ຂໍ້ທີເກົ້າ: ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາພຽງແຕ່ເພື່ອເຮັດໃຫ້ຕົນເອງໂດດເດັ່ນ ແລະ ຕອບສະໜອງຜົນປະໂຫຍດ ແລະ ຄວາມທະເຍີທະຍານຂອງພວກເຂົາເອງ; ພວກເຂົາບໍ່ເຄີຍພິຈາລະນາຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເລີຍ ແລະ ເຖິງກັບທໍລະຍົດຕໍ່ຜົນປະໂຫຍດເຫຼົ່ານັ້ນເພື່ອແລກເອົາກຽດຕິຍົດສ່ວນຕົວ (ພາກທີສີ່)

II. ຜົນປະໂຫຍດຂອງຜູ້ຕໍ່ຕ້ານພຣະຄຣິສ

ມື້ນີ້ ພວກເຮົາຈະສືບຕໍ່ໂອ້ລົມກັນກ່ຽວກັບຫົວຂໍ້ຈາກການເຕົ້າໂຮມຄັ້ງທີ່ຜ່ານມາຂອງພວກເຮົາ. ຄັ້ງທີ່ຜ່ານມາ ພວກເຮົາໄດ້ໂອ້ລົມກັນກ່ຽວກັບພາກທີສອງຂອງຜົນປະໂຫຍດຂອງຜູ້ຕໍ່ຕ້ານພຣະຄຣິສ ພາຍໃນຂໍ້ທີເກົ້າຂອງການສະແດງອອກຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສ. ໃນພາກນີ້ ພວກເຮົາໄດ້ໂອ້ລົມກັນກ່ຽວກັບຊື່ສຽງ ແລະ ສະຖານະຂອງພວກເຂົາເອງ, ແມ່ນບໍ່? (ແມ່ນແລ້ວ.) ໃຫ້ຄິດຍ້ອນຄືນ ແລະ ສະຫຼຸບໂດຍຫຍໍ້ໃຫ້ເຮົາຟັງເບິ່ງ. ຫຼັກໆແລ້ວ ພວກເຮົາໄດ້ໂອ້ລົມກັນຈັກຈຸດກ່ຽວກັບຊື່ສຽງ ແລະ ສະຖານະຂອງຜູ້ຕໍ່ຕ້ານພຣະຄຣິສເອງ? (ພຣະເຈົ້າໄດ້ໂອ້ລົມສອງຈຸດໃນຄັ້ງທີ່ຜ່ານມາ. ຈຸດທຳອິດແມ່ນກ່ຽວກັບທັດສະນະຄະຕິຂອງຜູ້ຕໍ່ຕ້ານພຣະຄຣິສຕໍ່ການຖືກລິຮານ. ຜູ້ຕໍ່ຕ້ານພຣະຄຣິສບໍ່ສາມາດຍອມຮັບ ຫຼື ອ່ອນນ້ອມຕໍ່ການຖືກລິຮານໄດ້ເລີຍ ແລະ ພວກເຂົາທັງບໍ່ສາມາດຍອມຮັບວ່າມັນເປັນຄວາມຈິງ. ຈຸດທີສອງແມ່ນກ່ຽວກັບວິທີການທີ່ຜູ້ຕໍ່ຕ້ານພຣະຄຣິສປົກປ້ອງຊື່ສຽງ ແລະ ສະຖານະຂອງພວກເຂົາໃນກຸ່ມຄົນ ແລະ ພວກເຂົາມີການສະແດງອອກແນວໃດ. ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສຄືແກ່ນແທ້ຂອງການແຂ່ງຂັນ ແລະ ພວກເຂົາຕ້ອງແຂ່ງຂັນເພື່ອຊື່ສຽງ ແລະ ສະຖານະຂອງພວກເຂົາ.) ສະນັ້ນ, ມື້ນີ້ ໃຫ້ພວກເຮົາສືບຕໍ່ໂອ້ລົມກັນກ່ຽວກັບເລື່ອງນີ້. ຄັ້ງທີ່ຜ່ານມາ ເຮົາໄດ້ມອບວຽກບ້ານຫຍັງໃຫ້ພວກເຈົ້າ? ເຮົາໄດ້ຂໍໃຫ້ພວກເຈົ້າໄຕ່ຕອງ ແລະ ໂອ້ລົມກ່ຽວກັບຫຍັງ ຫຼັງຈາກການເຕົ້າໂຮມຂອງພວກເຮົາ? ພວກເຈົ້າຈື່ໄດ້ບໍ່? (ພຣະເຈົ້າຂໍໃຫ້ພວກເຮົາທຽບຕົນເອງໃສ່ການໂອ້ລົມ ແລະ ການໄຈ້ແຍກການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສ ເພື່ອເບິ່ງວ່າພວກເຮົາມີອຸປະນິໄສໃດແດ່ຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ເບິ່ງວ່າພວກເຮົາອາໄສທຳມະຊາດໃດຂອງຜູ້ຕໍ່ຕ້ານພຣະຄຣິສໃນການເຮັດສິ່ງຕ່າງໆ.) ນີ້ຄືຫົວຂໍ້ຫຼັກ. ແລ້ວຫົວຂໍ້ຍ່ອຍແມ່ນກ່ຽວກັບຫຍັງ? (ມັນກ່ຽວກັບທຳມະຊາດຂອງການແຂ່ງຂັນ ທີ່ຜູ້ຕໍ່ຕ້ານພຣະຄຣິສສະແດງອອກ ໃນຂະນະທີ່ປົກປ້ອງຊື່ສຽງ ແລະ ສະຖານະຂອງພວກເຂົາ ແລະ ການທຽບຕົນເອງໃສ່ສິ່ງເຫຼົ່ານີ້ ເພື່ອເບິ່ງວ່າພວກເຮົາເປີດເຜີຍສິ່ງເຫຼົ່ານັ້ນແນວໃດໃນຊີວິດຈິງຂອງພວກເຮົາ ແລະ ວິທີການທີ່ພວກເຮົາເຮັດສິ່ງຕ່າງໆ, ສິ່ງທີ່ພວກເຮົາເວົ້າ ແລະ ສິ່ງທີ່ພວກເຮົາເຮັດເພື່ອເຫັນແກ່ຊື່ສຽງ ແລະ ສະຖານະ ແລະ ການສະແດງອອກເຖິງການແຍ່ງຊິງຊື່ສຽງ ແລະ ຜົນປະໂຫຍດກັບອ້າຍເອື້ອຍນ້ອງທີ່ພວກເຮົາສະແດງອອກ ເພື່ອປົກປ້ອງສະຖານະຂອງພວກເຮົາ.) ມີຜູ້ໃດຢາກເພີ່ມເຕີມກ່ຽວກັບເລື່ອງນີ້ອີກບໍ? (ພຣະເຈົ້າບອກພວກເຮົາວ່າຢ່າເວົ້າເຖິງແຕ່ສິ່ງທີ່ຄົນອື່ນເປັນ ໃນຂະນະທີ່ໂອ້ລົມກ່ຽວກັບການສະແດງອອກເຫຼົ່ານີ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ແຕ່ໃຫ້ທຽບຕົນເອງໃສ່ສິ່ງເຫຼົ່ານັ້ນແທນ ເພື່ອປຽບທຽບ ແລະ ໂອ້ລົມກ່ຽວກັບວ່າພວກເຮົາມີອຸປະນິໄສ ແລະ ການເປີດເຜີຍໃດແດ່ທີ່ຄືກັນກັບຂອງຜູ້ຕໍ່ຕ້ານພຣະຄຣິສ.) ກໍປະມານນັ້ນແຫຼະ. ຄຳຂວັນສຳລັບວິທີການທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດໃນກຸ່ມຄົນທີ່ພວກເຮົາໄດ້ໂອ້ລົມກັນໃນຄັ້ງທີ່ຜ່ານມາແມ່ນຫຍັງ? ສິ່ງນີ້ບໍ່ໄດ້ເຮັດໃຫ້ພວກເຈົ້າຈື່ຂຶ້ນໃຈແນ່ບໍ? (ຄຳຂວັນຂອງພວກເຂົາກໍຄື: “ຂ້ອຍຕ້ອງແຂ່ງຂັນ! ແຂ່ງຂັນ! ແຂ່ງຂັນ!”.) ພວກເຈົ້າຈື່ສິ່ງນີ້ໄດ້. ເປັນຫຍັງພວກເຈົ້າຈຶ່ງສາມາດຈື່ສິ່ງນີ້ໄດ້? (ເພາະຄຳຂວັນຂອງຜູ້ຕໍ່ຕ້ານພຣະຄຣິສນີ້ທີ່ພຣະເຈົ້າກ່າວເຖິງທີ່ວ່າ “ຂ້ອຍຕ້ອງແຂ່ງຂັນ! ແຂ່ງຂັນ! ແຂ່ງຂັນ!” ແມ່ນສິ່ງທີ່ຂ້ານ້ອຍເອງມັກຈະສະແດງອອກເປັນປົກກະຕິ ແລະ ເປີດເຜີຍຢູ່ເລື້ອຍໆ. ອີກຢ່າງ, ນໍ້າສຽງການໂອ້ລົມຂອງພຣະເຈົ້າກໍຂ້ອນຂ້າງມີຊີວິດຊີວາ ແລະ ວິທີການທີ່ພຣະເຈົ້າກ່າວຄຳເວົ້າເຫຼົ່ານີ້ ກໍກົງກັບ ສະພາວະຈິດໃຈຂອງຂ້ານ້ອຍເອງ, ດັ່ງນັ້ນ ມັນຈຶ່ງເຮັດໃຫ້ຂ້ານ້ອຍຈື່ຂຶ້ນໃຈແທ້ໆ.) ບາງຄັ້ງ, ເມື່ອເຮົາໂອ້ລົມ ແລະ ໄຈ້ແຍກກ່ຽວກັບການສະແດງອອກຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ທຳມະຊາດ-ແກ່ນແທ້ປະເພດຕ່າງໆຂອງພວກເຂົາ, ເຮົາໃຊ້ພາສາບາງຢ່າງທີ່ໃຊ້ໃນຊີວິດປະຈຳວັນ, ພ້ອມທັງນໍ້າສຽງ ແລະ ວິທີການບາງຢ່າງທີ່ງ່າຍສຳລັບຜູ້ຄົນໃນການຍອມຮັບ ແລະ ເຮັດໃຫ້ຜູ້ຄົນຈື່ຂຶ້ນໃຈແທ້ໆ ແລະ ເຮົາຍັງໃຊ້ຕົວຢ່າງບາງຢ່າງທີ່ຂ້ອນຂ້າງໃກ້ຄຽງກັບຊີວິດຈິງ. ການເຮັດແບບນີ້ຊ່ວຍໃຫ້ຜູ້ຄົນຮູ້ຈັກແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ຮູ້ຈັກຕົນເອງໄດ້ຢ່າງແທ້ຈິງ. ມັນຍັງເປັນປະໂຫຍດຕໍ່ຜູ້ຄົນໃນການເລີ່ມຮູ້ຈັກຕົນເອງ ແລະ ມີປະສົບການກັບພຣະທຳຂອງພຣະເຈົ້າໃນຊີວິດຈິງຂອງພວກເຂົາ ແລະ ມັນຍິ່ງເອື້ອອຳນວຍໃຫ້ພວກເຂົາປ່ຽນແປງອຸປະນິໄສປະເພດນີ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ແມ່ນບໍ? (ແມ່ນແລ້ວ.) ພວກເຈົ້າໄດ້ຈື່ການໂອ້ລົມຄັ້ງທີ່ຜ່ານມາໄດ້ໂດຍຫຍໍ້, ແຕ່ລາຍລະອຽດແມ່ນມີຫຼາຍກວ່າສິ່ງເຫຼົ່ານີ້, ມັນມີລາຍລະອຽດຫຼາຍກວ່ານັ້ນອີກ. ພວກເຈົ້າຄວນຫາຂໍ້ສະຫຼຸບຫຼັງຈາກທີ່ຮັບຟັງການໂອ້ລົມ. ຢ່າງໜ້ອຍທີ່ສຸດ, ຫຼັງຈາກທີ່ຟັງການໂອ້ລົມແລ້ວ, ພວກເຈົ້າຄວນເຕົ້າໂຮມກັນ ແລະ ຟັງມັນອີກຄັ້ງຫຼາຍເທື່ອ ແລະ ຈາກນັ້ນທຸກຄົນກໍສາມາດຫາຂໍ້ສະຫຼຸບຮ່ວມກັນໄດ້. ຫຼັງຈາກທີ່ຟັງການທົບທວນ ແລະ ຂໍ້ສະຫຼຸບຂອງພວກເຈົ້າກ່ຽວກັບການໂອ້ລົມຄັ້ງທີ່ຜ່ານມາຂອງພວກເຮົາ, ເຮົາບອກໄດ້ເລີຍວ່າມັນຂ້ອນຂ້າງເຂົ້າໝ້ຽງແລ້ວສຳລັບພວກເຈົ້າ, ມັນເປັນຄືກັບວ່າພວກເຈົ້າໄດ້ຟັງການໂອ້ລົມເມື່ອໜຶ່ງປີ ຫຼື ສອງປີກ່ອນ ແລະ ມັນບໍ່ໄດ້ເຮັດໃຫ້ພວກເຈົ້າຈື່ຂຶ້ນໃຈເລີຍ. ພວກເຈົ້າອາດຈະຍັງເຫຼືອແນວຄວາມຄິດ ແລະ ຄວາມຈຳບາງຢ່າງກ່ຽວກັບພາກໜຶ່ງ, ປະໂຫຍກໜຶ່ງ ຫຼື ສອງປະໂຫຍກ ຫຼື ເລື່ອງໜຶ່ງ ຫຼື ສອງເລື່ອງ, ແຕ່ມັນເບິ່ງຄືວ່າຄົນສ່ວນໃຫຍ່ບໍ່ມີແນວຄວາມຄິດ ຫຼື ຄວາມຈຳກ່ຽວກັບຄວາມຮູ້ທີ່ສຳຄັນ ແລະ ການໄຈ້ແຍກໃນການເປີດໂປງຜູ້ຕໍ່ຕ້ານພຣະຄຣິສຫຼາຍກວ່ານັ້ນ. ສະນັ້ນ, ພວກເຈົ້າຕ້ອງຄຸ່ນຄິດ ແລະ ໂອ້ລົມກັນເອງໃຫ້ຫຼາຍຂຶ້ນກ່ຽວກັບເລື່ອງທີ່ພວກເຮົາໄດ້ສົນທະນາກັນ. ຢ່າພຽງແຕ່ຟັງສິ່ງເຫຼົ່ານັ້ນ ແລ້ວກໍວາງໄວ້ຂ້າງໆ ໂດຍບໍ່ໃສ່ໃຈຢ່າງຈິງຈັງເລີຍ. ຖ້າພວກເຈົ້າເຮັດແບບນັ້ນ, ແລ້ວການເຂົ້າສູ່ຄວາມຈິງຂອງພວກເຈົ້າກໍຈະຊ້າເກີນໄປ, ມັນໃຊ້ບໍ່ໄດ້ທີ່ຈະບໍ່ຄຸ່ນຄິດກ່ຽວກັບບົດເທດສະໜາເຫຼົ່ານີ້! ສະນັ້ນ, ພວກເຈົ້າ ຮ່ວມມື ກັບບົດເທດສະໜາເຫຼົ່ານີ້ແນວໃດ ໃນຊີວິດຄຣິສຕະຈັກຂອງພວກເຈົ້າ? ພວກເຈົ້າໂອ້ລົມກ່ຽວກັບບົດເທດສະໜາເຫຼົ່ານີ້ໃນການເຕົ້າໂຮມຂອງພວກເຈົ້າທຸກອາທິດບໍ່? ຫຼື ພວກເຈົ້າຟັງບົດເທດສະໜາ ແລະ ການໂອ້ລົມຫຼ້າສຸດຫຼາຍເທື່ອ, ເພື່ອໃຫ້ພວກເຈົ້າສ່ວນໃຫຍ່ຈື່ຂຶ້ນໃຈ ແລະ ຄວາມຮູ້ທີ່ເລິກເຊິ່ງກ່ຽວກັບສິ່ງເຫຼົ່ານັ້ນ ແລະ ຈາກນັ້ນກໍເຂົ້າໃຈຄວາມຈິງຜ່ານສິ່ງເຫຼົ່ານັ້ນ? ພວກເຈົ້າເຮັດແບບນີ້ບໍ່? (ພຣະເຈົ້າ, ໃນການເຕົ້າໂຮມຂອງພວກເຮົາທຸກອາທິດ ພວກເຮົາກິນ ແລະ ດື່ມການໂອ້ລົມຫຼ້າສຸດຂອງພຣະເຈົ້າກ່ອນ.) ຜູ້ນໍາຄຣິສຕະຈັກ, ຜູ້ເທດສະໜາ ແລະ ຜູ້ທີ່ຮັບຜິດຊອບຊີວິດຄຣິສຕະຈັກໃນກຸ່ມຕັດສິນໃຈ ຕ້ອງຮັບຜິດຊອບສຳລັບເລື່ອງນີ້; ມີພຽງແຕ່ວິທີນີ້ເທົ່ານັ້ນທີ່ວຽກງານຂອງຄຣິສຕະຈັກຈະສາມາດເຮັດໄດ້ດີ.

3. ການວາງແຜນອຸບາຍເພື່ອສະແຫວງຫາຜົນປະໂຫຍດເພື່ອຕົນເອງ

1). ການຍັກຍອກຊັບສິນຂອງເຮືອນຂອງພຣະເຈົ້າ

ມື້ນີ້ພວກເຮົາຈະໂອ້ລົມກັນກ່ຽວກັບພາກທີສາມຂອງຜົນປະໂຫຍດຂອງຜູ້ຕໍ່ຕ້ານພຣະຄຣິສ ນັ້ນກໍຄື ຜົນປະໂຫຍດ. ຜົນປະໂຫຍດແມ່ນຫຍັງ? (ການຮັບພອນ ແລະ ຜົນປະໂຫຍດ.) ນີ້ແມ່ນຄຳອະທິບາຍທີ່ງ່າຍດາຍຫຼາຍ; ນີ້ແມ່ນຄວາມໝາຍຕາມຕົວອັກສອນ. ເພີ່ມເຕີມອີກໜ້ອຍໜຶ່ງ ຜົນປະໂຫຍດແມ່ນຫຍັງ? (ມັນຄືຜົນປະໂຫຍດທີ່ເປັນວັດຖຸ ແລະ ບໍ່ເປັນວັດຖຸ, ສິ່ງທີ່ໜ້າປາດຖະໜາ ແລະ ຄວາມສະດວກສະບາຍທີ່ຜູ້ຄົນສາມາດໄດ້ຮັບຈາກການປະຕິບັດໜ້າທີ່ຂອງພວກເຂົາ ຫຼື ຈາກການເຮັດວຽກໃນໂລກ.) ຄຳອະທິບາຍນີ້ແມ່ນຖືກຕ້ອງ. ຜົນປະໂຫຍດແມ່ນການປະຕິບັດທີ່ດີປະເພດຕ່າງໆທີ່ຜູ້ຄົນໄດ້ຮັບ ນອກເໜືອຈາກເງິນເດືອນຂອງພວກເຂົາ ແລະ ລວມມີສິ່ງຕ່າງໆ ເຊັ່ນ: ສິ່ງຂອງຈຳເປັນໃນຊີວິດປະຈຳວັນ, ອາຫານ ຫຼື ຄູປອງ. ພວກມັນຍັງໝາຍເຖິງຄວາມສະດວກສະບາຍ ແລະ ການປະຕິບັດທີ່ເປັນວັດຖຸ ຫຼື ບໍ່ເປັນວັດຖຸທີ່ຄົນເຮົາໄດ້ຮັບ ໃນຂະນະທີ່ປະຕິບັດໜ້າທີ່ຂອງຕົນ; ທັງໝົດນີ້ແມ່ນຜົນປະໂຫຍດ. ຕອນນີ້ ເຮົາໄດ້ອະທິບາຍແລ້ວວ່າຄຳສັບນີ້ມີຄວາມໝາຍວ່າແນວໃດ, ພວກເຈົ້າທຸກຄົນຮູ້ຂົງເຂດ, ຕົວຢ່າງ ແລະ ການສະແດງອອກທີ່ພວກເຮົາຈະໂອ້ລົມກັນໃນພາກນີ້ບໍ? ພຶດຕິກຳ ແລະ ການກະທຳຂອງບາງຄົນກຳລັງແລ່ນເຂົ້າມາໃນຄວາມຄິດຂອງພວກເຈົ້າໃນຕອນນີ້, ພ້ອມທັງຄົນທີ່ສາມາດເຮັດສິ່ງເຫຼົ່ານີ້ໄດ້, ແມ່ນບໍ? ຄົນທຳອິດທີ່ພວກເຈົ້າຄິດຫາແມ່ນໃຜ? (ຄົນທີ່ສວຍໂອກາດຈາກສະຖານະຂອງພວກເຂົາ ເພື່ອຫາກິນກັບຄຣິສຕະຈັກ.) ນີ້ແມ່ນຄົນປະເພດໜຶ່ງ. ຄົນເຫຼົ່ານີ້ກໍປະຕິບັດໜ້າທີ່ຂອງພວກເຂົາເຊັ່ນກັນ. ພວກເຂົາບາງຄົນມີສະຖານະ, ພວກເຂົາເປັນຜູ້ນໍາ ແລະ ຜູ້ເຮັດວຽກໃນຫຼາກຫຼາຍລະດັບ ຫຼື ຜູ້ຮັບຜິດຊອບ, ໃນຂະນະທີ່ຄົນອື່ນເຮັດໜ້າທີ່ທຳມະດາ. ແມ່ນຫຍັງຄືການສະແດງອອກທີ່ພວກເຂົາທຸກຄົນມີຄືກັນ? ໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາເຮັດວຽກບາງຢ່າງ ແລະ ເຮັດບາງສິ່ງຢ່າງຕໍ່ເນື່ອງເພື່ອເນື້ອໜັງຂອງພວກເຂົາເອງ, ຄອບຄົວຂອງພວກເຂົາ ແລະ ຄວາມເພີດເພີນຂອງພວກເຂົາເອງ. ທຸກມື້ ພວກເຂົາຟ້າວແລ່ນໄປແລ່ນມາ ແລະ ຈ່າຍລາຄາ ແລະ ສິ່ງທີ່ພວກເຂົາຈື່ໄວ້ໃນໃຈສະເໝີກໍຄື ສິ່ງທີ່ໜ້າປາດຖະໜາທີ່ພວກເຂົາຈະໄດ້ຮັບ ຜ່ານການເຮັດໜ້າວຽກນີ້ ຫຼື ການເຮັດໜ້າທີ່ນີ້. ພວກເຂົາວາງແຜນ ແລະ ຄິດຄຳນວນກ່ຽວກັບຄວາມສະດວກສະບາຍ ແລະ ການປະຕິບັດແບບພິເສດທີ່ພວກເຂົາສາມາດໄດ້ຮັບຈາກມັນຢູ່ສະເໝີ. ຫຼັງຈາກທີ່ພວກເຂົາຮູ້ແລ້ວ, ພວກເຂົາກໍຈະເຮັດແມ່ນຫຍັງກໍຕາມທີ່ຈຳເປັນເພື່ອໃຫ້ໄດ້ສິ່ງເຫຼົ່ານີ້ ແລະ ຍິ່ງໄປກວ່ານັ້ນ, ພວກເຂົາຈະບໍ່ປ່ອຍໃຫ້ໂອກາດດັ່ງກ່າວຜ່ານໄປຢ່າງແນ່ນອນ ເພື່ອໃຫ້ໄດ້ຄວາມສະດວກສະບາຍ ແລະ ຜົນປະໂຫຍດເຫຼົ່ານີ້ມາເພື່ອຕົນເອງ. ເມື່ອເວົ້າເຖິງເລື່ອງນີ້, ເຈົ້າສາມາດເວົ້າໄດ້ວ່າ ພວກເຂົາໂຫດຮ້າຍ ແລະ ໄຮ້ຄວາມຮູ້ສຶກ ແລະ ພວກເຂົາບໍ່ໄດ້ຄຳນຶງເຖິງຄວາມຊື່ສັດ ແລະ ສັກສີຂອງພວກເຂົາເອງຢ່າງແນ່ນອນ. ພວກເຂົາບໍ່ຢ້ານວ່າ ອ້າຍເອື້ອຍນ້ອງອາດຈະເບິ່ງພວກເຂົາໃນທາງລົບ ແລະ ພວກເຂົາບໍ່ກັງວົນຢ່າງແນ່ນອນວ່າ ພຣະເຈົ້າອາດຈະປະເມີນພວກເຂົາແນວໃດ ຍ້ອນສິ່ງນັ້ນ. ສິ່ງດຽວທີ່ພວກເຂົາເຮັດກໍຄືການໄຕ່ຕອງ ແລະ ວາງແຜນຢ່າງລັບໆ ກ່ຽວກັບວິທີທີ່ຈະສວຍໂອກາດຈາກໜ້າທີ່ທີ່ພວກເຂົາກຳລັງເຮັດ ເພື່ອໃຫ້ສາມາດເພີດເພີນກັບການປະຕິບັດທີ່ເປັນປະໂຫຍດທຸກຢ່າງທີ່ພວກເຂົາສາມາດເຮັດໄດ້. ດັ່ງນັ້ນ, ຄົນແບບນີ້ຈຶ່ງມີຄວາມຄິດ ແລະ ຂໍ້ໂຕ້ແຍ້ງບາງຢ່າງ ເຊິ່ງໃນລະດັບຜິວເຜີນແລ້ວ ບໍ່ສາມາດຖືວ່າຜິດໄດ້, ນັ້ນກໍຄື: “ເຮືອນຂອງພຣະເຈົ້າແມ່ນຄອບຄົວຂອງຂ້ອຍ ແລະ ຄອບຄົວຂອງຂ້ອຍແມ່ນເຮືອນຂອງພຣະເຈົ້າ; ສິ່ງທີ່ເປັນຂອງຂ້ອຍແມ່ນຂອງພຣະເຈົ້າ ແລະ ສິ່ງທີ່ເປັນຂອງພຣະເຈົ້າແມ່ນຂອງຂ້ອຍ. ໜ້າທີ່ຂອງຜູ້ຄົນຄືຄວາມຮັບຜິດຊອບຂອງພວກເຂົາ ແລະ ຜົນປະໂຫຍດທັງໝົດທີ່ພວກເຂົາສາມາດເພີດເພີນໄດ້ຈາກໜ້າທີ່ຂອງພວກເຂົາ ຄືພຣະຄຸນທີ່ພຣະເຈົ້າປະທານໃຫ້; ຜູ້ຄົນບໍ່ສາມາດປະຕິເສດສິ່ງເຫຼົ່ານັ້ນໄດ້ ແລະ ຄວນຍອມຮັບສິ່ງເຫຼົ່ານັ້ນຈາກພຣະອົງ. ຖ້າຂ້ອຍບໍ່ໄດ້ຮັບສິ່ງເຫຼົ່ານັ້ນ, ແລ້ວຄົນອື່ນກໍຈະໄດ້ຮັບ, ສະນັ້ນ ຂ້ອຍກໍອາດເລີ່ມລົງມື ແລະ ເພີດເພີນກັບຜົນປະໂຫຍດເຫຼົ່ານີ້ ແລະ ບໍ່ທຳທ່າເຮັດເປັນຖ່ອມຕົວ ແລະ ແນ່ນອນ ຂ້ອຍບໍ່ຄວນປະຕິເສດສິ່ງໃດກໍຕາມຢ່າງຖ່ອມຕົວ. ຂ້ອຍພຽງແຕ່ຕ້ອງດີ້ນຮົນເພື່ອໃຫ້ໄດ້ຜົນປະໂຫຍດເຫຼົ່ານີ້ ແລະ ຍື່ນມືຂອງຂ້ອຍອອກໄປເພື່ອຮັບເອົາສິ່ງເຫຼົ່ານັ້ນ ດ້ວຍຫົວໃຈທີ່ອ່ອນນ້ອມ ແລະ ທັດສະນະຄະຕິທີ່ກົງໄປກົງມາ”. ພວກເຂົາເຫັນວ່າຜົນປະໂຫຍດດັ່ງກ່າວເປັນການປະຕິບັດທີ່ພວກເຂົາສົມຄວນໄດ້ຮັບໂດຍທຳມະຊາດ ແລະ ຄວນຍຶດຄອງເອົາ, ຄືກັບວິທີທີ່ຄົນທີ່ເຮັດວຽກ ແລະ ອຸທິດເວລາ ແລະ ແຮງງານຂອງພວກເຂົາຮູ້ສຶກວ່າເງິນເດືອນ ແລະ ຄ່າຕອບແທນທີ່ພວກເຂົາໄດ້ຮັບນັ້ນ ຄືສ່ວນແບ່ງທີ່ຍຸຕິທຳຂອງພວກເຂົາ. ສະນັ້ນ, ເຖິງແມ່ນວ່າພວກເຂົາໄດ້ຍັກຍອກສິ່ງເຫຼົ່ານີ້ ແລະ ໄດ້ຮັບຜົນປະໂຫຍດເຫຼົ່ານີ້ຜ່ານການດີ້ນຮົນເພື່ອໃຫ້ໄດ້ພວກມັນມາ, ພວກເຂົາກໍບໍ່ເຫັນວ່າສິ່ງນັ້ນຜິດ ຫຼື ເປັນສິ່ງທີ່ພຣະເຈົ້າຈະລັງກຽດ, ແຮງບໍ່ຕ້ອງເວົ້າເຖິງເລີຍວ່າ ພວກເຂົາຈະສົນໃຈວ່າອ້າຍເອື້ອຍນ້ອງມີຄວາມຄິດເຫັນຢ່າງໃດຢ່າງໜຶ່ງກ່ຽວກັບພວກເຂົາ ຫຼື ບໍ່. ຄືກັບວ່າມັນເປັນສິ່ງທີ່ຖືກຕ້ອງ ແລະ ເປັນທຳມະຊາດຢ່າງສົມບູນທີ່ຈະເຮັດເຊັ່ນນັ້ນ, ຜູ້ຕໍ່ຕ້ານພຣະຄຣິສເພີດເພີນກັບສິ່ງທັງໝົດນີ້, ພວກເຂົາດີ້ນຮົນເພື່ອໃຫ້ໄດ້ສິ່ງເຫຼົ່ານີ້ ແລະ ຍິ່ງໄປກວ່ານັ້ນ ພວກເຂົາວາງແຜນອຸບາຍສຳລັບສິ່ງທັງໝົດນີ້ໃນຫົວໃຈຂອງພວກເຂົາທຸກມື້. ນີ້ຄືສະຖານະທີ່ປົກກະຕິຂອງຜູ້ຕໍ່ຕ້ານພຣະຄຣິສທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາ ແລະ ມັນຍັງເປັນສະຖານະປົກກະຕິຂອງຜູ້ຕໍ່ຕ້ານພຣະຄຣິສທີ່ວາງແຜນ ເພື່ອຜົນປະໂຫຍດສ່ວນຕົວຂອງພວກເຂົາ ໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ. ແລ້ວຊຸດຄວາມຄິດຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງ? “ໃນຂະນະທີ່ຜູ້ຄົນປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາຕ້ອງພະຍາຍາມໃຫ້ໄດ້ບາງສິ່ງບາງຢ່າງຕອບແທນ. ຍ້ອນຂ້ອຍໄດ້ປະຖິ້ມຄອບຄົວຂອງຂ້ອຍເພື່ອປະຕິບັດໜ້າທີ່ນີ້ ແລະ ຍ້ອນຂ້ອຍໄດ້ມອບການເຮັດວຽກໜັກ, ແຮງກຳລັງ ແລະ ເວລາຂອງຂ້ອຍໃຫ້ແກ່ພຣະເຈົ້າ ແລະ ເຮືອນຂອງພຣະອົງ, ດັ່ງນັ້ນ ຂ້ອຍຈຶ່ງຄວນໄດ້ຮັບການປະຕິບັດທີ່ດີທຸກຢ່າງທີ່ຂ້ອຍຕ້ອງການ”. ຜູ້ຕໍ່ຕ້ານພຣະຄຣິສເຫັນວ່າສິ່ງທັງໝົດນີ້ເປັນສິ່ງທີ່ພວກເຂົາສົມຄວນໄດ້ຮັບໂດຍທຳມະຊາດ, ເປັນສິ່ງທີ່ພຣະເຈົ້າຄວນປະທານໃຫ້ແກ່ຜູ້ຄົນ ໂດຍທີ່ພວກເຂົາບໍ່ຈຳເປັນຕ້ອງດີ້ນຮົນເພື່ອໃຫ້ໄດ້ພວກມັນມາ. ນີ້ຄືມຸມມອງທີ່ຜູ້ຕໍ່ຕ້ານພຣະຄຣິສມີ. ແລ້ວດ້ວຍເຫດນັ້ນ, ໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາຈຶ່ງເຮັດວຽກໜັກເພື່ອຜົນປະໂຫຍດຢ່າງສະໝໍ່າສະເໝີ ແລະ ຢ້ານຢູ່ສະເໝີວ່າຄົນອື່ນອາດຈະຍາດເອົາໜຶ່ງໃນຜົນປະໂຫຍດເຫຼົ່ານັ້ນໄປ ແລະ ປະໃຫ້ພວກເຂົາໄດ້ຮັບສ່ວນແບ່ງໜ້ອຍລົງ. ນີ້ຄືສະຖານະຂອງຜູ້ຕໍ່ຕ້ານພຣະຄຣິສທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາ. ໃນທີ່ສຸດແລ້ວ ເຈດຕະນາ, ແຮງຈູງໃຈ ແລະ ເປົ້າໝາຍທັງໝົດຂອງພວກເຂົາໃນການປະຕິບັດໜ້າທີ່ຂອງພວກເຂົາແມ່ນເພື່ອຫຍັງກັນແທ້? ສິ່ງທັງໝົດນີ້ລ້ວນແຕ່ແມ່ນເພື່ອໃຫ້ພວກເຂົາວາງແຜນອຸບາຍທີ່ຈະເອົາຜົນປະໂຫຍດທັງໝົດມາເປັນຂອງຕົນເອງ, ໂດຍຄິດວ່າ ຖ້າບໍ່ເຮັດແນວນັ້ນ ພວກເຂົາກໍຈະເປັນພຽງຄົນໂງ່ຈ້າທີ່ສຸດ ແລະ ຊີວິດຈະບໍ່ມີຄວາມໝາຍ. ນີ້ຄືຊຸດຄວາມຄິດຂອງຜູ້ຕໍ່ຕ້ານພຣະຄຣິສ.

ບໍ່ວ່າພຣະເຈົ້າຈະເປີດໂປງທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສ ຫຼື ການສະແດງອອກເຖິງການບໍ່ຮັກຄວາມຈິງຂອງພວກເຂົາແນວໃດກໍຕາມ, ພວກເຂົາກໍຈະບໍ່ປະຖິ້ມເຈດຕະນາ ແລະ ການສະແຫວງຫາເຫຼົ່ານີ້ຂອງພວກເຂົາ; ພວກເຂົາສືບຕໍ່ ດີ້ນຮົນເພື່ອຜົນປະໂຫຍດ. ຕົວຢ່າງ: ຫຼັງຈາກທີ່ບາງຄົນເລີ່ມປະຕິບັດໜ້າທີ່ເຈົ້າພາບ, ຄຣິສຕະຈັກ ຫຼື ອ້າຍເອື້ອຍນ້ອງກໍຈະຊື້ອາຫານ ຫຼື ເຄື່ອງໃຊ້ໄຟຟ້າບາງຢ່າງ ຫຼື ເຖິງກັບມອບເງິນຈຳນວນໜຶ່ງໃຫ້ເຮືອນເຈົ້າພາບ. ຖ້າຄົນທີ່ປະຕິບັດໜ້າທີ່ນີ້ເປັນຜູ້ຕໍ່ຕ້ານພຣະຄຣິສ, ສິ່ງທີ່ໜ້າປາດຖະໜາທີ່ພວກເຂົາພະຍາຍາມຢາກໄດ້ສຳລັບຕົນເອງ ບໍ່ແມ່ນສິ່ງທີ່ງ່າຍດາຍຄືກັບ ໄມ້ຂີດໄຟພຽງກ້ານດຽວ ຫຼື ບ່ວງນ້ອຍໆພຽງອັນດຽວ. ພວກເຂົາເວົ້າວ່າ “ຂ້ອຍກຳລັງສະໜອງເຮືອນຂອງຂ້ອຍ ເພື່ອເປັນເຈົ້າພາບໃຫ້ອ້າຍເອື້ອຍນ້ອງເຫຼົ່ານີ້ ແລະ ໃຫ້ບໍລິການແກ່ພວກເຂົາໃນຂະນະທີ່ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາ, ດັ່ງນັ້ນ ແນ່ນອນວ່າເຮືອນຂອງພຣະເຈົ້າຄວນສະໜອງວັດຖຸ ແລະ ເງິນທັງໝົດ. ຂ້ອຍກຳລັງສະໜອງເຮືອນຂອງຂ້ອຍ ແລະ ແຕ່ງກິນໃຫ້ພວກເຈົ້າທຸກຄົນ ແລະ ຮັບປະກັນຄວາມປອດໄພຂອງພວກເຈົ້າ; ນັ້ນກໍຖືວ່າດີພໍສົມຄວນແລ້ວ. ສຳລັບສ່ວນທີ່ເຫຼືອ ນັ້ນກໍຄື ສິ່ງທີ່ພວກເຈົ້າກິນ, ດື່ມ ແລະ ໃຊ້ ມັນຄວນໄດ້ຮັບການສະໜອງຈາກຄຣິສຕະຈັກ”. ມັນບໍ່ແມ່ນເລື່ອງຜິດຢ່າງແນ່ນອນທີ່ຄຣິສຕະຈັກຈະສະໜອງສິ່ງເຫຼົ່ານີ້, ແຕ່ສິ່ງທີ່ເຮົາຢາກໂອ້ລົມຢູ່ນີ້ຄືຄວາມແຕກຕ່າງລະຫວ່າງວິທີການທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດໜ້າທີ່ເຈົ້າພາບ ແລະ ວິທີການທີ່ຄົນອື່ນປະຕິບັດໜ້າທີ່ນີ້ຢ່າງແທ້ຈິງ. ເມື່ອຜູ້ຕໍ່ຕ້ານພຣະຄຣິສປະຕິບັດໜ້າທີ່ເຈົ້າພາບ, ການກະທຳນີ້ບໍ່ສາມາດພິຈາລະນາຕາມຄຸນຄ່າຜິວເຜີນເທົ່ານັ້ນ; ພວກເຂົາມີແຮງຈູງໃຈທີ່ແອບແຝງ. ພວກເຂົາຄິດວ່າ “ຂ້ອຍກຳລັງປະຕິບັດໜ້າທີ່ເຈົ້າພາບນີ້, ສະນັ້ນ ຂ້ອຍຈຶ່ງຕ້ອງວາງແຜນອຸບາຍເພື່ອໃຫ້ໄດ້ຜົນປະໂຫຍດບາງຢ່າງຈາກມັນ. ຄຣິສຕະຈັກກຳລັງສະໜອງອາຫານຈຳນວນໜຶ່ງ ແລະ ສິ່ງຈຳເປັນອື່ນໆ, ສະນັ້ນ ສະມາຊິກຄອບຄົວຂອງຂ້ອຍຈຳເປັນຕ້ອງກິນອາຫານນັ້ນຮ່ວມກັບອ້າຍເອື້ອຍນ້ອງ ແລະ ໃຊ້ສິ່ງຂອງເຫຼົ່ານັ້ນທັງໝົດຕາມໃຈມັກເຊັ່ນກັນ. ຄອບຄົວຂອງຂ້ອຍແມ່ນຂອງເຮືອນຂອງພຣະເຈົ້າ, ສະນັ້ນ ສິ່ງທີ່ເປັນຂອງເຮືອນຂອງພຣະເຈົ້າກໍເປັນຂອງຄອບຄົວຂອງຂ້ອຍຄືກັນ”. ນີ້ແມ່ນທັດສະນະຄະຕິທີ່ຜູ້ຕໍ່ຕ້ານພຣະຄຣິສໃຊ້ໃນການປະຕິບັດໜ້າທີ່ຂອງພວກເຂົາ ບໍ່ແມ່ນບໍ? (ແມ່ນແລ້ວ.) ສະນັ້ນ, ຫຼັງຈາກທີ່ບາງຄົນເລີ່ມປະຕິບັດໜ້າທີ່ການເປັນເຈົ້າພາບ, ຫົວໃຈຂອງພວກເຂົາກໍເລີ່ມປ່ຽນແປງ, ພວກເຂົາຄິດຢູ່ຕະຫຼອດເວລາເຖິງສິ່ງຂອງທີ່ເປັນວັດຖຸ ແລະ ເງິນທີ່ໃຊ້ສຳລັບການຈັດຕ້ອນຮັບອ້າຍເອື້ອຍນ້ອງ ແລະ ຖ້າບໍ່ມີໃຜກວດສອບສິ່ງເຫຼົ່ານີ້ຢ່າງລະອຽດ, ໂອກາດທີ່ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ຈະໄດ້ຮັບຜົນປະໂຫຍດບາງຢ່າງ ກໍມາເຖິງ. ໂອກາດແບບໃດ? ພວກເຂົາຈະຄິດຄຳນວນຢ່າງລັບໆວ່າ “ນີ້ຄືຈຳນວນເງິນທີ່ຄົນຜູ້ໜຶ່ງໃຊ້ຈ່າຍໃນມື້ໜຶ່ງ, ສະນັ້ນ ບໍ່ວ່າເງິນຈະເຫຼືອສໍ່າໃດກໍຕາມ ຂ້ອຍຈະບໍ່ສົ່ງຄືນໃຫ້ຄຣິສຕະຈັກ; ຂ້ອຍຈະເກັບໄວ້ໃຫ້ກັບຕົນເອງ. ຢ່າງໜ້ອຍນີ້ກໍຄືເງິນທີ່ຂ້ອຍຫາໄດ້, ດັ່ງນັ້ນ ບໍ່ມີໃຜສາມາດກ່າວໂທດຂ້ອຍຍ້ອນເກັບມັນໄວ້; ແນ່ນອນວ່າ ນີ້ຄືສິ່ງເປັນພຽງຂ້ອຍສົມຄວນໄດ້ຮັບ!” ຈາກນັ້ນ ພວກເຂົາກໍຈະເອົາເງິນທີ່ເຫຼືອໃສ່ຖົງຂອງພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິສບາງຄົນຈະຊອກຫາຂໍ້ແກ້ຕົວທຸກຮູບແບບ ເພື່ອເກັບສິ່ງຂອງທີ່ເປັນວັດຖຸບາງຢ່າງເຊິ່ງບໍລິຈາກໃຫ້ໂດຍອ້າຍເອື້ອຍນ້ອງ ຫຼື ທີ່ສະໜອງໃຫ້ໂດຍເຮືອນຂອງພຣະເຈົ້າ ໄວ້ເປັນຂອງຕົນເອງ. ໃນບາງບ່ອນ, ເມື່ອອ້າຍເອື້ອຍນ້ອງໄປພັກຢູ່ທີ່ນັ້ນອີກຄັ້ງ, ຟູກບ່ອນນອນກໍຫາຍໄປ, ໝອນ ແລະ ຜ້າຫົ່ມກໍຫາຍໄປ, ຊີ້ນ ແລະ ຜັກກໍຫາຍໝົດກ້ຽງ ແລະ ເມື່ອພວກເຂົາຖາມເຈົ້າພາບຂອງພວກເຂົາກ່ຽວກັບເລື່ອງນີ້, ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ກໍເວົ້າວ່າ “ຖ້າເຈົ້າເກັບອາຫານໄວ້ດົນ, ລົດຊາດມັນກໍຈະບໍ່ດີຄືເກົ່າ, ດັ່ງນັ້ນ ພວກເຮົາຈຶ່ງກິນມັນໝົດແລ້ວ”. ຄົນພວກນີ້ບໍ່ແມ່ນຄົນໂລບມາກບໍ? (ແມ່ນແລ້ວ.) ທັນທີທີ່ສິ່ງຂອງທີ່ເປັນວັດຖຸທີ່ສະໜອງໃຫ້ໂດຍເຮືອນຂອງພຣະເຈົ້າ, ພ້ອມທັງສິ່ງຂອງທີ່ອ້າຍເອື້ອຍນ້ອງຊື້ໃຫ້ຄອບຄົວເຈົ້າພາບ, ຖືກນຳເຂົ້າມາໃນເຂດແດນຂອງຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້, ມັນກໍກາຍເປັນຂອງພວກເຂົາ; ພວກເຂົາໃຊ້ ຫຼື ກິນຕາມໃຈມັກ ຫຼື ເຖິງກັບປະຕິບັດຄືກັບວ່າເປັນຊັບສົມບັດຂອງພວກເຂົາເອງໂດຍກົງ ແລະ ເຊື່ອງພວກມັນໄວ້. ຫຼັງຈາກທີ່ອ້າຍເອື້ອຍນ້ອງໄປທີ່ນັ້ນອີກຄັ້ງ, ສິ່ງຂອງເຫຼົ່ານີ້ກໍບໍ່ເຫັນຢູ່ໃສເລີຍ. ຖ້າຄຣິສຕະຈັກຈຳເປັນຕ້ອງໃຊ້ສະຖານທີ່ພັກອາໄສຂອງຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ອີກຄັ້ງ, ມັນກໍຈຳເປັນຕ້ອງໃຊ້ເງິນເພື່ອຊື້ສິ່ງຂອງເຫຼົ່ານັ້ນໃໝ່ ແລະ ອ້າຍເອື້ອຍນ້ອງຕ້ອງນຳສິ່ງຂອງເຫຼົ່ານັ້ນໄປເຮືອນຂອງພວກເຂົາອີກຄັ້ງ. ເມື່ອເຫັນເຊັ່ນນີ້, ຜູ້ຕໍ່ຕ້ານພຣະຄຣິສກໍດີໃຈ, ໂດຍຄິດວ່າ “ການເຊື່ອໃນພຣະເຈົ້ານັ້ນດີຫຼາຍແທ້ໆ! ຖ້າເຮັດສິ່ງອື່ນ ຂ້ອຍກໍຄົງບໍ່ລວຍໄວສໍ່ານີ້; ນີ້ແມ່ນວິທີການທີ່ສະດວກສະບາຍທີ່ສຸດທີ່ຈະໄດ້ສິ່ງຂອງຕ່າງໆ. ນອກຈາກນີ້, ບໍ່ມີໃຜກ້າໄປແຈ້ງຕຳຫຼວດວ່າຊັບສິນຂອງຄຣິສຕະຈັກເຫຼົ່ານີ້ໄດ້ຫາຍໄປ; ຖ້າເຈົ້າພະຍາຍາມລາຍງານຂ້ອຍແທ້ໆ, ແລ້ວຂ້ອຍຈະລາຍງານເຈົ້າກ່ອນ! ດັ່ງນັ້ນ ສິ່ງດຽວທີ່ເຈົ້າເຮັດໄດ້ກໍຄືຫຸບປາກ ແລະ ຍອມຮັບມັນ, ບໍ່ມີບ່ອນໃຫ້ເຈົ້າຮ້ອງຮຽນກ່ຽວກັບເລື່ອງນີ້. ຂ້ອຍໄດ້ຍຶດຄອງເອົາສິ່ງຂອງເຫຼົ່ານີ້ ແລະ ໄດ້ກິນອາຫານນີ້. ເຈົ້າຈະເຮັດຫຍັງຂ້ອຍໄດ້? ພຣະເຈົ້າບໍ່ເລືອກທີ່ຮັກມັກທີ່ຊັງ. ຂ້ອຍກຳລັງສະໜອງເຮືອນຂອງຂ້ອຍເພື່ອເປັນເຈົ້າພາບໃຫ້ອ້າຍເອື້ອຍນ້ອງ, ສະນັ້ນ ນັ້ນຄືການປະກອບສ່ວນທີ່ຂ້ອຍໄດ້ເຮັດ ແລະ ພຣະເຈົ້າຈະຈົດຈຳຂ້ອຍສຳລັບສິ່ງນັ້ນ. ມີຫຍັງຕ້ອງຢ້ານ ຖ້າຂ້ອຍເອົາໄປໜ້ອຍໜຶ່ງ? ນີ້ຄືສິ່ງທີ່ຂ້ອຍສົມຄວນໄດ້ຮັບເທົ່ານັ້ນ! ມີຫຍັງຕ້ອງຢ້ານໃນການກິນອາຫານນີ້ບາງສ່ວນ? ແມ່ນຫຍັງ, ພວກເຈົ້າໄດ້ຮັບອະນຸຍາດໃຫ້ກິນ ແຕ່ຂ້ອຍບໍ່ໄດ້ຮັບອະນຸຍາດບໍ? ພວກເຈົ້າເປັນສະມາຊິກຂອງເຮືອນຂອງພຣະເຈົ້າ, ແຕ່ຂ້ອຍກໍເປັນສະມາຊິກຄືກັນ ບໍ່ແມ່ນບໍ? ຂ້ອຍບໍ່ພຽງແຕ່ຈະໄດ້ຮັບຜົນປະໂຫຍດຈາກສະຖານະການນີ້ເທົ່ານັ້ນ, ຂ້ອຍຈະກິນສິ່ງຕ່າງໆດ້ວຍຕົນເອງ ແລະ ກິນສິ່ງເຫຼົ່ານັ້ນພຽງຄົນດຽວ!” ນີ້ຄືທັດສະນະຄະຕິຂອງຜູ້ຕໍ່ຕ້ານພຣະຄຣິສຕໍ່ໜ້າທີ່ຂອງພວກເຂົາ. ໃນການປະຕິບັດໜ້າທີ່ຂອງພວກເຂົາ, ເປົ້າໝາຍຂອງພວກເຂົາຄືການໄດ້ຮັບສິ່ງຂອງເຫຼົ່ານີ້ ແລະ ພວກເຂົາເຫັນວ່າສິ່ງເຫຼົ່ານີ້ເປັນຜົນປະໂຫຍດທີ່ຍິ່ງໃຫຍ່ທີ່ສຸດ, ໂດຍກ່າວວ່າ “ສິ່ງເຫຼົ່ານີ້ຄືພຣະຄຸນອັນຍິ່ງໃຫຍ່ທີ່ສຸດທີ່ພຣະເຈົ້າປະທານໃຫ້; ບໍ່ມີຫຍັງທີ່ສາມາດຈັບຕ້ອງໄດ້ໄປກວ່າພຣະຄຸນນີ້ ແລະ ບໍ່ມີຫຍັງທີ່ເປັນຈິງ ແລະ ເປັນຜົນປະໂຫຍດທີ່ຈັບຕ້ອງໄດ້ຫຼາຍໄປກວ່າພອນນີ້. ນີ້ຄືສິ່ງທີ່ດີຫຼາຍແທ້ໆ! ທຸກຄົນເວົ້າວ່າ ການເຊື່ອໃນພຣະເຈົ້າໝາຍເຖິງ ‘ການໄດ້ຮັບຮ້ອຍເທົ່າໃນຊີວິດນີ້ ແລະ ຊີວິດນິລັນດອນໃນໂລກທີ່ຈະມາເຖິງ’; ນີ້ເຮັດໃຫ້ຄຳເວົ້ານັ້ນເປັນຈິງ. ຕອນນີ້ ຂ້ອຍກຳລັງໄດ້ຊີມລົດຊາດຂອງພອນນີ້ລ່ວງໜ້າ. ນີ້ຄືພຣະຄຸນຂອງພຣະເຈົ້າຢ່າງແທ້ຈິງ!” ດັ່ງນັ້ນ, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງບໍ່ມີຄວາມຮູ້ສຶກກະວົນກະວາຍເລີຍກ່ຽວກັບການຍຶດຄອງເອົາສິ່ງຂອງທີ່ເປັນຂອງເຮືອນຂອງພຣະເຈົ້າ ແລະ ເອົາສິ່ງຂອງເຫຼົ່ານັ້ນມາເປັນຂອງຕົນເອງຢ່າງໂຫດຮ້າຍ. ຜູ້ຕໍ່ຕ້ານພຣະຄຣິສເບິ່ງແນວໃດກ່ຽວກັບຊັບສິນເຫຼົ່ານີ້ຂອງເຮືອນຂອງພຣະເຈົ້າ? ພວກເຂົາປະຕິບັດຕໍ່ສິ່ງເຫຼົ່ານັ້ນຄືກັບຊັບສິນສາທາລະນະໃນໂລກຂອງຜູ້ບໍ່ເຊື່ອ; ພວກເຂົາລ້ວນແຕ່ໂລບມາກ, ພວກເຂົາລ້ວນແຕ່ຢາກເອົາສິ່ງຂອງຂອງເຮືອນຂອງພຣະເຈົ້າມາເປັນຂອງຕົນເອງ ແລະ ເຖິງຢ່າງນັ້ນ ພວກເຂົາກໍຍັງເຊື່ອວ່າສິ່ງເຫຼົ່ານີ້ຄືພຣະຄຸນ ແລະ ພອນທີ່ພວກເຂົາສົມຄວນເພີດເພີນ ສຳລັບການປະຕິບັດໜ້າທີ່ຂອງພວກເຂົາ. ຍິ່ງໄປກວ່ານັ້ນ, ພວກເຂົາບໍ່ເຄີຍຮູ້ສຶກສຳນຶກຜິດ ຫຼື ລະອາຍໃຈເລີຍກ່ຽວກັບເລື່ອງນີ້ ແລະ ພວກເຂົາກໍບໍ່ຮັບຮູ້ເຖິງຄວາມຊົ່ວຊ້າ ຫຼື ການຂາດຄວາມຊື່ສັດຂອງພວກເຂົາເອງ. ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ບາງຄົນຍິ່ງໂລບມາກ ແລະ ທະເຍີທະຍານຫຼາຍຂຶ້ນເລື້ອຍໆ. ໃນຂະນະທີ່ປະຕິບັດໜ້າທີ່ເຈົ້າພາບຂອງພວກເຂົາ, ພວກເຂົາບໍ່ເຄີຍຮູ້ສຶກວ່າການກະທຳຂອງພວກເຂົາຈະຖືກພຣະເຈົ້າລັງກຽດ ຫຼື ການກະທຳຂອງພວກເຂົາຈະລ່ວງເກີນພຣະອົງ. ກົງກັນຂ້າມ, ພວກເຂົາພຽງແຕ່ສືບຕໍ່ຄິດຄຳນວນ ແລະ ປຽບທຽບໃນຈິດໃຈຂອງພວກເຂົາ, ໂດຍຄິດວ່າ “ຄອບຄົວນັ້ນຮັບໃຊ້ເປັນເຈົ້າພາບ ແລະ ໄດ້ຮັບສິ່ງຂອງເຫຼົ່ານັ້ນ. ຖ້າຂ້ອຍຕ້ອງເປັນເຈົ້າພາບໃຫ້ຄົນດຽວກັນ, ແລ້ວສິ່ງຂອງເຫຼົ່ານັ້ນກໍຄວນຈະເປັນຂອງຂ້ອຍໂດຍຊອບທຳ. ເຈົ້າພາບຄົນນັ້ນດຳລົງຊີວິດສະດວກສະບາຍກວ່າຂ້ອຍ ແລະ ພວກເຂົາກໍກິນດີກວ່າເຊັ່ນກັນ. ເປັນຫຍັງຂ້ອຍຈຶ່ງບໍ່ໄດ້ສວຍໂອກາດແບບນັ້ນຄືກັນ?” ພວກເຂົາຄິດຄຳນວນ ແລະ ແຍ່ງຊິງສິ່ງຂອງເຫຼົ່ານີ້ຄືກັນ. ທັນທີທີ່ມີໂອກາດມາຮອດ, ພວກເຂົາກໍໂຫດຮ້າຍ ແລະ ຈະບໍ່ປ່ອຍໃຫ້ມັນຜ່ານໄປຢ່າງແນ່ນອນ. ດັ່ງນັ້ນ, ເມື່ອຜູ້ຕໍ່ຕ້ານພຣະຄຣິສກຳລັງປະຕິບັດໜ້າທີ່ການເປັນເຈົ້າພາບ, ພວກເຂົາກໍປາດຖະໜາຢາກໄດ້ ແລະ ພະຍາຍາມຍຶດຄອງເອົາສິ່ງໃດກໍຕາມທີ່ພວກເຂົາສາມາດເຮັດໄດ້, ຕັ້ງແຕ່ສິ່ງຂອງທີ່ນ້ອຍຄືກັບແຜ່ນຮອງເກີບຄູ່ໜຶ່ງ ໄປຈົນເຖິງສິ່ງທີ່ໃຫຍ່ຄືກັບອຸປະກອນທີ່ຊື້ໂດຍເຮືອນຂອງພຣະເຈົ້າ. ພວກເຂົາສວຍໂອກາດຈາກການປະຕິບັດໜ້າທີ່ຂອງພວກເຂົາ ເພື່ອຊອກຫາຂໍ້ອ້າງ ແລະ ວິທີການທຸກຮູບແບບເພື່ອເອົາສິ່ງຂອງມາເປັນຂອງຕົນເອງ, ຍັກຍອກຊັບສິນຂອງເຮືອນຂອງພຣະເຈົ້າ, ໃນຂະນະທີ່ເວົ້າຢ່າງບໍ່ມີຢາງອາຍວ່າ ພວກເຂົາເຮັດໄປພຽງເພື່ອປົກປ້ອງຊັບສິນຂອງເຮືອນຂອງພຣະເຈົ້າເທົ່ານັ້ນ ແລະ ສິ່ງຂອງເຫຼົ່ານີ້ແມ່ນສິ່ງທີ່ພວກເຂົາສົມຄວນໄດ້ຮັບສຳລັບການປະຕິບັດໜ້າທີ່ຂອງພວກເຂົາເທົ່ານັ້ນ. ສິ່ງເຫຼົ່ານີ້ເກີດຂຶ້ນໃນທ່າມກາງຜູ້ທີ່ເຊື່ອ ແລະ ຕິດຕາມພຣະເຈົ້າ.

ໃນຂະນະທີ່ຜູ້ຕໍ່ຕ້ານພຣະຄຣິສກຳລັງປະຕິບັດໜ້າທີ່ເຈົ້າພາບຂອງພວກເຂົາ, ພາຍນອກພວກເຂົາອາດຈະສະແດງອອກຄືກັບວ່າພວກເຂົາບໍ່ໄດ້ປາດຖະໜາຢາກໄດ້ ຫຼື ພະຍາຍາມເອົາສິ່ງຂອງຕ່າງໆ, ໂດຍປະຕິເສດທີ່ຈະຮັບເອົາຄ່າຕອບແທນໃດໆສຳລັບການເປັນເຈົ້າພາບໃຫ້ອ້າຍເອື້ອຍນ້ອງ ແລະ ເມື່ອພວກເຂົາເຫັນສິ່ງຂອງບາງຢ່າງທີ່ບໍ່ມີຄ່າ, ພວກເຂົາກໍຈະຟ້າວເກັບຮັກສາມັນໄວ້ຢ່າງປອດໄພ. ເຖິງຢ່າງໃດກໍຕາມ, ເມື່ອເວົ້າເຖິງຂອງມີຄ່າທີ່ເປັນຂອງເຮືອນຂອງພຣະເຈົ້າ, ພວກເຂົາຈະບໍ່ຍອມປ່ອຍໃຫ້ພວກມັນຫຼຸດມືໄປແບບນີ້ຢ່າງເດັດຂາດ. ບາງທີ ພວກເຂົາອາດຈະມອບສິ່ງທີ່ມີມູນຄ່າໜຶ່ງຢວນໃຫ້, ແຕ່ກັບສິ່ງໃດກໍຕາມທີ່ມີມູນຄ່າໜຶ່ງຮ້ອຍຢວນ, ໜຶ່ງພັນຢວນ, ໜຶ່ງໝື່ນຢວນ ຫຼື ສິ່ງທີ່ມີຄ່າຫຼາຍກວ່ານັ້ນ, ພວກເຂົາຈະຍັດມັນໃສ່ກະເປົ໋າເງິນຂອງພວກເຂົາຢ່າງເດັດດ່ຽວ ແລະ ເກັບມັນໄວ້ເປັນຂອງຕົນເອງ. ສຳລັບບາງຄົນ, ສະຖານະການທີ່ເປັນອັນຕະລາຍເກີດຂຶ້ນໃນທ້ອງຖິ່ນ ໃນຂະນະທີ່ພວກເຂົາກຳລັງເບິ່ງແຍງຊັບສິນຂອງເຮືອນຂອງພຣະເຈົ້າ ແລະ ຄົນທີ່ຮູ້ວ່າພວກເຂົາກຳລັງເຮັດສິ່ງນີ້ອາດຈະໜີໄປບ່ອນອື່ນ ຫຼື ຖືກຈັບກຸມ ແລະ ດັ່ງນັ້ນ ຈຶ່ງບໍ່ມີໃຜນອກຈາກພວກເຂົາທີ່ຮູ້ກ່ຽວກັບຊັບສິນເຫຼົ່ານີ້ທີ່ພວກເຂົາກຳລັງເກັບຮັກສາໄວ້ຢ່າງປອດໄພ, ມັນຢູ່ໃນສະຖານະການແບບນີ້ແຫຼະທີ່ຜູ້ຄົນຖືກທົດສອບ. ຜູ້ທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ, ຜູ້ທີ່ຮັກຄວາມຈິງ ແລະ ມີຫົວໃຈທີ່ຢຳເກງພຣະເຈົ້າ, ສາມາດຍຶດໝັ້ນໃນໜ້າທີ່ຂອງພວກເຂົາໄດ້ຕະຫຼອດເວລາ ແລະ ພວກເຂົາຈະບໍ່ມີຄວາມຄິດ ຫຼື ແນວຄິດທີ່ຈະຍັກຍອກຊັບສິນເຫຼົ່ານີ້. ເຖິງຢ່າງໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ເປັນແບບນີ້; ພວກເຂົາຈະລະດົມສະໝອງຢ່າງໜັກ ແລະ ຄິດຫາທຸກວິທີທາງທີ່ເປັນໄປໄດ້ ເພື່ອເອົາຊັບສິນເຫຼົ່ານີ້ມາເປັນຂອງຕົນເອງ. ທັນທີທີ່ມີບາງສິ່ງບາງຢ່າງເກີດຂຶ້ນກັບຜູ້ທີ່ຮູ້ວ່າພວກເຂົາກຳລັງປົກປ້ອງຊັບສິນ, ຜູ້ຕໍ່ຕ້ານພຣະຄຣິສກໍຮູ້ສຶກມີຄວາມສຸກໃນຫົວໃຈຂອງພວກເຂົາຢ່າງລັບໆ ແລະ ເຖິງກັບກະໂດດເຕັ້ນໄປດ້ວຍຄວາມປິຕິຍິນດີ. ພວກເຂົາເອົາຊັບສິນມາເປັນຂອງຕົນເອງທັນທີ ໂດຍບໍ່ຮູ້ສຶກຢ້ານກົວເລີຍ, ແຮງບໍ່ຕ້ອງເວົ້າເຖິງເລີຍວ່າຈະຮູ້ສຶກຕຳນິຕົນເອງ ຫຼື ຮູ້ສຶກຜິດ. ຜູ້ຕໍ່ຕ້ານພຣະຄຣິສບາງຄົນໃຊ້ຊັບສິນເຫຼົ່ານີ້ສຳລັບຄ່າໃຊ້ຈ່າຍໃນຄົວເຮືອນຂອງພວກເຂົາເອງ ແລະ ຈັດການກັບພວກມັນຕາມໃຈມັກ, ບາງຄົນໃຊ້ເງິນທັນທີເພື່ອຊື້ສິ່ງຂອງທີ່ພວກເຂົາຕ້ອງການສຳລັບເຮືອນຂອງພວກເຂົາ ແລະ ບາງຄົນເຖິງກັບເອົາເງິນເຂົ້າບັນຊີທະນາຄານຂອງພວກເຂົາໂດຍກົງ ແລະ ເກັບໄວ້ເປັນຂອງຕົນເອງ. ແລ້ວເມື່ອອ້າຍເອື້ອຍນ້ອງໄປເກັບເອົາຊັບສິນ, ຜູ້ຕໍ່ຕ້ານພຣະຄຣິສສາມາດຍອມຮັບສິ່ງທີ່ພວກເຂົາໄດ້ເຮັດບໍ? ຜູ້ຕໍ່ຕ້ານພຣະຄຣິສຈະບໍ່ມີທາງຍອມຮັບມັນຢ່າງແນ່ນອນ. ເປົ້າໝາຍຂອງພວກເຂົາໃນການເຊື່ອໃນພຣະເຈົ້າ ແລະ ການປະຕິບັດໜ້າທີ່ຂອງພວກເຂົາຄືການໄດ້ຮັບສິ່ງທີ່ໜ້າປາດຖະໜາ ແລະ ສິ່ງທີ່ໜ້າປາດຖະໜາເຫຼົ່ານີ້ລວມມີເຄື່ອງຖວາຍຂອງພຣະເຈົ້າ, ຊັບສິນຂອງເຮືອນຂອງພຣະເຈົ້າ ແລະ ແມ່ນແຕ່ຊັບສິນສ່ວນຕົວຂອງອ້າຍເອື້ອຍນ້ອງ. ສະນັ້ນ, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງປະຕິບັດໜ້າທີ່ຂອງພວກເຂົາດ້ວຍຄວາມໂລບ, ຄວາມປາດຖະໜາ ແລະ ຄວາມທະເຍີທະຍານສ່ວນຕົວ; ພວກເຂົາບໍ່ໄດ້ມາທີ່ນີ້ເພື່ອສະແຫວງຫາຄວາມຈິງ, ເພື່ອຍອມຮັບການພິພາກສາ ແລະ ການລົງທັນຂອງພຣະເຈົ້າ ຫຼື ເພື່ອຍອມຮັບຄວາມລອດພົ້ນຂອງພຣະເຈົ້າ, ແຕ່ກົງກັນຂ້າມ ພວກເຂົາມາທີ່ນີ້ເພື່ອໃຫ້ໄດ້ຜົນປະໂຫຍດທຸກຢ່າງ, ຄວາມສະດວກສະບາຍທຸກຢ່າງ ແລະ ຊັບສິນທຸກຢ່າງ. ຄົນເຫຼົ່ານີ້ສາມາດເວົ້າໄດ້ວ່າເຕັມໄປດ້ວຍຄວາມໂລບ ແລະ ຄວາມປາດຖະໜາ. ພວກເຂົາຕັ້ງໃຈໃສ່ກັບສິ່ງໃດ? ພວກເຂົາຕັ້ງໃຈໃສ່ກັບຊັບສິນຂອງເຮືອນຂອງພຣະເຈົ້າ. ນັ້ນຄືເຫດຜົນທີ່ວ່າ ເມື່ອພວກເຂົາປະຕິບັດໜ້າທີ່ການເປັນເຈົ້າພາບ, ພວກເຂົາຈຶ່ງຈົດຈໍ່ຢູ່ກັບວ່າ ເຮືອນຂອງພຣະເຈົ້າຊື້ຫຍັງໃຫ້ໃຜ, ເຮືອນຂອງພຣະເຈົ້າອອກເງິນໃຫ້ໃຜຫຼາຍສໍ່າໃດ ແລະ ບາງຄົນໄດ້ຮັບຜົນປະໂຫຍດທີ່ຍິ່ງໃຫຍ່ ແລະ ສິ່ງທີ່ໜ້າປາດຖະໜາຫຍັງແດ່ຈາກເຮືອນຂອງພຣະເຈົ້າ ແລະ ອ້າຍເອື້ອຍນ້ອງ ສຳລັບການປະຕິບັດໜ້າທີ່ການເປັນເຈົ້າພາບ, ສິ່ງເຫຼົ່ານີ້ຄືສິ່ງທີ່ພວກເຂົາຈັບຕາເບິ່ງ. ຖ້າພວກເຂົາຖືກຂໍໃຫ້ເປັນເຈົ້າພາບແກ່ອ້າຍເອື້ອຍນ້ອງທຳມະດາ ແລະ ບໍ່ສາມາດໄດ້ຮັບສິ່ງທີ່ໜ້າປາດຖະໜາຈາກການເຮັດເຊັ່ນນັ້ນ, ພວກເຂົາກໍຈະຫາຂໍ້ອ້າງທຸກຮູບແບບເພື່ອທີ່ພວກເຂົາຈະບໍ່ຕ້ອງເຮັດ. ໃນຊ່ວງເວລາທີ່ພວກເຂົາຖືກຂໍໃຫ້ເປັນເຈົ້າພາບແກ່ຜູ້ນໍາລະດັບສູງ, ທັດສະນະຄະຕິຂອງພວກເຂົາກໍປ່ຽນໄປແບບໜ້າມືເປັນຫຼັງມື, ມັນປ່ຽນໄປ, ພວກເຂົາຍິ້ມແຍ້ມແຈ່ມໃສ ແລະ ລໍຖ້າຜູ້ນໍາຢ່າງກະຕືລືລົ້ນ; ພວກເຂົາອົດໃຈລໍຖ້າບໍ່ໄດ້ທີ່ຈະເຊີນຊວນ “ບຸກຄົນສຳຄັນ” ທີ່ພວກເຂົາຈະເປັນເຈົ້າພາບໃຫ້ມາທີ່ເຮືອນຂອງພວກເຂົາ ແລະ ບູຊາຜູ້ນໍາຄົນນີ້ຄືກັບພຣະເຈົ້າ. ພວກເຂົາຄິດວ່າໂອກາດຂອງພວກເຂົາມາຮອດແລ້ວ, ຄົນນີ້ຄືບໍ່ເງິນບໍ່ຄຳຂອງພວກເຂົາ ແລະ ຖ້າພວກເຂົາພາດໂອກາດນີ້ໄປ ໂອກາດທີ່ພວກເຂົາຈະຮັ່ງມີກໍຈະໝົດໄປ, ດັ່ງນັ້ນ ພວກເຂົາຈະປ່ອຍໃຫ້ມັນຜ່ານໄປໄດ້ແນວໃດ? ດ້ວຍຄວາມໂລບ, ຄວາມປາດຖະໜາ ແລະ ແຮງຈູງໃຈ ແລະ ເຈດຕະນາທີ່ຈະຍັກຍອກຊັບສິນຂອງເຮືອນຂອງພຣະເຈົ້າ, ພວກເຂົາຍອມຮັບໜ້າທີ່ນີ້ທີ່ສາມາດນຳສິ່ງທີ່ໜ້າປາດຖະໜາມາໃຫ້ພວກເຂົາ, ເປົ້າໝາຍສຸດທ້າຍຂອງພວກເຂົາແມ່ນຫຍັງ? ມັນແມ່ນເພື່ອປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີບໍ? ມັນແມ່ນເພື່ອເປັນເຈົ້າພາບໃຫ້ອ້າຍເອື້ອຍນ້ອງເປັນຢ່າງດີບໍ? ມັນແມ່ນເພື່ອຖວາຍຄວາມຈົງຮັກພັກດີຂອງພວກເຂົາບໍ? ມັນແມ່ນເພື່ອໃຫ້ໄດ້ຮັບຄວາມຈິງບໍ? ບໍ່, ມັນບໍ່ແມ່ນສິ່ງເຫຼົ່ານີ້ເລີຍ; ພວກເຂົາຕ້ອງການໃຊ້ໂອກາດນີ້ເພື່ອໃຫ້ໄດ້ສິ່ງທີ່ໜ້າປາຖະໜາ. ພວກເຂົາຈະບໍ່ເປັນເຈົ້າພາບໃຫ້ຄົນທຳມະດາ, ແຕ່ເມື່ອພວກເຂົາໄດ້ຍິນວ່າພວກເຂົາຕ້ອງເປັນເຈົ້າພາບໃຫ້ຜູ້ນໍາ ຫຼື ຜູ້ເຮັດວຽກທີ່ມີສະຖານະ, ພວກເຂົາກໍຈະພະຍາຍາມຢ່າງສຸດຂີດເພື່ອເຮັດສິ່ງນີ້ ແລະ ຈາກນັ້ນພວກເຂົາກໍຈະຫາຂໍ້ອ້າງທີ່ຫຼາກຫຼາຍ ເພື່ອໃຫ້ເຮືອນຂອງພຣະເຈົ້າຊື້ສິ່ງຂອງຈຳເປັນໃນຊີວິດປະຈຳວັນ ແລະ ອຸປະກອນຄົວເຮືອນທຸກປະເພດ ໃຫ້ພວກເຂົາ, ໂດຍກ່າວວ່າ “ຜູ້ນໍາບໍ່ສາມາດພັກຢູ່ໃນສະພາບທີ່ບໍ່ດີໄດ້ ເມື່ອພວກເຂົາມາພັກຢູ່ທີ່ນີ້. ທຸກຢ່າງບໍ່ຄວນຖືກກະກຽມໄວ້ເພື່ອເຮັດໃຫ້ການເປັນເຈົ້າພາບສະດວກສະບາຍບໍ? ພວກເຮົາບໍ່ໄດ້ເພີດເພີນກັບສິ່ງທີ່ເຮືອນຂອງພຣະເຈົ້າສະໜອງໃຫ້; ຖ້າພວກເຮົາເຮັດ, ພວກເຮົາກໍພຽງແຕ່ຮັບຜົນປະໂຫຍດຍ້ອນສະຖານະຂອງຜູ້ນໍາ. ນອກຈາກນີ້, ຖ້າຜູ້ນໍາມາ, ຂ້ອຍຢ້ານວ່າພວກເຂົາຈະບໍ່ລຶ້ງກັບອາຫານທີ່ພວກເຮົາກິນຢູ່ທີ່ນີ້ທຸກມື້. ຜູ້ນໍາຕ້ອງຈັດການຫຼາຍຢ່າງໃນແຕ່ລະມື້ ແລະ ຖ້າພວກເຂົາເຈັບປ່ວຍ, ພວກເຮົາຈະບໍ່ບົກພ່ອງຕໍ່ໜ້າທີ່ຂອງພວກເຮົາໃນຖານະເຈົ້າພາບບໍ? ສະນັ້ນ, ຄຣິສຕະຈັກຄວນກະກຽມອາຫານສາມຄາບຕໍ່ມື້ໃຫ້ຜູ້ນໍາ. ພວກເຮົາຕ້ອງມີນົມ, ເຂົ້າຈີ່, ໄຂ່ ແລະ ຜັກທຸກຊະນິດ, ໝາກໄມ້, ຊີ້ນ ແລະ ອາຫານເສີມສຸຂະພາບໄວ້ກຽມພ້ອມໃຫ້ພວກເຂົາ”. ນີ້ບໍ່ແມ່ນຄວາມຄິດທີ່ປະເສີດ ແລະ ຮອບຄອບບໍ? ຜູ້ຕໍ່ຕ້ານພຣະຄຣິສເວົ້າພາສາທີ່ຟັງຄືກັບມະນຸດ, ແຕ່ໃນຫົວໃຈຂອງພວກເຂົາຄິດເຖິງຜູ້ນໍາແທ້ໆບໍ? ເປົ້າໝາຍທີ່ເຊື່ອງໄວ້ຂອງພວກເຂົາແມ່ນຫຍັງກັນແທ້? ເປົ້າໝາຍຂອງພວກເຂົາບໍ່ໄດ້ທຳມະດາຂະໜາດນັ້ນ. ພວກເຂົາອາດຈະທຸກຍາກ ແລະ ບໍ່ເຄີຍກິນ ຫຼື ເຫັນສິ່ງດີໆມາກ່ອນ ແລະ ພວກເຂົາຕ້ອງການໃຊ້ໂອກາດນີ້ເພື່ອໃຫ້ໄດ້ຮັບປະສົບການ, ເພື່ອດຳລົງຊີວິດຄືກັບຄົນຮັ່ງມີ, ເພື່ອດຳລົງຊີວິດທີ່ສິ່ງຈຳເປັນພື້ນຖານທັງໝົດຂອງພວກເຂົາໄດ້ຮັບການເບິ່ງແຍງ, ເພື່ອໃຊ້ໂອກາດນີ້ເບິ່ງແຍງສຸຂະພາບຂອງພວກເຂົາ, ເພື່ອກິນສິ່ງທີ່ຄົນທຳມະດາບໍ່ສາມາດກິນໄດ້ ແລະ ເພີດເພີນກັບການປະຕິບັດບາງຢ່າງທີ່ຄົນທຳມະດາບໍ່ສາມາດເພີດເພີນໄດ້. ນັ້ນຄືເຫດຜົນທີ່ຄວາມຄິດຂອງພວກເຂົາເບິ່ງຄືວ່າມີຄວາມຮອບຄອບຫຼາຍ. ແຕ່ສິ່ງທີ່ຢູ່ເບື້ອງຫຼັງຄວາມຮອບຄອບຂອງພວກເຂົາແມ່ນຫຍັງ? ພວກເຂົາຕ້ອງການວາງແຜນອຸບາຍເພື່ອເຫັນແກ່ພວກເຂົາເອງ, ພວກເຂົາຕ້ອງການຮັບເອົາສິ່ງເຫຼົ່ານີ້, ຍຶດຄອງເອົາສິ່ງເຫຼົ່ານີ້ ແລະ ພວກເຂົາກຳລັງຄິດຢ່າງແນ່ນອນກ່ຽວກັບທຸກແງ່ມຸມຂອງແຜນອຸບາຍຂອງພວກເຂົາເອງ, ພວກເຂົາຈະບໍ່ເຮັດສິ່ງນີ້ເພື່ອຄົນອື່ນ. ແລ້ວເມື່ອພວກເຂົາເປັນເຈົ້າພາບໃຫ້ຜູ້ນໍາ, ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ກໍກຳລັງດຳລົງຊີວິດທີ່ດີແທ້ໆ. ຫຼັງຈາກນັ້ນ, ພວກເຂົາສົງໄສວ່າ “ການດຳລົງຊີວິດແບບນີ້ດີຫຼາຍ, ແຕ່ສິ່ງຂອງເຫຼົ່ານີ້ບໍ່ໄດ້ເປັນຂອງຂ້ອຍແທ້ໆ. ເມື່ອໃດສິ່ງຂອງເຫຼົ່ານີ້ຈະເປັນຂອງຂ້ອຍ? ຖ້າຂ້ອຍກຳຈັດຜູ້ນໍາຄົນນີ້ອອກໄປ, ຂ້ອຍກໍຈະບໍ່ສາມາດເພີດເພີນກັບສິ່ງຂອງເຫຼົ່ານີ້ໄດ້ອີກຕໍ່ໄປ, ແຕ່ຖ້າຂ້ອຍບໍ່ກຳຈັດລາວອອກໄປ, ຂ້ອຍກໍບໍ່ມີເຈດຕະນາດີທີ່ຈະສືບຕໍ່ເປັນເຈົ້າພາບໃຫ້ລາວ. ບໍ່ມີທາງທີ່ຂ້ອຍຈະປະຕິບັດໜ້າທີ່ນີ້ ຖ້າມັນບໍ່ແມ່ນຍ້ອນສິ່ງທີ່ໜ້າປາດຖະໜາເຫຼົ່ານີ້. ທຸກມື້, ຂ້ອຍຕ້ອງຕື່ນແຕ່ເຊົ້າ ແລະ ນອນເດິກ, ຂ້ອຍຢູ່ໃນສະພາວະທີ່ຢ້ານກົວຢູ່ຕະຫຼອດເວລາ ແລະ ຂ້ອຍຕ້ອງຄອຍຮັບໃຊ້ລາວ. ຕອນນີ້ ຂ້ອຍຄິດສະເໝີວ່າການປະຕິບັດໜ້າທີ່ນີ້ມີແຕ່ເສຍຫຼາຍກວ່າໄດ້ ແລະ ຜົນປະໂຫຍດ ແລະ ຄວາມສຸກທີ່ຂ້ອຍໄດ້ຮັບຈາກມັນກໍບໍ່ພຽງພໍ. ຂ້ອຍຈະເຮັດແນວໃດ ຖ້າຜູ້ນໍາຄົນນີ້ຍັງອາໄສຢູ່ທີ່ນີ້ຕໍ່ໄປໃນໄລຍະຍາວ? ຂ້ອຍຕ້ອງຄິດຫາວິທີເຮັດໃຫ້ລາວອອກໄປ ແລະ ຈາກນັ້ນຂ້ອຍກໍຈະມີຄວາມສະຫງົບ ແລະ ຄວາມງຽບ ໃນເຮືອນຂອງຂ້ອຍອີກຄັ້ງ”. ນີ້ຄືວິທີທີ່ຜູ້ຄົນຄິດບໍ? ຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິ ແລະ ປະຕິບັດໜ້າທີ່ຂອງພວກເຂົາຢ່າງແທ້ຈິງຈະຄິດແບບນີ້ບໍ? (ບໍ່.) ນີ້ຄືວິທີທີ່ຜູ້ຕໍ່ຕ້ານພຣະຄຣິສຄິດ. ບໍ່ວ່າສິ່ງທີ່ໜ້າປາດຖະໜາ ຫຼື ຜົນປະໂຫຍດທີ່ພວກເຂົາໄດ້ຮັບນັ້ນຍິ່ງໃຫຍ່ສໍ່າໃດກໍຕາມ, ຄວາມໂລບ ແລະ ຄວາມປາດຖະໜາຂອງພວກເຂົາກໍບໍ່ມີວັນທີ່ຈະເປັນທີ່ພໍໃຈໄດ້; ພວກເຂົາບໍ່ຮູ້ຈັກພໍ, ພວກເຂົາຄິດວ່າພວກເຂົາບໍ່ໄດ້ຮັບຫຍັງເລີຍ ແລະ ພວກເຂົາບໍ່ຄິດວ່າການປະຕິບັດໜ້າທີ່ນີ້ຄືວຽກທີ່ພວກເຂົາຄວນເຮັດ. ກົງກັນຂ້າມ, ພວກເຂົາຄິດວ່ານີ້ຄືການເສຍສະລະ ແລະ ການຈ່າຍລາຄາເພີ່ມເຕີມ. ບໍ່ວ່າພວກເຂົາຈະໄດ້ຮັບສິ່ງຂອງຫຼາຍສໍ່າໃດ ຫຼື ໄດ້ຮັບຜົນປະໂຫຍດຍິ່ງໃຫຍ່ສໍ່າໃດກໍຕາມ, ພວກເຂົາກໍຮູ້ສຶກວ່າພວກເຂົາເສຍປຽບ ແລະ ຄິດວ່າເຮືອນຂອງພຣະເຈົ້າກຳລັງໄດ້ຮັບຜົນປະໂຫຍດຈາກການສູນເສຍຂອງພວກເຂົາ, ອ້າຍເອື້ອຍນ້ອງກຳລັງ ໄດ້ຮັບຜົນປະໂຫຍດຈາກການສູນເສຍຂອງພວກເຂົາ ແລະ ພວກເຂົາເອງບໍ່ໄດ້ຮັບສິ່ງທີ່ໜ້າປາດຖະໜາຫຍັງຈາກມັນ. ເມື່ອເວລາຜ່ານໄປ, ພວກເຂົາກໍຮູ້ສຶກວ່າສິ່ງທີ່ໜ້າປາດຖະໜາເຫຼົ່ານີ້ບໍ່ສາມາດຕອບສະໜອງພວກເຂົາໄດ້ ແລະ ຄວາມໂລບຂອງພວກເຂົາກໍບໍ່ສາມາດເປັນທີ່ພໍໃຈໄດ້. ບອກເຮົາເບິ່ງວ່າ ຜູ້ຕໍ່ຕ້ານພຣະຄຣິສມີຄວາມເປັນມະນຸດແບບໃດ? ພວກເຂົາມີຄວາມເປັນມະນຸດບໍ? (ບໍ່.) ແລ້ວຄົນທີ່ບໍ່ມີຄວາມເປັນມະນຸດມີສະຕິຮູ້ສຶກຜິດຊອບບໍ? ພວກເຂົາສາມາດປະຕິບັດໜ້າທີ່ຂອງພວກເຂົາ ໃນຂະນະທີ່ແອບມີຄວາມປາດຖະໜາທີ່ຈະປະຕິບັດມັນຢ່າງແທ້ຈິງ, ພ້ອມທັງມີຄວາມປາດຖະໜາທີ່ຈະຖ່ອມຕົວ, ຈິງໃຈ ແລະ ທຸ່ມເທຕົນເອງຢ່າງແທ້ຈິງໄດ້ບໍ? ພວກເຂົາສາມາດປະຕິບັດໜ້າທີ່ຂອງພວກເຂົາໂດຍບໍ່ຕ້ອງການເງິນຕອບແທນ, ບໍ່ສະແຫວງຫາຄ່າຕອບແທນໃດໆ ແລະ ບໍ່ສະແຫວງຫາລາງວັນໃດໆໄດ້ບໍ? (ບໍ່.) ເປັນຫຍັງຈຶ່ງບໍ່ໄດ້? ພວກເຂົາບໍ່ມີຄວາມຮັບຮູ້ເຖິງສະຕິຮູ້ສຶກຜິດຊອບ ແລະ ບໍ່ວ່າຜົນປະໂຫຍດທີ່ພວກເຂົາໄດ້ຮັບຈະຍິ່ງໃຫຍ່ສໍ່າໃດກໍຕາມ, ພວກເຂົາກໍຄິດວ່າພວກເຂົາສົມຄວນໄດ້ຮັບ. ຄຳວ່າ “ສົມຄວນໄດ້ຮັບ” ນີ້ ບໍ່ແມ່ນສິ່ງທີ່ຄົນປົກກະຕິບໍ່ສາມາດຄິດເຖິງ ແລະ ເປັນສິ່ງທີ່ພວກເຂົາຈະບໍ່ມີວັນຄິດເຖິງບໍ? ມີຄວາມຮູ້ສຶກລະອາຍໃຈໃດໆ ທີ່ພົບເຫັນໄດ້ໃນຄວາມຄິດ ແລະ ທັດສະນະຄະຕິແບບນີ້ບໍ? (ບໍ່.) ຄົນທີ່ບໍ່ມີຄວາມຮູ້ສຶກລະອາຍໃຈມີຄວາມເປັນມະນຸດບໍ? ເລື່ອງນີ້ເປີດໂປງທຳມະຊາດທີ່ຜູ້ຕໍ່ຕ້ານພຣະຄຣິສມີ ເຊິ່ງກໍຄືທຳມະຊາດທີ່ບໍ່ມີຄວາມລະອາຍໃຈ ຫຼື ສະຕິຮູ້ສຶກຜິດຊອບ.

