ວິທີການໄລ່ຕາມເສາະຫາຄວາມຈິງ (15)
ຜູ້ຄົນສາມປະເພດທີ່ແບ່ງຕາມແຫຼ່ງກຳເນີດຂອງພວກເຂົາ
ລັກສະນະຂອງຄົນທີ່ກັບຊາດມາເກີດຈາກມານຮ້າຍ
II. ລັກສະນະທີສອງ: ຄວາມບ່ຽງເບນ
B. ການເພີດເພີນໃນຕັນຫາທາງເພດຂອງເນື້ອໜັງ
ຄັ້ງທີ່ແລ້ວ ພວກເຮົາໄດ້ໂອ້ລົມກ່ຽວກັບການສະແດງອອກທີ່ສະເພາະເຈາະຈົງສາມຢ່າງຂອງຄວາມບ່ຽງເບນໃນຄົນທີ່ກັບຊາດມາເກີດຈາກມານຮ້າຍຄື: ຄວາມມັກມາກໃນກາມ, ການຍົວະຍວນທາງເພດ ແລະ ຄວາມສຳສ່ອນ, ນັ້ນກໍຄື ການສະແດງອອກທີ່ບ່ຽງເບນທີ່ຜູ້ຄົນມີກ່ຽວກັບຕັນຫາທາງເພດ. ບັນຫາຫຼັກຂອງຄົນປະເພດນີ້ກໍຄື ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ຕັນຫາທາງເພດນັ້ນສຳສ່ອນເປັນພິເສດ; ພວກເຂົາລະເມີດຂອບເຂດຂອງສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ ແລະ ພວກເຂົາບໍ່ຢັບຢັ້ງ ຫຼື ຄວບຄຸມຕັນຫາທາງເພດຂອງພວກເຂົາໃນທຸກສະຖານະການ ແຕ່ພວກເຂົາພັດປ່ອຍໃຫ້ຕັນຫາທາງເພດຂອງພວກເຂົາເປັນໄປຕາມອຳເພີໃຈ. ຍັງມີຄົນອີກກຸ່ມໜຶ່ງທີ່ສຳສ່ອນເປັນພິເສດ; ນັ້ນກໍຄື ບົນພື້ນຖານຂອງການເປັນຄົນສຳສ່ອນ ພວກເຂົາກາຍເປັນຄົນທີ່ບໍ່ມີຢາງອາຍ ໂດຍປ່ຽນຈາກສິ່ງທີ່ບໍ່ດີໄປສູ່ສິ່ງທີ່ບໍ່ດີກວ່າເກົ່າ. ບາງຄົນໃນພວກເຂົາເຖິງກັບຊອກຫາ ແລະ ສ້າງໂອກາດທຸກຮູບແບບເພື່ອຕອບສະໜອງຕັນຫາທາງເພດຂອງພວກເຂົາໃນຂະນະທີ່ເທດສະໜາຂ່າວປະເສີດ. ພວກເຂົາເທດສະໜາຂ່າວປະເສີດໃຫ້ສະມາຊິກທີ່ເປັນເພດກົງກັນຂ້າມຟັງໂດຍສະເພາະ ແລະ ເມື່ອພວກເຂົາພົບເປົ້າໝາຍທີ່ເໝາະສົມ ພວກເຂົາກໍຈະເລີ່ມໂຈມຕີ ໂດຍໃຊ້ວິທີການ ແລະ ວິທີທາງຕ່າງໆເພື່ອລໍ້ລວງອີກຝ່າຍໃຫ້ຕິດກັບດັກ ຈົນເຖິງຂັ້ນໃຊ້ກົນອຸບາຍທີ່ໜ້າລັງກຽດເພື່ອບັນລຸເປົ້າໝາຍຂອງພວກເຂົາ. ໃນຂະນະທີ່ເທດສະໜາຂ່າວປະເສີດ ຄົນເຫຼົ່ານີ້ບໍ່ພຽງແຕ່ປະພຶດຕົນໃນລັກສະນະນີ້ເທົ່ານັ້ນ ແຕ່ພວກເຂົາຍັງເຮັດໃນສິ່ງທີ່ນຳຄວາມອັບອາຍອັນໃຫຍ່ຫຼວງມາສູ່ພຣະນາມຂອງພຣະເຈົ້າອີກດ້ວຍ. ພວກເຂົາບໍ່ພຽງແຕ່ມີຄວາມຄິດທີ່ເຕັມໄປດ້ວຍຕັນຫາເທົ່ານັ້ນ, ແຕ່ພວກເຂົາຍັງສວຍໃຊ້ໂອກາດໃນການເທດສະໜາຂ່າວປະເສີດ ແລະ ໃຊ້ການເທດສະໜາຂ່າວປະເສີດເປັນຂໍ້ອ້າງເພື່ອຕອບສະໜອງຕັນຫາທາງເພດຂອງພວກເຂົາ. ຍິ່ງໄປກວ່ານັ້ນ, ພວກເຂົາຍັງເຮັດຄວາມຜິດແບບດຽວກັນຊໍ້າແລ້ວຊໍ້າອີກ ໂດຍເຮັດສິ່ງດຽວກັນກັບຄົນທີ່ມີອາຍຸແຕກຕ່າງກັນ ແລະ ມີສະຖານະການທີ່ແຕກຕ່າງກັນ. ບອກເຮົາມາເບິ່ງ ເມື່ອຄົນປະເພດນີ້ຖືກຄົ້ນພົບ, ຄວນຈັດການກັບພວກເຂົາແນວໃດ? ຄວນອະນຸຍາດໃຫ້ພວກເຂົາສືບຕໍ່ປະຕິບັດໜ້າທີ່ໃນການເທດສະໜາຂ່າວປະເສີດ ຫຼື ຄວນປົດພວກເຂົາອອກ ແລະ ຢຸດພວກເຂົາຈາກການປະຕິບັດໜ້າທີ່ນີ້? (ພວກເຂົາຄວນຖືກປົດອອກ). ມັນເປັນຕາເສຍດາຍບໍທີ່ຈະປົດພວກເຂົາອອກ? ຈະເປັນແນວໃດຖ້າພວກເຂົາສາມາດຮັບເອົາຄົນອື່ນໄດ້ອີກ? (ຖ້າເກັບພວກເຂົາໄວ້ ແລະ ອະນຸຍາດໃຫ້ພວກເຂົາສືບຕໍ່ເທດສະໜາຂ່າວປະເສີດ ຜົນທີ່ຕາມມາກໍຈະຍິ່ງຮ້າຍແຮງຂຶ້ນ. ເມື່ອພວກເຂົາເຂົ້າຮ່ວມໃນກິດຈະກຳທີ່ສຳສ່ອນ ພວກເຂົາກໍຈະນຳຄວາມອັບອາຍມາສູ່ພຣະນາມຂອງພຣະເຈົ້າ). ບອກເຮົາມາເບິ່ງ ຄົນປະເພດນີ້ທີ່ຈິດໃຈຂອງພວກເຂົາໝົກໝົ້ນຢູ່ກັບຕັນຫາທາງເພດຢູ່ຕະຫຼອດເວລາສາມາດຮັບເອົາຜູ້ຄົນໄດ້ບໍ ເມື່ອພວກເຂົາເທດສະໜາຂ່າວປະເສີດ? (ບໍ່, ພວກເຂົາບໍ່ສາມາດເຮັດໄດ້). ເຖິງແມ່ນວ່າບາງຄັ້ງພວກເຂົາຈະຮັບເອົາຜູ້ຄົນໄດ້ສອງສາມຄົນຜ່ານການເທດສະໜາຂ່າວປະເສີດ ແຕ່ພວກເຂົາກໍຍັງສາມາດເຮັດໃນສິ່ງທີ່ນຳຄວາມອັບອາຍມາສູ່ພຣະນາມຂອງພຣະເຈົ້າໄດ້ອີກດ້ວຍ. ການໃຊ້ຄົນປະເພດນີ້ບໍ່ໄດ້ສ້າງຜົນເສຍຫຼາຍກວ່າຜົນດີບໍ? (ແມ່ນແລ້ວ). ແລ້ວມັນຍັງເປັນຕາເສຍດາຍຢູ່ບໍທີ່ຈະປົດພວກເຂົາອອກ? (ບໍ່). ຄົນປະເພດນີ້ສາມາດປ່ຽນແປງໄດ້ບໍ? ບັນຫາຂອງພວກເຂົາແກ້ໄຂໄດ້ງ່າຍບໍ? (ບໍ່. ນີ້ແມ່ນບັນຫາຂອງແກ່ນແທ້ທຳມະຊາດຂອງພວກເຂົາ; ມັນບໍ່ສາມາດປ່ຽນແປງໄດ້). ຄົນທີ່ເຕັມໄປດ້ວຍຕັນຫາບໍ່ແມ່ນມະນຸດ; ມານຮ້າຍອາໄສຢູ່ພາຍໃນຕົວພວກເຂົາ ໂດຍໃຊ້ເນື້ອໜັງຂອງພວກເຂົາເພື່ອເວົ້າໃນສິ່ງທີ່ມັນຢາກເວົ້າ ແລະ ເຮັດໃນສິ່ງທີ່ມັນຢາກເຮັດ. ຖ້າຄົນອື່ນໃຊ້ການເຕືອນສະຕິ ແລະ ຄຳເຕືອນທີ່ສອດຄ່ອງກັບສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ, ສິ່ງເຫຼົ່ານີ້ສາມາດປ່ຽນແປງແກ່ນແທ້ທຳມະຊາດຂອງພວກເຂົາໄດ້ບໍ? (ສິ່ງເຫຼົ່ານີ້ບໍ່ສາມາດປ່ຽນແປງໄດ້). ແລ້ວບັນຫານີ້ຂອງພວກເຂົາສາມາດແກ້ໄຂໄດ້ໂດຍການໂອ້ລົມກ່ຽວກັບຄວາມຈິງເພື່ອຊ່ວຍເຫຼືອພວກເຂົາບໍ? (ບັນຫານີ້ບໍ່ສາມາດແກ້ໄຂໄດ້). ເຖິງແມ່ນວ່າພວກເຂົາຈະຖືກລິຮານ ແລະ ມີຄົນຖືກມອບໝາຍໃຫ້ກຳກັບດູແລພວກເຂົາ ຫຼື ພວກເຂົາຖືກຍ້າຍໄປຢູ່ໃນສະພາບແວດລ້ອມອື່ນ ເພື່ອບໍ່ໃຫ້ພວກເຂົາມີໂອກາດເພີດເພີນໃນຕັນຫາທາງເພດຂອງພວກເຂົາ, ທຳມະຊາດຂອງມານຮ້າຍທີ່ຢູ່ພາຍໃນຕົວພວກເຂົາຈະສາມາດຖືກແກ້ໄຂໄດ້ບໍ? (ບໍ່ໄດ້). ທຸກສິ່ງທຸກຢ່າງທີ່ຄົນທີ່ກັບຊາດມາເກີດຈາກມານຮ້າຍເຮັດລ້ວນແຕ່ປາສະຈາກຄວາມເປັນມະນຸດ. ສິ່ງນີ້ຖືກກຳນົດໂດຍແກ່ນແທ້ທຳມະຊາດຂອງພວກເຂົາ. ສະນັ້ນ, ບໍ່ວ່າເຈົ້າຈະໂອ້ລົມກ່ຽວກັບຄວາມຈິງເພື່ອເຕືອນສະຕິ ຫຼື ຊ່ວຍເຫຼືອພວກເຂົາແນວໃດກໍຕາມ ມັນກໍບໍ່ສາມາດແກ້ໄຂບັນຫາແກ່ນແທ້ທຳມະຊາດຂອງພວກເຂົາໄດ້. ຢ່າງໜຶ່ງ ນີ້ກໍຍ້ອນວ່າແກ່ນແທ້ທຳມະຊາດຂອງມານຮ້າຍກໍຄື ພວກເຂົາກຽດຊັງຄວາມຈິງ ແລະ ບໍ່ສາມາດຍອມຮັບຄວາມຈິງໄດ້ແມ່ນແຕ່ໜ້ອຍດຽວ. ອີກຢ່າງໜຶ່ງ ຄົນທີ່ກັບຊາດມາເກີດຈາກມານຮ້າຍຂາດສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ ແລະ ພວກເຂົາບໍ່ມີຄວາມສຳນຶກແມ່ນແຕ່ໜ້ອຍດຽວກ່ຽວກັບຄວາມຊົ່ວທີ່ພວກເຂົາເຮັດ ແລະ ບໍ່ເຄີຍຮູ້ສຶກອັບອາຍ, ສຳນຶກຜິດ ຫຼື ທຸກໃຈເລີຍ. ດັ່ງນັ້ນ, ພວກເຂົາຈຶ່ງບໍ່ມີຄວາມຮູ້ສຶກອັບອາຍ ຫຼື ຄວາມຮູ້ສຶກລະອາຍໃຈທີ່ຄົນປົກກະຕິຄວນມີ. ພວກເຂົາບໍ່ເຂົ້າໃຈສິນທຳ ແລະ ຈັນຍາບັນຂອງມະນຸດ ຫຼື ກຽດສັກສີ ແລະ ຄວາມຮູ້ສຶກລະອາຍໃຈທີ່ຄົນເຮົາຄວນມີໃນການປະພຶດຕົນ. ພວກເຂົາບໍ່ເຂົ້າໃຈສິ່ງເຫຼົ່ານີ້ເລີຍ. ເຖິງແມ່ນວ່າພວກເຂົາຈະສາມາດເວົ້າຫຼັກຄຳສອນທີ່ຟັງເບິ່ງດີຈຳນວນໜຶ່ງອອກມາໄດ້ ມັນກໍບໍ່ໄດ້ພິສູດວ່າພວກເຂົາມີຄວາມເປັນມະນຸດທີ່ປົກກະຕິ; ພວກເຂົາເປັນພຽງຄົນໜ້າຊື່ໃຈຄົດ ແລະ ຫຼອກລວງຜູ້ຄົນເທົ່ານັ້ນ. ສະນັ້ນ, ບໍ່ວ່າຈະໂອ້ລົມຄວາມຈິງອັນໃດໃຫ້ຄົນປະເພດນີ້ຟັງ ແກ່ນແທ້ທຳມະຊາດຂອງພວກເຂົາກໍບໍ່ສາມາດປ່ຽນແປງໄດ້. ແລ້ວມັນກໍມີພຽງທາງອອກດຽວເທົ່ານັ້ນກໍຄື: ຢ່າໃຊ້ຄົນປະເພດນີ້ປະຕິບັດໜ້າທີ່. ຈົ່ງຊຳລະລ້າງພວກເຂົາອອກໄປ. ສິ່ງນີ້ຈະແກ້ໄຂບັນຫາໄດ້. ບາງຄົນເວົ້າວ່າ: “ຖ້າພວກເຂົາຖືກກຳຈັດ ແລະ ຖືກຄັດອອກ ແລະ ພວກເຂົາບໍ່ເພີດເພີນໃນຕັນຫາທາງເພດຂອງພວກເຂົາ ແລະ ລົບກວນວຽກງານພາຍໃນເຮືອນຂອງພຣະເຈົ້າອີກຕໍ່ໄປ, ຖ້າພວກເຂົາເຮັດສິ່ງເຫຼົ່ານີ້ໃນທ່າມກາງຜູ້ບໍ່ມີຄວາມເຊື່ອ ແລ້ວພວກເຂົາຈະບໍ່ຍັງຄົງທຳຮ້າຍຜູ້ຄົນຢູ່ບໍ? ພວກເຂົາບໍ່ຄວນຖືກເກັບໄວ້ໃນເຮືອນຂອງພຣະເຈົ້າ ໂດຍມີຄົນຖືກມອບໝາຍໃຫ້ກຳກັບດູແລພວກເຂົາ ເພື່ອປ້ອງກັນບໍ່ໃຫ້ພວກເຂົາທຳຮ້າຍຜູ້ຄົນໃນສັງຄົມບໍ?” ຄຳເວົ້ານີ້ຖືກຕ້ອງບໍ? (ບໍ່). ເປັນຫຍັງມັນຈຶ່ງບໍ່ຖືກຕ້ອງ? (ການເກັບພວກເຂົາໄວ້ໃນເຮືອນຂອງພຣະເຈົ້າເປັນການທຳຮ້າຍອ້າຍເອື້ອຍນ້ອງ, ລົບກວນວຽກງານຂອງຄຣິສຕະຈັກ ແລະ ຂັດຂວາງວຽກງານຂອງພຣະເຈົ້າ. ສິ່ງນີ້ບໍ່ເໝາະສົມ. ຈົ່ງປ່ອຍໃຫ້ພວກເຂົາກັບຄືນສູ່ໂລກ. ໃນໂລກມີມານຮ້າຍ ແລະ ຊາຕານຢ່າງຫຼວງຫຼາຍ ແລະ ບໍ່ວ່າພວກເຂົາຈະກໍ່ໃຫ້ເກີດການລົບກວນປະເພດໃດກໍຕາມ ມັນກໍບໍ່ສາມາດຖືວ່າເປັນການທຳຮ້າຍມານຮ້າຍໄດ້. ເພາະວ່າພວກເຂົາທຸກຄົນລ້ວນແຕ່ເປັນມານຮ້າຍ ສິ່ງທີ່ພວກເຂົາເຮັດຈຶ່ງບໍ່ສາມາດຖືວ່າເປັນການທຳຮ້າຍໄດ້). ມຸມມອງນີ້ບໍ່ສອດຄ່ອງກັບຄວາມເປັນຈິງບໍ? (ສອດຄ່ອງ). ມຸມມອງນີ້ຖືກຕ້ອງ. ຄົນທີ່ເພີດເພີນໃນຕັນຫາທາງເພດແມ່ນມານຮ້າຍ ແລະ ພວກເຂົາບໍ່ສາມາດໄດ້ຮັບອະນຸຍາດໃຫ້ຢູ່ໃນເຮືອນຂອງພຣະເຈົ້າເພື່ອທຳຮ້າຍອ້າຍເອື້ອຍນ້ອງໄດ້. ບໍ່ວ່າພວກເຂົາຈະເຮັດຫຍັງໃນສັງຄົມພາຍນອກກໍບໍ່ມີຫຍັງກ່ຽວຂ້ອງກັບເຮືອນຂອງພຣະເຈົ້າ ເພາະວ່າຄົນທີ່ບໍ່ເຊື່ອໃນພຣະເຈົ້າຂາດຄວາມເປັນມະນຸດ ແລະ ລ້ວນແຕ່ເປັນມານຮ້າຍ. ບໍ່ວ່າມານຮ້າຍຈະຕໍ່ສູ້ກັນເອງແນວໃດກໍຕາມ ມັນກໍຈະບໍ່ລົບກວນວຽກງານຂອງເຮືອນຂອງພຣະເຈົ້າ. ພວກເຂົາທຸກຄົນລ້ວນແຕ່ເປັນຂອງຊາຕານ ແລະ ພວກເຂົາກໍຮ່ວມມືກັບຊາຕານຕັ້ງແຕ່ທຳອິດແລ້ວ. ພວກເຂົາໄດ້ຕໍ່ສູ້ກັນເອງ ແລະ ທຳຮ້າຍກັນເອງມາເປັນເວລາຫຼາຍພັນປີແລ້ວ. ມັນກ່ຽວຫຍັງກັບພວກເຮົາ? ພວກເຂົາສ້າງຄວາມເສຍຫາຍໃຫ້ກັນ ແລະ ກັນ ເຊິ່ງເປັນສິ່ງທີ່ພວກເຂົາເຕັມໃຈເຂົ້າຮ່ວມ. ພວກເຂົາທຸກຄົນລ້ວນແຕ່ເປັນຄົນຊົ່ວຊ້າປະເພດດຽວກັນ ແລະ ລ້ວນແຕ່ເປັນພວກດຽວກັນທີ່ຊົ່ວຊ້າ. ສະຫຼຸບແລ້ວ, ເຮືອນຂອງພຣະເຈົ້າບໍ່ຕ້ອງການຄົນປະເພດນີ້ ເພາະວ່າຄົນທີ່ເປັນມານຮ້າຍບໍ່ໃສ່ໃຈກັບວຽກງານທີ່ເໝາະສົມ ແລະ ບໍ່ມີສະຕິຮູ້ສຶກຜິດຊອບ ຫຼື ເຫດຜົນ ບໍ່ວ່າພວກເຂົາຈະຢູ່ໃສ ພວກເຂົາກໍພຽງແຕ່ກໍ່ໃຫ້ເກີດການລົບກວນ ແລະ ພວກເຂົາກໍພຽງແຕ່ເຂົ້າຮ່ວມໃນການກໍ່ວິນາດສະກຳ ແລະ ການທຳລາຍເທົ່ານັ້ນ. ພວກເຂົາບໍ່ສາມາດເຮັດສິ່ງທີ່ເປັນປະໂຫຍດຕໍ່ຜູ້ຄົນໄດ້. ພວກເຂົາສາມາດທຳຮ້າຍຜູ້ຄົນໄດ້ເທົ່ານັ້ນ. ເຖິງແມ່ນວ່າພວກເຂົາຈະສາມາດຮັບໃຊ້ໄດ້ບາງຢ່າງ ແຕ່ຄວາມເສຍຫາຍທີ່ພວກເຂົາກໍ່ຂຶ້ນກໍມີຫຼາຍກວ່າສິ່ງນີ້. ຄົນປະເພດນີ້ອາດຈະເບິ່ງຄືວ່າປະພຶດຕົນດີຫຼາຍ ແລະ ເບິ່ງຄືວ່າບໍ່ໄດ້ເຮັດສິ່ງທີ່ບໍ່ດີ ແຕ່ເມື່ອພວກເຂົາມີໂອກາດ ພວກເຂົາກໍສາມາດເຮັດສິ່ງທີ່ບໍ່ດີຫຼາຍໄດ້. ສະນັ້ນ, ຄວນຈັດການກັບຄົນປະເພດນີ້ທັນທີດ້ວຍການຄັດພວກເຂົາອອກ. ເຖິງແມ່ນວ່າພວກເຂົາອາດຈະຮັບໃຊ້ໄດ້ບາງຢ່າງ ແລະ ເຮັດສິ່ງທີ່ຖືກຕ້ອງບາງຢ່າງໄດ້ ແຕ່ສິ່ງນີ້ກໍບໍ່ໄດ້ໝາຍຄວາມວ່າພວກເຂົາໄດ້ກັບໃຈຢ່າງແທ້ຈິງ, ນັບປະສາຫຍັງກັບການທີ່ແກ່ນແທ້ທຳມະຊາດຂອງພວກເຂົາຈະປ່ຽນແປງ. ບໍ່ວ່າສະພາບປັດຈຸບັນຂອງພວກເຂົາຈະເປັນແນວໃດກໍຕາມ ຄົນເຮົາກໍບໍ່ຄວນຫຼົງເຊື່ອຮູບລັກສະນະທີ່ຈອມປອມຂອງພວກເຂົາ, ນັບປະສາຫຍັງກັບການໄວ້ວາງໃຈພວກເຂົາ ຫຼື ເຊື່ອວ່າພວກເຂົາສາມາດເຮັດວຽກງານໃດໆໄດ້ ເພາະວ່າແກ່ນແທ້ທຳມະຊາດຂອງພວກເຂົາແມ່ນແກ່ນແທ້ທຳມະຊາດຂອງມານຮ້າຍ ບໍ່ວ່າພວກເຂົາຈະດຳລົງຊີວິດຄຣິສຕະຈັກຢູ່ໃສ ພວກເຂົາກໍເປັນລະເບີດເວລາທີ່ລໍຖ້າການລະເບີດ ແລະ ເປັນໄພຄຸກຄາມຕໍ່ທຸກຄົນ. ເຖິງແມ່ນວ່າພວກເຂົາຈະລະເວັ້ນຈາກການເຮັດສິ່ງທີ່ບໍ່ດີເປັນການຊົ່ວຄາວ ແຕ່ທຸກຄຳເວົ້າ ແລະ ການກະທຳຂອງພວກເຂົາ ແລະ ທຸກການເຄື່ອນໄຫວຂອງພວກເຂົາ ກໍຍັງຈະລົບກວນອາລົມ ແລະ ຄວາມຮູ້ສຶກຂອງເຈົ້າ ແລະ ອາດຈະເຖິງຂັ້ນເຮັດໃຫ້ມຸມມອງຂອງເຈົ້າປ່ຽນແປງ. ນີ້ແມ່ນຜົນສະທ້ອນຂອງການມີມານຮ້າຍຢູ່ໃກ້ໆ. ຕົວຢ່າງ: ສົມມຸດວ່າເມື່ອບໍ່ດົນມານີ້ ເຈົ້າຢູ່ໃນສະພາວະທີ່ບໍ່ດີ ຫຼື ຄິດລົບເລັກໜ້ອຍ ຫຼື ເຈົ້າໄດ້ຍິນການໂຄສະນາຊວນເຊື່ອທີ່ເປັນລົບ ແລະ ຂ່າວລືທີ່ບໍ່ມີມູນຄວາມຈິງບາງຢ່າງ ເຊິ່ງເຮັດໃຫ້ເຈົ້າມີຄວາມຄິດຫຼົງຜິດກ່ຽວກັບພຣະເຈົ້າ. ຖ້າມີມານຮ້າຍຢູ່ໃກ້ເຈົ້າ ເຈົ້າອາດຈະຝັນຮ້າຍຢູ່ເລື້ອຍໆເມື່ອເຈົ້ານອນຫຼັບ. ມັນອາດຈະເປັນໄປໄດ້ວ່າ ຫຼັງຈາກທີ່ເຈົ້າສົນທະນາກັບພວກເຂົາ ບໍ່ພຽງແຕ່ສະພາວະຂອງເຈົ້າຈະບໍ່ກາຍເປັນບວກ ແລະ ດີຂຶ້ນເທົ່ານັ້ນ ແຕ່ເຈົ້າຍັງຮູ້ສຶກທໍ້ຖອຍໃຈ ແລະ ມືດມົນພາຍໃນຈິດວິນຍານຂອງເຈົ້າຫຼາຍຂຶ້ນ. ຍິ່ງເຈົ້າເຂົ້າໃກ້ພວກເຂົາຫຼາຍເທົ່າໃດ ເຈົ້າກໍຍິ່ງບໍ່ສາມາດສຳຜັດເຖິງການສະຖິດຢູ່ຂອງພຣະເຈົ້າໄດ້ຫຼາຍຂຶ້ນເທົ່ານັ້ນ. ຍິ່ງເຈົ້າຕິດຕໍ່ພົວພັນກັບພວກເຂົາດົນເທົ່າໃດ ຫົວໃຈຂອງເຈົ້າກໍຍິ່ງຫ່າງເຫີນຈາກພຣະເຈົ້າຫຼາຍຂຶ້ນເທົ່ານັ້ນ, ເຈົ້າຍິ່ງຮູ້ສຶກວ່າການເຊື່ອໃນພຣະເຈົ້າເປັນສິ່ງທີ່ໄຮ້ຄວາມໝາຍ ແລະ ແມ່ນແຕ່ທຸກຄຳເວົ້າ ແລະ ການກະທຳຂອງພວກເຂົາກໍຈະສົ່ງຜົນກະທົບຕໍ່ຄວາມຄິດຂອງເຈົ້າ ແລະ ມີອິດທິພົນຕໍ່ມຸມມອງ ແລະ ທັດສະນະຄະຕິຂອງເຈົ້າທີ່ມີຕໍ່ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຢູ່ອ້ອມຕົວເຈົ້າ. ເຖິງຢ່າງໃດກໍຕາມ, ເມື່ອເຈົ້າມີປະຕິສຳພັນ ແລະ ໄປມາຫາສູ່ກັບມະນຸດທີ່ເສື່ອມຊາມທຳມະດາ ມັນກໍຈະແຕກຕ່າງອອກໄປ ແລະ ເຈົ້າກໍຈະບໍ່ມີປະຕິກິລິຍາທີ່ບໍ່ດີເຫຼົ່ານີ້. ສະນັ້ນ, ເຖິງແມ່ນວ່າຜູ້ຄົນຈະບໍ່ສາມາດສຳຜັດໄດ້ຢ່າງຊັດເຈນເຖິງອັນຕະລາຍທີ່ເກີດຈາກຄົນປະເພດນີ້ທີ່ເປັນມານຮ້າຍເມື່ອພວກເຂົາຢູ່ໃກ້ໆ ແຕ່ອັນຕະລາຍທີ່ພວກເຂົາກໍ່ໃຫ້ເກີດກັບຄົນອື່ນກໍຍັງຄົງຢູ່ຕະຫຼອດເວລາ ເຊັ່ນດຽວກັບໄພຄຸກຄາມທີ່ພວກເຂົາກໍ່ຂຶ້ນ. ເຖິງແມ່ນວ່າພວກເຂົາຈະເບິ່ງຄືວ່າເປັນມິດກັບເຈົ້າຫຼາຍ, ພວກເຂົາເບິ່ງຄືວ່າບໍ່ໄດ້ກຽດຊັງເຈົ້າ ແລະ ພວກເຂົາບໍ່ໄດ້ຕັດສິນ ຫຼື ໂຈມຕີເຈົ້າ ຕາບໃດທີ່ພວກເຂົາເປັນມານຮ້າຍ ແລະ ບໍ່ແມ່ນມະນຸດ ຄຳເວົ້າ ແລະ ການກະທຳຂອງພວກເຂົາ ແລະ ການເວົ້າ ແລະ ພຶດຕິກຳຂອງພວກເຂົາກໍຍັງຈະສົ່ງຜົນກະທົບຕໍ່ເຈົ້າ. ຜົນກະທົບນີ້ເກີດຂຶ້ນໂດຍທີ່ເຈົ້າບໍ່ຮູ້ຕົວ ແລະ ຜູ້ທີ່ບໍ່ເຂົ້າໃຈຄວາມຈິງກໍອາດຈະບໍ່ຮັບຮູ້ມັນ. ສະນັ້ນ, ຖ້າຄົ້ນພົບຄົນທີ່ກັບຊາດມາເກີດຈາກມານຮ້າຍພາຍໃນທີມງານຂ່າວປະເສີດ ໂດຍສະເພາະຄົນທີ່ເພີດເພີນໃນຕັນຫາທາງເພດຂອງພວກເຂົາຕາມໃຈມັກ ພວກເຂົາກໍຕ້ອງຖືກຈັດການ ແລະ ຖືກຄັດອອກທັນທີ. ຄົນຊົ່ວຮ້າຍຕ້ອງບໍ່ຖືກຕາມໃຈ ຫຼື ປ່ອຍປະລະເລີຍ. ຜູ້ຄົນມັກຈະຄິດຢູ່ສະເໝີວ່າ ໃນທີມງານຂ່າວປະເສີດ ການມີຄົນເພີ່ມຂຶ້ນອີກໜຶ່ງຄົນກໍເປັນການເພີ່ມກຳລັງອີກໜຶ່ງສ່ວນໃຫ້ກັບຄວາມພະຍາຍາມໃນການເທດສະໜາຂ່າວປະເສີດ. ການມີຄົນເພີ່ມຂຶ້ນອີກໜຶ່ງຄົນເປັນສິ່ງທີ່ຍອມຮັບໄດ້ ແຕ່ການເພີ່ມມານຮ້າຍຕົນໜຶ່ງເຂົ້າມາໝາຍເຖິງບັນຫາ. ຖ້າມັນເປັນຄົນເພີ່ມຂຶ້ນອີກໜຶ່ງຄົນ ເຖິງແມ່ນວ່າຂີດຄວາມສາມາດຂອງລາວຈະຕ່ຳເລັກໜ້ອຍ ແລະ ລາວສາມາດເຮັດໄດ້ພຽງແຕ່ວຽກງານງ່າຍໆ ແຕ່ຢ່າງໜ້ອຍທີ່ສຸດລາວກໍຈະບໍ່ລົບກວນ ຫຼື ສ້າງຄວາມເສຍຫາຍໃຫ້ວຽກງານຂອງຄຣິສຕະຈັກຄືກັບທີ່ມານຮ້າຍຈະເຮັດ. ແຕ່ມານຮ້າຍນັ້ນແຕກຕ່າງອອກໄປ. ບາງທີພາຍນອກພວກເຂົາອາດຈະເວົ້າເກັ່ງ ແລະ ມີວາທະສິນ ແລະ ເມື່ອອີງໃສ່ຂີດຄວາມສາມາດຂອງພວກເຂົາ ພວກເຂົາອາດຈະມີຄວາມສາມາດໃນຖານະຜູ້ກຳກັບດູແລໃນວຽກງານບາງຂົງເຂດ. ເຖິງຢ່າງໃດກໍຕາມ, ເມື່ອພິຈາລະນາຈາກແກ່ນແທ້ທຳມະຊາດຂອງພວກເຂົາ ມັນເປັນໄປບໍ່ໄດ້ເລີຍທີ່ພວກເຂົາຈະເຮັດວຽກງານໄດ້ດີ. ພວກເຂົາສາມາດເຮັດໃຫ້ວຽກງານວຸ່ນວາຍໄປໝົດເທົ່ານັ້ນ ເພາະວ່າບໍ່ວ່າມານຮ້າຍຈະເຮັດຫຍັງກໍຕາມ ມັນກໍນຳມາເຊິ່ງການຂັດຂວາງ, ການລົບກວນ ແລະ ຄວາມເສຍຫາຍ. ສະນັ້ນ, ການກະທຳທີ່ຊົ່ວຮ້າຍຂອງຄົນປະເພດນີ້ຈຶ່ງຄວນຖືກເປີດໂປງ ແລະ ຖືກແຍກແຍະທັນທີ ເພື່ອໃຫ້ປະຊາກອນທີ່ພຣະເຈົ້າເລືອກສາມາດລະບຸ ແລະ ແຍກແຍະການກະທຳທີ່ຊົ່ວຮ້າຍຂອງມານຮ້າຍໄດ້. ເວັ້ນເສຍແຕ່ວ່າເຈົ້າຍັງບໍ່ທັນຄົ້ນພົບ ຫຼື ຮັບຮູ້ວ່າພວກເຂົາເປັນມານຮ້າຍ ແລະ ເຈົ້າຮູ້ສຶກວ່າພວກເຂົາເປັນຄົນປົກກະຕິທີ່ພຽງແຕ່ເປີດເຜີຍຕັນຫາທີ່ຊົ່ວຊ້າອອກມາເປັນບາງຄັ້ງຄາວເທົ່ານັ້ນ, ສິ່ງນັ້ນອາດຈະເປັນເຫດຜົນທີ່ພໍຟັງຂຶ້ນໃນການອະນຸຍາດໃຫ້ພວກເຂົາຢູ່ຕໍ່ໄປເພື່ອການສັງເກດການເພີ່ມເຕີມ. ຖ້າເຈົ້າຄົ້ນພົບວ່າພວກເຂົາບໍ່ພຽງແຕ່ເປີດເຜີຍຕັນຫາທີ່ຊົ່ວຊ້າອອກມາເປັນບາງຄັ້ງຄາວເທົ່ານັ້ນ ແຕ່ຍັງເພີດເພີນກັບມັນຄືກັບຄົນສຳສ່ອນເຫຼົ່ານັ້ນທີ່ບໍ່ວ່າພວກເຂົາຈະໄປໃສ ພວກເຂົາກໍໃຫ້ຄວາມສຳຄັນກັບການຊອກຫາສະມາຊິກທີ່ເປັນເພດກົງກັນຂ້າມທີ່ພວກເຂົາມັກເພື່ອເພີດເພີນໃນຕັນຫາທາງເພດຂອງພວກເຂົາ ຄືກັບມານຮ້າຍທີ່ຊອກຫາຈິດວິນຍານທີ່ພວກເຂົາສາມາດກືນກິນໄດ້ ໂດຍເຮັດໃຫ້ຜູ້ຄົນຫຼົງຜິດ, ລໍ້ລວງຜູ້ຄົນໃຫ້ຕິດກັບດັກ ແລະ ທຳຮ້າຍຜູ້ຄົນຢູ່ທຸກຫົນທຸກແຫ່ງ ແລະ ບໍ່ວ່າພວກເຂົາຈະຕິດຕໍ່ພົວພັນກັບໃຜ ຄົນຜູ້ນັ້ນກໍຈະທົນທຸກກັບການລົບກວນຂອງພວກເຂົາ ແລະ ພວກເຂົາກໍປະຖິ້ມບັນຫາໄວ້ເບື້ອງຫຼັງຢູ່ຕະຫຼອດເວລາ ແລ້ວນີ້ກໍບໍ່ແມ່ນພຶດຕິກຳຂອງມະນຸດ; ມັນເປັນພຶດຕິກຳຂອງມານຮ້າຍຢ່າງຊັດເຈນ. ມານຮ້າຍຄວນຖືກຄັດອອກໂດຍໄວເທົ່າທີ່ຈະໄວໄດ້ ເພື່ອປ້ອງກັນບັນຫາໃນອະນາຄົດ. ທຸກຄົນອາດຈະເຮັດຜິດພາດ, ສູນເສຍການຄວບຄຸມ ແລະ ເຖິງຂັ້ນເຮັດໃນສິ່ງທີ່ລະເມີດຂອບເຂດຂອງຄວາມເປັນມະນຸດເປັນບາງຄັ້ງຄາວ ແຕ່ພຶດຕິກຳນີ້ບໍ່ໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ, ພວກເຂົາບໍ່ໄດ້ເພີດເພີນກັບມັນ ແລະ ຫຼັງຈາກທີ່ເຮັດຜິດ ແລະ ກະທຳຜິດ ພວກເຂົາກໍຮູ້ສຶກສຳນຶກຜິດ, ຮູ້ສຶກຜິດ ແລະ ອັບອາຍ. ເມື່ອພວກເຂົາປະເຊີນກັບສະຖານະການ ຫຼື ເລື່ອງດຽວກັນອີກຄັ້ງ ພວກເຂົາກໍສາມາດຫຼີກລ່ຽງການລອງໃຈ ແລະ ສະແດງໃຫ້ເຫັນເຖິງສັນຍານຂອງການຫັນກັບຄືນ ແລະ ການກັບໃຈ. ແຕ່ມານຮ້າຍບໍ່ເຄີຍຫັນກັບຄືນ ເພາະວ່າພວກເຂົາບໍ່ສາມາດກັບໃຈໄດ້ ແລະ ພວກເຂົາກໍບໍ່ກັບໃຈ. ເຈົ້າເຄີຍເຫັນບໍວ່າ ທຳມະຊາດຂອງມານຮ້າຍທີ່ຕໍ່ຕ້ານພຣະເຈົ້າ, ໝິ່ນປະໝາດພຣະເຈົ້າ ແລະ ໂຈມຕີພຣະເຈົ້ານັ້ນປ່ຽນແປງ? ມັນບໍ່ເຄີຍປ່ຽນແປງ. ບໍ່ວ່າພຣະເຈົ້າຈະມີອຳນາດສູງສຸດເໜືອມະນຸດຊາດ ແລະ ຄຸ້ມຄອງມະນຸດຊາດມາດົນປານໃດກໍຕາມ ແລະ ບໍ່ວ່າພຣະເຈົ້າຈະເປີດເຜີຍຄວາມຊົງລິດທານຸພາບອັນສູງສຸດ, ປັນຍາ ແລະ ສິດອຳນາດຂອງພຣະອົງຫຼາຍປານໃດກໍຕາມ ຊາຕານກໍຍັງຄົງທ້າທາຍ ແລະ ສືບຕໍ່ຮ້ອງໂວຍວາຍຕໍ່ຕ້ານພຣະເຈົ້າ. ເຖິງແມ່ນວ່າມັນຈະເປັນສັດຕູທີ່ຖືກພຣະເຈົ້າເອົາຊະນະມາໂດຍຕະຫຼອດ ມັນກໍຍັງຮ້ອງໂວຍວາຍຕໍ່ຕ້ານພຣະເຈົ້າ ແລະ ມັນກໍຍັງໂຈມຕີ ແລະ ຕໍ່ຕ້ານພຣະອົງ. ສະນັ້ນ, ຖ້າແກ່ນແທ້ທຳມະຊາດຂອງຄົນໃດຄົນໜຶ່ງເປັນແກ່ນແທ້ທຳມະຊາດຂອງມານຮ້າຍ ແກ່ນແທ້ທຳມະຊາດທີ່ບ່ຽງເບນຂອງຄົນຜູ້ນັ້ນກໍຈະບໍ່ມີວັນປ່ຽນແປງໄດ້ເລີຍ. ຄວາມບ່ຽງເບນແມ່ນໃບໜ້າທີ່ແທ້ຈິງຂອງຄົນຜູ້ນັ້ນ, ຄວາມບ່ຽງເບນແມ່ນຄວາມມັກຂອງຄົນຜູ້ນັ້ນ ແລະ ຍັງເປັນທຳມະຊາດຂອງຄົນຜູ້ນັ້ນອີກດ້ວຍ. ດັ່ງນັ້ນ, ພວກເຂົາຈຶ່ງຈະບໍ່ປ່ຽນແປງ. ບໍ່ວ່າເຈົ້າຈະເຫັນຄົນປະເພດນີ້ຢູ່ໃນຄຣິສຕະຈັກໃດກໍຕາມ ເຈົ້າຄວນເປີດໂປງ, ແຍກແຍະ ແລະ ຈາກນັ້ນກໍຄັດພວກເຂົາອອກໂດຍໄວເທົ່າທີ່ຈະໄວໄດ້. ຢ່າໃຫ້ໂອກາດມານຮ້າຍໄດ້ກັບໃຈ. ການໃຊ້ວິທີການນີ້ເປັນປະໂຫຍດຕໍ່ວຽກງານຂອງຄຣິສຕະຈັກ ແລະ ປະຊາກອນທີ່ພຣະເຈົ້າເລືອກ. ແລ້ວຄົນປະເພດໃດທີ່ຄວນໄດ້ຮັບໂອກາດໃຫ້ກັບໃຈ? ເຈົ້າຕ້ອງໝັ້ນໃຈວ່າຄົນປະເພດນັ້ນເປັນຄົນປົກກະຕິ ບໍ່ແມ່ນມານຮ້າຍ ແລະ ພວກເຂົາກະທຳຜິດຍ້ອນຄວາມອ່ອນແອຊົ່ວຄາວ ຫຼື ພາຍໃຕ້ສະຖານະການພິເສດເທົ່ານັ້ນ ແຕ່ຫຼັງຈາກນັ້ນພວກເຂົາກໍຮູ້ສຶກສຳນຶກຜິດ ຈົນເຖິງຂັ້ນກຽດຊັງຕົນເອງ ແລະ ຕົບໜ້າຕົນເອງ. ເຈົ້າຕ້ອງໝັ້ນໃຈວ່າສະຕິຮູ້ສຶກຜິດຊອບຂອງພວກເຂົາສາມາດເຮັດວຽກໄດ້. ຄົນປະເພດນັ້ນສາມາດໄດ້ຮັບໂອກາດໃຫ້ກັບໃຈ. ແຕ່ມານຮ້າຍເພີດເພີນໃນຕັນຫາທາງເພດຂອງພວກເຂົາທຸກຄັ້ງທີ່ພວກເຂົາມີໂອກາດ. ສິ່ງນີ້ຖືກກຳນົດໂດຍທຳມະຊາດຂອງພວກເຂົາ. ສະນັ້ນ, ມານຮ້າຍຈຶ່ງບໍ່ສາມາດໄດ້ຮັບໂອກາດໃຫ້ກັບໃຈ ແລະ ພວກເຂົາຄວນຖືກຈັດການໂດຍໄວເທົ່າທີ່ຈະໄວໄດ້ ໂດຍຄັດພວກເຂົາອອກ ຫຼື ຂັບໄລ່ພວກເຂົາອອກໄປ. ນີ້ແມ່ນຫຼັກການສຳລັບການຈັດການກັບຄົນປະເພດນີ້ ແລະ ມັນເປັນວິທີທີ່ດີທີ່ສຸດໃນການຈັດການກັບຄົນປະເພດນີ້. ຕອນນີ້ເລື່ອງນີ້ຊັດເຈນແລ້ວບໍ? (ຊັດເຈນແລ້ວ).
