ລາຍການທີເກົ້າ: ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາພຽງແຕ່ເພື່ອເຮັດໃຫ້ຕົນເອງໂດດເດັ່ນ ແລະ ຕອບສະໜອງຜົນປະໂຫຍດ ແລະ ຄວາມທະເຍີທະຍານຂອງພວກເຂົາເອງ; ພວກເຂົາບໍ່ເຄີຍພິຈາລະນາຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເລີຍ ແລະ ເຖິງກັບທໍລະຍົດຕໍ່ຜົນປະໂຫຍດເຫຼົ່ານັ້ນເພື່ອແລກເອົາກຽດຕິຍົດສ່ວນຕົວ (ພາກທີໜຶ່ງ)

ບົດເສີມ: ຄວາມຈິງແມ່ນຫຍັງ

ມື້ນີ້ ພວກເຮົາຈະສືບຕໍ່ໂອ້ລົມກ່ຽວກັບເນື້ອໃນຈາກການໂອ້ລົມຄັ້ງທີ່ແລ້ວ. ຫົວຂໍ້ທີ່ພວກເຮົາໄດ້ໂອ້ລົມກັນໃນຄັ້ງທີ່ແລ້ວແມ່ນຫຍັງ? (“ນອນເທິງກອງຟືນ ແລະ ເລຍນ້ຳບີ” ນັ້ນບໍ່ແມ່ນຄວາມຈິງ.) ແລ້ວໃນເມື່ອກ່ອນ ພວກເຈົ້າເຄີຍຄິດວ່າມັນແມ່ນຄວາມຈິງບໍ? ໃນຈິດໃຕ້ສຳນຶກແລ້ວ ຜູ້ຄົນເຄີຍຄິດວ່າມັນແມ່ນຄວາມຈິງ ຫຼື ຢ່າງໜ້ອຍທີ່ສຸດ, ກໍຄິດວ່າມັນຂ້ອນຂ້າງເປັນສິ່ງທີ່ດີ, ສ້າງແຮງບັນດານໃຈ ແລະ ອາດຈະຊຸກຍູ້ໃຫ້ຜູ້ຄົນມີຄວາມຫ້າວຫັນ ແລະ ເບິ່ງໂລກໃນດ້ານດີໄດ້. ການເບິ່ງຈາກຄວາມໝາຍໃນລະດັບນີ້, ຜູ້ຄົນກໍຄິດວ່າມັນຂ້ອນຂ້າງໃກ້ຄຽງກັບຄວາມຈິງ ແລະ ຂ້ອນຂ້າງໃກ້ຄຽງກັບສິ່ງທີ່ເປັນບວກ. ສະນັ້ນ, ຫຼາຍຄົນຈຶ່ງເຊື່ອໃນຈິດໃຕ້ສຳນຶກກັບຄຳເວົ້າທີ່ວ່າ “ນອນເທິງກອງຟືນ ແລະ ເລຍນ້ຳບີ” ນີ້ ເປັນຄຳເວົ້າທີ່ຂ້ອນຂ້າງເປັນບວກ ຫຼື ຢ່າງໜ້ອຍທີ່ສຸດ, ມັນກໍມີຄວາມໝາຍໃນທາງດີ ຫຼາຍກວ່າທາງລົບ ແລະ ມີບົດບາດໃນການຊ່ວຍເຫຼືອຊີວິດຂອງຜູ້ຄົນ ແລະ ການປະພຶດຕົນ. ແຕ່ຫຼັງຈາກທີ່ໄດ້ໂອ້ລົມກ່ຽວກັບຄຳເວົ້າດັ່ງກ່າວແລ້ວ, ພວກເຮົາກໍເຫັນວ່າມັນບໍ່ແມ່ນແນວນັ້ນເລີຍ ແລະ ມັນມີບັນຫາໃຫຍ່ຢູ່ຫຼາຍ. ພວກເຈົ້າໄດ້ຊອກຫາສຳນວນທີ່ຄ້າຍຄືກັນ ຫຼື ກ່ຽວຂ້ອງກັບຄຳເວົ້ານີ້ຕື່ມອີກ ຫຼື ທີ່ມີບົດບາດທີ່ຄ້າຍຄືກັນ ແລະ ທີ່ຜູ້ຄົນຄິດໃນຈິດໃຕ້ສຳນຶກວ່າຂ້ອນຂ້າງເປັນບວກ ຫຼື ຂ້ອນຂ້າງເປັນເລື່ອງທີ່ດີ ແລະ ໄດ້ໄຈ້ແຍກຄຳເວົ້າເຫຼົ່ານັ້ນແລ້ວບໍ? (ບໍ່.) ບອກເຮົາເບິ່ງວ່າ ຄຳເວົ້າທີ່ວ່າ “ສະຫຼຸບເອົາເອງຈາກເຫດການພຽງຄັ້ງດຽວ” ເໝາະສົມຢູ່ບ່ອນນີ້ບໍ? (ແມ່ນແລ້ວ.) ສາມາດເວົ້າໄດ້ວ່າ ຄຳເວົ້ານີ້ມີການນໍາໃຊ້ຕົວຈິງ ເມື່ອເວົ້າເຖິງການສະແຫວງຫາຄວາມຈິງ ແລະ ການປະຕິບັດຄວາມຈິງ. ຄັ້ງທີ່ແລ້ວ ພວກເຮົາໄດ້ໂອ້ລົມກ່ຽວກັບ “ນອນເທິງກອງຟືນ ແລະ ເລຍນ້ຳບີ”. ຍັງມີສຳນວນອື່ນອັນໃດອີກແດ່ທີ່ຄ້າຍຄືກັນ? ຍັງມີສຳນວນອື່ນອັນໃດອີກແດ່ທີ່ມີຄວາມໝາຍຄ້າຍຄືກັນ ຫຼື ສາມາດໃຊ້ໃນບົດບາດດຽວກັນໄດ້? ມັນບໍ່ໄດ້ເສຍຫາຍຫຍັງທີ່ພວກເຈົ້າຈະໄຈ້ແຍກສຳນວນ ເຊັ່ນ: “ນອນເທິງກອງຟືນ ແລະ ເລຍນ້ຳບີ” ຕາມວິທີທາງຂອງເຮົາ, ໂດຍການໂອ້ລົມກ່ຽວກັບສຳນວນດັ່ງກ່າວນຳກັນ ແລະ ໄດ້ຮັບຄວາມເຂົ້າໃຈໃໝ່ໆ ບາງຢ່າງ. ເມື່ອພວກເຈົ້າສາມາດເບິ່ງທະລຸຄວາມຫຼອກລວງຂອງພວກມັນ, ພວກເຈົ້າກໍຈະປະຖິ້ມສຳນວນດັ່ງກ່າວ ແລະ ຫຼັງຈາກນັ້ນກໍຈະເດີນໃນເສັ້ນທາງແຫ່ງການປະຕິບັດຄວາມຈິງ ແລະ ການໄລ່ຕາມຄວາມຈິງ ໂດຍອີງໃສ່ພຣະທຳຂອງພຣະເຈົ້າຢ່າງສົມບູນ.

ໃຫ້ພວກເຮົາສືບຕໍ່ຫົວຂໍ້ທີ່ພວກເຮົາໄດ້ໂອ້ລົມກັນໃນສອງຄັ້ງທີ່ຜ່ານມາ. ຫົວຂໍ້ນັ້ນແມ່ນຫຍັງ? (ຄວາມຈິງແມ່ນຫຍັງ.) ຖືກຕ້ອງແລ້ວ, ຄວາມຈິງແມ່ນຫຍັງ. ແລ້ວຄວາມຈິງແມ່ນຫຍັງກັນແທ້? (ຄວາມຈິງຄືເກນສຳລັບການປະພຶດຕົນ, ການກະທຳ ແລະ ການນະມັດສະການຂອງມະນຸດທີ່ມີຕໍ່ພຣະເຈົ້າ.) ເບິ່ງຄືວ່າພວກເຈົ້າໄດ້ທ່ອງຈຳປະໂຫຍກນີ້ໃນທາງທິດສະດີ ແລະ ນິຍາມແລ້ວ. ສະນັ້ນ, ຫຼັງຈາກການໂອ້ລົມສອງຄັ້ງກ່ອນໜ້ານີ້ຂອງພວກເຮົາ, ມີຄວາມແຕກຕ່າງຫຍັງບໍໃນນິຍາມ, ຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບຄວາມຈິງໃນສ່ວນເລິກໃນຫົວໃຈຂອງພວກເຈົ້າຕອນນີ້ ເມື່ອທຽບກັບເມື່ອກ່ອນ? (ມີຄວາມແຕກຕ່າງ.) ຄວາມແຕກຕ່າງນີ້ແມ່ນຫຍັງກັນແທ້? ເຖິງແມ່ນວ່າໃນໄລຍະສັ້ນ ພວກເຈົ້າອາດຈະບໍ່ມີຄວາມຮູ້ຈາກປະສົບການຕົວຈິງ, ຢ່າງໜ້ອຍທີ່ສຸດ ພວກເຈົ້າກໍມີຄວາມເຂົ້າໃຈໃນເບື້ອງຕົ້ນບາງຢ່າງ. ບອກເຮົາເບິ່ງ ໂດຍອີງໃສ່ປະສົບການ, ຄວາມຮູ້ ແລະ ຄວາມເຂົ້າໃຈຂອງພວກເຈົ້າເອງ. (ເມື່ອກ່ອນ ຂ້ານ້ອຍຮູ້ວ່າຂ້ານ້ອຍຕ້ອງປະຕິບັດຕາມຄວາມຈິງແຫ່ງພຣະທຳຂອງພຣະເຈົ້າໃນຕອນໃດກໍຕາມທີ່ເກີດເລື່ອງຕ່າງໆ ຂຶ້ນ, ແຕ່ຂ້ານ້ອຍບໍ່ສາມາດນຳມັນໄປປະຕິບັດໄດ້ເລີຍ. ມັນຄືກັບວ່າ ໂດຍປົກກະຕິແລ້ວ ຂ້ານ້ອຍມີແນວໂນ້ມທີ່ຈະສະແດງຄວາມຫົວຮ້ອນອອກມາ ແລະ ເຖິງແມ່ນວ່າຂ້ານ້ອຍຈະຮູ້ຈາກພຣະທຳຂອງພຣະເຈົ້າວ່າ ມັນຜິດທີ່ຈະສະແດງຄວາມຫົວຮ້ອນອອກມາ ແລະ ຂ້ານ້ອຍກໍຮູ້ຂໍ້ກຳນົດຂອງພຣະເຈົ້າຕໍ່ຜູ້ຄົນ, ຂ້ານ້ອຍກໍຍັງເຮັດມັນ ແລະ ຂ້ານ້ອຍບໍ່ເຄີຍສາມາດຊອກຫາຕົ້ນເຫດໄດ້ເລີຍ. ຫຼັງຈາກທີ່ໄດ້ຟັງການໂອ້ລົມຂອງພຣະເຈົ້າໃນຄັ້ງທີ່ແລ້ວເທົ່ານັ້ນ ຂ້ານ້ອຍຈຶ່ງຮູ້ສຶກຕົວວ່າ ຫຼາຍຄັ້ງທີ່ຜູ້ຄົນໄດ້ເປີດເຜີຍຄວາມເສື່ອມຊາມ ກໍຍ້ອນວ່າພວກເຂົາຖືກຄວບຄຸມດ້ວຍຄວາມຄິດແບບຊາຕານ ແລະ ທີ່ຂ້ານ້ອຍສະແດງຄວາມຫົວຮ້ອນ ອອກມາກໍຍ້ອນວ່າພາຍໃນຕົວຂ້ານ້ອຍມີຕັກກະຂອງຊາຕານທີ່ວ່າ “ໃຜບໍ່ໂຈມຕີເຮົາ, ເຮົາກໍບໍ່ໂຈມຕີເຂົາ; ຖ້າໃຜໂຈມຕີເຮົາ, ເຮົາກໍເອົາຄືນແນ່ນອນ”. ຂ້ານ້ອຍຄິດວ່າຄຳເວົ້ານີ້ຖືກຕ້ອງ ແລະ ການທີ່ຂ້ານ້ອຍກະທຳແບບນີ້ກໍເປັນວິທີການປ້ອງກັນຕົວເອງ. ເມື່ອໄດ້ຮັບອິດທິພົນຈາກຄວາມຄິດ ແລະ ມຸມມອງແບບຊາຕານນີ້, ຂ້ານ້ອຍຈຶ່ງບໍ່ສາມາດປະຕິບັດຄວາມຈິງໄດ້. ແຕ່ທີ່ຈິງແລ້ວ, ເຖິງແມ່ນວ່າສິ່ງເຫຼົ່ານີ້ທີ່ມາຈາກຊາຕານຈະເບິ່ງຄືວ່າຖືກຕ້ອງໃນພາຍນອກ, ໃນຄວາມເປັນຈິງແລ້ວ ຄວາມໝາຍທີ່ພວກມັນສື່ອອກມານັ້ນສວນທາງກັບສິ່ງທີ່ພຣະທຳຂອງພຣະເຈົ້າໄດ້ຮຽກຮ້ອງ ແລະ ສິ່ງເຫຼົ່ານີ້ລ້ວນເປັນສິ່ງທີ່ຜິດ. ມີພຽງແຕ່ພຣະທຳຂອງພຣະເຈົ້າເທົ່ານັ້ນທີ່ເປັນຄວາມຈິງ ແລະ ມີພຽງແຕ່ການກະທຳທີ່ສອດຄ່ອງກັບພຣະທຳຂອງພຣະເຈົ້າເທົ່ານັ້ນທີ່ຖືກຕ້ອງຢ່າງສົມບູນ.) ດີຫຼາຍ. ມີໃຜສາມາດເພີ່ມເຕີມຫຍັງອີກບໍ? (ຂ້ານ້ອຍຢາກເພີ່ມເຕີມບາງຢ່າງ. ເມື່ອກ່ອນ ຂ້ານ້ອຍກໍຮູ້ເຊັ່ນກັນວ່າ ຂ້ານ້ອຍຕ້ອງສະແຫວງຫາ ແລະ ປະຕິບັດຄວາມຈິງໃນຕອນໃດກໍຕາມທີ່ເກີດເລື່ອງຕ່າງໆ ຂຶ້ນ, ແຕ່ຂ້ານ້ອຍກໍຍັງສັບສົນກັບເລັກນ້ອຍກ່ຽວກັບແນວທາງປະຕິບັດ. ຫຼັງຈາກທີ່ໄດ້ຟັງການໂອ້ລົມຂອງພຣະເຈົ້າ, ຂ້ານ້ອຍຮູ້ສຶກວ່າຄວາມຈິງນັ້ນສາມາດນຳໃຊ້ໄດ້ຈິງ ແລະ ກ່ຽວຂ້ອງກັບທຸກດ້ານຂອງຊີວິດ. ຍົກຕົວຢ່າງບາງຢ່າງທີ່ພຣະເຈົ້າໄດ້ກ່າວເຖິງ. ຄົນຈີນກໍຮຽນຮູ້ທີ່ຈະດື່ມກາເຟເຊັ່ນກັນ ຫຼັງຈາກທີ່ໄປຮອດປະເທດຕາເວັນຕົກ. ນີ້ບໍ່ແມ່ນບັນຫາກ່ຽວກັບວິທີທີ່ຄົນໃດໜຶ່ງໄດ້ກະທຳ, ແຕ່ເປັນບັນຫາຂອງຄວາມຄິດ ແລະ ມຸມມອງຂອງຜູ້ຄົນ ແລະ ສິ່ງນີ້ກ່ຽວຂ້ອງກັບຄວາມຈິງ. ນອກຈາກນີ້, ຫຼັງຈາກການໄຈ້ແຍກຂອງພຣະເຈົ້າກ່ຽວກັບຄຳເວົ້າທົ່ວໄປ ແລະ ສຳນວນບາງຢ່າງທີ່ຜູ້ຄົນຄິດວ່າຖືກຕ້ອງ, ຂ້ານ້ອຍກໍເລີ່ມຄິດວ່າ ຂ້ານ້ອຍຄວນໄຕ່ຕອງກ່ຽວກັບພຶດຕິກຳ ແລະ ແນວທາງປະຕິບັດຂອງຂ້ານ້ອຍເອງທີ່ເບິ່ງຄືວ່າຖືກຕ້ອງ ແລະ ກ່ຽວກັບເຈດຕະນາ, ຄວາມຄິດ ແລະ ມຸມມອງທີ່ຢູ່ເບື້ອງຫຼັງພຶດຕິກຳເຫຼົ່ານີ້ ແລະ ກ່ຽວກັບສິ່ງທີ່ຂ້ານ້ອຍກຳລັງດຳເນີນຊີວິດຕາມ ໂດຍການອີງໃສ່ສິ່ງເຫຼົ່ານີ້ຢ່າງແທ້ຈິງ. ຕອນນີ້ ຂ້ານ້ອຍຮູ້ສຶກຊັດເຈນຫຼາຍຂຶ້ນກ່ຽວກັບວິທີສະແຫວງຫາ ແລະ ວິທີປະຕິບັດຄວາມຈິງໃນຕອນໃດກໍຕາມທີ່ເກີດເລື່ອງຕ່າງໆ ຂຶ້ນ ແລະ ມັນບໍ່ເປັນນາມມະທຳອີກຕໍ່ໄປ.) ມັນເບິ່ງຄືວ່າຜ່ານການໂອ້ລົມສອງຄັ້ງນີ້, ຄົນສ່ວນໃຫຍ່ໄດ້ຮັບຄວາມເຂົ້າໃຈພື້ນຖານກ່ຽວກັບວ່າຄວາມຈິງແມ່ນຫຍັງ ແລະ ກ່ຽວກັບບາງຫົວຂໍ້ທີ່ກ່ຽວຂ້ອງກັບຄວາມຈິງ ແລະ ຈາກສ່ວນເລິກຂອງຫົວໃຈຂອງພວກເຂົາ, ພວກເຂົາໄດ້ເລີ່ມໄຕ່ຕອງແລ້ວວ່າ ການປະພຶດ ແລະ ການກະທຳຂອງພວກເຂົາກ່ຽວຂ້ອງກັບຄວາມຈິງ ຫຼື ບໍ່, ພ້ອມທັງໄຕ່ຕອງໃນສິ່ງທີ່ພວກເຂົາຍຶດຖື ແລະ ໄດ້ຍິນໃນຄວາມເຊື່ອໃນພຣະເຈົ້າຂອງພວກເຂົາ ວ່າສິ່ງໃດທີ່ເປັນຄວາມຈິງ ແລະ ສິ່ງໃດທີ່ບໍ່ແມ່ນຄວາມຈິງ ແລະ ສິ່ງທີ່ພວກເຂົາຄິດວ່າຖືກຕ້ອງນັ້ນເປັນຄວາມຈິງແທ້ ຫຼື ບໍ່ ແລະ ຄວາມສຳພັນຂອງສິ່ງດັ່ງກ່າວກັບຄວາມຈິງນັ້ນແມ່ນຫຍັງ. ຫຼັງຈາກທີ່ໄຕ່ຕອງແລ້ວ, ຜູ້ຄົນຈຶ່ງສາມາດກຳນົດໄດ້ວ່າຄວາມຈິງແມ່ນຫຍັງກັນແທ້, ລວມເຖິງສິ່ງໃດທີ່ເປັນຄວາມຈິງ ແລະ ສິ່ງໃດທີ່ບໍ່ແມ່ນຄວາມຈິງ. ຫຼັງຈາກທີ່ໄດ້ຟັງບົດເທດສະໜາມາເປັນເວລາຫຼາຍປີ ແລະ ໄດ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າມາເປັນເວລາຫຼາຍປີ, ຄົນສ່ວນໃຫຍ່ກໍໄດ້ຮັບບາງຢ່າງ ແລະ ສາມາດເຫັນຄວາມເປັນຈິງຢ່າງໜຶ່ງໄດ້ຢ່າງຊັດເຈນ: ພຣະທຳຂອງພຣະເຈົ້າແມ່ນຄວາມຈິງຢ່າງແທ້ຈິງ, ຂໍ້ກຳນົດຂອງພຣະເຈົ້າແມ່ນຄວາມຈິງ ແລະ ທຸກສິ່ງທີ່ມາຈາກພຣະເຈົ້າແມ່ນຄວາມຈິງ. ຜູ້ຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງໄດ້ຍອມຮັບ ແລະ ຮັບຮູ້ຄວາມເປັນຈິງນີ້ຈາກຫົວໃຈແລ້ວ, ແຕ່ໃນຊີວິດຈິງ ພວກເຂົາອາດຈະເວົ້າສິ່ງທີ່ບໍ່ກ່ຽວຂ້ອງກັບຄວາມຈິງເລີຍ ຫຼື ສິ່ງທີ່ສວນທາງກັບຄວາມຈິງຢູ່ເລື້ອຍໆ ໂດຍບໍ່ຮູ້ຕົວ. ບາງຄົນເຖິງກັບປະຕິບັດຕໍ່ສິ່ງທີ່ຜູ້ຄົນຄິດວ່າຖືກຕ້ອງ ແລະ ຄິດວ່າດີນັ້ນເປັນຄວາມຈິງ ແລະ ໂດຍສະເພາະແມ່ນບໍ່ໄດ້ແຍກແຍະຄວາມຫຼອກລວງທີ່ເບິ່ງຄືວ່າຖືກຕ້ອງ ແລະ ຄຳເວົ້າມານຮ້າຍທີ່ມາຈາກຊາຕານ, ເຊິ່ງພວກເຂົາບໍ່ພຽງແຕ່ໄດ້ຍອມຮັບໄວ້ໃນຫົວໃຈມາດົນແລ້ວເທົ່ານັ້ນ, ແຕ່ຍັງໄດ້ປະຕິບັດຕໍ່ສິ່ງເຫຼົ່ານັ້ນເປັນຄືກັບສິ່ງທີ່ເປັນບວກອີກດ້ວຍ. ຍົກຕົວຢ່າງ: ປັດຊະຍາຂອງຊາຕານຫຼາຍຢ່າງ ເຊັ່ນ: “ແຂ້ວຕໍ່ແຂ້ວ, ຕາຕໍ່ຕາໄດ້”, “ໃຊ້ວິທີຂອງຄົນນັ້ນ ຈັດການກັບຄົນນັ້ນເອງ”, “ຄົນສະຫຼາດຮູ້ຈັກປ້ອງກັນຕົວເອງ, ຂໍພຽງແຕ່ບໍ່ມີຄວາມຜິດກໍພໍ” ແລະ “ໃຜບໍ່ໂຈມຕີເຮົາ, ເຮົາກໍບໍ່ໂຈມຕີເຂົາ” ແລະ ອື່ນໆ, ສິ່ງເຫຼົ່ານີ້ລ້ວນແຕ່ຖືກຜູ້ຄົນຖືວ່າເປັນຄວາມຈິງ ແລະ ເປັນຄະຕິປະຈຳໃຈໃນການໃຊ້ຊີວິດ ແລະ ຜູ້ຄົນເຖິງກັບຮູ້ສຶກພໍໃຈກັບຕົນເອງເປັນພິເສດທີ່ຍຶດຖືປັດຊະຍາເຫຼົ່ານີ້ຂອງຊາຕານ ແລະ ຈົນໄດ້ມາອ່ານພຣະທຳຂອງພຣະເຈົ້າ ພວກເຂົາຈຶ່ງຮູ້ສຶກຕົວວ່າ ສິ່ງເຫຼົ່ານີ້ທີ່ມາຈາກຊາຕານນັ້ນ ທີ່ຈິງແລ້ວບໍ່ແມ່ນຄວາມຈິງ, ແຕ່ເປັນຄວາມນອກຮີດ ແລະ ຄວາມຫຼອກລວງທີ່ເບິ່ງຄືວ່າຖືກຕ້ອງ ເຊິ່ງເຮັດໃຫ້ຜູ້ຄົນຫຼົງຜິດໄດ້. ສິ່ງເຫຼົ່ານີ້ມາຈາກໃສ? ບາງຢ່າງມາຈາກການສຶກສາໃນໂຮງຮຽນ ແລະ ມາຈາກປຶ້ມແບບຮຽນ, ບາງຢ່າງມາຈາກການສຶກສາໃນຄອບຄົວ ແລະ ບາງຢ່າງມາຈາກການຫຼໍ່ຫຼອມຂອງສັງຄົມ. ສະຫຼຸບແລ້ວ, ພວກມັນລ້ວນແຕ່ມາຈາກວັດທະນະທຳດັ້ງເດີມ ແລະ ມີຕົ້ນກຳເນີດມາຈາກການສັ່ງສອນຂອງຊາຕານ. ສິ່ງເຫຼົ່ານີ້ກ່ຽວຂ້ອງຫຍັງກັບຄວາມຈິງແມ່ນບໍ? ພວກມັນບໍ່ໄດ້ກ່ຽວຂ້ອງຫຍັງກັນເລີຍ. ແຕ່ຜູ້ຄົນບໍ່ສາມາດແຍກແຍະສິ່ງເຫຼົ່ານີ້ຕາມສິ່ງທີ່ມັນເປັນໄດ້ ແລະ ຍັງຖືວ່າພວກມັນເປັນຄວາມຈິງ. ບັນຫານີ້ຮ້າຍແຮງເກີນໄປແລ້ວແມ່ນບໍ? ຜົນສະທ້ອນຂອງການຖືວ່າສິ່ງເຫຼົ່ານີ້ທີ່ມາຈາກຊາຕານເປັນຄວາມຈິງແມ່ນຫຍັງ? ຜູ້ຄົນຈະສາມາດຖອດຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາໄດ້ບໍ ໂດຍການຍຶດຖືສິ່ງເຫຼົ່ານີ້? ຜູ້ຄົນຈະສາມາດດຳລົງຊີວິດແບບມີຄວາມເປັນມະນຸດທີ່ປົກກະຕິໄດ້ບໍ ໂດຍການຍຶດຖືສິ່ງເຫຼົ່ານັ້ນ? ຜູ້ຄົນສາມາດດຳລົງຊີວິດຕາມຈິດສຳນຶກ ແລະ ເຫດຜົນໄດ້ບໍ ໂດຍການຍຶດຖືສິ່ງເຫຼົ່ານັ້ນ? ພວກເຂົາສາມາດບັນລຸມາດຕະຖານຂອງຈິດສຳນຶກ ແລະ ເຫດຜົນໄດ້ບໍ ໂດຍການຍຶດຖືສິ່ງເຫຼົ່ານັ້ນ? ຜູ້ຄົນສາມາດໄດ້ຮັບການອະນຸມັດຈາກພຣະເຈົ້າໄດ້ບໍ ໂດຍການຍຶດຖືສິ່ງເຫຼົ່ານັ້ນ? ພວກເຂົາບໍ່ສາມາດເຮັດສິ່ງໃດສິ່ງໜຶ່ງໃນນີ້ໄດ້ເລີຍ. ໃນເມື່ອພວກເຂົາບໍ່ສາມາດເຮັດສິ່ງໃດສິ່ງໜຶ່ງໃນນີ້ໄດ້, ສິ່ງເຫຼົ່ານີ້ທີ່ຜູ້ຄົນຍຶດຖືນັ້ນເປັນຄວາມຈິງແມ່ນບໍ? ສິ່ງເຫຼົ່ານີ້ສາມາດເປັນຫຼັກການດຳເນີນຊີວິດຂອງຄົນໄດ້ບໍ? ຜົນສະທ້ອນຂອງການທີ່ຜູ້ຄົນຖືວ່າສິ່ງທີ່ເປັນລົບເຫຼົ່ານີ້ ເຊັ່ນ: ສິ່ງທີ່ພວກເຂົາຄິດວ່າເປັນປັດຊະຍາທີ່ຖືກຕ້ອງ ແລະ ດີສຳລັບການດຳເນີນຊີວິດທາງໂລກ, ກົນຍຸດການເອົາຕົວລອດ, ກົດແຫ່ງການຢູ່ລອດ ແລະ ແມ່ນແຕ່ວັດທະນະທຳດັ້ງເດີມ ວ່າເປັນຄວາມຈິງ ແລະ ຍຶດຖືສິ່ງເຫຼົ່ານັ້ນແມ່ນຫຍັງ? ມະນຸດຊາດໄດ້ຍຶດຖືສິ່ງເຫຼົ່ານີ້ມາເປັນເວລາຫຼາຍພັນປີແລ້ວ. ພວກເຂົາໄດ້ມີການປ່ຽນແປງຢູ່ບໍ? ສະຖານະການໃນປັດຈຸບັນຂອງມະນຸດຊາດໄດ້ມີການປ່ຽນແປງຢູ່ບໍ? ມະນຸດທີ່ເສື່ອມຊາມບໍ່ໄດ້ກາຍເປັນຄົນຊົ່ວຊ້າຂຶ້ນເລື້ອຍໆ ແລະ ຕໍ່ຕ້ານພຣະເຈົ້າຫຼາຍຂຶ້ນເລື້ອຍໆ ບໍ? ພຣະເຈົ້າໄດ້ສະແດງຄວາມຈິງຫຼາຍຢ່າງອອກມາທຸກຄັ້ງທີ່ພຣະອົງປະຕິບັດພາລະກິດຂອງພຣະອົງ ແລະ ຜູ້ຄົນສາມາດເຫັນໄດ້ວ່າຄວາມຈິງເຫຼົ່ານີ້ມີສິດອຳນາດ ແລະ ພະລັງ, ແລ້ວເປັນຫຍັງມະນຸດຈຶ່ງຍັງສາມາດປະຕິເສດ ແລະ ຕໍ່ຕ້ານພຣະເຈົ້າໄດ້? ເປັນຫຍັງພວກເຂົາຈຶ່ງຍັງບໍ່ສາມາດຍອມຮັບ ແລະ ອ່ອນນ້ອມຕໍ່ພຣະເຈົ້າໄດ້? ສິ່ງນີ້ພຽງພໍທີ່ຈະສະແດງໃຫ້ເຫັນວ່າ ມະນຸດຊາດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງເກີນໄປ, ມະນຸດຊາດທີ່ເສື່ອມຊາມນັ້ນເຕັມໄປດ້ວຍອຸປະນິໄສແບບຊາຕານ, ເບື່ອໜ່າຍຄວາມຈິງ, ກຽດຊັງຄວາມຈິງ ແລະ ບໍ່ຍອມຮັບຄວາມຈິງເລີຍ. ຕົ້ນຕໍຂອງບັນຫານີ້ກໍຄື ມະນຸດໄດ້ຮັບເອົາປັດຊະຍາຂອງຊາຕານຫຼາຍເກີນໄປ ແລະ ຄວາມຮູ້ກ່ຽວກັບຊາຕານຫຼາຍເກີນໄປ. ໃນສ່ວນເລິກຂອງຫົວໃຈຂອງພວກເຂົາ, ຜູ້ຄົນໄດ້ອິ່ມຕົວໄປດ້ວຍຄວາມຄິດ ແລະ ມຸມມອງທຸກປະເພດຂອງຊາຕານ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງໄດ້ພັດທະນາອຸປະນິໄສຂອງການເບື່ອໜ່າຍຄວາມຈິງ ແລະ ການກຽດຊັງຄວາມຈິງ. ພວກເຮົາສາມາດເຫັນໄດ້ຈາກຜູ້ຄົນຈຳນວນຫຼາຍທີ່ເຊື່ອໃນພຣະເຈົ້າວ່າ ເຖິງແມ່ນວ່າພວກເຂົາຈະຍອມຮັບວ່າພຣະທຳຂອງພຣະເຈົ້າມີສິດອຳນາດ ແລະ ພະລັງ, ແຕ່ພວກເຂົາກໍບໍ່ໄດ້ຍອມຮັບຄວາມຈິງ. ກ່າວກໍຄື ເມື່ອຜູ້ຄົນກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເຖິງແມ່ນວ່າພວກເຂົາຈະຍອມຮັບດ້ວຍປາກວ່າ “ພຣະທຳຂອງພຣະເຈົ້າແມ່ນຄວາມຈິງ, ບໍ່ມີສິ່ງໃດຢູ່ເໜືອຄວາມຈິງ, ຄວາມຈິງຢູ່ໃນຫົວໃຈຂອງພວກເຮົາ ແລະ ພວກເຮົາຖືເອົາການໄລ່ຕາມຄວາມຈິງເປັນເປົ້າໝາຍຂອງການດຳລົງຢູ່”, ແຕ່ໃນຊີວິດຈິງ ພວກເຂົາຍັງດຳລົງຊີວິດໂດຍຄຳເວົ້າຂອງຊາຕານທີ່ເປັນທີ່ຮູ້ຈັກກັນດີ ແລະ ປັດຊະຍາຂອງຊາຕານ ແລະ ລະຖິ້ມພຣະທຳຂອງພຣະເຈົ້າ ແລະ ຄວາມຈິງໄປ ແລ້ວຍຶດຖື ແລະ ປະຕິບັດສິ່ງຕ່າງໆ ເຊັ່ນ: ຄວາມຮູ້ທາງສາດສະໜາສາດຂອງມະນຸດ ແລະ ຫຼັກຄຳສອນຝ່າຍວິນຍານ ຄືກັບວ່າສິ່ງເຫຼົ່ານັ້ນເປັນຄວາມຈິງ. ນີ້ແມ່ນສະພາວະທີ່ແທ້ຈິງຂອງຄົນສ່ວນໃຫຍ່ທີ່ເຊື່ອໃນພຣະເຈົ້າບໍ? (ແມ່ນແລ້ວ.) ຖ້າພວກເຈົ້າຍັງສືບຕໍ່ຍຶດຖືໃນແນວທາງນີ້ ແລະ ບໍ່ໄຈ້ແຍກ ແລະ ເຂົ້າໃຈສິ່ງທີ່ຝັງຮາກເລິກເຫຼົ່ານີ້ຈາກວັດທະນະທຳແບບດັ້ງເດີມຂອງຊາຕານ ໂດຍອີງໃສ່ພຣະທຳຂອງພຣະເຈົ້າ ແລະ ຖ້າພວກເຈົ້າບໍ່ສາມາດແຍກແຍະສິ່ງເຫຼົ່ານັ້ນໄດ້ທີ່ຕົ້ນຕໍ ຫຼື ບໍ່ໄດ້ຮັບຄວາມເຂົ້າໃຈຢ່າງຖ້ອງແທ້ກ່ຽວກັບສິ່ງເຫຼົ່ານັ້ນ ຫຼື ບໍ່ປະຖິ້ມສິ່ງເຫຼົ່ານັ້ນ, ຜົນໄດ້ຮັບຈະເປັນແນວໃດ? ມີຜົນໄດ້ຮັບຢ່າງໜຶ່ງທີ່ແນ່ນອນ ນັ້ນກໍຄື ຜູ້ຄົນເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ ແຕ່ກໍຍັງບໍ່ຮູ້ວ່າຄວາມຈິງແມ່ນຫຍັງ ຫຼື ຄວນຍ່າງໃນເສັ້ນທາງໃດ ແລະ ໃນທີ່ສຸດ ພວກເຂົາທຸກຄົນກໍມີຊຸດຂອງຫຼັກຄຳສອນຝ່າຍວິນຍານ ແລະ ທິດສະດີທາງສາດສະໜາສາດທີ່ສາມາດເວົ້າອອກມາໄດ້ຢ່າງງ່າຍດາຍ ແລະ ທຸກສິ່ງທີ່ພວກເຂົາເວົ້າກໍຟັງເບິ່ງຄືວ່າດີ ແລະ ລ້ວນແຕ່ເປັນຫຼັກຄຳສອນທີ່ສອດຄ່ອງກັບຄວາມຈິງ. ແຕ່ໃນຄວາມເປັນຈິງແລ້ວ, ຄົນເຫຼົ່ານີ້ເປັນຕົວແທນທີ່ເປັນແບບຢ່າງຂອງພວກຟາຣີຊາຍທີ່ໜ້າຊື່ໃຈຄົດ ໃນດ້ານຂອງການປະຕິບັດ ແລະ ການດຳລົງຊີວິດຂອງພວກເຂົາ. ຜົນສະທ້ອນຂອງສິ່ງນີ້ແມ່ນຫຍັງ? ຢ່າງບໍ່ຕ້ອງສົງໄສເລີຍວ່າ ພວກເຂົາຖືກພຣະເຈົ້າປະນາມ ແລະ ຖືກພຣະອົງສາບແຊ່ງ. ຜູ້ທີ່ເຊື່ອໃນພຣະເຈົ້າແຕ່ບໍ່ຍອມຮັບຄວາມຈິງນັ້ນກໍເປັນພວກຟາຣີຊາຍ ແລະ ບໍ່ມີທາງໄດ້ຮັບການອະນຸມັດຈາກພຣະເຈົ້າເລີຍ.