ຄົນປະເພດໃດຄືຄົນທີ່ບໍ່ມີຄວາມລະອາຍໃຈ? ຄົນປະເພດໃດໃນທ່າມກາງມະນຸດຊາດທີ່ບໍ່ມີຄວາມລະອາຍໃຈ? (ຄົນປ່ວຍຈິດ.) ຄົນປ່ວຍຈິດບໍ່ມີຄວາມລະອາຍໃຈ, ພວກເຂົາແລ່ນໄປຕາມຖະໜົນຫົນທາງໂດຍບໍ່ໃສ່ເສື້ອຜ້າ ໂດຍບໍ່ຮູ້ຕົວວ່າທຸກຄົນກຳລັງຫຼຽວເບິ່ງພວກເຂົາ, ບາງທີອາດເຖິງຂັ້ນຫົວຂວັນຄົນທີ່ນຸ່ງເຄື່ອງ ແລະ ເວົ້າວ່າ “ເບິ່ງແມວ່າມັນຫຍຸ້ງຍາກສໍ່າໃດສຳລັບພວກເຈົ້າທີ່ຈະນຸ່ງເຄື່ອງ. ຂ້ອຍກຳລັງແລ່ນໄປຕາມຖະໜົນໂດຍບໍ່ໃສ່ເສື້ອຜ້າ ແລະ ຂ້ອຍຮູ້ສຶກເປັນອິດສະຫຼະຫຼາຍ ແລະ ບໍ່ມີຂໍ້ຈຳກັດເລີຍ!” ນີ້ບໍ່ແມ່ນຄວາມໝາຍຂອງການບໍ່ມີຄວາມລະອາຍໃຈບໍ? (ແມ່ນແລ້ວ, ແມ່ນ.) ນີ້ຄືຄວາມໝາຍຂອງການບໍ່ມີຄວາມລະອາຍໃຈ. ຄົນທີ່ບໍ່ມີຄວາມລະອາຍໃຈບໍ່ມີຈິດສຳນຶກຂອງສະຕິຮູ້ສຶກຜິດຊອບ ແລະ ພວກເຂົາປ່ວຍຈິດ; ພວກເຂົາໄດ້ຮັບຜົນປະໂຫຍດຈາກການສູນເສຍຂອງຄົນອື່ນ, ພວກເຂົາຢາກເອົາແມ່ນຫຍັງກໍຕາມທີ່ເປັນຂອງຄົນອື່ນ, ຄວາມໂລບ ແລະ ຄວາມປາດຖະໜາຂອງພວກເຂົາໄດ້ກາຍຂອບເຂດຂອງຄວາມມີເຫດຜົນປົກກະຕິຂອງມະນຸດ ນັ້ນກໍຄື ພວກເຂົາໄດ້ຮອດຈຸດທີ່ພວກເຂົາບໍ່ສາມາດຄວບຄຸມຕົນເອງໄດ້ ແລະ ບໍ່ມີຄວາມຮັບຮູ້ເຖິງສະຕິຮູ້ສຶກຜິດຊອບ. ຄົນແບບນີ້ສາມາດໄດ້ຮັບຄວາມຈິງບໍ? ແນ່ນອນວ່າບໍ່ໄດ້. ພວກເຂົາສະແຫວງຫາພຽງແຕ່ຊື່ສຽງ, ຜົນປະໂຫຍດ, ສະຖານະ ແລະ ຜົນປະໂຫຍດທາງວັດຖຸ ແລະ ພວກເຂົາບໍ່ເຄີຍໄດ້ຮັບຄວາມຈິງ. ສະນັ້ນ, ພວກເຂົາຈະມີບ່ອນຢູ່ໃນອານາຈັກສະຫວັນບໍ? ພຣະເຈົ້າບໍ່ຊ່ວຍໃຫ້ລອດພົ້ນ ຫຼື ເຮັດໃຫ້ຄົນດັ່ງກ່າວສົມບູນ. ຄົນເຫຼົ່ານີ້ໜ້າສົງສານບໍ? (ບໍ່.) ຄົນເຫຼົ່ານີ້ເປັນທີ່ກຽດຊັງ; ພວກເຂົາເປັນຕາຂີ້ດຽດ, ເປັນຕາຊັງ ແລະ ໜ້າລັງກຽດ. ລັກສະນະຂອງຄົນເຫຼົ່ານີ້ໜ້າລັງກຽດ ແລະ ຕໍ່າຊ້າ; ພວກເຂົາບໍ່ມີສັກສີ ຫຼື ຄວາມລະອາຍໃຈ. ຫົວໃຈຂອງພວກເຂົາເຕັມໄປດ້ວຍຄວາມໂລບ, ຄວາມທະເຍີທະຍານ ແລະ ຄວາມປາດຖະໜາ. ພວກເຂົາພຽງແຕ່ຢາກສວຍໂອກາດຈາກການປະຕິບັດໜ້າທີ່ຂອງພວກເຂົາ ເພື່ອພະຍາຍາມໃຫ້ໄດ້ຜົນປະໂຫຍດມາເພື່ອຕົນເອງ ແລະ ພວກເຂົາບໍ່ຍອມຮັບຄວາມຈິງເລີຍ, ທັງບໍ່ເຮັດສິ່ງຕ່າງໆຕາມຫຼັກການຄວາມຈິງ. ເມື່ອພວກເຂົາອະທິຖານຫາພຣະເຈົ້າ, ພວກເຂົາຂໍສິ່ງທີ່ໜ້າປາດຖະໜາ, ຂໍຜົນປະໂຫຍດ ແລະ ຂໍພອນຈາກພຣະເຈົ້າອີກດ້ວຍ. ພວກເຂົາບັນຍາຍໃຫ້ພຣະເຈົ້າຟັງວ່າພວກເຂົາທົນທຸກ ແລະ ເສຍສະລະແນວໃດ ແລະ ພວກເຂົາມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານກ່ຽວກັບເລື່ອງເຫຼົ່ານີ້ ພຽງເພື່ອໃຊ້ຄວາມທຸກທໍລະມານທີ່ພວກເຂົາໄດ້ອົດທົນ ແລະ ລາຄາທີ່ພວກເຂົາໄດ້ຈ່າຍເພື່ອຕໍ່ລອງກັບພຣະອົງ, ເພື່ອຂໍພອນ ແລະ ລາງວັນຈາກພຣະເຈົ້າ ແລະ ເຖິງກັບເດມືອອກໄປຫາພຣະເຈົ້າຢ່າງເປີດເຜີຍ ແລະ ຂໍການປະຕິບັດທາງວັດຖຸທີ່ພວກເຂົາຕ້ອງການ. ສິ່ງທີ່ພວກເຂົາຕ້ອງການສະແດງອອກ ເມື່ອພວກເຂົາມາຢູ່ຕໍ່ໜ້າພຣະເຈົ້າຄືຄຳຈົ່ມຕໍ່ວ່າຂອງພວກເຂົາ, ການລ່ວງເກີນຂອງພວກເຂົາ, ຄວາມບໍ່ພໍໃຈຂອງພວກເຂົາ, ຄວາມທຸກໃຈຂອງພວກເົຂາ ແລະ ຄວາມຂຸ່ນເຄືອງຂອງພວກເຂົາ, ພ້ອມທັງຄວາມຜິດຫວັງຂອງພວກເຂົາທີ່ຄວາມໂລບ ແລະ ຄວາມປາດຖະໜາຂອງພວກເຂົາບໍ່ໄດ້ຮັບການຕອບສະໜອງ. ເມື່ອພຣະເຈົ້າເຫັນການສະແດງອອກເຫຼົ່ານີ້, ພຣະອົງຮັກພວກເຂົາ ຫຼື ລັງກຽດພວກເຂົາ? (ພຣະອົງລັງກຽດພວກເຂົາ.) ເມື່ອພວກເຂົາອອກແຮງພຽງເລັກນ້ອຍເພື່ອເຫັນແກ່ຄຣິສຕະຈັກ, ພວກເຂົາກໍມາຢູ່ຕໍ່ໜ້າພຣະເຈົ້າທັນທີເພື່ອປະກາດເລື່ອງນັ້ນ ແລະ ອ້າງເອົາຄວາມດີຄວາມຊອບ, ເພື່ອບອກພຣະເຈົ້າກ່ຽວກັບການເສຍສະລະຂອງພວກເຂົາ ແລະ ສິ່ງທີ່ພວກເຂົາໄດ້ອຸທິດ ເມື່ອປະຕິບັດໜ້າທີ່ຕ່າງໆ ຫຼື ເຮັດວຽກຕ່າງໆ; ພວກເຂົາຢ້ານກົວວ່າພຣະເຈົ້າຈະບໍ່ຮູ້ກ່ຽວກັບເລື່ອງເຫຼົ່ານີ້, ຢ້ານວ່າພຣະເຈົ້າຈະບໍ່ສາມາດເບິ່ງເຫັນເລື່ອງເຫຼົ່ານີ້ ແລະ ຢ້ານວ່າພຣະເຈົ້າຈະລືມລາຄາທີ່ພວກເຂົາໄດ້ຈ່າຍ. ດັ່ງນັ້ນ, ຄົນເຫຼົ່ານີ້ຈຶ່ງຖືກເບິ່ງວ່າຊົ່ວຮ້າຍ ແລະ ຂ້ອນຂ້າງບໍ່ມີຄວາມລະອາຍໃຈຕໍ່ໜ້າພຣະເຈົ້າ. ເມື່ອພວກເຂົາມາຢູ່ຕໍ່ໜ້າພຣະເຈົ້າເພື່ອບັນຍາຍ ແລະ ປະກາດລາຄາທີ່ພວກເຂົາໄດ້ຈ່າຍ, ເພື່ອບັນຍາຍໃຫ້ພຣະອົງຟັງວ່າພວກເຂົາປາດຖະໜາຢາກໄດ້ສິ່ງໃດ ແລະ ເພື່ອເດມືຂອງພວກເຂົາອອກໄປຫາພຣະເຈົ້າ ແລະ ຂໍລາງວັນທີ່ພວກເຂົາຕ້ອງການ, ພຣະເຈົ້າກໍກ່າວວ່າ “ຈົ່ງໄປຈາກເຮົາເສຍ, ພວກເຈົ້າທີ່ກະທຳການຊົ່ວຊ້າເອີຍ”. ທັດສະນະຄະຕິຂອງພຣະເຈົ້າແມ່ນຫຍັງ? “ຄົນແບບເຈົ້າບໍ່ສົມຄວນມາຢູ່ຕໍ່ໜ້າເຮົາ. ເຮົາຂີ້ດຽດເຈົ້າ ແລະ ຮູ້ສຶກລັງກຽດເຈົ້າ. ເຮົາໄດ້ໃຫ້ທຸກຢ່າງທີ່ເຈົ້າຕ້ອງການແກ່ເຈົ້າ; ເຈົ້າໄດ້ຮັບຮ້ອຍເທົ່າທີ່ເຈົ້າປາດຖະໜາຢາກໄດ້ໃນຊີວິດນີ້ແລ້ວ. ເຈົ້າຍັງຕ້ອງການຫຍັງອີກ?” ສິ່ງທີ່ພຣະເຈົ້າຕ້ອງການມອບໃຫ້ມະນຸດຊາດບໍ່ແມ່ນວັດຖຸເປັນຫຼັກ, ແຕ່ພຣະອົງຕ້ອງການປະທານຄວາມຈິງໃຫ້ແກ່ມະນຸດຊາດ, ເພື່ອວ່າຜ່ານຄວາມຈິງ ພວກເຂົາອາດໄດ້ຮັບຄວາມລອດພົ້ນ. ເຖິງຢ່າງໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສຕໍ່ຕ້ານພາລະກິດຂອງພຣະເຈົ້າຢ່າງໜ້າດ້ານ, ພວກເຂົາບໍ່ສະແຫວງຫາຄວາມຈິງ ແລະ ພວກເຂົາບໍ່ປະຕິບັດຄວາມຈິງ. ກົງກັນຂ້າມ, ພວກເຂົາຕ້ອງການໃຊ້ໂອກາດຂອງການປະຕິບັດໜ້າທີ່ຂອງພວກເຂົາໃນລະຫວ່າງພາລະກິດຂອງພຣະເຈົ້າ ເພື່ອໃຫ້ໄດ້ສິ່ງທີ່ໜ້າປາດຖະໜາມາເພື່ອຕົນເອງຢ່າງບໍ່ເໝາະສົມ; ພວກເຂົາສວຍໂອກາດຈາກຊ່ອງຫວ່າງ ແລະ ເອົາປຽບຄົນອື່ນໃນທຸກເລື່ອງ, ແຕ່ພວກເຂົາມັກຈະຮູ້ສຶກວ່າພວກເຂົາກຳລັງເສຍປຽບ ແລະ ບໍ່ໄດ້ກຳໄລຫຼາຍປານໃດ. ພວກເຂົາຍັງມັກຈະຮູ້ສຶກວ່າພວກເຂົາໄດ້ເສຍສະລະ ແລະ ອຸທິດຕົນຫຼາຍເກີນໄປ, ຮູ້ສຶກວ່າການສູນເສຍຂອງພວກເຂົາມີຫຼາຍກວ່າຜົນໄດ້ຮັບ ແລະ ຍິ່ງໄປກວ່ານັ້ນ, ພວກເຂົາມັກຈະເສຍໃຈກັບການເສຍສະລະຂອງຕົນ ແລະ ພວກເຂົາຄິດວ່າພວກເຂົາບໍ່ໄດ້ຄິດໃຫ້ຖີ່ຖ້ວນພຽງພໍ ຫຼື ບໍ່ໄດ້ຄິດຫາທາງອອກໃຫ້ຕົນເອງ. ສະນັ້ນ, ພວກເຂົາມັກຈະຮູ້ສຶກໃຈຮ້າຍໃນຫົວໃຈຂອງພວກເຂົາ ທີ່ບໍ່ໄດ້ຮັບລາງວັນທັນເວລາສຳລັບການເສຍສະລະຂອງພວກເຂົາ ແລະ ພວກເຂົາຍັງເຕັມໄປດ້ວຍຄຳຈົ່ມວ່າຕໍ່ພຣະເຈົ້າ. ໃນຫົວໃຈຂອງພວກເຂົາ, ພວກເຂົາມັກຈະຄິດຄຳນວນ ໂດຍຄິດວ່າ “ພຣະເຈົ້າບໍ່ຊອບທຳບໍ? ພຣະເຈົ້າຊົງບໍ່ເລືອກທີ່ຮັກມັກທີ່ຊັງ ບໍ່ແມ່ນບໍ? ພຣະເຈົ້າບໍ່ແມ່ນພຣະເຈົ້າຜູ້ທີ່ອວຍພອນຜູ້ຄົນບໍ? ພຣະເຈົ້າບໍ່ຈົດຈຳການກະທຳທີ່ດີທັງໝົດຂອງຄົນເຮົາ ແລະ ທຸກສິ່ງທີ່ຄົນເຮົາໄດ້ອຸທິດ ແລະ ເສຍສະລະຕົນເອງບໍ? ຂ້ອຍໄດ້ປະຖິ້ມຄອບຄົວຂອງຂ້ອຍເພື່ອພາລະກິດຂອງພຣະເຈົ້າ ແລະ ຂ້ອຍໄດ້ຈ່າຍລາຄາ, ແຕ່ຂ້ອຍໄດ້ຫຍັງຈາກພຣະເຈົ້າ?” ຖ້າຄວາມໂລບ ແລະ ຄວາມປາດຖະໜາຂອງພວກເຂົາບໍ່ໄດ້ຮັບການຕອບສະໜອງໃນໄລຍະສັ້ນ, ພວກເຂົາກໍຈະເລີ່ມຄິດລົບ ແລະ ເລີ່ມຈົ່ມຕໍ່ວ່າ. ຖ້າຄວາມໂລບ ແລະ ຄວາມປາດຖະໜາຂອງພວກເຂົາບໍ່ໄດ້ຮັບການຕອບສະໜອງໃນໄລຍະຍາວ, ແລ້ວສ່ວນເລິກຂອງຫົວໃຈຂອງພວກເຂົາກໍຈະເຕັມໄປດ້ວຍຄວາມຄຽດແຄ້ນທີ່ສະສົມມາ. ແລລ້ວຜົນສະທ້ອນຂອງຄວາມຄຽດແຄ້ນທີ່ສະສົມມານີ້ແມ່ນຫຍັງ? ໃນຫົວໃຈຂອງພວກເຂົາ, ພວກເຂົາຈະເລີ່ມສົງໄສ ແລະ ຕັ້ງຄຳຖາມກັບພຣະເຈົ້າ, ພວກເຂົາຈະເລີ່ມຕັດສິນອຸປະນິໄສທີ່ຊອບທຳຂອງພຣະເຈົ້າ ແລະ ພວກເຂົາເຖິງກັບຈະເລີ່ມສົງໄສຄວາມຮັກ ແລະ ແກ່ນແທ້ຂອງພຣະເຈົ້າ. ຖ້າຄວາມຄຽດແຄ້ນນີ້ສະສົມເປັນເວລາດົນ, ສິ່ງເຫຼົ່ານີ້ກໍຈະກາຍເປັນເນື້ອງອກຮ້າຍ ແລະ ເລີ່ມແຜ່ລາມ ແລະ ພວກເຂົາຈະສາມາດທໍລະຍົດພຣະເຈົ້າໄດ້ທຸກເວລາ. ໂດຍສະເພາະເມື່ອພວກເຂົາຢູ່ຕໍ່ໜ້າບາງຄົນທີ່ຄິດລົບ ແລະ ອ່ອນແອ ແລະ ຄົນທີ່ມີຄວາມເຕີບໂຕຂ້ອນຂ້າງໄຮ້ວຸດທິພາວະ ຫຼື ຕໍ່ໜ້າບາງຄົນທີ່ເປັນຜູ້ເຊື່ອໃໝ່, ເປັນບາງຄັ້ງບາງຄາວ ພວກເຂົາຈະເປີດເຜີຍ ແລະ ເຜີຍແຜ່ອາລົມທາງລົບເຫຼົ່ານີ້, ເຜີຍແຜ່ຄວາມບໍ່ພໍໃຈຂອງພວກເຂົາທີ່ມີຕໍ່ພຣະເຈົ້າ ແລະ ການໝິ່ນປະໝາດກ່ຽວກັບພຣະເຈົ້າ ແລະ ພວກເຂົາເຖິງຂັ້ນເຮັດໃຫ້ຄົນທີ່ຂາດການແຍກແຍະບາງຄົນຫຼົງຜິດ ເພື່ອໃຫ້ມີຂໍ້ສົງໄສກ່ຽວກັບອຸປະນິໄສທີ່ຊອບທຳຂອງພຣະເຈົ້າ ແລະ ແກ່ນແທ້ຂອງພຣະອົງ. ສິ່ງນີ້ບໍ່ໄດ້ກະທຳໂດຍຜູ້ຕໍ່ຕ້ານພຣະຄຣິສບໍ? ເພາະວ່າຄວາມທະເຍີທະຍານ, ຄວາມປາດຖະໜາ, ການສະແຫວງຫາ ແລະ ເຈດຕະນາຂອງພວກເຂົາບໍ່ໄດ້ຮັບການຕອບສະໜອງ, ພວກເຂົາຈຶ່ງສາມາດເຮັດສິ່ງເຫຼົ່ານີ້ໄດ້ ແລະ ສາມາດສ້າງທັດສະນະຄະຕິແບບນີ້ຕໍ່ພຣະເຈົ້າ, ນີ້ແມ່ນອຸປະນິໄສແບບໃດ? ນີ້ແມ່ນອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ອຸປະນິໄສແບບຊາຕານຢ່າງຊັດເຈນ.

ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະປະສົບກັບຄວາມທຸກທໍລະມານເລັກນ້ອຍພຽງໃດ ຫຼື ຈ່າຍລາຄາໃດໃນຄຣິສຕະຈັກ, ພວກເຂົາບໍ່ຮູ້ສຶກວ່າມັນເປັນສ່ວນໜຶ່ງຂອງພັນທະຂອງພວກເຂົາ, ເປັນໜ້າທີ່ທີ່ສິ່ງທີ່ຖືກສ້າງຄວນເຮັດ, ແຕ່ພິຈາລະນາວ່າມັນເປັນການປະກອບສ່ວນຂອງພວກເຂົາ ເຊິ່ງພຣະເຈົ້າຄວນຈື່. ພວກເຂົາຄິດວ່າ ຖ້າພຣະເຈົ້າຈື່ການປະກອບສ່ວນຂອງພວກເຂົາ, ແລ້ວພຣະອົງກໍຄວນຕອບແທນທັນທີ, ໂດຍໃຫ້ພຣະພອນ, ຄຳສັນຍາ ແລະ ຄວາມໂປດປານທາງວັດຖຸທີ່ພິເສດແກ່ພວກເຂົາ ແລະ ອະນຸຍາດໃຫ້ພວກເຂົາໄດ້ຮັບຜົນປະໂຫຍດ ແລະ ໄດ້ຮັບຜົນປະໂຫຍດທີ່ພິເສດບາງຢ່າງ. ໃນຕອນນັ້ນເອງ ຜູ້ຕໍ່ຕ້ານພຣະຄຣິສຈຶ່ງຈະພໍໃຈ. ຄວາມເຂົ້າໃຈຂອງຜູ້ຕໍ່ຕ້ານພຣະຄຣິສກ່ຽວກັບໜ້າທີ່ແມ່ນຫຍັງ? ພວກເຂົາບໍ່ຮູ້ສຶກວ່າໜ້າທີ່ຄືພັນທະທີ່ສິ່ງທີ່ຖືກສ້າງຄວນປະຕິບັດ ທັງບໍ່ແມ່ນຄວາມຮັບຜິດຊອບທີ່ຜູ້ຕິດຕາມພຣະເຈົ້າຕ້ອງເຮັດໃຫ້ສຳເລັດ. ກົງກັນຂ້າມ ພວກເຂົາຮູ້ສຶກວ່າການປະຕິບັດໜ້າທີ່ເປັນເຄື່ອງຕໍ່ລອງໃນການເຮັດທຸລະກຳກັບພຣະເຈົ້າ, ເປັນສິ່ງທີ່ສາມາດແລກປ່ຽນກັບລາງວັນຂອງພຣະອົງ ແລະ ເປັນວິທີທາງໃນການຕອບສະໜອງຄວາມທະເຍີທະຍານ ແລະ ຄວາມປາດຖະໜາຂອງພວກເຂົາເອງ ແລະ ໄດ້ຮັບພຣະພອນສຳລັບຄວາມເຊື່ອໃນພຣະເຈົ້າຂອງພວກເຂົາ. ພວກເຂົາຄິດວ່າການມີພຣະຄຸນ ແລະ ພຣະພອນຂອງພຣະເຈົ້າຄວນເປັນເງື່ອນໄຂເບື້ອງຕົ້ນສຳລັບການປະຕິບັດໜ້າທີ່ຂອງພວກເຂົາ ແລະ ມັນເຮັດໃຫ້ຜູ້ຄົນມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ, ຜູ້ຄົນຈະສາມາດສະບາຍໃຈໃນການປະຕິບັດໜ້າທີ່ຂອງພວກເຂົາໄດ້ ຖ້າພຣະເຈົ້າຮັບປະກັນວ່າພວກເຂົາປາສະຈາກຄວາມກັງວົນໃນອະນາຄົດ. ພວກເຂົາຍັງຄິດວ່າພຣະເຈົ້າຄວນອຳນວຍຄວາມສະດວກທຸກຢ່າງ ແລະ ການປະຕິບັດແບບພິເສດໃຫ້ແກ່ຜູ້ທີ່ປະຕິບັດໜ້າທີ່ຂອງພວກເຂົາ ແລະ ຜູ້ຄົນຄວນໄດ້ຮັບຜົນປະໂຫຍດທັງໝົດທີ່ເຮືອນຂອງພຣະເຈົ້າຈັດຫາໃຫ້ ໃນລະຫວ່າງການປະຕິບັດໜ້າທີ່ຂອງພວກເຂົາ. ສິ່ງເຫຼົ່ານີ້ຄືສິ່ງທີ່ຜູ້ຄົນຄວນໄດ້ຮັບ. ນີ້ຄືວິທີທີ່ຜູ້ຕໍ່ຕ້ານພຣະຄຣິສຄິດຢູ່ໃນຫົວໃຈຂອງພວກເຂົາ. ວິທີການຄິດເຫຼົ່ານີ້ຄືມຸມມອງ ແລະ ຫຼັກປະຕິບັດຂອງຜູ້ຕໍ່ຕ້ານພຣະຄຣິສຢ່າງແທ້ຈິງ ແລະ ພວກມັນສະແດງເຖິງທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ໜ້າທີ່. ບໍ່ວ່າເຮືອນຂອງພຣະເຈົ້າຈະໂອ້ລົມກ່ຽວກັບຄວາມຈິງໃນການປະຕິບັດໜ້າທີ່ຂອງຕົນແນວໃດກໍຕາມ, ສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສແອບມີໃນຫົວໃຈຂອງພວກເຂົາຈະບໍ່ປ່ຽນແປງຈັກເທື່ອ. ພວກເຂົາຈະຍຶດໝັ້ນກັບມຸມມອງຂອງພວກເຂົາທີ່ມີຕໍ່ການປະຕິບັດໜ້າທີ່ຂອງພວກເຂົາຕະຫຼອດໄປ. ມີວະລີໜຶ່ງທີ່ພວກເຮົາສາມາດໃຊ້ກ່ຽວກັບການສະແດງອອກນີ້, ມັນແມ່ນຫຍັງ? ມັນຄືການວາງສິ່ງຂອງທາງວັດຖຸໄວ້ເໜືອສິ່ງອື່ນໃດ; ນັ້ນກໍຄື ມີພຽງສິ່ງທີ່ພວກເຂົາສາມາດຖືໄວ້ໃນມືຂອງພວກເຂົາເທົ່ານັ້ນທີ່ເປັນຈິງ ແລະ ການໃຫ້ຄຳສັນຍານັ້ນບໍ່ມີຄວາມໝາຍ. ແກ່ນແທ້ຂອງການສະແດງອອກທີ່ຄົນເຫຼົ່ານີ້ມີຄືວັດຖຸນິຍົມ, ແມ່ນບໍ? (ແມ່ນແລ້ວ.) ວັດຖຸນິຍົມຄືລັດທິບໍ່ເຊື່ອໃນພຣະເຈົ້າ; ພວກເຂົາພຽງແຕ່ຍຶດຖືສິ່ງທີ່ພວກເຂົາສາມາດເບິ່ງເຫັນ ແລະ ສຳຜັດໄດ້, ມີພຽງສິ່ງທີ່ພວກເຂົາສາມາດເບິ່ງເຫັນເທົ່ານັ້ນທີ່ຖືວ່າເປັນຈິງ ແລະ ພວກເຂົາປະຕິເສດການມີຢູ່ຂອງສິ່ງໃດກໍຕາມທີ່ພວກເຂົາເບິ່ງບໍ່ເຫັນ. ດ້ວຍເຫດນັ້ນ ມັນຈຶ່ງສາມາດກຳນົດໄດ້ວ່າຄວາມຮູ້ ແລະ ຄວາມເຂົ້າໃຈຂອງຜູ້ຕໍ່ຕ້ານພຣະຄຣິສກ່ຽວກັບໜ້າທີ່ນັ້ນຂັດກັບຫຼັກການຄວາມຈິງຢ່າງແນ່ນອນ ແລະ ມັນຄືກັນກັບມຸມມອງຂອງຜູ້ບໍ່ມີຄວາມເຊື່ອຢ່າງສິ້ນເຊີງ; ຢ່າງແທ້ຈິງແລ້ວ, ພວກເຂົາຄືຜູ້ບໍ່ເຊື່ອ. ພວກເຂົາບໍ່ເຊື່ອໃນການມີຢູ່ຂອງພຣະເຈົ້າ ແລະ ພວກເຂົາບໍ່ເຊື່ອວ່າພຣະທຳທັງໝົດຂອງພຣະເຈົ້າຄືຄວາມຈິງ, ຄືເສັ້ນທາງທີ່ແທ້ຈິງ. ພວກເຂົາພຽງແຕ່ເຊື່ອວ່າຊື່ສຽງ, ຜົນປະໂຫຍດ ແລະ ສະຖານະເປັນຂອງຈິງ ແລະ ທຸກສິ່ງທີ່ພວກເຂົາສະແຫວງຫາ ແລະ ເພີດເພີນນັ້ນສາມາດໄດ້ຮັບຜ່ານຄວາມພະຍາຍາມ ແລະ ການດິ້ນຮົນຂອງມະນຸດ ແລະ ຜ່ານລາຄາທີ່ພວກເຂົາຈ່າຍເທົ່ານັ້ນ. ສິ່ງນັ້ນແຕກຕ່າງແນວໃດກັບມຸມມອງທີ່ເວົ້າວ່າ “ຜູ້ຄົນຕ້ອງສ້າງຄວາມສຸກດ້ວຍສອງມືຂອງພວກເຂົາເອງ”? ບໍ່ມີຄວາມແຕກຕ່າງກັນເລີຍ. ພວກເຂົາບໍ່ເຊື່ອວ່າ ໃນທີ່ສຸດແລ້ວ ຜູ້ຄົນຈະໄດ້ຮັບຄວາມຈິງ ແລະ ຊີວິດໂດຍການເສຍສະລະຕົນເອງ ແລະ ການຈ່າຍລາຄາເພື່ອປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີເພື່ອເຫັນແກ່ພຣະເຈົ້າ. ພວກເຂົາຍັງບໍ່ເຊື່ອວ່າຜູ້ຄົນທີ່ກະທຳຕາມຂໍ້ກຳນົດຂອງພຣະເຈົ້າ ແລະ ດ້ວຍເຫດນີ້ຈຶ່ງມາປະຕິບັດໜ້າທີ່ຂອງພວກເຂົາໃນລັກສະນະທີ່ໄດ້ມາດຕະຖານ ສາມາດໄດ້ຮັບການຮັບຮອງ ແລະ ພຣະພອນຂອງພຣະຜູ້ສ້າງ. ສິ່ງນີ້ສະແດງໃຫ້ເຫັນວ່າພວກເຂົາບໍ່ເຊື່ອໃນຄຳສັນຍາຂອງພຣະເຈົ້າທີ່ມີຕໍ່ມະນຸດຊາດ ຫຼື ພຣະພອນຂອງພຣະເຈົ້າ. ພວກເຂົາບໍ່ເຊື່ອໃນຄວາມເປັນຈິງແຫ່ງອຳນາດສູງສຸດຂອງພຣະເຈົ້າເໜືອທຸກສິ່ງ, ສະນັ້ນ ພວກເຂົາຈຶ່ງບໍ່ມີຄວາມເຊື່ອທີ່ແທ້ຈິງ. ພວກເຂົາພຽງແຕ່ເຊື່ອວ່າ “ຂ້ອຍປະຕິບັດໜ້າທີ່ຂອງຂ້ອຍ, ສະນັ້ນ ຂ້ອຍຄວນໄດ້ຮັບການປະຕິບັດທີ່ພິເສດຈາກເຮືອນຂອງພຣະເຈົ້າ ແລະ ພຣະພອນທາງວັດຖຸ. ເຮືອນຂອງພຣະເຈົ້າຄວນຈັດຫາສິດທິພິເສດ ແລະ ຄວາມເພີດເພີນທາງວັດຖຸທຸກຢ່າງໃຫ້ແກ່ຂ້ອຍ. ນັ້ນຈຶ່ງຈະເປັນຄວາມເປັນຈິງ”. ນັ້ນຄືຊຸດຄວາມຄິດ ແລະ ມຸມມອງຂອງຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາບໍ່ເຊື່ອວ່າຄຳສັນຍາຂອງພຣະເຈົ້ານັ້ນເຊື່ອຖືໄດ້ ຫຼື ຄວາມເປັນຈິງທີ່ວ່າ ໂດຍການໄດ້ຮັບຄວາມຈິງ ຄົນເຮົາກໍໄດ້ຮັບຊີວິດ ແລະ ໄດ້ຮັບພຣະພອນຈາກພຣະເຈົ້າ. ເມື່ອເວົ້າເຖິງການປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາພຽງແຕ່ບໍ່ສະແຫວງຫາຄວາມຈິງ, ພວກເຂົາບໍ່ຍອມຮັບຄວາມຈິງ ແລະ ຍິ່ງໄປກວ່ານັ້ນ ພວກເຂົາບໍ່ຍອມຮັບຄວາມຈິງຂໍ້ນີ້: ການທີ່ມະນຸດສາມາດປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງ ຄືພຣະພອນທີ່ຍິ່ງໃຫຍ່ທີ່ສຸດຂອງພຣະເຈົ້າ ແລະ ເປັນສິ່ງທີ່ຈະຖືກຈົດຈໍາໂດຍພຣະເຈົ້າ ແລະ ໃນລະຫວ່າງຂະບວນການນີ້, ມະນຸດສາມາດໄດ້ຮັບຄວາມຈິງ ແລະ ໃນທີ່ສຸດກໍສາມາດໄດ້ຮັບຄວາມລອດພົ້ນໂດຍພຣະເຈົ້າ, ນີ້ຄືຄຳສັນຍາທີ່ຍິ່ງໃຫຍ່ທີ່ສຸດທີ່ພຣະເຈົ້າໄດ້ໃຫ້ໄວ້ແກ່ມະນຸດ. ຖ້າເຈົ້າເຊື່ອຄຳສັນຍາທີ່ພຣະເຈົ້າໃຫ້ໄວ້ແກ່ເຈົ້າ ແລະ ສາມາດຍອມຮັບຄຳສັນຍາເຫຼົ່ານີ້, ແລ້ວເຈົ້າກໍມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ. ຜູ້ຕໍ່ຕ້ານພຣະຄຣິສ ແລະ ຜູ້ບໍ່ເຊື່ອຮູ້ສຶກແນວໃດ ເມື່ອພວກເຂົາໄດ້ຍິນຄຳເວົ້າເຫຼົ່ານີ້? (ພວກເຂົາບໍ່ເຊື່ອສິ່ງທີ່ພຣະເຈົ້າກ່າວ ແລະ ພວກເຂົາຄິດວ່າມັນເປັນການຫຼອກລວງ.) ພວກເຂົາຄິດວ່າຄຳເວົ້າເຫຼົ່ານີ້ທີ່ພຣະເຈົ້າກ່າວເປັນພຽງການທີ່ພຣະອົງປ້ອນພາບລວງຕາໃຫ້ແກ່ຜູ້ຄົນ ເພື່ອໃຫ້ຄົນໂງ່ຈ້າ ແລະ ຄົນປັນຍາອ່ອນບາງຄົນມາໃຫ້ບໍລິການພຣະເຈົ້າ ແລະ ຈາກນັ້ນກໍເຕະພວກເຂົາອອກໄປ ເມື່ອການບໍລິການຂອງພວກເຂົາສິ້ນສຸດລົງ. ພວກເຂົາຄິດວ່າ “ໄດ້ຮັບຄວາມຈິງບໍ? ຮ່າ! ໃຜສາມາດເຫັນໄດ້ວ່າຄວາມຈິງແມ່ນຫຍັງ? ໃຜສາມາດສຳຜັດໄດ້ວ່າຄຳສັນຍາຂອງພຣະເຈົ້າແມ່ນຫຍັງ? ໃຜໄດ້ຮັບສິ່ງເຫຼົ່ານັ້ນແລ້ວ? ຄຳສັນຍາຂອງພຣະເຈົ້າບໍ່ແມ່ນຄວາມເປັນຈິງ, ມີພຽງການໄດ້ຮັບຊື່ສຽງ ແລະ ຜົນປະໂຫຍດ ແລະ ການເພີດເພີນກັບຜົນປະໂຫຍດຂອງສະຖານະເທົ່ານັ້ນທີ່ເປັນຄວາມເປັນຈິງ; ມີພຽງການດິ້ນຮົນເພື່ອຊື່ສຽງ ແລະ ຜົນປະໂຫຍດ ແລະ ການເພີດເພີນກັບຜົນປະໂຫຍດຂອງສະຖານະເທົ່ານັ້ນທີ່ເປັນຈິງ. ຂ້ອຍໄດ້ຍິນກ່ຽວກັບຄຳສັນຍາທີ່ພຣະເຈົ້າປະທານໃຫ້ແກ່ມະນຸດ ແລະ ຄວາມຈິງທີ່ພຣະອົງຈັດຫາໃຫ້ແກ່ມະນຸດມາເປັນເວລາຫຼາຍປີແລ້ວ ແລະ ຂ້ອຍກໍບໍ່ໄດ້ປ່ຽນແປງເລີຍ, ຂ້ອຍບໍ່ໄດ້ຮັບຜົນປະໂຫຍດໃດໆ, ແຮງໄກທີ່ສິ່ງເຫຼົ່ານີ້ຈະເຮັດໃຫ້ຂ້ອຍໄດ້ດຳລົງຊີວິດທີ່ສູງສົ່ງພ້ອມດ້ວຍສະຖານະເລີຍ. ເຖິງແມ່ນວ່າບາງຄົນເປັນພະຍານໂດຍເວົ້າວ່າພວກເຂົາໄດ້ຮັບຄວາມຈິງ ແລະ ປ່ຽນແປງແລ້ວ ແລະ ໄດ້ຮັບພຣະພອນຂອງພຣະເຈົ້າ, ພວກເຂົາກໍຍັງເບິ່ງທຳມະດາຫຼາຍ ພວກເຂົາລ້ວນແລ້ວແຕ່ເປັນຄົນປົກກະຕິ, ແລ້ວພວກເຂົາຈະໄດ້ຮັບພຣະພອນຂອງພຣະເຈົ້າ ແລະ ເຂົ້າສູ່ອານາຈັກສະຫວັນໄດ້ແນວໃດ?” ພວກເຂົາຄິດວ່າມີພຽງສິ່ງທີ່ພວກເຂົາສາມາດກຳແໜ້ນ ແລະ ໄດ້ຮັບດ້ວຍມືຂອງພວກເຂົາເທົ່ານັ້ນທີ່ເປັນຈິງທີ່ສຸດ. ນີ້ບໍ່ແມ່ນມຸມມອງຂອງຜູ້ບໍ່ເຊື່ອບໍ? ມັນແມ່ນຢ່າງແນ່ນອນ. ສະນັ້ນ, ຫຼັງຈາກທີ່ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ເຂົ້າມາໃນຄຣິສຕະຈັກ, ພວກເຂົາຈຶ່ງພິຈາລະນາທຸກສິ່ງດ້ວຍຄວາມສົງໄສ, ໂດຍຄິດໄຕ່ຕອງຢູ່ສະເໝີວ່າພວກເຂົາຈະໄດ້ຮັບຜົນປະໂຫຍດຈາກໃສ, ໂອກາດໃດທີ່ພວກເຂົາສາມາດໃຊ້ເພື່ອຍາດເອົາຂໍ້ໄດ້ປຽບບາງຢ່າງ ແລະ ໄດ້ຮັບຜົນປະໂຫຍດທີ່ແທ້ຈິງທີ່ຍິ່ງໃຫຍ່ກວ່າຈາກຄວາມເຊື່ອໃນພຣະເຈົ້າຂອງພວກເຂົາ, ພວກເຂົາມັກຈະຄິດຄຳນວນສິ່ງເຫຼົ່ານີ້ຢູ່ໃນຈິດໃຈຂອງພວກເຂົາ. ພວກເຂົາມີຄວາມຮູ້ສຶກວ່າມີພຽງການໄດ້ຮັບຊື່ສຽງ, ຜົນປະໂຫຍດ ແລະ ສະຖານະເທົ່ານັ້ນ ພວກເຂົາຈຶ່ງຈະໄດ້ຮັບຜົນປະໂຫຍດທຸກຢ່າງ ແລະ ດັ່ງນັ້ນ ພວກເຂົາຈຶ່ງເລືອກທີ່ຈະສະແຫວງຫາສະຖານະ ແລະ ອຸທິດຕົນເພື່ອດິ້ນຮົນໃຫ້ໄດ້ສິ່ງເຫຼົ່ານີ້ເທົ່ານັ້ນ. ພວກເຂົາບໍ່ເຄີຍໄຕ່ຕອງຄວາມຈິງ ຫຼື ສະແຫວງຫາເຈດຕະນາຂອງພຣະເຈົ້າ ແລະ ພວກເຂົາກິນ ແລະ ດື່ມພຣະທຳຂອງພຣະເຈົ້າພຽງເພື່ອປອບໃຈຕົນເອງ ແລະ ເຕີມເຕັມຄວາມຫວ່າງເປົ່າ, ບໍ່ແມ່ນເພື່ອສະແຫວງຫາຄວາມຈິງ. ໃນເວລາໃດກໍຕາມ, ຖ້າເຈົ້າຂໍໃຫ້ຜູ້ຕໍ່ຕ້ານພຣະຄຣິສປ່ອຍວາງຄວາມໂລບ ແລະ ຄວາມປາດຖະໜາຂອງພວກເຂົາ, ໃຫ້ປະຖິ້ມການສະແຫວງຫາຊື່ສຽງ, ຜົນປະໂຫຍດ ແລະ ສະຖານະຂອງພວກເຂົາຢ່າງສິ້ນເຊີງ ແລະ ໃຫ້ປະຖິ້ມຜົນປະໂຫຍດເຫຼົ່ານີ້ທີ່ພວກເຂົາຕ້ອງການຈາກຄວາມເຊື່ອໃນພຣະເຈົ້າຂອງພວກເຂົາ, ພວກເຂົາຈະບໍ່ສາມາດເຮັດໄດ້. ການໃຫ້ພວກເຂົາປ່ອຍວາງສິ່ງເຫຼົ່ານີ້ເຮັດໃຫ້ພວກເຂົາຮູ້ສຶກຄືກັບວ່າເຈົ້າກຳລັງພະຍາຍາມລອກໜັງຂອງພວກເຂົາ ຫຼື ດຶງເອັນຂອງພວກເຂົາອອກ; ຖ້າບໍ່ມີສິ່ງເຫຼົ່ານີ້, ພວກເຂົາກໍຮູ້ສຶກຄືກັບວ່າຫົວໃຈຂອງພວກເຂົາຖືກເອົາໄປຈາກພວກເຂົາ, ຄືກັບວ່າພວກເຂົາໄດ້ສູນເສຍຈິດວິນຍານຂອງພວກເຂົາ ແລະ ຖ້າບໍ່ມີຄວາມທະເຍີທະຍານ ແລະ ຄວາມປາດຖະໜາເຫຼົ່ານີ້ ພວກເຂົາກໍຮູ້ສຶກວ່າບໍ່ມີຄວາມຫວັງສຳລັບຄວາມເຊື່ອໃນພຣະເຈົ້າຂອງພວກເຂົາ ແລະ ຊີວິດກໍສູນເສຍຄວາມໝາຍ. ໃນສາຍຕາຂອງພວກເຂົາ, ຄົນທີ່ເສຍສະລະ ແລະ ອຸທິດຕົນ ແລະ ຈ່າຍລາຄາພຽງເພື່ອເຫັນແກ່ໜ້າທີ່ຂອງພວກເຂົາ, ຄົນທີ່ບໍ່ສະແຫວງຫາຜົນປະໂຫຍດສ່ວນຕົວ, ລ້ວນແລ້ວແຕ່ເປັນຄົນໂງ່. ຫຼັກການສຳລັບການກະທຳທາງໂລກທີ່ຜູ້ຕໍ່ຕ້ານພຣະຄຣິສຍຶດຖືຄື “ຄົນບໍ່ເຫັນແກ່ຕົວ ຟ້າຜ່າຕາຍ”. ພວກເຂົາຄິດວ່າ “ຄົນເຮົາຈະບໍ່ຄິດເຖິງຕົນເອງໄດ້ແນວໃດ? ຄົນເຮົາຈະບໍ່ດິ້ນຮົນເພື່ອຜົນປະໂຫຍດຂອງຕົນເອງໄດ້ແນວໃດ?” ໃນຫົວໃຈຂອງພວກເຂົາ, ພວກເຂົາດູຖູກຄົນທີ່ປະຖິ້ມທຸກສິ່ງ ແລະ ເສຍສະລະຕົນເອງຢ່າງຈິງໃຈເພື່ອພຣະເຈົ້າ, ພວກເຂົາດູຖູກຄົນທີ່ປະຕິບັດໜ້າທີ່ຂອງຕົນຢ່າງຈົງຮັກພັກດີ ແລະ ຄົນທີ່ດຳລົງຊີວິດຢ່າງປະຢັດ ແລະ ຮຽບງ່າຍຫຼາຍໃນແງ່ຂອງຊີວິດທາງວັດຖຸຂອງພວກເຂົາ ແລະ ພວກເຂົາດູຖູກຄົນທີ່ຖືກຂົ່ມເຫັງຍ້ອນວ່າພວກເຂົາເຊື່ອໃນພຣະເຈົ້າ ແລະ ປະຕິບັດໜ້າທີ່ ແລະ ດ້ວຍເຫດນັ້ນຈຶ່ງບໍ່ສາມາດເມືອເຮືອນໄດ້. ພວກເຂົາມັກຈະຫົວຂວັນຄົນເຫຼົ່ານີ້ຢູ່ໃນຫົວໃຈຂອງພວກເຂົາ ໂດຍເວົ້າວ່າ “ພວກເຈົ້າສູນເສຍເຮືອນຂອງພວກເຈົ້າຍ້ອນຄວາມເຊື່ອໃນພຣະເຈົ້າຂອງພວກເຈົ້າ. ພວກເຈົ້າບໍ່ສາມາດຢູ່ກັບຄອບຄົວຂອງພວກເຈົ້າ ແລະ ພວກເຈົ້າກຳລັງດຳລົງຊີວິດຢ່າງຂັດສົນ, ພວກເຈົ້າຊ່າງໂງ່ຫຼາຍ! ບໍ່ວ່າຄົນເຮົາຈະເຮັດຫຍັງກໍຕາມ, ລວມທັງໃນຄວາມເຊື່ອໃນພຣະເຈົ້າຂອງພວກເຂົາ, ພວກເຂົາຕ້ອງປະຕິບັດຫຼັກການສຳລັບການກະທຳທາງໂລກ: ພວກເຂົາຕ້ອງບໍ່ທົນທຸກກັບການສູນເສຍຢ່າງເດັດຂາດ. ພວກເຂົາຕ້ອງສາມາດເບິ່ງເຫັນ ແລະ ສຳຜັດກັບຄຳສັນຍາ ແລະ ພຣະພອນຂອງພຣະເຈົ້າ ແລະ ທັດສະນະຄະຕິທີ່ເໝາະສົມພຽງຢ່າງດຽວທີ່ຈະຍຶດຖືຄື ການບໍ່ເຫັນຜົນປະໂຫຍດກໍບໍ່ລົງມືເຮັດ. ພວກເຈົ້າຊ່າງໂງ່ຫຼາຍ! ເບິ່ງຂ້ອຍແມ. ຂ້ອຍທັງເຊື່ອໃນພຣະເຈົ້າ ແລະ ສະແຫວງຫາຊື່ສຽງ, ຜົນປະໂຫຍດ ແລະ ສະຖານະ. ຂ້ອຍເພີດເພີນກັບການປະຕິບັດທີ່ດີທຸກຢ່າງໃນເຮືອນຂອງພຣະເຈົ້າ ແລະ ຂ້ອຍກໍສາມາດໄດ້ຮັບພຣະພອນໃນອະນາຄົດເຊັ່ນກັນ. ຂ້ອຍບໍ່ຈຳເປັນຕ້ອງທົນທຸກທໍລະມານໃດໆ ແລະ ພຣະພອນທີ່ຂ້ອຍໄດ້ຮັບກໍຈະຍິ່ງໃຫຍ່ກວ່າຂອງພວກເຈົ້າ. ຂ້ອຍບໍ່ໄດ້ຈ່າຍລາຄາຄືກັບພວກເຈົ້າ ທີ່ປະຖິ້ມຄອບຄົວ ແລະ ວຽກງານຂອງພວກເຈົ້າ ແລະ ບໍ່ສາມາດເມືອເຮືອນໄດ້, ໂດຍບໍ່ມີຄວາມແນ່ນອນໃດໆວ່າພວກເຈົ້າຈະສາມາດໄດ້ຮັບພຣະພອນໃນອະນາຄົດ ຫຼື ບໍ່”. ຄົນເຫຼົ່ານີ້ແມ່ນສິ່ງຫຍັງ? ພວກເຂົາບໍ່ສະແຫວງຫາຄວາມຈິງ, ພວກເຂົາບໍ່ປະຕິບັດໜ້າທີ່ຂອງພວກເຂົາຢ່າງຈິງໃຈ ແລະ ເຖິງຢ່າງນັ້ນ ພວກເຂົາກໍດູຖູກຄົນທີ່ສະແຫວງຫາຄວາມຈິງ ແລະ ຄົນທີ່ປະຖິ້ມຄອບຄົວ ແລະ ວຽກງານຂອງພວກເຂົາ, ອົດທົນຕໍ່ຄວາມທຸກທໍລະມານ ແລະ ຈ່າຍລາຄາເພື່ອເຫັນແກ່ການປະຕິບັດໜ້າທີ່ຂອງພວກເຂົາ, ເຮັດໃຫ້ການຝາກຝັງຂອງພຣະເຈົ້າສຳເລັດ ແລະ ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ມີຄົນແບບນີ້ຫຼາຍບໍ? (ມີ.) ມີບາງຄົນໃນທຸກຄຣິສຕະຈັກ. ຄົນເຫຼົ່ານີ້ແມ່ນຜູ້ເຊື່ອທີ່ແທ້ຈິງໃນພຣະເຈົ້າບໍ? ພວກເຂົາສາມາດໄດ້ຮັບຄວາມລອດພົ້ນບໍ? (ບໍ່.) ພວກເຂົາບໍ່ແມ່ນຜູ້ເຊື່ອໃນພຣະເຈົ້າທີ່ແທ້ຈິງ, ແຮງໄກທີ່ພວກເຂົາຈະໄດ້ຮັບຄວາມລອດພົ້ນ.

ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະພົບພໍ້ກັບບັນຫາໃດ ຫຼື ພວກເຂົາເຮັດຫຍັງກໍຕາມ, ສິ່ງທຳອິດທີ່ພວກເຂົາຄິດຫາບໍ່ແມ່ນວ່າພວກເຂົາສາມາດໄດ້ຮັບຄວາມຈິງ ແລະ ບັນລຸຄວາມລອດພົ້ນ ຫຼື ບໍ່, ແຕ່ພວກເຂົາຄິດຫາຜົນປະໂຫຍດທາງເນື້ອໜັງທັງໝົດຂອງພວກເຂົາ. ໃນຫົວໃຈຂອງພວກເຂົາ, ຜົນປະໂຫຍດທັງໝົດທີ່ກ່ຽວຂ້ອງກັບເນື້ອໜັງຂອງພວກເຂົາຄອບຄອງຕຳແໜ່ງທີ່ສຳຄັນທີ່ສຸດ, ຕຳແໜ່ງທີ່ສູງທີ່ສຸດ ແລະ ຕຳແໜ່ງທີ່ສູງສົ່ງທີ່ສຸດ. ໃນຫົວໃຈຂອງພວກເຂົາ, ພວກເຂົາບໍ່ເຄີຍພິຈາລະນາເຖິງເຈດຕະນາຂອງພຣະເຈົ້າ, ພວກເຂົາບໍ່ເຄີຍພິຈາລະນາເຖິງພາລະກິດຂອງພຣະເຈົ້າ, ແຮງໄກທີ່ພວກເຂົາຈະພິຈາລະນາເຖິງວ່າໜ້າທີ່ຫຍັງທີ່ມະນຸດຄວນປະຕິບັດເລີຍ. ບໍ່ວ່າພຣະເຈົ້າຈະຮຽກຮ້ອງໃຫ້ຜູ້ຄົນປະຕິບັດໜ້າທີ່ຂອງພວກເຂົາໃຫ້ໄດ້ມາດຕະຖານແນວໃດກໍຕາມ, ບໍ່ວ່າພຣະເຈົ້າຈະຮຽກຮ້ອງໃຫ້ຜູ້ຄົນເປັນສິ່ງທີ່ຖືກສ້າງທີ່ໄດ້ມາດຕະຖານແນວໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສກໍບໍ່ສົນໃຈຫຍັງທັງສິ້ນ. ບໍ່ວ່າພຣະອົງຈະນໍາໃຊ້ວິທີການໃດ ຫຼື ພຣະອົງຈະກ່າວພຣະທຳໃດກໍຕາມ, ພຣະເຈົ້າກໍບໍ່ສາມາດດົນບັນດານຄົນເຫຼົ່ານີ້ໄດ້ ແລະ ດ້ວຍເຫດນັ້ນຈຶ່ງເຮັດໃຫ້ພວກເຂົາປ່ຽນແປງແຜນການຂອງພວກເຂົາ ແລະ ປະຖິ້ມຄວາມໂລບ ແລະ ຄວາມປາດຖະໜາຂອງພວກເຂົາ. ຄົນເຫຼົ່ານີ້ເປັນທັງນັກວັດຖຸນິຍົມໃນນາມ ແລະ ໃນຄວາມເປັນຈິງ ແລະ ເປັນຜູ້ບໍ່ເຊື່ອໃນທ່າມກາງຜູ້ຕໍ່ຕ້ານພຣະຄຣິສ. ສະນັ້ນ, ຄົນເຫຼົ່ານີ້ສາມາດຖືວ່າເປັນເສດຂອງເຫຼືອໃນກຸ່ມຜູ້ຕໍ່ຕ້ານພຣະຄຣິສໄດ້ບໍ? (ໄດ້, ເພາະວ່າຜູ້ຕໍ່ຕ້ານພຣະຄຣິສບາງຄົນຍັງສາມາດໃຫ້ບໍລິການບາງຢ່າງເພື່ອເຫັນແກ່ສະຖານະ, ໃນຂະນະທີ່ຄົນເຫຼົ່ານີ້ບໍ່ເຕັມໃຈແມ່ນແຕ່ຈະໃຫ້ບໍລິການ.) ຖືກຕ້ອງແລ້ວ. ຄົນເຫຼົ່ານີ້ຕ້ອງການຜົນປະໂຫຍດ, ສິ່ງດຽວທີ່ພວກເຂົາຈ້ອງເບິ່ງ ແລະ ຄິດຫາຕະຫຼອດທັງວັນຄືຜົນປະໂຫຍດ ແລະ ທຸກສິ່ງທີ່ພວກເຂົາເຮັດກໍໝູນວຽນຢູ່ອ້ອມຮອບຜົນປະໂຫຍດ. ບາງຄົນເຮັດໜ້າທີ່ເຈົ້າພາບ ແລະ ເມື່ອໄຂ່, ເຂົ້າສານ ຫຼື ແປ້ງໝົດ, ພວກເຂົາກໍບອກໃຫ້ຄຣິສຕະຈັກສົ່ງຄົນອອກໄປຊື້ສິ່ງເຫຼົ່ານີ້ທັນທີ. ພວກເຂົາບໍ່ຊື້ຫຍັງດ້ວຍຕົນເອງເລີຍ, ມັນເບິ່ງຄືກັບວ່າພວກເຂົາບໍ່ເຄີຍກິນສິ່ງເຫຼົ່ານີ້ຢູ່ໃນເຮືອນຂອງພວກເຂົາມາກ່ອນທີ່ພວກເຂົາຈະເລີ່ມເຮັດໜ້າທີ່ເຈົ້າພາບ. ພວກເຂົາເຄີຍຊື້ສິ່ງເຫຼົ່ານີ້ທັງໝົດດ້ວຍຕົນເອງ, ແຕ່ທັນທີທີ່ພວກເຂົາເລີ່ມເຮັດໜ້າທີ່ນີ້, ພວກເຂົາກໍເລີ່ມຫາຂໍ້ອ້າງ, ຮູ້ສຶກວ່າຕົນເອງເຮັດຖືກຕ້ອງ ແລະ ໝັ້ນໃຈໃນຕົນເອງ ແລະ ກາຍມາເປັນຜູ້ທວງໜີ້, ເຈົ້າໜີ້ໃນເຮືອນຂອງພຣະເຈົ້າ, ຄືກັບວ່າເຮືອນຂອງພຣະເຈົ້າຕິດໜີ້ພວກເຂົາບາງຢ່າງ, ຄົນແບບນີ້ບໍ່ດີເລີຍ.

ເຮົາເຄີຍພັກຢູ່ເຮືອນເຈົ້າພາບຈຳນວນໜຶ່ງໃນປະເທດຈີນແຜ່ນດິນໃຫຍ່ ແລະ ອ້າຍເອື້ອຍນ້ອງບາງຄົນກໍມີຄວາມເປັນມະນຸດທີ່ດີເລີດ. ເຖິງແມ່ນວ່າພວກເຂົາຫາກໍເຊື່ອໄດ້ພຽງແຕ່ສອງ ຫຼື ສາມປີ ແລະ ບໍ່ເຂົ້າໃຈຄວາມຈິງຫຼາຍປານໃດ ແຕ່ພວກເຂົາກໍເຮັດໜ້າທີ່ເຈົ້າພາບຂອງພວກເຂົາຢ່າງຈິງໃຈ. ຖ້າເຮືອນຂອງພຣະເຈົ້າພະຍາຍາມໃຫ້ເງິນແກ່ພວກເຂົາ, ພວກເຂົາກໍຈະປະຕິເສດ, ພວກເຂົາຈະໃຫ້ເງິນຕອບແທນສຳລັບສິ່ງໃດກໍຕາມທີ່ອ້າຍເອື້ອຍນ້ອງໃຫ້ພວກເຂົາ ແລະ ພວກເຂົາຈະຮັກສາສິ່ງໃດກໍຕາມທີ່ເປັນຂອງເຮືອນຂອງພຣະເຈົ້າໄວ້ຢ່າງປອດໄພດ້ວຍຄວາມເອົາໃຈໃສ່; ຖ້າສິ່ງໃດກໍຕາມທີ່ເຮືອນຂອງພຣະເຈົ້າຊື້ມາບໍ່ໄດ້ຖືກໃຊ້ໝົດ, ແລ້ວພວກເຂົາກໍຈະໃຫ້ເງິນທີ່ມີມູນຄ່າເທົ່າກັນແກ່ເຮືອນຂອງພຣະເຈົ້າ. ບາງຄົນທີ່ມີຖານະທາງການເງິນດີກວ່າກໍເຕັມໃຈທີ່ຈະເປັນເຈົ້າພາບ ແລະ ພວກເຂົາຈະບໍ່ຮັບເງິນແມ່ນແຕ່ກີບດຽວທີ່ເຮືອນຂອງພຣະເຈົ້າໃຫ້. ບາງຄົນບໍ່ມີຖານະດີປານໃດ ແຕ່ເຖິງຢ່າງນັ້ນ ພວກເຂົາກໍຈະບໍ່ຮັບເງິນໃດໆທີ່ເຮືອນຂອງພຣະເຈົ້າໃຫ້. ບໍ່ວ່າຄຣິສຕະຈັກ ຫຼື ອ້າຍເອື້ອຍນ້ອງຈະໃຫ້ຫຍັງແກ່ເຮືອນຂອງພວກເຂົາເພື່ອໃຊ້ໃນການເປັນເຈົ້າພາບ, ພວກເຂົາກໍຈະບໍ່ຍັກຍອກເອົາສິ່ງໃດເລີຍ. ນີ້ເປັນຍ້ອນວ່າພວກເຂົາເຂົ້າໃຈຄວາມຈິງບໍ? ບໍ່, ມັນເປັນເລື່ອງຂອງລັກສະນະ. ຍິ່ງໄປກວ່ານັ້ນ ແລະ ທີ່ສຳຄັນກວ່ານັ້ນ, ພວກເຂົາເປັນຜູ້ເຊື່ອທີ່ແທ້ຈິງ ແລະ ນອກຈາກການມີລັກສະນະທີ່ດີແລ້ວ ພວກເຂົາຍັງສາມາດເຮັດສິ່ງນີ້ໄດ້, ຖ້າບໍ່ດັ່ງນັ້ນ ພວກເຂົາກໍຈະບໍ່ສາມາດເຮັດໄດ້. ເຮົາເຄີຍໄປເຮືອນເຈົ້າພາບຈຳນວນໜຶ່ງ ແລະ ເຈົ້າພາບກໍໄດ້ເອົາຜ້າປູ ແລະ ຜ້າຫົ່ມທີ່ດີທີ່ສຸດຂອງພວກເຂົາອອກມາໃຫ້ເຮົາໃຊ້ ແລະ ເຮົາກໍເວົ້າວ່າ “ສິ່ງເຫຼົ່ານີ້ໃໝ່ອ່ຽມ ແລະ ຍັງບໍ່ທັນໄດ້ໃຊ້. ເອົາພວກມັນກັບຄືນໃສ່ໃນຫໍ່ຂອງພວກມັນສາ, ເຮົາຈະບໍ່ໃຊ້ພວກມັນ”. ພວກເຂົາຢືນຢັນໃຫ້ເຮົາໃຊ້ພວກມັນ. ຈາກນັ້ນ ກໍມີເຈົ້າພາບຈຳນວນໜຶ່ງທີ່ຊື້ຂອງໃໝ່ທຸກຢ່າງໃຫ້ເຮົາໃຊ້ ແລະ ເຮົາກໍເວົ້າວ່າ “ຢ່າຊື້ຂອງໃໝ່, ມັນເປັນການສິ້ນເປືອງເງິນ. ເຮົາຈະໃຊ້ສິ່ງທີ່ເຈົ້າມີຢູ່ນີ້. ຢ່າໃຊ້ເງິນເລີຍ. ເຮົາບໍ່ແນະນໍາໃຫ້ຜູ້ຄົນຊື້ສິ່ງນັ້ນສິ່ງນີ້ໃນທຸກບ່ອນທີ່ເຮົາໄປ. ມັນບໍ່ຈຳເປັນທີ່ຈະຕ້ອງໃຊ້ຂອງໃໝ່ສະເໝີໄປ”. ບາງຄົນຍັງຢືນຢັນທີ່ຈະໃຊ້ເງິນຈຳນວນນີ້. ຍັງມີຜູ້ຈັດຈຳນວນໜຶ່ງທີ່ເຮັດອາຫານຫຼາຍເຍື່ອງໃນເວລາກິນເຂົ້າ. ເພາະພວກເຂົາບໍ່ຮູ້ວ່າເຮົາມັກກິນຫຍັງ, ພວກເຂົາຈຶ່ງເຮັດອາຫານຫຼາຍຢ່າງເພື່ອໃຫ້ເຮົາໄດ້ເລືອກ, ເພາະຖ້າພວກເຂົາເຮັດອາຫານພຽງສອງສາມຢ່າງ, ພວກເຂົາກໍຈະກັງວົນວ່າເຮົາຈະກິນບໍ່ໄດ້ດີຫຼາຍ. ມີຫຼາຍຄົນທີ່ເປັນແບບນີ້. ເຖິງຢ່າງໃດກໍຕາມ, ເຈົ້າພາບບາງຄົນແມ່ນແຕກຕ່າງ. ເມື່ອເຮົາພັກຢູ່ກັບເຈົ້າພາບເຫຼົ່ານີ້, ພວກເຂົາກໍເອົາຂອງໃຊ້ປະຈຳວັນບາງຢ່າງມາໃຫ້ເຮົາໃຊ້ແກ້ຂັດແບບສຸ່ມໆ, ວັດຖຸດິບທີ່ພວກເຂົາໃຊ້ໃນການປຸງແຕ່ງອາຫານກໍມີພຽງສິ່ງທີ່ອ້າຍເອື້ອຍນ້ອງເອົາມາໃຫ້ພວກເຂົາເທົ່ານັ້ນ ແລະ ເມື່ອພວກເຂົາຕ້ອງການໄປຊື້ເພີ່ມ, ພວກເຂົາກໍຈະແບມືຂໍເງິນຈາກເຮົາ. ຈາກນັ້ນ ກໍມີເຈົ້າພາບອື່ນອີກຈຳນວນໜຶ່ງ, ເຊິ່ງເຮົາໄດ້ຝາກຊັບສິນບາງຢ່າງໄວ້ທີ່ເຮືອນຂອງພວກເຂົາເພື່ອຮັກສາຄວາມປອດໄພ. ເມື່ອເຮົາບໍ່ໄດ້ກັບໄປໄລຍະໜຶ່ງ, ເຈົ້າພາບກໍງັດລິ້ນຊັກ ແລະ ຂອງບາງຢ່າງກໍຫາຍໄປ. ພວກເຂົາທຸກຄົນເຊື່ອໃນພຣະເຈົ້າ ແລະ ພວກເຂົາທຸກຄົນເຮັດໜ້າທີ່ເຈົ້າພາບ ແຕ່ຄວາມແຕກຕ່າງລະຫວ່າງພວກເຂົາແມ່ນສິ່ງທີ່ເປັນສາລະສຳຄັນບໍ? ບາງຄົນທີ່ເຊື່ອໃນພຣະເຈົ້າສາມາດເຮັດສິ່ງດັ່ງກ່າວໄດ້, ນີ້ແມ່ນສິ່ງທີ່ມະນຸດເຮັດບໍ? ນີ້ຄືສິ່ງທີ່ໂຈນ, ຄົນປຸ້ນຈີ້, ຄົນຊົ່ວ ແລະ ອັນຕະພານເຮັດ. ຜູ້ເຊື່ອທີ່ແທ້ຈິງສາມາດເຮັດສິ່ງດັ່ງກ່າວໄດ້ບໍ? ຖ້າຜູ້ເຊື່ອທີ່ແທ້ຈິງຮັກສາບາງສິ່ງບາງຢ່າງໃຫ້ປອດໄພສຳລັບເຈົ້າ, ແລ້ວບໍ່ວ່າເຈົ້າຈະຈາກໄປດົນປານໃດ, ເຖິງແມ່ນວ່າຈະເປັນແປດ ຫຼື ສິບປີ, ພວກເຂົາກໍຈະຮັກສາມັນໃຫ້ປອດໄພສຳລັບເຈົ້າສະເໝີ; ພວກເຂົາຈະບໍ່ແຕະຕ້ອງມັນ, ເບິ່ງມັນ ຫຼື ຄົ້ນມັນ. ເຖິງຢ່າງໃດກໍຕາມ, ສຳລັບເຈົ້າພາບບາງຄົນ, ຖ້າເຈົ້າຝາກບາງສິ່ງບາງຢ່າງໄວ້ທີ່ເຮືອນຂອງພວກເຂົາ, ພວກເຂົາກໍຈະເປີດມັນ ແລະ ເບິ່ງທັນທີທີ່ເຈົ້າອອກຈາກປະຕູໄປ. ພວກເຂົາກຳລັງຮື້ຄົ້ນຫຍັງ? ພວກເຂົາຈະຮື້ຄົ້ນກະເປົາຂອງເຈົ້າເພື່ອເບິ່ງວ່າມີສິ່ງມີຄ່າຢູ່ໃນນັ້ນ ຫຼື ບໍ່ ເຊັ່ນ: ເຄື່ອງປະດັບ, ໂທລະສັບມືຖື ຫຼື ເງິນ, ພວກເຂົາຮື້ຄົ້ນທຸກສິ່ງເຫຼົ່ານີ້. ຜູ້ຍິງບາງຄົນມີແນວໂນ້ມທີ່ຈະໄປຮື້ຄົ້ນຫຍັງ? ພວກເຂົາຢາກເບິ່ງວ່າເຈົ້າມີເສື້ອຜ້າງາມໆ ຫຼື ບໍ່. ເມື່ອພວກເຂົາຄົ້ນທົ່ວແລ້ວ, ພວກເຂົາກໍຄິດວ່າ “ໂອ້, ເສື້ອຜ້າເຫຼົ່ານີ້ງາມຫຼາຍ. ຂ້ານ້ອຍຈະລອງນຸ່ງເບິ່ງ”. ບອກເຮົາເບິ່ງວ່າ, ສິ່ງເຫຼົ່ານີ້ບໍ່ໄດ້ເກີດຂຶ້ນບໍ? (ເກີດຂຶ້ນ.) ເຈົ້າຮູ້ໄດ້ແນວໃດ? ພວກເຈົ້າເຄີຍເຫັນສິ່ງນີ້ເກີດຂຶ້ນບໍ? ເຮົາມີຫຼັກຖານທີ່ໜັກແໜ້ນ ເມື່ອເວົ້າວ່າສິ່ງເຫຼົ່ານີ້ເກີດຂຶ້ນ. ປີໜຶ່ງ, ໃນຊ່ວງທ້າຍລະດູໃບໄມ້ຫຼົ່ນ, ເຮົາໄດ້ປະເສື້ອຜ້າຈຳນວນໜຶ່ງໄວ້ທີ່ເຮືອນເຈົ້າພາບຫຼັງໜຶ່ງ. ມື້ໜຶ່ງ ທັນທີທັນໃດ ເຮົາກໍຄິດຫາເສື້ອຜ້າບາງສ່ວນເຫຼົ່ານີ້ທີ່ເຮົາຄວນຈະນຸ່ງ ແລະ ເຮົາກໍວາງແຜນທີ່ຈະໄປເອົາພວກມັນ, ສະນັ້ນ ເຮົາຈຶ່ງໄປທີ່ເຮືອນເຈົ້າພາບຫຼັງນັ້ນ. ລອງເດົາເບິ່ງວ່າເກີດຫຍັງຂຶ້ນ. ເມື່ອເຮົາເຂົ້າໄປໃນເຮືອນ, ເຈົ້າພາບແມ່ຍິງທີ່ແກ່ແລ້ວກໍຢູ່ທີ່ນັ້ນ ກຳລັງລອງນຸ່ງເສື້ອຄຸມຂົນສັດຂອງເຮົາ. ມັນເປັນເລື່ອງບັງເອີນພໍດີທີ່ເຮົາເຫັນມັນ. ເຮົາເວົ້າວ່າ “ເຈົ້າກຳລັງເຮັດຫຍັງ?” ລາວຕົກໃຈ. ລາວບໍ່ເຄີຍຄິດເລີຍວ່າຈະມີເລື່ອງບັງເອີນແບບນັ້ນ ທີ່ເຮົາຈະເຫັນສິ່ງທີ່ລາວກຳລັງເຮັດ ແລະ ລາວອັບອາຍຫຼາຍ. ເຖິງຢ່າງໃດກໍຕາມ, ຄົນແບບນີ້ໜ້າດ້ານ ແລະ ລາວເວົ້າທັນທີວ່າ “ໂອ້, ເຈົ້າບໍ່ຄິດວ່າເສື້ອຄຸມຂົນສັດຂອງເຈົ້າເໝາະກັບຂ້ອຍຢ່າງສົມບູນບໍ?” ເຮົາເວົ້າວ່າ “ນັ້ນແມ່ນເສື້ອຄຸມຂອງເຮົາ. ເຮົາບໍ່ສາມາດນຸ່ງມັນໄດ້ ຖ້າເຈົ້ານຸ່ງມັນຢູ່”. ລາວເວົ້າວ່າ “ເອົານີ້, ຂ້ອຍບໍ່ຢາກໄດ້ມັນ”. ເຮົາຕອບວ່າ “ເຈົ້າລອງນຸ່ງມັນເພື່ອຫຍັງ ຖ້າເຈົ້າບໍ່ຢາກໄດ້ມັນ? ປະຕູຕູ້ເສື້ອຜ້າບໍ່ໄດ້ລັອກໄວ້ບໍ?” ລາວເວົ້າວ່າ “ມັນບັງເອີນວ່າຂ້ອຍບໍ່ມີຫຍັງເຮັດໃນມື້ນີ້ ຂ້ອຍເລີຍເອົາມັນອອກມາເບິ່ງ”. ເຮົາເວົ້າວ່າ “ມັນບໍ່ແມ່ນຂອງເຈົ້າ ສະນັ້ນ ເຈົ້າບໍ່ຄວນແຕະຕ້ອງມັນ”. ນີ້ຄືຕົວຢ່າງຂອງສິ່ງທີ່ເກີດຂຶ້ນແທ້. ເຮົາບໍ່ຮູ້ວ່າເຈດຕະນາຂອງລາວໃນການເຮັດສິ່ງນີ້ແມ່ນຫຍັງ. ບອກເຮົາເບິ່ງວ່າ, ຄົນແບບນີ້ແມ່ນຄົນທີ່ເຊື່ອໃນພຣະເຈົ້າບໍ? ເຮົາຄວນຖືວ່າພວກເຂົາເປັນຜູ້ເຊື່ອໃນພຣະເຈົ້າ ແລະ ເປັນສະມາຊິກໃນຄອບຄົວຂອງພຣະເຈົ້າບໍ? (ບໍ່.) ພວກເຂົາບໍ່ສົມຄວນທີ່ຈະເປັນຜູ້ຕິດຕາມຂອງພຣະເຈົ້າ, ພວກເຂົາເປັນໜຶ່ງໃນພັກພວກຂອງຊາຕານ, ບໍ່ມີຄວາມອັບອາຍ, ບໍ່ມີສະຕິຮູ້ສຶກຜິດຊອບ ຫຼື ຄວາມມີເຫດຜົນ, ບໍ່ມີຄວາມເປັນມະນຸດໃດໆເລີຍ, ພວກເຂົາແມ່ນນັກເລງ. ພຣະເຈົ້າຈະຊ່ວຍຄົນແບບນີ້ໃຫ້ລອດພົ້ນບໍ? ຄົນແບບນີ້ບໍ່ມີແມ່ນແຕ່ຄວາມຊື່ສັດ ແລະ ກຽດສັກສີຂັ້ນພື້ນຖານ ຫຼື ຄວາມເຄົາລົບຂັ້ນພື້ນຖານຕໍ່ພຣະເຈົ້າ, ພຣະເຈົ້າບໍ່ສາມາດຊ່ວຍພວກເຂົາໃຫ້ລອດພົ້ນໄດ້ຢ່າງແນ່ນອນ. ຄວາມຈິງທີ່ພຣະເຈົ້າກ່າວ ແລະ ຊີວິດທີ່ພຣະອົງຈັດຫາໃຫ້ແກ່ມະນຸດບໍ່ໄດ້ຖືກຈັດຫາໃຫ້ແກ່ຄົນແບບນີ້; ຄົນເຫຼົ່ານີ້ບໍ່ແມ່ນສະມາຊິກໃນຄອບຄົວຂອງພຣະເຈົ້າ ແຕ່ເປັນຜູ້ບໍ່ເຊື່ອທີ່ຢູ່ນອກເຮືອນຂອງພຣະເຈົ້າ ແລະ ພວກເຂົາເປັນຂອງມານຮ້າຍ. ນອກຈາກທຳມະຊາດ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສຈະເປັນສິ່ງທີ່ບໍ່ຮັກຄວາມຈິງ ແລະ ເບື່ອໜ່າຍຄວາມຈິງແລ້ວ, ລັກສະນະຂອງພວກເຂົາຍັງຕ່ຳຕ້ອຍ ແລະ ໜ້າລັງກຽດຢ່າງບໍ່ໜ້າເຊື່ອ ແລະ ຄົນແບບນີ້ໜ້າລັງກຽດ, ໜ້າດູຖູກ ແລະ ໜ້າກຽດຊັງ. ຈາກການສະແດງອອກຂອງຄົນເຫຼົ່ານີ້ທີ່ຍັກຍອກຊັບສິນໃນເຮືອນຂອງພຣະເຈົ້າ ເຊິ່ງພວກເຮົາຫາກໍເວົ້າເຖິງ, ສິ່ງນີ້ພຽງພໍທີ່ຈະສະແດງໃຫ້ເຫັນວ່າ ບໍ່ວ່າຄົນເຫຼົ່ານີ້ຈະເຮັດໜ້າທີ່ຫຍັງກໍຕາມ, ພວກເຂົາບໍ່ເຄີຍເສຍສະລະຕົນເອງຢ່າງແທ້ຈິງ ແລະ ພວກເຂົາບໍ່ເຄີຍເຮັດມັນດ້ວຍຄວາມຈິງໃຈ. ກົງກັນຂ້າມ ພວກເຂົາມາພ້ອມກັບແຜນການ, ຄວາມໂລບ ແລະ ຄວາມປາດຖະໜາຂອງພວກເຂົາເອງ, ພວກເຂົາມາເພື່ອຜົນປະໂຫຍດ ແລະ ບໍ່ແມ່ນເພື່ອໄດ້ຮັບຄວາມຈິງ. ສະນັ້ນ, ບໍ່ວ່າເຈົ້າຈະເບິ່ງມັນແນວໃດກໍຕາມ, ສຳລັບພຣະເຈົ້າແລ້ວ ຄວາມເປັນມະນຸດຂອງຄົນແບບນີ້ແມ່ນບໍ່ໄດ້ມາດຕະຖານ. ສະນັ້ນ ບອກເຮົາເບິ່ງວ່າ, ພວກເຈົ້າຖືວ່າຄວາມເປັນມະນຸດຂອງຄົນແບບນີ້ໄດ້ມາດຕະຖານບໍ ແລະ ພວກເຈົ້າຖືວ່າພວກເຂົາເປັນຄົນດີບໍ? (ບໍ່.) ພວກເຈົ້າກໍດູຖູກຄົນແບບນີ້ເຊັ່ນກັນ, ແມ່ນບໍ? (ແມ່ນແລ້ວ.) ເມື່ອບາງຄົນໄດ້ຍິນວ່າເຮືອນຂອງພຣະເຈົ້າໄດ້ຊື້ບາງສິ່ງບາງຢ່າງ, ພວກເຂົາກໍຢາກໄດ້ສ່ວນແບ່ງຂອງພວກເຂົາໃນສິ່ງນັ້ນ ແລະ ເມື່ອພວກເຂົາເຫັນອ້າຍເອື້ອຍນ້ອງບໍລິຈາກເສື້ອຜ້າ, ແລ້ວບໍ່ວ່າພວກເຂົາຈະສົມຄວນໄດ້ຮັບມັນ ຫຼື ບໍ່ ຫຼື ພວກເຂົາຄວນຈະໄດ້ຮັບມັນ ຫຼື ບໍ່, ພວກເຂົາກໍພະຍາຍາມເອົາມັນ, ໂດຍລົງມືເຮັດຢ່າງຫ້າວຫັນກວ່າຄົນອື່ນ; ເມື່ອພວກເຂົາໄດ້ຍິນວ່າເຮືອນຂອງພຣະເຈົ້າມີວຽກທີ່ຕ້ອງເຮັດ ຫຼື ມີວຽກເປື້ອນ ຫຼື ເມື່ອຍທີ່ຕ້ອງປະຕິບັດ, ພວກເຂົາກໍລີ້ທັນທີ ແລະ ເຈົ້າບໍ່ສາມາດຊອກຫາພວກເຂົາໄດ້ຢູ່ບ່ອນໃດເລີຍ. ຄົນແບບນີ້ເຈົ້າເລ່ ແລະ ມີເລ່ຫຼ່ຽມ, ມີລັກສະນະຕ່ຳຕ້ອຍ, ພວກເຂົາໜ້າດູຖູກ, ໜ້າກຽດຊັງ ແລະ ໜ້າລັງກຽດ!