ບາງຄົນບໍ່ສາມາດເບິ່ງທະລຸເລື່ອງຕ່າງໆໄດ້. ພວກເຂົາເຫັນວ່າບາງຄົນທີ່ເປັນມານຮ້າຍມີອາຍຸຫຼາຍແລ້ວ, ແຕ່ກໍຍັງຄົງໝົກໝົ້ນຢູ່ກັບເກມແຫ່ງຕັນຫາທາງເພດຢູ່ຕະຫຼອດເວລາ. ບໍ່ວ່າຄົນອື່ນຈະໂອ້ລົມກ່ຽວກັບຄວາມຈິງແນວໃດກໍຕາມ, ພວກເຂົາກໍບໍ່ສົນໃຈ. ເຖິງແມ່ນວ່າພວກເຂົາຈະຍອມຮັບຕໍ່ໜ້າວ່າພວກເຂົາເຮັດຜິດ, ແຕ່ຫຼັງຈາກນັ້ນ ພວກເຂົາກໍຍັງເຮັດຕາມທີ່ພວກເຂົາຕ້ອງການ. ຄົນທີ່ບໍ່ສາມາດເບິ່ງທະລຸເລື່ອງຕ່າງໆໄດ້ກໍເລີ່ມສັບສົນວ່າ: “ມານຮ້າຍມີຕັນຫາທາງເພດທີ່ຮຸນແຮງແບບນີ້ໄດ້ແນວໃດ? ພວກເຂົາຍັງສາມາດບ່ຽງເບນໄດ້ຂະໜາດນີ້ໃນຕອນທີ່ພວກເຂົາມີອາຍຸຂະໜາດນີ້ໄດ້ແນວໃດ? ຄົນຜູ້ນີ້ເປັນຜູ້ກະທຳຜິດຈົນເປັນນິໄສໃນເລື່ອງເຫຼົ່ານີ້ ໂດຍປະພຶດຕົນແບບນີ້ຢູ່ສະເໝີ. ພວກເຂົາບໍ່ມີຄວາມຮູ້ສຶກລະອາຍໃຈໄດ້ແນວໃດ? ພວກເຂົາບໍ່ຮູ້ຈັກການຢັບຢັ້ງຊັ່ງໃຈໄດ້ແນວໃດ?” ນີ້ບໍ່ແມ່ນການບໍ່ມີຄວາມສາມາດໃນການເບິ່ງທະລຸເລື່ອງຕ່າງໆບໍ? ຫຼັງຈາກທີ່ເຊື່ອໃນພຣະເຈົ້າມາເປັນເວລາຫຼາຍປີ, ພວກເຂົາກໍຍັງບໍ່ຮູ້ຈັກວິທີປະຕິບັດຕໍ່ຜູ້ຄົນໂດຍອີງໃສ່ແກ່ນແທ້ທຳມະຊາດຂອງຜູ້ຄົນ ແລະ ບໍ່ເຂົ້າໃຈວ່າແກ່ນແທ້ທຳມະຊາດຂອງມານຮ້າຍບໍ່ມີວັນປ່ຽນແປງ. ນີ້ບໍ່ແມ່ນຄວາມໂງ່ຈ້າ ແລະ ບໍ່ຮູ້ເລື່ອງຫຼາຍບໍ? ມານຮ້າຍເກີດມາເປັນແບບນັ້ນ; ບໍ່ວ່າຈະເປັນຜູ້ຍິງ ຫຼື ຜູ້ຊາຍ ແລະ ບໍ່ວ່າພວກເຂົາຈະມີອາຍຸຈັກປີກໍຕາມ, ພວກເຂົາກໍເປັນຄົນປະເພດນັ້ນຢ່າງແທ້ຈິງ. ແກ່ນແທ້ທຳມະຊາດຂອງພວກເຂົາແມ່ນແກ່ນແທ້ທຳມະຊາດຂອງມານຮ້າຍ. ການສະແດງອອກຢ່າງໜຶ່ງຂອງຄວາມມັກມາກໃນກາມ, ການຍົວະຍວນທາງເພດ ແລະ ຄວາມສຳສ່ອນຂອງມານຮ້າຍກໍຄື ການໝົກໝົ້ນຢູ່ກັບເກມແຫ່ງຕັນຫາທາງເພດເປັນພິເສດ ແລະ ເຮັດເຊັ່ນນັ້ນຈົນກວ່າເນື້ອໜັງຂອງພວກເຂົາຈະຕາຍໄປ. ສະນັ້ນ, ບໍ່ວ່າພວກເຂົາຈະມີອາຍຸຍືນຍາວພຽງໃດກໍຕາມ, ພວກເຂົາກໍຍັງຄົງເປັນຄົນປະເພດນີ້ ແລະ ຈະບໍ່ປ່ຽນແປງ, ນີ້ບໍ່ແມ່ນເລື່ອງແປກຫຍັງເລີຍ. ເຈົ້າເຫັນວ່າພວກເຂົາບໍ່ໄດ້ໜຸ່ມແລ້ວ ແລະ ພາຍນອກພວກເຂົາກໍເບິ່ງບໍ່ຄືກັບຄົນປະເພດທີ່ຈະໝົກໝົ້ນຢູ່ກັບເກມແຫ່ງຕັນຫາທາງເພດ, ແຕ່ເນື່ອງຈາກວ່າມີມານຮ້າຍອາໄສຢູ່ພາຍໃນຕົວພວກເຂົາ, ພວກເຂົາຈຶ່ງໝົກໝົ້ນຢູ່ກັບເກມແຫ່ງຕັນຫາທາງເພດໂດຍບໍ່ຖືກຈຳກັດດ້ວຍອາຍຸ ຫຼື ເພດຂອງເນື້ອໜັງຂອງພວກເຂົາ ແລະ ບໍ່ຖືກຈຳກັດດ້ວຍສະພາບແວດລ້ອມຂອງພວກເຂົາ. ມັນບໍ່ຈຳເປັນຕ້ອງກ່ຽວຂ້ອງກັບຄອບຄົວ ຫຼື ພໍ່ແມ່ຂອງພວກເຂົາສະເໝີໄປ; ມັນບໍ່ແມ່ນເລື່ອງຂອງກຳມະພັນ, ແຕ່ເປັນບັນຫາຂອງແກ່ນແທ້ທຳມະຊາດພາຍໃນຂອງພວກເຂົາ. ພວກເຂົາມີແກ່ນແທ້ທຳມະຊາດທີ່ບ່ຽງເບນ ແລະ ສິ່ງນັ້ນກໍເປັນຕົວກຳນົດວ່າຄຸນລັກສະນະຂອງພວກເຂົາແມ່ນຄຸນລັກສະນະຂອງມານຮ້າຍ. ເນື່ອງຈາກວ່າແກ່ນແທ້ທຳມະຊາດຂອງພວກເຂົາໄດ້ຖືກເປີດໂປງແລ້ວ ແລະ ແກ່ນແທ້ທຳມະຊາດຂອງພວກເຂົາກໍເປັນຕົວກຳນົດຄຸນລັກສະນະຂອງພວກເຂົາ. ສະນັ້ນ ສຳລັບຄົນປະເພດນີ້ ບໍ່ວ່າກ່ອນໜ້ານີ້ພວກເຂົາຈະປະກອບອາຊີບຫຍັງກໍຕາມ, ບໍ່ວ່າຕອນນີ້ພວກເຂົາຈະມີອາຍຸຈັກປີກໍຕາມ ແລະ ບໍ່ວ່າທັກສະການເວົ້າ ຫຼື ເງື່ອນໄຂທີ່ຕິດໂຕມາແຕ່ເກີດຂອງພວກເຂົາຈະເປັນແນວໃດກໍຕາມ ມັນກໍບໍ່ມີສິ່ງໃດໃນສິ່ງເຫຼົ່ານີ້ທີ່ສົ່ງຜົນກະທົບຕໍ່ຄຸນລັກສະນະຂອງພວກເຂົາ. ຖ້າເຈົ້າພຽງແຕ່ເບິ່ງຮູບລັກສະນະພາຍນອກຂອງພວກເຂົາ, ເຈົ້າກໍຈະຫຼົງເຊື່ອມັນໄດ້ງ່າຍ ໂດຍເວົ້າວ່າ: “ຄົນຜູ້ນີ້ເບິ່ງຄືວ່າເປັນຄົນສຸພາບຮຽບຮ້ອຍ ແລະ ມີວັດທະນະທຳຫຼາຍ ແລະ ເວົ້າຈາໄດ້ຢ່າງສະຫງ່າງາມ; ແນ່ນອນວ່າພວກເຂົາຕ້ອງເປັນຄົນທີ່ເຂົ້າໃຈເລື່ອງຄວາມເໝາະສົມ, ຄວາມຊອບທຳ, ຄວາມສຸດຈະລິດ ແລະ ຄວາມລະອາຍໃຈ. ພວກເຂົາຈະເຮັດສິ່ງທີ່ຊົ່ວຊ້າແບບນັ້ນໄດ້ແນວໃດ? ພວກເຂົາເບິ່ງບໍ່ຄືກັບຄົນປະເພດທີ່ຈະໝົກໝົ້ນຢູ່ກັບເກມແຫ່ງຕັນຫາທາງເພດເລີຍ!” ເຈົ້າບໍ່ສາມາດເບິ່ງທະລຸເລື່ອງນີ້ໄດ້; ເຈົ້າພົບວ່າມັນເປັນສິ່ງທີ່ໜ້າເຫຼືອເຊື່ອເລັກໜ້ອຍ ແລະ ເຊື່ອໄດ້ຍາກເລັກໜ້ອຍ. ເຈົ້າໂງ່ຈ້າຫຼາຍທີ່ຍຶດຖືມຸມມອງນີ້! ມານຮ້າຍສາມາດເຮັດສິ່ງທີ່ເປັນມານຮ້າຍໄດ້ ບໍ່ວ່າມັນຈະສວມໃສ່ເນື້ອໜັງແບບໃດກໍຕາມ. ບໍ່ວ່າຄົນຜູ້ນີ້ຈະມີຮູບລັກສະນະພາຍນອກເປັນແນວໃດ, ພວກເຂົາຈະມີອາຍຸຈັກປີ ຫຼື ບຸກຄະລິກຂອງພວກເຂົາຈະເປັນແນວໃດກໍຕາມ, ພວກເຂົາກໍຈະເຮັດທຸກຢ່າງທີ່ສອດຄ່ອງກັບທຳມະຊາດຂອງພວກເຂົາ. ມັນບໍ່ມີຫຍັງກ່ຽວຂ້ອງກັບຮູບລັກສະນະ, ອາຍຸ ຫຼື ການສຶກສາຂອງພວກເຂົາ ແລະ ບໍ່ກ່ຽວຂ້ອງກັບພູມຫຼັງທາງສາສະໜາຂອງພວກເຂົາ, ນັບປະສາຫຍັງກັບຊົນເຜົ່າຂອງພວກເຂົາ ແລະ ແນ່ນອນວ່າ ມັນກໍບໍ່ມີຫຍັງກ່ຽວຂ້ອງກັບສະພາບແວດລ້ອມຄອບຄົວຂອງພວກເຂົາເຊັ່ນກັນ. ການທີ່ພວກເຂົາສາມາດເຮັດສິ່ງເຫຼົ່ານີ້ ແລະ ມີການສະແດງອອກເຫຼົ່ານີ້ແມ່ນຖືກກຳນົດໂດຍແກ່ນແທ້ ແລະ ທຳມະຊາດຂອງພວກເຂົາ. ສະນັ້ນ, ຢ່າງໜຶ່ງກໍຄື ຢ່າຄິດວ່າມັນເປັນເລື່ອງແປກ ຫຼື ໜ້າເຫຼືອເຊື່ອ ແລະ ອີກຢ່າງໜຶ່ງກໍຄື ຢ່າເຮັດສິ່ງທີ່ໂງ່ຈ້າ. ຢ່າຕ້ອງການປ່ອຍປະລະເລີຍພວກເຂົາ, ອົດທົນກັບພວກເຂົາ ແລະ ໃຫ້ໂອກາດພວກເຂົາໄດ້ກັບໃຈຢູ່ສະເໝີ ໂດຍຕ້ອງການຊ່ວຍໃຫ້ພວກເຂົາລອດພົ້ນເພື່ອໃຫ້ພວກເຂົາປ່ຽນແປງ ແລະ ພະຍາຍາມເຮັດໃຫ້ພວກເຂົາຮັກຄວາມຈິງເພື່ອໃຫ້ພວກເຂົາສາມາດກັບຄືນສູ່ເສັ້ນທາງຂອງຄວາມເປັນມະນຸດທີ່ປົກກະຕິໄດ້. ຖ້າເຈົ້າຍັງຕັ້ງໃຈຊ່ວຍເຫຼືອ ແລະ ຊ່ວຍໃຫ້ຄົນເຫຼົ່ານີ້ທີ່ເປັນມານຮ້າຍລອດພົ້ນ ແລ້ວເຈົ້າກໍໂງ່ຈ້າເກີນໄປ, ເຈົ້າບໍ່ເຂົ້າໃຈແກ່ນແທ້ຂອງຄົນປະເພດນີ້, ບໍ່ເຂົ້າໃຈຫຼັກການໃນການຈັດການກັບຄົນປະເພດນີ້, ບໍ່ເຂົ້າໃຈຄວາມຈິງ ແລະ ບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າ. ຖ້າເຈົ້າເຫັນວ່າພວກເຂົາມີແກ່ນແທ້ທຳມະຊາດທີ່ບ່ຽງເບນ ແລະ ຍັງຕັ້ງໃຈຊ່ວຍເຫຼືອພວກເຂົາເພື່ອໃຫ້ພວກເຂົາກັບໃຈ, ມັນກໍສະແດງໃຫ້ເຫັນວ່າເຈົ້າບໍ່ເຊື່ອພຣະທຳຂອງພຣະເຈົ້າ; ເຈົ້າບໍ່ໄດ້ກຳລັງເບິ່ງ ຫຼື ຕັດສິນຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆໂດຍອີງໃສ່ພຣະທຳຂອງພຣະເຈົ້າ ແລະ ເຈົ້າບໍ່ມີການອ່ອນນ້ອມ ຫຼື ການຍອມຮັບທີ່ແທ້ຈິງຕໍ່ພຣະທຳຂອງພຣະເຈົ້າ. ເຈົ້າພຽງແຕ່ຕ້ອງການເບິ່ງ ແລະ ຕັດສິນຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆໂດຍອີງໃສ່ສິ່ງທີ່ເຈົ້າເຫັນ ແລະ ປະກົດການພາຍນອກ ແລະ ພຽງແຕ່ຕ້ອງການກະທຳການໂດຍອີງໃສ່ຄວາມກະຕືລືລົ້ນ ແລະ ເຈດຕະນາດີຂອງເຈົ້າເອງເທົ່ານັ້ນ. ນີ້ແມ່ນຄວາມຄິດ ແລະ ມຸມມອງທີ່ຜິດພ້ຽນ ແລະ ຍັງເປັນການສະແດງອອກເຖິງຄວາມກະບົດອີກດ້ວຍ. ວິທີແກ້ໄຂສຳລັບການຈັດການກັບຄົນປະເພດນີ້ທີ່ໝົກໝົ້ນຢູ່ກັບເກມແຫ່ງຕັນຫາທາງເພດນັ້ນງ່າຍດາຍຫຼາຍ: ຈົ່ງຈັດການກັບພວກເຂົາຕາມແກ່ນແທ້ຂອງພວກເຂົາ. ຕາບໃດທີ່ເຈົ້າໝັ້ນໃຈວ່າພວກເຂົາເປັນຄົນປະເພດນີ້, ຈົ່ງຈັດການກັບພວກເຂົາດ້ວຍການຄັດພວກເຂົາອອກ; ບໍ່ຈຳເປັນຕ້ອງໃຫ້ໂອກາດພວກເຂົາໄດ້ກັບໃຈອີກ. ຢ່າໃຫ້ສິ່ງນີ້ມາບີບຄັ້ນເຈົ້າ ເຖິງແມ່ນວ່າຄົນອື່ນຈະບໍ່ເຂົ້າໃຈກໍຕາມ. ແກ່ນແທ້ຂອງມານຮ້າຍຈະບໍ່ປ່ຽນແປງ. ພວກເຂົາເປັນຄົນປະເພດນີ້ໃນໄວໜຸ່ມ, ພວກເຂົາກໍຍັງຄົງເປັນຄົນປະເພດນີ້ໃນໄວກາງຄົນ ແລະ ໃນໄວຊະລາ, ເຖິງແມ່ນວ່າພວກເຂົາຈະມີອາຍຸຫຼາຍແລ້ວກໍຕາມ, ພວກເຂົາກໍຍັງເປັນຄົນປະເພດນີ້ຢູ່; ພວກເຂົາຈະບໍ່ປ່ຽນແປງ. ບອກເຮົາມາເບິ່ງ, ມີຜູ້ຊາຍອາຍຸເຈັດສິບ ຫຼື ແປດສິບປີທີ່ລໍ້ລວງຜູ້ຍິງໜຸ່ມ ຫຼື ຜູ້ຍິງອາຍຸຫົກສິບ ຫຼື ເຈັດສິບປີທີ່ຊອກຫາຜູ້ຊາຍໜຸ່ມບໍ? (ມີ). ໃນສັງຄົມມີເລື່ອງທີ່ແປກປະຫຼາດ ແລະ ບ່ຽງເບນແບບນີ້ຢ່າງຫຼວງຫຼາຍ. ພວກເຂົາຫາກໍເລີ່ມໝົກໝົ້ນຢູ່ກັບເກມແຫ່ງຕັນຫາທາງເພດຕອນທີ່ພວກເຂົາເຖົ້າແລ້ວບໍ? (ບໍ່). ພວກເຂົາເປັນແບບນີ້ຕັ້ງແຕ່ຕອນຍັງໜຸ່ມ; ພວກເຂົາເປັນຄົນປະເພດນີ້ມາຕະຫຼອດຊີວິດຂອງພວກເຂົາ. ຜູ້ບໍ່ມີຄວາມເຊື່ອໃຊ້ຄຳສັບໃດເພື່ອອະທິບາຍສິ່ງນີ້? ພວກເຂົາເອີ້ນສິ່ງນີ້ວ່າ “ງົວແກ່ກິນຫຍ້າອ່ອນ”; ພວກເຂົາເອີ້ນສິ່ງນີ້ວ່າເປັນຄົນເຈົ້າຊູ້. ເບິ່ງແມວ່າຄຳເວົ້າຂອງພວກເຂົາຟັງມ່ວນຫູສໍ່າໃດ. ພວກເຂົາໃຊ້ຄຳສັບ ຫຼື ຄຳເວົ້າເຊັ່ນ: “ເຈົ້າຊູ້”, “ຮັກອິດສະຫຼະ”, “ຮູ້ຈັກໃຊ້ຊີວິດ” ຫຼື “ສາມາດທຳລາຍກົດເກນທາງໂລກ” ເພື່ອອະທິບາຍເຖິງສິ່ງປະເພດນີ້ ແລະ ຄົນປະເພດນີ້. ຄຳສັບ ແລະ ຄຳເວົ້າທີ່ຜູ້ບໍ່ມີຄວາມເຊື່ອໃຊ້ເພື່ອກຳນົດເລື່ອງດັ່ງກ່າວນັ້ນເປັນຕາໜ້າລັງກຽດ. ພວກເຂົາບໍ່ສາມາດນຳໃຊ້ຄຳສັບທີ່ຖືກຕ້ອງເພື່ອກຳນົດລັກສະນະຂອງເລື່ອງເຫຼົ່ານີ້ຈາກຕົ້ນຕໍ ແລະ ຈາກແກ່ນແທ້ໄດ້ ເພາະວ່າໃນດ້ານໜຶ່ງ ໂລກທີ່ບໍ່ມີຄວາມເຊື່ອ ແລະ ມະນຸດຊາດນີ້ເອງກໍບ່ຽງເບນ ແລະ ໃນອີກດ້ານໜຶ່ງ ບໍ່ມີໃຜສາມາດເບິ່ງທະລຸເຖິງຕົ້ນຕໍຂອງບັນຫາດັ່ງກ່າວໄດ້. ສະນັ້ນ, ມຸມມອງຂອງພວກເຂົາໃນການກຳນົດເລື່ອງເຫຼົ່ານີ້ຈຶ່ງຕື້ນເຂີນຫຼາຍ ແລະ ຍັງໄຮ້ສາລະ ແລະ ຊົ່ວຊ້າຫຼາຍອີກດ້ວຍ; ມຸມມອງຂອງພວກເຂົາແຍກອອກຈາກແກ່ນແທ້ຂອງເລື່ອງເຫຼົ່ານີ້ຢ່າງສິ້ນເຊີງ.
C. ຄວາມແປກປະຫຼາດ
ຫຼັງຈາກທີ່ໄດ້ໂອ້ລົມກ່ຽວກັບການສະແດງອອກຂອງຄວາມມັກມາກໃນກາມ, ຄວາມສຳສ່ອນ ແລະ ການຍົວະຍວນທາງເພດພາຍໃນຄວາມບ່ຽງເບນໃນຄົນທີ່ກັບຊາດມາເກີດຈາກມານຮ້າຍແລ້ວ; ໃຫ້ພວກເຮົາໂອ້ລົມກ່ຽວກັບການສະແດງອອກອີກຢ່າງໜຶ່ງຂອງຄວາມບ່ຽງເບນ ນັ້ນກໍຄືຄວາມແປກປະຫຼາດ. ຄຳວ່າ “ແປກປະຫຼາດ” ກວມເອົາເນື້ອຫາຫຼາຍຢ່າງ ເຊິ່ງແນ່ນອນວ່າມີຄວາມກ່ຽວຂ້ອງບາງຢ່າງກັບການສະແດງອອກທີ່ສະເພາະເຈາະຈົງຂອງຄວາມແປກປະຫຼາດ. ນອກເໜືອຈາກຄວາມແປກປະຫຼາດແລ້ວ ກໍຍັງມີການສະແດງອອກຕ່າງໆເຊັ່ນ: ຄວາມເໜືອທຳມະຊາດ, ຄວາມສຸດໂຕ່ງ ແລະ ຄວາມຜິດປົກກະຕິ; ການສະແດງອອກເຫຼົ່ານີ້ລ້ວນແຕ່ເປັນການສະແດງອອກທີ່ບ່ຽງເບນຂອງຜູ້ທີ່ເປັນຊາຕານ ແລະ ມານຮ້າຍ. ດ້ານເຫຼົ່ານີ້ ບໍ່ວ່າຈະເປັນຄວາມແປກປະຫຼາດ, ຄວາມເໜືອທຳມະຊາດ, ຄວາມສຸດໂຕ່ງ ແລະ ຄວາມຜິດປົກກະຕິ ກໍລ້ວນແຕ່ເປັນສິ່ງທີ່ຜູ້ຄົນເຫັນໃນຊີວິດປະຈຳວັນ ຫຼື ໃນການຕິດຕໍ່ພົວພັນກັບຄົນອື່ນເປັນບາງຄັ້ງຄາວ. ໃຫ້ພວກເຮົາເລີ່ມຈາກກໍລະນີທີ່ຮ້າຍແຮງທີ່ສຸດກ່ອນ ຈາກນັ້ນຈຶ່ງສົນທະນາກ່ຽວກັບກໍລະນີປານກາງ. ບໍ່ວ່າໃນກໍລະນີໃດກໍຕາມ ແລະ ບໍ່ວ່າມັນຈະສະແດງອອກມາແນວໃດກໍຕາມ ມັນກໍລ້ວນແຕ່ກ່ຽວຂ້ອງກັບແກ່ນແທ້ທຳມະຊາດຂອງຄວາມບ່ຽງເບນ. ສະຖານະການທີ່ຮ້າຍແຮງທີ່ສຸດກໍຄື ການເວົ້າພາສາແປກໆຢູ່ເລື້ອຍໆ. ນີ້ເປັນກໍລະນີທີ່ເກີດຂຶ້ນໂດຍສະເພາະໃນລະຫວ່າງການອະທິຖານຢູ່ທີ່ການເຕົ້າໂຮມ ເຊິ່ງພວກເຂົາອາດຈະເວົ້າພາສາແປກໆບາງຢ່າງທີ່ບໍ່ແມ່ນພາສາຂອງຊົນເຜົ່າໃດເລີຍ ແລະ ບໍ່ມີໃຜສາມາດເຂົ້າໃຈໄດ້ເລີຍ. ເມື່ອສິ່ງນີ້ເກີດຂຶ້ນ ມັນບໍ່ແມ່ນຕົວພວກເຂົາເອງທີ່ກຳລັງເວົ້າອີກຕໍ່ໄປ ແຕ່ພວກເຂົາກຳລັງຖືກວິນຍານອື່ນຄວບຄຸມຢູ່. ພວກເຂົາເອງກໍບໍ່ຮູ້ດ້ວຍຊໍ້າວ່າພວກເຂົາກຳລັງເວົ້າຫຍັງ; ພວກເຂົາບໍ່ໄດ້ຮຽນຮູ້ມັນ ແລະ ບໍ່ມີໃຜສອນພວກເຂົາ ແຕ່ໃນສະຖານະການໃດໜຶ່ງ ພວກເຂົາກໍພຽງແຕ່ເວົ້າມັນອອກມາ. ບາງຄັ້ງພວກເຂົາກໍເວົ້າພາສາແປກໆດ້ວຍຕົນເອງ ບາງຄັ້ງກໍຖືກບັງຄັບ; ບາງຄັ້ງກໍຮູ້ຕົວ ບາງຄັ້ງກໍບໍ່ຮູ້ຕົວ. ນີ້ບໍ່ແປກຫຼາຍບໍ? ຫຼັງຈາກທີ່ພວກເຂົາເວົ້າຈົບ ຖ້າເຈົ້າຂໍໃຫ້ພວກເຂົາເວົ້າອີກຄັ້ງ ພວກເຂົາກໍບໍ່ສາມາດເວົ້າໄດ້. ຖ້າເຈົ້າຖາມພວກເຂົາວ່າພວກເຂົາເວົ້າຫຍັງ ພວກເຂົາກໍບໍ່ຮູ້ຄືກັນ. ນີ້ແມ່ນສະຖານະການປະເພດໜຶ່ງ. ນອກຈາກນີ້, ຍັງມີຄົນທີ່ມັກຈະໄດ້ຍິນສຽງທີ່ຄົນປົກກະຕິບໍ່ສາມາດໄດ້ຍິນ. ຕົວຢ່າງ: ພວກເຂົາອາດຈະໄດ້ຍິນຄົນທີ່ຢູ່ໃກ້ໆກຳລັງເວົ້າກັບພວກເຂົາ ແຕ່ຄົນອື່ນບໍ່ສາມາດເຫັນ ຫຼື ໄດ້ຍິນໃຜເລີຍ. ຄວາມຈິງແລ້ວ, ພວກເຂົາກຳລັງສົນທະນາ ແລະ ລົມກັບສິ່ງທີ່ບໍ່ຮູ້ຈັກ. ພວກເຂົາເວົ້າດ້ວຍຄວາມກະຕືລືລົ້ນຢ່າງຍິ່ງ ແລະ ເຈົ້າບໍ່ສາມາດຂັດຈັງຫວະພວກເຂົາ ຫຼື ສອດແຊກຄຳເວົ້າເຂົ້າໄປໄດ້ເລີຍ. ຍິ່ງໄປກວ່ານັ້ນ, ເນື້ອຫາໃນຄຳເວົ້າຂອງພວກເຂົາກໍວົກໄປວົນມາ; ຄຳເວົ້າຕ່າງໆຜຸດຂຶ້ນມາຢ່າງກະທັນຫັນໂດຍບໍ່ປະຕິດປະຕໍ່ກັນ ແລະ ບໍ່ມີເຫດຜົນ. ໃນຖານະຜູ້ສັງເກດການ ການເບິ່ງສິ່ງນີ້ເຮັດໃຫ້ເຈົ້າຮູ້ສຶກຢ້ານ ແລະ ເຮັດໃຫ້ຂົນຄີງເຈົ້າລຸກ. ການສະແດງອອກດັ່ງກ່າວບໍ່ແປກປະຫຼາດຫຼາຍບໍ? (ແປກປະຫຼາດຫຼາຍ). ຄົນປະເພດນີ້ຍັງມັກຈະເຫັນສິ່ງແປກໆ ເຊິ່ງເປັນສິ່ງທີ່ເບິ່ງບໍ່ເຫັນດ້ວຍຕາເປົ່າໃນໂລກວັດຖຸ. ຕົວຢ່າງ: ບາງຄົນເຫັນຍາດພີ່ນ້ອງທີ່ເສຍຊີວິດໄປແລ້ວກຳລັງໂບກມື, ຍິ້ມ ຫຼື ງຶກຫົວໃຫ້ພວກເຂົາ ຫຼື ເຖິງຂັ້ນທັກທາຍພວກເຂົາ. ພວກເຂົາກາຍເປັນຄົນທີ່ຕື່ນເຕັ້ນເປັນພິເສດຫຼັງຈາກທີ່ເຫັນສິ່ງນີ້. ເຖິງຂັ້ນມີບາງຄົນທີ່ມັກຈະເຫັນເງົາດຳຍ່າງເຂົ້າມາໃກ້ ແລະ ມັດພວກເຂົາໄວ້; ພວກເຂົາດິ້ນຮົນ ແລະ ຮ້ອງໂພ່ງອອກມາວ່າ: “ປ່ອຍຂ້ອຍ! ຂ້ອຍຈະບໍ່ໄປ! ຂ້ອຍຈະບໍ່ໄປໃສທັງນັ້ນ!” ຜູ້ຄົນທີ່ຢູ່ອ້ອມຂ້າງພວກເຂົາຖາມວ່າເປັນຫຍັງ ແຕ່ພວກເຂົາບໍ່ຮູ້ສຶກວ່າມີໃຜກຳລັງເວົ້າກັບພວກເຂົາ ແລະ ພຽງແຕ່ດິ້ນຮົນຕໍ່ໄປ ພ້ອມທັງຮ້ອງຂຶ້ນວ່າ: “ພຣະເຈົ້າ, ໂປດຊ່ວຍຂ້ານ້ອຍດ້ວຍ!...” ເງົາດຳຖືກເຮັດໃຫ້ຢ້ານຈົນໜີໄປ ແລະ ຈາກນັ້ນພວກເຂົາກໍກັບຄືນສູ່ສະພາບປົກກະຕິ. ຫຼັງຈາກທີ່ໄດ້ສະຕິ ພວກເຂົາກໍຖາມຄົນທີ່ຢູ່ອ້ອມຂ້າງພວກເຂົາວ່າພວກເພິ່ນເຫັນເງົາດຳນັ້ນບໍ. ຄົນປົກກະຕິບໍ່ສາມາດເຫັນເງົາດຳນັ້ນໄດ້; ຖ້າຄົນປົກກະຕິສາມາດເຫັນເງົາດຳນັ້ນໄດ້ ມັນກໍຄົງຈະເປັນບັນຫາທີ່ຮ້າຍແຮງ. ແຕ່ບຸກຄົນເຫຼົ່ານີ້ສາມາດເຫັນ ແລະ ຮູ້ສຶກເຖິງເງົາດຳນັ້ນໄດ້. ຍັງມີສະຖານະການອີກປະເພດໜຶ່ງ: ບາງຄົນໂດຍປົກກະຕິແລ້ວເປັນຄົນງຽບໆ, ບໍ່ມັກເວົ້າຢອກ ຫຼື ສົ່ງສຽງດັງ ແຕ່ບໍ່ຮູ້ວ່າຍ້ອນຫຍັງ ພວກເຂົາຈຶ່ງເລີ່ມໝຸນຕົວຢູ່ກັບທີ່, ຮ້ອງໄຫ້, ຫົວ, ກໍ່ຄວາມວຸ່ນວາຍ ແລະ ເຫື່ອໄຫຼໄຄຍ້ອຍຢ່າງກະທັນຫັນ. ເຖິງຂັ້ນມີບາງຄົນທີ່ເລືອໄປຕາມພື້ນຄືກັບງູຢ່າງກະທັນຫັນ ຫຼື ບາງຄົນທີ່ຍ່າງຄືກັບເປັດ. ທັນໃດນັ້ນ ມະນຸດທີ່ມີຊີວິດກໍກາຍເປັນສັດ; ທ່າທາງ ແລະ ການກະທຳຂອງພວກເຂົາກາຍເປັນຄືກັບສັດຢ່າງແທ້ຈິງ ເຊິ່ງແຕກຕ່າງຈາກມະນຸດຢ່າງສິ້ນເຊີງ. ພວກເຂົາມີການສະແດງອອກເຫຼົ່ານີ້ເປັນບາງຄັ້ງຄາວ. ນີ້ບໍ່ແປກປະຫຼາດບໍ? (ແປກປະຫຼາດ). ການສະແດງອອກທີ່ແປກປະຫຼາດເຫຼົ່ານີ້ບໍ່ເໜືອທຳມະຊາດບໍ? (ເໜືອທຳມະຊາດ). ການສະແດງອອກເຫຼົ່ານີ້ເໜືອທຳມະຊາດຫຼາຍ. ເໜືອທຳມະຊາດໝາຍເຖິງຜິດປົກກະຕິ, ເໜືອສະຖານະການທາງທຳມະຊາດ ຫຼື ປົກກະຕິ ສິ່ງນີ້ເອີ້ນວ່າເໜືອທຳມະຊາດ. ມັນຜິດແປກໄປຈາກທຳມະດາ ແລະ ແຕກຕ່າງຈາກການສະແດງອອກທີ່ປົກກະຕິຂອງຄົນທຳມະດາ; ມັນຜິດປົກກະຕິ. ສິ່ງນີ້ເອີ້ນວ່າຄວາມແປກປະຫຼາດ, ຄວາມເໜືອທຳມະຊາດ ແລະ ຄວາມຜິດປົກກະຕິ. ແນ່ນອນວ່າ ການສະແດງອອກເຫຼົ່ານີ້ບໍ່ມີຫຍັງກ່ຽວຂ້ອງກັບຄວາມສຸດໂຕ່ງ ແຕ່ເມື່ອຕັດສິນຈາກທຳມະຊາດຂອງຄວາມແປກປະຫຼາດ, ຄວາມເໜືອທຳມະຊາດ ແລະ ຄວາມຜິດປົກກະຕິແລ້ວ ການສະແດງອອກເຫຼົ່ານີ້ມີແກ່ນແທ້ທີ່ບ່ຽງເບນ ແລະ ບໍ່ສອດຄ່ອງກັບການສະແດງອອກຂອງມະນຸດທີ່ເສື່ອມຊາມປົກກະຕິແຫ່ງເນື້ອໜັງ. ມະນຸດທີ່ປົກກະຕິແຫ່ງເນື້ອໜັງຖືກຈຳກັດ, ຖືກຢັບຢັ້ງ ແລະ ຖືກຄວບຄຸມໂດຍສັນຊາດຕະຍານຂອງມະນຸດ, ເຈດຈຳນົງເສລີ, ຄວາມຄິດທີ່ປົກກະຕິ, ເຫດຜົນ ແລະ ຄວາມສາມາດຕ່າງໆຂອງມະນຸດທີ່ປົກກະຕິ. ແຕ່ການສະແດງອອກທີ່ແປກປະຫຼາດ, ເໜືອທຳມະຊາດ ແລະ ຜິດປົກກະຕິເຫຼົ່ານີ້ໃນຜູ້ທີ່ເປັນມານຮ້າຍໄດ້ກ້າວຂ້າມຂອບເຂດຂອງສັນຊາດຕະຍານຂອງມະນຸດທີ່ປົກກະຕິ, ເຈດຈຳນົງເສລີ, ຄວາມສາມາດ, ຄວາມຄິດທີ່ປົກກະຕິ ແລະ ເຫດຜົນທີ່ປົກກະຕິໄປແລ້ວ. ນັ້ນກໍຄື ພວກເຂົາບໍ່ຖືກຄວບຄຸມໂດຍຄວາມເປັນມະນຸດທີ່ປົກກະຕິອີກຕໍ່ໄປ; ພວກເຂົາສູນເສຍການຄວບຄຸມ. ການສູນເສຍການຄວບຄຸມໝາຍເຖິງການກະທຳທີ່ຜິດປົກກະຕິ. ຄົນເຮົາເຫັນການສະແດງອອກ ແລະ ການປະຕິບັດທີ່ຜິດປົກກະຕິບາງຢ່າງໃນຕົວພວກເຂົາ ເຊິ່ງຄົນປົກກະຕິບໍ່ຄວນມີ. ນີ້ໝາຍຄວາມວ່າຄົນດັ່ງກ່າວບໍ່ໄດ້ຖືກຄວບຄຸມໂດຍເຫດຜົນທີ່ປົກກະຕິ, ຄວາມຄິດທີ່ປົກກະຕິ ຫຼື ເຈດຈຳນົງເສລີ ແຕ່ຖືກຄວບຄຸມ ແລະ ຖືກຂັບເຄື່ອນໂດຍບາງສິ່ງບາງຢ່າງພາຍນອກ ຫຼື ວິນຍານຊົ່ວບາງຢ່າງ ເຊິ່ງເຮັດໃຫ້ພວກເຂົາເຮັດໃນສິ່ງທີ່ກ້າວຂ້າມຄວາມເປັນມະນຸດທີ່ປົກກະຕິ, ສິ່ງທີ່ບໍ່ສາມາດຢັ່ງເຖິງໄດ້, ສິ່ງທີ່ໜ້າສັບສົນ ແລະ ເຖິງຂັ້ນເຮັດໃຫ້ຄົນອື່ນຂົນຄີງລຸກ. ສິ່ງນີ້ເອີ້ນວ່າຄວາມແປກປະຫຼາດ, ຄວາມເໜືອທຳມະຊາດ ແລະ ຄວາມຜິດປົກກະຕິ. ບອກເຮົາມາເບິ່ງ ການສະແດງອອກເຫຼົ່ານີ້ບໍ່ບ່ຽງເບນບໍ? (ບ່ຽງເບນ). ການສະແດງອອກທີ່ແປກປະຫຼາດເຫຼົ່ານີ້ສາມາດເອີ້ນໄດ້ວ່າບ່ຽງເບນຢ່າງແນ່ນອນ. ຄົນທີ່ກັບຊາດມາເກີດຈາກມານຮ້າຍມີການສະແດງອອກທີ່ແປກປະຫຼາດຫຼາຍຢ່າງ. ຕົວຢ່າງ: ບາງຄົນມັກຈະໄດ້ຍິນຄົນເວົ້າກັບພວກເຂົາຢ່າງອະທິບາຍບໍ່ໄດ້ ແຕ່ຄົນອື່ນບໍ່ສາມາດໄດ້ຍິນມັນ. ພວກເຂົາຍັງມັກຈະໄດ້ຍິນສຽງໃນຈິດໃຈຂອງພວກເຂົາກຳລັງສົນທະນາກັບພວກເຂົາ ໂດຍສັ່ງໃຫ້ພວກເຂົາເຮັດສິ່ງນັ້ນສິ່ງນີ້. ບາງຄົນສາມາດເຫັນສິ່ງທີ່ຄົນປົກກະຕິບໍ່ສາມາດເຫັນ ຫຼື ຮູ້ສຶກໄດ້ຢູ່ສະເໝີ. ພວກເຂົາເວົ້າວ່າ: “ຂ້ານ້ອຍເຫັນກອງທະຫານຍ່າງຜ່ານໄປຕາມຖະໜົນ ເຊິ່ງມີຈຳນວນປະມານສາມຫາຫ້າຮ້ອຍຄົນ ຫຼື ບາງທີກໍອາດຈະເຖິງໜຶ່ງ ຫຼື ສອງພັນຄົນ ຍ່າງໄປພ້ອມກັບປືນໃຫຍ່ ແລະ ລົດຖັງ, ມັນເປັນເຫດການທີ່ໜ້າຕື່ນຕາຕື່ນໃຈຫຼາຍ!” ຄົນອື່ນບໍ່ສາມາດເຫັນສິ່ງເຫຼົ່ານີ້ໄດ້ ແຕ່ພວກເຂົາສາມາດເຫັນໄດ້. ພວກເຮົາບໍ່ສົນໃຈວ່າສິ່ງທີ່ພວກເຂົາເຫັນນັ້ນເປັນຂໍ້ເທັດຈິງ ຫຼື ເປັນປະກົດການຈາກໂລກຝ່າຍວິນຍານ; ຂໍ້ເທັດຈິງທີ່ວ່າພວກເຂົາສາມາດເຫັນສິ່ງເຫຼົ່ານີ້ໄດ້ນັ້ນກໍເປັນສິ່ງທີ່ຜິດປົກກະຕິຫຼາຍແລ້ວ. ເປັນຫຍັງເຮົາຈຶ່ງເວົ້າວ່າມັນຜິດປົກກະຕິ? ເປັນຫຍັງເຮົາຈຶ່ງເວົ້າວ່ານີ້ແມ່ນການສະແດງອອກຂອງຄວາມບ່ຽງເບນ? ເພາະວ່າອະໄວຍະວະຮັບຄວາມຮູ້ສຶກໃດກໍຕາມຂອງຄົນປົກກະຕິທີ່ພຣະເຈົ້າສ້າງຂຶ້ນລ້ວນແຕ່ມີຂໍ້ຈຳກັດບາງຢ່າງຕໍ່ສິ່ງທີ່ມັນສາມາດຮັບຮູ້ໄດ້, ບໍ່ວ່າຈະເປັນສະພາບແວດລ້ອມອ້ອມຂ້າງ ຫຼື ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຢູ່ອ້ອມຕົວພວກເຂົາ. ສິ່ງເຫຼົ່ານັ້ນລ້ວນແຕ່ຖືກຮັບຮູ້ພາຍໃນຂອບເຂດທີ່ສັນຊາດຕະຍານຂອງເນື້ອໜັງສາມາດບັນລຸໄດ້; ບໍ່ວ່າຈະເປັນສິ່ງທີ່ເນື້ອໜັງສາມາດເຫັນ, ໄດ້ຍິນ, ໄດ້ກິ່ນ ຫຼື ຮູ້ສຶກໄດ້, ມັນກໍລ້ວນແຕ່ມີຂໍ້ຈຳກັດ. ຂໍ້ຈຳກັດເຫຼົ່ານີ້ໝາຍເຖິງຫຍັງ? ມັນໝາຍເຖິງການຖືກຈຳກັດຢູ່ໃນຂອບເຂດຂອງໂລກວັດຖຸ. ແລ້ວເປັນຫຍັງພຣະເຈົ້າຈຶ່ງປະທານອະໄວຍະວະຮັບຄວາມຮູ້ສຶກດັ່ງກ່າວໃຫ້ແກ່ຜູ້ຄົນ? ກໍເພື່ອບໍ່ໃຫ້ສິ່ງໃດກໍຕາມທີ່ບໍ່ໄດ້ຂຶ້ນກັບໂລກວັດຖຸ ບໍ່ວ່າມັນຈະເປັນສິ່ງທີ່ເປັນບວກ ຫຼື ເປັນລົບຈາກໂລກຝ່າຍວິນຍານ ມາແຊກແຊງຊີວິດຂອງຜູ້ຄົນ, ມາແຊກແຊງອະໄວຍະວະຮັບຄວາມຮູ້ສຶກໃດກໍຕາມຂອງຜູ້ຄົນ ແລະ ບໍ່ສົ່ງຜົນກະທົບຕໍ່ຄວາມເປັນລະບຽບຮຽບຮ້ອຍ ແລະ ຮູບແບບການດຳລົງຊີວິດຂອງຜູ້ຄົນໃນໂລກວັດຖຸ. ສະນັ້ນ, ມະນຸດຈຶ່ງດຳລົງຊີວິດຢູ່ໃນໂລກວັດຖຸນີ້ ແລະ ບໍ່ວ່າມີສິ່ງອື່ນໃດທີ່ມີຢູ່ພາຍນອກໂລກວັດຖຸ, ພຣະເຈົ້າກໍຈະບໍ່ອະນຸຍາດໃຫ້ເຈົ້າເຫັນ, ໄດ້ຍິນ ຫຼື ຮູ້ສຶກເຖິງສິ່ງເຫຼົ່ານີ້ທີ່ຢູ່ເໜືອຂອບເຂດອະໄວຍະວະຮັບຄວາມຮູ້ສຶກແຫ່ງເນື້ອໜັງຂອງເຈົ້າ. ນີ້ກໍເພື່ອປົກປ້ອງຈິດໃຈ ແລະ ເຫດຜົນຂອງເຈົ້າຈາກການແຊກແຊງໂດຍສິ່ງໃດກໍຕາມທີ່ຢູ່ພາຍນອກໂລກວັດຖຸ ເຊິ່ງຊ່ວຍໃຫ້ເຈົ້າສາມາດດຳລົງຊີວິດໄດ້ຢ່າງປົກກະຕິ. ຕາບໃດທີ່ຈິດໃຈ ແລະ ເຫດຜົນຂອງຄົນເຮົາປົກກະຕິ, ເຈດຈຳນົງເສລີຂອງພວກເຂົາກໍຈະເຮັດວຽກຢ່າງປົກກະຕິ, ການຕັດສິນໃຈຂອງພວກເຂົາກໍຈະປົກກະຕິ ແລະ ທຸກດ້ານຂອງເງື່ອນໄຂຄວາມເປັນມະນຸດທີ່ຕິດໂຕມາແຕ່ເກີດຂອງພວກເຂົາກໍຈະຍັງຄົງຢູ່ໃນສະພາວະເດີມ ໂດຍບໍ່ໄດ້ຮັບຄວາມເສຍຫາຍ. ການບໍ່ໄດ້ຮັບຄວາມເສຍຫາຍໝາຍເຖິງຫຍັງ? ມັນໝາຍຄວາມວ່າລະບົບປະສາດຂອງເຈົ້າ, ອະໄວຍະວະຮັບຄວາມຮູ້ສຶກຂອງເຈົ້າ, ຂີດຄວາມສາມາດຂອງເຈົ້າ ແລະ ທຸກດ້ານອື່ນໆຂອງເງື່ອນໄຂທີ່ຕິດໂຕມາແຕ່ເກີດຂອງເຈົ້າກໍປົກກະຕິ ແລະ ສົມບູນພາຍໃນຂອບເຂດຂອງຊີວິດແຫ່ງເນື້ອໜັງ. ເມື່ອຈິດໃຈ ແລະ ເຫດຜົນປົກກະຕິ, ທຸກດ້ານເຫຼົ່ານີ້ຂອງຄົນເຮົາກໍຈະປົກກະຕິ ແລະ ຈະສາມາດຮັກສາສະພາວະເດີມຂອງພວກເຂົາໄວ້ໄດ້. ຖ້າສິ່ງທີ່ອະໄວຍະວະຮັບຄວາມຮູ້ສຶກຂອງຄົນເຮົາສາມາດຮັບຮູ້ໄດ້ນັ້ນເກີນຂອບເຂດທີ່ເນື້ອໜັງສາມາດບັນລຸໄດ້ ແລະ ບໍ່ຖືກຜູກມັດດ້ວຍຂໍ້ຈຳກັດນີ້ອີກຕໍ່ໄປ, ແລ້ວບັນຫາກໍຈະເກີດຂຶ້ນກັບຈິດໃຈ ແລະ ເຫດຜົນຂອງພວກເຂົາ; ພວກເຂົາຈະໄດ້ຮັບອິດທິພົນ, ໄດ້ຮັບຄວາມເສຍຫາຍ ແລະ ຖືກລົບກວນໂດຍສິ່ງຕ່າງໆຈາກພາຍນອກໂລກວັດຖຸ. ຈາກນັ້ນ ບັນຫາກໍຈະເກີດຂຶ້ນກັບລະບົບປະສາດຂອງພວກເຂົາ ແລະ ຈິດໃຈຂອງພວກເຂົາກໍຈະສັບສົນວຸ່ນວາຍ. ສິ່ງນີ້ຈະນຳໄປສູ່ສະຖານະການປະເພດໃດ? ພວກເຂົາຈະກາຍເປັນຄົນປ່ວຍທາງຈິດ; ພວກເຂົາຈະເປັນບ້າ, ເວົ້າຈາໄຮ້ສາລະ, ແລ່ນໄປມາຢ່າງບໍ່ມີຢາງອາຍ, ຮ້ອງໄຫ້ ແລະ ກໍ່ຄວາມວຸ່ນວາຍ. ແລ້ວຄົນດັ່ງກ່າວກໍຈະຖືກທຳລາຍຢ່າງສິ້ນເຊີງ. ການຖືກທຳລາຍໝາຍເຖິງຫຍັງ? ມັນໝາຍຄວາມວ່າມີສິ່ງອື່ນໄດ້ເຂົ້າສູ່ຫົວໃຈຂອງຄົນຜູ້ນັ້ນ ໂດຍລົບກວນ ແລະ ທຳລາຍຈິດໃຈ ແລະ ເຫດຜົນຂອງລາວ ເຊິ່ງເຮັດໃຫ້ຫົວໃຈຂອງລາວບໍ່ຖືກຄວບຄຸມໂດຍເຫດຜົນທີ່ປົກກະຕິ ແຕ່ຖືກຄວບຄຸມໂດຍສິ່ງອື່ນ. ເມື່ອສິ່ງອື່ນນັ້ນຄວບຄຸມຄົນເຮົາ ແລະ ການສະແດງອອກພາຍນອກ, ໃນທາງການແພດແລ້ວ ມັນກໍຄືໂລກຈິດຕະເພດ. ເມື່ອຄົນເຮົາເປັນໂລກຈິດຕະເພດ, ຄົນຜູ້ນັ້ນຍັງເປັນຄົນປົກກະຕິຢູ່ບໍ? (ບໍ່). ລາວບໍ່ແມ່ນຄົນປົກກະຕິອີກຕໍ່ໄປ ແລະ ພຣະເຈົ້າກໍຈະບໍ່ເຮັດວຽກຕໍ່ຄົນດັ່ງກ່າວ. ເຂົ້າໃຈບໍ? (ເຂົ້າໃຈແລ້ວ).
ເຈດຈຳນົງເສລີ, ຄວາມຄິດທີ່ປົກກະຕິ, ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນທີ່ພຣະເຈົ້າປະທານໃຫ້ແກ່ຜູ້ຄົນນັ້ນມີບົດບາດຫຍັງຕໍ່ພວກເຂົາ? ພວກເຂົາບໍ່ໄດ້ມີບົດບາດໃນການປົກປ້ອງຈິດໃຈ ແລະ ເຫດຜົນຂອງຜູ້ຄົນບໍ? (ມີ). ການມີບົດບາດໃນການປົກປ້ອງຈິດໃຈ ແລະ ເຫດຜົນຂອງຜູ້ຄົນກໍເທົ່າກັບການມີບົດບາດໃນການປົກປ້ອງຜູ້ຄົນ; ສິ່ງເຫຼົ່ານັ້ນຮັບປະກັນວ່າສະພາວະຈິດໃຈ ແລະ ເຫດຜົນຂອງຜູ້ຄົນປົກກະຕິ ໂດຍບໍ່ຖືກແຊກແຊງໂດຍສິ່ງຕ່າງໆທີ່ຢູ່ພາຍນອກໂລກວັດຖຸ ແລະ ບໍ່ຖືກລົບກວນໂດຍສຽງ ຫຼື ພາບໃດກໍຕາມຈາກພາຍນອກໂລກວັດຖຸ. ສິ່ງນີ້ຊ່ວຍໃຫ້ຜູ້ຄົນສາມາດເຊື່ອໃນພຣະເຈົ້າໄດ້ຢ່າງສະຫງົບສຸກ ແລະ ດຳລົງຊີວິດໄດ້ຢ່າງປົກກະຕິ ແລະ ຮັບປະກັນຄວາມປອດໄພສ່ວນຕົວຂອງພວກເຂົາ. ນີ້ແມ່ນສິ່ງທີ່ດີ. ແຕ່ຜູ້ທີ່ເຕັມໄປດ້ວຍການສະແດງອອກທີ່ແປກປະຫຼາດ, ເໜືອທຳມະຊາດ ແລະ ຜິດປົກກະຕິນັ້ນບໍ່ມີເຈດຈຳນົງເສລີ, ຄວາມຄິດທີ່ປົກກະຕິ, ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງຄົນປົກກະຕິ. ທຸກເວລາ ແລະ ທຸກສະຖານທີ່, ພວກເຂົາສາມາດເຫັນສິ່ງທີ່ແປກປະຫຼາດ ຫຼື ສາກທີ່ຄົນທຳມະດາເບິ່ງບໍ່ເຫັນ, ໄດ້ຍິນສຽງທີ່ຄົນທຳມະດາບໍ່ສາມາດໄດ້ຍິນ ຫຼື ເຮັດໃນສິ່ງທີ່ຄົນທຳມະດາບໍ່ສາມາດເຮັດໄດ້ ໂດຍສະແດງພຶດຕິກຳທີ່ແປກປະຫຼາດອອກມາ. ຜູ້ຄົນທີ່ຢູ່ອ້ອມຂ້າງພວກເຂົາບໍ່ສາມາດເຂົ້າໃຈມັນໄດ້ ແລະ ບໍ່ສາມາດເບິ່ງທະລຸເຖິງແກ່ນແທ້ຂອງເລື່ອງດັ່ງກ່າວໄດ້. ຄົນປະເພດນີ້ກັບຊາດມາເກີດຈາກມານຮ້າຍ; ພວກເຂົາບໍ່ໄດ້ເປັນສ່ວນໜຶ່ງຂອງມະນຸດຊາດ. ມັນບໍ່ແມ່ນວ່າຊາຕານຈັບຕົວພວກເຂົາໄປໃນພາຍຫຼັງ; ແຕ່ຄົນປະເພດນີ້ໂດຍແກ່ນແທ້ແລ້ວເປັນມານຮ້າຍ. ເວົ້າງ່າຍໆກໍຄື ຈິດໃຈ ແລະ ເຫດຜົນຂອງຜູ້ທີ່ເປັນມານຮ້າຍນັ້ນບໍ່ປົກກະຕິມາຕັ້ງແຕ່ເກີດ; ນັ້ນກໍຄື ເຈດຈຳນົງເສລີ, ຄວາມຄິດ ແລະ ເຫດຜົນຂອງພວກເຂົາລ້ວນແຕ່ບໍ່ສົມບູນ. ເຖິງແມ່ນວ່າພວກເຂົາຈະໄດ້ຮັບການສຶກສາ, ພວກເຂົາກໍບໍ່ມີສິ່ງເຫຼົ່ານີ້ຂອງຄວາມເປັນມະນຸດທີ່ປົກກະຕິ. ເຈົ້າເຫັນພວກເຂົາເວົ້າຂ້ອນຂ້າງປົກກະຕິໃນສະຖານະການທົ່ວໄປເມື່ອພວກເຂົາບໍ່ມີອາການກຳເລີບ, ແຕ່ສິ່ງນີ້ບໍ່ໄດ້ໝາຍຄວາມວ່າພວກເຂົາເປັນຄົນປົກກະຕິ. ການທີ່ພວກເຂົາມີການສະແດງອອກທີ່ແປກປະຫຼາດເຫຼົ່ານີ້ສະແດງໃຫ້ເຫັນວ່າພວກເຂົາບໍ່ແມ່ນຄົນປົກກະຕິ, ແຕ່ເປັນສິ່ງທີ່ບໍ່ແມ່ນມະນຸດ ເຊິ່ງກໍຄືມານຮ້າຍ. ການສະແດງອອກທີ່ພິລຶກ, ເໜືອທຳມະຊາດ ແລະ ຜິດປົກກະຕິເຫຼົ່ານີ້ຂອງພວກເຂົາບໍ່ໄດ້ຮຽນຮູ້ມາຈາກໃຜ ແລະ ບໍ່ໄດ້ຖືກຖ່າຍທອດມາຈາກໃຜ. ແລ້ວການສະແດງອອກເຫຼົ່ານັ້ນເກີດຂຶ້ນມາໄດ້ແນວໃດ? ມັນຕິດໂຕມາແຕ່ເກີດ; ຄຸນລັກສະນະຂອງຄົນດັ່ງກ່າວແມ່ນຄຸນລັກສະນະຂອງມານຮ້າຍ. ການມີຄຸນລັກສະນະຂອງມານຮ້າຍໝາຍເຖິງຫຍັງ? ມັນມີສອງຄວາມໝາຍ. ຄວາມໝາຍທຳອິດກໍຄື ຄົນປະເພດນີ້ກັບຊາດມາເກີດຈາກມານຮ້າຍ. ຄວາມໝາຍທີສອງກໍຄື ພວກເຂົາເກີດມາໂດຍບໍ່ມີວິນຍານຂອງມະນຸດ ແລະ ຕໍ່ມາກໍຖືກມານຮ້າຍເຂົ້າສິງ. ສະຫຼຸບແລ້ວ, ແກ່ນແທ້ທຳມະຊາດຂອງຄົນດັ່ງກ່າວແມ່ນແກ່ນແທ້ທຳມະຊາດຂອງມານຮ້າຍ ບໍ່ແມ່ນຂອງມະນຸດ. ເປັນເພາະວ່າພວກເຂົາບໍ່ແມ່ນມະນຸດນັ້ນເອງ, ອະໄວຍະວະຮັບຄວາມຮູ້ສຶກຂອງພວກເຂົາ ແລະ ທຸກດ້ານຂອງເງື່ອນໄຂທີ່ຕິດໂຕມາແຕ່ເກີດຂອງພວກເຂົາຈຶ່ງແຕກຕ່າງ ແລະ ຜິດແປກໄປຈາກຄົນປົກກະຕິ. ໃນແງ່ຂອງອະໄວຍະວະຮັບຄວາມຮູ້ສຶກ, ພວກເຂົາມັກຈະສາມາດຮູ້ສຶກເຖິງສິ່ງທີ່ຄົນປົກກະຕິບໍ່ສາມາດຮູ້ສຶກ, ເຫັນ ຫຼື ໄດ້ຍິນ. ໃນແງ່ຂອງສັນຊາດຕະຍານຂອງເນື້ອໜັງ, ສິ່ງທີ່ພວກເຂົາເຮັດ ຫຼື ເວົ້າ ແລະ ການສະແດງອອກບາງຢ່າງຂອງພວກເຂົາ ມັກຈະເຮັດໃຫ້ຜູ້ຄົນຮູ້ສຶກວ່າມັນກ້າວຂ້າມຂອບເຂດຂອງສັນຊາດຕະຍານຂອງມະນຸດທີ່ປົກກະຕິ; ມັນເໜືອທຳມະຊາດຫຼາຍ. ຄວາມເໜືອທຳມະຊາດໝາຍເຖິງຫຍັງ? ມັນໝາຍເຖິງການກ້າວຂ້າມສັນຊາດຕະຍານຂອງເນື້ອໜັງ. ຄົນປົກກະຕິບໍ່ສາມາດກ້າວຂ້າມຂອບເຂດທີ່ສັນຊາດຕະຍານຂອງເນື້ອໜັງສາມາດບັນລຸໄດ້, ແຕ່ບຸກຄົນເຫຼົ່ານີ້ເຮັດໄດ້ຢ່າງງ່າຍດາຍ; ພວກເຂົາບໍ່ຖືກຄວບຄຸມ ຫຼື ຖືກຈຳກັດໂດຍສັນຊາດຕະຍານຂອງເນື້ອໜັງ, ດັ່ງນັ້ນ ໂດຍທຳມະຊາດແລ້ວ ພວກເຂົາຈຶ່ງມັກຈະສະແດງພຶດຕິກຳ ຫຼື ການປະຕິບັດທີ່ແປກປະຫຼາດ, ເໜືອທຳມະຊາດ ແລະ ຜິດປົກກະຕິອອກມາ. ຕອນນີ້ພວກເຈົ້າເຂົ້າໃຈແກ່ນແທ້ຂອງຄົນປະເພດນີ້ຢ່າງຊັດເຈນແລ້ວບໍ? (ເຂົ້າໃຈຢ່າງຊັດເຈນແລ້ວ). ພວກເຈົ້າອິດສາຄົນປະເພດນີ້ບໍ? (ບໍ່). ການອິດສາພວກເຂົາເປັນສິ່ງທີ່ດີບໍ? (ບໍ່). ບາງຄົນເວົ້າວ່າ: “ເບິ່ງແມ, ພວກເຂົາສາມາດເວົ້າພາສາແປກໆໄດ້ໃນລະຫວ່າງການອະທິຖານ; ພວກເຮົາບໍ່ສາມາດເຂົ້າໃຈ ຫຼື ເວົ້າມັນໄດ້ ແລະ ພວກເຂົາກໍຮູ້ຫຼາຍພາສາໂດຍທີ່ບໍ່ໄດ້ຮຽນ. ພວກເຂົາບໍ່ເຄີຍເຈັບປ່ວຍ, ບໍ່ຮູ້ສຶກຫິວຫຼັງຈາກທີ່ບໍ່ໄດ້ກິນອາຫານຫຼາຍມື້ ແລະ ບໍ່ຮູ້ສຶກອິດເມື່ອຍຫຼັງຈາກທີ່ບໍ່ໄດ້ນອນຫຼາຍມື້”. ຄົນອື່ນເວົ້າວ່າ: “ຄົນຜູ້ນີ້ມີຄວາມສາມາດ; ລາວສາມາດເບິ່ງເຫັນອະດີດ ແລະ ທຳນາຍອະນາຄົດໄດ້ ໂດຍຮູ້ທຸກສິ່ງທຸກຢ່າງຕັ້ງແຕ່ດາລາສາດໄປຈົນເຖິງພູມສາດ, ສາມາດອ່ານຊະຕາກຳຂອງຜູ້ຄົນຈາກໃບໜ້າຂອງພວກເຂົາໄດ້ ແລະ ສາມາດເບິ່ງດວງໄດ້. ບໍ່ວ່າຄົນເຮົາຈະມີຮູບລັກສະນະເປັນແນວໃດ, ລາວກໍຮູ້ຊະຕາກຳຂອງພວກເຂົາໄດ້ພຽງແຕ່ເຫຼືອບເບິ່ງ. ລາວເປັນປໍລະມະຈານຢ່າງແທ້ຈິງ! ໃນຕອນກາງຄືນ ເຈົ້າເຫັນລາວນອນຫຼັບຢູ່, ແຕ່ຄວາມຈິງແລ້ວ ລາວໄດ້ໄປທີ່ແດນມໍລະນະເພື່ອເຮັດວຽກເປັນຄົນຮັບໃຊ້”. ບາງຄົນອິດສາຄົນປະເພດນີ້ຍ້ອນຄວາມສາມາດຂອງພວກເຂົາ. ການອິດສາຄົນດັ່ງກ່າວບໍ່ແມ່ນເລື່ອງໂງ່ຈ້າບໍ? (ແມ່ນແລ້ວ). ພວກເຈົ້າເຄີຍອິດສາຄົນທີ່ເໜືອທຳມະຊາດເຫຼົ່ານີ້ທີ່ມີພະລັງພິເສດບໍ ໂດຍເວົ້າວ່າ: “ຂ້ານ້ອຍບໍ່ມີພະລັງພິເສດຫຍັງເລີຍ. ຖ້າພຽງແຕ່ຂ້ານ້ອຍຮູ້ເວດມົນເລັກນ້ອຍ; ຖ້າອາກາດຮ້ອນ ແລະ ຂ້ານ້ອຍຢາກກິນກະແລັມ ກໍພຽງແຕ່ແກວ່ງມື ຂ້ານ້ອຍກໍສາມາດເສກກະແລັມອອກມາໄດ້ ບໍ່ວ່າຈະເປັນລົດຊັອກໂກແລັດ, ສະຕໍເບີຣີ ຫຼື ລົດຊາດໃດກໍຕາມທີ່ຂ້ານ້ອຍຕ້ອງການ”? ພວກເຈົ້າເຄີຍມີຄວາມຄິດແບບນີ້ບໍ? ທຸກຄົນລ້ວນແຕ່ມີຄວາມຄິດແບບເດັກນ້ອຍ; ເມື່ອຜູ້ຄົນເຫັນຢ່າງຊັດເຈນວ່າຄວາມຄິດເຫຼົ່ານີ້ຜິດ ພວກເຂົາກໍສາມາດປ່ອຍວາງມັນໄດ້ຢ່າງເປັນທຳມະຊາດ. ພຣະເຈົ້າພຽງແຕ່ຕ້ອງການໃຫ້ຄົນປົກກະຕິປະສົບກັບຊີວິດ, ສຳຜັດກັບຊີວິດ, ປະສົບກັບຄວາມສຸກ ແລະ ຄວາມທຸກຂອງຊີວິດ, ຄວາມລຳບາກ ແລະ ຄວາມຜິດຫວັງຕ່າງໆຂອງຊີວິດ ແລະ ໃນຂະບວນການຂອງການປະສົບນັ້ນ ກໍໃຫ້ພວກເຂົາຮັບຮູ້ເຖິງອຳນາດສູງສຸດຂອງພຣະເຈົ້າ ແລະ ຍອມຮັບທັດສະນະຄະຕິທີ່ບໍ່ຖືກຕ້ອງຕ່າງໆທີ່ສິ່ງທີ່ຖືກສ້າງມີຕໍ່ພຣະຜູ້ສ້າງ ແລ້ວຈາກນັ້ນກໍກັບຄືນສູ່ເສັ້ນທາງທີ່ຖືກຕ້ອງ ໂດຍບັນລຸການນະມັດສະການພຣະເຈົ້າ ແລະ ການອ່ອນນ້ອມຕໍ່ອຳນາດສູງສຸດ ແລະ ການຈັດກຽມຂອງພຣະເຈົ້າ. ເມື່ອຜູ້ຄົນມີປະສົບການເຫຼົ່ານີ້ໃນຊີວິດ ພວກເຂົາກໍຈະຮັບຮູ້ຂໍ້ເທັດຈິງທີ່ວ່າ ພຣະຜູ້ສ້າງຊົງມີອຳນາດສູງສຸດເໜືອຊະຕາກຳຂອງມະນຸດ, ຈາກນັ້ນກໍຍອມຮັບ, ເຊື່ອ ແລະ ອ່ອນນ້ອມຕໍ່ຂໍ້ເທັດຈິງທີ່ວ່າ ພຣະຜູ້ສ້າງຊົງມີອຳນາດສູງສຸດເໜືອຊະຕາກຳຂອງມະນຸດ. ຫຼັງຈາກນັ້ນ, ພວກເຂົາກໍສາມາດກັບຄືນສູ່ເສັ້ນທາງທີ່ຖືກຕ້ອງ ແລະ ເປັນສິ່ງທີ່ຖືກສ້າງທີ່ເໝາະສົມໄດ້. ຢ່າດຳລົງຊີວິດຕາມຄວາມຄິດທີ່ບໍ່ເປັນຈິງໃດໆ; ສິ່ງເຫຼົ່ານັ້ນຈະບໍ່ມີວັນກາຍເປັນຄວາມຈິງ. ສິ່ງທີ່ເໜືອທຳມະຊາດ, ແປກປະຫຼາດ ແລະ ຜິດປົກກະຕິເຫຼົ່ານັ້ນເປັນຂອບເຂດສະເພາະຂອງຊາຕານ ແລະ ມານຮ້າຍຕະຫຼອດໄປ; ພວກເຂົາບໍ່ມີຫຍັງກ່ຽວຂ້ອງກັບມະນຸດທີ່ປົກກະຕິ. ສະນັ້ນ ບໍ່ວ່າເວລາໃດກໍຕາມ ຢ່າຄິດທີ່ຈະກາຍເປັນຄົນທີ່ເໜືອທຳມະຊາດ, ເປັນຄົນທີ່ເຕັມໄປດ້ວຍພະລັງພິເສດ ແລະ ຢ່າຄິດທີ່ຈະກ້າວຂ້າມສັນຊາດຕະຍານຂອງເຈົ້າເອງ ຫຼື ຂໍ້ຈຳກັດຂອງເຈົ້າເອງ. ພຽງແຕ່ເປັນຄົນທຳມະດາທີ່ຕິດດິນ, ຮັກສາຕຳແໜ່ງທີ່ຖືກຕ້ອງຂອງເຈົ້າໄວ້ ແລະ ບັນລຸໜ້າທີ່ຂອງເຈົ້າ. ນີ້ແມ່ນສິ່ງທີ່ຜູ້ຄົນຄວນເຮັດ.