ຍົກຕົວຢ່າງ: ໃນປະເດັນເລື່ອງການສັ່ງສອນລູກ, ພໍ່ບາງຄົນເຫັນລູກຂອງຕົນບໍ່ເຊື່ອຟັງ ແລະ ບໍ່ຕັ້ງໃຈເຮັດໜ້າທີ່ຂອງຕົນ ແລະ ເວົ້າວ່າ: “ຄົນບູຮານເວົ້າຖືກແລ້ວທີ່ວ່າ ‘ການລ້ຽງດູແຕ່ຮ່າງກາຍ ແຕ່ບໍ່ສັ່ງສອນເປັນຄວາມຜິດຂອງພໍ່’”. ພໍ່ເຊັ່ນນີ້ບໍ່ໄດ້ປະຕິບັດຕໍ່ກັບເລື່ອງນີ້ ໂດຍອີງໃສ່ພຣະທຳຂອງພຣະເຈົ້າ. ພວກເຂົາມີພຽງແຕ່ຄຳເວົ້າຂອງມະນຸດຢູ່ໃນຫົວໃຈຂອງພວກເຂົາ, ແທນທີ່ຈະເປັນພຣະທຳຂອງພຣະເຈົ້າ. ແລ້ວພວກເຂົາມີຄວາມຈິງຄວາມເປັນຈິງບໍ? ບໍ່, ພວກເຂົາບໍ່ມີ. ເຖິງແມ່ນວ່າພວກເຂົາຈະເຊື່ອໃນພຣະເຈົ້າ ແລະ ເຂົ້າໃຈຄວາມຈິງບາງຢ່າງ ແລະ ຄວນຮູ້ວ່າພວກເຂົາຕ້ອງໃຊ້ຄວາມຈິງເພື່ອສັ່ງສອນລູກຂອງພວກເຂົາ ໃນການປະຕິບັດຄວາມຮັບຜິດຊອບຂອງຜູ້ເປັນພໍ່ໃຫ້ສຳເລັດ, ແຕ່ພວກເຂົາກໍບໍ່ໄດ້ປະຕິບັດໃນແນວທາງນີ້. ເມື່ອພວກເຂົາເຫັນລູກຂອງຕົນເດີນໄປໃນເສັ້ນທາງທີ່ຜິດ, ພວກເຂົາກໍຖອນຫາຍໃຈ ແລະ ເວົ້າວ່າ “ການລ້ຽງດູແຕ່ຮ່າງກາຍ ແຕ່ບໍ່ສັ່ງສອນເປັນຄວາມຜິດຂອງພໍ່ຜິດ”. ນີ້ແມ່ນສຳນວນປະເພດໃດ? ມັນແມ່ນຄຳເວົ້າທີ່ເປັນທີ່ຮູ້ຈັກກັນດີຂອງໃຜ? (ຄຳເວົ້າທີ່ເປັນທີ່ຮູ້ຈັກກັນດີຂອງຊາຕານ.) ພຣະເຈົ້າເຄີຍກ່າວສຳນວນນີ້ບໍ? (ບໍ່ເຄີຍ.) ແລ້ວສຳນວນນີ້ມາຈາກໃສ? (ຊາຕານ.) ມັນມາຈາກຊາຕານ, ມາຈາກໂລກໃບນີ້. ຜູ້ຄົນ “ໄລ່ຕາມ” ຄວາມຈິງຫຼາຍຂະໜາດນັ້ນ ແລະ “ຮັກ” ຄວາມຈິງຫຼາຍຂະໜາດນັ້ນ ແລະ “ຍົກຍ້ອງ” ຄວາມຈິງຫຼາຍຂະໜາດນັ້ນ, ແລ້ວເປັນຫຍັງພວກເຂົາຈຶ່ງເວົ້າສຳນວນຂອງຊາຕານແບບນີ້ ເມື່ອເລື່ອງເຊັ່ນນີ້ເກີດຂຶ້ນກັບພວກເຂົາ? ພວກເຂົາເຖິງກັບຮູ້ສຶກວ່າມັນເປັນສິ່ງທີ່ຍຸຕິທຳ ແລະ ມີກຽດທີ່ຈະເວົ້າອອກມາ. ພວກເຂົາເວົ້າວ່າ “ເບິ່ງແມວ່າຂ້ອຍມີຄວາມຢຳເກງ ແລະ ການນັບຖືຕໍ່ຄວາມຈິງ ແລະ ຕໍ່ພຣະເຈົ້າຫຼາຍສໍ່າໃດ. ມັນເປັນເລື່ອງທຳມະຊາດສຳລັບຂ້ອຍທີ່ຈະເວົ້າວ່າ ‘ການລ້ຽງດູແຕ່ຮ່າງກາຍ ແຕ່ບໍ່ສັ່ງສອນເປັນຄວາມຜິດຂອງພໍ່’ ນີ້ເປັນຄວາມຈິງອັນຍິ່ງໃຫຍ່ແທ້ໆ! ຂ້ອຍຈະເວົ້າສຳນວນນີ້ໄດ້ບໍ ຖ້າຂ້ອຍບໍ່ໄດ້ເຊື່ອໃນພຣະເຈົ້າ?” ນັ້ນບໍ່ແມ່ນການແອບອ້າງວ່າສິ່ງເຫຼົ່ານັ້ນເປັນຄວາມຈິງບໍ? (ແມ່ນແລ້ວ.) ແລ້ວສຳນວນນີ້ແມ່ນຄວາມຈິງບໍ? (ບໍ່ແມ່ນ.) ສຳນວນທີ່ວ່າ “ການລ້ຽງດູແຕ່ຮ່າງກາຍ ແຕ່ບໍ່ສັ່ງສອນເປັນຄວາມຜິດຂອງພໍ່” ແມ່ນສຳນວນປະເພດໃດ? ມັນຜິດບ່ອນໃດ? ສິ່ງທີ່ສຳນວນນີ້ໝາຍເຖິງກໍຄື ຖ້າລູກບໍ່ເຊື່ອຟັງ ຫຼື ບໍ່ເປັນຜູ້ໃຫຍ່, ມັນກໍເປັນຄວາມຮັບຜິດຊອບຂອງພໍ່, ເຊິ່ງໝາຍຄວາມວ່າພໍ່ແມ່ບໍ່ໄດ້ສັ່ງສອນພວກເຂົາໃຫ້ດີ. ແຕ່ຄວາມເປັນຈິງເປັນແບບນີ້ແທ້ບໍ? (ບໍ່.) ພໍ່ແມ່ບາງຄົນປະພຶດຕົນໄດ້ຢ່າງເໝາະສົມ, ແຕ່ລູກຊາຍຂອງພວກເຂົາພັດເປັນນັກເລງ ແລະ ລູກສາວຂອງພວກເຂົາກໍເປັນໂສເພນີ. ຜູ້ທີ່ເປັນພໍ່ຈຶ່ງໂມໂຫຫຼາຍ ແລະ ເວົ້າວ່າ: “ການລ້ຽງດູແຕ່ຮ່າງກາຍ ແຕ່ບໍ່ສັ່ງສອນເປັນຄວາມຜິດຂອງພໍ່. ຂ້ອຍໄດ້ຕາມໃຈພວກເຂົາຈົນເສຍຄົນ!” ນີ້ແມ່ນສິ່ງທີ່ຖືກຕ້ອງທີ່ຈະເວົ້າ ຫຼື ບໍ່? (ບໍ່, ມັນເປັນສິ່ງທີ່ຜິດ.) ມັນຜິດບ່ອນໃດ? ຖ້າເຈົ້າສາມາດເຂົ້າໃຈວ່າສຳນວນນີ້ຜິດບ່ອນໃດ, ມັນກໍພິສູດວ່າເຈົ້າເຂົ້າໃຈຄວາມຈິງ ແລະ ເຈົ້າເຂົ້າໃຈວ່າບັນຫາທີ່ແອບແຝງຢູ່ໃນສຳນວນນີ້ຜິດບ່ອນໃດ. ຖ້າເຈົ້າບໍ່ເຂົ້າໃຈຄວາມຈິງໃນເລື່ອງນີ້, ເຈົ້າກໍບໍ່ສາມາດອະທິບາຍເລື່ອງນີ້ໄດ້ຢ່າງຊັດເຈນ. ຕອນນີ້ ພວກເຈົ້າໄດ້ຟັງຄຳອະທິບາຍ ແລະ ນິຍາມຂອງຄວາມຈິງແລ້ວ, ພວກເຈົ້າສາມາດຮູ້ສຶກ ແລະ ເວົ້າໄດ້ວ່າ: “ສຳນວນນີ້ຜິດ, ນີ້ແມ່ນສຳນວນຂອງທາງໂລກ. ພວກເຮົາທີ່ເຊື່ອໃນພຣະເຈົ້າບໍ່ເວົ້າສິ່ງແບບນັ້ນ”. ເຈົ້າພຽງແຕ່ປ່ຽນວິທີທີ່ເຈົ້າເວົ້າກ່ຽວກັບເລື່ອງນີ້ເທົ່ານັ້ນ. ມັນບໍ່ໄດ້ໝາຍຄວາມວ່າເຈົ້າເຂົ້າໃຈຄວາມຈິງໃນຄວາມເປັນຈິງແລ້ວ, ເຈົ້າບໍ່ຮູ້ວ່າສຳນວນທີ່ວ່າ “ການລ້ຽງດູແຕ່ຮ່າງກາຍ ແຕ່ບໍ່ສັ່ງສອນເປັນຄວາມຜິດຂອງພໍ່” ນັ້ນຜິດບ່ອນໃດ. ເມື່ອປະເຊີນກັບເລື່ອງແບບນີ້, ເຈົ້າຄວນເວົ້າຫຍັງທີ່ສອດຄ່ອງກັບຄວາມຈິງ? ເຈົ້າຄວນກະທຳແນວໃດຕາມຫຼັກການຄວາມຈິງ? ໃຫ້ພວກເຮົາເວົ້າກ່ຽວກັບວິທີເຮັດຄວາມເຂົ້າໃຈ ແລະ ອະທິບາຍເລື່ອງເຊັ່ນນີ້ຢ່າງຖືກຕ້ອງກ່ອນ. ພຣະເຈົ້າກ່າວແນວໃດກ່ຽວກັບເລື່ອງນີ້? ພຣະທຳຂອງພຣະເຈົ້າມີສິ່ງໃດທີ່ສະເພາະເຈາະຈົງທີ່ຈະກ່າວກ່ຽວກັບເລື່ອງເຊັ່ນນີ້ ຫຼື ບໍ່? ພຣະເຈົ້າໄດ້ສະແດງຄວາມຈິງຫຼາຍຢ່າງອອກມາ, ທັງໝົດກໍເພື່ອໃຫ້ຜູ້ຄົນຍອມຮັບສິ່ງເຫຼົ່ານັ້ນ ແລະ ເຮັດໃຫ້ສິ່ງເຫຼົ່ານັ້ນເປັນຊີວິດຂອງພວກເຂົາ. ສະນັ້ນ, ເມື່ອສັ່ງສອນລູກຂອງພວກເຂົາ, ຜູ້ຄົນບໍ່ຄວນໃຊ້ພຣະທຳຂອງພຣະເຈົ້າເພື່ອສັ່ງສອນພວກເຂົາບໍ? ພຣະທຳຂອງພຣະເຈົ້າຖືກກ່າວແກ່ມະນຸດຊາດທັງປວງ. ບໍ່ວ່າເຈົ້າຈະເປັນຜູ້ໃຫຍ່ ຫຼື ເດັກນ້ອຍ, ຜູ້ຊາຍ ຫຼື ຜູ້ຍິງ, ຜູ້ເຖົ້າ ຫຼື ຜູ້ໜຸ່ມ, ທຸກຄົນຄວນຍອມຮັບພຣະທຳຂອງພຣະເຈົ້າ. ມີພຽງແຕ່ພຣະທຳຂອງພຣະເຈົ້າເທົ່ານັ້ນທີ່ເປັນຄວາມຈິງ ແລະ ສາມາດກາຍເປັນຊີວິດຂອງຜູ້ຄົນໄດ້. ມີພຽງແຕ່ພຣະທຳຂອງພຣະເຈົ້າເທົ່ານັ້ນທີ່ສາມາດນໍາພາຜູ້ຄົນໄປສູ່ເສັ້ນທາງທີ່ຖືກຕ້ອງໃນຊີວິດ. ຜູ້ຄົນທີ່ເຊື່ອໃນພຣະເຈົ້າຄວນສາມາດໄດ້ຮັບຄວາມເຂົ້າໃຈຢ່າງຖ້ອງແທ້ກ່ຽວກັບເລື່ອງນີ້. ເຈົ້າຈະອະທິບາຍສຳນວນທີ່ວ່າ “ການລ້ຽງດູແຕ່ຮ່າງກາຍ ແຕ່ບໍ່ສັ່ງສອນເປັນຄວາມຜິດຂອງພໍ່” ແນວໃດ? (ເສັ້ນທາງທີ່ບຸກຄົນໃດໜຶ່ງໄດ້ເດີນນັ້ນຖືກກຳນົດໂດຍທຳມະຊາດ-ແກ່ນແທ້ຂອງພວກເຂົາ. ນອກຈາກນີ້, ການລົງໂທດທີ່ພວກເຂົາຈະໄດ້ຮັບ ຫຼື ພອນທີ່ພວກເຂົາຈະໄດ້ຮັບໃນຊີວິດນີ້ ໄດ້ຮັບການເຊື່ອມໂຍງກັບຊີວິດໃນອະດີດຂອງພວກເຂົາ. ສະນັ້ນ, ຄຳເວົ້າທີ່ວ່າ “ຖ້າລູກບໍ່ເດີນຕາມເສັ້ນທາງທີ່ຖືກຕ້ອງ, ມັນກໍຍ້ອນວ່າພໍ່ແມ່ຂອງພວກເຂົາບໍ່ໄດ້ສັ່ງສອນພວກເຂົາໃຫ້ດີ” ຈຶ່ງບໍ່ມີນ້ຳໜັກພຽງພໍ ແລະ ປະຕິເສດຄວາມເປັນຈິງທີ່ວ່າ ພຣະເຈົ້າມີອໍານາດສູງສຸດເໜືອຊະຕາກຳຂອງມະນຸດຊາດຢ່າງສິ້ນເຊີງ.) ອີງຕາມສິ່ງທີ່ເຈົ້າໄດ້ເວົ້າ, ການທີ່ລູກບໍ່ເດີນຕາມເສັ້ນທາງທີ່ຖືກຕ້ອງນັ້ນກ່ຽວຂ້ອງຫຍັງກັບອຳນາດສູງສຸດຂອງພຣະເຈົ້າບໍ? ພຣະເຈົ້າໄດ້ອະນຸຍາດໃຫ້ຜູ້ຄົນຕັດສິນໃຈດ້ວຍຕົນເອງ ແລະ ເລືອກທີ່ຈະເດີນໃນເສັ້ນທາງທີ່ຖືກຕ້ອງ. ເຖິງຢ່າງໃດກໍຕາມ, ຜູ້ຄົນມີທຳມະຊາດຂອງຊາຕານ ແລະ ທຸກຄົນໄດ້ຕັດສິນໃຈດ້ວຍຕົນເອງ ແລະ ທຸກຄົນກໍໄດ້ເລືອກເສັ້ນທາງທີ່ຕົນເອງມັກ ແລະ ບໍ່ເຕັມໃຈທີ່ຈະອ່ອນນ້ອມຕໍ່ອຳນາດສູງສຸດຂອງພຣະເຈົ້າ. ຖ້າສິ່ງທີ່ເຈົ້າເວົ້າສອດຄ່ອງກັບຄວາມຈິງ, ເຈົ້າກໍຄວນອະທິບາຍມັນຢ່າງຊັດເຈນ ເພື່ອໃຫ້ຜູ້ຄົນສາມາດເຊື່ອຖືໄດ້.

ຕໍ່ໄປ ພວກເຮົາຈະໂອ້ລົມກ່ຽວກັບສຳນວນທີ່ວ່າ “ການລ້ຽງດູແຕ່ຮ່າງກາຍ ແຕ່ບໍ່ສັ່ງສອນເປັນຄວາມຜິດຂອງພໍ່”. ສິ່ງທຳອິດທີ່ຕ້ອງເວົ້າໃຫ້ຊັດເຈນກໍຄື ມັນຜິດທີ່ຈະເວົ້າວ່າ “ການທີ່ລູກບໍ່ເດີນຕາມເສັ້ນທາງທີ່ຖືກຕ້ອງນັ້ນມີສ່ວນກ່ຽວຂ້ອງກັບພໍ່ແມ່”. ບໍ່ວ່າຈະເປັນໃຜກໍຕາມ, ຖ້າພວກເຂົາເປັນຄົນປະເພດໜຶ່ງ, ພວກເຂົາກໍຈະເດີນໃນເສັ້ນທາງໜຶ່ງຢ່າງແນ່ນອນ. ສິ່ງນີ້ບໍ່ແມ່ນສິ່ງທີ່ແນ່ນອນບໍ? (ແມ່ນແລ້ວ.) ເສັ້ນທາງທີ່ຄົນໃດໜຶ່ງເດີນນັ້ນກຳນົດວ່າພວກເຂົາເປັນຫຍັງ. ເສັ້ນທາງທີ່ພວກເຂົາເດີນ ແລະ ຄົນປະເພດທີ່ພວກເຂົາກາຍເປັນນັ້ນຂຶ້ນຢູ່ກັບພວກເຂົາ. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ຖືກກຳນົດໄວ້ລ່ວງໜ້າ, ເປັນສິ່ງທີ່ຕິດຕົວມາແຕ່ກຳເນີດ ແລະ ມີສ່ວນກ່ຽວຂ້ອງກັບທຳມະຊາດຂອງບຸກຄົນນັ້ນ. ແລ້ວການສັ່ງສອນຂອງພໍ່ແມ່ມີປະໂຫຍດຫຍັງ? ມັນສາມາດຄວບຄຸມທຳມະຊາດຂອງຄົນໄດ້ບໍ? (ບໍ່ໄດ້.) ການສັ່ງສອນຂອງພໍ່ແມ່ບໍ່ສາມາດຄວບຄຸມທຳມະຊາດຂອງມະນຸດໄດ້ ແລະ ບໍ່ສາມາດແກ້ໄຂບັນຫາທີ່ວ່າບຸກຄົນໃດໜຶ່ງຈະເດີນໄປໃນເສັ້ນທາງໃດ. ການສັ່ງສອນພຽງຢ່າງດຽວທີ່ພໍ່ແມ່ສາມາດມອບໃຫ້ໄດ້ແມ່ນຫຍັງ? ການປະພຶດແບບງ່າຍດາຍບາງຢ່າງໃນຊີວິດປະຈຳວັນຂອງລູກ, ຄວາມຄິດ ແລະ ລະບຽບການປະພຶດຕົນທີ່ຂ້ອນຂ້າງຜິວເຜີນບາງຢ່າງ ເຊິ່ງສິ່ງເຫຼົ່ານີ້ແມ່ນສິ່ງທີ່ມີສ່ວນກ່ຽວຂ້ອງກັບພໍ່ແມ່. ກ່ອນທີ່ລູກຈະບັນລຸນິຕິພາວະ, ພໍ່ແມ່ຄວນປະຕິບັດຄວາມຮັບຜິດຊອບທີ່ຄວນເຮັດຂອງຕົນໃຫ້ສຳເລັດ, ນັ້ນກໍຄືການສັ່ງສອນລູກໃຫ້ເດີນຕາມເສັ້ນທາງທີ່ຖືກຕ້ອງ, ຕັ້ງໃຈຮຽນໜັງສື ແລະ ພະຍາຍາມໃຫ້ສາມາດມີໜ້າມີຕາໃນສັງຄົມ ຫຼັງຈາກທີ່ພວກເຂົາໃຫຍ່ຂຶ້ນ, ບໍ່ໃຫ້ເຮັດສິ່ງທີ່ບໍ່ດີ ຫຼື ກາຍເປັນຄົນບໍ່ດີ. ພໍ່ແມ່ຍັງຄວນຄວບຄຸມພຶດຕິກຳຂອງລູກ, ສັ່ງສອນໃຫ້ພວກເຂົາມີມາລະຍາດ ແລະ ທັກທາຍຜູ້ອາວຸໂສທຸກຄັ້ງທີ່ເຫັນ ແລະ ສັ່ງສອນສິ່ງອື່ນໆ ທີ່ກ່ຽວຂ້ອງກັບພຶດຕິກຳ ເຊິ່ງນີ້ແມ່ນຄວາມຮັບຜິດຊອບທີ່ພໍ່ແມ່ຄວນປະຕິບັດໃຫ້ສຳເລັດ. ການເບິ່ງແຍງຊີວິດຂອງລູກ ແລະ ການສັ່ງສອນພວກເຂົາດ້ວຍລະບຽບພື້ນຖານບາງຢ່າງກ່ຽວກັບການປະພຶດຕົນ ນັ້ນກໍຄືອິດທິພົນຂອງພໍ່ແມ່ທີ່ມີຢູ່. ສ່ວນເລື່ອງບຸກຄະລິກະພາບຂອງລູກ, ພໍ່ແມ່ບໍ່ສາມາດສັ່ງສອນສິ່ງນີ້ໄດ້. ພໍ່ແມ່ບາງຄົນເປັນຄົນສະບາຍໆ ແລະ ເຮັດທຸກຢ່າງແບບບໍ່ຮີບຮ້ອນ, ໃນຂະນະທີ່ລູກຂອງພວກເຂົາບໍ່ມີຄວາມອົດທົນ ແລະ ບໍ່ສາມາດຢູ່ຊື່ໆ ໄດ້ ເຖິງຈະເປັນພຽງໃນຊ່ວງເວລາສັ້ນໆ ກໍຕາມ. ພວກເຂົາອອກໄປຫາລ້ຽງຊີບດ້ວຍຕົນເອງ ເມື່ອມີອາຍຸໄດ້ 14 ຫຼື 15 ປີ, ພວກເຂົາຕັດສິນໃຈທຸກຢ່າງດ້ວຍຕົນເອງ, ພວກເຂົາບໍ່ຕ້ອງການພໍ່ແມ່ ແລະ ພວກເຂົາມີຄວາມເປັນເຈົ້າການຕົນເອງສູງ. ສິ່ງນີ້ເປັນສິ່ງທີ່ພໍ່ແມ່ໄດ້ສັ່ງສອນບໍ? ບໍ່. ສະນັ້ນ, ບຸກຄະລິກະພາບ, ອຸປະນິໄສ ແລະ ແມ່ນແຕ່ແກ່ນແທ້ຂອງບຸກຄົນໃດໜຶ່ງ, ລວມເຖິງເສັ້ນທາງທີ່ພວກເຂົາເລືອກໃນອະນາຄົດ, ຈຶ່ງບໍ່ກ່ຽວຂ້ອງຫຍັງເລີຍກັບພໍ່ແມ່ຂອງພວກເຂົາ. ມີບາງຄົນທີ່ໂຕ້ແຍ້ງເລື່ອງນີ້ໂດຍເວົ້າວ່າ: “ແລ້ວມັນຈະບໍ່ມີສ່ວນກ່ຽວຂ້ອງຫຍັງເລີຍກັບພວກເຂົາໄດ້ແນວໃດ? ບາງຄົນມາຈາກຄອບຄົວທີ່ມີການສຶກສາ ຫຼື ຄອບຄົວທີ່ມີຄວາມຊ່ຽວຊານທີ່ສະເພາະດ້ານມາຫຼາຍລຸ້ນຄົນໃນອາຊີບໃດໜຶ່ງ. ຍົກຕົວຢ່າງ: ລຸ້ນຄົນໜຶ່ງຮຽນແຕ້ມຮູບ, ລຸ້ນຕໍ່ມາຮຽນແຕ້ມຮູບຄືກັນ ແລະ ລຸ້ນຕໍ່ໄປກໍຮຽນເຊັ່ນດຽວກັນ. ສິ່ງນີ້ຢືນຢັນຄວາມຖືກຕ້ອງຂອງສຳນວນທີ່ວ່າ ‘ການລ້ຽງດູແຕ່ຮ່າງກາຍ ແຕ່ບໍ່ສັ່ງສອນເປັນຄວາມຜິດຂອງພໍ່’”. ມັນເປັນສິ່ງທີ່ຖືກ ຫຼື ຜິດທີ່ຈະເວົ້າແບບນີ້? (ມັນເປັນສິ່ງທີ່ຜິດ.) ມັນເປັນສິ່ງທີ່ຜິດ ແລະ ບໍ່ຖືກຕ້ອງທີ່ຈະໃຊ້ຕົວຢ່າງນີ້ເພື່ອອະທິບາຍບັນຫານີ້, ເນື່ອງຈາກພວກມັນເປັນສອງເລື່ອງທີ່ແຕກຕ່າງກັນ. ອິດທິພົນຂອງຄອບຄົວທີ່ມີຄວາມຊ່ຽວຊານທີ່ສະເພາະດ້ານມາຫຼາຍລຸ້ນຄົນນັ້ນ ຂະຫຍາຍໄປເຖິງພຽງແຕ່ດ້ານດຽວຂອງຄວາມຊ່ຽວຊານເທົ່ານັ້ນ ແລະ ມັນອາດຈະເປັນໄປໄດ້ວ່າ ສະພາບແວດລ້ອມຂອງຄອບຄົວນີ້ສົ່ງຜົນໃຫ້ທຸກຄົນໄດ້ຮຽນຮູ້ສິ່ງດຽວກັນ. ເບິ່ງຈາກພາຍນອກແລ້ວ, ລູກກໍເລືອກຮຽນຮູ້ສິ່ງດຽວກັນນີ້ເຊັ່ນດຽວກັນ, ແຕ່ໂດຍຕົ້ນຕໍແລ້ວ, ທັງໝົດນີ້ແມ່ນການກຳນົດໄວ້ລ່ວງໜ້າຂອງພຣະເຈົ້າ. ຄົນນັ້ນເກີດມາໃນຄອບຄົວນີ້ໄດ້ແນວໃດ? ນັ້ນບໍ່ແມ່ນສິ່ງທີ່ຢູ່ພາຍໃຕ້ພຣະເຈົ້າທີ່ມີອຳນາດສູງສຸດເໜືອເຊັ່ນກັນບໍ? ພໍ່ແມ່ມີຄວາມຮັບຜິດຊອບພຽງແຕ່ລ້ຽງດູລູກຈົນເຕີບໃຫຍ່ເທົ່ານັ້ນ. ລູກໄດ້ຮັບອິດທິພົນຈາກພໍ່ແມ່ພຽງແຕ່ໃນແງ່ຂອງພຶດຕິກຳພາຍນອກ ແລະ ນິໄສໃນການດຳລົງຊີວິດເທົ່ານັ້ນ. ແຕ່ເມື່ອພວກເຂົາເຕີບໃຫຍ່ຂຶ້ນ, ເປົ້າໝາຍທີ່ພວກເຂົາໄລ່ຕາມໃນຊີວິດ ແລະ ຊະຕາກຳໃນຊີວິດຂອງພວກເຂົາ ບໍ່ໄດ້ມີສ່ວນກ່ຽວຂ້ອງຫຍັງເລີຍກັບພໍ່ແມ່ຂອງພວກເຂົາ. ພໍ່ແມ່ບາງຄົນເປັນພຽງຊາວນາທຳມະດາທີ່ດຳລົງຊີວິດຕາມຖານະຂອງຕົນ, ແຕ່ລູກຂອງພວກເຂົາສາມາດກາຍເປັນເຈົ້າໜ້າທີ່ ແລະ ເຮັດສິ່ງທີ່ຍິ່ງໃຫຍ່ໄດ້. ແລ້ວກໍມີລູກທີ່ພໍ່ແມ່ເປັນທະນາຍຄວາມ ແລະ ໝໍ, ແຕ່ລະຄົນໃນພວກເຂົາລ້ວນແຕ່ມີຄວາມສາມາດ, ແຕ່ລູກພັດເປັນຄົນໄຮ້ປະໂຫຍດທີ່ບໍ່ສາມາດຊອກວຽກເຮັດໄດ້ ບໍ່ວ່າພວກເຂົາຈະໄປໃສກໍຕາມ. ນີ້ແມ່ນສິ່ງທີ່ພໍ່ແມ່ສັ່ງສອນໃຫ້ພວກເຂົາເປັນບໍ? ເມື່ອພໍ່ເປັນທະນາຍຄວາມ, ລາວຈະລະເລີຍໃນການສັ່ງສອນ ແລະ ມີອິດທິພົນຕໍ່ລູກຂອງລາວບໍ? ບໍ່ຢ່າງແນ່ນອນ. ບໍ່ມີພໍ່ຄົນໃດເວົ້າວ່າ “ຂ້ອຍມີຄວາມຈະເລີນກ້າວໜ້າຫຼາຍໃນຊີວິດຂອງຂ້ອຍ, ຂ້ອຍຫວັງວ່າລູກຂອງຂ້ອຍຈະບໍ່ມີຄວາມຈະເລີນກ້າວໜ້າເທົ່າຂ້ອຍໃນອະນາຄົດ, ເພາະມັນຈະເມື່ອຍເກີນໄປ. ໃຫ້ພວກເຂົາເປັນພຽງຄົນລ້ຽງງົວໃນອະນາຄົດກໍພໍແລ້ວ”. ລາວຕ້ອງສັ່ງສອນລູກຂອງລາວໃຫ້ຮຽນຮູ້ຈາກລາວ ແລະ ເປັນຄືກັບລາວໃນອະນາຄົດຢ່າງແນ່ນອນ. ຈະເກີດຫຍັງຂຶ້ນກັບລູກຂອງລາວ ຫຼັງຈາກທີ່ລາວໄດ້ສັ່ງສອນພວກເຂົາແລ້ວ? ລູກກໍຈະກາຍເປັນສິ່ງໃດກໍຕາມທີ່ພວກເຂົາຖືກກຳນົດໃຫ້ເປັນ ແລະ ຊະຕາກຳຂອງພວກເຂົາຈະເປັນແນວໃດກໍຕາມທີ່ມັນຖືກກຳນົດໃຫ້ເປັນ ແລະ ບໍ່ມີໃຜສາມາດປ່ຽນແປງສິ່ງນັ້ນໄດ້. ເຈົ້າຮັບຮູ້ຄວາມເປັນຈິງຫຍັງແດ່ຢໃນທີ່ນີ້? ເສັ້ນທາງທີ່ລູກເດີນນັ້ນບໍ່ໄດ້ມີສ່ວນກ່ຽວຂ້ອງຫຍັງເລີຍກັບພໍ່ແມ່ຂອງພວກເຂົາ. ພໍ່ແມ່ບາງຄົນເຊື່ອໃນພຣະເຈົ້າ ແລະ ສັ່ງສອນລູກໃຫ້ເຊື່ອໃນພຣະເຈົ້າ, ແຕ່ບໍ່ວ່າພວກເຂົາຈະເວົ້າຫຍັງກໍຕາມ, ລູກຂອງພວກເຂົາກໍບໍ່ເຊື່ອ ແລະ ພໍ່ແມ່ກໍບໍ່ສາມາດເຮັດຫຍັງໄດ້. ພໍ່ແມ່ບາງຄົນບໍ່ເຊື່ອໃນພຣະເຈົ້າ, ໃນຂະນະທີ່ລູກຂອງພວກເຂົາເຊື່ອໃນພຣະເຈົ້າ. ເມື່ອລູກຂອງພວກເຂົາເລີ່ມເຊື່ອໃນພຣະເຈົ້າ, ພວກເຂົາກໍໄດ້ຕິດຕາມພຣະອົງ, ເສຍສະລະຕົນເອງເພື່ອພຣະອົງ, ສາມາດຍອມຮັບຄວາມຈິງ ແລະ ໄດ້ຮັບການອະນຸມັດຈາກພຣະເຈົ້າ ແລະ ຊະຕາກຳຂອງພວກເຂົາຈຶ່ງໄດ້ມີການປ່ຽນແປງ. ນີ້ແມ່ນຜົນຂອງການສັ່ງສອນຂອງພໍ່ແມ່ບໍ? ບໍ່ແມ່ນເລີຍ, ມັນມີສ່ວນກ່ຽວຂ້ອງກັບການທີ່ໄດ້ກຳນົດໄວ້ລ່ວງໜ້າ ແລະ ການເລືອກຂອງພຣະເຈົ້າ. ມີບັນຫາກັບສຳນວນທີ່ວ່າ “ການລ້ຽງດູແຕ່ຮ່າງກາຍ ແຕ່ບໍ່ສັ່ງສອນເປັນຄວາມຜິດຂອງພໍ່”. ເຖິງແມ່ນວ່າພໍ່ແມ່ຈະມີສ່ວນໃນຄວາມຮັບຜິດຊອບໃນການສັ່ງສອນລູກ, ແຕ່ຊະຕາກຳຂອງລູກບໍ່ໄດ້ຖືກກຳນົດໂດຍພໍ່ແມ່, ແຕ່ໂດຍທຳມະຊາດຂອງລູກເອງ. ການສຶກສາສາມາດແກ້ໄຂບັນຫາໃນດ້ານທຳມະຊາດຂອງລູກໄດ້ບໍ? ມັນບໍ່ສາມາດແກ້ໄຂໄດ້ເລີຍ. ເສັ້ນທາງທີ່ບຸກຄົນໃດໜຶ່ງເດີນໄປໃນຊີວິດບໍ່ໄດ້ຖືກກຳນົດໂດຍພໍ່ແມ່, ແຕ່ຖືກກຳນົດໄວ້ລ່ວງໜ້າໂດຍພຣະເຈົ້າ. ມີຄຳກ່າວທີ່ວ່າ “ຊະຕາກຳຂອງມະນຸດຖືກກຳນົດໂດຍສະຫວັນ” ແລະ ຄຳເວົ້ານີ້ໄດ້ຖືກສະຫຼຸບໂດຍປະສົບການຂອງມະນຸດ. ກ່ອນທີ່ບຸກຄົນໃດໜຶ່ງຈະບັນລຸນິຕິພາວະ, ເຈົ້າບໍ່ສາມາດບອກໄດ້ວ່າພວກເຂົາຈະເດີນໄປໃນເສັ້ນທາງໃດ. ເມື່ອພວກເຂົາກາຍເປັນຜູ້ໃຫຍ່ ແລະ ມີຄວາມຄິດ ແລະ ສາມາດໄຕ່ຕອງບັນຫາຕ່າງໆ ໄດ້, ພວກເຂົາຈະເລືອກໃນສິ່ງທີ່ຈະເຮັດໃນສັງຄົມທີ່ກວ້າງຂຶ້ນ. ບາງຄົນເວົ້າວ່າພວກເຂົາຢາກເປັນເຈົ້າໜ້າທີ່ລະດັບສູງ, ບາງຄົນເວົ້າວ່າພວກເຂົາຢາກເປັນທະນາຍຄວາມ ແລະ ບາງຄົນກໍເວົ້າວ່າພວກເຂົາຢາກເປັນນັກຂຽນ. ທຸກຄົນມີທາງເລືອກ ແລະ ຄວາມຄິດຂອງຕົນເອງ. ບໍ່ມີໃຜເວົ້າວ່າ “ຂ້ອຍຈະລໍຖ້າໃຫ້ພໍ່ແມ່ມາສັ່ງສອນຂ້ອຍ. ຂ້ອຍຈະກາຍເປັນສິ່ງໃດກໍຕາມທີ່ພໍ່ແມ່ສັ່ງສອນໃຫ້ຂ້ອຍເປັນ”. ບໍ່ມີໃຜໂງ່ຈ້າແບບນີ້. ຫຼັງຈາກບັນລຸນິຕິພາວະ, ຄວາມຄິດຂອງຜູ້ຄົນກໍເລີ່ມກໍ່ຕົວຂຶ້ນ ແລະ ຄ່ອຍໆ ເຕີບໃຫຍ່ ແລະ ດ້ວຍເຫດນັ້ນ ເສັ້ນທາງ ແລະ ເປົ້າໝາຍທີ່ຢູ່ຕໍ່ໜ້າພວກເຂົາຈຶ່ງຊັດເຈນຂຶ້ນເລື້ອຍໆ. ໃນເວລານີ້, ມັນຈະຄ່ອຍໆ ເຫັນໄດ້ຊັດເຈນຂຶ້ນ ແລະ ສະແດງໃຫ້ເຫັນວ່າພວກເຂົາເປັນຄົນປະເພດໃດ ແລະ ພວກເຂົາເປັນຄົນຂອງກຸ່ມໃດ. ຈາກຈຸດນີ້ເປັນຕົ້ນໄປ, ບຸກຄະລິກະພາບຂອງແຕ່ລະຄົນຈະຄ່ອຍໆ ຖືກກຳນົດຢ່າງຊັດເຈນ, ເຊັ່ນດຽວກັນກັບອຸປະນິໄສຂອງພວກເຂົາ, ພ້ອມທັງເສັ້ນທາງທີ່ພວກເຂົາກຳລັງໄລ່ຕາມ, ທິດທາງໃນຊີວິດຂອງພວກເຂົາ ແລະ ກຸ່ມທີ່ພວກເຂົາສັງກັດຢູ່. ທັງໝົດນີ້ໄດ້ອີງໃສ່ຫຍັງ? ໃນທີ່ສຸດແລ້ວ, ນີ້ແມ່ນສິ່ງທີ່ພຣະເຈົ້າໄດ້ກຳນົດໄວ້ລ່ວງໜ້າ ໂດຍທີ່ມັນບໍ່ໄດ້ມີສ່ວນກ່ຽວຂ້ອງຫຍັງກັບພໍ່ແມ່ຂອງບຸກຄົນນັ້ນ. ຕອນນີ້ ເຈົ້າເຫັນເລື່ອງນີ້ຢ່າງຊັດເຈນແລ້ວບໍ? ແລ້ວສິ່ງໃດແດ່ທີ່ມີສ່ວນກ່ຽວຂ້ອງກັບພໍ່ແມ່? ຮູບຮ່າງໜ້າຕາ, ຄວາມສູງ, ພັນທຸກຳ ແລະ ພະຍາດທາງຄອບຄົວບາງຢ່າງ ທີ່ມີສ່ວນກ່ຽວຂ້ອງກັບພໍ່ແມ່ພຽງເລັກນ້ອຍ. ເປັນຫຍັງເຮົາຈຶ່ງເວົ້າວ່າພຽງເລັກນ້ອຍ? ເພາະວ່າມັນບໍ່ໄດ້ເປັນແບບນັ້ນແບບ 100% ຂອງທຸກກໍລະນີ. ໃນບາງຄອບຄົວ, ແຕ່ລະລຸ້ນຄົນອາດທົນທຸກຈາກພະຍາດ, ແຕ່ແລ້ວກໍມີລູກຄົນໜຶ່ງທີ່ເກີດມາໂດຍບໍ່ມີພະຍາດນັ້ນ. ມັນເປັນໄປໄດ້ແນວໃດ? ມີບາງຄົນເວົ້າວ່າ: “ນັ້ນກໍຍ້ອນວ່າລູກຄົນນີ້ມີບຸກຄະລິກະພາບທີ່ດີ”. ນີ້ແມ່ນຄວາມຄິດເຫັນຂອງຜູ້ຄົນ, ແຕ່ເລື່ອງນີ້ມີຕົ້ນກຳເນີດມາຈາກໃສ? (ການກຳນົດໄວ້ລ່ວງໜ້າຂອງພຣະເຈົ້າ.) ມັນເປັນເຊັ່ນນັ້ນແທ້ໆ. ແລ້ວສຳນວນທີ່ວ່າ “ການລ້ຽງດູແຕ່ຮ່າງກາຍ ແຕ່ບໍ່ສັ່ງສອນເປັນຄວາມຜິດຂອງພໍ່” ນັ້ນເປັນສິ່ງທີ່ຖືກ ຫຼື ຜິດກັນແທ້? (ມັນເປັນສິ່ງທີ່ຜິດ.) ຕອນນີ້ ພວກເຈົ້າເຂົ້າໃຈເລື່ອງນັ້ນຢ່າງຊັດເຈນແລ້ວ, ແມ່ນບໍ່? ມັນຈະໄຮ້ປະໂຫຍດຖ້າເຈົ້າບໍ່ຮູ້ຈັກແຍກແຍະ. ຖ້າບໍ່ມີຄວາມຈິງ, ເຈົ້າກໍບໍ່ສາມາດເບິ່ງເຫັນເລື່ອງໃດໄດ້ຢ່າງຊັດເຈນ.

ໃນຊີວິດປະຈຳວັນ, ແຕ່ລະຄົນມີມຸມມອງແບບຜິດໆທີ່ເບິ່ງຄືວ່າຖືກຕ້ອງຈາກຊາຕານເຫຼົ່ານີ້ຢູ່ໃນຄວາມຄິດຂອງພວກເຂົາບໍ່ໜ້ອຍເລີຍ. ພວກມັນຍັງຄົງຝັງຮາກ ແລະ ຖືກເກັບສະສົມໄວ້ຢູ່ຂ້າງໃນ ແລະ ໄດ້ຮັບການເປີດເຜີຍອອກມາທຸກຄັ້ງທີ່ມີບາງສິ່ງບາງຢ່າງເກີດຂຶ້ນ. ບາງຄົນເວົ້າວ່າ: “ຜູ້ຊາຍທີ່ດີຈະບໍ່ລັງແກຜູ້ຍິງ. ເບິ່ງແມວ່າຂ້ອຍສູງສົ່ງສໍ່າໃດ. ຂ້ອຍເປັນຜູ້ຊາຍທີ່ເປັນລູກຜູ້ຊາຍແທ້ໆ, ໃນຂະນະທີ່ເຈົ້າເປັນຄົນອ່ອນແອ, ສະນັ້ນ ຂ້ອຍຈະບໍ່ລັງແກເຈົ້າ”. ພວກເຂົາປະຕິບັດຕໍ່ສຳນວນນີ້ແບບໃດ? (ຄວາມຈິງ.) ພວກເຂົາປະຕິບັດຕໍ່ມັນເປັນຄືກັບຄວາມຈິງ ແລະ ເປັນຫຼັກການສຳລັບການປະຕິບັດຄວາມຈິງ. ຍັງມີຄົນທີ່ເຫັນຄົນບາງຄົນທີ່ມີໜ້າຕາຫຼໍ່ເຫຼົາແທ້ໆ ແລະ ເບິ່ງຄືກັບສຸພາບະບຸລຸດທີ່ຊື່ສັດ, ແຕ່ເປັນຄົນມີເລ່ຫຼ່ຽມ ແລະ ມັກປິດບັງຕົນເອງຢູ່ສະເໝີ ແລະ ໂດຍສະເພາະຢ່າງຍິ່ງ ເມື່ອຕ້ອງພົວພັນກັບຄົນອື່ນ ພວກເຂົາກໍເປັນຫຼອກລວງ ແລະ ຊົ່ວຮ້າຍ ແລະ ຫຼາຍຄົນກໍເບິ່ງລາວບໍ່ອອກ, ສະນັ້ນ ພວກເຂົາຈຶ່ງເວົ້າວ່າ: “ຂ້ອຍເຊື່ອໃນພຣະເຈົ້າກໍເພື່ອປະພຶດຕົນໃຫ້ເປັນຄົນຊື່ສັດ ແລະ ມີຈິດໃຈເມດຕາ ແລະ ເປັນມິດກັບຄົນອື່ນ, ແທນທີ່ຈະເປັນປໍລະປັກ. ມັນຄືກັບຄຳເວົ້າທີ່ວ່າ ‘ຍອມເປັນຄົນຊົ່ວທີ່ແທ້ຈິງ ດີກວ່າເປັນສຸພາບບຸລຸດຈອມປອມ’. ພຣະທຳບາງຂໍ້ຂອງພຣະເຈົ້າກໍມີຄວາມໝາຍແບບນີ້ເຊັ່ນກັນ”. ພວກເຈົ້າຄິດແນວໃດກ່ຽວກັບສິ່ງທີ່ຄົນເຫຼົ່ານີ້ເວົ້າ? “ຍອມເປັນຄົນຊົ່ວທີ່ແທ້ຈິງ ດີກວ່າເປັນສຸພາບບຸລຸດຈອມປອມ”. ເຈົ້າເຫັນບໍ່ວ່າ ທັນທີທີ່ມີບາງສິ່ງບາງຢ່າງເກີດຂຶ້ນກັບຜູ້ຄົນ, ຄຳເວົ້າທົ່ວໄປ, ສຸພາສິດ ແລະ ສຳນວນທັງໝົດເຫຼົ່ານີ້ທີ່ຢູ່ຂ້າງໃນພວກເຂົາ ກໍອອກມາ ແລະ ໄດ້ຫຼັ່ງໄຫຼອອກມາພ້ອມກັນໝົດ ແລະ ບໍ່ມີຄຳທີ່ເປັນຄວາມຈິງຈັກຄຳເລີຍ. ໃນທີ່ສຸດ, ຄົນເຫຼົ່ານັ້ນເຖິງກັບເວົ້າວ່າ “ຂອບພຣະຄຸນພຣະເຈົ້າທີ່ໃຫ້ທາງສະຫວ່າງແກ່ຂ້ານ້ອຍ”. ຄຳເວົ້າທີ່ວ່າ “ຍອມເປັນຄົນຊົ່ວທີ່ແທ້ຈິງ ດີກວ່າເປັນສຸພາບບຸລຸດຈອມປອມ” ນັ້ນເປັນສິ່ງທີ່ຖືກ ຫຼື ຜິດ? (ມັນເປັນສິ່ງທີ່ຜິດ.) ພວກເຈົ້າທຸກຄົນຮູ້ວ່າມັນເປັນສິ່ງທີ່ຜິດ, ແຕ່ມັນຜິດບ່ອນໃດ? ສິ່ງທີ່ຜິດກ່ຽວກັບຄວາມເປັນສຸພາບບຸລຸດຈອມປອມກໍຄື ພວກເຂົາຈອມປອມ. ບໍ່ມີໃຜປາຖະໜາທີ່ຈະເປັນສຸພາບບຸລຸດຈອມປອມ, ພວກເຂົາປາຖະໜາທີ່ຈະເປັນຄົນຊົ່ວທີ່ແທ້ຈິງ. ມີຫຍັງທີ່ກ່ຽວກັບການເປັນຄົນຊົ່ວທີ່ແທ້ຈິງທີ່ຜູ້ຄົນຍອມຮັບ? ມັນເປັນພຽງຍ້ອນວ່າພວກເຂົາເປັນຄົນທີ່ເປີດເຜີຍ ພວກເຂົາຈຶ່ງໄດ້ຮັບການຍອມຮັບນັບຖືຈາກທຸກຄົນ, ເຖິງແມ່ນວ່າພວກເຂົາຈະເປັນຄົນຊົ່ວກໍຕາມ. ສະນັ້ນ ພວກເຈົ້າປາຖະໜາທີ່ຈະເປັນຫຍັງ, ເປັນຄົນຊົ່ວທີ່ແທ້ຈິງ ຫຼື ສຸພາບບຸລຸດຈອມປອມ? (ບໍ່ເປັນທັງສອງຢ່າງ.) ເປັນຫຍັງຈຶ່ງບໍ່ເປັນຄົນສອງປະເພດນີ້? (ບໍ່ມີຄົນປະເພດໃດທີ່ສອດຄ່ອງກັບຄວາມຈິງ, ບໍ່ມີສິ່ງໃດກ່າວເຖິງເລື່ອງນີ້ໃນພຣະທຳຂອງພຣະເຈົ້າ.) ພວກເຈົ້າສາມາດຊອກຫາຫຼັກຖານທີ່ກ່ຽວຂ້ອງສຳລັບການອ້າງວ່າ ພຣະເຈົ້າບໍ່ໄດ້ບອກໃຫ້ຜູ້ຄົນເປັນສຸພາບບຸລຸດຈອມປອມ ຫຼື ຄົນຊົ່ວທີ່ແທ້ຈິງໄດ້ບໍ? (ພຣະເຈົ້າຕ້ອງການໃຫ້ຜູ້ຄົນເປັນຄົນຊື່ສັດ.) ພຣະເຈົ້າຕ້ອງການໃຫ້ຜູ້ຄົນເປັນຄົນຊື່ສັດ. ແລ້ວຄວາມແຕກຕ່າງລະຫວ່າງຄົນຊື່ສັດ ແລະ ຄົນຊົ່ວທີ່ແທ້ຈິງແມ່ນຫຍັງ? ຄຳວ່າ “ຄົນຊົ່ວ” ນັ້ນບໍ່ດີ, ແຕ່ພວກເຂົາກໍຂ້ອນຂ້າງເປັນຄົນທີ່ເປີດເຜີຍ. ເປັນຫຍັງຄົນຊົ່ວທີ່ແທ້ຈິງຈຶ່ງບໍ່ດີ? ເຈົ້າສາມາດອະທິບາຍຢ່າງຊັດເຈນໄດ້ບໍ? ຫຼັກຖານສຳລັບການອ້າງວ່າ ທັງຄົນຊົ່ວທີ່ແທ້ຈິງ ແລະ ສຸພາບບຸລຸດຈອມປອມບໍ່ແມ່ນຄົນດີນັ້ນແມ່ນຫຍັງ? ຄົນຊົ່ວແມ່ນຫຍັງ? ໂດຍປົກກະຕິແລ້ວ ຄຳສັບໃດທີ່ກ່ຽວຂ້ອງກັບຄົນຊົ່ວ? (ຕ່ຳຊ້າ.) ຖືກຕ້ອງແລ້ວ. ຄຳວ່າ “ຕ່ຳຊ້າ” ນີ້ຖືກອະທິບາຍ ແລະ ນິຍາມແນວໃດໃນພຣະທຳຂອງພຣະເຈົ້າ? ໃນພຣະທຳຂອງພຣະເຈົ້າ, “ຕ່ຳຊ້າ” ຖືກນິຍາມວ່າເປັນຄຳທີ່ດີ ຫຼື ຄຳທີ່ບໍ່ດີ? (ຄຳທີ່ບໍ່ດີ.) ຄຳທີ່ບໍ່ດີ, ເປັນຄຳທີ່ຖືກພຣະເຈົ້າປະນາມ. ຄົນທີ່ມີການກະທຳທີ່ຕ່ຳຊ້າ ແລະ ມຸມມອງທີ່ຕ່ຳຊ້າແມ່ນຄົນຊົ່ວ. ອຸປະນິໄສ ແລະ ແກ່ນແທ້ຂອງຄົນຊົ່ວຖືກນິຍາມໄວ້ແນວໃດອີກ? ເຫັນແກ່ຕົວ, ແມ່ນບໍ່? (ແມ່ນແລ້ວ.) ຄົນປະເພດນີ້ເຫັນແກ່ຕົວ ແລະ ຕ່ຳຊ້າ. ເຖິງແມ່ນວ່າເລື່ອງທີ່ພວກເຂົາເປັນຄົນທີ່ເປີດເຜີຍຈະເປັນຄວາມຈິງ ແລະ ເປັນນິໄສທີ່ແທ້ຈິງຂອງພວກເຂົາ, ພວກເຂົາກໍຍັງເປັນຄົນຊົ່ວຫຼາຍ. ສຸພາບບຸລຸດຈອມປອມນັ້ນມີເລ່ຫຼ່ຽມ ແລະ ຊົ່ວຊ້າ ແລະ ປິດບັງຕົນເອງຢູ່ສະເໝີ ແລະ ສ້າງພາບລວງຕາໃຫ້ຄົນອື່ນເບິ່ງ, ໂດຍໃຫ້ຄົນອື່ນເຫັນດ້ານທີ່ສົດໃສ, ສ່ອງປະກາຍ ແລະ ເປັນມິດຂອງລາວ. ລາວປິດບັງອຸປະນິໄສ, ຄວາມຄິດເຫັນ ແລະ ມຸມມອງທີ່ແທ້ຈິງຂອງລາວໄວ້ ເພື່ອບໍ່ໃຫ້ໃຜສາມາດເບິ່ງເຫັນ ຫຼື ຢັ່ງຮູ້ເຖິງສິ່ງເຫຼົ່ານັ້ນໄດ້. ຄົນເຊັ່ນນີ້ມີອຸປະນິໄສແບບໃດ? (ມີເລ່ຫຼ່ຽມ ແລະ ຊົ່ວຊ້າ.) ພວກເຂົາເປັນພຽງຄົນຊົ່ວຊ້າ. ດັ່ງນັ້ນ, ທັງຄົນຊົ່ວ ແລະ ສຸພາບບຸລຸດຈຶ່ງບໍ່ແມ່ນຄົນດີ. ຄົນໜຶ່ງຊົ່ວພາຍໃນ ແລະ ອີກຄົນໜຶ່ງຊົ່ວພາຍນອກ. ທີ່ຈິງແລ້ວ ອຸປະນິໄສຂອງພວກເຂົາກໍຄືກັນ ນັ້ນກໍຄຶພວກເຂົາທັງສອງລ້ວນແຕ່ຊົ່ວຊ້າ, ເຫັນແກ່ຕົວ ແລະ ມີເລ່ຫຼ່ຽມຢ່າງເຖິງທີ່ສຸດ. ຄົນທີ່ຊົ່ວຊ້າ ແລະ ມີເລ່ຫຼ່ຽມຢ່າງເຖິງທີ່ສຸດສອງປະເພດນີ້ ສະແຫວງຫາທີ່ຈະເປັນຄົນຊື່ສັດບໍ? (ບໍ່.) ນັ້ນຄືເຫດຜົນທີ່ວ່າ ບໍ່ວ່າເຈົ້າຈະກາຍເປັນຄົນປະເພດໃດໃນສອງປະເພດນີ້, ເຈົ້າກໍບໍ່ແມ່ນຄົນດີ ຫຼື ຄົນຊື່ສັດທີ່ພຣະເຈົ້າໄດ້ຮຽກຮ້ອງ. ເຈົ້າເປັນຄົນທີ່ພຣະເຈົ້າລັງກຽດ ແລະ ເຈົ້າບໍ່ແມ່ນຄົນທີ່ພຣະເຈົ້າຮຽກຮ້ອງໃຫ້ເຈົ້າເປັນ. ສະນັ້ນ ບອກເຮົາເບິ່ງວ່າ, ສຳນວນທີ່ວ່າ “ຍອມເປັນຄົນຊົ່ວທີ່ແທ້ຈິງ ດີກວ່າເປັນສຸພາບບຸລຸດຈອມປອມ” ນັ້ນແມ່ນຄວາມຈິງບໍ? (ບໍ່.) ເມື່ອເບິ່ງຈາກມຸມມອງນີ້, ສຳນວນນີ້ບໍ່ແມ່ນຄວາມຈິງ. ຫຼາຍຄົນເວົ້າວ່າ “ຍອມເປັນຄົນຊົ່ວທີ່ແທ້ຈິງ ດີກວ່າເປັນສຸພາບບຸລຸດຈອມປອມ” ໂດຍມີເປົ້າໝາຍໃນການໂຈມຕີ ແລະ ປະນາມສຸພາບບຸລຸດຈອມປອມ ເພື່ອໃຫ້ພວກເຂົາສາມາດປອມຕົວເປັນຄົນດີໄດ້, ຄືກັບວ່າ “ຄວາມຊົ່ວ” ຂອງຄົນຊົ່ວເຫຼົ່ານີ້ເຮັດໃຫ້ພວກເຂົາມີຄວາມຍຸຕິທຳ ແລະ ເປັນຄົນທີ່ເປີດເຜີຍເປັນພິເສດ, ຄືກັບວ່າຕົນເອງເປັນຕົວແທນຂອງຄວາມຍຸຕິທຳ. ໃນຖານະທີ່ເປັນຄົນຊົ່ວ, ເຈົ້າຈະອ້າງວ່າຕົນເອງມີຄວາມຍຸຕິທຳໄດ້ແນວໃດ? ເຈົ້າຄືຜູ້ທີ່ສົມຄວນຖືກປະນາມ.

