ຂໍ້ທີເກົ້າ: ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາພຽງເພື່ອເຮັດໃຫ້ຕົນເອງໂດດເດັ່ນ ແລະ ຕອບສະໜອງຜົນປະໂຫຍດ ແລະ ຄວາມທະເຍີທະຍານຂອງພວກເຂົາເອງ; ພວກເຂົາບໍ່ເຄີຍຄຳນຶງເຖິງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເລີຍ ແລະ ພວກເຂົາເຖິງກັບທໍລະຍົດຕໍ່ຜົນປະໂຫຍດເຫຼົ່ານັ້ນ ເພື່ອແລກປ່ຽນມັນກັບກຽດຕິຍົດສ່ວນຕົວ (ພາກທີສອງ)

II. ຜົນປະໂຫຍດຂອງຜູ້ຕໍ່ຕ້ານພຣະຄຣິສ

ມື້ນີ້, ພວກເຮົາຈະສືບຕໍ່ໂອ້ລົມກ່ຽວກັບຂໍ້ທີເກົ້າໃນການສະແດງອອກຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສ. ຂໍ້ທີເກົ້າກ່ຽວກັບການສະແດງອອກຂອງພວກເຂົາເປັນດັ່ງນີ້: ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາພຽງເພື່ອເຮັດໃຫ້ຕົນເອງໂດດເດັ່ນ ແລະ ຕອບສະໜອງຜົນປະໂຫຍດ ແລະ ຄວາມທະເຍີທະຍານຂອງພວກເຂົາເອງ; ພວກເຂົາບໍ່ເຄີຍຄຳນຶງເຖິງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເລີຍ ແລະ ເຖິງກັບທໍລະຍົດຕໍ່ຜົນປະໂຫຍດເຫຼົ່ານັ້ນ ເພື່ອແລກປ່ຽນກັບ ກຽດຕິຍົດສ່ວນຕົວ. ຄັ້ງກ່ອນ, ພວກເຮົາໄດ້ໂອ້ລົມກ່ຽວກັບສ່ວນນ້ອຍໆຂອງຂໍ້ນີ້, ໂດຍພຽງເລີ່ມຕົ້ນຫົວຂໍ້ຂອງພວກເຮົາ ແລະ ໂອ້ລົມກ່ຽວກັບຜົນປະໂຫຍດແມ່ນຫຍັງ, ເຊິ່ງເປັນປະເດັນທີໜຶ່ງ. ສຳລັບປະເດັນທີສອງ, ພວກເຮົາໄດ້ໂອ້ລົມກ່ຽວກັບຜົນປະໂຫຍດຂອງຜູ້ຄົນແມ່ນຫຍັງ ແລະ ແກ່ນແທ້ຂອງຜົນປະໂຫຍດຂອງຜູ້ຄົນແມ່ນຫຍັງ. ປະເດັນທີສາມທີ່ພວກເຮົາໄດ້ໂອ້ລົມກັນແມ່ນກ່ຽວກັບຜົນປະໂຫຍດຂອງພຣະເຈົ້າແມ່ນຫຍັງ ແລະ ແກ່ນແທ້ຂອງຜົນປະໂຫຍດຂອງພຣະເຈົ້າແມ່ນຫຍັງ, ນີ້ແມ່ນເນື້ອໃນໂດຍສັງເຂບຂອງສາມປະເດັນທີ່ພວກເຮົາໄດ້ໂອ້ລົມກັນ. ສິ່ງທີ່ພວກເຮົາໄດ້ໂອ້ລົມກັນໃນຄັ້ງກ່ອນ ໂດຍພື້ນຖານແລ້ວແມ່ນຄວາມຈິງທາງດ້ານແນວຄິດ, ໂດຍໄດ້ກຳນົດນິຍາມສຳລັບດ້ານຕ່າງໆຂອງຜົນປະໂຫຍດ ແລະ ໃຫ້ຜູ້ຄົນມີຄວາມເຂົ້າໃຈກ່ຽວກັບແນວຄິດພື້ນຖານ. ຄັ້ງນີ້ ພວກເຮົາຈະບໍ່ເຈາະເລິກເພີ່ມເຕີມກ່ຽວກັບເນື້ອໃນທີ່ກ່າວມາຂ້າງເທິງ, ເພາະຫົວຂໍ້ທີ່ພວກເຮົາຈະໂອ້ລົມກັນສຳລັບຂໍ້ທີເກົ້າຂອງພວກເຮົາແມ່ນມີຈຸດປະສົງເພື່ອເນັ້ນໜັກເຖິງການສະແດງອອກຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສ. ສະນັ້ນ, ພວກເຮົາຈະສືບຕໍ່ມຸ່ງເນັ້ນໃສ່ການສະແດງອອກຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສໃນການໂອ້ລົມຂອງພວກເຮົາກ່ຽວກັບຂໍ້ນີ້. ໂດຍຫຼັກໆແລ້ວ ພວກເຮົາຈະໄດ້ໄຈ້ແຍກທັດສະນະຄະຕິ ແລະ ພຶດຕິກຳຂອງຜູ້ຕໍ່ຕ້ານພຣະຄຣິສ ທີ່ມີຕໍ່ຜົນປະໂຫຍດຕ່າງໆທີ່ກ່ຽວຂ້ອງກັບຕົນເອງ, ໂດຍໄດ້ພະຍາຍາມລະບຸເຖິງທຳມະຊາດ-ແກ່ນແທ້ ແລະ ອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ໄຈ້ແຍກພວກເຂົາຈາກມຸມມອງນີ້. ພວກເຮົາຈະເລີ່ມຕົ້ນໂດຍການໂອ້ລົມວ່າ ໃນສາຍຕາຂອງຜູ້ຕໍ່ຕ້ານພຣະຄຣິສນັ້ນ ສິ່ງໃດທີ່ກ່ຽວຂ້ອງກັບຜົນປະໂຫຍດຂອງພວກເຂົາ.

ໃນສາຍຕາຂອງຜູ້ຕໍ່ຕ້ານພຣະຄຣິສ, ພຣະເຈົ້າ, ເຮືອນຂອງພຣະເຈົ້າ ແລະ ຄຣິສຕະຈັກເປັນພຽງແຕ່ປ້າຍຊື່, ບາງທີອາດບໍ່ແມ່ນຫຍັງທີ່ຫຼາຍໄປກວ່າຊື່ເອີ້ນ, ໂດຍບໍ່ມີຄຸນຄ່າທີ່ແທ້ຈິງອັນໃດເລີຍ. ສະນັ້ນ, ພວກເຂົາຈຶ່ງເບິ່ງຜົນປະໂຫຍດຂອງພຣະເຈົ້າ, ຂອງເຮືອນຂອງພຣະເຈົ້າ ແລະ ຂອງຄຣິສຕະຈັກດ້ວຍການດູຖູກ ແລະ ສິ່ງເຫຼົ່ານັ້ນບໍ່ຢູ່ໃນສາຍຕາຂອງພວກເຂົາ ຫຼື ບໍ່ມີຄ່າຄວນແກ່ການສົນໃຈ. ໃນທາງກົງກັນຂ້າມ, ຜົນປະໂຫຍດສ່ວນຕົວຂອງຜູ້ຕໍ່ຕ້ານພຣະຄຣິສມີຄວາມສຳຄັນສູງສຸດສຳລັບພວກເຂົາ. ດ້ວຍເຫດນັ້ນ, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງມັກຈະທໍລະຍົດຕໍ່ຜົນປະໂຫຍດຂອງຄຣິສຕະຈັກ ແລະ ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າຢູ່ເລື້ອຍໆ ເພື່ອແລກປ່ຽນກັບຜົນປະໂຫຍດສ່ວນຕົວຂອງພວກເຂົາ. ຕອນນີ້, ໃຫ້ພວກເຮົາຈັດປະເພດ ແລະ ໄຈ້ແຍກຢ່າງລະອຽດວ່າ ສິ່ງໃດທີ່ກ່ຽວຂ້ອງກັບຜົນປະໂຫຍດຂອງຜູ້ຕໍ່ຕ້ານພຣະຄຣິສ, ເພື່ອໃຫ້ຜູ້ຄົນມີມຸມມອງທີ່ຊັດເຈນກ່ຽວກັບທັດສະນະຂອງພວກເຂົາ ຕໍ່ກັບເລື່ອງຂອງຜົນປະໂຫຍດ. ກ່ອນອື່ນໝົດ, ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະຖືກກຳນົດວ່າເປັນແນວໃດ, ບໍ່ວ່າຈະເປັນຜູ້ຕໍ່ຕ້ານພຣະຄຣິສ, ຄົນຊົ່ວຮ້າຍ ຫຼື ບຸກຄົນທີ່ບໍ່ໄດ້ປະຕິບັດຕາມຄວາມຈິງ ຫຼື ມີຄວາມເປັນປໍລະປັກຕໍ່ຄວາມຈິງ, ຄົນປະເພດນີ້ບໍ່ໄດ້ດຳລົງຊີວິດຢູ່ໃນສູນຍາກາດ. ພວກເຂົາດຳລົງຊີວິດຢູ່ໃນເນື້ອໜັງ ແລະ ມີຄວາມຕ້ອງການຄືກັນກັບຊີວິດຂອງມະນຸດປົກກະຕິ. ສະນັ້ນ, ຄົນແບບຜູ້ຕໍ່ຕ້ານພຣະຄຣິສທີ່ດຳລົງຊີວິດໃນບັນດາອ້າຍເອື້ອຍນ້ອງ ຫຼື ພາຍໃນເຮືອນຂອງພຣະເຈົ້າ ແລະ ໃນຄຣິສຕະຈັກ, ກໍມີຜົນປະໂຫຍດທີ່ກ່ຽວຂ້ອງກັບຄວາມປອດໄພຂອງພວກເຂົາເອງເຊັ່ນດຽວກັນ. ນີ້ແມ່ນຫົວຂໍ້ຍ່ອຍທຳອິດກ່ຽວກັບຜົນປະໂຫຍດຂອງຜູ້ຕໍ່ຕ້ານພຣະຄຣິສ ນັ້ນກໍຄື ຄວາມປອດໄພຂອງພວກເຂົາເອງ. ຫົວຂໍ້ຍ່ອຍທີສອງກ່ຽວກັບຜົນປະໂຫຍດຂອງຜູ້ຕໍ່ຕ້ານພຣະຄຣິສ ແມ່ນ ຊື່ສຽງ ແລະ ສະຖານະຂອງພວກເຂົາເອງ, ເຊິ່ງກ່ຽວຂ້ອງກັບສິດອໍານາດຂອງພວກເຂົາ. ຫົວຂໍ້ຍ່ອຍທີສາມກ່ຽວກັບຜົນປະໂຫຍດຂອງຜູ້ຕໍ່ຕ້ານພຣະຄຣິສ ເຊິ່ງມີສ່ວນພົວພັນກັບຜົນປະໂຫຍດຂອງພວກເຂົາ. ມັນຊັດເຈນກວ່າບໍທີ່ຈະໄຈ້ແຍກຜົນປະໂຫຍດຂອງຜູ້ຕໍ່ຕ້ານພຣະຄຣິສຜ່ານສາມຫົວຂໍ້ຍ່ອຍເຫຼົ່ານີ້ ເມື່ອທຽບກັບການໂອ້ລົມກ່ຽວກັບສິ່ງເຫຼົ່ານີ້ ໃນລັກສະນະທີ່ບໍ່ມີໂຄງສ້າງ ແລະ ໃນຮູບແບບທີ່ກົງໄປກົງມາ? (ແມ່ນແລ້ວ.) ຖ້າເຮົາຂໍໃຫ້ພວກເຈົ້າໄດ້ໂອ້ລົມໂດຍອີງໃສ່ສາມຫົວຂໍ້ຍ່ອຍເຫຼົ່ານີ້, ພວກເຈົ້າຈະມີຄວາມເຫັນອັນໃດບໍ? ພວກເຈົ້າສາມາດໂອ້ລົມຄວາມເຂົ້າໃຈບາງຢ່າງໄດ້ບໍ? (ຂ້ານ້ອຍອາດຈະສາມາດປຶກສາຫາລືເຖິງຄວາມເຫັນບາງຢ່າງກ່ຽວກັບຫົວຂໍ້ຍ່ອຍທີສອງ, ແຕ່ຂ້ານ້ອຍຍັງບໍ່ຄ່ອຍຊັດເຈນກ່ຽວກັບຄວາມປອດໄພ ແລະ ຜົນປະໂຫຍດສ່ວນຕົວ.) ໂອເຄ, ໃນຂະນະທີ່ເຮົາກຳລັງໂອ້ລົມ, ພວກເຈົ້າສາມາດເສີມບ່ອນທີ່ພວກເຈົ້າສາມາດເວົ້າໄດ້ຢ່າງຊັດເຈນ ແລະ ເຮົາຈະໂອ້ລົມກ່ຽວກັບສິ່ງທີ່ພວກເຈົ້າເຫັນວ່າບໍ່ຊັດເຈນ. ແບບນັ້ນໄດ້ບໍ? (ໄດ້.)

1. ຄວາມປອດໄພຂອງພວກເຂົາເອງ

ພວກເຮົາຈະເລີ່ມຕົ້ນການໂອ້ລົມຂອງພວກເຮົາ ດ້ວຍຫົວຂໍ້ຍ່ອຍທຳອິດທີ່ກຽວກັບຜົນປະໂຫຍດຂອງຜູ້ຕໍ່ຕ້ານພຣະຄຣິສ ນັ້ນກໍຄື ຄວາມປອດໄພຂອງພວກເຂົາເອງ. ຄວາມໝາຍຂອງຫົວຂໍ້ຍ່ອຍນີ້ຄວນມີຄວາມຊັດເຈນສຳລັບທຸກຄົນ; ມັນກ່ຽວຂ້ອງກັບຄວາມປອດໄພທາງດ້ານຮ່າງກາຍຂອງບຸກຄົນ. ໃນຈີນແຜ່ນດິນໃຫຍ່, ການເຊື່ອໃນພຣະເຈົ້າໝາຍເຖິງການດຳລົງຊີວິດຢູ່ໃນສະພາບແວດລ້ອມທີ່ເປັນອັນຕະລາຍ. ທຸກຄົນທີ່ຕິດຕາມພຣະເຈົ້າຕ້ອງໄດ້ປະເຊີນກັບຄວາມສ່ຽງທີ່ຈະຖືກຈັບກຸມ, ຖືກຕັດສິນໂທດ ແລະ ຖືກຂົ່ມເຫັງຢ່າງໂຫດຮ້າຍ ໂດຍມັງກອນແດງທີ່ຍິ່ງໃຫຍ່ໃນແຕ່ລະມື້. ຜູ້ຕໍ່ຕ້ານພຣະຄຣິສກໍບໍ່ມີຂໍ້ຍົກເວັ້ນ. ໃນຂະນະທີ່ພວກເຂົາອາດຈະຖືກກຳນົດລັກສະນະວ່າ ເປັນຜູ້ຕໍ່ຕ້ານພຣະຄຣິສພາຍໃນເຮືອນຂອງພຣະເຈົ້າ, ມັງກອນແດງທີ່ຍິ່ງໃຫຍ່, ໂດຍການຮ່ວມມືກັບໂລກທາງສາສະໜາ, ໄດ້ພະຍາຍາມຢ່າງເຖິງທີ່ສຸດຢູ່ສະເໝີເພື່ອປາບປາມ ແລະ ຂົ່ມເຫັງຄຣິສຕະຈັກຂອງພຣະເຈົ້າ ແລະ ຜູ້ຄົນທີ່ພຣະອົງເລືອກ ແລະ ແນ່ນອນວ່າ ຜູ້ຕໍ່ຕ້ານພຣະຄຣິສກໍພົບວ່າພວກເຂົາເອງຢູ່ໃນສະພາບແວດລ້ອມແບບນັ້ນເຊັ່ນດຽວກັນ ແລະ ບໍ່ໄດ້ຮັບການຍົກເວັ້ນຈາກການຂົ່ມຂູ່ຂອງການຖືກຈັບກຸມ. ສະນັ້ນ, ພວກເຂົາຈຶ່ງຕ້ອງໄດ້ພົບພໍ້ກັບບັນຫາເລື່ອງຄວາມປອດໄພຂອງພວກເຂົາເອງຢູ່ເລື້ອຍໆ. ສິ່ງນີ້ກ່ຽວຂ້ອງກັບຄຳຖາມທີ່ວ່າ ຜູ້ຕໍ່ຕ້ານພຣະຄຣິສຈັດການກັບຄວາມປອດໄພຂອງພວກເຂົາເອງແນວໃດ. ສຳລັບຫົວຂໍ້ຍ່ອຍນີ້ ໂດຍຫຼັກໆແລ້ວ ພວກເຮົາກຳລັງໂອ້ລົມກ່ຽວກັບທັດສະນະຄະຕິ ຂອງຜູ້ຕໍ່ຕ້ານພຣະຄຣິສທີ່ມີຕໍ່ຄວາມປອດໄພຂອງພວກເຂົາເອງ. ແລ້ວທັດສະນະຄະຕິຂອງພວກເຂົາແມ່ນຫຍັງ? (ພວກເຂົາໄດ້ພະຍາຍາມຢ່າງເຖິງທີ່ສຸດ ເພື່ອປົກປ້ອງຄວາມປອດໄພຂອງພວກເຂົາເອງ.) ຜູ້ຕໍ່ຕ້ານພຣະຄຣິສໄດ້ພະຍາຍາມຢ່າງເຖິງທີ່ສຸດ ເພື່ອປົກປ້ອງຄວາມປອດໄພຂອງພວກເຂົາ. ສິ່ງທີ່ພວກເຂົາຄິດກັບຕົນເອງກໍຄື: “ຂ້ອຍຕ້ອງຮັບປະກັນຄວາມປອດໄພຂອງຂ້ອຍຢ່າງເດັດຂາດ. ບໍ່ວ່າໃຜຈະຖືກຈັບ, ມັນຕ້ອງບໍ່ແມ່ນຂ້ອຍ”. ໃນເລື່ອງນີ້, ພວກເຂົາມັກຈະເຂົ້າຫາພຣະເຈົ້າດ້ວຍການອະທິຖານ, ໂດຍອ້ອນວອນຂໍໃຫ້ພຣະເຈົ້າປົກປັກຮັກສາພວກເຂົາຈາກການພົບກັບບັນຫາ. ພວກເຂົາຮູ້ສຶກວ່າບໍ່ວ່າຈະເກີດຫຍັງຂຶ້ນກໍຕາມ, ພວກເຂົາກໍກຳລັງປະຕິບັດວຽກງານການນໍາພາຄຣິສຕະຈັກຢ່າງແທ້ຈິງ ແລະ ພຣະເຈົ້າຄວນປົກປ້ອງພວກເຂົາ. ເພື່ອເຫັນແກ່ຄວາມປອດໄພຂອງພວກເຂົາເອງ ແລະ ເພື່ອຫຼີກລ່ຽງຈາກການຖືກຈັບກຸມ, ຫຼົບໜີຈາກການຂົ່ມເຫັງທັງໝົດ ແລະ ເອົາພວກເຂົາເອງໄປຢູ່ໃນສະພາບແວດລ້ອມທີ່ປອດໄພ, ຜູ້ຕໍ່ຕ້ານພຣະຄຣິສມັກຈະອ້ອນວອນ ແລະ ອະທິຖານເພື່ອຄວາມປອດໄພຂອງພວກເຂົາເອງ. ມີພຽງແຕ່ເມື່ອເວົ້າເຖິງຄວາມປອດໄພຂອງພວກເຂົາເອງເທົ່ານັ້ນ ພວກເຂົາຈຶ່ງເພິ່ງພາອາໄສ ແລະ ມອບພວກເຂົາເອງໃຫ້ແກ່ພຣະເຈົ້າຢ່າງແທ້ຈິງ. ພວກເຂົາມີຄວາມສັດທາທີ່ແທ້ຈິງເມື່ອເວົ້າເຖິງເລື່ອງນີ້ ແລະ ການເພິ່ງພາອາໄສພຣະເຈົ້າຂອງພວກເຂົາກໍເປັນເລື່ອງຈິງ. ພວກເຂົາພຽງແຕ່ສົນໃຈທີ່ຈະອະທິຖານຕໍ່ພຣະເຈົ້າ ໂດຍຂໍໃຫ້ພຣະອົງປົກປ້ອງຄວາມປອດໄພຂອງພວກເຂົາ, ໂດຍບໍ່ໄດ້ຄິດເຖິງວຽກງານຂອງຄຣິສຕະຈັກ ຫຼື ໜ້າທີ່ຂອງພວກເຂົາແມ່ນແຕ່ໜ້ອຍດຽວ. ໃນວຽກງານຂອງພວກເຂົາ, ຄວາມປອດໄພສ່ວນຕົວກໍຄືຫຼັກການທີ່ຊີ້ນໍາພວກເຂົາ. ຖ້າສະຖານທີ່ມີຄວາມປອດໄພ, ຜູ້ຕໍ່ຕ້ານພຣະຄຣິສກໍຈະເລືອກສະຖານທີ່ນັ້ນເພື່ອເຮັດວຽກງານ ແລະ ແນ່ນອນວ່າ ພວກເຂົາຈະເບິ່ງຄືວ່າມີຄວາມຫ້າວຫັນ ແລະ ເບິ່ງໂລກໃນແງ່ບວກຫຼາຍ, ໂດຍອວດອ້າງ “ສຳນຶກຄວາມຮັບຜິດຊອບ” ແລະ “ຄວາມຈົງຮັກພັກດີ” ອັນຍິ່ງໃຫຍ່ຂອງພວກເຂົາ. ຖ້າການເຮັດວຽກງານບາງຢ່າງໝາຍຄວາມວ່າພວກເຂົາຕ້ອງໄດ້ຮັບຄວາມສ່ຽງ ແລະ ມີແນວໂນ້ມວ່າພວກເຂົາຈະພົບກັບອັນຕະລາຍ, ວ່າພວກເຂົາຈະຖືກຄົ້ນພົບໂດຍມັງກອນແດງທີ່ຍິ່ງໃຫຍ່, ພວກເຂົາກໍຈະຫາຂໍ້ອ້າງ ແລະ ປະຕິເສດມັນ ແລະ ຊອກຫາໂອກາດທີ່ຈະຫຼົບໜີຈາກມັນ. ທັນທີທີ່ມີອັນຕະລາຍ ຫຼື ທັນທີທີ່ມີສັນຍານຂອງອັນຕະລາຍ, ພວກເຂົາກໍຈະຄິດຫາທຸກວິທີທາງທີ່ເປັນໄປໄດ້ ເພື່ອເອົາຕົນເອງໃຫ້ລອດ ແລະ ປະຖິ້ມໜ້າທີ່ຂອງພວກເຂົາ, ໂດຍບໍ່ໄດ້ສົນໃຈອ້າຍເອື້ອຍນ້ອງ ແລະ ພຽງແຕ່ກັງວົນກັບການເອົາຕົນເອງອອກມາຈາກອັນຕະລາຍເທົ່ານັ້ນ. ພວກເຂົາອາດຈະກະກຽມທາງດ້ານຈິດໃຈໄວ້ແລ້ວ: ທັນທີທີ່ອັນຕະລາຍປາກົດຂຶ້ນ, ພວກເຂົາກໍຈະຖິ້ມວຽກງານທັງໝົດທີ່ພວກເຂົາກຳລັງເຮັດໃນທັນທີ, ໂດຍບໍ່ໄດ້ສົນໃຈວ່າວຽກງານຂອງຄຣິສຕະຈັກຈະເປັນແນວໃດ ຫຼື ມັນຈະກໍ່ໃຫ້ເກີດຄວາມເສຍຫາຍຫຍັງຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ຫຼື ກ່ຽວກັບຄວາມປອດໄພຂອງອ້າຍເອື້ອຍນ້ອງ, ເຊິ່ງສິ່ງສຳຄັນສຳລັບພວກເຂົາກໍຄືການຫຼົບໜີ. ພວກເຂົາເຖິງກັບມີ “ໄພ້ເດັດໃນມື”, ເປັນແຜນການທີ່ຈະປົກປ້ອງພວກເຂົາເອງ: ທັນທີທີ່ອັນຕະລາຍມາເຖິງພວກເຂົາ ຫຼື ພວກເຂົາຖືກຈັບກຸມ, ພວກເຂົາກໍຈະເວົ້າທຸກຢ່າງທີ່ພວກເຂົາຮູ້, ໂດຍແກ້ຕົວ ແລະ ເຮັດໃຫ້ພວກເຂົາເອງພົ້ນຈາກຄວາມຮັບຜິດຊອບທັງໝົດ ເພື່ອຮັກສາຄວາມປອດໄພຂອງພວກເຂົາເອງ. ນີ້ຄືແຜນການທີ່ພວກເຂົາກຽມພ້ອມໄວ້ແລ້ວ. ຄົນເຫຼົ່ານີ້ບໍ່ໄດ້ເຕັມໃຈທີ່ຈະທົນທຸກທໍລະມານຕໍ່ການຂົ່ມເຫັງ ເພື່ອການເຊື່ອໃນພຣະເຈົ້າ; ພວກເຂົາຢ້ານການຖືກຈັບກຸມ, ຖືກທໍລະມານ ແລະ ຖືກຕັດສິນໂທດ. ຄວາມຈິງກໍຄື ພວກເຂົາໄດ້ຍອມຈໍານົນຕໍ່ຊາຕານໃນຫົວໃຈຂອງພວກເຂົາມາດົນແລ້ວ. ພວກເຂົາຢ້ານກົວຕໍ່ອຳນາດຂອງລະບອບຂອງຊາຕານ ແລະ ຍິ່ງຢ້ານຫຼາຍກວ່າເກົ່າຕໍ່ສິ່ງຕ່າງໆ ເຊັ່ນ: ການທໍລະມານ ແລະ ການສອບສວນຢ່າງຮຸນແຮງທີ່ຈະເກີດຂຶ້ນກັບພວກເຂົາ. ສະນັ້ນ, ກັບຜູ້ຕໍ່ຕ້ານພຣະຄຣິສ, ຖ້າທຸກຢ່າງລ່ຽນໄຫຼໄປໄດ້ດີ ແລະ ບໍ່ມີການຂົ່ມຂູ່ ຫຼື ບັນຫາຕໍ່ຄວາມປອດໄພຂອງພວກເຂົາເລີຍ ແລະ ບໍ່ມີອັນຕະລາຍທີ່ອາດເກີດຂຶ້ນ, ພວກເຂົາກໍອາດຈະສະເໜີຄວາມກະຕືລືລົ້ນ ແລະ “ຄວາມຈົງຮັກພັກດີ” ຂອງພວກເຂົາ ແລະ ແມ່ນແຕ່ຊັບສິນຂອງພວກເຂົາ. ແຕ່ຖ້າສະຖານະການບໍ່ດີ ແລະ ພວກເຂົາອາດຈະຖືກຈັບກຸມໄດ້ຕະຫຼອດເວລາສຳລັບການເຊື່ອໃນພຣະເຈົ້າ ແລະ ການປະຕິບັດໜ້າທີ່ຂອງພວກເຂົາ ແລະ ຖ້າຄວາມເຊື່ອໃນພຣະເຈົ້າຂອງພວກເຂົາ ອາດຈະເຮັດໃຫ້ພວກເຂົາຖືກໄລ່ອອກຈາກຕຳແໜ່ງທາງການຂອງພວກເຂົາ ຫຼື ຖືກປະຖິ້ມໂດຍຄົນໃກ້ຊິດເຫຼົ່ານັ້ນຂອງພວກເຂົາ, ແລ້ວພວກເຂົາກໍຈະລະມັດລະວັງເປັນພິເສດ, ບໍ່ໄດ້ເທດສະໜາພຣະກິດຕິຄຸນ ແລະ ບໍ່ໄດ້ເປັນພະຍານໃຫ້ແກ່ພຣະເຈົ້າ ແລະ ບໍ່ປະຕິບັດໜ້າທີ່ຂອງພວກເຂົາ. ເມື່ອມີສັນຍານຂອງບັນຫາພຽງເລັກນ້ອຍ, ພວກເຂົາກໍຫົວຫົດຄືກັບເຕົ່າທີ່ຫົດຫົວເຂົ້າໄປໃນກະດອງ; ເມື່ອມີສັນຍານຂອງບັນຫາພຽງເລັກນ້ອຍ, ພວກເຂົາກໍປາຖະໜາທີ່ຈະສົ່ງປຶ້ມພຣະທຳຂອງພຣະເຈົ້າ ແລະ ສິ່ງໃດກໍຕາມທີ່ກ່ຽວຂ້ອງກັບຄວາມເຊື່ອໃນພຣະເຈົ້າ ກັບຄືນສູ່ຄຣິສຕະຈັກໃນທັນທີ, ເພື່ອຮັກສາພວກເຂົາເອງໃຫ້ປອດໄພ ແລະ ບໍ່ເປັນອັນຕະລາຍ. ພວກເຂົາບໍ່ເປັນອັນຕະລາຍແມ່ນບໍ? ຖ້າຖືກຈັບກຸມ, ພວກເຂົາຈະບໍ່ກາຍເປັນຢູດາບໍ? ຜູ້ຕໍ່ຕ້ານພຣະຄຣິສເປັນອັນຕະລາຍຫຼາຍ ຈົນພວກເຂົາອາດຈະກາຍເປັນຢູດາໄດ້ຕະຫຼອດເວລາ; ມີຄວາມເປັນໄປໄດ້ສະເໝີທີ່ພວກເຂົາຈະທໍລະຍົດຕໍ່ພຣະເຈົ້າ. ຍິ່ງໄປກວ່ານັ້ນ, ພວກເຂົາເຫັນແກ່ຕົວ ແລະ ໜ້າລັງກຽດຈົນເຖິງທີ່ສຸດ. ສິ່ງນີ້ໄດ້ຖືກກຳນົດໂດຍທຳມະຊາດ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສຢູ່ແລ້ວ.

ບາງຄົນອາດຈະເວົ້າວ່າ “ບາງທີຄົນທີ່ມີການສະແດງອອກເຫຼົ່ານີ້ ອາດຈະພົບເຫັນໄດ້ສະເພາະໃນປະເທດຂອງມັງກອນແດງທີ່ຍິ່ງໃຫຍ່, ໃນບໍລິບົດສັງຄົມຂອງປະເທດຈີນເທົ່ານັ້ນ. ເມື່ອເຈົ້າໄປຕ່າງປະເທດ, ກໍບໍ່ໄດ້ມີການຂົ່ມເຫັງ ຫຼື ການຈັບກຸມ, ສະນັ້ນ ຄວາມປອດໄພສ່ວນຕົວຈຶ່ງບໍ່ໄດ້ມີສ່ວນກ່ຽວຂ້ອງ. ຍັງມີຄວາມຈຳເປັນສຳລັບຫົວຂໍ້ນີ້ຢູ່ບໍ?” ພວກເຈົ້າຄິດວ່າມີຄວາມຈຳເປັນສຳລັບຫົວຂໍ້ນີ້ບໍ? (ມີຄວາມຈຳເປັນ.) ເຖິງແມ່ນວ່າຢູ່ຕ່າງປະເທດ, ຫຼາຍຄົນທີ່ປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າ ກໍມັກຈະສະແດງພຶດຕິກຳເຫຼົ່ານີ້ຢູ່ເລືອຍໆ. ທັນທີທີ່ການສົນທະນາປ່ຽນໄປເປັນເລື່ອງການໂຈມຕີ, ການໃສ່ຮ້າຍປ້າຍສີ ແລະ ການເຄື່ອນໄຫວທີ່ຕໍ່ຕ້ານເຮືອນຂອງພຣະເຈົ້າ ໂດຍລະບອບການເມືອງຂອງປະເທດໃດໜຶ່ງ, ໂດຍຜູ້ບໍ່ມີຄວາມເຊື່ອ ຫຼື ໂດຍໂລກທາງສາສະໜາ, ຄົນບາງຈຳນວນກໍຮູ້ສຶກຢ້ານກົວ ແລະ ຂີ້ຢ້ານຢ່າງເລິກເຊິ່ງໃນຫົວໃຈ. ພວກເຂົາອາດເຖິງຂັ້ນຮູ້ສຶກວ່າພວກເຂົາຈະດີກວ່າໃນຕອນນີ້ ແລະ ມີອິດສະລະຫຼາຍຂຶ້ນຖ້າພວກເຂົາບໍ່ເຊື່ອໃນພຣະເຈົ້າ, ບາງຄົນໃນພວກເຂົາກໍເສຍໃຈທີ່ມອບຄວາມສັດທາຂອງພວກເຂົາໃຫ້ແກ່ພຣະເຈົ້າ ແລະ ໃນຫົວໃຈຂອງພວກເຂົາ, ບາງຄົນເຖິງກັບຄິດທີ່ຈະຖອຍໜີ ແລະ ມີຄວາມຄິດທີ່ຈະຖອນຕົວ. ຄົນແບບນີ້ມີຄວາມກັງວົນກ່ຽວກັບຄວາມປອດໄພຂອງພວກເຂົາເອງຢູ່ຕະຫຼອດເວລາ, ໂດຍຮູ້ສຶກວ່າບໍ່ມີຫຍັງສຳຄັນຫຼາຍກວ່ານີ້ແລ້ວ. ຊີວິດຂອງພວກເຂົາ ແລະ ຄວາມປອດໄພຂອງພວກເຂົາເອງຄື ຄວາມກັງວົນອັນດັບຕົ້ນໆໃນສ່ວນເລິກຂອງຫົວໃຈຂອງພວກເຂົາ. ສະນັ້ນ, ເມື່ອປະເຊີນກັບການທີ່ໂລກ ແລະ ມະນຸດຊາດທັງປວງກ່າວຫາ, ໃສ່ຮ້າຍປ້າຍສີ ແລະ ປະນາມຄຣິສຕະຈັກ ແລະ ພາລະກິດຂອງພຣະເຈົ້າ, ຄົນເຫຼົ່ານີ້ບໍ່ໄດ້ຢືນຢູ່ຂ້າງພຣະເຈົ້າໃນຫົວໃຈຂອງພວກເຂົາ. ແທນທີ່ຈະເປັນແນວນັ້ນ, ເມື່ອສິ່ງເຫຼົ່ານີ້ໄດ້ເກີດຂຶ້ນ, ເມື່ອພວກເຂົາໄດ້ຍິນສຽງທີ່ກຳລັງກ່າວຫາ ແລະ ກຳລັງປະນາມພຣະເຈົ້າ, ໃນສ່ວນເລິກແລ້ວ, ພວກເຂົາໄດ້ຢືນຢູ່ຝ່າຍກົງກັນຂ້າມກັບພຣະເຈົ້າ. ພວກເຂົາປາຖະໜາຢ່າງແຮງກ້າທີ່ຈະຂີດເສັ້ນແບ່ງລະຫວ່າງຕົນເອງກັບພຣະເຈົ້າ, ກັບເຮືອນຂອງພຣະອົງ ແລະ ກັບຄຣິສຕະຈັກ. ຍິ່ງໄປກວ່ານັ້ນ, ໃນຊ່ວງເວລາແບບນີ້, ການຍອມຮັບວ່າພວກເຂົາເຊື່ອໃນພຣະເຈົ້າເປັນວຽກທີ່ຍາກລຳບາກ ແລະ ເຈັບປວດສຳລັບພວກເຂົາ. ພວກເຂົາຕ້ອງການທີ່ຈະບໍ່ມີສ່ວນກ່ຽວຂ້ອງຫຍັງກັບພຣະເຈົ້າ, ກັບເຮືອນຂອງພຣະອົງ ຫຼື ກັບຄຣິສຕະຈັກຢ່າງຍິ່ງ. ໃນເວລາແບບນີ້, ພວກເຂົາຮູ້ສຶກບໍ່ສະບາຍໃຈ ແລະ ເຖິງຂັ້ນອັບອາຍ ແລະ ບໍ່ສາມາດສະແດງຕົວວ່າເປັນສະມາຊິກຂອງເຮືອນຂອງພຣະເຈົ້າ. ຄົນເຊັ່ນນີ້ເປັນຜູ້ຕິດຕາມພຣະເຈົ້າຢ່າງແທ້ຈິງບໍ? ພວກເຂົາໄດ້ປະຖິ້ມທຸກສິ່ງທຸກຢ່າງເພື່ອຕິດຕາມພຣະເຈົ້າຢ່າງແທ້ຈິງບໍ? (ບໍ່.) ເມື່ອຜູ້ຄົນເຊື່ອໃນພຣະເຈົ້າໃນຈີນແຜ່ນດິນໃຫຍ່, ພວກເຂົາມັກຈະປະເຊີນກັບການຂົ່ມເຫັງ ແລະ ການຈັບກຸມ ແລະ ມັກຈະພົບພໍ້ກັບບັນຫາທາງດ້ານຄວາມປອດໄພສ່ວນຕົວຢູ່ສະເໝີ; ເຖິງແມ່ນວ່າສະພາບແວດລ້ອມຢູ່ຕ່າງປະເທດຈະບໍ່ຮຸນແຮງປານໃດ, ຜູ້ຄົນກໍຍັງພົບພໍ້ກັບສະຖານະການທີ່ຄ້າຍຄືກັນ. ພວກເຂົາປະເຊີນກັບການໃສ່ຮ້າຍປ້າຍສີ ແລະ ການປະນາມຈາກໂລກທາງສາສະໜາ ແລະ ພວກເຂົາຕ້ອງໄດ້ປະເຊີນກັບຄວາມເສີຍເມີຍ ຫຼື ຄຳເວົ້າບາງຄຳທີ່ສະແດງເຖິງຄວາມບໍ່ເຂົ້າໃຈຂອງປະເທດຕ່າງໆທີ່ມີຕໍ່ຄຣິສຕະຈັກ. ບາງຄົນຮູ້ສຶກສັບສົນ ແລະ ເຖິງຂັ້ນມີຄວາມບໍ່ແນ່ໃຈ ແລະ ຂໍ້ສົງໄສວ່າພາລະກິດຂອງພຣະເຈົ້າເປັນຂອງແທ້ ຫຼື ບໍ່, ໂດຍໄດ້ຕັ້ງຄຳຖາມກ່ຽວກັບຄວາມຖືກຕ້ອງຂອງພຣະເຈົ້າຍິ່ງຂຶ້ນໄປອີກ. ສະນັ້ນ, ເນື່ອງຈາກພວກເຂົາໄດ້ຄຳນຶງເຖິງຄວາມປອດໄພຂອງພວກເຂົາເອງຢູ່ເລື້ອຍໆ, ພວກເຂົາຈຶ່ງບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາໃນເຮືອນຂອງພຣະເຈົ້າ ດ້ວຍຫົວໃຈທີ່ໝັ້ນຄົງ ແລະ ສະບາຍໃຈໄດ້. ບຸກຄົນເຫຼົ່ານີ້ໄດ້ມອບຊີວິດຂອງພວກເຂົາໃຫ້ແກ່ພຣະເຈົ້າຢ່າງແທ້ຈິງແລ້ວບໍ? (ບໍ່, ພວກເຂົາຍັງບໍ່ໄດ້ມອບໃຫ້.) ບາງຄົນເຖິງກັບຄິດວ່າ “ການມາຕ່າງປະເທດໝາຍເຖິງການຫຼົບໜີຈາກກຳມືຂອງມັງກອນແດງທີ່ຍິ່ງໃຫຍ່, ບໍ່ແມ່ນບໍ? ບໍ່ມີອິດສະລະພາບທາງສາສະໜາຢູ່ຕ່າງປະເທດບໍ? ທຸກສິ່ງທຸກຢ່າງລ້ວນມີອິດສະລະ ແລະ ໄດ້ຮັບການປົດປ່ອຍບໍ່ແມ່ນບໍ? ໃນເມື່ອພຣະເຈົ້າໄດ້ນໍາພາພວກເຮົາມາຕ່າງປະເທດ ເພື່ອປະຕິບັດໜ້າທີ່ຂອງພວກເຮົາ, ເປັນຫຍັງພວກເຮົາຈຶ່ງຍັງຕ້ອງປະເຊີນກັບສະພາບທີ່ຍາກລຳບາກຄືເກົ່າ? ເປັນຫຍັງພວກເຮົາຈຶ່ງຍັງຕ້ອງຮຽນຮູ້ບົດຮຽນເຫຼົ່ານີ້ ແລະ ຜ່ານຄວາມທຸກທໍລະມານນີ້ຢູ່ຕ່າງປະເທດ?” ບາງຄົນມີຂໍ້ສົງໄສໃນຫົວໃຈຂອງພວກເຂົາ ແລະ ບາງຄົນບໍ່ພຽງແຕ່ສົງໄສເທົ່ານັ້ນ ແຕ່ຍັງຕໍ່ຕ້ານ, ໂດຍມີຄຳຖາມ ເຊັ່ນ: “ໃນເມື່ອມັນເປັນເສັ້ນທາງທີ່ແທ້ຈິງ, ໃນເມື່ອມັນເປັນພາລະກິດຂອງພຣະເຈົ້າ, ເປັນຫຍັງພວກເຮົາ, ຜູ້ທີ່ມີຄວາມຈົງຮັກພັກດີໃນການປະຕິບັດໜ້າທີ່ຂອງພວກເຮົາ, ຜູ້ທີ່ໄດ້ປະຖິ້ມທຸກສິ່ງທຸກຢ່າງ ເພື່ອອຸທິດຕົນໃຫ້ກັບພຣະເຈົ້າ, ຈຶ່ງຍັງຕ້ອງອົດທົນກັບການປະຕິບັດທີ່ບໍ່ເທົ່າທຽມກັນເຊັ່ນນີ້ໃນໂລກນີ້ຢູ່?” ພວກເຂົາບໍ່ເຂົ້າໃຈ. ເພາະວ່າພວກເຂົາບໍ່ເຂົ້າໃຈ ແລະ ພວກເຂົາໃຫ້ຄວາມສຳຄັນກັບຄວາມປອດໄພຂອງພວກເຂົາເອງເໜືອສິ່ງອື່ນໃດ, ສະນັ້ນ, ພວກເຂົາຈຶ່ງປ່ຽນຄວາມບໍ່ເຂົ້າໃຈນີ້ໃຫ້ເປັນການຈົ່ມວ່າ ແລະ ການຕັ້ງຄຳຖາມທີ່ມີຕໍ່ພຣະເຈົ້າ. ມັນບໍ່ໄດ້ເປັນແບບນັ້ນບໍ? (ແມ່ນແລ້ວ.) ບາງຄົນທີ່ຢູ່ຕ່າງປະເທດເຖິງຂັ້ນຢ້ານ ທີ່ຈະຮັບຄວາມສ່ຽງໃນການປະຕິບັດໜ້າທີ່ຂອງພວກເຂົາ. ຖ້າພວກເຂົາໄດ້ຮັບມອບໝາຍໜ້າທີ່ທີ່ກ່ຽວຂ້ອງກັບຄວາມສ່ຽງບາງຢ່າງ, ພວກເຂົາກໍຈະຊອກຫາຂໍ້ອ້າງ ເຊັ່ນ: “ຂ້ອຍບໍ່ເໝາະສົມກັບໜ້າທີ່ນີ້. ຄອບຄົວຂອງຂ້ອຍຍັງຢູ່ໃນຈີນແຜ່ນດິນໃຫຍ່ ແລະ ຖ້າມັງກອນແດງທີ່ຍິ່ງໃຫຍ່ພົບຂ້ອຍ, ມັນຈະບໍ່ເປັນບັນຫາສຳລັບຂ້ອຍບໍ?” ພວກເຂົາປະຕິເສດທີ່ຈະປະຕິບັດໜ້າທີ່ເຊັ່ນນີ້. ພວກເຂົາເລືອກທີ່ຈະຮັກສາຕົນເອງ, ປົກປ້ອງຄວາມປອດໄພຂອງພວກເຂົາເອງ ແລະ ຮັກສາຊີວິດຂອງພວກເຂົາເອງ. ພວກເຂົາເຫຼືອທາງລອດໃຫ້ຕົນເອງ ແທນທີ່ຈະມອບຕົນເອງຢ່າງສົມບູນ, ປ່ອຍວາງທຸກສິ່ງທຸກຢ່າງ ແລະ ປະຖິ້ມທຸກສິ່ງທຸກຢ່າງ ເພື່ອຍອມຮັບໜ້າທີ່ຂອງພວກເຂົາ. ພວກເຂົາບໍ່ສາມາດບັນລຸສິ່ງນີ້ໄດ້. ສິ່ງເຫຼົ່ານີ້ແມ່ນພຶດຕິກຳບາງຢ່າງຂອງພວກເຂົາ ເມື່ອເວົ້າເຖິງຄວາມປອດໄພຂອງພວກເຂົາເອງ. ບາງຄົນຮູ້ສຶກບໍ່ສະບາຍໃຈໃນຫົວໃຈຂອງພວກເຂົາ ແລະ ອະທິຖານກ່ຽວກັບເລື່ອງນີ້ຢູ່ສະເໝີ. ບາງຄົນມັກຈະຮູ້ສຶກຢ້ານກົວ ແລະ ຂີ້ຢ້ານຢູ່ສະເໝີ, ໂດຍຄິດວ່າອຳນາດຂອງຊາຕານນັ້ນມີພະລັງຫຼາຍເກີນໄປ ແລະ ຄົນທຳມະດາຄືພວກເຂົາຈະສາມາດຕໍ່ຕ້ານໄດ້ແນວໃດ? ສະນັ້ນ, ພວກເຂົາຈຶ່ງມັກຈະຢ້ານກົວ ແລະ ກັງວົນກ່ຽວກັບເລື່ອງນີ້. ບາງຄົນເຖິງຂັ້ນຮູ້ສຶກວ່າ ທັນທີທີ່ພວກເຂົາຖືກຈັບກຸມ, ຄຣິສຕະຈັກ ຫຼື ເຮືອນຂອງພຣະເຈົ້າກໍຈະບໍ່ສາມາດເຮັດຫຍັງໄດ້, ຈະບໍ່ມີໃຜສາມາດຊ່ວຍໄດ້ຖ້າມີບາງສິ່ງບາງຢ່າງເກີດຂຶ້ນ. ສະນັ້ນ, ພວກເຂົາຈຶ່ງຄິດວ່າມັນສຳຄັນທີ່ສຸດທີ່ຈະປົກປ້ອງຕົວພວກເຂົາເອງ. ດ້ວຍເຫດນັ້ນ, ເມື່ອພວກເຂົາຈຳເປັນຕ້ອງອອກໜ້າ ແລະ ແບກຮັບໜ້າທີ່ທີ່ມີຄວາມສ່ຽງ, ພວກເຂົາກໍຫຼົບລີ້ຕົວເອງ ແລະ ບໍ່ມີໃຜສາມາດຊັກຈູງພວກເຂົາໄດ້. ພວກເຂົາອ້າງວ່າພວກເຂົາບໍ່ມີຄວາມສາມາດ, ໂດຍຊອກຫາຂໍ້ອ້າງ ແລະ ເຫດຜົນທຸກຮູບແບບ ເພື່ອປະຕິເສດໜ້າທີ່ທີ່ມີຄວາມສຳຄັນທີ່ເຮືອນຂອງພຣະເຈົ້າຝາກຝັງໃຫ້ພວກເຂົາ. ຖ້າສະພາບແວດລ້ອມດີ, ຄົນເຫຼົ່ານີ້ອາດຈະເຖິງຂັ້ນຢືນຢູ່ໃນສະຖານທີ່ສາທາລະນະຕໍ່ໜ້າຝູງຊົນຈຳນວນຫຼາຍ ພ້ອມກັບໄມໂຄຣໂຟນ ແລະ ຮ້ອງວ່າ “ຂ້ອຍເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຂ້ອຍເປັນສະມາຊິກຂອງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ຂ້ອຍຫວັງວ່າທຸກຄົນຈະສາມາດມາ ແລະ ສືບສວນເສັ້ນທາງທີ່ແທ້ຈິງ”. ພວກເຂົາສາມາດເຮັດສິ່ງນີ້ໄດ້ ໂດຍບໍ່ມີຄວາມຢ້ານກົວອັນໃດ ເມື່ອຄວາມປອດໄພສ່ວນຕົວຂອງພວກເຂົາບໍ່ຕົກຢູ່ໃນຄວາມສ່ຽງ. ເມື່ອມີສັນຍານຂອງການຂົ່ມຂູ່ພຽງເລັກນ້ອຍ ຫຼື ສະຖານະການໃດກໍຕາມທີ່ມີສ່ວນພົວພັນກັບຄວາມປອດໄພຂອງພວກເຂົາເອງ ຫຼື ເມື່ອມີສະຖານະການກະທັນຫັນເກີດຂຶ້ນ, ຄວາມກະຕືລືລົ້ນຂອງພວກເຂົາກໍຫາຍໄປ, “ຄວາມຈົງຮັກພັກດີ” ຂອງພວກເຂົາກໍສູນຫາຍໄປ ແລະ “ຄວາມສັດທາ” ຂອງພວກເຂົາກໍຈືດຈາງໄປ. ພວກເຂົາຮູ້ພຽງແຕ່ວ່າຈະຫຼົບໜີໄປທາງນັ້ນທາງນີ້, ພະຍາຍາມຊອກຫາວຽກງານເບື້ອງຫຼັງທີ່ບໍ່ເປັນທີ່ສັງເກດເຫັນ ເພື່ອປະຕິບັດຕາມຢູ່ສະເໝີ, ຜັກດັນວຽກງານ ແລະ ໜ້າທີ່ທີ່ຕ້ອງການການອອກໜ້າ ແລະ ການແບກຮັບຄວາມສ່ຽງໃຫ້ຄົນອື່ນ. ທັນທີທີ່ສະພາບແວດລ້ອມດີຂຶ້ນ, ພວກເຂົາກໍໂຜ່ໜ້າຂຶ້ນມາອີກຄັ້ງຄືກັບຕົວຕະຫຼົກໃນລະຄອນ. ເປັນຫຍັງພວກເຂົາຈຶ່ງປາກົດຕົວອີກຄັ້ງ? ເພື່ອເລີ່ມຕົ້ນສະແດງຕົນເອງ, ເພື່ອໃຫ້ຜູ້ຄົນຮູ້ເຖິງການມີຕົວຕົນຂອງພວກເຂົາ, ເພື່ອສະແດງໃຫ້ພຣະເຈົ້າເຫັນຄວາມກະຕືລືລົ້ນຂອງພວກເຂົາ, ເພື່ອໃຫ້ພຣະເຈົ້າເຫັນຄວາມຈົງຮັກພັກດີຂອງພວກເຂົາໃນເວລານັ້ນ ແລະ ໃນເວລາດຽວກັນ, ເພື່ອຊົດເຊີຍສິ່ງທີ່ພວກເຂົາໄດ້ເຮັດໄປກ່ອນໜ້ານີ້, ພະຍາຍາມຢ່າງເຖິງທີ່ສຸດທີ່ຈະກູ້ຊື່ສຽງກັບຄືນ. ເຖິງຢ່າງໃດກໍຕາມ, ເມື່ອມີສັນຍານຂອງບັນຫາພຽງເລັກນ້ອຍ ຫຼື ມີການປ່ຽນແປງໃນສະພາບແວດລ້ອມ, ຄົນເຫຼົ່ານີ້ກໍຈະຫາຍຕົວໄປອີກຄັ້ງ ແລະ ເຂົ້າໄປຫຼົບລີ້.

