ວິທີການໄລ່ຕາມເສາະຫາຄວາມຈິງ (13)

ຜູ້ຄົນສາມປະເພດທີ່ແບ່ງຕາມແຫຼ່ງກຳເນີດຂອງພວກເຂົາ

ລັກສະນະຂອງຄົນທີ່ກັບຊາດມາເກີດຈາກສັດ

ຫົວຂໍ້ທີ່ພວກເຮົາໄດ້ໂອ້ລົມກັນໃນຄັ້ງກ່ອນນັ້ນກ່ຽວຂ້ອງກັບວິທີການແຍກແຍະ ແລະ ເບິ່ງຜູ້ຄົນ. ສາມາດເວົ້າໄດ້ວ່າຫົວຂໍ້ປະເພດນີ້ເປັນທີ່ສົນໃຈຂອງຜູ້ຄົນ ແຕ່ຍ້ອນວ່າຫົວຂໍ້ນີ້ຂ້ອນຂ້າງພິເສດ ແລະ ກ່ຽວຂ້ອງກັບບັນຫາສຳຄັນກ່ຽວກັບອະນາຄົດ ແລະ ຈຸດໝາຍປາຍທາງຂອງຜູ້ຄົນ, ມັນຈຶ່ງກະຕຸ້ນຄວາມຮູ້ສຶກບາງຢ່າງໃນຕົວຜູ້ຟັງເຊິ່ງແຕກຕ່າງຈາກຄວາມຮູ້ສຶກທີ່ເກີດຈາກຄວາມຈິງໃນດ້ານອື່ນໆ. ສຳລັບບາງຄົນແລ້ວ ຄວາມຮູ້ສຶກເຫຼົ່ານີ້ບໍ່ຄ່ອຍດີປານໃດ. ຫຼັງຈາກທີ່ໄດ້ຍິນຫົວຂໍ້ນີ້, ບາງຄົນອາດຈະປະສົບກັບຄວາມປັ່ນປ່ວນໃນໃຈຢ່າງໜັກໜ່ວງ ແລະ ຄົນທີ່ມຶນຊາກໍອາດຈະປະສົບກັບຄວາມປັ່ນປ່ວນໃນໃຈເລັກນ້ອຍເຊັ່ນກັນ, ແມ່ນບໍ? (ແມ່ນແລ້ວ). ບໍ່ວ່າຜູ້ຄົນຈະມີປະຕິກິລິຍາແນວໃດກໍຕາມ, ບໍ່ວ່າໃນກໍລະນີໃດກໍຕາມ ຫຼັງຈາກທີ່ຫົວຂໍ້ເຫຼົ່ານີ້ໄດ້ຖືກໂອ້ລົມກັນແລ້ວ, ປະຊາກອນທີ່ພຣະເຈົ້າເລືອກກໍຈະໄດ້ຮັບຄວາມຊ່ວຍເຫຼືອບາງຢ່າງໃນການແຍກແຍະຜູ້ຄົນ ແລະ ໃນການເບິ່ງທະລຸເລື່ອງລາວຕ່າງໆ ແລະ ເຮັດໃຫ້ພວກເຂົາສາມາດໄດ້ຮັບຄວາມເຂົ້າໃຈທີ່ເລິກເຊິ່ງ ແລະ ຄວາມສາມາດໃນການແຍກແຍະບາງຢ່າງ, ແມ່ນບໍ? (ແມ່ນແລ້ວ). ຄັ້ງກ່ອນ ພວກເຮົາໄດ້ໂອ້ລົມກັນກ່ຽວກັບການສະແດງອອກ ແລະ ລັກສະນະບາງຢ່າງຂອງຄົນທີ່ກັບຊາດມາເກີດຈາກສັດ. ແລ້ວລັກສະນະຫຼັກຂອງຄົນປະເພດນີ້ແມ່ນຫຍັງ? (ຄັ້ງກ່ອນ ພວກເຮົາໄດ້ໂອ້ລົມກັນວ່າ ຄົນທີ່ກັບຊາດມາເກີດຈາກສັດມີສີ່ລັກສະນະຄື: ລັກສະນະທຳອິດກໍຄື ພວກເຂົາມີການຢັ່ງຮູ້ທີ່ບິດເບືອນ; ລັກສະນະທີສອງກໍຄື ພວກເຂົາມຶນຊາເປັນພິເສດ; ລັກສະນະທີສາມກໍຄື ພວກເຂົາເບົາປັນຍາເປັນພິເສດ ແລະ ລັກສະນະທີສີ່ກໍຄື ພວກເຂົາໂງ່ຈ້າເປັນພິເສດ). ສີ່ຈຸດເດັ່ນນີ້ແມ່ນລັກສະນະທີ່ເປັນແກ່ນແທ້ຂອງຄົນທີ່ກັບຊາດມາເກີດຈາກສັດ. ແລ້ວພວກເຈົ້າທຸກຄົນຄິດອອກແລ້ວບໍວ່າ ການສະແດງອອກທີ່ເປັນແກ່ນແທ້ຂອງຄົນປະເພດນີ້ແມ່ນຫຍັງແທ້? ເວົ້າອີກຢ່າງໜຶ່ງກໍຄື ຖ້າຕັດສິນຈາກພາຍນອກຂອງພວກເຂົາເຊັ່ນ: ຄຳເວົ້າ ແລະ ການປະພຶດຂອງພວກເຂົາ ພ້ອມທັງການສະແດງອອກຕ່າງໆກ່ຽວກັບຄວາມເປັນມະນຸດຂອງພວກເຂົາ, ພວກເຂົາມີການສະແດງອອກຫຍັງແດ່ທີ່ກ່ຽວຂ້ອງກັບສີ່ລັກສະນະນີ້? ຕົວຢ່າງ: ວິທີທີ່ພວກເຂົາປະຕິບັດຕໍ່ຄວາມຈິງ ພ້ອມທັງສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກໃນຄວາມເປັນມະນຸດຂອງພວກເຂົາມີລັກສະນະແນວໃດ? ແນ່ນອນວ່າ ໂດຍພື້ນຖານແລ້ວຈຸດເດັ່ນເຫຼົ່ານີ້ແມ່ນລວມຢູ່ໃນສີ່ລັກສະນະຂອງການຢັ່ງຮູ້ທີ່ບິດເບືອນ, ຄວາມມຶນຊາ, ຄວາມເບົາປັນຍາ ແລະ ຄວາມໂງ່ຈ້າ, ແມ່ນບໍ? (ແມ່ນແລ້ວ). ຕອນນີ້ ເມື່ອອີງໃສ່ການສະແດງອອກບາງຢ່າງທີ່ພວກເຈົ້າສາມາດເຫັນ ແລະ ພົບພໍ້ໄດ້ໃນຊີວິດຈິງ, ຈົ່ງອະທິບາຍສີ່ລັກສະນະນີ້ໃຫ້ລະອຽດຕື່ມອີກ. ພວກເຈົ້າຮູ້ຈັກການສະແດງອອກອື່ນໃດອີກແດ່? ຕົວຢ່າງ: ຄົນທີ່ກັບຊາດມາເກີດຈາກສັດແມ່ນມຶນຊາຫຼາຍ. ຖ້າເຈົ້າຊີ້ໃຫ້ເຫັນບັນຫາຂອງພວກເຂົາໂດຍພຽງແຕ່ຍົກຕົວຢ່າງປຽບທຽບ, ພວກເຂົາກໍຍັງຈະບໍ່ເຂົ້າໃຈ ເຖິງແມ່ນວ່າເຈົ້າຈະບອກພວກເຂົາກ່ຽວກັບບັນຫານີ້ຫຼາຍຄັ້ງແລ້ວກໍຕາມ. ສະນັ້ນ, ເຈົ້າຕ້ອງເວົ້າຢ່າງຊັດເຈນວ່າ “ຂ້ອຍກຳລັງເວົ້າເຖິງເຈົ້າຢູ່ໃດ໋”, ພວກເຂົາຈຶ່ງຈະຮັບຮູ້ວ່າມັນກ່ຽວກັບພວກເຂົາ. ຖ້າບໍ່ດັ່ງນັ້ນ ພວກເຂົາກໍຈະຄິດໄປເອງວ່າມັນເປັນບັນຫາຂອງຄົນອື່ນ, ບໍ່ກ່ຽວຂ້ອງກັບພວກເຂົາ ແລະ ຄິດວ່າພວກເຂົາເຮັດໄດ້ດີແລ້ວ. ນີ້ບໍ່ແມ່ນຄວາມມຶນຊາບໍ? (ແມ່ນແລ້ວ). ເຈົ້າຕ້ອງເອົາມັນມາຈີ້ໃສ່ໜ້າພວກເຂົາ ພວກເຂົາຈຶ່ງຈະມີປະຕິກິລິຍາເລັກນ້ອຍ. ແລ້ວພວກເຂົາສາມາດຢັ່ງຮູ້ຄວາມຈິງໄດ້ບໍ? (ບໍ່ໄດ້). ເປັນຫຍັງພວກເຂົາຈຶ່ງບໍ່ສາມາດຢັ່ງຮູ້ຄວາມຈິງໄດ້? (ເພາະວ່າພວກເຂົາມີປະຕິກິລິຍາຊ້າ ແລະ ບໍ່ສາມາດເຂົ້າໃຈຄວາມໝາຍຂອງພຣະທຳຂອງພຣະເຈົ້າ. ເມື່ອຄົນອື່ນຊີ້ໃຫ້ເຫັນບັນຫາຂອງພວກເຂົາ, ພວກເຂົາກໍຈັບໃຈຄວາມແຕ່ຫຼັກຄຳສອນ ຫຼື ກົດລະບຽບ; ພວກເຂົາບໍ່ສາມາດຢັ່ງຮູ້ມັນຈາກມຸມມອງທີ່ເປັນບວກ ແລະ ດ້ວຍເຫດນັ້ນ ມັນຈຶ່ງເປັນໄປບໍ່ໄດ້ທີ່ພວກເຂົາຈະມີການເຂົ້າສູ່ທີ່ເປັນບວກ). ນີ້ຄືການບໍ່ມີຄວາມສາມາດໃນການຢັ່ງຮູ້. ໃນແງ່ຂອງຄວາມມຶນຊາ, ເມື່ອມີຄົນຊີ້ໃຫ້ເຫັນເຖິງສະພາວະປະເພດໜຶ່ງ, ພວກເຂົາກໍບໍ່ສາມາດຮັບຮູ້ໄດ້ເລີຍວ່າມັນກ່ຽວຂ້ອງກັບພວກເຂົາແນວໃດ, ພວກເຂົາມີສະພາວະປະເພດນີ້ແທ້ ຫຼື ບໍ່ ແລະ ພວກເຂົາມີບັນຫາປະເພດນັ້ນແທ້ ຫຼື ບໍ່, ພວກເຂົາບໍ່ສາມາດຮັບຮູ້ເລື່ອງເຫຼົ່ານີ້ ແລະ ບໍ່ເຂົ້າໃຈສິ່ງທີ່ຄົນອື່ນກຳລັງເວົ້າ. ເຖິງແມ່ນວ່າເຈົ້າຈະລະບຸວ່າພວກເຂົາເຮັດຫຍັງ, ກ່າວຄຳເວົ້າໃດ ຫຼື ສະແດງການສະແດງອອກໃດໃນມື້ໃດ ແລະ ພວກເຂົາຮູ້ວ່າເຈົ້າກຳລັງເວົ້າເຖິງພວກເຂົາ, ສິ່ງທີ່ພວກເຂົາຈັບໃຈຄວາມໄດ້ກໍເປັນພຽງເລື່ອງລາວ, ຄຳເວົ້າ ຫຼື ປະໂຫຍກໜຶ່ງ ແລະ ພວກເຂົາກໍຈື່ຈຳມັນແບບຄຸມເຄືອ ແລະ ຜິວເຜີນ. ຫຼັງຈາກທີ່ຈື່ຈຳມັນແລ້ວ, ພວກເຂົາກໍພຽງແຕ່ຍຶດຕິດກັບກົດລະບຽບທີ່ວ່າ: ຢ່າກ່າວຄຳເວົ້າເຫຼົ່ານັ້ນ ແລະ ຢ່າເຮັດສິ່ງເຫຼົ່ານັ້ນ; ຈົ່ງເຮັດສິ່ງເຫຼົ່ານີ້ ແລະ ກະທຳການແບບນັ້ນ. ພວກເຂົາສາມາດຍຶດຕິດກັບກົດລະບຽບນີ້ໄປຕະຫຼອດຊີວິດ ໂດຍປະຕິເສດທີ່ຈະຍອມຮັບການໂອ້ລົມຂອງຄົນອື່ນ ແລະ ແມ່ນແຕ່ງົວເກົ້າໂຕກໍດຶງພວກເຂົາກັບມາບໍ່ໄດ້. ເມື່ອສະຖານະການພັດທະນາໄປ, ເນື່ອງຈາກການປ່ຽນແປງຂອງເວລາ, ສະພາບແວດລ້ອມທາງພູມສາດ, ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ແລະ ອື່ນໆ, ເຈົ້າບອກພວກເຂົາວ່າ ການກະທຳແບບທີ່ພວກເຂົາເຄີຍເຮັດມາກ່ອນນັ້ນໃຊ້ບໍ່ໄດ້ອີກຕໍ່ໄປ ແລະ ພວກເຂົາຈຳເປັນຕ້ອງປັບປ່ຽນວິທີການ ຫຼື ກົນລະຍຸດຂອງພວກເຂົາ, ເຖິງແມ່ນວ່າຫຼັກການຈະບໍ່ໄດ້ປ່ຽນແປງແທ້ໆກໍຕາມ, ແຕ່ພວກເຂົາກໍບໍ່ສາມາດຢັ່ງຮູ້ມັນໄດ້. ພວກເຂົາເວົ້າວ່າ “ຂ້ອຍໄດ້ປະຕິບັດແບບນີ້ມາຫຼາຍປີແລ້ວ ແລະ ມັນກໍຮູ້ສຶກດີສຳລັບຂ້ອຍ. ຂ້ອຍໄດ້ປະຕິບັດໂດຍອີງໃສ່ສິ່ງທີ່ຜູ້ນຳ ແລະ ຜູ້ເຮັດວຽກໄດ້ໂອ້ລົມກັນເມື່ອຫຼາຍປີກ່ອນ. ເປັນຫຍັງຂ້ອຍຈຶ່ງຄວນປ່ຽນວິທີການປະຕິບັດຂອງຂ້ອຍ?”. ພວກເຂົາເຖິງກັບມີຫຼັກຖານອ້າງອີງ, ແຕ່ໃນຄວາມເປັນຈິງແລ້ວ ພວກເຂົາພຽງແຕ່ຍຶດຕິດກັບກົດລະບຽບມາເປັນເວລາຫຼາຍປີ ໂດຍທີ່ພວກເຂົາເອງກໍບໍ່ຮູ້ ຫຼື ບໍ່ຮູ້ສຶກຕົວເລີຍ.

ໃນແງ່ຂອງລັກສະນະຂອງການມີການຢັ່ງຮູ້ທີ່ບິດເບືອນ, ຄົນສ່ວນໃຫຍ່ທີ່ກັບຊາດມາເກີດຈາກສັດຈະສະແດງໃຫ້ເຫັນການສະແດງອອກຂອງການຢັ່ງຮູ້ທີ່ບິດເບືອນ. ວິທີຄິດຂອງພວກເຂົາແຕກຕ່າງຈາກຄົນປົກກະຕິ. ຄວາມຄິດຂອງພວກເຂົາພິລຶກກຶກກື, ແປກປະຫຼາດ ແລະ ບາງຄັ້ງກໍເຖິງກັບບໍ່ຄາດຄິດຈົນໜ້າຕົກໃຈຫຼາຍ, ເຈົ້າບໍ່ສາມາດຈິນຕະນາການໄດ້ເລີຍວ່າເປັນຫຍັງພວກເຂົາຈຶ່ງຄິດແບບນັ້ນ ແລະ ເຈົ້າກໍບໍ່ເຄີຍຈິນຕະນາການເລີຍວ່າຈະມີໃຜໃນໂລກນີ້ທີ່ພິຈາລະນາບັນຫາໃນລັກສະນະທີ່ແປກປະຫຼາດແບບນີ້. ຄວາມຄິດຂອງພວກເຂົາສາມາດເຮັດໃຫ້ເຈົ້າຕົກຕະລຶງໄດ້. ນີ້ກໍເພາະວ່າໂດຍທົ່ວໄປແລ້ວ ຄົນທີ່ມີຄວາມຄິດທີ່ປົກກະຕິຈະພິຈາລະນາບັນຫາຕາມວິທີຄິດທີ່ປົກກະຕິ, ໃນຂະນະທີ່ວິທີຄິດຂອງຄົນທີ່ກັບຊາດມາເກີດຈາກສັດນັ້ນແປກປະຫຼາດຫຼາຍ. ພວກເຂົາມັກຈະກ່າວຄຳເວົ້າທີ່ແປກປະຫຼາດ ແລະ ປະຫຼາດໃຈອອກມາຢູ່ເລື້ອຍໆ ແລະ ເມື່ອຄົນທີ່ມີຄວາມຄິດທີ່ປົກກະຕິໄດ້ຍິນຄຳເວົ້າເຫຼົ່ານັ້ນ, ຄົນຜູ້ນັ້ນກໍຈະຕົກໃຈ. ຖ້າເຈົ້າພະຍາຍາມເຮັດຕາມວິທີຄິດຂອງພວກເຂົາເພື່ອພິຈາລະນາບັນຫາໃດໜຶ່ງ, ເຈົ້າກໍຈະພົບວ່າມັນແປກປະຫຼາດຫຼາຍ ແລະ ນຳໄປສູ່ທາງຕັນ. ຍ້ອນວ່າພວກເຂົາມີວິທີຄິດແບບນີ້, ບໍ່ວ່າໃນຊີວິດຈິງຂອງພວກເຂົາ ພວກເຂົາຈະກຳລັງປະຕິບັດໜ້າທີ່ຂອງພວກເຂົາ, ພົວພັນກັບຄົນອື່ນ ຫຼື ປະເຊີນກັບສະຖານະການ, ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆບາງຢ່າງກໍຕາມ, ຄວາມຄິດຂອງພວກເຂົາກໍມັກຈະແປກປະຫຼາດຫຼາຍສະເໝີ ແລະ ພວກເຂົາກໍບໍ່ສາມາດເຂົ້າກັນໄດ້ກັບຄົນສ່ວນໃຫຍ່. ພວກເຂົາເບິ່ງຄືວ່າບໍ່ແມ່ນສິ່ງມີຊີວິດທີ່ອາໄສຢູ່ໃນໂລກມະນຸດ, ແຕ່ເບິ່ງຄືວ່າພວກເຂົາກຳລັງອາໄສຢູ່ໃນອີກໂລກໜຶ່ງແທນ. ເຈົ້າບໍ່ມີທາງເຂົ້າໃຈໄດ້ເລີຍວ່າ ເປັນຫຍັງພວກເຂົາຈຶ່ງຄິດແບບນັ້ນ ຫຼື ເປັນຫຍັງພວກເຂົາຈຶ່ງມີຄວາມຄິດແບບນັ້ນຂຶ້ນມາ. ວິທີທີ່ພວກເຂົາພິຈາລະນາບັນຫາມັກຈະເກີນຂອບເຂດຄວາມຄິດຂອງຄວາມເປັນມະນຸດທີ່ປົກກະຕິ ແລະ ບ່ຽງເບນອອກຈາກເສັ້ນທາງທີ່ຖືກຕ້ອງຂອງຄວາມຄິດທີ່ປົກກະຕິ. ຜົນສຸດທ້າຍກໍຄື ທຸກຄົນພົບວ່າທ່າທີ, ຈຸດຢືນ ແລະ ຫຼັກການໃນການພິຈາລະນາບັນຫາຂອງພວກເຂົານັ້ນແປກປະຫຼາດຫຼາຍ. ຖ້າມີຄົນແບບນັ້ນຢູ່ນຳໃນຂະນະທີ່ທຸກຄົນກຳລັງພິຈາລະນາ ຫຼື ໂອ້ລົມກ່ຽວກັບບັນຫາໃດໜຶ່ງ ແລະ ຄົນສ່ວນໃຫຍ່ທີ່ຢູ່ບ່ອນນັ້ນຂາດຄວາມສາມາດໃນການແຍກແຍະ, ຂາດຄວາມຄິດເຫັນຂອງຕົນເອງ ຫຼື ບໍ່ເຂົ້າໃຈຫຼັກການຄວາມຈິງ, ມັນກໍມັກຈະເກີດກໍລະນີທີ່ວ່າ ກະແສຄວາມຄິດຂອງພວກເຂົາຕ້ອງຢຸດສະງັກລົງ ຫຼື ການສົນທະນາທີ່ປົກກະຕິຖືກລົບກວນ ແລະ ຂັດຈັງຫວະ ຍ້ອນຄວາມຄິດ ແລະ ມຸມມອງທີ່ບິດເບືອນອັນໃດອັນໜຶ່ງຂອງຄົນຜູ້ນັ້ນ. ແລ້ວຜົນສຸດທ້າຍເປັນແນວໃດ? ຫຼັງຈາກທີ່ສົນທະນາກັນໄປມາ, ຜູ້ຄົນກໍພົບວ່າມຸມມອງທີ່ຄົນຜູ້ນັ້ນສະເໜີມາແມ່ນຫຼົງອອກຈາກເສັ້ນທາງທີ່ຖືກຕ້ອງ, ມັນບໍ່ເປັນພາວະວິໄສ ທັງບໍ່ສໍາພັນກັບຊີວິດຈິງ ແລະ ຍິ່ງໄປກວ່ານັ້ນ ມັນຍັງແປກປະຫຼາດຫຼາຍ ແລະ ວິທີການພິຈາລະນາບັນຫາຂອງພວກເຂົາກໍຍິ່ງແປກປະຫຼາດທີ່ສຸດ. ເມື່ອຄົນປົກກະຕິລົມກັນ ແລະ ສົນທະນາກັນ, ການສົນທະນາກໍຍິ່ງມີຊີວິດຊີວາຫຼາຍຂຶ້ນ, ທຸກຄົນກໍຍິ່ງມີຄວາມຊັດເຈນຫຼາຍຂຶ້ນກ່ຽວກັບບັນຫາທີ່ກຳລັງສົນທະນາ ແລະ ຫົວຂໍ້ກໍຍິ່ງເລິກເຊິ່ງຫຼາຍຂຶ້ນເມື່ອພວກເຂົາຍິ່ງລົມກັນ. ແຕ່ຖ້າຄົນຜູ້ນີ້ເວົ້າແຊກຂຶ້ນມາ, ການສົນທະນາກໍຈະອອກນອກເລື່ອງທັນທີ. ຄົນອື່ນກໍຈະເວົ້າຫຍັງບໍ່ອອກ, ພວກເຂົາທຸກຄົນຮູ້ສຶກວ່າຄຳເວົ້າຂອງຄົນຜູ້ນີ້ແປກປະຫຼາດເກີນໄປ ແລະ ບໍ່ສາມາດຕອບໂຕ້ຄຳເວົ້າຂອງຄົນຜູ້ນັ້ນໄດ້. ດ້ວຍເຫດນັ້ນ ຫົວຂໍ້ການສົນທະນາຈຶ່ງຖືກຂັດຈັງຫວະ. ເຖິງແມ່ນວ່າຄົນປະເພດນີ້ຈະມີຄວາມຄິດ ແລະ ມຸມມອງທີ່ “ເປັນເອກະລັກ”, ແຕ່ພວກມັນກໍແຕກຕ່າງຈາກມຸມມອງທີ່ຜູ້ທີ່ມີຄວາມຄິດທີ່ປົກກະຕິສະເໜີຢູ່ສະເໝີ. ຄວາມຄິດ ແລະ ມຸມມອງຂອງພວກເຂົາບໍ່ແມ່ນສິ່ງທີ່ຄວາມເປັນມະນຸດທີ່ປົກກະຕິຄວນມີ ແລະ ພວກມັນກໍບໍ່ໄດ້ຢູ່ໃນຂອບເຂດຄວາມຄິດຂອງຄວາມເປັນມະນຸດທີ່ປົກກະຕິ, ສະນັ້ນ ສິ່ງທີ່ພວກເຂົາເວົ້າຈຶ່ງຟັງເບິ່ງແປກປະຫຼາດສຳລັບຄົນອື່ນ ຫຼື ເຖິງຂັ້ນຄາດບໍ່ເຖິງ ແລະ ວິທີແກ້ໄຂ ພ້ອມທັງເສັ້ນທາງຂອງພວກເຂົາກໍບໍ່ໄດ້ເປັນປະໂຫຍດຕໍ່ຜູ້ຄົນເລີຍ ແລະ ຍິ່ງໄປກວ່ານັ້ນ ມັນຍັງມີທຳມະຊາດຂອງການຂັດຂວາງ, ການລົບກວນ, ການທຳລາຍ ແລະ ການກໍ່ກວນຢູ່ໃນນັ້ນອີກດ້ວຍ. ມັນກໍບໍ່ເປັນຫຍັງຖ້າພວກເຂົາຢູ່ຊື່ໆ ແລະ ກະແສຄວາມຄິດຂອງທຸກຄົນກໍຍັງພໍຊັດເຈນຢູ່, ແຕ່ເມື່ອໃດທີ່ພວກເຂົາຂັດຈັງຫວະ ແລະ ສະແດງຄວາມຄິດເຫັນຂອງພວກເຂົາ ຫຼື ໃຫ້ຄຳແນະນຳ, ທຸກຄົນກໍຈະຖືກລົບກວນ ແລະ ຖືກຂັດຂວາງເມື່ອໄດ້ຍິນມັນ, ການບ່ຽງເບນກໍຈະເກີດຂຶ້ນໃນແງ່ຂອງຫົວຂໍ້ທີ່ກຳລັງສົນທະນາ ແລະ ມັນກໍເປັນເລື່ອງຍາກທີ່ຈະບັນລຸຜົນຮັບທີ່ດີໄດ້. ເຖິງຢ່າງໃດກໍຕາມ, ຄົນທີ່ມີຂີດຄວາມສາມາດທີ່ດີຢ່າງແທ້ຈິງສາມາດຊີ້ໃຫ້ເຫັນເຖິງຈຸດສຳຄັນຂອງບັນຫາໄດ້ ແລະ ພວກເຂົາກໍສາມາດຈັບໃຈຄວາມຈຸດສຳຄັນຂອງບັນຫາ ແລະ ແບ່ງປັນເສັ້ນທາງທີ່ຖືກຕ້ອງເພື່ອແກ້ໄຂບັນຫາໄດ້. ຢ່າງໜ້ອຍທີ່ສຸດ ພວກເຂົາກໍສາມາດໃຫ້ຄຳແນະນຳທີ່ມີຄວາມໝາຍ ແລະ ມີຄຸນຄ່າບາງຢ່າງ ໂດຍຕໍ່ຍອດຈາກກະແສຄວາມຄິດຂອງຄົນອື່ນໄດ້. ຖ້າພວກເຂົາສະເໜີຄຳແນະນຳ ແລະ ທຸກຄົນພົບວ່າມັນເໝາະສົມ ແລະ ເຕັມໃຈທີ່ຈະຍອມຮັບມັນ, ນັ້ນກໍໝາຍຄວາມວ່າຄຳແນະນຳທີ່ຄົນທີ່ມີຂີດຄວາມສາມາດທີ່ດີຜູ້ນີ້ສະເໜີໄດ້ກົງກັບຈຸດສຳຄັນແລ້ວ, ເພາະວ່າຄົນຜູ້ນີ້ສາມາດເບິ່ງທະລຸເລື່ອງຕ່າງໆໄດ້. ຖ້າພວກເຂົາບໍ່ເວົ້າ, ທຸກຄົນອາດຈະສົນທະນາກັນເປັນເວລາສາມມື້ໂດຍທີ່ບໍ່ໄດ້ຂໍ້ສະຫຼຸບ. ເຈົ້າເຫັນບໍ, ຄົນທັງສອງປະເພດນີ້ລ້ວນແຕ່ມີມຸມມອງທີ່ເປັນເອກະລັກເຊິ່ງແຕກຕ່າງຈາກຄົນອື່ນ, ແຕ່ມຸມມອງທີ່ຄົນທີ່ມີຂີດຄວາມສາມາດທີ່ດີສະເໜີສາມາດຊ່ວຍໃຫ້ຄົນອື່ນເບິ່ງທະລຸເຖິງແກ່ນແທ້ຂອງບັນຫາໄດ້ ແລະ ຊ່ວຍໃຫ້ຜູ້ຄົນຄົ້ນພົບທິດທາງ ແລະ ເສັ້ນທາງແຫ່ງການປະຕິບັດທີ່ຖືກຕ້ອງເມື່ອພວກເຂົາຫຼົງທາງ. ຄົນທີ່ມີການຢັ່ງຮູ້ທີ່ບິດເບືອນນັ້ນແຕກຕ່າງອອກໄປ. ມຸມມອງ ແລະ ວິທີຄິດທີ່ບິດເບືອນຂອງພວກເຂົາມັກຈະມີຜົນກະທົບໃນການທຳລາຍ ແລະ ການລົບກວນ ເມື່ອຜູ້ຄົນກຳລັງສົນທະນາກ່ຽວກັບເລື່ອງຕ່າງໆ ຫຼື ສົນທະນາກັນຕາມປົກກະຕິ. ສະນັ້ນ, ຖ້າຄົນທີ່ມີການຢັ່ງຮູ້ທີ່ບິດເບືອນເຊິ່ງກັບຊາດມາເກີດຈາກສັດໄດ້ເຂົ້າໄປມີສ່ວນຮ່ວມໃນຄຣິສຕະຈັກໃດໜຶ່ງ ຫຼື ວຽກງານໃດໜຶ່ງ, ພວກເຂົາກໍມີແນວໂນ້ມທີ່ຈະກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງ ແລະ ທຸກຄົນກໍຈະຮູ້ສຶກເບື່ອໜ່າຍພວກເຂົາຢ່າງໜັກໜ່ວງ ໂດຍຄິດໃນໃຈວ່າ: “ຮີບສົ່ງພວກເຂົາໜີໄປໄວໆເທາະ, ພວກເຂົາໜ້າລຳຄານເກີນໄປແລ້ວ! ພວກເຂົາເວົ້າເລື່ອງໄຮ້ສາລະທີ່ບໍ່ກ່ຽວຂ້ອງທຸກມື້ ແຕ່ກໍຍັງຖືວ່າຕົນເອງເລິກເຊິ່ງຫຼາຍ, ທັງທີ່ໃນຄວາມເປັນຈິງແລ້ວ ສິ່ງທີ່ພວກເຂົາເວົ້າລ້ວນແຕ່ເປັນຄວາມຄາດເຄື່ອນທັງນັ້ນ”. ໃນຕອນທຳອິດ, ບາງຄົນອາດຈະຍົກຍ້ອງບູຊາຄົນເຫຼົ່ານັ້ນ, ແຕ່ເມື່ອເວລາຜ່ານໄປ ພວກເຂົາກໍຈະເບິ່ງທະລຸຄົນເຫຼົ່ານັ້ນ ແລະ ເວົ້າວ່າ: “ຄົນຜູ້ນີ້ບໍ່ໄດ້ມີຄວາມເຂົ້າໃຈທີ່ເລິກເຊິ່ງຫຍັງເລີຍ. ພວກເຂົາພຽງແຕ່ທຳທ່າເຮັດເປັນຄົນສະຫຼາດໄປວັນໆໃນລັກສະນະທີ່ເສແສ້ງ. ຄວາມຈິງແລ້ວ, ມຸມມອງ ແລະ ຄວາມຄິດທີ່ພວກເຂົາສະເໜີມານັ້ນເປັນເລື່ອງທີ່ໄຮ້ສາລະຢ່າງສິ້ນເຊີງ ແລະ ບໍ່ມີຫຍັງກ່ຽວຂ້ອງກັບບັນຫາທີ່ຄວນໄດ້ຮັບການຈັດການເລີຍ”. ພວກເຂົາຈະເລີ່ມຮູ້ສຶກລຳຄານ ແລະ ເກີດຄວາມລັງກຽດຕໍ່ຄົນເຫຼົ່ານັ້ນ. ສະນັ້ນ, ຖ້າຄົນປະເພດນີ້ຮັບຜິດຊອບວຽກງານທີ່ມີເຕັກນິກສູງ ຫຼື ເປັນມືອາຊີບບາງຢ່າງ ຫຼື ຮັບຜິດຊອບວຽກງານທີ່ສຳຄັນບາງຢ່າງໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາກໍຈະສ້າງຄວາມລຳຄານໃຫ້ຄົນອື່ນຢ່າງໄວວາ ເພາະວ່າມຸມມອງ ແລະ ຂໍ້ກຳນົດທີ່ພວກເຂົາສະເໜີມາມັກຈະເຮັດໃຫ້ຜູ້ຄົນບໍ່ຢາກເຊື່ອ ແລະ ບໍ່ໝັ້ນໃຈໃນວິທີການປະຕິບັດທີ່ເໝາະສົມຢູ່ສະເໝີ. ຖ້າພວກເຂົາເປັນພຽງຜູ້ຕິດຕາມທຳມະດາ ທີ່ພຽງແຕ່ເຊື່ອຟັງຄຳແນະນຳ ແລະ ຄຳສັ່ງ, ແລ້ວການບ່ຽງເບນບາງຢ່າງກໍຈະປາກົດຂຶ້ນເລື້ອຍໆໃນສິ່ງທີ່ພວກເຂົາເຮັດ. ຜູ້ນຳ ແລະ ຜູ້ເຮັດວຽກ ພ້ອມທັງຄົນທີ່ຢູ່ອ້ອມຂ້າງພວກເຂົາຈະຕ້ອງຄອຍຕິດຕາມ ແລະ ກຳກັບດູແລພວກເຂົາຢູ່ຕະຫຼອດເວລາ. ທັນທີທີ່ພວກເຂົາລະສາຍຕາຈາກຄົນເຫຼົ່ານັ້ນ, ຄົນເຫຼົ່ານັ້ນກໍຈະເຮັດຜິດພາດ ແລະ ຄົນອື່ນກໍຈະຕ້ອງໄດ້ຊ່ວຍພວກເຂົາແກ້ໄຂ ແລະ ປັບປຸງຂໍ້ຜິດພາດຂອງພວກເຂົາ ພ້ອມທັງຕາມເຊັດຕາມລ້າງບັນຫາທີ່ພວກເຂົາກໍ່ໄວ້ຢູ່ສະເໝີ. ໃນທ້າຍທີ່ສຸດ, ເມື່ອທຸກຄົນເຫັນວ່າຄົນປະເພດນີ້ເກີນກວ່າຈະຊ່ວຍເຫຼືອໄດ້ແລ້ວ, ພວກເຂົາກໍຈະເວົ້າວ່າ: “ພວກເຂົາມັກຈະກໍ່ໃຫ້ເກີດການລົບກວນຢູ່ບ່ອນນີ້ສະເໝີ ແລະ ບໍ່ມີໃຜສາມາດໄດ້ຮັບຄວາມສະຫງົບເລີຍ. ສົ່ງພວກເຂົາໜີໄປບໍ່ໄດ້ບໍ? ປ່ອຍໃຫ້ພວກເຂົາໄປບ່ອນທີ່ພວກເຂົາຢາກໄປເທາະ!” ນັ້ນຄືປະຕິກິລິຍາທີ່ທຸກຄົນຈະມີ. ໃນຕອນທຳອິດ, ພວກເຂົາຈະອົດທົນກັບຄົນເຫຼົ່ານັ້ນ ໂດຍຄິດວ່າ: “ພວກເຮົາທຸກຄົນລ້ວນແຕ່ເປັນອ້າຍເອື້ອຍນ້ອງກັນ, ບໍ່ມີໃຜໃນພວກເຮົາທີ່ມີວຸດທິພາວະທີ່ຍິ່ງໃຫຍ່ ແລະ ຄວາມເຂົ້າໃຈໃນຄວາມຈິງຂອງພວກເຮົາກໍຕື້ນເຂີນ, ໃຫ້ພວກເຮົາສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນເທາະ”. ແຕ່ໃນລະຫວ່າງການຕິດຕໍ່ພົວພັນກັບຄົນເຫຼົ່ານັ້ນໃນໄລຍະຍາວ, ພວກເຂົາກໍຈະເບິ່ງທະລຸຄົນເຫຼົ່ານັ້ນ. ປາກົດວ່າບັນຫາຂອງພວກເຂົາບໍ່ແມ່ນການມີວຸດທິພາວະທີ່ຕ່ຳ, ແຕ່ມີບັນຫາກັບຂີດຄວາມສາມາດ ແລະ ການຢັ່ງຮູ້ຂອງພວກເຂົາ. ມັນບໍ່ແມ່ນວ່າການຢັ່ງຮູ້ຂອງພວກເຂົາຕື້ນເຂີນ ຫຼື ຄວາມຄິດຂອງພວກເຂົາຄືເດັກນ້ອຍ; ແຕ່ກົງກັນຂ້າມ ການຢັ່ງຮູ້ຂອງພວກເຂົາແມ່ນບິດເບືອນ. ວິທີການເບິ່ງເລື່ອງຕ່າງໆຂອງພວກເຂົາ ພ້ອມທັງຄວາມຄິດ ແລະ ມຸມມອງຂອງພວກເຂົາແມ່ນຢູ່ນອກຂອບເຂດຂອງຄວາມຄິດທີ່ປົກກະຕິ ແລະ ຄວາມຄິດເຫັນຂອງພວກເຂົາກໍມັກຈະແຕກຕ່າງຈາກຄົນອື່ນສະເໝີ. ພວກເຂົາປະຕິເສດທີ່ຈະຍອມຮັບສິ່ງທີ່ຄົນອື່ນເວົ້າ ເຖິງແມ່ນວ່າມັນຈະຖືກຕ້ອງກໍຕາມ ແລະ ພວກເຂົາກໍຈະບໍ່ຟັງຄຳອະທິບາຍໃດໆທັງສິ້ນ. ເມື່ອພວກເຂົາຍຶດຕິດກັບຄວາມຄິດຂອງພວກເຂົາເອງແລ້ວ, ແມ່ນແຕ່ງົວເກົ້າໂຕກໍດຶງພວກເຂົາກັບມາບໍ່ໄດ້. ນັ້ນກໍຄື ພວກເຂົາບໍ່ສາມາດແຍກແຍະສິ່ງທີ່ດີອອກຈາກສິ່ງທີ່ບໍ່ດີໄດ້. ສິ່ງທີ່ພວກເຂົາຖືວ່າດີໃນຄວາມຄິດ ແລະ ມຸມມອງຂອງພວກເຂົານັ້ນ, ສຳລັບຄົນທີ່ມີຄວາມຄິດຂອງຄວາມເປັນມະນຸດທີ່ປົກກະຕິແລ້ວ ມັນບໍ່ມີຫຍັງເລີຍນອກຈາກສິ່ງທີ່ບິດເບືອນ ເຊິ່ງເປັນສິ່ງທີ່ບໍ່ສາມາດນຳສະເໜີຢ່າງເປີດເຜີຍໄດ້. ມຸມມອງຂອງພວກເຂົາບໍ່ພຽງແຕ່ຄືເດັກນ້ອຍ ຫຼື ຕ່ຳຊ້າ ແລະ ໄຮ້ຄ່າເທົ່ານັ້ນ; ແຕ່ພວກມັນຍັງບໍ່ແມ່ນຄວາມຄິດ ຫຼື ມຸມມອງທີ່ເກີດຈາກຄວາມຄິດຂອງຄວາມເປັນມະນຸດທີ່ປົກກະຕິເລີຍ. ສະນັ້ນ, ຄົນປະເພດນີ້ຈຶ່ງບໍ່ສາມາດເຂົ້າກັນໄດ້ກັບຄົນສ່ວນໃຫຍ່. ສິ່ງນີ້ບໍ່ແມ່ນຍ້ອນອຸປະນິໄສທີ່ເສື່ອມຊາມ ຫຼື ຊ່ອງຫວ່າງທີ່ເກີດຈາກຄວາມແຕກຕ່າງໃນນິໄສການດຳລົງຊີວິດ ຫຼື ອຸປະສັກທາງດ້ານພາສາ ແລະ ແນ່ນອນວ່າມັນບໍ່ແມ່ນຍ້ອນພວກເຂົາເຮັດການກະທຳທີ່ຊົ່ວຮ້າຍບາງຢ່າງ ຫຼື ມີພຶດຕິກຳທີ່ແປກປະຫຼາດ. ມັນເປັນຍ້ອນລັກສະນະເຫຼົ່ານີ້ທີ່ຄວາມເປັນມະນຸດຂອງພວກເຂົາສະແດງອອກມາເປັນຫຼັກເຊັ່ນ: ການຢັ່ງຮູ້ທີ່ບິດເບືອນ, ຄວາມມຶນຊາ, ຄວາມເບົາປັນຍາ ແລະ ຄວາມໂງ່ຈ້າ ເຊິ່ງເຮັດໃຫ້ພວກເຂົາບໍ່ສາມາດເຂົ້າກັນໄດ້ກັບຄົນສ່ວນໃຫຍ່. ແນ່ນອນວ່າ ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສກໍບໍ່ສາມາດເຂົ້າກັນໄດ້ກັບຄົນສ່ວນໃຫຍ່ເຊັ່ນກັນ, ແຕ່ເຖິງແມ່ນວ່າພວກເຂົາຈະມີຈຸດເດັ່ນດຽວກັນນີ້, ແກ່ນແທ້ ຫຼື ປະກົດການຂອງຄວາມບໍ່ສາມາດເຂົ້າກັນໄດ້ກັບຄົນອື່ນຂອງພວກເຂົາກໍແຕກຕ່າງຈາກຄົນທີ່ກັບຊາດມາເກີດຈາກສັດ. ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສບໍ່ສາມາດເຂົ້າກັນໄດ້ກັບຄົນອື່ນ ເພາະວ່າໂດຍແກ່ນແທ້ແລ້ວພວກເຂົາເປັນມານຮ້າຍ, ໃນຂະນະທີ່ຄົນທີ່ກັບຊາດມາເກີດຈາກສັດນັ້ນຂາດຄວາມຄິດ ແລະ ສະຕິປັນຍາຂອງຄວາມເປັນມະນຸດທີ່ປົກກະຕິຢ່າງສິ້ນເຊີງ, ພ້ອມທັງສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກຂອງຄວາມເປັນມະນຸດທີ່ປົກກະຕິ, ດ້ວຍເຫດນັ້ນ ມັນຈຶ່ງເປັນເລື່ອງທີ່ຍາກຫຼາຍສຳລັບຄົນປົກກະຕິທີ່ຈະລົມກັບພວກເຂົາ, ພວກເຂົາສາມາດລົມກັນໄດ້ພຽງແຕ່ເລື່ອງເລັກໆນ້ອຍໆໃນຄອບຄົວທີ່ບໍ່ກ່ຽວຂ້ອງກັບຫຼັກການເທົ່ານັ້ນ ເຊິ່ງເຮັດໃຫ້ຂອບເຂດຂອງການສົນທະນາຖືກຈຳກັດຫຼາຍ. ແນວໃດກໍຕາມ ຄົນທີ່ກັບຊາດມາເກີດຈາກສັດກໍບໍ່ແມ່ນຄົນທີ່ກັບຊາດມາເກີດຈາກມານຮ້າຍ, ພວກເຂົາແຕກຕ່າງຈາກຄົນປະເພດນັ້ນ ແລະ ພວກເຂົາກໍຍັງຖືກຈັດຢູ່ໃນປະເພດຂອງສິ່ງມີຊີວິດອີກດ້ວຍ. ດ້ວຍເຫດນັ້ນ ຕາບໃດທີ່ບໍ່ກ່ຽວຂ້ອງກັບຫຼັກການສຳຄັນ, ພວກເຂົາກໍຍັງສາມາດພົວພັນ, ສື່ສານ ແລະ ມີປະຕິສຳພັນກັບຄົນອື່ນໃນຊີວິດປະຈຳວັນຂອງພວກເຂົາ ຫຼື ໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາໄດ້. ເຖິງຢ່າງໃດກໍຕາມ, ທັນທີທີ່ກ່ຽວຂ້ອງກັບຫຼັກການຄວາມຈິງທີ່ສຳຄັນ ຫຼື ການເລືອກວ່າຈະຍ່າງໃນເສັ້ນທາງໃດ, ຄົນປະເພດນີ້ກໍຈະບໍ່ເຂົ້າກັນກັບຄົນສ່ວນໃຫຍ່ເລີຍ ແລະ ບໍ່ສາມາດເຂົ້າກັນໄດ້ກັບພວກເຂົາອີກຕໍ່ໄປ. ຕົວຢ່າງ: ເຈົ້າລົມກັບຄົນປະເພດນີ້ກ່ຽວກັບຫົວຂໍ້ໃນຊີວິດປະຈຳວັນເຊັ່ນ: ອາຫານ ແລະ ເມນູທີ່ເຈົ້າມັກ, ວິທີປຸງແຕ່ງໃຫ້ແຊບ, ເລື່ອງລາວກ່ຽວກັບບ້ານເກີດຂອງເຈົ້າ ແລະ ອື່ນໆ. ຍິ່ງເຈົ້າລົມກັນຫຼາຍເທົ່າໃດ, ເຈົ້າກໍຍິ່ງມີເລື່ອງໃຫ້ເວົ້າຫຼາຍຂຶ້ນເທົ່ານັ້ນ ແລະ ການສົນທະນາກໍຍິ່ງມີຊີວິດຊີວາຫຼາຍຂຶ້ນເທົ່ານັ້ນ. ສິ່ງນີ້ໝາຍຄວາມວ່າພວກເຈົ້າທັງສອງເຂົ້າກັນໄດ້ບໍ? ມັນໝາຍຄວາມວ່າພວກເຈົ້າຖືກຈັດຢູ່ໃນປະເພດດຽວກັນບໍ? (ບໍ່). ເຈົ້າບໍ່ສາມາດຕັດສິນສິ່ງເຫຼົ່ານັ້ນໄດ້ໂດຍອີງໃສ່ການສົນທະນາປະເພດນີ້ພຽງຢ່າງດຽວ. ແຕ່ເມື່ອເຈົ້າລົມກັນກ່ຽວກັບຫົວຂໍ້ຕ່າງໆເຊັ່ນ: ເປັນຫຍັງເຈົ້າຈຶ່ງເຊື່ອໃນພຣະເຈົ້າ ແລະ ມຸມມອງຂອງເຈົ້າກ່ຽວກັບຄວາມເຊື່ອໃນພຣະເຈົ້າ, ຫົວຂໍ້ທີ່ກ່ຽວຂ້ອງກັບຄວາມຄິດ ແລະ ມຸມມອງ, ຫຼັກການຄວາມຈິງ, ທັດສະນະຄະຕິຕໍ່ຊີວິດ, ຄ່ານິຍົມ, ເສັ້ນທາງທີ່ຜູ້ຄົນຍ່າງ, ການໄລ່ຕາມເສາະຫາຂອງຜູ້ຄົນ ແລະ ອື່ນໆ, ຄວາມຄິດ ແລະ ມຸມມອງຂອງເຈົ້າ ພ້ອມທັງວິທີຄິດຂອງເຈົ້າກໍຈະຍິ່ງແຕກຕ່າງກັນຫຼາຍຂຶ້ນ ແລະ ບໍ່ໄດ້ຢູ່ໃນເສັ້ນທາງດຽວກັນອີກຕໍ່ໄປ ແລະ ການສົນທະນາກໍຈະຢຸດສະງັກລົງ. ແລ້ວເປັນຫຍັງຈຶ່ງເປັນແນວນັ້ນ? ເພາະວ່າການຢັ່ງຮູ້ຂອງພວກເຂົາບິດເບືອນ. ເມື່ອເຈົ້າໄດ້ຍິນພວກເຂົາເວົ້າໃນຕອນທຳອິດ, ເຈົ້າກໍຄິດວ່າພວກເຂົາສະຫຼາດຫຼັກແຫຼມຫຼາຍ, ແຕ່ເມື່ອເວລາຜ່ານໄປ ເຈົ້າກໍຄົ້ນພົບວ່າພວກເຂົາກ່າວແຕ່ຄຳເວົ້າ ແລະ ຫຼັກຄຳສອນ ແລະ ອວດດີຫຼາຍ. ຄວາມຮູ້ສຶກທີ່ເຈົ້າມີຕໍ່ພວກເຂົາກໍປ່ຽນໄປ, ມັນບໍ່ສະໜິດສະໜົມອີກຕໍ່ໄປ, ຄວາມບາດໝາງກໍເກີດຂຶ້ນ ແລະ ປະເພດທີ່ພວກເຈົ້າແຕ່ລະຄົນຖືກຈັດຢູ່ກໍຖືກແຍກແຍະອອກຈາກກັນ. ເຈົ້າເຫັນບໍ, ເມື່ອພວກເຈົ້າສົນທະນາກັນກ່ຽວກັບຊີວິດຄອບຄົວ ຫຼື ອະດີດສ່ວນຕົວຂອງພວກເຈົ້າ ຫຼື ລົມກັນກ່ຽວກັບຫົວຂໍ້ທີ່ຢູ່ໃນຂອບເຂດຂອງຊີວິດປະຈຳວັນເຊັ່ນ: ອາຫານ, ເຄື່ອງດື່ມ, ການພັກຜ່ອນ, ຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງ, ພວກເຈົ້າກໍຍັງສາມາດສົນທະນາກັນໄດ້ຢູ່. ແຕ່ທັນທີທີ່ການສົນທະນາເວົ້າໄປເຖິງເລື່ອງຄວາມຄິດ ແລະ ມຸມມອງ, ຫຼັກການຄວາມຈິງ, ທັດສະນະຄະຕິຕໍ່ຊີວິດ, ຄ່ານິຍົມ, ເສັ້ນທາງຊີວິດ ຫຼື ທັດສະນະຄະຕິຕໍ່ພຣະເຈົ້າ ແລະ ໜ້າທີ່, ມັນກໍຈະຢຸດສະງັກລົງ. ມຸມມອງທີ່ເຈົ້າມີຕໍ່ພວກເຂົາກໍປ່ຽນໄປ ແລະ ມຸມມອງທີ່ພວກເຂົາມີຕໍ່ເຈົ້າກໍປ່ຽນໄປເຊັ່ນກັນ. ເຈົ້າເລີ່ມຮູ້ສຶກລຳຄານພວກເຂົາໃນໃຈຂອງເຈົ້າ ແລະ ຄວາມບາດໝາງທີ່ມີຕໍ່ເຈົ້າກໍເກີດຂຶ້ນໃນໃຈຂອງພວກເຂົາ. ພວກເຂົາບໍ່ມັກເຈົ້າ ແລະ ເຈົ້າກໍບໍ່ມັກພວກເຂົາ. ພວກເຈົ້າກໍຄ່ອຍໆຫ່າງເຫີນກັນໄປ ແລະ ລົມກັນບໍ່ເຂົ້າໃຈອີກຕໍ່ໄປ. ດ້ວຍເຫດນັ້ນ ຄົນປະເພດຕ່າງໆຈຶ່ງຖືກແຍກແຍະອອກຈາກກັນ. ສະນັ້ນ, ເພື່ອແຍກແຍະວ່າຄົນໃດຄົນໜຶ່ງຈັດຢູ່ໃນປະເພດໃດ, ຄົນເຮົາຕ້ອງເບິ່ງວ່າຄວາມສາມາດໃນການຢັ່ງຮູ້ຂອງພວກເຂົາເປັນແນວໃດ, ພວກເຂົາມີສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກຂອງຄົນປົກກະຕິ ຫຼື ບໍ່ ແລະ ພວກເຂົາມີຄວາມຄິດ ແລະ ສະຕິປັນຍາທີ່ປົກກະຕິ ຫຼື ບໍ່. ສຳລັບຄົນປະເພດນີ້ທີ່ກັບຊາດມາເກີດຈາກສັດ, ພວກເຮົາຈະບໍ່ໂອ້ລົມກັນຢ່າງສະເພາະເຈາະຈົງກ່ຽວກັບພວກເຂົາອີກຕໍ່ໄປ. ຕໍ່ໄປ, ພວກເຮົາຈະສືບຕໍ່ໂອ້ລົມກັນກ່ຽວກັບຄົນອີກສອງປະເພດ. ຫຼັງຈາກທີ່ພວກເຮົາໂອ້ລົມກັນຈົບແລ້ວ, ພວກເຮົາຈະກັບມາ ແລະ ປຽບທຽບຄົນທັງສາມປະເພດນີ້. ຜ່ານການປຽບທຽບນີ້, ວິທີການແຍກແຍະຄົນທັງສາມປະເພດນີ້ກໍຈະຍິ່ງຊັດເຈນ ແລະ ຈະແຈ້ງຫຼາຍຂຶ້ນ.

