຍຸຍົງ, ພວກເຂົາພົ່ນຄຳເວົ້າມານຮ້າຍທຸກປະເພດອອກມາ ແລະ ເມື່ອນັ້ນເຈົ້າຈຶ່ງຮູ້ສຶກຕົວວ່າພວກເຂົາແມ່ນມານຮ້າຍ ແລະ ຖືກເປີດເຜີຍຢ່າງສິ້ນເຊີງແລ້ວ. ກ່ອນໜ້ານີ້ ເຈົ້າສັງເກດເຫັນວ່າຄຳເທດສະໜາມັກຈະຍາກເກີນກວ່າທີ່ພວກເຂົາຈະເຂົ້າໃຈໄດ້ຢູ່ສະເໝີ ແລະ ພວກເຂົາກໍບໍ່ເຄີຍເຂົ້າໃຈຄວາມຈິງເລີຍຕະຫຼອດຫຼາຍປີທີ່ພວກເຂົາເຊື່ອໃນພຣະເຈົ້າ. ເຈົ້າຄິດວ່າພວກເຂົາມີຂີດຄວາມສາມາດທີ່ຕໍ່າ ແລະ ບໍ່ສາມາດເຂົ້າໃຈຄວາມຈິງໄດ້, ສະນັ້ນ ເຈົ້າຈຶ່ງປະຕິບັດຕໍ່າພວກເຂົາຄືດັ່ງອ້າຍນ້ອງ ແລະ ພະຍາຍາມຊ່ວຍເຫຼືອພວກເຂົາ. ເຈົ້າເປີດໃຈກັບພວກເຂົາ ແລະ ເວົ້າເຖິງວິທີທີ່ອຸປະນິໄສທີ່ເສື່ອມຊາມຂອງເຈົ້າເອງໄດ້ຮັບການເຮັດໃຫ້ບໍລິສຸດ. ແຕ່ບໍ່ວ່າເຈົ້າຈະໂອ້ລົມກັບພວກເຂົາແນວໃດກໍຕາມ ພວກເຂົາກໍບໍ່ເຄີຍເປີດໃຈເພື່ອເວົ້າກ່ຽວກັບສະພາວະທີ່ແທ້ຈິງຂອງພວກເຂົາເລີຍ. ເຈົ້າບໍ່ສາມາດເຂົ້າໃຈໄດ້ເລີຍວ່າ: ເປັນຫຍັງພວກເຂົາຈຶ່ງບໍ່ສາມາດເປີດໃຈໄດ້? ເປັນຫຍັງພວກເຂົາຈຶ່ງບໍ່ເປີດເຜີຍສະພາວະທີ່ແທ້ຈິງຂອງພວກເຂົາ? ເປັນໄປໄດ້ບໍທີ່ພວກເຂົາບໍ່ເຄີຍເປີດເຜີຍອຸປະນິໄສທີ່ເສື່ອມຊາມເລີຍ? ເຈົ້າບໍ່ສາມາດເບິ່ງທະລຸພວກເຂົາໄດ້ເລີຍ ແລະ ເຈົ້າເຖິງກັບຄິດວ່າພວກເຂົາປະພຶດຕົວດີ ພ້ອມທັງຮຽບງ່າຍ ແລະ ບໍ່ມີເລ່ລ່ຽມ. ຈົນມາຮອດຕອນນີ້ ເມື່ອທຳມະຊາດຂອງມານຮ້າຍຂອງພວກເຂົາລະເບີດອອກມາ ແລະ ພວກເຂົາໄດ້ເວົ້າຫຼາຍສິ່ງຫຼາຍຢ່າງທີ່ຈົ່ມວ່າ ແລະ ໝິ່ນປະໝາດພຣະເຈົ້າ ເຈົ້າຈຶ່ງເຫັນວ່າທີ່ຈິງແລ້ວພວກເຂົາບໍ່ມີຄວາມເປັນມະນຸດເລີຍ ແຕ່ມີທຳມະຊາດຂອງມານຮ້າຍຢ່າງສິ້ນເຊີງ. ເຈົ້າຮູ້ສຶກວ່າ: “ຄົນຜູ້ນີ້ເປັນຕາຢ້ານຫຼາຍ! ພວກເຂົາເຊື່ອໃນພຣະເຈົ້າມາຕະຫຼອດຫຼາຍປີ ແຕ່ກັບກາຍເປັນວ່າພວກເຂົາມັກຈະກຽດຊັງ ແລະ ຕໍ່ຕ້ານຄວາມຈິງຢູ່ໃນໃຈຂອງພວກເຂົາມາໂດຍຕະຫຼອດ! ບໍ່ແປກໃຈເລີຍທີ່ພວກເຂົາບໍ່ເຄີຍເປີດໃຈກັບໃຜ ເພາະພວກເຂົາຢ້ານວ່າຄົນອື່ນຈະເບິ່ງທະລຸເຖິງທຳມະຊາດຂອງມານຮ້າຍຂອງພວກເຂົາ! ພວກເຂົາແມ່ນມານຮ້າຍຢ່າງແທ້ຈິງ!” ເມື່ອເຈົ້າເບິ່ງທະລຸເຖິງແກ່ນແທ້ຂອງພວກເຂົາແລ້ວ ເຈົ້າກໍຈະຮູ້ສຶກວ່າເຈົ້າຕາບອດຢ່າງສິ້ນເຊີງມາຕະຫຼອດຫຼາຍປີ, ເຈົ້າປະຕິບັດໜ້າທີ່ຂອງເຈົ້າທຸກມື້ ແລະ ດຳລົງຊີວິດຄຣິສຕະຈັກຮ່ວມກັບພວກເຂົາ ໂດຍຄິດມາຕະຫຼອດວ່າພວກເຂົາເປັນຄົນດີ, ເປັນສະມາຊິກໃນເຮືອນຂອງພຣະເຈົ້າ, ເປັນໜຶ່ງໃນປະຊາກອນທີ່ພຣະເຈົ້າເລືອກ ແລະ ບໍ່ມີຄວາມສາມາດໃນການແຍກແຍະພວກເຂົາເລີຍ. ນັ້ນເປັນສະຖານະການທີ່ເປັນຕາຢ້ານຫຼາຍ! ຖ້າເຈົ້າດຳລົງຊີວິດ ແລະ ມີປະຕິສຳພັນກັບອ້າຍເອື້ອຍນ້ອງ ແລ້ວເຈົ້າຄົ້ນພົບວ່າຄົນໃດຄົນໜຶ່ງມີອຸປະນິໄສທີ່ເສື່ອມຊາມ ຫຼື ລະເມີດຫຼັກການໃນໜ້າທີ່ຂອງຕົນເອງ ແລ້ວເຈົ້າກໍໂອ້ລົມຄວາມຈິງກັບລາວ ແລະ ຊ່ວຍເຫຼືອລາວ ແລ້ວລາວກໍສາມາດຍອມຮັບຄວາມຈິງ ແລະ ສະແດງຄວາມຮູ້ບຸນຄຸນໄດ້ ເມື່ອນັ້ນເຈົ້າກໍຈະຮູ້ສຶກພໍໃຈຫຼາຍ, ເຈົ້າຈະຮູ້ສຶກວ່າຄົນຜູ້ນີ້ເປັນຄົນດີຫຼາຍ ແລະ ຮັກຄວາມຈິງ; ເຈົ້າຈະບໍ່ຮູ້ສຶກລັງກຽດຄົນຜູ້ນີ້ຢ່າງແນ່ນອນ. ແຕ່ຖ້າເຈົ້າຕິດຕໍ່ພົວພັນກັບມານຮ້າຍມາເປັນຫຼາຍປີ ແລະ ປະຕິບັດຕໍ່ມັນໃນຖານະອ້າຍນ້ອງຢູ່ສະເໝີ ພ້ອມທັງມັກຈະຊ່ວຍເຫຼືອມັນ, ສະໜັບສະໜູນມັນ ແລະ ສະແດງຄວາມຮັກ, ຄວາມອົດທົນ ແລະ ຄວາມອົດກັ້ນຕໍ່ມັນ ແຕ່ມັນກັບປະຕິບັດຕໍ່ເຈົ້າດ້ວຍຄວາມເປັນປໍລະປັກຢ່າງຍິ່ງ ໂດຍມັກຈະລະວັງຕົວຈາກເຈົ້າຢູ່ສະເໝີຄືກັບວ່າເຈົ້າເປັນສັດຕູຂອງມັນ ແລະ ເຈົ້າກໍຍິ່ງຮູ້ສຶກຕົວຫຼາຍຂຶ້ນວ່າໃນໃຈຂອງມັນນັ້ນ ບໍ່ໄດ້ຍອມຮັບຄວາມຈິງເລີຍແມ່ນແຕ່ໜ້ອຍດຽວ ແລະ ມັນກໍບໍ່ແມ່ນຫຍັງເລີຍນອກຈາກມານຮ້າຍ, ເຈົ້າຈະຮູ້ສຶກແນວໃດ? ກ່ຽວກັບບຸກຄົນຄົນດັ່ງກ່າວທີ່ພວກເຮົາຫາກໍກ່າວເຖິງເຊິ່ງຖືກຂັບໄລ່ອອກນັ້ນ, ຖ້າພວກເຈົ້າຕິດຕໍ່ພົວພັນກັບຄົນປະເພດນີ້ ແລ້ວມື້ໜຶ່ງກໍຄົ້ນພົບວ່າຄວາມເປັນມະນຸດຂອງລາວນັ້ນຊົ່ວຮ້າຍຫຼາຍ, ລາວບໍ່ພຽງແຕ່ກຽດຊັງພຣະເຈົ້າຢູ່ໃນໃຈຂອງລາວ ແລະ ບໍ່ຍອມຮັບຄວາມຈິງເລີຍເທົ່ານັ້ນ ແຕ່ຍັງກຽດຊັງຜູ້ທີ່ຊ່ວຍເຫຼືອລາວດ້ວຍຄວາມຮັກອີກດ້ວຍ ເຊິ່ງເຮັດໃຫ້ເຈົ້າໝັ້ນໃຈວ່າຄົນປະເພດນີ້ຄືມານຮ້າຍຢ່າງແທ້ຈິງ, ເຈົ້າຈະຮູ້ສຶກແນວໃດ? (ຂ້ານ້ອຍຈະຮູ້ສຶກວ່າຂ້ານ້ອຍໂງ່ຈ້າຢ່າງແທ້ຈິງ.) ກ່ອນອື່ນໝົດ, ເຈົ້າຈະຮູ້ສຶກວ່າເຈົ້າໂງ່ຈ້າ ແລະ ເຈົ້າຈະສົງໄສວ່າເຈົ້າທຸ່ມເທຄວາມພະຍາຍາມທີ່ໄຮ້ປະໂຫຍດຫຼາຍຂະໜາດນັ້ນໃຫ້ກັບຄົນແບບນັ້ນໄດ້ແນວໃດ. ມີຫຍັງອີກບໍ? (ຂ້ານ້ອຍຈະຮູ້ສຶກລັງກຽດຢູ່ພໍສົມຄວນ.) ລັງກຽດໃຜ? ລັງກຽດລາວ ຫຼື ລັງກຽດຕົວເຈົ້າເອງ? (ລັງກຽດລາວ ແຕ່ກໍລັງກຽດຕົວຂ້ານ້ອຍເອງນຳທີ່ບໍ່ສາມາດແຍກແຍະລາວໄດ້.) ແລ້ວເຈົ້າຍັງຢາກເຫັນລາວ ຫຼື ຕິດຕໍ່ພົວພັນກັບລາວໃນອະນາຄົດຢູ່ບໍ? (ບໍ່.) ແລ້ວເຈົ້າຢາກມີຄວາມສຳພັນແບບໃດກັບລາວ? ເຈົ້າຢາກຈະຕິດຕໍ່ພົວພັນກັບລາວແນວໃດ? (ຂ້ານ້ອຍບໍ່ຢາກເຫັນລາວອີກເລີຍ, ຍິ່ງຂ້ານ້ອຍຢູ່ຫ່າງໄກຈາກລາວໄດ້ໄກສໍ່າໃດກໍຍິ່ງດີເທົ່ານັ້ນ.) ແລ້ວຖ້າໃນລະຫວ່າງການປະຕິບັດໜ້າທີ່ຂອງເຈົ້າ ບາງຄັ້ງເຈົ້າຍັງຕ້ອງເຫັນລາວ ຫຼື ສົນທະນາວຽກງານກັບລາວ ແລະ ເຈົ້າບໍ່ສາມາດຫຼີກລ່ຽງລາວໄດ້ເດ, ເຈົ້າຈະເຮັດແນວໃດ? ພວກເຈົ້າໄດ້ສະຫຼຸບຫຼັກການ ແລະ ເສັ້ນທາງແຫ່ງການປະຕິບັດສຳລັບເລື່ອງນີ້ແລ້ວບໍ? ພວກເຈົ້າຮູ້ສຶກລັງກຽດລາວ, ສະນັ້ນ, ພວກເຈົ້າຈຶ່ງຢາກຫຼີກລ່ຽງ ແລະ ບໍ່ຢາກເຫັນລາວອີກ ແຕ່ຖ້າພວກເຈົ້າຫຼີກລ່ຽງທີ່ຈະພົບລາວໃນການປະຕິບັດໜ້າທີ່ຂອງພວກເຈົ້າ ມັນກໍຈະເຮັດໃຫ້ວຽກງານຊັກຊ້າ ແລະ ສົ່ງຜົນກະທົບຕໍ່ວຽກງານ, ແລ້ວພວກເຈົ້າຄວນເຮັດແນວໃດ? ພວກເຈົ້າມີວິທີແກ້ໄຂທີ່ດີບໍ? (ບໍ່ມີ.) ຖ້າເປັນແນວນັ້ນ ເຮົາຈະບອກພວກເຈົ້າສອງວິທີ. ວິທີທຳອິດກໍຄື ຖ້າຄົນປະເພດນີ້ສາມາດຢູ່ໃນຄຣິສຕະຈັກເພື່ອຮັບໃຊ້ໄດ້ ເມື່ອໃດທີ່ໜ້າທີ່ຂອງພວກເຈົ້າບໍ່ຈຳເປັນຕ້ອງຕິດຕໍ່ກັບລາວ ພວກເຈົ້າກໍບໍ່ຈຳເປັນຕ້ອງຕິດຕໍ່. ນີ້ເປັນເພາະວ່າເຈົ້າຮູ້ສຶກລັງກຽດລາວ, ການຕິດຕໍ່ກັບລາວເຮັດໃຫ້ຮູ້ສຶກອຶດອັດ ແລະ ເຈັບປວດ ແລະ ເພາະວ່າລາວກໍສາມາດເບິ່ງອອກໄດ້ເຊັ່ນກັນວ່າເຈົ້າລັງກຽດລາວ ເຊິ່ງເຮັດໃຫ້ລາວຮູ້ສຶກບໍ່ສະບາຍໃຈ. ດ້ວຍເຫດນັ້ນ ເຈົ້າຈຶ່ງບໍ່ຈຳເປັນຕ້ອງເປີດໃຈ ແລະ ບອກຄວາມຄິດທີ່ເລິກເຊິ່ງທີ່ສຸດຂອງເຈົ້າໃຫ້ລາວຟັງຄືແຕ່ກ່ອນອີກຕໍ່ໄປ. ແຕ່ຈົ່ງອົດກັ້ນ ແລະ ອົດທົນ ແລະ ມີປະຕິສຳພັນກັບພວກເຂົາໂດຍໃຊ້ວິທີການທີ່ສະຫຼາດ ນັ້ນກໍພຽງພໍແລ້ວ. ນີ້ແມ່ນຫຼັກການໜຶ່ງ. ອີກຫຼັກການໜຶ່ງກໍຄື ເມື່ອເຈົ້າຕ້ອງຕິດຕໍ່ກັບລາວໃນວຽກງານຂອງເຈົ້າ ເຈົ້າຕ້ອງອະທິບາຍວຽກງານທີ່ລາວໄດ້ຮັບມອບໝາຍ ແລະ ຫຼັກການຄວາມຈິງທີ່ກ່ຽວຂ້ອງໃຫ້ລາວຟັງຢ່າງຊັດເຈນ. ມີຈຸດໜຶ່ງຢູ່ບ່ອນນີ້ທີ່ເຈົ້າຕ້ອງໃສ່ໃຈ, ເຈົ້າຕ້ອງເບິ່ງວ່າລາວສາມາດເຮັດວຽກງານທີ່ລາວໄດ້ຮັບມອບໝາຍໃຫ້ສຳເລັດລຸລ່ວງໄດ້ ຫຼື ບໍ່. ຖ້າໂດຍປົກກະຕິແລ້ວລາວສາມາດເຮັດວຽກງານນີ້ໄດ້ບາງສ່ວນ ກໍຈົ່ງໂອ້ລົມກັບລາວ ແລະ ຈັດການເລື່ອງນີ້ໃນລັກສະນະທີ່ຍຸຕິທຳ ແລະ ເປັນກາງ. ແຕ່ຖ້າລາວມັກຈະເຮັດພໍແລ້ວມືແລ້ວຕີນ ແລະ ຂາດຄວາມຮັບຜິດຊອບໃນການເຮັດວຽກງານນີ້ຢູ່ສະເໝີ ເຈົ້າກໍບໍ່ຮູ້ສຶກສະບາຍໃຈທີ່ຈະມອບໝາຍວຽກງານໃຫ້ລາວໄດ້ ກໍຄວນເລືອກຄົນອື່ນແທນ. ຖ້າໃນເວລານີ້ ບໍ່ມີຄົນທີ່ເໝາະສົມ ແລະ ເຈົ້າບໍ່ມີທາງເລືອກອື່ນນອກຈາກຕ້ອງໃຊ້ລາວ, ແລ້ວເຈົ້າຄວນເຮັດແນວໃດ? ເຈົ້າຄວນຈັດໃຫ້ມີຄົນມາກຳກັບດູແລລາວ. ທັນທີທີ່ພົບວ່າລາວບໍ່ໄດ້ເຮັດວຽກງານຕົວຈິງ ຫຼື ປະພຶດຕົວໃນລັກສະນະທີ່ກໍ່ໃຫ້ເກີດການລົບກວນ ຫຼື ການຂັດຂວາງ ກໍຕ້ອງລາຍງານທັນທີ. ຖ້າຜູ້ທີ່ກຳກັບດູແລລາວເຮັດໜ້າທີ່ບໍ່ໄດ້ປະສິດທິພາບ ແລ້ວກໍຍັງມີອີກວິທີແກ້ໄຂໜຶ່ງຄື: ຜູ້ນຳ ແລະ ຜູ້ເຮັດວຽກຄວນກຳກັບດູແລລາວດ້ວຍຕົນເອງ ພ້ອມທັງຕິດຕາມວຽກງານຂອງລາວ ແລະ ຄວາມຖີ່ຂອງການຕິດຕາມເຫຼົ່ານີ້ກໍຄວນຈະຫຼາຍຂຶ້ນເລັກໜ້ອຍ. ນີ້ເປັນເພາະວ່າຄົນແບບນັ້ນບໍ່ໜ້າເຊື່ອຖືຢ່າງຍິ່ງ; ທັນທີທີ່ພວກເຂົາບໍ່ໄດ້ຖືກຈັບຕາເບິ່ງຢ່າງໃກ້ຊິດ ພວກເຂົາກໍມີແນວໂນ້ມທີ່ຈະເຮັດຄວາມຊົ່ວ ພ້ອມທັງຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ ແລ້ວຄວາມເສຍຫາຍທີ່ມາພ້ອມກັບການໃຊ້ພວກເຂົາກໍຈະມີຫຼາຍກວ່າຜົນປະໂຫຍດ. ສະນັ້ນ, ຖ້າເຈົ້າຕ້ອງມີປະຕິສຳພັນກັບພວກເຂົາເພື່ອວຽກງານ ເຈົ້າກໍບໍ່ສາມາດຫຼີກລ່ຽງມັນໄດ້. ເຈົ້າບໍ່ສາມາດຕີຕົວອອກຫ່າງ ຫຼື ເມີນເສີຍຕໍ່ພວກເຂົາພຽງເພາະວ່າເຈົ້າສາມາດແຍກແຍະພວກເຂົາ ແລະ ເຫັນໂສມໜ້າທີ່ແທ້ຈິງຂອງພວກເຂົາໄດ້, ນັ້ນຈະເປັນການສະແດງອອກເຖິງການຂາດຄວາມຮັບຜິດຊອບ. ເນື່ອງຈາກເຈົ້າສາມາດແຍກແຍະພວກເຂົາໄດ້ ແລະ ເນື່ອງຈາກເຈົ້າຮູ້ວ່າແກ່ນແທ້ທຳມະຊາດຂອງພວກເຂົາຄືແກ່ນແທ້ທຳມະຊາດຂອງມານຮ້າຍ ພ້ອມທັງຮູ້ວ່າພວກເຂົາສາມາດເຮັດຄວາມຊົ່ວ ແລະ ກໍ່ໃຫ້ເກີດການລົບກວນໄດ້ ແລ້ວເຈົ້າຍິ່ງມີຄວາມຮັບຜິດຊອບທີ່ຈະກຳກັບດູແລ ແລະ ຕິດຕາມພວກເຂົາ ແທນທີ່ຈະເມີນເສີຍຕໍ່ພວກເຂົາຍ້ອນຄວາມຢ້ານກົວ ຫຼື ຄວາມລັງກຽດ. ໃນຖານະທີ່ເປັນຜູ້ນຳ ຫຼື ຜູ້ເຮັດວຽກ ຄວາມຮັບຜິດຊອບທີ່ຍິ່ງໃຫຍ່ທີ່ສຸດຂອງເຈົ້າກໍຄືການເຝົ້າປະຕູເຮືອນຂອງພຣະເຈົ້າ, ປົກປ້ອງວຽກງານຂອງເຮືອນຂອງພຣະເຈົ້າ ແລະ ເບິ່ງແຍງອ້າຍເອື້ອຍນ້ອງ. ຕອນນີ້ມານຮ້າຍຕົນໜຶ່ງໄດ້ເປີດເຜີຍຮູບລັກສະນະທີ່ແທ້ຈິງຂອງມັນອອກມາແລ້ວ ແລະ ເຈົ້າກໍໄດ້ເບິ່ງທະລຸມັນແລ້ວ ພ້ອມທັງຮູ້ວ່າມັນເປັນຄົນຕ່ຳຊ້າປະເພດໃດ ແລ້ວເຈົ້າຍິ່ງຄວນກຳກັບດູແລມັນໃຫ້ດີ ເພື່ອໃຫ້ມັນຮັບໃຊ້ຢ່າງມີປະສິດທິພາບໃນລະດັບທີ່ສູງທີ່ສຸດເທົ່າທີ່ຈະເປັນໄປໄດ້, ນັ້ນຄືສິ່ງທີ່ເຈົ້າຄວນເຮັດ. ເຈົ້າຕ້ອງບໍ່ປະຕິເສດທີ່ຈະໃສ່ໃຈມັນ ແລະ ບໍ່ລະເລີຍທີ່ຈະອະທິບາຍວຽກງານທີ່ຄວນອະທິບາຍໃຫ້ມັນຟັງຢ່າງຊັດເຈນ ຫຼື ປະຕິເສດທີ່ຈະໂອ້ລົມກັບມັນ ພຽງເພາະວ່າເຈົ້າເບິ່ງທະລຸມັນແລ້ວ ເຖິງແມ່ນວ່າມັນຈະຖາມເຈົ້າກ່ຽວກັບບັນຫາທີ່ກ່ຽວຂ້ອງກັບວຽກງານກໍຕາມ. ນັ້ນບໍ່ແມ່ນການລະບາຍຄວາມໃຈຮ້າຍຂອງເຈົ້າໃສ່ວຽກງານຂອງເຮືອນຂອງພຣະເຈົ້າບໍ? ນັ້ນບໍ່ແມ່ນການບໍ່ສົນໃຈວຽກງານຂອງເຮືອນຂອງພຣະເຈົ້າ ແລະ ການເຂົ້າສູ່ຊີວິດຂອງອ້າຍເອື້ອຍນ້ອງບໍ? ຖ້າເຈົ້າເຮັດແບບນີ້ ເຈົ້າກໍເປັນຝ່າຍຜິດ, ນີ້ໝາຍຄວາມວ່າເຈົ້າບໍ່ໄດ້ບັນລຸຄວາມຮັບຜິດຊອບຂອງເຈົ້າ. ໃນຊີວິດສ່ວນຕົວຂອງເຈົ້າ ເຈົ້າອາດຈະບໍ່ມີການໄປມາຫາສູ່ກັບມັນເລີຍ ແລະ ເຈົ້າອາດຈະບໍ່ຕິດຕໍ່ພົວພັນກັບມັນຄືກັບທີ່ເຈົ້າເຄີຍເຮັດມາກ່ອນອີກຕໍ່ໄປ. ແຕ່ຖ້າວຽກງານຂອງເຮືອນຂອງພຣະເຈົ້າຮຽກຮ້ອງໃຫ້ເຈົ້າມີປະຕິສຳພັນ ແລະ ຕິດຕໍ່ພົວພັນກັບມັນ ແລ້ວເຈົ້າກໍບໍ່ສາມາດຫຼີກລ່ຽງຄວາມຮັບຜິດຊອບນີ້ໄດ້, ນີ້ແມ່ນໜ້າທີ່ຂອງເຈົ້າ ແລະ ຄວາມຮັບຜິດຊອບຂອງເຈົ້າ ແລະ ເຈົ້າກໍບໍ່ສາມາດຫາຂໍ້ອ້າງເພື່ອຫຼີກລ່ຽງມັນໄດ້. ເມື່ອເວົ້າເຖິງມານຮ້າຍ ວິທີການທີ່ພຽງແຕ່ຮັກສາໄລຍະຫ່າງຈາກພວກມັນ, ປະຕິເສດພວກມັນ, ຫຼີກລ່ຽງພວກມັນ ແລະ ຮູ້ສຶກລັງກຽດ ແລະ ເບື່ອໜ່າຍພວກມັນໃນໃຈຂອງເຈົ້ານັ້ນ ບໍ່ແມ່ນວິທີການທີ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ເຈົ້າຍັງຕ້ອງກຳກັບດູແລ ແລະ ຢັບຢັ້ງພວກມັນອີກດ້ວຍ. ຖ້າພວກມັນເຕັມໃຈທີ່ຈະຮັບໃຊ້ ເຈົ້າກໍຄວນຊ່ວຍເຫຼືອພວກມັນ ແລະ ໃຊ້ພວກມັນເພື່ອຮັບໃຊ້ຢ່າງເໝາະສົມ ໂດຍເຮັດໃຫ້ພວກມັນຮັບໃຊ້ຢ່າງມີປະສິດທິພາບໃນລະດັບທີ່ສູງທີ່ສຸດເທົ່າທີ່ຈະເປັນໄປໄດ້. ຖ້າພວກມັນບໍ່ຮັບໃຊ້ຢ່າງເໝາະສົມ ແລະ ເມື່ອຖືກປ່ອຍປະລະເລີຍແມ່ນແຕ່ຊົ່ວຄາວ ພວກມັນກໍສາມາດລົບກວນ ແລະ ທຳລາຍວຽກງານຂອງຄຣິສຕະຈັກໄດ້ ແລ້ວຄວາມເສຍຫາຍທີ່ພວກມັນກໍ່ຂຶ້ນກໍຈະມີຫຼາຍກວ່າປະໂຫຍດຂອງພວກມັນ ແລະ ພວກມັນກໍຕ້ອງຖືກຄັດອອກໃນທັນທີ. ຄວນຍົກຕົວຢ່າງທີ່ເປັນລົບດັ່ງກ່າວຂຶ້ນມາເພື່ອໄຈ້ແຍກທຸກຄັ້ງທີ່ຈຳເປັນ ເພື່ອໃຫ້ອ້າຍເອື້ອຍນ້ອງສາມາດໄດ້ຮັບຄວາມສາມາດໃນການແຍກແຍະ ແລະ ເບິ່ງທະລຸເຖິງແກ່ນແທ້ທຳມະຊາດຂອງມານຮ້າຍ ແລະ ຊາຕານ ຈາກນັ້ນກໍປະຕິເສດພວກມັນຈາກໃຈ, ບໍ່ຖືກພວກມັນເຮັດໃຫ້ຫຼົງຜິດ ແລະ ບໍ່ຖືກພວກມັນລົບກວນ ຫຼື ຄວບຄຸມ. ນີ້ຄືຄວາມໝາຍຂອງການໃຊ້ມານຮ້າຍ ແລະ ຊາຕານ ໂດຍໃຊ້ທຸກສິ່ງທຸກຢ່າງເພື່ອຮັບໃຊ້ປະຊາກອນທີ່ພຣະເຈົ້າເລືອກ. ນີ້ຄືຄວາມຮັບຜິດຊອບຂອງພວກເຈົ້າ, ມັນຄືສິ່ງທີ່ພວກເຈົ້າຄວນເຮັດ. ແຕ່ພວກເຈົ້າບໍ່ມີຄວາມສຳນຶກເຖິງຄວາມຮັບຜິດຊອບນີ້. ຄືກັບທີ່ພວກເຈົ້າເວົ້າກ່ອນໜ້ານີ້ ເມື່ອພວກເຈົ້າມີຄວາມສາມາດໃນການແຍກແຍະກ່ຽວກັບຄົນປະເພດນີ້ແລ້ວ ພວກເຈົ້າກໍຈະຮູ້ສຶກລັງກຽດ ແລະ ບໍ່ຢາກເຫັນພວກເຂົາອີກຕໍ່ໄປ ແລະ ຖ້າພວກເຈົ້າເຫັນພວກເຂົາ ພວກເຈົ້າກໍຈະຫຼີກທາງ ໂດຍຢູ່ໃຫ້ຫ່າງໄກເທົ່າທີ່ຈະເຮັດໄດ້. ນັ້ນຄືວິທີແກ້ໄຂທັງໝົດທີ່ພວກເຈົ້າມີ. ພວກເຈົ້າບໍ່ມີຄວາມສຳນຶກເຖິງພາລະໃນວຽກງານຂອງເຮືອນຂອງພຣະເຈົ້າ ແລະ ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ຫຼື ການເຂົ້າສູ່ຊີວິດຂອງອ້າຍເອື້ອຍນ້ອງເລີຍແມ່ນແຕ່ໜ້ອຍດຽວ. ນີ້ຄືວຸດທິພາວະຂອງພວກເຈົ້າ ມັນຖືກເປີດເຜີຍແລ້ວ, ບໍ່ແມ່ນບໍ? ເຈົ້າເບິ່ງທະລຸເຖິງແກ່ນແທ້ຂອງມານຮ້າຍ ຈາກນັ້ນເຈົ້າກໍຫຼີກລ່ຽງພວກມັນທຸກຄັ້ງທີ່ເຈົ້າເຫັນພວກມັນ. ແຕ່ເຈົ້າບໍ່ໄດ້ປົກປ້ອງອ້າຍເອື້ອຍນ້ອງ ແລະ ຜົນກໍຄືພວກເຂົາຖືກທຳຮ້າຍ. ເຈົ້າບໍ່ໄດ້ບັນລຸຄວາມຮັບຜິດຊອບຂອງເຈົ້າໃນຖານະຜູ້ນຳ ຫຼື ຜູ້ເຮັດວຽກ, ນີ້ຄືການລະເລີຍຄວາມຮັບຜິດຊອບ. ເມື່ອມານຮ້າຍຍັງບໍ່ທັນໄດ້ຖືກເປີດເຜີຍ ເຈົ້າຄວນສົ່ງສັນຍານເຕືອນໃຫ້ອ້າຍເອື້ອຍນ້ອງ ໂດຍເຕືອນພວກເຂົາໃຫ້ລະວັງຄົນຊົ່ວຮ້າຍ, ບອກພວກເຂົາວ່າມານຮ້າຍເຮັດຫຍັງ, ເປັນຫຍັງພວກມັນຈຶ່ງເຮັດແບບນັ້ນ, ທຳມະຊາດຂອງການກະທຳຂອງພວກມັນແມ່ນຫຍັງ, ການກະທຳເຫຼົ່ານີ້ສາມາດກໍ່ໃຫ້ເກີດຜົນກະທົບຫຍັງແດ່ ແລະ ມັນສາມາດນຳມາເຊິ່ງຜົນສະທ້ອນຫຍັງແດ່, ພຣະເຈົ້າກຳນົດລັກສະນະຂອງມານຮ້າຍແນວໃດ ແລະ ຄວນປະຕິບັດຕໍ່ພວກມັນໃນລັກສະນະໃດ. ເມື່ອອ້າຍເອື້ອຍນ້ອງໄດ້ຮັບຄວາມສາມາດໃນການແຍກແຍະແລ້ວ ແລະ ມານຮ້າຍກໍໄດ້ຮັບໃຊ້ສຳເລັດແລ້ວ ພ້ອມທັງບໍ່ມີຄຸນຄ່າສຳລັບອ້າຍເອື້ອຍນ້ອງ ຫຼື ເຮືອນຂອງພຣະເຈົ້າ ແລ້ວເຈົ້າກໍຄວນຄັດພວກມັນອອກ ໂດຍຈົບຊີວິດຂອງມານຮ້າຍ ແລະ ຊາຕານ. ນີ້ເອີ້ນວ່າສະຕິປັນຍາ, ນີ້ຄືການເຮັດວຽກດ້ວຍຫຼັກການ ແລະ ມີເສັ້ນທາງສຳລັບການປະຕິບັດ. ວິທີທີ່ເຈົ້າຄົບຫາກັບຄົນປະເພດນີ້ໃນຊີວິດສ່ວນຕົວຂອງເຈົ້ານັ້ນຂຶ້ນຢູ່ກັບຕົວເຈົ້າເອງ, ນັ້ນຄືເສລີພາບຂອງເຈົ້າ. ແຕ່ໃນຖານະທີ່ເປັນຜູ້ນຳ ຫຼື ຜູ້ເຮັດວຽກ ເຈົ້າມີຄວາມຮັບຜິດຊອບໜຶ່ງທີ່ເຈົ້າຕ້ອງແບກຮັບ: ເຈົ້າຕ້ອງປົກປ້ອງອ້າຍເອື້ອຍນ້ອງ ແລະ ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ພ້ອມທັງວຽກງານຂອງຄຣິສຕະຈັກ. ບົນພື້ນຖານຂອງຫຼັກການນີ້ ກ່ຽວກັບຄົນປະເພດນີ້ທີ່ເປັນມານຮ້າຍ ຖ້າປັດຈຸບັນພວກເຂົາກຳລັງຮັບໃຊ້ຢູ່ ເຈົ້າກໍບໍ່ຄວນຟ້າວລົງມືຈັດການກັບພວກເຂົາ. ເຈົ້າຄວນກຳກັບດູແລວຽກງານຂອງພວກເຂົາ ແລະ ສັງເກດເບິ່ງທຸກການເຄື່ອນໄຫວຂອງພວກເຂົາຢ່າງໃກ້ຊິດ ເພື່ອເບິ່ງວ່າພວກເຂົາກຳລັງເຮັດຫຍັງ. ທັນທີທີ່ມີສັນຍານປາກົດຂຶ້ນວ່າມີບາງສິ່ງບາງຢ່າງຜິດປົກກະຕິ ເຈົ້າຕ້ອງປະຕິບັດການເປີດໂປງ ແລະ ລິຮານພວກເຂົາທັນທີ ຫຼື ປົດພວກເຂົາອອກຈາກຕຳແໜ່ງຂອງພວກເຂົາ. ຖ້າຫຼັງຈາກທີ່ຖືກເປີດໂປງ ແລະ ລິຮານແລ້ວ ພວກເຂົາສາມາດຮັບໃຊ້ໄດ້ເລັກໜ້ອຍ ນັ້ນກໍເປັນປະໂຫຍດຕໍ່ວຽກງານຂອງຄຣິສຕະຈັກ. ແຕ່ເມື່ອໃດທີ່ຄົ້ນພົບວ່າພວກເຂົາບໍ່ປາຖະໜາທີ່ຈະຮັບໃຊ້, ບໍ່ໄດ້ຍ່າງໃນເສັ້ນທາງທີ່ດີ ແລະ ກຳລັງຈະຂັດຂວາງ ແລະ ລົບກວນ ພ້ອມທັງຍື່ນກົງເລັບມານຮ້າຍຂອງພວກເຂົາອອກມາເພື່ອເຮັດໃຫ້ອ້າຍເອື້ອຍນ້ອງຫຼົງຜິດ ນັ້ນກໍຄືຕອນທີ່ມານຮ້າຍເປີດເຜີຍຮູບລັກສະນະທີ່ແທ້ຈິງຂອງພວກມັນ ແລະ ມັນກໍເປັນເວລາທີ່ເໝາະສົມທີ່ສຸດທີ່ຈະລົງມືຈັດການກັບພວກມັນ. ພວກມັນໄດ້ຮັບໂອກາດໃຫ້ຮັບໃຊ້ ແຕ່ພັດບໍ່ຮັບໃຊ້ຢ່າງເໝາະສົມ, ຖ້າເປັນແນວນັ້ນ ກໍສົ່ງພວກມັນໄປຢູ່ກຸ່ມ B. ຖ້າສະຖານະການຮ້າຍແຮງ ກໍຈົ່ງປະຕິບັດການຄັດພວກມັນອອກ ຫຼື ຂັບໄລ່ພວກມັນອອກ, ນີ້ກໍເປັນຊ່ວງເວລາທີ່ຈະນຳຈຸດຈົບມາສູ່ຊະຕາກຳຂອງຊາຕານເຊັ່ນກັນ. ຕາບໃດທີ່ພວກເຈົ້າຍຶດໝັ້ນໃນສອງຫຼັກການນີ້ ພວກເຈົ້າກໍຈະສາມາດປະຕິບັດຕໍ່ຄົນຊົ່ວຮ້າຍ ແລະ ມານຮ້າຍໃນລັກສະນະທີ່ມີຫຼັກການໄດ້. ການເຮັດແບບນີ້ເປັນການບັນລຸຄວາມຮັບຜິດຊອບຂອງພວກເຈົ້າບໍ? (ເປັນ). ໃນດ້ານໜຶ່ງ ເຈົ້າຈະມີຄວາມສາມາດໃນການແຍກແຍະມານຮ້າຍ, ເຈົ້າຈະບໍ່ຖືກພວກມັນເຮັດໃຫ້ຫຼົງຜິດ ຫຼື ລົບກວນອີກຕໍ່ໄປ ແລະ ເຈົ້າກໍຈະບໍ່ເຮັດສິ່ງທີ່ໂງ່ຈ້າອີກຕໍ່ໄປ, ຢ່າງໜ້ອຍທີ່ສຸດ ເຈົ້າກໍຈະບໍ່ໂອ້ລົມຄວາມຈິງກັບຄົນແບບນີ້ທີ່ເປັນມານຮ້າຍອີກຕໍ່ໄປ. ໃນໃຈຂອງເຈົ້າ ເຈົ້າຈະຮູ້ວ່າ: ຄົນຜູ້ນີ້ຄືມານຮ້າຍ, ການໂອ້ລົມຄວາມຈິງກັບພວກເຂົາກໍຄືກັບການໂຍນໄຂ່ມຸກໃຫ້ໝູ; ບໍ່ວ່າຈະໂອ້ລົມຄວາມຈິງໃຫ້ພວກເຂົາຟັງແນວໃດກໍຕາມ ມັນກໍຈະສູນເປົ່າ. ດັ່ງນັ້ນ, ເຈົ້າຈຶ່ງຈະບໍ່ສືບຕໍ່ເຮັດສິ່ງທີ່ໂງ່ຈ້າ. ເຈົ້າພຽງແຕ່ຈະເວົ້າກັບພວກເຂົາກ່ຽວກັບຫຼັກຄຳສອນບາງຢ່າງທີ່ພວກເຂົາຄວນເຂົ້າໃຈ ແລະ ກົດລະບຽບທີ່ພວກເຂົາຄວນຍຶດໝັ້ນ ນັ້ນກໍພຽງພໍແລ້ວ. ຖ້າເຈົ້າປະຕິບັດແບບນີ້ ວຽກງານຂອງຄຣິສຕະຈັກກໍຈະບໍ່ໄດ້ຮັບຜົນກະທົບ. ເຖິງຢ່າງໃດກໍຕາມ ຖ້າເຈົ້າບໍ່ເຂົ້າໃຈຫຼັກການ ເຈົ້າກໍອາດຈະເຮັດສິ່ງທີ່ໂງ່ຈ້າໄດ້. ໃນອີກດ້ານໜຶ່ງ, ຜູ້ນຳ ແລະ ຜູ້ເຮັດວຽກຕ້ອງກຳກັບດູແລ ແລະ ໃຊ້ຜູ້ຮັບໃຊ້ ແລະ ມານຮ້າຍເຫຼົ່ານີ້ທີ່ບໍ່ຍອມຮັບຄວາມຈິງເລີຍແມ່ນແຕ່ໜ້ອຍດຽວຢ່າງເໝາະສົມ. ການປະຕິບັດແບບນີ້ສາມາດຮັບປະກັນໄດ້ວ່າວຽກງານຂອງຄຣິສຕະຈັກຈະບໍ່ໄດ້ຮັບຄວາມເສຍຫາຍ ໃນຂະນະດຽວກັນກໍປົກປ້ອງອ້າຍເອື້ອຍນ້ອງຈາກການຖືກມານຮ້າຍ ແລະ ຊາຕານເຮັດໃຫ້ຫຼົງຜິດ ແລະ ລົບກວນ. ເຈົ້າເຂົ້າໃຈບໍ? (ເຂົ້າໃຈ). ເຈົ້າຕ້ອງບໍ່ປະຕິບັດຕໍ່ຄົນຊົ່ວຮ້າຍ ແລະ ມານຮ້າຍໃນຖານະອ້າຍເອື້ອຍນ້ອງຢ່າງເດັດຂາດ. ຕາບໃດທີ່ເຈົ້າມີຄວາມສາມາດໃນການແຍກແຍະມານຮ້າຍ ແລະ ຄົນຊົ່ວຮ້າຍ ເຈົ້າກໍຈະບໍ່ເຮັດສິ່ງທີ່ໂງ່ຈ້າອີກຕໍ່ໄປ. ໃນອະດີດ ຜູ້ຄົນຂາດຄວາມສາມາດໃນການແຍກແຍະ ແລະ ໄດ້ເຮັດສິ່ງທີ່ໂງ່ຈ້າຫຼາຍຢ່າງ ໂດຍມັກຈະປະຕິບັດຕໍ່ຄົນຊົ່ວຮ້າຍ ແລະ ມານຮ້າຍໃນຖານະອ້າຍເອື້ອຍນ້ອງຢູ່ສະເໝີ ເຊິ່ງພຽງແຕ່ປ່ອຍໃຫ້ມານຮ້າຍຫົວຂວັນເຍາະເຍີ້ຍພວກເຂົາເທົ່ານັ້ນ. ເມື່ອເຈົ້າເປີດໃຈເພື່ອໂອ້ລົມກັບມານຮ້າຍ ພວກມັນກໍຄິດວ່າ “ເຈົ້າຊ່າງຊື່ສັດ, ບໍລິສຸດ ແລະ ເປີດເຜີຍແທ້ໆ, ເຈົ້າໂງ່ຈ້າຢ່າງແທ້ຈິງ!” ໂດຍເຍາະເຍີ້ຍເຈົ້າຢູ່ໃນໃຈ. ຕອນນີ້ເຈົ້າມີຄວາມສາມາດໃນການແຍກແຍະມານຮ້າຍແລ້ວ ເຈົ້າກໍຈະບໍ່ເຮັດສິ່ງທີ່ໂງ່ຈ້າແບບນີ້ອີກຕໍ່ໄປ. ຕອນນີ້ເຈົ້າຮູ້ແລ້ວວ່າ ການເປີດໃຈຂອງເຈົ້າເພື່ອໂອ້ລົມ ຫຼື ເພື່ອສະໜັບສະໜູນ ແລະ ຊ່ວຍເຫຼືອຄົນໃດຄົນໜຶ່ງ ເຈົ້າຕ້ອງເຮັດກັບອ້າຍເອື້ອຍນ້ອງທີ່ແທ້ຈິງ, ຜູ້ທີ່ໄລ່ຕາມເສາະຫາຄວາມຈິງ ແລະ ມີຄວາມເປັນມະນຸດ ບໍ່ແມ່ນມານຮ້າຍ. ນີ້ຄືດ້ານໜຶ່ງ. ອີກດ້ານໜຶ່ງກໍຄື ເຈົ້າບໍ່ຮູ້ສຶກຂີ້ຢ້ານ ຫຼື ຢ້ານກົວມານຮ້າຍອີກຕໍ່ໄປ. ເຈົ້າຮູ້ວ່າພວກເຂົາເປັນມານຮ້າຍ ແລະ ເຈົ້າຮູ້ວ່າພວກເຂົາກຳລັງຄິດຫຍັງຢູ່ໃນໃຈຂອງພວກເຂົາ. ຕອນນີ້ເຈົ້າມີຄວາມສາມາດໃນການແຍກແຍະພວກເຂົາ ແລະ ເຈົ້າກໍຮູ້ວິທີປະຕິບັດຕໍ່ພວກເຂົາຢ່າງເໝາະສົມແລ້ວ. ເຈົ້າຕ້ອງຈັບຕາເບິ່ງພວກເຂົາຢ່າງໃກ້ຊິດຢູ່ສະເໝີ ເພື່ອເບິ່ງວ່າພວກເຂົາພະຍາຍາມຈະເຮັດຫຍັງ, ພວກເຂົາກຳລັງຄິດຄຳນວນ ແລະ ວາງແຜນຮ້າຍຫຍັງຢູ່ໃນໃຈຂອງພວກເຂົາ, ພວກເຂົາອາດຈະຂັດຂວາງ, ລົບກວນ ແລະ ທຳລາຍພາກສ່ວນໃດຂອງວຽກງານ, ພວກເຂົາອາດຈະໃຊ້ຄຳເວົ້າປະເພດໃດເພື່ອຍຸຍົງ ແລະ ເຮັດໃຫ້ຄົນອື່ນຫຼົງຜິດ ແລະ ພວກເຂົາພະຍາຍາມຈະບັນລຸເປົ້າໝາຍໃດ. ເມື່ອເຈົ້າເຫັນສິ່ງເຫຼົ່ານີ້ຢ່າງຊັດເຈນທັງໝົດແລ້ວ ເຈົ້າກໍຈະຮູ້ວິທີການປະຕິບັດທີ່ເໝາະສົມ ແລະ ເຈົ້າກໍຈະຍຶດໝັ້ນໃນຫຼັກການຄວາມຈິງ.