ເມື່ອວຽກງານພຣະກິດຕິຄຸນຫາກໍເລີ່ມເຜີຍແຜ່, ມັນເປັນເລື່ອງຍາກລຳບາກເປັນພິເສດທີ່ຈະເທດສະໜາພຣະກິດຕິຄຸນ. ໃນເວລານັ້ນ, ມີຄົນບໍ່ຫຼາຍປານໃດທີ່ຈະສາມາດເທດສະໜາພຣະກິດຕິຄຸນໄດ້ ແລະ ຜູ້ທີ່ເຮັດໄດ້ກໍມີຄວາມເຂົ້າໃຈກ່ຽວກັບຄວາມຈິງທີ່ຂ້ອນຂ້າງຕື້ນເຂີນ. ພວກເຂົາບໍ່ສາມາດແຍກແຍະແນວຄິດທາງສາສະໜາຂອງຜູ້ຄົນໄດ້ດີປານໃດ ແລະ ມັນກໍເປັນການທ້າທາຍທີ່ຈະໄດ້ຜູ້ຄົນມາ. ຍິ່ງໄປກວ່ານັ້ນ, ການເທດສະໜາພຣະກິດຕິຄຸນຍັງມາພ້ອມກັບຄວາມສ່ຽງ. ເມື່ອເຈົ້າໄດ້ພົບພໍ້ກັບຄົນທີ່ມີຄວາມເປັນມະນຸດທີ່ຂ້ອນຂ້າງດີ, ຢ່າງຫຼາຍທີ່ສຸດ, ພວກເຂົາກໍຈະປະຕິເສດທີ່ຈະຍອມຮັບມັນ ແລະ ຈົບພຽງເທົ່ານັ້ນ, ແຕ່ພວກເຂົາກໍຈະບໍ່ທຳຮ້າຍ ຫຼື ດູຖູກເຈົ້າ. ຖ້າເຈົ້າຍັງຮັກສາການຕິດຕໍ່ກັບພວກເຂົາໄວ້, ກໍອາດຈະຍັງມີຄວາມຫວັງທີ່ຈະໄດ້ພວກເຂົາມາ, ເຊິ່ງຈະນຳມາສູ່ຜົນໄດ້ຮັບບາງຢ່າງ. ເຖິງຢ່າງໃດກໍຕາມ, ເມື່ອເຈົ້າພົບພໍ້ກັບຄົນຊົ່ວຮ້າຍ ຫຼື ສິດຍາພິບານ ແລະ ຜູ້ອາວຸໂສຈາກນິກາຍຕ່າງໆ, ຄົນເຫຼົ່ານີ້ຈະບໍ່ພຽງແຕ່ປະຕິເສດທີ່ຈະຍອມຮັບເທົ່ານັ້ນ ແຕ່ຍັງຈະຊັກນໍາການໂຈມຕີຮ່ວມກັນ, ບັງຄັບໃຫ້ເຈົ້າສາລະພາບຄວາມບາບຂອງເຈົ້າ ແລະ ຖ້າເຈົ້າບໍ່ເຮັດ, ພວກເຂົາກໍອາດຈະທຳຮ້າຍຮ່າງກາຍເຈົ້າໄດ້. ໃນກໍລະນີທີ່ຮຸນແຮງກວ່ານັ້ນ, ພວກເຂົາອາດຈະເຖິງກັບລາຍງານເຈົ້າຕໍ່ຕຳຫຼວດ ແລະ ສົ່ງເຈົ້າໃຫ້ສະຖານີຕຳຫຼວດ, ເຮັດໃຫ້ເຈົ້າຕົກຢູ່ໃນອັນຕະລາຍຂອງການຖືກກັກຂັງໄດ້ຕະຫຼອດເວລາ. ຜູ້ນໍາຄຣິສຕະຈັກບາງຄົນບໍ່ໄດ້ຖືກຈຳກັດໂດຍເລື່ອງເຫຼົ່ານີ້. ພວກເຂົາຍັງສືບຕໍ່ປະຕິບັດໜ້າທີ່ຂອງພວກເຂົາ ໃນຕອນທີ່ພວກເຂົາຄວນປະຕິບັດ ແລະ ເຖິງຂັ້ນນໍາພາໃນການເທດສະໜາພຣະກິດຕິຄຸນ ແລະ ເປັນພະຍານໃຫ້ແກ່ພຣະເຈົ້າ. ເຖິງຢ່າງໃດກໍຕາມ, ບາງຄົນທີ່ຖືກເອີ້ນວ່າຜູ້ນໍາ ຫຼື ຜູ້ນໍາປອມເຫຼົ່ານັ້ນບໍ່ໄດ້ປະຕິບັດຕາມແນວທາງນີ້. ເມື່ອພວກເຂົາປະເຊີນກັບອັນຕະລາຍເຊັ່ນນີ້, ພວກເຂົາຈະບໍ່ໄປດ້ວຍຕົນເອງ ແຕ່ຈະສົ່ງຄົນອື່ນໄປ. ເຮົາໄດ້ຍິນກ່ຽວກັບຜູ້ນໍາຄົນໜຶ່ງທີ່ພົບວ່າ ເປັນຜູ້ທີ່ອາດຈະໄດ້ຮັບພຣະກິດຕິຄຸນໃຫ້ເປັນຜູ້ນໍາໃນນິກາຍໃດໜຶ່ງ. ນາງຕັ້ງໃຈທີ່ຈະຈັດໃຫ້ຄົນໃດຄົນໜຶ່ງໄປເທດສະໜາພຣະກິດຕິຄຸນໃຫ້ນາງຟັງ. ຫຼັງຈາກທີ່ຄິດທົບທວນແລ້ວ, ນາງບໍ່ສາມາດຊອກຫາຄົນທີ່ເໝາະສົມໄດ້ ແລະ ຄິດວ່າມັນເໝາະສົມທີ່ຈະໄປດ້ວຍຕົນເອງຫຼາຍກວ່າ. ເຖິງຢ່າງໃດກໍຕາມ, ນາງຢ້ານອັນຕະລາຍ ແລະ ບໍ່ຢາກໄປ, ສະນັ້ນ ນາງຈຶ່ງຈັດແຈງໃຫ້ເອື້ອຍນ້ອງທີ່ຍັງນ້ອຍອາຍຸສິບແປດ ຫຼື ສິບເກົ້າປີໄປແທນ. ພວກເຈົ້າຄິດແນວໃດ? ນາງຄວນຈັດແຈງໃຫ້ເອື້ອຍນ້ອງທີ່ໜຸ່ມນ້ອຍຄົນນີ້ໄປບໍ? (ນາງບໍ່ຄວນເຮັດແບບນັ້ນ.) ເປັນຫຍັງນາງຈຶ່ງບໍ່ຄວນເຮັດ? (ເພາະວ່າຜູ້ທີ່ອາດຈະໄດ້ຮັບພຣະກິດຕິຄຸນໃຫ້ເປັນຜູ້ນໍາໃນນິກາຍໃດໜຶ່ງ ທີ່ມີແນວຄິດທາງສາສະໜາຫຼາຍຢ່າງ. ເອື້ອຍນ້ອງທີ່ໜຸ່ມນ້ອຍກໍຍັງມີສະຖານະທີ່ນ້ອຍ, ມີຄວາມເຂົ້າໃຈກ່ຽວກັບຄວາມຈິງທີ່ຕື້ນເຂີນ, ບໍ່ສາມາດໂອ້ລົມກ່ຽວກັບຄວາມຈິງ ເພື່ອແກ້ໄຂບັນຫາຂອງຜູ້ທີ່ອາດຈະໄດ້ຮັບພຣະກິດຕິຄຸນໄດ້ ແລະ ນາງບໍ່ພຽງແຕ່ຈະບໍ່ສາມາດປ່ຽນໃຈລາວໄດ້ເທົ່ານັ້ນ, ແຕ່ຕົວນາງເອງກໍອາດຈະຖືກເຮັດໃຫ້ຫຼົງຜິດໄດ້.) ເມື່ອຄຳນຶງເຖິງອາຍຸຂອງນາງ, ເອື້ອຍນ້ອງທີ່ໜຸ່ມນ້ອຍຄົນນີ້ຈະສາມາດເຂົ້າໃຈຄວາມຈິງໄດ້ຫຼາຍສໍ່າໃດກັນແທ້? ນາງມີຄວາມຮູ້ກ່ຽວກັບພຣະຄຳພີຫຼາຍສໍ່າໃດ? ມີໂອກາດຫຼາຍສໍ່າໃດທີ່ນາງຈະປ່ຽນໃຈຜູ້ນໍາຈາກນິກາຍນັ້ນ? ດ້ວຍອາຍຸນາງ, ແນ່ນອນວ່ານາງບໍ່ໄດ້ມີປະສົບການຫຼາຍໃນການເທດສະໜາພຣະກິດຕິຄຸນ. ນອກຈາກນີ້, ນາງຫາກໍບັນລຸນິຕິພາວະ ແລະ ຂາດປະສົບການ. ນາງຈະສາມາດເບິ່ງທະລຸແນວຄິດ, ຄວາມຄິດ ແລະ ຄວາມຍາກລຳບາກຂອງຜູ້ໃຫຍ່ໄດ້ບໍ? (ບໍ່, ນາງບໍ່ສາມາດ.) ແນ່ນອນວ່າບໍ່ໄດ້. ໃນໄວອາຍຸຂອງນາງ, ນາງບໍ່ສາມາດຮັບມືກັບຄວາມຄິດຂອງຜູ້ໃຫຍ່ໄດ້ເລີຍ. ບອກເຮົາເບິ່ງວ່າ, ເມື່ອຄຳນຶງເຖິງອາຍຸຂອງນາງ, ເອື້ອຍນ້ອງທີ່ໜຸ່ມນ້ອຍຄົນນີ້ເປັນທາງເລືອກທີ່ດີທີ່ສຸດແລ້ວບໍ? (ບໍ່ແມ່ນ.) ນາງບໍ່ແມ່ນທາງເລືອກທີ່ດີທີ່ສຸດ. ສະນັ້ນ, ໂດຍການສົ່ງເອື້ອຍນ້ອງທີ່ໜຸ່ມນ້ອຍໄປ, ຜູ້ນໍາຄົນນີ້ມີເຈດຕະນາທີ່ຖືກຕ້ອງແລ້ວບໍ? (ນາງບໍ່ໄດ້ມີເຈດຕະນາທີ່ຖືກຕ້ອງ.) ນາງບໍ່ມີເຈດຕະນາທີ່ຖືກຕ້ອງ. ນາງບໍ່ຄວນສົ່ງເອື້ອຍນ້ອງທີ່ໜຸ່ມນ້ອຍໄປ. ຕໍ່ມາ, ເມື່ອເອື້ອຍນ້ອງທີ່ໜຸ່ມນ້ອຍໄດ້ຕິດຕໍ່ກັບຜູ້ນໍາຂອງນິກາຍນັ້ນ ແລະ ພົບວ່າລາວບໍ່ແມ່ນຄົນດີ, ນາງຈຶ່ງລາຍງານກັບຄືນຫາຜູ້ນໍາ, ໂດຍສະແດງອອກວ່ານາງຮູ້ສຶກຢ້ານກົວເປັນພິເສດ ແລະ ບໍ່ກ້າໄປອີກ. ຜູ້ນໍາຄົນນີ້ໄດ້ກົດດັນນາງ, ໂດຍຢືນຢັນວ່າ “ບໍ່ໄດ້, ນີ້ແມ່ນໜ້າທີ່ຂອງເຈົ້າ ແລະ ເຈົ້າຕ້ອງໄປ!” ເອື້ອຍນ້ອງທີ່ໜຸ່ມນ້ອຍຖືກບັງຄັບຈົນຮ້ອງໄຫ້, ໂດຍເວົ້າວ່າ “ມັນແມ່ນໜ້າທີ່ຂອງຂ້ານ້ອຍ ແລະ ຂ້ານ້ອຍຄວນໄປ, ແຕ່ຂ້ານ້ອຍຮັບມືບໍ່ໄດ້, ຂ້ານ້ອຍເຮັດບໍ່ໄດ້”. ເຖິງຢ່າງໃດກໍຕາມ, ຜູ້ນໍາຄົນນີ້ບໍ່ໄດ້ຜ່ອນຜັນ ແລະ ຍັງສືບຕໍ່ເວົ້າວ່າ “ເຖິງແມ່ນວ່າເຈົ້າເຮັດບໍ່ໄດ້, ເຈົ້າກໍຕ້ອງໄປ; ບໍ່ມີໃຜອີກແລ້ວ, ສະນັ້ນ ຕ້ອງແມ່ນເຈົ້າເທົ່ານັ້ນ!” ພວກເຈົ້າຄິດວ່ານີ້ແມ່ນຜູ້ນໍາປະເພດໃດ? ນາງບໍ່ພຽງແຕ່ປົກປ້ອງຕົນເອງເມື່ອອັນຕະລາຍເຂົ້າມາໃກ້ເທົ່ານັ້ນ, ແຕ່ນາງຍັງຍູ້ຄົນອື່ນເຂົ້າໄປສູ່ອັນຕະລາຍ ໃນຂະນະທີ່ນາງຖອຍໜີ. ເຖິງແມ່ນວ່າໃນສະຖານະການທີ່ເອື້ອຍນ້ອງທີ່ໜຸ່ມນ້ອຍຄົນນີ້ ສະແດງອອກເຖິງຄວາມໄຮ້ສາມາດຂອງນາງ ແລະ ເຖິງກັບຮ້ອງໄຫ້ດ້ວຍຄວາມຢ້ານກົວ, ຜູ້ນຳຄົນນີ້ກໍຍັງບໍ່ເຫັນດີນໍາ. ນີ້ແມ່ນຄົນຕ່ຳຊ້າປະເພດໃດ? ນີ້ແມ່ນມະນຸດບໍ? (ບໍ່ແມ່ນ.) ມັນບໍ່ແມ່ນມະນຸດ. ນາງບໍ່ໄດ້ຄຳນຶງເຖິງຄວາມປອດໄພຂອງອ້າຍເອື້ອຍນ້ອງຂອງນາງ, ຄຳນຶງເຖິງແຕ່ຕົວນາງເອງເທົ່ານັ້ນ. ນາງເຖິງຂັ້ນແລກປ່ຽນເອົາຄວາມປອດໄພຂອງຄົນອື່ນກັບຜົນປະໂຫຍດຂອງຕົນເອງ, ຄືກັບພໍ່ແມ່ທີ່ຫຼິ້ນການພະນັນເຫຼົ່ານັ້ນ ທີ່ເມື່ອພວກເຂົາເສຍເງິນຂອງພວກເຂົາທັງໝົດ ແລະ ບໍ່ເຫຼືອຫຍັງເລີຍ, ກໍໄດ້ສະເໜີລູກສາວຂອງຕົນເອງເປັນຫຼັກຊັບຄໍ້າປະກັນ ເພື່ອໃຊ້ໜີ້ຂອງພວກເຂົາ, ເພື່ອໃຫ້ຕົນເອງຜ່ານຜ່າຊ່ວງເວລາທີ່ຍາກລຳບາກ ແລະ ຫຼົບໜີຈາກໄພພິບັດ, ໂດຍການເສຍສະລະຄົນທີ່ພວກເຂົາຮັກທີ່ສຸດ ເພື່ອແລກກັບຄວາມສຸກຂອງພວກເຂົາເອງ. ຜູ້ນໍາຄົນນີ້ແມ່ນຄົນຕ່ຳຊ້າປະເພດໃດ? ນາງຍັງເຫຼືອຄວາມເປັນມະນຸດຢູ່ບໍ? (ບໍ່.) ບໍ່ມີຄວາມເປັນມະນຸດຫຼົງເຫຼືອຢູ່ໃນຕົວນາງເລີຍ. ໂດຍອີງໃສ່ພຶດຕິກຳນີ້, ຄົນແບບນີ້ສາມາດຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສໄດ້ບໍ? (ພວກເຂົາສາມາດເປັນໄດ້.) ພວກເຂົາສາມາດເປັນໄດ້ຢ່າງແນ່ນອນ! ບາງຄົນອາດຈະເວົ້າວ່າ “ສິ່ງທີ່ພວກເຂົາກຳລັງເຮັດນັ້ນ ກໍເພື່ອເຫັນແກ່ວຽກງານຂອງຄຣິສຕະຈັກ, ເພື່ອການເທດສະໜາພຣະກິດຕິຄຸນ. ພວກເຂົາບໍ່ໄດ້ມີເຈດຕະນາທີ່ດີບໍ? ພວກເຂົາບໍ່ໄດ້ເຮັດເພື່ອປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າບໍ? ພວກເຂົາຈະຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສໄດ້ແນວໃດ?” ມີໃຜເຄີຍຄິດແບບນີ້ບໍ? ຂໍ້ໂຕ້ແຍ້ງນີ້ສາມາດເກີດຂຶ້ນໄດ້ບໍ? (ບໍ່, ບໍ່ສາມາດເກີດຂຶ້ນໄດ້.) ສະນັ້ນ, ບອກເຮົາເບິ່ງວ່າ, ທຳມະຊາດຂອງບັນຫານີ້ແມ່ນຫຍັງ? (ຜູ້ນໍາຄົນນີ້, ເພື່ອເຫັນແກ່ຜົນປະໂຫຍດ ແລະ ຄວາມປອດໄພຂອງຕົວນາງເອງແລ້ວ, ໄດ້ໃຊ້ຊີວິດ ແລະ ຄວາມປອດໄພຂອງເອື້ອຍນ້ອງທີ່ໜຸ່ມນ້ອຍເປັນຂໍ້ຕໍ່ລອງ, ກ່າວກໍຄື ນາງຕັ້ງໃຈຍູ້ເອື້ອຍນ້ອງທີ່ໜຸ່ມນ້ອຍລົງໄປໃນຂຸມ, ນາງມີຄວາມເປັນມະນຸດທີ່ປະສົງຮ້າຍເປັນພິເສດ.) ເວົ້າໃຫ້ຊັດເຈນກວ່ານັ້ນ, ຜູ້ນໍາຄົນນີ້, ໂດຍທີ່ຮູ້ດີຢູ່ແລ້ວວ່າເອື້ອຍນ້ອງທີ່ໜຸ່ມນ້ອຍບໍ່ມີຄວາມສາມາດໃນການເຮັດວຽກງານນີ້ເລີຍ, ແຕ່ກໍໄດ້ຈັດແຈງສິ່ງນີ້ ເພື່ອຈຸດປະສົງໃນການປົກປັກຮັກສາຕົນເອງ. ໃນເວລາດຽວກັນ, ນາງເຮັດສິ່ງນັ້ນ ເພື່ອໃຫ້ສາມາດລາຍງານຕໍ່ເບື້ອງເທິງໄດ້ ກ່ຽວກັບການປະຕິບັດໜ້າທີ່ຂອງຕົນເອງໃຫ້ສຳເລັດ, ໂດຍການເສຍສະລະຜົນປະໂຫຍດ ແລະ ຄວາມປອດໄພຂອງຄົນອື່ນ ເພື່ອໃຫ້ບັນລຸເປົ້າໝາຍສ່ວນຕົວຂອງນາງ. ນັ້ນຄືເຈດຕະນາຂອງນາງ. ນາງພຽງແຕ່ບໍ່ໄດ້ຄຳນຶງວ່າ ໃຜມີຄວາມສາມາດໃນການເຮັດວຽກງານນີ້, ໃຜສາມາດປ່ຽນໃຈບຸກຄົນນີ້ໄດ້ ຫຼື ໃຜສາມາດເຮັດວຽກນີ້ໄດ້ຢ່າງມີປະສິດທິພາບ, ໂດຍການຊອກຫາຄົນທີ່ດີທີ່ສຸດສຳລັບໜ້າວຽກນັ້ນ. ແກ່ນແທ້ຂອງການກະທຳຂອງນາງບໍ່ແມ່ນກ່ຽວກັບການປະຕິບັດໜ້າທີ່ຂອງນາງ ຫຼື ການປະຕິບັດຄວາມຈົງຮັກພັກດີ ຫຼື ຄວາມຮັບຜິດຊອບຂອງນາງໃຫ້ສຳເລັດ, ແຕ່ກ່ຽວກັບການທີ່ນາງສາມາດລາຍງານຕໍ່ຜູ້ບັງຄັບບັນຊາຂອງນາງ ແລະ ການປົກປັກຮັກສາຕົນເອງ ໂດຍການເສຍສະລະຜົນປະໂຫຍດຂອງຄົນອື່ນ, ເຖິງກັບກໍ່ໃຫ້ເກີດອັນຕະລາຍຕໍ່ຄົນອື່ນ. ນາງໄດ້ກະທຳໃນລັກສະນະທີ່ເປັນການທຳຮ້າຍຄົນອື່ນ ເພື່ອປົກປັກຮັກສາຕົນເອງ ແລະ ບັນລຸເປົ້າໝາຍຂອງຕົນເອງ, ນີ້ບໍ່ແມ່ນແກ່ນແທ້ຂອງມັນບໍ? (ແມ່ນແລ້ວ.) ນັ້ນຄືແກ່ນແທ້ຂອງມັນ. ສະນັ້ນ, ການກະທຳຂອງຜູ້ນໍາຄົນນີ້ຈຶ່ງສາມາດຖືກກຳນົດລັກສະນະວ່າ ເປັນການກະທຳຂອງຜູ້ຕໍ່ຕ້ານພຣະຄຣິສ. ນີ້ບໍ່ແມ່ນຕົ້ນຕໍຂອງເລື່ອງນີ້ບໍ? (ແມ່ນແລ້ວ.) ນີ້ຄືກໍລະນີທີ່ເກີດຂຶ້ນຢ່າງແນ່ນອນ. ຖ້າບໍ່ມີຜູ້ສະໝັກທີ່ເໝາະສົມ ແລະ ເອື້ອຍນ້ອງທີ່ໜຸ່ມນ້ອຍຄົນນີ້ບໍ່ໄດ້ໄປຢູ່ທີ່ນັ້ນ, ຖ້ານາງຖືກບອກໃຫ້ໄປປ່ຽນໃຈຜູ້ນໍາຂອງນິກາຍນັ້ນດ້ວຍຕົນເອງ, ນາງຈະໄປບໍ? ນາງຈະສາມາດເວົ້າໄດ້ບໍວ່າ “ຖ້າບໍ່ມີຜູ້ສະໝັກທີ່ເໝາະສົມ, ແລ້ວຂ້ອຍຈະໄປເອງ. ຂ້ອຍບໍ່ໄດ້ຢ້ານ. ເຖິງແມ່ນວ່າມັນໝາຍເຖິງການເສຍສະລະຊີວິດຂອງຂ້ອຍ ເພື່ອໃຫ້ໄດ້ບຸກຄົນນີ້ມາ, ຂ້ອຍກໍເຕັມໃຈທີ່ຈະຖິ້ມຊີວິດຂອງຂ້ອຍໄປ, ເພາະວ່ານີ້ແມ່ນໜ້າທີ່ ແລະ ຄວາມຮັບຜິດຊອບຂອງຂ້ອຍ”? ນາງຈະສາມາດເຮັດແບບນັ້ນໄດ້ບໍ? (ບໍ່ໄດ້.) ເປັນຫຍັງພວກເຮົາຈຶ່ງເວົ້າວ່ານາງບໍ່ສາມາດເຮັດໄດ້? ພວກເຮົາບໍ່ໄດ້ຄາດເດົາເອົາເອງໃນທີ່ນີ້. ພວກເຮົາອີງໃສ່ຫຍັງໂດຍການເວົ້າວ່ານາງບໍ່ສາມາດເຮັດໄດ້? (ເພາະວ່າເມື່ອນາງກຳລັງປະຕິບັດໜ້າທີ່ຂອງນາງ, ມັນບໍ່ແມ່ນເພື່ອໃຫ້ບັນລຸຜົນໄດ້ຮັບ ແລະ ປ່ຽນໃຈຜູ້ທີ່ອາດຈະໄດ້ຮັບພຣະກິດຕິຄຸນຄົນນັ້ນຢ່າງແທ້ຈິງ. ສະນັ້ນ, ນາງຈຶ່ງພຽງແຕ່ເຮັດພໍເປັນພິທີ ໂດຍການສົ່ງເອື້ອຍນ້ອງທີ່ໜຸ່ມນ້ອຍໄປ. ຖ້າເອື້ອຍນ້ອງທີ່ໜຸ່ມນ້ອຍບໍ່ໄດ້ໄປຢູ່ທີ່ນັ້ນ, ນາງກໍຈະບໍ່ໄປດ້ວຍຕົນເອງ ເພື່ອໃຫ້ໄດ້ບຸກຄົນນີ້ມາ.) ຖືກຕ້ອງແລ້ວ, ມັນຈະເປັນແບບນັ້ນ. ຖ້ານາງເຫັນວ່າບໍ່ມີຜູ້ສະໝັກທີ່ເໝາະສົມ, ນາງບໍ່ຄວນໄປດ້ວຍຕົນເອງບໍ? (ແມ່ນແລ້ວ.) ຖ້ານາງມີຄວາມຈົງຮັກພັກດີຕໍ່ໜ້າທີ່ຂອງນາງຢ່າງແທ້ຈິງ ແລະ ບໍ່ໄດ້ຄຳນຶງເຖິງຄວາມປອດໄພສ່ວນຕົວຂອງນາງເອງ, ນາງກໍຈະບໍ່ປ່ອຍໃຫ້ເອື້ອຍນ້ອງທີ່ໜຸ່ມນ້ອຍໄປ, ແຕ່ຈະໄປດ້ວຍຕົນເອງ. ສະນັ້ນ, ປະເດັນທີ່ຖືກເນັ້ນໜັກ ໂດຍການທີ່ນາງບໍ່ໄປດ້ວຍຕົນເອງແມ່ນຫຍັງ? (ນາງກຳລັງຮັກສາຄວາມປອດໄພ ແລະ ຜົນປະໂຫຍດຂອງນາງເອງ.) ຖືກຕ້ອງແລ້ວ, ນັ້ນຄືສິ່ງທີ່ເກີດຂຶ້ນ. ຖ້ານາງມີຄວາມຈົງຮັກພັກດີຕໍ່ໜ້າທີ່ຂອງນາງຢ່າງແທ້ຈິງ, ນາງກໍຈະແບກຮັບຄວາມຮັບຜິດຊອບອັນໜັກໜ່ວງນັ້ນດ້ວຍຕົນເອງ. ເຖິງຢ່າງໃດກໍຕາມ, ນາງບໍ່ໄດ້ເຮັດແບບນັ້ນ; ແທນທີ່ຈະເປັນແນວນັ້ນ, ນາງກັບເລືອກຜູ້ສະໝັກທີ່ເໝາະສົມໜ້ອຍທີ່ສຸດໃຫ້ໄປແທນນາງ. ມັນເປັນເຈດຕະນາຂອງນາງບໍ ທີ່ຈະສົ່ງຄົນທີ່ເໝາະສົມໜ້ອຍທີ່ສຸດໄປຍັງສະຖານທີ່ທີ່ເປັນອັນຕະລາຍຫຼາຍທີ່ສຸດ ເພື່ອບັນລຸເປົ້າໝາຍຂອງນາງເອງໃນການປົກປ້ອງຕົນເອງຈາກອັນຕະລາຍ ແລະ ປົກປັກຮັກສາຕົນເອງ? (ແມ່ນແລ້ວ.) ນີ້ຄືພຶດຕິກຳຂອງຜູ້ຕໍ່ຕ້ານພຣະຄຣິສ. ສິ່ງນີ້ມີສ່ວນກ່ຽວຂ້ອງກັບການຈັດແຈງຜູ້ຄົນ.

