ຂໍ້ທີເກົ້າ: ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາພຽງແຕ່ເພື່ອເຮັດໃຫ້ຕົນເອງໂດດເດັ່ນ ແລະ ຕອບສະໜອງຜົນປະໂຫຍດ ແລະ ຄວາມທະເຍີທະຍານຂອງພວກເຂົາເອງ; ພວກເຂົາບໍ່ເຄີຍພິຈາລະນາຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເລີຍ ແລະ ເຖິງກັບທໍລະຍົດຕໍ່ຜົນປະໂຫຍດເຫຼົ່ານັ້ນເພື່ອແລກເອົາກຽດຕິຍົດສ່ວນຕົວ (ພາກທີສາມ)

II. ຜົນປະໂຫຍດຂອງຜູ້ຕໍ່ຕ້ານພຣະຄຣິສ

2. ຊື່ສຽງ ແລະ ສະຖານະຂອງພວກເຂົາເອງ

ຄັ້ງກ່ອນ ພວກເຮົາໄດ້ໂອ້ລົມເຖິງຂໍ້ທີເກົ້າກ່ຽວກັບການສະແດງອອກຕ່າງໆ ຂອງຜູ້ຕໍ່ຕ້ານພຣະຄຣິສ. ໃຫ້ພວກເຮົາທົບທວນສິ່ງນັ້ນຄືນງ່າຍໆ. ພວກເຮົາໄດ້ແບ່ງຜົນປະໂຫຍດຂອງຜູ້ຕໍ່ຕ້ານພຣະຄຣິສອອກເປັນຈັກຫົວຂໍ້ຍ່ອຍສຳລັບການໄຈ້ແຍກຂອງພວກເຮົາ? (ສາມຫົວຂໍ້ຍ່ອຍ. ຫົວຂໍ້ທຳອິດແມ່ນຄວາມປອດໄພຂອງຜູ້ຕໍ່ຕ້ານພຣະຄຣິສເອງ, ຫົວຂໍ້ທີສອງແມ່ນຊື່ສຽງ ແລະ ສະຖານະຂອງພວກເຂົາເອງ ແລະ ຫົວຂໍ້ທີສາມແມ່ນສິດປະໂຫຍດ.) ຜົນປະໂຫຍດທີ່ກ່ຽວຂ້ອງກັບຜູ້ຕໍ່ຕ້ານພຣະຄຣິສມີສ່ວນພົວພັນກັບສາມຫົວຂໍ້ຍ່ອຍເຫຼົ່ານີ້: ຄວາມປອດໄພ, ສະຖານະ ແລະ ສິດປະໂຫຍດສ່ວນຕົວຂອງພວກເຂົາເອງ, ຖືກຕ້ອງແມ່ນບໍ? (ແມ່ນແລ້ວ.) ຫົວຂໍ້ຍ່ອຍທຳອິດ ເຊິ່ງແມ່ນຄວາມປອດໄພຂອງພວກເຂົາເອງ ແມ່ນຂ້ອນຂ້າງເຂົ້າໃຈງ່າຍ. ມັນກ່ຽວຂ້ອງກັບສະພາບແວດລ້ອມທີ່ເປັນອັນຕະລາຍທີ່ພວກເຂົາໄດ້ພົບພໍ້ ແລະ ມັນກ່ຽວພັນກັບຜົນປະໂຫຍດໂດຍກົງຂອງຜູ້ຕໍ່ຕ້ານພຣະຄຣິສ: ນັ້ນກໍຄື ຄວາມປອດໄພສ່ວນຕົວຂອງພວກເຂົາ. ໂດຍພື້ນຖານແລ້ວ ພວກເຮົາໄດ້ໂອ້ລົມກ່ຽວກັບຫົວຂໍ້ຍ່ອຍນີ້ຈົບແລ້ວ. ຫົວຂໍ້ຍ່ອຍທີສອງແມ່ນຊື່ສຽງ ແລະ ສະຖານະຂອງພວກເຂົາເອງ. ຄັ້ງກ່ອນ ພວກເຮົາໄດ້ໂອ້ລົມກ່ຽວກັບການສະແດງອອກບາງຢ່າງຂອງສິ່ງນີ້ ແຕ່ມັນເປັນຄຳອະທິບາຍທີ່ຂ້ອນຂ້າງກວ້າງ. ເຮົາຄິດວ່າພວກເຈົ້າທຸກຄົນພຽງແຕ່ມີຄວາມເຂົ້າໃຈ ແລະ ຄວາມຮູ້ທາງແນວຄວາມຄິດກ່ຽວກັບຫົວຂໍ້ຍ່ອຍນີ້. ຖ້າເຮົາບໍ່ຍົກຕົວຢ່າງບາງປະການໃຫ້ພວກເຈົ້າ ແລະ ບໍ່ໃຫ້ການວິເຄາະທີ່ລະອຽດ ແລະ ເປັນຮູບປະທຳ, ພວກເຈົ້າອາດຈະມີພຽງຄວາມເຂົ້າໃຈທາງດ້ານຫຼັກຄຳສອນ ແລະ ຄວາມເຂົ້າໃຈຕາມຕົວອັກສອນເລັກນ້ອຍກ່ຽວກັບດ້ານນີ້ຂອງແກ່ນແທ້ ແລະ ການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ພວກເຈົ້າອາດຈະບໍ່ສາມາດຮັບຮູ້ການເປີດເຜີຍ ແລະ ການສະແດງອອກທີ່ແທ້ຈິງ ແລະ ສະເພາະເຈາະຈົງເຫຼົ່ານີ້ໄດ້ເລີຍ. ຈາກມຸມມອງຂອງພວກເຈົ້າ, ເມື່ອເວົ້າເຖິງການໂອ້ລົມກ່ຽວກັບຫົວຂໍ້ເຫຼົ່ານີ້, ຍິ່ງສະເພາະເຈາະຈົງກໍຍິ່ງດີຫຼາຍເທົ່ານັ້ນ, ແມ່ນບໍ? (ແມ່ນແລ້ວ.) ພວກເຈົ້າມັກຟັງສິ່ງທີ່ກຽມໄວ້ໃຫ້ແລ້ວ; ພວກເຈົ້າບໍ່ມັກທີ່ຕ້ອງໄດ້ຄົ້ນຄິດສິ່ງຕ່າງໆ ດ້ວຍຕົນເອງ. ຫຼັງຈາກທີ່ພວກເຈົ້າຟັງການເທດສະໜາເຫຼົ່ານີ້, ພວກເຈົ້າໄດ້ເຮັດວຽກບ້ານບາງຢ່າງບໍ່? ຖ້າເຮົາໂອ້ລົມແບບລະອຽດເກີນໄປ, ພວກເຈົ້າຈະຮູ້ສຶກວ່າເຮົາຈູ້ຈີ້ຈຸກຈິກ ແລະ ເວົ້າຍືດຍາວເກີນໄປບໍ່? ພວກເຈົ້າອາດຈະເວົ້າວ່າ “ເຈົ້າປະເມີນລະດັບສະຕິປັນຍາຂອງພວກເຮົາຕໍ່າເກີນໄປແທ້ໆ; ພວກເຮົາມີຄວາມສາມາດຕ່ຳເຊັ່ນນີ້ແທ້ບໍ? ພຣະອົງພຽງຍົກຕົວຢ່າງຈັກໜຶ່ງ ຫຼື ສອງຕົວຢ່າງກໍພຽງພໍແລ້ວ. ນອກຈາກນີ້, ເມື່ອເວົ້າເຖິງການໄຈ້ແຍກແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ພວກເຮົາໄດ້ໂອ້ລົມກັນໄປຂ້ອນຂ້າງຫຼາຍແລ້ວ ກ່ຽວກັບສິ່ງທີ່ກ່ຽວຂ້ອງກັບຄວາມຮັກໃນສະຖານະ ແລະ ອຳນາດຂອງພວກເຂົາ. ເປັນຫຍັງການໂອ້ລົມຂອງພວກເຮົາກ່ຽວກັບຜົນປະໂຫຍດຂອງຜູ້ຕໍ່ຕ້ານພຣະຄຣິສຈຶ່ງກ່ຽວພັນກັບຫົວຂໍ້ນີ້ເຊັ່ນດຽວກັນ? ນັ້ນບໍ່ຊໍ້າຊາກ ແລະ ຈຸກຈິກເກີນໄປບໍ? ມັນຈຳເປັນແທ້ໆບໍທີ່ຈະໂອ້ລົມກ່ຽວກັບເລື່ອງນີ້?” ຄວາມຈິງແລ້ວ, ການເວົ້າຊໍ້າຄືນເລັກນ້ອຍບໍ່ແມ່ນເລື່ອງທີ່ບໍ່ດີ. ຖ້າພວກເຮົາໂອ້ລົມຈາກທຸກແງ່ມຸມ, ພວກເຈົ້າກໍຈະມີຄວາມເຂົ້າໃຈຢ່າງຖີຖ້ວນຫຼາຍຂຶ້ນ ກ່ຽວກັບດ້ານນີ້ຂອງແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ຍິ່ງໄປກວ່ານັ້ນ, ເມື່ອໂອ້ລົມກ່ຽວກັບຄວາມຈິງ, ພວກເຈົ້າຕ້ອງບໍ່ຫຼີກລ່ຽງການເວົ້າຊໍ້າຄືນ. ມີຄວາມຈິງບາງຢ່າງທີ່ໄດ້ຖືກນໍາມາໂອ້ລົມເປັນເວລາຫຼາຍປີ ໂດຍທີ່ຜູ້ຄົນບໍ່ສາມາດເຂົ້າສູ່ຄວາມຈິງເຫຼົ່ານັ້ນໄດ້. ມັນຖືກຕ້ອງບໍທີ່ຈະພະຍາຍາມຫຼີກລ່ຽງການເວົ້າຊໍ້າຄືນຢູ່ສະເໝີ ແລະ ສະແຫວງຫາຮູບແບບ ແລະ ການສະແດງອອກໃໝ່ໆ ຢູ່ສະເໝີ? (ມັນເປັນສິ່ງທີ່ຜິດ.) ຄວາມຈິງເອງກໍມີຄວາມກ່ຽວຂ້ອງຢ່າງໃກ້ຊິດກັບຊີວິດຂອງຜູ້ຄົນ. ສິ່ງຕ່າງໆ ແລະ ອຸປະນິໄສທີ່ເສື່ອມຊາມທັງໝົດທີ່ຜູ້ຄົນໄດ້ເປີດເຜີຍໃນການໃຊ້ຊີວິດຂອງພວກເຂົາ, ໃນການສະແດງອອກຂອງພວກເຂົາ ແລະ ໃນມຸມມອງ ແລະ ທັດສະນະຄະຕິທີ່ພວກເຂົາມີຕໍ່ສິ່ງຕ່າງໆ ທັງປວງທີ່ເກີດຂຶ້ນຊໍ້າໆ ຢ່າງຕໍ່ເນື່ອງໃນແຕ່ລະມື້. ການໂອ້ລົມກ່ຽວກັບຄວາມຈິງ ແລະ ການໄຈ້ແຍກເນື້ອຫາ ແລະ ແກ່ນແທ້ຈາກແງ່ມຸມທີ່ແຕກຕ່າງກັນ ນັ້ນ ເປັນປະໂຫຍດຢ່າງແນ່ນອນສຳລັບການເຂົ້າສູ່ຄວາມຈິງຂອງຜູ້ຄົນ. ຄັ້ງກ່ອນ, ພວກເຮົາໄດ້ໂອ້ລົມກັນໃນລັກສະນະທີ່ງ່າຍດາຍ ແລະ ກວ້າງ ກ່ຽວກັບຫົວຂໍ້ຍ່ອຍທີສອງຂອງຜົນປະໂຫຍດຂອງຜູ້ຕໍ່ຕ້ານພຣະຄຣິສ: ຊື່ສຽງ ແລະ ສະຖານະຂອງພວກເຂົາເອງ. ມື້ນີ້ ເຮົາຈະຍົກຕົວຢ່າງບາງປະການ ເພື່ອໃຫ້ພວກເຮົາສາມາດໂອ້ລົມກ່ຽວກັບເລື່ອງນີ້ໄດ້ຢ່າງລະອຽດ. ແນ່ນອນວ່າ ຖ້າພວກເຈົ້າໄດ້ຮັບຄວາມເຂົ້າໃຈໃໝ່ບາງປະການ ຫຼື ໄດ້ຮັບການເປີດເຜີຍ ຫຼື ແສງສະຫວ່າງບາງຢ່າງບົນພື້ນຖານຂອງການໂອ້ລົມຂອງເຮົາ ຫຼື ຖ້າພວກເຈົ້າໄດ້ເຫັນຕົວຢ່າງທີ່ກ່ຽວຂ້ອງບາງຢ່າງ ໃນລະຫວ່າງປະສົບການ ຫຼື ຊີວິດຂອງພວກເຈົ້າເອງ, ພວກເຈົ້າກໍສາມາດເຂົ້າຮ່ວມໃນການໂອ້ລົມໄດ້ເຊັ່ນດຽວກັນ. ຕໍ່ໄປ, ໃຫ້ພວກເຮົາໄຈ້ແຍກຢ່າງລະອຽດ ຈາກມຸມມອງຂອງຜົນປະໂຫຍດຂອງຜູ້ຕໍ່ຕ້ານພຣະຄຣິສວ່າ ສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສໄດ້ສະແດງອອກ ເມື່ອເວົ້າເຖິງຊື່ສຽງ ແລະ ສະຖານະຂອງພວກເຂົາເອງ, ອຸປະນິໄສທີ່ເສື່ອມຊາມໃດທີ່ຜູ້ຕໍ່ຕ້ານພຣະຄຣິສໄດ້ເປີດເຜີຍ ແລະ ຜູ້ຕໍ່ຕ້ານພຣະຄຣິສໄດ້ເປີດເຜີຍທຳມະຊາດ-ແກ່ນແທ້ເຊັ່ນນີ້ໃນລັກສະນະໃດ.

ຄວາມຫວງແຫນທີ່ຜູ້ຕໍ່ຕ້ານພຣະຄຣິສມີຕໍ່ຊື່ສຽງ ແລະ ສະຖານະຂອງພວກເຂົານັ້ນເກີນກວ່າຄົນທຳມະດາເປັນ ແລະ ເປັນສິ່ງທີ່ຢູ່ໃນອຸປະນິໄສ-ແກ່ນແທ້ຂອງພວກເຂົາ; ມັນບໍ່ແມ່ນຄວາມສົນໃຈຊົ່ວຄາວ ຫຼື ຜົນກະທົບຊົ່ວຄາວຈາກສະພາບແວດລ້ອມອ້ອມຂ້າງຂອງພວກເຂົາ ແຕ່ມັນເປັນສິ່ງທີ່ຢູ່ໃນຊີວິດຂອງພວກເຂົາ, ຢູ່ໃນກະດູກຂອງພວກເຂົາ, ດັ່ງນັ້ນ ມັນຈຶ່ງເປັນແກ່ນແທ້ຂອງພວກເຂົາ. ນີ້ໝາຍຄວາມວ່າ ໃນທຸກສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດ, ສິ່ງທຳອິດທີ່ພວກເຂົາຄຳນຶງເຖິງກໍຄືຊື່ສຽງ ແລະ ສະຖານະຂອງພວກເຂົາເອງ, ບໍ່ມີສິ່ງອື່ນອີກ. ສຳລັບຜູ້ຕໍ່ຕ້ານພຣະຄຣິສ, ຊື່ສຽງ ແລະ ສະຖານະຄືຊີວິດຂອງພວກເຂົາ ແລະ ເປັນເປົ້າໝາຍທີ່ພວກເຂົາໄລ່ຕາມຕະຫຼອດຊີວິດ. ໃນທຸກສິ່ງທີ່ພວກເຂົາເຮັດ, ສິ່ງທຳອິດທີ່ພວກເຂົາຄຳນຶງເຖິງກໍຄື: “ຈະເກີດຫຍັງຂຶ້ນກັບສະຖານະຂອງຂ້ອຍ? ແລະ ກັບຊື່ສຽງຂອງຂ້ອຍ? ການເຮັດສິ່ງນີ້ຈະເຮັດໃຫ້ຂ້ອຍມີຊື່ສຽງທີ່ດີບໍ? ມັນຈະຍົກລະດັບສະຖານະຂອງຂ້ອຍໃນຄວາມຄິດຂອງຜູ້ຄົນບໍ?” ນັ້ນຄືສິ່ງທຳອິດທີ່ພວກເຂົາຄິດເຖິງ, ເຊິ່ງເປັນຫຼັກຖານທີ່ພຽງພໍແລ້ວວ່າ ພວກເຂົາມີອຸປະນິໄສ ແລະ ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ມັນເປັນຍ້ອນສິ່ງນີ້ເທົ່ານັ້ນ ພວກເຂົາຈຶ່ງຄຳນຶງເຖິງສິ່ງຕ່າງໆ ໃນລັກສະນະນີ້. ມັນສາມາດເວົ້າໄດ້ວ່າ ສຳລັບຜູ້ຕໍ່ຕ້ານພຣະຄຣິສແລ້ວ, ຊື່ສຽງ ແລະ ສະຖານະບໍ່ແມ່ນຂໍ້ກຳນົດເພີ່ມເຕີມບາງຢ່າງ ແລະ ຍິ່ງບໍ່ແມ່ນສິ່ງພາຍນອກສຳລັບພວກເຂົາທີ່ພວກເຂົາສາມາດຂາດໄດ້. ສິ່ງເຫຼົ່ານີ້ເປັນສ່ວນໜຶ່ງໃນທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສ, ພວກມັນຢູ່ໃນກະດູກຂອງພວກເຂົາ, ໃນເລືອດຂອງພວກເຂົາ, ພວກມັນຕິດໂຕພວກເຂົາມາແຕ່ເກີດ. ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ເສີຍເມີຍຕໍ່ການທີ່ວ່າພວກເຂົາໄດ້ຄອບຄອງຊື່ສຽງ ແລະ ສະຖານະ ຫຼື ບໍ່; ນີ້ບໍ່ແມ່ນທັດສະນະຄະຕິຂອງພວກເຂົາ. ແລ້ວທັດສະນະຄະຕິຂອງພວກເຂົາແມ່ນຫຍັງ? ຊື່ສຽງ ແລະ ສະຖານະພົວພັນກັນຢ່າງໃກ້ຊິດກັບການໃຊ້ຊີວິດປະຈຳວັນຂອງພວກເຂົາ, ກັບສະພາວະປະຈຳວັນຂອງພວກເຂົາ, ກັບສິ່ງທີ່ພວກເຂົາໄລ່ຕາມໃນແຕ່ລະວັນ. ສຳລັບຜູ້ຕໍ່ຕ້ານພຣະຄຣິສ, ສະຖານະ ແລະ ຊື່ສຽງຄືຊີວິດຂອງພວກເຂົາ. ບໍ່ວ່າພວກເຂົາຈະດຳລົງຊີວິດແນວໃດ, ບໍ່ວ່າພວກເຂົາຈະອາໄສຢູ່ໃນສະພາບແວດລ້ອມແບບໃດ, ບໍ່ວ່າພວກເຂົາຈະເຮັດວຽກງານຫຍັງ, ບໍ່ວ່າພວກເຂົາຈະໄລ່ຕາມສິ່ງໃດ, ເປົ້າໝາຍຂອງພວກເຂົາແມ່ນຫຍັງ, ທິດທາງຂອງຊີວິດຂອງພວກເຂົາແມ່ນຫຍັງ, ມັນລ້ວນແລ້ວແຕ່ປິ່ນອ້ອມການມີຊື່ສຽງທີ່ດີ ແລະ ສະຖານະທີ່ສູງສົ່ງ. ແລະ ເປົ້າໝາຍນີ້ບໍ່ປ່ຽນແປງ; ພວກເຂົາບໍ່ສາມາດປະຖິ້ມສິ່ງເຊັ່ນນີ້ໄປໄດ້ເລີຍ. ນີ້ຄືໃບໜ້າທີ່ແທ້ຈິງຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ແກ່ນແທ້ຂອງພວກເຂົາ. ເຈົ້າສາມາດເອົາພວກເຂົາໄປໄວ້ໃນປ່າດົງດິບເລິກໃນພູເຂົາ ແລະ ພວກເຂົາກໍຍັງຈະບໍ່ປ່ອຍວາງການໄລ່ຕາມຊື່ສຽງ ແລະ ສະຖານະຂອງພວກເຂົາ. ເຈົ້າສາມາດເອົາພວກເຂົາໄປໄວ້ໃນບັນດາກຸ່ມຄົນໃດກໍຕາມ ແລະ ສິ່ງທີ່ພວກເຂົາສາມາດຄິດເຖິງໄດ້ກໍຍັງເປັນຊື່ສຽງ ແລະ ສະຖານະ. ເຖິງແມ່ນວ່າຜູ້ຕໍ່ຕ້ານພຣະຄຣິສເຊື່ອໃນພຣະເຈົ້າ, ພວກເຂົາກໍຖືວ່າການໄລ່ຕາມຊື່ສຽງ ແລະ ສະຖານະເທົ່າທຽມກັບຄວາມສັດທາໃນພຣະເຈົ້າ ແລະ ວາງສອງສິ່ງນີ້ໄວ້ໃນລະດັບດຽວກັນ. ນີ້ໝາຍຄວາມວ່າ ໃນຂະນະທີ່ພວກເຂົາຍ່າງເທິງເສັ້ນທາງແຫ່ງຄວາມສັດທາໃນພຣະເຈົ້າ, ພວກເຂົາກໍໄລ່ຕາມຊື່ສຽງ ແລະ ສະຖານະຂອງຕົນເອງເຊັ່ນດຽວກັນ. ສາມາດເວົ້າໄດ້ວ່າ ໃນຫົວໃຈຂອງຜູ້ຕໍ່ຕ້ານພຣະຄຣິສ, ການໄລ່ຕາມຄວາມຈິງໃນການເຊື່ອໃນພຣະເຈົ້າຄືການໄລ່ຕາມຊື່ສຽງ ແລະ ສະຖານະ ແລະ ການໄລ່ຕາມຊື່ສຽງ ແລະ ສະຖານະກໍຄືການໄລ່ຕາມຄວາມຈິງ, ການໄດ້ຮັບຊື່ສຽງ ແລະ ສະຖານະຄືການໄດ້ຮັບຄວາມຈິງ ແລະ ຊີວິດ. ຖ້າພວກເຂົາຮູ້ສຶກວ່າພວກເຂົາບໍ່ໄດ້ຮັບຊື່ສຽງ, ຜົນປະໂຫຍດ ຫຼື ສະຖານະ, ຮູ້ສຶກວ່າບໍ່ມີໃຜນັບຖືພວກເຂົາ, ໃຫ້ກຽດພວກເຂົາ ຫຼື ຕິດຕາມພວກເຂົາ, ພວກເຂົາກໍຈະທໍ້ຖອຍໃຈ, ພວກເຂົາເຊື່ອວ່າບໍ່ມີຈຸດປະສົງໃນການເຊື່ອໃນພຣະເຈົ້າ, ບໍ່ມີຄຸນຄ່າຕໍ່ສິ່ງນັ້ນ ແລະ ພວກເຂົາສົງໄສໃນຫົວໃຈວ່າ “ຂ້ອຍລົ້ມເຫຼວແລ້ວບໍໂດຍການເຊື່ອໃນພຣະເຈົ້າແບບນີ້? ບໍ່ມີຄວາມຫວັງສຳລັບຂ້ອຍແລ້ວບໍ?” ພວກເຂົາມັກຈະຄິດໄລ່ສິ່ງເຊັ່ນນີ້ຢູ່ໃນຫົວໃຈຂອງພວກເຂົາ. ພວກເຂົາຄິດໄລ່ວ່າ ພວກເຂົາຈະຍາດແຍ່ງຕຳແໜ່ງໃຫ້ຕົນເອງໃນເຮືອນຂອງພຣະເຈົ້າໄດ້ແນວໃດ, ພວກເຂົາຈະມີຊື່ສຽງທີ່ສູງສົ່ງໃນຄຣິສຕະຈັກໄດ້ແນວໃດ, ພວກເຂົາຈະເຮັດໃຫ້ຜູ້ຄົນຟັງເມື່ອພວກເຂົາເວົ້າ ແລະ ສັນລະເສີນພວກເຂົາເມື່ອພວກເຂົາໄດ້ລົງມືກະທຳໄດ້ແນວໃດ, ພວກເຂົາຈະເຮັດໃຫ້ຜູ້ຄົນຕິດຕາມພວກເຂົາໄດ້ແນວໃດ ບໍ່ວ່າພວກເຂົາຈະຢູ່ໃສກໍຕາມ ແລະ ພວກເຂົາຈະມີສຽງທີ່ມີອິດທິພົນໃນຄຣິສຕະຈັກ ແລະ ມີຊື່ສຽງ, ຜົນປະໂຫຍດ ແລະ ສະຖານະໄດ້ແນວໃດ, ພວກເຂົາຈົດຈໍ່ກັບສິ່ງເຊັ່ນນີ້ຢູ່ໃນໃຈແທ້ໆ. ສິ່ງເຫຼົ່ານີ້ຄືສິ່ງທີ່ຄົນເຊັ່ນນີ້ໄລ່ຕາມ. ເປັນຫຍັງພວກເຂົາຈຶ່ງໃຫ້ຄວາມສຳຄັນກັບສິ່ງເຊັ່ນນີ້ຢູ່ສະເໝີ? ຫຼັງຈາກການອ່ານພຣະທຳຂອງພຣະເຈົ້າ, ຫຼັງຈາກຟັງການເທດສະໜາ, ພວກເຂົາບໍ່ເຂົ້າໃຈສິ່ງທັງໝົດນີ້ແທ້ໆບໍ, ພວກເຂົາບໍ່ສາມາດແຍກແຍະສິ່ງທັງໝົດນີ້ໄດ້ແທ້ໆບໍ? ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງບໍ່ສາມາດປ່ຽນແປງແນວຄິດ, ແນວຄວາມຄິດ ແລະ ຄວາມຄິດເຫັນຂອງພວກເຂົາໄດ້ແທ້ໆບໍ? ນັ້ນບໍ່ເປັນເຊັ່ນນັ້ນເລີຍ. ບັນຫາແມ່ນຢູ່ທີ່ພວກເຂົາ, ມັນເປັນຍ້ອນພວກເຂົາບໍ່ຮັກໃນຄວາມຈິງຢ່າງສິ້ນເຊີງ, ເພາະວ່າ ໃນຫົວໃຈຂອງພວກເຂົາ, ພວກເຂົາເບື່ອໜ່າຍຄວາມຈິງ ແລະ ດ້ວຍເຫດນີ້, ພວກເຂົາຈຶ່ງບໍ່ຍອມຮັບຄວາມຈິງຢ່າງສິ້ນເຊີງ, ເຊິ່ງຖືກກຳນົດໂດຍທຳມະຊາດ-ແກ່ນແທ້ຂອງພວກເຂົາ.

ຫຼັງຈາກທີ່ຜູ້ຕໍ່ຕ້ານພຣະຄຣິສຟັງພຣະທຳຂອງພຣະເຈົ້າ ແລະ ຟັງຄວາມຈິງ, ພວກເຂົາເບິ່ງຄືວ່າຈະຄົ້ນພົບທິດທາງໃນຫົວໃຈຂອງພວກເຂົາ. ແຕ່ສິ່ງທີ່ຖືກເອີ້ນວ່າທິດທາງນີ້ແມ່ນຫຍັງກັນແທ້? ມັນຄືການທີ່ພວກເຂົາໄດ້ຮັບເຄື່ອງມືບາງຢ່າງ ຫຼື ອາດເວົ້າໄດ້ວ່າ ເປັນອາວຸດທີ່ມີປະໂຫຍດບາງຢ່າງ ເຊິ່ງຊ່ວຍໃຫ້ພວກເຂົາມີຄວາມໝັ້ນໃຈຫຼາຍຂຶ້ນໃນການໄດ້ຮັບສະຖານະ. ສະນັ້ນ, ພວກເຂົາຈຶ່ງໃຊ້ໂອກາດນີ້ ເພື່ອຟັງໃຫ້ຫຼາຍຂຶ້ນ, ອ່ານໃຫ້ຫຼາຍຂຶ້ນ, ຮຽນຮູ້ໃຫ້ຫຼາຍຂຶ້ນ, ໂອ້ລົມໃຫ້ຫຼາຍຂຶ້ນ ແລະ ປະຕິບັດໃຫ້ຫຼາຍຂຶ້ນ ແລະ ຄ່ອຍໆ ກ້າວໄປເຖິງຈຸດທີ່ພວກເຂົາສາມາດເວົ້າກ່ຽວກັບພຣະທຳ ແລະ ຫຼັກຄຳສອນໄດ້ຫຼາຍຢ່າງ ແລະ ເທດສະໜາສິ່ງທີ່ຖືກເອີ້ນວ່າການເທດສະໜາຈຳນວນໜຶ່ງທີ່ໜ້າຈົດຈຳ ແລະ ເຮັດໃຫ້ຜູ້ຄົນຍົກຍ້ອງພວກເຂົາ. ເມື່ອພວກເຂົາກຳແໜ້ນຫຼັກຄຳສອນເຫຼົ່ານີ້ ທີ່ຜູ້ຄົນຄິດວ່າດີໃນແງ່ຂອງຄວາມໝາຍຕາມຕົວອັກສອນ, ມັນກໍຄືກັບວ່າພວກເຂົາໄດ້ຄວ້າເອົາເຊືອກຊ່ວຍຊີວິດໄວ້ ແລະ ໄດ້ພົບທິດທາງ ແລະ ແສງສະຫວ່າງຍາມຮຸ່ງອາລຸນ. ສະນັ້ນ, ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ຟັງການເທດສະໜາ ແລະ ອ່ານພຣະທຳຂອງພຣະເຈົ້າ ເພື່ອເຫັນແກ່ການປະຕິບັດຂອງພວກເຂົາ ຫຼື ເພື່ອປະຕິບັດຕາມພຣະທຳຂອງພຣະເຈົ້າ ແລະ ແນ່ນອນວ່າພວກເຂົາບໍ່ໄດ້ເຮັດສິ່ງເຫຼົ່ານີ້ ເພື່ອເຂົ້າໃຈເຈດຕະນາຂອງພຣະອົງ. ພວກເຂົາເຮັດສິ່ງເຫຼົ່ານີ້ ເພື່ອໃຫ້ພວກເຂົາສາມາດຊະນະໃຈຜູ້ຄົນ ແລະ ຊັກຈູງຜູ້ຄົນໃຫ້ມາບູຊາ ແລະ ຕິດຕາມພວກເຂົາຫຼາຍຂຶ້ນ ໂດຍການໃຊ້ພຣະທຳຂອງພຣະເຈົ້າ ຫຼື ການໃຊ້ທິດສະດີເຫຼົ່ານີ້ທີ່ພວກເຂົາເຊື່ອວ່າເປັນຝ່າຍວິນຍານ ຫຼື ໂດຍການກ່າວຄຳເທດສະໜາທີ່ສູງສົ່ງ. ໂດຍບໍ່ຮູ້ຕົວ, ພຣະທຳຂອງພຣະເຈົ້າ, ຄວາມຈິງ ແລະ ຫົນທາງຂອງພຣະອົງໄດ້ກາຍເປັນຊ່ອງທາງຮູບແບບໜຶ່ງ, ເປັນຂັ້ນໄດຮູບແບບໜຶ່ງ ແລະ ເປັນເຄື່ອງມືຮູບແບບໜຶ່ງທີ່ຄົນເຫຼົ່ານີ້ໃຊ້ ເພື່ອໃຫ້ໄດ້ມາເຊິ່ງສະຖານະ ແລະ ກຽດສັກສີໃນທ່າມກາງຄົນອື່ນ. ສະນັ້ນ, ບໍ່ວ່າເຈົ້າຈະເບິ່ງມັນໃນແນວທາງໃດ, ເຈົ້າກໍຈະບໍ່ສາມາດພົບເຫັນຄວາມສັດທາທີ່ແທ້ຈິງ ຫຼື ການອ່ອນນ້ອມທີ່ແທ້ຈິງໃດໆ ພາຍໃນຜູ້ຕໍ່ຕ້ານພຣະຄຣິສ. ໃນທາງກົງກັນຂ້າມ, ບໍ່ວ່າພວກເຂົາຈະໃຊ້ຄວາມພະຍາຍາມຫຼາຍສໍ່າໃດໃນການຟັງການເທດສະໜາ ແລະ ອ່ານພຣະທຳຂອງພຣະເຈົ້າ ແລະ ບໍ່ວ່າຄວາມເຊື່ອຂອງພວກເຂົາທີ່ມີຕໍ່ພຣະທຳຂອງພຣະອົງຈະເບິ່ງຄືວ່າ “ເຄັ່ງຄັດ” ສໍ່າໃດກໍຕາມ, ມີສິ່ງໜຶ່ງທີ່ບໍ່ສາມາດປະຕິເສດໄດ້ ນັ້ນກໍຄື ໃນຂະນະທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດສິ່ງເຫຼົ່ານີ້, ເຈດຕະນາ ແລະ ແຜນການຂອງພວກເຂົາບໍ່ແມ່ນເພື່ອປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ແນ່ນອນວ່າບໍ່ແມ່ນເພື່ອປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີ; ພວກເຂົາບໍ່ປາຖະໜາທີ່ຈະເປັນຜູ້ຕິດຕາມທີ່ຕໍ່າຕ້ອຍທີ່ສຸດ ຫຼື ເປັນສິ່ງທີ່ຖືກສ້າງ, ຍອມຮັບການຝາກຝັງຂອງພຣະເຈົ້າ ແລະ ອຳນາດສູງສຸດຂອງພຣະອົງ ແລະ ການຈັດແຈງຂອງພຣະເຈົ້າຢ່າງຮູ້ໜ້າທີ່ ແລະ ໃນລັກສະນະທີ່ປະພຶດດີ. ແຕ່ພວກເຂົາພຽງແຕ່ຕ້ອງການໃຊ້ສິ່ງເຫຼົ່ານີ້ ເພື່ອບັນລຸເປົ້າໝາຍສ່ວນຕົວຂອງພວກເຂົາ, ເພື່ອໃຫ້ໄດ້ມາເຊິ່ງຕຳແໜ່ງໃນຫົວໃຈຂອງຄົນອື່ນ ແລະ ການປະເມີນທີ່ເປັນບວກຕໍ່ໜ້າພຣະເຈົ້າ. ນີ້ຄືສິ່ງດຽວທີ່ພວກເຂົາຕ້ອງການ. ສະນັ້ນ, ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະເທດສະໜາພຣະທຳຂອງພຣະເຈົ້າແນວໃດ ແລະ ບໍ່ວ່າການເທດສະໜາທີ່ພວກເຂົາເທດຈະຖືກຕ້ອງ, ສູງສົ່ງ, ມີຄວາມເປັນຝ່າຍວິນຍານ ແລະ ເໝາະສົມກັບລົດນິຍົມຂອງຜູ້ຄົນທີ່ພວກເຂົາເທດສະໜາຫຼາຍສໍ່າໃດກໍຕາມ, ພວກເຂົາກໍຈະບໍ່ມີການປະຕິບັດ ແລະ ການເຂົ້າສູ່ໄດ້ເລີຍ. ໃນເວລາດຽວກັນ, ການໄລ່ຕາມສະຖານະ ແລະ ຊື່ສຽງຂອງພວກເຂົາກໍຈະເກີດດອກ “ອອກຜົນ” ຫຼາຍຂຶ້ນເລື້ອຍໆ. ເປັນຫຍັງເຮົາຈຶ່ງເວົ້າແນວນີ້? ເຮົາເວົ້າກໍຍ້ອນວ່າ ບໍ່ວ່າຄົນແບບນີ້ຈະເຮັດຫຍັງກໍຕາມ, ສິ່ງທີ່ພວກເຂົາຈັດການໃຫ້ບັນລຸຜົນສຳເລັດຜ່ານຄວາມພະຍາຍາມອັນໃຫຍ່ຫຼວງ, ທິດທາງ ແລະ ເປົ້າໝາຍທີ່ພວກເຂົາໄລ່ຕາມ ແລະ ແຮງຈູງໃຈ ແລະ ຈຸດເລີ່ມຕົ້ນທີ່ພວກເຂົາເຊື່ອງໄວ້ໃນສ່ວນເລິກຂອງຫົວໃຈຂອງພວກເຂົາ ເມື່ອໃດກໍຕາມທີ່ພວກເຂົາລົງມືກະທຳ, ໂດຍບໍ່ສາມາດແຍກອອກຈາກສະຖານະ ແລະ ຊື່ສຽງທີ່ພົວພັນກັນຢ່າງໃກ້ຊິດກັບຜົນປະໂຫຍດຂອງພວກເຂົາເອງ.

ຄຳສຸພາສິດກ່າວວ່າ ເຈົ້າຫວ່ານພືດຊະນິດໃດ, ເຈົ້າກໍຈະໄດ້ເກັບກ່ຽວຜົນຂອງພືດຊະນິດນັ້ນ. ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະມີຄວາມສາມາດ ແລະ ພອນສະຫວັນທີ່ດີແບບໃດ ຫຼື ພວກເຂົາຈະສະແດງອອກເຖິງຄວາມເຄັ່ງຄັດ ແລະ ຄວາມເປັນຝ່າຍວິນຍານແບບໃດກໍຕາມ, ເນື່ອງຈາກພວກເຂົາເກັບຄວາມທະເຍີທະຍານ ແລະ ຄວາມປາຖະໜາທີ່ຈະໃຊ້ອຳນາດ ແລະ ຄວບຄຸມຜູ້ຄົນທີ່ພຣະເຈົ້າເລືອກໄວ້ໃນໃຈ ແລະ ເນື່ອງຈາກພວກເຂົາບໍ່ໄລ່ຕາມຄວາມຈິງ ແລະ ສະແຫວງຫາພຽງແຕ່ຊື່ສຽງ ແລະ ສະຖານະເທົ່ານັ້ນ, ພວກເຂົາຈະສາມາດປະຕິບັດຕາມຂໍ້ກຳນົດຂອງພຣະເຈົ້າໄດ້ບໍ? ພວກເຂົາຈະສາມາດບັນລຸມາດຕະຖານທີ່ພຣະເຈົ້າຮຽກຮ້ອງໃນການກະທຳຂອງພວກເຂົາໄດ້ບໍ? (ບໍ່.) ດັ່ງນັ້ນ, ການກະທຳ ແລະ ພຶດຕິກຳຂອງພວກເຂົາຈະນຳໄປສູ່ຜົນສະທ້ອນຫຍັງກັນແທ້? (ແນ່ນອນວ່ານຳໄປສູ່ການທີ່ພວກເຂົາໄດ້ສ້າງຕັ້ງອານາຈັກທີ່ເປັນເອກະລາດຂອງຕົນເອງ ແລະ ເປັນຜູ້ບົງການທຸກຢ່າງ.) ຖືກຕ້ອງແລ້ວ. ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະເຮັດຫຍັງ, ນີ້ຄືຜົນສຸດທ້າຍ. ດັ່ງນັ້ນ, ສິ່ງໃດທີ່ກໍ່ໃຫ້ເກີດຜົນສະທ້ອນນີ້? ຫຼັກໆແລ້ວ ມັນເປັນຍ້ອນການທີ່ພວກເຂົາສາມາດຍອມຮັບຄວາມຈິງ. ບໍ່ວ່າພວກເຂົາຈະຖືກລິຮານ, ຖືກພິພາກສາ ຫຼື ຖືກລົງທັນ, ຜູ້ຕໍ່ຕ້ານພຣະຄຣິສກໍຈະບໍ່ຍອມຮັບມັນໃນຫົວໃຈຂອງພວກເຂົາ. ບໍ່ວ່າພວກເຂົາກຳລັງເຮັດຫຍັງກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສມັກຈະມີເປົ້າໝາຍ ແລະ ເຈດຕະນາຂອງຕົນເອງຢູ່ສະເໝີ, ພວກເຂົາມັກຈະກະທຳຕາມແຜນການຂອງພວກເຂົາເອງຢູ່ສະເໝີ ແລະ ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ການຈັດແຈງ ແລະ ວຽກງານຂອງເຮືອນຂອງພຣະເຈົ້າກໍຄື “ເຈົ້າອາດຈະມີແຜນການເປັນພັນ, ແຕ່ຂ້ອຍມີພຽງກົດລະບຽບດຽວ”. ທັງໝົດນີ້ຖືກກຳນົດໂດຍທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສ. ຜູ້ຕໍ່ຕ້ານພຣະຄຣິສສາມາດປ່ຽນແປງສະພາບຈິດໃຈຂອງພວກເຂົາ ແລະ ກະທຳຕາມຫຼັກການຄວາມຈິງໄດ້ບໍ? ນັ້ນເປັນໄປບໍ່ໄດ້ຢ່າງແນ່ນອນ, ເວັ້ນເສຍແຕ່ວ່າ ເບື້ອງເທິງຈະຮຽກຮ້ອງໂດຍກົງໃຫ້ພວກເຂົາເຮັດເຊັ່ນນັ້ນ, ໃນກໍລະນີດັ່ງກ່າວ ພວກເຂົາຈະສາມາດເຮັດໄດ້ເລັກນ້ອຍຢ່າງບໍ່ເຕັມໃຈ ຍ້ອນຄວາມຈຳເປັນ. ຖ້າພວກເຂົາບໍ່ເຮັດຫຍັງເລີຍ, ພວກເຂົາກໍຈະຖືກເປີດໂປງ ແລະ ຖືກໄລ່ອອກ. ພາຍໃຕ້ສະຖານະການເຫຼົ່ານີ້ເທົ່ານັ້ນ ພວກເຂົາຈຶ່ງສາມາດເຮັດວຽກງານຕົວຈິງໄດ້ເລັກນ້ອຍ. ນີ້ຄືທັດສະນະຄະຕິທີ່ຜູ້ຕໍ່ຕ້ານພຣະຄຣິສມີຕໍ່ການປະຕິບັດໜ້າທີ່; ນີ້ຍັງເປັນທັດສະນະຄະຕິທີ່ພວກເຂົາມີຕໍ່ການປະຕິບັດຕາມຄວາມຈິງເຊັ່ນກັນ: ເມື່ອການປະຕິບັດຕາມຄວາມຈິງເປັນປະໂຫຍດຕໍ່ພວກເຂົາ, ເມື່ອທຸກຄົນຈະຮອງຮັບເອົາພວກເຂົາ ແລະ ຊື່ນຊົມພວກເຂົາສຳລັບສິ່ງນັ້ນ, ພວກເຂົາກໍຈະທຸ່ມເທເຮັດຢ່າງແນ່ນອນ ແລະ ໃຊ້ຄວາມພະຍາຍາມພໍເປັນພິທີ ເຊິ່ງເບິ່ງຄືວ່າມັນພໍຈະຍອມຮັບໄດ້ສຳລັບຄົນອື່ນ. ຖ້າການປະຕິບັດຕາມຄວາມຈິງບໍ່ມີປະໂຫຍດຕໍ່ພວກເຂົາ, ຖ້າບໍ່ມີໃຜເຫັນມັນ ແລະ ຜູ້ນໍາຂັ້ນສູງກໍບໍ່ເຫັນມັນ, ແລ້ວໃນເວລາແບບນັ້ນ ກໍເປັນໄປບໍ່ໄດ້ເລີຍທີ່ພວກເຂົາຈະປະຕິບັດຕາມຄວາມຈິງ. ການປະຕິບັດຕາມຄວາມຈິງຂອງພວກເຂົາຂຶ້ນຢູ່ກັບບໍລິບົດ ແລະ ສະຖານະການ ແລະ ພວກເຂົາຄຳນຶງວ່າ ພວກເຂົາຈະເຮັດສິ່ງນີ້ແນວໃດໃນລັກສະນະທີ່ຈະໃຫ້ຄົນອື່ນເຫັນ ແລະ ຜົນປະໂຫຍດຈະຍິ່ງໃຫຍ່ສໍ່າໃດ; ພວກເຂົາກຳແໜ້ນສິ່ງເຫຼົ່ານີ້ຢ່າງສະຫຼາດຫຼັກແຫຼມ ແລະ ພວກເຂົາສາມາດປັບຕົວເຂົ້າກັບສະຖານະການຕ່າງໆໄດ້. ພວກເຂົາຄຳນຶງເຖິງຊື່ສຽງ, ຜົນປະໂຫຍດ ແລະ ສະຖານະຂອງຕົນເອງຢູ່ຕະຫຼອດເວລາ ແລະ ບໍ່ສະແດງຄວາມຄໍານຶງໃດໆ ຕໍ່ເຈດຕະນາຂອງພຣະເຈົ້າເລີຍ ແລະ ໃນເລື່ອງນີ້ ພວກເຂົາຈຶ່ງລົ້ມເຫຼວໃນການປະຕິບັດຕາມຄວາມຈິງ ແລະ ການຍຶດໝັ້ນໃນຫຼັກການ. ຜູ້ຕໍ່ຕ້ານພຣະຄຣິສ ໃຫ້ຄວາມສົນໃຈພຽງແຕ່ກັບຊື່ສຽງ, ຜົນກຳໄລ, ສະຖານະ ແລະ ຜົນປະໂຫຍດສ່ວນຕົວຂອງພວກເຂົາເອງເທົ່ານັ້ນ ແລະ ການທີ່ພວກເຂົາບໍ່ໄດ້ຮັບຜົນປະໂຫຍດອັນໃດ ຫຼື ການບໍ່ໄດ້ສະແດງຕົນເອງອອກມານັ້ນເປັນການຍອມຮັບບໍ່ໄດ້ ແລະ ການປະຕິບັດຕາມຄວາມຈິງກໍເປັນເລື່ອງທີ່ຫຍຸ້ງຍາກສຳລັບພວກເຂົາ. ຖ້າຄວາມພະຍາຍາມຂອງພວກເຂົາບໍ່ໄດ້ຮັບການຍອມຮັບ ແລະ ເຖິງແມ່ນວ່າພວກເຂົາກຳລັງເຮັດວຽກງານຕໍ່ໜ້າຄົນອື່ນ ແຕ່ວຽກງານຂອງພວກເຂົາບໍ່ຖືກເບິ່ງເຫັນ, ແລ້ວພວກເຂົາກໍຈະບໍ່ປະຕິບັດຕາມຄວາມຈິງໃດໆເລີຍ. ຖ້າວຽກງານຖືກຈັດແຈງໃຫ້ໂດຍກົງໂດຍເຮືອນຂອງພຣະເຈົ້າ ແລະ ພວກເຂົາບໍ່ມີທາງເລືອກອື່ນນອກຈາກເຮັດມັນ, ພວກເຂົາກໍຍັງຄຳນຶງວ່າ ສິ່ງນີ້ຈະເປັນປະໂຫຍດຕໍ່ສະຖານະ ແລະ ຊື່ສຽງຂອງພວກເຂົາ ຫຼື ບໍ່. ຖ້າມັນເປັນຜົນດີຕໍ່ສະຖານະຂອງພວກເຂົາ ແລະ ສາມາດເຮັດໃຫ້ຊື່ສຽງຂອງພວກເຂົາດີຂຶ້ນໄດ້, ພວກເຂົາກໍຈະທຸ່ມເທທຸກຢ່າງທີ່ມີໃສ່ໃນວຽກງານນີ້ ແລະ ເຮັດມັນໃຫ້ດີ; ພວກເຂົາຮູ້ສຶກວ່າພວກເຂົາກຳລັງຍິງປືນນັດດຽວໄດ້ນົກສອງໂຕ ຖ້າມັນບໍ່ມີປະໂຫຍດຕໍ່ຊື່ສຽງ, ຜົນປະໂຫຍດ ແລະ ສະຖານະຂອງພວກເຂົາ ແລະ ການເຮັດມັນໄດ້ບໍ່ດີອາດຈະເຮັດໃຫ້ພວກເຂົາເສື່ອມເສຍຊື່ສຽງ, ພວກເຂົາກໍຈະຄິດຫາວິທີ ຫຼື ຂໍ້ແກ້ຕົວເພື່ອຫຼີກລ່ຽງມັນ. ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະປະຕິບັດໜ້າທີ່ຫຍັງກໍຕາມ, ພວກເຂົາມັກຈະຍຶດໝັ້ນໃນຫຼັກການດຽວກັນຢູ່ສະເໝີ: ພວກເຂົາຕ້ອງໄດ້ຮັບຜົນປະໂຫຍດບາງຢ່າງໃນແງ່ຂອງຊື່ສຽງ, ສະຖານະ ຫຼື ຜົນປະໂຫຍດຂອງພວກເຂົາ ແລະ ພວກເຂົາຕ້ອງບໍ່ປະສົບກັບຄວາມສູນເສຍໃດໆ. ວຽກງານປະເພດທີ່ຜູ້ຕໍ່ຕ້ານພຣະຄຣິສມັກທີ່ສຸດຄື ເມື່ອພວກເຂົາບໍ່ຕ້ອງທົນທຸກ ຫຼື ຈ່າຍລາຄາໃດໆ ແລະ ມີຜົນປະໂຫຍດຕໍ່ຊື່ສຽງ ແລະ ສະຖານະຂອງພວກເຂົາ. ສະຫຼຸບແລ້ວ, ບໍ່ວ່າພວກເຂົາກຳລັງເຮັດຫຍັງກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສຈະຄຳນຶງເຖິງຜົນປະໂຫຍດຂອງຕົນເອງກ່ອນ ແລະ ພວກເຂົາຈະລົງມືເຮັດກໍຕໍ່ເມື່ອພວກເຂົາໄດ້ຄິດຢ່າງຖີຖ້ວນແລ້ວເທົ່ານັ້ນ; ພວກເຂົາບໍ່ໄດ້ອ່ອນນ້ອມຕໍ່ຄວາມຈິງຢ່າງແທ້ຈິງ, ຢ່າງຈິງໃຈ ແລະ ຢ່າງເດັດຂາດ ໂດຍບໍ່ມີການປະນີປະນອມ, ແຕ່ເຮັດເຊັ່ນນັ້ນໂດຍມີການເລືອກເຟັ້ນ ແລະ ມີເງື່ອນໄຂ. ເງື່ອນໄຂນີ້ແມ່ນຫຍັງ? ມັນຄືການທີ່ສະຖານະ ແລະ ຊື່ສຽງຂອງພວກເຂົາຕ້ອງໄດ້ຮັບການປົກປ້ອງ ແລະ ຕ້ອງບໍ່ປະສົບກັບຄວາມສູນເສຍໃດໆ. ຫຼັງຈາກທີ່ເງື່ອນໄຂນີ້ໄດ້ຮັບການຕອບສະໜອງແລ້ວເທົ່ານັ້ນ ພວກເຂົາຈຶ່ງຈະຕັດສິນໃຈ ແລະ ເລືອກສິ່ງທີ່ຈະເຮັດ. ນັ້ນກໍຄື ຜູ້ຕໍ່ຕ້ານພຣະຄຣິສຄຳນຶງຢ່າງຈິງຈັງ ກ່ຽວກັບວິທີປະຕິບັດຕໍ່ຫຼັກການຄວາມຈິງ, ການຝາກຝັງຂອງພຣະເຈົ້າ ແລະ ວຽກງານຂອງເຮືອນຂອງພຣະເຈົ້າ ຫຼື ວິທີຈັດການກັບສິ່ງທີ່ພວກເຂົາປະເຊີນ. ພວກເຂົາບໍ່ໄດ້ຄຳນຶງວ່າ ຈະເຮັດແນວໃດເພື່ອຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ, ຈະເຮັດແນວໃດເພື່ອບໍ່ໃຫ້ສ້າງຄວາມເສຍຫາຍຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ຈະເຮັດແນວໃດເພື່ອເຮັດໃຫ້ພຣະເຈົ້າພໍໃຈ ຫຼື ຈະເຮັດແນວໃດເພື່ອໃຫ້ເກີດປະໂຫຍດຕໍ່ອ້າຍເອື້ອຍນ້ອງທັງຫຼາຍ. ສິ່ງເຫຼົ່ານີ້ບໍ່ແມ່ນສິ່ງທີ່ພວກເຂົາຄຳນຶງເຖິງ. ຜູ້ຕໍ່ຕ້ານພຣະຄຣິສຄຳນຶງເຖິງສິ່ງໃດ? ຄຳນຶງເຖິງວ່າສະຖານະ ແລະ ຊື່ສຽງຂອງພວກເຂົາເອງຈະໄດ້ຮັບຜົນກະທົບ ຫຼື ບໍ່ ແລະ ກຽດສັກສີຂອງພວກເຂົາຈະຕົກຕ່ຳ ຫຼື ບໍ່. ຖ້າການເຮັດບາງສິ່ງຕາມຫຼັກການຄວາມຈິງເປັນປະໂຫຍດຕໍ່ວຽກງານຂອງຄຣິສຕະຈັກ ແລະ ຕໍ່ອ້າຍເອື້ອຍນ້ອງທັງຫຼາຍ, ແຕ່ຈະເຮັດໃຫ້ຊື່ສຽງຂອງພວກເຂົາເອງເສຍຫາຍ ແລະ ເຮັດໃຫ້ຄົນຈຳນວນຫຼາຍຮັບຮູ້ເຖິງສະຖານະທີ່ແທ້ຈິງຂອງພວກເຂົາ ແລະ ຮູ້ວ່າພວກເຂົາມີທຳມະຊາດ-ແກ່ນແທ້ແບບໃດ, ພວກເຂົາກໍຈະບໍ່ກະທຳຕາມຫຼັກການຄວາມຈິງຢ່າງແນ່ນອນ. ຖ້າການເຮັດວຽກງານຕົວຈິງບາງຢ່າງຈະເຮັດໃຫ້ຜູ້ຄົນຈຳນວນຫຼາຍຄິດວ່າພວກເຂົາສູງສົ່ງ, ຍົກຍ້ອງພວກເຂົາ ແລະ ຊື່ນຊົມພວກເຂົາ, ອະນຸຍາດໃຫ້ພວກເຂົາໄດ້ຮັບກຽດສັກສີທີ່ຍິ່ງໃຫຍ່ກວ່າເກົ່າ ຫຼື ເຮັດໃຫ້ຄຳເວົ້າຂອງພວກເຂົາມີສິດອຳນາດ ແລະ ເຮັດໃຫ້ຜູ້ຄົນຈຳນວນຫຼາຍຂຶ້ນອ່ອນນ້ອມຕໍ່ພວກເຂົາ, ພວກເຂົາກໍຈະເລືອກທີ່ຈະເຮັດແບບນັ້ນ; ຖ້າບໍ່ດັ່ງນັ້ນ, ພວກເຂົາກໍຈະບໍ່ມີທາງເລືອກທີ່ຈະເມີນເສີຍຕໍ່ຜົນປະໂຫຍດຂອງຕົນເອງເພື່ອເຫັນແກ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ຫຼື ຂອງອ້າຍເອື້ອຍນ້ອງເລີຍ. ນີ້ຄືທຳມະຊາດ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ມັນບໍ່ເຫັນແກ່ຕົວ ແລະ ໜ້າລັງກຽດບໍ? ໃນສະຖານະການໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສເຫັນວ່າສະຖານະ ແລະ ຊື່ສຽງຂອງພວກເຂົາສຳຄັນທີ່ສຸດ. ບໍ່ມີໃຜສາມາດແຂ່ງຂັນກັບພວກເຂົາໄດ້. ບໍ່ວ່າຈະຕ້ອງໃຊ້ວິທີການໃດກໍຕາມ, ຕາບໃດທີ່ມັນຊະນະໃຈຜູ້ຄົນ ແລະ ເຮັດໃຫ້ຄົນອື່ນບູຊາພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສກໍຈະເຮັດມັນ. ຖ້າຄົນອື່ນໄດ້ຮັບການຍົກຍ້ອງ ແລະ ຮອງຮັບໂດຍຜູ້ຄົນທີ່ພຣະເຈົ້າເລືອກ ຍ້ອນການເປັນພະຍານໃຫ້ແກ່ພຣະເຈົ້າ, ຜູ້ຕໍ່ຕ້ານພຣະຄຣິສກໍຈະໃຊ້ອຸບາຍນີ້ ເພື່ອຊະນະໃຈຜູ້ຄົນເຊັ່ນກັນ. ແຕ່ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ຄອບຄອງຄວາມຈິງ ຫຼື ມີປະສົບການທີ່ສຳພັນກັບຊີວິດຈິງ, ສະນັ້ນ ພວກເຂົາຈຶ່ງຄິດຢ່າງໜັກ ເພື່ອສ້າງຊຸດທິດສະດີທີ່ເປັນພະຍານໃຫ້ແກ່ພຣະເຈົ້າ ໂດຍອີງໃສ່ຈິນຕະນາການຂອງມະນຸດ, ໂດຍເວົ້າກ່ຽວກັບວ່າພຣະເຈົ້ານັ້ນຍິ່ງໃຫຍ່ສໍ່າໃດ, ພຣະເຈົ້າຮັກມະນຸດຫຼາຍສໍ່າໃດ, ພຣະເຈົ້າໄດ້ຈ່າຍລາຄາ ເພື່ອຊ່ວຍມະນຸດໃຫ້ລອດພົ້ນແນວໃດ ແລະ ພຣະເຈົ້າຖ່ອມຕົວ ແລະ ຫຼົບລີ້ຕົວພຣະອົງເອງຫຼາຍສໍ່າໃດ. ຫຼັງຈາກທີ່ພວກເຂົາເປັນພະຍານໃຫ້ແກ່ພຣະເຈົ້າໃນລັກສະນະນີ້, ຜົນໄດ້ຮັບທີ່ພວກເຂົາບັນລຸກໍຄື ຜູ້ຄົນຍົກຍ້ອງພວກເຂົາຫຼາຍຍິ່ງຂຶ້ນ ແລະ ມີຕຳແໜ່ງໃຫ້ພວກເຂົາຫຼາຍຂຶ້ນໃນຫົວໃຈຂອງຜູ້ຄົນ ແລະ ບໍ່ມີຕຳແໜ່ງໃຫ້ພຣະເຈົ້າ. ຖ້າພວກເຂົາເຫັນວ່າ ການເວົ້າເຖິງຄວາມຮູ້ກ່ຽວກັບຕົນເອງສາມາດເຮັດໃຫ້ຜູ້ຄົນຈຳນວນຫຼາຍໄວ້ວາງໃຈ, ເຄົາລົບນັບຖື ແລະ ຍົກຍ້ອງພວກເຂົາ, ພວກເຂົາກໍຈະເວົ້າກ່ຽວກັບການຮູ້ຈັກຕົນເອງ ແລະ ຈະໄຈ້ແຍກຕົນເອງຢູ່ເລື້ອຍໆ. ພວກເຂົາຈະໄຈ້ແຍກຄວາມເປັນຈິງທີ່ວ່າພວກເຂົາເປັນມານຮ້າຍ, ຄວາມເປັນຈິງທີ່ວ່າພວກເຂົາບໍ່ແມ່ນມະນຸດ, ຄວາມເປັນຈິງທີ່ວ່າພວກເຂົາບໍ່ມີເຫດຜົນ, ຄວາມເປັນຈິງທີ່ວ່າພວກເຂົາບໍ່ໄລ່ຕາມຄວາມຈິງ ແລະ ຄວາມເປັນຈິງທີ່ວ່າພວກເຂົາບໍ່ໄດ້ຄອບຄອງຄວາມຈິງ. ພວກເຂົາຈະໂອ້ລົມກ່ຽວກັບຫົວຂໍ້ທີ່ຟັງເບິ່ງມີເຫດຜົນ ແຕ່ແທ້ຈິງແລ້ວຜິດ, ຫົວຂໍ້ບໍ່ສຳຄັນສອງສາມຫົວຂໍ້ ເພື່ອເຮັດໃຫ້ຄົນອື່ນຫຼົງຜິດ, ເພື່ອໃຫ້ໄດ້ຮັບຄວາມໄວ້ວາງໃຈຂອງພວກເຂົາ ແລະ ເຮັດໃຫ້ຜູ້ຄົນຈຳນວນຫຼາຍຂຶ້ນສັນລະເສີນ ແລະ ຍົກຍ້ອງພວກເຂົາ. ນີ້ຄືວິທີທີ່ຜູ້ຕໍ່ຕ້ານພຣະຄຣິສໄດ້ກະທຳ. ຖ້າວິທີການແບ່ງປັນຄຳພະຍານຈາກປະສົບການຕົວຈິງບາງຢ່າງ ຈະຊ່ວຍໃຫ້ພວກເຂົາໄດ້ຮັບການຮອງຮັບ ແລະ ການຊື່ນຊົມຈາກຄົນອື່ນ, ພວກເຂົາກໍຈະບໍ່ລັງເລທີ່ຈະໃຊ້ວິທີການດັ່ງກ່າວ. ພວກເຂົາຈະຈົດຈໍ່, ໃຊ້ຄວາມພະຍາຍາມ ແລະ ຄິດຢ່າງໜັກກັບວິທີການນີ້ຢ່າງແທ້ຈິງ. ສະຫຼຸບແລ້ວ, ເປົ້າໝາຍ ແລະ ແຮງຈູງໃຈຂອງພວກເຂົາໃນການເຮັດສິ່ງທັງໝົດນີ້ ແມ່ນບໍ່ໄດ້ມີຫຍັງນອກເໜືອໄປຈາກສະຖານະ ແລະ ຊື່ສຽງ. ບໍ່ວ່າມັນຈະເປັນພາສາພາຍນອກ, ວິທີການ, ພຶດຕິກຳ ຫຼື ປະເພດຂອງຄວາມຄິດ, ມຸມມອງ ຫຼື ວິທີການໄລ່ຕາມຂອງພວກເຂົາກໍຕາມ, ສິ່ງເຫຼົ່ານີ້ລ້ວນແຕ່ມີຈຸດສົນໃຈຄືຊື່ສຽງ ແລະ ສະຖານະ. ນີ້ຄືວິທີທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດວຽກ.

