ວິທີການໄລ່ຕາມເສາະຫາຄວາມຈິງ (11)
ພາກເພີ່ມເຕີມ: ເສັ້ນທາງທີ່ຜູ້ຄົນຍ່າງກຳນົດສິ່ງທີ່ພວກເຂົາເກັບກ່ຽວໄດ້ໃນທີ່ສຸດ
ຈຸດປະສົງຂອງການເຊື່ອໃນພຣະເຈົ້າແມ່ນຫຍັງ? ມັນແມ່ນເພື່ອຮັບພຣະຄຸນ ແລະ ພອນບໍ? ມັນແມ່ນເພື່ອຫຼີກລ່ຽງການດຳລົງຊີວິດທີ່ວ່າງເປົ່າ ແລະ ຫຼຸດພົ້ນຈາກຄວາມສົນໃຈໃນເລື່ອງຕໍ່າໆບໍ? (ບໍ່.) ແລ້ວມັນແມ່ນຫຍັງ? (ເພື່ອຮັບເອົາຄວາມຈິງ.) ມັນແມ່ນເພື່ອຮັບຄວາມຈິງ, ເພື່ອຮັບເອົາຊີວິດ. ແລ້ວທຸກສິ່ງທີ່ຜູ້ຄົນເຮັດໃນແຕ່ລະມື້ແມ່ນມຸ່ງໄປສູ່ເປົ້າໝາຍນີ້ບໍ? ເວລາ ແລະ ເຫື່ອແຮງທີ່ເຈົ້າໃຊ້ໃນການປະຕິບັດໜ້າທີ່ຂອງເຈົ້າໃນແຕ່ລະວັນລ້ວນແລ້ວແຕ່ເພື່ອເປົ້າໝາຍນີ້ບໍ? ຜູ້ຄົນເຊື່ອໃນພຣະເຈົ້າໂດຍບໍ່ມີເປົ້າໝາຍທີ່ຊັດເຈນເພື່ອຮັບເອົາຄວາມຈິງ. ໃນໃຈຂອງພວກເຂົາ, ພວກເຂົາຄຸມເຄືອກ່ຽວກັບນິມິດດ້ານນີ້ ແລະ ພວກເຂົາບໍ່ຮູ້ວ່າຈຸດປະສົງຂອງການເຊື່ອໃນພຣະເຈົ້າແມ່ນຫຍັງ. ມັນຄືກັບວ່າພວກເຂົາພຽງແຕ່ຮູ້ໃນໃຈຂອງພວກເຂົາວ່າມັນແມ່ນເພື່ອຮັບພອນ ແຕ່ຄົນເຮົາຄວນເຮັດຫຍັງເພື່ອຮັບພອນ? ພວກເຂົາບໍ່ຮູ້ວ່າການຮັບພອນຮຽກຮ້ອງໃຫ້ເຂົ້າໃຈຄວາມຈິງ, ປະຕິບັດຄວາມຈິງ ແລະ ໄລ່ຕາມເສາະຫາຄວາມຈິງ. ສະນັ້ນ, ພວກເຂົາເປັນຄົນທີ່ໄລ່ຕາມເສາະຫາຄວາມຈິງບໍ? ພວກເຂົາກໍຍັງບໍ່ແນ່ໃຈກ່ຽວກັບເລື່ອງນີ້ເຊັ່ນກັນ. ພວກເຂົາຄິດວ່າ “ນີ້ບໍ່ແມ່ນບັນຫາໃຫຍ່. ຂ້ອຍເຊື່ອໃນພຣະເຈົ້າຢ່າງຈິງໃຈ; ພຣະເຈົ້າຈະບໍ່ປະຖິ້ມຂ້ອຍ. ເຖິງແມ່ນຜູ້ຄົນເວົ້າວ່າຂ້ອຍບໍ່ແມ່ນຄົນທີ່ໄລ່ຕາມເສາະຫາຄວາມຈິງ, ມັນກໍບໍ່ສຳຄັນ”. ບາງຄັ້ງ, ເມື່ອເຫັນຄົນອື່ນແບ່ງປັນຄຳພະຍານຈາກປະສົບການຂອງພວກເຂົາ ໃນຂະນະທີ່ພວກເຂົາເອງບໍ່ສາມາດແບ່ງປັນຫຍັງໄດ້, ພວກເຂົາຍັງຮູ້ສຶກບໍ່ສະບາຍໃຈ, ວິຕົກກັງວົນໜ້ອຍໜຶ່ງ ແລະ ຮ້ອນໃຈຢູ່ພາຍໃນເລັກນ້ອຍ. ແຕ່ທີ່ຫຼາຍໄປກວ່ານັ້ນ ພວກເຂົາຮູ້ສຶກວ່າມັນບໍ່ແມ່ນບັນຫາໃຫຍ່. ແບບນີ້ໄປເລື້ອຍໆ, ຫ້າປີຜ່ານໄປໃນພິບຕາ, ສິບປີຜ່ານໄປໃນພິບຕາ, ຕອນນີ້ບາງຄົນອາຍຸສາມສິບ ຫຼື ສີ່ສິບປີ, ບາງຄົນອາຍຸຫຼາຍກວ່າຫ້າສິບປີ; ພວກເຂົາບໍ່ທັນແຕ່ງງານ ແລະ ປະຕິບັດໜ້າທີ່ຂອງຕົນຢູ່ສະເໝີ. ມາຈົນເຖິງຕອນນີ້, ພວກເຂົາໄດ້ຮັບຄວາມຈິງຫຼາຍສໍ່າໃດ? ພວກເຂົາມີຊີວິດບໍ? ພວກເຂົາເອງກໍບໍ່ແນ່ໃຈ. ພວກເຂົາຮູ້ສຶກວ່າ: “ມັນເບິ່ງຄືວ່າຂ້ອຍເຂົ້າໃຈຄວາມຈິງຫຼາຍພໍສົມຄວນ ແລະ ສາມາດເທດສະໜາໄດ້ຫຼາຍເລື່ອງ; ຂ້ອຍຄວນມີຊີວິດ, ແມ່ນບໍ?” ບໍ່ວ່າຈະເປັນໃນລະຫວ່າງການເຕົ້າໂຮມ ຫຼື ເມື່ອພວກເຂົາພົບກັບບັນຫາໃນໜ້າທີ່ຂອງພວກເຂົາ, ພວກເຂົາສາມາດເວົ້າໄດ້ຍືດຍາວ, ຄືກັບວ່າພວກເຂົາເຂົ້າໃຈຄວາມຈິງທຸກຢ່າງ ແຕ່ພວກເຂົາບໍ່ສາມາດແກ້ໄຂບັນຫາຕົວຈິງໃດໆໄດ້. ບໍ່ວ່າຫຼັກຄຳສອນທີ່ພວກເຂົາເວົ້າຈະຟັງເບິ່ງສູງສົ່ງພຽງໃດກໍຕາມ, ໃນການປະຕິບັດໜ້າທີ່ຂອງພວກເຂົາ ພວກເຂົາກໍຍັງບໍ່ສາມາດປະຕິບັດຕາມຫຼັກການຄວາມຈິງ ແລະ ເຖິງກັບເຮັດຕາມຄວາມປະສົງຂອງພວກເຂົາເອງໃນຫຼາຍໆເລື່ອງດ້ວຍຊໍ້າ, ໂດຍບໍ່ເຂົ້າໃຈຫຼັກການຄວາມຈິງແມ່ນແຕ່ໜ້ອຍດຽວ. ແລ້ວດ້ວຍເຫດນັ້ນ, ໃນໃຈຂອງພວກເຂົາ ພວກເຂົາຈຶ່ງຮູ້ສຶກສັບສົນວ່າ: “ແທ້ຈິງແລ້ວ ຂ້ອຍເປັນຄົນທີ່ເຂົ້າໃຈຄວາມຈິງ ຫຼື ບໍ່?” ພວກເຂົາບໍ່ຮູ້ວ່າພວກເຂົາເປັນຄົນທີ່ເຂົ້າໃຈຄວາມຈິງ ຫຼື ບໍ່. ແລ້ວພວກເຂົາເປັນຄົນທີ່ໄລ່ຕາມເສາະຫາຄວາມຈິງ ແລະ ປະຕິບັດຄວາມຈິງບໍ? ພວກເຂົາເອງກໍບໍ່ແນ່ໃຈກ່ຽວກັບເລື່ອງນີ້ເຊັ່ນກັນ. ສະນັ້ນ ແທ້ຈິງແລ້ວ ພວກເຂົາໄດ້ຮັບຄວາມຈິງ ຫຼື ບໍ່? ພວກເຂົາຍັງຄົງສົງໄສກ່ຽວກັບເລື່ອງນີ້. ແລ້ວແທ້ຈິງ ພວກເຂົາມີຊີວິດ ຫຼື ບໍ່? ແລ້ວຊີວິດແມ່ນຫຍັງກັນແທ້? ການທີ່ຄົນເຮົາມີຊີວິດນັ້ນເປັນຄວາມຮູ້ສຶກແນວໃດ? ຈະມີການປ່ຽນແປງຫຍັງເກີດຂຶ້ນໃນຊີວິດປະຈຳວັນຂອງຄົນໆໜຶ່ງເມື່ອພວກເຂົາມີຊີວິດແລ້ວ? ຄວາມຄິດຂອງພວກເຂົາຈະປ່ຽນແປງແນວໃດ? ຈະມີການປ່ຽນແປງຫຍັງເກີດຂຶ້ນໃນຄວາມເປັນມະນຸດຂອງພວກເຂົາ? ພວກເຂົາບໍ່ເຂົ້າໃຈແຈ່ມແຈ້ງກ່ຽວກັບສິ່ງເຫຼົ່ານີ້ເລີຍ. ບໍ່ວ່າພວກເຂົາໄດ້ເຊື່ອໃນພຣະເຈົ້າມາຈັກປີກໍຕາມ, ເມື່ອເວົ້າເຖິງບາງດ້ານຂອງຄວາມຈິງ, ພວກເຂົາສາມາດເທດສະໜາຄຳເວົ້າ ແລະ ຫຼັກຄຳສອນບາງຢ່າງໄດ້; ແຕ່ເມື່ອກ່ຽວຂ້ອງກັບຫຼັກການຂອງການປະຕິບັດຄວາມຈິງ, ພວກເຂົາບໍ່ສາມາດອະທິບາຍພວກມັນໄດ້ຢ່າງຊັດເຈນ. ໂດຍສະເພາະຢ່າງຍິ່ງ, ຫຼັງຈາກທີ່ຖືກລິຮານຍ້ອນການກະທຳທີ່ຂັດກັບຫຼັກການ, ບາງຄົນບໍ່ພຽງແຕ່ກາຍເປັນຄົນຄິດລົບເທົ່ານັ້ນ ແຕ່ຍັງກາຍເປັນຄົນສັບສົນ ແລະ ສົງໄສໃນຕົວເອງ ໂດຍເວົ້າວ່າ: “ແທ້ຈິງແລ້ວ ຂ້ອຍໄດ້ຮັບຊີວິດ ຫຼື ບໍ່? ຄວາມຈິງມີບ່ອນຢູ່ໃນໃຈຂອງຂ້ອຍ ຫຼື ບໍ່, ມັນໄດ້ກາຍເປັນຊີວິດຂອງຂ້ອຍແລ້ວບໍ? ແທ້ຈິງແລ້ວ ຂ້ອຍຍັງສາມາດໄດ້ຮັບຄວາມລອດພົ້ນຢູ່ບໍ?” ພວກເຂົາສັບສົນກ່ຽວກັບເລື່ອງທັງໝົດເຫຼົ່ານີ້ທີ່ກ່ຽວຂ້ອງກັບຄວາມຈິງ ແຕ່ເມື່ອເວົ້າເຖິງເລື່ອງພາຍນອກທີ່ບໍ່ກ່ຽວຂ້ອງກັບຄວາມຈິງ, ພວກເຂົາຈື່ຈຳໄດ້ຢ່າງຊັດເຈນຫຼາຍ. ຕົວຢ່າງ: ພວກເຂົາເຊື່ອໃນພຣະເຈົ້າມາຈັກປີ, ຈັກເດືອນ ແລະ ຈັກມື້ແລ້ວ, ພວກເຂົາເຄີຍຮັບໃຊ້ເປັນຜູ້ນຳ ຫຼື ຜູ້ເຮັດວຽກໃນລະດັບໃດ, ພວກເຂົາເຄີຍເຮັດໜ້າທີ່ຫຍັງແດ່, ພວກເຂົາເຄີຍເຮັດວຽກງານຂອງຄຣິສຕະຈັກຫຼາຍສໍ່າໃດ, ພວກເຂົາເຄີຍເດີນທາງໄປຈັກບ່ອນແລ້ວ, ພວກເຂົາໄດ້ຮັບຄົນຈັກຄົນໂດຍການເທດສອນຂ່າວປະເສີດ, ພວກເຂົາໄດ້ຫົດນໍ້າຄຣິສຕະຈັກຈັກແຫ່ງ, ພວກເຂົາໄດ້ທົນທຸກຫຼາຍສໍ່າໃດໃນການສະລະຕົນເພື່ອພຣະເຈົ້າ, ພວກເຂົາໄດ້ຖວາຍເງິນຫຼາຍສໍ່າໃດ, ພວກເຂົາໄດ້ບໍລິຈາກສິ່ງໃດແດ່ໃຫ້ກັບອ້າຍເອື້ອຍນ້ອງ, ພວກເຂົາຖືກຈັບກຸມ ແລະ ຖືກຈຳຄຸກດົນປານໃດ, ພວກເຂົາຖືກທຸບຕີຈັກຄັ້ງ, ພວກເຂົາຖືກທໍລະມານຫຼາຍສໍ່າໃດ, ພວກເຂົາໄດ້ຍຶດໝັ້ນໃນຄໍາພະຍານສຳລັບພຣະເຈົ້າຈັກຄັ້ງ ແລະ ອື່ນໆອີກ, ພວກເຂົາຈົດຈຳເລື່ອງພາຍນອກທັງໝົດເຫຼົ່ານີ້ໄວ້ໃນຄວາມຊົງຈຳຢ່າງຫວງແຫນ, ໂດຍມັກຈະນຶກເຖິງຢູ່ສະເໝີ. ພວກເຂົາຈົດຈໍາເລື່ອງທັງໝົດນີ້ໄວ້ໃນໃຈຂອງພວກເຂົາ, ໂດຍຈື່ຈຳທຸກໆລາຍການໄດ້ຢ່າງຊັດເຈນ ແລະ ບໍ່ເຄີຍລືມເລີຍ. ແຕ່ເມື່ອເວົ້າເຖິງວ່າພວກເຂົາເຂົ້າໃຈຄວາມຈິງຫຼາຍສໍ່າໃດ ແລະ ພວກເຂົາມີຄວາມເປັນຈິງຫຼາຍສໍ່າໃດ, ພວກເຂົາມັກຈະມີຄວາມເຂົ້າໃຈທີ່ສັບສົນກ່ຽວກັບເລື່ອງນີ້ຢູ່ສະເໝີ. ພວກເຂົາບໍ່ເຄີຍເຂົ້າໃຈແຈ່ມແຈ້ງໃນໃຈຂອງພວກເຂົາເລີຍວ່າ ພວກເຂົາເຂົ້າໃຈຄວາມຈິງໃດແດ່, ພວກເຂົາໄດ້ນໍາເອົາຄວາມຈິງໃດແດ່ໄປປະຕິບັດ ແລະ ພວກເຂົາສາມາດຍຶດໝັ້ນໃນຄວາມຈິງ ແລະ ປະຕິບັດຕາມຫຼັກການໄດ້ ຫຼື ບໍ່ ເມື່ອມີສິ່ງຕ່າງໆເກີດຂຶ້ນກັບພວກເຂົາ; ພວກເຂົາມີຄວາມເຂົ້າໃຈທີ່ສັບສົນກ່ຽວກັບສິ່ງທັງໝົດນີ້. ພວກເຂົາຍັງບໍ່ເຂົ້າໃຈແຈ່ມແຈ້ງໃນໃຈຂອງພວກເຂົາວ່າ ພວກເຂົາມີຄວາມເຂົ້າໃຈຢ່າງແທ້ຈິງກ່ຽວກັບອຸປະນິໄສທີ່ເສື່ອມຊາມອັນໃດ, ພວກເຂົາໄດ້ປະຖິ້ມພວກມັນແລ້ວ ຫຼື ບໍ່ ແລະ ພວກເຂົາມັກຈະເປີດເຜີຍ ແຕ່ຍັງບໍ່ໄດ້ປະຖິ້ມອຸປະກອນທີ່ເສື່ອມຊາມອັນໃດ; ພວກເຂົາມີຄວາມເຂົ້າໃຈທີ່ສັບສົນກ່ຽວກັບສິ່ງທັງໝົດນີ້. ຫຼັງຈາກທີ່ເຊື່ອໃນພຣະເຈົ້າມາຫຼາຍປີ, ພວກເຂົາສາມາດນໍາຄວາມຈິງອັນໃດໄປປະຕິບັດ ແລະ ພວກເຂົາບໍ່ໄດ້ນໍາຄວາມຈິງອັນໃດໄປປະຕິບັດ, ພວກເຂົາມີຄວາມຄືບໜ້າໃນດ້ານໃດແດ່ຂອງຄວາມຈິງ ແລະ ພວກເຂົາໄດ້ກ້າວໜ້າໄປຫຼາຍສໍ່າໃດ, ພວກເຂົາມີຄວາມເຂົ້າໃຈທີ່ສັບສົນກ່ຽວກັບສິ່ງທັງໝົດນີ້. ສິ່ງທີ່ພວກເຂົາໃຊ້ຊີວິດຕາມໃນດ້ານຄວາມເປັນມະນຸດແມ່ນຫຍັງກັນແທ້ ນັ້ນກໍຄື ພວກເຂົາມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ ຫຼື ບໍ່ ແລະ ພວກເຂົາໄດ້ໃຊ້ຊີວິດຕາມຄວາມເປັນມະນຸດທີ່ປົກກະຕິ ຫຼື ບໍ່, ພວກເຂົາມີຄວາມເຂົ້າໃຈທີ່ສັບສົນກ່ຽວກັບສິ່ງທັງໝົດນີ້. ພວກເຂົາໄດ້ປະຕິບັດຈັກໜ້າທີ່ດ້ວຍຄວາມຈິງໃຈ ແລະ ຄວາມຊື່ສັດ, ມີຈັກໜ້າທີ່ທີ່ຖືກເຮັດພໍແລ້ວມືແລ້ວຕີນຢ່າງຕັ້ງໃຈ, ມີຈັກໜ້າທີ່ທີ່ເຮັດໄດ້ມາດຕະຖານ ແລະ ມີຈັກໜ້າທີ່ທີ່ຍັງບໍ່ໄດ້ມາດຕະຖານ, ພວກເຂົາສາມາດປະຕິບັດໜ້າທີ່ອັນໃດຕາມຫຼັກການ ເຊິ່ງເຮັດໃຫ້ການປະຕິບັດໜ້າທີ່ເຫຼົ່ານີ້ເປັນທີ່ພໍພຣະໄທຂອງພຣະເຈົ້າ ແລະ ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ ແລະ ພວກເຂົາບໍ່ທັນກຳແໜ້ນຫຼັກການຄວາມຈິງ ແລະ ຍັງບໍ່ບັນລຸການຕອບສະໜອງພຣະເຈົ້າໃນໜ້າທີ່ອັນໃດ, ພວກເຂົາມີຄວາມເຂົ້າໃຈທີ່ສັບສົນກ່ຽວກັບສິ່ງທັງໝົດນີ້. ພວກເຂົາສາມາດບັນລຸຂໍ້ກຳນົດຂອງພຣະເຈົ້າ ແລະ ອ່ອນນ້ອມຕໍ່ພຣະເຈົ້າໃນດ້ານໃດກັນແທ້, ພວກເຂົາໄດ້ອ່ອນນ້ອມຕໍ່ພຣະເຈົ້າຈົນເຖິງລະດັບໃດ, ພວກເຂົາຍັງບໍ່ສາມາດອ່ອນນ້ອມຕໍ່ພຣະເຈົ້າໃນດ້ານໃດ, ແມ່ນຫຍັງທີ່ເປັນສາເຫດເຮັດໃຫ້ພວກເຂົາບໍ່ສາມາດອ່ອນນ້ອມຕໍ່ພຣະເຈົ້າໄດ້ ແລະ ພວກເຂົາຄວນເຂົ້າສູ່ແນວໃດໃນການກ້າວໄປຂ້າງໜ້າ, ກ່ຽວກັບສິ່ງທັງໝົດນີ້, ພວກເຂົາບໍ່ມີແຜນການ ແລະ ບໍ່ມີຄວາມຄິດ ແລະ ແນ່ນອນວ່າ ພວກເຂົາຍິ່ງບໍ່ມີເສັ້ນທາງທີ່ຊັດເຈນ. ຫຼັງຈາກທີ່ເຊື່ອໃນພຣະເຈົ້າມາຫຼາຍປີ, ພວກເຂົາບໍ່ຮູ້ວ່າພວກເຂົາໄດ້ເຮັດສິ່ງຕ່າງໆຫຼາຍສໍ່າໃດເພື່ອປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ຫຼື ພວກເຂົາໄດ້ກຽມການກະທໍາທີ່ດີຫຼາຍສໍ່າໃດ; ພວກເຂົາບໍ່ຮູ້ວ່າພວກເຂົາໄດ້ເຮັດຄວາມຊົ່ວຫຼາຍສໍ່າໃດ ຫຼື ພວກເຂົາໄດ້ເຮັດສິ່ງຕ່າງໆຫຼາຍສໍ່າໃດທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ ນັ້ນກໍຄື ໃນຄວາມຊົງຈຳຂອງພວກເຂົາແລ້ວ, ມັນເບິ່ງຄືວ່າໄດ້ເຮັດບາງຢ່າງເຫຼົ່ານີ້ ແຕ່ພວກເຂົາບໍ່ຮູ້ວ່າໄດ້ກັບໃຈແລ້ວ ຫຼື ບໍ່ ຫຼັງຈາກທີ່ເຮັດຄວາມຊົ່ວ. ເຖິງແມ່ນວ່າບາງຄັ້ງພວກເຂົາສາມາດຮັບຮູ້ວ່າຕົນໄດ້ເຮັດຄວາມຊົ່ວ ແລະ ຮູ້ສຶກບໍ່ສະບາຍໃຈ ແລະ ພວກເຂົາໄດ້ອະທິຖານຕໍ່ພຣະເຈົ້າ ແລະ ສາລະພາບຄວາມບາບຂອງພວກເຂົາ, ພວກເຂົາໄດ້ຮັບການໃຫ້ອະໄພຈາກພຣະເຈົ້າບໍ? ມີການກ່າວໂທດໃດໆໃນໃຈຂອງພວກເຂົາບໍ? ພວກເຂົາກໍບໍ່ຮູ້ສິ່ງເຫຼົ່ານີ້ເຊັ່ນກັນ. ພວກເຂົາຄິດໃນໃຈວ່າ: “ໃຜຈະສົນວ່າຂ້ອຍຮູ້ສຶກຖືກກ່າວໂທດ ຫຼື ບໍ່? ແນວໃດກໍຕາມ, ຕອນນີ້ຂ້ອຍກຳລັງໃຊ້ຊີວິດຢ່າງສະບາຍໃຈພໍສົມຄວນ; ຂ້ອຍຍັງຄົງປະຕິບັດໜ້າທີ່ຂອງຂ້ອຍຢູ່”. ແລ້ວພວກເຂົາໄດ້ເຮັດການກະທຳທີ່ດີຫຼາຍສໍ່າໃດໃນການປະຕິບັດໜ້າທີ່ຂອງຕົນ? ພວກເຂົາກໍຍັງບໍ່ສາມາດບອກໄດ້ຢ່າງແນ່ຊັດ, ແຕ່ພວກເຂົາຮູ້ສຶກວ່າໄດ້ເຮັດການກະທຳທີ່ດີສອງສາມຢ່າງ, ເມື່ອບໍ່ດົນມານີ້, ພວກເຂົາໄດ້ເທດສອນຂ່າວປະເສີດ ແລະ ໄດ້ຮັບຄົນສອງຄົນ. ພວກເຂົາມີການກະທຳພຽງເລັກນ້ອຍສໍ່ານີ້, ແຕ່ພວກເຂົາເຮັດສິ່ງຕ່າງໆໂດຍປາສະຈາກຫຼັກການ ແລະ ເຖິງກັບເຮັດຕາມຄວາມປະສົງຂອງຕົນເອງ ແລະ ໃນລັກສະນະທີ່ຕາມໃຈ ແລະ ບໍ່ຢັ້ງຄິດ, ສິ່ງນີ້ນັບວ່າເປັນການກະທຳທີ່ຊົ່ວຮ້າຍບໍ? ພວກເຂົາບໍ່ເຂົ້າໃຈແຈ່ມແຈ້ງກ່ຽວກັບເລື່ອງນີ້ເຊັ່ນກັນ. ພວກເຂົາຄິດວ່າ ເນື່ອງຈາກຄຣິສຕະຈັກບໍ່ໄດ້ຈັດການກັບພວກເຂົາ ແລະ ຜູ້ນຳກໍບໍ່ໄດ້ລິຮານພວກເຂົາ ຫຼື ໃຫ້ພວກເຂົາຮັບຜິດຊອບຕໍ່ສິ່ງເຫຼົ່ານີ້, ດັ່ງນັ້ນ ສິ່ງເຫຼົ່ານີ້ຈຶ່ງບໍ່ແມ່ນການກະທຳທີ່ຊົ່ວຮ້າຍ; ຖ້າໃຫ້ພວກເຂົາຮັບຜິດຊອບ, ບາງທີສິ່ງເຫຼົ່ານີ້ຈະເປັນການກະທຳທີ່ຊົ່ວຮ້າຍ. ພວກເຂົາບໍ່ຮູ້ວ່າຕົນໄດ້ກຽມການກະທຳທີ່ດີຫຼາຍສໍ່າໃດ. ບໍ່ວ່າສິ່ງທີ່ພວກເຂົາກຳລັງເຮັດຢູ່ນັ້ນເປັນການກະທຳທີ່ດີ ຫຼື ການກະທຳທີ່ຊົ່ວຮ້າຍ, ມີຈັກຢ່າງໃນສິ່ງເຫຼົ່ານັ້ນທີ່ເປັນການກະທຳທີ່ດີ, ມີຈັກຢ່າງໃນສິ່ງເຫຼົ່ານັ້ນທີ່ເປັນການກະທຳທີ່ຊົ່ວຮ້າຍ, ມີຈັກຢ່າງທີ່ສອດຄ່ອງກັບຫຼັກການຄວາມຈິງ, ມີຈັກຢ່າງທີ່ຂັດກັບການຈັດແຈງວຽກງານ ແລະ ຫຼັກການຄວາມຈິງ, ພວກເຂົາບໍ່ຮູ້ສິ່ງເຫຼົ່ານີ້ເລີຍ. ພວກເຂົາບໍ່ເຄີຍບັນທຶກເລື່ອງເຫຼົ່ານີ້ໄວ້ເລີຍ. ບໍ່ວ່າຈະກໍລະນີໃດກໍຕາມ, ທຸກໆມື້ພວກເຂົາກິນ ແລະ ນອນກົງເວລາ, ຕື່ນຕາມເວລາທີ່ກຳນົດໄວ້ສຳລັບການເຝົ້າດ່ຽວຝ່າຍວິນຍານ ຫຼື ເຮັດວຽກ ແລະ ຮັກສາສະພາວະເດີມໃນຂະນະທີ່ເຮັດວຽກ ແລະ ຂັ້ນຕອນການເຮັດວຽກເດີມຈາກມື້ກ່ອນ, ໂດຍເຮັດໃນສິ່ງທີ່ພວກເຂົາເຮັດຢູ່ສະເໝີ. ພວກເຂົາບໍ່ເຄີຍມາທຳຄວາມເຂົ້າໃຈ ຫຼື ສະຫຼຸບເລື່ອງຂອງການໄລ່ຕາມເສາະຫາຄວາມຈິງ ແລະ ການເຂົ້າສູ່ຄວາມເປັນຈິງຄວາມຈິງ ຫຼື ການປະຖິ້ມອຸປະນິໄສທີ່ເສື່ອມຊາມ ແລະ ການໄດ້ຮັບຊີວິດ ຢ່າງສະເພາະເຈາະຈົງ ຫຼື ຢ່າງເປັນລະບົບເລີຍ. ດັ່ງນັ້ນ, ສິ່ງໃດກໍຕາມທີ່ກ່ຽວຂ້ອງກັບການໄລ່ຕາມເສາະຫາຄວາມຈິງ ຫຼື ການເຂົ້າສູ່ຊີວິດຈຶ່ງເປັນຄວາມເຂົ້າໃຈທີ່ສັບສົນສຳລັບພວກເຂົາ. ບອກເຮົາເບິ່ງວ່າ ຖ້າຄົນໃດໜຶ່ງດຳລົງຊີວິດແບບນີ້ທຸກມື້, ດຳລົງຊີວິດຢູ່ໃນສະພາວະແບບນີ້, ພວກເຂົາບໍ່ມຶນງົງບໍ? (ແມ່ນແລ້ວ.) “ມຶນງົງ” ແມ່ນສຳນວນທາງວັນນະຄະດີ; ໃນພາສາເວົ້າ, ມັນໝາຍເຖິງການປ່ອຍຊີວິດໄປວັນໆໂດຍບໍ່ມີຈຸດໝາຍ. ສະພາວະຂອງການດຳລົງຊີວິດນີ້, ສະພາວະຂອງການມີຊີວິດຢູ່ນີ້, ດີ ຫຼື ບໍ່? (ມັນບໍ່ດີ.) ໃນທາງຜິວເຜີນ, ພວກເຂົາບໍ່ໄດ້ສະແດງພຶດຕິກຳ ຫຼື ການສະແດງອອກທີ່ຊັດເຈນເຖິງການຕໍ່ຕ້ານພຣະເຈົ້າ, ແຕ່ເມື່ອເວົ້າເຖິງເລື່ອງຂອງການໄລ່ຕາມເສາະຫາຄວາມຈິງ ແລະ ການເຂົ້າສູ່ຊີວິດ, ພວກເຂົາພັດສັບສົນ ແລະ ບໍ່ຈິງຈັງກັບມັນ. ສະພາວະນີ້ຄືຄວາມໝາຍຂອງການເປັນຄົນມຶນງົງຢ່າງແທ້ຈິງ. ສິ່ງນີ້ສະແດງໃຫ້ເຫັນເຖິງບັນຫາຂອງຄົນໆໜຶ່ງຢ່າງຊັດເຈນ ແລະ ເປີດເຜີຍໃຫ້ເຫັນຢ່າງຊັດເຈນເຖິງເສັ້ນທາງທີ່ພວກເຂົາຍ່າງໃນການເຊື່ອໃນພຣະເຈົ້າ.
ເມື່ອເວົ້າເຖິງເລື່ອງຂອງການໄລ່ຕາມເສາະຫາຄວາມຈິງ ແລະ ການເຂົ້າສູ່ຊີວິດໃນຂະບວນການຂອງການເຊື່ອໃນພຣະເຈົ້າ, ບໍ່ວ່າທັດສະນະຄະຕິ, ຄວາມປາຖະໜາສ່ວນຕົວ ຫຼື ການສະແດງອອກຂອງຄົນໆໜຶ່ງຈະເປັນແນວໃດກໍຕາມ, ໃນສາຍຕາຂອງພຣະເຈົ້າ ສະພາວະທີ່ຄົນໆໜຶ່ງກຳລັງເປັນຢູ່ສະແດງໃຫ້ເຫັນວ່າພວກເຂົາກຳລັງຍ່າງຢູ່ໃນເສັ້ນທາງໃດ. ຕັ້ງແຕ່ເວລາທີ່ພວກເຂົາເລີ່ມເຊື່ອໃນພຣະເຈົ້າ, ບາງຄົນບໍ່ຮັກຄວາມຈິງ ແລະ ບໍ່ວ່າຄວາມຈິງຈະຖືກໂອ້ລົມແນວໃດກໍຕາມ, ພວກເຂົາກໍບໍ່ຍອມຮັບ. ເສັ້ນທາງທີ່ພວກເຂົາຍ່າງແມ່ນເສັ້ນທາງທີ່ມຸ່ງໜ້າໄປສູ່ຄວາມຕາຍ ແລະ ນະຮົກໂດຍກົງ. ເມື່ອພວກເຂົາເຂົ້າມາເຊື່ອໃນພຣະເຈົ້າທຳອິດ, ບາງຄົນບໍ່ເຂົ້າໃຈຂໍ້ກຳນົດຂອງພຣະເຈົ້າ ແລະ ພຽງແຕ່ໄລ່ຕາມເສາະຫາການຮັບພອນ ແລະ ການເຂົ້າສູ່ລາຊະອານາຈັກສະຫວັນ. ເຖິງຢ່າງໃດກໍຕາມ, ໂດຍການກິນ ແລະ ດື່ມພຣະທຳຂອງພຣະເຈົ້າຢ່າງຕໍ່ເນື່ອງ, ພວກເຂົາກໍຄ່ອຍໆເຂົ້າໃຈຄວາມຈິງ ແລະ ສາມາດໄລ່ຕາມເສາະຫາຄວາມຈິງ ແລະ ສາມາດອົດກັ້ນກັບຄວາມຍາກລຳບາກ ແລະ ຈ່າຍລາຄາເພື່ອເຫັນແກ່ການຮັບເອົາຄວາມຈິງ. ໃນທີ່ສຸດ, ມັນສາມາດເຫັນໄດ້ວ່າເສັ້ນທາງທີ່ພວກເຂົາຍ່າງນັ້ນນຳໄປສູ່ຄວາມສະຫວ່າງ ແລະ ລາຊະອານາຈັກສະຫວັນ. ກ່ຽວກັບເລື່ອງຂອງການເຂົ້າສູ່ຊີວິດ, ຄົນສ່ວນໃຫຍ່ກໍບໍ່ເຂົ້າໃຈແຈ່ມແຈ້ງໃນເປົ້າໝາຍຂອງພວກເຂົາເຊັ່ນກັນ ແລະ ຍັງຄົງຢູ່ໃນສະພາວະທີ່ສັບສົນ. ເຖິງຢ່າງໃດກໍຕາມ, ເມື່ອຕັດສິນຈາກການສະແດງອອກຂອງຄົນເຫຼົ່ານີ້, ບາງຄົນບໍ່ຍອມຮັບຄວາມຈິງເລີຍ, ເຮັດພໍແລ້ວມືແລ້ວຕີນໃນການປະຕິບັດໜ້າທີ່ຂອງຕົນຢ່າງສະໝໍ່າສະເໝີ ແລະ ຫຼັງຈາກທີ່ເຊື່ອໃນພຣະເຈົ້າມາຫຼາຍປີ, ຄົນເຫຼົ່ານັ້ນກໍບໍ່ໄດ້ປ່ຽນແປງແມ່ນແຕ່ໜ້ອຍດຽວ ນັ້ນກໍຄື ເສັ້ນທາງທີ່ພວກເຂົາຍ່າງແມ່ນເສັ້ນທາງທີ່ນຳໄປສູ່ຄວາມພິນາດ ແລະ ນະຮົກ. ໃນທາງກົງກັນຂ້າມ, ບາງຄົນສາມາດຍອມຮັບຄວາມຈິງ, ສາມາດຍອມຮັບການລິຮານໃນການປະຕິບັດໜ້າທີ່ຂອງຕົນ, ມີການອ່ອນນ້ອມທີ່ແທ້ຈິງບາງຢ່າງ ແລະ ຄ່ອຍໆມາປະຕິບັດໜ້າທີ່ຂອງຕົນໃນວິທີທີ່ໄດ້ມາດຕະຖານ, ເສັ້ນທາງທີ່ພວກເຂົາຍ່າງແມ່ນເສັ້ນທາງທີ່ນຳໄປສູ່ຄວາມສະຫວ່າງ ແລະ ລາຊະອານາຈັກສະຫວັນ. ຄົນທີ່ບໍ່ຍອມຮັບຄວາມຈິງແມ່ນແຕ່ໜ້ອຍດຽວ, ເວົ້າອີກຢ່າງໜຶ່ງກໍຄື ຄົນທີ່ກຳລັງມຸ່ງໜ້າໄປສູ່ເສັ້ນທາງແຫ່ງຄວາມພິນາດໂດຍກົງ, ໃນການປະຕິບັດໜ້າທີ່ຂອງຕົນ, ພວກເຂົາເຮັດຄວາມຊົ່ວຢ່າງບໍ່ຢຸດຢັ້ງ ແລະ ມັກກະທຳການທີ່ຂັດກັບຄວາມຈິງ ແລະ ເປັນທີ່ລັງກຽດຂອງພຣະເຈົ້າ, ລົບກວນຊີວິດຄຣິສຕະຈັກ ແລະ ວຽກງານຄຣິສຕະຈັກ. ຄົນເຫຼົ່ານີ້ມີການສະແດງອອກທີ່ “ພິເສດ” ບາງຢ່າງ. ນັ້ນກໍຄື ຕັ້ງແຕ່ເວລາທີ່ພວກເຂົາເລີ່ມເຊື່ອໃນພຣະເຈົ້າຈົນເຖິງປັດຈຸບັນ, ພວກເຂົາບໍ່ເຄີຍກັບໃຈເລີຍ ແລະ ໃນການປະຕິບັດໜ້າທີ່ຂອງຕົນ, ພວກເຂົາມັກເຮັດພໍແລ້ວມືແລ້ວຕີນ, ຫຼົບຫຼີກ ແລະ ປ່ອຍປະລະເລີຍ, ເລືອກໜ້າວຽກທີ່ງ່າຍ ແລະ ຫຼີກລ່ຽງໜ້າວຽກທີ່ຍາກ ແລະ ບໍ່ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ; ພວກເຂົາເຫັນແກ່ຕົວ ແລະ ໜ້າລັງກຽດເປັນພິເສດ ແລະ ສົນໃຈແຕ່ຄວາມສຸກສະບາຍຂອງຕົນເອງເທົ່ານັ້ນ. ນີ້ກໍເປັນລັກສະນະໜຶ່ງຂອງຄົນເຫຼົ່ານີ້ເຊັ່ນກັນ. ມີບາງຄົນທີ່ຊົ່ວຮ້າຍຍິ່ງກວ່ານັ້ນ ນັ້ນກໍຄື ໃນຂະບວນການປະຕິບັດໜ້າທີ່ຂອງຕົນ, ພວກເຂົາອາລະວາດເຮັດການກະທຳທີ່ຊົ່ວຊ້າ ແລະ ເຮັດຕາມໃຈ ແລະ ບໍ່ຢັ້ງຄິດ, ບໍ່ເຄີຍປະຕິບັດ ຫຼື ຈັດຕັ້ງປະຕິບັດວຽກງານຕາມການຈັດແຈງວຽກງານເລີຍ. ນອກຈາກນີ້ຍັງມີຄົນທີ່ຍາດແຍ່ງສະຖານະ, ຍົກຍ້ອງ ແລະ ເປັນພະຍານໃຫ້ກັບຕົນເອງຢູ່ເລື້ອຍໆ ແລະ ດຶງດູດຜູ້ຄົນເຂົ້າມາເພື່ອສ້າງອານາຈັກເອກະລາດຂອງຕົນເອງ ໃນໜ້າທີ່ຂອງພວກເຂົາ. ນອກຈາກນີ້ຍັງມີຄົນທີ່ລັກເຄື່ອງຖວາຍ, ໃຊ້ຈ່າຍເຄື່ອງຖວາຍຢ່າງຟຸມເຟືອຍ ແລະ ທໍລະຍົດຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ໃນຂະນະທີ່ປະຕິບັດໜ້າທີ່ຂອງຕົນ. ການສະແດງອອກເຫຼົ່ານີ້ເປັນບວກ ຫຼື ເປັນລົບ? (ເປັນລົບ.) ຄົນເຫຼົ່ານີ້ໄດ້ມີການສະແດງອອກດັ່ງກ່າວຕັ້ງແຕ່ເວລາທີ່ພວກເຂົາເລີ່ມເຊື່ອໃນພຣະເຈົ້າ. ເຮືອນຂອງພຣະເຈົ້າໃຫ້ໂອກາດພວກເຂົາຢູ່ສະເໝີ, ບາງຄົນທີ່ມີຂີດຄວາມສາມາດເລັກນ້ອຍກໍຖືກຈັດແຈງໃຫ້ປະຕິບັດໜ້າທີ່ຂອງຜູ້ກຳກັບດູແລ, ແຕ່ຫຼັງຈາກໄລຍະເວລາໜຶ່ງທີ່ປະຕິບັດງານໄດ້ບໍ່ດີ, ພວກເຂົາກໍຖືກຈັດແຈງໃຫ້ປະຕິບັດໜ້າທີ່ພຽງດ້ານດຽວ; ເຖິງຢ່າງໃດກໍຕາມ, ແມ່ນແຕ່ໃນໜ້າທີ່ພຽງດ້ານດຽວ, ພວກເຂົາກໍຍັງຄົງເຮັດພໍແລ້ວມືແລ້ວຕີນ, ອາລະວາດເຮັດການກະທຳທີ່ຊົ່ວຊ້າ, ເຮັດໃນລັກສະນະທີ່ຕາມໃຈ ແລະ ບໍ່ຢັ້ງຄິດ, ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ ແລະ ບາງຄົນກໍເຖິງກັບຍາດແຍ່ງສະຖານະ ແລະ ອຳນາດ, ໂດຍບໍ່ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ເມື່ອພວກເຂົາໄດ້ໂອກາດ, ພວກເຂົາກໍເຖິງກັບລັກເຄື່ອງຖວາຍ ແລະ ໃຊ້ຈ່າຍເຄື່ອງຖວາຍຢ່າງຟຸມເຟືອຍ. ບໍ່ວ່າພວກເຂົາໄດ້ເຊື່ອໃນພຣະເຈົ້າມາຈັກປີກໍຕາມ, ການສະແດງອອກເຫຼົ່ານີ້ໃນຕົວພວກເຂົາກໍບໍ່ໄດ້ຫຼຸດລົງແມ່ນແຕ່ໜ້ອຍດຽວ ແລະ ພວກມັນບໍ່ໄດ້ປ່ຽນແປງແມ່ນແຕ່ໜ້ອຍດຽວ. ໃນທີ່ສຸດ, ສິ່ງທີ່ເຫັນໃນຕົວພວກເຂົາແມ່ນຫຍັງ? ມັນກໍຄື ໃນການປະຕິບັດໜ້າທີ່ຂອງພວກເຂົາ, ຄົນເຫຼົ່ານີ້ເຮັດພໍແລ້ວມືແລ້ວຕີນຢ່າງສະໝໍ່າສະເໝີ, ຫຼົບຫຼີກ ແລະ ປ່ອຍປະລະເລີຍ, ເລືອກໜ້າວຽກທີ່ງ່າຍ ແລະ ຫຼີກລ່ຽງໜ້າວຽກທີ່ຍາກ ແລະ ເຖິງກັບໝົກມຸ້ນກັບຄວາມສະດວກສະບາຍທາງເນື້ອໜັງ ແລະ ເຮັດຢ່າງບໍ່ຮັບຜິດຊອບ. ການສະແດງອອກຂອງພວກເຂົາບໍ່ແມ່ນເປັນບາງຄັ້ງບາງຄາວ ຫຼື ຊົ່ວຄາວ, ແຕ່ເປັນຢ່າງສະໝໍ່າສະເໝີ, ສິ່ງນີ້ເປັນບັນຫາສຳລັບພວກເຂົາ. ໃນການປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາເຮັດພໍແລ້ວມືແລ້ວຕີນຢ່າງສະໝໍ່າສະເໝີ, ອາລະວາດເຮັດການກະທຳທີ່ຊົ່ວຊ້າ ແລະ ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ ແລະ ບໍ່ວ່າໃຜຈະເວົ້າກັບພວກເຂົາ, ພວກເຂົາກໍບໍ່ປ່ຽນແປງ. ບໍ່ວ່າພວກເຂົາໄດ້ຍິນຄຳເທດສະໜາມາຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ເຄີຍກັບໃຈ ຫຼື ມີໃຈທີ່ສຳນຶກຜິດເລີຍ. ນອກຈາກນີ້ຍັງມີຜູ້ທີ່ຍາດແຍ່ງສະຖານະຢ່າງສະໝໍ່າສະເໝີ, ທໍລະຍົດຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າຢ່າງສະໝໍ່າສະເໝີ ແລະ ບໍ່ເຄີຍປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເລີຍ. ຄຳວ່າ “ຢ່າງສະໝໍ່າສະເໝີ” ເຂົ້າໃຈງ່າຍບໍ? ບໍ່ວ່າໃຜກໍຕາມ, ໃນການປະຕິບັດໜ້າທີ່ຂອງຕົນ, ຈະເຮັດພໍແລ້ວມືແລ້ວຕີນ, ຕາມໃຈ ແລະ ບໍ່ຢັ້ງຄິດ ຫຼື ມີການສະແດງອອກທີ່ບໍ່ດີບາງຢ່າງ, ເຮືອນຂອງພຣະເຈົ້າກໍໃຫ້ໂອກາດກັບໃຈແກ່ພວກເຂົາຫຼາຍຄັ້ງ. ມັນບໍ່ເຄີຍເປັນຍ້ອນການສະແດງອອກຊົ່ວຄາວຂອງພວກເຂົາທີ່ເຮັດໃຫ້ພວກເຂົາຖືກປົດອອກ ແລະ ບໍ່ໄດ້ຮັບອະນຸຍາດໃຫ້ປະຕິບັດໜ້າທີ່ຂອງຕົນອີກຕໍ່ໄປ. ກົງກັນຂ້າມ, ພວກເຂົາໄດ້ຮັບການເຕືອນສະຕິ, ໄດ້ຮັບການໂອ້ລົມກ່ຽວກັບຄວາມຈິງ ແລະ ໄດ້ຮັບການຊ່ວຍເຫຼືອ ແລະ ສະໜັບສະໜູນດ້ວຍຄວາມຮັກຊໍ້າແລ້ວຊໍ້າອີກ. ຍິ່ງໄປກວ່ານັ້ນ, ພຣະວິນຍານບໍລິສຸດດົນໃຈ, ໃຫ້ຄວາມຮູ້ແຈ້ງ ແລະ ຕຳນິພວກເຂົາໃນລະດັບທີ່ພິເສດ. ຜູ້ຄົນເຮັດວຽກງານ ແລະ ພຣະວິນຍານບໍລິສຸດກໍເຮັດວຽກງານເຊັ່ນກັນ, ແຕ່ຄົນແບບນີ້ໂດຍເນື້ອແທ້ແລ້ວແມ່ນພຽງແຕ່ຫົວແຂງ ແລະ ເບື່ອໜ່າຍຄວາມຈິງ. ພວກເຂົາບໍ່ເຄີຍຍອມຮັບຄວາມຈິງ, ພວກເຂົາບໍ່ເຄີຍຍອມຮັບການຊ່ວຍເຫຼືອ, ການວິຈານ, ການຕິດຕາມ ຫຼື ການກຳກັບດູແລຂອງອ້າຍເອື້ອຍນ້ອງ ແລະ ຍິ່ງໄປກວ່ານັ້ນ ພວກເຂົາບໍ່ຍອມຮັບຄວາມຮູ້ແຈ້ງ ແລະ ການຕີສອນຂອງພຣະວິນຍານບໍລິສຸດ. ບໍ່ວ່າພວກເຂົາໄດ້ເຊື່ອໃນພຣະເຈົ້າມາສາມ ຫຼື ຫ້າປີ ຫຼື ສິບ ຫຼື ຊາວປີ, ພວກເຂົາກໍຍັງຄົງເປັນແບບນີ້. ເຖິງແມ່ນວ່າຕອນນີ້ພວກເຂົາຈະອາຍຸຫຼາຍຂຶ້ນ ແລະ ເບິ່ງຄືວ່າເປັນຜູ້ໃຫຍ່ ແລະ ມີປະສົບການຫຼາຍຂຶ້ນເລັກນ້ອຍ, ພວກເຂົາກໍຍັງຄົງປະຕິບັດໜ້າທີ່ຂອງຕົນແບບເດີມ ນັ້ນກໍຄື ພວກເຂົາເຮັດພໍແລ້ວມືແລ້ວຕີນຢ່າງສະໝໍ່າສະເໝີ ແລະ ອາລະວາດເຮັດສິ່ງທີ່ບໍ່ດີ. ພວກເຂົາເປັນແບບນີ້ມາຕະຫຼອດຊາວປີນີ້, ໂດຍບໍ່ປ່ຽນແປງເລີຍ. ເມື່ອພວກເຂົາເວົ້າ, ປາກຂອງພວກເຂົາກໍເຕັມໄປດ້ວຍຄຳຕົວະ ແລະ ພວກເຂົາບໍ່ເຄີຍເວົ້າຄວາມຈິງເລີຍ. ມາຮອດປັດຈຸບັນ ພວກເຂົາກໍຍັງເປັນແບບນີ້ຢູ່; ບໍ່ວ່າພວກເຂົາຈະເວົ້າຫຼາຍສໍ່າໃດກໍຕາມ, ຄົນເຮົາກໍບໍ່ຮູ້ວ່າອັນໃດຈິງ ແລະ ອັນໃດເທັດ, ບໍ່ມີຄຳເວົ້າທີ່ຊື່ສັດແມ່ນແຕ່ຄຳດຽວ. ເຖິງແມ່ນວ່າພວກເຂົາໄດ້ທົນທຸກບາງຢ່າງໃນການປະຕິບັດໜ້າທີ່ຂອງຕົນຕະຫຼອດຊາວປີນີ້ ແລະ ໄດ້ຮັບຄົນຈຳນວນໜຶ່ງໂດຍການເທດສອນຂ່າວປະເສີດ, ອຸປະນິໄສຊີວິດຂອງພວກເຂົາກໍບໍ່ໄດ້ປ່ຽນແປງແມ່ນແຕ່ໜ້ອຍດຽວ. ພວກເຂົາຍັງຄົງມີເລ່ລ່ຽມ ແລະ ຫຼອກລວງເປັນພິເສດ; ພວກເຂົາເປັນພຽງງູເຖົ້າ, ບໍ່ສາມາດເວົ້າຄຳທີ່ຊື່ສັດໄດ້ແມ່ນແຕ່ຄຳດຽວ. ສິ່ງນີ້ພຽງພໍທີ່ຈະພິສູດວ່າພວກເຂົາບໍ່ແມ່ນຄົນທີ່ຮັກຄວາມຈິງ; ເຖິງແມ່ນວ່າພວກເຂົາເຂົ້າໃຈເລັກນ້ອຍ, ພວກເຂົາກໍບໍ່ສາມາດນໍາມັນໄປປະຕິບັດໄດ້. ພວກເຂົາເປັນຄົນປະເພດໃດ? ພວກເຂົາເປັນຄົນທີ່ເຮັດພໍແລ້ວມືແລ້ວຕີນຢ່າງສະໝໍ່າສະເໝີ, ອາລະວາດເຮັດສິ່ງທີ່ບໍ່ດີ ແລະ ເຮັດໃນລັກສະນະທີ່ຕາມໃຈ ແລະ ບໍ່ຢັ້ງຄິດຢ່າງສະໝໍ່າສະເໝີ, ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ, ຍາດແຍ່ງອຳນາດຢ່າງສະໝໍ່າສະເໝີ ແລະ ຫຼິ້ນຫຼ່ຽມ, ຕົວະ ແລະ ຫຼອກລວງຢ່າງສະໝໍ່າສະເໝີ. ມັນສາມາດເວົ້າໄດ້ວ່າພວກເຂົາເປັນໝາຈອກເຖົ້າທີ່ມີເລ່ຫຼ່ຽມ, ພວກເຂົາເປັນພຽງງູເຖົ້າ, ອ່ຽນທີ່ມື່ນ, ມານຮ້າຍເຖົ້າ, ຊາຕານເຖົ້າ. ກ່ອນການກະທຳທັງໝົດຂອງພວກເຂົາ, ຕ້ອງເພີ່ມຄຳຂະຫຍາຍທີ່ວ່າ “ຢ່າງສະໝໍ່າສະເໝີ” ເຂົ້າໄປ. ເມື່ອເພີ່ມຄຳວ່າ “ຢ່າງສະໝໍ່າສະເໝີ” ເຂົ້າໄປແລ້ວ, ມັນຈະບໍ່ແມ່ນເລື່ອງຂອງອະຄະຕິສ່ວນຕົວຕໍ່ພວກເຂົາ ແຕ່ເປັນສິ່ງທີ່ເກີດຈາກການກະທຳ ແລະ ພຶດຕິກຳຂອງພວກເຂົາເອງ. ໃນສາຍຕາຂອງທຸກຄົນ, ຄົນຜູ້ນີ້ບໍ່ພຽງແຕ່ເຮັດສິ່ງເຫຼົ່ານີ້ຄັ້ງໜຶ່ງ ຫຼື ສອງຄັ້ງເທົ່ານັ້ນ, ພວກເຂົາເປັນຜູ້ກະທຳຜິດຈົນເປັນນິໄສ. ກົມຕຳຫຼວດໃນປະເທດຕ່າງໆປະຕິບັດຕໍ່ຜູ້ກະທຳຜິດຈົນເປັນນິໄສແນວໃດ? ປະຫວັດອາດຊະຍາກຳຂອງຜູ້ກະທຳຜິດຈົນເປັນນິໄສຕ້ອງຖືກເກັບໄວ້ໃນບ່ອນເກັບເອກະສານ. ເມື່ອໃດກໍຕາມທີ່ເກີດອາດຊະຍາກຳຂຶ້ນ, ຜູ້ກະທຳຜິດຈົນເປັນນິໄສເຫຼົ່ານີ້ຈະເປັນຜູ້ຕ້ອງສົງໄສຫຼັກ ແລະ ຕຳຫຼວດກໍຈະເລີ່ມຕົ້ນຈາກພວກເຂົາຢ່າງແນ່ນອນ ເມື່ອພວກເຂົາເລີ່ມສືບສວນຄະດີ ແລະ ເລີ່ມການສອບຖາມຂອງພວກເຂົາ. ແລ້ວຄົນທີ່ເຮັດພໍແລ້ວມືແລ້ວຕີນໃນການປະຕິບັດໜ້າທີ່ຂອງຕົນຢ່າງສະໝໍ່າສະເໝີໃນເຮືອນຂອງພຣະເຈົ້າເດ? ການສະແດງອອກຂອງພວກເຂົາໃນການເຮັດພໍແລ້ວມືແລ້ວຕີນ ແລະ ອາລະວາດເຮັດການກະທຳທີ່ຊົ່ວຊ້າບໍ່ແມ່ນພຽງແຕ່ສິ່ງທີ່ເກີດຂຶ້ນຄັ້ງໜຶ່ງ ຫຼື ສອງຄັ້ງເທົ່ານັ້ນ ແລະ ພວກມັນບໍ່ໄດ້ເກີດຂຶ້ນສະເພາະໃນສະຖານະການພິເສດເທົ່ານັ້ນ. ສະພາວະ ແລະ ການສະແດງອອກເຫຼົ່ານີ້ແມ່ນວິທີທີ່ພວກເຂົາປະຕິບັດຕໍ່ໜ້າທີ່ຂອງຕົນຢ່າງສະໝໍ່າສະເໝີ. ເມື່ອຕັດສິນຈາກວິທີທີ່ພວກເຂົາປະຕິບັດຕໍ່ໜ້າທີ່ຂອງຕົນຢ່າງສະໝໍ່າສະເໝີນີ້, ມັນກໍສາມາດເຫັນໄດ້ວ່າທັດສະນະຄະຕິຂອງພວກເຂົາຕໍ່ຄວາມຈິງແມ່ນຫຍັງ. ແລ້ວທັດສະນະຄະຕິຂອງພວກເຂົາຕໍ່ຄວາມຈິງແມ່ນຫຍັງ? (ພວກເຂົາເບື່ອໜ່າຍ ແລະ ຮູ້ສຶກຕໍ່ຕ້ານຄວາມຈິງ.) ຄົນປະເພດນີ້ເບື່ອໜ່າຍ ແລະ ຮູ້ສຶກຕໍ່ຕ້ານຄວາມຈິງ. ພວກເຂົາບໍ່ເຄີຍຍອມຮັບ. ເລິກໆແລ້ວ, ພວກເຂົາດູຖູກຄວາມຈິງ ແລະ ພວກເຂົາລັງກຽດສິ່ງທີ່ເປັນບວກ. ບໍ່ວ່າໃຜຈະໂອ້ລົມກ່ຽວກັບຄວາມຈິງກັບພວກເຂົາ, ພວກເຂົາກໍບໍ່ຟັງ. ບໍ່ວ່າພວກເຂົາໄດ້ຮັບໂອກາດກັບໃຈຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ທະນຸຖະໜອມ ຫຼື ຈິງຈັງກັບໂອກາດເຫຼົ່ານັ້ນ. ພວກເຂົາເຮັດແນວໃດກໍຕາມທີ່ພວກເຂົາຕ້ອງການ, ໃນວິທີໃດກໍຕາມທີ່ເຮັດໃຫ້ພວກເຂົາພໍໃຈ. ເມື່ອພຣະວິນຍານບໍລິສຸດດົນໃຈພວກເຂົາ, ພວກເຂົາກໍບໍ່ມີຄວາມຮູ້ສຶກ ແລະ ພວກເຂົາບໍ່ສົນໃຈ. ພວກເຂົາເບື່ອໜ່າຍ ແລະ ບໍ່ສົນໃຈຄຳເຕືອນສະຕິ ແລະ ການຊ່ວຍເຫຼືອຂອງຜູ້ຄົນ ແລະ ຖ້າຄົນເຫຼົ່ານັ້ນລິຮານພວກເຂົາ, ພວກເຂົາກໍເລີ່ມໃຈຮ້າຍ, ຄຽດແຄ້ນ, ໂມໂຫໃສ່ພວກເຂົາ ແລະ ຮູ້ສຶກລັງກຽດໃນໃຈຂອງພວກເຂົາ. ຄຣິສຕະຈັກມີການປະເມີນການສະແດງອອກຂອງແຕ່ລະຄົນໃນທຸກໆໄລຍະ ແລະ ການປະເມີນນີ້ກໍສຳຄັນຫຼາຍສຳລັບຈຸດຈົບຂອງຄົນໆໜຶ່ງ. ຖ້າຄຳວ່າ “ຢ່າງສະໝໍ່າສະເໝີ” ຖືກເພີ່ມເຂົ້າໃນການສະແດງອອກເຖິງການກະທຳທີ່ຊົ່ວຮ້າຍຂອງຄົນໆໜຶ່ງ ເມື່ອພວກເຂົາຖືກກຳນົດລັກສະນະ, ແລ້ວສິ່ງນີ້ກໍສ້າງຄວາມຫຍຸ້ງຍາກສຳລັບພວກເຂົາ. ມັນເລີ່ມຊັດເຈນຫຼາຍວ່າ ຄົນດັ່ງກ່າວກຳລັງຍ່າງຢູ່ໃນເສັ້ນທາງປະເພດໃດກັນແທ້. ແລ້ວພວກເຂົາກຳລັງຍ່າງຢູ່ໃນເສັ້ນທາງໃດກັນແທ້? ມັນເປັນເສັ້ນທາງທີ່ນຳໄປສູ່ຄວາມພິນາດ ຫຼື ເສັ້ນທາງທີ່ນຳໄປສູ່ຄວາມລອດພົ້ນ? (ເສັ້ນທາງທີ່ນຳໄປສູ່ຄວາມພິນາດ.) ເປັນຫຍັງຜົນໄດ້ຮັບນີ້ຈຶ່ງເກີດຂຶ້ນ? ນີ້ເປັນການຕັດສິນຄົນເຫຼົ່ານີ້ບໍ? ນີ້ບໍ່ສອດຄ່ອງກັບສະຖານະການຕົວຈິງບໍ? (ບໍ່.) ພວກເຂົາຍັງຄວນໄດ້ຮັບໂອກາດກັບໃຈຢູ່ບໍ? (ບໍ່.) ບາງຄົນເວົ້າວ່າ “ພວກເຮົາບໍ່ຄວນຕັດສິນພວກເຂົາຢ່າງສິ້ນເຊີງ, ບາງທີມື້ໜຶ່ງພວກເຂົາອາດຈະກັບໃຈ!” ຊາວນີເນເວໄດ້ເຮັດການກະທຳທີ່ຊົ່ວຮ້າຍຫຼາຍຢ່າງ ແລະ ການກະທຳທີ່ຊົ່ວຮ້າຍຂອງພວກເຂົາກໍໄປເຖິງຫູຂອງພຣະເຈົ້າ. ເມື່ອພຣະເຈົ້າກຳລັງຈະທຳລາຍພວກເຂົາ, ພຣະອົງໄດ້ສົ່ງໂຢນາໄປລ່ວງໜ້າເພື່ອສົ່ງຂໍ້ຄວາມ, ໂດຍບອກພວກເຂົາວ່ານີເນເວຈະຖືກທຳລາຍພາຍໃນສີ່ສິບມື້. ຊາວນີເນເວມີພຶດຕິກຳແນວໃດຫຼັງຈາກທີ່ໄດ້ຍິນສິ່ງນີ້? ພາຍໃນສີ່ສິບມື້, ພວກເຂົາໄດ້ນຸ່ງຜ້າກະສອບ ແລະ ນັ່ງເທິງຂີ້ເທົ່າ ແລະ ກັບໃຈມາຫາພຣະເຈົ້າ. ແຕ່ຕອນນີ້, ສຳລັບຄົນທີ່ປະຕິບັດງານໄດ້ບໍ່ດີຢ່າງສະໝໍ່າສະເໝີໃນຂະນະທີ່ປະຕິບັດໜ້າທີ່ຂອງຕົນ, ພວກເຂົາໄດ້ຮັບເວລາສີ່ສິບມື້ຈັກຄັ້ງແລ້ວເພື່ອໃຫ້ກັບໃຈ? ພວກເຂົາໄດ້ກັບໃຈແລ້ວບໍ? ພວກເຂົາມີຄວາມເຕັມໃຈທີ່ຈະກັບໃຈບໍ? ພວກເຂົາສະແດງທ່າອ່ຽງໃດໆຕໍ່ການກັບໃຈບໍ? (ບໍ່.) ຕະຫຼອດສິບ ຫຼື ຊາວປີທີ່ຜ່ານມາ, ການສະແດງອອກຂອງພວກເຂົາແມ່ນການເຮັດຄວາມຊົ່ວຢ່າງສະໝໍ່າສະເໝີ, ສະນັ້ນ ໃນອີກສິບ ຫຼື ຊາວປີຂ້າງໜ້າ, ພວກເຂົາສາມາດປ່ຽນແປງໄດ້ບໍ? ພວກເຂົາສາມາດຢຸດເຮັດຄວາມຊົ່ວໄດ້ບໍ? ນັ້ນອາດເປັນສິ່ງທີ່ບໍ່ຮູ້, ແຕ່ການສະແດງອອກຕ່າງໆຂອງຄົນເຫຼົ່ານີ້ຕະຫຼອດສິບ ຫຼື ຊາວປີທີ່ຜ່ານມາກໍພຽງພໍທີ່ຈະສະແດງໃຫ້ເຫັນວ່າ ພຶດຕິກຳ ແລະ ການສະແດງອອກທັງໝົດຂອງພວກເຂົາຂັດກັບຄວາມຈິງ, ຕໍ່ຕ້ານພຣະເຈົ້າ ແລະ ເປັນປໍລະປັກຕໍ່ພຣະເຈົ້າ. ສິ່ງນີ້ພິສູດວ່າໃຈຂອງພວກເຂົາເບື່ອໜ່າຍຄວາມຈິງ, ແກ່ນແທ້ທໍາມະຊາດຂອງພວກເຂົາຊົ່ວຊ້າ ແລະ ບໍ່ມີອົງປະກອບຂອງການຮັກຄວາມຈິງ ແລະ ພວກເຂົາບໍ່ມີຄວາມເປັນມະນຸດທີ່ຮັກ ແລະ ປະຕິບັດຄວາມຈິງ. ເມື່ອຕັດສິນຈາກການສະແດງອອກຂອງພວກເຂົາຕະຫຼອດສິບ ຫຼື ຊາວປີທີ່ຜ່ານມາ, ນີ້ຄືຂໍ້ສະຫຼຸບ. ເນື່ອງຈາກນີ້ຄືຂໍ້ສະຫຼຸບຈົນເຖິງຈຸດນີ້, ເມື່ອຕັດສິນຈາກຄວາມເປັນມະນຸດ ແລະ ແກ່ນແທ້ຂອງພວກເຂົາ, ໃນອີກສິບ, ຊາວ ຫຼື ສາມສິບປີຂ້າງໜ້າ, ຈະມີໃຜໃນພວກເຂົາສາມາດກັບໃຈ ແລະ ປ່ຽນແປງຢ່າງແທ້ຈິງບໍ? ໃນສາມສິບຄົນ, ສາມາດມີຈັກໜຶ່ງຄົນບໍ? ໃນຫ້າສິບຄົນ, ສາມາດມີຈັກໜຶ່ງຄົນບໍ? ໃນໜຶ່ງຮ້ອຍຄົນ, ສາມາດມີຈັກໜຶ່ງຄົນບໍ? ນັ້ນກໍຄື ໃນອີກສິບ ຫຼື ຊາວປີຂ້າງໜ້າ, ພວກເຂົາຈະສາມາດໄດ້ຮັບຄວາມສຳນຶກທາງດ້ານສະຕິຮູ້ສຶກຜິດຊອບຢ່າງກະທັນຫັນ, ເລີ່ມສົນໃຈຄວາມຈິງ ແລະ ສິ່ງທີ່ເປັນບວກ, ສາມາດຍອມຮັບຄວາມຈິງ ແລະ ສິ່ງທີ່ເປັນບວກ, ຄ່ອຍໆຮູ້ຈັກຕົນເອງ ແລະ ມີການກັບໃຈຢ່າງແທ້ຈິງ ພ້ອມທັງຮູ້ສຶກສຳນຶກຜິດ ແລະ ຮູ້ສຶກຕິດໜີ້ສຳລັບຄວາມຊົ່ວທີ່ພວກເຂົາໄດ້ເຮັດໃນອະດີດບໍ? ອີງຕາມການສັງເກດຂອງພວກເຈົ້າ, ອັດຕາສ່ວນແມ່ນເທົ່າໃດ? ໃນໜຶ່ງພັນຄົນ, ສາມາດມີຈັກໜຶ່ງຄົນບໍ? (ຂ້ານ້ອຍຄິດວ່າແມ່ນແຕ່ໃນໜຶ່ງພັນຄົນ, ກໍບໍ່ມີຈັກຄົນ.) ເຈົ້າອີງສິ່ງນີ້ໃສ່ຫຍັງ? (ອີງໃສ່ຂໍ້ເທັດຈິງທີ່ວ່າໃນຂະນະທີ່ເຊື່ອໃນພຣະເຈົ້າມາສິບ ຫຼື ຊາວປີ, ທັດສະນະຄະຕິຂອງຄົນດັ່ງກ່າວຕໍ່ຄວາມຈິງແມ່ນການລັງກຽດ ແລະ ຄວາມຮູ້ສຶກຕໍ່ຕ້ານຢ່າງສະໝໍ່າສະເໝີ ແລະ ພວກເຂົາບໍ່ຍອມຮັບຄວາມຈິງແມ່ນແຕ່ໜ້ອຍດຽວ ພ້ອມທັງບໍ່ມີການສະແດງອອກເຖິງການກັບໃຈແມ່ນແຕ່ໜ້ອຍດຽວ. ສິ່ງນັ້ນພິສູດວ່າພວກເຂົາຈະບໍ່ກັບໃຈຢ່າງແທ້ຈິງໃນອະນາຄົດເຊັ່ນກັນ.) ຄຳເວົ້ານີ້ຖືກຕ້ອງບໍ? (ຖືກຕ້ອງ.) ບາງຄົນເວົ້າວ່າ “ພວກເຮົາຄວນມີຄວາມອົດກັ້ນ ແລະ ອົດທົນຕໍ່ຄົນອື່ນ. ຖ້າພວກເຂົາບໍ່ໄດ້ກັບໃຈໃນສິບ ຫຼື ຊາວປີທີ່ຜ່ານມາ, ມັນກໍເປັນເພາະວ່າພວກເຂົາຍັງໜຸ່ມ ແລະ ບໍ່ທັນເປັນຜູ້ໃຫຍ່ ຫຼື ເປັນເພາະວ່າພວກເຂົາມີສະພາບຄອບຄົວທີ່ດີ ແລະ ຖືກເອົາໃຈ ແລະ ຖືກຕາມໃຈຈົນເສຍຄົນ ຫຼື ເປັນເພາະວ່າພວກເຂົາມີສະຖານະທາງສັງຄົມທີ່ສູງ ແລະ ມີຈຸດແຂງບາງຢ່າງ. ມັນບໍ່ແມ່ນສະຖານະການ ແລະ ສະພາບແວດລ້ອມພິເສດເຫຼົ່ານີ້ບໍທີ່ເຮັດໃຫ້ພວກເຂົາເປັນແບບນີ້? ບາງທີໃນອີກສິບ ຫຼື ຊາວປີຂ້າງໜ້າ, ພວກເຂົາຈະຫຼຸດພົ້ນຈາກອິດທິພົນຂອງສະພາບແວດລ້ອມຄອບຄົວ ແລະ ປັດໄຈທີ່ບໍ່ເອື້ອອຳນວຍເຫຼົ່ານັ້ນ ແລະ ພວກເຂົາອາດຈະປ່ຽນແປງ”. ນັ້ນເປັນສິ່ງທີ່ເວົ້າຍາກ. ເຖິງຢ່າງໃດກໍຕາມ, ເມື່ອອີງໃສ່ການສະແດງອອກໃນອະດີດຂອງຄົນເຫຼົ່ານີ້, ທຸກຄົນທີ່ມີຄຳຂະຫຍາຍທີ່ວ່າ “ຢ່າງສະໝໍ່າສະເໝີ” ເພີ່ມເຂົ້າໄປກ່ອນການສະແດງອອກຂອງພວກເຂົາແມ່ນຕົກຢູ່ໃນອັນຕະລາຍຢ່າງຍິ່ງ. ແມ່ນແຕ່ໃນໜຶ່ງຮ້ອຍ ຫຼື ໜຶ່ງພັນຄົນຂອງຄົນເຫຼົ່ານີ້, ກໍເປັນໄປບໍ່ໄດ້ທີ່ຈະມີແມ່ນແຕ່ຄົນດຽວທີ່ສາມາດກັບໃຈຢ່າງແທ້ຈິງ. ຖ້າບໍ່ມີການກະທຳທີ່ຊົ່ວຮ້າຍໃດໆຂອງພວກເຂົາທີ່ຖືກນຳໜ້າດ້ວຍຄຳຂະຫຍາຍທີ່ວ່າ “ຢ່າງສະໝໍ່າສະເໝີ” ເທື່ອ, ແລ້ວບາງທີອາດຈະຍັງມີຄວາມຫວັງເລັກນ້ອຍສຳລັບຄົນດັ່ງກ່າວ. ມັນຈະຂຶ້ນຢູ່ກັບວ່າການສະແດງອອກຂອງພວກເຂົາໃນອີກສາມຫາຫ້າປີຂ້າງໜ້າຈະເປັນແນວໃດ. ຖ້າເປັນເພາະວ່າພວກເຂົາຍັງໜຸ່ມ ແລະ ບໍ່ທັນເປັນຜູ້ໃຫຍ່ ຫຼື ເປັນເພາະວ່າຄວາມເຊື່ອໃນພຣະເຈົ້າຂອງພວກເຂົາບໍ່ມີຮາກຖານ ຫຼື ເປັນເພາະວ່າພວກເຂົາມີຂີດຄວາມສາມາດຕໍ່າ ຫຼື ເປັນເພາະວ່າປັດໄຈສະພາບແວດລ້ອມພາຍນອກບາງຢ່າງໄດ້ສົ່ງຜົນກະທົບຕໍ່ການຍອມຮັບ ແລະ ການເຂົ້າໃຈຄວາມຈິງຂອງພວກເຂົາ, ຖ້າມັນເກີດຈາກເຫດຜົນທີ່ເປັນກາງເຫຼົ່ານີ້ ແລະ ການສະແດງອອກເຖິງການກະທຳທີ່ຊົ່ວຮ້າຍຂອງພວກເຂົາເປັນພຽງຊົ່ວຄາວ, ແລ້ວກໍຈຳເປັນຕ້ອງມີການສັງເກດຕື່ມອີກ. ແຕ່ມາຈົນເຖິງຕອນນີ້, ຄົນທີ່ເຮັດຄວາມຊົ່ວຢ່າງບໍ່ຢຸດຢັ້ງ, ຄົນທີ່ການສະແດງອອກຂອງພວກເຂົາຖືກນຳໜ້າດ້ວຍຄຳວ່າ “ຢ່າງສະໝໍ່າສະເໝີ”, ຍັງບໍ່ໄດ້ກຽມການກະທຳທີ່ດີພຽງພໍສຳລັບຈຸດໝາຍປາຍທາງຂອງພວກເຂົາ. ກົງກັນຂ້າມ, ໃນຂະບວນການເຊື່ອໃນພຣະເຈົ້າຂອງພວກເຂົາ, ພວກເຂົາໄດ້ສະສົມການກະທຳທີ່ຊົ່ວຮ້າຍໄວ້ຢ່າງຫຼວງຫຼາຍ. ມັນພຽງແຕ່ວ່າພວກເຂົາປະຕິເສດທີ່ຈະຍອມຮັບວ່າຕົນເປັນຄົນຊົ່ວຮ້າຍ ແລະ ຍັງພະຍາຍາມແກ້ຕົວໂດຍໃຊ້ຄວາມຍາກລຳບາກທີ່ພວກເຂົາໄດ້ອົດທົນ, ລາຄາທີ່ພວກເຂົາໄດ້ຈ່າຍ ແລະ ຄວາມອາວຸໂສຂອງພວກເຂົາໃນຖານະຜູ້ທີ່ເຊື່ອໃນພຣະເຈົ້າມາຢ່າງຍາວນານ. ເສັ້ນທາງທີ່ຄົນເຫຼົ່ານີ້ຍ່າງບໍ່ພຽງແຕ່ຖືກປູໄວ້ຕໍ່ໜ້າພວກເຂົາເທົ່ານັ້ນ ແຕ່ຍັງຖືກເປີດເຜີຍຕໍ່ໜ້າທຸກຄົນອີກດ້ວຍ. ການສະແດງອອກ ແລະ ການເປີດເຜີຍຂອງພວກເຂົາ, ການກະທຳ ແລະ ພຶດຕິກຳຂອງພວກເຂົາ, ທັດສະນະຄະຕິຂອງພວກເຂົາຕໍ່ການປະຕິບັດໜ້າທີ່, ທັດສະນະຄະຕິຂອງພວກເຂົາຕໍ່ຄວາມຈິງ ແລະ ທັດສະນະຄະຕິຂອງພວກເຂົາຕໍ່ສິ່ງທີ່ເປັນບວກທັງໝົດແມ່ນພຽງພໍແລ້ວທີ່ຈະສະແດງໃຫ້ເຫັນເຖິງແກ່ນແທ້ຂອງພວກເຂົາ. ແນ່ນອນວ່າ ທັດສະນະຄະຕິຂອງພວກເຂົາຕໍ່ໜ້າທີ່ຂອງຕົນ ແລະ ທັດສະນະຄະຕິຂອງພວກເຂົາຕໍ່ຄວາມຈິງກໍໄດ້ເປີດເຜີຍໃຫ້ເຫັນເຖິງເສັ້ນທາງທີ່ພວກເຂົາກຳລັງຍ່າງຢູ່ແລ້ວເຊັ່ນກັນ.