ໃນຈີນແຜ່ນດິນໃຫຍ່, ມັງກອນແດງທີ່ຍິ່ງໃຫຍ່ໄດ້ປາບປາມ, ຈັບກຸມ ແລະ ຂົ່ມເຫັງຜູ້ທີ່ເຊື່ອໃນພຣະເຈົ້າຢ່າງໂຫດຮ້າຍ ແລະ ຕໍ່ເນື່ອງ, ໂດຍມັກຈະເຮັດໃຫ້ພວກເຂົາຕົກຢູ່ໃນສະພາບແວດລ້ອມທີ່ເປັນອັນຕະລາຍ. ຕົວຢ່າງ: ລັດຖະບານໄດ້ໃຊ້ຂໍ້ອ້າງຕ່າງໆເພື່ອຈັບກຸມຜູ້ເຊື່ອ. ເມື່ອໃດກໍຕາມທີ່ພວກເຂົາໄດ້ຄົ້ນພົບພື້ນທີ່ທີ່ຜູ້ຕໍ່ຕ້ານພຣະຄຣິສໄດ້ພັກອາໄສຢູ່, ສິ່ງທຳອິດທີ່ຜູ້ຕໍ່ຕ້ານພຣະຄຣິສຈະຄິດເຖິງແມ່ນຫຍັງ? ມັນບໍ່ໄດ້ກ່ຽວກັບການຈັດແຈງວຽກງານຂອງຄຣິສຕະຈັກຢ່າງເໝາະສົມ ແຕ່ແມ່ນວິທີທີ່ຈະຫຼົບໜີຈາກສະຖານະການທີ່ເປັນອັນຕະລາຍນີ້. ເມື່ອຄຣິສຕະຈັກໄດ້ປະເຊີນກັບການປາບປາມ ແລະ ການຈັບກຸມ, ຜູ້ຕໍ່ຕ້ານພຣະຄຣິສບໍ່ເຄີຍໄດ້ມີສ່ວນຮ່ວມໃນວຽກງານທີ່ຕາມມາຫຼັງເຫດການເລີຍ. ພວກເຂົາບໍ່ໄດ້ເຮັດການຈັດແຈງຊັບພະຍາກອນ ຫຼື ບຸກຄະລາກອນທີ່ຈຳເປັນຂອງຄຣິສຕະຈັກ. ແທນທີ່ຈະເປັນແນວນັ້ນ, ພວກເຂົາກັບຊອກຫາຂໍ້ອ້າງ ແລະ ເຫດຜົນ ເພື່ອຮັບປະກັນສະຖານທີ່ທີ່ປອດໄພສຳລັບຕົນເອງ ແລ້ວກໍຈົບພຽງເທົ່ານັ້ນ. ເມື່ອຄວາມປອດໄພສ່ວນຕົວຂອງພວກເຂົາໄດ້ຮັບການຮັບປະກັນແລ້ວ, ພວກເຂົາກໍບໍ່ຄ່ອຍຈະເຂົ້າໄປມີສ່ວນພົວພັນດ້ວຍຕົນເອງໃນການຈັດແຈງວຽກງານ, ບຸກຄະລາກອນ ຫຼື ຊັບພະຍາກອນຂອງຄຣິສຕະຈັກ, ທັງບໍ່ໄດ້ສອບຖາມກ່ຽວກັບເລື່ອງດັ່ງກ່າວ ຫຼື ເຮັດການຈັດແຈງແບບສະເພາະເຈາະຈົງໃດໜຶ່ງ. ສິ່ງນີ້ສົ່ງຜົນໃຫ້ຊັບພະຍາກອນ ແລະ ການເງິນຂອງຄຣິສຕະຈັກບໍ່ຖືກຍົກຍ້າຍໄປຍັງສະຖານທີ່ທີ່ປອດໄພໂດຍທັນທີ ແລະ ໃນທີ່ສຸດ, ສ່ວນຫຼາຍກໍຈະຖືກປຸ້ນຈີ້ ແລະ ຖືກຍຶດເອົາໄປ ໂດຍມັງກອນແດງທີ່ຍິ່ງໃຫຍ່, ເຊິ່ງກໍ່ໃຫ້ເກີດຄວາມເສຍຫາຍຢ່າງໜັກຕໍ່ຄຣິສຕະຈັກ ແລະ ນຳໄປສູ່ການຈັບກຸມອ້າຍເອື້ອຍນ້ອງຈຳນວນຫຼາຍຂຶ້ນ. ນີ້ຄືຜົນຂອງການທີ່ຜູ້ຕໍ່ຕ້ານພຣະຄຣິສຫຼົບຫຼີກຄວາມຮັບຜິດຊອບຂອງພວກເຂົາຕໍ່ວຽກງານ. ໃນສ່ວນເລິກຂອງຫົວໃຈຂອງຜູ້ຕໍ່ຕ້ານພຣະຄຣິສ, ຄວາມປອດໄພສ່ວນຕົວຂອງພວກເຂົາມາກ່ອນຢູ່ສະເໝີ. ມັນເປັນປະເດັນໃນຫົວໃຈຂອງພວກເຂົາ ທີ່ເປັນຄວາມກັງວົນຢູ່ຕະຫຼອດເວລາສຳລັບພວກເຂົາ. ພວກເຂົາຄິດກັບຕົນເອງວ່າ “ຂ້ອຍຕ້ອງບໍ່ຕົກຢູ່ໃນບັນຫາ. ບໍ່ວ່າໃຜຈະຖືກຈັບ, ຂ້ອຍຈະຖືກຈັບບໍ່ໄດ້, ຂ້ອຍຕ້ອງມີຊີວິດຢູ່. ຂ້ອຍຍັງລໍຖ້າທີ່ຈະມີສ່ວນໃນກຽດຕິຍົດຂອງພຣະເຈົ້າ ເມື່ອພາລະກິດຂອງພຣະເຈົ້າສຳເລັດລົງ. ຖ້າຂ້ອຍຖືກຈັບ, ຂ້ອຍຈະເຮັດຕົວຄືກັບຢູດາ ແລະ ມັນກໍຈະເປັນຈຸດຈົບສຳລັບຂ້ອຍ. ຈະບໍ່ມີຜົນຕາມມາທີ່ດີສຳລັບຂ້ອຍ. ຂ້ອຍຈະຖືກລົງໂທດ”. ສະນັ້ນ, ເມື່ອໃດກໍຕາມທີ່ພວກເຂົາໄປເຮັດວຽກງານຢູ່ສະຖານທີ່ໃໝ່, ກ່ອນອື່ນໝົດ ພວກເຂົາຈະສືບສວນວ່າໃຜມີບ້ານທີ່ປອດໄພທີ່ສຸດ ແລະ ມີອິດທິພົນທີ່ສຸດ, ບ່ອນທີ່ພວກເຂົາສາມາດຫຼົບລີ້ຈາກການຄົ້ນຫາຂອງລັດຖະບານ ແລະ ໃຫ້ຄວາມຮູ້ສຶກປອດໄພ. ອັນດັບສອງ, ພວກເຂົາຈະຊອກຫາບ້ານທີ່ມີສະພາບການດຳລົງຊີວິດທີ່ດີກວ່າ, ບ່ອນທີ່ມີຊີ້ນກິນທຸກຄາບ, ມີແອໃນລະດູຮ້ອນ ແລະ ມີເຄື່ອງເຮັດຄວາມອຸ່ນໃນລະດູໜາວ. ນອກຈາກນີ້, ພວກເຂົາຍັງສອບຖາມວ່າໃນບັນດາຜູ້ເຊື່ອ ຜູ້ໃດທີ່ມີຄວາມກະຕືລືລົ້ນຫຼາຍກວ່າ ແລະ ມີພື້ນຖານທີ່ເຂັ້ມແຂງຫຼາຍກວ່າ, ຄົນທີ່ສາມາດໃຫ້ການປົກປ້ອງໄດ້ ເມື່ອມີບັນຫາເກີດຂຶ້ນ. ພວກເຂົາໄດ້ເຮັດການສືບສວນເລື່ອງທັງໝົດນີ້ກ່ອນ. ຫຼັງຈາກພວກເຂົາເຮັດການສືບສວນຂອງພວກເຂົາແລ້ວ, ພວກເຂົາກໍໄດ້ຊອກຫາສະຖານທີ່ເພື່ອຕັ້ງຫຼັກ ແລະ ເຮັດວຽກງານແບບຜິວເຜີນບາງວຽກ, ສົ່ງຈົດໝາຍ ຫຼື ຖ່າຍທອດຂໍ້ມູນ ຫຼື ການຈັດແຈງວຽກງານບາງຢ່າງດ້ວຍປາກເປົ່າ. ຕອນນີ້, ເຈົ້າຄິດວ່າຜູ້ຕໍ່ຕ້ານພຣະຄຣິສມີຄວາມສາມາດໃນການເຮັດວຽກງານບໍ? ເມື່ອເຈົ້າເບິ່ງວິທີທີ່ພວກເຂົາພິຈາລະນາ ແລະ ຈັດແຈງກ່ຽວກັບຄວາມປອດໄພສ່ວນຕົວຂອງພວກເຂົາຢ່າງລະອຽດ ແລະ ຮຽບຮ້ອຍ, ມັນອາດຈະເບິ່ງຄືວ່າພວກເຂົາຮູ້ວິທີເຮັດວຽກງານທີ່ສະເພາະເຈາະຈົງ, ພວກເຂົາຮູ້ຢູ່ໃນຫົວໃຈວ່າຈະເຮັດແນວໃດ. ເຖິງຢ່າງໃດກໍຕາມ, ເຈດຕະນາຂອງພວກເຂົາບໍ່ຖືກຕ້ອງ, ພວກເຂົາຄິດເຖິງແຕ່ຜົນປະໂຫຍດສ່ວນຕົວ ແລະ ພວກເຂົາກໍເບື່ອໜ່າຍຕໍ່ຄວາມຈິງ; ເຖິງແມ່ນວ່າພວກເຂົາຈະຮູ້ວ່າສິ່ງທີ່ພວກເຂົາກຳລັງເຮັດນັ້ນຂັດກັບຄວາມຈິງ ແລະ ເຫັນແກ່ຕົວ ແລະ ໜ້າລັງກຽດ, ພວກເຂົາກໍຍັງຢືນຢັນທີ່ຈະເຮັດສິ່ງຕ່າງໆຕາມວິທີຂອງພວກເຂົາເອງ ແລະ ກະທຳຕາມໃຈມັກ ແລະ ເຮັດຕາມອຳເພີໃຈ. ທຸກສິ່ງທີ່ພວກເຂົາເຮັດແມ່ນເພື່ອຮັກສາຄວາມປອດໄພຂອງພວກເຂົາເອງ. ຫຼັງຈາກທີ່ຕັ້ງຫຼັກໄດ້ແລ້ວ ແລະ ຮູ້ສຶກວ່າພວກເຂົາຫຼຸດພົ້ນຈາກອັນຕະລາຍ, ວ່າອັນຕະລາຍໄດ້ຜ່ານໄປແລ້ວ, ຜູ້ຕໍ່ຕ້ານພຣະຄຣິສກໍຈະດຳເນີນການເຮັດວຽກງານແບບຜິວເຜີນບາງວຽກ. ຜູ້ຕໍ່ຕ້ານພຣະຄຣິສຂ້ອນຂ້າງລະອຽດໃນການຈັດແຈງຂອງພວກເຂົາ, ແຕ່ວ່າມັນກໍຂຶ້ນກັບວ່າພວກເຂົາກຳລັງພົວພັນກັບໃຜ. ພວກເຂົາຄິດຢ່າງລະມັດລະວັງກ່ຽວກັບເລື່ອງທີ່ກ່ຽວຂ້ອງກັບຜົນປະໂຫຍດຂອງພວກເຂົາເອງ, ແຕ່ເມື່ອເວົ້າເຖິງວຽກງານຂອງຄຣິສຕະຈັກ ຫຼື ໜ້າທີ່ຂອງພວກເຂົາເອງ, ພວກເຂົາກໍໄດ້ສະແດງຄວາມເຫັນແກ່ຕົວ ແລະ ຄວາມໜ້າລັງກຽດຂອງພວກເຂົາ ແລະ ບໍ່ສະແດງຄວາມຮັບຜິດຊອບ, ຂາດແມ່ນແຕ່ຈິດສຳນຶກ ຫຼື ເຫດຜົນພຽງເລັກນ້ອຍ. ເນື່ອງຈາກພຶດຕິກຳເຫຼົ່ານີ້ເອງ ພວກເຂົາຈຶ່ງຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສ. ຖ້າພວກເຮົາໄດ້ຕັດສິນ ໂດຍອີງໃສ່ຄວາມສາມາດພຽງຢ່າງດຽວ, ເມື່ອຄຳນຶງວ່າພວກເຂົາຄິດຢ່າງຖີ່ຖ້ວນ ແລະ ວາງແຜນທີ່ລະອຽດ ແລະ ເປັນຮູບປະທຳສຳລັບຄວາມປອດໄພຂອງພວກເຂົາເອງໄດ້ດີສໍ່າໃດແລ້ວ, ພວກເຂົາກໍບໍ່ໄດ້ຂາດຄວາມສາມາດ ແລະ ພວກເຂົາກໍມີຫົວຄິດ. ພວກເຂົາຄວນຈະສາມາດຮັບມືກັບວຽກງານຂອງເຮືອນຂອງພຣະເຈົ້າໄດ້. ຕອນນີ້, ຖ້າເຈົ້າເບິ່ງມັນໂດຍອີງໃສ່ສັກກະຍະພາບຂອງພວກເຂົາ, ພວກເຂົາກໍບໍ່ຄວນຖືກເອີ້ນວ່າຜູ້ຕໍ່ຕ້ານພຣະຄຣິສ, ແລ້ວເປັນຫຍັງພວກເຂົາຈຶ່ງຍັງຖືກເອີ້ນແບບນັ້ນ? ມັນຖືກກຳນົດໂດຍອີງໃສ່ແກ່ນແທ້ຂອງພວກເຂົາ, ອີງໃສ່ວ່າພວກເຂົາສາມາດຍອມຮັບຄວາມຈິງ ແລະ ປະຕິບັດຕາມໄດ້ ຫຼື ບໍ່, ອີງໃສ່ວ່າພວກເຂົາເປັນຄົນທີ່ໄລ່ຕາມຄວາມຈິງ ຫຼື ບໍ່. ພວກເຂົາໄດ້ພິຈາລະນາ ແລະ ຈັດແຈງຢ່າງຮອບຄອບ ແລະ ສະເພາະເຈາະຈົງກ່ຽວກັບສະພາບແວດລ້ອມໃນການດຳລົງຊີວິດຂອງພວກເຂົາ, ອາຫານ ແລະ ເຄື່ອງດື່ມຂອງພວກເຂົາ ແລະ ຄວາມປອດໄພຂອງພວກເຂົາ. ເຖິງຢ່າງໃດກໍຕາມ, ເມື່ອເວົ້າເຖິງວຽກງານຂອງເຮືອນຂອງພຣະເຈົ້າ, ພວກເຂົາກໍກາຍເປັນຄົນລະຄົນຢ່າງສິ້ນເຊີງ, ເປັນຄົນເຫັນແກ່ຕົວ ແລະ ໜ້າລັງກຽດເປັນພິເສດ, ບໍ່ສະແດງຄວາມຄຳນຶງເຖິງເຈດຕະນາຂອງພຣະເຈົ້າ. ຄົນເຫຼົ່ານີ້ບໍ່ແມ່ນຄົນທີ່ໄລ່ຕາມຄວາມຈິງຢ່າງແນ່ນອນ. ຜູ້ຕໍ່ຕ້ານພຣະຄຣິສໄດ້ຈັດການກັບວຽກງານຂອງເຮືອນຂອງພຣະເຈົ້າ ແລະ ການຈັດແຈງວຽກງານຂອງເບື້ອງເທິງ ໂດຍການກັ່ນກອງຜ່ານສິ່ງເຫຼົ່ານັ້ນ. ພວກເຂົາໄດ້ກັ່ນກອງຢ່າງເລືອກເຟັ້ນຜ່ານສິ່ງທີ່ພວກເຂົາເຕັມໃຈ ແລະ ບໍ່ເຕັມໃຈທີ່ຈະເຮັດ ແລະ ສິ່ງທີ່ກ່ຽວຂ້ອງ ແລະ ບໍ່ກ່ຽວຂ້ອງກັບຄວາມປອດໄພຂອງພວກເຂົາເອງ. ຈາກນັ້ນ, ພວກເຂົາກໍເຮັດວຽກງານທີ່ງ່າຍດາຍບາງຢ່າງທີ່ບໍ່ມີອັນຕະລາຍ, ພຽງເພື່ອຫຼີກລ່ຽງບໍ່ໃຫ້ເບື້ອງເທິງຮູ້ວ່າພວກເຂົາກິນໄວແຕ່ເຮັດວຽກຊ້າ ແລະ ພວກເຂົາບໍ່ໄດ້ປະຕິບັດໜ້າທີ່ອັນເໝາະສົມຂອງພວກເຂົາ. ຫຼັງຈາກທີ່ຈັດແຈງວຽກງານແລ້ວ, ພວກເຂົາກໍບໍ່ເຄີຍສອບຖາມ ຫຼື ຊີ້ນຳວ່າວຽກງານທີ່ສະເພາະຖືກດຳເນີນການແນວໃດ. ຕົວຢ່າງ: ເຮືອນຂອງພຣະເຈົ້າມີຫຼັກການ ແລະ ກົດລະບຽບແບບສະເພາະກ່ຽວກັບເຄື່ອງຖວາຍ ແລະ ຊັບພະຍາກອນຕ່າງໆ: ວິທີຈັດແຈງພວກມັນ, ບ່ອນທີ່ຈະວາງພວກມັນ, ວິທີຮັກສາພວກມັນ ແລະ ໃຜທີ່ຄວນຮັກສາພວກມັນ. ໃນທາງກົງກັນຂ້າມ, ຜູ້ຕໍ່ຕ້ານພຣະຄຣິສພຽງແຕ່ເວົ້າກ່ຽວກັບເລື່ອງເຫຼົ່ານີ້ ແລະ ເມື່ອພວກເຂົາໄດ້ເຮັດການຈັດແຈງແລ້ວ, ພວກເຂົາກໍຖືວ່າສຳເລັດແລ້ວ. ບໍ່ວ່າສະພາບແວດລ້ອມຈະເໝາະສົມ ຫຼື ບໍ່, ພວກເຂົາບໍ່ເຄີຍໄປເບິ່ງສະຖານທີ່ຕົວຈິງ; ພວກເຂົາພຽງແຕ່ເໜັງປາກ ແລະ ໃນຫົວໃຈຂອງພວກເຂົາ ພວກເຂົາບໍ່ໄດ້ເຂົ້າໃຈ ແລະ ບໍ່ໄດ້ສອບຖາມ, ບໍ່ໄດ້ສືບສວນ ຫຼື ບໍ່ໄດ້ສົນໃຈວ່າການຈັດແຈງແບບສະເພາະ ສຳລັບຊັບພະຍາກອນເຫຼົ່ານີ້ຂອງເຮືອນຂອງພຣະເຈົ້າເປັນໄປຢ່າງເໝາະສົມ ຫຼື ປອດໄພ ຫຼື ບໍ່. ສະນັ້ນ, ໃນຊ່ວງເວລາທີ່ຜູ້ຕໍ່ຕ້ານພຣະຄຣິສເປັນຜູ້ນໍາ, ພາຍໃນຂອບເຂດວຽກງານຂອງພວກເຂົາ, ປຶ້ມພຣະທຳຂອງພຣະເຈົ້າຈຳນວນໜຶ່ງ ກໍຖືກຍຶດໂດຍຄົນຊົ່ວຮ້າຍ. ປຶ້ມບາງຫົວເກີດເຊື້ອລາເນື່ອງຈາກການເກັບຮັກສາທີ່ບໍ່ເໝາະສົມ ແລະ ໃນບາງກໍລະນີ, ປຶ້ມ ຫຼື ຊັບພະຍາກອນບາງຈຳນວນກໍຖືກວາງໄວ້ໃນສະຖານທີ່ທີ່ບໍ່ມີໃຜເບິ່ງແຍງ. ຜູ້ຕໍ່ຕ້ານພຣະຄຣິສບໍ່ພຽງແຕ່ລົ້ມເຫຼວໃນການຈັດແຈງແບບສະເພາະສຳລັບເລື່ອງເຫຼົ່ານີ້ເທົ່ານັ້ນ, ແນ່ນອນວ່າພວກເຂົາຍັງບໍ່ໄດ້ສອບຖາມ, ບໍ່ໄດ້ສືບສວນ ຫຼື ບໍ່ໄດ້ຖາມກ່ຽວກັບເລື່ອງດັ່ງກ່າວ. ແທນທີ່ຈະເປັນແນວນັ້ນ, ພວກເຂົາຖືວ່າໜ້າວຽກຂອງພວກເຂົາກໍສຳເລັດທັນທີທີ່ພວກເຂົາຈັດແຈງແລ້ວ. ພວກເຂົາເວົ້າແຕ່ປາກ ແລະ ກໍຈົບພຽງເທົ່ານັ້ນ; ພວກເຂົາພຽງແຕ່ເຮັດພໍເປັນພິທີ ໂດຍບໍ່ໄດ້ສະແຫວງຫາຜົນໄດ້ຮັບທີ່ແທ້ຈິງໃດໜຶ່ງ. ຜູ້ຕໍ່ຕ້ານພຣະຄຣິສໄດ້ສະແດງຄວາມຈົງຮັກພັກດີຜ່ານພຶດຕິກຳເຫຼົ່ານີ້ບໍ? (ບໍ່.) ພວກເຂົາບໍ່ໄດ້ມີຄວາມຈົງຮັກພັກດີ. ເມື່ອເວົ້າເຖິງການຈັດແຈງຊັບພະຍາກອນຕ່າງໆຂອງຄຣິສຕະຈັກ, ຜູ້ຕໍ່ຕ້ານພຣະຄຣິສບໍ່ເຄີຍສອບຖາມ. “ບໍ່ເຄີຍສອບຖາມ” ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າພວກເຂົາບໍ່ໄດ້ເຮັດການຈັດແຈງຫຍັງເລີຍບໍ? ພວກເຂົາໄດ້ເຮັດພໍເປັນພິທີ ແລະ ເຮັດການຈັດແຈງເພື່ອຕົບຕາຜູ້ຄົນ, ເພື່ອບໍ່ໃຫ້ໃຜໄປລາຍງານພວກເຂົາຕໍ່ຜູ້ບັງຄັບບັນຊາ. ແຕ່ພວກເຂົາບໍ່ເຄີຍເຮັດວຽກງານແບບສະເພາະໃດໜຶ່ງ. ວຽກງານແບບສະເພາະໝາຍເຖິງຫຍັງ? ມັນມີສ່ວນພົວພັນກັບການກຳນົດວ່າສິ່ງຂອງເຫຼົ່ານີ້ຄວນວາງໄວ້ບ່ອນໃດ, ມັນປອດໄພ ຫຼື ບໍ່, ຈະມີຫຍັງເກີດຂຶ້ນກັບພວກມັນ ຫຼື ບໍ່, ໜູອາດຈະມາກັດແຫ້ນສິ່ງເຫຼົ່ານັ້ນ ຫຼື ບໍ່, ພວກມັນອາດຈະຖືກນ້ຳຖ້ວມ ຫຼື ຖືກລັກ ຫຼື ບໍ່, ບຸກຄົນທີ່ຮັບຜິດຊອບໃນການເກັບຮັກສານັ້ນມີຄວາມເໝາະສົມແລ້ວ ຫຼື ບໍ່ ແລະ ອື່ນໆ. ເຖິງຢ່າງໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສບໍ່ເຄີຍສອບຖາມ, ບໍ່ເຄີຍສືບສວນ ແລະ ບໍ່ເຄີຍສົນໃຈ. ໃນຫົວໃຈຂອງພວກເຂົາ, ພວກເຂົາເຊື່ອວ່າສິ່ງເຫຼົ່ານີ້ບໍ່ແມ່ນສິ່ງທີ່ພວກເຂົາຈະໄດ້ຮັບຄວາມເພີດເພີນ; ພວກເຂົາບໍ່ໃຫ້ຄຸນຄ່າຕໍ່ສິ່ງເຫຼົ່ານັ້ນ ແລະ ບໍ່ໄດ້ມີປະໂຫຍດຫຍັງສຳລັບພວກເຂົາ. ພວກມັນເປັນຂອງຄົນອື່ນ, ເປັນຂອງເຮືອນຂອງພຣະເຈົ້າ ແລະ ບໍ່ໄດ້ມີສ່ວນກ່ຽວຂ້ອງຫຍັງກັບພວກເຂົາ. ພວກເຂົາບໍ່ໄດ້ສົນໃຈເລີຍ; ປ່ອຍໃຫ້ໃຜກໍຕາມທີ່ຢາກກັງວົນເປັນຜູ້ກັງວົນໄປ ພວກເຂົາບໍ່ໄດ້ກັງວົນຫຍັງເລີຍ. ພວກເຂົາໄດ້ຈັດແຈງສິ່ງຕ່າງໆ ແລ້ວກໍຈົບພຽງເທົ່ານັ້ນ. ຜູ້ຕໍ່ຕ້ານພຣະຄຣິສບາງຄົນບໍ່ໄດ້ສົນໃຈທີ່ຈະຈັດແຈງດ້ວຍຊໍ້າ. ພວກເຂົາເຊື່ອວ່າພວກເຂົາຈະບໍ່ໄດ້ຮັບລາງວັນອັນໃດ ເຖິງແມ່ນວ່າພວກເຂົາຈະເຮັດວຽກງານນີ້ໄດ້ດີ ແລະ ຈະບໍ່ມີໃຜຈະໃຫ້ພວກເຂົາຮັບຜິດຊອບສຳລັບການເຮັດວຽກໄດ້ບໍ່ດີ. ໃຜຈະລາຍງານພວກເຂົາສຳລັບເລື່ອງເລັກນ້ອຍແບບນີ້? ພຣະເຈົ້າຈະລົງໂທດພວກເຂົາສຳລັບເລື່ອງນີ້ບໍ? ທັດສະນະຄະຕິ ແລະ ມຸມມອງຂອງຜູ້ຕໍ່ຕ້ານພຣະຄຣິສ ທີ່ມີຕໍ່ໜ້າທີ່ຂອງພວກເຂົາກໍເປັນແບບນັ້ນ: ພວກເຂົາໄດ້ເຮັດພໍເປັນພິທີ ແລະ ຮັບມືກັບເລື່ອງຕ່າງໆໃນລັກສະນະທີ່ເຮັດພໍແລ້ວມືແລ້ວຕີນ. ຕາບໃດທີ່ສິ່ງເຫຼົ່ານີ້ບໍ່ໄດ້ສົ່ງຜົນກະທົບຕໍ່ສະຖານະ ຫຼື ຄວາມປອດໄພຂອງພວກເຂົາເອງ, ພວກເຂົາກໍໄດ້ບໍ່ສົນໃຈວ່າພວກມັນຈະຖືກຈັດການ ຫຼື ບໍ່. ບໍ່ວ່າສິ່ງເຫຼົ່ານີ້ຈະສູນຫາຍ, ຫຼຸດໜ້ອຍຖອຍລົງ ຫຼື ໄດ້ຮັບຄວາມເສຍຫາຍ, ມັນກໍບໍ່ໄດ້ມີສ່ວນກ່ຽວຂ້ອງຫຍັງກັບພວກເຂົາທັງໝົດ. ໃນຄວາມຄິດຂອງຜູ້ຕໍ່ຕ້ານພຣະຄຣິສ, ຊັບພະຍາກອນເຫຼົ່ານີ້ຂອງເຮືອນຂອງພຣະເຈົ້າຖືກຖືວ່າ ເປັນຊັບສິນສາທາລະນະ. ພວກເຂົາບໍ່ຈຳເປັນຕ້ອງກັງວົນກ່ຽວກັບສິ່ງເຫຼົ່ານັ້ນ, ບໍ່ຈຳເປັນຕ້ອງໃສ່ໃຈສິ່ງເຫຼົ່ານັ້ນ ແລະ ບໍ່ຈຳເປັນຕ້ອງເສຍພະລັງງານໃດກໍຕາມເພື່ອຈັດການສິ່ງເຫຼົ່ານັ້ນ. ສະນັ້ນ, ໃນຊ່ວງເວລາທີ່ຜູ້ຕໍ່ຕ້ານພຣະຄຣິສເປັນຜູ້ນໍາ, ເນື່ອງຈາກການລະເລີຍຕໍ່ໜ້າທີ່ຂອງພວກເຂົາ, ການຈົດຈໍ່ຢູ່ກັບຄວາມເພີດເພີນສ່ວນຕົວຂອງພວກເຂົາ ແລະ ຄວາມລົ້ມເຫຼວຂອງພວກເຂົາໃນການປະຕິບັດໜ້າວຽກແບບສະເພາະ, ຊັບພະຍາກອນຕ່າງໆໃນເຮືອນຂອງພຣະເຈົ້າຈຶ່ງຖືກປຸ້ນຈີ້ ຫຼື ຖືກຍຶດເອົາໄປ ໂດຍມັງກອນແດງທີ່ຍິ່ງໃຫຍ່ ຫຼື ຖືກຍຶດໂດຍຄົນຊົ່ວຮ້າຍບາງຄົນ. ມີກໍລະນີເຊັ່ນນີ້ເກີດຂຶ້ນຫຼາຍ. ບາງຄົນອາດຈະເວົ້າວ່າ “ໃນສະພາບແວດລ້ອມທີ່ເປັນປໍລະປັກເຊັ່ນນີ້, ໃຜຈະສາມາດເບິ່ງແຍງທຸກຢ່າງໄດ້ຢ່າງລະອຽດຂະໜາດນັ້ນ? ໃຜຈະສາມາດຫຼີກລ່ຽງການລະເລີຍເລັກນ້ອຍ ຫຼື ການເຮັດຜິດພາດສອງສາມຄັ້ງໄດ້?” ນີ້ເປັນພຽງເລື່ອງການເຮັດຜິດພາດສອງສາມຄັ້ງບໍ? ເຮົາກ້າເວົ້າໄດ້ເລີຍວ່າ ຖ້າຜູ້ຄົນສາມາດປະຕິບັດຄວາມຮັບຜິດຊອບຂອງພວກເຂົາໃຫ້ສຳເລັດໄດ້ ແລະ ສະແດງຄວາມຈົງຮັກພັກດີ, ການສູນເສຍຊັບພະຍາກອນເຫຼົ່ານີ້ກໍຈະບໍ່ຫຼວງຫຼາຍປານນັ້ນ; ມັນຈະຫຼຸດລົງຢ່າງແນ່ນອນ ແລະ ປະສິດທິຜົນຂອງວຽກງານກໍຈະດີຂຶ້ນຫຼາຍ.

ພວກຜູ້ຕໍ່ຕ້ານພຣະຄຣິສເຊື່ອໃນພຣະເຈົ້າ ເພື່ອໃຫ້ໄດ້ຮັບພອນ. ພວກເຂົາບໍ່ເຄີຍສົນໃຈສິ່ງໃດທີ່ກ່ຽວຂ້ອງກັບເຮືອນຂອງພຣະເຈົ້າ ຫຼື ຜົນປະໂຫຍດຂອງພຣະເຈົ້າ. ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ ມັນຕ້ອງວົນວຽນຢູ່ນໍາຜົນປະໂຫຍດສ່ວນຕົວຂອງພວກເຂົາ. ຖ້າວຽກງານໃນເຮືອນຂອງພຣະເຈົ້າບໍ່ກ່ຽວຂ້ອງກັບຜົນປະໂຫຍດສ່ວນຕົວຂອງພວກເຂົາ, ພວກເຂົາກໍພຽງແຕ່ບໍ່ສົນໃຈ ແລະ ບໍ່ສອບຖາມກ່ຽວກັບວຽກງານນັ້ນເລີຍ. ພວກເຂົາຊ່າງເຫັນແກ່ຕົວຫຼາຍແທ້ໆ! ເມື່ອພວກຜູ້ຕໍ່ຕ້ານພຣະຄຣິສບາງຄົນໄດ້ເຮັດໜ້າທີ່ເປັນຜູ້ນໍາ, ມັງກອນແດງທີ່ຍິ່ງໃຫຍ່ໄດ້ປຸ້ນຈີ້ເອົາເຄື່ອງຖວາຍຈຳນວນຫຼາຍ ທີ່ຢູ່ພາຍໃຕ້ຂອບເຂດການຊີ້ນຳຂອງພວກເຂົາ ແລະ ໄດ້ເກີດຄວາມສູນເສຍໃນຈຳນວນທີ່ໜ້າຕົກໃຈ. ແຕ່ພວກຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ບໍ່ໄດ້ຕໍານິຕົນເອງເລີຍ. ຫຼັງຈາກນັ້ນ ພວກເຂົາເຖິງກັບເວົ້າວ່າ “ມັນບໍ່ແມ່ນຄວາມຮັບຜິດຊອບຂອງຂ້ອຍພຽງຜູ້ດຽວ: ຈະມາໂທດໃສ່ຂ້ອຍທັງໝົດໄດ້ແນວໃດ? ນອກຈາກນີ້ ສະຖານະການແບບນີ້ກໍຫຼີກລ່ຽງບໍ່ໄດ້ຢູ່ແລ້ວ”. ພວກເຂົາບໍ່ໄດ້ຮູ້ສຶກກິນແໜງໃຈເລີຍ, ພວກເຂົາໂຍນຄວາມຜິດໃຫ້ຄົນອື່ນ ແລະ ເຕັມໄປດ້ວຍຂໍ້ອ້າງ, ພວກເຂົາໄດ້ພະຍາຍາມແກ້ຕົວໃຫ້ຕົນເອງ. ພວກເຂົາແມ່ນພວກຕ່ຳຊ້າປະເພດໃດ? ຄົນແບບນີ້ບໍ່ຄວນຖືກຂັບໄລ່ອອກໄປບໍ? ພວກເຂົາບໍ່ຄວນຖືກສາບແຊ່ງ ແລະ ຖືກລົງໂທດບໍ? (ແມ່ນແລ້ວ.) ຫຼັງຈາກທີ່ໄດ້ກະທຳຄວາມຜິດພາດທີ່ຮ້າຍແຮງຂະໜາດນັ້ນ, ພວກຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ບໍ່ມີຄວາມຮູ້ສຶກກິນແໜງໃຈເລີຍ! ຄົນປົກກະຕິ, ຄົນທີ່ມີຄວາມເປັນມະນຸດ, ຄົນທີ່ຈົງຮັກພັກດີຕໍ່ພຣະເຈົ້າ ຫຼື ຄົນທີ່ມີຫົວໃຈທີ່ຢໍາເກງພຣະເຈົ້າ ຈະມີການສະແດງອອກແບບໃດ ຖ້າຄວາມປະໝາດຂອງພວກເຂົານຳໄປສູ່ການທີ່ຊັບສິນຂອງເຮືອນຂອງພຣະເຈົ້າຖືກຍຶດເອົາໄປ ໂດຍມັງກອນແດງທີ່ຍິ່ງໃຫຍ່? (ພວກເຂົາຈະຮູ້ສຶກກິນແໜງໃຈໃຈ, ຕໍານິຕົນເອງ ແລະ ຮູ້ສຶກໃນຫົວໃຈວ່າ ພວກເຂົາບໍ່ໄດ້ປະຕິບັດໜ້າທີ່ຂອງຕົນຢ່າງເໝາະສົມໃຫ້ສຳເລັດ.) ພວກເຂົາຈະເຮັດຫຍັງຕໍ່ໄປ? ພວກເຂົາຈະຄິດຫາວິທີຊົດເຊີຍ. ຈາກກົ້ນບຶ້ງຂອງຫົວໃຈຂອງພວກເຂົາ, ພວກເຂົາຈະຮູ້ສຶກຕິດໜີ້ບຸນຄຸນ ແລະ ກິນແໜງໃຈ; ບໍ່ວ່າຄົນອື່ນຈະເວົ້າຫຍັງກໍຕາມ, ພວກເຂົາຈະບໍ່ຈົ່ມວ່າອອກມາແມ່ນແຕ່ຄຳດຽວ, ພວກເຂົາຈະບໍ່ແກ້ຕົວໃຫ້ຕົນເອງ. ພວກເຂົາຈະຍອມຮັບວ່າມັນເປັນຄວາມປະໝາດຂອງພວກເຂົາ, ເປັນການກະທຳຜິດຂອງພວກເຂົາ. ພວກເຂົາຈະຍອມຮັບສິ່ງໃດກໍຕາມທີ່ພຣະເຈົ້າໄດ້ກ່າວກັບພວກເຂົາ ແລະ ຍອມຮັບການຈັດການໃດກໍຕາມທີ່ເຮືອນຂອງພຣະເຈົ້າຕັດສິນໃຈຕໍ່ກັບພວກເຂົາ. ແລ້ວເປັນຫຍັງພວກຜູ້ຕໍ່ຕ້ານພຣະຄຣິສຈຶ່ງບໍ່ຍອມຮັບສິ່ງນີ້? ເປັນຫຍັງພວກເຂົາຈຶ່ງຮູ້ສຶກເຕັມໄປດ້ວຍຄວາມຂັດຂ້ອງໃຈຫຼັງຈາກຖືກຂັບໄລ່ອອກໄປ? ສິ່ງນີ້ໄດ້ເປີດເຜີຍທໍາມະຊາດຂອງພວກຜູ້ຕໍ່ຕ້ານພຣະຄຣິສ. ພວກຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ໄດ້ສ້າງຄວາມສູນເສຍຢ່າງໃຫຍ່ຫຼວງເຊັ່ນນີ້ ຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ, ຄວາມພະຍາຍາມຂອງຄົນອື່ນຈຳນວນຫຼາຍຕ້ອງໄດ້ເສຍຖິ້ມໄປລ້າໆ ເນື່ອງຈາກການລະເລີຍໜ້າທີ່ຂອງພວກເຂົາ ແລະ ເຄື່ອງຖວາຍຈຳນວນຫຼາຍກໍຖືກມັງກອນແດງທີ່ຍິ່ງໃຫຍ່ຍຶດເອົາໄປ, ແຕ່ພວກເຂົາກັບບໍ່ຮູ້ສຶກຕໍານິຕົນເອງເລີຍ, ບໍ່ມີຄວາມຮູ້ສຶກຕິດໜີ້ບຸນຄຸນ ແລະ ພວກເຂົາເຖິງກັບແກ້ຕົວໃຫ້ຕົນເອງ. ເມື່ອເຮືອນຂອງພຣະເຈົ້າໄດ້ຈັດການກັບພວກເຂົາ, ພວກເຂົາກໍປະຕິເສດທີ່ຈະອ່ອນນ້ອມ ແລະ ພວກເຂົາກໍໄດ້ເຜີຍແຜ່ການຕໍ່ຕ້ານຂອງພວກເຂົາໄປທົ່ວທຸກບ່ອນ. ພວກເຂົາແມ່ນພວກຕ່ຳຊ້າປະເພດໃດ? ນີ້ບໍ່ແມ່ນການລົນຫາທີ່ຕາຍບໍ? (ແມ່ນແລ້ວ.) ນີ້ຄືການລົນຫາທີ່ຕາຍ. ເມື່ອເບິ່ງໄປທີ່ແກ່ນຂອງພວກຜູ້ຕໍ່ຕ້ານພຣະຄຣິສ, ທຳມະຊາດ-ແກ່ນແທ້ຂອງພວກເຂົາແມ່ນໜຶ່ງໃນຄວາມເປັນປໍລະປັກຕໍ່ຄວາມຈິງ ແລະ ພຣະເຈົ້າ. ພວກເຂົາຂາດຄວາມເປັນມະນຸດ; ພວກເຂົາຄືຜີຮ້າຍທີ່ມີຊີວິດ, ແມ່ນຊາຕານ, ແມ່ນສັດຮ້າຍໃນຄາບມະນຸດ. ເມື່ອຄົນທີ່ມີຄວາມເປັນມະນຸດເຮັດຜິດພາດເລັກນ້ອຍ ຫຼື ເວົ້າບາງຢ່າງຜິດ, ພວກເຂົາຈະຮູ້ສຶກຕໍານິຕົນເອງ. ແຕ່ຜີຮ້າຍທີ່ມີຊີວິດ, ພວກຜູ້ຕໍ່ຕ້ານພຣະຄຣິສ, ບໍ່ໄດ້ຮູ້ສຶກແບບນີ້. ເຖິງແມ່ນວ່າຫຼັງຈາກທີ່ໄດ້ກະທຳຄວາມຜິດພາດທີ່ຮ້າຍແຮງຂະໜາດນັ້ນ, ພວກຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານັ້ນກໍບໍ່ໄດ້ຮູ້ສຶກຕໍານິຕົນເອງເລີຍ ແລະ ພວກເຂົາເຖິງກັບພະຍາຍາມແກ້ຕົວໃຫ້ຕົນເອງ. ແລ້ວຄວາມຈິງແມ່ນຫຍັງສຳລັບພວກເຂົາ? ພວກເຂົາຍອມຮັບຄວາມຈິງໃນຫົວໃຈຂອງພວກເຂົາບໍ? ພຣະທຳຂອງພຣະເຈົ້າຄືຄວາມຈິງ ແລະ ພຣະເຈົ້າກໍຄືຄວາມຈິງ, ພວກເຂົາຍອມຮັບຄວາມຈິງຂໍ້ນີ້ບໍ? (ພວກເຂົາບໍ່ໄດ້ຍອມຮັບມັນ.) ພວກເຂົາບໍ່ໄດ້ຍອມຮັບມັນຢ່າງຊັດເຈນ. ໃນຫົວໃຈຂອງພວກເຂົາ, ພວກເຂົາຖືວ່າຕົນເອງເປັນຄວາມຈິງ, ເປັນພຣະເຈົ້າ; ພວກເຂົາຄິດວ່ານອກຈາກພວກເຂົາແລ້ວ ກໍບໍ່ມີພຣະເຈົ້າອົງອື່ນອີກ. ຄົນເຫຼົ່ານີ້ບໍ່ແມ່ນມານຮ້າຍບໍ? (ແມ່ນແລ້ວ.) ຄົນເຫຼົ່ານີ້ແມ່ນມານຮ້າຍ, ແມ່ນມານຮ້າຍຂະໜານແທ້. ພວກຜູ້ຕໍ່ຕ້ານພຣະຄຣິສບໍ່ສອບຖາມກ່ຽວກັບຊັບພະຍາກອນຂອງຄຣິສຕະຈັກເລີຍ ແລະ ພວກເຂົາກໍບໍ່ໄດ້ເຮັດການຈັດແຈງທີ່ສະເພາະເຈາະຈົງໃດກໍຕາມ ສຳລັບຊັບພະຍາກອນເຫຼົ່ານັ້ນ. ແຕ່ຖ້າບັງເອີນວ່າພວກເຂົາໄດ້ຄອບຄອງສິ່ງທີ່ມີຄ່າຂອງຕົນເອງ, ເຈົ້າສາມາດໝັ້ນໃຈໄດ້ເລີຍວ່າພວກເຂົາຈະດູແລຮັກສາມັນເປັນຢ່າງດີ. ພວກເຂົາຈະບໍ່ເປີດເຜີຍກ່ຽວກັບສິ່ງມີຄ່ານັ້ນແມ່ນແຕ່ຄຳດຽວ ເຖິງແມ່ນວ່າຕອນທີ່ພວກເຂົາລະເມີໃນຍາມນອນ ແລະ ເຈົ້າກໍບໍ່ສາມາດຕີພວກເຂົາໃຫ້ບອກໄດ້. ພວກເຂົາເຝົ້າຮັກສາມັນໄວ້ເປັນຢ່າງດີເປັນພິເສດ. ເຖິງຢ່າງໃດກໍຕາມ, ເມື່ອເວົ້າເຖິງຊັບພະຍາກອນຂອງເຮືອນຂອງພຣະເຈົ້າ, ທັດສະນະຄະຕິຂອງພວກເຂົາກໍແຕກຕ່າງກັນຢ່າງສິ້ນເຊີງ. ຕາມຄວາມເປັນຈິງແລ້ວ ພວກເຂົາມີທັດສະນະຄະຕິແບບນີ້: “ສິ່ງນັ້ນມີສ່ວນກ່ຽວຂ້ອງຫຍັງກັບຂ້ອຍ? ຂ້ອຍບໍ່ໄດ້ມີສິດກັບຊັບພະຍາກອນນັ້ນ ແລະ ມັນກໍບໍ່ແມ່ນຂອງຂ້ອຍ. ເຖິງແມ່ນວ່າຂ້ອຍຈະດູແລຮັກສາມັນເປັນຢ່າງດີ, ມັນກໍອາດຈະຖືກມອບໃຫ້ຄົນອື່ນ! ຈະມີປະໂຫຍດຫຍັງທີ່ຈະເຝົ້າຮັກສາມັນໄວ້ດີຂະໜາດນັ້ນ?” ພວກເຂົາບໍ່ໄດ້ຖືວ່າເລື່ອງນີ້ເປັນໜ້າທີ່ຂອງພວກເຂົາ. ນີ້ບໍ່ແມ່ນການຂາດຄວາມເປັນມະນຸດບໍ? (ແມ່ນແລ້ວ.) ມັນເປັນການສະແດງອອກເຖິງການຂາດຄວາມເປັນມະນຸດ. ສິ່ງນີ້ຖືກເອີ້ນວ່າຫຍັງ? ມັນຖືກເອີ້ນວ່າການເປັນຄົນບໍ່ໜ້າເຊື່ອຖື. ພຣະເຈົ້າໄດ້ມອບໝາຍວຽກງານນີ້ໃຫ້ກັບເຈົ້າ ແລະ ມອບໜ້າທີ່ທີ່ເຈົ້າຄວນປະຕິບັດໃຫ້ກັບເຈົ້າ, ນີ້ເປັນສ່ວນໜຶ່ງຂອງວຽກຂອງເຈົ້າ. ເຈົ້າຄວນຈັດການກັບເລື່ອງເຫຼົ່ານີ້ຢ່າງເໝາະສົມ, ດຳເນີນການເທື່ອລະເລື່ອງ ໂດຍປະຕິບັດຕາມຫຼັກການທີ່ພຣະເຈົ້າກຳນົດ ແລະ ການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ ແລະ ຈັດແຈງສິ່ງເຫຼົ່ານັ້ນຢ່າງເໝາະສົມ, ແລ້ວຄວາມຮັບຜິດຊອບຂອງເຈົ້າກໍຈະສຳເລັດ. ແຕ່ພວກຜູ້ຕໍ່ຕ້ານພຣະຄຣິສມີແນວຄິດ ຫຼື ຄວາມຄິດແບບນີ້ບໍ? (ບໍ່, ພວກເຂົາບໍ່ມີ.) ບໍ່ມີເລີຍ. ນີ້ຄືການຂາດຄວາມເປັນມະນຸດຢ່າງສົມບູນ. ການສະແດງອອກທີ່ສະເພາະເຈາະຈົງຂອງການຂາດຄວາມເປັນມະນຸດແມ່ນຫຍັງ? ມັນຄືການບໍ່ສົນໃຈທີ່ຈະມີຈິດສຳນຶກ ຫຼື ເຫດຜົນ ແລະ ເປັນຄົນເຫັນແກ່ຕົວ ແລະ ໜ້າລັງກຽດ, ຂາດຄວາມໜ້າເຊື່ອຖື, ເປັນຄົນບໍ່ໜ້າເຊື່ອຖື ແລະ ບໍ່ມີຄ່າຄູ່ຄວນທີ່ຈະຝາກຝັງສິ່ງໃດກໍຕາມໃຫ້ເລີຍ.