ລັກສະນະຂອງຄົນທີ່ກັບຊາດມາເກີດຈາກມານຮ້າຍ

ຄັ້ງກ່ອນ ພວກເຮົາໄດ້ກ່າວເຖິງວ່າຜູ້ຄົນຖືກແບ່ງອອກເປັນສາມປະເພດໃຫຍ່. ສາມປະເພດນີ້ຖືກແຍກແຍະແນວໃດ? ພວກມັນຖືກແຍກແຍະໂດຍອີງໃສ່ຕົ້ນກຳເນີດຂອງພວກເຂົາ. ປະເພດທຳອິດຄື ຄົນທີ່ກັບຊາດມາເກີດຈາກສັດ, ປະເພດທີສອງຄື ຄົນທີ່ກັບຊາດມາເກີດຈາກມານຮ້າຍ ແລະ ປະເພດທີສາມຄື ຄົນທີ່ກັບຊາດມາເກີດຈາກມະນຸດ. ພວກເຮົາໄດ້ໂອ້ລົມກັນກ່ຽວກັບລັກສະນະຂອງຄົນທີ່ກັບຊາດມາເກີດຈາກສັດຈົບແລ້ວ ແລະ ຕອນນີ້ໃຫ້ເຮົາມາເວົ້າກ່ຽວກັບລັກສະນະຂອງຄົນທີ່ກັບຊາດມາເກີດຈາກມານຮ້າຍ. ພວກເຈົ້າສາມາດຄິດເຖິງລັກສະນະຫຼັກຫຍັງແດ່ຂອງຄົນທີ່ກັບຊາດມາເກີດຈາກມານຮ້າຍ? (ພວກເຂົາເປັນປໍລະປັກຕໍ່ຄວາມຈິງ ແລະ ພຣະເຈົ້າ). ນີ້ເປັນຄຳເວົ້າທີ່ຂ້ອນຂ້າງທົ່ວໄປ; ເຈົ້າຈຳເປັນຕ້ອງອະທິບາຍການສະແດງອອກທີ່ເປັນແກ່ນແທ້ຂອງພວກເຂົາ ແລະ ເຈົ້າກໍຕ້ອງກຳນົດລັກສະນະຂອງຄົນປະເພດນີ້ ໂດຍໃຊ້ການເປີດເຜີຍໃນແຕ່ລະມື້ຂອງພວກເຂົາ ແລະ ການສະແດງອອກທີ່ສະເພາະເຈາະຈົງໃນຊີວິດຂອງພວກເຂົາ. ເຈົ້າຮູ້ບໍວ່າລັກສະນະແມ່ນຫຍັງ? ລັກສະນະຄືການສະແດງອອກທີ່ເປັນຕົວແທນໃຫ້ແກ່ນແທ້ຂອງຄົນປະເພດໃດໜຶ່ງ. ຖ້າຄົນໃດຄົນໜຶ່ງມີລັກສະນະຂອງຄົນປະເພດໃດໜຶ່ງ, ພວກເຂົາກໍມີແກ່ນແທ້ຂອງຄົນປະເພດນັ້ນ ແລະ ຖ້າຄົນໃດຄົນໜຶ່ງເປັນຄົນປະເພດນັ້ນ, ພວກເຂົາກໍຈະມີລັກສະນະເຫຼົ່ານັ້ນຢ່າງເປັນທຳມະຊາດ, ບໍ່ມີໃຜເປັນຂໍ້ຍົກເວັ້ນ. ນັ້ນຄືສິ່ງທີ່ເອີ້ນວ່າລັກສະນະ. ພວກເຈົ້າສາມາດຄິດເຖິງລັກສະນະຂອງຄົນທີ່ກັບຊາດມາເກີດຈາກມານຮ້າຍໄດ້ບໍ? (ພວກເຂົາເບື່ອໜ່າຍ ແລະ ກຽດຊັງຄວາມຈິງເປັນພິເສດ. ພວກເຂົາມີປະຕິກິລິຍາດ້ວຍຄວາມໂກດຮ້າຍ ແລະ ຄວາມລັງກຽດເມື່ອໄດ້ຍິນຄວາມຈິງ). ການມີປະຕິກິລິຍາດ້ວຍຄວາມໂກດຮ້າຍ ແລະ ຄວາມລັງກຽດເມື່ອເຫັນຄວາມຈິງນັ້ນເປັນການສະແດງອອກທີ່ສະເພາະເຈາະຈົງ. ພວກເຈົ້າສາມາດຄິດເຖິງຫຍັງໄດ້ອີກ? (ພວກເຂົາຊົ່ວຊ້າ ແລະ ແຝງຊົ່ວ. ຂ້ານ້ອຍບໍ່ຮູ້ວ່າສິ່ງນັ້ນນັບວ່າເປັນລັກສະນະໄດ້ບໍ?) ສິ່ງນັ້ນກໍກ່ຽວຂ້ອງຢູ່ບາງສ່ວນ. (ພວກເຂົາຍັງໂຫດຫ້ຽມ ແລະ ອວດດີອີກດ້ວຍ). ຄວາມໂຫດຫ້ຽມເປັນການສະແດງອອກອີກຢ່າງໜຶ່ງທີ່ສະເພາະເຈາະຈົງ. ຄວາມອວດດີເປັນລັກສະນະທົ່ວໄປທີ່ມະນຸດທີ່ເສື່ອມຊາມມີ ແລະ ບໍ່ແມ່ນພຽງແຕ່ຄົນທີ່ກັບຊາດມາເກີດຈາກມານຮ້າຍເທົ່ານັ້ນທີ່ມີມັນ; ຄົນທີ່ກັບຊາດມາເກີດຈາກສັດ ແລະ ຄົນທີ່ກັບຊາດມາເກີດຈາກມະນຸດ, ຄົນທັງສອງປະເພດນີ້ກໍມີມັນເຊັ່ນກັນ. ນອກເໜືອຈາກອຸປະນິໄສທີ່ເສື່ອມຊາມແບບຊາຕານທີ່ສະເພາະເຈາະຈົງເຫຼົ່ານັ້ນແລ້ວ, ຄົນທີ່ກັບຊາດມາເກີດຈາກມານຮ້າຍມີລັກສະນະທີ່ສະເພາະເຈາະຈົງຫຍັງແດ່ໃນແງ່ຂອງຄວາມເປັນມະນຸດຂອງພວກເຂົາ? ນັ້ນກໍຄື ລັກສະນະຫຼັກຂອງສິ່ງທີ່ພວກເຂົາເປີດເຜີຍ, ເວົ້າ ແລະ ເຮັດໃນຊີວິດປະຈຳວັນຂອງພວກເຂົາແມ່ນຫຍັງ? (ຄວາມໂຫດຮ້າຍ). ນີ້ຄືລັກສະນະໜຶ່ງ. ມີລັກສະນະອື່ນໃດອີກແດ່? ຄົນທີ່ກັບຊາດມາເກີດຈາກມານຮ້າຍ ແລະ ຄົນທີ່ກັບຊາດມາເກີດຈາກສັດລ້ວນແຕ່ມີລັກສະນະສະເພາະ ແລະ ເປັນແກ່ນແທ້ບາງຢ່າງ, ແຕ່ລັກສະນະຂອງຄົນທັງສອງປະເພດນີ້ແຕກຕ່າງກັນຢ່າງສິ້ນເຊີງ. ລັກສະນະຂອງຄົນທີ່ກັບຊາດມາເກີດຈາກສັດຄື ການຢັ່ງຮູ້ທີ່ບິດເບືອນ, ຄວາມມຶນຊາ, ຄວາມເບົາປັນຍາ ແລະ ຄວາມໂງ່ຈ້າ. ເປັນຫຍັງຈຶ່ງເປັນລັກສະນະເຫຼົ່ານີ້? ລັກສະນະເຫຼົ່ານີ້ພຽງພໍແລ້ວທີ່ຈະພິສູດວ່າ ໃນແງ່ຂອງແກ່ນແທ້ຂອງພວກເຂົາແລ້ວ, ຄົນປະເພດນີ້ຂາດລັກສະນະຂອງມະນຸດ ແລະ ຂາດສະຕິປັນຍາ ພ້ອມທັງວິທີຄິດທີ່ເໝາະສົມທີ່ມະນຸດມີ. ສະນັ້ນ, ລັກສະນະທີ່ເປັນແບບຢ່າງຫຼາຍເຫຼົ່ານີ້ຈຶ່ງພິສູດວ່າຄົນປະເພດນີ້ກັບຊາດມາເກີດຈາກສັດ. ຄົນທີ່ກັບຊາດມາເກີດຈາກມານຮ້າຍນັ້ນແຕກຕ່າງຈາກຄົນທີ່ກັບຊາດມາເກີດຈາກສັດ. ລັກສະນະຂອງພວກເຂົາແມ່ນຫຍັງ? ເນື່ອງຈາກພວກເຂົາກັບຊາດມາເກີດຈາກມານຮ້າຍ, ພວກເຂົາຈຶ່ງເປັນມານຮ້າຍທີ່ກາຍມາເປັນມະນຸດ. ແກ່ນແທ້ພາຍໃນຂອງພວກເຂົາຄືມານຮ້າຍ. ເຖິງແມ່ນວ່າພວກເຂົາຈະບໍ່ແມ່ນສັດ, ພວກເຂົາບໍ່ໄດ້ໂງ່ຈ້າ ຫຼື ມຶນຊາ ແລະ ບາງທີພວກເຂົາກໍອາດຈະບໍ່ມີການຢັ່ງຮູ້ທີ່ບິດເບືອນ, ແຕ່ພວກເຂົາກໍບໍ່ແມ່ນມະນຸດເຊັ່ນກັນ ແລະ ພວກເຂົາກໍບໍ່ມີຄວາມຄິດທີ່ປົກກະຕິຂອງມະນຸດ. ໃນເມື່ອພວກເຂົາກັບຊາດມາເກີດຈາກມານຮ້າຍ, ແນ່ນອນວ່າພວກເຂົາສອດຄ່ອງ ແລະ ຄືກັນກັບມານຮ້າຍທຸກປະການ ທັງໃນແງ່ຂອງແກ່ນແທ້ ແລະ ຮູບລັກສະນະທີ່ແທ້ຈິງ ໂດຍບໍ່ມີຄວາມແຕກຕ່າງເລີຍ. ແລ້ວລັກສະນະຂອງຄົນທີ່ກັບຊາດມາເກີດຈາກມານຮ້າຍແມ່ນຫຍັງ? ລັກສະນະທຳອິດຄື ພວກເຂົາເວົ້າຕົວະຈົນເປັນສັນດານ. ບໍ່ວ່າພວກເຂົາຈະເວົ້າຕົວະແນວໃດກໍຕາມ, ໃບໜ້າຂອງພວກເຂົາກໍບໍ່ປ່ຽນສີ, ຫົວໃຈຂອງພວກເຂົາກໍບໍ່ເຕັ້ນແຮງ ແລະ ພວກເຂົາກໍປະຕິບັດຕົວເປັນປົກກະຕິ ແລະ ເປັນທຳມະຊາດທີ່ສຸດ ໂດຍບໍ່ມີການຫຼຸດປາກ ຫຼື ສະແດງໃຫ້ເຫັນພິລຸດເລີຍແມ່ນແຕ່ໜ້ອຍດຽວ. ບໍ່ມີໃຜສາມາດແຍກແຍະໄດ້ວ່າຄຳເວົ້າໃດຂອງພວກເຂົາເປັນຄວາມຈິງ ແລະ ຄຳເວົ້າໃດເປັນຄວາມຕົວະ. ລັກສະນະທີສອງຄື ຄວາມແປກປະຫຼາດ. ພວກເຈົ້າຫາກໍກ່າວເຖິງລັກສະນະທີສາມໄປເມື່ອກີ້ນີ້ ເຊິ່ງກໍຄືຄວາມຊົ່ວຮ້າຍ. ຄົນທີ່ກັບຊາດມາເກີດຈາກມານຮ້າຍມີສາມລັກສະນະ, ເຖິງແມ່ນວ່າຈະມີລັກສະນະໜ້ອຍກວ່າຄົນທີ່ກັບຊາດມາເກີດຈາກສັດໜຶ່ງລັກສະນະກໍຕາມ, ແຕ່ພະລັງໃນການທຳລາຍລ້າງ ແລະ ລະດັບຄວາມເສຍຫາຍຢ່າງສາຫັດທີ່ພວກເຂົາກໍ່ໃຫ້ເກີດກັບຜູ້ຄົນນັ້ນມີຫຼາຍກວ່າຄວາມເຈັບປວດ ຫຼື ຄວາມເສຍຫາຍທີ່ເກີດຈາກຄົນທີ່ກັບຊາດມາເກີດຈາກສັດຫຼາຍ, ເພາະວ່າພວກເຂົາເປັນມານຮ້າຍ. ໃນແງ່ຂອງລະດັບແລ້ວ ວິທີການຂອງມານຮ້າຍໃນການທຳຮ້າຍຜູ້ຄົນຢ່າງສາຫັດນັ້ນຮ້າຍແຮງກວ່າວິທີການຂອງສັດໃນການທຳຮ້າຍຜູ້ຄົນຫຼາຍ. ການວາງກັບດັກ, ການຢຽບຍ່ຳ, ການເຮັດໃຫ້ມຶນຊາ, ການເຮັດໃຫ້ຫຼົງຜິດ ແລະ ການທຳຮ້າຍຜູ້ຄົນຢ່າງສາຫັດນັ້ນເປັນສິ່ງທີ່ມານຮ້າຍມີມາແຕ່ເກີດ; ມັນເປັນແກ່ນແທ້ທຳມະຊາດຂອງພວກມັນ. ສຳລັບສັດແລ້ວ, ຕາບໃດທີ່ພວກມັນບໍ່ແມ່ນສັດທີ່ດຸຮ້າຍ, ໂດຍທົ່ວໄປແລ້ວພວກມັນກໍບໍ່ມີພະລັງໃນການທຳລາຍລ້າງມະນຸດຫຼາຍປານໃດ; ມີພຽງແຕ່ສັດບາງຊະນິດເທົ່ານັ້ນທີ່ທຳຮ້າຍຜູ້ຄົນຢ່າງສາຫັດໃນລະດັບໜຶ່ງ ໂດຍການກິນເນື້ອມະນຸດ ຫຼື ທຳຮ້າຍຜູ້ຄົນຕາມສັນຊາດຕະຍານ. ມານຮ້າຍນັ້ນແຕກຕ່າງອອກໄປ. ມັນບໍ່ສຳຄັນວ່າພວກມັນຈະເປັນມານຮ້າຍໃຫຍ່ ຫຼື ນ້ອຍ, ບໍ່ຈຳເປັນຕ້ອງແຍກແຍະລະຫວ່າງມານຮ້າຍປະເພດຕ່າງໆ, ພວກມັນທັງໝົດລ້ວນແຕ່ກໍ່ໃຫ້ເກີດຄວາມເຈັບປວດ ແລະ ຄວາມເສຍຫາຍຢ່າງສາຫັດແບບດຽວກັນຕໍ່ຜູ້ຄົນ. ສິ່ງທີ່ເອີ້ນວ່າຄວາມແຕກຕ່າງໃດໆກໍຕາມເປັນພຽງການສະແດງອອກໃນວິທີການ ຫຼື ວິທີປະຕິບັດເທົ່ານັ້ນ, ແຕ່ໃນແງ່ຂອງແກ່ນແທ້ຂອງມານຮ້າຍແລ້ວ, ມັນກໍຄືການທຳຮ້າຍຜູ້ຄົນຢ່າງສາຫັດສະເໝີ. ບໍ່ວ່າເຈົ້າຈະໄປຍຸແຍ່ພວກມັນ ຫຼື ບໍ່ກໍຕາມ, ແກ່ນແທ້ທຳມະຊາດຂອງພວກມັນກໍຄືການທຳຮ້າຍຜູ້ຄົນສະເໝີ. ຕາບໃດທີ່ເຈົ້າເຂົ້າໃກ້ພວກມັນ, ຕາບໃດທີ່ເລື່ອງໃຫຍ່ ຫຼື ນ້ອຍໃນຊີວິດຂອງເຈົ້າກ່ຽວຂ້ອງກັບພວກມັນ, ເຈົ້າກໍມີແນວໂນ້ມທີ່ຈະຖືກພວກມັນທຳຮ້າຍ. ຖ້າເຈົ້າເຂົ້າໃຈຄວາມຈິງບາງຢ່າງ, ມີຄວາມເປັນຈິງຄວາມຈິງບາງຢ່າງ ແລະ ມີຄວາມສາມາດໃນການແຍກແຍະມານຮ້າຍເຫຼົ່ານີ້, ແລ້ວລະດັບທີ່ເຈົ້າຈະຖືກພວກມັນທຳຮ້າຍກໍຈະຫຼຸດລົງ ຫຼື ໜ້ອຍລົງພໍສົມຄວນ. ແຕ່ຖ້າວຸດທິພາວະຂອງເຈົ້າຕ່ຳ, ເຈົ້າບໍ່ເຂົ້າໃຈຄວາມຈິງ ແລະ ເຈົ້າເປັນຄົນທີ່ບໍ່ມີຄວາມຈິງ ແລະ ຊີວິດ, ແລ້ວລະດັບທີ່ເຈົ້າຈະຖືກທຳຮ້າຍກໍສາມາດຄາດເດົາໄດ້ງ່າຍ, ບໍ່ວ່າພວກມັນຕ້ອງການທຳຮ້າຍເຈົ້າແນວໃດ, ພວກມັນກໍຈະທຳຮ້າຍເຈົ້າແນວນັ້ນ ແລະ ບໍ່ວ່າພວກມັນຕ້ອງການທຳຮ້າຍເຈົ້າໃນລະດັບໃດ, ເຈົ້າກໍຈະຖືກທຳຮ້າຍໃນລະດັບນັ້ນ. ນີ້ຄືຄວາມເສຍຫາຍທີ່ເກີດຂຶ້ນກັບຜູ້ຄົນໂດຍຄົນທີ່ກັບຊາດມາເກີດຈາກມານຮ້າຍ. ເຈົ້າເຫັນບໍ, ເມື່ອມານຮ້າຍມີອຳນາດ, ເຖິງແມ່ນວ່າເຈົ້າຈະສະໜັບສະໜູນພວກມັນ, ເຈົ້າກໍຍັງຈະຖືກພວກມັນທຳຮ້າຍຢູ່ດີ ແລະ ຖ້າເຈົ້າບໍ່ສະໜັບສະໜູນພວກມັນ ຫຼື ເຈົ້າຕໍ່ຕ້ານພວກມັນ, ເຈົ້າກໍຍັງຈະຖືກທຳຮ້າຍຢູ່ດີ. ຕາບໃດທີ່ເຈົ້າຖືກພວກມັນປົກຄອງ, ຕາບໃດທີ່ເຈົ້າຢູ່ພາຍໃຕ້ອຳນາດຂອງພວກມັນ, ຕາບໃດທີ່ເຈົ້າຕິດຕາມພຣະເຈົ້າແຕ່ຍັງບໍ່ທັນໄດ້ຮັບຄວາມຈິງ ຫຼື ຖືກພຣະເຈົ້າຮັບເອົາຢ່າງສົມບູນ, ແລ້ວເຈົ້າກໍເປັນຄູ່ຕໍ່ສູ້ທີ່ປະລາໄຊຂອງມານຮ້າຍ, ເປັນເຫຍື່ອຂອງພວກມັນຢ່າງແທ້ຈິງ ແລະ ບໍ່ມີໃຜເປັນຂໍ້ຍົກເວັ້ນໃນເລື່ອງນີ້. ສິ່ງນີ້ໝາຍເຖິງມານຮ້າຍໃຫຍ່. ສ່ວນຄົນທີ່ກັບຊາດມາເກີດຈາກມານຮ້າຍ, ພວກເຂົາເປັນມານຮ້າຍນ້ອຍໃນຊີວິດຈິງ, ພວກເຂົາເປັນມານຮ້າຍປະເພດຕ່າງໆ. ຖ້າເຈົ້າອາໄສຢູ່ຮ່ວມກັບພວກເຂົາ, ໜຶ່ງໃນເຫດການທີ່ພົບເຫັນໄດ້ທົ່ວໄປທີ່ສຸດກໍຄື ພວກເຂົາຈະເວົ້າຕົວະຈົນເປັນສັນດານ. ເຈົ້າຈະຖືກພວກເຂົາຫຼອກລວງສະເໝີ ແລະ ຖືກພວກເຂົາຕົ້ມຕຸ໋ນສະເໝີ; ເຈົ້າຈະບໍ່ຮູ້ວ່າຄຳເວົ້າໃດຂອງພວກເຂົາເປັນຄວາມຈິງ ແລະ ຄຳເວົ້າໃດເປັນຄວາມຕົວະ ແລະ ເຈົ້າຈະຖືກລົບກວນຈົນເຖິງຂັ້ນທີ່ເຈົ້າຮູ້ສຶກບໍ່ສະບາຍໃຈທຸກມື້. “ສິ່ງທີ່ພວກເຂົາເວົ້ານີ້ເປັນຄວາມຈິງ ຫຼື ຄວາມຕົວະ? ພວກເຂົາກຳລັງພະຍາຍາມຫຼອກລວງຂ້ອຍອີກແລ້ວບໍ? ຂ້ອຍຈະແຍກແຍະໄດ້ແນວໃດວ່າສິ່ງທີ່ພວກເຂົາເວົ້ານັ້ນຖືກ ຫຼື ຜິດ?” ເຈົ້າເຫັນບໍ, ຖ້າເຈົ້າອາໄສຢູ່ຮ່ວມກັບພວກເຂົາ, ເຈົ້າກໍຈະທົນທຸກຢ່າງໜັກຈາກການທຳຮ້າຍຂອງພວກເຂົາ. ພຽງແຕ່ເລື່ອງການເວົ້າຕົວະຢູ່ຕະຫຼອດເວລາຂອງພວກເຂົາກໍຈະລົບກວນເຈົ້າຈົນເຖິງຂັ້ນທີ່ເຈົ້າຕົກຢູ່ໃນຄວາມວຸ່ນວາຍຢ່າງສິ້ນເຊີງ ແລະ ໃນທຸກໆມື້ ໃຈຂອງເຈົ້າກໍຈະບໍ່ມີຄວາມສະຫງົບ, ສັນຕິສຸກ ຫຼື ຄວາມຍິນດີເລີຍ.

I. ລັກສະນະທຳອິດ: ການເວົ້າຕົວະຈົນເປັນສັນດານ

ສຳລັບຄົນປະເພດທີ່ກັບຊາດມາເກີດຈາກມານຮ້າຍ, ພວກເຂົາເວົ້າຕົວະຈົນເປັນສັນດານ ແລະ ທຸກສິ່ງທຸກຢ່າງທີ່ພວກເຂົາເຮັດນັ້ນກໍຄົດໂກງຫຼາຍ. ບໍ່ວ່າພວກເຂົາຈະເວົ້າຫຍັງຢ່າງລັບໆກັບຄົນອື່ນ ຫຼື ບໍ່ວ່າພວກເຂົາຈະເຮັດຫຍັງຢູ່ເບື້ອງຫຼັງກໍຕາມ, ພວກເຂົາກໍບໍ່ໄດ້ເວົ້າຄວາມຈິງກ່ຽວກັບເລື່ອງນັ້ນໃນພາຍຫຼັງ ແຕ່ພວກເຂົາພັດປ່ຽນໄປເວົ້າອີກແບບໜຶ່ງແທນ. ພວກເຂົາເວົ້າພື້ນຄົນອື່ນໃຫ້ເຈົ້າຟັງ ແລະ ພວກເຂົາກໍເວົ້າພື້ນເຈົ້າໃຫ້ຄົນອື່ນຟັງ. ດ້ວຍເຫດນັ້ນ, ຄວາມບາດໝາງລະຫວ່າງເຈົ້າ ແລະ ຄົນເຫຼົ່ານັ້ນຈຶ່ງເກີດຂຶ້ນ ແລ້ວພວກເຈົ້າກໍຄິດບໍ່ດີຕໍ່ກັນ. ຄວາມຈິງແລ້ວ, ພວກເຈົ້າບໍ່ໄດ້ຄຸ້ນເຄີຍກັນເລີຍ ແລະ ພວກເຈົ້າກໍບໍ່ຮູ້ຈັກກັນຫຼາຍປານໃດ. ຍ້ອນວ່າມານຮ້າຍຕົນນີ້ແຕ່ງເລື່ອງຂຶ້ນມາເພື່ອຍຸແຍ່ໃຫ້ເກີດຄວາມແຕກແຍກໃນໝູ່ພວກເຈົ້າແທ້ໆ ພວກເຈົ້າຈຶ່ງກາຍເປັນສັດຕູກັນ. ເຈົ້າຖືກມານຮ້າຍປັ່ນຫົວ ແຕ່ກໍຍັງບໍ່ຮູ້ວ່າມັນເກີດຫຍັງຂຶ້ນ ແລະ ຄິດວ່າສິ່ງທີ່ມານຮ້າຍເວົ້ານັ້ນເປັນຄວາມຈິງ ແລະ ຄິດວ່າພວກມັນຫວັງດີຕໍ່ເຈົ້າ. ເຈົ້າເຫັນບໍ, ຄົນທີ່ເວົ້າຕົວະຈົນເປັນສັນດານສາມາດປັ່ນຫົວຜູ້ຄົນໄດ້ເຖິງຂະໜາດນີ້. ພວກເຂົາເວົ້າຕົວະຢູ່ຕະຫຼອດເວລາ; ພວກເຂົາມັກຈະນິນທາ, ຍຸແຍ່ໃຫ້ເກີດຄວາມແຕກແຍກ ແລະ ສ້າງຂ່າວລືທີ່ບໍ່ມີມູນຄວາມຈິງຕາມອຳເພີໃຈ ໂດຍການເວົ້າເກີນຈິງ ແລະ ປຸງແຕ່ງເລື່ອງລາວ ພ້ອມທັງກ່າວອ້າງແບບບໍ່ມີມູນຄວາມຈິງໃນຕອນທີ່ພວກເຂົາຢູ່ກັບເຈົ້າ. ສິ່ງນີ້ລົບກວນເຈົ້າຈົນເຖິງຂັ້ນທີ່ເຈົ້າຮູ້ສຶກບໍ່ສະບາຍໃຈ ແລະ ເຈົ້າຕ້ອງແຍກແຍະ ແລະ ລະມັດລະວັງຢູ່ຕະຫຼອດເວລາວ່າ: “ຄົນຜູ້ນັ້ນເວົ້າເລື່ອງບໍ່ດີຫຍັງກ່ຽວກັບຂ້ອຍແດ່? ຂ້ອຍຄວນປະຕິບັດຕໍ່ຄົນຜູ້ນັ້ນແນວໃດ?” ພວກເຂົາລົບກວນເຈົ້າຈົນເຖິງຂັ້ນທີ່ເຈົ້າຕົກຢູ່ໃນຄວາມສັບສົນວຸ່ນວາຍຢ່າງສິ້ນເຊີງ ໂດຍເຮັດໃຫ້ຈັງຫວະຊີວິດຂອງເຈົ້າ, ຮູບແບບການດຳລົງຊີວິດຂອງເຈົ້າ ແລະ ສະພາບການໃນປັດຈຸບັນຂອງເຈົ້າປັ່ນປ່ວນ. ເມື່ອວຸດທິພາວະຂອງເຈົ້າຕ່ຳ ແລະ ເຈົ້າບໍ່ເຂົ້າໃຈຄວາມຈິງ ແລະ ໃນຕອນທີ່ເຈົ້າຍັງບໍ່ທັນໄດ້ຮັບຄວາມຈິງ, ເຈົ້າກໍມັກຈະຕົກຢູ່ພາຍໃຕ້ອິດທິພົນຂອງພວກເຂົາ ແລະ ເຖິງຂັ້ນຖືກເຮັດໃຫ້ຫຼົງຜິດ, ຖືກລົບກວນ, ຖືກບີບຄັ້ນ ແລະ ຖືກຄຳຕົວະບາງຢ່າງຂອງພວກເຂົາຜູກມັດໄວ້. ຕົວຢ່າງ: ສົມມຸດວ່າເຈົ້າໄດ້ຮັບເລືອກຕັ້ງໃຫ້ເປັນຜູ້ນຳຄຣິສຕະຈັກ ແລະ ພວກເຂົາເວົ້າກັບເຈົ້າວ່າ: “ຄົນຜູ້ນັ້ນເວົ້າກ່ຽວກັບເຈົ້າວ່າ: ‘ຄົນຜູ້ນັ້ນຄິດວ່າລາວສາມາດເປັນຜູ້ນຳໄດ້ບໍ? ຄວາມຈິງແລ້ວລາວບໍ່ມີຫຍັງເລີຍ ແຕ່ລາວກໍຍັງໜ້າດ້ານໂອ້ລົມກ່ຽວກັບຄວາມຈິງໃຫ້ຜູ້ຄົນຟັງ!’” ໃນຄວາມເປັນຈິງແລ້ວ ຄົນຜູ້ນັ້ນບໍ່ໄດ້ເວົ້າແບບນີ້ເລີຍ; ມັນເປັນສິ່ງທີ່ມານຮ້າຍຕົນນີ້ຢາກເວົ້າ ແລະ ພວກມັນກໍກຳລັງໂຍນຄວາມຜິດເລື່ອງນີ້ໄປໃຫ້ຄົນອື່ນ. ພຽງແຕ່ຄຳເວົ້າຄຳດຽວນີ້ຈາກພວກມັນກໍເຮັດໃຫ້ເຈົ້າຮູ້ສຶກອ່ອນແອ ແລະ ເຈົ້າກໍມາຢູ່ຕໍ່ໜ້າພຣະເຈົ້າ ແລະ ອະທິຖານວ່າ: “ໂອ ພຣະເຈົ້າ, ວຸດທິພາວະຂອງຂ້ານ້ອຍຕ່ຳແທ້ໆ ແລະ ຂ້ານ້ອຍກໍບໍ່ສາມາດແບກຮັບວຽກງານນີ້ໄດ້. ຂ້ານ້ອຍເປັນໜີ້ພຣະອົງ, ຂ້ານ້ອຍເຮັດວຽກຂອງຂ້ານ້ອຍໄດ້ບໍ່ດີ. ຂ້ານ້ອຍຢາກລາອອກ ແຕ່ຂ້ານ້ອຍຢ້ານວ່ານັ້ນຈະເປັນການບໍ່ຈົງຮັກພັກດີ. ຂ້ານ້ອຍຄວນເຮັດແນວໃດ?” ພວກມັນລົບກວນເຈົ້າຈົນເຖິງຂັ້ນທີ່ເຈົ້າບໍ່ສາມາດສືບຕໍ່ວຽກງານຂອງເຈົ້າໄດ້; ເຖິງແມ່ນວ່າເຈົ້າຈະເຮັດຕໍ່ໄປ, ເຈົ້າກໍຈະເຮັດດ້ວຍອາລົມທີ່ເປັນລົບ ໂດຍຄ່ອຍໆສູນເສຍຄວາມຮູ້ສຶກເຖິງພາລະໃນວຽກງານຂອງຄຣິສຕະຈັກ ຈົນໃນທີ່ສຸດວຽກງານກໍຕ້ອງຢຸດສະງັກລົງ. ເຈົ້າຖືກລົບກວນແລ້ວ, ບໍ່ແມ່ນບໍ? (ແມ່ນແລ້ວ). ມັນເປັນເລື່ອງທີ່ຫຍຸ້ງຍາກແທ້ໆໃນການດຳລົງຊີວິດ, ການມີປະຕິສຳພັນ ແລະ ການເຮັດວຽກຮ່ວມກັນກັບຄົນປະເພດນີ້. ໃນຄຳເວົ້າຂອງພວກເຂົາມີຄວາມບໍ່ຈິງຫຼາຍເກີນໄປ, ມີການເຈືອປົນຄວາມຄິດຫຼາຍເກີນໄປ, ມີຄວາມປະສົງຂອງພວກເຂົາເອງຫຼາຍເກີນໄປ ແລະ ມີແຮງຈູງໃຈຂອງພວກເຂົາເອງຫຼາຍເກີນໄປ; ທຸກສິ່ງທຸກຢ່າງທີ່ພວກເຂົາເວົ້າລ້ວນແຕ່ເປັນຄຳຕົວະ. ເຈົ້າຕ້ອງແຍກແຍະຢູ່ຕະຫຼອດເວລາວ່າ: “ຄຳເວົ້າໃດຂອງພວກເຂົາເປັນຄວາມຈິງ ແລະ ຄຳເວົ້າໃດເປັນຄວາມຕົວະ? ພວກເຂົາໄດ້ເຮັດຫຍັງ ແລະ ບໍ່ໄດ້ເຮັດຫຍັງຢູ່ເບື້ອງຫຼັງແດ່? ພວກເຂົາເປັນຜູ້ທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງບໍ? ພວກເຂົາເວົ້າວ່າພວກເຂົາຈະປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີຢ່າງແນ່ນອນໃນອະນາຄົດ ແລະ ພວກເຂົາກໍຈະເຮັດໃຫ້ສົມກັບການສົ່ງເສີມທີ່ເຮືອນຂອງພຣະເຈົ້າມອບໃຫ້ພວກເຂົາຢ່າງແນ່ນອນ, ຄຳເວົ້າເຫຼົ່ານີ້ອອກມາຈາກໃຈຈິງບໍ? ພວກເຂົາຈະປະຕິບັດຕາມຄຳສາບານທີ່ພວກເຂົາໄດ້ໃຫ້ໄວ້ ແລະ ຄວາມຕັ້ງໃຈທີ່ພວກເຂົາໄດ້ສະແດງອອກມາບໍ?” ເມື່ອເຈົ້າເຫັນພຶດຕິກຳຂອງພວກເຂົາ, ໃນຫົວຂອງເຈົ້າກໍເຕັມໄປດ້ວຍຄຳຖາມຫຼາຍຢ່າງ. ເຈົ້າມັກຈະຮູ້ສຶກວ່າພວກເຂົາເປັນຕາຢ້ານ ແຕ່ຄຳເວົ້າຂອງພວກເຂົາພັດຟັງເບິ່ງໜ້າເຊື່ອຖື ແລະ ສົມເຫດສົມຜົນພໍສົມຄວນ. ແຕ່ໃນຕອນກາງຄືນໃນຄວາມຝັນຂອງເຈົ້າ, ເຈົ້າເຫັນວ່າໃບໜ້າຂອງພວກເຂົາໄດ້ກາຍເປັນໃບໜ້າຂອງມານຮ້າຍ, ພວກເຂົາກຳລັງແຍກແຂ້ວ ແລະ ກາງເລັບອອກມາ ແລະ ເຈົ້າກໍສົງໄສວ່າ: “ພວກເຂົາເປັນມະນຸດແທ້ບໍ? ຄຳເວົ້າໃດຂອງພວກເຂົາເປັນຄວາມຈິງ ແລະ ຄຳເວົ້າໃດເປັນຄວາມຕົວະ? ເປັນຫຍັງຂ້ອຍຈຶ່ງບໍ່ສາມາດເບິ່ງທະລຸພວກເຂົາໄດ້? ຄົນປະເພດນີ້ເປັນຕາຢ້ານເກີນໄປແລ້ວ!” ເຈົ້າຮູ້ສຶກວ່າພວກເຂົາເປັນຕາຢ້ານ ແລະ ບໍ່ໜ້າໄວ້ໃຈ ແຕ່ເມື່ອເຈົ້າກວດກາວຽກງານຂອງພວກເຂົາ, ໂດຍພື້ນຖານແລ້ວມັນກໍຖືວ່າຜ່ານ ແລະ ເມື່ອເຈົ້າຟັງພວກເຂົາເວົ້າ, ເຈົ້າກໍບໍ່ສັງເກດເຫັນຂໍ້ຜິດພາດໃດໆເລີຍ. ເຖິງຢ່າງໃດກໍຕາມ, ເຈົ້າພຽງແຕ່ບໍ່ສາມາດເບິ່ງທະລຸພວກເຂົາໄດ້, ເຈົ້າມີຄວາມສົງໄສທີ່ບອກບໍ່ຖືກຢູ່ໃນຈິດວິນຍານຂອງເຈົ້າ ແລະ ເຈົ້າມັກຈະຮູ້ສຶກໃນໃຈຢູ່ສະເໝີວ່າພວກເຂົາສາມາດສ້າງບັນຫາໄດ້, ຮູ້ສຶກຢູ່ສະເໝີວ່າຄຳເວົ້າຂອງພວກເຂົາບໍ່ຈິງໃຈ ແລະ ບໍ່ເປັນຄວາມຈິງທັງໝົດ. ບາງທີມື້ໜຶ່ງ ທຳມະຊາດການເວົ້າຕົວະຂອງພວກເຂົາຈະຖືກເປີດໂປງ ແລະ ຄວາມຮູ້ສຶກຂອງເຈົ້າທີ່ມີຕໍ່ພວກເຂົາກໍຈະໄດ້ຮັບການຢືນຢັນ: ເຈົ້າຄົ້ນພົບວ່າຄວາມສົງໄສ ແລະ ຄວາມຮູ້ສຶກຂອງເຈົ້າທີ່ມີຕໍ່ພວກເຂົາໃນຕອນນັ້ນແມ່ນຖືກຕ້ອງແລ້ວ ແລະ ເຖິງແມ່ນວ່າຄຳເວົ້າທີ່ພວກເຂົາເວົ້າຈະຟັງເບິ່ງດີ ແລະ ໜ້າເຊື່ອຖືຫຼາຍ ແຕ່ພວກມັນລ້ວນແຕ່ເປັນຄວາມຕົວະ ແລະ ຫຼອກລວງ; ພວກເຂົາພຽງແຕ່ບໍ່ໄດ້ເຮັດວຽກງານຕົວຈິງໃດໆເລີຍຢູ່ເບື້ອງຫຼັງ. ແລ້ວຄົນປະເພດນີ້ຍັງສາມາດເຊື່ອໃຈໄດ້ອີກຢູ່ບໍ? (ບໍ່). ເຖິງແມ່ນວ່າໃນໃຈຂອງເຈົ້າ ເຈົ້າຈະຮູ້ສຶກວ່າພວກເຂົາບໍ່ສາມາດເຊື່ອໃຈໄດ້ອີກຕໍ່ໄປ ແຕ່ເມື່ອເຈົ້າພົບພວກເຂົາອີກຄັ້ງ ແລະ ໄດ້ຍິນພວກເຂົາເວົ້າ, ການຢັ່ງຮູ້ຂອງພວກເຂົາກໍເບິ່ງຄືວ່າບໍລິສຸດຫຼາຍ, ສິ່ງທີ່ພວກເຂົາເວົ້າກໍຟັງເບິ່ງດີ ແລະ ເຈົ້າກໍບໍ່ສາມາດພົບບັນຫາໃດໆໃນຄຳເວົ້າຂອງພວກເຂົາເລີຍ ແລະ ພວກເຂົາກໍຍັງສາມາດອົດທົນກັບຄວາມລຳບາກ ແລະ ຈ່າຍລາຄາຢູ່ພາຍນອກໄດ້ອີກດ້ວຍ. ເຈົ້າໄຕ່ຕອງວ່າ: “ມັນເກີດຫຍັງຂຶ້ນຢູ່ບ່ອນນີ້? ບາງທີຂ້ອຍອາດຈະຕັດສິນພວກເຂົາຜິດ, ບາງທີຂ້ອຍອາດຈະໃຈແຄບເກີນໄປ. ໃຫ້ຂ້ອຍເຊື່ອໃຈພວກເຂົາອີກຈັກຄັ້ງເທາະ. ແນວໃດກໍຕາມ, ຕອນນີ້ຂ້ອຍບໍ່ສາມາດຊອກຫາຄົນທີ່ເໝາະສົມມາແທນທີ່ພວກເຂົາໃນວຽກງານນີ້ໄດ້, ສະນັ້ນ ຂ້ອຍຈະໃຊ້ພວກເຂົາອີກຈັກຄັ້ງ”. ຈາກນັ້ນ ເຈົ້າກໍສືບຕໍ່ໃຊ້ພວກເຂົາ ແລະ ຜົນສຸດທ້າຍກໍຍັງຄືເກົ່າ: ເຈົ້າຄົ້ນພົບວ່າເຈົ້າຖືກພວກເຂົາຫຼອກອີກແລ້ວ. ພວກເຂົາເວົ້າຈາໄດ້ດີ, ແຕ່ຄວາມຈິງແລ້ວ ພວກເຂົາພຽງແຕ່ດໍາເນີນກິດຈະການຂອງຕົວເອງ ແລະ ບໍ່ໄດ້ເຮັດສິ່ງທີ່ເປັນຈິງໃດໆເລີຍຢູ່ເບື້ອງຫຼັງ. ຖ້າພວກເຂົາເທດສະໜາຂ່າວປະເສີດເປັນເວລາໜຶ່ງເດືອນແລ້ວໄດ້ຮັບສິບຄົນ, ພວກເຂົາກໍຍັງຢືນຢັນທີ່ຈະເວົ້າວ່າໄດ້ຮັບຫ້າສິບຄົນ. ພວກເຂົາບໍ່ຍອມເວົ້າຄວາມຈິງເລີຍ. ພວກເຂົາເປັນຄົນທີ່ເວົ້າຕົວະຈົນເປັນສັນດານ ແລະ ເປັນຜູ້ຊ່ຽວຊານໃນການເວົ້າຕົວະ. ເຈົ້າເຊື່ອໃຈພວກເຂົາ ແລະ ໃຊ້ພວກເຂົາຄັ້ງແລ້ວຄັ້ງເລົ່າ ແລະ ດ້ວຍເຫດນັ້ນ ເຈົ້າຈຶ່ງຖືກຫຼອກຄັ້ງແລ້ວຄັ້ງເລົ່າ. ແລ້ວໃຜກັນແທ້ທີ່ເປັນຜູ້ສູນເສຍໃນທ້າຍທີ່ສຸດ? ແນ່ນອນວ່າ ຜ່ານການປະສົບກັບສິ່ງເຫຼົ່ານີ້, ຜູ້ຄົນກໍພັດທະນາຄວາມສາມາດໃນການແຍກແຍະຄົນອື່ນ, ຄວາມເຂົ້າໃຈຂອງພວກເຂົາກໍກ້າວໜ້າຂຶ້ນ, ປະສົບການຂອງພວກເຂົາກໍເພີ່ມຂຶ້ນ ແລະ ພວກເຂົາກໍເກັ່ງຂຶ້ນໃນການຕັດສິນຜູ້ຄົນ, ແຕ່ສິ່ງທີ່ສູນເສຍຢ່າງແທ້ຈິງແມ່ນຫຍັງ? ມັນຄືວຽກງານຂອງຄຣິສຕະຈັກ. ສະນັ້ນ ບອກເຮົາມາເບິ່ງ, ພຽງແຕ່ແກ່ນແທ້ທຳມະຊາດອັນດຽວນີ້ຂອງຄົນທີ່ກັບຊາດມາເກີດຈາກມານຮ້າຍ ເຊິ່ງກໍຄືການເປັນຄົນທີ່ເວົ້າຕົວະຈົນເປັນສັນດານນັ້ນ ກໍ່ໃຫ້ເກີດຄວາມເສຍຫາຍຢ່າງໃຫຍ່ຫຼວງຕໍ່ຄົນອື່ນ ຫຼື ບໍ່? (ກໍ່). ຄວາມເສຍຫາຍນີ້ໃຫຍ່ຫຼວງສໍ່າໃດ? ພວກເຂົາສາມາດເຮັດໃຫ້ເຈົ້າຫຼົງຜິດໄດ້ບໍ? (ໄດ້, ພວກເຮົາສາມາດຖືກເຮັດໃຫ້ຫຼົງຜິດ ແລະ ຖືກເອົາປຽບໄດ້). ເຈົ້າສາມາດຖືກເຮັດໃຫ້ຫຼົງຜິດ, ຖືກເອົາປຽບ ແລະ ຖືກລົບກວນໄດ້, ມັນສາມາດໄປເຖິງຂັ້ນທີ່ເຈົ້າຖືກບົງການໄດ້ບໍ? (ໄດ້). ຖ້າເຈົ້າຍັງໜຸ່ມ ແລະ ຂາດປະສົບການ ແລະ ເຈົ້າບໍ່ເຂົ້າໃຈຄວາມຈິງ ແລະ ບໍ່ສາມາດເບິ່ງທະລຸເລື່ອງຕ່າງໆໄດ້, ເຈົ້າກໍສາມາດຖືກພວກເຂົາບົງການໄດ້. ການຖືກພວກເຂົາບົງການໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າເຈົ້າບໍ່ສາມາດຮັບມືກັບພວກເຂົາໄດ້ເລີຍ, ເຈົ້າຖືກພວກເຂົາຄວບຄຸມ, ຖືກພວກເຂົາຜູກມັດຈົນເຮັດຫຍັງບໍ່ໄດ້, ວິທີການຄິດກ່ຽວກັບສິ່ງຕ່າງໆຂອງເຈົ້າ ພ້ອມທັງຄວາມຄິດ ແລະ ມຸມມອງຂອງເຈົ້າລ້ວນແຕ່ຕົກຢູ່ພາຍໃຕ້ອິດທິພົນ ແລະ ການຊັກຈູງຂອງພວກເຂົາ, ສິ່ງທີ່ເຈົ້າຈະເຮັດຕໍ່ໄປກໍເປັນໄປຕາມແຜນການຂອງພວກເຂົາທັງໝົດ ແລະ ເຈົ້າກໍຕົກເຂົ້າໄປໃນກັບດັກທີ່ພວກເຂົາວາງໄວ້ໃຫ້ເຈົ້າຢ່າງສົມບູນ, ນີ້ຄືຄວາມໝາຍຂອງການຖືກບົງການ. ພວກເຂົາວາງແຜນທຸກຢ່າງໄວ້ລ່ວງໜ້າຢູ່ເບື້ອງຫຼັງ ໂດຍໃຊ້ກົນອຸບາຍທຸກຮູບແບບເພື່ອວາງແຜນຮ້າຍຕໍ່ເຈົ້າ. ພວກເຂົາເບິ່ງທະລຸເຈົ້າ, ເບິ່ງອອກວ່າເຈົ້າເຂົ້າໃຈຫຍັງ ແລະ ເຈົ້າບໍ່ສາມາດເບິ່ງທະລຸຫຍັງໄດ້, ເລື່ອງໃດທີ່ເຈົ້າມີຄວາມສາມາດໃນການແຍກແຍະ ແລະ ເລື່ອງໃດທີ່ເຈົ້າບໍ່ມີ, ຂີດຈຳກັດຂອງເຈົ້າແມ່ນຫຍັງ, ເຈົ້າສາມາດຖືກເອົາປຽບໄດ້ແນວໃດ ແລະ ຄຳເວົ້າໃດທີ່ສາມາດເຮັດໃຫ້ເຈົ້າຫຼົງຜິດໄດ້. ໃນທີ່ສຸດ ພວກເຂົາກໍສວຍໃຊ້ຂໍ້ບົກພ່ອງ ແລະ ຈຸດອ່ອນຕ່າງໆຂອງເຈົ້າເພື່ອສ້າງຄຳຕົວະ ແລະ ຫຼອກລວງເຈົ້າ. ໃນໃຈຂອງເຈົ້າ ເຈົ້າຮູ້ຢ່າງຊັດເຈນວ່າສິ່ງທີ່ພວກເຂົາເຮັດນັ້ນຜິດ ຫຼື ມັນມີບັນຫາກັບສິ່ງທີ່ພວກເຂົາເວົ້າ ແລະ ພວກເຂົາກໍກຳລັງເວົ້າຕົວະ ແຕ່ເຈົ້າບໍ່ມີປັນຍາທີ່ຈະຈັດການກັບມັນ; ເຈົ້າຮູ້ສຶກທຸກໃຈ ແຕ່ກໍບໍ່ສາມາດຮັບມືກັບພວກເຂົາໄດ້ ແລະ ເຈົ້າກໍເຮັດໄດ້ພຽງແຕ່ຖືກພວກເຂົາຈູງດັງໄປເທົ່ານັ້ນ. ນີ້ບໍ່ແມ່ນການຖືກພວກເຂົາບົງການບໍ? (ແມ່ນແລ້ວ). ໃນທ້າຍທີ່ສຸດ ທິດທາງທີ່ສະຖານະການພັດທະນາໄປຈົນເຖິງຜົນຮັບສຸດທ້າຍກໍເປັນໄປຕາມແຜນການຂອງພວກເຂົາ, ນີ້ໝາຍຄວາມວ່າເຈົ້າຖືກພວກເຂົາບົງການແລ້ວ. ນັ້ນກໍຄື ເຈົ້າສູນເສຍຄວາມສາມາດໃນການຄວບຄຸມທິດທາງການພັດທະນາຂອງສະຖານະການຢ່າງສິ້ນເຊີງ ແລະ ຖືກພວກເຂົາຈູງດັງໄປຢ່າງສົມບູນ. ໃນທີ່ສຸດ ພວກເຂົາກໍໄດ້ໃນສິ່ງທີ່ພວກເຂົາຕ້ອງການ, ບໍ່ວ່າຈະເປັນເປົ້າໝາຍໃດກໍຕາມທີ່ພວກເຂົາຕ້ອງການບັນລຸ, ສິ່ງໃດກໍຕາມທີ່ພວກເຂົາຕ້ອງການເຮັດໃຫ້ສຳເລັດ, ໃຜກໍຕາມທີ່ພວກເຂົາຕ້ອງການເອົາປຽບ ແລະ ວິທີໃດກໍຕາມທີ່ພວກເຂົາຕ້ອງການເຮັດສິ່ງຕ່າງໆ. ບອກເຮົາມາເບິ່ງ, ນີ້ບໍ່ແມ່ນການຖືກພວກເຂົາບົງການບໍ? (ແມ່ນແລ້ວ).

ບອກເຮົາມາເບິ່ງ, ພຽງແຕ່ໃນແງ່ຂອງທຳມະຊາດຂອງຄົນທີ່ກັບຊາດມາເກີດຈາກມານຮ້າຍໃນການເປັນຄົນທີ່ເວົ້າຕົວະຈົນເປັນສັນດານ, ຄວາມເສຍຫາຍທີ່ພວກເຂົາກໍ່ໃຫ້ເກີດກັບປະຊາກອນທີ່ພຣະເຈົ້າເລືອກ ແລະ ໂດຍສະເພາະຢ່າງຍິ່ງຕໍ່ວຽກງານຂອງຄຣິສຕະຈັກນັ້ນໃຫຍ່ຫຼວງ ຫຼື ບໍ່? (ໃຫຍ່ຫຼວງ). ຄວາມເສຍຫາຍນັ້ນໃຫຍ່ຫຼວງຫຼາຍ! ສະນັ້ນ ນອກເໜືອຈາກການສົ່ງຜົນກະທົບຕໍ່ຊີວິດປະຈຳວັນຂອງບຸກຄົນບາງຄົນແລ້ວ, ພວກເຂົາຍັງກໍ່ໃຫ້ເກີດຄວາມເສຍຫາຍຢ່າງໃຫຍ່ຫຼວງຫຍັງອີກແດ່ຕໍ່ຜູ້ຄົນ? (ການລົບກວນທີ່ເກີດຈາກການກະທຳຂອງຄົນທີ່ກັບຊາດມາເກີດຈາກມານຮ້າຍຕໍ່ຄົນທີ່ຢູ່ອ້ອມຂ້າງພວກເຂົານັ້ນຮ້າຍແຮງຫຼາຍ. ກ່ອນໜ້ານີ້ ຂ້ານ້ອຍເຄີຍພົບຄົນແບບນັ້ນ; ບໍ່ວ່າລາວຈະຢູ່ໃສ, ສະຖານທີ່ນັ້ນກໍຈະເຕັມໄປດ້ວຍການວາງແຜນຮ້າຍ ແລະ ການຍາດແຍ່ງອຳນາດ ແລະ ສະຖານະ, ຄວາມບາດໝາງລະຫວ່າງຜູ້ຄົນກໍຈະເກີດຂຶ້ນ ແລະ ອ້າຍເອື້ອຍນ້ອງກໍຈະຮູ້ສຶກເຖິງຄວາມມືດມົນໃນໃຈຂອງພວກເຂົາເຊັ່ນກັນ). ສິ່ງນີ້ສ້າງຄວາມວຸ່ນວາຍ, ແມ່ນບໍ? (ແມ່ນແລ້ວ). ການເຮັດໃຫ້ຜູ້ຄົນສົງໄສ ແລະ ຕໍ່ສູ້ກັນເອງ ແລະ ເຂົ້າສູ່ສະພາວະທີ່ສັບສົນວຸ່ນວາຍ, ຄວາມເສຍຫາຍນີ້ໃຫຍ່ຫຼວງຫຼາຍ! ແລ້ວຫຼັງຈາກນັ້ນ ທຸກຄົນໄດ້ຮັບຄວາມສາມາດໃນການແຍກແຍະມານຮ້າຍຕົນນີ້ບໍ? (ໄດ້ຮັບ). ລາວຖືກຊຳລະລ້າງອອກໄປບໍ? (ລາວຖືກຊຳລະລ້າງອອກໄປແລ້ວ). ຫຼັງຈາກທີ່ລາວຖືກຊຳລະລ້າງອອກໄປ, ທຸກຄົນໄດ້ສະຫຼຸບເລື່ອງຕ່າງໆບໍ? ການສະແດງອອກຕົ້ນຕໍທີ່ສະເພາະເຈາະຈົງໃນການເວົ້າຕົວະຂອງລາວ, ຄຳຕົວະທີ່ລາວເວົ້າ, ສິ່ງທີ່ລາວເວົ້າຕົວະເພື່ອໃຫ້ໄດ້ມາ, ວິທີການ ແລະ ນໍ້າສຽງທີ່ລາວໃຊ້ເມື່ອລາວເວົ້າຕົວະ, ເປົ້າໝາຍທີ່ລາວຕ້ອງການບັນລຸ, ພວກເຈົ້າທຸກຄົນໄດ້ສະຫຼຸບວິທີການ ແລະ ການສະແດງອອກທີ່ສະເພາະເຈາະຈົງເຫຼົ່ານີ້ແລ້ວບໍ? (ພວກເຮົາສະຫຼຸບແລ້ວ. ຕົວຢ່າງ: ລາວເປັນຄົນທີ່ເວົ້າຕົວະຈົນເປັນສັນດານ; ຄຳເວົ້າຂອງລາວມີທຳມະຊາດຂອງການເຮັດໃຫ້ຄວາມຖືກ ແລະ ຄວາມຜິດສັບສົນປົນເປກັນ ແລະ ການກັບດຳເປັນຂາວ ໂດຍເຮັດໃຫ້ບຸກຄົນທີ່ເປັນບວກກາຍເປັນລົບ ແລະ ບຸກຄົນທີ່ເປັນລົບກາຍເປັນບວກ. ລາວຈະຍັດຍຽດຂໍ້ກ່າວຫາທີ່ບໍ່ມີມູນຄວາມຈິງໃຫ້ກັບໃຜກໍຕາມທີ່ລາວອິດສາ ຫຼື ກຽດຊັງ ແລະ ຍັງຍຸຍົງໃຫ້ອ້າຍເອື້ອຍນ້ອງຕໍ່ຕ້ານຄົນເຫຼົ່ານັ້ນ ເຊິ່ງກໍ່ໃຫ້ເກີດຄວາມສັບສົນວຸ່ນວາຍ. ລາວຍັງກົດຂີ່ຄົນດີບາງຄົນ ຫຼື ຜູ້ທີ່ໄດ້ຮັບຜົນຮັບໃນໜ້າທີ່ຂອງຕົນ, ໃນຂະນະທີ່ສົ່ງເສີມຜູ້ທີ່ລາວເບິ່ງວ່າດີ ແລະ ຜູ້ທີ່ປະຈົບປະແຈງລາວ). ນີ້ຄືຜູ້ຕໍ່ຕ້ານພຣະຄຣິສ, ແມ່ນບໍ? (ແມ່ນແລ້ວ). ວິທີການຫຼັກໃນການເວົ້າຕົວະທີ່ຄົນປະເພດນີ້ໃຊ້ແມ່ນຫຍັງ? ການສ້າງເລື່ອງຂຶ້ນມາຈາກຄວາມວ່າງເປົ່າ, ການປຸງແຕ່ງ ແລະ ການເວົ້າເລື່ອງລາວເກີນຈິງ, ການໂຍນຄວາມຜິດໃຫ້ຄົນອື່ນ, ການເລົ່າເລື່ອງເພື່ອສ້າງຄວາມຂັດແຍ່ງ ແລະ ການຍຸແຍ່ໃຫ້ເກີດຄວາມແຕກແຍກ, ມີຫຍັງອີກບໍ? (ການສຸມໄຟ). ການສຸມໄຟ ແລະ ການເຮັດໃຫ້ຄວາມຂັດແຍ່ງຮຸນແຮງຂຶ້ນ. ຕົວຢ່າງ: ຄົນສອງຄົນເຂົ້າກັນໄດ້ດີພໍສົມຄວນ ໂດຍບໍ່ຕ້ອງການໂຕ້ຖຽງກ່ຽວກັບເລື່ອງໃດ ຫຼື ເປັນສັດຕູກັບໃຜ, ແຕ່ຄົນປະເພດນີ້ພັດສຸມໄຟລະຫວ່າງຄົນເຫຼົ່ານັ້ນເພື່ອເຮັດໃຫ້ຄົນເຫຼົ່ານັ້ນເລີ່ມຕໍ່ສູ້ກັນ. ຖ້າພວກເຂົາເຫັນສອງຄົນນັ້ນຕໍ່ສູ້ກັນ, ພວກເຂົາກໍຈະຮູ້ສຶກມີຄວາມສຸກ ແລະ ແຜນການຮ້າຍຂອງພວກເຂົາກໍຈະສຳເລັດ. ມີຄົນປະເພດນີ້ບາງຄົນຢູ່ໃນທຸກກຸ່ມ. ທຸກຄົນລ້ວນແຕ່ມີອຸປະນິໄສທີ່ເສື່ອມຊາມ, ແຕ່ຄົນທີ່ກັບຊາດມາເກີດຈາກມະນຸດຈະເຮັດສິ່ງເຫຼົ່ານີ້ບໍ? (ບໍ່). ເປັນຫຍັງຈຶ່ງບໍ່ເຮັດ? ຄວາມແຕກຕ່າງລະຫວ່າງພວກເຂົາ ກັບ ຄົນທີ່ກັບຊາດມາເກີດຈາກມານຮ້າຍແມ່ນຫຍັງ? (ຄົນປົກກະຕິມີມາດຕະຖານຂັ້ນຕໍ່າສຸດຂອງສະຕິຮູ້ສຶກຜິດຊອບ). ຖືກຕ້ອງແລ້ວ. ພວກເຂົາມີມາດຕະຖານຂັ້ນຕໍ່າສຸດຂອງສະຕິຮູ້ສຶກຜິດຊອບ; ໃນການປະພຶດຕົນຂອງພວກເຂົາ, ພວກເຂົາຖືກສະຕິຮູ້ສຶກຜິດຊອບຢັບຢັ້ງໄວ້. ພວກເຂົາຈະບໍ່ເຮັດສິ່ງທີ່ເສື່ອມຊາມທາງສິນທຳເຫຼົ່ານີ້, ສິ່ງເຫຼົ່ານີ້ທີ່ໝາຍເຖິງການສູນເສຍຄວາມສຸດຈະລິດ ແລະ ກຽດສັກສີ ຫຼື ສິ່ງເຫຼົ່ານີ້ທີ່ທຳຮ້າຍຄົນອື່ນ ແລະ ເປັນປະໂຫຍດຕໍ່ຕົນເອງ. ການມີສະຕິຮູ້ສຶກຜິດຊອບໝາຍຄວາມວ່າພວກເຂົາມີມາດຕະຖານຂັ້ນຕໍ່າສຸດ ແລະ ດ້ວຍເຫດນັ້ນ ການກະທຳຂອງພວກເຂົາຈຶ່ງຖືກຢັບຢັ້ງໄວ້. ແລ້ວຄົນເຫຼົ່ານີ້ທີ່ກັບຊາດມາເກີດຈາກມານຮ້າຍມີສະຕິຮູ້ສຶກຜິດຊອບບໍ? (ບໍ່). ແລ້ວພວກເຂົາມີຫົວໃຈປະເພດໃດ? (ຫົວໃຈທີ່ປະສົງຮ້າຍ). ພວກເຂົາມີຫົວໃຈທີ່ປະສົງຮ້າຍ ແລະ ຊົ່ວຊ້າ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງສາມາດເວົ້າຕົວະຈົນເປັນສັນດານໄດ້ ແລະ ບໍ່ວ່າພວກເຂົາຈະເວົ້າຕົວະແນວໃດກໍຕາມ, ພວກເຂົາກໍບໍ່ໄດ້ຮູ້ສຶກບໍ່ສະບາຍໃຈຢູ່ພາຍໃນ. ເປັນຫຍັງພວກເຂົາຈຶ່ງບໍ່ຮູ້ສຶກບໍ່ສະບາຍໃຈ? ເພາະວ່າພວກເຂົາເປັນມານຮ້າຍ ແລະ ບໍ່ມີສະຕິຮູ້ສຶກຜິດຊອບ ແລະ ດ້ວຍເຫດນັ້ນ ເມື່ອພວກເຂົາເວົ້າຕົວະ ແລະ ເຮັດຄວາມຊົ່ວ, ພວກເຂົາຈຶ່ງບໍ່ໄດ້ຮູ້ສຶກບໍ່ສະບາຍໃຈ ແລະ ບໍ່ຮູ້ສຶກຖືກຕຳນິ. ກົງກັນຂ້າມ, ຖ້າພວກເຂົາບໍ່ເວົ້າຕົວະ ແລະ ຖ້າໃນບ່ອນທີ່ພວກເຂົາຢູ່ ພວກເຂົາບໍ່ໄດ້ເຮັດຄວາມຊົ່ວບາງຢ່າງ ຫຼື ກໍ່ໃຫ້ເກີດຄວາມສັບສົນ ແລະ ຄວາມວຸ່ນວາຍບາງຢ່າງ ແລະ ທຸກຄົນດຳລົງຊີວິດຢ່າງສະຫງົບສຸກ ແລະ ມີຄວາມສຸກ ແລະ ທຸກຄົນດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າ, ພວກເຂົາກໍຈະຮູ້ສຶກອາລົມເສຍ ແລະ ບໍ່ສະບາຍໃຈຢູ່ພາຍໃນ. ເປັນຫຍັງພວກເຂົາຈຶ່ງຮູ້ສຶກບໍ່ສະບາຍໃຈ? ມັນເປັນເພາະວ່າທຸກຄົນມາຢູ່ຕໍ່ໜ້າພຣະເຈົ້າ, ໄຕ່ຕອງພຣະທຳຂອງພຣະອົງ, ປະຕິບັດຕາມພຣະທຳຂອງພຣະອົງ ແລະ ຫຼັກການຄວາມຈິງ, ດຳລົງຊີວິດຢູ່ພາຍໃນຄວາມເປັນມະນຸດທີ່ປົກກະຕິ ແລະ ບໍ່ໄດ້ເຄົາລົບບູຊາພວກເຂົາ; ພວກເຂົາບໍ່ໄດ້ໂດດເດັ່ນໃນໝູ່ຜູ້ຄົນ ຫຼື ຮູ້ສຶກສຳຄັນ, ສະນັ້ນ ພວກເຂົາຈຶ່ງຄິດວ່າ: “ການດຳລົງຊີວິດແບບນີ້ໜ້າເບື່ອຫຼາຍ, ມັນບໍ່ມ່ວນເລີຍ!” ເພື່ອໃຫ້ມີຄວາມມ່ວນຊື່ນ, ເຮັດໃຫ້ຊີວິດໜ້າສົນໃຈ, ດຳລົງຊີວິດຢ່າງມີກຽດ ແລະ ດ້ວຍຄວາມຮູ້ສຶກທີ່ສຳຄັນ, ພວກເຂົາຈຶ່ງຕ້ອງກໍ່ກວນ ແລະ ກໍ່ໃຫ້ເກີດບັນຫາບາງຢ່າງ, ສ້າງຄື້ນລົມບາງຢ່າງ ແລະ ກໍ່ໃຫ້ເກີດຄວາມບໍ່ສະຫງົບ ແລະ ຄວາມສັບສົນວຸ່ນວາຍໃນໝູ່ຜູ້ຄົນ. ຄຳເວົ້ານັ້ນແມ່ນຫຍັງ? ການກໍ່ໃຫ້ເກີດຄວາມສັບສົນວຸ່ນວາຍ. ຄົນປະເພດນີ້ມັກຈະກໍ່ໃຫ້ເກີດຄວາມສັບສົນວຸ່ນວາຍບໍ່ວ່າພວກເຂົາຈະຢູ່ໃສກໍຕາມ; ພວກເຂົາບໍ່ມັກຈຽມຕົວ. ຄົນປົກກະຕິຕ້ອງການຈຽມຕົວ ເພື່ອດຳລົງຊີວິດທີ່ໝັ້ນຄົງ ແລະ ເຮັດສິ່ງທີ່ພວກເຂົາຄວນເຮັດຕາມປົກກະຕິ, ພວກເຂົາບໍ່ມັກກໍ່ໃຫ້ເກີດຄວາມສັບສົນວຸ່ນວາຍ. ແຕ່ຄົນທີ່ກັບຊາດມາເກີດຈາກມານຮ້າຍບໍ່ຈຽມຕົວ. ເປັນຫຍັງພວກເຂົາຈຶ່ງບໍ່ຈຽມຕົວ? ເພາະວ່າມານຮ້າຍອາໄສຢູ່ພາຍໃນຄົນປະເພດນີ້ ແລະ ມານຮ້າຍກໍມັກກໍ່ໃຫ້ເກີດບັນຫາໃນທຸກກຸ່ມທີ່ພວກມັນຢູ່. ເຖິງແມ່ນວ່າເຈົ້າຈະບໍ່ໄດ້ຍຸແຍ່ ຫຼື ເຮັດໃຫ້ພວກມັນລຳຄານກໍຕາມ, ພວກມັນກໍພຽງແຕ່ເລີ່ມສ້າງບັນຫາດ້ວຍຕົວພວກມັນເອງ, ນີ້ຄືການກໍ່ໃຫ້ເກີດຄວາມສັບສົນວຸ່ນວາຍ. ບໍ່ວ່າຄົນປະເພດນີ້ຈະຢູ່ໃນກຸ່ມໃດກໍຕາມ, ບໍ່ວ່າເຈົ້າຈະເບິ່ງມັນຈາກໄລຍະໄກ ຫຼື ສອບຖາມກ່ຽວກັບສະຖານະການຂອງສະມາຊິກໃນກຸ່ມນັ້ນ, ເຈົ້າກໍມັກຈະຮູ້ສຶກສະເໝີວ່າມັນມີບັນຍາກາດແບບຜີຮ້າຍຢູ່ບ່ອນນັ້ນ. ບາງຄັ້ງບາງຄາວ ເຈົ້າໄດ້ຍິນວ່າ ບຸກຄົນ ກ ມີຄວາມຂັດແຍ່ງກັບ ບຸກຄົນ ຂ, ບຸກຄົນ ຄ ບໍ່ເຂົ້າກັນກັບ ບຸກຄົນ ງ ແລະ ພວກເຂົາກໍບໍ່ສົນໃຈກັນ, ບຸກຄົນ ຈ ມີຂໍ້ຂັດແຍ່ງກັບ ບຸກຄົນ ສ ໃນວຽກງານຂອງພວກເຂົາ, ບຸກຄົນ ຊ ມັກຈະຍາດແຍ່ງສະຖານະຢູ່ສະເໝີ ແລະ ວຽກງານຂອງພວກເຂົາກໍຕ້ອງໄດ້ເຮັດໃໝ່ຢູ່ສະເໝີ. ຖ້າເຈົ້າເຫັນຄຣິສຕະຈັກໃດກໍຕາມທີ່ມັກຈະມີບັນຍາກາດທີ່ສັບສົນວຸ່ນວາຍ ແລະ ຂຸ່ນມົວສະເໝີ, ບ່ອນທີ່ບໍ່ມີຄວາມສະຫງົບ, ບ່ອນທີ່ຜູ້ຄົນມັກຈະບໍ່ສາມາດເຂົ້າກັນໄດ້ ຫຼື ຮ່ວມມືກັນຢ່າງກົມກຽວຢູ່ສະເໝີ, ມັນກໍຈະມີມານຮ້າຍຕົນໜຶ່ງ ຫຼື ຫຼາຍຕົນກຳລັງກໍ່ໃຫ້ເກີດການລົບກວນຢູ່ພາຍໃນນັ້ນ. ບໍ່ວ່າຈະມີມານຮ້າຍຈັກຕົນທີ່ກຳລັງກໍ່ໃຫ້ເກີດການລົບກວນຢູ່ໃນຄຣິສຕະຈັກກໍຕາມ, ຄົນເຫຼົ່ານັ້ນທີ່ມີມາດຕະຖານຂັ້ນຕໍ່າສຸດຂອງສະຕິຮູ້ສຶກຜິດຊອບ ແລະ ຕ້ອງການປະຕິບັດຕາມຫຼັກການຄວາມຈິງລ້ວນແຕ່ຖືກພວກມັນທຳຮ້າຍຢ່າງໜັກ. ເມື່ອມານຮ້າຍທຸກປະເພດຖືກຊຳລະລ້າງອອກໄປແລ້ວ, ເມື່ອທຸກຄົນດຳເນີນຊີວິດຄຣິສຕະຈັກ ແລະ ປະຕິບັດໜ້າທີ່ຂອງພວກເຂົາຮ່ວມກັນອີກຄັ້ງ, ບັນຍາກາດກໍຈະແຕກຕ່າງອອກໄປ. ເຖິງແມ່ນວ່າເຈົ້າຈະບໍ່ສາມາດເວົ້າໄດ້ວ່າທຸກຄົນກຳລັງເຕັມໄປດ້ວຍຄວາມກະຕືລືລົ້ນ, ແຕ່ຢ່າງໜ້ອຍທຸກຄົນກໍຮູ້ສຶກວ່າຜູ້ຄົນຢູ່ບ່ອນນັ້ນມີຄວາມອົບອຸ່ນແບບມະນຸດ ແລະ ບໍ່ກໍ່ກວນໃຫ້ເກີດບັນຫາ; ບັນຍາກາດຢູ່ບ່ອນນັ້ນບໍ່ແມ່ນແບບຜີຮ້າຍ, ມັນເປັນບັນຍາກາດແບບມະນຸດ. ໃນສະຖານທີ່ທີ່ບັນຍາກາດເປັນແບບຜີຮ້າຍ, ເມື່ອຜູ້ຄົນລົມກັນ, ມັນກໍມີບາງສິ່ງບາງຢ່າງຜິດປົກກະຕິໃນແວວຕາຂອງພວກເຂົາ ພ້ອມທັງນໍ້າສຽງຂອງພວກເຂົາ ແລະ ບັນຍາກາດໃນຕອນທີ່ພວກເຂົາເວົ້າ. ພວກເຂົາບໍ່ສົບຕາກັນໃນຕອນທີ່ພວກເຂົາລົມກັນ; ຍິ່ງໄປກວ່ານັ້ນ ສິ່ງທີ່ພວກເຂົາເວົ້າກໍສັ້ນໆ, ບໍ່ມີໃຜໃນພວກເຂົາທີ່ເຕັມໃຈຈະເວົ້າຈາກໃຈ ແລະ ບໍ່ມີການສື່ສານທາງຄຳເວົ້າເລີຍ. ມັນຄືກັບວ່າມີກຳແພງກັ້ນລະຫວ່າງພວກເຂົາ. ມັນບໍ່ມີການສື່ສານລະຫວ່າງພວກເຂົາ; ພວກເຂົາເກັບຄວາມກຽດຊັງໄວ້ໃນໃຈຂອງພວກເຂົາ. ມັນເປັນໄປໄດ້ວ່າຄົນເຫຼົ່ານີ້ເປັນຜູ້ເຄາະຮ້າຍ. ບໍ່ວ່າຄົນເຫຼົ່ານີ້ຈະເປັນຜູ້ເຄາະຮ້າຍ ຫຼື ຜູ້ທຳຮ້າຍກໍຕາມ, ສະຫຼຸບແລ້ວ ມັນມີມານຮ້າຍປົນຢູ່ ແລະ ກໍ່ໃຫ້ເກີດການລົບກວນພາຍໃນກຸ່ມນີ້ ໂດຍລົບກວນຈິດໃຈຂອງຜູ້ຄົນຈົນເຖິງຂັ້ນທີ່ພວກເຂົາຕົກຢູ່ໃນຄວາມສັບສົນວຸ່ນວາຍ ແລະ ບໍ່ສາມາດພົບຄວາມສະຫງົບໄດ້ເລີຍ. ເມື່ອຜູ້ຄົນໃນກຸ່ມນີ້ອາໄສຢູ່ຮ່ວມກັນ, ພວກເຂົາມັກຈະຮູ້ສຶກສະເໝີວ່າສິ່ງຕ່າງໆບໍ່ເປັນທີ່ໜ້າພໍໃຈ ແລະ ບໍ່ເປັນໄປຢ່າງລ່ຽນໄຫຼ, ພວກເຂົາບໍ່ສາມາດອາໄສຢູ່ຮ່ວມກັນຢ່າງກົມກຽວໄດ້ ແລະ ແນ່ນອນວ່າ ການຮ່ວມມືກັນຢ່າງກົມກຽວກໍຍິ່ງເປັນໄປບໍ່ໄດ້. ເມື່ອເວົ້າ, ກະທຳການ ແລະ ປະຕິບັດໜ້າທີ່ຂອງພວກເຂົາໃນກຸ່ມນີ້, ຜູ້ຄົນມັກຈະຮູ້ສຶກບໍ່ພໍໃຈຢູ່ພາຍໃນສະເໝີ ແລະ ມັນຍັງມີຄວາມບາດໝາງລະຫວ່າງພວກເຂົາອີກດ້ວຍ. ນີ້ເປັນເພາະວ່າມັນມີມານຮ້າຍກຳລັງກໍ່ໃຫ້ເກີດການລົບກວນຢູ່ໃນກຸ່ມນີ້ ແລະ ດ້ວຍເຫດນັ້ນ ທຸກຄົນຈຶ່ງຖືກບີບຄັ້ນ ແລະ ຮູ້ສຶກບໍ່ມີຄວາມສຸກ.