ຫຼັງຈາກທີ່ພວກເຮົາໄດ້ໂອ້ລົມກ່ຽວກັບການແຍກແຍະການສະແດງອອກທີ່ແປກປະຫຼາດຂອງຄົນທີ່ກັບຊາດມາເກີດຈາກມານຮ້າຍແລ້ວ ຕອນນີ້ພວກເຈົ້າສ່ວນໃຫຍ່ກໍຄົງຈະມີຄວາມຊັດເຈນຢູ່ໃນໃຈຂອງພວກເຈົ້າ ແລະ ມີຄວາມສາມາດໃນການແຍກແຍະເລັກນ້ອຍຢູ່ແດ່ແລ້ວເຊັ່ນ: ຫຼັງຈາກທີ່ພົວພັນກັບຄົນໃດຄົນໜຶ່ງມາຕະຫຼອດຫຼາຍປີ ຄົນໃດທີ່ເບິ່ງຄືວ່າເປັນມານຮ້າຍ ເຊິ່ງພວກເຈົ້າຈະບໍ່ແບ່ງປັນຄວາມຮູ້ສຶກທີ່ແທ້ຈິງຂອງພວກເຈົ້າກັບຄົນເຫຼົ່ານັ້ນອີກຕໍ່ໄປ ແລະ ຄົນໃດທີ່ເປັນອ້າຍເອື້ອຍນ້ອງ ເຊິ່ງພວກເຈົ້າຈະຄົບຫາຫຼາຍຂຶ້ນ, ໃກ້ຊິດຫຼາຍຂຶ້ນ ແລະ ໂອ້ລົມກັນຫຼາຍຂຶ້ນເມື່ອມີບາງສິ່ງບາງຢ່າງເກີດຂຶ້ນ. ດ້ວຍວິທີນີ້ ການປະຕິບັດຕໍ່ຄົນແຕ່ລະປະເພດຂອງພວກເຈົ້າກໍຈະມີຫຼັກການ ແລະ ພວກເຈົ້າກໍຈະບໍ່ເຮັດຜິດພາດ. ແຕ່ຄົນສ່ວນໃຫຍ່ສາມາດບັນລຸເຖິງຂັ້ນທີ່ແຍກແຍະມານຮ້າຍ ແລະ ເບິ່ງທະລຸເຖິງທຳມະຊາດຂອງມານຮ້າຍໄດ້ບໍ? ແລ້ວຖ້າມານຮ້າຍເຕັມໃຈທີ່ຈະຮັບໃຊ້ ພວກເຂົາສາມາດໃຊ້ການຮັບໃຊ້ຂອງມານຮ້າຍໄດ້ບໍ? ອ້າຍເອື້ອຍນ້ອງສ່ວນໃຫຍ່ບໍ່ສາມາດປະຕິບັດແບບນີ້ໄດ້ ແຕ່ຜູ້ນຳ ແລະ ຜູ້ເຮັດວຽກຕ້ອງສາມາດປະຕິບັດໄດ້. ເປັນຫຍັງເຮົາຈຶ່ງເວົ້າວ່າພວກເຂົາຕ້ອງສາມາດປະຕິບັດໄດ້? ເພາະວ່າເຈົ້າໃນຖານະທີ່ເປັນຜູ້ນຳ ຫຼື ຜູ້ເຮັດວຽກຕ້ອງກວດສອບສິ່ງຕ່າງໆໃຫ້ດີ. ທັນທີທີ່ເຈົ້າຄົ້ນພົບວ່າຄົນຊົ່ວຮ້າຍກຳລັງເຮັດຄວາມຊົ່ວ ເຈົ້າຕ້ອງສາມາດເປີດໂປງ ແລະ ໄຈ້ແຍກພວກເຂົາໄດ້ໃນທັນທີ ຈາກນັ້ນກໍຢັບຢັ້ງການລົບກວນ ແລະ ການຂັດຂວາງຂອງພວກເຂົາ. ຖ້າເຈົ້າສາມາດປະຕິບັດແບບນີ້ໄດ້ ເຈົ້າກໍຈະສາມາດຮັບປະກັນຄວາມຄືບໜ້າທີ່ເປັນປົກກະຕິຂອງວຽກງານຂອງຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງກໍຈະໄດ້ຮັບການປົກປ້ອງ, ຄວາມສາມາດໃນການແຍກແຍະຂອງພວກເຂົາກໍຈະພັດທະນາຂຶ້ນ ແລະ ການເຂົ້າສູ່ຊີວິດຂອງພວກເຂົາກໍຈະບໍ່ໄດ້ຮັບຄວາມເສຍຫາຍຍ້ອນການລົບກວນຂອງມານຮ້າຍ. ຖ້າເຈົ້າບໍ່ສາມາດປະຕິບັດແບບນີ້ໄດ້, ຖ້າເຈົ້າບໍ່ສາມາດຢັບຢັ້ງມານຮ້າຍ ແລະ ບໍ່ສາມາດເຝົ້າປະຕູໄດ້ ແລ້ວມານຮ້າຍກໍຈະມາລົບກວນຢູ່ຕະຫຼອດເວລາ. ມື້ນີ້ພວກມັນລົບກວນຄົນໜຶ່ງ ໂດຍເຮັດໃຫ້ຄົນຜູ້ນັ້ນເປັນລົບ ແລະ ເຮັດໃຫ້ຄົນຜູ້ນັ້ນອ່ອນເພຍໃນການເທດສະໜາຂ່າວປະເສີດ; ມື້ອື່ນພວກມັນກໍຈະລົບກວນອີກຄົນໜຶ່ງ ເຊິ່ງນຳໄປສູ່ຜົນທີ່ວ່າຄົນຜູ້ນັ້ນບໍ່ຢາກປະຕິບັດໜ້າທີ່ຂອງຕົນ ໂດຍເຮັດໃຫ້ວຽກງານຊັກຊ້າ ແລະ ບັງຄັບໃຫ້ເຈົ້າຕ້ອງຊອກຫາຄົນມາແທນ. ເຈົ້າຈະຕ້ອງຈັດການກັບສະຖານະການທີ່ເກີດຂຶ້ນຢ່າງກະທັນຫັນ ແລະ ບໍ່ຄາດຄິດຢູ່ຕະຫຼອດເວລາ. ການເຮັດວຽກແບບນີ້ບໍ່ແມ່ນການເປັນຝ່າຍຕັ້ງຮັບຫຼາຍບໍ? (ແມ່ນແລ້ວ). ຖ້າເປັນແນວນັ້ນ ໃນຖານະທີ່ເຈົ້າເປັນຜູ້ນຳ ຫຼື ຜູ້ເຮັດວຽກ ເຈົ້າກໍຍັງຫ່າງໄກຈາກການໄດ້ມາດຕະຖານຫຼາຍ, ບໍ່ແມ່ນບໍ? ຖ້າເຈົ້າບໍ່ໄດ້ຮັບໃຊ້ເປັນຜູ້ນຳ ຫຼື ຜູ້ເຮັດວຽກ ເຈົ້າກໍຈະສາມາດຈັດການກັບການເຂົ້າສູ່ຊີວິດຂອງເຈົ້າເອງ, ການກິນ ແລະ ດື່ມພຣະທຳຂອງພຣະເຈົ້າຂອງເຈົ້າເອງ ແລະ ໜ້າທີ່ຂອງເຈົ້າເອງໄດ້. ແຕ່ທັນທີທີ່ເຈົ້າເລີ່ມຮັບໃຊ້ເປັນຜູ້ນຳ ຫຼື ຜູ້ເຮັດວຽກ ເຈົ້າກໍຈະຫຍຸ້ງທຸກມື້ ໂດຍຫຍຸ້ງວຸ່ນວາຍຢ່າງໜັກ ແລະ ແລ່ນວຸ່ນຈົນບໍ່ມີເວລາພັກຜ່ອນ. ບາງທີກໍມີຜູ້ຕໍ່ຕ້ານພຣະຄຣິສ ຫຼື ຄົນຊົ່ວຮ້າຍປາກົດຕົວຂຶ້ນ ແລະ ລົບກວນຄຣິສຕະຈັກ, ບາງທີອ້າຍເອື້ອຍນ້ອງບາງຄົນກໍກາຍເປັນລົບ ແລະ ບໍ່ຢາກປະຕິບັດໜ້າທີ່ຂອງຕົນ ຫຼື ບາງທີຜູ້ເຊື່ອໃໝ່ກໍຖືກຂ່າວລືທີ່ບໍ່ມີມູນຄວາມຈິງເຮັດໃຫ້ຫຼົງຜິດ ແລະ ບໍ່ຢາກເຊື່ອອີກຕໍ່ໄປ ແລ້ວກໍຖອນຕົວອອກໄປ. ວຽກງານບໍ່ໄດ້ຖືກເຮັດໃຫ້ດີ ໂດຍເຮັດໃຫ້ບັນຫາເກີດຂຶ້ນຢູ່ທົ່ວທຸກແຫ່ງ ແລະ ບັນຫາເຫຼົ່ານີ້ກໍເກີດຂຶ້ນຢ່າງຕໍ່ເນື່ອງ ເຊິ່ງເຮັດໃຫ້ເຈົ້າຮູ້ສຶກໜັກໃຈ ແລະ ອິດເມື່ອຍ ພ້ອມທັງບໍ່ສາມາດຮັບມືໄດ້ໃນແຕ່ລະມື້ ແລະ ບໍ່ສາມາດກິນອີ່ມ ຫຼື ນອນຫຼັບໄດ້ດີ ແຕ່ເຖິງຢ່າງນັ້ນວຽກງານກໍຍັງເຮັດໄດ້ບໍ່ດີ. ນັ້ນຄືການບໍ່ມີຄວາມສາມາດໃນການເຮັດວຽກຢ່າງສິ້ນເຊີງ. ຜູ້ນຳ ຫຼື ຜູ້ເຮັດວຽກແບບນັ້ນບໍ່ໄດ້ມາດຕະຖານຢ່າງສິ້ນເຊີງ. ເປັນຫຍັງເຮົາຈຶ່ງເວົ້າວ່າເຈົ້າບໍ່ໄດ້ມາດຕະຖານ? ເພາະວ່າເຈົ້າບໍ່ໄດ້ໂອ້ລົມລ່ວງໜ້າຢ່າງຊັດເຈນກ່ຽວກັບບັນຫາເຫຼົ່ານີ້ທີ່ແນ່ນອນວ່າຈະເກີດຂຶ້ນ ເພື່ອເຮັດໃຫ້ທຸກຄົນເຂົ້າໃຈຄວາມຈິງ ແລະ ໄດ້ຮັບຄວາມສາມາດໃນການແຍກແຍະ ເພື່ອທີ່ບັນຫາຈະໄດ້ຮັບການແກ້ໄຂໃນທັນທີເມື່ອມັນເກີດຂຶ້ນ. ເວົ້າອີກຢ່າງໜຶ່ງກໍຄື ເຈົ້າບໍ່ໄດ້ສັກຢາປ້ອງກັນໃຫ້ຄົນສ່ວນໃຫຍ່ເພື່ອປະກອບຄວາມຮູ້ໃຫ້ພວກເຂົາມີຄວາມສາມາດໃນການຕ້ານທານກັບສິ່ງເຫຼົ່ານີ້. ໃນທີ່ສຸດ ເມື່ອສິ່ງເຫຼົ່ານີ້ເກີດຂຶ້ນເທື່ອລະຢ່າງ ເຈົ້າກໍກາຍເປັນຝ່າຍຕັ້ງຮັບຫຼາຍ ໂດຍມັກຈະຕ້ອງຕາມແກ້ໄຂບັນຫາທີ່ຫຍຸ້ງຍາກຢູ່ສະເໝີ ແລະ ມັກຈະຕ້ອງຕາມແກ້ໄຂຜົນທີ່ຕາມມາຢູ່ສະເໝີ. ນີ້ໝາຍຄວາມວ່າເຈົ້າຍັງຫ່າງໄກຈາກການໄດ້ມາດຕະຖານໃນຖານະຜູ້ນຳ ຫຼື ຜູ້ເຮັດວຽກຫຼາຍ. ໃນການປະຕິບັດຕໍ່ມານຮ້າຍປະເພດຕ່າງໆ ວິທີການຂອງເຈົ້າໃນການຈັດການກັບພວກມັນນັ້ນບໍ່ເໝາະສົມ ແລະ ວຽກງານທີ່ເຈົ້າເຮັດນັ້ນກໍບໍ່ໄດ້ດີ, ດັ່ງນັ້ນ ວຽກງານຂອງຄຣິສຕະຈັກຈຶ່ງຖືກລົບກວນຢູ່ຕະຫຼອດເວລາ ແລະ ຖືກລົບກວນດ້ວຍບັນຫາຢູ່ຕະຫຼອດເວລາ. ເຈົ້າຕ້ອງຄອຍແກ້ໄຂສິ່ງຕ່າງໆ ແລະ ຈັດການສິ່ງເຫຼົ່ານັ້ນໃຫ້ຮຽບຮ້ອຍຢູ່ສະເໝີ, ສະນັ້ນ ເຈົ້າຈຶ່ງຮູ້ສຶກຫຍຸ້ງຫຼາຍ ແລະ ການເຮັດວຽກງານນີ້ກໍກາຍເປັນເລື່ອງທີ່ຍາກລຳບາກຫຼາຍ.
ພວກເຈົ້າຈື່ຫຼັກການທັງສອງຢ່າງໃນການປະຕິບັດຕໍ່ຄົນທີ່ກັບຊາດມາເກີດຈາກມານຮ້າຍໄດ້ບໍ? ຫຼັກການທີ່ສຳຄັນທີ່ສຸດແມ່ນຫຍັງ? ຢ່າຢ້ານມານຮ້າຍ ແລະ ຊາຕານ ແລະ ຢ່າຫຼີກລ່ຽງພວກມັນ. ແຕ່ໃຫ້ຮຽນຮູ້ທີ່ຈະແຍກແຍະພວກມັນ ແລະ ເບິ່ງທະລຸເຖິງແກ່ນແທ້ຂອງພວກມັນ ແລະ ຈັບໃຈຄວາມທ່າອ່ຽງຄວາມຄິດຂອງພວກມັນ ນັ້ນກໍຄືເບິ່ງໃຫ້ເຫັນຢ່າງຊັດເຈນວ່າພວກມັນຕ້ອງການເຮັດຫຍັງໃນຄຣິສຕະຈັກ ແລະ ພວກມັນຕ້ອງການບັນລຸເປົ້າໝາຍໃດ. ດ້ວຍວິທີນີ້ ພວກເຈົ້າຈຶ່ງສາມາດປ່ຽນຈາກຝ່າຍຕັ້ງຮັບມາເປັນຝ່າຍບຸກ ແລະ ເປັນຝ່າຍບຸກຢ່າງຫ້າວຫັນເພື່ອເປີດໂປງ ແລະ ຈັດການກັບພວກມັນ. ຖ້າເມື່ອເຫັນມານຮ້າຍ ແລະ ຊາຕານເວົ້າ ແລະ ກະທຳການ ພວກເຈົ້າພຽງແຕ່ຮູ້ສຶກລັງກຽດ ແລະ ບໍ່ຢາກສົນໃຈພວກມັນ ຫຼື ເຮັດວຽກຮ່ວມກັບພວກມັນພຽງເທົ່ານັ້ນ ຈົນເຖິງຂັ້ນທີ່ວ່າເມື່ອເຫັນມານຮ້າຍ ແລະ ຊາຕານລົບກວນ ແລະ ຂັດຂວາງວຽກງານຂອງຄຣິສຕະຈັກ ພວກເຈົ້າກໍຍັງເມີນເສີຍ, ການກະທຳແບບນີ້ສອດຄ່ອງກັບເຈດຕະນາຂອງພຣະເຈົ້າບໍ? (ບໍ່). ຫຼັງຈາກທີ່ມານຮ້າຍ ແລະ ຊາຕານແຊກຊຶມເຂົ້າໄປໃນຄຣິສຕະຈັກ ພວກມັນຈະບໍ່ດຳລົງຊີວິດຄຣິສຕະຈັກຢ່າງຖືກຕ້ອງຕາມກົດລະບຽບ ແລະ ຍິ່ງບໍ່ຕ້ອງເວົ້າເຖິງການທີ່ພວກມັນຈະຮັບໃຊ້ຢ່າງຖືກຕ້ອງຕາມກົດລະບຽບ. ພວກມັນຈະເວົ້າ ແລະ ເຮັດສິ່ງຕ່າງໆຢ່າງຫຼີກລ່ຽງບໍ່ໄດ້ຈົນເຖິງຂັ້ນທີ່ບໍ່ຍອມຢຸດຈົນກວ່າຈະບັນລຸເປົ້າໝາຍຂອງພວກມັນ. ດັ່ງນັ້ນ, ໃນການປະຕິບັດຕໍ່ມານຮ້າຍ ພວກເຈົ້າຈຶ່ງຕ້ອງມີສະຕິປັນຍາ ແລະ ປະຕິບັດຕາມຫຼັກການຄວາມຈິງ. ຜູ້ທີ່ຄວນຖືກເປີດໂປງ ແລະ ປະຖິ້ມກໍຕ້ອງຖືກເປີດໂປງ ແລະ ປະຖິ້ມ. ເມື່ອມານຮ້າຍຍັງບໍ່ທັນຖືກເປີດເຜີຍ ຖ້າພວກມັນເຕັມໃຈທີ່ຈະຮັບໃຊ້ ກໍຈົ່ງໃຊ້ພວກມັນໃຫ້ຮັບໃຊ້ ແລະ ຈັບຕາເບິ່ງພວກມັນຢ່າງໃກ້ຊິດໃນຂະນະທີ່ພວກມັນກຳລັງຮັບໃຊ້. ຕົວຢ່າງ: ຖ້າເຈົ້າບໍ່ສາມາດເບິ່ງທະລຸຜູ້ກຳກັບດູແລບາງຄົນທີ່ຮັບຜິດຊອບວຽກງານສະເພາະໃດໜຶ່ງໄດ້ຢ່າງຊັດເຈນ, ເຈົ້າເຫັນວ່າພວກເຂົາບໍ່ໄດ້ບໍລິສຸດໃຈ ແລະ ເປີດເຜີຍຄືກັບອ້າຍເອື້ອຍນ້ອງຄົນອື່ນ, ພວກເຂົາບໍ່ເຄີຍບອກຄວາມຈິງທັງໝົດໃຫ້ໃຜຮູ້ ແລະ ເມື່ອປະເຊີນກັບຄວາມຫຍຸ້ງຍາກ ຫຼື ບັນຫາໃນວຽກງານ ພວກເຂົາກໍບໍ່ສະແຫວງຫາການແກ້ໄຂ, ແລ້ວເຈົ້າກໍຈຳເປັນຕ້ອງເປັນຝ່າຍລິເລີ່ມເພື່ອສືບຫາຄວາມຈິງກ່ຽວກັບສະຖານະການຂອງພວກເຂົາ. ເຈົ້າຕ້ອງບໍ່ເປັນຝ່າຍຕັ້ງຮັບ ໂດຍລໍຖ້າຈົນກວ່າພວກເຂົາຈະເຮັດໃຫ້ວຽກງານເສຍຫາຍແລ້ວຈຶ່ງພະຍາຍາມ “ງົວຫາຍແລ້ວຈຶ່ງລ້ອມຄອກ”. ເຈົ້າຈຳເປັນຕ້ອງລົມກັບພວກເຂົາ ແລະ ເບິ່ງວ່າທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ໜ້າທີ່ຂອງພວກເຂົາເປັນແນວໃດ, ພວກເຂົາມີແຜນການ ແລະ ການຈັດແຈງທີ່ສະເພາະເຈາະຈົງສຳລັບວຽກງານ ຫຼື ບໍ່, ພວກເຂົາມີຫຼັກການໃນການເຮັດວຽກ ຫຼື ບໍ່, ພວກເຂົາສາມາດເຮັດວຽກຕາມການຈັດແຈງວຽກງານໄດ້ ຫຼື ບໍ່ ແລະ ພວກເຂົາສາມາດຫຼອກລວງເບື້ອງເທິງ ແລະ ປິດບັງເບື້ອງລຸ່ມ ພ້ອມທັງເຮັດສິ່ງຕ່າງໆຕາມວິທີການຂອງພວກເຂົາເອງໄດ້ ຫຼື ບໍ່. ສິ່ງເຫຼົ່ານີ້ບໍ່ແມ່ນສິ່ງທີ່ເຈົ້າຄວນໃສ່ໃຈບໍ? (ແມ່ນແລ້ວ). ສົມມຸດວ່າເຈົ້າຄົ້ນພົບວ່າຄົນໃດຄົນໜຶ່ງເປັນມານຮ້າຍ, ດ້ວຍເຫດນັ້ນ ເຈົ້າຈຶ່ງບໍ່ມີປະຕິສຳພັນກັບມັນອີກຕໍ່ໄປ ແລະ ເຖິງກັບເວົ້າວ່າ “ມານຮ້າຍຕົນນີ້ເປັນຕາຢ້ານແທ້ໆ, ພຽງແຕ່ໄດ້ເຫັນມັນຂ້ອຍກໍຮູ້ສຶກລັງກຽດ. ຂ້ອຍຈະບໍ່ເວົ້າກັບມັນອີກຕໍ່ໄປ. ຂ້ອຍຈຳເປັນຕ້ອງຂີດເສັ້ນແບ່ງໃຫ້ຊັດເຈນລະຫວ່າງຂ້ອຍກັບມັນ ແລະ ໃຫ້ອ້າຍເອື້ອຍນ້ອງຂີດເສັ້ນແບ່ງໃຫ້ຊັດເຈນເຊັ່ນກັນ, ທຸກຄົນຄວນເມີນເສີຍຕໍ່ມັນ”. ການກະທຳແບບນີ້ເໝາະສົມບໍ? ນີ້ຄືວິທີການກະທຳທີ່ໂງ່ຈ້າ. ມັນບໍ່ສະຫຼາດ ແລະ ບໍ່ມີສະຕິປັນຍາ ແລະ ມັນກໍບໍ່ແມ່ນການມີວຸດທິພາວະ. ເຈົ້າຄິດວ່າເຈົ້າສະຫຼາດພຽງເພາະວ່າເຈົ້າບໍ່ເວົ້າກັບມັນບໍ? ເຈົ້າເປັນຄົນທີ່ຄຳນຶງເຖິງເຈດຕະນາຂອງພຣະເຈົ້າບໍ? ເຈົ້າໄດ້ບັນລຸຄວາມຮັບຜິດຊອບຂອງເຈົ້າແລ້ວບໍ? ເຈົ້າໄດ້ແບກຮັບພາລະໃນການປົກປ້ອງຝູງແກະ ແລະ ເຝົ້າປະຕູເຮືອນຂອງພຣະເຈົ້າແລ້ວບໍ? ເຈົ້າບໍ່ຄວນຄິດກ່ຽວກັບສິ່ງເຫຼົ່ານີ້ເຊັ່ນກັນບໍ? ຂໍ້ກຳນົດຂອງພຣະເຈົ້າທີ່ໃຫ້ຜູ້ຄົນມີຄວາມສາມາດໃນການແຍກແຍະມານຮ້າຍບໍ່ໄດ້ໝາຍຄວາມວ່າພຽງແຕ່ປະຖິ້ມມານຮ້າຍກໍພຽງພໍແລ້ວເດັດຂາດ. ເຈົ້າຍັງຕ້ອງສາມາດກຳກັບດູແລ ແລະ ຈຳກັດມານຮ້າຍໄດ້ອີກດ້ວຍ; ຖ້າມານຮ້າຍຍັງບໍ່ທັນຖືກເປີດເຜີຍ ແລະ ພວກມັນຕ້ອງການຮັບໃຊ້ ເຈົ້າຍັງຕ້ອງສາມາດໃຊ້ພວກມັນໄດ້ອີກດ້ວຍ, ສິ່ງເຫຼົ່ານີ້ກໍເປັນໜ້າທີ່ທີ່ເຈົ້າຄວນເຮັດ ແລະ ເປັນຄວາມຮັບຜິດຊອບທີ່ເຈົ້າຄວນບັນລຸເຊັ່ນກັນ ແລະ ມັນກໍເພື່ອປົກປ້ອງວຽກງານຂອງຄຣິສຕະຈັກທັງໝົດ. ຖ້າເຈົ້າເຫັນວ່າຄົນໃດຄົນໜຶ່ງຢັ່ງເຖິງຍາກເປັນພິເສດ, ທຸກສິ່ງທຸກຢ່າງທີ່ລາວເວົ້າບໍ່ມີຊ່ອງຫວ່າງ ແລະ ບໍ່ມີໃຜສາມາດເບິ່ງລາວອອກໄດ້, ແລ້ວຄົນຜູ້ນີ້ກໍເປັນອັນຕະລາຍຫຼາຍ ແລະ ບໍ່ຄູ່ຄວນທີ່ຈະໄດ້ຮັບຄວາມໄວ້ວາງໃຈ. ໂດຍສະເພາະຖ້າເຈົ້າເຫັນຄົນທີ່ປະພຶດຕົວໃນທາງທີ່ຄົດໂກງ, ແຝງຊົ່ວ ແລະ ເຈົ້າເລ່ເປັນພິເສດ ເຊິ່ງເປັນຜູ້ທີ່ບໍ່ເຄີຍບອກຄວາມຈິງທັງໝົດໃຫ້ໃຜຮູ້ ແລະ ເປັນຜູ້ທີ່ອ້າຍເອື້ອຍນ້ອງສ່ວນໃຫຍ່ມີປະຕິສຳພັນ ຫຼື ຄົບຫານຳ ກໍບໍ່ສາມາດເບິ່ງລາວອອກໄດ້, ຖ້າເປັນແນວນັ້ນ ຄົນແບບນີ້ກໍບໍ່ສາມາດຖືກເມີນເສີຍ ແລະ ປ່ອຍປະລະເລີຍໄດ້. ແຕ່ເຈົ້າຕ້ອງເຂົ້າຫາລາວ, ຕິດຕໍ່ ແລະ ລົມກັບລາວ ເພື່ອໃຫ້ມີຄວາມສາມາດໃນການແຍກແຍະ ແລະ ຄວາມເຂົ້າໃຈທີ່ເລິກເຊິ່ງຫຼາຍຂຶ້ນ, ເບິ່ງວ່າລາວກຳລັງຄິດຫຍັງ, ເບິ່ງວ່າຕົ້ນຕໍ ແລະ ແຮງຈູງໃຈໃນການກະທຳຂອງລາວແມ່ນຫຍັງ, ລາວກຳລັງວາງແຜນທີ່ຈະເຮັດຫຍັງ, ລາວສາມາດແບກຮັບວຽກງານໃນເວລາປະຕິບັດໜ້າທີ່ຂອງລາວໄດ້ ຫຼື ບໍ່, ລາວອາດຈະລົບກວນວຽກງານຂອງຄຣິສຕະຈັກ ແລະ ສ້າງລາຊະອານາຈັກເອກະລາດ ຫຼື ບໍ່ ແລະ ການປະຕິບັດໜ້າທີ່ຂອງລາວນຳເອົາຜົນເສຍມາໃຫ້ຫຼາຍກວ່າຜົນດີ ແລະ ຈົບລົງດ້ວຍການໄດ້ບໍ່ຄຸ້ມເສຍ ຫຼື ບໍ່. ເບິ່ງແມ ການເປັນຜູ້ນຳ ຫຼື ຜູ້ເຮັດວຽກເປັນເລື່ອງງ່າຍບໍ? ເມື່ອຄົ້ນພົບຄົນແບບນັ້ນໃນຄຣິສຕະຈັກ ເຈົ້າບໍ່ພຽງແຕ່ຕ້ອງບໍ່ຕີຕົວອອກຫ່າງຈາກລາວ ແລະ ຫຼີກລ່ຽງລາວເທົ່ານັ້ນ ແຕ່ເຈົ້າຕ້ອງເຂົ້າຫາລາວ ແລະ ຕິດຕໍ່ກັບລາວຢ່າງຫ້າວຫັນ. ຈຸດປະສົງຂອງການເຮັດແບບນີ້ແມ່ນຫຍັງ? ມັນກໍເພື່ອໃຫ້ເຂົ້າໃຈສະຖານະການຂອງລາວຢ່າງຖ່ອງແທ້ ແລະ ໃຊ້ມາດຕະການປ້ອງກັນ. ຕົວຢ່າງ: ຖ້າເຈົ້າປະເຊີນກັບສາຍລັບ ຫຼື ນັກສືບຂອງພັກກອມມູນິດຈີນ ເຊິ່ງເປັນຜູ້ທີ່ຊອກຫາໂອກາດເພື່ອສອດຮູ້ສອດເຫັນຂໍ້ມູນສ່ວນຕົວຂອງເຈົ້າຢູ່ສະເໝີ ແລະ ເຈົ້າຮູ້ສຶກໃນໃຈວ່າລາວເປັນນັກສືບ, ເຈົ້າກໍຄວນລະວັງຕົວຈາກລາວ ແລະ ເຈົ້າຕ້ອງບໍ່ບອກສະຖານະການທີ່ແທ້ຈິງຂອງເຈົ້າໃຫ້ລາວຮູ້ຢ່າງເດັດຂາດ. ເຈົ້າຍັງຕ້ອງຈື່ເລື່ອງທີ່ສຳຄັນກວ່ານັ້ນອີກ: ເຈົ້າຕ້ອງບໍ່ໃຫ້ລາວຮູ້ເບີໂທລະສັບຂອງເຈົ້າ, ບັນຊີອີເມວຂອງເຈົ້າ ແລະ ອື່ນໆ. ເຖິງຢ່າງໃດກໍຕາມ, ຖ້າເຈົ້າພຽງແຕ່ລະວັງບໍ່ໃຫ້ລາວສອດຮູ້ສອດເຫັນສະຖານະການຂອງເຈົ້າເອງ ແຕ່ເຈົ້າກັບເມີນເສີຍ ແລະ ປ່ອຍປະລະເລີຍສິ່ງອື່ນໆຢ່າງສິ້ນເຊີງເຊັ່ນ: ລາວກຳລັງຕິດຕໍ່ກັບໃຜອີກ, ລາວກຳລັງຖາມຫາຂໍ້ມູນຂອງໃຜ ແລະ ລາວກຳລັງຖາມກ່ຽວກັບສະຖານະການໃດຂອງຄຣິສຕະຈັກ ໂດຍເຖິງກັບຄິດວ່າເຈົ້າສະຫຼາດຫຼາຍແລ້ວທີ່ເຮັດແບບນີ້, ແລ້ວການຈັດການກັບເລື່ອງນີ້ຂອງເຈົ້າເປັນແນວໃດ? ເຈົ້າໄດ້ສະແດງໃຫ້ເຫັນເຖິງສະຕິປັນຍາບໍ? ເຈົ້າໄດ້ສະແດງໃຫ້ເຫັນວ່າເຈົ້າມີວຸດທິພາວະບໍ? ເຈົ້າໄດ້ບັນລຸຄວາມຮັບຜິດຊອບຂອງເຈົ້າແລ້ວບໍ? ເຈົ້າໄດ້ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ປົກປ້ອງອ້າຍເອື້ອຍນ້ອງແລ້ວບໍ? ຖ້າເຈົ້າບໍ່ຄຳນຶງເຖິງເລື່ອງເຫຼົ່ານີ້ເລີຍ ເຈົ້າກໍເປັນຄົນທີ່ເຫັນແກ່ຕົວ ແລະ ໜ້າລັງກຽດຢ່າງສິ້ນເຊີງ. ສົມມຸດວ່າເຈົ້າປະເຊີນກັບຄົນທີ່ເປັນມານຮ້າຍ ແລ້ວມັນຖາມເຈົ້າວ່າເຈົ້າມາຈາກໃສ ແລະ ມີໃຜໃນຄອບຄົວຂອງເຈົ້າເຊື່ອໃນພຣະເຈົ້າ ຫຼື ບໍ່; ເຈົ້າຮູ້ວ່າມັນກຳລັງສອດຮູ້ສອດເຫັນຂໍ້ມູນ, ດັ່ງນັ້ນ ເຈົ້າຈຶ່ງເວົ້າບາງສິ່ງບາງຢ່າງແບບຜິວເຜີນເພື່ອໃຫ້ມັນເຊົາຖາມ ໂດຍບໍ່ເປີດເຜີຍສະຖານະການທີ່ແທ້ຈິງຂອງເຈົ້າ ແລະ ຈາກນັ້ນເຈົ້າກໍປ່ຽນຄຳຖາມແລ້ວຖາມມັນກັບວ່າ “ເຈົ້າມາຈາກໃສ? ມີໃຜໃນຄອບຄົວຂອງເຈົ້າເຊື່ອໃນພຣະເຈົ້າບໍ? ຊີວິດຄຣິສຕະຈັກຢູ່ຄຣິສຕະຈັກໃນບ້ານເກີດຂອງເຈົ້າເປັນແນວໃດ? ພັກກອມມູນິດຈີນຈັບກຸມຜູ້ເຊື່ອຢູ່ທີ່ນັ້ນບໍ? ເຈົ້າເຄີຍຖືກຈັບກຸມບໍ?” ເມື່ອສາຍລັບ ຫຼື ນັກສືບຂອງພັກກອມມູນິດຈີນໄດ້ຍິນແບບນີ້ ລາວກໍຄິດໃນໃຈວ່າ “ຂ້ອຍເປັນຄົນຖາມຄຳຖາມມາໂດຍຕະຫຼອດ, ບໍ່ເຄີຍມີໃຜຫັນກັບມາຖາມຂ້ອຍເລີຍ. ຄົນຜູ້ນີ້ມີສະໝອງ!” ເມື່ອລາວເຫັນວ່າເຈົ້າເອົາແຕ່ຖາມຄຳຖາມ ລາວກໍເລີ່ມກັງວົນວ່າຕົວຕົນຂອງລາວຈະຖືກເປີດໂປງ, ດ້ວຍເຫດນັ້ນ ລາວຈຶ່ງປ່ຽນເລື່ອງ. ເຈົ້າຕ້ອງສັງເກດຄົນປະເພດນີ້ຢ່າງລະມັດລະວັງ. ຖ້າເຈົ້າໝັ້ນໃຈວ່າລາວໜ້າສົງໄສຫຼາຍ ແລະ ມີໂອກາດແປດສິບເປີເຊັນທີ່ລາວຈະເປັນນັກສືບຂອງພັກກອມມູນິດຈີນ ແລ້ວເຈົ້າກໍຕ້ອງລະວັງຕົວຈາກລາວ, ເຈົ້າຕ້ອງບໍ່ເປີດເຜີຍຂໍ້ມູນກ່ຽວກັບອ້າຍເອື້ອຍນ້ອງແມ່ນແຕ່ໜ້ອຍດຽວ. ຖ້າອ້າຍເອື້ອຍນ້ອງບໍ່ລະວັງຕົວຈາກລາວເລີຍ ແລະ ບອກທຸກສິ່ງທຸກຢ່າງທີ່ພວກເຂົາຮູ້ໃຫ້ຄົນຜູ້ນີ້ຟັງໂດຍບໍ່ປິດບັງ ແລະ ເຕັມໃຈທີ່ຈະເວົ້າກ່ຽວກັບທຸກເລື່ອງ, ແລ້ວສິ່ງນີ້ກໍຈະເຮັດໃຫ້ຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງຕົກຢູ່ໃນອັນຕະລາຍໄດ້ງ່າຍ. ສະນັ້ນ, ເຈົ້າຕ້ອງຈັບຕາເບິ່ງຄົນແບບນັ້ນຢ່າງໃກ້ຊິດ ໂດຍສັງເກດເບິ່ງວ່າລາວຕິດຕໍ່ກັບໃຜຢູ່ສະເໝີ, ລາວພະຍາຍາມເອົາຂໍ້ມູນຈາກໃຜຢູ່ສະເໝີ, ລາວລັກກວດເບິ່ງເບີໂທລະສັບຂອງອ້າຍເອື້ອຍນ້ອງ ຫຼື ກວດເບິ່ງບັນຊີໃນຄອມພິວເຕີຂອງອ້າຍເອື້ອຍນ້ອງ ຫຼື ຊອກຮູ້ຂໍ້ມູນພາຍໃນຂອງເຮືອນຂອງພຣະເຈົ້າລັບຫຼັງຜູ້ຄົນ ຫຼື ບໍ່. ເຈົ້າຕ້ອງຈັບຕາເບິ່ງລາວຢ່າງໃກ້ຊິດ ແລະ ເຈົ້າຕ້ອງບໍ່ປ່ອຍໃຫ້ລາວເຮັດສຳເລັດ. ເຈົ້າຍັງຈຳເປັນຕ້ອງບອກໃຫ້ອ້າຍເອື້ອຍນ້ອງລະວັງຕົວຈາກຄົນຜູ້ນີ້ອີກດ້ວຍ, ຖ້າລາວສອດຮູ້ສອດເຫັນຂໍ້ມູນຊ້ຳແລ້ວຊ້ຳອີກ ກໍຄວນຫຼີກລ່ຽງລາວ ແລະ ຕ້ອງເຕືອນລາວບໍ່ໃຫ້ລົບກວນຜູ້ຄົນ. ນອກຈາກນີ້ ເຈົ້າຍັງຈຳເປັນຕ້ອງເບິ່ງວ່າລາວກຳລັງເຜີຍແຜ່ຄຳສອນນອກຮີດ ແລະ ຄວາມຜິດພ້ຽນຫຍັງເພື່ອເຮັດໃຫ້ອ້າຍເອື້ອຍນ້ອງຫຼົງຜິດ, ຖ້າເຈົ້າຄົ້ນພົບບັນຫາເຫຼົ່ານີ້ ເຈົ້າກໍຄວນຈັດການ ແລະ ແກ້ໄຂມັນທັນທີ. ການປະຕິບັດແບບນີ້ຄືການປົກປ້ອງວຽກງານຂອງຄຣິສຕະຈັກ ແລະ ປົກປ້ອງອ້າຍເອື້ອຍນ້ອງ, ນີ້ຄືຄວາມຮັບຜິດຊອບຂອງຜູ້ນຳ ແລະ ຜູ້ເຮັດວຽກ ແລະ ມັນຍັງເປັນຄວາມຮັບຜິດຊອບຂອງປະຊາກອນທີ່ພຣະເຈົ້າເລືອກອີກດ້ວຍ. ຖ້າເຈົ້າຢືນເບິ່ງຊື່ໆ ແລະ ບໍ່ລົງມືເຮັດຫຍັງເລີຍ ໂດຍປ່ອຍໃຫ້ລາວໄປສອດຮູ້ສອດເຫັນຕາມໃຈມັກ, ມັນກໍເປັນໄປໄດ້ວ່າຄົນໂງ່ຈ້າບາງຄົນ ຫຼື ຜູ້ມາໃໝ່ທີ່ມີພື້ນຖານຄວາມເຊື່ອທີ່ຕື້ນເຂີນຈະບອກທຸກສິ່ງທຸກຢ່າງໃຫ້ລາວຟັງ. ຫຼັງຈາກນັ້ນ ຕຳຫຼວດໃນຈີນແຜ່ນດິນໃຫຍ່ອາດຈະເລີ່ມຈັບກຸມສະມາຊິກໃນຄອບຄົວ ແລະ ຍາດພີ່ນ້ອງຂອງພວກເຂົາທັນທີ ເຊິ່ງນຳບັນຫາມາສູ່ຄຣິສຕະຈັກບາງແຫ່ງ ແລະ ອ້າຍເອື້ອຍນ້ອງບາງຄົນ. ບໍ່ວ່າບັນຫາປະເພດໃດຈະເກີດຂຶ້ນກໍຕາມ ແລະ ບໍ່ວ່າໃນກໍລະນີໃດກໍຕາມ ຖ້າເຈົ້າໃນຖານະທີ່ເປັນຜູ້ນຳ ຫຼື ຜູ້ເຮັດວຽກຄົ້ນພົບຄົນທີ່ເປັນມານຮ້າຍ ແຕ່ບໍ່ໃຊ້ມາດຕະການທັນທີ ແລະ ບໍ່ດຳເນີນວຽກງານປ້ອງກັນຢ່າງເໝາະສົມ ແລ້ວສົ່ງຜົນໃຫ້ຄົນທີ່ໂງ່ຈ້າ ແລະ ເບົາປັນຍາບາງຄົນເປີດເຜີຍຫຼາຍສິ່ງຫຼາຍຢ່າງທີ່ບໍ່ຄວນເປີດເຜີຍ ແລະ ເຮັດໃຫ້ຂໍ້ມູນຂອງອ້າຍເອື້ອຍນ້ອງຮົ່ວໄຫຼ ເຊິ່ງນຳບັນຫາມາສູ່ວຽກງານຂອງຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງ, ແລ້ວນັ້ນກໍຄືການລະເລີຍຄວາມຮັບຜິດຊອບຂອງເຈົ້າ. ບອກເຮົາມາເບິ່ງ ການປະຕິບັດໜ້າທີ່ຂອງເຈົ້າໃນກໍລະນີນີ້ເປັນແນວໃດ? ເຈົ້າປະຕິບັດໄດ້ດີແລ້ວບໍ? (ບໍ່). ການທີ່ເຈົ້າບໍ່ປະຕິບັດໜ້າທີ່ຂອງເຈົ້າໃຫ້ດີນັ້ນ, ນີ້ແມ່ນເລື່ອງທີ່ເຈົ້າເຮັດໃຫ້ພຣະເຈົ້າຜິດຫວັງບໍ? (ແມ່ນແລ້ວ). ນີ້ຄືການເຮັດໃຫ້ພຣະເຈົ້າຜິດຫວັງ. ຖ້າພວກເຈົ້າເອງປອດໄພດີຢູ່ຕ່າງປະເທດ ແຕ່ຖືກນັກສືບຂອງພັກກອມມູນິດຈີນຫຼອກລວງຍ້ອນຄວາມໂງ່ຈ້າຂອງພວກເຈົ້າເອງ, ສິ່ງນີ້ກໍຈະນຳມາເຊິ່ງຜົນສະທ້ອນທີ່ເປັນອັນຕະລາຍ; ມັນຈະນຳໄພພິບັດມາສູ່ຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງໃນບ້ານເກີດຂອງພວກເຈົ້າຢູ່ໃນແຜ່ນດິນໃຫຍ່. ພວກເຈົ້າເຕັມໃຈທີ່ຈະເຫັນຜົນສະທ້ອນແບບນັ້ນບໍ? (ບໍ່). ຖ້າຄົນໃດຄົນໜຶ່ງມີສະຕິຮູ້ສຶກຜິດຊອບ ແລະ ຄວາມເປັນມະນຸດຢູ່ແດ່ ຄົນຜູ້ນັ້ນກໍບໍ່ຄວນເຕັມໃຈທີ່ຈະເຫັນເລື່ອງແບບນີ້ເກີດຂຶ້ນ; ບໍ່ວ່າປັດຈຸບັນຄົນຜູ້ນັ້ນຈະຢູ່ໃສກໍຕາມ ຄົນຜູ້ນັ້ນກໍບໍ່ປາຖະໜາທີ່ຈະເຫັນອ້າຍເອື້ອຍນ້ອງຄົນໃດໃນແຜ່ນດິນໃຫຍ່ຕ້ອງທົນທຸກກັບການຂົ່ມເຫັງ. ຖ້າຄົນໃດຄົນໜຶ່ງເວົ້າວ່າ “ເອົາລະ, ຕອນນີ້ຂ້ອຍປອດໄພຢູ່ຕ່າງປະເທດແລ້ວ, ໃຜຈະຖືກຈັບກຸມກໍຊ່າງຫົວມັນ! ມັນກ່ຽວຫຍັງກັບຂ້ອຍຖ້າຄົນໃດຄົນໜຶ່ງຕ້ອງທົນທຸກ? ຂ້ອຍບໍ່ສົນໃຈແມ່ນແຕ່ຄອບຄົວຂອງຂ້ອຍເອງ. ຂ້ອຍບໍ່ມີຄວາມຜູກພັນໃນຄອບຄົວ”, ຄົນແບບນີ້ມີຄວາມເປັນມະນຸດບໍ? (ບໍ່). ລາວບໍ່ມີຄວາມເປັນມະນຸດ, ຄົນເຮົາຕ້ອງບໍ່ຄິດແບບນັ້ນ. ຖ້າເຈົ້າອ້າງວ່າເຈົ້າມີສະຕິຮູ້ສຶກຜິດຊອບ ແລະ ຄວາມເປັນມະນຸດ, ແລ້ວຢ່າງໜ້ອຍທີ່ສຸດ ເຈົ້າກໍຕ້ອງບໍ່ນຳບັນຫາມາສູ່ຍາດພີ່ນ້ອງຂອງເຈົ້າ ແລະ ຄຣິສຕະຈັກໃນແຜ່ນດິນໃຫຍ່. ສະນັ້ນ, ເມື່ອເຈົ້າກຳລັງປະເຊີນໜ້າກັບມານຮ້າຍ ການມີແຕ່ຄວາມສາມາດໃນການແຍກແຍະພວກມັນນັ້ນຍັງບໍ່ພຽງພໍ, ເຈົ້າຍັງຕ້ອງຄິດຢ່າງຮອບດ້ານອີກດ້ວຍ. ເຈົ້າຕ້ອງຄິດຫາວິທີການກະທຳເພື່ອຮັບປະກັນວ່າເຈົ້າຈະບໍ່ເປີດໂປງຕົວເຈົ້າເອງ ໃນຂະນະດຽວກັນກໍຮັບປະກັນວ່າພໍ່ແມ່ ແລະ ຍາດພີ່ນ້ອງຂອງເຈົ້າ ພ້ອມທັງອ້າຍເອື້ອຍນ້ອງໃນແຜ່ນດິນໃຫຍ່ຈະບໍ່ໄດ້ຮັບອັນຕະລາຍ. ເຈົ້າຕ້ອງບັນລຸຄວາມຮັບຜິດຊອບຂອງເຈົ້າເພື່ອປົກປ້ອງວຽກງານຂອງຄຣິສຕະຈັກ ແລະ ເຝົ້າປະຕູເຮືອນຂອງພຣະເຈົ້າ. ນີ້ຄືຄວາມຮັບຜິດຊອບທີ່ຜູ້ຄົນຄວນບັນລຸ. ຖ້າເຈົ້າໄດ້ທຸ່ມເທຄວາມພະຍາຍາມຢ່າງສຸດຄວາມສາມາດແລ້ວ, ເຖິງແມ່ນວ່າຈະມີບາງສິ່ງບາງຢ່າງຜິດພາດເກີດຂຶ້ນຍ້ອນມີສິ່ງທີ່ເຈົ້າບໍ່ສາມາດເຮັດໄດ້ ຫຼື ຍ້ອນເຈົ້າບໍ່ສາມາດເບິ່ງທະລຸເລື່ອງບາງເລື່ອງໄດ້, ເຈົ້າກໍບໍ່ມີຄວາມຜິດ, ທຸກສິ່ງທຸກຢ່າງລ້ວນແຕ່ຢູ່ໃນພຣະຫັດຂອງພຣະເຈົ້າ. ແຕ່ຈາກມຸມມອງຂອງຜູ້ຄົນ ເຈົ້າຕ້ອງເຂົ້າໃຈຢ່າງຊັດເຈນກ່ຽວກັບຄວາມຮັບຜິດຊອບທີ່ຜູ້ຄົນຄວນບັນລຸ. ເຈົ້າຕ້ອງບໍ່ຫຼີກລ່ຽງມັນ ແລະ ເຈົ້າກໍບໍ່ສາມາດຄິດເຖິງແຕ່ຕົວເຈົ້າເອງໄດ້, ເຈົ້າຍັງຕ້ອງຄຳນຶງເຖິງອ້າຍເອື້ອຍນ້ອງທີ່ຢູ່ອ້ອມຂ້າງເຈົ້າ ແລະ ວຽກງານຂອງຄຣິສຕະຈັກອີກດ້ວຍ. ຕອນນີ້ເສັ້ນທາງແຫ່ງການປະຕິບັດນີ້ຊັດເຈນແລ້ວບໍ? (ຊັດເຈນແລ້ວ). ເຈົ້າເຫັນບໍ ຖ້າບໍ່ມີການໂອ້ລົມກ່ຽວກັບເລື່ອງເຫຼົ່ານີ້ ພວກເຈົ້າກໍຄົງຈະເບິ່ງຂ້າມສິ່ງທີ່ສຳຄັນທີ່ສຸດ ແລະ ຈຳເປັນທີ່ສຸດໄປ ແລະ ຍັງຄົງຮູ້ສຶກວ່າພວກເຈົ້າຮູ້ວິທີປະຕິບັດຕໍ່ມານຮ້າຍ ແລະ ຊາຕານ. ໃນຄວາມເປັນຈິງແລ້ວ ພວກເຈົ້າບໍ່ເຂົ້າໃຈຫຼັກການຂອງການປະຕິບັດ, ນີ້ຄືວຸດທິພາວະທີ່ແທ້ຈິງຂອງພວກເຈົ້າ.
ບໍ່ວ່າເຈົ້າຈະສາມາດຮັບຮູ້ເຖິງທັດສະນະຄະຕິຂອງມານຮ້າຍທີ່ມີຕໍ່ຄວາມຈິງ, ຕໍ່ສິ່ງທີ່ເປັນບວກ ແລະ ຕໍ່ພຣະເຈົ້າໄດ້ ຫຼື ບໍ່ກໍຕາມ, ບໍ່ວ່າໃນກໍລະນີໃດກໍຕາມ ແກ່ນແທ້ຂອງພວກມັນກໍຄືການກຽດຊັງຄວາມຈິງ, ການກຽດຊັງສິ່ງທີ່ເປັນບວກ ແລະ ການກຽດຊັງພຣະເຈົ້າ. ນີ້ຄືຄວາມແປກປະຫຼາດ. ບໍ່ວ່າຈະເປັນຈາກຄຳເວົ້າທີ່ພວກມັນເປີດເຜີຍອອກມາ ຫຼື ຈາກຄວາມຄິດ ແລະ ມຸມມອງໃນໃຈຂອງພວກມັນ ກໍສາມາດເຫັນເຖິງທັດສະນະຄະຕິຂອງພວກມັນທີ່ມີຕໍ່ຄວາມຈິງ, ຕໍ່ສິ່ງທີ່ເປັນບວກ ແລະ ຕໍ່ພຣະເຈົ້າໄດ້. ເມື່ອຕັດສິນຈາກທັດສະນະຄະຕິນີ້ ກໍສາມາດເວົ້າໄດ້ຢ່າງໝັ້ນໃຈວ່າ ມານຮ້າຍບໍ່ຍອມຮັບຄວາມຈິງເດັດຂາດ, ບໍ່ຍອມຮັບສິ່ງທີ່ເປັນບວກເດັດຂາດ ແລະ ແນ່ນອນວ່າ ບໍ່ນະມັດສະການພຣະເຈົ້າເດັດຂາດ. ດັ່ງນັ້ນ ພວກມັນຈຶ່ງບໍ່ຍອມຮັບຄຳແນະນຳ, ຄຳເວົ້າ ຫຼື ການເຕືອນສະຕິທີ່ຖືກຕ້ອງຈາກຜູ້ຄົນເລີຍ. ສ່ວນຫຼັກການຄວາມຈິງຈາກພຣະເຈົ້າ, ຄຳຕັກເຕືອນຂອງພຣະເຈົ້າ, ຂໍ້ກຳນົດຂອງພຣະເຈົ້າ ແລະ ຄຳສອນຂອງພຣະເຈົ້າທີ່ມີຕໍ່ຜູ້ຄົນນັ້ນ ພວກມັນຍິ່ງປະຕິເສດສິ່ງເຫຼົ່ານີ້ທັງໝົດ ແລະ ບໍ່ເຄີຍຍອມຮັບສິ່ງເຫຼົ່ານັ້ນເລີຍ. ແຕ່ໃນໃຈຂອງພວກມັນ ພວກມັນກຳລັງວາງແຜນຮ້າຍໃສ່ສິ່ງໃດກໍຕາມທີ່ພວກມັນມັກ ແລະ ສິ່ງໃດກໍຕາມທີ່ເປັນປະໂຫຍດຕໍ່ຕົວພວກມັນເອງ. ພວກມັນວາງແຜນຮ້າຍໃສ່ສະຖານະຂອງພວກມັນ, ຊື່ສຽງຂອງພວກມັນ, ໜ້າຕາຂອງພວກມັນ ແລະ ຈຸດໝາຍປາຍທາງຂອງພວກມັນ; ພວກມັນວາງແຜນຮ້າຍໃສ່ຜົນປະໂຫຍດໃດກໍຕາມທີ່ພວກມັນຕ້ອງການເພີດເພີນ, ຕ້ອງການໄດ້ຮັບ ແລະ ຕ້ອງການຄອບຄອງໃນຊີວິດຈິງຂອງພວກມັນ. ນີ້ຄືໂລກພາຍໃນຂອງພວກມັນ ແລະ ມັນກໍພຽງພໍທີ່ຈະສະແດງໃຫ້ເຫັນວ່າແກ່ນແທ້ທຳມະຊາດຂອງພວກມັນນັ້ນຊົ່ວຊ້າ. ແກ່ນແທ້ທຳມະຊາດທີ່ແປກປະຫຼາດນີ້ຈະບໍ່ມີວັນປ່ຽນແປງ. ຕັ້ງແຕ່ຕົ້ນຈົນຈົບ ທຸກສິ່ງທຸກຢ່າງທີ່ພວກມັນເຮັດ ພ້ອມທັງຄວາມຄິດ ແລະ ມຸມມອງທັງໝົດຂອງພວກມັນ ລ້ວນແຕ່ບໍ່ມີຄວາມກ່ຽວຂ້ອງກັບຄວາມເປັນຈິງຄວາມຈິງເລີຍ ແລະ ບໍ່ມີຫຍັງກ່ຽວຂ້ອງກັບຄຳສອນຂອງພຣະເຈົ້າ ຫຼື ເສັ້ນທາງທີ່ຖືກຕ້ອງຂອງຊີວິດມະນຸດເລີຍ; ສິ່ງເຫຼົ່ານັ້ນລ້ວນແຕ່ເປັນສິ່ງທີ່ເປັນລົບທີ່ຊົ່ວຊ້າ. ບໍ່ວ່າເຈົ້າຈະໂອ້ລົມກ່ຽວກັບຄວາມຈິງໃຫ້ຄົນທີ່ມີແກ່ນແທ້ທີ່ຊົ່ວຊ້າຟັງແນວໃດກໍຕາມ ແລະ ບໍ່ວ່າເຈົ້າຈະພະຍາຍາມຊ່ວຍເຫຼືອພວກເຂົາດ້ວຍຄວາມຮັກແນວໃດກໍຕາມ, ເຈົ້າກໍບໍ່ສາມາດເຮັດໃຫ້ພວກເຂົາປ່ຽນໃຈໄດ້, ເຈົ້າບໍ່ສາມາດປ່ຽນແປງຄວາມຄິດ ແລະ ມຸມມອງຂອງພວກເຂົາໄດ້ ແລະ ເຈົ້າກໍບໍ່ສາມາດປ່ຽນແປງວິຖີຊີວິດຂອງພວກເຂົາໄດ້ ເຊິ່ງທຸກສິ່ງທຸກຢ່າງທີ່ພວກເຂົາຄິດໃນແຕ່ລະມື້ລ້ວນແຕ່ເປັນຄວາມຊົ່ວຮ້າຍ. ແນ່ນອນວ່າ ເຈົ້າຍັງບໍ່ສາມາດປ່ຽນແປງເປົ້າໝາຍທີ່ພວກເຂົາໄລ່ຕາມໄດ້ອີກດ້ວຍ ທັງບໍ່ສາມາດປ່ຽນແປງລັກສະນະ ແລະ ທິດທາງທີ່ພວກເຂົາວາງແຜນໃນແຕ່ລະເລື່ອງໄດ້. ຄົນເຫຼົ່ານີ້ທີ່ເປັນມານຮ້າຍຍັງຄົງຄືເກົ່າຕັ້ງແຕ່ຕົ້ນຈົນຈົບ. ແກ່ນແທ້ທີ່ຊົ່ວຊ້າຂອງພວກມັນຈະບໍ່ປ່ຽນແປງ. ເຖິງແມ່ນວ່າພວກມັນຈະປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າມາໂດຍຕະຫຼອດ ໂດຍບໍ່ປະຖິ້ມພຣະນາມຂອງພຣະເຈົ້າ ຫຼື ອອກຈາກເສັ້ນທາງທີ່ແທ້ຈິງກໍຕາມ, ເນື່ອງຈາກພວກມັນບໍ່ຍອມຮັບຄວາມຈິງ ແລະ ທຸກສິ່ງທຸກຢ່າງທີ່ພວກມັນຄິດ ແລະ ໄຕ່ຕອງລ້ວນແຕ່ກ່ຽວຂ້ອງກັບສິ່ງທີ່ເປັນລົບ ແລະ ສິ່ງທີ່ຊົ່ວຊ້າ, ອຸປະນິໄສທີ່ເສື່ອມຊາມຂອງພວກມັນຈຶ່ງບໍ່ມີທາງທີ່ຈະປະຖິ້ມໄດ້ ແລະ ຄວາມເປັນມະນຸດຂອງພວກມັນກໍຍັງບໍ່ມີທາງທີ່ຈະໄດ້ຮັບການປ່ຽນແປງອີກດ້ວຍ. ແນ່ນອນວ່າ ມີສິ່ງໜຶ່ງທີ່ແນ່ນອນຄື: ຄົນເຫຼົ່ານີ້ບໍ່ມີທາງທີ່ຈະໄດ້ຮັບຄວາມລອດພົ້ນໄດ້. ສ່ວນຈຸດໝາຍປາຍທາງຂອງພວກເຂົາແມ່ນຫຍັງນັ້ນ ມັນກໍຊັດເຈນຢູ່ແລ້ວ. ຈຸດໝາຍປາຍທາງຂອງພວກເຂົາແມ່ນຫຍັງນັ້ນ ບໍ່ແມ່ນສິ່ງທີ່ພວກເຮົາກຳລັງໂອ້ລົມກັນຢູ່ທີ່ນີ້. ສິ່ງທີ່ພວກເຮົາກຳລັງສຸມໃສ່ກໍຄືການແຍກແຍະ ແລະ ການໄຈ້ແຍກແກ່ນແທ້ທຳມະຊາດຂອງພວກເຂົາ.
ການສະແດງອອກທຳອິດຂອງແກ່ນແທ້ທຳມະຊາດທີ່ແປກປະຫຼາດຂອງຄົນທີ່ກັບຊາດມາເກີດຈາກມານຮ້າຍ ເຊິ່ງກໍຄື “ຄວາມຄົດໂກງ” ໄດ້ຖືກໂອ້ລົມຢ່າງຄົບຖ້ວນແລ້ວໃນຕອນນີ້. ສິ່ງທີ່ພວກເຮົາໂອ້ລົມກັນເປັນຫຼັກກໍຄືທັດສະນະຄະຕິ ແລະ ການສະແດງອອກຕ່າງໆຂອງພວກເຂົາໃນການປະຕິບັດຕໍ່ສິ່ງທີ່ເປັນບວກ ພ້ອມທັງຄວາມຄິດ ແລະ ມຸມມອງຕ່າງໆທີ່ພວກເຂົາມີ ແລະ ຍຶດຖືໄວ້ໃນໃຈຂອງພວກເຂົາ. ບໍ່ວ່າຈະເປັນການເປີດເຜີຍ ແລະ ການສະແດງອອກທີ່ເປັນຮູບປະທຳຂອງພວກເຂົາ ຫຼື ສິ່ງທີ່ເຊື່ອງຊ້ອນຢູ່ໃນສ່ວນເລິກໃນໃຈຂອງພວກເຂົາທີ່ພວກເຂົາບໍ່ກ້າເປີດເຜີຍອອກມາ, ທັງໝົດນີ້ລ້ວນແຕ່ພິສູດໃຫ້ເຫັນວ່າພວກເຂົາບໍ່ແມ່ນມະນຸດທີ່ເສື່ອມຊາມທຳມະດາ. ພວກເຂົາບໍ່ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງມະນຸດທີ່ເສື່ອມຊາມທຳມະດາ. ຍັງສາມາດເວົ້າໄດ້ອີກວ່າ ຄົນເຫຼົ່ານີ້ບໍ່ມີຄວາມເປັນມະນຸດຂອງມະນຸດທີ່ເສື່ອມຊາມທຳມະດາ. ເວົ້າງ່າຍໆກໍຄື ຄົນເຫຼົ່ານີ້ບໍ່ມີຄວາມເປັນມະນຸດ. ບໍ່ວ່າຄວາມຄິດ ແລະ ມຸມມອງຂອງພວກເຂົາຈະຊົ່ວຊ້າສໍ່າໃດກໍຕາມ ແລະ ບໍ່ວ່າຄຳເວົ້າ, ການກະທຳ, ພຶດຕິກຳ ແລະ ທ່າທາງຂອງພວກເຂົາຈະຊົ່ວຊ້າ ແລະ ບໍ່ເຂົ້າກັບຄວາມເປັນມະນຸດສໍ່າໃດກໍຕາມ, ພວກເຂົາກໍບໍ່ມີຄວາມຮູ້ສຶກຕົວເລີຍແມ່ນແຕ່ໜ້ອຍດຽວ. ພວກເຂົາບໍ່ເຄີຍກຳນົດລັກສະນະແກ່ນແທ້ທຳມະຊາດຂອງພວກເຂົາເອງວ່າຊົ່ວຊ້າ, ຂັດແຍ້ງ ຫຼື ເປັນປໍລະປັກຕໍ່ຄວາມຈິງເລີຍ. ບໍ່ວ່າເຈົ້າຈະໂອ້ລົມກັບພວກເຂົາແນວໃດກໍຕາມ ພວກເຂົາກໍຍັງຄົງດຳລົງຊີວິດຢູ່ພາຍໃນຂອບເຂດອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ເມື່ອຄົນເຫຼົ່ານີ້ຄົບຫາກັນເອງ ພວກເຂົາກໍເຂົ້າກັນໄດ້ດີເປັນພິເສດ ແລະ ມີຄວາມຄິດທີ່ຕ່ຳຊ້າຄືກັນເປັນພິເສດ. ແຕ່ໃນໃຈຂອງພວກເຂົາ ພວກເຂົາລັງກຽດ ແລະ ກຽດຊັງຜູ້ທີ່ເຂົ້າໃຈຄວາມຈິງ ແລະ ໄລ່ຕາມເສາະຫາຄວາມຈິງທີ່ສຸດ.
B. ການເພີດເພີນໃນຕັນຫາທາງເພດຂອງເນື້ອໜັງ
ໃນການໂອ້ລົມຄັ້ງທີ່ແລ້ວກ່ຽວກັບແກ່ນແທ້ທຳມະຊາດທີ່ແປກປະຫຼາດຂອງຄົນທີ່ກັບຊາດມາເກີດຈາກມານຮ້າຍ, ພວກເຮົາໄດ້ກ່າວເຖິງ “ຄວາມມັກມາກໃນກາມ” ແລະ “ການຍົວະຍວນທາງເພດ” ຂອງພວກເຂົາ ເຊິ່ງເປັນການສະແດງອອກສອງຢ່າງຂອງຕັນຫາທາງເພດຂອງເນື້ອໜັງ. ນອກເໜືອຈາກສອງຢ່າງນີ້ແລ້ວ ມັນຍັງມີອີກດ້ານໜຶ່ງທີ່ກ່ຽວຂ້ອງກັບ “ຄວາມມັກມາກໃນກາມ” ແລະ “ການຍົວະຍວນທາງເພດ” ເຊິ່ງເປັນພຶດຕິກຳພາຍນອກ ຫຼື ການໃຊ້ຊີວິດຕາມຄວາມເປັນມະນຸດປະເພດໜຶ່ງ ນັ້ນກໍຄື “ຄວາມສຳສ່ອນ”. ໂດຍປົກກະຕິແລ້ວ “ຄວາມມັກມາກໃນກາມ” ແລະ “ຄວາມສຳສ່ອນ” ມັກຈະມາຄູ່ກັນ. ພວກເຈົ້າຮູ້ບໍວ່າ “ຄວາມສຳສ່ອນ” ໝາຍຄວາມວ່າແນວໃດ? (ພຶດຕິກຳ ແລະ ການປະພຶດທີ່ປ່ອຍຕົວ ແລະ ບໍ່ມີການຢັບຢັ້ງ ແລະ ການຈີບຄົນອື່ນແບບບໍ່ຈິງຈັງ). “ຄວາມສຳສ່ອນ” ໝາຍເຖິງການເພີດເພີນ, ມັນໝາຍເຖິງການປ່ອຍຕົວ ແລະ ບໍ່ມີການຢັບຢັ້ງ. ສາມດ້ານນີ້ຄວນຈະພຽງພໍແລ້ວທີ່ຈະໄຈ້ແຍກການສະແດງອອກທີ່ຊົ່ວຊ້າຂອງຄົນປະເພດນີ້ກ່ຽວກັບຕັນຫາທາງເພດຂອງເນື້ອໜັງ. ຜູ້ໃຫຍ່ຄວນຈະສາມາດເຂົ້າໃຈການສະແດງອອກຂອງຄວາມມັກມາກໃນກາມ, ການຍົວະຍວນທາງເພດ ແລະ ຄວາມສຳສ່ອນໄດ້. ສິ່ງນີ້ບໍ່ແມ່ນນາມມະທຳ ເພາະເລື່ອງແບບນີ້ ແລະ ຄົນແບບນີ້ມັກຈະພົບເຫັນ ແລະ ໄດ້ຍິນເລື້ອຍໆໃນຊີວິດປະຈຳວັນ. ແລ້ວການສະແດງອອກຫຼັກຂອງຄົນແບບນີ້ແມ່ນຫຍັງ? ເມື່ອເວົ້າເຖິງຄວາມສຳພັນລະຫວ່າງຍິງຊາຍ ພວກເຂົາບໍ່ມີການຢັບຢັ້ງ, ບໍ່ມີຂອບເຂດ ແລະ ບໍ່ມີຄວາມຮູ້ສຶກລະອາຍໃຈ. ພວກເຂົາເພີດເພີນເປັນພິເສດເມື່ອເວົ້າເຖິງຕັນຫາທາງເພດຂອງພວກເຂົາ ໂດຍບໍ່ຄວບຄຸມມັນ ແລະ ບໍ່ມີການຢັບຢັ້ງເລີຍ. ໃນເວລາດຽວກັນ ພວກເຂົາກໍບໍ່ຮູ້ສຶກລະອາຍໃຈແມ່ນແຕ່ໜ້ອຍດຽວກ່ຽວກັບການເພີດເພີນໃນຕັນຫາທາງເພດຂອງພວກເຂົາ. ບໍ່ວ່າພວກເຂົາຈະອາຍຸຈັກປີ, ເປັນເພດໃດ ຫຼື ມີສະຖານະພາບການແຕ່ງງານແນວໃດກໍຕາມ ພວກເຂົາກໍສົນໃຈເພດກົງກັນຂ້າມເປັນພິເສດ ແລະ ໃຫ້ຄວາມສົນໃຈຄົນເຫຼົ່ານັ້ນເປັນພິເສດ. ເມື່ອໃດກໍຕາມທີ່ພວກເຂົາປະເຊີນກັບກຸ່ມຄົນ ພວກເຂົາກໍຈະໃຫ້ຄວາມສົນໃຈກັບສະມາຊິກທີ່ເປັນເພດກົງກັນຂ້າມທີ່ພວກເຂົາສົນໃຈ. ຄວາມສົນໃຈນີ້ບໍ່ແມ່ນພຽງແຕ່ການຫຼຽວເບິ່ງຄົນເຫຼົ່ານັ້ນຫຼາຍກວ່າປົກກະຕິ, ການລົມກັບຄົນເຫຼົ່ານັ້ນ ຫຼື ການຄົບຫາກັບຄົນເຫຼົ່ານັ້ນຕາມປົກກະຕິເທົ່ານັ້ນ ແຕ່ພວກເຂົາຍັງໝົກໝົ້ນຢູ່ກັບຕັນຫາທາງເພດລະຫວ່າງຍິງຊາຍ ແລະ ເຂົ້າສູ່ຄວາມສຳພັນແບບຮັກໄຄ່ອີກດ້ວຍ. ເມື່ອເວົ້າເຖິງຄົນທີ່ພວກເຂົາມັກ ບໍ່ວ່າຄົນຜູ້ນັ້ນຈະອາຍຸຈັກປີ ແລະ ບໍ່ວ່າອີກຝ່າຍຈະຍິນຍອມ ຫຼື ບໍ່ກໍຕາມ ຕາບໃດທີ່ພວກເຂົາມັກຄົນຜູ້ນີ້ ພວກເຂົາກໍຈະເປັນຝ່າຍເລີ່ມຈີບຄົນຜູ້ນີ້ກ່ອນ ຈົນເຖິງຂັ້ນສະແດງການກະທຳ ຫຼື ພຶດຕິກຳທີ່ຜິດປົກກະຕິບາງຢ່າງອອກມາເພື່ອດຶງດູດຄວາມສົນໃຈຂອງອີກຝ່າຍ. ຕົວຢ່າງ: ພວກເຂົາຈະເຮັດອາຫານແຊບໆໃຫ້ອີກຝ່າຍກິນເປັນບາງຄັ້ງຄາວ; ໃນມື້ພັກ ພວກເຂົາກໍຈະມອບຂອງຂວັນໃຫ້ອີກຝ່າຍ; ບໍ່ວ່າຈະມີເຫດຜົນ ຫຼື ບໍ່ກໍຕາມ ພວກເຂົາກໍຈະສົ່ງຂໍ້ຄວາມຫາອີກຝ່າຍ ໂດຍຖາມໃນຕອນເຊົ້າວ່າ “ເຈົ້າຕື່ນແລ້ວບໍ?” ແລະ ຖາມໃນຕອນກາງຄືນວ່າ “ເຈົ້າອາບນ້ຳແລ້ວບໍ?” ແລ້ວອີກສອງສາມມື້ຕໍ່ມາ ພວກເຂົາກໍຈະເວົ້າວ່າ: “ຊ່ວງນີ້ອາກາດໜາວ, ຢ່າລືມນຸ່ງເຄື່ອງໜາໆ ແລະ ຢ່າປ່ອຍໃຫ້ຕົນເອງໜາວເດີ. ຖ້າເຈົ້າຕ້ອງການຫຍັງ ເຈົ້າສາມາດຂໍໃຫ້ຂ້ອຍຊ່ວຍໄດ້ເດີ!” ພວກເຂົາມັກຈະສະແດງຄວາມເປັນຫ່ວງຢູ່ເລື້ອຍໆ ໂດຍໃຊ້ມັນເປັນຂໍ້ອ້າງເພື່ອລົບກວນອີກຝ່າຍ. ຄົນປະເພດນີ້ບໍ່ເຄີຍຈີບຄົນພຽງຄົນດຽວ ຫຼື ສອງຄົນ ຫຼື ສອງ ຫຼື ສາມຄົນເທົ່ານັ້ນ, ພວກເຂົາຈີບທຸກຄົນທີ່ພວກເຂົາມັກ. ພວກເຂົາມັກທຸກຄົນທີ່ພວກເຂົາເຫັນ; ທັນທີທີ່ພວກເຂົາພົບຄົນທີ່ໜ້າດຶງດູດ ຫຼື ມີຄວາມຮູ້ສຶກດີໆຕໍ່ຄົນຜູ້ນັ້ນ ພວກເຂົາກໍຈະມີຄວາມຄິດທີ່ເຕັມໄປດ້ວຍຕັນຫາທັນທີ ແລະ ພະຍາຍາມລໍ້ລວງຄົນຜູ້ນັ້ນ. ບໍ່ວ່າພວກເຂົາຈະຢູ່ໃນກຸ່ມໃດ ຫຼື ຢູ່ໃນສະພາບແວດລ້ອມໃດກໍຕາມ ພວກເຂົາກໍບໍ່ເຄີຍລືມເລື່ອງນີ້. ບໍ່ວ່າພວກເຂົາຈະໄປໃສ ພວກເຂົາກໍມັກຈະຕັ້ງເປົ້າໝາຍໃສ່ໝູ່ເພື່ອນ ຫຼື ຄົນສະໜິດທີ່ເປັນເພດກົງກັນຂ້າມສາມ ຫຼື ຫ້າຄົນ ຫຼື ປະມານສິບປາຍຄົນທີ່ພວກເຂົາມັກຢູ່ສະເໝີ. ຖ້າພວກເຂົາສາມາດສຳຜັດຮ່າງກາຍໄດ້ ພວກເຂົາກໍຖືວ່າສິ່ງນີ້ບັນລຸເປົ້າໝາຍໃນການເຂົ້າສູ່ຄວາມສຳພັນແບບຮັກໄຄ່ແລ້ວ. ແລ້ວຖ້າມັນຍັງບໍ່ທັນໄປເຖິງຂັ້ນຄວາມສຳພັນແບບຮັກໄຄ່ ຂໍພຽງແຕ່ໄດ້ຈີບຄົນອື່ນແບບນີ້ກໍເຮັດໃຫ້ພວກເຂົາຮູ້ສຶກດີຫຼາຍແລ້ວ, ຊີວິດແຕ່ລະມື້ຂອງພວກເຂົາຮູ້ສຶກຫວານຊື່ນ ແລະ ໜ້າພໍໃຈ. ຖ້າສະພາບແວດລ້ອມບໍ່ເອື້ອອຳນວຍ ແລະ ພວກເຂົາບໍ່ສາມາດຈີບເພດກົງກັນຂ້າມໄດ້ ພວກເຂົາກໍຈະຮູ້ສຶກອາລົມເສຍ. ຖ້າມີຄົນເຕືອນພວກເຂົາວ່າພຶດຕິກຳດັ່ງກ່າວບໍ່ເໝາະສົມ ພວກເຂົາກໍຈະເກັບຄວາມຄຽດແຄ້ນໄວ້ໃນໃຈ. ຖ້າມີຄົນຈຳກັດພວກເຂົາບໍ່ໃຫ້ຈີບຄົນອື່ນຊະຊາຍ ພວກເຂົາກໍຈະຕໍ່ຕ້ານ ແລະ ຄັດຄ້ານຢູ່ໃນໃຈຂອງພວກເຂົາ ແລະ ເຖິງກັບຄິດວ່າ: “ນີ້ຄືສິດຂອງຂ້ອຍ, ເຈົ້າມີຄຸນສົມບັດຫຍັງມາຈຳກັດຂ້ອຍ? ສິ່ງທີ່ຂ້ອຍກຳລັງເຮັດຄືເສລີພາບຂອງຂ້ອຍ! ຂ້ອຍບໍ່ໄດ້ລະເມີດກົດໝາຍ ຫຼື ກໍ່ອາຊະຍາກຳ, ແລ້ວເຈົ້າເປັນໃຜຈຶ່ງພະຍາຍາມມາຄວບຄຸມຂ້ອຍ?” ບໍ່ວ່າສະພາບແວດລ້ອມຈະເປັນແນວໃດກໍຕາມ ຄົນປະເພດນີ້ມັກຈະຮູ້ສຶກເຖິງຄວາມຈຳເປັນທີ່ຈະຕ້ອງຊອກຫາຄວາມບັນເທີງບາງຢ່າງເພື່ອໃຫ້ຕົນເອງມີອັນເຮັດຢູ່ສະເໝີ, ພວກເຂົາມັກຈະຮູ້ສຶກເຖິງຄວາມຈຳເປັນທີ່ຈະຕ້ອງຊອກຫາໝູ່ເພື່ອນ ຫຼື ຄູ່ນອນທີ່ເປັນເພດກົງກັນຂ້າມສອງສາມຄົນເພື່ອຂ້າເວລາ, ເພື່ອເຕີມເຕັມຊີວິດຂອງພວກເຂົາ ແລະ ເຮັດໃຫ້ຊີວິດຂອງພວກເຂົາມີຄວາມສຸກຫຼາຍຂຶ້ນ. ຖ້າບໍ່ດັ່ງນັ້ນ ພວກເຂົາກໍຈະຮູ້ສຶກວ່າຊີວິດຂອງພວກເຂົາວ່າງເປົ່າ, ໜ້າເບື່ອ ແລະ ຂາດຄວາມໜ້າສົນໃຈ. ເມື່ອບາງຄົນຖືກຕັນຫາກະຕຸ້ນຈົນທົນບໍ່ໄຫວ ພວກເຂົາກໍອົດບໍ່ໄດ້ທີ່ຈະເຂົ້າອິນເຕີເນັດເພື່ອເບິ່ງສື່ລາມົກອານາຈານ ແລ້ວຈົມຢູ່ກັບຕັນຫາທາງເພດຂອງເນື້ອໜັງຂອງພວກເຂົາ ໂດຍປ່ອຍຕົວ ແລະ ບໍ່ມີການຢັບຢັ້ງ ແລະ ຕາບໃດທີ່ເງື່ອນໄຂເອື້ອອຳນວຍ ພວກເຂົາກໍສາມາດເຮັດໄດ້ທຸກຢ່າງ. ຄົນທີ່ກັບຊາດມາເກີດຈາກມານຮ້າຍ ບໍ່ວ່າຈະເປັນໂອກາດ ຫຼື ສະພາບແວດລ້ອມໃດກໍຕາມ, ບໍ່ວ່າຊີວິດຂອງພວກເຂົາຈະຍາກລຳບາກສໍ່າໃດກໍຕາມ, ບໍ່ວ່າພວກເຂົາຈະມີວຽກຫຼາຍສໍ່າໃດກໍຕາມ ແລະ ບໍ່ວ່າສະພາບແວດລ້ອມຈະເອື້ອອຳນວຍ ຫຼື ບໍ່ກໍຕາມ, ພວກເຂົາມັກຈະຕ້ອງເພີດເພີນໃນຕັນຫາທາງເພດຢູ່ສະເໝີ ແລະ ສະແຫວງຫາໂອກາດທີ່ຈະຕິດຕໍ່ ແລະ ຈີບເພດກົງກັນຂ້າມ ເພື່ອຕອບສະໜອງຕັນຫາທາງເພດຂອງພວກເຂົາຢ່າງເຕັມທີ່. ຖ້າຕັນຫາທາງເພດຂອງເນື້ອໜັງຂອງພວກເຂົາບໍ່ສາມາດຕອບສະໜອງໄດ້ ແລ້ວຂໍພຽງແຕ່ໄດ້ຕອບສະໜອງຄວາມປາຖະໜາທາງຈິດໃຈຂອງພວກເຂົາກໍພຽງພໍແລ້ວ. ນີ້ຄືສິ່ງທີ່ເອີ້ນວ່າຄວາມແປກປະຫຼາດ, ພວກເຂົາແປກປະຫຼາດຫຼາຍ. ບາງຄົນກໍມີອາຍຸຫຼາຍແລ້ວ ໂດຍມີລູກທີ່ແຕ່ງງານ ແລະ ມີຄອບຄົວເປັນຂອງຕົນເອງແລ້ວ ແຕ່ພວກເຂົາກໍຍັງເພີດເພີນ ແລະ ບໍ່ມີການຢັບຢັ້ງໃນຕັນຫາທາງເພດຂອງພວກເຂົາຢ່າງສຸດຂີດ ໂດຍປາສະຈາກຄວາມຮູ້ສຶກລະອາຍໃຈຢ່າງສິ້ນເຊີງ. ເມື່ອພວກເຂົາເຫັນສະມາຊິກທີ່ເປັນເພດກົງກັນຂ້າມທີ່ພວກເຂົາມັກ ພວກເຂົາກໍຈະຄິດຫາທຸກວິທີທາງເພື່ອສ້າງໂອກາດທີ່ຈະໄດ້ຢູ່ຕາມລຳພັງກັບຄົນຜູ້ນັ້ນ ຈາກນັ້ນກໍຈັບມື, ກອດ ຫຼື ສຳຜັດຕົວອີກຝ່າຍ ແລ້ວເວົ້າຈາຢອກໄຍ ແລະ ເວົ້າຈາແທະໂລມ ຫຼື ເວົ້າບາງສິ່ງບາງຢ່າງທີ່ເປັນການຍົວະຍວນ. ໃນການເຮັດເຊັ່ນນັ້ນ ໃນທີ່ສຸດພວກເຂົາກໍຄ່ອຍໆກໍ່ໃຫ້ເກີດການລົບກວນຕໍ່ເພດກົງກັນຂ້າມບາງຄົນ. ນີ້ຄືການມັກມາກໃນກາມ. ຄົນປະເພດນີ້ມັກມາກໃນກາມໃນລະດັບໃດ? ເມື່ອພວກເຂົາເຫັນຄົນທີ່ເປັນເພດກົງກັນຂ້າມທີ່ໜ້າດຶງດູດ ຫຼື ມີຮູບຮ່າງດີ ພວກເຂົາກໍຈະເລີ່ມມີຄວາມຄິດທີ່ເຕັມໄປດ້ວຍຕັນຫາ. ຂໍພຽງແຕ່ໄດ້ຍິນຄົນທີ່ເປັນເພດກົງກັນຂ້າມເວົ້າດ້ວຍນ້ຳສຽງທີ່ອ່ອນຫວານ, ມີສະເໜ່ ແລະ ຂ້ອນຂ້າງມ່ວນຫູ ກໍສາມາດກະຕຸ້ນຄວາມຄິດທີ່ເຕັມໄປດ້ວຍຕັນຫາໃນຕົວພວກເຂົາໄດ້ແລ້ວ. ເມື່ອຄວາມຄິດທີ່ເຕັມໄປດ້ວຍຕັນຫາເຫຼົ່ານີ້ຖືກກະຕຸ້ນຂຶ້ນມາແລ້ວ ມັນບໍ່ແມ່ນພຽງແຕ່ວ່າພວກເຂົາຄິດກ່ຽວກັບເລື່ອງເຫຼົ່ານີ້ເປັນບາງຄັ້ງຄາວເທົ່ານັ້ນ ແຕ່ພວກເຂົາຄິດກ່ຽວກັບເລື່ອງເຫຼົ່ານີ້ເລື້ອຍໆ. ພວກເຂົາຄິດກ່ຽວກັບເລື່ອງເຫຼົ່ານີ້ໃນຂະນະທີ່ກິນເຂົ້າ, ໃນຂະນະທີ່ເຮັດວຽກ ແລະ ແມ່ນແຕ່ໃນຂະນະທີ່ຝັນ, ຈິດໃຈຂອງພວກເຂົາເຕັມໄປດ້ວຍຄວາມຄິດທີ່ເຕັມໄປດ້ວຍຕັນຫາເຫຼົ່ານີ້ທຸກມື້. ຍ້ອນພວກເຂົາມີຄວາມມັກມາກໃນກາມ ເຊິ່ງເປັນແກ່ນແທ້ທີ່ຊົ່ວຊ້າປະເພດໜຶ່ງ ພວກເຂົາຈຶ່ງເພີດເພີນໃນຕັນຫາທາງເພດຂອງເນື້ອໜັງຂອງພວກເຂົາໂດຍບໍ່ມີການຢັບຢັ້ງເລີຍ. ແມ່ນແຕ່ເມື່ອພວກເຂົາເຫັນຄົນທີ່ມາຈາກຄອບຄົວທີ່ດີ ເຊິ່ງມີຄວາມຮັ່ງມີ ແລະ ສະຖານະເຊັ່ນ: ຍິງສາວທີ່ຮັ່ງມີ ຫຼື ພັນລະຍາທີ່ຮັ່ງມີ ຫຼື ຜູ້ຊາຍທີ່ສູງ, ຮັ່ງມີ ແລະ ຫຼໍ່ເຫຼົາ ຫຼື ນັກທຸລະກິດທີ່ຮັ່ງມີ ພວກເຂົາກໍເລີ່ມມີຄວາມຄິດທີ່ເຕັມໄປດ້ວຍຕັນຫາ. ຈົ່ງເບິ່ງວ່າຄົນແບບນີ້ມັກມາກໃນກາມຮ້າຍແຮງສໍ່າໃດ! ແລ້ວມັນຍັງມີກໍລະນີທີ່ຮ້າຍແຮງກວ່ານັ້ນອີກ. ໃນຄຣິສຕະຈັກ ມີອ້າຍນ້ອງຄົນໜຶ່ງທີ່ຮ້ອງເພງມ່ວນ. ລາວບໍ່ແມ່ນນັກຮ້ອງ “ລະດັບດາວເດັ່ນ” ປະເພດໃດເລີຍ, ລາວພຽງແຕ່ມີນ້ຳສຽງທີ່ຂ້ອນຂ້າງມ່ວນຫູເທົ່ານັ້ນ. ໄດ້ຍິນມາວ່າ ຫຼັງຈາກທີ່ແມ່ຍິງບາງຄົນໄດ້ຍິນສຽງຮ້ອງເພງຂອງລາວ ແມ່ຍິງເຫຼົ່ານັ້ນກໍມີຄວາມຮູ້ສຶກດີໆຕໍ່ລາວ ແລະ ຢາກແຕ່ງງານກັບລາວ. ແມ່ຍິງເຫຼົ່ານັ້ນບໍ່ເຄີຍເຫັນແມ່ນແຕ່ຮູບຮ່າງໜ້າຕາຂອງອ້າຍນ້ອງຄົນນີ້. ພວກເຂົາບໍ່ຮູ້ວ່າລາວອາຍຸຈັກປີ, ລາວມີບຸກຄະລິກແບບໃດ, ລາວມີລະດັບການສຶກສາສໍ່າໃດ, ຂີດຄວາມສາມາດຂອງລາວເປັນແນວໃດ ຫຼື ຄວາມເຊື່ອໃນພຣະເຈົ້າຂອງລາວເປັນແນວໃດ. ພວກເຂົາບໍ່ໄດ້ຄຳນຶງເຖິງສິ່ງເຫຼົ່ານີ້ເລີຍ ແຕ່ກໍຍັງຢາກແຕ່ງງານກັບລາວ, ຄວາມຄິດທີ່ເຕັມໄປດ້ວຍຕັນຫາຂອງພວກເຂົາຖືກກະຕຸ້ນພຽງເພາະວ່າໄດ້ຍິນສຽງຂອງລາວ. ບອກເຮົາມາເບິ່ງ ມານຮ້າຍປະເພດນີ້ບໍ່ມີທຳມະຊາດທີ່ແປກປະຫຼາດບໍ? ເມື່ອຄົນປົກກະຕິໄດ້ຍິນຄົນຮ້ອງເພງມ່ວນ ຢ່າງຫຼາຍທີ່ສຸດກໍຈະຮູ້ສຶກອິດສາເລັກໜ້ອຍ ແຕ່ຈະບໍ່ມີວັນຄິດທີ່ຈະແຕ່ງງານກັບຄົນຜູ້ນັ້ນເດັດຂາດ. ຖ້າພວກເຂົາຢາກແຕ່ງງານກັບໃຜຜູ້ໜຶ່ງຢ່າງແທ້ຈິງ ພວກເຂົາກໍຈະທຳຄວາມຮູ້ຈັກກັບຄຸນລັກສະນະ ແລະ ສະຖານະການຄອບຄົວຂອງຄົນຜູ້ນັ້ນກ່ອນທີ່ຈະຕັດສິນໃຈແບບນັ້ນເຊັ່ນ: ລາວອາຍຸຈັກປີ, ຮູບຮ່າງໜ້າຕາຂອງລາວເປັນແນວໃດ, ຄຸນລັກສະນະຂອງລາວເປັນແນວໃດ, ຄອບຄົວຂອງລາວເປັນແນວໃດ, ເມື່ອທຸກດ້ານເປັນທີ່ໜ້າພໍໃຈເທົ່ານັ້ນ ພວກເຂົາຈຶ່ງຈະພິຈາລະນາແຕ່ງງານກັບລາວ. ແຕ່ຄົນທີ່ເປັນມານຮ້າຍນັ້ນແຕກຕ່າງກັນ, ຫຼັງຈາກທີ່ແມ່ຍິງບາງຄົນໄດ້ຍິນຜູ້ຊາຍຮ້ອງເພງມ່ວນ ແມ່ຍິງເຫຼົ່ານັ້ນກໍຢາກແຕ່ງງານກັບລາວທັນທີ; ເມື່ອຜູ້ຊາຍບາງຄົນເຫັນແມ່ຍິງທີ່ໜ້າດຶງດູດ ຜູ້ຊາຍເຫຼົ່ານັ້ນກໍຢາກແຕ່ງງານກັບນາງທັນທີ. ຄົນປະເພດນີ້ບໍ່ເປັນຕາຢ້ານບໍ? ພວກເຂົາທັງເປັນຕາຢ້ານ ແລະ ໜ້າລັງກຽດ! ເມື່ອໃດກໍຕາມທີ່ພວກເຂົາເຫັນຄົນທີ່ມີສະຖານະ, ມີຄວາມຮູ້, ມີວາທະສິນ ຫຼື ມີຈຸດແຂງສະເພາະໃດໜຶ່ງ ຫຼື ຖ້າພວກເຂົາເຫັນຄົນທີ່ງາມ ຫຼື ຫຼໍ່ເຫຼົາ ພວກເຂົາກໍເລີ່ມມີຄວາມຄິດທີ່ເຕັມໄປດ້ວຍຕັນຫາ. ເມື່ອພວກເຂົາເຫັນຄົນປະເພດນັ້ນ ພວກເຂົາກໍມັກຈະຈ້ອງເບິ່ງຄົນປະເພດນັ້ນດ້ວຍຕັນຫາໂດຍບໍ່ກະພິບຕາຢູ່ສະເໝີ; ສາຍຕາຂອງພວກເຂົາຈັບຈ້ອງ ແຕ່ຈິດໃຈຂອງພວກເຂົາພັດຄິດໄປຕ່າງໆນາໆ ແລະ ຕັນຫາທາງເພດຂອງພວກເຂົາກໍກຳລັງພຸ່ງພ່ານ, ນີ້ຄືການມີຄວາມຄິດທີ່ເຕັມໄປດ້ວຍຕັນຫາ. ເມື່ອໃດກໍຕາມທີ່ມີຄົນຈ້ອງເບິ່ງຄົນທີ່ເປັນເພດກົງກັນຂ້າມດ້ວຍຕັນຫາຢູ່ຕະຫຼອດເວລາໂດຍບໍ່ຫຼຽວເບິ່ງທາງອື່ນ ແລະ ເຖິງກັບມີບາງຄົນທີ່ເປີດເຜີຍສາຍຕາທີ່ຊົ່ວຊ້າອອກມາ ຫຼື ນ້ຳລາຍໄຫຼຍ້ອຍໃນຂະນະທີ່ອ້າປາກຢູ່, ນີ້ຄືການມີຄວາມຄິດທີ່ເຕັມໄປດ້ວຍຕັນຫາ. ເມື່ອຄວາມຄິດທີ່ເຕັມໄປດ້ວຍຕັນຫາຂອງພວກເຂົາຖືກກະຕຸ້ນຂຶ້ນມາແລ້ວ ພວກເຂົາກໍເລີ່ມລວນລາມຄົນອື່ນ. ນີ້ຄືສິ່ງທີ່ເອີ້ນວ່າຄວາມແປກປະຫຼາດ. ບໍ່ວ່າສະຖານະການຈະເປັນແນວໃດກໍຕາມ ຕາບໃດທີ່ຕັນຫາທາງສາຍຕາ, ຕັນຫາທາງການໄດ້ຍິນ ຫຼື ຕັນຫາທາງເພດຂອງເນື້ອໜັງຂອງພວກເຂົາຖືກກະຕຸ້ນ ພວກເຂົາກໍຈະມີຄວາມຄິດທີ່ເຕັມໄປດ້ວຍຕັນຫາ, ຄົນປະເພດນີ້ຄືມານຮ້າຍ. ຕັນຫາທາງເພດຂອງມານຮ້າຍຖືກສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງຄວາມເປັນມະນຸດຈຳກັດ ຫຼື ຢັບຢັ້ງໄວ້ບໍ? ມັນບໍ່ໄດ້ຖືກຢັບຢັ້ງ, ສະນັ້ນ ຕັນຫາທາງເພດຂອງພວກເຂົາຈຶ່ງລົ້ນອອກມາຢູ່ຕະຫຼອດເວລາ ແລະ ພວກເຂົາກໍສະແດງອອກເຖິງການສະແດງອອກຂອງຄວາມສຳສ່ອນຢູ່ຕະຫຼອດເວລາ, ພວກເຂົາເພີດເພີນເປັນພິເສດ. ພວກເຂົາບໍ່ສົນໃຈວ່າມີຄົນຢູ່ອ້ອມຂ້າງພວກເຂົາຫຼາຍປານໃດ, ພວກເຂົາເອງອາຍຸຈັກປີ ຫຼື ອີກຝ່າຍຈະມັກພວກເຂົາ ຫຼື ລັງກຽດ ແລະ ກຽດຊັງພວກເຂົາ, ຕາບໃດທີ່ເປັນຄົນທີ່ພວກເຂົາມັກ ພວກເຂົາກໍຈະມີຄວາມຄິດທີ່ເຕັມໄປດ້ວຍຕັນຫາ ແລະ ເພີດເພີນໄປກັບຈິນຕະນາການ ເພື່ອຕອບສະໜອງຕັນຫາທາງເພດຂອງພວກເຂົາໃຫ້ໄດ້ຫຼາຍທີ່ສຸດ. ມັນບໍ່ໜ້າລັງກຽດບໍ? ຄົນແບບນີ້ມັກມາກໃນກາມຢ່າງສຸດຂີດ. ເຖິງແມ່ນວ່າພວກເຂົາຈະບໍ່ສາມາດຊອກຫາໂອກາດທີ່ຈະມີຄວາມສຳພັນກັບເພດກົງກັນຂ້າມໄດ້ ແຕ່ພວກເຂົາກໍຍັງຕ້ອງການຈີບຄົນອື່ນ. ການສະແດງອອກຂອງພຶດຕິກຳນີ້ກໍຄື ພວກເຂົາມັກຈະສົ່ງສັນຍານແທະໂລມໂດຍການສົ່ງສາຍຕາໃຫ້ເຈົ້າຢູ່ເລື້ອຍໆ ແລ້ວຄິດຫາທຸກວິທີທາງເພື່ອຕິດຕໍ່ກັບເຈົ້າ ແລະ ເຂົ້າໃກ້ເຈົ້າເຊັ່ນ: ຕັ້ງໃຈຍ່າງບຽດເຈົ້າ ແລະ ສຳຜັດມື, ບ່າໄຫຼ່ ຫຼື ຫຼັງຂອງເຈົ້າ ແລະ ເວົ້າຈາແທະໂລມ ເຊິ່ງທັງໝົດນີ້ລ້ວນແຕ່ເປັນຄວາມຕັ້ງໃຈ. ສິ່ງນີ້ສະແດງໃຫ້ເຫັນວ່າໃຈຂອງພວກເຂົາເຕັມໄປດ້ວຍຕັນຫາແລ້ວ. ເມື່ອຜູ້ໃຫຍ່ປົກກະຕິມີປະຕິສຳພັນກັບສະມາຊິກທີ່ເປັນເພດກົງກັນຂ້າມ ພວກເຂົາຈະຮັກສາຂອບເຂດ, ຄວາມພໍດີ ແລະ ຂໍ້ຈຳກັດ. ບໍ່ວ່າຈະເປັນເລື່ອງຕ່າງໆເຊັ່ນ: ຕັນຫາທາງເພດ, ຄວາມຄິດ, ຄຳເວົ້າ, ການສຳຜັດທາງຮ່າງກາຍ ຫຼື ໄລຍະຫ່າງທາງຮ່າງກາຍລະຫວ່າງຜູ້ຄົນ ທັງໝົດນີ້ລ້ວນແຕ່ຖືກສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງພວກເຂົາຄວບຄຸມ ແລະ ຢັບຢັ້ງໄວ້. ແຕ່ຄົນທີ່ມັກມາກໃນກາມ ແລະ ສຳສ່ອນບໍ່ເປັນແບບນີ້. ບໍ່ວ່າຈະເປັນໂອກາດໃດ, ມີຄົນຢູ່ອ້ອມຂ້າງຫຼາຍປານໃດ ຫຼື ສະຖານະການໃນເວລານັ້ນຈະເປັນແນວໃດກໍຕາມ ແລະ ບໍ່ວ່າພວກເຂົາເອງຈະອາຍຸຈັກປີ ແລະ ມີສະຖານະພາບການແຕ່ງງານແນວໃດ, ອີກຝ່າຍຈະເຕັມໃຈ ຫຼື ບໍ່ ຫຼື ອີກຝ່າຍຈະຮູ້ສຶກລັງກຽດພວກເຂົາ ຫຼື ບໍ່ກໍຕາມ ພວກເຂົາກໍຍັງເຮັດທຸກສິ່ງທຸກຢ່າງຕາມທີ່ພວກເຂົາຕ້ອງການ ໂດຍເພີດເພີນໃນຕັນຫາທາງເພດຂອງພວກເຂົາຢ່າງຊະຊາຍ. ນີ້ຄືສິ່ງທີ່ເອີ້ນວ່າຄວາມສຳສ່ອນ. ຄົນແບບນີ້ບໍ່ໄດ້ຖືກສິ່ງໃດຢັບຢັ້ງເລີຍ, ພວກເຂົາເຖິງກັບບໍ່ປະຕິບັດຕາມຂອບເຂດທາງສິນທຳ; ພວກເຂົາເພີດເພີນຢ່າງເຕັມທີ່. ຍິ່ງໄປກວ່ານັ້ນ ບາງຄົນເພີດເພີນຈົນເຖິງຂັ້ນໃດ? ຈົນເຖິງຂັ້ນທີ່ພວກເຂົາຈ້ອງເບິ່ງຈຸດສະຫງວນຂອງເພດກົງກັນຂ້າມຢ່າງເປີດເຜີຍ. ຖ້າຄົນທີ່ເປັນເພດກົງກັນຂ້າມມີດວງຕາທີ່ສົດໃສ ແລະ ສວຍງາມ ພວກເຂົາກໍຈະສ້າງທຸກໂອກາດເພື່ອເປີດເຜີຍຄວາມໃນໃຈ, ເພື່ອໂອ້ລົມ ຫຼື ສົນທະນາກ່ຽວກັບວຽກງານກັບຄົນຜູ້ນັ້ນ ໂດຍຈ້ອງເບິ່ງເຂົ້າໄປໃນດວງຕາຂອງຄົນຜູ້ນັ້ນຢ່າງບໍ່ວາງຕາ. ຖ້າຄົນທີ່ເປັນເພດກົງກັນຂ້າມມີຜິວພັນທີ່ຂາວ, ກ້ຽງນຽນ ແລະ ບອບບາງ ພວກເຂົາກໍມັກຈະຈ້ອງເບິ່ງມັນ ບໍ່ວ່າຈະຕັ້ງໃຈ ຫຼື ບໍ່ຕັ້ງໃຈກໍຕາມ. ຖ້າຄົນທີ່ເປັນເພດກົງກັນຂ້າມມີຮູບຮ່າງທີ່ສູງ ແລະ ຈ່ອຍບາງ ພວກເຂົາກໍຈະລັກເບິ່ງຈາກທາງຫຼັງ ໂດຍຈ້ອງເບິ່ງຄົນຜູ້ນັ້ນດ້ວຍຕັນຫາໂດຍບໍ່ຫຼຽວເບິ່ງທາງອື່ນ. ນີ້ຄືການເຕັມໄປດ້ວຍຕັນຫາທາງເພດ. ຄົນແບບນີ້ແປກປະຫຼາດບໍ? (ແປກປະຫຼາດ). ນອກຈາກນີ້ ຍັງມີຜູ້ເຍົາ ຫຼື ຜູ້ໃຫຍ່ທີ່ແຕ່ງງານແລ້ວບາງຄົນ ທີ່ມັກຈະເບິ່ງສື່ລາມົກອານາຈານ ຫຼື ການປະກວດນາງງາມເຊັ່ນ: ມິສເວີລ (Miss World) ເຊິ່ງແມ່ຍິງນຸ່ງເຄື່ອງເປີດເຜີຍຫຼາຍ ເຊິ່ງພຽງພໍທີ່ຈະຕອບສະໜອງຕັນຫາທາງສາຍຕາຂອງພວກເຂົາ. ຍິ່ງພວກເຂົາເພີດເພີນແບບນີ້ຫຼາຍເທົ່າໃດ ມັນກໍຍິ່ງຍາກທີ່ຈະຢັບຢັ້ງ ແລະ ຄວບຄຸມຕັນຫາທາງເພດ ແລະ ຄວາມຄິດທີ່ເຕັມໄປດ້ວຍຕັນຫາຂອງພວກເຂົາຂຶ້ນເທົ່ານັ້ນ. ນີ້ແມ່ນການສະແດງອອກຂອງມານຮ້າຍບໍ? (ແມ່ນແລ້ວ). ຄົນປົກກະຕິຈະໃຊ້ຊີວິດແບບນີ້ບໍ? ພວກເຂົາຈະປະພຶດຕົນແບບນີ້ບໍ? (ບໍ່). ຜູ້ຊາຍຊາວຕາເວັນອອກບາງຄົນຂ້ອນຂ້າງຫົວບູຮານ ແລະ ເມື່ອພວກເຂົາມາຮອດຕາເວັນຕົກ ແລະ ເຫັນແມ່ຍິງຫຼາຍຄົນນຸ່ງເຄື່ອງເປີດເຜີຍ ພວກເຂົາກໍຢາກຮູ້ຢາກເຫັນ ແລະ ຢາກຫຼຽວເບິ່ງຕື່ມອີກຈັກສອງສາມຄັ້ງ ແຕ່ຫຼັງຈາກນັ້ນໄລຍະໜຶ່ງ ເມື່ອພວກເຂົາລຶ້ງເຄີຍກັບມັນແລ້ວ ພວກເຂົາກໍບໍ່ຢາກຮູ້ຢາກເຫັນອີກຕໍ່ໄປ, ນີ້ຄືການສະແດງອອກທີ່ປົກກະຕິ. ນອກຈາກນີ້, ຍັງມີຄົນທີ່ຍັງບໍ່ທັນໄດ້ແຕ່ງງານບາງຄົນທີ່ມີຄວາມຢາກຮູ້ຢາກເຫັນເລັກໜ້ອຍກ່ຽວກັບເລື່ອງຕັນຫາທາງເພດ ຫຼື ຜູ້ທີ່ມີຕັນຫາທີ່ຊົ່ວຊ້າບາງຢ່າງເປັນບາງຄັ້ງຄາວ ຍ້ອນສະພາບແວດລ້ອມພາຍນອກ. ສິ່ງເຫຼົ່ານີ້ລ້ວນແຕ່ເປັນປະຕິກິລິຍາທາງຮ່າງກາຍທີ່ປົກກະຕິ, ສິ່ງນີ້ບໍ່ສາມາດເອີ້ນວ່າຄວາມແປກປະຫຼາດໄດ້. ແຕ່ຄົນທີ່ເປັນມານຮ້າຍນັ້ນບໍ່ຄືກັນກັບຄົນທຳມະດາ. ຄວາມແປກປະຫຼາດຂອງພວກເຂົາເກີນກວ່າຄົນປົກກະຕິ, ມັນຜິດປົກກະຕິເປັນພິເສດ. ມັນບໍ່ແມ່ນວ່າພວກເຂົາພຽງແຕ່ຢາກຮູ້ຢາກເຫັນກ່ຽວກັບຕັນຫາທາງເພດ ຫຼື ພວກເຂົາມີປະຕິກິລິຍາ ຫຼື ຄວາມຕ້ອງການທາງຮ່າງກາຍທີ່ປົກກະຕິ, ພວກເຂົາປ່ອຍຕົວ ແລະ ສຳສ່ອນ. ເມື່ອພວກເຂົາເພີດເພີນໃນຕັນຫາທີ່ຊົ່ວຊ້າ ພວກເຂົາກໍບໍ່ຮູ້ສຶກລະອາຍໃຈເລີຍ. ນີ້ຄືສິ່ງທີ່ເອີ້ນວ່າຄວາມແປກປະຫຼາດ. ພວກເຂົາແປກປະຫຼາດໃນລະດັບໃດ? ພຽງແຕ່ເບິ່ງຜິວພັນ, ດວງຕາ, ຮູບຮ່າງ ຫຼື ໜ້າຕາຂອງເພດກົງກັນຂ້າມ ຫຼື ແມ່ນແຕ່ໄດ້ຍິນແຕ່ສຽງຂອງອີກຝ່າຍ ພວກເຂົາກໍເລີ່ມມີຄວາມຄິດທີ່ເຕັມໄປດ້ວຍຕັນຫາ ແລະ ຈາກນັ້ນກໍສ້າງທຸກໂອກາດທີ່ເປັນໄປໄດ້ເພື່ອຕິດຕໍ່ ຫຼື ເຂົ້າໃກ້ອີກຝ່າຍ ຈົນເຖິງຂັ້ນລົງມືກະທຳເພື່ອຕອບສະໜອງຕັນຫາທາງເພດຂອງພວກເຂົາ. ນີ້ຄືສິ່ງທີ່ເອີ້ນວ່າຄວາມແປກປະຫຼາດ.
ການສະແດງອອກອີກຢ່າງໜຶ່ງຂອງຄວາມແປກປະຫຼາດກໍຄື ບໍ່ວ່າຄົນເຫຼົ່ານີ້ຈະຢູ່ໃນສະພາບແວດລ້ອມໃດກໍຕາມ ພວກເຂົາກໍມັກຈະຖືກອ້ອມຮອບດ້ວຍຄົນທີ່ເປັນເພດກົງກັນຂ້າມທີ່ແຕກຕ່າງກັນຢູ່ສະເໝີ. ຄົນປະເພດນີ້ຈະຈີບສະມາຊິກທີ່ເປັນເພດກົງກັນຂ້າມຫຼາຍຄົນໃນເວລາດຽວກັນ ແລະ ມັກຈະຮັກສາຄວາມສຳພັນທີ່ຄຸມເຄືອກັບຄົນຫຼາຍຄົນ. ຄວາມສຳພັນທີ່ຄຸມເຄືອໝາຍຄວາມວ່າແນວໃດ? ມັນຄືຄວາມສຳພັນທີ່ຄ້າຍຄືກັບມິດຕະພາບ ແຕ່ກໍຄ້າຍຄືກັບຄວາມສຳພັນແບບຮັກໄຄ່, ບໍ່ມີໃຜສາມາດບອກໄດ້ຢ່າງຊັດເຈນວ່າພວກເຂົາມີຄວາມສຳພັນແບບໃດກັນແທ້. ພວກເຂົາບໍ່ມີຂອບເຂດທີ່ຊັດເຈນກັບເພດກົງກັນຂ້າມ; ຄວາມສຳພັນຂອງພວກເຂົາຄຸມເຄືອເປັນພິເສດ, ມີການແທະໂລມກັນຢູ່ຕະຫຼອດເວລາ ແລະ ສິ່ງຕ່າງໆກໍຄຸມເຄືອ ແລະ ບໍ່ຊັດເຈນ. ການສະແດງອອກເຫຼົ່ານີ້ຖືກທຳມະຊາດທີ່ມັກມາກໃນກາມຄວບຄຸມບໍ? (ແມ່ນແລ້ວ). ໃນແງ່ຂອງສິນທຳ ແລະ ຈັນຍາບັນຂອງຄວາມສຳພັນຂອງມະນຸດ ກະແສທີ່ຊົ່ວຮ້າຍຂອງໂລກໃນປັດຈຸບັນບໍ່ໄດ້ວິພາກວິຈານປາກົດການປະເພດນີ້ອີກຕໍ່ໄປແລ້ວ. ຜູ້ຄົນເອີ້ນສິ່ງນີ້ວ່າເປັນຄົນເກັ່ງ ແລະ ເປັນຄົນທັນສະໄໝ, ພວກເຂົາເອີ້ນມັນວ່າເປັນການມີເສລີພາບທາງເພດ. ສະນັ້ນ, ບາງຄົນຈຶ່ງນຳເອົາຄວາມຄິດ ແລະ ມຸມມອງປະເພດນີ້ເຂົ້າມາໃນຄຣິສຕະຈັກ. ພວກເຂົາເຊື່ອວ່າ “ບໍ່ວ່າຂ້ອຍຈະມີຄວາມສຳພັນແບບຮັກໄຄ່ກັບຄົນທີ່ເປັນເພດກົງກັນຂ້າມຫຼາຍປານໃດກໍຕາມ ມັນກໍເປັນເສລີພາບຂອງຂ້ອຍ. ແມ່ນແຕ່ກົດໝາຍໃນຕອນນີ້ກໍບໍ່ໄດ້ກ່າວໂທດເລື່ອງນີ້, ສະນັ້ນ ຂ້ອຍຈຶ່ງມີສິດທີ່ຈະເລືອກວ່າຂ້ອຍຈະມີຄວາມສຳພັນແບບຮັກໄຄ່ກັບໝູ່ເພື່ອນທີ່ເປັນເພດກົງກັນຂ້າມຈັກຄົນ ແລະ ຂ້ອຍກໍມີສິດທີ່ຈະເລືອກວິທີຈັດການກັບຕັນຫາທາງເພດຂອງຂ້ອຍ. ຂ້ອຍບໍ່ຄວນເຮັດໃຫ້ຕົນເອງເສຍປຽບ, ຂ້ອຍຕ້ອງປົດປ່ອຍຕັນຫາທາງເພດຂອງຂ້ອຍຢ່າງເຕັມທີ່”. ນີ້ບໍ່ແມ່ນຂໍ້ອ້າງທີ່ຊົ່ວຊ້າບໍ? (ແມ່ນແລ້ວ). ບໍ່ວ່າຈະມີຄົນເຫັນດີ ຫຼື ສະໜັບສະໜູນຄວາມຄິດເຫັນທີ່ຖືກກະແສຂອງສັງຄົມສົ່ງເສີມຫຼາຍປານໃດກໍຕາມ ແລະ ບໍ່ວ່າຈະມີຄົນປະຕິບັດຕາມມັນຫຼາຍປານໃດກໍຕາມ, ໃນເຮືອນຂອງພຣະເຈົ້າ ຄຳສອນນອກຮີດ ແລະ ຄວາມຜິດພ້ຽນປະເພດນີ້ກໍຖືກກຳນົດລັກສະນະວ່າເປັນ “ຄວາມແປກປະຫຼາດ” ແລະ ຜູ້ທີ່ຍຶດໝັ້ນໃນຄຳສອນນອກຮີດ ແລະ ຄວາມຜິດພ້ຽນປະເພດນີ້ກໍຖືກກຳນົດລັກສະນະວ່າເປັນ “ຄົນແປກປະຫຼາດ” ເຊັ່ນກັນ, ເວົ້າຢ່າງສະເພາະເຈາະຈົງກໍຄື ພວກເຂົາ “ມັກມາກໃນກາມ” ແລະ “ສຳສ່ອນ”. ການກຳນົດລັກສະນະນີ້ຖືກຕ້ອງບໍ? (ຖືກຕ້ອງ). ທຸກໆກົນໄກ ແລະ ສັນຊາດຕະຍານຂອງຮ່າງກາຍຂອງຜູ້ຄົນລ້ວນແຕ່ຕ້ອງການການຄວບຄຸມໃນລະດັບພື້ນຖານໂດຍອີງໃສ່ຄວາມເປັນມະນຸດ. ແລ້ວການຄວບຄຸມນີ້ອາໄສຫຍັງ? ມັນອາໄສສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງຜູ້ຄົນ. ຄວາມຮູ້ສຶກລະອາຍໃຈພາຍໃນສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຄວນຄວບຄຸມຄວາມຕ້ອງການທາງຮ່າງກາຍ ແລະ ຕັນຫາທາງເພດຂອງຄົນໆໜຶ່ງຢ່າງເໝາະສົມ. ຖ້າເຈົ້າບໍ່ຄວບຄຸມ ຫຼື ຢັບຢັ້ງມັນ ແຕ່ກັບເພີດເພີນໃນຕັນຫາທາງເພດ ແລ້ວນັ້ນກໍຄືສິ່ງທີ່ເອີ້ນວ່າຄວາມສຳສ່ອນ ແລະ ຄວາມມັກມາກໃນກາມ. ຖ້າເຈົ້າມີການສະແດງອອກດັ່ງກ່າວ ແລ້ວເຈົ້າກໍແປກປະຫຼາດ. ຄວາມແປກປະຫຼາດເປັນສິ່ງທີ່ເປັນລົບ, ມັນບໍ່ແມ່ນສິ່ງທີ່ເປັນບວກຢ່າງແນ່ນອນ. ນີ້ເປັນເພາະວ່າມັນເກີນຂອບເຂດຂອງຄວາມຮູ້ສຶກລະອາຍໃຈທີ່ຄວາມເປັນມະນຸດຂອງຜູ້ຄົນມີ ແລະ ມັນກໍເກີນຂອບເຂດຂອງຄວາມມີເຫດຜົນທີ່ປົກກະຕິທີ່ພຣະເຈົ້າຮຽກຮ້ອງຈາກຜູ້ຄົນ; ມັນຂ້າມຂອບເຂດຂອງຄວາມເປັນມະນຸດ ແລະ ກໍ່ໃຫ້ເກີດການລົບກວນ ແລະ ສ້າງຄວາມເສຍຫາຍຕໍ່ຊີວິດທີ່ປົກກະຕິຂອງອ້າຍເອື້ອຍນ້ອງ. ສະນັ້ນ, ຄວາມແປກປະຫຼາດຈຶ່ງຖືກກຳນົດລັກສະນະວ່າເປັນສິ່ງທີ່ຊົ່ວຊ້າ ແລະ ເປັນສິ່ງທີ່ເປັນລົບຢ່າງແນ່ນອນ; ມັນບໍ່ແມ່ນສິ່ງທີ່ເປັນບວກຢ່າງແນ່ນອນ. ຄຣິສຕະຈັກ ເຊິ່ງເປັນເຮືອນຂອງພຣະເຈົ້າ ບໍ່ໄດ້ສົ່ງເສີມເສລີພາບທາງເພດຢ່າງແນ່ນອນ. ເຮືອນຂອງພຣະເຈົ້າສົ່ງເສີມຫຍັງ? (ການມີກຽດ ແລະ ຄວາມເໝາະສົມ ແລະ ການໃຊ້ຊີວິດຕາມຄວາມເປັນມະນຸດທີ່ປົກກະຕິ). ເຮືອນຂອງພຣະເຈົ້າສົ່ງເສີມການມີມາລະຍາດຂອງໄພ່ພົນ ແລະ ການປະພຶດຕົນດ້ວຍສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ. ຢ່າງໜ້ອຍທີ່ສຸດ ເມື່ອເວົ້າເຖິງຕັນຫາທາງເພດ ແລະ ຄວາມຕ້ອງການທາງຮ່າງກາຍ ຄົນເຮົາຕ້ອງມີຄວາມຮູ້ສຶກລະອາຍໃຈ. ນັ້ນກໍຄື ຖ້າເຈົ້າຕ້ອງການເຂົ້າສູ່ການແຕ່ງງານ ແລະ ຖ້າເຈົ້າຕ້ອງການມີຄວາມສຳພັນແບບຮັກໄຄ່ທີ່ປົກກະຕິ ແລ້ວມັນກໍຕ້ອງສອດຄ່ອງກັບຫຼັກການຂອງການແຕ່ງງານທີ່ພຣະເຈົ້າໄດ້ກຳນົດໄວ້ໃຫ້ຜູ້ຄົນ, ມັນບໍ່ສາມາດກ່ຽວຂ້ອງກັບການຮ່ວມປະເວນີລະຫວ່າງສາຍເລືອດດຽວກັນ, ຄວາມສຳສ່ອນ ຫຼື ຄວາມມັກມາກໃນກາມໄດ້. ພວກເຈົ້າເຂົ້າໃຈບໍ? (ເຂົ້າໃຈ).