ການໃຊ້ການສະແດງອອກຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສໃນການຍັກຍອກຊັບສິນໃນເຮືອນຂອງພຣະເຈົ້າ ເພື່ອໄຈ້ແຍກຄວາມກັງວົນຂອງພວກເຂົາທີ່ມີຕໍ່ຜົນປະໂຫຍດຂອງພວກເຂົາເອງໃນທຸກດ້ານ ເຮັດໃຫ້ພວກເຮົາເຫັນວ່າຄົນເຫຼົ່ານີ້ເປັນຜູ້ບໍ່ເຊື່ອ, ເປັນນັກວັດຖຸນິຍົມ, ເປັນຄົນທີ່ມີລັກສະນະໜ້າດູຖູກ, ຕ່ຳຕ້ອຍ ແລະ ດ້ອຍຄ່າ, ໜ້າກຽດຊັງ ແລະ ບໍ່ແມ່ນເປົ້າໝາຍທີ່ພຣະເຈົ້າຈະຊ່ວຍໃຫ້ລອດພົ້ນ. ຄຳນິຍາມຂອງຄົນແບບນີ້ບໍ່ຈຳເປັນຕ້ອງຍົກລະດັບໃຫ້ສູງເຖິງຂັ້ນທີ່ວ່າພວກເຂົາເບື່ອໜ່າຍຄວາມຈິງ, ພວກເຮົາສາມາດເບິ່ງທະລຸພວກເຂົາໄດ້ແລ້ວໃນແງ່ຂອງຄວາມເປັນມະນຸດ ແລະ ລັກສະນະຂອງພວກເຂົາ, ສະນັ້ນ ຈຶ່ງບໍ່ຈຳເປັນຕ້ອງຍົກລະດັບມັນໃຫ້ສູງເຖິງຂັ້ນທີ່ກ່ຽວຂ້ອງກັບຄວາມຈິງ. ດັ່ງນັ້ນ, ບໍ່ວ່າຈະຢູ່ໃນເຮືອນຂອງພຣະເຈົ້າ ຫຼື ໃນກຸ່ມຄົນໃດກໍຕາມ, ຄົນແບບນີ້ຄວນເປັນຄົນທີ່ຕ່ຳຕ້ອຍທີ່ສຸດ ແລະ ຂາດລັກສະນະທີ່ສຸດຢູ່ສະເໝີ. ແນ່ນອນວ່າ ຖ້າຈະວັດແທກພວກເຂົາໃນເຮືອນຂອງພຣະເຈົ້າໂດຍໃຊ້ຄວາມຈິງ, ແລ້ວພວກເຂົາກໍຈະຍິ່ງເບິ່ງໜ້າດູຖູກ ແລະ ຕ່ຳຕ້ອຍກວ່າເກົ່າ. ພວກເຈົ້າມີຕົວຢ່າງເພີ່ມເຕີມກ່ຽວກັບການສະແດງອອກນີ້ທີ່ຜູ້ຕໍ່ຕ້ານພຣະຄຣິສສະແດງໃຫ້ເຫັນບໍ? (ຜູ້ຕໍ່ຕ້ານພຣະຄຣິສຄົນໜຶ່ງກຳລັງຈັດການເລື່ອງການພິມໜັງສືໃຫ້ເຮືອນຂອງພຣະເຈົ້າ ແລະ ລາວໄດ້ຍັກຍອກເຄື່ອງຖວາຍຂອງພຣະເຈົ້າຫຼາຍແສນຢວນຜ່ານການເຮັດບັນຊີປອມ. ຫຼັງຈາກທີ່ລາວຖືກສືບສວນ, ມັນກໍພົບວ່າກ່ອນທີ່ລາວຈະເລີ່ມເຮັດໜ້າທີ່ນີ້, ຄອບຄົວຂອງລາວມີເງິນໜ້ອຍຫຼາຍ ແຕ່ຫຼັງຈາກທີ່ລາວເລີ່ມເຮັດໜ້າທີ່ນີ້, ລາວໄດ້ຊື້ເຮືອນ ແລະ ລົດ ແຕ່ສິ່ງເຫຼົ່ານີ້ບໍ່ສາມາດກວດພົບໄດ້ຈາກບັນຊີ. ຄອບຄົວຂອງລາວລ້ວນແລ້ວແຕ່ຈັງໄຮແທ້ໆ ແລະ ດັ່ງນັ້ນ ເຄື່ອງຖວາຍຈຶ່ງບໍ່ສາມາດນຳກັບຄືນມາໄດ້.) ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ໄດ້ຮັບຜິດຊອບໂດຍກົງຕໍ່ເຫດການນີ້ບໍ? (ແມ່ນແລ້ວ. ຕໍ່ມາ, ເມື່ອມີການເປີດເຜີຍລາຍລະອຽດເພີ່ມເຕີມ, ມັນກໍພົບວ່າຜູ້ນໍາ ແລະ ຜູ້ເຮັດວຽກທີ່ຮັບຜິດຊອບໃນເວລານັ້ນບໍ່ເຄີຍກວດກາບັນຊີທີ່ຈັດການໂດຍຜູ້ຕໍ່ຕ້ານພຣະຄຣິສຄົນນີ້ເລີຍ. ພວກເຂົາລະເລີຍຄວາມຮັບຜິດຊອບຂອງພວກເຂົາ ແລະ ສະຖານະການກໍເກີດຈາກການທີ່ພວກເຂົາບໍ່ມີຄວາມຮັບຜິດຊອບ. ພວກເຂົາຮັບຜິດຊອບໂດຍກົງຢ່າງແນ່ນອນ.) ສະນັ້ນ, ການຝ່າຝືນຂອງພວກເຂົາຄວນຖືກບັນທຶກໄວ້ໃນປຶ້ມບັນທຶກຂອງພຣະເຈົ້າບໍ? (ແມ່ນແລ້ວ.) ຄົນເຫຼົ່ານີ້ຖືກຈັດການແນວໃດໃນພາຍຫຼັງ? (ບາງຄົນຖືກກຳຈັດອອກ ແລະ ຂັບໄລ່ ແລະ ບາງຄົນກຳລັງຈ່າຍຄືນເຄື່ອງຖວາຍ.) ນີ້ຄືວິທີທີ່ເໝາະສົມໃນການຈັດການກັບພວກເຂົາ. ຜູ້ນໍາ ແລະ ຜູ້ເຮັດວຽກໄດ້ລະເລີຍໜ້າທີ່ຂອງພວກເຂົາ ແລະ ລົ້ມເຫຼວໃນການປະຕິບັດຄວາມຮັບຜິດຊອບໃນການກວດກາຂອງພວກເຂົາໃນເລື່ອງນີ້. ໂດຍສະເພາະຢ່າງຍິ່ງ, ພວກເຂົາໃຊ້ຄົນຜິດ ແລະ ພວກເຂົາບໍ່ໄດ້ພະຍາຍາມຫຍັງທີ່ຈະຈັບຕາເບິ່ງ ຫຼື ກວດກາຄົນນີ້, ພວກເຂົາບໍ່ສາມາດຄົ້ນພົບບັນຫາຂອງຄົນນີ້ທີ່ພວກເຂົາໃຊ້ໄດ້ທັນເວລາ ແລະ ດັ່ງນັ້ນ ຜົນສະທ້ອນທີ່ຮ້າຍແຮງຈຶ່ງເກີດຂຶ້ນ ເຊິ່ງເຮັດໃຫ້ເຄື່ອງຖວາຍຂອງພຣະເຈົ້າ ແລະ ຊັບສິນໃນເຮືອນຂອງພຣະເຈົ້າໄດ້ຮັບຄວາມເສຍຫາຍຢ່າງຫຼວງຫຼາຍ; ມັນເປັນຄວາມຮັບຜິດຊອບຂອງທຸກຄົນທີ່ຮັບຜິດຊອບໂດຍກົງ ແລະ ການຝ່າຝືນຂອງພວກເຂົາຄວນຖືກບັນທຶກໄວ້ທັງໝົດ. ນີ້ຄືຜົນສະທ້ອນຮ້າຍແຮງທີ່ພວກເຂົານຳມາສູ່ຕົນເອງໂດຍການບໍ່ໃຊ້ຄົນທີ່ຖືກຕ້ອງສຳລັບວຽກງານ ແລະ ມັນເຮັດໃຫ້ເຮືອນຂອງພຣະເຈົ້າໄດ້ຮັບຄວາມເສຍຫາຍ ແລະ ໃນທີ່ສຸດ ເຄື່ອງຖວາຍຂອງພຣະເຈົ້າກໍຄືລາຄາທີ່ຖືກຈ່າຍ. ບອກເຮົາເບິ່ງວ່າ, ຜູ້ຕໍ່ຕ້ານພຣະຄຣິສໂລບມາກຢູ່ສະເໝີ ຫຼື ຄວາມຄິດທີ່ຊົ່ວຮ້າຍເຫຼົ່ານີ້ເກີດຂຶ້ນກັບພວກເຂົາສະເພາະຕອນທີ່ພວກເຂົາເຫັນສິ່ງທີ່ມີຄ່າເທົ່ານັ້ນ? (ພວກເຂົາໂລບມາກຢູ່ສະເໝີ.) ນີ້ຄືເຫດຜົນທີ່ວ່າ ເມື່ອເຈົ້າຄົບຫາສະມາຄົມ ແລະ ມີປະຕິສຳພັນກັບຄົນແບບນີ້, ເຈົ້າສາມາດຄົ້ນພົບຄວາມໂລບ ແລະ ຄວາມປາດຖະໜາຂອງພວກເຂົາໄດ້ຢ່າງແນ່ນອນ. ຜົນສະທ້ອນນີ້ເກີດຈາກການທີ່ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ມີຄວາມຮັບຜິດຊອບ, ບໍ່ແຍກແຍະຜູ້ຄົນ, ເບິ່ງຄົນບໍ່ອອກຢ່າງຊັດເຈນ ແລະ ໃຊ້ຄົນຜິດ ແລະ ດັ່ງນັ້ນ ຄວາມຮັບຜິດຊອບຈຶ່ງຕົກຢູ່ກັບພວກເຂົາຢ່າງໜັກໜ່ວງ ແລະ ພວກເຂົາສົມຄວນທີ່ຈະຖືກຂັບໄລ່.

ກ່ອນໜ້ານີ້ ພວກເຮົາໄດ້ໂອ້ລົມກ່ຽວກັບດ້ານສຳຄັນຕ່າງໆ ກ່ຽວກັບທຳມະຊາດ, ແກ່ນແທ້, ອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ເສັ້ນທາງທີ່ພວກເຂົາຕິດຕາມ. ສິ່ງທີ່ພວກເຮົາກຳລັງໂອ້ລົມ ແລະ ໄຈ້ແຍກໃນມື້ນີ້ຄືການສະແດງອອກພາຍໃນຂອບເຂດຄວາມເປັນມະນຸດຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ສິ່ງນີ້ກ່ຽວຂ້ອງກັບຊີວິດຈິງ. ເຖິງແມ່ນວ່ານີ້ຈະເປັນດ້ານເລັກນ້ອຍ ແຕ່ມັນກໍຍັງສາມາດຊ່ວຍໃຫ້ຜູ້ຄົນລະບຸການສະແດງອອກບາງຢ່າງຂອງຜູ້ຕໍ່ຕ້ານພຣະຄຣິສໄດ້; ສິ່ງເຫຼົ່ານີ້ຍັງເປັນລັກສະນະ, ສັນຍານ ແລະ ສັນຍາລັກທີ່ຊັດເຈນບາງຢ່າງຂອງຜູ້ຕໍ່ຕ້ານພຣະຄຣິສ. ຕົວຢ່າງ: ຜູ້ຕໍ່ຕ້ານພຣະຄຣິສຮັກສະຖານະ, ຊື່ສຽງ, ຜົນປະໂຫຍດ ແລະ ອິດທິພົນ ແລະ ພວກເຂົາເຫັນແກ່ຕົວຫຼາຍ, ໜ້າດູຖູກ ແລະ ຈັງໄຮ ແລະ ພວກເຂົາບໍ່ຮັກຄວາມຈິງ, ແລ້ວຄວາມເປັນມະນຸດ ແລະ ລັກສະນະຂອງພວກເຂົາເປັນແນວໃດ? ບາງຄົນເວົ້າວ່າ “ເຖິງແມ່ນວ່າຜູ້ຕໍ່ຕ້ານພຣະຄຣິສບາງຄົນຮັກຊື່ສຽງ ແລະ ສະຖານະ ແຕ່ພວກເຂົາກໍມີລັກສະນະທີ່ມີກຽດ ແລະ ສູງສົ່ງ ແລະ ພວກເຂົາມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ”. ສິ່ງນີ້ຖືກຕ້ອງບໍ? (ບໍ່, ມັນບໍ່ຖືກຕ້ອງ.) ເປັນຫຍັງຈຶ່ງບໍ່? ຢ່າເວົ້າເຖິງວ່າຜູ້ຕໍ່ຕ້ານພຣະຄຣິສມີອຸປະນິໄສ-ແກ່ນແທ້ແບບໃດ; ໃຫ້ເບິ່ງຄວາມເປັນມະນຸດ ແລະ ລັກສະນະຂອງພວກເຂົາກ່ອນ. ພວກເຂົາບໍ່ແມ່ນຄົນດີຢ່າງແນ່ນອນ, ພວກເຂົາບໍ່ແມ່ນຄົນທີ່ມີກຽດສັກສີ, ສະຕິຮູ້ສຶກຜິດຊອບ ຫຼື ຄວາມຊື່ສັດທີ່ສູງສົ່ງ, ແຮງໄກທີ່ພວກເຂົາຈະເປັນຄົນທີ່ຮັກຄວາມຈິງເລີຍ. ຄົນທີ່ມີຄວາມເປັນມະນຸດແບບນີ້ສາມາດຕິດຕາມເສັ້ນທາງທີ່ຖືກຕ້ອງໄດ້ບໍ? ແນ່ນອນວ່າບໍ່ໄດ້, ເພາະລັກສະນະຂອງພວກເຂົາບໍ່ມີແກ່ນແທ້ທີ່ຕິດຕາມເສັ້ນທາງທີ່ຖືກຕ້ອງ ແລະ ດັ່ງນັ້ນ ຄົນເຫຼົ່ານີ້ຈຶ່ງເປັນໄປບໍ່ໄດ້ທີ່ຈະຮັກຄວາມຈິງ, ແຮງໄກທີ່ພວກເຂົາຈະສາມາດຍອມຮັບມັນໄດ້ເລີຍ. ເມື່ອຕັດສິນຈາກເຈດຕະນາ ແລະ ທັດສະນະຄະຕິທີ່ຜູ້ຕໍ່ຕ້ານພຣະຄຣິສໃຊ້ໃນການປະຕິບັດໜ້າທີ່ຂອງພວກເຂົາ, ລັກສະນະ ແລະ ຄວາມເປັນມະນຸດຂອງຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ຜູ້ຄົນປະຕິເສດ ແລະ ຮູ້ສຶກເບື່ອໜ່າຍຕໍ່ພວກເຂົາ ແລະ ຍິ່ງໄປກວ່ານັ້ນ ພວກເຂົາຖືກພຣະເຈົ້າລັງກຽດ-ປະຕິເສດ. ບໍ່ວ່າພວກເຂົາຈະເຮັດໜ້າທີ່ໃດກໍຕາມ, ພວກເຂົາຢາກຍັກຍອກຊັບສິນໃນເຮືອນຂອງພຣະເຈົ້າ ແລະ ຂໍລາງວັນ, ເງິນ, ສິ່ງຂອງ ແລະ ຜົນປະໂຫຍດຈາກພຣະອົງຢູ່ສະເໝີ. ແລ້ວພຣະເຈົ້າເບິ່ງວ່າພວກເຂົາເປັນຄົນປະເພດໃດ? ຄົນເຫຼົ່ານີ້ບໍ່ແມ່ນຄົນດີຢ່າງແນ່ນອນ. ດັ່ງນັ້ນ, ໃນສາຍຕາຂອງພຣະເຈົ້າ, ພຣະອົງໃຫ້ນິຍາມແນວໃດກັບຄົນແບບນີ້ແທ້? ພຣະອົງຕັ້ງຊື່ໃຫ້ຄົນແບບນີ້ວ່າແນວໃດ? ມີເລື່ອງລາວໜຶ່ງທີ່ຖືກບັນທຶກໄວ້ໃນພຣະຄຳພີຈາກຍຸກແຫ່ງພຣະຄຸນ: ຢູດາມັກລັກຂະໂມຍຈາກຖົງເງິນ ແລະ ໃນທີ່ສຸດ ລາວກໍຖືກພຣະເຈົ້າໃຊ້ເພື່ອໃຫ້ບໍລິການ, ນັ້ນກໍຄືການຫັກຫຼັງອົງພຣະເຢຊູເຈົ້າ. ອົງພຣະເຢຊູເຈົ້າຖືກຄຶງທີ່ໄມ້ກາງແຂນ ແລະ ຢູດາ, ຜູ້ທີ່ເຮັດບົດບາດໃນການຫັກຫຼັງພຣະຜູ້ເປັນເຈົ້າ ແລະ ໝູ່ເພື່ອນຂອງລາວ, ໄດ້ເສຍຊີວິດຍ້ອນທ້ອງແຕກ. ສະນັ້ນ, ຄົນເຫຼົ່ານີ້ທີ່ຍັກຍອກຊັບສິນໃນເຮືອນຂອງພຣະເຈົ້າ ແລະ ລັກຂະໂມຍເຄື່ອງຖວາຍທີ່ມອບໃຫ້ແກ່ພຣະເຈົ້າ ລ້ວນແລ້ວແຕ່ເປັນຢູດາໃນສາຍຕາຂອງພຣະເຈົ້າ, ຄວາມໝາຍໂດຍໄນກໍຄື ຄົນເຫຼົ່ານີ້ຖືກພຣະເຈົ້າຕັ້ງຊື່ວ່າຢູດາ. ເຖິງແມ່ນວ່າຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ທີ່ຕອນນີ້ຖືກກ່າວໂທດວ່າເປັນຢູດາ ບໍ່ໄດ້ເຮັດສິ່ງຕ່າງໆ ເຊັ່ນ: ການຫັກຫຼັງພຣະຜູ້ເປັນເຈົ້າ ແລະ ໝູ່ເພື່ອນຂອງພວກເຂົາ ຄືກັບທີ່ຢູດາເຮັດ ແຕ່ທຳມະຊາດ-ແກ່ນແທ້ຂອງພວກເຂົາກໍຄືກັນ. ພວກເຂົາມີຫຍັງທີ່ຄືກັນ? ພວກເຂົາໃຊ້ປະໂຫຍດຈາກຕຳແໜ່ງຂອງພວກເຂົາ ແລະ ໂອກາດໃນການປະຕິບັດໜ້າທີ່ຂອງພວກເຂົາ ເພື່ອລັກຂະໂມຍ ແລະ ຍັກຍອກ ຊັບສິນໃນເຮືອນຂອງພຣະເຈົ້າ. ນັ້ນຄືເຫດຜົນທີ່ວ່າ ເປັນຫຍັງຄົນເຫຼົ່ານີ້ຈຶ່ງຖືກພຣະເຈົ້າຕັ້ງຊື່ວ່າຢູດາ ແລະ ພວກເຂົາທຽບເທົ່າກັບຜູ້ທີ່ຫັກຫຼັງພຣະຜູ້ເປັນເຈົ້າ ແລະ ໝູ່ເພື່ອນຂອງລາວ. ນັ້ນກໍຄື ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ທີ່ຍັກຍອກ ແລະ ຍຶດເອົາຊັບສິນໃນເຮືອນຂອງພຣະເຈົ້າທຽບເທົ່າກັບຢູດາຜູ້ທີ່ຫັກຫຼັງພຣະຜູ້ເປັນເຈົ້າ ແລະ ໝູ່ເພື່ອນຂອງລາວ ແລະ ມັນບໍ່ຈຳເປັນຕ້ອງໃຊ້ຄວາມຄິດຫຼາຍ ເພື່ອຄິດຄຳນວນວ່າຈຸດຈົບຫຍັງລໍຖ້າຄົນແບບນີ້ຢູ່.

2). ການໃຊ້ອ້າຍເອື້ອຍນ້ອງເພື່ອຮັບໃຊ້ ແລະ ເຮັດວຽກໃຫ້ພວກເຂົາ

ຜົນປະໂຫຍດທີ່ພວກຕໍ່ຕ້ານພຣະຄຣິສພະຍາຍາມໃຫ້ໄດ້ມາເມື່ອປະຕິບັດໜ້າທີ່ຂອງພວກເຂົາ ບໍ່ໄດ້ຈຳກັດຢູ່ພຽງແຕ່ສິ່ງທີ່ພວກເຮົາໄດ້ໂອ້ລົມກັນໄປແລ້ວ ນັ້ນກໍຄື ເງິນ, ວັດຖຸສິ່ງຂອງ, ອາຫານ ແລະ ສິ່ງຂອງທີ່ໃຊ້ປະໂຫຍດໄດ້, ຂອບເຂດຂອງຜົນປະໂຫຍດເຫຼົ່ານີ້ແມ່ນກວ້າງຫຼາຍ. ຕົວຢ່າງ: ເມື່ອພວກຕໍ່ຕ້ານພຣະຄຣິສປະຕິບັດໜ້າທີ່, ພວກເຂົາກໍສະແຫວງຫາປະໂຫຍດຈາກອ້າຍເອື້ອຍນ້ອງ ໂດຍອ້າງການປະຕິບັດໜ້າທີ່ນັ້ນ, ໂດຍໃຫ້ອ້າຍເອື້ອຍນ້ອງຮັບໃຊ້ພວກເຂົາ ແລະ ເຮັດວຽກໃຫ້ພວກເຂົາ ແລະ ສັ່ງພວກເຂົາເຮັດນັ້ນເຮັດນີ້, ນີ້ບໍ່ແມ່ນຜົນປະໂຫຍດທີ່ພວກຕໍ່ຕ້ານພຣະຄຣິສພະຍາຍາມໃຫ້ໄດ້ມາບໍ? (ແມ່ນແລ້ວ.) ບາງຄົນເຮັດທຸກຢ່າງດ້ວຍຕົນເອງຢູ່ເຮືອນສະເໝີ ກ່ອນທີ່ພວກເຂົາຈະກາຍເປັນຜູ້ນໍາຄຣິສຕະຈັກ ແລະ ພວກເຂົາເບິ່ງຄືວ່າບໍ່ມີຄວາມທະເຍີທະຍານ ຫຼື ເຈດຕະນາຮ້າຍໃດໆ. ເຖິງຢ່າງໃດກໍຕາມ, ເມື່ອພວກເຂົາຖືກເລືອກຕັ້ງໃຫ້ເປັນຜູ້ນໍາຄຣິສຕະຈັກ ແລະ ໄດ້ຮັບສະຖານະ, ພວກເຂົາຍັງເຮັດທຸກຢ່າງດ້ວຍຕົນເອງຢູ່ບໍ? ພວກເຂົາຄິດວ່າພວກເຂົາແຕກຕ່າງຈາກຄົນອື່ນ ຫຼັງຈາກທີ່ພວກເຂົາໄດ້ຮັບສະຖານະ, ພວກເຂົາຄວນໄດ້ຮັບການປະຕິບັດເປັນພິເສດໃນເຮືອນຂອງພຣະເຈົ້າ ແລະ ຕ້ອງຮຽນຮູ້ວິທີລະດົມ “ພະລັງຂອງມວນຊົນ” ເພື່ອເຮັດ “ໜ້າທີ່” ຂອງພວກເຂົາເອງໃຫ້ສຳເລັດຮ່ວມກັນ; ທຸກວຽກງານໃນເຮືອນຂອງພວກເຂົາກາຍເປັນວຽກທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຄຣິສຕະຈັກ ແລະ ພວກເຂົາຈັດແບ່ງວຽກເຮືອນ ແລະ ວຽກປະຈຳວັນຂອງພວກເຂົາໃນທ່າມກາງອ້າຍເອື້ອຍນ້ອງ. ຕົວຢ່າງ: ເມື່ອພວກເຂົາມີວຽກບາງຢ່າງທີ່ຕ້ອງເຮັດໃນເຮືອນຂອງພວກເຂົາ, ພວກເຂົາບອກອ້າຍເອື້ອຍນ້ອງວ່າ “ຂ້ອຍຫຍຸ້ງກັບວຽກງານຂອງຄຣິສຕະຈັກໃນຊ່ວງສອງສາມມື້ຜ່ານມານີ້. ພວກເຈົ້າພໍມີເວລາຊ່ວຍຂ້ອຍເຮັດວຽກບໍ?” ສາມ ຫຼື ຫ້າຄົນອາສາສະໝັກ ແລະ ຫຼັງຈາກນັ້ນບໍ່ດົນ, ວຽກກໍສຳເລັດ. ຜູ້ນໍາເຫຼົ່ານີ້ຄິດວ່າ “ຫຼາຍມືຈະເຮັດໃຫ້ວຽກເບົາ. ການເປັນຜູ້ນໍານັ້ນດີ, ຂ້ອຍພຽງແຕ່ຕ້ອງເວົ້າບາງຢ່າງ ແລະ ມັນກໍສຳເລັດ. ເມື່ອໃດກໍຕາມທີ່ຂ້ອຍມີສິ່ງທີ່ຕ້ອງເຮັດຢູ່ເຮືອນໃນອະນາຄົດ, ຂ້ອຍຈະໃຫ້ອ້າຍເອື້ອຍນ້ອງຊ່ວຍຂ້ອຍ.” ເມື່ອເປັນແບບນີ້ຕໍ່ໄປ, ພວກເຂົາກໍບໍ່ໄດ້ເຮັດວຽກງານຂອງຜູ້ນໍາຄຣິສຕະຈັກຫຼາຍປານໃດ, ແຕ່ພວກເຂົາກັບຈັດແຈງຜູ້ຄົນຈຳນວນຫຼາຍໃຫ້ໄປເຮັດວຽກໃຫ້ເຮືອນຂອງພວກເຂົາເອງ ແລະ ພວກເຂົາເຖິງກັບເອົາສິ່ງນີ້ລົງໃນຕາຕະລາງ, ພວກເຂົາຊ່າງເປັນຜູ້ນໍາຄຣິສຕະຈັກທີ່ “ຫຍຸ້ງ” ແທ້ໆ! ພວກເຂົາບໍ່ເຄີຍມີວຽກຫຼາຍປານນັ້ນທີ່ຕ້ອງເຮັດຢູ່ເຮືອນ ກ່ອນທີ່ພວກເຂົາຈະກາຍເປັນຜູ້ນໍາ, ແຕ່ຫຼັງຈາກທີ່ພວກເຂົາເປັນຜູ້ນໍາ, ກໍມີວຽກຫຼາຍຢ່າງທີ່ຕ້ອງເຮັດຢູ່ເຮືອນ. ອ້າຍເອື້ອຍນ້ອງບາງຄົນປູກພືດໃຫ້ພວກເຂົາ, ບາງຄົນຫົດນໍ້າໃສ່ດິນໃຫ້ພວກເຂົາ, ບາງຄົນປູກຜັກໃຫ້ພວກເຂົາ, ບາງຄົນຫຼົກຫຍ້າ, ບາງຄົນໃສ່ປຸ໋ຍ ແລະ ບາງຄົນຊ່ວຍພວກເຂົາໂດຍການຂາຍຜັກຂອງພວກເຂົາ ແລະ ຈາກນັ້ນກໍມອບເງິນທັງໝົດທີ່ພວກເຂົາໄດ້ຮັບໃຫ້ພວກເຂົາ, ໂດຍບໍ່ເກັບໄວ້ໃຫ້ຕົນເອງຈັກກີບເລີຍ. ຫຼັງຈາກທີ່ພວກເຂົາກາຍເປັນຜູ້ນໍາຄຣິສຕະຈັກ, ຊີວິດໃນເຮືອນຂອງພວກເຂົາກໍຈະເລີນຮຸ່ງເຮືອງ; ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ຜູ້ຄົນກໍສະໜັບສະໜູນ ແລະ ຊ່ວຍເຫຼືອພວກເຂົາຢູ່ສະເໝີ ແລະ ທຸກຄຳເວົ້າຂອງພວກເຂົາກໍມີຜົນຫຼາຍ. ພວກເຂົາຮູ້ສຶກມີຄວາມສຸກ ແລະ ພໍໃຈຫຼາຍ ແລະ ພວກເຂົາຍິ່ງຄິດວ່າ “ຕຳແໜ່ງຜູ້ນໍາຄຣິສຕະຈັກນີ້ດີຫຼາຍ ແລະ ການມີສະຖານະກໍຍອດຢ້ຽມ. ຖ້າຂ້ອຍຂາດເຂີນອາຫານຢູ່ເຮືອນ, ຂ້ອຍພຽງແຕ່ຕ້ອງເວົ້າອອກມາ ແລະ ຜູ້ຄົນກໍເອົາອາຫານໃຫ້ຂ້ອຍ ແລະ ພວກເຂົາເຖິງກັບບໍ່ໄດ້ຕ້ອງການເງິນສຳລັບອາຫານນັ້ນເລີຍ. ຊີວິດນີ້ຊ່າງສະບາຍແທ້ໆນໍ! ຂ້ອຍໄດ້ຮັບພອນຈາກພຣະເຈົ້າແທ້ໆ ຍ້ອນຄວາມເຊື່ອຂອງຂ້ອຍ. ນີ້ຄືພອນອັນຍິ່ງໃຫຍ່ ແລະ ມັນຄືພຣະຄຸນຂອງພຣະເຈົ້າແທ້ໆ! ພຣະເຈົ້າຊ່າງຍິ່ງໃຫຍ່ຫຼາຍ. ຂອບພຣະຄຸນພຣະເຈົ້າ!” ເມື່ອໃດກໍຕາມທີ່ມີຄົນຮັບໃຊ້ພວກເຂົາສຳເລັດ ຫຼື ຖືກພວກເຂົາສັ່ງໃຫ້ເຮັດນັ້ນເຮັດນີ້, ພວກເຂົາກໍມັກຈະ “ຂອບພຣະຄຸນພຣະເຈົ້າ” ແລະ “ຍອມຮັບມັນຈາກພຣະເຈົ້າ” ຢູ່ສະເໝີ. ຜູ້ນໍາຄຣິສຕະຈັກໂຕນ້ອຍໆເຫຼົ່ານີ້ສາມາດໃຊ້ຕຳແໜ່ງຂອງພວກເຂົາໄດ້ເຖິງຂະໜາດນີ້, ພວກເຈົ້າຈະສາມາດເຮັດແບບນີ້ໄດ້ບໍ? ພວກເຈົ້າຈະມີຄວາມສາມາດທີ່ຈະເຮັດສິ່ງແບບນີ້ໄດ້ບໍ? ເປັນຫຍັງຜູ້ຄົນຈຶ່ງແຂ່ງຂັນກັນເພື່ອເປັນຜູ້ນໍາ? ເປັນຫຍັງພວກເຂົາຈຶ່ງແຂ່ງຂັນກັນເພື່ອສະຖານະ? ຖ້າບໍ່ມີຜົນປະໂຫຍດທີ່ຈະໄດ້ຮັບ, ຈະມີໃຜແຂ່ງຂັນກັນເພື່ອສະຖານະບໍ? ຖ້າສະຖານະທີ່ພວກເຂົາແຂ່ງຂັນກັນນັ້ນໝາຍເຖິງການເຮັດວຽກໜັກ ແລະ ການເຮັດວຽກຄືງົວຄືຄວາຍ, ກໍຄົງຈະບໍ່ມີໃຜສົນໃຈ. ມັນເປັນຍ້ອນວ່າມີຜົນປະໂຫຍດຫຼາຍຢ່າງທີ່ຈະໄດ້ຮັບຈາກການມີສະຖານະ ຜູ້ຄົນຈຶ່ງພະຍາຍາມຢ່າງສຸດຂີດເພື່ອຍາດແຍ່ງມັນ ແລະ ແຂ່ງຂັນກັນເພື່ອມັນ. ການເປັນຜູ້ນໍາຄຣິສຕະຈັກໂຕນ້ອຍໆນໍາຜົນປະໂຫຍດທີ່ຍິ່ງໃຫຍ່ເຫຼົ່ານັ້ນມາສູ່ພວກເຂົາ ແລະ ມັນນໍາຄວາມສະດວກສະບາຍທີ່ຍິ່ງໃຫຍ່ ແລະ ຜົນປະໂຫຍດຫຼາຍຢ່າງມາສູ່ຊີວິດຂອງພວກເຂົາ, ຄົນປະເພດໃດທີ່ປະພຶດແບບນີ້? ພວກເຂົາເປັນຄົນທີ່ສະແຫວງຫາຄວາມຈິງບໍ? ພວກເຂົາເປັນຄົນທີ່ມີຄວາມເປັນມະນຸດ ແລະ ສະຕິຮູ້ສຶກຜິດຊອບບໍ? ພວກເຂົາເປັນຄົນທີ່ມີຫົວໃຈທີ່ຢຳເກງພຣະເຈົ້າບໍ? (ບໍ່.) ພວກເຂົາເຊື່ອວ່າພວກເຂົາເຮັດໜ້າທີ່ເປັນຜູ້ນໍາຄຣິສຕະຈັກສຳລັບທຸກຄົນ ແລະ ສຳລັບເຮືອນຂອງພຣະເຈົ້າ ແລະ ພວກເຂົາບໍ່ຄິດວ່າມັນເປັນໜ້າທີ່. ພວກເຂົາເຊື່ອວ່າວຽກງານໃດກໍຕາມທີ່ພວກເຂົາເຮັດໃນຖານະຜູ້ນໍາຄຣິສຕະຈັກ ແມ່ນເຮັດບົນພື້ນຖານຂອງການທີ່ພວກເຂົາເສຍສະລະຊີວິດໃນເຮືອນຂອງພວກເຂົາ, ສະນັ້ນ ອ້າຍເອື້ອຍນ້ອງຄວນຊົດເຊີຍໃຫ້ພວກເຂົາສຳລັບລາຄາທີ່ພວກເຂົາຈ່າຍ. ຖ້າພວກເຂົາບໍ່ມີເວລາເຮັດວຽກເຮືອນ, ແລ້ວອ້າຍເອື້ອຍນ້ອງກໍຄວນຊ່ວຍພວກເຂົາເຮັດ; ຖ້າພວກເຂົາບໍ່ມີເວລາເຮັດວຽກໃນທົ່ງນາ, ແລ້ວອ້າຍເອື້ອຍນ້ອງກໍຄວນໄປປາກົດຕົວຢູ່ໃນທົ່ງນາຂອງພວກເຂົາ ແລະ ເຮັດວຽກໃຫ້ພວກເຂົາ ຄືກັບວ່າພວກເຂົາມີພັນທະໜ້າທີ່ທີ່ຈະຕ້ອງເຮັດເຊັ່ນນັ້ນ. ບໍ່ວ່າພວກເຂົາໄດ້ຍອມປະຖິ້ມສິ່ງໃດໄປເນື່ອງຈາກການເປັນຜູ້ນໍາຄຣິສຕະຈັກ, ອ້າຍເອື້ອຍນ້ອງກໍຄວນຊົດເຊີຍໃຫ້ພວກເຂົາເປັນສອງເທົ່າສຳລັບສິ່ງນັ້ນ. ສິ່ງເຫຼົ່ານີ້ແມ່ນບາງສິ່ງທີ່ພວກຕໍ່ຕ້ານພຣະຄຣິສໃຊ້ອ້າຍເອື້ອຍນ້ອງເພື່ອຮັບໃຊ້ພວກເຂົາ ແລະ ສັ່ງການອ້າຍເອື້ອຍນ້ອງໃຫ້ເຮັດວຽກເພື່ອຊີວິດສ່ວນຕົວຂອງພວກເຂົາເອງ ໃນຂະນະທີ່ພວກເຂົາກຳລັງປະຕິບັດໜ້າທີ່ຂອງພວກເຂົາ. ຫຼັງຈາກທີ່ຜູ້ຕໍ່ຕ້ານພຣະຄຣິສກາຍເປັນຜູ້ນໍາ, ພວກເຂົາຈະບໍ່ປ່ອຍໃຫ້ໂອກາດດັ່ງກ່າວຜ່ານໄປຢ່າງເດັດຂາດ ແລະ ພວກເຂົາຈະບໍ່ຢືນ ແລະ ເບິ່ງຜົນປະໂຫຍດເຫຼົ່ານີ້ຫຼຸດມືໄປຢ່າງເດັດຂາດ. ແທນທີ່ຈະເປັນແນວນັ້ນ, ພວກເຂົາກັບເຮັດໃນສິ່ງທີ່ກົງກັນຂ້າມຢ່າງສິ້ນເຊີງ: ພວກເຂົາໃຊ້ທຸກຊ່ວງເວລາ ແລະ ຍາດຊິງທຸກໂອກາດເພື່ອໃຊ້ອ້າຍເອື້ອຍນ້ອງໃຫ້ເຮັດວຽກໃຫ້ພວກເຂົາ ແລະ ເຮັດໃຫ້ພວກເຂົາເຮັດວຽກໃຫ້ພວກເຂົາຄືງົວຄືຄວາຍ. ພວກເຂົາສະແຫວງຫາປະໂຫຍດຈາກຄວາມໂງ່ຈ້າ ແລະ ຄວາມຊື່ສັດຂອງອ້າຍເອື້ອຍນ້ອງ ແລະ ພວກເຂົາເຖິງກັບສະແຫວງຫາປະໂຫຍດຈາກຈິດໃຈຂອງອ້າຍເອື້ອຍນ້ອງທີ່ຈະເຕັມໃຈປະຕິບັດໜ້າທີ່ຂອງພວກເຂົາ ແລະ ຈ່າຍລາຄາເພື່ອພຣະເຈົ້າ, ເພື່ອໃຫ້ຄົນເຫຼົ່ານັ້ນມາຮັບໃຊ້ພວກເຂົາ. ໃນຂະນະດຽວກັນ, ພວກເຂົາຍັງທຳທ່າວ່າຄຳເວົ້າບາງຢ່າງເປັນຄວາມຈິງ ແລະ ໃຊ້ຄຳເວົ້າເຫຼົ່ານັ້ນເພື່ອສັ່ງສອນອ້າຍເອື້ອຍນ້ອງ, ເພື່ອໃຫ້ພວກເຂົາຮຽນຮູ້ແນວຄິດນີ້: ຜູ້ນໍາກໍເປັນມະນຸດເຊັ່ນກັນ, ຜູ້ນໍາກໍມີຄອບຄົວເຊັ່ນກັນ ແລະ ຜູ້ນໍາກໍຕ້ອງດຳລົງຊີວິດເຊັ່ນກັນ ແລະ ຖ້າຜູ້ນໍາບໍ່ມີເວລາຈັດການວຽກເຮືອນຂອງພວກເຂົາ, ແລ້ວອ້າຍເອື້ອຍນ້ອງກໍຄວນຖືວ່າວຽກເຫຼົ່ານີ້ເປັນໜ້າທີ່ຂອງພວກເຂົາເອງ. ພວກເຂົາບໍ່ຄວນຕ້ອງໃຫ້ຜູ້ນໍາຂໍໃຫ້ພວກເຂົາເຮັດສິ່ງເຫຼົ່ານີ້, ແຕ່ຄວນລົງມືເຮັດສິ່ງເຫຼົ່ານີ້ຢ່າງຫ້າວຫັນ ແລະ ດ້ວຍຄວາມສະໝັກໃຈ ເຊິ່ງເປັນສິ່ງທີ່ຜູ້ນໍາບໍ່ສາມາດເຮັດໄດ້. ອ້າຍເອື້ອຍນ້ອງຫຼາຍຄົນຮັບໃຊ້ຜູ້ນໍາເຫຼົ່ານີ້ຢ່າງເຕັມໃຈ ພາຍໃຕ້ການປັ່ນຫົວ ແລະ ການຊັກຈູງແບບນີ້. ນີ້ຄືເປົ້າໝາຍທີ່ພວກຕໍ່ຕ້ານພຣະຄຣິສປາຖະໜາທີ່ຈະບັນລຸໂດຍການຍຶດອຳນາດ ແລະ ສະຖານະ ແລະ ມັນເປັນໜຶ່ງໃນໜ້າວຽກທີ່ພວກເຂົາປາດຖະໜາທີ່ຈະປະຕິບັດ ແລະ ເປັນໜຶ່ງໃນຜົນປະໂຫຍດທີ່ພວກເຂົາປາດຖະໜາທີ່ຈະພະຍາຍາມໃຫ້ໄດ້ມາ ໂດຍການຍຶດອຳນາດ ແລະ ສະຖານະ. ມີຄົນແບບນີ້ຫຼາຍບໍ່? (ແມ່ນແລ້ວ.) ຄົນເຫຼົ່ານີ້ແມ່ນຊາຕານ. ຄົນທີ່ບໍ່ມີຄວາມຈິງ ແລະ ຄົນທີ່ບໍ່ຕິດຕາມເສັ້ນທາງທີ່ຖືກຕ້ອງກໍສາມາດເຮັດສິ່ງດັ່ງກ່າວໄດ້, ເຖິງແມ່ນວ່າພວກເຂົາຈະມີສະຖານະພຽງເສດສ້ຽວດຽວ. ຄົນເຫຼົ່ານີ້ໜ້າເວດທະນາບໍ? ພວກເຈົ້າຄິດແນວໃດກ່ຽວກັບລັກສະນະຂອງພວກເຂົາ? ພວກເຂົາມີສະຕິຮູ້ສຶກຜິດຊອບ ຫຼື ເຫດຜົນໃດໆ ບໍ່?