ເສັ້ນທາງທີ່ຜູ້ຄົນຍ່າງກຳນົດສິ່ງທີ່ພວກເຂົາເກັບກ່ຽວໄດ້ໃນທີ່ສຸດ. ຖ້າຜູ້ຄົນຍ່າງໃນເສັ້ນທາງແຫ່ງຄວາມພິນາດ, ແລ້ວສິ່ງທີ່ພວກເຂົາເກັບກ່ຽວໄດ້ໃນທີ່ສຸດກໍຄືການທຸບປະຕູນະຮົກໃຫ້ເປີດອອກ ແລະ ລົງສູ່ນະຮົກ. ສິ່ງນີ້ບໍ່ມີຫຍັງກ່ຽວຂ້ອງກັບຄົນອື່ນ, ມັນບໍ່ໄດ້ເກີດຈາກຄົນອື່ນ, ແຕ່ມັນເປັນຜົນທີ່ເກີດຈາກເສັ້ນທາງທີ່ເຈົ້າຍ່າງໃນທີ່ສຸດ. ມັນອາດຈະເປັນໄປໄດ້ວ່າເຈົ້າໄດ້ເຊື່ອໃນພຣະເຈົ້າມາຫຼາຍປີ ແລະ ໄດ້ມີການກະທຳຜິດຫຼາຍຢ່າງ, ໄດ້ຍ່າງຜິດທາງບາງຄັ້ງ ແລະ ໄດ້ເຮັດບາງສິ່ງທີ່ບ່ຽງເບນໄປຈາກເສັ້ນທາງທີ່ຖືກຕ້ອງ; ເຖິງກັບມີບາງຄົນທີ່ໄດ້ກະທຳການບາງຢ່າງທີ່ເປັນການກະບົດຕໍ່ພຣະເຈົ້າ ແລະ ຕໍ່ຕ້ານພຣະເຈົ້າ. ເຖິງແມ່ນວ່າການສະແດງອອກເຫຼົ່ານີ້ບໍ່ດີ ແລະ ໃນສາຍຕາຂອງພຣະເຈົ້າ ພວກມັນຖືກກ່າວໂທດ, ຖ້າໃນຂະນະດຽວກັນກັບທີ່ເຈົ້າເປີດເຜີຍອຸປະນິໄສທີ່ເສື່ອມຊາມ ແລະ ກະບົດ ແລະ ຕໍ່ຕ້ານພຣະເຈົ້າ, ເຈົ້າສາມາດໄຕ່ຕອງກ່ຽວກັບຕົນເອງ ແລະ ຫັນກັບມາຢ່າງແທ້ຈິງ ພ້ອມທັງໃຊ້ຄວາມຈິງໃຈຂອງເຈົ້າ, ການຈ່າຍລາຄາຂອງເຈົ້າ, ການປະຕິບັດຄວາມຈິງຂອງເຈົ້າ ແລະ ທັດສະນະຄະຕິທີ່ເປັນບວກ ແລະ ກະຕືລືລົ້ນຂອງເຈົ້າຕໍ່ຄວາມຈິງ ເພື່ອກຽມການກະທຳທີ່ດີຫຼາຍຢ່າງຢ່າງຫ້າວຫັນ, ແລ້ວທັດສະນະຄະຕິຂອງພຣະເຈົ້າທີ່ມີຕໍ່ເຈົ້າກໍຈະປ່ຽນແປງ. ຕົວຢ່າງ: ສົມມຸດວ່າ ເມື່ອພວກຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຮ້າຍຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ ແລະ ເຮັດໃຫ້ອ້າຍເອື້ອຍນ້ອງຫຼົງຜິດ, ເຈົ້າສາມາດເປີດໂປງການກະທຳທີ່ຊົ່ວຮ້າຍຂອງພວກຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຮ້າຍໄດ້ຢ່າງທັນທ່ວງທີ, ຢຸດຢັ້ງການຂັດຂວາງ ແລະ ການລົບກວນຂອງພວກເຂົາ, ປົກປ້ອງອ້າຍເອື້ອຍນ້ອງ ແລະ ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ນອກຈາກນີ້, ໃນຂະບວນການປະຕິບັດໜ້າທີ່ຂອງເຈົ້າ, ມີຄວາມຫຍຸ້ງຍາກ ແລະ ອຸປະສັກທີ່ບໍ່ຄາດຄິດຫຼາຍຢ່າງ ແລະ ເຈົ້າໄດ້ໃຊ້ເວລາ, ເຫື່ອແຮງ ແລະ ກຳລັງກາຍຂອງເຈົ້າ, ຍອມເສຍສະລະຊ່ວງເວລາແຫ່ງຄວາມສຸກຂອງຄວາມສຸກສະບາຍທາງເນື້ອໜັງ ແລະ ໃຊ້ຄວາມພະຍາຍາມຂອງເຈົ້າທັງໝົດເພື່ອແກ້ໄຂຄວາມຫຍຸ້ງຍາກ ແລະ ບັນຫາເຫຼົ່ານີ້. ຜ່ານການຊຸກຍູ້, ການກຳກັບດູແລ ແລະ ການຕິດຕາມຂອງເຈົ້າ, ຜ່ານການທົນທຸກ ແລະ ການຈ່າຍລາຄາຂອງເຈົ້າ, ວຽກງານຂ່າວປະເສີດຂອງຄຣິສຕະຈັກກໍສາມາດພັດທະນາ ແລະ ດຳເນີນໄປຢ່າງເປັນປົກກະຕິ ແລະ ຢ່າງລ່ຽນໄຫຼ. ຍິ່ງໄປກວ່ານັ້ນ, ໃນຂະບວນການເທດສອນຂ່າວປະເສີດ, ເຈົ້າໄດ້ນໍາເອົາບາງຄົນທີ່ມີຂີດຄວາມສາມາດທີ່ດີ ແລະ ມີຄວາມສາມາດໃນການຢັ່ງຮູ້ຄວາມຈິງເຂົ້າມາ ແລະ ໄດ້ໂອ້ລົມກ່ຽວກັບຄວາມຈິງຕ່າງໆກັບພວກເຂົາຢ່າງຊັດເຈນ, ເຮັດໃຫ້ພວກເຂົາສາມາດວາງຮາກຖານໃນເສັ້ນທາງທີ່ແທ້ຈິງ ແລະ ປະຕິບັດໜ້າທີ່ຂອງພວກເຂົາໃນຄຣິສຕະຈັກ ແລະ ກາຍເປັນຜູ້ຊ່ວຍທີ່ມີຄວາມສາມາດໃນວຽກງານບາງລາຍການ. ອີກດ້ານໜຶ່ງ ເຈົ້າໄດ້ມີບົດບາດສຳຄັນໃນວຽກງານສະເພາະທາງບາງຢ່າງໃນເຮືອນຂອງພຣະເຈົ້າ, ໂດຍນໍາໃຊ້ວິທີການເຮັດວຽກ ຫຼື ຂັ້ນຕອນການເຮັດວຽກທີ່ມີປະສິດທິພາບ ເພື່ອຊຸກຍູ້ຄວາມຄືບໜ້າຂອງວຽກງານ ແລະ ປັບປຸງຜົນໄດ້ຮັບຂອງມັນ. ອີກດ້ານໜຶ່ງ ໃນຊີວິດຄຣິສຕະຈັກ, ເຈົ້າໄດ້ຊ່ວຍເຫຼືອອ້າຍເອື້ອຍນ້ອງບາງຄົນທີ່ຄິດລົບ ແລະ ອ່ອນແອ ຫຼື ຄົນທີ່ຮູ້ສຶກຫຼົງທາງ ແລະ ຂາດເສັ້ນທາງ, ຊ່ວຍໃຫ້ພວກເຂົາຊອກຫາເສັ້ນທາງກ້າວໄປຂ້າງໜ້າ, ເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ບໍ່ເຂົ້າໃຈພຣະອົງຜິດ ແລະ ມີຄວາມຕັ້ງໃຈທີ່ຈະໄລ່ຕາມເສາະຫາຄວາມຈິງ. ຍິ່ງໄປກວ່ານັ້ນ, ເຈົ້າສາມາດຊຸກຍູ້ຄົນເຫຼົ່ານີ້ເພື່ອໃຫ້ພວກເຂົາເຕັມໃຈທີ່ຈະປະຕິບັດໜ້າທີ່ ແລະ ສະລະຕົນເພື່ອພຣະເຈົ້າ. ອີກດ້ານໜຶ່ງ ໃນວຽກງານສະເພາະທາງບາງຢ່າງ, ເຈົ້າໄດ້ຮັບບົດບາດທີ່ຂາດບໍ່ໄດ້, ມັນອາດຈະເປັນໄປໄດ້ວ່າໜ້າວຽກທີ່ເຈົ້າເຮັດນັ້ນຍາກລຳບາກ ແລະ ເຮັດໃຫ້ອິດເມື່ອຍ ແລະ ບໍ່ມີໃຜເຫັນ, ແຕ່ເຈົ້າກໍເຕັມໃຈທີ່ຈະເປັນຜູ້ເຮັດວຽກຢູ່ເບື້ອງຫຼັງທີ່ບໍ່ມີໃຜຮູ້ຈັກ, ອອກແຮງໂດຍບໍ່ຮຽກຮ້ອງລາງວັນໃດໆ, ພຽງແຕ່ສະແຫວງຫາທີ່ຈະມອບຄວາມຈິງໃຈ ແລະ ຄວາມຊື່ສັດຂອງເຈົ້າ. ການສະແດງອອກທີ່ເປັນບວກທັງໝົດເຊັ່ນນີ້, ໃນສາຍຕາຂອງພຣະເຈົ້າ, ແມ່ນການກະທຳທີ່ດີທີ່ສົມຄວນແກ່ການຈື່ຈຳ. ໃນທາງກົງກັນຂ້າມ, ມັນອາດຈະເປັນໄປໄດ້ວ່າ ເມື່ອເຈົ້າພົບກັບສິ່ງເຫຼົ່ານີ້, ບໍ່ພຽງແຕ່ເຈົ້າຈະລົ້ມເຫຼວໃນການປະຕິບັດໜ້າທີ່ຂອງເຈົ້າ ແລະ ປະຕິບັດຄວາມຮັບຜິດຊອບຂອງເຈົ້າເທົ່ານັ້ນ, ແຕ່ເຈົ້າຍັງໃຊ້ວິທີການປ່ອຍປະລະເລີຍ ແລະ ເຝົ້າເບິ່ງ ແລະ ຫົວຂວັນສະຖານະການຈາກວົງນອກ, ໂດຍບໍ່ສົນໃຈຢ່າງສິ້ນເຊີງ, ຫຼັບຫູຫຼັບຕາໃສ່. ເຈົ້າບໍ່ເຮັດໃນສິ່ງທີ່ເຈົ້າສາມາດເຮັດໄດ້ ແລະ ເຈົ້າເຖິງກັບບໍ່ສົນໃຈທີ່ຈະໃຫ້ຄຳແນະນຳ, ຍ້ອນຢ້ານວ່າເຈົ້າຈະເຮັດໃຫ້ຕົນເອງອິດເມື່ອຍ. ເຈົ້າຫຼີກລ່ຽງສິ່ງຕ່າງໆເມື່ອໃດກໍຕາມທີ່ເປັນໄປໄດ້, ໂດຍຄິດວ່າຍິ່ງເຈົ້າວ່າງຫຼາຍເທົ່າໃດ ກໍຍິ່ງດີ. ເຈົ້າຮູ້ສຶກວ່າການເປັນຄົນລະອຽດຖີ່ຖ້ວນ ແລະ ມີຄວາມຮັບຜິດຊອບນັ້ນບໍ່ຄຸ້ມຄ່າ ແລະ ການກັງວົນກ່ຽວກັບເລື່ອງວຽກງານນັ້ນເປັນບັນຫາຫຼາຍເກີນໄປ. ເຖິງແມ່ນວ່າການສະແດງອອກເຫຼົ່ານີ້ແຕກຕ່າງຈາກການກະທຳທີ່ຊົ່ວຮ້າຍຂອງການຂັດຂວາງ ແລະ ການລົບກວນວຽກງານຂອງຄຣິສຕະຈັກ ແລະ ພຣະເຈົ້າຈະບໍ່ໃຫ້ຄະແນນທີ່ບໍ່ດີແກ່ເຈົ້າ, ພຣະອົງກໍຈະບໍ່ໃຫ້ຄະແນນທີ່ດີແກ່ເຈົ້າເຊັ່ນກັນ. ເຮົາໝາຍເຖິງຫຍັງກັບການບໍ່ໃຫ້ຄະແນນທີ່ດີແກ່ເຈົ້າ? ມັນໝາຍຄວາມວ່າໃນສິ່ງເຫຼົ່ານີ້, ເຈົ້າບໍ່ໄດ້ກຽມການກະທຳທີ່ດີ ແລະ ເຈົ້າບໍ່ໄດ້ເຮັດສິ່ງທີ່ໄດ້ຮັບການຈື່ຈຳຈາກພຣະເຈົ້າ. ເມື່ອເຈົ້າພົບກັບສິ່ງເຫຼົ່ານີ້, ເຈົ້າໄດ້ພາດໂອກາດທີ່ຈະກຽມການກະທຳທີ່ດີ. ເຈົ້າໂງ່ຈ້າຫຼາຍ; ເຈົ້າບໍ່ໜ້າໄວ້ວາງໃຈ, ບໍ່ສົມຄວນໄດ້ຮັບການສົ່ງເສີມ, ບໍ່ສົມຄວນໄດ້ຮັບການຍົກຍ້ອງ ແລະ ບໍ່ສົມຄວນໄດ້ຮັບການມອບໝາຍເລື່ອງຕ່າງໆຈາກພຣະເຈົ້າ. ເຈົ້າແຕກຕ່າງຈາກໂນອາ ແລະ ອັບຣາຮາມຢ່າງສິ້ນເຊີງ. ບອກເຮົາເບິ່ງວ່າ ຄົນທີ່ພຣະເຈົ້າບໍ່ກ້າທີ່ຈະມອບໝາຍສິ່ງໃດໃຫ້ ໃນທີ່ສຸດອາດບໍ່ຈຳເປັນຕ້ອງໄປນະຮົກສະເໝີໄປ, ແຕ່ພວກເຂົາສາມາດເຂົ້າສູ່ລາຊະອານາຈັກສະຫວັນໄດ້ບໍ? ມັນສາມາດເວົ້າໄດ້ພຽງແຕ່ວ່າມັນບໍ່ແນ່ນອນ ແລະ ມີເຄື່ອງໝາຍຄຳຖາມຫຼາຍຢ່າງຕາມມາ; ມັນເຕັມໄປດ້ວຍຄວາມບໍ່ແນ່ນອນຫຼາຍຢ່າງ. ຄວາມບໍ່ແນ່ນອນນີ້ແມ່ນອີງໃສ່ການສະແດງອອກຢ່າງສະໝໍ່າສະເໝີຂອງພວກເຂົາ. ຖ້າເຈົ້າຖາມທຸກຄົນວ່າເປັນຫຍັງພວກເຂົາຈຶ່ງເຊື່ອໃນພຣະເຈົ້າ, ພວກເຂົາຕ້ອງການເຂົ້າສູ່ລາຊະອານາຈັກສະຫວັນ ຫຼື ໄປນະຮົກ, ບາງຄົນກໍຈະເຍາະເຍີ້ຍເຈົ້າ ໂດຍເວົ້າວ່າຄຳຖາມນີ້ໂງ່ຈ້າຢ່າງບໍ່ໜ້າເຊື່ອ: “ໃຜຈະຢາກໄປນະຮົກ ແລະ ຖືກທຳລາຍ? ໃຜຈະບໍ່ຢາກເຂົ້າສູ່ລາຊະອານາຈັກສະຫວັນ ແລະ ຮັບເອົາຄວາມລອດພົ້ນ?” ແຕ່ຄຳຖາມນີ້ຈຳເປັນຕ້ອງຖາມແທ້ໆ. ມັນບໍ່ໄດ້ໂງ່ຈ້າ. ບາງຄົນບໍ່ເຄີຍໄຕ່ຕອງກ່ຽວກັບຕົນເອງແບບນີ້ເລີຍ. ເມື່ອພວກເຂົາພົບກັບສະຖານະການຕ່າງໆ, ພວກເຂົາຢ້ານບັນຫາ ແລະ ຢ້ານກໍ່ໃຫ້ເກີດຂໍ້ຂັດແຍ່ງຢູ່ສະເໝີ. ໂດຍສະເພາະຢ່າງຍິ່ງ, ເມື່ອພວກເຂົາເຫັນຄົນຊົ່ວຮ້າຍຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ, ໂດຍທີ່ຜູ້ຄົນທີ່ພຣະເຈົ້າເລືອກຖືກເຮັດໃຫ້ຫຼົງຜິດ ແລະ ຖືກເອົາປຽບ ແລະ ດ້ວຍເຫດນີ້ ວຽກງານຂອງຄຣິສຕະຈັກຈຶ່ງບໍ່ສາມາດດຳເນີນຕໍ່ໄປໄດ້, ພວກເຂົາບໍ່ຮູ້ວ່າພຣະເຈົ້າກຳລັງກວດສອບຜູ້ຄົນ ແລະ ພວກເຂົາບໍ່ຮູ້ວ່ານີ້ຄືໂອກາດທີ່ຈະກຽມການກະທຳທີ່ດີຢ່າງແທ້ຈິງ. ກົງກັນຂ້າມ, ພວກເຂົາເລືອກທີ່ຈະເປັນຄົນປະຈົບປະແຈງ ແລະ ປະຖິ້ມຫຼັກການຄວາມຈິງ ແລະ ບໍ່ໄຕ່ຕອງກ່ຽວກັບຕົນເອງແມ່ນແຕ່ໜ້ອຍດຽວ. ຄວາມຮັບຜິດຊອບຂອງເຈົ້າແມ່ນຫຍັງ? ພັນທະຂອງເຈົ້າແມ່ນຫຍັງ? ພຣະບັນຊາຂອງພຣະເຈົ້າສຳລັບເຈົ້າແມ່ນຫຍັງ? ພຣະເຈົ້າໄດ້ກ່າວພຣະທຳຫຼາຍຢ່າງ ແລະ ໄດ້ເຮັດວຽກງານຫຼາຍຢ່າງ, ຄວາມຄາດຫວັງຂອງພຣະເຈົ້າສຳລັບເຈົ້າແມ່ນຫຍັງ? ເຈົ້າສາມາດໃຫ້ຄຳຕອບທີ່ໜ້າພໍໃຈແກ່ພຣະເຈົ້າບໍ? ເຈົ້າໄດ້ກຽມການກະທຳທີ່ດີແລ້ວບໍ? ໃນເລື່ອງທັງໝົດນີ້, ເຈົ້າຕ້ອງໄຕ່ຕອງກ່ຽວກັບຕົນເອງຢູ່ສະເໝີ ແລະ ມີຄວາມແຈ່ມແຈ້ງໃນໃຈຂອງເຈົ້າ.
ທຸກຄົນຕ້ອງການໄດ້ຮັບພອນ. ບໍ່ມີໃຜຕ້ອງການຖືກທຳລາຍ ແລະ ຖືກສົ່ງໄປນະຮົກ, ແຕ່ທັງໆທີ່ຕົນເອງບໍ່ຢາກໃຫ້ເປັນແບບນັ້ນ ຫຼາຍຄົນກໍເຮັດຄວາມຊົ່ວຊໍ້າແລ້ວຊໍ້າອີກ, ເດີນທາງດ້ວຍຄວາມໄວສູງໄປຕາມເສັ້ນທາງທີ່ນຳໄປສູ່ນະຮົກ. ບາງຄົນເມີນເສີຍຕໍ່ໂອກາດໃນການປະຕິບັດໜ້າທີ່ຂອງຕົນທີ່ເຮືອນຂອງພຣະເຈົ້າມອບໃຫ້ຄັ້ງແລ້ວຄັ້ງເລົ່າ, ເມີນເສີຍເມື່ອພຣະວິນຍານບໍລິສຸດດົນໃຈ ແລະ ຕຳໜິພວກເຂົາ ແລະ ເມີນເສີຍຕໍ່ການຊ່ວຍເຫຼືອ ແລະ ຄວາມຄາດຫວັງຂອງເຮືອນຂອງພຣະເຈົ້າ. ພວກເຂົາຍັງດື້ດຶງທີ່ຈະເຮັດພໍແລ້ວມືແລ້ວຕີນ, ເຮັດຊົ່ວຕາມໃຈມັກ, ກະທຳຕາມອຳເພີໃຈ ແລະ ໂດຍບໍ່ຢັ້ງຄິດ ແລະ ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ ໂດຍບໍ່ຄິດໄຕ່ຕອງກ່ຽວກັບຕົນເອງແມ່ນແຕ່ໜ້ອຍດຽວ. ພວກເຂົາບໍ່ແມ່ນຄົນໜ້າດ້ານທີ່ແກ້ໄຂບໍ່ໄດ້ບໍ? ເຈົ້າເຮັດຄວາມຊົ່ວແບບນີ້ຢູ່ຕະຫຼອດເວລາ. ມັນບໍ່ແມ່ນວ່າຄົນອື່ນບັງຄັບໃຫ້ເຈົ້າເຮັດ, ມັນເຫັນໄດ້ຊັດເຈນວ່າເປັນທາງເລືອກສ່ວນຕົວຂອງເຈົ້າ, ເປັນສິ່ງທີ່ເຈົ້າມັກເປັນການສ່ວນຕົວ ແລະ ມີຄວາມສຸກທີ່ຈະເຮັດ. ຖ້າມີຄົນເວົ້າວ່າເສັ້ນທາງທີ່ເຈົ້າກຳລັງຍ່າງຢູ່ນັ້ນເປັນເສັ້ນທາງແຫ່ງການຕໍ່ຕ້ານພຣະເຈົ້າ ແລະ ເປັນເສັ້ນທາງທີ່ນຳໄປສູ່ນະຮົກ, ເຈົ້າກໍຮູ້ສຶກອຸກໃຈ ແລະ ເປັນລົບ. ເຈົ້າກຳລັງຮູ້ສຶກເປັນລົບກ່ຽວກັບຫຍັງ? ເຈົ້າບໍ່ໄດ້ເຮັດໃຫ້ສິ່ງນີ້ເກີດຂຶ້ນກັບຕົນເອງ ແລະ ເກັບກ່ຽວໃນສິ່ງທີ່ເຈົ້າໄດ້ຫວ່ານລົງໄປບໍ? ບໍ່ສົມນໍ້າໜ້າເຈົ້າບໍ? ບາງຄົນເວົ້າວ່າ “ຂ້ອຍເຮັດຄວາມຊົ່ວໂດຍບໍ່ຮູ້ຕົວ. ທຸກໆຄັ້ງ ຂ້ອຍຢາກເຮັດສິ່ງຕ່າງໆໃຫ້ດີ ແຕ່ຫຼັງຈາກທີ່ຂ້ອຍເຮັດສຳເລັດແລ້ວ ຂ້ອຍກໍພົບວ່າຜົນທີ່ຕາມມາຈາກການກະທຳຂອງຂ້ອຍນັ້ນບໍ່ດີປານໃດ”. ເຈົ້າໄດ້ເຮັດຄວາມຊົ່ວ, ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ, ນຳຄວາມເສຍຫາຍມາສູ່ວຽກງານຂອງຄຣິສຕະຈັກ. ເຖິງແມ່ນວ່າເຈົ້າຈະບໍ່ຖືກຮຽກຮ້ອງໃຫ້ຮັບຜິດຊອບສຳລັບການກະທຳຜິດຂອງເຈົ້າ, ພວກມັນກໍໄດ້ຫຼົງເຫຼືອຄວາມສ່ຽງທີ່ແອບແຝງໄວ້ຕາມຫຼັງ ແລະ ເຈົ້າສາມາດກະທຳຜິດອີກໃນອະນາຄົດ. ສິ່ງນີ້ອັນຕະລາຍຫຼາຍ. ມັນກໍຄືກັບເສັ້ນທາງທີ່ຄົນຜູ້ໜຶ່ງໄດ້ຍ່າງຜ່ານໄປ, ບໍ່ວ່າພວກເຂົາຈະຍ່າງໄປໃສ ພວກເຂົາກໍຍ່ອມປະຮ່ອງຮອຍໄວ້ຢ່າງແນ່ນອນ. ເຈົ້າຮັບຮູ້ເຖິງການກະທຳຜິດທີ່ເຈົ້າໄດ້ກະທຳລົງໄປບໍ? ເຈົ້າຮູ້ສຶກສຳນຶກຜິດສຳລັບການກະທຳຜິດເຫຼົ່ານັ້ນບໍ? ເຈົ້າຮູ້ສຶກເປັນໜີ້ ແລະ ເສົ້າໃຈບໍ? ເຈົ້າຮ້ອງໄຫ້ຢ່າງຂົມຂື່ນຍ້ອນການກະທຳເຫຼົ່ານັ້ນບໍ? ເຈົ້າໄດ້ຫັນກັບແລ້ວບໍ? ເຈົ້າກຽດຊັງການກະທຳທີ່ຊົ່ວຮ້າຍຂອງເຈົ້າຢ່າງແທ້ຈິງບໍ? ເຈົ້າໄດ້ປ່ອຍວາງຄວາມຊົ່ວຮ້າຍທີ່ຢູ່ໃນມືຂອງເຈົ້າ ແລະ ກັບໃຈຕໍ່ພຣະເຈົ້າຢ່າງແທ້ຈິງແລ້ວບໍ? ບາງຄົນເວົ້າວ່າ: “ຂ້ອຍກໍກຽດຊັງຕົນເອງຄືກັນ. ຂ້ອຍໄດ້ຕົບໜ້າຕົນເອງນັບຄັ້ງບໍ່ຖ້ວນໃນບ່ອນລັບຕາຄົນ ແລະ ຂ້ອຍຍັງໄດ້ຄຸເຂົ່າລົງຕໍ່ໜ້າພຣະເຈົ້າ ພ້ອມທັງຮ້ອງໄຫ້ຢ່າງຂົມຂື່ນໃນການອະທິຖານ”. ເຈົ້າອາດຈະຜ່ານຂະບວນການເຫຼົ່ານີ້ມາແລ້ວ ແຕ່ພຣະເຈົ້າບໍ່ໄດ້ເບິ່ງທີ່ຂະບວນການເຫຼົ່ານີ້. ສິ່ງທີ່ພຣະເຈົ້າເບິ່ງກໍຄືການສະແດງອອກຂອງເຈົ້າ. ເມື່ອສະຖານະການດຽວກັນເກີດຂຶ້ນອີກຄັ້ງ ຫຼື ໜ້າທີ່ດຽວກັນຕົກມາເປັນຂອງເຈົ້າອີກຄັ້ງ, ເຈົ້າປະຕິບັດຕໍ່ມັນແນວໃດ? ເຈົ້າມີຄວາມຈິງໃຈ ແລະ ຄວາມຊື່ສັດບໍ? ເຈົ້າສາມາດຈ່າຍລາຄາບໍ? ເຈົ້າສາມາດກະທຳຕາມພຣະທຳຂອງພຣະເຈົ້າບໍ? ການສະແດງອອກເຖິງການຫັນກັບຂອງເຈົ້າແມ່ນຫຍັງ? ເຈົ້າໄດ້ປ່ອຍວາງຄວາມຊົ່ວຮ້າຍທີ່ຢູ່ໃນມືຂອງເຈົ້າແລ້ວບໍ? ເຈົ້າຍັງສືບຕໍ່ເຮັດສິ່ງທີ່ຊົ່ວຮ້າຍທີ່ເຈົ້າເຄີຍເຮັດໃນອະດີດຢູ່ບໍ? ເຈົ້າຍັງຕົວະ, ຍັງກະທຳຕາມອຳເພີໃຈ ແລະ ໂດຍບໍ່ຢັ້ງຄິດ, ຍັງຂັດກັບການຈັດແຈງວຽກງານ ແລະ ຫຼັກການຄວາມຈິງ, ຍັງກະທຳຕາມຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງເຈົ້າເອງ ແລະ ຍັງສົມຮູ້ຮ່ວມຄິດກັບຄົນຊົ່ວຮ້າຍເພື່ອຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກຢູ່ບໍ? ຖ້າເຈົ້າຍັງກະທຳແບບນີ້, ການກັບໃຈ ແລະ ການຮ້ອງໄຫ້ຢ່າງຂົມຂື່ນຂອງເຈົ້າກໍເປັນສິ່ງຈອມປອມ ແລະ ເປັນການເຮັດພໍແລ້ວມືແລ້ວຕີນ. ການກັບໃຈທີ່ຈອມປອມ ແລະ ເຮັດພໍແລ້ວມືແລ້ວຕີນຖືກກຳນົດລັກສະນະວ່າເປັນຫຍັງ? (ຄວາມໜ້າຊື່ໃຈຄົດ.) ມັນຖືກກຳນົດລັກສະນະວ່າເປັນຄວາມໜ້າຊື່ໃຈຄົດບໍ? ມັນຖືກກຳນົດລັກສະນະວ່າເປັນການຫຼອກລວງ. ຄຳເວົ້ານີ້ຖືກຕ້ອງບໍ? (ຖືກຕ້ອງ.) ໃນສາຍຕາຂອງພຣະເຈົ້າ, ການຮ້ອງໄຫ້ຢ່າງຂົມຂື່ນແບບນັ້ນ ແລະ ການກັບໃຈແບບນັ້ນຄືການຫຼອກລວງ. ຕົວຢ່າງ: ພຣະເຈົ້າກ່າວວ່າ “ຈົ່ງຖວາຍເຂົ້າສານສິບປອນຈາກການເກັບກ່ຽວໃນປີນີ້ໃຫ້ແກ່ເຮົາ”. ບາງຄົນບໍ່ເຕັມໃຈທີ່ຈະຖວາຍມັນ ແລະ ຕ້ອງການເກັບມັນໄວ້ກິນເອງ, ດັ່ງນັ້ນ ພວກເຂົາຈຶ່ງເອົາແກບສິບປອນໄປວາງໄວ້ເທິງແທ່ນບູຊາ. ເມື່ອຖືກຖາມວ່າມັນແມ່ນຫຍັງ, ພວກເຂົາກໍເວົ້າວ່າມັນແມ່ນເຂົ້າເປືອກ. ພຣະເຈົ້າກ່າວວ່າ “ເຮົາບໍ່ໄດ້ຂໍເຂົ້າສານຈາກເຈົ້າບໍ?” ພວກເຂົາເວົ້າວ່າ “ເຂົ້າເປືອກກໍຄືເຂົ້າສານ”. ນີ້ຄືການຫຼອກລວງບໍ? (ແມ່ນແລ້ວ.) ນີ້ຄືການຫຼອກລວງຢ່າງໜ້າດ້ານ. ຫຼັງຈາກທີ່ເຮັດຄວາມຊົ່ວແລ້ວ, ເຈົ້າກໍສາລະພາບຄວາມບາບຂອງເຈົ້າ, ເວົ້າຊໍ້າແລ້ວຊໍ້າອີກວ່າເຈົ້າເປັນໜີ້ພຣະເຈົ້າ ແລະ ເຖິງກັບຮ້ອງໄຫ້ຢ່າງຂົມຂື່ນ ແຕ່ຫຼັງຈາກນັ້ນ ເຈົ້າກໍເຮັດຄືກັບວ່າບໍ່ມີຫຍັງເກີດຂຶ້ນ ແລະ ສືບຕໍ່ເຮັດສິ່ງຕ່າງໆໃນແບບດຽວກັນກັບແຕ່ກ່ອນ. ພຣະເຈົ້າກຳນົດລັກສະນະພຶດຕິກຳປະເພດນີ້ວ່າເປັນການຫຼອກລວງ. ໃນສາຍຕາຂອງພຣະເຈົ້າ, ພຶດຕິກຳທີ່ຫຼອກລວງປະເພດນີ້ເທົ່າກັບການກະທຳທີ່ຊົ່ວຮ້າຍ. ຖ້າເຈົ້າມີຄວາມຕັ້ງໃຈແທ້ໆທີ່ຈະປ່ຽນແປງ ແລະ ກະທຳຕາມຫຼັກການຄວາມຈິງ, ເຈົ້າກໍບໍ່ຈຳເປັນຕ້ອງຕັ້ງປະນິທານ ຫຼື ຮ້ອງໄຫ້ຢ່າງໜັກ. ຈົ່ງລົງມືເຮັດກ່ອນ, ຈົ່ງປະຕິຍານຕໍ່ພຣະເຈົ້າເມື່ອເຈົ້າສາມາດເຮັດມັນໄດ້. ຖ້າເຈົ້າບໍ່ສາມາດເຮັດມັນໄດ້, ແລ້ວເຈົ້າກໍຕ້ອງບໍ່ປະຕິຍານຢ່າງເດັດຂາດ. ຖ້າເຈົ້າປະຕິຍານ, ພຣະເຈົ້າກໍຈະຈິງຈັງກັບມັນ ແລະ ຈະຮຽກຮ້ອງຜົນຂອງສິ່ງທີ່ເຈົ້າໄດ້ປະຕິຍານໄວ້. ຖ້າເຈົ້າບໍ່ສາມາດບັນລຸມັນໄດ້, ໃນສາຍຕາຂອງພຣະເຈົ້າ ນັ້ນກໍຄືການຫຼອກລວງ, ການຫຼອກລວງພຣະເຈົ້າກາຍເປັນການກະທຳທີ່ຊົ່ວຮ້າຍອີກຢ່າງໜຶ່ງທີ່ຖືກບັນທຶກໄວ້ເປັນຄວາມຜິດຂອງເຈົ້າ. ສະນັ້ນ, ຖ້າເຈົ້າບໍ່ສາມາດກັບໃຈຢ່າງແທ້ຈິງ ແລະ ພັດຫຼອກລວງພຣະເຈົ້າດ້ວຍຄຳປະຕິຍານຂອງເຈົ້າ, ແລ້ວເສັ້ນທາງທີ່ເຈົ້າກຳລັງຍ່າງຢູ່ນັ້ນກໍເປັນເສັ້ນທາງທີ່ນຳໄປສູ່ຄວາມພິນາດ. ການກະທຳທີ່ຊົ່ວຮ້າຍແຕ່ລະຢ່າງຂອງເຈົ້າຄືການທຸບປະຕູນະຮົກ; ບາງທີໜຶ່ງໃນການທຸບເຫຼົ່ານີ້ອາດຈະເປີດພວກມັນອອກໃນທີ່ສຸດ ແລະ ເວລາແຫ່ງຄວາມຕາຍຂອງເຈົ້າກໍຈະມາເຖິງ. ມັນສາມາດເວົ້າໄດ້ວ່າ ສຳລັບບາງຄົນແລ້ວ, ຕັ້ງແຕ່ເວລາທີ່ພວກເຂົາເລີ່ມເຊື່ອໃນພຣະເຈົ້າຈົນເຖິງປັດຈຸບັນ, ການກະທຳ ແລະ ພຶດຕິກຳທັງໝົດຂອງພວກເຂົາລ້ວນແຕ່ເປັນການສະສົມການກະທຳທີ່ຊົ່ວຮ້າຍ ແລະ ການທຸບປະຕູນະຮົກຢູ່ສະເໝີ ແລະ ໃນເວລາດຽວກັນ ກໍເປັນການສະສົມຄວາມໂກດຮ້າຍຂອງພຣະເຈົ້າ; ພວກເຂົາກຳລັງລໍຖ້າໃຫ້ການລົງໂທດຂອງພຣະເຈົ້າລົງມາສູ່ພວກເຂົາ. ເຖິງຢ່າງໃດກໍຕາມ, ຄົນອື່ນໆກຳລັງກ້າວໄປໃນທິດທາງທີ່ເປັນບວກ ແລະ ຖືກຕ້ອງໃນຂະບວນການຂອງການເຊື່ອໃນພຣະເຈົ້າ. ເສັ້ນທາງທີ່ພວກເຂົາຍ່າງຄືເສັ້ນທາງໄປສູ່ລາຊະອານາຈັກສະຫວັນ. ໃນຊ່ວງເວລານີ້, ເຖິງແມ່ນວ່າພວກເຂົາກະບົດ ແລະ ເປີດເຜີຍອຸປະນິໄສທີ່ເສື່ອມຊາມ ແລະ ແນ່ນອນວ່າພວກເຂົາຍັງມີຄວາມຄິດຫຼົງຜິດ ແລະ ຈິນຕະນາການກ່ຽວກັບພຣະເຈົ້າ ແລະ ມີຄວາມປະສົງຂອງພວກເຂົາເອງໃນການປະຕິບັດໜ້າທີ່ຂອງຕົນ, ໃນຂະນະທີ່ເປີດເຜີຍການສະແດງອອກເຫຼົ່ານີ້ ຫຼື ມີສ່ວນຮ່ວມໃນພຶດຕິກຳເຫຼົ່ານີ້, ພວກເຂົາກໍຍັງຍອມຮັບຄວາມຈິງຢ່າງຕໍ່ເນື່ອງ ແລະ ປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຢ່າງຕໍ່ເນື່ອງ ແລະ ເຮັດໃຫ້ພວກມັນຖືກປ່ຽນແປງ; ພວກເຂົາໄດ້ຫັນກັບຢ່າງແທ້ຈິງ ແລະ ມີການສະແດງອອກ ແລະ ຄວາມເປັນຈິງແຫ່ງການຍອມຮັບ ແລະ ການອ່ອນນ້ອມຕໍ່ຄວາມຈິງ. ເຖິງແມ່ນວ່າ ຄັ້ງໜຶ່ງ ຄົນດັ່ງກ່າວເຄີຍກະທຳຜິດຫຼາຍຢ່າງ ແລະ ເຮັດບາງສິ່ງທີ່ພຣະເຈົ້າລັງກຽດ ແລະ ກ່າວໂທດ, ພວກເຂົາກໍຄ່ອຍໆປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ບໍ່ເຮັດຄວາມຊົ່ວອີກຕໍ່ໄປ ຫຼັງຈາກທີ່ເຂົ້າໃຈຄວາມຈິງ ແລະ ຫັນກັບ. ດ້ວຍການຫັນກັບຂອງພວກເຂົາ ພ້ອມທັງຄວາມຕັ້ງໃຈ ແລະ ຄວາມເດັດດ່ຽວຂອງພວກເຂົາທີ່ຈະອົດກັ້ນກັບຄວາມຍາກລຳບາກ ແລະ ຈ່າຍລາຄາສຳລັບຄວາມຈິງ, ພວກເຂົາກໍເຮັດໃຫ້ພຣະເຈົ້າຊາບຊຶ້ງໃຈ. ໃນເວລາດຽວກັນ, ຄວາມພະຍາຍາມ ແລະ ການກະທຳຂອງພວກເຂົາ ພ້ອມທັງການກະທຳທີ່ດີທີ່ພວກເຂົາກະກຽມໄວ້ກໍຄ່ອຍໆໄດ້ຮັບການຍອມຮັບ ແລະ ການຮັບຮອງຈາກພຣະເຈົ້າ ແລະ ສິ່ງເຫຼົ່ານີ້ກໍຖືກຈື່ຈຳໂດຍພຣະເຈົ້າເຊັ່ນກັນ. ເມື່ອຕັດສິນຈາກການສະແດງອອກໂດຍລວມຂອງຄົນດັ່ງກ່າວ, ພວກເຂົາແມ່ນຄົນທີ່ຖືກຕ້ອງໂດຍພື້ນຖານ ດັ່ງທີ່ພວກເຈົ້າມັກຈະເວົ້າກັນ. ເສັ້ນທາງທີ່ຄົນທີ່ຖືກຕ້ອງເຫຼົ່ານີ້ຍ່າງຄືເສັ້ນທາງທີ່ນຳໄປສູ່ລາຊະອານາຈັກສະຫວັນ, ເປັນເສັ້ນທາງທີ່ນຳໄປສູ່ຄວາມລອດພົ້ນ. ຄົນດັ່ງກ່າວກຳລັງຍ່າງຢູ່ເທິງເສັ້ນທາງແຫ່ງຄວາມລອດພົ້ນ. ແນ່ນອນວ່າ ການສະແດງອອກຂອງຄົນເຫຼົ່ານີ້ໂດຍພື້ນຖານແລ້ວບໍ່ແມ່ນຜົນມາຈາກການຊຸກຍູ້, ການກຳກັບດູແລ, ການຄຸ້ມຄອງ ຫຼື ການລິຮານຂອງຄົນອື່ນ ແລະ ບໍ່ແມ່ນຜົນມາຈາກຄວບຄຸມຂອງກົດການປົກຄອງຂອງຄຣິສຕະຈັກ. ກົງກັນຂ້າມ ພວກເຂົາຫັນກັບແຕ່ຫົວທີ ແລະ ໃນການເຂົ້າສູ່ຊີວິດຂອງພວກເຂົາ ພວກເຂົາມີແຜນການ ແລະ ການອອກແບບສ່ວນຕົວຂອງພວກເຂົາເອງ ພ້ອມທັງມີຄວາມເດັດດ່ຽວແຕ່ຫົວທີຂອງພວກເຂົາເອງ. ເສັ້ນທາງທີ່ຄົນເຫຼົ່ານີ້ຍ່າງຄືເສັ້ນທາງທີ່ຖືກຕ້ອງ. ພວກເຂົາກຳລັງກະກຽມການກະທຳທີ່ດີສຳລັບຈຸດໝາຍປາຍທາງຂອງພວກເຂົາເອງດ້ວຍການສະແດງອອກທີ່ເປັນບວກ ແລະ ແຕ່ຫົວທີເຫຼົ່ານີ້. ມັນຄືການໄລ່ຕາມເສາະຫາສ່ວນຕົວ ແລະ ເກີດຈາກພາຍໃນຂອງພວກເຂົາທີ່ກຳນົດເສັ້ນທາງທີ່ພວກເຂົາຍ່າງ ແລະ ກຳນົດທັດສະນະຄະຕິຂອງພຣະເຈົ້າທີ່ມີຕໍ່ພວກເຂົາ. ໃນທີ່ສຸດແລ້ວ, ຍ້ອນການໄລ່ຕາມເສາະຫາສ່ວນຕົວ ແລະ ເກີດຈາກພາຍໃນຂອງພວກເຂົາ, ພວກເຂົາຈຶ່ງສາມາດໄດ້ຮັບຄຳຕັດສິນທີ່ເໝາະສົມ ແລະ ຈຸດໝາຍປາຍທາງທີ່ເໝາະສົມຈາກພຣະເຈົ້າ.