ບາງຄົນປະສົບກັບການລົບກວນຈາກມານຮ້າຍຢ່າງຮ້າຍແຮງ ແລະ ໂດຍພື້ນຖານແລ້ວແມ່ນຖືກພວກມັນບົງການ. ເມື່ອເຮົາເຫັນພວກເຂົາຫຼັງຈາກຜ່ານໄປໜຶ່ງ ຫຼື ສອງເດືອນ, ໃບໜ້າຂອງພວກເຂົາເບິ່ງຄືວ່າຜິດປົກກະຕິແນວໃດກໍບໍ່ຮູ້, ຄືກັບວ່າພວກເຂົາຖືກຫຼອກ. ເປັນໄປໄດ້ບໍວ່າພວກເຂົາຂາດວຽກງານຂອງພຣະວິນຍານບໍລິສຸດ ແລະ ການສະຖິດຢູ່ຂອງພຣະເຈົ້າ? ເປັນຫຍັງພວກເຂົາຈຶ່ງເບິ່ງຄືວ່າອຶດອັດຫຼາຍ? ຕໍ່ມາ, ຜ່ານການສອບຖາມຢ່າງລະມັດລະວັງ, ເຮົາກໍພົບວ່າມັນມີບາງສິ່ງບາງຢ່າງເກີດຂຶ້ນແທ້ໆ: ມານຮ້າຍສອງຕົນໄດ້ຄວບຄຸມຄົນເຫຼົ່ານີ້ທັງໝົດ. ມານຮ້າຍຄວບຄຸມພວກເຂົາເຖິງລະດັບໃດ? ມານຮ້າຍເຮັດທຸກສິ່ງທຸກຢ່າງທີ່ພວກມັນຕ້ອງການ; ການຈັດແຈງວຽກງານທີ່ເບື້ອງເທິງມອບໝາຍໃຫ້ ແລະ ຫຼັກການທີ່ເບື້ອງເທິງໂອ້ລົມບໍ່ສາມາດຖືກຈັດຕັ້ງປະຕິບັດໄດ້, ພວກມັນທັງໝົດມີຢູ່ບ່ອນນັ້ນພຽງແຕ່ໃນນາມເທົ່ານັ້ນ. ເມື່ອມີມານຮ້າຍສອງຕົນນີ້ຂວາງທາງຢູ່, ກໍບໍ່ມີໃຜກ້າສະແດງຄວາມຄິດເຫັນ ຫຼື ລາຍງານບັນຫາ. ຫຼັງຈາກນັ້ນ, ບາງຄົນກໍໂມໂຫຫຼາຍເມື່ອມີການກ່າວເຖິງມານຮ້າຍສອງຕົນນີ້ ຈົນພວກເຂົາຮ້ອງໄຫ້ອອກມາ. ເປັນຫຍັງເຈົ້າຈຶ່ງບໍ່ເປີດໂປງພວກມັນໃນຕອນນັ້ນ? ເຖິງແມ່ນວ່າຈະມີຄົນຢູ່ບ່ອນນັ້ນຫຼາຍ ແຕ່ກໍບໍ່ມີໃຜກ້າລຸກຂຶ້ນ ແລະ ເປີດໂປງມານຮ້າຍ, ມານຮ້າຍເຫຼົ່ານັ້ນຕ້ອງມີອຳນາດຫຼາຍສໍ່າໃດ? ເມື່ອເບິ່ງຈາກພາຍນອກພວກເຂົາເບິ່ງຄືມະນຸດ ແຕ່ຄວາມຈິງແລ້ວແກ່ນແທ້ຂອງພວກເຂົາຄືມານຮ້າຍ. ຄົນປະເພດນີ້ເປັນທີ່ຢ້ານກົວຂອງຄົນອື່ນບໍ່ວ່າພວກເຂົາຈະໄປໃສກໍຕາມ. ຜູ້ຄົນພຽງແຕ່ໄດ້ພົວພັນກັບພວກເຂົາກໍຮູ້ສຶກຢ້ານ ແລະ ຮູ້ສຶກຂົນລຸກແລ້ວ. ຖ້າເດັກນ້ອຍພົບຄົນປະເພດນີ້, ພວກເຂົາກໍຈະຢ້ານຈົນຮ້ອງໄຫ້. ຄົນບໍ່ມີເລ່ລ່ຽມຮູ້ສຶກຢ້ານໃນລະດັບໃດເມື່ອພວກເຂົາພົບຄົນປະເພດນີ້? ເມື່ອພວກເຂົາຢູ່ຕໍ່ໜ້າຄົນເຫຼົ່ານັ້ນ, ພວກເຂົາກໍບໍ່ກ້າຫາຍໃຈແຮງ ຫຼື ເວົ້າສຽງດັງ ແລະ ເຖິງຂັ້ນພະຍາຍາມຫຼີກລ່ຽງຄົນເຫຼົ່ານັ້ນຢ່າງໄວວາໂດຍການຍ່າງອ້ອມຄົນເຫຼົ່ານັ້ນໄປ. ມີຄົນເຫັນວ່າມານຮ້າຍເຫຼົ່ານີ້ບໍ່ໄດ້ຈັດຕັ້ງປະຕິບັດວຽກງານຕາມການຈັດແຈງວຽກງານ ແລະ ເວົ້າວ່າ: “ການເຮັດແບບນີ້ບໍ່ຖືກຕ້ອງ; ສິ່ງນີ້ບໍ່ສອດຄ່ອງກັບຫຼັກການທີ່ເບື້ອງເທິງໄດ້ໂອ້ລົມ”. ໜຶ່ງໃນມານຮ້າຍເຫຼົ່ານັ້ນຕອບໂຕ້ວ່າ: “ຂ້ອຍເປັນຄົນຕັດສິນໃຈຢູ່ບ່ອນນີ້. ຖ້າເຈົ້າລໍ້າເສັ້ນ, ເຊື່ອບໍວ່າ ຂ້ອຍສາມາດຂັບໄລ່ເຈົ້າອອກໄປໄດ້ດຽວນີ້ເລີຍ!” ສິ່ງນີ້ເຮັດໃຫ້ຄົນຜູ້ນັ້ນຢ້ານຫຼາຍຈົນໜ້າຈືດ ແລະ ພວກເຂົາກໍບໍ່ກ້າສະແດງຄວາມຄິດເຫັນອີກເລີຍ ໂດຍເວົ້າທັງນໍ້າຕາວ່າ: “ຂ້ອຍຜິດໄປແລ້ວ. ກະລຸນາເຮັດຄືກັບວ່າຂ້ອຍບໍ່ໄດ້ເວົ້າຫຍັງເທາະ. ຂໍຮ້ອງລະ, ຂໍຮ້ອງລະ ຢ່າຂັບໄລ່ຂ້ອຍອອກໄປເລີຍ!” ຄົນອື່ນເຫັນແບບນີ້ກໍເວົ້າວ່າ: “ລາວເປັນຕາຢ້ານເກີນໄປ, ອຳນາດຂອງລາວຍິ່ງໃຫຍ່ເກີນໄປ! ລາວຈະຂັບໄລ່ໃຜກໍຕາມທີ່ບໍ່ເຊື່ອຟັງລາວ! ໂອກາດຂອງພວກເຮົາທີ່ຈະໄດ້ປະຕິບັດໜ້າທີ່ຂອງພວກເຮົາໃນເຮືອນຂອງພຣະເຈົ້ານັ້ນເປັນສິ່ງທີ່ຫາໄດ້ຍາກ. ຖ້າລາວຂັບໄລ່ພວກເຮົາອອກໄປ, ພວກເຮົາຈະໄປຮ້ອງຮຽນໄດ້ຢູ່ໃສ? ພວກເຮົາຈະບໍ່ຈົບສິ້ນບໍ? ຄວາມຫວັງໃນຄວາມລອດພົ້ນຂອງພວກເຮົາຈະບໍ່ສູນສິ້ນໄປບໍ? ພວກເຮົາຕ້ອງບໍ່ສະແດງຄວາມຄິດເຫັນຂອງພວກເຮົາຢ່າງເດັດຂາດ; ພວກເຮົາຕ້ອງບໍ່ຖືກຂັບໄລ່ອອກໄປຍ້ອນຄວາມປະໝາດພຽງຊົ່ວຄາວ”. ເບິ່ງແມ, ພວກເຂົາຢ້ານເຖິງຂະໜາດນີ້. ໃນທີ່ສຸດ, ເມື່ອມານຮ້າຍຖືກເປີດໂປງ, ບາງຄົນກໍເປີດໂປງວິທີທີ່ມານຮ້າຍຍຸແຍ່ໃຫ້ເກີດຄວາມແຕກແຍກ ແລະ ສ້າງພັກສ້າງພວກ, ໃນຂະນະທີ່ຄົນອື່ນກໍເປີດໂປງຄວາມຄາດເຄື່ອນທີ່ມານຮ້າຍເຜີຍແຜ່ເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ. ຄວາມຈິງແລ້ວ ຄົນເຫຼົ່ານີ້ໄດ້ເຫັນຄວາມຊົ່ວຮ້າຍທີ່ມານຮ້າຍເຮັດໃນເວລານັ້ນຢ່າງຊັດເຈນ; ພຽງແຕ່ບໍ່ມີໃຜກ້າເວົ້າ ຫຼື ຕໍ່ຕ້ານ. ບາງຄົນເຖິງກັບຮ້ອງໄຫ້ໃນຂະນະທີ່ເວົ້າ, ເບິ່ງແລ້ວກໍໜ້າສົງສານຫຼາຍ. ແຕ່ເປັນຫຍັງພວກເຂົາຈຶ່ງບໍ່ຕໍ່ຕ້ານໃນຕອນທີ່ມານຮ້າຍກຳລັງບົງການ ແລະ ຄວບຄຸມພວກເຂົາ? ເປັນຫຍັງພວກເຂົາຈຶ່ງບໍ່ມີກຳລັງໃນຕອນນັ້ນ? ຕອນນີ້ເບື້ອງເທິງກຳລັງຈະຈັດການກັບມານຮ້າຍ, ພວກເຂົາຈຶ່ງພົບກຳລັງຂອງພວກເຂົາ. ບອກເຮົາມາເບິ່ງ, ຖ້າພຣະເຈົ້າບໍ່ໄດ້ເຝົ້າເບິ່ງ ແລະ ປົກປ້ອງຄົນເຫຼົ່ານີ້ທີ່ມີວຸດທິພາວະຕ່ຳ ແລະ ບໍ່ເຂົ້າໃຈຄວາມຈິງ ແລະ ຖ້າພວກເຂົາບໍ່ໄດ້ຮັບການປົກປ້ອງຈາກພຣະເຈົ້າ, ພວກເຂົາຈະບໍ່ຖືກມານຮ້າຍທຳຮ້າຍຢ່າງສາຫັດຈົນເຖິງຂັ້ນທີ່ພວກເຂົາຈົບສິ້ນບໍ? ມັນບໍ່ເປັນແບບນັ້ນບໍ? (ເປັນແບບນັ້ນ). ເຈົ້າເຫັນບໍ, ຜູ້ຄົນບໍ່ໄດ້ຢ້ານພຣະເຈົ້າຂະໜາດນັ້ນ ແຕ່ເມື່ອມານຮ້າຍ ແລະ ຊາຕານທໍລະມານຜູ້ຄົນ, ພວກເຂົາກໍຢ້ານຫຼາຍຈົນສັ່ນໄປທັງຕົວ ແລະ ເຖິງຂັ້ນຮ້ອງໄຫ້ຈົນເວົ້າບໍ່ເປັນຄຳ, ພວກເຂົາຢ້ານຫຼາຍສໍ່າໃດ! ເມື່ອເບື້ອງເທິງເປີດໂປງ ແລະ ຈັດການກັບມານຮ້າຍສອງຕົນນີ້, ຄົນເຫຼົ່ານັ້ນໄດ້ຍິນຂ່າວ ແລະ ໃນທີ່ສຸດກໍຮູ້ສຶກເປັນອິດສະຫຼະ. ໃນຊ່ວງສອງສາມເດືອນນັ້ນ, ພວກເຂົາຖືກມານຮ້າຍຄວບຄຸມ ແລະ ດຳລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານ, ພວກເຂົາຕົກຢູ່ໃນຄວາມມືດມົນ, ບໍ່ເຫັນທາງອອກ ແລະ ພວກເຂົາກໍຮ້ອງຂໍຄວາມຊ່ວຍເຫຼືອແຕ່ກໍບໍ່ມີໃຜຕອບຮັບ. ຊີວິດຂອງພວກເຂົາໜ້າສົງສານຫຼາຍ! ໃນທີ່ສຸດ, ມານຮ້າຍສອງຕົນນີ້ກໍຖືກຄັດອອກ ແລະ ທຸກຄົນກໍເປັນອິດສະຫຼະ ແລະ ມີຄວາມສຸກ. ເຮົາສົງໄສວ່າ: “ເບື້ອງເທິງໄດ້ຄັດມານຮ້າຍສອງຕົນນີ້ອອກໃນຄັ້ງນີ້, ແລ້ວຖ້າຄົນເຫຼົ່ານີ້ພົບກັບມານຮ້າຍທີ່ເຮັດຄວາມຊົ່ວ ແລະ ຄວບຄຸມຜູ້ຄົນອີກຄັ້ງ, ພວກເຂົາຈະສາມາດແຍກແຍະມານຮ້າຍເຫຼົ່ານັ້ນໄດ້ບໍ? ພວກເຂົາຈະສາມາດປົດມານຮ້າຍອອກຈາກຕຳແໜ່ງຂອງພວກມັນໄດ້ບໍ ໂດຍທີ່ເບື້ອງເທິງບໍ່ຈຳເປັນຕ້ອງມາແກ້ໄຂບັນຫານີ້? ພວກເຂົາທຸກຄົນຈະສາມາດຮ່ວມມືກັນເປີດໂປງມານຮ້າຍ, ສະຫຼຸບການກະທຳທີ່ຊົ່ວຮ້າຍທັງໝົດຂອງພວກມັນ ແລ້ວປົດພວກມັນອອກຈາກຕຳແໜ່ງຂອງພວກມັນ ແລະ ບໍ່ຟັງພວກມັນ, ບໍ່ຖືກພວກມັນບີບຄັ້ນໃນການປະຕິບັດໜ້າທີ່ຂອງພວກເຂົາ ແລະ ໄລ່ພວກມັນອອກໄປຈາກຄຣິສຕະຈັກໄດ້ບໍ?” ແຕ່ເມື່ອຕັດສິນຈາກວຸດທິພາວະຂອງພວກເຂົາແລ້ວ, ເຮົາຢ້ານວ່າພວກເຂົາຈະບໍ່ສາມາດບັນລຸສິ່ງນັ້ນໄດ້. ເຖິງແມ່ນວ່າຄົນເຫຼົ່ານີ້ຈະເຊື່ອໃນພຣະເຈົ້າຢ່າງຈິງໃຈ, ມີຄວາມຕັ້ງໃຈທີ່ຈະທົນທຸກ, ເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງພວກເຂົາຢ່າງອຸທິດຕົນ ແລະ ເຕັມໃຈທີ່ຈະໄລ່ຕາມເສາະຫາຄວາມຈິງກໍຕາມ ແຕ່ພວກເຂົາກໍຂີ້ຢ້ານເກີນໄປ. ເມື່ອມີມານຮ້າຍນ້ອຍພຽງຕົນດຽວປາກົດຕົວອອກມາກໍ່ໃຫ້ເກີດການລົບກວນ, ບໍ່ວ່າພວກເຂົາຈະອາຍຸເທົ່າໃດກໍຕາມ, ຄົນເຫຼົ່ານີ້ກໍຖອຍໜີ ແລະ ຢ້ານກົວ, ພວກເຂົາທຸກຄົນສາມາດຖືກມານຮ້າຍຄວບຄຸມໄດ້ ແລະ ບໍ່ກ້າຕໍ່ຕ້ານ. ເມື່ອເຫັນແບບນີ້, ມັນກໍເຮັດໃຫ້ເຮົາຮູ້ສຶກວ່າຄົນເຫຼົ່ານີ້ໜ້າສົງສານຫຼາຍສໍ່າໃດ. ຖ້າພຣະເຈົ້າບໍ່ປົກປ້ອງ, ບໍ່ຫ່ວງໃຍ ແລະ ບໍ່ເຝົ້າເບິ່ງຜູ້ຄົນ, ມະນຸດຊາດນີ້ກໍຈະບໍ່ມີທາງຢູ່ລອດໄດ້ເລີຍ. ຈົ່ງເບິ່ງສິ່ງເຫຼົ່ານີ້ທີ່ເກີດຂຶ້ນໃນຊີວິດຈິງ: ພຶດຕິກຳຂອງມານຮ້າຍຕ່າງໆ, ເປົ້າໝາຍຂອງພວກມັນ ພ້ອມທັງວິທີການ ແລະ ກົນອຸບາຍໃນການເຮັດສິ່ງຕ່າງໆຂອງພວກມັນໂດຍພື້ນຖານແລ້ວແມ່ນສອດຄ່ອງກັນ ແລະ ແຍກແຍະໄດ້ງ່າຍ ແຕ່ເມື່ອມານຮ້າຍຕ່າງໆປາກົດຕົວອອກມາກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ ພ້ອມທັງບີບຄັ້ນ, ຄວບຄຸມ, ຜູກມັດ ແລະ ທຳຮ້າຍປະຊາກອນທີ່ພຣະເຈົ້າເລືອກຢ່າງສາຫັດ, ກໍມີຄົນພຽງໜ້ອຍດຽວທີ່ກ້າລຸກຂຶ້ນ ແລະ ຕໍ່ຕ້ານ, ບໍ່ມີໃຜເປັນຝ່າຍລິເລີ່ມເປີດໂປງມານຮ້າຍເຫຼົ່ານີ້, ປົດພວກມັນອອກຈາກຕຳແໜ່ງຂອງພວກມັນ ແລະ ຊຳລະລ້າງພວກມັນອອກໄປຈາກຄຣິສຕະຈັກ; ພວກເຂົາພຽງແຕ່ປ່ອຍໃຫ້ມານຮ້າຍຄວບຄຸມປະຊາກອນທີ່ພຣະເຈົ້າເລືອກ ພ້ອມທັງລົບກວນ ແລະ ທຳລາຍວຽກງານຂອງຄຣິສຕະຈັກ. ຄົນທີ່ໜ້າສົງສານເຫຼົ່ານີ້ພຽງແຕ່ອົດທົນກັບມັນທັງໝົດ; ພວກເຂົາຮູ້ສຶກອາລົມເສຍໃນໃຈຂອງພວກເຂົາ ແລະ ພວກເຂົາກໍຮ້ອງໄຫ້ຢ່າງຂົມຂື່ນໃນຂະນະທີ່ອະທິຖານຫາພຣະເຈົ້າ ແຕ່ພວກເຂົາກໍບໍ່ມີທາງແກ້ໄຂ; ພວກເຂົາບໍ່ມີວິທີການທີ່ສະຫຼາດ ແລະ ພວກເຂົາກໍບໍ່ໄດ້ໃຊ້ຄວາມຈິງເປັນອາວຸດທີ່ຊົງພະລັງເພື່ອຕໍ່ຕ້ານ ແລະ ຕໍ່ສູ້ກັບມານຮ້າຍ ພ້ອມທັງຈັດການກັບພວກມັນ. ບໍ່ມີໃຜເຮັດແບບນີ້ ແລະ ບໍ່ມີໃຜກ້າເຮັດ; ພວກເຂົາເຖິງຂັ້ນບໍ່ມີຄວາມກ້າຫານທີ່ຈະຕໍ່ສູ້ກັບມານຮ້າຍ. ໃນຄຣິສຕະຈັກໃດກໍຕາມ, ຖ້າມີຄົນຊົ່ວຮ້າຍ ຫຼື ມານຮ້າຍປາກົດຕົວອອກມາເພື່ອຄວບຄຸມຜູ້ຄົນ ພ້ອມທັງຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ, ຄົນສ່ວນໃຫຍ່ກໍພຽງແຕ່ອົດທົນກັບມັນ. ໃນທີ່ສຸດ, ກໍເປັນເຮືອນຂອງພຣະເຈົ້າທີ່ກ້າວອອກມາຈັດການກັບມານຮ້າຍປະເພດຕ່າງໆເຫຼົ່ານີ້ ໂດຍການຍຸຕິເວລາຂອງພວກມັນໃນຄຣິສຕະຈັກ, ເຮັດໃຫ້ອ້າຍເອື້ອຍນ້ອງໄດ້ຮັບການປົກປ້ອງ, ສາມາດດຳເນີນຊີວິດຄຣິສຕະຈັກໄດ້ຕາມປົກກະຕິ, ສາມາດກິນ ແລະ ດື່ມພຣະທຳຂອງພຣະເຈົ້າໄດ້ຕາມປົກກະຕິ ແລະ ສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ຕາມປົກກະຕິ ພ້ອມທັງເຮັດໃຫ້ວຽກງານຕ່າງໆຂອງຄຣິສຕະຈັກສາມາດດຳເນີນໄປຢ່າງເປັນລະບຽບ. ມັນເປັນຍ້ອນການທີ່ພຣະເຈົ້າສົ່ງຄົນໄປ ແລະ ເຮືອນຂອງພຣະເຈົ້າຈັດແຈງ ແລະ ຊີ້ແນະການປະຕິບັດວຽກງານສະເພາະນີ້ດ້ວຍຕົນເອງທັງໝົດ, ຄົນທີ່ຍັງບໍ່ເປັນຜູ້ໃຫຍ່, ໂງ່ຈ້າ ແລະ ອ່ອນແອເຫຼົ່ານີ້ຈຶ່ງໄດ້ຮັບການປົກປ້ອງຈາກການຖືກຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ຫຼົງຜິດ ແລະ ທຳຮ້າຍຢ່າງສາຫັດ. ຄົນທີ່ໂງ່ຈ້າ ແລະ ເບົາປັນຍາເຫຼົ່ານີ້ທີ່ບໍ່ເຂົ້າໃຈຄວາມຈິງນັ້ນໜ້າສົງສານຫຼາຍສໍ່າໃດ! ໃນສະພາບແວດລ້ອມທີ່ກວ້າງຂຶ້ນ, ມະນຸດຊາດທັງໝົດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ; ໃນສະພາບແວດລ້ອມການດຳລົງຊີວິດທີ່ສະເພາະເຈາະຈົງ, ຜູ້ຄົນຖືກມານຮ້າຍຕ່າງໆລົບກວນ, ຄວບຄຸມ ແລະ ທຳຮ້າຍຢ່າງສາຫັດ. ບາງຄົນມີວຸດທິພາວະຕ່ຳ ແລະ ມີພື້ນຖານທີ່ຕື້ນເຂີນ, ສະນັ້ນ ເມື່ອພວກເຂົາພົບກັບການລົບກວນຂອງຄົນຊົ່ວຮ້າຍ, ພວກເຂົາກໍບໍ່ສາມາດເບິ່ງທະລຸສິ່ງເຫຼົ່ານີ້ໄດ້. ພວກເຂົາມັກຈະຄິດສະເໝີວ່າຄົນຊົ່ວຮ້າຍບໍ່ຄວນມີຢູ່ໃນຄຣິສຕະຈັກ ແລະ ຄິດວ່າບໍ່ມີຄວາມຮັກ ຫຼື ຄວາມອົບອຸ່ນແບບມະນຸດລະຫວ່າງຜູ້ຄົນ. ບາງຄົນເຖິງຂັ້ນບໍ່ຢາກປະຕິບັດໜ້າທີ່ຂອງຕົນອີກຕໍ່ໄປ ໂດຍເວົ້າວ່າ: “ມັນຄົງຈະດີກວ່າຖ້າເຊື່ອໃນພຣະເຈົ້າຢູ່ບ້ານ. ເປັນຫຍັງຄົນແບບນັ້ນຈຶ່ງໄດ້ຮັບອະນຸຍາດໃຫ້ມີຢູ່ໃນຄຣິສຕະຈັກ?” ຄົນທີ່ບໍ່ເຂົ້າໃຈຄວາມຈິງບໍ່ສາມາດເບິ່ງທະລຸສິ່ງເຫຼົ່ານີ້ໄດ້. ພວກເຂົາບໍ່ສາມາດຖອດຖອນບົດຮຽນຈາກເລື່ອງເຫຼົ່ານີ້ໄດ້; ພວກເຂົາບໍ່ຮູ້ວ່າເຈດຕະນາດີຂອງພຣະເຈົ້າຢູ່ເບື້ອງຫຼັງການທີ່ພວກເຂົາພົບກັບສິ່ງເຫຼົ່ານັ້ນ; ພວກເຂົາບໍ່ຮູ້ວ່າພວກເຂົາຄວນຢືນຢູ່ຝ່າຍໃດ ຫຼື ຄວນເຂົ້າຫາເລື່ອງເຫຼົ່ານີ້ໂດຍໃຊ້ຫຼັກການຄວາມຈິງແນວໃດ; ພວກເຂົາບໍ່ສາມາດຮ່ວມມືກັບອ້າຍເອື້ອຍນ້ອງທີ່ແທ້ຈິງເພື່ອຕໍ່ຕ້ານ ແລະ ຕໍ່ສູ້ກັບມານຮ້າຍໄດ້. ນີ້ບໍ່ແມ່ນການມີວຸດທິພາວະຕ່ຳບໍ? ມັນບໍ່ໜ້າສົງສານບໍ? (ໜ້າສົງສານ).

ລັກສະນະທຳອິດຂອງຄົນປະເພດທີ່ກັບຊາດມາເກີດຈາກມານຮ້າຍທີ່ຖືກເປີດເຜີຍໃນຊີວິດປະຈຳວັນຂອງພວກເຂົາຄື ການເວົ້າຕົວະຈົນເປັນສັນດານ. ບໍ່ວ່າຈະເປັນເລື່ອງອາຍຸ, ເພດ ຫຼື ພູມຫຼັງແບບໃດກໍຕາມ, ບໍ່ວ່າພວກເຂົາຈະເຊື່ອໃນພຣະເຈົ້າມາຈັກປີກໍຕາມ, ຕາບໃດທີ່ຄຳເວົ້າຂອງຄົນໃດຄົນໜຶ່ງມີຄຳຕົວະຢູ່ສະເໝີ, ຕາບໃດທີ່ພວກເຂົາເຕັມໄປດ້ວຍຄຳຕົວະ ແລະ ເວົ້າຕົວະຈົນເປັນສັນດານ, ແລ້ວພວກເຂົາກໍກັບຊາດມາເກີດຈາກມານຮ້າຍ; ພວກເຂົາບໍ່ແມ່ນມະນຸດ. ມະນຸດກໍເວົ້າຕົວະເຊັ່ນກັນ ເພາະວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມ; ຄວາມເລ່ລ່ຽມ ແລະ ຄວາມຊົ່ວຊ້າພາຍໃນອຸປະນິໄສທີ່ເສື່ອມຊາມສາມາດເຮັດໃຫ້ມະນຸດເວົ້າຕົວະໄດ້. ແຕ່ລະດັບການເວົ້າຕົວະຂອງມະນຸດນັ້ນແຕກຕ່າງຈາກຄົນທີ່ກັບຊາດມາເກີດຈາກມານຮ້າຍ. ຖ້າຄົນໃດຄົນໜຶ່ງເວົ້າຕົວະຈົນເປັນສັນດານ, ຂໍ້ເທັດຈິງຂໍ້ນີ້ພຽງຂໍ້ດຽວກໍພຽງພໍທີ່ຈະພິສູດໄດ້ວ່າ ໃນແງ່ຂອງແກ່ນແທ້ຂອງພວກເຂົາແລ້ວ ພວກເຂົາບໍ່ແມ່ນມະນຸດ ແຕ່ເປັນມານຮ້າຍ. ຍ້ອນບົດບາດຂອງສະຕິຮູ້ສຶກຜິດຊອບ, ມັນຈຶ່ງເປັນໄປບໍ່ໄດ້ຢ່າງເດັດຂາດທີ່ມະນຸດຈະໄປເຖິງຂັ້ນທີ່ເວົ້າຕົວະຈົນເປັນສັນດານ. ເຖິງແມ່ນວ່າຈະມີບາງຄັ້ງທີ່ມະນຸດເວົ້າຕົວະ ແລະ ໃຊ້ເລ່ລ່ຽມກໍຕາມ ແຕ່ການເວົ້າຕົວະຂອງພວກເຂົາກໍເປັນພຽງການເປີດເຜີຍຕາມປົກກະຕິຂອງອຸປະນິໄສທີ່ເສື່ອມຊາມເທົ່ານັ້ນ; ມັນເປັນພຽງການເວົ້າຕົວະເປັນບາງຄັ້ງບາງຄາວກ່ຽວກັບເລື່ອງໃດໜຶ່ງ. ເຖິງແມ່ນວ່າການເວົ້າຕົວະຂອງມະນຸດ ແລະ ການເວົ້າຕົວະຂອງມານຮ້າຍອາດຈະເບິ່ງຄືກັນຢູ່ພາຍນອກກໍຕາມ ແຕ່ໃນແງ່ຂອງແກ່ນແທ້ແລ້ວມັນແຕກຕ່າງກັນ. ເມື່ອມານຮ້າຍເວົ້າຕົວະ, ພວກມັນບໍ່ເຄີຍຮູ້ສຶກຕຳນິຕົນເອງ ຫຼື ເສຍໃຈເລີຍ. ຍິ່ງໄປກວ່ານັ້ນ, ພວກມັນຮູ້ສຶກໄດ້ໃຈ, ພໍໃຈ ແລະ ມີຄວາມຮູ້ສຶກເຖິງຄວາມສຳເລັດກ່ຽວກັບຄຳຕົວະທີ່ພວກມັນເວົ້າ ແລະ ການຫຼອກລວງທີ່ພວກມັນເຮັດ. ຖ້າການເວົ້າຕົວະບໍ່ສຳເລັດ, ພວກມັນກໍຈະຍິ່ງກຳເລີບໃນການເວົ້າຕົວະໃຫ້ຫຼາຍຂຶ້ນ ແລະ ໃຊ້ກົນອຸບາຍການຫຼອກລວງທີ່ແນບນຽນຂຶ້ນເພື່ອຫຼອກລວງຜູ້ຄົນໃຫ້ຫຼາຍຂຶ້ນ. ແຕ່ຫຼັງຈາກທີ່ມະນຸດປົກກະຕິທີ່ມີອຸປະນິໄສທີ່ເສື່ອມຊາມເວົ້າຕົວະ, ພວກເຂົາກໍຈະຮູ້ສຶກບໍ່ສະບາຍໃຈໃນສະຕິຮູ້ສຶກຜິດຊອບ ແລະ ຮູ້ສຶກຖືກຕຳນິ ແລະ ພວກເຂົາຮູ້ສຶກອັບອາຍຫຼາຍຈົນບໍ່ມີໜ້າຈະຢູ່. ຖ້າພວກເຂົາໄດ້ຫຼອກລວງໃຜຜູ້ໜຶ່ງ, ພວກເຂົາກໍຈະຮູ້ສຶກອັບອາຍເລັກໜ້ອຍເມື່ອພົບຄົນຜູ້ນັ້ນອີກຄັ້ງ. ຖ້າພວກເຂົາຖືກຂໍໃຫ້ຍອມຮັບຢ່າງເປີດເຜີຍວ່າພວກເຂົາເວົ້າຕົວະ ແລະ ສັນຍາວ່າຈະບໍ່ເວົ້າຕົວະອີກ ແຕ່ຈະເວົ້າພຽງແຕ່ຄວາມຈິງ, ວຸດທິພາວະໃນປັດຈຸບັນຂອງພວກເຂົາກໍຍັງບໍ່ເຖິງຂັ້ນນັ້ນ. ເຖິງຢ່າງໃດກໍຕາມ, ພວກເຂົາກໍມີຄວາມຮັບຮູ້ຢູ່ພາຍໃນ; ພວກເຂົາຮູ້ສຶກອັບອາຍ, ຮູ້ສຶກຜິດ ແລະ ບໍ່ສະບາຍໃຈໃນຄຳຕົວະທີ່ພວກເຂົາໄດ້ເວົ້າ; ພວກເຂົາຮູ້ສຶກຖືກກ່າວຫາຢູ່ພາຍໃນ. ແຕ່ຄົນປະເພດນີ້ທີ່ກັບຊາດມາເກີດຈາກມານຮ້າຍພັດເວົ້າຕົວະຈົນເປັນສັນດານ. ຫຼັງຈາກທີ່ພວກເຂົາເວົ້າຕົວະ, ພວກເຂົາບໍ່ຮູ້ສຶກຖືກກ່າວຫາຢູ່ພາຍໃນ ແລະ ບໍ່ມີຄວາມຮູ້ສຶກຜິດເລີຍ. ເປັນຫຍັງພວກເຂົາຈຶ່ງບໍ່ຮູ້ສຶກຜິດ? ເພາະວ່າພວກເຂົາເປັນມານຮ້າຍ. ການຮູ້ສຶກຜິດຕໍ່ຜູ້ຄົນ ຫຼື ພຣະເຈົ້າ, ການຮູ້ສຶກຖືກກ່າວຫາໃນໃຈຂອງຕົນເອງ ນັ້ນຄືຄວາມຮັບຮູ້ທີ່ປົກກະຕິຂອງມະນຸດ. ເນື່ອງຈາກພວກເຂົາເປັນມານຮ້າຍ, ພວກເຂົາຈຶ່ງບໍ່ມີຄວາມຮັບຮູ້ແບບນັ້ນ. ສະນັ້ນ, ພວກເຂົາຈຶ່ງສາມາດສືບຕໍ່ເວົ້າຕົວະ ແລະ ເຖິງຂັ້ນຍິ່ງກຳເລີບຂຶ້ນກວ່າເກົ່າ; ພວກເຂົາຈະສືບຕໍ່ເວົ້າຕົວະ ແລະ ບໍ່ມີວັນປ່ຽນແປງ. ໃນທ້າຍທີ່ສຸດແລ້ວ ການເວົ້າຕົວະຂອງພວກເຂົາຈະຢຸດລົງເມື່ອໃດ? ມີພຽງແຕ່ຫຼັງຈາກລົມຫາຍໃຈສຸດທ້າຍຂອງຊີວິດທາງຮ່າງກາຍຂອງພວກເຂົາ, ເມື່ອພວກເຂົາບໍ່ສາມາດເວົ້າໄດ້ອີກຕໍ່ໄປ, ການເວົ້າຕົວະຂອງພວກເຂົາຈຶ່ງຈະຢຸດລົງ. ແຕ່ວິນຍານຂອງມານຮ້າຍທີ່ເວົ້າຕົວະຢູ່ພາຍໃນພວກເຂົາຈະກັບຊາດມາເກີດເປັນຄົນອື່ນ ແລະ ຄົນຜູ້ນັ້ນກໍຈະສືບຕໍ່ເວົ້າຕົວະ. ສະນັ້ນ, ທຳມະຊາດການເວົ້າຕົວະຂອງມານຮ້າຍຈຶ່ງບໍ່ມີວັນປ່ຽນແປງ. ນີ້ຄືການເວົ້າຕົວະຈົນເປັນສັນດານ. ຄົນທີ່ກັບຊາດມາເກີດຈາກມານຮ້າຍຫຼອກລວງທຸກຄົນ ແລະ ສາມາດເວົ້າຄຳຕົວະໄດ້ທຸກຮູບແບບ. ພວກເຂົາສາມາດເວົ້າຕົວະໄດ້ໃນທຸກສະຖານະການ ແລະ ກ່ຽວກັບທຸກເລື່ອງ ແລະ ກົນອຸບາຍການເວົ້າຕົວະຂອງພວກເຂົາກໍແນບນຽນເປັນພິເສດ; ບໍ່ມີໃຜສາມາດເບິ່ງອອກວ່າພວກເຂົາກຳລັງເວົ້າຕົວະ. ເຈົ້າເຫັນບໍ, ເມື່ອຄົນທີ່ມັກເວົ້າຕົວະເວົ້າຄຳຕົວະ, ມັນກໍຄືກັບຄົນປົກກະຕິທີ່ກຳລັງເວົ້າຄວາມຈິງ, ມັນເບິ່ງຄືວ່າເປັນທຳມະຊາດຫຼາຍ ໂດຍບໍ່ມີຂໍ້ບົກພ່ອງໃດໆໃຫ້ເຫັນເລີຍ. ເຈົ້າອາດຈະຄິດວ່າພວກເຂົາກຳລັງເວົ້າຄວາມຈິງ. ຖ້າເຈົ້າຖືເອົາຄຳຕົວະຂອງພວກເຂົາເປັນຄວາມຈິງ, ພວກເຂົາກໍຈະຫົວຂວັນເຈົ້າໃນໃຈຂອງພວກເຂົາ ໂດຍຄິດວ່າ: “ຄົນໂງ່, ຂ້ອຍພຽງແຕ່ເວົ້າຫຼິ້ນຊື່ໆ, ແຕ່ເຈົ້າພັດຖືວ່າມັນເປັນຄວາມຈິງບໍ? ເຈົ້າໂງ່ຈ້າຢ່າງສິ້ນເຊີງແທ້ໆ!” ຄັ້ງຕໍ່ໄປທີ່ພວກເຂົາເຫັນເຈົ້າ, ພວກເຂົາກໍຍັງຈະເວົ້າຕົວະ ແລະ ປັ່ນຫົວເຈົ້າ, ພຽງແຕ່ເພື່ອເບິ່ງວ່າປະຕິກິລິຍາຂອງເຈົ້າເປັນແນວໃດຫຼັງຈາກທີ່ໄດ້ຍິນຄຳຕົວະນັ້ນ. ຖ້າເຈົ້າຖືເອົາມັນເປັນຄວາມຈິງອີກຄັ້ງ, ພວກເຂົາກໍຈະຍິ່ງມີຄວາມສຸກຫຼາຍຂຶ້ນ, ໄດ້ຮັບຄວາມຮູ້ສຶກເຖິງຄວາມສຳເລັດທີ່ຍິ່ງໃຫຍ່ຂຶ້ນ ແລະ ຍິ່ງຮູ້ສຶກວ່າພວກເຂົາປະສົບຄວາມສຳເລັດໃນວິທີທີ່ພວກເຂົາປະພຶດຕົນ. ບອກເຮົາມາເບິ່ງ, ພວກເຂົາເປັນມະນຸດບໍ? ພວກເຂົາມີຄວາມຮັບຮູ້ແບບມະນຸດບໍ? ພວກເຂົາມີຄວາມຮູ້ສຶກທາງສະຕິຮູ້ສຶກຜິດຊອບແບບມະນຸດບໍ? ເຫັນໄດ້ຊັດເຈນວ່າບໍ່. ຍິ່ງຄຳຕົວະຂອງພວກເຂົາມີປະສິດທິຜົນຫຼາຍເທົ່າໃດ, ພວກເຂົາກໍຍິ່ງພໍໃຈ ແລະ ມີຄວາມສຸກຢູ່ພາຍໃນຫຼາຍຂຶ້ນເທົ່ານັ້ນ, ຄວາມຮູ້ສຶກເຖິງຄວາມສຳເລັດຂອງພວກເຂົາກໍຍິ່ງຍິ່ງໃຫຍ່ຂຶ້ນ ແລະ ພວກເຂົາກໍຍິ່ງຮູ້ສຶກວ່າພວກເຂົາມີຄວາມສາມາດຫຼາຍຂຶ້ນ. ຖ້າມື້ໜຶ່ງຜ່ານໄປໂດຍທີ່ພວກເຂົາບໍ່ໄດ້ເວົ້າຕົວະເພື່ອຫຼອກລວງ ຫຼື ປັ່ນຫົວໃຜຜູ້ໜຶ່ງ, ພວກເຂົາກໍຈະຮູ້ສຶກວ່າມື້ນັ້ນບໍ່ສະບາຍໃຈ ແລະ ບໍ່ຄຸ້ມຄ່າ ແລະ ພວກເຂົາຕ້ອງຊອກຫາໂອກາດເພື່ອຫຼອກລວງຜູ້ຄົນ. ຕົວຢ່າງ: ຖ້າມານຮ້າຍເຫັນຄົນສອງຄົນມີຄວາມສຳພັນທີ່ດີ ແລະ ຮ່ວມມືກັນຢ່າງກົມກຽວໃນໜ້າທີ່ຂອງສອງຄົນນັ້ນ, ພວກມັນກໍຈະຮູ້ສຶກບໍ່ສະບາຍໃຈຢູ່ພາຍໃນ ແລະ ໄຕ່ຕອງວ່າ: “ໃຫ້ຂ້ອຍຍຸແຍ່ໃຫ້ເກີດຄວາມແຕກແຍກ ແລະ ສ້າງຂ່າວລືບາງຢ່າງ ເພື່ອເຮັດໃຫ້ພວກເຈົ້າສອງຄົນຜິດກັນ ແລະ ພວກເຈົ້າຈະບໍ່ສາມາດກັບມາຄືນດີກັນໄດ້ ເຖິງແມ່ນວ່າພວກເຈົ້າຕ້ອງການກໍຕາມ”. ດ້ວຍຄຳເວົ້າພຽງສອງສາມຄຳ, ມານຮ້າຍຕົນນີ້ກໍເຮັດໃຫ້ສອງຄົນນັ້ນຕົກຢູ່ໃນຄວາມສັບສົນ ແລະ ຈາກນັ້ນພວກເຂົາກໍມີຄວາມບໍ່ລົງລອຍກັນ ແລະ ຂໍ້ຂັດແຍ່ງກັນ ແລະ ບໍ່ກົມກຽວກັນຄືແຕ່ກ່ອນອີກຕໍ່ໄປ ເຊິ່ງເຮັດໃຫ້ມານຮ້າຍຕົນນີ້ຮູ້ສຶກຍິນດີ ແລະ ມີຄວາມສຸກເປັນພິເສດ. ມານຮ້າຍທີ່ເຊື່ອງຕົວຢູ່ໃນຄຣິສຕະຈັກມັກຈະເຮັດສິ່ງເຫຼົ່ານີ້ຢູ່ສະເໝີ. ມານຮ້າຍຂອງໂລກທີ່ບໍ່ມີຄວາມເຊື່ອຈັບກຸມອ້າຍເອື້ອຍນ້ອງຢ່າງໂຫດຮ້າຍ. ຕາບໃດທີ່ເຈົ້າເວົ້າວ່າເຈົ້າບໍ່ເຊື່ອ ຫຼື ບໍ່ຕິດຕາມພຣະເຈົ້າອີກຕໍ່ໄປ ຫຼື ຖ້າເຈົ້າຈົ່ມວ່າພຣະເຈົ້າ ຫຼື ທໍລະຍົດພຣະເຈົ້າ, ພວກມັນກໍຈະມີຄວາມສຸກ. ເຈົ້າສາມາດເຮັດຫຍັງກໍໄດ້, ເຈົ້າສາມາດກິນ, ດື່ມ, ທ່ຽວຜູ້ຍິງ ແລະ ຫຼິ້ນການພະນັນ; ເຈົ້າສາມາດລອບວາງເພີງ, ຄາດຕະກຳ ແລະ ປຸ້ນຈີ້; ເຈົ້າສາມາດກໍ່ອາຊະຍາກຳໃດກໍໄດ້, ຕາບໃດທີ່ເຈົ້າບໍ່ເຊື່ອໃນພຣະເຈົ້າ, ພວກມັນກໍຈະມີຄວາມສຸກ. ມັນມີຄວາມກ່ຽວຂ້ອງກັນລະຫວ່າງສິ່ງທີ່ມານຮ້າຍເຮັດໃນໝູ່ມະນຸດ ກັບ ສິ່ງທີ່ຊາຕານເຮັດໃນໂລກຝ່າຍວິນຍານບໍ? ມັນມີຄວາມຄ້າຍຄືກັນບໍ? ມານຮ້າຍເຫຼົ່ານີ້ກຽດຊັງໃຜກໍຕາມທີ່ເຊື່ອໃນພຣະເຈົ້າ ແລະ ຍ່າງໃນເສັ້ນທາງທີ່ຖືກຕ້ອງເປັນພິເສດ. ໃຜກໍຕາມທີ່ໄລ່ຕາມເສາະຫາຄວາມຈິງ ຫຼື ຢືນຢັນທີ່ຈະປະຕິບັດຕາມຫຼັກການຢູ່ສະເໝີ ຫຼື ມັກຈະເປັນພະຍານໃຫ້ພຣະເຈົ້າ ຫຼື ປະຕິບັດໜ້າທີ່ຂອງຕົນຢ່າງອຸທິດຕົນ, ເມື່ອພວກມັນເຫັນຄົນແບບນັ້ນ, ພວກມັນກໍຈະໂມໂຫ ແລະ ຖືວ່າຄົນເຫຼົ່ານັ້ນເປັນສັດຕູ. ມັນບໍ່ແມ່ນຄວາມອິດສາ; ມັນຄືຄວາມກຽດຊັງ. ເພື່ອບັນລຸເປົ້າໝາຍໃນການທຳລາຍ, ໜຶ່ງໃນວິທີການທີ່ພວກມັນໃຊ້ຄືການຫຼອກລວງຜ່ານການເວົ້າຕົວະເພື່ອລົບກວນເຈົ້າ, ເຮັດໃຫ້ເຈົ້າຫຼົງຜິດ ແລະ ດຶງເຈົ້າໃຫ້ຕົກຕໍ່າລົງ. ການເຮັດແບບນີ້ອາດຈະບໍ່ໄດ້ນຳຜົນປະໂຫຍດຫຍັງມາໃຫ້ພວກມັນ ແຕ່ເມື່ອພວກມັນດຶງເຈົ້າໃຫ້ຕົກຕໍ່າລົງຈົນເຮັດໃຫ້ເຈົ້າສູນເສຍຄວາມເຊື່ອໃນພຣະເຈົ້າ, ກາຍເປັນຄົນຄິດລົບ ແລະ ອ່ອນແອ ແລະ ບໍ່ເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງເຈົ້າ ຫຼື ບໍ່ສາມາດຮ່ວມມືຢ່າງກົມກຽວກັບຄົນອື່ນໄດ້ອີກຕໍ່ໄປ, ພວກມັນກໍບັນລຸເປົ້າໝາຍຂອງພວກມັນແລ້ວ ແລະ ພວກມັນກໍຈະມີຄວາມສຸກ ແລະ ຄວາມກັງວົນຂອງພວກມັນກໍຈະຫາຍໄປ. ນີ້ບໍ່ແມ່ນສິ່ງທີ່ມານຮ້າຍເຮັດບໍ? (ແມ່ນແລ້ວ). ຂໍ້ເທັດຈິງທີ່ວ່າມານຮ້າຍເປັນຄົນທີ່ເວົ້າຕົວະຈົນເປັນສັນດານນັ້ນເປັນສິ່ງທີ່ແນ່ນອນໂດຍປາສະຈາກຂໍ້ສົງໄສເລີຍ. ລອງເອົາຄົນໃດຄົນໜຶ່ງມາເບິ່ງ, ບໍ່ວ່າຈະເປັນເຊື້ອຊາດຂອງພວກເຂົາ, ຮູບລັກສະນະຂອງພວກເຂົາ, ບໍ່ວ່າພວກເຂົາຈະສູງ ຫຼື ເຕ້ຍ, ຕຸ້ຍ ຫຼື ຈ່ອຍ, ຂີ້ຮ້າຍ ຫຼື ຫຼໍ່ເຫຼົາ, ບໍ່ວ່າລະດັບການສຶກສາ ຫຼື ບຸກຄະລິກຂອງພວກເຂົາຈະເປັນແນວໃດ, ບໍ່ວ່າພອນສະຫວັນຂອງພວກເຂົາຈະຫຼາຍ ຫຼື ໜ້ອຍ, ພວກເຂົາມີຈຸດແຂງ ຫຼື ບໍ່, ຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງຂອງພວກເຂົາແມ່ນຫຍັງກໍຕາມ, ພວກເຂົາພຽງແຕ່ຕ້ອງມີລັກສະນະດຽວເທົ່ານັ້ນ ນັ້ນກໍຄື ພວກເຂົາສາມາດເວົ້າຕົວະຈົນເປັນສັນດານ ແລະ ບໍ່ມີວັນປ່ຽນແປງ. ນີ້ບໍ່ແມ່ນການເວົ້າຕົວະເປັນບາງຄັ້ງບາງຄາວ ຫຼື ການບໍ່ມີທາງເລືອກອື່ນ ຫຼື ການຈຳເປັນຕ້ອງໃຊ້ສະຕິປັນຍາໃນເລື່ອງໃດໜຶ່ງ, ແຕ່ກົງກັນຂ້າມ ບໍ່ວ່າມັນຈະຈຳເປັນ ຫຼື ບໍ່, ບໍ່ວ່າສະຖານະການ ຫຼື ພູມຫຼັງຈະເປັນແນວໃດ, ບໍ່ວ່າຈະເປັນເລື່ອງຫຍັງກໍຕາມ, ພວກເຂົາກໍດື້ດຶງທີ່ຈະເວົ້າຕົວະ, ປຸງແຕ່ງເລື່ອງລາວ, ຫຼິ້ນເລ່ລ່ຽມ ແລະ ໃຊ້ກົນອຸບາຍເລັກໆນ້ອຍໆ. ຖ້າພວກເຂົາມີລັກສະນະນີ້, ຄົນປະເພດນີ້ກໍຄືມານຮ້າຍຢ່າງແທ້ຈິງ. ຢ່າເຊື່ອຢ່າງເດັດຂາດວ່າພວກເຂົາຈະສາມາດກາຍເປັນຄົນດີໄດ້ ແລະ ຢ່າເຊື່ອຄຳເວົ້າທີ່ຟັງເບິ່ງດີທີ່ອອກມາຈາກປາກຂອງພວກເຂົາຢ່າງເດັດຂາດ. ເຖິງແມ່ນວ່າພວກເຂົາຈະສະແດງຄວາມຕັ້ງໃຈ ຫຼື ສາບານໃຫ້ຕາຍກໍຕາມ, ກໍຈົ່ງຢ່າເຊື່ອພວກເຂົາ ເພາະວ່າພວກເຂົາເປັນມານຮ້າຍ ແລະ ບໍ່ແມ່ນມະນຸດ. ເຖິງແມ່ນວ່າມານຮ້າຍຈະສາບານໃຫ້ຕາຍກໍຕາມ, ມັນກໍເປັນພຽງການຮັບມືກັບສະຖານະການຊົ່ວຄາວເທົ່ານັ້ນ; ມັນລ້ວນແຕ່ເປັນການຫຼອກລວງ. ໂດຍພື້ນຖານແລ້ວພວກມັນບໍ່ສາມາດເຮັດຕາມຄຳສາບານທີ່ພວກມັນໃຫ້ໄວ້ໄດ້ເລີຍ. ຖ້າເຈົ້າເຊື່ອພວກມັນ, ເຈົ້າກໍໂງ່ຈ້າແລ້ວ; ເຈົ້າບໍ່ສາມາດເບິ່ງທະລຸເຖິງແກ່ນແທ້ຂອງມານຮ້າຍໄດ້. ພວກມັນສາມາດເວົ້າຕົວະໄດ້ທຸກເລື່ອງ, ສະນັ້ນ ຄຳສາບານໃຫ້ຕາຍທີ່ພວກມັນໃຫ້ໄວ້ກໍເປັນຄຳຕົວະເຊັ່ນກັນ. ເພາະວ່າພວກມັນບໍ່ເຄີຍເຊື່ອວ່າພຣະເຈົ້າກວດສອບທຸກສິ່ງທຸກຢ່າງ ແລະ ບໍ່ເຊື່ອວ່າພຣະເຈົ້າຈະໃຫ້ຮັບຜົນກຳຕາມການກະທຳຂອງແຕ່ລະຄົນ, ພວກມັນບໍ່ເຊື່ອວ່າພຣະເຈົ້າສາມາດກະທຳການດ້ວຍວິທີນີ້ໄດ້, ດ້ວຍເຫດນັ້ນ ພວກມັນຈຶ່ງພຽງແຕ່ເຮັດຕາມຄວາມປະສົງຂອງພວກມັນເອງໃນການກະທຳຂອງພວກມັນ ໂດຍເວົ້າຕົວະ ແລະ ຫຼອກລວງຕາມທີ່ພວກມັນຕ້ອງການ; ພວກມັນສາມາດເຮັດໄດ້ທຸກສິ່ງທຸກຢ່າງເພື່ອບັນລຸເປົ້າໝາຍຂອງພວກມັນ. ນີ້ຄືລັກສະນະຂອງມານຮ້າຍ ແລະ ມັນກໍເປັນແກ່ນແທ້ທຳມະຊາດຂອງພວກມັນເຊັ່ນກັນ. ຕອນນີ້ພວກເຈົ້າເຫັນເລື່ອງນີ້ຢ່າງຊັດເຈນແລ້ວ, ແມ່ນບໍ? (ແມ່ນແລ້ວ).