ໃນຄຣິສຕະຈັກບາງແຫ່ງ, ມີອ້າຍເອື້ອຍນ້ອງທີ່ປົກກະຕິແລ້ວບໍ່ໄດ້ພັກຢູ່ໃນເຮືອນຂອງພວກເຂົາເອງ, ແຕ່ກັບໄປພັກຢູ່ໃນເຮືອນຂອງຜູ້ນໍາຄຣິສຕະຈັກເປັນເວລາດົນນານ. ເປັນຫຍັງພວກເຂົາຈຶ່ງມັກໄປພັກຢູ່ໃນເຮືອນຂອງຜູ້ນໍາ? ເພາະວ່ານັບຕັ້ງແຕ່ຜູ້ນໍາຮັບຕຳແໜ່ງ “ຜູ້ນໍາ”, ເຮືອນຂອງພວກເຂົາກໍຕ້ອງການຜູ້ດູແລເຮືອນໄລຍະຍາວ. ພວກເຂົາເລືອກເອົາເອື້ອຍນ້ອງຄົນໜຶ່ງ ແລະ ເອື້ອຍນ້ອງຄົນນີ້ກໍກາຍເປັນຜູ້ດູແລເຮືອນທີ່ອຸທິດຕົນໃຫ້ແກ່ເຮືອນຂອງຜູ້ນໍາ. ເອື້ອຍນ້ອງຄົນນີ້ກາຍເປັນຜູ້ດູແລເຮືອນ ແລະ ແລ້ວໜ້າທີ່ຂອງລາວກາຍເປັນຫຍັງ? ລາວບໍ່ໄດ້ເຮັດວຽກທີ່ມອບໝາຍໃຫ້ລາວ ຫຼື ວຽກທີ່ກ່ຽວຂ້ອງກັບຄຣິສຕະຈັກ ແຕ່ກັບຄອຍຮັບໃຊ້ທຸກຮຸ່ນຄົນໃນຄອບຄົວຂອງຜູ້ນໍາ ຕັ້ງແຕ່ຜູ້ເຖົ້າຈົນຮອດເດັກນ້ອຍ ໃນຊີວິດປະຈຳວັນຂອງພວກເຂົາ ແລະ ລາວຮູ້ສຶກວ່າມັນເປັນເລື່ອງທີ່ສົມເຫດສົມຜົນໂດຍສິ້ນເຊີງສຳລັບລາວທີ່ຈະດູແລວຽກເຮືອນໃຫ້ຜູ້ນໍາ ແລະ ບໍ່ມີຂໍ້ຂ້ອງໃຈ ຫຼື ແນວຄິດໃດໆກ່ຽວກັບເລື່ອງນີ້. ບັນຫານີ້ເກີດຈາກໃຜ? ບໍ່ວ່າຜູ້ນໍາຄຣິສຕະຈັກຈະມີວຽກຫຼາຍປານໃດທີ່ຕ້ອງເຮັດ ຫຼື ມີເທົ່າໃດຄົນທີ່ພວກເຂົານໍາພາ, ພວກເຂົາຫຍຸ້ງຫຼາຍຂະໜາດນັ້ນແທ້ໆບໍ? ພວກເຂົາບໍ່ສາມາດດຳລົງຊີວິດປະຈຳວັນຂອງພວກເຂົາໄດ້ແທ້ໆບໍ? ເຖິງແມ່ນວ່າພວກເຂົາເຮັດບໍ່ໄດ້, ນັ້ນກໍເປັນທຸລະຂອງພວກເຂົາເອງ. ມັນກ່ຽວຫຍັງກັບຄົນອື່ນ? ຖ້າອ້າຍເອື້ອຍນ້ອງບໍ່ສົນໃຈ ຫຼື ຢູ່ລ້າໆ, ຜູ້ນໍາເຫຼົ່ານັ້ນກໍເຮັດໜ້າບູດໃສ່ພວກເຂົາ ແລະ ສວຍໂອກາດຈາກສິ່ງນີ້ເພື່ອ “ໂອ້ລົມຄວາມຈິງ” ກັບພວກເຂົາ ແລະ ຍ້ອນເລື່ອງນີ້ ອ້າຍເອື້ອຍນ້ອງຈຶ່ງຖືກລິຮານ, ກໍາລັງເກີດຫຍັງຂຶ້ນຢູ່ບ່ອນນີ້? ເມື່ອເຄື່ອງນອນໃນເຮືອນຂອງພວກເຂົາເປື້ອນ, ອ້າຍເອື້ອຍນ້ອງກໍຕ້ອງຊັກມັນ, ເມື່ອເຮືອນຂອງພວກເຂົາຮົກ, ອ້າຍເອື້ອຍນ້ອງກໍຕ້ອງມ້ຽນມັນ ແລະ ອ້າຍເອື້ອຍນ້ອງຕ້ອງແຕ່ງກິນໃນເວລາກິນເຂົ້າ; ຜູ້ນໍາເຫຼົ່ານີ້ກາຍເປັນຄົນຂີ້ຄ້ານ ແລະ ນີ້ຄືວິທີທີ່ພວກເຂົາປະຕິບັດໃນຖານະຜູ້ນໍາ. ເມື່ອຄົນດັ່ງກ່າວມີການສະແດງອອກເຫຼົ່ານີ້ ແລະ ມີຄວາມເປັນມະນຸດແບບນີ້, ພວກເຂົາສາມາດສະແຫວງຫາຄວາມຈິງໄດ້ບໍ? (ບໍ່.) ເປັນຫຍັງຈຶ່ງບໍ່ໄດ້? (ຄົນດັ່ງກ່າວຂາດຄວາມເປັນມະນຸດຫຼາຍເກີນໄປ ແລະ ໜ້າລັງກຽດຫຼາຍເກີນໄປ. ພວກເຂົາຈະບໍ່ສົນໃຈຄວາມຈິງເລີຍ.) ຖ້າພວກເຂົາບໍ່ສົນໃຈຄວາມຈິງ, ເປັນຫຍັງພວກເຂົາຈຶ່ງກາຍມາເປັນຜູ້ນໍາ? (ພວກເຂົາເຮັດເຊັ່ນນັ້ນເພື່ອສະແຫວງຫາຊື່ສຽງ ແລະ ສະຖານະ ແລະ ເພື່ອໂອ້ອວດຕົນເອງ.) ພວກເຈົ້າບໍ່ສາມາດອະທິບາຍມັນໄດ້ຢ່າງຊັດເຈນ ແມ່ນບໍ? ຄົນປະເພດໃດທີ່ສາມາດສະແຫວງຫາປະໂຫຍດຈາກອ້າຍເອື້ອຍນ້ອງເພື່ອໃຫ້ພວກເຂົາເຮັດວຽກໃຫ້ພວກເຂົາ ແລະ ຮັບໃຊ້ພວກເຂົາ? ນີ້ບໍ່ແມ່ນໜຶ່ງໃນລັກສະນະທີ່ຊັດເຈນຂອງພວກຕໍ່ຕ້ານພຣະຄຣິສບໍ? ການສະແຫວງຫາພຽງແຕ່ຜົນປະໂຫຍດຂອງພວກເຂົາເອງໃນທຸກສິ່ງ, ໂດຍກັງວົນພຽງແຕ່ຜົນໄດ້ ແລະ ຜົນເສຍຂອງພວກເຂົາເອງ ແລະ ບໍ່ພິຈາລະນາວ່າການກະທຳໃນລັກສະນະນີ້ສອດຄ່ອງກັບຄວາມຈິງ ຫຼື ບໍ່, ມີຄວາມເປັນມະນຸດຢູ່ໃນນັ້ນ ຫຼື ບໍ່, ມັນເຮັດໃຫ້ພຣະເຈົ້າພໍໃຈ ຫຼື ບໍ່, ອ້າຍເອື້ອຍນ້ອງສາມາດໄດ້ຮັບຜົນປະໂຫຍດ ຫຼື ການສັ່ງສອນໃດໆຈາກມັນ ຫຼື ບໍ່, ພວກເຂົາບໍ່ພິຈາລະນາສິ່ງເຫຼົ່ານີ້, ແຕ່ພິຈາລະນາພຽງແຕ່ຜົນໄດ້ ແລະ ຜົນເສຍຂອງພວກເຂົາເອງ ແລະ ພວກເຂົາສາມາດໄດ້ຮັບຜົນປະໂຫຍດທີ່ຈັບຕ້ອງໄດ້ ຫຼື ບໍ່. ນີ້ຄືເສັ້ນທາງທີ່ພວກຕໍ່ຕ້ານພຣະຄຣິສຕິດຕາມ ແລະ ມັນຄືລັກສະນະຂອງພວກຕໍ່ຕ້ານພຣະຄຣິສ. ນີ້ຄືໜຶ່ງປະເພດຂອງຄົນທີ່ມີສະຖານະ. ບາງຄົນບໍ່ມີສະຖານະ ແລະ ເຮັດໜ້າທີ່ທຳມະດາ ແລະ ເມື່ອພວກເຂົາໄດ້ຮັບຄຸນສົມບັດບາງຢ່າງ, ພວກເຂົາກໍຢາກໃຫ້ຄົນອື່ນຮັບໃຊ້ພວກເຂົາເຊັ່ນກັນ. ບາງຄົນເຮັດໜ້າທີ່ທີ່ມີຄວາມສ່ຽງສອງສາມຢ່າງ ແລະ ກໍຢາກສັ່ງໃຫ້ຄົນອື່ນຮັບໃຊ້ພວກເຂົາເຊັ່ນກັນ. ຍັງມີບາງຄົນທີ່ເຮັດໜ້າທີ່ພິເສດ ແລະ ຖືວ່າໜ້າທີ່ຂອງພວກເຂົາເປັນເງື່ອນໄຂພື້ນຖານ, ເປັນເຄື່ອງຕໍ່ລອງ ແລະ ເປັນຕົ້ນທຶນຊະນິດໜຶ່ງທີ່ຈະໃຊ້ອ້າຍເອື້ອຍນ້ອງໃຫ້ຮັບໃຊ້ພວກເຂົາ. ຕົວຢ່າງ: ບາງຄົນຮູ້ທັກສະວິຊາຊີບພິເສດທີ່ຄົນອື່ນຍັງບໍ່ໄດ້ຮຽນຮູ້ ຫຼື ກຳແໜ້ນ. ເມື່ອພວກເຂົາເລີ່ມປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າທີ່ກ່ຽວຂ້ອງກັບທັກສະວິຊາຊີບເຫຼົ່ານີ້, ພວກເຂົາຄິດວ່າພວກເຂົາແຕກຕ່າງຈາກຄົນອື່ນ, ພວກເຂົາກຳລັງຖືກຈັດຢູ່ໃນຕຳແໜ່ງທີ່ສຳຄັນໃນເຮືອນຂອງພຣະເຈົ້າ, ຕອນນີ້ພວກເຂົາຢູ່ໃນຕຳແໜ່ງລະດັບສູງ ແລະ ພວກເຂົາຮູ້ສຶກເປັນພິເສດວ່າຄຸນຄ່າຂອງພວກເຂົາເພີ່ມຂຶ້ນເປັນສອງເທົ່າ ແລະ ພວກເຂົາເປັນທີ່ນັບຖື. ດັ່ງນັ້ນ, ພວກເຂົາຈຶ່ງຄິດວ່າມີວຽກບາງຢ່າງທີ່ພວກເຂົາບໍ່ຈຳເປັນຕ້ອງເຮັດດ້ວຍຕົນເອງ, ມັນເປັນເລື່ອງທຳມະຊາດທີ່ຈະສັ່ງໃຫ້ຄົນອື່ນຮັບໃຊ້ພວກເຂົາໂດຍບໍ່ມີຄ່າຕອບແທນ ເມື່ອເວົ້າເຖິງວຽກປະຈຳວັນ ເຊັ່ນ: ການເອົາອາຫານມາໃຫ້ພວກເຂົາ ຫຼື ການຊັກເຄື່ອງໃຫ້ພວກເຂົາ. ຍັງມີບາງຄົນທີ່ໃຊ້ຂໍ້ອ້າງວ່າພວກເຂົາຫຍຸ້ງກັບໜ້າທີ່ຂອງພວກເຂົາ ເພື່ອໃຫ້ອ້າຍເອື້ອຍນ້ອງເຮັດສິ່ງນັ້ນສິ່ງນີ້ໃຫ້ພວກເຂົາ. ນອກເໜືອຈາກສິ່ງທີ່ພວກເຂົາຕ້ອງເຮັດດ້ວຍຕົນເອງຢ່າງແທ້ຈິງແລ້ວ, ທຸກຢ່າງທີ່ພວກເຂົາສາມາດໃຫ້ຄົນອື່ນຮັບໃຊ້ພວກເຂົາ ຫຼື ສັ່ງໃຫ້ຄົນອື່ນເຮັດ, ພວກເຂົາກໍໃຫ້ຄົນອື່ນເຮັດ. ເປັນຫຍັງຈຶ່ງເປັນແນວນີ້? ພວກເຂົາຄິດວ່າ “ຂ້ອຍມີຕົ້ນທຶນ, ຂ້ອຍເປັນທີ່ນັບຖື, ຂ້ອຍເປັນຄົນທີ່ມີພອນສະຫວັນທີ່ຫາຍາກໃນເຮືອນຂອງພຣະເຈົ້າ, ຂ້ອຍເຮັດໜ້າທີ່ພິເສດ ແລະ ຂ້ອຍເປັນຜູ້ຮັບຫຼັກໃນການບົ່ມເພາະຈາກເຮືອນຂອງພຣະເຈົ້າ. ບໍ່ມີໃຜໃນພວກເຈົ້າທີ່ເກັ່ງເທົ່າຂ້ອຍ, ພວກເຈົ້າທຸກຄົນຢູ່ໃນລະດັບຕໍ່າກວ່າຂ້ອຍ. ຂ້ອຍສາມາດປະກອບສ່ວນພິເສດໃຫ້ແກ່ເຮືອນຂອງພຣະເຈົ້າ ແລະ ພວກເຈົ້າເຮັດບໍ່ໄດ້. ສະນັ້ນ, ພວກເຈົ້າຄວນຮັບໃຊ້ຂ້ອຍ.” ນີ້ບໍ່ແມ່ນຂໍ້ຮຽກຮ້ອງທີ່ເກີນໄປ ແລະ ໄຮ້ຢາງອາຍບໍ? ທຸກຄົນລ້ວນແຕ່ມີຂໍ້ຮຽກຮ້ອງເຫຼົ່ານີ້ຢູ່ໃນຫົວໃຈຂອງພວກເຂົາ, ແຕ່ແນ່ນອນວ່າພວກຕໍ່ຕ້ານພຣະຄຣິສຮຽກຮ້ອງສິ່ງເຫຼົ່ານີ້ຢ່າງໜັກໜ່ວງ ແລະ ໄຮ້ຢາງອາຍຍິ່ງກວ່າ ແລະ ບໍ່ວ່າເຈົ້າຈະໂອ້ລົມຄວາມຈິງກັບພວກເຂົາແນວໃດກໍຕາມ, ພວກເຂົາກໍຈະບໍ່ຍອມປະຖິ້ມສິ່ງເຫຼົ່ານີ້. ຄົນທຳມະດາກໍມີການສະແດງອອກຂອງພວກຕໍ່ຕ້ານພຣະຄຣິສເຫຼົ່ານີ້ເຊັ່ນກັນ ແລະ ຖ້າພວກເຂົາມີພອນສະຫວັນເລັກນ້ອຍ ຫຼື ປະກອບສ່ວນເລັກນ້ອຍ, ພວກເຂົາກໍເຊື່ອວ່າພວກເຂົາມີສິດທີ່ຈະໄດ້ຮັບການປະຕິບັດເປັນພິເສດ. ພວກເຂົາບໍ່ຊັກເຄື່ອງນຸ່ງ ແລະ ຖົງຕີນຂອງພວກເຂົາເອງ ແລະ ໃຫ້ຄົນອື່ນເຮັດສິ່ງນີ້ໃຫ້ພວກເຂົາ ແລະ ພວກເຂົາຕັ້ງຂໍ້ຮຽກຮ້ອງທີ່ບໍ່ສົມເຫດສົມຜົນບາງຢ່າງທີ່ຂັດກັບຄວາມເປັນມະນຸດ, ພວກເຂົາຊ່າງຂາດເຫດຜົນຫຼາຍແທ້ໆ! ແນວຄິດ ແລະ ຂໍ້ຮຽກຮ້ອງເຫຼົ່ານີ້ທີ່ຜູ້ຄົນມີບໍ່ໄດ້ຢູ່ໃນຂອບເຂດຂອງຄວາມມີເຫດຜົນ; ເວົ້າໃນສົ້ນຕໍ່າສຸດ, ພວກມັນບໍ່ສອດຄ່ອງກັບມາດຕະຖານຂອງຄວາມເປັນມະນຸດ ແລະ ສະຕິຮູ້ສຶກຜິດຊອບ ແລະ ເວົ້າໃນສົ້ນສູງສຸດ, ພວກມັນບໍ່ສອດຄ່ອງກັບຄວາມຈິງ. ການສະແດງອອກເຫຼົ່ານີ້ລ້ວນແຕ່ສາມາດຈັດຢູ່ໃນໝວດໝູ່ຂອງພວກຕໍ່ຕ້ານພຣະຄຣິສທີ່ດິ້ນຮົນເພື່ອຜົນປະໂຫຍດຂອງພວກເຂົາເອງ. ທຸກຄົນທີ່ມີອຸປະນິໄສທີ່ເສື່ອມຊາມລ້ວນແຕ່ສາມາດເຮັດສິ່ງເຫຼົ່ານີ້ໄດ້ ແລະ ພວກເຂົາກ້າທີ່ຈະເຮັດສິ່ງເຫຼົ່ານີ້ເຊັ່ນກັນ. ຖ້າຄົນໃດຄົນໜຶ່ງມີພອນສະຫວັນ ແລະ ຕົ້ນທຶນເລັກນ້ອຍ ແລະ ປະກອບສ່ວນບາງຢ່າງ, ຈາກນັ້ນພວກເຂົາກໍຢາກສະແຫວງຫາປະໂຫຍດຈາກຄົນອື່ນ, ພວກເຂົາຢາກໃຊ້ໂອກາດໃນການປະຕິບັດໜ້າທີ່ຂອງພວກເຂົາ ເພື່ອພະຍາຍາມໃຫ້ໄດ້ມາເຊິ່ງຜົນປະໂຫຍດຂອງຕົນເອງ, ພວກເຂົາຢາກມີສິ່ງຂອງທີ່ກຽມພ້ອມໄວ້ໃຫ້ພວກເຂົາ ແລະ ເພີດເພີນກັບຄວາມສຸກ ແລະ ການປະຕິບັດທີ່ມາຈາກການສັ່ງໃຫ້ຄົນອື່ນຮັບໃຊ້ພວກເຂົາ. ຍັງມີບາງຄົນທີ່ປະຖິ້ມຄອບຄົວ ແລະ ວຽກຂອງພວກເຂົາເພື່ອປະຕິບັດໜ້າທີ່ຂອງພວກເຂົາ ແລະ ໃນຊ່ວງເວລານີ້ ພວກເຂົາເຈັບປ່ວຍເລັກນ້ອຍ ແລະ ດ້ວຍເຫດນີ້ຈຶ່ງເກີດອາລົມອ່ອນໄຫວ ແລະ ຈົ່ມວ່າບໍ່ມີໃຜເປັນຫ່ວງພວກເຂົາ ຫຼື ເບິ່ງແຍງພວກເຂົາ. ເຈົ້າກຳລັງປະຕິບັດໜ້າທີ່ຂອງເຈົ້າເພື່ອຕົວເຈົ້າເອງ, ເຈົ້າກຳລັງປະຕິບັດໜ້າທີ່ຂອງເຈົ້າເອງ ແລະ ປະຕິບັດຄວາມຮັບຜິດຊອບຂອງເຈົ້າເອງ, ສິ່ງນີ້ກ່ຽວຂ້ອງຫຍັງກັບຄົນອື່ນ? ບໍ່ວ່າຈະປະຕິບັດໜ້າທີ່ໃດກໍຕາມ, ມັນບໍ່ແມ່ນເຮັດເພື່ອຄົນອື່ນ ຫຼື ເພື່ອຮັບໃຊ້ຄົນອື່ນຈັກເທື່ອ, ດັ່ງນັ້ນ ຈຶ່ງບໍ່ມີໃຜມີພັນທະທີ່ຈະຮັບໃຊ້ຄົນອື່ນໂດຍບໍ່ມີຄ່າຕອບແທນ ຫຼື ຖືກຄົນອື່ນສັ່ງການ. ນີ້ບໍ່ແມ່ນຄວາມຈິງບໍ? (ແມ່ນແລ້ວ.) ເຖິງແມ່ນວ່າພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນມີຄວາມຮັກ ແລະ ໃຫ້ພວກເຂົາມີຄວາມອົດທົນ ແລະ ອົດກັ້ນຕໍ່ຄົນອື່ນ, ແຕ່ຄົນເຮົາບໍ່ສາມາດຮຽກຮ້ອງໃຫ້ຄົນອື່ນເປັນແບບນີ້ຕາມໃຈຕົນເອງໄດ້ ແລະ ການເຮັດເຊັ່ນນັ້ນແມ່ນບໍ່ສົມເຫດສົມຜົນ. ຖ້າຄົນໃດຄົນໜຶ່ງສາມາດອົດກັ້ນ ແລະ ອົດທົນກັບເຈົ້າ ແລະ ສະແດງຄວາມຮັກຕໍ່ເຈົ້າໂດຍທີ່ເຈົ້າບໍ່ໄດ້ຮຽກຮ້ອງສິ່ງນີ້, ນັ້ນກໍຂຶ້ນຢູ່ກັບພວກເຂົາ. ເຖິງຢ່າງໃດກໍຕາມ, ຖ້າອ້າຍເອື້ອຍນ້ອງຮັບໃຊ້ເຈົ້າ ເພາະເຈົ້າຮຽກຮ້ອງໃຫ້ພວກເຂົາເຮັດ, ຖ້າພວກເຂົາຖືກເຈົ້າບັງຄັບສັ່ງການ ແລະ ສະແຫວງຫາປະໂຫຍດ ຫຼື ຮັບໃຊ້ເຈົ້າບົນພື້ນຖານຂອງການທີ່ເຈົ້າຫຼອກລວງພວກເຂົາໃຫ້ເຮັດ, ແລ້ວກໍມີບັນຫາກັບເຈົ້າ. ບາງຄົນເຖິງກັບສວຍໂອກາດຈາກການປະຕິບັດໜ້າທີ່ຂອງພວກເຂົາ ແລະ ມັກຈະໃຊ້ມັນເປັນຂໍ້ອ້າງເພື່ອບີບບັງຄັບເອົາສິ່ງຂອງຈາກອ້າຍເອື້ອຍນ້ອງທີ່ຮັ່ງມີບາງຄົນ, ໂດຍໃຫ້ພວກເຂົາຊື້ສິ່ງນັ້ນສິ່ງນີ້ ແລະ ໃຫ້ບໍລິການແກ່ພວກເຂົາ. ຕົວຢ່າງ: ຖ້າພວກເຂົາຕ້ອງການເຄື່ອງນຸ່ງເພີ່ມ, ພວກເຂົາເວົ້າກັບອ້າຍ ຫຼື ເອື້ອຍນ້ອງຄົນໜຶ່ງວ່າ: “ເຈົ້າສາມາດຕັດເຄື່ອງນຸ່ງໄດ້ ແມ່ນບໍ? ໄປຕັດເຄື່ອງນຸ່ງໃຫ້ຂ້ອຍແດ່.” ອ້າຍ ຫຼື ເອື້ອຍນ້ອງຄົນນັ້ນເວົ້າວ່າ “ຄັນຊັ້ນກໍເອົາກະເປົາເງິນຂອງເຈົ້າອອກມາ. ເຈົ້າຊື້ວັດສະດຸ ແລະ ຂ້ອຍຈະຫຍິບໃຫ້ເຈົ້າ.” ພວກເຂົາບໍ່ເອົາເງິນຂອງພວກເຂົາອອກມາ ແຕ່ກັບບີບບັງຄັບອ້າຍ ຫຼື ເອື້ອຍນ້ອງຄົນນັ້ນໃຫ້ຊື້ວັດສະດຸໃຫ້ພວກເຂົາ, ທຳມະຊາດຂອງການກະທຳນີ້ບໍ່ແມ່ນການຫຼອກລວງບໍ? ການສະແຫວງຫາປະໂຫຍດຈາກຄວາມສຳພັນລະຫວ່າງອ້າຍເອື້ອຍນ້ອງ, ການສະແຫວງຫາປະໂຫຍດຈາກຕົ້ນທຶນຂອງພວກເຂົາເອງ, ການສະແຫວງຫາປະໂຫຍດຈາກໂອກາດໃນການປະຕິບັດໜ້າທີ່ຂອງພວກເຂົາເພື່ອຮຽກຮ້ອງການບໍລິການ ແລະ ການປະຕິບັດທຸກປະເພດຈາກອ້າຍເອື້ອຍນ້ອງ, ເພື່ອສັ່ງໃຫ້ອ້າຍເອື້ອຍນ້ອງເຮັດວຽກໃຫ້ພວກເຂົາ, ສິ່ງເຫຼົ່ານີ້ລ້ວນແຕ່ເປັນການສະແດງອອກເຖິງລັກສະນະທີ່ຕໍ່າຊ້າຂອງພວກຕໍ່ຕ້ານພຣະຄຣິສ. ຄົນດັ່ງກ່າວສາມາດສະແຫວງຫາຄວາມຈິງໄດ້ບໍ? ພວກເຂົາສາມາດປ່ຽນແປງໄດ້ບໍ? (ບໍ່.) ເມື່ອໄດ້ຍິນເຮົາໂອ້ລົມໃນລັກສະນະນີ້, ບາງທີບາງຄົນອາດຈະຮັບຮູ້ວ່າການເຮັດສິ່ງເຫຼົ່ານີ້ເປັນສິ່ງທີ່ບໍ່ດີ ແລະ ສາມາດຍັບຢັ້ງຕົນເອງໄດ້ເລັກນ້ອຍ, ແຕ່ການຍັບຢັ້ງຕົນເອງເທົ່າກັບສາມາດສະແຫວງຫາ ແລະ ປະຕິບັດຄວາມຈິງບໍ? ການຍັບຢັ້ງຕົນເອງເປັນພຽງການເກີດຄວາມຮັບຮູ້ ແລະ ການຄຳນຶງເຖິງພາບລັກ ແລະ ຄວາມທະນົງຕົວຂອງຕົນເອງ. ຫຼັງຈາກທີ່ໄດ້ຍິນເຮົາໄຈ້ແຍກສິ່ງນີ້, ຄົນເຫຼົ່ານີ້ເຫັນເຖິງຄວາມຮຸນແຮງຂອງບັນຫາ ແລະ ຮັບຮູ້ວ່າພວກເຂົາບໍ່ສາມາດເຮັດຜິດພາດໄດ້ອີກ ແລະ ພວກເຂົາຈະຖືກເປີດໂປງ ແລະ ຖືກປະຕິເສດ ຖ້າພວກເຂົາປ່ອຍໃຫ້ອ້າຍເອື້ອຍນ້ອງແຍກແຍະພວກເຂົາໄດ້. ຄວາມຮັບຮູ້ຂອງພວກເຂົາຂະຫຍາຍໄປເຖິງຈຸດນີ້ເທົ່ານັ້ນ, ແຕ່ຄວາມປາດຖະໜາ ແລະ ຄວາມໂລບຂອງພວກເຂົາແມ່ນບໍ່ສາມາດຖືກກຳຈັດອອກຈາກຫົວໃຈຂອງພວກເຂົາໄດ້.