ໃນຄວາມຄິດຂອງທຸກຄົນ, ມີສຳນວນ ແລະ ເລື່ອງປະເພດນີ້ຢູ່ບໍ່ໜ້ອຍເລີຍ, ດັ່ງນັ້ນ ຄົນຈຳນວນຫຼວງຫຼາຍຈຶ່ງຍຶດຖືມຸມມອງປະເພດນີ້. ບໍ່ວ່າຈະເປັນວັດທະນະທຳແບບດັ້ງເດີມ, ສຸພາສິດພື້ນເມືອງ, ຄະຕິປະຈຳຕະກຸນ, ກົດລະບຽບຂອງຄອບຄົວ ຫຼື ລະບົບກົດໝາຍຂອງປະເທດ, ຜູ້ຄົນມັກຈະໃຊ້ສິ່ງເຫຼົ່ານີ້ທີ່ໄດ້ຖືກເຜີຍແຜ່ມາເປັນເວລາດົນນານ ແລະ ຢ່າງກວ້າງຂວາງໃນສັງຄົມ ແລະ ທີ່ເຖິງກັບຖືກປະກາດ ແລະ ສົ່ງເສີມວ່າ ເປັນສິ່ງທີ່ເປັນບວກໃນສັງຄົມ ແລະ ໃນໝູ່ມວນມະນຸດຊາດມາເປັນເວລາດົນນານ, ເພື່ອສັ່ງສອນຜູ້ຄົນຈາກຮຸ່ນສູ່ຮຸ່ນ. ບາງຄຳເວົ້າຖືວ່າ ເປັນຫຼັກການແຫ່ງການປະຕິບັດ ແລະ ຫຼັກການແຫ່ງການດຳລົງຢູ່ຂອງມະນຸດໃນສ່ວນເລິກຂອງຫົວໃຈຂອງຜູ້ຄົນ. ບາງຄຳເວົ້າເປັນຄຳເວົ້າທີ່ສື່ເຖິງມຸມມອງທີ່ຜູ້ຄົນພຽງແຕ່ເຫັນດີນຳ, ແຕ່ບໍ່ຈຳເປັນຕ້ອງປາຖະໜາທີ່ຈະນຳໄປປະຕິບັດ. ບໍ່ວ່າເຈົ້າຈະປາຖະໜາທີ່ຈະນຳພວກມັນໄປປະຕິບັດ ຫຼື ບໍ່, ໃນສ່ວນເລິກຂອງຫົວໃຈຂອງເຈົ້າ, ເຈົ້າກໍໄດ້ຖືເອົາຄຳເວົ້າເຫຼົ່ານີ້ເປັນຫຼັກການແຫ່ງການປະຕິບັດສຳລັບການປະພຶດຕົນຂອງເຈົ້າຢ່າງແທ້ຈິງ. ສະຫຼຸບແລ້ວ, ສິ່ງເຫຼົ່ານີ້ເປັນອຸປະສັກອັນໃຫຍ່ຫຼວງຕໍ່ຄວາມເຊື່ອໃນພຣະເຈົ້າ ແລະ ການໄລ່ຕາມຄວາມຈິງຂອງຜູ້ຄົນ. ພວກມັນມີແຕ່ສິ່ງທີ່ເປັນໂທດ, ບໍ່ໄດ້ມີຄຸນປະໂຫຍດຫຍັງຕໍ່ຜູ້ຄົນ. ຍົກຕົວຢ່າງ: ຫົວຂໍ້ທີ່ຄົນສະໄໝໃໝ່ມັກເວົ້າເຖິງກໍຄື “ຊີວິດມີຄ່າ, ຄວາມຮັກຍິ່ງມີຄ່າກວ່າ. ແຕ່ເພື່ອເຫັນແກ່ອິດສະລະພາບ, ຂ້ອຍຍອມສະລະທັງສອງຢ່າງນີ້”. ຄຳເວົ້ານີ້ເປັນຄຳເວົ້າທີ່ເປັນທີ່ຮູ້ຈັກກັນດີ ເຊິ່ງຖືກສະໜັບສະໜູນ ແລະ ເຄົາລົບບູຊາໂດຍຜູ້ຄົນໃນທາງຕາເວັນອອກ ແລະ ທາງຕາເວັນຕົກ ທີ່ມີອຸດົມຄະຕິອັນສູງສົ່ງ ແລະ ຜູ້ທີ່ໄລ່ຕາມອິດສະລະພາບ ແລະ ຕ້ອງການກຳຈັດລະບົບສັກດີນາແບບດັ້ງເດີມ. ຈຸດສຸມຂອງການໄລ່ຕາມຂອງຜູ້ຄົນຢູ່ໃນທີ່ນີ້ແມ່ນຫຍັງ? ມັນແມ່ນຊີວິດບໍ? ຫຼື ຄວາມຮັກ? (ບໍ່, ມັນແມ່ນອິດສະລະພາບ.) ຖືກຕ້ອງແລ້ວ, ມັນແມ່ນອິດສະລະພາບ. ແລ້ວສຳນວນນີ້ແມ່ນຄວາມຈິງບໍ? ຄວາມໝາຍຂອງສຳນວນນີ້ກໍຄື ເພື່ອໄລ່ຕາມອິດສະລະພາບແລ້ວ, ສາມາດປະຖິ້ມຊີວິດໄປໄດ້ ແລະ ກໍສາມາດປະຖິ້ມຄວາມຮັກໄປໄດ້ເຊັ່ນກັນ ນັ້ນກໍຄື ຄົນທີ່ເຈົ້າຮັກກໍສາມາດຖືກປະຖິ້ມໄດ້ເຊັ່ນກັນ ເພື່ອການມຸ່ງໄປສູ່ອິດສະລະພາບທີ່ສວຍງາມນັ້ນ. ອິດສະລະພາບແບບນີ້ມີລັກສະນະແນວໃດສຳລັບຄົນທາງໂລກ? ຈະອະທິບາຍສິ່ງນີ້ທີ່ພວກເຂົາຄິດວ່າເປັນອິດສະລະພາບໄດ້ແນວໃດ? ການຫຼຸດພົ້ນຈາກປະເພນີແມ່ນອິດສະລະພາບແບບໜຶ່ງ, ການຫຼຸດພົ້ນຈາກຮີດຄອງເກົ່າແກ່ກໍແມ່ນອິດສະລະພາບແບບໜຶ່ງ ແລະ ການຫຼຸດພົ້ນຈາກລະບອບລາຊາທິປະໄຕແບບສັກດີນາກໍແມ່ນອິດສະລະພາບແບບໜຶ່ງເຊັ່ນກັນ. ມີຫຍັງອີກບໍ? (ການບໍ່ຖືກຄວບຄຸມໂດຍລະບອບການເມືອງບາງຢ່າງ.) ອີກຢ່າງໜຶ່ງກໍຄືການບໍ່ຖືກຄວບຄຸມໂດຍອຳນາດ ຫຼື ການເມືອງ. ສິ່ງທີ່ພວກເຂົາໄລ່ຕາມແມ່ນອິດສະລະພາບແບບນີ້. ແລ້ວອິດສະລະພາບທີ່ພວກເຂົາເວົ້າເຖິງນັ້ນແມ່ນອິດສະລະພາບທີ່ແທ້ຈິງບໍ? (ບໍ່ແມ່ນ.) ມັນມີຄວາມຄ້າຍຄືກັນກັບອິດສະລະພາບທີ່ຄົນທີ່ເຊື່ອໃນພຣະເຈົ້າເວົ້າເຖິງບໍ? (ບໍ່.) ບາງຄົນທີ່ເຊື່ອໃນພຣະເຈົ້າອາດຈະມີມຸມມອງແບບນີ້ຢູ່ໃນຫົວໃຈຂອງພວກເຂົາເຊັ່ນກັນ: “ການເຊື່ອໃນພຣະເຈົ້ານັ້ນດີເລີດຫຼາຍ, ມັນປົດປ່ອຍເຈົ້າໃຫ້ເປັນອິດສະລະ. ເຈົ້າບໍ່ຈຳເປັນຕ້ອງປະຕິບັດຕາມຮີດຄອງ ຫຼື ພິທີການແບບດັ້ງເດີມອັນໃດກໍຕາມ, ເຈົ້າບໍ່ຈຳເປັນຕ້ອງກັງວົນກ່ຽວກັບການຈັດ ຫຼື ການເຂົ້າຮ່ວມງານແຕ່ງງານ ແລະ ງານສົບ, ເຈົ້າປ່ອຍວາງເລື່ອງທາງໂລກທັງໝົດໄດ້. ເຈົ້າເປັນອິດສະລະຢ່າງແທ້ຈິງ!” ມັນເປັນແບບນັ້ນບໍ? (ບໍ່.) ແລ້ວອິດສະລະພາບແມ່ນຫຍັງກັນແທ້? ຕອນນີ້ ພວກເຈົ້າເປັນອິດສະລະແລ້ວບໍ? (ພຽງເລັກນ້ອຍ.) ແລ້ວພວກເຈົ້າໄດ້ຮັບອິດສະລະພາບເລັກນ້ອຍນີ້ມາໄດ້ແນວໃດ? ອິດສະລະພາບນີ້ໝາຍຄວາມວ່າແນວໃດ? (ການເຂົ້າໃຈຄວາມຈິງ ແລະ ການທຳລາຍອິດທິພົນມືດຂອງຊາຕານ.) ຫຼັງຈາກທຳລາຍອິດທິພົນມືດຂອງຊາຕານແລ້ວ, ພວກເຈົ້າກໍຈະຮູ້ສຶກເຖິງການປົດປ່ອຍເລັກນ້ອຍ ແລະ ຄວາມເປັນອິດສະລະໃນລະດັບໜຶ່ງ. ເຖິງຢ່າງໃດກໍຕາມ, ຖ້າເຮົາບໍ່ໄດ້ໄຈ້ແຍກມັນ, ພວກເຈົ້າກໍຈະຄິດວ່າພວກເຈົ້າເປັນອິດສະລະຢ່າງແທ້ຈິງ, ໃນຂະນະທີ່ຄວາມຈິງແລ້ວ ພວກເຈົ້າບໍ່ໄດ້ເປັນແບບນັ້ນເລີຍ. ອິດສະລະພາບທີ່ແທ້ຈິງບໍ່ແມ່ນອິດສະລະພາບ ແລະ ການປົດປ່ອຍຮ່າງກາຍທາງດ້ານພື້ນທີ່ ແລະ ວັດຖຸແບບທີ່ຜູ້ຄົນຄິດ. ແຕ່ມັນຄືການທີ່ ເມື່ອຜູ້ຄົນເຂົ້າໃຈຄວາມຈິງແລ້ວ, ພວກເຂົາຈະມີມຸມມອງທີ່ຖືກຕ້ອງກ່ຽວກັບຜູ້ຄົນ, ເຫດການ, ສິ່ງຕ່າງໆ ແລະ ກ່ຽວກັບໂລກ ແລະ ສາມາດໄລ່ຕາມເປົ້າໝາຍ ແລະ ທິດທາງທີ່ຖືກຕ້ອງໃນຊີວິດໄດ້ ແລະ ເມື່ອຜູ້ຄົນບໍ່ຢູ່ພາຍໃຕ້ການຜູກມັດຂອງອິດທິພົນຂອງຊາຕານ ແລະ ຄວາມຄິດ ແລະ ມຸມມອງແບບຊາຕານ, ຫົວໃຈຂອງພວກເຂົາກໍຈະໄດ້ຮັບການປົດປ່ອຍ ນີ້ຄືອິດສະລະພາບທີ່ແທ້ຈິງ.

ມີຄົນໜຸ່ມຜູ້ໜຶ່ງ ເຊິ່ງເປັນຜູ້ບໍ່ມີຄວາມເຊື່ອ, ທີ່ຄິດວ່າລາວເອງມັກອິດສະລະພາບ, ມັກບິນໄປທົ່ວທຸກບ່ອນຄືກັບນົກ ແລະ ດຳລົງຊີວິດແບບບໍ່ມີຂໍ້ຈຳກັດ, ສະນັ້ນ ລາວຈຶ່ງດູຖູກກົດລະບຽບ ແລະ ຄຳເວົ້າທີ່ບໍ່ໄດ້ເລື່ອງເຫຼົ່ານັ້ນໃນຄອບຄົວຂອງລາວ. ລາວມັກຈະບອກໝູ່ຂອງລາວຢູ່ສະເໝີວ່າ: “ເຖິງແມ່ນວ່າຂ້ອຍໄດ້ເກີດໃນຄອບຄົວທີ່ມີປະເພນີແບບດັ້ງເດີມທີ່ສຸດ ແລະ ເປັນຄອບຄົວໃຫຍ່ຫຼາຍ ເຊິ່ງມີກົດລະບຽບ ແລະ ປະເພນີທີ່ຫຼາກຫຼາຍ ແລະ ແມ່ນແຕ່ຕອນນີ້ກໍຍັງມີຫໍບູຊາບັນພະບຸລຸດ ທີ່ມີປ້າຍວິນຍານຖືກຈັດລຽງໄວ້ຢູ່ທາງໃນສຳລັບແຕ່ລະຮຸ່ນທີ່ສືບທອດກັນມາ, ແຕ່ຕົວຂ້ອຍເອງໄດ້ທຳລາຍປະເພນີເຫຼົ່ານີ້ ແລະ ບໍ່ໄດ້ຮັບອິດທິພົນຈາກກົດລະບຽບຂອງຄອບຄົວ, ຂໍ້ປະຕິບັດຂອງຄອບຄົວ ແລະ ຮີດຄອງທົ່ວໄປເຫຼົ່ານີ້. ພວກເຈົ້າບໍ່ເຫັນບໍວ່າ ຂ້ອຍເປັນຄົນທີ່ບໍ່ໄດ້ຍຶດຕິດກັບປະເພນີແບບດັ້ງເດີມຢ່າງຍິ່ງ?” ໝູ່ຂອງລາວເວົ້າວ່າ: “ພວກເຮົາໄດ້ສັງເກດເຫັນວ່າ ເຈົ້າເປັນຄົນທີ່ບໍ່ໄດ້ຍຶດຕິດກັບປະເພນີແບບດັ້ງເດີມຢ່າງຍິ່ງ”. ພວກເຂົາສັງເກດເຫັນສິ່ງນັ້ນໄດ້ແນວໃດ? ລາວໄດ້ມີການເຈາະລີ້ນ, ໃສ່ຫ່ວງດັງ, ເຈາະຫູສີ່ ຫຼື ຫ້າຮູທັງສອງຂ້າງ, ເຈາະສະດື ແລະ ສັກລາຍຮູບງູໃສ່ແຂນຂອງລາວ. ຄົນຈີນຖືວ່າງູເປັນສິ່ງທີ່ບໍ່ເປັນມຸງຄຸນ, ແຕ່ລາວກໍຢືນຢັນທີ່ຈະສັກລາຍຮູບງູໃສ່ຮ່າງກາຍຂອງລາວ ແລະ ຜູ້ຄົນກໍຢ້ານເມື່ອພວກເຂົາເຫັນລາຍສັກນັ້ນ. ນີ້ແມ່ນການບໍ່ຍຶດຕິດກັບປະເພນີແບບດັ້ງເດີມ, ແມ່ນບໍ່? (ແມ່ນແລ້ວ.) ມັນເປັນການບໍ່ຍຶດຕິດກັບປະເພນີແບບດັ້ງເດີມຫຼາຍ ແລະ ຍິ່ງໄປກວ່ານັ້ນ, ລາວຍັງເວົ້າດ້ວຍທ່າທາງຂອງຄົນຫົວກ້າວໜ້າອີກດ້ວຍ. ທຸກຄົນທີ່ເຫັນລາວຕ່າງກໍເວົ້າວ່າ “ຜູ້ຊາຍຄົນນີ້ສຸດຍອດເລີຍ! ລາວບໍ່ໄດ້ຍຶດຕິດກັບປະເພນີແບບດັ້ງເດີມ, ບໍ່ໄດ້ຍຶດຕິດກັບປະເພນີແບບດັ້ງເດີມຢ່າງແທ້ຈິງ!” ລາວເຊື່ອວ່າ ລາວບໍ່ສາມາດສະແດງອອກເຖິງການບໍ່ໄດ້ຍຶດຕິດກັບປະເພນີແບບດັ້ງເດີມດ້ວຍວິທີການເຫຼົ່ານີ້ເທົ່ານັ້ນ, ແຕ່ຕ້ອງເຮັດໃຫ້ມັນເປັນຮູບປະທຳຫຼາຍຂຶ້ນໜ້ອຍໜຶ່ງ ແລະ ເຮັດໃຫ້ຜູ້ຄົນສາມາດສັງເກດເຫັນສັນຍານທີ່ບົ່ງບອກວ່າ ລາວບໍ່ໄດ້ຍຶດຕິດກັບປະເພນີແບບດັ້ງເດີມສໍ່າໃດ. ລາວເຫັນວ່າ ໂດຍທົ່ວໄປແລ້ວ ຄົນອື່ນມີແຟນສາວຄົນຈີນທີ່ມີຜິວເຫຼືອງ, ລາວຈຶ່ງຕັ້ງໃຈຫາແຟນສາວຊາວຕ່າງຊາດທີ່ເປັນຄົນຜິວຂາວ ເພື່ອໃຫ້ທຸກຄົນເຊື່ອໝັ້ນຫຼາຍຂຶ້ນວ່າ ລາວບໍ່ໄດ້ຍຶດຕິດກັບປະເພນີແບບດັ້ງເດີມແທ້ໆ. ຫຼັງຈາກນັ້ນ, ລາວກໍໄດ້ຮຽນແບບແຟນສາວຂອງລາວໃນທຸກສະຖານະການ, ເຮັດທຸກຢ່າງທີ່ແຟນສາວຂອງລາວບອກ, ບໍ່ວ່ານາງຈະຂໍໃຫ້ລາວເຮັດແນວໃດກໍຕາມ. ເມື່ອຮອດວັນເກີດຂອງລາວ, ແຟນສາວຂອງລາວກໍຈະຊື້ຂອງຂວັນທີ່ລຶກລັບ ເຊິ່ງບັນຈຸຢູ່ໃນກ່ອງທີ່ໃຫຍ່ໃຫ້ກັບລາວ ແລະ ລາວກໍເລີ່ມແກະຂອງຂວັນດ້ວຍຄວາມດີໃຈ. ຫຼັງຈາກທີ່ແກະເຈ້ຍຫໍ່ຂອງຂວັນອອກທຸກຊັ້ນແລ້ວ, ລາວກໍເຫັນໝວກສີຂຽວຢູ່ທາງໃນ. ຄົນຈີນທຸກຄົນຮູ້ຈັກຄວາມໝາຍແຝງຂອງ “ໝວກສີຂຽວ” ແມ່ນບໍ່? ນີ້ເປັນເລື່ອງທີ່ມີຄວາມເປັນປະເພນີແບບດັ້ງເດີມຢູ່ຫຼາຍຢ່າງແນ່ນອນ. ທັນທີທີ່ລາວເຫັນໝວກນັ້ນ, ລາວກໍໃຈຮ້າຍ ແລະ ເວົ້າວ່າ “ນີ້ແມ່ນຂອງຂວັນປະເພດໃດ? ເຈົ້າຊື້ຂອງຂວັນນີ້ໃຫ້ໃຜ?” ແຟນສາວຂອງລາວຄິດວ່າລາວຈະດີໃຈ, ເປັນຫຍັງລາວຈຶ່ງໂມໂຫກັບໝວກໜ່ວຍນັ້ນຫຼາຍແທ້? ນາງຄິດບໍ່ອອກວ່າເປັນຫຍັງ ແລະ ບໍ່ສາມາດເຂົ້າໃຈໄດ້, ສະນັ້ນ ນາງຈຶ່ງເວົ້າວ່າ: “ໝວກສີຂຽວໜ່ວຍນີ້ຊອກຫາບໍ່ໄດ້ງ່າຍໆໃດ. ຂ້ອຍຮັບປະກັນວ່າ ເມື່ອເຈົ້າໃສ່ແລ້ວມັນຈະເຂົ້າກັບເຈົ້າ”. ລາວກໍເວົ້າວ່າ “ເຈົ້າຮູ້ບໍວ່າ ໝວກໜ່ວຍນີ້ເປັນຕົວແທນໃຫ້ຫຍັງ?” ແຟນສາວເວົ້າວ່າ: “ມັນບໍ່ໄດ້ເປັນພຽງແຕ່ໝວກບໍ? ໝວກສີຂຽວກໍເບິ່ງງາມດີໃດ”. ແລະ ນາງກໍຢືນຢັນທີ່ຈະໃຫ້ລາວໃສ່ໝວກນັ້ນ. ບໍ່ວ່າແນວໃດກໍຕາມ ລາວກໍບໍ່ຍອມໃສ່ມັນ. ຊາວຕາເວັນຕົກຮູ້ຈັກຄວາມໝາຍແຝງຂອງ “ໝວກສີຂຽວ” ບໍ? (ບໍ່, ພວກເຂົາບໍ່ຮູ້.) ສະນັ້ນ ເລື່ອງນີ້ບໍ່ຄວນໄດ້ຮັບການອະທິບາຍຢ່າງຊັດເຈນ ແລະ ເປີດເຜີຍອອກມາບໍ? ບໍ່ມີໃຜໃນພວກເຈົ້າສາມາດຕອບໄດ້, ວ່າເປັນຫຍັງພວກເຈົ້າຈຶ່ງບໍ່ກ້າອະທິບາຍມັນຢ່າງຊັດເຈນ? ນີ້ບໍ່ແມ່ນເລື່ອງໃຫຍ່, ແມ່ນບໍ່? ພວກເຈົ້າກໍເປັນຄືກັບຜູ້ຊາຍຄົນນີ້, ທີ່ຊູປ້າຍຂອງການບໍ່ໄດ້ຍຶດຕິດກັບປະເພນີແບບດັ້ງເດີມ ແລະ ການປ່ອຍວາງປະເພນີ ແລະ ການຖອດຖິ້ມແນວຄິດຂອງວັດທະນະທຳແບບດັ້ງເດີມຂອງຊາຕານ ເພື່ອໄລ່ຕາມຄວາມຈິງ ແລະ ອິດສະລະພາບ, ແຕ່ພວກເຈົ້າກັບຕິດກັບດັກອັນເລິກເຊິ່ງຢູ່ກັບໝວກສີຂຽວໜ່ວຍນີ້. ແຟນສາວຂອງຊາຍໜຸ່ມຄົນນັ້ນຂໍໃຫ້ລາວໃສ່ໝວກໜ່ວຍນັ້ນ ແລະ ບໍ່ວ່າແນວໃດກໍຕາມ ລາວກໍບໍ່ຍອມໃສ່ມັນ, ໃນທີ່ສຸດ ລາວກໍເວົ້າວ່າ: “ເຈົ້າຢືນຢັນທີ່ຈະໃຫ້ຂ້ອຍໃສ່ໝວກໜ່ວຍນັ້ນ. ຖ້າຂ້ອຍໃສ່ມັນ, ຂ້ອຍຕ້ອງໄດ້ທົນຮັບຄວາມອັບອາຍຈາກຄົນອື່ນ!” ນີ້ຄືຈຸດສຳຄັນຂອງປະເດັນ ແລະ ເປັນບ່ອນທີ່ບັນຫາຢູ່, ນີ້ກໍຄືຮີດຄອງປະເພນີ. ຮີດຄອງປະເພນີນີ້ບໍ່ໄດ້ກ່ຽວກັບວ່າສິ່ງນັ້ນເປັນສີຫຍັງ ຫຼື ເປັນສິ່ງຂອງປະເພດໃດ, ແຕ່ມັນກ່ຽວກັບສັນຍາລັກ ແລະ ມຸມມອງທີ່ສິ່ງນີ້ໄດ້ກະຕຸ້ນໃຫ້ເກີດຂຶ້ນໃນຜູ້ຄົນ. ສິ່ງນີ້, ນັ້ນກໍຄືໝວກສີຂຽວ, ທີ່ເປັນສັນຍາລັກໃຫ້ຫຍັງກັນແທ້? ມັນເປັນຕົວແທນຂອງຫຍັງ? ຜູ້ຄົນຕີຕາໝວກທີ່ມີສີນີ້ວ່າເປັນສິ່ງທີ່ບໍ່ດີ, ສະນັ້ນ ພວກເຂົາຈຶ່ງປະຕິເສດໝວກທີ່ເປັນສີນີ້. ເປັນຫຍັງຜູ້ຄົນຈຶ່ງປະຕິເສດໝວກທີ່ເປັນສີນັ້ນ? ເປັນຫຍັງພວກເຂົາຈຶ່ງບໍ່ສາມາດຍອມຮັບເລື່ອງເຊັ່ນນີ້ໄດ້? ເພາະວ່າມີແນວຄິດແບບດັ້ງເດີມປະເພດໜຶ່ງຢູ່ພາຍໃນພວກເຂົາ. ແນວຄິດແບບດັ້ງເດີມນີ້ເອງທີ່ບໍ່ແມ່ນຄວາມຈິງ; ມັນເປັນຄືກັບວັດຖຸສິ່ງຂອງຢ່າງໜຶ່ງ, ແຕ່ສັງຄົມນີ້ ແລະ ເຊື້ອຊາດນີ້ໄດ້ປ່ຽນມັນໃຫ້ກາຍເປັນສິ່ງທີ່ເປັນລົບໂດຍບໍ່ຮູ້ຕົວ. ຕົວຢ່າງ: ຜູ້ຄົນໄດ້ປ່ຽນສີຂາວໃຫ້ເປັນສັນຍາລັກຂອງຄວາມບໍລິສຸດ, ປ່ຽນສີດຳໃຫ້ເປັນສັນຍາລັກຂອງຄວາມມືດ ແລະ ຄວາມຊົ່ວຊ້າ ແລະ ປ່ຽນສີແດງໃຫ້ເປັນສັນຍາລັກຂອງການສະເຫຼີມສະຫຼອງ, ການນອງເລືອດ ແລະ ຄວາມຮັກໃຄ່. ໃນອະດີດ, ຄົນຈີນນຸ່ງເຄື່ອງສີແດງເມື່ອພວກເຂົາແຕ່ງງານ, ໂດຍເຊື່ອວ່າມັນເປັນການສະເຫຼີມສະຫຼອງ. ເມື່ອຊາວຕາເວັນຕົກແຕ່ງງານ, ພວກເຂົານຸ່ງເຄື່ອງສີຂາວທີ່ງົດງາມ ແລະ ສະອາດ, ເຊິ່ງເປັນສັນຍາລັກຂອງຄວາມບໍລິສຸດ. ຄວາມເຂົ້າໃຈຂອງສອງວັດທະນະທຳກ່ຽວກັບການແຕ່ງງານນັ້ນແຕກຕ່າງກັນ. ໃນວັດທະນະທຳໜຶ່ງ, ມັນໄດ້ໃຊ້ສີແດງເປັນຕົວແທນ ແລະ ໃນອີກວັດທະນະທຳໜຶ່ງ, ມັນໄດ້ໃຊ້ສີຂາວເປັນຕົວແທນ. ທັງສອງສີນີ້ເປັນຕົວແທນໃຫ້ທັດສະນະຄະຕິຂອງການອວຍພອນທີ່ມີຕໍ່ການແຕ່ງງານ. ກຸ່ມຊົນເຜົ່າ ແລະ ເຊື້ອຊາດຕ່າງໆ ໃຊ້ສິ່ງດຽວກັນສຳລັບຈຸດປະສົງທີ່ແຕກຕ່າງກັນ ແລະ ນີ້ຄືທີ່ມາຂອງພູມຫຼັງທາງວັດທະນະທຳຂອງພວກເຂົາຈຶ່ງເກີດຂຶ້ນ. ຫຼັງຈາກທີ່ພູມຫຼັງທາງວັດທະນະທຳເຫຼົ່ານີ້ເກີດຂຶ້ນແລ້ວ, ຮີດຄອງປະເພນີທາງວັດທະນະທຳກໍຖືກສ້າງຂຶ້ນມາພ້ອມກັບພວກມັນ. ດ້ວຍວິທີນີ້, ສັງຄົມທີ່ແຕກຕ່າງກັນ ແລະ ເຊື້ອຊາດທີ່ແຕກຕ່າງກັນ ຈຶ່ງໄດ້ພັດທະນາຮີດຄອງທີ່ແຕກຕ່າງກັນ ແລະ ຮີດຄອງເຊັ່ນນີ້ກໍມີອິດທິພົນຕໍ່ຜູ້ຄົນຂອງເຊື້ອຊາດເຫຼົ່ານີ້. ດັ່ງນັ້ນ, ຄົນຈີນຈຶ່ງໄດ້ຮັບອິດທິພົນຈາກຄວາມໝາຍແຝງຂອງໝວກສີຂຽວນີ້. ຜົນໄດ້ຮັບປະເພດໃດທີ່ເກີດຂຶ້ນຈາກການທີ່ເລື່ອງນີ້ຖືກປູກຝັງເຂົ້າຢູ່ໃນພວກເຂົາ? ຜູ້ຊາຍບໍ່ສາມາດໃສ່ໝວກສີຂຽວ ແລະ ຜູ້ຍິງກໍບໍ່ໃສ່ພວກມັນເຊັ່ນກັນ. ເຈົ້າເຫັນຜູ້ຍິງຄົນໃດໃສ່ໝວກສີຂຽວບໍ? ຄວາມຈິງແລ້ວ, ຮີດຄອງປະເພນີທາງວັດທະນະທຳນີ້ແນເປົ້າໃສ່ຜູ້ຊາຍເທົ່ານັ້ນ, ເຊິ່ງໝາຍຄວາມວ່າ ການທີ່ຜູ້ຊາຍໃສ່ໝວກສີຂຽວເປັນສັນຍານທີ່ບໍ່ດີ ແລະ ມັນບໍ່ໄດ້ກ່ຽວຂ້ອງກັບຜູ້ຍິງເລີຍ. ເຖິງຢ່າງໃດກໍຕາມ, ເມື່ອຮີດຄອງປະເພນີທາງວັດທະນະທຳນີ້ໄດ້ເກີດຂຶ້ນແລ້ວ, ບໍ່ວ່າມັນຈະເກີດຂຶ້ນໃນບໍລິບົດໃດກໍຕາມ, ມັນຈະກໍ່ໃຫ້ເກີດການເລືອກປະຕິບັດຕໍ່ສິ່ງນີ້ໂດຍຄົນທຸກຄົນໃນເຊື້ອຊາດນີ້. ຫຼັງຈາກທີ່ການເລືອກປະຕິບັດເຊັ່ນນີ້ເກີດຂຶ້ນ, ສິ່ງນີ້ກໍຈະປ່ຽນຈາກວັດຖຸສິ່ງຂອງທີ່ບໍລິສັດ ໃຫ້ກາຍເປັນສິ່ງທີ່ເປັນລົບໂດຍບໍ່ຮູ້ຕົວ. ໃນຄວາມເປັນຈິງແລ້ວ, ມັນບໍລິສຸດ ແລະ ບໍ່ມີຄຸນລັກສະນະທີ່ເປັນດ້ານບວກ ຫຼື ດ້ານລົບເລີຍ. ມັນເປັນພຽງວັດຖຸສິ່ງຂອງ, ເປັນສີ ແລະ ເປັນວັດຖຸທີ່ມີຮູບຮ່າງ. ເຖິງຢ່າງໃດກໍຕາມ, ຫຼັງຈາກທີ່ຖືກຕີຄວາມໝາຍ ແລະ ໄດ້ຮັບອິດທິພົນຈາກວັດທະນະທຳແບບດັ້ງເດີມໃນລັກສະນະນີ້, ຜົນໄດ້ຮັບສຸດທ້າຍຈະກາຍເປັນແບບໃດ? (ເປັນດ້ານລົບ.) ມັນກາຍເປັນດ້ານລົບ. ຫຼັງຈາກທີ່ມັນກາຍເປັນດ້ານລົບແລ້ວ, ຜູ້ຄົນກໍບໍ່ສາມາດປະຕິບັດຕໍ່ ຫຼື ໃຊ້ສິ່ງນີ້ໄດ້ຢ່າງເໝາະສົມ. ລອງຄິດເບິ່ງ, ມີໝວກຫຼາກຫຼາຍສີໃນຕະຫຼາດຈີນ ເຊັ່ນ: ສີແດງ, ສີບົວ, ສີເຫຼືອງ ແລະ ສີອື່ນໆ, ແຕ່ບໍ່ມີໝວກສີຂຽວເລີຍ. ຜູ້ຄົນຖືກຈຳກັດ ແລະ ໄດ້ຮັບອິດທິພົນຈາກແນວຄິດແບບດັ້ງເດີມນີ້. ນີ້ຄືຜົນກະທົບທີ່ເລື່ອງແບບສະເພາະເລື່ອງໜຶ່ງຂອງວັດທະນະທຳແບບດັ້ງເດີມມີຕໍ່ຜູ້ຄົນ.