ບອກເຮົາມາເບິ່ງວ່າ ຜູ້ຄົນຄວນມີການກະທຳທີ່ເປັນທຳແນວໃດ ແລະ ພວກເຂົາຕ້ອງເຮັດສິ່ງນີ້ໃນສະພາວະ ແລະ ສະພາບການໃດ ເພື່ອທີ່ຈະຖືວ່າມັນເປັນການກະກຽມການກະທຳທີ່ດີ? ຢ່າງໜ້ອຍທີ່ສຸດ, ພວກເຂົາຕ້ອງມີທັດສະນະຄະຕິທີ່ເປັນບວກ ແລະ ດຳເນີນການແຕ່ຫົວທີ ແລະ ໃນຂະນະທີ່ປະຕິບັດໜ້າທີ່ຂອງຕົນ ພວກເຂົາຕ້ອງຊື່ສັດ, ສາມາດກະທຳຕາມຫຼັກການຄວາມຈິງ ແລະ ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ການຄິດບວກ ແລະ ດຳເນີນການແຕ່ຫົວທີຄືສິ່ງສຳຄັນ. ຖ້າເຈົ້າບໍ່ຫ້າວຫັນຢູ່ສະເໝີ, ສິ່ງນີ້ກໍເປັນບັນຫາ. ມັນກໍຄືກັບວ່າເຈົ້າບໍ່ແມ່ນສະມາຊິກຂອງເຮືອນຂອງພຣະເຈົ້າ; ເຈົ້າບໍ່ໄດ້ປະຕິບັດໜ້າທີ່ຂອງເຈົ້າ, ໃນທາງກົງກັນຂ້າມ ເຈົ້າບໍ່ມີທາງເລືອກອື່ນນອກຈາກຕ້ອງເຮັດຕາມຄຳສັ່ງຂອງນາຍຈ້າງເພື່ອຮັບເງິນເດືອນ, ເຈົ້າບໍ່ໄດ້ເຮັດມັນດ້ວຍຄວາມສະໝັກໃຈ. ເຖິງແມ່ນວ່າເຈົ້າເຮັດມັນໜ້ອຍໜຶ່ງ, ເຈົ້າກໍເຮັດມັນຍ້ອນວ່າເຈົ້າຈຳເປັນຕ້ອງເຮັດ ແລະ ເຈົ້າກຳລັງເຮັດມັນດ້ວຍຄວາມບໍ່ຫ້າວຫັນ. ຖ້າບໍ່ກ່ຽວຂ້ອງກັບຜົນປະໂຫຍດຂອງເຈົ້າ, ເຈົ້າກໍຈະບໍ່ເຮັດມັນເລີຍ ຫຼື ຖ້າບໍ່ມີໃຜກຳກັບດູແລເຈົ້າ, ເຈົ້າກໍຈະບໍ່ເຮັດມັນເດັດຂາດ. ການກະທຳທີ່ເປັນລົບ ແລະ ບໍ່ຫ້າວຫັນດັ່ງກ່າວບໍ່ແມ່ນການກະທຳທີ່ດີ. ສະນັ້ນ, ຄົນປະເພດນີ້ຈຶ່ງໂງ່ຈ້າຫຼາຍ. ພວກເຂົາບໍ່ຫ້າວຫັນຫຼາຍໃນການເຮັດສິ່ງທີ່ເປັນບວກ ແລະ ເຮັດໃນສິ່ງທີ່ພວກເຂົາຄວນເຮັດ, ພວກເຂົາບໍ່ເຮັດໃນສິ່ງທີ່ພວກເຂົາສາມາດຄິດອອກ ແລະ ພວກເຂົາບໍ່ເຮັດໃນສິ່ງທີ່ພວກເຂົາສາມາດເຮັດໄດ້ ເຊິ່ງຈຳເປັນຕ້ອງໃຊ້ເວລາ ແລະ ເຫື່ອແຮງ, ພວກເຂົາພຽງແຕ່ລໍຖ້າ ແລະ ສັງເກດເບິ່ງຢູ່ດ້ານນອກ ໂດຍຄິດວ່າມັນດີທີ່ສຸດຖ້າຄົນອື່ນເປັນຄົນເຮັດ. ສິ່ງນີ້ສ້າງຄວາມຫຍຸ້ງຍາກ ແລະ ມັນຍາກຫຼາຍສຳລັບພວກເຂົາທີ່ຈະປະຕິບັດໜ້າທີ່ຂອງຕົນໃຫ້ດີ. ຢ່າງທຳອິດ, ມັນບໍ່ແມ່ນວ່າຂີດຄວາມສາມາດຂອງເຈົ້າບໍ່ພຽງພໍ; ຢ່າງທີສອງ, ມັນບໍ່ແມ່ນວ່າປະສົບການຂອງເຈົ້າບໍ່ພຽງພໍ; ຢ່າງທີສາມ, ມັນບໍ່ແມ່ນວ່າເຈົ້າບໍ່ມີເງື່ອນໄຂທີ່ເໝາະສົມໃນການເຮັດສິ່ງນັ້ນ. ເຈົ້າມີຂີດຄວາມສາມາດທີ່ຈະເຮັດວຽກນີ້ ແລະ ຖ້າເຈົ້າໃຊ້ເວລາ ແລະ ເຫື່ອແຮງ, ເຈົ້າກໍຈະສາມາດເຮັດມັນໄດ້ ແຕ່ເຈົ້າກໍບໍ່ເຮັດ, ເຈົ້າລົ້ມເຫຼວໃນການກະກຽມການກະທຳທີ່ດີ. ສິ່ງນີ້ໜ້າເສຍດາຍຫຼາຍ. ເປັນຫຍັງເຮົາຈຶ່ງເວົ້າວ່າມັນໜ້າເສຍດາຍ? ມັນເປັນເພາະວ່າ ຖ້າເຈົ້າເບິ່ງຍ້ອນກັບໄປໃນເລື່ອງນີ້ຫຼັງຈາກຜ່ານໄປຫຼາຍປີ, ເຈົ້າກໍຈະຮູ້ສຶກເສຍໃຈ ແລະ ຖ້າເຈົ້າຢາກກັບໄປໃນປີນັ້ນ, ເດືອນນັ້ນ ແລະ ມື້ນັ້ນ ເພື່ອເຮັດວຽກນັ້ນ, ສິ່ງຕ່າງໆກໍຈະປ່ຽນແປງໄປແລ້ວ ແລະ ເວລານັ້ນກໍຈະຜ່ານໄປແລ້ວ. ເຈົ້າຈະບໍ່ໄດ້ຮັບໂອກາດຄັ້ງທີສອງແບບນັ້ນອີກ; ເມື່ອໂອກາດນັ້ນຜ່ານໄປ, ມັນກໍຜ່ານໄປ, ເມື່ອມັນສູນເສຍໄປ, ມັນກໍສູນເສຍໄປ. ຖ້າເຈົ້າສູນເສຍຄວາມສຸກສະບາຍທາງເນື້ອໜັງ ເຊັ່ນ: ການກິນອາຫານແຊບໆ ຫຼື ການນຸ່ງເຄື່ອງງາມໆ, ສິ່ງນີ້ກໍບໍ່ສຳຄັນຫຼາຍປານໃດ ເພາະວ່າສິ່ງເຫຼົ່ານີ້ເປັນສິ່ງທີ່ວ່າງເປົ່າ ແລະ ພວກມັນບໍ່ມີຜົນກະທົບໃດໆຕໍ່ການເຂົ້າສູ່ຊີວິດຂອງເຈົ້າ ຫຼື ການກະກຽມການກະທຳທີ່ດີຂອງເຈົ້າ ຫຼື ຕໍ່ຈຸດໝາຍປາຍທາງຂອງເຈົ້າ. ເຖິງຢ່າງໃດກໍຕາມ, ຖ້າມີບາງສິ່ງກ່ຽວຂ້ອງກັບທັດສະນະຄະຕິ ແລະ ການປະເມີນຂອງພຣະເຈົ້າທີ່ມີຕໍ່ເຈົ້າ ຫຼື ເຖິງກັບກ່ຽວຂ້ອງກັບເສັ້ນທາງທີ່ເຈົ້າຍ່າງ ແລະ ຈຸດໝາຍປາຍທາງຂອງເຈົ້າ, ແລ້ວການສູນເສຍໂອກາດທີ່ຈະເຮັດມັນກໍໜ້າເສຍດາຍຫຼາຍ. ນີ້ກໍຍ້ອນວ່າມັນຈະປະຮອຍເປື້ອນໄວ້ ແລະ ກໍ່ໃຫ້ເກີດຄວາມເສຍໃຈໃນເສັ້ນທາງແຫ່ງການມີຊີວິດຢູ່ຂອງເຈົ້າໃນອະນາຄົດ ແລະ ຕະຫຼອດຊີວິດຂອງເຈົ້າ ເຈົ້າຈະບໍ່ມີໂອກາດອີກແລ້ວທີ່ຈະຊົດເຊີຍ. ສິ່ງນີ້ບໍ່ໜ້າເສຍດາຍບໍ? ຖ້າຂີດຄວາມສາມາດຂອງເຈົ້າຕໍ່າເກີນໄປ ແລະ ເຈົ້າບໍ່ສາມາດຮັບຜິດຊອບວຽກນີ້ໄດ້, ແລ້ວນັ້ນກໍບໍ່ໜ້າເສຍດາຍ, ເຮືອນຂອງພຣະເຈົ້າສາມາດຈັດໃຫ້ຄົນອື່ນເຮັດມັນໄດ້. ຖ້າເຈົ້າສາມາດເຮັດສິ່ງນີ້ໄດ້ດີ ແຕ່ເຈົ້າບໍ່ເຮັດມັນ, ນັ້ນກໍໜ້າເສຍດາຍທີ່ສຸດ. ນີ້ຄືໂອກາດທີ່ພຣະເຈົ້າມອບໃຫ້ແກ່ເຈົ້າ ແຕ່ເຈົ້າບໍ່ຈິງຈັງກັບມັນ, ເຈົ້າບໍ່ໄຂວ່ຄວ້າໂອກາດນີ້ໄວ້ ແລະ ເຈົ້າປ່ອຍໃຫ້ມັນຫຼຸດມືໄປ, ສິ່ງນີ້ໜ້າເສຍດາຍເກີນໄປ! ສຳລັບເຈົ້າແລ້ວ, ມັນໜ້າເສຍດາຍ; ສຳລັບພຣະເຈົ້າແລ້ວ, ມັນໜ້າຜິດຫວັງ. ພຣະເຈົ້າໄດ້ມອບຂີດຄວາມສາມາດທີ່ພຽງພໍ ແລະ ເງື່ອນໄຂທີ່ດີເລີດໃຫ້ແກ່ເຈົ້າ, ເຮັດໃຫ້ເຈົ້າສາມາດເບິ່ງເຫັນບາງສິ່ງໄດ້ຢ່າງຊັດເຈນ ແລະ ມີຄວາມສາມາດພຽງພໍສຳລັບວຽກນີ້. ເຖິງຢ່າງໃດກໍຕາມ, ເຈົ້າບໍ່ມີທັດສະນະຄະຕິທີ່ຖືກຕ້ອງຕໍ່ໜ້າທີ່ຂອງຕົນ, ເຈົ້າບໍ່ມີຄວາມຈິງໃຈ, ແຮງໄກທີ່ຈະມີຄວາມອຸທິດຕົນ ແລະ ເຈົ້າບໍ່ຕ້ອງການພະຍາຍາມສຸດຄວາມສາມາດຂອງເຈົ້າເພື່ອເຮັດມັນໃຫ້ດີ. ສິ່ງນີ້ເຮັດໃຫ້ພຣະເຈົ້າຜິດຫວັງຢ່າງຍິ່ງ. ສະນັ້ນ, ຖ້າເຈົ້າຂີ້ຄ້ານ ແລະ ຮູ້ສຶກຢູ່ສະເໝີວ່າວຽກທີ່ມອບໝາຍໃຫ້ເຈົ້ານັ້ນສ້າງຄວາມຫຍຸ້ງຍາກ ແລະ ບໍ່ຕ້ອງການເຮັດມັນ ພ້ອມທັງຈົ່ມພຶມພຳໃນໃຈວ່າ “ເປັນຫຍັງຈຶ່ງຂໍໃຫ້ຂ້ອຍເຮັດ ແລະ ບໍ່ແມ່ນຄົນອື່ນ?” ແລ້ວນັ້ນກໍເປັນຄວາມຄິດທີ່ໂງ່ຈ້າ. ເມື່ອໜ້າທີ່ມາເຖິງເຈົ້າ, ມັນບໍ່ແມ່ນເຫດການທີ່ໂຊກຮ້າຍ, ມັນເປັນກຽດ ແລະ ມັນເປັນການຍົກຍ້ອງຂອງພຣະເຈົ້າ. ເຈົ້າຄວນຍອມຮັບມັນຢ່າງມີຄວາມສຸກ ແລະ ປະຕິບັດໜ້າທີ່ທີ່ເຈົ້າຄວນປະຕິບັດ; ມັນຈະບໍ່ເຮັດໃຫ້ເຈົ້າອິດເມື່ອຍຈົນເກີນໄປດອກ. ໃນທາງກົງກັນຂ້າມ, ຖ້າເຈົ້າປະຕິບັດໜ້າທີ່ຂອງເຈົ້າໄດ້ດີ, ເຂົ້າໃຈຄວາມຈິງ ແລະ ແກ້ໄຂບັນຫາ, ເຈົ້າກໍຈະຮູ້ສຶກສະຫງົບ ແລະ ໝັ້ນຄົງໃນໃຈຂອງເຈົ້າ ແລະ ເຈົ້າກໍຈະບໍ່ເຮັດໃຫ້ພຣະເຈົ້າຜິດຫວັງ. ຕໍ່ໜ້າພຣະເຈົ້າ, ເຈົ້າຈະມີຄວາມເຊື່ອ ແລະ ສາມາດປະພຶດຕົນໄດ້ຢ່າງເຊີດໜ້າຊູຕາ. ຖ້າເຈົ້າບໍ່ໄດ້ບັນລຸໜ້າທີ່ຂອງເຈົ້າ ແລະ ເຮັດພໍແລ້ວມືແລ້ວຕີນຢູ່ສະເໝີ, ສິ່ງນີ້ກໍຄືການກະທຳຜິດ ແລະ ເຖິງແມ່ນວ່າເຈົ້າຈະບໍ່ໄດ້ກໍ່ໃຫ້ເກີດຄວາມເສຍຫາຍໃດໆກໍຕາມ, ການກະທຳຜິດນີ້ກໍຈະຫຼົງເຫຼືອຄວາມເສຍດາຍໄປຕະຫຼອດຊີວິດໄວ້ໃນໃຈຂອງເຈົ້າ. ການກະທຳຜິດນີ້ຈະເປັນຄືກັບຂຸມດຳທີ່ເລິກຈົນບໍ່ມີສິ້ນສຸດ; ເມື່ອໃດກໍຕາມທີ່ເຈົ້າຄິດຫາມັນ, ເຈົ້າກໍຈະຮູ້ສຶກເຈັບປວດ ແລະ ບໍ່ສະບາຍໃຈ, ເປັນຄວາມທຸກທໍລະມານທີ່ສຽບແທງຫົວໃຈ. ບໍ່ພຽງແຕ່ເຈົ້າຈະບໍ່ມີຄວາມສະຫງົບ ຫຼື ຄວາມປິຕິຍິນດີເທົ່ານັ້ນ ແຕ່ໃນທາງກົງກັນຂ້າມ ຄວາມເຈັບປວດຈາກຄວາມສຳນຶກຜິດ ແລະ ຄວາມທຸກທໍລະມານຈະຢູ່ກັບເຈົ້າໄປຕະຫຼອດຊີວິດຂອງເຈົ້າ ແລະ ບໍ່ສາມາດລຶບລ້າງໄດ້ຈັກເທື່ອ. ນີ້ບໍ່ແມ່ນຄວາມເສຍດາຍຊົ່ວນິລັນດອນບໍ? ແລ້ວຈາກມຸມມອງຂອງພຣະເຈົ້າເດ? ພຣະເຈົ້າໃຊ້ຫຼັກການຄວາມຈິງເພື່ອກຳນົດລັກສະນະຂອງເລື່ອງນີ້, ສະນັ້ນ ທຳມະຊາດຂອງມັນຈຶ່ງຮ້າຍແຮງກວ່າສິ່ງທີ່ເຈົ້າຮູ້ສຶກຫຼາຍ. ເຈົ້າເຂົ້າໃຈບໍ? (ເຂົ້າໃຈ.) ສະນັ້ນ, ພຣະເຈົ້າຈະພິຈາລະນາການສະແດງອອກຕາມປົກກະຕິຂອງເຈົ້າຢ່າງຮອບດ້ານ ພ້ອມທັງທັດສະນະຄະຕິຂອງເຈົ້າທີ່ມີຕໍ່ຄວາມຈິງ ແລະ ໜ້າທີ່ຂອງເຈົ້າ ເພື່ອເບິ່ງເສັ້ນທາງທີ່ເຈົ້າກຳລັງຍ່າງຢູ່. ສົມມຸດວ່າທັດສະນະຄະຕິຂອງເຈົ້າທີ່ມີຕໍ່ຄວາມຈິງ ແລະ ໜ້າທີ່ຂອງເຈົ້າເປັນການເຮັດພໍແລ້ວມືແລ້ວຕີນຢູ່ສະເໝີ ແລະ ເຈົ້າໃຫ້ຄຳສັນຍາແຕ່ຜິວເຜີນ ແຕ່ບໍ່ໄດ້ນຳພວກມັນໄປປະຕິບັດໃນເບື້ອງຫຼັງ ແລະ ເຈົ້າກໍຊັກຊ້າ ແລະ ຖ່ວງເວລາ ແລະ ບໍ່ມີທັດສະນະຄະຕິທີ່ເປັນບວກໃນການຄຳນຶງເຖິງເຈດຕະນາຂອງພຣະເຈົ້າ. ເຖິງແມ່ນວ່າພາຍນອກເຈົ້າບໍ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ, ບໍ່ເຮັດຄວາມຊົ່ວ, ບໍ່ກະທຳຕາມອຳເພີໃຈ ແລະ ໂດຍບໍ່ຢັ້ງຄິດ ຫຼື ບໍ່ເຮັດການກະທຳທີ່ຊົ່ວຊ້າຢ່າງປ່າເຖື່ອນ ແລະ ເຈົ້າເບິ່ງຄືວ່າເປັນຄົນທີ່ປະຕິບັດຕາມກົດລະບຽບ ແລະ ປະພຶດຕົວດີພໍສົມຄວນ, ເຈົ້າບໍ່ໄດ້ເຮັດໃນສິ່ງທີ່ພຣະເຈົ້າຮຽກຮ້ອງຈາກເຈົ້າຢ່າງເປັນບວກ ແລະ ແຕ່ຫົວທີ, ແຕ່ກົງກັນຂ້າມ ເຈົ້າພັດມີເລ່ລ່ຽມ ແລະ ຂີ້ຄ້ານ ແລະ ຫຼີກລ່ຽງການເຮັດວຽກງານຕົວຈິງ. ໃນກໍລະນີດັ່ງກ່າວ, ເຈົ້າກຳລັງຍ່າງຢູ່ເທິງເສັ້ນທາງໃດກັນແທ້? ເຖິງແມ່ນວ່າມັນຈະບໍ່ແມ່ນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ, ຢ່າງໜ້ອຍທີ່ສຸດ ມັນກໍເປັນເສັ້ນທາງຂອງຜູ້ນໍາປອມ.
ບາງຄົນເບິ່ງຄືວ່າມີການອ່ອນນ້ອມໃນການປະຕິບັດໜ້າທີ່ຂອງຕົນ, ໂດຍເຮັດທຸກຢ່າງທີ່ເບື້ອງເທິງຈັດແຈງໃຫ້. ແຕ່ເມື່ອຖາມວ່າ “ເຈົ້າປະຕິບັດໜ້າທີ່ຂອງເຈົ້າແບບພໍແລ້ວມືແລ້ວຕີນບໍ? ເຈົ້າເຮັດມັນຕາມຫຼັກການບໍ?” ພວກເຂົາກໍບໍ່ສາມາດໃຫ້ຄຳຕອບທີ່ຊັດເຈນໄດ້, ພຽງແຕ່ເວົ້າວ່າ “ຂ້ອຍເຮັດຕາມທີ່ເບື້ອງເທິງສັ່ງ ແລະ ບໍ່ກ້າເຮັດຊົ່ວຕາມໃຈມັກ”. ເມື່ອຖາມວ່າພວກເຂົາໄດ້ບັນລຸຄວາມຮັບຜິດຊອບຂອງພວກເຂົາແລ້ວບໍ, ພວກເຂົາກໍເວົ້າວ່າ “ເອີ, ຂ້ອຍກຳລັງເຮັດໃນສິ່ງທີ່ຂ້ອຍຄວນເຮັດ”. ພວກເຂົາມີທັດສະນະຄະຕິແບບນີ້ໃນການປະຕິບັດໜ້າທີ່ຂອງພວກເຂົາຢູ່ສະເໝີ, ບໍ່ຟ້າວຟັ່ງ ແລະ ເສີຍເມີຍ. ເຖິງແມ່ນວ່າບໍ່ມີບັນຫາທີ່ຊັດເຈນເກີດຂຶ້ນ, ຖ້າວັດແທກຕາມຫຼັກການຄວາມຈິງ, ການປະຕິບັດໜ້າທີ່ຂອງພວກເຂົາກໍບໍ່ມີປະສິດທິພາບ ແລະ ບໍ່ໄດ້ມາດຕະຖານ. ແຕ່ພວກເຂົາບໍ່ສົນໃຈ. ພວກເຂົາຍັງຄົງກະທຳແບບພໍແລ້ວມືແລ້ວຕີນຄືກັບທີ່ພວກເຂົາເຄີຍເຮັດໃນອະດີດ ແລະ ພວກເຂົາກໍຍັງຄົງບໍ່ຫ້າວຫັນຄືເກົ່າ ເມື່ອເວົ້າເຖິງສິ່ງທີ່ພວກເຂົາຄວນລິເລີ່ມເຮັດ, ພວກເຂົາບໍ່ໄດ້ປ່ຽນແປງເລີຍ. ພວກເຂົາບໍ່ແມ່ນຄົນທີ່ດື້ດ້ານຢ່າງໜ້າດ້ານບໍ? ພວກເຂົາຮັກສາທັດສະນະຄະຕິນີ້ໄວ້ຢູ່ສະເໝີ: “ເຈົ້າອາດຈະມີແຜນການເປັນພັນ, ແຕ່ຂ້ອຍມີພຽງກົດລະບຽບດຽວ. ຂ້ອຍກໍເປັນແບບນີ້ແຫຼະ. ມາເບິ່ງກັນວ່າເຈົ້າສາມາດເຮັດຫຍັງຂ້ອຍໄດ້. ນີ້ຄືທັດສະນະຄະຕິຂອງຂ້ອຍ!” ພວກເຂົາບໍ່ໄດ້ເຮັດສິ່ງທີ່ທໍລະຍົດ ຫຼື ຊົ່ວຮ້າຍຢ່າງໃຫຍ່ຫຼວງ, ແຕ່ພວກເຂົາກໍບໍ່ໄດ້ມີການກະທຳດີທີ່ຫຼາຍເຊັ່ນກັນ. ເຈົ້າຄິດວ່າພວກເຂົາກຳລັງຍ່າງຢູ່ເທິງເສັ້ນທາງໃດ? ທັດສະນະຄະຕິປະເພດນີ້ທີ່ມີຕໍ່ຄວາມເຊື່ອໃນພຣະເຈົ້າ ແລະ ໜ້າທີ່ຂອງຕົນເປັນສິ່ງທີ່ດີບໍ? (ບໍ່.) ໃນໜັງສືພຣະນິມິດໃນພຣະຄຳພີ, ພຣະເຈົ້າກ່າວແບບນີ້: “ແລ້ວເພາະເຈົ້າອຸ່ນໆ ແລະ ບໍ່ໜາວບໍ່ຮ້ອນ, ເຮົາຈະອາຈຽນເຈົ້າອອກຈາກປາກຂອງເຮົາ” (ພຣະນິມິດ 3:16). ການເປັນຄົນອຸ່ນໆ, ບໍ່ໜາວບໍ່ຮ້ອນ, ທັດສະນະຄະຕິນີ້ດີບໍ? (ບໍ່.) ຄົນປະເພດນີ້ຍັງມີຊຸດການຄິດຄຳນວນຂອງຕົນເອງຢູ່ໃນໃຈຂອງພວກເຂົາ: “ຕາບໃດທີ່ຂ້ອຍບໍ່ເຮັດຄວາມຊົ່ວ ຫຼື ຂັດຂວາງວຽກງານຂອງຄຣິສຕະຈັກໃນການປະຕິບັດໜ້າທີ່ຂອງຂ້ອຍ, ຂ້ອຍກໍຈະບໍ່ຖືກກ່າວໂທດ. ຖ້າການປະຕິບັດໜ້າທີ່ຂອງຂ້ອຍໃຫ້ດີນັ້ນອິດເມື່ອຍເກີນໄປ ແລະ ຮຽກຮ້ອງໃຫ້ຕ້ອງທົນທຸກຫຼາຍເກີນໄປ, ຂ້ອຍກໍຈະບໍ່ເຮັດມັນ. ຂ້ອຍຈະບໍ່ເຮັດໃຫ້ຕົນເອງອິດເມື່ອຍ ແຕ່ຂ້ອຍກໍຈະບໍ່ເຮັດຄວາມຜິດພາດຄັ້ງໃຫຍ່ເຊັ່ນກັນ. ດ້ວຍວິທີນັ້ນ, ຂ້ອຍກໍຈະບໍ່ຖືກຄັດອອກ ຫຼື ຖືກກຳຈັດ ແລະ ຂ້ອຍກໍຍັງດີກວ່າຄົນທີ່ບໍ່ປະຕິບັດໜ້າທີ່ຫຼາຍ. ສະນັ້ນ ຂ້ອຍຈຶ່ງຢູ່ແບບອຸ່ນໆ, ບໍ່ໜາວບໍ່ຮ້ອນ. ບໍ່ວ່າເຈົ້າຈະຂໍໃຫ້ຂ້ອຍເຮັດຫຍັງ, ຂ້ອຍກໍຈະເຮັດມັນ. ແຕ່ຖ້າເຈົ້າບໍ່ບອກໃຫ້ຂ້ອຍເຮັດບາງສິ່ງ, ຂ້ອຍກໍຈະບໍ່ເຂົ້າໄປແຊກແຊງ. ດ້ວຍວິທີນີ້, ຂ້ອຍກໍຈະບໍ່ອິດເມື່ອຍ ແລະ ຍິ່ງໄປກວ່ານັ້ນ ຜູ້ຄົນກໍຈະບໍ່ສາມາດຈັບຜິດຂ້ອຍໄດ້. ວິທີການນີ້ດີຫຼາຍ!” ວິທີການປະພຶດຕົນແບບນີ້ດີບໍ? (ບໍ່.) ເຈົ້າຮູ້ວ່າມັນບໍ່ດີ, ແລ້ວການປະຕິບັດຂອງເຈົ້າຄວນປ່ຽນແປງແນວໃດ? ຖ້າເຈົ້າບໍ່ເຄີຍສະແຫວງຫາທີ່ຈະຍ່າງເທິງເສັ້ນທາງແຫ່ງການໄລ່ຕາມເສາະຫາຄວາມຈິງ ແລະ ຍັງຄົງດື້ດຶງທີ່ຈະດຳລົງຊີວິດໂດຍປັດຊະຍາຂອງຊາຕານ, ແລ້ວເຈົ້າກໍຖືກກຳນົດໄວ້ແລ້ວວ່າຈະບໍ່ມີຄວາມຫວັງໃນການບັນລຸຄວາມລອດພົ້ນ. ຖ້າເຈົ້າປະພຶດຕົນໃນໂລກດ້ວຍວິທີນີ້, ແລ້ວເຈົ້າກໍຈະມີຂໍ້ໄດ້ປຽບຢ່າງແນ່ນອນ. ປັດຊະຍາການດໍາລົງຊີວິດທາງໂລກ ແລະ ທັດສະນະຄະຕິຕໍ່ການດຳລົງຊີວິດທາງໂລກຂອງເຈົ້າຈະປົກປ້ອງເຈົ້າ ແລະ ເຈົ້າກໍຈະບໍ່ລ່ວງເກີນຜູ້ຄົນເຊັ່ນກັນ. ຍິ່ງໄປກວ່ານັ້ນ, ຄົນຊັ້ນສູງເຫຼົ່ານັ້ນທີ່ມີກຽດຕິຍົດ ແລະ ຊື່ສຽງກໍຈະບໍ່ຮູ້ສຶກວ່າເຈົ້າເປັນໄພຄຸກຄາມຕໍ່ພວກເຂົາ ແລະ ພວກເຂົາທຸກຄົນກໍຈະຊື່ນຊົມເຈົ້າຫຼາຍ. ຄົນຊັ້ນຕໍ່າເຫຼົ່ານັ້ນທີ່ບໍ່ມີສະຖານະກໍຈະບໍ່ກ້າລ່ວງເກີນເຈົ້າເຊັ່ນກັນ. ສະນັ້ນ, ເຈົ້າກໍຈະເປັນທີ່ນິຍົມພໍສົມຄວນ, ທັງສຳລັບຄົນຊັ້ນຕໍ່າ ແລະ ຄົນຊັ້ນສູງ, ເຈົ້າຈະເປັນຄົນທີ່ພວກເຂົາພະຍາຍາມດຶງມາເປັນພວກ, ເຈົ້າຈະເປັນຄົນທີ່ຫຼາຍຄົນຕ້ອງການ ແລະ ເຈົ້າຈະສາມາດເຂົ້າກັບທຸກແວດວົງໄດ້ຢ່າງງ່າຍດາຍ, ທັງສູງ ແລະ ຕໍ່າ, ທັງດີ ແລະ ບໍ່ດີ. ເຖິງຢ່າງໃດກໍຕາມ, ຖ້າເຈົ້າຍັງໃຊ້ທັດສະນະຄະຕິຕໍ່ການດຳລົງຊີວິດທາງໂລກປະເພດນີ້ໃນເຮືອນຂອງພຣະເຈົ້າ ແລະ ຕໍ່ໜ້າພຣະເຈົ້າ, ມັນກໍຈະໃຊ້ການບໍ່ໄດ້. ຫຼັກການຕ່າງໆທັງໝົດທີ່ກ່ຽວຂ້ອງກັບຄວາມຈິງຮຽກຮ້ອງທັດສະນະຄະຕິຈາກເຈົ້າ ແລະ ທັດສະນະຄະຕິນີ້ບໍ່ຖືກກໍຜິດ, ບໍ່ດຳກໍຂາວ, ບໍ່ຈິງກໍປອມ, ມັນຊັດເຈນເປັນພິເສດ ແລະ ມີຫຼັກການເປັນພິເສດ. ພວກມັນຮຽກຮ້ອງຈຸດຢືນຂອງເຈົ້າ ແລະ ມຸມມອງທີ່ຖືກຕ້ອງຂອງເຈົ້າ, ແທນທີ່ຈະເປັນວິທີການແບບເປັນກາງຂອງເຈົ້າ. ຄົນທີ່ໃຊ້ວິທີການແບບເປັນກາງບໍ່ສາມາດຍຶດໝັ້ນຕໍ່ໜ້າຄວາມຈິງໄດ້. ຢ່າຄິດວ່າ “ເບິ່ງແມວ່າວິທີການດຳລົງຊີວິດຂອງຂ້ອຍສະຫຼາດສໍ່າໃດ. ຂ້ອຍໄດ້ຮຽນຮູ້ທີ່ຈະປົກປ້ອງຕົນເອງໂດຍໃຊ້ວິທີນີ້ຕັ້ງແຕ່ຂ້ອຍຍັງນ້ອຍ ແລະ ເມື່ອເບິ່ງຍ້ອນກັບໄປໃນຊີວິດຂອງຂ້ອຍຈົນເຖິງປັດຈຸບັນ, ຂ້ອຍຮູ້ສຶກວ່າວິທີນີ້ໃຊ້ໄດ້ຈິງຫຼາຍ. ຫຼັງຈາກທີ່ມາເຊື່ອໃນພຣະເຈົ້າ, ຂ້ອຍກໍຍັງດຳລົງຊີວິດດ້ວຍວິທີນີ້. ໃນຫຼາຍປີທີ່ຂ້ອຍໄດ້ເຊື່ອໃນພຣະເຈົ້າ, ຂ້ອຍບໍ່ເຄີຍຖືກລິຮານ, ຂ້ອຍບໍ່ເຄີຍລົ້ມເຫຼວຢ່າງໜັກໜ່ວງໃນການປະຕິບັດໜ້າທີ່ຂອງຂ້ອຍ, ຂ້ອຍບໍ່ເຄີຍຖືກທົດສອບ ຫຼື ຖືກຫຼໍ່ຫຼອມຄັ້ງໃຫຍ່ເລີຍ ແລະ ພຣະເຈົ້າກໍບໍ່ເຄີຍກ່າວໂທດ ຫຼື ລັງກຽດຂ້ອຍເລີຍ. ເບິ່ງແມວ່າຂ້ອຍປະສົບຄວາມສຳເລັດໃນການປະພຶດຕົນສໍ່າໃດ, ຂ້ອຍມີທັກສະໃນເລື່ອງນີ້ສໍ່າໃດ!” ເຈົ້າຜິດແລ້ວ! ເຈົ້າບໍ່ຮູ້ວິທີປະພຶດຕົນ, ເຈົ້າໃຊ້ວິທີການທີ່ມີເລ່ລ່ຽມເພື່ອຮັບມືກັບທຸກເລື່ອງ ແລະ ເພື່ອເຂົ້າຫາຄວາມຈິງ. ວິທີການນີ້ຜິດໂດຍສິ້ນເຊີງ ແລະ ເຈົ້າບໍ່ສາມາດຍຶດໝັ້ນໃນການເຮັດສິ່ງນີ້ໄດ້. ຢ່າມີຊຸດຄວາມຄິດທີ່ເພິ່ງພາໂຊກ ໂດຍຄິດວ່າ “ຂ້ອຍເຄີຍເຮັດແບບນີ້ ແລະ ກໍປະສົບຄວາມສຳເລັດຢູ່ສະເໝີ. ຂ້ອຍບໍ່ເຄີຍລົ້ມເຫຼວ ແລະ ບໍ່ເຄີຍເສຍໜ້າ ຫຼື ສະແດງຄວາມໂງ່ຈ້າຂອງຂ້ອຍເລີຍ. ຕອນນີ້ຂ້ອຍເຊື່ອໃນພຣະເຈົ້າແລ້ວ, ຂ້ອຍກໍຍັງຈະດື້ດຶງໃນຍຸດທະສາດທີ່ຊັບຊ້ອນທີ່ສຸດສຳລັບການດຳລົງຊີວິດທາງໂລກນີ້”. ເຮົາບອກເລີຍວ່າເຈົ້າໂງ່ຈ້າຫຼາຍ! ເປັນຫຍັງພຣະເຈົ້າຈຶ່ງກ່າວພຣະທຳຫຼາຍຢ່າງເພື່ອຊ່ວຍຜູ້ຄົນໃຫ້ລອດພົ້ນ? ມັນກໍເພື່ອເຮັດໃຫ້ຜູ້ຄົນ, ພາຍໃຕ້ການຊີ້ນຳຂອງພຣະທຳເຫຼົ່ານີ້, ເຂົ້າໃຈວ່າເສັ້ນທາງທີ່ຖືກຕ້ອງໃນຊີວິດແມ່ນຫຍັງ ແລະ ຜູ້ຄົນຄວນຍ່າງໃນເສັ້ນທາງປະເພດໃດ; ມັນແມ່ນເພື່ອໃຫ້ເຈົ້າເລືອກ, ມັນບໍ່ແມ່ນເພື່ອໃຫ້ເຈົ້າສວຍໂອກາດເອົາຕົວລອດໄປເລື້ອຍໆຢູ່ບ່ອນນີ້. ຖ້າມັນເປັນການປ່ອຍໃຫ້ເຈົ້າສວຍໂອກາດເອົາຕົວລອດໄປເລື້ອຍໆ, ແລ້ວພຣະເຈົ້າກໍຈະບໍ່ກ່າວພຣະທຳເຫຼົ່ານີ້ ຫຼື ເຮັດວຽກງານນີ້. ເປັນຫຍັງໃນການໂອ້ລົມຂອງພວກເຮົາກ່ຽວກັບເລື່ອງຕ່າງໆ, ທຸກສິ່ງທີ່ຂັດກັບຄວາມຈິງຈຶ່ງຖືກເຮັດໃຫ້ຊັດເຈນຢ່າງແຈ່ມແຈ້ງ? ມັນກໍເພື່ອບອກເຈົ້າຢ່າງຊັດເຈນວ່າສິ່ງທີ່ເປັນບວກແມ່ນຫຍັງ ແລະ ສິ່ງທີ່ເປັນລົບແມ່ນຫຍັງ, ເພື່ອໃຫ້ເຈົ້າສາມາດແຍກແຍະພວກມັນໄດ້ຢ່າງຊັດເຈນ ແລະ ເຫັນພວກມັນໄດ້ຢ່າງແຈ່ມແຈ້ງ. ສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບແມ່ນເປີດເຜີຍ, ປາກົດແຈ້ງ ແລະ ໂປ່ງໃສຢ່າງສິ້ນເຊີງຕໍ່ໜ້າພຣະເຈົ້າ, ພວກມັນບໍ່ໄດ້ຄຸມເຄືອ. ສະນັ້ນ, ພຣະເຈົ້າຈຶ່ງຮຽກຮ້ອງໃຫ້ເຈົ້າຊັດເຈນໃນການເຮັດສິ່ງໃດກໍຕາມ ແລະ ໃນການເລືອກເສັ້ນທາງຂອງເຈົ້າ, ທັດສະນະຄະຕິຂອງເຈົ້າຕ້ອງຊັດເຈນ ແລະ ຄວາມຄິດ ແລະ ມຸມມອງຂອງເຈົ້າຕ້ອງຊັດເຈນ; ຕ້ອງບໍ່ມີສິ່ງໃດທີ່ຄຸມເຄືອ. ສິ່ງທີ່ກ່ຽວຂ້ອງກັບຄວາມຈິງ ແລະ ຫຼັກການຄວາມຈິງບໍ່ມີສິ່ງໃດທີ່ຄຸມເຄືອ ນັ້ນກໍຄື ດຳກໍຄືດຳ, ຂາວກໍຄືຂາວ, ແມ່ນກໍຄືແມ່ນ, ບໍ່ກໍຄືບໍ່. ຄຳຕົວະ, ເຖິງແມ່ນວ່າຈະຖືກເວົ້າເປັນພັນຄັ້ງ, ກໍຍັງເປັນຄຳຕົວະ ແລະ ບໍ່ສາມາດກາຍເປັນຄວາມຈິງໄດ້ຈັກເທື່ອ. ຄວາມຈິງ, ເຖິງແມ່ນວ່າຈະມີຄົນໃນໂລກຍອມຮັບມັນໜ້ອຍ ຫຼື ຖ້າມີຫຼາຍຊາດປະຕິເສດ ແລະ ກ່າວໂທດມັນ, ກໍຍັງຄົງເປັນຄວາມຈິງ. ຄວາມຈິງເປັນຄວາມຈິງຢູ່ສະເໝີ ແລະ ຈະບໍ່ມີທາງກາຍເປັນຄວາມຜິດພ້ຽນ ຫຼື ຄວາມເຊື່ອນອກຮີດຢ່າງເດັດຂາດ. ບໍ່ວ່າຈະມີຄົນຕິດຕາມສິ່ງທີ່ເປັນລົບເຊິ່ງເປັນຂອງຊາຕານຫຼາຍສໍ່າໃດ ຫຼື ພວກມັນກາຍເປັນກະແສຂອງໂລກມາຫຼາຍປີສໍ່າໃດກໍຕາມ, ພວກມັນກໍຍັງຄົງເປັນສິ່ງທີ່ເປັນລົບ ແລະ ຍັງຄົງເປັນຂອງຊາຕານ, ພວກມັນຈະບໍ່ປ່ຽນເປັນສິ່ງທີ່ເປັນບວກຈັກເທື່ອ. ໃນທາງກົງກັນຂ້າມ, ສິ່ງທີ່ເປັນບວກ, ເຖິງແມ່ນວ່າພວກມັນຈະຖືກໂຈມຕີ, ຖືກກົດຂີ່ ແລະ ຖືກກ່າວໂທດໃນໂລກນີ້, ກໍຍັງຄົງເປັນສິ່ງທີ່ເປັນບວກ ແລະ ຈະບໍ່ກາຍເປັນສິ່ງທີ່ເປັນລົບຈັກເທື່ອ. ພຣະເຈົ້າເປັນພຣະເຈົ້າຕະຫຼອດໄປ, ເປັນຮູບຮ່າງປາກົດຂອງຄວາມຍຸຕິທຳຕະຫຼອດໄປ ແລະ ເປັນຕົວແທນຂອງສິ່ງທີ່ເປັນບວກທັງໝົດຕະຫຼອດໄປ. ສະຖານະຂອງພຣະເຈົ້າບໍ່ປ່ຽນແປງ ແລະ ແກ່ນແທ້ຂອງພຣະອົງກໍບໍ່ປ່ຽນແປງ. ໃນຂະນະດຽວກັນ, ຊາຕານກໍເປັນຊາຕານຕະຫຼອດໄປ, ເປັນຮູບຮ່າງປາກົດຂອງຄວາມຊົ່ວຊ້າຕະຫຼອດໄປ, ເປັນຕົວແທນຂອງແກນກາງແຫ່ງຄວາມຊົ່ວຮ້າຍຕະຫຼອດໄປ, ເປັນລົບຕະຫຼອດໄປ ແລະ ມັນຈະກາຍເປັນສິ່ງທີ່ເປັນບວກຈັກເທື່ອ.
ບາງຄົນເວົ້າວ່າ “ເຈົ້າຕ້ອງຮູ້ຈັກປັບຕົວໃນການດຳລົງຊີວິດໃນຄຣິສຕະຈັກ. ຢ່າອຽງໄປທາງໃດທາງໜຶ່ງຫຼາຍເກີນໄປ. ຢ່າຍອມຮັບຄວາມຈິງ ແຕ່ກໍຢ່າເບື່ອໜ່າຍມັນເຊັ່ນກັນ; ຢ່າລ່ວງເກີນບຸກຄົນທີ່ເປັນບວກ ຫຼື ບຸກຄົນທີ່ເປັນລົບ. ມັນດີທີ່ສຸດທີ່ຈະເປັນພຽງຄົນທີ່ບໍ່ເລືອກຂ້າງ. ຂ້ອຍບໍ່ຕໍ່ຕ້ານສິ່ງທີ່ເປັນບວກ ແລະ ຂ້ອຍກໍບໍ່ວິຈານສິ່ງທີ່ເປັນລົບ. ຂ້ອຍບໍ່ປະຈົບປະແຈງ ຫຼື ພະຍາຍາມເອົາໃຈຄົນທີ່ໄລ່ຕາມເສາະຫາຄວາມຈິງ ແລະ ຂ້ອຍບໍ່ເຂົ້າໃກ້ພວກເຂົາ. ຂ້ອຍ ບໍ່ຕີຕົວອອກຫ່າງຈາກຜູ້ຕໍ່ຕ້ານພຣະຄຣິສເຊັ່ນກັນ. ເຈົ້າຈະເຮັດຫຍັງຂ້ອຍໄດ້? ເບິ່ງແມວ່າຂ້ອຍເຂົ້າໃຈຊີວິດຢ່າງຊັດເຈນສໍ່າໃດ!” ນີ້ຄືການເຂົ້າໃຈຢ່າງຊັດເຈນບໍ? ນີ້ບໍ່ແມ່ນການເຂົ້າໃຈຢ່າງຊັດເຈນ; ນີ້ຄືຄວາມໂງ່ຈ້າ. ນີ້ຄືການເປັນຄົນເບົາປັນຍາ ແລະ ບໍ່ສາມາດແຍກແຍະຜິດຖືກໄດ້. ຄົນດັ່ງກ່າວເປັນຄົນເບົາປັນຍາ. ເຮົາບອກເຈົ້າເລີຍວ່າ ຄົນສອງໜ້າປະເພດນີ້ໃຊ້ການຫຍັງບໍ່ໄດ້ແທ້ໆ. ຜົນສຸດທ້າຍຂອງການດຳລົງຊີວິດແບບນີ້ຈະເປັນແນວໃດ? (ພວກເຂົາຈະບໍ່ມີຈຸດຈົບ ແລະ ບໍ່ມີຈຸດໝາຍປາຍທາງ.) ພວກເຂົາຈະທຳລາຍຈຸດໝາຍປາຍທາງຂອງພວກເຂົາເອງ. ເຖິງແມ່ນວ່າພວກເຂົາບໍ່ຕໍ່ຕ້ານສິ່ງທີ່ເປັນບວກ, ແຕ່ໂດຍແກ່ນແທ້ແລ້ວ ພວກເຂົາກໍບໍ່ໄດ້ຍອມຮັບສິ່ງທີ່ເປັນບວກເຊັ່ນກັນ. ການບໍ່ຕໍ່ຕ້ານບໍ່ຄືກັນກັບການຍອມຮັບ ແລະ ການບໍ່ວິຈານສິ່ງທີ່ເປັນລົບກໍບໍ່ຄືກັນກັບການປ່ອຍພວກມັນໄປ. ເຈົ້າຄິດວ່າໂດຍການບໍ່ຍອມຮັບສິ່ງທີ່ເປັນບວກ ແລະ ການບໍ່ວິຈານສິ່ງທີ່ເປັນລົບນັ້ນ ເຈົ້າໄດ້ປ່ອຍວາງສິ່ງທີ່ເປັນລົບ ແລະ ມຸມມອງທີ່ເປັນລົບແລ້ວບໍ? ເຈົ້າບໍ່ສາມາດປ່ອຍພວກມັນໄປໄດ້. ມີພຽງແຕ່ການຍອມຮັບສິ່ງທີ່ເປັນບວກ ແລະ ການຍອມຮັບຄວາມຈິງເທົ່ານັ້ນ ຄວາມຄິດ ແລະ ມຸມມອງທີ່ເປັນລົບຂອງຜູ້ຄົນ ພ້ອມທັງຄວາມຄິດ ແລະ ມຸມມອງທີ່ຊົ່ວຊ້າເຊິ່ງເປັນຂອງຊາຕານ ຈຶ່ງຈະສາມາດຄ່ອຍໆຖືກປ່ອຍວາງ ແລະ ພັງທະລາຍລົງໄດ້; ເມື່ອນັ້ນເອງ ຜູ້ຄົນຈຶ່ງຈະສາມາດຍອມຮັບຄວາມຄິດ ແລະ ມຸມມອງທີ່ເປັນບວກ ພ້ອມກັບການປະຕິບັດ, ຄວາມເຂົ້າໃຈເຊີງເລິກ, ຄວາມເຂົ້າໃຈ ແລະ ເກນທີ່ສອດຄ່ອງກັບຫຼັກການຄວາມຈິງ. ເວົ້າອີກຢ່າງໜຶ່ງກໍຄື ຖ້າເຈົ້າຕ້ອງການຍອມຮັບຄວາມຄິດ ແລະ ມຸມມອງທີ່ເປັນບວກ, ຖ້າເຈົ້າຕ້ອງການຍອມຮັບຄວາມຈິງ, ຖ້າເຈົ້າຕ້ອງການໃຫ້ຄວາມຈິງເຂົ້າສູ່ຕົວເຈົ້າ ແລະ ກາຍເປັນຊີວິດຂອງເຈົ້າ, ກ່ອນອື່ນ ເຈົ້າຕ້ອງເຮັດໃຫ້ສິ່ງທີ່ຢູ່ພາຍໃນຕົວເຈົ້າວ່າງເປົ່າ ແລະ ຈາກນັ້ນກໍຍອມຮັບຄວາມຈິງ ແລະ ປ່ອຍໃຫ້ຄວາມຈິງເຂົ້າສູ່ຕົວເຈົ້າ ແລະ ມີອຳນາດໃນໃຈຂອງເຈົ້າ. ນີ້ຄືການມີຄວາມຈິງເປັນຊີວິດ. ການໄລ່ຕາມເສາະຫາຄວາມຈິງແມ່ນປະຕິບັດດ້ວຍວິທີນີ້. ຈຸດປະສົງຫຼັກຂອງການເຊື່ອໃນພຣະເຈົ້າຄືການໄດ້ຮັບຄວາມຈິງ. ເຈົ້າຕ້ອງສາມາດແຍກແຍະຄວາມຄິດ ແລະ ມຸມມອງຕ່າງໆທີ່ຂັດກັບຄວາມຈິງ. ໂດຍສະເພາະຖ້າເຈົ້າເປັນຄົນປະເພດທີ່ປະຕິບັດຕາມປັດຊະຍາຂອງຊາຕານ, ເຈົ້າຕ້ອງປ່ອຍວາງຄວາມຄິດ ແລະ ມຸມມອງທີ່ມີເລ່ລ່ຽມຂອງວິທີການແບບເປັນກາງ ແລະ ກະບົດຕໍ່ພວກມັນຢ່າງມີສະຕິ. ເມື່ອຄວາມຄິດ ແລະ ມຸມມອງດັ່ງກ່າວເກີດຂຶ້ນໃນສະຖານະການທີ່ເຈົ້າພົບພໍ້, ເຈົ້າຕ້ອງຮັບຮູ້ວ່າພວກມັນຜິດ ແລະ ເຈົ້າຕ້ອງຄິດວ່າ: “ພຣະທຳຂອງພຣະເຈົ້າກ່າວວ່າແນວໃດ? ພຣະເຈົ້າຮຽກຮ້ອງຫຍັງ? ບໍ່ວ່າວິທີການກະທຳໃດທີ່ສອດຄ່ອງກັບຫຼັກການຄວາມຈິງ, ຂ້ອຍກໍຈະເປັນຝ່າຍລິເລີ່ມ ແລະ ພະຍາຍາມກະທຳຕາມນັ້ນ, ໂດຍບໍ່ປ່ອຍໃຫ້ຄວາມຄິດ ແລະ ມຸມມອງຂອງວິທີການແບບເປັນກາງມາຄວບຄຸມຂ້ອຍ ຫຼື ຂັດຂວາງຂ້ອຍຈາກການປະຕິບັດຄວາມຈິງ. ແຕ່ຂ້ອຍຕ້ອງປ່ອຍໃຫ້ພຣະທຳຂອງພຣະເຈົ້າ, ຄວາມຈິງ, ກາຍເປັນເກນສຳລັບການປະພຶດ ແລະ ການກະທຳຂອງຂ້ອຍ ແລະ ສຳລັບການປະຕິບັດໜ້າທີ່ຂອງຂ້ອຍ”. ການປະຕິບັດດ້ວຍວິທີນີ້ຈະກໍ່ໃຫ້ເກີດຜົນທີ່ແຕກຕ່າງກັນ. ເຖິງແມ່ນວ່າມັນຈະເປັນເລື່ອງນ້ອຍໆ ແລະ ບໍ່ຄູ່ຄວນແກ່ການຈື່ຈຳຂອງພຣະເຈົ້າ, ຢ່າງໜ້ອຍ ພຣະເຈົ້າກໍຈະບໍ່ກ່າວໂທດມັນ. ເມື່ອການກະທຳຂອງເຈົ້າສະສົມຂຶ້ນເທື່ອລະໜ້ອຍດ້ວຍວິທີນີ້, ການກະທຳທີ່ດີຂອງເຈົ້າກໍຈະຄ່ອຍໆຖືກກະກຽມໄວ້ເທື່ອລະໜ້ອຍ. ຖ້າການກະທຳຂອງເຈົ້າສາມາດຖືວ່າເປັນການກະທຳທີ່ດີໃນສາຍຕາຂອງພຣະເຈົ້າ, ແລ້ວເຈົ້າກໍຈະມີຄວາມຫວັງ. ເຈົ້າຈະເລີ່ມມີທິດທາງ ແລະ ເປົ້າໝາຍທີ່ຖືກຕ້ອງ ແລະ ເປັນບວກ ແລະ ເຈົ້າຈະເລີ່ມກາຍເປັນຄົນທີ່ເປັນບວກ, ເປັນຄົນທີ່ຖືກຕ້ອງ. ດ້ວຍວິທີນີ້, ເຈົ້າຈະຕີຕົວອອກຫ່າງຈາກເສັ້ນທາງແຫ່ງຄວາມພິນາດທີ່ນຳໄປສູ່ນະຮົກ ແລະ ຄ່ອຍໆຫັນໄປສູ່ເສັ້ນທາງທີ່ນຳໄປສູ່ລາຊະອານາຈັກສະຫວັນ. ນີ້ຄືຜົນທີ່ດີຂອງການທີ່ຄົນຜູ້ໜຶ່ງສາມາດຫັນກັບໄດ້. ສິ່ງນີ້ບັນລຸໄດ້ງ່າຍບໍ? ນັ້ນຂຶ້ນຢູ່ກັບລະດັບທີ່ຄົນຜູ້ໜຶ່ງຮັກຄວາມຈິງ. ຖ້າເຈົ້າເຮັດຜິດພາດ ແລະ ພຽງແຕ່ເວົ້າວ່າ: “ຂ້ອຍກຽດຊັງຕົນເອງແທ້ໆ! ຂ້ອຍເຮັດສິ່ງທີ່ຕ່ຳຊ້າ, ຊົ່ວຊ້າແບບນັ້ນໄດ້ແນວໃດ? ຂ້ອຍຄັນມືຢາກຕົບໜ້າຕົນເອງຈັກສອງສາມບາດແທ້ໆ!” ພຽງແຕ່ກຽດຊັງຕົນເອງ, ນັ້ນຈະບໍ່ມີປະໂຫຍດຫຍັງເລີຍ. ສິ່ງສຳຄັນກໍຄື ເມື່ອເຈົ້າເຮັດຜິດພາດ, ເຈົ້າຕ້ອງສາມາດແຍກແຍະໄດ້ວ່າມັນຜິດຫຍັງ, ແມ່ນຫຍັງຜັກດັນໃຫ້ເຈົ້າເຮັດມັນ, ເປັນຫຍັງເຈົ້າຈຶ່ງບໍ່ສາມາດປະຕິບັດຄວາມຈິງໄດ້, ສາເຫດຕົ້ນຕໍແມ່ນຫຍັງ ແລະ ພື້ນຖານ ແລະ ຫຼັກການໃນການກະທຳຂອງເຈົ້າແມ່ນຫຍັງ. ສິ່ງສຳຄັນຍັງຢູ່ທີ່ວ່າ ເມື່ອປະເຊີນກັບບາງເລື່ອງ, ເຈົ້າກຳລັງກະທຳຕາມພຣະທຳຂອງພຣະເຈົ້າຢ່າງມີສະຕິ ແລະ ກະບົດຕໍ່ຄວາມຄິດ ແລະ ມຸມມອງແບບຊາຕານຂອງເຈົ້າ, ຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງເຈົ້າ ພ້ອມທັງເຈດຕະນາ ແລະ ແຜນການຂອງເຈົ້າຢ່າງມີສະຕິ ຫຼື ບໍ່. ຖ້າເຈົ້າໄດ້ເຮັດສິ່ງທັງໝົດນີ້ຢ່າງມີສະຕິ, ແລ້ວເຈົ້າກໍໄດ້ກະກຽມການກະທຳທີ່ດີ ແລະ ນີ້ກໍເປັນສິ່ງທີ່ຍິ່ງໃຫຍ່ ແລະ ເຈົ້າກໍໄດ້ຮັບບາງຢ່າງແລ້ວ. ຜົນຮັບປະເພດນີ້ດີບໍ? ນີ້ຄືຜົນຮັບທີ່ພວກເຈົ້າປາຖະໜາຢາກເຫັນບໍ? ນີ້ຄືສິ່ງທີ່ພວກເຈົ້າຕ້ອງການໄລ່ຕາມເສາະຫາບໍ? (ແມ່ນແລ້ວ.) ຕອນນີ້ຄົນສ່ວນໃຫຍ່ມີມຸມມອງປະເພດໃດ? ມັນເປັນແບບນີ້: “ຂ້ອຍບໍ່ເຮັດຄວາມຊົ່ວ ຫຼື ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ. ຕາບໃດທີ່ຂ້ອຍບໍ່ຖືກຄັດອອກຈາກຄຣິສຕະຈັກທີ່ປະຕິບັດໜ້າທີ່ເຕັມເວລາ, ທຸກຢ່າງກໍດີແລ້ວ. ເຖິງແມ່ນວ່າຂ້ອຍບໍ່ໄດ້ກະກຽມການກະທຳທີ່ດີຫຼາຍຢ່າງ ແລະ ໃນໜ້າທີ່ຂອງຂ້ອຍ ຂ້ອຍກໍບໍ່ໄດ້ຊື່ສັດຫຼາຍ, ບໍ່ມີຄວາມຈິງໃຈຫຼາຍ ແລະ ບໍ່ໄດ້ປະຕິບັດຕາມຫຼັກການຄວາມຈິງຢ່າງຈິງຈັງ, ຕາບໃດທີ່ຂ້ອຍບໍ່ເຮັດຄວາມຊົ່ວ ຫຼື ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ, ນັ້ນກໍພຽງພໍແລ້ວ ບໍ່ແມ່ນບໍ?” ມຸມມອງນີ້ເປັນແນວໃດ? ນີ້ຄືຄວາມຄິດ ແລະ ມຸມມອງທີ່ເສື່ອມຊາມ, ມັນເປັນສິ່ງທີ່ບໍ່ສະແຫວງຫາຄວາມກ້າວໜ້າ. ເຈົ້າຕ້ອງບໍ່ຄິດເດັດຂາດວ່າ ຕາບໃດທີ່ເຈົ້າບໍ່ເຮັດຄວາມຊົ່ວ ຫຼື ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ, ເຈົ້າກໍເປັນຄົນດີ, ເປັນຄົນທີ່ສູງສົ່ງ, ເຈົ້າສາມາດຍຶດໝັ້ນໄດ້ ແລະ ສິ່ງທີ່ເຈົ້າເຮັດກໍສອດຄ່ອງກັບຄວາມຈິງ. ເຮົາບອກເຈົ້າເລີຍວ່າ ນັ້ນຄືສິ່ງທີ່ຜິດ, ນີ້ຄືວິທີຄິດທີ່ໂງ່ຈ້າ! ການບໍ່ເຮັດຄວາມຊົ່ວບໍ່ເທົ່າກັບການກະກຽມການກະທຳທີ່ດີ. ການບໍ່ເຮັດຄວາມຊົ່ວ ແລະ ການກະກຽມການກະທຳທີ່ດີເປັນສອງແນວຄວາມຄິດທີ່ແຕກຕ່າງກັນ. ການປະຕິບັດໜ້າທີ່ໂດຍບໍ່ເຮັດຄວາມຊົ່ວຄືໜ້າທີ່ທີ່ສິ່ງທີ່ຖືກສ້າງຄວນເຮັດ; ມັນເປັນການສະແດງອອກທີ່ຄົນມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ. ຕົວຢ່າງ: ບາງຄົນເວົ້າວ່າ: “ມີຄົນທີ່ກໍ່ການຄາດຕະກຳ ແຕ່ຂ້ອຍບໍ່ໄດ້ເຮັດແບບນັ້ນ; ຄົນນັ້ນລັກເຄື່ອງຂອງຄົນອື່ນ ແຕ່ຂ້ອຍບໍ່ໄດ້ເຮັດແບບນັ້ນ. ສິ່ງນີ້ໝາຍຄວາມວ່າຂ້ອຍເປັນຄົນດີ”. ນັ້ນຄູ່ຄວນແກ່ການໂອ້ອວດບໍ? ການຢືນຢັນຂອງພວກເຂົາຖືກຕ້ອງບໍ? (ມັນບໍ່ຖືກຕ້ອງ.) ນີ້ຄືການເຮັດໃຫ້ແນວຄວາມຄິດສັບສົນຂຶ້ນ. ການບໍ່ເປັນຂະໂມຍ, ການບໍ່ກໍ່ການຄາດຕະກຳ ຫຼື ວາງເພີງ ແລະ ການບໍ່ມີສ່ວນຮ່ວມໃນການຜິດປະເວນີ ບໍ່ຄືກັນກັບການເປັນຄົນດີ. ການບໍ່ເຮັດຄວາມຊົ່ວ ຫຼື ການບໍ່ລະເມີດກົດໝາຍເປັນແນວຄວາມຄິດທີ່ແຕກຕ່າງຈາກການເປັນຄົນດີ. ການເປັນຄົນດີມີມາດຕະຖານຂອງມັນເອງ. ການບໍ່ເຮັດຄວາມຊົ່ວ ແລະ ການກະກຽມການກະທຳທີ່ດີກໍເປັນສອງແນວຄວາມຄິດທີ່ແຍກກັນເຊັ່ນກັນ. ການປະຕິບັດໜ້າທີ່ຂອງເຈົ້າໂດຍບໍ່ເຮັດຄວາມຊົ່ວຄືສິ່ງທີ່ເຈົ້າຄວນບັນລຸໃນຖານະຄົນປົກກະຕິ. ແຕ່ການກະກຽມການກະທຳທີ່ດີໝາຍຄວາມວ່າເຈົ້າຕ້ອງປະຕິບັດຄວາມຈິງ ແລະ ບັນລຸໜ້າທີ່ຂອງເຈົ້າແຕ່ຫົວທີ ແລະ ຢ່າງເປັນບວກ ຕາມຂໍ້ກຳນົດຂອງພຣະເຈົ້າ ແລະ ຫຼັກການຄວາມຈິງ. ເຈົ້າຕ້ອງມີຄວາມຊື່ສັດ, ເຕັມໃຈທີ່ຈະອົດກັ້ນກັບຄວາມຍາກລຳບາກ ແລະ ຈ່າຍລາຄາ, ເຕັມໃຈທີ່ຈະຮັບຜິດຊອບ ແລະ ສາມາດກະທຳຢ່າງເປັນບວກ ແລະ ແຕ່ຫົວທີ. ການກະທຳທີ່ເຮັດຕາມຫຼັກການເຫຼົ່ານີ້ໂດຍພື້ນຖານແລ້ວລ້ວນແຕ່ເປັນການກະທຳທີ່ດີ. ບໍ່ວ່າພວກມັນຈະເປັນເລື່ອງໃຫຍ່ ຫຼື ເລື່ອງນ້ອຍ, ບໍ່ວ່າພວກມັນຈະຄູ່ຄວນແກ່ການຈື່ຈຳຂອງຜູ້ຄົນ ຫຼື ບໍ່, ບໍ່ວ່າພວກມັນຈະໄດ້ຮັບການຍົກຍ້ອງຈາກຜູ້ຄົນ ຫຼື ຖືວ່າບໍ່ສຳຄັນ ຫຼື ບໍ່ວ່າຜູ້ຄົນຈະຄິດວ່າພວກມັນຄູ່ຄວນໃຫ້ສົນໃຈ ຫຼື ບໍ່, ໃນສາຍຕາຂອງພຣະເຈົ້າ ພວກມັນລ້ວນແຕ່ເປັນການກະທຳທີ່ດີ. ຖ້າເຈົ້າໄດ້ກະກຽມການກະທຳທີ່ດີ, ໃນທີ່ສຸດມັນກໍຈະນຳພອນມາສູ່ເຈົ້າ, ບໍ່ແມ່ນໄພພິບັດ. ບາງຄົນບໍ່ໄດ້ກະກຽມການກະທຳທີ່ດີໃດໆເລີຍ ແລະ ພຽງແຕ່ພໍໃຈກັບສິ່ງຕໍ່ໄປນີ້: “ຂ້ອຍເຮັດທຸກຢ່າງທີ່ຖືກບອກໃຫ້ເຮັດ ແລະ ໄປທຸກບ່ອນທີ່ຖືກບອກໃຫ້ໄປ. ຂ້ອຍບໍ່ເຄີຍເວົ້າ ຫຼື ກະທຳຕາມອຳເພີໃຈ ແລະ ຂ້ອຍບໍ່ເຄີຍກໍ່ກວນສ້າງບັນຫາ ຫຼື ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຢ່າງຊົ່ວຮ້າຍ. ຂ້ອຍເປັນຄົນທີ່ເຊື່ອຟັງ ແລະ ປະພຶດຕົວດີແທ້ໆ”. ພວກເຂົາແອບມີທັດສະນະຄະຕິປະເພດນີ້ຢູ່ສະເໝີ. ພວກເຂົາບໍ່ໄດ້ສະແຫວງຫາຄວາມຈິງຢ່າງຫ້າວຫັນ ຫຼື ຍຶດໝັ້ນໃນຫຼັກການໃນການປະຕິບັດໜ້າທີ່ຂອງຕົນ. ເມື່ອພວກເຂົາຄົ້ນພົບການບ່ຽງເບນ ແລະ ຄວາມຜິດພາດຂອງພວກເຂົາເອງ, ພວກເຂົາກໍບໍ່ແກ້ໄຂ ຫຼື ປ່ຽນແປງພວກມັນໂດຍທັນທີ. ເມື່ອພວກເຂົາຄົ້ນພົບວ່າພວກເຂົາໄດ້ກະບົດ ແລະ ເປີດເຜີຍອຸປະນິໄສທີ່ເສື່ອມຊາມ, ພວກເຂົາກໍບໍ່ເຄີຍໄຕ່ຕອງກ່ຽວກັບຕົນເອງ ແລະ ພວກເຂົາບໍ່ສະແຫວງຫາຄວາມຈິງຢ່າງຫ້າວຫັນເພື່ອແກ້ໄຂບັນຫາ; ກົງກັນຂ້າມ ພວກເຂົາພຽງແຕ່ເຮັດແມ່ນຫຍັງກໍຕາມທີ່ພວກເຂົາຕ້ອງການ. ເຖິງແມ່ນວ່າພວກເຂົາບໍ່ໄດ້ເຮັດຄວາມຊົ່ວອັນໃຫຍ່ຫຼວງຫຍັງເລີຍທີ່ຈະເຮັດໃຫ້ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າໄດ້ຮັບຄວາມເສຍຫາຍ, ພວກເຂົາກໍຍັງສົ່ງຜົນກະທົບຕໍ່ຄວາມຄືບໜ້າຂອງວຽກງານຂອງຄຣິສຕະຈັກ. ຢ່າງດີທີ່ສຸດ, ການປະຕິບັດໜ້າທີ່ຂອງພວກເຂົາກໍເປັນພຽງການອອກແຮງງານ ແລະ ໂດຍທຳມະຊາດແລ້ວ ການອອກແຮງງານກໍຍັງບໍ່ເຖິງຂັ້ນເປັນການກະທຳທີ່ດີ. ແລ້ວໃນທີ່ສຸດ ການກະທຳທີ່ດີຖືກກຳນົດໄວ້ແນວໃດ? ມັນຄືເວລາທີ່ສິ່ງທີ່ເຈົ້າເຮັດນັ້ນ ຢ່າງໜ້ອຍທີ່ສຸດກໍເປັນປະໂຫຍດຕໍ່ການເຂົ້າສູ່ຊີວິດຂອງເຈົ້າເອງ ແລະ ຂອງອ້າຍເອື້ອຍນ້ອງ ແລະ ເປັນປະໂຫຍດຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ. ຖ້າມັນເປັນປະໂຫຍດຕໍ່ຕົວເຈົ້າເອງ, ຕໍ່ຄົນອື່ນ ແລະ ຕໍ່ເຮືອນຂອງພຣະເຈົ້າ, ແລ້ວການປະຕິບັດຂອງເຈົ້າກໍມີປະສິດທິຜົນຕໍ່ໜ້າພຣະເຈົ້າ ແລະ ໄດ້ຮັບການຮັບຮອງຈາກພຣະເຈົ້າ. ພຣະເຈົ້າຈະໃຫ້ຄະແນນເຈົ້າ. ສະນັ້ນ, ຈົ່ງປະເມີນສິ່ງເຫຼົ່ານີ້: ເຈົ້າໄດ້ກະກຽມການກະທຳທີ່ດີຈັກຢ່າງໃນຊ່ວງຫຼາຍປີທີ່ຜ່ານມາ? ການກະທຳທີ່ດີເຫຼົ່ານີ້ສາມາດຊົດເຊີຍການກະທຳຜິດຂອງເຈົ້າໄດ້ບໍ? ຫຼັງຈາກທີ່ຊົດເຊີຍພວກມັນແລ້ວ, ຍັງເຫຼືອການກະທຳທີ່ດີຈັກຢ່າງ? ເຈົ້າຈຳເປັນຕ້ອງໃຫ້ຄະແນນຕົນເອງ ແລະ ມີຄວາມເຂົ້າໃຈທີ່ກຳແໜ້ນກ່ຽວກັບສິ່ງນີ້; ເຈົ້າຕ້ອງບໍ່ສັບສົນກ່ຽວກັບເລື່ອງນີ້.