ບາງຄົນຄິດວ່າ “ຂ້ອຍອອກເຫື່ອແຮງເພື່ອເຮືອນຂອງພຣະເຈົ້າ, ຂ້ອຍໄດ້ປະກອບສ່ວນຫຼາຍຢ່າງໃຫ້ແກ່ເຮືອນຂອງພຣະເຈົ້າ, ຂ້ອຍເຮັດໜ້າທີ່ທີ່ບໍ່ມີໃຜສາມາດແທນທີ່ຂ້ອຍໄດ້. ເມື່ອຂ້ອຍມີຄວາມຕ້ອງການ, ອ້າຍເອື້ອຍນ້ອງ ແລະ ເຮືອນຂອງພຣະເຈົ້າກໍມີພັນທະທີ່ຈະຍື່ນມືເຂົ້າມາຊ່ວຍເຫຼືອຂ້ອຍ ເພື່ອຕອບສະໜອງຄວາມຕ້ອງການຂອງຂ້ອຍ. ພວກເຂົາຄວນຮັບໃຊ້ຂ້ອຍຢ່າງບໍ່ມີເງື່ອນໄຂ ແລະ ໂດຍບໍ່ມີຄ່າຕອບແທນຕະຫຼອດເວລາ.” ນີ້ບໍ່ແມ່ນວິທີຄິດທີ່ໄຮ້ຢາງອາຍບໍ? ນີ້ບໍ່ແມ່ນການສະແດງອອກເຖິງລັກສະນະທີ່ຕໍ່າຊ້າບໍ? ຕົວຢ່າງ: ທຸກຄົນລ້ວນແຕ່ເຈັບປ່ວຍໃນບາງຄັ້ງ, ແຕ່ເມື່ອບາງຄົນເຈັບປ່ວຍ, ພວກເຂົາບໍ່ເຄີຍທ່ຽວບອກຄົນອື່ນກ່ຽວກັບເລື່ອງນີ້, ແຕ່ກັບສືບຕໍ່ປະຕິບັດໜ້າທີ່ຂອງພວກເຂົາຕາມທີ່ພວກເຂົາຄວນຈະເຮັດ. ບໍ່ມີໃຜຮູ້ ຫຼື ເປັນຫ່ວງພວກເຂົາ ແລະ ພວກເຂົາກໍບໍ່ຈົ່ມວ່າເປັນການສ່ວນຕົວ ຫຼື ເຮັດໃຫ້ໜ້າທີ່ຂອງພວກເຂົາຊັກຊ້າ. ແຕ່ບາງຄົນກັບທຳທ່າວ່າເຈັບປ່ວຍ ເຖິງແມ່ນວ່າພວກເຂົາບໍ່ໄດ້ເປັນຫຍັງກໍຕາມ, ພວກເຂົາເຮັດຕົວຄືກັບຈັກກະພັດດິນິ ຫຼື ຄົນຊັ້ນສູງ, ໂດຍພະຍາຍາມທຸກວິທີທາງເພື່ອໃຫ້ຄົນມາຄອຍຮັບໃຊ້ພວກເຂົາ ແລະ ເຮັດທຸກຢ່າງທີ່ເປັນໄປໄດ້ ເພື່ອໃຫ້ໄດ້ຮັບການປະຕິບັດເປັນພິເສດ. ພວກເຂົາທຳທ່າວ່າເຈັບປ່ວຍ ເມື່ອພວກເຂົາບໍ່ໄດ້ເປັນຫຍັງ ແລະ ຖ້າພວກເຂົາເຈັບປ່ວຍແທ້ໆ, ນັ້ນກໍຍິ່ງເປັນເລື່ອງທີ່ໜ້າລຳຄານກວ່າເກົ່າ, ເພາະໃຜຈະຮູ້ວ່າຈະມີຈັກຄົນທີ່ຕ້ອງທົນທຸກດ້ວຍນໍ້າມືຂອງພວກເຂົາ ແລະ ຖືກພວກເຂົາສັ່ງການໄປທົ່ວທີບ. ມັນເປັນໂຊກຮ້າຍທີ່ຕົກຢູ່ກັບທຸກຄົນ ເມື່ອຄົນແບບນັ້ນເຈັບປ່ວຍ; ບາງຄົນເຮັດແກງໄກ່ໃຫ້ພວກເຂົາ, ບາງຄົນນວດໃຫ້ພວກເຂົາ, ບາງຄົນປ້ອນເຂົ້າພວກເຂົາ ແລະ ບາງຄົນຊ່ວຍໃຫ້ພວກເຂົາຍ່າງ, ຫຼາຍຄົນບໍ່ໄດ້ທົນທຸກບໍ? (ແມ່ນແລ້ວ.) ໃນຕອນຕົ້ນ ມັນເປັນພຽງການເຈັບປ່ວຍເລັກນ້ອຍທຳມະດາ, ແຕ່ພວກເຂົາຕ້ອງທຳທ່າວ່າ ມັນເປັນການເຈັບປ່ວຍທີ່ຮ້າຍແຮງ ແລະ ປິ່ນປົວບໍ່ໄດ້, ເປັນຫຍັງພວກເຂົາຕ້ອງທຳທ່າ? ພວກເຂົາເຮັດເພື່ອຫຼອກລວງອ້າຍເອື້ອຍນ້ອງໃຫ້ໃຫ້ບໍລິການແກ່ພວກເຂົາ, ໃຫ້ຄອຍບໍລິການພວກເຂົາ ແລະ ຮັບໃຊ້ພວກເຂົາ. ຄົນເຫຼົ່ານີ້ບໍ່ໄຮ້ຢາງອາຍບໍ? (ແມ່ນແລ້ວ.) ມີຄົນແບບນີ້ຫຼາຍບໍ? ພວກເຈົ້າທຸກຄົນບໍ່ໄດ້ເປັນແບບນີ້ບໍ? (ຂ້ານ້ອຍຍັງບໍ່ທັນຮັບຮູ້ສິ່ງນີ້ໃນຕົວເອງເທື່ອ.) ຖ້າເຈົ້າຍັງບໍ່ທັນຮັບຮູ້ສິ່ງນີ້ ນັ້ນກໍພິສູດວ່າ ໂດຍປົກກະຕິແລ້ວ ພວກເຈົ້າບໍ່ກວດສອບພຶດຕິກຳຂອງພວກເຈົ້າໃນຊີວິດປະຈຳວັນຂອງພວກເຈົ້າ, ພວກເຈົ້າບໍ່ກວດສອບຄວາມຄິດ ແລະ ທຳມະຊາດ-ແກ່ນແທ້ຂອງພວກເຈົ້າ ແລະ ພວກເຈົ້າບໍ່ຍອມຮັບການກວດສອບຂອງພຣະເຈົ້າ. ບາງຄົນເມື່ອຍກວ່າປົກກະຕິເລັກນ້ອຍ ໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ ແລະ ນອນບໍ່ຫຼັບເລັກນ້ອຍໃນຕອນກາງຄືນ ແລະ ພວກເຂົາກໍເຮັດຄືກັບວ່ານີ້ເປັນສະຖານະການທີ່ຮ້າຍແຮງ. ເມື່ອພວກເຂົາຕື່ນຂຶ້ນມາໃນຕອນເຊົ້າມື້ຕໍ່ມາ, ພວກເຂົາກໍຄາງວ່າ “ຄືນນີ້ຂ້ອຍບໍ່ໄດ້ນອນເລີຍ. ຂ້ອຍຫຍຸ້ງຫຼາຍກັບໜ້າທີ່ຂອງຂ້ອຍໃນຊ່ວງສອງສາມມື້ຜ່ານມານີ້ ຈົນຂ້ອຍເມື່ອຍເກີນກວ່າຈະນອນຫຼັບໄດ້. ຟ້າວໄປຫາຄົນມາບີບນວດໃຫ້ຂ້ອຍແດ່!” ຄວາມຈິງແລ້ວ, ພວກເຂົານອນຫຼັບໄປຫົກຊົ່ວໂມງ. ບໍ່ວ່າພວກເຂົາຈະມີບັນຫາຫຍັງກໍຕາມ, ພວກເຂົາກໍມັກຈະໂຍນຄວາມຜິດໃຫ້ໜ້າທີ່ຂອງພວກເຂົາສະເໝີ; ບໍ່ວ່າພວກເຂົາຈະເມື່ອຍ, ພວກເຂົາຈະທົນທຸກ ຫຼື ພວກເຂົາຈະເຈັບປ່ວຍ ແລະ ຮູ້ສຶກບໍ່ສະບາຍ, ພວກເຂົາກໍມັກຈະໂທດສິ່ງເຫຼົ່ານີ້ໃສ່ໜ້າທີ່ຂອງພວກເຂົາສະເໝີ. ເປັນຫຍັງພວກເຂົາຈຶ່ງໂທດໜ້າທີ່ຂອງພວກເຂົາ? ມັນເປັນພຽງເລື່ອງຂອງການໄດ້ຮັບຂໍ້ໄດ້ປຽບບາງຢ່າງ, ການເຮັດໃຫ້ທຸກຄົນເຫັນອົກເຫັນໃຈພວກເຂົາ ແລະ ຈາກນັ້ນພວກເຂົາກໍສາມາດມີເຫດຜົນອ້າງໃນການຂໍໃຫ້ຄົນມາຮັບໃຊ້ ແລະ ຄອຍບໍລິການພວກເຂົາ. ຄົນເຫຼົ່ານີ້ທີ່ຢາກເຮັດຕົວຄືກັບຈັກກະພັດ ແລະ ຈັກກະພັດດິນິ ແລະ ຢາກໃຫ້ຄົນອື່ນມາຄອຍຮັບໃຊ້ພວກເຂົາສະເໝີແມ່ນສິ່ງຂອງປະເພດໃດ? ຄົນເຫຼົ່ານີ້ມີລັກສະນະທີ່ຕໍ່າຊ້າ ແລະ ພວກເຂົາໜ້າລັງກຽດ. ເມື່ອບາງຄົນຮູ້ສຶກບໍ່ສະບາຍເລັກນ້ອຍ ແລະ ກິນອາຫານບໍ່ລົງເປັນບາງຄັ້ງຄາວ, ພວກເຂົາກໍເຮັດຄືກັບວ່າມັນຮ້າຍແຮງຢ່າງສຸດຂີດ, ພວກເຂົາເຮັດໃຫ້ເປັນເລື່ອງໃຫຍ່ໂຕ ແລະ ຟ້າວຊອກຫາຄົນມາບີບນວດໃຫ້ພວກເຂົາທັນທີ. ເມື່ອການນວດເຮັດໃຫ້ພວກເຂົາເຈັບພຽງເລັກນ້ອຍ, ພວກເຂົາກໍຮ້ອງອອກມາ ແລະ ຮ້ອງສຽງດັງ, ຄວາມໝາຍຄືກັບຈະບອກວ່າ “ເຖິງວ່າຈະໄດ້ຮັບການບີບນວດ ຂ້ອຍກໍຍັງທົນທຸກ. ຖ້າພຣະເຈົ້າບໍ່ໃຫ້ລາງວັນແກ່ຂ້ອຍ ແລະ ເຮັດໃຫ້ຂ້ອຍສົມບູນ, ແລ້ວຂ້ອຍກໍຈະເສຍປຽບແທ້ໆ!” ເມື່ອພວກເຂົາອົດທົນຕໍ່ຄວາມທຸກທໍລະມານເລັກນ້ອຍ ແລະ ຈ່າຍລາຄາເລັກນ້ອຍ, ພວກເຂົາກໍຢາກປະກາດໃຫ້ທົ່ວໂລກຮູ້ ເພື່ອໃຫ້ທຸກຄົນໃນໂລກຮັບຮູ້. ເຈົ້າບໍ່ໄດ້ປະຕິບັດໜ້າທີ່ຂອງເຈົ້າເພື່ອຕົວເຈົ້າເອງບໍ? ເຈົ້າບໍ່ໄດ້ປະຕິບັດໜ້າທີ່ຂອງເຈົ້າຕໍ່ໜ້າພຣະເຈົ້າບໍ? ເຈົ້າປະກາດຄວາມທຸກທໍລະມານຂອງເຈົ້າໃຫ້ຜູ້ຄົນຮູ້ເພື່ອຫຍັງ? ນັ້ນບໍ່ແມ່ນເລື່ອງຜິວເຜີນບໍ? ຄົນດັ່ງກ່າວມີລັກສະນະທີ່ຕໍ່າຊ້າ ແລະ ພວກເຂົາໜ້າລັງກຽດຫຼາຍ! ຄົນເຫຼົ່ານີ້ຕໍ່າຊ້າໃນດ້ານໃດອີກແດ່? ພວກເຂົາຍັງສະແດງນິໄສ ແລະ ພຶດຕິກຳທີ່ແປກປະຫຼາດບາງຢ່າງ, ໂດຍຫວັງວ່າຈະໃຫ້ຜູ້ຄົນຮູ້ວ່າພວກເຂົາແຕກຕ່າງຈາກຄົນອື່ນ ແລະ ມີຄ່າຫຼາຍ ແລະ ຕ້ອງການການດູແລ ແລະ ການປົກປ້ອງຢ່າງຍິ່ງ. ຕົວຢ່າງ: ເມື່ອມີຄົນເວົ້າວ່າພວກເຂົາບໍ່ຢາກອາຫານເປັນປົກກະຕິ ແລະ ບໍ່ສາມາດກິນຫຍັງໄດ້ເລີຍ, ຄົນແບບນີ້ກໍຈະກຸມທ້ອງຂອງພວກເຂົາ ແລະ ເວົ້າວ່າພວກເຂົາກໍເຈັບກະເພາະຄືກັນ, ແຕ່ພວກເຂົາຍັງສືບຕໍ່ປະຕິບັດໜ້າທີ່ຂອງພວກເຂົາ ແລະ ກໍສັ່ງໃຫ້ຄົນຟ້າວເອົາຢາແກ້ປວດທ້ອງມາໃຫ້ພວກເຂົາ. ຍັງມີຄົນໜຶ່ງທີ່ເຮົາເວົ້າກັບລາວວ່າ “ເຈົ້າເຫັນບໍ່, ເຮົາກິນໄດ້ແຕ່ອາຫານສ່ວນນ້ອຍໆ ແລະ ກະເພາະຂອງເຮົາກໍແພ້ອາຫານ ແລະ ເຄື່ອງດື່ມເຢັນ.” ເມື່ອຄົນນີ້ໄດ້ຍິນເຮົາເວົ້າແບບນີ້, ພວກເຂົາກໍຕອບວ່າ “ກະເພາະຂອງພຣະອົງແພ້ຂອງເຢັນບໍ? ຂອງຂ້ານ້ອຍກໍຄືກັນ.” ເຮົາເວົ້າວ່າ “ກະເພາະຂອງເຈົ້າແພ້ຂອງເຢັນ ແນວໃດ?” ພວກເຂົາເວົ້າວ່າ “ທັນທີທີ່ຂ້ານ້ອຍຖືກຄວາມເຢັນ, ທ້ອງຂອງຂ້ານ້ອຍກໍເຈັບ; ມັນແພ້ຂອງເຢັນ.” ໃນຂະນະທີ່ພວກເຂົາເວົ້າແບບນີ້, ພວກເຂົາກໍປອກເປືອກໝາກກ້ວຍ ແລະ ຍັດເຂົ້າປາກກືນລົງທ້ອງຢ່າງໄວວາ. ເຮົາເວົ້າວ່າ “ກະເພາະຂອງເຈົ້າຄົງຈະແພ້ຂອງເຢັນຢ່າງບໍ່ໜ້າເຊື່ອແທ້, ເຫັນເຈົ້າຍັດໝາກກ້ວຍໜ່ວຍນັ້ນກືນລົງທ້ອງຢ່າງໄວວາ. ກະເພາະຂອງເຈົ້າແພ້ຂອງເຢັນແທ້ໆບໍ?” ຄົນດັ່ງກ່າວບໍ່ໄຮ້ຢາງອາຍ ແລະ ຂາດຄວາມມີເຫດຜົນບໍ? ຖ້າຄົນໃດຄົນໜຶ່ງຂາດຄວາມມີເຫດຜົນ ແລະ ຄວາມຮູ້ສຶກລະອາຍໃຈໃນຄວາມເປັນມະນຸດປົກກະຕິຂອງພວກເຂົາ, ພວກເຂົາກໍບໍ່ແມ່ນມະນຸດເລີຍ, ແຕ່ເປັນສັດເດຍລະສານ. ສັດເດຍລະສານບໍ່ສາມາດເຂົ້າໃຈຄວາມຈິງ ແລະ ພວກເຂົາບໍ່ມີຄວາມຊື່ສັດ, ກຽດສັກສີ, ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງຄວາມເປັນມະນຸດປົກກະຕິ. ເພາະວ່າຄົນເຫຼົ່ານີ້ບໍ່ມີຄວາມລະອາຍໃຈ ຫຼື ກຽດສັກສີ, ເມື່ອພວກເຂົາປະຕິບັດໜ້າທີ່ພຽງເລັກນ້ອຍ ແລະ ອົດທົນຕໍ່ຄວາມຍາກລຳບາກພຽງເລັກນ້ອຍ, ພວກເຂົາກໍຢາກປະກາດໃຫ້ທົ່ວໂລກຮູ້ ເພື່ອໃຫ້ທຸກຄົນຮັບຮູ້ຄວາມພະຍາຍາມຂອງພວກເຂົາ, ເບິ່ງພວກເຂົາດ້ວຍຄວາມຊົມເຊີຍແບບໃໝ່ ແລະ ເພື່ອໃຫ້ພຣະເຈົ້າປະຕິບັດຕໍ່ພວກເຂົາເປັນພິເສດ, ປະຕິບັດຕໍ່ພວກເຂົາດ້ວຍຄວາມເມດຕາ ແລະ ອວຍພອນພວກເຂົາ. ໃນເວລາດຽວກັນ, ຕ້ອງມີຄົນມາຮັບໃຊ້ພວກເຂົາທັນທີ, ຕອບສະໜອງຕໍ່ຂໍ້ຮຽກຮ້ອງຂອງພວກເຂົາ ແລະ ຄອຍຮັບໃຊ້ພວກເຂົາ. ເມື່ອພວກເຂົາຫິວນໍ້າ, ຕ້ອງມີຄົນຫຍິ້ນນໍ້າຊາໃຫ້ພວກເຂົາ; ເມື່ອພວກເຂົາຫິວເຂົ້າ, ຕ້ອງມີຄົນບໍລິການອາຫານໃຫ້ພວກເຂົາ. ພວກເຂົາຕ້ອງມີຄົນມາຮັບໃຊ້ພວກເຂົາສະເໝີ, ເຮັດຕາມທີ່ພວກເຂົາເວົ້າ ແລະ ຕອບສະໜອງຄວາມຕ້ອງການຂອງພວກເຂົາ. ມັນຄືກັບວ່າຄົນອື່ນມີໜ້າທີ່ຕ້ອງລ້ຽງດູເນື້ອໜັງຂອງພວກເຂົາ ແລະ ໂດຍທຳມະຊາດແລ້ວ ພວກເຂົາຕ້ອງການໃຫ້ຄົນມາຄອຍຮັບໃຊ້ພວກເຂົາ; ມັນຄືກັບວ່າພວກເຂົາຂາດຄວາມສາມາດໃນການດູແລຕົນເອງ ຖ້າບໍ່ມີໃຜມາຄອຍຮັບໃຊ້ພວກເຂົາ ແລະ ເປັນຄົນພິການ. ເມື່ອພວກເຂົາບໍ່ມີໃຜໃຫ້ສັ່ງການ ຫຼື ບໍ່ມີໃຜທີ່ພວກເຂົາສາມາດສັ່ງໃຫ້ເຮັດວຽກໃຫ້ພວກເຂົາ ແລະ ຮັບໃຊ້ພວກເຂົາ, ພວກເຂົາກໍຮູ້ສຶກໂດດດ່ຽວ ແລະ ຫວ່າງເປົ່າ ແລະ ຮູ້ສຶກວ່າຊີວິດບໍ່ມີຄວາມໝາຍ ຫຼື ຄວາມຫວັງ. ເມື່ອພວກເຂົາພົບໂອກາດ ແລະ ຂໍ້ອ້າງທີ່ຈະໃຫ້ຄົນອື່ນຮັບໃຊ້ ແລະ ຄອຍຮັບໃຊ້ພວກເຂົາ, ພວກເຂົາກໍຮູ້ສຶກພໍໃຈ ແລະ ມີຄວາມສຸກ, ຄືກັບວ່າພວກເຂົາກຳລັງຢູ່ໃນວິມານ. ພວກເຂົາຄິດວ່າຊີວິດຊ່າງມະຫັດສະຈັນຂະໜາດນີ້, ຄວາມເຊື່ອໃນພຣະເຈົ້າຊ່າງມະຫັດສະຈັນຂະໜາດນີ້, ນີ້ຄືຄວາມໝາຍຂອງຄວາມເຊື່ອໃນພຣະເຈົ້າ ແລະ ນີ້ຄືວິທີທີ່ຜູ້ເຊື່ອຄວນເຊື່ອໃນພຣະເຈົ້າ. ຄວາມເຂົ້າໃຈຂອງພວກເຂົາກ່ຽວກັບໜ້າທີ່ກໍຄື ມັນກ່ຽວກັບການອອກເຫື່ອແຮງ ແລະ ການປະຕິບັດຄວາມຮັບຜິດຊອບຂອງພວກເຂົາ ບົນພື້ນຖານຂອງການທີ່ມີຄົນອື່ນມາຮັບໃຊ້ພວກເຂົາ ແລະ ການທີ່ສາມາດສັ່ງໃຫ້ຄົນອື່ນເຮັດນັ້ນເຮັດນີ້ໄດ້ຕາມໃຈ, ນີ້ຄືໜ້າທີ່ຂອງພວກເຂົາ. ພວກເຂົາເຊື່ອວ່າພວກເຂົາຄວນໄດ້ຮັບລາງວັນສຳລັບໜ້າທີ່ຂອງພວກເຂົາສະເໝີ, ພວກເຂົາຕ້ອງໄດ້ຮັບບາງສິ່ງບາງຢ່າງ ແລະ ພະຍາຍາມເອົາບາງສິ່ງບາງຢ່າງສະເໝີ. ຖ້າພວກເຂົາບໍ່ໄດ້ພະຍາຍາມເອົາເງິນ ຫຼື ວັດຖຸສິ່ງຂອງ, ແລ້ວພວກເຂົາກໍພະຍາຍາມເອົາຄວາມສຸກທາງເນື້ອໜັງ ແລະ ຄວາມປິຕິຍິນດີ ແລະ ຢ່າງໜ້ອຍທີ່ສຸດ ເນື້ອໜັງຂອງພວກເຂົາກໍຄວນຢູ່ໃນສະພາບທີ່ມີຄວາມສຸກໃຈ ແລະ ຄວາມສະດວກສະບາຍ ແລະ ຈາກນັ້ນພວກເຂົາກໍຈະຮູ້ສຶກມີຄວາມສຸກ, ຈາກນັ້ນພວກເຂົາກໍຈະມີແຮງໃນການປະຕິບັດໜ້າທີ່ຂອງພວກເຂົາ ແລະ ຈະສາມາດປະຕິບັດມັນດ້ວຍຄວາມຈົງຮັກພັກດີຈຳນວນໜຶ່ງ. ຄົນດັ່ງກ່າວມີຄວາມເຂົ້າໃຈທີ່ບິດເບືອນກ່ຽວກັບຄວາມຈິງ ຫຼື ພວກເຂົາພຽງແຕ່ບໍ່ຍອມຮັບຄວາມຈິງ ຍ້ອນລັກສະນະທີ່ດ້ອຍກວ່າຂອງພວກເຂົາ? (ພວກເຂົາມີລັກສະນະທີ່ດ້ອຍກວ່າ, ສະນັ້ນ ພວກເຂົາຈຶ່ງບໍ່ຍອມຮັບຄວາມຈິງ.) ຄົນເຫຼົ່ານີ້ເປັນຜູ້ບໍ່ເຊື່ອຢ່າງແທ້ຈິງ, ເປັນທາຍາດທີ່ກະຕັນຍູຂອງພວກຕໍ່ຕ້ານພຣະຄຣິສ ແລະ ເປັນຮ່າງປາກົດຂອງພວກຕໍ່ຕ້ານພຣະຄຣິສ.

ມີນັກສະແດງບາງຄົນໃນເຮືອນຂອງພຣະເຈົ້າ ທີ່ເພີດເພີນກັບການສະແດງ ແລະ ມັກອາຊີບການສະແດງ ເມື່ອພວກເຂົາຢູ່ໃນໂລກ ແຕ່ບໍ່ສາມາດບັນລຸຄວາມທະເຍີທະຍານຂອງພວກເຂົາຢູ່ທີ່ນັ້ນ. ຕອນນີ້ພວກເຂົາໄດ້ມາທີ່ເຮືອນຂອງພຣະເຈົ້າ ແລະ ໃນທີ່ສຸດ ຄວາມປາດຖະໜາຂອງພວກເຂົາກໍເປັນຄວາມຈິງ: ພວກເຂົາສາມາດເຮັດວຽກໃນອາຊີບທີ່ພວກເຂົາມັກ, ຫົວໃຈຂອງພວກເຂົາເຕັມໄປດ້ວຍຄວາມປິຕິຍິນດີທີ່ບໍ່ສາມາດບັນຍາຍໄດ້ ແລະ ໃນເວລາດຽວກັນ ພວກເຂົາກໍຂອບໃຈພຣະເຈົ້າທີ່ມອບໂອກາດນີ້ໃຫ້ແກ່ພວກເຂົາ. ໜຶ່ງໃນຄົນເຫຼົ່ານີ້ໂຊກດີພໍທີ່ຈະໄດ້ຮັບບົດບາດຫຼັກ ແລະ ຈາກນັ້ນ ລາວກໍຮູ້ສຶກວ່າລາວເປັນຄົນທີ່ມີສະຖານະ ແລະ ຄຸນຄ່າ ແລະ ລາວຄວນເຮັດບາງຢ່າງເພື່ອເຫັນແກ່ສະຖານະ ແລະ ຄຸນຄ່າຂອງພວກເຂົາ. ພວກເຂົາເບິ່ງສິ່ງທີ່ຄົນດັງ ແລະ ດາລາໃນໂລກເຮັດ, ວິທີທີ່ພວກເຂົາສະແດງ, ຮູບແບບຂອງພວກເຂົາເປັນແນວໃດ ແລະ ພວກເຂົາມີວິຖີຊີວິດແບບໃດ ແລະ ລາວກໍຄັດລອກ ແລະ ຮຽນແບບຄົນເຫຼົ່ານັ້ນ ໂດຍເຊື່ອວ່ານີ້ຄືການດຳລົງຊີວິດທີ່ມີຄຸນນະພາບ ແລະ ຄວາມສູງສົ່ງ. ສະນັ້ນ, ນັບຕັ້ງແຕ່ຊ່ວງເວລາທີ່ລາວໄດ້ຮັບບົດບາດຫຼັກ ແລະ ກາຍເປັນ “ດາລາ”, ລາວກໍເລີ່ມວາງມາດ. ລາວວາງມາດເຖິງຂັ້ນໃດ? ເຄີຍມີເຫດການເລັກນ້ອຍເຫດການໜຶ່ງທີ່ສາມາດອະທິບາຍບັນຫານີ້ໄດ້. ເມື່ອທຸກຄົນໃນກອງຖ່າຍພ້ອມທີ່ຈະເລີ່ມຖ່າຍທຳ, ຄິ້ວເບື້ອງໜຶ່ງຂອງ “ດາລາ” ຄົນນີ້ຍັງຂຽນບໍ່ໄດ້ດີ ແລະ ທຸກຄົນຕ້ອງລໍຖ້າພວກເຂົາ, ປິ່ນອ້ອມພວກເຂົາ ແລະ ຮັບໃຊ້ພວກເຂົາ. ສິບນາທີຜ່ານໄປ, ຈາກນັ້ນກໍຊາວນາທີ ແລະ ດາລາຄົນນັ້ນຮູ້ສຶກວ່າຄິ້ວຂອງລາວຍັງຂຽນບໍ່ໄດ້ດີຫຼາຍປານໃດ, ສະນັ້ນ ລາວຈຶ່ງໃຫ້ຊ່າງແຕ່ງໜ້າລຶບອອກ ແລະ ຂຽນໃໝ່ອີກ. ໜຶ່ງຊົ່ວໂມງຜ່ານໄປ ແລະ ນັກສະແດງ ແລະ ກອງຖ່າຍທຸກຄົນກໍລໍຖ້າໃຫ້ “ດາລາ” ຄົນນີ້ຂຽນຄິ້ວໃຫ້ດີກ່ອນທີ່ພວກເຂົາຈະສາມາດເລີ່ມຖ່າຍທຳໄດ້, ທຸກຄົນຕ້ອງຮັບໃຊ້ຄົນນີ້ ແລະ ປິ່ນອ້ອມພວກເຂົາ. ນີ້ແມ່ນຄົນປະເພດໃດ? ພວກເຂົາເປັນຄົນປົກກະຕິບໍ? ພວກເຂົາເປັນຄົນທີ່ມີຄວາມເປັນມະນຸດບໍ? ບໍ່. ພວກເຂົາເປັນຄົນທີ່ຢູ່ໃນຄ້າຍຊາຕານ, ພວກເຂົາເປັນຂອງຊາຕານ ແລະ ພວກເຂົາບໍ່ແມ່ນຄົນໃນເຮືອນຂອງພຣະເຈົ້າ. ເຮືອນຂອງພຣະເຈົ້າມີດາລາຢູ່ໃນນັ້ນບໍ? ເຮືອນຂອງພຣະເຈົ້າບໍ່ມີດາລາຢູ່ໃນນັ້ນ, ມີພຽງແຕ່ອ້າຍເອື້ອຍນ້ອງ; ມີພຽງແຕ່ໜ້າທີ່ທີ່ແຕກຕ່າງກັນ, ບໍ່ມີການແບ່ງແຍກລະຫວ່າງຕຳແໜ່ງສູງ ແລະ ຕ່ຳ. ສະນັ້ນ, ບົນພື້ນຖານອັນໃດທີ່ຄົນຜູ້ດຽວນີ້ເຮັດໃຫ້ອ້າຍເອື້ອຍນ້ອງລໍຖ້າລາວ? ສິ່ງໜຶ່ງທີ່ແນ່ນອນກໍຄື ລາວຄິດວ່າລາວສຳຄັນກວ່າຄົນອື່ນ, ໜ້າທີ່ຂອງລາວມີນ້ຳໜັກກວ່າຂອງຄົນອື່ນ, ການສະແດງນັ້ນບໍ່ສາມາດຖ່າຍທຳໄດ້ຖ້າບໍ່ມີພວກເຂົາ ແລະ ຖ້າບໍ່ມີພວກເຂົາ ຄົນອື່ນກໍຈະປະຕິບັດໜ້າທີ່ຂອງພວກເຂົາໂດຍບໍ່ໄດ້ຫຍັງ. ນັ້ນຄືເຫດຜົນທີ່ທຸກຄົນຕ້ອງຮັບໃຊ້ພວກເຂົາ, ຈ່າຍລາຄາ ແລະ ໃຊ້ຄວາມອົດທົນເພື່ອລໍຖ້າພວກເຂົາ ແລະ ບໍ່ມີໃຜຄວນຈົ່ມວ່າ. ນອກເໜືອຈາກການຂາດຄວາມເປັນມະນຸດແລ້ວ, ຄົນແບບນີ້ເອົາຫຼັກການສຳລັບການກະທຳໃນລັກສະນະນີ້ມາຈາກໃສ? ຫຼັກການຂອງພວກເຂົາມາຈາກຄວາມຈິງ ແລະ ຈາກພຣະທຳຂອງພຣະເຈົ້າ ຫຼື ພວກມັນມາຈາກອຸປະນິໄສທີ່ເສື່ອມຊາມຂອງມະນຸດ? (ອຸປະນິໄສທີ່ເສື່ອມຊາມຂອງມະນຸດ.) ບໍ່ພຽງແຕ່ຜູ້ທີ່ມາຈາກຄ້າຍຊາຕານຈະມີອຸປະນິໄສທີ່ເສື່ອມຊາມຂອງຊາຕານເທົ່ານັ້ນ, ແຕ່ການກະທຳ, ພຶດຕິກຳ ແລະ ການສະແດງອອກຂອງພວກເຂົາພາຍໃນກຸ່ມຄົນກໍໜ້າລັງກຽດເຊັ່ນກັນ. ເປັນຫຍັງພວກມັນຈຶ່ງໜ້າລັງກຽດ? ພວກເຂົາຕ້ອງການເຂົ້າຄວບຄຸມສະຖານະການ, ບົງການຄົນອື່ນ ແລະ ເຮັດໃຫ້ຄົນອື່ນປິ່ນອ້ອມພວກເຂົາ ແລະ ເຮັດໃຫ້ພວກເຂົາເປັນສູນກາງຢູ່ສະເໝີ. ໃນການເຮັດສິ່ງນີ້, ພວກເຂົາກຳລັງວາງຕົນເອງຢູ່ໃນຕຳແໜ່ງທີ່ສູງກວ່າຄົນອື່ນຢ່າງຊັດເຈນ; ພວກເຂົາຕ້ອງການຢູ່ເໜືອ ແລະ ຄວບຄຸມຄົນອື່ນທຸກຄົນ. ນີ້ແມ່ນສິ່ງທີ່ຜູ້ຄົນຄວນເຮັດບໍ? (ບໍ່.) ໃຜເຮັດສິ່ງນີ້? (ຊາຕານ.) ນີ້ແມ່ນສິ່ງທີ່ຊາຕານເຮັດ. ໃນບັນດາຄວາມຈິງທີ່ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນປະຕິບັດໜ້າທີ່ຂອງພວກເຂົາ, ມີຂໍ້ກຳນົດໃດບໍທີ່ໃຫ້ຜູ້ຄົນເຂົ້າຄວບຄຸມສະຖານະການ ແລະ ຄວບຄຸມຄວາມຄິດ ແລະ ພຶດຕິກຳຂອງທຸກຄົນໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ? (ບໍ່.) ສະນັ້ນ ສິ່ງນີ້ມາຈາກໃສ? ນີ້ຄືທຳມະຊາດແບບຊາຕານທີ່ຕິດໂຕຜູ້ຄົນມາແຕ່ເກີດ. ຜູ້ຄົນເປັນຊາຕານ ແລະ ພວກເຂົາມີທຳມະຊາດນີ້ຕັ້ງແຕ່ເກີດ. ບໍ່ຈຳເປັນທີ່ພວກເຂົາຕ້ອງຮຽນຮູ້ມັນ, ພວກເຂົາບໍ່ຕ້ອງການໃຫ້ໃຜມາສອນມັນແກ່ພວກເຂົາ ແລະ ບໍ່ວ່າເຈົ້າຈະໂອ້ລົມກ່ຽວກັບຄວາມຈິງກັບພວກເຂົາແນວໃດກໍຕາມ, ພວກເຂົາກໍຈະບໍ່ປ່ອຍວາງສິ່ງນີ້. ຍັງມີອີກຄົນໜຶ່ງທີ່ມີຜົມສອງສາມເສັ້ນທີ່ຍັງບໍ່ໄດ້ຈັດໃຫ້ເຂົ້າຊົງ ກ່ອນທີ່ລາວຈະຂຶ້ນເວທີເພື່ອເຮັດການສະແດງ. ໃນເລື່ອງພາບລັກຂອງພວກເຂົາ, ພວກເຂົາເບິ່ງດີແລ້ວ, ແຕ່ພວກເຂົາກໍບໍ່ຍອມຂຶ້ນເວທີເພື່ອສະແດງໃຫ້ທັນເວລາ; ບໍ່ວ່າອ້າຍເອື້ອຍນ້ອງຈະເລັ່ງພວກເຂົາຫຼາຍສໍ່າໃດກໍຕາມ, ມັນກໍບໍ່ມີຜົນຫຍັງເລີຍ. ພວກເຂົາຖືວ່າຕົນເອງເປັນດາລາ, ເປັນຜູ້ທີ່ໂດດເດັ່ນ; ພວກເຂົາເຮັດໃຫ້ທຸກຄົນຕ້ອງຈ່າຍລາຄາ ແລະ ເສຍເວລາຂອງພວກເຂົາເພື່ອເຫັນແກ່ຜົມພຽງສອງສາມເສັ້ນນີ້ ແລະ ທຸກຄົນຕ້ອງຮັບໃຊ້ລາວພຽງຜູ້ດຽວ. ນີ້ແມ່ນການສະແດງອອກທີ່ຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິຄວນມີບໍ? ທຳມະຊາດຂອງການກະທຳນີ້ແມ່ນຫຍັງ? ພວກເຂົາບໍ່ໄດ້ກຳລັງວາງມາດບໍ? ພວກເຂົາມີຄວາມຮັບຜິດຊອບ ແລະ ພວກເຂົາບໍ່ຟັງເຫດຜົນໃດໆເລີຍ. ສຳລັບພວກເຂົາແລ້ວ, ບໍ່ມີໜ້າທີ່ຂອງຜູ້ໃດສຳຄັນເທົ່າກັບໜ້າທີ່ຂອງພວກເຂົາ ແລະ ທຸກຄົນຕ້ອງຮັບໃຊ້ພວກເຂົາ. ພວກເຂົາຄິດວ່າ “ຖ້າຕ້ອງໃຊ້ເວລາໝົດມື້ເພື່ອເປົ່າຜົມສອງເສັ້ນນີ້ໃຫ້ເຂົ້າຊົງ, ແລ້ວພວກເຈົ້າກໍຕ້ອງລໍຖ້າຂ້ອຍໝົດມື້; ຖ້າຕ້ອງໃຊ້ເວລາສອງມື້, ແລ້ວພວກເຈົ້າກໍຕ້ອງລໍຖ້າສອງມື້; ແລະ ຖ້າມັນຕ້ອງໃຊ້ເວລາຕະຫຼອດຊີວິດ, ແລ້ວພວກເຈົ້າກໍຕ້ອງລໍຖ້າຕະຫຼອດຊີວິດ. ຈະເປັນແນວໃດກ່ຽວກັບວຽກງານ ແລະ ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ຜົນປະໂຫຍດຂອງຂ້ອຍຕ້ອງມາກ່ອນ! ຖ້າຂ້ອຍບໍ່ສາມາດເປົ່າຜົມໃຫ້ເຂົ້າຊົງໄດ້, ແລ້ວພາບລັກຂອງຂ້ອຍຈະບໍ່ເສຍຫາຍບໍ ເມື່ອຂ້ອຍຢູ່ຕໍ່ໜ້າກ້ອງຖ່າຍຮູບ? ພາບລັກຂອງຂ້ອຍສຳຄັນຫຼາຍ. ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າບໍ່ມີຄວາມໝາຍຫຍັງເລີຍ!” ຄົນນີ້ແມ່ນສິ່ງຂອງປະເພດໃດ? ຄົນປະເພດນີ້ຍັງຈະເວົ້າວ່າ “ຂ້ອຍຮັກພຣະເຈົ້າ, ຂ້ອຍເປັນພະຍານໃຫ້ແກ່ພຣະເຈົ້າ, ຂ້ອຍປະຕິບັດໜ້າທີ່ຂອງຂ້ອຍເພື່ອພຣະເຈົ້າ ແລະ ຂ້ອຍປະຖິ້ມທຸກສິ່ງ”. ນີ້ບໍ່ແມ່ນຄຳຕົວະທັງສິ້ນບໍ? ພວກເຂົາບໍ່ສາມາດປ່ອຍວາງສິ່ງເລັກນ້ອຍຄືກັບການເປົ່າຜົມເສັ້ນໜຶ່ງ ຫຼື ສອງເສັ້ນ, ແລ້ວພວກເຂົາຈະສາມາດປ່ອຍວາງສິ່ງໃດໄດ້? ພວກເຂົາສາມາດປະຖິ້ມສິ່ງໃດໄດ້? ການປະຖິ້ມທັງໝົດຂອງພວກເຂົາແມ່ນຂອງປອມ! ຄົນແບບນີ້ບໍ່ມີເຫດຜົນຫຍັງທັງສິ້ນ, ພວກເຂົາບໍ່ມີສະຕິຮູ້ສຶກຜິດຊອບ ແລະ ພວກເຂົາມີລັກສະນະທີ່ດ້ອຍກວ່າ ແລະ ພວກເຂົາຍິ່ງຫ່າງໄກຈາກການຮັກຄວາມຈິງ. ເນື່ອງຈາກຄວາມເປັນມະນຸດຂອງພວກເຂົາບໍ່ໄດ້ມາດຕະຖານ, ຈຶ່ງບໍ່ມີໃຜຈະເວົ້າເຖິງຄວາມຈິງກັບພວກເຂົາ, ພວກເຂົາບໍ່ມີຄູ່ຄວນຕໍ່ສິ່ງນັ້ນ ແລະ ລັກສະນະຂອງພວກເຂົາກໍບໍ່ໄດ້ມາດຕະຖານ. ແລ້ວດ້ວຍຄວາມເປັນມະນຸດທີ່ຕ່ຳຊ້າແບບນັ້ນ, ການເວົ້າເຖິງຄວາມຈິງກັບພວກເຂົາຈະບໍ່ເປັນຄືກັບການເວົ້າເຖິງຄວາມຈິງກັບໝູ ຫຼື ໝາບໍ? ເມື່ອພວກເຂົາມີຄວາມເໝືອນມະນຸດບາງຢ່າງ ແລະ ສາມາດເວົ້າຄືກັບມະນຸດ, ເມື່ອນັ້ນຜູ້ຄົນຈຶ່ງຈະເວົ້າເຖິງຄວາມຈິງກັບພວກເຂົາ, ແຕ່ຕອນນີ້ພວກເຂົາບໍ່ສົມຄວນໄດ້ຮັບມັນ. ມີຄົນແບບນີ້ຢ່າງຫຼວງຫຼາຍ, ມີຈຳນວນບໍ່ໜ້ອຍເລີຍ. ແລ້ວເປັນຫຍັງບາງຄົນຈຶ່ງບໍ່ສະແດງສິ່ງເຫຼົ່ານີ້ອອກມາ? ມັນເປັນເພາະວ່າພວກເຂົາຍັງບໍ່ທັນໄດ້ຄວ້າໂອກາດ; ມັນເປັນພຽງເພາະວ່າຄວາມສາມາດ ແລະ ພອນສະຫວັນຂອງພວກເຂົາທຳມະດາຫຼາຍ ແລະ ພວກເຂົາຍັງບໍ່ມີໂອກາດທີ່ຈະໄດ້ເປັນຈຸດສົນໃຈ ແລະ ຍັງບໍ່ທັນໄດ້ຮັບຕົ້ນທຶນບາງຢ່າງ, ແຕ່ໃນຫົວໃຈຂອງພວກເຂົາ, ພວກເຂົາກຳລັງວາງແຜນການ, ແຜນການຂອງພວກເຂົາຍັງຢູ່ໃນໄລຍະກໍ່ໂຕ. ນັ້ນຄືເຫດຜົນທີ່ພວກເຂົາບໍ່ໄດ້ສະແດງການເປີດເຜີຍປະເພດນີ້ອອກມາ. ເຖິງຢ່າງໃດກໍຕາມ, ການບໍ່ມີການເປີດເຜີຍນີ້ບໍ່ໄດ້ໝາຍຄວາມວ່າພວກເຂົາບໍ່ມີທຳມະຊາດນີ້. ຖ້າເຈົ້າບໍ່ສະແຫວງຫາຄວາມຈິງ ແລະ ເຈົ້າຕິດຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ, ແລ້ວບໍ່ຊ້າກໍໄວ ມື້ໜຶ່ງກໍຈະມາເຖິງ ເມື່ອເຈົ້າປ່ອຍໃຫ້ການເປີດເຜີຍນີ້ຫຼຸດອອກມາ. ເຈົ້າກໍຄືເຈົ້າ ແລະ ການບໍ່ມີຄວາມເປັນມະນຸດກໍຄືການບໍ່ມີຄວາມເປັນມະນຸດ; ເຈົ້າບໍ່ສາມາດກາຍເປັນຄົນທີ່ມີຄວາມເປັນມະນຸດໄດ້ໂດຍການທຳທ່າເຮັດ ຫຼື ເພາະວ່າເຈົ້າບໍ່ມີພອນສະຫວັນ ແລະ ມີຄວາມສາມາດທີ່ບໍ່ດີ. ສະນັ້ນ ຈຶ່ງມີພຽງເສັ້ນທາງດຽວ: ເມື່ອຄົນໃດຄົນໜຶ່ງສາມາດຍອມຮັບຄວາມຈິງ ແລະ ຍອມຮັບການຖືກລິຮານ, ເມື່ອນັ້ນລັກສະນະຂອງພວກເຂົາຈຶ່ງຈະສາມາດໄດ້ຮັບການປັບປຸງໃນລະດັບໃດໜຶ່ງ. ເມື່ອພວກເຂົາສາມາດປະເຊີນໜ້າກັບຂໍ້ແທ້ຈິງເຫຼົ່ານີ້, ເຂົ້າຫາຄວາມຈິງເຫຼົ່ານີ້ຢ່າງຖືກຕ້ອງ ແລະ ຈາກນັ້ນກໍສາມາດກວດສອບ ແລະ ກວດເບິ່ງພຶດຕິກຳ ແລະ ສ່ວນເລິກຂອງຫົວໃຈຂອງພວກເຂົາເອງເລື້ອຍໆ, ເມື່ອນັ້ນພວກເຂົາຈຶ່ງຈະສາມາດດີຂຶ້ນ ແລະ ຍັບຢັ້ງຕົນເອງໄດ້ເລັກນ້ອຍ. ແມ່ນຫຍັງຄືຈຸດປະສົງທີ່ສາມາດບັນລຸໄດ້ໂດຍການຍັບຢັ້ງຕົນເອງເລັກນ້ອຍ? ເຈົ້າຈະບໍ່ເຮັດໃຫ້ຕົນເອງອັບອາຍຫຼາຍຂະໜາດນັ້ນ, ຊື່ສຽງຂອງເຈົ້າຈະດີຂຶ້ນເລັກນ້ອຍ, ຜູ້ຄົນຈະບໍ່ລັງກຽດເຈົ້າ, ພຣະເຈົ້າຈະບໍ່ກຽດຊັງເຈົ້າ ແລະ ດ້ວຍວິທີນີ້ ເຈົ້າອາດຈະຍັງມີໂອກາດທີ່ຈະໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າ. ນີ້ບໍ່ແມ່ນເຫດຜົນຂັ້ນຕ່ຳທີ່ສຸດທີ່ມະນຸດຄວນມີບໍ? ມັນບໍ່ແມ່ນເລື່ອງງ່າຍບໍສຳລັບຄົນທີ່ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນເລັກນ້ອຍທີ່ຈະປະຕິບັດ ແລະ ເຂົ້າສູ່ແບບນີ້?