ເຖິງແມ່ນວ່າບາງຄົນຈະມາຕ່າງປະເທດ ແລະ ໄດ້ສຳຜັດກັບວັດທະນະທຳ, ຮີດຄອງປະເພນີ, ກົດລະບຽບ ແລະ ສິ່ງທີ່ເປັນວັດຖຸ ເຊັ່ນ: ສິ່ງທີ່ເປັນປັດໄຈພື້ນຖານໃນການດຳລົງຊີວິດໃນເອີຣົບ ແລະ ໃນປະເທດອື່ນໆໃນອາຊີ ແລະ ມີຄວາມຄຸ້ນເຄີຍກັບກົດໝາຍ ແລະ ຄວາມຮູ້ທົ່ວໄປບາງຢ່າງຂອງປະເທດອື່ນ, ແຕ່ຮີດຄອງປະເພນີຂອງປະເທດຕົນເອງນັ້ນກໍຍາກທີ່ຈະສັ່ນຄອນໄດ້. ເຖິງແມ່ນວ່າເຈົ້າໄດ້ຈາກບ້ານເກີດເມືອງນອນຂອງເຈົ້າມາ ແລະ ຍອມຮັບແງ່ມຸມຕ່າງໆໃນຊີວິດປະຈຳວັນໃນປະເທດອື່ນ ແລະ ແມ່ນແຕ່ກົດໝາຍ ແລະ ລະບົບຂອງປະເທດນັ້ນ, ແຕ່ເຈົ້າກໍບໍ່ຮູ້ວ່າເຈົ້າກຳລັງຄິດຫຍັງຢູ່ໃນທຸກໆມື້ ຫຼື ເຈົ້າຈະປະເຊີນກັບບັນຫາແນວໃດ ເມື່ອມີບາງສິ່ງບາງຢ່າງເກີດຂຶ້ນກັບເຈົ້າ ຫຼື ມຸມມອງ ແລະ ທັດສະນະຄະຕິທີ່ເຈົ້າຍຶດຖືນັ້ນແມ່ນຫຍັງ. ບາງຄົນຄິດວ່າ “ຂ້ອຍຢູ່ໃນປະເທດຕາເວັນຕົກ, ສະນັ້ນ ຂ້ອຍກໍເປັນຊາວຕາເວັນຕົກແມ່ນບໍ?” ຫຼື “ຂ້ອຍຢູ່ໃນປະເທດຍີ່ປຸ່ນ, ສະນັ້ນ ຂ້ອຍກໍເປັນຄົນຍີ່ປຸ່ນແມ່ນບໍ?” ມັນເປັນແບບນັ້ນບໍ? (ບໍ່ແມ່ນ.) ຄົນຍີ່ປຸ່ນເວົ້າວ່າ: “ພວກເຮົາມັກກິນຊູຊິ ແລະ ເສັ້ນອູດົ້ງທີ່ສຸດ. ສິ່ງນັ້ນບໍ່ໄດ້ເຮັດໃຫ້ພວກເຮົາສູງສົ່ງບໍ?” ຄົນເກົາຫຼີໃຕ້ເວົ້າວ່າ: “ພວກເຮົາມັກກິນເຂົ້າ ແລະ ກິມຈິ. ປະເທດເກົາຫຼີໃຕ້ທີ່ຍິ່ງໃຫຍ່ຂອງພວກເຮົາບໍ່ສູງສົ່ງບໍ? ພວກເຈົ້າຄົນຈີນເວົ້າວ່າ ວັດທະນະທຳຂອງພວກເຈົ້າເກົ່າແກ່ ແລະ ມີອາຍຸຫຼາຍກວ່າຂອງພວກເຮົາຫຼາຍພັນປີ, ແຕ່ພວກເຈົ້າໄດ້ສະແດງຄວາມກະຕັນຍູຕໍ່ຜູ້ອາວຸໂສຂອງພວກເຈົ້າໄດ້ດີເທົ່າກັບພວກເຮົາບໍ? ພວກເຈົ້າໄດ້ຮັກສາຮີດຄອງປະເພນີໄດ້ເທົ່າກັບພວກເຮົາແລ້ວບໍ? ພວກເຈົ້າມີກົດລະບຽບຫຼາຍເທົ່າກັບພວກເຮົາແລ້ວບໍ? ດຽວນີ້ພວກເຈົ້າບໍ່ໄດ້ເວົ້າເຖິງສິ່ງເຫຼົ່ານີ້ແລ້ວ, ພວກເຈົ້າລ້າຫຼັງໄປແລ້ວ; ພວກເຮົາຄືຄົນທີ່ຮັກສາຮີດຄອງປະເພນີໄດ້ຢ່າງແທ້ຈິງ ແລະ ວັດທະນະທຳຂອງພວກເຮົາຄືວັດທະນະທຳທີ່ແທ້ຈິງ!” ພວກເຂົາຄິດວ່າວັດທະນະທຳແບບດັ້ງເດີມຂອງພວກເຂົາສູງສົ່ງ, ຈາກນັ້ນກໍໄດ້ແຂ່ງຂັນກັນປະກາດສິ່ງຕ່າງໆຫຼາຍຢ່າງໃຫ້ເປັນມໍລະດົກໂລກ. ເປັນຫຍັງຈຶ່ງມີການແຂ່ງຂັນທັງໝົດນີ້? ທຸກປະເທດ, ທຸກເຊື້ອຊາດ ແລະ ແມ່ນແຕ່ກັບທຸກກຸ່ມຊົນເຜົ່ານ້ອຍກໍລ້ວນແຕ່ເຊື່ອວ່າ ສິ່ງຂອງ, ກົດລະບຽບ, ປະເພນີ, ຮີດຄອງ ແລະ ຂໍ້ປະຕິບັດທີ່ບັນພະບຸລຸດຂອງພວກເຂົາປະໄວ້ໃຫ້ນັ້ນເປັນສິ່ງທີ່ດີ ແລະ ເປັນບວກ ແລະ ສາມາດໄດ້ຮັບການເຜີຍແຜ່ໂດຍເຊື້ອຊາດມະນຸດໄດ້. ແນວຄິດ ແລະ ມຸມມອງຂອງພວກເຂົານີ້ບໍ່ໄດ້ບົ່ງບອກບໍວ່າ ສິ່ງເຫຼົ່ານີ້ຄືຄວາມຈິງ, ວ່າສິ່ງເຫຼົ່ານັ້ນເປັນສິ່ງທີ່ດີ ແລະ ເປັນບວກ ແລະ ພວກມັນຄວນໄດ້ຮັບການສືບທອດຕໍ່ໄປໂດຍເຊື້ອຊາດມະນຸດນີ້? ສະນັ້ນ, ສິ່ງທີ່ໄດ້ຮັບການສືບທອດຕໍ່ໄປເຫຼົ່ານີ້ຂັດກັບອິດສະລະພາບບໍ? ເຮົາຫາກໍຍົກຕົວຢ່າງຊາຍໜຸ່ມຄົນໜຶ່ງທີ່ຫຼຸດພົ້ນຈາກພັນທະນາການຂອງຄອບຄົວ, ມີການເຈາະ ແລະ ໃສ່ຫ່ວງເຕັມຕົວ ແລະ ມີຮອຍສັກທົ່ວຮ່າງກາຍ ແລະ ເຖິງຂັ້ນມີແຟນສາວເປັນຊາວຕ່າງຊາດ. ໃນແງ່ຂອງຮູບລັກສະນະພາຍນອກ ແລະ ເນື້ອໜັງຂອງລາວ, ເບິ່ງຄືວ່າລາວບໍ່ໄດ້ປະຕິບັດຕາມກົດລະບຽບຂອງຄອບຄົວ ແລະ ໄດ້ຖອດຖິ້ມປະເພນີໄປໝົດແລ້ວ. ໃນແງ່ຂອງພິທີການ ແລະ ພຶດຕິກຳຂອງລາວ ແລະ ແມ່ນແຕ່ໃນແງ່ຂອງເຈດຈຳນົງສ່ວນຕົວຂອງລາວ, ລາວໄດ້ຖອດຖິ້ມສິ່ງຕ່າງໆ ເຊັ່ນ: ຄອບຄົວ, ປະເພນີ ແລະ ຮີດຄອງແລ້ວ. ແຕ່ຂອງຂວັນວັນເກີດໄດ້ເປີດໂປງລາວ, ໂດຍມັນໄດ້ຫັກລ້າງ ແລະ ປະນາມຄວາມເຊື່ອຂອງລາວທີ່ວ່າ ລາວ “ບໍ່ໄດ້ຍຶດຕິດກັບປະເພນີແບບດັ້ງເດີມຢ່າງຍິ່ງ”. ສະນັ້ນ ຄົນຜູ້ນີ້ເປັນຄົນທີ່ມີຄວາມອະນຸລັກນິຍົມແທ້ໆ ຫຼື ບໍ່? (ລາວເປັນຄົນທີ່ມີຄວາມອະນຸລັກນິຍົມ.) ການເປັນຄົນທີ່ມີຄວາມອະນຸລັກນິຍົມນັ້ນດີ ຫຼື ບໍ່ດີ? (ບໍ່ດີ.) ນັ້ນຄືເຫດຜົນທີ່ວ່າ ບໍ່ວ່າເຈົ້າຈະຖືວ່າຕົວເອງເປັນຄົນທີ່ມີຄວາມອະນຸລັກນິຍົມ ຫຼື ບໍ່ຍຶດຕິດກັບປະເພນີແບບດັ້ງເດີມ ແລະ ບໍ່ວ່າເຈົ້າຈະເປັນເຊື້ອຊາດໃດກໍຕາມ, ບໍ່ວ່າຈະເປັນເຊື້ອຊາດທີ່ຖືກເອີ້ນວ່າສູງສົ່ງ ຫຼື ເຊື້ອຊາດທຳມະດາ, ຄວາມຄິດພາຍໃນຂອງເຈົ້າກໍຈະຖືກຈຳກັດ. ບໍ່ວ່າເຈົ້າຈະໄລ່ຕາມ ແລະ ເຄົາລົບອິດສະລະພາບຫຼາຍສໍ່າໃດ, ບໍ່ວ່າຄວາມຕັ້ງໃຈ, ຄວາມປາຖະໜາ ແລະ ຄວາມທະເຍີທະຍານຂອງເຈົ້າທີ່ຈະຫຼຸດພົ້ນຈາກອຳນາດຂອງປະເພນີ ແລະ ຈາກຂໍ້ປະຕິບັດຂອງຄອບຄົວແບບດັ້ງເດີມຈະຍິ່ງໃຫຍ່ສໍ່າໃດ ຫຼື ການກະທຳທີ່ແທ້ຈິງຂອງເຈົ້າຈະເປັນແຮງບັນດານໃຈ ແລະ ມີພະລັງສໍ່າໃດກໍຕາມ, ຖ້າເຈົ້າບໍ່ເຂົ້າໃຈຄວາມຈິງ, ເຈົ້າກໍເຮັດໄດ້ພຽງແຕ່ບິດບ້ຽວ ແລະ ວົນວຽນຢູ່ທ່າມກາງການສັ່ງສອນ ແລະ ຄວາມເຂົ້າໃຈແບບຜິດໆທີ່ຊາຕານປູກຝັງໃນຕົວເຈົ້າ, ໂດຍບໍ່ສາມາດຫຼຸດພົ້ນອອກມາໄດ້. ບາງຄົນໄດ້ຮັບອິດທິພົນຈາກວັດທະນະທຳແບບດັ້ງເດີມ, ບາງຄົນໄດ້ຮັບອິດທິພົນຈາກການສຶກສາທາງດ້ານອຸດົມການ, ຄົນອື່ນໆໄດ້ຮັບອິດທິພົນຈາກຕຳແໜ່ງ ແລະ ສະຖານະ ແລະ ຍັງມີຄົນອື່ນໆອີກທີ່ໄດ້ຮັບອິດທິພົນຈາກລະບົບທາງອຸດົມການບາງປະເພດ. ຍົກຕົວຢ່າງຄົນທີ່ກ່ຽວຂ້ອງກັບການເມືອງ ເຊັ່ນ: ກຸ່ມຄົນທີ່ສະໜັບສະໜູນລັດທິຄອມມູນິດ. ພວກເຂົາເລີ່ມຕົ້ນຈາກການເປັນກຸ່ມຊົນຊັ້ນກຳມະຊີບ, ຍອມຮັບຖະແຫຼງການ ແລະ ທິດສະດີຂອງຄອມມູນິດ, ຕັດຂາດຈາກປະເພນີ, ຕັດຂາດຈາກລະບອບລາຊາທິປະໄຕແບບສັກດິນາ, ຕັດຂາດຈາກຮີດຄອງອັນເກົ່າແກ່ບາງຢ່າງ, ຈາກນັ້ນກໍຍອມຮັບລັດທິມາກ-ເລນິນ ແລະ ລັດທິຄອມມູນິດ. ຫຼັງຈາກທີ່ຍອມຮັບສິ່ງເຫຼົ່ານີ້ແລ້ວ, ພວກເຂົາມີອິດສະລະພາບ ຫຼື ພວກເຂົາຖືກຈຳກັດມາໂດຍຕະຫຼອດ? (ພວກເຂົາຖືກຈຳກັດມາໂດຍຕະຫຼອດ.) ພວກເຂົາຄິດວ່າ ການປ່ຽນຈາກສິ່ງເກົ່າໄປສູ່ສິ່ງໃໝ່, ພວກເຂົາຈະໄດ້ຮັບອິດສະລະພາບ. ແນວຄິດແບບນີ້ບໍ່ຖືວ່າຜິດພາດບໍ? (ແມ່ນແລ້ວ.) ມັນຜິດພາດ. ຜູ້ຄົນສາມາດປ່ຽນຈາກສິ່ງເກົ່າໄປສູ່ສິ່ງໃໝ່ແບບໃດກໍໄດ້, ແຕ່ຕາບໃດທີ່ມັນບໍ່ແມ່ນຄວາມຈິງ, ພວກເຂົາກໍຈະຕິດຢູ່ໃນຕາໜ່າງຂອງຊາຕານຕະຫຼອດໄປ, ນີ້ບໍ່ແມ່ນອິດສະລະພາບທີ່ແທ້ຈິງ. ບາງຄົນອຸທິດຕົນໃຫ້ແກ່ລັດທິຄອມມູນິດ ຫຼື ອຸດົມການໃດໜຶ່ງ, ບາງຄົນອຸທິດຕົນໃຫ້ແກ່ຄຳສາບານ, ໃນຂະນະທີ່ຄົນອື່ນໆໄດ້ອຸທິດຕົນໃຫ້ແກ່ທິດສະດີ ແລະ ຍັງມີຄົນອື່ນໆທີ່ປະຕິບັດຕາມຄຳເວົ້າ ເຊັ່ນ: “ຂ້ອຍຍອມຕາຍແທນໝູ່ໄດ້” ຫຼື “ຂ້າລາຊະການທີ່ຈົງຮັກພັກດີບໍ່ຮັບໃຊ້ເຈົ້ານາຍສອງຄົນ” ຫຼື “ເມື່ອປະເທດຊາດມີໄພ, ທຸກຄົນມີຄວາມຮັບຜິດຊອບ”. ສິ່ງເຫຼົ່ານີ້ເປັນຂອງວັດທະນະທຳແບບດັ້ງເດີມແມ່ນບໍ? (ແມ່ນແລ້ວ.) ເບິ່ງພາຍນອກແລ້ວ, ສິ່ງເຫຼົ່ານີ້ອາດຈະເບິ່ງຄືວ່າເປັນສິ່ງທີ່ເປັນບວກຫຼາຍ, ເໝາະສົມຫຼາຍ ແລະ ເປັນສິ່ງທີ່ສູງສົ່ງ ແລະ ມີກຽດເປັນພິເສດໃນບັນດາມວນມະນຸດ, ແຕ່ຄວາມຈິງແລ້ວ, ຈາກອີກມຸມມອງໜຶ່ງ ແລະ ໂດຍການໃຊ້ວິທີການທີ່ແຕກຕ່າງກັນ, ພວກມັນໄດ້ຜູກມັດຈິດວິນຍານຂອງຜູ້ຄົນ, ຈຳກັດຜູ້ຄົນ ແລະ ຂັດຂວາງບໍ່ໃຫ້ພວກເຂົາບັນລຸໄປເຖິງອິດສະລະພາບທີ່ແທ້ຈິງໄດ້. ເຖິງຢ່າງໃດກໍຕາມ, ກ່ອນທີ່ມະນຸດຈະເຂົ້າໃຈຄວາມຈິງ, ພວກເຂົາເຮັດໄດ້ພຽງແຕ່ຮູ້ສຶກຫຼົງທາງ, ດັ່ງນັ້ນຈຶ່ງຍອມຮັບສິ່ງເຫຼົ່ານີ້, ເຊິ່ງຖືກພິຈາລະນາໃນບັນດາມວນມະນຸດວ່າເປັນສິ່ງທີ່ຂ້ອນຂ້າງເປັນບວກ, ໃຫ້ເປັນວິທີການດຳລົງຢູ່ຂອງພວກເຂົາ. ສະນັ້ນ, ສິ່ງທີ່ເອີ້ນວ່າວັດທະນະທຳແບບດັ້ງເດີມເຫຼົ່ານີ້, ກໍຄືສິ່ງທີ່ມະນຸດຄິດວ່າຂ້ອນຂ້າງເປັນສິ່ງທີ່ດີໃນໂລກ, ຈຶ່ງໄດ້ຮັບການຍອມຮັບຈາກຜູ້ຄົນໂດຍທຳມະຊາດ. ຫຼັງຈາກທີ່ຍອມຮັບສິ່ງເຫຼົ່ານັ້ນແລ້ວ, ຜູ້ຄົນກໍຮູ້ສຶກວ່າພວກເຂົາກຳລັງດຳລົງຊີວິດດ້ວຍຕົ້ນທຶນ, ດ້ວຍຄວາມໝັ້ນໃຈ ແລະ ດ້ວຍແຮງຈູງໃຈ. ຕົວຢ່າງ: ບາງຄົນໄດ້ຍອມຮັບຕຳແໜ່ງຂອງສັງຄົມນີ້ ແລະ ເຊື້ອຊາດມະນຸດນີ້ທີ່ກ່ຽວກັບຄວາມຮູ້ ແລະ ໃບປະກາດ. ຕຳແໜ່ງນີ້ແມ່ນຫຍັງ? (ຄວາມຮູ້ທີ່ສາມາດປ່ຽນແປງຊະຕາກຳຂອງເຈົ້າໄດ້.) (ທຸກສິ່ງຢ່າງລ້ວນແຕ່ຕໍ່າຕ້ອຍ, ມີພຽງການຮ່ຳຮຽນເທົ່ານັ້ນທີ່ສູງສົ່ງ.) ເລິກໆຢູ່ໃນຫົວໃຈຂອງພວກເຂົາ, ຜູ້ຄົນໄດ້ເຫັນດີນຳ ແລະ ຍັງໃຫ້ການຍອມຮັບ ແລະ ຮັບຮອງເອົາສິ່ງເຫຼົ່ານີ້. ໃນຂະນະດຽວກັນກັບການຍອມຮັບ ແລະ ການຮັບຮອງເອົາສິ່ງເຫຼົ່ານີ້, ຍິ່ງຜູ້ຄົນຕໍ່ສູ້ກັບຄວາມທຸກຍາກລຳບາກໃນສັງຄົມນີ້ດົນເທົ່າໃດ, ພວກເຂົາກໍຍິ່ງເຫັນຄຸນຄ່າຂອງສິ່ງເຫຼົ່ານີ້ຫຼາຍຂຶ້ນເທົ່ານັ້ນ. ເປັນຫຍັງຈຶ່ງເປັນແນວນັ້ນ? ຜູ້ຄົນລ້ວນແຕ່ເພິ່ງພາອາໄສຄວາມຮູ້ໃນການໃຊ້ຊີວິດ. ຖ້າບໍ່ມີຄວາມຮູ້ ແລະ ໃບປະກາດເຫຼົ່ານີ້, ເຈົ້າກໍຈະຮູ້ສຶກວ່າບໍ່ສາມາດຢືນຢູ່ໃນສັງຄົມໄດ້. ຄົນອື່ນຈະຂົ່ມເຫັງເຈົ້າ ແລະ ເລືອກປະຕິບັດກັບເຈົ້າ, ສະນັ້ນ ເຈົ້າຈຶ່ງໄລ່ຕາມສິ່ງເຫຼົ່ານີ້ຢ່າງເອົາເປັນເອົາຕາຍ. ຍິ່ງໃບປະກາດຂອງເຈົ້າສູງເທົ່າໃດ, ສະຖານະທາງສັງຄົມຂອງເຈົ້າໃນສັງຄົມ ຫຼື ໃນບັນດາເຊື້ອຊາດ ຫຼື ຊຸມຊົນຂອງເຈົ້າກໍຍິ່ງສູງຂຶ້ນເທົ່ານັ້ນ ແລະ ຜູ້ຄົນກໍຈະຊື່ນຊົມເຈົ້າ ແລະ ການປະຕິບັດຕໍ່ເຈົ້າ ແລະ ສິ່ງອື່ນໆ ກໍຈະຍິ່ງໃຫຍ່ກວ່າ ແລະ ດີກວ່າ. ໃນແງ່ໜຶ່ງ, ໃບປະກາດຂອງຄົນເຮົາໄດ້ກາຍເປັນຕົວກຳນົດສະຖານະທາງສັງຄົມຂອງພວກເຂົາ.

ໃນອະດີດ, ມີກຸ່ມອາຈານມະຫາວິທະຍາໄລເຈັດ ຫຼື ແປດຄົນໄດ້ໄປປັກກິ່ງເພື່ອສຶກສາຕໍ່. ໃນສະໄໝນັ້ນ, ອາດຈະຍັງບໍ່ມີລົດຮັບສົ່ງ ຫຼື ລົດປະຈຳຕຳແໜ່ງ, ສະນັ້ນ ພວກເຂົາຈຶ່ງຕ້ອງຂີ່ລົດເມຫຼັງຈາກທີ່ໄປຮອດປັກກິ່ງແລ້ວ. ຄວາມຈິງແລ້ວ, ອາຈານແບບພວກເຂົາສາມາດພົບເຫັນໄດ້ທົ່ວໄປໃນປັກກິ່ງ. ພວກເຂົາບໍ່ໄດ້ຖືວ່າເປັນຄົນພິເສດຫຍັງ, ເປັນພຽງປະຊາຊົນທຳມະດາ. ແຕ່ຕົວພວກເຂົາເອງບໍ່ໄດ້ຮູ້ເລື່ອງນັ້ນ ແລະ ຄວາມຮ້າຍແຮງຂອງບັນຫາກໍຢູ່ບ່ອນນັ້ນ, ເລື່ອງນີ້ເກີດຂຶ້ນບົນພື້ນຖານຂອງບັນຫານີ້. ມີເລື່ອງຫຍັງເກີດຂຶ້ນ? ອາຈານກຸ່ມນີ້ກຳລັງຖ້າລົດເມຢູ່ປ້າຍລົດເມ. ໃນຂະນະທີ່ພວກເຂົາກຳລັງລໍຖ້າ, ຜູ້ຄົນກໍມາເຕົ້າໂຮມກັນຫຼາຍຂຶ້ນເລື້ອຍໆ ແລະ ເມື່ອຝູງຄົນເພີ່ມຂຶ້ນ, ທຸກຄົນກໍເລີ່ມກະວົນກະວາຍ. ຈາກນັ້ນ ເມື່ອລົດເມມາຮອດ, ພວກເຂົາທຸກຄົນກໍພາກັນຂຶ້ນລົດ ໂດຍບໍ່ລໍຖ້າໃຫ້ຜູ້ໂດຍສານທາງໃນລົດລົງມາ, ຍູ້ດັນກັນ ແລະ ບຽດສອກໃສ່ກັນ ແລະ ສົ່ງສຽງດັງວຸ້ນວາຍ. ມັນເປັນເຫດການທີ່ວຸ້ນວາຍຫຼາຍ. ອາຈານເຫຼົ່ານີ້ຄິດກ່ຽວກັບເລື່ອງນີ້ ແລະ ເວົ້າວ່າ: “ເຫັນໄດ້ຢ່າງຊັດເຈນວ່າ ສະຫາຍຮ່ວມຊາດຂອງພວກເຮົາໃນປັກກິ່ງໃຊ້ຊີວິດບໍ່ງ່າຍປານໃດ, ຕ້ອງຂີ່ລົດເມໄປ ແລະ ຂີ່ກັບຈາກບ່ອນເຮັດວຽກທຸກມື້. ໃນຖານະທີ່ເປັນອາຈານມະຫາວິທະຍາໄລ, ພວກເຮົາຄວນເຫັນໃຈສະພາບການຂອງປະຊາຊົນ. ການເປັນປັນຍາຊົນລະດັບສູງ, ພວກເຮົາບໍ່ສາມາດຍາດແຍ່ງກັບປະຊາຊົນທຳມະດາໄດ້. ພວກເຮົາຕ້ອງສະແດງຈິດວິນຍານທີ່ບໍ່ເຫັນແກ່ຕົວຂອງເລີຍເຟິງ ໂດຍການປ່ອຍໃຫ້ພວກເຂົາຂຶ້ນລົດເມຄັນນີ້ກ່ອນ, ສະນັ້ນ ພວກເຮົາຢ່າບຽດຂຶ້ນໄປເລີຍ”. ພວກເຂົາທຸກຄົນເຫັນດີນຳເລື່ອງນີ້ ແລະ ຕັດສິນໃຈຖ້າລົດເມຄັນຕໍ່ໄປ. ແຕ່ຜົນປາກົດວ່າ ເມື່ອລົດເມຄັນຕໍ່ໄປມາຮອດ ກໍມີຄົນຫຼາຍສໍ່າກັນ ແລະ ອີກເທື່ອໜຶ່ງທີ່ພວກເຂົາພາກັນຂຶ້ນລົດຢ່າງບໍ່ເປັນລະບຽບ. ພວກອາຈານຕ່າງກໍຕົກຕະລຶງ. ພວກເຂົາເບິ່ງລົດເມທີ່ເຕັມ ແລະ ຂັບອອກໄປ ແລະ ອີກເທື່ອໜຶ່ງທີ່ພວກເຂົາບໍ່ສາມາດບຽດຂຶ້ນໄປໄດ້. ພວກເຂົາປຶກສາຫາລືກັນອີກຄັ້ງ ແລະ ເວົ້າວ່າ “ພວກເຮົາບໍ່ໄດ້ຟ້າວ. ເຖິງຢ່າງໃດກໍຕາມ ພວກເຮົາກໍເປັນປັນຍາຊົນລະດັບສູງ, ພວກເຮົາບໍ່ສາມາດຍາດແຍ່ງກັບປະຊາຊົນທຳມະດາເພື່ອຂຶ້ນລົດເມໄດ້. ຄ່ອຍໆເປັນຄ່ອຍໆໄປ, ອາດຈະບໍ່ມີຄົນຖ້າລົດເມຄັນຕໍ່ໄປຫຼາຍປານໃດ”. ໃນຂະນະທີ່ລໍຖ້າລົດເມຄັນທີສາມ, ອາຈານເຫຼົ່ານີ້ກໍເລີ່ມກະວົນກະວາຍເລັກນ້ອຍ. ບາງຄົນກຳໝົດ ແລະ ເວົ້າວ່າ “ຖ້າມີຄົນຫຼາຍສໍ່າກັນຂຶ້ນລົດເມຄັນນີ້, ພວກເຮົາຄວນບຽດຂຶ້ນໄປບໍ? ຖ້າພວກເຮົາບໍ່ບຽດຂຶ້ນໄປ, ຂ້ອຍຄິດວ່າພວກເຮົາອາດຈະບໍ່ສາມາດຂຶ້ນລົດເມຄັນທີຫ້າ ຫຼື ແມ່ນແຕ່ຄັນທີຫົກໄດ້, ສະນັ້ນ ພວກເຮົາບຽດຂຶ້ນໄປເລີຍດີກວ່າ!” ຄົນອື່ນໆເວົ້າວ່າ: “ປັນຍາຊົນລະດັບສູງສາມາດບຽດຂຶ້ນລົດເມໄດ້ບໍ? ນັ້ນຈະທຳລາຍພາບລັກຂອງພວກເຮົາ! ມັນຈະໜ້າອັບອາຍສໍ່າໃດ ຖ້າມື້ໜຶ່ງ ຜູ້ຄົນຮູ້ວ່າພວກເຮົາທີ່ເປັນປັນຍາຊົນລະດັບສູງກໍຍັງໄດ້ບຽດຂຶ້ນລົດເມ!” ຄວາມຄິດເຫັນຂອງພວກເຂົາແຕກແຍກກັນ. ໃນຂະນະທີ່ພວກເຂົາກຳລັງປຶກສາຫາລືກັນ, ຝູງຄົນທີ່ຖ້າລົດກໍມາເຕົ້າໂຮມກັນອີກ. ມາຮອດຈຸດນີ້, ພວກອາຈານກໍເລີ່ມກະວົນກະວາຍຫຼາຍຂຶ້ນ ແລະ ຢຸດປຶກສາຫາລືກັນ. ເມື່ອລົດເມມາຮອດ, ທັນທີທີ່ປະຕູເປີດ ແລະ ແມ່ນແຕ່ກ່ອນທີ່ທຸກຄົນຈະລົງຈາກລົດ, ພວກອາຈານກໍຮຽນແບບຝູງຄົນກຸ່ມກ່ອນໜ້ານີ້ ໂດຍການບຽດຂຶ້ນໄປດ້ວຍແຮງທັງໝົດຂອງພວກເຂົາ. ບາງຄົນສາມາດບຽດຂຶ້ນໄປໄດ້, ໃນຂະນະທີ່ປັນຍາຊົນທີ່ສຸພາບຮຽບຮ້ອຍຈຳນວນໜຶ່ງ, ນັ້ນກໍຄືຄົນທີ່ນັກປາດທີ່ສຸພາບຮຽບຮ້ອຍ, ບໍ່ສາມາດບຽດຂຶ້ນໄປໄດ້ ເພາະວ່າພວກເຂົາຂາດແຮງຜັກດັນ ແລະ ຈິດວິນຍານໃນການຕໍ່ສູ້ນັ້ນ. ໃຫ້ພວກເຮົາຈົບເລື່ອງນີ້ໄວ້ພຽງເທົ່ານີ້. ບອກເຮົາເບິ່ງວ່ານີ້ບໍ່ແມ່ນຄວາມຈິງບໍ? (ແມ່ນແລ້ວ.) ການບຽດຂຶ້ນລົດເມນີ້ເປັນເລື່ອງທຳມະດາຫຼາຍ ແລະ ປັນຍາຊົນເຫຼົ່ານີ້ກໍເກັ່ງຫຼາຍໃນການສ້າງພາບ! ບອກເຮົາມາເບິ່ງວ່າບັນຫາຢູ່ໃນທີ່ນີ້ແມ່ນຫຍັງ? ກ່ອນອື່ນ ໃຫ້ພວກເຮົາເວົ້າກ່ຽວກັບປັນຍາຊົນເຫຼົ່ານີ້, ຜູ້ທີ່ໄດ້ຮັບການສຶກສາໃນລະດັບສູງ ແລະ ກາຍເປັນອາຈານທີ່ໃຫ້ການສິດສອນ ແລະ ໃຫ້ການສຶກສາແກ່ຜູ້ຄົນ ແລະ ຜູ້ທີ່ກາຍເປັນປັນຍາຊົນລະດັບສູງ. ນັ້ນກໍຄື ການສຶກສາທີ່ພວກເຂົາໄດ້ຮັບ ແລະ ຄວາມຮູ້ທີ່ພວກເຂົາມີນັ້ນສູງກວ່າລະດັບທີ່ຄົນທົ່ວໄປທີ່ສາມາດບັນລຸໄດ້ ແລະ ຄວາມຮູ້ຂອງພວກເຂົາກໍພຽງພໍສຳລັບພວກເຂົາທີ່ຈະເປັນຄູ ແລະ ຜູ້ສິດສອນຂອງຜູ້ຄົນ, ໃຫ້ການສຶກສາແກ່ຜູ້ຄົນ ແລະ ຖ່າຍທອດຄວາມຮູ້ໃຫ້ແກ່ພວກເຂົາ, ດ້ວຍເຫດນີ້ ພວກເຂົາຈຶ່ງຖືກເອີ້ນວ່າປັນຍາຊົນລະດັບສູງ. ມີບັນຫາອັນໃດກັບແນວຄິດ ແລະ ມຸມມອງຂອງປັນຍາຊົນລະດັບສູງເຫຼົ່ານີ້ບໍ? ແນ່ນອນວ່າມີບັນຫາ. ແລ້ວບັນຫາຂອງພວກເຂົາຢູ່ບ່ອນໃດ? ໃຫ້ພວກເຮົາວິເຄາະເລື່ອງນີ້. ຫຼັງຈາກທີ່ໄດ້ຮັບຄວາມຮູ້ຫຼາຍຂະໜາດນັ້ນ ແລະ ການສຶກສາລະດັບສູງຂະໜາດນັ້ນ, ຄວາມຄິດຂອງພວກເຂົາມີຄວາມຕາຍຕົວ ຫຼື ມີອິດສະລະພາບ? (ມີຄວາມຕາຍຕົວ.) ພວກເຈົ້າຮູ້ໄດ້ແນວໃດວ່າມັນຕາຍຕົວ? ບັນຫາຂອງພວກເຂົາຢູ່ບ່ອນໃດ? ກ່ອນອື່ນໝົດ, ພວກເຂົາອ້າງຕົນເອງວ່າເປັນປັນຍາຊົນລະດັບສູງ. ມີຫຍັງຜິດປົກກະຕິກັບຄຳອ້າງນີ້ບໍ? (ມີ.) ມີບັນຫາກັບຄຳອ້າງນີ້. ຕໍ່ມາ, ພວກເຂົາເວົ້າວ່າ “ເມື່ອພວກເຮົາທີ່ເປັນປັນຍາຊົນລະດັບສູງຂຶ້ນລົດເມ, ພວກເຮົາບໍ່ຄວນຍູ້ດັນກັນ ແລະ ບຽດສອກກັບຄົນອື່ນເພື່ອຂຶ້ນລົດ”. ມີບັນຫາກັບປະໂຫຍກນີ້ບໍ? (ມີ.) ນີ້ແມ່ນບັນຫາທີສອງ. ບັນຫາທີສາມແມ່ນຕອນທີ່ພວກເຂົາເວົ້າວ່າ “ພວກເຮົາທີ່ເປັນປັນຍາຊົນລະດັບສູງສາມາດຖ້າລົດເມຄັນຕໍ່ໄປໄດ້”, ມີບັນຫາອັນໃດກັບຈຸດນີ້ບໍ? (ມີ.) ມີບັນຫາໃນຈຸດທັງໝົດເຫຼົ່ານີ້. ຈົ່ງໄຈ້ແຍກເລື່ອງນີ້ຜ່ານສາມຈຸດນີ້ ເພື່ອເບິ່ງວ່າບັນຫາແມ່ນຫຍັງ. ຖ້າພວກເຈົ້າເຂົ້າໃຈບັນຫາຢ່າງຖ່ອງແທ້, ຢ່າງທຳອິດ, ພວກເຈົ້າຈະບໍ່ບູຊາປັນຍາຊົນລະດັບສູງອີກຕໍ່ໄປ ແລະ ຢ່າງທີສອງ, ພວກເຈົ້າກໍຈະບໍ່ຢາກເປັນປັນຍາຊົນລະດັບສູງບາງປະເພດອີກຕໍ່ໄປ.

ຈຸດທຳອິດແມ່ນຫຍັງ? ນັ້ນກໍຄື ພວກເຂົາອ້າງຕົນເອງວ່າເປັນປັນຍາຊົນລະດັບສູງ. ມີບັນຫາໃດໆກັບຄຳອ້າງນີ້ບໍ? (ມີ.) ບໍ່ມີຫຍັງຜິດກັບຄຳວ່າ “ການອ້າງຕົນເອງ”, ເຊິ່ງໃນກໍລະນີນີ້ໝາຍເຖິງການວາງຕົວເອງວ່າເປັນປັນຍາຊົນລະດັບສູງ. ສະນັ້ນ, ຈຶ່ງມີບັນຫາກັບວະລີທີ່ວ່າ “ໃນຖານະທີ່ເປັນປັນຍາຊົນລະດັບສູງ” ບໍ? ຄວາມຈິງກໍຄື ອາຈານມະຫາວິທະຍາໄລແມ່ນປັນຍາຊົນລະດັບສູງໃນສັງຄົມ. ໃນເມື່ອນີ້ເປັນຄວາມຈິງ, ເປັນຫຍັງຈຶ່ງມີບັນຫາກັບວະລີນີ້? (ພວກເຂົາຄິດວ່າ ຫຼັງຈາກທີ່ໄດ້ຮັບຄວາມຮູ້ແລ້ວ, ພວກເຂົາກໍສູງສົ່ງກວ່າຄົນອື່ນ.) ສູງສົ່ງກວ່າຄົນອື່ນ, ແນ່ນອນວ່າມີອຸປະນິໄສທີ່ຢູ່ເບື້ອງຫຼັງສິ່ງນີ້. (ພວກເຂົາຄິດວ່າ ເພາະວ່າພວກເຂົາໄດ້ຮັບຄວາມຮູ້ຫຼາຍກວ່າ, ພວກເຂົາຈຶ່ງສູງສົ່ງກວ່າຄົນອື່ນ. ໃນຄວາມເປັນຈິງແລ້ວ, ສິ່ງເຫຼົ່ານີ້ບໍ່ສາມາດປ່ຽນແປງອຸປະນິໄສຂອງຄົນໄດ້.) ນີ້ກໍຖືກຕ້ອງບາງສ່ວນ, ແຕ່ບໍ່ໄດ້ອະທິບາຍຢ່າງຊັດເຈນ. ໃຜສາມາດເພີ່ມເຕີມຫຍັງໄດ້ອີກ? (ພຣະເຈົ້າ, ພວກເຂົາບໍ່ໄດ້ອວດດີ ແລະ ຖືຕົນວ່າຊອບທຳບໍ?) ສິ່ງນີ້ຖືກຕ້ອງ, ແຕ່ພວກເຈົ້າຍັງບໍ່ໄດ້ອະທິບາຍແກ່ນແທ້ຢ່າງຊັດເຈນ, ຈົ່ງອະທິບາຍໃຫ້ລະອຽດກວ່ານີ້ຕື່ມອີກເລັກນ້ອຍ. (ເມື່ອພວກເຂົາໄດ້ຮັບຄວາມຮູ້ຈຳນວນໜຶ່ງ, ພວກເຂົາກໍຮູ້ສຶກວ່າພວກເຂົາສູງສົ່ງ ແລະ ມີກຽດກວ່າຄົນອື່ນ, ສະນັ້ນ ພວກເຂົາຈຶ່ງບໍ່ສາມາດຖືວ່າຕົນເອງເປັນຄົນທຳມະດາໄດ້. ສຳລັບຄົນປົກກະຕິທີ່ດຳລົງຊີວິດຢູ່ໃນສັງຄົມນີ້, ການຕ້ອງບຽດຂຶ້ນລົດເມນັ້ນເປັນສິ່ງທີ່ສະພາບແວດລ້ອມໃນຊີວິດຈິງຂອງພວກເຂົາໄດ້ກຳນົດໄວ້ ແລະ ເປັນເລື່ອງປົກກະຕິ. ເຖິງຢ່າງໃດກໍຕາມ, ເມື່ອປັນຍາຊົນເຫຼົ່ານີ້ຖືວ່າຕົນເອງສູງສົ່ງ ແລະ ມີກຽດຫຼາຍ, ພວກເຂົາກໍບໍ່ສາມາດປະຕິບັດຕົວຄືກັບຄົນປົກກະຕິໄດ້ອີກຕໍ່ໄປ ແລະ ຄິດວ່າກິດຈະກຳຂອງຄົນປົກກະຕິເປັນອັນຕະລາຍຕໍ່ຕົວຕົນຂອງພວກເຂົາ, ສະນັ້ນ ຂ້ານ້ອຍຈຶ່ງຮູ້ສຶກວ່າພວກເຂົາຜິດປົກກະຕິ.) ພວກເຂົາຜິດປົກກະຕິ. ຄວາມໝາຍທີ່ແອບແຝງຢູ່ໃນການທີ່ພວກເຂົາອ້າງຕົນເອງວ່າເປັນປັນຍາຊົນລະດັບສູງນັ້ນຜິດປົກກະຕິ. ນັ້ນກໍຄື ມີບາງສິ່ງບາງຢ່າງທີ່ບິດບ້ຽວຢູ່ໃນຄວາມເປັນມະນຸດຂອງພວກເຂົາ. ພວກເຂົາຮູ້ສຶກວ່າພວກເຂົາສູງສົ່ງ ແລະ ມີຄຸນຄ່າກວ່າຄົນອື່ນ. ແມ່ນຫຍັງຄືພື້ນຖານຂອງພວກເຂົາສຳລັບເລື່ອງນີ້? ມັນຄືການທີ່ພວກເຂົາໄດ້ຮັບການສຶກສາຫຼາຍ ແລະ ມີຄວາມຮູ້ເຕັມທ້ອງ ແລະ ບໍ່ວ່າພວກເຂົາຈະພົບໃຜກໍຕາມ, ພວກເຂົາກໍມີເລື່ອງໃຫ້ເວົ້າບໍ່ຢຸດ ແລະ ສາມາດສັ່ງສອນສິ່ງຕ່າງໆໃຫ້ແກ່ຄົນເຫຼົ່ານັ້ນໄດ້. ພວກເຂົາຖືວ່າຄວາມຮູ້ແມ່ນຫຍັງ? ພວກເຂົາຖືວ່າມັນເປັນເກນສຳລັບການປະພຶດຕົນ ແລະ ການກະທຳຂອງຄົນເຮົາ, ລວມທັງເປັນສິນທຳຂອງຄົນເຮົາ. ພວກເຂົາເຊື່ອວ່າ ຕອນນີ້ພວກເຂົາມີຄວາມຮູ້ແລ້ວ, ຄວາມຊື່ສັດ, ລັກສະນະ ແລະ ຕົວຕົນຂອງພວກເຂົາກໍມີກຽດ, ລ້ຳຄ່າ ແລະ ມີຄຸນຄ່າ ໂດຍມີຄວາມໝາຍແຝງວ່າ ປັນຍາຊົນລະດັບສູງຄືນັກບວດ. ມັນບໍ່ແມ່ນແບບນີ້ບໍ? (ແມ່ນແລ້ວ.) ນີ້ຄືຄວາມໝາຍຂອງການເປັນຄົນລະດັບສູງສຳລັບພວກເຂົາ, ສະນັ້ນ ເມື່ອພວກເຂົາຕ້ອງບຽດຂຶ້ນລົດເມ, ພວກເຂົາຈຶ່ງບໍ່ຍອມເຮັດ. ເປັນຫຍັງພວກເຂົາຈຶ່ງບໍ່ຍອມບຽດຂຶ້ນໄປ? ພວກເຂົາຖືກຄວບຄຸມໂດຍຫຍັງ? ພວກເຂົາຕົກຢູ່ພາຍໃຕ້ຂໍ້ຈຳກັດ ແລະ ເງື່ອນໄຂຫຍັງ? ພວກເຂົາຮູ້ສຶກວ່າ ການບຽດຂຶ້ນລົດເມຈະທຳລາຍຕົວຕົນ ແລະ ພາບລັກຂອງພວກເຂົາ. ພວກເຂົາເຊື່ອວ່າ ຕົວຕົນ ແລະ ພາບລັກຂອງພວກເຂົາໄດ້ຖືກມອບໃຫ້ພວກເຂົາໂດຍຄວາມຮູ້, ສະນັ້ນ ພວກເຂົາຈຶ່ງອ້າງຕົນເອງວ່າເປັນປັນຍາຊົນລະດັບສູງ. ອີງຕາມການວິເຄາະນີ້, ສິ່ງທີ່ພວກເຂົາເວົ້າບໍ່ໜ້າລັງກຽດບໍ? ມັນຂ້ອນຂ້າງໜ້າລັງກຽດ. ແຕ່ພວກເຂົາກໍຍັງໄປໂອ້ອວດວ່າ “ພວກເຮົາທີ່ເປັນປັນຍາຊົນລະດັບສູງ”. ຄວາມຈິງແລ້ວ, ຄົນອື່ນຄິດວ່າພວກເຂົາເປັນພຽງປັນຍາຊົນ ທີ່ມີທ່າທາງທີ່ທຸກຍາກ ແລະ ມີລັກສະນະທີ່ອວດຮູ້ ເຊິ່ງຜູ້ຄົນຕ່າງກໍດູຖູກ, ແຕ່ຕົວພວກເຂົາເອງຍັງຄິດວ່າພວກເຂົາສູງສົ່ງເປັນພິເສດ. ເລື່ອງນີ້ບໍ່ເປັນບັນຫາບໍ? ພວກເຂົາເຊື່ອວ່າພວກເຂົາສູງສົ່ງຫຼາຍ ແລະ ມີຕົວຕົນທີ່ມີກຽດຫຼາຍ, ເຖິງຂັ້ນຢາກວາງຕົວເອງວ່າເປັນນັກບວດ. ມຸມມອງນີ້ເປັນຂໍ້ຈຳກັດສຳລັບພວກເຂົາໃນທາງໃດທາງໜຶ່ງບໍ? ຕຳແໜ່ງຂອງພວກເຂົາທີ່ກ່ຽວກັບຄວາມຮູ້ແມ່ນຫຍັງ? ມັນກໍຄື ເມື່ອຜູ້ຄົນມີຄວາມຮູ້, ຄວາມຊື່ສັດຂອງພວກເຂົາກໍສູງຂຶ້ນ, ພວກເຂົາກາຍເປັນຄົນທີ່ມີຄວາມໂດດເດັ່ນ ແລະ ສູງສົ່ງ ແລະ ພວກເຂົາຄວນໄດ້ຮັບການເຄົາລົບນັບຖື. ສະນັ້ນ, ການກະທຳທີ່ຂ້ອນຂ້າງປົກກະຕິບາງຢ່າງທີ່ຊາວບ້ານທຳມະດາເຮັດ ຈຶ່ງຖືກພວກເຂົາດູຖູກ ແລະ ປະນາມ. ຕົວຢ່າງ: ເມື່ອປັນຍາຊົນຈາມ, ພວກເຂົາກໍເບິ່ງຄົນອ້ອມຂ້າງ ແລະ ຮີບຟ້າວຂໍໂທດ, ໃນຂະນະທີ່ເມື່ອຄົນທຳມະດາຈາມ ພວກເຂົາບໍ່ໄດ້ຄິດຫຍັງເລີຍ. ຄວາມຈິງແລ້ວ, ການເອື້ອມ ແລະ ການຈາມເປັນເລື່ອງປົກກະຕິໃນຊີວິດ, ແຕ່ໃນສາຍຕາຂອງປັນຍາຊົນເຫຼົ່ານັ້ນ, ສິ່ງເຫຼົ່ານີ້ເປັນພຶດຕິກຳທີ່ຫຍາບຊ້າ ແລະ ຕ່ຳຕ້ອຍ, ສະນັ້ນ ພວກເຂົາຈຶ່ງດູຖູກພຶດຕິກຳເຫຼົ່ານັ້ນ ແລະ ເບິ່ງມັນດ້ວຍຄວາມລັງກຽດ ໂດຍເວົ້າວ່າ “ເບິ່ງສາມັນຊົນທີ່ບໍ່ມີມາລະຍາດເຫຼົ່ານີ້ແມ້, ວິທີທີ່ພວກເຂົາຈາມ ແລະ ນັ່ງ ແລະ ຢືນ ຊ່າງບໍ່ເໝາະສົມເລີຍ ແລະ ເມື່ອລົດເມມາຮອດ ພວກເຂົາກໍພາກັນຂຶ້ນລົດ ແລະ ພວກເຂົາບໍ່ຮູ້ຈັກການຫຼີກທາງໃຫ້ກັນຢ່າງສຸພາບເລີຍ!” ເມື່ອເວົ້າເຖິງຄວາມຮູ້, ຈຸດຢືນຂອງພວກເຂົາກໍຄື: ຄວາມຮູ້ເປັນສັນຍາລັກຂອງຕົວຕົນ ແລະ ຄວາມຮູ້ສາມາດປ່ຽນແປງຊະຕາກຳຂອງຜູ້ຄົນ, ລວມເຖິງຕົວຕົນ ແລະ ຄຸນຄ່າຂອງພວກເຂົາ.