ຄົນທີ່ກັບຊາດມາເກີດຈາກສັດກໍເວົ້າຕົວະຄືກັນກັບມານຮ້າຍ ເພາະວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມ, ແຕ່ເມື່ອພວກເຂົາຖືກຕຳນິ ພວກເຂົາກໍຈະຍອມຮັບມັນໃນລະດັບໜຶ່ງໃນໃຈຂອງພວກເຂົາ. ເຖິງແມ່ນວ່າພວກເຂົາຈະສາມາດຍອມຮັບມັນໄດ້, ຍ້ອນຄຸນລັກສະນະຂອງສັດຂອງພວກເຂົາ ພວກເຂົາຈຶ່ງບໍ່ສາມາດຢັ່ງຮູ້ຄວາມຈິງໄດ້, ສະນັ້ນ ພວກເຂົາຈຶ່ງບໍ່ເຄີຍເຂົ້າໃຈຢ່າງແທ້ຈິງວ່າການບໍ່ເວົ້າຕົວະໝາຍຄວາມວ່າແນວໃດ ຫຼື ການປະຕິບັດຕາມຫຼັກການໝາຍຄວາມວ່າແນວໃດ. ເຖິງແມ່ນວ່າພວກເຂົາຈະເວົ້າວ່າ: “ຂ້ອຍຈະບໍ່ເວົ້າຕົວະອີກຕໍ່ໄປ, ຂ້ອຍຢາກເວົ້າຄວາມຈິງ”, ແຕ່ເມື່ອພວກເຂົາພະຍາຍາມນຳສິ່ງນີ້ໄປປະຕິບັດ ພວກເຂົາກໍເບິ່ງຄືວ່າງຸ່ມງ່າມ ແລະ ໂງ່ຈ້າຫຼາຍ. ຄົນອື່ນເຫັນແລ້ວກໍຮູ້ສຶກວ່າເປັນຕາຫົວ ໂດຍເວົ້າວ່າ: “ໃຜປະຕິບັດຄວາມຈິງແບບນີ້? ນີ້ເປັນຄັ້ງທຳອິດທີ່ຂ້ອຍເຄີຍເຫັນ, ມັນເຮັດໃຫ້ຂ້ອຍໄດ້ເປີດຫູເປີດຕາແທ້ໆ!” ມັນປຽບເໝືອນສັດທີ່ລຸກຂຶ້ນຢືນ ແລະ ຍ່າງສອງຂາຄືກັບມະນຸດ; ມັນເບິ່ງຄືວ່າງຸ່ມງ່າມ ແລະ ແປກປະຫຼາດຫຼາຍ. ຄົນທີ່ກັບຊາດມາເກີດຈາກສັດບາງຄົນກໍຢາກເປັນຄົນຊື່ສັດ ແລະ ເຮັດສິ່ງທີ່ດີບາງຢ່າງເຊັ່ນກັນ ແຕ່ພວກເຂົາບໍ່ສາມາດຄົ້ນພົບຫຼັກການຂອງການປະຕິບັດທີ່ຖືກຕ້ອງໄດ້. ເມື່ອພວກເຂົາປະຕິບັດ ມັນກໍເປັນເລື່ອງທີ່ໄຮ້ສາລະຫຼາຍ ແລະ ກາຍເປັນເລື່ອງຕະຫຼົກ. ຄົນອື່ນເຫັນແລ້ວກໍຮູ້ສຶກວ່າເປັນຕາຫົວ ແຕ່ຄົນເຫຼົ່ານີ້ກໍຍັງຄິດວ່າພວກເຂົາກຳລັງເປັນຄົນຊື່ສັດ. ສິ່ງນີ້ບໍ່ເປັນຕາຫົວບໍ? ສົມມຸດວ່າເຈົ້າບອກພວກເຂົາວ່າ: “ຖ້າເຈົ້າຢາກເປັນຄົນຊື່ສັດ, ເຈົ້າຄວນຮັບປະກັນວ່າເຈົ້າຈະບໍ່ເວົ້າຕົວະ, ບໍ່ຫາຂໍ້ອ້າງ, ບໍ່ພະຍາຍາມແກ້ຕ່າງໃຫ້ຕົນເອງ ຫຼື ໂຕ້ຖຽງຢ່າງບໍ່ມີເຫດຜົນ. ເຮັດສິ່ງເຫຼົ່ານີ້ກໍພຽງພໍແລ້ວ. ນີ້ຄືການເປັນຄົນຊື່ສັດ. ຖ້າເຈົ້າເຮັດສິ່ງທີ່ລະເມີດຄວາມຈິງ ແລະ ດ້ວຍເຫດນັ້ນຈຶ່ງກະທຳຜິດ, ເຈົ້າກໍສາມາດເປີດໃຈ ແລະ ເປີດເຜີຍຕົນເອງໄດ້. ພຽງແຕ່ຍອມຮັບທຸກສິ່ງທຸກຢ່າງທີ່ຄົນອື່ນເວົ້າທີ່ສອດຄ່ອງກັບຄວາມຈິງ. ຢ່າເຮັດສິ່ງທີ່ຂາດຄວາມສຳນຶກ ຫຼື ໄຮ້ສາລະ”. ແຕ່ພວກເຂົາບໍ່ເຂົ້າໃຈສິ່ງນີ້. ເມື່ອພວກເຂົານຳສິ່ງນີ້ໄປປະຕິບັດ, ພວກເຂົາກໍເຮັດຜິດພາດ. ພວກເຈົ້າຈະເວົ້າວ່າບັນຫາທີ່ໃຫຍ່ທີ່ສຸດຂອງຄົນປະເພດນີ້ແມ່ນຫຍັງ? ມັນກໍຄືການທີ່ພວກເຂົາບໍ່ບັນລຸມາດຕະຖານຂອງມະນຸດທີ່ປົກກະຕິ. ຄົນທີ່ກັບຊາດມາເກີດຈາກສັດ ກັບ ຄົນທີ່ກັບຊາດມາເກີດຈາກມານຮ້າຍມີຄວາມແຕກຕ່າງກັນບໍ? (ມີ). ຄວາມແຕກຕ່າງນັ້ນຢູ່ບ່ອນໃດ? (ການປະຕິບັດທີ່ບິດເບືອນຂອງພວກເຂົາບໍ່ແມ່ນຍ້ອນພວກເຂົາເປັນມານຮ້າຍທີ່ມີທຳມະຊາດຂອງມານຮ້າຍ ແຕ່ຕົ້ນຕໍແມ່ນຍ້ອນພວກເຂົາຂາດຂີດຄວາມສາມາດ ແລະ ບໍ່ສາມາດບັນລຸຄວາມຄິດ ແລະ ຄວາມສຳນຶກທີ່ປົກກະຕິທີ່ມະນຸດຄວນມີໄດ້). ຖືກຕ້ອງແລ້ວ, ຂີດຄວາມສາມາດຂອງພວກເຂົາບໍ່ໄດ້ມາດຕະຖານ. ຄົນທີ່ມີຂີດຄວາມສາມາດຕ່ຳອາດຈະຢາກປະຕິບັດຄວາມຈິງຕາມຄວາມຄິດຂອງຕົນເອງ ແຕ່ພວກເຂົາບໍ່ສາມາດຈັບໃຈຄວາມຂອງຫຼັກການໄດ້; ພວກເຂົາສາມາດເຮັດໄດ້ພຽງແຕ່ຍຶດຕິດກັບກົດລະບຽບເທົ່ານັ້ນ. ສະນັ້ນ ການປະຕິບັດຂອງພວກເຂົາຈຶ່ງຮຸນແຮງ, ເບົາປັນຍາ ແລະ ໂງ່ຈ້າ. ຜູ້ຄົນຢາກຊ່ວຍເຫຼືອພວກເຂົາ ແຕ່ອຸປະນິໄສຂອງພວກເຂົາກໍປຽບເໝືອນໂຕເໝັ້ນທີ່ເຕັມໄປດ້ວຍໜາມ ເຊິ່ງເຮັດໃຫ້ຜູ້ຄົນບໍ່ຮູ້ວ່າຈະເລີ່ມຕົ້ນຈາກບ່ອນໃດ. ບໍ່ວ່າຈະໂອ້ລົມຄວາມຈິງໃຫ້ພວກເຂົາຟັງແນວໃດກໍຕາມ, ພວກເຂົາກໍເບິ່ງຄືວ່າບໍ່ສາມາດເຂົ້າໃຈ ຫຼື ຈັບໃຈຄວາມມັນໄດ້. ຫຼັງຈາກທີ່ໄດ້ຮັບການຊ່ວຍເຫຼືອ ແລະ ການສະໜັບສະໜູນເປັນເວລາຫ້າ ຫຼື ຫົກປີ, ພວກເຂົາກໍເຂົ້າໃຈພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນເລັກນ້ອຍ ແລະ ຍັງຄົງບໍ່ສາມາດປະຕິບັດຄວາມຈິງໄດ້. ຂີດຄວາມສາມາດຂອງພວກເຂົາຕ່ຳເກີນໄປ. ແຕ່ຄົນໂງ່ຈ້າເຫຼົ່ານີ້ກໍມັກຈະເຮັດສິ່ງທີ່ໜ້າລັງກຽດຢູ່ສະເໝີ. ເມື່ອມັນບໍ່ກ່ຽວຂ້ອງກັບເລື່ອງສຳຄັນ ຫຼື ເລື່ອງທີ່ເປັນການເປັນງານ, ຍ້ອນມາລະຍາດ ຫຼື ຄວາມເປັນຫ່ວງເລື່ອງໜ້າຕາ ເຈົ້າກໍຍັງພໍບັງຄັບຕົນເອງໃຫ້ລົມກັບພວກເຂົາໄດ້. ແຕ່ເມື່ອໃດທີ່ກ່ຽວຂ້ອງກັບເລື່ອງທີ່ເປັນການເປັນງານ, ຕົວຢ່າງ: ເມື່ອສົນທະນາກ່ຽວກັບການປະຕິບັດໜ້າທີ່ ຫຼື ວຽກງານ, ເຈົ້າກໍຈະມີຄວາມຮູ້ສຶກອຶດອັດໃຈ ແລະ ບໍ່ສະບາຍໃຈ ໂດຍຢ້ານວ່າພວກເຂົາຈະຕໍ່ຕ້ານ ຫຼື ຄັດຄ້ານດ້ວຍວິທີການບາງຢ່າງ ແລະ ເຮັດໃຫ້ເຈົ້າຮູ້ສຶກອັບອາຍ. ຄົນປະເພດນີ້ບໍ່ຄູ່ຄວນທີ່ຈະສົນທະນາເລື່ອງທີ່ເປັນການເປັນງານນຳ. ເຈົ້າພຽງແຕ່ບໍ່ສາມາດພົວພັນກັບພວກເຂົາໄດ້; ການພົວພັນກັບພວກເຂົານຳບັນຫາມາໃຫ້ຫຼາຍເກີນໄປ ແລະ ຍັງຈະສົ່ງຜົນກະທົບຕໍ່ເລື່ອງທີ່ເປັນການເປັນງານອີກດ້ວຍ. ພວກເຂົາມັກຈະເວົ້າເຫດຜົນທີ່ບິດເບືອນ ແລະ ຄຳເວົ້າທີ່ນອກເລື່ອງຢູ່ສະເໝີ ເຊິ່ງເປັນສິ່ງທີ່ໜ້າລັງກຽດແທ້ໆເມື່ອໄດ້ຍິນ. ຄົນປະເພດນີ້ໄດ້ເຮັດສິ່ງທີ່ບິດເບືອນຫຍັງອີກແດ່? ຖ້າພວກເຂົາຮູ້ສຶກດີນຳເພດກົງກັນຂ້າມ ແລະ ມີຕັນຫາທີ່ຊົ່ວຊ້າ, ພວກເຂົາກໍຄິດວ່າພວກເຂົາຕ້ອງເປັນຄົນຊື່ສັດ ແລະ ພວກເຂົາຕ້ອງເປີດໃຈກ່ຽວກັບເລື່ອງນີ້ ແລະ ບໍ່ສາມາດເກັບມັນໄວ້ໃນໃຈໄດ້, ສະນັ້ນ ໃນລະຫວ່າງການເຕົ້າໂຮມ ພວກເຂົາຈຶ່ງເວົ້າກ່ຽວກັບເລື່ອງນີ້ຢ່າງເປີດເຜີຍ. ຄົນທີ່ເປັນເພດກົງກັນຂ້າມທີ່ພວກເຂົາມີຄວາມຮູ້ສຶກນຳນັ້ນຮູ້ສຶກອຶດອັດໃຈ ແລະ ບໍ່ສະບາຍໃຈເມື່ອໄດ້ຍິນສິ່ງນີ້ ແລະ ຮູ້ສຶກອັບອາຍ. ຖ້າເຈົ້າພະຍາຍາມຢຸດພວກເຂົາ, ພວກເຂົາກໍຈະຮູ້ສຶກບໍ່ພໍໃຈ ໂດຍເວົ້າວ່າ: “ຂ້ອຍກຳລັງເວົ້າຈາກໃຈ ແລະ ເປັນຄົນຊື່ສັດ. ເຈົ້າມີສິດຫຍັງມາຢຸດຂ້ອຍຈາກການປະຕິບັດຄວາມຈິງ? ນີ້ຄືສິດຂອງຂ້ອຍ! ໃນທີ່ສຸດຂ້ອຍກໍລວບລວມຄວາມກ້າຫານທີ່ຈະເວົ້າກ່ຽວກັບເລື່ອງນີ້ ແຕ່ເຈົ້າພັດມາຈຳກັດຂ້ອຍ! ພຣະເຈົ້າຍັງບໍ່ຈຳກັດຂ້ອຍເລີຍ, ແລ້ວເຈົ້າມີສິດຫຍັງມາເຮັດແບບນີ້? ພຣະເຈົ້າຍັງໃຫ້ໂອກາດຂ້ອຍເປັນຄົນຊື່ສັດ; ມີແຕ່ເຈົ້າເທົ່ານັ້ນທີ່ດູຖູກຂ້ອຍ ແລະ ບໍ່ຍອມໃຫ້ຂ້ອຍເປັນຄົນຊື່ສັດ. ຖ້າຂ້ອຍເກັບເລື່ອງນີ້ໄວ້ໃນໃຈ ແລະ ບໍ່ເວົ້າອອກມາ, ນັ້ນບໍ່ແມ່ນການປິດບັງຂໍ້ເທັດຈິງບໍ? ນັ້ນບໍ່ແມ່ນການເປັນຄົນມີເລ່ລ່ຽມບໍ? ແລ້ວຂ້ອຍກໍຈະບໍ່ແມ່ນຄົນຊື່ສັດ. ຖ້າຂ້ອຍບໍ່ແມ່ນຄົນຊື່ສັດ, ພຣະເຈົ້າຍັງຈະຊ່ວຍໃຫ້ຂ້ອຍລອດພົ້ນຢູ່ບໍ?” ດັ່ງທີ່ເຈົ້າເຫັນ, ທຸກຄົນທີ່ຟັງຢູ່ຮູ້ສຶກອຶດອັດໃຈ ແລະ ອັບອາຍ ແຕ່ຄົນຜູ້ນີ້ກໍຍັງຢືນຢັນທີ່ຈະລົງລາຍລະອຽດ ແລະ ເຈົ້າກໍບໍ່ສາມາດຈຳກັດພວກເຂົາໄດ້. ບອກເຮົາກ່ຽວກັບເລື່ອງນີ້ມາເບິ່ງ, ຄົນເຮົາຄວນອົດທົນ ແລະ ໃຈເຢັນ ຫຼື ຄວນໂອ້ລົມຫຼັກການຄວາມຈິງເພື່ອຈຳກັດພວກເຂົາ? (ພວກເຮົາຄວນໂອ້ລົມຫຼັກການຄວາມຈິງເພື່ອຈຳກັດພວກເຂົາ). ຖ້າຄົນເຮົາພະຍາຍາມຊ່ວຍເຫຼືອດ້ວຍຄວາມຮັກກ່ອນ ໂດຍເຕືອນສະຕິພວກເຂົາບໍ່ໃຫ້ເວົ້າເລື່ອງແບບນັ້ນທີ່ບໍ່ໄດ້ເສີມສ້າງຄົນອື່ນໃນອະນາຄົດ, ພວກເຂົາຈະສາມາດເຂົ້າໃຈ ແລະ ຍອມຮັບສິ່ງນີ້ໄດ້ບໍ? (ບໍ່ໄດ້). ແລ້ວຄົນປະເພດນີ້ກໍມັກຈະບິດເບືອນ, ຂ້ອນຂ້າງເບົາປັນຍາ ແລະ ຄວາມສຳນຶກຂອງພວກເຂົາກໍບໍ່ຄ່ອຍສົມບູນປານໃດ, ສະນັ້ນ ຄົນເຮົາຈຶ່ງເຮັດໄດ້ພຽງແຕ່ໃຊ້ວິທີການຈຳກັດພວກເຂົາເທົ່ານັ້ນ. ທຸກຄົນລ້ວນແຕ່ມີຕັນຫາທີ່ຊົ່ວຊ້າ ແລະ ບາງຄັ້ງຄົນເຮົາກໍອາດຈະມີຄວາມຮູ້ສຶກບາງຢ່າງ ຫຼື ມີຄວາມຄິດບາງຢ່າງຕໍ່ຄົນທີ່ເປັນເພດກົງກັນຂ້າມ. ມັນພຽງພໍແລ້ວທີ່ຈະຮັບຮູ້ສິ່ງນີ້ດ້ວຍຕົນເອງເປັນການສ່ວນຕົວ. ຖ້າສິ່ງຕ່າງໆກຳລັງມຸ່ງໜ້າໄປໃນທິດທາງທີ່ບໍ່ດີ, ຄົນເຮົາກໍຄວນຫຼຸດຜ່ອນການຕິດຕໍ່ກັບຄົນຜູ້ນັ້ນ ຫຼື ຫຼີກລ່ຽງການຢູ່ຕາມລຳພັງກັບຄົນຜູ້ນັ້ນໃນອະນາຄົດ. ຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິຈະໃຊ້ວິທີການທີ່ສະຫຼາດ ແລະ ປະຕິບັດຕາມຫຼັກການເມື່ອຈັດການກັບເລື່ອງແບບນີ້. ພວກເຂົາຮູ້ວ່າເລື່ອງປະເພດນີ້ບໍ່ສາມາດຈັດການໄດ້ໂດຍການນຳໃຊ້ພຽງແຕ່ຫຼັກການຂອງການປະຕິບັດສຳລັບການເປັນຄົນຊື່ສັດເທົ່ານັ້ນ ແຕ່ຕ້ອງນຳໃຊ້ຫຼັກການແຫ່ງສະຕິປັນຍາບາງຢ່າງນຳອີກ. ແຕ່ຄົນທີ່ກັບຊາດມາເກີດຈາກສັດບໍ່ຮູ້ວິທີຈັດການກັບເລື່ອງແບບນັ້ນ ແລະ ພວກເຂົາເຖິງກັບຖືວ່າການເປີດໃຈຢ່າງເປີດເຜີຍກ່ຽວກັບເລື່ອງແບບນັ້ນຄືການເປັນຄົນຊື່ສັດ. ພວກເຂົາບໍ່ຮູ້ວ່າສິ່ງນີ້ຈະນຳຜົນສະທ້ອນຫຍັງມາໃຫ້. ເມື່ອພວກເຂົາພະຍາຍາມເປັນຄົນຊື່ສັດ, ພວກເຂົາພຽງແຕ່ຍຶດຕິດກັບກົດລະບຽບ ແລະ ຮູບແບບເທົ່ານັ້ນ. ແລ້ວຜົນຮັບແມ່ນຫຍັງ? ພວກເຂົານຳບັນຫາມາສູ່ຕົນເອງ, ຄົນທີ່ພວກເຂົາມີຄວາມຮູ້ສຶກນຳ ແລະ ຄົນອື່ນໆອີກດ້ວຍ. ຄົນທີ່ພວກເຂົາຮູ້ສຶກດີນຳໄດ້ຮັບຜົນກະທົບ ແລະ ຖືກບີບຄັ້ນຈາກເລື່ອງນີ້, ເຊິ່ງເຮັດໃຫ້ຮູ້ສຶກວ່າບໍ່ສາມາດປະເຊີນໜ້າກັບສະຖານະການນີ້ໄດ້. ຄົນອື່ນກໍຮູ້ສຶກອັບອາຍເລັກນ້ອຍເມື່ອໄດ້ຍິນສິ່ງນີ້ ໂດຍຄິດວ່າ: “ຖ້າພວກເຮົາຟັງ ມັນກໍຄືກັບວ່າພວກເຮົາກຳລັງສອດຮູ້ສອດເຫັນເລື່ອງສ່ວນຕົວຂອງຄົນອື່ນ; ແຕ່ຖ້າພວກເຮົາບໍ່ຟັງ ພວກເຂົາກໍຍັງຈະຢືນຢັນທີ່ຈະເວົ້າຕໍ່ໄປ ໂດຍເຊື່ອວ່າພວກເຂົາກຳລັງເປັນຄົນຊື່ສັດ”. ເຈົ້າເຫັນບໍ ທຸກຄົນພົບວ່າເລື່ອງນີ້ຫຍຸ້ງຍາກ ແລະ ເປັນບັນຫາ. ເຈົ້າຈະບໍ່ເວົ້າບໍວ່າຄົນປະເພດນີ້ເປັນບັນຫາໃຫຍ່? ຖ້າເຈົ້າໂອ້ລົມກ່ຽວກັບຫຼັກການ ພວກເຂົາກໍບໍ່ຍອມຮັບພວກມັນ ໂດຍເວົ້າວ່າ: “ເມື່ອພວກເຈົ້າເປັນຄົນຊື່ສັດ ແລະ ເປີດໃຈ ພວກເຈົ້າສາມາດເວົ້າຫຍັງກໍໄດ້, ແຕ່ເມື່ອຂ້ອຍເວົ້າບາງສິ່ງບາງຢ່າງ ມັນພັດບໍ່ໄດ້. ຂ້ອຍບໍ່ໄດ້ກຳລັງເປັນຄົນຊື່ສັດຄືກັນບໍ? ເປັນຫຍັງຂ້ອຍຈຶ່ງບໍ່ມີສິດທີ່ຈະເວົ້າ?” ພວກເຂົາບໍ່ສົນໃຈຊ້ຳວ່າຄົນອື່ນກຳລັງເວົ້າຫຍັງ. ເລື່ອງນັ້ນຂອງພວກເຂົາເໝາະສົມສຳລັບການໂອ້ລົມກັນຢ່າງເປີດເຜີຍບໍ? ຄົນປະເພດນີ້ພຽງແຕ່ບໍ່ສາມາດເບິ່ງທະລຸເລື່ອງນີ້ໄດ້ ແລະ ບໍ່ເຂົ້າໃຈຫຼັກການຂອງການເປັນຄົນຊື່ສັດ. ໃນທ້າຍທີ່ສຸດ ພວກເຂົາກໍເຮັດໃຫ້ທຸກຄົນຮູ້ສຶກວ່າສະຖານະການນີ້ຍາກທີ່ຈະຈັດການພໍສົມຄວນ. ຄົນປະເພດດຽວກັນກໍຈະຮຽນແບບພວກເຂົາ ໂດຍເວົ້າວ່າ: “ເບິ່ງແມ ພວກເຂົາເຖິງກັບສາມາດໂອ້ລົມກ່ຽວກັບເລື່ອງແບບນັ້ນໄດ້. ພວກເຂົາມີຄວາມຕັ້ງໃຈຢ່າງແທ້ຈິງ ພວກເຂົາກຳລັງເປັນຄົນຊື່ສັດຢ່າງແທ້ຈິງ!” ຜູ້ທີ່ມີການຢັ່ງຮູ້ທີ່ບໍລິສຸດຈະຮູ້ທັນທີເມື່ອໄດ້ຍິນວ່າການປະຕິບັດຂອງພວກເຂົານັ້ນຜິດ ແລະ ມັນໄດ້ບ່ຽງເບນໄປແລ້ວ. ຖ້າເຈົ້າຢາກຊ່ວຍເຫຼືອພວກເຂົາ ພວກເຂົາກໍຈະບໍ່ຍອມຮັບມັນຢ່າງແນ່ນອນ. ພວກເຂົາຈະເວົ້າຫຍັງ? “ເຈົ້າຈະບໍ່ສາມາດຊ່ວຍຂ້ອຍໄດ້ດອກ. ການຢັ່ງຮູ້ຂອງຂ້ອຍແຕກຕ່າງຈາກຂອງເຈົ້າ. ຂ້ອຍພຽງແຕ່ຈະປະຕິບັດແບບນີ້ແຫຼະ”. ແລ້ວຈະເຮັດແນວໃດໄດ້? ເຈົ້າສາມາດຊ່ວຍເຫຼືອພວກເຂົາໄດ້ບໍ? (ບໍ່ໄດ້). ຖ້າເຈົ້າພະຍາຍາມຊ່ວຍເຫຼືອພວກເຂົາແທ້ໆ ເຈົ້າກໍຈະເຮັດໃຫ້ສະຖານະການຮ້າຍແຮງຂຶ້ນເທົ່ານັ້ນ; ພວກເຂົາບໍ່ພຽງແຕ່ຈະບໍ່ຍອມຮັບມັນເທົ່ານັ້ນ ແຕ່ພວກເຂົາຍັງຈະໂຕ້ຖຽງ ແລະ ພົວພັນຫຍຸ້ງເຫຍີງກັບເຈົ້າອີກດ້ວຍ. ສິ່ງນີ້ບໍ່ເປັນບັນຫາບໍ? (ເປັນ).

ຄົນທີ່ກັບຊາດມາເກີດຈາກສັດກໍສະແດງໃຫ້ເຫັນການສະແດງອອກຂອງການເວົ້າຕົວະເຊັ່ນກັນ, ແຕ່ການເວົ້າຕົວະຂອງພວກເຂົາບໍ່ໄດ້ສະແດງອອກຄືກັນກັບຄົນທີ່ກັບຊາດມາເກີດຈາກມານຮ້າຍຢ່າງແທ້ຈິງ. ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ການເວົ້າຕົວະ ແລະ ວິທີການທີ່ພວກເຂົານຳໃຊ້ໃນການເວົ້າຕົວະກໍຍັງແຕກຕ່າງກັນອີກດ້ວຍ. ເມື່ອຄຳຕົວະຂອງຄົນທີ່ເປັນມານຮ້າຍຖືກເປີດໂປງ, ເຖິງແມ່ນວ່າພວກເຂົາຈະຍອມຮັບຢູ່ພາຍນອກວ່າພວກເຂົາເວົ້າຕົວະ ເພາະພວກເຂົາບໍ່ມີທາງເລືອກອື່ນກໍຕາມ, ພວກເຂົາກໍຍັງຮູ້ສຶກວ່າພວກເຂົາມີເຫດຜົນອັນຊອບທຳທຸກປະການ. ພວກເຂົາຄິດວ່າມັນບໍ່ແມ່ນເລື່ອງໃຫຍ່. ແລ້ວເຖິງແມ່ນວ່າພວກເຂົາຈະສະແດງຈຸດຢືນຂອງພວກເຂົາ ແລະ ຍອມຮັບຕໍ່ໜ້າທຸກຄົນວ່າພວກເຂົາຜິດທີ່ເວົ້າຕົວະກໍຕາມ, ແຕ່ພວກເຂົາກໍຍັງເວົ້າຕົວະ ແລະ ຫຼອກລວງຢູ່ລັບຫຼັງຄືເກົ່າ ໂດຍບໍ່ມີການປ່ຽນແປງເລີຍແມ່ນແຕ່ໜ້ອຍດຽວ. ພວກເຂົາພຽງແຕ່ບໍ່ຖືວ່າການເວົ້າຕົວະເປັນເລື່ອງທີ່ຊົ່ວຊ້າ ຫຼື ເປັນສິ່ງທີ່ເປັນລົບ. ມັນເປັນອາວຸດຂອງພວກເຂົາໃນການເອົາຊີວິດລອດ, ພວກເຂົາຈະຍອມປະຖິ້ມມັນໄດ້ແນວໃດ? ຄົນທີ່ເວົ້າຕົວະຈົນເປັນສັນດານເຊື່ອວ່າ: “ການດຳລົງຊີວິດຢູ່ໃນໂລກມະນຸດນີ້ ຖ້າຄົນເຮົາບໍ່ເວົ້າຕົວະ, ຖ້າພວກເຂົາເປີດໃຈ ແລະ ເປີດເຜີຍທຸກສິ່ງທຸກຢ່າງໃຫ້ຄົນອື່ນຮູ້ ແລະ ຖ້າທຸກສິ່ງທຸກຢ່າງຖືກຄົນອື່ນຮັບຮູ້ ແລະ ຖືກຄົນອື່ນຈັບໃຈຄວາມ, ພວກເຂົາຍັງຈະມີຄວາມເປັນຕົວຂອງຕົວເອງຢູ່ບໍ? ຊີວິດຍັງຈະມີຄວາມໝາຍຫຍັງອີກບໍ? ພວກເຂົາຍັງຈະມີສັກສີຢູ່ບໍ? ນອກຈາກນີ້ ຖ້າຄົນເຮົາເວົ້າແຕ່ຄວາມຈິງກ່ຽວກັບທຸກສິ່ງທຸກຢ່າງຢູ່ສະເໝີ, ຊີວິດຈະຈືດຊືດ ແລະ ໜ້າເບື່ອສໍ່າໃດ! ຄົນເຮົາພຽງແຕ່ຕ້ອງເວົ້າຕົວະ, ບໍ່ວ່າຈະມີເຫດຜົນ ຫຼື ບໍ່ກໍຕາມ”. ຈາກມຸມມອງໃດກໍຕາມ ບໍ່ວ່າພວກເຂົາຈະເວົ້າຕົວະໂດຍຕັ້ງໃຈ ຫຼື ບໍ່ຕັ້ງໃຈກໍຕາມ, ມັນກໍເປັນການເປີດເຜີຍຕາມທຳມະຊາດຂອງທຳມະຊາດຂອງພວກເຂົາ. ສະຫຼຸບແລ້ວ ການເວົ້າຕົວະຈົນເປັນສັນດານແມ່ນລັກສະນະທີ່ໂດດເດັ່ນຂອງມານຮ້າຍ, ນີ້ເປັນສິ່ງທີ່ແນ່ນອນໂດຍປາສະຈາກຂໍ້ສົງໄສເລີຍ. ເມື່ອພິຈາລະນາຈາກຈຸດນີ້ພຽງຢ່າງດຽວ ມັນເປັນໄປບໍ່ໄດ້ເລີຍທີ່ຄົນປະເພດນີ້ຈະຍອມຮັບຄວາມຈິງ ແລະ ເປັນຄົນຊື່ສັດ; ພວກເຂົາບໍ່ສາມາດເຮັດໄດ້ຢ່າງແນ່ນອນ. ຍິ່ງໄປກວ່ານັ້ນ ພວກເຂົາຮູ້ສຶກດູຖູກຂໍ້ກຳນົດຂອງພຣະເຈົ້າໃນການເປັນຄົນຊື່ສັດ. ບໍ່ວ່າພວກເຂົາຈະປະເຊີນກັບເລື່ອງທີ່ສະເພາະເຈາະຈົງໃດໜຶ່ງ ຫຼື ບໍ່ກໍຕາມ, ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ຂໍ້ກຳນົດຂອງພຣະເຈົ້າສຳລັບຜູ້ຄົນໃນການເປັນຄົນຊື່ສັດນັ້ນເຕັມໄປດ້ວຍການດູຖູກ, ການເຍາະເຍີ້ຍ, ຄວາມລັງກຽດ ແລະ ຄວາມກຽດຊັງສະເໝີ. ພວກເຂົາເບິ່ງຂໍ້ກຳນົດຂອງພຣະເຈົ້າ ແລະ ຫຼັກການແຫ່ງການປະພຶດຕົນກ່ຽວກັບການເປັນຄົນຊື່ສັດດ້ວຍຄວາມດູຖູກ. ຈາກສ່ວນເລິກໃນໃຈຂອງພວກເຂົາ ພວກເຂົາເບື່ອໜ່າຍ ແລະ ບໍ່ຍອມຮັບຄວາມຈິງ; ພວກເຂົາເຖິງກັບຕໍ່ຕ້ານການເປັນຄົນຊື່ສັດຢ່າງເປີດເຜີຍ ແລະ ປະຕິເສດທີ່ຈະເປັນຄົນຊື່ສັດ.

ການເວົ້າຕົວະຈົນເປັນສັນດານແມ່ນລັກສະນະທີ່ຊັດເຈນຫຼາຍໃນຄົນທີ່ກັບຊາດມາເກີດຈາກມານຮ້າຍ. ຕາບໃດທີ່ເຈົ້າຕິດຕໍ່ພົວພັນຢ່າງໃກ້ຊິດກັບພວກເຂົາ, ຕາບໃດທີ່ເຈົ້າມີປະຕິສຳພັນ, ສື່ສານ ແລະ ຄົບຫາສະມາຄົມນຳພວກເຂົາໃນວຽກງານ ຫຼື ຊີວິດ, ລັກສະນະ ຫຼື ໃບໜ້າທີ່ແທ້ຈິງຂອງການເວົ້າຕົວະຈົນເປັນສັນດານຂອງພວກເຂົານີ້ກໍຈະຖືກເປີດໂປງອອກມາເທື່ອລະໜ້ອຍ. ສະນັ້ນ ການແຍກແຍະຄົນປະເພດນີ້ຈຶ່ງເປັນເລື່ອງທີ່ງ່າຍຫຼາຍ. ເຈົ້າບໍ່ຈຳເປັນຕ້ອງເບິ່ງຄວາມຄິດ ແລະ ມຸມມອງຂອງຄົນໃດຄົນໜຶ່ງທີ່ມີຕໍ່ຜູ້ຄົນ, ເຫດການ ຫຼື ສິ່ງຕ່າງໆເລີຍ. ຕາບໃດທີ່ເຈົ້າຄົ້ນພົບວ່າພວກເຂົາເປັນຄົນທີ່ເວົ້າຕົວະຈົນເປັນສັນດານ, ເຈົ້າກໍສາມາດເວົ້າດ້ວຍຄວາມໝັ້ນໃຈໜຶ່ງຮ້ອຍເປີເຊັນໄດ້ວ່າພວກເຂົາເປັນມານຮ້າຍ ບໍ່ແມ່ນມະນຸດ ເມື່ອອີງໃສ່ຈຸດນີ້ພຽງຢ່າງດຽວ. ບາງຄົນຖາມວ່າ: “ມີໂອກາດແມ່ນແຕ່ໜຶ່ງເປີເຊັນບໍທີ່ຄົນທີ່ເວົ້າຕົວະຈົນເປັນສັນດານຈະບໍ່ແມ່ນມານຮ້າຍ ແລະ ຍັງມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ?” ເຮົາບອກເຈົ້າເລີຍວ່າ ມັນບໍ່ມີຄວາມເປັນໄປໄດ້ເລີຍ. ໃຜກໍຕາມທີ່ເວົ້າຕົວະຈົນເປັນສັນດານແມ່ນມານຮ້າຍໜຶ່ງຮ້ອຍເປີເຊັນ; ບໍ່ມີໂອກາດແມ່ນແຕ່ໜຶ່ງເປີເຊັນທີ່ຈະເປັນຢ່າງອື່ນ, ເຂົ້າໃຈບໍ? ບາງຄົນເວົ້າວ່າ: “ເປັນໄປໄດ້ບໍທີ່ຄົນບາງຄົນເວົ້າຕົວະຈົນເປັນສັນດານຍ້ອນພວກເຂົາຖືກເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງເກີນໄປ, ພວກເຂົາໄດ້ຮັບອິດທິພົນຈາກກະແສທີ່ຊົ່ວຮ້າຍຂອງສັງຄົມຢ່າງຮ້າຍແຮງເກີນໄປ ແລະ ສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກແຫ່ງຄວາມເປັນມະນຸດຂອງພວກເຂົາຖືກຝັງໄວ້ ຫຼື ພວກເຂົາຖືກມານຮ້າຍກືນກິນຢ່າງສິ້ນເຊີງ ເຊິ່ງນັ້ນຄືເຫດຜົນທີ່ພວກເຂົາເວົ້າຕົວະຈົນເປັນສັນດານ? ຖ້າຫຼັງຈາກໄດ້ຮັບການຊ່ວຍເຫຼືອ ແລະ ການສະໜັບສະໜູນໄລຍະເວລາໜຶ່ງຈາກອ້າຍເອື້ອຍນ້ອງ ແລະ ຫຼັງຈາກໄດ້ຮັບການຫົດນ້ຳ ແລະ ລ້ຽງດູດ້ວຍພຣະທຳຂອງພຣະເຈົ້າ, ສະຕິຮູ້ສຶກຜິດຊອບຂອງພວກເຂົາສາມາດຕື່ນຂຶ້ນມາເທື່ອລະໜ້ອຍ ແລະ ຄວາມສຳນຶກຂອງພວກເຂົາສາມາດຟື້ນຟູກັບຄືນມາເທື່ອລະໜ້ອຍ, ພວກເຂົາຈະບໍ່ປ່ຽນແປງ ແລະ ເຊົາເວົ້າຕົວະຈົນເປັນສັນດານບໍ?” ເຮົາບອກເຈົ້າເລີຍວ່າ ມັນບໍ່ມີຄວາມເປັນໄປໄດ້ແບບນັ້ນ, ບໍ່ມີໂອກາດແມ່ນແຕ່ໜຶ່ງໃນສິບລ້ານ. ສະນັ້ນ ໃຜກໍຕາມທີ່ເວົ້າຕົວະຈົນເປັນສັນດານແມ່ນມານຮ້າຍ ບໍ່ແມ່ນມະນຸດຢ່າງແນ່ນອນ ໂດຍຂາດຄວາມເປັນມະນຸດທີ່ປົກກະຕິແມ່ນແຕ່ໜ້ອຍດຽວ, ເຂົ້າໃຈບໍ? (ເຂົ້າໃຈແລ້ວ). ສິ່ງນີ້ເປັນທີ່ແນ່ນອນ; ບໍ່ມີຂໍ້ຍົກເວັ້ນ ແລະ ບໍ່ມີສະຖານະການພິເສດໃດໆທັງນັ້ນ. ພວກເຈົ້າຕ້ອງເບິ່ງເລື່ອງນີ້ໃຫ້ຊັດເຈນ. ບາງທີເຈົ້າອາດຈະເຫັນຄົນໃດຄົນໜຶ່ງທີ່ເມື່ອຈັດການກັບເລື່ອງໃດໜຶ່ງໄດ້ເວົ້າບາງສິ່ງບາງຢ່າງທີ່ບໍ່ເປັນຄວາມຈິງກັບຜູ້ບໍ່ມີຄວາມເຊື່ອ ເຊິ່ງເປັນສິ່ງທີ່ຄ້າຍຄືກັບການເວົ້າຕົວະ ເພື່ອປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ປົກປ້ອງອ້າຍເອື້ອຍນ້ອງ. ແລ້ວເຈົ້າກໍຮູ້ສຶກສົງໄສກ່ຽວກັບເລື່ອງນີ້ ໂດຍຄິດວ່າ: “ກ່ອນໜ້ານີ້ຂ້ອຍຄິດວ່າລາວເປັນຄົນທີ່ໄລ່ຕາມເສາະຫາຄວາມຈິງ, ແລ້ວລາວຈະເວົ້າຕົວະກ່ຽວກັບເລື່ອງໃຫຍ່ແບບນີ້ໄດ້ແນວໃດ? ຖ້າລາວສາມາດເວົ້າຕົວະກ່ຽວກັບເລື່ອງໃຫຍ່ຂະໜາດນີ້ໄດ້, ລາວເປັນມານຮ້າຍບໍ? ການໄລ່ຕາມເສາະຫາຄວາມຈິງຂອງລາວເປັນພຽງສາກບັງໜ້າບໍ?” ວິທີການເຂົ້າໃຈແບບນີ້ຖືກຕ້ອງບໍ? (ບໍ່ຖືກຕ້ອງ). ມັນຜິດຢູ່ບ່ອນໃດ? ຄວນເບິ່ງເລື່ອງນີ້ຢ່າງຖືກຕ້ອງແນວໃດ? (ພວກເຂົາບໍ່ໄດ້ແຍກແຍະເຈດຕະນາທີ່ຢູ່ເບື້ອງຫຼັງການກະທຳຂອງຄົນຜູ້ນັ້ນ ຫຼື ຜົນຮັບທີ່ບັນລຸໄດ້. ຖ້າຄົນໃດຄົນໜຶ່ງເວົ້າບາງສິ່ງບາງຢ່າງທີ່ບໍ່ເປັນຄວາມຈິງ, ແຕ່ເຮັດໄປເພື່ອບັນລຸຜົນຮັບທີ່ເປັນບວກ ເຊິ່ງກໍຄືເພື່ອປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ປົກປ້ອງອ້າຍເອື້ອຍນ້ອງ, ສິ່ງນີ້ກໍບໍ່ແມ່ນການເວົ້າຕົວະ; ມັນເປັນສະຕິປັນຍາປະເພດໜຶ່ງ. ພວກເຂົາບໍ່ໄດ້ແຍກແຍະຄວາມແຕກຕ່າງລະຫວ່າງການເວົ້າຕົວະ ກັບ ການນຳໃຊ້ສະຕິປັນຍາ). ເຈົ້າຕ້ອງເບິ່ງທະລຸເຖິງທຳມະຊາດຂອງການເວົ້າຕົວະ. ຈົ່ງເບິ່ງວ່າການເວົ້າຕົວະນັ້ນອີງໃສ່ຫຼັກການໃດ ແລະ ມັນມີຈຸດປະສົງເພື່ອບັນລຸເປົ້າໝາຍໃດ. ຖ້າຄົນໃດຄົນໜຶ່ງເວົ້າບາງສິ່ງບາງຢ່າງທີ່ບໍ່ເປັນຄວາມຈິງເພື່ອບັນລຸຜົນຮັບທີ່ເປັນບວກ ແລະ ຍຶດໝັ້ນໃນຫຼັກການ, ສິ່ງນີ້ກໍບໍ່ແມ່ນການເວົ້າຕົວະ ມັນຄືສະຕິປັນຍາ. ນອກຈາກນີ້ ຈົ່ງສັງເກດເບິ່ງວ່າພວກເຂົາເປັນຄົນທີ່ເວົ້າຕົວະຈົນເປັນສັນດານໃນຊີວິດປະຈຳວັນ ຫຼື ບໍ່. ຖ້າພວກເຂົາພຽງແຕ່ເວົ້າຕົວະໃນກໍລະນີດຽວ, ເຈົ້າກໍບໍ່ສາມາດກຳນົດໄດ້ວ່າພວກເຂົາເປັນຄົນຂີ້ຕົວະ ຫຼື ພວກເຂົາເປັນຄົນທີ່ເວົ້າຕົວະຈົນເປັນສັນດານ, ແມ່ນບໍ? (ແມ່ນແລ້ວ). ຖ້າໃນເລື່ອງສຳຄັນ ພວກເຂົາໄດ້ເວົ້າບາງສິ່ງບາງຢ່າງທີ່ບໍ່ເປັນຄວາມຈິງເພື່ອປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ແລ້ວເຈົ້າກຳນົດວ່າພວກເຂົາເປັນຄົນທີ່ເວົ້າຕົວະຈົນເປັນສັນດານ, ສິ່ງນີ້ກໍຄືການບິດເບືອນ. ການກຳນົດລັກສະນະ ແລະ ການເບິ່ງຜູ້ຄົນດ້ວຍວິທີນີ້ແມ່ນບໍ່ສອດຄ່ອງກັບຫຼັກການ. ຖ້າພວກເຂົາເວົ້າຕົວະໃນກໍລະນີດຽວເພື່ອປົກປ້ອງໜ້າຕາ ແລະ ຊື່ສຽງຂອງພວກເຂົາເອງ, ແຕ່ໂດຍທົ່ວໄປແລ້ວບໍ່ໄດ້ເວົ້າຕົວະໃນເລື່ອງສ່ວນໃຫຍ່ ແລະ ເຖິງແມ່ນວ່າພວກເຂົາຈະເວົ້າຕົວະ ພວກເຂົາກໍສາມາດແກ້ໄຂມັນໄດ້ໃນພາຍຫຼັງ, ແລ້ວຄົນແບບນັ້ນກໍບໍ່ສາມາດຖືກກຳນົດວ່າເປັນຄົນທີ່ເວົ້າຕົວະຈົນເປັນສັນດານໄດ້ເຊັ່ນກັນ. ມີພຽງແຕ່ຄົນທີ່ກັບຊາດມາເກີດຈາກມານຮ້າຍເທົ່ານັ້ນທີ່ເວົ້າຕົວະຈົນເປັນສັນດານ. ບາງຄົນເວົ້າວ່າ: “ເຈົ້າເວົ້າວ່າພວກເຂົາເວົ້າຕົວະຈົນເປັນສັນດານ, ແຕ່ບາງຄັ້ງພວກເຂົາກໍເວົ້າຄວາມຈິງເຊັ່ນກັນ. ຕົວຢ່າງ: ພວກເຂົາຊື້ບາງສິ່ງບາງຢ່າງ, ແລ້ວເມື່ອມີຄົນຖາມລາຄາ ພວກເຂົາກໍບອກຕາມຄວາມຈິງ; ພວກເຂົາບໍ່ໄດ້ເວົ້າຕົວະກ່ຽວກັບເລື່ອງນັ້ນເລີຍ. ເຈົ້າຈະເວົ້າວ່າພວກເຂົາເວົ້າຕົວະຈົນເປັນສັນດານໄດ້ແນວໃດ?” ເມື່ອມັນບໍ່ກ່ຽວຂ້ອງກັບຄວາມເປັນສ່ວນຕົວ, ຜົນປະໂຫຍດ, ສະຖານະ ຫຼື ໜ້າຕາ, ພວກເຂົາກໍບໍ່ຈຳເປັນຕ້ອງເວົ້າຕົວະ. ການເວົ້າຕົວະກໍເຮັດໃຫ້ພວກເຂົາອິດເມື່ອຍເຊັ່ນກັນ, ສະນັ້ນ ເພື່ອຫຼຸດຜ່ອນບັນຫາ ພວກເຂົາຈຶ່ງບໍ່ເວົ້າຕົວະກ່ຽວກັບເລື່ອງເລັກໆນ້ອຍໆ. ເຖິງຢ່າງໃດກໍຕາມ, ພຽງເພາະວ່າພວກເຂົາບໍ່ໄດ້ເວົ້າຕົວະໃນບາງໂອກາດ ຫຼື ບໍ່ໄດ້ເວົ້າຕົວະກ່ຽວກັບເລື່ອງເລັກໆນ້ອຍໆ ກໍບໍ່ໄດ້ໝາຍຄວາມວ່າພວກເຂົາບໍ່ໄດ້ເວົ້າຕົວະຈົນເປັນສັນດານ. ເຈົ້າພຽງແຕ່ຕ້ອງສັງເກດເບິ່ງວ່າພວກເຂົາເວົ້າຕົວະ ຫຼື ບໍ່ ໃນຕອນທີ່ພວກເຂົາສື່ສານກັບຄົນອື່ນ, ໃນຕອນທີ່ພວກເຂົາອະທິບາຍ ຫຼື ເລົ່າເຖິງເຫດການສຳຄັນ, ໃນຕອນທີ່ມີເລື່ອງສ່ວນໄດ້ສ່ວນເສຍ, ຊື່ສຽງ ແລະ ຜົນປະໂຫຍດ, ສະຖານະ, ອະນາຄົດ ຫຼື ຄວາມຮັບຜິດຊອບຂອງພວກເຂົາເອງເຂົ້າມາກ່ຽວຂ້ອງ ຫຼື ເມື່ອມຸມມອງຂອງພວກເຂົາເອງເຂົ້າມາກ່ຽວຂ້ອງ. ໃນສະຖານະການແບບນັ້ນ, ຈົ່ງສັງເກດເບິ່ງວ່າມີຄວາມບໍ່ຈິງຫຼາຍສໍ່າໃດໃນຄຳເວົ້າຂອງພວກເຂົາ, ມີຄວາມຈິງຫຼາຍສໍ່າໃດ ແລະ ມີຄວາມໜ້າເຊື່ອຖືຫຼາຍສໍ່າໃດ. ຖ້າຄຳເວົ້າຂອງພວກເຂົາມີຄວາມບໍ່ຈິງຫຼາຍເກີນໄປ ເຊິ່ງໃນທາງປະຕິບັດແລ້ວແມ່ນການປ່ຽນຜິດໃຫ້ເປັນຖືກ, ການສ້າງເລື່ອງຂຶ້ນມາຈາກຄວາມວ່າງເປົ່າ ແລະ ການໂຍນຄວາມຜິດໃຫ້ຄົນອື່ນ; ຖ້າພວກເຂົາໂຍນສິ່ງທີ່ບໍ່ດີທີ່ພວກເຂົາເຮັດໃຫ້ກັບຄົນອື່ນ ແລະ ເອົາຄວາມດີຄວາມຊອບໃນສິ່ງທີ່ດີທີ່ຄົນອື່ນເຮັດມາເປັນຂອງຕົນເອງ; ຖ້າພວກເຂົາເຮັດຜິດພາດໃນເລື່ອງໃດໜຶ່ງ ແລະ ຄວນຮັບຜິດຊອບ ແຕ່ພວກເຂົາພັດເວົ້າແກ້ຕົວເພື່ອເອົາຕົວລອດ ໂດຍປັດຄວາມຮັບຜິດຊອບຂອງພວກເຂົາຢ່າງສິ້ນເຊີງ ແລະ ໂຍນມັນໃຫ້ຄົນອື່ນ; ຖ້າພວກເຂົາເຮັດວຽກຂອງພວກເຂົາບໍ່ໄດ້ດີ ຫຼື ບໍ່ໄດ້ຈ່າຍລາຄາ ຫຼື ບໍ່ໄດ້ປະຕິບັດຄວາມຮັບຜິດຊອບຂອງພວກເຂົາ ຫຼື ພວກເຂົາບໍ່ໄດ້ເຮັດມັນຍ້ອນພວກເຂົາຢ້ານອັນຕະລາຍ, ແລ້ວພວກເຂົາກໍເວົ້າຕົວະ ໂດຍໃຫ້ຂໍ້ອ້າງທີ່ສົມເຫດສົມຜົນພໍສົມຄວນເພື່ອປົກປິດຄວາມຈິງ ແລະ ແກ້ຕົວໃຫ້ພົ້ນຈາກຄວາມຮັບຜິດຊອບ, ສິ່ງເຫຼົ່ານີ້ບໍ່ແມ່ນຄຳຕົວະບໍ? (ແມ່ນແລ້ວ). ສິ່ງເຫຼົ່ານີ້ລ້ວນແຕ່ເປັນຄຳຕົວະ. ນີ້ຄືການເວົ້າຕົວະຈົນເປັນສັນດານ. ນັ້ນກໍຄື ເມື່ອໃດກໍຕາມທີ່ເລື່ອງຕ່າງໆກ່ຽວຂ້ອງກັບຜົນປະໂຫຍດສ່ວນຕົວ, ຄວາມຮັບຜິດຊອບ, ໜ້າຕາ, ສະຖານະ ແລະ ອື່ນໆຂອງພວກເຂົາ, ພວກເຂົາກໍຈະເວົ້າຕົວະໃນທຸກເລື່ອງເຫຼົ່ານັ້ນ. ຕົວຢ່າງ: ມີຄົນຊື້ຕັ່ງອີ້ໃຫ້ຄອບຄົວເຈົ້າພາບໃນລາຄາເຈັດສິບຢວນ. ເມື່ອລາຍງານຄ່າໃຊ້ຈ່າຍຫຼັງຈາກກັບມາ, ພວກເຂົາກໍຄິດວ່າ: “ການເດີນທາງຄັ້ງນີ້ຂ້ອນຂ້າງອິດເມື່ອຍ ແລະ ຂ້ອຍຈະແລ່ນໄປມາລ້າໆບໍ່ໄດ້ດອກ. ຂ້ອຍຕ້ອງຫາເງິນໃຫ້ໄດ້ສາມສິບຢວນດ້ວຍວິທີການໃດໜຶ່ງ. ສາມສິບຢວນນີ້ແມ່ນຄ່າແຮງງານ ແລະ ການແລ່ນວຽກ”. ສະນັ້ນ ພວກເຂົາຈຶ່ງເວົ້າວ່າຕັ່ງອີ້ໜ່ວຍນັ້ນລາຄາໜຶ່ງຮ້ອຍຢວນ. ເຈົ້າເຫັນບໍ ພວກເຂົາເວົ້າຕົວະ, ບໍ່ແມ່ນບໍ? ເປັນຫຍັງພວກເຂົາຈຶ່ງເວົ້າຕົວະ? (ພວກເຂົາຢາກໄດ້ຜົນປະໂຫຍດເລັກນ້ອຍ). ພວກເຂົາຢາກໄດ້ກຳໄລເລັກນ້ອຍ. ສົມມຸດວ່າພວກເຂົາກຳລັງປະຕິບັດໜ້າທີ່ຮ່ວມກັບອ້າຍເອື້ອຍນ້ອງ ແລະ ເຫັນຄົນສອງຄົນເຂົ້າກັນໄດ້ດີ, ພວກເຂົາກໍຄິດວ່າ: “ບໍ່ມີໃຜເປັນໝູ່ກັບຂ້ອຍເລີຍ, ທຸກຄົນດູຖູກຂ້ອຍ ແລະ ບໍ່ມີໃຜເຂົ້າກັບຂ້ອຍໄດ້. ໃຫ້ຂ້ອຍຍຸແຍ່ເລື່ອງຕ່າງໆລະຫວ່າງພວກເຈົ້າສອງຄົນ ແລະ ສ້າງຄວາມແຕກແຍກໃນຄວາມສຳພັນຂອງພວກເຈົ້າແດ່ທ້ອນ”. ສະນັ້ນ ພວກເຂົາຈຶ່ງເວົ້າກັບຄົນໜຶ່ງວ່າ: “ຄົນຜູ້ນັ້ນເວົ້າວ່າເຈົ້າຄິດວ່າເຈົ້າມີການສຶກສາທີ່ດີ ແລະ ຖ້າເຈົ້າມີການສຶກສາທີ່ດີແທ້, ເປັນຫຍັງເຈົ້າຈຶ່ງຂຽນບົດຄວາມບໍ່ໄດ້?” ແລ້ວພວກເຂົາກໍໄປຫາອີກຄົນໜຶ່ງ ແລະ ເວົ້າວ່າ: “ຄົນຜູ້ນັ້ນເວົ້າວ່າເຖິງແມ່ນວ່າເຈົ້າຈະສູງ, ແຕ່ຮູບຮ່າງຂອງເຈົ້າກໍບໍ່ສົມສ່ວນ ແລະ ຮ່າງກາຍສ່ວນເທິງ ແລະ ສ່ວນລຸ່ມຂອງເຈົ້າກໍບໍ່ສົມສ່ວນກັນ”. ດ້ວຍຄຳເວົ້າພຽງສອງສາມຄຳນີ້ ພວກເຂົາກໍສ້າງຄວາມແຕກແຍກລະຫວ່າງສອງຄົນນັ້ນ. ເມື່ອຄົນທັງສອງພົບກັນອີກຄັ້ງ ໂດຍຈື່ຈຳຄຳເວົ້າທີ່ສ້າງຄວາມແຕກແຍກນັ້ນ, ພວກເຂົາກໍເບິ່ງໜ້າກັນດ້ວຍຄວາມບໍ່ພໍໃຈ ແລະ ຮູ້ສຶກຂັດຫູຂັດຕາ. ຄົນທີ່ຍຸແຍ່ໄດ້ຮັບຜົນປະໂຫຍດຫຍັງ? ເມື່ອເບິ່ງຈາກພາຍນອກແລ້ວ, ມັນເບິ່ງຄືວ່າພວກເຂົາບໍ່ໄດ້ຮັບຜົນປະໂຫຍດຫຍັງເລີຍ ແຕ່ການເຫັນສອງຄົນນັ້ນຫ່າງເຫີນກັນໄປ ແລະ ຄວາມສຳພັນຂອງສອງຄົນນັ້ນບາດໝາງກັນເຮັດໃຫ້ພວກເຂົາຮູ້ສຶກສະບາຍໃຈຢູ່ພາຍໃນ ແລະ ບໍ່ອິດສາອີກຕໍ່ໄປ. ແລ້ວພວກເຂົາກໍເຊື່ອວ່າພວກເຂົາໄດ້ປຽບ. ດ້ວຍເຫດນັ້ນ ພວກເຂົາເຖິງກັບເວົ້າຕົວະໃນເລື່ອງນີ້. ບາງຄົນອາດຈະເວົ້າວ່າ: “ນີ້ບໍ່ແມ່ນການທຳຮ້າຍຄົນອື່ນໂດຍທີ່ບໍ່ເປັນປະໂຫຍດຕໍ່ຕົນເອງບໍ? ຖ້າສອງຄົນນັ້ນລົມກັນ ພວກເຂົາຈະບໍ່ຮູ້ບໍວ່າເຈົ້າເປັນຄົນຍຸແຍ່ເລື່ອງຕ່າງໆລະຫວ່າງພວກເຂົາ? ເຈົ້າຈະບໍ່ນຳໄພພິບັດມາສູ່ຕົນເອງບໍ?” ພວກເຂົາສົນໃຈເລື່ອງນີ້ບໍ? ພວກເຂົາບໍ່ສົນໃຈ. ຕາບໃດທີ່ສອງຄົນນັ້ນແຍກອອກຈາກກັນ ພວກເຂົາກໍຈະບໍ່ຮູ້ສຶກອິດສາອີກຕໍ່ໄປ ແລະ ເຊື່ອວ່າພວກເຂົາໄດ້ປຽບ. ນີ້ບໍ່ແມ່ນສິ່ງທີ່ມານຮ້າຍເຮັດບໍ? (ແມ່ນແລ້ວ). ນີ້ຄືວິທີການທີ່ມານຮ້າຍປະຕິບັດຢ່າງແທ້ຈິງ.

ຄົນທີ່ກັບຊາດມາເກີດຈາກມານຮ້າຍອາດຈະເວົ້າຄວາມຈິງກ່ຽວກັບເລື່ອງເລັກໆນ້ອຍໆທີ່ບໍ່ສຳຄັນ, ແຕ່ສິ່ງນີ້ບໍ່ໄດ້ໝາຍຄວາມວ່າພວກເຂົາບໍ່ມີທຳມະຊາດແຫ່ງການເວົ້າຕົວະ. ໃນທຸກເລື່ອງ ບໍ່ວ່າຈະສຳຄັນ ຫຼື ບໍ່ສຳຄັນກໍຕາມ, ຕາບໃດທີ່ພວກເຂົາເຊື່ອວ່າພາບລັກຂອງພວກເຂົາເຂົ້າມາກ່ຽວຂ້ອງ, ຕາບໃດທີ່ພວກເຂົາຮູ້ສຶກບໍ່ສະບາຍໃຈ ຫຼື ພວກເຂົາຢາກໄດ້ຮັບຜົນປະໂຫຍດບາງຢ່າງ ຫຼື ບັນລຸເປົ້າໝາຍບາງຢ່າງ, ຕາບໃດທີ່ພວກເຂົາມີເຈດຕະນາ ແລະ ຢາກກະທຳການ, ວິທີການຂອງພວກເຂົາກໍຈະເປັນການໃຊ້ຄຳຕົວະເພື່ອເຮັດໃຫ້ມັນສຳເລັດຢ່າງແນ່ນອນ. ນີ້ຄືການເວົ້າຕົວະຈົນເປັນສັນດານ. ບາງທີພວກເຂົາອາດຈະບໍ່ຕົວະເມື່ອເວົ້າເຖິງເລື່ອງອາຫານ, ເຄື່ອງນຸ່ງ ຫຼື ທີ່ພັກອາໄສ; ໂດຍປົກກະຕິແລ້ວ ພວກເຂົາຈະບໍ່ຍອມເສຍເວລາໃຊ້ພະລັງງານທາງສະໝອງເພື່ອເວົ້າຕົວະໃນເລື່ອງເລັກໆນ້ອຍໆ. ຍິ່ງໄປກວ່ານັ້ນ ໃນສາຍຕາຂອງພວກເຂົາ ບາງຄົນກໍບໍ່ໄດ້ຢູ່ໃນລະດັບ ຫຼື ຊັ້ນດຽວກັນກັບພວກເຂົາເລີຍ, ພວກເຂົາບໍ່ສົນໃຈທີ່ຈະຮັບຮູ້ຄົນເຫຼົ່ານັ້ນດ້ວຍຊ້ຳ ແລະ ພວກເຂົາກໍບໍ່ໄດ້ຮັບຄວາມຮູ້ສຶກເຖິງຄວາມສຳເລັດຈາກການປັ່ນຫົວ ຫຼື ບົງການຄົນເຫຼົ່ານັ້ນເລີຍ, ສະນັ້ນ ພວກເຂົາຈຶ່ງບໍ່ສົນໃຈທີ່ຈະກະທຳການແບບໃດກໍຕາມເພື່ອຕໍ່ຕ້ານຄົນເຫຼົ່ານັ້ນ. ຖ້າພວກເຂົາຈະກະທຳການຕໍ່ຕ້ານໃຜຜູ້ໜຶ່ງ, ມັນກໍຕ້ອງເປັນຄົນທີ່ພວກເຂົາຖືວ່າຢູ່ໃນລະດັບດຽວກັນກັບພວກເຂົາ, ເປັນຄົນທີ່ພວກເຂົາສາມາດຕໍ່ກອນນຳໄດ້ ແລະ ເປັນຄູ່ແຂ່ງຂອງພວກເຂົາ, ມີພຽງແຕ່ຕອນນັ້ນເທົ່ານັ້ນທີ່ພວກເຂົາຈະຮັບຮູ້ຄົນຜູ້ນັ້ນ. ນີ້ຄືລັກສະນະອີກຢ່າງໜຶ່ງຂອງມານຮ້າຍ. ຖ້າເຈົ້າເປັນຄົນທຳມະດາ ພວກເຂົາກໍຄິດວ່າເຈົ້າຂາດສະຕິປັນຍາ, ເຈົ້າບໍ່ມີຄວາມສາມາດ ຫຼື ບໍ່ຄູ່ຄວນທີ່ຈະຕໍ່ກອນນຳພວກເຂົາ ແລະ ພວກເຂົາກໍເຫັນວ່າເລື່ອງນີ້ບໍ່ໜ້າສົນໃຈ, ສະນັ້ນ ພວກເຂົາຈຶ່ງບໍ່ສົນໃຈເຈົ້າ. ມານຮ້າຍເລືອກຄົນທີ່ພວກເຂົາຈະປັ່ນຫົວ. ເມື່ອພວກເຂົາອາໄສຢູ່ຮ່ວມກັບເຈົ້າ, ບາງທີເຈົ້າອາດຈະບໍ່ເຄີຍເຫັນພວກເຂົາເວົ້າຕົວະ ຫຼື ບໍ່ເຄີຍສັງເກດເຫັນວ່າພວກເຂົາຕັ້ງໃຈເວົ້າຕົວະກ່ຽວກັບເລື່ອງໃດໜຶ່ງ ແຕ່ຕາບໃດທີ່ພວກເຂົາເປັນມານຮ້າຍ, ພວກເຂົາກໍຈະເວົ້າຕົວະຢ່າງແນ່ນອນ; ນີ້ຄືທຳມະຊາດທີ່ມານຮ້າຍມີມາແຕ່ເກີດ. ຖ້າພວກເຂົາບໍ່ຕົວະເຈົ້າ, ມັນອາດຈະເປັນເພາະພວກເຂົາເຫັນວ່າເຈົ້າບໍ່ຄູ່ຄວນ. ພວກເຂົາຄິດວ່າ: “ຫຶ! ຂ້ອຍບໍ່ຢາກເສຍເວລາຕົວະເຈົ້າຊ້ຳ ແຕ່ເຈົ້າພັດຢ້ານວ່າຂ້ອຍຈະປັ່ນຫົວເຈົ້າ. ເຈົ້າແມ່ນໃຜ? ເຈົ້າຄິດວ່າເຈົ້າເປັນຄົນສຳຄັນບໍ?” ພວກເຂົາພຽງແຕ່ບໍ່ເຫັນຫົວເຈົ້າເລີຍ; ຢ່າວ່າແຕ່ຕົວະເຈົ້າເລີຍ, ພວກເຂົາບໍ່ຢາກເສຍເວລາລົມກັບເຈົ້າດ້ວຍຊ້ຳ. ມັນປຽບເໝືອນເມື່ອເຈົ້າຖາມຄົນເບົາປັນຍາກ່ຽວກັບຄວາມສຳພັນຂອງພວກເຂົາກັບຄົນໃດຄົນໜຶ່ງ ແລ້ວພວກເຂົາເວົ້າວ່າ: “ຂ້ອຍບໍ່ໄດ້ຢູ່ໃນລະດັບດຽວກັນກັບພວກເຂົາ. ພວກເຂົາມີຂີດຄວາມສາມາດດີກວ່າຂ້ອຍ, ພວກເຂົາມີຫົວຄິດທີ່ດີ. ຂ້ອຍເປັນຄົນຕ່ຳຕ້ອຍ, ບໍ່ໄດ້ສູງສົ່ງຄືພວກເຂົາ. ພວກເຂົາບໍ່ຢາກຫຍຸ້ງກ່ຽວກັບຂ້ອຍ”. ແມ່ນແຕ່ຄົນເບົາປັນຍາກໍຍັງຮູ້ສຶກແບບນີ້. ຕອນນີ້ໃຫ້ເຮົາມາເບິ່ງວ່າມານຮ້າຍມັກປັ່ນຫົວໃຜ, ພວກເຂົາມັກຕໍ່ກອນກັບໃຜ, ພວກເຂົາມັກເຮັດໃຫ້ໃຜຫຼົງຜິດ, ເອົາປຽບ ແລະ ບົງການໃຜ. ພວກເຂົາກໍມີມາດຕະຖານ ແລະ ຂອບເຂດທີ່ແນ່ນອນຄືກັນ, ບໍ່ແມ່ນບໍ? (ແມ່ນແລ້ວ). ເມື່ອພວກເຂົາເລືອກຄົນກຸ່ມໜຶ່ງ, ຄົນເຫຼົ່ານັ້ນຕ້ອງເປັນຄົນທີ່ຫຼິ້ນເລ່ລ່ຽມ ແລະ ໃຊ້ກົນອຸບາຍຄືກັນກັບພວກເຂົາ. ເມື່ອພົວພັນກັບຄົນແບບນັ້ນເທົ່ານັ້ນ ພວກເຂົາຈຶ່ງຈະຮູ້ສຶກມີຄວາມສຸກ ແລະ ເຫັນວ່າມັນມ່ວນ ແລະ ເມື່ອນັ້ນເທົ່ານັ້ນພວກເຂົາຈຶ່ງຈະສາມາດໄດ້ຮັບຄວາມຮູ້ສຶກເຖິງຄວາມສຳເລັດບາງຢ່າງຈາກການຕໍ່ກອນຂອງພວກເຂົາ. ສະນັ້ນ ເມື່ອເວົ້າເຖິງຄົນທີ່ກັບຊາດມາເກີດຈາກມານຮ້າຍ, ຄົນເຮົາຕ້ອງເບິ່ງທະລຸເຖິງລັກສະນະ ແລະ ແກ່ນແທ້ຂອງການເວົ້າຕົວະຈົນເປັນສັນດານຂອງພວກເຂົາ. ພຽງເພາະວ່າພວກເຂົາບໍ່ໄດ້ຕົວະເຈົ້າ ນັ້ນກໍບໍ່ໄດ້ໝາຍຄວາມວ່າພວກເຂົາບໍ່ໄດ້ເວົ້າຕົວະ ແລະ ມັນກໍບໍ່ໄດ້ໝາຍຄວາມວ່າພວກເຂົາບໍ່ມີທຳມະຊາດແຫ່ງການເວົ້າຕົວະ. ຖ້າພວກເຂົາບໍ່ໄດ້ພົວພັນຢ່າງໃກ້ຊິດກັບເຈົ້າ ແລະ ບໍ່ສົນໃຈທີ່ຈະຮັບຮູ້ເຈົ້າດ້ວຍຊ້ຳ ແລະ ພວກເຂົາພຽງແຕ່ຄິດວ່າເຈົ້າເປັນຜູ້ເຊື່ອທຳມະດາ, ເຈົ້າບໍ່ແມ່ນຄົນທີ່ມີການສຶກສາສູງ, ເປັນພຽງແມ່ບ້ານ ຫຼື ຊາວນາ ແລະ ພວກເຂົາບໍ່ເຫັນຫົວເຈົ້າເລີຍ, ແລ້ວພວກເຂົາກໍຈະຄິດວ່າການຕົວະເຈົ້າຈະໝາຍເຖິງການລົດລະດັບຂອງພວກເຂົາເອງ, ມັນຈະໝາຍເຖິງການເສຍພະລັງງານທາງສະໝອງຂອງພວກເຂົາ ແລະ ພວກເຂົາຈະບໍ່ຢາກເສຍເວລາຕົວະເຈົ້າດ້ວຍຊ້ຳ. ແລ້ວເຈົ້າຈະສາມາດເບິ່ງທະລຸຄົນປະເພດນີ້ໄດ້ແນວໃດ? ເນື່ອງຈາກພວກເຂົາເປັນມານຮ້າຍທີ່ເວົ້າຕົວະຈົນເປັນສັນດານ, ທຳມະຊາດຂອງພວກເຂົາກໍຈະຖືກເປີດເຜີຍອອກມາໃນສະຖານະການອື່ນທີ່ເໝາະສົມ ເຖິງແມ່ນວ່າມັນຈະບໍ່ໄດ້ຖືກເປີດເຜີຍອອກມາໃນສະຖານະການນີ້ກໍຕາມ. ພຽງເພາະວ່າພວກເຂົາບໍ່ໄດ້ຕົວະເຈົ້າ ນັ້ນກໍບໍ່ໄດ້ໝາຍຄວາມວ່າພວກເຂົາຈະບໍ່ເວົ້າຕົວະ. ຕາບໃດທີ່ພວກເຂົາມີແກ່ນແທ້ຂອງມານຮ້າຍ, ທຳມະຊາດແຫ່ງການເວົ້າຕົວະຂອງພວກເຂົາກໍຈະຖືກເປີດໂປງອອກມາຢ່າງແນ່ນອນ; ມັນບໍ່ສາມາດປິດບັງໄວ້ໄດ້. ບໍ່ວ່າພວກເຂົາຈະປິດບັງມັນໄດ້ດີ ຫຼື ບໍ່ກໍຕາມ, ບໍ່ວ່າມັນຈະຖືກເປີດໂປງອອກມາຫຼາຍສໍ່າໃດກໍຕາມ, ຕາບໃດທີ່ພວກເຂົາມີທຳມະຊາດແຫ່ງການເວົ້າຕົວະ ແລະ ພວກເຂົາເວົ້າຕົວະເລື້ອຍໆ, ແລ້ວພວກເຂົາກໍຄືມານຮ້າຍ; ພວກເຂົາບໍ່ແມ່ນມະນຸດຢ່າງແນ່ນອນ. ມະນຸດທີ່ແທ້ຈິງບໍ່ໄດ້ເວົ້າຕົວະເລື້ອຍໆ; ນັ້ນກໍຄື ຄົນທີ່ກັບຊາດມາເກີດຈາກມະນຸດບໍ່ໄດ້ເວົ້າຕົວະເລື້ອຍໆ. ເປັນຫຍັງເຮົາຈຶ່ງເວົ້າວ່າພວກເຂົາບໍ່ໄດ້ເວົ້າຕົວະເລື້ອຍໆ? ເພາະວ່າທັນທີທີ່ພວກເຂົາເວົ້າຕົວະ, ສະຕິຮູ້ສຶກຜິດຊອບຂອງພວກເຂົາກໍຈະຕຳນິ ແລະ ກ່າວໂທດພວກເຂົາ. ຖ້າພວກເຂົາເວົ້າຕົວະຄັ້ງໃຫຍ່ຈົນນຳຜົນສະທ້ອນມາໃຫ້, ພວກເຂົາກໍຈະຮູ້ສຶກລັງກຽດຕົນເອງໄປຕະຫຼອດຊີວິດ; ພວກເຂົາຈະເລີ່ມຮູ້ສຶກລັງກຽດການເວົ້າຕົວະໃນໃຈຂອງພວກເຂົາ ແລະ ຈະບໍ່ເວົ້າຕົວະກ່ຽວກັບເລື່ອງທີ່ບໍ່ຈຳເປັນ. ດັ່ງນັ້ນ ພວກເຂົາກໍຈະຕົວະໜ້ອຍລົງເລື້ອຍໆ. ຍ້ອນສະຕິຮູ້ສຶກຜິດຊອບຂອງພວກເຂົາຕຳນິພວກເຂົາ, ພວກເຂົາກໍຈະຢັບຢັ້ງຕົນເອງ ເພື່ອໃຫ້ພວກເຂົາກະທຳຄວາມຜິດທີ່ຄ້າຍຄືກັນນັ້ນໜ້ອຍລົງ ຈົນໃນທີ່ສຸດກໍໄປເຖິງຈຸດທີ່ບໍ່ກະທຳມັນເລີຍ. ນີ້ຄືສິ່ງທີ່ມະນຸດສາມາດບັນລຸໄດ້. ແຕ່ມານຮ້າຍບໍ່ສາມາດບັນລຸສິ່ງນີ້ໄດ້. ຫຼັງຈາກທີ່ພວກເຂົາເວົ້າຕົວະ ພວກເຂົາບໍ່ຮູ້ສຶກເຖິງການຖືກຕຳນິ, ສະນັ້ນ ເມື່ອພວກເຂົາຢາກເວົ້າຕົວະ, ມັນຈຶ່ງບໍ່ມີການຢັບຢັ້ງໃດໆ; ບໍ່ມີຫຍັງສາມາດຢັບຢັ້ງພວກເຂົາໄດ້, ບໍ່ມີສະພາບແວດລ້ອມໃດສາມາດຢັບຢັ້ງພວກເຂົາໄດ້, ບໍ່ມີບຸກຄົນທີ່ມີຕຳແໜ່ງ ຫຼື ສະຖານະໃດສາມາດຢັບຢັ້ງພວກເຂົາໄດ້ ແລະ ແນ່ນອນວ່າ ຄວາມຈິງກໍບໍ່ມີພະລັງໃນການຢັບຢັ້ງພວກເຂົາເຊັ່ນກັນ. ການທີ່ຄົນອື່ນເປີດໂປງພວກເຂົາກໍບໍ່ສາມາດຢັບຢັ້ງພວກເຂົາໄດ້, ຢ່າວ່າແຕ່ຄວາມຈິງເລີຍ ເຊິ່ງສຳລັບພວກເຂົາແລ້ວ ມັນເປັນພຽງໂຕໜັງສືທີ່ຂຽນຢູ່ເທິງເຈ້ຍ, ເປັນພຽງຫຼັກຄຳສອນ ແລະ ກົດລະບຽບ ແລະ ບໍ່ສາມາດຢັບຢັ້ງພວກເຂົາໄດ້ເລີຍ. ເມື່ອປາສະຈາກການຢັບຢັ້ງ, ການເວົ້າຕົວະຂອງພວກເຂົາກໍຄືການເປີດເຜີຍຕາມທຳມະຊາດຂອງພວກເຂົາ; ບໍ່ວ່າເວລາໃດ ຫຼື ຢູ່ໃສ ພວກເຂົາກໍສາມາດເວົ້າຄຳຕົວະຕ່າງໆທີ່ແຕກຕ່າງກັນໄດ້ຕາມທີ່ພວກເຂົາຕ້ອງການ. ນີ້ຄືທຳມະຊາດຂອງພວກເຂົາ; ມັນຈະບໍ່ມີວັນປ່ຽນແປງໃນເວລາໃດກໍຕາມ. ແລ້ວຄົນເຮົາຈະສາມາດເບິ່ງທະລຸເຖິງທຳມະຊາດຂອງພວກເຂົາໄດ້ແນວໃດ? ຈົ່ງເບິ່ງວ່າຄົນທີ່ຢູ່ອ້ອມຂ້າງພວກເຂົາປະເມີນພວກເຂົາແນວໃດ. ຖ້າຄົນທີ່ຄຸ້ນເຄີຍກັບພວກເຂົາເວົ້າວ່າ: “ຄົນຜູ້ນັ້ນເວົ້າຕົວະຈົນເປັນສັນດານ, ທຸກສິ່ງທຸກຢ່າງທີ່ອອກມາຈາກປາກຂອງພວກເຂົາລ້ວນແຕ່ເປັນຄຳຕົວະ, ພວກເຂົາເວົ້າຕົວະໂດຍທີ່ໜ້າບໍ່ປ່ຽນສີ ຫຼື ຫົວໃຈເຕັ້ນແຮງເລີຍ ແລະ ພວກເຂົາສາມາດຕົວະໄດ້ທຸກເລື່ອງ; ບໍ່ມີໃຜກ້າເຊື່ອຄຳເວົ້າຂອງພວກເຂົາແມ່ນແຕ່ຄຳດຽວ”, ແລ້ວກໍສາມາດກຳນົດໄດ້ວ່າພວກເຂົາເປັນມານຮ້າຍ ບໍ່ແມ່ນມະນຸດ. ຕອນນີ້ເຮົາໄດ້ເວົ້າໄປຫຼາຍແລ້ວ, ພວກເຈົ້າສາມາດເບິ່ງທະລຸເຖິງລັກສະນະຂອງການເວົ້າຕົວະຈົນເປັນສັນດານໃນຄົນທີ່ກັບຊາດມາເກີດຈາກມານຮ້າຍ ແລະ ຢືນຢັນເຖິງການມີຢູ່ຂອງມັນໃນຕົວພວກເຂົາໄດ້ບໍ? ບໍ່ວ່າໃນເວລາໃດກໍຕາມ ກົດເກນ ແລະ ຂໍ້ສະຫຼຸບນີ້ທີ່ວ່າ: “ຄົນທີ່ເວົ້າຕົວະຈົນເປັນສັນດານນັ້ນເທົ່າກັບມານຮ້າຍ” ກໍຍັງຄົງບໍ່ປ່ຽນແປງ, ເຂົ້າໃຈບໍ? (ເຂົ້າໃຈແລ້ວ).