ເມື່ອເວົ້າເຖິງເລື່ອງຂອງບຸກຄະລາກອນພາຍໃນຄຣິສຕະຈັກ ເຊັ່ນ: ໃຜກຳລັງເຮັດວຽກຫຍັງຢູ່ໃສ, ພວກເຂົາກຳລັງເຮັດວຽກງານໄດ້ຢ່າງເໝາະສົມ ຫຼື ບໍ່, ພວກເຂົາກຳລັງປະຕິບັດໜ້າທີ່ຂອງພວກເຂົາຢ່າງມີປະສິດທິພາບ ຫຼື ບໍ່, ຖ້າມີກໍລະນີການຂັດຂວາງ ຫຼື ການລົບກວນໃດກໍຕາມເກີດຂຶ້ນ ຫຼື ບໍ່ ຫຼື ຄຳຕິຊົມຂອງອ້າຍເອື້ອຍນ້ອງເປັນແນວໃດນັ້ນ, ພວກຜູ້ຕໍ່ຕ້ານພຣະຄຣິສບໍ່ເຄີຍສອບຖາມຢ່າງລະອຽດ ຫຼື ເຮັດການຈັດແຈງກ່ຽວກັບສິ່ງເຫຼົ່ານີ້ເລີຍ. ຕົວຢ່າງ: ເມື່ອເຮືອນຂອງພຣະເຈົ້າໄດ້ຂໍໃຫ້ພວກເຂົາຈັດຫາບຸກຄົນທີ່ມີຄວາມສາມາດພິເສດປະເພດຕ່າງໆ, ພວກຜູ້ຕໍ່ຕ້ານພຣະຄຣິສພຽງແຕ່ເຫຼືອບເບິ່ງບົດແນະນຳທີ່ເປັນລາຍລັກອັກສອນກ່ຽວກັບບຸກຄົນເຫຼົ່ານີ້ ໂດຍບໍ່ໄດ້ຊອກຫາ ຫຼື ສອບຖາມກ່ຽວກັບສະຖານະການຂອງພວກເຂົາຢ່າງສະເພາະເຈາະຈົງ, ຕົວຢ່າງ: ບຸກຄົນເຫຼົ່ານີ້ມີພື້ນຖານໃນຄວາມສັດທາຂອງພວກເຂົາ ຫຼື ບໍ່, ຄວາມເປັນມະນຸດຂອງພວກເຂົາເປັນແນວໃດ, ພວກເຂົາສາມາດຍອມຮັບຄວາມຈິງໄດ້ ຫຼື ບໍ່, ຄວາມສາມາດສະເພາະດ້ານ ແລະ ທັກສະທາງດ້ານເຕັກນິກຂອງພວກເຂົາສອດຄ່ອງກັບມາດຕະຖານທີ່ເຮືອນຂອງພຣະເຈົ້າໄດ້ກຳນົດໄວ້ ຫຼື ບໍ່ ແລະ ພວກເຂົາເໝາະສົມສຳລັບການເພາະປູກ ແລະ ການຮັບໜ້າທີ່ທີ່ມີຄວາມສຳຄັນ ຫຼື ບໍ່. ພວກຜູ້ຕໍ່ຕ້ານພຣະຄຣິສພຽງແຕ່ເຮັດພໍເປັນພິທີກ່ຽວກັບເລື່ອງເຫຼົ່ານີ້, ໂດຍການສ້າງພາບ, ກວດເບິ່ງບົດແນະນຳທີ່ເປັນລາຍລັກອັກສອນໂດຍຫຍໍ້ ແລ້ວກໍຈົບພຽງເທົ່ານັ້ນ. ພວກເຂົາບໍ່ເຄີຍພົວພັນກັບບຸກຄົນທີ່ຖືກຈັດຫາໃຫ້ຢ່າງແທ້ຈິງ ແລະ ພວກເຂົາກໍບໍ່ໄດ້ສະແຫວງຫາຄວາມເຂົ້າໃຈຢ່າງລະອຽດ ຫຼື ເລິກເຊິ່ງກ່ຽວກັບບຸກຄົນເຫຼົ່ານັ້ນ. ຜົນກໍຄື ຄົນສ່ວນໃຫຍ່ທີ່ພວກເຂົາເລືອກມານັ້ນ ໃນທີ່ສຸດກໍຖືກກຳຈັດ ເພາະພວກເຂົາລົ້ມເຫຼວໃນການປະຕິບັດໜ້າທີ່ຂອງພວກເຂົາ ຫຼື ເອົາໃຈໃສ່ວຽກງານທີ່ເໝາະສົມຂອງພວກເຂົາ. ພວກຜູ້ຕໍ່ຕ້ານພຣະຄຣິສເບິ່ງສະຖານະການນີ້ແນວໃດ? “ມັນບໍ່ແມ່ນວ່າຂ້ອຍກຳລັງຖືກເລື່ອນຕຳແໜ່ງໃຫ້ເຮັດໜ້າທີ່ເຫຼົ່ານີ້; ຂ້ອຍບໍ່ມີສ່ວນກ່ຽວຂ້ອງນຳ. ໃຜຈະໄປກໍບໍ່ໄດ້ແຕກຕ່າງກັນ ແມ່ນບໍ? ຕາບໃດທີ່ຂ້ອຍໄດ້ອະນຸມັດຄຳແນະນຳ ແລະ ຈັດຫາຄົນເຫຼົ່ານີ້, ນັ້ນກໍຖືວ່າຂ້ອຍໄດ້ເຮັດວຽກຂອງຂ້ອຍແລ້ວ. ຍິ່ງໄປກວ່ານັ້ນ ບຸກຄົນທີ່ໄດ້ຮັບການເລື່ອນຕຳແໜ່ງ ກໍຈະຕິດໜີ້ບຸນຄຸນຂ້ອຍ. ບໍ່ວ່າພວກເຂົາຈະເໝາະສົມສຳລັບການເພາະປູກ ຫຼື ບໍ່ ມັນກໍບໍ່ແມ່ນເລື່ອງຂອງຂ້ອຍ”. ຖ້າພວກຜູ້ຕໍ່ຕ້ານພຣະຄຣິສໄດ້ຈັດຫາບຸກຄົນທີ່ບໍ່ເໝາະສົມ ເຊິ່ງກໍ່ໃຫ້ເກີດອຸປະສັກຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ, ພວກເຂົາໄດ້ຮັບຜິດຊອບຫຍັງບໍ? (ຮັບຜິດຊອບ.) ພວກເຂົາໄດ້ຮັບຜິດຊອບຫຼາຍຢ່າງ, ແຕ່ສິ່ງທີ່ເປັນມານຮ້າຍເຫຼົ່ານີ້ບໍ່ໄດ້ດຳເນີນການກວດສອບອັນໃດເລີຍ. ບາງຄົນເວົ້າວ່າ “ໃນບາງສະຖານທີ່ທີ່ມີສະພາບແວດລ້ອມທີ່ໂຫດຮ້າຍ, ພວກເຮົາບໍ່ສາມາດພົວພັນກັບຜູ້ຄົນແບບຕໍ່ໜ້າໄດ້. ພວກເຮົາຈະກວດສອບພວກເຂົາໄດ້ແນວໃດ?” ບໍ່ວ່າສະພາບແວດລ້ອມຈະໂຫດຮ້າຍສໍ່າໃດກໍຕາມ, ກໍຍັງມີວິທີການ ແລະ ແນວທາງໃນການຈັດການກັບເລື່ອງເຫຼົ່ານີ້. ມັນຂຶ້ນຢູ່ກັບວ່າເຈົ້າມີຄວາມຮັບຜິດຊອບ ແລະ ມີຄວາມມຸ່ງໝັ້ນຢ່າງແທ້ຈິງ ຫຼື ບໍ່. ບໍ່ແມ່ນແນວນັ້ນບໍ? (ແມ່ນແລ້ວ.) ຖ້າເຈົ້າຖວາຍຄວາມຈົງຮັກພັກດີ ແລະ ຄວາມຮັບຜິດຊອບຂອງເຈົ້າ, ເຖິງແມ່ນວ່າຜົນໄດ້ຮັບຈະບໍ່ໄດ້ດີທີ່ສຸດ, ພຣະເຈົ້າກໍຈະກວດສອບ ແລະ ຮູ້ເລື່ອງນັ້ນ ແລະ ຄວາມຮັບຜິດຊອບກໍຈະບໍ່ໄດ້ຕົກຢູ່ກັບເຈົ້າ. ແຕ່ຖ້າເຈົ້າບໍ່ໄດ້ຖວາຍຄວາມຈົງຮັກພັກດີ ແລະ ຄວາມຮັບຜິດຊອບຂອງເຈົ້າ, ເຖິງແມ່ນວ່າຈະບໍ່ມີຫຍັງທີ່ຜິດພາດເກີດຂຶ້ນ ແລະ ມັນບໍ່ນຳໄປສູ່ຜົນສະທ້ອນອັນໃດໃນທີ່ສຸດ, ພຣະເຈົ້າກໍຈະກວດສອບມັນ. ທຳມະຊາດຂອງສອງແນວທາງນີ້ແມ່ນແຕກຕ່າງກັນ ແລະ ພຣະເຈົ້າຈະປະຕິບັດຕໍ່ສິ່ງເຫຼົ່ານັ້ນຢ່າງແຕກຕ່າງກັນ. ພວກຜູ້ຕໍ່ຕ້ານພຣະຄຣິສຍັງວາງແຜນ ເມື່ອເວົ້າເຖິງການຈັດຫາຜູ້ຄົນ, ພວກເຂົາຍັງມີແຮງຈູງໃຈທີ່ເຫັນແກ່ຕົວ ແລະ ໜ້າລັງກຽດ ແລະ ພວກເຂົາກໍຂາດຄວາມຈົງຮັກພັກດີ. ບໍ່ວ່າພວກເຂົາຈະກຳລັງເຮັດຫຍັງຢູ່, ພວກຜູ້ຕໍ່ຕ້ານພຣະຄຣິສກໍໄດ້ມີການຄິດໄລ່ຂອງຕົນເອງ ແລະ ພວກເຂົາບໍ່ໄດ້ຍຶດໝັ້ນໃນຫຼັກການ. ຍິ່ງໄປກວ່ານັ້ນ ເພື່ອໃຫ້ວຽກງານທີ່ເປັນຮູບປະທໍາເປັນໄປໄດ້ດ້ວຍດີ, ພວກເຂົາຕ້ອງໄດ້ສະແດງຕົວ, ເດີນທາງໄປພົບພໍ້ກັບຜູ້ຄົນຫຼາຍຂຶ້ນ, ອົດທົນຕໍ່ຄວາມຍາກລຳບາກ ແລະ ຮັບຄວາມສ່ຽງ. ທັນທີທີ່ມີບາງສິ່ງບາງຢ່າງກ່ຽວຂ້ອງກັບປະເດັນຄວາມປອດໄພຂອງພວກເຂົາເອງ, ພວກຜູ້ຕໍ່ຕ້ານພຣະຄຣິສກໍເລີ່ມຄິດໄລ່ອີກຄັ້ງ ແລະ ທຳມະຊາດຂອງພວກເຂົາກໍຖືກເປີດເຜີຍ. ສິ່ງໃດທີ່ຖືກເປີດເຜີຍ? ພວກເຂົາເຊື່ອວ່າການພົວພັນກັບຜູ້ຄົນຫຼາຍເກີນໄປ ເປັນການສ່ຽງຕໍ່ຄວາມປອດໄພຂອງພວກເຂົາເອງ ແລະ ພວກເຂົາບໍ່ສາມາດຕິດຕໍ່ກັບຜູ້ຄົນຕາມໃຈມັກໄດ້. ພວກຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ພົວພັນກັບຜູ້ທີ່ພວກເຂົາຄວນພົວພັນ ແລະ ບໍ່ໄດ້ພົບປະກັບໃຜກໍຕາມ, ແທນທີ່ຈະເຮັດແນວນັ້ນ ພວກເຂົາກັບຊອກຫາບ່ອນຫຼົບໄພເພື່ອພັກເຊົາ, ຫຼົບລີ້ ແລະ ບໍ່ເຮັດຫຍັງເລີຍນອກຈາກໜ້າວຽກທີ່ຮຽບງ່າຍ. ສ່ວນເລື່ອງທີ່ວ່າ ວຽກງານດ້ານອື່ນໆເຮັດໄດ້ດີສໍ່າໃດ, ມີຄົນລົບກວນ ຫຼື ບໍ່ ຫຼື ການຈັດແຈງວຽກງານ, ປຶ້ມພຣະທຳຂອງພຣະເຈົ້າຕ່າງໆ ຫຼື ບົດເທດສະໜາທີ່ຖືກບັນທຶກໄວ້ກຳລັງຖືກແຈກຢາຍຢູ່ ຫຼື ບໍ່, ພວກຜູ້ຕໍ່ຕ້ານພຣະຄຣິສບໍ່ເຄີຍເຮັດການຈັດແຈງ ຫຼື ສອບຖາມຢ່າງສະເພາະເຈາະຈົງກ່ຽວກັບສິ່ງເຫຼົ່ານີ້ເລີຍ. ມັນບໍ່ໄດ້ໝາຍຄວາມວ່າພວກເຂົາຕ້ອງຮັບຄວາມສ່ຽງ, ຕ້ອງໄດ້ສະແດງຕົວ ແລະ ພົບພໍ້ກັບບັນຫາ ຈຶ່ງຈະຖືວ່າເປັນຄົນທີ່ຈົງຮັກພັກດີ. ບັນຫາຢູ່ທີ່ນີ້ແມ່ນຫຍັງ? ໃຜສາມາດອະທິບາຍໄດ້? (ເມື່ອພວກເຂົາລິເລີ່ມວຽກງານນີ້ໃນຕອນທຳອິດ, ພວກເຂົາບໍ່ເຄີຍຄຳນຶງເຖິງວິທີເຮັດມັນໃຫ້ດີ ຫຼື ບຸກຄະລາກອນທີ່ແນະນຳມານັ້ນເໝາະສົມ ຫຼື ບໍ່ ແລະ ພວກເຂົາບໍ່ເຄີຍລົງມືເຮັດຢ່າງສຸດຫົວໃຈ ຫຼື ປະຕິບັດຄວາມຮັບຜິດຊອບຂອງຕົນໃຫ້ສຳເລັດ. ພວກເຂົາບໍ່ເຄີຍຄິດກ່ຽວກັບສິ່ງເຫຼົ່ານີ້ເລີຍ.) ພວກເຂົາພຽງບໍ່ໄດ້ສະແດງຄວາມຈົງຮັກພັກດີ. ມີຄວາມແຕກຕ່າງໃນທຳມະຊາດຂອງການເຮັດວຽກ ທຽບລະຫວ່າງທີ່ຄົນທີ່ມີຄວາມຈົງຮັກພັກດີຕໍ່ພຣະເຈົ້າ ກັບຜູ້ທີ່ບໍ່ມີຄວາມຈົງຮັກພັກດີ. ເມື່ອພວກເຂົາທັງສອງໄດ້ພົບພໍ້ກັບເລື່ອງທີ່ມີສ່ວນພົວພັນກັບອັນຕະລາຍ, ຜູ້ທີ່ມີຄວາມຈົງຮັກພັກດີສາມາດປະເຊີນໜ້າກັບອັນຕະລາຍ ແລະ ເຮັດວຽກຂອງພວກເຂົາໄດ້, ໂດຍໃຊ້ສະຕິປັນຍາ ແລະ ວິທີການ ເພື່ອຈັດຕັ້ງປະຕິບັດການຈັດແຈງວຽກງານ. ເຖິງຢ່າງໃດກໍຕາມ, ພວກຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ມີສ່ວນຮ່ວມໃນວຽກງານທີ່ເປັນຮູບປະທຳ, ບໍ່ວ່າຈະກ່ຽວຂ້ອງກັບອັນຕະລາຍ ຫຼື ບໍ່ກໍຕາມ ແລະ ການຈັດແຈງວຽກງານກໍບໍ່ເຄີຍໄດ້ຮັບການຈັດຕັ້ງປະຕິບັດໂດຍພວກເຂົາ. ນັ້ນຄືຂໍ້ແຕກຕ່າງ. ພວກຜູ້ຕໍ່ຕ້ານພຣະຄຣິສອາດຈະສອບຖາມທາງວາຈາ ກ່ຽວກັບສະຖານະການຂອງຄຣິສຕະຈັກ, ໜ້າວຽກຕ່າງໆ ແລະ ອື່ນໆ, ແຕ່ແມ່ນແຕ່ການສອບຖາມຂອງພວກເຂົາກໍເປັນພຽງພິທີການ, ພວກເຂົາພຽງແຕ່ໃຊ້ຄວາມພະຍາຍາມແບບຜິວເຜີນ ແລະ ພວກເຂົາບໍ່ໄດ້ໃສ່ໃຈໃນລາຍລະອຽດເລີຍ. ຈາກພາຍນອກ, ມັນອາດຈະເບິ່ງຄືວ່າພວກເຂົາກຳລັງເຮັດວຽກງານທີ່ເປັນຮູບປະທໍາ, ແຕ່ໃນຄວາມເປັນຈິງແລ້ວ ພວກເຂົາບໍ່ໄດ້ເຂົ້າໃຈວຽກງານ, ພວກເຂົາບໍ່ໄດ້ຈົດບັນທຶກ, ພວກເຂົາບໍ່ໄດ້ໄຕ່ຕອງກ່ຽວກັບສິ່ງເຫຼົ່ານັ້ນ ແລະ ພວກເຂົາບໍ່ໄດ້ອະທິຖານ ຫຼື ສະແຫວງຫາ. ພວກເຂົາບໍ່ໄດ້ທຸ່ມເທແຮງກາຍແຮງໃຈໃນການຄຳນຶງວ່າ ມີຄວາມຄືບໜ້າແນວໃດໃນແຕ່ລະພາກສ່ວນຂອງວຽກງານ ຫຼື ໃຜຮັບຜິດຊອບໃນຂົງເຂດທີ່ສິ່ງຕ່າງໆເຮັດໄດ້ບໍ່ດີ ຫຼື ຜູ້ນໍາຄຣິສຕະຈັກຄົນໃດອາດຈະບໍ່ເໝາະສົມ ຫຼື ບ່ອນໃດທີ່ວຽກງານຍັງບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດ. ພວກເຂົາບໍ່ໄດ້ຄຳນຶງເຖິງສິ່ງເຫຼົ່ານີ້, ພວກເຂົາພຽງແຕ່ເຮັດພໍເປັນພິທີ ແລະ ເມື່ອພວກເຂົາລະບຸບັນຫາໄດ້ແລ້ວ, ພວກເຂົາກໍບໍ່ໄດ້ແກ້ໄຂມັນ. ຜູ້ທີ່ຖືກເອີ້ນວ່າຜູ້ນໍາບາງຄົນພຽງແຕ່ນໍາພາຄົນມາເຕົ້າໂຮມກັນ, ເຮັດການສອບຖາມກ່ຽວກັບສະຖານະການ ແລະ ວິເຄາະ ແລະ ສືບສວນວຽກງານ. ທັນທີທີ່ມີວຽກງານທີ່ເປັນຮູບປະທໍາເຂົ້າມາມີສ່ວນກ່ຽວຂ້ອງ ແລະ ມັນໄດ້ຮຽກຮ້ອງໃຫ້ພວກເຂົາທົນທຸກທໍລະມານ ແລະ ເສຍສະຫຼະ, ມີສ່ວນກ່ຽວຂ້ອງກັບການເອົາຄວາມປອດໄພສ່ວນຕົວຂອງພວກເຂົາໄປຕົກຢູ່ໃນຄວາມສ່ຽງ ແລະ ມີລະດັບຄວາມຍາກລຳບາກໃນລະດັບໃດໜຶ່ງ, ພວກເຂົາກໍບໍ່ໄດ້ເຮັດມັນ. ພວກເຂົາຢຸດເຮັດວຽກງານຕັ້ງແຕ່ຈຸດນັ້ນ, ໂດຍໃຫ້ຄວາມສຳຄັນກັບການປົກປ້ອງຕົນເອງກ່ອນ. ເຖິງແມ່ນວ່າຕອນທີ່ພວກເຂົາຮັບຮູ້ບັນຫາ, ພວກເຂົາກໍບໍ່ໄດ້ເຮັດການຈັດແຈງທີ່ສະເພາະເຈາະຈົງ. ຖ້າພວກເຂົາເປັນທີ່ຮູ້ຈັກດີໃນເລື່ອງຄວາມສັດທາຂອງພວກເຂົາ ແລະ ຕົກຢູ່ໃນອັນຕະລາຍທີ່ຈະຖືກຈັບຕົວ, ພວກເຂົາໄດ້ມອບໝາຍວຽກງານເຫຼົ່ານີ້ໃຫ້ຄົນອື່ນບໍ? ບໍ່, ພວກເຂົາບໍ່ໄດ້ເຮັດ. ພວກເຂົາບໍ່ໄດ້ຈັດໃຫ້ຄົນອື່ນເຮັດໜ້າວຽກເຫຼົ່ານີ້ ແລະ ນັ້ນຄືບັນຫາ. ແລ້ວແກ່ນແທ້ໃດທີ່ຖືກເປີດເຜີຍໂດຍຄົນແບບນີ້? ພວກເຂົາຂາດຄວາມຈົງຮັກພັກດີ, ພວກເຂົາເຫັນແກ່ຕົວ ແລະ ໜ້າລັງກຽດ ແລະ ຄຳນຶງເຖິງຄວາມປອດໄພຂອງພວກເຂົາເອງໃນທຸກສິ່ງ. ພວກເຂົາບໍ່ເຄີຍສອບຖາມວ່າການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ ວ່າກຳລັງໄດ້ຮັບການຈັດຕັ້ງປະຕິບັດຢູ່ ຫຼື ບໍ່ ຫຼື ກ່ຽວກັບຄວາມຄືບໜ້າຂອງວຽກງານຂອງເຮືອນຂອງພຣະເຈົ້າ ແລະ ພວກເຂົາບໍ່ໄດ້ສົນໃຈສິ່ງເຫຼົ່ານີ້ເລີຍ. ພວກເຂົາບໍ່ໄດ້ຖວາຍຄວາມຈົງຮັກພັກດີຂອງພວກເຂົາ ແລະ ພວກເຂົາບໍ່ໄດ້ສະແດງຄວາມຈົງຮັກພັກດີຂອງພວກເຂົາ. ສຳລັບພວກເຂົາແລ້ວ, ການເຮັດພໍເປັນພິທີກ່ຽວກັບເລື່ອງເຫຼົ່ານີ້ກໍພຽງພໍແລ້ວ; ພວກເຂົາຖືວ່າສິ່ງນີ້ເປັນການເຮັດວຽກ. ຖ້າຄວາມສ່ຽງມີໜ້ອຍ, ພວກເຂົາອາດຈະຝືນໃຈເຮັດວຽກບາງຢ່າງ. ແຕ່ຖ້າຄວາມສ່ຽງມີຫຼາຍ ແລະ ມີຄວາມເປັນໄປໄດ້ທີ່ພວກເຂົາຈະຖືກຈັບຕົວ, ພວກເຂົາຈະບໍ່ເຮັດມັນ, ບໍ່ວ່າໜ້າວຽກນັ້ນຈະສໍາຄັນສໍ່າໃດກໍຕາມ. ນັ້ນຄືແກ່ນແທ້ຂອງພວກຜູ້ຕໍ່ຕ້ານພຣະຄຣິສ. ໃນສ່ວນເລິກຂອງຫົວໃຈຂອງພວກເຂົາ, ຕາບໃດທີ່ຜົນປະໂຫຍດຂອງພວກເຂົາປອດໄພ, ພວກເຂົາກໍສາມາດທໍລະຍົດຕໍ່ໃຜກໍໄດ້. ຜົນປະໂຫຍດຂອງພວກເຂົາບັນລຸໄດ້ ໂດຍແລກກັບຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ; ສຳລັບພວກເຂົາແລ້ວ ຜົນປະໂຫຍດຂອງພວກເຂົາແມ່ນສິ່ງສຳຄັນສູງທີ່ສຸດ. ພວກຜູ້ຕໍ່ຕ້ານພຣະຄຣິສສາມາດມີຄວາມຈົງຮັກພັກດີໄດ້ບໍ ເມື່ອພວກເຂົາຮັບໜ້າທີ່ແລ້ວ? (ບໍ່, ພວກເຂົາເຮັດບໍ່ໄດ້.) ຄວາມຈົງຮັກພັກດີນັ້ນເປັນໄປບໍ່ໄດ້ສຳລັບພວກເຂົາ. ພວກເຂົາສາມາດຄຳນຶງເຖິງຊີວິດ ແລະ ຄວາມປອດໄພຂອງອ້າຍເອື້ອຍນ້ອງຂອງພວກເຂົາໄດ້ບໍ? (ພວກເຂົາເຮັດບໍ່ໄດ້.) ເມື່ອເວົ້າເຖິງຄວາມປອດໄພຂອງພວກເຂົາເອງ, ພວກຜູ້ຕໍ່ຕ້ານພຣະຄຣິສຈະປົກປ້ອງແຕ່ຕົນເອງເທົ່ານັ້ນ, ໂດຍຍູ້ອ້າຍເອື້ອຍນ້ອງຂອງພວກເຂົາລົງໃນຂຸມໄຟ ແລະ ໃຊ້ພວກເຂົາເປັນເບ້ຍໃນການເສຍສະລະ. ນັ້ນຄືທຳມະຊາດ-ແກ່ນແທ້ຂອງພວກຜູ້ຕໍ່ຕ້ານພຣະຄຣິສ.