ຈຸດທີສອງແມ່ນຫຍັງ? (ນັ້ນກໍຄື ປັນຍາຊົນລະດັບສູງບໍ່ສາມາດຍາດແຍ່ງກັບຄົນອື່ນເພື່ອຂຶ້ນລົດເມໄດ້.) ພວກເຂົາບໍ່ສາມາດຍາດແຍ່ງກັບຄົນອື່ນເພື່ອຂຶ້ນລົດເມໄດ້. ການບຽດຂຶ້ນລົດເມເປັນພຽງເລື່ອງເລັກນ້ອຍເລື່ອງໜຶ່ງທີ່ພວກເຂົາພົບພໍ້ໃນການໃຊ້ຊີວິດຂອງພວກເຂົາ. ເລື່ອງນີ້ເປັນຕົວແທນໃຫ້ຫຍັງ? ນັ້ນກໍຄື ພວກເຂົາເຊື່ອວ່າ ຄຳເວົ້າ ແລະ ກິລິຍາມາລະຍາດຂອງຄົນທີ່ມີຄວາມຮູ້ໃນລະດັບໃດໜຶ່ງຕ້ອງສຸພາບຮຽບຮ້ອຍ ແລະ ຕ້ອງເໝາະສົມກັບຕົວຕົນຂອງພວກເຂົາ. ຕົວຢ່າງ: ຄົນແບບນັ້ນຕ້ອງຍ່າງຢ່າງນຸ່ມນວນ ແລະ ເມື່ອໄດ້ມີການພົວພັນກັບຜູ້ຄົນ, ພວກເຂົາຕ້ອງເຮັດໃຫ້ຄົນອື່ນຮູ້ສຶກວ່າພວກເຂົາມີມະນຸດສຳພັນດີ, ເຂົ້າຫາໄດ້ງ່າຍ ແລະ ສົມຄວນໄດ້ຮັບການເຄົາລົບ ແລະ ຄຳເວົ້າ ແລະ ກິລິຍາມາລະຍາດຂອງພວກເຂົາຕ້ອງສຸພາບຮຽບຮ້ອຍ. ພວກເຂົາບໍ່ສາມາດເປັນຄືກັບປະຊາຊົນທຳມະດາໄດ້, ພວກເຂົາຕ້ອງເຮັດໃຫ້ຜູ້ຄົນສັງເກດເຫັນຄວາມແຕກຕ່າງລະຫວ່າງຕົວພວກເຂົາເອງກັບປະຊາຊົນທຳມະດາ, ມີພຽງແຕ່ວິທີນີ້ເທົ່ານັ້ນ ພວກເຂົາຈຶ່ງຈະສາມາດອວດອ້າງໄດ້ວ່າ ຕົວຕົນຂອງພວກເຂົານັ້ນໂດດເດັ່ນ ແລະ ແຕກຕ່າງຈາກຄົນອື່ນ. ເລິກໆຢູ່ໃນຫົວໃຈຂອງພວກເຂົາ, ອາຈານເຫຼົ່ານີ້ເຊື່ອວ່າ ສິ່ງຕ່າງໆ ເຊັ່ນ: ການບຽດຂຶ້ນລົດເມ ເປັນສິ່ງທີ່ເຮັດໂດຍຄົນທີ່ຢູ່ໃນລະດັບຕ່ຳຂອງສັງຄົມ ແລະ ເຮັດໂດຍຜູ້ທີ່ບໍ່ໄດ້ຮັບການສຶກສາໃນລະດັບສູງ ແລະ ຍັງເປັນສິ່ງທີ່ເຮັດໂດຍຜູ້ທີ່ບໍ່ມີຄວາມຮູ້ຂັ້ນສູງ ຫຼື ບໍ່ມີສະຖານະ ເຊັ່ນ: ຕົວຕົນຂອງປັນຍາຊົນລະດັບສູງ. ສະນັ້ນ ປັນຍາຊົນລະດັບສູງເຫຼົ່ານີ້ເຮັດຫຍັງແດ່? ການຢືນຢູ່ທີ່ແທ່ນປາໄສເພື່ອເທດສະໜາຫຼັກຄຳສອນ, ຖ່າຍທອດຄວາມຮູ້ ແລະ ແກ້ໄຂຂໍ້ຂ້ອງໃຈຂອງຜູ້ຄົນ, ສິ່ງເຫຼົ່ານີ້ຄືໜ້າທີ່ຂອງພວກເຂົາ, ເຊິ່ງເປັນຕົວແທນໃຫ້ກັບຕົວຕົນ, ພາບລັກ ແລະ ວິຊາຊີບຂອງພວກເຂົາ. ພວກເຂົາສາມາດເຮັດໄດ້ແຕ່ສິ່ງເຫຼົ່ານີ້ເທົ່ານັ້ນ. ວຽກເຮືອນ ແລະ ກິດຈະວັດປະຈຳວັນຂອງປະຊາຊົນທຳມະດາບໍ່ຄວນກ່ຽວຂ້ອງຫຍັງກັບພວກເຂົາ, ເຊິ່ງເປັນຊົນຊັ້ນທີ່ຕັດຂາດອອກຈາກ “ລົດນິຍົມທີ່ຕ່ຳຕ້ອຍ ແລະ ຫຍາບຊ້າ” ເຫຼົ່ານີ້. ພວກເຂົາກຳນົດລັກສະນະຂອງວຽກເຮືອນ ແລະ ກິດຈະວັດປະຈຳວັນຂອງປະຊາຊົນທຳມະດາ ແລະ ແມ່ນແຕ່ການກະທຳ ເຊັ່ນ: ການພາກັນຂຶ້ນລົດເມວ່າແນວໃດ? (ຫຍາບຊ້າ.) ຖືກຕ້ອງແລ້ວ, ຫຍາບຊ້າ ແລະ ຕ່ຳຕ້ອຍ. ນີ້ຄືຄຳນິຍາມຈາກສ່ວນເລິກພາຍໃນຫົວໃຈຂອງພວກເຂົາທີ່ມີໃຫ້ກັບຊາວບ້ານທຳມະດາສາມັນ ເຊິ່ງຢູ່ໃນລະດັບທີ່ຕ່ຳກວ່າພວກເຂົາ.

ໃຫ້ພວກເຮົາເວົ້າກ່ຽວກັບຈຸດທີສາມ “ພວກເຮົາທີ່ເປັນປັນຍາຊົນລະດັບສູງສາມາດລໍຖ້າລົດເມຄັນຕໍ່ໄປໄດ້”, ນີ້ແມ່ນຈິດວິນຍານປະເພດໃດ? ນີ້ບໍ່ແມ່ນຈິດວິນຍານຂອງຂົງຫຣົງໃນການເສຍສະລະໝາກຈອງໜ່ວຍໃຫຍ່ ດັ່ງທີ່ໄດ້ເລົ່າຂານກັນໃນວັດທະນະທຳແບບດັ້ງເດີມບໍ? ອິດທິພົນຂອງວັດທະນະທຳແບບດັ້ງເດີມທີ່ມີຕໍ່ປັນຍາຊົນນັ້ນເລິກເຊິ່ງເປັນພິເສດ. ພວກເຂົາບໍ່ພຽງແຕ່ຍອມຮັບເອົາວັດທະນະທຳແບບດັ້ງເດີມເທົ່ານັ້ນ, ແຕ່ພວກເຂົາຍັງຍອມຮັບເອົາແນວຄິດ ແລະ ມຸມມອງຫຼາຍຢ່າງຈາກວັດທະນະທຳແບບດັ້ງເດີມເຂົ້າມາໃນຫົວໃຈຂອງພວກເຂົາ ແລະ ປະຕິບັດຕໍ່ສິ່ງເຫຼົ່ານັ້ນວ່າເປັນສິ່ງທີ່ເປັນບວກ, ເຖິງຂັ້ນຖືວ່າຄຳເວົ້າທີ່ມີຊື່ສຽງບາງຄຳເປັນຄຳຂວັນປະຈຳໃຈ ແລະ ໃນການເຮັດເຊັ່ນນັ້ນ ພວກເຂົາກໍກ້າວໄປສູ່ເສັ້ນທາງທີ່ຜິດໃນຊີວິດ. ວັດທະນະທຳແບບດັ້ງເດີມໄດ້ເຮັດໃຫ້ຖືກເປັນຕົວແທນໂດຍລັດທິຂົງຈື້. ລັດທິຂົງຈື້ມີທິດສະດີທາງອຸດົມການທີ່ຄົບຊຸດ, ມັນສົ່ງເສີມວັດທະນະທຳທາງສິນທຳແບບດັ້ງເດີມເປັນຫຼັກ ແລະ ມັນໄດ້ຮັບການເຄົາລົບນັບຖືຈາກຊົນຊັ້ນປົກຄອງຂອງລາຊະວົງຕ່າງໆ ຕະຫຼອດປະຫວັດສາດ, ຜູ້ເຊິ່ງບູຊາຂົງຈື້ ແລະ ເມິ້ງຈື້ວ່າເປັນນັກບວດ. ຫຼັກຄຳສອນຂົງຈື້ໄດ້ສະໜັບສະໜູນວ່າ ຄົນເຮົາຄວນຍຶດໝັ້ນໃນຄຸນຄ່າຂອງຄວາມເມດຕາ, ຄວາມຊອບທຳ, ມາລະຍາດ, ສະຕິປັນຍາ ແລະ ຄວາມໄວ້ເນື້ອເຊື່ອໃຈ, ຮຽນຮູ້ທີ່ຈະໃຈເຢັນ, ສຸຂຸມ ແລະ ອົດທົນກ່ອນຢູ່ສະເໝີ ເມື່ອມີສິ່ງໃດເກີດຂຶ້ນ, ຮັກສາຄວາມໃຈເຢັນ ແລະ ເວົ້າລົມກັນເພື່ອຫາທາງອອກ, ບໍ່ຕໍ່ສູ້ ຫຼື ຍາດແຍ່ງສິ່ງຂອງ ແລະ ຮຽນຮູ້ທີ່ຈະໂອນອ່ອນຜ່ອນຕາມຢ່າງສຸພາບ ແລະ ໄດ້ຮັບຄວາມເຄົາລົບຈາກທຸກຄົນ, ນີ້ຄືການປະພຶດຕົນຢ່າງມີກາລະເທສະ. ປັນຍາຊົນເຫຼົ່ານີ້ວາງຕົວເອງຢູ່ໃນຕຳແໜ່ງທີ່ສູງກວ່າສາມັນຊົນທົ່ວໄປ ແລະ ໃນສາຍຕາຂອງພວກເຂົາ, ທຸກຄົນເປັນສິ່ງທີ່ຄວນໄດ້ຮັບການປະຕິບັດຢ່າງອົດທົນ ແລະ ອົດກັ້ນຈາກພວກເຂົາ. “ຜົນກະທົບ” ຂອງຄວາມຮູ້ຊ່າງຍິ່ງໃຫຍ່ແທ້ໆ! ຄົນເຫຼົ່ານີ້ຄ້າຍຄືກັບສຸພາບບຸລຸດຈອມປອມຫຼາຍ, ແມ່ນບໍ່? ຄົນທີ່ໄດ້ຮັບຄວາມຮູ້ຫຼາຍເກີນໄປກໍກາຍເປັນສຸພາບບຸລຸດຈອມປອມ. ຖ້າໃຫ້ອະທິບາຍກຸ່ມນັກປາດທີ່ສຸພາບຮຽບຮ້ອຍນີ້ດ້ວຍວະລີດຽວ, ມັນກໍຄື ຄວາມສະຫງ່າງາມແບບນັກປາດທີ່ສຸພາບຮຽບຮ້ອຍ. ຫຼັກການທີ່ນັກປາດທີ່ສຸພາບຮຽບຮ້ອຍເຫຼົ່ານີ້ໃຊ້ໃນການພົວພັນກັນເອງແມ່ນຫຍັງ? ແນວທາງຂອງພວກເຂົາຕໍ່ການປະພຶດທາງໂລກແມ່ນຫຍັງ? ຕົວຢ່າງ: ປະຊາຊົນທົ່ວໄປເອີ້ນຜູ້ຊາຍທີ່ມີນາມສະກຸນຫຼີວ່າ “ເຖົ້າຫຼີ” ຫຼື “ສ່ຽວຫຼີ”. ປັນຍາຊົນຈະເອີ້ນພວກເຂົາແບບນີ້ບໍ? (ບໍ່.) ພວກເຂົາຈະເອີ້ນຄົນເຫຼົ່ານັ້ນວ່າແນວໃດ? (ທ່ານຫຼີ.) ຖ້າພວກເຂົາເຫັນຜູ້ຍິງ, ພວກເຂົາກໍຈະເອີ້ນນາງວ່າ ທ່ານນາງ ແລະ ຈະສະແດງຄວາມເຄົາລົບ ແລະ ຄວາມສະຫງ່າງາມເປັນພິເສດ, ຄືກັບສຸພາບບຸລຸດ. ພວກເຂົາຊ່ຽວຊານໃນການຮຽນຮູ້ ແລະ ຮຽນແບບຄວາມສະຫງ່າງາມທີ່ສຸພາບຮຽບຮ້ອຍ ເຊິ່ງສະແດງອອກໂດຍສຸພາບະບຸລຸດ. ພວກເຂົາເວົ້າ ແລະ ປຶກສາຫາລືສິ່ງຕ່າງໆຮ່ວມກັນດ້ວຍນ້ຳສຽງ ແລະ ວິທີການແບບໃດ? ສີໜ້າຂອງພວກເຂົາອ່ອນໂຍນເປັນພິເສດ ແລະ ພວກເຂົາກໍເວົ້າຢ່າງສຸພາບ ແລະ ສະຫງວນທ່າທີ. ພວກເຂົາພຽງແຕ່ສະແດງມຸມມອງຂອງຕົນເອງເທົ່ານັ້ນ ແລະ ເຖິງແມ່ນວ່າພວກເຂົາຮູ້ວ່າມຸມມອງຂອງຄົນອື່ນຜິດ, ພວກເຂົາກໍບໍ່ໄດ້ເວົ້າຫຍັງ. ບໍ່ມີໃຜທຳຮ້າຍຄວາມຮູ້ສຶກຂອງໃຜ ແລະ ຄຳເວົ້າຂອງພວກເຂົາກໍນຸ່ມນວນຢ່າງເຖິງທີ່ສຸດ, ຄືກັບວ່າຖືກຫໍ່ດ້ວຍສຳລີ ເພື່ອບໍ່ໃຫ້ມັນທຳຮ້າຍ ຫຼື ເຮັດໃຫ້ໃຜລະຄາຍເຄືອງ ເຊິ່ງເຮັດໃຫ້ຄົນເຮົາຮູ້ສຶກປວດຮາກ, ກະວົນກະວາຍ ຫຼື ໂມໂຫ ພຽງແຕ່ໄດ້ຟັງພວກເຂົາ. ຄວາມຈິງກໍຄື ບໍ່ມີມຸມມອງຂອງໃຜທີ່ຊັດເຈນ ແລະ ບໍ່ມີໃຜຍອມໃຜ. ຄົນປະເພດນີ້ສາມາດປິດບັງຕົວເອງໄດ້ເກັ່ງຫຼາຍ. ເມື່ອພົບພໍ້ກັບເລື່ອງທີ່ເລັກນ້ອຍທີ່ສຸດ, ພວກເຂົາກໍຈະປິດບັງ ແລະ ຫຸ້ມຫໍ່ຕົວເອງ ແລະ ບໍ່ມີໃຜໃນພວກເຂົາທີ່ຈະໃຫ້ຄຳອະທິບາຍທີ່ຊັດເຈນໄດ້. ຕໍ່ໜ້າປະຊາຊົນທຳມະດາ, ພວກເຂົາຕ້ອງການວາງທ່າທາງແບບໃດ ແລະ ຕ້ອງການສ້າງພາບລັກແບບໃດ? ນັ້ນກໍຄື ເພື່ອໃຫ້ປະຊາຊົນທຳມະດາເຫັນວ່າ ພວກເຂົາເປັນສຸພາບບຸລຸດທີ່ຖ່ອມຕົວ. ສຸພາບບຸລຸດນັ້ນຢູ່ເໜືອກວ່າຄົນອື່ນ ແລະ ເປັນເປົ້າໝາຍແຫ່ງການບູຊາຂອງຜູ້ຄົນ. ຜູ້ຄົນຄິດວ່າພວກເຂົາມີຄວາມເຂົ້າໃຈທີ່ເລິກເຊິ່ງກວ່າຄົນທົ່ວໄປ ແລະ ພວກເຂົາມີຄວາມເຂົ້າໃຈກ່ຽວກັບສິ່ງຕ່າງໆ ດີກວ່າເມື່ອທຽບກັບຄົນທົ່ວໄປ, ສະນັ້ນ ທຸກຄົນຈຶ່ງປຶກສາຄົນເຫຼົ່ານັ້ນ ເມື່ອໃດກໍຕາມທີ່ພວກເຂົາມີບັນຫາ. ນີ້ຄືຜົນໄດ້ຮັບທີ່ປັນຍາຊົນເຫຼົ່ານີ້ຕ້ອງການຢ່າງແທ້ຈິງ, ພວກເຂົາທຸກຄົນຫວັງວ່າຈະໄດ້ຮັບການບູຊາວ່າເປັນນັກບວດ.

ເມື່ອເບິ່ງຈາກສາມຈຸດທີ່ພວກເຮົາຫາກໍໄຈ້ແຍກໄປນັ້ນ, ຫຼັງຈາກທີ່ອາຈານເຫຼົ່ານີ້ໄດ້ຮັບນາມມະຍົດວ່າ “ປັນຍາຊົນລະດັບສູງ”, ຄວາມຄິດຂອງພວກເຂົາມີອິດສະລະພາບຫຼາຍຂຶ້ນ ຫຼື ຖືກຈຳກັດຫຼາຍຂຶ້ນ? (ຖືກຈຳກັດ.) ມັນຕ້ອງຖືກຈຳກັດຢ່າງແນ່ນອນ. ຖືກຈຳກັດໂດຍຫຍັງ? (ຄວາມຮູ້.) ຄວາມຮູ້ເປັນສິ່ງທີ່ຢູ່ໃນວິຊາຊີບຂອງພວກເຂົາ. ຄວາມຈິງແລ້ວ, ຄວາມຮູ້ບໍ່ໄດ້ຈຳກັດພວກເຂົາຢ່າງແທ້ຈິງ. ສິ່ງທີ່ຈຳກັດພວກເຂົາແມ່ນຫຍັງ? ມັນແມ່ນທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ຄວາມຮູ້ ແລະ ອິດທິພົນທີ່ຄວາມຮູ້ມີຕໍ່ຄວາມຄິດຂອງພວກເຂົາ, ພ້ອມທັງມຸມມອງທີ່ສິ່ງເຫຼົ່ານັ້ນໄດ້ປູກຝັງໃຫ້, ນີ້ຄືບັນຫາ. ສະນັ້ນ, ຍິ່ງພວກເຂົາໄດ້ຮັບຄວາມຮູ້ໃນລະດັບທີ່ສູງເທົ່າໃດ, ພວກເຂົາກໍຍິ່ງຮູ້ສຶກວ່າຕົວຕົນ ແລະ ສະຖານະຂອງພວກເຂົາແຕກຕ່າງຈາກຄົນອື່ນຫຼາຍຂຶ້ນເທົ່ານັ້ນ ແລະ ພວກເຂົາກໍຍິ່ງຮູ້ສຶກວ່າພວກເຂົາສູງສົ່ງ ແລະ ຍິ່ງໃຫຍ່ຫຼາຍຂຶ້ນເທົ່ານັ້ນ ແລະ ໃນຂະນະດຽວກັນ ຄວາມຄິດຂອງພວກເຂົາກໍຍິ່ງຖືກຈຳກັດຫຼາຍຂຶ້ນເຊັ່ນດຽວກັນ. ເມື່ອເບິ່ງຈາກມຸມມອງນີ້, ຄົນທີ່ໄດ້ຮັບຄວາມຮູ້ຫຼາຍຂຶ້ນຈະໄດ້ຮັບອິດສະລະພາບ ຫຼື ສູນເສຍອິດສະລະພາບ? (ສູນເສຍອິດສະລະພາບ.) ຄວາມຈິງແລ້ວ ພວກເຂົາສູນເສຍອິດສະລະພາບ. ຄວາມຮູ້ມີອິດທິພົນຕໍ່ຄວາມຄິດຂອງຜູ້ຄົນ ແລະ ຕໍ່ສະຖານະຂອງພວກເຂົາໃນສັງຄົມ ແລະ ອິດທິພົນທີ່ມັນມີຕໍ່ຜູ້ຄົນນັ້ນບໍ່ແມ່ນໃນທາງບວກ. ມັນບໍ່ເຄີຍເປັນຄືແບບກໍລະນີທີ່ວ່າ ຍິ່ງພວກເຈົ້າໄດ້ຮັບຄວາມຮູ້ຫຼາຍເທົ່າໃດ, ພວກເຈົ້າກໍຈະຍິ່ງເຂົ້າໃຈຫຼັກການ, ທິດທາງ ແລະ ເປົ້າໝາຍທີ່ພວກເຈົ້າຄວນມີກ່ຽວກັບການປະພຶດຕົນຂອງພວກເຈົ້າໄດ້ດີຂຶ້ນເທົ່ານັ້ນ. ໃນທາງກົງກັນຂ້າມ, ຍິ່ງພວກເຈົ້າໄລ່ຕາມຄວາມຮູ້ຫຼາຍເທົ່າໃດ ແລະ ຍິ່ງພວກເຈົ້າໄດ້ຮັບຄວາມຮູ້ຢ່າງຖ່ອງແທ້ຫຼາຍເທົ່າໃດ, ພວກເຈົ້າກໍຈະຍິ່ງຫຼົງທາງໄປໄກຈາກຄວາມຄິດ ແລະ ມຸມມອງທີ່ຄົນທີ່ມີຄວາມເປັນມະນຸດປົກກະຕິຄວນມີຫຼາຍຂຶ້ນເທົ່ານັ້ນ. ມັນເປັນຄືກັບກຸ່ມປັນຍາຊົນເຫຼົ່ານັ້ນທີ່ໄດ້ຮັບຄວາມຮູ້ ແລະ ການສຶກສາຢ່າງຫຼວງຫຼາຍ ແລະ ຜູ້ທີ່ບໍ່ເຂົ້າໃຈແມ່ນແຕ່ເລື່ອງພື້ນຖານຂອງສາມັນສຳນຶກ. ສາມັນສຳນຶກນັ້ນແມ່ນຫຍັງ? ເມື່ອມີຄົນຈຳນວນຫຼາຍ, ເຈົ້າຕ້ອງໄດ້ບຽດຂຶ້ນໄປເພື່ອຂຶ້ນລົດເມ. ຖ້າເຈົ້າບໍ່ບຽດຂຶ້ນໄປ, ເຈົ້າກໍຈະບໍ່ມີທາງໄດ້ຂຶ້ນລົດເມ, ພວກເຂົາບໍ່ຮູ້ແມ່ນແຕ່ກົດລະບຽບທີ່ງ່າຍດາຍທີ່ສຸດນີ້. ບອກເຮົາເບິ່ງວ່າພວກເຂົາສະຫຼາດຂຶ້ນ ຫຼື ໂງ່ຈ້າລົງ? (ພວກເຂົາໂງ່ຈ້າລົງ.) ຄວາມຈິງແລ້ວ, ພວກເຂົາເປັນກຸ່ມຄົນທີ່ໂງ່ຈ້າ. ຄົນທຳມະດາບໍ່ໄດ້ຮັບຄວາມຮູ້ລະດັບສູງ ຫຼື ການສຶກສາລະດັບສູງແບບນັ້ນ ແລະ ບໍ່ມີສະຖານະນີ້, ແຕ່ພວກເຂົາເຂົ້າໃຈໃນຈຸດນີ້ ແລະ ເວົ້າວ່າ “ເມື່ອຂຶ້ນລົດເມ ແລະ ມີຄົນຈຳນວນຫຼາຍ, ເຈົ້າຕ້ອງໄດ້ບຽດຂຶ້ນໄປ ແລະ ເຈົ້າຕ້ອງອອກແຮງໃຫ້ເຖິງທີ່ສຸດ, ເພາະວ່າຖ້າເຈົ້າຜ່ອນແຮງລົງພຽງເລັກນ້ອຍ ແລະ ສະໝອງຂອງເຈົ້າຕອບສະໜອງຊ້າກວ່ານີ້ພຽງກ້າວດຽວ, ເຈົ້າອາດຈະຈົບລົງດ້ວຍການຢູ່ທາງຫຼັງຂອງຝູງຄົນ ແລະ ຕ້ອງຂີ່ລົດເມຄັນຕໍ່ໄປ”. ນີ້ຄືເລື່ອງພື້ນຖານຂອງສາມັນສຳນຶກໃນການໃຊ້ຊີວິດ, ເຊິ່ງຄົນທຳມະດາມີຄວາມຄຸ້ນເຄີຍດີ, ແຕ່ປັນຍາຊົນເຫຼົ່ານີ້ບໍ່ເຂົ້າໃຈ, ສະນັ້ນ ພວກເຂົາຈຶ່ງຖ້າລົດເມຄັນຕໍ່ໆໄປ. ພວກເຂົາຖືກຈຳກັດໂດຍຫຍັງ? ພວກເຂົາຖືກຜູກມັດຢ່າງແໜ້ນໜາໂດຍຄຳອ້າງທີ່ວ່າ “ພວກເຮົາເປັນປັນຍາຊົນລະດັບສູງ”. ມັນເປັນແບບນັ້ນແຫຼະ. ພວກເຂົາບໍ່ຮູ້ແມ່ນແຕ່ວິທີປະເຊີນໜ້າ ຫຼື ຈັດການກັບບັນຫາໃນຊີວິດຈິງທີ່ງ່າຍດາຍແບບນັ້ນ. ພວກເຂົາເປັນກຸ່ມຄົນໂງ່ຈ້າ! ຄວາມຮູ້ນຳເອົາຫຍັງມາໃຫ້ພວກເຂົາ? ສິ່ງທີ່ມັນນຳມາໃຫ້ພວກເຂົາກໍຄື ມັນເຮັດໃຫ້ພວກເຂົາຕັດຂາດຈາກປະຊາກອນສ່ວນທີ່ເຫຼືອ, ພວກເຂົາບໍ່ຮູ້ວິທີດຳລົງຊີວິດ ແລະ ພວກເຂົາບໍ່ຮູ້ວິທີຈັດການກັບສິ່ງທີ່ເກີດຂຶ້ນໃນຊີວິດຈິງ. ພວກເຂົາໃຊ້ທິດສະດີທີ່ສູງສົ່ງບາງທິດສະດິ ເພື່ອຈັດການກັບບັນຫາທີ່ພົບພໍ້ໄດ້ທົ່ວໄປທີ່ສຸດບັນຫາໜຶ່ງ ເຊິ່ງຄົນທຳມະດາພົບພໍ້ໃນຊີວິດຈິງ ແລະ ພວກເຂົາບໍ່ຮູ້ວ່າຜົນສະທ້ອນຈະເປັນແນວໃດ ຫຼັງຈາກທີ່ໄດ້ຈັດການກັບມັນດ້ວຍວິທີນີ້, ບາງທີພວກເຂົາອາດຈະຍັງບໍ່ເຂົ້າໃຈຈົນເຖິງທຸກມື້ນີ້. ບາງທີພວກເຂົາອາດຈະຄິດເລື່ອງນີ້ໄດ້ຢ່າງຖ່ອງແທ້ ກໍຕໍ່ເມື່ອພວກເຂົາເຖົ້າແກ່ແລ້ວເທົ່ານັ້ນ. ເມື່ອເຖິງເວລານັ້ນ, ພວກເຂົາຈະບໍ່ມີລັດສະໝີອັນໃດອີກຕໍ່ໄປ ແລະ ຄົງຈະພໍແລ້ວກັບການເພີດເພີນໄປກັບຊື່ສຽງອັນມີກຽດຂອງການເປັນປັນຍາຊົນລະດັບສູງມາຕະຫຼອດຊີວິດຂອງພວກເຂົາ. ມື້ໜຶ່ງ, ພວກເຂົາອາດຈະຈື່ໄດ້ວ່າ ພວກເຂົາຕົກຢູ່ໃນສະພາບທີ່ໜ້າສົງສານສໍ່າໃດໃນຕອນທີ່ຢູ່ລົດເມຄັ້ງນັ້ນ ແລະ ພວກເຂົາຈະຮູ້ສຶກຕົວຂຶ້ນມາໃນທັນທີວ່າ ພວກເຂົາບໍ່ໄດ້ສູງສົ່ງ ຫຼື ໂດດເດັ່ນປານໃດ ແລະ ພວກເຂົາຈະຮູ້ສຶກຕົວຂຶ້ນມາໃນທັນທີວ່າ: “ຄວາມເປັນນັກປາດທີ່ສຸພາບຮຽບຮ້ອຍຂອງຂ້ອຍສາມາດກິນແທນເຂົ້າໄດ້ບໍ? ຂ້ອຍບໍ່ໄດ້ຕ້ອງການອາຫານສາມຄາບຕໍ່ມື້ຄືກັບຄົນທຳມະດາເຊັ່ນກັນບໍ? ຂ້ອຍບໍ່ໄດ້ແຕກຕ່າງຈາກຄົນອື່ນເລີຍ. ໃນຍາມເຖົ້າແກ່, ຂ້ອຍບໍ່ໄດ້ຍ່າງຫຼັງກົ່ງຄືກັນບໍ? ແລະ ຂ້ອຍບໍ່ໄດ້ສັ່ນດ້ວຍຄວາມຢ້ານກົວ ແລະ ຮູ້ສຶກຢ້ານ ໃນຕອນໃດກໍຕາມທີ່ຂ້ອຍໄດ້ປະເຊີນກັບອັນຕະລາຍຄືກັນບໍ? ແລະ ເມື່ອປະເຊີນກັບຄວາມຕາຍຂອງຄົນທີ່ຮັກ ຫຼື ເຫດການທີ່ໜ້າຍິນດີ, ຂ້ອຍບໍ່ໄດ້ໂສກເສົ້າ ຫຼື ດີໃຈຢ່າງທີ່ຄວນຈະເປັນຄືກັນບໍ? ຂ້ອຍບໍ່ໄດ້ພຽງແຕ່ດຳລົງຊີວິດຄືກັບຄົນທຳມະດາບໍ? ຂ້ອຍບໍ່ໄດ້ແຕກຕ່າງຈາກຄົນອື່ນເລີຍ!” ຮອດເວລານັ້ນ ການຮັບຮູ້ນີ້ກໍຈະມາຊ້າເກີນໄປສຳລັບພວກເຂົາ. ສິ່ງເຫຼົ່ານີ້ຄືຄວາມຂີ້ຮ້າຍປະເພດຕ່າງໆ ທີ່ສະແດງອອກໂດຍຜູ້ຄົນທີ່ຍອມຮັບເອົາຄຳເວົ້າ ແລະ ມຸມມອງທີ່ຖືກເອີ້ນວ່າເປັນດ້ານບວກສອງສາມຢ່າງ ເມື່ອພວກເຂົາບໍ່ເຂົ້າໃຈຄວາມຈິງ. ເມື່ອຜູ້ຄົນບໍ່ຮູ້ວ່າ ມຸມມອງເຫຼົ່ານີ້ຖືກຕ້ອງ ຫຼື ບໍ່, ພວກເຂົາມັກຈະຖືວ່າມຸມມອງ ແລະ ຄຳເວົ້າເຫຼົ່ານີ້ເປັນຄວາມຈິງທີ່ຈະຕ້ອງຍຶດໝັ້ນ ແລະ ນຳມາໃຊ້ ແລະ ເມື່ອພວກເຂົານຳມາໃຊ້, ພວກເຂົາກໍມີແນວໂນ້ມທີ່ຈະທົນທຸກທໍລະມານຕໍ່ຜົນສະທ້ອນທຸກຮູບແບບ ແລະ ຄວາມກະອັກກະອວນທຸກຮູບແບບທີ່ຈະເກີດຂຶ້ນ. ຜົນສະທ້ອນຂອງສິ່ງນີ້ທີ່ມີຕໍ່ຜູ້ຄົນແມ່ນຫຍັງ? ໃນຂະນະທີ່ຜູ້ຄົນໄລ່ຕາມອິດສະລະພາບຢ່າງຕໍ່ເນື່ອງ, ພວກເຂົາກໍວົນວຽນວັງວົນແຫ່ງໜຶ່ງໄປສູ່ວັງວົນອີກແຫ່ງໜຶ່ງ ແລະ ຈາກພັນທະນາການແບບໜຶ່ງໄປສູ່ພັນທະນາການອີກແບບໜຶ່ງຢ່າງຕໍ່ເນື່ອງເຊັ່ນດຽວກັນ. ມັນບໍ່ແມ່ນແບບນີ້ບໍ? ສະນັ້ນ, ເມື່ອພວກເຈົ້າບໍ່ເຂົ້າໃຈຄວາມຈິງ ບໍ່ວ່າສິ່ງທີ່ພວກເຈົ້າຍຶດໝັ້ນຈະເປັນມຸມມອງ, ວັດທະນະທຳແບບດັ້ງເດີມ ຫຼື ກົດລະບຽບ, ລະບົບ ຫຼື ທິດສະດີບາງປະເພດ ແລະ ບໍ່ວ່າສິ່ງເຫຼົ່ານີ້ຈະຂ້ອນຂ້າງລ້າສະໄໝໃນສັງຄົມ ຫຼື ຂ້ອນຂ້າງທັນສະໄໝ ແລະ ເປັນທີ່ນິຍົມກໍຕາມ, ສິ່ງເຫຼົ່ານີ້ບໍ່ສາມາດທົດແທນຄວາມຈິງໄດ້ເລີຍ, ເພາະວ່າພວກມັນບໍ່ແມ່ນຄວາມຈິງ. ບໍ່ວ່າພວກເຈົ້າຈະຍຶດໝັ້ນກັບພວກມັນໃຫ້ດີສໍ່າໃດ ຫຼື ພວກເຈົ້າຈະນຳໃຊ້ພວກມັນໄດ້ດີສໍ່າໃດກໍຕາມ, ໃນທີ່ສຸດແລ້ວ ພວກມັນຈະເຮັດໃຫ້ພວກເຈົ້າຫຼົງທາງໄປຈາກຄວາມຈິງເທົ່ານັ້ນ, ແທນທີ່ຈະໄດ້ຮັບຄວາມຈິງ. ຍິ່ງພວກເຈົ້າຍຶດໝັ້ນກັບສິ່ງເຫຼົ່ານີ້ຫຼາຍເທົ່າໃດ, ພວກເຈົ້າກໍຈະຍິ່ງຫຼົງທາງໄປໄກຈາກຄວາມຈິງ ແລະ ບ່ຽງເບນໄປຈາກເສັ້ນທາງຂອງພຣະເຈົ້າ ແລະ ຈາກເສັ້ນທາງແຫ່ງຄວາມຈິງຫຼາຍຂຶ້ນເທົ່ານັ້ນ. ໃນທາງກົງກັນຂ້າມ, ຖ້າພວກເຈົ້າສາມາດເປັນຝ່າຍເລີ່ມຕົ້ນໃນການປ່ອຍວາງສິ່ງທີ່ເອີ້ນວ່າສິ່ງທີ່ເປັນບວກ, ທິດສະດີ ແລະ ຄວາມຈິງຈອມປອມເຫຼົ່ານີ້ຢ່າງຫ້າວຫັນ, ພວກເຈົ້າກໍຈະສາມາດເຂົ້າສູ່ຄວາມຈິງໄດ້ຂ້ອນຂ້າງໄວ. ດ້ວຍວິທີນີ້, ຜູ້ຄົນຈະບໍ່ໃຊ້ສິ່ງທີ່ຖືກເອີ້ນວ່າວັດທະນະທຳແບບດັ້ງເດີມເຫຼົ່ານີ້ ແລະ ຄວາມຈິງຈອມປອມເຫຼົ່ານີ້ເປັນຫຼັກການຂອງການປະຕິບັດໃນຊີວິດປະຈຳວັນຂອງພວກເຂົາ, ແທນທີ່ຈະເປັນຄວາມຈິງ ແລະ ພຣະທຳຂອງພຣະເຈົ້າ ແລະ ຄວາມກະອັກກະອວນນີ້ກໍຈະຄ່ອຍໆບັນເທົາລົງ ແລະ ຄ່ອຍໆໄດ້ຮັບການແກ້ໄຂ.