ລັກສະນະທຳອິດຂອງຄົນທີ່ກັບຊາດມາເກີດຈາກມານຮ້າຍ ເຊິ່ງກໍຄືການເວົ້າຕົວະຈົນເປັນສັນດານ ໄດ້ຖືກໂອ້ລົມກັນຢ່າງຊັດເຈນແລ້ວບໍ? (ຊັດເຈນແລ້ວ). ເນື້ອຫານີ້ຄວນຈະງ່າຍຕໍ່ການຍອມຮັບ ແລະ ເຂົ້າໃຈ. ເປັນຫຍັງ? ເພາະວ່າເຈົ້າມັກຈະເຫັນຄົນປະເພດນີ້ໃນຊີວິດປະຈຳວັນຂອງເຈົ້າ; ພຽງແຕ່ກ່ອນໜ້ານີ້ ເຈົ້າຖືວ່າການສະແດງອອກແຫ່ງການເວົ້າຕົວະຂອງພວກເຂົາເປັນການເປີດເຜີຍຄວາມເສື່ອມຊາມຕາມປົກກະຕິ. ຕອນນີ້ຜ່ານການໂອ້ລົມກັນ, ເຈົ້າໄດ້ຮຽນຮູ້ແລ້ວວ່າເປັນຫຍັງທຳມະຊາດແຫ່ງການເວົ້າຕົວະ ແລະ ການສະແດງອອກແຫ່ງການເວົ້າຕົວະຂອງພວກເຂົາຈຶ່ງບໍ່ເຄີຍປ່ຽນແປງ, ປາກົດວ່າສິ່ງນີ້ຖືກກຳນົດໂດຍຊະນິດຂອງພວກເຂົາ, ສະນັ້ນ ຄົນປະເພດນີ້ຈຶ່ງບໍ່ສາມາດປ່ຽນແປງໄດ້. ຄວນເຮັດແນວໃດເມື່ອພົບກັບຄົນແບບນັ້ນໃນອະນາຄົດ? (ບໍ່ຈຳເປັນຕ້ອງໂອ້ລົມນຳ ຫຼື ຊ່ວຍເຫຼືອຄົນແບບນັ້ນ. ຖ້າພວກເຂົາເປັນຜູ້ກຳກັບດູແລ, ພວກເຂົາຕ້ອງຖືກປົດອອກ. ຖ້າພວກເຂົາໄດ້ສະແດງອອກເຖິງການສະແດງອອກບາງຢ່າງຂອງການກະທຳທີ່ຊົ່ວຮ້າຍແລ້ວ ແລະ ເລີ່ມຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ, ແລ້ວພວກເຂົາກໍຄວນຖືກຊຳລະລ້າງອອກໄປຕາມຄວາມຈຳເປັນ ແລະ ບໍ່ອະນຸຍາດໃຫ້ຢູ່ໃນຄຣິສຕະຈັກຕໍ່ໄປແມ່ນແຕ່ມື້ດຽວ). ມານຮ້າຍເວົ້າຕົວະຈົນເປັນສັນດານ; ເປັນທີ່ແນ່ນອນວ່າພວກເຂົາບໍ່ສາມາດປ່ຽນແປງໄດ້. ເຖິງຢ່າງໃດກໍຕາມ, ມີມານຮ້າຍປະເພດໜຶ່ງທີ່ມີພອນສະຫວັນ ຫຼື ຈຸດແຂງບາງຢ່າງໃນບາງຂົງເຂດ. ຖ້າພວກມັນເຕັມໃຈທີ່ຈະຮັບໃຊ້ ພວກມັນກໍສາມາດຖືກນຳໃຊ້ເພື່ອຮັບໃຊ້ໄດ້. ພຣະເຈົ້າຊົງນຳໃຊ້ທຸກສິ່ງທຸກຢ່າງເພື່ອຮັບໃຊ້ໃນວຽກງານຂອງພຣະອົງ; ພະຍານາກໃຫຍ່ສີແດງກໍເປັນວັດຖຸຮັບໃຊ້ ແລະ ຕົວປະກອບເສີມຄວາມເດັ່ນອັນໜຶ່ງ. ໃນການເຮັດວຽກໃນເຮືອນຂອງພຣະເຈົ້າ ຄົນເຮົາຕ້ອງມີສະຕິປັນຍາ; ນີ້ກໍເປັນຫຼັກການໜຶ່ງເຊັ່ນກັນ. ຖ້າຄົນທີ່ກັບຊາດມາເກີດຈາກມານຮ້າຍເຕັມໃຈ ຫຼື ເໝາະສົມທີ່ຈະຮັບໃຊ້ ກໍຈົ່ງນຳໃຊ້ພວກເຂົາເພື່ອຮັບໃຊ້. ຖ້າພວກເຂົາບໍ່ສາມາດແມ່ນແຕ່ຈະຮັບໃຊ້ ຫຼື ການຮັບໃຊ້ຂອງພວກເຂົາສ້າງຜົນເສຍຫຼາຍກວ່າຜົນດີ ແລະ ກໍ່ໃຫ້ເກີດຄວາມເສຍຫາຍຫຼາຍເກີນໄປ ແລະ ເຮືອນຂອງພຣະເຈົ້າບໍ່ໄດ້ຮັບຜົນຮັບທີ່ເປັນບວກຈາກການນຳໃຊ້ພວກເຂົາ ແຕ່ພັດຕ້ອງມາກັງວົນນຳພວກເຂົາ ແລ້ວພວກເຂົາກໍບໍ່ເໝາະສົມສຳລັບການຮັບໃຊ້, ສະນັ້ນ ສິດໃນການຮັບໃຊ້ຂອງພວກເຂົາຄວນຖືກຍົກເລີກ. ການເຮັດແບບນີ້ເໝາະສົມບໍ? (ເໝາະສົມ, ການເຮັດແບບນີ້ແມ່ນມີຫຼັກການ). ຕ້ອງປະຕິບັດຕໍ່ພວກເຂົາຕາມຫຼັກການ. ຄວາມສາມາດໃນການແຍກແຍະກໍເປັນເລື່ອງໜຶ່ງ, ແຕ່ເມື່ອເວົ້າເຖິງວິທີຈັດການກັບພວກເຂົາ ເຈົ້າຕ້ອງມີສະຕິປັນຍາ ແລະ ຫຼັກການ ແລະ ເຮັດເຊັ່ນນັ້ນໂດຍອີງໃສ່ສະຖານະການຕົວຈິງ. ຈຸດປະສົງຂອງການໂອ້ລົມກ່ຽວກັບເລື່ອງເຫຼົ່ານີ້ກໍເພື່ອໃຫ້ເຈົ້າໄດ້ຮັບຄວາມສາມາດໃນການແຍກແຍະ, ເພື່ອໃຫ້ເຈົ້າຮູ້ຢ່າງຊັດເຈນວ່າແກ່ນແທ້ຂອງຄົນປະເພດຕ່າງໆແມ່ນຫຍັງ ແລະ ຜ່ານແກ່ນແທ້ຂອງຄົນໃດຄົນໜຶ່ງ ເຈົ້າກໍສາມາດກຳນົດໄດ້ວ່າພວກເຂົາສາມາດຍອມຮັບຄວາມຈິງ ແລະ ໄດ້ຮັບຄວາມລອດພົ້ນ ຫຼື ບໍ່. ເຖິງຢ່າງໃດກໍຕາມ, ມັນບໍ່ແມ່ນເພື່ອໃຫ້ເຈົ້ານຳໃຊ້ວິທີການແບບດຽວກັນສຳລັບທຸກຄົນ ໂດຍການຈັດການກັບທຸກຄົນທີ່ຖືກກຳນົດລັກສະນະວ່າເປັນມານຮ້າຍດ້ວຍການຄັດພວກເຂົາອອກ. ແຕ່ກົງກັນຂ້າມ, ມັນແມ່ນເພື່ອໃຫ້ເຈົ້ານຳໃຊ້ມານຮ້າຍເພື່ອຮັບໃຊ້ຢ່າງມີປະສິດທິພາບຕາມຫຼັກການ ແລະ ຕາມຄວາມຕ້ອງການຂອງວຽກງານໃນເຮືອນຂອງພຣະເຈົ້າ. ສົມມຸດວ່າມີມານຮ້າຍບາງຕົນເວົ້າວ່າ: “ເມື່ອເຫັນວ່າຂ້ອຍເປັນມານຮ້າຍ ພວກເຈົ້າກໍຢາກນຳໃຊ້ຂ້ອຍເພື່ອຮັບໃຊ້. ຖ້າຂ້ອຍບໍ່ສາມາດໄດ້ຮັບຄວາມລອດພົ້ນ ຂ້ອຍກໍຈະບໍ່ຮັບໃຊ້!” ຄວນເຮັດແນວໃດໃນສະຖານະການນີ້? (ຖ້າພວກມັນບໍ່ເຕັມໃຈທີ່ຈະຮັບໃຊ້ ກໍປ່ອຍພວກມັນໄປ). ຖ້າພວກມັນບໍ່ເຕັມໃຈແມ່ນແຕ່ຈະຮັບໃຊ້ ແລ້ວກໍປ່ອຍໃຫ້ພວກມັນໜີໄປໄວໆ. ມານຮ້າຍບາງຕົນເວົ້າວ່າ: “ພວກເຈົ້າຢາກນຳໃຊ້ຂ້ອຍເພື່ອຮັບໃຊ້ບໍ? ບໍ່ມີທາງ! ຂ້ອຍຈະບໍ່ຮັບໃຊ້ເຈົ້າ! ຂ້ອຍຈະບໍ່ເຮັດສິ່ງທີ່ບໍ່ດີໃດໆ ຂ້ອຍພຽງແຕ່ຈະຢູ່ແບບຜ່ານໄປວັນໆໃນເຮືອນຂອງພຣະເຈົ້າ. ເມື່ອຮອດເວລາເຮັດວຽກ ຂ້ອຍກໍພຽງແຕ່ຈະເຮັດພໍແລ້ວມືແລ້ວຕີນ ແລະ ພຽງແຕ່ເຮັດພໍເປັນພິທີ; ຂ້ອຍຈະບໍ່ເຮັດມັນຢ່າງຕັ້ງໃຈເພື່ອເຈົ້າດອກ!” ຄວນເຮັດແນວໃດເມື່ອພົບເຫັນຄົນແບບນັ້ນ? (ພວກເຂົາຄວນຖືກຊຳລະລ້າງອອກໄປ). ເມື່ອມານຮ້າຍຖືກລະບຸຕົວຢ່າງຊັດເຈນແລ້ວ ກໍພຽງແຕ່ຟ້າວຊຳລະລ້າງພວກມັນອອກໄປ; ຢ່າສະແດງຄວາມເມດຕາ. ຖ້າມານຮ້າຍບາງຕົນປະພຶດຕົວດີ ແລະ ພວກມັນຮູ້ວ່າພວກມັນເວົ້າຕົວະຈົນເປັນສັນດານ ແລະ ເປັນມານຮ້າຍ ແລະ ພວກມັນບໍ່ສາມາດເປັນຄົນຊື່ສັດໄດ້ ແລະ ບໍ່ສາມາດໄດ້ຮັບຄວາມລອດພົ້ນໄດ້ ເພາະທຳມະຊາດຂອງພວກມັນກຳນົດໄວ້ແບບນັ້ນ, ແຕ່ຫຼັງຈາກທີ່ໄດ້ຟັງຄວາມຈິງມາຫຼາຍປີ ພວກມັນກໍຢາກຕິດຕາມພຣະເຈົ້າ ແລະ ໄດ້ຮັບພຣະພອນໃນທ້າຍທີ່ສຸດເຊັ່ນກັນ ແລະ ພວກມັນກໍເຮັດທຸກສິ່ງທຸກຢ່າງທີ່ເຮືອນຂອງພຣະເຈົ້າຂໍໃຫ້ພວກມັນເຮັດ, ຖ້າຄົນແບບນັ້ນບໍ່ໄດ້ກໍ່ໃຫ້ເກີດການລົບກວນ ແລະ ມີວຽກງານທີ່ເໝາະສົມສຳລັບພວກເຂົາ ພວກເຂົາກໍສາມາດໄດ້ຮັບໂອກາດໃນການຮັບໃຊ້. ເມື່ອເວົ້າເຖິງໜ້າທີ່ທີ່ພຣະຜູ້ສ້າງມອບໃຫ້, ບໍ່ວ່າຄຸນລັກສະນະຂອງປະເພດທີ່ສິ່ງທີ່ຖືກສ້າງທັງໝົດຖືກຈັດຢູ່ຈະເປັນແນວໃດກໍຕາມ ພວກເຂົາຄວນຖືວ່າມັນເປັນໜ້າທີ່ຂອງພວກເຂົາເອງ; ນີ້ຄືສິ່ງທີ່ບໍ່ສາມາດຫຼີກລ່ຽງໄດ້. ເຖິງແມ່ນວ່າຄົນໃດຄົນໜຶ່ງຈະເປັນມານຮ້າຍ ແລະ ເປັນຊາຕານ, ຖ້າພວກເຂົາເຕັມໃຈຮັບໃຊ້ພຣະເຈົ້າ ພຣະເຈົ້າກໍຈະບໍ່ປະຕິບັດຕໍ່ພວກເຂົາຢ່າງບໍ່ຍຸຕິທຳ; ນີ້ຄືຫຼັກການຂອງພຣະເຈົ້າໃນການປະຕິບັດຕໍ່ສິ່ງທີ່ຖືກສ້າງທັງໝົດຂອງພຣະອົງ. ຖ້າເຈົ້າຖືວ່າຕົນເອງເປັນສິ່ງທີ່ຖືກສ້າງ ແລະ ບໍ່ວ່າຄຸນລັກສະນະຂອງເຈົ້າຈະເປັນແນວໃດກໍຕາມ ເຈົ້າເຕັມໃຈທີ່ຈະນະມັດສະການພຣະຜູ້ສ້າງ, ເຕັມໃຈທີ່ຈະຍອມຈຳນົນພາຍໃຕ້ອຳນາດປົກຄອງຂອງພຣະຜູ້ສ້າງ ແລະ ປະຕິບັດໜ້າທີ່ຂອງເຈົ້າໃນຖານະສິ່ງທີ່ຖືກສ້າງໃຫ້ສຳເລັດ ແລະ ເຈົ້າເຕັມໃຈທີ່ຈະຮັບໃຊ້ ເຖິງແມ່ນວ່າໃນທ້າຍທີ່ສຸດແລ້ວເຈົ້າຈະບໍ່ມີຈຸດຈົບ ຫຼື ຈຸດໝາຍປາຍທາງທີ່ດີກໍຕາມ, ສິ່ງນີ້ກໍເປັນທີ່ອະນຸຍາດເຊັ່ນກັນ. ພຣະເຈົ້າບໍ່ໄດ້ປະຕິເສດສິ່ງນີ້; ພຣະເຈົ້າໃຫ້ໂອກາດຜູ້ຄົນໃນການຮັບໃຊ້. ມັນພຽງແຕ່ຂຶ້ນຢູ່ກັບວ່າຜູ້ຄົນປະຕິບັດຕໍ່ເລື່ອງນີ້ແນວໃດ. ບາງຄົນເວົ້າວ່າ: “ເນື່ອງຈາກຄຸນລັກສະນະທີ່ມີມາແຕ່ເກີດຂອງຂ້ອຍບໍ່ດີ ແລະ ບໍ່ມີຄວາມຫວັງທີ່ຂ້ອຍຈະໄດ້ຮັບຄວາມລອດພົ້ນ, ບໍ່ວ່າຂ້ອຍຈະປະຕິບັດໜ້າທີ່ຫຍັງກໍຕາມ ຂ້ອຍກໍຈະບໍ່ປະຕິບັດໜ້າທີ່ອີກຕໍ່ໄປ, ຂ້ອຍຈະບໍ່ຮັບໃຊ້ອີກ! ພວກເຈົ້າຢາກນຳໃຊ້ຂ້ອຍເພື່ອຮັບໃຊ້ ແລ້ວໃນທ້າຍທີ່ສຸດ ພວກເຈົ້າກໍຈະໄດ້ຮັບພຣະພອນ ແລະ ເຂົ້າສູ່ລາຊະອານາຈັກສະຫວັນ ແຕ່ຈະບໍ່ມີສ່ວນແບ່ງໃຫ້ຂ້ອຍ, ສະນັ້ນ ຂ້ອຍຈະບໍ່ເຊື່ອອີກຕໍ່ໄປແລ້ວ!” ນັ້ນກໍດີເລີຍ. ຖ້າມານຮ້າຍຢາກໜີໄປ ກໍປ່ອຍໃຫ້ພວກມັນໜີໄປ. ຖ້າພວກມັນບໍ່ໜີໄປ, ການຄັດພວກມັນອອກກໍສອດຄ່ອງກັບຫຼັກການຢ່າງສິ້ນເຊີງ. ມານຮ້າຍບາງຕົນເວົ້າວ່າ: “ຂ້ອຍບໍ່ສາມາດປະຕິເສດໄດ້ວ່າຂ້ອຍເວົ້າຕົວະຈົນເປັນສັນດານ, ຂ້ອຍຕົວະທຸກຄົນ, ຂ້ອຍຕົວະແມ່ນແຕ່ພຣະເຈົ້າ. ແຕ່ບໍ່ວ່າເຮືອນຂອງພຣະເຈົ້າຈະໃຫ້ຂ້ອຍຮັບໃຊ້ ຫຼື ໃຫ້ຂ້ອຍເປັນຕົວປະກອບເສີມຄວາມເດັ່ນກໍຕາມ, ບໍ່ວ່າຈະປະຕິບັດຕໍ່ຂ້ອຍແນວໃດກໍຕາມ ເຖິງແມ່ນວ່າຈະບໍ່ປະຕິບັດຕໍ່ຂ້ອຍຄືກັບມະນຸດກໍຕາມ ຂ້ອຍກໍບໍ່ມີຄຳຈົ່ມວ່າ. ຂໍ້ເທັດຈິງທີ່ວ່າຂ້ອຍເປັນມານຮ້າຍນັ້ນມັນຊ່ວຍບໍ່ໄດ້, ແມ່ນບໍ? ບໍ່ວ່າຂ້ອຍຈະຖືກຂໍໃຫ້ຮັບໃຊ້ຫຍັງກໍຕາມ, ບໍ່ວ່າຂ້ອຍຈະຖືກຂໍໃຫ້ອອກເຫື່ອແຮງຫຍັງກໍຕາມ ຂ້ອຍກໍເຕັມໃຈທີ່ຈະເຮັດມັນ”. ຄວນຍອມຮັບຄົນແບບນັ້ນບໍ? (ຄວນ). ຕາມຫຼັກການແລ້ວ ພວກເຂົາກໍສາມາດໄດ້ຮັບການຍອມຮັບໄດ້ເຊັ່ນກັນ. ຕາບໃດທີ່ຍັງມີຄວາມຫວັງອັນຮິບຮີ່ສຳລັບຄວາມລອດພົ້ນຂອງພວກເຂົາ ພວກເຂົາກໍຄວນໄດ້ຮັບການຍອມຮັບ. ບໍ່ວ່າພວກເຂົາຈະຍອມຮັບວ່າພວກເຂົາເປັນມານຮ້າຍ ຫຼື ບໍ່ກໍຕາມ ຢ່າງໜ້ອຍພວກເຂົາກໍມີຄວາມຮູ້ຈັກຕົນເອງບາງຢ່າງ, ເຕັມໃຈທີ່ຈະຮັບໃຊ້ ແລະ ມີການອ່ອນນ້ອມເລັກນ້ອຍ; ນັ້ນກໍພຽງພໍແລ້ວທີ່ຈະບັນລຸເງື່ອນໄຂໃນການຍອມຮັບ. ສ່ວນເລື່ອງທີ່ວ່າພວກເຂົາສາມາດປະຕິບັດໜ້າທີ່ຂອງພວກເຂົາດ້ວຍວິທີການທີ່ໄດ້ມາດຕະຖານ ຫຼື ບໍ່ນັ້ນ, ມັນກໍຍັງຕ້ອງລໍຖ້າເບິ່ງກັນຕໍ່ໄປ, ແມ່ນບໍ? (ແມ່ນແລ້ວ). ສະຫຼຸບແລ້ວ ບໍ່ວ່າຄົນໃດຄົນໜຶ່ງຈະເປັນຄົນປະເພດໃດກໍຕາມ ເຖິງແມ່ນວ່າຄຸນລັກສະນະຂອງພວກເຂົາຈະຖືກແຍກແຍະແລ້ວກໍຕາມ, ຄົນເຮົາກໍຍັງຄວນປະຕິບັດຕາມຫຼັກການໃນການປະຕິບັດຕໍ່ຄົນຜູ້ນັ້ນ. ແນ່ນອນວ່າ ມັນບໍ່ໄດ້ມີພຽງຫຼັກການດຽວຢູ່ບ່ອນນີ້, ມັນບໍ່ແມ່ນວ່າມານຮ້າຍທັງໝົດຄວນຖືກປະຕິເສດ ແລະ ຖືກຄັດອອກ, ມານຮ້າຍທັງໝົດຄວນຖືກໂຍນລົງນະຮົກ; ນັ້ນບໍ່ແມ່ນຫຼັກການພຽງຢ່າງດຽວ. ພຣະເຈົ້າຊົງມີອຳນາດສູງສຸດເໜືອທຸກສິ່ງ ແລະ ຊົງນຳໃຊ້ທຸກສິ່ງທຸກຢ່າງເພື່ອຮັບໃຊ້. ສິ່ງໃດສາມາດຮັບໃຊ້ໄດ້, ສິ່ງໃດຮັບໃຊ້ຫຍັງ ແລະ ພວກມັນຮັບໃຊ້ແນວໃດ, ພວກມັນຮັບໃຊ້ໃນຂັ້ນຕອນໃດ, ພວກມັນຮັບໃຊ້ດົນປານໃດ, ພວກມັນຮັບໃຊ້ຫຼາຍສໍ່າໃດ, ພາຍໃຕ້ສະຖານະການໃດທີ່ພວກມັນຈະບໍ່ຖືກນຳໃຊ້ອີກຕໍ່ໄປ ແລະ ພາຍໃຕ້ສະຖານະການໃດທີ່ພວກມັນສາມາດຖືກນຳໃຊ້ຕໍ່ໄປໄດ້ ລ້ວນແຕ່ມີຫຼັກການສຳລັບສິ່ງທັງໝົດນີ້ ແລະ ມີປັນຍາຂອງພຣະເຈົ້າຢູ່ໃນສິ່ງທັງໝົດນັ້ນ. ຜູ້ຄົນບໍ່ສາມາດປະຕິບັດຕໍ່ເລື່ອງນີ້ຢ່າງມຸທະລຸໄດ້; ພວກເຂົາຕ້ອງສະແຫວງຫາຫຼັກການ. ຖ້າທຸກຄົນເຊື່ອວ່າການກະທຳດ້ວຍວິທີໃດໜຶ່ງນັ້ນຖືກຕ້ອງ ແລະ ສອດຄ່ອງກັບຫຼັກການ ແລ້ວກໍຈົ່ງກະທຳການດ້ວຍວິທີນັ້ນ; ຈົ່ງກະທຳການດ້ວຍວິທີໃດກໍຕາມທີ່ເຈົ້າຄວນກະທຳ. ການລະເມີດຫຼັກການ, ການຈັດການກັບຄົນໃດຄົນໜຶ່ງຢ່າງຫຼັບຫູຫຼັບຕາ ແລະ ຢ່າງບໍ່ມີເຫດຜົນໂດຍອີງໃສ່ຄວາມໂກດຮ້າຍຊົ່ວວູບ ແມ່ນທັດສະນະຄະຕິຂອງການບໍ່ເຂັ້ມງວດຕໍ່ຄວາມຈິງ ແລະ ພຣະທຳຂອງພຣະເຈົ້າ; ເມື່ອເວົ້າຢ່າງເຄັ່ງຄັດແລ້ວ ມັນຍັງເປັນການສະແດງອອກເຖິງການຂາດຫົວໃຈທີ່ຢຳເກງພຣະເຈົ້າອີກດ້ວຍ, ສະນັ້ນ ຢ່າກະທຳການດ້ວຍວິທີນີ້ຢ່າງເດັດຂາດ. ນັ້ນຄືສິ່ງທີ່ເປັນພື້ນຖານທີ່ຈະໂອ້ລົມກ່ຽວກັບລັກສະນະທຳອິດຂອງຄົນທີ່ກັບຊາດມາເກີດຈາກມານຮ້າຍ ເຊິ່ງກໍຄືການເວົ້າຕົວະຈົນເປັນສັນດານ; ຫຼັກການໃນທຸກດ້ານໄດ້ຖືກອະທິບາຍຢ່າງຊັດເຈນແລ້ວ.

II. ລັກສະນະທີສອງ: ຄວາມແປກປະຫຼາດ

ລັກສະນະທີສອງຂອງຄົນທີ່ກັບຊາດມາເກີດຈາກມານຮ້າຍຄື “ຄວາມແປກປະຫຼາດ”. ເນື່ອງຈາກມັນເປັນລັກສະນະ, ມັນຈຶ່ງບໍ່ແມ່ນການສະແດງອອກຊົ່ວຄາວ, ແຕ່ເປັນສິ່ງທີ່ມັກຈະເປີດເຜີຍອອກມາຈາກທຳມະຊາດຂອງພວກເຂົາ ແລະ ມັນສາມາດເປັນຕົວແທນໃຫ້ແກ່ຄວາມຄິດ ແລະ ມຸມມອງຂອງພວກເຂົາ ພ້ອມທັງອຸປະນິໄສ ແລະ ແກ່ນແທ້ຂອງພວກເຂົາໄດ້ຢ່າງສິ້ນເຊີງ. ແລ້ວການສະແດງອອກສະເພາະຂອງລັກສະນະ “ຄວາມແປກປະຫຼາດ” ຂອງຄົນທີ່ເປັນມານຮ້າຍແມ່ນຫຍັງ? ຄວາມແປກປະຫຼາດແມ່ນຫຍັງ? ຄວາມແປກປະຫຼາດມັກຈະຄູ່ກັບຄຳໃດ? (ຄວາມຊົ່ວຊ້າ). ມີຫຍັງອີກ? (ທຳມະຊາດທີ່ແປກປະຫຼາດ). ທຳມະຊາດທີ່ແປກປະຫຼາດ ແລະ ຕັນຫາທີ່ຊົ່ວຊ້າ. ມີການສະແດງອອກອື່ນໃດອີກແດ່ທີ່ແປກປະຫຼາດ? ການຄົດໂກງ ແລະ ຜິດປົກກະຕິ, ແມ່ນບໍ? (ແມ່ນແລ້ວ). ນອກເໜືອຈາກການຄົດໂກງ ແລະ ຜິດປົກກະຕິແລ້ວ, ມີຫຍັງອີກ? (ຍັງມີການຄິດຄຳນວນ ແລະ ຍາກທີ່ຈະຢັ່ງເຖິງຢ່າງຍິ່ງ, ເປັນຄົນເຈົ້າເລ່ແສນກົນ, ໃຫ້ຄວາມຮູ້ສຶກທີ່ຂ້ອນຂ້າງບໍ່ສາມາດຢັ່ງເຖິງໄດ້). ໂດຍພື້ນຖານແລ້ວ ສິ່ງເຫຼົ່ານີ້ລ້ວນແຕ່ລວມຢູ່ໃນນັ້ນ. ການຄົດໂກງ, ແຝງຊົ່ວ, ເຈົ້າເລ່, ການຄິດຄຳນວນ ແລະ ຍາກທີ່ຈະຢັ່ງເຖິງ ແລະ ການເປັນຄົນເຈົ້າເລ່ແສນກົນ, ສິ່ງເຫຼົ່ານີ້ລ້ວນແຕ່ເປັນການສະແດງອອກ ແລະ ລັກສະນະສະເພາະຂອງຄວາມແປກປະຫຼາດ. ແລ້ວມານຮ້າຍສະແດງລັກສະນະເຫຼົ່ານີ້ອອກມາໃນເລື່ອງໃດແດ່? ໂດຍແກ່ນແທ້ແລ້ວ ນອກເໜືອຈາກສິ່ງທີ່ຜູ້ຄົນຄິດເຖິງເຊັ່ນ: ຄວາມຄົດໂກງ, ຄວາມແຝງຊົ່ວ, ຄວາມເຈົ້າເລ່ ແລະ ອື່ນໆ ທີ່ກ່ຽວຂ້ອງກັບອຸປະນິໄສ ຫຼື ສະແດງອອກໃນວິທີການປະພຶດຕົນ ແລະ ການຈັດການເລື່ອງຕ່າງໆແລ້ວ, ຄວາມແປກປະຫຼາດອີກປະເພດໜຶ່ງແມ່ນຫຍັງ? ມັນຄືຕັນຫາທີ່ຊົ່ວຊ້າຂອງຜູ້ຄົນ; ຄວາມແປກປະຫຼາດປະເພດນີ້ຄວນເອີ້ນວ່າຄວາມມັກມາກໃນກາມ. ເນື່ອງຈາກມີການໃຊ້ຄຳວ່າ “ຄວາມແປກປະຫຼາດ”, ພວກເຮົາຈຶ່ງບໍ່ໄດ້ກຳລັງເວົ້າເຖິງຄວາມຕ້ອງການ ຫຼື ປະຕິກິລິຍາທາງຮ່າງກາຍທີ່ປົກກະຕິຂອງເນື້ອໜັງ, ແຕ່ເປັນຄວາມມັກມາກໃນກາມ, ສິ່ງນີ້ກໍເອີ້ນວ່າຄວາມແປກປະຫຼາດເຊັ່ນກັນ. ຄວາມຄົດໂກງ, ຄວາມແຝງຊົ່ວ ແລະ ອື່ນໆ ທີ່ຫາກໍກ່າວເຖິງໄປເມື່ອກີ້ນີ້ແມ່ນກ່ຽວຂ້ອງກັບອຸປະນິໄສ; ສ່ວນຄວາມມັກມາກໃນກາມຄືຄວາມແປກປະຫຼາດທີ່ກ່ຽວຂ້ອງກັບເນື້ອໜັງ. ຄຳວ່າ “ຄວາມມັກມາກໃນກາມ” ຂ້ອນຂ້າງເໝາະສົມ, ບໍ່ແມ່ນບໍ? (ແມ່ນແລ້ວ). ນີ້ຄືອີກຄຳໜຶ່ງທີ່ເໝາະສົມຍິ່ງກວ່າ ນັ້ນກໍຄືຄວາມຍົວະຍວນທາງເພດ. ຜູ້ບໍ່ມີຄວາມເຊື່ອມັກຈະເວົ້າວ່າຄົນໃດຄົນໜຶ່ງມີຕັນຫາຢ່າງລັບໆ ແລະ ເປັນຄົນສຳສ່ອນ; ຄຳສັບເຫຼົ່ານີ້ລ້ວນແຕ່ໝາຍເຖິງດ້ານຂອງຕັນຫາທີ່ຊົ່ວຊ້າ. ນອກເໜືອຈາກຄວາມມັກມາກໃນກາມ ແລະ ຄວາມຍົວະຍວນທາງເພດແລ້ວ, ຍັງມີອັນອື່ນອີກບໍ? (ຄວາມຕ່ຳຊ້າແມ່ນໜຶ່ງໃນນັ້ນບໍ?) ຄວາມຕ່ຳຊ້າບໍ່ແມ່ນ; ຄວາມຕ່ຳຊ້າແຕກຕ່າງຈາກຄວາມມັກມາກໃນກາມ. ຄວາມຕ່ຳຊ້າກ່ຽວຂ້ອງກັບກຽດສັກສີ ແລະ ຄວາມສຸດຈະລິດຂອງຄົນໆໜຶ່ງ, ໃນຂະນະທີ່ຄວາມມັກມາກໃນກາມ ແລະ ຄວາມຍົວະຍວນທາງເພດສ່ວນໃຫຍ່ແລ້ວແມ່ນກ່ຽວຂ້ອງກັບບັນຫາການປະພຶດລະຫວ່າງບຸກຄົນຂອງຄົນໆໜຶ່ງ. ສິ່ງທີ່ພວກເຮົາຫາກໍເວົ້າເຖິງໄປນັ້ນຄືສອງດ້ານຂອງຄວາມແປກປະຫຼາດ: ດ້ານໜຶ່ງກ່ຽວຂ້ອງກັບອຸປະນິໄສ ແລະ ອີກດ້ານໜຶ່ງກ່ຽວຂ້ອງກັບຕັນຫາທາງເນື້ອໜັງ. ຍັງມີອີກດ້ານໜຶ່ງ, ນັ້ນກໍຄື ຄົນປະເພດນີ້ມັກຈະປະສົບກັບອາການຫູແວ່ວ ແລະ ອາການປະສາດຫຼອນທາງຄວາມຮູ້ສຶກອື່ນໆ, ພວກເຂົາມັກຈະມີການສະແດງອອກທີ່ຜິດປົກກະຕິບາງຢ່າງສະເໝີ. ຕົວຢ່າງ: ພວກເຂົາມັກຈະເວົ້າວ່າ “ພຣະເຈົ້າໄດ້ເປີດເຜີຍໃຫ້ຂ້ອຍຮູ້ວ່າ ໃນເວລາຫົກໂມງເຊົ້າຂອງມື້ນີ້ ຂ້ອຍຕ້ອງໄປທາງທິດຕາເວັນອອກ; ຜູ້ທີ່ອາດຈະໄດ້ຮັບຂ່າວປະເສີດຢູ່ບ່ອນນັ້ນຕ້ອງການພົບຂ້ອຍ”. “ເມື່ອຄືນນີ້ຂ້ອຍຝັນ; ບາງທີມື້ນີ້ອາດຈະມີອ້າຍເອື້ອຍນ້ອງສອງຄົນມາເຮືອນຂອງຂ້ອຍ”. ພວກເຂົາມັກຈະມີອາການຫູແວ່ວ ແລະ ອາການປະສາດຫຼອນທາງຄວາມຮູ້ສຶກອື່ນໆຢູ່ເລື້ອຍໆ, ພວກເຂົາມັກຈະດຳເນີນຊີວິດຂອງພວກເຂົາໂດຍອີງໃສ່ປະກົດການຕ່າງໆເຊັ່ນ: ຄວາມຝັນທີ່ແປກປະຫຼາດ, ນິມິດ ຫຼື ຄຳເວົ້າທີ່ຜຸດຂຶ້ນມາໃນຫົວຢ່າງກະທັນຫັນສະເໝີ ແລະ ເມື່ອມີບາງສິ່ງບາງຢ່າງທີ່ຜິດປົກກະຕິເກີດຂຶ້ນ, ພວກເຂົາກໍຈະກະທຳການດ້ວຍວິທີການທີ່ຜິດປົກກະຕິ, ພວກເຂົາສຸດໂຕ່ງເປັນພິເສດ. ບາງຄັ້ງພວກເຂົາກໍຕື່ນນອນຕອນສາມ ຫຼື ສີ່ໂມງເຊົ້າເພື່ອອະທິຖານ ແລະ ອ່ານພຣະທຳຂອງພຣະເຈົ້າ; ບາງຄັ້ງໃນຕອນກາງຄືນເມື່ອຄົນອື່ນກຳລັງພັກຜ່ອນ, ພວກເຂົາກໍຕື່ນຢູ່ເຄິ່ງຄືນ ໂດຍຢືນຢັດທີ່ຈະອ່ານພຣະທຳຂອງພຣະເຈົ້າ ຫຼື ຮຽນຮ້ອງເພງສັນລະເສີນ. ພວກເຂົານອນເມື່ອຄົນອື່ນກຳລັງກິນເຂົ້າ ຫຼື ເຮັດວຽກ ແລະ ມີພະລັງເມື່ອຄົນອື່ນກຳລັງພັກຜ່ອນ; ພວກເຂົາຜິດປົກກະຕິສະເໝີ ແລະ ແຕກຕ່າງຈາກຄົນປົກກະຕິສະເໝີ. ສິ່ງນີ້ສາມາດຖືວ່າເປັນການສະແດງອອກຂອງຄວາມແປກປະຫຼາດໄດ້ເຊັ່ນກັນບໍ? (ໄດ້). ມີຄຳສັບທີ່ເໝາະສົມເພື່ອອະທິບາຍຄວາມຜິດປົກກະຕິນີ້ບໍ? ສົມມຸດວ່າຄົນໃດຄົນໜຶ່ງເບິ່ງຄືວ່າປົກກະຕິຢູ່ພາຍນອກ, ແຕ່ພວກເຂົາມັກຈະເຮັດ ແລະ ຢັ່ງຮູ້ສິ່ງຕ່າງໆໃນລັກສະນະທີ່ບິດເບືອນ ແລະ ສຸດໂຕ່ງເປັນພິເສດສະເໝີ; ບໍ່ວ່າເຈົ້າຈະໂອ້ລົມກັບພວກເຂົາແນວໃດກໍຕາມ, ພວກເຂົາກໍບໍ່ສາມາດເຂົ້າໃຈໄດ້. ບາງຄັ້ງພວກເຂົາກໍປະສົບກັບອາການຫູແວ່ວ ແລະ ອາການປະສາດຫຼອນທາງຄວາມຮູ້ສຶກອື່ນໆ; ເຖິງແມ່ນວ່າໃນເວລາອື່ນຈະບໍ່ມີສຽງ ຫຼື ຄຳເວົ້າທີ່ຊັດເຈນ, ພວກເຂົາກໍມີຄວາມຄິດທີ່ແປກປະຫຼາດຢູ່ພາຍໃນຕົວພວກເຂົາ ເຊິ່ງບອກໃຫ້ພວກເຂົາເຮັດສິ່ງນັ້ນສິ່ງນີ້. ແຕ່ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ມັນກໍບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງ ແລະ ມັນເຖິງກັບບໍ່ໄດ້ມາດຕະຖານຂອງການປະຕິບັດຕາມກົດລະບຽບຊ້ຳ. ພວກເຈົ້າຄິດຫາຄຳສັບທີ່ເໝາະສົມເພື່ອອະທິບາຍຄົນປະເພດນີ້ບໍ່ອອກ, ແມ່ນບໍ? (ບໍ່, ພວກເຮົາຄິດບໍ່ອອກ). ພວກເຈົ້າຄິດວ່າຄຳວ່າ “ພິລຶກພິລັນ” ເໝາະສົມບໍ? ພຶດຕິກຳພາຍນອກຂອງພວກເຂົາເບິ່ງຄືວ່າແປກປະຫຼາດ ແລະ ຜິດປົກກະຕິເປັນພິເສດ ແລະ ພວກເຂົາມັກຈະອາລົມປ່ຽນແປງງ່າຍ ແລະ ຕື່ນຕົກໃຈງ່າຍສະເໝີ. ແຕ່ຖ້າເຈົ້າກ່າວໂທດພວກເຂົາ, ເຈົ້າກໍບໍ່ສາມາດຊີ້ໃຫ້ເຫັນເຖິງບັນຫາໃຫຍ່ທີ່ພວກເຂົາມີໄດ້ເລີຍ ແລະ ຖ້າເຈົ້າຖືວ່າພວກເຂົາເປັນຄົນດີ, ພວກເຂົາກໍຍັງເບິ່ງຄືວ່າແປກປະຫຼາດເລັກນ້ອຍ, ເຈົ້າຂ້ອນຂ້າງບໍ່ສາມາດເບິ່ງທະລຸພວກເຂົາໄດ້. ເມື່ອເຈົ້າພຽງແຕ່ໄດ້ຍິນພວກເຂົາເວົ້າເປັນບາງຄັ້ງຄາວ, ພວກເຂົາກໍເບິ່ງຄືວ່າປົກກະຕິດີ ແຕ່ຖ້າເຈົ້າລັກສັງເກດເບິ່ງພວກເຂົາ, ເຈົ້າກໍຈະພົບວ່າການກະທຳຂອງພວກເຂົານັ້ນແປກປະຫຼາດຫຼາຍ ແລະ ຜິດປົກກະຕິຫຼາຍ. ນີ້ບໍ່ແມ່ນສັນຍານທີ່ດີ; ບໍ່ມີທາງຮູ້ໄດ້ເລີຍວ່າພວກເຂົາອາດຈະເຮັດຫຍັງ. ຕໍ່ມາ, ກໍມີການຄົ້ນພົບວ່າພວກເຂົາສາມາດເວົ້າພາສາແປກປະຫຼາດໃນລະຫວ່າງການອະທິຖານ; ໂດຍປົກກະຕິແລ້ວ ພວກເຂົາຍັງມັກລົມກັບຕົນເອງຢູ່ຕະຫຼອດເວລາ, ຄືກັບວ່າພວກເຂົາກຳລັງລົມກັບໃຜບາງຄົນ, ເຖິງຂັ້ນຫົວຂວັນໃນຂະນະທີ່ເຮັດແບບນັ້ນ ເຊິ່ງເບິ່ງແລ້ວເປັນຕາຢ້ານຫຼາຍ. ນີ້ກໍເປັນການສະແດງອອກຂອງຄວາມແປກປະຫຼາດເຊັ່ນກັນ. ໃຫ້ພວກເຮົາໃຊ້ຄຳວ່າ “ພິລຶກພິລັນ” ເພື່ອອະທິບາຍດ້ານນີ້ໄປກ່ອນ. ສະຫຼຸບແລ້ວ, ພວກເຮົາໄດ້ສະຫຼຸບການສະແດງອອກຂອງຄວາມແປກປະຫຼາດຂອງຄົນທີ່ເປັນມານຮ້າຍແລ້ວ. ມັນມີທັງໝົດສາມດ້ານຄື: ດ້ານໜຶ່ງຄືຕັນຫາທີ່ຊົ່ວຊ້າຂອງເນື້ອໜັງ; ດ້ານໜຶ່ງຄືການມີການສະແດງອອກທີ່ຜິດປົກກະຕິບາງຢ່າງສະເໝີ ເຊິ່ງພິລຶກພິລັນເປັນພິເສດ ແລະ ອີກດ້ານໜຶ່ງແມ່ນກ່ຽວຂ້ອງກັບອຸປະນິໄສ, ນັ້ນກໍຄືການຄົດໂກງຫຼາຍ. ຄວາມຄົດໂກງໝາຍຄວາມວ່າຄົນປະເພດນີ້ມີຄວາມຫຼອກລວງ ແລະ ເຈົ້າເລ່ໃນລະດັບໜຶ່ງ ເຊິ່ງຄົນທຳມະດາບໍ່ສາມາດຢັ່ງເຖິງໄດ້. ເມື່ອຜູ້ຄົນຄົບຫາກັບຄົນປະເພດນີ້, ພວກເຂົາມັກຈະຮູ້ສຶກກັງວົນ, ວິຕົກກັງວົນ ແລະ ຢ້ານກົວ; ພວກເຂົາມັກຈະຢ້ານວ່າໃນທີ່ສຸດພວກເຂົາຈະຖືກຄົນເຫຼົ່ານັ້ນຫັກຫຼັງ ແລ້ວຍັງຖືກຫຼອກໃຊ້ໂດຍທີ່ບໍ່ຮູ້ຕົວອີກ, ພວກເຂົາຢ້ານວ່າຈະຕົກຫຼຸມພາງຂອງຄົນເຫຼົ່ານັ້ນ. ຄົນປະເພດນີ້ແຝງຊົ່ວ ແລະ ເຈົ້າເລ່ເປັນພິເສດ. ພວກເຂົາອາດຈະເວົ້າຕໍ່ໜ້າເຈົ້າດ້ວຍທ່າທາງທີ່ສຸພາບ ແລະ ຮຽບຮ້ອຍຫຼາຍ, ແຕ່ລັບຫຼັງເຈົ້າ ພວກເຂົາໄດ້ວາງແຜນຕໍ່ຕ້ານເຈົ້າ ແລະ ຕໍ່ສູ້ກັບເຈົ້າເປັນເວລາດົນນານໂດຍທີ່ເຈົ້າບໍ່ຮູ້ຕົວ. ເມື່ອເຈົ້າຄົ້ນພົບສິ່ງນີ້, ເຈົ້າກໍຈະເຫື່ອແຕກ ໂດຍຄິດວ່າ “ໂຊກດີທີ່ພຣະເຈົ້າປົກປ້ອງຂ້ອຍ! ຖ້າຂ້ອຍບໍ່ເຊື່ອໃນພຣະເຈົ້າ, ຂ້ອຍກໍຄົງຈະຖືກພວກເຂົາທຳຮ້າຍຢ່າງສາຫັດ; ຊີວິດຂອງຂ້ອຍກໍອາດຈະສູນເສຍໄປແລ້ວ!” ນີ້ຄືຄວາມຊົ່ວຊ້າຂອງມານຮ້າຍປະເພດນີ້. ເປັນຫຍັງເຮົາຈຶ່ງເວົ້າວ່າຄົນແບບນັ້ນແປກປະຫຼາດ? ມັນບໍ່ແມ່ນເລື່ອງງ່າຍແທ້ໆທີ່ຈະບອກໄດ້ຈາກວິທີທີ່ພວກເຂົາປາກົດຢູ່ພາຍນອກ; ເຈົ້າຕ້ອງເລີ່ມຈາກສິ່ງທີ່ພວກເຂົາວາງແຜນທີ່ຈະເຮັດ ແລະ ຄຳເວົ້າທີ່ພວກເຂົາເປີດເຜີຍອອກມາໃນທຸກໆມື້, ສິ່ງນີ້ພຽງພໍແລ້ວທີ່ຈະໃຫ້ເຈົ້າເຫັນໄດ້ຢ່າງຊັດເຈນເຖິງແກ່ນແທ້ ແລະ ທຳມະຊາດທີ່ແປກປະຫຼາດຂອງຄົນປະເພດນີ້.

ກ. ຄວາມຄົດໂກງ

ຄົນທີ່ກັບຊາດມາເກີດຈາກມານຮ້າຍຄິດກ່ຽວກັບຫຍັງໃນທຸກໆມື້? ຕົວຢ່າງ: ສົມມຸດວ່າເອື້ອຍນ້ອງຄົນໜຶ່ງໄດ້ຮັບການສົ່ງເສີມໃຫ້ເປັນຜູ້ນຳ. ຈາກນັ້ນ ພວກເຂົາກໍໄຕ່ຕອງວ່າ “ເດັກຍິງຄົນນັ້ນໄດ້ຮັບການສົ່ງເສີມໃຫ້ເປັນຜູ້ນຳຕັ້ງແຕ່ອາຍຸຍັງນ້ອຍ. ລາວດີກວ່າຂ້ອຍບ່ອນໃດ? ຂ້ອຍເຄີຍດູຖູກລາວ, ຂ້ອຍບໍ່ເຄີຍປະຈົບປະແຈງລາວ ຫຼື ສ້າງຄວາມສຳພັນທີ່ດີກັບລາວເລີຍ. ຕອນນີ້ລາວເປັນຜູ້ນຳ, ເປັນຫົວໜ້າໂດຍກົງຂອງຂ້ອຍ, ສະນັ້ນ ຂ້ອຍຕ້ອງປະຈົບປະແຈງລາວ. ຂ້ອຍຈຳເປັນຕ້ອງເບິ່ງວ່າລາວຕ້ອງການຄວາມຊ່ວຍເຫຼືອໃນແງ່ຂອງຊີວິດປະຈຳວັນຂອງລາວ ຫຼື ທາງດ້ານວັດຖຸ ຫຼື ທາງດ້ານວິນຍານ ຫຼື ບໍ່. ຖ້າລາວບໍ່ຫຼົງກົນ, ຖ້າຂ້ອຍບໍ່ສາມາດເອົາຊະນະໃຈລາວໄດ້, ແລ້ວຂ້ອຍກໍຈະລອງໃຊ້ວິທີທີ່ອ່ອນໂຍນອື່ນໆ, ຂ້ອຍຈະເວົ້າຄຳເວົ້າທີ່ອ່ອນໂຍນ, ຄຳເວົ້າທີ່ອ່ອນນ້ອມ ແລະ ຄຳເວົ້າທີ່ເອົາອົກເອົາໃຈຕໍ່ໜ້າລາວ. ກ່ອນອື່ນ ຂ້ອຍຈຳເປັນຕ້ອງເບິ່ງວ່າວິທີໃດໃຊ້ໄດ້ຜົນກັບລາວ. ລາວມັກການປະຈົບປະແຈງ ຫຼື ມັກກົນອຸບາຍທີ່ຊົ່ວຊ້າຂອງຄົນຊົ່ວຮ້າຍ? ລາວມັກອາຫານ ຫຼື ຄວາມມ່ວນຊື່ນ? ລາວມັກເຄື່ອງນຸ່ງ ຫຼື ເຄື່ອງປະດັບ? ລາວມັກຫຍັງ? ຂ້ອຍຕ້ອງເບິ່ງລາວໃຫ້ອອກ, ເຂົ້າໃກ້ລາວ, ປະຈົບປະແຈງລາວ, ສ້າງຄວາມສຳພັນທີ່ດີກັບລາວ ແລະ ພະຍາຍາມຢັ່ງເຊີງລາວເບິ່ງ”. ບໍ່ວ່າໃຜຈະກາຍເປັນຜູ້ນຳກໍຕາມ, ພວກເຂົາກໍຈະໄຕ່ຕອງເຖິງວິທີທີ່ຈະເຂົ້າໃກ້ຜູ້ນຳຄົນນັ້ນ ແລະ ສ້າງຄວາມສຳພັນທີ່ດີກັບຜູ້ນຳຄົນນັ້ນ. ກ່ອນໜ້ານີ້, ເມື່ອເອື້ອຍນ້ອງຄົນນີ້ຍັງບໍ່ໄດ້ເປັນຜູ້ນຳ, ພວກເຂົາກໍຈະຕໍ່ຕ້ານທຸກສິ່ງທຸກຢ່າງທີ່ລາວເວົ້າ. ຕົວຢ່າງ: ຖ້າລາວເວົ້າວ່າ “ຕັ້ງແຕ່ນີ້ເປັນຕົ້ນໄປ ພວກເຮົາຈະເຕົ້າໂຮມກັນອາທິດລະຄັ້ງ”, ຫຼັງຈາກທີ່ໄດ້ຍິນແລ້ວ ພວກເຂົາກໍຈະໄຕ່ຕອງວ່າ “ຄຣິສຕະຈັກອື່ນເຕົ້າໂຮມກັນອາທິດລະສອງຄັ້ງ ແຕ່ພວກເຮົາຈະເຕົ້າໂຮມກັນພຽງຄັ້ງດຽວ. ເປັນຫຍັງພວກເຮົາຈຶ່ງຕ້ອງເຮັດຕາມທີ່ເຈົ້າເວົ້າ? ເຈົ້າຄິດວ່າເຈົ້າເປັນໃຜ?”. ຕອນນີ້ເອື້ອຍນ້ອງຄົນນີ້ເປັນຜູ້ນຳແລ້ວ, ປະຕິກິລິຍາຂອງພວກເຂົາເມື່ອລາວເວົ້າກໍແຕກຕ່າງອອກໄປ; ພວກເຂົາບໍ່ເວົ້າຄຳເວົ້າທີ່ໂຕ້ແຍ້ງຄືກັບທີ່ພວກເຂົາເຄີຍເຮັດມາກ່ອນອີກຕໍ່ໄປ ແຕ່ພວກເຂົາພັດເວົ້າວ່າ “ສິ່ງທີ່ເອື້ອຍນ້ອງຄົນນັ້ນເວົ້າແມ່ນຄວາມຈິງ!” ພາຍນອກພວກເຂົາສະແດງອອກຢ່າງຍອມຈຳນົນຫຼາຍ, ຄືກັບວ່າພວກເຂົາເປັນຄົນທີ່ສາມາດເຊື່ອຟັງໄດ້ ແຕ່ພາຍໃນພວກເຂົາພັດເວົ້າວ່າ “ເຈົ້າຮູ້ຫຍັງແດ່? ເຈົ້າຫາກໍເປັນຜູ້ນຳໄດ້ພຽງສອງສາມມື້ເທົ່ານັ້ນ! ຂ້ອຍເຄີຍເຮັດວຽກນີ້ມາກ່ອນ ແຕ່ຕອນນີ້ເຈົ້າເປັນຜູ້ນຳແລ້ວ. ບໍ່ເປັນຫຍັງ, ຜູ້ນຳເປັນຜູ້ຕັດສິນໃຈຂັ້ນສຸດທ້າຍ. ຂ້ອຍຈະເຫັນດີກັບເຈົ້າກ່ອນ ແຕ່ວິທີທີ່ຂ້ອຍກະທຳການລັບຫຼັງເຈົ້ານັ້ນເປັນການຕັດສິນໃຈຂອງຂ້ອຍ. ຂ້ອຍຈະປັ່ນຫົວເຈົ້າຫຼິ້ນ!” ບາງຄົນໄດ້ຮັບເລືອກຕັ້ງໃຫ້ເປັນຜູ້ນຳ ແລະ ເມື່ອຖືກຖາມວ່າ “ການເລືອກຕັ້ງຜູ້ນຳໃນຄຣິສຕະຈັກຂອງພວກເຈົ້າດຳເນີນໄປຕາມຫຼັກການບໍ?” ພວກເຂົາກໍໄຕ່ຕອງວ່າ “ຖ້າມັນດຳເນີນໄປຕາມຫຼັກການ, ຂ້ອຍຍັງຈະສາມາດກາຍເປັນຜູ້ນຳໄດ້ຢູ່ບໍ? ແຕ່ຂ້ອຍບໍ່ສາມາດບອກຄວາມຈິງກັບເຈົ້າໄດ້”. ສະນັ້ນ ພວກເຂົາຈຶ່ງເວົ້າວ່າ “ມັນດຳເນີນໄປຕາມຫຼັກການ. ຂ້ອຍໄດ້ຮັບໃຊ້ເປັນຜູ້ນຳຄຣິສຕະຈັກມາສອງສະໄໝແລ້ວ. ໃນຕອນທຳອິດ ຂ້ອຍບໍ່ຢາກເຮັດມັນອີກ; ຂ້ອຍຢ້ານວ່າອ້າຍເອື້ອຍນ້ອງຈະຄັດຄ້ານຖ້າຂ້ອຍເຮັດ, ສະນັ້ນ ຂ້ອຍຈຶ່ງຖອນຕົວອອກຈາກການເປັນຜູ້ສະໝັກ. ແຕ່ໃນທ້າຍທີ່ສຸດ ອ້າຍເອື້ອຍນ້ອງກໍຍັງເລືອກຂ້ອຍຢູ່ດີ, ສະນັ້ນ ຂ້ອຍຈຶ່ງເຮັດມັນດ້ວຍຄວາມຝືນໃຈ. ເມື່ອໃດກໍຕາມທີ່ມີຜູ້ສະໝັກຄົນໃໝ່ສຳລັບຕຳແໜ່ງຜູ້ນຳ, ຂ້ອຍກໍຈະລົງຈາກຕຳແໜ່ງ”. ສິ່ງນີ້ຟັງເບິ່ງຄືດີ, ແຕ່ພວກເຂົາມີເຈດຕະນາທີ່ຈະເຮັດແບບນັ້ນແທ້ບໍ? ພວກເຂົາບໍ່ມີເຈດຕະນາທີ່ຈະເຮັດມັນເລີຍ. ພວກເຂົາພຽງແຕ່ກຳລັງເວົ້າຕົວະ ແລະ ປັ່ນຫົວເຈົ້າຫຼິ້ນ, ເວົ້າແຕ່ສິ່ງທີ່ຟັງເບິ່ງຄືດີ, ສິ່ງທີ່ເຮັດໃຫ້ເຈົ້າພໍໃຈ, ສິ່ງທີ່ສາມາດຫຼອກລວງ ແລະ ເຮັດໃຫ້ເຈົ້າຫຼົງຜິດໄດ້ເທົ່ານັ້ນ. ເມື່ອເວົ້າເຖິງຜູ້ນຳລະດັບສູງ, ພວກເຂົາກໍໄຕ່ຕອງເຖິງວິທີທີ່ຈະປະຈົບປະແຈງ ແລະ ເອົາອົກເອົາໃຈຜູ້ນຳເຫຼົ່ານີ້ ແລະ ວິທີທີ່ຈະເຮັດໃຫ້ຜູ້ນຳເຫຼົ່ານີ້ຫຼົງຜິດ ເພື່ອໃຫ້ຜູ້ນຳເຫຼົ່ານີ້ໃຫ້ຄຸນຄ່າ ແລະ ສົ່ງເສີມພວກເຂົາ. ຖ້າພວກເຂົາບໍ່ສາມາດໄດ້ຮັບການສົ່ງເສີມ, ແລ້ວພວກເຂົາກໍຈະໄຕ່ຕອງເຖິງວິທີທີ່ຂໍ້ບົກພ່ອງ, ການບ່ຽງເບນ ແລະ ຄວາມຜິດພາດທີ່ພວກເຂົາເຄີຍກໍ່ໄວ້ໃນຂະນະທີ່ເຮັດວຽກກ່ອນໜ້ານີ້ ພ້ອມທັງການກະທໍາຜິດ ແລະ ພຶດຕິກຳທີ່ຫຼອກລວງທີ່ພວກເຂົາໄດ້ກະທຳການຢູ່ເບື້ອງຫຼັງນັ້ນ ຈະສາມາດປິດບັງຈາກຜູ້ນຳໄດ້ແນວໃດ ເພື່ອບໍ່ໃຫ້ຜູ້ນຳຮູ້ກ່ຽວກັບເລື່ອງເຫຼົ່ານັ້ນ, ພວກເຂົາຈະສາມາດລອຍນວນຈາກສິ່ງເຫຼົ່ານີ້ໂດຍບໍ່ຕ້ອງຮັບຜິດຊອບເລີຍໄດ້ແນວໃດ. ສິ່ງເຫຼົ່ານີ້ແມ່ນການສະແດງອອກທີ່ຄວາມເປັນມະນຸດຄວນມີບໍ? ພວກມັນເປັນບວກ ຫຼື ເປັນລົບ? (ເປັນລົບ). ພວກມັນເປັນລົບໃນລະດັບໃດ? ໃນລະດັບທີ່ວ່າ ກ່ອນທີ່ຈະມີໃຜມາຕິດຕາມ ຫຼື ກວດກາວຽກງານຂອງພວກເຂົາ, ພວກເຂົາກໍໄດ້ຄິດໄຕ່ຕອງເລື່ອງເຫຼົ່ານີ້ໄວ້ລ່ວງໜ້າໃນໃຈຂອງພວກເຂົາແລ້ວ, ພວກເຂົາກຽມໃຈໄວ້ດົນແລ້ວ, ໃຈຂອງພວກເຂົາເຕັມໄປດ້ວຍສິ່ງເຫຼົ່ານີ້ມາດົນແລ້ວ. ບອກເຮົາມາເບິ່ງ, ນີ້ບໍ່ແມ່ນຄວາມຄົດໂກງບໍ? (ແມ່ນແລ້ວ). ຄົນປະເພດນີ້ເວົ້າຈາປ່ຽນໄປຕາມຄົນທີ່ພົບເຫັນຢ່າງມີເລ່ລ່ຽມ ໂດຍເວົ້າສິ່ງທີ່ແຕກຕ່າງກັນກັບຜູ້ນຳແຕ່ລະຄົນ. ຖ້າຜູ້ນຳເປັນຜູ້ຍິງ, ພວກເຂົາກໍຈະຍົກຍ້ອງລາວວ່າເປັນເທບທິດາ; ຖ້າຜູ້ນຳເປັນຜູ້ຊາຍ, ພວກເຂົາກໍຈະຍົກຍ້ອງລາວວ່າເປັນຄົນຫຼໍ່ ແລະ ເປັນຊາຍສະກັນ. ນີ້ບໍ່ແມ່ນຄວາມຄົດໂກງບໍ? (ແມ່ນແລ້ວ). ນີ້ຄືລັກສະນະຫຼັກຂອງຄວາມແປກປະຫຼາດ. ທັດສະນະຄະຕິ ແລະ ການສະແດງອອກຂອງພວກເຂົາທີ່ມີຕໍ່ຜູ້ນຳແມ່ນເປັນແບບນີ້ ເຊິ່ງຄົດໂກງຫຼາຍ ແລະ ແຝງຊົ່ວຫຼາຍ. ໂລກພາຍໃນຂອງພວກເຂົາມີຄວາມຊັບຊ້ອນຢ່າງຍິ່ງ; ມີຄວາມຄິດຫຼາຍຢ່າງອັດແໜ້ນຢູ່ໃນນັ້ນ ແຕ່ບໍ່ມີຄວາມຄິດໃດເລີຍທີ່ເປັນບວກ. ພວກເຂົາບໍ່ໄຕ່ຕອງກ່ຽວກັບຄວາມເປັນມະນຸດ, ຄວາມຈິງ ຫຼື ເສັ້ນທາງທີ່ຖືກຕ້ອງ; ພວກເຂົາພຽງແຕ່ໄຕ່ຕອງເຖິງວິທີທີ່ຈະປະຈົບປະແຈງ ແລະ ເອົາອົກເອົາໃຈຜູ້ນຳ, ວິທີທີ່ຈະຮັກສາສະຖານະຂອງພວກເຂົາເອງ, ວິທີທີ່ຈະລອຍນວນຈາກສິ່ງຕ່າງໆ, ວິທີທີ່ຈະສືບຕໍ່ໃຊ້ເວລາໄປວັນໆ, ວິທີທີ່ຈະສືບຕໍ່ອາໄສຄຣິສຕະຈັກຫາກິນ, ກິນ ແລະ ດື່ມ ແລະ ບໍ່ຕອບແທນຫຍັງເລີຍໂດຍບໍ່ໃຫ້ຖືກຈັບໄດ້ ແລະ ໂດຍບໍ່ຕ້ອງຮັບຜິດຊອບເລີຍ. ໃນໃຈຂອງພວກເຂົາ ພວກເຂົາພຽງແຕ່ວາງແຜນ, ຄິດຫາເລ່ລ່ຽມ ແລະ ຄິດກ່ຽວກັບບັນຫາເຫຼົ່ານີ້; ພວກເຂົາໃຊ້ກົນອຸບາຍທຸກຮູບແບບ ແລະ ສະຕິຮູ້ສຶກຜິດຊອບຂອງພວກເຂົາກໍບໍ່ເຄີຍຮູ້ສຶກເຖິງການຕຳນິ ຫຼື ການກ່າວຫາເລີຍ. ເມື່ອພວກເຂົາເຂົ້າໄປຢູ່ໃນທ່າມກາງກຸ່ມຄົນ, ພວກເຂົາກໍຈະກວາດສາຍຕາເບິ່ງຄົນເຫຼົ່ານັ້ນ: “ແມ່ບ້ານສອງສາມຄົນນັ້ນຂາດຄວາມເຂົ້າໃຈທີ່ເລິກເຊິ່ງ; ພວກເຂົາບໍ່ມີທາງທີ່ຈະມີຄວາມສາມາດໃນການແຍກແຍະກ່ຽວກັບຂ້ອຍໄດ້ເລີຍ. ພວກເຂົາຈະບໍ່ສາມາດເຂົ້າໃຈກົນອຸບາຍທີ່ຂ້ອຍໃຊ້ໄດ້ເລີຍ. ເຖິງແມ່ນວ່າພວກເຂົາຈະເຂົ້າໃຈ, ພວກເຂົາກໍບໍ່ສາມາດໂຄ່ນລົ້ມຂ້ອຍໄດ້. ປານ້ອຍບໍ່ສາມາດສ້າງຄື້ນໃຫຍ່ໄດ້; ພວກເຂົາຈະບໍ່ເປັນບັນຫາ. ບໍ່ຈຳເປັນຕ້ອງສົນໃຈພວກເຂົາ. ສ່ວນອີກສອງສາມຄົນທີ່ເຫຼືອ, ຄົນໜຶ່ງເປັນຜູ້ນຳຄຣິສຕະຈັກ, ອີກຄົນໜຶ່ງເປັນເອື້ອຍນ້ອງອາວຸໂສທີ່ເຊື່ອໃນພຣະເຈົ້າມາຫຼາຍປີແລ້ວ ແລະ ອີກຄົນໜຶ່ງເປັນເອື້ອຍນ້ອງໜຸ່ມທີ່ເບິ່ງຄືວ່າຮຽນຈົບຈິດຕະວິທະຍາຢູ່ມະຫາວິທະຍາໄລ. ຄົນເຫຼົ່ານີ້ເປັນໄພຄຸກຄາມຕໍ່ຂ້ອຍເລັກນ້ອຍ. ຂ້ອຍຄວນຈັດການກັບໃຜກ່ອນ? ຂ້ອຍຄວນຄົບຫາ ແລະ ເອົາຊະນະໃຈໃຜກ່ອນ? ຂ້ອຍຈະກາຍເປັນໜຶ່ງໃນພວກເຂົາໄດ້ແນວໃດ? ຂ້ອຍຈະສ້າງອິດທິພົນໄດ້ແນວໃດ? ໃຜຈະເປັນຜູ້ຊ່ວຍຂອງຂ້ອຍ ແລະ ໃຜຈະເປັນຄູ່ແຂ່ງຂອງຂ້ອຍ? ຂ້ອຍຄວນເປັນໝູ່ກັບໃຜ, ຂ້ອຍຄວນຢູ່ຫ່າງຈາກໃຜ ແລະ ຂ້ອຍຄວນລະວັງໃຜ? ເລື່ອງເຫຼົ່ານີ້ຕ້ອງມີການວາງແຜນໄລຍະຍາວ; ຂ້ອຍຈຳເປັນຕ້ອງຄິດທົບທວນໃຫ້ດີ”. ຫຼັງຈາກທີ່ສັງເກດການເປັນເວລາສອງສາມມື້, ພວກເຂົາກໍຄິດອອກວ່າພວກເຂົາຄວນຄົບຫາ ແລະ ສົມຮູ້ຮ່ວມຄິດກັບໃຜ, ໃຜທີ່ສາມາດດຶງເຂົ້າມາຫຼອກໃຊ້ໄດ້, ໃຜທີ່ເປັນກຳລັງຕໍ່ຕ້ານພວກເຂົາ ແລະ ໃຜທີ່ເຂົ້າໃຈຄວາມຈິງ ແລະ ຍຶດໝັ້ນໃນຫຼັກການ ແລະ ຄວນລະວັງ, ພວກເຂົາຄິດເລື່ອງທັງໝົດນີ້ອອກ. ພວກເຂົາໄຕ່ຕອງໃນໃຈວ່າ “ຂ້ອຍຕ້ອງລະວັງຄົນທີ່ມີຄວາມສາມາດໃນການແຍກແຍະກ່ຽວກັບຂ້ອຍ. ຂ້ອຍບໍ່ສາມາດລ່ວງເກີນພວກເຂົາໄດ້ ແລະ ຂ້ອຍກໍບໍ່ຄວນເຂົ້າໃກ້ພວກເຂົາ. ຂ້ອຍຕ້ອງຢູ່ຫ່າງຈາກພວກເຂົາໃຫ້ຫຼາຍທີ່ສຸດ ເພື່ອບໍ່ໃຫ້ຂ້ອຍຫຼຸດປາກ ແລະ ພວກເຂົາເບິ່ງທະລຸຂ້ອຍໄດ້. ເມື່ອຢູ່ຕໍ່ໜ້າພວກເຂົາ, ຂ້ອຍຕ້ອງບໍ່ເວົ້າຈາຢ່າງບໍ່ລະມັດລະວັງຢ່າງເດັດຂາດ ເພື່ອບໍ່ໃຫ້ພວກເຂົາພົບເຫັນບາງສິ່ງບາງຢ່າງທີ່ພວກເຂົາສາມາດໃຊ້ຕໍ່ຕ້ານຂ້ອຍ ເພື່ອເປີດໂປງ ແລະ ໄຈ້ແຍກຂ້ອຍໃນຄຣິສຕະຈັກ. ຖ້າອ້າຍເອື້ອຍນ້ອງໄດ້ຮັບຄວາມສາມາດໃນການແຍກແຍະ, ພວກເຂົາກໍຈະຊຳລະລ້າງຂ້ອຍອອກໄປ. ເປັນແບບນັ້ນບໍ່ໄດ້ເດັດຂາດ!” ພວກເຂົາຄິດແຕ່ເລື່ອງເຫຼົ່ານີ້ທຸກໆມື້. ຈະແຂ່ງຂັນກັບໃຜ ແລະ ຈະແຂ່ງຂັນແນວໃດເພື່ອໃຫ້ໄດ້ຮັບຊື່ສຽງ ແລະ ເຮັດໃຫ້ຕົນເອງເບິ່ງດີ, ຈະຄົບຫາກັບໃຜເພື່ອໃຫ້ພວກເຂົາໄດ້ຮັບຜົນປະໂຫຍດໂດຍບໍ່ເສຍປຽບ, ຈະແກ້ໄຂຄວາມສູນເສຍທີ່ພວກເຂົາໄດ້ຮັບໃນບາງເລື່ອງແນວໃດ, ພວກເຂົາໄຕ່ຕອງແຕ່ເລື່ອງເຫຼົ່ານີ້ໝົດມື້. ພວກເຂົາອາດຈະໃຊ້ເວລາເຄິ່ງມື້ເພື່ອໄຕ່ຕອງເຖິງສາຍຕາທີ່ຄົນໃດຄົນໜຶ່ງແນມເບິ່ງພວກເຂົາ: “ມື້ວານນີ້, ຄົນຜູ້ນັ້ນແນມເບິ່ງຂ້ອຍຢ່າງແຫຼມຄົມຫຼາຍ. ນັ້ນໝາຍຄວາມວ່າແນວໃດ? ພວກເຂົາມີຄວາມສາມາດໃນການແຍກແຍະກ່ຽວກັບຂ້ອຍບໍ? ນີ້ບໍ່ແມ່ນສັນຍານທີ່ດີ. ພວກເຂົາເຫັນບັນຫາຫຍັງຂອງຂ້ອຍ? ຂ້ອຍຈຳເປັນຕ້ອງລະມັດລະວັງໃນສອງສາມມື້ຂ້າງໜ້ານີ້ ແລະ ບໍ່ປ່ອຍໃຫ້ມີຫຍັງຫຼຸດລອດໄປໄດ້. ນອກຈາກນີ້, ຂ້ອຍຈຳເປັນຕ້ອງຮຽນຮູ້ທີ່ຈະອ່ານສິ່ງຕ່າງໆຈາກສາຍຕາຂອງຄົນອື່ນ ແລະ ຂ້ອຍຕ້ອງບໍ່ປະໝາດ. ໜັງຕາຂອງຂ້ອຍກະຕຸກມາສອງມື້ແລ້ວ; ເບິ່ງຄືວ່າມີບາງສິ່ງບາງຢ່າງທີ່ບໍ່ດີກຳລັງຈະເກີດຂຶ້ນ. ຂ້ອຍຕ້ອງລະມັດລະວັງ, ຂ້ອຍຫວັງແທ້ໆວ່າຈະບໍ່ມີຫຍັງຜິດພາດ; ຂ້ອຍອາດຈະຖືກຊຳລະລ້າງອອກໄປຖ້າຂ້ອຍບໍ່ລະມັດລະວັງ”. ບໍ່ມີບັນຫາໃດທີ່ສາມາດເຫັນໄດ້ຈາກພາຍນອກດ້ວຍວິທີການທີ່ພວກເຂົາພົວພັນກັບຜູ້ຄົນ. ການກິນ, ການນອນ ແລະ ການເຮັດວຽກຂອງພວກເຂົາລ້ວນແຕ່ເບິ່ງຄືວ່າປົກກະຕິ. ແຕ່ສິ່ງທີ່ຢູ່ໃນໃຈ ແລະ ຄວາມຄິດຂອງພວກເຂົານັ້ນບໍ່ປົກກະຕິ. ການສະແດງອອກຂອງຄວາມຜິດປົກກະຕິນີ້ແມ່ນຫຍັງ? ມັນກໍຄືສິ່ງທີ່ພວກເຂົາຄິດນັ້ນລ້ວນແຕ່ຄົດໂກງຫຼາຍ ເຊິ່ງຄົນອື່ນບໍ່ສາມາດຢັ່ງຮູ້ໄດ້.