ເມື່ອກີ້ນີ້ພວກເຮົາໄດ້ໂອ້ລົມກ່ຽວກັບການສະແດງອອກບາງຢ່າງຂອງຄວາມແປກປະຫຼາດຂອງຄົນທີ່ເປັນມານຮ້າຍ. ມັນເປັນການດີບໍທີ່ພວກເຮົາໄດ້ໂອ້ລົມກ່ຽວກັບຫົວຂໍ້ປະເພດນີ້ເພື່ອຊ່ວຍໃຫ້ພວກເຈົ້າໄດ້ຮັບຄວາມສາມາດໃນການແຍກແຍະບາງສ່ວນ? (ດີ). ບໍ່ວ່າການສະແດງອອກຈະເປັນແນວໃດກໍຕາມ ຖ້າມັນເກີນຂອບເຂດຂອງອຸປະນິໄສທີ່ເສື່ອມຊາມຂອງຄົນປົກກະຕິ ຫຼື ເກີນຂອບເຂດຂອງທຳມະຊາດ ແລະ ສັນຊາດຕະຍານທີ່ຕິດໂຕມາແຕ່ເກີດຂອງຜູ້ຄົນ ແລ້ວມັນກໍຜິດປົກກະຕິ, ມັນເປັນການສະແດງອອກຂອງມານຮ້າຍ. ໃນບັນດາສິ່ງທີ່ພວກເຮົາຫາກໍໂອ້ລົມກັນໄປ ນອກເໜືອຈາກຄົນເຫຼົ່ານັ້ນທີ່ມີຄວາມຄິດ ແລະ ພຶດຕິກຳທີ່ຄົດໂກງເປັນພິເສດແລ້ວ ມັນຍັງມີຄົນອີກປະເພດໜຶ່ງທີ່ອາດຈະບໍ່ໄດ້ສະແດງອອກເຖິງການສະແດງອອກທີ່ຄົດໂກງຢ່າງຊັດເຈນເຫຼົ່ານັ້ນ ແຕ່ການສະແດງອອກທີ່ຊັດເຈນຂອງພວກເຂົາກໍຄືການມັກມາກໃນກາມ ແລະ ສຳສ່ອນເປັນພິເສດ. ການມີການສະແດງອອກທີ່ຊັດເຈນເຫຼົ່ານີ້ຍັງພິສູດໃຫ້ເຫັນວ່າພວກເຂົາມີດ້ານໜຶ່ງຂອງແກ່ນແທ້ທີ່ແປກປະຫຼາດຂອງມານຮ້າຍ. ແລ້ວສາມາດເວົ້າໄດ້ຢ່າງໝັ້ນໃຈບໍວ່າຄົນທີ່ມີການສະແດງອອກທີ່ຊັດເຈນເຫຼົ່ານີ້ຄືມານຮ້າຍ? (ສາມາດ). ພວກເຂົາເພີດເພີນໃນຕັນຫາທາງເພດຂອງພວກເຂົາໄດ້ທຸກເວລາ, ໃຈຂອງພວກເຂົາເຕັມໄປດ້ວຍຕັນຫາທີ່ຊົ່ວຊ້າ ແລະ ພວກເຂົາສົນໃຈເລື່ອງທີ່ກ່ຽວຂ້ອງກັບຕັນຫາທາງເພດຂອງເນື້ອໜັງເປັນພິເສດ, ຄວາມສົນໃຈຂອງພວກເຂົາເກີນກວ່າຄວາມຕ້ອງການທາງຮ່າງກາຍຂອງຄົນປົກກະຕິ. ນັ້ນກໍຄື ບໍ່ວ່າພວກເຂົາຈະອາຍຸຈັກປີ, ເປັນເພດໃດ ຫຼື ມີສະຖານະພາບການແຕ່ງງານແນວໃດກໍຕາມ ການສະແດງອອກເຖິງຕັນຫາທາງເພດຂອງເນື້ອໜັງຂອງພວກເຂົາກໍເກີນກວ່າຄົນປົກກະຕິ ແລະ ຍັງເກີນກວ່າຄວາມຕ້ອງການຂອງຄົນປົກກະຕິອີກດ້ວຍ. ສິ່ງນີ້ພຽງພໍແລ້ວທີ່ຈະເວົ້າໄດ້ວ່າການສະແດງອອກຂອງພວກເຂົາໃນດ້ານນີ້ບໍ່ປົກກະຕິ. ການໃຊ້ສອງຄຳເພື່ອກຳນົດລັກສະນະຂອງພວກເຂົາກໍຄື ພວກເຂົາ “ມັກມາກໃນກາມ” ແລະ “ສຳສ່ອນ” ເປັນພິເສດ. ນັ້ນກໍຄື ຄວາມຕ້ອງການທາງຮ່າງກາຍຂອງພວກເຂົາຜິດປົກກະຕິຢ່າງຍິ່ງ. ເມື່ອໃດກໍຕາມທີ່ພວກເຂົາເຫັນຄົນທີ່ເປັນເພດກົງກັນຂ້າມທີ່ມີຈຸດແຂງສະເພາະໃດໜຶ່ງ ຫຼື ມີເງື່ອນໄຂທີ່ຕິດໂຕມາແຕ່ເກີດທີ່ດີໃນບາງດ້ານ ພວກເຂົາກໍສາມາດມີຄວາມຄິດທີ່ເຕັມໄປດ້ວຍຕັນຫາ ແລະ ປົດປ່ອຍຕັນຫາທາງເພດໄດ້. ຕົວຢ່າງ: ເມື່ອພວກເຂົາເຫັນຄົນທີ່ເປັນເພດກົງກັນຂ້າມທີ່ມີແຂ້ວທີ່ຂາວສະອາດ ແລະ ຊື່ ແລະ ມີຮອຍຍິ້ມທີ່ສວຍງາມ ແລະ ຫວານຊື່ນເປັນພິເສດ ຫຼື ມີເສັ້ນຜົມ ຫຼື ດວງຕາທີ່ສວຍງາມເປັນພິເສດ ພວກເຂົາກໍສາມາດມີຄວາມຄິດທີ່ເຕັມໄປດ້ວຍຕັນຫາໄດ້. ບໍ່ວ່າລັກສະນະໃດຂອງເພດກົງກັນຂ້າມທີ່ເບິ່ງແລ້ວໜ້າດຶງດູດ ຫຼື ສວຍງາມໃນສາຍຕາຂອງພວກເຂົາ ພວກເຂົາກໍສາມາດມີຄວາມຄິດທີ່ເຕັມໄປດ້ວຍຕັນຫາໄດ້ ແລະ ພວກເຂົາກໍໃຊ້ການປົດປ່ອຍຕັນຫາທາງເພດເປັນວິທີການສະແດງອອກເຖິງຄວາມມັກ ແລະ ຄວາມຊື່ນຊົມຕໍ່ອີກຝ່າຍ. ມັນບໍ່ໜ້າລັງກຽດບໍ? ມັນໜ້າລັງກຽດທີ່ສຸດ! ຄົນຊົ່ວຊ້າບາງຄົນມີຄວາມຄິດທີ່ເຕັມໄປດ້ວຍຕັນຫາເມື່ອໃດກໍຕາມທີ່ພວກເຂົາເຫັນຄົນທີ່ເປັນເພດກົງກັນຂ້າມສະແດງສີໜ້າສະເພາະໃດໜຶ່ງເຊັ່ນ: ການຍົກຄິ້ວຂຶ້ນເລັກໜ້ອຍໃນຂະນະທີ່ເວົ້າ ຫຼື ມີລັກຍິ້ມປາກົດຂຶ້ນ ຫຼື ສະແດງສາຍຕາທີ່ມີສະເໜ່ເປັນພິເສດເມື່ອພວກເຂົາຍິ້ມ. ຄວາມຖີ່ ແລະ ຈຳນວນຄັ້ງທີ່ຄວາມຄິດທີ່ເຕັມໄປດ້ວຍຕັນຫາຖືກກະຕຸ້ນໃນຕົວພວກເຂົານັ້ນເປັນສິ່ງທີ່ເຫຼືອເຊື່ອ ແລະ ບໍ່ສາມາດຈິນຕະນາການໄດ້. ຄົນປົກກະຕິພຽງແຕ່ພົບວ່າມັນເປັນຕາງຶດງໍ້: “ຖ້າຄົນໃດຄົນໜຶ່ງເບິ່ງດີ ມັນກໍບໍ່ເປັນຫຍັງທີ່ຈະເບິ່ງພວກເຂົາຕື່ມອີກຈັກຄັ້ງສອງຄັ້ງ ແຕ່ສິ່ງນັ້ນຈະນຳໄປສູ່ຄວາມຄິດທີ່ເຕັມໄປດ້ວຍຕັນຫາ ແລະ ການປົດປ່ອຍຕັນຫາທາງເພດໄດ້ແນວໃດ? ມັນບໍ່ວິປະລິດບໍ?” ສິ່ງທີ່ຄົນປົກກະຕິຄິດວ່າຈະບໍ່ກະຕຸ້ນຄວາມຄິດທີ່ເຕັມໄປດ້ວຍຕັນຫາ ສາມາດເຮັດໃຫ້ຄົນຊົ່ວຊ້າມີຄວາມຄິດທີ່ເຕັມໄປດ້ວຍຕັນຫາ ແລະ ປົດປ່ອຍຕັນຫາໄດ້ ແລະ ຄົນປົກກະຕິກໍບໍ່ສາມາດເຂົ້າໃຈມັນໄດ້. ນີ້ຄືສິ່ງທີ່ເອີ້ນວ່າຄວາມແປກປະຫຼາດ. ເວົ້າງ່າຍໆກໍຄື ມັນເອີ້ນວ່າຄວາມວິປະລິດ ແລະ ຄວາມບິດບ້ຽວ. ແມ່ນແຕ່ແມ່ຍິງບາງຄົນ ເມື່ອພວກເຂົາເຫັນຜູ້ຊາຍທີ່ມີກ້າມເນື້ອທີ່ແຂງແຮງ, ມີໂຄງໜ້າທີ່ຊັດເຈນ ແລະ ມີຮູບຮ່າງສູງ ພວກເຂົາກໍສາມາດມີຄວາມຄິດທີ່ເຕັມໄປດ້ວຍຕັນຫາໄດ້ ຫຼື ເມື່ອພວກເຂົາເຫັນຜູ້ຊາຍທີ່ມີທັກສະບາງຢ່າງ, ມີຄວາມສາມາດບາງຢ່າງ ແລະ ຍິ່ງໄປກວ່ານັ້ນກໍມີຄວາມຮັ່ງມີ ແລະ ສະຖານະ, ຄວາມຄິດທີ່ເຕັມໄປດ້ວຍຕັນຫາກໍຈະຖືກກະຕຸ້ນພາຍໃນຕົວພວກເຂົາຢູ່ຕະຫຼອດເວລາ. ພວກເຂົາບໍ່ພຽງແຕ່ຊື່ນຊົມລາວ ຫຼື ຄິດວ່າລາວເປັນຄົນດີ, ຮູ້ສຶກມັກລາວເລັກໜ້ອຍ ແລະ ຢາກມີຄວາມສຳພັນແບບຮັກໄຄ່ກັບລາວ ຫຼື ຕາມຈີບລາວ ແຕ່ຄວາມຄິດທີ່ເຕັມໄປດ້ວຍຕັນຫາກ່ຽວກັບລາວກັບຖືກກະຕຸ້ນພາຍໃນຕົວພວກເຂົາຢູ່ຕະຫຼອດເວລາ. ບອກເຮົາມາເບິ່ງ ມັນບໍ່ໜ້າລັງກຽດບໍ? ມັນບໍ່ແປກປະຫຼາດບໍ? (ແປກປະຫຼາດ). ການກະຕຸ້ນຄວາມຄິດທີ່ເຕັມໄປດ້ວຍຕັນຫາຢູ່ເລື້ອຍໆນັ້ນຜິດປົກກະຕິ, ມັນຄືຄວາມແປກປະຫຼາດ.
ພວກເຮົາຈະຈົບການໂອ້ລົມຂອງພວກເຮົາກ່ຽວກັບການສະແດງອອກຂອງຄວາມມັກມາກໃນກາມ ແລະ ຄວາມສຳສ່ອນໃນຄົນທີ່ກັບຊາດມາເກີດຈາກມານຮ້າຍໄວ້ພຽງເທົ່ານີ້. ຕອນນີ້ໃຫ້ພວກເຮົາໂອ້ລົມກ່ຽວກັບ “ການຍົວະຍວນທາງເພດ”. ຄວາມຈິງແລ້ວ ການຍົວະຍວນທາງເພດນັ້ນກ່ຽວຂ້ອງກັບຄວາມມັກມາກໃນກາມ ແລະ ຄວາມສຳສ່ອນ; ມັນເປັນພຽງວິທີການເວົ້າກ່ຽວກັບສິ່ງດຽວກັນຈາກມຸມມອງທີ່ແຕກຕ່າງກັນ. ມັນໝາຍເຖິງການທີ່ຄົນບາງຄົນມັກຈະໂອ້ອວດສະເໜ່ທີ່ຍົວະຍວນຂອງພວກເຂົາຕໍ່ໜ້າເພດກົງກັນຂ້າມ ເພື່ອລໍ້ລວງ ແລະ ເຮັດໃຫ້ເພດກົງກັນຂ້າມມີຄວາມປະທັບໃຈທີ່ດີໃນຕົວພວກເຂົາ. ຕົວຢ່າງ: ຜູ້ຍິງບາງຄົນມັກທາລິບສະຕິກສີແດງສົດທີ່ຍົວະຍວນ, ແຕ່ງໜ້າໃຫ້ຕາເບິ່ງມີສະເໜ່ດຶງດູດໃຈຫຼາຍ ແລະ ເຖິງກັບປັດແກ້ມທັງທີ່ອາຍຸກໍຫຼາຍແລ້ວ. ເມື່ອເລືອກເຄື່ອງນຸ່ງ ພວກນາງມັກຈະເນັ້ນໄປທີ່ຄວາມເຊັກຊີ່, ຄວາມມີສະເໜ່ ແລະ ການດຶງດູດສາຍຕາ; ເມື່ອເວົ້າຈາ ພວກນາງກໍຕັ້ງໃຈເຮັດຕົວອອດອ້ອນ ຫຼື ໜ້າຮັກໃນລັກສະນະທີ່ສາມາດດຶງດູດເພດກົງກັນຂ້າມໄດ້ ແລະ ອື່ນໆ. ຜູ້ຊາຍບາງຄົນມັກຈະສະແດງຕົນວ່າເປັນວິລະບຸລຸດທີ່ມີແຂນແຂງແຮງເພື່ອໃຫ້ຜູ້ຍິງເພິ່ງພາ. ພວກເຂົາມັກຈະເບັ່ງກ້າມຕໍ່ໜ້າຜູ້ຍິງ ແລະ ພ້ອມຈະຖອດເສື້ອເພື່ອໂອ້ອວດກ້າມໜ້າທ້ອງຂອງພວກເຂົາ ໂດຍໃຊ້ວິທີການເຫຼົ່ານີ້ເພື່ອດຶງດູດເພດກົງກັນຂ້າມ. ເປົ້າໝາຍຂອງພວກເຂົາບໍ່ແມ່ນພຽງແຕ່ເພື່ອເຮັດໃຫ້ຄົນທີ່ເປັນເພດກົງກັນຂ້າມມີຄວາມປະທັບໃຈທີ່ດີໃນຕົວພວກເຂົາເອງ ຫຼື ເພື່ອຊອກຫາຄົນມາຄົບຫາ ແຕ່ເພື່ອລໍ້ລວງຄົນທີ່ເປັນເພດກົງກັນຂ້າມ ໂດຍເຮັດໃຫ້ຄົນເຫຼົ່ານັ້ນສົນໃຈ ແລະ ຈາກນັ້ນກໍເຮັດໃຫ້ຄົນເຫຼົ່ານັ້ນຈົມຢູ່ກັບຕັນຫາທາງເພດ. ນີ້ຄືເປົ້າໝາຍຂອງພວກເຂົາ. ນີ້ບໍ່ແມ່ນການຍົວະຍວນທາງເພດບໍ? (ແມ່ນແລ້ວ). ນີ້ຄືການຍົວະຍວນ. ຜູ້ບໍ່ມີຄວາມເຊື່ອເອີ້ນຄົນປະເພດນີ້ວ່າ “ຄົນສຳສ່ອນ”. “ຄົນສຳສ່ອນ” ເຫຼົ່ານີ້ເຮັດສິ່ງໃດແດ່? ຖ້າເປັນຜູ້ຍິງ ນາງຈະພິຖີພິຖັນແມ່ນແຕ່ລິບສະຕິກທີ່ນາງເລືອກ. ນາງຈະບໍ່ໃຊ້ລິບມັນທຳມະດາ ແລະ ນາງຍັງດູຖູກລິບສະຕິກທີ່ຄົນທີ່ມີກຽດ ແລະ ສຸພາບຮຽບຮ້ອຍໃຊ້ອີກດ້ວຍ ໂດຍເຫັນວ່າລິບສະຕິກເຫຼົ່ານັ້ນບໍ່ຫຼູຫຼາພໍ. ນາງເລືອກສີທີ່ຍົວະຍວນເປັນພິເສດ ເຊິ່ງເມື່ອທາແລ້ວເຮັດໃຫ້ຮີມສົບຂອງນາງເບິ່ງເຊັກຊີ່ ແລະ ມີສະເໜ່ດຶງດູດໃຈເປັນພິເສດ ໂດຍມີເປົ້າໝາຍເພື່ອປຸກປັ່ນຫົວໃຈຂອງຜູ້ຊາຍ, ເຮັດໃຫ້ພວກເຂົາຫຼົງໄຫຼ ແລະ ເຮັດໃຫ້ພວກເຂົາຫຼົງຮັກ ແລະ ຕົກຫຼຸມຮັກນາງຢ່າງຫົວປັກຫົວປຳ. ໃນການພົວພັນກັບຜູ້ຊາຍ ນາງມັກຈະເປີດເຜີຍພຶດຕິກຳທີ່ຍົວະຍວນ ແລະ ປົດປ່ອຍຕັນຫາທາງເພດ ໂດຍທັງໝົດນີ້ກໍມີເປົ້າໝາຍເພື່ອລໍ້ລວງພວກເຂົາ. ຍິ່ງມີຜູ້ຊາຍຢູ່ຫຼາຍເທົ່າໃດ ໂດຍສະເພາະປະເພດທີ່ນາງມັກ ນາງກໍຍິ່ງມີຊີວິດຊີວາ ແລະ ຫ້າວຫັນຫຼາຍຂຶ້ນ ແລະ ນາງກໍຍິ່ງພະຍາຍາມຢ່າງສຸດຄວາມສາມາດເພື່ອສະແດງຕົນເທົ່ານັ້ນ ໂດຍໂອ້ອວດຄວາມມີວາທະສິນຂອງນາງ, ໃຊ້ຄຳສັບທີ່ສະຫຼະສະຫຼວຍຫຼາຍຂຶ້ນ, ໃຫ້ຄວາມສົນໃຈເປັນພິເສດກັບການສະແດງອອກທາງສີໜ້າຂອງນາງ ແລະ ແຕ່ງກາຍໃນລັກສະນະທີ່ອອດອ້ອນເປັນພິເສດ. ສິ່ງນີ້ເອີ້ນວ່າການຍົວະຍວນ. ຄົນທີ່ຍົວະຍວນ ແລະ ຄົນທີ່ມັກມາກໃນກາມແຕກຕ່າງກັນບໍ? ພວກເຂົາເປັນຄົນປະເພດດຽວກັນບໍ? (ແມ່ນແລ້ວ). ພວກເຂົາລ້ວນແຕ່ເປັນພວກທີ່ໜ້າລັງກຽດປະເພດດຽວກັນ. ຄົນໜຶ່ງເປັນຝ່າຍເລີ່ມລໍ້ລວງ ແລະ ອີກຄົນໜຶ່ງກໍເປັນຝ່າຍເລີ່ມມັກມາກໃນກາມ. ສິ່ງເຫຼົ່ານີ້ລ້ວນແຕ່ເປັນການສະແດງອອກເຖິງການເພີດເພີນໃນຕັນຫາທາງເພດ ແລະ ເປັນການສະແດງອອກເຖິງຕັນຫາທາງເພດທີ່ລົ້ນເຫຼືອ ແລະ ປ່ອຍຕົວ ເຊິ່ງທັງໝົດນີ້ຖືກຄວບຄຸມໂດຍແກ່ນແທ້ທຳມະຊາດທີ່ແປກປະຫຼາດ. ຄົນປະເພດທີ່ຍົວະຍວນນີ້ ບໍ່ວ່າຈະເປັນຜູ້ຊາຍ ຫຼື ຜູ້ຍິງ, ບໍ່ວ່າຈະອາຍຸຈັກປີ ຫຼື ມີສະຖານະພາບການແຕ່ງງານແນວໃດກໍຕາມ ພວກເຂົາກໍບໍ່ຢັບຢັ້ງພຶດຕິກຳຂອງພວກເຂົາໃນສະຖານະການໃດເລີຍ ແລະ ບໍ່ຄວບຄຸມ ຫຼື ຈັດການກັບຕັນຫາທາງເພດຂອງພວກເຂົາ. ແຕ່ກົງກັນຂ້າມ ພວກເຂົາກັບປ່ອຍຕົວ ແລະ ມັກງ່າຍ, ເຖິງກັບເປັນຝ່າຍເລີ່ມເຂົ້າຫາກ່ອນ ໂດຍພວກເຂົານຸ່ງເຄື່ອງພິເສດ, ໃຊ້ການສະແດງອອກພິເສດ, ພາສາພິເສດ, ວິທີການເວົ້າພິເສດ ແລະ ເຮັດບາງສິ່ງບາງຢ່າງທີ່ພິເສດເພື່ອດຶງດູດຄວາມສົນໃຈຂອງເພດກົງກັນຂ້າມ, ເພື່ອລໍ້ລວງຄົນເຫຼົ່ານັ້ນໃຫ້ສົນທະນາ, ເຮັດໃຫ້ຄົນເຫຼົ່ານັ້ນຫຼົງກົນ ແລະ ອື່ນໆ. ສະນັ້ນ, ຄົນປະເພດນີ້ຈຶ່ງບໍ່ພຽງແຕ່ມັກມາກໃນກາມເທົ່ານັ້ນ ແຕ່ຍັງຍົວະຍວນອີກດ້ວຍ. ຄຳວ່າ “ຍົວະຍວນ” ເປັນຄຳທີ່ໜ້າລັງກຽດແທ້ໆ. ສະຫຼຸບແລ້ວ ບໍ່ວ່າຄົນປະເພດນີ້ຈະສະແດງຄວາມມັກມາກໃນກາມ ຫຼື ການຍົວະຍວນອອກມາ ວິທີທີ່ພວກເຂົາປົດປ່ອຍຕັນຫາທາງເພດກໍສຳສ່ອນ, ທຳມະຊາດຂອງການປົດປ່ອຍຕັນຫາທາງເພດຂອງພວກເຂົາກໍສຳສ່ອນ ແລະ ແກ່ນແທ້ຂອງພວກເຂົາກໍແປກປະຫຼາດ. ການສະແດງອອກຂອງຄົນປະເພດນີ້ ບໍ່ວ່າຈະເປັນຄວາມມັກມາກໃນກາມ ຫຼື ການຍົວະຍວນ ກໍລ້ວນແຕ່ເກີນຄວາມຕ້ອງການທາງຮ່າງກາຍຂອງຄົນປົກກະຕິ ແລະ ພວກເຂົາກໍຂາດການຢັບຢັ້ງຂອງສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ. ສະນັ້ນ, ຄົນປະເພດນີ້ຈຶ່ງເປັນຄົນຊົ່ວຊ້າຢ່າງແທ້ຈິງ. ບໍ່ວ່າເຈົ້າຈະເບິ່ງແນວໃດກໍຕາມ ພວກເຂົາກໍບໍ່ແມ່ນຄົນດີ ແຕ່ເປັນມານຮ້າຍ. ໃນກຸ່ມຄົນໃດກໍຕາມ ການມີມານຮ້າຍປະເພດນີ້ພຽງຕົນດຽວກໍຈະກໍ່ໃຫ້ເກີດການລົບກວນ. ຄົນທີ່ມີກຽດ ແລະ ສຸພາບຮຽບຮ້ອຍລັງກຽດພວກມັນ ໃນຂະນະທີ່ຄົນທີ່ມີວຸດທິພາວະຕ່ຳ ຫຼື ຄົນທີ່ບໍ່ມີຄວາມສາມາດໃນການແຍກແຍະ ຫຼື ຈຸດຢືນໃດໆເລີຍ, ໂດຍສະເພາະຄົນທີ່ກັບຊາດມາເກີດຈາກສັດ ເຊິ່ງມັກຈະຖືກພວກມັນເຮັດໃຫ້ຫຼົງຜິດ ແລະ ທົນທຸກກັບການລົບກວນຂອງພວກມັນ. ສະຫຼຸບແລ້ວ, ມານຮ້າຍທີ່ສະແດງອອກເຖິງການສະແດງອອກທີ່ຊົ່ວຊ້າເຫຼົ່ານີ້ເປັນໄພພິບັດໃນທຸກກຸ່ມຄົນທີ່ພວກມັນຢູ່ ໂດຍບໍ່ນຳເອົາຜົນປະໂຫຍດ ຫຼື ການຊ່ວຍເຫຼືອມາໃຫ້ໃຜເລີຍ ເພາະຕັນຫາທາງເພດຂອງພວກມັນມັກຈະລົ້ນເຫຼືອ ເຊິ່ງມັກຈະລົບກວນຊີວິດປະຈຳວັນ ແລະ ຄວາມຄິດປົກກະຕິຂອງຄົນບາງຄົນ.
ບອກເຮົາມາເບິ່ງ ຄົນຊົ່ວຊ້າປະເພດທີ່ມັກມາກໃນກາມ, ສຳສ່ອນ ແລະ ຍົວະຍວນນີ້ແຍກແຍະໄດ້ງ່າຍບໍ? (ງ່າຍ). ໃນປັດຈຸບັນນີ້, ຜູ້ໃຫຍ່ກໍສາມາດແຍກແຍະພວກເຂົາໄດ້ ແລະ ບາງທີແມ່ນແຕ່ເດັກນ້ອຍທີ່ຍັງບໍ່ບັນລຸນິຕິພາວະກໍອາດຈະສາມາດແຍກແຍະພວກເຂົາໄດ້ເຊັ່ນກັນ. ສະນັ້ນ ເມື່ອຄົນສ່ວນໃຫຍ່ປະເຊີນກັບຄົນທີ່ມີແກ່ນແທ້ທີ່ຊົ່ວຊ້າຂອງມານຮ້າຍຈຶ່ງຄວນມີຄວາມຮູ້ສຶກ ແລະ ຄວາມສາມາດໃນການແຍກແຍະຢູ່ແດ່; ພວກເຂົາຈຶ່ງຈະບໍ່ໂງ່ຈ້າຈົນເບິ່ງບໍ່ອອກ. ແລ້ວເມື່ອພວກເຈົ້າປະເຊີນກັບຄົນປະເພດນີ້, ພວກເຈົ້າຮູ້ວິທີປະຕິບັດຕໍ່ພວກເຂົາບໍ? ພວກເຈົ້າຈະປະຕິເສດພວກເຂົາບໍ? ຖ້າເຈົ້າພົບຄົນທີ່ບໍ່ຖືກໃຈເຈົ້າ ເຈົ້າກໍອາດຈະປະຕິເສດພວກເຂົາ. ແຕ່ຖ້າເປັນຄົນທີ່ຖືກໃຈເຈົ້າແທ້ໆ ເຊິ່ງເປັນຄົນຮັກໃນຝັນຂອງເຈົ້າ ແລະ ເປັນຄູ່ຄອງໃນອຸດົມຄະຕິຂອງເຈົ້າ, ມັນຈະເປັນເລື່ອງງ່າຍບໍທີ່ເຈົ້າຈະປະຕິເສດພວກເຂົາ? ເຈົ້າຮູ້ຢ່າງຊັດເຈນວ່າພວກເຂົາເປັນຄົນປະເພດນີ້ ແຕ່ຍ້ອນຮູບຮ່າງໜ້າຕາຂອງພວກເຂົາມີສະເໜ່ດຶງດູດໃຈຫຼາຍເກີນໄປ ຫຼື ຈຸດແຂງບາງຢ່າງຂອງພວກເຂົາເຮັດໃຫ້ເຈົ້າປະທັບໃຈຫຼາຍເກີນໄປ ພວກເຂົາຈຶ່ງລັກເອົາຫົວໃຈຂອງເຈົ້າໄປ ແລະ ເຮັດໃຫ້ເຈົ້າຫຼົງໄຫຼ, ໃນສະຖານະການແບບນີ້ ມັນກໍກາຍເປັນເລື່ອງຍາກທີ່ເຈົ້າຈະປະຕິເສດພວກເຂົາ. ຖ້າເຈົ້າບໍ່ປະຕິເສດພວກເຂົາ, ເຈົ້າຈະບໍ່ຕົກຢູ່ໃນອັນຕະລາຍບໍ? (ຕົກ, ມັນຄືການຕົກຢູ່ໃນການລອງໃຈ). ມັນເປັນພຽງການຕົກຢູ່ໃນການລອງໃຈບໍ? ນີ້ຄືການຕົກຢູ່ໃນວັງວົນຂອງຕັນຫາທາງເພດ. ມັນເປັນເລື່ອງງ່າຍບໍທີ່ຄົນທີ່ຕິດຢູ່ໃນວັງວົນຂອງຕັນຫາທາງເພດຈະປົດປ່ອຍຕົນເອງອອກມາ? (ບໍ່, ມັນບໍ່ໄດ້ເປັນເລື່ອງງ່າຍ). ພວກເຂົາສະແດງຄວາມຫ່ວງໃຍ ແລະ ຄວາມເອົາໃຈໃສ່, ຄວາມຮັກ ແລະ ການເບິ່ງແຍງໃຫ້ເຈົ້າເຫັນ ພ້ອມທັງມອບສິ່ງທີ່ດີເລັກໆນ້ອຍໆໃຫ້ເຈົ້າຢູ່ສະເໝີ. ເຈົ້າຮູ້ສຶກອົບອຸ່ນໃນໃຈເປັນພິເສດ ໂດຍຄິດວ່າ: “ບໍ່ມີໃຜໃນໂລກນີ້ທີ່ປະຕິບັດຕໍ່ຂ້ອຍດີແບບນີ້ອີກແລ້ວ; ນີ້ຄືເຈົ້າຊາຍຂີ່ມ້າຂາວຂອງຂ້ອຍ ແລະ ຄົນຮັກໃນຝັນຂອງຂ້ອຍ”. ເຈົ້າບໍ່ຮູ້ເລີຍວ່າ ຖ້າພວກເຂົາເປັນຄົນທີ່ມັກມາກໃນກາມ ແລະ ສຳສ່ອນ ພວກເຂົາກໍປະຕິບັດຕໍ່ຄົນອື່ນແບບດຽວກັນ. ເຈົ້າເປັນພຽງໜຶ່ງໃນໝູ່ເພື່ອນທີ່ເປັນເພດກົງກັນຂ້າມທັງໝົດຂອງພວກເຂົາ; ສຳລັບພວກເຂົາແລ້ວ ເຈົ້າເປັນພຽງຄົນທີ່ພວກເຂົາຜ່ານມາພົບ ເຊິ່ງເປັນພຽງຈຸດພັກເຊົາໃນການເດີນທາງອັນຍາວນານຂອງຊີວິດພວກເຂົາເທົ່ານັ້ນ. ເມື່ອພວກເຂົາສະໜຸກສະໜານກັບເຈົ້າພໍແລ້ວ ແລະ ເຈົ້າບໍ່ມີສະເໜ່ດຶງດູດໃຈສຳລັບພວກເຂົາອີກຕໍ່ໄປແລ້ວ ເຈົ້າກໍຈະກາຍເປັນຄົນທີ່ພວກເຂົາຖິ້ມ. ພວກເຂົາຖິ້ມເຈົ້າຢ່າງໄຮ້ຄວາມປານີຄືກັບການໂຍນເສື້ອຜ້າ ຫຼື ເສດຜ້າຖິ້ມ ແລະ ນັ້ນຄືຕອນທີ່ເຈົ້າຈະຮູ້ສຶກເຖິງຄວາມເຈັບປວດ. ເມື່ອພວກເຂົາຕັດສິນໃຈຖິ້ມເຈົ້າ ການຮ້ອງໄຫ້ຂອງເຈົ້າກໍໄຮ້ປະໂຫຍດ, ການອ້ອນວອນພວກເຂົາກໍໄຮ້ປະໂຫຍດ ແລະ ແມ່ນແຕ່ການຄຸເຂົ່າຕໍ່ໜ້າພວກເຂົາກໍໄຮ້ປະໂຫຍດ; ບາງຄົນເຖິງກັບຂ້າຕົວຕາຍ ແຕ່ມັນກໍໄຮ້ປະໂຫຍດເຊັ່ນກັນ ເພາະມັນບໍ່ມີຫຍັງສາມາດເຮັດໃຫ້ພວກເຂົາປ່ຽນໃຈໄດ້. ເມື່ອພວກເຂົາບໍ່ມີຄວາມຕ້ອງການທາງເພດຕໍ່ເຈົ້າອີກຕໍ່ໄປ ພວກເຂົາກໍຈະເວົ້າວ່າພວກເຂົາບໍ່ມີຄວາມຮູ້ສຶກຕໍ່ເຈົ້າອີກແລ້ວ, ພວກເຂົາບໍ່ໄດ້ຮັກເຈົ້າອີກແລ້ວ ແລະ ພວກເຂົາກໍຈະໄປຊອກຫາເຫຍື່ອລາຍຕໍ່ໄປເພື່ອມາແທນທີ່ເຈົ້າ. ນັ້ນຄືຕອນທີ່ເຈົ້າຄົ້ນພົບວ່າຄົນປະເພດນີ້ບໍ່ເໝາະສົມທີ່ຈະເປັນຄູ່ຄອງ, ແນວຄິດເລື່ອງເຈົ້າຊາຍຂີ່ມ້າຂາວ, ເນື້ອຄູ່ ຫຼື ຄົນຮັກໃນຝັນລ້ວນແຕ່ເປັນພຽງກົນອຸບາຍທີ່ຫຼອກລວງ ແລະ ເປັນຕອນນັ້ນເອງທີ່ເຈົ້າຮູ້ສຶກໂຕວ່າຕັນຫາທາງເພດບໍ່ແມ່ນຄວາມຮັກທີ່ແທ້ຈິງ. ບໍ່ວ່າຄົນທີ່ມັກມາກໃນກາມ ແລະ ສຳສ່ອນປະເພດນີ້ຈະຄົບຫາກັບໃຜ ພວກເຂົາກໍມີແຕ່ຕັນຫາທາງເພດ ແລະ ບໍ່ມີຄວາມຮັກທີ່ແທ້ຈິງ. ພວກເຂົາບໍ່ເຄີຍມີເຈດຕະນາທີ່ຈະຢູ່ກັບເຈົ້າຕະຫຼອດໄປ ຫຼື ບັນລຸຄວາມຮັບຜິດຊອບໃດໆເລີຍ. ພວກເຂົາພຽງແຕ່ເພີດເພີນກັບເກມແຫ່ງຕັນຫາທາງເພດ. ເມື່ອພວກເຂົາສະໜຸກສະໜານພໍແລ້ວ ແລະ ຕັນຫາທາງເພດຂອງພວກເຂົາໄດ້ຮັບການຕອບສະໜອງແລ້ວ ພວກເຂົາກໍບໍ່ຢາກແມ່ນແຕ່ຈະຫຼຽວເບິ່ງເຈົ້າເປັນຄັ້ງທີສອງ ແລະ ຂີ້ຄ້ານແມ່ນແຕ່ຈະສົງສານເຈົ້າ. ເມື່ອພວກເຂົາພົບຄົນຮັກໃໝ່ ເຈົ້າກໍຈະກາຍເປັນຄົນຮັກເກົ່າ ແລະ ສິ່ງດຽວທີ່ເຈົ້າສາມາດເຮັດໄດ້ໃນຕອນນັ້ນກໍຄືການຮ້ອງໄຫ້. ສະນັ້ນ, ບໍ່ວ່າຈະເປັນຜູ້ຊາຍ ຫຼື ຜູ້ຍິງ ເມື່ອຄົບຫາ ຫຼື ຊອກຫາຄູ່ຄອງ ບາງຄັ້ງຄົນເຮົາກໍປະເຊີນກັບຄົນຊົ່ວຊ້າປະເພດນີ້. ພວກເຂົາມີຄວາມຄິດທີ່ເຕັມໄປດ້ວຍຕັນຫາຕໍ່ເຈົ້າ ແລະ ລໍ້ລວງເຈົ້າເຂົ້າໄປໃນກັບດັກຂອງພວກເຂົາ ແຕ່ເຈົ້າພັດເຊື່ອວ່າພວກເຂົາຮັກເຈົ້າຢ່າງແທ້ຈິງ ແລະ ຝາກຄວາມສຸກໃນຊີວິດຂອງເຈົ້າໄວ້ກັບຄົນປະເພດນີ້. ມີພຽງແຕ່ເມື່ອເຈົ້າຖືກເຕະຖິ້ມ ແລະ ຖືກຖິ້ມເທົ່ານັ້ນ ເຈົ້າຈຶ່ງຮູ້ສຶກໂຕວ່າເຈົ້າເບິ່ງພວກເຂົາຜິດໄປ, ຄົນຜູ້ນີ້ບໍ່ແມ່ນຄົນທີ່ມີຄວາມເປັນມະນຸດທີ່ສາມາດບັນລຸຄວາມຮັບຜິດຊອບໄດ້ ແຕ່ເປັນຄົນທີ່ມັກມາກໃນກາມ ແລະ ສຳສ່ອນ. ເມື່ອເຖິງເວລານັ້ນ ມັນກໍຊ້າເກີນໄປແລ້ວທີ່ຈະເສຍໃຈ; ນີ້ຄືການເດີນທາງອ້ອມທີ່ເຕັມໄປດ້ວຍອຸປະສັກເມື່ອເວົ້າເຖິງການແຕ່ງງານ. ສຳລັບຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິ ປະສົບການທີ່ຖືກຫຼອກຫຼິ້ນສາມາດສ້າງຄວາມເຈັບປວດໄປຕະຫຼອດຊີວິດ ແຕ່ມານຮ້າຍຍັງຄົງເມີນເສີຍບໍ່ວ່າພວກມັນຈະຫຼອກຫຼິ້ນຄົນມາຫຼາຍສໍ່າໃດກໍຕາມ; ພວກມັນເຖິງກັບຮູ້ສຶກໂຊກດີ, ດີໃຈ ແລະ ພໍໃຈ ໂດຍປາຖະໜາຢ່າງຍິ່ງວ່າພວກມັນຈະສາມາດຈີບ ແລະ ຫຼອກຫຼິ້ນຄົນທີ່ເປັນເພດກົງກັນຂ້າມໄດ້ຫຼາຍຂຶ້ນອີກ. ພວກມັນຖືວ່າສິ່ງນີ້ເປັນຄວາມສຸກຂອງຊີວິດ ໂດຍເອີ້ນມັນວ່າເປັນທັກສະ ແລະ ຄວາມສາມາດຂອງພວກມັນ. ຄົນປົກກະຕິບໍ່ສາມາດຮັບມືກັບຜົນກະທົບຈາກການເຂົ້າໄປພົວພັນກັບພວກມັນໄດ້. ສະນັ້ນ ຖ້າເຈົ້າຕ້ອງການມີຄວາມສຳພັນ ຈົ່ງເປີດຕາຂອງເຈົ້າໃຫ້ກວ້າງ ແລະ ເບິ່ງສິ່ງຕ່າງໆໃຫ້ຊັດເຈນ; ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ ຢ່າເລືອກມານຮ້າຍ. ຖ້າເຈົ້າຄົບຫາກັບຄົນປົກກະຕິ ເຖິງແມ່ນວ່າພວກເຈົ້າຈະເລີກກັນ ພວກເຂົາກໍຈະບໍ່ເຮັດໃຫ້ເຈົ້າເຈັບປວດຫຼາຍເກີນໄປ; ຢ່າງໜ້ອຍທີ່ສຸດ ພວກເຈົ້າກໍຍັງສາມາດເປັນໝູ່ທຳມະດາກັນໄດ້. ແຕ່ຖ້າເຈົ້າເຂົ້າໄປພົວພັນກັບມານຮ້າຍ ທັງຊີວິດຂອງເຈົ້າກໍຈະຖືກທຳລາຍດ້ວຍນໍ້າມືຂອງພວກມັນ. ບອກເຮົາມາເບິ່ງ ຄົນປົກກະຕິມີຄວາມຈິງໃຈ ແລະ ຄວາມມັກຮັກທີ່ແທ້ຈິງຫຼາຍສໍ່າໃດ? ພວກເຂົາມີພະລັງງານຫຼາຍສໍ່າໃດໃນຊີວິດນີ້? ຖ້າທຸກຄັ້ງທີ່ເຈົ້າມີຄວາມສຳພັນກັບໃຜຈັກຄົນແລ້ວສຸດທ້າຍເຈົ້າຖືກຫຼອກ ຈົນເຮັດໃຫ້ເຈົ້າເຈັບປວດຢ່າງໜັກຈາກການຖືກຫຼອກ ແລະ ຖືກຫຼອກຫຼິ້ນ ເມື່ອນັ້ນເຈົ້າກໍຈະຍ່າງຕາມເສັ້ນທາງຊີວິດທັງໝົດຂອງເຈົ້າພາຍໃຕ້ເງົາມືດນີ້ ເຊິ່ງເຮັດໃຫ້ເປັນການດຳລົງຊີວິດທີ່ເຈັບປວດຫຼາຍ. ສະນັ້ນ, ບໍ່ວ່າຈະເປັນການຄົບຫາ ຫຼື ການຄົບຄ້າສະມາຄົມກັບເພດກົງກັນຂ້າມ ຄົນທີ່ເຈົ້າຄວນລະວັງທີ່ສຸດກໍຄືຄົນທີ່ມັກມາກໃນກາມ ແລະ ສຳສ່ອນເຫຼົ່ານີ້. ບໍ່ວ່າເຈົ້າຈະເປັນຜູ້ຊາຍ ຫຼື ຜູ້ຍິງ ຖ້າເຈົ້າເບິ່ງຄົນບໍ່ອອກ ແລະ ບໍ່ຮູ້ວ່າຄົນອື່ນມັກມາກໃນກາມ ແລະ ສຳສ່ອນ ຫຼື ບໍ່ ກໍຢ່າຄົບຄ້າສະມາຄົມກັບພວກເຂົາຊະຊາຍ ເພື່ອຫຼີກລ່ຽງການຖືກຫຼອກ ແລະ ການທົນທຸກກັບຄວາມເສຍໃຈໄປຕະຫຼອດຊີວິດ. ເມື່ອຜົນສະທ້ອນທີ່ຂົມຂື່ນເກີດຂຶ້ນ ເຈົ້າກໍເປັນພຽງຄົນດຽວທີ່ຕ້ອງປະເຊີນກັບມັນ; ບໍ່ມີໃຜສາມາດແທນທີ່ເຈົ້າໄດ້ ແລະ ບໍ່ມີໃຜສາມາດປອບໂຍນຫົວໃຈທີ່ບາດເຈັບຂອງເຈົ້າໄດ້. ເຖິງແມ່ນວ່າເຈົ້າຈະເວົ້າວ່າເຈົ້າເບິ່ງຄົນອອກ ເຈົ້າກໍອາດຈະບໍ່ສາມາດເຮັດໄດ້ຢ່າງຖືກຕ້ອງ. ໃນປັດຈຸບັນນີ້ ເຈົ້າບໍ່ສາມາດໝັ້ນໃຈໃນຕົວໃຜໄດ້ເລີຍ. ກ່ອນທີ່ຄົນໃດຄົນໜຶ່ງຈະໄດ້ຮັບຄວາມລອດພົ້ນ ຄົນຜູ້ນັ້ນມີແຕ່ຄວາມປາຖະໜາທີ່ຈະໄລ່ຕາມເສາະຫາຄວາມຈິງເທົ່ານັ້ນ; ລາວອາດຈະເບິ່ງຄືວ່າມີຄວາມເປັນມະນຸດທີ່ດີ ແຕ່ກໍບໍ່ແນ່ນອນວ່າສິ່ງຕ່າງໆຈະເປັນແນວໃດແທ້ ຖ້າເຈົ້າອາໄສຢູ່ຮ່ວມກັບລາວ. ໃຜກໍຕາມທີ່ບໍ່ເຂົ້າໃຈຄວາມຈິງ ແລະ ຍັງບໍ່ໄດ້ຖືກຊ່ວຍໃຫ້ລອດພົ້ນລ້ວນແຕ່ເຊື່ອຖືບໍ່ໄດ້. ເປັນຫຍັງພວກເຂົາຈຶ່ງເຊື່ອຖືບໍ່ໄດ້? ບອກເຮົາມາເບິ່ງ ການດຳລົງຊີວິດຢູ່ໃນໂລກທີ່ຊົ່ວຮ້າຍນີ້ ມີໃຜແດ່ທີ່ບໍ່ໄດ້ຮັບຄວາມຈິງແລ້ວສາມາດຕໍ່ຕ້ານການລອງໃຈ ແລະ ຢືນຢັດຢ່າງໝັ້ນຄົງທ່າມກາງກະແສທີ່ຊົ່ວຮ້າຍໄດ້? ບໍ່ມີແມ່ນແຕ່ຄົນດຽວ. ສະນັ້ນ, ມັນຈຶ່ງບໍ່ມີຄົນທີ່ເຊື່ອຖືໄດ້. ການທີ່ບໍ່ມີຄົນທີ່ເຊື່ອຖືໄດ້ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າສຳລັບໃຜກໍຕາມ ບໍ່ວ່າຈະເປັນຜູ້ຊາຍ ຫຼື ຜູ້ຍິງ ການເຂົ້າສູ່ການແຕ່ງງານຄືຈຸດເລີ່ມຕົ້ນຂອງໂສກນາດຕະກຳ. ການທີ່ຕ້ອງເບິ່ງແຍງສິ່ງຈຳເປັນໃນຊີວິດປະຈຳວັນ ແລະ ປະເຊີນກັບເລື່ອງເລັກໆນ້ອຍໆ ແລະ ຄວາມລຳຄານໃຈຕ່າງໆຂອງຊີວິດມື້ແລ້ວມື້ເລົ່າ, ມັນເປັນເລື່ອງຍາກທີ່ຈະບອກໄດ້ວ່າຄົນສອງຄົນຈະສາມາດໄປນຳກັນຈົນຮອດຈຸດຈົບໄດ້ ຫຼື ບໍ່, ພວກເຂົາຈະສະໜັບສະໜູນເຊິ່ງກັນ ແລະ ກັນໄປຕະຫຼອດທາງ ຫຼື ບໍ່, ຈະມີຄວາມສຸກ ຫຼື ບໍ່ ແລະ ພວກເຂົາຈະມີຈຸດຢືນຮ່ວມກັນ ແລະ ການໄລ່ຕາມເສາະຫາຮ່ວມກັນ ຫຼື ບໍ່. ສະນັ້ນ, ເມື່ອຄົນເຮົາເຂົ້າສູ່ການແຕ່ງງານ ແລະ ປະເຊີນກັບຊີວິດຈິງ ຄວາມທຸກທໍລະມານຈຶ່ງເລີ່ມຕົ້ນຂຶ້ນ. ເຈົ້າເຫັນບໍ ເມື່ອເຈົ້າເປັນໂສດ ທຸກສິ່ງທຸກຢ່າງກໍຈັດການໄດ້ງ່າຍ; ເຈົ້າສາມາດຕັດສິນໃຈສິ່ງຕ່າງໆດ້ວຍຕົວເຈົ້າເອງໄດ້. ແຕ່ເມື່ອຄົນສອງຄົນອາໄສຢູ່ຮ່ວມກັນ, ເຈົ້າສາມາດຕັດສິນໃຈທຸກຢ່າງດ້ວຍຕົວເຈົ້າເອງໄດ້ບໍ? ອີກຝ່າຍຈະຍອມຕາມໃຈເຈົ້າບໍ? ເຈົ້າຈະຍອມຕາມໃຈອີກຝ່າຍບໍ? ອີກຝ່າຍຈະຫ່ວງໃຍ ແລະ ຄຳນຶງເຖິງເຈົ້າບໍ? ເຈົ້າຈະຫ່ວງໃຍອີກຝ່າຍບໍ? ສິ່ງເຫຼົ່ານີ້ລ້ວນແຕ່ເປັນສິ່ງທີ່ບໍ່ສາມາດຮູ້ໄດ້ເລີຍ. ເຖິງແມ່ນວ່າຄົນທີ່ເຈົ້າພົບຈະບໍ່ແມ່ນຄົນທີ່ມັກມາກໃນກາມ ແລະ ສຳສ່ອນ ແລະ ເຈົ້າຮູ້ສຶກວ່າພວກເຈົ້າເໝາະສົມກັນ ແລະ ສາມາດເຂົ້າສູ່ການແຕ່ງງານໄດ້, ແຕ່ໃນທີ່ສຸດແລ້ວ ພວກເຂົາຈະສາມາດບັນລຸຄວາມຮັບຜິດຊອບຂອງພວກເຂົາພາຍໃຕ້ຂອບເຂດຂອງການແຕ່ງງານໄດ້ ຫຼື ບໍ່ນັ້ນກໍເປັນສິ່ງທີ່ບໍ່ສາມາດຮູ້ໄດ້ ແລະ ເຈົ້າຈະສາມາດຍ່າງໄປກັບພວກເຂົາຈົນຮອດຈຸດຈົບພາຍໃຕ້ຂອບເຂດນີ້ໄດ້ ຫຼື ບໍ່ນັ້ນກໍເປັນສິ່ງທີ່ບໍ່ສາມາດຮູ້ໄດ້ເຊັ່ນກັນ. ເຈົ້າຂາດຄວາມໝັ້ນໃຈ ແລະ ຄວາມເຊື່ອໝັ້ນແມ່ນແຕ່ໃນຕົວເຈົ້າເອງ ເຊິ່ງພິສູດໃຫ້ເຫັນວ່າຄົນອື່ນກໍເປັນແບບດຽວກັນ, ມັນເປັນເລື່ອງທີ່ແນ່ນອນຢູ່ແລ້ວ, ແມ່ນບໍ? (ແມ່ນແລ້ວ).