ບອກເຮົາມາເບິ່ງວ່າ ການໂອ້ລົມຂອງເຮົາກ່ຽວກັບເລື່ອງເຫຼົ່ານີ້ຈຳເປັນບໍ? (ຈຳເປັນ.) ເຮົາຕ້ອງກ່າວພຣະທຳເຫຼົ່ານີ້ແກ່ພວກເຈົ້າ ແລະ ໃຫ້ຄຳແນະນຳບາງຢ່າງແກ່ພວກເຈົ້າ. ຈຸດປະສົງຂອງການໃຫ້ຄຳແນະນຳແກ່ພວກເຈົ້າບໍ່ແມ່ນເພື່ອທຳລາຍຄວາມກະຕືລືລົ້ນຂອງພວກເຈົ້າ ແລະ ບໍ່ແມ່ນເພື່ອຫົວຂວັນພວກເຈົ້າ, ແຮງໄກທີ່ຈະເປັນການກ່າວໂທດພວກເຈົ້າ, ແຕ່ເພື່ອເປັນການເຕືອນສະຕິພວກເຈົ້າ, ເພື່ອເປັນການຕີລະຄັງເຕືອນໄພ, ເພື່ອໃຫ້ພວກເຈົ້າຮູ້ວ່າ ຕອນນີ້, ໃນປັດຈຸບັນນີ້, ໃນເວລານີ້ ພວກເຈົ້າກຳລັງຢູ່ໃນສະຖານະການໃດ, ສະພາວະຂອງພວກເຈົ້າເປັນແນວໃດ ແລະ ອັນຕະລາຍທີ່ອາດເກີດຂຶ້ນແມ່ນຫຍັງ. ພວກເຈົ້າຕ້ອງຊັດເຈນກ່ຽວກັບສິ່ງເຫຼົ່ານີ້ໃນໃຈຂອງພວກເຈົ້າ. ໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ, ຜູ້ຄົນຕ້ອງກວດສອບຢູ່ສະເໝີ ແລະ ເລື້ອຍໆວ່າສະພາວະຂອງພວກເຂົາຕໍ່ໜ້າພຣະເຈົ້າແມ່ນຫຍັງ. ພວກເຂົາຕ້ອງຮູ້ຢູ່ສະເໝີ ແລະ ຢ່າງຊັດເຈນວ່າຄວາມສຳພັນຂອງພວກເຂົາກັບພຣະເຈົ້າເປັນແນວໃດ, ມີຄວາມຂັດແຍ້ງ ແລະ ອຸປະສັກລະຫວ່າງພວກເຂົາກັບພຣະເຈົ້າ ຫຼື ບໍ່, ພວກເຂົາມີຄວາມຄິດຫຼົງຜິດ ແລະ ຄວາມເຂົ້າໃຈຜິດກ່ຽວກັບພຣະເຈົ້າ ຫຼື ບໍ່, ພວກເຂົາມີຂໍ້ຮຽກຮ້ອງທີ່ບໍ່ສົມເຫດສົມຜົນຕໍ່ພຣະເຈົ້າ ຫຼື ບໍ່ ແລະ ພຣະເຈົ້າເບິ່ງການສະແດງອອກໂດຍລວມຂອງພວກເຂົາແນວໃດ. ຜູ້ຄົນຕ້ອງເຂົ້າໃຈ ແລະ ຮູ້ຈັກສິ່ງເຫຼົ່ານີ້; ສິ່ງນີ້ເປັນປະໂຫຍດຢ່າງຍິ່ງຕໍ່ການເຂົ້າສູ່ຊີວິດຂອງພວກເຂົາ. ຈຸດປະສົງຂອງການປະຕິບັດດ້ວຍວິທີນີ້ກໍເພື່ອຮັບປະກັນວ່າຜູ້ຄົນສາມາດກະທຳຕາມເຈດຕະນາຂອງພຣະເຈົ້າໄດ້ຢ່າງຖືກຕ້ອງ. ຢ່າເດີນທາງຜິດ, ຢ່າຮູ້ສຶກພໍໃຈໃນຕົນເອງ ແລະ ຢ່າຫຼອກລວງຕົນເອງ ແລະ ຄົນອື່ນ. ການບໍ່ເດີນທາງຜິດໝາຍເຖິງການບໍ່ຍ່າງຕາມເສັ້ນທາງທີ່ບ່ຽງເບນຂອງເຈົ້າເອງ. ເຈົ້າຄິດວ່າການປະຕິບັດຂອງເຈົ້າໃນການເຊື່ອໃນພຣະເຈົ້ານີ້ດີພໍສົມຄວນ, ສະນັ້ນ ເຈົ້າຈຶ່ງສືບຕໍ່ຍ່າງໃນເສັ້ນທາງນີ້. ເຖິງຢ່າງໃດກໍຕາມ, ມັນພັດກາຍເປັນວ່າເຈົ້າໄດ້ບ່ຽງເບນອອກຈາກເສັ້ນທາງທີ່ຖືກຕ້ອງແລ້ວ; ພຣະເຈົ້າໄດ້ປະຖິ້ມເຈົ້າໄປດົນແລ້ວ ແລະ ພຣະວິນຍານບໍລິສຸດກໍໄດ້ຢຸດເຮັດວຽກໃນຕົວເຈົ້າແລ້ວ. ພຣະເຈົ້າລັງກຽດເຈົ້າ, ແຕ່ເຈົ້າກໍຍັງຄິດວ່າເຈົ້າກຳລັງເຮັດໄດ້ດີໃນຄວາມເຊື່ອຂອງເຈົ້າ: “ຂ້ອຍໄດ້ຮັບສິ່ງຕ່າງໆຈາກການເຊື່ອໃນພຣະເຈົ້າ. ຕອນນີ້ຂ້ອຍສາມາດອົດກັ້ນກັບຄວາມຍາກລຳບາກໄດ້, ຕອນນີ້ຂ້ອຍບໍ່ເຮັດຄວາມຊົ່ວ, ຂ້ອຍຮູ້ວິທີຫຼີກລ່ຽງການກໍ່ໃຫ້ເກີດການຂັດຂວາງ ແລະ ຕອນນີ້ຂ້ອຍຮູ້ແລ້ວວ່າເປັນຫຍັງຄົນທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຈຶ່ງຖືກຄັດອອກ ຫຼື ຖືກແຍກອອກ ແລະ ເປັນຫຍັງພວກເຂົາຈຶ່ງບໍ່ໄດ້ຮັບອະນຸຍາດໃຫ້ປະຕິບັດໜ້າທີ່”. ມັນບໍ່ພຽງພໍທີ່ຈະຮູ້ສິ່ງເຫຼົ່ານີ້. ເຈົ້າຕ້ອງຮູ້ວິທີກະທຳເພື່ອປະຕິບັດຕາມແນວທາງຂອງພຣະເຈົ້າ, ວິທີປະຕິບັດເພື່ອຍ່າງໃນເສັ້ນທາງທີ່ຖືກຕ້ອງ ແລະ ວິທີກະທຳເພື່ອໃຫ້ສາມາດບັນລຸຄວາມລອດພົ້ນ. ສິ່ງທັງໝົດນີ້ລ້ວນແຕ່ສຳຄັນຫຼາຍ; ເຈົ້າຕ້ອງດຳເນີນການທົບທວນ ແລະ ສະຫຼຸບຜົນເປັນໄລຍະໆ. ນັ້ນຄືທັງໝົດສຳລັບຫົວຂໍ້ນີ້. ໃຫ້ພວກເຮົາສືບຕໍ່ໂອ້ລົມກັນໃນຫົວຂໍ້ທີ່ພວກເຮົາໄດ້ໂອ້ລົມກັນໃນລະຫວ່າງຊ່ວງເວລານີ້.
ການປະຕິບັດຂໍ້ທຳອິດສຳລັບການໄລ່ຕາມເສາະຫາຄວາມຈິງ: ການປ່ອຍວາງ
ການປ່ອຍວາງສິ່ງກີດຂວາງລະຫວ່າງຕົນເອງ ແລະ ພຣະເຈົ້າ ແລະ ຄວາມເປັນປໍລະປັກຂອງຕົນທີ່ມີຕໍ່ພຣະເຈົ້າ
I. ການປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຕົນກ່ຽວກັບພຣະເຈົ້າ: ການປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຕົນກ່ຽວກັບວຽກງານຂອງພຣະເຈົ້າ
F. ວຽກງານຂອງພຣະເຈົ້າບໍ່ໄດ້ປ່ຽນແປງເງື່ອນໄຂແຕ່ກຳເນີດຂອງຜູ້ຄົນ; ມັນແນໃສ່ເພື່ອປ່ຽນແປງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ
6. ການສະແດງອອກຕ່າງໆຂອງເງື່ອນໄຂແຕ່ກຳເນີດ, ຄວາມເປັນມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມ
ການໂອ້ລົມຂອງພວກເຮົາໃນລະຫວ່າງຊ່ວງເວລານີ້ແມ່ນກ່ຽວກັບຫົວຂໍ້ສະເພາະທີ່ກ່ຽວຂ້ອງກັບຫຼັກການຂອງການປະຕິບັດເລື່ອງ “ການປ່ອຍວາງ” ພາຍໃນວິທີການໄລ່ຕາມເສາະຫາຄວາມຈິງ ເຊິ່ງກໍຄື ເງື່ອນໄຂແຕ່ຕິດຕົວມາແຕ່ເກີດ, ຄວາມເປັນມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມ. ຫຼັງຈາກທີ່ໂອ້ລົມກ່ຽວກັບເລື່ອງນີ້ຫຼາຍຄັ້ງ, ຕອນນີ້ ພວກເຈົ້າມີການແຍກແຍະໜ້ອຍໜຶ່ງບໍ ກ່ຽວກັບການສະແດງອອກ ແລະ ການເປີດເຜີຍສະເພາະບາງຢ່າງທີ່ກ່ຽວຂ້ອງກັບສາມດ້ານນີ້ ນັ້ນກໍຄື ເງື່ອນໄຂແຕ່ຕິດຕົວມາແຕ່ເກີດ, ຄວາມເປັນມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມ? (ການແຍກແຍະຂອງຂ້ານ້ອຍກ່ຽວກັບສິ່ງເຫຼົ່ານີ້ແມ່ນຂ້ອນຂ້າງດີກວ່າແຕ່ກ່ອນ. ກ່ອນໜ້ານີ້, ຂ້ານ້ອຍມັກຈະສັບສົນລະຫວ່າງລັກສະນະ ແລະ ອຸປະນິໄສທີ່ເສື່ອມຊາມ, ແຕ່ຜ່ານການໂອ້ລົມສອງສາມຄັ້ງທີ່ຜ່ານມາຂອງພຣະເຈົ້າ, ຕອນນີ້ ຂ້ານ້ອຍສາມາດຈຳແນກພວກມັນໄດ້ໃນລະດັບໜຶ່ງ.) ເປັນຫຍັງຈຶ່ງຈຳເປັນຕ້ອງແບ່ງແຍກສິ່ງເຫຼົ່ານີ້? (ມັນກໍເພື່ອໃຫ້ພວກເຮົາຮູ້ວ່າບັນຫາໃດໃນຕົວພວກເຮົາທີ່ຕ້ອງໄດ້ຮັບການແກ້ໄຂ ແລະ ບັນຫາໃດທີ່ພວກເຮົາພຽງແຕ່ຕ້ອງຮັບມືຢ່າງຖືກຕ້ອງ.) ເວົ້າໄດ້ດີ. ການໂອ້ລົມແບບລາຍລະອຽດຂະໜາດນັ້ນເຮັດໃຫ້ຄວາມແຕກຕ່າງລະຫວ່າງເງື່ອນໄຂທີ່ຕິດຕົວມາແຕ່ເກີດ, ຄວາມເປັນມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມຊັດເຈນຂຶ້ນ ແລະ ຜູ້ຄົນໄດ້ຮັບຄວາມເຂົ້າໃຈທີ່ຊັດເຈນຂຶ້ນກ່ຽວກັບອຸປະນິໄສທີ່ເສື່ອມຊາມ ແລະ ການສະແດງອອກຂອງລັກສະນະທີ່ບໍ່ດີທີ່ສຸດ ເຊິ່ງເປັນສອງສິ່ງທີ່ແຍກອອກຈາກກັນ. ໂດຍສະເພາະຢ່າງຍິ່ງ ຜູ້ຄົນສາມາດຈຳແນກລະຫວ່າງລັກສະນະທີ່ບໍ່ດີ, ອຸປະນິໄສທີ່ເສື່ອມຊາມ ແລະ ເງື່ອນໄຂທີ່ຕິດຕົວມາແຕ່ເກີດ. ພວກເຂົາຈະບໍ່ຖືວ່າຂໍ້ບົກຜ່ອງບາງຢ່າງໃນຄວາມເປັນມະນຸດເປັນອຸປະນິໄສທີ່ເສື່ອມຊາມ ແລະ ແນ່ນອນວ່າ ພວກເຂົາກໍຈະບໍ່ຖືວ່າຄວາມຂາດເຂີນ ແລະ ຂໍ້ບົກຜ່ອງບາງຢ່າງພາຍໃນເງື່ອນໄຂທີ່ຕິດຕົວມາແຕ່ເກີດເປັນອຸປະນິໄສທີ່ເສື່ອມຊາມເຊັ່ນກັນ. ເມື່ອຜູ້ຄົນມີການແຍກແຍະນີ້, ພວກເຂົາກໍເລີ່ມຊັດເຈນຫຼາຍຂຶ້ນກ່ຽວກັບການສະແດງອອກຕ່າງໆຂອງອຸປະນິໄສທີ່ເສື່ອມຊາມ ແລະ ພວກເຂົາກໍຈະບໍ່ເຮັດເລື່ອງນ້ອຍໃຫ້ເປັນເລື່ອງໃຫຍ່ອີກຕໍ່ໄປກ່ຽວກັບບັນຫາທີ່ບໍ່ກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມ. ໃນເວລາດຽວກັນ, ພວກເຂົາກໍມີຄວາມເຂົ້າໃຈທີ່ຊັດເຈນຂຶ້ນກ່ຽວກັບວ່າອຸປະນິໄສທີ່ເສື່ອມຊາມແມ່ນຫຍັງກັນແທ້. ສະນັ້ນ ພວກເຈົ້າສາມາດອະທິບາຍຢ່າງຊັດເຈນໄດ້ບໍວ່າອຸປະນິໄສທີ່ເສື່ອມຊາມແມ່ນຫຍັງແທ້? ອຸປະນິໄສທີ່ເສື່ອມຊາມມີຄວາມກ່ຽວຂ້ອງຫຍັງກັບເງື່ອນໄຂທີ່ຕິດຕົວມາແຕ່ເກີດບໍ? ພວກມັນໄດ້ຮັບອິດທິພົນຈາກເງື່ອນໄຂທີ່ຕິດຕົວມາແຕ່ເກີດບໍ? (ບໍ່.) ສົມມຸດວ່າຄົນໃດໜຶ່ງໜ້າຕາດີ, ຜິວຂາວ ແລະ ມີຮູບຮ່າງໜ້າຕາທີ່ສົມສ່ວນ, ມັນສາມາດເວົ້າໄດ້ບໍວ່າຍ້ອນລາວມີຮູບຮ່າງໜ້າຕາທີ່ດີ ລາວຈຶ່ງບໍ່ມີອຸປະນິໄສທີ່ເສື່ອມຊາມ, ຄວາມເປັນມະນຸດຂອງລາວສົມບູນ ແລະ ຜຸດຜ່ອງຄືກັບຮູບຮ່າງໜ້າຕາຂອງລາວ, ລາວບໍ່ອວດດີ ຫຼື ຊົ່ວຊ້າເລີຍ ແຕ່ບໍລິສຸດເປັນພິເສດ? ສາມາດເວົ້າແບບນີ້ໄດ້ບໍ? (ບໍ່ໄດ້.) ເມື່ອໄດ້ໂອ້ລົມແບບນີ້ແລ້ວ, ຄວາມແຕກຕ່າງລະຫວ່າງສາມດ້ານນີ້ ນັ້ນກໍຄື ອຸປະນິໄສທີ່ເສື່ອມຊາມ, ເງື່ອນໄຂທີ່ຕິດຕົວມາແຕ່ເກີດ ແລະ ຄວາມເປັນມະນຸດ ກໍຊັດເຈນແລ້ວໂດຍພື້ນຖານ, ແມ່ນບໍ? (ແມ່ນແລ້ວ.) ສິ່ງເຫຼົ່ານີ້ແມ່ນແຍກແຍະໄດ້ງ່າຍ.
ການມີທັກສະໃນການເຮັດທຸລະກິດ
ຄັ້ງກ່ອນ, ພວກເຮົາໄດ້ໂອ້ລົມກ່ຽວກັບການຮັກໃນການເຮັດທຸລະກິດ. ການສະແດງອອກຂອງການຮັກ ແລະ ມັກເຮັດທຸລະກິດນີ້ຄວນຖືກຈັດຢູ່ໃນດ້ານໃດ? (ເງື່ອນໄຂທີ່ຕິດຕົວມາແຕ່ເກີດ.) ເປັນຫຍັງມັນຈຶ່ງຖືວ່າເປັນເງື່ອນໄຂທີ່ຕິດຕົວມາແຕ່ເກີດ? (ມັນເປັນຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງ, ສະນັ້ນ ມັນຈຶ່ງນັບວ່າເປັນເງື່ອນໄຂທີ່ຕິດຕົວມາແຕ່ເກີດ.) ດ້ານໜຶ່ງ, ມັນເປັນຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງ; ອີກດ້ານໜຶ່ງ, ຖ້າຄົນໃດໜຶ່ງຮັກໃນການເຮັດທຸລະກິດ ແລະ ມີຫົວຄິດທາງທຸລະກິດ, ລາວມີທັກສະໃນເລື່ອງນີ້ໂດຍທຳມະຊາດ ໂດຍບໍ່ໄດ້ຜ່ານການສຶກສາທາງດ້ານວິຊາຊີບ ແລະ ສາມາດເຂົ້າໃຈມັນ ແລະ ຮູ້ວິທີຫາເງິນ, ສ້າງຜົນກຳໄລ, ໄຂວ່ຄວ້າໂອກາດທາງທຸລະກິດ ແລະ ອື່ນໆ ໂດຍບໍ່ມີການຊີ້ນຳຈາກຄົນອື່ນ, ແລ້ວຄົນຜູ້ນີ້ກໍມີຈຸດແຂງໃນການເຮັດທຸລະກິດພາຍໃນເງື່ອນໄຂທີ່ຕິດຕົວມາແຕ່ເກີດຂອງລາວ. ຖ້າຄົນໃດໜຶ່ງມີຈຸດແຂງນີ້ມາແຕ່ເກີດ, ແລ້ວມັນກໍເປັນເງື່ອນໄຂທີ່ຕິດຕົວມາແຕ່ເກີດຢ່າງແນ່ນອນ ແລະ ເງື່ອນໄຂທີ່ຕິດຕົວມາແຕ່ເກີດກໍບໍ່ຄ່ອຍມີສ່ວນກ່ຽວຂ້ອງກັບອິດທິພົນທີ່ໄດ້ຮັບຫຼັງຈາກເກີດມາ. ເຈົ້າເຫັນບໍວ່າ ບາງຄົນເລີ່ມຮຽນເຮັດທຸລະກິດໃນຕອນອາຍຸ 15 ຫຼື 16 ປີ ໃນຂະນະທີ່ຍັງຮຽນໜັງສືຢູ່. ເມື່ອໃດກໍຕາມທີ່ພວກເຂົາມີບາງຢ່າງທີ່ດີ, ພວກເຂົາກໍຄິດຫາວິທີຂາຍມັນ. ພວກເຂົາເຖິງກັບຂາຍຂອງຂວັນວັນເກີດທີ່ພໍ່ແມ່ໃຫ້ພວກເຂົາ. ພວກເຂົາບໍ່ໃຊ້ເງິນຄ່າເຂົ້າໜົມຂອງພວກເຂົາເອງ ແຕ່ກັບເກັບທ້ອນມັນໄວ້ທັງໝົດເພື່ອເຮັດທຸລະກິດ. ໃນຕອນທີ່ພວກເຂົາອາຍຸ 18 ຫຼື 19 ປີ, ພວກເຂົາກໍສາມາດດຳເນີນທຸລະກິດຂະໜາດນ້ອຍໄດ້ແລ້ວ. ຜົນການຮຽນຂອງພວກເຂົາໃນໂຮງຮຽນກໍຢູ່ລະດັບປານກາງ, ແຕ່ພວກເຂົາມີຫົວຄິດໃນການເຮັດທຸລະກິດ, ຄິດໄລ່ໄວ ແລະ ພວກເຂົາມີຄວາມສາມາດພິເສດໃນການເຮັດທຸລະກິດ, ນີ້ຄືຈຸດແຂງ. ການຮັກໃນການເຮັດທຸລະກິດແມ່ນຕົກຢູ່ໃນໝວດໝູ່ຂອງຈຸດແຂງ ຫຼື ຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງພາຍໃນເງື່ອນໄຂທີ່ຕິດຕົວມາແຕ່ເກີດ. ບໍ່ວ່າກໍລະນີໃດກໍຕາມ, ມັນກໍເປັນດ້ານໜຶ່ງຂອງເງື່ອນໄຂທີ່ຕິດຕົວມາແຕ່ເກີດ ແລະ ນີ້ຄືບ່ອນທີ່ການສະແດງອອກຂອງການຮັກໃນການເຮັດທຸລະກິດຖືກຈັດປະເພດໄວ້. ບາງຄົນອາດຈະບໍ່ມີກິດຈະກຳຍາມຫວ່າງ ຫຼື ຈຸດແຂງທີ່ກ່ຽວຂ້ອງກັບທຸລະກິດສະເໝີໄປ. ພວກເຂົາອາໄສການຫຼອກລວງ ແລະ ການຕົ້ມຕຸ໋ນຜູ້ຄົນເປັນຫຼັກເມື່ອພວກເຂົາເຮັດທຸລະກິດ. ພວກເຂົາບໍ່ໄດ້ຫາເງິນຜ່ານການເຮັດວຽກໜັກ ແລະ ການດິ້ນຮົນຂອງພວກເຂົາເອງ ຫຼື ໂດຍການໃຊ້ວິທີການ ແລະ ຮູບແບບທາງທຸລະກິດທີ່ຖືກຕ້ອງຕາມກົດໝາຍ, ແຕ່ກັບໃຊ້ການສໍ້ໂກງ ແລະ ການຫຼອກລວງໃນທຸກຮູບແບບ ພ້ອມທັງການສະແຫວງປະໂຫຍດຈາກຊ່ອງໂຫວ່ທາງກົດໝາຍເພື່ອບັນລຸເປົ້າໝາຍຂອງພວກເຂົາໃນການສ້າງຜົນກຳໄລ ແລະ ຫາເງິນ. ນີ້ແມ່ນບັນຫາປະເພດໃດ? ຄົນແບບນັ້ນດຳເນີນທຸລະກິດດ້ວຍວິທີນີ້ຢູ່ສະເໝີ, ສິ່ງນີ້ກ່ຽວຂ້ອງກັບແກ່ນແທ້ຄວາມເປັນມະນຸດຂອງພວກເຂົາບໍ? (ແມ່ນແລ້ວ.) ຄວາມເປັນມະນຸດແບບນັ້ນດີ ຫຼື ບໍ່ດີ? (ມັນບໍ່ດີ.) ມັນບໍ່ດີແນວໃດ? ເມື່ອເວົ້າເຖິງຄວາມເປັນມະນຸດຂອງຄົນແບບນັ້ນ, ໂດຍທົ່ວໄປແລ້ວ ພວກເຂົາມີລັກສະນະທີ່ບໍ່ດີ. ຈຸດປະສົງຂອງຜູ້ຄົນໃນການເຮັດທຸລະກິດແມ່ນເພື່ອຫາເງິນຢູ່ສະເໝີ. ຖ້າເຈົ້າຫາເງິນຜ່ານວິທີການດຳເນີນທຸລະກິດທີ່ຖືກຕ້ອງຕາມກົດໝາຍ, ນີ້ຄືຄວາມສາມາດທີ່ເຈົ້າມີ ແລະ ມັນເປັນຜົນປະໂຫຍດທີ່ເກີດຈາກຈຸດແຂງທີ່ພຣະເຈົ້າໄດ້ປະທານໃຫ້ເຈົ້າ. ແຕ່ຖ້າຄົນໃດໜຶ່ງບໍ່ໄດ້ຮັບເງິນ ແລະ ຜົນກຳໄລຜ່ານວິທີການດຳເນີນທຸລະກິດທີ່ຖືກຕ້ອງຕາມກົດໝາຍ, ແຕ່ຜ່ານການສໍ້ໂກງ ແລະ ການຫຼອກລວງໃນທຸກຮູບແບບ, ແລ້ວຄົນແບບນັ້ນກໍຂາດຄວາມສຸດຈະລິດ ແລະ ມີລັກສະນະທີ່ຕ່ຳຊ້າ. ຄົນແບບນັ້ນມີສະຕິຮູ້ສຶກຜິດຊອບບໍ? (ບໍ່ມີ.) ເວົ້າຕາມພາສາຊາວບ້ານກໍຄື ສະຕິຮູ້ສຶກຜິດຊອບຂອງພວກເຂົາເນົ່າເປື່ອຍຢ່າງສິ້ນເຊີງ, ພວກເຂົາບໍ່ມີສະຕິຮູ້ສຶກຜິດຊອບ. ເປັນຫຍັງພວກເຮົາຈຶ່ງເວົ້າວ່າພວກເຂົາບໍ່ມີສະຕິຮູ້ສຶກຜິດຊອບ? (ໂດຍທົ່ວໄປແລ້ວ, ຄົນທີ່ມີສະຕິຮູ້ສຶກຜິດຊອບຈະຮູ້ສຶກຜິດໃນສະຕິຮູ້ສຶກຜິດຊອບຫຼັງຈາກທີ່ພວກເຂົາຫຼອກລວງ ແລະ ຕົ້ມຕຸ໋ນຄົນອື່ນ ແລະ ພວກເຂົາກໍຈະບໍ່ເຮັດສິ່ງເຫຼົ່ານັ້ນອີກ. ເຖິງຢ່າງໃດກໍຕາມ, ຄົນທີ່ບໍ່ມີສະຕິຮູ້ສຶກຜິດຊອບຈະສົນໃຈແຕ່ການໄດ້ຮັບຜົນກຳໄລ. ສະຕິຮູ້ສຶກຜິດຊອບຂອງພວກເຂົາບໍ່ມີຄວາມຮັບຮູ້ເລີຍ, ສະນັ້ນ ພວກເຂົາຈຶ່ງສືບຕໍ່ເຮັດສິ່ງເຫຼົ່ານັ້ນ.) ພວກເຂົາບໍ່ມີການເຮັດວຽກຂອງສະຕິຮູ້ສຶກຜິດຊອບ; ຍັງສາມາດເວົ້າໄດ້ອີກວ່າພວກເຂົາບໍ່ມີສະຕິຮູ້ສຶກຜິດຊອບ. ຖ້າພວກເຂົາມີສະຕິຮູ້ສຶກຜິດຊອບ, ສະຕິຮູ້ສຶກຜິດຊອບຂອງພວກເຂົາກໍຈະເຮັດວຽກ ແລະ ຈາກນັ້ນ ຫຼັງຈາກທີ່ຕົ້ມຕຸ໋ນຄົນໃດໜຶ່ງໄປຄັ້ງໜຶ່ງ, ພວກເຂົາກໍຈະຮູ້ສຶກເຖິງການຕຳໜິຕົນເອງຈາກສະຕິຮູ້ສຶກຜິດຊອບຂອງພວກເຂົາ. ເຖິງແມ່ນວ່າພວກເຂົາຈະໄດ້ກຳໄລ, ພວກເຂົາກໍຈະຮູ້ສຶກຫົດຫູ່ຢູ່ພາຍໃນ. ເມື່ອພວກເຂົາໄດ້ໃຊ້ເງິນນັ້ນ, ໜ້າຂອງພວກເຂົາກໍຈະແດງ ແລະ ພວກເຂົາກໍຈະຮູ້ສຶກບໍ່ສະບາຍໃຈຢູ່ພາຍໃນ ໂດຍຮູ້ສຶກວ່າສິ່ງທີ່ພວກເຂົາເຮັດນັ້ນສົກກະປົກ ແລະ ຕ່ຳຊ້າ. ດັ່ງນັ້ນ, ຕັ້ງແຕ່ນັ້ນມາ ພວກເຂົາກໍຈະບໍ່ຕົ້ມຕຸ໋ນໃຜອີກເລີຍ; ບໍ່ວ່າຜົນກຳໄລທີ່ອາດຈະໄດ້ຮັບນັ້ນຫຼາຍສໍ່າໃດກໍຕາມ, ພວກເຂົາກໍຈະບໍ່ມີທາງເຮັດມັນ, ນີ້ຄືການເຮັດວຽກຂອງສະຕິຮູ້ສຶກຜິດຊອບ. ແຕ່ຄົນທີ່ມີທັກສະໃນການຫຼອກລວງ, ການສໍ້ໂກງ ແລະ ການຕົ້ມຕຸ໋ນຄົນອື່ນຈະເຮັດສິ່ງນີ້ທຸກຄັ້ງທີ່ພວກເຂົາຕ້ອງການ. ຫຼັງຈາກທີ່ພວກເຂົາເຮັດສຳເລັດ, ພວກເຂົາກໍບໍ່ຮູ້ສຶກຜິດໃນໃຈເມື່ອພວກເຂົາໃຊ້ເງິນນັ້ນ. ເມື່ອພວກເຂົາໄດ້ເງິນມາຢູ່ໃນມືແລ້ວ, ພວກເຂົາກໍຄິດວ່າພວກເຂົາສະຫຼາດ ແລະ ເກັ່ງກ້າ ແລະ ຮູ້ສຶກຍິນດີ ພ້ອມທັງພູມໃຈເປັນພິເສດກັບຄວາມສຳເລັດໃນກົນລະຍຸດການຕົ້ມຕຸ໋ນຂອງພວກເຂົາ. ພວກເຂົາຂາຍສິນຄ້າທີ່ນ້ຳໜັກບໍ່ເຕັມ, ພວກເຂົາຂາຍຢາປອມ, ໂສມປອມ, ຊີ້ນທີ່ສີດນ້ຳ, ທຸກສິ່ງທີ່ພວກເຂົາຂາຍລ້ວນແຕ່ຖືກປອມປົນ ແລະ ຫຼອກລວງ. ທຸກທຸລະກິດທີ່ພວກເຂົາເຮັດລ້ວນແຕ່ກ່ຽວຂ້ອງກັບກົນລະຍຸດການຕົ້ມຕຸ໋ນ ແລະ ກັບດັກ ແລະ ເງິນທັງໝົດທີ່ພວກເຂົາຫາໄດ້ກໍລ້ວນແຕ່ໄດ້ມາດ້ວຍວິທີການສໍ້ໂກງ. ບໍ່ວ່າພວກເຂົາຈະເຮັດທຸລະກິດຫຍັງກໍຕາມ, ພວກເຂົາກໍບໍ່ເຄີຍດຳເນີນການໃນວິທີທີ່ປະຕິບັດຕາມກົດລະບຽບໂດຍການຄິດໄລ່ລາຄາທີ່ເໝາະສົມ. ເຈົ້າເຫັນບໍວ່າ ບາງຄົນຕົ້ມຕຸ໋ນລູກຄ້າປະຈຳຢ່າງເຈາະຈົງເມື່ອເຮັດທຸລະກິດ. ຕົວຢ່າງ: ຖ້າເຈົ້າຊື້ເຄື່ອງນຳພວກເຂົາເລື້ອຍໆ ແລະ ພວກເຂົາຮູ້ວ່າເຈົ້າມີເງິນ, ພວກເຂົາກໍຈະເກັບເງິນເຈົ້າ 100 ຢວນສຳລັບສິນຄ້າທີ່ພວກເຂົາຂາຍໃຫ້ຄົນອື່ນໃນລາຄາ 10 ຢວນ. ພວກເຂົາເຖິງກັບຈະເວົ້າວ່າ “ຂ້ອຍບໍ່ຂາຍສິ່ງນີ້ໃຫ້ຄົນອື່ນດອກ, ຂ້ອຍເກັບມັນໄວ້ໃຫ້ເຈົ້າໂດຍສະເພາະ. ເຫັນບໍວ່າພວກເຮົາມີຄວາມສຳພັນທີ່ແໜ້ນແຟ້ນສໍ່າໃດ? ເຈົ້າໄດ້ລາຄາທີ່ດີຫຼາຍ, ແມ່ນບໍ?” ພວກເຂົາຕົ້ມຕຸ໋ນຜູ້ຄົນ ແລະ ເຖິງກັບເຮັດໃຫ້ຄົນເຫຼົ່ານັ້ນຮູ້ສຶກຂອບໃຈ, ພວກເຂົາຊ່າງເປັນນັກຕົ້ມຕຸ໋ນທີ່ມີທັກສະແທ້ໆ! ຄົນທີ່ບໍ່ມີຄວາມຮູ້ສຶກກ່າວໂທດຕົນເອງໃນສະຕິຮູ້ສຶກຜິດຊອບຂອງພວກເຂົາຈະບໍ່ຮູ້ສຶກເຖິງການຕຳໜິ ຫຼື ຄວາມຮັບຮູ້ໃນສະຕິຮູ້ສຶກຜິດຊອບຂອງພວກເຂົາເລີຍ ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ສະນັ້ນ ມັນຈຶ່ງສາມາດເວົ້າໄດ້ວ່າຄົນແບບນັ້ນບໍ່ມີສະຕິຮູ້ສຶກຜິດຊອບ. ບໍ່ວ່າເຫດຜົນຂອງພວກເຂົາຈະເປັນແນວໃດກໍຕາມ, ພຽງແຕ່ຕັດສິນຈາກສະຕິຮູ້ສຶກຜິດຊອບຂອງພວກເຂົາຢ່າງດຽວ, ຄົນເຫຼົ່ານີ້ກໍຂາດຄວາມເປັນມະນຸດ ແລະ ມີລັກສະນະທີ່ຕ່ຳຊ້າ. ມັນຕ່ຳຊ້າຈົນຮອດລະດັບໃດ? ພວກເຂົາບໍ່ມີສະຕິຮູ້ສຶກຜິດຊອບ ແລະ ບໍ່ມີຄວາມເປັນມະນຸດ. ນັ້ນກໍຄື ພວກເຂົາຂາດຄວາມຮັບຮູ້, ການເຮັດວຽກ ແລະ ການຢັບຢັ້ງຂອງສະຕິຮູ້ສຶກຜິດຊອບທີ່ຄົນປົກກະຕິມີ. ຖ້າປາສະຈາກການຢັບຢັ້ງເຫຼົ່ານີ້, ພວກເຂົາກໍສາມາດເຮັດໄດ້ທຸກຢ່າງ. ໃນການເຮັດທຸລະກິດ, ພວກເຂົາສາມາດຫຼອກລວງ ແລະ ຕົ້ມຕຸ໋ນ; ໃນການດຳເນີນທຸລະກິດໃດກໍຕາມ, ພວກເຂົາສາມາດສ້າງກົນໂກງ ແລະ ລະເມີດກົດລະບຽບ. ພວກເຂົາສາມາດກະທຳການທີ່ຜິດສິນທຳໃດໆກໍໄດ້. ແມ່ນແຕ່ຕອນທີ່ພວກເຂົາສ້າງເຮືອນ, ພວກເຂົາກໍໃຊ້ອຸປະກອນທີ່ບໍ່ໄດ້ມາດຕະຖານ. ເຈົ້າເຫັນບໍວ່າ ແມ່ນຫຍັງຄືສາເຫດຂອງຕຶກທີ່ອຽງ ແລະ ຕຶກຖະຫຼົ່ມເຫຼົ່ານັ້ນໃນປະເທດຈີນແຜ່ນດິນໃຫຍ່? ມັນເປັນເພາະວ່າ ເພື່ອສ້າງຜົນກຳໄລຢ່າງມະຫາສານ, ຜູ້ກໍ່ສ້າງໄດ້ນຳໃຊ້ອັດຕາສ່ວນການປະສົມເບຕົງ ແລະ ເຕັກນິກການໃຊ້ເຫຼັກເສັ້ນທີ່ຕໍ່າກວ່າມາດຕະຖານ, ເຊິ່ງໄດ້ສົ່ງຜົນກະທົບຕໍ່ສະພາບຂອງຕຶກແລ້ວ. ຜົນກໍຄື ຫຼັງຈາກທີ່ຜູ້ຄົນຍ້າຍເຂົ້າໄປຢູ່ໄດ້ບໍ່ດົນ, ຕຶກບາງແຫ່ງກໍຖະຫຼົ່ມລົງມາ. ຖ້າມີແຜ່ນດິນໄຫວຂະໜາດຫ້າ ຫຼື ຫົກຣິກເຕີ, ຕຶກສ່ວນໃຫຍ່ກໍຈະຖະຫຼົ່ມລົງມາ ແລະ ຜົນທີ່ຕາມມາກໍຈະບໍ່ສາມາດຈິນຕະນາການໄດ້. ຜູ້ຮັບເໝົາທີ່ໃຈດຳເຫຼົ່ານັ້ນບໍ່ມີສະຕິຮູ້ສຶກຜິດຊອບເລີຍ, ເມື່ອເຫັນຄົນຕາຍ, ພວກເຂົາກໍຟ້າວຊອກຫາຜູ້ໜູນຫຼັງຂອງພວກເຂົາທັນທີເພື່ອໃຊ້ມາດຕະການຮັບມືກັບສະຖານະການ. ຖ້າຜູ້ໜູນຫຼັງຂອງພວກເຂົາເຂັ້ມແຂງພໍ ແລະ ມີມາດຕະການຮັບມື, ເລື່ອງນັ້ນກໍສາມາດຖືກປົກປິດໄດ້ຢ່າງສຳເລັດຜົນ. ການເສຍຊີວິດສອງສາມຄົນເຫຼົ່ານັ້ນຖືກປັດຄວາມຮັບຜິດຊອບດ້ວຍຄ່າທຳນຽມງານສົບຈຳນວນໜຶ່ງ ແລະ ຈະບໍ່ມີໃຜສາມາດເອົາຜິດພວກເຂົາໄດ້ເລີຍ. ສະຕິຮູ້ສຶກຜິດຊອບຂອງພວກເຂົາບໍ່ມີຄວາມຮັບຮູ້; ຢ່າວ່າແຕ່ການເສຍຊີວິດສອງສາມຄົນເລີຍ, ເຖິງແມ່ນວ່າຈະມີຄົນຕາຍຫຼາຍສິບ, ຫຼາຍຮ້ອຍ ຫຼື ຫຼາຍໝື່ນຄົນ, ມັນກໍບໍ່ມີຄວາມໝາຍຫຍັງສຳລັບພວກເຂົາ. ໃນສາຍຕາຂອງພວກເຂົາ, ຊີວິດຂອງມະນຸດກໍບໍ່ຕ່າງຫຍັງກັບຊີວິດຂອງມົດ ນັ້ນກໍຄື ບໍ່ມີຄວາມໝາຍຫຍັງເລີຍ. ບອກເຮົາເບິ່ງວ່າ ຄົນແບບນັ້ນມີສະຕິຮູ້ສຶກຜິດຊອບບໍ? ຄົນທີ່ບໍ່ມີສະຕິຮູ້ສຶກຜິດຊອບສາມາດເວົ້າໄດ້ວ່າບໍ່ມີຄວາມເປັນມະນຸດ. ສະນັ້ນ, ການກະທຳຂອງພວກເຂົາໃນການຫຼອກລວງ ແລະ ການຕົ້ມຕຸ໋ນຄົນອື່ນໃນຂະນະທີ່ເຮັດທຸລະກິດເປັນການເປີດເຜີຍອຸປະນິໄສທີ່ເສື່ອມຊາມບໍ? (ແມ່ນແລ້ວ.) ມີອຸປະນິໄສທີ່ເສື່ອມຊາມສະເພາະເຈາະຈົງຢູ່ພາຍໃນສິ່ງນີ້. ອຸປະນິໄສທີ່ເສື່ອມຊາມອັນໃດ? (ຄວາມໂຫດຮ້າຍ ແລະ ຄວາມເລ່ລ່ຽມ.) ອຸປະນິໄສທີ່ເສື່ອມຊາມທີ່ເປັນລັກສະນະສະເພາະ ແລະ ເປັນຕົວແທນຂອງພວກເຂົາຄືຄວາມເລ່ລ່ຽມ ແລະ ຄວາມຊົ່ວຊ້າ. ຄົນທີ່ສາມາດສໍ້ໂກງ ແລະ ຫຼອກລວງໃນທຸກຮູບແບບແມ່ນມີຄວາມເລ່ລ່ຽມເປັນພິເສດ. ບາງຄັ້ງ, ວິທີການທີ່ພວກເຂົາໃຊ້ເພື່ອຕົ້ມຕຸ໋ນ ແລະ ຫຼອກລວງຜູ້ຄົນກໍເປັນວິທີທີ່ເຈົ້າຄາດບໍ່ເຖິງເລີຍ ແລະ ເຈົ້າອາດເຖິງກັບຮູ້ສຶກດີໃຈພໍສົມຄວນໃນຂະນະທີ່ເຈົ້າກຳລັງຖືກພວກເຂົາຕົ້ມຕຸ໋ນ ໂດຍຄິດວ່າພວກເຂົາປະຕິບັດຕໍ່ເຈົ້າເປັນຢ່າງດີ. ຫຼັງຈາກເວລາຜ່ານໄປດົນນານ ເຈົ້າຈຶ່ງຕື່ນ ແລະ ທັນໃດນັ້ນກໍຮູ້ວ່າເຈົ້າຖືກຕົ້ມແລ້ວ. ແລ້ວເມື່ອເຈົ້າໄປຊອກຫາພວກເຂົາ, ພວກເຂົາກໍໄດ້ຫາຍຕົວໄປຢ່າງບໍ່ມີຮ່ອງຮອຍແລ້ວ. ວິທີການຕົ້ມຕຸ໋ນຜູ້ຄົນຂອງພວກເຂົາຊ່າງແນບນຽນແທ້ໆ! ໃນຊຸມປີ 1980 ແລະ 1990, ອຸດສາຫະກຳ ແລະ ການຄ້າຂ້ອນຂ້າງພັດທະນາໃນມົນທົນກວາງຕຸ້ງ, ປະເທດຈີນ. ເຄື່ອງໃຊ້ໃນຄົວເຮືອນທີ່ຂ້ອນຂ້າງທັນສະໄໝບາງຢ່າງຍັງບໍ່ທັນເຂົ້າເຖິງເຂດພາຍໃນຂອງປະເທດຈີນ, ສະນັ້ນ ປະຊາຊົນບາງຄົນທີ່ຢູ່ເຂດພາຍໃນຈຶ່ງເດີນທາງໄປມົນທົນກວາງຕຸ້ງເພື່ອຊື້ພວກມັນ ເພື່ອໃຫ້ທັນກັບກະແສ. ເມື່ອພໍ່ຄ້າຮູ້ວ່າລູກຄ້າເຫຼົ່ານີ້ມາຈາກເຂດພາຍໃນ, ພວກເຂົາກໍເລີ່ມຄິດວ່ານີ້ຄືໂອກາດຂອງພວກເຂົາທີ່ຈະດຳເນີນການຕົ້ມຕຸ໋ນ. ປະຊາຊົນທີ່ຢູ່ພາຍໃນໄດ້ຊື້ເຄື່ອງບັນທຶກສຽງ, ໂທລະທັດ ແລະ ເຄື່ອງໃຊ້ອື່ນໆ. ຫຼັງຈາກທີ່ຈ່າຍເງິນແລ້ວ, ຜູ້ຂາຍເຖິງກັບບອກພວກເຂົາວ່າໄລຍະເວລາຮັບປະກັນດົນປານໃດ ແລະ ບອກວ່າຖ້າມີບັນຫາໃດໆກັບເຄື່ອງໃຊ້, ພວກເຂົາສາມາດກັບມາປ່ຽນໄດ້, ເຊິ່ງເຮັດໃຫ້ລູກຄ້າຮູ້ສຶກວ່າການບໍລິການຫຼັງການຂາຍນັ້ນດີພໍສົມຄວນ. ໃນຂະນະທີ່ພວກເຂົາກຳລັງຈະອອກໄປ, ຜູ້ຂາຍກໍບອກວ່າພວກເຂົາຈຳເປັນຕ້ອງຫໍ່ເຄື່ອງໃຊ້ໃຫ້ ແລະ ຈາກນັ້ນ ພວກເຂົາກໍເອົາພວກມັນໄປທາງຫຼັງເພື່ອຫໍ່. ແຕ່ເມື່ອລູກຄ້າກັບຮອດບ້ານ ແລະ ເປີດເຄື່ອງຫຸ້ມຫໍ່ອອກ, ພວກເຂົາກໍບໍ່ພົບຫຍັງເລີຍນອກຈາກດິນຈີ່ ແລະ ກ້ອນຫີນຢູ່ຂ້າງໃນແທນທີ່ຈະເປັນເຄື່ອງໃຊ້, ເມື່ອນັ້ນເອງ ພວກເຂົາຈຶ່ງຮູ້ວ່າພໍ່ຄ້າໄດ້ສະຫຼັບປ່ຽນເຄື່ອງ ແລະ ພວກເຂົາກໍຖືກຕົ້ມຕຸ໋ນແລ້ວ. ການເດີນທາງກັບໄປຊອກຫາພວກເຂົາກໍຈະໄກເກີນໄປ ແລະ ມັນກໍຈະເຮັດໃຫ້ພວກເຂົາເສຍຄ່າເດີນທາງຫຼາຍເຊັ່ນກັນ, ສະນັ້ນ ພວກເຂົາຈຶ່ງເຮັດໄດ້ພຽງແຕ່ຍອມຮັບຄວາມສູນເສຍ ແລະ ຮຽນຮູ້ບົດຮຽນຈາກປະສົບການນັ້ນ, ເມື່ອເຈົ້າຊື້ບາງຢ່າງ, ເຈົ້າຕ້ອງຍື່ນເງິນໃຫ້ດ້ວຍມືເບື້ອງໜຶ່ງ ແລະ ຮັບເອົາສິນຄ້າດ້ວຍມືອີກເບື້ອງໜຶ່ງ ແລະ ທຸກຢ່າງຕ້ອງໄດ້ຮັບການກວດກາດ້ວຍຕົນເອງເພື່ອໃຫ້ແນ່ໃຈວ່າເຈົ້າໄດ້ຮັບສິ່ງທີ່ເຈົ້າຈ່າຍເງິນໄປ. ເລື່ອງແບບນີ້ມັກຈະເກີດຂຶ້ນກັບຄົນທີ່ເດີນທາງໄປເຮັດທຸລະກິດເລື້ອຍໆ. ຕອນນີ້, ເຫດການດັ່ງກ່າວບໍ່ໄດ້ເປັນພຽງເຫດການທີ່ເກີດຂຶ້ນເປັນບາງຄັ້ງຄາວໃນເມືອງດຽວອີກຕໍ່ໄປ ແຕ່ໄດ້ກາຍເປັນເລື່ອງທຳມະດາໄປແລ້ວ. ເຫດການການສໍ້ໂກງ ແລະ ການຫຼອກລວງໃນທຸກຮູບແບບກຳລັງເພີ່ມຂຶ້ນ ແລະ ຄົນທີ່ເຮັດທຸລະກິດກໍຫັນມາຕົ້ມຕຸ໋ນຫຼາຍຂຶ້ນເລື້ອຍໆ. ເປັນຫຍັງກ່ອນໜ້ານີ້ຈຶ່ງບໍ່ມີເລື່ອງແບບນີ້ຫຼາຍ? ມັນເປັນພຽງເພາະວ່າໃນຕອນນັ້ນ ບາງຄົນຍັງບໍ່ທັນຄົ້ນພົບກົນລະຍຸດການຕົ້ມຕຸ໋ນເຫຼົ່ານີ້. ເມື່ອກົນລະຍຸດການຕົ້ມຕຸ໋ນເຫຼົ່ານີ້ແຜ່ຫຼາຍໃນສັງຄົມ, ພໍ່ຄ້າກໍເລີ່ມຮຽນແບບ ແລະ ເຮັດຕາມກັນໄປເລື້ອຍໆ ແລະ ພວກເຂົາທຸກຄົນກໍເລີ່ມເຮັດມັນ. ພວກເຂົາທຸກຄົນເລີ່ມເຮັດມັນ, ນັ້ນໝາຍຄວາມວ່າສະຕິຮູ້ສຶກຜິດຊອບຂອງພວກເຂົາເສື່ອມຊາມໃນພາຍຫຼັງບໍ? ບໍ່, ໂດຍທຳມະຊາດແລ້ວ ຄົນເຫຼົ່ານີ້ບໍ່ຄ່ອຍມີສະຕິຮູ້ສຶກຜິດຊອບ. ມັນເປັນພຽງເພາະວ່າກ່ອນໜ້ານີ້, ເນື່ອງຈາກລະດັບປະສົບການ ຫຼື ຄວາມຮູ້ຂອງພວກເຂົາ, ພວກເຂົາຍັງຄິດບໍ່ອອກວ່າຈະຕົ້ມຕຸ໋ນ ແລະ ຫຼອກລວງຄົນອື່ນແບບນີ້ແນວໃດ. ຕໍ່ມາ, ດ້ວຍຄວາມເສື່ອມຊາມຂອງສະພາບສັງຄົມ, ພວກເຂົາກໍນັບມື້ນັບໂຫດຮ້າຍ ແລະ ໄຮ້ຄວາມປານີໃນການເຮັດສິ່ງດັ່ງກ່າວ ແລະ ທຳມະຊາດຂອງການກະທຳຂອງພວກເຂົາກໍນັບມື້ນັບຊົ່ວຊ້າຂຶ້ນເລື້ອຍໆ.