ຕອນນີ້ການສະແດງອອກຂອງຄວາມແປກປະຫຼາດໃນຜູ້ທີ່ເປັນມານຮ້າຍນັ້ນຊັດເຈນໂດຍພື້ນຖານແລ້ວບໍ? ສິ່ງເຫຼົ່ານີ້ແມ່ນການສະແດງອອກບາງຢ່າງທີ່ຮ້າຍແຮງທີ່ສຸດ. ພວກເຂົາເຮັດໃຫ້ຜູ້ຄົນຮູ້ສຶກ ແລະ ຮັບຮູ້ຢ່າງຊັດເຈນວ່າຄົນດັ່ງກ່າວບໍ່ແມ່ນຄົນປະເພດດຽວກັນກັບຄົນປົກກະຕິ. ພວກເຂົາເບິ່ງຄືວ່າຜິດປົກກະຕິຢ່າງຍິ່ງໃນທ່າມກາງຄົນປົກກະຕິ. ຄວາມຜິດປົກກະຕິນີ້ເຮັດໃຫ້ຜູ້ຄົນຮູ້ສຶກວ່າພຶດຕິກຳ ແລະ ທ່າທາງຂອງພວກເຂົາ ພ້ອມທັງການສະແດງອອກຕ່າງໆຂອງພວກເຂົາໃນຊີວິດປະຈຳວັນນັ້ນແປກປະຫຼາດ, ເໜືອທຳມະຊາດ ແລະ ຜິດປົກກະຕິເປັນພິເສດ; ພວກເຂົາພຽງແຕ່ແຕກຕ່າງຈາກຄົນທຳມະດາເທົ່ານັ້ນ. ພວກເຂົາບໍ່ຖືກຈຳກັດໂດຍສັນຊາດຕະຍານຂອງເນື້ອໜັງ ແລະ ພວກເຂົາບໍ່ສາມາດຢັບຢັ້ງພຶດຕິກຳທີ່ໄຮ້ເຫດຜົນຂອງພວກເຂົາໄດ້ ແລະ ເບິ່ງຄືວ່າປາສະຈາກຄວາມຮັບຮູ້ໃດໆເລີຍ ຄືກັບວ່າພວກເຂົາຖືກວິນຍານຊົ່ວເຂົ້າສິງ. ສິ່ງນີ້ຄວນຖືກກຳນົດລັກສະນະວ່າເປັນດ້ານໜຶ່ງຂອງແກ່ນແທ້ທຳມະຊາດທີ່ບ່ຽງເບນຂອງມານຮ້າຍ ເຊິ່ງເປັນສິ່ງທີ່ຜູ້ຄົນຄວນປະຕິເສດ. ສິ່ງທີ່ເໜືອທຳມະຊາດ ແລະ ຜິດປົກກະຕິເຫຼົ່ານີ້ບໍ່ຄວນເປັນສິ່ງທີ່ໜ້າອິດສາ, ຍິ່ງໄປກວ່ານັ້ນ ກໍບໍ່ຄວນໄລ່ຕາມ. ຖ້າຄັ້ງໜຶ່ງເຈົ້າເຄີຍຕັ້ງໃຈທີ່ຈະໄລ່ຕາມການເປັນຄົນທີ່ເໜືອທຳມະຊາດ ຫຼື ເຮັດສິ່ງທີ່ເໜືອທຳມະຊາດເຫຼົ່ານີ້ ແລ້ວກໍຈົ່ງຢຸດສະ. ຈົ່ງຫັນກັບຄືນ ແລະ ກັບໃຈກ່ອນທີ່ມັນຈະສາຍເກີນໄປ. ຢ່າວາງແຜນທີ່ຈະເປັນຄົນແບບນັ້ນ. ເມື່ອເຈົ້າກ້າວເຂົ້າສູ່ເສັ້ນທາງນີ້ ແລະ ມານຮ້າຍແຊກຊຶມເຂົ້າໄປໃນຈິດໃຈຂອງເຈົ້າ, ພຣະເຈົ້າກໍຈະບໍ່ຕ້ອງການເຈົ້າອີກຕໍ່ໄປ ແລະ ເຈົ້າກໍຈະຖືກທຳລາຍ. ເປັນຫຍັງເຮົາຈຶ່ງເວົ້າວ່າເຈົ້າຈະຖືກທຳລາຍ? ເພາະວ່າເມື່ອມານຮ້າຍເຂົ້າສິງເຈົ້າ ແລະ ຄວບຄຸມຈິດໃຈຂອງເຈົ້າ ເຈົ້າກໍຈະພົບກັບຈຸດຈົບທີ່ບໍ່ດີ. ເມື່ອມານຮ້າຍເຂົ້າສິງເຈົ້າ ມັນກໍຈະເລີ່ມແຊກແຊງເຈົ້າ, ລົບກວນຄວາມຄິດຂອງເຈົ້າ ແລະ ຈິດໃຈຂອງເຈົ້າ. ມັນມີສ່ວນຮ່ວມໃນຊີວິດປະຈຳວັນຂອງເຈົ້າ ແລະ ມັນມີສ່ວນຮ່ວມໃນຂະບວນການຄິດຂອງເຈົ້າເມື່ອພິຈາລະນາເຖິງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ. ຖ້າເຈົ້າບໍ່ສາມາດປະຕິເສດການແຊກແຊງຂອງມັນໄດ້ ເຈົ້າກໍຈະຄ່ອຍໆສູນເສຍຄວາມຕັ້ງໃຈຂອງເຈົ້າໄປ ແລະ ໃນທີ່ສຸດ ເຈົ້າກໍຈະຍອມຈຳນົນຢ່າງວ່ານອນສອນງ່າຍ. ເມື່ອມານຮ້າຍຄວບຄຸມເຈົ້າຢ່າງສົມບູນ, ໃນທາງການແພດແລ້ວ ເຈົ້າກໍຈະຖືກກວດພົບວ່າເປັນໂລກຈິດຕະເພດ ແລະ ໃນເຮືອນຂອງພຣະເຈົ້າ ເຈົ້າກໍຈະຖືກຕັດສິນປະຫານຊີວິດ. ເຈົ້າຈະຈົບສິ້ນ ແລະ ຖືກທຳລາຍ. ຄົນທີ່ຖືກກວດພົບວ່າເປັນໂລກຈິດຕະເພດເປັນຄົນປົກກະຕິບໍ? (ບໍ່). ພຣະເຈົ້າຍັງຕ້ອງການຄົນແບບນັ້ນຢູ່ບໍ? ໃນສາຍຕາຂອງພຣະເຈົ້າ ນີ້ແມ່ນຄົນປະເພດໃດ? (ນີ້ບໍ່ແມ່ນມະນຸດ). ໃນສາຍຕາຂອງພຣະເຈົ້າ ເຈົ້າໄດ້ຖືກຊາຕານຈັບຕົວໄປແລ້ວ. ສິ່ງນີ້ອາດຈະຟັງເບິ່ງເປັນນາມມະທຳເລັກນ້ອຍ. ເວົ້າງ່າຍໆກໍຄື ມັນໝາຍຄວາມວ່າຊາຕານຄວບຄຸມຫົວໃຈຂອງເຈົ້າ. ມັນໝາຍຄວາມວ່າຊາຕານຄອງລາດ ແລະ ກຳອຳນາດໃນຫົວໃຈຂອງເຈົ້າ ແລະ ເຈົ້າໄດ້ກາຍເປັນຫຸ່ນເຊີດຂອງຊາຕານແລ້ວ. ນີ້ໝາຍຄວາມວ່າເຈົ້າໄດ້ຖືກຊາຕານຈັບຕົວໄປແລ້ວ. ເມື່ອຄົນໃດຄົນໜຶ່ງຖືກຊາຕານຈັບຕົວໄປ ພວກເຂົາກໍຈະກາຍເປັນຄືກັນກັບຜູ້ທີ່ເປັນມານຮ້າຍ ແລະ ພວກເຂົາກໍຈະກາຍເປັນຄົນແປກປະຫຼາດ, ເໜືອທຳມະຊາດ ແລະ ຜິດປົກກະຕິຢ່າງໄວວາ. ຄົນດັ່ງກ່າວບໍ່ສາມາດຊ່ວຍໃຫ້ລອດພົ້ນໄດ້ແລ້ວ. ທີ່ເຮົາເວົ້າແບບນີ້ໝາຍຄວາມວ່າແນວໃດ? ເຮົາກຳລັງບອກເຈົ້າວ່າ ເຈົ້າຈຳເປັນຕ້ອງມີຄວາມສາມາດໃນການແຍກແຍະກ່ຽວກັບການສະແດງອອກທີ່ແປກປະຫຼາດຂອງຜູ້ທີ່ເປັນມານຮ້າຍ. ຫຼັງຈາກທີ່ໄດ້ຮັບຄວາມສາມາດໃນການແຍກແຍະແລ້ວ ເຈົ້າຕ້ອງຢູ່ໃຫ້ຫ່າງຈາກຄົນດັ່ງກ່າວ ແລະ ບໍ່ເຂົ້າໃກ້ພວກເຂົາ. ບໍ່ວ່າພວກເຂົາຈະເວົ້າ ຫຼື ເຮັດຫຍັງກໍຕາມ, ຢ່າເຂົ້າໄປຫຍຸ້ງກ່ຽວ ແລະ ຢ່າຖືສາພວກເຂົາ. ຕົວຢ່າງ: ສົມມຸດວ່າພວກເຂົາເວົ້າເຖິງບາງສິ່ງບາງຢ່າງທີ່ເຈົ້າບໍ່ສາມາດເຫັນ ຫຼື ຮູ້ສຶກໄດ້ເລີຍ. ຈຸດປະສົງຂອງພວກເຂົາໃນການບອກເຈົ້າກ່ຽວກັບສິ່ງນີ້ກໍເພື່ອເຂົ້າໃກ້ເຈົ້າ ແລະ ລໍ້ລວງເຈົ້າ. ຖ້າເຈົ້າຮູ້ສຶກຢາກຮູ້ຢາກເຫັນ, ອິດສາ ແລະ ຕິດຕາມພວກເຂົາຢ່າງກະຕືລືລົ້ນ ແລ້ວເຈົ້າກໍຕົກຢູ່ໃນອັນຕະລາຍຢ່າງຍິ່ງ. ເປັນຫຍັງເຮົາຈຶ່ງເວົ້າວ່າເຈົ້າຕົກຢູ່ໃນອັນຕະລາຍ? ເພາະວ່ານີ້ແມ່ນຊາຕານທີ່ກຳລັງເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ລໍ້ລວງຜູ້ຄົນ ແລະ ສະແຫວງຫາຈິດວິນຍານທີ່ມັນສາມາດກືນກິນໄດ້. ຖ້າເຈົ້າບໍ່ມີຄວາມສາມາດໃນການແຍກແຍະກ່ຽວກັບຊາຕານເລີຍ ແລະ ຍັງຮູ້ສຶກຢາກຮູ້ຢາກເຫັນ ແລະ ອິດສາ ເຈົ້າກໍໄດ້ຍອມຈຳນົນຕໍ່ການລອງໃຈແລ້ວ ແລະ ມັນກໍມີຄວາມເປັນໄປໄດ້ສູງທີ່ຊາຕານຈະສວຍໂອກາດນີ້ເພື່ອເຮັດວຽກຕໍ່ເຈົ້າ. ສະນັ້ນ, ເຈົ້າຈຶ່ງຕົກຢູ່ໃນອັນຕະລາຍຢ່າງຍິ່ງ. ເຈົ້າເຂົ້າໃກ້ຊາຕານໂດຍປາສະຈາກການປ້ອງກັນໃດໆ, ນີ້ບໍ່ແມ່ນເລື່ອງໂງ່ຈ້າບໍ? (ແມ່ນແລ້ວ). ເມື່ອຊາຕານເຫັນວ່າເຈົ້າບໍ່ມີການປ້ອງກັນໃດໆຕໍ່ມັນ ມັນກໍຈະພະຍາຍາມຢອກໄຍ ແລະ ລໍ້ລວງເຈົ້າຢ່າງບໍ່ຢຸດຢັ້ງ ຄືກັບຄົນອັນທະພານ. ຖ້າເຈົ້າບໍ່ປະຕິເສດ ມັນກໍຈະຖືວ່າເຈົ້າຍິນຍອມໂດຍປະລິຍາຍ, ດັ່ງນັ້ນ ມັນຈຶ່ງຈະດຳເນີນການເຮັດຫຼາຍຂຶ້ນ. ຖ້າເຈົ້າຮູ້ສຶກຢາກຮູ້ຢາກເຫັນຢູ່ສະເໝີກ່ຽວກັບສິ່ງທີ່ແປກປະຫຼາດ, ເໜືອທຳມະຊາດ ແລະ ຜິດປົກກະຕິທີ່ຜູ້ທີ່ເປັນຊາຕານເວົ້າ ພ້ອມທັງຖາມ ແລະ ສອບຖາມກ່ຽວກັບສິ່ງເຫຼົ່ານັ້ນ; ນີ້ບໍ່ໄດ້ພິສູດວ່າເຈົ້າສົນໃຈ ແລະ ບໍ່ໄດ້ລັງກຽດສິ່ງເຫຼົ່ານັ້ນບໍ? ການສົນໃຈໃນສິ່ງເຫຼົ່ານັ້ນບໍ່ແມ່ນສັນຍານທີ່ດີ. ຖ້າເຈົ້າສົນໃຈໃນສິ່ງເຫຼົ່ານີ້ ໃນສາຍຕາຂອງຊາຕານແລ້ວ ມັນໝາຍຄວາມວ່າເຈົ້າບໍ່ໄດ້ສົນໃຈໃນພຣະເຈົ້າ, ຄວາມຈິງ ຫຼື ສິ່ງທີ່ເປັນບວກ. ສິ່ງນີ້ເຮັດໃຫ້ມັນດີໃຈ ແລະ ໂດຍທຳມະຊາດແລ້ວ ມັນກໍຈະຍື່ນມືທີ່ “ເປັນມິດ” ໃຫ້ກັບເຈົ້າຢ່າງມີຄວາມສຸກ ໂດຍຕັ້ງໃຈທີ່ຈະເຮັດວຽກຕໍ່ເຈົ້າ. ດ້ວຍວິທີນີ້ ເຈົ້າຈຶ່ງຕົກຢູ່ໃນອັນຕະລາຍ. ສະນັ້ນ, ເມື່ອປະເຊີນກັບຄົນດັ່ງກ່າວ ຢ່າເຂົ້າໃກ້ພວກເຂົາຕາມໃຈມັກ ແລະ ຢ່າສົນໃຈໃນຕົວພວກເຂົາ. ແຕ່ກົງກັນຂ້າມ ເຈົ້າຄວນມີຄວາມສາມາດໃນການແຍກແຍະ, ປ້ອງກັນພວກເຂົາ ແລະ ເອົາຕົວອອກຫ່າງຈາກພວກເຂົາ. ບາງຄົນເວົ້າວ່າ: “ຖ້າພວກເຮົາບໍ່ເຂົ້າໃກ້ ຫຼື ສົນໃຈພວກເຂົາ, ພວກເຮົາຈະແຍກແຍະພວກເຂົາໄດ້ແນວໃດ? ດັ່ງຄຳສຸພາສິດທີ່ວ່າ ‘ຮູ້ເຂົາຮູ້ເຮົາ ຮົບຮ້ອຍຄັ້ງຊະນະຮ້ອຍຄັ້ງ’. ຖ້າພວກເຮົາບໍ່ແຝງຕົວເຂົ້າຫາສັດຕູ, ພວກເຮົາຈະຮູ້ຈັກຕົວເຮົາເອງ ແລະ ຮູ້ຈັກສັດຕູຂອງພວກເຮົາໄດ້ແນວໃດ?” ຄຳເວົ້ານີ້ຖືກຕ້ອງບໍ? ມັນຄືກັບຕອນທີ່ເກີດໂລກລະບາດ ນັກວິທະຍາສາດ ແລະ ນັກຄົ້ນຄວ້າບາງຄົນຢືນຢັນທີ່ຈະສຳຜັດ ແລະ ສຶກສາໄວຣັສ ແລະ ຜົນກໍຄື ບາງຄົນກໍຈົບລົງດ້ວຍການຕິດໄວຣັສນັ້ນເອງ ແລະ ເສຍຊີວິດ. ສະນັ້ນ, ເຈົ້າຕ້ອງປ້ອງກັນຢ່າງເຂັ້ມງວດຕໍ່ມານຮ້າຍເຫຼົ່ານັ້ນທີ່ມີການສະແດງອອກທີ່ແປກປະຫຼາດ ແລະ ເໜືອທຳມະຊາດ. ການລະມັດລະວັງຫຼາຍເກີນໄປກໍຍັງດີກວ່າການໃຫ້ໂອກາດພວກເຂົາທຳຮ້າຍເຈົ້າ. ນີ້ແມ່ນວິທີທີ່ສະຫຼາດໃນການປະຕິບັດ. ຢ່າງໜຶ່ງກໍຄື ຢ່າສົນໃຈພວກເຂົາ ແລະ ຢ່າຕິດຕໍ່ ຫຼື ເຂົ້າໃກ້ພວກເຂົາ. ອີກຢ່າງໜຶ່ງກໍຄື ຢ່າໄລ່ຕາມ ຫຼື ຮຽນແບບການສະແດງອອກທີ່ແປກປະຫຼາດ ແລະ ເໜືອທຳມະຊາດຂອງພວກເຂົາ. ນີ້ກໍເປັນວິທີທີ່ເຈົ້າຄວນປະຕິບັດເຊັ່ນກັນ. ຖ້າເຈົ້າມັກຈະຕິດຕໍ່ພົວພັນກັບຄົນທີ່ເໜືອທຳມະຊາດ, ແປກປະຫຼາດ ແລະ ຜິດປົກກະຕິເຫຼົ່ານີ້ ແລະ ໃນຄວາມບໍ່ລະມັດລະວັງຂອງເຈົ້າ ເຈົ້າກໍໄດ້ຮັບອິດທິພົນຈາກພວກເຂົາ ພ້ອມທັງໄດ້ຍິນ ແລະ ເຫັນການສະແດງອອກຂອງພວກເຂົາຢູ່ສະເໝີ; ການສະແດງອອກທີ່ແປກປະຫຼາດຂອງພວກເຂົາກໍຈະຖືກເກັບຮັກສາໄວ້ໃນຫົວໃຈ ແລະ ຄວາມຊົງຈຳຂອງເຈົ້າໂດຍບໍ່ຮູ້ຕົວ. ຈາກນັ້ນ, ເຈົ້າກໍຈະຕ້ອງການໄລ່ຕາມ ແລະ ຮຽນແບບພວກເຂົາໂດຍບໍ່ຮູ້ຕົວ. ນີ້ແມ່ນສັນຍານທີ່ອັນຕະລາຍຍິ່ງກວ່າ. ເມື່ອເຈົ້າຕ້ອງການໄລ່ຕາມ ແລະ ຮຽນແບບພວກເຂົາ, ນັ້ນໝາຍຄວາມວ່າການປ້ອງກັນໃນຫົວໃຈຂອງເຈົ້າໄດ້ພັງທະລາຍລົງຢ່າງສິ້ນເຊີງແລ້ວ. ນີ້ກໍເທົ່າກັບວ່າເຈົ້າຍິນຍອມໃຫ້ຊາຕານເຂົ້າສູ່ຫົວໃຈຂອງເຈົ້າເພື່ອຄວບຄຸມ ແລະ ເຂົ້າຄອບຄອງເຈົ້າ. ໃນເລື່ອງນີ້, ເຈົ້າກຳລັງມອບຕົວເຈົ້າເອງໃຫ້ກັບຊາຕານ ແລະ ດ້ວຍວິທີນີ້ ຊາຕານກໍສາມາດເຂົ້າຄວບຄຸມເຈົ້າໄດ້ຢ່າງໄວວາ. ແລ້ວເຈົ້າຈະບໍ່ຖືກທຳລາຍບໍ? ການທີ່ຜູ້ຄົນຈະມອບຫົວໃຈຂອງພວກເຂົາໃຫ້ກັບພຣະເຈົ້ານັ້ນເປັນເລື່ອງທີ່ຍາກແທ້ໆ. ການທີ່ພຣະເຈົ້າຈະກຳອຳນາດໃນຫົວໃຈຂອງຜູ້ຄົນນັ້ນບໍ່ແມ່ນເລື່ອງງ່າຍ. ພຣະເຈົ້າບໍ່ໄດ້ເຂົ້າຄວບຄຸມ ແລະ ກຳອຳນາດໃນຫົວໃຈຂອງຜູ້ຄົນຢ່າງງ່າຍດາຍ. ວຽກງານທີ່ພຣະເຈົ້າເຮັດຕໍ່ມະນຸດຊາດນັ້ນກ່ຽວຂ້ອງກັບການຫົດນໍ້າ, ການລ້ຽງດູ, ການໃຫ້ຄວາມຮູ້ແຈ້ງ, ການໃຫ້ແສງເຍືອງທາງ, ການນໍາພາ ແລະ ການປົກປ້ອງພວກເຂົາໂດຍອີງໃສ່ເງື່ອນໄຂທີ່ຕິດໂຕມາແຕ່ເກີດຂອງພວກເຂົາ. ນອກຈາກນີ້ ພຣະເຈົ້າຍັງລົງວິໄນ, ຕີສອນ, ລົງທັນ ແລະ ພິພາກສາພວກເຂົາ ພ້ອມທັງຈັດສະຖານະການທຸກຮູບແບບໃຫ້ກັບຜູ້ຄົນອີກດ້ວຍ. ເມື່ອພວກເຂົາເຕີບໃຫຍ່ຂຶ້ນ ສິ່ງນີ້ກໍຈະຊ່ວຍໃຫ້ພວກເຂົາສາມາດຄ່ອຍໆໄດ້ຮັບຄວາມຮູ້ກ່ຽວກັບວຽກງານຂອງພຣະເຈົ້າ ແລະ ຄວາມຈິງດ້ານຕ່າງໆໃນສະຖານະການທີ່ເປັນຮູບປະທຳ. ຈາກນັ້ນ, ກໍຄ່ອຍໆເປັນຄ່ອຍໆໄປ ຕາມຄວາມຄິດຂອງຄວາມເປັນມະນຸດທີ່ປົກກະຕິ, ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງກໍຖືກເຮັດໃຫ້ຢັ່ງຮາກລົງໃນຫົວໃຈຂອງພວກເຂົາ ແລະ ກາຍເປັນຊີວິດຂອງພວກເຂົາ ແລະ ດ້ວຍເຫດນີ້ ຜູ້ຄົນເຫຼົ່ານີ້ຈຶ່ງຖືກຮັບເອົາໂດຍພຣະເຈົ້າ. ທັງໝົດນີ້ລ້ວນແຕ່ມີຂະບວນການ. ແຕ່ການທີ່ຊາຕານເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ເສື່ອມຊາມນັ້ນແຕກຕ່າງອອກໄປ. ເປັນຫຍັງພວກເຮົາຈຶ່ງເວົ້າວ່າແກ່ນແທ້ຂອງຊາຕານນັ້ນບ່ຽງເບນ? ມັນເຂົ້າຄອບຄອງ ແລະ ຄວບຄຸມຜູ້ຄົນຢ່າງບັງຄັບ. ດ້ານນີ້ກໍພຽງພໍແລ້ວທີ່ຈະພິສູດວ່າແກ່ນແທ້ຂອງຊາຕານນັ້ນບ່ຽງເບນ. ນີ້ແມ່ນຫຼັກຖານທີ່ຊັດເຈນ. ເມື່ອເຈົ້າຕ້ອງການໄລ່ຕາມການເປັນຄົນປະເພດທີ່ເປັນມານຮ້າຍ ແລະ ເມື່ອເຈົ້າໄລ່ຕາມການສະແດງອອກ, ພຶດຕິກຳ ແລະ ຄວາມສາມາດທີ່ແປກປະຫຼາດ, ເໜືອທຳມະຊາດ ແລະ ຜິດປົກກະຕິເຫຼົ່ານີ້ ຫົວໃຈຂອງເຈົ້າກໍເປີດຮັບຊາຕານ. ຄືກັບວ່າ ໃນຫົວໃຈຂອງເຈົ້າ ເຈົ້າກຳລັງບອກຊາຕານວ່າ: “ເຂົ້າມາໂລດ ຂ້ອຍມີບ່ອນສະຫງວນໄວ້ໃຫ້ເຈົ້າ. ເຈົ້າສາມາດຄວບຄຸມຕົວຂ້ອຍທັງໝົດໄດ້”. ຊາຕານຈະເວົ້າຫຍັງກັບເຈົ້າ? “ຖ້າເຈົ້າຟັງຂ້ອຍ ແລະ ອະນຸຍາດໃຫ້ຂ້ອຍກຳອຳນາດໃນຫົວໃຈຂອງເຈົ້າ ເຈົ້າກໍສາມາດຮຽນຮູ້ທຸກສິ່ງທຸກຢ່າງທີ່ເຈົ້າຕ້ອງການຄອບຄອງໄດ້. ເຈົ້າຈະມີສິ່ງທີ່ແປກປະຫຼາດ ແລະ ເໜືອທຳມະຊາດທັງໝົດ, ເຈົ້າຈະເໜືອກວ່າຄົນທຳມະດາ ແລະ ເຈົ້າຈະກ້າວຂ້າມຄົນທົ່ວໄປ”. ການທີ່ຜູ້ຄົນໄລ່ຕາມພຶດຕິກຳ ແລະ ການສະແດງອອກ ຫຼື ຄວາມສາມາດທີ່ແປກປະຫຼາດ, ເໜືອທຳມະຊາດ ແລະ ຜິດປົກກະຕິເຫຼົ່ານີ້ກໍເທົ່າກັບວ່າພວກເຂົາກຳລັງສົນທະນາກັບຊາຕານ ແລະ ມັນຍັງເທົ່າກັບວ່າພວກເຂົາກຳລັງໂອບກອດຊາຕານໄວ້ໃນຫົວໃຈຂອງພວກເຂົາອີກດ້ວຍ. ຖ້າເຈົ້າໄລ່ຕາມສິ່ງທີ່ແປກປະຫຼາດ ແລະ ເໜືອທຳມະຊາດເຫຼົ່ານີ້ ຊາຕານກໍຈະເລີ່ມເຮັດວຽກຢູ່ໃນຫົວໃຈຂອງເຈົ້າຢ່າງໄວວາ. ມາຮອດຈຸດນີ້ ເມື່ອເຈົ້າຟັງພຣະທຳຂອງພຣະເຈົ້າອີກຄັ້ງ ເຈົ້າກໍຈະບໍ່ມີຄວາມຄິດ, ມຸມມອງ ແລະ ທັດສະນະຄະຕິຂອງຄົນປົກກະຕິອີກຕໍ່ໄປ ແຕ່ຈະປ່ຽນຈາກໜ້າມືເປັນຫຼັງມື. ທັດສະນະຄະຕິຂອງເຈົ້າທີ່ມີຕໍ່ຄວາມຈິງຈະແຕກຕ່າງຈາກຄົນປົກກະຕິຢ່າງສິ້ນເຊີງ. ສິ່ງທີ່ເຈົ້າສະແດງອອກມາກໍຄືຄວາມເບື່ອໜ່າຍຕໍ່ຄວາມຈິງ ແລະ ຄວາມເປັນປໍລະປັກຕໍ່ຄວາມຈິງ. ມັນເປັນແບບນັ້ນແຫຼະ. ຖ້າເຈົ້າເບື່ອໜ່າຍ ແລະ ເປັນປໍລະປັກຕໍ່ຄວາມຈິງ, ເຈົ້າຍັງຈະສາມາດໄດ້ຮັບຄວາມຈິງຢູ່ບໍ? ເຈົ້າບໍ່ສາມາດໄດ້ຮັບ. ເຈົ້າໄດ້ຖືກຊາຕານຈັບຕົວໄປແລ້ວ. ສະນັ້ນ ກ່ຽວກັບການສະແດງອອກທີ່ແປກປະຫຼາດ, ເໜືອທຳມະຊາດ ແລະ ຜິດປົກກະຕິຂອງຄົນທີ່ກັບຊາດມາເກີດຈາກມານຮ້າຍ; ຜູ້ຄົນຕ້ອງປ້ອງກັນພວກເຂົາຢ່າງເຂັ້ມງວດ, ປະຕິບັດຕໍ່ພວກເຂົາດ້ວຍຄວາມລະມັດລະວັງ ແລະ ຮອບຄອບ ແລະ ບໍ່ປ່ອຍພວກເຂົາຜ່ານໄປຄືກັບວ່າພວກເຂົາບໍ່ສຳຄັນ. ນັ້ນກໍຄື ເຈົ້າຕ້ອງມີຄວາມສາມາດໃນການແຍກແຍະກ່ຽວກັບການສະແດງອອກເຫຼົ່ານີ້. ຢ່າສົນໃຈພວກເຂົາ ຫຼື ເຂົ້າໃກ້ຄົນດັ່ງກ່າວ ຍິ່ງໄປກວ່ານັ້ນ ກໍບໍ່ຄວນອິດສາ, ຊື່ນຊົມ ຫຼື ແມ່ນແຕ່ໄລ່ຕາມ ແລະ ຮຽນແບບພວກເຂົາໃນຫົວໃຈຂອງເຈົ້າຢ່າງລັບໆ. ແຕ່ກົງກັນຂ້າມ ເຈົ້າຕ້ອງຢູ່ໃຫ້ຫ່າງຈາກຄົນປະເພດນີ້, ມີຄວາມສາມາດໃນການແຍກແຍະກ່ຽວກັບພວກເຂົາ, ມີຈຸດຢືນທີ່ຊັດເຈນ ແລະ ຂີດເສັ້ນແບ່ງເຂດແດນທີ່ຊັດເຈນລະຫວ່າງພວກເຂົາ ແລະ ຕົວເຈົ້າເອງ. ເຂົ້າໃຈບໍ? (ເຂົ້າໃຈແລ້ວ).
ສິ່ງທີ່ພວກເຮົາຫາກໍໂອ້ລົມໄປນັ້ນແມ່ນການສະແດງອອກທີ່ຮ້າຍແຮງທີ່ສຸດຂອງຄວາມແປກປະຫຼາດໃນຜູ້ທີ່ເປັນມານຮ້າຍ. ການສະແດງອອກເຫຼົ່ານີ້ແມ່ນຂ້ອນຂ້າງງ່າຍກວ່າເພື່ອໃຫ້ຜູ້ຄົນແຍກແຍະ. ນອກຈາກນີ້, ຍັງມີການສະແດງອອກບາງຢ່າງທີ່ຮ້າຍແຮງໜ້ອຍກວ່າພຽງໜ້ອຍໜຶ່ງເທົ່ານັ້ນ. ນັ້ນກໍຄື ໃນຊີວິດປະຈຳວັນ ພວກເຂົາມັກຈະມີຄວາມຄິດ ແລະ ມຸມມອງທີ່ສຸດໂຕ່ງບາງຢ່າງ ແລະ ມີພຶດຕິກຳ ແລະ ການປະຕິບັດທີ່ສຸດໂຕ່ງ; ການກະທຳຂອງພວກເຂົາມັກຈະເກີນຂອບເຂດທີ່ຄວາມເປັນມະນຸດທີ່ປົກກະຕິສາມາດທົນໄດ້. ຕົວຢ່າງ: ຖ້າພວກເຂົາເວົ້າ ຫຼື ເຮັດບາງສິ່ງບາງຢ່າງຜິດພາດ, ພວກເຂົາກໍຈະກຽດຊັງຕົນເອງ, ຕົບໜ້າຕົນເອງ ແລະ ເຖິງຂັ້ນລົງໂທດຕົນເອງດ້ວຍການບໍ່ກິນເຂົ້າໃນຕອນກາງເວັນ ແລະ ບໍ່ນອນໃນຕອນກາງຄືນ. ພວກເຂົາມັກຈະໃຊ້ວິທີການທີ່ສຸດໂຕ່ງເພື່ອລົງໂທດເນື້ອໜັງຂອງພວກເຂົາ ໂດຍໃຊ້ສິ່ງນີ້ເປັນແນວທາງເພື່ອສະແດງເຖິງຄວາມຕັ້ງໃຈຂອງພວກເຂົາໃນການແກ້ໄຂຄວາມຜິດພາດຂອງພວກເຂົາ. ບາງຄົນອາດຈະແນະນຳພວກເຂົາວ່າ “ການເຮັດແບບນີ້ຈະບໍ່ແກ້ໄຂບັນຫາ. ເຈົ້າຕ້ອງໄຕ່ຕອງ ແລະ ຮູ້ຈັກຕົນເອງໂດຍອີງໃສ່ພຣະທຳຂອງພຣະເຈົ້າກ່ອນ, ຈາກນັ້ນກໍຊອກຫາຫຼັກການ ແລະ ເສັ້ນທາງແຫ່ງການປະຕິບັດ ແລະ ເມື່ອນັ້ນເທົ່ານັ້ນການປ່ຽນແປງເທື່ອລະກ້າວຈຶ່ງຈະສາມາດເກີດຂຶ້ນໄດ້. ການປ່ຽນແປງອຸປະນິໄສທີ່ເສື່ອມຊາມປະເພດໃດກໍຕາມບໍ່ແມ່ນສິ່ງທີ່ສາມາດເກີດຂຶ້ນໄດ້ພາຍໃນມື້ໜຶ່ງ ຫຼື ສອງມື້; ມັນຮຽກຮ້ອງໃຫ້ໃຊ້ເວລາໄລຍະໜຶ່ງ ແລະ ມັນຈຳເປັນຕ້ອງມີຂະບວນການ”. ນີ້ແມ່ນຄຳເວົ້າທີ່ຖືກຕ້ອງ ແຕ່ພວກເຂົາບໍ່ຍອມຮັບ ແລະ ບໍ່ປະຕິບັດມັນ. ພວກເຂົາບໍ່ໄດ້ຈັດການກັບບັນຫາຕ່າງໆໂດຍອີງໃສ່ຫຼັກການຄວາມຈິງ ແຕ່ໃຊ້ວິທີການທີ່ສຸດໂຕ່ງ. ພວກເຂົາສຸດໂຕ່ງສໍ່າໃດ? ພວກເຂົາມັກຈະໃຊ້ວິທີການທີ່ທຳຮ້າຍເນື້ອໜັງຂອງພວກເຂົາເອງ ແລະ ວິທີການທີ່ທໍລະມານຕົນເອງ ເພື່ອແກ້ໄຂບັນຫາ. ນັ້ນບໍ່ສຸດໂຕ່ງບໍ? (ສຸດໂຕ່ງ). ພວກເຂົາປະຕິບັດຕໍ່ຄົນອື່ນດ້ວຍວິທີນີ້ເຊັ່ນກັນ ໂດຍໃຊ້ວິທີການທີ່ສຸດໂຕ່ງຕໍ່ຄົນເຫຼົ່ານັ້ນ. ພວກເຂົາຍັງໃຊ້ວິທີການທີ່ສຸດໂຕ່ງເພື່ອຈັດການກັບເລື່ອງຕ່າງໆອີກດ້ວຍ. ຕົວຢ່າງ: ສົມມຸດວ່າຜູ້ຍິງຄົນໜຶ່ງມັກຈະຮູ້ສຶກວ່າລາວຫຍຸ້ງກັບໜ້າທີ່ຂອງລາວຫຼາຍ ແລະ ຮູ້ສຶກວ່າການໃຊ້ເວລາຕັດ ແລະ ສະຜົມນັ້ນເປັນເລື່ອງທີ່ຫຍຸ້ງຍາກເກີນໄປ, ດັ່ງນັ້ນ ລາວຈຶ່ງແຖຜົມຂອງລາວອອກຈົນໝົດ. ເພື່ອຫຼຸດຄວາມຖີ່ໃນການແຖຜົມ, ລາວເຖິງຂັ້ນທາຜະລິດຕະພັນສານເຄມີບາງຢ່າງເພື່ອຈຳກັດການຍາວຂອງເສັ້ນຜົມຕາມປົກກະຕິ. ນີ້ບໍ່ສຸດໂຕ່ງບໍ? ເມື່ອຜູ້ຄົນເຫັນວ່າລາວຫົວລ້ານ, ພວກເຂົາກໍຄິດວ່າລາວເປັນຜູ້ຊາຍ ແຕ່ເມື່ອຕັດສິນຈາກສຽງ ແລະ ຮູບຮ່າງຂອງລາວ, ພວກເຂົາກໍຄິດວ່າລາວອາດຈະເປັນຜູ້ຍິງ. ພວກເຂົາພຽງແຕ່ແຍກບໍ່ອອກວ່າລາວເປັນຜູ້ຍິງ ຫຼື ຜູ້ຊາຍ. ຫຼັງຈາກທີ່ຖາມອ້າຍເອື້ອຍນ້ອງຄົນອື່ນໆແລ້ວເທົ່ານັ້ນ ພວກເຂົາຈຶ່ງຮູ້ວ່າລາວເປັນຜູ້ຍິງ ແລະ ແຖຫົວຂອງລາວເພື່ອຫຼຸດຄວາມຫຍຸ້ງຍາກ. ບາງຄົນທີ່ບໍ່ມີຄວາມສາມາດໃນການແຍກແຍະເຖິງຂັ້ນຍົກໂປ້ໃຫ້ກັບສິ່ງນີ້ ໂດຍຊື່ນຊົມຄົນດັ່ງກ່າວວ່າ: “ເບິ່ງແມ້, ຄວາມຕັ້ງໃຈຂອງລາວໃນການກະບົດຕໍ່ເນື້ອໜັງນັ້ນເໜືອກວ່າຄົນທຳມະດາຢ່າງແທ້ຈິງ. ຄວາມກຽດຊັງຂອງລາວທີ່ມີຕໍ່ເນື້ອໜັງແມ່ນຄວາມກຽດຊັງທີ່ແທ້ຈິງ; ລາວລົງມືເຮັດແທ້ໆເມື່ອເວົ້າເຖິງການບໍ່ທະນຸຖະໜອມເນື້ອໜັງ! ມື້ໜຶ່ງຂ້ອຍກໍຈະແຖຫົວຂອງຂ້ອຍຄືກັບລາວເຊັ່ນກັນ”. ບາງຄົນເຖິງຂັ້ນຮຽນແບບລາວ! ພວກເຂົາບໍ່ແມ່ນຄົນປະເພດດຽວກັນບໍ? ພວກເຂົາໄດ້ພົບກັບຄົນທີ່ມີຈິດໃຈຄືກັນ; ພວກເຂົາບໍ່ພຽງແຕ່ຂາດຄວາມສາມາດໃນການແຍກແຍະກ່ຽວກັບເລື່ອງນີ້ເທົ່ານັ້ນ ແຕ່ພວກເຂົາຍັງຍົກຍ້ອງມັນຢ່າງຍິ່ງ ແລະ ຕ້ອງການຮຽນແບບມັນອີກດ້ວຍ. ຄົນເຫຼົ່ານີ້ບໍ່ແມ່ນຄົນທີ່ສຸດໂຕ່ງບໍ? (ແມ່ນແລ້ວ). ຈົ່ງບອກເຮົາມາເບິ່ງວ່າ ຄົນທີ່ສຸດໂຕ່ງບໍ່ໄດ້ເຮັດທຸກສິ່ງທຸກຢ່າງດ້ວຍແຮງຂັບເຄື່ອນທີ່ບ່ຽງເບນບໍ? (ເຮັດ). ແຮງຂັບເຄື່ອນທີ່ບ່ຽງເບນນີ້ມາຈາກໃສ? ມີແຮງຂັບເຄື່ອນທີ່ບ່ຽງເບນນີ້ຢູ່ໃນຄວາມເປັນມະນຸດທີ່ປົກກະຕິບໍ? (ບໍ່ມີ). ແລ້ວເປັນຫຍັງຈຶ່ງບໍ່ມີແຮງຂັບເຄື່ອນທີ່ບ່ຽງເບນນີ້ຢູ່ໃນຄວາມເປັນມະນຸດທີ່ປົກກະຕິ? ເພາະວ່າຖ້າຜູ້ຄົນມີຄວາມຄິດ, ຄວາມສໍານຶກ ແລະ ເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ, ພວກເຂົາກໍຈະພິຈາລະນາເລື່ອງຕ່າງໆໃນທາງທີ່ຂ້ອນຂ້າງປົກກະຕິ, ເປັນບວກ ແລະ ສໍາພັນກັບຊີວິດຈິງ; ດັ່ງນັ້ນ, ພວກເຂົາຈະບໍ່ເຂົ້າຮ່ວມໃນພຶດຕິກຳທີ່ສຸດໂຕ່ງເຫຼົ່ານີ້ຢ່າງເດັດຂາດ. ນັ້ນກໍຄື ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ ແລະ ບໍ່ວ່າມັນຈະເປັນສິ່ງທີ່ພວກເຂົາມັກ ຫຼື ບໍ່ກໍຕາມ, ພວກເຂົາກໍຈະປະພຶດຕົນຢ່າງປົກກະຕິ ແລະ ຢ່າງສົມເຫດສົມຜົນ ແລະ ຈະບໍ່ເຮັດແບບສຸດໂຕ່ງ. ແລ້ວສາມາດເວົ້າໄດ້ບໍວ່າ ມີບາງສິ່ງບາງຢ່າງຜິດປົກກະຕິກ່ຽວກັບຄວາມຄິດຂອງຄົນປະເພດນີ້ທີ່ເຮັດແບບສຸດໂຕ່ງ? (ເວົ້າໄດ້). ມີບັນຫາບາງຢ່າງກ່ຽວກັບຄວາມສາມາດໃນການຢັ່ງຮູ້ຂອງພວກເຂົາ, ບໍ່ແມ່ນບໍ? (ແມ່ນແລ້ວ). ຕົວຢ່າງ: ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນຈົງຮັກພັກດີໃນການປະຕິບັດໜ້າທີ່ຂອງຕົນ. ພວກເຂົາໄຕ່ຕອງວ່າຈະບັນລຸການເປັນຄົນຈົງຮັກພັກດີໄດ້ແນວໃດ ແລະ ໄດ້ຂໍ້ສະຫຼຸບວ່າພວກເຂົາຕ້ອງທົນທຸກກັບຄວາມລຳບາກ, ດັ່ງນັ້ນ ພວກເຂົາຈຶ່ງປະຕິບັດການທົນທຸກກັບຄວາມລຳບາກຄື: ພວກເຂົາປະຕິບັດຕາມກົດລະບຽບໃນທຸກຄາບອາຫານ ໂດຍກິນເມັດເຂົ້າ ແລະ ຕ່ອນຜັກຕາມຈຳນວນທີ່ກຳນົດໄວ້; ເມື່ອເຄື່ອງນຸ່ງຂອງພວກເຂົາຂາດ, ພວກເຂົາກໍຫຍິບຕາບ ແລະ ນຸ່ງມັນຕໍ່ໄປ ເຊິ່ງເບິ່ງຄືກັບຜູ້ບຳເພັນທຸກກະລະກິລິຍາໃນສາຍຕາຂອງຄົນອື່ນ; ໃນຂະນະທີ່ຄົນອື່ນນອນຫົກຫາແປດຊົ່ວໂມງຕໍ່ມື້, ພວກເຂົາກໍນອນພຽງແຕ່ໜຶ່ງ ຫຼື ສອງຊົ່ວໂມງເທົ່ານັ້ນ. ພວກເຂົາຮູ້ສຶກວ່າພວກເຂົາມີຄວາມຕັ້ງໃຈທີ່ຈະທົນທຸກກັບຄວາມລຳບາກ ແລະ ພວກເຂົາຈົງຮັກພັກດີກວ່າຄົນອື່ນໆ. ພວກເຂົາມັກຈະໄຕ່ຕອງກ່ຽວກັບຄວາມຄິດ ແລະ ພຶດຕິກຳທີ່ສຸດໂຕ່ງເຫຼົ່ານີ້ຢູ່ສະເໝີ ເຊິ່ງຄົນປົກກະຕິບໍ່ສາມາດເຂົ້າໃຈໄດ້. ຕົວຢ່າງ: ຖ້າພວກເຂົາເວົ້າບາງສິ່ງບາງຢ່າງບໍ່ຖືກຕ້ອງ ຫຼື ໃຊ້ຄຳສັບຜິດໃນຂະນະທີ່ກຳລັງລົມກັບຄົນໃດຄົນໜຶ່ງ ແລະ ຖືກຫົວຂວັນ, ພວກເຂົາກໍຈະຮູ້ສຶກເສຍໜ້າ ແລະ ໄຕ່ຕອງວ່າ: “ຂ້ອຍຈະບໍ່ໃຊ້ຄຳສັບນີ້ອີກເລີຍໃນຊີວິດຂອງຂ້ອຍ ແລະ ບໍ່ພຽງແຕ່ເທົ່ານັ້ນ ຂ້ອຍຈະບໍ່ພົບຄົນຜູ້ນີ້ອີກເລີຍໃນຊີວິດຂອງຂ້ອຍ ແລະ ຈະບໍ່ເວົ້າກັບຄົນຜູ້ນີ້ອີກ ເພື່ອວ່າເຂົາຈະບໍ່ສາມາດຈັບຜິດຂ້ອຍໄດ້!” ແລ້ວພວກເຂົາກໍສາມາດເຮັດໄດ້ ແລະ ພວກເຂົາກໍສາມາດຍຶດໝັ້ນໃນສິ່ງນີ້ໄດ້. ພວກເຂົາສາມາດຍຶດໝັ້ນໃນພຶດຕິກຳ ຫຼື ຄວາມຄິດ ແລະ ມຸມມອງທີ່ສຸດໂຕ່ງໃດກໍຕາມໄປຕະຫຼອດຊີວິດ ແລະ ປະຕິເສດທີ່ຈະໃຫ້ຄົນອື່ນມາໂນ້ມນ້າວ. ພວກເຂົາພຽງແຕ່ຍຶດໝັ້ນແບບນີ້ ແລະ ພວກເຂົາເຖິງຂັ້ນມີເຫດຜົນ ແລະ ພື້ນຖານສຳລັບການຍຶດໝັ້ນຂອງພວກເຂົາ ໂດຍເຊື່ອວ່ານີ້ແມ່ນການສະແດງອອກເຖິງການອ່ອນນ້ອມຕໍ່ຄວາມຈິງ, ການສະແດງອອກເຖິງການຮັກພຣະເຈົ້າ ແລະ ການສະແດງອອກເຖິງຄວາມຈົງຮັກພັກດີ. ຈົ່ງບອກເຮົາມາເບິ່ງວ່າ ຄົນດັ່ງກ່າວບໍ່ສ້າງບັນຫາບໍ? (ສ້າງ). ພວກເຂົາເຂົ້າກັບຄົນງ່າຍບໍ? (ບໍ່). ແລ້ວພຶດຕິກຳຂອງພວກເຂົາເກີດຂຶ້ນໄດ້ແນວໃດ? ພຶດຕິກຳເຫຼົ່ານັ້ນບໍ່ໄດ້ເກີດຈາກຄວາມຄິດທີ່ສຸດໂຕ່ງປະເພດໜຶ່ງບໍ? ພວກເຂົາຖືວ່າພຶດຕິກຳ ແລະ ການສະແດງອອກທີ່ສຸດໂຕ່ງເຫຼົ່ານີ້ເປັນການປະຕິບັດຄວາມຈິງ ແລະ ຍັງຄົງເຮັດເຊັ່ນນັ້ນຕໍ່ໄປ. ຄວາມຄິດ ແລະ ມຸມມອງທີ່ສຸດໂຕ່ງເຫຼົ່ານີ້ບໍ່ແມ່ນຕົ້ນຕໍຂອງພຶດຕິກຳເຫຼົ່ານີ້ໃນຄົນປະເພດນີ້ບໍ? ພວກເຂົາເຊື່ອວ່າການເຮັດສິ່ງຕ່າງໆດ້ວຍວິທີນີ້ແມ່ນການປະຕິບັດຄວາມຈິງ ແລະ ການສະແດງຄວາມຈົງຮັກພັກດີຕໍ່ພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ໃນໃຈພວກເຂົາກໍປະນາມ ແລະ ເລືອກປະຕິບັດຕໍ່ຜູ້ໃດກໍຕາມທີ່ບໍ່ໄດ້ເຮັດແບບດຽວກັນ ໂດຍສະແດງຄວາມລັງກຽດ. ຕົວຢ່າງ: ໃຫ້ພິຈາລະນາຜູ້ຍິງທີ່ກ່າວເຖິງກ່ອນໜ້ານີ້ທີ່ແຖຫົວຂອງລາວ; ເມື່ອລາວເຫັນຄົນອື່ນບໍ່ແຖຫົວຂອງພວກເຂົາ, ລາວກໍຄິດວ່າ “ຫຶ, ພວກເຈົ້າຈົ່ງຜົມຍາວຂະໜາດນີ້ ຈົນເຖິງຂັ້ນສາມາດຈັດຊົງຜົມໃນຮູບແບບຕ່າງໆໄດ້. ພວກເຈົ້າທຸກຄົນລ້ວນແຕ່ຮັກສວຍຮັກງາມ; ພວກເຈົ້າບໍ່ຮັກພຣະເຈົ້າ! ເບິ່ງຂ້ອຍແມ້, ຂ້ອຍຫົວໂລ້ນມາຫຼາຍປີແລ້ວ ແລະ ບໍ່ເຄີຍຢ້ານທີ່ຈະຖືກຫົວຂວັນ; ຂ້ອຍບໍ່ໄດ້ຮັກສວຍຮັກງາມ. ພວກເຈົ້າຈົ່ງຜົມຍາວຂະໜາດນີ້ ແລະ ຕ້ອງສະຜົມເລື້ອຍໆ, ຈັ່ງແມ່ນເສຍເວລາແທ້ໆ! ດ້ວຍເວລາທັງໝົດນັ້ນ, ມັນຈະບໍ່ດີກວ່າບໍທີ່ຈະອ່ານພຣະທຳຂອງພຣະເຈົ້າໃຫ້ຫຼາຍຂຶ້ນ ແລະ ປະຕິບັດໜ້າທີ່ໃຫ້ຫຼາຍຂຶ້ນອີກໜ້ອຍໜຶ່ງ?” ລາວເຖິງຂັ້ນປະນາມຄົນອື່ນ! ຄົນປະເພດນີ້ຟັງພຣະທຳຂອງພຣະເຈົ້າຢ່າງຫຼວງຫຼາຍ ແລະ ຟັງຄຳເທດສະໜາມາຫຼາຍປີ ແຕ່ກໍຍັງບໍ່ເຂົ້າໃຈວ່າຄວາມຈິງແມ່ນຫຍັງ. ພວກເຂົາຍັງມີຄວາມຄິດທີ່ສຸດໂຕ່ງຫຼາຍຢ່າງ ແລະ ພາຍໃຕ້ການຊີ້ນຳຂອງຄວາມຄິດທີ່ສຸດໂຕ່ງຫຼາຍຢ່າງເຫຼົ່ານີ້, ພວກເຂົາໄດ້ສະແດງພຶດຕິກຳ, ການປະຕິບັດ ແລະ ຮູບແບບທີ່ສຸດໂຕ່ງຫຼາຍຢ່າງອອກມາ ແລ້ວຈາກນັ້ນກໍກຳນົດຕົນເອງວ່າເປັນຜູ້ທີ່ຮັກພຣະເຈົ້າຫຼາຍທີ່ສຸດ ແລະ ຈົງຮັກພັກດີທີ່ສຸດ. ນີ້ບໍ່ແມ່ນການສະແດງອອກອີກຢ່າງໜຶ່ງຂອງຄວາມບ່ຽງເບນບໍ? (ແມ່ນແລ້ວ). ການເຮັດທຸກສິ່ງທຸກຢ່າງແບບສຸດໂຕ່ງນັ້ນບ່ຽງເບນ. ຈົ່ງບອກເຮົາມາເບິ່ງວ່າ ຖ້າການສະແດງອອກທີ່ສຸດໂຕ່ງເຫຼົ່ານີ້ບໍ່ໄດ້ທຳຮ້າຍຄົນອື່ນ ແລ້ວເປັນຫຍັງພວກເຮົາຈຶ່ງເວົ້າວ່າການສະແດງອອກເຫຼົ່ານີ້ບ່ຽງເບນ? (ການສະແດງອອກເຫຼົ່ານີ້ບໍ່ສອດຄ່ອງກັບຄວາມຄິດຂອງຄົນປົກກະຕິ; ການສະແດງອອກເຫຼົ່ານີ້ບໍ່ແມ່ນພຶດຕິກຳ ແລະ ການປະຕິບັດທີ່ຄົນປົກກະຕິຄວນມີ). ການສະແດງອອກທີ່ສຸດໂຕ່ງເຫຼົ່ານີ້ບໍ່ມີຫຍັງກ່ຽວຂ້ອງກັບຄວາມຄິດ ແລະ ການສະແດງອອກຂອງຄົນປົກກະຕິເລີຍ; ການສະແດງອອກເຫຼົ່ານີ້ແຍກອອກຈາກຄວາມເປັນຈິງ ແລະ ແຍກອອກຈາກຊີວິດທີ່ເປັນພາວະວິໄສ ແລະ ສຳພັນກັບຊີວິດຈິງທີ່ຜູ້ຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິຄວນມີ. ພວກເຂົາໃຊ້ວິທີການທີ່ຮຸນແຮງກັບເລື່ອງຕ່າງໆ ແລ້ວຈາກນັ້ນກໍກຳນົດຄວາມຄິດ, ມຸມມອງ ແລະ ພຶດຕິກຳທີ່ສຸດໂຕ່ງ ແລະ ຮຸນແຮງເຫຼົ່ານີ້ວ່າເປັນສິ່ງທີ່ເປັນບວກ ໃນຂະນະທີ່ກຳນົດຄວາມຈິງວ່າເປັນສິ່ງທີ່ເປັນລົບ. ນີ້ບໍ່ແມ່ນການເຮັດໃຫ້ສິ່ງທີ່ຖືກ ແລະ ຜິດສັບສົນກັນ ແລະ ການປ່ຽນດຳເປັນຂາວບໍ? (ແມ່ນແລ້ວ). ການເຮັດໃຫ້ສິ່ງທີ່ຖືກ ແລະ ຜິດສັບສົນກັນ, ການປ່ຽນດຳເປັນຂາວ ແລະ ການຫຼອກລວງໂດຍການປ່ຽນແນວຄິດ, ນີ້ແມ່ນຄວາມບ່ຽງເບນ. ບໍ່ວ່າເຈົ້າຈະໂອ້ລົມກ່ຽວກັບຄວາມເປັນມະນຸດທີ່ປົກກະຕິ, ຄວາມສໍານຶກ ແລະ ເຫດຜົນ, ຄວາມຄິດຂອງຄົນປົກກະຕິ ຫຼື ຄວາມຄິດ ແລະ ມຸມມອງທີ່ຄົນປົກກະຕິຄວນມີຕໍ່ເລື່ອງຕ່າງໆແນວໃດກໍຕາມ, ພວກເຂົາກໍບໍ່ສາມາດຮັບເອົາມັນໄດ້ ແລະ ໃນໃຈພວກເຂົາກໍພຽງແຕ່ບໍ່ຍອມຮັບມັນ. ນອກຈາກຈະບໍ່ຍອມຮັບມັນແລ້ວ ພວກເຂົາຍັງສ້າງການປະຕິບັດ, ພຶດຕິກຳ ແລະ ແມ່ນແຕ່ຄວາມຄິດ ແລະ ມຸມມອງທີ່ເປັນຕາຫົວ ແລະ ແປກປະຫຼາດບາງຢ່າງ ເຊິ່ງແຍກອອກຈາກເສັ້ນທາງຂອງຄວາມເປັນມະນຸດທີ່ປົກກະຕິ ແລ້ວນຳເອົາສິ່ງເຫຼົ່ານັ້ນມາປະຕິບັດກັບຕົນເອງ ແລະ ໃນເວລາດຽວກັນກໍໃຊ້ສິ່ງນີ້ເປັນມາດຕະຖານໃນການປະເມີນຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທັງໝົດ ໂດຍເຊື່ອວ່າສິ່ງໃດກໍຕາມທີ່ບໍ່ສອດຄ່ອງກັບຄວາມຄິດ, ມຸມມອງ ແລະ ພຶດຕິກຳທີ່ສຸດໂຕ່ງຂອງພວກເຂົານັ້ນແມ່ນຜິດ ໃນຂະນະທີ່ສິ່ງໃດກໍຕາມທີ່ສອດຄ່ອງກັບຄວາມຄິດ, ມຸມມອງ ແລະ ພຶດຕິກຳທີ່ສຸດໂຕ່ງຂອງພວກເຂົານັ້ນແມ່ນຖືກຕ້ອງ ແລະ ສອດຄ່ອງກັບຄວາມຈິງ. ນີ້ບໍ່ແມ່ນການເຮັດໃຫ້ສິ່ງທີ່ຖືກ ແລະ ຜິດສັບສົນກັນບໍ? ນີ້ບໍ່ແມ່ນການປ່ຽນດຳເປັນຂາວບໍ, ມັນບໍ່ແມ່ນການຫຼອກລວງໂດຍການປ່ຽນແນວຄິດບໍ? ນີ້ແມ່ນການສະແດງອອກອີກຢ່າງໜຶ່ງຂອງຄວາມບ່ຽງເບນໃນຄົນທີ່ກັບຊາດມາເກີດຈາກມານຮ້າຍ. ນັ້ນກໍຄື ພວກເຂົາບໍ່ເຄີຍຍອມຮັບສິ່ງທີ່ເປັນບວກ ແຕ່ພັດເອົາສິ່ງທີ່ບໍ່ເປັນບວກ ຫຼື ສິ່ງທີ່ເປັນລົບມາຫຼອກລວງວ່າເປັນສິ່ງທີ່ເປັນບວກເພື່ອໃຫ້ຜູ້ຄົນຮຽນແບບ ແລະ ເຮັດຕາມ, ດ້ວຍເຫດນັ້ນ ພວກເຂົາຈຶ່ງບັນລຸເປົ້າໝາຍໃນການເຮັດໃຫ້ຜູ້ຄົນຫ່າງເຫີນຈາກພຣະເຈົ້າ. ນີ້ກໍເປັນພຶດຕິກຳທີ່ສຸດໂຕ່ງປະເພດໜຶ່ງເຊັ່ນກັນ.
ຜູ້ທີ່ເປັນມານຮ້າຍມີການສະແດງອອກອີກຢ່າງໜຶ່ງຂອງຄວາມບ່ຽງເບນຄື: ພວກເຂົາບໍ່ຮັກຄວາມຈິງແມ່ນແຕ່ໜ້ອຍດຽວ. ພວກເຂົາມັກໄລ່ຕາມສິ່ງທີ່ຜິດປົກກະຕິ ແລະ ເໜືອທຳມະຊາດ ໂດຍຕ້ອງການສ້າງຊຸດທິດສະດີ ແລະ ຄຳເວົ້າຝ່າຍວິນຍານຢ່າງແທ້ຈິງຢູ່ສະເໝີ ຈົນເຖິງຂັ້ນຕ້ອງການຄົ້ນຄວ້າພື້ນຖານຂອງເລື່ອງທີ່ເໜືອທຳມະຊາດເຫຼົ່ານີ້. ພວກເຂົາຖືວ່າສິ່ງເຫຼົ່ານີ້ເປັນຄວາມຈິງ, ເປັນການຊີ້ແນະ, ເປັນການຊີ້ນຳ ແລະ ເປົ້າໝາຍສຳລັບການກະທຳໃນຊີວິດປະຈຳວັນ ໂດຍໃຊ້ສິ່ງເຫຼົ່ານີ້ເພື່ອຈັດການ ແລະ ຕັດສິນຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທັງໝົດ. ຕົວຢ່າງ: ເມື່ອສິ່ງຕ່າງໆບໍ່ເປັນໄປຢ່າງລ່ຽນໄຫຼສຳລັບພວກເຂົາ, ພວກເຂົາກໍຈະນຶກເຖິງຄວາມຝັນທີ່ພວກເຂົາຝັນໃນຄືນກ່ອນໜ້ານັ້ນວ່າ ມັນມີປະກົດການທີ່ຜິດປົກກະຕິໃດເກີດຂຶ້ນອ້ອມຕົວພວກເຂົາ ຫຼື ບໍ່ ຫຼື ມັນມີລາງຮ້າຍໃດ ຫຼື ບໍ່ ໂດຍພະຍາຍາມສະແຫວງຫາພື້ນຖານໃນນັ້ນເພື່ອກຳນົດໂຊກຊະຕາຂອງພວກເຂົາ; ສິ່ງເຫຼົ່ານີ້ແມ່ນສິ່ງທີ່ພວກເຂົາໄລ່ຕາມຢູ່ສະເໝີ. ໂດຍສະເພາະເມື່ອຜະເຊີນກັບຄົນທີ່ມີພະຍາດຮ້າຍແຮງ, ພວກເຂົາກໍຖືວ່າຄົນເຫຼົ່ານັ້ນເປັນລາງຮ້າຍ ໂດຍເຊື່ອວ່າການຕິດຕໍ່ພົວພັນກັບຄົນດັ່ງກ່າວຈະດູດພະລັງຊີວິດຂອງພວກເຂົາເອງ ແລະ ນຳຄວາມໂຊກຮ້າຍມາໃຫ້. ດັ່ງນັ້ນ, ຫຼັງຈາກທີ່ຕິດຕໍ່ພົວພັນກັບຄົນດັ່ງກ່າວ, ພວກເຂົາຈຶ່ງມັກຈະເບິ່ງແວ່ນເພື່ອເບິ່ງວ່າໜ້າຜາກຂອງພວກເຂົາມືດລົງ ຫຼື ບໍ່ ຫຼື ພວກເຂົາມີລັກສະນະຂອງຄວາມໂຊກຮ້າຍຢູ່ອ້ອມຕົວພວກເຂົາ ຫຼື ບໍ່. ໂດຍປົກກະຕິແລ້ວ, ພວກເຂົາມັກຈະໄຕ່ຕອງຢູ່ສະເໝີວ່າໂຊກຊະຕາຂອງພວກເຂົາຈະເປັນແນວໃດ. ເມື່ອໃດກໍຕາມທີ່ພວກເຂົາມີເວລາຫວ່າງ, ພວກເຂົາກໍຈະເປີດເບິ່ງປະຕິທິນເກົ່າ ຫຼື ຄົ້ນຫາຄຳທຳນາຍໂຊກຊະຕາຜ່ານທາງອິນເຕີເນັດ. ຄວາມຝັນທີ່ພວກເຂົາຝັນ ຫຼື ຄຳເວົ້າທີ່ງົມງວາຍທີ່ພວກເຂົາໄດ້ຍິນຈາກຄົນອື່ນ, ພວກເຂົາສາມາດເອົາທັງໝົດນີ້ມາເປັນພື້ນຖານໃນການຕັດສິນວ່າໂຊກຊະຕາຂອງພວກເຂົາດີ ຫຼື ບໍ່ດີ. ເຖິງແມ່ນວ່າພວກເຂົາຈະເຊື່ອໃນພຣະເຈົ້າ, ພວກເຂົາກໍບໍ່ເຄີຍໃຊ້ພຣະທຳຂອງພຣະເຈົ້າເປັນພື້ນຖານໃນການປະຕິບັດຕໍ່ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຢູ່ອ້ອມຕົວພວກເຂົາ ແລະ ບໍ່ໃຊ້ຄວາມຈິງເປັນພື້ນຖານໃນການປະຕິບັດຕໍ່ທຸກເຫດການທີ່ເກີດຂຶ້ນອ້ອມຕົວພວກເຂົາ. ແຕ່ກົງກັນຂ້າມ, ພວກເຂົາພັດມັກຈະຊອກຫາຄວາມຮູ້ສຶກທີ່ຜິດປົກກະຕິບາງຢ່າງຢູ່ສະເໝີ. ຕົວຢ່າງ: ຖ້າພວກເຂົາຮູ້ສຶກບໍ່ສະບາຍເລັກໜ້ອຍໃນຂະນະທີ່ກຳລັງຮ້ອງເພງໃນມື້ໜຶ່ງ, ພວກເຂົາກໍຄິດວ່າ: “ພຣະເຈົ້າກຳລັງຢຸດຂ້ອຍບໍ? ພຣະເຈົ້າບໍ່ຕ້ອງການໃຫ້ຂ້ອຍຮ້ອງເພງບໍ?” ຖ້າພວກເຂົາຈະອອກໄປເທດສອນຂ່າວປະເສີດໃນມື້ໜຶ່ງ, ເຖິງແມ່ນວ່າພວກເຂົາຈະຈັດແຈງເວລາ ແລະ ສະຖານທີ່ກັບຄົນໃດຄົນໜຶ່ງໄວ້ຢ່າງຊັດເຈນແລ້ວກໍຕາມ ພວກເຂົາກໍຍັງຕ້ອງອະທິຖານເພື່ອຈັບໃຈຄວາມຮູ້ສຶກໃນວິນຍານຂອງພວກເຂົາ. ຫຼັງຈາກທີ່ອະທິຖານແລ້ວ, ພວກເຂົາກໍລໍຖ້າສອງສາມນາທີ ແຕ່ກໍບໍ່ຮູ້ສຶກຫຍັງເລີຍ. ຈາກນັ້ນ, ພວກເຂົາກໍເບິ່ງວ່າມີປະກົດການທີ່ຜິດປົກກະຕິໃດກ່ຽວກັບດວງຕາເວັນໃນມື້ນັ້ນ ຫຼື ບໍ່ ຫຼື ມີນົກກາງເຂນຮ້ອງ ຫຼື ໂຕກາຮ້ອງຢູ່ຂ້າງນອກ ຫຼື ບໍ່ ໂດຍໃຊ້ສິ່ງເຫຼົ່ານີ້ເພື່ອຕັດສິນວ່າໂຊກຊະຕາຂອງພວກເຂົາໃນມື້ນັ້ນຈະເປັນແນວໃດ, ການອອກໄປເທດສອນຂ່າວປະເສີດຈະລ່ຽນໄຫຼ ຫຼື ບໍ່ ແລະ ພວກເຂົາຈະຮັບເອົາຜູ້ຄົນໄດ້ ຫຼື ບໍ່. ຖ້າວິທີການເຫຼົ່ານີ້ບໍ່ໄດ້ຜົນ, ພວກເຂົາກໍເຖິງຂັ້ນຈະໂຍນຫຼຽນເພື່ອຕັດສິນໃຈວ່າຈະໄປ ຫຼື ບໍ່ໄປ. ຖ້າມັນອອກຫົວ, ສຳລັບພວກເຂົາແລ້ວມັນໝາຍຄວາມວ່າສິ່ງຕ່າງໆຈະເປັນໄປຢ່າງລ່ຽນໄຫຼ ແລະ ພວກເຂົາຈະສາມາດຮັບເອົາຜູ້ຄົນໄດ້; ຖ້າມັນອອກກ້ອຍ, ມັນກໍໝາຍຄວາມວ່າສິ່ງຕ່າງໆຈະບໍ່ເປັນໄປຢ່າງລ່ຽນໄຫຼ ແລະ ພວກເຂົາຈະບໍ່ສາມາດຮັບເອົາຜູ້ຄົນໄດ້. ພວກເຂົາຕັດສິນໃຈວ່າຈະອອກໄປ ຫຼື ບໍ່ອອກໄປໂດຍອີງໃສ່ສິ່ງເຫຼົ່ານີ້. ບໍ່ວ່າຄົນດັ່ງກ່າວຈະເຊື່ອໃນພຣະເຈົ້າມາດົນປານໃດກໍຕາມ, ພວກເຂົາກໍບໍ່ເຄີຍໃຊ້ຄວາມຈິງເປັນພື້ນຖານຂອງພວກເຂົາ ຫຼື ເປັນຫຼັກການຂອງການປະຕິບັດຂອງພວກເຂົາເລີຍ. ແຕ່ກົງກັນຂ້າມ, ພວກເຂົາພັດມັກຈະເພິ່ງພາຄຳເວົ້າທີ່ງົມງວາຍ ຫຼື ຄວາມຮູ້ສຶກ ແລະ ປະກົດການທີ່ຜິດປົກກະຕິເຫຼົ່ານັ້ນຢູ່ສະເໝີ ເພື່ອຕັດສິນຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ແລະ ເພື່ອຈັດການກັບເລື່ອງຕ່າງໆທີ່ເກີດຂຶ້ນອ້ອມຕົວພວກເຂົາ ຫຼື ເພື່ອກຳນົດຫຼັກການທີ່ພວກເຂົາຄວນປະຕິບັດຕາມ. ພວກເຂົາມັກຈະສະແຫວງຫາຄວາມຮູ້ສຶກທີ່ບໍ່ມີມູນຄວາມຈິງ, ແປກປະຫຼາດ, ພິລຶກ ແລະ ເໜືອທຳມະຊາດເຫຼົ່ານີ້ຢູ່ສະເໝີ ແລະ ມັກຈະກະທຳການ ແລະ ດຳລົງຊີວິດໂດຍອີງໃສ່ສິ່ງເຫຼົ່ານັ້ນຢູ່ສະເໝີ. ເມື່ອບາງຄົນເຫັນແມວດຳໃນຂະນະທີ່ພວກເຂົາອອກໄປຂ້າງນອກ, ພວກເຂົາກໍເຊື່ອວ່າມັນເປັນຕົວແທນຂອງຄວາມໂຊກຮ້າຍ ແລະ ຍອມໃຫ້ເລື່ອງຕ່າງໆຊັກຊ້າດີກວ່າທີ່ຈະອອກໄປ. ບາງຄົນອາດຈະລົດເພໃນລະຫວ່າງທາງໄປຈັດການບາງສິ່ງບາງຢ່າງ ແລະ ພວກເຂົາກໍເຊື່ອວ່າພຣະເຈົ້າກຳລັງຢຸດພວກເຂົາ, ໃນມື້ນັ້ນໂຊກຂອງພວກເຂົາບໍ່ດີ ແລະ ພວກເຂົາບໍ່ຄວນອອກໄປເລີຍ. ບາງຄົນທີ່ເຫັນໂລງສົບເມື່ອອອກໄປຂ້າງນອກກໍເຊື່ອວ່າພວກເຂົາຈະໂຊກດີໃນເລື່ອງການເງິນໃນມື້ນັ້ນ. ເມື່ອເຮັດສິ່ງໃດກໍຕາມ ຄົນປະເພດນີ້ມັກຈະສະແຫວງຫາພື້ນຖານໃນຄຳເວົ້າທີ່ງົມງວາຍບາງຢ່າງຢູ່ສະເໝີ; ພວກເຂົາບໍ່ມີຫຼັກການຂອງການປະຕິບັດທີ່ຖືກຕ້ອງໂດຍອີງໃສ່ຄວາມຈິງ. ບໍ່ວ່າຄົນອື່ນຈະໂອ້ລົມແນວໃດ ຫຼື ເຮືອນຂອງພຣະເຈົ້າຈະດຳເນີນວຽກງານແນວໃດກໍຕາມ, ພວກເຂົາກໍບໍ່ເຄີຍຮຽນຮູ້ທີ່ຈະດຳລົງຊີວິດ ແລະ ເຮັດວຽກຕາມຫຼັກການຄວາມຈິງ. ຖ້າປະກົດການທີ່ຜິດປົກກະຕິບາງຢ່າງເກີດຂຶ້ນຢູ່ເຮືອນເປັນບາງຄັ້ງຄາວເຊັ່ນ: ກ໊ອກນ້ຳເພ ແລະ ຮົ່ວຢ່າງກະທັນຫັນ, ພວກເຂົາກໍສົງໄສວ່າມັນເປັນລາງຮ້າຍ. ຖ້າລົມພັດແຮງຈົນເຮັດໃຫ້ປ່ອງຢ້ຽມເປີດອອກ ແລະ ແກ້ວແຕກເປັນບາງຄັ້ງຄາວ ພວກເຂົາກໍຮູ້ສຶກວ່າ: “ລົມພັດແຮງນີ້ບໍ່ປົກກະຕິ; ມັນເບິ່ງຄືວ່າເປັນສັນຍານຂອງໄພພິບັດ. ພຣະເຈົ້າກຳລັງຢຸດຂ້ອຍບໍ່ໃຫ້ອອກໄປບໍ?” ຖ້າຫິມະຕົກເມື່ອພວກເຂົາອອກໄປ ພວກເຂົາກໍເວົ້າວ່າ: “ເບິ່ງແມ, ຫິມະຕົກທັນທີທີ່ຂ້ອຍອອກໄປ. ຜູ້ຄົນມັກຈະເວົ້າວ່າ: ‘ຄົນສຳຄັນມັກຈະດຶງດູດລົມ ແລະ ຫິມະເມື່ອພວກເຂົາອອກໄປ’. ເບິ່ງຄືວ່າຂ້ອຍເປັນຄົນສຳຄັນ!” ນີ້ບໍ່ແມ່ນເລື່ອງໄຮ້ສາລະບໍ? ພວກເຂົາໃຊ້ຄຳເວົ້າທີ່ພິລຶກ ແລະ ແປກປະຫຼາດເຫຼົ່ານີ້ເປັນພື້ນຖານໃນການຕັດສິນ ແລະ ຕັດສິນໃຈທຸກສິ່ງທຸກຢ່າງ. ຕົວຢ່າງ: ຖ້າສາຍກະເປົາເປ້ຂອງພວກເຂົາໄປຕິດກັບລູກບິດປະຕູເມື່ອອອກໄປຂ້າງນອກ ພວກເຂົາກໍເຊື່ອວ່າມັນມີຄຳເວົ້າ ແລະ ຄວາມໝາຍສຳລັບສິ່ງນັ້ນ. ພວກເຂົາຟ້າວເປີດເບິ່ງປະຕິທິນ ແລະ ເຫັນວ່ານີ້ແມ່ນຄຳເວົ້າໃນການອອກໄປເຮັດສິ່ງຕ່າງໆໃຫ້ສຳເລັດໃນເວລານີ້ຄື: “ທຸກເລື່ອງບໍ່ເອື້ອອຳນວຍ ແລະ ມັນບໍ່ເໝາະສົມໃນການອອກໄປ”. ພວກເຂົາໄຕ່ຕອງວ່າ: “ທຸກເລື່ອງບໍ່ເອື້ອອຳນວຍ; ນັ້ນໝາຍຄວາມວ່າຂ້ອຍບໍ່ສາມາດເຮັດຫຍັງໄດ້, ຂ້ອຍຕ້ອງຢູ່ບ້ານ. ນີ້ແມ່ນພຣະເຈົ້າກຳລັງໃຫ້ຂ້ອຍເພີດເພີນກັບຄວາມສະບາຍ ແລະ ຄວາມສະດວກສະບາຍ; ມັນແມ່ນການປົກປ້ອງຂອງພຣະເຈົ້າ!” ພວກເຂົາເຖິງຂັ້ນຊອກຫາພື້ນຖານສຳລັບສິ່ງນີ້. ນີ້ບໍ່ເປັນຕາຫົວບໍ? ບໍ່ວ່າສະຖານະການຈະເປັນແນວໃດກໍຕາມ ພວກເຂົາກໍຮູ້ສຶກວ່າມີຄຳເວົ້າບາງຢ່າງສຳລັບມັນ. ນີ້ບໍ່ແປກປະຫຼາດບໍ? ທຸກສິ່ງທຸກຢ່າງທີ່ເກີດຂຶ້ນອ້ອມຕົວພວກເຂົາຖືກເບິ່ງວ່າເປັນປະກົດການທີ່ແປກປະຫຼາດ ແລະ ພື້ນຖານສຳລັບການຈັດການກັບ “ປະກົດການທີ່ແປກປະຫຼາດ” ເຫຼົ່ານີ້ຂອງພວກເຂົາກໍຄືຄຳເວົ້າທີ່ແປກປະຫຼາດທຸກປະເພດ. ພວກເຂົາໃຊ້ຄຳເວົ້າທີ່ແປກປະຫຼາດຕ່າງໆເຫຼົ່ານີ້ເພື່ອປະຕິບັດຕໍ່ທຸກສິ່ງທຸກຢ່າງທີ່ເກີດຂຶ້ນອ້ອມຕົວພວກເຂົາ. ດັ່ງນັ້ນ, ຖ້າເຈົ້າອາໄສຢູ່ກັບຄົນປະເພດນີ້ ເຈົ້າຈຶ່ງມັກຈະຮູ້ສຶກວ່າພວກເຂົາແປກປະຫຼາດເປັນພິເສດ. ພວກເຂົາອາດຈະເວົ້າບາງສິ່ງບາງຢ່າງອອກມາຢ່າງກະທັນຫັນທີ່ເຮັດໃຫ້ຫົວໃຈຂອງເຈົ້າເຕັ້ນແຮງ ແລະ ເຮັດໃຫ້ເຈົ້າຮູ້ສຶກຢ້ານ. ຕົວຢ່າງ: ການໄດ້ຍິນສຽງໝາເຫົ່າໃນຕອນເດິກນັ້ນເປັນເລື່ອງປົກກະຕິຫຼາຍ, ແຕ່ສຳລັບພວກເຂົາແລ້ວ ມັນເປັນເຫດການສຳຄັນ. ພວກເຂົາຕ້ອງຊອກຫາຂໍ້ມູນ ໂດຍຫັນໄປຫາການທຳນາຍ ແລະ ການເບິ່ງໂຊກຊະຕາ ເພື່ອຊອກຫາວ່າຄຳເວົ້າໃດທີ່ອະທິບາຍເຖິງສຽງໝາເຫົ່າໃນເວລານັ້ນ. ເຈົ້າຈະຮູ້ສຶກແນວໃດຫຼັງຈາກທີ່ຕິດຕໍ່ພົວພັນ ແລະ ໄປມາຫາສູ່ກັບພວກເຂົາໄລຍະໜຶ່ງ? ເຈົ້າຈະຖືກຄຳເວົ້າທີ່ໄຮ້ສາລະບາງຢ່າງລົບກວນຢູ່ເລື້ອຍໆຢ່າງແນ່ນອນ. ເຈົ້າຈະມີຄວາມສະຫງົບ ແລະ ຄວາມສຸກໃນໃຈຂອງເຈົ້າບໍ? (ບໍ່). ຖ້າປາສະຈາກຄວາມສະຫງົບ ແລະ ຄວາມສຸກ ເຈົ້າກໍຈະກາຍເປັນຄົນທີ່ບໍ່ສະບາຍໃຈຄືກັບພວກເຂົາ ໂດຍຈຳເປັນຕ້ອງຊອກຫາຄຳເວົ້າສຳລັບທຸກສິ່ງທຸກຢ່າງ. ໃນຂະນະທີ່ເຈົ້າຊອກຫາແລ້ວຊອກຫາອີກ ພຣະເຈົ້າກໍຈະຫາຍໄປຈາກໃຈຂອງເຈົ້າ ແລະ ໃຈຂອງເຈົ້າກໍຈະເຫຼືອພຽງແຕ່ຄຳເວົ້າທີ່ງົມງວາຍເຫຼົ່ານັ້ນ. ນີ້ໝາຍຄວາມວ່າເຈົ້າກຳລັງຖືກລົບກວນໂດຍວິນຍານຊົ່ວ, ມານຮ້າຍ ແລະ ຊາຕານ ຈົນເຖິງຂັ້ນທີ່ຄວາມຄິດຂອງເຈົ້າປັ່ນປ່ວນ, ໃຈຂອງເຈົ້າບໍ່ມີຄວາມສະຫງົບ ຫຼື ຄວາມສຸກ, ຄວາມຄິດຂອງເຈົ້າສັບສົນວຸ່ນວາຍ ແລະ ເຈົ້າສູນເສຍການສະແດງອອກຂອງຄວາມເປັນມະນຸດທີ່ປົກກະຕິ. ຄວາມເປັນລະບຽບຮຽບຮ້ອຍ ແລະ ຮູບແບບຊີວິດທີ່ປົກກະຕິຂອງຜູ້ຄົນຖືກເຮັດໃຫ້ສັບສົນວຸ່ນວາຍຢ່າງສິ້ນເຊີງໂດຍຄວາມຄິດທີ່ສັບສົນ ແລະ ຄຳເວົ້າທີ່ສັບສົນເຫຼົ່ານີ້. ບໍ່ວ່າຈະເກີດຫຍັງຂຶ້ນກໍຕາມ ຄົນປະເພດນີ້ສາມາດອະທິບາຍມັນດ້ວຍຄຳເວົ້າທີ່ແປກປະຫຼາດບາງຢ່າງ ແລະ ໃນທີ່ສຸດກໍປະຕິບັດຕໍ່ມັນດ້ວຍວິທີທີ່ເປັນຕາຫົວ ແລະ ພິລຶກ. ນີ້ແມ່ນຄວາມບ່ຽງເບນ. ເຖິງຂັ້ນມີບາງຄົນທີ່ຫຼັງຈາກຖືກຜູ້ນຳລິຮານແລ້ວ ພວກເຂົາກໍໄຕ່ຕອງວ່າ: “ມື້ເຊົ້ານີ້ຂ້ອຍຮູ້ສຶກວ່າມີບາງສິ່ງບາງຢ່າງຜິດປົກກະຕິກ່ຽວກັບຮ່າງກາຍຂອງຂ້ອຍ. ເມື່ອລ້າງໜ້າ ຂ້ອຍສັງເກດເຫັນວ່າໜ້າຜາກຂອງຂ້ອຍມືດລົງ. ແລ້ວຂ້ອຍກໍຖືກລິຮານໃນມື້ນີ້ແທ້ໆ. ເບິ່ງແມ, ມັນມີສັນຍານ. ດັ່ງນັ້ນ, ເມື່ອໃດກໍຕາມທີ່ຂ້ອຍມີເວລາຫວ່າງຂ້ອຍຕ້ອງເບິ່ງແວ່ນທຸກມື້. ຖ້າຂ້ອຍພົບວ່າໜ້າຜາກຂອງຂ້ອຍມືດລົງ ຂ້ອຍກໍຕ້ອງລະມັດລະວັງ, ບາງທີຂ້ອຍອາດຈະຖືກລິຮານ ແລະ ບາງທີຂ້ອຍອາດຈະພົບກັບອຸປະສັກ ຫຼື ຜິດຫວັງໃນບາງສິ່ງບາງຢ່າງ”. ເມື່ອບາງຄົນໄປເທດສອນຂ່າວປະເສີດ ແລະ ເຫັນວ່າຜູ້ທີ່ອາດຈະໄດ້ຮັບຂ່າວປະເສີດນັ້ນເປັນຄົນທີ່ຂ້ອນຂ້າງດີທີ່ມີຫົວໃຈທີ່ປາຖະໜາ ແລະ ສະແຫວງຫາ ແລະ ສາມາດຍອມຮັບຄວາມຈິງໄດ້ເມື່ອມີການໂອ້ລົມ, ນອກຈາກຈະຂອບໃຈພຣະເຈົ້າແລ້ວ ພວກເຂົາຍັງໄຕ່ຕອງອີກວ່າ: “ມື້ວານນີ້ຂ້ອຍຝັນວ່າຂ້ອຍກຳລັງລ້າງຕີນຢູ່ໃນນ້ຳພຸ. ນ້ຳພຸນັ້ນເປັນຕົວແທນຂອງຄວາມຮັ່ງມີ ແລະ ການໄດ້ຮັບຄວາມຮັ່ງມີກໍເປັນຕົວແທນຂອງການຮັບເອົາຄົນໃດຄົນໜຶ່ງຜ່ານການເທດສອນຂ່າວປະເສີດ. ດັ່ງນັ້ນ, ສຳລັບການຮັບເອົາຄົນຜູ້ນີ້ໃນມື້ນີ້ ຂ້ອຍກໍຕ້ອງຂອບໃຈພຣະເຈົ້າເຊັ່ນກັນ; ພຣະເຈົ້າໄດ້ໃຫ້ສັນຍານແລ້ວ!” ບໍ່ວ່າພວກເຂົາຈະປະເຊີນກັບຫຍັງ ຫຼື ພວກເຂົາຈະຮູ້ສຶກແນວໃດ ພວກເຂົາກໍມັກຈະຕ້ອງການຕິດຕາມຫາຕົ້ນຕໍຂອງສາເຫດຢູ່ສະເໝີ ແລະ ມັກຈະຈຳເປັນຕ້ອງຊອກຫາພື້ນຖານຢູ່ສະເໝີ. ບາງຄົນເຊື່ອຄຳເວົ້າທີ່ງົມງວາຍທີ່ວ່າ: “ຕາກະຕຸກເບື້ອງຊ້າຍຈະເກີດໂຊກດີ ແຕ່ຕາກະຕຸກເບື້ອງຂວາຈະເກີດໂຊກຮ້າຍ” ແລະ ໃຊ້ສິ່ງນີ້ເປັນພື້ນຖານໃນການຕັດສິນສິ່ງຕ່າງໆທີ່ເກີດຂຶ້ນກັບພວກເຂົາ. ພວກເຂົາບໍ່ເຄີຍທຸ່ມເທຄວາມພະຍາຍາມເຂົ້າໃນຄວາມຈິງ ທັງບໍ່ສະແຫວງຫາຄວາມຈິງ ແລະ ໃຊ້ຄວາມຈິງເປັນພື້ນຖານໃນການຕັດສິນເລື່ອງຕ່າງໆ. ໃຈຂອງພວກເຂົາເຕັມໄປດ້ວຍຄຳເວົ້າ, ຄວາມຄິດ ແລະ ມຸມມອງ ພ້ອມທັງຄຳສອນນອກຮີດ ແລະ ຄວາມຜິດພ້ຽນ ທີ່ລ້ວນແຕ່ແປກປະຫຼາດ, ເປັນຕາຫົວ, ພິລຶກ ແລະ ເຖິງຂັ້ນເໜືອທຳມະຊາດຕ່າງໆຢ່າງສິ້ນເຊີງ; ພວກເຂົາຖືກສິ່ງເຫຼົ່ານີ້ກືນກິນ.
ບາງຄົນເບິ່ງຄືວ່າປົກກະຕິຫຼາຍຢູ່ພາຍນອກ; ຊີວິດ, ວຽກງານ ແລະ ການຕິດຕໍ່ພົວພັນກັບຄົນອື່ນຂອງພວກເຂົາບໍ່ໄດ້ສະແດງໃຫ້ເຫັນເຖິງການສະແດງອອກທີ່ສຸດໂຕ່ງ, ເໜືອທຳມະຊາດ ຫຼື ແປກປະຫຼາດເລີຍ. ເຖິງຢ່າງໃດກໍຕາມ ຫຼັງຈາກທີ່ໄປມາຫາສູ່ກັບພວກເຂົາເປັນເວລາດົນ ຄົນເຮົາກໍຄົ້ນພົບວ່າຈິດໃຈ ແລະ ຫົວໃຈຂອງພວກເຂົາເຕັມໄປດ້ວຍຄຳເວົ້າທີ່ງົມງວາຍທີ່ເປັນຕາຫົວ, ພິລຶກ ແລະ ບິດເບືອນທຸກປະເພດ ເຊິ່ງມີຕົ້ນກຳເນີດມາຈາກກະແສທີ່ຊົ່ວຮ້າຍ ແລະ ພວກເຂົາໃຊ້ຄຳເວົ້າເຫຼົ່ານີ້ເປັນພື້ນຖານໃນການຕັດສິນເລື່ອງຕ່າງໆທີ່ເກີດຂຶ້ນອ້ອມຕົວພວກເຂົາ. ເຖິງແມ່ນວ່າໃນຕອນທີ່ພວກເຂົາຮັບຮູ້ວ່າສິ່ງຕ່າງໆຢູ່ພາຍໃຕ້ອຳນາດສູງສຸດ, ການຈັດແຈງ ແລະ ການປົກປ້ອງຂອງພຣະເຈົ້າ ພວກເຂົາກໍຍັງສະແຫວງຫາຄຳເວົ້າທີ່ງົມງວາຍບາງຢ່າງມາເປັນພື້ນຖານໃນການອະທິບາຍເລື່ອງດັ່ງກ່າວ ໂດຍຕີຄວາມໝາຍອຳນາດສູງສຸດ ແລະ ການຈັດແຈງຂອງພຣະເຈົ້າດ້ວຍຄຳເວົ້າທີ່ງົມງວາຍ. ນີ້ບໍ່ແມ່ນຄວາມບ່ຽງເບນບໍ? (ແມ່ນແລ້ວ). ຫຼັງຈາກທີ່ໄດ້ຍິນຄວາມຈິງມາຫຼາຍແລ້ວ ມັນເປັນໄປໄດ້ແນວໃດທີ່ພວກເຂົາຍັງບໍ່ສາມາດເຂົ້າໃຈຄວາມຈິງ, ບໍ່ສາມາດເບິ່ງບັນຫາດ້ວຍຄວາມຈິງ ແລະ ບໍ່ສາມາດເວົ້າແມ່ນແຕ່ສິ່ງດຽວທີ່ສອດຄ່ອງກັບຄວາມຈິງໄດ້? ໃຈຂອງພວກເຂົາປາສະຈາກຄວາມຈິງ ແລະ ຖືກຄອບຄອງ ແລະ ເຕັມໄປດ້ວຍຄຳສອນນອກຮີດ, ຄວາມຜິດພ້ຽນ ແລະ ຄວາມງົມງວາຍເຫຼົ່ານັ້ນໄດ້ແນວໃດ? ນີ້ບໍ່ແມ່ນຄວາມບ່ຽງເບນບໍ? (ແມ່ນແລ້ວ). ບາງຄົນເຖິງຂັ້ນເວົ້າວ່າ: “ເຈົ້າຕ້ອງບໍ່ຢຽບມົດ! ມົດກໍເປັນສິ່ງທີ່ມີຊີວິດຄືກັນ. ຖ້າເຈົ້າຢຽບມັນ ແລະ ຂ້າມັນ ແລ້ວມັນກັບຄືນສູ່ໂລກຝ່າຍວິນຍານ ແລະ ລາຍງານເຈົ້າຕໍ່ຜູ້ເຖົ້າຢູ່ເທິງຟ້າ ເຈົ້າກໍຈະທົນທຸກກັບການຖືກລົງໂທດ”. “ຖ້າເຈົ້າຂ້າປາ ແລະ ປາກຂອງມັນເປີດອ້າຫັນໜ້າເຂົ້າຫາເຈົ້າ ນັ້ນໝາຍຄວາມວ່າມັນກຳລັງກ່າວຫາເຈົ້າ! ເຈົ້າບໍ່ສາມາດກິນປາໂຕນັ້ນໄດ້; ຖ້າເຈົ້າກິນມັນ ເຈົ້າກໍຈະທົນທຸກກັບການຖືກລົງໂທດ! ການຂ້າໄກ່, ໝາ, ງົວ ແລະ ໝູລ້ວນແຕ່ເປັນການພາກຊີວິດ; ເຈົ້າຈະທົນທຸກກັບການຖືກລົງໂທດຍ້ອນສິ່ງນັ້ນ!” ພວກເຂົາໄດ້ຮັບຄຳສອນນອກຮີດ ແລະ ຄວາມຜິດພ້ຽນເຫຼົ່ານີ້ມາຈາກໃສ? ພວກເຂົາບໍ່ໄດ້ຍິນສິ່ງເຫຼົ່ານັ້ນມາຈາກມະນຸດຊາດທີ່ຊົ່ວຮ້າຍນີ້ບໍ? ພວກເຂົາເກັບເອົາຄຳເວົ້າຈາກບ່ອນນັ້ນບ່ອນນີ້ ໂດຍຍອມຮັບຄຳເວົ້າເຫຼົ່ານີ້ທັງໝົດ ແລະ ເຖິງຂັ້ນປະຕິບັດຕໍ່ຄຳເວົ້າເຫຼົ່ານີ້ຄືກັບວ່າເປັນຄຳສັ່ງສູງສຸດ ໂດຍຖືວ່າຄຳເວົ້າເຫຼົ່ານີ້ສູງສົ່ງເທົ່າກັບຄວາມປະສົງຂອງພຣະເຈົ້າ. ຫຼັງຈາກທີ່ບາງຄົນເຊື່ອໃນພຣະເຈົ້າມາຫຼາຍປີແລ້ວ ພວກເຂົາກໍຍັງເວົ້າສິ່ງຕ່າງໆເຊັ່ນ: “ເຈົ້າບໍ່ສາມາດຂ້າໄກ່ໄດ້. ຖ້າເຈົ້າຂ້າໄກ່ໃນຊາດນີ້ ເຈົ້າກໍຈະກາຍເປັນໄກ່ໃນຊາດໜ້າ ແລະ ຖືກຄົນອື່ນຂ້າ. ດັ່ງນັ້ນ, ເຈົ້າຈຶ່ງບໍ່ສາມາດຂ້າສັດຕັດຊີວິດໄດ້; ເຈົ້າຈະທົນທຸກກັບການຖືກລົງໂທດຍ້ອນການຂ້າສັດຕັດຊີວິດ!” ພວກເຂົາເວົ້າແບບນີ້ ແຕ່ເມື່ອເວົ້າເຖິງການກິນໄກ່ ພວກເຂົາເອງພັດສາມາດກິນໄກ່ໝົດທັງໂຕໄດ້ໃນຄາບດຽວ. ນີ້ບໍ່ແມ່ນຄວາມບ່ຽງເບນບໍ? ຄົນອື່ນເວົ້າວ່າ: “ເຈົ້າບໍ່ສາມາດນຸ່ງໜັງສັດໄດ້. ຫຼັງຈາກທີ່ສັດຕາຍໄປ ຈິດວິນຍານຂອງມັນກໍຍັງສາມາດຮູ້ສຶກໄດ້. ຖ້າເຈົ້ານຸ່ງໜັງສັດ ມັນກໍຄືກັບການເອົາຈິດວິນຍານຂອງສັດມາຫົ່ມຕົວເຈົ້າເອງ. ຖ້າສັດຕົວນີ້ຕາຍຢ່າງບໍ່ຍຸຕິທຳ ມັນອາດຈະຊອກຫາເຈົ້າ ແລະ ຕາມຫຼອກຫຼອນເຈົ້າ ແລະ ເມື່ອມັນເລີ່ມຕາມຫຼອກຫຼອນເຈົ້າ ເຈົ້າກໍຈະບໍ່ມີຄວາມສະຫງົບ”. ບອກເຮົາມາເບິ່ງ, ຄຳເວົ້າເຫຼົ່ານີ້ບໍ່ແປກປະຫຼາດບໍ? (ແປກປະຫຼາດ). ຍັງມີຄົນອື່ນອີກທີ່ເມື່ອເຫັນຄົນອື່ນໃສ່ວິກຜົມ ພວກເຂົາກໍມີບາງສິ່ງບາງຢ່າງທີ່ຈະເວົ້າເຊັ່ນກັນ ນັ້ນກໍຄື: “ເຈົ້າຂອງເດີມຂອງວິກຜົມທີ່ເຈົ້າໃສ່ຢູ່ນັ້ນອາດຈະຕາຍຢ່າງບໍ່ຍຸຕິທຳ; ຈິດວິນຍານຂອງລາວຍັງຄົງຢູ່ໃນເສັ້ນຜົມ. ຖ້າເຈົ້າໃສ່ຜົມຂອງລາວ ຈິດວິນຍານຂອງລາວກໍຈະຕິດຕາມເຈົ້າ”. ຄຳເວົ້າທີ່ແປກປະຫຼາດ, ພິລຶກ ແລະ ໄຮ້ສາລະທຸກປະເພດກາຍເປັນສິ່ງທີ່ຄົນປະເພດນີ້ທະນຸຖະໜອມໄວ້ໃນໃຈ; ຄຳເວົ້າເຫຼົ່ານັ້ນແມ່ນຄຳສັ່ງສູງສຸດຂອງພວກເຂົາ. ພວກເຂົາປະຕິບັດຕາມຄຳເວົ້າທີ່ໄຮ້ສາລະ ແລະ ເປັນຕາຫົວເຫຼົ່ານີ້ຄືກັບວ່າຄຳເວົ້າເຫຼົ່ານີ້ເປັນຄວາມຈິງ ແລະ ພວກເຂົາກໍຍັງເຊື່ອວ່າພວກເຂົາກຳລັງປະຕິບັດຕາມແນວທາງຂອງພຣະເຈົ້າ. ພວກເຂົາບໍ່ພຽງແຕ່ຈະປະຕິບັດຕາມຄຳເວົ້າເຫຼົ່ານັ້ນດ້ວຍຕົນເອງເທົ່ານັ້ນ ແຕ່ພວກເຂົາຍັງບອກໃຫ້ຄົນອື່ນເຮັດເຊັ່ນນັ້ນອີກດ້ວຍ. ຖ້າຄົນອື່ນບໍ່ປະຕິບັດຕາມ ພວກເຂົາກໍເຖິງຂັ້ນໃຊ້ຄຳເວົ້າທີ່ໜ້າຢ້ານກົວ ແລະ ເຮັດໃຫ້ຂົນຫົວລຸກເພື່ອຂົ່ມຂູ່ ແລະ ເຮັດໃຫ້ຄົນເຫຼົ່ານັ້ນຢ້ານກົວ ໂດຍບັງຄັບໃຫ້ຄົນເຫຼົ່ານັ້ນປະຕິບັດຕາມ. ຜູ້ທີ່ບໍ່ເຂົ້າໃຈຄວາມຈິງກໍຖືກພວກເຂົາເຮັດໃຫ້ຢ້ານກົວ. ຄຳເວົ້າທີ່ພິລຶກ ແລະ ເປັນຕາຫົວເຫຼົ່ານີ້ແມ່ນຂ່າວລືທີ່ບໍ່ມີມູນຄວາມຈິງ ແລະ ຄວາມຜິດພ້ຽນບາງຢ່າງທີ່ຖືກເຜີຍແຜ່ໂດຍມານຮ້າຍ ແລະ ຊາຕານໃນໂລກມະນຸດ. ຢ່າງໜຶ່ງກໍຄື ພວກເຂົາແຊກແຊງ ແລະ ຄວບຄຸມຄວາມຄິດທີ່ປົກກະຕິ ແລະ ເຈດຈຳນົງເສລີຂອງຜູ້ຄົນ; ອີກຢ່າງໜຶ່ງກໍຄື ມານຮ້າຍ ແລະ ຊາຕານໃຊ້ຄຳສອນນອກຮີດ ແລະ ຄວາມຜິດພ້ຽນເຫຼົ່ານີ້ເພື່ອຄອບຄອງຄົນບາງຄົນ ໂດຍເຮັດໃຫ້ຄົນເຫຼົ່ານີ້ຮັບໃຊ້ພວກເຂົາໃນໂລກມະນຸດນີ້ ແລະ ກາຍເປັນຊ່ອງທາງລະບາຍຂອງພວກເຂົາ ເຊິ່ງເປັນຜູ້ຈັດຕັ້ງປະຕິບັດຄວາມຄິດທີ່ພິລຶກ ແລະ ແປກປະຫຼາດຕ່າງໆຂອງພວກເຂົາ. ດັ່ງນັ້ນ, ເມື່ອຕັດສິນຈາກການສະແດງອອກໃດກໍຕາມຂອງຄົນທີ່ແປກປະຫຼາດເຫຼົ່ານີ້ ແກ່ນແທ້ທຳມະຊາດຂອງພວກເຂົາແມ່ນຊົ່ວຊ້າ. ພວກເຂົາບໍ່ຍອມຮັບຄວາມຈິງແມ່ນແຕ່ໜ້ອຍດຽວ; ພວກເຂົາເຄົາລົບນັບຖືສິ່ງທີ່ບ່ຽງເບນຫຼາຍທີ່ສຸດ. ນີ້ແມ່ນບັນຫາຢ່າງແທ້ຈິງ. ເມື່ອຜູ້ຄົນບໍ່ເຂົ້າໃຈຄວາມຈິງ ແລະ ຂາດຄວາມສາມາດໃນການແຍກແຍະ ພວກເຂົາມັກຈະໄດ້ຮັບອິດທິພົນ ແລະ ຖືກເຮັດໃຫ້ຫຼົງຜິດໂດຍບໍ່ຕັ້ງໃຈຈາກຄຳເວົ້າທີ່ແປກປະຫຼາດ ແລະ ພິລຶກເຫຼົ່ານີ້. ເຖິງຢ່າງໃດກໍຕາມ ຫຼັງຈາກທີ່ຜູ້ຄົນເຂົ້າໃຈຄວາມຈິງ ພວກເຂົາກໍຮູ້ທີ່ຈະກຳນົດສິ່ງທີ່ພວກເຂົາຄວນເຮັດ ແລະ ບໍ່ຄວນເຮັດ ໂດຍອີງໃສ່ການຕັດສິນຂອງເຫດຜົນທີ່ປົກກະຕິ ແລະ ຄວາມຄິດທີ່ປົກກະຕິ ພ້ອມທັງວິທີການກະທຳ, ສິ່ງທີ່ຄວນຍຶດໝັ້ນ ແລະ ສິ່ງທີ່ຄວນປະຖິ້ມເມື່ອສິ່ງຕ່າງໆເກີດຂຶ້ນກັບພວກເຂົາ. ນີ້ແມ່ນສິ່ງທີ່ຜູ້ຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິຄວນເຂົ້າໃຈ ແລະ ຍຶດໝັ້ນ ແທນທີ່ຈະໃຊ້ຄຳເວົ້າທີ່ພິລຶກ ແລະ ເປັນຕາຫົວເຫຼົ່ານີ້ເພື່ອແຍກແຍະ, ຕັດສິນ ແລະ ຕັດສິນໃຈວ່າຈະປະຕິບັດຕໍ່ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆແນວໃດ. ຫຼັງຈາກທີ່ໄດ້ຮັບຄວາມສາມາດໃນການແຍກແຍະກ່ຽວກັບຄົນທີ່ແປກປະຫຼາດປະເພດນີ້ແລ້ວ, ເຈົ້າເຫັນແກ່ນແທ້ຂອງພວກເຂົາຢ່າງຊັດເຈນບໍ? ແກ່ນແທ້ຂອງພວກເຂົາແມ່ນຫຍັງ? ມັນແມ່ນແກ່ນແທ້ຂອງຄວາມບ່ຽງເບນ. ພວກເຂົາບໍ່ຍົກຍ້ອງພຣະເຈົ້າວ່າເປັນຜູ້ຍິ່ງໃຫຍ່ ແຕ່ພັດຍົກຍ້ອງຊາຕານວ່າເປັນຜູ້ຍິ່ງໃຫຍ່. ເຖິງແມ່ນວ່າໃນຕອນທີ່ພວກເຂົາຕ້ອງການເວົ້າກ່ຽວກັບດ້ານໃດດ້ານໜຶ່ງຂອງຄວາມຈິງ, ຂອບໃຈພຣະເຈົ້າ ຫຼື ຍອມຮັບສະພາບແວດລ້ອມທີ່ພຣະເຈົ້າຈັດ ພວກເຂົາກໍຊອກຫາຄຳເວົ້າທີ່ແປກປະຫຼາດ, ພິລຶກ, ເປັນຕາຫົວ ຫຼື ໄຮ້ສາລະມາເປັນພື້ນຖານຂອງພວກເຂົາ. ສຳລັບພວກເຂົາແລ້ວ ຄຳເວົ້າ ແລະ ມຸມມອງທີ່ພິລຶກ ແລະ ເປັນຕາຫົວເຫຼົ່ານີ້ຢູ່ເໜືອຄວາມຈິງ ແລະ ຢູ່ເໜືອອຳນາດສູງສຸດຂອງພຣະເຈົ້າ. ດັ່ງນັ້ນ, ແກ່ນແທ້ທຳມະຊາດຂອງຄົນປະເພດນີ້ຈຶ່ງເປັນແກ່ນແທ້ທີ່ບ່ຽງເບນຢ່າງບໍ່ຕ້ອງສົງໄສ. ເພາະວ່າສິ່ງທີ່ພວກເຂົາດຳລົງຊີວິດຕາມນັ້ນແມ່ນຊີວິດຂອງຊາຕານ; ສິ່ງທີ່ພວກເຂົາຍົກຍ້ອງ, ສະໜັບສະໜູນ ແລະ ຊື່ນຊົມນັ້ນບໍ່ແມ່ນຄວາມຈິງ ແຕ່ເປັນຄຳສອນນອກຮີດ ແລະ ຄວາມຜິດພ້ຽນຂອງຊາຕານ. ເຖິງແມ່ນວ່າສິ່ງທີ່ເຈົ້າເຫັນຈະເປັນພຶດຕິກຳສ່ວນຕົວຂອງພວກເຂົາ ແຕ່ແຮງຂັບເຄື່ອນທີ່ຢູ່ເບື້ອງຫຼັງພຶດຕິກຳສ່ວນຕົວເຫຼົ່ານີ້ກໍແມ່ນຄວາມຄິດ ແລະ ມຸມມອງຕ່າງໆຂອງມານຮ້າຍ ແລະ ຊາຕານ. ເຖິງແມ່ນວ່າພາຍນອກພວກເຂົາຈະເບິ່ງຄືມະນຸດ ແຕ່ພວກເຂົາກໍເປັນຊ່ອງທາງລະບາຍ, ເປັນຜູ້ສືບທອດ ແລະ ເປັນພະຍານໃຫ້ກັບຄຳສອນນອກຮີດ ແລະ ຄວາມຜິດພ້ຽນຕ່າງໆຂອງມານຮ້າຍ ແລະ ຊາຕານ. ສິ່ງທີ່ພວກເຂົາເປັນພະຍານໃຫ້ ແລະ ສະໜັບສະໜູນນັ້ນແມ່ນຄຳສອນນອກຮີດ ແລະ ຄວາມຜິດພ້ຽນຂອງຊາຕານ ບໍ່ແມ່ນຄວາມຈິງ. ນີ້ແມ່ນການສະແດງອອກເຖິງແກ່ນແທ້ທຳມະຊາດທີ່ບ່ຽງເບນຂອງພວກເຂົາ.