ສຳລັບຜູ້ຕໍ່ຕ້ານພຣະຄຣິສ, ຖ້າຊື່ສຽງ ຫຼື ສະຖານະຂອງພວກເຂົາຖືກໂຈມຕີ ແລະ ຖືກຍຶດໄປ, ມັນເປັນເລື່ອງທີ່ຮ້າຍແຮງກວ່າການພະຍາຍາມເອົາຊີວິດຂອງພວກເຂົາ. ບໍ່ວ່າພວກເຂົາຈະຟັງການເທດສະໜາຫຼາຍສໍ່າໃດ ຫຼື ອ່ານພຣະທຳຂອງພຣະເຈົ້າຫຼາຍສໍ່າໃດ, ພວກເຂົາກໍຈະບໍ່ຮູ້ສຶກເຖິງຄວາມເສົ້າ ຫຼື ເສຍໃຈທີ່ບໍ່ເຄີຍປະຕິບັດຕາມຄວາມຈິງ ແລະ ໄດ້ຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ ຫຼື ຕໍ່ການທີ່ພວກເຂົາຄອບຄອງທຳມະຊາດ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ແຕ່ພວກເຂົາກັບຄິດຢ່າງໜັກຢູ່ສະເໝີ ເພື່ອຫາວິທີທີ່ຈະໄດ້ຮັບສະຖານະ ແລະ ເພີ່ມຊື່ສຽງຂອງພວກເຂົາ. ມັນສາມາດເວົ້າໄດ້ວ່າ ທຸກສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດແມ່ນເຮັດ ເພື່ອອວດອ້າງຕໍ່ໜ້າຄົນອື່ນ ແລະ ບໍ່ໄດ້ເຮັດຕໍ່ໜ້າພຣະເຈົ້າ. ເປັນຫຍັງເຮົາຈຶ່ງເວົ້າແນວນີ້? ມັນເປັນຍ້ອນວ່າ ຄົນເຊັ່ນນີ້ຮັກໃນສະຖານະຫຼາຍຈົນພວກເຂົາປະຕິບັດຕໍ່ມັນເປັນຄືກັບຊີວິດຂອງພວກເຂົາ, ເປັນເປົ້າໝາຍຕະຫຼອດຊີວິດຂອງພວກເຂົາ. ຍິ່ງໄປກວ່ານັ້ນ, ຍ້ອນວ່າພວກເຂົາຮັກໃນສະຖານະຫຼາຍ, ພວກເຂົາຈຶ່ງບໍ່ເຄີຍເຊື່ອໃນການມີຢູ່ຂອງຄວາມຈິງ ແລະ ອາດເວົ້າໄດ້ວ່າ ພວກເຂົາບໍ່ມີຄວາມເຊື່ອໃນການມີຢູ່ຂອງພຣະເຈົ້າເລີຍ. ດັ່ງນັ້ນ, ບໍ່ວ່າພວກເຂົາຈະຄິດໄລ່ແນວໃດ ເພື່ອໃຫ້ໄດ້ມາເຊິ່ງຊື່ສຽງ ແລະ ສະຖານະ ແລະ ບໍ່ວ່າພວກເຂົາຈະພະຍາຍາມໃຊ້ຮູບການຈອມປອມແນວໃດ ເພື່ອຫຼອກລວງຜູ້ຄົນ ແລະ ພຣະເຈົ້າ, ແຕ່ໃນສ່ວນເລິກຂອງຫົວໃຈຂອງພວກເຂົາ, ພວກເຂົາບໍ່ມີຄວາມສຳນຶກ ຫຼື ການຕຳນິຕິຕຽນຕົນເອງ, ບໍ່ຕ້ອງເວົ້າເຖິງຄວາມກັງວົນໃຈໃດໜຶ່ງ. ໃນການໄລ່ຕາມຊື່ສຽງ ແລະ ສະຖານະຢ່າງຕໍ່ເນື່ອງຂອງພວກເຂົາ, ພວກເຂົາຍັງປະຕິເສດສິ່ງທີ່ພຣະເຈົ້າໄດ້ກະທຳຢ່າງບໍ່ຢ້ານກົວ. ເປັນຫຍັງເຮົາຈຶ່ງເວົ້າແນວນັ້ນ? ໃນສ່ວນເລິກຂອງຫົວໃຈຂອງຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາເຊື່ອວ່າ “ຊື່ສຽງ ແລະ ສະຖານະທັງໝົດລ້ວນແຕ່ໄດ້ມາຜ່ານຄວາມພະຍາຍາມຂອງຕົນເອງ. ມີພຽງແຕ່ການມີຈຸດຢືນທີ່ໝັ້ນຄົງໃນບັນດາຜູ້ຄົນ ແລະ ການໄດ້ຮັບຊື່ສຽງ ແລະ ສະຖານະເທົ່ານັ້ນ ພວກເຂົາຈຶ່ງຈະສາມາດມີຄວາມສຸກກັບພຣະພອນຂອງພຣະເຈົ້າໄດ້. ຊີວິດຈະມີຄຸນຄ່າກໍຕໍ່ເມື່ອຜູ້ຄົນໄດ້ຮັບອຳນາດ ແລະ ສະຖານະທີ່ເດັດຂາດ. ມີພຽງແຕ່ວິທີນີ້ເທົ່ານັ້ນຈຶ່ງເປັນການດຳລົງຊີວິດຄືກັບມະນຸດ. ໃນທາງກົງກັນຂ້າມ, ມັນຈະໄຮ້ປະໂຫຍດທີ່ຈະດຳລົງຊີວິດໃນລັກສະນະທີ່ໄດ້ກ່າວໄວ້ໃນພຣະທຳຂອງພຣະເຈົ້າ ນັ້ນກໍຄື ການອ່ອນນ້ອມຕໍ່ອຳນາດສູງສຸດ ແລະ ການຈັດແຈງໃນທຸກສິ່ງຂອງພຣະເຈົ້າ, ການເຕັມໃຈຢືນຢູ່ໃນຕຳແໜ່ງຂອງສິ່ງທີ່ຖືກສ້າງ ແລະ ການດຳລົງຊີວິດຄືກັບຄົນປົກກະຕິ, ຈະບໍ່ມີໃຜຍົກຍ້ອງຄົນແບບນັ້ນ. ສະຖານະ, ຊື່ສຽງ ແລະ ຄວາມສຸກຂອງຄົນເຮົາຕ້ອງໄດ້ມາຜ່ານການຕໍ່ສູ້ດິ້ນຮົນຂອງຕົນເອງ; ພວກມັນຕ້ອງໄດ້ຮັບການຕໍ່ສູ້ ແລະ ຍາດແຍ່ງມາດ້ວຍທັດສະນະຄະຕິທີ່ເປັນບວກ ແລະ ຫ້າວຫັນ. ບໍ່ມີໃຜອື່ນທີ່ຈະມອບສິ່ງເຫຼົ່ານີ້ໃຫ້ແກ່ເຈົ້າ, ການລໍຖ້າຢູ່ຊື່ໆ ມີແຕ່ຈະນຳໄປສູ່ຄວາມລົ້ມເຫຼວເທົ່ານັ້ນ.” ນີ້ຄືວິທີທີ່ຜູ້ຕໍ່ຕ້ານພຣະຄຣິສຄິດໄລ່. ນີ້ຄືອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ. ຖ້າເຈົ້າຫວັງວ່າຜູ້ຕໍ່ຕ້ານພຣະຄຣິສຈະຍອມຮັບຄວາມຈິງ, ຍອມຮັບຄວາມຜິດພາດ ແລະ ມີການກັບໃຈທີ່ແທ້ຈິງ, ມັນເປັນໄປບໍ່ໄດ້, ພວກເຂົາບໍ່ສາມາດເຮັດໄດ້ໂດຍເດັດຂາດ. ຜູ້ຕໍ່ຕ້ານພຣະຄຣິສມີທຳມະຊາດ-ແກ່ນແທ້ຂອງຊາຕານ ແລະ ພວກເຂົາກຽດຊັງຄວາມຈິງ, ສະນັ້ນ ບໍ່ວ່າພວກເຂົາຈະໄປໃສ, ເຖິງແມ່ນວ່າພວກເຂົາຈະໄປຈົນສຸດຂອບໂລກ, ຄວາມທະເຍີທະຍານຂອງພວກເຂົາໃນການໄລ່ຕາມຊື່ສຽງ ແລະ ສະຖານະກໍຈະບໍ່ມີວັນປ່ຽນແປງ ແລະ ມຸມມອງຂອງພວກເຂົາທີ່ມີຕໍ່ສິ່ງຕ່າງໆ ຫຼື ເສັ້ນທາງທີ່ພວກເຂົາຍ່າງກໍຈະບໍ່ປ່ຽນແປງເຊັ່ນດຽວກັນ. ບາງຄົນຈະເວົ້າວ່າ: “ມີຜູ້ຕໍ່ຕ້ານພຣະຄຣິສຈຳນວນໜ້ອຍໜຶ່ງທີ່ສາມາດປ່ຽນແປງມຸມມອງຂອງພວກເຂົາກ່ຽວກັບເລື່ອງນີ້”. ຄຳເວົ້ານີ້ຖືກຕ້ອງແລ້ວບໍ? ຖ້າພວກເຂົາສາມາດປ່ຽນແປງໄດ້ຢ່າງແທ້ຈິງ, ພວກເຂົາຍັງເປັນຜູ້ຕໍ່ຕ້ານພຣະຄຣິສຢູ່ບໍ? ຜູ້ທີ່ມີທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສຈະບໍ່ມີວັນປ່ຽນແປງ. ຜູ້ທີ່ມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສຈະປ່ຽນແປງໄດ້ກໍຕໍ່ເມື່ອພວກເຂົາໄລ່ຕາມຄວາມຈິງເທົ່ານັ້ນ. ບາງຄົນທີ່ຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສເຮັດຄວາມຊົ່ວບາງຢ່າງທີ່ລົບກວນວຽກງານຂອງຄຣິສຕະຈັກ ແລະ ເຖິງແມ່ນວ່າພວກເຂົາຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສ, ຫຼັງຈາກທີ່ພວກເຂົາຖືກໄລ່ອອກ, ພວກເຂົາກໍຮູ້ສຶກສຳນຶກຜິດຢ່າງແທ້ຈິງ ແລະ ພວກເຂົາຕັດສິນໃຈທີ່ຈະກັບຕົວເປັນຄົນໃໝ່ ແລະ ຫຼັງຈາກໄລຍະເວລາຂອງການໄຕ່ຕອງ, ການຮູ້ຈັກຕົນເອງ ແລະ ການກັບໃຈ, ພວກເຂົາກໍໄດ້ຜ່ານການປ່ຽນແປງທີ່ແທ້ຈິງບາງຢ່າງ. ໃນກໍລະນີນີ້, ຄົນເຫຼົ່ານີ້ບໍ່ສາມາດຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາພຽງແຕ່ມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ. ຖ້າພວກເຂົາໄລ່ຕາມຄວາມຈິງ, ພວກເຂົາກໍສາມາດປ່ຽນແປງໄດ້. ເຖິງຢ່າງໃດກໍຕາມ, ມັນສາມາດເວົ້າໄດ້ຢ່າງແນ່ນອນວ່າ ສ່ວນໃຫຍ່ຂອງຜູ້ທີ່ຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສ, ຖືກກຳຈັດອອກ ຫຼື ຖືກຂັບໄລ່ໂດຍຄຣິສຕະຈັກ ຈະບໍ່ກັບໃຈ ຫຼື ປ່ຽນແປງຢ່າງແທ້ຈິງ. ຖ້າມີຄົນໃດກໍຕາມໃນພວກເຂົາເຮັດ, ພວກເຂົາກໍຈະເປັນກໍລະນີທີ່ຫາໄດ້ຍາກ. ບາງຄົນຈະຖາມວ່າ: “ແລ້ວກໍລະນີທີ່ຫາໄດ້ຍາກເຫຼົ່ານັ້ນຖືກກຳນົດລັກສະນະຜິດບໍ?” ນີ້ເປັນໄປບໍ່ໄດ້. ພວກເຂົາໄດ້ກະທຳຄວາມຊົ່ວຮ້າຍບາງຢ່າງແທ້ ແລະ ສິ່ງນີ້ບໍ່ສາມາດຖືກລຶບລ້າງໄດ້. ເຖິງຢ່າງໃດກໍຕາມ, ຖ້າພວກເຂົາສາມາດກັບໃຈໄດ້ຢ່າງແທ້ຈິງ, ຖ້າພວກເຂົາເຕັມໃຈທີ່ຈະປະຕິບັດໜ້າທີ່ ແລະ ຖ້າພວກເຂົາຄອບຄອງຄຳພະຍານທີ່ແທ້ຈິງຂອງການກັບໃຈຂອງພວກເຂົາ, ຄຣິສຕະຈັກກໍຍັງສາມາດຮັບເອົາພວກເຂົາເຂົ້າມາໄດ້. ຖ້າຄົນເຫຼົ່ານີ້ປະຕິເສດຢ່າງເດັດຂາດທີ່ຈະຍອມຮັບຄວາມຜິດ ຫຼື ກັບໃຈ ຫຼັງຈາກທີ່ຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສ ແລະ ພວກເຂົາພະຍາຍາມແກ້ຕົວໃຫ້ຕົນເອງຕໍ່ໄປ ໂດຍໃຊ້ທຸກວິທີທາງທີ່ເປັນໄປໄດ້, ແລ້ວມັນກໍຖືກຕ້ອງ ແລະ ແໝ້ນຢຳຢ່າງສົມບູນທີ່ຈະກຳນົດລັກສະນະພວກເຂົາວ່າເປັນຜູ້ຕໍ່ຕ້ານພຣະຄຣິສ. ຖ້າພວກເຂົາໄດ້ຍອມຮັບຄວາມຜິດພາດຂອງພວກເຂົາ ແລະ ຮູ້ສຶກສຳນຶກຜິດຢ່າງແທ້ຈິງໃນຕອນນັ້ນ, ຄຣິສຕະຈັກຈະກຳນົດລັກສະນະພວກເຂົາວ່າເປັນຜູ້ຕໍ່ຕ້ານພຣະຄຣິສໄດ້ແນວໃດ? ນັ້ນຈະເປັນໄປບໍ່ໄດ້. ບໍ່ວ່າພວກເຂົາຈະເປັນໃຜ, ບໍ່ວ່າພວກເຂົາໄດ້ກະທຳຄວາມຊົ່ວຮ້າຍຫຼາຍສໍ່າໃດ ຫຼື ຄວາມຜິດພາດຂອງພວກເຂົາຈະຮ້າຍແຮງສໍ່າໃດ, ການທີ່ຄົນໃດໜຶ່ງຈະຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສ ຫຼື ມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສນັ້ນ ຂຶ້ນຢູ່ກັບວ່າພວກເຂົາສາມາດຍອມຮັບຄວາມຈິງ ແລະ ການໄດ້ຮັບລິຮານໄດ້ ຫຼື ບໍ່ ແລະ ພວກເຂົາມີຄວາມສຳນຶກຜິດຢ່າງແທ້ຈິງ ຫຼື ບໍ່. ຖ້າພວກເຂົາສາມາດຍອມຮັບຄວາມຈິງ ແລະ ຍອມຮັບການຖືກລິຮານໄດ້, ຖ້າພວກເຂົາມີຄວາມສຳນຶກຜິດຢ່າງແທ້ຈິງ ແລະ ຖ້າພວກເຂົາເຕັມໃຈທີ່ຈະໃຊ້ເວລາທັງຊີວິດຂອງພວກເຂົາ ເພື່ອອອກເຫື່ອແຮງເພື່ອພຣະເຈົ້າ, ແລ້ວສິ່ງນີ້ກໍສະແດງໃຫ້ເຫັນເຖິງການກັບໃຈເລັກນ້ອຍຢ່າງແທ້ຈິງ. ຄົນແບບນີ້ບໍ່ສາມາດຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສ. ຜູ້ຕໍ່ຕ້ານພຣະຄຣິສທີ່ແທ້ຈິງເຫຼົ່ານັ້ນສາມາດຍອມຮັບຄວາມຈິງໄດ້ຢ່າງແທ້ຈິງບໍ? ບໍ່ໄດ້ຢ່າງເດັດຂາດ. ມັນເປັນຍ້ອນພວກເຂົາບໍ່ຮັກໃນຄວາມຈິງ ແລະ ເບື່ອໜ່າຍຄວາມຈິງຢ່າງແນ່ນອນ ພວກເຂົາຈຶ່ງຈະບໍ່ມີວັນສາມາດປ່ອຍວາງຊື່ສຽງ ແລະ ສະຖານະ ເຊິ່ງພົວພັນຢ່າງໃກ້ຊິດກັບຊີວິດທັງໝົດຂອງພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິສເຊື່ອຢ່າງໜັກແໜ້ນໃນຫົວໃຈຂອງພວກເຂົາວ່າ ມີພຽງແຕ່ການມີຊື່ສຽງ ແລະ ສະຖານະເທົ່ານັ້ນ ພວກເຂົາຈຶ່ງຈະມີກຽດສັກສີ ແລະ ເປັນສິ່ງທີ່ຖືກສ້າງທີ່ແທ້ຈິງ ແລະ ມີພຽງແຕ່ການມີສະຖານະເທົ່ານັ້ນ ພວກເຂົາຈຶ່ງຈະໄດ້ຮັບລາງວັນ ແລະ ສວມມົງກຸດ, ໂດຍຜ່ານຄຸນສົມບັດສຳລັບການຮັບຮອງຂອງພຣະເຈົ້າ, ໄດ້ຮັບທຸກສິ່ງ ແລະ ເປັນຄົນທີ່ແທ້ຈິງ. ຜູ້ຕໍ່ຕ້ານພຣະຄຣິສເຫັນວ່າສະຖານະແມ່ນຫຍັງ? ພວກເຂົາເຫັນວ່າມັນເປັນຄວາມຈິງ. ພວກເຂົາຖືວ່າມັນເປັນເປົ້າໝາຍສູງສຸດທີ່ຈະຕ້ອງຖືກໄລ່ຕາມໂດຍຜູ້ຄົນ. ນັ້ນບໍ່ແມ່ນບັນຫາບໍ? ຄົນທີ່ສາມາດຫຼົງໄຫຼກັບສະຖານະໃນລັກສະນະນີ້ ແມ່ນຜູ້ຕໍ່ຕ້ານພຣະຄຣິສທີ່ແທ້ຈິງ. ພວກເຂົາເປັນຄົນປະເພດດຽວກັນກັບໂປໂລ. ພວກເຂົາເຊື່ອວ່າການໄລ່ຕາມຄວາມຈິງ, ການສະແຫວງຫາການອ່ອນນ້ອມຕໍ່ພຣະເຈົ້າ ແລະ ການສະແຫວງຫາການເປັນຄົນຊື່ສັດ ລ້ວນແລ້ວແຕ່ເປັນຂະບວນການທີ່ນຳພາຄົນເຮົາໄປສູ່ສະຖານະທີ່ສູງທີ່ສຸດເທົ່າທີ່ຈະເປັນໄປໄດ້. ພວກມັນເປັນພຽງຂະບວນການ, ບໍ່ແມ່ນເປົ້າໝາຍ ແລະ ມາດຕະຖານຂອງການປະພຶດຕົນ ແລະ ສິ່ງເຫຼົ່ານັ້ນຖືກກະທຳ ເພື່ອໃຫ້ພຣະເຈົ້າເບິ່ງເຫັນເທົ່ານັ້ນ. ຄວາມເຂົ້າໃຈນີ້ຊ່າງໄຮ້ສາລະ ແລະ ເປັນຕາຫົວ! ມີພຽງແຕ່ພວກທີ່ໄຮ້ສາລະ ເຊິ່ງກຽດຊັງຄວາມຈິງເທົ່ານັ້ນ ທີ່ສາມາດສ້າງແນວຄວາມຄິດທີ່ເປັນຕາຫົວແບບນີ້ອອກມາໄດ້.

ເມື່ອເວົ້າເຖິງຜູ້ຕໍ່ຕ້ານພຣະຄຣິສ, ບໍ່ວ່າເຈົ້າຈະໂອ້ລົມກ່ຽວກັບຄວາມຈິງດ້ານໃດກໍຕາມ, ວິທີການຢັ່ງຮູ້ ແລະ ຄວາມເຂົ້າໃຈຂອງພວກເຂົາຈະແຕກຕ່າງຈາກຄົນທີ່ໄລ່ຕາມຄວາມຈິງ. ຫຼັງຈາກໄດ້ຍິນຄວາມຈິງ, ຄົນທີ່ໄລ່ຕາມຄວາມຈິງກໍຄິດວ່າ: “ຂ້ອຍບໍ່ໄດ້ຄອບຄອງຄວາມຈິງດ້ານນີ້ ແລະ ຂ້ອຍສາມາດເຊື່ອມໂຍງສະພາວະນີ້ທີ່ພຣະເຈົ້າເປີດເຜີຍກັບຕົວຂ້ອຍເອງ. ເປັນຫຍັງຫຼັງຈາກທີ່ໄດ້ຟັງແລ້ວ ຂ້ອຍຈຶ່ງເຕັມໄປດ້ວຍຄວາມຮູ້ສຶກສຳນຶກຜິດ ແລະ ເປັນໜີ້ບຸນຄຸນພຣະເຈົ້າຫຼາຍແທ້? ຂ້ອຍຍັງຫ່າງໄກຈາກການໄລ່ຕາມຄວາມຈິງ ແລະ ຍັງບໍ່ໃກ້ຄຽງກັບການອ່ອນນ້ອມຢ່າງແທ້ຈິງເລີຍ. ຂ້ອຍຮູ້ສຶກຢ້ານກົວຫຼາຍ. ສິ່ງນີ້ເປັນສິ່ງທີ່ເຕືອນໃຫ້ຂ້ອຍຕື່ນຕົວ. ຂ້ອຍຄິດວ່າຂ້ອຍເຮັດໄດ້ດີພໍສົມຄວນໃນຊ່ວງນີ້ ແລະ ຂ້ອຍບໍ່ຮູ້ເລີຍວ່າ ຄວາມຈິງແລ້ວຂ້ອຍບໍ່ແມ່ນຄົນທີ່ປະຕິບັດຕາມຄວາມຈິງ ຫຼື ຄົນທີ່ເຮັດໃຫ້ພຣະເຈົ້າພໍໃຈ. ນັບແຕ່ນີ້ໄປ, ຂ້ອຍຕ້ອງລະມັດລະວັງ ແລະ ຮອບຄອບ ແລະ ຈົດຈໍ່ກັບການອະທິຖານຕໍ່ໜ້າພຣະເຈົ້າ ແລະ ອ້ອນວອນຂໍການນໍາພາ ແລະ ການໃຫ້ແສງເຍືອງທາງຈາກພຣະອົງ. ຂ້ອຍຕ້ອງບໍ່ໄປຕາມທາງຂອງຂ້ອຍເອງ. ຂ້ອຍຈະເຂົ້າສູ່ຄວາມຈິງດ້ານນີ້ຢ່າງເລິກເຊິ່ງ ແລະ ຂ້ອຍຍັງມີບ່ອນໃຫ້ພັດທະນາ. ຂ້ອຍຫວັງວ່າພຣະເຈົ້າຈະຈັດຕັ້ງສະພາບແວດລ້ອມທີ່ສາມາດອະນຸຍາດໃຫ້ຂ້ອຍໄດ້ປະຕິບັດໃຫ້ດີຂຶ້ນ ແລະ ຖວາຍຄວາມຈິງໃຈ ແລະ ຄວາມຈົງຮັກພັກດີຂອງຂ້ອຍ.” ນີ້ຄືວິທີທີ່ຄົນທີ່ໄລ່ຕາມຄວາມຈິງຄິດ. ແລ້ວຜູ້ຕໍ່ຕ້ານພຣະຄຣິສຢັ່ງຮູ້ຄວາມຈິງປະເພດຕ່າງໆ ແນວໃດ? ຫຼັງຈາກໄດ້ຍິນພຣະທຳຂອງພຣະເຈົ້າທີ່ຕຳນິຕິຕຽນມະນຸດ, ພວກເຂົາຄິດແນວໃດ? “ຂ້ອຍເຮັດວຽກນັ້ນບໍ່ໄດ້ດີປານໃດ, ຂ້ອຍປ່ອຍໃຫ້ມີບາງຢ່າງຜິດພາດໃນການກະທຳຂອງຂ້ອຍ ແລະ ຄວາມຜິດພາດກໍປາກົດຂຶ້ນ. ມີຈັກຄົນທີ່ຮູ້ກ່ຽວກັບເລື່ອງນີ້? ພຣະທຳຂອງພຣະເຈົ້າຖືກກ່າວອອກມາຢ່າງຊັດເຈນພໍສົມຄວນ; ນັ້ນໝາຍຄວາມວ່າພຣະອົງເບິ່ງທະລຸຂ້ອຍແລ້ວບໍ? ເຊັ່ນນັ້ນແລ້ວ, ນີ້ບໍ່ແມ່ນຜົນໄດ້ຮັບທີ່ດີເລີຍ; ນີ້ບໍ່ແມ່ນສິ່ງທີ່ຂ້ອຍຕ້ອງການ. ຖ້າພຣະເຈົ້າເບິ່ງທະລຸຂ້ອຍແລ້ວ, ມີຄົນອື່ນຮູ້ກ່ຽວກັບເລື່ອງນີ້ອີກບໍ? ຖ້າມີຄົນຮູ້, ນັ້ນຈະຍິ່ງຮ້າຍແຮງກວ່າເກົ່າ. ຖ້າມີພຽງແຕ່ພຣະເຈົ້າຮູ້ ແລະ ບໍ່ມີຄົນອື່ນຮູ້, ນັ້ນກໍບໍ່ເປັນຫຍັງ. ຖ້າບາງຄົນໄດ້ຍິນພຣະທຳເຫຼົ່ານີ້ຂອງພຣະເຈົ້າທີ່ເປີດໂປງມະນຸດ ແລະ ພວກເຂົາກໍເຊື່ອມໂຍງມັນກັບຂ້ອຍ ແລະ ນຳມາໃຊ້ກັບຂ້ອຍ, ນັ້ນຈະສົ່ງຜົນເສຍຕໍ່ຊື່ສຽງຂອງຂ້ອຍ. ຂ້ອຍຕ້ອງຄິດຫາວິທີແກ້ໄຂເລື່ອງນີ້. ຂ້ອຍຈະແກ້ໄຂເລື່ອງນີ້ໄດ້ແນວໃດ?” ຜູ້ຕໍ່ຕ້ານພຣະຄຣິສໄດ້ໄຕ່ຕອງໃນລັກສະນະນີ້. ຕົວຢ່າງ: ຫຼັງຈາກການຟັງພຣະເຈົ້າໂອ້ລົມກ່ຽວກັບວິທີທີ່ຜູ້ຄົນຕ້ອງເປັນຄົນຊື່ສັດ, ຜູ້ຕໍ່ຕ້ານພຣະຄຣິສຈະຄິດໃນທັນທີວ່າ “ມີພຽງແຕ່ຄົນປັນຍາອ່ອນເທົ່ານັ້ນທີ່ພະຍາຍາມເປັນຄົນຊື່ສັດ. ຄົນທີ່ສະຫຼາດຄືຂ້ອຍຈະເປັນຄົນຊື່ສັດໄດ້ແນວໃດ? ຄົນຊື່ສັດຄືຄົນໂງ່ ແລະ ຄົນບໍ່ສະຫຼາດ; ພວກເຂົາເວົ້າທຸກຢ່າງທີ່ຢູ່ໃນຄວາມຄິດຂອງພວກເຂົາ, ພວກເຂົາບອກຄົນອື່ນທຸກຢ່າງ ແລະ ຍອມໃຫ້ພວກເຂົາເຂົ້າໃຈທຸກຢ່າງ. ຂ້ອຍຈະບໍ່ມີວັນເຮັດແບບນັ້ນ! ການທີ່ພຣະເຈົ້າກ່າວວ່າພວກເຮົາຄວນເປັນຄົນຊື່ສັດນັ້ນຂຶ້ນກັບສະຖານະການ, ສະນັ້ນ ຂ້ອຍຈະເປັນພຽງຄົນມີສະຕິປັນຍາ ແລະ ນັ້ນກໍພຽງພໍແລ້ວ. ສຳລັບການເປັນຄົນຊື່ສັດ, ຂ້ອຍຈະເລືອກວ່າເວລາໃດຄວນເປັນແບບນັ້ນ. ຂ້ອຍຈະເປີດເຜີຍພຽງບາງເລື່ອງ, ແຕ່ຂ້ອຍຈະບໍ່ເວົ້າກ່ຽວກັບຄວາມລັບ ແລະ ສິ່ງທີ່ເຊື່ອງໄວ້ທັງໝົດເຫຼົ່ານັ້ນ ທີ່ຂ້ອຍເກັບໄວ້ໃນສ່ວນເລິກຂອງຫົວໃຈຂອງຂ້ອຍ, ສິ່ງທີ່ອາດຈະເຮັດໃຫ້ຜູ້ຄົນດູຖູກຂ້ອຍ ຖ້າຂ້ອຍເວົ້າກ່ຽວກັສິ່ງເຫຼົ່ານັ້ນ. ມີຂໍ້ດີຫຍັງແດ່ໃນການເປັນຄົນຊື່ສັດ? ຂ້ອຍບໍ່ຄິດວ່າມີຂໍ້ດີອັນໃດໃນເລື່ອງນັ້ນ. ບາງຄົນມັກຈະໄຈ້ແຍກຕົນເອງຢູ່ສະເໝີ, ພະຍາຍາມເປັນຄົນຊື່ສັດ ແລະ ເວົ້າຢ່າງຊື່ສັດ ແລະ ນຳເອົາອຸປະນິໄສທີ່ເສື່ອມຊາມຂອງພວກເຂົາອອກມາສູ່ແສງສະຫວ່າງ, ແຕ່ພວກເຂົາບໍ່ໄດ້ຮັບພຣະຄຸນຂອງພຣະເຈົ້າ ແລະ ເມື່ອພວກເຂົາຄວນໄດ້ຮັບການລິຮານ, ພວກເຂົາກໍຍັງຖືກລິຮານ; ພຣະເຈົ້າບໍ່ໄດ້ໃຫ້ການຍົກຍ້ອງເພີ່ມເຕີມອັນໃດແກ່ພວກເຂົາ.” ພວກເຂົາກໍໄຕ່ຕອງຕໍ່ໄປວ່າ “ຂ້ອຍຕ້ອງເລືອກວິທີອື່ນ. ນີ້ບໍ່ແມ່ນເສັ້ນທາງທີ່ຂ້ອຍຄວນຍ່າງໄປ; ຂ້ອຍຈະປ່ອຍໃຫ້ຄົນອື່ນເຮັດ. ຄົນສະຫຼາດຄືຂ້ອຍຈະດຳລົງຊີວິດແບບນັ້ນໄດ້ແນວໃດ?” ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະໄດ້ຍິນຄວາມຈິງດ້ານໃດກໍຕາມ, ພວກເຂົາຄິດໄລ່ຫຍັງແດ່ຢູ່ໃນຫົວໃຈ? ພວກເຂົາສາມາດຢັ່ງຮູ້ຄວາມຈິງນັ້ນຢ່າງບໍລິສຸດໄດ້ບໍ? ພວກເຂົາສາມາດຍອມຮັບມັນເປັນຄວາມຈິງໃນສ່ວນເລິກຂອງຫົວໃຈຂອງພວກເຂົາໄດ້ບໍ? ບໍ່ໄດ້ຢ່າງເດັດຂາດ. ພວກເຂົາຄິດໄລ່ ແລະ ວາງແຜນຢູ່ຕະຫຼອດ ແລະ ສັງເກດການຢູ່ຢ່າງຕໍ່ເນື່ອງ. ໃນທີ່ສຸດພວກເຂົາໄດ້ຕອບສະໜອງແນວໃດ? ພວກເຂົາໄດ້ປ່ຽນແປງຕາມສະຖານະການ, ພວກເຂົາປັບຕົວໃຫ້ເຂົ້າກັບເງື່ອນໄຂ, ພວກເຂົາມີຄວາມລື່ນໄຫຼ ແລະ ມີເລ່ຫຼ່ຽມໃນການພົວພັນກັບຄົນອື່ນ ແລະ ພວກເຂົາກະທຳການຢ່າງລັບໆ. ບໍ່ວ່າພວກເຂົາຈະເຮັດຫຍັງ, ບໍ່ວ່າພວກເຂົາກຳລັງຄິດ ຫຼື ຄິດໄລ່ຫຍັງຢູ່ໃນໃຈເລິກໆ, ພວກເຂົາບໍ່ສາມາດປ່ອຍໃຫ້ຄົນອື່ນຮູ້ ແລະ ບໍ່ສາມາດໃຫ້ພຣະເຈົ້າຮູ້ໄດ້ເຊັ່ນດຽວກັນ. ພວກເຂົາບໍ່ສາມາດເປີດເຜີຍສິ່ງເຫຼົ່ານີ້ຕໍ່ພຣະເຈົ້າ, ບໍ່ຕ້ອງເວົ້າເຖິງການສື່ສານກ່ຽວກັບເລື່ອງເຫຼົ່ານີ້ຢ່າງຊັດເຈນກັບຜູ້ຄົນ, ພວກເຂົາເຊື່ອວ່າ ສິ່ງເຫຼົ່ານີ້ເປັນເລື່ອງສ່ວນຕົວຂອງພວກເຂົາເອງ. ດັ່ງນັ້ນ, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງເປັນຄົນປະເພດທີ່ບໍ່ສາມາດປະຕິບັດຕາມຄວາມຈິງໄດ້ຢ່າງເດັດຂາດ. ນອກເໜືອຈາກການບໍ່ປະຕິບັດຕາມຄວາມຈິງດ້ວຍຕົນເອງແລ້ວ, ພວກເຂົາຍັງດູຖູກຄົນທີ່ປະຕິບັດຕາມຄວາມຈິງ ແລະ ຍິ່ງໄປກວ່ານັ້ນ, ພວກເຂົາກໍເຍາະເຍີ້ຍຄົນເຫຼົ່ານັ້ນທີ່ຖືກລິຮານ ເພາະວ່າພວກເຂົາໄດ້ເຮັດບາງຢ່າງທີ່ບ່ຽງເບນ ໃນຂະນະທີ່ປະຕິບັດຕາມຄວາມຈິງ ຫຼື ເພາະວ່າພວກເຂົາໄດ້ຍ່າງຜິດທາງ ຫຼື ເຮັດຜິດພາດບາງຢ່າງ ແລະ ຫົວຂວັນພວກເຂົາຈາກວົງນອກ. ພວກເຂົາບໍ່ເຊື່ອໃນຄວາມຊອບທຳຂອງພຣະເຈົ້າ, ບໍ່ຕ້ອງເວົ້າເຖິງເລື່ອງວິທີການຕ່າງໆ ທີ່ພຣະອົງປະຕິບັດຕໍ່ຜູ້ຄົນນັ້ນມີຄວາມຈິງ ແລະ ຄວາມຮັກຂອງພຣະອົງຢູ່ໃນນັ້ນ. ຜູ້ຕໍ່ຕ້ານພຣະຄຣິສບໍ່ເຊື່ອສິ່ງເຫຼົ່ານີ້. ຈາກມຸມມອງຂອງພວກເຂົາ, ພວກເຂົາເຊື່ອວ່າສິ່ງທັງໝົດນີ້ເປັນຄຳຕົວະ ທີ່ມີເຈດຕະນາຫຼອກລວງຜູ້ຄົນ; ພວກເຂົາຄິດວ່າທັງໝົດນີ້ເປັນພຽງຂໍ້ແກ້ຕົວບາງຢ່າງ, ເປັນຄຳເວົ້າຈຳນວນໜຶ່ງທີ່ຟັງເບິ່ງຄືວ່າດີ. ແລະ ສິ່ງໃດທີ່ພວກເຂົາມັກຈະປິຕິຍິນດີຢ່າງລັບໆ? “ໂຊກດີທີ່ຂ້ອຍບໍ່ໂງ່ພໍທີ່ຈະມອບທຸກສິ່ງທຸກຢ່າງໃຫ້; ໂຊກດີທີ່ຂ້ອຍບໍ່ໄດ້ເວົ້າກ່ຽວກັບສິ່ງທີ່ສົກກະປົກ ແລະ ຂີ້ຮ້າຍເຫຼົ່ານັ້ນທີ່ຂ້ອຍເກັບໄວ້ໃນຫົວໃຈເລິກໆ; ໂຊກດີທີ່ຂ້ອຍຍັງຍຶດໝັ້ນກັບສະຖານະ ແລະ ຊື່ສຽງຂອງຂ້ອຍ ແລະ ເຮັດສຸດຄວາມສາມາດເພື່ອໄລ່ຕາມສິ່ງເຫຼົ່ານັ້ນ ແລະ ແລ່ນເຕັ້ນເພື່ອເຫັນແກ່ສິ່ງເຫຼົ່ານັ້ນ. ຖ້າຂ້ອຍບໍ່ແລ່ນເຕັ້ນເພື່ອເຫັນແກ່ຕົວຂອງຂ້ອຍເອງ, ແລ້ວໃຜຈະມາສົນໃຈຂ້ອຍ?” ຜູ້ຕໍ່ຕ້ານພຣະຄຣິສບໍ່ພຽງແຕ່ມີເລ່ຫຼ່ຽມເທົ່ານັ້ນ ແຕ່ພວກເຂົາຍັງຊົ່ວຊ້າ, ພວກເຂົາເບື່ອໜ່າຍຄວາມຈິງ ແລະ ມີອຸປະນິໄສທີ່ໂຫດຮ້າຍ. ນັ້ນກໍຄື ທຸກດ້ານຂອງອຸປະນິໄສທີ່ເສື່ອມຊາມ ເຊິ່ງສະແດງອອກໃນມະນຸດທີ່ເສື່ອມຊາມນັ້ນ ໄດ້ຮັບການຢືນຢັນ ແລະ “ຍົກລະດັບ” ຂຶ້ນໄປອີກຂັ້ນໜຶ່ງໃນຜູ້ຕໍ່ຕ້ານພຣະຄຣິສ. ຖ້າເຈົ້າຕ້ອງການເບິ່ງອຸປະນິໄສທີ່ເສື່ອມຊາມຂອງມະນຸດຊາດ, ຈົ່ງຊອກຫາຜູ້ຕໍ່ຕ້ານພຣະຄຣິສເພື່ອໄຈ້ແຍກ ແລະ ພົວພັນນຳ; ນັ້ນຄືວິທີທີ່ດີທີ່ສຸດໃນການສະແດງໃຫ້ເຫັນເຖິງບັນຫາ ແລະ ເປັນວິທີທີ່ດີທີ່ສຸດໃນການເບິ່ງທະລຸແກ່ນແທ້ທີ່ເສື່ອມຊາມຂອງມະນຸດຊາດທີ່ເສື່ອມຊາມ ແລະ ໃບໜ້າຂອງຊາຕານ. ຖ້າເຈົ້າຖືເອົາຜູ້ຕໍ່ຕ້ານພຣະຄຣິສເປັນຕົວຢ່າງຫຼັກ ແລະ ໄຈ້ແຍກ ແລະ ເຮັດຄວາມຮູ້ຈັກພວກເຂົາ, ເຈົ້າກໍຈະສາມາດເຂົ້າໃຈສິ່ງເຫຼົ່ານີ້ໄດ້ຢ່າງຊັດເຈນຍິ່ງຂຶ້ນ.

ການໄລ່ຕາມສະຖານະ ແລະ ຊື່ສຽງຂອງຜູ້ຕໍ່ຕ້ານພຣະຄຣິສນັ້ນເກີນກວ່າຄົນທຳມະດາຫຼາຍ ແລະ ຄວາມປາຖະໜາຂອງພວກເຂົາທີ່ມີຕໍ່ສະຖານະ ແລະ ຊື່ສຽງກໍເຊັ່ນດຽວກັນ. ຄົນທຳມະດາບໍ່ໄດ້ມີຄວາມປາຖະໜາອັນທີ່ໃຫຍ່ຫຼວງຕໍ່ສະຖານະ ແລະ ຊື່ສຽງແບບນັ້ນ, ໃນຂະນະທີ່ຄວາມປາຖະໜາດັ່ງກ່າວໃນຜູ້ຕໍ່ຕ້ານພຣະຄຣິສນັ້ນຮຸນແຮງ ແລະ ຊັດເຈນຢ່າງເຖິງທີ່ສຸດ. ເມື່ອເຈົ້າໄດ້ພົວພັນກັບຜູ້ຕໍ່ຕ້ານພຣະຄຣິສ ແລະ ລົມກັບພວກເຂົາ ແລະ ໃຊ້ເວລາຮ່ວມກັບພວກເຂົາ, ທຳມະຊາດ-ແກ່ນແທ້ຂອງພວກເຂົາກໍຈະຖືກເປີດເຜີຍຕໍ່ສາຍຕາຂອງເຈົ້າ ແລະ ເຈົ້າກໍຈະເບິ່ງທະລຸພວກເຂົາໄດ້ໃນທັນທີ. ນີ້ສະແດງໃຫ້ເຫັນເຖິງຄວາມປາຖະໜາຂອງພວກເຂົານັ້ນຍິ່ງໃຫຍ່ສໍ່າໃດ. ເມື່ອການພົວພັນຂອງເຈົ້າກັບພວກເຂົາເລິກເຊິ່ງຂຶ້ນ, ເຈົ້າຈະຮູ້ສຶກລັງກຽດພວກເຂົາ ແລະ ປະຕິເສດພວກເຂົາ. ໃນທີ່ສຸດ, ບໍ່ພຽງແຕ່ເຈົ້າຈະປະຕິເສດພວກເຂົາເທົ່ານັ້ນ, ແຕ່ເຈົ້າຍັງຈະປະນາມ ແລະ ສາບແຊ່ງພວກເຂົາອີກດ້ວຍ. ຜູ້ຕໍ່ຕ້ານພຣະຄຣິສບໍ່ແມ່ນສິ່ງທີ່ດີ. ພວກເຂົາເປັນສັດຕູຂອງພຣະເຈົ້າ, ພ້ອມທັງເປັນສັດຕູຂອງທຸກຄົນທີ່ໄລ່ຕາມຄວາມຈິງ. ຜູ້ຕໍ່ຕ້ານພຣະຄຣິສເບື່ອໜ່າຍຄວາມຈິງ ແລະ ສາມາດເຮັດສິ່ງທີ່ບໍ່ດີທຸກປະເພດ ເພື່ອເຫັນແກ່ສະຖານະ ແລະ ຊື່ສຽງ. ໃນທຸກສິ່ງທີ່ພວກເຂົາເຮັດ, ພວກເຂົາຈະປອມແປງ, ຮຽນແບບ ແລະ ສະແດງໄປຕາມສະຖານະການ, ໂດຍທຳການປະນີປະນອມ ເພື່ອເຫັນແກ່ສະຖານະ ແລະ ຊື່ສຽງ. ຈິດວິນຍານ ແລະ ແກ່ນແທ້ຂອງຄົນແບບນີ້ສົກກະປົກ. ພວກເຂົາໜ້າລັງກຽດ. ພວກເຂົາບໍ່ມີຄວາມຮັກຕໍ່ຄວາມຈິງ ຫຼື ສິ່ງທີ່ເປັນບວກແມ່ນແຕ່ໜ້ອຍດຽວ. ໃນເວລາດຽວກັນ, ພວກເຂົາໃຊ້ສິ່ງທີ່ເປັນບວກ ແລະ ການເທດສະໜາພຣະທຳ ແລະ ຫຼັກຄຳສອນທີ່ຖືກຕ້ອງ ເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ, ເພື່ອທີ່ພວກເຂົາຈະສາມາດໄດ້ຮັບຊື່ສຽງ ແລະ ສະຖານະ ແລະ ຕອບສະໜອງຄວາມປາຖະໜາ ແລະ ຄວາມທະເຍີທະຍານຂອງພວກເຂົາ. ນີ້ຄືພຶດຕິກຳ ແລະ ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ເຈົ້າບໍ່ສາມາດເບິ່ງເຫັນໄດ້ວ່າຊາຕານມີລັກສະນະແນວໃດ, ຊາຕານປະພຶດຕົນແນວໃດໃນໂລກ ແລະ ຈັດການກັບຜູ້ຄົນແນວໃດ ແລະ ຊາຕານມີທຳມະຊາດ-ແກ່ນແທ້ໃນລັກສະນະໃດ; ເຈົ້າບໍ່ຮູ້ວ່າຊາຕານເປັນສິ່ງທີ່ມີລັກສະນະແບບໃດກັນແທ້ໃນສາຍຕາຂອງພຣະເຈົ້າ. ນີ້ບໍ່ແມ່ນບັນຫາ. ສິ່ງທີ່ເຈົ້າຕ້ອງເຮັດກໍຄືສັງເກດການ ແລະ ໄຈ້ແຍກຜູ້ຕໍ່ຕ້ານພຣະຄຣິສ ແລະ ເຈົ້າກໍຈະເຫັນສິ່ງທັງໝົດນີ້ ນັ້ນກໍຄື ທຳມະຊາດ-ແກ່ນແທ້ຂອງຊາຕານ, ໃບໜ້າທີ່ຂີ້ຮ້າຍຂອງຊາຕານ ແລະ ຄວາມຊົ່ວຊ້າ ແລະ ຄວາມໂຫດຮ້າຍຂອງຊາຕານ, ທັງໝົດນີ້ຈະປາກົດໃຫ້ເຈົ້າເຫັນ. ຜູ້ຕໍ່ຕ້ານພຣະຄຣິສຄືຊາຕານທີ່ມີຊີວິດ. ພວກເຂົາຄືມານຮ້າຍທີ່ມີຊີວິດ.

1). ວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ການຖືກລິຮານ

ຜູ້ຕໍ່ຕ້ານພຣະຄຣິສແອບມີຄວາມທະເຍີທະຍານ ແລະ ຄວາມປາດຖະໜາອັນແຮງກ້າ ເມື່ອເວົ້າເຖິງສະຖານະ ແລະ ຊື່ສຽງ ແລະ ຄົນອື່ນກໍເຫັນວ່າສິ່ງນີ້ເປັນຕາຂີ້ດຽດ ແລະ ໜ້າລັງກຽດທີ່ສຸດ. ສິ່ງນີ້ກໍພຽງພໍທີ່ຈະສະແດງໃຫ້ເຫັນວ່າ ທຳມະຊາດ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສນັ້ນບໍ່ເປັນຕາເບິ່ງ ແລະ ຊົ່ວຊ້າຫຼາຍ. ສະນັ້ນ, ການສະແດງອອກທີ່ສະເພາະອັນໃດແດ່ ອະທິບາຍໃຫ້ເຫັນເຖິງທຳມະຊາດ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ? ຢ່າງທຳອິດ, ໃຫ້ພວກເຮົາຄິດກ່ຽວກັບວິທີການທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ການຖືກລິຮານ. (ພວກເຂົາກຽດຊັງມັນ ແລະ ບໍ່ຍອມຮັບມັນ.) ພວກເຂົາກຽດຊັງມັນໃນທາງໃດ? ຈົ່ງອະທິບາຍລາຍລະອຽດມາເບິ່ງ. (ມີຜູ້ຕໍ່ຕ້ານພຣະຄຣິສຄົນໜຶ່ງທີ່ໄດ້ເຮັດຄວາມຊົ່ວຫຼາຍພໍສົມຄວນ ແລະ ເມື່ອອ້າຍເອື້ອຍນ້ອງໄປເປີດໂປງການສະແດງອອກບາງຢ່າງຂອງລາວ, ລາວບໍ່ໄດ້ກັບໃຈເລີຍ, ລາວຫົວແຂງຫຼາຍ ແລະ ບໍ່ຮູ້ສຶກສໍານຶກຜິດແມ່ນແຕ່ໜ້ອຍດຽວ. ລາວເຖິງກັບຮູ້ສຶກວ່າລາວຖືກປະຕິບັດຢ່າງບໍ່ເປັນທຳ. ນີ້ຄືປະເພດຂອງການສະແດງອອກທີ່ຂ້ານ້ອຍເຄີຍເຫັນ.) ນີ້ຄືການສະແດງອອກໂດຍພື້ນຖານຂອງຜູ້ຕໍ່ຕ້ານພຣະຄຣິສ. ທັດສະນະຄະຕິຕົ້ນແບບຂອງຜູ້ຕໍ່ຕ້ານພຣະຄຣິສທີ່ມີຕໍ່ການຖືກລິຮານຄື ການປະຕິເສດທີ່ຈະຍອມຮັບ ຫຼື ຮັບຮູ້ມັນຢ່າງຮຸນແຮງ. ບໍ່ວ່າພວກເຂົາຈະເຮັດຄວາມຊົ່ວຫຼາຍສໍ່າໃດ ຫຼື ພວກເຂົາສ້າງຄວາມເສຍຫາຍຫຼາຍສໍ່າໃດຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ ແລະ ການເຂົ້າສູ່ຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ, ພວກເຂົາບໍ່ຮູ້ສຶກສໍານຶກຜິດແມ່ນແຕ່ໜ້ອຍດຽວ ຫຼື ຮູ້ສຶກວ່າພວກເຂົາຕິດໜີ້ຫຍັງເລີຍ. ຈາກມຸມມອງນີ້, ຜູ້ຕໍ່ຕ້ານພຣະຄຣິສມີຄວາມເປັນມະນຸດບໍ? ບໍ່ມີຢ່າງແນ່ນອນ. ພວກເຂົາກໍ່ໃຫ້ເກີດຜົນເສຍຫາຍທຸກຮູບແບບຕໍ່ຜູ້ຄົນທີ່ພຣະເຈົ້າເລືອກ ແລະ ນໍາເອົາຄວາມເສຍຫາຍມາສູ່ວຽກງານຂອງຄຣິສຕະຈັກ, ຜູ້ຄົນທີ່ພຣະເຈົ້າເລືອກສາມາດເຫັນສິ່ງນີ້ໄດ້ຢ່າງຊັດເຈນ ແລະ ພວກເຂົາສາມາດເຫັນການກະທຳທີ່ຊົ່ວຮ້າຍທີ່ເກີດຂຶ້ນຢ່າງຕໍ່ເນື່ອງຂອງຜູ້ຕໍ່ຕ້ານພຣະຄຣິສ. ແຕ່ເຖິງຢ່າງນັ້ນ ຜູ້ຕໍ່ຕ້ານພຣະຄຣິສກໍບໍ່ຍອມຮັບ ຫຼື ຮັບຮູ້ຂໍ້ແທ້ຈິງຂໍ້ນີ້; ພວກເຂົາປະຕິເສດຢ່າງດື້ດ້ານທີ່ຈະຍອມຮັບວ່າພວກເຂົາເຮັດຜິດ ຫຼື ພວກເຂົາຕ້ອງຮັບຜິດຊອບ. ນີ້ບໍ່ແມ່ນການບົ່ງບອກວ່າພວກເຂົາເບື່ອໜ່າຍຕໍ່ຄວາມຈິງບໍ? ຜູ້ຕໍ່ຕ້ານພຣະຄຣິສເບື່ອໜ່າຍຕໍ່ຄວາມຈິງເຖິງຂັ້ນນີ້, ບໍ່ວ່າພວກເຂົາຈະເຮັດສິ່ງທີ່ບໍ່ດີຫຼາຍສໍ່າໃດກໍຕາມ, ພວກເຂົາກໍປະຕິເສດຢ່າງດື້ດ້ານທີ່ຈະຍອມຮັບມັນ ແລະ ພວກເຂົາຍັງຄົງບໍ່ຍອມຈຳນົນຈົນເຖິງທີ່ສຸດ. ສິ່ງນີ້ພຽງພໍແລ້ວທີ່ຈະພິສູດວ່າ ຜູ້ຕໍ່ຕ້ານພຣະຄຣິສບໍ່ເຄີຍຈິງຈັງກັບວຽກງານຂອງເຮືອນຂອງພຣະເຈົ້າ ຫຼື ຍອມຮັບຄວາມຈິງ. ພວກເຂົາບໍ່ໄດ້ມາເຊື່ອໃນພຣະເຈົ້າ; ພວກເຂົາເປັນຄົນຮັບໃຊ້ຂອງຊາຕານ, ມາຂັດຂວາງ ແລະ ລົບກວນວຽກງານຂອງເຮືອນຂອງພຣະເຈົ້າ. ໃນຫົວໃຈຂອງຜູ້ຕໍ່ຕ້ານພຣະຄຣິສມີພຽງແຕ່ຊື່ສຽງ ແລະ ສະຖານະເທົ່ານັ້ນ. ພວກເຂົາເຊື່ອວ່າ ຖ້າພວກເຂົາຮັບຮູ້ຄວາມຜິດພາດຂອງພວກເຂົາ, ແລ້ວພວກເຂົາກໍຈະຕ້ອງຍອມຮັບຄວາມຮັບຜິດຊອບ ແລະ ຈາກນັ້ນ ສະຖານະ ແລະ ຊື່ສຽງຂອງພວກເຂົາກໍຈະເສຍຫາຍຢ່າງໜັກ. ຜົນກໍຄື ພວກເຂົາຕໍ່ຕ້ານດ້ວຍທັດສະນະຄະຕິທີ່ວ່າ “ປະຕິເສດຈົນຕົວຕາຍ”. ບໍ່ວ່າຜູ້ຄົນຈະເປີດໂປງ ຫຼື ໄຈ້ແຍກພວກເຂົາແນວໃດກໍຕາມ, ພວກເຂົາກໍເຮັດສຸດຄວາມສາມາດເພື່ອປະຕິເສດມັນ. ບໍ່ວ່າການປະຕິເສດຂອງພວກເຂົາຈະເປັນໄປໂດຍຕັ້ງໃຈ ຫຼື ບໍ່, ສະຫຼຸບແລ້ວ ໃນດ້ານໜຶ່ງ ພຶດຕິກຳເຫຼົ່ານີ້ເປີດໂປງທຳມະຊາດ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສທີ່ເບື່ອໜ່າຍ ແລະ ກຽດຊັງຄວາມຈິງ. ໃນອີກດ້ານໜຶ່ງ, ມັນສະແດງໃຫ້ເຫັນວ່າຜູ້ຕໍ່ຕ້ານພຣະຄຣິສຫວງແຫນສະຖານະ, ຊື່ສຽງ ແລະ ຜົນປະໂຫຍດຂອງພວກເຂົາເອງຫຼາຍສໍ່າໃດ. ໃນຂະນະດຽວກັນ, ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ວຽກງານ ແລະ ຜົນປະໂຫຍດຂອງຄຣິສຕະຈັກແມ່ນຫຍັງ? ມັນຄືທັດສະນະຄະຕິຂອງການດູຖູກ ແລະ ການບໍ່ມີຄວາມຮັບຜິດຊອບ. ພວກເຂົາຂາດສະຕິຮູ້ສຶກຜິດຊອບ ແລະ ເຫດຜົນທັງໝົດ. ການປັດຄວາມຮັບຜິດຊອບຂອງຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ສະແດງໃຫ້ເຫັນເຖິງບັນຫາເຫຼົ່ານີ້ບໍ? ໃນດ້ານໜຶ່ງ, ການປັດຄວາມຮັບຜິດຊອບພິສູດໃຫ້ເຫັນທຳມະຊາດ-ແກ່ນແທ້ຂອງພວກເຂົາທີ່ເບື່ອໜ່າຍ ແລະ ກຽດຊັງຄວາມຈິງ, ໃນຂະນະທີ່ອີກດ້ານໜຶ່ງ ມັນສະແດງໃຫ້ເຫັນການຂາດສະຕິຮູ້ສຶກຜິດຊອບ, ເຫດຜົນ ແລະ ຄວາມເປັນມະນຸດຂອງພວກເຂົາ. ບໍ່ວ່າການເຂົ້າສູ່ຊີວິດຂອງອ້າຍເອື້ອຍນ້ອງຈະໄດ້ຮັບຄວາມເສຍຫາຍຫຼາຍສໍ່າໃດຈາກການລົບກວນ ແລະ ການກະທຳທີ່ຊົ່ວຮ້າຍຂອງພວກເຂົາ, ພວກເຂົາກໍບໍ່ຮູ້ສຶກຕໍານິຕົນເອງ ແລະ ບໍ່ມີທາງຮູ້ສຶກບໍ່ດີກ່ຽວກັບເລື່ອງນີ້ເລີຍ. ນີ້ແມ່ນສິ່ງມີຊີວິດປະເພດໃດ? ແມ່ນແຕ່ການຍອມຮັບຄວາມຜິດພຽງເລັກນ້ອຍຂອງພວກເຂົາກໍຈະນັບວ່າພວກເຂົາມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຢູ່ໜ້ອຍໜຶ່ງ, ແຕ່ຜູ້ຕໍ່ຕ້ານພຣະຄຣິສບໍ່ມີຄວາມເປັນມະນຸດແມ່ນແຕ່ໜ້ອຍດຽວເລີຍ. ແລ້ວພວກເຈົ້າຈະເວົ້າວ່າພວກເຂົາແມ່ນຫຍັງ? ຜູ້ຕໍ່ຕ້ານພຣະຄຣິສມີແກ່ນແທ້ມານຮ້າຍ. ບໍ່ວ່າພວກເຂົາຈະສ້າງຄວາມເສຍຫາຍຫຼາຍສໍ່າໃດກໍຕາມຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ພວກເຂົາກໍເບິ່ງບໍ່ເຫັນມັນ. ພວກເຂົາບໍ່ໄດ້ໂສກເສົ້າກ່ຽວກັບເລື່ອງນັ້ນ ແມ່ນແຕ່ໜ້ອຍດຽວໃນຫົວໃຈຂອງພວກເຂົາ, ທັງບໍ່ໄດ້ຕໍານິຕົນເອງ, ແຮງບໍ່ຕ້ອງເວົ້າເຖິງການຮູ້ສຶກຕິດໜີ້ບຸນຄຸນເລີຍ. ນີ້ບໍ່ແມ່ນສິ່ງທີ່ຄວນເບິ່ງເຫັນໃນຄົນປົກກະຕິຢ່າງແນ່ນອນ. ພວກເຂົາເປັນມານຮ້າຍ ແລະ ມານຮ້າຍກໍປາສະຈາກສະຕິຮູ້ສຶກຜິດຊອບ ຫຼື ເຫດຜົນໃດໆ. ບໍ່ວ່າພວກເຂົາຈະເຮັດສິ່ງທີ່ບໍ່ດີຫຼາຍສໍ່າໃດ ແລະ ບໍ່ວ່າພວກເຂົາຈະນໍາການສູນເສຍທີ່ຮຸນແຮງສໍ່າໃດມາສູ່ວຽກງານຂອງຄຣິສຕະຈັກ, ພວກເຂົາກໍປະຕິເສດຢ່າງຮຸນແຮງທີ່ຈະຮັບຮູ້ສິ່ງນີ້. ພວກເຂົາເຊື່ອວ່າການຮັບຮູ້ມັນໝາຍຄວາມວ່າ ພວກເຂົາໄດ້ເຮັດຜິດບາງຢ່າງ. ພວກເຂົາຄິດວ່າ “ຂ້ອຍສາມາດເຮັດຜິດບາງຢ່າງບໍ? ຂ້ອຍຈະບໍ່ເຮັດຜິດຈັກເທື່ອ! ຖ້າຂ້ອຍຖືກເຮັດໃຫ້ຮັບຮູ້ຄວາມຜິດຂອງຂ້ອຍ, ນັ້ນຈະບໍ່ເປັນການດູຖູກລັກສະນະຂອງຂ້ອຍບໍ? ເຖິງແມ່ນວ່າຂ້ອຍມີສ່ວນຮ່ວມໃນເຫດການນັ້ນ, ຂ້ອຍກໍບໍ່ໄດ້ເຮັດໃຫ້ມັນເກີດຂຶ້ນ ແລະ ຂ້ອຍກໍບໍ່ແມ່ນຜູ້ຮັບຜິດຊອບຫຼັກ. ໄປຊອກຫາຜູ້ໃດກໍຕາມທີ່ເຈົ້າຕ້ອງການ, ແຕ່ເຈົ້າບໍ່ຄວນມາຊອກຫາຂ້ອຍ. ໃນກໍລະນີໃດກໍຕາມ, ຂ້ອຍບໍ່ສາມາດຮັບຮູ້ຄວາມຜິດນີ້. ຂ້ອຍບໍ່ສາມາດແບກຮັບຄວາມຮັບຜິດຊອບນີ້ໄດ້!” ພວກເຂົາຄິດວ່າພວກເຂົາຈະຖືກຕັດສິນລົງໂທດ, ຖືກຕັດສິນປະຫານຊີວິດ ແລະ ຖືກສົ່ງລົງໄປນະຮົກ ແລະ ທະເລສາບແຫ່ງໄຟ ແລະ ມາດ ຖ້າພວກເຂົາຮັບຮູ້ຄວາມຜິດຂອງພວກເຂົາ. ບອກເຮົາເບິ່ງ, ຄົນແບບນີ້ສາມາດຍອມຮັບຄວາມຈິງໄດ້ບໍ? ຄົນເຮົາສາມາດຄາດຫວັງການກັບໃຈທີ່ແທ້ຈິງຂອງພວກເຂົາໄດ້ບໍ? ບໍ່ວ່າຄົນອື່ນຈະໂອ້ລົມແນວໃດກໍຕາມກ່ຽວກັບຄວາມຈິງ, ຜູ້ຕໍ່ຕ້ານພຣະຄຣິສກໍຍັງຕໍ່ຕ້ານມັນ, ຕັ້ງຕົນເປັນປໍລະປັກ ແລະ ທ້າທາຍມັນຢູ່ໃນສ່ວນເລິກຂອງຫົວໃຈຂອງພວກເຂົາ. ແມ່ນແຕ່ຫຼັງຈາກທີ່ພວກເຂົາຖືກໄລ່ອອກ, ພວກເຂົາກໍຍັງບໍ່ຍອມຮັບຄວາມຜິດຂອງພວກເຂົາ ແລະ ພວກເຂົາບໍ່ສະແດງການສະແດງອອກເຖິງການກັບໃຈເລີຍ. ເມື່ອມີການກ່າວເຖິງເລື່ອງນັ້ນໃນ 10 ປີຕໍ່ມາ, ພວກເຂົາກໍຍັງບໍ່ຮູ້ຈັກຕົນເອງ ແລະ ບໍ່ຍອມຮັບວ່າພວກເຂົາເຮັດຜິດ. ເມື່ອມີການຍົກເລື່ອງນັ້ນຂຶ້ນມາເວົ້າໃນ 20 ປີຕໍ່ມາ, ພວກເຂົາກໍຍັງບໍ່ຮູ້ຈັກຕົນເອງ ແລະ ພວກເຂົາຍັງພະຍາຍາມແກ້ຕົວ ແລະ ປົກປ້ອງຕົນເອງ. ແລ້ວສິ່ງທີ່ໜ້າລັງກຽດຍິ່ງໄປກວ່ານັ້ນກໍຄື ເມື່ອມີການກ່າວເຖິງເລື່ອງນັ້ນໃນ 30 ປີຕໍ່ມາ, ພວກເຂົາກໍຍັງບໍ່ຮູ້ຈັກຕົນເອງ ແລະ ພວກເຂົາຍັງພະຍາຍາມໂຕ້ຖຽງ ແລະ ແກ້ຕົວ, ໂດຍເວົ້າວ່າ: “ຂ້ອຍບໍ່ໄດ້ເຮັດຜິດ, ສະນັ້ນ ຂ້ອຍຈຶ່ງບໍ່ສາມາດຍອມຮັບຄວາມຜິດໄດ້. ມັນບໍ່ແມ່ນຄວາມຮັບຜິດຊອບຂອງຂ້ອຍ; ຂ້ອຍບໍ່ຄວນແບກຮັບມັນ”. ແລ້ວສິ່ງທີ່ເຮັດໃຫ້ທຸກຄົນແປກໃຈກໍຄື 30 ປີຫຼັງຈາກທີ່ພວກເຂົາຖືກໄລ່ອອກ, ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ຍັງຄົງແອບມີທັດສະນະຄະຕິແຫ່ງການຕໍ່ຕ້ານວິທີການທີ່ຄຣິສຕະຈັກຈັດການກັບພວກເຂົາ. ແມ່ນແຕ່ຜ່ານໄປ 30 ປີແລ້ວ, ພວກເຂົາກໍບໍ່ໄດ້ປ່ຽນແປງເລີຍ. ແລ້ວພວກເຂົາໃຊ້ເວລາ 30 ປີເຫຼົ່ານັ້ນແນວໃດ? ມັນເປັນໄປໄດ້ບໍທີ່ພວກເຂົາບໍ່ໄດ້ອ່ານພຣະທຳຂອງພຣະເຈົ້າ ຫຼື ໄຕ່ຕອງກ່ຽວກັບຕົນເອງ? ມັນເປັນໄປໄດ້ບໍທີ່ພວກເຂົາບໍ່ໄດ້ອະທິຖານ ຫຼື ເປີດໃຈກັບພຣະເຈົ້າ? ມັນເປັນໄປໄດ້ບໍທີ່ພວກເຂົາບໍ່ໄດ້ຟັງຄຳເທດສະໜາ ແລະ ການໂອ້ລົມ? ມັນເປັນໄປໄດ້ບໍທີ່ພວກເຂົາບໍ່ມີສະຕິ ແລະ ບໍ່ມີຄວາມຄິດຂອງຄວາມເປັນມະນຸດທີ່ປົກກະຕິ? ວິທີການທີ່ພວກເຂົາໃຊ້ເວລາ 30 ປີເຫຼົ່ານັ້ນເປັນຄວາມລຶກລັບຢ່າງແທ້ຈິງ. ສາມສິບປີຫຼັງຈາກເຫດການເກີດຂຶ້ນ, ພວກເຂົາຍັງເຕັມໄປດ້ວຍຄວາມຄຽດແຄ້ນ, ໂດຍຄິດວ່າອ້າຍເອື້ອຍນ້ອງປະຕິບັດຕໍ່ພວກເຂົາຢ່າງບໍ່ເປັນທຳ, ພຣະເຈົ້າບໍ່ເຂົ້າໃຈພວກເຂົາ, ເຮືອນຂອງພຣະເຈົ້າປະຕິບັດບໍ່ດີຕໍ່ພວກເຂົາ, ສ້າງບັນຫາໃຫ້ພວກເຂົາ, ເຮັດໃຫ້ສິ່ງຕ່າງໆຍາກລຳບາກສຳລັບພວກເຂົາ ແລະ ໂທດພວກເຂົາຢ່າງບໍ່ຍຸຕິທຳ. ບອກເຮົາເບິ່ງ, ຄົນແບບນີ້ສາມາດປ່ຽນແປງໄດ້ບໍ? ພວກເຂົາບໍ່ສາມາດປ່ຽນແປງໄດ້ຢ່າງແນ່ນອນ. ຫົວໃຈຂອງພວກເຂົາເຕັມໄປດ້ວຍຄວາມບໍ່ເປັນມິດຕໍ່ສິ່ງທີ່ເປັນບວກ, ພ້ອມທັງການຕໍ່ຕ້ານ ແລະ ການເປັນປໍລະປັກ. ພວກເຂົາເຊື່ອວ່າ ໂດຍການເປີດໂປງການກະທຳທີ່ຊົ່ວຮ້າຍຂອງພວກເຂົາ ແລະ ການລິຮານພວກເຂົາ, ຄົນອື່ນໄດ້ທຳລາຍລັກສະນະຂອງພວກເຂົາ, ເຮັດໃຫ້ຊື່ສຽງຂອງພວກເຂົາເສື່ອມເສຍ ແລະ ສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງຕໍ່ຊື່ສຽງ ແລະ ສະຖານະຂອງພວກເຂົາ. ພວກເຂົາຈະບໍ່ມີວັນມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ, ສະແຫວງຫາ ແລະ ຮັບຮູ້ຄວາມຜິດຂອງພວກເຂົາເອງໃນເລື່ອງນີ້ ແລະ ພວກເຂົາຈະບໍ່ມີວັນມີທັດສະນະຄະຕິແຫ່ງການກັບໃຈ ຫຼື ການຮັບຮູ້ຄວາມຜິດຂອງພວກເຂົາ. ແຮງໄກໄປກວ່ານັ້ນ ພວກເຂົາຈະບໍ່ຍອມຮັບການພິພາກສາ ແລະ ການລົງທັນຈາກພຣະທຳຂອງພຣະເຈົ້າ. ມື້ນີ້, ພວກເຂົາຍັງແອບມີຄວາມບໍ່ເຊື່ອຟັງ, ຄວາມບໍ່ພໍໃຈ ແລະ ຄວາມຂຸ່ນເຄືອງໃຈ ໃນຂະນະທີ່ພວກເຂົາແກ້ຕົວກັບພຣະເຈົ້າ ແລະ ຂໍໃຫ້ພຣະເຈົ້າຄືນຄວາມຍຸຕິທຳໃຫ້, ຂໍໃຫ້ເປີດເຜີຍເລື່ອງນີ້ ແລະ ຕັດສິນວ່າໃຜຖືກ ແລະ ໃຜຜິດແທ້ໆ, ໄປຮອດຂັ້ນທີ່ພວກເຂົາເຖິງກັບສົງໄສ ແລະ ປະຕິເສດຄວາມຊອບທຳຂອງພຣະເຈົ້າຍ້ອນເລື່ອງນີ້ ແລະ ສົງໄສ ແລະ ປະຕິເສດຂໍ້ແທ້ຈິງທີ່ວ່າເຮືອນຂອງພຣະເຈົ້າຖືກປົກຄອງໂດຍຄວາມຈິງ ແລະ ພຣະເຈົ້າ. ນີ້ຄືຜົນໄດ້ຮັບສຸດທ້າຍຂອງການທີ່ຜູ້ຕໍ່ຕ້ານພຣະຄຣິສຖືກລິຮານ, ພວກເຂົາຍອມຮັບຄວາມຈິງບໍ? ພວກເຂົາບໍ່ຍອມຮັບຄວາມຈິງເລີຍ; ພວກເຂົາຕໍ່ຕ້ານທີ່ຈະຍອມຮັບມັນຢ່າງເດັດຂາດ. ຈາກສິ່ງນີ້, ພວກເຮົາສາມາດເຫັນໄດ້ວ່າ ທຳມະຊາດ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນເບື່ອໜ່າຍ ແລະ ກຽດຊັງຄວາມຈິງ.

ຍ້ອນຜູ້ຕໍ່ຕ້ານພຣະຄຣິສບໍ່ຍອມຮັບການຖືກລິຮານ, ພວກເຂົາມີຄວາມຮູ້ໃດໆກ່ຽວກັບການຖືກລິຮານບໍ? ເມື່ອພວກເຂົາໂອ້ລົມກ່ຽວກັບຄວາມຈິງດ້ານນີ້, ພວກເຂົາເວົ້າຫຍັງ? ພວກເຂົາສອນຄົນອື່ນແນວໃດ? ພວກເຂົາເວົ້າວ່າ “ການລິຮານຜູ້ຄົນແມ່ນວິທີການໜຶ່ງທີ່ພຣະເຈົ້າໃຊ້ ເພື່ອເຮັດໃຫ້ພວກເຂົາສົມບູນ. ມັນເຮັດໃຫ້ຜູ້ຄົນຮູ້ຈັກຕົນເອງດີຂຶ້ນ. ເມື່ອຜູ້ຄົນຖືກລິຮານ, ພວກເຂົາຄວນຍອມຮັບມັນ ແລະ ອ່ອນນ້ອມຕໍ່ມັນຢ່າງບໍ່ມີເງື່ອນໄຂ. ຄົນທີ່ບໍ່ຍອມຮັບການຖືກລິຮານແມ່ນຄົນທີ່ກະບົດຕໍ່ພຣະເຈົ້າ ແລະ ບໍ່ຮັກຄວາມຈິງ. ຖ້າເຈົ້າຢາກປະຕິບັດຄວາມຈິງ, ຢ່າງທຳອິດ ເຈົ້າຕ້ອງຍອມຮັບການຖືກລິຮານ; ນີ້ຄືວິທີທີ່ພຣະເຈົ້າເຮັດໃຫ້ຜູ້ຄົນສົມບູນ ແລະ ທຸກຄົນຕ້ອງມີປະສົບການກັບສິ່ງນີ້. ມັນສາມາດເວົ້າໄດ້ວ່າ ການຍອມຮັບການຖືກລິຮານແມ່ນໜຶ່ງໃນເສັ້ນທາງແຫ່ງການປະຕິບັດທີ່ດີທີ່ສຸດ ເພື່ອໃຫ້ຜູ້ຄົນເຂົ້າໃຈຄວາມຈິງ ແລະ ດ້ວຍເຫດນີ້ຈຶ່ງບັນລຸຄວາມຮູ້ກ່ຽວກັບຕົນເອງ ແລະ ເຮັດໃຫ້ພຣະເຈົ້າພໍໃຈ. ບໍ່ວ່າເຈົ້າຈະເປັນໃຜກໍຕາມ, ເປັນຜູ້ນຳ ຫຼື ຜູ້ເຊື່ອທຳມະດາ ແລະ ບໍ່ວ່າເຈົ້າກຳລັງປະຕິບັດໜ້າທີ່ຫຍັງກໍຕາມ, ເຈົ້າຕ້ອງກຽມພ້ອມທີ່ຈະຖືກລິຮານ. ຖ້າເຈົ້າບໍ່ສາມາດຍອມຮັບການຖືກລິຮານ, ມັນພິສູດວ່າເຈົ້າເປັນຄົນທີ່ບໍ່ມີຄວາມເຕີບໂຕ, ເປັນເດັກນ້ອຍ. ທຸກຄົນທີ່ສາມາດຍອມຮັບການຖືກລິຮານແມ່ນຜູ້ໃຫຍ່ທີ່ມີວຸດທິພາວະ ທີ່ມີຊີວິດ ແລະ ສາມາດທີ່ຈະຖືກເຮັດໃຫ້ສົມບູນ”. ຄຳເວົ້າໃຫຍ່ໂຕເຫຼົ່ານີ້ ຖືກພົ່ນອອກມາຈາກປາກຂອງຜູ້ຕໍ່ຕ້ານພຣະຄຣິສ ຄືກັບສຽງຄ້ອນຕີ ແລະ ພວກມັນຟັງເບິ່ງຍິ່ງໃຫຍ່! ແຕ່ຄຳເວົ້າເຫຼົ່ານີ້ແມ່ນຫຍັງ? ມີປະໂຫຍກດຽວທີ່ພວກເຂົາເວົ້າອອກມານັ້ນເປັນຄວາມຈິງບໍ? ພວກເຈົ້າສາມາດແຍກແຍະສິ່ງນີ້ໄດ້ບໍ? ພວກເຈົ້າກໍມັກເວົ້າສິ່ງດັ່ງກ່າວເລື້ອຍໆ ເຊັ່ນກັນ, ບໍ່ແມ່ນບໍ? (ແມ່ນແລ້ວ.) ບອກເຮົາເບິ່ງ, ຄຳເວົ້າເຫຼົ່ານີ້ແມ່ນຫຍັງ? (ຫຼັກຄຳສອນ.) ຈົ່ງໃຊ້ວະລີທົ່ວໄປເພື່ອສະຫຼຸບ ແລະ ໃຫ້ນິຍາມວ່າຫຼັກຄຳສອນແມ່ນຫຍັງ. (ຄຳຂວັນ.) ພວກເຈົ້າຄິດຫາວະລີອື່ນໄດ້ບໍ? (ຄຳເວົ້າທາງທິດສະດີທີ່ໄຮ້ປະໂຫຍດ.) ມີອັນອື່ນອີກບໍ? (ພວກມັນລ້ວນແຕ່ເປັນຂີ້ເຫຍື້ອ ແລະ ຄຳເວົ້າທີ່ໄຮ້ສາລະ.) ຖືກຕ້ອງແລ້ວ, ຄຳນິຍາມນີ້ກົງປະເດັນ ແລະ ມັນກົງກັບຄວາມເປັນຈິງ. ສິ່ງນີ້ເອີ້ນວ່າພາສາປະຈຳວັນ: ຫຼັກຄຳສອນລ້ວນແຕ່ເປັນຄຳເວົ້າທີ່ໄຮ້ສາລະ. ຄຳວ່າ “ຄຳເວົ້າທີ່ໄຮ້ສາລະ” ໝາຍຄວາມເຖິງຫຍັງ? ຄຳເວົ້າທີ່ຫວ່າງເປົ່າ. ໃນຄວາມເປັນຈິງແລ້ວ, ພວກເຮົາກຳນົດລັກສະນະມັນເປັນແນວໃດ? ເປັນຄຳເວົ້າ ແລະ ຫຼັກຄຳສອນ. ຄຳເວົ້າເຫຼົ່ານີ້ທີ່ຜູ້ຕໍ່ຕ້ານພຣະຄຣິສເວົ້າເປັນພຽງຄຳເວົ້າ ແລະ ຫຼັກຄຳສອນ. ເມື່ອເວົ້າເຖິງຫົວຂໍ້ຂອງການຖືກລິຮານ, ພວກເຂົາສາມາດເວົ້າຫຼັກຄຳສອນດັ່ງກ່າວໄດ້ເລື້ອຍໆ, ແຕ່ນັ້ນພິສູດບໍວ່າ ພວກເຂົາມີຄວາມເຂົ້າໃຈ ແລະ ການຢັ່ງຮູ້ທີ່ແທ້ຈິງກ່ຽວກັບມັນ? ທັນທີທີ່ເຈົ້າໄດ້ຍິນພວກເຂົາກ່າວຄຳເວົ້າເຫຼົ່ານີ້, ເຈົ້າກໍຮູ້ວ່າພວກເຂົາບໍ່ມີຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບການຖືກລິຮານ. ຄວາມສາມາດຂອງພວກເຂົາໃນການກ່າວກອງຂີ້ເຫຍື້ອນັ້ນອອກມາ ກໍສະແດງໃຫ້ເຫັນວ່າ ພວກເຂົາບໍ່ໄດ້ສະແຫວງຫາຄວາມຈິງ. ຖ້າພວກເຂົາຖືກລິຮານແທ້ໆ, ກໍບໍ່ມີທາງທີ່ພວກເຂົາຈະຍອມຮັບມັນ. ທັດສະນະຄະຕິຂອງຜູ້ຕໍ່ຕ້ານພຣະຄຣິສທີ່ມີຕໍ່ການຖືກລິຮານຄື ຄວາມບໍ່ເປັນມິດ ແລະ ການຕໍ່ຕ້ານ; ພວກເຂົາບໍ່ຍອມຮັບມັນ ຫຼື ອ່ອນນ້ອມຕໍ່ມັນວ່າເປັນຄວາມຈິງຢ່າງແນ່ນອນ. ສຳລັບພວກເຂົາແລ້ວ, ການເຮັດເຊັ່ນນັ້ນຈະເປັນການດູຖູກລັກສະນະ ແລະ ສັກສີຂອງພວກເຂົາ.

ພວກເຈົ້າມີຕົວຢ່າງອື່ນກ່ຽວກັບວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ການຖືກລິຮານບໍ? (ເມື່ອປະເຊີນກັບການຖືກລິຮານ, ໃນພາຍນອກ ຜູ້ຕໍ່ຕ້ານພຣະຄຣິສບາງຄົນອາດເບິ່ງຄືວ່າກຳລັງເລີ່ມຮູ້ຈັກຕົນເອງ, ແຕ່ໃນຄວາມໝາຍແອບແຝງ, ຈະມີການໃຊ້ເຫດຜົນຢ່າງມີເລ່ຫຼ່ຽມ ແລະ ຄຸນລັກສະນະຂອງການພະຍາຍາມເຮັດໃຫ້ຜູ້ຄົນຫຼົງຜິດຢູ່ພາຍໃນນີ້. ບາງຄັ້ງ ຖ້າພວກເຂົາເຮັດຜິດ, ພວກເຂົາຈະເວົ້າວ່າ “ພຣະເຈົ້າໄດ້ອະນຸຍາດໃຫ້ສິ່ງນີ້ເກີດຂຶ້ນ, ທຸກຄົນຄວນອ່ອນນ້ອມຕໍ່ອຳນາດສູງສຸດຂອງພຣະເຈົ້າ”. ບາງຄັ້ງ ຜູ້ຕໍ່ຕ້ານພຣະຄຣິສເຖິງກັບຈະກ່າວຫາຄືນແບບປອມໆ ໂດຍເວົ້າວ່າ “ເຈົ້າຕ້ອງບໍ່ພະຍາຍາມຈັບຜິດຜູ້ນຳ ແລະ ຜູ້ເຮັດວຽກ ຫຼື ມີຂໍ້ຮຽກຮ້ອງທີ່ສູງເກີນໄປສຳລັບພວກເຂົາ”. ຜູ້ຕໍ່ຕ້ານພຣະຄຣິສເວົ້າສິ່ງດັ່ງກ່າວ ໂດຍພະຍາຍາມເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ປ້ອງກັນບໍ່ໃຫ້ຜູ້ຄົນແຍກແຍະພວກເຂົາ.) ນີ້ແມ່ນການສະແດງອອກຢ່າງໜຶ່ງ, ນັ້ນກໍຄື ຜູ້ຕໍ່ຕ້ານພຣະຄຣິສປີ້ນຜິດໃຫ້ເປັນຖືກ, ພວກເຂົາປີ້ນຂາວໃຫ້ເປັນດຳ. ດ້ວຍຄວາມຢ້ານກົວວ່າຜູ້ຄົນຈະເບິ່ງທະລຸບັນຫາຂອງພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງຟ້າວໃຊ້ການໃຊ້ເຫດຜົນຢ່າງມີເລ່ຫຼ່ຽມ ແລະ ໃຊ້ກົນອຸບາຍທາງວາຈາທຸກຮູບແບບ ເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ, ລົບກວນຈິດໃຈຂອງພວກເຂົາ ແລະ ເຮັດໃຫ້ວິໄສທັດຂອງພວກເຂົາມົວ, ເພື່ອປ້ອງກັນບໍ່ໃຫ້ພວກເຂົາມີຄວາມຮູ້ ຫຼື ການແຍກແຍະໃດໆ ກ່ຽວກັບສິ່ງທີ່ພວກເຂົາໄດ້ເຮັດ ແລະ ດ້ວຍເຫດນີ້ຈຶ່ງຮັກສາສະຖານະທີ່ສູງຂອງພວກເຂົາ ແລະ ຊື່ສຽງທີ່ດີໄວ້ໃນຈິດໃຈຂອງຜູ້ຄົນ. ນີ້ແມ່ນທັດສະນະຄະຕິປະເພດດຽວກັນກັບທີ່ພວກເຮົາໄດ້ເວົ້າເຖິງເມື່ອບໍ່ດົນມານີ້, ກ່ຽວກັບວິທີທີ່ຜູ້ຕໍ່ຕ້ານພຣະຄຣິສຈະບໍ່ມີວັນປ່ຽນແປງຢ່າງແນ່ນອນ ເມື່ອພວກເຂົາຖືກລິຮານ ຫຼື ເມື່ອພວກເຂົາໄດ້ເຮັດຜິດ ຫຼື ເດີນໄປໃນເສັ້ນທາງທີ່ຜິດ. ມີຕົວຢ່າງອື່ນອີກບໍ? (ຜູ້ຕໍ່ຕ້ານພຣະຄຣິສຄຽດແຄ້ນກັບໃຜກໍຕາມທີ່ລິຮານພວກເຂົາ ແລະ ຕໍ່ມາອາດຈະຊອກຫາໂອກາດທີ່ຈະແກ້ແຄ້ນ ແລະ ໂຈມຕີພວກເຂົາເຊັ່ນກັນ.) ການໂຈມຕີ ແລະ ການແກ້ແຄ້ນແມ່ນການສະແດງອອກອີກຢ່າງໜຶ່ງ. ສິ່ງນີ້ກ່ຽວຂ້ອງກັບການທີ່ຜູ້ຕໍ່ຕ້ານພຣະຄຣິສປົກປ້ອງສະຖານະ ແລະ ຊື່ສຽງຂອງພວກເຂົາເອງແນວໃດ? ເປັນຫຍັງພວກເຂົາຈຶ່ງຕ້ອງການໂຈມຕີ ແລະ ແກ້ແຄ້ນ? (ໃຜກໍຕາມທີ່ລິຮານພວກເຂົາ ໄດ້ເປີດໂປງຄວາມຊົ່ວຊ້າທັງໝົດທີ່ພວກເຂົາເຮັດ ແລະ ຂໍ້ແທ້ຈິງທີ່ເປັນຈິງຂອງເລື່ອງນັ້ນ; ພວກເຂົາໄດ້ທຳລາຍສະຖານະ ແລະ ຊື່ສຽງຂອງພວກເຂົາ ແລະ ທຳລາຍພາບລັກຂອງພວກເຂົາທີ່ມີຢູ່ໃນຫົວໃຈຂອງຜູ້ຄົນ, ດັ່ງນັ້ນ ພວກເຂົາຈຶ່ງຄຽດແຄ້ນກັບຄົນເຫຼົ່ານັ້ນ.) ຖືກຕ້ອງແລ້ວ, ນັ້ນຄືບ່ອນທີ່ຄວາມສຳພັນນອນຢູ່. ພວກເຂົາຄິດວ່າຄົນທີ່ລິຮານພວກເຂົາໄດ້ທຳຮ້າຍຄວາມທະນົງຕົວຂອງພວກເຂົາ, ເຮັດໃຫ້ພວກເຂົາຢູ່ໃນຕຳແໜ່ງທີ່ໜ້າອັບອາຍ, ທຳລາຍຊື່ສຽງຂອງພວກເຂົາ ແລະ ເຮັດໃຫ້ສະຖານະຂອງພວກເຂົາເສື່ອມເສຍຢ່າງໜັກໃນຈິດໃຈຂອງຄົນອື່ນ ໂດຍການເປີດໂປງພວກເຂົາຕໍ່ໜ້າຜູ້ຄົນຈຳນວນຫຼາຍ. ນີ້ຄືເຫດຜົນສຳລັບການແກ້ແຄ້ນຂອງພວກເຂົາ. ໃນເລື່ອງນີ້, ຊື່ສຽງ ແລະ ສະຖານະຂອງພວກເຂົາໄດ້ຮັບຄວາມເສຍຫາຍ ແລະ ເພື່ອລະບາຍຄວາມຄຽດແຄ້ນຂອງພວກເຂົາ ແລະ ຄວາມກຽດຊັງໃນຫົວໃຈຂອງພວກເຂົາ, ພວກເຂົາຈຶ່ງຊອກຫາໂອກາດທີ່ຈະໂຈມຕີ ແລະ ແກ້ແຄ້ນຄົນທີ່ເປີດໂປງ ແລະ ລິຮານພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິສມີການສະແດງອອກອື່ນໃດອີກແດ່? (ຜູ້ຕໍ່ຕ້ານພຣະຄຣິສບາງຄົນຍັງເຈົ້າເລ່ເປັນພິເສດ. ເມື່ອມີຄົນລິຮານພວກເຂົາ, ພວກເຂົາອາດຈະບໍ່ຂັດແຍ່ງຄົນນັ້ນ ຫຼື ປ່າວປະກາດຫຍັງຢ່າງເປີດເຜີຍ ແລະ ທີ່ຈິງແລ້ວ ພວກເຂົາອາດຈະເບິ່ງຄືວ່າເຂົ້າໃຈບາງຢ່າງກ່ຽວກັບຕົນເອງ, ແຕ່ຕໍ່ມາ, ພວກເຂົາຈະສືບຕໍ່ກະທຳການຊົ່ວຮ້າຍແບບເກົ່າ ຄືກັບທີ່ພວກເຂົາເຄີຍເຮັດມາ ແລະ ບໍ່ມີວັນກັບໃຈຢ່າງແທ້ຈິງ. ພວກເຂົາໃຊ້ສາກບັງໜ້າແບບນັ້ນ ເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ.) ນີ້ແມ່ນການສະແດງອອກອີກຢ່າງໜຶ່ງ. ຜູ້ຕໍ່ຕ້ານພຣະຄຣິສປະເພດໜຶ່ງເຮັດແບບນັ້ນແທ້ໆ. ພວກເຂົາຄິດກັບຕົນເອງວ່າ “ຕາບໃດທີ່ຍັງມີຊີວິດ ກໍຍັງມີຄວາມຫວັງ. ຂ້ອຍຈະໃຊ້ຄວາມອົດທົນໄປກ່ອນໃນຕອນນີ້ ແລະ ບໍ່ໃຫ້ເຈົ້າເບິ່ງທະລຸຂ້ອຍໄດ້. ຖ້າຂ້ອຍຂັດແຍ່ງກັບເຈົ້າຢ່າງໂຈ່ງແຈ້ງ ແລະ ປະຕິເສດທີ່ຈະຍອມຮັບການຖືກລິຮານ, ເຈົ້າກໍຈະເວົ້າວ່າຂ້ອຍເປັນຄົນທີ່ບໍ່ປະຕິບັດ ຫຼື ຮັກຄວາມຈິງ ແລະ ຖ້າເລື່ອງນັ້ນຫຼຸດອອກໄປ, ມັນກໍຈະສົ່ງຜົນກະທົບຕໍ່ຊື່ສຽງຂອງຂ້ອຍ. ຖ້າອ້າຍເອື້ອຍນ້ອງຂອງພວກເຮົາຮູ້ເລື່ອງນີ້, ພວກເຂົາກໍຈະປະຕິເສດທີ່ຈະຍອມຮັບການນຳພາຂອງຄົນທີ່ບໍ່ມີຄວາມຮັກຕໍ່ຄວາມຈິງເລີຍຢ່າງແນ່ນອນ. ຂ້ອຍຕ້ອງສ້າງພາບລັກທີ່ດີກ່ອນ. ເມື່ອຂ້ອຍປະເຊີນກັບການຖືກລິຮານ ແລະ ມີຄົນກຳລັງເປີດໂປງຄວາມຜິດ ຫຼື ການຝ່າຝືນໃດໜຶ່ງທີ່ຂ້ອຍໄດ້ເຮັດ, ຂ້ອຍກໍຈະອົດກັ້ນ ແລະ ອົດທົນກັບມັນ ໂດຍການທຳທ່າຍອມຮັບມັນ ແລະ ງຶກຫົວຮັບຮູ້, ບໍ່ໃຫ້ໃຜເບິ່ງທະລຸຂ້ອຍ ຫຼື ຮູ້ວ່າຂ້ອຍກຳລັງຄິດຫຍັງຢູ່ແທ້ໆ. ຈາກນັ້ນ ຂ້ອຍກໍສາມາດສ້າງສາກບັງໜ້າ, ບີບນ້ຳຕາຈັກໜ້ອຍໜຶ່ງ ແລະ ເວົ້າບາງຢ່າງກ່ຽວກັບການຕິດໜີ້ບຸນຄຸນພຣະເຈົ້າ ແລະ ເຮັດໃຫ້ເລື່ອງນັ້ນຈົບໄປ. ດ້ວຍວິທີນັ້ນ, ອ້າຍເອື້ອຍນ້ອງກໍຈະຄິດວ່າຂ້ອຍເປັນຄົນທີ່ຍອມຮັບຄວາມຈິງ ແລະ ຂ້ອຍສາມາດສືບຕໍ່ເປັນຜູ້ນຳໄດ້ຢ່າງຖືກຕ້ອງຊອບທຳ ແລະ ຈາກນັ້ນ ຊື່ສຽງ ແລະ ສະຖານະຂອງຂ້ອຍກໍຈະຖືກຮັກສາໄວ້, ແມ່ນບໍ?” ທຸກຢ່າງທີ່ພວກເຂົາເຮັດລ້ວນແຕ່ເປັນສາກບັງໜ້າ. ພວກເຈົ້າຈະເວົ້າບໍວ່າຄົນແບບນີ້ເບິ່ງທະລຸໄດ້ງ່າຍ? (ພວກເຂົາເບິ່ງທະລຸບໍ່ໄດ້ງ່າຍ.) ມັນຕ້ອງໃຊ້ຊ່ວງເວລາສັງເກດ ແລະ ມີປະຕິສຳພັນກັບພວກເຂົາ ເພື່ອເບິ່ງວ່າພວກເຂົາປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ຫຼື ບໍ່ ເມື່ອພົບບັນຫາ ແລະ ພວກເຂົາປະຕິບັດຕາມຫຼັກການຄວາມຈິງແທ້ໆ ຫຼື ບໍ່. ບໍ່ວ່າໃນທາງຜິວເຜີນ ພວກເຂົາຈະເວົ້າໄດ້ດີ ຫຼື ຖືກຕ້ອງສໍ່າໃດກໍຕາມ, ນັ້ນເປັນພຽງຊົ່ວຄາວເທົ່ານັ້ນ; ບໍ່ຊ້າກໍໄວ, ວິທີທີ່ພວກເຂົາຄິດແທ້ໆກໍຈະຖືກເປີດເຜີຍອອກມາ. ເຖິງແມ່ນວ່າພຣະເຈົ້າບໍ່ເປີດເຜີຍພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສຈະສາມາດປິດບັງຄວາມຄິດທີ່ແທ້ຈິງ ແລະ ທຳມະຊາດ-ແກ່ນແທ້ຂອງພວກເຂົາໄວ້ໄດ້ຢ່າງສະໜິດແໜ້ນບໍ? ພວກເຂົາສາມາດປົກປິດມັນໄວ້ໄດ້ຕະຫຼອດຊີວິດຂອງພວກເຂົາບໍ? ນັ້ນຈະເປັນໄປບໍ່ໄດ້; ບໍ່ຊ້າກໍໄວ, ສິ່ງເຫຼົ່ານີ້ກໍຈະຖືກເປີດເຜີຍອອກມາ. ສະນັ້ນ, ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະຊົ່ວຊ້າ ຫຼື ເຈົ້າເລ່ສໍ່າໃດກໍຕາມ, ຕາບໃດທີ່ພວກເຂົາແອບມີເຈດຕະນາ ແລະ ແຮງຈູງໃຈ ແລະ ຕໍ່ຕ້ານຄວາມຈິງໃນການກະທຳຂອງພວກເຂົາ, ໃນທີ່ສຸດ ພວກເຂົາກໍຈະຖືກແຍກແຍະ ແລະ ເບິ່ງທະລຸໂດຍຄົນທີ່ເຂົ້າໃຈຄວາມຈິງ. ຜູ້ຕໍ່ຕ້ານພຣະຄຣິສແບບນີ້ເປັນພວກທີ່ເຈົ້າເລ່ທີ່ສຸດ; ໃນທາງຜິວເຜີນ ພວກເຂົາເບິ່ງຄືວ່າຍອມຮັບຄວາມຈິງ ແລະ ສິ່ງທີ່ເປັນບວກ, ແຕ່ຄວາມຈິງແລ້ວ, ໃນສ່ວນເລິກຂອງຫົວໃຈຂອງພວກເຂົາ ແລະ ໃນແກ່ນແທ້ຂອງພວກເຂົາ, ພວກເຂົາບໍ່ຮັກຄວາມຈິງ ແລະ ພວກເຂົາເຖິງຂັ້ນເບື່ອໜ່າຍຕໍ່ສິ່ງທີ່ເປັນບວກ ແລະ ຄວາມຈິງ. ຍ້ອນວ່າພວກເຂົາມີວາທະສິນ, ຄົນສ່ວນໃຫຍ່ຈຶ່ງບໍ່ສາມາດແຍກແຍະພວກເຂົາໄດ້ ແລະ ມີພຽງແຕ່ຄົນທີ່ເຂົ້າໃຈຄວາມຈິງເທົ່ານັ້ນທີ່ສາມາດແຍກແຍະ ແລະ ເບິ່ງທະລຸຄົນປະເພດນີ້ໄດ້. ມີຕົວຢ່າງອື່ນອີກບໍ? (ມີຜູ້ຕໍ່ຕ້ານພຣະຄຣິສຄົນໜຶ່ງທີ່ເຫັນວ່າເພື່ອນຮ່ວມງານຂອງລາວມີຄວາມສາມາດດີກວ່າລາວ ແລະ ເຮັດວຽກໄດ້ດີກວ່າລາວ. ເພື່ອຮັກສາສະຖານະຂອງລາວໃຫ້ໝັ້ນຄົງ, ລາວໄດ້ບິດເບືອນຂໍ້ແທ້ຈິງຢ່າງລັບໆ ແລະ ຕັດສິນເພື່ອນຮ່ວມງານ ແລະ ຄູ່ຮ່ວມງານຂອງລາວ, ເຮັດໃຫ້ຜູ້ຄົນຫຼົງຜິດ, ດຶງພວກເຂົາເຂົ້າມາ ແລະ ເຮັດໃຫ້ພວກເຂົາຟັງລາວ. ສິ່ງນີ້ເຮັດໃຫ້ເກີດຄວາມບໍ່ໄວ້ໃຈກັນໃນທ່າມກາງເພື່ອນຮ່ວມງານຂອງລາວ. ພວກເຂົາບໍ່ໄດ້ຮ່ວມມືກັນຢ່າງກົມກຽວອີກຕໍ່ໄປ ແລະ ບໍ່ບັນລຸຜົນໄດ້ຮັບໃນດ້ານໃດດ້ານໜຶ່ງຂອງວຽກງານເລີຍ. ເມື່ອການກະທຳທີ່ຊົ່ວຮ້າຍຂອງຜູ້ຕໍ່ຕ້ານພຣະຄຣິສຖືກເປີດໂປງ, ລາວບໍ່ພຽງແຕ່ປະຕິເສດທີ່ຈະຍອມຮັບມັນເທົ່ານັ້ນ, ລາວເຖິງຂັ້ນໃຫ້ຂໍ້ອ້າງ ແລະ ພະຍາຍາມປັດຄວາມຮັບຜິດຊອບ. ມັນເຫັນໄດ້ຊັດເຈນວ່າລາວຈະເຮັດທຸກຢ່າງເພື່ອເຫັນແກ່ຊື່ສຽງ ແລະ ສະຖານະຂອງລາວ; ບໍ່ວ່າລາວຈະທຳຮ້າຍອ້າຍເອື້ອຍນ້ອງຫຼາຍສໍ່າໃດ ແລະ ບໍ່ວ່າລາວຈະຂັດຂວາງ ແລະ ລົບກວນວຽກງານຂອງເຮືອນຂອງພຣະເຈົ້າຢ່າງຮຸນແຮງສໍ່າໃດກໍຕາມ, ລາວກໍບໍ່ສົນໃຈເລີຍ, ແຮງບໍ່ຕ້ອງເວົ້າເຖິງຄວາມຮູ້ສຶກເສຍໃຈ ຫຼື ຮູ້ສຶກຜິດ. ລາວບໍ່ມີຄວາມເປັນມະນຸດ ຫຼື ເຫດຜົນແມ່ນແຕ່ໜ້ອຍດຽວ.) ສະຫຼຸບແລ້ວ, ຜູ້ຕໍ່ຕ້ານພຣະຄຣິສບໍ່ມີຄວາມຮູ້ສຶກກະວົນກະວາຍກ່ຽວກັບການເສຍສະລະຜົນປະໂຫຍດຂອງໃຜກໍຕາມ ເພື່ອປົກປ້ອງຊື່ສຽງ ແລະ ສະຖານະຂອງຕົນເອງ. ເຖິງແມ່ນວ່າພວກເຂົາຕ້ອງຢຽບທຸກຄົນເພື່ອຮັກສາສະຖານະຂອງພວກເຂົາເອງໄວ້, ພວກເຂົາກໍຈະບໍ່ລັງເລທີ່ຈະເຮັດສິ່ງນີ້. ເມື່ອເວົ້າເຖິງການປົກປ້ອງຊື່ສຽງ ແລະ ສະຖານະຂອງພວກເຂົາ, ພວກເຂົາບໍ່ສົນໃຈວ່າຄົນອື່ນຈະຢູ່ ຫຼື ຕາຍ ແລະ ວຽກງານຂອງເຮືອນຂອງພຣະເຈົ້າ ແລະ ຜົນປະໂຫຍດຂອງຄຣິສຕະຈັກກໍບໍ່ມີຢູ່ໃນຄວາມຄິດຂອງພວກເຂົາເລີຍ ແລະ ບໍ່ຢູ່ໃນຂອບເຂດການພິຈາລະນາຂອງພວກເຂົາ. ຈາກການກະທຳເຫຼົ່ານີ້, ພວກເຮົາສາມາດເຫັນໄດ້ວ່າຜູ້ຕໍ່ຕ້ານພຣະຄຣິສບໍ່ແມ່ນຄົນຂອງເຮືອນຂອງພຣະເຈົ້າ; ພວກເຂົາເປັນຜູ້ບໍ່ເຊື່ອທີ່ແຊກຊຶມເຂົ້າມາ. ເຮືອນຂອງພຣະເຈົ້າບໍ່ແມ່ນເຮືອນຂອງພວກເຂົາ, ດັ່ງນັ້ນ ບໍ່ມີຜົນປະໂຫຍດໃດເລີຍທີ່ກ່ຽວຂ້ອງກັບພວກເຂົາ. ພວກເຂົາພຽງແຕ່ຢາກບັນລຸເປົ້າໝາຍຂອງພວກເຂົາໃນການໃຊ້ອຳນາດ ແລະ ຄວບຄຸມຜູ້ຄົນ ແລະ ຕອບສະໜອງຄວາມທະເຍີທະຍານ ແລະ ຄວາມປາດຖະໜາສ່ວນຕົວຂອງພວກເຂົາ ໃນເຮືອນຂອງພຣະເຈົ້າ. ຍ້ອນວ່ານີ້ຄືປະເພດຂອງທຳມະຊາດ-ແກ່ນແທ້ທີ່ຜູ້ຕໍ່ຕ້ານພຣະຄຣິສມີ, ພວກເຂົາຈະບໍ່ຍອມຮັບການຖືກລິຮານຢ່າງແນ່ນອນ, ພວກເຂົາທັງຈະບໍ່ຍອມຮັບຄວາມຈິງດ້ານໃດເລີຍ.