ຄົນແບບນີ້ໃຊ້ວິທີການຫຼອກລວງ ແລະ ການຕົ້ມຕຸ໋ນໃນຂະນະທີ່ເຮັດທຸລະກິດ, ແລ້ວພວກເຂົາຈະຫຼອກລວງ ແລະ ຕົ້ມຕຸ໋ນຜູ້ຄົນໃນຂະນະທີ່ພວກເຂົາກຳລັງເຮັດສິ່ງອື່ນໆນຳບໍ? (ແມ່ນແລ້ວ.) ວິທີການ ແລະ ຮູບແບບການເຮັດທຸລະກິດຂອງພວກເຂົາ ພ້ອມທັງທັດສະນະຄະຕິຂອງພວກເຂົາຕໍ່ສິ່ງຕ່າງໆ ເຊັ່ນ: ການຫຼອກລວງ ແລະ ການຕົ້ມຕຸ໋ນເປັນຕົວແທນໃຫ້ແກ່ຄວາມເປັນມະນຸດຂອງພວກເຂົາ. ພວກເຂົາມີຄວາມເປັນມະນຸດປະເພດນີ້, ສະນັ້ນ ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ເຖິງແມ່ນວ່າມັນຈະບໍ່ແມ່ນການຫຼອກລວງ ແລະ ການຕົ້ມຕຸ໋ນຄົນອື່ນ, ມັນກໍຈະບໍ່ດີໄປກວ່ານັ້ນ. ເພາະວ່າຄວາມເປັນມະນຸດປະເພດນີ້ຄືພື້ນຖານທີ່ພວກເຂົາເຮັດສິ່ງເຫຼົ່ານີ້, ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ໂດຍພື້ນຖານແລ້ວ ທຳມະຊາດຂອງມັນກໍຄືກັນ, ພວກເຂົາພຽງແຕ່ຂາດຄວາມຮັບຮູ້ຂອງສະຕິຮູ້ສຶກຜິດຊອບ. ເມື່ອຄົນເຫຼົ່ານີ້ກາຍເປັນເຈົ້າໜ້າທີ່, ວິທີການເວົ້າ ແລະ ການກະທຳຂອງພວກເຂົາກໍຄືກັນກັບຕອນທີ່ພວກເຂົາກຳລັງເຮັດທຸລະກິດ, ພວກເຂົາບໍ່ມີການເຮັດວຽກຂອງສະຕິຮູ້ສຶກຜິດຊອບ, ພວກເຂົາຫຼອກລວງ ແລະ ຕົ້ມຕຸ໋ນ, ທຳຮ້າຍ ແລະ ຂ້າຄົນ ແລະ ລະເມີດກົດໝາຍ; ພວກເຂົາສາມາດເຮັດໄດ້ທຸກຢ່າງທີ່ຂັດກັບຄວາມເປັນມະນຸດ, ສິນທຳ ແລະ ຄວາມຍຸຕິທຳທາງດ້ານສິນທຳ. ພວກເຂົາປະພຶດແບບນີ້ໃນທຸລະກິດ ພ້ອມທັງໃນການເມືອງ. ຖ້າພວກເຂົາມີສ່ວນຮ່ວມໃນການຄົ້ນຄວ້າທາງດ້ານວິທະຍາສາດ, ຄວາມເປັນມະນຸດຂອງພວກເຂົາຈະສາມາດປ່ຽນແປງໄດ້ບໍ ເພາະວ່າຂົງເຂດທີ່ພວກເຂົາພົວພັນນໍານັ້ນແຕກຕ່າງກັນ? ບໍ່. ບອກເຮົາເບິ່ງວ່າ ຄົນແບບນັ້ນມີຂໍ້ໄດ້ປຽບບໍ ເມື່ອເວົ້າເຖິງປະຕິບັດວຽກງານທົ່ວໄປໃນຄຣິສຕະຈັກ? ບາງຄົນເວົ້າວ່າ “ຄົນນັ້ນຄົນນີ້ເຄີຍເປັນຜູ້ບໍລິຫານລະດັບສູງ ຫຼື ປະທານກຳມະການບໍລິຫານໃນສັງຄົມທາງໂລກ. ວິທີການເຮັດທຸລະກິດຂອງພວກເຂົາສະຫຼາດເປັນພິເສດ, ແຕ່ບໍ່ເໝາະສົມເລັກນ້ອຍເທົ່ານັ້ນ, ບາງຄັ້ງພວກເຂົາກໍຫຼອກລວງ ແລະ ຕົ້ມຕຸ໋ນຜູ້ຄົນ. ຂ້ອຍບໍ່ຮູ້ວ່າການສົ່ງເສີມຄົນປະເພດນີ້ໃຫ້ເຮັດວຽກງານທົ່ວໄປໃນຄຣິສຕະຈັກນັ້ນເໝາະສົມ ຫຼື ບໍ່”. ບອກເຮົາເບິ່ງວ່າ ຄົນປະເພດນີ້ເປັນຄົນດີບໍ? ພວກເຂົາເປັນບຸກຄົນທີ່ມີຄວາມສາມາດພິເສດຢ່າງແທ້ຈິງບໍ? (ບໍ່.) ບາງຄົນມັກຖືວ່າບຸກຄົນເຫຼົ່ານີ້ເປັນຄົນທີ່ມີຄວາມສາມາດພິເສດ ແລະ ແນະນຳທຸກຄົນເຫຼົ່ານີ້ທີ່ມີຊື່ສຽງເລັກນ້ອຍໃນສັງຄົມ, ໂດຍເວົ້າວ່າຄົນນັ້ນຄົນນີ້ເຄີຍເປັນປະທານກຳມະການບໍລິຫານ ຫຼື ຜູ້ບໍລິຫານອາວຸໂສ, ອີກຄົນໜຶ່ງເຄີຍເປັນໜຶ່ງໃນຄົນໜຸ່ມທີ່ໂດດເດັ່ນສິບອັນດັບຕົ້ນໆໃນສັງຄົມ ຫຼື ເປັນຜູ້ອອກແຮງງານທີ່ເປັນແບບຢ່າງ ແລະ ຄົນອື່ນໆກໍຮຽນຈົບປະລິນຍາໂທ ຫຼື ປະລິນຍາເອກ ຫຼື ໄດ້ຳເຮັດວຽກເປັນທະນາຍຄວາມ ຫຼື ນັກຂ່າວ ຫຼື ເປັນລັດຖະກອນ ຫຼື ເຈົ້າໜ້າທີ່. ຄົນທີ່ແນະນຳບຸກຄົນເຫຼົ່ານີ້ ທີ່ຈິງແລ້ວແມ່ນຂາດຄວາມເຂົ້າໃຈຝ່າຍວິນຍານ ແລະ ບໍ່ເຂົ້າໃຈຄວາມຈິງ. ພວກເຂົາພຽງແຕ່ຮູ້ສຶກວ່າ ລາຍການວຽກງານຕ່າງໆໃນເຮືອນຂອງພຣະເຈົ້າຈຳເປັນຕ້ອງໃຫ້ຄົນທີ່ມີຄວາມສາມາດພິເສດ ແລະ ບຸກຄົນຊັ້ນນຳຈາກທຸກສາຂາອາຊີບໃນສັງຄົມເຫຼົ່ານີ້ມາຮັບຜິດຊອບ, ສະນັ້ນ ພວກເຂົາຈຶ່ງແນະນຳຄົນເຫຼົ່ານີ້ໃຫ້ມາຮັບບົດບາດເປັນຜູ້ກຳກັບດູແລສຳລັບວຽກງານລາຍການເຫຼົ່ານີ້. ຫຼັງຈາກທີ່ຄົນເຫຼົ່ານີ້ກາຍເປັນຜູ້ກຳກັບດູແລ, ບໍ່ພຽງແຕ່ພວກເຂົາລົ້ມເຫຼວໃນການຈັດການວຽກງານໃຫ້ດີໄດ້ເທົ່ານັ້ນ, ແຕ່ພວກເຂົາຍັງເຮັດໃຫ້ມັນວຸ້ນວາຍຢ່າງສິ້ນເຊີງ, ສົ່ງຜົນໃຫ້ເກີດຄວາມວຸ້ນວາຍໄປທົ່ວທຸກແຫ່ງໃນວຽກງານຂອງຄຣິສຕະຈັກ, ມັນເປັນເລື່ອງໄຮ້ສາລະຢ່າງແທ້ຈິງ! ສິ່ງດຽວທີ່ຄົນເຫຼົ່ານີ້ສາມາດເຮັດໄດ້ກໍຄື ກ້າທີ່ຈະກະທຳດ້ວຍຄວາມມຸທະລຸທີ່ບໍ່ສົມເຫດສົມຜົນ, ເຮັດຊົ່ວໂດຍບໍ່ຢັ້ງຄິດ, ປະໝາດ ແລະ ບ້າບິ່ນ ແລະ ດຳເນີນວຽກງານບາງຢ່າງຢ່າງໜ້າດ້ານ; ນອກຈາກສິ່ງເຫຼົ່ານີ້ແລ້ວ, ບໍ່ມີວຽກງານລາຍການໃດເລີຍທີ່ພວກເຂົາສາມາດເຮັດໄດ້ຢ່າງແທ້ຈິງຕາມຫຼັກການຄວາມຈິງ. ລັກສະນະທີ່ໃຫຍ່ທີ່ສຸດຂອງຄົນເຫຼົ່ານີ້ຄື ພວກເຂົາບໍ່ເຄີຍສະແຫວງຫາຄວາມຈິງໃນສິ່ງໃດກໍຕາມທີ່ພວກເຂົາເຮັດ ແລະ ຂາດຫົວໃຈທີ່ຢຳເກງພຣະເຈົ້າ. ເປັນຫຍັງພວກເຂົາຈຶ່ງສາມາດກາຍເປັນຜູ້ກຳກັບດູແລໄດ້? ເຫດຜົນໜຶ່ງຄື ພວກເຂົາເຊື່ອວ່າພວກເຂົາເປັນບຸກຄົນຊັ້ນນຳ, ເປັນຄົນທີ່ມີຄວາມສາມາດພິເສດ ແລະ ເປັນເສົາຫຼັກຈາກທຸກສາຂາອາຊີບໃນສັງຄົມ, ສະນັ້ນ ພວກເຂົາຈຶ່ງຄິດວ່າພວກເຂົາຕ້ອງຮັບຕຳແໜ່ງສຳຄັນ, ຮັບຜິດຊອບໜ້າທີ່ຫຼັກ ແລະ ມີບົດບາດສຳຄັນຫຼັງຈາກທີ່ພວກເຂົາມາທີ່ເຮືອນຂອງພຣະເຈົ້າ, ພວກເຂົາຕ້ອງມີກຽດຕິຍົດ ແລະ ໄດ້ຮັບຄວາມເຄົາລົບ ແລະ ເຮືອນຂອງພຣະເຈົ້າບໍ່ສາມາດຂາດພວກເຂົາໄດ້. ສະນັ້ນ, ພວກເຂົາຈຶ່ງຊຸກຍູ້ໃຫ້ຕົນເອງໂດດເດັ່ນ, ພະຍາຍາມກາຍເປັນຜູ້ກຳກັບດູແລ ແລະ ຮັບຜິດຊອບວຽກງານ. ອີກເຫດຜົນໜຶ່ງຄື ເຮືອນຂອງພຣະເຈົ້າໃຫ້ໂອກາດພວກເຂົາເຊັ່ນກັນ. ເນື່ອງຈາກພວກເຂົາເຕັມໃຈທີ່ຈະເຮັດວຽກ, ພວກເຂົາຈຶ່ງໄດ້ຮັບອະນຸຍາດໃຫ້ລອງເຮັດເບິ່ງ; ບໍ່ວ່າພວກເຂົາຈະເກັ່ງ ຫຼື ບໍ່ກໍຕາມ, ພວກເຂົາກໍຕ້ອງໄດ້ຜ່ານການທົດສອບ. ແຕ່ຄົນເຫຼົ່ານີ້ບໍ່ມີຄວາມສາມາດທີ່ແທ້ຈິງ ຫຼື ຄວາມຮູ້ທີ່ແທ້ຈິງເລີຍ. ຢ່າຟ້າວເວົ້າເຖິງວ່າພວກເຂົາເຂົ້າໃຈຄວາມຈິງ ແລະ ພວກເຂົາສາມາດປະຕິບັດຕາມຫຼັກການຄວາມຈິງໄດ້ ຫຼື ບໍ່; ພຽງແຕ່ໃນແງ່ຂອງຂີດຄວາມສາມາດ, ພອນສະຫວັນ, ຄວາມເຂົ້າໃຈເຊີງເລິກ, ຄວາມສາມາດຂອງພວກເຂົາໃນການຢັ່ງຮູ້ເລື່ອງຕ່າງໆ, ຄວາມສາມາດໃນການເບິ່ງສິ່ງຕ່າງໆ ແລະ ຄວາມສາມາດໃນການຈັດການວຽກງານຂອງພວກເຂົາເອງ, ພວກເຂົາສ່ວນໃຫຍ່ກໍບໍ່ມີຄວາມສາມາດທີ່ແທ້ຈິງ ຫຼື ຄວາມຮູ້ທີ່ແທ້ຈິງແລ້ວ. ພວກເຂົາບໍ່ມີຄວາມສາມາດທີ່ແທ້ຈິງ ຫຼື ຄວາມຮູ້ທີ່ແທ້ຈິງ, ແລ້ວເປັນຫຍັງພວກເຂົາຈຶ່ງຍັງກະຕືລືລົ້ນ ແລະ ຫ້າວຫັນທີ່ຈະຮັບຜິດຊອບໜ້າທີ່ຫຼັກ ແລະ ແບກຮັບວຽກງານ? ມັນເປັນເພາະວ່າຄວາມທະເຍີທະຍານ ແລະ ຄວາມອວດອົ່ງຂອງພວກເຂົາກຳລັງອອກລິດ ແລະ ຍິ່ງໄປກວ່ານັ້ນ ພວກເຂົາຍັງໜ້າດ້ານ; ພວກເຂົາບໍ່ຮູ້ຈັກປະມານຕົນເອງ ແຕ່ຢາກຈະອວດອ້າງຢູ່ສະເໝີ. ຜົນກໍຄື ພວກເຂົາບໍ່ສາມາດເຮັດວຽກໄດ້ດີ ແລະ ມີແຕ່ເຮັດໃຫ້ຕົນເອງກາຍເປັນຕົວຕະຫຼົກ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ເພາະວ່າຫຼັງຈາກທີ່ຄົນເຫຼົ່ານີ້ຮັບບົດບາດເຫຼົ່ານີ້, ວຽກງານທຸກໆສ່ວນທີ່ພວກເຂົາເຮັດແມ່ນກະຈັດກະຈາຍ ແລະ ວຸ້ນວາຍຢ່າງສິ້ນເຊີງ. ຖ້າໃຫ້ອະທິບາຍດ້ວຍຄຳດຽວ, ມັນກໍຄື “ຄວາມວຸ້ນວາຍ”. ພວກເຂົາບໍ່ມີຫຼັກການໃນການໃຊ້ຄົນ, ບໍ່ມີຫຼັກການໃນການຈັດການເລື່ອງຕ່າງໆ, ພວກເຂົາໃຊ້ເຄື່ອງຖວາຍຢ່າງບໍ່ສົມເຫດສົມຜົນ ແລະ ບໍ່ໄດ້ຕິດຕາມ ຫຼື ຈັດການວຽກງານລາຍການຕ່າງໆໂດຍທັນທີ. ແມ່ນແຕ່ວຽກງານທົ່ວໄປທີ່ພື້ນຖານທີ່ສຸດກໍຍັງເກີນກວ່າທີ່ຄົນສ່ວນໃຫຍ່ໃນພວກເຂົາຈະສາມາດຮັບຜິດຊອບໄດ້; ພວກເຂົາປ່ອຍໃຫ້ທຸກຢ່າງຢູ່ໃນຄວາມວຸ້ນວາຍຢ່າງສິ້ນເຊີງ. ການເຮັດກະສິກຳ, ການລ້ຽງໄກ່, ການລ້ຽງແກະ, ບໍ່ມີໃຜໃນພວກເຂົາທີ່ເກັ່ງສຳລັບໜ້າວຽກດັ່ງກ່າວ. ພວກເຂົາບໍ່ຊັດເຈນວ່າຈະປູກຫຍັງໃນລະດູໃດ, ເມື່ອໃດຄວນໄຖ, ໃສ່ຝຸ່ນ ແລະ ຖອນຫຍ້າໃນດິນ ຫຼື ເມື່ອໃດຄວນເກັບກ່ຽວ. ພວກເຂົາເຮັດໃຫ້ວຽກງານທັງໝົດຂອງພວກເຂົາຕົກຢູ່ໃນຄວາມວຸ້ນວາຍ. ຖ້າໃນຕອນເລີ່ມຕົ້ນ, ເຮືອນຂອງພຣະເຈົ້າບໍ່ໄດ້ໃຊ້ຄົນເຫຼົ່ານີ້, ພວກເຂົາກໍຈະຮູ້ສຶກວ່າເຮືອນຂອງພຣະເຈົ້າບໍ່ໄດ້ໃຫ້ໂອກາດພວກເຂົາ ແລະ ກຳລັງດູຖູກພວກເຂົາ. ສະນັ້ນ ພວກເຂົາຈຶ່ງໄດ້ຮັບໂອກາດ ແລະ ຜົນຂອງການທີ່ພວກເຂົາຖືກນຳໃຊ້ແມ່ນຫຍັງ? ພວກເຂົາປ່ອຍໃຫ້ວຽກງານຂອງພວກເຂົາຢູ່ໃນຄວາມວຸ້ນວາຍຢ່າງສິ້ນເຊີງ ແລະ ໃນທີ່ສຸດ ເຮືອນຂອງພຣະເຈົ້າກໍຍັງຕ້ອງມາຕາມເຊັດຕາມລ້າງຄວາມວຸ້ນວາຍຂອງພວກເຂົາ. ວຽກງານທຸກລາຍການທີ່ພວກເຂົາເຮັດລ້ວນແຕ່ຕ້ອງການໃຫ້ເບື້ອງເທິງໃຫ້ຄຳແນະນຳ ແລະ ກວດຄັດກອງ, ແມ່ນແຕ່ເລື່ອງນ້ອຍໆ ເຊັ່ນ: ການຮັກສາຄວາມສະອາດພາຍໃນ ແລະ ພາຍນອກ, ເບື້ອງເທິງກໍຕ້ອງໃຫ້ຄຳແນະນຳ. ໃນທີ່ສຸດ, ວຽກງານດັ່ງກ່າວຈຶ່ງສາມາດຖືໄດ້ວ່າເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໂດຍພື້ນຖານແລ້ວໃນຕອນນີ້ ຜ່ານການທີ່ເບື້ອງເທິງດຳເນີນການກຳກັບດູແລ, ການວາງແຜນ ແລະ ການປະສານງານຢ່າງເຂັ້ມງວດ, ໂດຍໃຫ້ຄຳແນະນຳ ແລະ ຊີ້ນຳທຸກຢ່າງຕັ້ງແຕ່ເລີ່ມຕົ້ນເທື່ອລະໜ້ອຍ. ໂດຍບໍ່ຕ້ອງກ່າວເຖິງສິ່ງອື່ນໃດ, ພຽງແຕ່ເວົ້າເຖິງບັນຫາກ່ຽວກັບຟາມ, ຢ່າງໜ້ອຍກໍຕ້ອງມີຄົນທີ່ເໝາະສົມເພື່ອຈັດການຄວາມສະອາດ. ຄົນສ່ວນໃຫຍ່ເປັນຄືກັບສັດປ່າ, ຖິ້ມຂີ້ເຫຍື້ອໄປທົ່ວ, ເວົ້າໂດຍບໍ່ຄຳນຶງເຖິງຜົນກະທົບຕໍ່ສະພາບແວດລ້ອມ, ຮ້ອງໂວຍວາຍ ແລະ ສຽງດັງ, ພວກເຂົາຄ້າຍຄືກັນກັບຜູ້ບໍ່ມີຄວາມເຊື່ອແທ້ໆ. ເມື່ອປະເຊີນກັບວຽກງານທົ່ວໄປທີ່ສະເພາະເຈາະຈົງເຫຼົ່ານີ້, ບໍ່ມີແມ່ນແຕ່ຄົນດຽວໃນບັນດາຄົນທີ່ເອີ້ນວ່າຄົນທີ່ມີຄວາມສາມາດພິເສດເຫຼົ່ານີ້ທີ່ສາມາດຈັດການສິ່ງຕ່າງໆໄດ້ດີຢ່າງເປັນລະບົບ. ພວກເຂົາບໍ່ສາມາດຈັດການແມ່ນແຕ່ເລື່ອງນ້ອຍໆໄດ້ດີ ເຊັ່ນ: ການຈັດການຄວາມສະອາດ ແລະ ສະພາບແວດລ້ອມ. ເລື່ອງພາຍນອກເຫຼົ່ານີ້ບໍ່ກ່ຽວຂ້ອງກັບຄວາມຈິງ ແລະ ໃຜກໍຕາມທີ່ມີຂີດຄວາມສາມາດເລັກນ້ອຍ ແລະ ມີສະຕິຮູ້ສຶກຜິດຊອບເລັກນ້ອຍກໍຄວນຈະສາມາດຈັດການໄດ້ດີ; ຖ້າຄົນໃດໜຶ່ງບໍ່ສາມາດຈັດການແມ່ນແຕ່ເລື່ອງພາຍນອກເຫຼົ່ານີ້ໄດ້ດີ, ແລ້ວພວກເຂົາກໍໄຮ້ປະໂຫຍດຢ່າງແທ້ຈິງ. ຄົນເຫຼົ່ານັ້ນຢາກເປັນເຈົ້າໜ້າທີ່ ແລະ ເປັນຜູ້ຕັດສິນໃຈ ເຖິງແມ່ນວ່າພວກເຂົາຈະບໍ່ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ ຫຼື ຂີດຄວາມສາມາດ ແລະ ພອນສະຫວັນກໍຕາມ. ເມື່ອພວກເຂົາບໍ່ໄດ້ຮັບອະນຸຍາດໃຫ້ເປັນເຈົ້າໜ້າທີ່, ພວກເຂົາກໍກາຍເປັນຄົນຕໍ່ຕ້ານ, ໂຕ້ຖຽງ ແລະ ບໍ່ຍອມໃຜ. ພວກເຂົາບໍ່ແມ່ນມານຮ້າຍບໍ? ຫຼັງຈາກທີ່ເຮືອນຂອງພຣະເຈົ້າເປີດໂປງ ແລະ ກຳຈັດມານຮ້າຍເຫຼົ່ານີ້ແລ້ວ, ຄົນທີ່ເໝາະສົມກໍຖືກເລືອກໃຫ້ມາຈັດການຟາມ. ຍ້ອນການຊີ້ນຳ ແລະ ການວາງແຜນຂອງເບື້ອງເທິງ, ຕອນນີ້ຟາມຈຶ່ງຖືກສ້າງຂຶ້ນມາເປັນຢ່າງດີເປັນພິເສດ ແລະ ທຸກຄົນກໍມັກມັນ. ຄົນໃນທ້ອງຖິ່ນກໍຊື່ນຊົມມັນແທ້ໆ ແລະ ເຫັນດີນຳຢ່າງຍິ່ງ. ພວກເຂົາບາງຄົນເວົ້າວ່າ “ຂ້ອຍບໍ່ເຄີຍເຫັນຟາມທີ່ຖືກຈັດການໄດ້ສະອາດ ແລະ ສວຍງາມແບບນີ້ມາກ່ອນ. ພວກເຮົາບໍ່ສາມາດປ່ຽນແປງມັນໃຫ້ສວຍງາມຮອດລະດັບນີ້ໄດ້ ເຖິງແມ່ນວ່າຕ້ອງໃຊ້ເວລາສິບປີ. ພວກເຈົ້າສາມາດຈັດການມັນໄດ້ດີ ແລະ ໄວຂະໜາດນີ້ໄດ້ແນວໃດ? ພວກເຈົ້າໃຊ້ເວລາຈັກປີເພື່ອປ່ຽນແປງມັນໃຫ້ເປັນແບບນີ້?” ຄວາມຈິງແລ້ວ, ການປ່ຽນແປງອັນຍິ່ງໃຫຍ່ດັ່ງກ່າວໃຊ້ເວລາພຽງແຕ່ໜຶ່ງປີເທົ່ານັ້ນ, ໂດຍປ່ຽນດິນເປົ່າຫວ່າງໃຫ້ກາຍເປັນສິ່ງທີ່ອ້າຍເອື້ອຍນ້ອງເຫັນວ່າເປັນສວນສາທາລະນະ, ເປັນສວນ. ບາງຄົນເຖິງກັບເວົ້າວ່າສະຖານທີ່ແຫ່ງນີ້ເບິ່ງຄືກັບດິນແດນແຫ່ງເທບນິຍາຍ, ຄືກັບຮູບແຕ້ມ. ການວາງແຜນ ແລະ ການກໍ່ສ້າງທີ່ເໝາະສົມສ້າງຄວາມແຕກຕ່າງຢ່າງແທ້ຈິງ. ແຕ່ກ່ອນສະຖານທີ່ແຫ່ງນີ້ເຕັມໄປດ້ວຍຝຸ່ນ, ຂີ້ຕົມ, ຂີ້ເຫຍື້ອ ແລະ ຄວາມເປິເປື້ອນຢູ່ທົ່ວທຸກແຫ່ງ. ຕໍ່ມາ, ຜ່ານການທຳຄວາມສະອາດ ແລະ ການຈັດລະບຽບ, ມັນກໍຄ່ອຍໆດີຂຶ້ນ. ເມື່ອເວລາຜ່ານໄປ, ທຸກຄົນກໍລຶ້ງເຄີຍກັບສະພາບແວດລ້ອມການດຳລົງຊີວິດແບບນີ້, ຈົນເຖິງຂັ້ນທີ່ວ່າຖ້າມັນເປິເປື້ອນ ຫຼື ຫຍຸ້ງເຫຍີງເລັກນ້ອຍ, ບາງຄົນກໍເຖິງກັບບໍ່ລຶ້ງເຄີຍກັບມັນ. ເຈົ້າເຫັນບໍວ່າ ຜ່ານການຈັດການແບບນີ້, ຄົນສ່ວນໃຫຍ່ໄດ້ຮັບຜົນປະໂຫຍດ ແລະ ພັດທະນານິໄສການດຳລົງຊີວິດທີ່ດີ. ມີພຽງແຕ່ພາຍໃຕ້ການຊີ້ນຳສ່ວນຕົວຂອງເບື້ອງເທິງເທົ່ານັ້ນຈຶ່ງຈະສາມາດບັນລຸການກໍ່ສ້າງແບບນີ້ໄດ້. ໃນທາງກົງກັນຂ້າມ, ຄວາມຈິງແລ້ວບໍ່ມີໃຜໃນບັນດາຄົນທີ່ເອີ້ນວ່າຄົນທີ່ມີຄວາມສາມາດພິເສດເຫຼົ່ານີ້ສາມາດເຮັດສິ່ງທີ່ເປັນຈິງໄດ້ເລີຍ. ພວກເຂົາບໍ່ສາມາດຈັດການແມ່ນແຕ່ວຽກງານທຳຄວາມສະອາດພື້ນຖານໄດ້ດີ. ພວກເຂົາບໍ່ຮູ້ວິທີຈັດວາງຫ້ອງໃນລັກສະນະທີ່ເບິ່ງເໝາະສົມ ແລະ ພວກເຂົາເບິ່ງບໍ່ອອກວ່າຄົນປະເພດໃດເໝາະສົມທີ່ຈະເຮັດໜ້າທີ່ຫຍັງ. ຄົນເຫຼົ່ານີ້ສາມາດຮັບຜິດຊອບວຽກງານປະເພດໃດໄດ້? ພວກເຂົາບໍ່ສາມາດເຮັດວຽກງານໃດໄດ້ເລີຍ. ພວກເຂົາບໍ່ສາມາດຈັດການແມ່ນແຕ່ສະພາບແວດລ້ອມການດຳລົງຊີວິດຂອງພວກເຂົາເອງໄດ້, ແລ້ວຈະຖືວ່າພວກເຂົາເປັນຄົນທີ່ມີຄວາມສາມາດພິເສດໄດ້ແນວໃດ? ຄົນເຫຼົ່ານີ້ບໍ່ມີແມ່ນແຕ່ຄວາມສະຫຼາດພຽງເລັກນ້ອຍນັ້ນ, ພວກເຂົາບໍ່ສາມາດເວົ້າໄດ້ຢ່າງຊັດເຈນ, ພວກເຂົາເບິ່ງສິ່ງຕ່າງໆຢ່າງບໍ່ຖືກຕ້ອງ ແລະ ພວກເຂົາບໍ່ມີຄວາມຄິດເຫັນທີ່ເປັນອິດສະລະ. ສິ່ງນີ້ສະແດງໃຫ້ເຫັນວ່າພວກເຂົາເປັນ “ຄົນທີ່ມີຄວາມສາມາດພິເສດ” ໃນເຄື່ອງໝາຍວົງຢືມ, ບໍ່ແມ່ນຄົນທີ່ມີຄວາມສາມາດທີ່ແທ້ຈິງ ແລະ ຄວາມຮູ້ທີ່ແທ້ຈິງ. ຄົນທີ່ມີຄວາມສາມາດພິເສດຕ້ອງມີຄຸນສົມບັດບາງຢ່າງໃນຄວາມເປັນມະນຸດຂອງພວກເຂົາກ່ອນ ເຊັ່ນ: ຄວາມສາມາດໃນການຊື່ນຊົມສິ່ງຕ່າງໆ, ຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ ແລະ ຄວາມເຂົ້າໃຈເຊີງເລິກ. ຖ້າພວກເຂົາບໍ່ມີຄຸນສົມບັດເຫຼົ່ານີ້, ພວກເຂົາກໍມີແຕ່ເຮັດໃຫ້ຕົນເອງອັບອາຍເມື່ອຈັດການກັບເລື່ອງສະເພາະເຈາະຈົງ ແລະ ພວກເຂົາບໍ່ສາມາດຈັດການ ແລະ ວາງແຜນແມ່ນແຕ່ສວນໜຶ່ງຕອນ ຫຼື ດິນໜຶ່ງ ຫຼື ສອງເອເຄີ ແລະ ບໍ່ສາມາດນຳໃຊ້ມັນຢ່າງມີປະສິດທິພາບໄດ້, ຄົນແບບນັ້ນບໍ່ແມ່ນຄົນທີ່ມີຄວາມສາມາດພິເສດເລີຍ. ເຈົ້າບໍ່ໄດ້ຖືກຮຽກຮ້ອງໃຫ້ຈັດການໂລກທັງໃບ, ເຈົ້າພຽງແຕ່ໄດ້ຮັບດິນໜຶ່ງ ຫຼື ສອງເອເຄີເພື່ອຈັດການໃຫ້ດີ, ນັ້ນກໍຄື ການຈັດລະບຽບເພື່ອໃຫ້ພວກມັນສວຍງາມ ແລະ ສະອາດ ແລະ ປ່ຽນເປັນສະພາບແວດລ້ອມທີ່ສະຫງ່າງາມ, ມັນຈະວິເສດສໍ່າໃດສຳລັບຜູ້ຄົນທີ່ຈະອາໄສຢູ່ບ່ອນນັ້ນ, ແມ່ນແຕ່ນົກກໍຈະບໍ່ຍອມໜີໄປຫຼັງຈາກທີ່ພວກມັນມາຮອດ. ຄົນທີ່ເອີ້ນວ່າຄົນທີ່ມີຄວາມສາມາດພິເສດເຫຼົ່ານີ້ບໍ່ມີຫຍັງເລີຍ. ພວກເຂົາບໍ່ສາມາດເຮັດວຽກງານທີ່ເປັນຮູບປະທຳໃດໆໄດ້. ພວກເຂົາບໍ່ແມ່ນຄົນທີ່ມີຄວາມສາມາດພິເສດເລີຍ, ພວກເຂົາຂາດບາງສິ່ງໃນຄວາມເປັນມະນຸດຂອງພວກເຂົາ. ພວກເຂົາບໍ່ສາມາດເຮັດຫຍັງໄດ້ດີ, ແຕ່ພວກເຂົາກໍຍັງຢາກອວດອ້າງຕົນເອງ ແລະ ເປັນຜູ້ນໍາ ແລະ ຜູ້ເຮັດວຽກ, ພ້ອມທັງຍັງຢາກຮັບຕຳແໜ່ງສຳຄັນ ແລະ ເປັນຜູ້ກຳກັບດູແລ. ນີ້ແມ່ນອຸປະນິໄສປະເພດໃດ? ນີ້ຄືອຸປະນິໄສທີ່ອວດດີ.
ໃຫ້ເຮົາກັບມາທີ່ຫົວຂໍ້ຂອງການມັກຫຼອກລວງ ແລະ ຕົ້ມຕຸ໋ນຜູ້ຄົນໃນການເຮັດທຸລະກິດ. ການຫຼອກລວງ ແລະ ການຕົ້ມຕຸ໋ນຜູ້ຄົນເປັນບັນຫາປະເພດໃດ? ດ້ານໜຶ່ງຂອງບັນຫາກໍຄື ຄວາມເປັນມະນຸດຂອງຄົນແບບນັ້ນບໍ່ດີ; ພວກເຂົາບໍ່ມີສະຕິຮູ້ສຶກຜິດຊອບ ຫຼື ເຫດຜົນ. ເມື່ອຕັດສິນຈາກພຶດຕິກຳຂອງພວກເຂົາແລ້ວ, ພວກເຂົາເປີດເຜີຍອຸປະນິໄສທີ່ເສື່ອມຊາມຫຍັງ? ກ່ອນອື່ນໝົດ, ອຸປະນິໄສຂອງຄົນແບບນັ້ນແມ່ນເລ່ລ່ຽມ ແລະ ຊົ່ວຊ້າ; ອັນທີສອງ, ພວກເຂົາເບື່ອໜ່າຍຄວາມຈິງ ແລະ ຫົວແຂງ. ເມື່ອພວກເຂົາຫຼອກລວງຄົນອື່ນ, ຄວາມໄຮ້ຄວາມປານີທີ່ພວກເຂົາສະແດງອອກກໍຄືຄວາມໂຫດຮ້າຍ, ບໍ່ວ່າເປົ້າໝາຍຂອງພວກເຂົາຈະຮັ່ງມີ ຫຼື ທຸກຍາກ, ບໍ່ວ່າເປົ້າໝາຍນັ້ນຈະມີເງິນ ຫຼື ບໍ່ກໍຕາມ, ພວກເຂົາກໍຕົ້ມຕຸ໋ນຄືກັນ, ໂດຍບໍ່ສະແດງຄວາມເມດຕາເລີຍ. ອຸປະນິໄສທີ່ເສື່ອມຊາມຂອງຄົນແບບນັ້ນຂ້ອນຂ້າງຮ້າຍແຮງໃນທຸກດ້ານ. ບອກເຮົາເບິ່ງວ່າ ມັນງ່າຍບໍສຳລັບຄົນແບບນັ້ນທີ່ຈະໄດ້ຮັບຄວາມລອດພົ້ນ? (ບໍ່.) ເມື່ອຕັດສິນຈາກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາແລ້ວ, ມັນບໍ່ແມ່ນເລື່ອງງ່າຍສຳລັບພວກເຂົາທີ່ຈະໄດ້ຮັບຄວາມລອດພົ້ນ. ແລ້ວໃນແງ່ຂອງຄວາມເປັນມະນຸດຂອງພວກເຂົາ, ດ້ານໃດທີ່ເຮັດໃຫ້ພວກເຂົາຮັບຄວາມລອດພົ້ນໄດ້ຍາກ? ມີສາເຫດຕົ້ນຕໍບໍ? (ພວກເຂົາບໍ່ມີສະຕິຮູ້ສຶກຜິດຊອບ.) ຖືກຕ້ອງແລ້ວ, ມັນບໍ່ແມ່ນເລື່ອງງ່າຍສຳລັບຄົນທີ່ບໍ່ມີສະຕິຮູ້ສຶກຜິດຊອບທີ່ຈະໄດ້ຮັບຄວາມລອດພົ້ນ. ຄວາມສາມາດຂອງສະຕິຮູ້ສຶກຜິດຊອບໄດ້ຫາຍໄປຈາກພວກເຂົາແລ້ວ, ມັນບໍ່ມີຢູ່ອີກຕໍ່ໄປ. ຖ້າປາສະຈາກການເຮັດວຽກຂອງສະຕິຮູ້ສຶກຜິດຊອບ, ຄົນເຮົາກໍຈະບໍ່ມີເງື່ອນໄຂພື້ນຖານທີ່ຈະຍອມຮັບຄວາມຈິງ ແລະ ປະຕິບັດຄວາມຈິງ. ດັ່ງນັ້ນ, ມັນຈຶ່ງຍາກຫຼາຍສຳລັບພວກເຂົາທີ່ຈະໄດ້ຮັບຄວາມລອດພົ້ນ; ມັນຍັງສາມາດເວົ້າໄດ້ອີກວ່າພວກເຂົາບໍ່ສາມາດໄດ້ຮັບຄວາມລອດພົ້ນ. ມັນຍັງເປັນໄປໄດ້ທີ່ຄົນປະເພດນີ້ເຕັມໃຈທີ່ຈະອອກແຮງງານ ແລະ ສາມາດເຮັດໄດ້ໃນລະດັບໜຶ່ງ ແລະ ໃນທີ່ສຸດແລ້ວ ເພາະວ່າການອອກແຮງງານຂອງພວກເຂົາໄດ້ມາດຕະຖານ ແລະ ຕອບສະໜອງຕາມຂໍ້ກຳນົດຂອງພຣະເຈົ້າ, ພວກເຂົາກໍຈະກາຍເປັນຜູ້ອອກແຮງງານທີ່ຊື່ສັດ ແລະ ເອົາຕົວລອດ. ນີ້ກໍເປັນພຣະຄຸນຂອງພຣະເຈົ້າເຊັ່ນກັນ. ເຖິງແມ່ນວ່າຜູ້ອອກແຮງງານທີ່ຊື່ສັດຈະສາມາດເອົາຕົວລອດໄດ້, ນັ້ນກໍບໍ່ໄດ້ໝາຍຄວາມວ່າພວກເຂົາໄດ້ຮັບຄວາມລອດພົ້ນ. ການເອົາຕົວລອດ ແລະ ການໄດ້ຮັບຄວາມລອດພົ້ນເປັນສອງແນວຄວາມຄິດທີ່ແຕກຕ່າງກັນ. ມີຊ່ອງຫວ່າງ ແລະ ຄວາມແຕກຕ່າງລະຫວ່າງສອງຢ່າງນັ້ນ. ໃນລະດັບໃຫຍ່ແລ້ວ ຫຼັກການ, ຂອບເຂດ, ທິດທາງ ແລະ ເປົ້າໝາຍໃນການກະທຳຂອງຄົນເຮົາແມ່ນກ່ຽວຂ້ອງກັບວ່າຄວາມເປັນມະນຸດຂອງພວກເຂົາດີ ຫຼື ບໍ່ດີ. ຖ້າຄົນໃດໜຶ່ງມັກສິ່ງທີ່ເປັນບວກ ຫຼື ມີຄວາມຮູ້ສຶກຍຸຕິທຳໃນລະດັບໜຶ່ງ, ແລ້ວສິ່ງນີ້ກໍສະແດງໃຫ້ເຫັນວ່າສະຕິຮູ້ສຶກຜິດຊອບຂອງພວກເຂົາມີຄວາມຮັບຮູ້, ມັນສະແດງໃຫ້ເຫັນວ່າຄົນຜູ້ນີ້ມີສະຕິຮູ້ສຶກຜິດຊອບເລັກນ້ອຍ. ໃນການປະພຶດຕົນຂອງພວກເຂົາ, ບາງຄົນບໍ່ມີຄວາມຮູ້ສຶກຍຸຕິທຳ ແລະ ພວກເຂົາບໍ່ໄດ້ເລືອກສິ່ງທີ່ເປັນບວກໃດໆ. ພວກເຂົາພຽງແຕ່ມັກເຮັດສິ່ງທີ່ຊົ່ວຊ້າ ແລະ ລັງກຽດສິ່ງທີ່ເປັນບວກຫຼາຍ. ໂດຍສະເພາະເມື່ອຄົນໃດໜຶ່ງເວົ້າເລັກນ້ອຍກ່ຽວກັບວິທີການກະທຳທີ່ເປັນບວກ, ກ່ຽວກັບວິທີທີ່ຄົນເຮົາຕ້ອງມີຄວາມເປັນມະນຸດ, ສະຕິຮູ້ສຶກຜິດຊອບ ແລະ ຂອບເຂດທາງດ້ານສິນທຳໃນການປະພຶດຕົນຂອງພວກເຂົາ ແລະ ປະຕິບັດຕາມກົດລະບຽບ, ພວກເຂົາກໍເຫັນວ່າສິ່ງນີ້ເປັນການເທດສະໜາສັ່ງສອນ. ການເອີ້ນມັນວ່າ “ການເທດສະໜາສັ່ງສອນ” ແມ່ນການເວົ້າໃຫ້ເບິ່ງດີ; ໃນຄວາມເປັນຈິງແລ້ວ, ພວກເຂົາລັງກຽດ ແລະ ເຍາະເຍີ້ຍເຈົ້າ. ພວກເຂົາເຊື່ອວ່າການປະພຶດຕົນດ້ວຍວິທີນີ້ເປັນຄວາມລົ້ມເຫຼວ: “ເບິ່ງແມວ່າຊີວິດຂອງເຈົ້າໜ້າສົມເພດສໍ່າໃດ. ເຈົ້າບໍ່ຮູ້ວິທີສໍ້ໂກງ ແລະ ຫຼອກລວງໃນທຸກຮູບແບບ ແລະ ເຈົ້າບໍ່ຮູ້ວິທີຫາຜົນປະໂຫຍດຜ່ານຄວາມເລ່ລ່ຽມ. ໃນການປະພຶດຂອງເຈົ້າ, ເຈົ້າມັກປະຕິບັດຕາມກົດລະບຽບ, ຂີ້ຢ້ານຫຼາຍຢູ່ສະເໝີ. ທຸກມື້ນີ້ ແລະ ໃນຍຸກສະໄໝນີ້, ຄົນຫ້າວຫານຈະກິນອີ່ມ ສ່ວນຄົນຂີ້ຢ້ານຕ້ອງອຶດຫິວ. ຖ້າເຈົ້າຂີ້ຢ້ານ, ເຈົ້າກໍຈະບໍ່ລອດ!” ພວກເຂົາເຊື່ອວ່າການປະພຶດຕົນດ້ວຍສະຕິຮູ້ສຶກຜິດຊອບ ແລະ ຫຼັກການເປັນພຽງການຂີ້ຢ້ານ ແລະ ການກ້າທີ່ຈະສໍ້ໂກງ ແລະ ຫຼອກລວງໃນທຸກຮູບແບບເປັນການຫ້າວຫານ. ແຕ່ມັນເປັນເພາະວ່າພວກເຂົາຫ້າວຫານແທ້ໆບໍ? ບາງຄົນທີ່ເຊື່ອໃນພຣະເຈົ້າໃນປະເທດຂອງພະຍານາກໃຫຍ່ສີແດງບໍ່ຢ້ານທີ່ຈະທົນທຸກຕໍ່ການຂົ່ມເຫັງ ແລະ ການຖືກຈັບກຸມ ແລະ ຍັງຄົງຍຶດໝັ້ນໃນການເຊື່ອໃນພຣະເຈົ້າ. ສິ່ງນີ້ມີສ່ວນກ່ຽວຂ້ອງກັບການຫ້າວຫານ ຫຼື ການຂີ້ຢ້ານບໍ? (ບໍ່.) ສິ່ງນີ້ກ່ຽວຂ້ອງກັບການໄລ່ຕາມເສາະຫາຂອງພວກເຂົາ, ໃນຄວາມເປັນມະນຸດຂອງພວກເຂົາ, ພວກເຂົາມີຄວາມຕ້ອງການ ແລະ ຄວາມປາຖະໜາສຳລັບຄວາມເຊື່ອໃນພຣະເຈົ້າ. ນີ້ບໍ່ແມ່ນເລື່ອງຂອງການຫ້າວຫານ ຫຼື ການຂີ້ຢ້ານ. ບາງຄົນສໍ້ໂກງ ແລະ ຫຼອກລວງໃນທຸກຮູບແບບເມື່ອເຮັດທຸລະກິດ. ຫຼາຍຄັ້ງ, ພວກເຂົາຕ້ອງປະເຊີນກັບການຖືກຕາມລ່າ ແລະ ຖືກຈັບກຸມ, ຖືກຍຶດຊັບສິນ ຫຼື ສ່ຽງຕໍ່ການລົ້ມລະລາຍ ແລະ ປິດກິດຈະການ, ແຕ່ພວກເຂົາກໍຍັງສືບຕໍ່ຕົ້ມຕຸ໋ນຜູ້ຄົນຄືເກົ່າ. ເຖິງແມ່ນວ່າການຕົ້ມຕຸ໋ນຂອງພວກເຂົາຈະນຳໄປສູ່ການສູນເສຍຊີວິດ, ພວກເຂົາກໍບໍ່ສົນໃຈ. ເມື່ອເຮັດທຸລະກິດ, ບາງຄົນຕົ້ມຕຸ໋ນຄົນອື່ນໂດຍການຕັ້ງບໍລິສັດປອມຂຶ້ນມາ, ໃນຄວາມເປັນຈິງແລ້ວ ບໍລິສັດນີ້ບໍ່ມີຢູ່ຈິງເລີຍ ແລະ ມັນກໍບໍ່ມີທຸລະກິດທີ່ແທ້ຈິງ ແລະ ມັນບໍ່ໄດ້ຜະລິດສິນຄ້າໃດໆ. ພວກເຂົາອາໄສພຽງແຕ່ຄຳເວົ້າທີ່ຫວ່ານລ້ອມຂອງພວກເຂົາເພື່ອຕົ້ມຕຸ໋ນໃຫ້ຜູ້ຄົນສັ່ງຊື້ສິນຄ້າໄປທົ່ວ. ຫຼັງຈາກທີ່ຄົນອື່ນຈ່າຍເງິນມັດຈຳໃຫ້ພວກເຂົາ, ພວກເຂົາກໍຈະຫຼົບໜີໄປທັນທີ ໂດຍບໍ່ປະຮ່ອງຮອຍໄວ້ເລີຍ. ພວກເຂົາຕົ້ມຕຸ໋ນຜູ້ຄົນແບບນີ້, ເທື່ອແລ້ວເທື່ອເລົ່າ ແລະ ຫຼັງຈາກທີ່ພວກເຂົາສໍ້ໂກງເງິນມາໄດ້, ຄອບຄົວທັງໝົດຂອງພວກເຂົາກໍດຳລົງຊີວິດຢ່າງຫຼູຫຼາ, ກິນອາຫານ ແລະ ເຄື່ອງດື່ມທີ່ດີທີ່ສຸດ. ບາງຄົນຕົ້ມຕຸ໋ນຈົນຮອດລະດັບໃດ? ພວກເຂົາເຖິງກັບຕົ້ມຕຸ໋ນສະຖາບັນ ແລະ ໜ່ວຍງານລະດັບສູງ. ບາງຄັ້ງ, ພວກເຂົາກໍຕົກຢູ່ໃນສະຖານະການທີ່ແຂວນເທິງເສັ້ນດ້າຍ ແລະ ມັນກໍເປັນໄປໄດ້ທີ່ບາງຄົນອາດຈະເບິ່ງທະລຸເຖິງເລ່ລ່ຽມຂອງພວກເຂົາ ແລະ ເປີດໂປງພວກເຂົາ. ຄວາມຈິງແລ້ວ ພວກເຂົາຮູ້ດີໃນໃຈວ່າການກະທຳຂອງພວກເຂົາຈະເຮັດໃຫ້ພວກເຂົາຕົກຢູ່ໃນຄວາມສ່ຽງ, ແຕ່ພວກເຂົາກໍບໍ່ສົນໃຈ. ຖ້າພວກເຂົາລອດຕົວໄປໄດ້ດ້ວຍຄວາມໂຊກດີ, ພວກເຂົາກໍຈະສືບຕໍ່ຕົ້ມຕຸ໋ນຜູ້ຄົນໃນໂອກາດໜ້າ. ຕາບໃດທີ່ພວກເຂົາຫາເງິນໄດ້ຜ່ານການຕົ້ມຕຸ໋ນຂອງພວກເຂົາ, ພວກເຂົາກໍຄິດວ່າພວກເຂົາຊະນະແລ້ວ, ພວກເຂົາໄດ້ “ບັນລຸຊື່ສຽງ ແລະ ຄວາມສຳເລັດແລ້ວ”. ແຕ່ຖ້າເຈົ້າຂໍໃຫ້ພວກເຂົາເຊື່ອໃນພຣະເຈົ້າ, ພວກເຂົາກໍບໍ່ກ້າ. ພວກເຂົາເວົ້າວ່າ “ການເຊື່ອໃນພຣະເຈົ້າຈະເຮັດໃຫ້ຂ້ອຍຖືກຕັດສິນລົງໂທດ ແລະ ຖືກຈັບກຸມໂດຍລັດຖະບານ. ຂ້ອຍບໍ່ກ້າເຊື່ອດອກ!” ແຕ່ເມື່ອເວົ້າເຖິງການສໍ້ໂກງ ແລະ ການຫຼອກລວງໃນທຸກຮູບແບບ, ພວກເຂົາກໍບໍ່ຢ້ານທີ່ຈະຖືກຈັບກຸມ. ຖ້າເຈົ້າໄປເຕົ້າໂຮມ, ພວກເຂົາເຖິງກັບເວົ້າວ່າ “ເຈົ້າກ້າຫານແທ້ໆ. ຕອນນີ້ລັດກຳລັງຈັບກຸມ ແລະ ຂົ່ມເຫັງຜູ້ເຊື່ອຢ່າງບ້າປ່ວງ; ເຈົ້າຍັງກ້າໄປເຕົ້າໂຮມໄດ້ແນວໃດ?” ເຈົ້າເວົ້າວ່າ “ພວກເຮົາຜູ້ທີ່ເຊື່ອໃນພຣະເຈົ້າ ແລະ ຍ່າງໃນເສັ້ນທາງທີ່ຖືກຕ້ອງບໍ່ຢ້ານທີ່ຈະຖືກຈັບກຸມ. ມັນອັນຕະລາຍທີ່ສຸດສຳລັບພວກເຈົ້າທີ່ຈະເປີດບໍລິສັດບັງໜ້າ ແລະ ດຳເນີນການຕົ້ມຕຸ໋ນ, ເປັນຫຍັງເຈົ້າຈຶ່ງບໍ່ຢ້ານ?” ພວກເຂົາເວົ້າວ່າ “ພວກເຮົານັກທຸລະກິດບໍ່ຢ້ານທີ່ຈະສ່ຽງ. ແຕ່ພວກເຈົ້າຫ້າວຫານຫຼາຍທີ່ຍັງກ້າເຂົ້າຮ່ວມການເຕົ້າໂຮມ ເມື່ອລັດຖະບານກຳລັງພະຍາຍາມຢ່າງໜັກເພື່ອຈັບກຸມຜູ້ເຊື່ອ!” ເມື່ອພວກເຂົາເຫັນວ່າຜູ້ເຊື່ອໃນພຣະເຈົ້າກຳລັງຖືກຈັບກຸມ, ພວກເຂົາກໍບໍ່ກ້າທີ່ຈະເຊື່ອ, ແຕ່ພວກເຂົາບໍ່ຢ້ານທີ່ຈະຖືກຈັບກຸມສຳລັບການດຳເນີນການຕົ້ມຕຸ໋ນໃນຂະນະທີ່ເຮັດທຸລະກິດ. ພວກເຂົາເປັນຄົນຕໍ່າຊ້າປະເພດໃດ? ສິ່ງນີ້ບໍ່ໄດ້ສະແດງໃຫ້ເຫັນເຖິງຄວາມແຕກຕ່າງໃນຄວາມເປັນມະນຸດຂອງຜູ້ຄົນບໍ? ມີຄວາມແຕກຕ່າງນີ້ລະຫວ່າງຜູ້ຄົນຢ່າງແນ່ນອນ. ອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນແມ່ນຄືກັນ, ພວກເຂົາທຸກຄົນລ້ວນແຕ່ມີອຸປະນິໄສທີ່ເສື່ອມຊາມຄືກັນ, ແຕ່ເມື່ອຕັດສິນຈາກຄວາມແຕກຕ່າງໃນຄວາມເປັນມະນຸດຂອງພວກເຂົາແລ້ວ, ບາງຄົນຈະບໍ່ມີທາງເຊື່ອໃນພຣະເຈົ້າໄດ້ເລີຍ; ພວກເຂົາບໍ່ມີທາງເປັນສະມາຊິກຂອງເຮືອນຂອງພຣະເຈົ້າໄດ້. ເຖິງແມ່ນວ່າຄົນແບບນັ້ນເຊື່ອໃນພຣະເຈົ້າ, ພວກເຂົາກໍບໍ່ມີທາງໄດ້ຮັບຄວາມລອດພົ້ນຈັກເທື່ອ. ສາມາດເຫັນສິ່ງນີ້ໄດ້ຈາກດ້ານໃດ? ມັນສາມາດເຫັນໄດ້ຈາກຄວາມເປັນມະນຸດຂອງພວກເຂົາ. ບາງຄົນສະໜັບສະໜູນໃຫ້ພັນລະຍາຂອງພວກເຂົາເຊື່ອໃນພຣະເຈົ້າ, ແຕ່ເມື່ອພັນລະຍາຂອງພວກເຂົາຊຸກຍູ້ໃຫ້ພວກເຂົາເຊື່ອ, ພວກເຂົາກໍເວົ້າວ່າມັນອັນຕະລາຍເກີນໄປ ແລະ ພວກເຂົາບໍ່ກ້າ. ແຕ່ໃນການເຮັດທຸລະກິດ, ພວກເຂົາສໍ້ໂກງ ແລະ ຫຼອກລວງໃນທຸກຮູບແບບ ແລະ ພວກເຂົາກໍບໍ່ສົນໃຈບໍ່ວ່າພວກເຂົາຈະປະເຊີນກັບອັນຕະລາຍຫຼາຍສໍ່າໃດກໍຕາມ. ພວກເຂົາສາມາດລະເມີດກົດໝາຍໃດໆກໍໄດ້ ແລະ ກ້າໃຊ້ກົນລະຍຸດໃດກໍໄດ້. ບໍ່ວ່າລັດຖະບານຈະດຳເນີນການຕິດຕາມຢ່າງໃກ້ຊິດສໍ່າໃດ ຫຼື ມີການຕັດສິນລົງໂທດ ແລະ ຕັດສິນຈຳຄຸກແນວໃດກໍຕາມພາຍໃຕ້ກົດໝາຍ, ພວກເຂົາກໍບໍ່ສົນໃຈ. ພວກເຂົາບໍ່ມີຂອບເຂດໃນວິທີການທີ່ພວກເຂົາປະພຶດຕົນ, ພວກເຂົາບໍ່ສົນໃຈຜົນທີ່ຈະຕາມມາເມື່ອພວກເຂົາກະທຳ ແລະ ພວກເຂົາຄິດວ່າທຸກຢ່າງຈະດີຕາບໃດທີ່ຍັງມີຜົນກຳໄລໃຫ້ຫາໄດ້. ຖ້າຄົນແບບນັ້ນເຊື່ອໃນພຣະເຈົ້າ, ພວກເຂົາກໍບໍ່ສາມາດໄດ້ຮັບຄວາມຈິງ ແລະ ພວກເຂົາກໍບໍ່ສາມາດໄດ້ຮັບຄວາມລອດພົ້ນ, ນີ້ກໍຍ້ອນວ່າພວກເຂົາບໍ່ໄດ້ຮັກຄວາມຈິງ, ຮັກພຽງແຕ່ເງິນເທົ່ານັ້ນ. ຕາບໃດທີ່ພວກເຂົາກຳລັງເຮັດທຸລະກິດ, ພວກເຂົາກໍຈະຫຼອກລວງ ແລະ ຕົ້ມຕຸ໋ນຄົນອື່ນ ແລະ ພວກເຂົາກໍຈະສ້າງກົນໂກງ, ຫົວໃຈທີ່ດຳມືດຂອງພວກເຂົາຈະສະແດງຕົວມັນເອງອອກມາ. ຄົນທີ່ມີລັກສະນະແບບນີ້ແມ່ນໝົດຫວັງໂດຍສິ້ນເຊີງແລ້ວ; ພຣະເຈົ້າບໍ່ຊ່ວຍຄົນປະເພດນີ້ໃຫ້ລອດພົ້ນ. ບາງຄົນເວົ້າວ່າ “ຈະເປັນແນວໃດຖ້າຄົນແບບນີ້ຫາເງິນໄດ້ຫຼາຍ ແລະ ຖວາຍມັນໃຫ້ກັບເຮືອນຂອງພຣະເຈົ້າ?” ເຮືອນຂອງພຣະເຈົ້າບໍ່ຮັບເງິນແບບນັ້ນ; ເຮືອນຂອງພຣະເຈົ້າບໍ່ຮັບເງິນທີ່ບໍ່ໄດ້ມາຈາກວິທີການທີ່ຖືກຕ້ອງຕາມກົດໝາຍ. ຄົນປະເພດນັ້ນຈະສໍ້ໂກງ ແລະ ຫຼອກລວງໃນທຸກຮູບແບບທັນທີທີ່ພວກເຂົາດຳເນີນທຸລະກິດ, ພວກເຂົາມີຄວາມເປັນມະນຸດທີ່ຕ້ອຍຕໍ່າຫຼາຍ. ມັນຕ້ອຍຕໍ່າສໍ່າໃດ? ຖ້າເຈົ້າຂໍໃຫ້ພວກເຂົາສຳຫຼວດສະຕິຮູ້ສຶກຜິດຊອບຂອງພວກເຂົາ, ພວກເຂົາກໍຈະເວົ້າວ່າ “ຂ້ອຍບໍ່ຮູ້ສຶກຫຍັງເລີຍ. ຂ້ອຍບໍ່ຮູ້ວ່າສະຕິຮູ້ສຶກຜິດຊອບຂອງຂ້ອຍຢູ່ໃສ. ຂ້ອຍກໍບໍ່ຮູ້ຄືກັນວ່າສະຕິຮູ້ສຶກຜິດຊອບແມ່ນຫຍັງ ຫຼື ມັນລາຄາເທົ່າໃດຕໍ່ປອນ”. ໃນເວລານັ້ນ, ເຈົ້າກໍເຂົ້າໃຈວ່າ: “ບໍ່ແປກໃຈເລີຍທີ່ພວກເຂົາຫາເງິນໄດ້ໄວກວ່າຄົນອື່ນໃນທຸລະກິດດຽວກັນ. ບໍ່ແປກໃຈເລີຍທີ່ລູກຄ້າທຸກຄົນໄປຊື້ເຄື່ອງນຳພວກເຂົາ. ຄົນຜູ້ນີ້ໃຊ້ກົນລະຍຸດທີ່ຄົດໂກງ, ພວກເຂົາປະຕິບັດສິ່ງທີ່ບໍ່ໂປ່ງໃສເມື່ອພວກເຂົາເຮັດທຸລະກິດ ແລະ ພຶດຕິກຳການສໍ້ໂກງຂອງພວກເຂົາກໍຮ້າຍແຮງຫຼາຍແທ້ໆ!” ບໍ່ພຽງແຕ່ພວກເຂົາບໍ່ເຫັນວ່າສິ່ງນີ້ເປັນເລື່ອງທີ່ໜ້າອັບອາຍເທົ່ານັ້ນ, ພວກເຂົາເຖິງກັບໂອ້ອວດ ແລະ ຄຸຍໂມ້ ໂດຍເວົ້າວ່າ “ເບິ່ງພວກເຈົ້າແມ, ເຮັດທຸລະກິດຢ່າງຈິງຈັງ ແລະ ເໝາະສົມ. ເຈົ້າຕົ້ມຕຸ໋ນຄົນອື່ນຄັ້ງໜຶ່ງ ແລະ ເຈົ້າກໍຢ້ານຫຼາຍຈົນຫົວໃຈຂອງເຈົ້າເຕັ້ນແຮງ. ເບິ່ງຂ້ອຍແມ, ຂ້ອຍບໍ່ຢ້ານເລີຍ! ຕາບໃດທີ່ກົມອຸດສາຫະກຳ ແລະ ການຄ້າ ແລະ ຕຳຫຼວດບໍ່ມີຫຼັກຖານຫຍັງ, ທຸກຢ່າງກໍບໍ່ເປັນຫຍັງ. ຢາກຟ້ອງຂ້ອຍບໍ? ເຈົ້າບໍ່ມີຫຼັກຖານ! ເບິ່ງແມວ່າຂ້ອຍຕົ້ມຕຸ໋ນຜູ້ຄົນໄດ້ຢ່າງສະຫຼາດສໍ່າໃດ! ເຈົ້າສາມາດເຮັດໄດ້ບໍ? ເຈົ້າເຮັດບໍ່ໄດ້ດອກ! ທັນທີທີ່ເຈົ້າຕົ້ມຕຸ໋ນໃຜຈັກຄົນ, ເຈົ້າກໍເປີດເຜີຍທາດແທ້ຂອງເຈົ້າເອງອອກມາ. ເຈົ້າບໍ່ມີກົນລະຍຸດຄືກັບຂ້ອຍດອກ. ຂີດຄວາມສາມາດຂອງເຈົ້າຕໍ່າ!” ຄົນແບບນີ້ແມ່ນຄົນປະເພດໃດ? ພວກເຂົາເປັນຄົນຊົ່ວຮ້າຍ. ມີຄວາມຫວັງທີ່ຈະໄຖ່ບາບພວກເຂົາບໍ? ພວກເຂົາເກີນກວ່າທີ່ຈະຖືກໄຖ່ບາບແລ້ວ. ມັນບໍ່ແມ່ນຍ້ອນວ່າຄົນແບບນັ້ນມີອຸປະນິໄສທີ່ເສື່ອມຊາມ ພວກເຂົາຈຶ່ງບໍ່ສາມາດໄດ້ຮັບຄວາມລອດພົ້ນ, ແຕ່ເປັນຍ້ອນວ່າຄວາມເປັນມະນຸດຂອງພວກເຂົາຕ້ອຍຕໍ່າເກີນໄປ. ຕ້ອຍຕໍ່າໃນທາງໃດ? ຕ້ອຍຕໍ່າໃນທາງທີ່ພວກເຂົາບໍ່ມີຄວາມເປັນມະນຸດ ແລະ ບໍ່ມີສະຕິຮູ້ສຶກຜິດຊອບ; ພວກເຂົາໄດ້ສູນເສຍສະຕິຮູ້ສຶກຜິດຊອບຂອງພວກເຂົາໄປແລ້ວ. ການສູນເສຍສະຕິຮູ້ສຶກຜິດຊອບຂອງຕົນເອງໝາຍຄວາມວ່າແນວໃດ? ມັນໝາຍເຖິງການເຮັດສິ່ງຕ່າງໆໂດຍປາສະຈາກຂອບເຂດຂອງສະຕິຮູ້ສຶກຜິດຊອບ. ຂອບເຂດເຫຼົ່ານີ້ຖືກສ້າງຂຶ້ນບົນພື້ນຖານຂອງສະຕິຮູ້ສຶກຜິດຊອບ, ສະຕິຮູ້ສຶກຜິດຊອບປະກອບເປັນຂອບເຂດ. ບໍ່ວ່າເຈົ້າຈະຫຼອກລວງໃຜໂດຍການສໍ້ໂກງ ແລະ ຫຼອກລວງໃນທຸກຮູບແບບໃນຂະນະທີ່ເຮັດທຸລະກິດ, ບໍ່ວ່າຈະເປັນຄົນບໍ່ດີ ຫຼື ຄົນດີ, ບໍ່ວ່າແນວໃດກໍຕາມ, ການກະທຳນັ້ນເອງກໍຂັດກັບສິນທຳ, ສະຕິຮູ້ສຶກຜິດຊອບ ແລະ ຄວາມເປັນມະນຸດ. ເມື່ອເຮັດສິ່ງດັ່ງກ່າວລົງໄປແລ້ວ, ເຈົ້າກໍຈະຮູ້ສຶກເຖິງການກ່າວໂທດຕົນເອງໃນສະຕິຮູ້ສຶກຜິດຊອບຂອງເຈົ້າຕະຫຼອດໄປ. ມັນຈະກາຍເປັນຮອຍເປື້ອນໄປຕະຫຼອດຊີວິດ. ຖ້າເຈົ້າເປັນມະນຸດຢ່າງແທ້ຈິງ, ເຈົ້າກໍບໍ່ຄວນເຮັດສິ່ງດັ່ງກ່າວເລີຍ. ບໍ່ວ່າເປົ້າໝາຍໃນການຕົ້ມຕຸ໋ນຂອງເຈົ້າຈະເປັນໃຜ ແລະ ບໍ່ວ່າເຈົ້າຈະຕົ້ມຕຸ໋ນເງິນຈຳນວນຫຼາຍສໍ່າໃດກໍຕາມ, ເຖິງແມ່ນວ່າເຈົ້າຈະຕົ້ມຕຸ໋ນຄົນຊົ່ວຮ້າຍ ແລະ ຄົນບໍ່ດີ, ມັນກໍຍັງເປັນການຕົ້ມຕຸ໋ນຢູ່ດີ. ນັ້ນຄືເຫດຜົນທີ່ວ່າ ບໍ່ວ່າສະຖານະການຈະເປັນແນວໃດ ຫຼື ເຈົ້າກຳລັງຮັບມືກັບໃຜ, ເຈົ້າກໍບໍ່ຄວນຕົ້ມຕຸ໋ນຜູ້ຄົນ. ນີ້ຄືການມີຂອບເຂດຂອງສະຕິຮູ້ສຶກຜິດຊອບໃນການປະພຶດຕົນຂອງເຈົ້າ ແລະ ມັນຄືພະລັງຢັບຢັ້ງທີ່ມາຈາກການເຮັດວຽກຂອງສະຕິຮູ້ສຶກຜິດຊອບ. ຖ້າເຈົ້າມີການເຮັດວຽກຂອງສະຕິຮູ້ສຶກຜິດຊອບ, ແລ້ວເຈົ້າກໍຈະມີຂອບເຂດໃນສິ່ງທີ່ເຈົ້າເຮັດ. ຖ້າເຈົ້າບໍ່ມີການເຮັດວຽກຂອງສະຕິຮູ້ສຶກຜິດຊອບ, ເຈົ້າກໍຈະກ້າວຂ້າມຂອບເຂດເຫຼົ່ານັ້ນ ແລະ ສາມາດເຮັດໄດ້ທຸກຢ່າງ. ມັນສາມາດເວົ້າໄດ້ວ່າບຸກຄົນແບບນີ້ບໍ່ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນແມ່ນແຕ່ໜ້ອຍດຽວ ແລະ ພວກເຂົາບໍ່ຮ້າຍກວ່າເດຍລະສານ. ຖ້າບາງຄົນຄິດວ່າຄຳເວົ້ານີ້ຮຸນແຮງເກີນໄປ, ເຮົາກໍຈະເວົ້າອີກແບບໜຶ່ງ: ຄົນທີ່ບໍ່ມີເຫດຜົນແມ່ນແຕ່ໜ້ອຍດຽວກໍປຽບເໝືອນສັດເດຍລະສານ. ຄົນທີ່ບໍ່ມີຄວາມເປັນມະນຸດບໍ່ແມ່ນສັດເດຍລະສານບໍ? ຖ້າຄົນໃດໜຶ່ງເປັນມະນຸດແຕ່ບໍ່ມີຄວາມເປັນມະນຸດ, ແລ້ວແກ່ນແທ້ຂອງພວກເຂົາແມ່ນຫຍັງ? ມັນບໍ່ແມ່ນແກ່ນແທ້ຂອງສັດເດຍລະສານບໍ? ຄວາມແຕກຕ່າງລະຫວ່າງພວກເຂົາ ແລະ ສັດເດຍລະສານກໍຄື ພວກເຂົາສາມາດຍ່າງຕົວຊື່ໄດ້ ແລະ ພວກເຂົາມີພາສາ, ໃນຂະນະທີ່ສັດເດຍລະສານບໍ່ມີຄວາມສາມາດທາງດ້ານພາສາຂອງມະນຸດ. ເພື່ອໃຫ້ໄດ້ຜົນກຳໄລ, ເຈົ້າສາມາດໃຊ້ທຸກວິທີການ ແລະ ທຸກຮູບແບບເພື່ອສໍ້ໂກງ ແລະ ຫຼອກລວງ, ໃນຂະນະທີ່ສັດເດຍລະສານບໍ່ມີວິທີການດັ່ງກ່າວ. ສະນັ້ນ, ການເວົ້າວ່າຄົນປະເພດນີ້ທຽບເທົ່າກັບສັດເດຍລະສານ ທີ່ຈິງແລ້ວແມ່ນການເວົ້າໃຫ້ເບິ່ງດີແລ້ວ, ໃນຄວາມເປັນຈິງແລ້ວ ຄົນແບບນັ້ນບໍ່ເທົ່າສັດເດຍລະສານຢ່າງແທ້ຈິງ. ຄົນທີ່ບໍ່ເທົ່າສັດເດຍລະສານສາມາດໄດ້ຮັບຄວາມລອດພົ້ນບໍ? ພວກເຂົາບໍ່ຍອມຮັບຄວາມຈິງແມ່ນແຕ່ໜ້ອຍດຽວ, ພວກເຂົາຮັກພຽງແຕ່ເງິນເທົ່ານັ້ນ. ນີ້ຄືບັນຫາກ່ຽວກັບທຳມະຊາດຂອງພວກເຂົາ ແລະ ບໍ່ມີໃຜສາມາດປ່ຽນແປງມັນໄດ້. ການຄາດຫວັງໃຫ້ຄົນແບບນັ້ນຍອມຮັບຄວາມຈິງກໍປຽບເໝືອນການຄາດຫວັງໃຫ້ໄກ່ຜູ້ອອກໄຂ່, ມັນຈະບໍ່ມີທາງເກີດຂຶ້ນເລີຍ. ດັ່ງນັ້ນ, ໃນທ່າມກາງມະນຸດຊາດທີ່ເສື່ອມຊາມ, ຍົກເວັ້ນຄົນທີ່ກໍ່ການຄາດຕະກຳເພື່ອຜົນກຳໄລ ຫຼື ມີສ່ວນຮ່ວມໃນການກະທຳທີ່ເປັນອາຊະຍາກຳ ແລະ ລະເມີດກົດໝາຍ, ຄົນເຫຼົ່ານີ້ທີ່ສໍ້ໂກງ ແລະ ຫຼອກລວງໃນທຸກຮູບແບບສາມາດຖືໄດ້ວ່າມີຄວາມເປັນມະນຸດທີ່ຊົ່ວທີ່ສຸດ, ພວກເຂົາຄືເສດເດນຂອງມະນຸດຊາດ, ຄົນຊົ່ວຊາມຂອງມະນຸດຊາດ. ໃນຍຸກປັດຈຸບັນທີ່ເສດຖະກິດຈະເລີນຮຸ່ງເຮືອງຢ່າງຍິ່ງນີ້, ມີຄົນແບບນີ້ຈຳນວນຫຼວງຫຼາຍເປັນພິເສດທີ່ສໍ້ໂກງ ແລະ ຫຼອກລວງໃນທຸກຮູບແບບໃນຂະນະທີ່ເຮັດທຸລະກິດ. ແຕ່ບໍ່ວ່າຈະມີຄົນເຫຼົ່ານີ້ຫຼາຍສໍ່າໃດກໍຕາມ, ບໍ່ວ່າແນວໃດກໍຕາມ, ການສະແດງອອກດັ່ງກ່າວກໍພຽງພໍທີ່ຈະສະແດງໃຫ້ເຫັນເຖິງບັນຫາຂອງຄວາມເປັນມະນຸດ. ສະຕິຮູ້ສຶກຜິດຊອບຂອງຄົນເຮົາເປັນແນວໃດ, ພ້ອມທັງພວກເຂົາມີຂອບເຂດຂອງສະຕິຮູ້ສຶກຜິດຊອບ ຫຼື ບໍ່, ນີ້ຄືຕົວຊີ້ວັດສຳລັບການວັດແທກຄວາມເປັນມະນຸດຂອງພວກເຂົາ. ຄົນທີ່ບໍ່ມີແມ່ນແຕ່ຄວາມເປັນມະນຸດຈະສາມາດໄດ້ຮັບຄວາມລອດພົ້ນໄດ້ແນວໃດ? ຢ່າງໜ້ອຍທີ່ສຸດ, ຄວາມເປັນມະນຸດຂອງຄົນເຮົາຕ້ອງມີເງື່ອນໄຂໃນການຍອມຮັບຄວາມຈິງ. ຄົນທີ່ສໍ້ໂກງ ແລະ ຫຼອກລວງໃນທຸກຮູບແບບ ໂດຍພື້ນຖານແລ້ວແມ່ນບໍ່ມີເງື່ອນໄຂໃນການຍອມຮັບຄວາມຈິງພາຍໃນຄວາມເປັນມະນຸດຂອງພວກເຂົາ. ສະນັ້ນ, ຖ້າເຈົ້າຂໍໃຫ້ພວກເຂົາຍອມຮັບຄວາມຈິງເພື່ອປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ພວກເຂົາບໍ່ມີທາງເຮັດໄດ້ເລີຍ. ມີພຽງແຕ່ຜູ້ທີ່ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນເທົ່ານັ້ນທີ່ສາມາດຍອມຮັບຄວາມຈິງ ແລະ ປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ດ້ວຍເຫດນີ້ຈຶ່ງໄດ້ຮັບຄວາມລອດພົ້ນ, ເພາະວ່າສະຕິຮູ້ສຶກຜິດຊອບຂອງພວກເຂົາມີຄວາມຮັບຮູ້ໃນລະດັບໜຶ່ງ ແລະ ເມື່ອພວກເຂົາປະພຶດຕົນ ແລະ ກະທຳ, ສະຕິຮູ້ສຶກຜິດຊອບຂອງພວກເຂົາກໍສາມາດເຮັດວຽກໃນລະດັບໜຶ່ງໄດ້. ເມື່ອເຈົ້າໂອ້ລົມກ່ຽວກັບຄວາມຈິງກັບຄົນແບບນັ້ນ ແລະ ເວົ້າກ່ຽວກັບວິທີການເຂົ້າສູ່ຄວາມຈິງ, ວິທີການປະຖິ້ມອຸປະນິໄສທີ່ເສື່ອມຊາມ, ສິ່ງໃດທີ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ ແລະ ສິ່ງໃດທີ່ບໍ່ສອດຄ່ອງ ແລະ ຜູ້ຄົນຄວນກະທຳແນວໃດ, ພວກເຂົາກໍສາມາດຍອມຮັບ ແລະ ອ່ອນນ້ອມໄດ້. ມັນເໝາະສົມທີ່ຈະໂອ້ລົມກ່ຽວກັບຄວາມຈິງກັບຄົນແບບນັ້ນ, ພວກເຂົາຄືຜູ້ຮັບທີ່ຖືກຕ້ອງ. ຖ້າເຈົ້າໂອ້ລົມກ່ຽວກັບຄວາມຈິງກັບຜູ້ທີ່ວິທີການຫຼັກໃນການເຮັດທຸລະກິດຂອງພວກເຂົາຄືການຫຼອກລວງ ແລະ ການຕົ້ມຕຸ໋ນຄົນອື່ນ, ນັ້ນກໍເທົ່າກັບການສີຊໍໃຫ້ຄວາຍຟັງ. ສະນັ້ນ ເມື່ອເວົ້າເຖິງຄົນແບບນັ້ນທີ່ກຳລັງເຮັດທຸລະກິດ, ພຽງແຕ່ສັງເກດເບິ່ງວ່າພວກເຂົາໃຊ້ວິທີການທີ່ຖືກຕ້ອງຕາມກົດໝາຍໃນການເຮັດທຸລະກິດ ແລະ ໃນການເຮັດທຸລະກຳຂອງພວກເຂົາ ແລະ ການພົວພັນກັບຜູ້ຄົນ ຫຼື ບໍ່, ພວກເຂົາມີການຢັບຢັ້ງ ແລະ ຂອບເຂດຂອງສະຕິຮູ້ສຶກຜິດຊອບ ຫຼື ບໍ່ ແລະ ສະຕິຮູ້ສຶກຜິດຊອບຂອງພວກເຂົາສາມາດເຮັດວຽກໃນການເຮັດທຸລະກຳ ແລະ ການພົວພັນກັບຜູ້ຄົນຂອງພວກເຂົາ ຫຼື ບໍ່. ຖ້າສະຕິຮູ້ສຶກຜິດຊອບຂອງຄົນໃດໜຶ່ງສາມາດເຮັດວຽກ ແລະ ມີອຳນາດຢັບຢັ້ງຕໍ່ພວກເຂົາໄດ້, ແລ້ວພວກເຂົາກໍເປັນທີ່ຍອມຮັບໄດ້ ແລະ ຄຸ້ມຄ່າທີ່ຈະຄົບຫາສະມາຄົມດ້ວຍ. ອາດເທດສອນຂ່າວປະເສີດ ແລະ ໂອ້ລົມຄວາມຈິງໃຫ້ຄົນແບບນັ້ນຟັງໄດ້. ຖ້າພວກເຂົາສາມາດຍອມຮັບຄວາມຈິງໄດ້, ແລ້ວພວກເຂົາກໍມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ. ນັ້ນຄືທັງໝົດສຳລັບການໂອ້ລົມຂອງພວກເຮົາກ່ຽວກັບການຮັກໃນການເຮັດທຸລະກິດ.