ຄົນທີ່ກັບຊາດມາເກີດຈາກມານຮ້າຍດຳລົງຊີວິດໃນລັກສະນະທີ່ມືດມົນຫຼາຍ. ທຸກສິ່ງທຸກຢ່າງໃນຄວາມຄິດຂອງພວກເຂົາສາມາດຖືກໄຕ່ຕອງ, ຄິດຄຳນວນ, ວາງແຜນ ແລະ ຄິດໄວ້ລ່ວງໜ້າໃນມຸມມືດເທົ່ານັ້ນ. ໃຈຂອງພວກເຂົາເຕັມໄປດ້ວຍສິ່ງຕ່າງໆຢ່າງສິ້ນເຊີງເຊັ່ນ: ການຍາດແຍ່ງຊື່ສຽງ ແລະ ຜົນປະໂຫຍດ, ການວາງແຜນຮ້າຍ, ການປຽບທຽບ, ຄວາມອິດສາ, ການແຂ່ງຂັນ, ການແກ້ແຄ້ນ ແລະ ອື່ນໆ. ພວກເຂົາບໍ່ເຄີຍສະແຫວງຫາຄວາມຈິງເລີຍແມ່ນແຕ່ໜ້ອຍດຽວ. ບໍ່ວ່າພວກເຂົາຈະກຳລັງຈັດການກັບເລື່ອງໃດກໍຕາມ, ພວກເຂົາກໍບໍ່ນຳມັນມາໂອ້ລົມກັນຢ່າງເປີດເຜີຍ ແລະ ຕັດສິນໃຈກ່ຽວກັບມັນຢ່າງເປີດເຜີຍ ແລະ ຢ່າງກົງໄປກົງມາ; ແຕ່ກົງກັນຂ້າມ ພວກເຂົາພັດລັກໄປຊອກຫາຄົນສອງສາມຄົນ ແລະ ຕັດສິນໃຈຮ່ວມກັນກັບພວກເຂົາ. ມີຄົນປະເພດນີ້ບາງຄົນຢູ່ໃນທຸກຄຣິສຕະຈັກ. ພວກເຂົາເປັນຄົນມິດງຽບ ແລະ ບໍ່ສະແດງອາລົມອອກມາ; ບໍ່ວ່າພວກເຂົາຈະປະເຊີນກັບຫຍັງກໍຕາມ, ພວກເຂົາກໍເລືອກທີ່ຈະມິດງຽບ ແລະ ບໍ່ເຄີຍສະແດງຈຸດຢືນຂອງພວກເຂົາອອກມາຢ່າງງ່າຍດາຍ. ພວກເຂົາເວົ້າຈາຢ່າງສຸພາບກັບຜູ້ຄົນຢູ່ພາຍນອກ ແຕ່ພວກເຂົາບໍ່ເຄີຍເວົ້າຄວາມຈິງ ຫຼື ເປີດເຜີຍສິ່ງທີ່ຢູ່ໃນໃຈຂອງພວກເຂົາແທ້ໆ; ພວກເຂົາບໍ່ມີຄຳເວົ້າທີ່ຈິງໃຈໃຫ້ໃຜເລີຍ. ຕົວຢ່າງ: ບາງຄົນບໍ່ເຄີຍເປີດເຜີຍຄວາມຄິດທີ່ເລິກເຊິ່ງທີ່ສຸດຂອງພວກເຂົາເລີຍ ບໍ່ວ່າພວກເຂົາຈະຄົບຫາກັບໃຜກໍຕາມ; ແມ່ນແຕ່ສະມາຊິກໃນຄອບຄົວທີ່ໃກ້ຊິດທີ່ສຸດຂອງພວກເຂົາກໍບໍ່ຮູ້ວ່າພວກເຂົາຄິດຫຍັງໃນທຸກໆມື້. ແມ່ນແຕ່ຄອບຄົວຂອງພວກເຂົາກໍຍັງບໍ່ເຂົ້າໃຈພວກເຂົາ, ຍິ່ງບໍ່ຕ້ອງເວົ້າເຖິງຄົນນອກ. ເຖິງແມ່ນວ່າເຈົ້າຈະເປັນໝູ່ທີ່ດີທີ່ສຸດຂອງພວກເຂົາ, ເປັນໝູ່ຕັ້ງແຕ່ຕອນຍັງນ້ອຍ, ເປັນໝູ່ເກົ່າໝູ່ແກ່ມາຫຼາຍປີ ຫຼື ເປັນເພື່ອນຮ່ວມງານທີ່ດີຢູ່ບ່ອນເຮັດວຽກກໍຕາມ, ເຈົ້າກໍຍັງບໍ່ຮູ້ວ່າພວກເຂົາກຳລັງຄິດຄຳນວນຫຍັງຢູ່; ບໍ່ມີໃຜສາມາດຢັ່ງເຖິງພວກເຂົາໄດ້. ບໍ່ວ່າພວກເຂົາຈະເວົ້າ ຫຼື ກະທຳການແນວໃດກໍຕາມ ກໍບໍ່ມີໃຜສາມາດເບິ່ງພວກເຂົາອອກໄດ້. ແຕ່ບາງຄັ້ງບາງຄາວ, ພວກເຂົາອາດຈະຫຼຸດປາກເວົ້າອອກມາສອງສາມຄຳວ່າ: “ຄົນຜູ້ນັ້ນເກັ່ງກວ່າຂ້ອຍ, ແລ້ວແນວໃດລະ! ມື້ໜຶ່ງຂ້ອຍຈະເກັ່ງກວ່າລາວ, ຖ້າເບິ່ງໂລດ!” ມີຄວາມໝາຍທີ່ເລິກເຊິ່ງກວ່າຢູ່ເບື້ອງຫຼັງຄຳວ່າ “ຖ້າເບິ່ງໂລດ” ນີ້; ມັນໝາຍຄວາມວ່າພວກເຂົາກຳລັງຄິດທົບທວນ ແລະ ໄຕ່ຕອງໃນໃຈ ແລະ ຄວາມຄິດຂອງພວກເຂົາທຸກໆມື້. ພວກເຂົາເບິ່ງຄືວ່າສະຫງົບ ແລະ ໃຈເຢັນຢູ່ພາຍນອກ, ແຕ່ຢູ່ພາຍໃນໃຈຂອງພວກເຂົາ ມີພາຍຸທີ່ກຳລັງພັດກະໜ່ຳ ແລະ ກໍ່ໃຫ້ເກີດຄວາມວຸ່ນວາຍ. ສິ່ງທີ່ພວກເຂົາຄິດແມ່ນຫຍັງ? ຖ້າພວກມັນເປັນເລື່ອງທີ່ເປີດເຜີຍ ແລະ ກົງໄປກົງມາ, ເປັນສິ່ງທີ່ເປັນບວກເຊັ່ນ: ເສັ້ນທາງທີ່ຖືກຕ້ອງໃນຊີວິດ, ການປະຕິບັດຄວາມຈິງ, ການກະທຳຕາມສະຕິຮູ້ສຶກຜິດຊອບ, ວິທີການປະພຶດຕົນ, ວິທີການຮັກພຣະເຈົ້າ ແລະ ວິທີການປະຕິບັດໜ້າທີ່ຂອງຕົນຢ່າງອຸທິດຕົນ, ຖ້າພວກເຂົາມັກຈະຄິດ, ສະແຫວງຫາ, ໄຕ່ຕອງ, ກວດສອບ ແລະ ພະຍາຍາມເຂົ້າໃຈສິ່ງເຫຼົ່ານີ້ຢູ່ໃນໃຈຂອງພວກເຂົາຢູ່ສະເໝີ, ແລ້ວພາຍໃນໃຈຂອງພວກເຂົາກໍຈະສະຫງົບຫຼາຍ ແລະ ມີສັນຕິສຸກ ແລະ ຄວາມຍິນດີ ແລະ ພວກເຂົາກໍຈະດຳລົງຊີວິດຢ່າງປົກກະຕິຫຼາຍຂຶ້ນເລື້ອຍໆ ບໍ່ແມ່ນຢ່າງຄົດໂກງ. ຄົນທີ່ດຳລົງຊີວິດຢູ່ໃນສະພາວະທີ່ເປັນບວກເຫຼົ່ານີ້ຈະມີຄວາມເຂົ້າໃຈກົງກັນທາງວິນຍານ ແລະ ການສື່ສານກັບຄົນທີ່ຢູ່ອ້ອມຂ້າງພວກເຂົາ ແລະ ຄົນທີ່ພວກເຂົາຂ້ອນຂ້າງໃກ້ຊິດເປັນບາງຄັ້ງຄາວ. ແຕ່ສິ່ງທີ່ມານຮ້າຍໄຕ່ຕອງ ແລະ ຄິດຢູ່ໃນໃຈຂອງພວກມັນລ້ວນແຕ່ເປັນສິ່ງທີ່ຄົດໂກງ. ຄວາມຄົດໂກງໝາຍເຖິງສິ່ງທີ່ຈັບຕ້ອງບໍ່ໄດ້ ເຊິ່ງຄົນປົກກະຕິບໍ່ສາມາດເບິ່ງເຫັນໄດ້ ແຕ່ເປັນສິ່ງທີ່ຜິດປົກກະຕິ, ເປັນສິ່ງທີ່ເຊື່ອງຊ້ອນຢູ່ໃນມຸມມືດ ເຊິ່ງເປັນເລື່ອງຍາກທີ່ຜູ້ຄົນຈະຄົ້ນພົບ ແລະ ຮັບຮູ້ໄດ້, ເປັນສິ່ງທີ່ຄົນປົກກະຕິບໍ່ຕ້ອງການ. ມຸມມືດເຫຼົ່ານີ້ຄືໂລກພາຍໃນຂອງມານຮ້າຍ. ໃຈຂອງພວກມັນເຕັມໄປດ້ວຍສິ່ງທີ່ຄົດໂກງເຫຼົ່ານີ້. ທຸກໆມື້, ພວກມັນປຽບທຽບກັບຄົນອື່ນ, ແຂ່ງຂັນກັບຄົນອື່ນ, ໃຊ້ກົນອຸບາຍ ແລະ ເລ່ລ່ຽມກັບຄົນອື່ນ, ຍາດແຍ່ງສະຖານະ, ໜ້າຕາ ແລະ ສິດໃນການຕັດສິນໃຈຂັ້ນສຸດທ້າຍ; ພວກມັນຄິດແຕ່ເລື່ອງເຫຼົ່ານີ້. ຖ້າເຈົ້າຖາມພວກມັນວ່າຕອນນີ້ພວກມັນມີເສັ້ນທາງໃນການເປັນຄົນຊື່ສັດແລ້ວ ຫຼື ບໍ່, ພວກມັນກໍຈະບໍ່ຕອບເຈົ້າ, ຈະບໍ່ສົນໃຈເຈົ້າ ແລະ ຈະບໍ່ຢາກກ່າວເຖິງມັນ. ນີ້ກໍຍ້ອນວ່າໃຈຂອງພວກມັນເຕັມໄປດ້ວຍເລື່ອງທີ່ເປັນລົບ ແລະ ຄົດໂກງເຫຼົ່ານີ້; ພວກມັນຄິດແຕ່ເລື່ອງເຫຼົ່ານີ້. ເມື່ອພວກມັນຕ້ອງຄິດເລັກນ້ອຍກ່ຽວກັບບັນຫາທີ່ກ່ຽວຂ້ອງກັບດ້ານເຕັກນິກ ຫຼື ວິຊາຊີບເປັນບາງຄັ້ງຄາວ, ພວກມັນກໍເຮັດພຽງຊົ່ວຄາວເທົ່ານັ້ນ, ເນື່ອງຈາກຄວາມຕ້ອງການຂອງວຽກງານ ຫຼື ຊີວິດຂອງພວກມັນ. ເມື່ອວຽກງານຂອງພວກມັນໃນດ້ານນີ້ສຳເລັດແລ້ວ, ພວກມັນກໍຈະເລີ່ມຄິດກ່ຽວກັບເລື່ອງທີ່ຄົດໂກງເຫຼົ່ານັ້ນອີກຄັ້ງທັນທີ ໂດຍໄຕ່ຕອງວ່າ “ພອນສະຫວັນຂອງໃຜຍິ່ງໃຫຍ່ກວ່າຂອງຂ້ອຍ? ຂ້ອຍເກັ່ງກວ່າພວກເຂົາໃນດ້ານໃດ ແລະ ພວກເຂົາດ້ອຍກວ່າຂ້ອຍໃນດ້ານໃດ? ຄົນຜູ້ນັ້ນເບິ່ງຄືວ່າຕັ້ງໃຈດູຖູກຂ້ອຍໃນຄັ້ງສຸດທ້າຍທີ່ພວກເຂົາລົມກັບຂ້ອຍ, ບໍ່ແມ່ນບໍ? ສອງຄົນນັ້ນເບິ່ງຄືວ່າບໍ່ໄດ້ສື່ສານກັນຕາມປົກກະຕິມາດົນແລ້ວ, ເກີດຫຍັງຂຶ້ນລະຫວ່າງພວກເຂົາ? ຖ້າມີຂໍ້ຂັດແຍ່ງ ຫຼື ບັນຫາເກີດຂຶ້ນລະຫວ່າງພວກເຂົາ, ຂ້ອຍຈະໄດ້ຮັບຜົນປະໂຫຍດບາງຢ່າງຈາກມັນບໍ? ຄົນໜຶ່ງໃນນັ້ນເປັນປະໂຫຍດຕໍ່ຂ້ອຍ ແລະ ສາມາດຊ່ວຍຂ້ອຍໄດ້ ແລະ ຂ້ອຍກໍຢາກຄົບຫາກັບຄົນຜູ້ນັ້ນແທ້ໆ ແຕ່ພວກເຂົາບໍ່ເຄີຍສົນໃຈຂ້ອຍເລີຍ. ຖ້າມີຂໍ້ຂັດແຍ່ງລະຫວ່າງພວກເຂົາທັງສອງ, ຂ້ອຍຈະສາມາດສວຍໂອກາດຈາກຊ່ອງຫວ່າງນີ້ ແລະ ໃຊ້ໂອກາດທີ່ດີນີ້ເພື່ອສ້າງຄວາມສຳພັນກັບຄົນຜູ້ນັ້ນໄດ້ບໍ?” ທຸກສິ່ງທຸກຢ່າງທີ່ພວກມັນໄຕ່ຕອງ ແລະ ຄິດຢູ່ໃນໃຈຂອງພວກມັນບໍ່ມີຫຍັງກ່ຽວຂ້ອງກັບສິ່ງທີ່ເປັນບວກ ແລະ ບໍ່ມີຫຍັງກ່ຽວຂ້ອງກັບການເຊື່ອໃນພຣະເຈົ້າ ແລະ ການໄລ່ຕາມເສາະຫາຄວາມຈິງເລີຍ. ຄົນປະເພດນີ້ເປັນຕາຢ້ານບໍ? (ເປັນຕາຢ້ານ). ຖ້າເຈົ້າຄົບຫາກັບພວກເຂົາ, ມັນກໍເທົ່າກັບການຄົບຫາກັບມານຮ້າຍ. ເຈົ້າບໍ່ໄດ້ວາງແຜນຮ້າຍໃສ່ພວກເຂົາ ແຕ່ພວກເຂົາກຳລັງວາງແຜນຮ້າຍໃສ່ເຈົ້າ ແລະ ສັງເກດເບິ່ງເຈົ້າທຸກມື້ ໂດຍໄຕ່ຕອງກ່ຽວກັບເຈົ້າ ແລະ ສຶກສາເຈົ້າຢູ່ລັບຫຼັງເຈົ້າ: “ພວກເຂົາໝາຍຄວາມວ່າແນວໃດທີ່ເວົ້າແບບນັ້ນ? ມັນແນເປົ້າໝາຍມາທີ່ຂ້ອຍບໍ? ຂ້ອຍຈະຕອບໂຕ້ແນວໃດເພື່ອບໍ່ໃຫ້ພວກເຂົາເບິ່ງທະລຸຂ້ອຍໄດ້? ຂ້ອຍຈະຕອບໂຕ້ແນວໃດເພື່ອໃຫ້ເປັນປະໂຫຍດຕໍ່ຂ້ອຍ? ຖ້າຂ້ອຍບໍ່ຕອບໂຕ້ ພວກເຂົາກໍຈະຄິດວ່າຂ້ອຍໂງ່, ຖືກລັງແກໄດ້ງ່າຍ ຫຼື ຂ້ອຍບໍ່ໄດ້ເຊື່ອໃນພຣະເຈົ້າຢ່າງແທ້ຈິງບໍ? ພວກເຂົາຈະຄິດແບບນັ້ນບໍ? ຂ້ອຍຈຳເປັນຕ້ອງຄິດໃຫ້ອອກວ່າມີຫຍັງເກີດຂຶ້ນຢູ່ໃນຫົວຂອງພວກເຂົາແທ້ໆ”. ເມື່ອເຈົ້າດຳລົງຊີວິດຢູ່ໃນທ່າມກາງການວາງແຜນຮ້າຍຂອງພວກເຂົາຢູ່ຕະຫຼອດເວລາ, ເຈົ້າຮູ້ສຶກສະບາຍໃຈບໍ? (ບໍ່). ມັນຄືກັບການມີຜີຮ້າຍທີ່ເບິ່ງບໍ່ເຫັນຢູ່ຂ້າງໆເຈົ້າ; ເຈົ້າບໍ່ສາມາດຮູ້ສຶກເຖິງສັນຕິສຸກ ຫຼື ຄວາມຍິນດີໄດ້ເລີຍ. ເມື່ອເຈົ້າຄົບຫາກັບພວກເຂົາ, ເຈົ້າມີພຽງຄວາມຮູ້ສຶກດຽວຄື: ຄວາມຮູ້ສຶກບໍ່ສະບາຍໃຈຢູ່ຕະຫຼອດເວລາ. ຄວາມບໍ່ສະບາຍໃຈນີ້ເປັນເລື່ອງປົກກະຕິຫຼາຍ ເພາະວ່າສັນຊາດຕະຍານ ຫຼື ສຳຜັດທີຫົກຂອງຄົນປົກກະຕິເຮັດໃຫ້ພວກເຂົາຮູ້ສຶກບໍ່ສະບາຍໃຈຕໍ່ມານຮ້າຍ ແລະ ຕໍ່ສິ່ງມີຊີວິດທີ່ຜິດປົກກະຕິທີ່ຢູ່ອ້ອມຂ້າງພວກເຂົາ. ເຖິງແມ່ນວ່າເຈົ້າຈະບໍ່ຮູ້ຈັກພວກເຂົາດີປານໃດ ແລະ ບໍ່ສາມາດອະທິບາຍໄດ້ຢ່າງຊັດເຈນວ່າມີຫຍັງຜິດປົກກະຕິ, ແຕ່ເຈົ້າກໍມັກຈະຮູ້ສຶກບໍ່ສະບາຍໃຈສະເໝີເມື່ອເຈົ້າຢູ່ກັບພວກເຂົາ, ຄືກັບວ່າມີບາງສິ່ງບາງຢ່າງທີ່ບໍ່ດີກຳລັງຈະເກີດຂຶ້ນ. ສິ່ງນີ້ພຽງພໍທີ່ຈະພິສູດໄດ້ວ່າພວກເຂົາມີເຈດຕະນາຮ້າຍ, ກຳລັງວາງແຜນຮ້າຍໃສ່ເຈົ້າ ແລະ ມີແຜນການຮ້າຍຕໍ່ເຈົ້າ. ເຈົ້າດຳລົງຊີວິດຢູ່ພາຍໃຕ້ສາຍຕາທີ່ຄອຍສອດແນມຂອງພວກເຂົາ ແລະ ພວກເຂົາກໍສຶກສາເຈົ້າທຸກມື້, ສິ່ງນີ້ເຮັດໃຫ້ເຈົ້າຮູ້ສຶກບໍ່ສະບາຍໃຈຍິ່ງກວ່າການມີເສືອ ຫຼື ສິງຢູ່ຂ້າງໆເຈົ້າອີກ. ຖ້າເສືອ ຫຼື ສິງໂຕນັ້ນຖືກເຈົ້າລ້ຽງມາ, ເຖິງແມ່ນວ່າມັນຈະເປັນສັດທີ່ດຸຮ້າຍ, ເຈົ້າກໍຈະບໍ່ເຄີຍຮູ້ສຶກບໍ່ສະບາຍໃຈເລີຍ. ແຕ່ຖ້າມີມານຮ້າຍຢູ່ຂ້າງໆເຈົ້າ, ເນື່ອງຈາກພວກມັນມີແກ່ນແທ້ທຳມະຊາດທີ່ແປກປະຫຼາດ, ເຈົ້າຈຶ່ງຮູ້ສຶກບໍ່ສະບາຍໃຈ. ຄວາມບໍ່ສະບາຍໃຈນີ້ເປັນຄວາມຮູ້ສຶກໃນວິນຍານ; ມັນເກີດຈາກມານຮ້າຍທີ່ກຳລັງເຮັດວຽກຢູ່. ບາງທີມານຮ້າຍອາດຈະບໍ່ໄດ້ຕັ້ງໃຈທີ່ຈະທຳຮ້າຍເຈົ້າຢ່າງສາຫັດໃນລະດັບໃດໜຶ່ງ ແຕ່ພຽງແຕ່ການວາງແຜນຮ້າຍໃສ່ເຈົ້າ ແລະ ການສອດແນມເຈົ້າຢູ່ຕະຫຼອດເວລາຂອງພວກມັນກໍຈະເຮັດໃຫ້ວິນຍານຂອງເຈົ້າບໍ່ສະບາຍໃຈແລ້ວ. ເມື່ອມີມານຮ້າຍຢູ່ຂ້າງໆເຈົ້າ, ເຈົ້າຈະບໍ່ມີທາງດຳລົງຊີວິດດ້ວຍສັນຕິສຸກ ແລະ ຄວາມຍິນດີຢ່າງເດັດຂາດ, ເວັ້ນເສຍແຕ່ວ່າພວກມັນບໍ່ແມ່ນມານຮ້າຍ ຫຼື ເຈົ້າມີວຸດທິພາວະທີ່ພຽງພໍ ແລະ ມີຄວາມເຊື່ອທີ່ພຽງພໍໃນພຣະເຈົ້າ ຫຼື ເຈົ້າມີຄວາມຈິງເປັນຊີວິດຂອງເຈົ້າ, ເວັ້ນເສຍແຕ່ວ່າຈະບັນລຸເງື່ອນໄຂໃດໜຶ່ງໃນເງື່ອນໄຂເຫຼົ່ານີ້ໄດ້, ເຊິ່ງໃນກໍລະນີດັ່ງກ່າວ ພວກມັນກໍຈະບໍ່ເປັນໄພຄຸກຄາມຕໍ່ເຈົ້າ ຫຼື ສົ່ງຜົນກະທົບຕໍ່ເຈົ້າ ແລະ ເຈົ້າກໍຈະບໍ່ຮູ້ສຶກບໍ່ສະບາຍໃຈ. ຖ້າບໍ່ມີເງື່ອນໄຂໃດບັນລຸເລີຍ, ເມື່ອມານຮ້າຍສອດແນມເຈົ້າຢູ່ຕະຫຼອດເວລາ, ເຈົ້າກໍຈະຮູ້ສຶກບໍ່ສະບາຍໃຈ. ສິ່ງນີ້ຈະຄ່ອຍໆພັດທະນາໄປເຖິງລະດັບໃດ? ເຈົ້າຈະຮູ້ສຶກລັງກຽດພວກມັນ ແລະ ລະວັງຕົວຈາກພວກມັນ, ເຈົ້າຈະຖືກລົບກວນຢູ່ພາຍໃນ ແລະ ເຈົ້າຈະມີບັນຫາ, ຖືກບີບຄັ້ນ ແລະ ຖືກຜູກມັດໃນຫຼາຍໆເລື່ອງ. ຖ້າພວກມັນຢູ່ໃກ້ໆ, ເມື່ອເຈົ້າເຮັດສິ່ງຕ່າງໆ ຫຼື ເວົ້າ, ເຈົ້າກໍຈະຕ້ອງຄຳນຶງເຖິງສາຍຕາຂອງພວກມັນ, ທ່າທາງຂອງພວກມັນ ຫຼື ຄວາມຄິດເຫັນຂອງພວກມັນຢູ່ສະເໝີ. ເຈົ້າອາດຈະພະຍາຍາມຄິດໃຫ້ອອກຢູ່ຕະຫຼອດເວລາວ່າ “ພວກມັນຈະຄິດແນວໃດກັບຂ້ອຍ? ເປັນຫຍັງຂ້ອຍຈຶ່ງບໍ່ສາມາດເບິ່ງທະລຸພວກມັນໄດ້? ເປັນຫຍັງຂ້ອຍຈຶ່ງຮູ້ສຶກວ່າພວກມັນກຳລັງຄິດຄຳນວນ ແລະ ຍາກທີ່ຈະຢັ່ງເຖິງ? ເປັນຫຍັງຮອຍຍິ້ມນັ້ນຈຶ່ງເບິ່ງຄືວ່າບໍ່ແມ່ນຮອຍຍິ້ມແຫ່ງການຍອມຮັບ? ເປັນຫຍັງຂ້ອຍຈຶ່ງຢ້ານຫຼາຍ? ເປັນຫຍັງຂ້ອຍຈຶ່ງໄດ້ຮັບອິດທິພົນຈາກພວກມັນຫຼາຍຂະໜາດນີ້?” ຖ້າເຈົ້າບໍ່ເຂົ້າໃຈຄວາມຈິງ ແລະ ເຈົ້າບໍ່ມີຄວາມສາມາດໃນການແຍກແຍະ, ແລ້ວຫຼັງຈາກທີ່ຄົບຫາກັບຄົນປະເພດນີ້ໄດ້ໄລຍະເວລາໜຶ່ງ, ເຈົ້າກໍຈະໄດ້ຮັບອິດທິພົນຈາກພວກເຂົາຢ່າງເປັນທຳມະຊາດ ແລະ ຕົກຢູ່ໃນສະພາບດັ່ງກ່າວ ເຊິ່ງເປັນສິ່ງທີ່ເປັນຕາຢ້ານຫຼາຍ.

ເມື່ອຕັດສິນຈາກສິ່ງທີ່ພວກເຂົາເປີດເຜີຍອອກມາຢ່າງເປັນທຳມະຊາດໃນຊີວິດປະຈຳວັນຂອງພວກເຂົາ ແລະ ສິ່ງທີ່ພວກເຂົາຄິດຢູ່ໃນໃຈຂອງພວກເຂົາ, ຄົນທີ່ກັບຊາດມາເກີດຈາກມານຮ້າຍສາມາດຖືກກຳນົດລັກສະນະໄດ້ວ່າມີແກ່ນແທ້ທີ່ແປກປະຫຼາດ. ຖ້າເຈົ້າຍັງບໍ່ໄດ້ຕິດຕໍ່ພົວພັນກັບພວກເຂົາຢ່າງເລິກເຊິ່ງ ແລະ ຫຼາຍຂຶ້ນ, ບາງທີເຈົ້າອາດຈະບໍ່ເຂົ້າໃຈໂລກພາຍໃນຂອງພວກເຂົາ, ແຕ່ວິທີທີ່ກົງໄປກົງມາ ແລະ ຊັດເຈນທີ່ສຸດໃນການແຍກແຍະຄົນປະເພດນີ້ກໍຄືຄຸນລັກສະນະໃນຮູບລັກສະນະພາຍນອກຂອງພວກເຂົາ: ພວກເຂົາມັກຈະເປີດເຜີຍສາຍຕາທີ່ຊົ່ວຊ້າ ແລະ ຮອຍຍິ້ມທີ່ເຈົ້າເລ່ອອກມາ. ສາຍຕາທີ່ຊົ່ວຊ້ານັ້ນໝາຍເຖິງສາຍຕາທີ່ຫຼອກລວງ, ສາຍຕາທີ່ບໍ່ສະອາດ ແລະ ບໍ່ແຈ່ມໃສປານໃດ ຫຼື ບໍ່ຊື່ສັດ ແລະ ບໍ່ຈິງໃຈປານໃດ ແຕ່ເບິ່ງຄືວ່າບໍ່ສາມາດຢັ່ງເຖິງໄດ້. ເຈົ້າຮູ້ສຶກວ່າມັນມີຄວາມໝາຍທີ່ເຊື່ອງຊ້ອນຢູ່ໃນສາຍຕານີ້ ແຕ່ພວກເຂົາພັດບໍ່ຍອມບອກເຈົ້າວ່າມັນແມ່ນຫຍັງ. ຍິ່ງໄປກວ່ານັ້ນ, ໂດຍການບອກເປັນໄນຢ່າງແນບນຽນເມື່ອພວກເຂົາເວົ້າ, ພວກເຂົາກໍຈະນຳພາເຈົ້າໃຫ້ຄາດເດົາ ໂດຍໃຊ້ຄຳເວົ້າເພື່ອບອກເປັນໄນເຖິງສິ່ງຕ່າງໆ ແລະ ເຮັດໃຫ້ເຈົ້າເຂົ້າໃຈຜິດວ່າພວກເຂົາຄິດໃນວິທີໃດໜຶ່ງ, ແຕ່ຄວາມຈິງແລ້ວ ມັນເປັນການບ່ຽງເບນຄວາມສົນໃຈ. ສິ່ງທີ່ເຈົ້າຢັ່ງຮູ້ນັ້ນບໍ່ແມ່ນຄວາມໝາຍທີ່ແທ້ຈິງຂອງພວກເຂົາເລີຍ; ພວກເຂົາພຽງແຕ່ຕ້ອງການໃຊ້ກົນອຸບາຍກັບເຈົ້າ ແລະ ເຍາະເຍີ້ຍເຈົ້າເທົ່ານັ້ນ. ເຈົ້າບໍ່ສາມາດພົບເຫັນຄວາມຈິງໃຈໃນສາຍຕາຂອງພວກເຂົາໄດ້ເລີຍ; ສາຍຕານີ້ຫຼອກລວງ ແລະ ເລື່ອນລອຍ, ມັນມີຄວາມຮູ້ສຶກທີ່ຄຸມເຄືອ ແລະ ເຂົ້າໃຈໄດ້ຍາກ. ທັນທີທີ່ເຈົ້າເຫັນສາຍຕາຂອງພວກເຂົາ, ຄວາມສົງໄສກໍຈະເກີດຂຶ້ນໃນໃຈຂອງເຈົ້າຢ່າງກະທັນຫັນ ແລະ ເຈົ້າກໍສົງໄສວ່າສິ່ງທີ່ເຈົ້າເວົ້າ ຫຼື ເຮັດນັ້ນຜິດ. ຖ້າເຈົ້າບໍ່ເຫັນສາຍຕາຂອງພວກເຂົາ, ເຈົ້າກໍຮູ້ສຶກວ່າຄວາມຄິດເຫັນຂອງເຈົ້ານັ້ນຖືກຕ້ອງ, ການຢັ່ງຮູ້ຂອງເຈົ້າເອງນັ້ນບໍລິສຸດ, ສິ່ງເຫຼົ່ານີ້ສອດຄ່ອງກັບຫຼັກການຄວາມຈິງ ແລະ ເຈົ້າຄວນກະທຳການດ້ວຍວິທີການໃດໜຶ່ງ ແລະ ເຈົ້າມີຄວາມເຊື່ອໝັ້ນຢ່າງໜັກແໜ້ນທີ່ຈະເຮັດເຊັ່ນນັ້ນ. ແຕ່ທັນທີທີ່ເຈົ້າສົບຕາກັບພວກເຂົາ ຫຼື ພວກເຂົາຈ້ອງເບິ່ງເຈົ້າດ້ວຍສາຍຕາທີ່ຊົ່ວຊ້ານັ້ນ, ເຈົ້າກໍຈະຮູ້ສຶກຂົນລຸກຂຶ້ນມາຢ່າງບໍ່ຮູ້ຕົວ. ເຖິງແມ່ນວ່າຈະບໍ່ມີການເວົ້າຄຳເວົ້າທີ່ຊັດເຈນອອກມາ ແຕ່ສາຍຕາທີ່ຊົ່ວຊ້ານັ້ນກໍໃຫ້ການບອກເປັນໄນທາງຈິດຕະວິທະຍາແກ່ເຈົ້າ, ມັນເຮັດໃຫ້ເຈົ້າຫຼົງຜິດ, ເຮັດໃຫ້ເຈົ້າສົງໄສໃນຕົວເອງໃນທັນທີ: “ຂ້ອຍເວົ້າຫຍັງຜິດບໍ? ຂ້ອຍເຮັດຫຍັງຜິດບໍ? ຂ້ອຍເຮັດຜິດບ່ອນໃດ?” ເລື່ອງ ແລະ ຫຼັກການທີ່ກຳລັງສົນທະນາກັນນັ້ນຊັດເຈນ ແລະ ບໍ່ມີຄວາມຄຸມເຄືອຢ່າງເຫັນໄດ້ຊັດເຈນ ແລະ ເຈົ້າກໍໝັ້ນໃຈວ່າມັນຄວນຈະເຮັດແບບນັ້ນ ແລະ ມັນຖືກຕ້ອງແລ້ວ, ແຕ່ຫຼັງຈາກທີ່ສົບຕາກັບພວກເຂົາ ເຈົ້າພັດກາຍເປັນຄົນທີ່ເຕັມໄປດ້ວຍຄວາມສົງໄສ. ສາຍຕາປະເພດນີ້ຄືສາຍຕາຂອງມານຮ້າຍ. ນີ້ຄືດ້ານໜຶ່ງ: ສາຍຕາທີ່ຊົ່ວຊ້າຂອງພວກເຂົາເຮັດໃຫ້ເຈົ້າສົງໄສ. ອີກດ້ານໜຶ່ງກໍຄື ບາງຄັ້ງມັນກໍມີຄວາມໝາຍບາງຢ່າງຢູ່ໃນສາຍຕາທີ່ຊົ່ວຊ້ານັ້ນ ເຊິ່ງກໍຄືການດູຖູກ. ເຈົ້າຍັງໜຸ່ມ, ມີປະສົບການທີ່ຕື້ນເຂີນ, ຂາດປະສົບການຊີວິດ ແລະ ອາດຈະມີຂໍ້ບົກພ່ອງບາງຢ່າງໃນຄວາມເປັນມະນຸດ, ສະນັ້ນ ເມື່ອສາຍຕາຂອງພວກເຂົາປະສານກັບສາຍຕາຂອງເຈົ້າ, ເຈົ້າກໍຈະສູນເສຍຄວາມໝັ້ນໃຈໃນຕົວເອງໃນທັນທີ, ຈິດໃຈຂອງເຈົ້າຈະພັງທະລາຍ ແລະ ສົງໄສໃນຕົວເອງໃນທັນທີ, ຮູ້ສຶກຕ່ຳຕ້ອຍຫຼາຍ, ຮູ້ສຶກດ້ອຍກວ່າພວກເຂົາ ແລະ ກາຍເປັນຄົນທີ່ດ້ອຍຄ່າຕໍ່ໜ້າພວກເຂົາ. ນີ້ຄືສາຍຕາຂອງມານຮ້າຍ. ບາງຄັ້ງສາຍຕາທີ່ຊົ່ວຊ້ານີ້ກໍເຮັດໃຫ້ຄວາມຄິດຂອງຜູ້ຄົນສັບສົນ, ບາງຄັ້ງກໍລົບກວນຄວາມໝັ້ນໃຈໃນຕົວເອງຂອງຜູ້ຄົນ ແລະ ບາງຄັ້ງຍັງເຮັດໃຫ້ຜູ້ຄົນຮູ້ສຶກຄິດລົບ ແລະ ທໍ້ຖອຍໃຈອີກດ້ວຍ.

ເມື່ອເວົ້າເຖິງການແຍກແຍະຄົນທີ່ກັບຊາດມາເກີດຈາກມານຮ້າຍ, ຖ້າເຈົ້າຍັງຂາດປະສົບການໃນການແຍກແຍະພວກເຂົາໂດຍການສັງເກດເບິ່ງແວວຕາຂອງພວກເຂົາ, ແລ້ວຈົ່ງເບິ່ງວ່າພວກເຂົາຄິດກ່ຽວກັບຫຍັງໃນແຕ່ລະມື້, ເບິ່ງວ່າພວກເຂົາສົນທະນາກັບຜູ້ຄົນກ່ຽວກັບຫຍັງໃນແຕ່ລະມື້ ແລະ ມີການສື່ສານທີ່ປົກກະຕິ ຫຼື ບໍ່. ຖ້າບໍ່ມີການສື່ສານທີ່ປົກກະຕິ ແລະ ຄົນສ່ວນໃຫຍ່ບໍ່ເຂົ້າໃຈພວກເຂົາ ແລະ ຫຼັກການຂອງພວກເຂົາໃນການຄົບຫາກັບຄົນສ່ວນໃຫຍ່ຄືການປິດປາກງຽບ ແລະ ແມ່ນແຕ່ຄົນທີ່ໃກ້ຊິດກັບພວກເຂົາທີ່ສຸດກໍບໍ່ຮູ້ວ່າພວກເຂົາຄິດກ່ຽວກັບຫຍັງໃນແຕ່ລະມື້ ແລະ ບໍ່ສາມາດຈັບໃຈຄວາມຄິດ ແລະ ມຸມມອງທີ່ຊັດເຈນຂອງພວກເຂົາໄດ້ງ່າຍໆ ຫຼື ຢັ່ງເຖິງສິ່ງທີ່ພວກເຂົາກຳລັງຄິດຢູ່ໄດ້ຢ່າງແທ້ຈິງ, ແລ້ວມັນກໍຊັດເຈນວ່າຄົນປະເພດນີ້ມີເລ່ລ່ຽມເລິກລັບ ແລະ ຍາກທີ່ຈະຢັ່ງເຖິງແທ້ໆ. ຄວາມງຽບຂອງພວກເຂົາບໍ່ໄດ້ໝາຍຄວາມວ່າພວກເຂົາບໍ່ມີຄວາມຄິດ ແລະ ມຸມມອງ; ຄວາມຈິງແລ້ວ ພວກເຂົາເຊື່ອງຄວາມຄິດທີ່ແທ້ຈິງໄວ້ໃນໃຈຂອງພວກເຂົາ, ພວກເຂົາພຽງແຕ່ບໍ່ເວົ້າມັນອອກມາ. ຖ້າພວກເຂົາບໍ່ເວົ້າມັນອອກມາ, ເຈົ້າຈະຄົ້ນພົບໄດ້ແນວໃດວ່າພວກເຂົາມີເລ່ລ່ຽມ? ພວກເຂົາມີຮອຍຍິ້ມທີ່ເຈົ້າເລ່ປະເພດໜຶ່ງ ແລະ ພວກເຂົາມັກຈະປັ້ນຮອຍຍິ້ມທີ່ຈອມປອມ. ເມື່ອພວກເຂົາຢູ່ຕໍ່ໜ້າເຈົ້າ, ພວກເຂົາຈະສະແດງຮອຍຍິ້ມທີ່ຈອມປອມ ແຕ່ເມື່ອພວກເຂົາຫັນໜ້າໜີ, ໃບໜ້າຂອງພວກເຂົາກໍກາຍເປັນບໍ່ມີຄວາມຮູ້ສຶກ ແລະ ປາສະຈາກຮອຍຍິ້ມໃດໆ. ຄົນປະເພດນີ້ເປັນຕາຢ້ານຫຼາຍ; ພວກເຂົາເປັນມານຮ້າຍ, ເຂົ້າໃຈບໍ? (ເຂົ້າໃຈ). ຕົວຢ່າງ: ສົມມຸດວ່າເຈົ້າສົນທະນາບາງສິ່ງບາງຢ່າງກັບພວກເຂົາ. ຫຼັງຈາກທີ່ເຈົ້າບອກມຸມມອງຂອງເຈົ້າແລ້ວ, ພວກເຂົາກໍບໍ່ສະແດງຈຸດຢືນຂອງພວກເຂົາ ແຕ່ເຜີຍຮອຍຍິ້ມທີ່ເຈົ້າເລ່ອອກມາ. ເຈົ້າຮູ້ບໍວ່າຮອຍຍິ້ມທີ່ເຈົ້າເລ່ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າເຈົ້າບໍ່ຮູ້ວ່າຮອຍຍິ້ມນີ້ເປັນການເຫັນດີ ຫຼື ບໍ່ເຫັນດີ ແລະ ເຈົ້າບໍ່ຮູ້ວ່າພວກເຂົາເຂົ້າໃຈສິ່ງທີ່ເຈົ້າໝາຍເຖິງແທ້ໆ ຫຼື ບໍ່. ພວກເຂົາພຽງແຕ່ຫົວ “ຫຶ ຫຶ” ອອກມາ. ກ່ຽວກັບສິ່ງທີ່ເຈົ້າເວົ້າ, ພວກເຂົາບໍ່ໄດ້ເວົ້າວ່າມັນຖືກ ຫຼື ວ່າມັນຜິດ, ພວກເຂົາບໍ່ໄດ້ເວົ້າວ່າພວກເຂົາເຂົ້າໃຈມັນ ຫຼື ວ່າພວກເຂົາບໍ່ເຂົ້າໃຈມັນ, ດ້ວຍເຫດນັ້ນ ເຈົ້າຈຶ່ງບໍ່ສາມາດຢັ່ງຮູ້ໄດ້ວ່າສຽງຫົວນີ້ໝາຍຄວາມວ່າແນວໃດແທ້. ພວກເຂົາໄດ້ຕອບຮັບເຈົ້າແລ້ວ ແຕ່ການຕອບຮັບນີ້ກໍຄືກັນກັບການບໍ່ຕອບຮັບຫຍັງເລີຍ. ຖ້າພວກເຂົາບໍ່ຕອບຮັບ, ເຈົ້າກໍຄົງຈະເດົາວ່າບາງທີພວກເຂົາອາດຈະບໍ່ເຂົ້າໃຈ; ແຕ່ການທີ່ພວກເຂົາຕອບຮັບໃນລັກສະນະນີ້ ກັບເຮັດໃຫ້ເຈົ້າເກີດຄວາມສັບສົນແທນ. ເຈົ້າບໍ່ຮູ້ວ່າສຽງຫົວນີ້ສະແດງເຖິງການເຍາະເຍີ້ຍ, ການດູຖູກ, ການສຽດສີ ຫຼື ການເຫັນດີ ແລະ ການຮັບຮອງ. ຖ້າເຈົ້າຖາມພວກເຂົາເຖິງມຸມມອງຂອງພວກເຂົາ, ພວກເຂົາກໍຈະຫົວ “ຫຶ ຫຶ” ອີກຄັ້ງ, ແລ້ວເວົ້າວ່າ “ໄດ້ ໄດ້” ແລະ ຫຼັງຈາກທີ່ເວົ້າຈົບ, ສີໜ້າຂອງພວກເຂົາກໍມືດມົນລົງທັນທີ. ສິ່ງນີ້ສ້າງຄວາມກົດດັນອັນມະຫາສານໃຫ້ກັບເຈົ້າໂດຍບໍ່ຮູ້ຕົວ. ຖ້າວຸດທິພາວະຂອງເຈົ້າຕ່ຳ ແລະ ເຈົ້າບໍ່ມີຈຸດຢືນທີ່ແທ້ຈິງ ຫຼື ຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງ, ເຈົ້າກໍສາມາດຖືກພວກເຂົາຂົ່ມຂວັນໄດ້. ນັ້ນຄືເຫດຜົນທີ່ຮອຍຍິ້ມຂອງພວກເຂົາຖືກເອີ້ນວ່າຮອຍຍິ້ມທີ່ເຈົ້າເລ່, ການຄົດໂກງ ແລະ ມີເລ່ລ່ຽມຖືກເອີ້ນວ່າຄວາມເຈົ້າເລ່. ພວກເຂົາບໍ່ເປີດເຜີຍມຸມມອງຂອງພວກເຂົາອອກມາຢ່າງງ່າຍດາຍ. ພວກເຂົາເຊື່ອວ່າການເວົ້າໜຶ່ງຄຳນັ້ນໜ້ອຍເກີນໄປ, ສອງຄຳກໍຫຼາຍເກີນໄປ ແລະ ເມື່ອມຸມມອງໃດໜຶ່ງຖືກກ່າວອອກມາຢ່າງຊັດເຈນ ຫຼື ອ້າງອີງເຖິງບາງສິ່ງບາງຢ່າງທີ່ສະເພາະເຈາະຈົງ, ມັນກໍຄືຄວາມລົ້ມເຫຼວ ແລະ ຄວາມຜິດພາດ. ສະນັ້ນ ວິທີທີ່ດີທີ່ສຸດສຳລັບພວກເຂົາກໍຄືການຍິ້ມ ແລະ ປ່ອຍໃຫ້ເຈົ້າຄາດເດົາ, ເຈົ້າສາມາດຄາດເດົາຄວາມໝາຍໃດກໍໄດ້ຕາມທີ່ເຈົ້າຕ້ອງການ, ເຈົ້າສາມາດຄາດເດົາແນວໃດກໍໄດ້ຕາມທີ່ເຈົ້າມັກ ແຕ່ຢ່າງໜ້ອຍເຈົ້າກໍຮູ້ສຶກວ່າພວກເຂົາບໍ່ໄດ້ເປັນປໍລະປັກຕໍ່ເຈົ້າ ແລະ ດ້ວຍເຫດນັ້ນ ເປົ້າໝາຍຂອງພວກເຂົາກໍບັນລຸຜົນ. ຈົ່ງສັງເກດເບິ່ງຈິ້ງຈອກເຖົ້າເຫຼົ່ານັ້ນທີ່ມີເລ່ລ່ຽມ ແລະ ເຈົ້າເລ່ທີ່ສຸດ ແລະ ຄົນເຫຼົ່ານັ້ນທີ່ແຝງຊົ່ວ ແລະ ມີເລ່ລ່ຽມ ແລະ ໃຊ້ກົນອຸບາຍທີ່ໂຫດຫ້ຽມ: ພວກເຂົາບໍ່ເວົ້າຫຼາຍ ແລະ ໃບໜ້າຂອງພວກເຂົາກໍບໍ່ໄດ້ສະແດງອອກຫຼາຍ ແຕ່ແວວຕາ ແລະ ຮອຍຍິ້ມຂອງພວກເຂົານັ້ນແປກປະຫຼາດ. ມະນຸດທີ່ເສື່ອມຊາມທີ່ປົກກະຕິ ແລະ ຄົນທີ່ກັບຊາດມາເກີດຈາກສັດລ້ວນແຕ່ຫຼົບໜີຈາກຄົນທີ່ກັບຊາດມາເກີດຈາກມານຮ້າຍ; ພວກເຂົາບໍ່ເຕັມໃຈທີ່ຈະຄົບຫາກັບຄົນປະເພດນັ້ນ ແລະ ການຢູ່ຮ່ວມກັບຄົນປະເພດນັ້ນເຮັດໃຫ້ພວກເຂົາຮູ້ສຶກຢ້ານກົວ, ມັນເຮັດໃຫ້ພວກເຂົາຂົນລຸກ. ເປັນຫຍັງມັນຈຶ່ງເຮັດໃຫ້ພວກເຂົາຂົນລຸກ? ເພາະວ່າຄົນປະເພດນັ້ນບໍ່ແມ່ນມະນຸດ, ພວກເຂົາເປັນມານຮ້າຍ ແລະ ມານຮ້າຍກໍສາມາດເຮັດໄດ້ທຸກສິ່ງທຸກຢ່າງ. ເມື່ອມະນຸດປົກກະຕິມີປະຕິສຳພັນກັບຄົນໃດຄົນໜຶ່ງ, ພວກເຂົາບໍ່ໄດ້ເຮັດໃຫ້ຄົນຜູ້ນັ້ນຂົນລຸກ. ຄົນປົກກະຕິມີສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກ, ພວກເຂົາກະທຳການດ້ວຍຄວາມພໍດີ ແລະ ຄວາມຢັບຢັ້ງຊັ່ງໃຈ ແລະ ພວກເຂົາມີມາດຕະຖານຂັ້ນຕ່ຳສຸດ. ຢ່າງຫຼາຍທີ່ສຸດ, ເມື່ອພວກເຂົາໃຈຮ້າຍ, ພວກເຂົາອາດຈະດ່າເຈົ້າເລັກນ້ອຍ ແລະ ເວົ້າບາງສິ່ງບາງຢ່າງທີ່ບໍ່ໜ້າຟັງ ເຊິ່ງທຳລາຍຄວາມເຄົາລົບຕົນເອງຂອງເຈົ້າໃນລະດັບໜຶ່ງ. ແຕ່ມານຮ້າຍນັ້ນແຕກຕ່າງອອກໄປ; ພວກມັນບໍ່ດ່າເຈົ້າ ຫຼື ທຳລາຍຄວາມເຄົາລົບຕົນເອງຂອງເຈົ້າ ແຕ່ພວກມັນທຳຮ້າຍເຈົ້າຢ່າງສາຫັດ. ພວກມັນຄິດຢູ່ລັບຫຼັງເຈົ້າວ່າຈະເຮັດໃຫ້ເຈົ້າຫຼົງຜິດໄດ້ແນວໃດ; ພວກມັນຂຸດຂຸມ ແລະ ເຮັດໃຫ້ເຈົ້າໂດດລົງໄປໃນຂຸມນັ້ນດ້ວຍຕົວເຈົ້າເອງ. ຫຼັງຈາກທີ່ເຈົ້າໂດດລົງໄປແລ້ວ, ພວກມັນກໍເບິ່ງເຈົ້າຈາກທາງເທິງ ແລະ ສົມນ້ຳໜ້າໃນຄວາມໂຊກຮ້າຍຂອງເຈົ້າ ໃນຂະນະທີ່ຍັງທຳທ່າເຮັດເປັນຄົນດີ ໂດຍເວົ້າວ່າ “ຂ້ອຍຈະຊ່ວຍເຈົ້າ! ເຈົ້າຕົກລົງໄປໄດ້ແນວໃດ? ຂ້ອຍຄິດວ່າຄົນສ່ວນໃຫຍ່ຮູ້ແລ້ວວ່າມີຂຸມຢູ່ບ່ອນນີ້”. ພວກມັນເຖິງກັບຢາກສະແດງເປັນຄົນດີ ໂດຍເຮັດໃຫ້ເຈົ້າຫຼົງເຊື່ອການສະແດງຂອງພວກມັນ. ຄົນປະເພດນີ້ບໍ່ເປັນຕາຢ້ານບໍ? ພວກມັນຂຸດຂຸມນັ້ນໄວ້ເພື່ອເຈົ້າໂດຍສະເພາະ; ຖ້າເຈົ້າບໍ່ໂດດລົງໄປໃນນັ້ນ, ແລ້ວໃຜຈະໂດດ? ຫຼັງຈາກທີ່ເຈົ້າໂດດລົງໄປໃນຂຸມແລ້ວ, ພວກມັນກໍຍື່ນມືມາເພື່ອຊ່ວຍເຈົ້າ ແລະ ໃນຂະນະທີ່ພວກມັນຊ່ວຍເຈົ້າ, ພວກມັນກໍເວົ້າວ່າ “ເປັນຫຍັງເຈົ້າຈຶ່ງໂດດລົງໄປ?” ໃນຂະນະທີ່ສົມນ້ຳໜ້າໃນຄວາມໂຊກຮ້າຍຂອງເຈົ້າ, ພວກມັນຍັງເຮັດໃຫ້ເຈົ້າບໍ່ຮູ້ສຶກຕົວວ່າພວກມັນຂຸດຂຸມນັ້ນໄວ້. ເຫັນໄດ້ຊັດເຈນວ່າແມ່ນພວກມັນທີ່ທຳຮ້າຍເຈົ້າຢ່າງສາຫັດ ແຕ່ພວກມັນພັດເຮັດໃຫ້ເຈົ້າຮູ້ສຶກຊາບຊຶ້ງໃຈຕໍ່ພວກມັນຢ່າງເລິກເຊິ່ງ. ນີ້ບໍ່ແມ່ນຄວາມແປກປະຫຼາດບໍ? (ແມ່ນແລ້ວ). ນີ້ຄືຄວາມແປກປະຫຼາດຢ່າງແທ້ຈິງ!