ຈາກຕົວຢ່າງທີ່ພວກເຮົາຫາກໍຍົກຂຶ້ນມາ, ພວກເຈົ້າສາມາດເຫັນໄດ້ວ່າ ຄວາມທະເຍີທະຍານ ແລະ ຄວາມປາດຖະໜາຂອງຜູ້ຕໍ່ຕ້ານພຣະຄຣິສ ໃນການສະແຫວງຫາຊື່ສຽງ ແລະ ສະຖານະນັ້ນ ແມ່ນສິ່ງທີ່ຕິດໂຕມາແຕ່ເກີດ. ຜູ້ຕໍ່ຕ້ານພຣະຄຣິສເກີດມາເປັນແບບນັ້ນ, ມີທຳມະຊາດ-ແກ່ນແທ້ແບບນັ້ນ. ພວກເຂົາບໍ່ໄດ້ຮຽນຮູ້ສິ່ງນີ້ ຫຼັງຈາກທີ່ເກີດມາຢ່າງແນ່ນອນ ແລະ ມັນກໍບໍ່ແມ່ນຜົນມາຈາກສະພາບແວດລ້ອມຂອງພວກເຂົາ. ມັນຄືກັບຄົນປ່ວຍບາງຄົນທີ່ບໍ່ໄດ້ຕິດເຊື້ອພະຍາດຂອງພວກເຂົາ ຫຼັງຈາກທີ່ພວກເຂົາເກີດມາ, ແຕ່ຮັບພວກມັນຈາກກຳມະພັນ. ພະຍາດປະເພດນີ້ເປັນໄປບໍ່ໄດ້ທີ່ຈະປິ່ນປົວໃຫ້ຫາຍຂາດ. ຜູ້ຕໍ່ຕ້ານພຣະຄຣິສເກີດມາພ້ອມກັບຄວາມທະເຍີທະຍານໃນການສະແຫວງຫາຊື່ສຽງ ແລະ ສະຖານະ ແລະ ພວກເຂົາບໍ່ຕ່າງຫຍັງກັບການກັບມາເກີດໃໝ່ຂອງກະສັດມານຮ້າຍ. ຜູ້ຕໍ່ຕ້ານພຣະຄຣິສເບື່ອໜ່າຍ ແລະ ກຽດຊັງຄວາມຈິງ ແລະ ພວກເຂົາບໍ່ຍອມຮັບການພິພາກສາ ແລະ ການລົງທັນຂອງພຣະເຈົ້າເລີຍ. ສະນັ້ນ, ບໍ່ວ່າພວກເຂົາຈະປະເຊີນກັບການລິຮານແບບໃດກໍຕາມ, ພວກເຂົາກໍຈະບໍ່ຍອມຮັບມັນ. ຖ້າອ້າຍເອື້ອຍນ້ອງທຳມະດາລິຮານພວກເຂົາ, ພວກເຂົາກໍຍິ່ງບໍ່ເຕັມໃຈທີ່ຈະຍອມຮັບມັນ. ພວກເຂົາເຊື່ອວ່າ: “ເຈົ້າບໍ່ມີຄຸນສົມບັດທີ່ຈະລິຮານຂ້ອຍ, ເຈົ້າບໍ່ຄູ່ຄວນ! ເຈົ້າເປັນຜູ້ເຊື່ອຈັກມື້ແລ້ວ? ເມື່ອຂ້ອຍກາຍມາເປັນຜູ້ເຊື່ອ, ເຈົ້າຍັງບໍ່ເກີດດ້ວຍຊໍ້າ! ເມື່ອຂ້ອຍກາຍມາເປັນຜູ້ນຳ, ເຈົ້າຍັງບໍ່ໄດ້ເລີ່ມເຊື່ອໃນພຣະເຈົ້າດ້ວຍຊໍ້າ!” ນັ້ນຄືທັດສະນະຄະຕິທີ່ພວກເຂົາແອບມີຕໍ່ອ້າຍເອື້ອຍນ້ອງທີ່ລິຮານພວກເຂົາ. ພວກເຂົາໃຫ້ຄວາມສຳຄັນກັບຄຸນນະວຸດ ແລະ ຄວາມອາວຸໂສ ແລະ ປະຕິເສດການຖືກລິຮານບົນພື້ນຖານເຫຼົ່ານີ້. ແລ້ວພວກເຂົາຈະສາມາດຍອມຮັບມັນໄດ້ບໍ ເມື່ອເບື້ອງເທິງລິຮານພວກເຂົາ? ອີງຕາມທຳມະຊາດ-ແກ່ນແທ້ຂອງພວກເຂົາ, ພວກເຂົາກໍຈະບໍ່ຍອມຮັບສິ່ງນັ້ນເຊັ່ນກັນ. ເຖິງແມ່ນວ່າ ໃນທາງຜິວເຜີນ ພວກເຂົາອາດບໍ່ເວົ້າຫຍັງ, ຫົວໃຈຂອງພວກເຂົາຈະຕໍ່ຕ້ານ ແລະ ປະຕິເສດມັນຢ່າງແນ່ນອນ. ນີ້ແມ່ນສິ່ງທີ່ບໍ່ຕ້ອງສົງໄສເລີຍ. ເມື່ອພວກເຂົາປະເຊີນກັບການລິຮານຂອງເບື້ອງເທິງແທ້ໆ, ການສະແດງອອກທີ່ພົບເຫັນຫຼາຍທີ່ສຸດຂອງຜູ້ຕໍ່ຕ້ານພຣະຄຣິສກໍຄືການເວົ້າຄຸມເຄືອ ແລະ ການໂຕ້ຖຽງຢ່າງເອົາເປັນເອົາຕາຍ ເພື່ອໃຫ້ພວກເຂົາເອງໄດ້ປັດຄວາມຮັບຜິດຊອບ, ເຖິງຂັ້ນເວົ້າຕົວະເບື້ອງເທິງ ແລະ ປິດບັງສິ່ງຕ່າງໆ ຈາກຄົນທີ່ຢູ່ລຸ່ມພວກເຂົາ ເພື່ອໃຫ້ພວກເຂົາສາມາດລອດພົ້ນຈາກຄວາມຜິດໄດ້. ຜູ້ຕໍ່ຕ້ານພຣະຄຣິສມັກຈະໃຊ້ວິທີການເວົ້າຕົວະເບື້ອງເທິງ ແລະ ປິດບັງສິ່ງຕ່າງໆ ຈາກຄົນທີ່ຢູ່ລຸ່ມພວກເຂົາ ເພື່ອຫຼີກລ່ຽງການຖືກລິຮານໂດຍເບື້ອງເທິງ. ຕົວຢ່າງ: ຖ້າມີບັນຫາຫຼາຍຢ່າງໃນຄຣິສຕະຈັກ, ພວກເຂົາກໍບໍ່ເຄີຍລາຍງານພວກມັນ. ຖ້າອ້າຍເອື້ອຍນ້ອງຂອງພວກເຂົາຕ້ອງການລາຍງານບັນຫາເຫຼົ່ານັ້ນ, ຜູ້ຕໍ່ຕ້ານພຣະຄຣິສກໍບໍ່ອະນຸຍາດໃຫ້ພວກເຂົາເຮັດ ແລະ ໃຜກໍຕາມທີ່ເຮັດກໍຈະຖືກພວກເຂົາກົດຂີ່ ແລະ ກີດກັນ. ຜົນກໍຄື ຄົນສ່ວນໃຫຍ່ຖືກບັງຄັບໃຫ້ຢູ່ເສີຍໆ, ປ່ອຍໃຫ້ບັນຫາບໍ່ໄດ້ຮັບການແກ້ໄຂ ແລະ ເຮັດຕົວເປັນຄົນປະຈົບປະແຈງ. ຜູ້ຕໍ່ຕ້ານພຣະຄຣິສປິດກັ້ນບັນຫາທັງໝົດຂອງຄຣິສຕະຈັກ, ເກັບພວກມັນໄວ້ເປັນຄວາມລັບຢ່າງມິດຊິດ ແລະ ພວກເຂົາບໍ່ອະນຸຍາດໃຫ້ເບື້ອງເທິງເຂົ້າມາແຊກແຊງ ຫຼື ສອບຖາມ. ຜູ້ຕໍ່ຕ້ານພຣະຄຣິສຍັງຂັດຂວາງການຈັດແຈງວຽກງານຂອງເບື້ອງເທິງໄວ້ເທົ່າທີ່ພວກເຂົາຈະເຮັດໄດ້ ແລະ ບໍ່ສົ່ງຕໍ່ ຫຼື ຈັດຕັ້ງປະຕິບັດພວກມັນ. ຖ້າການຈັດແຈງວຽກງານຂອງເບື້ອງເທິງບໍ່ສົ່ງຜົນກະທົບຕໍ່ຊື່ສຽງ ຫຼື ສະຖານະສ່ວນຕົວຂອງພວກເຂົາເລີຍ, ພວກເຂົາອາດຈະປະກາດແບບຜິວເຜີນເລັກນ້ອຍ ແລະ ເຮັດພໍເປັນພິທີ, ແຕ່ພວກເຂົາຈະບໍ່ຈັດຕັ້ງປະຕິບັດພວກມັນຢ່າງແທ້ຈິງແນ່ນອນ. ຖ້າການຈັດແຈງວຽກງານຂອງເບື້ອງເທິງເປັນໄພຂົ່ມຂູ່ ຫຼື ມີຜົນກະທົບໃນລະດັບໃດໜຶ່ງຕໍ່ຊື່ສຽງ ແລະ ສະຖານະຂອງພວກເຂົາ, ແລ້ວຜູ້ຕໍ່ຕ້ານພຣະຄຣິສກໍຕ້ອງຄິດ. ພວກເຂົາຕ້ອງພິຈາລະນາວິທີທີ່ຈະລົງມື, ຈະລົງມືກັບໃຜ ແລະ ຈະລົງມືຕອນໃດ. ພວກເຂົາຕ້ອງລະມັດລະວັງຢ່າງຍິ່ງກ່ຽວກັບເລື່ອງເຫຼົ່ານີ້, ໂດຍຄິດຄຳນວນຊໍ້າແລ້ວຊໍ້າອີກໃນຈິດໃຈຂອງພວກເຂົາ. ຖ້າມີບັນຫາບາງຢ່າງປາກົດຂຶ້ນໃນວຽກງານຂອງຄຣິສຕະຈັກ, ຜູ້ຕໍ່ຕ້ານພຣະຄຣິສຮູ້ວ່າພວກເຂົາຈະຖືກລິຮານຢ່າງແນ່ນອນ ຫຼື ເຖິງຂັ້ນຖືກໄລ່ອອກ ເມື່ອເບື້ອງເທິງຮູ້ກ່ຽວກັບບັນຫາເຫຼົ່ານັ້ນ, ດັ່ງນັ້ນ ພວກເຂົາຈຶ່ງປິດບັງບັນຫາໄວ້ ແລະ ບໍ່ລາຍງານໃຫ້ເບື້ອງເທິງ. ພວກເຂົາບໍ່ສົນໃຈເລີຍວ່າບັນຫາເຫຼົ່ານັ້ນຈະນໍາຜົນກະທົບ ຫຼື ອັນຕະລາຍຫຍັງມາສູ່ວຽກງານຂອງເຮືອນຂອງພຣະເຈົ້າ ຖ້າພວກມັນບໍ່ໄດ້ຮັບການແກ້ໄຂ; ພວກເຂົາເສີຍເມີຍຕໍ່ຄວາມເສຍຫາຍໃດກໍຕາມທີ່ວຽກງານຂອງເຮືອນຂອງພຣະເຈົ້າຈະໄດ້ຮັບ. ພວກເຂົາບໍ່ຄິດກ່ຽວກັບວ່າການກະທຳໃດທີ່ຈະເປັນຜົນດີຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ ຫຼື ເຮັດໃຫ້ພຣະເຈົ້າພໍໃຈ, ພວກເຂົາພຽງແຕ່ພິຈາລະນາຊື່ສຽງ ແລະ ສະຖານະຂອງຕົນເອງ, ເບື້ອງເທິງຈະເບິ່ງ ແລະ ປະຕິບັດຕໍ່ພວກເຂົາແນວໃດ ແລະ ຈະປົກປ້ອງຊື່ສຽງ ແລະ ສະຖານະຂອງພວກເຂົາໄດ້ແນວໃດ ເພື່ອບໍ່ໃຫ້ພວກມັນໄດ້ຮັບຜົນກະທົບ. ນີ້ຄືວິທີທີ່ຜູ້ຕໍ່ຕ້ານພຣະຄຣິສເບິ່ງສິ່ງຕ່າງໆ ແລະ ຄິດກ່ຽວກັບບັນຫາ ແລະ ມັນສະແດງໃຫ້ເຫັນເຖິງອຸປະນິໄສຂອງພວກເຂົາຢ່າງຄົບຖ້ວນ. ສະນັ້ນ, ຜູ້ຕໍ່ຕ້ານພຣະຄຣິສຈະບໍ່ລາຍງານບັນຫາທີ່ມີຢູ່ໃນຄຣິສຕະຈັກ ຫຼື ທີ່ເກີດຂຶ້ນໃນວຽກງານຂອງພວກເຂົາຕາມຄວາມຈິງຢ່າງແນ່ນອນ. ບໍ່ວ່າພວກເຂົາຈະເຮັດວຽກຫຍັງ, ບໍ່ວ່າພວກເຂົາຈະປະເຊີນກັບຄວາມຫຍຸ້ງຍາກຫຍັງກໍຕາມ ຫຼື ຖ້າພວກເຂົາພົບກັບສະຖານະການທີ່ພວກເຂົາບໍ່ຮູ້ວິທີຈັດການ ຫຼື ໃນກໍລະນີທີ່ພວກເຂົາບໍ່ຮູ້ວ່າຈະເລືອກທາງໃດ ໃນຂະນະທີ່ປະຕິບັດວຽກງານນັ້ນ, ພວກເຂົາກໍຈະປິດບັງ ແລະ ເຊື່ອງມັນໄວ້, ໂດຍຢ້ານວ່າເບື້ອງເທິງຈະເວົ້າວ່າຄວາມສາມາດຂອງພວກເຂົາຕໍ່າເກີນໄປ ຫຼື ຮູ້ກ່ຽວກັບສະຖານະການຕົວຈິງຂອງພວກເຂົາ ຫຼື ລິຮານພວກເຂົາ ຍ້ອນວ່າພວກເຂົາບໍ່ໄດ້ຈັດການ ແລະ ແກ້ໄຂຄວາມຫຍຸ້ງຍາກ ຫຼື ສະຖານະການເຫຼົ່ານັ້ນໂດຍທັນທີ. ຜູ້ຕໍ່ຕ້ານພຣະຄຣິສບໍ່ສົນໃຈຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ວຽກງານຂອງຄຣິສຕະຈັກ ເພື່ອຫຼີກລ່ຽງການຖືກລິຮານໂດຍເບື້ອງເທິງ. ພວກເຂົາບໍ່ລັງເລທີ່ຈະເສຍສະລະວຽກງານ ແລະ ຜົນປະໂຫຍດຂອງຄຣິສຕະຈັກ ເພື່ອຮັກສາສະຖານະ ແລະ ການດຳລົງຊີວິດຂອງພວກເຂົາ ແລະ ເພື່ອຮັບປະກັນວ່າເບື້ອງເທິງມີຄວາມປະທັບໃຈທີ່ດີຕໍ່ພວກເຂົາ. ພວກເຂົາບໍ່ສົນໃຈເລື່ອງການຊັກຊ້າ ຫຼື ການສົ່ງຜົນກະທົບຕໍ່ຄວາມຄືບໜ້າຂອງວຽກງານຂອງຄຣິສຕະຈັກ ແລະ ພວກເຂົາຍິ່ງບໍ່ສົນໃຈກ່ຽວກັບການເຂົ້າສູ່ຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ. ບໍ່ວ່າອ້າຍເອື້ອຍນ້ອງຈະປະເຊີນກັບຄວາມຫຍຸ້ງຍາກຫຍັງກໍຕາມ ຫຼື ມີບັນຫາຫຍັງໃນເລື່ອງການເຂົ້າສູ່ຊີວິດຂອງພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສບໍ່ສາມາດແກ້ໄຂບັນຫາເຫຼົ່ານັ້ນໄດ້ ແລະ ພວກເຂົາຈະບໍ່ສະແຫວງຫາຈາກເບື້ອງເທິງ. ພວກເຂົາຮູ້ຢ່າງຊັດເຈນວ່າ ການປິດບັງບັນຫາ ແລະ ປ່ອຍໃຫ້ພວກມັນບໍ່ໄດ້ຮັບການແກ້ໄຂ ຈະສ້າງຄວາມຊັກຊ້າ ແລະ ສົ່ງຜົນກະທົບຕໍ່ຄວາມຄືບໜ້າໃນວຽກງານຂອງຄຣິສຕະຈັກ ແລະ ກໍ່ໃຫ້ເກີດການສູນເສຍຕໍ່ຊີວິດຂອງອ້າຍເອື້ອຍນ້ອງ, ແຕ່ພວກເຂົາເມີນເສີຍຕໍ່ສິ່ງເຫຼົ່ານີ້ ແລະ ບໍ່ສົນໃຈພວກມັນ. ບໍ່ວ່າຈະມີບັນຫາໃຫຍ່ຫຍັງກໍຕາມເກີດຂຶ້ນໃນຄຣິສຕະຈັກ, ພວກເຂົາບໍ່ເຄີຍລາຍງານພວກມັນ, ກົງກັນຂ້າມ ພວກເຂົາເຮັດສຸດຄວາມສາມາດເພື່ອປົກປິດ ແລະ ປິດບັງພວກມັນໄວ້. ຖ້າອ້າຍເອື້ອຍນ້ອງຄົ້ນພົບການກະທຳທີ່ຊົ່ວຮ້າຍຂອງພວກເຂົາ ແລະ ຂຽນຈົດໝາຍລາຍງານພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສກໍຍິ່ງພະຍາຍາມໜັກກວ່າເກົ່າທີ່ຈະກັກ ແລະ ປິດກັ້ນຈົດໝາຍເຫຼົ່ານັ້ນ. ເປົ້າໝາຍຂອງພວກເຂົາໃນການຍັບຍັ້ງ ແລະ ປິດກັ້ນຈົດໝາຍເຫຼົ່ານັ້ນແມ່ນຫຍັງ? ມັນຄືເພື່ອຮັກສາສະຖານະຂອງພວກເຂົາ, ເພື່ອປົກປ້ອງຊື່ສຽງ ແລະ ກຽດສັກສີຂອງພວກເຂົາ ແລະ ເພື່ອຮັກສາທຸກສິ່ງທຸກຢ່າງທີ່ພວກເຂົາຄອບຄອງໃນຊ່ວງເວລານັ້ນ. ສຳລັບພວກເຂົາແລ້ວ, ການຖືກໄລ່ອອກ ຫຼື ການທີ່ເບື້ອງເທິງປະເມີນວ່າພວກເຂົາບໍ່ເໝາະສົມກັບວຽກງານຂອງພວກເຂົາ, ປຽບເໝືອນການເສຍຊີວິດຂອງພວກເຂົາ ແລະ ການຖືກຕັດສິນປະຫານຊີວິດ, ມັນຄືກັບການມາຮອດທາງຕັນໃນຄວາມເຊື່ອໃນພຣະເຈົ້າຂອງພວກເຂົາ. ສະນັ້ນ, ບໍ່ວ່າຈະເກີດຫຍັງຂຶ້ນກໍຕາມ, ພວກເຂົາບໍ່ເຄີຍສະແຫວງຫາຈາກເບື້ອງເທິງ. ກົງກັນຂ້າມ, ພວກເຂົາຄິດຫາວິທີທີ່ຈະປົກປິດບັນຫາທັງໝົດທີ່ມີຢູ່ໃນວຽກງານຂອງພວກເຂົາ ແລະ ຫ້າມບໍ່ໃຫ້ເບື້ອງເທິງພົບເຫັນພວກມັນ. ການປະຕິບັດແບບນີ້ຂອງພວກເຂົາບໍ່ໜ້າລັງກຽດຫຼາຍບໍ? ພວກເຂົາເຊື່ອວ່າຜູ້ນຳທີ່ດີໃນສາຍຕາຂອງພຣະເຈົ້າ ແລະ ເບື້ອງເທິງຕ້ອງເປັນຄົນທີ່ບໍ່ເຄີຍມີບັນຫາ ຫຼື ຄວາມຫຍຸ້ງຍາກໃດໆ, ເປັນຄົນທີ່ສາມາດຈັດການທຸກເລື່ອງໄດ້ດີ ແລະ ເໝາະສົມກັບວຽກງານທຸກປະເພດ. ພວກເຂົາຄິດວ່າຜູ້ນຳທີ່ດີບໍ່ເຄີຍຈົ່ມກ່ຽວກັບຄວາມຫຍຸ້ງຍາກ ຫຼື ສະແຫວງຫາກ່ຽວກັບບັນຫາ ແລະ ຜູ້ນຳທີ່ດີຕ້ອງເປັນຄົນທີ່ສົມບູນແບບ, ບໍ່ມີຂໍ້ບົກພ່ອງໃນຈິດໃຈຂອງພຣະເຈົ້າ ແລະ ເບື້ອງເທິງຢ່າງແນ່ນອນ, ເຊິ່ງສາມາດເຮັດວຽກໃຫ້ສຳເລັດໄປດ້ວຍດີ ໂດຍທີ່ເບື້ອງເທິງບໍ່ຕ້ອງລິຮານພວກເຂົາ. ຍ້ອນແນວນັ້ນ, ພວກເຂົາຈຶ່ງປົກປ້ອງສະຖານະຂອງພວກເຂົາຢ່າງຮ້ອນຮົນ, ໂດຍຫວັງວ່າຈະສ້າງຄວາມປະທັບໃຈທີ່ດີໃຫ້ກັບເບື້ອງເທິງ ແລະ ເຮັດໃຫ້ເບື້ອງເທິງເຊື່ອຢ່າງຜິດໆວ່າ ພວກເຂົາເໝາະສົມກັບວຽກງານຂອງພວກເຂົາ, ພວກເຂົາສາມາດແບກຮັບວຽກງານຂອງພວກເຂົາໄດ້ ແລະ ຈະບໍ່ມີບັນຫາໃຫຍ່ເກີດຂຶ້ນ ແລະ ດ້ວຍເຫດນີ້ຈຶ່ງຄິດວ່າບໍ່ຈຳເປັນຕ້ອງສອບຖາມໂດຍກົງກ່ຽວກັບວຽກງານຂອງພວກເຂົາ ຫຼື ການຊີ້ນໍາແກ່ພວກເຂົາ ແລະ ແນ່ນອນວ່າບໍ່ຈຳເປັນຕ້ອງລິຮານພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິສຕ້ອງການສ້າງພາບລັກແບບນີ້ໃຫ້ກັບຕົນເອງ, ເພື່ອເຮັດໃຫ້ຄົນອື່ນເຊື່ອຢ່າງຜິດໆວ່າພຣະເຈົ້າເຊື່ອໃນຕົວພວກເຂົາ ແລະ ມອບໝາຍທຸກຢ່າງໃຫ້ພວກເຂົາ, ພຣະອົງຝາກຝັງໜ້າທີ່ສຳຄັນໃຫ້ພວກເຂົາ ແລະ ມີຄວາມໄວ້ວາງໃຈໃນຕົວພວກເຂົາຫຼາຍ, ເຖິງຂັ້ນທີ່ພຣະອົງລັງເລທີ່ຈະລິຮານພວກເຂົາ, ຍ້ອນຢ້ານວ່າການທີ່ພວກເຂົາກາຍເປັນຄົນຄິດລົບ ແລະ ຂີ້ຄ້ານຈະສົ່ງຜົນກະທົບຕໍ່ວຽກງານ. ຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ອ້າຍເອື້ອຍນ້ອງຄິດວ່າ ພວກເຂົາໂດ່ງດັງໃນເຮືອນຂອງພຣະເຈົ້າ ແລະ ຄຣິສຕະຈັກ ແລະ ເປັນບຸກຄົນສຳຄັນໃນເຮືອນຂອງພຣະເຈົ້າ. ເປັນຫຍັງພວກເຂົາຈຶ່ງຢາກສ້າງພາບລວງຕາ ແລະ ສາກບັງໜ້າແບບນີ້ໃຫ້ກັບອ້າຍເອື້ອຍນ້ອງ? ມັນຄືເພື່ອໃຫ້ພວກເຂົາສາມາດເຮັດໃຫ້ຜູ້ຄົນຍົກຍ້ອງ ແລະ ບູຊາພວກເຂົາ, ເພື່ອໃຫ້ພວກເຂົາສາມາດເພີດເພີນກັບຜົນປະໂຫຍດຈາກສະຖານະໃນຄຣິສຕະຈັກ, ພ້ອມທັງສະຖານະທີ່ສູງສົ່ງ ແລະ ການປະຕິບັດທີ່ເອື້ອອຳນວຍ, ເຖິງຂັ້ນທີ່ພວກເຂົາອາດຈະແທນທີ່ພຣະເຈົ້າ. ພວກເຂົາມັກຈະເວົ້າກັບອ້າຍເອື້ອຍນ້ອງວ່າ: “ພຣະເຈົ້າບໍ່ສາມາດເວົ້າກັບພວກເຈົ້າໂດຍສ່ວນຕົວໄດ້, ພຣະອົງບໍ່ສາມາດລົງມາລະດັບດຽວກັບພວກເຈົ້າ ແລະ ປະຕິບັດວຽກງານໂດຍສ່ວນຕົວໄດ້ ແລະ ພຣະອົງບໍ່ສາມາດອາໄສຢູ່ຮ່ວມກັບພວກເຈົ້າ ແລະ ຊີ້ນໍາພວກເຈົ້າໃນທຸກສິ່ງທີ່ແຕກຕ່າງກັນທີ່ພວກເຈົ້າພົບພໍ້ໃນຊີວິດປະຈຳວັນຂອງພວກເຈົ້າໄດ້. ສະນັ້ນ, ໃຜຈະປະຕິບັດໜ້າວຽກສະເພາະເຫຼົ່ານີ້? ມັນຈະບໍ່ແມ່ນຜູ້ນຳ ແລະ ຜູ້ເຮັດວຽກຄືກັບພວກເຮົາບໍ?” ໃນຂະນະທີ່ພວກເຂົາເຮັດສຸດຄວາມສາມາດ ເພື່ອປົກປ້ອງສະຖານະຂອງພວກເຂົາ, ພວກເຂົາມັກຈະເວົ້າສິ່ງດັ່ງກ່າວ ແລະ ສະແດງຄວາມຄິດແບບນີ້ອອກມາ, ເພື່ອໃຫ້ອ້າຍເອື້ອຍນ້ອງເຊື່ອ ແລະ ໄວ້ວາງໃຈໃນຕົວພວກເຂົາຢ່າງສິ້ນເຊີງ ແລະ ບໍ່ມີຂໍ້ສົງໄສ. ທຳມະຊາດຂອງການປະຕິບັດແບບນີ້ຂອງພວກເຂົາແມ່ນຫຍັງ? ມັນບໍ່ແມ່ນການຫຼອກລວງເບື້ອງເທິງ ແລະ ປິດບັງສິ່ງຕ່າງໆ ຈາກຄົນທີ່ຢູ່ມລຸ່ມພວກເຂົາບໍ? (ແມ່ນແລ້ວ.) ນີ້ແມ່ນສ່ວນທີ່ສະຫຼາດຂອງວິທີການຂອງພວກເຂົາ. ຄົນສ່ວນໃຫຍ່ມີຄວາມສາມາດຕໍ່າ, ພວກເຂົາບໍ່ເຂົ້າໃຈຄວາມຈິງ, ບໍ່ສາມາດແຍກແຍະຜູ້ຕໍ່ຕ້ານພຣະຄຣິສ ແລະ ສາມາດຖືກເຮັດໃຫ້ຫຼົງຜິດ ແລະ ຖືກໃຊ້ໂດຍຜູ້ຕໍ່ຕ້ານພຣະຄຣິສແທ້ໆ. ຖ້າຜູ້ຕໍ່ຕ້ານພຣະຄຣິສພະຍາຍາມເຮັດໃຫ້ຜູ້ຄົນຫຼົງຜິດໂດຍກົງໂດຍເວົ້າວ່າ: “ເບື້ອງເທິງມີຄວາມເຊື່ອໃນຕົວຂ້ອຍແທ້ໆ, ພວກເຂົາຟັງຂ້ອຍໃນທຸກເລື່ອງ”, ຜູ້ຄົນອາດຈະລະວັງຕົວເລັກນ້ອຍ ແລະ ມີການແຍກແຍະພວກເຂົາຢູ່ໜ້ອຍໜຶ່ງ, ແຕ່ຜູ້ຕໍ່ຕ້ານພຣະຄຣິສບໍ່ເວົ້າແບບກົງໄປກົງມາຄືແນວນີ້. ພວກເຂົາໃຊ້ວິທີການເວົ້າບາງຢ່າງ ເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ເຮັດໃຫ້ພວກເຂົາເຂົ້າໃຈຜິດວ່າເບື້ອງເທິງຕ້ອງມີຄວາມເຊື່ອ ແລະ ໄວ້ວາງໃຈໃນຕົວພວກເຂົາຢ່າງແນ່ນອນ ຈຶ່ງໄດ້ມອບໝາຍວຽກງານການນຳພາໃຫ້ພວກເຂົາ. ຄົນເບົາປັນຍາທີ່ຂາດການແຍກແຍະ ແລະ ບໍ່ສະແຫວງຫາຄວາມຈິງກໍຫຼົງເຊື່ອສິ່ງນີ້ ແລະ ຕິດຕາມພວກເຂົາ. ແລ້ວເມື່ອມີບາງສິ່ງບາງຢ່າງເກີດຂຶ້ນ, ຄົນເບົາປັນຍາເຫຼົ່ານັ້ນກໍບໍ່ອະທິຖານຫາພຣະເຈົ້າ ຫຼື ສະແຫວງຫາຄວາມຈິງໃນພຣະທຳຂອງພຣະເຈົ້າ, ກົງກັນຂ້າມ ພວກເຂົາມາຢູ່ຕໍ່ໜ້າຜູ້ຕໍ່ຕ້ານພຣະຄຣິສ, ຂໍໃຫ້ຜູ້ຕໍ່ຕ້ານພຣະຄຣິສຊີ້ທາງໃຫ້ພວກເຂົາ ແລະ ເລືອກເສັ້ນທາງໃຫ້ພວກເຂົາ. ນີ້ຄືເປົ້າໝາຍທີ່ຜູ້ຕໍ່ຕ້ານພຣະຄຣິສຕ້ອງການບັນລຸດ້ວຍການກະທຳຂອງພວກເຂົາ. ຖ້າບໍ່ມີຄົນຈຳນວນໜຶ່ງທີ່ເຂົ້າໃຈຄວາມຈິງໃນຄຣິສຕະຈັກ ທີ່ແຍກແຍະ ແລະ ເປີດໂປງຜູ້ຕໍ່ຕ້ານພຣະຄຣິສ, ຄົນສ່ວນໃຫຍ່ກໍຈະເຊື່ອພວກເຂົາຢ່າງຫຼັບຫູຫຼັບຕາ, ບູຊາ ແລະ ຕິດຕາມພວກເຂົາ ແລະ ດຳລົງຊີວິດພາຍໃຕ້ການຄວບຄຸມຂອງພວກເຂົາ. ນີ້ຄືສິ່ງທີ່ ອັນຕະລາຍຫຼາຍ! ຖ້າຄົນໃດຄົນໜຶ່ງຖືກເຮັດໃຫ້ຫຼົງຜິດ ແລະ ຄວບຄຸມໂດຍຜູ້ຕໍ່ຕ້ານພຣະຄຣິສເປັນເວລາສາມ ຫຼື ຫ້າປີ, ຊີວິດຂອງພວກເຂົາກໍຈະໄດ້ຮັບການສູນເສຍຢ່າງໃຫຍ່ຫຼວງ. ຖ້າພວກເຂົາຖືກເຮັດໃຫ້ຫຼົງຜິດ ແລະ ຄວບຄຸມໂດຍຜູ້ຕໍ່ຕ້ານພຣະຄຣິສເປັນເວລາແປດ ຫຼື 10 ປີ, ແລ້ວພວກເຂົາກໍຈະຖືກທຳລາຍຢ່າງສິ້ນເຊີງ; ເຖິງແມ່ນວ່າພວກເຂົາຢາກກູ້ຕົວເອງຄືນກັບມາ, ພວກເຂົາກໍຈະບໍ່ມີໂອກາດ.

ພວກຜູ້ຕໍ່ຕ້ານພຣະຄຣິສມັກຈະເຮັດໃຫ້ຜູ້ຄົນຫຼົງຜິດ, ຊະນະໃຈພວກເຂົາ ແລະ ຄວບຄຸມພວກເຂົາ ໂດຍໃຊ້ຂໍ້ກ່າວອ້າງວ່າ ພວກເຂົາເປັນຄົນທີ່ມີຊື່ສຽງໃນເຮືອນຂອງພຣະເຈົ້າ, ຜູ້ທີ່ຖືກພຣະເຈົ້າວາງໄວ້ໃນຕຳແໜ່ງທີ່ສຳຄັນ ແລະ ຜູ້ທີ່ພຣະເຈົ້າຍົກຍ້ອງ ແລະ ໄວ້ວາງໃຈ, ໃນຄວາມພະຍາຍາມທີ່ຈະບັນລຸເປົ້າໝາຍຂອງພວກເຂົາ ໃນການເພີດເພີນກັບສະຖານະຢູ່ສະເໝີ ແລະ ມີສິດອໍານາດຕັດສິນໃຈຂັ້ນສຸດທ້າຍຕະຫຼອດໄປ. ສິ່ງທີ່ພວກຜູ້ຕໍ່ຕ້ານພຣະຄຣິສຢ້ານທີ່ສຸດແມ່ນຫຍັງ? ພວກເຂົາຢ້ານການສູນເສຍສະຖານະຂອງພວກເຂົາ ແລະ ຖືກເບິ່ງວ່າມີຊື່ສຽງທີ່ບໍ່ດີ. ພວກເຂົາຢ້ານວ່າອ້າຍເອື້ອຍນ້ອງຈະຄິດວ່າພວກເຂົາບໍ່ໄລ່ຕາມຄວາມຈິງ, ຄິດວ່າພວກເຂົາມີຄວາມສາມາດຕໍ່າຫຼາຍ ແລະ ຄິດວ່າພວກເຂົາບໍ່ມີຄວາມເຂົ້າໃຈຝ່າຍວິນຍານ ຫຼື ບໍ່ໄດ້ເຮັດວຽກງານຕົວຈິງໃດກໍຕາມ ແລະ ຄິດວ່າພວກເຂົາບໍ່ມີຄວາມສາມາດທີ່ຈະເຮັດວຽກງານຕົວຈິງໃດໜຶ່ງໄດ້ເລີຍ. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ພວກຜູ້ຕໍ່ຕ້ານພຣະຄຣິສຢ້ານທີ່ຈະໄດ້ຍິນທີ່ສຸດ. ເມື່ອພວກຜູ້ຕໍ່ຕ້ານພຣະຄຣິສໄດ້ຍິນຄຳເວົ້າ ແລະ ການປະກາດເຊັ່ນນີ້, ພວກເຂົາກໍຕື່ນຕົກໃຈ ແລະ ເຖິງຂັ້ນຫງຸດຫງິດ, ບາງຄັ້ງກໍເຖິງຂັ້ນອາລະວາດ ໂດຍເວົ້າວ່າ “ຂ້ອຍມີຄວາມສາມາດຕໍ່າ, ສະນັ້ນ ໃຫ້ໄປໃຊ້ງານຜູ້ໃດກໍຕາມທີ່ເຈົ້າສາມາດໃຊ້ງານໄດ້ໂລດ; ຂ້ອຍເຮັດວຽກງານນີ້ບໍ່ໄດ້ຢູ່ດີ! ພຣະເຈົ້າບໍ່ຊອບທຳບໍ? ຂ້ອຍເຊື່ອໃນພຣະອົງມາເປັນເວລາຫຼາຍປີຂະໜາດນີ້, ປະຖິ້ມຄອບຄົວ ແລະ ອາຊີບຂອງຂ້ອຍເພື່ອພຣະອົງ ແລະ ອຸທິດຕົນຢ່າງຫຼວງຫຼາຍເພື່ອພວກເຈົ້າທຸກຄົນ, ອ້າຍເອື້ອຍນ້ອງຂອງຂ້ອຍ. ເປັນຫຍັງພວກເຈົ້າຈຶ່ງບໍ່ສາມາດເວົ້າເຖິງຂ້ອຍຢ່າງຍຸດຕິທຳໄດ້ຈັກຄຳເລີຍ?” ພວກເຂົາບໍ່ສາມາດສົນໃຈຕໍ່ຊື່ສຽງ ແລະ ສະຖານະຂອງພວກເຂົາໄດ້ອີກຕໍ່ໄປ, ທັງບໍ່ໄດ້ພະຍາຍາມປົກປິດ ຫຼື ເສແສ້ງແກ້ງເຮັດອີກແລ້ວ; ຄວາມອັບປະລັກຂອງພວກເຂົາຖືກສະແດງອອກມາຢ່າງເຕັມທີ່. ຫຼັງຈາກທີ່ໄດ້ລະບາຍຄວາມໂມໂຫຂອງພວກເຂົາແລ້ວ, ພວກເຂົາກໍເຊັດນ້ຳຕາ ແລະ ຄິດວ່າ “ໂອ ບໍ່, ຂ້ອຍໄດ້ເຮັດໃຫ້ຕົນເອງເສຍໜ້າ. ຂ້ອຍຕ້ອງກັບມາແກ້ຕົວຄືນ!” ຈາກນັ້ນ ພວກເຂົາກໍໄດ້ສືບຕໍ່ເສແສ້ງແກ້ງເຮັດ, ພວກເຂົາສືບຕໍ່ຮຽນຮູ້ຄຳຂວັນ ແລະ ຫຼັກຄຳສອນທີ່ດີ ແລະ ຟັງ, ອ່ານ, ເທດສະໜາ ແລະ ເຮັດໃຫ້ຜູ້ຄົນຫຼົງຜິດ. ພວກເຂົາຮູ້ສຶກວ່າພວກເຂົາຕ້ອງກອບກູ້ຊື່ສຽງ ແລະ ສະຖານະຂອງພວກເຂົາຄືນມາ ແລະ ພວກເຂົາຫວັງວ່າ ມື້ໜຶ່ງ ເມື່ອເຖິງເວລາເລືອກຕັ້ງ, ອ້າຍເອື້ອຍນ້ອງຈະຍັງຄິດເຖິງພວກເຂົາ, ລຳລຶກເຖິງສິ່ງດີໆທີ່ພວກເຂົາໄດ້ເຮັດ, ຈື່ຈຳສິ່ງທີ່ພວກເຂົາໄດ້ເສຍສະລະ ແລະ ສິ່ງຕ່າງໆທີ່ພວກເຂົາໄດ້ເວົ້າ. ນີ້ມັນໜ້າດ້ານຢ່າງແທ້ຈິງ, ບໍ່ແມ່ນບໍ? ທຳມະຊາດແບບເກົ່າຂອງພວກເຂົານັ້ນບໍ່ໄດ້ປ່ຽນແປງເລີຍ, ແມ່ນບໍ່? ເປັນຫຍັງພວກຜູ້ຕໍ່ຕ້ານພຣະຄຣິສຈຶ່ງບໍ່ເຄີຍປ່ຽນແປງ? ສິ່ງນີ້ຖືກກຳນົດໂດຍທຳມະຊາດ-ແກ່ນແທ້ຂອງພວກເຂົາ, ພວກເຂົາບໍ່ສາມາດປ່ຽນແປງໄດ້; ນີ້ຄືສິ່ງທີ່ພວກເຂົາເປັນ. ເມື່ອຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາໄດ້ສູນສະຫຼາຍໄປຢ່າງສົມບູນ, ພວກເຂົາກໍອາລະວາດ ແລ້ວ ຈາກນັ້ນພວກເຂົາກໍປະພຶດຕົວດີຂຶ້ນຫຼາຍ. ເຮົາຫາກໍຖາມເຖິງຄົນຜູ້ໜຶ່ງວ່າເປັນແນວໃດໃນຊ່ວງນີ້ ແລະ ອ້າຍເອື້ອຍນ້ອງບາງຄົນກໍເວົ້າວ່າລາວປະພຶດຕົວຫຼາຍ. “ປະພຶດຕົວຮຽບຮ້ອຍ” ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າລາວໄດ້ປະພຶດຕົວດີຂຶ້ນຫຼາຍໃນຊ່ວງນີ້ ແລະ ໄດ້ສະແດງອອກດີຂຶ້ນຫຼາຍກວ່າເມື່ອກ່ອນ; ລາວບໍ່ໄດ້ກໍ່ບັນຫາ, ໂຈມຕີຜູ້ຄົນ ຫຼື ຍາດແຍ່ງສະຖານະອີກຕໍ່ໄປ ແລະ ລາວໄດ້ຮຽນຮູ້ວິທີເວົ້າກັບຜູ້ຄົນຢ່າງສຸພາບ, ຖ່ອມຕົວ ແລະ ງຽບສະຫງົບກວ່າເກົ່າ. ແລະ ລາວໄດ້ໃຊ້ຄຳເວົ້າທີ່ຖືກຕ້ອງ ເພື່ອຊ່ວຍເຫຼືອຄົນອື່ນ ແລະ ໃນຊີວິດປະຈຳວັນຂອງລາວ, ລາວໄດ້ສະແດງຄວາມເປັນຫ່ວງເປັນໃຍ ແລະ ດູແລຄົນອື່ນເປັນພິເສດ. ມັນເບິ່ງຄືວ່າລາວໄດ້ປ່ຽນໄປເປັນຄົນໃໝ່ຢ່າງສົມບູນ. ແຕ່ລາວປ່ຽນແປງໄດ້ແທ້ບໍ? ບໍ່. ສະນັ້ນ, ການປະຕິບັດເຫຼົ່ານັ້ນແມ່ນຫຍັງ? (ພຶດຕິກຳພາຍນອກທີ່ດູດີ.)