ນອກຈາກການຄຳນຶງເຖິງຄວາມປອດໄພຂອງພວກເຂົາເອງແລ້ວ, ພວກຜູ້ຕໍ່ຕ້ານພຣະຄຣິສບາງຄົນຍັງຄິດກ່ຽວກັບເລື່ອງຫຍັງອີກ? ພວກເຂົາເວົ້າວ່າ “ຕອນນີ້ ສະພາບແວດລ້ອມຂອງພວກເຮົາບໍ່ໄດ້ເອື້ອອຳນວຍ, ສະນັ້ນ ໃຫ້ພວກເຮົາສະແດງຕົວໜ້ອຍລົງ ແລະ ເທດສະໜາພຣະກິດຕິຄຸນໜ້ອຍລົງ. ດ້ວຍວິທີນັ້ນ, ພວກເຮົາມີໂອກາດທີ່ຈະຖືກຈັບໜ້ອຍລົງ ແລະ ວຽກງານຂອງຄຣິສຕະຈັກກໍຈະບໍ່ຖືກທຳລາຍ. ຖ້າພວກເຮົາຫຼີກລ່ຽງການຖືກຈັບ, ພວກເຮົາກໍຈະບໍ່ກາຍເປັນຢູດາ ແລະ ຈາກນັ້ນພວກເຮົາກໍຈະສາມາດຢູ່ຕໍ່ໄປໄດ້ໃນອະນາຄົດ, ແມ່ນບໍ່?” ມີພວກຜູ້ຕໍ່ຕ້ານພຣະຄຣິສທີ່ໃຊ້ຂໍ້ອ້າງເຊັ່ນນີ້ ເພື່ອເຮັດໃຫ້ອ້າຍເອື້ອຍນ້ອງຂອງພວກເຂົາຫຼົງຜິດບໍ? ພວກຜູ້ຕໍ່ຕ້ານພຣະຄຣິສບາງຄົນຢ້ານຄວາມຕາຍຫຼາຍ ແລະ ຍອມມີຊີວິດຢູ່ຢ່າງໄຮ້ສັກສີ; ພວກເຂົາຍັງມັກຊື່ສຽງ ແລະ ສະຖານະ ແລະ ເຕັມໃຈທີ່ຈະຮັບບົດບາດຜູ້ນໍາ. ເຖິງແມ່ນວ່າພວກເຂົາຮູ້ວ່າ “ວຽກງານຂອງຜູ້ນໍາບໍ່ແມ່ນເລື່ອງງ່າຍທີ່ຈະແບກຫາບ ຖ້າມັງກອນແດງທີ່ຍິ່ງໃຫຍ່ພົບເຫັນວ່າຂ້ອຍໄດ້ຖືກແຕ່ງຕັ້ງເປັນຜູ້ນໍາ, ຂ້ອຍກໍຈະມີຊື່ສຽງ ແລະ ຂ້ອຍອາດຈະຖືກໃສ່ໃນບັນຊີຜູ້ຖືກປະກາດຈັບ ແລະ ທັນທີທີ່ຂ້ອຍຖືກຈັບ ຊີວິດຂອງຂ້ອຍກໍຈະຕົກຢູ່ໃນອັນຕະລາຍ”, ເພື່ອເຫັນແກ່ການເພີດເພີນໃນຜົນປະໂຫຍດຂອງສະຖານະນີ້, ພວກເຂົາຈຶ່ງບໍ່ສົນໃຈອັນຕະລາຍເຫຼົ່ານີ້. ເມື່ອພວກເຂົາຮັບໃຊ້ໃນຖານະຜູ້ນໍາ, ພວກເຂົາພຽງແຕ່ເພີດເພີນກັບຄວາມສຸກທາງເນື້ອໜັງຂອງພວກເຂົາ ແລະ ພວກເຂົາບໍ່ໄດ້ມີສ່ວນຮ່ວມໃນວຽກງານຕົວຈິງ. ນອກຈາກການຕິດຕໍ່ພົວພັນເລັກນ້ອຍກັບຄຣິສຕະຈັກຕ່າງໆແລ້ວ, ພວກເຂົາກໍບໍ່ໄດ້ເຮັດຫຍັງອີກເລີຍ. ພວກເຂົາໄດ້ຫຼົບລີ້ຢູ່ໃນສະຖານທີ່ບາງແຫ່ງ ແລະ ບໍ່ພົບພໍ້ກັບໃຜເລີຍ, ໂດຍໄດ້ເກັບຕົວຢ່າງມິດຊິດ ແລະ ອ້າຍເອື້ອຍນ້ອງກໍບໍ່ຮູ້ວ່າຜູ້ນໍາຂອງພວກເຂົາແມ່ນໃຜ, ນັ້ນຄືລະດັບຂອງຄວາມຢ້ານກົວຂອງພວກເຂົາ. ສະນັ້ນ, ມັນຖືກຕ້ອງແລ້ວບໍທີ່ຈະເວົ້າວ່າ ພວກເຂົາເປັນຜູ້ນໍາແຕ່ໃນນາມເທົ່ານັ້ນ? (ແມ່ນແລ້ວ.) ພວກເຂົາບໍ່ໄດ້ມີສ່ວນຮ່ວມໃນວຽກງານຕົວຈິງອັນໃດໃນຖານະຜູ້ນໍາ; ພວກເຂົາສົນໃຈພຽງແຕ່ການຫຼົບລີ້ຕົວເອງ. ເມື່ອຄົນອື່ນຖາມພວກເຂົາວ່າ “ການເປັນຜູ້ນໍາເປັນແນວໃດ?” ພວກເຂົາຈະເວົ້າວ່າ “ຂ້ອຍຫຍຸ້ງຢ່າງບໍ່ໜ້າເຊື່ອ ແລະ ເພື່ອຄວາມປອດໄພ, ຂ້ອຍຕ້ອງຍ້າຍເຮືອນຢູ່ເລື້ອຍໆ. ສະພາບແວດລ້ອມນີ້ວຸ້ນວາຍຫຼາຍຈົນຂ້ອຍບໍ່ສາມາດຈົດຈໍ່ກັບວຽກງານຂອງຂ້ອຍໄດ້”. ພວກເຂົາຮູ້ສຶກຢູ່ສະເໝີວ່າມີສາຍຕາຈຳນວນຫຼາຍກຳລັງຈັບຕາເບິ່ງພວກເຂົາຢູ່ ແລະ ບໍ່ຮູ້ວ່າບ່ອນໃດເປັນບ່ອນປອດໄພທີ່ຈະໄປຫຼົບລີ້. ນອກເໜືອຈາກການປອມຕົວ, ຫຼົບລີ້ຕົວເອງໃນສະຖານທີ່ແຕກຕ່າງກັນ ແລະ ບໍ່ພັກຢູ່ໃນສະຖານທີ່ດຽວແລ້ວ, ພວກເຂົາກໍບໍ່ໄດ້ເຮັດວຽກງານຕົວຈິງອັນໃດເລີຍໃນທຸກໆມື້. ມີຜູ້ນໍາເຊັ່ນນີ້ຢູ່ບໍ? (ມີ.) ພວກເຂົາປະຕິບັດຕາມຫຼັກການໃດ? ຄົນເຫຼົ່ານີ້ເວົ້າວ່າ “ກະຕ່າຍທີ່ມີເລ່ຫຼ່ຽມມີໂກນສາມບ່ອນ. ເພື່ອໃຫ້ກະຕ່າຍປ້ອງກັນການໂຈມຕີຂອງສັດຜູ້ລ້າ, ມັນຕ້ອງໄດ້ກະກຽມໂກນສາມບ່ອນ ເພື່ອຫຼົບລີ້ຕົວມັນເອງ. ຖ້າຄົນເຮົາພົບພໍ້ກັບອັນຕະລາຍ ແລະ ຕ້ອງຫຼົບໜີ, ແຕ່ພວກເຂົາບໍ່ມີບ່ອນຫຼົບລີ້ຕົວ, ນັ້ນຍອມຮັບໄດ້ບໍ? ພວກເຮົາຕ້ອງໄດ້ຮຽນຮູ້ຈາກກະຕ່າຍ! ສັດທີ່ພຣະເຈົ້າສ້າງມີຄວາມສາມາດໃນການເອົາຕົວລອດນີ້ ແລະ ຜູ້ຄົນກໍຄວນຮຽນຮູ້ຈາກພວກມັນ”. ນັບຕັ້ງແຕ່ໄດ້ຮັບບົດບາດຜູ້ນໍາ, ພວກເຂົາໄດ້ຮັບຮູ້ເຖິງຫຼັກຄຳສອນນີ້ ແລະ ເຖິງຂັ້ນເຊື່ອວ່າພວກເຂົາເຂົ້າໃຈຄວາມຈິງແລ້ວ. ໃນຄວາມເປັນຈິງ, ພວກເຂົາຢ້ານກົວຢ່າງຮ້າຍແຮງ. ທັນທີທີ່ພວກເຂົາໄດ້ຍິນກ່ຽວກັບຜູ້ນໍາຄົນໜຶ່ງທີ່ຖືກລາຍງານຕໍ່ຕໍາຫຼວດ ເພາະສະຖານທີ່ທີ່ພວກເຂົາອາໄສຢູ່ບໍ່ປອດໄພ ຫຼື ກ່ຽວກັບຜູ້ນໍາຄົນໜຶ່ງທີ່ຖືກແນເປົ້າ ໂດຍສາຍລັບຂອງມັງກອນແດງທີ່ຍິ່ງໃຫຍ່ ເພາະພວກເຂົາອອກໄປປະຕິບັດໜ້າທີ່ຂອງພວກເຂົາເລື້ອຍເກີນໄປ ແລະ ພົວພັນກັບຜູ້ຄົນຫຼາຍເກີນໄປ ແລະ ວິທີທີ່ຄົນເຫຼົ່ານີ້ຈົບລົງດ້ວຍການຖືກຈັບ ແລະ ຖືກຕັດສິນໂທດ, ພວກເຂົາກໍເກີດຄວາມຢ້ານກົວຂຶ້ນມາທັນທີ. ພວກເຂົາຄິດວ່າ “ໂອ້ ບໍ່, ຂ້ອຍຈະເປັນຄົນຕໍ່ໄປທີ່ຈະຖືກຈັບບໍ? ຂ້ອຍຕ້ອງໄດ້ຮຽນຮູ້ຈາກເລື່ອງນີ້. ຂ້ອຍບໍ່ຄວນຫ້າວຫັນເກີນໄປ. ຖ້າຂ້ອຍສາມາດຫຼີກລ່ຽງການເຮັດວຽກງານບາງຢ່າງຂອງຄຣິສຕະຈັກໄດ້, ຂ້ອຍກໍຈະບໍ່ເຮັດ. ຖ້າຂ້ອຍສາມາດຫຼີກລ່ຽງການສະແດງຕົວໄດ້, ຂ້ອຍກໍຈະບໍ່ສະແດງ. ຂ້ອຍຈະຫຼຸດວຽກງານຂອງຂ້ອຍລົງໃຫ້ຫຼາຍທີ່ສຸດເທົ່າທີ່ຈະຫຼາຍໄດ້, ຫຼີກລ່ຽງການອອກໄປຂ້າງນອກ, ຫຼີກລ່ຽງການພົວພັນກັບໃຜກໍຕາມ ແລະ ຮັບປະກັນວ່າບໍ່ມີໃຜຮູ້ວ່າຂ້ອຍເປັນຜູ້ນໍາ. ທຸກມື້ນີ້, ໃຜຈະສາມາດສົນໃຈຄົນອື່ນໄດ້? ພຽງແຕ່ການມີຊີວິດຢູ່ກໍເປັນເລື່ອງທີ່ທ້າທາຍແລ້ວ!” ນັບຕັ້ງແຕ່ຮັບບົດບາດຜູ້ນໍາ, ນອກເໜືອຈາກການຫິ້ວກະເປົາ ແລະ ຫຼົບລີ້ແລ້ວ, ພວກເຂົາກໍບໍ່ໄດ້ເຮັດວຽກງານອັນໃດເລີຍ. ພວກເຂົາມີຊີວິດຢູ່ດ້ວຍຄວາມວິຕົກກັງວົນ, ຢູ່ໃນຄວາມຢ້ານກົວຕະຫຼອດເວລາທີ່ຈະຖືກຈັບ ແລະ ຖືກຕັດສິນໂທດ. ສົມມຸດວ່າພວກເຂົາໄດ້ຍິນຄົນເວົ້າວ່າ “ຖ້າເຈົ້າຖືກຈັບ, ເຈົ້າຈະຖືກຂ້າ! ຖ້າເຈົ້າບໍ່ໄດ້ເປັນຜູ້ນໍາ, ຖ້າເຈົ້າເປັນພຽງຜູ້ເຊື່ອທຳມະດາ, ເຈົ້າອາດຈະຖືກປ່ອຍຕົວຫຼັງຈາກຈ່າຍຄ່າປັບໃໝເລັກນ້ອຍ, ແຕ່ເນື່ອງຈາກເຈົ້າເປັນຜູ້ນໍາ, ມັນກໍຍາກທີ່ຈະເວົ້າໄດ້. ມັນອັນຕະລາຍເກີນໄປ! ຜູ້ນໍາ ຫຼື ຜູ້ເຮັດວຽກບາງຄົນທີ່ຖືກຈັບໄດ້ປະຕິເສດທີ່ຈະໃຫ້ຂໍ້ມູນໃດກໍຕາມ ແລະ ຖືກຕຳຫຼວດທຸບຕີຈົນຕາຍ”. ເມື່ອພວກເຂົາໄດ້ຍິນກ່ຽວກັບໃຜບາງຄົນທີ່ຖືກທຸບຕີຈົນຕາຍ, ຄວາມຢ້ານກົວຂອງພວກເຂົາກໍຮຸນແຮງຂຶ້ນ ແລະ ພວກເຂົາກໍຍິ່ງຢ້ານທີ່ຈະເຮັດວຽກງານ. ທຸກໆມື້, ສິ່ງທີ່ພວກເຂົາຄິດກໍຄືຈະລ່ຽງການຖືກຈັບແນວໃດ, ຈະຫຼີກລ່ຽງການສະແດງຕົວແນວໃດ, ຈະຫຼີກລ່ຽງການຖືກຕິດຕາມແນວໃດ ແລະ ຈະຫຼີກລ່ຽງການຕິດຕໍ່ກັບອ້າຍເອື້ອຍນ້ອງຂອງພວກເຂົາແນວໃດ. ພວກເຂົາໃຊ້ຄວາມຄິດຢ່າງໜັກກ່ຽວກັບເລື່ອງເຫຼົ່ານີ້ ແລະ ລືມໜ້າທີ່ຂອງພວກເຂົາໄປຢ່າງສິ້ນເຊີງ. ຄົນເຫຼົ່ານີ້ແມ່ນຄົນຈົງຮັກພັກດີບໍ? ຄົນແບບນີ້ສາມາດຮັບມືກັບວຽກງານໃດໜຶ່ງໄດ້ບໍ? (ບໍ່, ພວກເຂົາເຮັດບໍ່ໄດ້.) ຄົນແບບນີ້ເປັນພຽງຄົນຂີ້ຢ້ານ ແລະ ພວກເຮົາບໍ່ສາມາດກຳນົດລັກສະນະຂອງພວກເຂົາຢ່າງແນ່ນອນ ວ່າເປັນພວກຜູ້ຕໍ່ຕ້ານພຣະຄຣິສ ໂດຍອີງໃສ່ການສະແດງອອກນີ້ພຽງຢ່າງດຽວ, ແຕ່ທຳມະຊາດຂອງການສະແດງອອກນີ້ແມ່ນຫຍັງ? ແກ່ນແທ້ຂອງການສະແດງອອກນີ້ຄືແກ່ນແທ້ຂອງຜູ້ບໍ່ເຊື່ອ. ພວກເຂົາບໍ່ເຊື່ອວ່າພຣະເຈົ້າສາມາດປົກປ້ອງຄວາມປອດໄພຂອງຜູ້ຄົນໄດ້ ແລະ ພວກເຂົາບໍ່ເຊື່ອຢ່າງແນ່ນອນວ່າ ການອຸທິດຕົນເອງເພື່ອເສຍສະລະໃຫ້ກັບພຣະເຈົ້າ ຄືການອຸທິດຕົນເອງໃຫ້ກັບຄວາມຈິງ ແລະ ມັນເປັນສິ່ງທີ່ພຣະເຈົ້າຮັບຮອງເອົາ. ພວກເຂົາບໍ່ຢໍາເກງພຣະເຈົ້າໃນຫົວໃຈຂອງພວກເຂົາ; ພວກເຂົາພຽງແຕ່ຢ້ານກົວຊາຕານ ແລະ ພັກການເມືອງທີ່ຊົ່ວຊ້າ. ພວກເຂົາບໍ່ເຊື່ອໃນການມີຢູ່ຂອງພຣະເຈົ້າ, ພວກເຂົາບໍ່ເຊື່ອວ່າທຸກສິ່ງທຸກຢ່າງຢູ່ໃນມືຂອງພຣະເຈົ້າ ແລະ ພວກເຂົາບໍ່ເຊື່ອຢ່າງແນ່ນອນວ່າ ພຣະເຈົ້າຈະຮັບຮອງເອົາຄົນທີ່ເສຍສະລະທຸກຢ່າງ ເພື່ອເຫັນແກ່ພຣະອົງ ແລະ ເພື່ອເຫັນແກ່ການຕິດຕາມຫົນທາງຂອງພຣະອົງ ແລະ ເຮັດການຝາກຝັງຂອງພຣະອົງໃຫ້ສຳເລັດ. ພວກເຂົາບໍ່ສາມາດເຫັນສິ່ງເຫຼົ່ານີ້ເລີຍ. ພວກເຂົາເຊື່ອໃນຫຍັງ? ພວກເຂົາເຊື່ອວ່າຖ້າພວກເຂົາຕົກຢູ່ໃນມືຂອງມັງກອນແດງທີ່ຍິ່ງໃຫຍ່, ພວກເຂົາຈະພົບກັບຈຸດຈົບທີ່ບໍ່ດີ, ພວກເຂົາອາດຈະຖືກຕັດສິນໂທດ ຫຼື ເຖິງຂັ້ນມີຄວາມສ່ຽງທີ່ຈະເສຍຊີວິດໄດ້. ໃນຫົວໃຈຂອງພວກເຂົາ, ພວກເຂົາພຽງແຕ່ຄຳນຶງເຖິງຄວາມປອດໄພຂອງພວກເຂົາເອງເທົ່ານັ້ນ ແລະ ບໍ່ແມ່ນວຽກງານຂອງຄຣິສຕະຈັກ. ຄົນເຫຼົ່ານີ້ບໍ່ແມ່ນຜູ້ບໍ່ເຊື່ອບໍ? (ແມ່ນແລ້ວ.) ພຣະຄຳພີກ່າວວ່າແນວໃດ? “ຜູ້ໃດທີ່ເສຍຊີວິດຂອງຕົນເພື່ອເຫັນແກ່ເຮົາ ຜູ້ນັ້ນກໍຈະພົບຊີວິດນັ້ນ” (ມັດທາຍ 10:39.) ພວກເຂົາເຊື່ອພຣະທຳເຫຼົ່ານີ້ບໍ? (ບໍ່, ພວກເຂົາບໍ່ເຊື່ອ.) ຖ້າພວກເຂົາຖືກຂໍໃຫ້ຮັບຄວາມສ່ຽງໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາກໍຈະປາຖະໜາທີ່ຈະຫຼົບລີ້ຕົວເອງ ແລະ ບໍ່ໃຫ້ໃຜເຫັນພວກເຂົາ, ພວກເຂົາຢາກຫາຍຕົວໄດ້. ນີ້ຄືລະດັບຄວາມຢ້ານກົວຂອງພວກເຂົາ. ພວກເຂົາບໍ່ເຊື່ອວ່າພຣະເຈົ້າຄືທີ່ເພິ່ງຂອງມະນຸດ, ບໍ່ເຊື່ອວ່າທຸກສິ່ງຢູ່ໃນມືຂອງພຣະເຈົ້າ, ບໍ່ເຊື່ອວ່າຖ້າມີບາງສິ່ງບາງຢ່າງຜິດພາດເກີດຂຶ້ນແທ້ໆ ຫຼື ພວກເຂົາຖືກຈັບຕົວໄປແທ້ໆ, ມັນກໍໄດ້ຮັບອະນຸຍາດໂດຍພຣະເຈົ້າ ແລະ ຜູ້ຄົນຄວນມີຫົວໃຈແຫ່ງການອ່ອນນ້ອມ. ຄົນເຫຼົ່ານີ້ບໍ່ມີຫົວໃຈເຫຼົ່ານີ້, ຄວາມເຂົ້າໃຈນີ້ ຫຼື ການກະກຽມນີ້. ພວກເຂົາເຊື່ອໃນພຣະເຈົ້າຢ່າງແທ້ຈິງບໍ? (ບໍ່, ພວກເຂົາບໍ່ເຊື່ອ.) ແກ່ນແທ້ຂອງການສະແດງອອກນີ້ບໍ່ແມ່ນແກ່ນແທ້ຂອງຜູ້ບໍ່ເຊື່ອບໍ? (ແມ່ນແລ້ວ.) ມັນກໍເປັນແບບນັ້ນ. ຄົນແບບນີ້ຂີ້ຢ້ານເປັນພິເສດ, ຢ້ານກົວຢ່າງຮ້າຍແຮງ ແລະ ຢ້ານຄວາມທຸກທໍລະມານທາງຮ່າງກາຍ ແລະ ຢ້ານສິ່ງບໍ່ດີທີ່ຈະເກີດຂຶ້ນກັບພວກເຂົາ. ພວກເຂົາກາຍເປັນຄົນຂີ້ຢ້ານຄືກັບນົກທີ່ຂີ້ຕົກໃຈ ແລະ ບໍ່ສາມາດປະຕິບັດວຽກງານຂອງພວກເຂົາໄດ້ອີກຕໍ່ໄປ. ຄົນປະເພດທີ່ພວກເຮົາເວົ້າເຖິງກ່ອນໜ້ານີ້ ພຽງແຕ່ບໍ່ເຮັດວຽກງານອັນໃດເລີຍ, ເຖິງແມ່ນວ່າພວກເຂົາຈະມີຄວາມສາມາດໃນການເຮັດມັນກໍຕາມ. ເຖິງແມ່ນວ່າພວກເຂົາຮູ້ວ່າມີບັນຫາຢູ່, ພວກເຂົາກໍຈະບໍ່ຈັດການກັບມັນ. ພວກເຂົາພຽງແຕ່ປົກປ້ອງຕົນເອງ ແລະ ພວກເຂົາເຫັນແກ່ຕົວ ແລະ ໜ້າລັງກຽດເປັນພິເສດ. ຄົນທັງສອງປະເພດນີ້ລ້ວນແຕ່ເປັນຜູ້ບໍ່ເຊື່ອ. ປະເພດທີໜຶ່ງເປັນຄົນກະລ້ອນ ແລະ ມີເລ່ຫຼ່ຽມ, ຢ້ານຄວາມລຳບາກ ແລະ ຄວາມອິດເມື່ອຍ, ກັງວົນກັບເນື້ອໜັງຂອງຕົນ ແລະ ບໍ່ມີສ່ວນຮ່ວມໃນວຽກງານຕົວຈິງ. ປະເພດທີສອງເປັນຄົນຂີ້ຢ້ານ ແລະ ຢ້ານກົວ, ບໍ່ກ້າປະຕິບັດວຽກງານຕົວຈິງ ແລະ ຢ້ານການຖືກຈັບ ແລະ ຖືກຂົ່ມເຫັງ ໂດຍມັງກອນແດງທີ່ຍິ່ງໃຫຍ່. ຄົນສອງປະເພດນີ້ບໍ່ມີຄວາມແຕກຕ່າງກັນບໍ? (ມີ.)

ມີຕົວຢ່າງໃດແດ່ທີ່ພວກເຈົ້າຮູ້ກ່ຽວກັບວິທີທີ່ພວກຜູ້ຕໍ່ຕ້ານພຣະຄຣິສໄດ້ປົກປ້ອງຄວາມປອດໄພຂອງພວກເຂົາເອງ? (ພຣະເຈົ້າ, ຂ້ານ້ອຍຮູ້ຈັກກໍລະນີໜຶ່ງ. ມີຄຣິສຕະຈັກແຫ່ງໜຶ່ງທີ່ຖືກກວາດລ້າງ ໂດຍມັງກອນແດງທີ່ຍິ່ງໃຫຍ່ ເພາະມັນຖືກຄວບຄຸມໂດຍຜູ້ຕໍ່ຕ້ານພຣະຄຣິສຄົນໜຶ່ງ ທີ່ກຳລັງອາລະວາດເຮັດສິ່ງບໍ່ດີ ແລະ ຜູ້ນໍາ, ຜູ້ຊ່ວຍວຽກ ແລະ ອ້າຍເອື້ອຍນ້ອງຈຳນວນໜຶ່ງລ້ວນແຕ່ຖືກຈັບ. ໃນເວລານັ້ນ, ຜູ້ຕໍ່ຕ້ານພຣະຄຣິສຢ້ານວ່າຈະຖືກຈັບໄປ. ໂດຍບໍ່ໄດ້ເຮັດການຈັດແຈງສຳລັບວຽກງານການຈັດການກັບຜົນທີ່ຕາມມາ, ລາວໄດ້ໄປຫຼົບລີ້ຢູ່ໃນສະຖານທີ່ຫ່າງໄກສອກຫຼີກ. ລາວເຖິງກັບປະຕິເສດທີ່ຈະພັກຢູ່ກັບຄອບຄົວຂອງຜູ້ຈັດ ແລະ ຢືນຢັນທີ່ຈະໃຊ້ເຄື່ອງຖວາຍ ເພື່ອເຊົ່າສະຖານທີ່ແທນ. ເນື່ອງຈາກລາວບໍ່ໄດ້ເຮັດການຈັດແຈງທີ່ເໝາະສົມ ສຳລັບວຽກງານທີ່ຕາມມາ ແລະ ບໍ່ໄດ້ກຳຈັດອັນຕະລາຍທີ່ແອບແຝງຢູ່ໂດຍທັນທີ, ອ້າຍເອື້ອຍນ້ອງຈຳນວນໜຶ່ງຈຶ່ງຖືກຈັບ ແລະ ວຽກງານຂອງຄຣິສຕະຈັກກໍຖືກບັງຄັບໃຫ້ຢຸດເຊົາ. ມັນຊັດເຈນວ່າພວກຜູ້ຕໍ່ຕ້ານພຣະຄຣິສນັ້ນເຫັນແກ່ຕົວ ແລະ ໜ້າລັງກຽດເປັນພິເສດ. ໃນຊ່ວງເວລາວິກິດ, ພວກເຂົາປົກປ້ອງແຕ່ຜົນປະໂຫຍດຂອງພວກເຂົາເອງເທົ່ານັ້ນ ແລະ ບໍ່ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເລີຍ.) ພວກຜູ້ຕໍ່ຕ້ານພຣະຄຣິສເຫັນແກ່ຕົວ ແລະ ໜ້າລັງກຽດຢ່າງຮ້າຍແຮງ. ພວກເຂົາບໍ່ມີຄວາມສັດທາທີ່ແທ້ຈິງໃນພຣະເຈົ້າ, ແຮງບໍ່ຕ້ອງເວົ້າເຖິງຄວາມຈົງຮັກພັກດີຕໍ່ພຣະເຈົ້າເລີຍ; ເມື່ອພວກເຂົາໄດ້ພົບພໍ້ກັບບັນຫາ, ພວກເຂົາກໍພຽງແຕ່ປົກປ້ອງ ແລະ ຮັກສາຕົນເອງເທົ່ານັ້ນ. ສຳລັບພວກເຂົາແລ້ວ, ບໍ່ມີສິ່ງໃດມີຄວາມສຳຄັນໄປກວ່າຄວາມປອດໄພຂອງພວກເຂົາເອງ. ຕາບໃດທີ່ພວກເຂົາສາມາດມີຊີວິດຢູ່ ແລະ ບໍ່ຖືກຈັບ, ພວກເຂົາກໍບໍ່ສົນໃຈວ່າຈະເກີດຜົນເສຍຫາຍຕໍ່ວຽກງານຂອງຄຣິສຕະຈັກຫຼາຍສໍ່າໃດ. ຄົນເຫຼົ່ານີ້ເຫັນແກ່ຕົວຢ່າງເຖິງທີ່ສຸດ, ພວກເຂົາບໍ່ຄິດເຖິງອ້າຍເອື້ອຍນ້ອງ ຫຼື ວຽກງານຂອງຄຣິສຕະຈັກເລີຍ, ພວກເຂົາຄິດເຖິງແຕ່ຄວາມປອດໄພຂອງພວກເຂົາເອງເທົ່ານັ້ນ. ພວກເຂົາຄືພວກຜູ້ຕໍ່ຕ້ານພຣະຄຣິສ. ແລ້ວເມື່ອສິ່ງເຊັ່ນນີ້ເກີດຂຶ້ນກັບຜູ້ທີ່ຈົງຮັກພັກດີຕໍ່ພຣະເຈົ້າ ແລະ ມີຄວາມສັດທາທີ່ແທ້ຈິງໃນພຣະເຈົ້າ, ພວກເຂົາຈັດການກັບສິ່ງເຫຼົ່ານັ້ນແນວໃດ? ສິ່ງທີ່ພວກເຂົາເຮັດແຕກຕ່າງຈາກສິ່ງທີ່ພວກຜູ້ຕໍ່ຕ້ານພຣະຄຣິສເຮັດແນວໃດ? (ເມື່ອສິ່ງເຊັ່ນນີ້ເກີດຂຶ້ນກັບຜູ້ທີ່ຈົງຮັກພັກດີຕໍ່ພຣະເຈົ້າ, ພວກເຂົາຈະຄິດຫາວິທີໃດກໍຕາມ ເພື່ອປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ເພື່ອປ້ອງກັນການສູນເສຍເຄື່ອງຖວາຍຂອງພຣະເຈົ້າ ແລະ ພວກເຂົາຈະເຮັດການຈັດແຈງທີ່ຈຳເປັນສຳລັບຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ອ້າຍເອື້ອຍນ້ອງ, ເພື່ອຫຼຸດຜ່ອນການສູນເສຍໃຫ້ໜ້ອຍທີ່ສຸດ. ໃນຂະນະດຽວກັນ, ພວກຜູ້ຕໍ່ຕ້ານພຣະຄຣິສຈະຮັບປະກັນວ່າພວກເຂົາຈະໄດ້ຮັບການປົກປ້ອງກ່ອນ. ພວກເຂົາບໍ່ໄດ້ສົນໃຈວຽກງານຂອງຄຣິສຕະຈັກ ຫຼື ຄວາມປອດໄພຂອງຜູ້ຄົນທີ່ພຣະເຈົ້າເລືອກ ແລະ ເມື່ອຄຣິສຕະຈັກປະເຊີນກັບການຈັບກຸມ, ມັນກໍໄດ້ສົ່ງຜົນໃຫ້ເກີດການສູນເສຍຕໍ່ວຽກງານຂອງຄຣິສຕະຈັກໄດ້.) ພວກຜູ້ຕໍ່ຕ້ານພຣະຄຣິສໄດ້ປະຖິ້ມວຽກງານຂອງຄຣິສຕະຈັກ ແລະ ເຄື່ອງຖວາຍຂອງພຣະເຈົ້າ ແລະ ພວກເຂົາບໍ່ຈັດແຈງໃຫ້ຄົນມາຈັດການກັບວຽກງານທີ່ຕາມມາ. ສິ່ງນີ້ເທົ່າກັບການອະນຸຍາດໃຫ້ມັງກອນແດງທີ່ຍິ່ງໃຫຍ່ຍຶດເອົາເຄື່ອງຖວາຍຂອງພຣະເຈົ້າ ແລະ ຜູ້ຄົນທີ່ພຣະອົງເລືອກໄປ. ນີ້ບໍ່ແມ່ນການທໍລະຍົດຕໍ່ເຄື່ອງຖວາຍຂອງພຣະເຈົ້າ ແລະ ຜູ້ຄົນທີ່ພຣະອົງເລືອກຢ່າງລັບໆບໍ? ເມື່ອຜູ້ທີ່ຈົງຮັກພັກດີຕໍ່ພຣະເຈົ້າໄດ້ຮູ້ຢ່າງຊັດເຈນວ່າ ສະພາບແວດລ້ອມເປັນອັນຕະລາຍ, ພວກເຂົາກໍຍັງກ້າສ່ຽງໃນການເຮັດວຽກງານການຈັດການກັບຜົນທີ່ມາຕາມຫຼັງ ແລະ ພວກເຂົາກໍຮັກສາຄວາມສູນເສຍຕໍ່ເຮືອນຂອງພຣະເຈົ້າໃຫ້ຢູ່ໃນລະດັບຕໍ່າທີ່ສຸດ ກ່ອນທີ່ພວກເຂົາເອງຈະຖອນຕົວອອກມາ. ພວກເຂົາບໍ່ໃຫ້ຄວາມສຳຄັນກັບຄວາມປອດໄພຂອງພວກເຂົາເອງເປັນອັນດັບທຳອິດ. ບອກເຮົາມາເບິ່ງ, ໃນປະເທດທີ່ຊົ່ວຊ້າຂອງມັງກອນແດງທີ່ຍິ່ງໃຫຍ່ນີ້, ໃຜຈະສາມາດຮັບປະກັນໄດ້ວ່າບໍ່ມີອັນຕະລາຍໃດເລີຍໃນການເຊື່ອໃນພຣະເຈົ້າ ແລະ ການປະຕິບັດໜ້າທີ່ບໍ? ບໍ່ວ່າຜູ້ໃດຈະຮັບໜ້າທີ່ໃດກໍຕາມ, ມັນກໍຍ່ອມມີຄວາມສ່ຽງ, ແຕ່ການປະຕິບັດໜ້າທີ່ແມ່ນຖືກຝາກຝັງໂດຍພຣະເຈົ້າ ແລະ ໃນຂະນະທີ່ຕິດຕາມພຣະເຈົ້ານັ້ນ, ຄົນເຮົາຕ້ອງຮັບຄວາມສ່ຽງໃນການປະຕິບັດໜ້າທີ່ຂອງພວກເຂົາ. ຄົນເຮົາຄວນໃຊ້ສະຕິປັນຍາ ແລະ ຈຳເປັນຕ້ອງດຳເນີນມາດຕະການ ເພື່ອຮັບປະກັນຄວາມປອດໄພຂອງພວກເຂົາ, ແຕ່ບໍ່ຄວນເອົາຄວາມປອດໄພສ່ວນຕົວຂອງພວກເຂົາເປັນອັນດັບທຳອິດ. ພວກເຂົາຄວນຄຳນຶງເຖິງເຈດຕະນາຂອງພຣະເຈົ້າ, ໂດຍເອົາວຽກງານຂອງເຮືອນຂອງພຣະອົງມາກ່ອນ ແລະ ເອົາການເຜີຍແຜ່ພຣະກິດຕິຄຸນມາກ່ອນ. ການເຮັດການຝາກຝັງຂອງພຣະເຈົ້າທີ່ມີຕໍ່ພວກເຂົາໃຫ້ສຳເລັດ ຄືສິ່ງທີ່ສຳຄັນທີ່ສຸດ ແລະ ມາກ່ອນສະເໝີ. ພວກຜູ້ຕໍ່ຕ້ານພຣະຄຣິສໃຫ້ຄວາມສຳຄັນສູງສຸດແກ່ຄວາມປອດໄພສ່ວນຕົວຂອງພວກເຂົາ; ພວກເຂົາເຊື່ອວ່າບໍ່ມີສິ່ງໃດກໍຕາມທີ່ກ່ຽວຂ້ອງກັບພວກເຂົາ. ພວກເຂົາບໍ່ໄດ້ສົນໃຈເມື່ອມີບາງຢ່າງເກີດຂຶ້ນກັບຄົນອື່ນ, ບໍ່ວ່າບຸກຄົນນັ້ນຈະເປັນໃຜກໍຕາມ. ຕາບໃດທີ່ບໍ່ມີສິ່ງບໍ່ດີເກີດຂຶ້ນກັບຕົວພວກຜູ້ຕໍ່ຕ້ານພຣະຄຣິສເອງ, ພວກເຂົາກໍຈະຮູ້ສຶກສະບາຍໃຈ. ພວກເຂົາປາສະຈາກຄວາມຈົງຮັກພັກດີໃດກໍຕາມ, ເຊິ່ງຖືກກຳນົດໂດຍທຳມະຊາດ-ແກ່ນແທ້ຂອງພວກຜູ້ຕໍ່ຕ້ານພຣະຄຣິສ. ໃນສະພາບແວດລ້ອມຂອງປະເທດຈີນແຜ່ນດິນໃຫຍ່, ມັນເປັນໄປໄດ້ບໍທີ່ຈະຫຼີກລ່ຽງການຮັບຄວາມສ່ຽງໃດໜຶ່ງ ແລະ ຮັບປະກັນວ່າບໍ່ມີສິ່ງບໍ່ດີເກີດຂຶ້ນ ໃນຂະນະທີ່ປະຕິບັດໜ້າທີ່ຂອງຕົນ? ເຖິງແມ່ນວ່າຄົນທີ່ລະມັດລະວັງທີ່ສຸດ ກໍບໍ່ສາມາດຮັບປະກັນສິ່ງນັ້ນໄດ້. ແຕ່ຄວາມລະມັດລະວັງເປັນສິ່ງຈຳເປັນ. ການກະກຽມເປັນຢ່າງດີໄວ້ລ່ວງໜ້າຈະຊ່ວຍປັບປຸງສິ່ງຕ່າງໆໃຫ້ດີຂຶ້ນເລັກນ້ອຍ ແລະ ມັນສາມາດຊ່ວຍຫຼຸດຜ່ອນຄວາມສູນເສຍ ເມື່ອມີບາງສິ່ງບາງຢ່າງຜິດພາດເກີດຂຶ້ນ. ຖ້າບໍ່ມີການກະກຽມເລີຍ, ຄວາມສູນເສຍກໍຈະມີຢ່າງຫຼວງຫຼາຍມະຫາສານ. ພວກເຈົ້າສາມາດເຫັນຄວາມແຕກຕ່າງລະຫວ່າງສອງສະຖານະການນີ້ຢ່າງຊັດເຈນບໍ? ສະນັ້ນ, ບໍ່ວ່າຈະກ່ຽວກັບການເຕົ້າໂຮມ ຫຼື ການປະຕິບັດໜ້າທີ່ປະເພດໃດກໍຕາມ, ມັນເປັນການດີທີ່ສຸດທີ່ຈະລະມັດລະວັງໄວ້ ແລະ ມັນຈຳເປັນທີ່ຕ້ອງດຳເນີນມາດຕະການປ້ອງກັນບາງຢ່າງ. ເມື່ອຄົນທີ່ມີຄວາມຈົງຮັກພັກດີປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາຈະສາມາດຄິດຢ່າງຮອບດ້ານ ແລະ ລະອຽດຖີ່ຖ້ວນກວ່າ. ພວກເຂົາຕ້ອງການຈັດແຈງສິ່ງເຫຼົ່ານີ້ໃຫ້ດີທີ່ສຸດເທົ່າທີ່ພວກເຂົາຈະເຮັດໄດ້ ເພື່ອວ່າຖ້າມີບາງສິ່ງບາງຢ່າງຜິດພາດເກີດຂຶ້ນ, ຄວາມສູນເສຍກໍຈະຖືກຫຼຸດລົງໃຫ້ໜ້ອຍທີ່ສຸດ. ພວກເຂົາຮູ້ສຶກວ່າພວກເຂົາຕ້ອງບັນລຸຜົນໄດ້ຮັບນີ້. ບາງຄົນທີ່ຂາດຄວາມຈົງຮັກພັກດີຈະບໍ່ໄດ້ຄຳນຶງເຖິງສິ່ງເຫຼົ່ານີ້. ພວກເຂົາຄິດວ່າສິ່ງເຫຼົ່ານີ້ບໍ່ສຳຄັນ ແລະ ພວກເຂົາບໍ່ໄດ້ຖືວ່າສິ່ງເຫຼົ່ານີ້ເປັນຄວາມຮັບຜິດຊອບ ຫຼື ໜ້າທີ່ຂອງພວກເຂົາ. ເມື່ອມີບາງສິ່ງບາງຢ່າງຜິດພາດເກີດຂຶ້ນ, ພວກເຂົາບໍ່ໄດ້ຮູ້ສຶກຕໍານິຕົນເອງເລີຍ. ນີ້ຄືການສະແດງອອກຂອງການຂາດຄວາມຈົງຮັກພັກດີ. ພວກຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ສະແດງຄວາມຈົງຮັກພັກດີຕໍ່ພຣະເຈົ້າ. ເມື່ອພວກເຂົາຖືກມອບໝາຍວຽກງານໃຫ້, ພວກເຂົາກໍຍອມຮັບມັນຢ່າງມີຄວາມສຸກ ແລະ ກ່າວຄຳປະກາດທີ່ຟັງເບິ່ງດີ, ແຕ່ເມື່ອອັນຕະລາຍມາເຖິງ, ພວກເຂົາກໍແລ່ນໜີໄວທີ່ສຸດ; ພວກເຂົາເປັນຄົນທຳອິດທີ່ແລ່ນ, ເປັນຄົນທຳອິດທີ່ຫຼົບໜີ. ສິ່ງນີ້ສະແດງໃຫ້ເຫັນວ່າຄວາມເຫັນແກ່ຕົວ ແລະ ຄວາມໜ້າລັງກຽດຂອງພວກເຂົານັ້ນຮຸນແຮງເປັນພິເສດ. ພວກເຂົາບໍ່ໄດ້ມີຄວາມຮູ້ສຶກຮັບຜິດຊອບ ຫຼື ຄວາມຈົງຮັກພັກດີເລີຍ. ເມື່ອປະເຊີນກັບບັນຫາ, ພວກເຂົາຮູ້ພຽງແຕ່ວິທີຫຼົບໜີ ແລະ ວິທີຫຼົບລີ້ ແລະ ຄິດເຖິງແຕ່ການປົກປ້ອງຕົນເອງ, ບໍ່ເຄີຍຄຳນຶງເຖິງຄວາມຮັບຜິດຊອບ ຫຼື ໜ້າທີ່ຂອງພວກເຂົາ. ເພື່ອເຫັນແກ່ຄວາມປອດໄພສ່ວນຕົວຂອງພວກເຂົາເອງ, ພວກຜູ້ຕໍ່ຕ້ານພຣະຄຣິສໄດ້ສະແດງທຳມະຊາດທີ່ເຫັນແກ່ຕົວ ແລະ ໜ້າລັງກຽດຂອງພວກເຂົາຢ່າງສະໝໍ່າສະເໝີ. ພວກເຂົາບໍ່ໃຫ້ຄວາມສຳຄັນກັບວຽກງານຂອງເຮືອນຂອງພຣະເຈົ້າ ຫຼື ໜ້າທີ່ຂອງພວກເຂົາເອງ. ພວກເຂົາຍິ່ງບໍ່ໃຫ້ຄວາມສຳຄັນກັບຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ແຕ່ພວກເຂົາກັບໃຫ້ຄວາມສຳຄັນກັບຄວາມປອດໄພຂອງພວກເຂົາເອງແທນ.

ຫົວຂໍ້ຍ່ອຍທີ່ພວກເຮົາຫາກໍໂອ້ລົມກັນໄປນັ້ນ ບໍ່ໄດ້ກ່ຽວຂ້ອງກັບຂໍ້ທີເກົ້າຂອງການສະແດງອອກຕ່າງໆຂອງພວກຜູ້ຕໍ່ຕ້ານພຣະຄຣິສບໍ ນັ້ນກໍຄື ພວກເຂົາບໍ່ເຄີຍຄຳນຶງເຖິງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ພວກເຂົາເຖິງກັບທໍລະຍົດຕໍ່ຜົນປະໂຫຍດເຫຼົ່ານັ້ນ, ໂດຍແລກປ່ຽນສິ່ງເຫຼົ່ານັ້ນກັບກຽດຕິຍົດສ່ວນຕົວ? (ແມ່ນແລ້ວ.) ເພື່ອປົກປ້ອງຕົນເອງ, ເພື່ອຫຼີກລ່ຽງອັນຕະລາຍ ແລະ ຄວາມທຸກທໍລະມານທາງຮ່າງກາຍ, ພວກຜູ້ຕໍ່ຕ້ານພຣະຄຣິສໄດ້ໃຊ້ທັດສະນະຄະຕິແບບພໍແລ້ວມືແລ້ວຕີນຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ ແລະ ໜ້າທີ່ຂອງພວກເຂົາເອງ. ພວກເຂົາໄດ້ຄອບຄອງຕຳແໜ່ງ ໂດຍບໍ່ເຮັດວຽກງານຕົວຈິງ. ນີ້ບໍ່ແມ່ນການທໍລະຍົດຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າບໍ? ນີ້ບໍ່ແມ່ນການບໍ່ສົນໃຈຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ບໍ່ສົນໃຈພາລະກິດຂອງພຣະເຈົ້າ ແລະ ຄວາມຮັບຜິດຊອບຂອງພວກເຂົາເອງ ເພື່ອແລກກັບຄວາມປອດໄພສ່ວນຕົວບໍ? (ແມ່ນແລ້ວ.) ການສະແດງອອກທີ່ພວກເຮົາໄດ້ໄຈ້ແຍກໃນຫົວຂໍ້ຍ່ອຍນີ້ ໄດ້ເປີດເຜີຍແກ່ນແທ້ທີ່ເຫັນແກ່ຕົວ ແລະ ໜ້າລັງກຽດຂອງພວກຜູ້ຕໍ່ຕ້ານພຣະຄຣິສຢ່າງເຕັມທີ່. ພວກເຮົາໄດ້ໂອ້ລົມກ່ຽວກັບຫຍັງເປັນຫຼັກຢູ່ໃນທີ່ນີ້? ພວກຜູ້ຕໍ່ຕ້ານພຣະຄຣິສ, ຍ້ອນຢ້ານທີ່ຈະພົບກັບບັນຫາ ແລະ ເພື່ອປົກປັກຮັກສາຕົນເອງ, ຈຶ່ງບໍ່ໄດ້ປະຕິບັດໜ້າທີ່ຂອງພວກເຂົາໃຫ້ສຳເລັດ ແລະ ບໍ່ໄດ້ສະແດງຄວາມຈົງຮັກພັກດີຕໍ່ພຣະເຈົ້າເລີຍ. ມີຄວາມຈິງຄວາມເປັນຈິງໃນການສະແດງອອກນີ້ບໍ? ນີ້ບໍ່ແມ່ນການສູນເສຍຈິດສຳນຶກ ແລະ ເຫດຜົນບໍ? ນີ້ຄືການຂາດຄວາມເປັນມະນຸດຢ່າງສົມບູນ!

2. ຊື່ສຽງ ແລະ ສະຖານະຂອງຕົນເອງ

ໃຫ້ພວກເຮົາສືບຕໍ່ກັບຫົວຂໍ້ຍ່ອຍທີສອງຂອງການໂອ້ລົມ, ຊື່ສຽງ ແລະ ສະຖານະຂອງພວກຜູ້ຕໍ່ຕ້ານພຣະຄຣິສເອງ. ສິ່ງນີ້ຍັງມີສ່ວນພົວພັນກັບຜົນປະໂຫຍດຂອງພວກຜູ້ຕໍ່ຕ້ານພຣະຄຣິສ. ຕອນນີ້, ທັງສາມຫົວຂໍ້ຍ່ອຍທີ່ພວກເຮົາກຳລັງປຶກສາຫາລືກັນກັນ: ຄວາມປອດໄພຂອງພວກຜູ້ຕໍ່ຕ້ານພຣະຄຣິສເອງ, ຊື່ສຽງ ແລະ ສະຖານະຂອງພວກເຂົາເອງ ແລະ ຜົນປະໂຫຍດຂອງພວກເຂົາເອງ, ທັງໝົດນີ້ລ້ວນແຕ່ກ່ຽວຂ້ອງກັບຜົນປະໂຫຍດຂອງພວກຜູ້ຕໍ່ຕ້ານພຣະຄຣິສເອງ. ສິ່ງເຫຼົ່ານີ້ມີການພົວພັນໃດໜຶ່ງກັບວຽກງານຂອງເຮືອນຂອງພຣະເຈົ້າບໍ? (ມີ.) ການພົວພັນນັ້ນແມ່ນຫຍັງ? (ພວກຜູ້ຕໍ່ຕ້ານພຣະຄຣິສ, ເພື່ອປົກປັກຮັກສາຕົນເອງ ແລະ ປົກປ້ອງຊື່ສຽງ ແລະ ສະຖານະຂອງພວກເຂົາ, ອາດຈະຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ.) ພວກຜູ້ຕໍ່ຕ້ານພຣະຄຣິສໄດ້ທຳຮ້າຍຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ວຽກງານຂອງຄຣິສຕະຈັກ ເພື່ອປົກປັກຮັກສາຜົນປະໂຫຍດຂອງພວກເຂົາເອງ. ເພື່ອເບິ່ງທຳມະຊາດທີ່ເຫັນແກ່ຕົວ ແລະ ໜ້າລັງກຽດຂອງພວກຜູ້ຕໍ່ຕ້ານພຣະຄຣິສ, ຄົນປະເພດນີ້ຮັກຫອມສິ່ງໃດ, ນອກເໜືອຈາກການປົກປ້ອງຄວາມປອດໄພຂອງພວກເຂົາເອງເປັນພິເສດ? (ພວກເຂົາມັກຊື່ສຽງ ແລະ ສະຖານະຫຼາຍ.) ຖືກຕ້ອງແລ້ວ. ພວກຜູ້ຕໍ່ຕ້ານພຣະຄຣິສມັກຊື່ສຽງ ແລະ ສະຖານະຫຼາຍ. ຊື່ສຽງ ແລະ ສະຖານະແມ່ນຊີວິດຈິດໃຈຂອງພວກເຂົາ. ພວກເຂົາຮູ້ສຶກວ່າຊີວິດບໍ່ມີຄວາມໝາຍຖ້າປາສະຈາກຊື່ສຽງ ແລະ ສະຖານະ ແລະ ພວກເຂົາບໍ່ມີກຳລັງທີ່ຈະເຮັດສິ່ງໃດຖ້າປາສະຈາກຊື່ສຽງ ແລະ ສະຖານະ. ສຳລັບພວກຜູ້ຕໍ່ຕ້ານພຣະຄຣິສ, ທັງຊື່ສຽງ ແລະ ສະຖານະແມ່ນໄດ້ຕິດພັນຢ່າງໃກ້ຊິດກັບຜົນປະໂຫຍດສ່ວນຕົວຂອງພວກເຂົາ. ສິ່ງເຫຼົ່ານີ້ແມ່ນຈຸດອ່ອນຂອງພວກເຂົາ. ນັ້ນຄືເຫດຜົນທີ່ທຸກສິ່ງທີ່ພວກຜູ້ຕໍ່ຕ້ານພຣະຄຣິສເຮັດຈຶ່ງວົນວຽນຢູ່ກັບສະຖານະ ແລະ ຊື່ສຽງ. ຖ້າບໍ່ແມ່ນຍ້ອນສິ່ງເຫຼົ່ານີ້, ພວກເຂົາອາດຈະບໍ່ເຮັດວຽກງານອັນໃດເລີຍ. ບໍ່ວ່າພວກຜູ້ຕໍ່ຕ້ານພຣະຄຣິສຈະມີສະຖານະ ຫຼື ບໍ່ກໍຕາມ, ເປົ້າໝາຍທີ່ພວກເຂົາກຳລັງຕໍ່ສູ້ເພື່ອມັນ, ທິດທາງທີ່ພວກເຂົາກຳລັງພະຍາຍາມກ້າວໄປຫາ ກໍຄືສອງສິ່ງນີ້, ນັ້ນກໍຄື ຊື່ສຽງ ແລະ ສະຖານະ. ເມື່ອພວກເຂົາເຊື່ອໃນພຣະເຈົ້າໃນສະພາບແວດລ້ອມແບບຜະເດັດການ ເຊັ່ນ: ປະເທດຈີນແຜ່ນດິນໃຫຍ່, ພວກຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ຄໍານຶງເຖິງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເລີຍ, ເພື່ອຮັບປະກັນຄວາມປອດໄພຂອງພວກເຂົາເອງ. ສ່ວນໜຶ່ງຂອງສິ່ງທີ່ພວກເຂົາເຮັດກໍຄືການໄລ່ຕາມສະຖານະຢ່າງສຸດຄວາມສາມາດ, ຖືອຳນາດໄວ້ຢ່າງແໜ້ນໜາ ແລະ ຄວບຄຸມຄຣິສຕະຈັກ. ອີກສ່ວນໜຶ່ງກໍຄື ພວກເຂົາເວົ້າ, ເຮັດວຽກ, ແລ່ນເຕັ້ນ ແລະ ເຮັດວຽກໜັກຢູ່ສະເໝີ ເພື່ອເຫັນແກ່ຊື່ສຽງ ແລະ ສະຖານະຂອງພວກເຂົາເອງ. ນີ້ຄືແກ່ນສານຂອງທຸກສິ່ງທຸກຢ່າງທີ່ພວກຜູ້ຕໍ່ຕ້ານພຣະຄຣິສເວົ້າ ແລະ ເຮັດວົນວຽນຢູ່ອ້ອມຮອບ. ພວກຜູ້ຕໍ່ຕ້ານພຣະຄຣິສບໍ່ເຄີຍເຮັດວຽກງານຕົວຈິງໃດໜຶ່ງ ສຳລັບການເຂົ້າສູ່ຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ ແລະ ພວກເຂົາບໍ່ເຄີຍເຮັດວຽກງານຕົວຈິງໃດໜື່ງ ເພື່ອເຜີຍແຜ່ພຣະກິດຕິຄຸນຂອງອານາຈັກ. ເມື່ອພວກເຂົາເສຍສະລະ, ໃຫ້ເບິ່ງວ່າເປັນຫຍັງພວກເຂົາຈຶ່ງເສຍສະລະ. ເມື່ອພວກເຂົາໂຕ້ຖຽງກ່ຽວກັບບັນຫາໃດໜຶ່ງຢ່າງດຸເດືອດ, ໃຫ້ເບິ່ງວ່າເປັນຫຍັງພວກເຂົາຈຶ່ງໂຕ້ຖຽງກ່ຽວກັບມັນ. ເມື່ອພວກເຂົາປຶກສາຫາລື ຫຼື ປະນາມບຸກຄົນໃດໜຶ່ງ, ໃຫ້ເບິ່ງວ່າພວກເຂົາມີເຈດຕະນາ ແລະ ເປົ້າໝາຍຫຍັງ. ເມື່ອພວກເຂົາອາລົມບໍ່ດີ ຫຼື ໂມໂຫກ່ຽວກັບບາງສິ່ງ, ໃຫ້ເບິ່ງວ່າພວກເຂົາໄດ້ເປີດເຜີຍອຸປະນິໄສແບບໃດ. ຄົນເຮົາບໍ່ສາມາດເບິ່ງເຂົ້າໄປໃນຫົວໃຈຂອງຄົນອື່ນໄດ້, ແຕ່ພຣະເຈົ້າສາມາດເຮັດໄດ້. ເມື່ອພຣະເຈົ້າເບິ່ງເຂົ້າໄປໃນຫົວໃຈຂອງຄົນ, ພຣະອົງໃຊ້ອັນໃດເພື່ອວັດແທກແກ່ນແທ້ຂອງສິ່ງທີ່ຜູ້ຄົນເວົ້າ ແລະ ສິ່ງທີ່ເຮັດ? ພຣະອົງໃຊ້ຄວາມຈິງເພື່ອວັດແທກສິ່ງນັ້ນ. ໃນສາຍຕາຂອງມະນຸດ, ການປົກປ້ອງຊື່ສຽງ ແລະ ສະຖານະຂອງຕົນເອງເປັນສິ່ງທີ່ເໝາະສົມ. ແລ້ວເປັນຫຍັງໃນສາຍຕາຂອງພຣະເຈົ້າ ມັນຈຶ່ງຖືກກຳນົດລັກສະນະວ່າເປັນການເປີດເຜີຍ ແລະ ການສະແດງອອກຂອງພວກຜູ້ຕໍ່ຕ້ານພຣະຄຣິສ ແລະ ເປັນແກ່ນແທ້ຂອງພວກຜູ້ຕໍ່ຕ້ານພຣະຄຣິສ? ສິ່ງນີ້ແມ່ນອີງໃສ່ແຮງຊຸກຍູ້ ແລະ ແຮງຈູງໃຈສຳລັບທຸກສິ່ງທີ່ພວກຕໍ່ຕ້ານພຣະຄຣິສເຮັດ. ພຣະເຈົ້າໄດ້ກວດສອບແຮງຊຸກຍູ້ ແລະ ແຮງຈູງໃຈສຳລັບສິ່ງທີ່ພວກເຂົາເຮັດ ແລະ ໃນທີ່ສຸດ ກໍໄດ້ກຳນົດວ່າທຸກສິ່ງທຸກຢ່າງທີ່ພວກເຂົາເຮັດແມ່ນເພື່ອຊື່ສຽງ ແລະ ສະຖານະຂອງພວກເຂົາເອງ, ແທນທີ່ຈະເປັນການເຮັດເພື່ອເຫັນແກ່ການປະຕິບັດໜ້າທີ່ຂອງພວກເຂົາ, ຍິ່ງບໍ່ຕ້ອງເວົ້າເຖິງການເຮັດເພື່ອເຫັນແກ່ການປະຕິບັດຕາມຄວາມຈິງ ແລະ ການອ່ອນນ້ອມຕໍ່ພຣະເຈົ້າ.

ພວກຜູ້ຕໍ່ຕ້ານພຣະຄຣິສໄລ່ຕາມຊື່ສຽງ ແລະ ສະຖານະ, ດັ່ງນັ້ນ ພວກເຂົາຍັງເວົ້າ ແລະ ເຮັດວຽກເພື່ອຮັກສາຊື່ສຽງ ແລະ ສະຖານະຂອງພວກເຂົາຢ່າງແນ່ນອນ. ພວກເຂົາໃຫ້ຄຸນຄ່າກັບຊື່ສຽງ ແລະ ສະຖານະຂອງພວກເຂົາເໜືອກວ່າສິ່ງອື່ນໃດ. ຖ້າຄົນໃດຄົນໜຶ່ງທີ່ຢູ່ອ້ອມຂ້າງພວກເຂົາມີຄວາມສາມາດທີ່ດີ ແລະ ໄລ່ຕາມຄວາມຈິງ ແລະ ບຸກຄົນນີ້ໄດ້ຮັບຄວາມນັບຖືໃນບັນດາອ້າຍເອື້ອຍນ້ອງ ແລະ ຖືກເລືອກໃຫ້ເປັນຫົວໜ້າທີມ ແລະ ອ້າຍເອື້ອຍນ້ອງກໍຊື່ນຊົມ ແລະ ຮັບຮອງເອົາບຸກຄົນນີ້ຢ່າງແທ້ຈິງ, ພວກຜູ້ຕໍ່ຕ້ານພຣະຄຣິສຈະຕອບສະໜອງແນວໃດ? ແນ່ນອນວ່າ ພວກເຂົາຈະບໍ່ມີຄວາມສຸກກັບເລື່ອງນີ້ ແລະ ຄວາມອິດສາຈະເກີດຂຶ້ນໃນຕົວພວກເຂົາ. ຖ້າພວກຜູ້ຕໍ່ຕ້ານພຣະຄຣິສມີຄວາມອິດສາ, ບອກເຮົາເບິ່ງວ່າ ພວກເຂົາຈະປະພຶດຕົນໃຫ້ດີໄດ້ບໍ? ພວກເຂົາຈະບໍ່ຕ້ອງເຮັດບາງຢ່າງກ່ຽວກັບມັນບໍ? (ຕ້ອງເຮັດ.) ພວກເຂົາຈະເຮັດຫຍັງ ຖ້າພວກເຂົາອິດສາບຸກຄົນນີ້ຢ່າງແທ້ຈິງ? ໃນຄວາມຄິດຂອງພວກເຂົາ, ພວກເຂົາຈະເຮັດການຄິດໄລ່ແບບນີ້ຢ່າງແນ່ນອນ: “ບຸກຄົນນີ້ມີຄວາມສາມາດຂ້ອນຂ້າງດີ, ລາວມີຄວາມເຂົ້າໃຈບາງຢ່າງກ່ຽວກັບວິຊາຊີບນີ້ ແລະ ລາວເຂັ້ມແຂງກວ່າຂ້ອຍ. ສິ່ງນີ້ເປັນປະໂຫຍດຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ, ແຕ່ບໍ່ເປັນປະໂຫຍດຕໍ່ຂ້ອຍ! ລາວຈະເອົາຕຳແໜ່ງຂອງຂ້ອຍໄປບໍ? ຖ້າລາວເຂົ້າມາແທນທີ່ຂ້ອຍຢ່າງແທ້ຈິງໃນມື້ໜຶ່ງ, ນັ້ນຈະບໍ່ເປັນບັນຫາບໍ? ຂ້ອຍຄວນປ້ອງກັນໄວ້ກ່ອນລ່ວງໜ້າ. ຖ້າລາວສາມາດຢືນດ້ວຍຕົນເອງໄດ້ໃນມື້ໜຶ່ງ, ມັນຈະບໍ່ແມ່ນເລື່ອງງ່າຍສຳລັບຂ້ອຍທີ່ຈະຈັດການກັບລາວ. ມັນດີກວ່າຖ້າຂ້ອຍຈະໂຈມຕີກ່ອນ. ຖ້າຂ້ອຍຊັກຊ້າ ແລະ ປ່ອຍໃຫ້ລາວເປີດໂປງຂ້ອຍ, ໃຜຈະຮູ້ວ່າຜົນທີ່ຕາມມາຈະເປັນແນວໃດ. ສະນັ້ນ, ຂ້ອຍຈະໂຈມຕີແນວໃດ? ຂ້ອຍຕ້ອງຊອກຫາຂໍ້ອ້າງ, ຊອກຫາໂອກາດ”. ບອກເຮົາເບິ່ງວ່າ, ຖ້າຄົນເຮົາຢາກທໍລະມານໃຜບາງຄົນ, ມັນບໍ່ແມ່ນເລື່ອງງ່າຍບໍທີ່ພວກເຂົາຈະຊອກຫາຂໍ້ອ້າງ ແລະ ໂອກາດທີ່ຈະເຮັດເຊັ່ນນັ້ນ? ໜຶ່ງໃນຍຸດທະວິທີຂອງມານຮ້າຍແມ່ນຫຍັງ? (“ຜູ້ທີ່ຕັ້ງໃຈຈະຕີໝາຂອງຕົນ ກໍຈະຊອກຫາໄມ້ຄ້ອນໄດ້ຢ່າງງ່າຍດາຍ”.) ຖືກຕ້ອງແລ້ວ, “ຜູ້ທີ່ຕັ້ງໃຈຈະຕີໝາຂອງຕົນ ກໍຈະຊອກຫາໄມ້ຄ້ອນໄດ້ຢ່າງງ່າຍດາຍ”. ໃນໂລກຂອງຊາຕານ, ຕັກກະແບບນີ້ມີຢູ່ ແລະ ສິ່ງແບບນີ້ກໍເກີດຂຶ້ນໄດ້. ສິ່ງນີ້ບໍ່ໄດ້ມີຢູ່ເລີຍສຳລັບພຣະເຈົ້າ. ພວກຜູ້ຕໍ່ຕ້ານພຣະຄຣິສເປັນຂອງຊາຕານ ແລະ ພວກເຂົາກໍມີຄວາມຊຳນານທີ່ສຸດໃນການເຮັດສິ່ງເຫຼົ່ານີ້. ພວກເຂົາຈະໄຕ່ຕອງກ່ຽວກັບເລື່ອງນີ້: “ຜູ້ທີ່ຕັ້ງໃຈຈະຕີໝາຂອງຕົນ ກໍຈະຊອກຫາໄມ້ຄ້ອນໄດ້ຢ່າງງ່າຍດາຍ. ຂ້ອຍຈະຍັດຂໍ້ກ່າວຫາໃສ່ເຈົ້າ, ຊອກຫາໂອກາດທີ່ຈະທໍລະມານເຈົ້າ, ກົດຄວາມອວດດີ ແລະ ຄວາມທະນົງໂຕຂອງເຈົ້າ ແລະ ຢຸດອ້າຍເອື້ອຍນ້ອງບໍ່ໃຫ້ຍົກຍ້ອງເຈົ້າ ແລະ ບໍ່ໃຫ້ເລືອກເຈົ້າເປັນຫົວໜ້າທີມໃນຄັ້ງຕໍ່ໄປ. ຈາກນັ້ນ, ເຈົ້າກໍຈະບໍ່ເປັນໄພຂົ່ມຂູ່ຕໍ່ຂ້ອຍອີກຕໍ່ໄປ, ແມ່ນບໍ່? ຖ້າຂ້ອຍກຳຈັດບັນຫາທີ່ອາດຈະເກີດຂຶ້ນນີ້ ແລະ ກຳຈັດຄູ່ແຂ່ງຄົນນີ້ອອກໄປ, ຂ້ອຍຈະບໍ່ຮູ້ສຶກສະບາຍໃຈບໍ?” ຖ້າຄວາມຄິດຂອງພວກເຂົາກຳລັງຕີລັງກາກັບໄປມາແບບນີ້, ພາຍນອກພວກເຂົາຈະສາມາດຫັກຫ້າມໃຈຕົນເອງບໍ່ໃຫ້ລົງມືເຮັດໄດ້ບໍ? ດ້ວຍທຳມະຊາດຂອງພວກຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາຈະສາມາດຝັງຄວາມຄິດແບບນີ້ໄວ້ຂ້າງໃນ ແລະ ບໍ່ເຮັດຫຍັງເລີຍໄດ້ບໍ? ບໍ່ໄດ້ຢ່າງແນ່ນອນ. ພວກເຂົາຈະຊອກຫາວິທີທາງທີ່ຈະລົງມືເຮັດຢ່າງແນ່ນອນ. ນີ້ຄືຄວາມໂຫດຮ້າຍຂອງພວກຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາບໍ່ພຽງແຕ່ຄິດແບບນັ້ນເທົ່ານັ້ນ, ພວກເຂົາຍັງຕ້ອງການເຮັດເປົ້າໝາຍນີ້ໃຫ້ສຳເລັດອີກດ້ວຍ. ດັ່ງນັ້ນ, ພວກເຂົາຈະໄຕ່ຕອງກ່ຽວກັບເລື່ອງນີ້ຢ່າງເອົາເປັນເອົາຕາຍ, ໂດຍຄິດຢ່າງໜັກ. ພວກເຂົາບໍ່ໄດ້ຄຳນຶງເຖິງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ພວກເຂົາກໍບໍ່ຄຳນຶງເຖິງວຽກງານຂອງຄຣິສຕະຈັກ. ພວກເຂົາຍິ່ງບໍ່ສົນໃຈວ່າການກະທຳຂອງພວກເຂົາໄດ້ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ ຫຼື ບໍ່. ສິ່ງດຽວທີ່ພວກເຂົາຄິດກໍຄື ຈະຮັກສາຊື່ສຽງ ແລະ ສະຖານະຂອງພວກເຂົາແນວໃດ, ຈະປົກປ້ອງອຳນາດຂອງພວກເຂົາແນວໃດ. ພວກເຂົາຄິດວ່າຄູ່ແຂ່ງຂອງພວກເຂົາໄດ້ກາຍເປັນໄພຂົ່ມຂູ່ຕໍ່ສະຖານະຂອງພວກເຂົາແລ້ວ, ດັ່ງນັ້ນ ພວກເຂົາຈຶ່ງພະຍາຍາມຊອກຫາໂອກາດທີ່ຈະໂຄ່ນລົ້ມບຸກຄົນນັ້ນ. ເມື່ອພວກເຂົາໄດ້ຮຽນຮູ້ວ່າ, ຖ້າບໍ່ໄດ້ປຶກສາຫາລືພວກເຂົາ, ຄູ່ແຂ່ງຂອງພວກເຂົາໄດ້ໄລ່ຄົນທີ່ປະຕິບັດໜ້າທີ່ ແບບພໍແລ້ວມືແລ້ວຕີນຢ່າງສະໝໍ່າສະເໝີອອກ, ພວກເຂົາກໍຈະເຫັນວ່າສິ່ງນີ້ເປັນໂອກາດທີ່ດີເລີຍທີ່ຈະຍັດຂໍ້ກ່າວຫາໃສ່ຄູ່ແຂ່ງຂອງພວກເຂົາ. ຕໍ່ໜ້າອ້າຍເອື້ອຍນ້ອງ, ພວກເຂົາເວົ້າວ່າ “ເນື່ອງຈາກທຸກຄົນຢູ່ທີ່ນີ້ໃນມື້ນີ້, ໃຫ້ພວກເຮົາຍົກເລື່ອງນີ້ຂຶ້ນມາໄຈ້ແຍກກັນ. ການໄລ່ໃຜບາງຄົນອອກໂດຍບໍ່ໄດ້ຮັບອະນຸຍາດ, ໂດຍບໍ່ໄດ້ປຶກສາຫາລືກັບຜູ້ຮ່ວມງານ ຫຼື ຄູ່ຮ່ວມງານຂອງເຈົ້າ, ມັນບໍ່ແມ່ນການກະທຳແບບຜະເດັດການບໍ? ເປັນຫຍັງຄົນບາງຄົນເຮົາຈຶ່ງເຮັດຜິດພາດເຊັ່ນນີ້? ບໍ່ໄດ້ມີບັນຫາກັບອຸປະນິໄສຂອງລາວບໍ? ລາວບໍ່ຄວນຖືກລິຮານບໍ? ອ້າຍເອື້ອຍນ້ອງບໍ່ຄວນປະຖິ້ມລາວບໍ?” ພວກເຂົາຍຶດເອົາບັນຫານີ້ ແລະ ເຮັດໃຫ້ມັນກາຍເປັນເລື່ອງໃຫຍ່ໂຕເກີນຄວາມເປັນຈິງ ເພື່ອກົດຄູ່ແຂ່ງຂອງພວກເຂົາລົງ ແລະ ຍົກຕົນເອງຂຶ້ນ. ໃນຄວາມເປັນຈິງແລ້ວ, ສະຖານະການບໍ່ໄດ້ຮ້າຍແຮງປານນັ້ນ. ມັນເປັນເລື່ອງທີ່ຍອມຮັບໄດ້ຢ່າງສົມບູນທີ່ຈະເຮັດການລາຍງານ ຫຼັງຈາກທີ່ສະມາຊິກທີມຖືກໄລ່ອອກ ຫຼື ຖືກປັບການມອບໝາຍໜ້າທີ່ຂອງພວກເຂົາ, ຕາບໃດທີ່ການໄລ່ອອກ ຫຼື ການປັບປ່ຽນນັ້ນສອດຄ່ອງກັບຫຼັກການ. ເຖິງຢ່າງໃດກໍຕາມ, ພວກຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ບັນຫານີ້ກາຍເປັນເລື່ອງໃຫຍ່ໂຕເກີນຄວາມເປັນຈິງ. ພວກເຂົາຕັ້ງໃຈໂຈມຕີຄູ່ແຂ່ງຂອງພວກເຂົາ ແລະ ຍົກຕົນເອງຂຶ້ນ. ນີ້ບໍ່ແມ່ນການສະແດງອອກເຖິງການທໍລະມານຄົນອື່ນບໍ? ພວກເຂົາໄດ້ລິຮານຄູ່ແຂ່ງຂອງພວກເຂົາຢ່າງໂຫດຮ້າຍ ແລະ ເຮັດການກ່າວຫາລາວເກີນຄວາມເປັນຈິງ. ຫຼັງຈາກທີ່ໄດ້ຍິນເລື່ອງນີ້, ອ້າຍເອື້ອຍນ້ອງກໍຄິດວ່າ “ເກີດຫຍັງຂຶ້ນຢູ່ທີ່ນີ້? ມີບາງຢ່າງເບິ່ງຄືວ່າບໍ່ຖືກຕ້ອງ. ສິ່ງທີ່ພວກເຂົາເວົ້າບໍ່ສອດຄ່ອງກັບຄວາມເປັນຈິງ! ຄົນທີ່ຖືກປັບການມອບໝາຍໜ້າທີ່ບໍ່ໄດ້ປະຕິບັດໜ້າທີ່ຂອງພວກເຂົາຢ່າງມີຄວາມຮັບຜິດຊອບ, ນັ້ນເປັນຄວາມເປັນຈິງທີ່ໄດ້ຮັບການຍອມຮັບ. ລາວຖືກໄລ່ອອກເພື່ອດຳລົງຮັກສາວຽກງານຂອງຄຣິສຕະຈັກໄວ້. ການປະຕິບັດໜ້າທີ່ໃນລັກສະນະນີ້ເປັນວິທີການທີ່ຈິງຈັງ ແລະ ມີຄວາມຮັບຜິດຊອບ ແລະ ເປັນການສະແດງອອກເຖິງຄວາມຈົງຮັກພັກດີ. ແລ້ວເປັນຫຍັງຈຶ່ງຕິດປ້າຍວ່າສິ່ງນີ້ເປັນການກະທຳແບບລະບອບຜະເດັດການ? ນີ້ເປັນກໍລະນີຂອງ ‘ຜູ້ທີ່ຕັ້ງໃຈຈະຕີໝາຂອງຕົນ ກໍຈະຊອກຫາໄມ້ຄ້ອນໄດ້ຢ່າງງ່າຍດາຍ’ ຢ່າງຊັດເຈນ”. ຜູ້ໃດກໍຕາມທີ່ມີຄວາມເຂົ້າໃຈກ່ຽວກັບຄວາມຈິງ ແລະ ມີການແຍກແຍະເລັກນ້ອຍ ກໍສາມາດຮັບຮູ້ໄດ້ທັນທີວ່າ ພວກຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ພຽງສວຍໂອກາດຈາກເລື່ອງນີ້ ແລະ ລະບາຍຄວາມຄຽດແຄ້ນໃສ່ຄູ່ແຂ່ງຂອງພວກເຂົາເທົ່ານັ້ນ. ສິ່ງນີ້ເປັນການຮັບຜິດຊອບຕໍ່ວຽກງານໄດ້ແນວໃດ? ສິ່ງນີ້ເປັນການລິຮານຄົນນັ້ນໄດ້ແນວໃດ? ພວກຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ກຳລັງເຮັດໃຫ້ເລື່ອງເລັກນ້ອຍກາຍເປັນເລື່ອງໃຫຍ່: ມັນເປັນພຽງການແກ້ແຄ້ນ ແລະ ການເອົາຄືນສ່ວນຕົວຢ່າງຊັດເຈນ. ສິ່ງນີ້ມາຈາກຄວາມປະສົງຂອງມະນຸດ ແລະ ຊາຕານ, ມັນບໍ່ໄດ້ມາຈາກພຣະເຈົ້າ. ມັນບໍ່ໄດ້ມາຈາກທັດສະນະຄະຕິຂອງການຮັບຜິດຊອບຕໍ່ວຽກງານ ແລະ ຕໍ່ໜ້າທີ່ຂອງພວກເຂົາຢ່າງແນ່ນອນ, ນັ້ນບໍ່ແມ່ນເຈດຕະນາຂອງພວກເຂົາ. ພວກຜູ້ຕໍ່ຕ້ານພຣະຄຣິສໄດ້ເປີດເຜີຍເຈດຕະນາຂອງພວກເຂົາຢ່າງຊັດເຈນເກີນໄປ ແລະ ບາງຄົນກໍສາມາດເບິ່ງເຫັນສິ່ງນີ້ໄດ້. ພວກຜູ້ຕໍ່ຕ້ານພຣະຄຣິສສາມາດຮັບຮູ້ສິ່ງນັ້ນໄດ້ບໍ? (ໄດ້.) ນັ້ນຄືຄວາມເລ່ຫຼ່ຽມຂອງພວກຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາມີຄວາມຊຳນານທີ່ສຸດໃນການປົກປ້ອງສະຖານະຂອງພວກເຂົາ, ໃນການໃຊ້ເຫດຜົນແບບບິດເບືອນ, ໃນການຊື້ໃຈຄົນ ແລະ ໂດຍສະເພາະໃນການມີ “ການເບິ່ງທະລຸ” ເຂົ້າໄປໃນຫົວໃຈຂອງຄົນ. ພວກເຂົາຄິດກັບຕົນເອງວ່າ “ຂ້ອຍສາມາດເບິ່ງທະລຸທຸກຄວາມຄິດທີ່ພວກເຈົ້າມີຢູ່ໃນຫົວໃຈໄດ້. ພວກເຈົ້າອາດຈະເຂົ້າໃຈຄວາມຈິງ, ແຕ່ພວກເຈົ້າບໍ່ສາມາດເບິ່ງທະລຸຂ້ອຍໄດ້. ຂ້ອຍສາມາດເບິ່ງທະລຸພວກເຈົ້າໄດ້. ຂ້ອຍສາມາດບອກໄດ້ວ່າໃຜບໍ່ໝັ້ນໃຈໃນສິ່ງທີ່ຂ້ອຍເວົ້າ”. ແຕ່ພວກເຂົາໄດ້ເວົ້າສິ່ງເຫຼົ່ານີ້ອອກມາບໍ? ບໍ່, ພວກເຂົາບໍ່ໄດ້ເວົ້າ. ພວກເຂົາໃຊ້ຄຳເວົ້າ ແລະ ການສະແດງອອກທີ່ເອົາອົກເອົາໃຈ ເພື່ອຈູງໃຈທຸກຄົນ, ເພື່ອເຮັດໃຫ້ພວກເຂົາຄິດວ່າພວກເຂົາມີເຫດຜົນໃນການລິຮານບຸກຄົນນັ້ນ. ພວກເຂົາໃຊ້ຄຳເວົ້າຫຍັງ? ພວກເຂົາເວົ້າວ່າ “ຂ້ອຍບໍ່ໄດ້ລິຮານເຈົ້າເພາະແຮງຈູງໃຈສ່ວນຕົວທີ່ເຫັນແກ່ຕົວ. ໃນຄວາມເປັນຈິງແລ້ວ, ມັນບໍ່ໄດ້ມີຄວາມຄຽດແຄ້ນສ່ວນຕົວລະຫວ່າງພວກເຮົາ. ມັນເປັນພຽງແຕ່ວ່າ ເມື່ອເຈົ້າປົດຄົນນັ້ນອອກຈາກໜ້າທີ່ຂອງພວກເຂົາໂດຍພະລະການ, ມັນໄດ້ເປັນການທຳຮ້າຍຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ຂ້ອຍຈະເຮັດເປັນຄືເບິ່ງບໍ່ເຫັນເລື່ອງນັ້ນໄດ້ບໍ? ຖ້າຂ້ອຍອະນຸຍາດໃຫ້ເຈົ້າເຮັດແບບນັ້ນ, ມັນກໍຈະເປັນການບໍ່ຮັບຜິດຊອບໃນສ່ວນຂອງຂ້ອຍ. ຂ້ອຍບໍ່ໄດ້ເຮັດສິ່ງນີ້ເພື່ອໝາຍຫົວເຈົ້າ ຫຼື ໃຜຜູ້ໜຶ່ງເປັນພິເສດ. ຖ້າຂ້ອຍເປັນຄົນຜິດ, ອ້າຍເອື້ອຍນ້ອງສາມາດວິພາກວິຈານ ແລະ ຕຳນິຂ້ອຍໄດ້. ຂ້ອຍຈະບໍ່ລົງສະໝັກໃນການເລືອກຕັ້ງຄັ້ງຕໍ່ໄປ”. ເມື່ອບາງຄົນໄດ້ຍິນສິ່ງນີ້, ພວກເຂົາກໍສັບສົນໄປໝົດ. ພວກເຂົາຄິດວ່າ “ເບິ່ງຄືວ່າຂ້ອຍໄດ້ເຂົ້າໃຈລາວຜິດ. ລາວເຖິງກັບເຕັມໃຈທີ່ຈະບໍ່ລົງສະໝັກໃນລະຫວ່າງການເລືອກຕັ້ງ. ພວກເຂົາບໍ່ໄດ້ລິຮານຄົນນັ້ນເພື່ອຍາດແຍ່ງສະຖານະ, ການກະທຳຂອງພວກເຂົາແມ່ນອີງໃສ່ທັດສະນະຄະຕິຂອງການຮັບຜິດຊອບຕໍ່ວຽກງານຂອງຄຣິສຕະຈັກ. ບໍ່ໄດ້ມີການກະທຳຜິດໃນເລື່ອງນີ້”. ພວກຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ໄດ້ຈັດການເຮັດໃຫ້ຄົນບາງຄົນຫຼົງຜິດໄດ້ອີກຄັ້ງ. ພວກຜູ້ຕໍ່ຕ້ານພຣະຄຣິສບໍ່ແມ່ນຄົນເຈົ້າເລ່ບໍ? (ແມ່ນແລ້ວ, ພວກເຂົາເຈົ້າເລ່.) ພວກເຂົາເຈົ້າເລ່ຢ່າງເຖິງທີ່ສຸດ! ສາມາດເວົ້າໄດ້ວ່າ ພວກຜູ້ຕໍ່ຕ້ານພຣະຄຣິສຄິດຢ່າງໜັກ, ໃຊ້ຄວາມຄິດທຸກຢ່າງ ແລະ ໃຊ້ອຸບາຍທຸກຢ່າງທີ່ຈຳເປັນ ເພື່ອຮັກສາຊື່ສຽງ ແລະ ສະຖານະຂອງພວກເຂົາ. ມີຄຳເວົ້າໜຶ່ງທີ່ວ່າ: “ຕົບຫົວແລ້ວລູບຫຼັງ”. ພວກຜູ້ຕໍ່ຕ້ານພຣະຄຣິສຈະບໍ່ໃຊ້ຍຸດທະວິທີນີ້ບໍ? ຫຼັງຈາກທີ່ພວກເຂົາໂຈມຕີເຈົ້າ, ພວກເຂົາອາດຈະເວົ້າຄຳເວົ້າທີ່ເອົາອົກເອົາໃຈບາງຢ່າງເພື່ອຫວ່ານລ້ອມເຈົ້າ, ປອບໃຈເຈົ້າ ແລະ ເຮັດໃຫ້ເຈົ້າຮູ້ສຶກວ່າພວກເຂົາມີຄວາມໃຈກວ້າງ, ອົດທົນ ແລະ ມີຄວາມຮັກຢ່າງບໍ່ໜ້າເຊື່ອ. ໃນທີ່ສຸດ, ເຈົ້າຕ້ອງຮັບຮອງເອົາພວກເຂົາ ແລະ ເວົ້າວ່າ “ເບິ່ງແມ, ບຸກຄົນນີ້ມີຈຸດປະສົງທີ່ຊັດເຈນເຊັ່ນນີ້ໃນວຽກງານຂອງພວກເຂົາ ແລະ ພວກເຂົາຊຳນານໃນວຽກງານນັ້ນຫຼາຍ, ຊ່າງເປັນທັກສະທີ່ດີເລີດ! ມັນຊັດເຈນວ່າພວກເຂົາມີຄຸນສົມບັດຂອງຜູ້ນໍາ ແລະ ພວກເຮົາທຸກຄົນກໍຮູ້ສຶກດ້ອຍກວ່າເມື່ອທຽບກັບພວກເຂົາ”. ພວກຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ບໍ່ໄດ້ເຮັດເປົ້າໝາຍຂອງພວກເຂົາໃຫ້ສຳເລັດແລ້ວບໍ? ນີ້ຄືກົນອຸບາຍຂອງພວກຜູ້ຕໍ່ຕ້ານພຣະຄຣິສ.