ບອກເຮົາມາເບິ່ງ, ມັນເປັນສິ່ງທີ່ດີບໍທີ່ຄົນເຮົາຈະສາມາດເຫັນທູດສະຫວັນໄດ້? ຖ້າຄົນເຮົາສາມາດເຫັນທູດສະຫວັນໄດ້ຢ່າງແທ້ຈິງ ນັ້ນກໍເປັນສິ່ງທີ່ດີແນ່ນອນ. ແຕ່ຖ້າທູດສະຫວັນນັ້ນບໍ່ແມ່ນທູດສະຫວັນທີ່ແທ້ຈິງ ແຕ່ເປັນຊາຕານທີ່ປອມຕົວມາ ແລ້ວການເຫັນມັນກໍເປັນອັນຕະລາຍຫຼາຍ. ຖ້າຊາຕານປອມຕົວເປັນທູດສະຫວັນ ແລະ ໃຫ້ເຈົ້າເຫັນມັນ, ນີ້ເປັນສິ່ງທີ່ດີ ຫຼື ສິ່ງທີ່ບໍ່ດີສຳລັບເຈົ້າ? (ສິ່ງທີ່ບໍ່ດີ). ເປັນຫຍັງເຈົ້າຈຶ່ງເວົ້າວ່າມັນເປັນສິ່ງທີ່ບໍ່ດີ? ພາຍໃຕ້ສະຖານະການປົກກະຕິ ເນື້ອໜັງຂອງມະນຸດສາມາດເຫັນທູດສະຫວັນໄດ້ບໍ? (ບໍ່). ມະນຸດມີຄວາມສາມາດນີ້ບໍ? (ພວກເຮົາບໍ່ມີ). ເວົ້າໃຫ້ຊັດເຈນກໍຄື ມະນຸດບໍ່ມີຄວາມສາມາດທີ່ຈະເຫັນຊາຕານ ຫຼື ທູດສະຫວັນ ເຊິ່ງເປັນຂອງໂລກຝ່າຍວິນຍານໄດ້. ແຕ່ຖ້າເຈົ້າເຫັນພວກເຂົາແທ້ໆ, ມັນເກີດຫຍັງຂຶ້ນ? ມັນບໍ່ໄດ້ໝາຍຄວາມວ່າຄວາມສາມາດຂອງເນື້ອໜັງຂອງເຈົ້າໄດ້ປ່ຽນແປງໄປບາງສ່ວນບໍ? (ແມ່ນແລ້ວ). ມັນເປັນແບບນັ້ນແທ້ໆ. ເມື່ອປະກົດການທີ່ຜິດທຳມະຊາດເກີດຂຶ້ນກັບຄວາມສາມາດຂອງເນື້ອໜັງ, ມັນຖືກປ່ຽນແປງໂດຍພຣະເຈົ້າ, ໂດຍສິ່ງອື່ນ ຫຼື ໂດຍຕົວເຈົ້າເອງ? (ມັນອາດຈະຖືກປ່ຽນແປງໂດຍສິ່ງອື່ນ). ແລ້ວພຣະເຈົ້າຈະປ່ຽນແປງມັນໃຫ້ເຈົ້າບໍ? (ບໍ່, ພຣະເຈົ້າບໍ່ໄດ້ເຮັດວຽກງານແບບນັ້ນ). ໃນຂະນະທີ່ຜູ້ຄົນຍັງມີຊີວິດຢູ່ ພຣະເຈົ້າຈະປ່ຽນແປງຄວາມສາມາດຂອງພວກເຂົາເພື່ອເຮັດໃຫ້ຄວາມເຊື່ອຂອງພວກເຂົາໜັກແໜ້ນຂຶ້ນ ໂດຍເຮັດໃຫ້ພວກເຂົາສາມາດເຫັນທູດສະຫວັນ ຫຼື ບາງສິ່ງບາງຢ່າງຈາກໂລກຝ່າຍວິນຍານບໍ? ພຣະເຈົ້າຈະເຮັດສິ່ງເຫຼົ່ານີ້ບໍ? (ບໍ່). ພວກເຮົາສາມາດເວົ້າໄດ້ຢ່າງແນ່ນອນວ່າພຣະອົງຈະບໍ່ເຮັດ. ກ່ອນທີ່ຄົນເຮົາຈະບັນລຸຄວາມລອດພົ້ນ ພຣະເຈົ້າຈະບໍ່ເຮັດສິ່ງເຫຼົ່ານີ້ຢ່າງເດັດຂາດ; ນີ້ແມ່ນສິ່ງທີ່ແນ່ນອນໂດຍບໍ່ຕ້ອງສົງໄສ. ແລ້ວຖ້າຄວາມສາມາດຂອງເນື້ອໜັງຂອງເຈົ້າປ່ຽນແປງຢ່າງກະທັນຫັນ ແລະ ມີປະກົດການທີ່ຜິດທຳມະຊາດເກີດຂຶ້ນ ແລະ ມັນບໍ່ໄດ້ຖືກປ່ຽນແປງໂດຍພຣະເຈົ້າ ແລະ ເຈົ້າເອງກໍບໍ່ສາມາດປ່ຽນແປງມັນໄດ້, ມັນເກີດຫຍັງຂຶ້ນ? ພຣະເຈົ້າຈະບໍ່ເຮັດສິ່ງດັ່ງກ່າວ ແລະ ເຈົ້າເອງກໍບໍ່ສາມາດປ່ຽນແປງມັນໄດ້. ຄວາມເປັນໄປໄດ້ພຽງຢ່າງດຽວກໍຄື ຊາຕານ ແລະ ວິນຍານຊົ່ວໄດ້ເຮັດວຽກຕໍ່ເຈົ້າ; ນັ້ນກໍຄື ຊາຕານ ແລະ ວິນຍານຊົ່ວໄດ້ເຮັດໃຫ້ເຈົ້າຫຼົງຜິດ ແລະ ຄວບຄຸມເຈົ້າ ໂດຍເຮັດໃຫ້ເຈົ້າເຂົ້າຮ່ວມໃນການປະຕິບັດທີ່ເໜືອທຳມະຊາດ ເຊິ່ງເຮັດໃຫ້ເຈົ້າສາມາດເຫັນສິ່ງທີ່ຄົນປົກກະຕິບໍ່ສາມາດເຫັນໄດ້ ແລະ ໄດ້ຍິນຄຳເວົ້າທີ່ຄົນປົກກະຕິບໍ່ສາມາດໄດ້ຍິນໄດ້. ນີ້ບໍ່ແມ່ນສິ່ງທີ່ດີຢ່າງແນ່ນອນ. ຖ້າຊາຕານໃຫ້ເຈົ້າເຫັນສິ່ງທີ່ຄົນອື່ນບໍ່ສາມາດເຫັນໄດ້, ຈຸດປະສົງຂອງມັນແມ່ນຫຍັງ? ມັນແມ່ນເພື່ອເປີດກວ້າງຂອບເຂດຂອງເຈົ້າ ແລະ ເພື່ອເຮັດໃຫ້ເຈົ້າເຊື່ອໃນການມີຢູ່ຂອງໂລກຝ່າຍວິນຍານ ຫຼື ເພື່ອໃຫ້ເຈົ້າມີຄວາມເຊື່ອໃນພຣະເຈົ້າບໍ? (ບໍ່). ເມື່ອຊາຕານເຮັດສິ່ງນີ້ຕໍ່ເຈົ້າ, ມັນມີເຈດຕະນາດີ ຫຼື ແຮງຈູງໃຈທີ່ດີບໍ? (ບໍ່). ບໍ່ຢ່າງແນ່ນອນ. ຊາຕານໃຊ້ຄວາມສາມາດທີ່ຜິດທຳມະຊາດນີ້ຂອງເຈົ້າເພື່ອໃຫ້ເຈົ້າເຫັນບາງສິ່ງບາງຢ່າງທີ່ເຈົ້າບໍ່ສາມາດເຫັນໄດ້ຕາມປົກກະຕິ, ດ້ວຍເຫດນັ້ນ ມັນຈຶ່ງລໍ້ລວງເຈົ້າ ແລະ ເຮັດໃຫ້ເຈົ້າສົນໃຈເລື່ອງຂອງໂລກຝ່າຍວິນຍານຫຼາຍຂຶ້ນ. ມັນໃຫ້ຜົນປະໂຫຍດເລັກໆນ້ອຍໆນີ້ແກ່ເຈົ້າ ແລະ ລົດຊາດເລັກໆນ້ອຍໆນີ້ແກ່ເຈົ້າ ແລ້ວຈາກນັ້ນມັນກໍລໍ້ລວງເຈົ້າໃຫ້ຍອມຮັບສິ່ງທີ່ມັນຈະເຮັດຕໍ່ໄປ. ແລ້ວສິ່ງນັ້ນຈະແມ່ນຫຍັງ? ຊາຕານຈະປະທານຄວາມຈິງໃຫ້ແກ່ເຈົ້າບໍ? ມັນຈະສະໜອງຊີວິດໃຫ້ແກ່ເຈົ້າບໍ? ບໍ່, ມັນຈະກັດກິນເຈົ້າ. ມັນຈະທຳລາຍຄວາມສາມາດຕ່າງໆທີ່ຕິດໂຕມາແຕ່ເກີດຂອງເນື້ອໜັງຂອງເຈົ້າ ແລ້ວຈາກນັ້ນກໍເຂົ້າຄອບຄອງເຈົ້າ, ຍາດແຍ່ງເຈົ້າໄປຈາກຂ້າງຂອງພຣະເຈົ້າ ແລະ ເຮັດໃຫ້ເຈົ້າປະຖິ້ມພຣະເຈົ້າ. ບໍ່ວ່າຊາຕານຈະໃຫ້ຄົນເຮົາເຫັນທູດສະຫວັນ ຫຼື ປະກົດການໃດກໍຕາມຈາກໂລກຝ່າຍວິນຍານ, ບອກເຮົາມາເບິ່ງ ມັນເປັນສິ່ງທີ່ດີບໍ? (ບໍ່). ຖ້າຄົນໃດຄົນໜຶ່ງມັກຈະເຫັນສິ່ງທີ່ຄົນອື່ນບໍ່ສາມາດເຫັນໄດ້ ຫຼື ເວົ້າວ່າພວກເຂົາມັກຈະເຫັນທູດສະຫວັນບິນໄປມາຢູ່ເທິງຫຼັງຄາເຮືອນຂອງພວກເຂົາ ແລະ ເວົ້າວ່າທູດສະຫວັນນັ້ນຂາວສະອາດ ແລະ ມັກຈະສົນທະນາກັບທູດສະຫວັນເຫຼົ່ານັ້ນ, ເຈົ້າຄວນເຮັດແນວໃດເມື່ອປະເຊີນກັບຄົນດັ່ງກ່າວ? (ຟ້າວຢູ່ໃຫ້ຫ່າງ). ເຈົ້າຕ້ອງຟ້າວຢູ່ໃຫ້ຫ່າງຈາກຄົນດັ່ງກ່າວ ແລະ ຢ່າສົນທະນາເລື່ອງໃດກໍຕາມກັບພວກເຂົາ. ຖ້າເຈົ້າສົນໃຈເລື່ອງນີ້ ແລະ ສົນທະນາກັບພວກເຂົາ ນັ້ນກໍເປັນອັນຕະລາຍ. ຢ່າເວົ້າກັບພວກເຂົາວ່າ: “ເຈົ້າກຳລັງຕົກຢູ່ໃນອັນຕະລາຍ; ເຈົ້າມັກຈະເຫັນສິ່ງທີ່ຄົນອື່ນບໍ່ສາມາດເຫັນໄດ້ຢູ່ສະເໝີ. ເຈົ້າກຳລັງບ່ຽງເບນ ຂ້ອຍຈະບໍ່ໄປມາຫາສູ່ກັບເຈົ້າອີກຕໍ່ໄປ”. ເຈົ້າບໍ່ຈຳເປັນຕ້ອງເວົ້າສິ່ງເຫຼົ່ານີ້; ພຽງແຕ່ຮັບຮູ້ໄວ້ໃນໃຈຂອງເຈົ້າກໍພຽງພໍແລ້ວ. ມານຮ້າຍ ແລະ ຊາຕານໄດ້ແນເປົ້າໝາຍໃສ່ພວກເຂົາແລ້ວ ຫຼື ຄົນຜູ້ນີ້ເປັນມານຮ້າຍໂດຍທຳມະຊາດ ບໍ່ແມ່ນມະນຸດ. ມະນຸດບໍ່ສາມາດໄປມາຫາສູ່ກັບມານຮ້າຍໄດ້. ມີພຽງຈຸດຈົບດຽວເທົ່ານັ້ນສຳລັບມະນຸດທີ່ໄປມາຫາສູ່ກັບມານຮ້າຍ ນັ້ນກໍຄື: ການຖືກມານຮ້າຍກືນກິນ. ເມື່ອເຈົ້າປະເຊີນກັບຄົນປະເພດນີ້ທີ່ປະສົບກັບປະກົດການທີ່ເໜືອທຳມະຊາດ ບໍ່ວ່າພວກເຂົາຈະເວົ້າສິ່ງທີ່ພິລຶກ ຫຼື ແປກປະຫຼາດແນວໃດກໍຕາມ ເຈົ້າກໍຕ້ອງບໍ່ຢາກຮູ້ຢາກເຫັນຢ່າງເດັດຂາດ. ຈົ່ງຟ້າວຢູ່ໃຫ້ຫ່າງຈາກຄົນດັ່ງກ່າວ; ຢ່າສັງເກດພວກເຂົາ, ສຶກສາພວກເຂົາ ຫຼື ພະຍາຍາມປ່ຽນແປງພວກເຂົາ, ຍິ່ງໄປກວ່ານັ້ນ ກໍບໍ່ຄວນເທດສອນຂ່າວປະເສີດໃຫ້ພວກເຂົາຟັງ ແລະ ໃຫ້ພວກເຂົາເຊື່ອໃນພຣະເຈົ້າ. ຖ້າເຈົ້າເຮັດແບບນັ້ນ ເຈົ້າກໍໂງ່ຈ້າເກີນໄປແລ້ວ. ແມ່ນແຕ່ພຣະເຈົ້າກໍບໍ່ຕ້ອງການຜູ້ທີ່ເປັນມານຮ້າຍ; ແຕ່ເຈົ້າພັດຈະນຳມານຮ້າຍເຂົ້າມາໃນເຮືອນຂອງພຣະເຈົ້າ ແລະ ໃຫ້ພວກເຂົາປະຕິບັດໜ້າທີ່. ສິ່ງນີ້ສາມາດເປັນປະໂຫຍດຕໍ່ວຽກງານຂອງຄຣິສຕະຈັກບໍ? ມັນບໍ່ພຽງແຕ່ຈະບໍ່ນຳຜົນປະໂຫຍດມາໃຫ້ເທົ່ານັ້ນ ແຕ່ມັນຍັງຈະນຳການລົບກວນ ແລະ ການຂັດຂວາງມາສູ່ວຽກງານຂອງຄຣິສຕະຈັກອີກດ້ວຍ. ເຖິງແມ່ນວ່າເຈົ້າຈະເຮັດສິ່ງນີ້ດ້ວຍເຈດຕະນາດີກໍຕາມ ພຣະເຈົ້າກໍຈະບໍ່ຈື່ຈຳມັນ ແລະ ເຖິງຂັ້ນຈະກ່າວໂທດເຈົ້າອີກດ້ວຍ; ນີ້ແມ່ນການກະທຳທີ່ຊົ່ວຮ້າຍ. ດັ່ງນັ້ນ, ເຈົ້າຕ້ອງບໍ່ເຮັດສິ່ງດັ່ງກ່າວຢ່າງເດັດຂາດ. ບໍ່ວ່າມັນຈະເປັນຄົນທີ່ເຈົ້າຄຸ້ນເຄີຍ ຫຼື ບໍ່ກໍຕາມ ແລະ ບໍ່ວ່າມັນຈະເປັນຄອບຄົວ, ຍາດພີ່ນ້ອງທີ່ໃກ້ຊິດທີ່ສຸດ ຫຼື ໝູ່ເພື່ອນຂອງເຈົ້າ ຫຼື ອ້າຍເອື້ອຍນ້ອງທີ່ເຈົ້າຮ່ວມມືນຳກໍຕາມ ຖ້າພວກເຂົາມັກຈະເຫັນຄົນຍ່າງຫຼິ້ນຢູ່ໃນເດີ່ນບ້ານຂອງພວກເຂົາ ຫຼື ມີຄົນມັກຈະແອບເບິ່ງພວກເຂົາຜ່ານຊ່ອງປະຕູຢູ່ສະເໝີ ແລະ ພວກເຂົາຍັງມັກຈະເວົ້າອີກວ່າພວກເຂົາສາມາດສົນທະນາກັບທູດສະຫວັນໄດ້, ພວກເຂົາສາມາດໄດ້ຍິນສິ່ງທີ່ພຣະເຈົ້າກ່າວກັບພວກເຂົາໄດ້, ພວກເຂົາຮູ້ສຶກແລ້ວວ່າພວກເຂົາເປັນບຸດຊາຍທີ່ໄດ້ຮັບໄຊຊະນະ ແລະ ພວກເຂົາເປັນບຸດຊາຍຄົນທຳອິດ ເຊິ່ງເປັນຜູ້ທີ່ຈະຖືກຮັບຂຶ້ນໄປ, ເຈົ້າຍັງສາມາດປະຕິບັດຕໍ່ຄົນດັ່ງກ່າວຄືກັບອ້າຍເອື້ອຍນ້ອງໄດ້ບໍ? (ບໍ່). ພວກເຈົ້າຕ້ອງມີຄວາມຊັດເຈນໃນໃຈຂອງພວກເຈົ້າ; ຢ່າເຂົ້າໃຈຜິດວ່າຄົນດັ່ງກ່າວເປັນອ້າຍເອື້ອຍນ້ອງ ແລະ ຢ່າໂງ່ຈ້າ. ຖ້າເຈົ້າໂງ່ຈ້າ ແລະ ເມື່ອເຫັນຄົນດັ່ງກ່າວ ແລ້ວເຈົ້າກໍຄິດວ່າ: “ພວກເຂົາເປັນຜູ້ທີ່ໄດ້ຮັບໄຊຊະນະ, ເປັນບຸດຊາຍຄົນທຳອິດ ແລະ ເປັນຜູ້ທີ່ຖືກເຮັດໃຫ້ສົມບູນ; ພວກເຂົາມີຄວາມຈິງ, ຂ້ອຍຕ້ອງເຂົ້າໃກ້ພວກເຂົາ” ແລ້ວເຈົ້າກໍບໍ່ພຽງແຕ່ຕົກຢູ່ໃນອັນຕະລາຍເທົ່ານັ້ນ ແຕ່ເຈົ້າຍັງຈະຖືກພວກເຂົາເຮັດໃຫ້ຫຼົງຜິດໄດ້ຢ່າງງ່າຍດາຍອີກດ້ວຍ ເຊິ່ງຈະເປັນເລື່ອງທີ່ຫຍຸ້ງຍາກ. ເຈົ້າບໍ່ສາມາດແຍກແຍະຜູ້ຄົນ ຫຼື ເບິ່ງທະລຸເຖິງແກ່ນແທ້ທຳມະຊາດຂອງພວກເຂົາໄດ້. ພຣະເຈົ້າຈະເຮັດວຽກງານປະເພດນັ້ນບໍ? ພຣະເຈົ້າບໍ່ໄດ້ຊ່ວຍມານຮ້າຍ ແລະ ຊາຕານໃຫ້ລອດພົ້ນ. ວຽກງານທີ່ພຣະເຈົ້າເຮັດແມ່ນການສະໜອງຄວາມຈິງໃຫ້ແກ່ຜູ້ຄົນ ໂດຍເຮັດໃຫ້ພວກເຂົາສາມາດບັນລຸການມີຄວາມຈິງເປັນຊີວິດຂອງພວກເຂົາ ແລະ ໄດ້ຮັບຄວາມຮູ້ທີ່ແທ້ຈິງ ແລະ ການຢຳເກງພຣະເຈົ້າຢ່າງແທ້ຈິງຜ່ານການເຂົ້າໃຈ, ການປະຕິບັດ ແລະ ການອ່ອນນ້ອມຕໍ່ຄວາມຈິງ; ດ້ວຍເຫດນັ້ນ, ພວກເຂົາຈຶ່ງຫຼຸດພົ້ນຈາກອິດທິພົນຂອງຊາຕານຢ່າງສິ້ນເຊີງ ແລະ ບັນລຸຄວາມລອດພົ້ນ. ນີ້ແມ່ນວຽກງານທີ່ພຣະເຈົ້າເຮັດ. ມີພຽງຄວາມຈິງເທົ່ານັ້ນທີ່ສາມາດຊ່ວຍຜູ້ຄົນໃຫ້ລອດພົ້ນໄດ້ ບໍ່ແມ່ນຄຳເວົ້າທີ່ແປກປະຫຼາດ, ຄຳສອນນອກຮີດ ຫຼື ຄວາມຜິດພ້ຽນໃດເລີຍ. ຄຳສອນນອກຮີດ ແລະ ຄວາມຜິດພ້ຽນເຫຼົ່ານີ້ບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງເລີຍ; ສິ່ງເຫຼົ່ານີ້ສາມາດເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ເສື່ອມຊາມໄດ້ເທົ່ານັ້ນ ແລະ ບໍ່ສາມາດເຮັດໃຫ້ຜູ້ຄົນບັນລຸຄວາມລອດພົ້ນໄດ້ຢ່າງແນ່ນອນ. ເພື່ອໃຫ້ຜູ້ຄົນບັນລຸຄວາມລອດພົ້ນ, ເພື່ອບັນລຸການອ່ອນນ້ອມຕໍ່ພຣະເຈົ້າ ແລະ ການຫຼີກລ່ຽງຄວາມຊົ່ວຮ້າຍ ເສັ້ນທາງດຽວກໍຄືການຍອມຮັບຄວາມຈິງ ແລະ ປະຕິບັດຄວາມຈິງ; ມັນບໍ່ມີເສັ້ນທາງອື່ນແລ້ວ. ຢ່າພະຍາຍາມເອົາວິທີການ ຫຼື ຄຳເວົ້າທີ່ສຸດໂຕ່ງບາງຢ່າງ ຫຼື ຄຳເວົ້າທີ່ເປັນຕາຫົວ ແລະ ພິລຶກມາຫຼອກລວງວ່າເປັນຄວາມຈິງ ຫຼື ເອົາສິ່ງເຫຼົ່ານັ້ນມາປ່ຽນແທນຄວາມຈິງເພື່ອໃຫ້ບັນລຸຄວາມລອດພົ້ນ. ບໍ່ມີເສັ້ນທາງໃດໃນເສັ້ນທາງເຫຼົ່ານີ້ທີ່ໃຊ້ໄດ້ຜົນ ເພາະວ່າສິ່ງເຫຼົ່ານັ້ນບໍ່ໄດ້ມາຈາກພຣະເຈົ້າ.
III. ລັກສະນະທີສາມ: ຄວາມຊົ່ວຮ້າຍ
ຫຼັງຈາກທີ່ໂອ້ລົມກ່ຽວກັບການສະແດງອອກເຖິງຄວາມບ່ຽງເບນໃນຄົນທີ່ກັບຊາດມາເກີດຈາກມານຮ້າຍຈົບແລ້ວ, ຕອນນີ້ໃຫ້ພວກເຮົາໂອ້ລົມກ່ຽວກັບການສະແດງອອກອີກຢ່າງໜຶ່ງຂອງພວກເຂົາ ນັ້ນກໍຄືຄວາມຊົ່ວຮ້າຍ. ການສະແດງອອກເຖິງຄວາມຊົ່ວຮ້າຍມີຄວາມຄ້າຍຄືກັນກັບການສະແດງອອກເຖິງຄວາມບ່ຽງເບນ ແຕ່ມັນກໍມີຄວາມແຕກຕ່າງກັນເຊັ່ນກັນ. ການສະແດງອອກເຖິງຄວາມບ່ຽງເບນບໍ່ສອດຄ່ອງກັບຄວາມຄິດ, ສະຕິຮູ້ສຶກຜິດຊອບ, ເຫດຜົນ ຫຼື ສັນຊາດຕະຍານຂອງຄວາມເປັນມະນຸດທີ່ປົກກະຕິ ແລະ ມັນຍັງບໍ່ສອດຄ່ອງກັບເງື່ອນໄຂທີ່ຕິດໂຕມາແຕ່ເກີດຕ່າງໆຂອງຄວາມເປັນມະນຸດທີ່ປົກກະຕິທີ່ພຣະເຈົ້າກຳນົດໄວ້ໃຫ້ມະນຸດທີ່ຖືກສ້າງຂຶ້ນອີກດ້ວຍ ແຕ່ມັນພັດລື່ນກາຍເງື່ອນໄຂທີ່ຕິດໂຕມາແຕ່ເກີດຕ່າງໆເຫຼົ່ານີ້ຂອງຄວາມເປັນມະນຸດທີ່ປົກກະຕິ. ການສະແດງອອກໂດຍລວມກໍຄື ຄວາມຜິດປົກກະຕິ, ຄວາມເໜືອທຳມະຊາດ, ຄວາມສຸດໂຕ່ງ ແລະ ຄວາມແປກປະຫຼາດ. ນັ້ນກໍຄື ຄົນທີ່ມີເຫດຜົນ ແລະ ສະຕິຮູ້ສຶກຜິດຊອບຂອງຄວາມເປັນມະນຸດທີ່ປົກກະຕິຮູ້ສຶກວ່າບຸກຄົນດັ່ງກ່າວແປກປະຫຼາດຫຼາຍ ທັງໃນແງ່ຂອງການສະແດງອອກ ແລະ ພຶດຕິກຳຂອງພວກເຂົາ ພ້ອມທັງຄວາມຄິດ ແລະ ມຸມມອງຂອງພວກເຂົາ. ເຈົ້າບໍ່ສາມາດຢັ່ງເຖິງໄດ້ເລີຍວ່າເປັນຫຍັງພວກເຂົາຈຶ່ງຄິດ ຫຼື ກະທຳການແບບນັ້ນ. ຕອນນີ້ ເຈົ້າກໍເຂົ້າໃຈຜ່ານການໂອ້ລົມແລ້ວ. ແລ້ວຕົ້ນຕໍຂອງມັນຢູ່ໃສ? ມັນຢູ່ໃນແກ່ນແທ້ທຳມະຊາດຂອງພວກເຂົາ ແລະ ຄຸນລັກສະນະຂອງພວກເຂົາໃນຖານະມານຮ້າຍ. ໂດຍພື້ນຖານແລ້ວ ສິ່ງເຫຼົ່ານີ້ແມ່ນການສະແດງອອກເຖິງຄວາມບ່ຽງເບນ. ເຖິງຢ່າງໃດກໍຕາມ, ຄວາມຊົ່ວຮ້າຍຂອງມານຮ້າຍບໍ່ພຽງແຕ່ກ່ຽວຂ້ອງກັບການສະແດງອອກພາຍນອກທີ່ພົບເຫັນໄດ້ທົ່ວໄປບາງຢ່າງເທົ່ານັ້ນ ແຕ່ມັນພັດກ່ຽວຂ້ອງໂດຍກົງກັບທັດສະນະຄະຕິທີ່ຄົນປະເພດນີ້ມີຕໍ່ຄວາມຈິງ. ມັນຍິ່ງຕ່ຳຊ້າ ແລະ ຮ້າຍແຮງກວ່າຄວາມບ່ຽງເບນ. ແນ່ນອນວ່າ ການສະແດງອອກເຖິງຄວາມຊົ່ວຮ້າຍຍັງສາມາດແຍກແຍະໄດ້ຈາກວິທີທີ່ຄົນດັ່ງກ່າວປະຕິບັດຕໍ່ຄວາມຈິງອີກດ້ວຍ. ກ່ອນອື່ນໝົດ ຜູ້ທີ່ເປັນມານຮ້າຍເປັນປໍລະປັກຕໍ່ຄວາມຈິງ; ນີ້ແມ່ນການສະແດງອອກເຖິງຄວາມຊົ່ວຮ້າຍຢ່າງທຳອິດ. ການສະແດງອອກເຖິງຄວາມຊົ່ວຮ້າຍຢ່າງທີສອງກໍຄື ນອກເໜືອຈາກການມີທັດສະນະຄະຕິທີ່ເປັນປໍລະປັກຕໍ່ຄວາມຈິງແລ້ວ ມານຮ້າຍຍັງໂຈມຕີຄວາມຈິງຢ່າງຫ້າວຫັນອີກດ້ວຍ. ການສະແດງອອກເຖິງຄວາມຊົ່ວຮ້າຍຢ່າງທີສາມກໍຄື ນອກເໜືອຈາກການເປັນປໍລະປັກຕໍ່ຄວາມຈິງ ແລະ ການໂຈມຕີຄວາມຈິງແລ້ວ ມານຮ້າຍຍັງກ້າວໄປອີກຂັ້ນໜຶ່ງ ແລະ ຕ້ອງການເຂົ້າມາແທນທີ່ຄວາມຈິງ. ການສະແດງອອກເຖິງຄວາມຊົ່ວຮ້າຍຂອງພວກເຂົາຈະບໍ່ມີວັນຢຸດຢູ່ພຽງແຕ່ລະດັບຂອງການເປັນປໍລະປັກຕໍ່ຄວາມຈິງ ແລະ ການໂຈມຕີຄວາມຈິງເທົ່ານັ້ນ ແຕ່ບົນພື້ນຖານຂອງການສະແດງອອກທັງສອງຢ່າງນີ້ ພວກເຂົາຍັງຕ້ອງການເຂົ້າມາແທນທີ່ຄວາມຈິງອີກດ້ວຍ. ນີ້ແມ່ນແກ່ນແທ້ຂອງພວກເຂົາ. ການສະແດງອອກເຖິງຄວາມຊົ່ວຮ້າຍຫຼາຍຢ່າງໃນມານຮ້າຍແມ່ນຄືກັນກັບການສະແດງອອກຂອງຜູ້ທີ່ມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ ເຊິ່ງພວກເຮົາໄດ້ໂອ້ລົມກັນກ່ອນໜ້ານີ້ແລ້ວ, ດັ່ງນັ້ນ ມັນຈຶ່ງບໍ່ຈຳເປັນຕ້ອງລົງເລິກໃນດ້ານເຫຼົ່ານີ້ອີກ. ມື້ນີ້ ພວກເຮົາຈະໄຈ້ແຍກການສະແດງອອກເຖິງຄວາມຊົ່ວຮ້າຍທັງສາມຢ່າງນີ້ໃນມານຮ້າຍເປັນຫຼັກ ນັ້ນກໍຄື: ການເປັນປໍລະປັກຕໍ່ຄວາມຈິງ, ການໂຈມຕີຄວາມຈິງ ແລະ ການພະຍາຍາມເຂົ້າມາແທນທີ່ຄວາມຈິງ.
A. ການເປັນປໍລະປັກຕໍ່ຄວາມຈິງ
ກ່ອນອື່ນ ໃຫ້ພວກເຮົາໂອ້ລົມກ່ຽວກັບການສະແດງອອກເຖິງຄວາມເປັນປໍລະປັກຕໍ່ຄວາມຈິງໃນຜູ້ທີ່ເປັນມານຮ້າຍ. ກ່ອນໜ້ານີ້ ພວກເຮົາໄດ້ໂອ້ລົມກ່ຽວກັບຫົວຂໍ້ຄວາມເປັນປໍລະປັກຕໍ່ຄວາມຈິງມາຫຼາຍພໍສົມຄວນແລ້ວ; ນີ້ບໍ່ແມ່ນຄັ້ງທຳອິດທີ່ພວກເຈົ້າປະເຊີນກັບຫົວຂໍ້ດັ່ງກ່າວ. ການສະແດງອອກເຖິງຄວາມເປັນປໍລະປັກຕໍ່ຄວາມຈິງນັ້ນເຫັນໄດ້ຊັດເຈນຫຼາຍໃນຜູ້ທີ່ເປັນມານຮ້າຍ. ນັ້ນກໍຄື ພວກເຂົາບໍ່ສາມາດຍອມຮັບສິ່ງໃດກໍຕາມທີ່ເປັນບວກ, ສິ່ງໃດກໍຕາມທີ່ຖືກຕ້ອງ ແລະ ສອດຄ່ອງກັບສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງຄວາມເປັນມະນຸດ. ໂດຍສະເພາະເມື່ອມັນເປັນສິ່ງທີ່ກ່ຽວຂ້ອງກັບຫຼັກການຄວາມຈິງ ພວກເຂົາກໍຍິ່ງບໍ່ສາມາດຍອມຮັບມັນໄດ້. ການທີ່ພວກເຂົາບໍ່ສາມາດຍອມຮັບໄດ້ນັ້ນບໍ່ແມ່ນພຽງແຕ່ເລື່ອງທີ່ພວກເຂົາສັ່ນຫົວ ແລະ ປະຕິເສດເທົ່ານັ້ນ ແຕ່ພວກເຂົາພັດຮູ້ສຶກລັງກຽດ ແລະ ຂີ້ດຽດໃນໃຈຂອງພວກເຂົາ ພ້ອມທັງມີຄວາມກຽດຊັງ. ຄວາມກຽດຊັງຂອງພວກເຂົາເລິກເຊິ່ງສໍ່າໃດ? ຖ້າຜູ້ໃດໂອ້ລົມກ່ຽວກັບຄວາມຈິງຢ່າງສະເພາະເຈາະຈົງ ແລະ ດ້ວຍຄວາມເປັນຈິງ ພວກເຂົາກໍຈະເຫັນວ່າຄົນຜູ້ນັ້ນຂັດຫູຂັດຕາ. ມັນບໍ່ແມ່ນພຽງແຕ່ຄວາມອິດສາເລັກນ້ອຍເທົ່ານັ້ນ ແຕ່ມັນແມ່ນຄວາມເປັນປໍລະປັກ. ຄວາມເປັນປໍລະປັກແມ່ນຫຍັງ? ມັນໝາຍເຖິງການປະຕິບັດຕໍ່ເຈົ້າຄືກັບວ່າເຈົ້າໄດ້ຂ້າພໍ່ຂອງພວກເຂົາ. ຄວາມຈິງແລ້ວ, ເຈົ້າອາດຈະບໍ່ເຄີຍມີປະຕິສຳພັນທີ່ເລິກເຊິ່ງກັບພວກເຂົາເລີຍ ແລະ ພວກເຂົາກໍອາດຈະບໍ່ຮູ້ຈັກເຈົ້າດ້ວຍຊໍ້າ ແຕ່ຖ້າເຈົ້າເຂົ້າໃຈຄວາມຈິງ ແລະ ໂອ້ລົມກ່ຽວກັບຄວາມຈິງ ພວກເຂົາກໍຈະຮູ້ສຶກລັງກຽດໃນໃຈຂອງພວກເຂົາ. ພວກເຂົາບໍ່ຮູ້ສຶກລັງກຽດຜູ້ທີ່ກ່າວຄຳເວົ້າ ແລະ ຫຼັກຄຳສອນ ແຕ່ພວກເຂົາຮູ້ສຶກລັງກຽດຜູ້ໃດກໍຕາມທີ່ໂອ້ລົມກ່ຽວກັບຄວາມຈິງກັບພວກເຂົາຢ່າງຮຸນແຮງ ໂດຍຮູ້ສຶກຄືກັບວ່າມັນກຳລັງຂ້າພວກເຂົາຢູ່, ຄວາມກຽດຊັງຂອງພວກເຂົາໄປເຖິງລະດັບນີ້. ການສະແດງອອກທີ່ສະເພາະເຈາະຈົງຂອງພວກເຂົາແມ່ນຫຍັງ? ເມື່ອຄົນອື່ນໂອ້ລົມກ່ຽວກັບຫຼັກການຄວາມຈິງ ຫຼື ເຈດຕະນາຂອງພຣະເຈົ້າ ພວກເຂົາກໍຈະຮູ້ສຶກເບື່ອໜ່າຍເມື່ອໄດ້ຍິນ ແລະ ບໍ່ສາມາດນັ່ງຢູ່ຊື່ໆໄດ້. ບາງຄົນກໍຫາຂໍ້ອ້າງ ແລະ ອອກໄປ ໃນຂະນະທີ່ບາງຄົນກໍເຖິງກັບລຸກຂຶ້ນ ແລະ ຍ່າງອອກໄປໂດຍບໍ່ຮູ້ສຶກຜິດແມ່ນແຕ່ໜ້ອຍດຽວ. ໃນທາງກົງກັນຂ້າມ, ຄົນທີ່ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ ເຖິງແມ່ນວ່າພວກເຂົາຈະບໍ່ປາຖະໜາ ຫຼື ຮັບຮອງຄຳເວົ້າທີ່ຖືກຕ້ອງ ໂດຍສະເພາະຄຳເວົ້າທີ່ສອດຄ່ອງກັບຄວາມຈິງ ຢ່າງຫຼາຍທີ່ສຸດພວກເຂົາກໍຈະບໍ່ຍອມຮັບຄຳເວົ້າເຫຼົ່ານັ້ນໃນໃຈຂອງພວກເຂົາ ແຕ່ພວກເຂົາກໍຍັງສາມາດນັ່ງຟັງຈົນຈົບໄດ້ເພື່ອຮັກສາໜ້າ. ແຕ່ຜູ້ທີ່ເປັນຊາຕານບໍ່ສາມາດນັ່ງຢູ່ຊື່ໆໄດ້. ທັນທີທີ່ພວກເຂົາໄດ້ຍິນຄວາມຈິງ ພວກເຂົາກໍຈະຮູ້ສຶກລັງກຽດ ແລະ ກະວົນກະວາຍໃນໃຈຂອງພວກເຂົາ ແລະ ເມື່ອພວກເຂົາກະວົນກະວາຍຫຼາຍຈົນບໍ່ສາມາດຢູ່ບ່ອນນັ້ນໄດ້ ພວກເຂົາກໍຈະອອກໄປ. ຖ້າພວກເຂົາບໍ່ສາມາດເຮັດເຊັ່ນນັ້ນໄດ້ ພວກເຂົາກໍຈະເຂົ້າອິນເຕີເນັດເພື່ອເບິ່ງວິດີໂອ, ປ່ອຍໃຫ້ຈິດໃຈຂອງພວກເຂົາລ່ອງລອຍ ແລະ ເຮັດການກະທຳບາງຢ່າງທີ່ລົບກວນສະມາທິ, ປ່ຽນຫົວຂໍ້ ແລະ ເວົ້າເລື່ອງໄຮ້ສາລະ ຫຼື ຍົກຍ້ອງ ແລະ ເປັນພະຍານເຖິງປະຫວັດສາດທີ່ “ສະຫງ່າລາສີ” ຂອງພວກເຂົາເອງ ໃນຂະນະທີ່ດູຖູກ ແລະ ສັ່ງສອນຄົນອື່ນ. ສະຫຼຸບແລ້ວ ຖ້າເຈົ້າໂອ້ລົມກ່ຽວກັບຄວາມຈິງ ພວກເຂົາກໍຈະຮູ້ສຶກລັງກຽດ; ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ຄວາມຈິງແມ່ນຄວາມເປັນປໍລະປັກທີ່ຮ້າຍແຮງ. ຖ້າເຈົ້າບໍ່ໂອ້ລົມກ່ຽວກັບຄວາມຈິງ ແຕ່ພຽງແຕ່ໂອ້ລົມກ່ຽວກັບວຽກງານການປົກຄອງ ຫຼື ວຽກງານທົ່ວໄປບາງຢ່າງ, ແບ່ງປັນເລື່ອງລາວບາງຢ່າງຈາກການເທດສອນຂ່າວປະເສີດ ຫຼື ລົມກ່ຽວກັບເລື່ອງພາຍນອກ ພວກເຂົາກໍສາມາດນັ່ງຢູ່ຊື່ໆ ແລະ ລົມໄປພ້ອມກັບທຸກຄົນໄດ້ ໂດຍເບິ່ງຄືວ່າກົມກຽວກັນດີ. ແຕ່ທັນທີທີ່ມີການໂອ້ລົມກ່ຽວກັບຄວາມຈິງ ໂດຍສະເພາະເມື່ອມີການອ່ານພຣະທຳຂອງພຣະເຈົ້າ, ແກ່ນແທ້ ແລະ ໃບໜ້າທີ່ແທ້ຈິງຂອງພວກເຂົາກໍຈະຖືກເປີດເຜີຍອອກມາ. ພວກເຂົາກາຍເປັນຄົນກະວົນກະວາຍ ແລະ ຖ້າພວກເຂົາຟັງຕື່ມອີກໜ້ອຍໜຶ່ງ ພວກເຂົາກໍຈະຮູ້ສຶກຄືກັບວ່າຫົວຂອງພວກເຂົາກຳລັງຈະລະເບີດ. ຍິ່ງເຈົ້າອ່ານພຣະທຳຂອງພຣະເຈົ້າຫຼາຍເທົ່າໃດ ພວກເຂົາກໍຍິ່ງຮູ້ສຶກຄືກັບວ່າພວກເຂົາກຳລັງຖືກພິພາກສາຫຼາຍເທົ່ານັ້ນ ແລະ ພວກເຂົາກໍຍິ່ງຮູ້ສຶກວ່າພວກເຂົາຈະຖືກກ່າວໂທດ ແລະ ຖືກກຳຈັດ ແລະ ຮູ້ສຶກວ່າຊີວິດຂອງພວກເຂົາກຳລັງຕົກຢູ່ໃນອັນຕະລາຍຫຼາຍເທົ່ານັ້ນ. ຍິ່ງເຈົ້າອ່ານພຣະທຳຂອງພຣະເຈົ້າຫຼາຍເທົ່າໃດ ພວກເຂົາກໍຍິ່ງຮູ້ສຶກລັງກຽດ ແລະ ຂີ້ດຽດໃນໃຈຂອງພວກເຂົາຫຼາຍເທົ່ານັ້ນ ຄືກັບວ່າພວກເຂົາຕິດພະຍາດບາງຢ່າງ. ບອກເຮົາມາເບິ່ງ, ບັນຫານີ້ບໍ່ຮ້າຍແຮງຫຼາຍບໍ? ຄົນດັ່ງກ່າວຍັງສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ຢູ່ບໍ? ໂດຍສະເພາະເມື່ອເວົ້າເຖິງການປະຕິບັດຄວາມຈິງ ແລະ ການເປັນຄົນຊື່ສັດ, ເນື່ອງຈາກຜູ້ທີ່ໄລ່ຕາມເສາະຫາຄວາມຈິງຕ້ອງການເປັນຄົນຊື່ສັດ ພວກເຂົາຈຶ່ງຝຶກຝົນຕົນເອງໃຫ້ເວົ້າຄວາມຈິງ ແລະ ເປີດໃຈ ແລະ ເປີດເຜີຍຕົນເອງ. ເມື່ອມານຮ້າຍໄດ້ຍິນສິ່ງນີ້ ພວກເຂົາກໍຮູ້ສຶກລັງກຽດໃນໃຈຂອງພວກເຂົາ, ດູຖູກເຈົ້າ ແລະ ກຽດຊັງເຈົ້າ. ພວກເຂົາຮູ້ສຶກວ່າເຈົ້າຕ່ຳຕ້ອຍທີ່ປະຕິບັດຄວາມຈິງ ໃນຂະນະທີ່ພວກເຂົາມີກຽດ ແລະ ສູງສົ່ງກວ່າ ແລະ ຍິ່ງໃຫຍ່ກວ່າເຈົ້າ ທີ່ບໍ່ປະຕິບັດຄວາມຈິງ. ນີ້ແມ່ນມຸມມອງປະເພດໃດ? ນີ້ບໍ່ແມ່ນການປີ້ນຂາວເປັນດຳບໍ? ຜູ້ທີ່ເປັນປໍລະປັກຕໍ່ຄວາມຈິງກໍເປັນແບບນີ້ແຫຼະ. ຖ້າເຈົ້າໂອ້ລົມກ່ຽວກັບຄວາມຈິງ ຫຼື ກ່ຽວກັບຫຼັກການຂອງການປະຕິບັດບາງຢ່າງ ພວກເຂົາບໍ່ພຽງແຕ່ດູຖູກເຈົ້າໃນໃຈຂອງພວກເຂົາເທົ່ານັ້ນ ແຕ່ພວກເຂົາຍັງຮູ້ສຶກເບື່ອໜ່າຍເຈົ້າອີກດ້ວຍ; ພວກເຂົາຈະບໍ່ເບິ່ງໜ້າເຈົ້າດ້ວຍຊໍ້າ. ຖ້າເຈົ້າຕ້ອງການສົນທະນາກ່ຽວກັບວຽກງານຂອງຄຣິສຕະຈັກກັບພວກເຂົາ ພວກເຂົາກໍຈະຫຼີກລ່ຽງເຈົ້າຢູ່ສະເໝີ; ພວກເຂົາບໍ່ຕ້ອງການລົມກັບເຈົ້າ ແລະ ພວກເຂົາກໍຮູ້ສຶກວ່າພວກເຈົ້າທັງສອງເຂົ້າກັນບໍ່ໄດ້. ເຈົ້າສາມາດລົມກັບພວກເຂົາກ່ຽວກັບຫົວຂໍ້ໃດກໍໄດ້ ຍົກເວັ້ນຫົວຂໍ້ທີ່ກ່ຽວຂ້ອງກັບຄວາມຈິງ ຫຼື ວຽກງານແຫ່ງການຊ່ວຍມະນຸດໃຫ້ລອດພົ້ນຂອງພຣະເຈົ້າ; ພວກເຂົາບໍ່ຕ້ອງການສົນທະນາກ່ຽວກັບຫົວຂໍ້ເຫຼົ່ານີ້. ຕົວຢ່າງ: ຖ້າເຈົ້າເວົ້າກັບພວກເຂົາວ່າ: “ໃຫ້ພວກເຮົາໂອ້ລົມກ່ຽວກັບວິທີການປະຕິບັດໜ້າທີ່ຂອງພວກເຮົາຢ່າງຈົງຮັກພັກດີ ແລະ ສົນທະນາກ່ຽວກັບບັນຫາທີ່ຍັງຄົງມີຢູ່ໃນການປະຕິບັດໜ້າທີ່ຂອງພວກເຮົາໃນຂັ້ນຕອນນີ້ ແລະ ວິທີການແກ້ໄຂບັນຫາເຫຼົ່ານັ້ນ”. ເມື່ອໄດ້ຍິນສິ່ງນີ້ ພວກເຂົາກໍຮູ້ສຶກຄືກັບວ່າຫົວຂອງພວກເຂົາກຳລັງຈະລະເບີດ, ພວກເຂົາຮູ້ສຶກລັງກຽດຢ່າງຮຸນແຮງໃນໃຈຂອງພວກເຂົາ ແລະ ຕາຂອງພວກເຂົາກໍອາດຈະເຖິງກັບລຸກເປັນໄຟໃນຂະນະທີ່ພວກເຂົາຕັ້ງຕົວເປັນປໍລະປັກຕໍ່ເຈົ້າ. ພວກເຂົາເຕັມໃຈທີ່ຈະທົນທຸກກັບຄວາມລຳບາກໃດກໍຕາມເພື່ອຈົງຮັກພັກດີຕໍ່ຊາຕານ ແຕ່ພວກເຂົາພັດຮູ້ສຶກລັງກຽດພຣະເຈົ້າ ແລະ ຄວາມຈິງເປັນພິເສດ ໂດຍບໍ່ຍອມຮັບຄວາມຈິງແມ່ນແຕ່ໜ້ອຍດຽວ. ບໍ່ວ່າໃຜຈະໂອ້ລົມກ່ຽວກັບຄວາມຈິງກັບພວກເຂົາ ພວກເຂົາກໍບໍ່ສາມາດຮັບເອົາຄວາມຈິງໄດ້. ຖ້າເຈົ້າຂໍໃຫ້ພວກເຂົາສຶກສາຄວາມຮູ້ ຫຼື ຜົນງານວັນນະຄະດີທີ່ມີຊື່ສຽງ ພວກເຂົາກໍເຕັມໃຈຫຼາຍ ໂດຍຮູ້ສຶກວ່າຕົນເອງສູງສົ່ງຫຼາຍ. ແຕ່ເມື່ອພວກເຂົາຟັງຄຳເທດສະໜາ ຫຼື ຟັງຄົນອື່ນໂອ້ລົມກ່ຽວກັບຄວາມຈິງ ມັນກໍຄືກັບວ່າພວກເຂົາກຳລັງຖືກທາລຸນ ຫຼື ຖືກພິຈາລະນາຄະດີໃນສານ. ສິ່ງທີ່ພວກເຂົາເບື່ອໜ່າຍທີ່ສຸດແມ່ນການອ່ານພຣະທຳຂອງພຣະເຈົ້າ ແລະ ການໂອ້ລົມກ່ຽວກັບຄວາມຈິງ. ສະນັ້ນ ໃນຊີວິດປະຈຳວັນຂອງພວກເຂົາ ໃນຂະນະທີ່ພວກເຂົາຈະເຮັດວຽກງານທົ່ວໄປບາງຢ່າງ ແລະ ສິ່ງທີ່ເປັນປະໂຫຍດຕໍ່ສະຖານະ, ຊື່ສຽງ ແລະ ໂອກາດໃນການໄດ້ຮັບພຣະພອນຂອງພວກເຂົາ ແຕ່ຄົນດັ່ງກ່າວບໍ່ເຄີຍອ່ານພຣະທຳຂອງພຣະເຈົ້າ ຫຼື ເຂົ້າຮ່ວມໃນການອຸທິດຕົນຝ່າຍວິນຍານເລີຍ. ພວກເຂົາຍັງບໍ່ໂອ້ລົມກ່ຽວກັບຄວາມຈິງໃນລະຫວ່າງການເຕົ້າໂຮມ ແລະ ບໍ່ເຄີຍແບ່ງປັນຄວາມຮູ້ຈາກປະສົບການສ່ວນຕົວຂອງພວກເຂົາອີກດ້ວຍ; ການເຂົ້າຮ່ວມການເຕົ້າໂຮມຂອງພວກເຂົາເປັນພຽງການເຮັດພໍເປັນພິທີເທົ່ານັ້ນ. ຖ້າເຈົ້າຂໍໃຫ້ພວກເຂົາໂອ້ລົມກ່ຽວກັບຄວາມຮູ້ຂອງພວກເຂົາກ່ຽວກັບພຣະທຳຂອງພຣະເຈົ້າ ຫຼື ຄວາມຈິງ, ພວກເຂົາກໍບໍ່ສາມາດເວົ້າອອກມາໄດ້ແມ່ນແຕ່ຄຳດຽວ ແລະ ຮູ້ສຶກລັງກຽດໃນໃຈຂອງພວກເຂົາ ໂດຍຄິດວ່າ: “ການໂອ້ລົມກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ຄວາມຈິງເປັນສິ່ງທີ່ແມ່ບ້ານ ແລະ ຄົນຈາກຊົນຊັ້ນຕ່ຳຂອງສັງຄົມເຂົາເຮັດກັນ. ຄົນທີ່ຍິ່ງໃຫຍ່ຄືກັບຂ້ອຍຈະເຮັດສິ່ງດັ່ງກ່າວໄດ້ແນວໃດ? ຂ້ອຍເປັນຄົນທີ່ເຮັດສິ່ງທີ່ຍິ່ງໃຫຍ່ ແລະ ວຽກງານທີ່ຍິ່ງໃຫຍ່ ແລະ ເປັນຄົນທີ່ຈະໄດ້ຮັບພຣະພອນອັນຍິ່ງໃຫຍ່. ເມື່ອຂ້ອຍເຂົ້າສູ່ລາຊະອານາຈັກ ຂ້ອຍຈະເປັນເສົາຫຼັກ ແລະ ເປັນກຳລັງສຳຄັນໃນລາຊະອານາຈັກຂອງພຣະເຈົ້າ. ຂ້ອຍເປັນຜູ້ທີ່ແບກຮັບຄວາມຮັບຜິດຊອບອັນໃຫຍ່ຫຼວງ. ພວກເຈົ້າຄິດວ່າພວກເຈົ້າເປັນໃຜ? ແມ່ນແຕ່ການເຂົ້າຮ່ວມການເຕົ້າໂຮມໃນຄຣິສຕະຈັກດຽວກັນກັບພວກເຈົ້າ ມັນກໍເຮັດໃຫ້ຂ້ອຍຕ່ຳຕ້ອຍລົງແລ້ວ!” ເບິ່ງແມວ່າພວກເຂົາອວດດີສໍ່າໃດ! ຄວາມເປັນປໍລະປັກຂອງພວກເຂົາທີ່ມີຕໍ່ຄວາມຈິງແມ່ນຄວາມເປັນປໍລະປັກຕໍ່ທຸກຄົນ ແລະ ທຸກສິ່ງທີ່ກ່ຽວຂ້ອງກັບຄວາມຈິງ ພ້ອມທັງການປະຕິບັດ ແລະ ຄຳເວົ້າທີ່ກ່ຽວຂ້ອງກັບຄວາມຈິງ; ພວກເຂົາເຖິງກັບເປັນປໍລະປັກຕໍ່ສິ່ງທີ່ເປັນບວກອີກດ້ວຍ.