ຫຼັງຈາກທີ່ພວກຜູ້ຕໍ່ຕ້ານພຣະຄຣິສບາງຄົນໄດ້ຮັບການເປີດເຜີຍ ແລະ ການກະທຳທີ່ຊົ່ວຮ້າຍທັງໝົດຂອງພວກເຂົາຖືກເປີດໂປງ, ເມື່ອພວກເຂົາເຫັນອ້າຍເອື້ອຍນ້ອງ, ພວກເຂົາກໍເວົ້າວ່າ “ຂ້ອຍຮູ້ສຶກວ່າຂ້ອຍໄດ້ຮັບການໃຫ້ຄວາມຮູ້ແຈ້ງ ແລະ ການສ່ອງສະຫວ່າງຈາກພຣະເຈົ້າໃນຊ່ວງນີ້ ແລະ ຂ້ອຍຢູ່ໃນສະພາວະທີ່ດີແທ້ໆ. ຂ້ອຍຮູ້ສຶກກຽດຊັງຢ່າງເລິກເຊິ່ງຕໍ່ການກະທຳກ່ອນໜ້ານີ້ຂອງຂ້ອຍ ແລະ ຂ້ອຍຈະບໍ່ມີວັນທີ່ສາມາດລືມ ຫຼື ປ່ອຍວາງຄວາມເສຍຫາຍທີ່ຂ້ອຍໄດ້ກໍ່ໃຫ້ເກີດຄວາມທຸກແກ່ອ້າຍເອື້ອຍນ້ອງ. ຂ້ອຍຮູ້ສຶກເສຍໃຈຫຼາຍ.” ໃນຂະນະທີ່ພວກເຂົາເວົ້າແນວນີ້, ພວກເຂົາກໍຮ້ອງໄຫ້ອອກມາ ແລະ ເຖິງຂັ້ນເປັນຝ່າຍເລີ່ມຂໍໃຫ້ອ້າຍເອື້ອຍນ້ອງໄດ້ລິຮານພວກເຂົາ ໂດຍເວົ້າວ່າ “ບໍ່ຕ້ອງກັງວົນວ່າຂ້ອຍຈະອ່ອນແອ. ຖ້າພວກເຈົ້າເຫັນຂ້ອຍເຮັດບາງສິ່ງຜິດ, ກໍຈົ່ງລິຮານຂ້ອຍໂລດ, ຂ້ອຍສາມາດຍອມຮັບມັນໄດ້ ຂ້ອຍສາມາດຍອມຮັບມັນຈາກພຣະເຈົ້າ; ຂ້ອຍຈະບໍ່ຖືໂທດພວກເຈົ້າ.” ພວກເຂົາໄດ້ປ່ຽນຈາກການປະຕິເສດຢ່າງຫົວແຂງ, ການຕໍ່ຕ້ານ ແລະ ການທ້າທາຍການລິຮານຈາກອ້າຍເອື້ອຍນ້ອງ, ການແກ້ຕົວ ແລະ ການໂຕ້ຖຽງແທນຕົນເອງ ແລະ ການເຕັມໄປດ້ວຍຄວາມຄຽດແຄ້ນ, ມາເປັນການສະແຫວງຫາການລິຮານຢ່າງຫ້າວຫັນ. ນີ້ຄືການປ່ຽນແປງທັດສະນະຄະຕິທີ່ຂ້ອນຂ້າງໄວ, ບໍ່ແມ່ນບໍ? ສິ່ງນີ້ໝາຍຄວາມວ່າພວກເຂົາຮູ້ສຶກສໍານຶກຜິດບໍ? ອີງຕາມທັດສະນະຄະຕິນີ້, ມັນເບິ່ງຄືວ່າພວກເຂົາໄດ້ກັບໃຈແລ້ວ, ສະນັ້ນ ເຈົ້າຄວນລິຮານພວກເຂົາ. ການເຮັດແບບນີ້ສາມາດເຮັດໃຫ້ພວກເຂົາຮັບຮູ້ຄວາມຜິດ ທີ່ພວກເຂົາໄດ້ກໍ່ຂຶ້ນໃນອະດີດ ແລະ ຊ່ວຍໃຫ້ພວກເຂົາຮູ້ຈັກຕົນເອງ. ໃນຊ່ວງເວລານັ້ນ, ເຈົ້າຄວນຊ່ວຍເຫຼືອພວກເຂົາ ໂດຍການສະແດງຄວາມຈິງໃຈ ແລະ ເວົ້າວ່າ “ຂ້ອຍເຫັນວ່າເຈົ້າໄດ້ປະພຶດຕົວຂ້ອນຂ້າງດີໃນຊ່ວງນີ້. ຂ້ອຍຈະເວົ້າກັບເຈົ້າຈາກໃຈຈິງ. ຖ້າບາງສິ່ງທີ່ຂ້ອຍເວົ້ານັ້ນບໍ່ຖືກຕ້ອງ ແລະ ເຈົ້າບໍ່ສາມາດຍອມຮັບມັນໄດ້, ກໍຢ່າໄປໃສ່ໃຈກັບມັນ; ຖ້າເຈົ້າເຊື່ອວ່າສິ່ງທີ່ຂ້ອຍເວົ້ານັ້ນຖືກຕ້ອງ, ກໍຈົ່ງຍອມຮັບມັນຈາກພຣະເຈົ້າ. ເຈດຕະນາຂອງຂ້ອຍແມ່ນເພື່ອຊ່ວຍເຫຼືອເຈົ້າ, ບໍ່ແມ່ນເພື່ອຊໍ້າເຕີມເຈົ້າຕອນເຈົ້າຕົກຕໍ່າ ຫຼື ໂຈມຕີເຈົ້າ. ໃຫ້ພວກເຮົາເປີດໃຈຕໍ່ກັນ ແລະ ໂອ້ລົມກັນເທາະ. ຍ້ອນກັບໄປຕອນທີ່ເຈົ້າໄດ້ຮັບໃຊ້ໃນຖານະຜູ້ນໍາ, ເຈົ້າຍ່າງວາງມາດໄປທົ່ວ ແລະ ປະຕິເສດທີ່ຈະຍອມຮັບຄວາມຜິດພາດຂອງເຈົ້າ; ເຖິງແມ່ນວ່າພາຍນອກເຈົ້າຈະຍອມຮັບຜິດໃນບາງເລື່ອງ, ແຕ່ເລິກໆແລ້ວ ເຈົ້າບໍ່ໄດ້ຍອມຮັບຄວາມຜິດ ແລະ ຫຼັງຈາກນັ້ນ, ເມື່ອເຈົ້າພົບກັບບັນຫາຮູບແບບດຽວກັນ, ເຈົ້າກໍຍັງປະພຶດຄືກັບທີ່ເຈົ້າເຄີຍເຮັດມາກ່ອນ. ໃຫ້ພວກເຮົາເວົ້າກ່ຽວກັບເຫດການຫຼ້າສຸດນັ້ນເປັນຕົວຢ່າງ. ເພາະວ່າເຈົ້າບໍ່ມີຄວາມຮັບຜິດຊອບ, ເກີດມີບາງສິ່ງທີ່ຜິດພາດຂຶ້ນ ແລະ ນໍາຄວາມສູນເສຍອັນໃຫຍ່ຫຼວງມາສູ່ຊັບສິນຂອງເຮືອນຂອງພຣະເຈົ້າ. ການຂາດຄວາມຮັບຜິດຊອບຂອງເຈົ້າຍັງນໍາໄປສູ່ການທີ່ອ້າຍເອື້ອຍນ້ອງຫຼາຍຄົນຖືກຈັບກຸມ ແລະ ຖືກຈຳຄຸກ ແລະ ຕ້ອງໄດ້ເສຍສະລະສຳລັບສິ່ງນີ້. ເຈົ້າບໍ່ຄິດວ່າເຈົ້າຄວນຮັບຜິດຊອບຕໍ່ເລື່ອງນັ້ນບໍ? ເຈົ້າເປັນຜູ້ຮັບຜິດຊອບໂດຍກົງຕໍ່ເຫດການນັ້ນ, ສະນັ້ນ ເຈົ້າກໍຄວນມາຢູ່ຕໍ່ໜ້າພຣະເຈົ້າ, ສາລະພາບຄວາມບາບຂອງເຈົ້າ ແລະ ກັບໃຈ. ຄວາມຈິງແລ້ວ, ຖ້າເຈົ້າຍອມຮັບຄວາມຜິດພາດຂອງເຈົ້າ, ຢ່າງຮ້ານແຮງທີ່ສຸດພຣະເຈົ້າຈະເຫັນວ່າມັນເປັນກໍພຽງແຕ່ການກະທຳຜິດ ແລະ ມັນຈະບໍ່ສົ່ງຜົນກະທົບຕໍ່ການໄລ່ຕາມຄວາມຈິງຂອງເຈົ້າໃນອະນາຄົດ. ອ້າຍເອື້ອຍນ້ອງກໍຈະສາມາດປະຕິບັດຕໍ່ເຈົ້າຢ່າງເໝາະສົມ ແລະ ເຫັນວ່າເຈົ້າເປັນສະມາຊິກຂອງເຮືອນຂອງພຣະເຈົ້າ; ພວກເຂົາຈະບໍ່ຕັດຂາດກັບເຈົ້າ ຫຼື ໂຈມຕີເຈົ້າ. ມັນເປັນຄວາມຈິງທີ່ວ່າທຸກສິ່ງທຸກຢ່າງທີ່ກ່ຽວກັບຄົນເຮົາແມ່ນຢູ່ໃນມືຂອງພຣະເຈົ້າ, ແຕ່ຖ້າເຈົ້າບໍ່ເຄີຍໄລ່ຕາມຄວາມຈິງ, ເຈົ້າກໍຈະຖືກພຣະເຈົ້າກຽດຊັງ ແລະ ປະຖິ້ມຢ່າງແນ່ນອນ, ເຊິ່ງເມື່ອເຖິງຈຸດນັ້ນ ເຈົ້າກໍຈະເປັນເປົ້າໝາຍສຳລັບການທຳລາຍ. ຖ້າເຈົ້າຍອມຮັບ ແລະ ອ່ອນນ້ອມຕໍ່ພາລະກິດຂອງພຣະເຈົ້າ ແລະ ສາມາດກັບໃຈໄດ້ຢ່າງແທ້ຈິງ, ພຣະເຈົ້າຈະບໍ່ຈື່ຈຳການກະທຳຜິດໃນອະດີດຂອງເຈົ້າ ແລະ ເຈົ້າກໍຈະຍັງເປັນຄົນທີ່ໄລ່ຕາມຄວາມຈິງຢູ່ຕໍ່ໜ້າພຣະເຈົ້າ. ພວກເຮົາບໍ່ໄດ້ຂໍການອະໄພໂທດ ຫຼື ການໃຫ້ອະໄພຈາກພຣະອົງ, ແຕ່ຢ່າງໜ້ອຍທີ່ສຸດ, ພວກເຮົາຕ້ອງເຮັດໃນສິ່ງທີ່ມະນຸດຄວນເຮັດ; ນີ້ຄືຄວາມຮັບຜິດຊອບ ແລະ ໜ້າທີ່ຂອງທຸກສິ່ງທີ່ຖືກສ້າງ ແລະ ມັນຄືເສັ້ນທາງທີ່ພວກເຮົາທຸກຄົນຄວນຍ່າງ.” ຄຳເວົ້າເຫຼົ່ານີ້ແມ່ນຄຳເວົ້າທີ່ແທ້ຈິງ, ແມ່ນບໍ? ມີການເຢາະເຢີ້ຍ ຫຼື ການຫຼອກລວງໃນຄຳເວົ້າເຫຼົ່ານັ້ນບໍ? ມີການສຽດສີ ຫຼື ການດູຖູກໃນຄຳເວົ້າເຫຼົ່ານັ້ນບໍ? (ບໍ່.) ຄຳເວົ້າເຫຼົ່ານີ້ເປັນພຽງຄຳເວົ້າຈາກໃຈຈິງ, ເຊິ່ງເວົ້າຢ່າງໃຈເຢັນ ແລະ ສອດຄ່ອງກັບຫຼັກການຂອງການຊ່ວຍເຫຼືອ ແລະ ການສັ່ງສອນຜູ້ຄົນ. ຄຳເວົ້າເຫຼົ່ານີ້ຖືກຕ້ອງແລ້ວ; ພາຍໃນຄຳເວົ້າເຫຼົ່ານັ້ນ ມີເສັ້ນທາງແຫ່ງການປະຕິບັດ, ພ້ອມທັງຄວາມຈິງທີ່ຈະໃຫ້ສະແຫວງຫາ. ເຖິງຢ່າງໃດກໍຕາມ, ພວກຜູ້ຕໍ່ຕ້ານພຣະຄຣິສສາມາດຍອມຮັບຄຳເວົ້າເຫຼົ່ານີ້ໄດ້ບໍ? ພວກເຂົາສາມາດຢັ່ງຮູ້ ແລະ ປະຕິບັດຕາມຄຳເວົ້າເຫຼົ່ານັ້ນໃຫ້ເປັນຄວາມຈິງໄດ້ບໍ? (ພວກເຂົາບໍ່ສາມາດເຮັດໄດ້.) ພວກເຂົາຈະຕອບໂຕ້ຕໍ່ຄຳເວົ້າເຫຼົ່ານີ້ແນວໃດ? “ເຖິງແມ່ນວ່າຕອນນີ້, ພວກເຈົ້າທຸກຄົນກໍຍັງຈັບຜິດຂ້ອຍຢູ່ຕະຫຼອດ, ປະຕິເສດທີ່ຈະປ່ອຍວາງ, ແມ່ນບໍ? ແມ່ນແຕ່ພຣະເຈົ້າກໍຍັງບໍ່ຈື່ຈຳການກະທຳຜິດຂອງຜູ້ຄົນ, ແລ້ວເປັນຫຍັງພວກເຈົ້າຈຶ່ງຄອຍຈ້ອງຈັບຜິດຂ້ອຍຢູ່ສະເໝີ? ເຈົ້າເວົ້າວ່າເຈົ້າຢາກເປີດໃຈກັບຂ້ອຍ ແລະ ເວົ້າວ່າເຈົ້າກຳລັງຊ່ວຍເຫຼືອຂ້ອຍ. ນີ້ແມ່ນການຊ່ວຍເຫຼືອຮູບແບບໃດ? ນີ້ຄືຄວາມພະຍາຍາມທີ່ຈະຍຶດຕິດກັບອະດີດ ແລະ ເອົາຜິດກັບຂ້ອຍຢ່າງຊັດເຈນ. ເຈົ້າພຽງແຕ່ພະຍາຍາມເຮັດໃຫ້ຂ້ອຍຮັບຜິດຊອບ, ແມ່ນບໍ? ຂ້ອຍເປັນຜູ້ຮັບຜິດຊອບພຽງຜູ້ດຽວຕໍ່ເຫດການນັ້ນບໍ? ທຸກຢ່າງຢູ່ໃນມືຂອງພຣະເຈົ້າ, ເຊິ່ງໝາຍຄວາມວ່າພຣະອົງຄືຜູ້ທີ່ຕ້ອງຮັບຜິດຊອບ. ເມື່ອເຫດການນັ້ນເກີດຂຶ້ນ, ເປັນຫຍັງພຣະເຈົ້າຈຶ່ງບໍ່ໃຫ້ເບາະແສໃດໜຶ່ງແກ່ພວກເຮົາກ່ຽວກັບມັນເລີຍ? ນີ້ບໍ່ແມ່ນສິ່ງທີ່ພຣະເຈົ້າຈັດວາງບໍ? ດັ່ງນັ້ນ, ເຈົ້າຈະມາໂທດຂ້ອຍໄດ້ແນວໃດ?” ນີ້ຄືພວກເຂົາເວົ້າຄວາມໃນໃຈຂອງພວກເຂົາ, ບໍ່ແມ່ນບໍ? ບັນຫາຂອງພວກເຂົາຢູ່ບ່ອນໃດ? ຈາກພາຍນອກແລ້ວ, ພວກເຂົາເບິ່ງຄືວ່າໄດ້ກັບໃຈ ແລະ ກາຍເປັນຄົນຖ່ອມຕົວຂຶ້ນ; ພວກເຂົາເບິ່ງຄືວ່າປະພຶດຕົວດີຂຶ້ນກວ່າເມື່ອກ່ອນຫຼາຍ, ຄືກັບວ່າພວກເຂົາບໍ່ໄດ້ໄລ່ຕາມສະຖານະ ແລະ ຊື່ສຽງອີກຕໍ່ໄປ ແລະ ຄືກັບວ່າພວກເຂົາສາມາດນັ່ງລົງຢ່າງໃຈເຢັນ, ເວົ້າກັບໃຜບາງຄົນ ແລະ ເປີດໃຈລົມກັນໄດ້. ແລ້ວພວກເຂົາຍັງສາມາດເວົ້າບາງສິ່ງແບບນີ້ໄດ້ແນວໃດ? ສາມາດເຫັນບັນຫາຫຍັງໃນສິ່ງນີ້? (ວິທີທີ່ພວກເຂົາໄດ້ປະພຶດເປັນພຽງພາບລວງຕາທີ່ພວກເຂົາສ້າງຂຶ້ນ ເພື່ອທີ່ພວກເຂົາຈະສາມາດກູ້ໜ້າຄືນມາໄດ້.) ມີຫຍັງອີກບໍ? (ພວກເຂົາບໍ່ໄດ້ຮູ້ຈັກຕົນເອງຢ່າງແທ້ຈິງເລີຍ ແລະ ສິ່ງເຫຼົ່ານັ້ນບໍ່ແມ່ນການສະແດງອອກເຖິງການກັບໃຈທີ່ແທ້ຈິງ. ພວກມັນເປັນພຽງການປະຕິບັດທີ່ໜ້າຊື່ໃຈຄົດແບບໜຶ່ງ. ເມື່ອຄົນອື່ນໂອ້ລົມກັບພວກເຂົາກ່ຽວກັບບັນຫາຂອງພວກເຂົາ, ພວກເຂົາກໍຍັງບໍ່ສາມາດຍອມຮັບຄວາມຈິງໄດ້. ມັນຊັດເຈນວ່າທຳມະຊາດ-ແກ່ນແທ້ຂອງພວກເຂົາເປັນປໍລະປັກຕໍ່ຄວາມຈິງ.) ມີສອງປະເດັນທີ່ຊັດເຈນຫຼາຍໃນເລື່ອງນີ້. ກ່ອນອື່ນໝົດ, ເມື່ອຜູ້ຕໍ່ຕ້ານພຣະຄຣິສສູນເສຍສະຖານະຂອງພວກເຂົາ, ໜຶ່ງໃນສະພາວະຂອງພວກເຂົາກໍຄື “ຕາບໃດທີ່ຍັງມີຊີວິດ ກໍຍັງມີຄວາມຫວັງ” ພວກເຂົາກຽມພ້ອມທີ່ຈະກັບມາຢືນຈຸດເກົ່າຢູ່ສະເໝີ. ປະເດັນທີສອງແມ່ນ ກ່ຽວກັບເສັ້ນທາງທີ່ຜິດພາດທີ່ພວກເຂົາຍ່າງມາກ່ອນ ແລະ ການກະທຳຜິດທີ່ພວກເຂົາໄດ້ກະທໍາ, ພວກຜູ້ຕໍ່ຕ້ານພຣະຄຣິສຈະບໍ່ໄຕ່ຕອງກ່ຽວກັບຕົນເອງຢ່າງແທ້ຈິງໂດຍເດັດຂາດ. ພວກເຂົາຈະບໍ່ຍອມຮັບຄວາມຜິດພາດຂອງພວກເຂົາ ຫຼື ຍອມຮັບຄວາມຈິງ ແລະ ຍິ່ງໄປກວ່ານັ້ນ ພວກເຂົາຈະບໍ່ມາເຂົ້າໃຈແກ່ນແທ້ຂອງພວກເຂົາ ຈາກຄວາມເປັນຈິງຂອງການກະທຳທີ່ຊົ່ວຮ້າຍຂອງພວກເຂົາ ຫຼື ສະຫຼຸບວິທີການປະຕິບັດຕາມຄວາມຈິງ. ເມື່ອພວກເຂົາຖືກໄລ່ອອກ ແລະ ສູນເສຍສະຖານະຂອງພວກເຂົາ, ພວກເຂົາບໍ່ຄິດວ່າ “ຂ້ອຍເຮັດຫຍັງຜິດກັນແທ້? ຂ້ອຍຄວນກັບໃຈແນວໃດ? ຖ້າເລື່ອງໃນລັກສະນະນີ້ເກີດຂຶ້ນອີກ, ຂ້ອຍຄວນປະພຶດແນວໃດ ເພື່ອທີ່ຂ້ອຍຈະໄດ້ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ?” ພວກເຂົາບໍ່ມີທັດສະນະຄະຕິແບບນີ້ໃນການກັບໃຈຂອງຕົນ. ເຖິງແມ່ນວ່າພວກເຂົາຈະຖືກລິຮານ ແລະ ເຖິງແມ່ນວ່າພວກເຂົາຈະຖືກໄລ່ອອກ, ພວກເຂົາກໍຍັງຈະບໍ່ຫັນກັບມາ ແລະ ໄລ່ຕາມຄວາມຈິງ, ສະແຫວງຫາເສັ້ນທາງແຫ່ງການປະຕິບັດ ຫຼື ປ່ຽນແປງທິດທາງຂອງການໄລ່ຕາມຂອງພວກເຂົາ. ບໍ່ວ່າພວກເຂົາຈະນໍາຄວາມສູນເສຍອັນໃຫຍ່ຫຼວງມາສູ່ເຮືອນຂອງພຣະເຈົ້າສໍ່າໃດກໍຕາມ ແລະ ບໍ່ວ່າພວກເຂົາຈະລົ້ມເຫຼວຄັ້ງໃຫຍ່ສໍ່າໃດກໍຕາມ, ພວກເຂົາຈະບໍ່ມີວັນສາລະພາບຄວາມບາບຂອງພວກເຂົາ. ຄວາມລົ້ມເຫຼວຂອງພວກເຂົາຈະບໍ່ເຮັດໃຫ້ພວກເຂົາໄລ່ຕາມ ແລະ ຊອກຫາຄວາມຈິງໃນເວລາຕໍ່ມາ; ແຕ່ພວກເຂົາຈະຄິດໄລ່ວ່າພວກເຂົາສາມາດເຮັດຫຍັງໄດ້ແດ່ ເພື່ອອັດຊ່ອງວ່າງຂອງທຸກສິ່ງທຸກຢ່າງ ແລະ ເອົາສະຖານະທີ່ພວກເຂົາສູນເສຍໄປກັບຄືນມາ. ສິ່ງເຫຼົ່ານີ້ແມ່ນສອງປະເດັນນັ້ນ. ປະເດັນທຳອິດແມ່ນສະພາວະແບບໜຶ່ງທີ່ພວກເຂົາມີ ຫຼັງຈາກສູນເສຍສະຖານະຂອງພວກເຂົາ, ເຊິ່ງກໍຄືການກຽມພ້ອມທີ່ຈະກັບມາຢືນໃນຈຸດເກົ່າຢູ່ສະເໝີ. ປະເດັນທີສອງແມ່ນການປະຕິເສດທີ່ຈະຍອມຮັບ ຫຼື ເຂົ້າໃຈເສັ້ນທາງທີ່ຜິດພາດທີ່ພວກເຂົາຍ່າງ. ພາຍໃນປະເດັນທີສອງນີ້, ການບໍ່ເຂົ້າໃຈເສັ້ນທາງທີ່ຜິດພາດ ທີ່ພວກເຂົາຍ່າງແມ່ນສ່ວນໜຶ່ງຂອງມັນ; ນອກຈາກນີ້, ພວກເຂົາຈະບໍ່ກັບໃຈຢ່າງແທ້ຈິງໂດຍເດັດຂາດ, ທັງຈະບໍ່ຍອມຮັບຄວາມຈິງ ແລະ ແນ່ນອນວ່າພວກເຂົາຈະບໍ່ຊົດເຊີຍຄວາມເສຍຫາຍທີ່ພວກເຂົາເຮັດຕໍ່ເຮືອນຂອງພຣະເຈົ້າດ້ວຍຫົວໃຈທີ່ສໍານຶກຜິດ. ພວກເຂົາຈະບໍ່ຄິດຢ່າງເດັດຂາດວ່າຈະປ່ຽນແປງແນວໃດ, ກ່ຽວກັບວິທີການປ່ຽນຈາກຄົນທີ່ບໍ່ໄລ່ຕາມຄວາມຈິງມາເປັນຄົນທີ່ໄລ່ຕາມ ແລະ ປະຕິບັດຕາມຄວາມຈິງ. ສອງປະເດັນນີ້ເຮັດໃຫ້ເຫັນໄດ້ຢ່າງຊັດເຈນວ່າ ພວກຜູ້ຕໍ່ຕ້ານພຣະຄຣິສເບື່ອໜ່າຍຕໍ່ຄວາມຈິງ ແລະ ມີທຳມະຊາດທີ່ຊົ່ວຊ້າ; ພວກເຂົາເກັ່ງໃນການປົກປິດໂຕເອງ ແລະ ປັບຕົວເຂົ້າກັບສະພາບແວດລ້ອມຂອງພວກເຂົາເປັນພິເສດ, ຄືກັບກະປອມ. ພວກເຂົາມີແກ່ນແທ້ທີ່ປ່ຽນແປງງ່າຍ ແລະ ໃນສ່ວນເລິກຂອງຫົວໃຈຂອງພວກເຂົາ, ການໄລ່ຕາມສະຖານະ ແລະ ຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາບໍ່ເຄີຍຜ່ອນຄາຍລົງ, ທັງຈະບໍ່ມີວັນປ່ຽນແປງ. ບໍ່ມີໃຜສາມາດປ່ຽນແປງຄົນເຫຼົ່ານັ້ນໄດ້. ເມື່ອເບິ່ງການສະແດງອອກເຫຼົ່ານີ້, ທຳມະຊາດ-ແກ່ນແທ້ຂອງຄົນປະເພດນີ້ແມ່ນຫຍັງ? ຜູ້ຕໍ່ຕ້ານພຣະຄຣິສແມ່ນອ້າຍ ຫຼື ເອື້ອຍນ້ອງບໍ? ຜູ້ຕໍ່ຕ້ານພຣະຄຣິສແມ່ນຄົນທີ່ມີຢູ່ແທ້ບໍ? (ບໍ່.) ຖ້າພວກເຈົ້າເຫັນຄົນເຫຼົ່ານີ້ເປັນອ້າຍເອື້ອຍນ້ອງ, ນັ້ນບໍ່ໄດ້ໝາຍຄວາມວ່າພວກເຈົ້າໂງ່ຈ້າຢ່າງຮ້າຍແຮງບໍ? ການສະແດງອອກເຫຼົ່ານີ້ແມ່ນການເປີດເຜີຍແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ເມື່ອພວກຜູ້ຕໍ່ຕ້ານພຣະຄຣິສບໍ່ມີສະຖານະ, ນີ້ຄືຮູບແບບຂອງສະພາວະທີ່ພວກເຂົາເປັນຢູ່; ການຄິດໄລ່ໃນຫົວໃຈຂອງພວກເຂົາ, ສິ່ງທີ່ພວກເຂົາໄດ້ເປີດເຜີຍ ແລະ ວິທີທີ່ພວກເຂົາໄດ້ປະພຶດຢູ່ພາຍນອກ ແລະ ຮູບແບບຂອງທັດສະນະຄະຕິທີ່ພວກເຂົາມີ ໃນສ່ວນເລິກຂອງຫົວໃຈຂອງພວກເຂົາຕໍ່ຄວາມຈິງ ແລະ ຕໍ່ການກະທຳຜິດຂອງພວກເຂົາແມ່ນເປັນແບບນີ້ ແລະ ມຸມມອງຂອງພວກເຂົາກໍຈະບໍ່ປ່ຽນແປງ. ບໍ່ວ່າເຈົ້າຈະໂອ້ລົມກ່ຽວກັບຄວາມຈິງຫຼາຍສໍ່າໃດ ຫຼື ເວົ້າກ່ຽວກັບເສັ້ນທາງແຫ່ງການປະຕິບັດທີ່ຖືກຕ້ອງ ແລະ ເປັນບວກ, ພວກເຂົາຈະບໍ່ມີວັນຍອມຮັບມັນຢ່າງແທ້ຈິງໃນສ່ວນເລິກ; ແຕ່ພວກເຂົາຈະຕໍ່ຕ້ານມັນແທນ. ພວກເຂົາເຖິງຂັ້ນຈະເຊື່ອວ່າ “ເອີ, ຂ້ອຍບໍ່ມີສະຖານະອີກຕໍ່ໄປແລ້ວ, ສະນັ້ນ ສິ່ງທີ່ຂ້ອຍເວົ້າຈຶ່ງບໍ່ມີຄວາມໝາຍ. ບໍ່ມີໃຜສະໜັບສະໜູນຂ້ອຍອີກຕໍ່ໄປ; ພວກເຈົ້າພຽງແຕ່ຢາກດູຖູກຂ້ອຍ ແລະ ສັ່ງສອນບົດຮຽນໃຫ້ກັບຂ້ອຍ. ເຈົ້າມີຄຸນສົມບັດທີ່ຈະສັ່ງສອນຂ້ອຍບໍ? ເຈົ້າຄິດວ່າເຈົ້າແມ່ນໃຜ? ໃນຕອນທີ່ຂ້ອຍເປັນຜູ້ນໍາ, ເຈົ້າຍັງບໍ່ໄດ້ຮຽນຍ່າງດ້ວຍຊໍ້າ! ເຈົ້າບໍ່ໄດ້ຮຽນຮູ້ສິ່ງເລັກນ້ອຍທີ່ເຈົ້າເວົ້າຈາກຂ້ອຍບໍ? ແລະ ເຈົ້າກໍພະຍາຍາມທີ່ຈະສັ່ງສອນບົດຮຽນໃຫ້ກັບຂ້ອຍ. ເຈົ້າບໍ່ຮູ້ຈັກຕຳແໜ່ງຂອງຕົນເອງໃນຈັກກະວານເລີຍແທ້ໆ!” ພວກເຂົາຄິດວ່າຜູ້ຄົນຕ້ອງມີຄວາມອາວຸໂສໃນລະດັບໃດໜຶ່ງ ເພື່ອລິຮານພວກເຂົາ, ເວົ້າກັບພວກເຂົາ, ລົມກັບພວກເຂົາ ຫຼື ເປີດໃຈລົມກັນກັບພວກເຂົາ. ຄົນເຫຼົ່ານີ້ແມ່ນຄົນປະເພດໃດ? ມີພຽງແຕ່ພວກຜູ້ຕໍ່ຕ້ານພຣະຄຣິສເທົ່ານັ້ນທີ່ສາມາດເວົ້າສິ່ງເຊັ່ນນີ້ໄດ້; ຄົນປົກກະຕິ ແລະ ຄົນທີ່ມີຄວາມລະອາຍໃຈ ແລະ ຄວາມມີເຫດຜົນເລັກນ້ອຍ, ຈະບໍ່ມີວັນເວົ້າສິ່ງເຫຼົ່ານີ້ອອກມາໄດ້. ຖ້າຄົນໃດໜຶ່ງກຳລັງເທດສະໜາໃຫ້ພວກເຈົ້າຟັງ, ເປີດໃຈສົນທະນາກັບພວກເຈົ້າຢ່າງໃຈເຢັນ ແລະ ຊີ້ໃຫ້ພວກເຈົາເຫັນບັນຫາທີ່ມີ ແລະ ໃຫ້ຄຳແນະນຳບາງຢ່າງແກ່ພວກເຈົ້າ, ພວກເຈົ້າຈະສາມາດຍອມຮັບສິ່ງນີ້ໄດ້ບໍ? ຫຼື ພວກເຈົ້າຈະມີຄວາມຄິດຮູບແບບດຽວກັນກັບຜູ້ຕໍ່ຕ້ານພຣະຄຣິສ? ຕົວຢ່າງ: ສົມມຸດວ່າເຈົ້າເປັນຜູ້ເຊື່ອມາເປັນເວລາ 10 ປີແລ້ວ ແຕ່ບໍ່ເຄີຍຮັບໃຊ້ໃນຖານະຜູ້ນໍາ. ຄົນອື່ນເຊື່ອມາໄດ້ພຽງແຕ່ສອງປີ ແຕ່ມີສະຖານະສູງກວ່າເຈົ້າ ແລະ ເຈົ້າຮູ້ສຶກບໍ່ພໍໃຈກ່ຽວກັບເລື່ອງນີ້. ສົມມຸດວ່າເຈົ້າເຊື່ອໃນພຣະເຈົ້າມາເປັນເວລາ 20 ປີ ກ່ອນທີ່ຈະໄດ້ກາຍມາເປັນຜູ້ນໍາເຂດໃນທີ່ສຸດ. ຄົນອື່ນໄດ້ກາຍມາເປັນຜູ້ນໍາພາກພື້ນ ຫຼັງຈາກທີ່ເຊື່ອມາໄດ້ພຽງແຕ່ຫ້າປີ ແລະ ເລີ່ມນໍາພາເຈົ້າ ແລະ ເຈົ້າພົບວ່າມັນຍາກທີ່ຈະຍອມຮັບສິ່ງນີ້. ຖ້າພວກເຂົາລິຮານເຈົ້າ, ເຈົ້າກໍຮູ້ສຶກບໍ່ສະບາຍໃຈ ແລະ ເຖິງແມ່ນວ່າພວກເຂົາຈະລິຮານເຈົ້າຢ່າງຖືກຕ້ອງ, ເຈົ້າກໍຍັງບໍ່ຢາກຍອມຮັບມັນ. ພວກເຈົ້າເຄີຍມີທັດສະນະຄະຕິ ຫຼື ການສະແດງອອກປະເພດນີ້ບໍ? (ເຄີຍມີ.) ນີ້ຄືອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ. ເຈົ້າຄິດວ່າມີພຽງແຕ່ຜູ້ຕໍ່ຕ້ານພຣະຄຣິສເທົ່ານັ້ນບໍ ທີ່ມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ? ຜູ້ໃດກໍຕາມທີ່ມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ ລ້ວນແຕ່ຕົກຢູ່ໃນອັນຕະລາຍ, ພວກເຂົາອາດຈະກ້າວເຂົ້າສູ່ເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ອຸປະນິໄສນີ້ອາດຈະທຳລາຍພວກເຂົາ. ນັ້ນຄືການທີ່ສິ່ງຕ່າງໆເປັນໄປ. ເມື່ອພວກເຮົາໂອ້ລົມກັນ ແລະ ໄຈ້ແຍກແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ສິ່ງນີ້ຍັງລວມເຖິງຜູ້ຄົນທີ່ມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສນຳອີກດ້ວຍ. ພວກເຈົ້າຈະເວົ້າບໍວ່າ ຜູ້ຄົນທີ່ລວມຢູ່ໃນນີ້ແມ່ນຄົນສ່ວນໜ້ອຍ ຫຼື ສ່ວນຫຼາຍ? ຫຼື ວ່າສິ່ງນີ້ລວມເຖິງທຸກໆຄົນ? (ມັນລວມເຖິງທຸກໆຄົນ.) ຖືກຕ້ອງແລ້ວ, ເພາະວ່າອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສຄືອຸປະນິໄສຂອງຊາຕານ ແລະ ມະນຸດທີ່ເສື່ອມຊາມທຸກຄົນລ້ວນແລ້ວແຕ່ມີອຸປະນິໄສຂອງຊາຕານ. ຕອນນີ້ພວກເຮົາໄດ້ໂອ້ລົມກັນເລັກນ້ອຍກ່ຽວກັບຫົວຂໍ້ນີ້ທີ່ວ່າ ຜູ້ຕໍ່ຕ້ານພຣະຄຣິສໄດ້ປະຕິບັດຕໍ່ການຖືກລິຮານແນວໃດ. ເພື່ອລົງລາຍລະອຽດເພີ່ມເຕີມອີກ, ສາມາດຍົກຕົວຢ່າງທີ່ເປັນຮູບປະທຳບາງຢ່າງຂຶ້ນມາໄດ້. ເຮົາຈະປ່ອຍໃຫ້ພວກເຈົ້າໄປໂອ້ລົມກັນໃນລະຫວ່າງການເຕົ້າໂຮມຂອງພວກເຈົ້າ. ໃນຂະນະທີ່ພວກເຈົ້າກຳລັງໂອ້ລົມກັນ, ຢ່າເວົ້າເຖິງແຕ່ເລື່ອງວ່າຄົນອື່ນເປັນແນວໃດຢູ່ສະເໝີ. ແນ່ນອນວ່າ ການໂອ້ລົມກ່ຽວກັບການສະແດງອອກຂອງຄົນອື່ນເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້, ແຕ່ພວກເຈົ້າຄວນໂອ້ລົມກ່ຽວກັບການສະແດງອອກຂອງພວກເຈົ້າເອງເປັນຫຼັກ. ຖ້າພວກເຈົ້າສາມາດພົບເຫັນການສະແດງອອກ ຫຼື ການເປີດເຜີຍບາງຢ່າງໃນຕົວພວກເຈົ້າເອງ ທີ່ເຊື່ອມໂຍງກັບອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ, ມັນຈະເປັນປະໂຫຍດ ແລະ ເປັນຜົນດີຕໍ່ຄວາມຮູ້ກ່ຽວກັບຕົວພວກເຈົ້າເອງ ແລະ ມັນຈະຊ່ວຍພວກເຈົ້າໃນການກຳຈັດອຸປະນິໄສນັ້ນ.

ພວກເຮົາໄດ້ໂອ້ລົມກັນໃນຫົວຂໍ້ກ່ຽວກັບການສະແດງອອກຕ່າງໆ ຂອງອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສມາກ່ອນໜ້ານີ້ ເຊິ່ງຕອນນີ້ພວກເຈົ້າສາມາດເອົາຕົນເອງເຂົ້າໄປປຽບທຽບໄດ້ແລ້ວບໍ? ພວກເຈົ້າສາມາດບັນລຸຄວາມເຂົ້າໃຈບາງຢ່າງໄດ້ແລ້ວບໍ? ພວກເຈົ້າສາມາດແກ້ໄຂບັນຫາຕົວຈິງບາງຢ່າງໄດ້ແລ້ວບໍ? ບໍ່ວ່າເຈົ້າຈະປ່ຽນແປງອຸປະນິໄສທີ່ເສື່ອມຊາມດ້ານໃດຂອງເຈົ້າ, ມັນລ້ວນແລ້ວແຕ່ບັນລຸໄດ້ບົນພື້ນຖານຂອງການເຂົ້າໃຈຄວາມຈິງ, ການນຳຕົນເອງໃສ່ກັບຄວາມຈິງເພື່ອປຽບທຽບ ແລະ ຈາກນັ້ນກໍມາເຂົ້າໃຈຕົນເອງ. ສະນັ້ນ, ການທີ່ສາມາດແຍກແຍະ ແລະ ໄຈ້ແຍກການສະແດງອອກຕ່າງໆຂອງອຸປະນິໄສທີ່ເສື່ອມຊາມ ຈຶ່ງເປັນເສັ້ນທາງທີ່ເຈົ້າຕ້ອງຍ່າງ ເມື່ອເວົ້າເຖິງການຮູ້ຈັກຕົນເອງ ແລະ ການບັນລຸການປ່ຽນແປງໃນອຸປະນິໄສ. ພວກເຈົ້າເຂົ້າໃຈໃນປະເດັນນີ້ແລ້ວບໍ? ພວກເຈົ້າບາງຄົນອາດຈະຍັງບໍ່ເຂົ້າໃຈ ແລະ ກຳລັງຄິດວ່າ “ເຈົ້າມັກຈະໂອ້ລົມກ່ຽວກັບຫົວຂໍ້ ແລະ ສິ່ງເລັກນ້ອຍເຫຼົ່ານີ້ຢູ່ສະເໝີ; ເຈົ້າບໍ່ເຄີຍເວົ້າກ່ຽວກັບຄວາມຈິງທີ່ເລິກເຊິ່ງ ຫຼື ເປີດເຜີຍຄວາມລຶກລັບທີ່ເລິກເຊິ່ງໃດໜຶ່ງເລີຍ. ສິ່ງນີ້ໜ້າເບື່ອ ແລະ ຈືດຊືດຫຼາຍ! ສິ່ງເຫຼົ່ານີ້ທີ່ເຈົ້າກຳລັງໂອ້ລົມກ່ຽວຂ້ອງຫຍັງກັບການທີ່ພວກເຮົາເຂົ້າສູ່ອານາຈັກສະຫວັນ, ການໄດ້ຮັບພອນອັນຍິ່ງໃຫຍ່ ແລະ ການຖືກເຮັດໃຫ້ສົມບູນໃນອະນາຄົດ?” ຄົນເຫຼົ່ານີ້ບໍ່ມີວັນເຂົ້າໃຈ; ພວກເຂົາງ່ວງນອນໃນຂະນະທີ່ຟັງສິ່ງເຫຼົ່ານີ້. ຜູ້ຄົນທີ່ບໍ່ມີຄວາມເຂົ້າໃຈທາງຝ່າຍວິນຍານຈະບໍ່ເຂົ້າໃຈສິ່ງນັ້ນ; ພວກເຂົາບໍ່ເຂົ້າໃຈສະພາວະຕ່າງໆຂອງມະນຸດ ທີ່ຄວາມຈິງແຕ່ລະຂໍ້ກ່ຽວຂ້ອງດ້ວຍ ຫຼື ຄວາມສຳພັນລະຫວ່າງຄວາມຈິງຕ່າງໆ. ພວກເຂົາບໍ່ເຂົ້າໃຈສິ່ງເຫຼົ່ານີ້. ຍິ່ງເຈົ້າອະທິບາຍໃຫ້ພວກເຂົາລະອຽດເທົ່າໃດ, ພວກເຂົາກໍຍິ່ງສັບສົນ ແລະ ຮັບເອົາໄດ້ໜ້ອຍລົງເທົ່ານັ້ນ, ສະນັ້ນ ພວກເຂົາຈຶ່ງງ່ວງນອນຢູ່ສະເໝີ. ເມື່ອການເຕົ້າໂຮມເລີ່ມຕົ້ນຂຶ້ນ, ພວກເຂົາກໍຮ້ອງເພງ ແລະ ເຕັ້ນ ແລະ ບໍ່ຮູ້ສຶກງ່ວງນອນເລີຍ ບໍ່ວ່າກົດລະບຽບ ແລະ ພິທີການຈະໜ້າເບື່ອ ຫຼື ຊໍ້າຊາກສໍ່າໃດກໍຕາມ. ເຖິງຢ່າງໃດກໍຕາມ, ທັນທີທີ່ເຈົ້າໂອ້ລົມກ່ຽວກັບຄວາມຈິງ ແລະ ສະພາວະທີ່ແຕກຕ່າງກັນຂອງຜູ້ຄົນ, ພວກເຂົາກໍເລີ່ມສັບປະຫງົກ. ເກີດຫຍັງຂຶ້ນກັບຄົນທີ່ມັກຈະງ່ວງນອນແບບນັ້ນຢູ່ສະເໝີ? ພວກເຂົາບໍ່ໄດ້ຖືກເປີດເຜີຍແລ້ວບໍ? ນີ້ຄືການສະແດງອອກເຖິງການບໍ່ຮັກຄວາມຈິງ, ບໍ່ແມ່ນບໍ? ເມື່ອເວົ້າເຖິງລາຍລະອຽດຂອງຄວາມຈິງຕ່າງໆ ທີ່ກ່ຽວຂ້ອງກັບການເຂົ້າສູ່ຊີວິດ, ຜູ້ຄົນທີ່ໄລ່ຕາມຄວາມຈິງຢ່າງແທ້ຈິງ ແລະ ຜູ້ທີ່ມີຄວາມສາມາດເຂົ້າໃຈໃນລະດັບໃດໜຶ່ງ ຍິ່ງຟັງກ່ຽວກັບສິ່ງເຫຼົ່ານັ້ນຫຼາຍເທົ່າໃດ ກໍຍິ່ງເຂົ້າໃຈດີຂຶ້ນເທົ່ານັ້ນ, ໃນຂະນະທີ່ຜູ້ທີ່ບໍ່ຮັກຄວາມຈິງ ແລະ ບໍ່ມີຄວາມເຂົ້າໃຈທາງຝ່າຍວິນຍານ ກໍຍິ່ງສັບສົນຫຼາຍຂຶ້ນເທົ່ານັ້ນ ເມື່ອໄດ້ຟັງກ່ຽວກັບສິ່ງເຫຼົ່ານັ້ນຫຼາຍຂຶ້ນ. ຍິ່ງພວກເຂົາຟັງຫຼາຍເທົ່າໃດ, ພວກເຂົາກໍຍິ່ງພົບວ່າມັນໜ້າເບື່ອຫຼາຍຂຶ້ນເທົ່ານັ້ນ ແລະ ບໍ່ວ່າພວກເຂົາຈະຟັງຫຼາຍສໍ່າໃດກໍຕາມ, ພວກເຂົາກໍຍັງຮູ້ສຶກແບບດຽວກັນ; ພວກເຂົາບໍ່ສາມາດໄດ້ຍິນເສັ້ນທາງໃນສິ່ງເຫຼົ່ານັ້ນ. ພວກເຂົາຮູ້ສຶກວ່າເລື່ອງທີ່ກ່ຽວຂ້ອງກັບການເຂົ້າສູ່ຊີວິດບໍ່ໄດ້ຊັບຊ້ອນຂະໜາດນັ້ນ, ສະນັ້ນ ຈຶ່ງບໍ່ຈຳເປັນຕ້ອງໂອ້ລົມກ່ຽວກັບສິ່ງເຫຼົ່ານັ້ນຫຼາຍປານນັ້ນ. ນີ້ຄືສິ່ງທີ່ຄົນທີ່ບໍ່ມີຄວາມເຂົ້າໃຈທາງຝ່າຍວິນຍານເປັນ. ການປ່ຽນແປງອຸປະນິໄສກ່ຽວຂ້ອງກັບຄວາມຈິງຈຳນວນຫຼາຍ. ຖ້າບົນເສັ້ນທາງແຫ່ງການສະແຫວງຫາການປ່ຽນແປງອຸປະນິໄສຂອງພວກເຂົາ, ຜູ້ຄົນບໍ່ໄດ້ໃຊ້ເວລາ ແລະ ຄວາມພະຍາຍາມກັບຄວາມຈິງແຕ່ລະຂໍ້, ບໍ່ບັນລຸຄວາມເຂົ້າໃຈ, ການຢັ່ງຮູ້ ແລະ ຄວາມຮູ້ກ່ຽວກັບຄວາມຈິງແຕ່ລະຂໍ້ ແລະ ບໍ່ຊອກຫາເສັ້ນທາງແຫ່ງການປະຕິບັດ, ແລ້ວພວກເຂົາຈະບໍ່ສາມາດເຂົ້າສູ່ຄວາມຈິງໃດໜຶ່ງໄດ້ເລີຍຢ່າງເດັດຂາດ. ເສັ້ນທາງທີ່ຜູ້ຄົນສາມາດມາຮູ້ຈັກພຣະເຈົ້າແມ່ນຫຍັງ? ມັນຄືການເຂົ້າໃຈ ແລະ ການເຂົ້າສູ່ຄວາມຈິງຕ່າງໆທັງໝົດ; ນີ້ຄືເສັ້ນທາງດຽວເທົ່ານັ້ນ. ຍິ່ງໄປກວ່ານັ້ນ, ຄວາມຈິງແຕ່ລະຂໍ້ບໍ່ແມ່ນທິດສະດີ ຫຼື ຄວາມຮູ້ ຫຼື ປັດຊະຍາປະເພດໃດປະເພດໜຶ່ງ; ມັນກ່ຽວຂ້ອງກັບການໃຊ້ຊີວິດຂອງຜູ້ຄົນ ແລະ ສະພາວະການດຳລົງຢູ່ຂອງພວກເຂົາ, ສະພາວະທີ່ພວກເຂົາເປັນຢູ່ ແລະ ສິ່ງທີ່ພວກເຂົາຄິດໃນແຕ່ລະມື້ ແລະ ຄວາມຄິດ, ຄວາມນຶກຄິດ, ເຈດຕະນາ ແລະ ທັດສະນະຄະຕິຕ່າງໆທີ່ພວກເຂົາສ້າງຂຶ້ນ ພາຍໃຕ້ການຄອບງຳຂອງແກ່ນແທ້ທີ່ເສື່ອມຊາມຂອງພວກເຂົາ. ສະນັ້ນ, ສິ່ງເຫຼົ່ານີ້ຄືຫົວຂໍ້ທີ່ພວກເຮົາກຳລັງເວົ້າເຖິງ. ເມື່ອເຈົ້າເຂົ້າໃຈຫົວຂໍ້ເຫຼົ່ານີ້, ເຊື່ອມໂຍງສິ່ງເຫຼົ່ານັ້ນກັບຕົວເຈົ້າເອງ, ຊອກຫາຫຼັກການແຫ່ງການປະຕິບັດ ແລະ ມາຮູ້ຈັກສະພາວະ ແລະ ມຸມມອງຕ່າງໆ ເຊິ່ງອຸປະນິໄສທີ່ແຕກຕ່າງກັນຂອງເຈົ້າໄດ້ສ້າງຂຶ້ນ, ເຈົ້າກໍຈະເຂົ້າໃຈຄວາມຈິງທີ່ກ່ຽວຂ້ອງກັບສິ່ງເຫຼົ່ານັ້ນຢ່າງແທ້ຈິງ ແລະ ເມື່ອນັ້ນເຈົ້າຈຶ່ງຈະສາມາດປະຕິບັດໄດ້ຢ່າງຖືກຕ້ອງຕາມຫຼັກການຄວາມຈິງ. ຖ້າເຈົ້າເຂົ້າໃຈພຽງຄວາມໝາຍຕາມຕົວອັກສອນຂອງພຣະທຳ ແລະ ເມື່ອເຈົ້າເຫັນການເປີດໂປງຂອງພຣະເຈົ້າກ່ຽວກັບຄວາມເຫັນແກ່ຕົວ ແລະ ຄວາມໜ້າລັງກຽດຂອງພວກຜູ້ຕໍ່ຕ້ານພຣະຄຣິສ, ເຈົ້າກໍຄິດວ່າ “ພວກຜູ້ຕໍ່ຕ້ານພຣະຄຣິສເຫັນແກ່ຕົວ ແລະ ໜ້າລັງກຽດ, ແຕ່ຂ້ອຍເອງບໍ່ໄດ້ເຫັນແກ່ຕົວເລີຍ; ຂ້ອຍມີຄວາມຮັກທີ່ຈະມອບໃຫ້ຢ່າງຫຼວງຫຼາຍ, ຂ້ອຍມີຄວາມອົດທົນ, ຂ້ອຍເກີດໃນຄອບຄົວບັນດິດ, ຂ້ອຍໄດ້ຮັບການສຶກສາຊັ້ນສູງ ແລະ ຂ້ອຍໄດ້ຮັບອິດທິພົນຈາກບຸກຄົນທີ່ມີຊື່ສຽງ ແລະ ບົດປະພັນອັນມີຊື່ສຽງ, ຂ້ອຍບໍ່ແມ່ນຄົນເຫັນແກ່ຕົວ” ການເວົ້າສິ່ງເຫຼົ່ານີ້ແມ່ນການຍອມຮັບຄວາມຈິງບໍ? ມັນແມ່ນການຮູ້ຈັກຕົນເອງບໍ? ມັນຂ້ອນຂ້າງຊັດເຈນວ່າເຈົ້າບໍ່ເຂົ້າໃຈຄວາມຈິງແບບສະເພາະນີ້ ຫຼື ສະພາວະຕ່າງໆທີ່ກວມເອົາຄວາມຈິງແບບສະເພາະນີ້. ເມື່ອເຈົ້າເຂົ້າໃຈສະພາວະຕ່າງໆທີ່ພຣະເຈົ້າກ່າວເຖິງ ແລະ ເປີດໂປງ ເຊິ່ງກວມເອົາຄວາມຈິງແບບສະເພາະໃດໜຶ່ງ ແລະ ສາມາດເອົາຕົນເອງເຂົ້າໄປປຽບທຽບ ແລະ ຊອກຫາຫຼັກການແຫ່ງການປະຕິບັດທີ່ຊັດເຈນ, ເຈົ້າກໍຈະໄດ້ກ້າວເຂົ້າສູ່ເສັ້ນທາງແຫ່ງການປະຕິບັດຕາມຄວາມຈິງ ແລະ ເຈົ້າກໍຈະໄດ້ເຂົ້າສູ່ຄວາມຈິງຄວາມເປັນຈິງ. ຖ້າເຈົ້າຍັງບໍ່ໄດ້ເຮັດສິ່ງນີ້, ເຈົ້າກໍພຽງແຕ່ເຂົ້າໃຈຫຼັກຄຳສອນ; ເຈົ້າຍັງບໍ່ໄດ້ເຂົ້າໃຈຄວາມຈິງ. ມັນຄືກັບຫົວຂໍ້ທີ່ເຮົາຫາກໍເວົ້າເຖິງ, ກ່ຽວກັບວິທີທີ່ພວກຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ການຖືກລິຮານ. ສະພາວະ, ການສະແດງອອກ ແລະ ການເປີດເຜີຍຕ່າງໆທີ່ພວກເຮົາໄດ້ໂອ້ລົມກັນ ລ້ວນແລ້ວແຕ່ກ່ຽວຂ້ອງກັບທຳມະຊາດ-ແກ່ນແທ້ ແລະ ອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ. ເຈົ້າເຂົ້າໃຈສິ່ງເຫຼົ່ານີ້ຫຼາຍປານໃດ? ເຈົ້າໄດ້ເອົາຕົນເອງເຂົ້າໄປປຽບທຽບກັບສິ່ງເຫຼົ່ານັ້ນຫຼາຍປານໃດ? ຄຳເວົ້າ, ລາຍລະອຽດ ແລະ ສະພາວະທີ່ມີຢູ່ໃນຫົວຂໍ້ນີ້ທີ່ເຈົ້າກຳແໜ້ນໄດ້ນັ້ນ ໄດ້ກ່ຽວຂ້ອງກັບຄົນອື່ນ ຫຼື ກ່ຽວຂ້ອງກັບເຈົ້າບໍ? ຕົວເຈົ້າເອງມີສ່ວນພົວພັນກັບສະພາວະເຫຼົ່ານີ້ບໍ? ເຈົ້າໄດ້ເຊື່ອມໂຍງສິ່ງເຫຼົ່ານັ້ນກັບຕົວເຈົ້າເອງຢ່າງແທ້ຈິງບໍ ຫຼື ເຈົ້າພຽງແຕ່ຍອມຮັບ ແລະ ເຫັນດີນຳຢ່າງບໍ່ເຕັມໃຈ? ສິ່ງນີ້ຂຶ້ນຢູ່ກັບຄວາມຢັ່ງຮູ້ຂອງເຈົ້າ ແລະ ທັດສະນະຄະຕິຂອງເຈົ້າທີ່ມີຕໍ່ຄວາມຈິງ. ການເຊື່ອມໂຍງສະພາວະເຫຼົ່ານີ້ກັບຕົວເຈົ້າເອງເປັນພຽງເງື່ອນໄຂເບື້ອງຕົ້ນ ສຳລັບການທີ່ເຈົ້າຈະສາມາດປະຕິບັດຕາມຄວາມຈິງໄດ້; ມັນບໍ່ໄດ້ໝາຍຄວາມວ່າເຈົ້າໄດ້ເລີ່ມປະຕິບັດມັນແລ້ວ. ເຖິງຢ່າງໃດກໍຕາມ, ຖ້າເຈົ້າບໍ່ສາມາດເຊື່ອມໂຍງສະພາວະເຫຼົ່ານີ້ກັບຕົວເຈົ້າເອງ, ເຈົ້າກໍຈະບໍ່ໄດ້ມີສ່ວນກ່ຽວຂ້ອງຫຍັງເລີຍກັບການປະຕິບັດຕາມຄວາມຈິງ. ໃນກໍລະນີດັ່ງກ່າວ, ເມື່ອເຈົ້າຟັງຄຳເທດສະໜາ, ເຈົ້າຈະໄດ້ຍິນຫຍັງ? ເຈົ້າຈະເປັນພຽງການເສແສ້ງແກ້ງເຮັດ; ມັນຈະເບິ່ງຄືວ່າເຈົ້າເຊື່ອໃນພຣະເຈົ້າ, ແຕ່ຄວາມຈິງແລ້ວ ເຈົ້າຈະບໍ່ປະຕິບັດຕາມພຣະທຳຂອງພຣະອົງ ແລະ ເຈົ້າຈະບໍ່ສາມາດເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະອົງໄດ້. ເຈົ້າຈະເປັນພຽງຄົນທຳມະດາ, ເປັນພຽງວັດຖຸຮັບໃຊ້, ເປັນຕົວປະກອບເທົ່ານັ້ນ. ເມື່ອເວົ້າເຖິງວິທີທີ່ເຈົ້າຄວນເອົາຕົນເອງເຂົ້າໄປປຽບທຽບໃສ່ກັບສະພາວະເຫຼົ່ານີ້ ແລະ ວິທີທີ່ເຈົ້າຄວນໄຈ້ແຍກສະພາວະຕ່າງໆທີ່ກ່ຽວຂ້ອງກັບສິ່ງທີ່ເຮົາໄດ້ເວົ້າເຖິງ, ສິ່ງນີ້ຂຶ້ນຢູ່ກັບຄວາມຮູ້ຂອງພວກເຈົ້າເອງ. ສິ່ງດຽວທີ່ເຮົາສາມາດເຮັດໄດ້ຄືບອກພວກເຈົ້າກ່ຽວກັບຄຳເວົ້າເຫຼົ່ານີ້ ແລະ ຈັດຫາຄຳເວົ້າເຫຼົ່ານີ້ໃຫ້ພວກເຈົ້າ, ສ່ວນທີ່ເຫຼືອ ພວກເຈົ້າຈະຕ້ອງໃຊ້ຄວາມພະຍາຍາມດ້ວຍຕົນເອງ. ພວກເຈົ້າຈະສາມາດຍອມຮັບຄຳເວົ້າເຫຼົ່ານີ້ໄດ້ ຫຼື ບໍ່ນັ້ນ ຂຶ້ນຢູ່ກັບທັດສະນະຄະຕິຂອງພວກເຈົ້າ. ບາງຄົນມີຫົວໃຈທີ່ແຂງກະດ້າງ; ພວກເຂົາເສແສ້ງແກ້ງເຮັດ ແລະ ພະຍາຍາມປົກປ້ອງສະຖານະ ແລະ ຊື່ສຽງຂອງພວກເຂົາຢູ່ສະເໝີ. ພວກເຂົາມີບັນຫາຢ່າງຊັດເຈນ, ແຕ່ພວກເຂົາເບິ່ງບໍ່ເຫັນບັນຫາເຫຼົ່ານີ້ ແລະ ບໍ່ຍອມຮັບມັນ ແລະ ພວກເຂົາເຖິງຂັ້ນຖືວິສາສະເປີດໂປງ ແລະ ໄຈ້ແຍກຄົນອື່ນ. ຜົນກໍຄື ຄົນອື່ນເຫຼົ່ານັ້ນຈົບລົງດ້ວຍການໄດ້ຮັບຜົນປະໂຫຍດຈາກສິ່ງນີ້, ໃນຂະນະທີ່ຕົວພວກເຂົາເອງບໍ່ໄດ້ຮັບຫຍັງເລີຍ. ຄົນເຫຼົ່ານີ້ເປັນຄົນໂງ່, ບໍ່ແມ່ນບໍ? ນີ້ຄືພຶດຕິກຳທີ່ໂງ່ຈ້າ. ປະເດັນຂອງການຟັງຄຳເທດສະໜາ ບໍ່ແມ່ນເພື່ອຮຽນຮູ້ວິທີການແຍກແຍະຄົນອື່ນ, ທັງບໍ່ແມ່ນເພື່ອຟັງແທນຄົນອື່ນ; ແຕ່ແມ່ນເພື່ອໃຫ້ຕົວເຈົ້າເອງສາມາດໄດ້ຍິນສິ່ງທີ່ເວົ້າ ແລະ ໄດ້ຮັບມັນ. ເຈົ້າຟັງພຣະທຳຂອງພຣະເຈົ້າ, ຄວາມຈິງ ແລະ ຄຳເທດສະໜາ ແລະ ຈາກສິ່ງທັງໝົດນັ້ນ ເຈົ້າກໍໄດ້ເຂົ້າໃຈຄວາມຈິງ, ໄດ້ຮັບຊີວິດ ແລະ ບັນລຸການປ່ຽນແປງອຸປະນິໄສ. ສິ່ງນີ້ໄດ້ມີຄວາມກ່ຽວຂ້ອງຫຍັງກັບຄົນອື່ນບໍ? ຄຳເວົ້າເຫຼົ່ານີ້ມີຄວາມກ່ຽວຂ້ອງກັບເຈົ້າ. ຖ້າເຈົ້າຮັບເອົາທັດສະນະຄະຕິຮູບແບບນີ້, ຄຳເວົ້າເຫຼົ່ານີ້ອາດຈະສາມາດປ່ຽນແປງເຈົ້າໄດ້, ກາຍເປັນຄວາມເປັນຈິງຂອງເຈົ້າ ແລະ ສາມາດເຮັດໃຫ້ເຈົ້າບັນລຸການປ່ຽນແປງອຸປະນິໄສໄດ້.

ໃນຫົວຂໍ້ທຳອິດນີ້, ພວກເຮົາໄດ້ເວົ້າກ່ຽວກັບການສະແດງອອກຕ່າງໆຂອງວິທີທີ່ພວກຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ການຖືກລິຮານ. ໃນດ້ານໜຶ່ງ, ການໂອ້ລົມກ່ຽວກັບຫົວຂໍ້ນີ້ຊ່ວຍໃຫ້ພວກເຈົ້າທຸກຄົນເຂົ້າໃຈຮູບແບບຂອງທັດສະນະຄະຕິທີ່ພວກຜູ້ຕໍ່ຕ້ານພຣະຄຣິສມີ ແລະ ການເປີດເຜີຍທຳມະຊາດ-ແກ່ນແທ້ຂອງພວກເຂົາ, ເມື່ອເວົ້າເຖິງເລື່ອງນີ້; ໃນອີກດ້ານໜຶ່ງ, ມັນໃຫ້ການຊີ້ນໍາໃນທາງບວກ ແລະ ຄຳເຕືອນບາງຢ່າງແກ່ພວກເຈົ້າ. ພວກເຈົ້າສາມາດໂອ້ລົມກັນ ແລະ ແກ້ໄຂບັນຫາທີ່ຍັງເຫຼືອດ້ວຍຕົວເຈົ້າເອງ; ສິ່ງເຫຼົ່ານັ້ນເປັນເລື່ອງຂອງພວກເຈົ້າເອງ.

2). ວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ຜູ້ທີ່ເຂັ້ມແຂງກວ່າຕົນເອງ

ເມື່ອເວົ້າເຖິງຄວາມປາຖະໜາຂອງພວກຜູ້ຕໍ່ຕ້ານພຣະຄຣິສທີ່ຈະປົກປ້ອງຊື່ສຽງ ແລະ ສະຖານະຂອງພວກເຂົາເອງ, ພວກເຂົາບໍ່ພຽງແຕ່ສະແດງ ແລະ ເປີດເຜີຍທຳມະຊາດ-ແກ່ນແທ້ຂອງພວກເຂົາໃນເວລາທີ່ພວກເຂົາຖືກລິຮານເທົ່ານັ້ນ, ແຕ່ພວກຜູ້ຕໍ່ຕ້ານພຣະຄຣິສຍັງໄດ້ພົບພໍ້ກັບສະຖານະການ ແລະ ເລື່ອງຕ່າງໆອີກຫຼາຍປະເພດ. ສະນັ້ນ, ຫົວຂໍ້ທີສອງທີ່ພວກເຮົາທີ່ຈະໂອ້ລົມກັນແມ່ນ ວິທີທີ່ພວກຜູ້ຕໍ່ຕ້ານພຣະຄຣິສຮັກສາສະຖານະ ແລະ ຊື່ສຽງຂອງພວກເຂົາພາຍໃນກຸ່ມຄົນ. ໃນຂະນະທີ່ຢູ່ໃນກຸ່ມຄົນ, ພວກຜູ້ຕໍ່ຕ້ານພຣະຄຣິສສະແດງພຶດຕິກຳອັນໃດແດ່ ທີ່ສາມາດສະແດງໃຫ້ເຫັນວ່າໃນທຸກສິ່ງທີ່ພວກເຂົາເຮັດ, ພວກເຂົາກຳລັງພະຍາຍາມປົກປ້ອງຊື່ສຽງ ແລະ ສະຖານະຂອງພວກເຂົາເອງ? ຫົວຂໍ້ນີ້ຊັດເຈນ ຫຼື ບໍ່? ຂອບເຂດຂອງມັນໃຫຍ່ ຫຼື ນ້ອຍ? ມັນແມ່ນຕົວແທນ ຫຼື ບໍ່? (ມັນແມ່ນຕົວແທນ.) ຫົວຂໍ້ນີ້ກ່ຽວຂ້ອງໂດຍກົງກັບທຳມະຊາດ-ແກ່ນແທ້ຂອງພວກຜູ້ຕໍ່ຕ້ານພຣະຄຣິສ. ພວກຜູ້ຕໍ່ຕ້ານພຣະຄຣິສມີການສະແດງອອກອັນໃດແດ່ ໃນຂະນະທີ່ດຳລົງຊີວິດຢູ່ໃນບັນດາກຸ່ມຄົນ? ພວກເຂົາໃຊ້ຮູບແບບຂອງທັດສະນະຄະຕິແບບໃດ ແລະ ການກະທຳອັນໃດ ເພື່ອປົກປ້ອງຊື່ສຽງ ແລະ ສະຖານະຂອງພວກເຂົາ? ກ່ອນອື່ນໝົດ, ຖ້າພວກຜູ້ຕໍ່ຕ້ານພຣະຄຣິສບໍ່ມີສະຖານະ, ພວກເຂົາຍັງເປັນພວກຜູ້ຕໍ່ຕ້ານພຣະຄຣິສຢູ່ ຫຼື ບໍ່? (ເປັນ.) ພວກເຈົ້າຕ້ອງມີຄວາມເຂົ້າໃຈທີ່ຊັດເຈນກ່ຽວກັບແນວຄວາມຄິດນີ້. ຢ່າຄິດວ່າສະເພາະຄົນທີ່ມີສະຖານະເທົ່ານັ້ນ ທີ່ສາມາດມີແກ່ນແທ້ຂອງພວກຜູ້ຕໍ່ຕ້ານພຣະຄຣິສ ແລະ ເປັນຜູ້ຕໍ່ຕ້ານພຣະຄຣິສ ຫຼື ຄົນທຳມະດາທີ່ບໍ່ມີສະຖານະບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິສ. ຄວາມຈິງແລ້ວ ຂອບເຂດນັ້ນກວ້າງພໍສົມຄວນ. ບຸກຄົນໃດກໍຕາມທີ່ມີແກ່ນແທ້ຂອງພວກຜູ້ຕໍ່ຕ້ານພຣະຄຣິສ ກໍຍັງເປັນຜູ້ຕໍ່ຕ້ານພຣະຄຣິສ, ບໍ່ວ່າພວກເຂົາຈະມີສະຖານະ ຫຼື ບໍ່ກໍຕາມ ແລະ ບໍ່ວ່າພວກເຂົາຈະເປັນຜູ້ນໍາ ຫຼື ຜູ້ເຊື່ອທຳມະດາກໍຕາມ. ສິ່ງນີ້ຖືກກຳນົດໂດຍແກ່ນແທ້ຂອງພວກເຂົາ. ດັ່ງນັ້ນ ຄົນທີ່ມີແກ່ນແທ້ຂອງພວກຜູ້ຕໍ່ຕ້ານພຣະຄຣິສມີການສະແດງອອກອັນໃດແດ່ ໃນຂະນະທີ່ພວກເຂົາເປັນຜູ້ຕິດຕາມທຳມະດາ? ການເປີດເຜີຍທຳມະຊາດ-ແກ່ນແທ້ອັນໃດແດ່ ທີ່ເປັນຫຼັກຖານພຽງພໍວ່າ ຄວາມຈິງແລ້ວພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິສ? ກ່ອນອື່ນ, ໃຫ້ພວກເຮົາມາເບິ່ງວິທີທີ່ພວກເຂົາດຳລົງຊີວິດຢູ່ພາຍໃນກຸ່ມຄົນ, ວິທີທີ່ພວກເຂົາປະຕິບັດຕໍ່ຄົນອື່ນ ແລະ ຈັດການກັບສິ່ງຕ່າງໆ ແລະ ທັດສະນະຄະຕິທີ່ພວກເຂົາມີຕໍ່ຄວາມຈິງ. ສິ່ງທີ່ພວກເຮົາຄວນໂອ້ລົມກັນຫຼາຍທີ່ສຸດບໍ່ແມ່ນສິ່ງທີ່ພວກຜູ້ຕໍ່ຕ້ານພຣະຄຣິສກິນ, ສິ່ງທີ່ພວກເຂົານຸ່ງຫົ່ມ, ບ່ອນທີ່ພວກເຂົາພັກອາໄສ ຫຼື ວິທີທີ່ພວກເຂົາເດີນທາງ, ແຕ່ແມ່ນວິທີທີ່ພວກເຂົາປົກປ້ອງຊື່ສຽງ ແລະ ສະຖານະຂອງພວກເຂົາໃນຂະນະທີ່ຢູ່ໃນກຸ່ມ. ເຖິງແມ່ນວ່າພວກເຂົາເປັນຜູ້ເຊື່ອທຳມະດາ, ພວກເຂົາກໍຍັງພະຍາຍາມປົກປ້ອງຊື່ສຽງ ແລະ ສະຖານະຂອງພວກເຂົາຢູ່ຕະຫຼອດ, ເປີດເຜີຍອຸປະນິໄສ ແລະ ແກ່ນແທ້ຮູບແບບນີ້ຢູ່ສະເໝີ ແລະ ເຮັດໃນລັກສະນະນີ້ຢູ່ສະເໝີ. ສະນັ້ນ, ສິ່ງນີ້ຈຶ່ງສາມາດຊ່ວຍໃຫ້ພວກເຮົາກ້າວໄປອີກບາດກ້າວໜຶ່ງ ໃນຄວາມເຂົ້າໃຈຂອງພວກເຮົາກ່ຽວກັບອຸປະນິໄສ ແລະ ແກ່ນແທ້ຂອງພວກຜູ້ຕໍ່ຕ້ານພຣະຄຣິສ. ບໍ່ວ່າພວກຜູ້ຕໍ່ຕ້ານພຣະຄຣິສຈະມີສະຖານະ ຫຼື ບໍ່ ແລະ ບໍ່ວ່າຈະເປັນເວລາໃດ ຫຼື ຢູ່ສະຖານທີ່ໃດກໍຕາມ, ອຸປະນິໄສ ແລະ ແກ່ນແທ້ຂອງພວກຜູ້ຕໍ່ຕ້ານພຣະຄຣິສກໍຈະໄດ້ຮັບການເປີດເຜີຍ ແລະ ສະແດງອອກໃນຕົວພວກເຂົາຢູ່ສະເໝີ. ສິ່ງນີ້ບໍ່ໄດ້ຖືກຈຳກັດໂດຍພື້ນທີ່, ພູມສາດ ຫຼື ຜູ້ຄົນ, ເຫດການ ແລະ ສິ່ງໃດໜຶ່ງ.

ເມື່ອພວກຜູ້ຕໍ່ຕ້ານພຣະຄຣິສປະຕິບັດໜ້າທີ່, ບໍ່ວ່າມັນຈະເປັນໜ້າທີ່ຫຍັງ ແລະ ບໍ່ວ່າພວກເຂົາຈະຢູ່ໃນກຸ່ມໃດກໍຕາມ, ພວກເຂົາໄດ້ສະແດງຮູບແບບການປະພຶດທີ່ຊັດເຈນ, ເຊິ່ງກໍຄື ໃນທຸກສິ່ງທຸກຢ່າງ ພວກເຂົາຕ້ອງການທີ່ຈະໂດດເດັ່ນ ແລະ ສະແດງຕົນເອງຢູ່ສະເໝີ, ພວກເຂົາມີແນວໂນ້ມທີ່ຈະບີບຄັ້ນຜູ້ຄົນ ແລະ ຄວບຄຸມຜູ້ຄົນເຫຼົ່ານັ້ນຢູ່ສະເໝີ, ພວກເຂົາຕ້ອງການນໍາພາຜູ້ຄົນ ແລະ ເປັນຜູ້ສັ່ງການຢູ່ສະເໝີ, ພວກເຂົາຕ້ອງການເປັນຈຸດສົນໃຈສະເໝີ, ພວກເຂົາຕ້ອງການດຶງດູດສາຍຕາ ແລະ ຄວາມສົນໃຈຂອງຜູ້ຄົນມາທີ່ຕົວພວກເຂົາຢູ່ສະເໝີ ແລະ ພວກເຂົາຕ້ອງການຄວາມຊື່ນຊົມຈາກທຸກຄົນ. ເມື່ອໃດກໍຕາມທີ່ພວກຜູ້ຕໍ່ຕ້ານພຣະຄຣິສເຂົ້າຮ່ວມກຸ່ມ, ບໍ່ວ່າຈະມີຈຳນວນສະມາຊິກເທົ່າໃດ, ສະມາຊິກຂອງກຸ່ມແມ່ນໃຜ ຫຼື ອາຊີບ ຫຼື ຕົວຕົນຂອງພວກເຂົາແມ່ນຫຍັງ, ກ່ອນອື່ນໝົດ ພວກຜູ້ຕໍ່ຕ້ານພຣະຄຣິສຈະປະເມີນສະຖານະການເບິ່ງວ່າໃຜໂດດເດັ່ນ ແລະ ເໜືອກວ່າ, ໃຜມີວາດຊົງໃນການເວົ້າ, ໃຜໜ້າປະທັບໃຈ ແລະ ໃຜມີຄຸນສົມບັດ ຫຼື ມີຊື່ສຽງກຽດຕິຍົດ. ພວກເຂົາປະເມີນວ່າພວກເຂົາສາມາດເອົາຊະນະໃຜໄດ້ ແລະ ໃຜທີ່ພວກເຂົາບໍ່ສາມາດເອົາຊະນະໄດ້, ພ້ອມທັງປະເມີນວ່າໃຜທີ່ເກັ່ງກວ່າພວກເຂົາ ແລະ ໃຜທີ່ດ້ອຍກວ່າ. ສິ່ງເຫຼົ່ານີ້ແມ່ນສິ່ງທຳອິດທີ່ພວກເຂົາເບິ່ງ. ຫຼັງຈາກທີ່ປະເມີນສະຖານະການຢ່າງວ່ອງໄວ, ພວກເຂົາກໍເລີ່ມລົງມືປະຕິບັດ, ໂດຍປະຖິ້ມ ແລະ ບໍ່ສົນໃຈຄົນທີ່ດ້ວຍກວ່າຕົນເອງເຫຼົ່ານັ້ນໄປກ່ອນຊົ່ວຄາວ. ພວກເຂົາເຂົ້າຫາຄົນທີ່ພວກເຂົາເຊື່ອວ່າເໜືອກວ່າ, ຄົນທີ່ມີຊື່ສຽງກຽດຕິຍົດ ແລະ ສະຖານະບາງຢ່າງ ຫຼື ຄົນທີ່ມີພອນສະຫວັນ ແລະ ຄວາມສາມາດພິເສດກ່ອນ. ຄົນເຫຼົ່ານີ້ຄືຄົນທີ່ພວກເຂົາຈະເປັນເກນວັດແທກຕົນເອງນຳເປັນອັນດັບທຳອິດ. ຖ້າຄົນເຫຼົ່ານີ້ໄດ້ຮັບການນັບຖືຈາກອ້າຍເອື້ອຍນ້ອງ ຫຼື ເປັນຜູ້ເຊື່ອໃນພຣະເຈົ້າມາດົນກວ່າ ແລະ ມີຊື່ສຽງທີ່ດີ, ພວກເຂົາກໍຈະກາຍເປັນເປົ້າໝາຍຄວາມອິດສາຂອງພວກຜູ້ຕໍ່ຕ້ານພຣະຄຣິສ ແລະ ແນ່ນອນວ່າຖືກເບິ່ງເປັນຄູ່ແຂ່ງ. ຈາກນັ້ນ, ພວກຜູ້ຕໍ່ຕ້ານພຣະຄຣິສກໍຈະປຽບທຽບຕົນເອງຢ່າງງຽບໆ ກັບຄົນເຫຼົ່ານີ້ທີ່ມີຊື່ສຽງກຽດຕິຍົດ, ມີສະຖານະ ແລະ ໄດ້ຮັບຄວາມຊື່ນຊົມຈາກອ້າຍເອື້ອຍນ້ອງ. ພວກເຂົາເລີ່ມຄິດໄໄຕ່ຕອງ ກ່ຽວກັບຄົນເຊັ່ນນີ້, ກວດສອບເບິ່ງວ່າຄົນເຫຼົ່ານັ້ນສາມາດເຮັດຫຍັງໄດ້ ແລະ ມີຄວາມຊຳນານໃນດ້ານໃດ ແລະ ເປັນຫຍັງບາງຄົນຈຶ່ງນັບຖືຄົນເຫຼົ່ານັ້ນ. ໂດຍການເຝົ້າເບິ່ງ ແລະ ສັງເກດການ, ພວກຜູ້ຕໍ່ຕ້ານພຣະຄຣິສຮູ້ວ່າຄົນເຫຼົ່ານີ້ເປັນຜູ້ຊ່ຽວຊານໃນວິຊາຊີບໃດໜຶ່ງ, ພ້ອມທັງຄວາມຈິງທີ່ວ່າທຸກຄົນໃຫ້ການນັບຖືພວກເຂົາຢ່າງສູງ, ເພາະວ່າພວກເຂົາເຊື່ອໃນພຣະເຈົ້າມາດົນກວ່າ ແລະ ພວກເຂົາສາມາດແບ່ງປັນຄຳພະຍານຈາກປະສົບການບາງຢ່າງ. ພວກຜູ້ຕໍ່ຕ້ານພຣະຄຣິສຖືວ່າຄົນເຊັ່ນນີ້ເປັນ “ເຫຍື່ອ” ແລະ ຮັບຮູ້ວ່າພວກເຂົາເປັນຄູ່ຕໍ່ສູ້ ແລະ ຈາກນັ້ນ ພວກເຂົາກໍສ້າງແຜນການປະຕິບັດງານ. ແຜນການປະຕິບັດງານຫຍັງ? ພວກເຂົາເບິ່ງດ້ານທີ່ພວກເຂົາທຽບບໍ່ໄດ້ກັບຄູ່ຕໍ່ສູ້ຂອງພວກເຂົາ ແລະ ຈາກນັ້ນກໍເລີ່ມລົງມືເຮັດໃນດ້ານເຫຼົ່ານັ້ນ. ຕົວຢ່າງ: ຖ້າພວກເຂົາບໍ່ເກັ່ງໃນວິຊາຊີບໃດໜຶ່ງເທົ່າກັບຄົນເຫຼົ່ານັ້ນ, ພວກເຂົາກໍຈະສຶກສາວິຊາຊີບນັ້ນ, ອ່ານໜັງສືໃຫ້ຫຼາຍຂຶ້ນ, ຄົ້ນຫາຂໍ້ມູນທຸກຮູບແບບໃຫ້ຫຼາຍຂຶ້ນ ແລະ ຖ່ອມຕົວຖາມຄົນອື່ນເພື່ອຂໍຄຳແນະນຳໃຫ້ຫຼາຍຂຶ້ນ. ພວກເຂົາຈະເຂົ້າຮ່ວມໃນວຽກງານທຸກປະເພດທີ່ກ່ຽວຂ້ອງກັບວິຊາຊີບນັ້ນ, ຄ່ອຍໆສະສົມປະສົບການ ແລະ ເພາະປູກອຳນາດຂອງຕົນເອງ. ເມື່ອພວກເຂົາເຊື່ອວ່າພວກເຂົາມີຕົ້ນທຶນທີ່ຈະຕໍ່ກອນກັບຄູ່ຕໍ່ສູ້ຂອງພວກເຂົາ, ພວກເຂົາກໍມັກຈະອອກມາສະແດງ “ມຸມມອງອັນສະຫຼາດສ່ອງໃສ” ຂອງພວກເຂົາເອງ ແລະ ມັກຈະຈົງໃຈຫັກລ້າງ ແລະ ດູຖູກຄູ່ຕໍ່ສູ້ຂອງພວກເຂົາ, ເພື່ອເຮັດໃຫ້ຄົນເຫຼົ່ານັ້ນອັບອາຍ ແລະ ເຮັດໃຫ້ຊື່ສຽງຂອງພວກເຂົາມົວໝອງ ແລະ ດ້ວຍເຫດນີ້ ຈຶ່ງເນັ້ນໃຫ້ເຫັນວ່າພວກເຂົາສະຫຼາດ ແລະ ພິເສດສໍ່າໃດ ແລະ ກົດດັນປາບປາມຄູ່ຕໍ່ສູ້ຂອງພວກເຂົາ. ຄົນທີ່ມີສາຍຕາແຫຼມຄົມສາມາດເຫັນສິ່ງເຫຼົ່ານີ້ທັງໝົດໄດ້, ມີພຽງແຕ່ຄົນໂງ່ຈ້າ ແລະ ບໍ່ມີຄວາມ ແລະ ຂາດການແຍກແຍະເທົ່ານັ້ນທີ່ບໍ່ສາມາດເບິ່ງເຫັນໄດ້. ຄົນສ່ວນໃຫຍ່ພຽງແຕ່ເຫັນຄວາມກະຕືລືລົ້ນຂອງພວກຜູ້ຕໍ່ຕ້ານພຣະຄຣິສ, ການໄລ່ຕາມຂອງພວກເຂົາ, ຄວາມທຸກທໍລະມານ, ການເສຍສະລະ ແລະ ພຶດຕິກຳພາຍນອກທີ່ດູດີຂອງພວກເຂົາ, ແຕ່ສະຖານະການທີ່ແທ້ຈິງແມ່ນຖືກເຊື່ອງໄວ້ໃນສ່ວນເລິກຂອງຫົວໃຈຂອງພວກຜູ້ຕໍ່ຕ້ານພຣະຄຣິສ. ຈຸດປະສົງຫຼັກຂອງພວກເຂົາແມ່ນຫຍັງ? ມັນຄືການໄດ້ຮັບສະຖານະ. ເປົ້າໝາຍເຊິ່ງເປັນວຽກງານທັງໝົດຂອງພວກເຂົາ, ການເຮັດວຽກໜັກທັງໝົດຂອງພວກເຂົາ ແລະ ລາຄາທັງໝົດທີ່ພວກເຂົາຈ່າຍນັ້ນ ແມ່ນສິ່ງທີ່ຢູ່ໃນຫົວໃຈຂອງພວກເຂົາທີ່ພວກເຂົາບູຊາທີ່ສຸດ: ສະຖານະ ແລະ ອຳນາດ.

ເພື່ອໃຫ້ໄດ້ມາເຊິ່ງອຳນາດ ແລະ ສະຖານະ, ສິ່ງທຳອິດທີ່ພວກຜູ້ຕໍ່ຕ້ານພຣະຄຣິສເຮັດໃນຄຣິສຕະຈັກຄື ການພະຍາຍາມຊະນະຄວາມເຊື່ອໃຈ ແລະ ໄດ້ຮັບຄວາມນັບຖືຈາກຄົນອື່ນ, ເພື່ອໃຫ້ພວກເຂົາສາມາດຊັກຈູງຜູ້ຄົນໄດ້ຫຼາຍຂຶ້ນ ແລະ ເຮັດໃຫ້ຄົນຈຳນວນຫຼາຍຂຶ້ນເຄົາລົບ ແລະ ບູຊາພວກເຂົາ, ດ້ວຍເຫດນີ້ ຈຶ່ງບັນລຸເປົ້າໝາຍຂອງພວກເຂົາ ໃນການເປັນຜູ້ຕັດສິນໃຈຂັ້ນສຸດທ້າຍ ແລະ ຖືອຳນາດໃນຄຣິສຕະຈັກ. ເມື່ອເວົ້າເຖິງການໄດ້ມາເຊິ່ງອຳນາດ, ພວກເຂົາມີຄວາມຊຳນານທີ່ສຸດໃນການແຂ່ງຂັນ ແລະ ການຕໍ່ສູ້ກັບຄົນອື່ນ. ຜູ້ທີ່ໄລ່ຕາມຄວາມຈິງ, ຜູ້ທີ່ມີຊື່ສຽງກຽດຕິຍົດໃນຄຣິສຕະຈັກ ແລະ ຜູ້ທີ່ອ້າຍເອື້ອຍນ້ອງຮັກແພງ, ແມ່ນຄູ່ຕໍ່ສູ້ຫຼັກຂອງພວກເຂົາ. ບຸກຄົນໃດກໍຕາມທີ່ເປັນໄພຂົ່ມຂູ່ຕໍ່ສະຖານະຂອງພວກເຂົາ ລ້ວນແຕ່ເປັນຄູ່ຕໍ່ສູ້ຂອງພວກເຂົາ. ພວກເຂົາແຂ່ງຂັນກັບຜູ້ທີ່ເຂັ້ມແຂງກວ່າພວກເຂົາຢ່າງບໍ່ເກງໃຈ ແລະ ພວກເຂົາກໍແຂ່ງຂັນກັບຜູ້ທີ່ອ່ອນແອກວ່າພວກເຂົາ, ໂດຍບໍ່ມີຄວາມຮູ້ສຶກສົງສານເລີຍ. ຫົວໃຈຂອງພວກເຂົາເຕັມໄປດ້ວຍປັດຊະຍາຂອງການແຂ່ງຂັນ ແລະ ການຕໍ່ສູ້. ພວກເຂົາເຊື່ອວ່າຖ້າຜູ້ຄົນບໍ່ແຂ່ງຂັນ ແລະ ຕໍ່ສູ້, ພວກເຂົາກໍຈະບໍ່ສາມາດໄດ້ຮັບຜົນປະໂຫຍດໃດກໍຕາມ ແລະ ພວກເຂົາສາມາດໄດ້ຮັບສິ່ງທີ່ພວກເຂົາຕ້ອງການໂດຍການແຂ່ງຂັນ ແລະ ການຕໍ່ສູ້ເທົ່ານັ້ນ. ເພື່ອໃຫ້ໄດ້ມາເຊິ່ງສະຖານະ ແລະ ເພື່ອຍຶດຄອງຕຳແໜ່ງທີ່ໂດດເດັ່ນພາຍໃນກຸ່ມຄົນ, ພວກເຂົາເຮັດທຸກວິທີທາງເພື່ອແຂ່ງຂັນກັບໃຜກໍຕາມ ແລະ ພວກເຂົາຈະບໍ່ລະເວັ້ນແມ່ນແຕ່ຄົນດຽວທີ່ເປັນໄພຂົ່ມຂູ່ຕໍ່ສະຖານະຂອງພວກເຂົາ. ບໍ່ວ່າພວກເຂົາຈະພົວພັນກັບໃຜກໍຕາມ, ການພົວພັນເຫຼົ່ານີ້ລ້ວນແຕ່ເຕັມໄປດ້ວຍການແຂ່ງຂັນ ແລະ ການຕໍ່ສູ້ ແລະ ພວກເຂົາຍັງສືບຕໍ່ແຂ່ງຂັນ ແລະ ຕໍ່ສູ້ຈົນເຖົ້າແກ່. ພວກເຂົາມັກຈະເວົ້າວ່າ: “ຂ້ອຍຈະຊະນະຄົນນັ້ນໄດ້ບໍ່ ຖ້າຂ້ອຍຕໍ່ສູ້ກັບພວກເຂົາ?” ຜູ້ໃດກໍຕາມທີ່ມີວາດຊົງໃນການເວົ້າ ແລະ ສາມາດເວົ້າໄດ້ຢ່າງມີເຫດຜົນ, ມີໂຄງສ້າງ ແລະ ມີແບບແຜນ, ກໍຈະກາຍເປັນເປົ້າໝາຍຂອງຄວາມອິດສາ ແລະ ການຮຽນແບບຂອງພວກເຂົາ. ຍິ່ງໄປກວ່ານັ້ນ, ຄົນເຫຼົ່ານັ້ນຍັງກາຍເປັນຄູ່ຕໍ່ສູ້ຂອງພວກເຂົາ. ຜູ້ໃດກໍຕາມທີ່ໄລ່ຕາມຄວາມຈິງ ແລະ ມີຄວາມເຊື່ອ ແລະ ສາມາດຊ່ວຍເຫຼືອ ແລະ ສະໜັບສະໜູນອ້າຍເອື້ອຍນ້ອງຢູ່ເລື້ອຍໆ ແລະ ເຮັດໃຫ້ພວກເຂົາຫຼຸດພົ້ນຈາກຄວາມຄິດທີ່ເປັນລົບ ແລະ ຄວາມອ່ອນແອ, ກໍກາຍເປັນຄູ່ຕໍ່ສູ້ຂອງພວກເຂົາເຊັ່ນດຽວກັນ, ເຊັ່ນດຽວກັບຜູ້ໃດກໍຕາມທີ່ມີຄວາມຊ່ຽວຊານໃນວິຊາຊີບໃດໜຶ່ງ ແລະ ໄດ້ຮັບການນັບຖືຈາກອ້າຍເອື້ອຍນ້ອງໃນລະດັບໃດໜຶ່ງ. ຜູ້ໃດກໍຕາມທີ່ໄດ້ຮັບຜົນໃນວຽກງານຂອງພວກເຂົາ ແລະ ໄດ້ຮັບການຍອມຮັບຈາກເບື້ອງເທິງ, ໂດຍທໍາມະຊາດແລ້ວ ກໍຍິ່ງກາຍເປັນຄູ່ຕໍ່ສູ້ທີ່ຍິ່ງໃຫຍ່ກວ່າສຳລັບພວກເຂົາ. ຄຳຂວັນປະຈຳໃຈຂອງພວກຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງ, ບໍ່ວ່າພວກເຂົາຈະຢູ່ໃນກຸ່ມໃດກໍຕາມ? ແບ່ງປັນຄວາມຄິດຂອງພວກເຈົ້າເບິ່ງ. (ການຕໍ່ສູ້ກັບຄົນອື່ນ ແລະ ກັບສະຫວັນເປັນແຫຼ່ງຄວາມມ່ວນຊື່ນອັນບໍ່ມີທີ່ສິ້ນສຸດ.) ນີ້ບໍ່ແມ່ນຄວາມບ້າປ່ວງບໍ? ນີ້ຄືຄວາມບ້າປ່ວງ. ມີຢ່າງອື່ນອີກບໍ່? (ພຣະເຈົ້າ, ພວກເຂົາບໍ່ໄດ້ຄິດບໍວ່າ: “ໃນທົ່ວຈັກກະວານ, ມີພຽງຂ້ອຍຜູ້ດຽວທີ່ຖືຄອງອຳນາດສູງສຸດ”? ນັ້ນກໍຄື, ພວກເຂົາຕ້ອງການທີ່ຈະຢູ່ສູງທີ່ສຸດ ແລະ ບໍ່ວ່າພວກເຂົາຈະຢູ່ກັບໃຜກໍຕາມ, ພວກເຂົາຕ້ອງການທີ່ຈະເອົາຊະນະຄົນເຫຼົ່ານັ້ນຢູ່ສະເໝີ.) ນີ້ຄືໜຶ່ງໃນແນວຄວາມຄິດຂອງພວກເຂົາ. ມີຢ່າງອື່ນອີກບໍ່? (ພຣະເຈົ້າ, ຂ້ານ້ອຍຄິດອອກໄດ້ສີ່ຄໍາ: “ຜູ້ຊະນະຄືພກະສັດ”. ຂ້ານ້ອຍຄິດວ່າພວກເຂົາຕ້ອງການທີ່ຈະຢູ່ເໜືອກວ່າຄົນອື່ນ ແລະ ໂດດເດັ່ນຢູ່ສະເໝີ, ບໍ່ວ່າພວກເຂົາຈະຢູ່ໃສກໍຕາມ ແລະ ພວກເຂົາກໍພະຍາຍາມທີ່ຈະຢູ່ສູງທີ່ສຸດ.) ສິ່ງທີ່ພວກເຈົ້າເວົ້າມາສ່ວນໃຫຍ່ເປັນປະເພດຂອງແນວຄວາມຄິດ; ລອງໃຊ້ພຶດຕິກຳຮູບແບບໃດໜຶ່ງ ເພື່ອອະທິບາຍພວກເຂົາເບິ່ງ. ພວກຜູ້ຕໍ່ຕ້ານພຣະຄຣິສບໍ່ຈຳເປັນຕ້ອງຢາກຄອບຄອງຕຳແໜ່ງທີ່ສູງທີ່ສຸດສະເໝີໄປ ບໍ່ວ່າພວກເຂົາຈະຢູ່ໃສກໍຕາມ. ເມື່ອໃດກໍຕາມທີ່ພວກເຂົາໄປສະຖານທີ່ໃດໜຶ່ງ, ພວກເຂົາມີອຸປະນິໄສ ແລະ ສະພາບຈິດໃຈທີ່ບັງຄັບໃຫ້ພວກເຂົາກະທຳ. ສະພາບຈິດໃຈນີ້ແມ່ນຫຍັງ? ມັນຄື “ຂ້ອຍຕ້ອງແຂ່ງຂັນ! ແຂ່ງຂັນ! ແຂ່ງຂັນ!” ເປັນຫຍັງຈຶ່ງຕ້ອງ “ແຂ່ງຂັນ” ສາມເທື່ອ, ເປັນຫຍັງຈຶ່ງບໍ່ແມ່ນ “ແຂ່ງຂັນ” ເທື່ອດຽວ? (ການແຂ່ງຂັນໄດ້ກາຍເປັນຊີວິດຂອງພວກເຂົາ, ມັນຄືສິ່ງທີ່ພວກເຂົາຢຶດຖືໃນການດຳລົງຊີວິດ.) ນີ້ຄືອຸປະນິໄສຂອງພວກເຂົາ. ພວກເຂົາເກີດມາມີອຸປະນິໄສທີ່ອວດດີຢ່າງບ້າຄັ່ງ ແລະ ຍາກລຳບາກທີ່ຈະຄວບຄຸມ, ນັ້ນກໍຄື ການເບິ່ງວ່າຕົນເອງບໍ່ເປັນສອງຮອງໃຜ ແລະ ເຫັນແກ່ຕົວຢ່າງເຖິງທີ່ສຸດ. ບໍ່ມີໃຜສາມາດຢັບຢັ້ງອຸປະນິໄສທີ່ອວດດີຢ່າງບໍ່ໜ້າເຊື່ອນີ້ຂອງພວກເຂົາໄດ້; ພວກເຂົາເອງກໍບໍ່ສາມາດຄວບຄຸມມັນໄດ້ເຊັ່ນດຽວກັນ. ສະນັ້ນ ຊີວິດຂອງພວກເຂົາຈຶ່ງມີແຕ່ການຕໍ່ສູ້ ແລະ ການແຂ່ງຂັນ. ພວກເຂົາຕໍ່ສູ້ ແລະ ແຂ່ງຂັນໄປເພື່ອຫຍັງ? ໂດຍທໍາມະຊາດແລ້ວ, ພວກເຂົາແຂ່ງຂັນເພື່ອຊື່ສຽງ, ກຳໄລ, ສະຖານະ, ໜ້າຕາ ແລະ ຜົນປະໂຫຍດຂອງພວກເຂົາເອງ. ບໍ່ວ່າພວກເຂົາຈະຕ້ອງໃຊ້ວິທີການໃດກໍຕາມ, ຕາບໃດທີ່ທຸກຄົນຍອມອ່ອນນ້ອມຕໍ່ພວກເຂົາ ແລະ ຕາບໃດທີ່ພວກເຂົາໄດ້ຮັບຜົນປະໂຫຍດ ແລະ ສະຖານະສຳລັບຕົນເອງ, ພວກເຂົາກໍໄດ້ບັນລຸເປົ້າໝາຍຂອງພວກເຂົາແລ້ວ. ຄວາມປະສົງທີ່ຈະແຂ່ງຂັນຂອງພວກເຂົາບໍ່ແມ່ນຄວາມບັນເທີງຊົ່ວຄາວ; ມັນຄືອຸປະນິໄສປະເພດໜຶ່ງທີ່ມາຈາກທຳມະຊາດແບບຊາຕານ. ມັນຄືກັບອຸປະນິໄສຂອງມັງກອນແດງທີ່ຍິ່ງໃຫຍ່ທີ່ຕໍ່ສູ້ກັບສະຫວັນ, ຕໍ່ສູ້ກັບແຜ່ນດິນໂລກ ແລະ ຕໍ່ສູ້ກັບຜູ້ຄົນ. ຕອນນີ້, ເມື່ອພວກຜູ້ຕໍ່ຕ້ານພຣະຄຣິສຕໍ່ສູ້ ແລະ ແຂ່ງຂັນກັບຄົນອື່ນທີ່ຢູ່ໃນຄຣິສຕະຈັກ, ພວກເຂົາຕ້ອງການຫຍັງ? ໂດຍບໍ່ຕ້ອງສົງໄສເລີຍວ່າ ພວກເຂົາກຳລັງແຂ່ງຂັນເພື່ອຊື່ສຽງ ແລະ ສະຖານະ. ແຕ່ຖ້າພວກເຂົາໄດ້ຮັບສະຖານະ, ມັນຈະມີປະໂຫຍດຫຍັງຕໍ່ພວກເຂົາ? ມັນຈະມີຜົນດີຫຍັງຕໍ່ພວກເຂົາ ຖ້າຄົນອື່ນເຊື່ອຟັງ, ຊື່ນຊົມ ແລະ ບູຊາພວກເຂົາ? ພວກຜູ້ຕໍ່ຕ້ານພຣະຄຣິສເອງກໍບໍ່ສາມາດອະທິບາຍເລື່ອງນີ້ໄດ້ເຊັ່ນກັນ. ໃນຄວາມເປັນຈິງແລ້ວ, ພວກເຂົາມັກທີ່ຈະເພີດເພີນກັບຊື່ສຽງ ແລະ ສະຖານະ, ມັກໃຫ້ທຸກຄົນຍິ້ມໃຫ້ພວກເຂົາ ແລະ ໄດ້ຮັບການທັກທາຍດ້ວຍການຍົກຍໍປໍປັ້ນ ແລະ ການປະຈົບປະແຈງ. ສະນັ້ນ, ທຸກຄັ້ງທີ່ຜູ້ຕໍ່ຕ້ານພຣະຄຣິສໄປຄຣິສຕະຈັກ, ພວກເຂົາໄດ້ເຮັດສິ່ງໜຶ່ງ: ຕໍ່ສູ້ ແລະ ແຂ່ງຂັນກັບຄົນອື່ນ. ເຖິງແມ່ນວ່າພວກເຂົາຈະໄດ້ຮັບອຳນາດ ແລະ ສະຖານະ, ພວກເຂົາກໍຍັງບໍ່ຢຸດ. ເພື່ອປົກປ້ອງສະຖານະຂອງພວກເຂົາ ແລະ ຮັກສາອຳນາດຂອງພວກເຂົາໃຫ້ປອດໄພ, ພວກເຂົາໄດ້ສືບຕໍ່ຕໍ່ສູ້ ແລະ ແຂ່ງຂັນກັບຄົນອື່ນ. ພວກເຂົາຈະເຮັດແບບນີ້ໄປຈົນກວ່າພວກເຂົາຈະຕາຍ. ສະນັ້ນ, ປັດຊະຍາຂອງພວກຜູ້ຕໍ່ຕ້ານພຣະຄຣິສກໍຄື “ຕາບໃດທີ່ເຈົ້າຍັງມີຊີວິດຢູ່, ຢ່າຢຸດທີ່ຈະຕໍ່ສູ້”. ຖ້າຄົນຊົ່ວຮ້າຍແບບນີ້ມີຢູ່ໃນຄຣິສຕະຈັກ, ມັນຈະເປັນການລົບກວນອ້າຍເອື້ອຍນ້ອງບໍ່? ຕົວຢ່າງ: ສົມມຸດວ່າທຸກຄົນກຳລັງກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ໂອ້ລົມກ່ຽວກັບຄວາມຈິງຢ່າງງຽບໆ ແລະ ບັນຍາກາດກໍສະຫງົບສຸກ ແລະ ອາລົມກໍຜາສຸກດີ. ໃນເວລານີ້, ຜູ້ຕໍ່ຕ້ານພຣະຄຣິສຈະຟົດເດືອດດ້ວຍຄວາມບໍ່ພໍໃຈ. ພວກເຂົາຈະເກີດຄວາມອິດສາຕໍ່ຜູ້ທີ່ໂອ້ລົມກ່ຽວກັບຄວາມຈິງ ແລະ ກຽດຊັງຄົນເຫຼົ່ານັ້ນ. ພວກເຂົາຈະເລີ່ມໂຈມຕີ ແລະ ເຮັດການຕັດສິນຄົນເຫຼົ່ານັ້ນ. ສິ່ງນີ້ຈະບໍ່ເປັນການລົບກວນບັນຍາກາດທີ່ສະຫງົບສຸກບໍ? ພວກເຂົາເປັນຄົນຊົ່ວຮ້າຍທີ່ມາເພື່ອລົບກວນ ແລະ ເຮັດໃຫ້ຄົນອື່ນລັງກຽດ. ນັ້ນຄືສິ່ງທີ່ພວກຜູ້ຕໍ່ຕ້ານພຣະຄຣິສເປັນ. ບາງຄັ້ງ, ພວກຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ສະແຫວງຫາທີ່ຈະທຳລາຍ ຫຼື ເອົາຊະນະຄົນທີ່ພວກເຂົາແຂ່ງຂັນ ແລະ ກົດດັນ; ຕາບໃດທີ່ພວກເຂົາໄດ້ຮັບຊື່ສຽງ, ສະຖານະ, ຄວາມທະນົງຕົວ ແລະ ຄວາມພາກພູມໃຈ ແລະ ເຮັດໃຫ້ຜູ້ຄົນຊື່ນຊົມພວກເຂົາ, ພວກເຂົາກໍບັນລຸເປົ້າໝາຍຂອງພວກເຂົາແລ້ວ. ໃນຂະນະທີ່ພວກເຂົາກຳລັງແຂ່ງຂັນ, ພວກເຂົາໄດ້ເປີດເຜີຍອຸປະນິໄສແບບຊາຕານທີ່ຊັດເຈນປະເພດໜຶ່ງ. ອຸປະນິໄສນີ້ແມ່ນຫຍັງ? ນັ້ນກໍຄື ບໍ່ວ່າພວກເຂົາຈະປາກົດຕົວໃນຄຣິສຕະຈັກໃດກໍຕາມ, ພວກເຂົາຕ້ອງການແຂ່ງຂັນ ແລະ ຕໍ່ສູ້ກັບຄົນອື່ນຢູ່ສະເໝີ, ພວກເຂົາຕ້ອງການແຂ່ງຂັນເພື່ອຊື່ສຽງ, ຜົນປະໂຫຍດ ແລະ ສະຖານະຢູ່ສະເໝີ ແລະ ພວກເຂົາພຽງແຕ່ຮູ້ສຶກວ່າພວກເຂົາໄດ້ເຮັດເປົ້າໝາຍຂອງພວກເຂົາໃຫ້ສຳເລັດ ກໍຕໍ່ເມື່ອຄຣິສຕະຈັກຕົກຢູ່ໃນຄວາມວຸ້ນວາຍ ແລະ ຄວາມປັ່ນປ່ວນ, ເມື່ອພວກເຂົາໄດ້ຮັບສະຖານະ ແລະ ທຸກຄົນຍອມໃຫ້ພວກເຂົາ. ນີ້ຄືທຳມະຊາດຂອງພວກຜູ້ຕໍ່ຕ້ານພຣະຄຣິສ, ນັ້ນກໍຄື ພວກເຂົາໃຊ້ການແຂ່ງຂັນ ແລະ ການຕໍ່ສູ້ເພື່ອບັນລຸເປົ້າໝາຍຂອງພວກເຂົາ.

ບໍ່ວ່າພວກເຂົາຈະຢູ່ໃນກຸ່ມໃດກໍຕາມ. ຄຳຂວັນປະຈຳໃຈຂອງພວກຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງ? “ຂ້ອຍຕ້ອງແຂ່ງຂັນ! ແຂ່ງຂັນ! ແຂ່ງຂັນ! ຂ້ອຍຕ້ອງແຂ່ງຂັນເພື່ອເປັນຜູ້ສູງສົ່ງທີ່ສຸດ ແລະ ຍິ່ງໃຫຍ່ທີ່ສຸດ!” ນີ້ຄືອຸປະນິໄສຂອງພວກຜູ້ຕໍ່ຕ້ານພຣະຄຣິສ; ທຸກບ່ອນທີ່ພວກເຂົາໄປ, ພວກເຂົາຈະແຂ່ງຂັນ ແລະ ພະຍາຍາມບັນລຸຈຸດປະສົງຂອງພວກເຂົາ. ພວກເຂົາເປັນຄົນຮັບໃຊ້ຂອງຊາຕານ ແລະ ພວກເຂົາກໍລົບກວນວຽກງານຂອງຄຣິສຕະຈັກ. ອຸປະນິໄສຂອງພວກຜູ້ຕໍ່ຕ້ານພຣະຄຣິສເປັນແບບນີ້: ພວກເຂົາເລີ່ມຕົ້ນໂດຍການຫຼຽວເບິ່ງໄປທົ່ວຄຣິສຕະຈັກ ເພື່ອເບິ່ງວ່າໃຜເຊື່ອໃນພຣະເຈົ້າມາຫຼາຍປີ ແລະ ມີຕົ້ນທຶນ, ໃຜມີພອນສະຫວັນ ຫຼື ຄວາມສາມາດບາງຢ່າງ, ໃຜເປັນປະໂຫຍດຕໍ່ອ້າຍເອື້ອຍນ້ອງໃນການເຂົ້າສູ່ຊີວິດຂອງພວກເຂົາ, ໃຜມີຊື່ສຽງກຽດຕິຍົດຫຼາຍກວ່າ, ໃຜມີຄວາມອາວຸໂສ, ໃຜໄດ້ຮັບການກ່າວຂວັນໃນທາງທີ່ດີໃນບັນດາອ້າຍເອື້ອຍນ້ອງ, ໃຜມີສິ່ງທີ່ເປັນບວກຫຼາຍກວ່າ, ຄົນນັ້ນແຫຼະທີ່ຈະເປັນຄູ່ແຂ່ງຂອງພວກເຂົາ. ໂດຍສະຫຼຸບແລ້ວ, ທຸກຄັ້ງທີ່ພວກຜູ້ຕໍ່ຕ້ານພຣະຄຣິສຢູ່ໃນກຸ່ມຄົນ, ນີ້ຄືສິ່ງທີ່ພວກເຂົາເຮັດຢູ່ສະເໝີ: ພວກເຂົາແຂ່ງຂັນເພື່ອສະຖານະ, ແຂ່ງຂັນເພື່ອຊື່ສຽງທີ່ດີ, ແຂ່ງຂັນເພື່ອມີສິດຊີ້ຂາດເໜືອເລື່ອງຕ່າງໆ ແລະ ສິດໃນການຕັດສິນໃຈໃນກຸ່ມ, ເຊິ່ງເມື່ອພວກເຂົາໄດ້ຮັບສິ່ງນັ້ນແລ້ວ, ມັນກໍເຮັດໃຫ້ພວກເຂົາມີຄວາມສຸກ. ພວກເຂົາສາມາດເຮັດວຽກງານຕົວຈິງໄດ້ຢູ່ບໍ ຫຼັງຈາກທີ່ພວກເຂົາໄດ້ຮັບສິ່ງເຫຼົ່ານີ້? ຢ່າງແນ່ນອນວ່າເຮັດບໍ່ໄດ້, ພວກເຂົາບໍ່ໄດ້ແຂ່ງຂັນ ແລະ ຕໍ່ສູ້ເພື່ອເຮັດວຽກງານຕົວຈິງ; ເປົ້າໝາຍຂອງພວກເຂົາຄືການເອົາຊະນະທຸກຄົນ. “ຂ້ອຍບໍ່ສົນວ່າເຈົ້າເຕັມໃຈທີ່ຈະຍອມໃຫ້ຂ້ອຍ ຫຼື ບໍ່; ໃນແງ່ຂອງຕົ້ນທຶນ, ຂ້ອຍຍິ່ງໃຫຍ່ທີ່ສຸດ, ໃນແງ່ຂອງທັກສະການເວົ້າ, ຂ້ອຍເກັ່ງທີ່ສຸດ ແລະ ໃນແງ່ຂອງພອນສະຫວັນ ແລະ ຄວາມສາມາດພິເສດ, ຂ້ອຍມີຫຼາຍທີ່ສຸດ.” ບໍ່ວ່າຈະເປັນດ້ານໃດກໍຕາມ, ພວກເຂົາຕ້ອງການແຂ່ງຂັນເພື່ອເປັນທີໜຶ່ງຢູ່ສະເໝີ. ຖ້າອ້າຍເອື້ອຍນ້ອງເລືອກໃຫ້ພວກເຂົາເປັນຜູ້ຮັບຜິດຊອບ, ພວກເຂົາກໍຈະແຂ່ງຂັນກັບຜູ້ຮ່ວມງານຂອງພວກເຂົາ ເພື່ອມີສິດຊີ້ຂາດ ແລະ ມີສິດໃນການຕັດສິນໃຈ. ຖ້າຄຣິສຕະຈັກໃຫ້ພວກເຂົາຮັບຜິດຊອບວຽກງານບາງຢ່າງ, ພວກເຂົາກໍຈະຢືນຢັນທີ່ຈະເປັນຜູ້ສັ່ງການກ່ຽວກັບວິທີການປະຕິບັດວຽກງານນັ້ນ. ພວກເຂົາຈະຕ້ອງການພະຍາຍາມເຮັດໃຫ້ທຸກສິ່ງທີ່ພວກເຂົາເວົ້າ ແລະ ທຸກສິ່ງທີ່ພວກເຂົາຕັດສິນໃຈນັ້ນປະສົບຜົນສຳເລັດ ແລະ ກາຍມາເປັນຄວາມຈິງ. ຖ້າອ້າຍເອື້ອຍນ້ອງຮັບເອົາແນວຄິດຂອງຄົນອື່ນ, ພວກເຂົາຈະຍອມປ່ອຍຜ່ານບໍ? (ບໍ່.) ນັ້ນໝາຍເຖິງບັນຫາ. ຖ້າເຈົ້າບໍ່ຟັງພວກເຂົາ, ພວກເຂົາກໍຈະສັ່ງສອນບົດຮຽນໃຫ້ແກ່ເຈົ້າ, ເຮັດໃຫ້ເຈົ້າຮູ້ສຶກວ່າເຈົ້າເຮັດຫຍັງບໍ່ໄດ້ຖ້າບໍ່ມີພວກເຂົາ ແລະ ສະແດງໃຫ້ເຈົ້າເຫັນວ່າຈະມີຜົນສະທ້ອນຫຍັງຕາມມາ ຖ້າເຈົ້າບໍ່ເຊື່ອຟັງພວກເຂົາ. ນັ້ນຄືຄວາມທະນົງໂຕ, ຄວາມໜ້າລັງກຽດ ແລະ ຄວາມບໍ່ມີເຫດຜົນຂອງອຸປະນິໄສຂອງພວກຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາບໍ່ມີຈິດສຳນຶກ ຫຼື ເຫດຜົນ ແລະ ບໍ່ມີຄວາມຈິງເລີຍແມ່ນແຕ່ໜ້ອຍດຽວ. ຄົນເຮົາສາມາດເບິ່ງເຫັນໄດ້ໃນການກະທຳ ແລະ ການປະພຶດຂອງຜູ້ຕໍ່ຕ້ານພຣະຄຣິສວ່າ ສິ່ງທີ່ພວກເຂົາເຮັດນັ້ນບໍ່ມີເຫດຜົນຂອງຄົນປົກກະຕິເລີຍ ແລະ ເຖິງແມ່ນວ່າຄົນເຮົາອາດຈະໂອ້ລົມກ່ຽວກັບຄວາມຈິງໃຫ້ພວກເຂົາຟັງ, ພວກເຂົາກໍບໍ່ຍອມຮັບມັນ. ບໍ່ວ່າສິ່ງທີ່ເຈົ້າເວົ້າຈະຖືກຕ້ອງສໍ່າໃດກໍຕາມ, ມັນກໍໃຊ້ບໍ່ໄດ້ຜົນກັບພວກເຂົາ. ສິ່ງດຽວທີ່ພວກເຂົາມັກໄລ່ຕາມຄືຊື່ສຽງ ແລະ ສະຖານະ, ເຊິ່ງພວກເຂົານັບຖືເປັນສິ່ງສັກສິດ. ຕາບໃດທີ່ພວກເຂົາສາມາດເພີດເພີນກັບຜົນປະໂຫຍດຂອງສະຖານະ, ພວກເຂົາກໍພໍໃຈແລ້ວ. ພວກເຂົາເຊື່ອວ່ານີ້ຄືຄຸນຄ່າຂອງການມີຢູ່ຂອງພວກເຂົາ. ບໍ່ວ່າພວກເຂົາຈະຢູ່ໃນກຸ່ມຄົນໃດກໍຕາມ, ພວກເຂົາຕ້ອງສະແດງໃຫ້ຜູ້ຄົນເຫັນເຖິງ “ແສງສະຫວ່າງ” ແລະ “ຄວາມອົບອຸ່ນ” ທີ່ພວກເຂົາມອບໃຫ້, ຄວາມສາມາດພິເສດຂອງພວກເຂົາ, ຄວາມເປັນເອກະລັກຂອງພວກເຂົາ. ແລະ ເປັນເພາະພວກເຂົາເຊື່ອວ່າພວກເຂົານັ້ນພິເສດ, ໂດຍທໍາມະຊາດແລ້ວ ພວກເຂົາຈຶ່ງຄິດວ່າພວກເຂົາຄວນໄດ້ຮັບການປະຕິບັດດີກວ່າຄົນທຳມະດາ, ພວກເຂົາຄວນໄດ້ຮັບການສະໜັບສະໜູນ ແລະ ຄວາມຊື່ນຊົມຈາກຜູ້ຄົນ, ຜູ້ຄົນຄວນເຄົາລົບພວກເຂົາ, ບູຊາພວກເຂົາ, ພວກເຂົາຄິດວ່າທັງໝົດນີ້ຄືສິ່ງທີ່ພວກເຂົາຄວນໄດ້ຮັບ. ຄົນແບບນີ້ບໍ່ແມ່ນຄົນໜ້າດ້ານ ແລະ ບໍ່ມີຢາງອາຍບໍ? ມັນຈະບໍ່ເປັນບັນຫາບໍທີ່ຈະມີຄົນແບບນີ້ຢູ່ໃນຄຣິສຕະຈັກ? ເມື່ອມີບາງສິ່ງເກີດຂຶ້ນ, ມັນເປັນສາມັນສຳນຶກທີ່ຜູ້ຄົນຄວນຟັງໃຜກໍຕາມທີ່ເວົ້າຖືກຕ້ອງ, ຍອມອ່ອນນ້ອມຕໍ່ໃຜກໍຕາມທີ່ໃຫ້ຄຳແນະນຳທີ່ເປັນປະໂຫຍດຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ ແລະ ຮັບເອົາຄຳແນະນຳຂອງໃຜກໍຕາມທີ່ສອດຄ່ອງກັບຫຼັກການຄວາມຈິງ. ຖ້າພວກຜູ້ຕໍ່ຕ້ານພຣະຄຣິສເວົ້າບາງຢ່າງທີ່ບໍ່ສອດຄ່ອງກັບຫຼັກການ, ຄົນອື່ນທຸກຄົນອາດຈະບໍ່ຟັງພວກເຂົາ ຫຼື ຮັບເອົາຄຳແນະນຳຂອງພວກເຂົາ. ໃນກໍລະນີນັ້ນ, ພວກຜູ້ຕໍ່ຕ້ານພຣະຄຣິສຈະເຮັດແນວໃດ? ພວກເຂົາຈະສືບຕໍ່ພະຍາຍາມປົກປ້ອງ ແລະ ແກ້ຕົວໃຫ້ຕົນເອງ ແລະ ຄິດຫາວິທີທີ່ຈະຊັກຈູງຄົນອື່ນ ແລະ ເຮັດໃຫ້ອ້າຍເອື້ອຍນ້ອງຟັງພວກເຂົາ ແລະ ຮັບເອົາຄຳແນະນຳຂອງພວກເຂົາ. ພວກເຂົາຈະບໍ່ຄຳນຶງວ່າ ມັນອາດຈະມີຜົນກະທົບຫຍັງຕໍ່ວຽກງານຂອງຄຣິສຕະຈັກ ຖ້າຄຳແນະນຳຂອງພວກເຂົາຖືກຮັບເອົາ. ສິ່ງນີ້ບໍ່ໄດ້ຢູ່ໃນຂອບເຂດການຄຳນຶງຂອງພວກເຂົາ. ສິ່ງດຽວທີ່ພວກເຂົາຈະຄຳນຶງເຖິງແມ່ນຫຍັງ? “ຖ້າຄຳແນະນຳຂອງຂ້ອຍບໍ່ຖືກຮັບເອົາ, ຂ້ອຍຈະເອົາໜ້າໄປໄວ້ໃສ? ສະນັ້ນ, ຂ້ອຍຕ້ອງແຂ່ງຂັນ ແລະ ພະຍາຍາມຢ່າງໜັກ ເພື່ອໃຫ້ຄຳແນະນຳຂອງຂ້ອຍຖືກຮັບເອົາ.” ເມື່ອໃດກໍຕາມທີ່ມີບາງສິ່ງເກີດຂຶ້ນ, ນີ້ຄືວິທີທີ່ພວກເຂົາຄິດ ແລະ ກະທຳ. ພວກເຂົາບໍ່ເຄີຍໄຕ່ຕອງເບິ່ງວ່າ ສິ່ງນີ້ສອດຄ່ອງກັບຫຼັກການ ຫຼື ບໍ່ ແລະ ພວກເຂົາບໍ່ເຄີຍຍອມຮັບຄວາມຈິງ. ນີ້ຄືອຸປະນິໄສຂອງພວກຜູ້ຕໍ່ຕ້ານພຣະຄຣິສ.

ການສະແດງອອກຫຼັກຂອງການຂາດເຫດຜົນຢ່າງສິ້ນເຊີງ ຂອງພວກຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງ? ພວກເຂົາເຊື່ອວ່າພວກເຂົາມີພອນສະຫວັນ, ພວກເຂົາມີສັກກະຍະພາບ, ມີຄວາມສາມາດທີ່ດີ ແລະ ພວກເຂົາຄວນໄດ້ຮັບການບູຊາ ແລະ ການສະໜັບສະໜູນຈາກຄົນອື່ນ ແລະ ຖືກຈັດວາງໄວ້ໃນຕຳແໜ່ງທີ່ມີຄວາມສຳຄັນໂດຍເຮືອນຂອງພຣະເຈົ້າ. ຍິ່ງໄປກວ່ານັ້ນ, ພວກເຂົາເຊື່ອວ່າເຮືອນຂອງພຣະເຈົ້າຄວນຮັບເອົາ ແລະ ສົ່ງເສີມທຸກຄຳແນະນຳ ແລະ ແນວຄວາມຄິດທີ່ພວກເຂົາໄດ້ສະເໜີ ແລະ ຖ້າເຮືອນຂອງພຣະເຈົ້າບໍ່ຮັບເອົາສິ່ງເຫຼົ່ານັ້ນ, ພວກເຂົາກໍຈະໂມໂຫຫຼາຍ, ຕັ້ງຕົວເປັນປໍລະປັກຕໍ່ເຮືອນຂອງພຣະເຈົ້າ ແລະ ສ້າງອານາຈັກທີ່ເປັນເອກະລາດຂອງຕົນເອງ. ການເປີດເຜີຍອຸປະນິໄສ ແລະ ແກ່ນແທ້ຂອງພວກຜູ້ຕໍ່ຕ້ານພຣະຄຣິສນີ້ບໍ່ໄດ້ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນໃນຄຣິສຕະຈັກບໍ? ສາມາດເວົ້າໄດ້ວ່າ ການກະທຳທັງໝົດຂອງພວກຜູ້ຕໍ່ຕ້ານພຣະຄຣິສກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຢ່າງໃຫຍ່ຫຼວງຕໍ່ວຽກງານຂອງຄຣິສຕະຈັກ ແລະ ການເຂົ້າສູ່ຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ. ເມື່ອພວກຜູ້ຕໍ່ຕ້ານພຣະຄຣິສແຂ່ງຂັນ ເພື່ອຕຳແໜ່ງຜູ້ນຳຄຣິສຕະຈັກ ແລະ ຊື່ສຽງກຽດຕິຍົດໃນບັນດາຜູ້ຄົນທີ່ພຣະເຈົ້າເລືອກ, ພວກເຂົາໃຊ້ທຸກວິທີທາງທີ່ພວກເຂົາສາມາດເຮັດໄດ້ ເພື່ອໂຈມຕີຄົນອື່ນ ແລະ ຍົກລະດັບຕົນເອງຂຶ້ນ. ພວກເຂົາບໍ່ໄດ້ຄຳນຶງວ່າ ພວກເຂົາອາດຈະທຳຮ້າຍວຽກງານຂອງເຮືອນຂອງພຣະເຈົ້າ ແລະ ການເຂົ້າສູ່ຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກຮ້າຍແຮງສໍ່າໃດ. ພວກເຂົາພຽງແຕ່ຄຳນຶງວ່າ ຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາຈະໄດ້ຮັບການຕອບສະໜອງ ຫຼື ບໍ່ ແລະ ສະຖານະ ແລະ ຊື່ສຽງຂອງພວກເຂົາເອງຈະປອດໄພ ຫຼື ບໍ່. ບົດບາດຂອງພວກເຂົາໃນຄຣິສຕະຈັກ ແລະ ໃນບັນດາຜູ້ຄົນທີ່ພຣະເຈົ້າເລືອກ ແມ່ນປຽບສະເໝືອນຜີຮ້າຍ, ປຽບສະເໝືອນຄວາມຊົ່ວຮ້າຍ, ປຽບສະເໝືອນຄົນຮັບໃຊ້ຂອງຊາຕານ. ພວກເຂົາບໍ່ແມ່ນຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງໂດຍເດັດຂາດ, ທັງບໍ່ແມ່ນຜູ້ຕິດຕາມພຣະເຈົ້າ, ບໍ່ຕ້ອງເວົ້າເຖິງວ່າພວກເຂົາຈະເປັນຄົນທີ່ຮັກ ແລະ ຍອມຮັບຄວາມຈິງເລີຍ. ເມື່ອເຈດຕະນາ ແລະ ເປົ້າໝາຍຂອງພວກເຂົາຍັງບໍ່ບັນລຸຜົນ, ພວກເຂົາກໍບໍ່ເຄີຍໄຕ່ຕອງ ແລະ ຮູ້ຈັກຕົນເອງ, ພວກເຂົາບໍ່ເຄີຍໄຕ່ຕອງວ່າເຈດຕະນາ ແລະ ເປົ້າໝາຍຂອງພວກເຂົາສອດຄ່ອງກັບຄວາມຈິງ ຫຼື ບໍ່, ພວກເຂົາບໍ່ເຄີຍຄົ້ນຫາວິທີທີ່ຈະຍ່າງໃນເສັ້ນທາງແຫ່ງການໄລ່ຕາມຄວາມຈິງ ເພື່ອບັນລຸຄວາມລອດພົ້ນ. ການເຊື່ອໃນພຣະເຈົ້າ ແລະ ການເລືອກເສັ້ນທາງທີ່ຄວນຍ່າງຂອງພວກເຂົານັ້ນ ບໍ່ໄດ້ເຮັດດ້ວຍສະພາວະຈິດໃຈທີ່ອ່ອນນ້ອມ. ແຕ່ພວກເຂົາກັບຄິດຫາວິທີຢ່າງໜັກ, ໂດຍຄິດວ່າ: “ຂ້ອຍຈະເຂົ້າໄປຢູ່ໃນຕຳແໜ່ງຜູ້ນຳ ຫຼື ຜູ້ເຮັດວຽກໄດ້ແນວໃດ? ຂ້ອຍຈະແຂ່ງຂັນກັບຜູ້ນຳ ແລະ ຜູ້ເຮັດວຽກຂອງຄຣິສຕະຈັກໄດ້ແນວໃດ? ຂ້ອຍຈະເຮັດໃຫ້ຜູ້ຄົນທີ່ພຣະເຈົ້າເລືອກຫຼົງຜິດ ແລະ ຄວບຄຸມພວກເຂົາໄດ້ແນວໃດ ແລະ ເຮັດໃຫ້ພຣະຄຣິສເຫຼືອພຽງແຕ່ຊື່ໄດ້ແນວໃດ? ຂ້ອຍຈະຮັບປະກັນຈຸດຢືນສຳລັບຕົນເອງໃນຄຣິສຕະຈັກໄດ້ແນວໃດ? ຂ້ອຍຈະເຮັດໃຫ້ແນ່ໃຈໄດ້ແນວໃດວ່າ ຂ້ອຍມີຈຸດຢືນທີ່ໝັ້ນຄົງໃນຄຣິສຕະຈັກ ແລະ ໄດ້ຮັບສະຖານະ, ຮັບປະກັນວ່າຂ້ອຍປະສົບຜົນສຳເລັດ ແລະ ບໍ່ລົ້ມເຫຼວ ແລະ ໃນທີ່ສຸດກໍບັນລຸເປົ້າໝາຍຂອງຂ້ອຍໃນການຄວບຄຸມຜູ້ຄົນທີ່ພຣະເຈົ້າເລືອກ ແລະ ສ້າງອານາຈັກຂອງຂ້ອຍເອງ?” ສິ່ງເຫຼົ່ານີ້ຄືສິ່ງທີ່ພວກຜູ້ຕໍ່ຕ້ານພຣະຄຣິສໃຊ້ເວລາທັງກາງເວັນ ແລະ ກາງຄືນຄິດກ່ຽວກັບສິ່ງນັ້ນ. ນີ້ແມ່ນອຸປະນິໄສ ແລະ ທຳມະຊາດແບບໃດ? ຕົວຢ່າງ: ເມື່ອອ້າຍເອື້ອຍນ້ອງທຳມະດາຂຽນບົດຄວາມຄຳພະຍານ, ພວກເຂົາຄິດກ່ຽວກັບວິທີທີ່ຈະສະແດງປະສົບການ ແລະ ຄວາມເຂົ້າໃຈຂອງພວກເຂົາຢ່າງສັດຊື່ໃນການຂຽນ. ສະນັ້ນ, ພວກເຂົາຈຶ່ງອະທິຖານຕໍ່ໜ້າພຣະເຈົ້າ ດ້ວຍຄວາມຫວັງທີ່ວ່າ ພຣະອົງຈະປະທານຄວາມຮູ້ແຈ້ງໃຫ້ແກ່ພວກເຂົາຫຼາຍຂຶ້ນ ກ່ຽວກັບຄວາມຈິງ ແລະ ສາມາດເຮັດໃຫ້ພວກເຂົາໄດ້ຮັບຄວາມເຂົ້າໃຈທີ່ຍິ່ງໃຫຍ່ກວ່າ ແລະ ເລິກເຊິ່ງກວ່າກ່ຽວກັບມັນ. ໃນຂະນະດຽວກັນ, ເມື່ອພວກຜູ້ຕໍ່ຕ້ານພຣະຄຣິສຂຽນບົດຄວາມ, ພວກເຂົາຄິດຫາວິທີຢ່າງໜັກ ໂດຍຄິດໄຕ່ຕອງວ່າ ຈະຂຽນແນວໃດທີ່ຈະເຮັດໃຫ້ຄົນຈຳນວນຫຼາຍຂຶ້ນຮູ້ຈັກພວກເຂົາ, ຮັບຮູ້ກ່ຽວກັບພວກເຂົາ ແລະ ນັບຖືພວກເຂົາ ແລະ ດ້ວຍເຫດນີ້ ຈຶ່ງໄດ້ຮັບສະຖານະໃນຄວາມຄິດຂອງຄົນຈຳນວນຫຼາຍຂຶ້ນ. ພວກເຂົາປາຖະໜາທີ່ຈະໃຊ້ສິ່ງທີ່ທຳມະດາທີ່ສຸດ ແລະ ເລັກນ້ອຍນີ້ເພື່ອເພີ່ມຊື່ສຽງຂອງພວກເຂົາ. ພວກເຂົາບໍ່ສາມາດປ່ອຍໃຫ້ໂອກາດລັກສະນະນີ້ຜ່ານໄປໄດ້ເລີຍ. ພວກເຂົາແມ່ນຄົນປະເພດໃດ? ພວກຜູ້ຕໍ່ຕ້ານພຣະຄຣິສບາງຄົນ, ເມື່ອເຫັນວ່າຄົນອື່ນສາມາດຂຽນບົດຄວາມຄຳພະຍານຈາກປະສົບການໄດ້, ກໍປາຖະໜາທີ່ຈະຂຽນບາງສິ່ງທີ່ມະຫັດສະຈັນກວ່າຄຳພະຍານຈາກປະສົບການຂອງຄົນອື່ນ, ໃນຄວາມພະຍາຍາມທີ່ຈະແຂ່ງຂັນກັບພວກເຂົາ ເພື່ອສະຖານະ ແລະ ຊື່ສຽງກຽດຕິຍົດ. ດັ່ງນັ້ນ, ພວກເຂົາຈຶ່ງແຕ່ງເລື່ອງ ແລະ ລອກຮຽນແບບເລື່ອງຕ່າງໆ. ພວກເຂົາເຖິງກັບກ້າເຮັດສິ່ງຕ່າງໆ ເຊັ່ນ: ການໃຫ້ພະຍານເທັດ. ເພື່ອສ້າງຊື່ສຽງໃຫ້ຕົນເອງ, ເພື່ອເຮັດໃຫ້ຄົນຮູ້ກ່ຽວກັບພວກເຂົາຫຼາຍຂຶ້ນ ແລະ ເຜີຍແຜ່ຊື່ສຽງຂອງພວກເຂົາ, ພວກຜູ້ຕໍ່ຕ້ານພຣະຄຣິສບໍ່ລັງເລທີ່ຈະເຮັດສິ່ງທີ່ໜ້າອັບອາຍທຸກຢ່າງ. ພວກເຂົາຈະບໍ່ປ່ອຍຜ່ານແມ່ນແຕ່ໂອກາດທີ່ນ້ອຍທີ່ສຸດທີ່ຈະກາຍເປັນທີ່ຮູ້ຈັກດີ, ທີ່ຈະໄດ້ຮັບສະຖານະ ແລະ ທີ່ຈະໄດ້ຮັບການນັບຖືໃນບັນດາກຸ່ມຄົນ ແລະ ຖືກເບິ່ງດ້ວຍຄວາມເຄົາລົບເປັນພິເສດ. ຈຸດປະສົງຂອງການຖືກເບິ່ງດ້ວຍຄວາມເຄົາລົບເປັນພິເສດແມ່ນຫຍັງ? ຜົນສະທ້ອນ ແລະ ເປົ້າໝາຍອັນໃດທີ່ພວກຜູ້ຕໍ່ຕ້ານພຣະຄຣິສປາຖະໜາທີ່ຈະບັນລຸ? ພວກຜູ້ຕໍ່ຕ້ານພຣະຄຣິສຕ້ອງການໃຫ້ຄົນອື່ນເຫັນພວກເຂົາວ່າເປັນຄົນພິເສດ, ຄົນທີ່ສູງສົ່ງກວ່າໃຜ ແລະ ເປັນຄົນທີ່ເກັ່ງໃນບາງຂົງເຂດ; ພວກເຂົາຕ້ອງການປະຄວາມປະທັບໃຈທີ່ດີໄວ້ໃນຄວາມຄິດຂອງຄົນອື່ນ, ຄວາມປະທັບໃຈທີ່ເລິກເຊິ່ງ ແລະ ເຖິງຂັ້ນຄ່ອຍໆເຮັດໃຫ້ຄົນອື່ນອິດສາ, ຊື່ນຊົມ ແລະ ເຄົາລົບພວກເຂົາ. ໃນຂະນະທີ່ພະຍາຍາມຢ່າງສຸດຄວາມສາມາດ ເພື່ອບັນລຸເປົ້າໝາຍນີ້, ພວກເຂົາຍັງສືບຕໍ່ຍ່າງໃນເສັ້ນທາງດຽວກັນກັບທີ່ພວກເຂົາເຄີຍຍ່າງມາກ່ອນ.

ບໍ່ວ່າພວກເຂົາຈະຢູ່ໃນກຸ່ມຄົນໃດກໍຕາມ, ບໍ່ວ່າພວກເຂົາຈະກຳລັງທຳທ່າເຮັດ ຫຼື ກຳລັງເຮັດວຽກໜັກ, ສິ່ງທີ່ເຊື່ອງຢູ່ໃນສ່ວນເລິກຂອງຫົວໃຈຂອງພວກຜູ້ຕໍ່ຕ້ານພຣະຄຣິສກໍບໍ່ມີຫຍັງນອກເໜືອໄປຈາກຄວາມປາຖະໜາໃນສະຖານະ. ແກ່ນແທ້ທີ່ພວກເຂົາເປີດເຜີຍ ແລະ ສະແດງອອກມານັ້ນກໍບໍ່ມີຫຍັງນອກເໜືອໄປຈາກການຕໍ່ສູ້ ແລະ ການແຂ່ງຂັນ. ບໍ່ວ່າພວກຜູ້ຕໍ່ຕ້ານພຣະຄຣິສຈະເຮັດຫຍັງກໍຕາມ, ພວກເຂົາກໍກຳລັງແຂ່ງຂັນກັບຄົນອື່ນ ເພື່ອສະຖານະ, ໜ້າຕາ ແລະ ຜົນປະໂຫຍດ. ການສະແດງອອກທີ່ພົບເຫັນໄດ້ທົ່ວໄປທີ່ສຸດຂອງສິ່ງນີ້ແມ່ນ ການແຂ່ງຂັນເພື່ອຊື່ສຽງທີ່ດີ, ການປະເມີນທີ່ດີ ແລະ ສະຖານະໃນຈິດໃຈຂອງຜູ້ຄົນ, ເພື່ອໃຫ້ຜູ້ຄົນຍົກຍ້ອງ ແລະ ບູຊາພວກເຂົາ ແລະ ໝູນອ້ອມ ແລະ ຖືເອົາພວກເຂົາເປັນຈຸດສູນກາງ. ນີ້ຄືເສັ້ນທາງທີ່ພວກຜູ້ຕໍ່ຕ້ານພຣະຄຣິສໄດ້ຍ່າງ, ນີ້ຄືສິ່ງທີ່ພວກຜູ້ຕໍ່ຕ້ານພຣະຄຣິສແຂ່ງຂັນເພື່ອໃຫ້ໄດ້ມາ. ບໍ່ວ່າພຣະທຳຂອງພຣະເຈົ້າຈະປະນາມ ແລະ ໄຈ້ແຍກສິ່ງເຫຼົ່ານີ້ແນວໃດກໍຕາມ, ພວກຜູ້ຕໍ່ຕ້ານພຣະຄຣິສກໍຈະບໍ່ຍອມຮັບຄວາມຈິງ ຫຼື ຍອມຮັບການພິພາກສາ ແລະ ການລົງທັນຕາມພຣະທຳຂອງພຣະເຈົ້າ ຫຼື ປະຖິ້ມສິ່ງເຫຼົ່ານີ້ທີ່ໄດ້ຮັບການພິພາກສາ ແລະ ປະນາມໂດຍພຣະເຈົ້າ. ໃນທາງກົງກັນຂ້າມ, ຍິ່ງພຣະເຈົ້າເປີດໂປງສິ່ງເຫຼົ່ານີ້ຫຼາຍສໍ່າໃດ, ພວກຜູ້ຕໍ່ຕ້ານພຣະຄຣິສກໍຍິ່ງມີເລ່ຫຼ່ຽມຫຼາຍຂຶ້ນສໍ່ານັ້ນ. ພວກເຂົາໃຊ້ວິທີການທີ່ແອບແຝງ ແລະ ພິກໄຫວຫຼາຍຂຶ້ນ ເພື່ອໄລ່ຕາມສິ່ງເຫຼົ່ານີ້, ເພື່ອບໍ່ໃຫ້ຜູ້ຄົນເຫັນສິ່ງທີ່ພວກເຂົາກຳລັງເຮັດ ແລະ ເຊື່ອຢ່າງຜິດໆວ່າພວກເຂົາໄດ້ປະຖິ້ມສິ່ງເຫຼົ່ານີ້ແລ້ວ. ຍິ່ງພຣະເຈົ້າເປີດໂປງສິ່ງເຫຼົ່ານີ້ຫຼາຍສໍ່າໃດ, ພວກຜູ້ຕໍ່ຕ້ານພຣະຄຣິສກໍຍິ່ງຊອກຫາວິທີທີ່ຈະໃຊ້ອຸບາຍທີ່ຄົດໂກງ ແລະ ມີເລ່ຫຼ່ຽມຫຼາຍຂຶ້ນ ເພື່ອໄລ່ຕາມ ແລະ ໄດ້ຮັບສິ່ງເຫຼົ່ານັ້ນ. ຍິ່ງໄປກວ່ານັ້ນ, ພວກເຂົາໃຊ້ຄຳເວົ້າທີ່ຟັງມ່ວນຫູ ເພື່ອປິດບັງເຈດຕະນາແອບແຝງຂອງພວກເຂົາ. ສະຫຼຸບແລ້ວ, ພວກຜູ້ຕໍ່ຕ້ານພຣະຄຣິສບໍ່ຍອມຮັບຄວາມຈິງ, ບໍ່ໄຕ່ຕອງກ່ຽວກັບພຶດຕິກຳຂອງພວກເຂົາ ຫຼື ບໍ່ມາຢູ່ຕໍ່ໜ້າພຣະເຈົ້າ ເພື່ອອະທິຖານ ແລະ ສະແຫວງຫາຄວາມຈິງໂດຍເດັດຂາດ. ໃນທາງກົງກັນຂ້າມ, ພວກເຂົາຍິ່ງບໍ່ພໍໃຈຢູ່ໃນຫົວໃຈຂອງພວກເຂົາ ກ່ຽວກັບການເປີດໂປງ ແລະ ການພິພາກສາຂອງພຣະເຈົ້າ, ຈົນເຖິງຂັ້ນທີ່ພວກເຂົາສະແດງທັດສະນະຄະຕິທີ່ເປັນປໍລະປັກຕໍ່ສິ່ງເຫຼົ່ານີ້. ບໍ່ພຽງແຕ່ພວກເຂົາບໍ່ປະຖິ້ມການໄລ່ຕາມຊື່ສຽງ ແລະ ສະຖານະຂອງພວກເຂົາເທົ່ານັ້ນ, ແຕ່ພວກເຂົາຍັງທະນຸຖະໜອມສິ່ງເຫຼົ່ານີ້ຫຼາຍຍິ່ງຂຶ້ນ ແລະ ຄິດຫາວິທີທີ່ຈະເຊື່ອງ ແລະ ປິດບັງການໄລ່ຕາມນີ້ ແລະ ເພື່ອຢຸດບໍ່ໃຫ້ຜູ້ຄົນເບິ່ງເຫັນທະລຸ ແລະ ສັງເກດເຫັນມັນ. ບໍ່ວ່າສະຖານະການຈະເປັນແນວໃດກໍຕາມ, ບໍ່ພຽງແຕ່ພວກຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ປະຕິບັດຕາມຄວາມຈິງເທົ່ານັ້ນ, ແຕ່ເມື່ອທາດແທ້ຂອງພວກເຂົາໄດ້ຮັບການເປີດເຜີຍ, ນັ້ນກໍຄື ເມື່ອພວກເຂົາເປີດເຜີຍຄວາມທະເຍີທະຍານ ແລະ ຄວາມປາຖະໜາເຫຼົ່ານີ້ຂອງພວກເຂົາໂດຍບັງເອີນ, ພວກເຂົາກໍຮູ້ສຶກກັງວົນຫຼາຍຂຶ້ນວ່າ ຄົນອື່ນຈະເບິ່ງເຫັນທະລຸແກ່ນແທ້ ແລະ ໃບໜ້າທີ່ແທ້ຈິງຂອງພວກເຂົາ ໂດຍອີງໃສ່ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ, ສະນັ້ນ ພວກເຂົາຈຶ່ງພະຍາຍາມປິດບັງສິ່ງນີ້ ແລະ ເຮັດສຸດຄວາມສາມາດເພື່ອປົກປ້ອງຕົນເອງ. ຈຸດປະສົງຂອງການທີ່ພວກເຂົາປິດບັງສິ່ງນີ້ແມ່ນຫຍັງ? ມັນແມ່ນເພື່ອປົກປ້ອງສະຖານະ ແລະ ຊື່ສຽງຂອງພວກເຂົາຈາກການໄດ້ຮັບຄວາມສູນເສຍ ແລະ ເພື່ອເກັບຮັກສາກຳລັງຂອງພວກເຂົາໄວ້ສຳລັບການຕໍ່ສູ້ຄັ້ງຕໍ່ໄປ. ນີ້ຄືແກ່ນແທ້ຂອງພວກຜູ້ຕໍ່ຕ້ານພຣະຄຣິສ. ບໍ່ວ່າຈະເປັນເວລາໃດ ຫຼື ສະຖານະການຈະເປັນແນວໃດກໍຕາມ, ເປົ້າໝາຍ ແລະ ທິດທາງຂອງການປະພຶດຕົນຂອງພວກເຂົາຈະບໍ່ປ່ຽນແປງ, ເປົ້າໝາຍໃນການໃຊ້ຊີວິດຂອງພວກເຂົາ, ຫຼື ຫຼັກການທີ່ຢູ່ເບື້ອງຫຼັງການກະທຳຂອງພວກເຂົາ ຫຼື ຄວາມປາຖະໜາ, ຄວາມທະເຍີທະຍານ ແລະ ຈຸດມຸ່ງໝາຍໃນສ່ວນເລິກຂອງຫົວໃຈຂອງພວກເຂົາ ໃນການໄລ່ຕາມສະຖານະ ກໍຈະບໍ່ປ່ຽນແປງເຊັ່ນດຽວກັນ. ບໍ່ພຽງແຕ່ພວກເຂົາຈະເຮັດສຸດຄວາມສາມາດ ເພື່ອພະຍາຍາມໃຫ້ໄດ້ມາເຊິ່ງສະຖານະເທົ່ານັ້ນ, ແຕ່ພວກເຂົາຍັງຈະເພີ່ມຄວາມພະຍາຍາມຂອງພວກເຂົາ ເພື່ອໃຫ້ໄດ້ມັນມາ. ຍິ່ງເຮືອນຂອງພຣະເຈົ້າໂອ້ລົມກ່ຽວກັບຄວາມຈິງຫຼາຍສໍ່າໃດ, ພວກເຂົາກໍຍິ່ງຈະຫຼີກລ່ຽງຈາກການໃຊ້ພຶດຕິກຳຢ່າງສະຫຼາດ ແລະ ການສະແດງອອກທີ່ຊັດເຈນບາງຢ່າງ ເຊິ່ງຄົນອື່ນສາມາດເບິ່ງເຫັນທະລຸ ແລະ ແຍກແຍະໄດ້. ພວກເຂົາຈະປ່ຽນໄປໃຊ້ອີກວິທີໜຶ່ງ ແລະ ຮ້ອງໄຫ້ຢ່າງຂົມຂື່ນ ໃນຂະນະທີ່ພວກເຂົາຍອມຮັບຄວາມຜິດພາດຂອງພວກເຂົາ ແລະ ປະນາມຕົນເອງ, ເພື່ອໃຫ້ໄດ້ຮັບຄວາມເຫັນໃຈຈາກຜູ້ຄົນ, ເຮັດໃຫ້ຜູ້ຄົນເຊື່ອຢ່າງຜິດໆວ່າພວກເຂົາໄດ້ກັບໃຈ ແລະ ປ່ຽນແປງແລ້ວ ແລະ ເຮັດໃຫ້ມັນຍາກຂຶ້ນສຳລັບຜູ້ຄົນທີ່ຈະແຍກແຍະພວກເຂົາ. ແກ່ນແທ້ຂອງພວກຜູ້ຕໍ່ຕ້ານພຣະຄຣິສນີ້ແມ່ນຫຍັງ? ມັນບໍ່ເຈົ້າເລ່ໄປໜ້ອຍໜຶ່ງບໍ? (ແມ່ນແລ້ວ.) ເມື່ອຜູ້ຄົນເຈົ້າເລ່ຂະໜາດນີ້, ພວກເຂົາກໍຄືມານຮ້າຍ. ມານຮ້າຍສາມາດກັບໃຈໄດ້ຢ່າງແທ້ຈິງບໍ? ພວກເຂົາສາມາດປະຖິ້ມຄວາມທະເຍີທະຍານ ແລະ ຄວາມປາຖະໜາ ທີ່ຈະໄລ່ຕາມສະຖານະຂອງພວກເຂົາໄດ້ຢ່າງແທ້ຈິງບໍ? ມານຮ້າຍຍອມຕາຍດີກວ່າທີ່ຈະປະຖິ້ມຄວາມທະເຍີທະຍານນີ້ໄປ. ບໍ່ວ່າເຈົ້າຈະໂອ້ລົມຄວາມຈິງກັບພວກເຂົາແນວໃດກໍຕາມ, ມັນກໍຈະບໍ່ມີປະໂຫຍດ, ພວກເຂົາຈະບໍ່ປະຖິ້ມຄວາມທະເຍີທະຍານນີ້ໄປ. ຖ້າໃນສະຖານະການນີ້, ພວກເຂົາພ່າຍແພ້ໃນການຕໍ່ສູ້ ແລະ ຖືກເປີດໂປງໂດຍອ້າຍເອື້ອຍນ້ອງ, ພວກເຂົາກໍຍັງຈະສືບຕໍ່ຕໍ່ສູ້ ແລະ ແຂ່ງຂັນເພື່ອສະຖານະ, ໜ້າຕາ, ການມີສິດຊີ້ຂາດ ແລະ ສິດໃນການຕັດສິນໃຈ ເມື່ອພວກເຂົາຍ້າຍໄປຢູ່ກຸ່ມຕໍ່ໄປ. ພວກເຂົາຈະແຂ່ງຂັນເພື່ອສິ່ງເຫຼົ່ານີ້. ບໍ່ວ່າສະຖານະການຈະເປັນແນວໃດ ຫຼື ພວກເຂົາຈະຢູ່ໃນກຸ່ມຄົນໃດກໍຕາມ, ຫຼັກການທີ່ພວກເຂົາຍຶດຖືສະເໝີກໍຄືການແຂ່ງຂັນ: “ມີພຽງຂ້ອຍເທົ່ານັ້ນທີ່ສາມາດນໍາພາໄດ້; ບໍ່ມີຄົນອື່ນສາມາດທີ່ນໍາພາຂ້ອຍໄດ້!” ພວກເຂົາບໍ່ເຕັມໃຈໂດຍເດັດຂາດທີ່ຈະເປັນຜູ້ຕິດຕາມທຳມະດາ ຫຼື ຍອມຮັບການນໍາພາ ຫຼື ການຊ່ວຍເຫຼືອຂອງຄົນອື່ນ. ນີ້ຄືແກ່ນແທ້ຂອງພວກຜູ້ຕໍ່ຕ້ານພຣະຄຣິສ.

ໃນຄຣິສຕະຈັກ, ມີຜູ້ທີ່ເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ ແຕ່ບໍ່ໄດ້ໄລ່ຕາມຄວາມຈິງເລີຍ ແລະ ໄລ່ຕາມສະຖານະ ແລະ ຊື່ສຽງຢູ່ສະເໝີ ຫຼື ບໍ່? ການສະແດງອອກຂອງຄົນເຊັ່ນນີ້ແມ່ນຫຍັງ? ພວກເຈົ້າຈະເວົ້າບໍວ່າ ຄົນທີ່ມັກອວດຕົວເອງຢູ່ສະເໝີ, ຜູ້ທີ່ມັກຄິດສິ່ງແປກໃໝ່ ແລະ ເວົ້າເຖິງແນວຄວາມຄິດທີ່ໂອ້ອວດ ແມ່ນຄົນເຊັ່ນໃດ? ພວກເຂົາມັກເຮັດສິ່ງໃດແດ່? (ບາງຄົນໄດ້ສະແດງທັດສະນະຂອງພວກເຂົາ ແລະ ສຳລັບຄົນອື່ນໆແລ້ວ ມັນເບິ່ງຄືວ່າຖືກຕ້ອງ, ແຕ່ເພື່ອສະແດງໃຫ້ເຫັນວ່າພວກເຂົາເກັ່ງກ້າສໍ່າໃດ ບຸກຄົນນີ້ຈຶ່ງອອກມາພ້ອມກັບທັດສະນະທີ່ແຕກຕ່າງ ເຊິ່ງຜູ້ຄົນຈະຮູ້ສຶກວ່າຖືກຕ້ອງຍິ່ງກວ່າ ເຊິ່ງຈະປະຕິເສດທັດສະນະຂອງຄົນທຳອິດ, ດັ່ງນັ້ນ ຈຶ່ງສະແດງໃຫ້ເຫັນວ່າພວກເຂົາເກັ່ງກ້າສໍ່າໃດ.) ນີ້ເອີ້ນວ່າການອວດອົ່ງ. ພວກເຂົາປະຕິເສດມຸມມອງຂອງຄົນອື່ນ ແລ້ວກໍອອກມາພ້ອມກັບມຸມມອງທີ່ເປັນເອກະລັກຂອງພວກເຂົາເອງ, ເຊິ່ງເປັນມຸມມອງທີ່ແມ່ນແຕ່ຕົວພວກເຂົາເອງກໍບໍ່ຮູ້ສຶກວ່າເປັນຈິງ ຫຼື ມີເຫດຜົນ ເປັນພຽງຄຳຂວັນ ແຕ່ພວກເຂົາກໍຕ້ອງໄດ້ສະແດງໃຫ້ຜູ້ຄົນເຫັນວ່າ ພວກເຂົາເກັ່ງກ້າສໍ່າໃດ ແລະ ເຮັດໃຫ້ທຸກຄົນຟັງພວກເຂົາ. ພວກເຂົາຕ້ອງແຕກຕ່າງຢູ່ສະເໝີ, ພວກເຂົາຕ້ອງຄິດສິ່ງແປກໃໝ່ຂຶ້ນມາຢູ່ສະເໝີ, ພວກເຂົາເວົ້າເຖິງແນວຄວາມຄິດທີ່ໂອ້ອວດຢູ່ສະເໝີ ແລະ ບໍ່ວ່າສິ່ງທີ່ຄົນອື່ນເວົ້າຈະເປັນໄປໄດ້ ແລະ ສາມາດປະຕິບັດໄດ້ຈິງສໍ່າໃດກໍຕາມ, ພວກເຂົາກໍຕ້ອງລົງຄະແນນຄັດຄ້ານ ແລະ ຊອກຫາເຫດຜົນ ແລະ ຂໍ້ອ້າງຕ່າງໆ ເພື່ອປະຕິເສດມຸມມອງຂອງຄົນອື່ນ. ສິ່ງເຫຼົ່ານີ້ແມ່ນພຶດຕິກຳທີ່ພົບເຫັນໄດ້ທົ່ວໄປທີ່ສຸດຂອງຄົນທີ່ພະຍາຍາມຄິດສິ່ງແປກໃໝ່ຂຶ້ນມາ ແລະ ເວົ້າເຖິງແນວຄວາມຄິດທີ່ໂອ້ອວດ. ບໍ່ວ່າການກະທຳຂອງໃຜບາງຄົນຈະຖືກຕ້ອງ ຫຼື ເໝາະສົມສໍ່າໃດກໍຕາມ, ພວກເຂົາກໍຈະປະຕິເສດ ແລະ ເມີນເສີຍຕໍ່ສິ່ງເຫຼົ່ານັ້ນ. ເຖິງແມ່ນວ່າພວກເຂົາຈະຮູ້ຢ່າງຊັດເຈນວ່າ ບຸກຄົນນີ້ໄດ້ກະທຳຢ່າງເໝາະສົມ, ພວກເຂົາກໍຍັງເວົ້າວ່າການກະທຳຂອງຄົນນັ້ນບໍ່ເໝາະສົມ ແລະ ເຮັດໃຫ້ມັນຟັງເບິ່ງຄືວ່າ ພວກເຂົາສາມາດເຮັດໄດ້ດີກວ່າ ແລະ ພວກເຂົາບໍ່ເປັນສອງຮອງໃຜຢ່າງແນ່ນອນເມື່ອທຽບກັບບຸກຄົນນັ້ນ. ຄົນແບບນີ້ຄິດວ່າບໍ່ມີໃຜດີເທົ່າກັບພວກເຂົາ, ຄິດວ່າພວກເຂົາດີກວ່າຄົນອື່ນໃນທຸກດ້ານ. ສຳລັບພວກເຂົາແລ້ວ, ທຸກສິ່ງທີ່ຄົນອື່ນເວົ້ານັ້ນບໍ່ຖືກຕ້ອງ, ຄົນອື່ນບໍ່ມີຄຸນຄ່າ ແລະ ຕົວພວກເຂົາເອງນັ້ນດີໃນທຸກດ້ານ. ເຖິງແມ່ນວ່າພວກເຂົາໄດ້ເຮັດບາງສິ່ງຜິດ ແລະ ຖືກລິຮານ, ພວກເຂົາກໍຈະບໍ່ເຕັມໃຈທີ່ຈະອ່ອນນ້ອມ, ພວກເຂົາຈະບໍ່ຍອມຮັບຄວາມຈິງເລີຍ ແລະ ພວກເຂົາອາດຈະອອກມາພ້ອມກັບຂໍ້ອ້າງທີ່ຫຼາກຫຼາຍ ເຊິ່ງເຮັດໃຫ້ຄົນອື່ນຄິດວ່າພວກເຂົາບໍ່ໄດ້ເຮັດຜິດພາດ ແລະ ພວກເຂົາບໍ່ຄວນຖືກລິຮານ. ຄົນທີ່ມັກຄິດສິ່ງແປກໃໝ່ຂຶ້ນມາ ແລະ ເວົ້າເຖິງແນວຄວາມຄິດທີ່ໂອ້ອວດນັ້ນເປັນສິ່ງທີ່ອວດດີ ແລະ ຖືຕົນວ່າຊອບທຳໃນລັກສະນະນີ້. ຄວາມຈິງແລ້ວ, ຄົນເຫຼົ່ານີ້ສ່ວນໃຫຍ່ຂາດຄວາມສາມາດພິເສດທີ່ແທ້ຈິງ ແລະ ບໍ່ສາມາດເຮັດຫຍັງໃຫ້ດີໄດ້, ບໍ່ວ່າພວກເຂົາຈະເຮັດຫຍັງ ມັນກໍກາຍເປັນເລື່ອງວຸ້ນວາຍໄປໝົດ. ແຕ່ພວກເຂົາບໍ່ມີການຮັບຮູ້ຕົວເອງ ແລະ ພວກເຂົາຄິດວ່າພວກເຂົາດີກວ່າຄົນອື່ນ ແລະ ພວກເຂົາກ້າທີ່ຈະແຊກແຊງ ແລະ ເຂົ້າໄປມີສ່ວນພົວພັນກັບສິ່ງໃດກໍຕາມທີ່ຄົນອື່ນກຳລັງເຮັດ ແລະ ສືບຕໍ່ເວົ້າເຖິງແນວຄວາມຄິດທີ່ໂອ້ອວດ ໂດຍຕ້ອງການໃຫ້ຄົນອື່ນຍົກຍ້ອງພວກເຂົາ ແລະ ຟັງພວກເຂົາຢູ່ສະເໝີ. ບໍ່ວ່າສະຖານະການຈະເປັນແນວໃດ ຫຼື ພວກເຂົາຈະຢູ່ໃນກຸ່ມໃດກໍຕາມ, ພວກເຂົາພຽງແຕ່ຕ້ອງການໃຫ້ຄົນອື່ນຮັບໃຊ້ ແລະ ຟັງພວກເຂົາ, ພວກເຂົາບໍ່ຕ້ອງການໄປຮັບໃຊ້ ຫຼື ຟັງຄົນອື່ນ. ຄົນເຫຼົ່ານີ້ບໍ່ແມ່ນພວກຜູ້ຕໍ່ຕ້ານພຣະຄຣິສບໍ? ນີ້ຄືຄວາມອວດດີ ແລະ ຄວາມຖືຕົນວ່າຊອບທຳຂອງພວກຜູ້ຕໍ່ຕ້ານພຣະຄຣິສ, ນີ້ຄືການຂາດເຫດຜົນຂອງພວກເຂົາ. ພວກເຂົາພຽງເວົ້າກ່ຽວກັບຫຼັກຄຳສອນທີ່ເບິ່ງຄືວ່າຖືກຕ້ອງແຕ່ຜິດ ແລະ ຖ້າຄົນອື່ນຊີ້ໃຫ້ເຫັນຄວາມຜິດພາດຂອງພວກເຂົາ, ພວກເຂົາກໍຕ້ອງບິດເບືອນຄຳເວົ້າ ແລະ ຕັກກະ ແລະ ເວົ້າໃນສິ່ງທີ່ບໍ່ເປັນຄວາມຈິງ ແລະ ຟັງມ່ວນຫູ ເພື່ອເຮັດໃຫ້ຜູ້ຄົນຮູ້ສຶກວ່າພວກເຂົານັ້ນຖືກຕ້ອງ. ບໍ່ວ່າຄວາມຄິດເຫັນຂອງຄົນອື່ນຈະຖືກຕ້ອງສໍ່າໃດກໍຕາມ, ພວກຜູ້ຕໍ່ຕ້ານພຣະຄຣິສກໍຈະໃຊ້ວາທະສິນໃນການເວົ້າ ເພື່ອເຮັດໃຫ້ມັນຟັງເບິ່ງຄືວ່າບໍ່ຖືກຕ້ອງ ແລະ ເຮັດໃຫ້ທຸກຄົນຍອມຮັບຄວາມຄິດເຫັນຂອງພວກເຂົາເອງ. ພວກຜູ້ຕໍ່ຕ້ານພຣະຄຣິສແມ່ນຄົນໃນລັກສະນະນີ້, ພວກເຂົາມີຄວາມສາມາດເປັນພິເສດໃນການເຮັດໃຫ້ຄົນອື່ນຫຼົງຜິດ, ພວກເຂົາສາມາດເຮັດໃຫ້ຄົນອື່ນຫຼົງຜິດ ຈົນເຖິງຈຸດທີ່ຄົນເຫຼົ່ານັ້ນຕົກຢູ່ໃນຄວາມສັບສົນ, ຫຼົງທິດທາງ ແລະ ບໍ່ຮູ້ວ່າອັນໃດຖືກອັນໃດຜິດອີກຕໍ່ໄປ. ໃນທີ່ສຸດ, ທຸກຄົນທີ່ຂາດການແຍກແຍະກໍຈະຖືກເຮັດໃຫ້ຫຼົງຜິດຢ່າງສົມບູນ ແລະ ຖືກຈັບເປັນຊະເລີຍໂດຍພວກຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້. ມີຄົນທີ່ເຮັດໃຫ້ຄົນອື່ນຫຼົງຜິດແບບນີ້ຢູ່ໃນຄຣິສຕະຈັກເປັນສ່ວນໃຫຍ່. ເມື່ອຜູ້ຄົນທີ່ພຣະເຈົ້າເລືອກກຳລັງໂອ້ລົມຄວາມຈິງ ຫຼື ແບ່ງປັນຄຳພະຍານຈາກປະສົບການຂອງພວກເຂົາ, ພວກຜູ້ຕໍ່ຕ້ານພຣະຄຣິສມັກຈະຢືນຂຶ້ນ ແລະ ສະແດງທັດສະນະຂອງພວກເຂົາເອງຢູ່ສະເໝີ. ພວກເຂົາບໍ່ໄດ້ເປີດໃຈ ເພື່ອໂອ້ລົມກ່ຽວກັບຄວາມຮູ້ຈາກປະສົບການຂອງພວກເຂົາຢ່າງກົງໄປກົງມາ, ແຕ່ພວກເຂົາມັກຈະຊີ້ໃຫ້ເຫັນສິ່ງຕ່າງໆ ແລະ ວິພາກວິຈານຢ່າງບໍ່ຮັບຜິດຊອບ ກ່ຽວກັບຄວາມຮູ້ຈາກປະສົບການຂອງຄົນອື່ນຢູ່ສະເໝີ, ເພື່ອອວດວ່າພວກເຂົາສະຫຼາດສໍ່າໃດ ແລະ ບັນລຸເປົ້າໝາຍທີ່ຈະໃຫ້ຄົນອື່ນຍົກຍ້ອງພວກເຂົາ. ພວກຜູ້ຕໍ່ຕ້ານພຣະຄຣິສມີຄວາມຊຳນານທີ່ສຸດ ໃນການເວົ້າກ່ຽວກັບພຣະທຳ ແລະ ຫຼັກຄຳສອນ, ພວກເຂົາບໍ່ສາມາດແບ່ງປັນຄຳພະຍານຈາກປະສົບການທີ່ແທ້ຈິງໄດ້ເລີຍ ແລະ ພວກເຂົາບໍ່ເຄີຍເວົ້າກ່ຽວກັບຄວາມຮູ້ກ່ຽວກັບຕົນເອງ. ແທນທີ່ຈະເປັນແນວນັ້ນ, ພວກເຂົາມັກຈະຊອກຫາບັນຫາໃນຕົວຄົນອື່ນ ແລະ ເຮັດໃຫ້ເປັນເລື່ອງໃຫຍ່ກ່ຽວກັບບັນຫາເຫຼົ່ານັ້ນຢູ່ສະເໝີ. ເຈົ້າບໍ່ເຄີຍເຫັນພວກຜູ້ຕໍ່ຕ້ານພຣະຄຣິສຍອມຮັບຄວາມຄິດເຫັນຂອງຄົນອື່ນ ດ້ວຍໃຈທີ່ເປີດກວ້າງ ຫຼື ໂອ້ລົມຢ່າງຫ້າວຫັນກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເອງ ແລະ ເປີດເຜີຍຕົນເອງຕໍ່ຄົນອື່ນ. ເຈົ້າຈະບໍ່ເຫັນພວກເຂົາໂອ້ລົມກ່ຽວກັບມຸມມອງທີ່ຜິດພາດ ແລະ ໄຮ້ສາລະທີ່ພວກເຂົາມີ ແລະ ວິທີທີ່ພວກເຂົາປ່ຽນແປງທັດສະນະເຫຼົ່ານັ້ນຢ່າງແນ່ນອນ ແລະ ເຈົ້າຈະບໍ່ໄດ້ຍິນພວກເຂົາຍອມຮັບຄວາມຜິດພາດທີ່ພວກເຂົາໄດ້ເຮັດ ຫຼື ຂໍ້ບົກຜ່ອງຂອງພວກເຂົາຢ່າງເດັດຂາດ... ບໍ່ວ່າພວກຜູ້ຕໍ່ຕ້ານພຣະຄຣິສຈະພົວພັນກັບຄົນອື່ນດົນປານໃດກໍຕາມ, ພວກເຂົາມັກຈະເຮັດໃຫ້ຄົນອື່ນຮູ້ສຶກວ່າພວກເຂົາບໍ່ມີຄວາມເສື່ອມຊາມໃດໜຶ່ງ, ຮູ້ສຶກວ່າພວກເຂົາເກີດມາເປັນນັກບຸນ ແລະ ຄົນທີ່ສົມບູນແບບ ແລະ ຮູ້ສຶກວ່າຄົນອື່ນຄວນບູຊາພວກເຂົາ. ຄົນທີ່ມີເຫດຜົນຢ່າງແທ້ຈິງບໍ່ເຕັມໃຈທີ່ຈະຖືກຍົກຍ້ອງ ຫຼື ບູຊາໂດຍຄົນອື່ນ. ຖ້າຄົນອື່ນຍົກຍ້ອງ ແລະ ບູຊາພວກເຂົາຢ່າງແທ້ຈິງ, ພວກເຂົາກໍເຫັນວ່າສິ່ງນີ້ເປັນເລື່ອງທີ່ໜ້າອັບອາຍ, ເພາະພວກເຂົາຮູ້ວ່າພວກເຂົາເປັນມະນຸດທີ່ເສື່ອມຊາມ ທີ່ມີອຸປະນິໄສທີ່ເສື່ອມຊາມ ແລະ ຮູ້ວ່າພວກເຂົາບໍ່ມີຄວາມເປັນຈິງຄວາມຈິງ. ພວກເຂົາຮູ້ຈັກປະມານຕົນ, ສະນັ້ນ ບໍ່ວ່າພວກເຂົາຈະເປີດເຜີຍຄວາມເສື່ອມຊາມໃດກໍຕາມ ແລະ ບໍ່ວ່າພວກເຂົາຈະສ້າງມຸມມອງທີ່ຜິດພາດໃດກໍຕາມ, ພວກເຂົາກໍສາມາດໂອ້ລົມກ່ຽວກັບສິ່ງເຫຼົ່ານີ້ຢ່າງກົງໄປກົງມາ ແລະ ໃຫ້ຄົນອື່ນຮູ້ກ່ຽວກັບສິ່ງເຫຼົ່ານີ້ ແລະ ການເຮັດເຊັ່ນນີ້ກໍເຮັດໃຫ້ພວກເຂົາຮູ້ສຶກຜ່ອນຄາຍ, ໄດ້ຮັບການປົດປ່ອຍ ແລະ ມີຄວາມສຸກຫຼາຍ. ພວກເຂົາບໍ່ຮູ້ສຶກວ່າມັນຍາກລຳບາກເລີຍທີ່ຈະເຮັດສິ່ງນີ້. ເຖິງແມ່ນວ່າຄົນອື່ນຈະພິພາກສາພວກເຂົາ, ດູຖູກພວກເຂົາ, ເອີ້ນພວກເຂົາວ່າຄົນໂງ່ ຫຼື ດູໝິ່ນພວກເຂົາ, ພວກເຂົາກໍບໍ່ໄດ້ຮູ້ສຶກເສຍໃຈຫຼາຍ. ໃນທາງກົງກັນຂ້າມ, ພວກເຂົາຮູ້ສຶກວ່າສິ່ງນີ້ເປັນເລື່ອງປົກກະຕິຫຼາຍ ແລະ ພວກເຂົາສາມາດເຂົ້າຫາສິ່ງນີ້ໄດ້ຢ່າງຖືກຕ້ອງ. ເພາະວ່າຜູ້ຄົນມີອຸປະນິໄສທີ່ເສື່ອມຊາມ, ພວກເຂົາຈຶ່ງເປີດເຜີຍຄວາມເສື່ອມຊາມໂດຍທຳມະຊາດ. ບໍ່ວ່າເຈົ້າຈະຍອມຮັບມັນ ຫຼື ບໍ່ກໍຕາມ, ນີ້ຄືຄວາມຈິງ. ຖ້າເຈົ້າສາມາດຮັບຮູ້ຄວາມເສື່ອມຊາມຂອງຕົນເອງໄດ້, ນັ້ນກໍເປັນສິ່ງທີ່ດີ ແລະ ມັນຍິ່ງດີກວ່າຖ້າຄົນອື່ນສາມາດເຫັນມັນໄດ້ຢ່າງຊັດເຈນ, ດ້ວຍວິທີນັ້ນ ພວກເຂົາຈະບໍ່ບູຊາ ຫຼື ຍົກຍ້ອງເຈົ້າ. ຄົນທີ່ເຂົ້າໃຈຄວາມຈິງ ແລະ ມີເຫດຜົນເລັກນ້ອຍນັ້ນສາມາດເປີດໃຈຂອງພວກເຂົາ ແລະ ໂອ້ລົມກ່ຽວກັບການຮູ້ຈັກຕົນເອງ, ພວກເຂົາບໍ່ເຫັນວ່າສິ່ງນີ້ເປັນສິ່ງທີ່ຍາກລຳບາກ. ແຕ່ນີ້ເປັນເລື່ອງຍາກລຳບາກຫຼາຍສຳລັບພວກຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາເບິ່ງຄົນທີ່ເປີດໃຈຢ່າງບໍລິສຸດວ່າເປັນຄົນໂງ່ຈ້າ ແລະ ເບິ່ງຄົນທີ່ເວົ້າກ່ຽວກັບຄວາມຮູ້ກ່ຽວກັບຕົນເອງ ແລະ ເວົ້າດ້ວຍຄວາມຊື່ສັດວ່າເປັນຄົນໂງ່. ສະນັ້ນ, ພວກຜູ້ຕໍ່ຕ້ານພຣະຄຣິສຈຶ່ງດູຖູກຄົນເຫຼົ່ານັ້ນຢ່າງສົມບູນ. ຖ້າໃຜບາງຄົນສາມາດເຂົ້າໃຈຄວາມຈິງ ແລະ ທຸກຄົນຍອມຮັບພວກເຂົາເປັນພິເສດ, ພວກຜູ້ຕໍ່ຕ້ານພຣະຄຣິສກໍຈະເຫັນບຸກຄົນນັ້ນເປັນຕະປູຕຳຕາພວກເຂົາ ແລະ ໜາມຕຳຂ້າງກາຍຂອງພວກເຂົາ ແລະ ພວກເຂົາຈະພິພາກສາ ແລະ ປະນາມຄົນເຫຼົ່ານັ້ນ. ພວກເຂົາຈະບິດເບືອນການປະຕິບັດທີ່ຖືກຕ້ອງ ແລະ ສິ່ງທີ່ເປັນບວກທີ່ບຸກຄົນນັ້ນມີ ແລະ ເຮັດໃຫ້ສິ່ງເຫຼົ່ານັ້ນຟັງເບິ່ງຄືວ່າເປັນຄວາມເຂົ້າໃຈທີ່ບໍ່ຖືກຕ້ອງ ແລະ ບິດເບືອນ. ບໍ່ວ່າໃຜຈະເຮັດບາງສິ່ງທີ່ເປັນປະໂຫຍດຕໍ່ຄຣິສຕະຈັກ ຫຼື ອ້າຍເອື້ອຍນ້ອງ, ພວກຜູ້ຕໍ່ຕ້ານພຣະຄຣິສກໍຈະຄິດຫາວິທີທີ່ຈະຍ່ຳຍີ, ເຍາະເຍີ້ຍ ແລະ ສຽດສີພວກເຂົາ, ບໍ່ວ່າສິ່ງທີ່ພວກເຂົາເຮັດຈະດີສໍ່າໃດ ຫຼື ມັນເປັນປະໂຫຍດຕໍ່ຜູ້ຄົນຫຼາຍສໍ່າໃດກໍຕາມ, ພວກຜູ້ຕໍ່ຕ້ານພຣະຄຣິສກໍຈະບໍ່ຄິດວ່າມັນມີຄ່າຄວນທີ່ຈະກ່າວເຖິງ ແລະ ພວກເຂົາຈະເຮັດໃຫ້ມັນເປັນເລື່ອງເລັກນ້ອຍ ແລະ ຫຼຸດຄວາມສຳຄັນຂອງມັນລົງ, ໂດຍຫຼຸດຄຸນຄ່າຂອງມັນລົງຈົນເຖິງຂັ້ນທີ່ມັນເບິ່ງຄືວ່າບໍ່ມີຄ່າຫຍັງເລີຍ. ໃນຂະນະທີ່ຖ້າພວກຜູ້ຕໍ່ຕ້ານພຣະຄຣິສເຮັດຄວາມດີບາງຢ່າງພຽງເລັກນ້ອຍ, ພວກເຂົາກໍຈະເຮັດສຸດຄວາມສາມາດ ເພື່ອເວົ້າໃຫ້ເກີນຄວາມເປັນຈິງ ແລະ ຂະຫຍາຍມັນໃຫ້ໃຫຍ່ຂຶ້ນ, ເພື່ອໃຫ້ທຸກຄົນເຫັນມັນ, ຮູ້ວ່າພວກເຂົາເຮັດມັນ ແລະ ຮູ້ວ່າມັນເປັນຜົນງານທີ່ມີຄຸນງາມຄວາມດີຂອງພວກເຂົາ, ເພື່ອໃຫ້ອ້າຍເອື້ອຍນ້ອງຖືວ່າພວກເຂົາມີຄວາມເຄົາລົບເປັນພິເສດ, ຈົດຈຳພວກເຂົາໄວ້ໃນໃຈຢູ່ຕະຫຼອດ, ຮູ້ສຶກຮູ້ບຸນຄຸນຕໍ່ພວກເຂົາຫຼາຍ ແລະ ຈື່ຈຳສິ່ງທີ່ດີກ່ຽວກັບພວກເຂົາ. ພວກຜູ້ຕໍ່ຕ້ານພຣະຄຣິສທຸກຄົນລ້ວນແຕ່ມີຄວາມສາມາດໃນການກະທຳໃນລັກສະນະນີ້ໄດ້ ແລະ ຜູ້ທີ່ມີອຸປະນິໄສຂອງພວກຜູ້ຕໍ່ຕ້ານພຣະຄຣິສກໍເຊັ່ນກັນ. ໃນດ້ານນີ້, ພວກຜູ້ຕໍ່ຕ້ານພຣະຄຣິສບໍ່ແຕກຕ່າງຈາກພວກຟາຣີຊາຍທີ່ໜ້າຊື່ໃຈຄົດ, ຄວາມຈິງແລ້ວ ພວກເຂົາໂຫດຮ້າຍກວ່າພວກນັ້ນ. ສິ່ງເຫຼົ່ານີ້ແມ່ນການສະແດງອອກທົ່ວໄປທີ່ພົບເຫັນໄດ້ເລື້ອຍໆ ແລະ ຊັດເຈນທີ່ສຸດຂອງພວກຜູ້ຕໍ່ຕ້ານພຣະຄຣິສ.