ຖ້າໃນຊີວິດປະຈຳວັນຂອງເຈົ້າ ເຈົ້າປະເຊີນກັບຄົນປະເພດທີ່ມັກມາກໃນກາມ, ຍົວະຍວນ ແລະ ສຳສ່ອນນີ້ ແລະ ພວກເຂົາພະຍາຍາມເຂົ້າໃກ້ເຈົ້າ ເຈົ້າກໍຄວນຮູ້ວ່າເປົ້າໝາຍຂອງພວກເຂົາໃນການເຮັດເຊັ່ນນັ້ນແມ່ນຫຍັງ. ຖ້າເຈົ້າບໍ່ປະຕິເສດພວກເຂົາ ຫຼື ຖ້າເຈົ້າປ່ອຍໃຫ້ພວກເຂົາໄດ້ໃນສິ່ງທີ່ພວກເຂົາຕ້ອງການຍ້ອນຄວາມຂີ້ຢ້ານ, ຄວາມໄຮ້ດຽງສາ, ຄວາມໂງ່ຈ້າ ແລະ ຄວາມບໍ່ຮູ້ ຫຼື ການຂາດຄວາມຮູ້ຈາກປະສົບການຂອງເຈົ້າ ເຊິ່ງນຳໄປສູ່ການເກີດຜົນສະທ້ອນທີ່ຮ້າຍແຮງ ແລ້ວໃນທີ່ສຸດເຈົ້າກໍຄືຄົນທີ່ຈະຕ້ອງທົນທຸກກັບຜົນສະທ້ອນນັ້ນ. ຄົນທີ່ມັກມາກໃນກາມ ແລະ ສຳສ່ອນ ເຊິ່ງກໍຄືມານຮ້າຍ ບໍ່ເຄີຍຮູ້ສຶກຜິດ ຫຼື ເສຍໃຈໃນການປົດປ່ອຍຕັນຫາທາງເພດ ຫຼື ການເຮັດສິ່ງທີ່ຜິດສິນທຳເລີຍ. ພວກເຂົາຮູ້ສຶກວ່າມັນບໍ່ສຳຄັນ; ພວກເຂົາຄິດວ່າພວກເຂົາກຳລັງສວຍໂອກາດ ແລະ ຄິດວ່ານີ້ຄືວິທີທີ່ຄົນເຮົາຄວນເປັນໃນຊີວິດ. ແຕ່ຖ້າເຈົ້າເປັນຄົນປົກກະຕິ, ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນພາຍໃນຄວາມເປັນມະນຸດຂອງເຈົ້າກໍບໍ່ສາມາດທົນຮັບການໂຈມຕີ, ການທໍລະມານ ແລະ ຄວາມເສຍຫາຍທີ່ຮ້າຍແຮງແບບນັ້ນໄດ້ເລີຍ. ສະນັ້ນ, ຖ້າເຈົ້າປະເຊີນກັບຄົນທີ່ມັກມາກໃນກາມ ແລະ ສຳສ່ອນປະເພດນີ້ ເຈົ້າຕ້ອງລະມັດລະວັງ. ເຈົ້າຕ້ອງອະທິຖານຫາພຣະເຈົ້າ ໂດຍຂໍໃຫ້ພຣະອົງປົກປ້ອງເຈົ້າ ເພື່ອບໍ່ໃຫ້ເຈົ້າຕົກຢູ່ໃນການລອງໃຈ. ໂດຍສະເພາະຖ້າອີກຝ່າຍມີເລ່ລ່ຽມຫຼາຍ, ເປັນຄົນເຈົ້າຊູ້ທີ່ຊ່ຽວຊານ ແລະ ຍັງເປັນຄົນຮັກໃນຝັນຂອງເຈົ້າອີກດ້ວຍ ເຊິ່ງເປັນຄົນທີ່ເຈົ້າໄຝ່ຝັນຢາກຕາມຈີບ ແລ້ວເຈົ້າກໍສາມາດຕົກຢູ່ໃນການລອງໃຈໄດ້ງ່າຍຫຼາຍ ແລະ ຕົກຢູ່ໃນສະຖານະການທີ່ບໍ່ສາມາດແກ້ໄຂໄດ້ຢ່າງງ່າຍດາຍ ຈົນໃນທີ່ສຸດກໍຕ້ອງທົນທຸກກັບຈຸດຈົບທີ່ບໍ່ດີເຊິ່ງບໍ່ມີໃຜຢາກເຫັນ. ເມື່ອເຖິງເວລານັ້ນ ຫົວໃຈ, ຈິດໃຈ ແລະ ເນື້ອໜັງຂອງເຈົ້າກໍລ້ວນແຕ່ຈະໄດ້ຮັບຄວາມເສຍຫາຍໃນລະດັບໃດໜຶ່ງ. ຫຼັງຈາກນັ້ນ ເມື່ອເຈົ້າມາປະຕິບັດໜ້າທີ່ຂອງເຈົ້າ ແລະ ມາຢູ່ຕໍ່ໜ້າພຣະເຈົ້າເພື່ອຕິດຕາມພຣະອົງ ຫຼາຍສິ່ງຫຼາຍຢ່າງກໍຈະແຕກຕ່າງໄປ, ມັນຈະບໍ່ມີທາງເປັນຄືກັບຕອນເລີ່ມຕົ້ນ ແລະ ບໍ່ມີທາງກັບໄປເປັນຄືເກົ່າໄດ້ອີກ. ເມື່ອຄົນໃດຄົນໜຶ່ງໄດ້ຜ່ານປະສົບການທີ່ຜິດປົກກະຕິ ຫຼື ທຸກທໍລະມານບາງຢ່າງທີ່ກ່ຽວຂ້ອງກັບຕັນຫາທາງເພດ ມັນກໍຈະຝາກຮອຍບາດແຜທີ່ໜ້າຢ້ານກົວໄວ້ໃນໃຈຂອງຄົນຜູ້ນັ້ນ ເຊິ່ງຄົນປົກກະຕິຄົນໃດກໍຕາມຈະລືມມັນບໍ່ໄດ້ງ່າຍໆໄປຕະຫຼອດຊີວິດ. ເຖິງແມ່ນວ່າເມື່ອເວລາຜ່ານໄປເທື່ອລະໜ້ອຍ ຄວາມຊົງຈຳ ແລະ ຄວາມເຈັບປວດເຫຼົ່ານີ້ອາດຈະຄ່ອຍໆຈາງຫາຍໄປກໍຕາມ ແຕ່ຖ້າເຫດການເຫຼົ່ານີ້ໄດ້ກໍ່ໃຫ້ເກີດອັນຕະລາຍ ແລະ ສ້າງຄວາມເສຍຫາຍບາງຢ່າງໃຫ້ເຈົ້າ ມັນກໍຈະເປັນຝັນຮ້າຍທີ່ຕາມຫຼອກຫຼອນຢູ່ໃນໃຈຂອງເຈົ້າຕະຫຼອດໄປ. ໃນຊີວິດນີ້ ເຈົ້າຈະບໍ່ມີທາງສາມາດກັບຄືນສູ່ຊີວິດເດີມຂອງເຈົ້າໄດ້ອີກ; ໂລກພາຍໃນຂອງເຈົ້າຈະບໍ່ບໍລິສຸດ ແລະ ຮຽບງ່າຍຄືແຕ່ກ່ອນອີກຕໍ່ໄປ ແລະ ມັນຈະເປັນໄປບໍ່ໄດ້ເລີຍທີ່ເຈົ້າຈະກັບຄືນສູ່ສະພາວະກ່ອນໜ້ານີ້ຂອງເຈົ້າໄດ້. ມາຮອດຈຸດນີ້ ເມື່ອເຈົ້າມາປະຕິບັດໜ້າທີ່ຂອງເຈົ້າ, ເຈົ້າກໍຈະມີພາລະອັນໜັກອຶ້ງເພີ່ມຂຶ້ນໃນໃຈຂອງເຈົ້າ ເຊິ່ງເຈົ້າຢາກຈະສະລັດມັນຖິ້ມ ແຕ່ກໍເຮັດບໍ່ໄດ້. ພາລະອັນໜັກອຶ້ງນີ້ໝາຍເຖິງຫຍັງ? ມັນໝາຍເຖິງຄວາມຊົງຈຳຕ່າງໆກ່ຽວກັບປະສົບການທີ່ຖືກທຳຮ້າຍ. ການຄິດເຖິງຄວາມຊົງຈຳເຫຼົ່ານີ້ຈະເຮັດໃຫ້ເຈົ້າຮູ້ສຶກຂີ້ດຽດ ແລະ ມັນຍັງຈະລົບກວນຈິດໃຈ ແລະ ອາລົມຂອງເຈົ້າຢູ່ເລື້ອຍໆອີກດ້ວຍ. ດັ່ງນັ້ນ ໂລກພາຍໃນຂອງເຈົ້າຈຶ່ງຈະບໍ່ບໍລິສຸດ ແລະ ຮຽບງ່າຍຄືແຕ່ກ່ອນອີກຕໍ່ໄປ; ຕອນນີ້ອາລົມຂອງເຈົ້າຈະປະກອບດ້ວຍຫຼາຍສິ່ງຫຼາຍຢ່າງທີ່ບໍ່ຄວນມີຢູ່ໃນຄວາມເປັນມະນຸດທີ່ປົກກະຕິ. ໃນລະດັບໃດໜຶ່ງ ສິ່ງນີ້ຈະຂັດຂວາງຊີວິດຂອງເຈົ້າ, ການປະຕິບັດໜ້າທີ່ຂອງເຈົ້າ ແລະ ຍັງຂັດຂວາງຄວາມເຊື່ອໃນພຣະເຈົ້າຂອງເຈົ້າ ແລະ ການໄລ່ຕາມເສາະຫາຄວາມຈິງຂອງເຈົ້າອີກດ້ວຍ. ສິ່ງນີ້ເອີ້ນວ່າພາລະອັນໜັກອຶ້ງ. ສະນັ້ນ ບໍ່ວ່າຈະອາຍຸຈັກປີກໍຕາມ ເມື່ອຄົນໃດຄົນໜຶ່ງຕົກຢູ່ໃນການລອງໃຈຂອງການມີຄວາມສຳພັນແບບຮັກໄຄ່ກັບມານຮ້າຍ, ຄົນຜູ້ນັ້ນກໍຈະຕົກຢູ່ໃນຄວາມທໍ້ຖອຍໃຈທີ່ບໍ່ສາມາດອະທິບາຍໄດ້ຢ່າງຫຼີກລ່ຽງບໍ່ໄດ້. ສຳລັບຄົນປົກກະຕິແລ້ວ ນີ້ບໍ່ແມ່ນປະກົດການທີ່ດີ.
ໃນຊີວິດຈິງ ຜູ້ຄົນມັກຈະປະເຊີນກັບຄົນທີ່ມັກມາກໃນກາມ ແລະ ສຳສ່ອນບາງຄົນ. ຫຼັງຈາກທີ່ພວກເຮົາໄດ້ໂອ້ລົມກ່ຽວກັບພຣະທຳເຫຼົ່ານີ້ໃນມື້ນີ້ແລ້ວ ເນື່ອງຈາກພວກເຈົ້າໄດ້ຮັບຄວາມສາມາດໃນການແຍກແຍະກ່ຽວກັບຄົນປະເພດນີ້ ແລະ ຮູ້ວ່າພວກເຂົາບໍ່ແມ່ນຄົນປົກກະຕິ ແຕ່ເປັນມານຮ້າຍ, ເມື່ອພວກເຂົາພະຍາຍາມລໍ້ລວງເຈົ້າ ເຈົ້າກໍສາມາດປະຕິເສດພວກເຂົາຢ່າງໜັກແໜ້ນໄດ້. ຢ່າປະຕິເສດພວກເຂົາແບບອ້ອມຄ້ອມ ແລະ ແບບຮັກສານ້ຳໃຈ ຫຼື ຮູ້ສຶກອາຍເກີນໄປທີ່ຈະປະຕິເສດພວກເຂົາ ຫຼື ແມ່ນແຕ່ຢ້ານກົວຄົນປະເພດນັ້ນ. ແນ່ນອນວ່າ ຖ້າເຈົ້າບໍ່ສົນໃຈວ່າພວກເຂົາເປັນມານຮ້າຍ ຫຼື ບໍ່ ແລະ ເຈົ້າເວົ້າວ່າ: “ຂ້ອຍອາຍຸສາມສິບ ຫຼື ສີ່ສິບປີແລ້ວ ແລະ ຍັງບໍ່ເຄີຍມີປະສົບການເລື່ອງການແຕ່ງງານ; ຖ້າມີຄົນມີຄວາມຕ້ອງການແບບນີ້ກັບຂ້ອຍແທ້ໆ ຂ້ອຍກໍຍິນດີທີ່ຈະຍອມຮັບ”, ເນື່ອງຈາກເຈົ້າບໍ່ສົນໃຈວ່າຈະມີຜົນສະທ້ອນຫຍັງເກີດຂຶ້ນ ແລະ ບໍ່ສົນໃຈກ່ຽວກັບບາດແຜທາງຈິດໃຈ ແລ້ວເຮົາກໍຈະບໍ່ເວົ້າຫຍັງອີກ. ຈຸດປະສົງຂອງເຮົາໃນການເວົ້າສິ່ງນີ້ ກໍເພື່ອໃຫ້ຄົນໂງ່ຈ້າບາງຄົນທີ່ບໍ່ລະມັດລະວັງ ຫຼື ປ້ອງກັນຕົວຕໍ່ການລໍ້ລວງຂອງເພດກົງກັນຂ້າມ ໄດ້ຮູ້ວ່າພວກເຂົາຄວນມີທັດສະນະຄະຕິທີ່ຖືກຕ້ອງແບບໃດເມື່ອການລອງໃຈມາເຖິງພວກເຂົາ. ຖ້າເຈົ້າບໍ່ສົນໃຈວ່າຄົນໃດຄົນໜຶ່ງມັກມາກໃນກາມ ແລະ ສຳສ່ອນ, ບໍ່ສົນໃຈວ່າພວກເຂົາເປັນມານຮ້າຍ ແລະ ຮູ້ສຶກເປັນກຽດຢ່າງຍິ່ງພຽງເພາະວ່າພວກເຂົາມັກເຈົ້າ ຄືກັບຄຳເວົ້າຂອງຜູ້ບໍ່ມີຄວາມເຊື່ອທີ່ວ່າ: “ຜູ້ຊາຍຍອມສະລະຊີວິດເພື່ອຄົນທີ່ເຂົ້າໃຈລາວ ໃນຂະນະທີ່ຜູ້ຍິງແຕ່ງຕົວເພື່ອຜູ້ທີ່ຊື່ນຊົມນາງ” ແລ້ວເຈົ້າຄິດວ່າ: “ໃນຖານະທີ່ເປັນຜູ້ຍິງ ຖ້າມີຄົນມັກຂ້ອຍແທ້ໆ ມັນກໍສະແດງວ່າຮູບຮ່າງໜ້າຕາຂອງຂ້ອຍພໍໃຊ້ໄດ້, ສະນັ້ນ ຂ້ອຍຈຶ່ງຄວນຮູ້ສຶກເປັນກຽດຢ່າງຍິ່ງ. ໃຫ້ລາວເຂົ້າມາຫາຂ້ອຍຢ່າງກ້າຫານໂລດ; ຂ້ອຍຍິນດີຕ້ອນຮັບ ແລະ ຈະອ້າແຂນຮັບເອົາລາວ”, ທັດສະນະຄະຕິແບບນີ້ເປັນແນວໃດ? ບອກເຮົາມາເບິ່ງ ຄຳເວົ້າທີ່ວ່າ: “ຜູ້ຍິງແຕ່ງຕົວເພື່ອຜູ້ທີ່ຊື່ນຊົມນາງ” ເປັນການໃຫ້ກຽດຜູ້ຍິງບໍ? (ບໍ່). ຜູ້ຊາຍຕ້ອງສະລະຊີວິດເພື່ອຄົນທີ່ເຂົ້າໃຈລາວ ແລະ ຜູ້ຍິງຕ້ອງແຕ່ງຕົວເພື່ອຜູ້ທີ່ຊື່ນຊົມນາງ, ຄຳເວົ້ານີ້ຖືກຕ້ອງບໍ? (ບໍ່). ເປັນຫຍັງຜູ້ຍິງຈຶ່ງໄຮ້ກຽດຂະໜາດນັ້ນ? ຜູ້ຊາຍກໍໄຮ້ກຽດເຊັ່ນກັນ. ສະນັ້ນ, ຜູ້ຊາຍຈຶ່ງຕ້ອງຍອມສະລະຊີວິດເພື່ອຄົນອື່ນ. ໃຜກໍຕາມທີ່ເປັນຄົນຮູ້ໃຈຂອງເຈົ້າກໍຄືນາຍຂອງເຈົ້າ ເຊິ່ງເປັນຄົນທີ່ເຈົ້າຕ້ອງສະລະຊີວິດໃຫ້, ເປັນຫຍັງຊີວິດຂອງເຈົ້າຈຶ່ງໄຮ້ຄ່າຂະໜາດນັ້ນ? ເປັນໄປໄດ້ບໍວ່າຊີວິດຂອງເຈົ້າເປັນຂອງຄົນອື່ນ ແລະ ບໍ່ແມ່ນຂອງຕົວເຈົ້າເອງ? ພຣະເຈົ້າເຫັນຄຸນຄ່າຊີວິດຂອງມະນຸດທີ່ສຸດ ເພາະວ່າຊີວິດນີ້ ແລະ ລົມຫາຍໃຈນີ້ຖືກປະທານໃຫ້ໂດຍພຣະເຈົ້າ; ມັນເປັນເງື່ອນໄຂພື້ນຖານສຳລັບເນື້ອໜັງທີ່ຖືກສ້າງຂຶ້ນເພື່ອໃຫ້ສາມາດເຄື່ອນໄຫວ ແລະ ກາຍເປັນສິ່ງທີ່ມີຊີວິດໄດ້. ຖ້າເຈົ້າບໍ່ຖະນຸຖະໜອມຊີວິດຂອງເຈົ້າ ແຕ່ກັບມອບມັນໃຫ້ຄົນອື່ນຢ່າງງ່າຍດາຍ ແລະ ສະລະມັນເພື່ອຄົນອື່ນ, ສິ່ງນີ້ສະແດງໃຫ້ເຫັນຫຍັງ? ມັນບໍ່ໄດ້ສະແດງໃຫ້ເຫັນວ່າເຈົ້າໄຮ້ກຽດບໍ? (ສະແດງ). ມັນສະແດງໃຫ້ເຫັນວ່າຊີວິດຂອງເຈົ້າບໍ່ມີຄ່າຫຍັງເລີຍ. ເຈົ້າບໍ່ຖະນຸຖະໜອມຊີວິດຂອງເຈົ້າ, ເຈົ້າບໍ່ໃຊ້ຊີວິດຂອງເຈົ້າເພື່ອເຮັດສິ່ງທີ່ມີຄວາມໝາຍ ແລະ ມີຄຸນຄ່າທີ່ສຸດ ແຕ່ສາມາດຕາຍຢ່າງງ່າຍດາຍເພື່ອໃຜກໍຕາມທີ່ເຂົ້າໃຈເຈົ້າ. ສິ່ງນີ້ສະແດງໃຫ້ເຫັນວ່າຊີວິດຂອງເຈົ້າໄຮ້ຄ່າເກີນໄປ; ມັນເປັນພຽງຊີວິດທີ່ໜ້າສົມເພດ ເຊິ່ງໄຮ້ຄ່າຄືກັບຊີວິດຂອງໝາ, ແມວ ຫຼື ໄກ່. ສະນັ້ນ, ຄຳເວົ້າທີ່ວ່າ: “ຜູ້ຊາຍຍອມສະລະຊີວິດເພື່ອຄົນທີ່ເຂົ້າໃຈລາວ” ຖືກຕ້ອງບໍ? (ບໍ່). ຄຳເວົ້ານີ້ຫຼຸດຄຸນຄ່າຂອງຜູ້ຄົນ ແລະ ບໍ່ໃຫ້ກຽດຜູ້ຄົນ; ມັນເປັນຄຳເວົ້າທີ່ບໍ່ຖະນຸຖະໜອມຊີວິດ. ການຍອມຕາຍເພື່ອຄົນອື່ນຢ່າງງ່າຍດາຍ, ຊີວິດຂອງມະນຸດໄດ້ມາຢ່າງງ່າຍດາຍບໍ? ຊີວິດບໍ່ໄດ້ມາຢ່າງງ່າຍດາຍ; ຄົນເຮົາບໍ່ສາມາດຕາຍຢ່າງງ່າຍດາຍແບບນັ້ນໄດ້. ສະນັ້ນ, ຄຳເວົ້າທີ່ວ່າ: “ຜູ້ຊາຍຍອມສະລະຊີວິດເພື່ອຄົນທີ່ເຂົ້າໃຈລາວ” ຈຶ່ງບໍ່ຖືກຕ້ອງ ແລະ ຟັງບໍ່ຂຶ້ນ. ແລ້ວຄຳເວົ້າທີ່ວ່າ: “ຜູ້ຍິງແຕ່ງຕົວເພື່ອຜູ້ທີ່ຊື່ນຊົມນາງ” ຖືກຕ້ອງບໍ? (ມັນກໍບໍ່ຖືກຕ້ອງເຊັ່ນກັນ). ມັນບໍ່ຖືກຕ້ອງແນວໃດ? ພວກເຈົ້າເຄີຍມັກຄຳເວົ້ານີ້ແທ້ໆ ແລະ ເຫັນດີກັບມັນແທ້ໆ ຈົນເຖິງກັບຖືວ່າມັນເປັນຄວາມຈິງ ແລະ ເປັນຄະຕິປະຈຳໃຈບໍ? ເຄີຍມີຄົນຊື່ນຊົມເຈົ້າບໍ? ຖ້າຄົນທີ່ຊື່ນຊົມເຈົ້າເປັນຄົນທີ່ເຈົ້າມັກ, ເຈົ້າຮູ້ສຶກເປັນກຽດບໍ? (ບໍ່ເຖິງກັບເປັນກຽດ, ບາງທີອາດຈະມີຄວາມສຸກຢູ່ໃນໃຈ). ແລ້ວນັ້ນກໍບໍ່ຕ່າງຫຍັງກັບການຮູ້ສຶກເປັນກຽດ. ຄວາມສຸກນີ້ດີບໍ? (ບໍ່). ເປັນຫຍັງຈຶ່ງບໍ່ດີ? (ການທີ່ຜູ້ຍິງແຕ່ງຕົວເພື່ອຄວາມຊື່ນຊົມ ແລະ ຄວາມມັກຂອງຜູ້ຊາຍ, ດຳລົງຊີວິດເພື່ອຜູ້ຊາຍເທົ່ານັ້ນ ແລະ ທຸ່ມເທຄວາມຄິດທັງໝົດຂອງນາງໃສ່ສິ່ງນີ້, ຂ້ານ້ອຍຮູ້ສຶກວ່າການດຳລົງຊີວິດແບບນີ້ຂ້ອນຂ້າງໄຮ້ກຽດ). ມີມຸມມອງທີ່ແຕກຕ່າງກັນບໍ? ຄຳເວົ້າທີ່ວ່າ: “ຜູ້ຍິງແຕ່ງຕົວເພື່ອຜູ້ທີ່ຊື່ນຊົມນາງ” ນັ້ນເອງໄດ້ວາງຜູ້ຍິງໄວ້ໃນຕຳແໜ່ງທີ່ບໍ່ເທົ່າທຽມກັບຜູ້ຊາຍ. ມັນຮຽກຮ້ອງໃຫ້ຜູ້ຍິງແຕ່ງຕົວເພື່ອເອົາໃຈຜູ້ຊາຍ, ດຳລົງຊີວິດເພື່ອຄວາມສຸກຂອງຜູ້ຊາຍ ແລະ ຮູ້ສຶກເປັນກຽດທຸກຄັ້ງທີ່ມີຄົນມັກ ແລະ ຊື່ນຊົມພວກນາງ. ສິ່ງນີ້ບໍ່ເທົ່າທຽມກັນ; ສິ່ງນີ້ເອງເປັນການສະທ້ອນທີ່ແທ້ຈິງເຖິງສະຖານະທີ່ຕໍ່າຕ້ອຍຂອງຜູ້ຍິງ. ຄວາມໝາຍແຝງຂອງຄຳເວົ້າທີ່ວ່າ: “ຜູ້ຍິງແຕ່ງຕົວເພື່ອຜູ້ທີ່ຊື່ນຊົມນາງ” ກໍຄື ບໍ່ວ່າຜູ້ຍິງຈະເປັນທີ່ຊື່ນຊອບຂອງຄົນອື່ນຍ້ອນຮູບຮ່າງໜ້າຕາທີ່ດີຂອງນາງ ຫຼື ດຶງດູດຄວາມມັກຂອງຜູ້ຊາຍຍ້ອນນາງຮູ້ວິທີແຕ່ງຕົວໃຫ້ເປັນຕາເບິ່ງ ນາງກໍຄວນຮູ້ສຶກມີຄວາມສຸກ ແລະ ເປັນກຽດຍ້ອນສິ່ງນັ້ນ. ສິ່ງນີ້ເອງເປັນການຫຼຸດຄຸນຄ່າຂອງຜູ້ຍິງ. ຄຳເວົ້ານີ້ບອກຜູ້ຍິງວ່າຄຸນຄ່າໃນການມີຢູ່ຂອງພວກນາງ ແລະ ແຫຼ່ງທີ່ມາຂອງຄວາມສຸກຂອງພວກນາງ ກໍເພື່ອໃຫ້ມີຄົນມັກພວກນາງ ແລະ ຖ້າບໍ່ມີ ພວກນາງກໍຄວນຮູ້ສຶກໂຊກຮ້າຍ ແລະ ເສຍໃຈ ພ້ອມທັງຕ້ອງໄຕ່ຕອງວ່າເປັນຫຍັງຈຶ່ງບໍ່ມີໃຜມັກພວກນາງ ແລະ ໄຕ່ຕອງວ່າໃນຖານະທີ່ເປັນຜູ້ຍິງ ພວກນາງກຳລັງດຳລົງຊີວິດທີ່ໄຮ້ຄ່າ ແລະ ລົ້ມເຫຼວ ຫຼື ບໍ່. ແລ້ວຄຳເວົ້າທີ່ວ່າ: “ຜູ້ຍິງແຕ່ງຕົວເພື່ອຜູ້ທີ່ຊື່ນຊົມນາງ” ບໍ່ແມ່ນການຫຼຸດຄຸນຄ່າຂອງຜູ້ຍິງບໍ? (ແມ່ນແລ້ວ). ໃນວະລີທີ່ວ່າ: “ຜູ້ຍິງແຕ່ງຕົວເພື່ອຜູ້ທີ່ຊື່ນຊົມນາງ” ໂດຍປົກກະຕິແລ້ວ ຜູ້ທີ່ຊື່ນຊົມບໍ່ໄດ້ໝາຍເຖິງຜູ້ຊາຍບໍ? ຄຳເວົ້ານີ້ເອງໄດ້ວາງຜູ້ຊາຍໄວ້ໃນຕຳແໜ່ງຂອງນາຍ ເຊິ່ງຢູ່ເໜືອຜູ້ຍິງ. ມັນໝາຍຄວາມວ່າຜູ້ຍິງຄວນຮູ້ສຶກເປັນກຽດທີ່ຜູ້ຊາຍ ເຊິ່ງເປັນນາຍມັກ ແລະ ຊື່ນຊົມນາງ. ຖ້າຜູ້ຊາຍ ເຊິ່ງເປັນນາຍບໍ່ມັກນາງ ແລ້ວມັນກໍມີບາງສິ່ງບາງຢ່າງຜິດປົກກະຕິໃນຕົວນາງ ໂດຍເຮັດໃຫ້ນາງບໍ່ເປັນຕາຮັກ, ນາງເປັນຄົນລົ້ມເຫຼວໃນຊີວິດ ແລະ ນາງບໍ່ມີຄຸນສົມບັດທີ່ຈະເປັນຜູ້ຍິງ. ເຈົ້າເຫັນບໍ ສິ່ງນີ້ໄດ້ຍົກລະດັບສະຖານະຂອງຜູ້ຊາຍຂຶ້ນໂດຍບໍ່ຮູ້ຕົວ ເຊິ່ງເຮັດໃຫ້ພວກເຂົາສາມາດຢຽບຄໍຜູ້ຍິງ ແລະ ຢູ່ເໜືອພວກນາງໄດ້. ນີ້ຄືຈຸດທີ່ຜິດພາດໃນຄຳເວົ້າທີ່ວ່າ: “ຜູ້ຍິງແຕ່ງຕົວເພື່ອຜູ້ທີ່ຊື່ນຊົມນາງ”. ນອກຈາກນີ້ ຜູ້ຊາຍມັກຜູ້ຍິງພຽງເພາະຮູບຮ່າງໜ້າຕາ ແລະ ການແຕ່ງຕົວຂອງພວກນາງບໍ? ຫຼື ພວກເຂົາມັກຜູ້ຍິງພຽງເພາະພວກເຂົາເຫັນວ່າພວກນາງອ່ອນໂຍນ, ມີຄຸນນະທຳ, ມີກຽດ ແລະ ສະຫງ່າງາມ? ຜູ້ຊາຍມັກຜູ້ຍິງພຽງເພື່ອໃຫ້ເປັນຕາເບິ່ງບໍ? (ບໍ່, ມັນກໍເພື່ອຕອບສະໜອງຕັນຫາທາງເພດຂອງເນື້ອໜັງ). ແລ້ວຈຸດປະສົງຂອງຜູ້ຍິງທີ່ພະຍາຍາມເອົາໃຈຜູ້ຊາຍ ແລະ ເຮັດໃຫ້ພວກເຂົາມີຄວາມສຸກແມ່ນຫຍັງ? (ມັນກໍເພື່ອເພີດເພີນກັບຕັນຫາທາງເພດຂອງເນື້ອໜັງເຊັ່ນກັນ). ນັ້ນກໍຄື ທັງຜູ້ຊາຍ ແລະ ຜູ້ຍິງລ້ວນແຕ່ມີຄວາມຕ້ອງການຕໍ່ກັນ ແລະ ກັນ ແລະ ຄວາມຕ້ອງການທີ່ພື້ນຖານທີ່ສຸດໃນບັນດາຄວາມຕ້ອງການເຫຼົ່ານີ້ກໍຄືຕັນຫາທາງເພດຂອງເນື້ອໜັງ. ຄວາມຕ້ອງການຂອງຜູ້ຊາຍທີ່ມີຕໍ່ຜູ້ຍິງບໍ່ແມ່ນພຽງແຕ່ການມັກຮູບຮ່າງໜ້າຕາຂອງນາງເທົ່ານັ້ນ ແຕ່ເມື່ອອີງໃສ່ສິ່ງນັ້ນ ມັນຄືການໄດ້ຮ່າງກາຍຂອງນາງມາ, ເວົ້າໃຫ້ຊັດເຈນກວ່ານັ້ນກໍຄື ການໄດ້ຮ່າງກາຍຂອງນາງມາເພື່ອຕອບສະໜອງຕັນຫາທາງເພດຂອງລາວເອງ. ສະນັ້ນ, ຈຸດປະສົງທີ່ຢູ່ເບື້ອງຫຼັງຄຳເວົ້າທີ່ວ່າ: “ຜູ້ຍິງແຕ່ງຕົວເພື່ອຜູ້ທີ່ຊື່ນຊົມນາງ” ຄວາມຈິງແລ້ວກໍເພື່ອຕອບສະໜອງຕັນຫາທາງເພດຂອງຜູ້ຊາຍ. ມັນຮຽກຮ້ອງໃຫ້ຜູ້ຍິງບໍ່ພຽງແຕ່ຕ້ອງເຮັດໃຫ້ຮູບຮ່າງໜ້າຕາ ແລະ ການແຕ່ງຕົວຂອງພວກນາງເປັນທີ່ພໍໃຈຂອງຜູ້ຊາຍເທົ່ານັ້ນ ແຕ່ຍັງຕ້ອງຕອບສະໜອງຕັນຫາທາງເພດຂອງຜູ້ຊາຍອີກດ້ວຍ. ນັ້ນບໍ່ແມ່ນວິທີການດຳລົງຊີວິດທີ່ໄຮ້ກຽດບໍ? ຖ້າຜູ້ຍິງຍັງຄິດວ່າຄຳເວົ້ານີ້ຖືກຕ້ອງ ແລະ ມັນເປັນສິ່ງທີ່ພວກນາງຄວນບັນລຸ ແລະ ຍຶດໝັ້ນ ແລ້ວຜູ້ຍິງກໍກຳລັງຫຼຸດຄຸນຄ່າຂອງຕົວພວກນາງເອງ. ຜູ້ຊາຍມີຄວາມຕ້ອງການທາງເພດຕໍ່ຜູ້ຍິງ ແລະ ຕ້ອງການຫຼິ້ນກັບຮ່າງກາຍຂອງພວກນາງ; ຖ້າຜູ້ຍິງ ແທນທີ່ຈະເຫັນວ່າສິ່ງນີ້ເປັນຕາໜ້າລັງກຽດ ແລະ ໜ້າກຽດຊັງ ແຕ່ຍັງຄົງແຕ່ງຕົວເພື່ອຜູ້ທີ່ຊື່ນຊົມພວກນາງ ໂດຍຮູ້ສຶກວ່າມັນເປັນກຽດອັນຍິ່ງໃຫຍ່ທີ່ສຸດໃນຊີວິດຂອງພວກນາງ ແລະ ເປັນກຽດອັນສູງສຸດ, ແລ້ວພວກນາງບໍ່ໄດ້ກຳລັງຫຼຸດຄຸນຄ່າຂອງຕົວພວກນາງເອງບໍ? (ແມ່ນແລ້ວ). ສິ່ງນີ້ເປັນການພາກເອົາສິດທິຂອງຜູ້ຍິງໄປຢ່າງສິ້ນເຊີງ. ມັນບໍ່ພຽງແຕ່ພາກເອົາສິດທິໃນການມີຢູ່, ກຽດສັກສີ ແລະ ສິດທິມະນຸດຂອງຜູ້ຍິງໄປເທົ່ານັ້ນ ແຕ່ມັນຍັງເຮັດໃຫ້ພວກນາງຄິດວ່າມັນເປັນກຽດອັນຍິ່ງໃຫຍ່ທີ່ສຸດອີກດ້ວຍ. ສິ່ງນີ້ບໍ່ໂຫດຮ້າຍບໍ? ມັນໂຫດຮ້າຍຢ່າງຍິ່ງ! ນອກເໜືອຈາກການບໍ່ມີຄວາມເປັນເອກະລາດ ແລະ ບໍ່ມີສິດທິມະນຸດເລີຍແລ້ວ ຄວາມສຸກ, ຄວາມຍິນດີ ແລະ ຄວາມປິຕິຍິນດີຂອງຜູ້ຍິງກໍສາມາດບັນລຸໄດ້ບົນພື້ນຖານຂອງການເອົາໃຈຜູ້ຊາຍ ແລະ ການຕອບສະໜອງພວກເຂົາຢ່າງເຕັມທີ່ເທົ່ານັ້ນ. ບໍ່ວ່າຜູ້ຍິງຈະຕ້ອງທົນທຸກກັບການປະຕິບັດທີ່ໄຮ້ມະນຸດສະທຳແບບໃດກໍຕາມ ພວກນາງກໍຍັງຖືກຮຽກຮ້ອງໃຫ້ພູມໃຈໃນສິ່ງນັ້ນ. ສິ່ງນີ້ບໍ່ແມ່ນການລ່ວງລະເມີດ ແລະ ການທຳຮ້າຍຜູ້ຍິງບໍ? ບໍ່ວ່າຈະເປັນຜູ້ຍິງໃນຍຸກປັດຈຸບັນ ຫຼື ຍຸກບູຮານ ພວກນາງກໍລ້ວນແຕ່ຖືເອົາຄຳເວົ້າທີ່ວ່າ: “ຜູ້ຍິງແຕ່ງຕົວເພື່ອຜູ້ທີ່ຊື່ນຊົມນາງ” ເປັນຄະຕິປະຈຳໃຈຂອງພວກນາງ ແລະ ເປັນເປົ້າໝາຍໃນຊີວິດຂອງພວກນາງ. ສິ່ງນີ້ບໍ່ຜິດຢ່າງສິ້ນເຊີງບໍ? ນີ້ບໍ່ແມ່ນກົນອຸບາຍທີ່ຊາຕານໃຊ້ເພື່ອລ່ວງລະເມີດ ແລະ ເຮັດໃຫ້ຜູ້ຄົນຫຼົງຜິດບໍ? (ແມ່ນແລ້ວ). ຖ້າເຈົ້າເປັນຜູ້ຍິງ ແລ້ວມີຜູ້ຊາຍຄົນໜຶ່ງພໍໃຈໃນຕົວເຈົ້າ ໂດຍຫົວໃຈຂອງລາວເຕັມໄປດ້ວຍຕັນຫາທີ່ຊົ່ວຊ້າທີ່ມີຕໍ່ເຈົ້າ, ເຈົ້າຈະຮູ້ສຶກລັງກຽດ ຫຼື ຮູ້ສຶກເປັນກຽດຢ່າງຍິ່ງຖ້າເຈົ້າຮູ້? (ລັງກຽດ). ເມື່ອລາວຄິດເຖິງເຈົ້າ ລາວຄິດເຖິງແຕ່ຮ່າງກາຍຂອງເຈົ້າ ແລະ ຮູບຮ່າງໜ້າຕາຂອງເຈົ້າ ພ້ອມທັງປົດປ່ອຍຕັນຫາທາງເພດຂອງລາວເອງ. ຍິ່ງລາວພໍໃຈໃນຕົວເຈົ້າຫຼາຍເທົ່າໃດ ລາວກໍຍິ່ງເຕັມໄປດ້ວຍຕັນຫາທາງເພດທີ່ມີຕໍ່ເຈົ້າຫຼາຍຂຶ້ນເທົ່ານັ້ນ; ສິ່ງທີ່ຖືກປຸກປັ່ນຂຶ້ນໃນຕົວລາວເມື່ອກ່ຽວຂ້ອງກັບເຈົ້າ ກໍລ້ວນແຕ່ເປັນຄວາມຄິດທີ່ເຕັມໄປດ້ວຍຕັນຫາທັງໝົດ. ລາວເຖິງກັບພະຍາຍາມທຸກວິທີທາງເພື່ອໃຫ້ໄດ້ເຈົ້າມາ ເພື່ອທີ່ລາວຈະໄດ້ເພີດເພີນກັບຮ່າງກາຍຂອງເຈົ້າ, ຕອບສະໜອງຕັນຫາທາງເພດຂອງລາວຢ່າງເຕັມທີ່ ແລະ ປົດປ່ອຍຕັນຫາທາງເພດຂອງລາວ. ຖ້າເຈົ້າຮູ້ວ່າລາວມີເຈດຕະນາແບບນັ້ນຕໍ່ເຈົ້າ, ເຈົ້າຍັງຈະຄິດວ່າຄຳເວົ້າທີ່ວ່າ: “ຜູ້ຍິງແຕ່ງຕົວເພື່ອຜູ້ທີ່ຊື່ນຊົມນາງ” ຖືກຕ້ອງຢູ່ບໍ? ເຈົ້າຍັງຈະຮູ້ສຶກວ່າມັນເປັນກຽດບໍທີ່ໄດ້ຮັບຄວາມມັກ ແລະ ຄວາມຊື່ນຊົມຈາກໃຜຈັກຄົນ? (ບໍ່). ຖ້າເຈົ້າເປັນຜູ້ຍິງທີ່ມີຄວາມຮູ້ສຶກລະອາຍ ແລະ ມີກຽດສັກສີ ແລ້ວເຈົ້າກໍຄວນຈະລັງກຽດຄຳເວົ້ານີ້ ພ້ອມທັງກຽດຊັງ ແລະ ປະຕິເສດການເປັນທີ່ຊື່ນຊອບຂອງຄົນປະເພດນັ້ນ. ມີພຽງແຕ່ການດຳລົງຊີວິດແບບນີ້ເທົ່ານັ້ນ ເຈົ້າຈຶ່ງຈະມີກຽດສັກສີ. ຄົນທີ່ຊື່ນຊົມ ແລະ ເຫັນຄຸນຄ່າຂອງເຈົ້າຢ່າງແທ້ຈິງເຮັດແບບນັ້ນ ຍ້ອນຄຸນລັກສະນະຂອງເຈົ້າ ແລະ ການໄລ່ຕາມເສາະຫາຂອງເຈົ້າ, ຍ້ອນເຈົ້າເຂົ້າໃຈຄວາມຈິງ ແລະ ພວກເຂົາຍັງຕ້ອງການໄດ້ຮັບບາງສິ່ງບາງຢ່າງທີ່ເປັນການເສີມສ້າງຈາກເຈົ້າ ແລະ ໄດ້ຮັບຄວາມຊ່ວຍເຫຼືອຈາກເຈົ້າ, ບໍ່ແມ່ນຍ້ອນພວກເຂົາຕ້ອງການຊື່ນຊົມຮ່າງກາຍຂອງເຈົ້າເພື່ອເພີດເພີນ ແລະ ຕອບສະໜອງຕັນຫາທາງເພດຂອງພວກເຂົາ. ຖ້າມີຄົນຊື່ນຊົມເຈົ້າໂດຍບໍ່ສົນໃຈຄຸນລັກສະນະຂອງເຈົ້າ ຫຼື ບໍ່ສົນໃຈວ່າເຈົ້າໄລ່ຕາມເສາະຫາຄວາມຈິງ ຫຼື ບໍ່ ແລະ ພຽງແຕ່ຍ້ອນຮູບຮ່າງໜ້າຕາ ແລະ ຮູບຊົງຂອງເຈົ້າເປັນຕາເບິ່ງ ແລະ ສາມາດຕອບສະໜອງຕັນຫາທາງເພດຂອງພວກເຂົາໄດ້ຢ່າງເຕັມທີ່ ແຕ່ເຈົ້າພັດບໍ່ຮູ້ສຶກລັງກຽດ ຫຼື ກຽດຊັງສິ່ງນີ້, ກົງກັນຂ້າມ ເຈົ້າກັບຮູ້ສຶກວ່າພວກເຂົາມັກເຈົ້າ, ໂດຍສະເພາະຍ້ອນພວກເຂົາໄດ້ເຂົ້າຫາເຈົ້າທາງຮ່າງກາຍ ເຈົ້າຍິ່ງຮູ້ສຶກວ່າພວກເຂົາມັກເຈົ້າ ແລະ ເຈົ້າເຖິງກັບຮູ້ສຶກເປັນກຽດຍ້ອນສິ່ງນີ້ ແລ້ວເຈົ້າກໍກຳລັງຫຼຸດຄຸນຄ່າຂອງຕົວເຈົ້າເອງ. ຖ້າບໍ່ວ່າໃຜກໍຕາມທີ່ມີແຜນການ ຫຼື ເຈດຕະນາທີ່ຊົ່ວຊ້າຕໍ່ຮ່າງກາຍຂອງເຈົ້າ ເຈົ້າກໍບໍ່ສົນໃຈ ແລະ ຕາບໃດທີ່ພວກເຂົາມັກເຈົ້າ ເຈົ້າກໍຖືວ່າມັນເປັນກຽດພິເສດຂອງເຈົ້າ ແລະ ຮູ້ສຶກເປັນກຽດຍ້ອນມັນ ແລ້ວເຈົ້າກໍບໍ່ແມ່ນຄົນທີ່ມີຄວາມສຸດຈະລິດ ແລະ ກຽດສັກສີ ແລະ ບໍ່ແມ່ນຜູ້ຍິງທີ່ດີ. ສົມມຸດວ່າມີຄົນມີຄວາມຕ້ອງການທາງເພດຕໍ່ເຈົ້າ ແລະ ເຈົ້າຮູ້ສຶກວ່າເຈົ້າໄດ້ພົບຄົນທີ່ເຂົ້າໃຈເຈົ້າ ແລະ ຍັງໄດ້ພົບໂອກາດທີ່ຈະປົດປ່ອຍຕັນຫາທາງເພດອີກດ້ວຍ; ການຕົບມືຂ້າງດຽວມັນບໍ່ດັງ ແລະ ພວກເຈົ້າທັງສອງກໍມາຢູ່ຮ່ວມກັນຍ້ອນພວກເຈົ້າລ້ວນແຕ່ເປັນພວກທີ່ໜ້າລັງກຽດປະເພດດຽວກັນ. ໃນກໍລະນີດັ່ງກ່າວ ເຈົ້າກໍເປັນຄົນທີ່ບໍ່ມີຄວາມສຸດຈະລິດ ແລະ ກຽດສັກສີເລີຍ ແລະ ບໍ່ຄູ່ຄວນທີ່ຈະໄດ້ຮັບຄວາມມັກ; ເຈົ້າເປັນຄົນປະເພດດຽວກັນກັບຄົນທີ່ມັກມາກໃນກາມ ແລະ ສຳສ່ອນ. ຖ້າເຈົ້າເປັນຜູ້ຍິງທີ່ມີກຽດສັກສີຢ່າງແທ້ຈິງ ເຈົ້າກໍຄວນຮູ້ສຶກລັງກຽດ, ກຽດຊັງ ແລະ ຂີ້ດຽດທີ່ໄດ້ຮັບຄວາມມັກຈາກຄົນທີ່ມັກມາກໃນກາມ ແລະ ສຳສ່ອນປະເພດນັ້ນ. ແນ່ນອນວ່າ ຖ້າເຫດຜົນທີ່ຄົນໃດຄົນໜຶ່ງມັກເຈົ້າເປັນຍ້ອນຄວາມເປັນມະນຸດຂອງເຈົ້າ, ການໄລ່ຕາມເສາະຫາຂອງເຈົ້າ ຫຼື ຍ້ອນເຈົ້າມີຈຸດແຂງບາງຢ່າງຢ່າງແທ້ຈິງ ນັ້ນກໍບໍ່ແມ່ນສິ່ງທີ່ຄູ່ຄວນໃຫ້ຮູ້ສຶກເປັນກຽດເຊັ່ນກັນ. ຈຸດປະສົງຂອງຄົນທີ່ເວົ້າວ່າ: “ຜູ້ຍິງແຕ່ງຕົວເພື່ອຜູ້ທີ່ຊື່ນຊົມນາງ” ນັ້ນ ບໍ່ໄດ້ງ່າຍດາຍຄືກັບການທີ່ຜູ້ຊາຍຊື່ນຊົມຜູ້ຍິງຢ່າງແນ່ນອນ. ມັນວາງຜູ້ຊາຍໄວ້ໃນຕຳແໜ່ງທີ່ພວກເຂົາຢູ່ເໜືອຜູ້ຍິງຢ່າງແນ່ນອນ. ເວົ້າໃຫ້ຊັດເຈນກວ່ານັ້ນກໍຄື ຄຳເວົ້ານີ້ເກີດຂຶ້ນພາຍໃຕ້ຄ່ານິຍົມທີ່ວ່າຜູ້ຊາຍສູງສົ່ງກວ່າ ແລະ ຜູ້ຍິງຕໍ່າຕ້ອຍກວ່າ. ນອກຈາກນີ້, ຄວາມເປັນຈິງກໍຄື ຜູ້ຍິງເປັນກຸ່ມຄົນທີ່ອ່ອນແອພາຍໃຕ້ລະບົບສັງຄົມໃດກໍຕາມ ໂດຍຖືກເບິ່ງວ່າເປັນພຽງທີ່ເພິ່ງພາ ແລະ ເປັນເຄື່ອງຫຼິ້ນຂອງຜູ້ຊາຍ. ສະນັ້ນ, ຄຳເວົ້າທີ່ວ່າ: “ຜູ້ຍິງແຕ່ງຕົວເພື່ອຜູ້ທີ່ຊື່ນຊົມນາງ” ຈຶ່ງເປັນຄວາມອັບອາຍສຳລັບຜູ້ຍິງທຸກຄົນຢ່າງແນ່ນອນ. ຖ້າຜູ້ຍິງເຫັນດີກັບຄຳເວົ້ານີ້ເປັນພິເສດ ມັນກໍເປັນຄວາມໂສກເສົ້າສຳລັບຜູ້ຍິງ ແລະ ຄົນເຮົາກໍຄວນຮູ້ສຶກກ່າວໂທດຜູ້ຍິງທຸກຄົນທີ່ເຫັນດີກັບມັນ. ແລ້ວຜູ້ຊາຍຄວນເຫັນດີກັບມຸມມອງທີ່ວ່າ: “ຜູ້ຍິງແຕ່ງຕົວເພື່ອຜູ້ທີ່ຊື່ນຊົມນາງ” ບໍ? (ບໍ່). ຖ້າຜູ້ຊາຍເຫັນຜູ້ຍິງແຕ່ງຕົວເພື່ອຜູ້ທີ່ຊື່ນຊົມນາງ, ລາວບໍ່ຮູ້ສຶກບໍວ່າຜູ້ຍິງປະເພດນັ້ນດຳລົງຊີວິດໃນລັກສະນະທີ່ໄຮ້ກຽດຫຼາຍ ແລະ ລາວກໍຈະດູຖູກຜູ້ຍິງປະເພດນັ້ນເຊັ່ນກັນ, ບໍ່ແມ່ນບໍ? (ແມ່ນແລ້ວ).
ຕອນນີ້ພວກເຈົ້າເຫັນໄດ້ຢ່າງຊັດເຈນແລ້ວບໍວ່າ ຄຳເວົ້າທີ່ວ່າ: “ຜູ້ຍິງແຕ່ງຕົວເພື່ອຜູ້ທີ່ຊື່ນຊົມນາງ” ນັ້ນຖືກຕ້ອງ ຫຼື ບໍ່? (ບໍ່ຖືກຕ້ອງ). ຄຳເວົ້ານີ້ບໍ່ແມ່ນສິ່ງທີ່ເປັນບວກ ແລະ ມັນກໍບໍ່ແມ່ນຄວາມຄິດ ຫຼື ມຸມມອງທີ່ຖືກຕ້ອງ. ຈົ່ງເບິ່ງໃນພຣະຄຳພີ ແລະ ໃນພຣະທຳທີ່ພຣະເຈົ້າສະແດງອອກ, ມີປະໂຫຍກໃດແດ່ທີ່ບອກໃຫ້ຜູ້ຍິງແຕ່ງຕົວເພື່ອຜູ້ທີ່ຊື່ນຊົມພວກນາງ? ມີປະໂຫຍກໃດແດ່ທີ່ແບ່ງສະຖານະຂອງຜູ້ຊາຍ ແລະ ຜູ້ຍິງອອກເປັນລະດັບ ໂດຍເວົ້າວ່າຜູ້ຊາຍຢູ່ເໜືອກວ່າຜູ້ຍິງ? ບໍ່ມີເລີຍ. ສິ່ງທີ່ຖືກບັນທຶກໄວ້ໃນພຣະທຳປະຖົມມະການໃນພຣະຄຳພີກໍຄື ຜູ້ຍິງຄືກະດູກຈາກກະດູກຂອງຜູ້ຊາຍ ແລະ ເປັນເນື້ອໜັງຈາກເນື້ອໜັງຂອງຜູ້ຊາຍ. ຜູ້ຊາຍ ແລະ ຜູ້ຍິງລ້ວນແຕ່ເປັນມະນຸດທີ່ພຣະເຈົ້າສ້າງຂຶ້ນ; ພວກເຂົາເທົ່າທຽມກັນເມື່ອຢູ່ຕໍ່ໜ້າພຣະເຈົ້າ ໂດຍບໍ່ມີການແບ່ງລະດັບ ແລະ ບໍ່ມີການແບ່ງແຍກລະຫວ່າງຜູ້ທີ່ສູງສົ່ງກວ່າ ແລະ ຜູ້ທີ່ຕ່ຳຕ້ອຍກວ່າ. ການແບ່ງແຍກຜູ້ຄົນອອກເປັນຜູ້ທີ່ສູງສົ່ງກວ່າ ແລະ ຜູ້ທີ່ຕ່ຳຕ້ອຍກວ່າ ແລະ ການແບ່ງແຍກລະດັບຂອງສະຖານະນັ້ນເປັນສິ່ງທີ່ຊາຕານເຮັດ; ມັນຄືຫຼັກຖານທີ່ແທ້ຈິງຂອງການກົດຂີ່ ແລະ ການຂົ່ມເຫັງຜູ້ຍິງຂອງຊາຕານ. ນັບຕັ້ງແຕ່ພຣະເຈົ້າໄດ້ສ້າງມະນຸດຊາດຂຶ້ນມາໃນຕອນເລີ່ມຕົ້ນ ຜູ້ຊາຍ ແລະ ຜູ້ຍິງກໍເທົ່າທຽມກັນໃນສາຍພຣະເນດຂອງພຣະເຈົ້າ. ທັງສອງເພດລ້ວນແຕ່ເປັນສິ່ງທີ່ຖືກສ້າງ ແລະ ເປັນຜູ້ທີ່ໄດ້ຮັບຄວາມລອດພົ້ນຂອງພຣະເຈົ້າ. ພຣະເຈົ້າບໍ່ເຄີຍກ່າວວ່າຜູ້ຊາຍສູງສົ່ງກວ່າ ແລະ ຜູ້ຍິງຕ່ຳຕ້ອຍກວ່າ ແລະ ບໍ່ເຄີຍກ່າວວ່າຜູ້ຊາຍຄວນເປັນຫົວໜ້າຂອງຜູ້ຍິງ ຫຼື ເປັນນາຍຂອງພວກນາງ, ຜູ້ຊາຍຄວນຢູ່ເໜືອກວ່າຜູ້ຍິງ, ຜູ້ຊາຍຄວນໄດ້ຮັບບຸລິມະສິດເໜືອກວ່າຜູ້ຍິງໃນວຽກງານໃດກໍຕາມ ຫຼື ຜູ້ຊາຍມີຄວາມຄິດເຫັນຂອງຕົນເອງ ແລະ ເປັນເສົາຫຼັກ ໃນຂະນະທີ່ຜູ້ຍິງຄວນຟັງຜູ້ຊາຍໃຫ້ຫຼາຍຂຶ້ນ. ພຣະເຈົ້າບໍ່ເຄີຍກ່າວສິ່ງເຫຼົ່ານີ້ເລີຍ. ມັນເປັນຍ້ອນຄວາມເສື່ອມຊາມຂອງຊາຕານເທົ່ານັ້ນທີ່ເຮັດໃຫ້ຄຳເວົ້າກ່ຽວກັບການທີ່ຜູ້ຊາຍສູງສົ່ງກວ່າ ແລະ ຜູ້ຍິງຕ່ຳຕ້ອຍກວ່າເກີດຂຶ້ນໃນທ່າມກາງຜູ້ຄົນ ແລະ ຈາກນັ້ນກະແສນີ້ກໍໄດ້ກໍ່ຕົວຂຶ້ນທົ່ວທັງສັງຄົມ ແລະ ມະນຸດຊາດທັງປວງ ເຊິ່ງກົດຂີ່ຜູ້ຍິງພາຍໃຕ້ສິດອຳນາດຂອງຜູ້ຊາຍຢູ່ຕະຫຼອດເວລາ. ເນື່ອງຈາກການຂາດຄວາມເຂົ້າໃຈກ່ຽວກັບຄວາມຈິງ ຫຼັງຈາກທີ່ຜູ້ຍິງໄດ້ຮັບອິດທິພົນ ແລະ ຖືກກະແສທີ່ຊົ່ວຮ້າຍທຸກປະເພດຂອງຊາຕານເຮັດໃຫ້ຫຼົງຜິດແລ້ວ ພວກນາງກໍຮູ້ສຶກວ່າພວກນາງເປັນຮອງຜູ້ຊາຍ ຫຼື ມີສະຖານະຕ່ຳຕ້ອຍກວ່າຜູ້ຊາຍ. ນັ້ນຄືເຫດຜົນທີ່ວ່າ ຜູ້ຍິງຫຼາຍຄົນຍັງເຊື່ອວ່າຄຳເວົ້າທີ່ວ່າ: “ຜູ້ຍິງແຕ່ງຕົວເພື່ອຜູ້ທີ່ຊື່ນຊົມນາງ” ນັ້ນຖືກຕ້ອງຈົນເຖິງປັດຈຸບັນນີ້. ນີ້ຄືສິ່ງທີ່ໜ້າເສົ້າໃຈຫຼາຍ. ຖ້າຜູ້ຄົນບໍ່ເຂົ້າໃຈຄວາມຈິງ ພວກເຂົາກໍຍັງຄົງຖືກເຮັດໃຫ້ຫຼົງຜິດ ແລະ ຖືກຄວບຄຸມໂດຍຄວາມຄິດ ແລະ ມຸມມອງຕ່າງໆຂອງຊາຕານໃນຫຼາຍເລື່ອງທີ່ສະເພາະເຈາະຈົງ. ແມ່ນແຕ່ເລື່ອງເລັກໆນ້ອຍໆນີ້ກໍເປັນຕົວຢ່າງທີ່ຊັດເຈນຫຼາຍ, ບໍ່ແມ່ນບໍ? (ແມ່ນແລ້ວ). ເຫດຜົນທີ່ຜູ້ຍິງເຕັມໃຈຫຼຸດຄຸນຄ່າຂອງຕົວພວກນາງເອງແມ່ນຫຍັງ? ມັນເປັນເພາະສະພາບແວດລ້ອມທາງສັງຄົມໂດຍລວມທີ່ເຮັດໃຫ້ຜູ້ຍິງບໍ່ສາມາດມີສະຖານະທີ່ເທົ່າທຽມກັບຜູ້ຊາຍໄດ້ ແລະ ເຮັດໃຫ້ຜູ້ຍິງຕ້ອງຍອມຜູ້ຊາຍ ແລະ ສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ຜູ້ຊາຍ ພ້ອມທັງຕ້ອງເສຍສະລະຫຼາຍຢ່າງ ແລະ ຈ່າຍລາຄາຢ່າງຫຼວງຫຼາຍເພື່ອຕອບສະໜອງຜູ້ຊາຍ. ສິ່ງນີ້ເກີດຈາກສັງຄົມ ແລະ ເກີດຈາກກະແສທີ່ຊົ່ວຮ້າຍຕ່າງໆທີ່ຊາຕານນຳພາ. ສະນັ້ນ ຕອນນີ້ຫຼັງຈາກທີ່ເຂົ້າໃຈຄວາມຈິງໃນດ້ານນີ້ແລ້ວ, ມັນບໍ່ມີຂໍ້ສະຫຼຸບທີ່ຊັດເຈນກ່ຽວກັບຄຳເວົ້າທີ່ວ່າ: “ຜູ້ຍິງແຕ່ງຕົວເພື່ອຜູ້ທີ່ຊື່ນຊົມນາງ” ແລ້ວບໍ? (ມີ). ຄຳເວົ້ານີ້ຜິດພ້ຽນ ແລະ ບໍ່ສອດຄ່ອງກັບຄວາມຈິງ, ແມ່ນບໍ? (ແມ່ນແລ້ວ). ຫຼັງຈາກທີ່ໄດ້ຟັງສະຖານະການຕົວຈິງແລ້ວ, ຜູ້ຍິງບໍ່ຮູ້ສຶກບໍວ່າພວກນາງໄດ້ດຳລົງຊີວິດຢ່າງຄັບແຄ້ນໃຈ ແລະ ອຶດອັດໃຈຫຼາຍຕະຫຼອດຫຼາຍປີທີ່ຜ່ານມານີ້? ແລ້ວຜູ້ຍິງຍັງຄວນແຕ່ງຕົວເພື່ອຜູ້ທີ່ຊື່ນຊົມພວກນາງຢູ່ບໍ? (ບໍ່ຄວນ). ໃນຖານະທີ່ເປັນສະມາຊິກຂອງມະນຸດຊາດທີ່ຖືກສ້າງຂຶ້ນ ຜູ້ຍິງແຕກຕ່າງຈາກຜູ້ຊາຍພຽງແຕ່ເລື່ອງເພດ ແລະ ສະລີລະວິທະຍາເທົ່ານັ້ນ; ສ່ວນດ້ານອື່ນນັ້ນ ມັນບໍ່ມີຫຍັງແຕກຕ່າງກັນເລີຍ. ໃນສາຍພຣະເນດຂອງພຣະເຈົ້າ ຜູ້ຊາຍ ແລະ ຜູ້ຍິງບໍ່ມີຄວາມແຕກຕ່າງກັນໃນເລື່ອງສະຖານະເລີຍ. ບໍ່ວ່າສະຖານະການໃດກໍຕາມ ພຣະເຈົ້າບໍ່ເຄີຍຕັ້ງຂໍ້ກຳນົດໃຫ້ຜູ້ຍິງໃຫ້ແຕກຕ່າງຈາກຂໍ້ກຳນົດທີ່ພຣະອົງຕັ້ງໃຫ້ຜູ້ຊາຍເລີຍ. ບໍ່ວ່າຈະເປັນດ້ານຕ່າງໆເຊັ່ນ: ຈຳນວນປະຊາກອນທີ່ພຣະເຈົ້າເລືອກ, ຄວາມຫວັງແຫ່ງຄວາມລອດພົ້ນ, ໂອກາດຂອງພວກເຂົາໃນການປະຕິບັດໜ້າທີ່, ໜ້າທີ່ທີ່ພວກເຂົາສາມາດປະຕິບັດໄດ້ ແລະ ວຽກງານທີ່ພວກເຂົາສາມາດເຮັດໄດ້ ໂດຍພື້ນຖານແລ້ວຜູ້ຍິງກໍເທົ່າທຽມກັບຜູ້ຊາຍ ແລະ ຜູ້ຍິງກໍບໍ່ໄດ້ດ້ອຍກວ່າຜູ້ຊາຍ. ນີ້ຄືສະຖານະການຕົວຈິງ.
ກ່ອນໜ້ານີ້ພວກເຮົາໄດ້ເວົ້າກ່ຽວກັບການສະແດງອອກເຖິງຄວາມມັກມາກໃນກາມ, ຄວາມສຳສ່ອນ ແລະ ການຍົວະຍວນຂອງຄົນຊົ່ວຊ້າເຫຼົ່ານັ້ນທີ່ມີແກ່ນແທ້ທຳມະຊາດຂອງມານຮ້າຍ ພ້ອມທັງວິທີການຈັດການກັບຄົນຊົ່ວຊ້າ ຖ້າຄົນເຮົາປະເຊີນກັບພວກເຂົາເມື່ອເວົ້າເຖິງການເຂົ້າສູ່ຄວາມສຳພັນແບບຮັກໄຄ່ ຫຼື ການສະແຫວງຫາຄູ່ຄອງ. ພວກເຈົ້າຫວັງວ່າຈະໄດ້ພົບກັບຄົນປະເພດນັ້ນເພື່ອສຳຜັດກັບຄວາມໂຣແມນຕິກຈັກຄັ້ງ, ເຮັດຕົວຕາມສະບາຍຈັກຄັ້ງ ແລະ ເພີດເພີນກັບຕົນເອງຈັກຄັ້ງບໍ? (ບໍ່). ແລ້ວພວກເຈົ້າຫວັງວ່າຈະໄດ້ພົບກັບຄົນຮັກໃນຝັນຂອງພວກເຈົ້າ, ເນື້ອຄູ່ຂອງພວກເຈົ້າ ແລະ ຄົນທີ່ເໝາະສົມກັບພວກເຈົ້າບໍ? (ບໍ່). ບໍ່ວ່າເຈົ້າຈະຫວັງສິ່ງນັ້ນ ຫຼື ບໍ່ ມັນກໍບໍ່ສຳຄັນ. ສິ່ງທີ່ສຳຄັນກໍຄື ເຈົ້າຕ້ອງມີຄວາມສາມາດໃນການແຍກແຍະກ່ຽວກັບຄົນທີ່ມັກມາກໃນກາມ, ສຳສ່ອນ ແລະ ຍົວະຍວນເຫຼົ່ານີ້ ເຊິ່ງມີແກ່ນແທ້ທຳມະຊາດທີ່ຊົ່ວຊ້າ ແລະ ເຈົ້າຕ້ອງຢູ່ໃຫ້ຫ່າງຈາກພວກເຂົາ. ຕາມຄຳເວົ້າຂອງຜູ້ບໍ່ມີຄວາມເຊື່ອ ຄົນເຫຼົ່ານີ້ສ່ວນໃຫຍ່ເປັນນັກຮັກທີ່ຊ່ຽວຊານ, ເປັນຄົນເຈົ້າຊູ້ ແລະ ຫຼາຍໃຈ. ຜູ້ໃຫຍ່ສ່ວນໃຫຍ່ຄວນຈະສາມາດເບິ່ງອອກວ່າເປັນຄົນປະເພດນີ້ເມື່ອປະເຊີນກັບຄົນປະເພດນີ້; ບາງທີຫຼັງຈາກການພົວພັນກັນສອງສາມຄັ້ງ ຜູ້ໃຫຍ່ສ່ວນໃຫຍ່ກໍຈະຮູ້ວ່າພວກເຂົາເປັນຄົນປະເພດນີ້. ຄົນປະເພດນີ້ບໍ່ເລືອກໜ້າເມື່ອຈີບຜູ້ຄົນ; ບໍ່ວ່າເຈົ້າຈະອາຍຸຈັກປີກໍຕາມ ຕາບໃດທີ່ເຈົ້າໜ້າຕາດີພໍສົມຄວນ ພວກເຂົາກໍອາດຈະຈີບເຈົ້າ ເຊິ່ງເຮັດໃຫ້ເຈົ້າຕົກຫຼຸມພາງຂອງພວກເຂົາໂດຍບໍ່ຮູ້ຕົວເລີຍວ່າມີຫຍັງເກີດຂຶ້ນ. ພວກເຂົາມັກຈະເວົ້າຄຳເວົ້າທີ່ອ່ອນຫວານ ແລະ ນຸ້ມນວນກັບເຈົ້າຢູ່ສະເໝີ ພ້ອມທັງສະແດງຄວາມຫ່ວງໃຍ, ຄວາມເອົາໃຈໃສ່ ແລະ ຄວາມເຫັນອົກເຫັນໃຈໃຫ້ເຈົ້າເຫັນ. ພວກເຂົາຊອກຫາໂອກາດເພື່ອສົ່ງສາຍຕາໃຫ້ເຈົ້າ, ເສີບຊາ ຫຼື ນ້ຳໃຫ້ເຈົ້າ ແລະ ບາງຄັ້ງກໍເຖິງກັບຊື້ຂອງຂວັນເລັກໆນ້ອຍໆ, ຊັອກໂກແລັດ ແລະ ອື່ນໆໃຫ້ເຈົ້າ. ເມື່ອເຈົ້າບໍ່ໄດ້ລະວັງຕົວເລີຍ ພວກເຂົາກໍທຳລາຍກຳແພງປ້ອງກັນຂອງເຈົ້າ ແລະ ເຂົ້າໄປໃນໃຈຂອງເຈົ້າ. ໂດຍບໍ່ຮູ້ຕົວ ພຽງແຕ່ເຈົ້າຄິດເຖິງພວກເຂົາ ເຈົ້າກໍຮູ້ສຶກຕື່ນເຕັ້ນໃນໃຈ; ຖ້າເຈົ້າບໍ່ເຫັນພວກເຂົາເປັນເວລາສອງສາມມື້ ເຈົ້າກໍຮູ້ສຶກຄືກັບວ່າມີບາງສິ່ງບາງຢ່າງຂາດຫາຍໄປ ໂດຍຄິດວ່າ: “ບໍ່ມີໃຜຢູ່ອ້ອມຂ້າງຂ້ອຍທີ່ເອົາໃຈໃສ່ຂ້ອຍຄືກັບທີ່ພວກເຂົາເຮັດ. ເບິ່ງຄືວ່າຂ້ອຍໄດ້ຕົກຫຼຸມຮັກພວກເຂົາແລ້ວ. ພວກເຂົາກໍຕົກຫຼຸມຮັກຂ້ອຍຄືກັນບໍ?” ນີ້ຄືສະພາວະປະເພດໃດ? (ການຕົກຢູ່ໃນການລອງໃຈ). ຄົນເຈົ້າຊູ້ທີ່ຊ່ຽວຊານບາງຄົນຊຳນານໃນການໃຊ້ກົນອຸບາຍເພື່ອເຮັດໃຫ້ອີກຝ່າຍເຂົ້າຫາພວກເຂົາເອງ; ຫຼັງຈາກທີ່ສະແດງຄວາມຫ່ວງໃຍໃຫ້ເຈົ້າເຫັນເປັນໄລຍະເວລາໜຶ່ງ ແລະ ເຮັດໃຫ້ເຈົ້າຢາກໄດ້ຫຼາຍຂຶ້ນແລ້ວ ພວກເຂົາກໍຫາຍຕົວໄປຈາກເຈົ້າ ເຊິ່ງເຮັດໃຫ້ເຈົ້າເຂົ້າຫາພວກເຂົາດ້ວຍຕົວເຈົ້າເອງ. ເມື່ອເຈົ້າຮູ້ສຶກຕົວວ່າເຈົ້າໄດ້ຕົກຫຼຸມຮັກພວກເຂົາ ແລະ ບໍ່ສາມາດຢູ່ໄດ້ຖ້າບໍ່ມີພວກເຂົາ ເຈົ້າກໍໄດ້ຕົກເຂົ້າໄປໃນກັບດັກແຫ່ງຄວາມຮັກແລ້ວ ແລະ ເຈົ້າກໍຖືກມົນສະກົດແລ້ວ. ເມື່ອຖືກມົນສະກົດແລ້ວ ເຈົ້າກໍຖືກພວກເຂົາຈັບເປັນຊະເລີຍຢ່າງສິ້ນເຊີງ. ກັບດັກແຫ່ງຄວາມຮັກທີ່ຜູ້ຄົນຕົກເຂົ້າໄປນີ້ແມ່ນຫຍັງ? ມັນບໍ່ແມ່ນຄວາມມັກຮັກໃນຄອບຄົວ, ມິດຕະພາບ ຫຼື ຄວາມເອົາໃຈໃສ່ ແລະ ຄວາມຮັກລະຫວ່າງຜູ້ຄົນ ແຕ່ເປັນຕາໜ່າງແຫ່ງຕັນຫາທາງເພດ. ເມື່ອເຈົ້າຕົກເຂົ້າໄປໃນກັບດັກແຫ່ງຕັນຫາທາງເພດແລ້ວ ເຈົ້າກໍສາມາດສູນເສຍການຄວບຄຸມໄດ້ງ່າຍ. ຜູ້ຄົນຫຼາຍກວ່າເກົ້າສິບຫ້າເປີເຊັນ ໂດຍສະເພາະຄົນໜຸ່ມສາວ ບໍ່ສາມາດເອົາຊະນະມັນໄດ້ ແລະ ບໍ່ສາມາດໜີຈາກກັບດັກດັ່ງກ່າວໄດ້. ແລ້ວຄວນເຮັດແນວໃດ? ໃນເມື່ອເຈົ້າຮູ້ວ່າມັນເປັນເລື່ອງທີ່ຍາກຫຼາຍທີ່ຈະໜີຈາກກັບດັກດັ່ງກ່າວ ກໍຢ່າປ່ອຍໃຫ້ຕົນເອງຕົກເຂົ້າໄປໃນນັ້ນ. ຈົ່ງເຮັດທຸກວິທີທາງທີ່ເປັນໄປໄດ້ເພື່ອຢູ່ໃຫ້ຫ່າງຈາກຜູ້ຄົນ, ສິ່ງຂອງ ຫຼື ສະພາບແວດລ້ອມທີ່ອາດຈະນຳພາເຈົ້າເຂົ້າໄປໃນກັບດັກ. ຈົ່ງຮັກສາໄລຍະຫ່າງເປັນໄລຍະເວລາໜຶ່ງ ພ້ອມທັງອະທິຖານຫາພຣະເຈົ້າ ແລະ ອ່ານພຣະທຳຂອງພຣະເຈົ້າ. ເທື່ອລະເລັກເທື່ອລະໜ້ອຍ ຄວາມຕ້ອງການທາງເພດຂອງເຈົ້າກໍຈະຈາງຫາຍໄປ ແລະ ໝົດໄປ, ກັບດັກນັ້ນຈະບໍ່ສາມາດຄວບຄຸມເຈົ້າໄດ້ອີກຕໍ່ໄປ ແລະ ໂດຍພື້ນຖານແລ້ວ ເຈົ້າກໍຈະເອົາຊະນະການລອງໃຈນີ້ໄດ້. ເຖິງຢ່າງໃດກໍຕາມ ບໍ່ມີໃຜຮູ້ວ່າເຈົ້າຈະເປັນແນວໃດເມື່ອເຈົ້າປະເຊີນກັບການລອງໃຈ ແລະ ກັບດັກດັ່ງກ່າວໃນຄັ້ງຕໍ່ໄປ, ເຈົ້າຈະສາມາດເອົາຊະນະມັນໄດ້ ຫຼື ບໍ່. ວິທີດຽວກໍຄືການມາຢູ່ຕໍ່ໜ້າພຣະເຈົ້າເລື້ອຍໆເພື່ອອະທິຖານ ແລະ ສະແຫວງຫາຄວາມຈິງ ແລະ ຢູ່ໃຫ້ຫ່າງຈາກການລອງໃຈຕ່າງໆ. ແນ່ນອນວ່າ ການປະກອບຄວາມຈິງ ແລະ ການເຂົ້າໃຈຄວາມຈິງແມ່ນສິ່ງທີ່ເປັນພື້ນຖານທີ່ສຸດ. ແຕ່ການປະກອບຄວາມຈິງນັ້ນບໍ່ແມ່ນເລື່ອງງ່າຍ; ມັນຮຽກຮ້ອງໃຫ້ເຈົ້າຕ້ອງຜ່ານປະສົບການບາງຢ່າງ ແລະ ວຸດທິພາວະຂອງເຈົ້າກໍບໍ່ໄດ້ເຕີບໃຫຍ່ໄວຂະໜາດນັ້ນ, ສະນັ້ນ ກຳແພງປ້ອງກັນຂອງເຈົ້າໃນດ້ານຕ່າງໆຈຶ່ງບໍ່ສາມາດສ້າງຂຶ້ນໄດ້ໄວຂະໜາດນັ້ນເຊັ່ນກັນ. ແລ້ວຄວນເຮັດແນວໃດ? ເຈົ້າຕ້ອງດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າເລື້ອຍໆ, ມີການຊີ້ແນະຈາກພຣະທຳຂອງພຣະເຈົ້າ, ມີວຽກງານຂອງພຣະວິນຍານບໍລິສຸດ ແລະ ການປົກປ້ອງຂອງພຣະເຈົ້າ. ເມື່ອມີສິ່ງເຫຼົ່ານີ້ທັງໝົດ ບວກກັບຄວາມຕັ້ງໃຈສ່ວນຕົວຂອງເຈົ້າ ເຈົ້າກໍຈະມີມາດຕະການປ້ອງກັນເມື່ອປະເຊີນກັບການລອງໃຈດັ່ງກ່າວ. ນອກຈາກນີ້, ເມື່ອເຈົ້າຮູ້ເຖິງທໍາມະຊາດຂອງເລື່ອງນີ້ ແລະ ຜົນສະທ້ອນທີ່ມັນຈະນຳມາໃຫ້ ເຈົ້າກໍຈະຫຼີກລ່ຽງສະພາບແວດລ້ອມດັ່ງກ່າວຢ່າງມີສະຕິ ເຊິ່ງຈະເປັນການພິສູດວ່າເຈົ້າມີຄວາມຕັ້ງໃຈທີ່ຈະປະຕິເສດການລອງໃຈດັ່ງກ່າວ. ແລ້ວພຣະເຈົ້າກໍຈະຊ່ວຍໃຫ້ເຈົ້າໜີຈາກການລອງໃຈດັ່ງກ່າວ ຍ້ອນທັດສະນະຄະຕິຂອງເຈົ້າ ແລະ ຄວາມປາຖະໜາສ່ວນຕົວຂອງເຈົ້າ. ຖ້າເຈົ້າປະເຊີນກັບສະພາບແວດລ້ອມດັ່ງກ່າວ ແລະ ຮູ້ສຶກວ່າມີຄວາມເບື່ອໜ່າຍ ແລະ ຄວາມກຽດຊັງຢູ່ໃນໃຈ ແຕ່ບໍ່ຮູ້ວ່າຈະປະຕິເສດແນວໃດ ກໍຈົ່ງອະທິຖານຫາພຣະເຈົ້າ ໂດຍຂໍໃຫ້ພຣະອົງປົກປ້ອງເຈົ້າ ແລະ ເອົາສະພາບແວດລ້ອມດັ່ງກ່າວອອກໄປຈາກເຈົ້າ. ເມື່ອເຈົ້າມີຄຳວິງວອນ ແລະ ຄວາມປາຖະໜາດັ່ງກ່າວ ບາງທີຍ້ອນຄວາມຈຳເປັນຂອງວຽກງານຄຣິສຕະຈັກ ຄົນທີ່ສ້າງການລອງໃຈທີ່ອັນຕະລາຍໃຫ້ເຈົ້າອາດຈະຖືກຍ້າຍອອກໄປ ເຊິ່ງເຮັດໃຫ້ພວກເຂົາບໍ່ສະດວກທີ່ຈະຕິດຕໍ່ຫາເຈົ້າອີກ ແລະ ເຈົ້າກໍຈະບໍ່ປະເຊີນກັບພວກເຂົາອີກຕໍ່ໄປ. ນີ້ຄືພຣະເຈົ້າກຳລັງຊ່ວຍເຫຼືອເຈົ້າ; ມັນຄືການປົກປ້ອງຂອງພຣະເຈົ້າ. ຍ້ອນພຣະເຈົ້າເຫັນຄວາມປາຖະໜາສ່ວນຕົວ, ທັດສະນະຄະຕິ, ຄວາມເດັດດ່ຽວ ແລະ ຄວາມຕັ້ງໃຈຂອງເຈົ້າ ພຣະອົງຈຶ່ງຈະຊ່ວຍໃຫ້ເຈົ້າບັນລຸຄວາມປາຖະໜາຂອງເຈົ້າຢ່າງຫ້າວຫັນ ແລະ ຢ່າງທົ່ວເຖິງ ເພື່ອບັນລຸຜົນໃນການປົກປ້ອງເຈົ້າ. ເມື່ອຄົນຜູ້ນີ້ຈາກໄປ ແລະ ບໍ່ມາລົບກວນເຈົ້າອີກ, ເຈົ້າອາດຈະຮູ້ສຶກວ່າງເປົ່າໃນໃຈເລັກໜ້ອຍ ໂດຍຄິດວ່າມັນໜ້າເສຍດາຍເລັກໜ້ອຍທີ່ພວກເຂົາຈາກໄປ ແລະ ເຖິງກັບຈິນຕະນາການວ່າ: “ຖ້າພວກເຂົາຍັງຢູ່ນີ້, ພວກເຮົາຈະເຂົ້າກັນໄດ້ດີບໍ?” ບາງຄັ້ງຄວາມຄິດດັ່ງກ່າວອາດຈະເກີດຂຶ້ນ ແຕ່ດ້ວຍການປົກປ້ອງຂອງພຣະເຈົ້າ ໃນທີ່ສຸດເຈົ້າກໍຖືກຮັກສາໃຫ້ຢູ່ຫ່າງຈາກການລອງໃຈ. ໂດຍບໍ່ຮູ້ຕົວ ເລື່ອງນີ້ກໍຄ່ອຍໆຈາງຫາຍໄປໃນໃຈຂອງເຈົ້າ, ມັນຄ່ອຍໆຖອຍຫ່າງອອກໄປຈາກເຈົ້າ ແລະ ເມື່ອເວລາຜ່ານໄປ ເຈົ້າກໍໄດ້ຮັບຄວາມສະຫງົບສຸກກັບຄືນມາ ໂດຍກັບຄືນສູ່ສະພາວະຊີວິດເດີມ ແລະ ສະພາບຈິດໃຈທີ່ປົກກະຕິຂອງເຈົ້າ. ມາຮອດຈຸດນີ້ ເລື່ອງນີ້ກໍຈົບລົງ. ມັນບໍ່ໄດ້ເປັນໄພຄຸກຄາມ ຫຼື ການລົບກວນໃດໆຕໍ່ເຈົ້າເລີຍ ແຕ່ກັບກາຍເປັນຫຼັກຖານ ແລະ ຄຳພະຍານທີ່ຊົງພະລັງເຖິງໄຊຊະນະຂອງເຈົ້າເໜືອຊາຕານ ແລະ ການຫຼີກລ່ຽງ ແລະ ການປະຕິເສດມານຮ້າຍຂອງເຈົ້າ. ນີ້ບໍ່ແມ່ນສິ່ງທີ່ດີຫຼາຍບໍ? (ແມ່ນແລ້ວ). ເມື່ອການລອງໃຈນີ້ກຳລັງຈະເປັນໄພຄຸກຄາມຕໍ່ເຈົ້າ ໃນຊ່ວງເວລາທີ່ເປັນອັນຕະລາຍນັ້ນ ຍ້ອນທັດສະນະຄະຕິ ແລະ ການຮ່ວມມືຂອງເຈົ້າ ພຣະເຈົ້າຈຶ່ງປົກປ້ອງເຈົ້າ. ພຣະເຈົ້າໄດ້ຈັດສະພາບແວດລ້ອມທີ່ເໝາະສົມໃຫ້ເຈົ້າ ເຊິ່ງເຮັດໃຫ້ເຈົ້າສາມາດຢືນຢັດໄດ້ຢ່າງໝັ້ນຄົງ. ສິ່ງນີ້ສົ່ງເສີມການເຕີບໃຫຍ່ໃນວຸດທິພາວະຂອງເຈົ້າ; ມັນຈະເພີ່ມພູນຄວາມເຊື່ອຂອງເຈົ້າ, ເພີ່ມພູນຄວາມຕັ້ງໃຈ ແລະ ຄວາມປາຖະໜາຂອງເຈົ້າທີ່ຈະປະຕິບັດຄວາມຈິງ ໂດຍໃຫ້ແຮງຈູງໃຈແກ່ເຈົ້າ ແລະ ເຮັດໃຫ້ວຸດທິພາວະຂອງເຈົ້າເຕີບໃຫຍ່ຂຶ້ນ. ຖ້າເມື່ອການລອງໃຈນີ້ເກີດຂຶ້ນກັບເຈົ້າ ແລ້ວເຈົ້າບໍ່ເຕັມໃຈທີ່ຈະປະຕິເສດ ຫຼື ຫຼີກລ່ຽງມັນ ໂດຍຂາດຄວາມເຕັມໃຈທີ່ຈະປະຕິບັດຄວາມຈິງ, ພຽງແຕ່ປ່ອຍໃຫ້ມັນພັດທະນາໄປຢ່າງອິດສະລະ ແລະ ເຕັມໃຈທີ່ຈະຍອມຮັບການລອງໃຈນີ້ ຈົນເຖິງກັບເຕັມໃຈທີ່ຈະຍອມຮັບການລົບກວນ ແລະ ການພົວພັນຂອງມານຮ້າຍ ແລ້ວເຈົ້າກໍຍິ່ງເພີດເພີນກັບສະພາວະດັ່ງກ່າວຫຼາຍຂຶ້ນ ແລະ ຍິ່ງເຕັມໃຈທີ່ຈະດຳລົງຊີວິດໃນສະພາບແວດລ້ອມດັ່ງກ່າວຫຼາຍຂຶ້ນ ແລະ ເຈົ້າກໍບໍ່ໄດ້ອະທິຖານຫາພຣະເຈົ້າຢ່າງຫ້າວຫັນເພື່ອຂໍໃຫ້ພຣະອົງເອົາສະພາບແວດລ້ອມດັ່ງກ່າວອອກໄປ, ເມື່ອພຣະເຈົ້າເຫັນວ່າທັດສະນະຄະຕິຂອງເຈົ້າຕໍ່ເລື່ອງນີ້ເປັນແບບນີ້ ພຣະເຈົ້າກໍຈະບໍ່ບັງຄັບເຈົ້າ. ໃນການກະທຳຂອງພຣະເຈົ້າ ພຣະອົງບໍ່ເຄີຍບັງຄັບໃຜ. ໃນເມື່ອເຈົ້າມັກຄົນຜູ້ນີ້ຫຼາຍ, ໃນເມື່ອເຈົ້າຮູ້ສຶກວ່າພວກເຂົາສາມາດນຳຄວາມສຸກ ແລະ ຄວາມປິຕິຍິນດີອັນຍິ່ງໃຫຍ່ມາໃຫ້ເຈົ້າໄດ້ ໂດຍໃຫ້ຄວາມເພີດເພີນແກ່ເຈົ້າ ພຣະເຈົ້າກໍຈະບໍ່ພາກເອົາຄວາມປິຕິຍິນດີ ແລະ ຄວາມສຸກດັ່ງກ່າວໄປຈາກເຈົ້າ ແລະ ພຣະເຈົ້າກໍຈະບໍ່ຍ້າຍຄົນຜູ້ນີ້ອອກໄປ. ສ່ວນຜົນສະທ້ອນນັ້ນ ເຈົ້າຕ້ອງແບກຮັບມັນແຕ່ພຽງຜູ້ດຽວ. ສິ່ງທີ່ຈະເກີດຂຶ້ນກໍຄື ເຈົ້າຈະຄ່ອຍໆຕົກຢູ່ໃນການລອງໃຈ ແລະ ການພົວພັນທາງຕັນຫາຂອງມານຮ້າຍ, ຄົນຊົ່ວຊ້າ, ຄົນມັກມາກໃນກາມ ແລະ ສຳສ່ອນ ຈົນໃນທີ່ສຸດກໍສູນເສຍການຕຳນິຈາກສະຕິຮູ້ສຶກຜິດຊອບຂອງເຈົ້າ ແລະ ການສະຖິດຢູ່ຂອງພຣະເຈົ້າ. ຫຼັງຈາກທີ່ມ່ວນຊື່ນກັບຄວາມສຸກ ແລະ ຄວາມປິຕິຍິນດີຂອງການເພີດເພີນໃນຕັນຫາທາງເພດຂອງເນື້ອໜັງແລ້ວ ເຈົ້າກໍບໍ່ຮູ້ສຶກລະອາຍໃຈ ແລະ ບໍ່ສາມາດຖອນຕົວອອກຈາກການລອງໃຈດັ່ງກ່າວໄດ້, ສິ່ງນີ້ເອີ້ນວ່າການປ່ອຍເນື້ອປ່ອຍຕົວໃຫ້ຈົມລົງໃນຄວາມເສື່ອມຊາມ. ເຈົ້າຮູ້ສຶກວ່າເຈົ້າເປັນຄົນທີ່ມີຄວາມສຸກທີ່ສຸດ, ເຈົ້າເພີດເພີນກັບຄວາມສຸກ ແລະ ຄວາມປິຕິຍິນດີນີ້ຢ່າງຍິ່ງ, ຮູ້ສຶກໂຊກດີທີ່ມີຄວາມສຸກ ແລະ ຄວາມປິຕິຍິນດີດັ່ງກ່າວ ແລະ ພໍໃຈຫຼາຍທີ່ຕິດຢູ່ໃນກັບດັກແຫ່ງຄວາມຮັກດັ່ງກ່າວ. ແລ້ວພຣະເຈົ້າຍັງຈະສາມາດເຮັດຫຍັງ ຫຼື ເວົ້າຫຍັງໄດ້ອີກ? ພຣະເຈົ້າຈະບໍ່ບອກຄຳໃບ້ໃດໆແກ່ເຈົ້າ, ຈະບໍ່ເຕືອນເຈົ້າກ່ຽວກັບສິ່ງໃດເລີຍ ແລະ ຈະບໍ່ເຮັດຫຍັງເລີຍ. ຈົ່ງໄປເພີດເພີນກັບມັນໂລດ. ຜົນສະທ້ອນສຸດທ້າຍສຳລັບຜູ້ທີ່ຕິດຢູ່ໃນກັບດັກແຫ່ງຕັນຫາທາງເພດນັ້ນສາມາດຄາດເດົາໄດ້. ບໍ່ມີໃຜທີ່ຕົກເຂົ້າໄປໃນກັບດັກແຫ່ງຄວາມຮັກແລ້ວຈະຈົບລົງດ້ວຍຄວາມສຸກ ຫຼື ຄວາມປິຕິຍິນດີ; ແຕ່ກົງກັນຂ້າມ ຈຸດຈົບມີແຕ່ຈະເຈັບປວດ ແລະ ເປັນໂສກນາດຕະກຳເທົ່ານັ້ນ. ເຈົ້າຕ້ອງແບກຮັບຜົນສະທ້ອນດັ່ງກ່າວແຕ່ພຽງຜູ້ດຽວ ແລະ ເຈົ້າກໍສົມຄວນທີ່ຈະແບກຮັບມັນ. ພຣະເຈົ້າກະທຳການດ້ວຍຫຼັກການບໍ? (ແມ່ນແລ້ວ). ພຣະເຈົ້າເຄົາລົບທາງເລືອກຂອງເຈົ້າ. ຢ່າຄິດວ່າ: “ພຣະເຈົ້າຈະຄອຍຈັບຕາເບິ່ງຂ້ອຍ ແລະ ຄວບຄຸມຂ້ອຍ; ພຣະອົງຈະບໍ່ຍອມໃຫ້ຂ້ອຍຄົບຫາກັບໃຜ ແລະ ບໍ່ຍອມໃຫ້ຂ້ອຍຕອບສະໜອງຄວາມຕ້ອງການທາງເພດຂອງຂ້ອຍ”. ເຈົ້າເຂົ້າໃຈຜິດແລ້ວ; ພຣະເຈົ້າບໍ່ໄດ້ຂັດຂວາງເຈົ້າ. ສິ່ງທີ່ພຣະເຈົ້າຕ້ອງການເຮັດກໍຄືການປົກປ້ອງເຈົ້າຈາກການຕົກເຂົ້າໄປໃນການລອງໃຈ, ຈາກການຖືກຄົນຊົ່ວຮ້າຍເຮັດໃຫ້ຫຼົງຜິດ, ຈາກການຖືກຊາຕານທຳລາຍ ແລະ ທຳຮ້າຍຢ່າງສາຫັດ. ແຕ່ຖ້າເຈົ້າເລືອກທີ່ຈະໄປນຳຊາຕານ ພຣະເຈົ້າກໍກ່າວວ່ານັ້ນຄືອິດສະລະພາບຂອງເຈົ້າ ແລະ ທາງເລືອກຂອງເຈົ້າ; ຕາບໃດທີ່ເຈົ້າເຕັມໃຈ ແລະ ຕາບໃດທີ່ເຈົ້າບໍ່ເສຍໃຈ ພຣະເຈົ້າກໍຈະບໍ່ບັງຄັບເຈົ້າ; ເຈົ້າຕ້ອງຮັບຜົນກຳທີ່ເຈົ້າກໍ່ໄວ້ແຕ່ພຽງຜູ້ດຽວ ແລະ ເມື່ອເວລານັ້ນມາເຖິງ ແລ້ວເຈົ້າກຳລັງຮ້ອງໄຫ້ຢ່າງທຸກທໍລະມານ ກໍຢ່າຈົ່ມວ່າພຣະເຈົ້າບໍ່ໄດ້ເຕືອນເຈົ້າ ແລະ ຢ່າຈົ່ມວ່າພຣະເຈົ້າບໍ່ໄດ້ປົກປ້ອງເຈົ້າ. ພຣະເຈົ້າຕ້ອງການປົກປ້ອງເຈົ້າ ແລະ ພຣະເຈົ້າຕ້ອງການໃຫ້ເຈົ້າຢູ່ໃຫ້ຫ່າງຈາກການລອງໃຈ ແຕ່ເຈົ້າກັບປະຕິເສດ. ຖ້າພຣະເຈົ້າຈະຍ້າຍຄົນທີ່ເຈົ້າມັກອອກໄປ ເຊິ່ງເປັນຄົນທີ່ເຈົ້າພົວພັນນຳໃນກັບດັກແຫ່ງຄວາມຮັກ ເຈົ້າກໍຈະໄປຊອກຫາພວກເຂົາ, ເຈົ້າຈະເຮັດຕົວຄືກັບຄົນບ້າ, ເຈົ້າຈະສູນເສຍການຄວບຄຸມ, ເຈົ້າຈະຈົ່ມວ່າພຣະເຈົ້າ, ດ່າພຣະເຈົ້າວ່າບໍ່ຄຳນຶງເຖິງຄວາມຮູ້ສຶກຂອງເຈົ້າ ແລະ ບໍ່ເຂົ້າໃຈຄວາມຫຍຸ້ງຍາກຂອງເຈົ້າ. ສະນັ້ນ ພຣະເຈົ້າຈຶ່ງຈະບໍ່ເຮັດແບບນັ້ນ; ພຣະເຈົ້າຈະບໍ່ບັງຄັບໃຫ້ຜູ້ຄົນເຮັດສິ່ງທີ່ພວກເຂົາບໍ່ເຕັມໃຈທີ່ຈະເຮັດ. ໃນເມື່ອເຈົ້າເລືອກເສັ້ນທາງນັ້ນດ້ວຍຕົວເຈົ້າເອງ ເຈົ້າກໍຕ້ອງແບກຮັບຜົນສະທ້ອນອັນຮ້າຍແຮງທີ່ເກີດຂຶ້ນໃນຕອນທ້າຍແຕ່ພຽງຜູ້ດຽວ. ຈະບໍ່ມີໃຜຮັບເຄາະແທນເຈົ້າ. ຕອນນີ້ເລື່ອງນີ້ຊັດເຈນແລ້ວບໍ? (ຊັດເຈນແລ້ວ).
ຖ້າບາງຄົນປະເຊີນກັບການພົວພັນຂອງມານຮ້າຍ ແລະ ຊາຕານ ເຊິ່ງກໍຄືຄົນຊົ່ວຊ້າ ແລະ ບໍ່ປະຕິເສດຄົນເຫຼົ່ານັ້ນ ແຕ່ເຕັມໃຈທີ່ຈະໃຊ້ຊີວິດຮ່ວມກັບຄົນເຫຼົ່ານັ້ນ, ມັນກໍຄືທາງເລືອກຂອງພວກເຂົາເອງ. ເມື່ອໃນທີ່ສຸດມັນສົ່ງຜົນໃຫ້ເກີດຜົນສະທ້ອນທີ່ຂົມຂື່ນ ພວກເຂົາກໍບໍ່ຄວນໂທດຄົນອື່ນ; ພວກເຂົາພຽງແຕ່ສາມາດກຽດຊັງຕົນເອງທີ່ຕ່ຳຊ້າເກີນໄປ ແລະ ແປກປະຫຼາດເກີນໄປ ພ້ອມທັງຄວນຕົບໜ້າຕົນເອງ ແລະ ສາບແຊ່ງຕົນເອງ. ບໍ່ວ່າໃນທີ່ສຸດເຈົ້າຈະກໍ່ຜົນກຳທີ່ຂົມຂື່ນແບບໃດໄວ້ກໍຕາມ ມັນກໍບໍ່ມີຫຍັງກ່ຽວຂ້ອງກັບພຣະເຈົ້າ. ຢ່າເວົ້າວ່າ: “ເປັນຫຍັງພຣະເຈົ້າຈຶ່ງບໍ່ປົກປ້ອງຂ້ອຍ? ເປັນຫຍັງພຣະເຈົ້າຈຶ່ງບໍ່ຫ້າມຂ້ອຍໃນຕອນນັ້ນ?” ເຮົາບອກເຈົ້າເລີຍວ່າ ພຣະເຈົ້າບໍ່ມີພັນທະແບບນັ້ນ; ພຣະອົງໄດ້ບອກເຈົ້າຢ່າງຊັດເຈນແລ້ວກ່ຽວກັບສິ່ງທີ່ພຣະອົງຄວນກ່າວກັບເຈົ້າ. ເຈົ້າເປັນຄົນທີ່ມີຄວາມສາມາດໃນການຄິດຢ່າງເປັນອິດສະລະ; ພຣະເຈົ້າໄດ້ປະທານເຈດຈຳນົງເສລີໃຫ້ແກ່ເຈົ້າ ແລະ ເຈົ້າກໍມີສິດທີ່ຈະເລືອກຢ່າງອິດສະລະ. ສະນັ້ນ, ພຣະເຈົ້າຈຶ່ງປະທານສິດໃນການເລືອກໃຫ້ແກ່ເຈົ້າ ເມື່ອເຈົ້າປະເຊີນກັບສິ່ງໃດກໍຕາມ. ໃນເມື່ອເຈົ້າມີສິດທີ່ຈະເລືອກ ຜົນກຳທີ່ຂົມຂື່ນທີ່ເຈົ້າກໍ່ໄວ້ໃນທີ່ສຸດຈຶ່ງເກີດຈາກທາງເລືອກຂອງເຈົ້າເອງ, ສະນັ້ນ ເຈົ້າຈຶ່ງບໍ່ຄວນຈົ່ມວ່າພຣະເຈົ້າ ຫຼື ປັດຄວາມຮັບຜິດຊອບໄປໃຫ້ຄົນອື່ນ. ວຽກງານທີ່ພຣະເຈົ້າເຮັດກໍຄືການບອກຄວາມຈິງແກ່ເຈົ້າ ແລະ ສະແດງເສັ້ນທາງແຫ່ງຄວາມລອດພົ້ນໃຫ້ເຈົ້າເຫັນ. ສ່ວນເລື່ອງທີ່ວ່າເຈົ້າຈະເລືອກຕິດຕາມພຣະເຈົ້າ ຫຼື ຕິດຕາມຊາຕານນັ້ນ ມັນກໍຂຶ້ນຢູ່ກັບເຈົ້າ. ຖ້າເຈົ້າເປັນຄົນທີ່ໄດ້ຮັບພຣະພອນ ແລະ ເຕັມໃຈທີ່ຈະໄລ່ຕາມເສາະຫາຄວາມຈິງ ກໍຈົ່ງຕິດຕາມພຣະເຈົ້າ. ຖ້າເຈົ້າບໍ່ຮັກຄວາມຈິງ ແຕ່ຮັກໂລກ ແລະ ຮັກຄວາມຊົ່ວຊ້າ, ຖ້າຊີວິດຂອງເຈົ້າເປັນພຽງຊີວິດທີ່ໄຮ້ຄ່າ ກໍຈົ່ງເລືອກຕິດຕາມຊາຕານສາ; ບໍ່ມີໃຜຫ້າມເຈົ້າດອກ. ຈົນເຖິງທຸກມື້ນີ້ ບາງຄົນກໍຍັງເຂົ້າໃຈພຣະເຈົ້າ ແລະ ເຮືອນຂອງພຣະເຈົ້າຜິດ ໂດຍມັກຈະຈົ່ມວ່າ: “ຂ້ອຍອາຍຸສາມສິບ ຫຼື ສີ່ສິບປີແລ້ວ, ຂ້ອຍຍັງບໍ່ໄດ້ຄົບຫາກັບໃຜ ຫຼື ແຕ່ງງານເລີຍ, ເຮືອນຂອງພຣະເຈົ້າບໍ່ອະນຸຍາດ!” ເຮືອນຂອງພຣະເຈົ້າເຄີຍຈຳກັດຜູ້ຄົນຈາກການຄົບຫາ ຫຼື ການແຕ່ງງານຕອນໃດ? ນີ້ຄືອິດສະລະພາບຂອງເຈົ້າ; ເຮືອນຂອງພຣະເຈົ້າບໍ່ໄດ້ຂັດຂວາງ. ເຖິງຢ່າງໃດກໍຕາມ ມີເງື່ອນໄຂໜຶ່ງຄື: ຖ້າເຈົ້າເຮັດເຊັ່ນນັ້ນ ເຈົ້າກໍຈະບໍ່ສາມາດປະຕິບັດໜ້າທີ່ໃນຄຣິສຕະຈັກທີ່ປະຕິບັດໜ້າທີ່ເຕັມເວລາໄດ້ ເພາະການມີຄວາມສຳພັນແບບຮັກໄຄ່ ແລະ ບໍ່ມີຈິດໃຈທີ່ຈະປະຕິບັດໜ້າທີ່ຂອງເຈົ້າອີກຕໍ່ໄປ ຈະເປັນການຂັດຂວາງວຽກງານຂອງຄຣິສຕະຈັກ. ຖ້າເຈົ້າຕ້ອງການຄົບຫາ ແລະ ແຕ່ງງານແທ້ໆ ກໍຈົ່ງສົ່ງມອບວຽກງານທີ່ເຈົ້າຮັບຜິດຊອບກ່ອນ ແລ້ວພວກເຮົາຈຶ່ງຈະແຍກທາງກັນເປັນການຊົ່ວຄາວ. ທຸກຄົນເຂົ້າໃຈຫຼັກການໃນດ້ານນີ້ຢ່າງຊັດເຈນແລ້ວບໍ? (ເຂົ້າໃຈຢ່າງຊັດເຈນແລ້ວ). ຖ້າຄົນໃດຄົນໜຶ່ງຕ້ອງການຄົບຫາ ຫຼື ແຕ່ງງານ ນັ້ນກໍເປັນເລື່ອງທີ່ດີຢ່າງຍິ່ງ; ບໍ່ມີໃຜຈຳກັດເລື່ອງນີ້. ເຖິງຢ່າງໃດກໍຕາມ, ການຈີບເພດກົງກັນຂ້າມແບບບໍ່ເລືອກໜ້າ ແລະ ການລົບກວນຊີວິດຄຣິສຕະຈັກແມ່ນສິ່ງທີ່ຍອມຮັບບໍ່ໄດ້. ຜູ້ທີ່ຈີບຄົນອື່ນແບບບໍ່ເລືອກໜ້າຄືມານຮ້າຍ; ພວກເຂົາເປັນຄົນຊົ່ວຊ້າ, ມັກມາກໃນກາມ ແລະ ສຳສ່ອນ ແລະ ເຮືອນຂອງພຣະເຈົ້າກໍບໍ່ອະນຸຍາດໃຫ້ມີຄົນປະເພດນີ້ຢູ່ຢ່າງເດັດຂາດ. ຄົນປະເພດນີ້ຈີບ ແລະ ລົບກວນຄົນອື່ນແບບບໍ່ເລືອກໜ້າ ບໍ່ວ່າພວກເຂົາຈະຢູ່ໃນກຸ່ມຄົນໃດກໍຕາມ. ພວກເຂົາກໍ່ໃຫ້ເກີດຄວາມຕື່ນຕົກໃຈຄືກັບໄພພິບັດ ແລະ ເຮັດໃຫ້ຜູ້ຄົນຮູ້ສຶກກະວົນກະວາຍ ແລະ ບໍ່ສະບາຍໃຈຢູ່ສະເໝີ. ບໍ່ວ່າພວກເຂົາຈະດຳລົງຊີວິດຄຣິສຕະຈັກຢູ່ໃສກໍຕາມ ການລົບກວນຂອງພວກເຂົາກໍສ້າງບັນຍາກາດທີ່ສົກກະປົກ ແລະ ເຮັດໃຫ້ຄຣິສຕະຈັກກາຍເປັນຄວາມວຸ່ນວາຍທີ່ບໍ່ເປັນລະບຽບ. ພວກເຂົາບໍ່ພຽງແຕ່ທຳລາຍວຽກງານຂອງຄຣິສຕະຈັກເທົ່ານັ້ນ ແຕ່ພວກເຂົາຍັງລົບກວນຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງອ້າຍເອື້ອຍນ້ອງທີ່ກຳລັງປະຕິບັດໜ້າທີ່ອີກດ້ວຍ. ຄົນປະເພດນີ້ຕ້ອງຖືກຈັບຕາເບິ່ງ ແລະ ຖືກຈຳກັດຢ່າງເຂັ້ມງວດ ແລະ ຜູ້ທີ່ກໍ່ໃຫ້ເກີດຜົນກະທົບທີ່ຮ້າຍແຮງກໍຕ້ອງຖືກແຍກອອກ ຫຼື ຖືກຄັດອອກ. ບາງຄົນເວົ້າວ່າ: “ຂ້ອຍພຽງແຕ່ທຳຮ້າຍຄົນສອງສາມຄົນເທົ່ານັ້ນ, ມັນບໍ່ແມ່ນບັນຫາໃຫຍ່, ແມ່ນບໍ?” ຖ້າເຈົ້າສາມາດທຳຮ້າຍຄົນສອງສາມຄົນໄດ້ ເຈົ້າກໍສາມາດທຳຮ້າຍຄົນຫຼາຍສິບຄົນໄດ້ເຊັ່ນກັນ. ນີ້ຄືທາດແທ້ທີ່ຕ່ຳຊ້າຂອງເຈົ້າ. ການຈີບຄົນອື່ນຢ່າງບໍ່ຢັ້ງຄິດ ແລະ ການປົດປ່ອຍຕັນຫາທາງເພດໃນຄຣິສຕະຈັກຢ່າງບໍ່ເໝາະສົມ ເຊິ່ງເປັນການທຳຮ້າຍຜູ້ຄົນ ແມ່ນສິ່ງທີ່ຍອມຮັບບໍ່ໄດ້. ຖ້າເຈົ້າຕ້ອງການຈີບຜູ້ຄົນ ກໍຈົ່ງໄປສະຖານທີ່ແຫ່ງຄວາມສຳສ່ອນຂອງໂລກທີ່ບໍ່ມີຄວາມເຊື່ອ; ບໍ່ມີໃຜຈຳກັດເຈົ້າຢູ່ທີ່ນັ້ນ. ແຕ່ເຮືອນຂອງພຣະເຈົ້າ ເຊິ່ງເປັນສະຖານທີ່ທີ່ອ້າຍເອື້ອຍນ້ອງປະຕິບັດໜ້າທີ່ ແມ່ນສະຖານທີ່ທີ່ສະຫງ່າຜ່າເຜີຍ, ງຽບສະຫງົບ ແລະ ສັກສິດ; ມັນບໍ່ອະນຸຍາດໃຫ້ມານຮ້າຍ ຫຼື ຊາຕານຕົນໃດມາລົບກວນ ຫຼື ທຳລາຍມັນ. ຖ້າຜູ້ໃດຕ້ອງການປ່ຽນຄຣິສຕະຈັກໃຫ້ເປັນສະຖານທີ່ສຳລັບການຄົບຫາ ຫຼື ຄວາມສຳສ່ອນ ໂດຍເພີດເພີນໃນຕັນຫາທາງເພດຕາມໃຈມັກ, ນັ້ນແມ່ນສິ່ງທີ່ຍອມຮັບບໍ່ໄດ້ຢ່າງເດັດຂາດ! ນີ້ຄືຄຣິສຕະຈັກ ເຊິ່ງເປັນສະຖານທີ່ເຮັດວຽກງານຂອງພຣະເຈົ້າ ແລະ ເປັນສະຖານທີ່ທີ່ພຣະວິນຍານບໍລິສຸດເຮັດວຽກເພື່ອເຮັດໃຫ້ຜູ້ຄົນບໍລິສຸດ ແລະ ເຮັດໃຫ້ຜູ້ຄົນສົມບູນ. ບໍ່ວ່າຈະເປັນຜູ້ຊາຍ ຫຼື ຜູ້ຍິງ ທຸກຄົນຕ້ອງມີກຽດ ແລະ ສຸພາບຮຽບຮ້ອຍ ແລະ ໃສ່ໃຈກັບວຽກງານທີ່ເໝາະສົມ. ບໍ່ອະນຸຍາດໃຫ້ຈີບຄົນອື່ນແບບບໍ່ເລືອກໜ້າ ແລະ ບໍ່ອະນຸຍາດໃຫ້ປົດປ່ອຍຕັນຫາທາງເພດຢ່າງບໍ່ເໝາະສົມ. ຖ້າເຈົ້າບໍ່ສາມາດຄວບຄຸມຕັນຫາທາງເພດຂອງເຈົ້າໄດ້ ແລະ ພຽງແຕ່ຕ້ອງການປົດປ່ອຍມັນ ກໍຈົ່ງເລືອກຄົນທີ່ເໝາະສົມເພື່ອແຕ່ງງານນຳ; ຢ່າຈີບຄົນອື່ນແບບບໍ່ເລືອກໜ້າພາຍໃນຄຣິສຕະຈັກ. ຜູ້ໃດກໍຕາມທີ່ຈີບຄົນອື່ນແບບບໍ່ເລືອກໜ້າ ແລະ ກໍ່ໃຫ້ເກີດຄວາມໂກດແຄ້ນຈາກອ້າຍເອື້ອຍນ້ອງ ຄວນຖືກຄັດອອກ ຫຼື ຂັບໄລ່ອອກໂດຍໄວ ເພື່ອບໍ່ໃຫ້ພວກເຂົາສືບຕໍ່ລົບກວນຊີວິດຄຣິສຕະຈັກ. ເຂົ້າໃຈບໍ? (ເຂົ້າໃຈແລ້ວ). ມັນຕ້ອງມີຂອບເຂດລະຫວ່າງຜູ້ຊາຍ ແລະ ຜູ້ຍິງ. ຖ້າຜູ້ຊາຍຄົນໜຶ່ງມັກຈະໄປວົນວຽນຢູ່ກັບກຸ່ມຜູ້ຍິງສະເໝີ ໂດຍບໍ່ແມ່ນຍ້ອນເຫດຜົນທາງວຽກງານ ແລະ ບໍ່ແມ່ນຍ້ອນມີເລື່ອງສຳຄັນທີ່ຕ້ອງໄດ້ຮັບການຈັດການ ແຕ່ເພື່ອໂອ້ອວດຕົນເອງໃນທ່າມກາງຜູ້ຍິງ, ປົດປ່ອຍຕັນຫາທາງເພດ ແລະ ຈີບພວກນາງແບບບໍ່ເລືອກໜ້າ, ນີ້ຄືການລົບກວນ. ຖ້າຜູ້ຍິງຄົນໜຶ່ງ ບໍ່ວ່າຈະມີເຫດຜົນ ຫຼື ບໍ່ກໍຕາມ ມັກຈະໄປວົນວຽນຢູ່ກັບກຸ່ມຜູ້ຊາຍສະເໝີ, ມັກຈະຈີບພວກເຂົາຢ່າງບໍ່ຢັ້ງຄິດສະເໝີ, ສົ່ງສາຍຕາໃຫ້ພວກເຂົາ ແລະ ສະແດງທ່າທາງຍົວະຍວນ, ນາງກໍຄວນຖືກຈັດການໃນຖານະມານຮ້າຍເຊັ່ນກັນ. ຖ້າເຈົ້າກຳລັງສົນທະນາ ຫຼື ໂອ້ລົມກ່ຽວກັບວຽກງານຕາມປົກກະຕິ, ມັນກໍເປັນສິ່ງທີ່ຍອມຮັບໄດ້ ແຕ່ການຈີບ ແລະ ການຢອກໄຍຄົນອື່ນແບບບໍ່ເລືອກໜ້ານັ້ນເປັນສິ່ງທີ່ຍອມຮັບບໍ່ໄດ້. ພຶດຕິກຳດັ່ງກ່າວທີ່ກໍ່ໃຫ້ເກີດຄວາມວຸ່ນວາຍຖືວ່າເປັນການລົບກວນຊີວິດຄຣິສຕະຈັກ ແລະ ການທຳລາຍຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງວຽກງານຄຣິສຕະຈັກ ແລະ ບໍ່ໄດ້ຮັບອະນຸຍາດໃນເຮືອນຂອງພຣະເຈົ້າ. ທຸກຄົນຄວນປະຕິເສດ ແລະ ຢູ່ໃຫ້ຫ່າງຈາກມານຮ້າຍທີ່ມັກມາກໃນກາມ, ສຳສ່ອນ ແລະ ຍົວະຍວນທາງເພດເຫຼົ່ານີ້. ເມື່ອຄົນສ່ວນໃຫຍ່ລຸກຂຶ້ນມາປະຕິເສດ, ເປີດໂປງ ແລະ ຫຼີກລ່ຽງພວກມັນ ເຊິ່ງເຮັດໃຫ້ຄວາມພະຍາຍາມໃນການຈີບຄົນອື່ນຂອງພວກມັນລົ້ມເຫຼວ ແລະ ເຮັດໃຫ້ພວກມັນບໍ່ໄດ້ໃນສິ່ງທີ່ພວກມັນຕ້ອງການໃນທຸກສະຖານະການ, ພວກມັນກໍຈະຄ່ອຍໆຢຸດສິ່ງທີ່ພວກມັນກຳລັງເຮັດຢູ່. ຖ້າພວກມັນບໍ່ສາມາດປະຕິບັດໜ້າທີ່ຂອງພວກມັນໄດ້ຕາມປົກກະຕິ ແລະ ພວກມັນພຽງແຕ່ຈີບ ແລະ ລົບກວນຄົນອື່ນຢ່າງບໍ່ຢັ້ງຄິດເມື່ອໃດກໍຕາມທີ່ພວກມັນມີເວລາຫວ່າງ ໂດຍແລ່ນໄປທົ່ວເພື່ອມີຄວາມສຳພັນແບບຮັກໄຄ່ ແລະ ເພີດເພີນກັບຄວາມຮູ້ສຶກຂອງການມີຄວາມສຳພັນແບບຮັກໄຄ່ ແລ້ວກໍຈົ່ງຄັດພວກມັນອອກທັນທີ. ຈົ່ງແກ້ໄຂບັນຫາຢ່າງເດັດຂາດ ແລະ ຈັດການກັບບຸກຄົນທີ່ສຳສ່ອນເຫຼົ່ານີ້, ຢ່າໃຫ້ໂອກາດພວກເຂົາໄປລົບກວນຜູ້ຄົນ. ຜ່ານການໂອ້ລົມຂອງພວກເຮົາ, ຕອນນີ້ເລື່ອງນີ້ຊັດເຈນແລ້ວບໍ? (ຊັດເຈນແລ້ວ). ພວກເຈົ້າໄດ້ຮັບຫຍັງແດ່ບໍ? ພວກເຈົ້າມີເສັ້ນທາງແຫ່ງການປະຕິບັດບໍ? ຕອນນີ້ພວກເຈົ້າມີຄວາມສາມາດໃນການແຍກແຍະກ່ຽວກັບຄົນທີ່ມັກມາກໃນກາມ ແລະ ສຳສ່ອນປະເພດນີ້ແລ້ວບໍ? (ມີແລ້ວ). ພວກເຈົ້າເຂົ້າໃຈຢ່າງຊັດເຈນກ່ຽວກັບວິທີການປະພຶດຕົນ, ວິທີການຮັກສາຈຸດຢືນທີ່ເໝາະສົມຂອງພວກເຈົ້າ ແລະ ວິທີການເຮັດສິ່ງທີ່ພວກເຈົ້າຄວນເຮັດພາຍໃນຄວາມເປັນມະນຸດທີ່ປົກກະຕິແລ້ວບໍ? (ເຂົ້າໃຈຢ່າງຊັດເຈນແລ້ວ). ພາຍໃນສິ່ງນີ້ ມັນມີຄວາມຈິງທີ່ຜູ້ຄົນຄວນເຂົ້າໃຈ ແລະ ຫຼັກການແຫ່ງການແຍກແຍະທີ່ພວກເຂົາຄວນເຂົ້າໃຈຢ່າງຊັດເຈນ ແລະ ແນ່ນອນວ່າມັນຍັງມີຫຼັກການຄວາມຈິງທີ່ຜູ້ຄົນຄວນປະຕິບັດ ແລະ ເສັ້ນທາງທີ່ພວກເຂົາຄວນຍ່າງໄປອີກດ້ວຍ. ເມື່ອສິ່ງເຫຼົ່ານີ້ຖືກອະທິບາຍຢ່າງຊັດເຈນໝົດແລ້ວ ເລື່ອງນີ້ກໍຖືກເປີດເຜີຍຢ່າງຄົບຖ້ວນແລ້ວ.
ສຳລັບການໂອ້ລົມຂອງພວກເຮົາໃນມື້ນີ້ກໍມີພຽງເທົ່ານີ້. ລາກ່ອນ!
ວັນທີ 11 ກຸມພາ 2024