ພວກຜູ້ຕໍ່ຕ້ານພຣະຄຣິສເປັນຄົນທໍລະຍົດ ແລະ ເຈົ້າເລ່ເປັນພິເສດ. ທຸກສິ່ງທຸກຢ່າງທີ່ພວກເຂົາເວົ້າແມ່ນໄດ້ຮັບການຄຳນຶງມາຢ່າງຖີ່ຖ້ວນແລ້ວ; ບໍ່ມີໃຜຊຳນານໃນການສ້າງພາບພົດໄປຫຼາຍກວ່າພວກເຂົາ. ແຕ່ເມື່ອຄວາມລັບຖືກເປີດເຜີຍ, ເມື່ອຜູ້ຄົນໄດ້ເຫັນທາດແທ້ຂອງພວກເຂົາ, ພວກເຂົາກໍພະຍາຍາມຢ່າງສຸດຄວາມສາມາດເພື່ອໂຕ້ຖຽງໃຫ້ຕົນເອງ ແລະ ພວກເຂົາຄິດຫາວິທີແກ້ໄຂສະຖານະການ ແລະ ຫຼອກລວງເພື່ອໃຫ້ເລື່ອງຜ່ານໄປໄດ້ ເພື່ອກອບກູ້ພາບລັກ ແລະ ຊື່ສຽງຂອງພວກເຂົາ. ພວກຜູ້ຕໍ່ຕ້ານພຣະຄຣິສມີຊີວິດຢູ່ໃນແຕ່ລະມື້ ເພື່ອຊື່ສຽງ ແລະ ສະຖານະເທົ່ານັ້ນ, ພວກເຂົາມີຊີວິດຢູ່ເພື່ອເພີດເພີນກັບຜົນປະໂຫຍດຈາກສະຖານະເທົ່ານັ້ນ, ນີ້ຄືສິ່ງດຽວທີ່ພວກເຂົາຄິດເຖິງ. ເຖິງແມ່ນວ່າບາງຄັ້ງພວກເຂົາຈະທົນທຸກທໍລະມານກັບຄວາມລຳບາກເລັກນ້ອຍ ຫຼື ເສຍສະລະເລັກນ້ອຍ, ສິ່ງນີ້ກໍເພື່ອໃຫ້ໄດ້ມາເຊິ່ງສະຖານະ ແລະ ຊື່ສຽງ. ການໄລ່ຕາມສະຖານະ, ການຖືອຳນາດ ແລະ ການມີຊີວິດທີ່ສະບາຍ ແມ່ນສິ່ງສຳຄັນທີ່ພວກຜູ້ຕໍ່ຕ້ານພຣະຄຣິສວາງແຜນໄວ້ສະເໝີ ເມື່ອພວກເຂົາເຊື່ອໃນພຣະເຈົ້າ ແລະ ພວກເຂົາບໍ່ຍອມແພ້ຈົນກວ່າພວກເຂົາຈະເຮັດເປົ້າໝາຍຂອງພວກເຂົາໃຫ້ສຳເລັດ. ຖ້າການກະທຳທີ່ຊົ່ວຮ້າຍຂອງພວກເຂົາຖືກເປີດໂປງ, ພວກເຂົາກໍຕື່ນຕົກໃຈ, ຄືກັບວ່າທ້ອງຟ້າກຳລັງຈະຖະລົ່ມລົງມາໃສ່ພວກເຂົາ. ພວກເຂົາກິນບໍ່ໄດ້ນອນບໍ່ຫຼັບ ແລະ ຈິດໃຈບໍ່ຢູ່ກັບເນື້ອກັບຕົວ, ຄືກັບວ່າພວກເຂົາກຳລັງທົນທຸກທໍລະມານຈາກພາວະຊຶມເສົ້າ. ເມື່ອຜູ້ຄົນຖາມພວກເຂົາວ່າເປັນຫຍັງ, ພວກເຂົາກໍສ້າງເລື່ອງຕົວະ ແລະ ເວົ້າວ່າ “ມື້ວານນີ້ຂ້ອຍຫຍຸ້ງຫຼາຍຈົນບໍ່ໄດ້ນອນໝົດຄືນ, ສະນັ້ນ ຂ້ອຍຈຶ່ງອິດເມື່ອຍຫຼາຍ”. ແຕ່ຄວາມຈິງແລ້ວ, ບໍ່ມີສິ່ງໃດເປັນຄວາມຈິງເລີຍ, ມັນເປັນການຫຼອກລວງທັງໝົດ. ພວກເຂົາຮູ້ສຶກແບບນີ້ຍ້ອນວ່າພວກເຂົາກຳລັງໄຕ່ຕອງຢູ່ຕະຫຼອດເວລາວ່າ “ສິ່ງບໍ່ດີທີ່ຂ້ອຍເຮັດໄດ້ຖືກເປີດໂປງແລ້ວ, ສະນັ້ນ ຂ້ອຍຈະຟື້ນຟູຊື່ສຽງ ແລະ ສະຖານະຂອງຂ້ອຍໄດ້ແນວໃດ? ຂ້ອຍສາມາດໃຊ້ວິທີໃດເພື່ອກອບກູ້ຕົນເອງ? ຂ້ອຍສາມາດໃຊ້ນ້ຳສຽງແບບໃດກັບທຸກຄົນເພື່ອອະທິບາຍເລື່ອງນີ້? ຂ້ອຍສາມາດເວົ້າຫຍັງເພື່ອບໍ່ໃຫ້ຜູ້ຄົນເບິ່ງທະລຸຂ້ອຍໄດ້?” ພວກເຂົາຄິດບໍ່ອອກວ່າຈະເຮັດແນວໃດເປັນເວລາດົນນານ, ດັ່ງນັ້ນ ພວກເຂົາຈຶ່ງຢູ່ໃນພາວະຊຶມເສົ້າ. ບາງຄັ້ງຕາຂອງພວກເຂົາກໍແນມເບິ່ງຢູ່ຈຸດດຽວຢ່າງເປົ່າຫວ່າງ ແລະ ບໍ່ມີໃຜຮູ້ວ່າພວກເຂົາກຳລັງເບິ່ງຫຍັງຢູ່. ບັນຫານີ້ເຮັດໃຫ້ພວກເຂົາຄິດຢ່າງໜັກ, ໃຊ້ຄວາມຄິດທຸກຢ່າງ ແລະ ບໍ່ຢາກກິນ ຫຼື ດື່ມຫຍັງ. ເຖິງຢ່າງໃດກໍຕາມ, ພວກເຂົາຍັງສ້າງພາບລັກວ່າເປັນຫ່ວງວຽກງານຂອງຄຣິສຕະຈັກ ແລະ ຖາມຜູ້ຄົນວ່າ “ວຽກງານພຣະກິດຕິຄຸນເປັນແນວໃດ? ພຣະກິດຕິຄຸນຖືກເທດສະໜາຢ່າງມີປະສິດທິຜົນສໍ່າໃດ? ອ້າຍເອື້ອຍນ້ອງໄດ້ຮັບການເຂົ້າສູ່ຊີວິດອັນໃດບໍໃນມໍ່ໆນີ້? ມີໃຜກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນອັນໃດບໍ?” ການສອບຖາມຂອງພວກເຂົາກ່ຽວກັບວຽກງານຂອງຄຣິສຕະຈັກ ແມ່ນມີຈຸດປະສົງເພື່ອສະແດງໃຫ້ຄົນອື່ນເຫັນ. ຖ້າພວກເຂົາຮູ້ບັນຫາ, ພວກເຂົາກໍຈະບໍ່ມີທາງແກ້ໄຂມັນໄດ້, ດັ່ງນັ້ນ ຄຳຖາມຂອງພວກເຂົາຈຶ່ງເປັນພຽງພິທີການ, ຖາມເພື່ອເຮັດໃຫ້ເບິ່ງຄືວ່າພວກເຂົາເປັນຫ່ວງວຽກງານຂອງຄຣິສຕະຈັກ. ຖ້າໃຜຜູ້ໜຶ່ງລາຍງານບັນຫາຂອງຄຣິສຕະຈັກໃຫ້ພວກເຂົາແກ້ໄຂ, ພວກເຂົາກໍຈະພຽງແຕ່ສ່າຍຫົວ. ບໍ່ມີແຜນການໃດທີ່ເປັນປະໂຫຍດ ແລະ ເຖິງແມ່ນວ່າພວກເຂົາປາຖະໜາທີ່ຈະປິດບັງຕົນເອງ, ພວກເຂົາກໍເຮັດບໍ່ໄດ້ ແລະ ພວກເຂົາຈະສ່ຽງຕໍ່ການຖືກເປີດໂປງ ແລະ ຖືກເປີດເຜີຍ. ນີ້ຄືບັນຫາທີ່ໃຫຍ່ທີ່ສຸດທີ່ພວກຜູ້ຕໍ່ຕ້ານພຣະຄຣິສໄດ້ປະເຊີນໃນຕະຫຼອດຊີວິດຂອງພວກເຂົາ. ໃນເວລານີ້, ພວກຜູ້ຕໍ່ຕ້ານພຣະຄຣິສປຽບເໝືອນມົດທີ່ຢູ່ເທິງກະທະຮ້ອນ, ບາງຄັ້ງກໍສ່າຍຫົວຄືກັບວ່າຈະເວົ້າວ່າ “ເລື່ອງນີ້ດຳເນີນຕໍ່ໄປບໍ່ໄດ້”. ຈາກນັ້ນ ພວກເຂົາກໍເອົາມືເຄາະຫົວຕົນເອງ, ຄືກັບວ່າກຳລັງຄິດວ່າ “ເປັນຫຍັງຂ້ອຍຈຶ່ງໂງ່ຈ້າແບບນີ້? ຂ້ອຍຜິດພາດໃນເລື່ອງນີ້ໄດ້ແນວໃດ?” ພວກຜູ້ຕໍ່ຕ້ານພຣະຄຣິສບໍ່ສາມາດຍອມຮັບຄວາມຈິງນີ້ໄດ້ ແລະ ເຮັດໄດ້ພຽງແຕ່ຖອນຫາຍໃຈ. ພວກເຂົາເຮັດວຽກໜັກ, ທົນທຸກທໍລະມານ ແລະ ເສຍສະລະພຽງເພື່ອຊື່ສຽງ ແລະ ສະຖານະຂອງພວກເຂົາເອງເທົ່ານັ້ນ, ໂດຍເພີດເພີນກັບການກະທຳທີ່ຊົ່ວຮ້າຍທຸກປະເພດ ເພື່ອຕອບສະໜອງຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາ. ການຖືກເປີດໂປງໂດຍຜູ້ຄົນທີ່ພຣະເຈົ້າເລືອກແມ່ນຜົນທີ່ຫຼີກລ່ຽງບໍ່ໄດ້. ຜູ້ຄົນທີ່ບໍ່ໄລ່ຕາມຄວາມຈິງ ຈະຕ້ອງລົ້ມລົງບໍ່ຊ້າກໍໄວ. ຄຳເວົ້ານີ້ເປັນຄວາມຈິງຢ່າງສົມບູນກັບພວກຜູ້ຕໍ່ຕ້ານພຣະຄຣິສ. ເຖິງແມ່ນວ່າຈະມີຄວາມຊຳນານໃນການປິດບັງ ແລະ ສາມາດເວົ້າຈູງໃຈ ແລະ ເຮັດໃຫ້ຄົນອື່ນຫຼົງຜິດໄດ້, ແຕ່ຖ້າຜູ້ຄົນທີ່ພຣະເຈົ້າເລືອກເຂົ້າໃຈຄວາມຈິງ ແລະ ພວກເຂົາສາມາດແຍກແຍະແກ່ນແທ້ຂອງຄົນໄດ້, ບໍ່ວ່າພວກຜູ້ຕໍ່ຕ້ານພຣະຄຣິສຈະຫຼົບລີ້ໄປໄກສໍ່າໃດ ຫຼື ເຮັດຄວາມຊົ່ວຫຼາຍສໍ່າໃດ, ພວກເຂົາກໍສາມາດແຍກແຍະຄົນເຫຼົ່ານັ້ນໄດ້ຢ່າງສົມບູນ. ມີຄຳເວົ້າສອງສາມປະໂຫຍກທີ່ວ່າ: “ການຍຶດໝັ້ນໃນຄວາມຊົ່ວຮ້າຍຈະນຳມາເຊິ່ງການທຳລາຍຕົນເອງ,” ແລະ “ການຫຼິ້ນກັບໄຟຈະເຮັດໃຫ້ໄຟໄໝ້ຕົວ”. ສິ່ງເຫຼົ່ານີ້ແມ່ນກົດເກນທີ່ເປັນກາງ ທີ່ຄວບຄຸມການພັດທະນາຂອງສິ່ງຕ່າງໆ, ເຊິ່ງພຣະເຈົ້າໄດ້ສ້າງຕັ້ງຂຶ້ນສຳລັບການພັດທະນາຂອງທຸກສິ່ງ ແລະ ທຸກເຫດການ. ບໍ່ມີໃຜສາມາດຫຼົບໜີຈາກສິ່ງເຫຼົ່ານີ້ໄດ້. ເຖິງແມ່ນວ່າວຽກງານຂອງຄຣິສຕະຈັກຈະດຳເນີນຕໍ່ໄປ ພາຍໃຕ້ການປົກຄອງຂອງພວກຜູ້ຕໍ່ຕ້ານພຣະຄຣິສ, ແຕ່ປະສິດທິຜົນຂອງມັນກໍຫຼຸດລົງຢ່າງຫຼວງຫຼາຍ. ວຽກງານທີ່ມີຄວາມສຳຄັນບາງວຽກຍັງຖືກຄວບຄຸມໂດຍບຸກຄົນທີ່ຊົ່ວຮ້າຍ ແລະ ການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າກໍບໍ່ໄດ້ຮັບການຈັດຕັ້ງປະຕິບັດ. ເຖິງແມ່ນວ່າຜູ້ຄົນທີ່ພຣະເຈົ້າເລືອກແຕ່ລະຄົນກຳລັງປະຕິບັດໜ້າທີ່ຂອງພວກເຂົາ, ແຕ່ກໍບໍ່ໄດ້ມີຜົນທີ່ແທ້ຈິງ ແລະ ໜ້າວຽກຕ່າງໆກໍຕົກຢູ່ໃນສະພາວະເປັນອຳມະພາດມາດົນນານແລ້ວ. ສາເຫດຕົ້ນຕໍຂອງບັນຫາເຫຼົ່ານີ້ແມ່ນຫຍັງ? ມັນເປັນຍ້ອນວ່າພວກຜູ້ຕໍ່ຕ້ານພຣະຄຣິສໄດ້ເຂົ້າຄວບຄຸມຄຣິສຕະຈັກ. ບ່ອນໃດກໍຕາມທີ່ພວກຜູ້ຕໍ່ຕ້ານພຣະຄຣິສຖືອຳນາດ, ບໍ່ວ່າຂອບເຂດອິດທິພົນຂອງພວກເຂົາຈະເປັນແນວໃດ, ເຖິງແມ່ນວ່າຈະເປັນພຽງທີມດຽວ, ພວກເຂົາກໍຈະສົ່ງຜົນກະທົບຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ ແລະ ການເຂົ້າສູ່ຊີວິດສ່ວນໜຶ່ງຂອງຜູ້ຄົນທີ່ພຣະເຈົ້າເລືອກ. ຖ້າພວກເຂົາໄດ້ຖືອຳນາດໃນຄຣິສຕະຈັກ, ວຽກງານຂອງຄຣິສຕະຈັກ ແລະ ຄວາມປະສົງຂອງພຣະເຈົ້າກໍຖືກຂັດຂວາງໄວ້ຢູ່ບ່ອນນັ້ນ. ເປັນຫຍັງການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າຈຶ່ງບໍ່ສາມາດໄດ້ຮັບການຈັດຕັ້ງປະຕິບັດໄດ້ໃນຄຣິສຕະຈັກບາງແຫ່ງ? ມັນເປັນຍ້ອນວ່າພວກຜູ້ຕໍ່ຕ້ານພຣະຄຣິສໄດ້ຖືອຳນາດໃນຄຣິສຕະຈັກເຫຼົ່ານີ້. ຜູ້ໃດກໍຕາມທີ່ເປັນຜູ້ຕໍ່ຕ້ານພຣະຄຣິສຈະບໍ່ໄດ້ເສຍສະລະເພື່ອພຣະເຈົ້າຢ່າງຈິງໃຈ, ການປະຕິບັດໜ້າທີ່ຂອງພວກເຂົາຈະເປັນພຽງເລື່ອງຂອງພິທີການ ແລະ ການເຮັດພໍເປັນພິທີ. ພວກເຂົາຈະບໍ່ເຮັດວຽກງານຕົວຈິງ ເຖິງແມ່ນວ່າພວກເຂົາຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກ ແລະ ພວກເຂົາຈະເວົ້າ ແລະ ກະທຳເພື່ອເຫັນແກ່ຊື່ສຽງ, ຜົນປະໂຫຍດ ແລະ ສະຖານະເທົ່ານັ້ນ, ໂດຍບໍ່ໄດ້ປົກປ້ອງວຽກງານຂອງຄຣິສຕະຈັກເລີຍ. ດັ່ງນັ້ນ, ພວກຜູ້ຕໍ່ຕ້ານພຣະຄຣິສເຮັດຫຍັງໝົດມື້? ພວກເຂົາຫຍຸ້ງຢູ່ກັບການສ້າງພາບລັກ ແລະ ການອວດອົ່ງ. ພວກເຂົາເຮັດແຕ່ສິ່ງທີ່ກ່ຽວຂ້ອງກັບຊື່ສຽງ, ຜົນປະໂຫຍດ ແລະ ສະຖານະຂອງພວກເຂົາເອງ. ພວກເຂົາຫຍຸ້ງຢູ່ກັບການເຮັດໃຫ້ຄົນອື່ນຫຼົງຜິດ, ດຶງດູດຜູ້ຄົນເຂົ້າມາ ແລະ ເມື່ອພວກເຂົາສັ່ງສົມກຳລັງຂອງພວກເຂົາໄດ້ແລ້ວ, ພວກເຂົາກໍຈະສືບຕໍ່ຄວບຄຸມຄຣິສຕະຈັກຫຼາຍແຫ່ງຂຶ້ນ. ພວກເຂົາປາຖະໜາພຽງແຕ່ຈະປົກຄອງໃນຖານະກະສັດ ແລະ ປ່ຽນຄຣິສຕະຈັກໃຫ້ກາຍເປັນອານາຈັກທີ່ເປັນເອກະລາດຂອງພວກເຂົາ. ພວກເຂົາປາຖະໜາພຽງແຕ່ຈະເປັນຜູ້ນໍາທີ່ຍິ່ງໃຫຍ່, ມີອຳນາດເດັດຂາດພຽງຜູ້ດຽວ, ເພື່ອຄວບຄຸມຄຣິສຕະຈັກຫຼາຍແຫ່ງຂຶ້ນ. ພວກເຂົາບໍ່ໄດ້ສົນໃຈສິ່ງອື່ນເລີຍແມ່ນແຕ່ໜ້ອຍດຽວ. ພວກເຂົາບໍ່ໄດ້ເປັນກັງວົນວຽກງານຂອງຄຣິສຕະຈັກ ຫຼື ການເຂົ້າສູ່ຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ, ຍິ່ງບໍ່ຕ້ອງເວົ້າເຖິງວ່າ ພວກເຂົາຈະສົນໃຈວ່າຄວາມປະສົງຂອງພຣະເຈົ້າໄດ້ຮັບການປະຕິບັດ ຫຼື ບໍ່. ພວກເຂົາກັງວົນພຽງແຕ່ວ່າເມື່ອໃດພວກເຂົາຈະສາມາດຖືອຳນາດຢ່າງເປັນເອກະລາດ, ໄດ້ຄວບຄຸມຜູ້ຄົນທີ່ພຣະເຈົ້າເລືອກ ແລະ ຢືນຢູ່ໃນຖານະທີ່ເທົ່າທຽມກັບພຣະເຈົ້າ. ຄວາມປາຖະໜາ ແລະ ຄວາມທະເຍີທະຍານຂອງພວກຜູ້ຕໍ່ຕ້ານພຣະຄຣິສຊ່າງມະຫາສານແທ້ໆ! ບໍ່ວ່າພວກຜູ້ຕໍ່ຕ້ານພຣະຄຣິສຈະເບິ່ງຄືວ່າເຮັດວຽກໜັກສໍ່າໃດກໍຕາມ, ພວກເຂົາກໍຫຍຸ້ງຢູ່ກັບຄວາມພະຍາຍາມຂອງພວກເຂົາເອງເທົ່ານັ້ນ, ການເຮັດໃນສິ່ງທີ່ພວກເຂົາມັກເຮັດ ແລະ ກັບສິ່ງທີ່ກ່ຽວຂ້ອງກັບຊື່ສຽງ, ຜົນປະໂຫຍດ ແລະ ສະຖານະຂອງພວກເຂົາເອງ. ພວກເຂົາບໍ່ໄດ້ຄິດເຖິງຄວາມຮັບຜິດຊອບຂອງພວກເຂົາ ຫຼື ໜ້າທີ່ທີ່ພວກເຂົາຄວນປະຕິບັດເລີຍ ແລະ ພວກເຂົາກໍບໍ່ໄດ້ເຮັດສິ່ງທີ່ເໝາະສົມເລີຍ. ນີ້ຄືສິ່ງທີ່ພວກຜູ້ຕໍ່ຕ້ານພຣະຄຣິສເປັນ, ພວກເຂົາຄືມານຮ້າຍ ແລະ ຊາຕານ, ຜູ້ທີ່ຂັດຂວາງ ແລະ ລົບກວນວຽກງານຂອງພຣະເຈົ້າ.

ໃນອະດີດ, ມີຜູ້ນໍາຄົນໜຶ່ງທີ່ເຮົາໄດ້ມອບໝາຍຫ້າໜ້າວຽກໃຫ້ລາວ ໃນລະຫວ່າງທີ່ລາວດຳລົງຕຳແໜ່ງຢູ່. ເຖິງຢ່າງໃດກໍຕາມ, ຫຼັງຈາກສອງເດືອນຜ່ານໄປ, ບໍ່ມີເລື່ອງໃດເລີຍທີ່ໄດ້ຮັບການຈັດຕັ້ງປະຕິບັດ. ເບິ່ງແບບຜິວເຜີນແລ້ວ, ເບິ່ງຄືວ່າຜູ້ນໍາຄົນນັ້ນບໍ່ໄດ້ນັ່ງຢູ່ລ້າໆ, ລາວຂ້ອນຂ້າງຫຍຸ້ງຫຼາຍ ແລະ ອິດເມື່ອຍຫຼາຍ ແລະ ເຈົ້າເຫັນໜ້າລາວໄດ້ຍາກຫຼາຍ. ແລ້ວລາວຫຍຸ້ງຢູ່ກັບຫຍັງ ແລະ ເປັນຫຍັງລາວຈຶ່ງບໍ່ສາມາດເຮັດໜ້າວຽກທີ່ເຮົາມອບໝາຍໃຫ້ລາວສຳເລັດໄດ້? ມີບັນຫາຢູ່ໃນທີ່ນີ້. ຜູ້ນໍາຄົນນັ້ນບໍ່ໄດ້ເຮັດບາງໜ້າວຽກ ເພາະວ່າລາວບໍ່ມັກເຮັດ, ໂດຍຄຳນຶງວ່າໜ້າວຽກເຫຼົ່ານັ້ນຢູ່ນອກເໜືອໜ້າທີ່ຂອງລາວ. ນີ້ແມ່ນບັນຫາໜຶ່ງ. ນອກຈາກນີ້, ລາວມີຄວາມຄິດເຫັນທີ່ແຕກຕ່າງກັນກ່ຽວກັບບາງໜ້າວຽກ, ໂດຍຕັ້ງໃຈປະຖິ້ມບໍ່ດຳເນີນການພວກມັນ. ຍັງມີໜ້າວຽກທີ່ສ້າງຄວາມທ້າທາຍບາງຢ່າງ, ເຊິ່ງຕ້ອງການຄວາມຊ່ວຍເຫຼືອຈາກຄົນອື່ນ ແລະ ຂ້ອນຂ້າງຈະມີບັນຫາ, ເຊິ່ງຜູ້ນໍາຄົນນັ້ນບໍ່ໄດ້ຈັດການ. ນີ້ຄືສະຖານະການທີ່ເກີດຂຶ້ນ. ດັ່ງນັ້ນ, ສອງເດືອນຜ່ານໄປ ແລະ ບໍ່ມີໜ້າວຽກໃດເລີຍທີ່ເຮັດໄດ້ສຳເລັດ. ບາງຄົນເວົ້າວ່າ “ມັນເປັນໄປໄດ້ບໍທີ່ຈະເຮັດໜ້າວຽກທັງໝົດນີ້ໃຫ້ສຳເລັດພາຍໃນສອງເດືອນ?” ມັນເປັນໄປໄດ້, ໜ້າວຽກເຫຼົ່ານີ້ລ້ວນແຕ່ສາມາດເຮັດໃຫ້ສຳເລັດໄດ້ພາຍໃນສອງເດືອນ ແລະ ໜ້າວຽກສ່ວນໃຫຍ່ກໍສາມາດເຮັດໃຫ້ສຳເລັດໄດ້ພາຍໃນມື້ໜຶ່ງ ຫຼື ສອງມື້, ແຕ່ຜູ້ນໍາຄົນນັ້ນລົ້ມເຫຼວໃນການຈັດຕັ້ງປະຕິບັດໜ້າວຽກເຫຼົ່ານັ້ນ. ເມື່ອຄົນອື່ນເຂົ້າມາຮັບຊ່ວງຕໍ່ ແລະ ປະຕິບັດໜ້າວຽກເຫຼົ່ານີ້, ທັງຫ້າໜ້າວຽກກໍສຳເລັດພາຍໃນອາທິດດຽວ. ພວກເຈົ້າຄິດວ່າຜູ້ນໍາແບບນັ້ນຄວນຖືກໄລ່ອອກບໍ? (ຄວນຖືກໄລ່ອອກ.) ຖ້າພວກເຈົ້າໄດ້ພົບພໍ້ກັບຄົນແບບນີ້ທີ່ບໍ່ເຮັດໜ້າວຽກໃດກໍຕາມ ທີ່ໄດ້ຮັບມອບໝາຍຈາກເບື້ອງເທິງໃຫ້ສຳເລັດ, ແຕ່ເບິ່ງແບບຜິວເຜີນແລ້ວ ລາວເບິ່ງຄືວ່າຫຍຸ້ງຫຼາຍ, ລາວກໍເປັນຜູ້ນໍາປອມ. ບຸກຄົນເຊັ່ນນີ້ຄວນຖືກໄລ່ອອກ ຫຼື ກຳຈັດໂດຍທັນທີ. ເຈົ້າຄິດແນວໃດກັບຫຼັກການນີ້? (ມັນເປັນສິ່ງທີ່ດີ.) ຢ່າເບິ່ງຄວາມກະຕືລືລົ້ນຈາກພາຍນອກຂອງລາວ ແລະ ຄວາມເປັນຈິງທີ່ວ່າລາວເບິ່ງຄືວ່າຫຍຸ້ງຫຼາຍຢູ່ໝົດມື້. ໃນຄວາມເປັນຈິງແລ້ວ, ລາວບໍ່ໄດ້ເຮັດວຽກງານຕົວຈິງໃດກໍຕາມ; ລາວເຮັດໃຫ້ຕົນເອງຫຍຸ້ງຢູ່ກັບເລື່ອງເລັກນ້ອຍ. ລາວເຮັດຫຍັງ? ການກະທຳຂອງລາວຕົກຢູ່ໃນສອງສາມໝວດໝູ່ທີ່ແຕກຕ່າງກັນ. ປະການທຳອິດ, ລາວຮັບເອົາໜ້າວຽກທີ່ລາວເຊື່ອວ່າລາວສາມາດຈັດການໄດ້, ໜ້າວຽກທີ່ປອດໄພ ແລະ ບໍ່ໄດ້ມີສ່ວນພົວພັນກັບຄວາມສ່ຽງຫຼາຍ. ເຮົາໝາຍຄວາມວ່າແນວໃດໂດຍ “ບໍ່ໄດ້ມີສ່ວນພົວພັນກັບຄວາມສ່ຽງຫຼາຍ”? ເຮົາໝາຍຄວາມວ່າ ໂດຍການເຮັດໜ້າວຽກເຫຼົ່ານີ້, ມັນງ່າຍທີ່ຈະຫຼີກລ່ຽງການເຮັດຜິດພາດ, ລາວບໍ່ຕ້ອງພົວພັນກັບເບື້ອງເທິງ ແລະ ລາວສາມາດຫຼີກລ່ຽງການເຮັດສິ່ງທີ່ຜິດ ແລະ ການຖືກລິຮານ. ຍິ່ງໄປກວ່ານັ້ນ, ລາວໄດ້ຈັດການໜ້າວຽກທີ່ລາວມີຄວາມຊຳນານ, ເຊິ່ງລາວມີໂອກາດໜ້ອຍທີ່ຈະເຮັດຜິດພາດ. ດ້ວຍວິທີນີ້, ລາວສາມາດຫຼີກລ່ຽງການແບກຮັບຄວາມຮັບຜິດຊອບ ແລະ ປົກປ້ອງຕົນເອງຈາກການຖືກລິຮານ, ການຖືກກຳຈັດອອກ ຫຼື ຂັບໄລ່ອອກໃນລະດັບໜຶ່ງ. ໜ້າວຽກເຫຼົ່ານີ້ບໍ່ມີຄວາມສ່ຽງ ແລະ ບໍ່ສ່ວນພົວພັນກັບຄວາມຮັບຜິດຊອບ, ດັ່ງນັ້ນ ລາວຈຶ່ງສາມາດຕອບສະໜອງ ແລະ ຈັດການກັບໜ້າວຽກເຫຼົ່ານັ້ນໄດ້. ໃນຄວາມເປັນຈິງແລ້ວ, ມີອົງປະກອບທີ່ເຊື່ອງຊ້ອນຢູ່ໃນເລື່ອງນີ້. ລາວຈະເຮັດໜ້າວຽກເຫຼົ່ານີ້ບໍ ຖ້າລາວສາມາດເຮັດໄດ້ໂດຍບໍ່ມີໃຜເຫັນລາວ? ຖ້າບໍ່ມີຜົນປະໂຫຍດສ່ວນຕົວສຳລັບລາວ, ລາວຈະເຮັດຢູ່ບໍ? ລາວຈະບໍ່ເຮັດຢ່າງແນ່ນອນ. ລາວມັກເຮັດໜ້າວຽກປະເພດໃດ? ລາວມັກໜ້າວຽກທີ່ຂ້ອນຂ້າງງ່າຍ, ຮຽບງ່າຍ ແລະ ສາມາດເຮັດໃຫ້ສຳເລັດໄດ້ ໂດຍບໍ່ຕ້ອງທົນທຸກທໍລະມານຫຼາຍເກີນໄປ. ນອກຈາກນີ້, ລາວເຕັມໃຈທີ່ຈະຟັງ ແລະ ທ່ອງຈຳບົດເທດສະໜາທີ່ລາວສົນໃຈ ແລະ ສອດຄ່ອງກັບແນວຄິດຂອງລາວໃຫ້ຫຼາຍຂຶ້ນ. ເມື່ອລາວເຂົ້າໃຈສິ່ງເຫຼົ່ານັ້ນແລ້ວ, ລາວກໍສາມາດປຶກສາຫາລືກ່ຽວກັບບົດເທດສະໜາເຫຼົ່ານີ້ກັບຄົນອື່ນ, ເຮັດສິ່ງນີ້ເພື່ອອວດອົ່ງຕົນເອງ ແລະ ໄດ້ຮັບຄວາມຊື່ນຊົມຈາກຄົນອື່ນ. ຍິ່ງໄປກວ່ານັ້ນ, ຖ້າການປະຕິບັດໜ້າວຽກເຫຼົ່ານີ້ໄດ້ຊ່ວຍໃຫ້ລາວພົວພັນກັບຜູ້ຄົນໄດ້ຫຼາຍຂຶ້ນ ແລະ ເຮັດໃຫ້ຄົນອື່ນຮັບຮູ້ວ່າລາວຫຍຸ້ງຢູ່ກັບການເຮັດວຽກ, ວ່າລາວຢູ່ໃນຕຳແໜ່ງຜູ້ນໍາ ແລະ ມີສະຖານະ ແລະ ຕົວຕົນນີ້, ລາວກໍຈະເຮັດໜ້າວຽກເຫຼົ່ານັ້ນ. ລາວເລືອກໜ້າວຽກທີ່ມີລັກສະນະນີ້. ເຖິງຢ່າງໃດກໍຕາມ, ຖ້າວຽກງານທີ່ລາວຕ້ອງປະຕິບັດນັ້ນມີຄວາມຊັບຊ້ອນ ແລະ ເກີນສັກກະຍະພາບຂອງລາວ ແລະ ຖ້າຄົນອື່ນເກັ່ງກວ່າລາວ ແລະ ມີຄວາມສ່ຽງທີ່ລາວຈະເສຍໜ້າຖ້າລາວລົ້ມເຫຼວ, ຄວາມສ່ຽງທີ່ຈະຖືກຄົນອື່ນດູຖູກ, ລາວກໍບໍ່ເຕັມໃຈທີ່ຈະເຮັດໜ້າວຽກເຫຼົ່ານີ້. ລາວຢ້ານການເຮັດວຽກໜັກ, ຄວາມເມື່ອຍ ແລະ ຄວາມອັບອາຍຈາກການເຮັດວຽກໄດ້ບໍ່ດີ. ຍິ່ງໄປກວ່ານັ້ນ, ລາວຂີ້ຄ້ານເປັນພິເສດ ແລະ ມັກຈະຫຼີກລ່ຽງໜ້າວຽກທີ່ຕ້ອງອອກແຮງ ແລະ ຍາກລຳບາກ, ໂດຍໄດ້ໄປຫຼົບລີ້ໃຫ້ຫ່າງໄກຈາກສິ່ງເຫຼົ່ານີ້. ແທນທີ່ຈະເປັນແນວນັ້ນ, ລາວມັກເຮັດໜ້າວຽກທີ່ເຮັດໃຫ້ພາບລັກຂອງລາວດີຂຶ້ນ, ເປັນວຽກທີ່ສະບາຍໆ, ເຊິ່ງລາວສາມາດເຮັດພໍເປັນພິທີ ແລະ ຊື້ໃຈຄົນໄດ້, ໂດຍບໍ່ຖືກເບື້ອງເທິງເບິ່ງທະລຸ. ສິ່ງທັງໝົດນີ້ລ້ວນແຕ່ເປັນລັກສະນະດັ່ງເດີມຂອງພວກຜູ້ຕໍ່ຕ້ານພຣະຄຣິສ. ເມື່ອເວົ້າເຖິງການປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາເລືອກແລ້ວເລືອກອີກ. ພວກເຂົາມີທາງເລືອກ, ແຜນການ ແລະ ແມ່ນແຕ່ກົນອຸບາຍສ່ວນຕົວ. ພວກເຂົາບໍ່ໄດ້ອ່ອນນ້ອມຕໍ່ການຈັດແຈງຂອງເຮືອນຂອງພຣະເຈົ້າຢ່າງງ່າຍດາຍ; ແທນທີ່ຈະເປັນແນວນັ້ນ, ພວກເຂົາຕັດສິນໃຈເລືອກທາງດ້ວຍຕົນເອງ. ກ່ຽວກັບການຈັດແຈງບາງຢ່າງຈາກເບື້ອງເທິງ, ຖ້າພວກເຂົາບໍ່ເຫັນດີກັບສິ່ງເຫຼົ່ານັ້ນ, ພວກເຂົາກໍຈະບໍ່ໄດ້ຈັດຕັ້ງປະຕິບັດຢ່າງແນ່ນອນ. ພວກເຂົາປິດກັ້ນເລື່ອງເຫຼົ່ານີ້ຢ່າງສົມບູນ ແລະ ອ້າຍເອື້ອຍນ້ອງໃນຄຣິສຕະຈັກກໍບໍ່ໄດ້ຮັບຮູ້ເລື່ອງເຫຼົ່ານັ້ນ. ຖ້າການຈັດຕັ້ງປະຕິບັດການຈັດແຈງເຫຼົ່ານີ້ຈາກເບື້ອງເທິງຈະຂັດແຍ່ງກັບບຸກຄົນບາງຄົນ ຫຼື ເຮັດໃຫ້ຜູ້ຄົນຂຸ່ນເຄືອງ, ພວກເຂົາຈະຈັດຕັ້ງປະຕິບັດບໍ? ພວກເຂົາຈະບໍ່ເຮັດ. ໃນຫົວໃຈຂອງພວກເຂົາ, ພວກເຂົາຄິດວ່າ “ຖ້າເບື້ອງເທິງຕ້ອງການໃຫ້ເຮັດສິ່ງນີ້, ຂ້ອຍຈະບໍ່ເຮັດ. ເຖິງແມ່ນວ່າຂ້ອຍຈະເຮັດ, ຂ້ອຍກໍຕ້ອງເຮັດໃນນາມຂອງເບື້ອງເທິງ, ໂດຍອ້າງວ່າໄດ້ຮັບຄຳສັ່ງຈາກພວກເຂົາ. ຂ້ອຍບໍ່ສາມາດລ່ວງເກີນຄົນເຫຼົ່ານັ້ນໄດ້”. ພວກຜູ້ຕໍ່ຕ້ານພຣະຄຣິສເປັນຄົນປະເພດເຈົ້າເລ່, ແມ່ນບໍ່? ກັບສິ່ງໃດກໍຕາມທີ່ພວກເຂົາເຮັດ, ພວກເຂົາຄິດຮ່ວມກັນ ແລະ ຄິດໄລ່ແປດ ຫຼື ສິບຮອບ ຫຼື ຫຼາຍກວ່ານັ້ນ. ຫົວຂອງພວກເຂົາເຕັມໄປດ້ວຍຄວາມຄິດ ທີ່ກ່ຽວກັບວິທີທີ່ຈະເຮັດໃຫ້ຕົນເອງມີຕຳແໜ່ງທີ່ໝັ້ນຄົງໃນບັນດາຝູງຊົນ, ວິທີທີ່ຈະມີຊື່ສຽງທີ່ດີ ແລະ ມີບົດບາດສູງສົ່ງ, ວິທີທີ່ຈະປະຈົບປະແຈງເບື້ອງເທິງ, ວິທີທີ່ຈະເຮັດໃຫ້ອ້າຍເອື້ອຍນ້ອງສະໜັບສະໜູນ, ຮັກ ແລະ ເຄົາລົບພວກເຂົາ ແລະ ພວກເຂົາເຮັດທຸກຢ່າງທີ່ຈຳເປັນເພື່ອໃຫ້ໄດ້ຜົນໄດ້ຮັບເຫຼົ່ານີ້. ພວກເຂົາກຳລັງຍ່າງຢູ່ໃນເສັ້ນທາງແບບໃດ? ສຳລັບພວກເຂົາແລ້ວ, ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ຜົນປະໂຫຍດຂອງຄຣິສຕະຈັກ ແລະ ວຽກງານຂອງເຮືອນຂອງພຣະເຈົ້າ ບໍ່ແມ່ນສິ່ງທີ່ພວກເຂົາຄຳນຶງເຖິງເປັນຫຼັກ, ຍິ່ງບໍ່ແມ່ນສິ່ງທີ່ພວກເຂົາເປັນຫ່ວງ. ພວກເຂົາຄິດຫຍັງຢູ່? “ສິ່ງເຫຼົ່ານີ້ບໍ່ໄດ້ມີຫຍັງກ່ຽວຂ້ອງກັບຂ້ອຍ. ຕ່າງຄົນຕ່າງເອົາຕົວລອດ ມານຮ້າຍຈະສວຍໂອກາດເອົາຄົນສຸດທ້າຍ; ຄົນເຮົາຕ້ອງມີຊີວິດຢູ່ເພື່ອຕົນເອງ ແລະ ເພື່ອຊື່ສຽງ ແລະ ສະຖານະຂອງພວກເຂົາເອງ. ນັ້ນຄືເປົ້າໝາຍສູງສຸດທີ່ມີຢູ່. ຖ້າໃຜຜູ້ໜຶ່ງບໍ່ຮູ້ວ່າພວກເຂົາຄວນມີຊີວິດຢູ່ເພື່ອຕົນເອງ ແລະ ປົກປ້ອງຕົນເອງ, ແລ້ວພວກເຂົາກໍເປັນຄົນໂງ່. ຖ້າຂ້ອຍຖືກຂໍໃຫ້ປະຕິບັດຕາມຫຼັກການຄວາມຈິງ ແລະ ອ່ອນນ້ອມຕໍ່ພຣະເຈົ້າ ແລະ ການຈັດແຈງຂອງເຮືອນຂອງພຣະອົງ, ມັນກໍຈະຂຶ້ນຢູ່ກັບວ່າຈະມີຜົນປະໂຫຍດອັນໃດສຳລັບຂ້ອຍໃນເລື່ອງນັ້ນ ຫຼື ບໍ່ ແລະ ຈະມີຂໍ້ໄດ້ປຽບອັນໃດໃນການເຮັດເຊັ່ນນັ້ນ ຫຼື ບໍ່. ຖ້າການບໍ່ອ່ອນນ້ອມຕໍ່ການຈັດແຈງຂອງເຮືອນຂອງພຣະເຈົ້າ ນຳມາເຊິ່ງໂອກາດທີ່ຂ້ອຍອາດຈະຖືກກຳຈັດອອກ ແລະ ພາດໂອກາດທີ່ຈະໄດ້ຮັບພຣະພອນ, ຂ້ອຍກໍຈະອ່ອນນ້ອມ”. ດັ່ງນັ້ນ, ເພື່ອປົກປ້ອງຊື່ສຽງ ແລະ ສະຖານະຂອງພວກເຂົາເອງ, ພວກຜູ້ຕໍ່ຕ້ານພຣະຄຣິສມັກຈະເລືອກທີ່ຈະປະນີປະນອມບາງຢ່າງ. ເຈົ້າສາມາດເວົ້າໄດ້ວ່າ ເພື່ອຮັກສາສະຖານະ, ພວກຜູ້ຕໍ່ຕ້ານພຣະຄຣິສສາມາດທົນທຸກກັບຄວາມທຸກທໍລະມານທຸກຮູບແບບ ແລະ ເພື່ອເຫັນແກ່ການມີຊື່ສຽງທີ່ດີ, ພວກເຂົາສາມາດເສຍສະລະໄດ້ທຸກຮູບແບບ. ຄຳເວົ້າທີ່ວ່າ “ລູກຜູ້ຊາຍຕ້ອງຮູ້ຈັກວ່າເມື່ອໃດທີ່ຕ້ອງຍອມລົງ ແລະ ເມື່ອໃດທີ່ຕ້ອງຍືດຂຶ້ນ” ເປັນຄວາມຈິງກັບພວກເຂົາ. ນີ້ຄືຕັກກະຂອງຊາຕານ, ແມ່ນບໍ່? ນີ້ຄືປັດຊະຍາຂອງຊາຕານສຳລັບການຈັດການທາງໂລກ ແລະ ມັນຍັງເປັນຫຼັກການແຫ່ງການຢູ່ລອດຂອງຊາຕານອີກດ້ວຍ. ມັນໜ້າລັງກຽດຢ່າງຍິ່ງ!