ການຮັກສິລະປະ
ຕອນນີ້ ໃຫ້ພວກເຮົາມາເບິ່ງການຮັກສິລະປະ. ຄົນທີ່ຮັກສິລະປະມັກການຮ້ອງເພງ, ການເຕັ້ນ ແລະ ການຫຼິ້ນເຄື່ອງດົນຕີມາແຕ່ກຳເນີດ ແລະ ພວກເຂົາຍັງມັກການສະແດງອີກດ້ວຍ. ຍິ່ງມີຄົນຫຼາຍເທົ່າໃດ ພວກເຂົາກໍຍິ່ງຕື່ນເຕັ້ນຫຼາຍເທົ່ານັ້ນ; ແລະ ພວກເຂົາຢາກສະແດງໃຫ້ເບິ່ງ, ຫຼິ້ນຕະຫຼົກ, ສະແດງລະຄອນສັ້ນ, ຮ້ອງເພງ, ເຕັ້ນ ຫຼື ຫຼິ້ນເຄື່ອງດົນຕີ ເພື່ອເຮັດໃຫ້ທຸກຄົນມີຄວາມສຸກ ແລະ ຊ່ວຍໃຫ້ພວກເຂົາຜ່ອນຄາຍ. ການຮັກສິລະປະເປັນການສະແດງອອກປະເພດໃດ? ກ່ອນອື່ນໝົດ ພວກເຮົາຈຳເປັນຕ້ອງເບິ່ງວ່າສິລະປະປະກອບດ້ວຍສິ່ງທີ່ເປັນບວກ ຫຼື ສິ່ງທີ່ເປັນລົບ. ຖ້າພວກເຈົ້າບໍ່ຊັດເຈນກ່ຽວກັບເລື່ອງນີ້, ແລ້ວໃຫ້ເຮົາຖາມພວກເຈົ້າວ່າ: ພວກເຈົ້າຄິດວ່າການຮ້ອງເພງ ແລະ ການເຕັ້ນເປັນຄວາມຕ້ອງການທີ່ສົມເຫດສົມຜົນຂອງມະນຸດຊາດບໍ? (ແມ່ນແລ້ວ.) ສິ່ງເຫຼົ່ານີ້ເປັນຄວາມຕ້ອງການທີ່ສົມເຫດສົມຜົນຂອງມະນຸດຊາດ. ນັ້ນກໍຄື ຜູ້ຄົນໃຊ້ສຽງຮ້ອງ, ພາສາກາຍ ຫຼື ວິທີການທາງດ້ານສິລະປະປະເພດໜຶ່ງ ເພື່ອເຮັດໃຫ້ຊີວິດມ່ວນຊື່ນ, ເພື່ອເພີ່ມຄວາມປິຕິຍິນດີໃນຊີວິດ ຫຼື ເພື່ອສະແດງໜຶ່ງໃນອາລົມຂອງພວກເຂົາ. ສິ່ງນີ້ສາມາດຖືວ່າສົມເຫດສົມຜົນໄດ້ບໍ? (ໄດ້.) ຕອນນີ້ ໃຫ້ພວກເຮົາກັບໄປຫາຫົວຂໍ້ເດີມ ນັ້ນກໍຄື ການຮັກສິລະປະ, ການຮັກໃນການຮ້ອງເພງ ແລະ ການເຕັ້ນ, ການຫຼິ້ນເຄື່ອງດົນຕີ ແລະ ການສະແດງ, ການສະແດງອອກປະເພດເຫຼົ່ານີ້ຈັດຢູ່ໃນໝວດໝູ່ໃດ? (ຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງ.) ເນື່ອງຈາກພວກມັນເປັນຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງ, ສິ່ງເຫຼົ່ານີ້ຈັດຢູ່ໃນໝວດໝູ່ໃດ? (ເງື່ອນໄຂແຕ່ຕິດຕົວມາແຕ່ເກີດ.) ເດັກນ້ອຍບາງຄົນມັກຟັງດົນຕີ ແລະ ຮັບຊົມການເຕັ້ນຕັ້ງແຕ່ອາຍຸຫ້າ ຫຼື ຫົກປີ ແລະ ເມື່ອພວກເຂົາໄດ້ຍິນຈັງຫວະດົນຕີ, ມີ ແລະ ຕີນຂອງພວກເຂົາກໍເລີ່ມເຄື່ອນເໜັງ ແລະ ພວກເຂົາຮູ້ສຶກເຖິງແຮງກະຕຸ້ນທີ່ຢາກເຕັ້ນ. ນີ້ຄືສິ່ງທີ່ຕິດຕົວມາແຕ່ເກີດ. ບາງຄົນໄດ້ຍິນເພງ ແລະ ດົນຕີເຕັ້ນ ແລ້ວກໍຢາກຮຽນ, ແຕ່ກໍບໍ່ສາມາດຮຽນໄດ້, ເຖິງແມ່ນວ່າພວກເຂົາເປັນເຍົາວະຊົນ ຫຼື ອາຍຸຊ່ວງຊາວປີ. ມັນເປັນເລື່ອງຍາກລຳບາກຫຼາຍສຳລັບພວກເຂົາທີ່ຈະພະຍາຍາມຮຽນເຕັ້ນ ແລະ ພວກເຂົາກໍງຸ່ມງ່າມເປັນພິເສດ. ນີ້ກໍເປັນສິ່ງທີ່ຕິດຕົວມາແຕ່ເກີດ. ໃນທາງກົງກັນຂ້າມ, ຄົນທີ່ຮັກການຮ້ອງເພງ ແລະ ການເຕັ້ນມາແຕ່ເກີດສາມາດເລີ່ມເຕັ້ນຢ່າງມີຄວາມສຸກເມື່ອພວກເຂົາໄດ້ຍິນສຽງດົນຕີ. ເມື່ອພວກເຂົາໄດ້ຍິນຄົນຮ້ອງເພງ, ພວກເຂົາກໍສາມາດຮ້ອງຕາມ ແລະ ຮຽນຮູ້ຈາກພວກເຂົາ ແລະ ຫຼັງຈາກທີ່ຝຶກຊ້ອມພຽງສອງສາມຄັ້ງ, ພວກເຂົາກໍສາມາດຮ້ອງເອງໄດ້. ສິ່ງນີ້ພິສູດວ່າສຳລັບຄົນປະເພດນີ້ແລ້ວ, ສິ່ງເຫຼົ່ານີ້ຕິດຕົວມາແຕ່ເກີດ ແລະ ຢູ່ໃນກະດູກຂອງພວກເຂົາ; ພວກເຂົາມັກສິ່ງເຫຼົ່ານີ້ຈາກໃຈ ແລະ ພວກເຂົາຍັງເກັ່ງໃນສິ່ງເຫຼົ່ານີ້ອີກດ້ວຍ. ພວກເຂົາຮູ້ວິທີເຮັດສິ່ງເຫຼົ່ານັ້ນໂດຍບໍ່ຕ້ອງມີໃຜມາສອນ. ເຖິງກັບມີຄົນທີ່ໂດດເດັ່ນເປັນພິເສດບາງຄົນທີ່ສາມາດຮ້ອງອຸບປະລາກອນທ້ອງຖິ່ນໄດ້ສອງສາມປະໂຫຍກຕັ້ງແຕ່ອາຍຸພຽງເຈັດ ຫຼື ແປດປີ ແລະ ການຮ້ອງເພງຂອງພວກເຂົາກໍມີຄວາມຮູ້ສຶກທີ່ເປັນຈິງ ແລະ ມັນກໍຖືກຕ້ອງຕາມທຳນອງ ແລະ ຖືກຕ້ອງຕາມຈັງຫວະ, ນັ້ນເປັນສິ່ງທີ່ຫາໄດ້ຍາກແທ້ໆ! ເດັກນ້ອຍບາງຄົນເຖິງກັບສາມາດຮ້ອງເພງປັອບໄດ້ສອງສາມເພງ ແລະ ບາງຄົນກໍສາມາດເຕັ້ນໃນຮູບແບບຕ່າງໆ ເຊັ່ນ: ການເຕັ້ນແບບອິນເດຍ, ການເຕັ້ນແບບຊິນຈຽງ ຫຼື ການເຕັ້ນສະໄໝໃໝ່. ເມື່ອພວກເຂົາໄດ້ຍິນເພງເຕັ້ນ ຫຼື ດົນຕີ, ພວກເຂົາກໍມັກສິ່ງເຫຼົ່ານີ້ຕາມສັນຊາດຕະຍານ ແລະ ພວກເຂົາກໍເລີ່ມເຄື່ອນໄຫວຮ່າງກາຍໄປຕາມສຽງດົນຕີຢ່າງໄວວາ. ຖ້າເຈົ້າບໍ່ໃຫ້ພວກເຂົາຮ້ອງເພງ, ພວກເຂົາກໍຈະລັກຮ້ອງໃນໃຈຂອງພວກເຂົາ ຫຼື ຊອກຫາສະຖານທີ່ທີ່ເໝາະສົມເພື່ອຮ້ອງອອກມາສຽງດັງ. ພວກເຂົາພຽງແຕ່ຢາກຮ້ອງເພງ ແລະ ຮັກການຮ້ອງເພງ ແລະ ບໍ່ມີໃຜສາມາດຫ້າມພວກເຂົາໄດ້. ພວກເຂົາບໍ່ໄດ້ຮັບອິດທິພົນຈາກພໍ່ແມ່ຂອງພວກເຂົາ ແລະ ພວກເຂົາບໍ່ໄດ້ຖືກສອນໂດຍໃຜເລີຍ. ຕັ້ງແຕ່ພວກເຂົາຍັງນ້ອຍ, ພວກເຂົາກໍມີຈຸດແຂງ ຫຼື ກິດຈະກຳຍາມຫວ່າງເຫຼົ່ານີ້ແລ້ວ. ມັນເຫັນໄດ້ຊັດເຈນວ່າສິ່ງນີ້ເປັນເງື່ອນໄຂທີ່ຕິດຕົວມາແຕ່ເກີດ, ພວກເຂົາມີຄວາມສົນໃຈທີ່ຕິດຕົວມາແຕ່ເກີດກ່ຽວກັບງານສິລະປະ. ຖ້າເດັກນ້ອຍເຫຼົ່ານັ້ນສົນໃຈໃນງານສິລະປະ, ພວກເຂົາຕ້ອງມີສ່ວນຮ່ວມໃນວຽກນີ້ບໍ ນັ້ນກໍຄື ພວກເຂົາຕ້ອງເຮັດວຽກໃນອຸດສາຫະກຳນີ້ຕະຫຼອດຊີວິດຂອງພວກເຂົາບໍ? ບໍ່ສະເໝີໄປ. ມັນຂຶ້ນກັບການລິຂິດຂອງພຣະເຈົ້າ, ພຣະເຈົ້າໃຊ້ອຳນາດສູງສຸດຂອງພຣະອົງ ແລະ ຈັດແຈງສິ່ງຕ່າງໆແນວໃດ. ຖ້າພຣະເຈົ້າຈັດແຈງໃຫ້ພວກເຂົາເຮັດວຽກກ່ຽວກັບສິລະປະ, ພວກເຂົາກໍຍ່ອມຜູກໝັດກັບອຸດສາຫະກຳນີ້ຕະຫຼອດຊີວິດຂອງພວກເຂົາ. ແຕ່ຖ້າພຣະເຈົ້າບໍ່ໄດ້ຈັດແຈງ ຫຼື ລິຂິດໃຫ້ພວກເຂົາເຮັດວຽກໃນອຸດສາຫະກຳນີ້, ພວກເຂົາກໍພຽງແຕ່ມີຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງນີ້ ແລະ ເຖິງແມ່ນວ່າພວກເຂົາເພີດເພີນກັບມັນ, ມັນກໍເປັນໄປບໍ່ໄດ້ທີ່ພວກເຂົາຈະມີສ່ວນຮ່ວມໃນວຽກງານນັ້ນ. ບາງຄົນໄດ້ມັກສິລະປະຕັ້ງແຕ່ໄວເດັກ. ຍ້ອນເຫັນວ່າລູກຂອງພວກເຂົາມີຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງນີ້, ພໍ່ແມ່ຂອງພວກເຂົາຄິດວ່າ “ຖ້າຊັ້ນພວກເຮົາລ້ຽງດູມັນກັນເທາະ. ບາງທີຄອບຄົວຂອງພວກເຮົາສາມາດຜະລິດຄວາມສາມາດພິເສດທາງດ້ານສິລະປະ. ບາງເທື່ອລູກຂອງພວກເຮົາຈະເຖິງຂັ້ນກາຍເປັນຄົນມີຊື່ສຽງ ແລະ ເປັນດາລາ!” ສະນັ້ນ ພວກເຂົາຈຶ່ງເລີ່ງລ້ຽງດູລູກຂອງພວກເຂົາໃນການສຶກສາກ່ຽວກັບການເຕັ້ນ ແລະ ການຮ້ອງເພງຂອງພວກເຂົາ ແລະ ໃນທີ່ສຸດແລ້ວ ລູກກໍຖືກຮັບເຂົ້າສະຖານສຶກສາສິລະປະ. ເຖິງແມ່ນວ່າຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງຂອງເດັກກ່ຽວກັບສິລະປະຍັງຄົງເຂັ້ມແຂງຫຼັງຈາກທີ່ສຳເລັດການສຶກສາແລ້ວ, ບໍ່ວ່າພວກເຂົາຈະສາມາດເຮັດວຽກໃນອຸດສາຫະກຳນີ້ ຫຼື ບໍ່ແມ່ນບໍ່ແນ່ນອນ. ມັນໄປໄດ້ທີ່ເມື່ອພວກເຂົາກຳລັງຈະມີສ່ວນຮ່ວມໃນວຽກງານນີ້, ອາລົມຂອງພວກເຂົາກໍປ່ຽນ ແລະ ທັດສະນະຄະຕິ ແລະ ຈາກນັ້ນມຸມມອງຂອງພວກເຂົາຕໍ່ວຽກງານນີ້ກໍປ່ຽນແປງ ແລະ ມັນຍັງເປັນໄປໄດ້ທີ່ເນື່ອງຈາກເຫດຜົນຕ່າງໆພາຍໃນສະຖານະການທີ່ກົງໄປກົງມາ, ພວກເຂົາພາດການເປັນສ່ວນໜຶ່ງໃນອຸດສາຫະກຳນີ້. ທຸກສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນໄປໄດ້; ມັນຂຶ້ນກັບການລິຂິດລ່ວງໜ້າຂອງພຣະເຈົ້າ. ແຕ່ເມື່ອເບິ່ງຈາກສາເຫດຕົ້ນຕໍແລ້ວ, ຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງຂອງເດັກນ້ອຍແມ່ນເງື່ອນໄຂທີ່ຕິດຕົວມາແຕ່ເກີດຂອງພວກເຂົາ, ກ່ອນທີ່ພວກເຂົາຈະເກີດມາ, ພຣະເຈົ້າໄດ້ຈັດແຈງຈຸດແຂງນີ້ໃຫ້ກັບພວກເຂົາແລ້ວ ແລະ ໄດ້ເພີ່ມຄຸນສົມບັດພິເສດບາງຢ່າງເຂົ້າໃນຄວາມເປັນມະນຸດຂອງພວກເຂົາ, ເຮັດໃຫ້ພວກເຂົາມີຄວາມອ່ອນໄຫວເປັນພິເສດ ແລະ ເກັ່ງໃນເລື່ອງດົນຕີ, ການເຕັ້ນ ແລະ ດ້ານອື່ນໆຂອງສິລະປະມາແຕ່ກຳເນີດ. ດັ່ງນັ້ນ, ສິ່ງທີ່ພວກເຂົາສະແດງອອກໃນຊີວິດປະຈຳວັນຂອງພວກເຂົາກໍຄືຄວາມມັກເປັນພິເສດໃນການຮ້ອງເພງ ແລະ ການເຕັ້ນ. ບໍ່ວ່າບຸກຄະລິກຂອງພວກເຂົາຈະລ່າເລີງ ຫຼື ຂີ້ອາຍ, ບໍ່ວ່າພວກເຂົາຈະມັກເວົ້າ ຫຼື ບໍ່ມັກເວົ້າ, ບໍ່ວ່າໃນກໍລະນີໃດກໍຕາມ, ມີບາງຢ່າງທີ່ຝັງເລິກຢູ່ໃນກະດູກຂອງພວກເຂົາເຊິ່ງບໍ່ສາມາດລຶບລ້າງອອກໄປໄດ້, ນັ້ນກໍຄື ພວກເຂົາມັກຮ້ອງເພງ, ມັກເຕັ້ນ ແລະ ມັກສະແດງ. ເຖິງແມ່ນວ່າພວກເຂົາຈະມີພະລັງທີ່ສຸດ ແລະ ຮູ້ສຶກເຖິງການປົດປ່ອຍໃນຈິດວິນຍານຂອງພວກເຂົາເມື່ອພວກເຂົາກຳລັງຮ້ອງເພງ, ບາງຄົນກໍຍັງຂີ້ອາຍຫຼາຍເມື່ອເຈົ້າເວົ້າກັບພວກເຂົາ ແລະ ພວກເຂົາກໍບໍ່ເກັ່ງໃນການສະແດງອອກ ຫຼື ການມີປະຕິສຳພັນກັບຜູ້ຄົນ. ເມື່ອຄົບຫາສະມາຄົມກັບຄົນອື່ນ, ພວກເຂົາຈະແຂງ ແລະ ຕຶງເປັນພິເສດ ແລະ ເຖິງກັບວິຕົກກັງວົນ ແລະ ຢ້ານກົວ, ໂດຍບໍ່ຮູ້ວ່າຈະຈັດການກັບສະຖານະການເຫຼົ່ານີ້ແນວໃດ. ແຕ່ເມື່ອພວກເຂົາກ້າວຂຶ້ນໄປເທິງເວທີເພື່ອສະແດງ, ພວກເຂົາກໍເຮັດໄດ້ຢ່າງສະບາຍ; ມັນຄືກັບວ່າພວກເຂົາໄດ້ກາຍເປັນອີກຄົນໜຶ່ງ. ຜູ້ບໍ່ມີຄວາມເຊື່ອເວົ້າວ່າສິ່ງນີ້ຄື “ເທບຜູ້ຄຸ້ມຄອງ” ໃນຂົງເຂດອາຊີບຂອງພວກເຂົາທີ່ມອບຄວາມສາມາດນີ້ໃຫ້ພວກເຂົາເພື່ອຫາລ້ຽງຊີບ, ສິ່ງນີ້ຖືກຕ້ອງບໍ? ໃນຄວາມເປັນຈິງແລ້ວ, ສິ່ງນີ້ຄືການລິຂິດຂອງພຣະເຈົ້າ. ຈຸດແຂງ, ຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງທີ່ຄົນເຮົາມີມາແຕ່ກຳເນີດນັ້ນແມ່ນກ່ຽວຂ້ອງກັບການລິຂິດລ່ວງໜ້າຂອງພຣະເຈົ້າ. ບໍ່ວ່າຄົນເຮົາຈະມີຈຸດແຂງ ແລະ ກິດຈະກຳຍາມຫວ່າງຫຍັງກໍຕາມ, ພວກມັນລ້ວນແຕ່ຖືກລິຂິດລ່ວງໜ້າໂດຍພຣະເຈົ້າ. ຖ້າພຣະເຈົ້າມອບຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງໃຫ້ເຈົ້າ, ເຈົ້າກໍຈະມັກມັນ ແລະ ຊື່ນຊົມມັນຈາກສ່ວນເລິກຂອງຫົວໃຈຂອງເຈົ້າ, ໂດຍຮູ້ສຶກຫຼົງໄຫຼກັບມັນເປັນພິເສດ. ເມື່ອເຈົ້າມີສ່ວນຮ່ວມໃນວຽກງານນີ້ ຫຼື ເຮັດບາງສິ່ງບາງຢ່າງທີ່ກ່ຽວຂ້ອງກັບວຽກງານນີ້, ເຈົ້າຈະຮູ້ສຶກສະຫງົບ ແລະ ສະບາຍໃຈຢູ່ພາຍໃນເປັນພິເສດ ແລະ ເຈົ້າຍັງສົນໃຈມັນເປັນພິເສດອີກດ້ວຍ. ດັ່ງນັ້ນ, ຖ້າເຈົ້າມີຈຸດແຂງບາງປະເພດ, ເມື່ອວຽກງານຂອງເຮືອນຂອງພຣະເຈົ້າມີຄວາມຕ້ອງການ, ເຈົ້າກໍຄວນປະຕິບັດໜ້າທີ່ທີ່ສອດຄ່ອງກັນນັ້ນ. ສຳລັບເຈົ້າແລ້ວ, ນີ້ຄືໂອກາດທີ່ດີທີ່ສຸດທີ່ຈະນຳໃຊ້ຈຸດແຂງຂອງເຈົ້າໃຫ້ເກີດປະໂຫຍດ. ໃນທຳນອງດຽວກັນ, ເນື່ອງຈາກຈຸດແຂງນີ້ຖືກມອບໃຫ້ເຈົ້າໂດຍພຣະເຈົ້າ, ມັນຈຶ່ງບໍ່ແມ່ນຊັບສິນສ່ວນຕົວຂອງເຈົ້າ; ເຈົ້າບໍ່ສາມາດນຳໃຊ້ມັນໃນທາງທີ່ຜິດໄດ້ຕາມອຳເພີໃຈ. ເມື່ອວຽກງານຂອງເຮືອນຂອງພຣະເຈົ້າມີຄວາມຕ້ອງການ, ເຈົ້າຄວນນຳໃຊ້ມັນໃຫ້ເກີດປະໂຫຍດ ແລະ ຖວາຍມັນແດ່ພຣະເຈົ້າ, ໂດຍໃຊ້ມັນໃນໜ້າທີ່ຂອງເຈົ້າ. ນີ້ຄືເງື່ອນໄຂທີ່ເອື້ອອຳນວຍສຳລັບເຈົ້າໃນການໄດ້ຮັບຄວາມລອດພົ້ນ ແລະ ມັນຍັງເປັນເງື່ອນໄຂທີ່ເໜືອກວ່າທີ່ພຣະເຈົ້າໄດ້ມອບໃຫ້ເຈົ້າ, ເຈົ້າຄວນນຳໃຊ້ມັນໃຫ້ເກີດປະໂຫຍດເປັນຢ່າງດີ ແລະ ນຳໃຊ້ມັນເປັນຢ່າງດີ, ໂດຍບໍ່ປິດບັງໄວ້. ດ້ວຍວິທີນັ້ນ, ໃນດ້ານໜຶ່ງ, ເຈົ້າສາມາດນຳໃຊ້ຈຸດແຂງຂອງເຈົ້າໃຫ້ເກີດປະໂຫຍດ ແລະ ໃນອີກດ້ານໜຶ່ງ, ເຈົ້າຍັງສາມາດບັນລຸໜ້າທີ່ຂອງເຈົ້າເພື່ອຕອບແທນຄວາມຮັກຂອງພຣະເຈົ້າໄດ້ອີກດ້ວຍ. ນີ້ບໍ່ແມ່ນສິ່ງທີ່ດີຫຼາຍບໍ? (ແມ່ນແລ້ວ.)
ພຣະເຈົ້າໄດ້ມອບຈຸດແຂງບາງປະເພດໃຫ້ກັບຜູ້ຄົນ ແລະ ບໍ່ວ່າຈະເປັນໃນສະໄໝບູຮານ ຫຼື ສະໄໝໃໝ່, ໜຶ່ງໃນສິ່ງເຫຼົ່ານີ້ ນັ້ນກໍຄືສິລະປະ ບໍ່ເຄີຍຖືກປະຕິບັດຢ່າງຈິງຈັງ ແລະ ມັກຈະຖືກຈັດຢູ່ໃນບັນດາສິ່ງຂອງຊົນຊັ້ນຕ່ຳສະເໝີ. ໂດຍສະເພາະຢ່າງຍິ່ງ ໃນບາງສະພາບແວດລ້ອມທາງສັງຄົມທີ່ຂ້ອນຂ້າງເປັນແບບດັ້ງເດີມ ແລະ ສັກດີນາ, ຜູ້ຄົນລ້ວນແຕ່ເບິ່ງສິລະປະດ້ວຍອະຄະຕິ ແລະ ສິລະປະກໍມັກຈະຖືກຈຳແນກການປະຕິບັດໂດຍບາງຄົນສະເໝີ. ໃນທ່າມກາງຜູ້ຄົນ, ສິລະປະຖືກກຳນົດລັກສະນະແບບນີ້ ແລະ ສິ່ງເຫຼົ່ານີ້ກໍມີລະດັບຊັ້ນ, ສະຖານະ ຫຼື ຄຳນິຍາມປະເພດນີ້, ຍ້ອນຄວາມຄິດຫຼົງຜິດຂອງຜູ້ຄົນ, ແນວຄິດແບບສັກດີນາຂອງຜູ້ຄົນ ຫຼື ຄວາມຄິດ ແລະ ມຸມມອງທີ່ບິດເບືອນ ແລະ ຜິດພ້ຽນເຫຼົ່ານັ້ນທີ່ຊາຕານປູກຝັງເຂົ້າໃນຜູ້ຄົນ. ຍັງມີອີກປັດໄຈໜຶ່ງ ນັ້ນກໍຄື ບັນຍາກາດທີ່ບໍ່ດີໄດ້ຖືກສົ່ງເສີມໃນອຸດສາຫະກຳນີ້ ຍ້ອນອິດທິພົນຂອງສັງຄົມທີ່ຊົ່ວຮ້າຍ ແລະ ກະແສທີ່ຊົ່ວຮ້າຍ ແລະ ດັ່ງນັ້ນ, ຜູ້ຄົນຈຶ່ງໃຫ້ການປະເມີນທີ່ບໍ່ດີຕໍ່ອຸດສາຫະກຳສິລະປະ. ບາງຄົນທີ່ມີສ່ວນຮ່ວມໃນອຸດສາຫະກຳນີ້ໄດ້ໃຊ້ຄວາມສົນໃຈ ແລະ ຈຸດແຂງຂອງພວກເຂົາໃນສິລະປະເພື່ອເຮັດສິ່ງທີ່ເປັນລົບ ແລະ ຊົ່ວຊ້າຫຼາຍຢ່າງ, ເຊິ່ງໄດ້ເຮັດໃຫ້ສິລະປະມົວໝອງ ແລະ ບິດເບືອນທຳມະຊາດຂອງສິລະປະ. ຜົນຕາມມາກໍຄື ຜູ້ຄົນໄດ້ເກີດມີຄວາມຄິດເຫັນທີ່ເປັນລົບຫຼາຍຢ່າງກ່ຽວກັບໂລກສິລະປະ ແລະ ຖືວ່າຄົນທີ່ເຮັດວຽກກ່ຽວກັບສິລະປະ ຫຼື ມີຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງໃນຂົງເຂດນີ້ເປັນບຸກຄົນທີ່ເປັນລົບ. ເຖິງຢ່າງໃດກໍຕາມ, ບໍ່ວ່າສັງຄົມນີ້ ແລະ ມະນຸດຊາດຈະເບິ່ງຈຸດແຂງປະເພດນີ້ແນວໃດກໍຕາມ, ສະຫຼຸບແລ້ວ ບໍ່ວ່າພວກເຂົາຈະເປັນສະມາຊິກໃນເຮືອນຂອງພຣະເຈົ້າ ຫຼື ເປັນຄົນທີ່ຢູ່ພາຍນອກເຮືອນຂອງພຣະເຈົ້າ ຖ້າຄົນໃດໜຶ່ງມີຈຸດແຂງ ຫຼື ຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງໃນຂົງເຂດນີ້, ມັນກໍປະຕິເສດບໍ່ໄດ້ວ່າຈຸດແຂງ ແລະ ກິດຈະກຳຍາມຫວ່າງນີ້ເປັນເງື່ອນໄຂທີ່ຕິດຕົວມາແຕ່ເກີດ. ເພາະວ່າສິ່ງເຫຼົ່ານີ້ເປັນເງື່ອນໄຂທີ່ຕິດຕົວມາແຕ່ເກີດແທ້ໆ, ພວກມັນຈຶ່ງບໍ່ແມ່ນສິ່ງທີ່ເປັນລົບ ຫຼື ຊົ່ວຊ້າ. ມັນເປັນຍ້ອນທິດທາງຂອງຄວາມຄິດ ແລະ ທິດສະດີທີ່ຜິດພາດບາງຢ່າງໃນຍຸກສະໄໝສະເພາະເທົ່ານັ້ນ ທີ່ເຮັດໃຫ້ສິລະປະ ແລະ ຄົນທີ່ມີສ່ວນຮ່ວມໃນສິລະປະຖືກກຳນົດລັກສະນະວ່າເປັນສິ່ງທີ່ຊົ່ວຊ້າ ແລະ ເປັນລົບ. ສິ່ງນີ້ເປັນສິ່ງທີ່ເກີດຂຶ້ນເລື້ອຍໆຕະຫຼອດປະຫວັດສາດ. ມັນກໍຄືກັນກັບການທີ່ຖົ່ວເຫຼືອງສາມາດນຳມາເຮັດເປັນເຕົ້າຫູ້ທີ່ມີກິ່ນຫອມເຊິ່ງຜູ້ຄົນມັກກິນ, ແຕ່ກໍສາມາດນຳໄປໝັກກັບຈຸລິນຊີ ເຊັ່ນ: ເຊື້ອຣາ ເພື່ອໃຫ້ກາຍເປັນເຕົ້າຫູ້ເໝັນໄດ້ເຊັ່ນກັນ. ເຈົ້າບໍ່ສາມາດເວົ້າໄດ້ວ່າຖົ່ວເຫຼືອງບໍ່ດີພຽງເພາະວ່າເຈົ້າບໍ່ມັກກິນເຕົ້າຫູ້ເໝັນ. ການໃຊ້ເຫດຜົນແບບຕັກກະສາດນີ້ຖືກຕ້ອງບໍ? (ບໍ່.) ເຫັນໄດ້ຊັດເຈນວ່າມັນບໍ່ຖືກຕ້ອງ; ມັນບິດເບືອນ. ດັ່ງນັ້ນ, ເຖິງແມ່ນວ່າຈະມີບາງສິ່ງທີ່ສົກກະປົກ ແລະ ຂີ້ຮ້າຍພາຍໃນກຸ່ມສິລະປະໃນສັງຄົມ, ເຈົ້າກໍບໍ່ສາມາດເວົ້າໄດ້ວ່າສິລະປະນັ້ນສົກກະປົກ, ຂີ້ຮ້າຍ ແລະ ເປັນລົບ, ແຮງໄກທີ່ເຈົ້າຈະສາມາດເວົ້າໄດ້ວ່າຄົນເຫຼົ່ານີ້ທີ່ມັກ ແລະ ມີທັກສະໃນສິລະປະລ້ວນແຕ່ເປັນບຸກຄົນເປັນລົບທີ່ຊົ່ວຊ້າ ແລະ ຂີ້ຮ້າຍ. ນີ້ຄືການໃຫ້ເຫດຜົນທີ່ຜິດພາດ; ມັນບໍ່ແມ່ນການຢັ່ງຮູ້ທີ່ຖືກຕ້ອງ. ຖ້າພຽງເພາະວ່າພວກເຂົາບາງຄົນເປັນຄົນຊົ່ວຊ້າ, ເຈົ້າຈຶ່ງເວົ້າວ່າສິລະປະທີ່ພວກເຂົາເຮັດໄດ້ດີນັ້ນກໍຊົ່ວຊ້າເຊັ່ນກັນ, ແລ້ວນັ້ນກໍເປັນຄວາມຜິດພາດທີ່ຮ້າຍແຮງ. ຈຸດແຂງຕ່າງໆທີ່ພຣະເຈົ້າມອບໃຫ້ຜູ້ຄົນແມ່ນມີໄວ້ເພື່ອຮັບໃຊ້ໂລກມະນຸດ. ຖ້າມະນຸດຊາດບໍ່ມີຊີວິດທາງດ້ານວັດທະນະທຳ, ນັ້ນກໍຄົງຈະໜ້າເບື່ອເກີນໄປ. ການທີ່ພຣະເຈົ້າຈັດແຈງໃຫ້ຜູ້ຄົນມີຊີວິດທາງວັດທະນະທຳນັ້ນບໍ່ແມ່ນເລື່ອງຜິດ. ສິ່ງທີ່ຊົ່ວຊ້າເຫຼົ່ານັ້ນລ້ວນແຕ່ເກີດຈາກມານຮ້າຍ ແລະ ຊາຕານທີ່ສວຍໂອກາດເພື່ອສ້າງການລົບກວນ. ເຖິງແມ່ນວ່າ ເມື່ອປຽບທຽບກັບມະນຸດຊາດທີ່ສົມບູນແບບ ເຊິ່ງເປັນມະນຸດຊາດທີ່ຈະຖືກເຮັດໃຫ້ບໍລິບູນໃນທີ່ສຸດ ມະນຸດຊາດນີ້ທີ່ພຣະເຈົ້າສ້າງຂຶ້ນບໍ່ສົມບູນແບບ ແລະ ມີຂໍ້ບົກຜ່ອງໃນຕອນນີ້, ສິ່ງນີ້ກໍບໍ່ໄດ້ໝາຍຄວາມວ່າມະນຸດຊາດທີ່ພຣະເຈົ້າສ້າງຂຶ້ນນັ້ນຊົ່ວຊ້າ ຫຼື ເປັນລົບ, ສິ່ງເຫຼົ່ານີ້ເປັນສອງແນວຄວາມຄິດທີ່ແຕກຕ່າງກັນ. ພວກເຈົ້າເຂົ້າໃຈບໍ? (ເຂົ້າໃຈ.) ບໍ່ວ່າຍຸກສະໄໝທີ່ຊົ່ວຮ້າຍ ແລະ ໂລກທີ່ຊົ່ວຮ້າຍນີ້ຈະຈັດວາງຕຳແໜ່ງຂອງສິລະປະ ແລະ ຄວາມສົນໃຈ, ກິດຈະກຳຍາມຫວ່າງ ຫຼື ຈຸດແຂງໃນການຮ້ອງເພງ ແລະ ການເຕັ້ນແນວໃດ, ບໍ່ວ່າໃນກໍລະນີໃດກໍຕາມ, ມັນກໍປະຕິເສດບໍ່ໄດ້ວ່າສິ່ງເຫຼົ່ານີ້ເປັນຄວາມຕ້ອງການຂອງມະນຸດຊາດ ແລະ ພວກມັນກໍຍັງເປັນຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງທີ່ຄົນພິເສດບາງຄົນມີອີກດ້ວຍ. ຍ້ອນພວກເຂົາເປັນຄວາມສົນໃຈ ແລະ ງານອະດິເລກ, ສິ່ງເຫຼົ່ານີ້ຈຶ່ງມີມາແຕ່ກຳເນີດສຳລັບຜູ້ຄົນ ແລະ ເປັນສິ່ງທີ່ຜູ້ຄົນເກີດມາກໍມີເລີຍ, ເຊິ່ງໝາຍຄວາມວ່າພວກມັນມາຈາກພຣະເຈົ້າ ແລະ ຖືກມອບໃຫ້ໂດຍພຣະເຈົ້າ. ກ່ອນທີ່ຜູ້ຄົນເກີດມາ, ພຣະເຈົ້າໄດ້ລິຂິດໄວ້ລ່ວງໜ້າແລ້ວເຖິງອາຊີບທີ່ພວກເຂົາແຕ່ລະຄົນຈະມີສ່ວນຮ່ວມ: ບາງຄົນຖືກຈັດໃຫ້ຢູ່ໃນຂົງເຂດການຄ້າເພື່ອເຮັດທຸລະກິດ, ບາງຄົນຖືກຈັດໃຫ້ຢູ່ໃນໂຮງງານເພື່ອເປັນຄົນງານ, ບາງຄົນຖືກຈັດໃຫ້ຢູ່ໃນຂົງເຂດກະສິກຳເພື່ອເຮັດວຽກກະສິກຳ, ບາງຄົນຖືກຈັດໃຫ້ຢູ່ໃນຂົງເຂດການສຶກສາເພື່ອເປັນຄູ ແລະ ບາງຄົນຖືກຈັດໃຫ້ຢູ່ໃນຂົງເຂດສິລະປະເພື່ອເປັນນັກສະແດງ. ພຣະເຈົ້າໄດ້ຈັດວາງຈຸດແຂງປະເພດຕ່າງໆໄວ້ພາຍໃນຜູ້ຄົນທີ່ແຕກຕ່າງກັນແລ້ວໃນເວລາທີ່ພວກເຂົາເກີດມາ. ນັ້ນກໍຄື ພາຍໃນຊີວິດທີ່ເປັນເນື້ອໜັງຂອງພວກເຂົາ, ຄວາມສົນໃຈ, ກິດຈະກຳຍາມຫວ່າງ ແລະ ຈຸດແຂງຂອງແຕ່ລະຄົນແມ່ນແຕກຕ່າງກັນ. ກ່ອນທີ່ເຈົ້າເກີດມາ, ພຣະເຈົ້າໄດ້ເພີ່ມບາງສິ່ງທີ່ພິເສດ ແລະ ແຕກຕ່າງໃຫ້ກັບເຈົ້າແລ້ວ. ຖ້າເຈົ້າບໍ່ມີຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງ ຫຼື ຈຸດແຂງ, ເຈົ້າກໍບໍ່ຄວນຈົ່ມວ່າພຣະເຈົ້າບໍ່ໄດ້ເພີ່ມພວກມັນໃຫ້ກັບເຈົ້າ. ຖ້າບໍ່ມີສິ່ງເຫຼົ່ານີ້, ເຈົ້າຍັງສາມາດດຳລົງຊີວິດຢູ່ໄດ້ ແລະ ເຈົ້າຍັງສາມາດປະຕິບັດໜ້າທີ່ຂອງເຈົ້າໄດ້. ເຈົ້າບໍ່ໄດ້ຂາດຫຍັງເລີຍເມື່ອປຽບທຽບກັບຄົນອື່ນ, ເພາະວ່າເຈົ້າມີໂອກາດດຽວກັນກັບຄົນອື່ນໃນການປະຕິບັດໜ້າທີ່. ອຸປະນິໄສທີ່ເສື່ອມຊາມຂອງເຈົ້າກໍຄືກັນກັບຂອງຄົນອື່ນ; ມັນເປັນພຽງແຕ່ວ່າເງື່ອນໄຂທີ່ຕິດຕົວມາແຕ່ເກີດຂອງຜູ້ຄົນນັ້ນແຕກຕ່າງກັນ, ແຕ່ລະຄົນມີຈຸດແຂງ ແລະ ຈຸດອ່ອນຂອງຕົນເອງ. ແລ້ວຈຸດສຳຄັນແມ່ນຫຍັງ? ຈຸດສຳຄັນກໍຄືຄວາມແຕກຕ່າງໃນຄວາມເປັນມະນຸດ. ຄົນທີ່ມີຄວາມສົນໃຈ, ກິດຈະກຳຍາມຫວ່າງ ແລະ ຈຸດແຂງພິເສດບາງຢ່າງພາຍໃນເງື່ອນໄຂທີ່ຕິດຕົວມາແຕ່ເກີດຂອງພວກເຂົາບໍ່ແມ່ນຄົນທີ່ມີຄວາມສາມາດພິເສດບາງປະເພດ ແລະ ຄົນທີ່ບໍ່ມີຄວາມສົນໃຈ, ກິດຈະກຳຍາມຫວ່າງ ຫຼື ຈຸດແຂງໃດໆພາຍໃນເງື່ອນໄຂທີ່ຕິດຕົວມາແຕ່ເກີດຂອງພວກເຂົາກໍບໍ່ແມ່ນຄົນທຳມະດາສາມັນຈຳນວນໜຶ່ງ. ທຸກຄົນຄືກັນບໍ່ຫຼາຍກໍໜ້ອຍ. ມັນເປັນພຽງແຕ່ວ່າບໍ່ວ່າພຣະເຈົ້າຈະມອບຫຍັງໃຫ້ເຈົ້າ, ພຣະອົງກໍຮຽກຮ້ອງຈາກເຈົ້າ ແລະ ເຈົ້າຄວນໃຊ້ມັນໃນໜ້າທີ່ຂອງເຈົ້າ ແລະ ບໍ່ວ່າພຣະອົງບໍ່ໄດ້ມອບຫຍັງໃຫ້ເຈົ້າ, ພຣະອົງກໍບໍ່ໄດ້ຮຽກຮ້ອງຈາກເຈົ້າເພີ່ມເຕີມ. ເຖິງແມ່ນວ່າພຣະເຈົ້າອາດບໍ່ໄດ້ມອບຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງ ຫຼື ຈຸດແຂງໃຫ້ເຈົ້າ, ສິ່ງຕ່າງໆ ຫຼື ເງື່ອນໄຂຕ່າງໆທີ່ເຈົ້າມີພາຍໃນຄວາມເປັນມະນຸດຂອງເຈົ້າກໍຍັງພຽງພໍສຳລັບເຈົ້າທີ່ຈະຮັບຜິດຊອບລາຍການວຽກງານ ຫຼື ໜ້າທີ່ໃດໜຶ່ງ. ຖ້າເຈົ້າບໍ່ສາມາດຮັບຜິດຊອບມັນໄດ້, ແລ້ວມັນກໍເປັນໄປໄດ້ວ່າເຈົ້າເປັນຄົນທີ່ຢູ່ພາຍນອກກຸ່ມຄົນທີ່ປະຕິບັດໜ້າທີ່ ແລະ ນັ້ນກໍຈະເປັນອີກເລື່ອງໜຶ່ງໂດຍສິ້ນເຊີງ.
ພວກເຮົາຈະຈົບການສົນທະນາຂອງພວກເຮົາໃນຫົວຂໍ້ການຮັກສິລະປະໄວ້ຢູ່ບ່ອນນີ້. ຕອນນີ້ ການກຳນົດລັກສະນະຂອງຈຸດແຂງປະເພດນີ້ຄວນຈະແຈ້ງສຳລັບພວກເຈົ້າແລ້ວ. ຢ່າຄິດວ່າຄົນທີ່ຮັກສິລະປະນັ້ນແປກປະຫຼາດ ຫຼື ຊົ່ວຊ້າ. ຖ້າພວກເຈົ້າຄິດແບບນີ້, ແລ້ວການຢັ່ງຮູ້ຂອງພວກເຈົ້າກໍບິດເບືອນຫຼາຍ. ພວກເຈົ້າຄວນປະຕິບັດຕໍ່ຄົນດັ່ງກ່າວຢ່າງຖືກຕ້ອງ, ມີປະຕິສຳພັນກັບຄົນດັ່ງກ່າວຢ່າງຖືກຕ້ອງ ແລະ ຊຸກຍູ້ໃຫ້ພວກເຂົານຳໃຊ້ເຕັກນິກທາງດ້ານວິຊາຊີບທີ່ພວກເຂົາມີທັກສະ ແລະ ເຂົ້າໃຈໜ້າທີ່ຂອງພວກເຂົາ. ຖ້າເຈົ້າເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ເຈົ້າຕ້ອງຮຽນຮູ້ທີ່ຈະໃຊ້ວິທີການທີ່ຖືກຕ້ອງເພື່ອຊ່ວຍເຫຼືອ, ຊີ້ແນະ ແລະ ຊີ້ນໍາຄົນເຫຼົ່ານັ້ນໃນການນຳໃຊ້ຈຸດແຂງຂອງພວກເຂົາໃຫ້ເກີດປະໂຫຍດ, ເພື່ອໃຫ້ພວກເຂົາສາມາດກ້າວເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ ແລະ ຮັບຜິດຊອບໜ້າທີ່ທີ່ກ່ຽວຂ້ອງກັບຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງຂອງພວກເຂົາ, ດ້ວຍເຫດນີ້ຈຶ່ງກາຍເປັນສິ່ງທີ່ຖືກສ້າງທີ່ໄດ້ມາດຕະຖານ ແລະ ຄູ່ຄວນກັບຄວາມສົນໃຈ, ກິດຈະກຳຍາມຫວ່າງ ແລະ ຈຸດແຂງຕ່າງໆທີ່ພຣະເຈົ້າໄດ້ມອບໃຫ້ພວກເຂົາ. ຖ້າພວກເຂົາບໍ່ສາມາດຮັບຜິດຊອບໜ້າທີ່ທີ່ກ່ຽວຂ້ອງກັບຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງຂອງພວກເຂົາໄດ້, ມັນກໍບໍ່ເປັນຫຍັງສຳລັບພວກເຂົາທີ່ຈະປະຕິບັດໜ້າທີ່ອື່ນ. ເຖິງຢ່າງໃດກໍຕາມ, ພວກເຂົາບໍ່ຄວນຖືກຈຳກັດຈາກການມີຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງຂອງພວກເຂົາເອງ, ເພາະວ່ານີ້ເປັນສ່ວນໜຶ່ງຂອງຄວາມເປັນມະນຸດ.