B. ການໂຈມຕີຄວາມຈິງ
ເມື່ອມີຄົນກ່າວເຖິງວ່າອ້າຍເອື້ອຍນ້ອງໃນຄຣິສຕະຈັກຄວນມີມາລະຍາດຂອງຄວາມເປັນໄພ່ພົນ, ການປະຕິສຳພັນລະຫວ່າງຍິງຊາຍຄວນດຳເນີນໄປພາຍໃນຂອບເຂດທີ່ກຳນົດໄວ້ ບໍ່ວ່າຈະຢູ່ບ່ອນເຮັດວຽກ ຫຼື ໃນຊີວິດປະຈຳວັນກໍຕາມ, ທຸກຄົນຄວນມີກຽດ ແລະ ສຸພາບ ໂດຍບໍ່ຈີບກັນຢ່າງບໍ່ຄິດໜ້າຄິດຫຼັງ ແລະ ເຄົາລົບຄວາມສຳພັນລະຫວ່າງຍິງຊາຍ ແລະ ເຄົາລົບການແຕ່ງງານ, ຄົນເຮົາຕ້ອງປະຕິບັດໃນເລື່ອງນີ້ຕາມພຣະທຳຂອງພຣະເຈົ້າ ແລະ ເຮືອນຂອງພຣະເຈົ້າບໍ່ສະໜັບສະໜູນການປົດປ່ອຍທາງເພດ, ຄົນທີ່ກັບຊາດມາເກີດຈາກມານຮ້າຍຈະຄິດແນວໃດເມື່ອໄດ້ຍິນສິ່ງນີ້? “ນັ້ນເປັນຄຳເວົ້າທີ່ຫຼ້າສະໄໝ ແລະ ເປັນຄຳເວົ້າທີ່ຊໍ້າຊາກ. ຕອນນີ້ພວກເຮົາຢູ່ໃນຍຸກໃດແລ້ວ ຍັງມາເວົ້າເລື່ອງມາລະຍາດຂອງຄວາມເປັນໄພ່ພົນ ແລະ ຂອບເຂດລະຫວ່າງຍິງຊາຍຢູ່! ໃນອະດີດ ຈັກກະພັດໃນພະລາຊະວັງມີນາງສະໜົມທັງໝົດເປັນຂອງຕົນເອງ, ມັນຍິ່ງໃຫຍ່ສໍ່າໃດ! ຖ້າຂ້ອຍມີຄວາມສາມາດ ແລະ ວິທີທາງ ເຖິງແມ່ນວ່າຂ້ອຍຈະບໍ່ມີນາງສະໜົມ ຢ່າງໜ້ອຍຂ້ອຍກໍຈະມີຄົນໃຫ້ເລືອກເພື່ອມີຄວາມສຳພັນນຳ!” ພວກເຂົາບໍ່ເຄີຍຍອມຮັບສິ່ງໃດກໍຕາມທີ່ເປັນບວກ ແລະ ຄຳເວົ້າໃດກໍຕາມທີ່ຖືກຕ້ອງ ໂດຍສະເພາະພຣະທຳແຫ່ງຄວາມຈິງ ແລະ ເຖິງກັບຮູ້ສຶກລັງກຽດ ແລະ ກຽດຊັງພຣະທຳແຫ່ງຄວາມຈິງຢ່າງຍິ່ງ. ສະນັ້ນ, ບົນພື້ນຖານຂອງຄວາມເປັນປໍລະປັກຂອງພວກເຂົາທີ່ມີຕໍ່ຄວາມຈິງ ຄົນເຫຼົ່ານີ້ຈຶ່ງໂຈມຕີຄວາມຈິງ ແລະ ສິ່ງທີ່ເປັນບວກຢູ່ສະເໝີ. ບໍ່ວ່າຈະມີການໂອ້ລົມກ່ຽວກັບຄວາມຈິງດ້ານໃດ ຫຼື ຂໍ້ກຳນົດທີ່ສະເພາະເຈາະຈົງໃດຂອງພຣະເຈົ້າ ພວກເຂົາກໍມັກຈະມີຊຸດຄຳສອນນອກຮີດ ແລະ ຄວາມຜິດພ້ຽນເພື່ອໃຊ້ວິພາກວິຈານ ແລະ ຕັດສິນສິ່ງເຫຼົ່ານັ້ນຢູ່ສະເໝີ. ການວິພາກວິຈານ ແລະ ການຕັດສິນນີ້ບໍ່ແມ່ນການໂຈມຕີບໍ? (ແມ່ນແລ້ວ). ບໍ່ວ່າຈະມີຄົນຈຳນວນຫຼາຍປານໃດທີ່ຍອມຮັບຄວາມຈິງ ແລະ ສິ່ງທີ່ເປັນບວກ ພວກເຂົາກໍຈະບໍ່ມີວັນຍອມຮັບ. ພວກເຂົາເຊື່ອວ່າສິ່ງທີ່ເຮືອນຂອງພຣະເຈົ້າສະໜັບສະໜູນ ແລະ ສິ່ງທີ່ຄວາມຈິງຮຽກຮ້ອງໃຫ້ຜູ້ຄົນປະຕິບັດນັ້ນລ້ວນແຕ່ແມ່ນຄຳຂວັນ ແລະ ການເຮັດພໍເປັນພິທີ ແລະ ສິ່ງທີ່ຕອບສະໜອງຄວາມຕ້ອງການຂອງມະນຸດຢ່າງແທ້ຈິງກໍແມ່ນກະແສທາງໂລກ; ບໍ່ວ່າກະແສທາງໂລກຈະສະໜັບສະໜູນຫຍັງໃນຕອນນີ້ ສິ່ງນັ້ນກໍແມ່ນຄວາມຈິງສູງສຸດ. ນີ້ບໍ່ແມ່ນການເຄົາລົບຄວາມຊົ່ວຮ້າຍບໍ? ສະນັ້ນ ບໍ່ວ່າເຈົ້າຈະໂອ້ລົມກ່ຽວກັບຄວາມຈິງດ້ານໃດກໍຕາມ ພວກເຂົາກໍຈະເປັນປໍລະປັກຕໍ່ຄວາມຈິງດ້ານນັ້ນໃນທາງອັດຕະວິໄສ ແລະ ຍິ່ງໄປກວ່ານັ້ນ ພວກເຂົາກໍຈະຕັດສິນ, ໂຈມຕີ ແລະ ໝິ່ນປະໝາດຄວາມຈິງດ້ານນັ້ນ. ຕົວຢ່າງ: ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນເປັນຄົນຊື່ສັດ. ພວກເຂົານິຍາມການເປັນຄົນຊື່ສັດວ່າແນວໃດ? “ການເປັນຄົນຊື່ສັດແມ່ນສິ່ງທີ່ຄົນໂງ່ເຂົາເຮັດກັນ; ມີແຕ່ຄົນໂງ່ເທົ່ານັ້ນທີ່ປະຕິບັດການເປັນຄົນຊື່ສັດ. ມີແຕ່ຄົນໂງ່ເທົ່ານັ້ນທີ່ບອກຄົນອື່ນກ່ຽວກັບສິ່ງທີ່ພວກເຂົາຄິດໃນໃຈຂອງພວກເຂົາ ແລະ ເລື່ອງສ່ວນຕົວຂອງພວກເຂົາ. ມີແຕ່ຄົນໂງ່ເທົ່ານັ້ນທີ່ເວົ້າຄວາມຈິງ. ມີແຕ່ຄົນໂງ່ເທົ່ານັ້ນທີ່ມອບໂຊກຊະຕາຂອງພວກເຂົາໃຫ້ຄົນອື່ນຄວບຄຸມ. ຂ້ອຍບໍ່ແມ່ນຄົນໂງ່; ໂຊກຊະຕາຂອງຂ້ອຍຢູ່ໃນກຳມືຂອງຂ້ອຍເອງ ແລະ ຄົນອື່ນກໍບໍ່ມີສິດມາແຊກແຊງ! ບໍ່ວ່າຂ້ອຍຈະຢາກເວົ້າໃນສິ່ງທີ່ຂ້ອຍຄິດໃນໃຈຂອງຂ້ອຍ ຫຼື ບໍ່ ຄົນອື່ນກໍບໍ່ມີສິດມາແຊກແຊງ. ຖ້າມັນບໍ່ແມ່ນສິ່ງທີ່ຂ້ອຍຢາກບອກຜູ້ຄົນ ກໍຢ່າຝັນເລີຍວ່າຈະຮູ້ວ່າມັນແມ່ນຫຍັງ!” ນີ້ບໍ່ແມ່ນການເບື່ອໜ່າຍຄວາມຈິງ ແລະ ກຽດຊັງຄວາມຈິງບໍ? (ແມ່ນແລ້ວ). ຜູ້ທີ່ເປັນມານຮ້າຍບໍ່ຍອມຮັບຄວາມຈິງ ແລະ ບໍ່ປະຕິບັດຄວາມຈິງ. ນອກເໜືອຈາກການເປັນປໍລະປັກຕໍ່ຄວາມຈິງ ແລະ ການໂຈມຕີຄວາມຈິງແລ້ວ ພວກເຂົາຍັງກ້າວໄປອີກຂັ້ນໜຶ່ງ ແລະ ໃຊ້ພິດຂອງຊາຕານ ພ້ອມທັງມຸມມອງ ແລະ ການປະຕິບັດຕ່າງໆຈາກຊາຕານເພື່ອເຂົ້າມາແທນທີ່ຄວາມຈິງ. ຕົວຢ່າງ: ພວກເຂົາໃຊ້ກົນອຸບາຍ, ຄຳຕົວະ, ວິທີການຕ່າງໆ ຫຼື ສາກບັງໜ້າຂອງການທົນທຸກກັບຄວາມລຳບາກ ແລະ ການຈ່າຍລາຄາເພື່ອເຮັດໃຫ້ຄົນອື່ນຫຼົງຜິດ ໃນຖານະເງື່ອນໄຂສຳລັບການໄດ້ຮັບພຣະພອນ ແລະ ການຕໍ່ລອງກັບພຣະເຈົ້າ. ພວກເຂົາຄິດວ່າໃນການເຊື່ອໃນພຣະເຈົ້າ ຄົນເຮົາບໍ່ຈຳເປັນຕ້ອງເປັນຄົນຊື່ສັດ, ບໍ່ຈຳເປັນຕ້ອງຈົງຮັກພັກດີຕໍ່ໜ້າທີ່ຂອງຕົນ ແລະ ບໍ່ຈຳເປັນຕ້ອງຍອມຮັບ ແລະ ປະຕິບັດຄວາມຈິງ; ຕາບໃດທີ່ຄົນເຮົາທົນທຸກກັບຄວາມລຳບາກຫຼາຍຂຶ້ນ, ຈ່າຍລາຄາຫຼາຍຂຶ້ນ, ເຮັດວຽກຫຼາຍຂຶ້ນ, ເຮັດການກະທຳທີ່ດີຫຼາຍຂຶ້ນ ແລະ ສະສົມຄຸນງາມຄວາມດີຫຼາຍຂຶ້ນ, ເຮັດສິ່ງທີ່ໄດ້ຮັບການຮັບຮອງ ແລະ ການຍົກຍ້ອງຢ່າງສູງຈາກຜູ້ຄົນຫຼາຍຂຶ້ນ ແລະ ຜ່ານວິທີການເຫຼົ່ານີ້ກໍໄດ້ຮັບຄວາມໄວ້ວາງໃຈຈາກອ້າຍເອື້ອຍນ້ອງ ພ້ອມທັງການຍົກຍ້ອງ ແລະ ການສະໜັບສະໜູນຂອງພວກເຂົາ ແລ້ວພວກເຂົາກໍສາມາດບັນລຸເປົ້າໝາຍໃນການແລກປ່ຽນສິ່ງເຫຼົ່ານີ້ທັງໝົດກັບພຣະພອນແຫ່ງລາຊະອານາຈັກສະຫວັນໄດ້. ມຸມມອງນີ້ບໍ່ເປັນຕາຫົວຫຼາຍບໍ? (ແມ່ນແລ້ວ).
ບໍ່ວ່າຈະເປັນການຕັດສິນ ແລະ ການກ່າວໂທດຄວາມຈິງ, ການເປັນປໍລະປັກຕໍ່ຄວາມຈິງ ແລະ ການໂຈມຕີຄວາມຈິງ ຫຼື ການຕ້ອງການໃຊ້ຄຳສອນນອກຮີດ ແລະ ຄວາມຜິດພ້ຽນຂອງຊາຕານເພື່ອເຂົ້າມາແທນທີ່ຄວາມຈິງຢູ່ສະເໝີ ສິ່ງເຫຼົ່ານີ້ລ້ວນແຕ່ເປັນການສະແດງອອກທີ່ສະເພາະເຈາະຈົງເຖິງວິທີທີ່ມານຮ້າຍປະຕິບັດຕໍ່ຄວາມຈິງ. ບໍ່ວ່າສິ່ງເຫຼົ່ານັ້ນຈະເປັນການສະແດງອອກໃດກໍຕາມ ສິ່ງເຫຼົ່ານັ້ນກໍລ້ວນແຕ່ເປີດໂປງແກ່ນແທ້ທີ່ຊົ່ວຮ້າຍຂອງມານຮ້າຍຢ່າງຄົບຖ້ວນ. ການເປັນປໍລະປັກຕໍ່ຄວາມຈິງ, ການໂຈມຕີຄວາມຈິງ ແລະ ການພະຍາຍາມເຂົ້າມາແທນທີ່ຄວາມຈິງ ສິ່ງເຫຼົ່ານີ້ແມ່ນການກະທຳທີ່ມີແຕ່ມານຮ້າຍເທົ່ານັ້ນທີ່ສາມາດເຮັດໄດ້. ມີແຕ່ມານຮ້າຍເທົ່ານັ້ນທີ່ປະຕິບັດຕໍ່ຄວາມຈິງ ແລະ ພຣະເຈົ້າດ້ວຍຄວາມກຽດຊັງ, ການຕັດສິນ ແລະ ການກ່າວໂທດດັ່ງກ່າວ ແລະ ສາມາດລົດຕົວລົງໄປໃຊ້ວິທີການໃດກໍໄດ້ເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ, ຫຼອກລວງ ແລະ ລໍ້ລວງຜູ້ຄົນໃຫ້ອອກຫ່າງຈາກຄວາມຈິງ ແລະ ອອກຫ່າງຈາກພຣະເຈົ້າ. ມີແຕ່ມານຮ້າຍເທົ່ານັ້ນທີ່ຈະຄິດຫາທຸກວິທີທາງເພື່ອຍາດເອົາຄວາມໄວ້ວາງໃຈ, ການສະໜັບສະໜູນ ແລະ ຄຳຍ້ອງຍໍຂອງຜູ້ຄົນດ້ວຍການຫຼອກລວງ ເພື່ອບັນລຸເປົ້າໝາຍຂອງພວກເຂົາໃນການຊື້ໃຈຜູ້ຄົນ ແລະ ຄວບຄຸມຜູ້ຄົນ ໃນການພະຍາຍາມເຂົ້າມາແທນທີ່ຕຳແໜ່ງຂອງພຣະເຈົ້າໃນໃຈຂອງຜູ້ຄົນ. ສະຫຼຸບແລ້ວ, ຂໍ້ເທັດຈິງທີ່ວ່າມານຮ້າຍຮັບເອົາທັດສະນະຄະຕິດັ່ງກ່າວທີ່ມີຕໍ່ຄວາມຈິງ ແລະ ຜູ້ທີ່ໄລ່ຕາມເສາະຫາຄວາມຈິງນັ້ນໄດ້ເປີດໂປງວ່າແກ່ນແທ້ຂອງພວກເຂົາແມ່ນຊົ່ວຮ້າຍ. ສິ່ງທີ່ເປັນບວກ ແລະ ຄວາມຈິງແມ່ນສິ່ງທີ່ມະນຸດທີ່ຖືກສ້າງຂຶ້ນທຸກຄົນປາຖະໜາ ແລະ ຮັກ ແລະ ສິ່ງເຫຼົ່ານີ້ຍັງຄູ່ຄວນແກ່ການທະນຸຖະໜອມຈາກຜູ້ຄົນອີກດ້ວຍ. ແນ່ນອນວ່າ ສິ່ງເຫຼົ່ານີ້ຍັງເປັນສິ່ງທີ່ມະນຸດທີ່ຖືກສ້າງຂຶ້ນຕ້ອງການຫຼາຍທີ່ສຸດອີກດ້ວຍ. ນີ້ກໍຍ້ອນວ່າຄວາມຈິງເປັນສິ່ງທີ່ຈຳເປັນສຳລັບມະນຸດຊາດໃນການຫຼຸດພົ້ນຈາກອິດທິພົນຂອງຊາຕານ, ຍ່າງໃນເສັ້ນທາງທີ່ຖືກຕ້ອງ ແລະ ສາມາດຢຳເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍໄດ້. ສຳລັບຄົນປົກກະຕິທີ່ຈະບັນລຸຄວາມລອດພົ້ນ ການໄລ່ຕາມເສາະຫາຄວາມຈິງ, ການຍອມຮັບຄວາມຈິງ ແລະ ການປະຕິບັດຄວາມຈິງເປັນຂະບວນການທີ່ຈຳເປັນ; ມັນບໍ່ມີທາງອື່ນອີກແລ້ວ. ເຖິງແມ່ນວ່າມັນຈະເປັນເລື່ອງຍາກສຳລັບພວກເຂົາທີ່ຈະຍອມຮັບ ແລະ ປະຕິບັດຄວາມຈິງຍ້ອນວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມກໍຕາມ ແຕ່ຈາກມຸມມອງສ່ວນເລິກໃນຈິດໃຈຂອງພວກເຂົາ ແລະ ເຈດຈຳນົງທາງອັດຕະວິໄສຂອງພວກເຂົາ ພວກເຂົາກໍບໍ່ໄດ້ເປັນປໍລະປັກຕໍ່ຄວາມຈິງ; ທັດສະນະຄະຕິທາງອັດຕະວິໄສຂອງພວກເຂົາບໍ່ແມ່ນທັດສະນະຄະຕິທີ່ຈະເປັນປໍລະປັກຕໍ່ຄວາມຈິງ ແລະ ບໍ່ແມ່ນການຕັ້ງໃຈໂຈມຕີຄວາມຈິງ ຫຼື ພະຍາຍາມທຸກວິທີທາງເພື່ອໃຊ້ຄຳສອນນອກຮີດ ແລະ ຄວາມຜິດພ້ຽນໃດກໍຕາມເພື່ອເຂົ້າມາແທນທີ່ຄວາມຈິງ. ມີແຕ່ຊາຕານເທົ່ານັ້ນທີ່ສາມາດເຮັດສິ່ງນີ້ໄດ້; ແກ່ນແທ້ແຫ່ງຄວາມເປັນປໍລະປັກຕໍ່ຄວາມຈິງຂອງມັນແມ່ນຄືກັນກັບແກ່ນແທ້ຂອງພະຍານາກໃຫຍ່ສີແດງ. ບໍ່ວ່າສິ່ງໃດກໍຕາມທີ່ເປັນສິ່ງທີ່ເປັນບວກ ແລະ ບໍ່ວ່າສິ່ງໃດກໍຕາມທີ່ກ່ຽວຂ້ອງກັບຄວາມຈິງ ຊາຕານກໍປະຕິເສດ, ກ່າວໂທດ ແລະ ບໍ່ຍອມຮັບ. ເຖິງແມ່ນວ່າຄວາມຈິງເຫຼົ່ານີ້ຈະບໍ່ເປັນໄພຄຸກຄາມຕໍ່ມັນກໍຕາມ ມັນກໍຍັງເປັນປໍລະປັກຕໍ່ຄວາມຈິງ ແລະ ກຽດຊັງຄວາມຈິງ; ສິ່ງນີ້ຖືກກຳນົດໂດຍທຳມະຊາດຂອງມັນ. ເພາະວ່າມານຮ້າຍມີທຳມະຊາດທີ່ຊົ່ວຮ້າຍ ສຳລັບພວກເຂົາແລ້ວ ຄວາມຈິງຈຶ່ງເປັນສັດຕູຂອງພວກເຂົາ. ຄຳວ່າ “ສັດຕູ” ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າສັດຕູບໍ່ມີວັນເຂົ້າກັນໄດ້, ບໍ່ມີວັນເປັນໝູ່ກັນໄດ້ ແລະ ບໍ່ມີວັນເປັນເພື່ອນຮ່ວມທາງທີ່ມີຄວາມຄິດຄືກັນໄດ້. ສິ່ງນີ້ກໍຄືກັບພະຍານາກໃຫຍ່ສີແດງ. ມັນປະຕິບັດຕໍ່ຜູ້ທີ່ເຊື່ອໃນພຣະເຈົ້າດ້ວຍຄວາມກຽດຊັງ ແລະ ຄວາມເປັນປໍລະປັກເປັນພິເສດ. ຕາບໃດທີ່ເຈົ້າຢຸດເຊື່ອໃນພຣະເຈົ້າ ແລະ ດູຖູກພຣະເຈົ້າ ເຈົ້າກໍສາມາດເຮັດຄວາມຊົ່ວໃດກໍໄດ້ໃນສັງຄົມ; ມັນບໍ່ສົນໃຈວ່າເຈົ້າຈະລັກຂະໂມຍ, ປຸ້ນຈີ້ ຫຼື ເຂົ້າຮ່ວມໃນກິດຈະກຳທີ່ສຳສ່ອນ; ເຈົ້າສາມາດສົມຮູ້ຮ່ວມຄິດກັບມັນ ແລະ ເຮັດສິ່ງໃດກໍຕາມທີ່ບໍ່ດີໄດ້. ແຕ່ຖ້າເຈົ້າເຊື່ອໃນພຣະເຈົ້າ ແລະ ຍ່າງໃນເສັ້ນທາງທີ່ຖືກຕ້ອງ ມັນກໍຈະບໍ່ຍອມໃຫ້ເຮັດແບບນັ້ນ; ມັນຈະຈັບກຸມເຈົ້າ, ຂົ່ມເຫັງເຈົ້າ ແລະ ເຖິງຂັ້ນປະຫານຊີວິດເຈົ້າ. ມັນຈະບໍ່ຍອມໃຫ້ເຈົ້າມີຊີວິດຢູ່ເລີຍ. ຕາບໃດທີ່ເຈົ້າມີຊີວິດຢູ່ ເຈົ້າກໍເປັນໜາມແທງໃຈຂອງມັນ; ທຸກໆມື້ທີ່ເຈົ້າມີຊີວິດຢູ່ ມັນກໍຮູ້ສຶກທຸກໃຈ ແລະ ບໍ່ສະບາຍໃຈຢູ່ພາຍໃນ. ມີແຕ່ເມື່ອມັນໄດ້ທຳລາຍເຈົ້າ ແລະ ເມື່ອເຈົ້າບໍ່ມີຊີວິດຢູ່ອີກຕໍ່ໄປ ມັນຈຶ່ງຈະຮູ້ສຶກເຖິງໄຊຊະນະ, ຄວາມສະບາຍໃຈ ແລະ ຄວາມສະຫງົບສຸກ. ທັດສະນະຄະຕິຂອງຜູ້ທີ່ເປັນມານຮ້າຍທີ່ມີຕໍ່ຄວາມຈິງນັ້ນມີທຳມະຊາດດຽວກັນກັບຄວາມກຽດຊັງຄວາມຈິງຂອງພະຍານາກໃຫຍ່ສີແດງ. ຖ້າເຈົ້າໄລ່ຕາມເສາະຫາຄວາມຈິງ, ປະຕິບັດຄວາມຈິງ, ເຮັດທຸກສິ່ງທຸກຢ່າງຕາມຫຼັກການ, ມີຈຸດຢືນ ແລະ ຍຶດໝັ້ນໃນຫຼັກການ ພວກເຂົາກໍຈະເຫັນວ່າເຈົ້າຂັດຫູຂັດຕາ ແລະ ກຽດຊັງເຈົ້າ. ຖ້າພວກເຂົາໄດ້ເປັນຜູ້ນຳ ແລະ ໄດ້ຮັບອຳນາດ ພວກເຂົາກໍຈະຄິດຫາທຸກວິທີທາງເພື່ອຫາຂໍ້ອ້າງມາທໍລະມານເຈົ້າ ແລະ ເຖິງຂັ້ນໃສ່ຮ້າຍເຈົ້າໃນຄວາມຜິດບາງຢ່າງເພື່ອຊຳລະລ້າງເຈົ້າອອກໄປ. ເມື່ອຜູ້ທີ່ໄລ່ຕາມເສາະຫາຄວາມຈິງລ້ວນແຕ່ຖືກພວກເຂົາກີດກັນອອກໄປ ແລະ ຜູ້ທີ່ຍັງເຫຼືອຢູ່ໃນຄຣິສຕະຈັກລ້ວນແຕ່ເປັນຄົນເບົາປັນຍາ ແລະ ຜູ້ທີ່ບໍ່ເຂົ້າໃຈຄວາມຈິງແມ່ນແຕ່ໜ້ອຍດຽວ ພວກເຂົາກໍຮູ້ສຶກປອດໄພ, ຮູ້ສຶກວ່າບໍ່ມີຫຍັງມາຄຸກຄາມພວກເຂົາໄດ້ ແລະ ວັນເວລາຂອງພວກເຂົາກໍສະບາຍ. ສະນັ້ນ, ຜູ້ທີ່ເປັນມານຮ້າຍຈຶ່ງບໍ່ພຽງແຕ່ເປັນປໍລະປັກຕໍ່ຄວາມຈິງເທົ່ານັ້ນ ແຕ່ຍັງເປັນປໍລະປັກຕໍ່ຜູ້ທີ່ຮັກ ແລະ ໄລ່ຕາມເສາະຫາຄວາມຈິງອີກດ້ວຍ. ສິ່ງນີ້ບໍ່ໄດ້ສະແດງໃຫ້ເຫັນວ່າພວກເຂົາມີທຳມະຊາດທີ່ຊົ່ວຮ້າຍບໍ? (ສະແດງ). ຫຼັງຈາກທີ່ບາງຄົນຖືກມານຮ້າຍກ່າວໂທດ, ກີດກັນ ແລະ ທໍລະມານ ພວກເຂົາກໍເວົ້າວ່າ: “ຂ້ອຍບໍ່ໄດ້ລ່ວງເກີນພວກເຂົາ ແຕ່ເປັນຫຍັງພວກເຂົາຈຶ່ງເຫັນວ່າຂ້ອຍຂັດຫູຂັດຕາ?” ນີ້ບໍ່ແມ່ນຄຳເວົ້າທີ່ເບົາປັນຍາບໍ? ນີ້ບໍ່ແມ່ນການເບິ່ງບໍ່ທະລຸສິ່ງຕ່າງໆ ແລະ ບໍ່ສາມາດແຍກແຍະຜູ້ຄົນໄດ້ບໍ? ພະຍານາກໃຫຍ່ສີແດງຈັບກຸມ ແລະ ຂົ່ມເຫັງຊາວຄຣິສຍ້ອນວ່າຊາວຄຣິສລະເມີດກົດໝາຍ ແລະ ກໍ່ອາຊະຍາກຳບໍ? ຫຼື ຍ້ອນວ່າຊາວຄຣິສເຂົ້າຮ່ວມໃນກິດຈະກຳທາງການເມືອງເພື່ອໂຄ່ນລົ້ມມັນ ແລະ ຍຶດອຳນາດທາງການເມືອງຂອງມັນບໍ? (ບໍ່ແມ່ນທັງສອງຢ່າງ). ແລ້ວຍ້ອນຫຍັງພວກເຂົາຈຶ່ງເຮັດແບບນັ້ນ? ພວກເຮົາບໍ່ໄດ້ເຂົ້າຮ່ວມໃນການເມືອງ ແລະ ບໍ່ໄດ້ຕໍ່ຕ້ານ ຫຼື ເປີດໂປງມັນ, ຍິ່ງໄປກວ່ານັ້ນກໍບໍ່ໄດ້ເຂົ້າຮ່ວມໃນກິດຈະກຳທາງການເມືອງເພື່ອຍຶດອຳນາດຂອງມັນ. ແລ້ວຍ້ອນຫຍັງມັນຈຶ່ງກົດຂີ່ ແລະ ຈັບກຸມພວກເຮົາທີ່ເຊື່ອໃນພຣະເຈົ້າດ້ວຍວິທີນີ້? ມັນເປັນພຽງຍ້ອນວ່າເຈົ້າຕິດຕາມພຣະເຈົ້າ, ຍອມຮັບຄວາມຈິງ ແລະ ຍົກຍ້ອງພຣະເຈົ້າວ່າເປັນຜູ້ຍິ່ງໃຫຍ່ ແລະ ນະມັດສະການພຣະອົງ ມັນຈຶ່ງກຽດຊັງເຈົ້າ. ມັນເຊື່ອວ່າເຈົ້າໄດ້ທໍລະຍົດມັນ; ເຈົ້າບໍ່ໄດ້ຕິດຕາມ, ນະມັດສະການ ແລະ ອ່ອນນ້ອມຕໍ່ມັນ, ດັ່ງນັ້ນ ມັນຈຶ່ງກຽດຊັງເຈົ້າ. ດ້ວຍເຫດນີ້, ມັນຈຶ່ງຕ້ອງການກົດຂີ່ ແລະ ກຳຈັດເຈົ້າ ເພື່ອບັນລຸເປົ້າໝາຍໃນການເຮັດໃຫ້ເຈົ້າຫາຍໄປ. ພຽງແຕ່ຍ້ອນວ່າມັນເປັນມານຮ້າຍທີ່ຊົ່ວຮ້າຍ ແລະ ມັນມີແກ່ນແທ້ທຳມະຊາດທີ່ເປັນປໍລະປັກຕໍ່ຄວາມຈິງ; ຖ້າເຈົ້າຕິດຕາມພຣະເຈົ້າ ມັນກໍຈະເປັນປໍລະປັກຕໍ່ເຈົ້າ, ມັນຈະກຽດຊັງເຈົ້າ ແລະ ມັນຈະພະຍາຍາມທຸກວິທີທາງເພື່ອທໍລະມານເຈົ້າ, ກຳຈັດເຈົ້າ ແລະ ຍາດແຍ່ງເຈົ້າໄປຈາກຂ້າງພຣະເຈົ້າ. ນີ້ແມ່ນເປົ້າໝາຍຂອງມັນ. ຖ້າເຈົ້າຢຸດຕິດຕາມພຣະເຈົ້າ ມັນກໍຈະບໍ່ເປັນປໍລະປັກຕໍ່ເຈົ້າຫຼາຍປານນັ້ນ. ແນ່ນອນວ່າ ມັນກໍຍັງຈະພະຍາຍາມທຳລາຍເຈົ້າ, ເຮັດໃຫ້ເຈົ້າເສື່ອມຊາມ, ປັ່ນຫົວເຈົ້າ ແລະ ຄວບຄຸມເຈົ້າ. ຖ້າເຈົ້າສາມາດນະມັດສະການ ແລະ ຕິດຕາມມັນໄດ້ ແລ້ວມັນກໍຈະພໍໃຈ ແລະ ຈະບໍ່ທໍລະມານເຈົ້າ, ແຕ່ໃນທີ່ສຸດແລ້ວ ເຈົ້າກໍມີແຕ່ຈະຖືກຝັງໄປພ້ອມກັບມັນເທົ່ານັ້ນ. ບໍ່ມີໃຜທີ່ນະມັດສະການຊາຕານແລ້ວຈະມີຈຸດຈົບທີ່ດີເລີຍ!
ທຳມະຊາດຂອງຊາຕານທີ່ຕໍ່ຕ້ານພຣະເຈົ້າຈະບໍ່ມີວັນປ່ຽນແປງ. ເປັນຫຍັງຜູ້ທີ່ເປັນຂອງຊາຕານເຊິ່ງເປັນຜູ້ຕໍ່ຕ້ານພຣະຄຣິສຈຶ່ງເປັນປໍລະປັກຕໍ່ຄວາມຈິງ ແລະ ພຣະເຈົ້າຫຼາຍປານນັ້ນ? ບອກເຮົາມາເບິ່ງ, ແກ່ນແທ້ທຳມະຊາດຂອງພວກເຂົາຊົ່ວຮ້າຍສໍ່າໃດ! ພວກເຂົາບໍ່ຍອມຮັບຄວາມຈິງ, ວຽກງານຂອງພຣະເຈົ້າ, ສິ່ງໃດກໍຕາມທີ່ເປັນບວກ ຫຼື ຄຳເວົ້າ ແລະ ການປະຕິບັດທີ່ຖືກຕ້ອງ ໂດຍບໍ່ມີຂໍ້ຍົກເວັ້ນ. ພວກເຂົາບໍ່ພຽງແຕ່ຮູ້ສຶກລັງກຽດໃນໃຈ ແລະ ປະຕິເສດທີ່ຈະຍອມຮັບສິ່ງເຫຼົ່ານັ້ນເທົ່ານັ້ນ ແຕ່ພວກເຂົາຍັງຕັ້ງໃຈເຮັດຄວາມຊົ່ວເພື່ອຕໍ່ຕ້ານພຣະເຈົ້າ ແລະ ເຜີຍແຜ່ຂ່າວລືທີ່ບໍ່ມີມູນຄວາມຈິງ ແລະ ຄວາມຜິດພ້ຽນຕ່າງໆເພື່ອກ່າວໂທດຄວາມຈິງ ແລະ ສິ່ງທີ່ເປັນບວກອີກດ້ວຍ. ຄົນຊົ່ວຮ້າຍແບບນີ້ຍັງຕ້ອງການໄດ້ຮັບພຣະພອນໂດຍການເຊື່ອໃນພຣະເຈົ້າອີກດ້ວຍ; ພວກເຂົາແຊກຊຶມເຂົ້າມາໃນເຮືອນຂອງພຣະເຈົ້າ ແຕ່ຍ້ອນວ່າພວກເຂົາບໍ່ຍອມຮັບຄວາມຈິງແມ່ນແຕ່ໜ້ອຍດຽວ ພວກເຂົາຈຶ່ງຖືກເປີດເຜີຍ ແລະ ຖືກກຳຈັດ. ຕົວຢ່າງ: ການຍອມຮັບການລິຮານແມ່ນສິ່ງທີ່ເປັນບວກ. ເມື່ອຄົນປົກກະຕິເຮັດຜິດ ແລະ ຖືກລິຮານ ພວກເຂົາກໍຈະໄຕ່ຕອງກ່ຽວກັບຕົນເອງ. ຖ້າການກະທຳຜິດຂອງພວກເຂົາເກີດຈາກເຈດຕະນາທີ່ຜິດ ຫຼື ອຸປະນິໄສທີ່ເສື່ອມຊາມ ພວກເຂົາກໍຈະສະແຫວງຫາຄວາມຈິງເພື່ອແກ້ໄຂມັນ. ຖ້າການກະທຳຜິດຂອງພວກເຂົາເກີດຂຶ້ນຍ້ອນວ່າຂີດຄວາມສາມາດຂອງພວກເຂົາຕ່ຳ ແລະ ພວກເຂົາເບິ່ງສິ່ງຕ່າງໆບໍ່ຊັດເຈນ ພວກເຂົາກໍຈະສະແຫວງຫາເສັ້ນທາງເພື່ອແກ້ໄຂມັນຢ່າງຫ້າວຫັນເຊັ່ນກັນ ໂດຍຊອກຫາຄົນທີ່ມີຂີດຄວາມສາມາດດີເຊິ່ງເຂົ້າໃຈຄວາມຈິງມາຊ່ວຍເຫຼືອ ແລະ ຊີ້ແນະພວກເຂົາ. ສະຫຼຸບແລ້ວ, ພາຍໃຕ້ການຊີ້ແນະ ແລະ ການຄວບຄຸມຂອງສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງພວກເຂົາ ພວກເຂົາກໍຈະປະຕິບັດຕໍ່ການຖືກລິຮານຢ່າງຖືກຕ້ອງ. ແຕ່ຜູ້ທີ່ເປັນມານຮ້າຍປະຕິບັດຕໍ່ການຖືກລິຮານແນວໃດ? ມານຮ້າຍນັ້ນເປັນປໍລະປັກຕໍ່ຄວາມຈິງຢູ່ແລ້ວ ແຕ່ດ້ວຍທຳມະຊາດທີ່ຊົ່ວຮ້າຍຂອງພວກເຂົາ ພວກເຂົາຈະບໍ່ຢຸດຢູ່ພຽງແຕ່ຄວາມເປັນປໍລະປັກຢ່າງແນ່ນອນ; ພວກເຂົາຍັງຈະກ່າວໂທດ, ຕໍ່ຕ້ານ ແລະ ໝິ່ນປະໝາດຄວາມຈິງອີກດ້ວຍ. ສະນັ້ນ, ເມື່ອພວກເຂົາຖືກລິຮານ ພວກເຂົາຈຶ່ງພະຍາຍາມໂຕ້ແຍ້ງ ແລະ ປົກປ້ອງຕົນເອງຢ່າງແຂງຂັນ. ພວກເຂົາບໍ່ພຽງແຕ່ປະຕິເສດຄວາມຈິງເທົ່ານັ້ນ ແຕ່ພວກເຂົາຍັງໂຈມຕີ ແລະ ກ່າວໂທດຜູ້ທີ່ລິຮານພວກເຂົາ ພ້ອມທັງເຜີຍແຜ່ຄຳເວົ້າດັ່ງກ່າວວ່າ: “ການເຊື່ອໃນພຣະເຈົ້ານັ້ນຍາກເກີນໄປ! ພວກເຮົາທີ່ມີຂີດຄວາມສາມາດຕ່ຳເຊິ່ງບໍ່ເຂົ້າໃຈຄວາມຈິງ ໃນທີ່ສຸດກໍຈະຖືກໄລ່ອອກໄປ. ການພະຍາຍາມອາໄສເຮືອນຂອງພຣະເຈົ້າຫາກິນນັ້ນບໍ່ແມ່ນເລື່ອງງ່າຍ! ຄົນທີ່ມີຂີດຄວາມສາມາດຕ່ຳບໍ່ມີທາງໄປ; ພວກເຮົາບໍ່ສາມາດເຮັດຫຍັງໄດ້ນອກຈາກຖືກຄົນອື່ນທໍລະມານ. ບໍ່ວ່າຄົນອື່ນຈະລົບກວນພວກເຮົາແນວໃດກໍຕາມ ພວກເຮົາກໍຕ້ອງອົດທົນກັບມັນ. ພວກເຮົາຈະໂທດໃຜໄດ້ນອກຈາກຂີດຄວາມສາມາດທີ່ຕ່ຳຂອງພວກເຮົາເອງ? ຖ້າຂີດຄວາມສາມາດຂອງເຈົ້າຕ່ຳ ເຈົ້າກໍດ້ອຍກວ່າຄົນອື່ນ!” ພວກເຂົາບໍ່ພຽງແຕ່ບໍ່ຍອມຮັບການລິຮານ ຫຼື ໄຕ່ຕອງ ແລະ ຮູ້ຈັກຕົນເອງເທົ່ານັ້ນ ແຕ່ພວກເຂົາຍັງບໍ່ສະແຫວງຫາຫຼັກການຂອງການປະຕິບັດ ຫຼື ເສັ້ນທາງແຫ່ງການປະຕິບັດເພື່ອແກ້ໄຂບັນຫານີ້ອີກດ້ວຍ. ຖ້າຂີດຄວາມສາມາດຂອງພວກເຂົາຕ່ຳແທ້ໆ ແລ້ວພວກເຂົາຈະສາມາດເຮັດໃຫ້ດີທີ່ສຸດເພື່ອປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີ ແລະ ມອບຄວາມຈົງຮັກພັກດີຂອງພວກເຂົາ ບົນພື້ນຖານເງື່ອນໄຂທີ່ຕິດໂຕມາແຕ່ເກີດຂອງພວກເຂົາໄດ້ແນວໃດ? ພວກເຂົາຈະຄິດແບບນີ້ບໍ? ພວກເຂົາເປັນປໍລະປັກຕໍ່ຄວາມຈິງ, ດັ່ງນັ້ນ ພວກເຂົາຈຶ່ງຈະບໍ່ຄິດແບບນີ້ຢ່າງແນ່ນອນ. ຍິ່ງໄປກວ່ານັ້ນ, ພວກເຂົາຈະເຮັດຮ້າຍແຮງຂຶ້ນກວ່າເກົ່າ ແລະ ຕັດສິນ ແລະ ໃສ່ຮ້າຍປ້າຍສີ ຈົນເຖິງຂັ້ນສາບແຊ່ງຜູ້ທີ່ລິຮານພວກເຂົາຢ່າງລັບໆໃນໃຈວ່າ: “ຫຶ! ມື້ນີ້ເຈົ້າເຮັດໃຫ້ຂ້ອຍບໍ່ສະບາຍໃຈ. ມື້ໜຶ່ງຂ້ອຍຈະໃຫ້ເຈົ້າຮູ້ວ່າໃຜເປັນໃຜ! ເຈົ້າຄິດວ່າຂີດຄວາມສາມາດຂອງຂ້ອຍຕ່ຳບໍ? ຂ້ອຍເຊື່ອໃນພຣະເຈົ້າມາຫຼາຍປີແລ້ວ ໃນຂະນະທີ່ເຈົ້າຫາກໍເຊື່ອໄດ້ບໍ່ເທົ່າໃດປີ! ເຈົ້າເຫັນວ່າຂ້ອຍຂັດຫູຂັດຕາບໍ? ມື້ໜຶ່ງຂ້ອຍຈະເຮັດໃຫ້ເຈົ້າໄດ້ຮັບຜົນທີ່ຈະຕາມມາ ແລະ ເຮັດໃຫ້ເຈົ້າຕາຍຢ່າງທໍລະມານ!” ເຈົ້າເຫັນບໍ ເມື່ອພວກເຂົາຖືກລິຮານ ເຖິງແມ່ນວ່າພວກເຂົາຈະບໍ່ເວົ້າຫຍັງ ແລະ ເຖິງກັບຍິ້ມອອກມາ ແຕ່ໃນໃຈຂອງພວກເຂົາພັດເຕັມໄປດ້ວຍຄວາມຄຽດແຄ້ນ, ຄວາມກຽດຊັງ ແລະ ຄຳສາບແຊ່ງ. ບາງຄົນສະແດງຄວາມບໍ່ເຕັມໃຈທີ່ຈະຍອມຮັບການລິຮານ ໂດຍເວົ້າຄຳຈົ່ມວ່າ, ໂຈມຕີ ຫຼື ຕັດສິນອອກມາເປັນບາງຄັ້ງຄາວ. ພວກເຂົາບໍ່ພຽງແຕ່ເປັນປໍລະປັກຕໍ່ການລິຮານເທົ່ານັ້ນ ແຕ່ພວກເຂົາຍັງເປັນຝ່າຍເລີ່ມໂຈມຕີຜູ້ທີ່ລິຮານພວກເຂົາ ໂດຍບໍ່ຍອມປ່ອຍຜູ້ໃດກໍຕາມທີ່ເຮັດເຊັ່ນນັ້ນ. ຜູ້ຍິງບາງຄົນອາດຈະໂຕຂ້ອນຂ້າງນ້ອຍ ແລະ ອາດຈະເບິ່ງຄືວ່າອ່ອນແອຫຼາຍຢູ່ພາຍນອກ, ແຕ່ເມື່ອມີຄົນລິຮານພວກເຂົາຢ່າງແທ້ຈິງ ພວກເຂົາກໍຈະໃຈຮ້າຍເປັນຟືນເປັນໄຟ ແລ້ວເວົ້າວ່າ: “ຂ້ອຍທົນທຸກມາຫຼາຍໃນການເຊື່ອໃນພຣະເຈົ້າຕະຫຼອດຫຼາຍປີມານີ້, ມັນງ່າຍບໍ? ເຈົ້າເຫັນວ່າຂ້ອຍຂັດຫູຂັດຕາ ແຕ່ຂ້ອຍເທດສອນຂ່າວປະເສີດມາກ່ອນທີ່ເຈົ້າຈະເກີດຊໍ້າ! ເຈົ້າພະຍາຍາມລັງແກຂ້ອຍພຽງເພາະວ່າຂ້ອຍເຖົ້າກວ່າບໍ? ໃຫ້ຂ້ອຍບອກເຈົ້າເລີຍວ່າ ມັນຈະບໍ່ມີທາງເກີດຂຶ້ນ! ລອງໄປຖາມເບິ່ງວ່າ ຕະຫຼອດຊີວິດຂອງຂ້ອຍ ຂ້ອຍເຄີຍຍອມຕໍ່ໃຜແດ່?” ຄົນທີ່ມີອຸປະນິໄສປະເພດນີ້ສາມາດຍອມຮັບຄວາມຈິງໄດ້ບໍ? ບໍ່ໄດ້ຢ່າງແນ່ນອນ. ພວກເຂົາບໍ່ພຽງແຕ່ບໍ່ຍອມຮັບການຖືກລິຮານເທົ່ານັ້ນ ແຕ່ພວກເຂົາຍັງສາບແຊ່ງຜູ້ທີ່ລິຮານພວກເຂົາອີກດ້ວຍ. ພວກເຂົາບໍ່ປະສົງຮ້າຍເກີນໄປບໍ? ຜູ້ທີ່ເປັນມານຮ້າຍ ແລະ ຊາຕານນັ້ນມີເລ່ລ່ຽມ, ມື່ນຄືອ່ຽນ, ທໍລະຍົດ ແລະ ເຈົ້າເລ່. ເນື່ອງຈາກທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ຄວາມຈິງແມ່ນຄວາມເປັນປໍລະປັກ ແລະ ການໂຈມຕີ, ເມື່ອການກະທຳທີ່ຊົ່ວຮ້າຍຂອງພວກເຂົາຖືກເປີດໂປງ ແລະ ພວກເຂົາປະເຊີນກັບການຖືກຄັດອອກ ຫຼື ຂັບໄລ່ອອກໂດຍບໍ່ມີຄວາມຫວັງທີ່ຈະໄດ້ຮັບພຣະພອນ ພວກເຂົາກໍຈະບໍ່ປະພຶດຕົນດີ ຫຼື ຍອມຈຳນົນຢ່າງແນ່ນອນ ແຕ່ພວກເຂົາຈະໃຊ້ວິທີການຕ່າງໆເພື່ອຕໍ່ຕ້ານ. ບາງຄົນແຕ່ງເລື່ອງຕົວະ ໂດຍເວົ້າວ່າ: “ຜູ້ນຳ ແລະ ຜູ້ເຮັດວຽກກຳລັງທໍລະມານພວກເຂົາ ແລະ ພວກເຂົາກໍຍຸຍົງໃຫ້ຄົນອື່ນອອກມາປົກປ້ອງພວກເຂົາ ໂດຍຕັ້ງໃຈລົບກວນວຽກງານຂອງຄຣິສຕະຈັກ”. ບາງຄົນທຳທ່າເຮັດເປັນອ່ອນນ້ອມ ໂດຍເວົ້າວ່າ: “ບໍ່ວ່າເຮືອນຂອງພຣະເຈົ້າຈະປະຕິບັດຕໍ່ຂ້ອຍແນວໃດກໍຕາມ ເຖິງແມ່ນວ່າຂ້ອຍຈະຖືກສົ່ງໄປກຸ່ມ B ຫຼື ຖືກຄັດອອກ ຂ້ອຍກໍຍັງຈະປະຕິບັດໜ້າທີ່ຂອງຂ້ອຍຄືເກົ່າ. ຂ້ອຍຈົງຮັກພັກດີຕໍ່ພຣະເຈົ້າ ແລະ ຂ້ອຍຈະບໍ່ມີວັນປະຕິເສດເສັ້ນທາງນີ້ ຫຼື ປະຖິ້ມໜ້າທີ່ຂອງຂ້ອຍຢ່າງເດັດຂາດ”. ພວກເຂົາສ້າງສາກບັງໜ້າເພື່ອຫຼອກລວງຜູ້ຄົນ ໂດຍເຮັດໃຫ້ເບິ່ງຄືວ່າພວກເຂົາໄດ້ກັບໃຈແລ້ວ ແລະ ເບິ່ງຄືວ່າພວກເຂົາສາມາດຍອມຮັບ ແລະ ອ່ອນນ້ອມໄດ້, ບໍ່ວ່າເຮືອນຂອງພຣະເຈົ້າຈະປະຕິບັດຕໍ່ພວກເຂົາແນວໃດກໍຕາມ ພວກເຂົາກໍຈະບໍ່ປະຖິ້ມໜ້າທີ່ຂອງພວກເຂົາ. ຄວາມຈິງແລ້ວ, ພວກເຂົາກຳລັງຫຼອກລວງເຈົ້າ ແລະ ປັ່ນຫົວເຈົ້າ. ພວກເຂົາຄິດໃນໃຈວ່າ: “ຫຶ! ຢາກໃຊ້ຂ້ອຍເພື່ອຮັບໃຊ້ບໍ? ຝັນໄປເຖາະ! ເມື່ອຂ້ອຍສະແດງຄວາມຕັ້ງໃຈຂອງຂ້ອຍຕໍ່ເຈົ້າ ແລະ ເວົ້າວ່າຂ້ອຍເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງຂ້ອຍ ນັ້ນກໍເປັນພຽງການເຮັດພໍເປັນພິທີ, ຂ້ອຍພຽງແຕ່ຫຼອກລວງພວກເຈົ້າເທົ່ານັ້ນ!” ພາຍນອກພວກເຂົາເບິ່ງຄືວ່າອ່ອນນ້ອມ ແລະ ເຊື່ອຟັງເປັນພິເສດ ເຊິ່ງເຮັດໃຫ້ຜູ້ຄົນຄິດວ່າພວກເຂົາເຕັມໃຈທີ່ຈະປະຕິບັດໜ້າທີ່. ແຕ່ເມື່ອເຈົ້າຈັດແຈງໃຫ້ພວກເຂົາປະຕິບັດໜ້າທີ່ຢ່າງແທ້ຈິງ ພວກເຂົາກໍເຮັດພໍແລ້ວມືແລ້ວຕີນ, ໃຊ້ເລ່ລ່ຽມ ແລະ ຫຼອກລວງເຈົ້າ ແລະ ເຖິງກັບຫຼົບໜ້າຫຼົບຕາເຈົ້າ. ມັນອາດຈະຜ່ານໄປຫຼາຍກວ່າສິບມື້ແລ້ວນັບຕັ້ງແຕ່ພວກເຂົາໄດ້ຮັບມອບໝາຍວຽກງານ ແຕ່ວຽກງານນັ້ນຈະບໍ່ມີຄວາມຄືບໜ້າເລີຍ. ບາງຄົນໂງ່ຈ້າ ແລະ ຂາດຄວາມສາມາດໃນການແຍກແຍະ ແລະ ພວກເຂົາກໍຈະຮູ້ສຶກສັບສົນກັບເລື່ອງນີ້ ໂດຍຄິດວ່າ: “ພວກເຂົາຈິງຈັງຫຼາຍຕອນທີ່ພວກເຂົາຕົກລົງທີ່ຈະເຮັດມັນ ໂດຍເວົ້າວ່າພວກເຂົາເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງພວກເຂົາ. ມັນເບິ່ງບໍ່ຄືວ່າພວກເຂົາກຳລັງເວົ້າຕົວະເລີຍ. ແລ້ວເປັນຫຍັງຕອນນີ້ຈຶ່ງຫາພວກເຂົາບໍ່ເຫັນເລີຍ?” ໃຫ້ເຮົາບອກຄວາມຈິງກັບເຈົ້າວ່າ: ພວກເຂົາເປັນພຽງນັກຕົ້ມຕຸ໋ນຕົວຢົງ ແລະ ພວກເຂົາເປັນມານຮ້າຍ. ຜູ້ທີ່ເປັນມານຮ້າຍຖືວ່າການປະຕິບັດໜ້າທີ່ເປັນຫຍັງ? ພວກເຂົາຖືວ່າມັນເປັນການທີ່ເຮືອນຂອງພຣະເຈົ້າໃຊ້ພວກເຂົາເພື່ອຮັບໃຊ້ ແລະ ຖືວ່າມັນເປັນການປັ່ນຫົວພວກເຂົາ. ນີ້ແມ່ນຄວາມຄິດຂອງຜູ້ທີ່ເປັນມານຮ້າຍທີ່ມີຕໍ່ການປະຕິບັດໜ້າທີ່. ເຈົ້າມີຄ່າຫຍັງໃຫ້ຖືກນຳໃຊ້? ຢ່າງຫຼາຍທີ່ສຸດ ເຈົ້າກໍເຂົ້າໃຈກ່ຽວກັບວິຊາຊີບໃດໜຶ່ງເລັກນ້ອຍ. ຖ້າເຮືອນຂອງພຣະເຈົ້າມີຄວາມຕ້ອງການໃນວຽກງານຂົງເຂດນີ້ ຢ່າງດີທີ່ສຸດມັນກໍໝາຍຄວາມວ່າເຈົ້າເໝາະສົມທີ່ຈະປະຕິບັດໜ້າທີ່ນີ້. ການໃຊ້ເລື່ອງການປະຕິບັດໜ້າທີ່ມາປະເມີນເຈົ້າ ແລະ ຮຽກຮ້ອງຈາກເຈົ້ານັ້ນແມ່ນການຍົກຍ້ອງເຈົ້າ. ຖ້າເຈົ້າປະຕິເສດ ແລະ ບໍ່ຍອມຮັບ ແລ້ວເຈົ້າກໍກຳລັງບໍ່ຮູ້ຈັກບຸນຄຸນ. ຜູ້ທີ່ເປັນມານຮ້າຍກໍບໍ່ມີເຫດຜົນແບບນີ້ແຫຼະ. ພວກເຂົາຂໍປະຕິບັດໜ້າທີ່ ແລະ ເມື່ອຄຣິສຕະຈັກຈັດແຈງວຽກງານໃຫ້ພວກເຂົາ ພວກເຂົາກໍຄິດໄປເອງວ່າເຮືອນຂອງພຣະເຈົ້າຕ້ອງການໃຊ້ພວກເຂົາ. ຖ້າເຈົ້າມີຄຸນຄ່າບາງຢ່າງທີ່ຈະຖືກນຳໃຊ້ໃນຄຣິສຕະຈັກຢ່າງແທ້ຈິງ, ນີ້ເປັນຄວາມໂຊກດີ ຫຼື ຄວາມໂຊກຮ້າຍສຳລັບເຈົ້າ? (ຄວາມໂຊກດີ). ມັນເປັນຄວາມໂຊກຮ້າຍ ຫຼື ພຣະພອນສຳລັບເຈົ້າ? (ພຣະພອນ). ເປັນຫຍັງເຈົ້າຈຶ່ງເວົ້າວ່າມັນເປັນພຣະພອນ? (ການທີ່ສາມາດຮັບໃຊ້ພຣະເຈົ້າໄດ້ນັ້ນແມ່ນການຍົກຍ້ອງຂອງພຣະເຈົ້າ, ດັ່ງນັ້ນ ມັນຈຶ່ງເປັນພຣະພອນ). ເຈົ້າຕ້ອງເຂົ້າໃຈເລື່ອງນີ້ວ່າ: ການຮັບໃຊ້ພຣະເຈົ້າແມ່ນການຍົກຍ້ອງຂອງພຣະເຈົ້າ. ການຍົກຍ້ອງໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າເຈົ້າມີຈຸດແຂງທາງວິຊາຊີບເລັກນ້ອຍນີ້ທີ່ສາມາດນຳໄປໃຊ້ໃນວຽກງານຂອງເຮືອນຂອງພຣະເຈົ້າໄດ້ ເຊິ່ງເປັນໂອກາດທີ່ພຣະເຈົ້າມອບໃຫ້ເຈົ້າ ແລະ ພຣະເຈົ້າໄດ້ມອບໂອກາດໃຫ້ເຈົ້າໄດ້ຮັບໃຊ້ພຣະອົງ ໂດຍເປັນໂອກາດທີ່ຈະບັນລຸຄວາມລອດພົ້ນ ແລະ ນີ້ເປັນເງື່ອນໄຂພື້ນຖານສຳລັບເຈົ້າທີ່ຈະໄດ້ຮັບພຣະພອນ. ມີແຕ່ເມື່ອເຈົ້າມີເງື່ອນໄຂພື້ນຖານນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດມີໂອກາດຍອມຮັບຄວາມຈິງ ແລະ ປະຕິບັດຄວາມຈິງໄປເທື່ອລະຂັ້ນຕອນ ແລະ ບັນລຸຄວາມລອດພົ້ນໄດ້. ຖ້າເຈົ້າບໍ່ມີຄຸນສົມບັດທີ່ດີເລີຍ ແລ້ວເຈົ້າກໍເປັນຄົນທີ່ໄຮ້ປະໂຫຍດໃນເຮືອນຂອງພຣະເຈົ້າ. ເຮືອນຂອງພຣະເຈົ້າຍັງຈະລ້ຽງດູເຈົ້າລ້າໆຢູ່ບໍ? ຖ້າບໍ່ມີໜ້າທີ່ໃຫ້ເຈົ້າປະຕິບັດໃນເຮືອນຂອງພຣະເຈົ້າ ແລ້ວເຈົ້າກໍຂາດສື່ກາງທີ່ເໝາະສົມ ແລະ ສົມເຫດສົມຜົນ ພ້ອມທັງເງື່ອນໄຂພື້ນຖານສຳລັບການຮັກສາຄວາມສຳພັນທີ່ປົກກະຕິກັບພຣະເຈົ້າ. ຖ້າເຈົ້າບໍ່ສາມາດຖືກນຳໄປໃຊ້ໃນວຽກງານສະເພາະໃດໜຶ່ງໃນເຮືອນຂອງພຣະເຈົ້າໄດ້ ມັນກໍໝາຍຄວາມວ່າເຈົ້າບໍ່ໄດ້ສ້າງຄວາມສຳພັນກັບພຣະເຈົ້າເລີຍ ແລະ ດ້ວຍເຫດນັ້ນ ເຈົ້າຈຶ່ງບໍ່ມີໂອກາດທີ່ຈະມາຢູ່ຕໍ່ໜ້າພຣະເຈົ້າ ແລະ ບໍ່ມີໂອກາດທີ່ຈະຍອມຮັບຂັ້ນຕອນໃດໜຶ່ງ ຫຼື ໄລຍະເວລາໃດໜຶ່ງຂອງວຽກງານທີ່ພຣະເຈົ້າເຮັດເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ. ແລ້ວເຈົ້າຍັງມີໂອກາດ ແລະ ເງື່ອນໄຂທີ່ຈະບັນລຸຄວາມລອດພົ້ນຢູ່ບໍ? ສະນັ້ນ ຖ້າເວົ້າວ່າເຈົ້າມີຄຸນຄ່າທີ່ຈະຖືກນຳໃຊ້, ນີ້ອາດຈະຟັງເບິ່ງບໍ່ສະບາຍໃຈໃນໂລກທີ່ບໍ່ມີຄວາມເຊື່ອ ແລະ ບາງທີຄຳວ່າ “ໃຊ້” ອາດຈະເປັນຄຳສັບທີ່ເປັນລົບຢູ່ທີ່ນັ້ນ; ແຕ່ໃນເຮືອນຂອງພຣະເຈົ້າ ເຈົ້າຕ້ອງເບິ່ງວ່າໃຜກຳລັງໃຊ້ເຈົ້າ. ຄວນຕີຄວາມໝາຍຄຳວ່າ “ໃຊ້” ນີ້ແນວໃດ? ຖ້າພຣະເຈົ້າໃຊ້ເຈົ້າ, ມັນກໍພິສູດວ່າເຈົ້າຍັງມີຄຸນຄ່າບາງຢ່າງ ແລະ ຍັງສາມາດຮັບໃຊ້ພຣະເຈົ້າໄດ້. ເມື່ອເຈົ້າຮັບໃຊ້ພຣະເຈົ້າ, ນີ້ບໍ່ແມ່ນພຣະເຈົ້າກຳລັງຍົກຍ້ອງເຈົ້າບໍ? (ແມ່ນແລ້ວ). ນີ້ແມ່ນພຣະເຈົ້າກຳລັງມອບໂອກາດໃຫ້ເຈົ້າ ແລະ ພຣະເຈົ້າກຳລັງຍົກຍ້ອງເຈົ້າ. ນີ້ແມ່ນສິ່ງທີ່ດີ; ມັນພິສູດວ່າພຣະເຈົ້າມີຄວາມເອົາໃຈໃສ່ບາງຢ່າງຕໍ່ເຈົ້າ ແລະ ຍັງເຕັມໃຈທີ່ຈະໃຫ້ໂອກາດເຈົ້າ. ແລ້ວການຖືກພຣະເຈົ້າໃຊ້ນັ້ນໜ້າອັບອາຍບໍ? ມັນເປັນການສູນເສຍບໍ? ເຈົ້າເສຍປຽບໃນການຖືກນຳໃຊ້ບໍ? ມັນເຮັດໃຫ້ເຈົ້າສູນເສຍຄວາມພາກພູມໃຈ ຫຼື ກຽດສັກສີຂອງເຈົ້າບໍ? ບໍ່, ເຈົ້າໄດ້ຮັບຫຼາຍກວ່ານັ້ນອີກ. ມັນເປີດໂອກາດໃຫ້ເຈົ້າໄດ້ມາຢູ່ຕໍ່ໜ້າພຣະເຈົ້າເພື່ອຍອມຮັບຄວາມຈິງ ແລະ ຄວາມລອດພົ້ນຂອງພຣະເຈົ້າ. ເຈົ້າບໍ່ໄດ້ເສຍປຽບເລີຍ; ເຈົ້າໄດ້ຮັບຜົນປະໂຫຍດອັນໃຫຍ່ຫຼວງ. ແຕ່ຄົນທີ່ກັບຊາດມາເກີດຈາກມານຮ້າຍບໍ່ໄດ້ເບິ່ງມັນແບບນີ້. ພວກເຂົາມີທຳມະຊາດທີ່ຊົ່ວຮ້າຍ. ບໍ່ວ່າຊາຕານຈະໃຊ້ ແລະ ເຮັດໃຫ້ພວກເຂົາເສື່ອມຊາມແນວໃດກໍຕາມ ພວກເຂົາກໍບໍ່ມີຂໍ້ໂຕ້ແຍ້ງ; ພວກເຂົາພໍໃຈກັບມັນຫຼາຍ. ຖ້າເຈົ້າໜ້າທີ່ລັດຖະບານໃຊ້ພວກເຂົາ ພວກເຂົາກໍຖືວ່າມັນເປັນຄວາມໂຊກດີ ແລະ ເປັນສັນຍານຂອງຄວາມຈະເລີນຮຸ່ງເຮືອງ. ພວກເຂົາບໍ່ແຍກແຍະ, ຄັດຄ້ານ, ຕໍ່ຕ້ານ ຫຼື ປະຕິເສດມັນ. ແຕ່ໃນຄຣິສຕະຈັກ ຖ້າພວກເຂົາຖືກສົ່ງເສີມໃຫ້ປະຕິບັດໜ້າທີ່ ພວກເຂົາກໍຮູ້ສຶກວ່າມັນເປັນການຮັບໃຊ້, ພວກເຂົາກຳລັງຫັກຫຼັງຕົນເອງ ແລະ ຄຣິສຕະຈັກກຳລັງໃຊ້ພວກເຂົາ. ຕົວຢ່າງ: ຜູ້ຍິງຄົນໜຶ່ງເຂົ້າໃຈກ່ຽວກັບທັກສະທາງວິຊາຊີບໃດໜຶ່ງເລັກນ້ອຍ, ດັ່ງນັ້ນ ຄຣິສຕະຈັກຈຶ່ງຈັດແຈງໃຫ້ລາວເຮັດວຽກໃນຂົງເຂດນີ້. ລາວບໍ່ພຽງແຕ່ບໍ່ສາມາດຍອມຮັບມັນຈາກພຣະເຈົ້າໄດ້ເທົ່ານັ້ນ ແຕ່ລາວຍັງຮູ້ສຶກລັງກຽດເປັນພິເສດໃນໃຈອີກວ່າ: “ພະຍາຍາມໃຊ້ຂ້ອຍບໍ? ຄິດໃໝ່ເຖາະ! ຂ້ອຍບໍ່ໄດ້ໂງ່ປານນັ້ນ! ຂ້ອຍມີຊີວິດຢູ່ມາດົນປານນີ້ ແລະ ບໍ່ເຄີຍຖືກໃຜໃຊ້ເລີຍ. ຄົນທີ່ຈະສາມາດໃຊ້ຂ້ອຍໄດ້ນັ້ນຍັງບໍ່ທັນເກີດມາຊໍ້າ!” ເຈົ້າບໍ່ຈຳເປັນຕ້ອງຮູ້ສຶກໃຈຮ້າຍຂະໜາດນັ້ນ. ຖ້າເຈົ້າເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງເຈົ້າ ແລ້ວກໍຈົ່ງຍອມຮັບມັນຈາກພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງເຈົ້າໃຫ້ດີ. ຖ້າເຈົ້າບໍ່ເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງເຈົ້າ ແລ້ວກໍຈົ່ງອອກຈາກເຮືອນຂອງພຣະເຈົ້າໄປ. ປະຕູເຮືອນຂອງພຣະເຈົ້າເປີດຢູ່; ເຈົ້າສາມາດອອກໄປໄດ້ຕະຫຼອດເວລາ ແລະ ໄປໃສກໍໄດ້ຕາມທີ່ເຈົ້າຕ້ອງການ. ພຣະເຈົ້າປະທານຄວາມຈິງໃຫ້ແກ່ຜູ້ຄົນຢ່າງບໍ່ຄິດຄ່າ. ການປະທານຄວາມຈິງຂອງພຣະເຈົ້າ ແລະ ການສະໜອງຊີວິດຂອງພຣະອົງໃຫ້ແກ່ຜູ້ຄົນລ້ວນແຕ່ບໍ່ມີຄ່າໃຊ້ຈ່າຍ. ພຣະອົງເຄີຍຂໍເງິນຈາກເຈົ້າຈັກກີບບໍ? (ບໍ່). ເຈົ້າປະຕິບັດໜ້າທີ່ພຽງເລັກນ້ອຍ ແຕ່ເຈົ້າພັດຮັບຮູ້ວ່າມັນເປັນການຖືກພຣະເຈົ້າໃຊ້. ນີ້ບໍ່ແມ່ນການຂາດສະຕິຮູ້ສຶກຜິດຊອບ ແລະ ການບໍ່ຮູ້ຈັກບຸນຄຸນບໍ? ແລ້ວຈະເປັນແນວໃດຖ້າພຣະເຈົ້າໃຊ້ເຈົ້າ? ນັ້ນຜິດບໍ? ຊີວິດຂອງເຈົ້າເອງກໍຖືກມອບໃຫ້ໂດຍພຣະເຈົ້າ. ພຣະເຈົ້າບໍ່ຄູ່ຄວນທີ່ຈະໃຊ້ເຈົ້າບໍ? ພຣະອົງບໍ່ມີຄຸນສົມບັດບໍ? ເຈົ້າສາມາດເຮັດຕົວສູງສົ່ງ ແລະ ຍິ່ງໃຫຍ່ພຽງເພາະວ່າເຈົ້າເຂົ້າໃຈກ່ຽວກັບວິຊາຊີບໃດໜຶ່ງເລັກນ້ອຍບໍ? ພຣະເຈົ້າຕ້ອງປະຈົບປະແຈງ, ອ້ອນວອນເຈົ້າດ້ວຍຄວາມເຄົາລົບ, ສັນຍາສິ່ງຕ່າງໆກັບເຈົ້າ, ຍົກຍ້ອງເຈົ້າ ແລະ ວາງເຈົ້າໄວ້ເທິງບັນລັງບໍ ນັ້ນຈຶ່ງຈະເຮັດໃຫ້ເຈົ້າມີຄວາມສຸກບໍ? ຄົນທີ່ປາສະຈາກຄວາມເປັນມະນຸດທີ່ປົກກະຕິບໍ່ສາມາດເຂົ້າໃຈເລື່ອງການປະຕິບັດໜ້າທີ່ໄດ້ຢ່າງຖືກຕ້ອງ. ພວກເຂົາມັກຈະເວົ້າຢູ່ສະເໝີວ່າ: “ເຮືອນຂອງພຣະເຈົ້າກຳລັງໃຊ້ຂ້ອຍ. ຂ້ອຍບໍ່ໄດ້ໂງ່ປານນັ້ນ; ມີແຕ່ຄົນໂງ່ເທົ່ານັ້ນທີ່ເຕັມໃຈທີ່ຈະຖືກພຣະເຈົ້າໃຊ້!” ເຈົ້າເຫັນບໍ, ຄວາມຄິດນີ້ທັງບ່ຽງເບນ ແລະ ຊົ່ວຮ້າຍ ແລະ ບໍ່ສົມເຫດສົມຜົນຢ່າງສິ້ນເຊີງ! ຄວນຈັດການກັບຄົນດັ່ງກ່າວແນວໃດ? ມັນເປັນເລື່ອງທີ່ງ່າຍດາຍ ນັ້ນກໍຄື: ບໍ່ວ່າຈະເປັນການຄັດພວກເຂົາອອກ ຫຼື ການມອບໝາຍໃຫ້ພວກເຂົາໄປຢູ່ກຸ່ມ B ກໍພຽງແຕ່ຊຳລະລ້າງພວກເຂົາອອກໄປ. ຖ້າເຈົ້າຢ້ານການຖືກນຳໃຊ້ຫຼາຍປານນັ້ນ, ແລ້ວເປັນຫຍັງເຈົ້າຈຶ່ງຍັງໜ້າດ້ານຢູ່ໃນເຮືອນຂອງພຣະເຈົ້າ ແລະ ເວົ້າວ່າເຈົ້າຕ້ອງການປະຕິບັດໜ້າທີ່? ນີ້ບໍ່ແມ່ນຄວາມໜ້າຊື່ໃຈຄົດ ແລະ ການຫຼອກລວງຜູ້ຄົນບໍ? ຖ້າເຈົ້າຢ້ານການຖືກນຳໃຊ້ ເຮືອນຂອງພຣະເຈົ້າກໍຈະບໍ່ມີວັນໃຊ້ເຈົ້າປະຕິບັດໜ້າທີ່; ເຮືອນຂອງພຣະເຈົ້າບໍ່ໄດ້ບັງຄັບສິ່ງຕ່າງໆໃສ່ຜູ້ຄົນ. ຕອນນີ້ເປັນເວລາທີ່ແຕ່ລະຄົນຖືກຈັດຕາມປະເພດຂອງພວກເຂົາ. ຜູ້ໃດກໍຕາມທີ່ເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງພວກເຂົາກໍຈະຍັງຄົງຢູ່; ຜູ້ໃດກໍຕາມທີ່ບໍ່ເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງພວກເຂົາກໍຄວນຟ້າວອອກຈາກຄຣິສຕະຈັກໄປ ແລະ ບໍ່ຕ້ອງກັບມາອີກ. ເຮືອນຂອງພຣະເຈົ້າບໍ່ໄດ້ບັງຄັບໃຜ. ມີແຕ່ຜູ້ທີ່ເຕັມໃຈປະຕິບັດໜ້າທີ່ຂອງພວກເຂົາເທົ່ານັ້ນທີ່ເປັນປະຊາກອນທີ່ພຣະເຈົ້າເລືອກ. ຜູ້ທີ່ບໍ່ເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງພວກເຂົາລ້ວນແຕ່ເປັນຄົນຮັບໃຊ້ຂອງຊາຕານ ເຊິ່ງມາທີ່ນີ້ເພື່ອລົບກວນວຽກງານຂອງຄຣິສຕະຈັກ. ບາງຄົນຕ້ອງການໄດ້ຮັບພຣະພອນໂດຍການປະຕິບັດໜ້າທີ່ຂອງພວກເຂົາ ແຕ່ໃນເວລາດຽວກັນກໍຢ້ານການຖືກນຳໃຊ້. ຄົນເຫຼົ່ານີ້ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນບໍ? (ບໍ່). ພວກເຂົາມັກຈະຢ້ານເສຍປຽບຢູ່ສະເໝີ ໂດຍມັກຈະຮູ້ສຶກຢູ່ສະເໝີວ່າເຮືອນຂອງພຣະເຈົ້າກຳລັງເອົາປຽບພວກເຂົາ ແລະ ພວກເຂົາກຳລັງເສຍປຽບຢ່າງໃຫຍ່ຫຼວງ. ນີ້ບໍ່ແມ່ນການບໍ່ຮູ້ຈັກດີຈັກຊົ່ວບໍ? ເຈົ້າເສຍປຽບຫຍັງແດ່? ຖ້າເຈົ້າພະຍາຍາມແລກປ່ຽນທັກສະທາງເຕັກນິກຂອງເຈົ້າກັບຄວາມຈິງ ແລະ ຄວາມລອດພົ້ນ ເຮົາບອກເລີຍວ່າເຈົ້າບໍ່ສາມາດເຮັດການແລກປ່ຽນນັ້ນໄດ້; ເຈົ້າບໍ່ຄູ່ຄວນ ແລະ ເຈົ້າບໍ່ມີຄຸນສົມບັດ. ພຣະທຳຂອງພຣະເຈົ້າຄືຊີວິດ; ພຣະທຳເຫຼົ່ານັ້ນຄືອາວຸດທີ່ຊົງພະລັງທີ່ສຸດສຳລັບມະນຸດຊາດໃນການປະຖິ້ມອຸປະນິໄສທີ່ເສື່ອມຊາມ ແລະ ການຫຼຸດພົ້ນຈາກອິດທິພົນຂອງຊາຕານ. ມີແຕ່ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງເທົ່ານັ້ນ ທີ່ສາມາດກຳຈັດມະນຸດຊາດເກົ່າເຊິ່ງມີແກ່ນແທ້ທຳມະຊາດຂອງຊາຕານໄດ້. ມີແຕ່ຊີວິດຂອງພຣະເຈົ້າ ແລະ ຄວາມຈິງເທົ່ານັ້ນ ທີ່ສາມາດອະນຸຍາດໃຫ້ມະນຸດຊາດນີ້ສືບຕໍ່ມີຊີວິດລອດ ແລະ ຍຸຕິໂຊກຊະຕາຂອງຊາຕານໄດ້. ຊີວິດຂອງພຣະເຈົ້າ ແລະ ຄວາມຈິງເປັນຊັບສົມບັດທີ່ປະເມີນຄ່າບໍ່ໄດ້; ບໍ່ມີວັດຖຸສິ່ງຂອງໃດໃນໂລກ ແລະ ບໍ່ມີສິ່ງໃດທີ່ຜູ້ຄົນຖືວ່າມີຄ່າທີ່ຈະສາມາດນຳມາແລກປ່ຽນກັບສິ່ງເຫຼົ່ານັ້ນໄດ້. ເຖິງແມ່ນວ່າຜູ້ຄົນຈະມອບຊີວິດຂອງພວກເຂົາ ພວກເຂົາກໍບໍ່ສາມາດນຳມາແລກປ່ຽນກັບສິ່ງເຫຼົ່ານັ້ນໄດ້, ຍິ່ງບໍ່ຕ້ອງເວົ້າເຖິງທັກສະທາງເຕັກນິກອັນເລັກນ້ອຍຂອງພວກເຂົາເລີຍ. ຄວາມຈິງບໍ່ໄດ້ມີໄວ້ຂາຍ; ເຮືອນຂອງພຣະເຈົ້າບໍ່ໄດ້ຂາຍຄວາມຈິງ ແລະ ບໍ່ໄດ້ຂາຍຊີວິດ. ແລ້ວຜູ້ຄົນສາມາດເຮັດຫຍັງໄດ້ແດ່ເພື່ອໃຫ້ໄດ້ຮັບຊີວິດ? ມີແຕ່ການຍອມຮັບຄວາມຈິງ, ການອ່ອນນ້ອມຕໍ່ຄວາມຈິງ, ການມອບຄວາມຈົງຮັກພັກດີ ແລະ ຄວາມຈິງໃຈຂອງພວກເຂົາໃຫ້ພຣະເຈົ້າ ແລະ ການບັນລຸໜ້າທີ່ຂອງສິ່ງທີ່ຖືກສ້າງເທົ່ານັ້ນ ພວກເຂົາຈຶ່ງຈະສາມາດໄດ້ຮັບຊີວິດໄດ້.
C. ການພະຍາຍາມເຂົ້າມາແທນທີ່ຄວາມຈິງ
ຜູ້ທີ່ມີແກ່ນແທ້ທີ່ຊົ່ວຮ້າຍຂອງຊາຕານມີອຸປະນິໄສທີ່ປະສົງຮ້າຍເປັນພິເສດ. ພວກເຂົາບໍ່ພຽງແຕ່ສະແດງຄວາມເປັນປໍລະປັກຕໍ່ຄວາມຈິງ ແລະ ໂຈມຕີຄວາມຈິງເທົ່ານັ້ນ ແຕ່ພວກເຂົາຍັງຕ້ອງການໃຊ້ຄຳສອນນອກຮີດ ແລະ ຄວາມຜິດພ້ຽນຂອງພວກເຂົາເອງເຂົ້າມາແທນທີ່ຄວາມຈິງອີກດ້ວຍ. ການສະແດງອອກຫຼັກຂອງພວກເຂົາກໍຄື ພວກເຂົາກຽດຊັງ ແລະ ໂຈມຕີຜູ້ໃດກໍຕາມທີ່ລິຮານ ຫຼື ເປີດໂປງພວກເຂົາ ແລະ ສ້າງຄວາມຫຍຸ້ງຍາກໃຫ້ກັບຄົນເຫຼົ່ານັ້ນ. ແກ່ນແທ້ອຸປະນິໄສນີ້ຊົ່ວຮ້າຍເກີນໄປ ແລະ ໂຫດຮ້າຍກວ່າແກ່ນແທ້ອຸປະນິໄສຂອງສັດຮ້າຍໃດໆ. ເຖິງແມ່ນວ່າເສືອ ແລະ ສິງຈະມີອຸປະນິໄສທີ່ດຸຮ້າຍ ແຕ່ເມື່ອມັນບໍ່ຫິວ ຫຼື ເມື່ອເຈົ້າບໍ່ໄດ້ເປັນໄພຄຸກຄາມຕໍ່ມັນ, ມັນກໍຈະບໍ່ສົນໃຈເຈົ້າ ແລະ ບໍ່ຕ້ອງການທຳຮ້າຍເຈົ້າ. ເຖິງຢ່າງໃດກໍຕາມ, ມານຮ້າຍນັ້ນແຕກຕ່າງອອກໄປ. ເຖິງແມ່ນວ່າເຈົ້າຈະບໍ່ສົນໃຈພວກມັນ ແຕ່ຕາບໃດທີ່ເຈົ້າເປັນໄພຄຸກຄາມຕໍ່ສະຖານະຂອງພວກມັນ, ພວກມັນກໍຈະບໍ່ປ່ອຍເຈົ້າໄປ; ພວກມັນຈະເປັນຝ່າຍເລີ່ມໂຈມຕີເຈົ້າ ແລະ ຍິ່ງໄປກວ່ານັ້ນ ຖ້າເຈົ້າເປີດໂປງ ແລະ ລິຮານພວກມັນ, ພວກມັນກໍຍິ່ງຈະເຮັດແບບນີ້ຫຼາຍຂຶ້ນ. ພວກມັນບໍ່ພຽງແຕ່ບໍ່ເຄີຍຍອມຮັບການຖືກລິຮານເທົ່ານັ້ນ ແຕ່ພວກມັນຍັງປະຕິເສດທີ່ຈະຟັງຄຳເວົ້າ ຫຼື ຄຳແນະນຳໃດກໍຕາມທີ່ຖືກຕ້ອງອີກດ້ວຍ. ກົງກັນຂ້າມ ພວກມັນຄິດຫາວິທີການຕ່າງໆເພື່ອແກ້ແຄ້ນອີກຝ່າຍເພື່ອປ່ຽນຄວາມພ່າຍແພ້ໃຫ້ເປັນໄຊຊະນະ, ຍາດເອົາປຽບໃນທຸກການຕໍ່ສູ້ ແລະ ການແຂ່ງຂັນ ແລະ ປ່ຽນຈາກການເປັນຝ່າຍຕັ້ງຮັບມາເປັນຝ່າຍບຸກ. ສົມມຸດວ່າເຈົ້າເຫັນຄົນໃດຄົນໜຶ່ງໃນຄຣິສຕະຈັກທີ່ບໍ່ປະຕິບັດຕາມກົດລະບຽບ, ບໍ່ຖືກຜູກມັດດ້ວຍຂໍ້ຈຳກັດໃດເລີຍ, ບໍ່ສາມາດທົນການຖືກວິພາກວິຈານ ຫຼື ການຂັດໃຈຈາກຜູ້ໃດໄດ້, ບໍ່ຍອມຮັບເມື່ອມີຄົນໂອ້ລົມກ່ຽວກັບຄວາມຈິງ, ຕໍ່ຕ້ານ ແລະ ໂຕ້ຖຽງເມື່ອຖືກລິຮານ ແລະ ກຽດຊັງ ແລະ ໂຈມຕີຜູ້ໃດກໍຕາມທີ່ເປີດໂປງພວກເຂົາ ແລ້ວຄົນຜູ້ນີ້ກໍແມ່ນມານຮ້າຍ. ບາງຄົນເຮັດຜິດພາດເລັກໜ້ອຍໃນວຽກງານຂອງພວກເຂົາ ແລະ ກ່ອນທີ່ຄົນອື່ນຈະວິພາກວິຈານ ຫຼື ເປີດໂປງພວກເຂົາກ່ຽວກັບເລື່ອງໃດເລື່ອງໜຶ່ງ, ພວກເຂົາກໍຊິງລົງມືກ່ອນ ໂດຍຄິດຫາທຸກວິທີທາງເພື່ອຫາເຫດຜົນມາແກ້ຕົວ ແລະ ປົກປ້ອງຕົນເອງ ແລ້ວເວົ້າວ່າມັນມີເຫດຜົນ ແລະ ຄຳອະທິບາຍສຳລັບວຽກງານທີ່ບໍ່ດີຂອງພວກເຂົາ ແລະ ເວົ້າວ່າມີຄົນມາທຳລາຍວຽກງານຂອງພວກເຂົາ, ພວກເຂົາພະຍາຍາມທຸກວິທີທາງເພື່ອໂຍນຄວາມຮັບຜິດຊອບໃຫ້ຄົນອື່ນ ແລະ ແກ້ຕົວໃຫ້ຕົນເອງ. ເມື່ອໃດກໍຕາມທີ່ມີຄົນໂອ້ລົມ ແລະ ໄຈ້ແຍກອຸປະນິໄສທີ່ເສື່ອມຊາມຂອງຕົນເອງ ພວກເຂົາກໍຮູ້ສຶກອ່ອນໄຫວເປັນພິເສດ ເພາະພວກເຂົາເຊື່ອວ່າມັນກ່ຽວກັບຕົວພວກເຂົາເອງ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງພະຍາຍາມທຸກວິທີທາງເພື່ອປົກປ້ອງໜ້າຕາຂອງພວກເຂົາ ແລະ ປົກປິດຄວາມຜິດພາດຂອງພວກເຂົາ ຈົນເຖິງຂັ້ນຕັດສິນ ແລະ ກ່າວໂທດຜູ້ທີ່ໂອ້ລົມກ່ຽວກັບຄວາມຈິງ. ຄົນດັ່ງກ່າວຈະບໍ່ມີທາງຍອມຮັບຄວາມຜິດພາດຂອງຕົນເອງ ຫຼື ໄຕ່ຕອງກ່ຽວກັບຕົນເອງຢ່າງເດັດຂາດ ຍິ່ງບໍ່ຕ້ອງເວົ້າເຖິງການກັບໃຈເລີຍ. ກົງກັນຂ້າມ ພວກເຂົາຄິດຫາທຸກວິທີທາງເພື່ອປອມຕົວພວກເຂົາເອງ, ເພື່ອເປັນຄົນທີ່ສົມບູນ ແລະ ເປັນບຸກຄົນທີ່ບໍ່ມີຂໍ້ບົກພ່ອງໃນສາຍຕາຂອງຄົນອື່ນ ແລະ ເປັນຄົນທີ່ຄົນອື່ນເຫັນວ່າບໍ່ເຄີຍເຮັດຜິດພາດ. ບໍ່ວ່າພວກເຂົາຈະເວົ້າຜິດປະໂຫຍກດຽວ, ໃຊ້ຄຳສັບຜິດ ຫຼື ມີການບ່ຽງເບນ ຫຼື ຂໍ້ບົກພ່ອງບາງຢ່າງໃນວຽກງານຂອງພວກເຂົາ ຫຼື ເປີດໂປງອຸປະນິໄສທີ່ເສື່ອມຊາມ ແລະ ເຈດຕະນາບາງຢ່າງທີ່ຖືກຄົນອື່ນຄົ້ນພົບ ພວກເຂົາກໍຮູ້ສຶກວ່າມັນເປັນລາງຮ້າຍ ຄືກັບວ່າມີບາງສິ່ງບາງຢ່າງທີ່ໜ້າຢ້ານກົວກຳລັງຈະເກີດຂຶ້ນ ແລະ ຊີວິດຂອງພວກເຂົາກຳລັງຕົກຢູ່ໃນອັນຕະລາຍ ຫຼື ໂລກກຳລັງຈະສິ້ນສຸດລົງ. ຈາກນັ້ນ ພວກເຂົາກໍຄິດຫາວິທີການຕ່າງໆເພື່ອແກ້ຕົວ ແລະ ປົກປ້ອງຕົນເອງ; ນີ້ແມ່ນປະຕິກິລິຍາຕາມສັນຊາດຕະຍານຂອງພວກເຂົາ. ພວກເຂົາເຖິງຂັ້ນສ້າງສາກບັງໜ້າບາງຢ່າງ ໂດຍເວົ້າໃນສິ່ງທີ່ສອດຄ່ອງກັບຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນ ເຊິ່ງເປັນຄຳເວົ້າທີ່ຊະນະໃຈຜູ້ຄົນເພື່ອຫຼອກລວງຄົນທີ່ຢູ່ອ້ອມຕົວພວກເຂົາ. ພວກເຂົາຢ້ານເປັນພິເສດທີ່ຈະໃຫ້ຜູ້ຄົນຮູ້ຈັກທາດແທ້ຂອງພວກເຂົາ, ຂໍ້ບົກພ່ອງ ແລະ ຂໍ້ຕຳໜິຂອງພວກເຂົາ ແລະ ຢ້ານເປັນພິເສດທີ່ຈະໃຫ້ສະພາວະທີ່ແທ້ຈິງຂອງພວກເຂົາຖືກເປີດໂປງ. ພວກເຂົາບໍ່ເຄີຍຍອມຮັບວ່າຂີດຄວາມສາມາດຂອງພວກເຂົາຕ່ຳ ຫຼື ພວກເຂົາມີບັນຫາກັບຄວາມເປັນມະນຸດຂອງພວກເຂົາ ແລະ ແນ່ນອນວ່າ ພວກເຂົາຍິ່ງບໍ່ຍອມຮັບຄວາມຜິດພາດທີ່ພວກເຂົາໄດ້ເຮັດ ຫຼື ອຸປະນິໄສທີ່ເສື່ອມຊາມທີ່ພວກເຂົາໄດ້ເປີດເຜີຍອອກມາ. ພວກເຂົາປົກປິດຕົວພວກເຂົາເອງໄວ້ຢ່າງແໜ້ນໜາ ໂດຍຮັບປະກັນວ່າພວກເຂົາຈະບໍ່ປ່ອຍໃຫ້ມີຫຍັງຫຼຸດລອດອອກໄປໄດ້. ເປົ້າໝາຍຂອງພວກເຂົາແມ່ນການປົກປ້ອງສະຖານະ ແລະ ຊື່ສຽງຂອງພວກເຂົາ ເພື່ອຮັກສາພາບລັກທີ່ສະຫງ່າງາມ ແລະ ໄຮ້ທີ່ຕິໄວ້ໃນໃຈຂອງຜູ້ຄົນຕະຫຼອດໄປ, ເຮັດໃຫ້ຜູ້ຄົນຄິດວ່າພວກເຂົາບໍ່ມີຂໍ້ບົກພ່ອງໃນຄວາມເປັນມະນຸດຂອງພວກເຂົາ, ພວກເຂົາຮັກ ແລະ ໄລ່ຕາມເສາະຫາຄວາມຈິງ, ສາມາດປະຕິບັດຄວາມຈິງ, ສາມາດອົດທົນກັບຄວາມລຳບາກ ແລະ ການຈ່າຍລາຄາ ແລະ ບໍ່ມີອຸປະນິໄສທີ່ເສື່ອມຊາມໃດເລີຍ. ຄົນດັ່ງກ່າວແມ່ນມານຮ້າຍ ບໍ່ແມ່ນມະນຸດ. ມານຮ້າຍບໍ່ຍອມຮັບຄວາມຈິງເລີຍ ແລະ ເຖິງຂັ້ນຄິດຫາທຸກວິທີທາງເພື່ອປອມຕົວພວກມັນເອງໃຫ້ເປັນຕົວແທນຂອງຄວາມຈິງ ແລະ ເປັນແບບຢ່າງຂອງພາບລັກທີ່ສົມບູນ. ນີ້ທັງບ່ຽງເບນ ແລະ ຊົ່ວຮ້າຍ, ແມ່ນບໍ? ບໍ່ວ່າພວກເຂົາຈະເຊື່ອໃນພຣະເຈົ້າມາຫຼາຍປີປານໃດກໍຕາມ ພວກເຂົາກໍສະແດງຕົນວ່າເປັນຄົນທີ່ສົມບູນ ແລະ ປາສະຈາກຂໍ້ບົກພ່ອງຢູ່ສະເໝີ. ເຖິງແມ່ນວ່າພວກເຂົາຈະມີຄວາມຄິດລົບ, ຄວາມອ່ອນແອ ຫຼື ຄວາມຄິດຫຼົງຜິດ ພວກເຂົາກໍບໍ່ກ້າເປີດໂປງສິ່ງເຫຼົ່ານັ້ນອອກມາ ແລະ ພຽງແຕ່ປົກປິດສິ່ງເຫຼົ່ານັ້ນໄວ້. ເມື່ອມີຄົນເປີດໂປງພວກເຂົາ ພວກເຂົາກໍກຽດຊັງຄົນຜູ້ນັ້ນ ແລະ ຄິດຫາວິທີການຕ່າງໆເພື່ອທໍລະມານລາວ, ໃນຂະນະດຽວກັນກໍໃຊ້ວິທີການ ແລະ ວິທີທາງຕ່າງໆເພື່ອກອບກູ້ພາບລັກຂອງພວກເຂົາ. ຕົວຢ່າງ: ບາງຄົນປົກປ້ອງຕົນເອງຢູ່ສະເໝີ ໂດຍເວົ້າຄຳເວົ້າມານຮ້າຍທີ່ເຮັດໃຫ້ຫຼົງຜິດບາງຢ່າງ ແລະ ຕັ້ງໃຈປີ້ນດຳເປັນຂາວ ແລະ ເຮັດໃຫ້ສັບສົນລະຫວ່າງສິ່ງທີ່ຖືກ ແລະ ຜິດ ເພື່ອເຮັດໃຫ້ບາງຄົນທີ່ຂາດຄວາມສາມາດໃນການແຍກແຍະຫຼົງຜິດ, ດ້ວຍເຫດນີ້ ພວກເຂົາຈຶ່ງປ່ຽນແປງມຸມມອງທີ່ຜູ້ຄົນມີຕໍ່ພວກເຂົາ ແລະ ເຮັດໃຫ້ຜູ້ຄົນປະເມີນການວາງລັກສະນະຂອງພວກເຂົາຄືນໃໝ່. ຄົນດັ່ງກ່າວແມ່ນມານຮ້າຍຢ່າງແທ້ຈິງ ໂດຍບໍ່ມີຄວາມເປັນມະນຸດແມ່ນແຕ່ໜ້ອຍດຽວ. ບໍ່ວ່າມານຮ້າຍຈະສາມາດສະແດງໄດ້ດີສໍ່າໃດກໍຕາມ ແລະ ບໍ່ວ່າມຸມມອງຂອງພວກມັນໃນເລື່ອງຕ່າງໆຈະເປັນແນວໃດກໍຕາມ, ສະຫຼຸບແລ້ວ ເນື່ອງຈາກວ່າພວກມັນມີທຳມະຊາດທີ່ຊົ່ວຮ້າຍ ພວກມັນຈຶ່ງຈະເປັນປໍລະປັກຕໍ່ຄວາມຈິງ. ນັ້ນກໍຄື ຈາກສ່ວນເລິກໃນຫົວໃຈຂອງພວກມັນ ພວກມັນບໍ່ເຄີຍຍອມຮັບຄວາມຈິງ ຫຼື ສິ່ງທີ່ເປັນບວກ. ພວກມັນບໍ່ຟັງພຣະທຳຂອງພຣະເຈົ້າ ຫຼື ຍອມຮັບພຣະທຳຂອງພຣະເຈົ້າ; ແກ່ນແທ້ທຳມະຊາດຂອງພວກມັນແມ່ນການກຽດຊັງພຣະເຈົ້າ. ບໍ່ວ່າພຣະເຈົ້າຈະກ່າວຫຍັງກໍຕາມ ພວກມັນກໍຮູ້ສຶກລັງກຽດ. ບາງທີເຈົ້າອາດຈະບໍ່ສາມາດຄົ້ນພົບຄວາມລັງກຽດຂອງພວກມັນໄດ້; ພາຍນອກພວກມັນກໍເຂົ້າຮ່ວມການເຕົ້າໂຮມ ແລະ ອ່ານພຣະທຳຂອງພຣະເຈົ້າເຊັ່ນກັນ ແລະ ບໍ່ໄດ້ສະແດງທັດສະນະຄະຕິທີ່ເປັນປໍລະປັກຕໍ່ທຸກຄວາມຈິງ. ແຕ່ເມື່ອມີບາງສິ່ງບາງຢ່າງເກີດຂຶ້ນທີ່ບໍ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງພວກມັນ ຫຼື ກ່ຽວຂ້ອງກັບຜົນປະໂຫຍດຂອງພວກມັນ ພວກມັນກໍຈະຕັດສິນພຣະເຈົ້າ, ເຮືອນຂອງພຣະເຈົ້າ ແລະ ຄວາມຈິງ, ຕັດສິນ ແລະ ໂຈມຕີຜູ້ທີ່ໄລ່ຕາມເສາະຫາຄວາມຈິງ ແລະ ຕັດສິນສິ່ງໃດກໍຕາມທີ່ເປັນບວກ; ພວກມັນຈະເປີດໂປງທຳມະຊາດທີ່ຊົ່ວຮ້າຍຂອງພວກມັນ. ໃນເວລານີ້ ເຈົ້າຈະຄົ້ນພົບວ່າການກ່າວອ້າງຂອງພວກມັນທີ່ວ່າເຕັມໃຈຍອມຮັບຄວາມຈິງນັ້ນລ້ວນແຕ່ແມ່ນສາກບັງໜ້າ; ໃນສ່ວນເລິກຂອງຫົວໃຈຂອງພວກມັນ ພວກມັນກຽດຊັງ ແລະ ຮູ້ສຶກລັງກຽດຄວາມຈິງ ແລະ ບໍ່ຍອມຮັບຄວາມຈິງແມ່ນແຕ່ໜ້ອຍດຽວ. ແຕ່ຍ້ອນວ່າພວກມັນເກັ່ງໃນການປອມຕົວພວກມັນເອງ ພວກມັນຈຶ່ງຫຼອກລວງຄົນບາງຄົນ ຄືກັນກັບພວກຟາຣີຊາຍ.