ບາງຄົນຄິດວ່າພວກເຂົາໄດ້ຮັບຄວາມຈິງແລ້ວ ໂດຍການປະຖິ້ມວັດທະນະທຳແບບດັ້ງເດີມຂອງຄອບຄົວ ແລະ ປະເທດ ແລະ ໂດຍການຍອມຮັບເອົາວັດທະນະທຳແບບດັ້ງເດີມຂອງຕ່າງປະເທດຈາກຕ່າງແດນ; ບາງຄົນຄິດວ່າພວກເຂົາໄດ້ຮັບຄວາມຈິງແລ້ວ ໂດຍການປະຖິ້ມວັດທະນະທຳແບບດັ້ງເດີມທີ່ເກົ່າແກ່, ຄວາມຄິດ ແລະ ມຸມມອງແບບເກົ່າ ແລະ ໂດຍການຍອມຮັບເອົາຄວາມຄິດທີ່ກ້າວໜ້າກວ່າເລັກນ້ອຍ ແລະ ທັນສະໄໝກວ່າເລັກນ້ອຍ. ເມື່ອເບິ່ງໃນຕອນນີ້, ຄົນເຫຼົ່ານີ້ຖືກ ຫຼື ຜິດ? (ຜິດ.) ພວກເຂົາຜິດທັງໝົດເລີຍ. ຜູ້ຄົນຄິດວ່າພຽງແຕ່ປະຖິ້ມສິ່ງເກົ່າໆ, ພວກເຂົາກໍຈະໄດ້ຮັບອິດສະລະພາບ. ຄວາມໝາຍແຝງຂອງການໄດ້ຮັບອິດສະລະພາບແມ່ນຫຍັງ? ມັນໝາຍຄວາມວ່າຄົນເຮົາໄດ້ຮັບຄວາມຈິງ ແລະ ວິຖີການດຳລົງຊີວິດທີ່ແທ້ຈິງທີ່ຄົນເຮົາຄວນມີ. ຜູ້ຄົນຄິດວ່າເສັ້ນທາງທີ່ແທ້ຈິງນັ້ນໄດ້ມາແບບນີ້. ສິ່ງນີ້ແມ່ນຄວາມຈິງແທ້ບໍ? ສິ່ງນີ້ຖືກຕ້ອງແລ້ວບໍ? ບໍ່. ບໍ່ວ່າມະນຸດຊາດຈະຍອມຮັບວັດທະນະທຳທີ່ທັນສະໄໝ ແລະ ກ້າວໜ້າສໍ່າໃດກໍຕາມ, ໃນທີ່ສຸດແລ້ວ ມັນກໍຍັງແມ່ນວັດທະນະທຳແບບດັ້ງເດີມ ແລະ ແກ່ນແທ້ຂອງມັນກໍບໍ່ໄດ້ປ່ຽນແປງ. ວັດທະນະທຳແບບດັ້ງເດີມກໍຍັງຈະເປັນວັດທະນະທຳແບບດັ້ງເດີມຢູ່ຕະຫຼອດໄປ. ບໍ່ວ່າມັນຈະສາມາດທົນຕໍ່ການລອງໃຈຂອງເວລາ ຫຼື ທົນຕໍ່ການລອງໃຈຂອງຂໍ້ເທັດຈິງໄດ້ ຫຼື ບໍ່ນັ້ນ ຫຼື ວ່າມັນຈະຖືກຍົກຍ້ອງໂດຍມະນຸດຊາດ ຫຼື ບໍ່, ໃນທີ່ສຸດແລ້ວ ມັນກໍຍັງແມ່ນວັດທະນະທຳແບບດັ້ງເດີມຢູ່ດີ. ເປັນຫຍັງວັດທະນະທຳແບບດັ້ງເດີມເຫຼົ່ານີ້ຈຶ່ງບໍ່ແມ່ນຄວາມຈິງ? ໂດຍສະຫຼຸບແລ້ວ ສິ່ງເຫຼົ່ານີ້ຄືຄວາມຄິດທີ່ເກີດຂຶ້ນຫຼັງຈາກທີ່ມະນຸດຊາດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ. ສິ່ງເຫຼົ່ານັ້ນບໍ່ໄດ້ມາຈາກພຣະເຈົ້າ. ສິ່ງເຫຼົ່ານັ້ນປົນເປໄປດ້ວຍຈິນຕະນາການ ແລະ ແນວຄິດຂອງຜູ້ຄົນ ແລະ ຍິ່ງໄປກວ່ານັ້ນ ສິ່ງເຫຼົ່ານັ້ນຄືຜົນສະທ້ອນທີ່ໄດ້ຮັບມາຈາກການທີ່ຊາຕານເຮັດໃຫ້ມະນຸດຊາດເສື່ອມຊາມ. ຊາຕານສວຍໃຊ້ຄວາມຄິດ, ມຸມມອງ ແລະ ຄຳເວົ້າ ແລະ ຂໍ້ໂຕ້ແຍ້ງທຸກຮູບແບບຂອງມະນຸດຊາດທີ່ເສື່ອມຊາມ ເພື່ອຜູກມັດຄວາມຄິດຂອງຜູ້ຄົນ ແລະ ເຮັດໃຫ້ຄວາມຄິດຂອງຜູ້ຄົນເສື່ອມຊາມ. ຖ້າຊາຕານໃຊ້ບາງສິ່ງທີ່ເຫັນໄດ້ຢ່າງຊັດເຈນວ່າເປັນເລື່ອງໄຮ້ສາລະ, ບໍ່ສົມເຫດສົມຜົນ ແລະ ຜິດ ມາເຮັດໃຫ້ຜູ້ຄົນຫຼົງຜິດ, ຜູ້ຄົນກໍຈະມີຄວາມສາມາດໃນການແຍກແຍະ; ພວກເຂົາຈະສາມາດຈຳແນກລະຫວ່າງສິ່ງທີ່ຖືກ ແລະ ສິ່ງທີ່ຜິດ ແລະ ຈະໃຊ້ການແຍກແຍະນີ້ເພື່ອປະຕິເສດ ແລະ ກ່າວໂທດສິ່ງເຫຼົ່ານັ້ນ. ດ້ວຍເຫດນີ້, ການສັ່ງສອນເຫຼົ່ານີ້ຈະບໍ່ສາມາດຢືນຢັດຕໍ່ການກວດສອບໄດ້. ເຖິງຢ່າງໃດກໍຕາມ, ເມື່ອຊາຕານໃຊ້ຄວາມຄິດ ແລະ ທິດສະດີບາງຢ່າງທີ່ສອດຄ່ອງກັບແນວຄິດ ແລະ ຈິນຕະນາການຂອງຜູ້ຄົນ ເພື່ອສ້າງເງື່ອນໄຂ, ສ້າງອິດທິພົນ ແລະ ປູກຝັງຜູ້ຄົນ ແລະ ມັນຄິດວ່າຈະຢືນຢັດຕໍ່ການກວດສອບໄດ້ເມື່ອເວົ້າອອກມາດັງໆ, ມະນຸດຊາດຈຶ່ງຖືກເຮັດໃຫ້ຫຼົງຜິດໄດ້ຢ່າງງ່າຍດາຍ ແລະ ຄຳເວົ້າເຫຼົ່ານີ້ກໍຖືກຜູ້ຄົນຍອມຮັບ ແລະ ເຜີຍແຜ່ໄດ້ງ່າຍເຊັ່ນດຽວກັນ, ດັ່ງນັ້ນ ຄຳເວົ້າເຫຼົ່ານີ້ຈຶ່ງຍັງຄົງຢູ່ຮຸ່ນສູ່ຮຸ່ນ ຈົນເຖິງປັດຈຸບັນ. ຍົກຕົວຢ່າງ: ເລື່ອງກ່ຽວກັບວິລະບຸລຸດຂອງຈີນ ເຊັ່ນ: ເລື່ອງຄວາມຮັກຊາດກ່ຽວກັບ ເຢ່ເຟີຍ, ຂຸນເສິກຕະກຸນຢາງ ແລະ ເວີນທຽນຊຽງ. ເປັນຫຍັງຄວາມຄິດເຫຼົ່ານີ້ຈຶ່ງໄດ້ຮັບການຖ່າຍທອດມາຈົນເຖິງທຸກມື້ນີ້? ຖ້າພວກເຮົາເບິ່ງຈາກມຸມມອງຂອງຜູ້ຄົນ, ໃນທຸກຍຸກສະໄໝ ຈະມີຄົນປະເພດໜຶ່ງ ຫຼື ຜູ້ປົກຄອງປະເພດໜຶ່ງທີ່ໃຊ້ຕົວຢ່າງ ແລະ ໃຊ້ຄວາມຄິດເຫຼົ່ານີ້ຢ່າງຕໍ່ເນື່ອງ ແລະ ຈິດວິນຍານຂອງບຸກຄົນສຳຄັນເຫຼົ່ານີ້ເພື່ອສັ່ງສອນຄົນຮຸ່ນຕໍ່ຮຸ່ນ, ເພື່ອໃຫ້ຄົນຮຸ່ນຕໍ່ຮຸ່ນ ຍອມຮັບການປົກຄອງຂອງພວກເຂົາຢ່າງວ່າງ່າຍ ແລະ ຢ່າງອ່ອນນ້ອມ ແລະ ເພື່ອໃຫ້ພວກເຂົາສາມາດປົກຄອງຄົນຮຸ່ນຕໍ່ຮຸ່ນໄດ້ຢ່າງງ່າຍດາຍ ແລະ ເຮັດໃຫ້ການປົກຄອງຂອງພວກເຂົາມີຄວາມໝັ້ນຄົງຍິ່ງຂຶ້ນ. ໂດຍການເວົ້າເຖິງການອຸທິດຕົນແບບໂງ່ຈ້າຂອງ ເຢ່ເຟີຍ ແລະ ຂຸນເສິກຕະກຸນຢາງ, ພ້ອມທັງຈິດວິນຍານຄວາມຮັກຊາດຂອງ ເວີນທຽນຊຽງ ແລະ ຊີຢວນ, ພວກເຂົາໄດ້ສຶກສາອົບຮົມປະຊາຊົນຂອງພວກເຂົາ ແລະ ໃຫ້ພວກເຂົາໄດ້ຮູ້ກົດຂໍ້ໜຶ່ງ, ເຊິ່ງກໍຄື ຄົນເຮົາຕ້ອງປະພຶດຕົນດ້ວຍຄວາມຈົງຮັກພັກດີ, ນີ້ຄືສິ່ງທີ່ຄົນທີ່ມີລັກສະນະດ້ານສິນທໍາອັນສູງສົ່ງຄວນມີ. ຄວາມຈົງຮັກພັກດີໃນລະດັບໃດ? ໃນລະດັບທີ່ວ່າ “ເມື່ອຈັກກະພັດສັ່ງໃຫ້ຂ້າລາຊະການໄປຕາຍ, ພວກເຂົາກໍບໍ່ມີທາງເລືອກ ນອກຈາກຕ້ອງຕາຍ” ແລະ “ປະຊາຊົນທີ່ຈົງຮັກພັກດີກໍບໍ່ສາມາດຮັບໃຊ້ກະສັດສອງອົງໄດ້”, ນີ້ຄືຄຳເວົ້າອີກຢ່າງໜຶ່ງທີ່ພວກເຂົາໃຫ້ຄວາມເຄົາລົບ. ພວກເຂົາຍັງໃຫ້ຄວາມເຄົາລົບແກ່ຜູ້ທີ່ຮັກປະເທດຂອງຕົນ. ການຮັກປະເທດຂອງຕົນໝາຍເຖິງການຮັກຫຍັງ ຫຼື ຮັກໃຜ? ຮັກແຜ່ນດິນບໍ? ຮັກປະຊາຊົນໃນແຜ່ນດິນນັ້ນບໍ? ແລະ ປະເທດຄືຫຍັງ? (ຜູ້ປົກຄອງ.) ຜູ້ປົກຄອງຄືຕົວແທນຂອງປະເທດ. ຖ້າເຈົ້າເວົ້າວ່າ “ຄວາມຮັກທີ່ຂ້ອຍມີຕໍ່ປະເທດຂອງຂ້ອຍ ທີ່ຈິງແລ້ວຄືຄວາມຮັກທີ່ມີຕໍ່ບ້ານເກີດ ແລະ ພໍ່ແມ່ຂອງຂ້ອຍ. ຂ້ອຍບໍ່ໄດ້ຮັກພວກເຈົ້າ, ບໍ່ໄດ້ຮັກຜູ້ປົກຄອງ!” ແລ້ວພວກເຂົາກໍຈະໃຈຮ້າຍ. ຖ້າເຈົ້າເວົ້າວ່າ “ຄວາມຮັກທີ່ຂ້ອຍມີຕໍ່ປະເທດຂອງຂ້ອຍ ຄືຄວາມຮັກທີ່ມີຕໍ່ຜູ້ປົກຄອງ, ຈາກສ່ວນເລິກທີ່ສຸດໃນຫົວໃຈຂ້ອຍ”, ພວກເຂົາກໍຈະຍອມຮັບ ແລະ ຮັບຮອງຄວາມຮັກເຊັ່ນນີ້; ຖ້າເຈົ້າເຮັດໃຫ້ພວກເຂົາເຂົ້າໃຈ ແລະ ເຮັດໃຫ້ມັນຊັດເຈນວ່າບໍ່ແມ່ນພວກເຂົາທີ່ເຈົ້າຮັກ, ແລ້ວພວກເຂົາກໍຈະບໍ່ຮັບຮອງ. ຜູ້ປົກຄອງໃນແຕ່ລະຍຸກສະໄໝເປັນຕົວແທນໃຫ້ກັບໃຜ? (ຊາຕານ.) ພວກເຂົາເປັນຕົວແທນໃຫ້ກັບຊາຕານ, ພວກເຂົາເປັນສະມາຊິກຂອງພັກພວກຂອງຊາຕານ ແລະ ພວກເຂົາເປັນມານຮ້າຍ. ພວກເຂົາບໍ່ສາມາດສຶກສາອົບຮົມໃຫ້ຜູ້ຄົນບູຊາພຣະເຈົ້າ, ບູຊາພຣະຜູ້ສ້າງໄດ້. ພວກເຂົາບໍ່ສາມາດເຮັດສິ່ງນີ້ໄດ້. ແທນທີ່ຈະເປັນແບບນັ້ນ ພວກເຂົາກັບບອກຜູ້ຄົນວ່າຜູ້ປົກຄອງຄືບຸດສະຫວັນ. “ບຸດສະຫວັນ” ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າສະຫວັນມອບອຳນາດໃຫ້ຄົນບາງຄົນ ແລະ ບຸກຄົນນີ້ກໍຖືກເອີ້ນວ່າ “ບຸດສະຫວັນ” ແລະ ມີອຳນາດໃນການປົກຄອງຜູ້ຄົນທັງໝົດທີ່ຢູ່ພາຍໃຕ້ສະຫວັນ. ນີ້ແມ່ນແນວຄິດທີ່ຜູ້ປົກຄອງປູກຝັງໃສ່ໃນຕົວຜູ້ຄົນແມ່ນບໍ່? (ແມ່ນແລ້ວ.) ເມື່ອຄົນໃດຄົນໜຶ່ງກາຍເປັນບຸດສະຫວັນ, ມັນກໍຖືກກຳນົດໂດຍສະຫວັນ ແລະ ຄວາມປະສົງຂອງສະຫວັນກໍຢູ່ກັບພວກເຂົາ, ສະນັ້ນ ຜູ້ຄົນຄວນຍອມຮັບການປົກຄອງຂອງບຸກຄົນນັ້ນຢ່າງບໍ່ມີເງື່ອນໄຂ, ບໍ່ວ່າຈະເປັນການປົກຄອງແບບໃດກໍຕາມ. ສິ່ງທີ່ພວກເຂົາປູກຝັງໃສ່ໃນຕົວຜູ້ຄົນຄືຄວາມຄິດແບບນີ້, ເຊິ່ງເຮັດໃຫ້ເຈົ້າຍອມຮັບບຸກຄົນນັ້ນໃນຖານະບຸດສະຫວັນ ໂດຍອີງໃສ່ການຍອມຮັບຂອງເຈົ້າເຖິງການມີຢູ່ຂອງສະຫວັນ. ຈຸດປະສົງຂອງການເຮັດໃຫ້ເຈົ້າຍອມຮັບຄົນນັ້ນໃນຖານະບຸດສະຫວັນແມ່ນຫຍັງ? ມັນບໍ່ແມ່ນເພື່ອເຮັດໃຫ້ເຈົ້າຮັບຮູ້ວ່າມີສະຫວັນ ຫຼື ວ່າມີພຣະເຈົ້າ ຫຼື ວ່າມີພຣະຜູ້ສ້າງ, ແຕ່ແມ່ນເພື່ອເຮັດໃຫ້ເຈົ້າຍອມຮັບຄວາມຈິງທີ່ວ່າ ບຸກຄົນນີ້ຄືບຸດສະຫວັນ ແລະ ເນື່ອງຈາກວ່າພວກເຂົາຄືບຸດສະຫວັນ ເຊິ່ງເກີດຂຶ້ນຈາກການມີຢູ່ຂອງຄວາມປະສົງຂອງສະຫວັນ, ຜູ້ຄົນຈຶ່ງຄວນຍອມຮັບການປົກຄອງຂອງພວກເຂົາ, ເຊິ່ງນີ້ຄືປະເພດຂອງຄວາມຄິດທີ່ພວກເຂົາໄດ້ປູກຝັງ. ເບື້ອງຫຼັງຄວາມຄິດທັງໝົດເຫຼົ່ານີ້ທີ່ໄດ້ພັດທະນາມາຕັ້ງແຕ່ຕອນເລີ່ມຕົ້ນຂອງມະນຸດຊາດຈົນເຖິງປັດຈຸບັນ, ບໍ່ວ່າສິ່ງທີ່ພວກເຮົາໄດ້ໄຈ້ແຍກຄືວະລີ ແລະ ສຳນວນທີ່ມີການອ້າງເຖິງ ຫຼື ສຸພາສິດພື້ນເມືອງ ແລະ ຄຳເວົ້າທົ່ວໄປທີ່ບໍ່ມີການອ້າງເຖິງເລີຍກໍຕາມ, ລ້ວນແລ້ວແຕ່ເປັນພັນທະນາການຂອງຊາຕານ ແລະ ເປັນການເຮັດໃຫ້ຫຼົງຜິດຂອງຊາຕານທີ່ມີຕໍ່ມະນຸດຊາດ, ລວມເຖິງຄຳນິຍາມທີ່ຫຼອກລວງຂອງມະນຸດຊາດທີ່ເສື່ອມຊາມກ່ຽວກັບຄວາມຄິດເຫຼົ່ານີ້. ຄຳນິຍາມທີ່ຫຼອກລວງນີ້ມີອິດທິພົນແນວໃດຕໍ່ມະນຸດຊາດໃນຍຸກຕໍ່ມາ? ມັນເປັນສິ່ງທີ່ດີ, ເປັນດ້ານບວກ ຫຼື ເປັນດ້ານລົບ? (ເປັນດ້ານລົບ.) ໂດຍພື້ນຖານແລ້ວ ມັນເປັນດ້ານລົບ. ຍົກຕົວຢ່າງ: ຄຳເວົ້າທີ່ວ່າ “ນອນເທິງກອງຟືນ ແລະ ເລຍນ້ຳບີ” ແລະ “ເຊື່ອງແສງສະຫວ່າງຂອງຕົນໄວ້ ແລະ ສະສົມກຳລັງໃນຄວາມມືດ” ແລະ “ອົດທົນຕໍ່ຄວາມອັບອາຍ ແລະ ແບກຮັບພາລະທີ່ໜັກໜ່ວງ” ແລະ “ບໍ່ຍອມຈຳນົນ”, ພ້ອມທັງ “ທຳທ່າເຮັດຢ່າງໜຶ່ງໃນຂະນະທີ່ເຮັດອີກຢ່າງໜຶ່ງ”, ຄຳເວົ້າເຫຼົ່ານີ້ມີອິດທິພົນແນວໃດຕໍ່ມະນຸດຊາດໃນຍຸກຕໍ່ມາ? ນັ້ນກໍຄື ເມື່ອຜູ້ຄົນຍອມຮັບເອົາຄວາມຄິດເຫຼົ່ານີ້ຈາກວັດທະນະທຳແບບດັ້ງເດີມ, ຄົນແຕ່ລະຮຸ່ນທີ່ສືບທອດກັນມາ ກໍຍິ່ງຫ່າງໄກຈາກພຣະເຈົ້າຫຼາຍຂຶ້ນເລື້ອຍໆ ແລະ ຫ່າງໄກຈາກສິ່ງທີ່ສ້າງ ແລະ ຄວາມລອດພົ້ນຂອງພຣະເຈົ້າທີ່ມີຕໍ່ຜູ້ຄົນຫຼາຍຂຶ້ນເລື້ອຍໆ ແລະ ຈາກວຽກງານແຫ່ງແຜນການຄຸ້ມຄອງຂອງພຣະອົງ. ເມື່ອຜູ້ຄົນຍອມຮັບເອົາມຸມມອງທີ່ຜິດພາດເຫຼົ່ານີ້ຈາກວັດທະນະທຳແບບດັ້ງເດີມ, ພວກເຂົາກໍຍິ່ງຮູ້ສຶກວ່າໂຊກຊະຕາຂອງມະນຸດຄວນຢູ່ໃນມືຂອງພວກເຂົາເອງ ແລະ ຄວາມສຸກຕ້ອງໄດ້ຖືກສ້າງຂຶ້ນດ້ວຍມືຂອງພວກເຂົາເອງ ແລະ ໂອກາດຖືກສະຫງວນໄວ້ສຳລັບຜູ້ທີ່ມີການກຽມພ້ອມ, ເຊິ່ງເຮັດໃຫ້ມະນຸດຊາດໃຫ້ຍິ່ງປະຕິເສດພຣະເຈົ້າ, ປະຕິເສດອຳນາດສູງສຸດຂອງພຣະເຈົ້າ ແລະ ດຳລົງຊີວິດພາຍໃຕ້ອຳນາດຂອງຊາຕານຫຼາຍຂຶ້ນເລື້ອຍໆ. ຖ້າເຈົ້າປຽບທຽບສິ່ງທີ່ຜູ້ຄົນໃນຍຸກສະໄໝໃໝ່ມັກເວົ້າເຖິງ ແລະ ສິ່ງທີ່ຜູ້ຄົນເມື່ອສອງພັນປີກ່ອນມັກເວົ້າເຖິງ, ຄວາມໝາຍຂອງຄວາມຄິດທີ່ຢູ່ເບື້ອງຫຼັງສິ່ງເຫຼົ່ານີ້ແມ່ນສິ່ງດຽວກັນແທ້ໆ. ພຽງແຕ່ວ່າຜູ້ຄົນໃນປັດຈຸບັນເວົ້າເຖິງສິ່ງເຫຼົ່ານັ້ນຢ່າງເຈາະຈົງຫຼາຍຂຶ້ນ ແລະ ເປີດເຜີຍຫຼາຍຂຶ້ນ. ພວກເຂົາບໍ່ພຽງແຕ່ປະຕິເສດການມີຢູ່ ແລະ ອຳນາດສູງສຸດຂອງພຣະເຈົ້າເທົ່ານັ້ນ, ແຕ່ພວກເຂົາກໍຍັງຕໍ່ຕ້ານ ແລະ ກ່າວໂທດພຣະເຈົ້າໃນລະດັບທີ່ຮ້າຍແຮງຂຶ້ນເລື້ອຍໆ.

ຍົກຕົວຢ່າງ: ຄົນໃນສະໄໝບູຮານກ່າວວ່າ “ເມື່ອປະເທດຊາດມີບັນຫາ, ທຸກຄົນລ້ວນແຕ່ມີສ່ວນຮັບຜິດຊອບ”, ເຊິ່ງເປັນຄຳເວົ້າທີ່ສືບທອດກັນມາຈົນເຖິງທຸກມື້ນີ້. ຜູ້ຄົນຫວງແຫນຄຳເວົ້ານີ້, ໂດຍສະເພາະແມ່ນຜູ້ທີ່ຮັກຊາດ, ເຊິ່ງໄດ້ຖືມັນເປັນຄະຕິປະຈຳໃຈຂອງພວກເຂົາ. ຕອນນີ້ພວກເຈົ້າໄດ້ມາຢູ່ຕ່າງປະເທດແລ້ວ, ຖ້າຄົນອື່ນເວົ້າວ່າມີເຫດການບາງຢ່າງເກີດຂຶ້ນໃນປະເທດຈີນ, ມັນຈະມີສ່ວນກ່ຽວຂ້ອງຫຍັງກັບພວກເຈົ້າບໍ? (ບໍ່.) ເປັນຫຍັງພວກເຈົ້າຈຶ່ງເວົ້າວ່າມັນບໍ່ໄດ້ມີສ່ວນກ່ຽວຂ້ອງຫຍັງກັບພວກເຈົ້າ? ມີບາງຄົນເວົ້າວ່າ “ຂ້ອຍກຽດຊັງປະເທດນັ້ນ. ຕອນນີ້ພວກກອມມູນິດກຳລັງກຳອຳນາດ, ເຊິ່ງກໍຄືພັກການເມືອງທີ່ຊົ່ວຮ້າຍນັ້ນ. ພັກກອມມູນິດຄືມານຮ້າຍຊາຕານ, ມັນຄືລະບອບຜະເດັດການ ແລະ ບໍ່ໄດ້ມີສ່ວນກ່ຽວຂ້ອງຫຍັງກັບຂ້ອຍ. ມັນໄດ້ຂົ່ມເຫັງພວກເຮົາ ແລະ ກີດກັນບໍ່ໃຫ້ພວກເຮົາເຊື່ອໃນພຣະເຈົ້າ. ຂ້ອຍກຽດຊັງມັນ”. ສົມມຸດວ່າມື້ໜຶ່ງ, ປະເທດນັ້ນກຳລັງຈະພິນາດ, ເຈົ້າກໍອາດຈະບໍ່ຮູ້ສຶກຫຍັງໃນຫົວໃຈຂອງເຈົ້າ, ແຕ່ເມື່ອເຈົ້າໄດ້ຍິນວ່າແຂວງທີ່ເຈົ້າຈາກມານັ້ນຖືກບຸກລຸກ ແລະ ຍຶດຄອງໂດຍກຸ່ມຄົນຕ່າງຊາດ, ເຈົ້າຈະຮູ້ສຶກຄືກັບວ່າເຈົ້າໄດ້ກາຍເປັນຜູ້ລີ້ໄພ, ເປັນຄົນພະເນຈອນທີ່ບໍ່ມີບ້ານໃຫ້ກັບ ແລະ ເຈົ້າຈະຮູ້ສຶກເສຍໃຈ ແລະ ຮູ້ສຶກວ່າເຈົ້າບໍ່ສາມາດກັບຄືນສູ່ຮາກເຫງົ້າຂອງຕົນໄດ້ ຄືກັບໃບໄມ້ທີ່ຫຼົ່ນລົງມາ. ການກັບຄືນສູ່ຮາກເຫງົ້າຂອງຕົນຄືກັບໃບໄມ້ທີ່ຫຼົ່ນລົງ, ນີ້ແມ່ນຄວາມຄິດແບບດັ້ງເດີມອີກຢ່າງໜຶ່ງ. ແລະ ສົມມຸດວ່າ, ມື້ໜຶ່ງຫຼັງຈາກນັ້ນ, ເຈົ້າໄດ້ຍິນຂ່າວຢ່າງກະທັນຫັນວ່າບ້ານເກີດຂອງເຈົ້າ, ແຜ່ນດິນບ່ອນທີ່ເຈົ້າເກີດ ແລະ ເຕີບໃຫຍ່, ໄດ້ຖືກບຸກລຸກ ແລະ ຍຶດຄອງໂດຍກຸ່ມຄົນຕ່າງຊາດ, ເສັ້ນທາງທີ່ເຈົ້າຍ່າງໄປໂຮງຮຽນທຸກມື້ໄດ້ຖືກຍຶດຄອງໂດຍກຸ່ມຄົນຕ່າງຊາດ ແລະ ເຮືອນຂອງເຈົ້າ ແລະ ທີ່ດິນຂອງຄອບຄົວເຈົ້າໄດ້ຖືກກຸ່ມຄົນຕ່າງຊາດຍຶດເອົາໄປ. ສິ່ງທີ່ເຄີຍເປັນຂອງເຈົ້າໄດ້ຫາຍໄປແລ້ວ, ທີ່ດິນຕອນນ້ອຍໆນັ້ນ ເຊິ່ງຝັງເລິກຢູ່ໃນຫົວໃຈຂອງເຈົ້າ, ທີ່ດິນຕອນທີ່ເຈົ້າມີຄວາມຜູກພັນທີ່ໃກ້ຊິດທີ່ສຸດໄດ້ຫາຍໄປແລ້ວ ແລະ ຍາດພີ່ນ້ອງທັງໝົດຂອງເຈົ້າທີ່ຢູ່ບ່ອນນັ້ນກໍຫາຍໄປແລ້ວ. ໃນເວລານັ້ນ, ເຈົ້າຈະຄິດວ່າ “ຂ້ອຍຈະມີບ້ານໄດ້ແນວໃດ ຖ້າຂ້ອຍບໍ່ມີປະເທດ? ຕອນນີ້ຂ້ອຍໄດ້ກາຍເປັນຜູ້ລີ້ໄພຢ່າງແທ້ຈິງ, ຂ້ອຍເປັນຄົນທີ່ບໍ່ມີບ້ານຢູ່ຢ່າງແທ້ຈິງ, ຂ້ອຍໄດ້ກາຍເປັນຄົນພະເນຈອນ. ເບິ່ງຄືວ່າຄຳເວົ້າທີ່ວ່າ ‘ເມື່ອປະເທດຊາດມີບັນຫາ, ທຸກຄົນລ້ວນແຕ່ມີສ່ວນຮັບຜິດຊອບ’ ນັ້ນຖືກຕ້ອງ!” ເມື່ອເວລານັ້ນມາເຖິງ, ເຈົ້າກໍຈະປ່ຽນໄປ. ແລ້ວເປັນຫຍັງຕອນນີ້ເຈົ້າຈຶ່ງບໍ່ໄດ້ຄິດວ່າຄຳເວົ້ານີ້ຖືກຕ້ອງ? ມັນມີພູມຫຼັງ ແລະ ຫຼັກຖານສຳລັບເລື່ອງນີ້, ເພາະວ່າປະເທດນັ້ນໄດ້ຂົ່ມເຫັງເຈົ້າ ແລະ ເຮັດໃຫ້ເຈົ້າເຈັບປວດຫຼາຍເກີນໄປ ແລະ ມັນບໍ່ໄດ້ຍອມຮັບເອົາເຈົ້າ ແລະ ເຈົ້າກໍກຽດຊັງມັນ. ຄວາມຈິງກໍຄື ສິ່ງທີ່ເຈົ້າກຽດຊັງແທ້ໆ ບໍ່ແມ່ນແຜ່ນດິນນັ້ນ. ສິ່ງທີ່ເຈົ້າກຽດຊັງຄືລະບອບຂອງຊາຕານທີ່ໄດ້ຂົ່ມເຫັງເຈົ້າ. ເຈົ້າບໍ່ຍອມຮັບວ່າມັນເປັນປະເທດຂອງເຈົ້າ, ສະນັ້ນ ໃນເວລານີ້, ເມື່ອໃດກໍຕາມທີ່ຄົນອື່ນເວົ້າວ່າ “ເມື່ອປະເທດຊາດຕົກຢູ່ໃນວິກິດ, ທຸກຄົນລ້ວນແຕ່ມີຄວາມຮັບຜິດຊອບ”, ເຈົ້າກໍເວົ້າວ່າ “ມັນບໍ່ໄດ້ມີສ່ວນກ່ຽວຂ້ອງຫຍັງກັບຂ້ອຍ”. ແຕ່ເມື່ອມື້ໜຶ່ງ ແຜ່ນດິນບ່ອນທີ່ເຈົ້າເກີດ ແລະ ເຕີບໃຫຍ່ມາບໍ່ໄດ້ເປັນຂອງເຈົ້າອີກຕໍ່ໄປ ແລະ ເຈົ້າບໍ່ມີບ້ານເກີດອີກຕໍ່ໄປ, ເຈົ້າຈະຮູ້ສຶກວ່າເຈົ້າເປັນຄົນພະເນຈອນ ແລະ ເປັນຄົນທີ່ບໍ່ມີສັນຊາດ ແລະ ເຈົ້າໄດ້ສູນເສຍປະເທດຂອງເຈົ້າໄປຢ່າງແທ້ຈິງ. ໃນເວລານັ້ນ ເຈົ້າຈະຮູ້ສຶກເຈັບປວດຢູ່ໃນຫົວໃຈ. ເຈົ້າຈະຮູ້ສຶກເຈັບປວດໃນຫົວໃຈຍ້ອນຫຍັງ? ມັນອາດຈະເປັນໄປໄດ້ວ່າຕອນນີ້ເຈົ້າຍັງບໍ່ຮູ້ສຶກເຖິງມັນຢ່າງເລິກເຊິ່ງເທື່ອ, ແຕ່ໃນມື້ໜຶ່ງ ມັນຈະກະທົບໃຈເຈົ້າຢ່າງເລິກເຊິ່ງ. ມັນຈະກະທົບໃຈເຈົ້າຢ່າງເລິກເຊິ່ງໃນສະຖານະການແບບໃດ? ມັນບໍ່ເປັນຕາຢ້ານ ຖ້າປະເທດຂອງເຈົ້າລົ້ມສະຫຼາຍ ແລະ ເຈົ້າກໍກາຍເປັນທາດຂອງປະເທດທີ່ລົ້ມສະຫຼາຍ. ສິ່ງທີ່ເປັນຕາຢ້ານແມ່ນຫຍັງ? ເມື່ອເຈົ້າກາຍເປັນທາດຂອງປະເທດທີ່ລົ້ມສະຫຼາຍ ແລະ ຖືກຂົ່ມເຫັງ, ຖືກຈົ່ມດ່າ, ຖືກເລືອກປະຕິບັດ, ຖືກຢຽບຍ່ຳ ແລະ ບໍ່ມີສະຖານທີ່ໃຫ້ຢູ່ໄດ້ຢ່າງສະຫງົບສຸກ, ໃນເວລາແບບນັ້ນ ເຈົ້າຈະຄິດວ່າ “ການມີປະເທດເປັນສິ່ງລ້ຳຄ່າຫຼາຍ. ຖ້າບໍ່ມີປະເທດ ຜູ້ຄົນກໍບໍ່ມີບ້ານທີ່ແທ້ຈິງ. ຜູ້ຄົນມີບ້ານໂດຍມີພື້ນຖານມາຈາກການມີປະເທດ, ສະນັ້ນ ຄຳເວົ້ານັ້ນຈຶ່ງກ່າວໄວ້ຢ່າງດີວ່າ ‘ເມື່ອປະເທດຊາດຕົກຢູ່ໃນວິກິດ, ທຸກຄົນລ້ວນແຕ່ມີຄວາມຮັບຜິດຊອບ’”. ໃນວະລີທີ່ວ່າ “ທຸກຄົນລ້ວນແຕ່ມີຄວາມຮັບຜິດຊອບ” ນີ້, “ຄວາມຮັບຜິດຊອບ” ນີ້ແມ່ນເພື່ອຫຍັງ? ເພື່ອຄວາມສະຫງົບສຸກຂອງບ້ານຕົນເອງ, ເພື່ອໃຫ້ສາມາດປົກປ້ອງບ້ານຂອງຕົນເອງໄດ້. ເມື່ອເຈົ້າຄິດເຖິງເລື່ອງນີ້, ເມື່ອເຈົ້າຖືກເລືອກປະຕິບັດໂດຍກຸ່ມຄົນຕ່າງຊາດ ຫຼື ຢູ່ໃນຕ່າງປະເທດ, ເມື່ອເຈົ້າຕ້ອງການສະຖານທີ່ທີ່ເປັນຂອງເຈົ້າ ແລະ ເມື່ອເຈົ້າຕ້ອງການປະເທດທີ່ຢູ່ເບື້ອງຫຼັງເພື່ອຄ້ຳຊູກຽດສັກສີ, ໜ້າຕາ, ຕົວຕົນ ແລະ ສະຖານະຂອງເຈົ້າ, ເຈົ້າຈະຮູ້ສຶກແນວໃດ? ເຈົ້າຈະຄິດວ່າ “ຖ້າຄົນທີ່ຢູ່ໃນຕ່າງປະເທດມີການສະໜັບສະໜູນທີ່ຊົງພະລັງຢູ່ເບື້ອງຫຼັງ, ມັນຕ້ອງໄດ້ມາຈາກປະເທດແມ່ທີ່ຍິ່ງໃຫຍ່!” ແລ້ວສະພາບຈິດໃຈຂອງເຈົ້າຈະແຕກຕ່າງຈາກຕອນນີ້ຢູ່ບໍ? (ແຕກຕ່າງ.) ຕອນນີ້ເຈົ້າເປັນພຽງຄົນຫົວຮ້ອນຊົ່ວຄາວ, ສະນັ້ນ ເຈົ້າຈຶ່ງເວົ້າວ່າບໍ່ວ່າຈະເກີດຫຍັງຂຶ້ນໃນປະເທດຂອງເຈົ້າ ມັນກໍບໍ່ໄດ້ມີສ່ວນກ່ຽວຂ້ອງກັບເຈົ້າ. ຖ້າເຈົ້າຍັງສາມາດເວົ້າສິ່ງເຊັ່ນນີ້ໄດ້ເມື່ອເວລານັ້ນມາເຖິງ, ເຈົ້າຕ້ອງມີສະພາວະແບບໃດ? ມີຄວາມຈິງຢ່າງໜຶ່ງໃນໂລກນີ້ທີ່ທຸກຄົນອາດຈະຮູ້, ນັ້ນກໍຄື ຖ້າປາສະຈາກການໜູນຫຼັງຂອງປະເທດແມ່ທີ່ເຂັ້ມແຂງ, ເຈົ້າຈະຖືກເລືອກປະຕິບັດ ແລະ ຖືກຂົ່ມເຫັງໃນຕ່າງປະເທດຢ່າງແນ່ນອນ. ເມື່ອເຖິງເວລາທີ່ເຈົ້າຕ້ອງປະສົບກັບສິ່ງນັ້ນແທ້ໆ, ສິ່ງທຳອິດທີ່ເຈົ້າຈະຮຽກຮ້ອງຫາແມ່ນຫຍັງ? ບາງຄົນຈະເວົ້າວ່າ: “ມັນຄົງຈະດີຫຼາຍຖ້າຂ້ອຍເປັນຄົນຢິວ ຫຼື ຄົນຍີ່ປຸ່ນ. ບໍ່ມີໃຜກ້າຂົ່ມເຫັງຂ້ອຍ. ຂ້ອຍຈະໄດ້ຮັບການນັບຖືຢ່າງສູງຈາກຜູ້ຄົນໃນປະເທດໃດກໍຕາມທີ່ຂ້ອຍໄປ. ເປັນຫຍັງຂ້ອຍຈຶ່ງເກີດມາໃນປະເທດຈີນ? ປະເທດທີ່ບໍ່ມີຄວາມສາມາດ ແລະ ຄົນຈີນກໍຖືກຂົ່ມເຫັງບໍ່ວ່າພວກເຂົາຈະໄປໃສກໍຕາມ”. ພວກເຈົ້າຈະຄິດເຖິງຫຍັງກ່ອນເມື່ອມີເລື່ອງແບບນີ້ເກີດຂຶ້ນ? (ພວກເຮົາມີຄວາມສັດທາໃນພຣະເຈົ້າ ແລະ ອ່ອນນ້ອມຕໍ່ການຈັດວາງ ແລະ ການຈັດແຈງຂອງພຣະເຈົ້າ.) ສິ່ງນີ້ຖືກຕ້ອງ. ແຕ່ຄົນເຮົາຕ້ອງເຂົ້າໃຈຄວາມຈິງຫຼາຍປານໃດ, ພວກເຂົາຕ້ອງມີປະສົບການຫຍັງແດ່ ແລະ ພວກເຂົາຄວນມີຄວາມເຂົ້າໃຈຈາກປະສົບການຫຼາຍປານໃດ ເພື່ອທີ່ຈະສາມາດເວົ້າສິ່ງເຊັ່ນນີ້ ແລະ ປ່ຽນມັນໃຫ້ກາຍເປັນສະຖານະຂອງພວກເຂົາເອງ? ເມື່ອມີເລື່ອງແບບນີ້ເກີດຂຶ້ນ, ເຈົ້າຕ້ອງມີແນວຄິດ, ຄວາມເຂົ້າໃຈ ແລະ ປະສົບການຕົວຈິງແບບໃດ ເພື່ອທີ່ຈະບໍ່ໄດ້ຕົກຢູ່ໃນສະພາວະອ່ອນແອ? ແລະ ເພື່ອທີ່ຈະບໍ່ຮູ້ສຶກເສຍໃຈ ເຖິງແມ່ນວ່າຈະມີຄົນຖົ່ມນ້ຳລາຍໃສ່ເຈົ້າ ແລະ ເອີ້ນເຈົ້າວ່າທາດຂອງປະເທດທີ່ລົ້ມສະຫຼາຍ? ເຈົ້າຕ້ອງມີສະຖານະແບບໃດ ເພື່ອທີ່ຈະບໍ່ໄດ້ຮູ້ສຶກເສຍໃຈ ແລະ ບໍ່ໄດ້ທົນທຸກຕໍ່ຂໍ້ຈຳກັດເຫຼົ່ານີ້? ພວກເຈົາມີສະຖານະແບບນີ້ໃນຕອນນີ້ແລ້ວບໍ? (ບໍ່.) ພວກເຈົ້າບໍ່ມີມັນໃນຕອນນີ້, ແຕ່ພວກເຈົ້າອາດຈະມີມັນໃນມື້ໃດມື້ໜຶ່ງບໍ? ຄວາມຈິງຂໍ້ໃດທີ່ພວກເຈົ້າຕ້ອງມີໄວ້ໃຫ້ພ້ອມ? ຄວາມຈິງຂໍ້ໃດທີ່ພວກເຈົ້າຕ້ອງເຂົ້າໃຈ? ໃນປັດຈຸບັນ, ທັນທີທີ່ບາງຄົນໄດ້ຍິນວ່າສະມາຊິກຄອບຄົວຂອງພວກເຂົາໃນຈີນແຜ່ນດິນໃຫຍ່ຖືກຈັບກຸມຍ້ອນເຊື່ອໃນພຣະເຈົ້າ, ສິ່ງທີ່ພວກເຂົາເຂົ້າໃຈໃນຫົວໃຈ ເຊິ່ງກໍຄືທຸກຢ່າງຢູ່ໃນມືຂອງພຣະເຈົ້າ ກໍກາຍເປັນຫຼັກຄຳສອນສຳລັບພວກເຂົາ ແລະ ພວກເຂົາກໍຖືກຈຳກັດໂດຍຄວາມຈິງທີ່ວ່າສະມາຊິກຄອບຄົວຂອງພວກເຂົາຖືກຈັບກຸມ ແລະ ພວກເຂົາບໍ່ມີຄວາມຕັ້ງໃຈທີ່ຈະປະຕິບັດໜ້າທີ່ຂອງພວກເຂົາ. ຖ້າພວກເຂົາໄດ້ຍິນວ່າພີ່ນ້ອງເສຍຊີວິດ, ພວກເຂົາອາດຈະເປັນລົມລົ້ມພັບຢູ່ບ່ອນນັ້ນເລີຍ. ພວກເຈົ້າຈະຮູ້ສຶກແນວໃດຖ້າແຜ່ນດິນນັ້ນຖືກທຳລາຍ ແລະ ທຸກຄົນໃນແຜ່ນດິນນັ້ນເສຍຊີວິດໝົດ? ສິ່ງທີ່ເປັນປະເພນີແບບດັ້ງເດີມ ເຊັ່ນ: ປະເທດ, ບ້ານ, ບ້ານເກີດ ແລະ ປະເທດແມ່ ພ້ອມທັງແນວຄິດ ແລະ ວັດທະນະທຳແບບດັ້ງເດີມບາງຢ່າງທີ່ກ່ຽວຂ້ອງກັບຄຳເວົ້າເຫຼົ່ານີ້ ມີນ້ຳໜັກຫຼາຍປານໃດໃນສ່ວນເລິກຂອງຫົວໃຈຂອງພວກເຈົ້າ? ໃນຊີວິດຂອງເຈົ້າ, ສິ່ງເຫຼົ່ານີ້ຍັງຄອບງຳການກະທຳ ແລະ ຄວາມຄິດ ແລະ ພຶດຕິກຳທັງໝົດຂອງເຈົ້າຢູ່ບໍ? ຖ້າຫົວໃຈຂອງເຈົ້າຍັງຖືກຄອບງຳໂດຍສິ່ງທີ່ເປັນປະເພນີແບບດັ້ງເດີມທັງໝົດເຫຼົ່ານີ້ທີ່ເຈົ້າມີຄວາມຜູກພັນນຳ ເຊັ່ນ: ປະເທດ, ເຊື້ອຊາດ, ຊົນເຜົ່າ, ຄອບຄົວ, ບ້ານເກີດ, ແຜ່ນດິນ ແລະ ອື່ນໆ ນັ້ນກໍໝາຍຄວາມວ່າ ສິ່ງເຫຼົ່ານີ້ຍັງມີນ້ຳໜັກຂອງວັດທະນະທຳແບບດັ້ງເດີມໃນລະດັບໃດໜຶ່ງຢູ່ໃນຫົວໃຈຂອງເຈົ້າ, ແລ້ວບົດເທດສະໜາທີ່ເຈົ້າຟັງ ແລະ ຄວາມຈິງທີ່ເຈົ້າເຂົ້າໃຈກໍລ້ວນແຕ່ເປັນຫຼັກຄຳສອນສຳລັບເຈົ້າ. ຖ້າເຈົ້າໄດ້ຟັງບົດເທດສະໜາຈຳນວນຫຼາຍ, ແຕ່ບໍ່ສາມາດປ່ອຍວາງແມ່ນແຕ່ສິ່ງທີ່ເປັນພື້ນຖານທີ່ສຸດທີ່ຜູ້ຄົນຄວນປ່ອຍວາງ ແລະ ແຍກຕົວອອກຈາກມັນມາໄດ້ ແລະ ເຈົ້າບໍ່ສາມາດປະຕິບັດຕໍ່ສິ່ງເຫຼົ່ານັ້ນຢ່າງຖືກຕ້ອງໄດ້, ແລ້ວຄວາມຈິງທີ່ເຈົ້າເຂົ້າໃຈເຫຼົ່ານັ້ນໄດ້ແກ້ໄຂບັນຫາຫຍັງແທ້?

ຫຼັງຈາກທີ່ຄົນຈີນຈຳນວນຫຼາຍມາປະເທດຕາເວັນຕົກ, ພວກເຂົາກໍຢາກປູກຝັງວັດທະນະທຳແບບດັ້ງເດີມຂອງພວກເຂົາ ແລະ ສິ່ງທີ່ພວກເຂົາຄິດວ່າຖືກຕ້ອງ ແລະ ດີງາມໃສ່ໃນຕົວຊາວຕາເວັນຕົກ. ເຊັ່ນດຽວກັນ, ຊາວຕາເວັນຕົກກໍຈະບໍ່ຍອມນ້ອຍໜ້າ ແລະ ເຊື່ອວ່າວັດທະນະທຳແບບດັ້ງເດີມຂອງພວກເຂົາກໍມີມາແຕ່ດົນນານເຊັ່ນກັນ. ຍົກຕົວຢ່າງ: ໂຣມບູຮານ, ເອຢິບບູຮານ ແລະ ເກຣັກບູຮານ ລ້ວນແລ້ວແຕ່ມີຄຳວ່າ “ບູຮານ” ຢູ່ໃນນັ້ນ ແລະ ວັດທະນະທຳຂອງພວກເຂົາກໍມີອາຍຸຫຼາຍກວ່າສາມພັນປີ. ເມື່ອເບິ່ງໂດຍອີງໃສ່ຕົວເລກນີ້, ກໍມີມໍລະດົກທາງວັດທະນະທຳຈຳນວນໜຶ່ງຢູ່ບ່ອນນີ້ ແລະ ສິ່ງທີ່ຜະລິດຂຶ້ນໂດຍມໍລະດົກທາງວັດທະນະທຳນີ້ກໍຖືກພິຈາລະນາໃນບັນດາມະນຸດຊາດວ່າເປັນແກ່ນແທ້ຂອງຊີວິດມະນຸດທັງປວງ ແລະ ເປັນຜົນລວມຂອງສິ່ງທີ່ສຳຄັນທີ່ສຸດທີ່ອອກມາຈາກຊີວິດ, ການດຳລົງຢູ່ ແລະ ການປະພຶດຕົນຂອງມະນຸດຊາດ. ສິ່ງທີ່ສຳຄັນທີ່ສຸດທີ່ມະນຸດຊາດສືບທອດກັນມານັ້ນຖືກເອີ້ນວ່າຫຍັງ? ວັດທະນະທຳແບບດັ້ງເດີມ. ຄົນຮຸ່ນຕໍ່ຮຸ່ນໄດ້ສືບທອດວັດທະນະທຳແບບດັ້ງເດີມນີ້ ແລະ ທຸກຄົນຕ່າງກໍຄິດຢູ່ໃນຫົວໃຈວ່າ ນີ້ຄືສິ່ງທີ່ດີທີ່ສຸດ. ບໍ່ວ່າຜູ້ຄົນຈະຍຶດໝັ້ນຕາມມັນໄດ້ ຫຼື ບໍ່, ໂດຍທົ່ວໄປແລ້ວ ຄົນທຸກເຊື້ອຊາດຖືວ່າມັນເປັນສິ່ງທີ່ຢູ່ເໜືອສິ່ງອື່ນໃດ ແລະ ຖືວ່າມັນເປັນຄວາມຈິງ. ສະນັ້ນ, ຄົນທຸກເຊື້ອຊາດຈຶ່ງມີສິ່ງທີ່ເປັນແບບດັ້ງເດີມຈຳນວນໜຶ່ງທີ່ຢືນຢັດຕໍ່ການກວດສອບໄດ້ ແລະ ມີອິດທິພົນທີ່ເລິກເຊິ່ງເປັນພິເສດຕໍ່ພວກເຂົາ ແລະ ພວກເຂົາໃຊ້ສິ່ງເຫຼົ່ານີ້ເພື່ອແຂ່ງຂັນ ແລະ ປຽບທຽບກັນເອງ ແລະ ເຖິງຂັ້ນພະຍາຍາມເອົາຊະນະກັນ. ຍົກຕົວຢ່າງ: ຄົນຈີນເວົ້າວ່າ: “ເຫຼົ້າຂາວຈີນຂອງພວກເຮົາດີ, ມັນມີລະດັບຂອງເຫຼົ້າທີ່ສູງແທ້ໆ!” ຊາວຕາເວັນຕົກເວົ້າວ່າ: “ເຫຼົ້າຂອງພວກເຈົ້າດີບ່ອນໃດ? ລະດັບຂອງເຫຼົ້າສູງຫຼາຍຈົນເຮັດໃຫ້ເມົາຫຼັງຈາກທີ່ດື່ມມັນ ແລະ ຍິ່ງໄປກວ່ານັ້ນ ມັນກໍທຳລາຍຕັບຢ່າງແທ້ຈິງ. ເຫຼົ້າແວງແດງທີ່ຊາວຕາເວັນຕົກແບບພວກເຮົາດື່ມມີລະດັບຂອງເຫຼົ້າທີ່ຕ່ຳ, ມັນໄດ້ທຳລາຍຕັບພຽງໜ້ອຍດຽວ ແລະ ມັນຍັງຊ່ວຍໃຫ້ເລືອດໄຫຼວຽນດີ”. ຄົນຈີນເວົ້າວ່າ: “ເຫຼົ້າຂາວຂອງພວກເຮົາກໍຊ່ວຍໃຫ້ເລືອດໄຫຼວຽນດີເຊັ່ນກັນ ແລະ ເຮັດໜ້າທີ່ນັ້ນໄດ້ດີຫຼາຍ. ທັນທີທີ່ເຈົ້າດື່ມມັນ, ມັນກໍຂຶ້ນຫົວ ແລະ ໜ້າຂອງເຈົ້າກໍຈະແດງກ່ຳໄປທົ່ວ. ເຫຼົ້າແວງແດງຂອງພວກເຈົ້ານັ້ນແຮງບໍ່ພໍ, ບໍ່ວ່າເຈົ້າຈະດື່ມຫຼາຍປານໃດ ເຈົ້າກໍບໍ່ເມົາ. ເຈົ້າເຫັນບໍ່, ພວກເຮົາມີວັດທະນະທຳການດື່ມເຫຼົ້າ ແລະ ມີວັດທະນະທຳການດື່ມຊາ”. ຊາວຕາເວັນຕົກເວົ້າວ່າ: “ພວກເຮົາກໍມີວັດທະນະທຳການດື່ມຊາເຊັ່ນດຽວກັນ ແລະ ມີວັດທະນະທຳການດື່ມກາເຟ, ມີວັດທະນະທຳການດື່ມເຫຼົ້າ ແລະ ໃນປັດຈຸບັນ ພວກເຮົາກໍຍັງມີວັດທະນະທຳອາຫານຈານດ່ວນ”. ໃນການປຽບທຽບກັນເອງ, ບໍ່ມີໃຜຍອມໃຜ ແລະ ບໍ່ມີໃຜຍອມຮັບສິ່ງໃດຈາກອີກຄົນໜຶ່ງ. ພວກເຂົາທຸກຄົນລ້ວນແຕ່ຄິດວ່າສິ່ງຂອງຕົນເອງຄືຄວາມຈິງ, ແຕ່ໃນຄວາມເປັນຈິງແລ້ວ ບໍ່ມີສິ່ງໃດເລີຍທີ່ເປັນຄວາມຈິງ. ບໍ່ຕ້ອງເວົ້າເຖິງຜູ້ບໍ່ມີຄວາມເຊື່ອ, ສິ່ງທີ່ໜ້າເສົ້າໃຈທີ່ສຸດກໍຄື ແມ່ນແຕ່ຜູ້ທີ່ເຊື່ອໃນພຣະເຈົ້າ ແລະ ທີ່ຮ້າຍໄປກວ່ານັ້ນຄື ຜູ້ທີ່ຍອມຮັບສະພາບວຽກງານໃນຂັ້ນຕອນນີ້ມາເປັນເວລາ 20 ຫຼື 30 ປີ ກໍຍັງບໍ່ຮັບຮູ້ວ່າສິ່ງເຫຼົ່ານີ້ບໍ່ແມ່ນຄວາມຈິງເລີຍ. ມີບາງຄົນເວົ້າວ່າ “ມັນເວົ້າໄດ້ບໍ່ວ່າມັນບໍ່ມີສ່ວນກ່ຽວຂ້ອງກັບຄວາມຈິງເລີຍ?” ແມ່ນແຕ່ຈະເວົ້າວ່າມີສ່ວນກ່ຽວຂ້ອງກໍຍັງບໍ່ໄດ້ເລີຍ. ມັນບໍ່ແມ່ນຄວາມຈິງ, ມັນບໍ່ໄດ້ມີສ່ວນກ່ຽວຂ້ອງ ຫຼື ການເຊື່ອມໂຍງໃດກໍຕາມເລີຍກັບຄວາມຈິງ, ພວກມັນບໍ່ຄືກັນ ແລະ ພວກມັນບໍ່ແມ່ນສິ່ງດຽວກັນ. ຄືກັບທອງແດງ, ເຖິງແມ່ນວ່າຈະຊຸບຄຳໃຫ້ດີສໍ່າໃດ ຫຼື ຂັດເງົາໃຫ້ແວວວາວສໍ່າໃດກໍຕາມ, ມັນກໍຍັງເປັນທອງແດງ, ໃນຂະນະທີ່ຄຳ ເຖິງແມ່ນວ່າຈະບໍ່ໄດ້ຂັດເງົາ, ບໍ່ມີຄວາມແວວວາວ ຫຼື ບໍ່ເຫຼື້ອມ, ມັນກໍຍັງເປັນຄຳ, ພວກມັນບໍ່ແມ່ນສິ່ງດຽວກັນ.