ເມື່ອເວົ້າເຖິງເລື່ອງນັ້ນ, ເຮົາກໍນຶກເຖິງບາງຢ່າງ, ຕອນນີ້ ໃນເຮືອນຂອງພຣະເຈົ້າ ມີນັກຮ້ອງໜ້າໃໝ່ບາງຄົນໄດ້ບັນທຶກສຽງເພງ. ນັກຮ້ອງໜ້າໃໝ່ເຫຼົ່ານີ້, ຫຼັງຈາກທີ່ໄດ້ຮໍ່າຮຽນຄວາມຮູ້ທາງດ້ານວິຊາຊີບ ແລະ ຝຶກຊ້ອມການຮ້ອງເພງຢ່າງພາກພຽນ, ໃນທີ່ສຸດກໍສາມາດບັນທຶກສຽງເພງໄດ້ຢ່າງສຳເລັດ, ໂດຍປ່ຽນຈາກການເຮັດວຽກຢູ່ເບື້ອງຫຼັງມາເປັນການສະແດງເທິງເວທີຫຼັກ. ເຖິງແມ່ນວ່າການຮ້ອງເພງຂອງພວກເຂົາຈະຍັງບໍ່ໄດ້ມາດຕະຖານທາງດ້ານວິຊາຊີບ ແລະ ຍັງບໍ່ເຖິງລະດັບຂອງນັກຮ້ອງມືອາຊີບ ແລະ ຍັງມີຊ່ອງຫວ່າງໃຫ້ປັບປຸງ, ພວກເຂົາບາງຄົນຮ້ອງເພງໂດຍບໍ່ມີຄວາມຊຳນານຫຼາຍປານໃດ, ສຽງຂອງນັກຮ້ອງບາງຄົນກໍບໍ່ໜ້າຟັງປານໃດ ແລະ ການສະແດງຂອງພວກເຂົາກໍບໍ່ເປັນຕາເບິ່ງປານໃດ, ແຕ່ທັດສະນະຄະຕິຂອງພວກເຂົາໃນການປະຕິບັດໜ້າທີ່ຂອງພວກເຂົາກໍສົມຄວນໄດ້ຮັບກຳລັງໃຈ. ການປ່ຽນຈາກການເປັນນັກຮ້ອງສະໝັກຫຼິ້ນມາປາກົດຕົວເທິງໜ້າຈໍໃນຖານະນັກຮ້ອງໜ້າໃໝ່, ນັກຮ້ອງທີ່ບໍ່ມີປະສົບການ, ເປັນສິ່ງທີ່ສົມຄວນໄດ້ຮັບກຳລັງໃຈ. ແລ້ວສິ່ງທີ່ເຮົາຢາກເວົ້າກັບພວກເຈົ້າກ່ຽວກັບເລື່ອງນີ້ແມ່ນຫຍັງ? ນັ້ນກໍຄື ເມື່ອວິດີໂອເພງສັນລະເສີນທີ່ບັນທຶກໂດຍນັກຮ້ອງໜ້າໃໝ່ເຫຼົ່ານີ້ຖືກອັບໂຫຼດລົງໃນອິນເຕີເນັດ, ພວກເຈົ້າຄວນໃຫ້ກຳລັງໃຈພວກເຂົາແດ່. ພວກເຈົ້າຍັງສາມາດໃຫ້ຄຳແນະນຳທີ່ດີບາງຢ່າງທີ່ພວກເຂົາສາມາດໄດ້ຮັບຜົນປະໂຫຍດໄດ້, ແຕ່ຢ່າຈັບຜິດ, ຢ່າດູຖູກພວກເຂົາດ້ວຍທ່າທີລັງກຽດ ແລະ ຢ່າຕຳໜິຕິຕຽນຫຼາຍເກີນໄປ. ທັດສະນະຄະຕິນີ້ບໍ່ດີ, ຢ່າງໜ້ອຍທີ່ສຸດ, ມັນກໍບໍ່ມີຄວາມຮັກ ແລະ ຄວາມອົດກັ້ນຢູ່ໃນນັ້ນ ແລະ ມັນບໍ່ແມ່ນທັດສະນະຄະຕິທີ່ຄົນເຮົາຄວນມີຕໍ່ອ້າຍເອື້ອຍນ້ອງຂອງພວກເຂົາ. ແລ້ວວິທີທີ່ເໝາະສົມໃນການປະຕິບັດຕໍ່ພວກເຂົາແມ່ນຫຍັງ? ພວກເຈົ້າຄວນໃຫ້ກຳລັງໃຈພວກເຂົາ ແລະ ເປັນກຳລັງໃຈໃຫ້ພວກເຂົາໜ້ອຍໜຶ່ງ ແລະ ຈາກນັ້ນກໍໃຫ້ຄຳແນະນຳທີ່ເໝາະສົມບາງຢ່າງ, ມີພຽງສິ່ງນີ້ເທົ່ານັ້ນທີ່ເປັນປະໂຫຍດຕໍ່ພວກເຂົາ. ຢ່າງໜ້ອຍທີ່ສຸດ, ພວກເຂົາກໍມີຄວາມກ້າຫານທີ່ຈະຢືນຢູ່ເທິງເວທີ ແລະ ຮ້ອງເພງສັນລະເສີນເພື່ອສັນລະເສີນພຣະເຈົ້າ, ເຊິ່ງເປັນປະໂຫຍດຕໍ່ປະຊາກອນທີ່ພຣະເຈົ້າເລືອກ. ດັ່ງນັ້ນ, ທຸກຄົນຄວນຊ່ວຍພວກເຂົາໃຫ້ປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີ ແລະ ທຸກຄົນຕ້ອງບໍ່ເວົ້າໂດຍບໍ່ມີຄວາມຮັບຜິດຊອບເດັດຂາດ ແລະ ຕ້ອງບໍ່ອິດສາພວກເຂົາ. ພວກເຮົາຄວນມີຄວາມສຸກ ແລະ ຍິນດີທີ່ເຮືອນຂອງພຣະເຈົ້າມີອີກຫຼາຍຄົນທີ່ມີຄວາມສາມາດພິເສດໃນການຮ້ອງເພງ, ນີ້ເປັນສິ່ງທີ່ດີ. ຄົນທີ່ມີຈຸດແຂງໃນຂົງເຂດນີ້ລ້ວນແຕ່ຄວນໄດ້ຮັບອະນຸຍາດໃຫ້ນຳໃຊ້ຈຸດແຂງເຫຼົ່ານັ້ນ; ພວກເຂົາທຸກຄົນຄວນໄດ້ຮັບໂອກາດ. ພວກເຂົາເອງກໍບໍ່ມີຄວາມໝັ້ນໃຈຫຼາຍປານໃດ ແລະ ພວກເຂົາກໍບໍ່ມີຊ່ອງທາງສຳລັບຄວາມສົນໃຈ ແລະ ກິດຈະກຳຍາມຫວ່າງເລັກໆນ້ອຍໆທີ່ພວກເຂົາມີ. ຖ້າພວກເຂົາມີຄວາມເຕັມໃຈທີ່ຈະປະຕິບັດໜ້າທີ່ນີ້ໃຫ້ດີ ແລະ ໄດ້ບັນທຶກວິດີໂອເພງສັນລະເສີນ, ເມື່ອເຈົ້າເຫັນມັນ, ຢ່າງໜ້ອຍເຈົ້າກໍຄວນຟັງມັນສອງ ຫຼື ສາມຄັ້ງ, ຟັງຢ່າງຕັ້ງໃຈ ແລະ ຢ່າງໃສ່ໃຈ ແລະ ໃຫ້ກຳລັງໃຈພວກເຂົາແດ່. ຢ່າທຳລາຍພວກເຂົາຢູ່ລັບຫຼັງພວກເຂົາ. ພວກເຈົ້າຄວນບອກອ້າຍເອື້ອຍນ້ອງຄົນອື່ນໆໃຫ້ຟັງເພງທີ່ພວກເຂົາຮ້ອງໃຫ້ຫຼາຍຂຶ້ນ ແລະ ກົດຖືກໃຈພວກເຂົາໃຫ້ຫຼາຍຂຶ້ນ. ພວກເຂົາບາງຄົນຮ້ອງໄດ້ດີພໍສົມຄວນ, ດ້ວຍອາລົມທີ່ແທ້ຈິງ, ອອກສຽງແຕ່ລະປະໂຫຍກໄດ້ຢ່າງຊັດເຈນພໍສົມຄວນ; ເຄື່ອງນຸ່ງ ແລະ ທ່າທາງຂອງພວກເຂົາກໍສະຫງ່າງາມ ແລະ ເໝາະສົມ, ເຮັດໃຫ້ພວກເຂົາເບິ່ງເໝາະສົມໃນສາຍຕາຄົນອື່ນ. ເຖິງຢ່າງໃດກໍຕາມ ຄົນອື່ນອາດຈະຍັງຂາດຕົກບົກຜ່ອງເລັກໜ້ອຍໃນເລື່ອງຂອງສຽງ ແລະ ຄວາມເປັນຜູ້ໃຫຍ່ທາງດ້ານວິຊາການ. ຖ້າເຈົ້າຮູ້ເລື່ອງດົນຕີເລັກໜ້ອຍ ແລະ ສາມາດຈັບຜິດໄດ້, ຢ່າເຍາະເຍີ້ຍພວກເຂົາ; ໃຫ້ປະຕິບັດຕໍ່ພວກເຂົາຢ່າງເໝາະສົມ ແລະ ໃຫ້ກຳລັງໃຈ ແລະ ສະໜັບສະໜູນພວກເຂົາຄືເກົ່າ. ນີ້ຄືທັດສະນະຄະຕິທີ່ພວກເຈົ້າຄວນມີໃນຖານະສະມາຊິກໃນຄອບຄົວ, ໃນຖານະອ້າຍ ຫຼື ເອື້ອຍນ້ອງ. ຢ່າຮຽນແບບຄົນບໍ່ດີໂດຍການເຮັດສິ່ງທີ່ດູຖູກຄົນອື່ນ ຫຼື ກົດຄົນອື່ນໃຫ້ຕ່ຳລົງ. ຖ້າຕົວເຈົ້າເອງບໍ່ສາມາດຂຶ້ນເວທີໄດ້, ແຕ່ເມື່ອມີຄົນອື່ນຂຶ້ນ, ເຈົ້າພັດອິດສາ, ທຳລາຍພວກເຂົາ ແລະ ເວົ້ານິນທາລັບຫຼັງພວກເຂົາ, ນີ້ຄືການຂາດຄວາມເປັນມະນຸດ. ການປະພຶດຕົນແບບນີ້ບໍ່ດີ, ມັນໜ້າລັງກຽດ. ເຖິງແມ່ນວ່າເຈົ້າສາມາດຈັບຜິດພວກເຂົາໄດ້, ເຈົ້າກໍຍັງຄວນໃຫ້ກຳລັງໃຈພວກເຂົາ. ເຈົ້າຄວນເຮັດແບບນີ້ເພາະວ່າພວກເຂົາເປັນອ້າຍເອື້ອຍນ້ອງ, ພວກເຂົາບໍ່ແມ່ນມືອາຊີບ ແລະ ພວກເຂົາບໍ່ໄດ້ຜ່ານການຝຶກອົບຮົມທາງດ້ານວິຊາຊີບ ແລະ ການທີ່ພວກເຂົາສາມາດຮ້ອງເພງໄດ້ຄືກັບຕອນນີ້ກໍເປັນຜົນມາຈາກການຄົ້ນຄວ້າ, ການຝຶກຊ້ອມ ແລະ ການເຮັດວຽກໜັກຂອງພວກເຂົາເອງລ້ວນໆ. ສະນັ້ນ ເປັນຫຍັງຈຶ່ງບໍ່ໃຫ້ກຳລັງໃຈພວກເຂົາ? ຖ້າເຈົ້າຮຽນຮູ້ທີ່ຈະເປັນຄົນໃຫ້ກຳລັງໃຈ ແລະ ອົດກັ້ນ ແລະ ຍັງສາມາດປະຕິບັດຕໍ່ພວກເຂົາຢ່າງຖືກຕ້ອງດ້ວຍຄວາມຮັກ ແລະ ຄວາມອົດກັ້ນ ເຖິງແມ່ນວ່າເຈົ້າຈະສັງເກດເຫັນຂໍ້ບົກຜ່ອງບາງຢ່າງໃນການຮ້ອງເພງຂອງພວກເຂົາກໍຕາມ, ແລ້ວສິ່ງນີ້ກໍສະແດງໃຫ້ເຫັນວ່າເຈົ້າມີຄວາມເປັນມະນຸດ. ບາງຄົນມັກຈະປຽບທຽບນັກຮ້ອງໃນເຮືອນຂອງພຣະເຈົ້າກັບນັກຮ້ອງມືອາຊີບໃນໂລກທີ່ບໍ່ມີຄວາມເຊື່ອຢູ່ສະເໝີ ແລະ ດັ່ງນັ້ນຈຶ່ງດູຖູກນັກຮ້ອງໃນເຮືອນຂອງພຣະເຈົ້າ ແລະ ຈັບຜິດເລື່ອງນັ້ນເລື່ອງນີ້. ນີ້ຄືການຂາດຄວາມເປັນມະນຸດ. ຖ້າເຈົ້າມັກຈະຈັບຜິດຂໍ້ບົກຜ່ອງຂອງຄົນອື່ນຢູ່ສະເໝີ ແລະ ຄິດຢູ່ສະເໝີວ່າເຈົ້າດີກວ່າ ແລະ ເໜືອກວ່າຄົນອື່ນ, ແລ້ວເປັນຫຍັງເຈົ້າຈຶ່ງບໍ່ສາມາດຮ້ອງເພງທີ່ດົນບັນດານຜູ້ຄົນໄດ້? ຢ່າຈັບຜິດຄົນອື່ນ. ນັກຮ້ອງໃນຄຣິສຕະຈັກບໍ່ໄດ້ມາຈາກພື້ນຖານທາງດ້ານວິຊາຊີບ, ແຕ່ມີສິ່ງໜຶ່ງທີ່ພິເສດກ່ຽວກັບພວກເຂົາ: ໃນການເຮັດວຽກງານນີ້, ພວກເຂົາບໍ່ໄດ້ກຳລັງປະກອບອາຊີບ, ພວກເຂົາກຳລັງປະຕິບັດໜ້າທີ່ຂອງພວກເຂົາ. ໜ້າທີ່ຂອງພວກເຂົາຄືການໃຊ້ສຽງຂອງພວກເຂົາເພື່ອຮ້ອງພຣະທຳຂອງພຣະເຈົ້າ ແລະ ເພື່ອເປັນພະຍານ ແລະ ເຜີຍແຜ່ພຣະທຳຂອງພຣະເຈົ້າ. ດັ່ງນັ້ນ ເຈົ້າຄວນໃຫ້ກຳລັງໃຈພວກເຂົາ. ການເຮັດແບບນີ້ບໍ່ດີບໍ? (ດີ.) ນີ້ຄືການມີຄວາມເປັນມະນຸດ. ຢ່າຈັບຜິດເມື່ອເຈົ້າຟັງນັກຮ້ອງໜ້າໃໝ່ຮ້ອງເພງ, ໂດຍເວົ້າວ່າ “ສຽງຂອງຄົນນີ້ບໍ່ດີເລີຍ. ມັນບໍ່ມ່ວນ. ລາວຮ້ອງຜິດຈັງຫວະ ແລະ ລະດັບສຽງຂອງລາວກໍຜິດພ້ຽນ, ຂ້ອຍຈະບໍ່ຟັງ! ບໍ່ຄວນມີໃຜຟັງລາວ ແລະ ບໍ່ຄວນມີໃຜກົດຖືກໃຈໃຫ້ລາວ!” ເຈົ້າກຳລັງຈຸກຈິກກ່ຽວກັບເລື່ອງນີ້ໄປເພື່ອຫຍັງ? ການຮ້ອງເພງຜິດພ້ຽນເລັກໜ້ອຍ, ການຮ້ອງເພງໂດຍບໍ່ມີຄວາມຊຳນານ ຫຼື ໃນລັກສະນະທີ່ບໍ່ເປັນມືອາຊີບ, ສິ່ງນີ້ຂັດກັບຫຼັກການຄວາມຈິງບໍ? ມັນບໍ່ໄດ້ຂັດ. ພວກເຂົາກຳລັງປະຕິບັດໜ້າທີ່ຂອງພວກເຂົາ, ດັ່ງນັ້ນ ເຈົ້າຄວນປະເມີນການຮ້ອງເພງຂອງພວກເຂົາດ້ວຍຫຼັກການຂອງການປະຕິບັດໜ້າທີ່, ບໍ່ແມ່ນອີງໃສ່ລົດນິຍົມ ແລະ ມຸມມອງຂອງເຈົ້າເອງ. ເວົ້າກົງໆກໍຄື ເຈົ້າຮູ້ຫຍັງແດ່? ຖ້າເຈົ້າຮູ້ເລື່ອງການຮ້ອງເພງຫຼາຍຂະໜາດນັ້ນ, ເປັນຫຍັງເຈົ້າຈຶ່ງບໍ່ເຄີຍຮ້ອງເພງໃຫ້ໄດ້ມາດຕະຖານທີ່ເປັນແບບຢ່າງຈັກເພງເລີຍ? ເນື່ອງຈາກເຈົ້າບໍ່ໄດ້ຮ້ອງເພງໃຫ້ໄດ້ມາດຕະຖານທີ່ເປັນແບບຢ່າງ, ເຈົ້າກໍບໍ່ມີສິດທີ່ຈະວິພາກວິຈານຄົນອື່ນ. ແນ່ນອນວ່າ ເຖິງແມ່ນວ່າເຈົ້າຈະສາມາດຮ້ອງເພງໃຫ້ໄດ້ມາດຕະຖານທີ່ເປັນແບບຢ່າງກໍຕາມ, ເຈົ້າກໍຍັງບໍ່ຄວນວິພາກວິຈານຄົນອື່ນ. ການປະຕິບັດວຽກງານນີ້ຂອງພວກເຂົາໃນຕົວມັນເອງບໍ່ແມ່ນການມີສ່ວນຮ່ວມໃນອຸດສາຫະກຳສິລະປະ ຫຼື ການເຮັດວຽກກ່ຽວກັບສິລະປະ, ມັນຄືການປະຕິບັດໜ້າທີ່ ແລະ ການເຜີຍແຜ່ພຣະທຳຂອງພຣະເຈົ້າ, ເຊິ່ງມີລັກສະນະທີ່ແຕກຕ່າງກັນ. ບໍ່ວ່າພວກເຂົາຈະຮ້ອງເພງມ່ວນ ຫຼື ບໍ່ກໍຕາມ, ພວກເຂົາກໍຕັ້ງໃຈເຮັດໃນສິ່ງທີ່ພວກເຂົາເຮັດ, ພວກເຂົາກຳລັງປະຕິບັດໜ້າທີ່ຂອງພວກເຂົາ. ສຳລັບລະດັບຄວາມເປັນມືອາຊີບຂອງພວກເຂົາ, ນັ້ນກໍເປັນອີກເລື່ອງໜຶ່ງ. ມາດຕະຖານຄວາມເປັນມືອາຊີບແມ່ນສາມາດຖືກບັນລຸໄດ້ເທື່ອລະໜ້ອຍຜ່ານການຮຽນຮູ້ ແລະ ການຝຶກຝົນໃນໄລຍະຍາວເທົ່ານັ້ນ. ປັດຈຸບັນ ນັກຮ້ອງໜ້າໃໝ່ໃນເຮືອນຂອງພຣະເຈົ້າກໍຢູ່ໃນລະດັບທີ່ພວກເຂົາເປັນຢູ່. ຜູ້ຄົນຄວນປະຕິບັດຕໍ່ພວກເຂົາຢ່າງຖືກຕ້ອງ, ທຸກຄົນຄວນໃຫ້ກຳລັງໃຈ ແລະ ສະໜັບສະໜູນ. ຢ່າຈັບຜິດ ແລະ ຢ່າໂອ້ອວດຕົນເອງ. ຖ້າເຈົ້າໂອ້ອວດຕົນເອງ, ຜູ້ຄົນກໍຈະຮູ້ສຶກລັງກຽດເຈົ້າ. ຖ້າເຈົ້າບໍ່ໂອ້ອວດຕົນເອງ ແລະ ຫັນມາຟັງຕື່ມອີກສອງສາມຄັ້ງ, ຜູ້ຄົນກໍຈະຄິດວ່າເຈົ້າເປັນຄົນດີພໍສົມຄວນ, ເປັນຄົນທີ່ມີຫົວໃຈທີ່ຢຳເກງພຣະເຈົ້າ, ຄົນທີ່ມີຫົວໃຈຢູ່ກັບເຮືອນຂອງພຣະເຈົ້າ ແລະ ຄົນທີ່ມີຄວາມອົດກັ້ນ ແລະ ແລ້ວນີ້ກໍຄືຈຸດແຂງ, ເປັນຂໍ້ດີໃນຄວາມເປັນມະນຸດຂອງເຈົ້າ. ຖ້າເຈົ້າເຮັດແບບນີ້, ຜູ້ຄົນກໍຈະມັກເຈົ້າ ແລະ ພຣະເຈົ້າກໍຈະມັກເຈົ້າເຊັ່ນກັນ. ຖ້າເຈົ້າອວດອ້າງ, ມັກຈັບຜິດຢູ່ສະເໝີເພື່ອສະແດງໃຫ້ເຫັນວ່າເຈົ້າສະຫຼາດ ແລະ ເຈົ້າເປັນຜູ້ຊ່ຽວຊານ, ແລ້ວເຈົ້າກໍກຳລັງທຳລາຍ ແລະ ລົບກວນວຽກງານຂອງເຮືອນຂອງພຣະເຈົ້າ. ຖ້າເຈົ້າທຳລາຍວຽກງານ, ພຣະເຈົ້າຈະມັກເຈົ້າໄດ້ບໍ? (ບໍ່.) ພຣະເຈົ້າຈະບໍ່ມັກເຈົ້າ ແລະ ອ້າຍເອື້ອຍນ້ອງກໍຈະບໍ່ມັກເຈົ້າເຊັ່ນກັນ. ນັກຮ້ອງໄດ້ລ່ວງເກີນເຈົ້າແນວໃດ? ເປັນຫຍັງເຈົ້າຈຶ່ງຕ້ອງອວດອ້າງ ແລະ ທຳລາຍພວກເຂົາແບບນີ້? ເຈົ້າກຳລັງທຳລາຍຄົນພຽງຄົນດຽວບໍ? ບໍ່, ເຈົ້າກຳລັງທຳລາຍວຽກງານຂອງເຮືອນຂອງພຣະເຈົ້າ, ເຈົ້າກຳລັງທຳລາຍພຣະເຈົ້າ. ຖ້າເຈົ້າເຮັດແບບນີ້, ພຣະເຈົ້າຈະມັກເຈົ້າໄດ້ບໍ? ເຖິງແມ່ນວ່າເຈົ້າຈະໄດ້ຍິນຂໍ້ບົກຜ່ອງໃນເພງທີ່ພວກເຂົາຮ້ອງກໍຕາມ, ເຈົ້າກໍບໍ່ຄວນຕັດສິນພວກເຂົາ, ເພາະວ່າການບັນລຸມາດຕະຖານຄວາມເປັນມືອາຊີບໃນວຽກງານສະເພາະທາງໃດໜຶ່ງນັ້ນບໍ່ແມ່ນສິ່ງທີ່ເກີດຂຶ້ນພຽງຊົ່ວຂ້າມຄືນ. ມັນບໍ່ແມ່ນເລື່ອງງ່າຍ, ມັນຮຽກຮ້ອງໃຫ້ມີການຂັດເກົາ ແລະ ການຝຶກຝົນ ແລະ ການຊີ້ນຳຈາກຜູ້ຊ່ຽວຊານ; ແລະ ນອກຈາກນີ້, ທຸກຄົນກໍມີຄວາມຖະໜັດທີ່ແຕກຕ່າງກັນ. ແມ່ນແຕ່ພຣະເຈົ້າກໍຍັງບໍ່ໄດ້ຕັ້ງຂໍ້ກຳນົດສຳລັບພວກເຂົາໂດຍອີງໃສ່ມາດຕະຖານຄວາມເປັນມືອາຊີບ, ແລ້ວເຈົ້າມີຄຸນສົມບັດຫຍັງທີ່ຈະຮຽກຮ້ອງສິ່ງນີ້ຈາກພວກເຂົາ? ການຮຽກຮ້ອງໃຫ້ຄົນອື່ນບັນລຸລະດັບໃດໜຶ່ງຢູ່ສະເໝີນັ້ນບໍ່ສົມເຫດສົມຜົນ; ນີ້ຄືຄວາມອວດດີ ແລະ ມັນຄືການອວດອ້າງ. ເມື່ອຄົນອື່ນໂດດເດັ່ນ, ເຈົ້າກໍຮູ້ສຶກບໍ່ພໍໃຈໃນໃຈ ແລະ ເກີດຄວາມອິດສາຢ່າງບໍ່ສິ້ນສຸດ, ຢາກກ່າວຄຳເວົ້າທີ່ສຽດສີ ແລະ ເຈັບແສບບາງຢ່າງຢູ່ສະເໝີເພື່ອຕອບສະໜອງຄວາມທະນົງຕົວຂອງເຈົ້າ. ການເຮັດແບບນີ້ຊ່າງຕ່ຳຊ້າແທ້ໆ! ສິ່ງນີ້ໜ້າລັງກຽດ ແລະ ຊົ່ວຊ້າ ແລະ ຄົນແບບນັ້ນກໍບໍ່ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ. ເຈົ້າຄວນເຮັດໃນສິ່ງທີ່ເປັນປະໂຫຍດຕໍ່ຄົນອື່ນ, ສິ່ງທີ່ຄູ່ຄວນແກ່ການຍົກຍ້ອງຂອງຄົນອື່ນ ແລະ ຍັງເປັນທີ່ຈື່ຈຳຂອງພຣະເຈົ້າອີກດ້ວຍ. ຢ່າເຮັດໃນສິ່ງທີ່ທຳລາຍຄົນອື່ນ. ເຈົ້າຈະຈື່ສິ່ງນີ້ໄວ້ບໍ? (ຈື່.) ຖ້າເຈົ້າບໍ່ສາມາດບັນລຸການເປັນຄົນອົດກັ້ນ, ການສະໜັບສະໜູນ ແລະ ການໃຫ້ກຳລັງໃຈໄດ້ ແລະ ບໍ່ສາມາດມາປົກປ້ອງ ແລະ ຮັກສາວຽກງານຂອງຄຣິສຕະຈັກໄດ້, ຖ້າເຈົ້າຂາດຄວາມເປັນມະນຸດນີ້, ແລ້ວຢ່າງໜ້ອຍກໍຢ່າເຮັດ ຫຼື ເວົ້າໃນສິ່ງທີ່ທຳລາຍຄົນອື່ນ. ນີ້ຄືສິ່ງທີ່ໜ້ອຍທີ່ສຸດທີ່ຄວນເຮັດ, ນີ້ຄືຂອບເຂດ.
ການມັກຫຼົງໄຫຼດາລາ
ພວກເຮົາໄດ້ໂອ້ລົມກ່ຽວກັບການມັກສິລະປະຈົບແລ້ວ. ຕໍ່ໄປ, ພວກເຮົາມາໂອ້ລົມກ່ຽວກັບການມັກໃສ່ໃຈກັບເລື່ອງສ່ວນຕົວຂອງຄົນດັງກັນເທາະ. ບາງຄົນມັກໃສ່ໃຈກັບເລື່ອງສ່ວນຕົວຂອງຄົນດັງ, ດາລາເປັນພິເສດ ເຊັ່ນ: ຄົນດັງກິນຫຍັງ, ພວກເຂົານຸ່ງຫຍັງ, ພວກເຂົາໄປມ່ວນຊື່ນຢູ່ໃສ, ພວກເຂົາໄດ້ຮັບການຜ່າຕັດສັນລະຍະກຳ ຫຼື ບໍ່, ພວກເຂົາມີຄວາມສຳພັນເຊີງຊູ້ສາວກັບໃຜ, ພວກເຂົາມີໝູ່ເພື່ອນຄົນໃດແດ່ທີ່ເປັນເພດກົງຂ້າມ, ພວກເຂົາມີຄູ່ນອນຄົນໃດແດ່ ແລະ ແມ່ນແຕ່ພວກເຂົາມີລູກນອກສົມລົດຈັກຄົນ ແລະ ພວກເຂົາໄດ້ມີຄວາມສຳພັນຢ່າງໃກ້ຊິດກັບເຈົ້າໜ້າທີ່ລະດັບສູງ ແລະ ຄົນລວຍຄົນໃດແດ່. ຄົນດັ່ງກ່າວໃສ່ໃຈກ່ຽວກັບເລື່ອງສ່ວນຕົວເຫຼົ່ານີ້ຂອງຄົນດັງເປັນພິເສດ. ພວກເຂົາບໍ່ພຽງແຕ່ໃສ່ໃຈກັບເລື່ອງສ່ວນຕົວຂອງຄົນດັງເທົ່ານັ້ນ ແຕ່ຍັງມັກຮຽນແບບທາງເລືອກວິຖີຊີວິດປະຈຳວັນຂອງຄົນດັງ, ການເວົ້າ ແລະ ພຶດຕິກຳຂອງພວກເຂົາ ພ້ອມທັງທັດສະນະຄະຕິຕໍ່ຊີວິດຂອງພວກເຂົາເປັນພິເສດອີກດ້ວຍ. ໃນເວລາດຽວກັນ ພວກເຂົາຍັງມັກຕິດຕາມບ່ອນຢູ່ຂອງພວກເຂົາ ພ້ອມທັງຄວາມຄິດ ແລະ ມຸມມອງຕ່າງໆຂອງພວກເຂົາເປັນພິເສດ. ຕົວຢ່າງ: ຖ້າຄົນດັງມັກລ້ຽງສັດລ້ຽງທີ່ເປັນໝາບາງຊະນິດ, ພວກເຂົາກໍລ້ຽງຄືກັນ. ຖ້າຄົນດັງນຸ່ງເຄື່ອງນຸ່ງຍີ່ຫໍ້ໃດໜຶ່ງທີ່ເປັນທີ່ນິຍົມໃນຕະຫຼາດໂດຍສະເພາະ, ພວກເຂົາກໍຈະຊື້ເຄື່ອງນຸ່ງແບບດຽວກັນນັ້ນ. ຖ້າພວກເຂົາບໍ່ມີເງິນຊື້, ພວກເຂົາກໍຈະໄປຊື້ຂອງປອມແທນ. ຖ້າຄົນດັງໃຊ້ຜະລິດຕະພັນເຄື່ອງສຳອາງບາງຊະນິດ, ພວກເຂົາກໍຈະຊື້ມັນມາເພື່ອແຕ່ງຕົວໃຫ້ງາມ, ເຖິງແມ່ນວ່າພວກເຂົາຈະບໍ່ມີເງິນ ແລະ ຕ້ອງຂາຍໝາກໄຂ່ຫຼັງ ຫຼື ເລືອດເພື່ອໃຫ້ມີເງິນຊື້ມັນກໍຕາມ. ພວກເຂົາເຖິງກັບຕິດຕາມຄົນດັງໄປທຸກບ່ອນທີ່ພວກເຂົາສະແດງ, ຈັດງານຖະແຫຼງຂ່າວ ຫຼື ເຂົ້າຮ່ວມງານເປີດຕົວຮູບເງົາ ແລະ ໂທລະພາບ. ພວກເຂົາຈະໃຫ້ຄວາມສົນໃຈ ແລະ ຕິດຕາມທຸກຄຳເວົ້າ ແລະ ການກະທຳ, ທຸກການເຄື່ອນໄຫວ ພ້ອມທັງບ່ອນຢູ່ທັງໝົດຂອງຄົນດັງທີ່ພວກເຂົາຕິດຕາມ, ຈົນເຖິງຈຸດທີ່ຫຼົງໄຫຼຈົນພວກເຂົາບໍ່ມີຊີວິດເປັນຂອງຕົນເອງ ຫຼື ບໍ່ມີຄວາມຄິດ, ມຸມມອງ ແລະ ວິຖີຊີວິດທີ່ຖືກຕ້ອງເປັນຂອງຕົນເອງ, ເຊິ່ງພວກເຂົາຖືກເຮັດໃຫ້ຫຼົງຜິດ ແລະ ຖືກຄວບຄຸມໂດຍຄວາມຄິດ, ມຸມມອງ ແລະ ວິຖີຊີວິດຂອງຄົນດັງໂດຍສິ້ນເຊີງ. ນີ້ແມ່ນບັນຫາປະເພດໃດ? ນີ້ແມ່ນເງື່ອນໄຂແຕ່ທີ່ຕິດຕົວມາແຕ່ເກີດບໍ? (ບໍ່.) ສິ່ງນີ້ມີຫຍັງກ່ຽວຂ້ອງກັບສະພາບແວດລ້ອມທາງດ້ານສັງຄົມທີ່ຜູ້ຄົນອາໄສຢູ່ໃນປັດຈຸບັນບໍ? (ມີ.) ມັນມີຄວາມກ່ຽວຂ້ອງກັນເລັກໜ້ອຍ. ແລ້ວເປັນຫຍັງຈຶ່ງມັກຈະເປັນຄົນກຸ່ມໃດໜຶ່ງທີ່ຫຼົງໄຫຼດາລາແທນທີ່ຈະເປັນທຸກຄົນ, ທັງໆທີ່ຄວາມຈິງແລ້ວທຸກຄົນກໍອາໄສຢູ່ໃນສະພາບແວດລ້ອມປັດຈຸບັນດຽວກັນ? ສິ່ງນີ້ກ່ຽວຂ້ອງກັບຫຍັງ? ເຈົ້າຈະເວົ້າບໍວ່າ ຄົນທີ່ຫຼົງໄຫຼດາລາເຫຼົ່ານີ້ມັກສິລະປະ? ບໍ່ສະເໝີໄປ. ພວກເຂົາເກັ່ງດ້ານສິລະປະບໍ? ນັ້ນກໍບໍ່ເປັນຈິງສະເໝີໄປ. ແຕ່ສິ່ງທີ່ພວກເຂົາເຮັດນັ້ນກ່ຽວຂ້ອງກັບຜູ້ຄົນໃນໂລກສິລະປະ ແລະ ກະແສສິລະປະ. ນີ້ແມ່ນບັນຫາປະເພດໃດ? ນີ້ແມ່ນບັນຫາຂອງອຸປະນິໄສທີ່ເສື່ອມຊາມບໍ? ການເປີດເຜີຍອຸປະນິໄສທີ່ເສື່ອມຊາມຄືສິ່ງທີ່ເປັນຢູ່ນີ້ຢ່າງແທ້ຈິງ. ຄົນດັ່ງກ່າວເຄົາລົບຄວາມຊົ່ວຮ້າຍ ແລະ ຕິດຕາມກະແສທີ່ຊົ່ວຮ້າຍ. ແລ້ວມີບັນຫາກັບຄວາມເປັນມະນຸດຂອງຄົນດັ່ງກ່າວບໍ? (ມີ.) ເປັນຫຍັງ, ເມື່ອມີຫຼາຍເສັ້ນທາງໃຫ້ເລືອກໃນຊີວິດ, ພວກເຂົາຈຶ່ງເລືອກເສັ້ນທາງດັ່ງກ່າວ? ສິ່ງນີ້ກ່ຽວຂ້ອງກັບບັນຫາຂອງລັກສະນະບໍ? (ກ່ຽວຂ້ອງ.) ບາງຄົນເວົ້າວ່າ: “ນີ້ຄືຂໍ້ບົກຜ່ອງໃນຄວາມເປັນມະນຸດ. ນີ້ຄືການເປັນຄົນຫົວອ່ອນ ແລະ ໂງ່ຈ້າແຕ່ກຳເນີດ ພ້ອມທັງຖືກຄົນອື່ນເຮັດໃຫ້ຫຼົງຜິດໄດ້ງ່າຍ”. ນີ້ແມ່ນເຫດຜົນບໍ? (ບໍ່.) ຄົນອື່ນເວົ້າວ່າ: “ມັນເປັນເພາະວ່າຄົນສ່ວນໃຫຍ່ທີ່ຫຼົງໄຫຼດາລາຍັງໜຸ່ມນ້ອຍ, ບໍ່ມີວຸດທິພາວະ ແລະ ຜິວເຜີນ, ບໍ່ສາມາດທົນຕໍ່ການລໍ້ລວງຂອງກະແສສັງຄົມເຫຼົ່ານີ້ໄດ້ບໍ?” ມັນເປັນເພາະວ່າພວກເຂົາຍັງໜຸ່ມນ້ອຍບໍ? (ບໍ່.) ບາງຄົນທີ່ຫຼົງໄຫຼດາລາເປັນຄົນໄວກາງຄົນ ຫຼື ຜູ້ສູງອາຍຸ, ກຸ່ມນີ້ລວມມີຄົນທຸກໄວ. ເມື່ອພິຈາລະນາເຖິງສິ່ງນີ້, ຄົນເຫຼົ່ານີ້ທີ່ຫຼົງໄຫຼດາລາບໍ່ໄດ້ຖືກເຮັດໃຫ້ຫຼົງຜິດໂດຍກະແສສັງຄົມເຫຼົ່ານີ້ຍ້ອນວ່າພວກເຂົາຍັງໜຸ່ມນ້ອຍ, ບໍ່ມີວຸດທິພາວະ ແລະ ຍັງບໍ່ເຂົ້າໃຈເລື່ອງລາວຂອງຊີວິດ. ສະນັ້ນ, ຄຳກ່າວອ້າງທີ່ວ່າ “ຄົນທີ່ຫຼົງໄຫຼດາລາລ້ວນແຕ່ຍັງໜຸ່ມນ້ອຍ ແລະ ບໍ່ມີວຸດທິພາວະ” ຈຶ່ງບໍ່ເປັນຄວາມຈິງ. ເນື່ອງຈາກມັນບໍ່ແມ່ນຍ້ອນຍັງໜຸ່ມນ້ອຍ ແລະ ບໍ່ມີວຸດທິພາວະ, ມັນຈຶ່ງເປັນບັນຫາຂອງຄວາມເປັນມະນຸດ. ແລ້ວມັນແມ່ນບັນຫາຄວາມເປັນມະນຸດຫຍັງ? ມັນຄືການບໍ່ເຮັດໜ້າວຽກທີ່ເໝາະສົມບໍ? (ແມ່ນແລ້ວ.) ໃນດ້ານໜຶ່ງ, ມັນແມ່ນການບໍ່ເຮັດໜ້າວຽກທີ່ເໝາະສົມ; ໃນອີກດ້ານໜຶ່ງ, ມັນແມ່ນການເປັນຄົນທີ່ບໍ່ເອົາຈິງເອົາຈັງປານໃດ ແລະ ບໍ່ຢູ່ໃນຂອບເຂດທີ່ເໝາະສົມ. ມັນແມ່ນຫຍັງອີກ? (ການບໍ່ຍ່າງໃນເສັ້ນທາງທີ່ຖືກຕ້ອງ.) ນັ້ນຖືກຕ້ອງແລ້ວ, ມັນຄືການບໍ່ຍ່າງໃນເສັ້ນທາງທີ່ຖືກຕ້ອງ. ມັນກ່ຽວຂ້ອງກັບບັນຫາຂອງເສັ້ນທາງທີ່ຄົນເຮົາເລືອກຍ່າງ. ຫຼັງຈາກກ້າວເຂົ້າສູ່ໄວຜູ້ໃຫຍ່, ອາຊີບໃດທີ່ຄົນເຮົາເຮັດ ພ້ອມທັງເສັ້ນທາງປະເພດໃດທີ່ຄົນເຮົາເລືອກທີ່ຈະຕິດຕາມໃນສັງຄົມນີ້ ແລະ ໃນທ່າມກາງຜູ້ຄົນ, ລ້ວນແຕ່ເປັນບົດຮຽນທີ່ຈຳເປັນເຊິ່ງຢູ່ຕໍ່ໜ້າທຸກຄົນ. ບໍ່ວ່າພວກເຂົາຈະເຮັດຕາມບົດບາດທີ່ເໝາະສົມ ແລະ ດຳລົງຊີວິດໃນແຕ່ລະມື້ຢ່າງເໝາະສົມ ຫຼື ບໍ່, ບໍ່ວ່າພວກເຂົາຈະເຮັດອາຊີບທີ່ເໝາະສົມ ຫຼື ບໍ່ ພ້ອມທັງບໍ່ວ່າພວກເຂົາຈະເຮັດໜ້າວຽກທີ່ເໝາະສົມ ແລະ ຍ່າງໃນເສັ້ນທາງທີ່ຖືກຕ້ອງ ຫຼື ບໍ່, ທັງໝົດນີ້ແມ່ນຂຶ້ນຢູ່ກັບສິ່ງທີ່ພວກເຂົາມັກ ແລະ ສິ່ງທີ່ພວກເຂົາຕິດຕາມພາຍໃນຄວາມເປັນມະນຸດຂອງພວກເຂົາ. ຈົ່ງເບິ່ງຜູ້ຄົນຈາກທຸກສາຂາອາຊີບ, ບາງຄົນຝຶກສິລະປະການຕໍ່ສູ້, ບາງຄົນຮຽນຮູ້ກ່ຽວກັບການດຳລົງຊີວິດທີ່ມີສຸຂະພາບດີ, ບາງຄົນເຮັດວຽກໃນອຸດສາຫະກຳເຕັກໂນໂລຊີ, ບາງຄົນເຮັດວຽກໃນອຸດສາຫະກຳແຟຊັນ, ບາງຄົນເຮັດວຽກໃນອຸດສາຫະກຳຮູບເງົາ ແລະ ໂທລະພາບ, ບາງຄົນເຮັດທຸລະກິດ ແລະ ບາງຄົນເຂົ້າສູ່ການເມືອງ, ໃນຂະນະທີ່ບາງຄົນເຊື່ອໃນສາສະໜາພຸດ, ບາງຄົນເຂົ້າຮ່ວມຄວາມເຊື່ອແບບລັດທິເຕົ໋າ ແລະ ບາງຄົນເລືອກທີ່ຈະເຊື່ອໃນພຣະເຈົ້າ. ບາງຄົນບໍ່ມີອາຊີບທີ່ເໝາະສົມ ແລະ ພວກເຂົາບໍ່ໄດ້ຄົ້ນຫາເປົ້າໝາຍໃນຊີວິດຂອງພວກເຂົາເອງ, ໃນແຕ່ລະມື້ ພວກເຂົາພຽງແຕ່ຈົດຈໍ່ກັບການຫຼົງໄຫຼດາລາ. ພວກເຂົາເຮັດສິ່ງນີ້ຈົນຮອດລະດັບໃດ? ຈົນຮອດລະດັບທີ່ພວກເຂົາບໍ່ຢາກກິນເຂົ້າກິນນໍ້າ. ຖ້າດາລາທີ່ພວກເຂົາຫຼົງໄຫຼເປັນຄົນຮັກໃນຝັນຂອງພວກເຂົາ, ແລ້ວພວກເຂົາກໍເຖິງກັບສາມາດປະຖິ້ມຄູ່ສົມລົດຂອງພວກເຂົາເອງໄດ້ທຸກເວລາ. ຖ້າຄົນເຫຼົ່ານີ້ຫຼົງໄຫຼດາລາຈົນເຖິງຂັ້ນໝົກມຸ້ນ, ຈົນຮອດລະດັບທີ່ມັນສາມາດບົງການຊີວິດຂອງພວກເຂົາ ແລະ ການເລືອກເສັ້ນທາງຂອງພວກເຂົາ, ກາຍເປັນສ່ວນໜຶ່ງທີ່ຂາດບໍ່ໄດ້ໃນຊີວິດຂອງພວກເຂົາ, ປັດຈຸບັນຊີວິດຂອງພວກເຂົາຢູ່ໃນສະພາວະໃດ? ພວກເຂົາບໍ່ໄດ້ເຮັດຕາມບົດບາດຂອງຕົນ ໃນຂະນະທີ່ພວກເຂົາດຳລົງຊີວິດໃນແຕ່ລະມື້. ຖ້າຄົນທີ່ຫຼົງໄຫຼດາລາເປັນແມ່ຍິງ, ນາງຈະສາມາດເປັນແມ່ບ້ານທີ່ເຮັດໜ້າທີ່ສະໜັບສະໜູນສາມີຂອງນາງ ແລະ ລ້ຽງດູລູກໆຂອງນາງ, ເປັນພັນລະຍາທີ່ມີຄຸນນະທຳ ແລະ ເປັນແມ່ທີ່ຮັກແພງໄດ້ບໍ? (ບໍ່.) ຄົນທີ່ຫຼົງໄຫຼດາລາຈົນເຖິງຂັ້ນໝົກມຸ້ນນັ້ນເປັນບ້າໄປແລ້ວແທ້ໆ. ບໍ່ວ່າຄົນຮັກໃນຝັນຂອງພວກເຂົາຈະຈັດຄອນເສີດ ຫຼື ງານຖະແຫຼງຂ່າວຢູ່ໃສ, ພວກເຂົາກໍຮູ້ສຶກວ່າຕ້ອງໄປຂໍລາຍເຊັນ. ພວກເຂົາເດີນທາງໄກດ້ວຍຍົນ ແລະ ເຖິງກັບຂ້າມຊາຍແດນພຽງເພື່ອຕິດຕາມພວກເຂົາ ແລະ ຄອບຄົວຂອງພວກເຂົາກໍບໍ່ສາມາດຫ້າມພວກເຂົາໄວ້ໄດ້. ພວກເຂົາຕິດຕາມຕາຕະລາງການເດີນທາງຂອງຄົນດັງທາງອອນລາຍຢູ່ຕະຫຼອດເວລາ ແລະ ໄປຕັ້ງແຄ້ມລໍຖ້າຢູ່ສະຖານທີ່ທີ່ຄົນດັງຈະປາກົດຕົວ. ຖ້າພວກເຂົາພາດໂອກາດພົບຄົນດັງເຫຼົ່ານັ້ນ, ພວກເຂົາກໍຈະບໍ່ກິນ ແລະ ບໍ່ນອນເປັນເວລາຫຼາຍມື້ຫຼາຍຄືນ, ຮ້ອງໄຫ້ຢ່າງບໍ່ຢຸດບໍ່ເຊົາ. ໂດຍປົກກະຕິແລ້ວ, ທຸກສິ່ງທີ່ພວກເຂົາໃສ່ໃຈໃນອິນເຕີເນັດ ແລະ ໃນໂທລະພາບລ້ວນແຕ່ກ່ຽວກັບຄົນດັງ. ແນ່ນອນວ່າ ບາງຄົນບໍ່ໄດ້ຈົດຈໍ່ພຽງແຕ່ຄົນດັງຄົນດຽວ ແຕ່ຈົດຈໍ່ກັບຫຼາຍຄົນ ເຊັ່ນ: ຄົນດັງຊາຍ ແລະ ຍິງ, ຄົນດັງທີ່ຍັງໜຸ່ມ, ໄວກາງຄົນ ແລະ ຜູ້ສູງອາຍຸ. ພວກເຂົາໃສ່ໃຈກັບຮູບຮ່າງໜ້າຕາຂອງຄົນດັງເຫຼົ່ານີ້, ກັບສະຖານະການແຕ່ງດອງຂອງພວກເຂົາ, ກັບສະຖານະຄວາມສຳພັນຂອງພວກເຂົາ ແລະ ກັບຊີວິດສ່ວນຕົວຂອງພວກເຂົາ, ໂດຍໃຊ້ພະລັງງານຄວາມຄິດຢ່າງຫຼວງຫຼາຍເພື່ອຄົ້ນຫາຂໍ້ມູນກ່ຽວກັບພວກເຂົາ. ພວກເຂົາປະຕິບັດຄືກັບວ່າການຫຼົງໄຫຼດາລາເປັນແຫຼ່ງຄວາມສຸກ ແລະ ຄວາມສົນໃຈໃນຊີວິດ, ໂດຍເຮັດສິ່ງນີ້ຄືກັບວ່າມັນເປັນເລື່ອງທີ່ຈິງຈັງ. ຊີວິດຂອງຄົນປະເພດນີ້ຢູ່ໃນສະພາວະໃດ? ພວກເຂົາປຽບເໝືອນຊາກສົບທີ່ຍ່າງໄດ້, ຄວາມຄິດຂອງພວກເຂົາ, ສະພາວະຊີວິດຂອງພວກເຂົາ ພ້ອມທັງພຶດຕິກຳປະຈຳວັນຂອງພວກເຂົາ ແລະ ບໍ່ວ່າພວກເຂົາຈະອາລົມດີ ຫຼື ອາລົມບໍ່ດີກໍລ້ວນແຕ່ໄດ້ຮັບອິດທິພົນຈາກຄົນດັງທີ່ພວກເຂົາໄລ່ຕາມ ແລະ ຮຽນແບບທັງສິ້ນ. ຖ້າຄົນດັງທີ່ພວກເຂົາໄລ່ຕາມນັ້ນມີຄົນຮັກ, ພວກເຂົາກໍຈະຮູ້ສຶກທຸກໃຈຫຼາຍຈົນບໍ່ຢາກກິນເຂົ້າກິນນໍ້າເປັນເວລາຫຼາຍມື້ຫຼາຍຄືນ. ຖ້າຄົນດັງເລີກລາກັບຄູ່ຮັກຂອງພວກເຂົາ, ພວກເຂົາກໍຈະຮູ້ສຶກດີໃຈຫຼາຍ, ພວກເຂົາຈັດງານລ້ຽງ, ເປີດແຊມເປນ ແລະ ໂພສລົງໃນເວີຍໂບ (Weibo) ເພື່ອສະເຫຼີມສະຫຼອງ. ທຸກໆຄືນ, ພວກເຂົາຝັນວ່າໄດ້ຢູ່ກັບຄົນດັງທີ່ພວກເຂົາໄລ່ຕາມ ແລະ ມີແຕ່ຄວາມຝັນທີ່ແສນຫວານ! ຄົນດັງທີ່ພວກເຂົາໄລ່ຕາມຄືຄົນຮັກໃນຝັນຂອງພວກເຂົາ ແລະ ບໍ່ມີໃຜອີກແລ້ວທີ່ເບິ່ງເປັນຕາພໍໃຈສຳລັບພວກເຂົາເທົ່າກັບຄົນໆນີ້. ສະພາວະຊີວິດຂອງພວກເຂົາບໍ່ຜິດປົກກະຕິບໍ? (ແມ່ນແລ້ວ.) ພວກເຂົາໄດ້ມາຮອດຄວາມໝົກມຸ້ນໃນລະດັບນີ້ແລ້ວ, ພວກເຂົາຖືກຄວບຄຸມໂດຍວິນຍານຊົ່ວຮ້າຍບໍ? (ແມ່ນແລ້ວ.) ສະນັ້ນ, ຄວາມເປັນມະນຸດຂອງຄົນປະເພດນີ້ມີຂໍ້ບົກຜ່ອງ, ມີຂໍ້ຕຳໜິ ຫຼື ມີບັນຫາ? (ມີບັນຫາ.) ສະພາວະທາງຈິດໃຈຂອງພວກເຂົາຜິດປົກກະຕິເລັກໜ້ອຍ. ຄົນປົກກະຕິບາງຄັ້ງກໍໄດ້ຍິນຂ່າວບາງຢ່າງກ່ຽວກັບຜູ້ຄົນໃນໂລກສິລະປະ ແລະ ເມື່ອພວກເຂົາລົມກັນຫຼິ້ນ, ພວກເຂົາກໍອາດຈະເວົ້າເຖິງມັນສອງສາມຄຳແບບບໍ່ໃສ່ໃຈ, ແຕ່ເມື່ອພວກເຂົາກັບຄືນສູ່ຊີວິດຈິງ, ພວກເຂົາກໍສືບຕໍ່ດຳລົງຊີວິດຕາມປົກກະຕິ. ຖ້າພວກເຂົາເປັນແມ່, ພວກເຂົາກໍປະຕິບັດຄວາມຮັບຜິດຊອບຂອງພວກເຂົາໃນຖານະແມ່; ຖ້າພວກເຂົາເປັນພໍ່, ພວກເຂົາກໍປະຕິບັດຄວາມຮັບຜິດຊອບຂອງພວກເຂົາໃນຖານະພໍ່. ວຽກງານທີ່ພວກເຂົາເຮັດບໍ່ໄດ້ຮັບຜົນກະທົບ ຫຼື ຖືກຂັດຂວາງແມ່ນແຕ່ໜ້ອຍດຽວ. ຖ້າດາລາທີ່ພວກເຂົາມັກນັ້ນຈັດຄອນເສີດຢູ່ບ່ອນໃດບ່ອນໜຶ່ງ, ພວກເຂົາກໍຮູ້ສຶກວ່າມັນບໍ່ມີຫຍັງກ່ຽວຂ້ອງກັບພວກເຂົາ ແລະ ສືບຕໍ່ດຳລົງຊີວິດຂອງພວກເຂົາຕາມປົກກະຕິ ໂດຍບໍ່ໄດ້ຮັບຜົນກະທົບຫຍັງ. ເຖິງແມ່ນວ່າພວກເຂົາຈະມີຄວາມຊື່ນຊົມ ແລະ ອິດສາດາລາຄົນນັ້ນ ພ້ອມທັງມີຄວາມມັກເລັກໜ້ອຍ, ເມື່ອພວກເຂົາກັບຄືນສູ່ຊີວິດຈິງ, ພວກເຂົາກໍມີຄວາມຄິດທີ່ເປັນອິດສະລະ ແລະ ບໍ່ມີຜົນກະທົບໃດໆເກີດຂຶ້ນເລີຍຕໍ່ຊີວິດ ແລະ ອາຊີບຂອງພວກເຂົາເອງ, ຄວາມເຊື່ອຂອງພວກເຂົາເອງ ແລະ ສິ່ງທີ່ພວກເຂົາຄວນໄລ່ຕາມເສາະຫາ ແລະ ເສັ້ນທາງທີ່ພວກເຂົາຄວນຍ່າງ. ນີ້ຄືການມີຄວາມຄິດທີ່ປົກກະຕິຂອງຄວາມເປັນມະນຸດ ແລະ ສະພາວະທາງຈິດໃຈທີ່ປົກກະຕິ. ເຖິງຢ່າງໃດກໍຕາມ, ຄົນທີ່ມັກຫຼົງໄຫຼດາລາໄດ້ສູນເສຍຕົວຕົນ ແລະ ຄວາມສາມາດໃນການຄວບຄຸມຕົນເອງໃນຂະບວນການນີ້ໄປແລ້ວ; ພວກເຂົາຖືກສິ່ງທີ່ເອີ້ນວ່າດາລາເຫຼົ່ານີ້ຈູງດັງໄປຢ່າງສົມບູນ. ຄວາມຄິດ ແລະ ສະພາວະຊີວິດຂອງພວກເຂົາຖືກຄວບຄຸມ ແລະ ບົງການໂດຍຄຳເວົ້າ, ການກະທຳ ແລະ ອາລົມຂອງດາລາຢ່າງສິ້ນເຊີງ. ນີ້ບໍ່ແມ່ນພຽງແຕ່ບັນຫາຂອງຄວາມເປັນມະນຸດອີກຕໍ່ໄປ, ສະພາວະທາງຈິດໃຈຂອງພວກເຂົາຂ້ອນຂ້າງມີບັນຫາ. ອາລົມຂອງພວກເຂົາເລີ່ມຜິດປົກກະຕິ, ສະພາວະຊີວິດປະຈຳວັນຂອງພວກເຂົາເລີ່ມວຸ້ນວາຍ ແລະ ພວກເຂົາໄດ້ສູນເສຍທິດທາງຂອງພວກເຂົາຢ່າງສິ້ນເຊີງ. ທັງຊີວິດຂອງພວກເຂົາມີພຽງແຕ່ການຫຼົງໄຫຼດາລາ; ການຫຼົງໄຫຼດາລາຄືສິ່ງດຽວທີ່ຂາດບໍ່ໄດ້ໃນເສັ້ນທາງແຫ່ງການດຳລົງຢູ່ຂອງພວກເຂົາ. ຕາບໃດທີ່ພວກເຂົາຍັງມີຊີວິດ ແລະ ຫາຍໃຈ, ພວກເຂົາກໍເພີດເພີນກັບການຫຼົງໄຫຼດາລາ ແລະ ພວກເຂົາເພິ່ງພາມັນເພື່ອຂ້າເວລາໃນແຕ່ລະມື້. ຖ້າພວກເຂົາບໍ່ຫຼົງໄຫຼດາລາ, ພວກເຂົາກໍຄິດວ່າຊີວິດນັ້ນວ່າງເປົ່າ ແລະ ບໍ່ມີຄວາມໝາຍ ແລະ ພວກເຂົາດຳລົງຊີວິດໂດຍບໍ່ມີເປົ້າໝາຍ ຫຼື ທິດທາງໃດໆ, ຮູ້ສຶກຫຼົງທາງໃນໃຈຂອງພວກເຂົາ. ສະນັ້ນ, ເປັນບາງຄັ້ງບາງຄາວ, ພວກເຂົາກໍຮູ້ສຶກວ່າພວກເຂົາຕ້ອງເຂົ້າອິນເຕີເນັດເພື່ອຄົ້ນຫາການອັບເດດກ່ຽວກັບຄົນດັງທີ່ພວກເຂົາມັກ ເຊັ່ນ: ພວກເຂົາກຳລັງກິນ ແລະ ດື່ມຫຍັງ, ປັດຈຸບັນຊີວິດຂອງພວກເຂົາຢູ່ໃນສະພາວະໃດ, ພວກເຂົາຈະຈັດຄອນເສີດເມື່ອໃດ, ການສະແດງຮູບເງົາຫຼ້າສຸດຂອງພວກເຂົາເປັນແນວໃດ, ສະຖານະການແຕ່ງດອງຂອງພວກເຂົາເປັນແນວໃດ, ສະຖານະການໃນຄອບຄົວຂອງພວກເຂົາເປັນແນວໃດ. ເປັນໄລຍະໆ ພວກເຂົາກໍຄົ້ນຫາຂໍ້ມູນດັ່ງກ່າວເພື່ອຂ້າເວລາ ແລະ ເພື່ອເຕີມເຕັມຊີວິດທີ່ວ່າງເປົ່າ, ບໍ່ມີທິດທາງ ແລະ ສັບສົນຂອງພວກເຂົາ. ພວກເຂົາບໍ່ໄດ້ຖືກຄວບຄຸມໂດຍຄົນດັງເຫຼົ່ານີ້ຢ່າງສົມບູນບໍ? ພວກເຂົາບໍ່ໄດ້ຖືກຄວບຄຸມໂດຍຊຸດຄວາມຄິດ ຫຼື ກະແສການຫຼົງໄຫຼດາລານີ້ບໍ? (ແມ່ນແລ້ວ.) ແລ້ວຄົນປະເພດນີ້ຍັງມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຢູ່ບໍ? ພວກເຂົາເສຍສະຕິໄປແລ້ວ, ສະພາວະທາງຈິດໃຈຂອງພວກເຂົາເລີ່ມຜິດປົກກະຕິ. ຫຼັງຈາກຖືກເຮັດໃຫ້ຫຼົງຜິດ ແລະ ຖືກລົບກວນໂດຍກະແສ ຫຼື ປາກົດການພາຍນອກປະເພດນີ້, ພວກເຂົາກໍໄດ້ສູນເສຍທິດທາງຂອງພວກເຂົາ ແລະ ບໍ່ຮູ້ອີກຕໍ່ໄປວ່າສິ່ງທີ່ພວກເຂົາກຳລັງເຮັດນັ້ນຖືກ ຫຼື ຜິດ, ພວກເຂົາບໍ່ຮູ້ວ່າອັນໃດດີ ຫຼື ບໍ່ດີສຳລັບພວກເຂົາ. ຖ້າຜູ້ຄົນພະຍາຍາມຫ້າມປາມພວກເຂົາ, ພວກເຂົາກໍບໍ່ສາມາດຮັບຟັງ ຫຼື ເຂົ້າໃຈມັນໄດ້ເລີຍ. ເພື່ອເຂົ້າຮ່ວມຄອນເສີດຂອງດາລາທີ່ພວກເຂົາບູຊາ, ພວກເຂົາເຕັມໃຈທີ່ຈະໃຊ້ຄ່າຈ້າງທີ່ມີຄ່າເທົ່າກັບສາມຫາຫ້າເດືອນ ແລະ ພວກເຂົາເຖິງກັບເອົາສິ່ງຂອງມີຄ່າບາງຢ່າງໄປຈຳນຳ ຫຼື ຢືມເງິນ ແລະ ຫຼັງຈາກທີ່ພວກເຂົາກັບມາ, ພວກເຂົາກໍຕ້ອງຈ່າຍຄືນໜີ້ຂອງພວກເຂົາ. ພວກເຂົາຈ່າຍລາຄາປະເພດນີ້ພຽງເພື່ອບັນລຸເປົ້າໝາຍຂອງພວກເຂົາໃນການຫຼົງໄຫຼດາລາ. ຄົນປະເພດນີ້ປົກກະຕິບໍ? (ບໍ່.) ເມື່ອຕັດສິນຈາກລະດັບຄວາມໝົກມຸ້ນ ແລະ ການຂາດການຄວບຄຸມຕົນເອງທີ່ພວກເຂົາໄດ້ມາເຖິງ, ຄົນດັ່ງກ່າວໄດ້ສູນເສຍສະຕິຮູ້ສຶກຜິດຂອບ ແລະ ເຫດຜົນທັງໝົດໄປແລ້ວ ແລະ ບໍ່ສາມາດຄວບຄຸມຕົນເອງໄດ້ອີກຕໍ່ໄປ; ພວກເຂົາບໍ່ສົນໃຈເລີຍວ່າພວກເຂົາໃຊ້ເງິນຫຼາຍສໍ່າໃດ ແລະ ພວກເຂົາຈະເດີນທາງໄກສໍ່າໃດເພື່ອເຫັນແກ່ການຫຼົງໄຫຼດາລາ. ດັ່ງນັ້ນ, ເມື່ອຕັດສິນຈາກການສະແດງອອກເຫຼົ່ານີ້, ມັນຍາກຫຼາຍທີ່ພວກເຂົາຈະຖືກຈັດປະເພດວ່າເປັນຄົນປົກກະຕິ. ມັນຕ້ອງເວົ້າໄດ້ວ່າມີບັນຫາກັບຄວາມເປັນມະນຸດຂອງພວກເຂົາ, ພວກເຂົາໄດ້ສູນເສຍຄວາມມີເຫດຜົນຂອງພວກເຂົາໄປແລ້ວ. ແລ້ວສະຕິຮູ້ສຶກຜິດຊອບຂອງພວກເຂົາຍັງເຮັດວຽກຢູ່ບໍ? ພວກເຂົາຍັງມີສະຕິຮູ້ສຶກຜິດຊອບຢູ່ບໍ? (ບໍ່, ພວກເຂົາບໍ່ມີ.) ແລ້ວພວກເຂົາເປັນຄົນປະເພດໃດ? ພວກເຂົາບໍ່ມີທັງສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ; ຄວາມເປັນມະນຸດຂອງພວກເຂົາໄດ້ຕົກຕໍ່າຈົນບໍ່ເຫຼືອຫຍັງນອກຈາກເປືອກນອກທີ່ວ່າງເປົ່າ. ຊີວິດຈິງຂອງຄວາມເປັນມະນຸດທີ່ປົກກະຕິໄດ້ຫ່າງໄກຈາກພວກເຂົາຫຼາຍຂຶ້ນເລື້ອຍໆ. ມັນຍາກຫຼາຍສຳລັບພວກເຂົາທີ່ຈະປະສານເຂົ້າກັບຊີວິດຈິງ ແລະ ຍາກຫຼາຍສຳລັບພວກເຂົາທີ່ຈະເຮັດໃຫ້ຈິດໃຈຂອງພວກເຂົາສະຫງົບລົງ ແລະ ມີສ່ວນຮ່ວມໃນເລື່ອງປົກກະຕິຂອງຊີວິດຈິງ. ໃນຊີວິດຂອງພວກເຂົາ, ມີພຽງແຕ່ເລື່ອງດຽວຄືການຫຼົງໄຫຼດາລາ. ສະນັ້ນ ໂລກຝ່າຍວິນຍານຂອງພວກເຂົາບໍ່ໄດ້ຖືກຄວບຄຸມໂດຍເລື່ອງການຫຼົງໄຫຼດາລາບໍ? (ແມ່ນແລ້ວ.) ຄົນດັ່ງກ່າວ, ຈາກພາຍນອກ, ເບິ່ງຄືວ່າເປັນຄົນ, ແຕ່ໃນແກ່ນແທ້ແລ້ວ ພວກເຂົາບໍ່ໄດ້ກາຍເປັນຫຍັງນອກຈາກເປືອກນອກທີ່ວ່າງເປົ່າໄປແລ້ວບໍ? (ແມ່ນແລ້ວ.) ຄົນທີ່ເຫຼືອພຽງເປືອກນອກທີ່ວ່າງເປົ່າແມ່ນຄົນປະເພດໃດ? (ຊາກສົບທີ່ຍ່າງໄດ້.) ຖືກຕ້ອງແລ້ວ, ຊາກສົບທີ່ຍ່າງໄດ້. ພວກເຂົາມີຄວາມເຊື່ອບໍ? (ບໍ່.) ພວກເຂົາມີການໄລ່ຕາມເສາະຫາທີ່ເປັນບວກບໍ? (ບໍ່.) ພວກເຂົາເຂົ້າໃຈບໍວ່າສິ່ງທີ່ເປັນບວກແມ່ນຫຍັງ ແລະ ສິ່ງທີ່ເປັນລົບແມ່ນຫຍັງ, ອັນໃດຍຸຕິທຳ ແລະ ອັນໃດຊົ່ວຊ້າ? (ບໍ່.) ຈະຮູ້ໄດ້ແນວໃດວ່າພວກເຂົາບໍ່ເຂົ້າໃຈ? ປັດຈຸບັນ, ນັກຮ້ອງຊື່ດັງເທິງເວທີນຸ່ງເຄື່ອງທີ່ເປີດເຜີຍ ແລະ ຍົວະເຍົ້າຫຼາຍຂຶ້ນເລື້ອຍໆ ພ້ອມທັງສະແດງທ່າທາງທີ່ຊົ່ວຊ້າຫຼາຍຂຶ້ນເລື້ອຍໆ. ຜູ້ຊົມທີ່ຫຼົງໄຫຼດາລາເຫຼົ່ານີ້ຮູ້ສຶກກະຕືລືລົ້ນ, ພໍໃຈ ແລະ ມົວເມົາຫຼາຍຂຶ້ນເລື້ອຍໆໃນຂະນະທີ່ພວກເຂົາຮັບຊົມສິ່ງນີ້. ໂດຍສະເພາະຢ່າງຍິ່ງ, ເມື່ອດາລາເພງປັອບຮູ້ສຶກຄຶກຄັກ ແລ້ວຖອດເຄື່ອງນຸ່ງຂອງພວກເຂົາອອກ ແລະ ໂຍນເຄື່ອງນຸ່ງເຫຼົ່ານັ້ນໃຫ້ຜູ້ຊົມ, ຜູ້ຄົນໃນຝູງຊົນກໍຈະເປັນບ້າໄປຢ່າງສົມບູນ. ບາງຄົນຕື່ນເຕັ້ນຫຼາຍຈົນຫົວໃຈວາຍ ແລ້ວກໍໝົດສະຕິໄປ. ພາບການຫຼົງໄຫຼດາລານັ້ນຮຸນແຮງເຖິງຂະໜາດນີ້ແທ້ໆ! ບາງຄັ້ງກໍເຖິງກັບມີເຫດການຢຽບກັນຕາຍເກີດຂຶ້ນ ແລະ ບາງຄົນກໍໄດ້ຮັບບາດເຈັບ ແລະ ເສຍຊີວິດເມື່ອຄວາມພະຍາຍາມໃນການກູ້ໄພລົ້ມເຫຼວ. ສິ່ງເຫຼົ່ານີ້ລ້ວນແຕ່ເປັນໂສກນາດຕະກຳທີ່ເກີດຈາກການຫຼົງໄຫຼດາລາ. ການໄດ້ຮັບບາດເຈັບ ແລະ ການເສຍຊີວິດຍ້ອນການຫຼົງໄຫຼດາລາ, ບອກເຮົາເບິ່ງວ່າ ຊີວິດແບບນັ້ນບໍ່ໄຮ້ຄ່າບໍ? ມັນມີຄ່າຫຍັງບໍ? ເມື່ອຕັດສິນຈາກອາລົມຂອງພວກເຂົາ, ສິ່ງທີ່ພວກເຂົາມັກ ແລະ ສາກທີ່ເຮັດໃຫ້ພວກເຂົາຕື່ນເຕັ້ນພໍທີ່ຈະຮ້ອງອອກມາ, ຄົນເຫຼົ່ານີ້ຮູ້ຈັກຄວາມອັບອາຍບໍ? ພວກເຂົາຮູ້ບໍວ່າສິ່ງທີ່ເປັນບວກ ແລະ ຍຸຕິທຳແມ່ນຫຍັງ ແລະ ສິ່ງທີ່ຊົ່ວຊ້າແມ່ນຫຍັງ? (ບໍ່.) ພວກເຂົາບໍ່ຮູ້. ຄົນປົກກະຕິເຫັນສາກເຫຼົ່ານີ້ ແລະ ຮູ້ສຶກລັງກຽດ: “ໂລກນີ້ກາຍເປັນສິ່ງທີ່ຊົ່ວຮ້າຍແບບນີ້ໄດ້ແນວໃດ? ນີ້ມັນຊົ່ວຮ້າຍເກີນໄປແລ້ວ!” ແຕ່ຄົນທີ່ຫຼົງໄຫຼດາລາເຫຼົ່ານີ້ເຫັນສາກເຫຼົ່ານີ້ ແລະ ຮູ້ສຶກມີຄວາມສຸກ, ພູມໃຈ, ພໍໃຈ ແລະ ອີ່ມໃຈ, ໂດຍເຊື່ອວ່າຕອນນີ້ພວກເຂົາບໍ່ມີຫຍັງຕ້ອງເສຍໃຈໃນຊີວິດນີ້ແລ້ວ ແລະ ພວກເຂົາກໍຮ້ອງຂຶ້ນ ແລະ ໂຫ່ຮ້ອງໃຫ້ກັບສາກເຫຼົ່ານີ້. ສິ່ງນີ້ສະແດງໃຫ້ເຫັນວ່າໃນສ່ວນເລິກຂອງຈິດວິນຍານຂອງພວກເຂົາ, ພວກເຂົາບໍ່ຮູ້ວ່າສິ່ງທີ່ຊົ່ວຊ້າແມ່ນຫຍັງ, ສິ່ງທີ່ຍຸຕິທຳແມ່ນຫຍັງ, ສິ່ງທີ່ເປັນບວກແມ່ນຫຍັງ ຫຼື ສິ່ງທີ່ເປັນລົບແມ່ນຫຍັງ. ຄົນຫຼົງໄຫຼທີ່ເປັນແມ່ຍິງບາງຄົນຂອງນັກຮ້ອງ ຫຼື ນັກສະແດງເຖິງກັບຕິດຕາມດາລາຊາຍທີ່ພວກເຂົາມັກໄປຮອດທີ່ພັກຂອງລາວ, ພ້ອມທີ່ຈະມອບກາຍໃຫ້ລາວ. ເມື່ອດາລາປະຕິເສດ, ພວກເຂົາກໍເຖິງກັບໃຈຮ້າຍ ແລະ ດ່າດາລາວ່າເປັນຄົນຂີ້ຂາດ. ຄົນດັ່ງກ່າວມີຄວາມອັບອາຍແດ່ບໍ? ພວກເຂົາເຂົ້າໃຈຄວາມໝາຍຂອງຄຳວ່າ “ຄວາມຮູ້ສຶກອັບອາຍ” ບໍ? ພວກເຂົາເຂົ້າໃຈບໍວ່າສິ່ງທີ່ເປັນບວກແມ່ນຫຍັງ ແລະ ສິ່ງທີ່ເປັນລົບແມ່ນຫຍັງ? (ພວກເຂົາບໍ່ເຂົ້າໃຈ.) ພວກເຂົາບໍ່ເຂົ້າໃຈແມ່ນແຕ່ຄຳວ່າ “ຄວາມຮູ້ສຶກອັບອາຍ”. ເມື່ອດາລາປະຕິເສດ, ພວກເຂົາກໍເຖິງກັບດ່າລາວ. ພວກເຂົາຍັງເປັນຄົນຢູ່ບໍ? ມັນບໍ່ແມ່ນວ່າພວກເຂົາຂາດບາງຢ່າງພາຍໃນຄວາມເປັນມະນຸດ, ພວກເຂົາເສຍສະຕິໄປແລ້ວ; ພວກເຂົາຄືຈິດວິນຍານທີ່ບໍ່ສະອາດ ແລະ ວິນຍານຊົ່ວຮ້າຍ!