ພວກຜູ້ຕໍ່ຕ້ານພຣະຄຣິສຖືວ່າສະຖານະ ແລະ ຊື່ສຽງຂອງພວກເຂົາເອງສຳຄັນກວ່າສິ່ງອື່ນໃດ. ຄົນເຫຼົ່ານີ້ບໍ່ພຽງແຕ່ມີເລ່ຫຼ່ຽມ, ເຈົ້າເລ່ ແລະ ຊົ່ວຊ້າເທົ່ານັ້ນ, ແຕ່ຍັງໂຫດຮ້າຍຢ່າງເຖິງທີ່ສຸດອີກດ້ວຍ. ພວກເຂົາເຮັດແນວໃດເມື່ອພວກເຂົາກວດພົບວ່າສະຖານະຂອງພວກເຂົາຕົກຢູ່ໃນຄວາມສ່ຽງ ຫຼື ເມື່ອພວກເຂົາສູນເສຍຈຸດຢືນໃນຫົວໃຈຂອງຜູ້ຄົນ, ເມື່ອພວກເຂົາສູນເສຍການຮັບຮອງ ແລະ ຄວາມມັກຮັກຂອງຄົນເຫຼົ່ານີ້, ເມື່ອຜູ້ຄົນບໍ່ເຄົາລົບນັບຖື ແລະ ຍົກຍ້ອງພວກເຂົາອີກຕໍ່ໄປ ແລະ ພວກເຂົາໄດ້ຕົກຢູ່ໃນຄວາມອັບອາຍບໍ? ພວກເຂົາກາຍເປັນປໍລະປັກໃນທັນທີ. ທັນທີທີ່ພວກເຂົາສູນເສຍສະຖານະຂອງພວກເຂົາ, ພວກເຂົາກໍບໍ່ເຕັມໃຈທີ່ຈະປະຕິບັດໜ້າທີ່ໃດໜຶ່ງ, ທຸກສິ່ງທຸກຢ່າງທີ່ພວກເຂົາເຮັດແມ່ນເຮັດພໍແລ້ວມືແລ້ວຕີນ ແລະ ພວກເຂົາບໍ່ມີຄວາມສົນໃຈທີ່ຈະເຮັດຫຍັງກໍຕາມ. ແຕ່ນີ້ບໍ່ແມ່ນການສະແດງອອກທີ່ຮ້າຍແຮງທີ່ສຸດ. ການສະແດງອອກທີ່ຮ້າຍແຮງທີ່ສຸດແມ່ນຫຍັງ? ທັນທີທີ່ຄົນເຫຼົ່ານີ້ສູນເສຍສະຖານະຂອງພວກເຂົາ ແລະ ບໍ່ມີໃຜຍົກຍ້ອງພວກເຂົາ ແລະ ບໍ່ມີໃຜຖືກພວກເຂົາເຮັດໃຫ້ຫຼົງຜິດແລ້ວ, ຄວາມກຽດຊັງ, ຄວາມອິດສາ ແລະ ການຢາກແກ້ແຄ້ນກໍອອກມາ. ພວກເຂົາບໍ່ພຽງແຕ່ບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າເທົ່ານັ້ນ, ແຕ່ກໍຍັງຂາດການອ່ອນນ້ອມແມ່ນແຕ່ໜ້ອຍດຽວ. ຍິ່ງໄປກວ່ານັ້ນ, ໃນຫົວໃຈຂອງພວກເຂົາ, ພວກເຂົາມີແນວໂນ້ມທີ່ຈະກຽດຊັງເຮືອນຂອງພຣະເຈົ້າ, ຄຣິສຕະຈັກ ແລະ ຜູ້ນໍາ ແລະ ຜູ້ເຮັດວຽກ; ພວກເຂົາປາຖະໜາໃຫ້ວຽກງານຂອງຄຣິສຕະຈັກພົບກັບບັນຫາ ຫຼື ຢຸດສະງັກ; ພວກເຂົາຢາກຫົວຂວັນຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງ. ພວກເຂົາຍັງກຽດຊັງໃຜກໍຕາມທີ່ໄລ່ຕາມຄວາມຈິງ ແລະ ຢຳເກງພຣະເຈົ້າ. ພວກເຂົາໂຈມຕີ ແລະ ເຍາະເຍີ້ຍໃຜກໍຕາມທີ່ມີຄວາມຈົງຮັກພັກດີໃນໜ້າທີ່ຂອງຕົນ ແລະ ເຕັມໃຈທີ່ຈະເສຍສະລະ. ນີ້ຄືອຸປະນິໄສຂອງພວກຜູ້ຕໍ່ຕ້ານພຣະຄຣິສ ແລະ ນັ້ນບໍ່ໂຫດຮ້າຍບໍ? ຄົນເຫຼົ່ານີ້ເປັນຄົນຊົ່ວຮ້າຍຢ່າງຊັດເຈນ; ໂດຍແກ່ນແທ້ແລ້ວ ພວກຜູ້ຕໍ່ຕ້ານພຣະຄຣິສແມ່ນຄົນຊົ່ວຮ້າຍ. ເຖິງແມ່ນວ່າໃນເວລາທີ່ມີການເຕົ້າໂຮມຈັດຂຶ້ນທາງອອນລາຍ, ຖ້າພວກເຂົາເຫັນວ່າສັນຍານດີ, ພວກເຂົາກໍສາບແຊ່ງຢ່າງງຽບໆ ແລະ ເວົ້າກັບຕົນເອງວ່າ “ຂໍໃຫ້ສັນຍານຫຼຸດ! ຂໍໃຫ້ສັນຍານຫຼຸດ! ມັນຈະດີກວ່າຖ້າບໍ່ມີໃຜໄດ້ຍິນບົດເທດສະໜາ!” ຄົນເຫຼົ່ານີ້ແມ່ນຫຍັງ? (ມານຮ້າຍ.) ພວກເຂົາແມ່ນມານຮ້າຍ! ພວກເຂົາບໍ່ແມ່ນຄົນຂອງເຮືອນຂອງພຣະເຈົ້າຢ່າງແນ່ນອນ. ມານຮ້າຍ ແລະ ຄົນຊົ່ວຮ້າຍປະເພດນີ້ກໍ່ຄວາມວຸ້ນວາຍໃນລັກສະນະນີ້, ບໍ່ວ່າພວກເຂົາຈະຢູ່ໃນຄຣິສຕະຈັກໃດກໍຕາມ. ເຖິງແມ່ນວ່າຄົນທີ່ມີການແຍກແຍະຈະເປີດໂປງ ແລະ ຈຳກັດພວກເຂົາ, ພວກເຂົາກໍຈະບໍ່ໄດ້ໄຕ່ຕອງກ່ຽວກັບຕົນເອງ ຫຼື ຍອມຮັບຄວາມຜິດພາດຂອງພວກເຂົາ. ພວກເຂົາຈະຄິດວ່າມັນເປັນພຽງຄວາມຜິດພາດຊົ່ວຄາວໃນສ່ວນຂອງພວກເຂົາ ແລະ ພວກເຂົາຄວນຮຽນຮູ້ຈາກມັນ. ຄົນແບບນີ້, ເປັນຜູ້ທີ່ປະຕິເສດຢ່າງເດັດຂາດທີ່ຈະກັບໃຈ, ຈະບໍ່ອ່ອນນ້ອມ, ບໍ່ວ່າໃຜຈະແຍກແຍະ ແລະ ເປີດໂປງພວກເຂົາກໍຕາມ. ພວກເຂົາຈະສະແຫວງຫາທາງແກ້ແຄ້ນຄົນນັ້ນ. ເມື່ອພວກເຂົາຮູ້ສຶກບໍ່ສະບາຍໃຈ, ພວກເຂົາກໍບໍ່ຕ້ອງການໃຫ້ອ້າຍເອື້ອຍນ້ອງສະບາຍໃຈເຊັ່ນດຽວກັນ. ໃນຫົວໃຈຂອງພວກເຂົາ, ພວກເຂົາເຖິງຂັ້ນສາບແຊ່ງອ້າຍເອື້ອຍນ້ອງຢ່າງລັບໆ, ໂດຍປາຖະໜາໃຫ້ສິ່ງບໍ່ດີເກີດຂຶ້ນກັບຄົນເຫຼົ່ານັ້ນ ແລະ ພວກເຂົາສາບແຊ່ງວຽກງານຂອງເຮືອນຂອງພຣະເຈົ້າ, ໂດຍປາຖະໜາໃຫ້ບັນຫາເກີດຂຶ້ນໃນນັ້ນ. ເມື່ອມີສິ່ງໃດຜິດພາດເກີດຂຶ້ນໃນເຮືອນຂອງພຣະເຈົ້າ, ພວກເຂົາກໍດີໃຈ ແລະ ສະຫຼອງຢ່າງລັບໆ, ໂດຍຄິດວ່າ “ຮຶ! ໃນທີ່ສຸດ, ກໍມີບາງຢ່າງຜິດພາດເກີດຂຶ້ນ. ທັງໝົດນີ້ເກີດຂຶ້ນຍ້ອນເຈົ້າໄລ່ຂ້ອຍອອກ. ມັນດີແລ້ວທີ່ທຸກຢ່າງກຳລັງພັງທະລາຍ!” ພວກເຂົາຮູ້ສຶກມີຄວາມສຸກ ແລະ ພຶງພໍໃຈທີ່ເຫັນຄົນອື່ນອ່ອນແອລົງ ແລະ ຄິດລົບຫຼາຍຂຶ້ນ, ພວກເຂົາເວົ້າຄຳເວົ້າເຍາະເຍີ້ຍ ແລະ ສຽດສີ ເພື່ອກົດຄົນອື່ນລົງ ແລະ ເຖິງຂັ້ນເຜີຍແຜ່ຄຳເວົ້າທີ່ເປັນລົບ ແລະ ເລື່ອງຄວາມຕາຍ, ໂດຍເວົ້າວ່າ “ພວກເຮົາຜູ້ເຊື່ອໄດ້ສະລະຄອບຄົວ ແລະ ອາຊີບຂອງພວກເຮົາ ເພື່ອປະຕິບັດໜ້າທີ່ຂອງພວກເຮົາ ແລະ ອົດທົນຕໍ່ຄວາມທຸກທໍລະມານ. ເຈົ້າຄິດວ່າເຮືອນຂອງພຣະເຈົ້າສາມາດຮັບຜິດຊອບຕໍ່ອະນາຄົດຂອງພວກເຮົາໄດ້ແທ້ໆບໍ? ເຈົ້າເຄີຍຄິດກ່ຽວກັບເລື່ອງນັ້ນບໍ? ມັນຄຸ້ມຄ່າກັບລາຄາທີ່ພວກເຮົາກຳລັງຈ່າຍບໍ? ສຸຂະພາບຂອງຂ້ອຍບໍ່ຄ່ອຍດີປານໃດໃນຕອນນີ້ ແລະ ຖ້າຂ້ອຍເຮັດວຽກຈົນໝົດແຮງ, ໃຜຈະເບິ່ງແຍງຂ້ອຍໃນຍາມເຖົ້າແກ່?” ພວກເຂົາເວົ້າສິ່ງເຊັ່ນນີ້ເພື່ອໃຫ້ທຸກຄົນຮູ້ສຶກຄິດລົບ, ມີພຽງແຕ່ຕອນນັ້ນເທົ່ານັ້ນທີ່ພວກເຂົາຈະຮູ້ສຶກມີຄວາມສຸກ. ພວກເຂົາບໍ່ໄດ້ມີເຈດຕະນາທີ່ບໍ່ດີບໍ, ພວກເຂົາບໍ່ໄດ້ຊົ່ວຮ້າຍ ແລະ ປະສົງຮ້າຍບໍ? ຄົນເຊັ່ນນີ້ບໍ່ຄວນໄດ້ຮັບຜົນກຳຕາມສະໜອງບໍ? (ຄວນໄດ້ຮັບ.) ພວກເຈົ້າຄິດວ່າຄົນເຊັ່ນນີ້ມີພຣະເຈົ້າຢູ່ໃນຫົວໃຈຂອງພວກເຂົາຢ່າງແທ້ຈິງບໍ? ພວກເຂົາເບິ່ງບໍ່ຄືກັບຜູ້ເຊື່ອໃນພຣະເຈົ້າທີ່ແທ້ຈິງ, ໂດຍພື້ນຖານແລ້ວ ພວກເຂົາບໍ່ເຊື່ອວ່າພຣະເຈົ້າກວດສອບສ່ວນເລິກຂອງຫົວໃຈຄົນ. ພວກເຂົາບໍ່ແມ່ນຜູ້ບໍ່ເຊື່ອບໍ? ຖ້າພວກເຂົາເຊື່ອໃນພຣະເຈົ້າຢ່າງແທ້ຈິງ, ພວກເຂົາຈະເວົ້າສິ່ງເຊັ່ນນີ້ໄດ້ແນວໃດ? ບາງຄົນອາດຈະເວົ້າວ່າ ມັນເປັນຍ້ອນພວກເຂົາຂາດຫົວໃຈທີ່ຢຳເກງພຣະເຈົ້າ, ນັ້ນຖືກຕ້ອງແລ້ວບໍ? (ບໍ່, ມັນບໍ່ຖືກຕ້ອງ.) ເປັນຫຍັງມັນຈຶ່ງບໍ່ຖືກຕ້ອງ? (ພຣະເຈົ້າບໍ່ມີຢູ່ໃນຫົວໃຈຂອງພວກເຂົາເລີຍ; ພວກເຂົາຕໍ່ຕ້ານພຣະເຈົ້າ.) ໃນຄວາມເປັນຈິງແລ້ວ, ພວກເຂົາກ້າເວົ້າສິ່ງເຊັ່ນນີ້ ເພາະວ່າພວກເຂົາບໍ່ເຊື່ອໃນການມີຢູ່ຂອງພຣະເຈົ້າ. ພວກເຂົາຍິ່ງບໍ່ເຊື່ອວ່າພຣະເຈົ້າກຳລັງກວດສອບທຸກຄົນ ແລະ ພວກເຂົາບໍ່ເຊື່ອວ່າພຣະເຈົ້າກຳລັງສັງເກດການເບິ່ງທຸກຄຳເວົ້າ ແລະ ການກະທຳຂອງພວກເຂົາ, ທຸກຄວາມຄິດ ແລະ ແນວຄິດ. ພວກເຂົາບໍ່ເຊື່ອສິ່ງເຫຼົ່ານີ້, ດັ່ງນັ້ນ ພວກເຂົາຈຶ່ງບໍ່ຢ້ານກົວ ແລະ ສາມາດເວົ້າຄຳເວົ້າແບບມານຮ້າຍເຊັ່ນນີ້ໄດ້ຢ່າງອິດສະລະ ແລະ ບໍ່ມີຢາງອາຍ. ເຖິງແມ່ນວ່າຜູ້ບໍ່ມີຄວາມເຊື່ອກໍຍັງມັກເວົ້າວ່າ “ຟ້າດິນມີຕາ” ແລະ “ເມື່ອມະນຸດເຮັດ ຟ້າດິນກໍຈະເຫັນ”. ໃຜກໍຕາມທີ່ມີຄວາມສັດທາທີ່ແທ້ຈິງແມ່ນແຕ່ເລັກນ້ອຍ ກໍຈະບໍ່ເວົ້າຄຳເວົ້າແບບມານຮ້າຍຂອງຜູ້ບໍ່ເຊື່ອເຫຼົ່ານີ້ອອກມາຢ່າງບໍ່ໃສ່ໃຈ. ຈະບໍ່ມີຜົນສະທ້ອນທີ່ຮ້າຍແຮງສຳລັບຜູ້ເຊື່ອທີ່ຄິດ ແລະ ເວົ້າແບບນີ້ບໍ? ບໍ່ແມ່ນທຳມະຊາດຂອງສິ່ງນີ້ຮ້າຍແຮງບໍ? ມັນຮ້າຍແຮງຫຼາຍ! ການທີ່ພວກເຂົາສາມາດປະຕິເສດພຣະເຈົ້າໃນລັກສະນະເຊັ່ນນີ້ ໝາຍຄວາມວ່າພວກເຂົາເປັນມານຮ້າຍທີ່ແທ້ຈິງ ແລະ ເປັນຄົນຊົ່ວຮ້າຍທີ່ແຊກຊຶມເຂົ້າມາໃນເຮືອນຂອງພຣະເຈົ້າ. ມີພຽງແຕ່ມານຮ້າຍ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສເທົ່ານັ້ນ ທີ່ກ້າຮ້ອງໂວຍວາຍຕໍ່ຕ້ານພຣະເຈົ້າຢ່າງເປີດເຜີຍ. ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເປັນຕົວແທນໃຫ້ແກ່ຜົນປະໂຫຍດຂອງພຣະເຈົ້າ ແລະ ທຸກສິ່ງທຸກຢ່າງທີ່ເຮືອນຂອງພຣະເຈົ້າເຮັດແມ່ນຢູ່ພາຍໃຕ້ການນໍາພາຂອງພຣະເຈົ້າ, ການອະນຸຍາດຂອງພຣະອົງ ແລະ ການຊີ້ນໍາຂອງພຣະອົງ; ມັນກ່ຽວຂ້ອງຢ່າງໃກ້ຊິດກັບວຽກງານຄຸ້ມຄອງຂອງພຣະເຈົ້າ ແລະ ບໍ່ສາມາດແຍກອອກຈາກມັນໄດ້. ຄົນທີ່ສາບແຊ່ງວຽກງານຂອງເຮືອນຂອງພຣະເຈົ້າຢ່າງເປີດເຜີຍ ໃນລັກສະນະນີ້, ຜູ້ທີ່ໃສ່ຮ້າຍຄຣິສຕະຈັກໃນຫົວໃຈຂອງພວກເຂົາ ແລະ ຢາກຫົວຂວັນເຮືອນຂອງພຣະເຈົ້າ, ຜູ້ທີ່ປາຖະໜາຢາກເຫັນຜູ້ຄົນທີ່ພຣະເຈົ້າເລືອກທຸກຄົນຖືກຈັບກຸມ, ວຽກງານຂອງຄຣິສຕະຈັກເປັນອຳມະພາດຢ່າງສົມບູນ ແລະ ຜູ້ເຊື່ອຫັນໜີຈາກຄວາມສັດທາຂອງພວກເຂົາ, ຜູ້ທີ່ຈະມີຄວາມສຸກເມື່ອສິ່ງນີ້ເກີດຂຶ້ນ, ຄົນເຫຼົ່ານີ້ແມ່ນຄົນປະເພດໃດ? (ມານຮ້າຍ.) ພວກເຂົາແມ່ນມານຮ້າຍ, ພວກເຂົາແມ່ນມານຮ້າຍທີ່ເປັນຜີຮ້າຍກັບມາເກີດ! ຄົນທຳມະດາມີອຸປະນິໄສທີ່ເສື່ອມຊາມ, ບາງຄັ້ງບາງຄາວພວກເຂົາກໍກະບົດ ແລະ ພວກເຂົາມີຄວາມຄິດເລັກນ້ອຍບາງຢ່າງ ເມື່ອພວກເຂົາຮູ້ສຶກຄິດລົບ ແລະ ອ່ອນແອ, ກໍພຽງເທົ່ານັ້ນ, ແຕ່ພວກເຂົາຈະບໍ່ຊົ່ວຮ້າຍປານນັ້ນ ຫຼື ກໍ່ໃຫ້ເກີດຄວາມຄິດທີ່ຊົ່ວຊ້າ ແລະ ປະສົງຮ້າຍເຊັ່ນນີ້. ແກ່ນແທ້ປະເພດນີ້ມີຢູ່ໃນພວກຜູ້ຕໍ່ຕ້ານພຣະຄຣິສ ແລະ ມານຮ້າຍເທົ່ານັ້ນ. ເມື່ອພວກຜູ້ຕໍ່ຕ້ານພຣະຄຣິສມີຄວາມຄິດເຫຼົ່ານີ້, ພວກເຂົາສົງໄສບໍວ່າພວກເຂົາອາດຈະຜິດພາດ? (ບໍ່, ພວກເຂົາບໍ່ສົງໄສ.) ເປັນຫຍັງຈຶ່ງບໍ່? (ເພາະວ່າພວກເຂົາຖືວ່າສິ່ງທີ່ພວກເຂົາຄິດ ແລະ ເວົ້າເປັນຄວາມຈິງ. ພວກເຂົາບໍ່ເຊື່ອໃນພຣະເຈົ້າ, ພວກເຂົາຂາດຫົວໃຈທີ່ຢຳເກງພຣະເຈົ້າ ແລະ ທຳມະຊາດຂອງພວກເຂົາກໍຄືການຕໍ່ຕ້ານພຣະເຈົ້າ.) ຖືກຕ້ອງແລ້ວ, ນັ້ນຄືທຳມະຊາດຂອງພວກເຂົາ. ມີຕອນໃດແດ່ທີ່ຊາຕານເຄີຍປະຕິບັດຕໍ່ພຣະເຈົ້າໃນຖານະພຣະເຈົ້າ? ມີຕອນໃດແດ່ທີ່ມັນເຊື່ອວ່າພຣະເຈົ້າເປັນຄວາມຈິງ? ມັນບໍ່ເຄີຍເຊື່ອ ແລະ ມັນຈະບໍ່ມີວັນເຊື່ອ. ພວກຜູ້ຕໍ່ຕ້ານພຣະຄຣິສ, ມານຮ້າຍເຫຼົ່ານີ້, ກໍຄືກັນ; ພວກເຂົາບໍ່ປະຕິບັດຕໍ່ພຣະເຈົ້າໃນຖານະພຣະເຈົ້າ ຫຼື ເຊື່ອວ່າພຣະອົງເປັນຄວາມຈິງ. ພວກເຂົາບໍ່ເຊື່ອວ່າພຣະເຈົ້າເປັນຜູ້ທີ່ສ້າງ ແລະ ຖືອຳນາດສູງສຸດເໜືອທຸກສິ່ງ. ນັ້ນຄືເຫດຜົນທີ່ພວກເຂົາຄິດວ່າ ສິ່ງໃດກໍຕາມທີ່ພວກເຂົາໄດ້ເວົ້າແມ່ນສິ່ງທີ່ຖືກຕ້ອງ. ພວກເຂົາຄິດ ແລະ ກະທຳໃນລັກສະນະນີ້ຢ່າງບໍ່ມີຢາງອາຍ; ນີ້ຄືທຳມະຊາດຂອງພວກເຂົາ. ເມື່ອມະນຸດທີ່ເສື່ອມຊາມກໍເຮັດແບບດຽວກັນ, ພວກເຂົາປະສົບກັບຄວາມຂັດແຍ່ງພາຍໃນ. ພວກເຂົາມີຈິດສຳນຶກ ແລະ ຄວາມຮັບຮູ້ຂອງມະນຸດ. ຈິດສຳນຶກ, ຄວາມຮັບຮູ້ ແລະ ຄວາມຈິງທີ່ພວກເຂົາເຂົ້າໃຈມີຜົນຕໍ່ພວກເຂົາທາງພາຍໃນ ແລະ ສິ່ງນີ້ກໍ່ໃຫ້ເກີດຄວາມຂັດແຍ່ງ. ເມື່ອຄວາມຂັດແຍ່ງນີ້ເກີດຂຶ້ນ, ການຕໍ່ສູ້ລະຫວ່າງສິ່ງທີ່ຖືກ ແລະ ສິ່ງທີ່ຜິດ, ຄວາມຖືກຕ້ອງ ແລະ ຄວາມຜິດ ແລະ ຄວາມຍຸຕິທຳ ແລະ ຄວາມຊົ່ວຊ້າ ກໍເກີດຂຶ້ນ ແລະ ຜົນໄດ້ຮັບກໍບັນລຸ: ຜູ້ທີ່ໄລ່ຕາມຄວາມຈິງຢືນຢູ່ຝ່າຍພຣະເຈົ້າ, ໃນຂະນະທີ່ຜູ້ທີ່ບໍ່ໄລ່ຕາມຄວາມຈິງຢືນຢູ່ຝ່າຍອຳນາດທີ່ຊົ່ວຊ້າຂອງຊາຕານ. ທຸກສິ່ງທີ່ພວກຜູ້ຕໍ່ຕ້ານພຣະຄຣິສເຮັດແມ່ນເພື່ອຮ່ວມມືກັບຊາຕານ. ພວກເຂົາລະບາຍຄວາມຄິດທີ່ເປັນລົບ, ເຜີຍແຜ່ຂ່າວລືທີ່ບໍ່ມີຄວາມຈິງ ແລະ ຫົວຂວັນເຮືອນຂອງພຣະເຈົ້າ. ພວກເຂົາສາບແຊ່ງ ແລະ ໃສ່ຮ້າຍວຽກງານຂອງເຮືອນຂອງພຣະເຈົ້າ ແລະ ສາບແຊ່ງອ້າຍເອື້ອຍນ້ອງ. ພວກເຂົາເຖິງຂັ້ນຮູ້ສຶກສະບາຍໃຈທີ່ໄດ້ເຮັດທຸກສິ່ງນີ້, ໂດຍບໍ່ມີການກ່າວກາໃດໜຶ່ງຈາກຈິດສຳນຶກຂອງພວກເຂົາ, ໂດຍບໍ່ມີຄວາມຮູ້ສຶກກິນແໜງໃຈແມ່ນແຕ່ເລັກນ້ອຍ ແລະ ພວກເຂົາເຊື່ອວ່າການກະທຳຂອງພວກເຂົາຖືກຕ້ອງທັງໝົດ. ສິ່ງນີ້ໄດ້ເປີດເຜີຍທຳມະຊາດແບບຊາຕານຂອງພວກຜູ້ຕໍ່ຕ້ານພຣະຄຣິສຢ່າງເຕັມທີ່ ແລະ ເປີດເຜີຍໃບໜ້າທີ່ຂີ້ຮ້າຍຂອງພວກເຂົາທີ່ຕໍ່ຕ້ານພຣະເຈົ້າ. ສະນັ້ນ, ມັນບໍ່ເກີນຄວາມຈິງເລີຍທີ່ຈະເວົ້າວ່າ ພວກຜູ້ຕໍ່ຕ້ານພຣະຄຣິສແມ່ນມານຮ້າຍ ແລະ ຊາຕານທີ່ແທ້ຈິງ. ພວກຜູ້ຕໍ່ຕ້ານພຣະຄຣິສແມ່ນມານຮ້າຍໂດຍກຳເນີດ ແລະ ບໍ່ແມ່ນຜູ້ໄດ້ຮັບຄວາມລອດພົ້ນຂອງພຣະເຈົ້າຢ່າງແນ່ນອນ. ພວກເຂົາບໍ່ແມ່ນສ່ວນໜຶ່ງຂອງມະນຸດຊາດທີ່ເສື່ອມຊາມແບບທຳມະດາຢ່າງແນ່ນອນ. ພວກຜູ້ຕໍ່ຕ້ານພຣະຄຣິສແມ່ນມານຮ້າຍກັບມາເກີດ, ພວກເຂົາແມ່ນມານຮ້າຍທີ່ເປັນຜີຮ້າຍໂດຍກຳເນີດ. ນັ້ນຄືຄວາມເປັນຈິງຂອງສິ່ງຕ່າງໆ.

ຈຸດສຸມຫຼັກຂອງພວກຜູ້ຕໍ່ຕ້ານພຣະຄຣິສແມ່ນຢູ່ທີ່ຊື່ສຽງ ແລະ ສະຖານະ. ເມື່ອເວົ້າເຖິງຊື່ສຽງ ແລະ ສະຖານະ, ການດຳເນີນການທີ່ພວກຜູ້ຕໍ່ຕ້ານພຣະຄຣິສເຮັດແມ່ນຫຍັງ? ພວກເຂົາກະທຳຢ່າງບໍ່ມີສິນທຳ, ຄິດຢ່າງໜັກ, ໃຊ້ຄວາມຄິດທັງໝົດ ແລະ ຍອມເສຍສະລະທຸກຢ່າງ ເພື່ອຈັດການຊື່ສຽງ ແລະ ສະຖານະຂອງພວກເຂົາເອງ. ສອງສິ່ງນີ້ແມ່ນຊີວິດຈິດໃຈຂອງພວກເຂົາ, ແມ່ນທຸກສິ່ງທຸກຢ່າງຂອງພວກເຂົາ. ພວກເຂົາເຊື່ອວ່າການໄດ້ຮັບສອງສິ່ງນີ້ໝາຍຄວາມວ່າ ພວກເຂົາໄດ້ຮັບທຸກສິ່ງທຸກຢ່າງ. ໃນໂລກຂອງພວກເຂົາ, ມີພຽງແຕ່ສະຖານະ, ຊື່ສຽງ ແລະ ຜົນປະໂຫຍດຂອງພວກເຂົາເອງເທົ່ານັ້ນ; ບໍ່ມີສິ່ງອື່ນໃດທີ່ສຳຄັນສຳລັບພວກເຂົາ. ສະນັ້ນ, ມັນມີປະໂຫຍດບໍທີ່ຈະໂອ້ລົມກ່ຽວກັບຄວາມຈິງ, ຄວາມເປັນມະນຸດ, ຄວາມຍຸຕິທຳ ຫຼື ສິ່ງທີ່ເປັນບວກກັບຄົນປະເພດພວກຜູ້ຕໍ່ຕ້ານພຣະຄຣິສ? (ມັນບໍ່ມີປະໂຫຍດ.) ຖືກຕ້ອງແລ້ວ, ມັນບໍ່ໄດ້ມີປະໂຫຍດ. ມັນຄືກັບການພະຍາຍາມບອກຜູ້ຍິງໂສເພນີ ກ່ຽວກັບວິທີການເປັນແມ່ຍິງທີ່ດີໃນເຮືອນທີ່ມີຄຸນນະທຳ ຫຼື ສັ່ງສອນໃຫ້ນາງເປັນເມຍ ແລະ ແມ່ທີ່ມີຄຸນນະທຳ; ນາງບໍ່ຢາກຟັງ, ນາງບໍ່ມັກແບບນັ້ນ ແລະ ນາງເຫັນວ່າມັນໜ້າລັງກຽດ. ນາງເຫັນວ່າມັນໜ້າລັງກຽດສໍ່າໃດ? ນາງດ່າເຈົ້າໃນໃຈ ແລະ ສວຍໂອກາດທີ່ຈະເຍາະເຍີ້ຍເຈົ້າ, ສຽດສີເຈົ້າ, ໂຈມຕີເຈົ້າ ແລະ ກີດກັນເຈົ້າອອກໄປ. ໃນປັດຈຸບັນ, ໃນຄຣິສຕະຈັກ, ຍັງມີຄົນທີ່ພໍ ໄດ້ຍິນຄົນໂອ້ລົມກ່ຽວກັບຄວາມຈິງ ຫຼື ກ່ຽວກັບຄວາມຈິງ ເຊັ່ນ: ການອ່ອນນ້ອມຕໍ່ການຈັດວາງ ແລະ ການຈັດແຈງຂອງພຣະເຈົ້າ ຫຼື ການເຊື່ອຟັງການຈັດແຈງຂອງເຮືອນຂອງພຣະເຈົ້າ ໄດ້ສະແດງທັດສະນະຄະຕິທີ່ກະບົດເປັນພິເສດ ຫຼື ບໍ? (ມີ.) ຄວນຈະມີ. ຈົ່ງສັງເກດການ ແລະ ລະບຸຜູ້ທີ່ສະແດງພຶດຕິກຳເຊັ່ນນີ້. ເມື່ອເຈົ້າໂອ້ລົມກ່ຽວກັບຄວາມຈຳເປັນໃນການອ່ອນນ້ອມຕໍ່ອຳນາດສູງສຸດ ແລະ ການຈັດແຈງຂອງພຣະເຈົ້າ, ພວກເຂົາກໍມີປະຕິກິລິຍາກີດກັນຢ່າງຮຸນແຮງ, ໂດຍຄິດວ່າ “ໝົດມື້ ພວກເຂົາເອົາແຕ່ເວົ້າກ່ຽວກັບການອ່ອນນ້ອມຕໍ່ການຈັດແຈງຂອງພຣະເຈົ້າ, ຄືກັບວ່າທຸກສິ່ງໄດ້ຮັບການຈັດແຈງໂດຍພຣະເຈົ້າ ແລະ ຄົນເຮົາບໍ່ມີທາງເລືອກເລີຍ!” ທັນທີທີ່ເຈົ້າໄດ້ໂອ້ລົມກ່ຽວກັບຄວາມຈິງ ຫຼື ຄວາມຈຳເປັນໃນການຮ່ວມມືຢ່າງກົມກຽວ, ສະແຫວງຫາເຈດຕະນາຂອງພຣະເຈົ້າ ແລະ ກະທຳຕາມຫຼັກການຄວາມຈິງໃນໜ້າທີ່ຂອງພວກເຂົາ, ພວກເຂົາກໍຮູ້ສຶກຖືກກີດກັນເປັນພິເສດ ແລະ ບໍ່ເຕັມໃຈທີ່ຈະຟັງ. ເຖິງແມ່ນວ່າພວກເຂົາຈະຟັງຢ່າງບໍ່ເຕັມໃຈ, ພວກເຂົາກໍນັ່ງບໍ່ຕິດ ແລະ ຖ້າພວກເຂົາຈັດການນັ່ງຕິດໄດ້, ມັນເກືອບຈະແນ່ນອນຢູ່ແລ້ວວ່າ ພວກເຂົາໄດ້ນອນຫຼັບໄປແລ້ວ. ເມື່ອເຈົ້າໄດ້ໂອ້ລົມກ່ຽວກັບຄວາມຈິງ ແລະ ກ່ຽວກັບການປະຕິບັດຕາມຫຼັກການ ເມື່ອຈັດການເລື່ອງຕ່າງໆ, ພວກເຂົາກໍງ່ວງນອນ ແລະ ສັບປະຫງົກ. ຫຼັງຈາກເວລາຜ່ານໄປ ໂດຍບໍ່ມີການໂອ້ລົມກ່ຽວກັບຄວາມຈິງ, ໂດຍບໍ່ມີການລິຮານ, ພວກເຂົາກໍເຕັມໄປດ້ວຍພະລັງງານ. ພວກເຂົາກະທຳຢ່າງຕາມໃຈມັກ ແລະ ຕາມອຳເພີໃຈ, ຕັດສິນໃຈໂດຍພະລະການ ແລະ ມືເບື້ອງໜຶ່ງກໍຄວ້າເອົາຊື່ສຽງ, ໃນຂະນະທີ່ອີກເບື້ອງໜຶ່ງຍຶດຈັບເອົາສະຖານະ. ພວກເຂົາກະໂດດສູງກວ່າຜູ້ໃດ ແລະ ເພີດເພີນກັບການສ້າງບັນຫາທຸກຮູບແບບ. ຄົນເຫຼົ່ານີ້ລ້ວນແຕ່ເປັນພວກຜູ້ຕໍ່ຕ້ານພຣະຄຣິສ; ພວກເຂົາທຸກຄົນຜູ້ຕໍ່ຕ້ານພຣະເຈົ້າ ແລະ ສາມາດສ້າງບັນຫາໃຫຍ່ໄດ້ຕະຫຼອດເວລາ.

ໃຜກໍຕາມທີ່ມີທຳມະຊາດຂອງພວກຜູ້ຕໍ່ຕ້ານພຣະຄຣິສ ຄວນຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສ. ເມື່ອພວກເຂົາຕ້ອງການກະທຳໂດຍພະລະການ, ພວກເຂົາຄວນຖືກຢັບຢັ້ງ ແລະ ຢຸດຢັ້ງ; ນີ້ເປັນສິ່ງທີ່ບໍ່ຕ້ອງສົງໄສເລີຍ. ບາງຄົນອາດຈະເວົ້າວ່າ “ຖ້າພວກເຮົາບໍ່ສາມາດຢຸດພວກເຂົາໄດ້ເດ? ພວກເຮົາຄວນເຮັດຫຍັງ?” ເຮົາຈະບອກວິທີທີ່ໄດ້ຜົນແນ່ນອນໃຫ້ແກ່ພວກເຈົ້າ ເພື່ອຢຸດພວກເຂົາດ້ວຍປະໂຫຍກດຽວ. ເມື່ອເຈົ້າພົບພໍ້ກັບສະຖານະການເຊັ່ນນີ້, ພຽງແຕ່ເວົ້າວ່າ “ຖ້າເຈົ້າຢຸດການກະທຳຕາມອຳເພີໃຈ, ເຮັດການຕັດສິນໃຈໂດຍພະລະການ ແລະ ການມີສິດຊີ້ຂາດ, ເຈົ້າຈະຕາຍບໍ?” ຟັງເບິ່ງເປັນແນວໃດ? (ດີ.) ພວກເຈົ້າຄິດວ່າຜູ້ຕໍ່ຕ້ານພຣະຄຣິສຈະຕາຍແທ້ໆບໍ ຖ້າພວກເຂົາຖືກຂັດຂວາງບໍ່ໃຫ້ກະທຳໂດຍພະລະການ? (ແມ່ນແລ້ວ.) ພວກເຈົ້າໄດ້ຄຳຕອບວ່າ “ແມ່ນແລ້ວ” ມາໄດ້ແນວໃດ? (ພວກຜູ້ຕໍ່ຕ້ານພຣະຄຣິສເປັນແບບນີ້ໂດຍຕົວຕົນທີ່ແທ້ຈິງຂອງພວກເຂົາ; ຖ້າພວກເຂົາບໍ່ສາມາດກະທຳໂດຍພະລະການ, ພວກເຂົາກໍຮູ້ສຶກທຸກໃຈ ແລະ ພວກເຂົາບໍ່ສາມາດມີຊີວິດຢູ່ຕໍ່ໄປໄດ້.) ຖືກຕ້ອງແລ້ວ, ນັ້ນຄືສິ່ງທີ່ພວກເຂົາເປັນໂດຍຕົວຕົນທີ່ແທ້ຈິງ ແລະ ຖ້າພວກເຂົາບໍ່ສາມາດກະທຳແບບນີ້, ພວກເຂົາກໍຮູ້ສຶກທຸກໃຈ. ດັ່ງນັ້ນ, ຄົນເຫຼົ່ານີ້ປົກກະຕິຢູ່ບໍ? (ບໍ່.) ພວກເຂົາບໍ່ປົກກະຕິ. ຄົນປົກກະຕິຈະຄິດແນວໃດ? “ຖ້າຂ້ອຍບໍ່ສາມາດກະທຳໂດຍພະລະການ, ຂ້ອຍກໍຈະຍອມແພ້; ມັນຍາກບ່ອນໃດ? ມັນຍິ່ງເຮັດໃຫ້ຊີວິດງ່າຍຂຶ້ນສຳລັບຂ້ອຍ!” ນັ້ນຄືວິທີທີ່ຄົນປົກກະຕິຈະຄິດ. ແຕ່ຜູ້ຕໍ່ຕ້ານພຣະຄຣິສຈະຮູ້ສຶກທຸກໃຈ ຖ້າເຈົ້າບໍ່ປ່ອຍໃຫ້ພວກເຂົາກະທຳໃນລັກສະນະນີ້. ບໍ່ມີມານຮ້າຍອາໄສຢູ່ໃນຕົວພວກເຂົາບໍ? (ມີ.) ດັ່ງນັ້ນ, ການບໍ່ປ່ອຍໃຫ້ພວກເຂົາກະທຳໂດຍພະລະການ ສາມາດເຮັດໃຫ້ພວກເຂົາຮູ້ສຶກຄືກັບວ່າພວກເຂົາກຳລັງຈະຕາຍ. “ກຳລັງຕາຍ” ນີ້ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າມານຮ້າຍໄດ້ທໍລະມານ ແລະ ລົບກວນພວກເຂົາຢູ່ໃນໃຈ, ເຮັດໃຫ້ພວກເຂົາຮູ້ສຶກບໍ່ສາມາດທົນໄດ້ ຫຼື ມີຊີວິດຢູ່ຕໍ່ໄປບໍ່ໄດ້, ຄືກັບວ່າພວກເຂົາໃກ້ຈະຕາຍ; ນັ້ນຄືຄວາມໝາຍຂອງມັນ. ສຳລັບພວກຜູ້ຕໍ່ຕ້ານພຣະຄຣິສ, ຄົນຊົ່ວຮ້າຍ ແລະ ມານຮ້າຍເຫຼົ່ານັ້ນທີ່ສະແຫວງຫາການລົບກວນວຽກງານຂອງເຮືອນຂອງພຣະເຈົ້າ, ການເວົ້າປະໂຫຍກດຽວນີ້ກັບພວກເຂົາ ມີປະສິດທິຜົນກວ່າການປຶກສາຫາລືຄວາມຈິງໃດໜຶ່ງກັບພວກເຂົາ. ຄຳເວົ້າດຽວນີ້ມີປະໂຫຍດກັບຄົນປະເພດພວກຜູ້ຕໍ່ຕ້ານພຣະຄຣິສ, ຄົນຊົ່ວຮ້າຍ ແລະ ມານຮ້າຍ, ຜູ້ທີ່ລົບກວນວຽກງານຂອງເຮືອນຂອງພຣະເຈົ້າ. ການເວົ້າຄວາມຈິງກັບຄົນເຫຼົ່ານີ້ມີປະໂຫຍດບໍ? (ບໍ່, ມັນບໍ່ມີປະໂຫຍດ.) “ເຈົ້າຕ້ອງໄດ້ຮ່ວມມືຢ່າງກົມກຽວ ແລະ ປະຕິບັດໜ້າທີ່ຂອງເຈົ້າ ແລະ ຈັດການເລື່ອງຕ່າງໆຕາມຫຼັກການຄວາມຈິງ”, ຄຳເວົ້າປະເພດນີ້ໄດ້ຖືກເວົ້າມາເປັນເວລາຫຼາຍປີແລ້ວ; ມີໃຜບໍທີ່ບໍ່ເຂົ້າໃຈ ຫຼື ຈື່ຈຳຄຳເວົ້າເຫຼົ່ານັ້ນບໍ່ໄດ້? ບໍ່ຄວນມີ. ແລ້ວເປັນຫຍັງບາງຄົນຈຶ່ງຍັງກະທຳໂດຍພະລະການ? ສິ່ງນີ້ສາມາດມີໝາຍຄວາມໄດ້ຢ່າງດຽວເທົ່ານັ້ນ: ພວກເຂົາບໍ່ໄດ້ຄວບຄຸມຕົນເອງ; ພວກເຂົາບໍ່ແມ່ນຄົນປົກກະຕິ. ຄວາມຄິດ ແລະ ຫົວໃຈຂອງພວກເຂົາບໍ່ສາມາດຄວບຄຸມພວກເຂົາໄດ້; ມີສິ່ງອື່ນຢູ່ຂ້າງໃນທີ່ຄວບຄຸມພວກເຂົາ, ສັ່ງການພວກເຂົາຢ່າງຮຸນແຮງ ແລະ ບັງຄັບໃຫ້ກະທຳໃນລັກສະນະນີ້, ເຊິ່ງກໍຄືການຂັດຂວາງ ແລະ ລົບກວນວຽກງານຂອງເຮືອນຂອງພຣະເຈົ້າ, ທຳຮ້າຍວຽກງານຂອງເຮືອນຂອງພຣະເຈົ້າ ແລະ ເຮັດໃຫ້ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າໄດ້ຮັບຄວາມເສຍຫາຍ. ໃຜທີ່ສາມາດເຮັດສິ່ງເຊັ່ນນີ້ໄດ້? ມີພຽງແຕ່ຊາຕານ ແລະ ມານຮ້າຍເທົ່ານັ້ນ. ຜູ້ທີ່ຕິດຕາມພຣະເຈົ້າ, ຄົນປົກກະຕິ, ສິ່ງທີ່ຖືກສ້າງທີ່ແທ້ຈິງ, ຈະບໍ່ມີແຮງຈູງໃຈທີ່ຈະເຮັດສິ່ງເຊັ່ນນີ້; ມີພຽງແຕ່ຊາຕານ ແລະ ມານຮ້າຍເທົ່ານັ້ນທີ່ມີແຮງຈູງໃຈ ແລະ ເຈດຕະນາເຮັດສິ່ງເຫຼົ່ານີ້. ພວກເຈົ້າຈື່ຈຳຄຳເວົ້ານີ້ໄດ້ແລ້ວບໍ? (ຈື່ໄດ້.) ຖ້າຊັ້ນ, ພວກເຮົາຈະຈົບການໂອ້ລົມຂອງພວກເຮົາໄວ້ພຽງເທົ່ານີ້ສຳລັບມື້ນີ້. ລາກ່ອນ.

ວັນທີ 29 ກຸມພາ 2020

ກ່ອນນີ້: ລາຍການທີເກົ້າ: ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາພຽງແຕ່ເພື່ອເຮັດໃຫ້ຕົນເອງໂດດເດັ່ນ ແລະ ຕອບສະໜອງຜົນປະໂຫຍດ ແລະ ຄວາມທະເຍີທະຍານຂອງພວກເຂົາເອງ; ພວກເຂົາບໍ່ເຄີຍພິຈາລະນາຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເລີຍ ແລະ ເຖິງກັບທໍລະຍົດຕໍ່ຜົນປະໂຫຍດເຫຼົ່ານັ້ນເພື່ອແລກເອົາກຽດຕິຍົດສ່ວນຕົວ (ພາກທີໜຶ່ງ)

ຕໍ່ໄປ: ຂໍ້ທີເກົ້າ: ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາພຽງແຕ່ເພື່ອເຮັດໃຫ້ຕົນເອງໂດດເດັ່ນ ແລະ ຕອບສະໜອງຜົນປະໂຫຍດ ແລະ ຄວາມທະເຍີທະຍານຂອງພວກເຂົາເອງ; ພວກເຂົາບໍ່ເຄີຍພິຈາລະນາຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເລີຍ ແລະ ເຖິງກັບທໍລະຍົດຕໍ່ຜົນປະໂຫຍດເຫຼົ່ານັ້ນເພື່ອແລກເອົາກຽດຕິຍົດສ່ວນຕົວ (ພາກທີສີ່)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້