ມີສິ່ງໜຶ່ງທີ່ຄົນທີ່ກັບຊາດມາເກີດຈາກມານຮ້າຍມັກຈະເຮັດ ເຊິ່ງທຸກຄົນກໍເຄີຍເຫັນ: ມານຮ້າຍເກັ່ງທີ່ສຸດໃນການເວົ້າສິ່ງທີ່ໜ້າຟັງເພື່ອປະຈົບປະແຈງຜູ້ຄົນ. ຕົວຢ່າງ: ເມື່ອຄົນປະເພດນີ້ເຫັນເຈົ້າກຳລັງເຮັດວຽກ, ພວກເຂົາກໍຈະເຊື່ອງຕົວຢູ່ຂ້າງໃນ ແລະ ສັງເກດເບິ່ງ. ເມື່ອເຈົ້າເຮັດວຽກສຳເລັດແລ້ວ, ພວກເຂົາກໍຈະອອກມາ ແລະ ເວົ້າວ່າ “ໂອ້, ເຈົ້າເຮັດວຽກຢູ່ບໍ! ເປັນຫຍັງເຈົ້າຈຶ່ງບໍ່ບອກຂ້ອຍ? ຂ້ອຍສາມາດຊ່ວຍເຈົ້າ ແລະ ແບ່ງເບົາພາລະໄດ້. ຖ້າມັນຈະອິດເມື່ອຍ, ພວກເຮົາກໍສາມາດຈັດການມັນນຳກັນໄດ້. ເທື່ອໜ້າທີ່ເຈົ້າເຮັດວຽກ ກໍພຽງແຕ່ບອກຂ້ອຍ, ມັນເປັນພຽງເລື່ອງເລັກນ້ອຍ. ຢ່າເກງໃຈທີ່ຈະຂໍໃຫ້ຂ້ອຍຊ່ວຍ!” ເມື່ອເຈົ້າໄດ້ຍິນສິ່ງນີ້, ໃຈຂອງເຈົ້າກໍຮູ້ສຶກອົບອຸ່ນ ແລະ ເຈົ້າກໍຄິດວ່າເຖິງແມ່ນວ່າພວກເຂົາຈະບໍ່ໄດ້ຊ່ວຍ, ແຕ່ພວກເຂົາກໍມີເຈດຕະນາທີ່ຈະເຮັດເຊັ່ນນັ້ນ ແລະ ຄຳເວົ້າຂອງພວກເຂົາກໍພຽງພໍແລ້ວ. ພວກເຂົາຫຼອກລວງເຈົ້າດ້ວຍຄຳເວົ້າທີ່ໜ້າຟັງຂອງພວກເຂົາ. ເຈົ້າເຫັນບໍ, ຄວາມຈິງແລ້ວ ພວກເຂົາສາມາດເວົ້າສິ່ງດັ່ງກ່າວອອກມາໄດ້ ແລະ ພວກເຂົາກໍບໍ່ຮູ້ສຶກລະອາຍໃຈເລີຍທີ່ເວົ້າມັນອອກມາ. ແລ້ວເຈົ້າຈະຮູ້ໄດ້ແນວໃດວ່າຄຳເວົ້າຂອງພວກເຂົາເປັນຄວາມຕົວະ? ເທື່ອໜ້າທີ່ເຈົ້າເຮັດວຽກຂອງເຈົ້າສຳເລັດ, ພວກເຂົາກໍມາ ແລະ ເວົ້າຄຳເວົ້າທີ່ໜ້າຟັງອີກຄັ້ງ: “ເປັນຫຍັງເຈົ້າຈຶ່ງບໍ່ບອກຂ້ອຍວ່າເຈົ້າກຳລັງເຮັດວຽກຢູ່? ເຈົ້າບໍ່ເຄີຍຂໍໃຫ້ຂ້ອຍຊ່ວຍເລີຍຈັກຄັ້ງ; ເຈົ້າປະຕິບັດຕໍ່ຂ້ອຍຄືກັບຄົນນອກແທ້ໆ. ເປັນຫຍັງເຈົ້າຈຶ່ງເຮັດຕົວຫ່າງເຫີນກັບຂ້ອຍແທ້?” ຫຼັງຈາກທີ່ເຫດການນີ້ເກີດຂຶ້ນສອງ ຫຼື ສາມຄັ້ງ, ເຈົ້າກໍຮູ້ວ່າຄວາມຈິງແລ້ວ ພວກເຂົາບໍ່ໄດ້ຢາກຊ່ວຍເຈົ້າເຮັດວຽກເລີຍ ແລະ ພວກເຂົາພຽງແຕ່ເວົ້າສິ່ງທີ່ໜ້າຟັງບາງຢ່າງເພື່ອຫຼອກລວງເຈົ້າ ແລະ ປະຈົບປະແຈງເຈົ້າ. ເມື່ອມີບາງສິ່ງບາງຢ່າງທີ່ຕ້ອງການຄວາມຊ່ວຍເຫຼືອຈາກພວກເຂົາແທ້ໆ, ພວກເຂົາພັດຫາຍຕົວໄປ. ນີ້ແມ່ນຄົນປະເພດໃດ? ນີ້ຄືມານຮ້າຍ ບໍ່ແມ່ນມະນຸດຢ່າງແນ່ນອນ. ຄົນທີ່ກັບຊາດມາເກີດຈາກມານຮ້າຍຈະເວົ້າສິ່ງທີ່ໜ້າຟັງກັບຄົນທຸກຄົນທີ່ພວກເຂົາພົບ ເພື່ອຫຼອກລວງຄົນເຫຼົ່ານັ້ນ ແລະ ບັນລຸເປົ້າໝາຍຂອງພວກເຂົາເອງ. ພວກເຂົາເຕັມໄປດ້ວຍແຜນການທີ່ມີເລ່ລ່ຽມ; ພວກເຂົາບໍ່ແມ່ນມະນຸດ, ແຕ່ເປັນມານຮ້າຍ. ການຄົບຫາກັບຄົນປະເພດນີ້ມີຄຸນຄ່າບໍ? ເຈົ້າບໍ່ຄວນແມ່ນແຕ່ຈະໃສ່ໃຈພວກເຂົາເລີຍ. ມີຄົນປະເພດນີ້ໃນຊີວິດປະຈຳວັນຂອງພວກເຈົ້າບໍ? (ມີ). ນີ້ຄືວິທີທີ່ຄົນປະເພດນີ້ປະພຶດໃນເລື່ອງນີ້ ແລະ ພວກເຂົາກໍປະພຶດໃນລັກສະນະດຽວກັນໃນເລື່ອງອື່ນໆ, ພວກເຂົາມັກຈະຫຼອກລວງຜູ້ຄົນຢູ່ສະເໝີ. ນັ້ນຄືຄວາມແປກປະຫຼາດຂອງພວກເຂົາ; ພວກເຂົາບໍ່ຈິງໃຈຕໍ່ຜູ້ຄົນ.

ພວກເຈົ້າທຸກຄົນພໍຈະສາມາດແຍກແຍະການສະແດງອອກຢ່າງໜຶ່ງຂອງລັກສະນະ “ຄວາມແປກປະຫຼາດ” ຂອງຄົນທີ່ກັບຊາດມາເກີດຈາກມານຮ້າຍ ເຊິ່ງກໍຄືຄວາມຄົດໂກງ ໄດ້ບໍ? (ໄດ້). ຄົນປະເພດນີ້ມີເລ່ລ່ຽມເປັນພິເສດ, ຄົດໂກງເປັນພິເສດ ແລະ ແຝງຊົ່ວ ແລະ ປິ້ນປ້ອນເປັນພິເສດ. ຖ້າເຈົ້າຍັງປະຕິບັດຕໍ່ການສະແດງອອກຂອງພວກເຂົາວ່າເປັນການເປີດເຜີຍຄວາມເສື່ອມຊາມຕາມປົກກະຕິ ແລະ ຍັງຄົງຊ່ວຍເຫຼືອ ແລະ ສະໜັບສະໜູນພວກເຂົາໃນຖານະອ້າຍເອື້ອຍນ້ອງ, ນີ້ບໍ່ແມ່ນການສະແດງອອກເຖິງຄວາມໂງ່ຈ້າບໍ? (ແມ່ນແລ້ວ). ເຈົ້າຕ້ອງບໍ່ເຮັດສິ່ງທີ່ໂງ່ຈ້າເຫຼົ່ານີ້ອີກໃນອະນາຄົດ; ພວກເຂົາບໍ່ແມ່ນມະນຸດ, ແຕ່ເປັນມານຮ້າຍ ແລະ ບໍ່ແມ່ນຄົນທີ່ເຈົ້າຄວນຊ່ວຍເຫຼືອ ແລະ ສະໜັບສະໜູນ. ພວກເຂົາຮູ້ຢູ່ໃນໃຈຂອງພວກເຂົາວ່າຄວາມຈິງແມ່ນຫຍັງ ແລະ ການເປັນຄົນຊື່ສັດນັ້ນເປັນສິ່ງທີ່ດີ. ແຕ່ການຮູ້ກໍເປັນອີກເລື່ອງໜຶ່ງ; ພວກເຂົາບໍ່ມີຂໍ້ກຳນົດແບບນັ້ນໃຫ້ຕົນເອງ ແລະ ບໍ່ເຄີຍປະຕິບັດການເປັນຄົນຊື່ສັດເລີຍ. ມັນບໍ່ແມ່ນວ່າພວກເຂົາຢາກປະຕິບັດແຕ່ບໍ່ສາມາດເຮັດໄດ້; ແຕ່ກົງກັນຂ້າມ ພວກເຂົາບໍ່ເຄີຍຕັ້ງໃຈທີ່ຈະປະຕິບັດດ້ວຍວິທີນີ້ເລີຍ. ລອງຄິດເບິ່ງດູ, ພວກເຂົາວາງແຜນ ແລະ ວາງອຸບາຍຫຍັງຢູ່ໃນໃຈຂອງພວກເຂົາ? ບໍ່ມີສິ່ງໃດເລີຍທີ່ກ່ຽວຂ້ອງກັບສິ່ງທີ່ເປັນບວກ ແລະ ບໍ່ມີຄວາມຄິດໃດເລີຍທີ່ກ່ຽວຂ້ອງກັບຄວາມຄິດ ແລະ ມຸມມອງທີ່ເປັນບວກ. ພວກເຂົາບໍ່ໄດ້ຕັ້ງໃຈທີ່ຈະປະຕິບັດຄວາມຈິງ ແລະ ບໍ່ໄດ້ຕັ້ງໃຈທີ່ຈະຍ່າງໃນເສັ້ນທາງທີ່ຖືກຕ້ອງ, ດ້ວຍເຫດນັ້ນ ພວກເຂົາຈຶ່ງບໍ່ເຄີຍສະແຫວງຫາຫຼັກການຄວາມຈິງໃນໃຈຂອງພວກເຂົາເລີຍ ແລະ ບໍ່ສະແຫວງຫາວິທີການປະຕິບັດທີ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ພວກເຂົາຍັງບໍ່ໄດ້ຕັ້ງໃຈທີ່ຈະບັນລຸໜ້າທີ່ຂອງສິ່ງທີ່ຖືກສ້າງ ຫຼື ອຸທິດຕົນ ແລະ ຖວາຍຄວາມຈິງໃຈຂອງພວກເຂົາ. ສິ່ງດຽວທີ່ພວກເຂົາຄິດຄຳນວນກໍຄືສິ່ງທີ່ຄົດໂກງ. ບາງຄົນເວົ້າວ່າ “ສິ່ງທີ່ພວກເຂົາຄິດຄຳນວນເປັນເລື່ອງຂອງໂລກພາຍໃນຂອງພວກເຂົາ, ມັນບໍ່ແມ່ນເລື່ອງງ່າຍທີ່ຈະແຍກແຍະ. ຄົນອື່ນຈະຮູ້ໄດ້ແນວໃດວ່າພວກເຂົາກຳລັງຄິດຫຍັງຢູ່ ໃນເມື່ອພວກເຂົາບໍ່ເປີດໃຈ ແລະ ໂອ້ລົມກ່ຽວກັບມັນ? ພວກເຂົາປະພຶດຕົວດີພໍສົມຄວນຢູ່ພາຍນອກ ແລະ ພວກເຂົາຍັງເຮັດໃຫ້ຕົນເອງຫຍຸ້ງຢູ່ກັບວຽກງານທີ່ຢູ່ໃນມື. ເປັນຫຍັງພຣະອົງຈຶ່ງກ່າວວ່າພວກເຂົາຄົດໂກງ ແລະ ກຳນົດລັກສະນະຂອງພວກເຂົາວ່າເປັນມານຮ້າຍ?” ຄົນອື່ນເວົ້າວ່າ “ພວກເຂົາພຽງແຕ່ເປີດເຜີຍແວວຕາທີ່ຊົ່ວຊ້າເລັກນ້ອຍ ແລະ ຮອຍຍິ້ມທີ່ເຈົ້າເລ່ເລັກນ້ອຍອອກມາ; ພວກເຮົາຍັງບໍ່ສາມາດເບິ່ງທະລຸໄດ້ວ່າພວກເຂົາກຳລັງຄິດຫຍັງຢູ່ໃນໂລກພາຍໃນຂອງພວກເຂົາ”. ແລ້ວຄົນເຮົາຈະແຍກແຍະໄດ້ແນວໃດວ່າພວກເຂົາເປັນມານຮ້າຍ? ຄວາມຄິດຂອງຄົນເຮົາເປັນສິ່ງທີ່ຈັບຕ້ອງບໍ່ໄດ້; ຖ້າພວກເຂົາບໍ່ສະແດງມັນອອກມາ, ເຈົ້າກໍບໍ່ສາມາດເຫັນ ຫຼື ຄົ້ນພົບພວກມັນໄດ້ ແລະ ເຈົ້າກໍຈະບໍ່ສາມາດແຍກແຍະພວກເຂົາໄດ້. ເຖິງຢ່າງໃດກໍຕາມ, ບໍ່ວ່າຄົນໃດຄົນໜຶ່ງຈະມີຄວາມຄິດ ແລະ ມຸມມອງແນວໃດກໍຕາມ, ບໍ່ວ່າພວກເຂົາຈະປາຖະໜາ ຫຼື ຄິດຄຳນວນຫຍັງຢູ່ໃນໂລກພາຍໃນຂອງພວກເຂົາກໍຕາມ, ພວກເຂົາກໍຈະລົງມືປະຕິບັດເພື່ອບັນລຸເປົ້າໝາຍຂອງພວກເຂົາຢ່າງແນ່ນອນ, ດ້ວຍເຫດນັ້ນ ພວກເຂົາຈຶ່ງມັກຈະມີບາງສິ່ງທີ່ພວກເຂົາໃຊ້ຊີວິດຕາມ ແລະ ມີການສະແດງອອກບາງຢ່າງສະເໝີ. ຕາບໃດທີ່ພວກເຂົາອາໄສຢູ່ທ່າມກາງຜູ້ຄົນ, ຄົນອື່ນກໍຈະສາມາດເຫັນ ຫຼື ສຳຜັດກັບສິ່ງທີ່ພວກເຂົາເຮັດໄດ້. ເຈົ້າອາດຈະບໍ່ຮູ້ວ່າພວກເຂົາກຳລັງຄິດຄຳນວນ, ວາງແຜນ ແລະ ກະກຽມຫຍັງຢູ່ໃນສ່ວນເລິກຂອງໃຈພວກເຂົາ, ແຕ່ສິ່ງທີ່ພວກເຂົາວາງແຜນ, ວາງອຸບາຍ ແລະ ຄິດຄຳນວນນັ້ນຈະຖືກພວກເຂົາເປີດເຜີຍ ແລະ ສະແດງອອກມາໃນມື້ໃດມື້ໜຶ່ງ; ພວກເຂົາຈະປ່ຽນສິ່ງເຫຼົ່ານັ້ນໃຫ້ກາຍເປັນຄວາມເປັນຈິງ ແລະ ພວກເຂົາຈະກະທຳການບາງຢ່າງທ່າມກາງຜູ້ຄົນ. ເມື່ອສິ່ງເຫຼົ່ານີ້ເກີດຂຶ້ນຕໍ່ໜ້າຕໍ່ຕາເຈົ້າ, ເຈົ້າຈະບໍ່ສາມາດເຫັນພວກມັນໄດ້ບໍ? ເຈົ້າຈະບໍ່ສາມາດແຍກແຍະຄົນຜູ້ນັ້ນໄດ້ບໍ? ບາງຄົນເວົ້າວ່າ “ເຖິງແມ່ນວ່າຂ້ອຍຈະເຫັນການສະແດງອອກຂອງພວກເຂົາ, ຂ້ອຍກໍຍັງບໍ່ຮູ້ວິທີແຍກແຍະ ຫຼື ກຳນົດລັກສະນະຂອງຄົນປະເພດນີ້”. ນັ້ນເປັນເລື່ອງງ່າຍທີ່ຈະຈັດການ; ຄົນປະເພດນີ້ມີລັກສະນະຈຳນວນໜຶ່ງ ແລະ ເຈົ້າສາມາດແຍກແຍະພວກເຂົາໄດ້ຜ່ານລັກສະນະເຫຼົ່ານີ້. ລັກສະນະທຳອິດກໍຄື ພວກເຂົາມັກຈະປະຕິບັດຕາມຄວາມປະສົງຂອງພວກເຂົາເອງສະເໝີ ແລະ ບໍ່ເຄີຍສະແຫວງຫາຫຼັກການຄວາມຈິງເລີຍ. ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ພວກເຂົາກໍວາງແຜນໄວ້ລ່ວງໜ້າດ້ວຍຕົນເອງ ແລະ ປະຕິບັດຕາມແຜນການ, ແນວຄິດ ແລະ ເຈດຕະນາຂອງພວກເຂົາເອງທັງໝົດ ແລະ ຕາມຄວາມປະສົງຂອງພວກເຂົາເອງທັງໝົດ. ພວກເຂົາບໍ່ຖາມຄວາມຄິດເຫັນຂອງທຸກຄົນ ແລະ ແນ່ນອນວ່າ ພວກເຂົາຍິ່ງບໍ່ສະແຫວງຫາຫຼັກການຄວາມຈິງ ຫຼື ປະຕິບັດຕາມການຈັດແຈງວຽກງານ. ຖ້າເຈົ້າສາມາດເຫັນການສະແດງອອກເຫຼົ່ານີ້, ແລ້ວມານຮ້າຍຈະບໍ່ຖືກເປີດໂປງຢ່າງສິ້ນເຊີງບໍ? (ຖືກ). ບາງຄົນເວົ້າວ່າ “ບາງທີພວກເຂົາອາດຈະເຂົ້າໃຈຄວາມຈິງ ແລະ ຮູ້ຈັກຫຼັກການຄວາມຈິງ, ສະນັ້ນ ພວກເຂົາຈຶ່ງຮູ້ວ່າຕ້ອງເຮັດຫຍັງໂດຍບໍ່ຕ້ອງປຶກສາຫາລືກັບຄົນອື່ນ”. ຄຳເວົ້ານີ້ຜິດອີກແລ້ວ; ມັນສະທ້ອນໃຫ້ເຫັນເຖິງຄວາມບໍ່ສາມາດໃນການເບິ່ງທະລຸສິ່ງຕ່າງໆ. ສຳລັບພວກເຈົ້າແລ້ວ, ສິ່ງທີ່ມານຮ້າຍເວົ້າ ແລະ ເຮັດນັ້ນເປັນອຸປະສັກທີ່ຍາກລຳບາກຫຼາຍຢ່າງ. ບໍ່ວ່າພວກເຂົາຈະໄດ້ສະແຫວງຫາຄວາມຄິດເຫັນຂອງອ້າຍເອື້ອຍນ້ອງ ຫຼື ບໍ່ກໍຕາມ, ເຈົ້າຄວນເບິ່ງໃຫ້ຊັດເຈນວ່າ ຈຸດປະສົງ, ແຮງຈູງໃຈ, ຈຸດເລີ່ມຕົ້ນ ແລະ ຫຼັກການໃນການກະທຳຂອງພວກເຂົາແມ່ນເພື່ອຮັກສາຊື່ສຽງ, ສະຖານະ ແລະ ໜ້າຕາຂອງພວກເຂົາເອງ ຫຼື ເພື່ອຮັກສາວຽກງານຂອງຄຣິສຕະຈັກ ແລະ ຜົນຮັບສຸດທ້າຍທີ່ບັນລຸໄດ້ນັ້ນຮັກສາຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ຫຼື ບໍ່ ແລະ ມັນນຳເອົາຄວາມສູນເສຍ, ຄວາມເສຍຫາຍ ແລະ ການທຳລາຍ ຫຼື ຜົນປະໂຫຍດມາສູ່ຄົນສ່ວນໃຫຍ່. ບໍ່ວ່າຄົນທີ່ກັບຊາດມາເກີດຈາກມານຮ້າຍຈະເຮັດຫຍັງກໍຕາມ, ມັນກໍເພື່ອຮັກສາຜົນປະໂຫຍດຂອງພວກເຂົາເອງສະເໝີ; ນີ້ຄືອີກໜຶ່ງລັກສະນະຂອງຄົນທີ່ກັບຊາດມາເກີດຈາກມານຮ້າຍ. ໃນສາຍຕາຂອງພວກເຂົາ, ຜົນປະໂຫຍດຂອງພວກເຂົາຢູ່ເໜືອສິ່ງອື່ນໃດ ຄືກັບພໍ່ຄ້າທີ່ເຮັດທຸລະກິດ: ຜົນປະໂຫຍດສຳຄັນທີ່ສຸດ. ຜົນປະໂຫຍດຂອງໃຜສຳຄັນທີ່ສຸດ? ຜົນປະໂຫຍດຂອງມານຮ້າຍເອງນັ້ນສຳຄັນທີ່ສຸດ. ຖ້າການເຮັດບາງສິ່ງບາງຢ່າງສາມາດຮັກສາຜົນປະໂຫຍດ, ໜ້າຕາ, ສະຖານະ, ຊື່ສຽງ ຫຼື ຊັບສິນທາງວັດຖຸ ແລະ ເງິນຄຳຂອງພວກເຂົາໄດ້, ພວກເຂົາຈະບໍ່ອ່ອນຂໍ້ຢ່າງແນ່ນອນ ແຕ່ຈະດຳເນີນການຈົນເຖິງທີ່ສຸດ ແລະ ເຮັດມັນຈົນເຖິງທີ່ສຸດ. ເຖິງແມ່ນວ່າຜູ້ນຳຂັ້ນເທິງ ຫຼື ອ້າຍເອື້ອຍນ້ອງຈະຕໍ່ຕ້ານມັນ ແລະ ມັນບໍ່ສາມາດດຳເນີນການຕໍ່ໄປໄດ້ ແລະ ພວກເຂົາພົບກັບທາງຕັນ, ພວກເຂົາກໍຍັງຈະໃຊ້ກົນອຸບາຍທີ່ອ້ອມຄ້ອມ, ພະຍາຍາມທຸກວິທີທາງເພື່ອກຳຈັດຜູ້ຕໍ່ຕ້ານທັງໝົດ ແລະ ເອົາອຸປະສັກທັງໝົດອອກໄປ ເພື່ອດຳເນີນສິ່ງທີ່ພວກເຂົາຕ້ອງການເຮັດຕໍ່ໄປ. ພວກເຂົາຈະບໍ່ອ່ອນຂໍ້ຢ່າງແນ່ນອນ; ສິ່ງດຽວທີ່ພວກເຂົາຮັກສາກໍຄືຜົນປະໂຫຍດຂອງພວກເຂົາເອງ. ຕອນນີ້ ເຈົ້າສາມາດເຫັນສິ່ງນີ້ໄດ້ຢ່າງຊັດເຈນ: ບໍ່ວ່າຈະເປັນແຜນການ ຫຼື ວິທີການ ຫຼື ມາດຕະການ ຫຼື ຂັ້ນຕອນທີ່ພວກເຂົາວາງແຜນ, ວາງອຸບາຍ ແລະ ຄິດຄົ້ນຂຶ້ນມາ, ສິ່ງເຫຼົ່ານີ້ລ້ວນແຕ່ຖືກຄິດຄຳນວນໄວ້ໃນໃຈຂອງພວກເຂົາແລ້ວ; ສິ່ງດຽວທີ່ພວກເຂົາຄິດເຖິງກໍຄືຜົນປະໂຫຍດ ແລະ ໃຈຂອງພວກເຂົາກໍເຕັມໄປດ້ວຍຄວາມຄິດກ່ຽວກັບຜົນປະໂຫຍດ; ຈະໃຊ້ໃຜ, ຈະເຂົ້າໃກ້ໃຜ, ຈະຢູ່ຫ່າງຈາກໃຜ, ຈະສະໜັບສະໜູນໃຜ, ຈະຕໍ່ຕ້ານໃຜ, ຈະປົດໃຜອອກ, ພວກເຂົາວາງກົນອຸບາຍສຳລັບສິ່ງເຫຼົ່ານີ້ທັງໝົດຕາມຜົນປະໂຫຍດຂອງພວກເຂົາ. ຖ້າໃນການເຮັດວຽກ ແລະ ການປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາມາຮອດຈຸດນີ້, ແລ້ວພວກເຂົາກໍຄືຜູ້ຕໍ່ຕ້ານພຣະຄຣິສ ແລະ ເປັນມານຮ້າຍທີ່ເປີດເຜີຍຕົວຕົນທີ່ແທ້ຈິງຂອງພວກມັນອອກມາ. ຄົນປະເພດນີ້ຍາກທີ່ຈະຢັ່ງເຖິງ ແລະ ມີເລ່ລ່ຽມເລິກລັບຢ່າງຍິ່ງ; ພວກເຂົາໄຕ່ຕອງກ່ຽວກັບສິ່ງເຫຼົ່ານີ້ທຸກມື້. ຖ້າພວກເຂົາຕ້ອງສືບຮູ້ທຸກຄົນໃນຄຣິສຕະຈັກຢ່າງທະລຸປຸໂປ່ງ, ມັນຈະໃຊ້ເວລາດົນປານໃດ? ພຽງແຕ່ຫຼັງຈາກທີ່ພວກເຂົາກຳສະຖານະການຂອງສະມາຊິກຄຣິສຕະຈັກທຸກຄົນໄດ້ຢ່າງຊັດເຈນ, ເຂົ້າໃຈບັນຫາຕົວຈິງ ແລະ ຄວາມຫຍຸ້ງຍາກທີ່ແທ້ຈິງຂອງແຕ່ລະຄົນ ແລະ ເວລາທີ່ເໝາະສົມແລ້ວ, ພວກເຂົາຈຶ່ງເລີ່ມລົງມືປະຕິບັດ ແລະ ເຮັດທຸກສິ່ງທຸກຢ່າງຕາມທີ່ພວກເຂົາຕ້ອງການ, ພວກເຂົາບໍ່ສະແດງຄວາມປານີຕໍ່ໃຜ ແລະ ບໍ່ມີໃຜສາມາດຂັດຂວາງພວກເຂົາໄດ້. ພວກເຂົາດຳເນີນກິດຈະການຂອງຕົວເອງພາຍໃຕ້ຂໍ້ອ້າງຂອງການເຮັດວຽກງານຂອງຄຣິສຕະຈັກ ແລະ ພະຍາຍາມເພື່ອໃຫ້ຕົວພວກເຂົາເອງໄດ້ຮັບຜົນປະໂຫຍດ. ໃນທ້າຍທີ່ສຸດ, ມັນກໍຄືວຽກງານຂອງຄຣິສຕະຈັກ ແລະ ການເຂົ້າສູ່ຊີວິດຂອງອ້າຍເອື້ອຍນ້ອງທີ່ຕ້ອງທົນທຸກກັບຄວາມສູນເສຍ. ພວກເຂົາບັນລຸເປົ້າໝາຍຂອງພວກເຂົາໃນການເຮັດໃຫ້ການຕອບສະໜອງຜົນປະໂຫຍດສ່ວນຕົວຂອງພວກເຂົາສຳຄັນທີ່ສຸດ ໂດຍແລກກັບການເສຍສະຫຼະການເຂົ້າສູ່ຊີວິດຂອງອ້າຍເອື້ອຍນ້ອງທຸກຄົນ ແລະ ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ມາຮອດຈຸດນີ້ແລ້ວ, ເຈົ້າບໍ່ສາມາດເຫັນພວກເຂົາໄດ້ຢ່າງຊັດເຈນບໍ? ເມື່ອຕັດສິນຈາກວິທີທີ່ພວກເຂົາເຮັດສິ່ງຕ່າງໆ ແລະ ຜົນຮັບສຸດທ້າຍ, ພວກເຂົາເປັນມານຮ້າຍ; ພວກເຂົາບໍ່ແມ່ນມະນຸດ. ພວກເຂົາເບິ່ງຄືວ່າຈະເວົ້າໜ້ອຍຫຼາຍ ແລະ ບໍ່ຄ່ອຍສະແດງມຸມມອງຂອງພວກເຂົາອອກມາໝົດມື້, ແຕ່ຄວາມຈິງແລ້ວ ພວກເຂົາໃຊ້ເວລາທຸກມື້ເພື່ອຄິດຄຳນວນວ່າຈະກະທຳການແນວໃດເພື່ອໃຫ້ພວກເຂົາໄດ້ຮັບຜົນປະໂຫຍດ. ເຖິງແມ່ນວ່າພາຍນອກພວກເຂົາຈະເບິ່ງຄືວ່າສະຫງົບຫຼາຍ, ສຸພາບຮຽບຮ້ອຍຫຼາຍ, ອ່ອນໂຍນຫຼາຍ ແລະ ປະພຶດຕົວດີຫຼາຍ ແລະ ບໍ່ມັກເວົ້າຫຼາຍ, ແຕ່ພາຍໃນໃຈຂອງພວກເຂົາພັດປັ່ນປ່ວນ ຄືກັບທະເລທີ່ກຳລັງບ້າຄັ່ງ. ພວກເຂົາສືບຮູ້ສິ່ງເຫຼົ່ານີ້ຢ່າງຄົບຖ້ວນ ແລ້ວພວກເຂົາກໍຈັດຕັ້ງປະຕິບັດແຜນການທີ່ພວກເຂົາໄດ້ຄິດໄວ້ ແລະ ຜົນຮັບສຸດທ້າຍກໍຄື ພວກເຂົາປະສົບຄວາມສຳເລັດຕາມທີ່ພວກເຂົາໄດ້ວາງແຜນໄວ້. ນີ້ບໍ່ແມ່ນການກະທຳຂອງມານຮ້າຍບໍ? (ແມ່ນແລ້ວ). ນີ້ຄືການກະທຳຂອງມານຮ້າຍ. ມາຮອດຈຸດນີ້ແລ້ວ, ເຈົ້າບໍ່ສາມາດເບິ່ງທະລຸພວກເຂົາໄດ້ບໍ?

ບັນຫາໃຫຍ່ດັ່ງກ່າວທີ່ເກີດຂຶ້ນໃນວຽກງານຂ່າວປະເສີດຂອງປີກາຍນີ້ ແມ່ນກ່ຽວຂ້ອງໂດຍກົງກັບມານຮ້າຍຈຳນວນໜຶ່ງ ແລະ ກ່ຽວຂ້ອງໂດຍກົງກັບການກະທຳຂອງມານຮ້າຍ. ມານຮ້າຍເຫຼົ່ານັ້ນບໍ່ເຄີຍສະແຫວງຫາຫຼັກການຄວາມຈິງເລີຍເມື່ອພວກມັນກະທຳການ. ຫຼັງຈາກທີ່ເບື້ອງເທິງໄດ້ມອບໝາຍວຽກງານ, ພວກມັນກໍຍອມຮັບເອົາຢ່າງເຕັມໃຈຕໍ່ໜ້າ, ແຕ່ເມື່ອພວກມັນໄປເຮັດວຽກໃນຄຣິສຕະຈັກ, ພວກມັນພຽງແຕ່ເຮັດສິ່ງທີ່ບໍ່ດີຢ່າງບ້າຄັ່ງ. ພວກມັນບໍ່ໄດ້ຮັກສາຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ ເຄື່ອງຖວາຍຂອງພຣະເຈົ້າຈຶ່ງໄດ້ຮັບຄວາມສູນເສຍ, ວຽກງານຂ່າວປະເສີດໄດ້ຮັບຄວາມສູນເສຍ ແລະ ຊີວິດຄຣິສຕະຈັກໄດ້ຮັບຄວາມສູນເສຍ; ຄວາມສູນເສຍໄດ້ເກີດຂຶ້ນໃນຫຼາຍດ້ານ ແລະ ພວກມັນຍັງກໍ່ໃຫ້ເກີດຄວາມວຸ່ນວາຍໃນວຽກງານຂອງຄຣິສຕະຈັກອີກດ້ວຍ. ເຈົ້າອາດຈະເບິ່ງບໍ່ທະລຸວ່າພວກມານຮ້າຍກຳລັງຄິດຫຍັງຢູ່ ແລະ ເຈົ້າກໍບໍ່ຮູ້ວ່າພວກມັນໄດ້ສະແຫວງຫາຫຼັກການ ຫຼື ບໍ່. ແຕ່ເມື່ອພວກມັນກະທຳການ ແລະ ເຈົ້າເຫັນສັນຍານທຳອິດ, ເຈົ້າກໍຈະຮູ້ວ່າວິທີການ ແລະ ແຫຼ່ງທີ່ມາຂອງການກະທຳຂອງພວກມັນນັ້ນຜິດ, ພວກມັນພຽງແຕ່ອວດອ້າງຕົນເອງ, ເຮັດສິ່ງຕ່າງໆຕາມຄວາມປະສົງຂອງພວກມັນເອງ ແລະ ເຮັດຕາມອຳເພີໃຈ ແລະ ຕາມໃຈມັກ ແລະ ສ້າງລາຊະອານາຈັກທີ່ເປັນເອກະລາດ. ຍິ່ງໄປກວ່ານັ້ນ, ກຸ່ມມານຮ້າຍຍັງປົກປ້ອງເຊິ່ງກັນ ແລະ ກັນ; ບໍ່ມີພວກມັນຕົນໃດເລີຍທີ່ຮັກສາຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ບໍ່ວ່າມານຮ້າຍໃຫຍ່ຈະເຮັດຫຍັງກໍຕາມ, ຜູ້ຕິດຕາມ ແລະ ມານຮ້າຍນ້ອຍກໍຈະທຸ່ມເທຢ່າງສຸດຄວາມສາມາດເພື່ອປະຈົບປະແຈງ ແລະ ຍົກຍໍປໍປັ້ນພວກມັນ. ມານຮ້າຍໃຫຍ່ກະທຳການຢ່າງຊະຊາຍ ແລະ ຕາມອຳເພີໃຈ ແລະ ມານຮ້າຍນ້ອຍກໍເຮັດຕາມ ແລະ ເລຍແຂ່ງເລຍຂາພວກມັນ, ພວກມັນສົມຮູ້ຮ່ວມຄິດກັນຢ່າງໃກ້ຊິດ. ບາງຄົນເວົ້າວ່າພວກເຂົາຍັງບໍ່ສາມາດເບິ່ງທະລຸເຖິງຂໍ້ເທັດຈິງທີ່ວ່າແກ່ນແທ້ຂອງຄົນໃດຄົນໜຶ່ງນັ້ນຄືມານຮ້າຍ. ໃນກໍລະນີນັ້ນ, ຈົ່ງເບິ່ງທຳມະຊາດຂອງສິ່ງທີ່ພວກເຂົາເຮັດ ແລະ ຜົນສະທ້ອນຂອງມັນ. ຖ້າທຳມະຊາດ ແລະ ຜົນສະທ້ອນນັ້ນຮ້າຍແຮງຫຼາຍ, ຄົນເຮົາກໍສາມາດໝັ້ນໃຈໄດ້ວ່າມັນເປັນການກະທຳຂອງມານຮ້າຍ. ຕົວຢ່າງ: ກ່ຽວກັບເລື່ອງການລາຍງານຕົວເລກປອມຂອງຜູ້ຄົນທີ່ໄດ້ຮັບໃນການເທດສະໜາຂ່າວປະເສີດ, ບາງຄົນເວົ້າວ່າ “ການລາຍງານຕົວເລກປອມບໍ່ແມ່ນການຂັດກັບຫຼັກການບໍ? ພວກເຮົາຕ້ອງລາຍງານຕົວເລກຕົວຈິງ; ບໍ່ວ່າຈະໄດ້ຮັບຄົນຫຼາຍປານໃດ ພວກເຮົາກໍຄວນລາຍງານເທົ່ານັ້ນ. ພວກເຮົາຈະຕົວະໃນການລາຍງານຂອງພວກເຮົາໄດ້ແນວໃດ? ພວກເຮົາຈະລາຍງານໜຶ່ງພັນຄົນໄດ້ແນວໃດໃນເມື່ອໄດ້ຮັບພຽງໜຶ່ງຮ້ອຍຄົນ ຫຼື ລາຍງານສິບພັນຄົນໄດ້ແນວໃດໃນເມື່ອໄດ້ຮັບພຽງໜຶ່ງພັນຄົນ?” ໜຶ່ງໃນຜູ້ນຳປອມເຫຼົ່ານີ້ເວົ້າວ່າແນວໃດ? “ພວກເຈົ້າຕ້ອງລາຍງານແບບນີ້; ທຸກຄົນກໍລາຍງານແບບນີ້. ນີ້ຄືກະແສຂອງພຣະວິນຍານບໍລິສຸດ!” ພວກເຈົ້າສາມາດແຍກແຍະຄຳເວົ້ານີ້ໄດ້ບໍ? ການລາຍງານຕົວເລກທີ່ປອມແປງ ແລະ ສ້າງຂຶ້ນມານັ້ນເຫັນໄດ້ຊັດເຈນວ່າເປັນຄວາມພະຍາຍາມທີ່ຈະຫຼອກລວງພຣະເຈົ້າ. ມັນຈະເປັນກະແສຂອງພຣະວິນຍານບໍລິສຸດໄດ້ແນວໃດ? ນີ້ຄືກະແສທີ່ຊົ່ວຮ້າຍ. ພຣະວິນຍານບໍລິສຸດບໍ່ເຄີຍບອກໃຫ້ຜູ້ຄົນເວົ້າຕົວະ ຫຼື ລາຍງານຕົວເລກປອມເລີຍ; ມີພຽງມານຮ້າຍເທົ່ານັ້ນທີ່ສາມາດເວົ້າສິ່ງດັ່ງກ່າວໄດ້. ພວກເຈົ້າສາມາດແຍກແຍະສິ່ງນີ້ໄດ້ບໍ? ເນື່ອງຈາກຜູ້ນຳປອມຄົນນັ້ນສາມາດເວົ້າຄຳເວົ້າທີ່ໄຮ້ສາລະແບບນັ້ນອອກມາໄດ້, ພວກເຂົາຈຶ່ງບໍ່ແມ່ນຄົນປົກກະຕິ; ຜູ້ນຳປອມຄົນນັ້ນກໍຖືກຈັດຢູ່ໃນປະເພດຂອງມານຮ້າຍເຊັ່ນກັນ. ພວກເຈົ້າສາມາດເບິ່ງທະລຸເລື່ອງນີ້ໄດ້ບໍ? ພວກເຈົ້າສາມາດແຍກແຍະໄດ້ບໍວ່າມານຮ້າຍເວົ້າຄຳເວົ້າດັ່ງກ່າວ? ມີພຽງມານຮ້າຍ ແລະ ຊາຕານເທົ່ານັ້ນທີ່ສາມາດເວົ້າສິ່ງດັ່ງກ່າວໄດ້. ຖ້າພວກເຈົ້າບໍ່ສາມາດເບິ່ງທະລຸເລື່ອງນີ້ໄດ້, ແລ້ວພວກເຈົ້າກໍຂາດຄວາມສາມາດໃນການແຍກແຍະຫຼາຍເກີນໄປ. ຖ້າຄົນທີ່ກັບຊາດມາເກີດຈາກສັດບໍ່ສາມາດເບິ່ງທະລຸມັນໄດ້, ນັ້ນກໍພໍຈະໃຫ້ອະໄພໄດ້, ເພາະວ່າພວກເຂົາບໍ່ແມ່ນມະນຸດ; ພວກເຂົາບໍ່ມີວິນຍານຂອງມະນຸດ. ຖ້າເຈົ້າມີຄວາມສາມາດໃນການແຍກແຍະຢ່າງແທ້ຈິງ ແລະ ສາມາດເບິ່ງທະລຸເລື່ອງນີ້ໄດ້, ແລ້ວເຈົ້າໄດ້ບັນລຸຄວາມຮັບຜິດຊອບຂອງເຈົ້າແລ້ວບໍ? ເຈົ້າໄດ້ລຸກຂຶ້ນເພື່ອຢຸດຢັ້ງ ແລະ ເປີດໂປງເລື່ອງນີ້ແລ້ວບໍ? ສົມມຸດວ່າເຈົ້າເວົ້າວ່າ “ຂ້ອຍໄດ້ເບິ່ງທະລຸມັນແລ້ວ, ແຕ່ຄຳເວົ້າຂອງຂ້ອຍບໍ່ມີນ້ຳໜັກຍ້ອນສະຖານະທີ່ຕ່ຳຕ້ອຍຂອງຂ້ອຍ ແລະ ຂ້ອຍກໍອ່ອນແອ ແລະ ຢູ່ຄົນດຽວ; ຂ້ອຍບໍ່ກ້າຢຸດຢັ້ງ ຫຼື ເປີດໂປງມັນ!” ໃນກໍລະນີນັ້ນ, ເຈົ້າກໍເປັນຄົນຂີ້ຂາດທີ່ໄຮ້ປະໂຫຍດ! ເຈົ້າບໍ່ໄດ້ຢືນຢັດໃນຈຸດຢືນຂອງເຈົ້າ ແລະ ເຈົ້າບໍ່ໄດ້ຍຶດໝັ້ນໃນຄຳພະຍານຂອງເຈົ້າ; ເຈົ້າບໍ່ແມ່ນຜູ້ຮັບໃຊ້ທີ່ຈົງຮັກພັກດີຂອງພຣະເຈົ້າ, ເຈົ້າບໍ່ໄດ້ບັນລຸຄວາມຮັບຜິດຊອບຂອງຄົນໆໜຶ່ງ. ເຈົ້າເປັນພຽງຄົນເບົາປັນຍາ ແລະ ເປັນຄົນຂີ້ຂາດທີ່ໄຮ້ປະໂຫຍດ. ບອກເຮົາມາເບິ່ງ, ພຣະເຈົ້າມັກຄົນຂີ້ຂາດທີ່ໄຮ້ປະໂຫຍດບໍ? (ບໍ່). ພຣະເຈົ້າປະທານຊີວິດໃຫ້ແກ່ເຈົ້າ, ສະໜອງຄວາມຈິງໃຫ້ແກ່ເຈົ້າ ແລະ ປົກປ້ອງເຈົ້າຈາກການທຳຮ້າຍຂອງຊາຕານໃນຊີວິດປະຈຳວັນຂອງເຈົ້າ. ແຕ່ປາກົດວ່າເຈົ້າບໍ່ຍອມຮັບຄວາມຈິງ ແລະ ໄປຕິດຕາມຊາຕານໃນການເຮັດຄວາມຊົ່ວແທນ, ອາໄສຢູ່ທ່າມກາງມານຮ້າຍ ແລະ ປ່ອຍໃຫ້ຊາຕານທຳຮ້າຍເຈົ້າ. ເຈົ້າເຫັນໃບໜ້າທີ່ແທ້ຈິງຂອງຊາຕານຢ່າງຊັດເຈນ, ແຕ່ກໍບໍ່ເປີດໂປງພວກມັນ. ນັ້ນຄືການຫາເລື່ອງໃສ່ຕົວ; ເຈົ້າສົມຄວນແລ້ວທີ່ຈະຖືກຊາຕານຫຼອກລວງ. ພຣະເຈົ້າສະໜອງຄວາມຈິງໃຫ້ແກ່ເຈົ້າເພື່ອເຮັດໃຫ້ຄວາມສາມາດໃນການແຍກແຍະຂອງເຈົ້າເຕີບໂຕ. ຖ້າເຈົ້າມີຄວາມສາມາດໃນການແຍກແຍະແຕ່ກໍຍັງທຳທ່າເຮັດເປັນຫູໜວກຕາບອດ, ບໍ່ລຸກຂຶ້ນມາເພື່ອເປີດໂປງຜູ້ນຳປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສ, ແລ້ວເຈົ້າກໍເປັນຄົນຂີ້ຂາດທີ່ໄຮ້ປະໂຫຍດ! ເຈົ້າບໍ່ໄດ້ບັນລຸຄວາມຮັບຜິດຊອບທີ່ຄົນເຮົາຄວນບັນລຸ; ເຈົ້າລະເລີຍໃນຄວາມຮັບຜິດຊອບຂອງເຈົ້າ, ເຈົ້າເປັນຂີ້ເຫຍື້ອ, ເປັນຄົນຂີ້ຂາດທີ່ໄຮ້ປະໂຫຍດ, ເປັນຄົນທີ່ເກາະກິນ ແລະ ເປັນຄົນທີ່ບໍ່ມີປະໂຫຍດຫຍັງເລີຍ! ການທີ່ມານຮ້າຍບັງຄັບໃຫ້ຜູ້ຄົນລາຍງານຕົວເລກປອມໃນການເທດສະໜາຂ່າວປະເສີດ, ການປະຕິບັດນີ້ຄວນຈະຊັດເຈນຫຼາຍ ແລະ ບໍ່ຍາກທີ່ຈະແຍກແຍະ. ສົມມຸດວ່າມີຄົນເຕະເຈົ້າ ຫຼື ຊົກເຈົ້າ. ເຈົ້າບໍ່ຮູ້ວ່າເປັນຫຍັງພວກເຂົາຈຶ່ງປະຕິບັດຕໍ່ເຈົ້າແບບນີ້ ແລະ ບໍ່ສາມາດແຍກແຍະໄດ້ວ່າພວກເຂົາໝາຍຄວາມວ່າແນວໃດ. ຈາກນັ້ນ ພວກເຂົາກໍເອົາມີດແທງຄໍເຈົ້າ ແລະ ເມື່ອນັ້ນເຈົ້າຈຶ່ງຮູ້ສຶກຕົວວ່າ “ພວກເຂົາກຳລັງພະຍາຍາມຂ້າຂ້ອຍ!” ບອກເຮົາມາເບິ່ງ, ເຈົ້າໂງ່ຈ້າສໍ່າໃດກັນແທ້? ພວກເຂົາເຕະເຈົ້າດ້ວຍເຈດຕະນາທີ່ປະສົງຮ້າຍ, ແຕ່ເຈົ້າກໍຍັງເບິ່ງບໍ່ອອກວ່າພວກເຂົາເປັນຄົນຊົ່ວຮ້າຍ ແລະ ເຈົ້າກໍຍັງພະຍາຍາມເວົ້າດ້ວຍເຫດຜົນກັບພວກເຂົາວ່າ “ຂ້ອຍບໍ່ໄດ້ລ່ວງເກີນເຈົ້າ, ເປັນຫຍັງເຈົ້າຈຶ່ງເຕະຂ້ອຍ? ເຈົ້າມີຄວາມເປັນມະນຸດຢູ່ບໍ?” ຖ້າພວກເຂົາເຕະເຈົ້າໂດຍບໍ່ມີເຫດຜົນ, ພວກເຂົາບໍ່ແມ່ນຄົນຊົ່ວຮ້າຍບໍ? ມັນມີປະໂຫຍດຫຍັງບໍໃນການເວົ້າດ້ວຍເຫດຜົນກັບຄົນຊົ່ວຮ້າຍ? ຖ້າພວກເຂົາເຂົ້າມາຫາເຈົ້າພ້ອມກັບມີດ, ມັນກໍຈະຊ້າເກີນໄປທີ່ຈະເສຍໃຈ. ກວ່າເຈົ້າຈະຮ້ອງຂໍຄວາມຊ່ວຍເຫຼືອ, ມັນກໍຊ້າເກີນໄປແລ້ວ; ຊີວິດຂອງເຈົ້າກໍຈະຈົບລົງ. ເບິ່ງແມວ່າວຸດທິພາວະຂອງເຈົ້າຕ່ຳສໍ່າໃດ, ເຈົ້າໂງ່ຈ້າສໍ່າໃດ! ເມື່ອປະເຊີນກັບຊາຕານ, ເຈົ້າຕ້ອງເປັນຝ່າຍລົງມືໂຈມຕີກ່ອນ, ຢ່າຕັ້ງຮັບຝ່າຍດຽວ. ຖ້າເຈົ້າຕັ້ງຮັບຝ່າຍດຽວຢູ່ສະເໝີ ໂດຍພຽງແຕ່ມີປະຕິກິລິຍາ ແລະ ຮ້ອງຂໍໃຫ້ພຣະເຈົ້າຊ່ວຍເຈົ້າໃຫ້ລອດພົ້ນ ໃນຕອນທີ່ຊາຕານກຳລັງຈະເອົາຊີວິດຂອງເຈົ້າ, ນັ້ນກໍເປັນການຕັ້ງຮັບຝ່າຍດຽວເກີນໄປ ແລະ ເປັນຄົນຫົວຊ້າເກີນໄປ! ພຣະເຈົ້າບໍ່ມັກຄົນແບບນັ້ນ.

ບາງຄົນລາຍງານບັນຫາກ່ຽວກັບຜູ້ນໍາປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສດ້ວຍວິທີການທີ່ອ້ອມຄ້ອມຫຼາຍ. ພວກເຂົາບໍ່ກ້າລາຍງານບັນຫາຂອງຄົນເຫຼົ່ານັ້ນໃນຄຣິສຕະຈັກທ້ອງຖິ່ນຂອງຕົນ, ແຕ່ກົງກັນຂ້າມ ພວກເຂົາພັດໄປລາຍງານຢູ່ຄຣິສຕະຈັກໃນເຂດອື່ນແທນ ຍ້ອນຢ້ານວ່າຄົນໃນທ້ອງຖິ່ນຂອງພວກເຂົາຈະກະຈາຍຂ່າວ ແລ້ວຄົນຊົ່ວຮ້າຍຈະຮູ້ເລື່ອງ ແລະ ມາທໍລະມານພວກເຂົາ. ຄົນເຫຼົ່ານີ້ມີວຸດທິພາວະຕ່ຳຫຼາຍ. ເຈົ້າເຊື່ອໃນພຣະເຈົ້າ, ແຕ່ເຈົ້າພັດຢ້ານຄົນຊົ່ວຮ້າຍ ແລະ ມານຮ້າຍຫຼາຍຂະໜາດນັ້ນບໍ? ມານຮ້າຍມີອຳນາດຍິ່ງໃຫຍ່ຂະໜາດນັ້ນບໍ? ມານຮ້າຍສາມາດເອົາຊີວິດຂອງເຈົ້າໄປໄດ້ບໍ? ຊະຕາກຳຂອງເຈົ້າຢູ່ໃນກຳມືຂອງມານຮ້າຍບໍ? ເປັນຫຍັງເຈົ້າຈຶ່ງຢ້ານພວກເຂົາຂະໜາດນັ້ນ? ພວກເຂົາເປັນພຽງຄົນຊົ່ວຮ້າຍ, ພວກເຂົາຈະເຮັດຫຍັງເຈົ້າໄດ້? ເຖິງແມ່ນວ່າໃນກໍລະນີທີ່ຮ້າຍແຮງທີ່ສຸດ ປະເທດນີ້ກໍມີກົດໝາຍ, ເຈົ້າຢ້ານຫຍັງ? ນີ້ບໍ່ແມ່ນປະເທດຈີນທີ່ມານຮ້າຍອອກອາລະວາດ, ນີ້ຄືປະເທດປະຊາທິປະໄຕທີ່ຢູ່ພາຍໃຕ້ກົດໝາຍ. ຍິ່ງໄປກວ່ານັ້ນ ເຈົ້າຍັງມີອ້າຍເອື້ອຍນ້ອງໃນຄຣິສຕະຈັກ, ຄົນຊົ່ວຮ້າຍເຫຼົ່ານັ້ນຈະເຮັດຫຍັງເຈົ້າໄດ້? ບາງຄົນຢ້ານຫຼາຍຂະໜາດນີ້ຍ້ອນການລາຍງານບັນຫາກ່ຽວກັບຜູ້ນຳ ແລະ ຜູ້ເຮັດວຽກ. ນີ້ບໍ່ແມ່ນບັນຫາຂອງການທີ່ພວກເຂົາມີຄວາມເຊື່ອໜ້ອຍ, ແຕ່ພວກເຂົາເປັນຄົນຂີ້ຂາດ ແລະ ຄົນອ່ອນແອທີ່ໄຮ້ປະໂຫຍດ ເຊິ່ງບໍ່ສົມຄວນທີ່ຈະມີຊີວິດຢູ່ດ້ວຍຊໍ້າ! ລົມຫາຍໃຈທີ່ພຣະເຈົ້າປະທານໃຫ້ເຈົ້ານັ້ນເສຍຖິ້ມໄປກັບເຈົ້າຊື່ໆ, ເອົາມັນໄປໃຫ້ສັດຍັງຈະດີກວ່າ. ແມ່ນແຕ່ສັດ ເມື່ອມັນຈົນມຸມມັນກໍຍັງສາມາດກັດຄົນໄດ້. ເຈົ້າມີຊີວິດຢູ່ ແຕ່ພັດຂາດແມ່ນແຕ່ຄວາມກ້າຫານພຽງເລັກນ້ອຍນີ້, ເຈົ້າຂີ້ຂາດເກີນໄປແລ້ວ! ເຖິງແມ່ນວ່າບາງຄົນຈະບໍ່ກ້າຕໍ່ສູ້ກັບຄົນຊົ່ວຮ້າຍແບບເຊິ່ງໜ້າເມື່ອພວກເຂົາປະເຊີນກັບຄົນເຫຼົ່ານັ້ນ ແຕ່ພວກເຂົາກໍໃຊ້ສະຕິປັນຍາເພື່ອປົກປ້ອງວຽກງານຂອງຄຣິສຕະຈັກ. ພວກເຂົາລາຍງານບັນຫາຂອງຄົນຊົ່ວຮ້າຍຕໍ່ເບື້ອງເທິງ ແລະ ຮ່ວມມືກັບຜູ້ທີ່ຮັກຄວາມຈິງເພື່ອປົດຄົນຊົ່ວຮ້າຍເຫຼົ່ານັ້ນອອກຈາກຕຳແໜ່ງ. ພວກເຂົາມີຄວາມເດັດດ່ຽວແບບນີ້: “ເຈົ້າເປັນຄົນຊົ່ວຮ້າຍ ແຕ່ຂ້ອຍບໍ່ຢ້ານເຈົ້າ. ຂ້ອຍຈະບໍ່ປ່ອຍໃຫ້ເຈົ້າເຮັດຄວາມຊົ່ວເພື່ອລົບກວນ ແລະ ທຳລາຍວຽກງານຂອງເຮືອນຂອງພຣະເຈົ້າ. ຂ້ອຍຈະບໍ່ປ່ອຍໃຫ້ເຈົ້າໄດ້ໃນສິ່ງທີ່ເຈົ້າຕ້ອງການ. ຂ້ອຍຈະສ່ຽງຊີວິດເພື່ອຕໍ່ສູ້ກັບເຈົ້າ, ເຈົ້າຈະເຮັດຫຍັງຂ້ອຍໄດ້? ຢ່າງຮ້າຍແຮງທີ່ສຸດ ເຈົ້າກໍຈະເອົາຊີວິດຂອງຂ້ອຍໄປ, ແຕ່ຕາບໃດທີ່ຂ້ອຍຍັງມີລົມຫາຍໃຈຢູ່ ຂ້ອຍກໍຈະຕໍ່ສູ້ກັບເຈົ້າຈົນເຖິງທີ່ສຸດ!” ພວກເຈົ້າມີຄວາມເຊື່ອແບບນີ້ບໍ? ຄົນຂີ້ຂາດທີ່ໄຮ້ປະໂຫຍດເຫຼົ່ານັ້ນບໍ່ມີຄວາມເຊື່ອແບບນີ້. ເມື່ອພວກເຂົາເຫັນມານຮ້າຍກຳລັງລົບກວນວຽກງານຂອງຄຣິສຕະຈັກ, ພວກເຂົາຮູ້ຢູ່ໃນໃຈວ່າສິ່ງນີ້ຜິດ ແລະ ຮູ້ວ່າຄົນເຫຼົ່ານີ້ຄືມານຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສທີ່ກຳລັງເຮັດຄວາມຊົ່ວ. ແຕ່ພວກເຂົາພັດຄິດວ່າ “ຂ້ອຍບໍ່ສາມາດເປີດໂປງ ຫຼື ລາຍງານພວກເຂົາໄດ້; ຂ້ອຍບໍ່ຄວນສ້າງບັນຫາໃຫ້ຕົນເອງ. ຍິ່ງມີບັນຫາໜ້ອຍເທົ່າໃດກໍຍິ່ງດີເທົ່ານັ້ນ; ການປົກປ້ອງຕົນເອງເປັນສິ່ງທີ່ສຳຄັນທີ່ສຸດ. ຖ້າຄົນຊົ່ວຮ້າຍຂັບໄລ່ຂ້ອຍອອກຈາກຄຣິສຕະຈັກຍ້ອນຂ້ອຍເປີດໂປງພວກເຂົາ ແລະ ຂ້ອຍຖືກຕັດສິດແມ່ນແຕ່ໂອກາດທີ່ຈະເຊື່ອໃນພຣະເຈົ້າ ແລະ ໄດ້ຮັບຄວາມລອດພົ້ນ ແລະ ຂ້ອຍບໍ່ສາມາດແມ່ນແຕ່ຈະປະຕິບັດໜ້າທີ່ຂອງຂ້ອຍໄດ້, ແລ້ວຂ້ອຍຈະບໍ່ຖືກກຳຈັດຢ່າງສິ້ນເຊີງບໍ?” ພວກເຂົາບໍ່ກ້າເປີດໂປງຄົນຊົ່ວຮ້າຍ ຍ້ອນຢ້ານການແກ້ແຄ້ນຂອງຄົນເຫຼົ່ານັ້ນຢ່າງຍິ່ງ. ສະນັ້ນ ເມື່ອພະຍານາກໃຫຍ່ສີແດງກົດຂີ່ ແລະ ຂົ່ມເຫັງປະຊາກອນທີ່ພຣະເຈົ້າເລືອກຢ່າງບ້າຄັ່ງ, ພວກເຂົາກໍຢ້ານຢ່າງແນ່ນອນເຊັ່ນກັນ ແລະ ຖ້າຖືກຈັບກຸມ ພວກເຂົາກໍຈະກາຍເປັນຢູດາ ແລະ ທໍລະຍົດພຣະເຈົ້າຢ່າງແນ່ນອນ. ສະນັ້ນ ຖ້າເຈົ້າຢ້ານຄົນຊົ່ວຮ້າຍໃນຄຣິສຕະຈັກ ແລະ ບໍ່ກ້າເປີດໂປງພວກເຂົາເມື່ອເຈົ້າເຫັນພວກເຂົາເຮັດຄວາມຊົ່ວ, ແລ້ວນັ້ນບໍ່ແມ່ນການຍອມຈຳນົນຕໍ່ຊາຕານບໍ? ພຣະເຈົ້າສະໜອງຄວາມຈິງໃຫ້ແກ່ເຈົ້າ, ປະທານຄວາມເຊື່ອໃຫ້ແກ່ເຈົ້າ ແລະ ໄດ້ປົກປ້ອງເຈົ້າ ແລະ ຮັກສາຊີວິດຂອງເຈົ້າໄວ້ຈົນເຖິງຕອນນີ້. ເຈົ້າຫາຍໃຈເອົາລົມຫາຍໃຈທີ່ພຣະເຈົ້າປະທານໃຫ້ເຈົ້າ, ເພີດເພີນກັບຄວາມຈິງທີ່ພຣະອົງສະໜອງໃຫ້ແກ່ເຈົ້າ ແລະ ເພີດເພີນກັບພຣະຄຸນຂອງພຣະອົງ. ເຈົ້າມີເງື່ອນໄຂຊີວິດຄຣິສຕະຈັກທີ່ດີຂະໜາດນີ້ ແລະ ດຳລົງຊີວິດຢ່າງສະດວກສະບາຍພໍສົມຄວນ. ແຕ່ເມື່ອມີຄົນຊົ່ວຮ້າຍກໍ່ໃຫ້ເກີດການລົບກວນໃນເຮືອນຂອງພຣະເຈົ້າ, ເຈົ້າເຫັນສິ່ງນີ້ ແລະ ແຍກແຍະສິ່ງນີ້ໄດ້ ແຕ່ເຈົ້າພັດບໍ່ກ້າເວົ້າແມ່ນແຕ່ຄຳດຽວ, ເຈົ້າບໍ່ກ້າແມ່ນແຕ່ຈະຫາຍໃຈແຮງ, ເຈົ້າເປັນສິ່ງມີຊີວິດປະເພດໃດ? ເຈົ້າບໍ່ສົມຄວນທີ່ຈະມີຊີວິດຢູ່ດ້ວຍຊໍ້າ! ເຈົ້າບໍ່ລາຍງານບັນຫາໃນຄຣິສຕະຈັກໃນທ້ອງຖິ່ນຂອງເຈົ້າຕໍ່ຜູ້ນຳທ້ອງຖິ່ນ, ແຕ່ກົງກັນຂ້າມ ເຈົ້າພັດໄປລາຍງານຢູ່ຄຣິສຕະຈັກໃນເຂດອື່ນແທນ. ດ້ວຍຄວາມຄິດທີ່ຄັບແຄບ ແລະ ຂີ້ຂາດແບບນີ້, ເຈົ້າຈະສາມາດເຮັດສິ່ງທີ່ຍິ່ງໃຫຍ່ໃຫ້ສຳເລັດໄດ້ບໍ? ແຕ່ເຈົ້າພັດເວົ້າວ່າເຈົ້າຕ້ອງການເປັນພະຍານໃຫ້ພຣະເຈົ້າ ແລະ ເປັນຜູ້ມີໄຊ, ເຈົ້າບໍ່ມີຄ່າຫຍັງເລີຍ, ເຈົ້າຕ່ຳຊ້າກວ່າສັດເດຍລະສານອີກ! ແມ່ນແຕ່ໝາກໍຍັງຮູ້ຈັກປົກປ້ອງເຈົ້ານາຍຂອງມັນ. ຖ້າມີຄົນແປກໜ້າມາ, ໝາກໍຈະເຫົ່າສຸດກຳລັງ ຍ້ອນຢ້ານວ່າຈະມີໄພຄຸກຄາມຕໍ່ຄວາມປອດໄພຂອງເຈົ້ານາຍມັນ. ໝາບາງໂຕບໍ່ໄດ້ໂຕໃຫຍ່ ແລະ ສາມາດຖືກເຕະຈົນລົ້ມລົງພື້ນໄດ້ດ້ວຍການເຕະພຽງຄັ້ງດຽວ ແຕ່ພວກມັນກໍບໍ່ຢ້ານ ແລະ ຍັງຄົງເຫົ່າສຸດກຳລັງ, ພວກມັນເຮັດແບບນີ້ກໍເພື່ອປົກປ້ອງເຈົ້ານາຍຂອງພວກມັນ. ໝາບາງໂຕເຖິງກັບສ່ຽງຊີວິດຂອງພວກມັນເພື່ອປົກປ້ອງເຈົ້ານາຍຂອງພວກມັນ. ຄົນເຫຼົ່ານີ້ຂາດແມ່ນແຕ່ຄວາມເຊື່ອພຽງເລັກນ້ອຍນີ້ ແລະ ມີຄວາມຈົງຮັກພັກດີໜ້ອຍກວ່າໝາເຝົ້າບ້ານທີ່ມີຕໍ່ເຈົ້ານາຍຂອງມັນ, ພວກເຂົາທຸກຄົນລ້ວນແຕ່ເປັນພວກຕ່ຳຊ້າທີ່ໄຮ້ປະໂຫຍດ! ພວກເຂົາເພີດເພີນກັບພຣະຄຸນ ແລະ ການສະໜອງຂອງພຣະເຈົ້າໂດຍບໍ່ເສຍຄ່າ ໂດຍບໍ່ຕອບແທນຫຍັງເລີຍ ແລະ ເຖິງກັບຄິດວ່າມັນເປັນສິ່ງທີ່ສົມຄວນແລ້ວທີ່ພຣະເຈົ້າຄວນຮັກຜູ້ຄົນ ແລະ ສະແດງຄວາມເມດຕາຕໍ່ຜູ້ຄົນ. ເມື່ອພວກເຂົາເຫັນວຽກງານຂອງຄຣິສຕະຈັກຖືກລົບກວນ ແລະ ຖືກທຳລາຍ, ພວກເຂົາກໍບໍ່ຮູ້ສຶກທຸກໃຈຢູ່ໃນໃຈຂອງພວກເຂົາເລີຍ. ສິ່ງນີ້ໝາຍຄວາມວ່າພວກເຂົາຕ່ຳຊ້າກວ່າສັດເດຍລະສານ ແລະ ຕ່ຳຊ້າກວ່າໝາເຝົ້າບ້ານຫຼາຍ. ເຈົ້າຄວນເຮັດແນວໃດເມື່ອເຈົ້າປະເຊີນກັບມານຮ້າຍອີກໃນອະນາຄົດ? ຖ້າເຈົ້າບໍ່ສາມາດເບິ່ງທະລຸພວກມັນໄດ້ ແລະ ບໍ່ຮູ້ວ່າພວກມັນວາງແຜນທີ່ຈະເຮັດສິ່ງທີ່ບໍ່ດີຫຍັງແດ່ເມື່ອພວກມັນຍິ້ມ ຫຼື ມີເຈດຕະນາທີ່ຊົ່ວຊ້າຫຍັງແດ່ທີ່ເຊື່ອງຊ້ອນຢູ່ໃນແວວຕາຂອງພວກມັນ, ແລ້ວເຈົ້າກໍສາມາດສັງເກດພວກມັນກ່ອນໄດ້. ຈົ່ງຊອກຫາຄົນທີ່ໄວ້ໃຈໄດ້ມາກຳກັບດູແລພວກມັນ ແລະ ເບິ່ງວ່າພວກມັນເວົ້າ ແລະ ເຮັດຫຍັງຢ່າງລັບໆ ແລະ ພວກມັນວາງແຜນຫຍັງກັບຜູ້ສົມຮູ້ຮ່ວມຄິດຂອງພວກມັນ. ເຈົ້າຕ້ອງຢຸດຢັ້ງແຜນການ ແລະ ກົນອຸບາຍທັງໝົດຂອງພວກມັນຕັ້ງແຕ່ຕົ້ນ ໂດຍບໍ່ປ່ອຍໃຫ້ພວກມັນເຮັດສຳເລັດ ແລະ ບໍ່ຍອມໃຫ້ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າໄດ້ຮັບຄວາມເສຍຫາຍ. ບາງຄົນມີຄວາມເດັດດ່ຽວແບບນີ້: “ຂ້ອຍຕ້ອງເຝົ້າປະຕູເຮືອນຂອງພຣະເຈົ້າໃຫ້ດີ, ຂ້ອຍຕ້ອງເປັນໝາເຝົ້າບ້ານທີ່ດີ. ຂ້ອຍບໍ່ຮູ້ວ່າຄົນອື່ນຈະປະຕິບັດຕໍ່ເລື່ອງນີ້ແນວໃດ ແຕ່ສຳລັບຂ້ອຍແລ້ວ ຂ້ອຍຈະບໍ່ປ່ອຍຜ່ານ; ຂ້ອຍຈະຕໍ່ສູ້ກັບມານຮ້າຍຈົນເຖິງທີ່ສຸດ!” ສິ່ງນີ້ເອີ້ນວ່າຄວາມຈົງຮັກພັກດີຕໍ່ພຣະເຈົ້າ; ນີ້ບໍ່ແມ່ນການທີ່ພວກເຂົາພະຍາຍາມພິສູດວ່າພວກເຂົາມີຄວາມສາມາດສໍ່າໃດ. “ຂ້ອຍຈະເພິ່ງພາພຣະເຈົ້າເພື່ອເຮັດສິ່ງນີ້; ບໍ່ມີທາງທີ່ມານຮ້າຍຕົນໃດຈະໄດ້ໃນສິ່ງທີ່ມັນຕ້ອງການ ຫຼື ເຮັດຫຍັງສຳເລັດໄດ້ເມື່ອຂ້ອຍຢູ່ບ່ອນນີ້! ຂ້ອຍຈະເຝົ້າປະຕູໃຫ້ເຮືອນຂອງພຣະເຈົ້າ, ປົກປ້ອງອ້າຍເອື້ອຍນ້ອງ, ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ປົກປ້ອງວຽກງານຂອງເຮືອນຂອງພຣະເຈົ້າ. ບໍ່ມີທາງທີ່ໃຜຈະມາກໍ່ໃຫ້ເກີດການລົບກວນ ຫຼື ທຳການທຳລາຍໄດ້, ຖ້າຂ້ອຍເຫັນໃຜເຮັດສິ່ງເຫຼົ່ານັ້ນ ຂ້ອຍຈະບໍ່ປານີພວກເຂົາ. ຖ້າພວກເຂົາສົມຄວນຖືກປົດ ພວກເຂົາກໍຈະຖືກປົດ, ຖ້າພວກເຂົາສົມຄວນຖືກຂັບໄລ່ອອກ ພວກເຂົາກໍຈະຖືກຂັບໄລ່ອອກ ແລະ ຖ້າພວກເຂົາສົມຄວນຖືກຄັດອອກ ພວກເຂົາກໍຈະຖືກຄັດອອກ. ຂ້ອຍຈະບໍ່ຢັ້ງມືຢ່າງເດັດຂາດ!” ພວກເຈົ້າມີຄວາມເຊື່ອແບບນີ້ບໍ? (ມີ). ຖ້າເຈົ້າເກັ່ງຫຼາຍເມື່ອເວົ້າເຖິງການຕໍ່ສູ້ກັບມະນຸດ ຫຼື ສັດ, ແຕ່ເມື່ອເຈົ້າຕ້ອງຕໍ່ສູ້ກັບມານຮ້າຍ ເຈົ້າພັດກາຍເປັນຄົນຂີ້ຢ້ານ ແລະ ຫວາດກົວ ແລະ ເຈົ້າຫົດຫົວເຂົ້າໄປໃນກະດອງຄືກັບເຕົ່າ, ແລ້ວພຣະເຈົ້າກໍຈະກ່າວວ່າເຈົ້າຈົບສິ້ນແລ້ວ, ເຈົ້າບໍ່ມີປະໂຫຍດຫຍັງເລີຍ, ເຈົ້າຈະບໍ່ສາມາດໄດ້ຮັບຄວາມຈິງ ແລະ ເຈົ້າບໍ່ສາມາດໄດ້ຮັບຄວາມລອດພົ້ນ. ການຕໍ່ສູ້ກັບມານຮ້າຍເປັນການຕໍ່ສູ້ທີ່ແທ້ຈິງ; ມັນເປັນການຕໍ່ສູ້ເພື່ອເປັນພະຍານໃຫ້ພຣະເຈົ້າ. ມັນເປັນການຕໍ່ສູ້ທີ່ຜູ້ມີໄຊ, ໄພ່ພົນ ແລະ ຜູ້ຕິດຕາມພຣະເຈົ້າຕ້ອງເຂົ້າຮ່ວມ, ເປັນຈຸດຢືນທີ່ພວກເຂົາຕ້ອງຍຶດໝັ້ນ ແລະ ເປັນຄວາມຕັ້ງໃຈ ແລະ ຄວາມເດັດດ່ຽວທີ່ພວກເຂົາຕ້ອງມີ. “ຈົ່ງຕໍ່ສູ້ກັບມານຮ້າຍຈົນເຖິງທີ່ສຸດ! ບໍ່ແມ່ນພວກມັນຕາຍກໍຕ້ອງແມ່ນຂ້ອຍຕາຍ! ຂ້ອຍຈະບໍ່ຢ້ານຢ່າງເດັດຂາດ, ຂ້ອຍຈະບໍ່ຖອຍຫຼັງຢ່າງເດັດຂາດ ແລະ ຂ້ອຍຈະບໍ່ທໍ້ຖອຍຢ່າງເດັດຂາດ!” ພວກເຈົ້າມີຄວາມຕັ້ງໃຈແບບນີ້ບໍ? (ຕອນນີ້ພວກເຮົາມີແລ້ວ).