ພວກຜູ້ຕໍ່ຕ້ານພຣະຄຣິສມີທັດສະນະຄະຕິແນວໃດ ເມື່ອພວກເຂົາເຮັດສິ່ງຕ່າງໆ? ພວກເຂົາຕ້ອງການເຮັດສິ່ງທີ່ດີຕໍ່ໜ້າຄົນອື່ນ ແລະ ພວກເຂົາຕ້ອງການເຮັດສິ່ງທີ່ບໍ່ດີລັບຫຼັງຄົນອື່ນ. ພວກເຂົາຕ້ອງການໃຫ້ທຸກຄົນຮູ້ກ່ຽວກັບສິ່ງທີ່ດີທີ່ພວກເຂົາໄດ້ເຮັດ ແລະ ປິດບັງສິ່ງທີ່ບໍ່ດີທັງໝົດ ເພື່ອບໍ່ໃຫ້ໃຜຮູ້ກ່ຽວກັບສິ່ງເຫຼົ່ານັ້ນ, ຈົນເຖິງຈຸດທີ່ບໍ່ມີຄຳເວົ້າໃດໜຶ່ງກ່ຽວກັບມັນຫຼຸດລອດອອກໄປໄດ້ ແລະ ພວກເຂົາກໍຮູ້ສຶກຈຳເປັນຕ້ອງເຮັດສຸດຄວາມສາມາດ ເພື່ອເຊື່ອງສິ່ງເຫຼົ່ານັ້ນໄວ້. ອຸປະນິໄສຂອງພວກຜູ້ຕໍ່ຕ້ານພຣະຄຣິສນີ້ໜ້າລັງກຽດ, ບໍ່ແມ່ນບໍ? ຈຸດປະສົງຂອງການທີ່ພວກຜູ້ຕໍ່ຕ້ານພຣະຄຣິສໄດ້ກະທຳໃນລັກສະນະນີ້ແມ່ນຫຍັງ? (ມັນແມ່ນເພື່ອປົກປ້ອງຊື່ສຽງ ແລະ ສະຖານະຂອງພວກເຂົາ.) ຖືກຕ້ອງແລ້ວ. ເບິ່ງແບບຜິວເຜີນແລ້ວ, ພວກເຂົາເບິ່ງຄືວ່າບໍ່ໄດ້ແຂ່ງຂັນເພື່ອສະຖານະ ຫຼື ບໍ່ໄດ້ເວົ້າຫຍັງເພື່ອເຫັນແກ່ສະຖານະ, ແຕ່ທຸກສິ່ງທຸກຢ່າງທີ່ພວກເຂົາເຮັດ ແລະ ເວົ້າແມ່ນເພື່ອເຫັນແກ່ການປົກປ້ອງ ແລະ ຮັກສາສະຖານະຂອງພວກເຂົາ ແລະ ເພື່ອເຫັນແກ່ການມີກຽດຕິຍົດອັນສູງສົ່ງ ແລະ ຊື່ສຽງທີ່ດີ. ບາງຄັ້ງພວກເຂົາເຖິງຂັ້ນພະຍາຍາມ ເພື່ອສະຖານະພາຍໃນກຸ່ມ ໂດຍບໍ່ໃຫ້ໃຜເຫັນວ່າພວກເຂົາກຳລັງເຮັດເຊັ່ນນັ້ນ. ເຖິງແມ່ນວ່າພວກເຂົາຈະແນະນຳໃຜບາງຄົນ, ນັ້ນກໍຄື ການປະຕິບັດຮູບແບບຂອງສິ່ງທີ່ພວກເຂົາຄວນເຮັດເລັກນ້ອຍ, ພວກເຂົາກໍຕ້ອງການເຮັດໃຫ້ຄົນທີ່ພວກເຂົາແນະນຳນັ້ນຮູ້ສຶກຮູ້ບຸກຄຸນພວກເຂົາຫຼາຍ ແລະ ເຮັດໃຫ້ພວກເຂົາຮູ້ວ່າ ຄົນເຫຼົ່ານັ້ນມີໂອກາດໄດ້ປະຕິບັດໜ້າທີ່ນີ້ກໍຍ້ອນການແນະນຳຂອງພວກເຂົາເທົ່ານັ້ນ. ພວກຜູ້ຕໍ່ຕ້ານພຣະຄຣິສຈະບໍ່ພາດໂອກາດແບບນີ້ຈັກເທື່ອ. ພວກເຂົາຄິດວ່າ “ເຖິງແມ່ນວ່າຂ້ອຍໄດ້ໃຫ້ຄຳແນະນຳແກ່ເຈົ້າ, ຂ້ອຍກໍຍັງເປັນຜູ້ນຳຂອງເຈົ້າ, ສະນັ້ນ ເຈົ້າບໍ່ສາມາດເໜືອກວ່າຂ້ອຍໄດ້”. ຄວາມຫຼົງໄຫຼໃນສະຖານະ ແລະ ຊື່ສຽງຂອງພວກຜູ້ຕໍ່ຕ້ານພຣະຄຣິສແມ່ນຂ້ອນຂ້າງເຫັນໄດ້ຊັດເຈນ. ເພື່ອແຂ່ງຂັນ ແລະ ປົກປ້ອງສະຖານະ, ພວກເຂົາບໍ່ໄດ້ເບິ່ງຂ້າມແມ່ນແຕ່ສາຍຕາພຽງຊົ່ວຂະນະດຽວ ຫຼື ຄຳເວົ້າທີ່ເວົ້າອອກມາໂດຍບໍ່ໄດ້ຕັ້ງໃຈພຽງຄຳດຽວຈາກໃຜກໍຕາມ, ນັບປະສາຫຍັງກັບສິ່ງທີ່ເກີດຂຶ້ນໃນມຸມໃດມຸມໜຶ່ງ. ພວກຜູ້ຕໍ່ຕ້ານພຣະຄຣິສສັງເກດເຫັນສິ່ງທັງໝົດເຫຼົ່ານີ້, ບໍ່ວ່າຈະສິ່ງທີ່ໃຫຍ່ ຫຼື ນ້ອຍ ແລະ ຄຳເວົ້າທີ່ຄົນອື່ນເວົ້າກໍວົນວຽນຢູ່ໃນຫົວຂອງພວກເຂົາຊໍ້າແລ້ວຊໍ້າອີກ. ຈຸດປະສົງຂອງພວກເຂົາໃນການເຮັດແບບນີ້ແມ່ນຫຍັງ? ພວກເຂົາມັກການນິນທາບໍ? ບໍ່; ມັນແມ່ນຍ້ອນວ່າພວກເຂົາຕ້ອງການຊອກຫາວິທີ ແລະ ໂອກາດໃນສິ່ງທັງໝົດນີ້ ເພື່ອປົກປ້ອງສະຖານະຂອງພວກເຂົາເອງ. ພວກເຂົາບໍ່ຕ້ອງການໃຫ້ສະຖານະ ຫຼື ຊື່ສຽງຂອງພວກເຂົາໄດ້ຮັບຄວາມເສຍຫາຍ ຍ້ອນຄວາມລະເລີຍ ຫຼື ຄວາມບໍ່ລະມັດລະວັງໃນຊົ່ວຂະນະ. ເພື່ອເຫັນແກ່ສະຖານະ, ພວກເຂົາໄດ້ຮຽນຮູ້ວິທີທີ່ຈະມີ “ຄວາມເຂົ້າໃຈຢ່າງເລິກເຊິ່ງ” ໃນທຸກສິ່ງ, ເມື່ອໃດກໍຕາມທີ່ອ້າຍເອື້ອຍນ້ອງເວົ້າຫຍັງທີ່ພວກເຂົາຮູ້ສຶກວ່າບໍ່ໃຫ້ຄວາມເຄົາລົບ ຫຼື ສະແດງຄວາມຄິດເຫັນທີ່ຂັດແຍ່ງກັບຄວາມຄິດເຫັນຂອງພວກເຂົາເອງ, ພວກເຂົາກໍບໍ່ຍອມປ່ອຍມັນໄປ, ພວກເຂົາຖືວ່າມັນເປັນເລື່ອງຈິງຈັງ, ດຳເນີນການຄົ້ນຄວ້າຢ່າງລະອຽດ ແລະ ວິເຄາະຢ່າງເລິກເຊິ່ງ ແລະ ຈາກນັ້ນກໍຊອກຫາການຕອບໂຕ້ທີ່ສອດຄ່ອງກັນ ເພື່ອຈັດການກັບສິ່ງທີ່ຄົນເຫຼົ່ານັ້ນໄດ້ເວົ້າ, ຈົນເຖິງຂັ້ນທີ່ສະຖານະຂອງພວກເຂົາຖືກສ້າງຕັ້ງຂຶ້ນຢ່າງໜັກແໜ້ນໃນຈິດໃຈຂອງທຸກຄົນ ແລະ ບໍ່ສາມາດສັ່ນຄອນໄດ້ໂດຍເດັດຂາດ. ທັນທີທີ່ຊື່ສຽງຂອງພວກເຂົາເສຍຫາຍ ຫຼື ພວກເຂົາໄດ້ຍິນຄຳເວົ້າບາງຢ່າງທີ່ເປັນຜົນເສຍຕໍ່ມັນ, ພວກເຂົາກໍຈະຮີບຕິດຕາມຫາແຫຼ່ງທີ່ມາ ແລະ ພະຍາຍາມຊອກຫາຂໍ້ອ້າງ ແລະ ເຫດຜົນເພື່ອແກ້ຕົວ. ສະນັ້ນ, ບໍ່ວ່າພວກຜູ້ຕໍ່ຕ້ານພຣະຄຣິສຈະກຳລັງປະຕິບັດໜ້າທີ່ຫຍັງກໍຕາມ, ບໍ່ວ່າພວກເຂົາຈະກຳລັງເຮັດໜ້າທີ່ໃນຖານະຜູ້ນຳ ແລະ ຜູ້ເຮັດວຽກ ຫຼື ບໍ່, ທຸກສິ່ງທີ່ພວກເຂົາຫຍຸ້ງຢູ່ກັບມັນ ແລະ ທຸກຄຳເວົ້າທີ່ພວກເຂົາເວົ້າອອກມາແມ່ນເພື່ອຮັກສາສະຖານະຂອງພວກເຂົາ ແລະ ບໍ່ສາມາດແຍກອອກຈາກຄວາມປາຖະໜາຂອງພວກເຂົາ ທີ່ຈະປົກປ້ອງຜົນປະໂຫຍດຂອງພວກເຂົາໄດ້. ໃນສ່ວນເລິກຂອງຫົວໃຈຂອງພວກຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາບໍ່ໄດ້ມີແນວຄວາມຄິດອັນໃດທີ່ກ່ຽວກັບການປະຕິບັດຕາມຄວາມຈິງ ຫຼື ການປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ສະນັ້ນ, ແກ່ນແທ້ຂອງພວກຜູ້ຕໍ່ຕ້ານພຣະຄຣິສສາມາດຖືກກຳນົດຢ່າງຖືກຕ້ອງດັ່ງນີ້: ພວກເຂົາຄືສັດຕູຂອງພຣະເຈົ້າ, ພວກເຂົາຄືຝູງມານຮ້າຍ ແລະ ຊາຕານທີ່ມາເພື່ອລົບກວນ, ຂັດຂວາງ ແລະ ທຳລາຍວຽກງານຂອງເຮືອນຂອງພຣະເຈົ້າ. ພວກເຂົາຄືຄົນຮັບໃຊ້ຂອງຊາຕານ, ພວກເຂົາບໍ່ແມ່ນຄົນທີ່ຕິດຕາມພຣະເຈົ້າ, ທັງບໍ່ແມ່ນສະມາຊິກຂອງເຮືອນຂອງພຣະເຈົ້າ ແລະ ທັງບໍ່ແມ່ນເປົ້າໝາຍທີ່ພຣະເຈົ້າຊ່ວຍໃຫ້ລອດພົ້ນ.

ພວກເຈົ້າຮູ້ສຶກປະທັບໃຈກັບເລື່ອງໃດເລື່ອງໜຶ່ງທີ່ພວກເຮົາໄດ້ໂອ້ລົມກັນໃນມື້ນີ້ບໍ? ສ່ວນໃດທີ່ເຮັດໃຫ້ພວກເຈົ້າຮູ້ສຶກປະທັບໃຈ? (ສ່ວນສຸດທ້າຍ, ນັ້ນກໍຄື ເມື່ອພຣະເຈົ້າໄຈ້ແຍກທຳມະຊາດຕາມການແຂ່ງຂັນຂອງພວກຜູ້ຕໍ່ຕ້ານພຣະຄຣິສ.) ມັນບໍ່ແມ່ນເລື່ອງດີທີ່ຈະແຂ່ງຂັນຢູ່ສະເໝີ. ພຶດຕິກຳນີ້ເຊື່ອມໂຍງກັບພວກຜູ້ຕໍ່ຕ້ານພຣະຄຣິສ ແລະ ຄວາມພິນາດ. ມັນບໍ່ແມ່ນເສັ້ນທາງທີ່ດີ. ຜູ້ຄົນຄວນເຮັດແນວໃດເມື່ອພວກເຂົາມີການສະແດງອອກ ແລະ ການເປີດເຜີຍເຫຼົ່ານີ້? ພວກເຂົາຄວນເລືອກຫຍັງ? ພວກເຂົາຄວນຫຼີກລ່ຽງສິ່ງເຫຼົ່ານີ້ແນວໃດ? ສິ່ງເຫຼົ່ານີ້ແມ່ນບັນຫາທີ່ຜູ້ຄົນຄວນຄິດຫາ ແລະ ໄຕ່ຕອງໃຫ້ຫຼາຍທີ່ສຸດໃນຕອນນີ້ ແລະ ສິ່ງເຫຼົ່ານີ້ຍັງເປັນບັນຫາທີ່ຜູ້ຄົນພົບພໍ້ຢູ່ທຸກມື້. ພວກເຂົາຈະສາມາດຫຼີກລ່ຽງການແຂ່ງຂັນໄດ້ແນວໃດ ເມື່ອມີສິ່ງຕ່າງໆເກີດຂຶ້ນ ແລະ ພວກເຂົາຄວນຈັດການກັບຄວາມເຈັບປວດ ແລະ ຄວາມບໍ່ສະບາຍໃຈໃນຫົວໃຈຂອງພວກເຂົາໄດ້ແນວໃດ ຫຼັງຈາກທີ່ພວກເຂົາໄດ້ເຮັດການແຂ່ງຂັນແລ້ວ, ນີ້ຄືບັນຫາທີ່ທຸກຄົນຕ້ອງປະເຊີນ. ຜູ້ຄົນມີອຸປະນິໄສທີ່ເສື່ອມຊາມ, ສະນັ້ນ ພວກເຂົາທຸກຄົນຈຶ່ງແຂ່ງຂັນເພື່ອຊື່ສຽງ, ຜົນປະໂຫຍດ ແລະ ໜ້າຕາ ແລະ ມັນເປັນເລື່ອງຍາກສຳລັບພວກເຂົາທີ່ຈະບໍ່ແຂ່ງຂັນ. ແລ້ວຖ້າຄົນໃດໜຶ່ງບໍ່ແຂ່ງຂັນ, ມັນໝາຍຄວາມວ່າພວກເຂົາໄດ້ກຳຈັດອຸປະນິໄສ ແລະ ແກ່ນແທ້ຂອງພວກຜູ້ຕໍ່ຕ້ານພຣະຄຣິສແລ້ວບໍ? (ບໍ່, ນັ້ນເປັນພຽງປະກົດການແບບຜິວເຜີນເທົ່ານັ້ນ. ຖ້າອຸປະນິໄສພາຍໃນຂອງພວກເຂົາບໍ່ໄດ້ຮັບການແກ້ໄຂ, ແລ້ວບັນຫາຂອງການຍ່າງໃນເສັ້ນທາງຂອງພວກຜູ້ຕໍ່ຕ້ານພຣະຄຣິສກໍບໍ່ສາມາດໄດ້ຮັບການແກ້ໄຂໄດ້.) ສະນັ້ນ, ບັນຫາຂອງການຍ່າງໃນເສັ້ນທາງຂອງພວກຜູ້ຕໍ່ຕ້ານພຣະຄຣິສຈະໄດ້ຮັບການແກ້ໄຂໄດ້ແນວໃດ? (ໃນດ້ານໜຶ່ງ, ຄົນເຮົາຕ້ອງມີຄວາມຮູ້ກ່ຽວກັບເລື່ອງນີ້ ແລະ ມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ ເມື່ອພວກເຂົາເປີດເຜີຍຄວາມຄິດ ແລະ ແນວຄວາມຄິດຂອງການຍາດແຍ່ງສະຖານະ. ຍິ່ງໄປກວ່ານັ້ນ, ພວກເຂົາຕ້ອງໄດ້ເປີດໃຈ ແລະ ເປີດເຜີຍຕົນເອງຕໍ່ອ້າຍເອື້ອຍນ້ອງ ແລ້ວ ຈາກນັ້ນກໍກະບົດຕໍ່ຄວາມຄິດ ແລະ ແນວຄວາມຄິດທີ່ບໍ່ຖືກຕ້ອງເຫຼົ່ານີ້ຢ່າງມີສະຕິ. ພວກເຂົາຍັງຕ້ອງຂໍໃຫ້ພຣະເຈົ້າພິພາກສາ, ລົງທັນ, ລິຮານ ແລະ ລົງວິໄນພວກເຂົາ. ພວກເຂົາຈຶ່ງຈະສາມາດກ້າວໄປໃນເສັ້ນທາງທີ່ຖືກຕ້ອງໄດ້.) ນັ້ນເປັນຄຳຕອບທີ່ດີພໍສົມຄວນ. ເຖິງຢ່າງໃດກໍຕາມ, ສິ່ງນີ້ບໍ່ແມ່ນເລື່ອງງ່າຍທີ່ຈະເຮັດໃຫ້ສຳເລັດໄດ້; ໂດຍສະເພາະສຳລັບຜູ້ທີ່ຮັກໃນຊື່ສຽງ ແລະ ສະຖານະຫຼາຍເກີນໄປ, ມັນຍິ່ງຍາກກວ່າທີ່ຈະເຮັດໃຫ້ສຳເລັດໄດ້ອີກ. ການປ່ອຍວາງຊື່ສຽງ ແລະ ສະຖານະບໍ່ແມ່ນເລື່ອງງ່າຍ, ຜູ້ຄົນສາມາດບັນລຸມັນໄດ້ ໂດຍການໄລ່ຕາມຄວາມຈິງເທົ່ານັ້ນ. ໂດຍການເຂົ້າໃຈຄວາມຈິງເທົ່ານັ້ນ ພວກເຂົາຈຶ່ງຈະສາມາດມາຮູ້ຈັກຕົນເອງ, ເຫັນຄວາມຫວ່າງເປົ່າຂອງການໄລ່ຕາມຊື່ສຽງ, ຜົນປະໂຫຍດ ແລະ ສະຖານະໄດ້ຢ່າງຊັດເຈນ ແລະ ເຫັນຄວາມຈິງກ່ຽວກັບຄວາມເສື່ອມຊາມຂອງມະນຸດຊາດຢ່າງຊັດເຈນ. ເມື່ອຜູ້ຄົນມາຮູ້ຈັກຕົນເອງຢ່າງແທ້ຈິງເທົ່ານັ້ນ ພວກເຂົາຈຶ່ງຈະສາມາດປະຖິ້ມສະຖານະ ແລະ ຊື່ສຽງໄດ້. ມັນບໍ່ແມ່ນເລື່ອງງ່າຍທີ່ຈະປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຈົ້າ. ຖ້າເຈົ້າຍອມຮັບວ່າເຈົ້າບໍ່ໄດ້ຄອບຄອງຄວາມຈິງ, ຍອມຮັບວ່າເຈົ້າມີຂໍ້ບົກຜ່ອງຫຼາຍເກີນໄປ ແລະ ຍອມຮັບວ່າເຈົ້າເປີດເຜີຍຄວາມເສື່ອມຊາມຫຼາຍເກີນໄປ, ແຕ່ເຈົ້າບໍ່ໄດ້ໃຊ້ຄວາມພະຍາຍາມໃນການໄລ່ຕາມຄວາມຈິງ ແລະ ເຈົ້າປິດບັງຕົນເອງ ແລະ ໄດ້ກະທຳການຢ່າງໜ້າຊື່ໃຈຄົດ, ເຮັດໃຫ້ຜູ້ຄົນເຊື່ອຢ່າງຜິດໆວ່າເຈົ້າສາມາດເຮັດຫຍັງກໍໄດ້, ແລ້ວສິ່ງນີ້ຈະເຮັດໃຫ້ເຈົ້າຕົກຢູ່ໃນອັນຕະລາຍ ແລະ ບໍ່ຊ້າກໍໄວ ຈະມີເວລາທີ່ເຈົ້າຈະໄດ້ພົບທາງຕັນ ແລະ ລົ້ມລົງ. ເຈົ້າຕ້ອງຍອມຮັບວ່າເຈົ້າບໍ່ໄດ້ຄອບຄອງຄວາມຈິງ ແລະ ກ້າຫານພໍທີ່ຈະປະເຊີນກັບຄວາມເປັນຈິງ. ເຈົ້າມີຈຸດອ່ອນ, ເປີດເຜີຍຄວາມເສື່ອມຊາມ ແລະ ມີຂໍ້ບົກຜ່ອງທຸກປະການ. ນີ້ເປັນເລື່ອງປົກກະຕິ, ເພາະວ່າເຈົ້າເປັນຄົນທຳມະດາ, ເຈົ້າບໍ່ແມ່ນຍອດມະນຸດ ຫຼື ຜູ້ທີ່ເຮັດໄດ້ທຸກຢ່າງ ແລະ ເຈົ້າຕ້ອງຍອມຮັບສິ່ງນັ້ນ. ເມື່ອຄົນອື່ນດູຖູກ ຫຼື ສຽດສີເຈົ້າ, ຢ່າຕອບໂຕ້ທັນທີດ້ວຍຄວາມບໍ່ພໍໃຈ ເພາະສິ່ງທີ່ພວກເຂົາເວົ້ານັ້ນບໍ່ມ່ວນຫູ ຫຼື ຕໍ່ຕ້ານມັນເພາະເຈົ້າເຊື່ອວ່າຕົນເອງມີຄວາມສາມາດ ແລະ ສົມບູນແບບ, ນີ້ບໍ່ແມ່ນທັດສະນະຄະຕິທີ່ເຈົ້າຄວນມີຕໍ່ຄຳເວົ້າເຊັ່ນນີ້. ທັດສະນະຄະຕິຂອງເຈົ້າຄວນເປັນແນວໃດ? ເຈົ້າຄວນເວົ້າກັບຕົນເອງວ່າ “ຂ້ອຍມີຂໍ້ບົກພ່ອງຂອງຂ້ອຍ, ທຸກຢ່າງກ່ຽວກັບຂ້ອຍແມ່ນເສື່ອມຊາມ ແລະ ມີຂໍ້ບົກຜ່ອງ ແລະ ຂ້ອຍເປັນພຽງຄົນທຳມະດາ. ເຖິງແມ່ນວ່າພວກເຂົາຈະດູຖູກ ແລະ ສຽດສີຂ້ອຍ, ມັນໄດ້ມີຄວາມຈິງຢູ່ໃນນັ້ນບໍ? ຖ້າສ່ວນໜຶ່ງຂອງສິ່ງທີ່ພວກເຂົາເວົ້າເປັນຄວາມຈິງ, ແລ້ວຂ້ອຍຕ້ອງຍອມຮັບມັນຈາກພຣະເຈົ້າ”. ຖ້າເຈົ້າມີທັດສະນະຄະຕິນີ້, ມັນກໍເປັນຫຼັກຖານວ່າເຈົ້າສາມາດຈັດການກັບສະຖານະ, ຊື່ສຽງ ແລະ ສິ່ງທີ່ຄົນອື່ນເວົ້າກ່ຽວກັບເຈົ້າໄດ້ຢ່າງຖືກຕ້ອງ. ສະຖານະ ແລະ ຊື່ສຽງບໍ່ແມ່ນສິ່ງທີ່ປະຖິ້ມໄດ້ງ່າຍໆ. ສຳລັບຜູ້ທີ່ມີພອນສະຫວັນບາງຢ່າງ, ມີຄວາມສາມາດໃນລະດັບໃດໜຶ່ງ ຫຼື ມີປະສົບການໃນການເຮັດວຽກງານບາງວຽກ, ການປະຖິ້ມສິ່ງເຫຼົ່ານີ້ໄປຍິ່ງຍາກກວ່າອີກ. ເຖິງແມ່ນວ່າບາງຄັ້ງພວກເຂົາອາດຈະອ້າງວ່າໄດ້ປະຖິ້ມສິ່ງເຫຼົ່ານັ້ນໄປແລ້ວ, ແຕ່ພວກເຂົາບໍ່ສາມາດເຮັດໄດ້ໃນຫົວໃຈຂອງພວກເຂົາ. ທັນທີທີ່ສະຖານະການອຳນວຍ ແລະ ພວກເຂົາມີໂອກາດ, ພວກເຂົາກໍຈະສືບຕໍ່ພະຍາຍາມເພື່ອຊື່ສຽງ, ຜົນປະໂຫຍດ ແລະ ສະຖານະຄືກັບທີ່ພວກເຂົາເຄີຍເຮັດມາກ່ອນ, ເພາະມະນຸດທີ່ເສື່ອມຊາມທຸກຄົນຮັກໃນສິ່ງເຫຼົ່ານີ້, ພຽງແຕ່ວ່າຜູ້ທີ່ບໍ່ມີພອນສະຫວັນ ຫຼື ຄວາມສາມາດພິເສດມີຄວາມປາຖະໜາທີ່ໜ້ອຍກວ່າເລັກນ້ອຍ ໃນການໄລ່ຕາມສະຖານະ. ຜູ້ທີ່ມີຄວາມຮູ້, ຄວາມສາມາດພິເສດ, ໜ້າຕາດີ ແລະ ຕົ້ນທຶນພິເສດ, ມີຄວາມປາຖະໜາທີ່ແຮງກ້າເປັນພິເສດສຳລັບຊື່ສຽງ ແລະ ສະຖານະ, ຈົນເຖິງຂັ້ນທີ່ພວກເຂົາເຕັມໄປດ້ວຍຄວາມທະເຍີທະຍານ ແລະ ຄວາມປາຖະໜານີ້. ນີ້ຄືສິ່ງທີ່ຍາກທີ່ສຸດສຳລັບພວກເຂົາທີ່ຈະປະຖິ້ມໄປ. ເມື່ອພວກເຂົາບໍ່ມີສະຖານະ, ຄວາມປາຖະໜາຂອງພວກເຂົາຢູ່ໃນໄລຍະແຕກໜໍ່. ເມື່ອພວກເຂົາໄດ້ຮັບສະຖານະ, ເມື່ອເຮືອນຂອງພຣະເຈົ້າມອບໝາຍວຽກງານທີ່ມີຄວາມສຳຄັນບາງຢ່າງໃຫ້ພວກເຂົາ ແລະ ໂດຍສະເພາະຖ້າພວກເຂົາເຮັດວຽກມາຫຼາຍປີ ແລະ ມີປະສົບການ ແລະ ຕົ້ນທຶນຫຼາຍ, ຄວາມປາຖະໜານັ້ນກໍບໍ່ໄດ້ຢູ່ໃນໄລຍະແຕກໜໍ່ອີກຕໍ່ໄປ, ແຕ່ໄດ້ຢັ່ງຮາກ, ອອກດອກ ແລະ ກຳລັງຈະອອກຜົນແລ້ວ. ຖ້າຄົນໃດໜຶ່ງມີຄວາມປາຖະໜາ ແລະ ຄວາມທະເຍີທະຍານທີ່ຈະເຮັດສິ່ງທີ່ຍິ່ງໃຫຍ່, ທີ່ຈະມີຊື່ສຽງ, ທີ່ຈະກາຍເປັນບຸກຄົນທີ່ຍິ່ງໃຫຍ່ຢູ່ຕະຫຼອດ, ແລ້ວທັນທີທີ່ພວກເຂົາໄດ້ກະທຳຄວາມຊົ່ວຮ້າຍທີ່ຍິ່ງໃຫຍ່ ແລະ ຜົນສະທ້ອນຂອງມັນເກີດຂຶ້ນ, ພວກເຂົາກໍຈະຈົບສິ້ນຢ່າງສົມບູນ ແລະ ຖືກກຳຈັດ. ດັ່ງນັ້ນ, ກ່ອນທີ່ສິ່ງນີ້ຈະນຳໄປສູ່ຫາຍະນະຄັ້ງໃຫຍ່, ພວກເຂົາຕ້ອງຮີບແກ້ໄຂສະຖານະການ, ໃນຂະນະທີ່ຍັງມີເວລາ. ເມື່ອໃດກໍຕາມທີ່ເຈົ້າເຮັດສິ່ງໃດ ແລະ ໃນບໍລິບົດໃດກໍຕາມ, ເຈົ້າຕ້ອງສະແຫວງຫາຄວາມຈິງ, ປະຕິບັດການເປັນຄົນທີ່ມີຄວາມຊື່ສັດ ແລະ ເຊື່ອຟັງພຣະເຈົ້າ ແລະ ປະຖິ້ມການໄລ່ຕາມສະຖານະ ແລະ ຊື່ສຽງໄປ. ເມື່ອເຈົ້າມີຄວາມຄິດ ແລະ ຄວາມປາຖະໜາທີ່ຈະແຂ່ງຂັນ ເພື່ອສະຖານະຢູ່ຕະຫຼອດ, ເຈົ້າຕ້ອງໄດ້ຕະໜັກວ່າສະພາວະແບບນີ້ຈະນຳໄປສູ່ຜົນສະທ້ອນທີ່ຮ້າຍແຮງແນວໃດ ຖ້າປ່ອຍໄວ້ໂດຍບໍ່ໄດ້ຮັບການແກ້ໄຂ. ສະນັ້ນ ຢ່າເສຍເວລາໃນການຄົ້ນຫາຄວາມຈິງ, ຈົ່ງເອົາຊະນະຄວາມປາຖະໜາຂອງເຈົ້າທີ່ຈະແຂ່ງຂັນ ເພື່ອສະຖານະ ໃນຂະນະທີ່ມັນຢູ່ໃນໄລຍະແຕກໜໍ່ ແລະ ແທນທີ່ມັນດ້ວຍການປະຕິບັດຕາມຄວາມຈິງ. ເມື່ອເຈົ້າປະຕິບັດຕາມຄວາມຈິງ, ຄວາມປາຖະໜາ ແລະ ຄວາມທະເຍີທະຍານຂອງເຈົ້າທີ່ຈະແຂ່ງຂັນ ເພື່ອສະຖານະກໍຈະຫຼຸດລົງ ແລະ ເຈົ້າຈະບໍ່ລົບກວນວຽກງານຂອງຄຣິສຕະຈັກ. ດ້ວຍວິທີນີ້, ການກະທຳຂອງເຈົ້າຈະຖືກຈົດຈຳ ແລະ ຮັບຮອງໂດຍພຣະເຈົ້າ. ແລ້ວເຮົາກຳລັງພະຍາຍາມເນັ້ນຢໍ້າເຖິງຫຍັງ? ມັນຄືສິ່ງນີ້: ເຈົ້າຕ້ອງໄດ້ກຳຈັດຄວາມປາຖະໜາ ແລະ ຄວາມທະເຍີທະຍານຂອງເຈົ້າກ່ອນທີ່ມັນຈະອອກດອກ, ອອກຜົນ ແລະ ນຳໄປສູ່ຫາຍະນະຄັ້ງໃຫຍ່. ຖ້າເຈົ້າບໍ່ຈັດການກັບພວກມັນໃນຂະນະທີ່ພວກມັນຍັງຢູ່ໃນໄລຍະແຕກໜໍ່, ເຈົ້າກໍຈະພາດໂອກາດຄັ້ງໃຫຍ່ ແລະ ເມື່ອສິ່ງເຫຼົ່ານັ້ນນຳໄປສູ່ຫາຍະນະຄັ້ງໃຫຍ່ແລ້ວ, ມັນກໍຈະຊ້າເກີນໄປທີ່ຈະແກ້ໄຂສິ່ງເຫຼົ່ານັ້ນ. ຖ້າເຈົ້າຂາດຄວາມຕັ້ງໃຈທີ່ຈະກະບົດຕໍ່ເນື້ອໜັງ, ມັນກໍຈະຍາກຫຼາຍສຳລັບເຈົ້າທີ່ຈະກ້າວເຂົ້າສູ່ເສັ້ນທາງແຫ່ງການໄລ່ຕາມຄວາມຈິງ; ຖ້າເຈົ້າພົບພໍ້ກັບອຸປະສັກ ແລະ ຄວາມລົ້ມເຫຼວໃນການໄລ່ຕາມຊື່ສຽງ, ຜົນປະໂຫຍດ ແລະ ສະຖານະຂອງເຈົ້າ ແລະ ເຈົ້າບໍ່ໄດ້ມີສະຕິຕື່ນຕົວ, ສິ່ງນີ້ກໍເປັນອັນຕະລາຍ: ມີຄວາມເປັນໄປໄດ້ທີ່ເຈົ້າຈະຖືກກຳຈັດ. ເມື່ອຜູ້ທີ່ຮັກຄວາມຈິງພົບພໍ້ກັບຄວາມລົ້ມເຫຼວ ແລະ ອຸປະສັກໜຶ່ງ ຫຼື ສອງຄັ້ງໃນດ້ານຊື່ສຽງ ແລະ ສະຖານະຂອງພວກເຂົາ, ພວກເຂົາກໍສາມາດເຫັນໄດ້ຢ່າງຊັດເຈນວ່າຊື່ສຽງ, ຜົນປະໂຫຍດ ແລະ ສະຖານະບໍ່ໄດ້ມີຄ່າຫຍັງເລີຍ. ພວກເຂົາສາມາດປະຖິ້ມສະຖານະ ແລະ ຊື່ສຽງໄດ້ຢ່າງສິ້ນເຊີງ ແລະ ຕັ້ງໃຈວ່າ ເຖິງແມ່ນວ່າພວກເຂົາຈະບໍ່ເຄີຍມີສະຖານະຈັກເທື່ອ, ພວກເຂົາກໍຍັງຈະສືບຕໍ່ໄລ່ຕາມຄວາມຈິງ ແລະ ປະຕິບັດໜ້າທີ່ຂອງພວກເຂົາຢ່າງເໝາະສົມ ແລະ ແບ່ງປັນຄຳພະຍານຈາກປະສົບການຂອງພວກເຂົາ ແລະ ດ້ວຍເຫດນີ້ຈຶ່ງບັນລຸຜົນໃນການເປັນພະຍານໃຫ້ແກ່ພຣະເຈົ້າ. ເຖິງແມ່ນວ່າພວກເຂົາຈະເປັນຜູ້ຕິດຕາມທຳມະດາ, ພວກເຂົາກໍຍັງສາມາດຕິດຕາມໄປຈົນເຖິງທີ່ສຸດ ແລະ ສິ່ງດຽວທີ່ພວກເຂົາຕ້ອງການກໍຄື ການໄດ້ຮັບການຮັບຮອງຈາກພຣະເຈົ້າ. ມີພຽງຄົນເຫຼົ່ານີ້ເທົ່ານັ້ນທີ່ເປັນຜູ້ທີ່ຮັກໃນຄວາມຈິງຢ່າງແທ້ຈິງ ແລະ ມີຄວາມຕັ້ງໃຈ. ເຮືອນຂອງພຣະເຈົ້າໄດ້ກຳຈັດພວກຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຮ້າຍໄປຈຳນວນຫຼາຍ ແລະ ບາງຄົນທີ່ໄລ່ຕາມຄວາມຈິງ, ຫຼັງຈາກທີ່ໄດ້ເຫັນຄວາມລົ້ມເຫຼວຂອງພວກຜູ້ຕໍ່ຕ້ານພຣະຄຣິສ, ກໍໄດ້ໄຕ່ຕອງກ່ຽວກັບເສັ້ນທາງທີ່ຄົນເຫຼົ່ານັ້ນຍ່າງ ແລະ ຍັງໄດ້ໄຕ່ຕອງ ແລະ ຮູ້ຈັກຕົນເອງ. ຈາກສິ່ງນີ້, ພວກເຂົາໄດ້ຮັບຄວາມເຂົ້າໃຈກ່ຽວກັບເຈດຕະນາຂອງພຣະເຈົ້າ, ຕັ້ງໃຈທີ່ຈະເປັນຜູ້ຕິດຕາມທຳມະດາ ແລະ ເນັ້ນໃສ່ການໄລ່ຕາມຄວາມຈິງ ແລະ ການປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີ. ເຖິງແມ່ນວ່າພຣະເຈົ້າຈະກ່າວວ່າພວກເຂົາເປັນຜູ້ຮັບໃຊ້ ຫຼື ຄົນຕ່ຳຕ້ອຍທີ່ບໍ່ມີຊື່ສຽງ, ມັນກໍບໍ່ເປັນຫຍັງສຳລັບພວກເຂົາ. ພວກເຂົາຈະພຽງແຕ່ພະຍາຍາມເປັນຄົນຕ່ຳຕ້ອຍ ແລະ ເປັນຜູ້ຕິດຕາມຜູ້ນ້ອຍໆ ແລະ ບໍ່ສຳຄັນໃນສາຍຕາຂອງພຣະເຈົ້າ, ເຊິ່ງໃນທີ່ສຸດກໍຈະຖືກພຣະເຈົ້າເອີ້ນວ່າ ສິ່ງທີ່ຖືກສ້າງທີ່ໄດ້ມາດຕະຖານ. ຄົນແບບນີ້ຄືຄົນດີ ແລະ ເປັນຜູ້ທີ່ຖືກພຣະເຈົ້າຮັບຮອງ.

ພຣະເຈົ້າມັກຄົນທີ່ໄລ່ຕາມຄວາມຈິງ ແລະ ສິ່ງທີ່ພຣະອົງລັງກຽດທີ່ສຸດທີ່ຜູ້ຄົນເຮັດກໍຄື ການໄລ່ຕາມຊື່ສຽງ, ຜົນປະໂຫຍດ ແລະ ສະຖານະ. ບາງຄົນທະນຸຖະໜອມສະຖານະ ແລະ ຊື່ສຽງຢ່າງແທ້ຈິງ, ຍຶດຕິດກັບສິ່ງເຫຼົ່ານັ້ນຢ່າງເລິກເຊິ່ງ, ທົນບໍ່ໄດ້ທີ່ຈະປະຖິ້ມສິ່ງເຫຼົ່ານັ້ນໄປ. ພວກເຂົາຮູ້ສຶກຢູ່ສະເໝີວ່າ ຖ້າບໍ່ມີສະຖານະ ແລະ ຊື່ສຽງ ກໍຈະບໍ່ມີຄວາມສຸກ ຫຼື ຄວາມຫວັງໃນການດຳລົງຊີວິດ, ຮູ້ສຶກວ່າຄວາມຫວັງໃນຊີວິດນີ້ ມີພຽງການດຳລົງຊີວິດເພື່ອສະຖານະ ແລະ ຊື່ສຽງ ແລະ ເຖິງແມ່ນວ່າພວກເຂົາຈະມີຊື່ສຽງພຽງເລັກນ້ອຍ, ພວກເຂົາກໍຈະສືບຕໍ່ຕໍ່ສູ້, ບໍ່ຍອມແພ້ຈັກເທື່ອ. ຖ້ານີ້ຄືຄວາມຄິດ ແລະ ທັດສະນະທີ່ເຈົ້າມີ, ຖ້າຫົວໃຈຂອງເຈົ້າເຕັມໄປດ້ວຍສິ່ງເຫຼົ່ານີ້, ເຈົ້າກໍບໍ່ສາມາດຮັກ ແລະ ໄລ່ຕາມຄວາມຈິງໄດ້, ເຈົ້າຂາດທິດທາງ ແລະ ເປົ້າໝາຍທີ່ຖືກຕ້ອງໃນຄວາມສັດທາຂອງເຈົ້າໃນພຣະເຈົ້າ ແລະ ບໍ່ສາມາດໄລ່ຕາມຄວາມຮູ້ກ່ຽວກັບຕົນເອງ, ປະຖິ້ມຄວາມເສື່ອມຊາມ ແລະ ດໍາເນີນຊີວິດທີ່ມີຄວາມເໝືອນມະນຸດໄດ້; ເຈົ້າເຮັດແບບພໍແລ້ວມືແລ້ວຕີນ ເມື່ອປະຕິບັດໜ້າທີ່ຂອງເຈົ້າ, ເຈົ້າປາສະຈາກຄວາມຮູ້ສຶກຮັບຜິດຊອບໃດກໍຕາມ ແລະ ພໍໃຈພຽງແຕ່ກັບການບໍ່ໄດ້ກະທຳຄວາມຊົ່ວ, ບໍ່ກໍ່ໃຫ້ເກີດການລົບກວນ, ບໍ່ຖືກກຳຈັດອອກ. ຄົນເຊັ່ນນີ້ຈະສາມາດປະຕິບັດໜ້າທີ່ຂອງພວກເຂົາໃນລັກສະນະທີ່ໄດ້ມາດຕະຖານໄດ້ບໍ? ແລະ ພວກເຂົາຈະສາມາດໄດ້ຮັບຄວາມລອດພົ້ນໂດຍພຣະເຈົ້າໄດ້ບໍ? ເປັນໄປບໍ່ໄດ້. ເມື່ອເຈົ້າໄດ້ກະທຳ ເພື່ອເຫັນແກ່ຊື່ສຽງ ແລະ ສະຖານະ, ເຈົ້າເຖິງຂັ້ນຄິດວ່າ “ຕາບໃດທີ່ສິ່ງທີ່ຂ້ອຍເຮັດບໍ່ແມ່ນການກະທຳທີ່ຊົ່ວຮ້າຍ ແລະ ບໍ່ກໍ່ໃຫ້ເກີດການລົບກວນ, ເຖິງແມ່ນວ່າແຮງຈູງໃຈຂອງຂ້ອຍຈະຜິດ, ກໍບໍ່ມີໃຜສາມາດເຫັນມັນ ຫຼື ປະນາມຂ້ອຍໄດ້”. ເຈົ້າບໍ່ຮູ້ວ່າພຣະເຈົ້າໄດ້ກວດສອບທຸກສິ່ງ. ຖ້າເຈົ້າບໍ່ຍອມຮັບ ຫຼື ປະຕິບັດຕາມຄວາມຈິງ ແລະ ຖືກລັງກຽດໂດຍພຣະເຈົ້າ, ມັນກໍເປັນຈຸດຈົບຂອງທຸກຢ່າງສຳລັບເຈົ້າ. ທຸກຄົນທີ່ບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າຄິດວ່າຕົນເອງສະຫຼາດ; ຄວາມຈິງແລ້ວ, ພວກເຂົາບໍ່ຮູ້ດ້ວຍຊໍ້າວ່າພວກເຂົາໄດ້ລ່ວງເກີນພຣະອົງຕອນໃດ. ບາງຄົນບໍ່ໄດ້ເບິ່ງເຫັນສິ່ງເຫຼົ່ານີ້ຢ່າງຊັດເຈນ; ພວກເຂົາຄິດວ່າ “ຂ້ອຍພຽງແຕ່ໄລ່ຕາມຊື່ສຽງ ແລະ ສະຖານະເພື່ອທີ່ຈະໄດ້ເຮັດສິ່ງຕ່າງໆຫຼາຍຂຶ້ນ, ເພື່ອໃຫ້ໄດ້ຮັບຜິດຊອບຫຼາຍຂຶ້ນ. ມັນບໍ່ໄດ້ກໍ່ໃຫ້ເກີດການຂັດຂວາງ ຫຼື ການລົບກວນຕໍ່ວຽກງານຂອງຄຣິສຕະຈັກ ແລະ ມັນບໍ່ໄດ້ທຳລາຍຜົນປະໂຫຍດຂອງເຮືອນຂອງພຣະເຈົ້າຢ່າງແນ່ນອນ. ມັນບໍ່ແມ່ນບັນຫາໃຫຍ່. ຂ້ອຍພຽງແຕ່ຮັກໃນສະຖານະ ແລະ ປົກປ້ອງສະຖານະຂອງຂ້ອຍ, ແຕ່ນັ້ນບໍ່ແມ່ນການກະທຳທີ່ຊົ່ວຮ້າຍ”. ເບິ່ງຜິວເຜີນແລ້ວ, ການໄລ່ຕາມເຊັ່ນນີ້ອາດຈະເບິ່ງຄືວ່າບໍ່ແມ່ນການກະທຳທີ່ຊົ່ວຮ້າຍ, ແຕ່ໃນທີ່ສຸດມັນໄດ້ນຳໄປສູ່ຫຍັງ? ຄົນເຊັ່ນນີ້ຈະໄດ້ຮັບຄວາມຈິງບໍ? ພວກເຂົາຈະບັນລຸຄວາມລອດພົ້ນໄດ້ບໍ? ບໍ່ໄດ້ຢ່າງແນ່ນອນ. ດັ່ງນັ້ນ, ການໄລ່ຕາມຊື່ສຽງ ແລະ ສະຖານະຈຶ່ງບໍ່ແມ່ນເສັ້ນທາງທີ່ຖືກຕ້ອງ, ມັນແລ່ນໄປໃນທິດທາງທີ່ກົງກັນຂ້າມກັບການໄລ່ຕາມຄວາມຈິງຢ່າງສິ້ນເຊີງ. ສະຫຼຸບແລ້ວ, ບໍ່ວ່າທິດທາງ ຫຼື ເປົ້າໝາຍຂອງການໄລ່ຕາມຂອງເຈົ້າຈະເປັນແນວໃດກໍຕາມ, ຖ້າເຈົ້າບໍ່ໄດ້ໄຕ່ຕອງກ່ຽວກັບການໄລ່ຕາມສະຖານະ ແລະ ຊື່ສຽງ ແລະ ຖ້າເຈົ້າເຫັນວ່າມັນຍາກຫຼາຍທີ່ຈະປະຖິ້ມສິ່ງນີ້ໄປ, ແລ້ວສິ່ງນັ້ນກໍຈະສົ່ງຜົນກະທົບຕໍ່ການເຂົ້າສູ່ຊີວິດຂອງເຈົ້າ. ຕາບໃດທີ່ສະຖານະຍັງມີທີ່ຢູ່ໃນຫົວໃຈຂອງເຈົ້າ, ມັນກໍຈະສາມາດຄວບຄຸມ ແລະ ມີອິດທິພົນຕໍ່ທິດທາງຊີວິດ ແລະ ເປົ້າໝາຍຂອງການໄລ່ຕາມຂອງເຈົ້າໄດ້ຢ່າງເຕັມທີ່, ໃນກໍລະນີດັ່ງກ່າວ ມັນກໍຈະຍາກຫຼາຍສຳລັບເຈົ້າທີ່ຈະເຂົ້າສູ່ຄວາມເປັນຈິງຄວາມຈິງ, ບໍ່ຕ້ອງເວົ້າເຖິງການເຮັດການປ່ຽນແປງໃນອຸປະນິໄສຂອງເຈົ້າໃຫ້ສຳເລັດເລີຍ, ແນ່ນອນວ່າ ເລື່ອງທີ່ວ່າໃນທີ່ສຸດເຈົ້າຈະສາມາດໄດ້ຮັບການຮັບຮອງຈາກພຣະເຈົ້າ ຫຼື ບໍ່ນັ້ນ ບໍ່ຈຳເປັນຕ້ອງເວົ້າເຖິງເລີຍ. ຍິ່ງໄປກວ່ານັ້ນ, ຖ້າເຈົ້າບໍ່ສາມາດປະຖິ້ມການໄລ່ຕາມສະຖານະຂອງເຈົ້າໄດ້ຈັກເທື່ອ, ສິ່ງນີ້ຈະສົ່ງຜົນກະທົບຕໍ່ສັກກະຍະພາບຂອງເຈົ້າ ໃນການປະຕິບັດໜ້າທີ່ຂອງເຈົ້າໃນລັກສະນະທີ່ໄດ້ມາດຕະຖານ, ເຊິ່ງຈະເຮັດໃຫ້ຍາກລຳບາກຫຼາຍສຳລັບເຈົ້າ ທີ່ຈະກາຍເປັນສິ່ງທີ່ຖືກສ້າງທີ່ໄດ້ມາດຕະຖານ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ພຣະເຈົ້າບໍ່ລັງກຽດສິ່ງໃດຫຼາຍໄປກວ່າການທີ່ຜູ້ຄົນໄລ່ຕາມສະຖານະ, ເພາະວ່າການໄລ່ຕາມສະຖານະແມ່ນອຸປະນິໄສແບບຊາຕານ, ມັນແມ່ນເສັ້ນທາງທີ່ຜິດ, ມັນເກີດມາຈາກຄວາມເສື່ອມຊາມຂອງຊາຕານ, ມັນແມ່ນສິ່ງທີ່ຖືກປະນາມໂດຍພຣະເຈົ້າ ແລະ ມັນແມ່ນສິ່ງທີ່ພຣະເຈົ້າຈະພິພາກສາ ແລະ ສະລ້າງອອກໄປຢ່າງແທ້ຈິງ. ພຣະເຈົ້າບໍ່ລັງກຽດສິ່ງໃດຫຼາຍໄປກວ່າການທີ່ຜູ້ຄົນໄລ່ຕາມສະຖານະ, ແຕ່ເຈົ້າກໍຍັງແຂ່ງຂັນເພື່ອສະຖານະຢ່າງຫົວແຂງ, ເຈົ້າທະນຸຖະໜອມ ແລະ ປົກປ້ອງມັນຢ່າງບໍ່ລົດລະ, ພະຍາຍາມເອົາມັນມາເປັນຂອງເຈົ້າເອງຢູ່ສະເໝີ. ໃນສິ່ງທັງໝົດເຫຼົ່ານີ້ບໍ່ມີຄຸນລັກສະນະຂອງການເປັນປໍລະປັກຕໍ່ພຣະເຈົ້າເລີຍບໍ? ສະຖານະບໍ່ໄດ້ຖືກກຳນົດໄວ້ສຳລັບຜູ້ຄົນໂດຍພຣະເຈົ້າ; ພຣະເຈົ້າຈັດຫາຄວາມຈິງ, ຫົນທາງ ແລະ ຊີວິດໃຫ້ແກ່ຜູ້ຄົນ, ເພື່ອໃຫ້ພວກເຂົາກາຍເປັນສິ່ງທີ່ຖືກສ້າງທີ່ໄດ້ມາດຕະຖານໃນທີ່ສຸດ, ເປັນສິ່ງທີ່ຖືກສ້າງຕົວນ້ອຍໆ ແລະ ບໍ່ສຳຄັນ, ບໍ່ແມ່ນຜູ້ທີ່ມີສະຖານະ ແລະ ຊື່ສຽງ ແລະ ໄດ້ຮັບການເຄົາລົບນັບຖືຈາກຄົນນັບພັນ. ດັ່ງນັ້ນ, ບໍ່ວ່າຈະເບິ່ງຈາກມຸມມອງໃດກໍຕາມ, ການໄລ່ຕາມສະຖານະກໍຄືເສັ້ນທາງສູ່ຄວາມພິນາດ. ບໍ່ວ່າຂໍ້ອ້າງຂອງເຈົ້າສຳລັບການໄລ່ຕາມສະຖານະຈະສົມເຫດສົມຜົນສໍ່າໃດກໍຕາມ, ເສັ້ນທາງນີ້ກໍຍັງເປັນເສັ້ນທາງທີ່ຜິດ ແລະ ບໍ່ໄດ້ຮັບການຮັບຮອງຈາກພຣະເຈົ້າ. ບໍ່ວ່າເຈົ້າຈະພະຍາຍາມຢ່າງໜັກສໍ່າໃດ ຫຼື ເຈົ້າໄດ້ເສຍສະລະໄປຫຼາຍສໍ່າໃດກໍຕາມ, ຖ້າເຈົ້າປາຖະໜາໃນສະຖານະ, ພຣະເຈົ້າຈະບໍ່ມອບມັນໃຫ້ກັບເຈົ້າ; ຖ້າພຣະເຈົ້າບໍ່ມອບມັນໃຫ້ເຈົ້າ, ເຈົ້າກໍຈະລົ້ມເຫຼວໃນການຕໍ່ສູ້ເພື່ອໃຫ້ໄດ້ມັນມາ ແລະ ຖ້າເຈົ້າຍັງສືບຕໍ່ຕໍ່ສູ້ ກໍຈະມີພຽງຜົນໄດ້ຮັບດຽວເທົ່ານັ້ນ: ເຈົ້າຈະຖືກເປີດເຜີຍ ແລະ ຖືກກຳຈັດ, ເຈົ້າຈະຢູ່ໃນເສັ້ນທາງທີ່ໄປສູ່ຄວາມພິນາດ. ເຈົ້າເຂົ້າໃຈສິ່ງນີ້, ແມ່ນບໍ?

ວັນທີ 7 ມີນາ 2020

ກ່ອນນີ້: ຂໍ້ທີເກົ້າ: ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາພຽງແຕ່ເພື່ອເຮັດໃຫ້ຕົນເອງໂດດເດັ່ນ ແລະ ຕອບສະໜອງຜົນປະໂຫຍດ ແລະ ຄວາມທະເຍີທະຍານຂອງພວກເຂົາເອງ; ພວກເຂົາບໍ່ເຄີຍພິຈາລະນາຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເລີຍ ແລະ ເຖິງກັບທໍລະຍົດຕໍ່ຜົນປະໂຫຍດເຫຼົ່ານັ້ນເພື່ອແລກເອົາກຽດຕິຍົດສ່ວນຕົວ (ພາກທີສອງ)

ຕໍ່ໄປ: ຂໍ້ທີເກົ້າ: ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາພຽງແຕ່ເພື່ອເຮັດໃຫ້ຕົນເອງໂດດເດັ່ນ ແລະ ຕອບສະໜອງຜົນປະໂຫຍດ ແລະ ຄວາມທະເຍີທະຍານຂອງພວກເຂົາເອງ; ພວກເຂົາບໍ່ເຄີຍພິຈາລະນາຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເລີຍ ແລະ ເຖິງກັບທໍລະຍົດຕໍ່ຜົນປະໂຫຍດເຫຼົ່ານັ້ນເພື່ອແລກເອົາກຽດຕິຍົດສ່ວນຕົວ (ພາກທີສີ່)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້