ຄົນທີ່ກັບຊາດມາເກີດຈາກມານຮ້າຍບໍ່ມີຫຍັງນອກຈາກຄວາມເປັນປໍລະປັກ, ການຕັດສິນ ແລະ ການໂຈມຕີຕໍ່ຄວາມຈິງ; ດ້ວຍຄວາມຄິດແບບນັ້ນ ມັນຈຶ່ງເປັນໄປບໍ່ໄດ້ເລີຍທີ່ພວກເຂົາຈະຍອມຮັບຄວາມຈິງ. ເມື່ອເວົ້າເຖິງການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ ພວກເຂົາກໍພຽງແຕ່ອ່ານອອກສຽງແບບຜິວເຜີນເພື່ອໃຫ້ຄົນອື່ນໄດ້ຍິນ ແລະ ຈາກນັ້ນກໍຖືວ່າສຳເລັດ. ເມື່ອເຖິງເວລາທີ່ຕ້ອງເຮັດວຽກງານຕົວຈິງ ພວກເຂົາກໍບໍ່ໄດ້ປະຕິບັດຕາມຫຼັກການທີ່ກຳນົດໄວ້ໃນການຈັດແຈງວຽກງານເລີຍ ແຕ່ພັດກະທຳການຕາມຄວາມປະສົງຂອງພວກເຂົາເອງ, ຕາມຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາ. ພວກເຂົາເຖິງຂັ້ນຈະຈັດຕັ້ງປະຕິບັດແຕ່ການຈັດແຈງວຽກງານທີ່ເປັນປະໂຫຍດຕໍ່ສະຖານະ ແລະ ຊື່ສຽງຂອງພວກເຂົາເທົ່ານັ້ນ; ຖ້າການຈັດແຈງວຽກງານບໍ່ເປັນປະໂຫຍດຕໍ່ຊື່ສຽງ, ຜົນປະໂຫຍດ ແລະ ສະຖານະຂອງພວກເຂົາ ພວກເຂົາກໍຈະບໍ່ຈັດຕັ້ງປະຕິບັດ ເຖິງແມ່ນວ່າພວກເຂົາຈະມີຂີດຄວາມສາມາດທີ່ຈະເຮັດໄດ້ກໍຕາມ. ເປັນຫຍັງຈຶ່ງເປັນແບບນີ້? ເພາະວ່າເມື່ອການຈັດແຈງວຽກງານຖືກຈັດຕັ້ງປະຕິບັດແລ້ວ ຜູ້ຄົນກໍຈະຮູ້ວ່າເຮືອນຂອງພຣະເຈົ້າເປັນຜູ້ເຮັດສິ່ງນີ້ ແລະ ຈະຂອບພຣະໄທພຣະເຈົ້າເທົ່ານັ້ນ ບໍ່ແມ່ນພວກເຂົາ; ຜູ້ຄົນຈະຮູ້ສຶກວ່າພຣະເຈົ້າຮັກມະນຸດ ແລະ ຈະບໍ່ຮູ້ສຶກວ່າພວກເຂົາມີຄວາມດີຄວາມຊອບຫຍັງເລີຍ ເຊິ່ງໝາຍຄວາມວ່າພວກເຂົາຈະບໍ່ໄດ້ຮັບຊື່ສຽງ, ສະຖານະ ຫຼື ຜົນປະໂຫຍດຫຍັງເລີຍ. ນີ້ແມ່ນເຫດຜົນໜຶ່ງ. ອີກເຫດຜົນໜຶ່ງກໍຄື ຍ້ອນມານຮ້າຍມີທຳມະຊາດທີ່ເປັນປໍລະປັກຕໍ່ຄວາມຈິງ ພວກເຂົາຈຶ່ງຈະບໍ່ເຮັດສິ່ງໃດຕາມຫຼັກການຄວາມຈິງ ແຕ່ພັດກະທຳການຕາມຄວາມທະເຍີທະຍານ, ຄວາມປາຖະໜາ ແລະ ສັນຊາດຕະຍານຂອງພວກເຂົາເອງ. ສັນຊາດຕະຍານຂອງຊາຕານແມ່ນຫຍັງ? ມັນແມ່ນການເຮັດຄວາມຊົ່ວ ແລະ ຕໍ່ຕ້ານພຣະເຈົ້າ, ຂັດຂວາງວຽກງານຂອງພຣະເຈົ້າ ແລະ ເຮັດໃຫ້ຜູ້ຄົນຫ່າງເຫີນຈາກພຣະເຈົ້າ, ທໍລະຍົດພຣະເຈົ້າ ແລະ ຫັນມານະມັດສະການມັນແທນ. ເປົ້າໝາຍຂອງຊາຕານໃນການເຂົ້າມາໃນຄຣິສຕະຈັກແມ່ນການລົບກວນ ແລະ ທຳລາຍວຽກງານຂອງຄຣິສຕະຈັກ. ມັນຈະເຮັດທຸກສິ່ງທຸກຢ່າງທີ່ສາມາດນຳຄວາມວຸ່ນວາຍ ແລະ ການລົບກວນມາສູ່ວຽກງານຂອງຄຣິສຕະຈັກ. ເຖິງແມ່ນວ່າມັນຈະບໍ່ນຳຜົນປະໂຫຍດຫຍັງມາສູ່ສະຖານະ ຫຼື ຊື່ສຽງຂອງມັນກໍຕາມ ຕາບໃດທີ່ມັນສາມາດນຳການຂັດຂວາງ, ການລົບກວນ ແລະ ຄວາມເສຍຫາຍມາສູ່ວຽກງານຂອງຄຣິສຕະຈັກໄດ້ ມັນກໍບັນລຸເປົ້າໝາຍຂອງມັນແລ້ວ. ຕົວຢ່າງ: ເຮືອນຂອງພຣະເຈົ້າຮຽກຮ້ອງໃຫ້ຄຣິສຕະຈັກໃນທຸກທ້ອງຖິ່ນລາຍງານຈຳນວນຄົນທີ່ໄດ້ຮັບຜ່ານການເທດສອນຂ່າວປະເສີດໃນແຕ່ລະເດືອນຢ່າງຖືກຕ້ອງ ແລະ ຕາມຄວາມເປັນຈິງ. ພວກເຂົາສາມາດເຮັດສິ່ງນີ້ໃນລັກສະນະທີ່ປາສະຈາກຄວາມເລ່ລ່ຽມໄດ້ບໍ? ບໍ່, ພວກເຂົາຈະຄິດຫາທຸກວິທີທາງເພື່ອຫຼອກລວງ ແລະ ລາຍງານຈຳນວນປອມ ໂດຍລາຍງານຄົນເພີ່ມອີກໜຶ່ງຮ້ອຍຄົນໃນເດືອນນີ້ ແລະ ເພີ່ມອີກສອງຮ້ອຍຄົນໃນເດືອນໜ້າ ແລະ ຖ້າບໍ່ມີໃຜຄົ້ນພົບ ພວກເຂົາກໍຈະລາຍງານເພີ່ມອີກຫຼາຍຮ້ອຍຄົນ. ພວກເຂົາບໍ່ເຄີຍປະຕິບັດຕາມການຈັດແຈງວຽກງານ ແລະ ບໍ່ວ່າພວກເຂົາຈະປະເຊີນກັບບັນຫາໃດກໍຕາມ ພວກເຂົາກໍບໍ່ສະແຫວງຫາຫຼັກການຄວາມຈິງ; ພວກເຂົາບໍ່ມີຂອບເຂດທາງສິນທຳໃນວິທີທີ່ພວກເຂົາປະພຶດຕົນ ຫຼື ກະທຳການ. ພວກເຂົາແມ່ນມານຮ້າຍ. ບໍ່ວ່າຈະໂອ້ລົມກ່ຽວກັບຄວາມຈິງແນວໃດກໍຕາມ ພວກເຂົາກໍຈະບໍ່ຍອມຮັບ. ສະຕິຮູ້ສຶກຜິດຊອບຂອງພວກເຂົາປາສະຈາກຄວາມຮູ້ສຶກ; ພວກເຂົາເປັນຄົນທີ່ໄຮ້ສະຕິຮູ້ສຶກຜິດຊອບ. ການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າໄດ້ກຳນົດຫຼັກການສຳລັບການແຈກຢາຍໜັງສືພຣະທຳຂອງພຣະເຈົ້າວ່າ ໃຜຄວນໄດ້ຮັບ ແລະ ໃຜບໍ່ຄວນໄດ້ຮັບ. ພວກເຂົາສາມາດກະທຳການຕາມຫຼັກການເຫຼົ່ານີ້ໄດ້ບໍ? (ບໍ່). ການຈັດແຈງວຽກງານໄດ້ກຳນົດວ່າຕ້ອງມີຈຳນວນຄົນເທົ່າໃດເພື່ອສ້າງຕັ້ງຄຣິສຕະຈັກ, ມີຈັກຄຣິສຕະຈັກຈຶ່ງຈະລວມກັນເປັນໜຶ່ງເຂດ, ມີຈັກເຂດຈຶ່ງຈະສາມາດລວມກັນເປັນໜຶ່ງພາກ ແລະ ເງື່ອນໄຂ ແລະ ຫຼັກການໃນການແຕ່ງຕັ້ງຜູ້ນຳໃນທຸກລະດັບແມ່ນຫຍັງ. ພວກເຂົາສາມາດປະຕິບັດຕາມຫຼັກການເຫຼົ່ານີ້ໄດ້ບໍ? (ບໍ່). ພວກເຂົາຈະບໍ່ເຮັດວຽກງານໃດກໍຕາມທີ່ເປັນປະໂຫຍດຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ ຫຼື ການເຂົ້າສູ່ຊີວິດຂອງອ້າຍເອື້ອຍນ້ອງ. ພວກເຂົາຄິດໃນໃຈວ່າ: “ຖ້າຂ້ອຍເຮັດວຽກງານໃຫ້ເຈົ້າເປັນຢ່າງດີ ແລະ ອ້າຍເອື້ອຍນ້ອງທຸກຄົນກໍເຕີບໂຕໃນຊີວິດ ແລະ ໄດ້ຮັບຄວາມສາມາດໃນການແຍກແຍະກ່ຽວກັບຂ້ອຍ, ຂ້ອຍຈະຍັງສາມາດຮັກສາຈຸດຢືນຂອງຂ້ອຍ ແລະ ຮັກສາສະຖານະຂອງຂ້ອຍໄວ້ໄດ້ບໍ? ຂ້ອຍຈະບໍ່ເຮັດໃຫ້ຕົນເອງອິດເມື່ອຍເພື່ອເຈົ້າຢ່າງແນ່ນອນ! ຂ້ອຍພຽງແຕ່ຈະເຮັດສິ່ງຕ່າງໆແບບພໍແລ້ວມືແລ້ວຕີນ. ເຮືອນຂອງພຣະເຈົ້າຮຽກຮ້ອງໃຫ້ມີຫ້າສິບຄົນເພື່ອສ້າງຕັ້ງຄຣິສຕະຈັກ ແຕ່ຂ້ອຍຈະຮຽກຮ້ອງໃຫ້ມີແປດສິບ ຫຼື ເກົ້າສິບຄົນ. ສ່ວນວິທີການເລືອກຕັ້ງຜູ້ນຳຄຣິສຕະຈັກນັ້ນ ມັນກໍຂຶ້ນຢູ່ກັບວ່າການປະຕິບັດໃດທີ່ເປັນປະໂຫຍດຕໍ່ຂ້ອຍ. ຖ້າຜູ້ນຳຄຣິສຕະຈັກທີ່ຖືກເລືອກຕັ້ງບໍ່ຖືກໃຈຂ້ອຍ ຂ້ອຍກໍຈະແຕ່ງຕັ້ງຄົນທີ່ຟັງຂ້ອຍ ແລະ ເຊື່ອຟັງຂ້ອຍ”. ດ້ວຍການທີ່ພວກເຂົາເຮັດວຽກແບບນີ້, ຊີວິດຄຣິສຕະຈັກທີ່ປົກກະຕິຈະສາມາດເກີດຂຶ້ນໄດ້ບໍ? ມັນເປັນໄປບໍ່ໄດ້ເລີຍ. ຖ້າປາສະຈາກຊີວິດຄຣິສຕະຈັກທີ່ປົກກະຕິ ອ້າຍເອື້ອຍນ້ອງຈະສາມາດເຕີບໂຕໃນການເຂົ້າສູ່ຊີວິດໄດ້ຢ່າງໄວວາບໍ? ຜູ້ເຊື່ອໃໝ່ຈະສາມາດສ້າງຮາກຖານໄດ້ຢ່າງໄວວາບໍ? (ບໍ່). ນັ້ນກໍຄື ຜູ້ນຳປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ທີ່ແມ່ນມານຮ້າຍຈະບໍ່ເຮັດວຽກງານໃດກໍຕາມທີ່ເປັນປະໂຫຍດຕໍ່ການເຂົ້າສູ່ຊີວິດຂອງອ້າຍເອື້ອຍນ້ອງ. ເຈົ້າເຫັນພວກເຂົາເຮັດໃຫ້ຕົນເອງຫຍຸ້ງຢູ່ຢ່າງກະຕືລືລົ້ນ ແຕ່ພວກເຂົາກຳລັງເຮັດຫຍັງຢູ່? ພວກເຂົາພຽງແຕ່ເຮັດສິ່ງຕ່າງໆເພື່ອຊື່ສຽງ, ຜົນປະໂຫຍດ ແລະ ສະຖານະຂອງພວກເຂົາເອງເທົ່ານັ້ນ. ພວກເຂົາເຮັດທຸກສິ່ງທຸກຢ່າງຕາມທີ່ພວກເຂົາຕ້ອງການ ຕາບໃດທີ່ມັນເປັນປະໂຫຍດຕໍ່ພວກເຂົາ ໂດຍໃຫ້ສິດອຳນາດແກ່ຕົວພວກເຂົາເອງຢ່າງເຕັມທີ່. ບໍ່ວ່າພວກເຂົາຈະມີຄວາມທະເຍີທະຍານ ແລະ ຄວາມປາຖະໜາໃດກໍຕາມ ພວກເຂົາກໍຈະເຮັດໃຫ້ສິ່ງເຫຼົ່ານັ້ນເປັນຈິງໃນລະດັບສູງສຸດເມື່ອພວກເຂົາກຳອຳນາດ; ພວກເຂົາຈະບໍ່ພາດໂອກາດນີ້ຢ່າງແນ່ນອນ. ສ່ວນຊີວິດຄຣິສຕະຈັກ, ການເຂົ້າສູ່ຊີວິດຂອງອ້າຍເອື້ອຍນ້ອງ, ຄວາມເປັນລະບຽບຮຽບຮ້ອຍຂອງຄຣິສຕະຈັກ ແລະ ວຽກງານຂ່າວປະເສີດຂອງເຮືອນຂອງພຣະເຈົ້າ ແລະ ວຽກງານໃນຂົງເຂດອື່ນໆກຳລັງກ້າວໜ້າ ຫຼື ກ້າວໜ້າຢ່າງລ່ຽນໄຫຼ ຫຼື ບໍ່ນັ້ນ ກໍບໍ່ມີສິ່ງໃດໃນສິ່ງເຫຼົ່ານີ້ທີ່ເປັນຄວາມກັງວົນຂອງພວກເຂົາເລີຍ. ຕົວຢ່າງ: ຖ້າພວກເຂົາຖືກບອກວ່າຄຣິສຕະຈັກຄວນແຈກຢາຍໜັງສືແນວໃດ ແລະ ໃຫ້ໃຜ ພວກເຂົາກໍໄຕ່ຕອງວ່າ: “ບໍ່ຈຳເປັນຕ້ອງເຂັ້ມງວດປານນັ້ນ. ຂ້ອຍພຽງແຕ່ຈະແຈກຢາຍແນວໃດກໍໄດ້ ແລ້ວກໍຈົບ”. ເມື່ອພວກເຂົາຖືກຖາມວ່າສະຖານທີ່ທີ່ຄຣິສຕະຈັກເກັບຮັກສາໜັງສືນັ້ນປອດໄພ ຫຼື ບໍ່ ພວກເຂົາກໍເວົ້າວ່າ: “ໃຜຈະສົນວ່າມັນປອດໄພ ຫຼື ບໍ່? ຢ່າງໃດກໍຕາມ ພວກເຮົາກໍມີບ່ອນເກັບຮັກສາໜັງສືແລ້ວ, ດັ່ງນັ້ນ ມັນກໍບໍ່ເປັນຫຍັງ”. ເຈົ້າເຫັນບໍ, ພວກເຂົາມີມາດຕະການຮັບມືກັບນະໂຍບາຍຈາກເບື້ອງເທິງ. ພວກເຂົາບໍ່ໄດ້ຈັດຕັ້ງປະຕິບັດການຈັດແຈງວຽກງານ ຫຼື ຫຼັກການຂອງການປະຕິບັດທີ່ສະເພາະເຈາະຈົງຈາກເຮືອນຂອງພຣະເຈົ້າເລີຍ; ກົງກັນຂ້າມ ພວກເຂົາກະທຳການຕາມຄວາມຄິດ ແລະ ວິທີການຂອງພວກເຂົາເອງ. ນີ້ບໍ່ແມ່ນການພະຍາຍາມເຂົ້າມາແທນທີ່ຄວາມຈິງດ້ວຍການປະຕິບັດຂອງພວກເຂົາເອງບໍ? ຖ້າປະຊາກອນທີ່ພຣະເຈົ້າເລືອກຕົກຢູ່ໃນກຳມືຂອງມານຮ້າຍດັ່ງກ່າວ ພວກເຂົາກໍຈະທົນທຸກ, ມານຮ້າຍຈະເຮັດທຸກສິ່ງທຸກຢ່າງຕາມທີ່ພວກມັນຕ້ອງການ ແລະ ທຸກຄົນກໍຈະຕ້ອງຟັງພວກມັນ ຄືກັບວ່າພວກມັນເປັນຫົວໜ້າໂຈນ, ຜູ້ມີອິດທິພົນໃນທ້ອງຖິ່ນ, ເຈົ້ານາຍ ຫຼື ຈັກກະພັດ. ມັນຈະເປັນໄປບໍ່ໄດ້ເລີຍທີ່ປະຊາກອນທີ່ພຣະເຈົ້າເລືອກຈະມີຊີວິດຄຣິສຕະຈັກທີ່ປົກກະຕິ, ເປັນໄປບໍ່ໄດ້ທີ່ພວກເຂົາຈະສ້າງຮາກຖານໃນເສັ້ນທາງທີ່ແທ້ຈິງໄດ້ຢ່າງໄວວາ ແລະ ເປັນໄປບໍ່ໄດ້ທີ່ພວກເຂົາຈະກ້າວໜ້າໃນຄວາມຈິງຕ່າງໆໄດ້ຢ່າງໄວວາ. ມານຮ້າຍຈະບໍ່ເຮັດສິ່ງທີ່ດີແມ່ນແຕ່ຢ່າງດຽວ. ບໍ່ວ່າຄຣິສຕະຈັກໃດກໍຕາມທີ່ປະສົບກັບການລົບກວນຈາກຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສ ແລະ ເກີດສະພາວະທີ່ວຸ່ນວາຍຂຶ້ນ ມັນກໍພິສູດໃຫ້ເຫັນວ່າຜູ້ນຳຂອງຄຣິສຕະຈັກນັ້ນບໍ່ມີຄວາມສາມາດໃນການເຮັດວຽກງານຕົວຈິງ ແລະ ເປັນພຽງຫຸ່ນເຊີດເທົ່ານັ້ນ. ອ້າຍເອື້ອຍນ້ອງທີ່ເຊື່ອໃໝ່ຖືກຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ຫຼົງຜິດກ່ອນທີ່ພວກເຂົາຈະສ້າງຮາກຖານໄດ້ຊໍ້າ ແລະ ຊີວິດຄຣິສຕະຈັກກໍຕົກຢູ່ໃນຄວາມວຸ່ນວາຍເຊັ່ນກັນ. ທັງໝົດນີ້ເກີດຈາກການທີ່ຜູ້ນຳປອມບໍ່ເຮັດວຽກງານຕົວຈິງ. ເປັນໄປໄດ້ບໍທີ່ຜູ້ນຳປອມບໍ່ມີເວລາເຮັດວຽກງານຕົວຈິງ? (ບໍ່). ຖ້າພວກເຂົາຕ້ອງການເຮັດວຽກງານທີ່ສຳຄັນນີ້ ພວກເຂົາກໍຈະມີເວລາເຫຼືອເຟືອ, ແຕ່ພວກເຂົາບໍ່ຍອມເຮັດຢ່າງເດັດຂາດ. ສິ່ງນີ້ເປີດໂປງທຳມະຊາດທີ່ຊົ່ວຮ້າຍຂອງມານຮ້າຍ. ສິ່ງທີ່ພວກເຂົາຢ້ານທີ່ສຸດແມ່ນການທີ່ຄຣິສຕະຈັກບໍ່ວຸ່ນວາຍ, ພວກເຂົາປາຖະໜາໃຫ້ຄຣິສຕະຈັກວຸ່ນວາຍຢ່າງໜັກ, ປາຖະໜາໃຫ້ວຽກງານຂອງຄຣິສຕະຈັກຕົກຢູ່ໃນສະພາວະທີ່ວຸ່ນວາຍ ແລະ ຢຸດສະງັກ ໂດຍຫວັງວ່າສະມາຊິກຄຣິສຕະຈັກທຸກຄົນຈະເຊື່ອຟັງຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສ ແລະ ຖືກຜູ້ຕໍ່ຕ້ານພຣະຄຣິສ, ຄົນຊົ່ວຮ້າຍ ແລະ ມານຮ້າຍເຮັດໃຫ້ຫຼົງຜິດ ແລະ ບໍ່ຕິດຕາມພຣະເຈົ້າ. ນີ້ຈະເປັນສິ່ງທີ່ພວກເຂົາຕ້ອງການຢ່າງແທ້ຈິງ ແລະ ພວກເຂົາກໍຈະມີຄວາມສຸກ ແລະ ພໍໃຈ. ເມື່ອອ້າຍເອື້ອຍນ້ອງມີຊີວິດຄຣິສຕະຈັກທີ່ປົກກະຕິ, ສາມາດກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ໂອ້ລົມກ່ຽວກັບຄວາມຈິງໄດ້ຕາມປົກກະຕິ ແລະ ສາມາດໄດ້ຮັບບາງສິ່ງບາງຢ່າງທຸກຄັ້ງທີ່ເຂົ້າຮ່ວມໃນຊີວິດຄຣິສຕະຈັກ, ມານຮ້າຍກໍຈະຮູ້ສຶກບໍ່ສະບາຍໃຈ. ເພາະວ່າຖ້າຜູ້ຄົນໄດ້ຮັບບາງສິ່ງບາງຢ່າງຢູ່ສະເໝີ ແລະ ຜູ້ຄົນຄ່ອຍໆເຕີບໂຕໃນຊີວິດ, ຜູ້ຄົນກໍຈະໄດ້ຮັບຄວາມສາມາດໃນການແຍກແຍະກ່ຽວກັບມານຮ້າຍ ແລະ ປະຕິເສດພວກມັນ, ແລ້ວມານຮ້າຍກໍຈະສູນເສຍສະຖານະຂອງພວກມັນ ເຊິ່ງເປັນຈຸດຈົບທີ່ພວກມັນບໍ່ຕ້ອງການເຫັນ. ພວກມັນຮູ້ສຶກວ່າ ຍິ່ງຄຣິສຕະຈັກວຸ່ນວາຍຫຼາຍເທົ່າໃດ ພວກມັນກໍຍິ່ງມີໂອກາດສະແດງຄວາມສາມາດພິເສດຂອງພວກມັນຫຼາຍຂຶ້ນເທົ່ານັ້ນ, ພວກມັນຍິ່ງມີພື້ນທີ່ໃນການນຳໃຊ້ຄວາມສາມາດພິເສດຂອງພວກມັນຫຼາຍຂຶ້ນເທົ່ານັ້ນ ແລະ ພວກມັນກໍຍິ່ງສາມາດເປັນຄືປາໃນນໍ້າໄດ້ ແລະ ສະແຫວງຫາໄຊຊະນະໃນຄວາມວຸ່ນວາຍໄດ້ຫຼາຍຂຶ້ນເທົ່ານັ້ນ. ນີ້ແມ່ນແຜນການຂອງມານຮ້າຍຢ່າງແທ້ຈິງ! ບໍ່ມີຫຼັກການຄວາມຈິງໃດ ແລະ ບໍ່ມີການຈັດແຈງວຽກງານທີ່ສະເພາະເຈາະຈົງໃດສາມາດຖືກຈັດຕັ້ງປະຕິບັດໄດ້ໃນບ່ອນທີ່ມີມານຮ້າຍຢູ່. ອ້າຍເອື້ອຍນ້ອງບໍ່ສາມາດອ່ານການຈັດແຈງວຽກງານ ແລະ ບໍ່ມີເສັ້ນທາງໃນການປະຕິບັດໜ້າທີ່ຂອງພວກເຂົາ. ເມື່ອຄວາມວຸ່ນວາຍເກີດຂຶ້ນໃນຄຣິສຕະຈັກ, ຜູ້ນຳປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ທີ່ເປັນມານຮ້າຍບໍ່ຍອມແກ້ໄຂຢ່າງເດັດຂາດ ແລະ ເຖິງຂັ້ນຮູ້ສຶກປິຕິຍິນດີຢ່າງລັບໆ. ພວກເຂົາເຖິງຂັ້ນຄິດຫາທຸກວິທີທາງເພື່ອສ້າງບັນຫາບາງຢ່າງ ໂດຍແຕ່ງຕັ້ງມານຮ້າຍ ຫຼື ຜູ້ຕໍ່ຕ້ານພຣະຄຣິສອີກຄົນໜຶ່ງເປັນຜູ້ນຳ ເຊິ່ງເຮັດໃຫ້ຄຣິສຕະຈັກວຸ່ນວາຍຫຼາຍຂຶ້ນ; ສິ່ງນີ້ເຮັດໃຫ້ພວກເຂົາມີຄວາມສຸກຫຼາຍຂຶ້ນ. ນີ້ບໍ່ຄືກັນກັບວິທີທີ່ພະຍານາກໃຫຍ່ສີແດງເຮັດສິ່ງຕ່າງໆບໍ? ພະຍານາກໃຫຍ່ສີແດງບໍ່ອະນຸຍາດໃຫ້ຜູ້ຄົນເຊື່ອໃນພຣະເຈົ້າ, ຕິດຕາມພຣະເຈົ້າ ຫຼື ປະຕິບັດໜ້າທີ່ຂອງພວກເຂົາ; ມັນອະນຸຍາດໃຫ້ຜູ້ຄົນຟັງພັກ ແລະ ຕິດຕາມພັກເທົ່ານັ້ນ. ພວກເຂົາສາມາດກິນ, ດື່ມ, ມ່ວນຊື່ນ ແລະ ກໍ່ອາຊະຍາກຳໃດກໍໄດ້; ບໍ່ວ່າພວກເຂົາຈະກໍ່ອາຊະຍາກຳໃດກໍຕາມ, ມັນກໍບໍ່ຈຳກັດພວກເຂົາ. ມີນັກເລງ, ອັນທະພານ ແລະ ໂສເພນີທ້ອງຖິ່ນຢ່າງຫຼວງຫຼາຍໃນສັງຄົມ; ຜູ້ຄົນດຳລົງຊີວິດຢູ່ໃນຄວາມບາບ ແລະ ເພີດເພີນກັບຄວາມສຸກຂອງຄວາມບາບ ແລະ ດ້ວຍເຫດນີ້ຈຶ່ງບໍ່ມີໃຜສົນໃຈວຽກງານຂອງຊາດ ແລະ ບໍ່ມີໃຜສືບສວນວ່າພັກກອມມູນິດຈີນໄດ້ເຮັດຄວາມຊົ່ວຫຼາຍປານໃດຢູ່ເບື້ອງຫຼັງ. ນີ້ເອີ້ນວ່າການຫັນເຫຄວາມສົນໃຈ. ຕະຫຼອດຫຼາຍປີທີ່ປົກຄອງປະເທດຈີນ, ກົນລະຍຸດທີ່ມີປະສິດທິພາບທີ່ສຸດສຳລັບພະຍານາກໃຫຍ່ສີແດງແມ່ນການນຳເອົາກະແສທີ່ຊົ່ວຮ້າຍ ແລະ ຄວາມຄິດ ແລະ ມຸມມອງທີ່ຊົ່ວຮ້າຍຕ່າງໆຈາກປະເທດຕ່າງໆເຂົ້າມາໃນປະເທດຈີນ. ຫຼັງຈາກນີ້ ຄົນຈີນກໍໄດ້ຮັບການປົດປ່ອຍຢ່າງສົມບູນໃນເລື່ອງເພດ, ຈິດໃຈຂອງພວກເຂົາເປີດກວ້າງ ແລະ ວິທີທີ່ພວກເຂົາເວົ້າກ່ຽວກັບເລື່ອງເພດກໍເປີດກວ້າງເຊັ່ນກັນ. ພວກເຂົາຄິດກ່ຽວກັບສິ່ງເຫຼົ່ານີ້ຕະຫຼອດທັງວັນ. ຊີວິດຂອງຄົນທຳມະດາກາຍເປັນແນວໃດ? ມັນໝູນວຽນຢູ່ກັບອາຫານ ແລະ ເລື່ອງເພດ ເຊິ່ງເປັນຄວາມປາຖະໜາຕາມທຳມະຊາດຂອງພວກເຂົາ. ຄົນທຳມະດາລ້ວນແຕ່ຕິດຢູ່ໃນວົງຈອນທີ່ໂຫດຮ້າຍດັ່ງກ່າວ, ດັ່ງນັ້ນ ພວກເຂົາຈຶ່ງຜ່ອນຄາຍຄວາມລະມັດລະວັງຕໍ່ການເມືອງ ແລະ ຜູ້ປົກຄອງ, ບໍ່ມີຄວາມອ່ອນໄຫວຕໍ່ການເມືອງ ແລະ ຜູ້ປົກຄອງ ແລະ ບໍ່ສົນໃຈສິ່ງເຫຼົ່ານັ້ນອີກຕໍ່ໄປ. ພວກເຂົາຄືກັບຄົນຕິດຝິ່ນ ແລະ ຄວາມຕັ້ງໃຈຂອງພວກເຂົາກໍຫຼຸດລົງ. ຜູ້ຊາຍບໍ່ມີຄວາມທະເຍີທະຍານທີ່ຈະໄລ່ຕາມອາຊີບອີກຕໍ່ໄປ ແລະ ຜູ້ຍິງກໍບໍ່ມີຄວາມປາຖະໜາທີ່ຈະເປັນພັນລະຍາທີ່ດີ ແລະ ແມ່ທີ່ດີອີກຕໍ່ໄປ. ຜູ້ຄົນບໍ່ຍ່າງໃນເສັ້ນທາງທີ່ຖືກຕ້ອງ ຫຼື ໃສ່ໃຈວຽກງານທີ່ເໝາະສົມ. ບໍ່ມີໃຜມີສ່ວນຮ່ວມໃນການເມືອງ ແລະ ທຸກຄົນກໍຍອມຈຳນົນຕໍ່ພະຍານາກໃຫຍ່ສີແດງຢ່າງສົມບູນ. ດ້ວຍວິທີນີ້, ລະບອບການປົກຄອງຂອງພະຍານາກໃຫຍ່ສີແດງຈຶ່ງໝັ້ນຄົງ ເພາະວ່າຄົນດັ່ງກ່າວປົກຄອງໄດ້ງ່າຍ. ຄຳວ່າ “ປົກຄອງໄດ້ງ່າຍ” ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ບໍ່ວ່າພະຍານາກໃຫຍ່ສີແດງຈະກົດຂີ່ຂົ່ມເຫັງຄົນທຳມະດາແນວໃດກໍຕາມ, ພວກເຂົາກໍບໍ່ມີຂໍ້ໂຕ້ແຍ້ງ ແລະ ຕ້ອງອົດທົນກັບມັນ. ນີ້ບໍ່ແມ່ນຜົນກະທົບທີ່ບັນລຸໄດ້ໃນຕອນນີ້ຢ່າງແທ້ຈິງບໍ? (ແມ່ນແລ້ວ). ເບິ່ງຮູບເງົາຈີນ ຫຼື ວິດີໂອທາງອິນເຕີເນັດ; ແປດສິບຫາເກົ້າສິບເປີເຊັນ ແມ່ນກ່ຽວກັບຕັນຫາທາງເພດ ຫຼື ຄວາມສຳພັນລະຫວ່າງຍິງ ແລະ ຊາຍ. ສິ່ງນີ້ມີຜົນກະທົບທີ່ຮ້າຍແຮງຕໍ່ຜູ້ຄົນ; ມັນບໍ່ໄດ້ປົກປ້ອງເດັກນ້ອຍ ແລະ ຜູ້ເຍົາ. ຊາວຕາເວັນຕົກມີກົດລະບຽບທີ່ເຂັ້ມງວດໃນເລື່ອງນີ້; ພວກເຂົາປົກປ້ອງເດັກນ້ອຍ ແລະ ຜູ້ເຍົາ ແລະ ມີມາດຕະການປ້ອງກັນສຳລັບພວກເຂົາ. ຊາວໜຸ່ມຈີນໃນປັດຈຸບັນເຕີບໂຕຂຶ້ນໃນສະພາບແວດລ້ອມທາງສັງຄົມແບບນັ້ນ. ຕັ້ງແຕ່ອາຍຸຍັງນ້ອຍ, ຈິດໃຈຂອງພວກເຂົາກໍເຕັມໄປດ້ວຍສິ່ງຕ່າງໆເຊັ່ນ: ຄວາມໂຣແມນຕິກ, ຄວາມຮັກ, ເລື່ອງເພດ ແລະ ການແຕ່ງງານ. ມັນເປັນຕາຢ້ານຫຼາຍ! ຖ້າມະນຸດຊາດດຳລົງຊີວິດຢູ່ໃນບໍລິບົດທາງສັງຄົມແບບນັ້ນ ແລະ ຜ່ານການຖືກຫຼໍ່ຫຼອມ ແລະ ການສຶກສາຂອງສະພາບແວດລ້ອມທາງສັງຄົມ, ຄວາມຕ້ອງການທາງຮ່າງກາຍທີ່ປົກກະຕິຂອງມະນຸດຊາດກໍຖືກຊາຕານເຮັດໃຫ້ເສື່ອມຊາມຈົນເຖິງລະດັບທີ່ເສື່ອມໂຊມ, ແລ້ວຫົວໃຈຂອງຜູ້ຄົນກໍຈະຊົ່ວຊ້າ ແລະ ເສື່ອມໂຊມ. ການສະແດງອອກຢ່າງໜຶ່ງຂອງຄວາມຊົ່ວຊ້າ ແລະ ຄວາມເສື່ອມໂຊມກໍຄື ຜູ້ຄົນບໍ່ມີຄວາມຮູ້ສຶກລະອາຍໃຈໃນເລື່ອງນີ້ ຫຼື ມາດຕະຖານສຳລັບຄວາມຮູ້ສຶກລະອາຍໃຈໃນເລື່ອງນີ້ຂອງພວກເຂົາຖືກຫຼຸດລົງ. ເນື່ອງຈາກວ່າບາງຄົນມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ, ພວກເຂົາຈຶ່ງມີເສັ້ນທີ່ພວກເຂົາຈະບໍ່ຂ້າມໃນຫົວໃຈຂອງພວກເຂົາ; ນີ້ແມ່ນຄວາມຮູ້ສຶກລະອາຍໃຈເລັກນ້ອຍທີ່ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນອັນໜ້ອຍນິດຂອງພວກເຂົາສາມາດບັນລຸໄດ້. ແຕ່ຫຼັງຈາກທີ່ຄົນເຫຼົ່ານີ້ເຊື່ອໃນພຣະເຈົ້າ, ພວກເຂົາກໍຍັງຄົງນຳເອົາເງົາ ແລະ ຮ່ອງຮອຍຂອງການເຕີບໂຕໃນບໍລິບົດທາງສັງຄົມນັ້ນມານຳ. ຈົນເຖິງທຸກມື້ນີ້, ບາງຄົນກໍຄ່ອຍໆປະຖິ້ມສິ່ງເຫຼົ່ານັ້ນ ໃນຂະນະທີ່ຄົນອື່ນຍັງຄົງດຳລົງຊີວິດຢູ່ໃນເງົານັ້ນ ແລະ ຍັງບໍ່ໄດ້ຫຼຸດພົ້ນອອກມາຈາກມັນ. ຄວາມປາຖະໜາພາຍໃນຂອງຜູ້ຄົນທີ່ເຕີບໂຕໃນສະພາບແວດລ້ອມ ແລະ ພູມຫຼັງທາງສັງຄົມປະເພດນັ້ນຕໍ່ສິ່ງທີ່ເປັນບວກ, ຕໍ່ຄວາມຍຸຕິທຳ ແລະ ຄວາມຕັ້ງໃຈ, ຄວາມເດັດດ່ຽວ ຫຼື ຄວາມປາຖະໜາທີ່ຈະຍ່າງໃນເສັ້ນທາງທີ່ຖືກຕ້ອງຂອງພວກເຂົາໄດ້ຖືກທຳລາຍໃນລະດັບໜຶ່ງແລ້ວ. ຄຳວ່າ “ຖືກທຳລາຍ” ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ຫຼັງຈາກທີ່ຖືກຫຼໍ່ຫຼອມ ແລະ ໄດ້ຮັບການສຶກສາຈາກສະພາບແວດລ້ອມທາງສັງຄົມແບບນັ້ນ ຄວາມເດັດດ່ຽວ, ຄວາມອົດທົນ ແລະ ຄວາມຕັ້ງໃຈຂອງຄົນເຫຼົ່ານີ້ທີ່ຈະປາຖະໜາສິ່ງທີ່ເປັນບວກ ແລະ ໄລ່ຕາມເສາະຫາແສງສະຫວ່າງ ແລະ ຄວາມຍຸຕິທຳນັ້ນອ່ອນແອຫຼາຍ; ພວກເຂົາບໍ່ສາມາດທົນຕໍ່ພາຍຸໃດ, ຄວາມລົ້ມເຫຼວໃດ ຫຼື ຄວາມພ່າຍແພ້ໃດກໍຕາມໄດ້. ມັນຄືກັບຄົນທີ່ສູບຝິ່ນ; ເຖິງແມ່ນວ່າພວກເຂົາຈະເຊົາສູບແລ້ວ ແຕ່ອັນຕະລາຍຂອງຢາເສບຕິດກໍບໍ່ໄດ້ຢຸດຢູ່ພຽງແຕ່ນັ້ນ. ເມື່ອພວກເຂົາປະເຊີນກັບຄວາມລົ້ມເຫຼວ ຫຼື ຄວາມພ່າຍແພ້, ເມື່ອພວກເຂົາຮູ້ສຶກທໍ້ແທ້ ຫຼື ຄິດລົບ, ພວກເຂົາກໍອາດຈະກັບໄປສູບຝິ່ນອີກຄັ້ງເພື່ອເຮັດໃຫ້ຈິດໃຈຂອງພວກເຂົາມຶນຊາ ແລະ ຫຼົບໜີຈາກຄວາມຫຍຸ້ງຍາກຕ່າງໆໃນຊີວິດ. ນັ້ນກໍຄື ມັນເປັນໄປບໍ່ໄດ້ເລີຍທີ່ພວກເຂົາຈະເຊົາຕິດຢາເສບຕິດໄດ້ຢ່າງເດັດຂາດ; ພວກເຂົາຈະກັບໄປຕິດອີກໃນລະຫວ່າງທາງ, ກັບຄືນສູ່ວິຖີເດີມຂອງພວກເຂົາ ແລະ ໃຊ້ວິທີການດຽວກັນເພື່ອແກ້ໄຂບັນຫາຕ່າງໆໃນຊີວິດ. ຄົນເຫຼົ່ານີ້ທີ່ເຕີບໂຕໃນສະພາບແວດລ້ອມ ແລະ ພູມຫຼັງທາງສັງຄົມທີ່ຊົ່ວຮ້າຍແບບນັ້ນໄດ້ຮັບຄຳສອນນອກຮີດ ແລະ ຄວາມຜິດພ້ຽນຢ່າງຫຼວງຫຼາຍຈາກຊາຕານ ເຊິ່ງໄດ້ຢັ່ງຮາກເລິກຫຼາຍໃນຫົວໃຈຂອງພວກເຂົາ. ຄວາມປະສົງຂອງພວກເຂົາທີ່ຈະໄລ່ຕາມເສາະຫາຄວາມຈິງຍັງຄົງບອບບາງຫຼາຍ ແລະ ພວກເຂົາບໍ່ສາມາດທົນການຖືກເຮັດໃຫ້ຫຼົງຜິດ ແລະ ຖືກລໍ້ລວງໂດຍກຳລັງທີ່ຊົ່ວຮ້າຍຂອງຊາຕານ ຫຼື ການລອງໃຈຕ່າງໆຂອງມັນໄດ້. ນັ້ນກໍຄື ເຖິງແມ່ນວ່າຄົນເຫຼົ່ານີ້ຈະຕິດຕາມພຣະເຈົ້າ, ທັດສະນະຄະຕິຕໍ່ຊີວິດ, ລະບົບຄຸນຄ່າ, ທັດສະນະຄະຕິຕໍ່ຄວາມຮັກ ແລະ ທັດສະນະຄະຕິຕໍ່ຄວາມສຸກຂອງພວກເຂົາລ້ວນແຕ່ໄດ້ຮັບອິດທິພົນ ແລະ ຖືກຫຼໍ່ຫຼອມຢ່າງເລິກເຊິ່ງຈາກກະແສທີ່ຊົ່ວຮ້າຍ ຈົນເຖິງຂັ້ນຖືກສິ່ງເຫຼົ່ານີ້ຜູກມັດ ແລະ ຈ່ອງຈຳໄວ້. ບາງຄົນຍັງຕ້ອງການໄລ່ຕາມການແຕ່ງງານທີ່ມີຄວາມສຸກ, ໂລກຂອງຄົນສອງຄົນ ແລະ ກັບຄືນສູ່ກະແສທີ່ຊົ່ວຮ້າຍຂອງໂລກເພື່ອເພີດເພີນໃນຕັນຫາທາງເພດ. ມັນເປັນເລື່ອງທີ່ງ່າຍຫຼາຍທີ່ຄົນເຫຼົ່ານີ້ຈະຖືກຊຶມຊາບ ຫຼື ຖືກຄວບຄຸມໂດຍຄວາມຄິດ ແລະ ມຸມມອງທີ່ຊົ່ວຮ້າຍເຫຼົ່ານັ້ນອີກຄັ້ງ. ໂດຍສະເພາະເມື່ອຜູ້ຄົນເຫັນຮູບເງົາບາງເລື່ອງທີ່ກ່ຽວຂ້ອງກັບຄວາມຮັກ ແລະ ການແຕ່ງງານ, ຫົວໃຈຂອງພວກເຂົາກໍອ່ອນແອລົງ, ພວກເຂົາອິດສາຜູ້ບໍ່ມີຄວາມເຊື່ອທີ່ດຳລົງຊີວິດໃນການແຕ່ງງານ ແລະ ຄວາມຮັກ ແລະ ເພີດເພີນກັບຊີວິດ ແລະ ພວກເຂົາກໍສູນເສຍຄວາມປາຖະໜາທີ່ຈະໄລ່ຕາມເສາະຫາຄວາມຈິງ ແລະ ປະຕິບັດໜ້າທີ່ຂອງພວກເຂົາ. ນີ້ແມ່ນສິ່ງທີ່ໜ້າຢ້ານກົວຫຼາຍ. ຈາກສະຖານະການຕົວຈິງເຫຼົ່ານີ້ ສາມາດເຫັນໄດ້ວ່າທຸກຄົນ ເຖິງແມ່ນວ່າພວກເຂົາຈະຜ່ານຄວາມລຳບາກມານັບບໍ່ຖ້ວນເພື່ອຕິດຕາມພຣະເຈົ້າມາຈົນເຖິງທຸກມື້ນີ້ ພວກເຂົາກໍຍັງບໍ່ປອດໄພ. ບາງທີເຈົ້າອາດຈະຮູ້ສຶກວ່າເຈົ້າໄດ້ໃຊ້ກຳລັງທັງໝົດຂອງເຈົ້າແລ້ວໃນການໄລ່ຕາມເສາະຫາຄວາມຈິງ, ໃນການຍອມຮັບຄວາມຈິງ ແລະ ການປະຕິບັດຄວາມຈິງ; ແຕ່ຜົນກະທົບຈາກການທຳລາຍຂອງຊາຕານທີ່ມີຕໍ່ມະນຸດກໍຍັງບໍ່ທັນຖືກກຳຈັດອອກໄປຈາກຕົວເຈົ້າ, ດັ່ງນັ້ນ ເຈົ້າຈຶ່ງຍັງຕົກຢູ່ໃນອັນຕະລາຍອັນໃຫຍ່ຫຼວງ.
ໃຫ້ພວກເຮົາສືບຕໍ່ໂອ້ລົມກ່ຽວກັບການສະແດງອອກທີ່ຊົ່ວຮ້າຍຂອງມານຮ້າຍ. ການສະແດງອອກທີ່ຊົ່ວຮ້າຍຂອງມານຮ້າຍມີຫຼາຍເກີນໄປ; ສາມາດເວົ້າໄດ້ວ່າການສະແດງອອກທີ່ຊົ່ວຮ້າຍຂອງມານຮ້າຍມີຢູ່ທຸກຫົນທຸກແຫ່ງ, ເຈົ້າຈະພົບເຫັນການສະແດງອອກທີ່ຊົ່ວຮ້າຍຂອງມານຮ້າຍໃນກຸ່ມຄົນໃດກໍຕາມ. ໂດຍຫຼັກແລ້ວ ພວກເຮົາປະເມີນການສະແດງອອກທີ່ຊົ່ວຮ້າຍຕ່າງໆຂອງມານຮ້າຍຕາມຄວາມຈິງເພື່ອກຳນົດລັກສະນະແກ່ນແທ້ທີ່ຊົ່ວຮ້າຍຂອງພວກມັນ. ນີ້ແມ່ນວິທີທີ່ຖືກຕ້ອງທີ່ສຸດ. ເມື່ອອີງໃສ່ທັດສະນະຄະຕິຕ່າງໆທີ່ມານຮ້າຍມີຕໍ່ຄວາມຈິງເຊັ່ນ: ການເປັນປໍລະປັກຕໍ່ຄວາມຈິງ, ການໂຈມຕີຄວາມຈິງ ແລະ ການສະແຫວງຫາທີ່ຈະເຂົ້າມາແທນທີ່ຄວາມຈິງ; ແກ່ນແທ້ທຳມະຊາດຂອງຄົນປະເພດນີ້ແມ່ນແກ່ນແທ້ທີ່ຊົ່ວຮ້າຍ ແລະ ເປັນແກ່ນແທ້ຂອງມານຮ້າຍ. ພວກເຂົາຈະບໍ່ມີວັນປ່ຽນແປງ ເພາະວ່າພວກເຂົາບໍ່ເຄີຍຍອມຮັບຄວາມຈິງ ແລະ ບໍ່ເຄີຍຖືວ່າຄວາມຈິງເປັນສິ່ງທີ່ເປັນບວກ. ເປັນຫຍັງພວກເຂົາຈຶ່ງບໍ່ຖືວ່າຄວາມຈິງເປັນສິ່ງທີ່ເປັນບວກ? ເພາະວ່າພວກເຂົາບໍ່ມີຄວາມເປັນມະນຸດ ແລະ ພວກເຂົາເປັນມານຮ້າຍ; ພວກເຂົາບໍ່ສາມາດຍອມຮັບຄວາມຈິງ ແລະ ພວກເຂົາບໍ່ມີຄວາມສາມາດໃນການຍອມຮັບຄວາມຈິງ ແລະ ບໍ່ມີຄວາມຈຳເປັນໃດເລີຍທີ່ຈະຕ້ອງຍອມຮັບຄວາມຈິງ. ແລ້ວຄວາມຕ້ອງການຂອງພວກເຂົາແມ່ນຫຍັງ? ມັນແມ່ນການເຮັດສິ່ງທີ່ຊົ່ວຮ້າຍ, ສິ່ງທີ່ເປັນປໍລະປັກຕໍ່ພຣະເຈົ້າ ແລະ ຄວາມຈິງ ແລະ ສິ່ງທີ່ໂຈມຕີ ແລະ ເຂົ້າມາແທນທີ່ຄວາມຈິງ. ນີ້ແມ່ນພາລະກິດຂອງພວກເຂົາ ແລະ ມັນຍັງຖືກກຳນົດໂດຍແກ່ນແທ້ທຳມະຊາດຂອງພວກເຂົາອີກດ້ວຍ. ສະນັ້ນ, ໃນທີ່ສຸດແລ້ວ ຄົນດັ່ງກ່າວຈຶ່ງສາມາດຖືກຄັດອອກຈາກຄຣິສຕະຈັກໄດ້ເທົ່ານັ້ນ. ເຮືອນຂອງພຣະເຈົ້າບໍ່ມີບ່ອນໃຫ້ພວກເຂົາ ແລະ ບໍ່ມີໜ້າທີ່ໃດໃຫ້ພວກເຂົາເຮັດ. ເຮືອນຂອງພຣະເຈົ້າບໍ່ຕ້ອງການພວກເຂົາເລີຍ. ຜູ້ທີ່ປະຕິບັດໜ້າທີ່ຂອງຕົນຢ່າງຈິງໃຈໃນເຮືອນຂອງພຣະເຈົ້າ ບໍ່ວ່າພວກເຂົາຈະຮັກຄວາມຈິງ ຫຼື ບໍ່ກໍຕາມ ຢ່າງໜ້ອຍທີ່ສຸດພວກເຂົາກໍເຕັມໃຈທີ່ຈະຍອມຮັບຄວາມຈິງຈາກຄວາມຕັ້ງໃຈຂອງພວກເຂົາເອງ, ບໍ່ເປັນປໍລະປັກຕໍ່ຄວາມຈິງ, ຈະບໍ່ປະຕິເສດຄວາມຈິງຢ່າງເດັດຂາດ ແລະ ຈະບໍ່ຕັດສິນ, ໂຈມຕີ ຫຼື ໝິ່ນປະໝາດພຣະເຈົ້າຢ່າງເດັດຂາດ. ແນ່ນອນວ່າ ພວກເຂົາຍັງຈະບໍ່ຕັ້ງໃຈກ່າວຄຳເວົ້າໃດ ຫຼື ເຂົ້າຮ່ວມໃນພຶດຕິກຳ ຫຼື ການປະຕິບັດໃດກໍຕາມທີ່ເຂົ້າມາແທນທີ່ຄວາມຈິງອີກດ້ວຍ. ການສະແດງອອກທີ່ຊົ່ວຮ້າຍຂອງຊາຕານ ແລະ ມານຮ້າຍເຊັ່ນ: ການເປັນປໍລະປັກຕໍ່ຄວາມຈິງ, ການໂຈມຕີຄວາມຈິງ ແລະ ການເຂົ້າມາແທນທີ່ຄວາມຈິງ ແມ່ນພຽງພໍທີ່ຈະພິສູດວ່າຊາຕານມີແກ່ນແທ້ທີ່ຊົ່ວຮ້າຍ; ພວກມັນບໍ່ສາມາດຢູ່ໃນຄຣິສຕະຈັກໄດ້. ໃນຂະນະທີ່ປະຊາກອນທີ່ພຣະເຈົ້າເລືອກເຂົ້າໃຈຄວາມຈິງຫຼາຍຂຶ້ນ ແລະ ໃນຂະນະທີ່ຄົນສ່ວນໃຫຍ່ໄດ້ຮັບຄວາມສາມາດໃນການແຍກແຍະກ່ຽວກັບຄົນປະເພດຕ່າງໆທີ່ເບື່ອໜ່າຍ ແລະ ເປັນປໍລະປັກຕໍ່ຄວາມຈິງ, ແກ່ນແທ້ທຳມະຊາດຂອງຜູ້ທີ່ເປັນມານຮ້າຍກໍຖືກເປີດໂປງຢ່າງຊັດເຈນຫຼາຍຂຶ້ນ ແລະ ຖືກຜູ້ຄົນຍອມຮັບ ແລະ ແຍກແຍະໄດ້ຢ່າງຊັດເຈນ ແລະ ຖືກຕ້ອງຫຼາຍຂຶ້ນ. ສະນັ້ນ, ຄົນເຫຼົ່ານີ້ຈຶ່ງຖືກຄົນອື່ນປະຕິເສດຫຼາຍຂຶ້ນ ແລະ ບໍ່ສາມາດເຂົ້າກັນໄດ້ຢ່າງເປັນມິດ ແລະ ຮ່ວມມືກັບຄົນອື່ນຢ່າງກົມກຽວໄດ້ຫຼາຍຂຶ້ນ. ດັ່ງນັ້ນ, ໃນທີ່ສຸດ ພວກເຂົາກໍສາມາດຖືກກຳຈັດອອກໄປເທື່ອລະໜ້ອຍເທົ່ານັ້ນ. ພວກເຈົ້າເຕັມໃຈທີ່ຈະເຫັນຄົນດັ່ງກ່າວຖືກກຳຈັດບໍ? (ເຕັມໃຈ). ການທີ່ພວກເຂົາຖືກກຳຈັດອອກໄປເທື່ອລະໜ້ອຍນັ້ນເປັນສິ່ງທີ່ດີ. ຢ່າງໜຶ່ງ ມັນພິສູດວ່າປະຊາກອນທີ່ພຣະເຈົ້າເລືອກສ່ວນໃຫຍ່ໄດ້ເຕີບໂຕໃນວຸດທິພາວະ ແລະ ໄດ້ຮັບຄວາມສາມາດໃນການແຍກແຍະກ່ຽວກັບຜູ້ທີ່ເປັນມານຮ້າຍ ໂດຍບໍ່ຖືວ່າພວກມັນເປັນຜູ້ເຊື່ອໃນພຣະເຈົ້າ ຫຼື ເປັນອ້າຍເອື້ອຍນ້ອງອີກຕໍ່ໄປ. ອີກຢ່າງໜຶ່ງ ສິ່ງທີ່ຜູ້ທີ່ເປັນມານຮ້າຍເຮັດກໍຖືກເປີດໂປງຫຼາຍຂຶ້ນ. ແກ່ນແທ້ທຳມະຊາດຂອງຄົນເຫຼົ່ານັ້ນຖືກເປີດໂປງອອກມາຢ່າງຈະແຈ້ງ ແລະ ທຸກຄົນກໍເຫັນວ່າແມ່ນແຕ່ການຮັບໃຊ້ທີ່ພວກເຂົາເຮັດກໍບໍ່ໄດ້ມາດຕະຖານ; ພວກເຂົາພຽງແຕ່ກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງໃນຄຣິສຕະຈັກ ແລະ ບໍ່ມີຜົນທີ່ເປັນບວກເລີຍ. ເມື່ອພວກເຂົາຖືກກຳຈັດ ແລະ ຖືກຄັດອອກ ວຽກງານຂອງຄຣິສຕະຈັກກໍຈະກ້າວໜ້າຕາມປົກກະຕິ. ຜູ້ທີ່ເປັນມານຮ້າຍບໍ່ມີຄວາມເປັນມະນຸດ; ພວກເຂົາຮ້າຍແຮງກວ່າສັດເດຍລະສານ. ສັດເດຍລະສານບາງຕົວຮູ້ຈັກຟັງເຈົ້ານາຍຂອງມັນ, ເຮັດວຽກຢ່າງດຸໝັ່ນ ແລະ ບໍ່ສ້າງບັນຫາໃຫ້ເຈົ້ານາຍຂອງມັນ. ສັດເດຍລະສານມີເຫດຜົນຢູ່ແດ່ ແຕ່ມານຮ້າຍບໍ່ສາມາດບັນລຸສິ່ງນີ້ໄດ້. ຖ້າເຈົ້າໃຊ້ພວກມັນປະຕິບັດໜ້າທີ່ ເຈົ້າຍັງຕ້ອງຈັດໃຫ້ບາງຄົນມາກຳກັບດູແລພວກມັນ. ຖ້າພວກມັນສາມາດຮັບໃຊ້ຢ່າງເຊື່ອຟັງ ນັ້ນກໍຄົງຈະເປັນທີ່ຍອມຮັບໄດ້ ແຕ່ພວກມັນຈະບໍ່ຮັບໃຊ້ຢ່າງເໝາະສົມ. ເຖິງແມ່ນວ່າເຈົ້າຈະກຳກັບດູແລພວກມັນ ມັນກໍຍັງຈະມີເວລາທີ່ເຈົ້າບໍ່ສາມາດຈັບຕາເບິ່ງພວກມັນໄດ້ຢູ່ສະເໝີ. ຖ້າເຈົ້າລະສາຍຕາຈາກພວກມັນພຽງຊົ່ວຄາວ ຫຼື ເບິ່ງຂ້າມສິ່ງໃດສິ່ງໜຶ່ງໄປ ມານຮ້າຍກໍຈະສວຍໃຊ້ຊ່ອງຫວ່າງນັ້ນ ແລະ ກໍ່ໃຫ້ເກີດຄວາມວຸ່ນວາຍ ແລະ ບັນຫາໃຫ້ວຽກງານຂອງຄຣິສຕະຈັກ. ເຈົ້າໃຊ້ຄົນຫຼາຍຄົນເພື່ອຈັບຕາເບິ່ງພວກມັນ ແລະ ໃນທີ່ສຸດ ເຈົ້າຍັງຕ້ອງໃຊ້ຄົນອີກຫຼາຍຄົນເພື່ອມາແກ້ໄຂຄວາມວຸ່ນວາຍທີ່ພວກມັນສ້າງຂຶ້ນ. ເຈົ້າຈະຮູ້ສຶກວ່າການໃຊ້ພວກມັນປະຕິບັດໜ້າທີ່ນັ້ນກໍ່ໃຫ້ເກີດຄວາມເສຍຫາຍຫຼາຍເກີນໄປ, ມັນບໍ່ຄຸ້ມຄ່າ ແລະ ການໃຊ້ພວກມັນນັ້ນກໍເຮັດໃຫ້ອິດເມື່ອຍ ແລະ ເດືອດດານຫຼາຍເກີນໄປ. ການເບິ່ງພວກມັນເຮັດວຽກກໍຄືກັບການເບິ່ງສັດເດຍລະສານເຮັດວຽກ; ພວກມັນບໍ່ມີວັນເຮັດໃນສິ່ງທີ່ຄົນປົກກະຕິສາມາດເຮັດໄດ້. ໃນທີ່ສຸດ ເຈົ້າກໍຈະເບິ່ງພວກເຂົາອອກວ່າ: ຄົນດັ່ງກ່າວເປັນສັດເດຍລະສານ ແລະ ພວກເຂົາເປັນມານຮ້າຍ; ພວກເຂົາຈະບໍ່ມີວັນປ່ຽນແປງ. ສັດເດຍລະສານ ແລະ ມານຮ້າຍຈະບໍ່ມີວັນຍອມຮັບຄວາມຈິງ. ໃນທີ່ສຸດ ເຈົ້າກໍຮັບຮູ້ເລື່ອງນີ້ຢ່າງຊັດເຈນ ແລະ ໃນທີ່ສຸດ ເຈົ້າກໍຕັດສິນໃຈທີ່ຈະບໍ່ໃຊ້ມານຮ້າຍອີກຕໍ່ໄປ ແລະ ເຈົ້າກໍຊຳລະລ້າງພວກມັນອອກໄປ. ສັດເດຍລະສານ ແລະ ມານຮ້າຍສາມາດກາຍເປັນມະນຸດໄດ້ບໍ? ນີ້ເປັນໄປບໍ່ໄດ້. ການເຮັດໃຫ້ພະຍານາກໃຫຍ່ສີແດງວາງມີດຄາດຕະກອນລົງນັ້ນເປັນໄປບໍ່ໄດ້; ທຳມະຊາດຂອງມັນແມ່ນທຳມະຊາດຂອງມານຮ້າຍ ເຊິ່ງມັນຂ້າຄົນໂດຍບໍ່ກະພິບຕາ. ມານຮ້າຍ ແລະ ຊາຕານເປັນພວກດຽວກັນ. ວິທີທີ່ເຈົ້າເບິ່ງພະຍານາກໃຫຍ່ສີແດງກໍຄືວິທີທີ່ເຈົ້າຄວນເບິ່ງສັດເດຍລະສານ ແລະ ມານຮ້າຍເຫຼົ່ານີ້; ນີ້ແມ່ນສິ່ງທີ່ຖືກຕ້ອງ. ຖ້າເຈົ້າເບິ່ງມານຮ້າຍແຕກຕ່າງຈາກວິທີທີ່ເຈົ້າເບິ່ງຊາຕານ ແລະ ພະຍານາກໃຫຍ່ສີແດງ ສິ່ງນີ້ກໍພິສູດວ່າເຈົ້າຍັງບໍ່ມີຄວາມເຂົ້າໃຈຢ່າງຖ່ອງແທ້ກ່ຽວກັບແກ່ນແທ້ຂອງມານຮ້າຍ; ຖ້າເຈົ້າຍັງປະຕິບັດຕໍ່ພວກມັນຄືກັບມະນຸດ, ເຊື່ອວ່າພວກມັນມີຄວາມເປັນມະນຸດ, ມີຄຸນສົມບັດບາງຢ່າງທີ່ໜ້າຍົກຍ້ອງ ແລະ ຍັງສາມາດຖືກໄຖ່ບາບໄດ້ ແລະ ເຈົ້າຍັງຈຳເປັນຕ້ອງໃຫ້ໂອກາດພວກມັນ ແລ້ວເຈົ້າກໍເປັນຄົນໂງ່ຈ້າ, ເຈົ້າໄດ້ຕົກຫຼຸມພາງຂອງພວກມັນອີກຄັ້ງ ແລະ ເຈົ້າຈະຕ້ອງຈ່າຍລາຄາສຳລັບສິ່ງນີ້. ເພື່ອຫຼີກລ່ຽງການຕົກຫຼຸມພາງຂອງພວກມັນ ເຈົ້າຕ້ອງຄັດມານຮ້າຍອອກໄປຢ່າງເດັດຂາດ. ຢ່າສະແດງຄວາມປານີຕໍ່ພວກມັນຢ່າງເດັດຂາດ! ເອົາລະ ນັ້ນແມ່ນທັງໝົດສຳລັບການໂອ້ລົມກ່ຽວກັບການສະແດງອອກທີ່ຊົ່ວຮ້າຍຂອງມານຮ້າຍໃນມື້ນີ້. ລາກ່ອນ!
ວັນທີ 17 ກຸມພາ 2024