ມີບາງຄົນຖາມວ່າ: “ມັນເປັນເລື່ອງງ່າຍບໍສຳລັບຄົນທີ່ໄດ້ຮັບການສຶກສາອົບຮົມ ແລະ ການປູກຝັງທາງວັດທະນະທຳແບບດັ້ງເດີມທີ່ຂ້ອນຂ້າງດີ ທີ່ຈະຍອມຮັບຄວາມຈິງ?” ບໍ່, ນີ້ແມ່ນສອງເລື່ອງທີ່ແຍກອອກຈາກກັນ. ມີພຽງຮູບແບບການດຳລົງຊີວິດຂອງພວກເຂົາເທົ່ານັ້ນທີ່ແຕກຕ່າງກັນເລັກນ້ອຍ, ແຕ່ທັດສະນະຄະຕິຂອງຜູ້ຄົນທີ່ມີຕໍ່ການຍອມຮັບຄວາມຈິງ, ຄວາມຄິດ ແລະ ມຸມມອງຕ່າງໆຂອງພວກເຂົາ ແລະ ລະດັບຄວາມເສື່ອມຊາມຂອງຊົນຊາດມະນຸດທັງໝົດນັ້ນກໍຄືກັນ. ເມື່ອພຣະເຈົ້າເລີ່ມຕົ້ນກ່າວໃນວຽກງານຂັ້ນຕອນນີ້, ເຊິ່ງແມ່ນຍຸກສຸດທ້າຍ, ພຣະອົງໄດ້ກ່າວໃນບໍລິບົດຂອງຄົນຈີນ ແລະ ກ່າວພຣະທຳຂອງພຣະອົງຕໍ່ພວກເຂົາ. ສາມສິບປີຜ່ານໄປ ແລະ ເມື່ອພຣະທຳເຫຼົ່ານີ້ໄດ້ຖືກເຜີຍແຜ່ໄປສູ່ທຸກເຊື້ອຊາດໃນພາກສ່ວນອື່ນໆຂອງອາຊີ ແລະ ໃນສະຖານທີ່ຕ່າງໆ ເຊັ່ນ: ເອີຣົບ ແລະ ອາເມລິກາ ແລະ ອື່ນໆ, ຫຼັງຈາກທີ່ຜູ້ຄົນອ່ານສິ່ງເຫຼົ່ານັ້ນ, ບໍ່ວ່າຜູ້ຄົນຈະເປັນຄົນຜິວດຳ, ຜິວຂາວ, ຜິວນ້ຳຕານ ຫຼື ຜິວເຫຼືອງ, ພວກເຂົາທຸກຄົນລ້ວນແຕ່ເວົ້າວ່າ “ພຣະທຳເຫຼົ່ານີ້ກຳລັງເວົ້າເຖິງພວກເຮົາ”. ພຣະທຳຂອງພຣະເຈົ້າໄດ້ເປີດໂປງອຸປະນິໄສທີ່ເສື່ອມຊາມຂອງມະນຸດທຸກຄົນ. ມີໜ້ອຍຄົນທີ່ຈະເວົ້າວ່າ “ພຣະທຳເຫຼົ່ານີ້ລ້ວນແຕ່ກ່າວຕໍ່ພວກເຈົ້າທີ່ເປັນຄົນຈີນ. ພວກມັນກຳລັງເວົ້າເຖິງອຸປະນິໄສທີ່ເສື່ອມຊາມຂອງພວກເຈົ້າທີ່ເປັນຄົນຈີນຢູ່, ເຊິ່ງເປັນອຸປະນິໄສທີ່ພວກເຮົາບໍ່ມີ”. ມີພຽງຄົນຈຳນວນໜ້ອຍ, ຄົນທີ່ບໍ່ມີຄວາມເຂົ້າໃຈຝ່າຍວິນຍານ, ທີ່ຈະເວົ້າສິ່ງເຊັ່ນນີ້ໄດ້. ໃນອະດີດ, ຄົນເກົາຫຼີໃຕ້ມີຄວາມເຂົ້າໃຈທີ່ຜິດແບບນີ້. ພວກເຂົາເຊື່ອວ່າຄົນເກົາຫຼີໃຕ້ດຳລົງຊີວິດພາຍໃຕ້ລະບົບສັງຄົມປະຊາທິປະໄຕ ແລະ ລະບອບເສລີ ແລະ ໄດ້ຮັບອິດທິພົນຈາກວັດທະນະທຳຂອງຄຣິສຕຽນ, ລວມເຖິງວັດທະນະທຳເກົາຫຼີທີ່ມີອາຍຸຫຼາຍພັນປີ, ສະນັ້ນ ເຊື້ອຊາດຂອງພວກເຂົາຈຶ່ງໂດດເດັ່ນຫຼາຍກວ່າ ແລະ ສູງສົ່ງຫຼາຍກວ່າຄົນຈີນ. ເປັນຫຍັງພວກເຂົາຈຶ່ງຄິດແນວນັ້ນ? ເພາະວ່າຫຼັງຈາກທີ່ຄົນຈີນຈຳນວນຫຼາຍໄປຮອດເກົາຫຼີໃຕ້, ພວກເຂົາເຮັດໃຫ້ສະຖານທີ່ທີ່ພວກເຂົາໄດ້ໄປນັ້ນເປິເປື້ອນ ແລະ ມີສຽງດັງຂຶ້ນຫຼາຍ, ມີການລັກຂະໂມຍ ແລະ ອາຊະຍາກຳເພີ່ມຂຶ້ນ ແລະ ສິ່ງນີ້ມີຜົນກະທົບທາງລົບບາງຢ່າງຕໍ່ສະພາບສັງຄົມ. ສະນັ້ນ, ອ້າຍເອື້ອຍນ້ອງໃນເກົາຫຼີໃຕ້ຈຶ່ງເຊື່ອວ່າ “ຄົນຈີນຄືລູກຫຼານຂອງມັງກອນແດງທີ່ຍິ່ງໃຫຍ່ ແລະ ຜູ້ສືບເຊື້ອສາຍຂອງໂມອາບ. ພວກເຮົາຄົນເກົາຫຼີໃຕ້ບໍ່ໄດ້ຖືກມັງກອນແດງທີ່ຍິ່ງໃຫຍ່ເຮັດໃຫ້ເສື່ອມຊາມ”. ພວກເຂົາໝາຍຄວາມວ່າແນວໃດໂດຍການເວົ້າແນວນັ້ນ? ມັນໝາຍຄວາມວ່າ “ພວກເຮົາບໍ່ໄດ້ຖືກມັງກອນແດງທີ່ຍິ່ງໃຫຍ່ເຮັດໃຫ້ເສື່ອມຊາມ, ສະນັ້ນ ພວກເຮົາຈຶ່ງບໍ່ໄດ້ເສື່ອມຊາມເທົ່າກັບຄົນຈີນ. ຄົນຈີນເສື່ອມຊາມຫຼາຍກວ່າພວກເຮົາ. ພວກເຮົາດີກວ່າຄົນຈີນ”. ພວກເຂົາໝາຍຄວາມວ່າແນວໃດໂດຍຄຳວ່າ “ດີກວ່າ”? (ມີພຶດຕິກຳທີ່ດີກວ່າ.) ໃນດ້ານໜຶ່ງ, ມັນກ່ຽວກັບພຶດຕິກຳ. ໃນອີກດ້ານໜຶ່ງ, ພວກເຂົາມີຄວາມເຊື່ອຈາກກົ້ນບຶ້ງຂອງຫົວໃຈວ່າ ວັດທະນະທຳແບບດັ້ງເດີມທີ່ປະເທດເກົາຫຼີໃຕ້ໄດ້ສ້າງຂຶ້ນ ແລະ ຍອມຮັບຕັ້ງແຕ່ຕອນເລີ່ມຕົ້ນຂອງປະຫວັດສາດນັ້ນສູງສົ່ງ, ສູງສົ່ງກວ່າວັດທະນະທຳ ແລະ ປະເພນີແບບດັ້ງເດີມຂອງປະເທດຈີນ ແລະ ຜູ້ຄົນ ແລະ ເຊື້ອຊາດທີ່ໄດ້ຮັບການປູກຝັງໂດຍວັດທະນະທຳແບບດັ້ງເດີມເຊັ່ນນີ້ ກໍສູງສົ່ງກວ່າຜູ້ທີ່ໄດ້ຮັບການປູກຝັງໂດຍວັດທະນະທຳແບບດັ້ງເດີມຂອງຈີນ. ສະນັ້ນ, ເມື່ອພວກເຂົາອ່ານພຣະທຳຂອງພຣະເຈົ້າ ແລະ ເຫັນພຣະເຈົ້າກ່າວວ່າ “ພວກເຈົ້າເປັນພວກຂີ້ເຫຍື້ອລາຄາຖືກ”, ພວກເຂົາຈຶ່ງຄິດວ່າພຣະອົງກຳລັງເວົ້າເຖິງຄົນຈີນ. ອ້າຍເອື້ອຍນ້ອງຄົນຈີນເວົ້າວ່າ: “ຄຳວ່າ ‘ພວກເຈົ້າ’ ທີ່ພຣະເຈົ້າກ່າວເຖິງນັ້ນ ໝາຍເຖິງມະນຸດຊາດ”. ຄົນເກົາຫຼີໃຕ້ເວົ້າວ່າ “ນັ້ນບໍ່ຖືກຕ້ອງ, ພຣະເຈົ້າກຳລັງເວົ້າເຖິງ ‘ພວກເຈົ້າ’, ບໍ່ແມ່ນພວກເຮົາ. ສິ່ງທີ່ພຣະເຈົ້າໝາຍເຖິງບໍ່ລວມເອົາຄົນເກົາຫຼີໃຕ້”. ນັ້ນຄືສິ່ງທີ່ພວກເຂົາຄິດ. ນັ້ນກໍຄື ບໍ່ວ່າພວກເຂົາຈະເບິ່ງສິ່ງຕ່າງໆຈາກດ້ານໃດກໍຕາມ, ທັດສະນະ ແລະ ມຸມມອງຂອງພວກເຂົາກໍບໍ່ໄດ້ມາຈາກມຸມມອງຂອງຄວາມຈິງ, ຢ່າວ່າແຕ່ມຸມມອງທີ່ເປັນພາວະວິໄສ ແລະ ຍຸຕິທຳເລີຍ. ແຕ່ພວກເຂົາພັດເບິ່ງສິ່ງຕ່າງໆຈາກບໍລິບົດຂອງເຊື້ອຊາດ ແລະ ວັດທະນະທຳແບບດັ້ງເດີມແທນ. ສະນັ້ນ, ບໍ່ວ່າພວກເຂົາຈະເບິ່ງສິ່ງຕ່າງໆແນວໃດກໍຕາມ, ຜົນໄດ້ຮັບທີ່ຕາມມາກໍຂັດກັບຄວາມຈິງ. ເພາະວ່າບໍ່ວ່າພວກເຂົາຈະເບິ່ງສິ່ງຕ່າງໆແນວໃດ, ຈຸດເລີ່ມຕົ້ນຂອງພວກເຂົາກໍຄື: “ທຸກຢ່າງກ່ຽວກັບປະເທດເກົາຫຼີໃຕ້ທີ່ຍິ່ງໃຫຍ່ຂອງພວກເຮົາເປັນສິ່ງທີ່ຖືກຕ້ອງ, ທຸກຢ່າງທີ່ກ່ຽວກັບປະເທດນັ້ນຄືມາດຕະຖານ ແລະ ທຸກຢ່າງກ່ຽວກັບມັນຄືສິ່ງທີ່ຖືກຕ້ອງ” ຢູ່ສະເໝີ. ພວກເຂົາເບິ່ງທຸກຢ່າງ ແລະ ວັດແທກທຸກສິ່ງຈາກມຸມມອງ ແລະ ຈຸດເລີ່ມຕົ້ນທີ່ຜິດ, ດັ້ງນັ້ນ ຜົນໄດ້ຮັບທີ່ພວກເຂົາຮັບຮູ້ນັ້ນຖືກ ຫຼື ຜິດ? (ຜິດ.) ພວກເຂົາຜິດຢ່າງແນ່ນອນ. ແລ້ວມາດຕະຖານທີ່ຄວນໃຊ້ວັດແທກທຸກຢ່າງຄືຫຍັງ? (ຄວາມຈິງ.) ມັນຄວນເປັນຄວາມຈິງ, ນີ້ຄືມາດຕະຖານ. ມາດຕະຖານຂອງພວກເຂົາເອງນັ້ນຜິດຕັ້ງແຕ່ເລີ່ມຕົ້ນ. ພວກເຂົາວັດແທກທຸກສິ່ງ ແລະ ທຸກເຫດການຈາກມຸມມອງ ແລະ ທັດສະນະທີ່ຜິດ, ສະນັ້ນ ຜົນໄດ້ຮັບທີ່ວັດແທກໄດ້ຈຶ່ງເປັນສິ່ງທີ່ຜິດຢ່າງແນ່ນອນ, ບໍ່ມີຄວາມຍຸຕິທຳ, ບໍ່ຖືກຕ້ອງ ແລະ ຍິ່ງໄປກວ່ານັ້ນ ພວກມັນກໍບໍ່ເປັນພາວະວິໄສ. ສະນັ້ນ, ມັນຈຶ່ງເປັນສິ່ງທີ່ຍາກສຳລັບພວກເຂົາທີ່ຈະຍອມຮັບບາງຢ່າງທີ່ມາຈາກຕ່າງປະເທດ ແລະ ຍິ່ງໄປກວ່ານັ້ນ ຄວາມຄິດຂອງພວກເຂົາກໍຮຸນແຮງຫຼາຍ, ປິດກັ້ນ, ໃຈແຄບ ແລະ ມັກຈະຫົວຮ້ອນ. ຄວາມຫົວຮ້ອນຂອງພວກເຂົາມາຈາກໃສ? ມັນມາຈາກການທີ່ວ່າ ບໍ່ວ່າພວກເຂົາຈະເວົ້າຫຍັງກໍຕາມ, ພວກເຂົາຕ້ອງກ່າວເຖິງ “ປະເທດເກົາຫຼີໃຕ້ທີ່ຍິ່ງໃຫຍ່ຂອງພວກເຮົາ” ແລະ ພວກເຂົາຢືນຢັນທີ່ຈະໃສ່ຄຳວ່າ “ຍິ່ງໃຫຍ່”. ຄຳວ່າ “ຍິ່ງໃຫຍ່” ໝາຍຄວາມວ່າແນວໃດ? ຄຳວ່າ “ຍິ່ງໃຫຍ່” ນີ້ບໍ່ໄດ້ສະແດງເຖິງຄວາມອວດດີບໍ? ຖ້າເຈົ້າເດີນທາງໄປທົ່ວໂລກ ຫຼື ເບິ່ງແຜນທີ່, ເກົາຫຼີໃຕ້ໃຫຍ່ສໍ່າໃດ? ຖ້າມັນໃຫຍ່ກວ່າປະເທດອື່ນແທ້ໆ ແລະ ສາມາດຖືກເອີ້ນວ່າ ຍິ່ງໃຫຍ່ ໄດ້ແທ້ໆ, ເຊັ່ນນັ້ນກໍບໍ່ເປັນຫຍັງທີ່ຈະເອີ້ນມັນວ່າ “ຍິ່ງໃຫຍ່” ໄດ້. ແຕ່ເມື່ອປຽບທຽບກັບປະເທດອື່ນໃນໂລກ, ເກົາຫຼີໃຕ້ບໍ່ແມ່ນສະຖານທີ່ທີ່ໃຫຍ່, ແລ້ວເປັນຫຍັງພວກເຂົາຈຶ່ງຢືນຢັນທີ່ຈະເອີ້ນມັນວ່າ “ຍິ່ງໃຫຍ່”? ນອກຈາກນີ້, ບໍ່ວ່າປະເທດຈະໃຫຍ່ ຫຼື ນ້ອຍ, ກົດລະບຽບ ແລະ ວັດທະນະທຳແບບດັ້ງເດີມທີ່ມັນໄດ້ສ້າງຂຶ້ນ ກໍບໍ່ໄດ້ມາຈາກພຣະເຈົ້າ ແລະ ສິ່ງເຫຼົ່ານັ້ນບໍ່ໄດ້ມາຈາກຄວາມຈິງຢ່າງແນ່ນອນ. ນີ້ເປັນເພາະວ່າ ກ່ອນທີ່ຄົນເຮົາຈະຍອມຮັບຄວາມຈິງ ແລະ ຍອມຮັບຄວາມລອດພົ້ນຂອງພຣະເຈົ້າ, ແນວຄິດທັງໝົດທີ່ພວກເຂົາຍອມຮັບລ້ວນແຕ່ມາຈາກຊາຕານ. ແນວຄິດ, ມຸມມອງ ແລະ ວັດທະນະທຳແບບດັ້ງເດີມທັງໝົດທີ່ຊາຕານໄດ້ສ້າງຂຶ້ນນັ້ນສົ່ງຜົນຫຍັງຕໍ່ຜູ້ຄົນ? ສິ່ງທີ່ພວກມັນໄດ້ເຮັດກໍຄື ການນໍາພາຢ່າງຜິດໆ, ເຮັດໃຫ້ເສື່ອມຊາມ, ຜູກມັດ ແລະ ຈຳກັດຜູ້ຄົນ, ເຊິ່ງສົ່ງຜົນໃຫ້ມະນຸດຊາດທີ່ເສື່ອມຊາມມີຄວາມຄິດທີ່ໃຈແຄບ ແລະ ມີຄວາມຮຸນແຮງ ແລະ ມີມຸມມອງຕໍ່ສິ່ງຕ່າງໆແບບລຳອຽງ ແລະ ເຂົ້າຂ້າງຄົນຝ່າຍດຽວ, ເຖິງຂັ້ນເປັນເລື່ອງທີ່ບໍ່ສົມເຫດສົມຜົນ ແລະ ໄຮ້ສາລະ, ສິ່ງເຫຼົ່ານີ້ຄືຜົນສະທ້ອນທີ່ເກີດຈາກການທີ່ຊາຕານເຮັດໃຫ້ມະນຸດຊາດເສື່ອມຊາມ. ສະນັ້ນ, ເມື່ອຜູ້ຄົນໃນຫຼາຍປະເທດ ແລະ ແມ່ນແຕ່ບາງເຊື້ອຊາດໄດ້ຍິນຄຳວ່າ “ພຣະເຈົ້າບັງເກີດເປັນເນື້ອໜັງໃນປະເທດຈີນ”, ປະຕິກິລິຍາທຳອິດຂອງພວກເຂົາແມ່ນຫຍັງ? ຄຳດຽວເລີຍຄື ເປັນໄປບໍ່ໄດ້! ພວກເຂົາຄິດວ່າສະຖານທີ່ທີ່ພຣະເຈົ້າເກີດນັ້ນໜ້າຈະເປັນບ່ອນໃດ? (ອິດສະຣາເອນ.) ຖືກຕ້ອງແລ້ວ, ອິດສະຣາເອນ. ຜູ້ຄົນມັກປະຕິບັດຕາມກົດລະບຽບ ແລະ ຍຶດໝັ້ນກັບແນວຄິດທີ່ສຸດ. ພວກເຂົາຄິດວ່າອິດສະຣາເອນເປັນສະຖານທີ່ທີ່ພຣະເຈົ້າໄດ້ເຮັດວຽກງານ, ສະນັ້ນ ພຣະເຈົ້າຄວນປາກົດຕົວໃນອິດສະຣາເອນ ຫຼື ໃນຈັກກະວັດທີ່ຍິ່ງໃຫຍ່ບາງແຫ່ງທີ່ພວກເຂົາເຄົາລົບ ຫຼື ພວກເຂົາຄິດວ່າພຣະເຈົ້າຄວນປາກົດຕົວໃນປະເທດຕາມແນວຄິດ ແລະ ຕາມຈິນຕະນາການຂອງພວກເຂົາເຄີຍເປັນອະລິຍະທຳບູຮານ. ປະເທດຈີນບໍ່ແມ່ນປະເທດແບບນັ້ນເລີຍ, ສະນັ້ນ ມັນຈຶ່ງຍາກສຳລັບພວກເຂົາທີ່ຈະຍອມຮັບຄຳພະຍານທີ່ວ່າພຣະເຈົ້າບັງເກີດເປັນເນື້ອໜັງໃນປະເທດຈີນ ແລະ ພຽງແຕ່ຈຸດນີ້ຈຸດດຽວກໍພຽງພໍແລ້ວທີ່ຈະເຮັດໃຫ້ພວກເຂົາສູນເສຍໂອກາດນີ້ທີ່ຈະໄດ້ຮັບຄວາມລອດພົ້ນ. ໃຜເຮັດໃຫ້ເກີດສິ່ງນີ້? (ພວກມັນເກີດຂຶ້ນເອງ.) ເພາະວ່າພວກເຂົາມີແນວຄິດແບບນັ້ນ ແລະ ກາຍເປັນຄົນກະບົດ ແລະ ບໍ່ສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາເລີຍ, ພວກເຂົາຈຶ່ງໄດ້ທຳຮ້າຍຕົນເອງຢ່າງສາຫັດ ແລະ ທຳລາຍໂອກາດດຽວນີ້ທີ່ຈະໄດ້ຮັບຄວາມລອດພົ້ນ.

ຈິນຕະນາການ ແລະ ແນວຄິດຫຼາຍຢ່າງທີ່ຜູ້ຄົນມີເມື່ອພວກເຂົາບໍ່ເຂົ້າໃຈຄວາມຈິງ ແລະ ແມ່ນແຕ່ບາງສິ່ງທີ່ຜູ້ຄົນໄດ້ບູຊາ ລ້ວນແລ້ວແຕ່ເປັນເລື່ອງທີ່ເປັນຕາຫົວ ແລະ ໄຮ້ສາລະຫຼາຍ. ຜູ້ຍິງຊາວເກົາຫຼີໃຕ້ຄົນໜຶ່ງ, ເຊິ່ງອາໄສຢູ່ໃນສະຫະລັດອາເມລິກາ ແລະ ມັກປະເທດນັ້ນ, ໄດ້ຕິດຕໍ່ພົວພັນກັບຊາວອາເມລິກາ ແລະ ໜຶ່ງໃນນັ້ນໄດ້ຖາມລາວວ່າ: “ເທດສະການລະດູໃບໄມ້ປົ່ງໃກ້ຈະມາຮອດແລ້ວ. ຄົນຈີນກິນຫຍັງໃນຊ່ວງເທດສະການລະດູໃບໄມ້ປົ່ງ?” ລາວເວົ້າວ່າ: “ຂ້ອຍບໍ່ແມ່ນຄົນຈີນ, ຂ້ອຍເປັນຄົນເກົາຫຼີໃຕ້”. ຄົນອາເມລິກາຕອບວ່າ “ແລ້ວຄົນເກົາຫຼີໃຕ້ບໍ່ສະຫຼອງເທດສະການລະດູໃບໄມ້ປົ່ງຄືກັນບໍ?” ເຊິ່ງລາວໄດ້ເວົ້າວ່າ “ພວກເຮົາຄົນເກົາຫຼີໃຕ້ບໍ່ໄດ້ສະຫຼອງເທດສະການລະດູໃບໄມ້ປົ່ງ”. ຄົນອາເມລິກາເວົ້າວ່າ: “ຂ້ອຍຄິດວ່າຄົນເກົາຫຼີໃຕ້ສະຫຼອງເທດສະການລະດູໃບໄມ້ປົ່ງເຊັ່ນດຽວກັນກັບຄົນຈີນ”. ລາວຕອບດ້ວຍນ້ຳສຽງທີ່ຫວນໆຢ່າງເຖິງທີ່ສຸດວ່າ: “ພວກເຮົາບໍ່ຄືກັນກັບຄົນຈີນ! ມັນເປັນສິ່ງທີ່ຖືກຕ້ອງບໍທີ່ເຈົ້າຄິດວ່າພວກເຮົາສະຫຼອງເທດສະການລະດູໃບໄມ້ປົ່ງ? ສິ່ງນີ້ລົບລູ່ກຽດສັກສີຂອງພວກເຮົາຄົນເກົາຫຼີໃຕ້ຢ່າງຮ້າຍແຮງ!” ຄົນເກົາຫຼີໃຕ້ບໍ່ໄດ້ສະຫຼອງເທດສະການລະດູໃບໄມ້ປົ່ງແທ້ໆບໍ? (ພວກເຂົາສະຫຼອງ.) ຄວາມຈິງແລ້ວ, ຄົນເກົາຫຼີໃຕ້ກໍສະຫຼອງເທດສະການລະດູໃບໄມ້ປົ່ງເຊັ່ນດຽວກັນ. ແລ້ວເປັນຫຍັງລາວຈຶ່ງເວົ້າວ່າຄົນເກົາຫຼີໃຕ້ບໍ່ໄດ້ສະຫຼອງ? ໃຫ້ພວກເຮົາປຶກສາຫາລືກັນກ່ຽວກັບເລື່ອງນີ້. ການສະຫຼອງເທດສະການລະດູໃບໄມ້ປົ່ງນັ້ນເປັນສິ່ງທີ່ຖືກ ຫຼື ຜິດ? ພວກເຈົ້າສາມາດອະທິບາຍເລື່ອງນີ້ຢ່າງຊັດເຈນໄດ້ບໍ? ສຳລັບຊາວຕ່າງຊາດ, ການສະຫຼອງເທດສະການລະດູໃບໄມ້ປົ່ງບໍ່ແມ່ນເລື່ອງທີ່ໜ້າອັບອາຍແຕ່ຢ່າງໃດ. ມັນເປັນພິທີກຳພິເສດທີ່ລະລຶກເຖິງວັນສຳຄັນໃນຊີວິດຂອງຜູ້ຄົນ. ສຳລັບມະນຸດທີ່ອາໄສຢູ່ໃນໂລກຂອງວັດທະນະທຳແບບດັ້ງເດີມນີ້, ການສະຫຼອງເທດສະການລະດູໃບໄມ້ປົ່ງບໍ່ແມ່ນເລື່ອງທີ່ຜິດ ຫຼື ເລື່ອງທີ່ໜ້າອັບອາຍ, ແລ້ວເປັນຫຍັງຜູ້ຍິງຄົນນັ້ນຈຶ່ງບໍ່ກ້າທີ່ຈະຍອມຮັບວ່າໄດ້ສະຫຼອງເທດສະການລະດູໃບໄມ້ປົ່ງ? ເພາະວ່າທັນທີທີ່ລາວຍອມຮັບວ່າໄດ້ສະຫຼອງເທດສະການລະດູໃບໄມ້ປົ່ງ, ລາວກໍຈະບໍ່ທັນສະໄໝແບບຊາວຕາເວັນຕົກອີກຕໍ່ໄປ ແລະ ລາວກໍຈະຖືກຕີຕາວ່າເປັນຄົນອາຊີຕາເວັນອອກທີ່ຍຶດຕິດກັບປະເພນີແບບດັ້ງເດີມຫຼາຍ ແລະ ລາວບໍ່ຢາກໃຫ້ຜູ້ຄົນຄິດວ່າລາວເປັນຜູ້ຍິງຊາວອາຊີຕາເວັນອອກແບບດັ້ງເດີມ. ລາວຢາກໃຫ້ຜູ້ຄົນຄິດວ່າລາວບໍ່ໄດ້ຍຶດຕິດກັບປະເພນີແບບດັ້ງເດີມຂອງອາຊີຕາເວັນອອກ ແລະ ລາວກໍບໍ່ເຂົ້າໃຈປະເພນີແບບດັ້ງເດີມຂອງອາຊີຕາເວັນອອກ ຫຼື ລາວເຖິງຂັ້ນບໍ່ຮູ້ຫຍັງກ່ຽວກັບສິ່ງເຫຼົ່ານັ້ນເລີຍ. ລາວຍັງຢາກໃຫ້ພວກເຂົາຮູ້ວ່າລາວເວົ້າພາສາອັງກິດໄດ້ຢ່າງຄ່ອງແຄ້ວ, ຍ້ອມຜົມສີທອງ, ໃສ່ຄອນແທັກເລນສີຟ້າ, ແຕ່ງກາຍຄືກັບຊາວຕາເວັນຕົກ ແລະ ມີຄວາມກ້າຫານ ແລະ ບໍ່ຖືກຈຳກັດ, ມີອິດສະລະພາບ, ມີຄວາມເປັນເຈົ້າການຕົນເອງ ແລະ ມີວິໄສທັດຄືກັບຜູ້ຍິງຊາວຕາເວັນຕົກ, ນັ້ນຄືວິທີທີ່ລາວຢາກໃຫ້ຜູ້ຄົນເບິ່ງວ່າລາວເປັນແນວນັ້ນ. ສະນັ້ນ, ພາຍໃຕ້ອິດທິພົນຂອງຄວາມຄິດນີ້, ເມື່ອໃດກໍຕາມທີ່ມີບາງສິ່ງບາງຢ່າງເກີດຂຶ້ນກັບລາວ, ວິທີທີ່ລາວປະຕິບັດກໍຈະສອດຄ່ອງກັບຄວາມຄິດນີ້. ເມື່ອໃດກໍຕາມທີ່ມີຄົນຖາມລາວວ່າຄົນເກົາຫຼີໃຕ້ໄດ້ສະຫຼອງເທດສະການລະດູໃບໄມ້ປົ່ງ ຫຼື ບໍ່, ລາວກໍຈະຕອບວ່າ “ພວກເຮົາຄົນເກົາຫຼີໃຕ້ບໍ່ໄດ້ສະຫຼອງເທດສະການລະດູໃບໄມ້ປົ່ງ”. ຖ້າຄົນໃກ້ຊິດລາວເວົ້າວ່າ “ເຫັນໄດ້ຢ່າງຊັດເຈນວ່າພວກເຮົາໄດ້ສະຫຼອງເທດສະການລະດູໃບໄມ້ປົ່ງ, ເປັນຫຍັງເຈົ້າຈຶ່ງເວົ້າວ່າພວກເຮົາບໍ່ໄດ້ສະຫຼອງ?” ລາວຈະຕອບວ່າແນວໃດ? “ເຈົ້າໂງ່ຫຼາຍ. ຖ້າຂ້ອຍເວົ້າວ່າພວກເຮົາມີການສະຫຼອງເທດສະການລະດູໃບໄມ້ປົ່ງ, ພວກເຂົາຈະບໍ່ຮູ້ບໍວ່າຂ້ອຍເປັນຄົນເກົາຫຼີໃຕ້ແບບດັ້ງເດີມ?” ລາວຢາກໃຫ້ຜູ້ຄົນຄິດວ່າລາວເກີດ ແລະ ເຕີບໃຫຍ່ໃນສະຫະລັດອາເມລິກາ. ຖ້າເຈົ້າຖາມລາວວ່າ “ເຈົ້າເກີດຢູ່ທີ່ນີ້, ແຕ່ຄອບຄົວຂອງເຈົ້າຢູ່ທີ່ນີ້ມາຈັກຮຸ່ນຄົນແລ້ວ?” ລາວຈະເວົ້າວ່າ: “ບັນພະບຸລຸດຂອງພວກເຮົາເຕີບໃຫຍ່ຢູ່ທີ່ນີ້”. ລາວຄິດວ່ານີ້ຄືສັນຍາລັກຂອງຕົວຕົນ ແລະ ສະຖານະ, ສະນັ້ນ ລາວຈຶ່ງເຖິງຂັ້ນເວົ້າຕົວະ ແລະ ບໍ່ຢ້ານທີ່ຈະຖືກຄົນອື່ນຈັບໄດ້. ນີ້ແມ່ນຄວາມຄິດແບບໃດ? ເລື່ອງນີ້ຄຸ້ມຄ່າທີ່ຈະເວົ້າຕົວະບໍ? ມັນຄຸ້ມຄ່າທີ່ຈະສ່ຽງບໍ? ບໍ່, ມັນບໍ່ຄຸ້ມຄ່າເລີຍ. ແມ່ນແຕ່ເລື່ອງນ້ອຍໆແບບນີ້ ກໍສາມາດເປີດໂປງຄວາມຄິດ ແລະ ມຸມມອງຂອງຄົນເຮົາໄດ້. ຄວາມຄິດ ແລະ ມຸມມອງແບບໃດທີ່ຖືກເປີດໂປງ? ຍິງສາວຄົນຈີນບາງເປັນຄົນງາມຢ່າງແທ້ຈິງ, ແຕ່ພວກເຂົາຢືນຢັນທີ່ຈະຍ້ອມຜົມສີທອງ, ດັດຜົມເປັນລອນ, ໃສ່ຄອນແທັກເລນຫຼາກຫຼາຍເສດສີທີ່ປ່ຽນສີຕາຂອງພວກເຂົາ ແລະ ປອມຕົວເປັນຊາວຕ່າງຊາດ, ມັນເປັນຕາຂັດຫູຂັດຕາແທ້ໆທີ່ເຫັນແບບນັ້ນ. ເປັນຫຍັງພວກເຂົາຈຶ່ງຢືນຢັນທີ່ຈະເປັນຄົນແບບນັ້ນ? ເຊື້ອສາຍຂອງພວກເຂົາປ່ຽນແປງບໍຫຼັງຈາກທີ່ພວກເຂົາເລີ່ມທີ່ຈະແຕ່ງກາຍແບບນັ້ນ? ເຖິງແມ່ນວ່າເຊື້ອສາຍຂອງພວກເຂົາຈະປ່ຽນແປງ ແລະ ໃນຊາດໜ້າພວກເຂົາຈະກັບມາເກີດເປັນຄົນຜິວຂາວ ຫຼື ເປັນຄົນໃນເຊື້ອຊາດທີ່ພວກເຂົາຍົກຍ້ອງ, ແລ້ວມັນຈະເປັນແນວໃດຕໍ່? ພວກເຈົ້າສາມາດເບິ່ງເລື່ອງນີ້ຢ່າງຊັດເຈນໄດ້ບໍ? ຖ້າຄົນໃດໜຶ່ງຢືນຢັນທີ່ຈະປະພຶດຕົນດ້ວຍຮູບແບບໃດໜຶ່ງ ແລະ ບຸກຄະລິກລັກສະນະໃດໜຶ່ງ ແລະ ປອມຕົວເປັນສະມາຊິກຂອງປະເທດ ຫຼື ເຊື້ອຊາດທີ່ພວກເຂົາຍົກຍ້ອງ, ເປັນຫຍັງຈຶ່ງເປັນແນວນີ້? ມີຄວາມຄິດພື້ນຖານບາງຢ່າງທີ່ຄວບຄຸມສິ່ງນີ້ຢູ່ບໍ? ຄວາມຄິດທີ່ຄວບຄຸມນັ້ນແມ່ນຫຍັງ? ມັນຄືກັບຜູ້ຍິງຊາວເກົາຫຼີໃຕ້ຄົນນັ້ນ; ເມື່ອຄົນອາເມລິກາຖາມລາວວ່າລາວຫຼິ້ນປິ່ງປ່ອງເປັນບໍ, ລາວເວົ້າວ່າ “ປິ່ງປ່ອງແມ່ນຫຍັງ? ມີແຕ່ຄົນຈີນເທົ່ານັ້ນທີ່ຫຼິ້ນກິລານັ້ນ. ພວກເຮົາຫຼິ້ນເທັນນິດ ແລະ ກ໊ອຟ”. ຄົນທີ່ສາມາດປະພຶດຕົນ ແລະ ເວົ້າແບບນີ້ແມ່ນຄົນປະເພດໃດ? ນີ້ບໍ່ແມ່ນເປັນສິ່ງຈອມປອມຢູ່ເລັກນ້ອຍບໍ? ທຸກສິ່ງທີ່ລາວເຮັດລ້ວນແຕ່ຈອມປອມ ແລະ ມັນເຮັດໃຫ້ການໃຊ້ຊີວິດຂອງລາວເມື່ອຍຫຼາຍ! ພວກເຈົ້າຈະປະພຶດຕົນແບບນີ້ບໍ? ຄົນຈີນບາງຄົນທີ່ອາໄສຢູ່ໃນປະເທດຕາເວັນຕົກມາຫຼາຍສິບປີ ບໍ່ສາມາດເວົ້າພາສາຈີນໄດ້ອີກຕໍ່ໄປ ເມື່ອພວກເຂົາກັບຄືນບ້ານເກີດ. ນີ້ເປັນເລື່ອງທີ່ບໍ່ດີບໍ? (ແມ່ນ.) ບາງຄົນເວົ້າວ່າ: “ພວກເຮົາຕ້ອງບໍ່ລືມຮາກເຫງົ້າຂອງພວກເຮົາ. ພຣະເຈົ້າຍັງກ່າວວ່າຜູ້ຄົນບໍ່ຄວນລືມຮາກເຫງົ້າຂອງພວກເຂົາ. ພຣະເຈົ້າຄືຮາກເຫງົ້າຂອງຜູ້ຄົນ. ຜູ້ຄົນຖືກສ້າງຂຶ້ນໂດຍພຣະເຈົ້າ ແລະ ທຸກຢ່າງກ່ຽວກັບຜູ້ຄົນກໍມາຈາກພຣະເຈົ້າ, ສະນັ້ນ ໃນຖານະຂອງສິ່ງທີ່ຖືກສ້າງ, ຜູ້ຄົນຕ້ອງບູຊາພຣະເຈົ້າ, ນີ້ຄືຄວາມໝາຍຂອງການບໍ່ລືມຮາກເຫງົ້າຂອງຕົນ”. ມັນບໍ່ແມ່ນກໍລະນີນີ້ບໍ? ມີຄວາມຈິງໃຫ້ໄດ້ສະແຫວງຫາໃນທຸກສະຖານະການ, ແຕ່ຜູ້ຄົນບໍ່ສະແຫວງຫາຄວາມຈິງ ແລະ ພວກເຂົາໄດ້ຢຶດໝັ້ນກັບວັດທະນະທຳແບບດັ້ງເດີມຢ່າງສິ້ນເຊີງ. ເປັນຫຍັງຈຶ່ງເປັນແນວນັ້ນ? ບາງຄົນເວົ້າວ່າ: “ພວກເຮົາບໍ່ເຄີຍລືມຮາກເຫງົ້າຂອງພວກເຮົາ. ບໍ່ວ່າພວກເຮົາຈະໄປໃສ, ພວກເຮົາຍອມຮັບວ່າພວກເຮົາເປັນຄົນຈີນ ແລະ ພວກເຮົາຍອມຮັບວ່າປະເທດຂອງພວກເຮົາທຸກຍາກ ແລະ ລ້າຫຼັງ. ພວກເຮົາຈະບໍ່ມີວັນລືມຮາກເຫງົ້າຂອງພວກເຮົາ”. ສິ່ງນີ້ຖືກຕ້ອງແລ້ວບໍ? ບັນຫາທັງໝົດເຫຼົ່ານີ້, ໃນດ້ານໜຶ່ງ ແມ່ນເກີດມາຈາກອິດທິພົນ ແລະ ການສຶກສາອົບຮົມທີ່ເລິກເຊິ່ງເກີນໄປຂອງສິ່ງທີ່ຖືກເອີ້ນວ່າວັດທະນະທຳແບບດັ້ງເດີມເຫຼົ່ານີ້ທີ່ມີຕໍ່ມະນຸດຊາດ. ອີກດ້ານໜຶ່ງກໍຄື ເຖິງແມ່ນວ່າຫຼັງຈາກທີ່ຜູ້ຄົນໄດ້ຟັງບົດເທດສະໜາມາເປັນເວລາຫຼາຍປີ, ພວກເຂົາກໍບໍ່ໄດ້ໄຕ່ຕອງຢ່າງລະອຽດ ແລະ ສະແຫວງຫາວ່າຄວາມຈິງແມ່ນຫຍັງ. ແຕ່ພວກເຂົາກັບມັກໃຊ້ອ້າງເຖິງວັດທະນະທຳແບບດັ້ງເດີມ ແລະ ສິ່ງທີ່ເສື່ອມໂຊມທີ່ພວກເຂົາມີຢູ່ແລ້ວ, ທີ່ພວກເຂົາໄດ້ຮຽນຮູ້ມາແລ້ວ ແລະ ໄດ້ຝັງຮາກເລິກຢ່າງແໜ້ນໜາ ແລະ ປອມແປງສິ່ງເຫຼົ່ານັ້ນວ່າເປັນຄວາມຈິງ. ນີ້ແມ່ນດ້ານທີສອງ. ດ້ານທີສາມ, ຫຼັງຈາກທີ່ຟັງບົດເທດສະໜາ, ຜູ້ຄົນບໍ່ຄົ້ນຫາຄວາມຈິງໃນພຣະທຳຂອງພຣະເຈົ້າ. ແຕ່ພວກເຂົາກໍໄດ້ໃຊ້ທັດສະນະ ແລະ ຄວາມຮູ້ ແລະ ການຮຽນຮູ້ແບບດັ້ງເດີມໃນແນວຄິດຂອງມະນຸດທີ່ພວກເຂົາຮູ້ຢູ່ແລ້ວ ເພື່ອວັດແທກພຣະທຳຂອງພຣະເຈົ້າ. ສະນັ້ນ ຈົນເຖິງປັດຈຸບັນ, ເຖິງແມ່ນວ່າຜູ້ຄົນຈະໄດ້ຟັງບົດເທດສະໜາເປັນຈຳນວນຫຼາຍ, ແຕ່ສິ່ງທີ່ຖືກເອີ້ນວ່າຫຼັກການຂອງພຶດຕິກຳ ແລະ ສິ່ງທີ່ຖືກເອີ້ນວ່າຫຼັກການຂອງການປະຕິບັດໜ້າທີ່ຂອງຕົນ ແລະ ການຮັບໃຊ້ພຣະເຈົ້າ ທີ່ຜູ້ຄົນສົ່ງຕໍ່ກັນປາກຕໍ່ປາກນັ້ນ ກໍມັກຈະອີງໃສ່ຄວາມຮູ້, ສຸພາສິດ ແລະ ຄຳເວົ້າທົ່ວໄປບາງຄຳທີ່ພວກເຂົາຍຶດຖືວ່າເປັນສິ່ງທີ່ຖືກຕ້ອງ. ຍົກຕົວຢ່າງ: ຖ້າບາງຄົນເຮັດບາງສິ່ງບາງຢ່າງຜິດ ແລະ ຜູ້ນໍາຄຣິສຕະຈັກ ຫຼື ອ້າຍເອື້ອຍນ້ອງໄດ້ລິຮານພວກເຂົາ, ພວກເຂົາຈະຄິດວ່າ: “ຮື, ມັນກໍຄືກັບຄຳເວົ້າທີ່ວ່າ ‘ໂທດໜັກສຸດກໍພຽງຕາຍເທົ່ານັ້ນ’ ແລະ ‘ບໍ່ຄວນລົງມືທຸບຕີຄົນທີ່ກຳລັງຍິ້ມ’. ຂ້ອຍໄດ້ຍອມຮັບຂໍ້ບົກຜ່ອງເລັກນ້ອຍນີ້ຂອງຂ້ອຍຢ່າງອົດທົນດ້ວຍຮອຍຍິ້ມ, ເປັນຫຍັງເຈົ້າຈຶ່ງຍັງສືບຕໍ່ເປີດໂປງຂ້ອຍກ່ຽວກັບເລື່ອງນີ້ຢູ່?” ພາຍນອກ ພວກເຂົາຟັງ ແລະ ອ່ອນນ້ອມຢ່າງເຊື່ອຟັງ, ແຕ່ຄວາມຈິງແລ້ວ, ເລິກໆຢູ່ໃນຫົວໃຈຂອງພວກເຂົາ ພວກເຂົາກຳລັງໃຊ້ແນວຄິດແບບດັ້ງເດີມເພື່ອໂຕ້ຖຽງຄືນ ແລະ ຕໍ່ຕ້ານ. ເຫດຜົນໃນການຕໍ່ຕ້ານຂອງພວກເຂົາແມ່ນຫຍັງ? ມັນແມ່ນການທີ່ພວກເຂົາຄິດວ່າຄຳເວົ້າທີ່ວ່າ “ໂທດໜັກສຸດກໍພຽງຕາຍເທົ່ານັ້ນ” ແລະ “ບໍ່ຄວນລົງມືທຸບຕີຄົນທີ່ກຳລັງຍິ້ມ” ນັ້ນເປັນຄວາມຈິງຢ່າງຖ່ອງແທ້ ແລະ ຖືກຕ້ອງ ແລະ ມັນເປັນສິ່ງທີ່ຜິດທີ່ໃຜກໍຕາມຈະລິຮານ ແລະ ເປີດໂປງພວກເຂົາຢ່າງບໍ່ຢຸດຢັ້ງ ໂດຍບໍ່ໄດ້ມີຄວາມຮູ້ສຶກອັນໃດແມ່ນແຕ່ເລັກນ້ອຍ ແລະ ນັ້ນກໍບໍ່ແມ່ນຄວາມຈິງ.