ບາງຄົນມີວຸດທິພາວະຕ່ຳເກີນໄປ. ເມື່ອພວກເຂົາປະເຊີນກັບຄົນທີ່ມີອຳນາດ ແລະ ສະຖານະ, ໂດຍສະເພາະຄົນທີ່ມີໜ້າຕາດຸຮ້າຍ, ມີປະສົບການ ແລະ ເຈົ້າເລ່ທີ່ສຸດ ພ້ອມທັງແຝງຊົ່ວ ແລະ ຫຼອກລວງ, ພວກເຂົາກໍຮູ້ສຶກຢ້ານຢູ່ໃນໃຈຂອງພວກເຂົາ. ເຖິງແມ່ນວ່າພວກເຂົາຈະຮູ້ດີວ່າຄົນເຫຼົ່ານີ້ຄືມານຮ້າຍ ແຕ່ພວກເຂົາກໍຍັງຢືນຢັດທີ່ຈະປະຈົບປະແຈງ, ເອົາໃຈ ແລະ ຍອມເຮັດຕາມຄົນເຫຼົ່ານັ້ນ ແລະ ບໍ່ກ້າລ່ວງເກີນຄົນເຫຼົ່ານັ້ນເລີຍແມ່ນແຕ່ໜ້ອຍດຽວ, ຍິ່ງບໍ່ຕ້ອງເວົ້າເຖິງການເປີດໂປງຄົນເຫຼົ່ານັ້ນ. ເມື່ອພວກເຂົາເຫັນມານຮ້າຍ ແລະ ຊາຕານ, ພວກເຂົາບໍ່ກ້າຍຶດໝັ້ນໃນຫຼັກການໃດໆ ແລະ ບໍ່ມີກຽດສັກສີຂອງຄວາມເປັນໄພ່ພົນເລີຍ. ບາງຄົນເຖິງກັບເວົ້າວ່າ “ພວກເຮົາຕ້ອງເຂົ້າກັບຄົນເຫຼົ່ານີ້ໃຫ້ໄດ້ ແລະ ສ້າງຄວາມສຳພັນທີ່ດີກັບພວກເຂົາ, ຖ້າບໍ່ດັ່ງນັ້ນ ວຽກງານຂອງຄຣິສຕະຈັກກໍຈະບໍ່ສາມາດກ້າວໜ້າໄດ້”. ເຫັນໄດ້ຊັດເຈນວ່າ ຄົນເຫຼົ່ານີ້ບໍ່ມີປະໂຫຍດຫຍັງເລີຍໃນເຮືອນຂອງພຣະເຈົ້າ ແລະ ເຫັນໄດ້ຊັດເຈນວ່າ ພວກເຂົາຄືຜູ້ທີ່ຖືກກຳນົດລັກສະນະວ່າເປັນມານຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສ ແລະ ເປັນຜູ້ທີ່ຄວນຖືກຂັບໄລ່ອອກ ຫຼື ຖືກຄັດອອກ ແຕ່ບາງຄົນພັດທົນພວກເຂົາ. ຄົນເຫຼົ່ານີ້ຮູ້ສຶກວ່າພວກເຂົາບໍ່ສາມາດເອົາຊະນະຄົນເຫຼົ່ານັ້ນໄດ້; ພວກເຂົາຢ້ານ ແລະ ຫວາດກົວຢູ່ໃນໃຈຂອງພວກເຂົາ, ກັງວົນກ່ຽວກັບສະຖານະການຂອງພວກເຂົາເອງ ແລະ ກັງວົນວ່າຄົນເຫຼົ່ານັ້ນຈະໂດດດ່ຽວ ຫຼື ກັ່ນແກ້ງພວກເຂົາ. ພວກເຂົາຂາດສະຕິປັນຍາທີ່ຈະຮັບມືກັບຄົນເຫຼົ່ານັ້ນ, ພວກເຂົາຂາດວຸດທິພາວະທີ່ພຽງພໍທີ່ຈະຕໍ່ສູ້ກັບຄົນເຫຼົ່ານັ້ນ ແລະ ພວກເຂົາກໍຖອຍຫຼັງຊໍ້າແລ້ວຊໍ້າອີກ ແລະ ຍອມຈຳນົນ ແລະ ປະນີປະນອມຊໍ້າແລ້ວຊໍ້າອີກ. ຜົນກໍຄື ສາມເດືອນຜ່ານໄປ, ຈາກນັ້ນກໍຫົກເດືອນ ແລະ ວຽກງານຂອງຄຣິສຕະຈັກກໍຈົບລົງດ້ວຍການຕົກຢູ່ໃນສະພາວະຢຸດສະງັກ ແລະ ຊີວິດຄຣິສຕະຈັກກໍຈົບລົງດ້ວຍຄວາມສັບສົນວຸ່ນວາຍ. ພວກເຂົາເຫັນໄດ້ຢ່າງຊັດເຈນວ່າຄົນຊົ່ວຮ້າຍ ແລະ ມານຮ້າຍເຫຼົ່ານີ້ກຳລັງກໍ່ໃຫ້ເກີດການລົບກວນ, ພວກເຂົາເຫັນນັກເລງທ້ອງຖິ່ນເຫຼົ່ານີ້ອອກອາລະວາດໃນຄຣິສຕະຈັກ ແຕ່ພວກເຂົາພັດບໍ່ກ້າເປີດໂປງ ຫຼື ຈັດການກັບຄົນເຫຼົ່ານັ້ນ ຍ້ອນຢ້ານວ່າມັນຈະສົ່ງຜົນກະທົບຕໍ່ຄວາມປອດໄພ, ສະຖານະ, ຊື່ສຽງ ແລະ ຜົນປະໂຫຍດຂອງພວກເຂົາເອງ. ສະຖານະ, ຊື່ສຽງ ແລະ ຄວາມປອດໄພສ່ວນຕົວຂອງເຈົ້າຈະສຳຄັນຫຼາຍຂະໜາດນັ້ນໄດ້ແນວໃດ? ວຽກງານຫຼາຍຢ່າງໃນເຮືອນຂອງພຣະເຈົ້າບໍ່ໄດ້ສຳຄັນກວ່າຊີວິດນ້ອຍໆຂອງເຈົ້າບໍ? ເຖິງແມ່ນວ່າໃນກໍລະນີທີ່ຮ້າຍແຮງທີ່ສຸດ ເຈົ້າຈະຕ້ອງຮັບຄວາມສ່ຽງບາງຢ່າງຍ້ອນຄວາມຈົງຮັກພັກດີຕໍ່ພຣະເຈົ້າ, ພຣະເຈົ້າຈະບໍ່ປົກປ້ອງເຈົ້າບໍ? ຖ້າເຈົ້າໃຊ້ສະຕິປັນຍາ ແລະ ປະຕິບັດຕາມຫຼັກການເພື່ອປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ພຣະເຈົ້າຈະມອບເຈົ້າໃຫ້ຊາຕານເພື່ອໃຫ້ພວກມັນຂົ່ມເຫັງ ແລະ ທຳຮ້າຍເຈົ້າຢ່າງສາຫັດຕາມໃຈມັກບໍ? (ບໍ່). ພຣະເຈົ້າຊົງຮັກແພງຄົນປະເພດນີ້ຢ່າງສຸດຊຶ້ງ ແລະ ພຣະອົງຊົງຮັກແພງຄົນປະເພດນີ້ຢ່າງລົ້ນເຫຼືອ; ພຣະອົງຈະມອບເຈົ້າໃຫ້ຊາຕານໄດ້ແນວໃດ? ຄວາມເຊື່ອຂອງເຈົ້າໜ້ອຍເກີນໄປ. ເຈົ້າກໍຄືກັບເປໂຕໃນຕອນນັ້ນ, ອົງພຣະເຢຊູເຈົ້າໄດ້ເອີ້ນລາວຈາກທະເລ ໂດຍກ່າວວ່າ “ມາເຖີດ” ເຊິ່ງໝາຍຄວາມວ່າເປໂຕຄວນຍ່າງຢູ່ເທິງທະເລຄືກັບວ່າມັນເປັນພື້ນດິນພຽງ, ແຕ່ຍິ່ງເປໂຕຍ່າງໄປ ລາວກໍຍິ່ງຢ້ານຫຼາຍຂຶ້ນ ແລະ ລາວກໍສູນເສຍຄວາມເຊື່ອໃນພຣະເຈົ້າ. ຖ້າພຣະເຈົ້າຂໍໃຫ້ເຈົ້າມາ, ພຣະອົງໄດ້ໃຫ້ຄຳສັນຍາກັບເຈົ້າແລ້ວ ແລະ ສາມາດປົກປ້ອງເຈົ້າໄດ້ຢ່າງແນ່ນອນ; ພຣະອົງຈະບໍ່ປ່ອຍໃຫ້ເຈົ້າປະເຊີນກັບອັນຕະລາຍ. ເຖິງແມ່ນວ່າຊີວິດຂອງເຈົ້າຈະຕົກຢູ່ໃນອັນຕະລາຍ, ເຈົ້າຄວນຮັບມືກັບເລື່ອງນີ້ແນວໃດ? ເຈົ້າບໍ່ຄວນຝາກຊີວິດຂອງເຈົ້າໄວ້ກັບພຣະເຈົ້າດ້ວຍຄວາມເຕັມໃຈບໍ? ມັນເປັນເລື່ອງໃຫຍ່ຫຍັງ? ມານຮ້າຍເປັນຕາຢ້ານຂະໜາດນັ້ນແທ້ບໍ? ພະຍານາກໃຫຍ່ສີແດງກົດຂີ່ ແລະ ຈັບກຸມຜູ້ເຊື່ອ ແຕ່ເຈົ້າກໍຍັງສາມາດຍຶດໝັ້ນໃນຄວາມເຊື່ອຂອງເຈົ້າໄດ້; ສະພາບແວດລ້ອມທີ່ໂຫດຮ້າຍແບບນັ້ນບໍ່ໄດ້ເຮັດໃຫ້ເຈົ້າຢ້ານກົວເລີຍ. ເຖິງຢ່າງໃດກໍຕາມ ເມື່ອມີມານຮ້າຍນ້ອຍສອງສາມຕົນປາກົດຕົວຂຶ້ນໃນຄຣິສຕະຈັກ, ເຈົ້າພັດຢ້ານຫຼາຍຈົນຫົດຫົວເຂົ້າໄປໃນກະດອງຂອງເຈົ້າ ແລະ ຮູ້ສຶກວ່າຖືກບັງຄັບໃຫ້ເຮັດຄວາມຊົ່ວຕາມພວກມັນ. ນີ້ບໍ່ແມ່ນການສູນເສຍຄຳພະຍານຂອງເຈົ້າບໍ? (ແມ່ນແລ້ວ). ສາມາດເວົ້າໄດ້ວ່າ ສາເຫດທີ່ມານຮ້າຍໄດ້ໃນສິ່ງທີ່ພວກມັນຕ້ອງການໃນບາງຄຣິສຕະຈັກ ແລະ ສະພາບແວດລ້ອມການເຮັດວຽກບາງຢ່າງ ໂດຍເຮັດໃຫ້ວຽກງານຂອງຄຣິສຕະຈັກຕົກຢູ່ໃນຄວາມວຸ່ນວາຍ ແລະ ປ່ອຍໃຫ້ມັນພັງທະລາຍລົງຕາມທີ່ພວກມັນປາຖະໜາ ເຊິ່ງນຳໄປສູ່ການທີ່ອ້າຍເອື້ອຍນ້ອງຂາດສະພາບແວດລ້ອມທີ່ເໝາະສົມໃນການປະຕິບັດໜ້າທີ່ຂອງພວກເຂົາ ນັ້ນແມ່ນຍ້ອນບາງຄົນເບິ່ງທະລຸມານຮ້າຍເຫຼົ່ານີ້ ແຕ່ພັດບໍ່ລຸກຂຶ້ນມາຕໍ່ສູ້ກັບພວກມັນ, ແຕ່ກົງກັນຂ້າມ ພວກເຂົາພັດປະນີປະນອມກັບມານຮ້າຍ ແລະ ຊາຕານເຫຼົ່ານີ້ເພື່ອປົກປ້ອງຕົນເອງ. ສາມາດເວົ້າໄດ້ວ່າ ຄົນເຫຼົ່ານີ້ຕັ້ງໃຈປ່ອຍໃຫ້ມານຮ້າຍເຮັດຄວາມຊົ່ວ ແລະ ລົບກວນວຽກງານຂອງຄຣິສຕະຈັກ. ຖ້າເຈົ້າເບິ່ງທະລຸມານຮ້າຍທີ່ກຳລັງລົບກວນວຽກງານຂອງຄຣິສຕະຈັກ ແຕ່ພັດບໍ່ຕໍ່ສູ້ກັບພວກມັນ ຫຼື ເປີດໂປງພວກມັນ, ນີ້ບໍ່ແມ່ນການປ່ອຍໃຫ້ມານຮ້າຍເຮັດຄວາມຊົ່ວບໍ? ຖ້າເມື່ອຄົ້ນພົບວ່າມານຮ້າຍກຳລັງເຮັດຄວາມຊົ່ວ ແລ້ວເຈົ້າເປີດໂປງ, ຈັດການ ແລະ ຢຸດຢັ້ງພວກມັນໂດຍທັນທີ, ແລ້ວຄວາມເສຍຫາຍກໍຈະສາມາດຫຼຸດລົງໄດ້ ແລະ ຄວາມວຸ່ນວາຍກໍຈະບັນເທົາລົງໄດ້ໃນລະດັບໜຶ່ງ. ນີ້ບໍ່ເປັນປະໂຫຍດຕໍ່ທັງວຽກງານຂອງເຮືອນຂອງພຣະເຈົ້າ ແລະ ການເຂົ້າສູ່ຊີວິດຂອງອ້າຍເອື້ອຍນ້ອງບໍ? ແລ້ວເປັນຫຍັງເຈົ້າຈຶ່ງບໍ່ເຮັດ? ຖ້າເຈົ້າບໍ່ເຮັດ, ເຈົ້າກໍບໍ່ມີຄວາມຈົງຮັກພັກດີຕໍ່ພຣະເຈົ້າ. ບໍ່ວ່າເຈົ້າຈະເປັນຜູ້ນຳ ຫຼື ຜູ້ເຮັດວຽກໃນລະດັບໃດກໍຕາມ ຫຼື ເປັນຜູ້ຕິດຕາມທຳມະດາ, ຕາບໃດທີ່ເຈົ້າເບິ່ງທະລຸມານຮ້າຍທີ່ກຳລັງເຮັດຄວາມຊົ່ວ ແລະ ລົບກວນວຽກງານຂອງຄຣິສຕະຈັກ ແຕ່ພັດບໍ່ເປີດໂປງພວກມັນເພື່ອປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ແລ້ວເຈົ້າກໍບໍ່ໄດ້ຍຶດໝັ້ນໃນຄຳພະຍານຂອງເຈົ້າ, ເຈົ້າເປັນຄົນເບົາປັນຍາ ແລະ ເຈົ້າບໍ່ສົມຄວນທີ່ຈະມີຊີວິດຢູ່! ເຈົ້າບໍ່ໄດ້ບັນລຸຄວາມຮັບຜິດຊອບຂອງການເປັນມະນຸດ, ສະນັ້ນ ເຈົ້າຈຶ່ງບໍ່ສົມຄວນທີ່ຈະຫາຍໃຈເອົາລົມຫາຍໃຈທີ່ພຣະເຈົ້າໄດ້ປະທານໃຫ້ເຈົ້າ. ພວກເຈົ້າເຂົ້າໃຈບໍ? (ພວກເຮົາເຂົ້າໃຈ). ຜູ້ຄົນຄວນເຮັດແນວໃດໃນເລື່ອງນີ້? ບໍ່ວ່າເຈົ້າຈະປະເຊີນໜ້າກັບມານຮ້າຍປະເພດໃດກໍຕາມ, ບໍ່ວ່າຈະແປກປະຫຼາດ, ຊົ່ວຮ້າຍ, ແຝງຊົ່ວ, ໂຫດຫ້ຽມ ຫຼື ເຈົ້າເລ່ ແລະ ບໍ່ວ່າຈຸດປະສົງຂອງພວກມັນແມ່ນຫຍັງ, ຕາບໃດທີ່ເຈົ້າເຫັນພວກມັນກຳລັງລົບກວນວຽກງານຂອງຄຣິສຕະຈັກ ແລະ ເຈົ້າແຍກແຍະມັນໄດ້, ແລ້ວເຈົ້າກໍຄວນລຸກຂຶ້ນມາເພື່ອເປີດໂປງ ແລະ ຢຸດຢັ້ງພວກມັນ. ນີ້ຄືຄວາມຮັບຜິດຊອບຂອງເຈົ້າ. ບາງຄົນເວົ້າວ່າ “ຂ້ອຍບໍ່ຮູ້ວ່າຈະເວົ້າຫຍັງເພື່ອຢຸດຢັ້ງພວກມັນ”. ແລ້ວຈົ່ງອະທິຖານຫາພຣະເຈົ້າ ແລະ ປະຕິບັດຕໍ່ພວກມັນໂດຍໃຊ້ວິທີການທີ່ສະຫຼາດ. ຕອນນີ້ ຢ່າໄປຍຸແຍ່ພວກມັນ; ຢ່າໄປຍຸແຍ່ພວກມັນໂດຍການເປີດໂປງພວກມັນໂດຍກົງ. ແຕ່ກົງກັນຂ້າມ ຈົ່ງພະຍາຍາມທຸກວິທີທາງເພື່ອຢຸດຢັ້ງພວກມັນບໍ່ໃຫ້ພວກມັນເຮັດສຳເລັດຕາມແຜນການ ແລະ ເປົ້າໝາຍຂອງພວກມັນ. ກ່ອນອື່ນໝົດ ຈົ່ງປົກປ້ອງວຽກງານຂອງຄຣິສຕະຈັກໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ຈະຫຼາຍໄດ້ ແລະ ຮັບປະກັນວ່າຜົນປະໂຫຍດຂອງເຮືອນຂອງພຣະເຈົ້າໄດ້ຮັບການປົກປ້ອງ. ຈາກນັ້ນ ຈົ່ງຊອກຫາໂອກາດເພື່ອປຶກສາຫາລືກັບຜູ້ທີ່ເຂົ້າໃຈຄວາມຈິງ ຫຼື ຜູ້ນຳ ແລະ ຜູ້ເຮັດວຽກ ກ່ຽວກັບວິທີທີ່ເໝາະສົມທີ່ສຸດໃນການຈັດການກັບມານຮ້າຍ. ວຽກງານນີ້ຕ້ອງເຮັດດ້ວຍສະຕິປັນຍາ. ໃນດ້ານໜຶ່ງ ເຈົ້າຕ້ອງຕໍ່ສູ້ກັບຊາຕານ, ຢຸດຢັ້ງການກະທຳທີ່ຊົ່ວຮ້າຍຂອງຊາຕານ ແລະ ມານຮ້າຍ, ຊ່ວຍໃຫ້ອ້າຍເອື້ອຍນ້ອງໄດ້ຮັບຄວາມສາມາດໃນການແຍກແຍະ ແລະ ປົກປ້ອງອ້າຍເອື້ອຍນ້ອງ ພ້ອມທັງວຽກງານຂອງເຮືອນຂອງພຣະເຈົ້າ. ໃນອີກດ້ານໜຶ່ງ ເຈົ້າຍັງຕ້ອງປົກປ້ອງຕົນເອງໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ຈະຫຼາຍໄດ້ອີກດ້ວຍ. ຖ້າມັນຈຳເປັນແທ້ໆທີ່ເຈົ້າຈະຕ້ອງປະເຊີນກັບອັນຕະລາຍ ຫຼື ຄວາມລຳບາກ, ແລ້ວເຈົ້າກໍຄວນເຮັດເຊັ່ນນັ້ນໃນຖານະທີ່ເປັນໜ້າທີ່ທີ່ຫຼີກລ່ຽງບໍ່ໄດ້ຂອງເຈົ້າ ໂດຍບໍ່ຄຳນຶງເຖິງທາງອອກ ຫຼື ຄວາມປອດໄພຂອງເຈົ້າເອງ. ນີ້ແມ່ນຍ້ອນຄວາມຕ້ອງການຂອງວຽກງານຂອງຄຣິສຕະຈັກ ແລະ ນີ້ຄືຄວາມຮັບຜິດຊອບຂອງເຈົ້າ. ເຈົ້າຕ້ອງເຮັດມັນ ແລະ ເຈົ້າຄວນເຮັດມັນ; ຖ້າບໍ່ດັ່ງນັ້ນ ເຈົ້າກໍຈະບໍ່ຄູ່ຄວນກັບຊີວິດທີ່ພຣະເຈົ້າໄດ້ປະທານໃຫ້ເຈົ້າ ແລະ ການສະໜອງທີ່ພຣະອົງໄດ້ສະໜອງໃຫ້ແກ່ເຈົ້າມາເປັນເວລາຫຼາຍປີ. ບໍ່ແມ່ນແນວນັ້ນບໍ? (ແມ່ນແລ້ວ). ທຸກຄົນຄວນມີຈຸດຢືນແບບນີ້ເມື່ອເວົ້າເຖິງການປະຕິບັດຕໍ່ມານຮ້າຍ. ເຈົ້າເປັນສິ່ງທີ່ຖືກສ້າງທີ່ຖືກສ້າງຂຶ້ນໂດຍພຣະຫັດຂອງພຣະເຈົ້າ. ບໍ່ວ່າເຈົ້າຈະຖືກຈັດຢູ່ໃນປະເພດຂອງມະນຸດ ຫຼື ສິ່ງມີຊີວິດປະເພດອື່ນກໍຕາມ, ຕາບໃດທີ່ອັດຕະລັກປັດຈຸບັນຂອງເຈົ້າຄືມະນຸດ ເຊິ່ງເປັນມະນຸດທີ່ຖືກສ້າງຂຶ້ນ, ແລ້ວເຈົ້າກໍຄວນແບກຮັບຄວາມຮັບຜິດຊອບຂອງມະນຸດທີ່ຖືກສ້າງຂຶ້ນ, ເຈົ້າບໍ່ສາມາດຫຼີກລ່ຽງໄດ້. ສົມມຸດວ່າເຈົ້າຮູ້ວ່າມີຄົນກຳລັງລັກເຄື່ອງຖວາຍ ແຕ່ເຈົ້າພັດບໍ່ສົນໃຈ ຫຼື ບໍ່ຖາມກ່ຽວກັບມັນ ໂດຍເວົ້າວ່າ “ຂ້ອຍຢ້ານວ່າຈະລ່ວງເກີນພວກເຂົາ. ຖ້າຂ້ອຍເປີດໂປງພວກເຂົາ ແລະ ລ່ວງເກີນພວກເຂົາ, ພວກເຂົາບໍ່ພຽງແຕ່ຈະສ້າງຄວາມຫຍຸ້ງຍາກໃຫ້ຂ້ອຍລັບຫຼັງເທົ່ານັ້ນ ແຕ່ພວກເຂົາຍັງຈະບໍ່ຍອມປ່ອຍຜ່ານອີກດ້ວຍ. ພວກເຂົາເປັນຄົນຊົ່ວຮ້າຍ! ຂ້ອຍບໍ່ກ້າເປີດໂປງ ຫຼື ລາຍງານພວກເຂົາ!” ໃນກໍລະນີນັ້ນ ເຈົ້າກໍຈົບສິ້ນແລ້ວ, ເຈົ້າເປັນຄົນຂີ້ຂາດທີ່ໄຮ້ປະໂຫຍດ ແລະ ເຈົ້າກໍບໍ່ໄດ້ບັນລຸຄວາມຮັບຜິດຊອບຂອງເຈົ້າ. ແລ້ວເຈົ້າຄວນເຮັດແນວໃດຖ້າເຈົ້າຕ້ອງການບັນລຸຄວາມຮັບຜິດຊອບຂອງເຈົ້າ? ຈົ່ງຊອກຫາໂອກາດເພື່ອຂຽນຈົດໝາຍນ້ອຍຫາຜູ້ນຳຂອງເຈົ້າ ໂດຍບໍ່ຕ້ອງລົງຊື່ຂອງເຈົ້າ ແລະ ລະບຸຂໍ້ເທັດຈິງຢ່າງຊັດເຈນ ເພື່ອໃຫ້ຜູ້ນຳຮູ້ ແລະ ສາມາດຈັດການ ແລະ ຢຸດຢັ້ງເລື່ອງນີ້ໄດ້ໂດຍທັນທີ, ດ້ວຍເຫດນັ້ນຈຶ່ງເປັນການປົກປ້ອງເຄື່ອງຖວາຍຈາກການສູນເສຍ. ຜູ້ນຳບໍ່ຈຳເປັນຕ້ອງຮູ້ວ່າໃຜເປັນຄົນລາຍງານ; ມີແຕ່ພຣະເຈົ້າຮູ້ກໍພຽງພໍແລ້ວ. ແລ້ວຫຼັກການທີ່ຄວນຍຶດໝັ້ນໃນເລື່ອງການປົກປ້ອງເຄື່ອງຖວາຍແມ່ນຫຍັງ? ແນວຄິດທີ່ຖືກຕ້ອງແມ່ນຫຍັງ? ມັນຄືການປົກປ້ອງເຄື່ອງຖວາຍຈາກການສູນເສຍ ແລະ ບໍ່ປ່ອຍໃຫ້ຄົນຊົ່ວຮ້າຍເຮັດສຳເລັດ. ນີ້ຄືຄວາມຮັບຜິດຊອບຂອງເຈົ້າ. ເຮືອນຂອງພຣະເຈົ້າບໍ່ໄດ້ຂໍໃຫ້ທຸກຄົນຮັບຄວາມສ່ຽງເພື່ອປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ເພື່ອປົກປ້ອງອ້າຍເອື້ອຍນ້ອງ, ເພື່ອປົກປ້ອງວຽກງານຂອງເຮືອນຂອງພຣະເຈົ້າ ແລະ ເພື່ອປົກປ້ອງເຄື່ອງຖວາຍຂອງພຣະເຈົ້າ; ເຮືອນຂອງພຣະເຈົ້າບໍ່ໄດ້ຂໍໃຫ້ພວກເຈົ້າທຸກຄົນໄປລ່ວງເກີນຄົນອື່ນ ຫຼື ເອົາຕົວເອງໄປຢູ່ໃນສະຖານະການທີ່ຫຍຸ້ງຍາກເພື່ອເຫັນແກ່ເລື່ອງນີ້. ນັ້ນບໍ່ແມ່ນສິ່ງທີ່ເຮືອນຂອງພຣະເຈົ້າໝາຍເຖິງ. ຖ້າເຈົ້າຢ້ານຄົນຊົ່ວຮ້າຍ ຫຼື ຢ້ານການລ່ວງເກີນຜູ້ຄົນ, ເຈົ້າສາມາດລາຍງານບັນຫາແບບບໍ່ເປີດເຜີຍຊື່ໄດ້; ເຈົ້າຍັງສາມາດເປີດໂປງຄົນຊົ່ວຮ້າຍ ແລະ ມານຮ້າຍແບບບໍ່ເປີດເຜີຍຊື່ໄດ້ອີກດ້ວຍ. ດ້ວຍວິທີນັ້ນ ເຖິງແມ່ນວ່າເຈົ້າຈະບໍ່ໄດ້ລົງຊື່ຂອງເຈົ້າ, ເຈົ້າກໍຍັງບັນລຸຄວາມຮັບຜິດຊອບ ແລະ ພັນທະຂອງເຈົ້າໄດ້ ແລະ ເຈົ້າກໍບໍ່ໄດ້ຫຼີກລ່ຽງຄວາມຮັບຜິດຊອບຂອງເຈົ້າ. ຖ້າເຈົ້າສາມາດເຮັດສິ່ງນີ້ໄດ້, ແລ້ວເຈົ້າກໍບໍ່ໄດ້ລະເລີຍຄວາມຮັບຜິດຊອບຂອງເຈົ້າ. ນີ້ກໍເພາະວ່າເຈົ້າມີໃຈແບບນີ້ ໂດຍຮູ້ສຶກວ່ານີ້ຄືຄວາມຮັບຜິດຊອບຂອງເຈົ້າ ແລະ ເຈົ້າຄວນບັນລຸຄວາມຮັບຜິດຊອບນີ້, ປົກປ້ອງວຽກງານຂອງເຮືອນຂອງພຣະເຈົ້າ ແລະ ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ນີ້ຄືການກະທຳທີ່ດີ ແລະ ພຣະເຈົ້າຈະຈື່ຈຳໄວ້. ນີ້ຄືຄວາມຈິງທີ່ແຈ່ມແຈ້ງສຳລັບພວກເຈົ້າ: ມັນບໍ່ມີຮູບແບບທີ່ຕາຍຕົວສຳລັບການຕໍ່ສູ້ກັບມານຮ້າຍ; ການທີ່ສາມາດເອົາຊະນະມານຮ້າຍ, ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ປົກປ້ອງວຽກງານຕ່າງໆຂອງຄຣິສຕະຈັກ, ປົກປ້ອງຊີວິດຄຣິສຕະຈັກ ແລະ ປົກປ້ອງການເຂົ້າສູ່ຊີວິດຂອງອ້າຍເອື້ອຍນ້ອງ, ນີ້ຄືຫຼັກການສູງສຸດ. ພວກເຈົ້າເຂົ້າໃຈບໍ? (ພວກເຮົາເຂົ້າໃຈ). ມັນບໍ່ມີຮູບແບບທີ່ຕາຍຕົວໃນການຕໍ່ສູ້ກັບມານຮ້າຍ; ເຈົ້າສາມາດໃຊ້ວິທີການລິຮານພວກມັນ, ເຈົ້າສາມາດໃຊ້ວິທີການເປີດໂປງພວກມັນ ແລະ ແນ່ນອນວ່າ ເຈົ້າຍັງສາມາດໃຊ້ວິທີການປົດພວກມັນ ແລະ ມອບໝາຍໜ້າທີ່ຂອງພວກມັນໃໝ່ ພ້ອມທັງວິທີການໂອ້ລົມກັບພວກມັນ ແລະ ປອບໃຈພວກມັນເພື່ອຖ່ວງເວລາພວກມັນໄວ້ ໂດຍໃຊ້ວິທີການທີ່ສະຫຼາດຕ່າງໆເພື່ອຈຳກັດມານຮ້າຍ ໃນຂະນະດຽວກັນກໍປົກປ້ອງວຽກງານຕ່າງໆຂອງຄຣິສຕະຈັກ. ນີ້ຄືການມີສະຕິປັນຍາ. ເຈົ້າຮູ້ຢູ່ໃນໃຈຂອງເຈົ້າວ່າຄົນເຫຼົ່ານີ້ຄືມານຮ້າຍ ແລະ ບໍ່ວ່າເຈົ້າຈະປະຕິບັດຕໍ່ພວກເຂົາແນວໃດ ມັນກໍບໍ່ຜິດ, ເພາະວ່າພວກເຂົາບໍ່ແມ່ນອ້າຍເອື້ອຍນ້ອງທີ່ແທ້ຈິງ, ພວກເຂົາບໍ່ແມ່ນມະນຸດທີ່ແທ້ຈິງ ແລະ ພວກເຂົາບໍ່ໄດ້ຖືກພຣະເຈົ້າເລືອກ. ພວກເຂົາໄດ້ເຂົ້າມາໃນເຮືອນຂອງພຣະເຈົ້າໃນຖານະຄົນຮັບໃຊ້ຂອງຊາຕານເພື່ອລົບກວນຄຣິສຕະຈັກ. ເຈົ້າຄວນມີທັດສະນະຄະຕິແບບນີ້ຕໍ່ມານຮ້າຍ: “ຖ້າເຈົ້າມາທີ່ນີ້ເພື່ອກໍ່ໃຫ້ເກີດການລົບກວນ, ຂ້ອຍກໍຈະບໍ່ປານີເຈົ້າ. ຖ້າເຈົ້າມາທີ່ນີ້ເພື່ອທຳການທຳລາຍ, ນັ້ນແມ່ນບໍ່ອະນຸຍາດຢ່າງເດັດຂາດ! ຖ້າເຈົ້າບໍ່ກໍ່ໃຫ້ເກີດການລົບກວນ ຫຼື ທຳການທຳລາຍ ແລະ ເຈົ້າຢູ່ຊື່ໆຂອງເຈົ້າໃນຄຣິສຕະຈັກ, ຂ້ອຍກໍຈະບໍ່ສົນໃຈເຈົ້າ. ແຕ່ເມື່ອໃດທີ່ເຈົ້າລົງມືເຮັດ ຫຼື ເວົ້າບາງສິ່ງບາງຢ່າງ ໂດຍຕັ້ງໃຈທີ່ຈະເຮັດຄວາມຊົ່ວ, ຂ້ອຍກໍຈະບໍ່ປານີເຈົ້າ! ບໍ່ວ່າເຈົ້າຕ້ອງການເຮັດສິ່ງທີ່ບໍ່ດີຫຍັງກໍຕາມ, ບໍ່ວ່າເຈົ້າຕ້ອງການເຜີຍແຜ່ຄວາມຜິດພ້ຽນຫຍັງກໍຕາມ, ເຈົ້າຈະຕ້ອງຜ່ານຂ້ອຍໄປໃຫ້ໄດ້ກ່ອນ, ລອງເບິ່ງວ່າຂ້ອຍຈະປ່ອຍເຈົ້າໄປ ຫຼື ບໍ່. ຖ້າບໍ່ດັ່ງນັ້ນ ຢ່າຫວັງເລີຍວ່າຈະໄດ້ລົບກວນວຽກງານຂອງຄຣິສຕະຈັກ!” ນີ້ຄືທັດສະນະຄະຕິ ແລະ ຫຼັກການທີ່ຜູ້ຄົນຄວນມີໃນວິທີທີ່ພວກເຂົາປະຕິບັດຕໍ່ມານຮ້າຍ ແລະ ມັນຍັງເປັນຄຳພະຍານທີ່ຜູ້ຄົນຄວນມີອີກດ້ວຍ.

ເປັນຫຍັງພຣະເຈົ້າຈຶ່ງສະແດງຄວາມຈິງ ແລະ ສະໜອງຄວາມຈິງໃຫ້ແກ່ຜູ້ຄົນ? ກໍເພື່ອໃຫ້ຜູ້ທີ່ເຊື່ອໃນພຣະເຈົ້າສາມາດໄດ້ຮັບຄວາມຈິງເປັນຊີວິດຂອງພວກເຂົາ ແລະ ເພື່ອໃຫ້ຜູ້ຄົນສາມາດແຍກແຍະມານຮ້າຍ, ກຳຈັດມານຮ້າຍ ແລະ ກະບົດຕໍ່ຊາຕານ ເຊິ່ງເປັນມານຮ້າຍທີ່ຊົ່ວຮ້າຍຢ່າງສິ້ນເຊີງໄດ້. ຜູ້ຄົນໄດ້ຍິນຄວາມຈິງມາຫຼາຍ ແລະ ໄດ້ຮັບການສະໜອງຄວາມຈິງມາຫຼາຍ, ແຕ່ໃນທີ່ສຸດ ເມື່ອພວກເຂົາປະເຊີນກັບມານຮ້າຍທີ່ກຳລັງເຮັດຄວາມຊົ່ວ ແລະ ກໍ່ໃຫ້ເກີດການລົບກວນ, ພວກເຂົາພັດບໍ່ສາມາດແຍກແຍະພວກມັນໄດ້. ບາງຄົນມີຄວາມສາມາດໃນການແຍກແຍະກ່ຽວກັບມານຮ້າຍຢູ່ແດ່ ແຕ່ບໍ່ກ້າເປີດໂປງພວກມັນ ແລະ ຍິ່ງໄປກວ່ານັ້ນກໍບໍ່ກ້າຈັດການກັບພວກມັນ, ຄົນປະເພດນີ້ເປັນພວກທີ່ໄຮ້ປະໂຫຍດ. ເຈົ້າບໍ່ມີຄຳພະຍານ ແລະ ເຈົ້າບໍ່ໄດ້ຢືນຢູ່ຝ່າຍພຣະເຈົ້າ, ເຈົ້າໄດ້ເຮັດໃຫ້ພຣະເຈົ້າເສຍພຣະໄທ. ຈຸດປະສົງຂອງການທີ່ຜູ້ຄົນໄລ່ຕາມເສາະຫາ ແລະ ເຂົ້າໃຈຄວາມຈິງກໍເພື່ອໃຫ້ພວກເຂົາຫຼີກລ່ຽງມານຮ້າຍ, ປະຕິເສດມານຮ້າຍ ແລະ ສາມາດບັນລຸການອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງ, ຢືນຢູ່ຝ່າຍພຣະເຈົ້າ ແລະ ບັນລຸພຣະບັນຊາຂອງພຣະເຈົ້າ. ເມື່ອເວົ້າເຖິງມານຮ້າຍ, ເມື່ອໃດທີ່ຄົ້ນພົບໜຶ່ງຕົນ ກໍຈົ່ງຄັດຕົນນັ້ນອອກ ແລະ ເມື່ອໃດທີ່ຄົ້ນພົບສອງຕົນ ກໍຈົ່ງຄັດພວກມັນທັງສອງອອກ ເພື່ອໃຫ້ຄຣິສຕະຈັກຍັງຄົງບໍລິສຸດ. ດ້ວຍວິທີນີ້ ຊາຕານ ແລະ ມານຮ້າຍກໍຈະໄດ້ຮັບຄວາມອັບອາຍຢ່າງສິ້ນເຊີງ ແລະ ຈະບໍ່ສາມາດລົບກວນວຽກງານຂອງຄຣິສຕະຈັກໄດ້ອີກຕໍ່ໄປ. ວິທີທີ່ພວກມັນກໍ່ໃຫ້ເກີດການລົບກວນໃນໂລກທາງໂລກນັ້ນບໍ່ແມ່ນເລື່ອງທີ່ພວກເຮົາຕ້ອງສົນໃຈ; ການກະທຳທີ່ຜິດກົດໝາຍຫຍັງແດ່ທີ່ພວກມັນເຮັດ, ສິ່ງທີ່ບໍ່ດີຫຍັງແດ່ທີ່ພວກມັນເຮັດ ແລະ ພວກມັນຕໍ່ສູ້ກັບໃຜໃນໂລກທາງໂລກນັ້ນບໍ່ມີຫຍັງກ່ຽວຂ້ອງກັບພວກເຮົາເລີຍ. ພວກເຮົາບໍ່ແຊກແຊງ ຫຼື ສອບຖາມກ່ຽວກັບເລື່ອງນີ້ ແລະ ພວກເຮົາກໍບໍ່ສົນໃຈມັນເຊັ່ນກັນ. ແຕ່ມີພຽງສິ່ງດຽວຄື: ການທີ່ພວກມັນກໍ່ໃຫ້ເກີດການລົບກວນດັ່ງກ່າວໃນເຮືອນຂອງພຣະເຈົ້ານັ້ນເປັນສິ່ງທີ່ຍອມຮັບບໍ່ໄດ້ ແລະ ພວກມັນຕ້ອງຖືກຈັດການ, ຖືກຢຸດຢັ້ງ ແລະ ຖືກຄັດອອກ. ປະການທໍາອິດ ຜູ້ນຳ ແລະ ຜູ້ເຮັດວຽກຄວນເປັນຜູ້ນຳໜ້າໃນການເຮັດວຽກງານນີ້; ພວກເຂົາຄວນຖືວ່າສິ່ງນີ້ເປັນຄວາມຮັບຜິດຊອບທີ່ຫຼີກລ່ຽງບໍ່ໄດ້ຂອງພວກເຂົາ. ປະການທີສອງ ຜູ້ກຳກັບດູແລ, ຫົວໜ້າທີມ ແລະ ອ້າຍເອື້ອຍນ້ອງທຳມະດາທຸກຄົນຄວນມີວຸດທິພາວະນີ້ ແລະ ມີຄຳພະຍານນີ້ເຊັ່ນກັນ. ບາງຄົນເວົ້າວ່າ “ເຮືອນຂອງພຣະເຈົ້າກຳລັງເລີ່ມການເຄື່ອນໄຫວບາງຢ່າງບໍ? ນີ້ຄືການທໍລະມານຜູ້ຄົນບໍ?” ນີ້ບໍ່ແມ່ນການທໍລະມານຜູ້ຄົນ; ນີ້ຄືການທໍລະມານມານຮ້າຍ. ການທໍລະມານມານຮ້າຍເປັນສິ່ງທີ່ຄວນເຮັດ; ພວກເຮົາບໍ່ໄດ້ທໍລະມານຜູ້ຄົນ. ອ້າຍເອື້ອຍນ້ອງມີການເປີດເຜີຍຄວາມເສື່ອມຊາມ ແຕ່ພວກເຂົາເປັນຄົນປົກກະຕິ ແລະ ພວກເຂົາມີສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກ ພ້ອມທັງມາດຕະຖານຂັ້ນຕ່ຳສຸດໃນການກະທຳ ແລະ ການປະພຶດຕົນຂອງພວກເຂົາ. ເຖິງແມ່ນວ່າການໄລ່ຕາມເສາະຫາຄວາມຈິງ ແລະ ການເຂົ້າສູ່ຊີວິດຂອງພວກເຂົາຈະຂ້ອນຂ້າງຕ່ຳ ແລະ ພວກເຂົາມີວຸດທິພາວະຕ່ຳ ແລະ ບໍ່ມີຄວາມເປັນຈິງຄວາມຈິງຫຼາຍປານໃດກໍຕາມ, ພວກເຮົາກໍຄວນອົດທົນ ແລະ ໃຈເຢັນກັບພວກເຂົາ, ປະຕິບັດຕໍ່ພວກເຂົາຢ່າງຖືກຕ້ອງ ແລະ ຈັດການກັບພວກເຂົາຕາມຫຼັກການ. ແຕ່ຫຼັກການສຳລັບວິທີການປະຕິບັດຕໍ່ມານຮ້າຍນັ້ນແຕກຕ່າງອອກໄປ. ຖ້າພວກມັນເຕັມໃຈທີ່ຈະຮັບໃຊ້, ແລ້ວພວກເຮົາກໍສາມາດໃຊ້ພວກມັນເພື່ອຮັບໃຊ້ໄດ້. ຖ້າພວກມັນບໍ່ເຕັມໃຈທີ່ຈະຮັບໃຊ້, ແລ້ວພວກເຮົາກໍຄວນຈັດການກັບພວກມັນໂດຍການຄັດພວກມັນອອກ; ພວກເຮົາບໍ່ຄວນປານີພວກມັນເລີຍ! ນີ້ຄືຫຼັກການສຳລັບການປະຕິບັດຕໍ່ມານຮ້າຍ. ເມື່ອອ້າຍເອື້ອຍນ້ອງມີຄວາມອ່ອນແອ ຫຼື ມີການເປີດເຜີຍອຸປະນິໄສທີ່ເສື່ອມຊາມ ກໍສາມາດອະໄພ ແລະ ຍົກໂທດໃຫ້ພວກເຂົາໄດ້ ພ້ອມທັງປະຕິບັດຕໍ່ພວກເຂົາດ້ວຍຄວາມອົດທົນ ແລະ ຄວາມເຂົ້າໃຈ. ແຕ່ມານຮ້າຍບໍ່ແມ່ນອ້າຍເອື້ອຍນ້ອງ. ຖ້າພວກມັນພຽງແຕ່ເວົ້າບາງສິ່ງບາງຢ່າງທີ່ເປັນລົບ ຫຼື ບໍ່ມີຄວາມຮັບຜິດຊອບ ແຕ່ພວກມັນບໍ່ໄດ້ເຜີຍແຜ່ຄຳສອນນອກຮີດ ຫຼື ຄວາມຜິດພ້ຽນເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ພວກມັນບໍ່ໄດ້ກໍ່ໃຫ້ເກີດການຂັດຂວາງ ຫຼື ການລົບກວນໃດໆ ກໍສາມາດປ່ອຍພວກມັນໄປໄດ້ ແລະ ເຈົ້າກໍສາມາດຫຼັບຕາຂ້າງໜຶ່ງເພື່ອປ່ອຍພວກມັນຜ່ານໄປໄດ້. ຖ້າເຈົ້າເຫັນວ່າພວກມັນກຳລັງຈະສ້າງບັນຫາບາງຢ່າງ ແລະ ເຮັດຄວາມຊົ່ວ ແລະ ມັນກຳລັງເຖິງລະດັບໃດໜຶ່ງ, ແລ້ວພວກມັນກໍຕ້ອງຖືກເປີດໂປງ ແລະ ຖືກຈຳກັດ. ຖ້າພວກມັນບໍ່ສາມາດຖືກຈຳກັດໄດ້ ກໍຈົ່ງຄັດພວກມັນອອກໂດຍກົງ. ມານຮ້າຍຄິດວ່າຄຣິສຕະຈັກເປັນສະຖານທີ່ທີ່ງ່າຍຕໍ່ການປົນເປຢູ່ໄປວັນໆ; ພວກມັນຄິດວ່າໃຜກໍສາມາດສ້າງຄວາມວຸ່ນວາຍໃນຄຣິສຕະຈັກໄດ້ ຄືກັບໃນສັງຄົມ. ພວກມັນຄິດຜິດແລ້ວທີ່ຄິດແບບນີ້. ຄຣິສຕະຈັກເປັນສະຖານທີ່ສຳລັບປະຊາກອນທີ່ພຣະເຈົ້າເລືອກເພື່ອໄລ່ຕາມເສາະຫາຄວາມຈິງ ແລະ ໄດ້ຮັບຄວາມລອດພົ້ນ, ບໍ່ແມ່ນສະຖານທີ່ສຳລັບມານຮ້າຍເພື່ອສ້າງຄວາມວຸ່ນວາຍ ແລະ ບໍ່ແມ່ນສະຖານທີ່ສຳລັບມານຮ້າຍເພື່ອດຳເນີນກິດຈະການຂອງພວກມັນເອງ ຫຼື ເຮັດໃຫ້ຄວາມຝັນຂອງພວກມັນເອງເປັນຈິງ ແລະ ມັນກໍບໍ່ແມ່ນສະຖານທີ່ສຳລັບມານຮ້າຍເພື່ອຕອບສະໜອງຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກມັນເຊັ່ນກັນ. ເມື່ອໃດທີ່ມານຮ້າຍເປີດເຜີຍທາດແທ້ຂອງພວກມັນ ແລະ ກຳລັງຈະດຳເນີນກິດຈະການຂອງພວກມັນເອງ, ສ້າງລາຊະອານາຈັກເອກະລາດຂອງພວກມັນເອງ ພ້ອມທັງລົບກວນ ແລະ ທຳລາຍວຽກງານຂອງຄຣິສຕະຈັກ, ເມື່ອໃດທີ່ຫາງຂອງພວກມັນໂຜ່ອອກມາ, ເຈົ້າຄວນເຮັດແນວໃດໃນເວລານີ້? ຈົ່ງປະຕິບັດຕາມຫຼັກການ; ອ້າຍເອື້ອຍນ້ອງຕ້ອງລຸກຂຶ້ນມາ ແລະ ຕໍ່ສູ້ກັບມານຮ້າຍເຫຼົ່ານີ້ ແລະ ພວກເຂົາຕ້ອງບໍ່ສະແດງຄວາມເມດຕາ ຫຼື ປານີຢ່າງເດັດຂາດ. ຖ້າເຈົ້າມັກຈະປານີມານຮ້າຍສະເໝີ, ແລ້ວເຈົ້າກໍກຳລັງໂຫດຮ້າຍຕໍ່ຕົວເຈົ້າເອງ. ພວກມັນມັກຈະເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ລົບກວນຜູ້ຄົນໃນຄຣິສຕະຈັກສະເໝີ ພ້ອມທັງທຳລາຍວຽກງານຂອງຄຣິສຕະຈັກ. ພາຍໃຕ້ສະຖານະການດັ່ງກ່າວ ຄວາມເຊື່ອ ແລະ ຄວາມຮູ້ກ່ຽວກັບພຣະເຈົ້າທີ່ເຈົ້າໄດ້ຮັບມາຕະຫຼອດຫຼາຍປີແຫ່ງຄວາມເຊື່ອຈະຖືກທຳລາຍລົງພາຍໃນເວລາພຽງສອງສາມມື້ ໂດຍຜ່ານການເຮັດໃຫ້ຫຼົງຜິດ ແລະ ການລົບກວນຂອງມານຮ້າຍເຫຼົ່ານີ້. ສະນັ້ນ ຖ້າເຈົ້າຕ້ອງການໄດ້ຮັບຄວາມຈິງ, ເຈົ້າຕ້ອງລຸກຂຶ້ນມາເພື່ອຕໍ່ສູ້ ແລະ ຮັບມືກັບມານຮ້າຍຢ່າງຫ້າວຫັນ. ເມື່ອເຈົ້າເຫັນຫາງຂອງພວກມັນໂຜ່ອອກມາຢ່າງເຕັມທີ່ ແລະ ໃບໜ້າທີ່ໜ້າກຽດຊັງຂອງພວກມັນຖືກເປີດເຜີຍ, ເຈົ້າກໍຄວນເປີດໂປງພວກມັນ ແລະ ກຳນົດລັກສະນະແກ່ນແທ້ຂອງພວກມັນ ຈາກນັ້ນກໍຊຳລະລ້າງພວກມັນອອກໄປ. ນີ້ບໍ່ແມ່ນສິ່ງທີ່ປະຊາກອນທີ່ພຣະເຈົ້າເລືອກຄວນເຮັດ ແລະ ເປັນຄວາມຮັບຜິດຊອບທີ່ພວກເຂົາຄວນບັນລຸບໍ? (ແມ່ນແລ້ວ). ນີ້ຄືຄຳພະຍານທີ່ຜູ້ມີໄຊຄວນມີຢ່າງແທ້ຈິງ. ທຸກຄົນຄວນເຂົ້າໃຈເລື່ອງນີ້ ແລະ ຢ່າລືມມັນຢ່າງເດັດຂາດ. ການບໍ່ຢ້ານຊາຕານ ແລະ ມານຮ້າຍບໍ່ໄດ້ໝາຍເຖິງການແຍກຕົວອອກຈາກພວກມັນແບບພໍເປັນພິທີ, ແຕ່ກົງກັນຂ້າມ ມັນໝາຍເຖິງການລຸກຂຶ້ນມາເພື່ອຕໍ່ສູ້ກັບມານຮ້າຍເມື່ອປະເຊີນກັບບັນຫາສຳຄັນກ່ຽວກັບຄວາມຖືກ ແລະ ຜິດ, ເມື່ອປະເຊີນກັບເລື່ອງຂອງຫຼັກການ, ໃນເລື່ອງຂອງການເລືອກເສັ້ນທາງຂອງຕົນເອງ ແລະ ໃນເລື່ອງທີ່ກ່ຽວຂ້ອງກັບຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ຢຸດຢັ້ງການກະທຳທີ່ຊົ່ວຮ້າຍຂອງພວກມັນ, ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ປົກປ້ອງສະພາບແວດລ້ອມທີ່ປົກກະຕິເພື່ອໃຫ້ອ້າຍເອື້ອຍນ້ອງປະຕິບັດໜ້າທີ່ຂອງພວກເຂົາ. ນີ້ຄືພັນທະຂອງປະຊາກອນທີ່ພຣະເຈົ້າເລືອກທຸກຄົນ.

ພວກເຮົາເກືອບຈະໂອ້ລົມກັນສຳເລັດແລ້ວກ່ຽວກັບການສະແດງອອກສອງຢ່າງນີ້ ເຊິ່ງກໍຄືການເວົ້າຕົວະຈົນເປັນສັນດານ ແລະ ຄວາມແປກປະຫຼາດ ຂອງຄົນທີ່ມີແກ່ນແທ້ຂອງມານຮ້າຍ, ແມ່ນບໍ? ມຸມມອງ ແລະ ຈຸດຢືນທີ່ຜູ້ຄົນຄວນມີຕໍ່ຄົນປະເພດນີ້ແມ່ນຊັດເຈນແລ້ວ ແລະ ຄວາມຮັບຜິດຊອບທີ່ຜູ້ຄົນຄວນບັນລຸກໍຊັດເຈນແລ້ວເຊັ່ນກັນ. ແລ້ວບັນຫາທີ່ເຈົ້າຕ້ອງປະເຊີນຕໍ່ໄປແມ່ນຫຍັງ? ມັນຄືວິທີການນຳເອົາການສະແດງອອກ ແລະ ການເປີດເຜີຍຕ່າງໆທີ່ພວກເຮົາໄດ້ໂອ້ລົມກັນມາທຽບໃສ່ກັບຄົນເຫຼົ່ານີ້ ຈາກນັ້ນກໍແຍກແຍະພວກເຂົາ ແລະ ເບິ່ງທະລຸເຖິງແກ່ນແທ້ຂອງຄົນປະເພດນີ້. ເມື່ອເຈົ້າມີຄວາມສາມາດໃນການແຍກແຍະແລ້ວ, ເຈົ້າກໍຈະມີຄວາມຊັດເຈນຢູ່ໃນໃຈຂອງເຈົ້າກ່ຽວກັບວ່າຄຸນລັກສະນະຂອງຄົນປະເພດຕ່າງໆແມ່ນຫຍັງແທ້, ຫຼັກການຂອງເຈົ້າສຳລັບວິທີການປະຕິບັດຕໍ່ຜູ້ຄົນກໍຈະຖືກຕ້ອງຫຼາຍຂຶ້ນ ແລະ ເຈົ້າກໍຈະບໍ່ເຮັດສິ່ງທີ່ໂງ່ຈ້າ ຫຼື ໄຮ້ສາລະ ຫຼື ເຈົ້າກໍຈະບໍ່ເຮັດສິ່ງເຫຼົ່ານັ້ນຫຼາຍປານໃດ. ສຳລັບການໂອ້ລົມຂອງພວກເຮົາໃນມື້ນີ້ກໍມີພຽງເທົ່ານີ້. ລາກ່ອນ.

ວັນທີ 27 ມັງກອນ 2024

ກ່ອນນີ້: ວິທີການໄລ່ຕາມເສາະຫາຄວາມຈິງ (12)

ຕໍ່ໄປ: ວິທີການໄລ່ຕາມເສາະຫາຄວາມຈິງ (16)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້