ເມື່ອພວກເຈົ້າໄດ້ຍິນເຮົາເວົ້າກັບພວກເຈົ້າກ່ຽວກັບຄົນແບບນັ້ນ, ພວກເຈົ້າກໍຮູ້ສຶກສະບາຍໃຈພໍສົມຄວນ, ແຕ່ຖ້າເຮົາເວົ້າກ່ຽວກັບບາງຄົນໃນທ່າມກາງພວກເຈົ້າ, ແລ້ວພວກເຈົ້າຈະຮູ້ສຶກແນວໃດ? ພວກເຈົ້າຈະມີປະຕິກິລິຍາຕາມປົກກະຕິບໍ? ໃຫ້ເຮົາບອກເຈົ້າ, ຖ້າເຈົ້າຕ້ອງການບັນລຸການປ່ຽນແປງທາງອຸປະນິໄສ ແລະ ເຂົ້າສູ່ຄວາມຈິງຄວາມເປັນຈິງ, ເຈົ້າຕ້ອງຜ່ານການທົດສອບເທື່ອລະຢ່າງ. ຢ່າປະເມີນເລື່ອງເຫຼົ່ານີ້ຕ່ຳເກີນໄປ; ຖ້າຄວາມເປັນມະນຸດຂອງເຈົ້າບໍ່ໄດ້ມາດຕະຖານ, ແລ້ວບໍ່ພຽງແຕ່ອ້າຍເອື້ອຍນ້ອງຈະລັງກຽດເຈົ້າເທົ່ານັ້ນ, ແຕ່ພຣະເຈົ້າກໍຈະບໍ່ເຮັດໃຫ້ເຈົ້າສົມບູນ ຫຼື ຊ່ວຍໃຫ້ເຈົ້າລອດພົ້ນເຊັ່ນກັນ. ເງື່ອນໄຂພື້ນຖານທີ່ສຸດສຳລັບການທີ່ພຣະເຈົ້າຈະຊ່ວຍໃຫ້ຄົນໃດຄົນໜຶ່ງລອດພົ້ນກໍຄື ຄົນນັ້ນຕ້ອງມີຄວາມເປັນມະນຸດ, ເຫດຜົນ ແລະ ສະຕິຮູ້ສຶກຜິດຊອບ ແລະ ພວກເຂົາຕ້ອງຮູ້ຈັກຄວາມອັບອາຍ. ເມື່ອຄົນແບບນີ້ມາຢູ່ຕໍ່ໜ້າພຣະເຈົ້າ ແລະ ໄດ້ຍິນພຣະທຳຂອງພຣະອົງ, ພຣະເຈົ້າຈະໃຫ້ແສງສະຫວ່າງ, ນໍາພາ ແລະ ຊີ້ນໍາພວກເຂົາ. ຄົນທີ່ບໍ່ມີຄວາມເປັນມະນຸດ, ສະຕິຮູ້ສຶກຜິດຊອບ, ເຫດຜົນ ຫຼື ຄວາມຮູ້ສຶກອັບອາຍ ຈະບໍ່ມີຄຸນສົມບັດທີ່ຈະມາຢູ່ຕໍ່ໜ້າພຣະເຈົ້າຕະຫຼອດໄປ. ເຖິງແມ່ນວ່າເຈົ້າຈະຟັງຄຳເທດສະໜາ ແລະ ຮູ້ຈັກຫຼັກຄຳສອນບາງຢ່າງ, ເຈົ້າກໍຍັງຈະບໍ່ໄດ້ຮັບຄວາມຮູ້ແຈ້ງ ແລະ ດັ່ງນັ້ນ ເຈົ້າຈະບໍ່ສາມາດເຂົ້າສູ່ຄວາມຈິງຄວາມເປັນຈິງໄດ້ຕະຫຼອດໄປ. ຖ້າເຈົ້າບໍ່ສາມາດເຂົ້າສູ່ຄວາມຈິງຄວາມເປັນຈິງໄດ້, ແລ້ວມັນກໍບໍ່ຍາກທີ່ຈະຮັບຮູ້ວ່າຄວາມຫວັງຂອງເຈົ້າໃນການບັນລຸຄວາມລອດພົ້ນນັ້ນເປັນສູນ. ຖ້າເຈົ້າມີພຽງແຕ່ການສະແດງອອກເຫຼົ່ານີ້ຂອງພວກຕໍ່ຕ້ານພຣະຄຣິສ ແລະ ອຸປະນິໄສ ແລະ ແກ່ນແທ້ຂອງພວກຕໍ່ຕ້ານພຣະຄຣິສ ແລະ ເຈົ້າບໍ່ມີການສະແດງອອກໃດໆຂອງຄວາມເປັນມະນຸດທີ່ປົກກະຕິ ເຊິ່ງພຣະເຈົ້າຮຽກຮ້ອງໃຫ້ເຈົ້າມີ, ແລ້ວເຈົ້າກໍຢູ່ໃນອັນຕະລາຍຫຼາຍ. ຖ້າເຈົ້າສາມາດຈັບຄູ່ຕົນເອງກັບການສະແດງອອກ ແລະ ແກ່ນແທ້ແຕ່ລະຢ່າງຂອງພວກຕໍ່ຕ້ານພຣະຄຣິສເຫຼົ່ານີ້ທີ່ເຮົາກຳລັງເປີດໂປງ, ພ້ອມກັບການກະທຳ ແລະ ການເປີດເຜີຍຂອງພວກເຂົາ, ຖ້າເຈົ້າມີສິ່ງເຫຼົ່ານີ້ທັງໝົດບໍ່ຫຼາຍກໍໜ້ອຍ, ແລ້ວສິ່ງນີ້ກໍເປັນອັນຕະລາຍຫຼາຍສຳລັບເຈົ້າ. ຖ້າເຈົ້າຍັງບໍ່ສະແຫວງຫາຄວາມຈິງ ແລະ ລໍຖ້າຈົນກວ່າເຈົ້າຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສ, ແລ້ວເຈົ້າກໍຈະຈົບສິ້ນຢ່າງສົມບູນ. ອັນໃດຄືພະຍາດທີ່ເປັນອັນຕະລາຍເຖິງຊີວິດ: ການມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ ຫຼື ອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ? (ການມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ.) ແມ່ນບໍ? (ແມ່ນແລ້ວ.) ໃຫ້ຄິດກ່ຽວກັບມັນຢ່າງຖີ່ຖ້ວນ ແລະ ຈາກນັ້ນກໍຕອບອີກຄັ້ງ. (ການມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ການມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ ລ້ວນແລ້ວແຕ່ເປັນພະຍາດທີ່ເປັນອັນຕະລາຍເຖິງຊີວິດ.) ເປັນຫຍັງຈຶ່ງເປັນແນວນັ້ນ? (ເພາະວ່າຄົນທີ່ມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສຈະບໍ່ສະແຫວງຫາຄວາມຈິງ ແລະ ຄົນທີ່ມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສກໍເຊັ່ນກັນ. ບໍ່ວ່າພວກເຂົາຈະພົບພໍ້ກັບບັນຫາໃດກໍຕາມ, ຄົນທີ່ມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສບໍ່ເຄີຍຈົດຈໍ່ກັບການສະແຫວງຫາຄວາມຈິງ ແລະ ພວກເຂົາບໍ່ມີແມ່ນແຕ່ຄວາມເປັນມະນຸດ ແລະ ເຫດຜົນຂັ້ນຕ່ຳທີ່ສຸດ; ຄົນແບບນີ້ບໍ່ສາມາດໄດ້ຮັບຄວາມຈິງ ແລະ ພວກເຂົາກໍບໍ່ສາມາດບັນລຸຄວາມລອດພົ້ນໄດ້ເຊັ່ນກັນ, ນີ້ກໍເປັນພະຍາດທີ່ເປັນອັນຕະລາຍເຖິງຊີວິດເຊັ່ນກັນ.) ຍັງມີໃຜອີກຢາກເວົ້າ? (ຄວາມເຂົ້າໃຈຂອງຂ້ານ້ອຍກໍຄື ບໍ່ມີສິ່ງໃດໃນສອງຢ່າງນີ້ເປັນພະຍາດທີ່ເປັນອັນຕະລາຍເຖິງຊີວິດ, ແຕ່ຖ້າຄົນໃດຄົນໜຶ່ງບໍ່ສະແຫວງຫາຄວາມຈິງ, ແລ້ວນັ້ນຄືພະຍາດທີ່ເປັນອັນຕະລາຍເຖິງຊີວິດ.) ນີ້ເປັນການເຂົ້າໃຈທີ່ດີ. ເຖິງຢ່າງໃດກໍຕາມ, ມີເງື່ອນໄຂເບື້ອງຕົ້ນສຳລັບສິ່ງນີ້, ເຊິ່ງກໍຄືແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ຄົນເຫຼົ່ານັ້ນທີ່ມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສບໍ່ສະແຫວງຫາຄວາມຈິງເລີຍ, ພວກເຂົາເປັນຜູ້ບໍ່ເຊື່ອ, ການມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສຄືສິ່ງທີ່ອັນຕະລາຍທີ່ສຸດ. ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າຄົນເຫຼົ່ານີ້ບໍ່ສະແຫວງຫາຄວາມຈິງເລີຍ; ພວກເຂົາສະແຫວງຫາພຽງແຕ່ສະຖານະ, ໂດຍທຳມະຊາດແລ້ວ ພວກເຂົາເປັນສັດຕູຂອງພຣະເຈົ້າ, ພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາເປັນຮ່າງປາກົດຂອງຊາຕານ, ພວກເຂົາເປັນມານຮ້າຍຕັ້ງແຕ່ເກີດ, ພວກເຂົາບໍ່ມີຄວາມເປັນມະນຸດ, ພວກເຂົາເປັນພວກວັດຖຸນິຍົມ, ພວກເຂົາເປັນຜູ້ບໍ່ເຊື່ອໂດຍມາດຕະຖານ ແລະ ຄົນແບບນັ້ນເບື່ອໜ່າຍຄວາມຈິງ. “ເບື່ອໜ່າຍຄວາມຈິງ” ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າພວກເຂົາບໍ່ເຊື່ອວ່າພຣະເຈົ້າຄືຄວາມຈິງ, ພວກເຂົາບໍ່ຮັບຮູ້ຂໍ້ແທ້ຈິງທີ່ວ່າພຣະເຈົ້າຄືພຣະຜູ້ສ້າງ, ແຮງໄກທີ່ພວກເຂົາຈະຮັບຮູ້ຂໍ້ແທ້ຈິງທີ່ວ່າພຣະເຈົ້າມີອຳນາດສູງສຸດເໜືອທຸກສິ່ງ ແລະ ທຸກຢ່າງ. ສະນັ້ນ, ເມື່ອຄົນແບບນັ້ນໄດ້ຮັບໂອກາດໃຫ້ສະແຫວງຫາຄວາມຈິງ, ພວກເຂົາຈະສາມາດເຮັດມັນໄດ້ບໍ? (ບໍ່.) ເພາະວ່າພວກເຂົາບໍ່ສາມາດສະແຫວງຫາຄວາມຈິງ ແລະ ເພາະວ່າພວກເຂົາເປັນສັດຕູຂອງຄວາມຈິງ ແລະ ສັດຕູຂອງພຣະເຈົ້າຕະຫຼອດໄປ, ພວກເຂົາຈະບໍ່ມີທາງໄດ້ຮັບຄວາມຈິງເລີຍ. ການບໍ່ສາມາດໄດ້ຮັບຄວາມຈິງຕະຫຼອດໄປຄືພະຍາດທີ່ເປັນອັນຕະລາຍເຖິງຊີວິດ. ແລ້ວຄົນທີ່ມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສທຸກຄົນກໍມີຄວາມຄ້າຍຄືກັນໃນເລື່ອງຂອງອຸປະນິໄສກັບຄົນທີ່ມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ: ພວກເຂົາມີການສະແດງອອກດຽວກັນ, ການເປີດເຜີຍດຽວກັນ ແລະ ແມ່ນແຕ່ວິທີທີ່ພວກເຂົາສະແດງອອກ ແລະ ການເປີດເຜີຍເຫຼົ່ານີ້, ວິທີຄິດຂອງພວກເຂົາ ແລະ ແນວຄິດ ແລະ ຈິນຕະນາການຂອງພວກເຂົາກ່ຽວກັບພຣະເຈົ້າລ້ວນແລ້ວແຕ່ຄືກັນ. ເຖິງຢ່າງໃດກໍຕາມ, ສຳລັບຄົນທີ່ມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ, ບໍ່ວ່າພວກເຂົາຈະສາມາດຍອມຮັບຄວາມຈິງ ແລະ ຮັບຮູ້ຂໍ້ແທ້ຈິງທີ່ວ່າພຣະເຈົ້າຄືພຣະຜູ້ສ້າງ ຫຼື ບໍ່, ຕາບໃດທີ່ພວກເຂົາບໍ່ສະແຫວງຫາຄວາມຈິງ, ແລ້ວອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສຂອງພວກເຂົາກໍຈະກາຍເປັນພະຍາດທີ່ເປັນອັນຕະລາຍເຖິງຊີວິດ ແລະ ມັນເປັນຍ້ອນສິ່ງນີ້ທີ່ຜົນສຸດທ້າຍຂອງພວກເຂົາຈະຄືກັນກັບຜູ້ທີ່ມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ເຖິງຢ່າງໃດກໍຕາມ, ຍັງໂຊກດີທີ່ມີບາງຄົນໃນທ່າມກາງຜູ້ທີ່ມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ ເຊິ່ງມີຄວາມເປັນມະນຸດ, ເຫດຜົນ, ສະຕິຮູ້ສຶກຜິດຊອບ ແລະ ຄວາມຮູ້ສຶກອັບອາຍ, ຄົນທີ່ຮັກສິ່ງທີ່ເປັນບວກ ແລະ ຄົນທີ່ມີເງື່ອນໄຂທີ່ຈະໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າ. ເພາະວ່າພວກເຂົາສະແຫວງຫາຄວາມຈິງ, ຄົນເຫຼົ່ານີ້ຈຶ່ງບັນລຸການປ່ຽນແປງທາງອຸປະນິໄສ, ປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ປະຖິ້ມອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສຂອງພວກເຂົາ, ດັ່ງນັ້ນ ອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສຂອງພວກເຂົາຈຶ່ງບໍ່ແມ່ນພະຍາດທີ່ເປັນອັນຕະລາຍເຖິງຊີວິດສຳລັບພວກເຂົາອີກຕໍ່ໄປ ແລະ ມີຄວາມເປັນໄປໄດ້ທີ່ພວກເຂົາຈະໄດ້ຮັບຄວາມລອດພົ້ນ. ໃນສະຖານະການໃດທີ່ສາມາດເວົ້າໄດ້ວ່າ ການມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສເປັນພະຍາດທີ່ເປັນອັນຕະລາຍເຖິງຊີວິດ? ມີເງື່ອນໄຂເບື້ອງຕົ້ນສຳລັບສິ່ງນີ້, ເຊິ່ງກໍຄື ເຖິງແມ່ນວ່າຄົນເຫຼົ່ານີ້ຈະຍອມຮັບການມີຢູ່ຂອງພຣະເຈົ້າ, ເຊື່ອໃນອຳນາດສູງສຸດຂອງພຣະເຈົ້າ, ເຊື່ອ ແລະ ຮັບຮູ້ທຸກສິ່ງທີ່ພຣະເຈົ້າກ່າວ ແລະ ສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້, ມີສິ່ງໜຶ່ງທີ່ຂາດໄປ: ພວກເຂົາບໍ່ເຄີຍປະຕິບັດຄວາມຈິງ ຫຼື ສະແຫວງຫາຄວາມຈິງເລີຍ. ດັ່ງນັ້ນ ອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສຂອງພວກເຂົາຈຶ່ງກາຍເປັນອັນຕະລາຍເຖິງຊີວິດສຳລັບພວກເຂົາ ແລະ ມັນສາມາດເຮັດໃຫ້ພວກເຂົາເສຍຊີວິດໄດ້. ເມື່ອເວົ້າເຖິງຄົນທີ່ມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ບໍ່ວ່າສະຖານະການຈະເປັນແນວໃດກໍຕາມ, ມັນເປັນໄປບໍ່ໄດ້ທີ່ຄົນເຫຼົ່ານີ້ຈະຮັກຄວາມຈິງ ຫຼື ຍອມຮັບຄວາມຈິງ ແລະ ພວກເຂົາຈະບໍ່ມີທາງໄດ້ຮັບຄວາມຈິງເລີຍ. ພວກເຈົ້າເຂົ້າໃຈບໍ? (ເຂົ້າໃຈ.) ພວກເຈົ້າເຂົ້າໃຈ. ຈົ່ງເວົ້າຄືນໃຫ້ເຮົາຟັງ. (ຄົນທີ່ມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ ໂດຍທຳມະຊາດແລ້ວເປັນສັດຕູຂອງພຣະເຈົ້າ. ພວກເຂົາບໍ່ແມ່ນຄົນທີ່ຮັກ ແລະ ສາມາດຍອມຮັບຄວາມຈິງໄດ້ຢ່າງແນ່ນອນ ແລະ ມັນເປັນໄປບໍ່ໄດ້ທີ່ພວກເຂົາຈະໄດ້ຮັບຄວາມຈິງເລີຍ ແລະ ດັ່ງນັ້ນ ສຳລັບພວກເຂົາແລ້ວ ອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສຂອງພວກເຂົາຈຶ່ງເປັນພະຍາດທີ່ເປັນອັນຕະລາຍເຖິງຊີວິດ. ໃນຂະນະທີ່ສຳລັບບາງຄົນທີ່ມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ, ດ້ວຍເງື່ອນໄຂເບື້ອງຕົ້ນທີ່ວ່າພວກເຂົາມີຄວາມເປັນມະນຸດ, ເຫດຜົນ, ສະຕິຮູ້ສຶກຜິດຊອບ ແລະ ຄວາມຮູ້ສຶກອັບອາຍ ແລະ ຮັກສິ່ງທີ່ເປັນບວກ ແລະ ສະແຫວງຫາຄວາມຈິງ ແລະ ຈາກນັ້ນກໍບັນລຸການປ່ຽນແປງທາງອຸປະນິໄສຜ່ານການສະແຫວງຫາຄວາມຈິງ, ພວກເຂົາກຳລັງຕິດຕາມເສັ້ນທາງທີ່ຖືກຕ້ອງ ແລະ ສຳລັບພວກເຂົາແລ້ວ ອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສຂອງພວກເຂົາບໍ່ແມ່ນພະຍາດທີ່ເປັນອັນຕະລາຍເຖິງຊີວິດ. ທັງໝົດນີ້ຖືກຕັດສິນໂດຍແກ່ນແທ້ຂອງຄົນເຫຼົ່ານີ້ ແລະ ເສັ້ນທາງທີ່ພວກເຂົາຕິດຕາມ.) ນັ້ນໝາຍຄວາມວ່າ ມັນເປັນໄປບໍ່ໄດ້ທີ່ຄົນທີ່ມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສຈະສະແຫວງຫາຄວາມຈິງເລີຍ ແລະ ພວກເຂົາຈະບໍ່ມີທາງບັນລຸຄວາມລອດພົ້ນໄດ້ເລີຍ, ໃນຂະນະທີ່ຄົນທີ່ມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສສາມາດຖືກຈັດອອກເປັນສອງປະເພດ: ປະເພດໜຶ່ງສະແຫວງຫາຄວາມຈິງ ແລະ ສາມາດບັນລຸຄວາມລອດພົ້ນໄດ້ ແລະ ອີກປະເພດໜຶ່ງບໍ່ສະແຫວງຫາຄວາມຈິງເລີຍ ແລະ ບໍ່ສາມາດບັນລຸຄວາມລອດພົ້ນໄດ້. ຜູ້ທີ່ບໍ່ສາມາດບັນລຸຄວາມລອດພົ້ນໄດ້ລ້ວນແລ້ວແຕ່ເປັນຜູ້ອອກເຫື່ອແຮງ; ຜູ້ອອກເຫື່ອແຮງທີ່ຈົງຮັກພັກດີບາງຄົນສາມາດຢູ່ຕໍ່ໄດ້ ແລະ ມັນເປັນໄປໄດ້ທີ່ພວກເຂົາອາດຈະພົບກັບຜົນໄດ້ຮັບທີ່ແຕກຕ່າງ.

ເປັນຫຍັງຄົນທີ່ມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສຈຶ່ງບໍ່ສາມາດບັນລຸຄວາມລອດພົ້ນໄດ້? ມັນເປັນເພາະວ່າຄົນເຫຼົ່ານີ້ບໍ່ຮັບຮູ້ຄວາມຈິງ ແລະ ພວກເຂົາກໍບໍ່ຮັບຮູ້ວ່າພຣະເຈົ້າຄືຄວາມຈິງ. ຄົນເຫຼົ່ານີ້ບໍ່ຍອມຮັບວ່າມີສິ່ງທີ່ເປັນບວກ ແລະ ພວກເຂົາບໍ່ຮັກສິ່ງທີ່ເປັນບວກ. ແຕ່ພວກເຂົາກັບຮັກສິ່ງທີ່ຊົ່ວຮ້າຍ ແລະ ສິ່ງທີ່ເປັນລົບ; ພວກເຂົາເປັນຮ່າງປາກົດຂອງທຸກສິ່ງທີ່ຊົ່ວຮ້າຍ ແລະ ເປັນລົບ ແລະ ພວກເຂົາເປັນຜູ້ສະແດງອອກຂອງທຸກສິ່ງທີ່ເປັນລົບ ແລະ ຊົ່ວຮ້າຍ ແລະ ນັ້ນຄືເຫດຜົນທີ່ພວກເຂົາເບື່ອໜ່າຍຄວາມຈິງ, ເປັນປໍລະປັກຕໍ່ຄວາມຈິງ ແລະ ກຽດຊັງຄວາມຈິງ. ພວກເຂົາສາມາດສະແຫວງຫາຄວາມຈິງດ້ວຍແກ່ນແທ້ແບບນັ້ນໄດ້ບໍ? (ບໍ່.) ສະນັ້ນ, ມັນຈຶ່ງເປັນໄປບໍ່ໄດ້ທີ່ຈະເຮັດໃຫ້ຄົນເຫຼົ່ານີ້ສະແຫວງຫາຄວາມຈິງ. ມັນເປັນໄປໄດ້ບໍທີ່ຈະປ່ຽນສັດໃຫ້ກາຍເປັນສັດອີກຊະນິດໜຶ່ງ? ຕົວຢ່າງ: ມັນເປັນໄປໄດ້ບໍທີ່ຈະປ່ຽນແມວໃຫ້ກາຍເປັນໝາ ຫຼື ໜູ? (ບໍ່.) ໜູກໍຈະເປັນໜູຕະຫຼອດໄປ, ເຊິ່ງມັກຈະລີ້ຢູ່ໃນຮູ ແລະ ອາໄສຢູ່ໃນເງົາມືດ. ແມວກໍຈະເປັນສັດຕູຕາມທຳມະຊາດຂອງໜູຕະຫຼອດໄປ ແລະ ສິ່ງນີ້ບໍ່ສາມາດປ່ຽນແປງໄດ້, ສິ່ງນີ້ບໍ່ມີທາງປ່ຽນແປງໄດ້ເລີຍ. ເຖິງຢ່າງໃດກໍຕາມ, ຍັງມີບາງຄົນໃນທ່າມກາງຜູ້ທີ່ມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ ເຊິ່ງຮັກຄວາມຈິງ ແລະ ສິ່ງທີ່ເປັນບວກ, ຄົນທີ່ເຕັມໃຈທຸ່ມເທທຸກຢ່າງເພື່ອປະຕິບັດ ແລະ ສະແຫວງຫາຄວາມຈິງ; ພວກເຂົາປະຕິບັດແມ່ນຫຍັງກໍຕາມທີ່ພຣະເຈົ້າກ່າວ, ພວກເຂົາຕິດຕາມບໍ່ວ່າພຣະເຈົ້າຈະນໍາພາພວກເຂົາແນວໃດກໍຕາມ, ພວກເຂົາເຮັດທຸກສິ່ງທີ່ພຣະເຈົ້າຂໍ, ເສັ້ນທາງທີ່ພວກເຂົາຕິດຕາມແມ່ນສອດຄ່ອງກັບເສັ້ນທາງທີ່ພຣະເຈົ້າຮຽກຮ້ອງຢ່າງສົມບູນ ແລະ ພວກເຂົາສະແຫວງຫາຕາມທິດທາງ ແລະ ຈຸດປະສົງທີ່ພຣະເຈົ້າຊີ້ບອກ. ສ່ວນຄົນອື່ນໆ, ນອກເໜືອຈາກຂໍ້ແທ້ຈິງທີ່ວ່າພວກເຂົາບໍ່ສະແຫວງຫາຄວາມຈິງແລ້ວ, ພວກເຂົາຍັງຕິດຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ມັນກໍບໍ່ຍາກທີ່ຈະຮັບຮູ້ວ່າຜົນສຸດທ້າຍຂອງຄົນເຫຼົ່ານີ້ຈະເປັນແນວໃດ. ບໍ່ພຽງແຕ່ພວກເຂົາຈະບໍ່ໄດ້ຮັບຄວາມຈິງເທົ່ານັ້ນ, ແຕ່ພວກເຂົາຍັງຈະສູນເສຍໂອກາດທີ່ຈະໄດ້ຮັບຄວາມລອດພົ້ນອີກດ້ວຍ, ຄົນເຫຼົ່ານີ້ຊ່າງໜ້າເວດທະນາ! ພຣະເຈົ້າໃຫ້ໂອກາດແກ່ພວກເຂົາ ແລະ ຍັງສະໜອງຄວາມຈິງ ແລະ ຊີວິດໃຫ້ແກ່ພວກເຂົາ, ແຕ່ພວກເຂົາບໍ່ຖະໜອມສິ່ງເຫຼົ່ານີ້ ແລະ ພວກເຂົາບໍ່ຕິດຕາມເສັ້ນທາງໄປສູ່ການຖືກເຮັດໃຫ້ສົມບູນ. ມັນບໍ່ແມ່ນວ່າພຣະເຈົ້າໂປດປານບາງຄົນຫຼາຍກວ່າຄົນອື່ນ ແລະ ບໍ່ໃຫ້ໂອກາດແກ່ຄົນເຫຼົ່ານີ້, ແຕ່ມັນເປັນເພາະວ່າພວກເຂົາບໍ່ຖະໜອມໂອກາດເຫຼົ່ານີ້ ຫຼື ປະຕິບັດຕາມທີ່ພຣະເຈົ້າຮຽກຮ້ອງ, ພວກເຂົາຈຶ່ງສູນເສຍໂອກາດທີ່ຈະໄດ້ຮັບຄວາມລອດພົ້ນ. ດັ່ງນັ້ນ, ອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສຂອງພວກເຂົາຈຶ່ງກາຍເປັນອັນຕະລາຍເຖິງຊີວິດ ແລະ ເຮັດໃຫ້ພວກເຂົາສູນເສຍຊີວິດຂອງພວກເຂົາ. ພວກເຂົາຄິດວ່າການເຂົ້າໃຈຫຼັກຄຳສອນບາງຢ່າງ ແລະ ການສະແດງການກະທຳພາຍນອກ ແລະ ພຶດຕິກຳທີ່ດີບາງຢ່າງ ໝາຍຄວາມວ່າພຣະເຈົ້າຈະບໍ່ພິຈາລະນາເລື່ອງອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສຂອງພວກເຂົາ, ພວກເຂົາສາມາດປິດບັງມັນໄດ້ ແລະ ດ້ວຍເຫດນັ້ນ ໂດຍທຳມະຊາດແລ້ວ ພວກເຂົາຈຶ່ງບໍ່ຈຳເປັນຕ້ອງປະຕິບັດຄວາມຈິງ ແລະ ສາມາດເຮັດທຸກຢ່າງທີ່ພວກເຂົາຕ້ອງການ ແລະ ສາມາດກະທຳຕາມຄວາມເຂົ້າໃຈ, ວິທີການ ແລະ ຄວາມປາຖະໜາຂອງພວກເຂົາເອງ. ໃນທີ່ສຸດ, ບໍ່ວ່າພຣະເຈົ້າຈະໃຫ້ໂອກາດຫຍັງແກ່ພວກເຂົາກໍຕາມ, ພວກເຂົາກໍຍັງຍຶດໝັ້ນໃນເສັ້ນທາງຂອງພວກເຂົາເອງ, ພວກເຂົາຕິດຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ພວກເຂົາກາຍເປັນສັດຕູຂອງພຣະເຈົ້າ. ພວກເຂົາບໍ່ໄດ້ກາຍເປັນສັດຕູຂອງພຣະເຈົ້າ ເພາະວ່າພຣະເຈົ້າກຳນົດໃຫ້ພວກເຂົາເປັນແບບນັ້ນຕັ້ງແຕ່ຕົ້ນ ນັ້ນກໍຄື ພຣະເຈົ້າບໍ່ໄດ້ໃຫ້ການກຳນົດໃດໆແກ່ພວກເຂົາໃນຕອນທຳອິດ, ເພາະວ່າໃນສາຍຕາຂອງພຣະເຈົ້າ ພວກເຂົາບໍ່ແມ່ນສັດຕູຂອງພຣະອົງ ຫຼື ຄົນທີ່ມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ແຕ່ເປັນພຽງຄົນທີ່ມີອຸປະນິໄສທີ່ເສື່ອມຊາມແບບຊາຕານ. ບໍ່ວ່າພຣະເຈົ້າຈະສະແດງຄວາມຈິງອອກມາຫຼາຍສໍ່າໃດກໍຕາມ, ພວກເຂົາກໍຍັງບໍ່ດິ້ນຮົນຫາຄວາມຈິງ. ພວກເຂົາບໍ່ສາມາດກ້າວເຂົ້າສູ່ເສັ້ນທາງແຫ່ງຄວາມລອດພົ້ນ ແລະ ພວກເຂົາກັບຕິດຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ໃນທີ່ສຸດກໍສູນເສຍໂອກາດທີ່ຈະໄດ້ຮັບຄວາມລອດພົ້ນ. ນັ້ນບໍ່ແມ່ນເລື່ອງທີ່ໜ້າເສຍດາຍບໍ? ມັນຊ່າງໜ້າເສຍດາຍຫຼາຍ! ຄົນເຫຼົ່ານີ້ໜ້າເວດທະນາຫຼາຍ. ເປັນຫຍັງພວກເຂົາຈຶ່ງໜ້າເວດທະນາ? ພວກເຂົາເຂົ້າໃຈຄຳເວົ້າ ແລະ ຫຼັກຄຳສອນເລັກນ້ອຍ ແລະ ຄິດວ່າພວກເຂົາເຂົ້າໃຈຄວາມຈິງ; ພວກເຂົາຈ່າຍລາຄາເລັກນ້ອຍ ແລະ ສະແດງພຶດຕິກຳທີ່ດີບາງຢ່າງໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ ແລະ ຄິດວ່າພວກເຂົາກຳລັງປະຕິບັດຄວາມຈິງ; ພວກເຂົາມີພອນສະຫວັນ, ຄວາມສາມາດ ແລະ ຂອງປະທານບາງຢ່າງ ແລະ ສາມາດກ່າວຄຳເວົ້າ ແລະ ຫຼັກຄຳສອນບາງຢ່າງ, ເຮັດວຽກງານບາງຢ່າງ, ເຮັດໜ້າທີ່ພິເສດບາງຢ່າງ ແລະ ພວກເຂົາຄິດວ່າພວກເຂົາໄດ້ຮັບຊີວິດແລ້ວ; ພວກເຂົາສາມາດອົດທົນຕໍ່ຄວາມທຸກທໍລະມານເລັກນ້ອຍ ແລະ ຈ່າຍລາຄາເລັກນ້ອຍ ແລະ ພວກເຂົາເຂົ້າໃຈຜິດວ່າພວກເຂົາສາມາດອ່ອນນ້ອມຕໍ່ພຣະເຈົ້າ ແລະ ຍອມສະລະທຸກສິ່ງເພື່ອພຣະເຈົ້າ. ພວກເຂົາໃຊ້ພຶດຕິກຳທີ່ດີພາຍນອກ, ຂອງປະທານຂອງພວກເຂົາ ແລະ ຄຳເວົ້າ ແລະ ຫຼັກຄຳສອນທີ່ພວກເຂົາໄດ້ປະກອບໃຫ້ຕົນເອງ ເພື່ອແທນທີ່ການປະຕິບັດຄວາມຈິງ, ນີ້ຄືບັນຫາທີ່ໃຫຍ່ທີ່ສຸດຂອງພວກເຂົາ, ເປັນຂໍ້ບົກຜ່ອງທີ່ເປັນອັນຕະລາຍເຖິງຕາຍຂອງພວກເຂົາ. ມັນເຮັດໃຫ້ພວກເຂົາເຊື່ອຢ່າງຜິດໆວ່າພວກເຂົາໄດ້ກ້າວເຂົ້າສູ່ເສັ້ນທາງແຫ່ງຄວາມລອດພົ້ນແລ້ວ ແລະ ພວກເຂົາມີຄວາມເຕີບໂຕ ແລະ ຊີວິດແລ້ວ. ໃນກໍລະນີໃດກໍຕາມ, ຖ້າຄົນເຫຼົ່ານີ້ບໍ່ສາມາດບັນລຸຄວາມລອດພົ້ນໄດ້ໃນທີ່ສຸດ, ແລ້ວພວກເຂົາກໍໂທດໃຜບໍ່ໄດ້ນອກຈາກຕົນເອງ; ມັນເປັນເພາະວ່າພວກເຂົາເອງບໍ່ໄດ້ຈົດຈໍ່ກັບຄວາມຈິງ, ບໍ່ໄດ້ສະແຫວງຫາຄວາມຈິງ ແລະ ເຕັມໃຈທີ່ຈະຕິດຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ.

ຕອນນີ້ມີບາງຄົນທີ່ຫຼັງຈາກຟັງຄຳເທດສະໜາມາເປັນເວລາ 30 ປີ, ກໍຍັງບໍ່ຮູ້ວ່າຄວາມຈິງແມ່ນຫຍັງ ຫຼື ຫຼັກຄຳສອນແມ່ນຫຍັງ. ເມື່ອພວກເຂົາອ້າປາກ, ສິ່ງດຽວທີ່ພວກເຂົາເວົ້າລ້ວນແລ້ວແຕ່ເປັນທິດສະດີທີ່ຫວ່າງເປົ່າ, ຄຳເວົ້າເພື່ອສັ່ງສອນຄົນອື່ນ ແລະ ຄຳຂວັນທີ່ຫວ່າງເປົ່າ ແລະ ພວກເຂົາພຽງແຕ່ເວົ້າກ່ຽວກັບວິທີທີ່ພວກເຂົາອົດທົນຕໍ່ຄວາມທຸກທໍລະມານ ແລະ ຈ່າຍລາຄາໃນອະດີດ, ດັ່ງນັ້ນຈຶ່ງເປັນການອວດອ້າງຄວາມອາວຸໂສຂອງພວກເຂົາ. ພວກເຂົາບໍ່ເຄີຍເວົ້າກ່ຽວກັບການຮູ້ຈັກຕົນເອງ, ວິທີທີ່ພວກເຂົາຍອມຮັບການຖືກລິຮານ, ວິທີທີ່ພວກເຂົາເປີດເຜີຍອຸປະນິໄສທີ່ເສື່ອມຊາມ, ວິທີທີ່ພວກເຂົາຍາດຊິງຊື່ສຽງ ແລະ ຜົນປະໂຫຍດ ຫຼື ພວກເຂົາມີການເປີດເຜີຍອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສແບບໃດ. ພວກເຂົາບໍ່ເຄີຍເວົ້າກ່ຽວກັບສິ່ງເຫຼົ່ານີ້; ພວກເຂົາພຽງແຕ່ເວົ້າກ່ຽວກັບການປະກອບສ່ວນຂອງພວກເຂົາ ແລະ ບໍ່ເວົ້າເຖິງການຝ່າຝືນຂອງພວກເຂົາ. ຄົນເຫຼົ່ານີ້ບໍ່ໄດ້ຢູ່ໃນອັນຕະລາຍອັນໃຫຍ່ຫຼວງບໍ? ບາງຄົນໄດ້ຟັງຄຳເທດສະໜາມາເປັນເວລາ 20 ຫຼື 30 ປີ ແລະ ຍັງບໍ່ຮູ້ວ່າຄວາມຈິງຄວາມເປັນຈິງແມ່ນຫຍັງ ຫຼື ການອ່ອນນ້ອມຕໍ່ການຈັດວາງ ແລະ ການຈັດແຈງຂອງພຣະເຈົ້າໝາຍຄວາມວ່າແນວໃດ ແລະ ດັ່ງນັ້ນ ເຮົາຈຶ່ງສົງໄສວ່າຄົນເຫຼົ່ານີ້ອາດຈະບໍ່ມີຄວາມສາມາດໃນການເຂົ້າໃຈພຣະທຳຂອງພຣະເຈົ້າ. ຫຼັງຈາກຟັງຄຳເທດສະໜາມາເປັນເວລາ 30 ປີ, ພວກເຂົາຄິດວ່າພວກເຂົາມີຄວາມເຕີບໂຕ, ແຕ່ເມື່ອພວກເຂົາບໍ່ມີສະຖານະ, ພວກເຂົາກໍຍັງສາມາດຄິດລົບໄດ້ ແລະ ໃນທີ່ລັບ ພວກເຂົາຈະຮ້ອງໄຫ້ ແລະ ຈົ່ມຕໍ່ວ່າ ແລະ ອາດຈະເຖິງຂັ້ນຖິ້ມວຽກຂອງພວກເຂົາ. ຫຼັງຈາກຟັງຄຳເທດສະໜາມາເປັນເວລາ 30 ປີ, ເມື່ອພວກເຂົາຖືກໄລ່ອອກ ພວກເຂົາກໍຍັງສາມາດເອົາແຕ່ໃຈ ແລະ ບໍ່ມີເຫດຜົນ ແລະ ຕັ້ງຕົນເປັນປໍລະປັກຕໍ່ພຣະເຈົ້າ. ພວກເຂົາເຂົ້າໃຈຫຍັງແດ່ ຫຼັງຈາກຟັງຄຳເທດສະໜາມາເປັນເວລາຫຼາຍປີ? ຖ້າພວກເຂົາຍັງບໍ່ເຂົ້າໃຈວ່າຄວາມຈິງແມ່ນຫຍັງຫຼັງຈາກຟັງຄຳເທດສະໜາມາຫຼາຍຄັ້ງ, ແລ້ວພວກເຂົາບໍ່ໄດ້ເຊື່ອໂດຍສູນເປົ່າບໍ? ນີ້ຄືສິ່ງທີ່ເອີ້ນວ່າຄວາມເຊື່ອທີ່ມຶນງົງ!

ວັນທີ 14 ມີນາ 2020

ກ່ອນນີ້: ຂໍ້ທີເກົ້າ: ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາພຽງເພື່ອເຮັດໃຫ້ຕົນເອງໂດດເດັ່ນ ແລະ ຕອບສະໜອງຜົນປະໂຫຍດ ແລະ ຄວາມທະເຍີທະຍານຂອງພວກເຂົາເອງ; ພວກເຂົາບໍ່ເຄີຍຄຳນຶງເຖິງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເລີຍ ແລະ ພວກເຂົາເຖິງກັບທໍລະຍົດຕໍ່ຜົນປະໂຫຍດເຫຼົ່ານັ້ນ ເພື່ອແລກປ່ຽນມັນກັບກຽດຕິຍົດສ່ວນຕົວ (ພາກທີສອງ)

ຕໍ່ໄປ: ລາຍການທີສິບ: ພວກເຂົາດູໝິ່ນຄວາມຈິງ, ຝ່າຝືນຫຼັກການຢ່າງບໍ່ອາຍ ແລະ ເມີນເສີຍການຈັດແຈງຂອງເຮືອນຂອງພຣະເຈົ້າ (ພາກທີໜຶ່ງ)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້