ໃນບັນດາກຸ່ມຄົນຕ່າງໆ, ມີຄົນສ່ວນໜຶ່ງທີ່ໝົກມຸ້ນກັບການຫຼົງໄຫຼດາລາຢູ່ສະເໝີ. ຖ້າຈະເວົ້າໃຫ້ຊັດເຈນກໍຄື ຄົນເຫຼົ່ານັ້ນແມ່ນຊາກສົບທີ່ຍ່າງໄດ້ ແລະ ຖ້າຈະເວົ້າໃຫ້ສະເພາະເຈາະຈົງກໍຄື ພວກເຂົາບໍ່ແມ່ນມະນຸດ. ພວກເຂົາຖືວ່າດາລາທີ່ປາກົດຕົວເທິງເວທີ ແລະ ເທິງໜ້າຈໍເປັນສິ່ງທີ່ຕ້ອງໄລ່ຕາມ ແລະ ເຖິງກັບຖືວ່າການເຮັດເຊັ່ນນັ້ນເປັນອາຊີບທີ່ເໝາະສົມ. ພວກເຂົາປ່ອຍໃຫ້ຊີວິດຂອງພວກເຂົາຜ່ານໄປຢ່າງໄຮ້ຄ່າໃນລັກສະນະນີ້. ມັນຕ້ອງເວົ້າໄດ້ວ່າໃນທົ່ວສັງຄົມ, ຄົນປະເພດນີ້ເປັນກຸ່ມຄົນພິເສດ, ເຊິ່ງບໍ່ຕ່າງຫຍັງກັບຄົນທີ່ຢູ່ຈຸດຕໍ່າສຸດຂອງສັງຄົມທີ່ບໍ່ເຮັດໜ້າວຽກທີ່ເໝາະສົມ, ພວກເຂົາລ້ວນແຕ່ເປັນຄົນເສດເດນ ແລະ ໄຮ້ຄ່າ! ພວກເຂົາບໍ່ມີຄວາມເຊື່ອ, ບໍ່ມີການໄລ່ຕາມເສາະຫາທີ່ເປັນບວກ ແລະ ໃນຄວາມເປັນມະນຸດຂອງພວກເຂົາ ພວກເຂົາບໍ່ມີຄວາມຕ້ອງການທີ່ເປັນບວກ, ຄວາມປາຖະໜາທີ່ເປັນບວກ ຫຼື ສິ່ງທີ່ເປັນບວກໃດໆເລີຍ. ບໍ່ວ່າໂລກສິລະປະຈະຊົ່ວຊ້າ ຫຼື ມືດມົນສໍ່າໃດກໍຕາມ, ພວກເຂົາກໍບໍ່ສົນໃຈ ຫຼື ບໍ່ຄິດວ່າມັນໜ້າລັງກຽດ ແລະ ພວກເຂົາຍອມຮັບ ແລະ ເຫັນດີນຳມັນ ພ້ອມທັງຍັງຕິດຕາມມັນຢ່າງກະຕືລືລົ້ນອີກດ້ວຍ. ບຸກຄົນເຫຼົ່ານີ້ແມ່ນຄົນປະເພດໃດ? ມັນສາມາດເວົ້າໄດ້ວ່າພວກເຂົາເປັນເສດເດນ. ຈາກມຸມມອງຂອງໂລກຝ່າຍວິນຍານ, ຄົນປະເພດນີ້ຄືຈິດວິນຍານທີ່ບໍ່ສະອາດ ແລະ ວິນຍານຊົ່ວຮ້າຍ. ເມື່ອຈິດວິນຍານທີ່ບໍ່ສະອາດ ແລະ ວິນຍານຊົ່ວຮ້າຍກັບມາເກີດເປັນມະນຸດ, ພວກເຂົາກໍຕ້ອງກິນ ແລະ ປະຕິບັດຕົວຄືກັບຄົນປົກກະຕິເຊັ່ນກັນ, ແຕ່ພວກເຂົາບໍ່ເຮັດໜ້າວຽກທີ່ເໝາະສົມ ຫຼື ບໍ່ຍອມຮັບຄວາມຈິງແມ່ນແຕ່ໜ້ອຍດຽວ ແລະ ພຽງແຕ່ມັກຊອກຫາຄົນປະເພດດຽວກັນກັບພວກເຂົາເພື່ອສະແຫວງຫາຄວາມສຸກ ແລະ ປ່ອຍເວລາໃຫ້ຜ່ານໄປຢ່າງໄຮ້ຄ່າໃນຂະນະທີ່ລໍຖ້າຄວາມຕາຍ. ຖ້າພວກເຂົາບໍ່ສາມາດເຮັດວຽກໃນອຸດສາຫະກຳສິລະປະໄດ້, ພວກເຂົາກໍຕິດຕາມຜູ້ຄົນໃນນັ້ນ ແລະ ພວກເຂົາຕິດຕາມກະແສທີ່ຊົ່ວຮ້າຍທຸກປະເພດພາຍໃນນັ້ນເພື່ອຕອບສະໜອງຄວາມຕ້ອງການຂອງພວກເຂົາ. ສະນັ້ນ, ບໍ່ວ່າຄົນເຫຼົ່ານີ້ຈະເກັ່ງໃນເລື່ອງໃດກໍຕາມ, ພຽງແຕ່ຂໍ້ເທັດຈິງທີ່ວ່າພວກເຂົາມີການໄລ່ຕາມເສາະຫາແບບນັ້ນ ແລະ ເລືອກເສັ້ນທາງແບບນັ້ນ ແລະ ວິທີການດຳລົງຊີວິດແບບນັ້ນໃນສັງຄົມ, ກໍສະແດງໃຫ້ເຫັນແລ້ວວ່າພວກເຂົາບໍ່ແມ່ນຄົນດີ ຫຼື ຄົນທີ່ສາມາດບັນລຸຄວາມລອດພົ້ນໄດ້. ເຫດຜົນທີ່ເຮົາເວົ້າວ່າຄົນດັ່ງກ່າວບໍ່ສາມາດບັນລຸຄວາມລອດພົ້ນໄດ້ກໍເປັນເພາະວ່າພາຍໃນຄວາມເປັນມະນຸດຂອງພວກເຂົາມີ “ຄວາມວ່າງເປົ່າ” ຢ່າງແທ້ຈິງ. “ຄວາມວ່າງເປົ່າ” ນີ້ຕ້ອງໃສ່ໄວ້ໃນເຄື່ອງໝາຍວົງຢືມ. ເປັນຫຍັງ? ຍ້ອນວ່າຄວາມເປັນມະນຸດຂອງພວກເຂົາບໍ່ມີສິ່ງທີ່ເປັນບວກ ແຕ່ພັດມີທຸກສິ່ງທີ່ຈິດວິນຍານທີ່ບໍ່ສະອາດ ແລະ ວິນຍານຊົ່ວຮ້າຍມີ: ການຕິດຕາມຄວາມຊົ່ວຮ້າຍ, ການເຄົາລົບຄວາມຊົ່ວຮ້າຍ, ການຕິດຕາມຄວາມມືດ ແລະ ການເຄົາລົບຄວາມມືດ. ພວກເຂົາຄືຜູ້ຕິດຕາມທີ່ຢູ່ແຖວໜ້າຂອງກະແສທີ່ຊົ່ວຮ້າຍໃນສັງຄົມທີ່ຊົ່ວຮ້າຍທັງໝົດນີ້ ພ້ອມທັງເປັນຜູ້ຖ່າຍທອດກະແສເຫຼົ່ານີ້. ຫຼັງຈາກຄວາມຜິດພ້ຽນທີ່ຊົ່ວຊ້າຕ່າງໆ ແລະ ຄວາມຄິດ ແລະ ມຸມມອງທີ່ບິດເບືອນຕ່າງໆຈາກໂລກສິລະປະຖືກຖ່າຍທອດສູ່ສາທາລະນະຊົນຜ່ານຄອມພິວເຕີ, ໂທລະພາບ, ວາລະສານ, ໜັງສືພິມ, ຜົນງານຮູບເງົາ ແລະ ໂທລະພາບ ພ້ອມທັງຮູບແບບອື່ນໆ, ພວກມັນກໍຄ່ອຍໆໝູນວຽນຢູ່ທ່າມກາງຜູ້ຄົນ ແລະ ຈາກນັ້ນກໍຖືກເຜີຍແຜ່ອອກໄປຢ່າງແຜ່ຫຼາຍ. ໃນບັນດາຄົນເຫຼົ່ານີ້, ແມ່ນຄົນທີ່ຫຼົງໄຫຼດາລາເຫຼົ່ານີ້ແທ້ໆທີ່ເປັນແຖວໜ້າໃນການເຜີຍແຜ່ຄວາມຄິດທີ່ຊົ່ວຊ້າ ຫຼື ກະແສທີ່ຊົ່ວຮ້າຍ ແລະ ວິທີການເຮັດສິ່ງຕ່າງໆທີ່ພົບເຫັນໃນຜົນງານຮູບເງົາ ແລະ ໂທລະພາບ ແລະ ຜົນງານສິລະປະຕ່າງໆ. ພວກເຂົາຄືຜູ້ຖ່າຍທອດແຖວໜ້າທີ່ຖ່າຍທອດຄວາມຄິດທີ່ຊົ່ວຊ້າຕ່າງໆ ແລະ ຄວາມຄິດ ແລະ ມຸມມອງທີ່ບິດເບືອນຕ່າງໆ. ຜ່ານຄຳເວົ້າປາກຕໍ່ປາກຂອງພວກເຂົາ, ຜ່ານການກະທຳ ແລະ ການສະແດງອອກທີ່ເປັນຮູບປະທຳຂອງພວກເຂົາ, ສາທາລະນະຊົນກໍຄ່ອຍໆເຫັນດີນຳ ແລະ ຍອມຮັບຄວາມຄິດທີ່ຊົ່ວຊ້າ ແລະ ກະແສທີ່ຊົ່ວຮ້າຍຕ່າງໆ. ຈາກນັ້ນ ພວກເຂົາກໍຖືກຫຼໍ່ຫຼອມ ແລະ ຊຶມຊັບສິ່ງເຫຼົ່ານັ້ນເທື່ອລະໜ້ອຍ. ໃນທີ່ສຸດ, ສິ່ງນີ້ກໍເຮັດໃຫ້ກະແສທີ່ຊົ່ວຮ້າຍ, ຄວາມຄິດທີ່ຊົ່ວຊ້າ ແລະ ຄວາມຄິດ ແລະ ມຸມມອງທີ່ບິດເບືອນຄ່ອຍໆຕັ້ງຮາກຖານ ແລະ ກໍ່ຕົວຂຶ້ນພາຍໃຕ້ລະບົບສັງຄົມຕ່າງໆ ແລະ ໃນທ່າມກາງກຸ່ມຄົນຕ່າງໆ. ເມື່ອເບິ່ງກັບຄືນໄປໃນອະດີດ, ໃນເລື່ອງການແຕ່ງດອງ, ເມື່ອຜູ້ຄົນຮອດໄວທີ່ສາມາດແຕ່ງດອງ, ພວກເຂົາກໍຈະຖືກແນະນຳ ແລະ ຈັດແຈງໂດຍແມ່ສື່. ການແຕ່ງດອງຍັງຕ້ອງການຄວາມຍິນຍອມຈາກພໍ່ແມ່ທັງສອງຝ່າຍ, ຫຼັງຈາກນັ້ນກໍຈະກຳນົດວັນທີ ແລະ ຄູ່ບ່າວສາວກໍກ້າວເຂົ້າສູ່ປະຕູວິວາ. ໃນບໍລິບົດທາງສັງຄົມໃນອະດີດ, ຄົນສ່ວນໃຫຍ່ສະແດງຄວາມເຄົາລົບ ແລະ ຄວາມຮອບຄອບເມື່ອເວົ້າເຖິງການແຕ່ງດອງລະຫວ່າງຊາຍ ແລະ ຍິງ. ພວກເຂົາຖືວ່າການແຕ່ງດອງເປັນເຫດການສຳຄັນ ແລະ ສາມາດປະຕິບັດກັບມັນດ້ວຍຄວາມຈິງຈັງ ແລະ ຄວາມຕັ້ງໃຈ. ໂດຍສະເພາະກ່ຽວກັບລູກໆຂອງພວກເຂົາ, ພວກເຂົາຮຽກຮ້ອງບໍ່ໃຫ້ພວກເຂົາມັກມາກໃນກາມ, ບໍ່ໃຫ້ມີການຮ່ວມປະເວນີກັບຍາດພີ່ນ້ອງ ແລະ ບໍ່ໃຫ້ມີຄວາມສຳພັນທາງເພດທີ່ຜິດສິນທຳ, ຂໍ້ກຳນົດເຫຼົ່ານີ້ຕ້ອງໄດ້ຮັບການປະຕິບັດຕາມ. ຢ່າງໜ້ອຍທີ່ສຸດ, ຄົນສ່ວນໃຫຍ່ກໍມີແນວຄິດນີ້ຢູ່ໃນໃຈຂອງພວກເຂົາ. ດ້ວຍວິທີນີ້, ພາຍໃຕ້ການຢັບຢັ້ງຂອງສະຕິຮູ້ສຶກຜິດຊອບແຫ່ງຄວາມເປັນມະນຸດຂອງພວກເຂົາ, ຫຼາຍຄົນຈຶ່ງຫຼີກລ່ຽງການກະທຳທີ່ຊົ່ວຮ້າຍໃນການມີຄວາມສຳພັນທາງເພດທີ່ຜິດສິນທຳ ແລະ ການສຳສ່ອນ, ເຊິ່ງໃນລະດັບໜຶ່ງ ມັນໄດ້ປົກປ້ອງທັງຊາຍ ແລະ ຍິງ. ແນ່ນອນວ່າ ມັນຍັງມີຜົນກະທົບ ແລະ ອິດທິພົນທີ່ເປັນບວກໃນລະດັບໜຶ່ງຕໍ່ບັນຍາກາດຂອງສັງຄົມ. ເຖິງຢ່າງໃດກໍຕາມ, ດ້ວຍການພັດທະນາຂອງຍຸກສະໄໝ ແລະ ການປາກົດຕົວຂອງຜົນງານສິລະປະຕ່າງໆ, ຄວາມຄິດ ແລະ ມຸມມອງທຸກປະເພດທີ່ສະໜັບສະໜູນການເປັນອິດສະລະທາງເພດ, ເສລີພາບໃນການແຕ່ງດອງ ແລະ ອື່ນໆກໍໄດ້ປາກົດຂຶ້ນຢ່າງຕໍ່ເນື່ອງ. ໃນດ້ານໜຶ່ງ, ພວກມັນຖືກສະໜັບສະໜູນໂດຍບາງຄົນ; ນອກຈາກນີ້, ສັງຄົມຍັງສົ່ງເສີມ ແລະ ເຜີຍແຜ່ພວກມັນຢ່າງກວ້າງຂວາງໄປອີກຂັ້ນໜຶ່ງຜ່ານການຖ່າຍທອດ ແລະ ການສະແດງໃນຮູບແບບສິລະປະຕ່າງໆ. ຄວາມຄິດເຫຼົ່ານີ້ເປັນທີ່ຮັບຮູ້ ແລະ ຍອມຮັບກ່ອນໝູ່ໂດຍຄົນທີ່ຫຼົງໄຫຼດາລາສ່ວນໜຶ່ງ, ນັ້ນກໍຄື ຜູ້ຊົມກຸ່ມທຳອິດສຳລັບພວກມັນແມ່ນຄົນທີ່ຫຼົງໄຫຼດາລາເຫຼົ່ານີ້. ຍ້ອນວ່າຄົນເຫຼົ່ານີ້ຫຼົງໄຫຼດາລາ, ພວກເຂົາຈຶ່ງຍອມຮັບ ແລະ ເຫັນດີນຳຄວາມຄິດເຫຼົ່ານີ້ທີ່ສະໜັບສະໜູນໂດຍດາລາເທິງເວທີ, ເທິງໜ້າຈໍ ຫຼື ໃນຮູບແບບສິລະປະບາງຢ່າງຢ່າງໄວວາ. ຫຼັງຈາກທີ່ເຫັນດີນຳພວກມັນຢ່າງແຮງກ້າແລ້ວ, ພວກເຂົາກໍສົ່ງອິດທິພົນຕໍ່ລູກໆຂອງພວກເຂົາ ພ້ອມທັງຜູ້ຄົນທີ່ຢູ່ອ້ອມຂ້າງພວກເຂົາໃນຊີວິດປະຈຳວັນ. ດ້ວຍວິທີນີ້, ໜຶ່ງຄົນສົ່ງຕໍ່ຄວາມຄິດເຫຼົ່ານີ້ໃຫ້ສິບຄົນ, ສິບຄົນສົ່ງຕໍ່ໃຫ້ຮ້ອຍຄົນ, ຮ້ອຍຄົນສົ່ງຕໍ່ໃຫ້ພັນຄົນ, ພັນຄົນສົ່ງຕໍ່ໃຫ້ໝື່ນຄົນ, ເຊິ່ງເປັນການກະຈາຍຄວາມຄິດເຫຼົ່ານີ້ຈາກຂອບເຂດນ້ອຍໆໄປສູ່ຂອບເຂດທີ່ກວ້າງຂວາງຂຶ້ນ. ຕະຫຼອດໜຶ່ງ ຫຼື ສອງປີຕໍ່ມາ, ຜູ້ຄົນກໍເວົ້າເຖິງຄວາມຄິດເຫຼົ່ານີ້ ແລະ ຫ້າ ຫຼື ສິບປີຕໍ່ມາ, ພວກເຂົາກໍຍັງຄົງເວົ້າເຖິງພວກມັນ. ຊາວ ຫຼື ສາມສິບປີຕໍ່ມາ, ຄວາມຄິດທີ່ຊົ່ວຊ້າດັ່ງກ່າວກໍກໍ່ຕົວຂຶ້ນໃນທ່າມກາງຜູ້ຄົນຫຼາຍຂຶ້ນເລື້ອຍໆ, ພວກມັນຖືກເຜີຍແຜ່ຢ່າງກວ້າງຂວາງຫຼາຍຂຶ້ນເລື້ອຍໆໄປທຸກມຸມຂອງສັງຄົມ ແລະ ຄ່ອຍໆຖືກປູກຝັງລົງໃນໃຈຂອງທຸກຄົນຢ່າງເລິກເຊິ່ງຫຼາຍຂຶ້ນເລື້ອຍໆ. ຈາກນັ້ນ ຄວາມຄິດທີ່ຊົ່ວຊ້າ ແລະ ກະແສທີ່ຊົ່ວຮ້າຍເຫຼົ່ານີ້ກໍຄ່ອຍໆໄດ້ຮັບການເຫັນດີນຳໂດຍຜູ້ຄົນ ແລະ ຄ່ອຍໆໄດ້ຮັບການຍອມຮັບໂດຍສາທາລະນະຊົນ ແລະ ຜູ້ຄົນກໍກາຍເປັນຄົນທີ່ຕາມໃຈຕົນເອງ, ມັກມາກໃນກາມ ແລະ ບໍ່ມີການຢັບຢັ້ງຊັ່ງໃຈຫຼາຍຂຶ້ນເລື້ອຍໆກ່ຽວກັບການແຕ່ງດອງ ແລະ ເລື່ອງລະຫວ່າງຊາຍ ແລະ ຍິງ. ຜູ້ຄົນເຊື່ອວ່ານີ້ຄືການເປັນຄົນເປີດກວ້າງ ແລະ ມີວິໄສທັດທີ່ກວ້າງໄກ ແລະ ນີ້ຄືສັນຍານຂອງຄວາມເປັນມະນຸດທີ່ມີວຸດທິພາວະ, ໂດຍເວົ້າເຖິງສິ່ງທີ່ເປັນລົບຄືກັບວ່າພວກມັນເປັນສິ່ງທີ່ເປັນບວກ ແລະ ເໝາະສົມ. ເມື່ອມາຮອດຈຸດນີ້, ກະແສທີ່ຊົ່ວຮ້າຍຂອງທົ່ວທັງສັງຄົມກໍໄດ້ຂຶ້ນເຖິງຈຸດສູງສຸດ, ໄດ້ປຽບ ແລະ ກາຍເປັນກະແສຫຼັກ. ຄົນສ່ວນໃຫຍ່ບໍ່ມີຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງກ່ຽວກັບການແຕ່ງດອງລະຫວ່າງຊາຍ ແລະ ຍິງ ພ້ອມທັງຄວາມສຳພັນລະຫວ່າງຍິງ-ຊາຍອີກຕໍ່ໄປ; ພວກເຂົາຮູ້ສຶກວ່າສິ່ງເຫຼົ່ານີ້ບໍ່ແມ່ນເລື່ອງໃຫຍ່. ໂດຍສະເພາະຢ່າງຍິ່ງ, ການຮັກຮ່ວມເພດໄດ້ກາຍເປັນເລື່ອງທຳມະດາຫຼາຍຂຶ້ນເລື້ອຍໆ; ຍິ່ງໄປກວ່ານັ້ນ, ການມີຊູ້ກໍກາຍເປັນເລື່ອງທຳມະດາຫຼາຍຂຶ້ນເລື້ອຍໆ ແລະ ດັ່ງນັ້ນ ອັດຕາການຢ່າຮ້າງຈຶ່ງເພີ່ມຂຶ້ນເລື້ອຍໆ. ເດັກນ້ອຍຈຳນວນຫຼາຍຂຶ້ນກໍໄດ້ສູນເສຍຄວາມຮັກຈາກພໍ່ ແລະ ແມ່, ໂດຍອາໄສຢູ່ໃນຄອບຄົວພໍ່ແມ່ລ້ຽງດ່ຽວ ຫຼື ຄອບຄົວທີ່ມີພໍ່ລ້ຽງ ຫຼື ແມ່ລ້ຽງ. ຫຼາຍຄົນມີຄູ່ຮັກທີ່ເປັນເພດກົງຂ້າມກ່ອນແຕ່ງດອງ ແລະ ບໍ່ເຫັນວ່າສິ່ງນີ້ເປັນເລື່ອງໜ້າອັບອາຍ ແລະ ເຖິງກັບຄິດວ່າມັນເປັນເລື່ອງປົກກະຕິ, ສັງຄົມກໍເປັນແບບນີ້ແຫຼະ ແລະ ມັນບໍ່ແມ່ນເລື່ອງໃຫຍ່ຫຍັງ. ໃນທຸກເວລາ, ຄວາມຊົ່ວຊ້າກໍຍັງຄົງເປັນຄວາມຊົ່ວຊ້າຕະຫຼອດໄປ ແລະ ສິ່ງທີ່ເປັນບວກກໍຍັງຄົງເປັນສິ່ງທີ່ເປັນບວກຕະຫຼອດໄປ. ເຖິງແມ່ນວ່າເຈົ້າຄິດວ່າມັນບໍ່ແມ່ນເລື່ອງໃຫຍ່, ນັ້ນກໍເປັນຍ້ອນກະແສທີ່ຊົ່ວຮ້າຍນີ້ ແລະ ຄວາມເສື່ອມໂຊມຂອງສັງຄົມນີ້, ມັນເກີດຈາກການທີ່ມະນຸດຖືກເຮັດໃຫ້ເສື່ອມຊາມໂດຍຊາຕານ ແລະ ຖືກປູກຝັງ ພ້ອມທັງເຕີມເຕັມດ້ວຍຄວາມຄິດທີ່ຊົ່ວຊ້າ ແລະ ກະແສທີ່ຊົ່ວຮ້າຍ. ມັນບໍ່ແມ່ນວ່າສິ່ງທີ່ເປັນບວກສາມາດຖືກເອີ້ນວ່າເປັນລົບໄດ້ ແລະ ມັນບໍ່ແມ່ນວ່າສິ່ງທີ່ເປັນລົບໃນປັດຈຸບັນສາມາດປ່ຽນເປັນສິ່ງທີ່ເປັນບວກໄດ້. ຖ້າເຈົ້າຄິດແບບນີ້, ມັນກໍເປັນເພາະວ່າເຈົ້າບໍ່ເຂົ້າໃຈຄວາມຈິງ ຫຼື ບໍ່ເຂົ້າໃຈວ່າສິ່ງທີ່ເປັນບວກແມ່ນຫຍັງ. ມັນເກີດຈາກການທີ່ເຈົ້າ, ພາຍໃຕ້ສະຖານະການເຫຼົ່ານີ້, ຖືກບັງຄັບໃຫ້ຍອມຮັບກະແສທີ່ຊົ່ວຮ້າຍ ແລະ ຄວາມຄິດທີ່ຊົ່ວຊ້າເປັນຫຼັກການ ແລະ ພື້ນຖານສຳລັບວິທີທີ່ເຈົ້າປະພຶດຕົນ. ສັງຄົມນີ້ ແລະ ມະນຸດຊາດນີ້ໄດ້ຖືກເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງໃນລັກສະນະນີ້ແຫຼະ, ເທື່ອລະເລັກເທື່ອລະໜ້ອຍ. ສະນັ້ນ, ໃນເລື່ອງຂອງກະແສທີ່ຊົ່ວຮ້າຍທີ່ຖືກເຜີຍແຜ່ຢ່າງກວ້າງຂວາງ ແລະ ຖືກປູກຝັງລົງໃນໃຈຂອງຜູ້ຄົນຢ່າງເລິກເຊິ່ງ, ຄົນທີ່ຫຼົງໄຫຼດາລາເຫຼົ່ານີ້ຈຶ່ງມີບົດບາດເປັນແຖວໜ້າໃນການເຜີຍແຜ່ກະແສທີ່ຊົ່ວຮ້າຍ ແລະ ຄວາມຄິດ ພ້ອມທັງມຸມມອງທີ່ຊົ່ວຊ້າ. ພວກເຂົາຄືຜູ້ເຜີຍແຜ່ສິ່ງເຫຼົ່ານີ້ໂດຍກົງ. ຖ້າພວກເຮົາເວົ້າວ່ານີ້ຄືການທີ່ຊາຕານເຮັດໃຫ້ຜູ້ຄົນເສື່ອມຊາມ, ສິ່ງນີ້ກໍຂ້ອນຂ້າງຄຸມເຄືອ ຫຼື ເປັນນາມມະທຳເລັກໜ້ອຍ. ແຕ່ຖ້າພວກເຮົາເວົ້າວ່າຄົນທີ່ຫຼົງໄຫຼດາລາເຫຼົ່ານີ້ຄືຜູ້ສະໜັບສະໜູນຕົວຈິງໃນການເຜີຍແຜ່ຄວາມຄິດຂອງຊາຕານ ແລະ ກະແສທີ່ຊົ່ວຮ້າຍຂອງຊາຕານ, ສິ່ງນີ້ແມ່ນຖືກຕ້ອງທີ່ສຸດ. ນີ້ກໍຍ້ອນວ່າພວກເຂົາເປັນກຸ່ມຄົນທີ່ໃກ້ຊິດກັບໂລກສິລະປະ ຫຼື ຄວາມຄິດທີ່ຊົ່ວຊ້າ ແລະ ກະແສທີ່ຊົ່ວຮ້າຍຕ່າງໆທີ່ສຸດ ແລະ ພວກເຂົາເປັນຄົນສ່ວນໜຶ່ງທີ່ໄດ້ສຳຜັດຢ່າງໃກ້ຊິດກັບດາລາຮູບເງົາ ແລະ ນັກຮ້ອງຊື່ດັງເຫຼົ່ານີ້. ຖ້າບໍ່ມີຄົນເຫຼົ່ານີ້ໄລ່ຕາມພວກເຂົາ, ຖ້າບໍ່ມີການສະໜັບສະໜູນທີ່ໝົກມຸ້ນຂອງພວກເຂົາ, ສິ່ງທີ່ເອີ້ນວ່ານັກຮ້ອງຊື່ດັງ ແລະ ດາລາຮູບເງົາເຫຼົ່ານີ້ກໍຈະບໍ່ມີສະເໜ່ດຶງດູດໃຈຫຼາຍຂະໜາດນີ້, ບໍ່ມີຊື່ສຽງໂດ່ງດັງຫຼາຍຂະໜາດນີ້, ບໍ່ມີອິດທິພົນຫຼາຍຂະໜາດນີ້ ແລະ ບໍ່ມີອຳນາດໃນການເຮັດໃຫ້ຫຼົງຜິດຫຼາຍຂະໜາດນີ້. ມັນເປັນຍ້ອນການຍົກຍ້ອງ ແລະ ການຮຽນແບບຢ່າງຈິງຈັງຂອງຄົນທີ່ຫຼົງໄຫຼດາລາເຫຼົ່ານີ້ແທ້ໆ ທີ່ເຮັດໃຫ້ກະແສທີ່ຊົ່ວຮ້າຍ ແລະ ຄວາມຄິດທີ່ຊົ່ວຊ້າຕ່າງໆຖືກເຜີຍແຜ່ໄປໃນທ່າມກາງຜູ້ຄົນດ້ວຍຄວາມໄວທີ່ຜິດປົກກະຕິ. ຜ່ານການກະທຳທີ່ເປັນຮູບປະທຳຂອງພວກເຂົາ, ພວກເຂົາບອກສາທາລະນະຊົນວ່າສິ່ງທີ່ຊົ່ວຊ້າຕ່າງໆ ແລະ ຄວາມຄິດ ແລະ ມຸມມອງທີ່ບິດເບືອນ ແລະ ຊົ່ວຊ້າຕ່າງໆທີ່ປາກົດໃນໂລກສິລະປະນັ້ນເປັນສິ່ງທີ່ຜູ້ຄົນຄວນຍອມຮັບ, ສິ່ງເຫຼົ່ານີ້ເປັນເລື່ອງປົກກະຕິ ແລະ ເໝາະສົມຫຼາຍ. ໃນທີ່ສຸດ, ຄົນສ່ວນໃຫຍ່ກໍຄ່ອຍໆຍອມຮັບວິທີການເຮັດສິ່ງຕ່າງໆທີ່ຊົ່ວຊ້າ ແລະ ຄວາມຄິດ ພ້ອມທັງມຸມມອງທີ່ຊົ່ວຊ້າເຫຼົ່ານີ້. ຜົນຕາມມາກໍຄື ການມີຊູ້, ການສຳສ່ອນ ຫຼື ຄວາມຄິດ, ມຸມມອງ ແລະ ວິທີການເຮັດສິ່ງຕ່າງໆທີ່ຊົ່ວຊ້າໃດໜຶ່ງຂອງສິ່ງທີ່ເອີ້ນວ່າບຸກຄົນທີ່ມີຊື່ສຽງ, ນັກຮ້ອງຊື່ດັງ ແລະ ດາລາຮູບເງົາເຫຼົ່ານີ້ກໍຖືກຫຼຸດຄວາມສຳຄັນລົງ, ໂດຍບໍ່ມີໃຜສະແດງຄວາມຄິດເຫັນ ຫຼື ການຕັດສິນທີ່ຖືກຕ້ອງຕໍ່ສິ່ງເຫຼົ່ານີ້. ດັ່ງນັ້ນ, ບໍ່ວ່າບຸກຄົນທີ່ມີຊື່ສຽງ, ນັກຮ້ອງຊື່ດັງ ແລະ ດາລາຮູບເງົາເຫຼົ່ານີ້ຈະສຳສ່ອນສໍ່າໃດກໍຕາມ, ພວກເຂົາກໍບໍ່ຖືກກຳຈັດ ຫຼື ຖືກປະນາມ ແຕ່ຍັງສືບຕໍ່ໂອ້ອວດຕົນເອງເທິງເວທີ. ສິ່ງນີ້ສອດຄ່ອງຢ່າງສົມບູນກັບຄຳເວົ້າທີ່ເປັນທີ່ນິຍົມໃນສັງຄົມທີ່ວ່າ: “ຫົວຂວັນຄົນຈົນ, ແຕ່ບໍ່ຫົວຂວັນໂສເພນີ”. ນີ້ຄືພາບສະທ້ອນທີ່ແທ້ຈິງຂອງຄວາມເສື່ອມໂຊມຂອງມະນຸດຊາດ ແລະ ຍັງເປັນຫຼັກຖານຂອງຄວາມເສື່ອມໂຊມນັ້ນອີກດ້ວຍ. ເຈົ້າເຫັນບໍວ່າ ເມື່ອເຈົ້າເຊື່ອໃນພຣະເຈົ້າ ແລະ ຖືກຈັບກຸມ ພ້ອມທັງຖືກຈຳຄຸກ, ຜູ້ຄົນກໍເຍາະເຍີ້ຍ ແລະ ດູຖູກເຈົ້າ. ຄວາມຈິງແລ້ວ, ພວກເຂົາກໍຮູ້ວ່າເຈົ້າບໍ່ໄດ້ເຮັດຫຍັງຜິດ, ການເຊື່ອໃນພຣະເຈົ້າຄືການມີຄວາມເຊື່ອ, ການຢາກເປັນຄົນດີ ແລະ ການຢາກໄປສະຫວັນ; ຜູ້ເຊື່ອຍິງບໍ່ໄດ້ຂາຍຮ່າງກາຍຂອງພວກເຂົາ ແລະ ເຮັດວຽກເປັນໂສເພນີ ແລະ ຜູ້ເຊື່ອຊາຍກໍບໍ່ໄດ້ປຸ້ນຈີ້ ແຕ່ປະພຶດຕົນຢ່າງຖືກຕ້ອງ. ແຕ່ຜູ້ຄົນພັດເຫັນວ່າເຈົ້າບໍ່ເປັນທີ່ພໍໃຈ. ຖ້າຜູ້ຍິງຄົນໜຶ່ງເປັນຄົນງາມທີ່ໜ້າດຶງດູດໃຈ ແລະ ນາງມີການພົວພັນທີ່ບໍ່ເໝາະສົມກັບເຈົ້າໜ້າທີ່ລະດັບສູງ ແລະ ຄົນຮັ່ງມີ ພ້ອມທັງອອກໄປຂີ່ລົດຫຼູຫຼິ້ນທຸກມື້, ຄົນອື່ນກໍຈະອິດສາ ແລະ ຊື່ນຊົມນາງ ໂດຍເວົ້າວ່າ “ເຈົ້ານີ້ບໍ່ທຳມະດາແທ້ໆ, ເຈົ້າມີບາງຢ່າງທີ່ພິເສດແທ້ໆ. ເຈົ້າສາມາດຫາເງິນໃຫ້ພໍ່ແມ່ຂອງເຈົ້າເພື່ອໃຫ້ພວກເພິ່ນໄດ້ກິນອາຫານດີໆ ແລະ ນຸ່ງເຄື່ອງງາມໆ. ໜ້າຕາຂອງເຈົ້າມີຄ່າແທ້ໆ!” ແຕ່ຖ້າເຈົ້າມີໜ້າຕາດີ ແລະ ແຕ່ງດອງກັບຄົນທີ່ເຊື່ອໃນພຣະເຈົ້າ, ພວກເຂົາກໍຈະຫົວຂວັນເຈົ້າ. ບໍ່ພຽງແຕ່ພວກເຂົາຈະຫົວຂວັນເຈົ້າເທົ່ານັ້ນ ແຕ່ເມື່ອພວກເຂົາເຫັນເຈົ້າຖືກຂົ່ມເຫັງ, ພວກເຂົາກໍຈະລັງແກເຈົ້າອີກດ້ວຍ. ມັນເປັນແບບນັ້ນບໍ່ແມ່ນບໍ? (ແມ່ນແລ້ວ.)
ບໍ່ມີສິ່ງໃດທີ່ກຸ່ມຄົນນີ້, ເຊິ່ງກໍຄືຄົນທີ່ຫຼົງໄຫຼດາລາເຫຼົ່ານີ້, ເຮັດແລ້ວມີຄວາມໝາຍເລີຍ. ກົງກັນຂ້າມ, ການກະທຳເຫຼົ່ານີ້ໄດ້ສົ່ງເສີມການເຜີຍແຜ່ຄວາມຄິດທີ່ຊົ່ວຊ້າ ແລະ ກະແສທີ່ຊົ່ວຮ້າຍຂອງຊາຕານ. ຈົ່ງເບິ່ງຄົນທີ່ຫຼົງໄຫຼດາລາໃນປັດຈຸບັນ, ຜູ້ຍິງບາງຄົນຂຶ້ນເວທີ ແລະ ຮ້ອງ ແລະ ເຕັ້ນໂດຍບໍ່ລັງເລ ແລະ ເມື່ອພວກເຂົາເຫັນນັກຮ້ອງຊື່ດັງ, ພວກເຂົາກໍບູຊາພວກເຂົາຢ່າງບໍ່ມີຂອບເຂດ. ສິ່ງນີ້ແຕກຕ່າງຢ່າງຫຼວງຫຼາຍຈາກຜູ້ຍິງໃນຊຸມປີ 40 ແລະ 50. ໃນຄຳເວົ້າຂອງຜູ້ບໍ່ມີຄວາມເຊື່ອ, ພວກເຂົາກາຍເປັນຄົນເປີດກວ້າງ, ເປີດກວ້າງທາງຄວາມຄິດ ແລະ ເປີດກວ້າງທາງເພດ, ພວກເຂົາເປັນອິດສະລະໃນທັງສອງດ້ານນີ້. ບາງຄົນເວົ້າວ່າ: “ນີ້ມັນຍຸກໃດແລ້ວ? ໃຜຈະໃຊ້ເວລາທັງໝົດໃນແຕ່ລະມື້ຢູ່ກັບຜົວພຽງຄົນດຽວ? ໃຜຈະເອົາຊີວິດໄປຜູກຕິດກັບລູກໆຢູ່ຕະຫຼອດເວລາ? ເຈົ້າຕ້ອງຊອກຫາຄົນໃໝ່ເມື່ອເຈົ້າສາມາດເຮັດໄດ້ ແລະ ມີຄວາມສຸກກັບຕົນເອງເມື່ອເຈົ້າມີໂອກາດ!” ລອງເບິ່ງດຸວ່າຄົນເຫຼົ່ານີ້ມີຄວາມຄິດປະເພດໃດ, ພວກມັນໜ້າຢ້ານສໍ່າໃດ! ຖ້າຜູ້ເຊື່ອໃນພຣະເຈົ້າຄິດແບບນີ້ຄືກັນ, ນັ້ນເປັນສັນຍານທີ່ດີບໍ? ຖ້າຜູ້ເຊື່ອມີຄວາມຄິດ ແລະ ມຸມມອງເຫຼົ່ານີ້, ອິດສາ ແລະ ບູຊາຄົນດັ່ງກ່າວ ພ້ອມທັງຢາກເປັນຄົນດັ່ງກ່າວ, ນັ້ນບໍ່ແມ່ນຕາຢ້ານຫຼາຍ ແລະ ເປັນອັນຕະລາຍຫຼາຍສຳລັບພວກເຂົາບໍ? (ແມ່ນແລ້ວ.) ຕອນນີ້ພວກເຮົາຢ່າຟ້າວເວົ້າເຖິງວ່າມັນໜ້າຢ້ານ ຫຼື ເປັນອັນຕະລາຍສໍ່າໃດ. ພຽງແຕ່ໃນແງ່ຂອງແກ່ນແທ້ຂອງຄົນເຫຼົ່ານີ້, ໃນສ່ວນເລິກຂອງຈິດວິນຍານຂອງພວກເຂົາ, ພວກເຂົາອິດສາ, ຊື່ນຊົມ ແລະ ຮັກດາລາເຫຼົ່ານີ້ເປັນພິເສດ. ພວກເຂົາສາມາດຍອມຮັບພຶດຕິກຳທຸກປະເພດ ແລະ ຄວາມຄິດ ພ້ອມທັງມຸມມອງທຸກປະເພດຈາກດາລາ. ບໍ່ວ່າຄວາມຄິດນັ້ນຈະຊົ່ວຊ້າສໍ່າໃດກໍຕາມ, ພວກເຂົາກໍສາມາດຍອມຮັບພວກມັນໄດ້. ພວກເຂົາເຊື່ອວ່າ “ນີ້ຄືວິທີທີ່ຜູ້ຄົນຄວນປະພຶດຕົນ, ມີພຽງສິ່ງນີ້ເທົ່ານັ້ນທີ່ເປັນອິດສະລະ. ຄວນອະນຸຍາດໃຫ້ຄວາມຄິດ ແລະ ມຸມມອງທັງໝົດມີຢູ່. ແນວໃດກໍຕາມ, ໂລກນີ້ກໍປະກອບດ້ວຍຄົນທຸກປະເພດ”. ໃນຄວາມຄິດຂອງພວກເຂົາ, ບໍ່ມີການແຍກແຍະລະຫວ່າງສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບ, ບໍ່ມີການແຍກແຍະລະຫວ່າງສິ່ງທີ່ຖືກ ແລະ ສິ່ງທີ່ຜິດ. ນີ້ບໍ່ແມ່ນຄວາມຜິດປົກກະຕິທາງຈິດໃຈບໍ? ຖ້າເປັນຍ້ອນຂີດຄວາມສາມາດຕໍ່າທີ່ເຮັດໃຫ້ຄົນໃດໜຶ່ງບໍ່ມີຄວາມສາມາດໃນການແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດ, ແຕ່ພວກເຂົາຍັງມີຄວາມຮູ້ສຶກອັບອາຍ ແລະ ສາມາດຍຶດໝັ້ນໃນບາງສິ່ງບາງຢ່າງໄດ້ ຖ້າພວກເຂົາຮູ້ວ່າມັນຖືກຕ້ອງ ແລະ ຈະບໍ່ເຮັດບາງສິ່ງຢ່າງເດັດຂາດ ຖ້າພວກເຂົາຮູ້ວ່າມັນຜິດ ແລະ ສາມາດລັງກຽດບາງສິ່ງບາງຢ່າງໃນໃຈຂອງພວກເຂົາໄດ້ ຖ້າພວກເຂົາຮູ້ວ່າມັນຊົ່ວຊ້າ, ແລ້ວຄົນຜູ້ນີ້ກໍຍັງເປັນຄົນປົກກະຕິ. ແຕ່ຖ້າພວກເຂົາຮູ້ຢ່າງຊັດເຈນວ່າບາງຢ່າງບໍ່ຖືກຕ້ອງ, ວ່າມັນຊົ່ວຊ້າ, ແຕ່ພວກເຂົາບໍ່ພຽງແຕ່ບໍ່ຕໍ່ຕ້ານມັນເທົ່ານັ້ນ ແຕ່ຍັງສາມາດຍອມຮັບມັນໄດ້ໂດຍບໍ່ລັງເລ ແລະ ເຖິງກັບອິດສາ ແລະ ຕິດຕາມມັນ, ໂດຍຈົມລົງເລິກຂຶ້ນເລື້ອຍໆ, ແລ້ວພວກເຂົາກໍບໍ່ແມ່ນຄົນ ແຕ່ເປັນຊາກສົບທີ່ຍ່າງໄດ້. ພວກເຂົາໃຊ້ການບໍ່ໄດ້ແລ້ວ ແລະ ບໍ່ສາມາດບັນລຸຄວາມລອດພົ້ນໄດ້. ສະນັ້ນ, ມັນບໍ່ສາມາດເວົ້າໄດ້ວ່າຄົນປະເພດນີ້ມີຄວາມເປັນມະນຸດທີ່ບໍ່ດີ, ມີຄວາມສຸດຈະລິດໜ້ອຍ, ມີລັກສະນະທີ່ຊົ່ວຊ້າ ຫຼື ຂາດສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ, ນັ້ນບໍ່ແມ່ນບັນຫາ. ບັນຫາທີ່ໃຫຍ່ທີ່ສຸດກໍຄື ພວກເຂົາບໍ່ມີຄວາມເປັນມະນຸດເລີຍ. ແລ້ວຄົນເຫຼົ່ານີ້ແມ່ນຫຍັງ? ວິນຍານໂສໂມມ, ວິນຍານຊົ່ວຮ້າຍ ແລະ ຊາກສົບທີ່ຍ່າງໄດ້. ພວກເຂົາຄືຜູ້ສະໜັບສະໜູນ, ຜູ້ຖ່າຍທອດ ແລະ ຜູ້ເຜີຍແຜ່ກະແສທີ່ຊົ່ວຮ້າຍຕ່າງໆ ພ້ອມທັງຄວາມຄິດ ແລະ ມຸມມອງທີ່ຊົ່ວຊ້າ ແລະ ບິດເບືອນຕ່າງໆ. ມັນກໍຄືກັບພະຍາດລະບາດ, ຄົນໜຶ່ງທີ່ມີເຊື້ອໄວຣັສໄປເຜີຍແຜ່ໃນທຸກບ່ອນທີ່ພວກເຂົາໄປ ແລະ ຍິ່ງພວກເຂົາໄປຫຼາຍບ່ອນເທົ່າໃດ, ໄວຣັສກໍຍິ່ງແຜ່ລາມໄປກວ້າງຂວາງຫຼາຍຂຶ້ນເທົ່ານັ້ນ. ຄົນທີ່ຫຼົງໄຫຼດາລາເຫຼົ່ານີ້ທຽບເທົ່າກັບຜູ້ທີ່ມີເຊື້ອ ແລະ ຜູ້ເຜີຍແຜ່ໄວຣັສ, ສະນັ້ນ ພວກເຂົາຈຶ່ງບໍ່ແມ່ນສະມາຊິກຂອງມະນຸດຊາດຢ່າງແນ່ນອນ, ພວກເຂົາບໍ່ແມ່ນມະນຸດ. ຄຳນິຍາມຂອງສິ່ງທີ່ເອີ້ນວ່າບໍ່ແມ່ນມະນຸດແມ່ນຫຍັງ? ມັນກໍຄືຄົນເຫຼົ່ານີ້ເປັນຜູ້ສະໜັບສະໜູນ ແລະ ຜູ້ເຜີຍແຜ່ກະແສທີ່ຊົ່ວຮ້າຍ ພ້ອມທັງຄວາມຄິດ ແລະ ມຸມມອງທີ່ຊົ່ວຊ້າ. ຕອນນີ້ພວກເຈົ້າເຂົ້າໃຈແລ້ວບໍ? ຖ້າເຈົ້າຍັງອິດສາດາລາເຫຼົ່ານີ້ຢູ່ໃນໃຈຂອງເຈົ້າ ຫຼື ເຄີຍຢາກກາຍເປັນຄົນປະເພດນີ້, ເຮົາບອກເຈົ້າເລີຍວ່າ ນີ້ຄືເສັ້ນທາງທີ່ບໍ່ມີວັນຫວນກັບ. ຢ່າພະຍາຍາມເປັນຄົນປະເພດນີ້ຢ່າງເດັດຂາດ! ຖ້າເຈົ້າເຄີຍສະແດງບົດບາດໃນຜົນງານຮູບເງົາ ຫຼື ໂທລະພາບ, ຖ້າເຈົ້າເຄີຍຢາກກາຍເປັນດາລາຮູບເງົາ ຫຼື ບຸກຄົນທີ່ມີຊື່ສຽງ ແລະ ວາງແຜນທີ່ຈະຍ່າງໃນເສັ້ນທາງນີ້, ເຮົາບອກເຈົ້າເລີຍວ່າ ຈົ່ງຢຽບເບຣກ ແລະ ຢຸດທັນທີ. ນີ້ບໍ່ແມ່ນເລື່ອງຂອງການຖືກລົງໂທດ ຫຼື ໄດ້ຮັບລາງວັນ. ມັນເປັນເສັ້ນທາງທີ່ນຳໄປສູ່ຄວາມພິນາດຊົ່ວນິລັນດອນ, ຢ່າຍ່າງໃນເສັ້ນທາງນີ້ຢ່າງເດັດຂາດ! ຖ້າເຈົ້າຢາກຕິດຕາມຄົນປະເພດນີ້ຍ້ອນວ່າເຈົ້າຖືກເຮັດໃຫ້ຫຼົງຜິດ ຫຼື ອ່ອນແອຊົ່ວຄາວ ຫຼື ຍ້ອນຄວາມອິດສາ ແລະ ຄວາມປາຖະໜາຊົ່ວຄາວບາງຢ່າງ, ແລ້ວຈົ່ງຟັງຄຳເຕືອນຂອງເຮົາ, ຈົ່ງຟັງຄຳເຕືອນສະຕິຂອງເຮົາ, ຈົ່ງຢຽບເບຣກທັນທີ. ຢ່າກ້າວເຂົ້າສູ່ອຸດສາຫະກຳນັ້ນຢ່າງເດັດຂາດ, ຢ່າກ້າວເຂົ້າສູ່ກຸ່ມຄົນເຫຼົ່ານັ້ນຢ່າງເດັດຂາດ; ຢ່າກາຍເປັນໜຶ່ງໃນພວກເຂົາຢ່າງເດັດຂາດ. ຖ້າເຈົ້າບໍ່ສາມາດຢືນຍັດໃນການຍ່າງໃນເສັ້ນທາງທີ່ຖືກຕ້ອງ ຫຼື ເຮັດສິ່ງທີ່ມີຄວາມໝາຍໄດ້, ເຈົ້າກໍຍັງບໍ່ຄວນກາຍເປັນຜູ້ເຜີຍແຜ່ກະແສທີ່ຊົ່ວຮ້າຍ ພ້ອມທັງຄວາມຄິດ ແລະ ມຸມມອງທີ່ຊົ່ວຊ້າ, ນັ້ນຄືເສັ້ນທາງທີ່ຖືກສາບແຊ່ງໂດຍພຣະເຈົ້າ. ສະນັ້ນ, ບໍ່ວ່າເຈົ້າເຄີຍສະແດງບົດບາດຫຍັງໃນຜົນງານຮູບເງົາ ຫຼື ໂທລະພາບ, ບໍ່ວ່າເຈົ້າຈະຖືວ່າຕົນເອງເປັນບຸກຄົນສຳຄັນ, ບຸກຄົນທີ່ມີຊື່ສຽງ ຫຼື ບຸກຄົນລະດັບສູງໃດໜຶ່ງກໍຕາມ, ບໍ່ວ່າເຈົ້າຈະວາງຕຳແໜ່ງຕົນເອງແນວໃດກໍຕາມ, ທັງໝົດນັ້ນໄດ້ກາຍເປັນອະດີດໄປແລ້ວ, ມັນລ້ວນແຕ່ຜິດພາດທັງໝົດ. ຖ້າຕອນນີ້ເຈົ້າໄດ້ຢຽບເບຣກແລ້ວ, ແລ້ວມັນກໍສາມາດເວົ້າໄດ້ພຽງແຕ່ວ່າໃນເວລານັ້ນ, ວຸດທິພາວະຂອງເຈົ້າຍັງບໍ່ເຕີບໂຕ ແລະ ເຈົ້າບໍ່ເຂົ້າໃຈຄວາມຈິງ. ຢ່າຄິດແບບນັ້ນອີກໃນອະນາຄົດ ແລະ ຢ່າຍ່າງໃນເສັ້ນທາງນັ້ນອີກຢ່າງເດັດຂາດ. ຖ້າເຈົ້າຢາກເປັນບຸກຄົນສຳຄັນ ຫຼື ບຸກຄົນທີ່ມີຊື່ສຽງ, ຖ້າເຈົ້າຢາກຖືກບູຊາ ແລະ ຖືກຕິດຕາມໂດຍຄົນອື່ນ, ແລ້ວຈົ່ງຄິດເຖິງພຣະທຳທີ່ເຮົາໄດ້ກ່າວໃນມື້ນີ້ທັນທີ. ສຳລັບຄົນໃດກໍຕາມ, ຄວາມພິນາດຊົ່ວນິລັນດອນຄືຂ່າວຮ້າຍທີ່ຈະໄດ້ຮັບ, ມັນເປັນຂ່າວທີ່ຮ້າຍແຮງທີ່ສຸດທີ່ເປັນໄປໄດ້. ນັ້ນຄືເສັ້ນທາງທີ່ຖືກສາບແຊ່ງໂດຍພຣະເຈົ້າ. ຢ່າຍ່າງໃນເສັ້ນທາງນີ້ຢ່າງເດັດຂາດ, ຢ່າແປດເປື້ອນດ້ວຍຄວາມສົກກະປົກນີ້ຢ່າງເດັດຂາດ. ການກ້າວເຂົ້າສູ່ເສັ້ນທາງນີ້ໝາຍເຖິງຄວາມພິນາດຊົ່ວນິລັນດອນ! ເຈົ້າຕ້ອງປະພຶດຕົນຢ່າງຖືກຕ້ອງໃນລັກສະນະທີ່ປະຕິບັດຕາມກົດລະບຽບ ເພາະວ່າເຈົ້າເປັນສິ່ງທີ່ຖືກສ້າງ, ເປັນສະມາຊິກຂອງມະນຸດຊາດທີ່ຖືກສ້າງ. ບໍ່ວ່າເຈົ້າຈະເຄີຍດຳລົງຕຳແໜ່ງຫຍັງ, ເຈົ້າເຄີຍເຮັດວຽກງານຫຍັງ ຫຼື ເຈົ້າເຄີຍປະກອບສ່ວນໃດໃນເຮືອນຂອງພຣະເຈົ້າກໍຕາມ, ໃນທີ່ສຸດແລ້ວ, ເຈົ້າຕ້ອງກຳນົດບົດບາດທີ່ເໝາະສົມຂອງເຈົ້າ. ບົດບາດຫຍັງ? ເຈົ້າເປັນສິ່ງທີ່ຖືກສ້າງ, ເປັນສະມາຊິກຂອງມະນຸດຊາດທີ່ຖືກສ້າງ. ເຈົ້າຕ້ອງປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງໃຫ້ສຳເລັດ. ການທີ່ເຈົ້າປະຕິບັດໜ້າທີ່ຕ້ອງໄດ້ມາດຕະຖານ, ມັນຕ້ອງເຮັດໃຫ້ພຣະເຈົ້າພໍໃຈ. ເຈົ້າຕ້ອງເປັນພະຍານໃຫ້ກັບພຣະເຈົ້າ, ເຜີຍແຜ່ພຣະທຳຂອງພຣະເຈົ້າ, ເປັນພະຍານຂອງພຣະເຈົ້າ ແລະ ບັນລຸຄວາມລອດພົ້ນ. ນີ້ຄືຄວາມຮັບຜິດຊອບ ແລະ ພັນທະຕະຫຼອດຊີວິດທີ່ເຈົ້າມີໜ້າທີ່ຕ້ອງປະຕິບັດໃຫ້ສຳເລັດ ພ້ອມທັງເປັນເສັ້ນທາງທີ່ເຈົ້າຄວນເລືອກ. ເຈົ້າບໍ່ຄວນຕິດຕາມກະແສທີ່ຊົ່ວຮ້າຍຂອງຊາຕານ ແລະ ເປັນຜູ້ເຜີຍແຜ່ ພ້ອມທັງຜູ້ຖ່າຍທອດຄວາມຄິດ ແລະ ມຸມມອງທີ່ຊົ່ວຊ້າ. ຄົນເຫຼົ່ານັ້ນຄືຄົນຊົ່ວຊາມຂອງມະນຸດຊາດ, ພວກເຂົາຄືວິນຍານຊົ່ວຮ້າຍ ແລະ ວິນຍານໂສໂມມ. ພວກເຂົາຖືກສາບແຊ່ງ ແລະ ຖືກສົ່ງໄປສູ່ຄວາມພິນາດຊົ່ວນິລັນດອນ! ຖ້າຄົນໃດໜຶ່ງຍ່າງໄປຕາມເສັ້ນທາງນັ້ນ ແລະ ແມ່ນແຕ່ມ້າປ່າກໍບໍ່ສາມາດດຶງພວກເຂົາກັບຄືນມາໄດ້, ແລ້ວພວກເຂົາກໍຈະໄດ້ຮັບກຳຕາມສະໜອງ, ພວກເຂົາຈະບໍ່ມີຈຸດຈົບທີ່ດີ. ສະນັ້ນ, ໃນທຸກເວລາ, ເຈົ້າຕ້ອງຮູ້ວ່າເຈົ້າເປັນມະນຸດທີ່ຖືກສ້າງ, ເຈົ້າຕ້ອງຮູ້ວ່າບົດບາດຂອງເຈົ້າແມ່ນຫຍັງ, ເຈົ້າຄວນເຮັດຫຍັງ ແລະ ເຈົ້າຄວນຍ່າງໃນເສັ້ນທາງປະເພດໃດ. ນີ້ຄືສິ່ງທີ່ສຳຄັນທີ່ສຸດ. ມັນຈຳເປັນຕ້ອງໂອ້ລົມກ່ຽວກັບສິ່ງເຫຼົ່ານີ້ບໍ? (ຈຳເປັນ.) ຫົວຂໍ້ທີ່ກ່ຽວຂ້ອງກັບເສັ້ນທາງໃນຊີວິດຂອງຜູ້ຄົນນັ້ນສຳຄັນຫຼາຍ. ເປັນບາງຄັ້ງບາງຄາວ, ພວກເຈົ້າຄວນຟັງພວກມັນ ແລະ ໄຕ່ຕອງກ່ຽວກັບພວກມັນ. ການເຮັດເຊັ່ນນັ້ນເປັນປະໂຫຍດ ແລະ ຊ່ວຍເຫຼືອສຳລັບການເຂົ້າສູ່ຊີວິດຂອງພວກເຈົ້າ ແລະ ສຳລັບການຍ່າງໃນເສັ້ນທາງທີ່ຖືກຕ້ອງໃນຊີວິດຂອງພວກເຈົ້າ, ມັນມີຜົນກະທົບທີ່ດີ, ເປັນບວກ ແລະ ສ້າງສັນຕໍ່ສິ່ງເຫຼົ່ານີ້. ຢ່າລືມພຣະທຳເຫຼົ່ານີ້.
ສຳລັບການໂອ້ລົມໃນມື້ນີ້ກໍມີພຽງເທົ່ານີ້. ລາກ່ອນ!
ວັນທີ 30 ທັນວາ 2023