ຈາກເນື້ອຫາທີ່ພວກເຮົາຫາກໍໄດ້ໂອ້ລົມກັນ, ພວກເຈົ້າໄດ້ຮັບຄວາມເຂົ້າໃຈທີ່ເລິກເຊິ່ງຂຶ້ນກ່ຽວກັບຄວາມຈິງແລ້ວບໍ? (ແມ່ນແລ້ວ.) ບາງຄົນອາດຈະເວົ້າວ່າ: “ເມື່ອເຈົ້າໄດ້ບອກພວກເຮົາແບບນີ້, ພວກເຮົາກໍບໍ່ຮູ້ວ່າຄວນຍຶດຖືຫຼັກການໃດໃນການປະຕິບັດ. ຖ້າບໍ່ມີວັດທະນະທຳແບບດັ້ງເດີມເຫຼົ່ານີ້ ແລະ ແນວຄິດ ແລະ ຄວາມຮູ້ເຫຼົ່ານີ້ແລ້ວ, ພວກເຮົາຄວນດຳລົງຊີວິດແນວໃດ? ພວກເຮົາຄວນປະພຶດຕົນແນວໃດ? ຖ້າບໍ່ມີສິ່ງເຫຼົ່ານີ້ມາຄອບງຳພວກເຮົາ, ພວກເຮົາຈະເປີດປາກເວົ້າ ແລະ ເທດສະໜາພຣະທຳຂອງພຣະເຈົ້າໄດ້ແນວໃດ? ຖ້າບໍ່ມີສິ່ງເຫຼົ່ານີ້ແລ້ວ, ພື້ນຖານສຳລັບພວກເຮົາໃນການເທດສະໜາພຣະທຳຂອງພຣະເຈົ້າກໍໄດ້ຫາຍໄປແລ້ວບໍ່ແມ່ນບໍ? ແລ້ວພວກເຮົາຈະຍັງເຫຼືອຫຍັງອີກ?” ສິ່ງທີ່ເຮົາໄດ້ເວົ້າກັບພວກເຂົາກໍຄື ຖ້າເຈົ້າບໍ່ມີສິ່ງເຫຼົ່ານີ້ແທ້ໆ, ມັນກໍຈະເປັນການງ່າຍຂຶ້ນທີ່ຈະສະແຫວງຫາຄວາມຈິງ ແລະ ມັນກໍຈະງ່າຍຂຶ້ນທີ່ຈະຍອມຮັບຄວາມຈິງ ແລະ ກັບຄືນມາຫາພຣະເຈົ້າ. ໃນເມື່ອກ່ອນ ເມື່ອເຈົ້າເປີດປາກເວົ້າ, ທຸກສິ່ງທີ່ເວົ້າອອກມາກໍມີແຕ່ປັດຊະຍາແບບຊາຕານ ແລະ ຄວາມຮູ້ທາງດ້ານວັດທະນະທຳ ເຊັ່ນ: “ຄົນມີສະຕິປັນຍາຍ່ອມປັບຕົວໃຫ້ເຂົ້າກັບສະຖານະການ”, “ຢ່າລົງມືທຸບຕີຄົນທີ່ກຳລັງຍິ້ມແຍ້ມ”, “ການປະຫານຊີວິດກໍເປັນພຽງການຕັດຫົວເທົ່ານັ້ນ” ແລະ ອື່ນໆ. ຕອນນີ້ ເຈົ້າໄດ້ໄຕ່ຕອງ ແລະ ຄິດວ່າ “ຂ້ອຍເວົ້າແບບນັ້ນບໍ່ໄດ້, ຄຳເວົ້າເຫຼົ່ານີ້ລ້ວນແລ້ວແຕ່ເປັນສິ່ງທີ່ຜິດ, ຄຳເວົ້າເຫຼົ່ານີ້ຖືກປະຕິເສດ ແລະ ຖືກກ່າວປະນາມແລ້ວ, ສະນັ້ນ ຂ້ອຍຄວນເວົ້າຫຍັງ? ໃຫ້ຟ້າວອ່ານພຣະທຳຂອງພຣະເຈົ້າດ້ວຍຄວາມອ່ອນນ້ອມ ແລະ ເໝາະສົມ ແລະ ຊອກຫາພື້ນຖານຈາກພຣະທຳຂອງພຣະເຈົ້າ”. ຜູ້ຄົນໄດ້ປະຕິບັດໜ້າທີ່ຂອງພວກເຂົາ ແລະ ຕິດຕາມພຣະເຈົ້າ, ແຕ່ເມື່ອໃດກໍຕາມທີ່ພວກເຂົາເປີດປາກເວົ້າ, ທຸກສິ່ງທີ່ເວົ້າອອກມາກໍມີແຕ່ຄຳສຸພາສິດ, ຄຳເວົ້າ ແລະ ສິ່ງຕ່າງໆ ພ້ອມທັງມຸມມອງບາງມຸມມອງທີ່ພວກເຂົາໄດ້ຮັບມາຈາກວັດທະນະທຳແບບດັ້ງເດີມ. ບໍ່ມີຜູ້ໃດເລີຍ ທີ່ເມື່ອມີບາງສິ່ງເກີດຂຶ້ນກັບພວກເຂົາ ແລ້ວຈະສາມາດຍົກຍ້ອງ ຫຼື ເປັນພະຍານໃຫ້ແກ່ພຣະເຈົ້າໄດ້ຢ່າງເຕັມທີ່ ແລະ ເວົ້າວ່າ “ພຣະເຈົ້າກ່າວແບບນີ້” ຫຼື “ພຣະເຈົ້າກ່າວແບບນັ້ນ”. ບໍ່ມີຜູ້ໃດເວົ້າແບບນັ້ນ, ບໍ່ມີຜູ້ໃດເປີດປາກເວົ້າ ແລະ ທ່ອງພຣະທຳຂອງພຣະເຈົ້າອອກມາໄດ້ຢ່າງຄ່ອງແຄ້ວ. ເຈົ້າບໍ່ສາມາດທ່ອງພຣະທຳຂອງພຣະເຈົ້າອອກມາໄດ້ຢ່າງຄ່ອງແຄ້ວ, ແຕ່ເຈົ້າສາມາດທ່ອງຄຳເວົ້າທົ່ວໄປເຫຼົ່ານັ້ນອອກມາໄດ້ຢ່າງຄ່ອງແຄ້ວ, ສະນັ້ນ ຫົວໃຈຂອງເຈົ້າເຕັມໄປດ້ວຍສິ່ງໃດກັນແທ້? ສິ່ງເຫຼົ່ານັ້ນລ້ວນມາຈາກຊາຕານທັງໝົດ. ຄົນບາງຄົນ, ເມື່ອຫົວໜ້າທີມຂອງພວກເຂົາກວດກາວຽກງານຂອງພວກເຂົາ, ພວກເຂົາກໍເວົ້າວ່າ: “ເຈົ້າກຳລັງກວດກາຫຍັງ? ຢ່າສົງໄສຄົນທີ່ເຈົ້າໃຊ້ງານ ແລະ ຢ່າໃຊ້ງານຄົນທີ່ເຈົ້າສົງໄສ. ຖ້າເຈົ້າສົງໄສຂ້ານ້ອຍຢູ່ຕະຫຼອດ, ແລ້ວເປັນຫຍັງເຈົ້າຈຶ່ງໃຊ້ງານຂ້ານ້ອຍ? ໄປຊອກຫາຄົນອື່ນມາເຮັດແທນດີກວ່າ”. ພວກເຂົາຄິດວ່ານີ້ຄືວິທີການປະພຶດທີ່ຖືກຕ້ອງແລ້ວ ແລະ ພວກເຂົາກໍບໍ່ອະນຸຍາດໃຫ້ຄົນອື່ນມາຊີ້ນໍາ ແລະ ວິພາກວິຈານພວກເຂົາ. ຍັງມີຜູ້ຄົນທີ່ໄດ້ທຸກທໍລະມານຢ່າງໜັກໃນການປະຕິບັດໜ້າທີ່ຂອງພວກເຂົາ, ແຕ່ຍ້ອນວ່າພວກເຂົາບໍ່ໄດ້ສະແຫວງຫາຫຼັກການ ແລະ ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຕໍ່ວຽກງານຂອງຄຣິສຕະຈັກ, ໃນທີ່ສຸດ ພວກເຂົາຈຶ່ງຖືກໄລ່ອອກ ແລະ ຖືກລິຮານຊ້ຳຕື່ມອີກ. ຫຼັງຈາກທີ່ໄດ້ຟັງຄຳເວົ້າກ່າວປະນາມບາງຢ່າງແລ້ວ, ພວກເຂົາກໍຍັງບໍ່ຍອມຈຳນົນ ແລະ ຄິດວ່າ “ມີຄຳເວົ້າທີ່ວ່າ ‘ເຖິງແມ່ນວ່າຂ້ານ້ອຍຈະບໍ່ປະສົບຜົນສຳເລັດອັນໃດເລີຍ, ຂ້ານ້ອຍກໍໄດ້ຜ່ານຄວາມຍາກລຳບາກມາ; ຖ້າບໍ່ແມ່ນຄວາມຍາກລຳບາກ, ກໍແມ່ນຄວາມອິດເມື່ອຍ’. ຂ້ານ້ອຍເຮັດຜິດພຽງເລັກນ້ອຍເທົ່ານີ້, ມັນຈະເປັນຫຍັງໄປໄດ້?” ຍ້ອນວ່າພວກເຂົາໄດ້ຮຽນຮູ້ຄຳເວົ້າທົ່ວໄປແບບນີ້ກ່ອນ, ດັ່ງນັ້ນ ມັນຈຶ່ງຝັງຮາກເລິກຢູ່ໃນຕົວພວກເຂົາ, ຄອບງຳ ແລະ ມີອິດທິພົນຕໍ່ຄວາມຄິດຂອງພວກເຂົາ, ມັນໄດ້ກະຕຸ້ນໃຫ້ພວກເຂົາໃຊ້ຄຳເວົ້ານີ້ ໃນສະພາບແວດລ້ອມນີ້ ແລະ ຫຼັງຈາກສະຖານະການນີ້ເກີດຂຶ້ນ ເພື່ອເປັນພື້ນຖານໃນການຕໍ່ຕ້ານ ແລະ ການບໍ່ອ່ອນນ້ອມຕໍ່ການຈັດການຂອງເຮືອນຂອງພຣະເຈົ້າທີ່ມີຕໍ່ພວກເຂົາ. ເມື່ອເປັນແນວນັ້ນແລ້ວ, ພວກເຂົາຍັງຈະສາມາດອ່ອນນ້ອມໄດ້ຢູ່ບໍ? ມັນຍັງເປັນເລື່ອງງ່າຍສຳລັບພວກເຂົາທີ່ຈະຍອມຮັບຄວາມຈິງຢູ່ບໍ? ເຖິງແມ່ນວ່າພາຍນອກພວກເຂົາຈະອ່ອນນ້ອມ, ມັນກໍເປັນຍ້ອນວ່າພວກເຂົາບໍ່ມີທາງເລືອກ ແລະ ມັນເປັນທາງອອກສຸດທ້າຍແລ້ວ. ເຖິງແມ່ນວ່າພາຍນອກພວກເຂົາຈະບໍ່ໄດ້ໂຕ້ຕອບຄືນ, ແຕ່ກໍຍັງມີການຕໍ່ຕ້ານຢູ່ໃນຫົວໃຈຂອງພວກເຂົາ. ນີ້ຄືການອ່ອນນ້ອມທີ່ແທ້ຈິງບໍ? (ບໍ່ແມ່ນ.) ນີ້ຄືການເຮັດແບບພໍເປັນພິທີ, ມັນບໍ່ແມ່ນການອ່ອນນ້ອມທີ່ແທ້ຈິງ. ບໍ່ມີການອ່ອນນ້ອມຢູ່ໃນທີ່ນີ້, ມີພຽງແຕ່ການຫາຂໍ້ອ້າງເຂົ້າຂ້າງຕົນເອງ, ຄວາມຄິດໃນທາງລົບ ແລະ ການຕໍ່ຕ້ານ. ການຫາຂໍ້ອ້າງເຂົ້າຂ້າງຕົນເອງ, ຄວາມຄິດໃນທາງລົບ ແລະ ການຕໍ່ຕ້ານນີ້ເກີດຂຶ້ນໄດ້ແນວໃດ? ສິ່ງເຫຼົ່ານັ້ນເກີດຂຶ້ນຈາກຄຳເວົ້ານີ້ທີ່ວ່າ “ເຖິງແມ່ນວ່າຂ້ານ້ອຍຈະບໍ່ໄດ້ປະສົບຜົນສຳເລັດອັນໃດເລີຍ, ຂ້ານ້ອຍກໍໄດ້ຜ່ານຄວາມຍາກລຳບາກມາ; ຖ້າບໍ່ແມ່ນຄວາມຍາກລຳບາກ, ກໍແມ່ນຄວາມອິດເມື່ອຍ”. ຄຳເວົ້ານີ້ໄດ້ກໍ່ໃຫ້ເກີດອຸປະນິໄສແບບໃດໃນຄົນເຫຼົ່ານີ້? ການບໍ່ເຊື່ອຟັງ, ຄວາມຫົວແຂງ, ການຕໍ່ຕ້ານ ແລະ ການຫາຂໍ້ອ້າງເຂົ້າຂ້າງຕົນເອງ. ພວກເຈົ້າໄດ້ຮັບຄວາມເຂົ້າໃຈເພີ່ມເຕີມກ່ຽວກັບຄວາມຈິງຈາກການໂອ້ລົມນີ້ແລ້ວບໍ? ເມື່ອເຈົ້າໄດ້ມີການໄຈ້ແຍກ ແລະ ແຍກແຍະສິ່ງທີ່ເປັນລົບເຫຼົ່ານີ້ຢ່າງຊັດເຈນ ແລະ ຂຸດພວກມັນອອກຈາກຫົວໃຈຂອງເຈົ້າແລ້ວ, ເຈົ້າຈະສາມາດສະແຫວງຫາຄວາມຈິງ ແລະ ປະຕິບັດຄວາມຈິງໄດ້ທຸກຄັ້ງທີ່ມີບາງສິ່ງເກີດຂຶ້ນກັບເຈົ້າ, ເພາະວ່າສິ່ງເກົ່າໆໄດ້ຖືກປະຖິ້ມໄປແລ້ວ ແລະ ສິ່ງເຫຼົ່ານັ້ນບໍ່ສາມາດຊັກຈູງໃຫ້ເຈົ້າເພິ່ງພາສິ່ງເຫຼົ່ານັ້ນໃນການປະຕິບັດໜ້າທີ່ຂອງເຈົ້າ ແລະ ການຮັບໃຊ້ພຣະເຈົ້າ ແລະ ການຕິດຕາມພຣະເຈົ້າໄດ້ອີກຕໍ່ໄປ. ສິ່ງເຫຼົ່ານັ້ນບໍ່ແມ່ນຫຼັກການຂອງການປະພຶດຕົນຂອງເຈົ້າອີກຕໍ່ໄປ, ສິ່ງເຫຼົ່ານັ້ນບໍ່ແມ່ນຫຼັກການທີ່ເຈົ້າຄວນຍຶດຖື ເມື່ອປະຕິບັດໜ້າທີ່ຂອງເຈົ້າອີກຕໍ່ໄປ ແລະ ພວກມັນໄດ້ຖືກວິພາກວິຈານ ແລະ ຖືກກ່າວປະນາມແລ້ວ. ຖ້າເຈົ້າເອົາສິ່ງເຫຼົ່ານັ້ນມາ ແລະ ໃຊ້ມັນອີກຄັ້ງ, ຈະເກີດຫຍັງຂຶ້ນໃນສ່ວນເລິກຂອງຫົວໃຈຂອງເຈົ້າ? ເຈົ້າຈະຍັງມີຄວາມສຸກຄືເກົ່າຢູ່ບໍ? ເຈົ້າຈະຍັງໝັ້ນໃຈຫຼາຍຢູ່ບໍວ່າເຈົ້າເປັນຝ່າຍທີ່ຖືກ? ເຫັນໄດ້ຊັດເຈນວ່າ ມັນເປັນໄປບໍ່ໄດ້. ຖ້າສິ່ງເຫຼົ່ານີ້ທີ່ຢູ່ໃນຕົວເຈົ້າຖືກຖອດຖິ້ມອອກໄປແທ້ໆ, ເຈົ້າກໍຄວນສະແຫວງຫາໃນພຣະທຳຂອງພຣະເຈົ້າວ່າ ຫຼັກການທີ່ແທ້ຈິງແມ່ນຫຍັງກັນແທ້ ແລະ ຂໍ້ກຳນົດຂອງພຣະເຈົ້າແມ່ນຫຍັງກັນແທ້. ບາງຄົນມັກເວົ້າຢູ່ສະເໝີວ່າ “ຖ້າບໍ່ເຮັດຕາມຄໍາສັ່ງຂອງເຈົ້ານາຍ, ເຖິງຈະພະຍາຍາມຢ່າງສຸດຄວາມສາມາດແລ້ວກໍຕາມ, ເຈົ້າກໍຈະບໍ່ໄດ້ຮັບສິ່ງໃດຕອບແທນເລີຍ”. ຄຳເວົ້ານີ້ຖືກ ຫຼື ຜິດ? ມັນຜິດຢ່າງແນ່ນອນ. ມັນຜິດບ່ອນໃດ? ຄຳວ່າ “ເຈົ້ານາຍ” ທີ່ໄດ້ກ່າວເຖິງໃນວະລີ “ຖ້າບໍ່ເຮັດຕາມຄໍາສັ່ງຂອງເຈົ້ານາຍ” ໝາຍເຖິງໃຜ? ຜູ້ຈ້າງງານຂອງເຈົ້າ, ຫົວໜ້າຂອງເຈົ້າ, ຜູ້ບັງຄັບບັນຊາຂອງເຈົ້າ. ຄຳວ່າ “ເຈົ້ານາຍ” ນີ້ໂດຍຕົວມັນເອງແລ້ວແມ່ນຄຳທີ່ຜິດ. ພຣະເຈົ້າບໍ່ແມ່ນຜູ້ຈ້າງງານຂອງເຈົ້າ, ບໍ່ແມ່ນຫົວໜ້າຂອງເຈົ້າ ແລະ ບໍ່ແມ່ນຜູ້ຈັດການຂອງເຈົ້າ. ພຣະເຈົ້າຄືພຣະເຈົ້າຂອງເຈົ້າ. ຜູ້ຈັດການ, ຫົວໜ້າ ແລະ ຜູ້ບັງຄັບບັນຊາລ້ວນແລ້ວແຕ່ເປັນຄົນປະເພດດຽວກັນໝົດ ແລະ ຢູ່ໃນລະດັບດຽວກັນກັບຜູ້ຄົນ. ໂດຍພື້ນຖານແລ້ວ ພວກເຂົາກໍຄືກັນ; ພວກເຂົາລ້ວນແຕ່ເປັນມະນຸດທີ່ເສື່ອມຊາມ. ເຈົ້າຟັງຄວາມພວກເຂົາ, ຮັບຄ່າຈ້າງຈາກພວກເຂົາ ແລະ ເຮັດສິ່ງໃດກໍຕາມທີ່ພວກເຂົາຂໍໃຫ້ເຈົ້າເຮັດ. ພວກເຂົາຈ່າຍເງິນໃຫ້ເຈົ້າຕາມຈຳນວນວຽກງານທີ່ເຈົ້າໄດ້ເຮັດ ແລະ ບໍ່ໄດ້ມີຫຍັງຫຼາຍໄປກວ່ານັ້ນ. ຄຳວ່າ “ສິ່ງຕອບແທນ” ໝາຍຄວາມວ່າແນວໃດໃນວະລີ “ກໍຈະບໍ່ໄດ້ຮັບສິ່ງໃດຕອບແທນເລີຍ”? (ຜົນງານ.) ຜົນງານ ແລະ ຄ່າຕອບແທນ. ແຮງກະຕຸ້ນສຳລັບການກະທຳຂອງເຈົ້າຄືການໄດ້ຮັບຄ່າຈ້າງ. ສິ່ງນີ້ບໍ່ໄດ້ຮຽກຮ້ອງຄວາມຈົງຮັກພັກດີ ຫຼື ການເຊື່ອຟັງ ແລະ ບໍ່ໄດ້ຕ້ອງການການສະແຫວງຫາຄວາມຈິງ ແລະ ການນະມັດສະການ, ບໍ່ໄດ້ມີສິ່ງເຫຼົ່ານີ້ເລີຍ, ມັນເປັນພຽງການແລກປ່ຽນເທົ່ານັ້ນ. ນີ້ຄືສິ່ງທີ່ຖືກວິພາກວິຈານ ແລະ ຖືກກ່າວປະນາມຢ່າງແນ່ນອນ ໃນເສັ້ນທາງການເຊື່ອໃນພຣະເຈົ້າ, ການປະຕິບັດໜ້າທີ່ຂອງເຈົ້າ ແລະ ການໄລ່ຕາມຄວາມຈິງ. ຖ້າເຈົ້າຖືວ່າຄຳເວົ້າທີ່ວ່າ “ຖ້າບໍ່ເຮັດຕາມຄໍາສັ່ງຂອງເຈົ້ານາຍ, ເຖິງຈະພະຍາຍາມຢ່າງສຸດຄວາມສາມາດແລ້ວກໍຕາມ, ເຈົ້າກໍຈະບໍ່ໄດ້ຮັບສິ່ງໃດຕອບແທນເລີຍ” ເປັນຄວາມຈິງ, ນີ້ກໍຖືເປັນຄວາມຜິດພາດທີ່ຮ້າຍແຮງ. ເມື່ອເຈົ້າພະຍາຍາມເຮັດໃຫ້ຄົນບາງຄົນເຂົ້າໃຈຄວາມຈິງ, ປະຕິກິລິຍາຂອງພວກເຂົາກໍຈະຊັກຊ້າ ແລະ ອືດອາດ ແລະ ບໍ່ວ່າພວກເຂົາຈະກິນ ແລະ ດື່ມພຣະທຳຂອງພຣະເຈົ້າຫຼາຍສໍ່າໃດກໍຕາມ, ພວກເຂົາກໍຈະບໍ່ສາມາດເຂົ້າໃຈຄວາມຈິງໄດ້ແມ່ນແຕ່ໜຶ່ງ ຫຼື ສອງຢ່າງ, ທັງຈະບໍ່ສາມາດຈື່ຈຳພຣະທຳຂອງພຣະເຈົ້າໄດ້ແມ່ນແຕ່ໜຶ່ງ ຫຼື ສອງວະລີ. ແຕ່ເມື່ອເວົ້າເຖິງຄຳຂວັນ, ຄຳສຸພາສິດ ແລະ ຄຳເວົ້າທົ່ວໄປທີ່ມັກຖືກເຜີຍແຜ່ໃນບັນດາປະຊາກອນ ແລະ ສິ່ງເຫຼົ່ານີ້ທີ່ຄົນທຳມະດາມັກເວົ້າຢູ່ສະເໝີ, ພວກເຂົາກັບຍອມຮັບເອົາສິ່ງເຫຼົ່ານັ້ນໄດ້ຢ່າງວ່ອງໄວ. ບໍ່ວ່າຄົນບາງຄົນຈະໂງ່ຈ້າສໍ່າໃດກໍຕາມ, ພວກເຂົາກໍຍັງຍອມຮັບເອົາແມ່ນແຕ່ສິ່ງເຫຼົ່ານີ້ຢ່າງວ່ອງໄວ. ເປັນແນວນີ້ໄດ້ແນວໃດ? ບໍ່ວ່າເຈົ້າຈະເປັນເຊື້ອຊາດ ຫຼື ຜິວສີໃດກໍຕາມ, ໃນການວິເຄາະຂັ້ນສຸດທ້າຍແລ້ວ ເຈົ້າກໍລ້ວນແຕ່ເປັນມະນຸດທີ່ດຳລົງຢູ່ ແລະ ເຈົ້າລ້ວນແຕ່ເປັນຄົນປະເພດດຽວກັນ. ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ເປັນປະເພດທີ່ແຕກຕ່າງຈາກມະນຸດ. ມະນຸດທີ່ດຳລົງຢູ່ຈະເປັນປະເພດດຽວກັນກັບມະນຸດທີ່ດຳລົງຢູ່ຄົນອື່ນໆຕະຫຼອດໄປ. ສະນັ້ນ, ເມື່ອໃດກໍຕາມທີ່ພຣະເຈົ້າເຮັດບາງສິ່ງ, ມັນບໍ່ເປັນເລື່ອງງ່າຍທີ່ມະນຸດຊາດທຸກຄົນຈະຍອມຮັບໄດ້, ແຕ່ເມື່ອໃດກໍຕາມທີ່ໃຜບາງຄົນໃນບັນດາມະນຸດຊາດເຮັດບາງສິ່ງ, ບໍ່ວ່າຈະເປັນໃຜ ຫຼື ຄົນທີ່ເຮັດນັ້ນຈະຕ້ອຍຕ່ຳສໍ່າໃດກໍຕາມ, ຖ້າມັນສອດຄ່ອງກັບແນວຄິດຂອງທຸກຄົນ, ທຸກຄົນກໍຈະຍອມຮັບມັນໄດ້ຢ່າງວ່ອງໄວ, ເພາະວ່າແນວຄິດ, ມຸມມອງ, ແນວທາງຄວາມຄິດ ແລະ ລະດັບ ແລະ ແນວທາງຄວາມເຂົ້າໃຈຂອງຜູ້ຄົນ ໂດຍພື້ນຖານແລ້ວແມ່ນຄືກັນໝົດ, ແຕກຕ່າງກັນພຽງໜ້ອຍດຽວເທົ່ານັ້ນ. ສະນັ້ນ, ທັນທີທີ່ມີໃຜບາງຄົນເວົ້າບາງສິ່ງທີ່ມີລັກສະນະເປັນແນວຄິດ ແລະ ບໍ່ສອດຄ່ອງກັບຄວາມຈິງ, ບາງຄົນກໍຈະຍອມຮັບມັນໄດ້ຢ່າງວ່ອງໄວ ແລະ ມັນກໍເປັນແບບນັ້ນແຫຼະ.

ພວກເຈົ້າເຂົ້າໃຈແລ້ວບໍ່ວ່າຄວາມຈິງແມ່ນຫຍັງ ແລະ ສິ່ງໃດທີ່ບໍ່ແມ່ນຄວາມຈິງແຕ່ອ້າງວ່າເປັນຄວາມຈິງ? ຍັງມີສິ່ງໃດອີກແດ່ທີ່ເປັນເຊັ່ນນີ້ໃນຄວາມຄິດຂອງພວກເຈົ້າ? ພວກເຈົ້າຍັງບໍ່ສາມາດເວົ້າສິ່ງເຫຼົ່ານັ້ນອອກມາໄດ້ໃນຕອນນີ້, ເພາະວ່າພວກມັນບໍ່ຖືວ່າເປັນຄວາມຮູ້, ສິ່ງເຫຼົ່ານັ້ນບໍ່ໄດ້ຄືກັບບາງສິ່ງໃນປຶ້ມທີ່ເຈົ້າສາມາດເປີດຫາໄດ້ໂດຍການພິກໜ້າເຈ້ຍ. ກົງກັນຂ້າມ, ສິ່ງເຫຼົ່ານັ້ນແມ່ນສິ່ງທີ່ພວກເຈົ້າບໍ່ສາມາດຫັກຫ້າມຕົນເອງບໍ່ໃຫ້ເວົ້າອອກມາສຽງດັງໄດ້ ເມື່ອໃດກໍຕາມທີ່ມີບາງສິ່ງເກີດຂຶ້ນ, ໃນລັກສະນະທີ່ເປັນທຳມະຊາດຢ່າງເຖິງທີ່ສຸດ ເຊິ່ງພວກເຈົ້າບໍ່ສາມາດຄວບຄຸມໄດ້. ສິ່ງນີ້ໄດ້ພິສູດວ່າສິ່ງເຫຼົ່ານັ້ນໄດ້ກາຍເປັນຊີວິດຂອງພວກເຈົ້າ ແລະ ຝັງເລິກເຂົ້າໃນກະດູກດຳຂອງພວກເຈົ້າແລ້ວ. ພວກເຈົ້າບໍ່ສາມາດຈື່ຈຳສິ່ງເຫຼົ່ານັ້ນໄດ້ເມື່ອຖືກຂໍໃຫ້ຈື່ຈຳ, ແຕ່ພວກເຈົ້າກໍບໍ່ສາມາດອົດກັ້ນທີ່ຈະເວົ້າສິ່ງເຫຼົ່ານັ້ນອອກມາໄດ້ ເມື່ອພວກເຈົ້າຖືກຂໍຮ້ອງບໍ່ໃຫ້ເວົ້າ. ເມື່ອໃດກໍຕາມທີ່ມີບາງສິ່ງເກີດຂຶ້ນ, ມຸມມອງທີ່ຖືກບິດເບືອນເຫຼົ່ານັ້ນກໍຈະອອກມາ, ນີ້ຄືຄວາມເປັນຈິງ. ໃຫ້ໃຊ້ເວລາຂອງເຈົ້າຄ່ອຍໆສຳຜັດກັບປະສົບການ. ຈາກນີ້ໄປ ພວກເຈົ້າຄວນເອົາໃຈໃສ່ສິ່ງເຫຼົ່ານັ້ນທີ່ຜູ້ຄົນມັກເວົ້າຢູ່ສະເໝີ ແລະ ຄິດວ່າຖືກຕ້ອງ. ກ່ອນໜ້ານີ້ ພວກເຮົາໄດ້ກ່າວເຖິງພິດຮ້າຍບາງຢ່າງຂອງມັງກອນແດງທີ່ຍິ່ງໃຫຍ່ ແລະ ປັດຊະຍາຂອງຊາຕານສຳລັບການກະທຳທາງໂລກ. ສິ່ງເຫຼົ່ານັ້ນອາດຈະເປັນເລື່ອງງ່າຍຕໍ່ການແຍກແຍະຈາກມຸມມອງຂອງຄວາມໝາຍຕາມຕົວອັກສອນ, ນັ້ນກໍຄື ຜູ້ຄົນສາມາດຄິດອອກໄດ້ໃນທັນທີວ່າ ສິ່ງເຫຼົ່ານັ້ນບໍ່ແມ່ນຄວາມຈິງຢ່າງແນ່ນອນ ແລະ ສາມາດບອກໄດ້ຢ່າງຊັດເຈນວ່າ ພວກມັນແມ່ນພິດຮ້າຍຂອງມັງກອນແດງທີ່ຍິ່ງໃຫຍ່ ແລະ ມີແຜນການທີ່ມີເລ່ຫຼ່ຽມຢູ່ເບື້ອງຫຼັງສິ່ງເຫຼົ່ານັ້ນ. ສິ່ງເຫຼົ່ານັ້ນງ່າຍຕໍ່ການແຍກແຍະ ແລະ ເຮົາຄິດວ່າພວກເຈົ້າສາມາດໄຈ້ແຍກພວກມັນອອກຈາກກັນໄດ້ບໍ່ຫຼາຍກໍໜ້ອຍ ເມື່ອຖືກຂໍໃຫ້ໄຈ້ແຍກ. ພວກເຈົ້າໄດ້ຖອດຖິ້ມສິ່ງເຫຼົ່ານັ້ນທີ່ເປັນແບບຊາຕານຢ່າງຊັດເຈນແລ້ວ, ແຕ່ກໍຍັງມີຄຳເວົ້າຫຼາຍຄຳຢູ່ໃນຫົວໃຈຂອງພວກເຈົ້າ ເຊັ່ນ “ການອົດທົນຕໍ່ຄວາມອັບອາຍ ແລະ ການແບກຮັບພາລະອັນໜັກໜ່ວງ” ແລະ “ການນອນເທິງກອງຟືນ ແລະ ການເລຍນ້ຳບີ” ແລະ “ຢ່າລົງມືທຸບຕີຄົນທີ່ກຳລັງຍິ້ມແຍ້ມ” ແລະ “ການມີເຫດຜົນທີ່ຊອບທຳຍ່ອມດຶງດູດການສະໜັບສະໜູນໄດ້ຢ່າງຫຼວງຫຼາຍ ໃນຂະນະທີ່ເຫດຜົນທີ່ບໍ່ຊອບທຳຈະໄດ້ຮັບການສະໜັບສະໜູນພຽງເລັກນ້ອຍ” ແລະ “ສຸພາບບຸລຸດຍ່ອມບໍ່ກິນຂອງທານທີ່ໄດ້ມາຈາກການດູຖູກ”. ໃນສ່ວນເລິກຂອງຫົວໃຈຂອງພວກເຈົ້າ, ພວກເຈົ້າອາດຈະຍັງເຮັດເຄື່ອງໝາຍຖືກຕ້ອງໃສ່ຂ້າງຄຳເວົ້າເຫຼົ່ານີ້ ແລະ ຄິດວ່າ “ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ມີຄ່າຫຼາຍ. ທຸກສິ່ງທີ່ດີງາມກ່ຽວກັບວິທີທີ່ຂ້ານ້ອຍຄວນປະພຶດຕົນໃນຊີວິດນີ້ ລ້ວນແຕ່ຢູ່ໃນຄຳເວົ້າເຫຼົ່ານີ້” ແລະ ສິ່ງເຫຼົ່ານີ້ຍັງບໍ່ຖືກຂຸດຄົ້ນອອກມາ. ເມື່ອສິ່ງເຫຼົ່ານັ້ນຖືກຂຸດຄົ້ນອອກມາຢ່າງຖີ່ຖ້ວນ ແລະ ເຈົ້າມີການແຍກແຍະກ່ຽວກັບສິ່ງເຫຼົ່ານັ້ນ, ໃນອະນາຄົດ ເມື່ອສິ່ງທີ່ເປັນວັດທະນະທຳດັ້ງເດີມເຫຼົ່ານີ້ອອກມາ, ບໍ່ວ່າຈະເປັນປະຕິກິລິຍາຕາມທຳມະຊາດ ຫຼື ການສະທ້ອນເຖິງເງື່ອນໄຂທີ່ເປັນຈິງ, ເຈົ້າກໍຈະຮັບຮູ້ໄດ້ໃນທັນທີວ່າ ສິ່ງເຫຼົ່ານີ້ຜິດ ແລະ ບໍ່ແມ່ນຄວາມຈິງຢ່າງແນ່ນອນ. ໃນເວລານັ້ນ, ລະດັບການຮັບຮູ້ ແລະ ການຢັ່ງຮູ້ຄວາມຈິງຂອງເຈົ້າກໍຈະສູງກວ່າຕອນນີ້. ເຮົາໝາຍຄວາມວ່າແນວໃດເມື່ອເວົ້າຄຳວ່າ “ສູງກວ່າຕອນນີ້”? ເຮົາໝາຍຄວາມວ່າ ເຈົ້າຈະໄປຮອດສະຖານະລະດັບໃດໜຶ່ງ, ຄວາມສາມາດໃນການແຍກແຍະຂອງເຈົ້າກໍຈະໄດ້ຮັບການປັບປຸງ, ປະສົບການ ແລະ ຄວາມເຂົ້າໃຈຄວາມຈິງຂອງເຈົ້າຈະເລິກເຊິ່ງກວ່າຕອນນີ້ ແລະ ເຈົ້າຈະຮູ້ສຶກວ່າຄວາມຈິງແມ່ນຫຍັງກັນແທ້. ຕອນນີ້ ເຈົ້າອາດຈະຄິດວ່າ “ວັດທະນະທຳແບບດັ້ງເດີມທັງໝົດທີ່ມາຈາກຊາຕານ ແລະ ພັດທະນາອອກມາຈາກພູມຫຼັງທາງວັດທະນະທຳຂອງທຸກກຸ່ມຊົນເຜົ່າໃນໂລກນີ້ເຊິ່ງລ້ວນແລ້ວແຕ່ເປັນສິ່ງທີ່ຜິດ”. ນີ້ຄືວິທີການອະທິບາຍແບບກວ້າງໆ, ແຕ່ເຈົ້າອາດຈະຍັງບໍ່ຮູ້ວ່າອັນໃດຜິດ ແລະ ຜິດແນວໃດ. ສະນັ້ນ, ເຈົ້າຕ້ອງໄດ້ໄຈ້ແຍກ ແລະ ເຂົ້າໃຈແຕ່ລະຢ່າງຕາມລຳດັບ, ຈາກນັ້ນກໍໄປໃຫ້ເຖິງຈຸດທີ່ເຈົ້າສາມາດປ່ອຍວາງ ແລະ ກ່າວປະນາມມັນໄດ້, ແຍກຕົວເຈົ້າເອງອອກຈາກສິ່ງເຫຼົ່ານັ້ນຢ່າງສົມບູນ ແລະ ດຳລົງຊີວິດ ບໍ່ແມ່ນໂດຍການເພິ່ງພາສິ່ງເຫຼົ່ານັ້ນ ແຕ່ໂດຍການເພິ່ງພາພຣະທຳຂອງພຣະເຈົ້າ. ຕອນນີ້, ເຈົ້າອາດຈະຮູ້ພຽງແຕ່ໃນແງ່ຂອງຄວາມຕັ້ງໃຈສ່ວນຕົວຂອງເຈົ້າວ່າ ຄຳສຸພາສິດ, ຄຳເວົ້າທົ່ວໄປ, ຄຳຄົມທີ່ມີຊື່ສຽງ ແລະ ຄຳເວົ້າເຫຼົ່ານັ້ນທີ່ມັກເວົ້າຕໍ່ໆກັນມານັ້ນ ບໍ່ໄດ້ມີສ່ວນກ່ຽວຂ້ອງຫຍັງກັບພຣະທຳຂອງພຣະເຈົ້າເລີຍ ແລະ ບໍ່ແມ່ນຄວາມຈິງ, ແຕ່ເມື່ອໃດກໍຕາມທີ່ມີບາງສິ່ງເກີດຂຶ້ນ, ເຈົ້າກໍຍັງໃຊ້ຄຳເວົ້າເຫຼົ່ານີ້ໂດຍບໍ່ຮູ້ຕົວ ເພື່ອເປັນພື້ນຖານໃນການກ່າວປະນາມຄົນອື່ນ, ຫັກຫ້າມຕົນເອງ ແລະ ຊີ້ນໍາພຶດຕິກຳຂອງເຈົ້າ. ສິ່ງເຫຼົ່ານັ້ນໄດ້ຈຳກັດ ແລະ ບົ່ງການຄວາມຄິດ ແລະ ມຸມມອງຂອງເຈົ້າ, ເຊິ່ງສາມາດນໍາໄປສູ່ບັນຫາ ແລະ ຈະສົ່ງຜົນກະທົບຕໍ່ການເຂົ້າສູ່ຄວາມຈິງຂອງເຈົ້າ. ເຖິງແມ່ນວ່າ ມື້ໜຶ່ງ ສິ່ງເຫຼົ່ານີ້ທີ່ມາຈາກຊາຕານອາດຈະຍັງປາກົດຢູ່ໃນຫົວໃຈຂອງເຈົ້າ, ຖ້າເຈົ້າສາມາດແຍກແຍະສິ່ງເຫຼົ່ານັ້ນໄດ້, ດຳລົງຊີວິດໂດຍບໍ່ເພິ່ງພາພວກມັນ ແລະ ປະຕິບັດຕາມຫຼັກການຄວາມຈິງ, ເຈົ້າກໍຈະມີສະຖານະຢ່າງແທ້ຈິງ. ຕອນນີ້ເຈົ້າມີສະຖານະນີ້ແລ້ວບໍ? ຍັງບໍ່ທັນມີເທື່ອ. ຖ້າມີຄຳເວົ້າໜຶ່ງທີ່ພວກເຈົ້າທຸກຄົນຍອມຮັບວ່າຖືກຕ້ອງ ແລະ ຖ້າໃນພຣະທຳຂອງພຣະເຈົ້າກໍມີຂໍ້ຄວາມທີ່ຄ້າຍຄືກັນ, ເຖິງແມ່ນວ່າສິ່ງເຫຼົ່ານັ້ນຈະບໍ່ໄດ້ສະແດງອອກມາໃນລັກສະນະດຽວກັນທັງໝົດ, ເຈົ້າກໍອາດຈະເຊື່ອຢ່າງຜິດໆວ່າ ຄຳເວົ້ານີ້ກໍເປັນຄວາມຈິງເຊັ່ນກັນ ແລະ ມັນຄືກັນກັບພຣະທຳຂອງພຣະເຈົ້າ. ຖ້າເຈົ້າຍັງບໍ່ສາມາດເບິ່ງເຫັນເລື່ອງເຫຼົ່ານີ້ໄດ້ຢ່າງຊັດເຈນ ແລະ ເຈົ້າຍັງຍຶດຕິດກັບຄຳເວົ້າຂອງມະນຸດ ແລະ ບໍ່ເຕັມໃຈທີ່ຈະປະຖິ້ມຄຳເວົ້ານັ້ນ, ຄຳເວົ້ານີ້ກໍຈະມີອິດທິພົນຕໍ່ການເຂົ້າສູ່ຄວາມຈິງຂອງເຈົ້າ, ເພາະວ່າມັນບໍ່ແມ່ນພຣະທຳຂອງພຣະເຈົ້າ ແລະ ມັນບໍ່ສາມາດມາແທນທີ່ຄວາມຈິງໄດ້.

ທຸກມື້ນີ້ ເຮົາໄດ້ໂອ້ລົມຢູ່ສະເໝີວ່າຄວາມຈິງນັ້ນແມ່ນຫຍັງ. ນັ້ນໝາຍຄວາມວ່າ ເຮົາກຳລັງເອົາຈິງເອົາຈັງກັບພວກເຈົ້າ. ເພື່ອໃຫ້ພວກເຈົ້າເຂົ້າໃຈຄວາມຈິງ, ພວກເຮົາຕ້ອງເອົາຄວາມຄິດ ແລະ ມຸມມອງຕ່າງໆຂອງຜູ້ຄົນ, ການກະທຳທີ່ດີ ແລະ ເຈດຕະນາທີ່ດີຂອງພວກເຂົາ ແລະ ຄຳເວົ້າທີ່ຖືກຕ້ອງບາງຄຳ ແລະ ການປະຕິບັດຕາມສາມັນສຳນຶກບາງຢ່າງທີ່ຜູ້ຄົນເພິ່ງພາອາໄສໃນການດຳລົງຊີວິດ, ພ້ອມທັງແນວຄິດ ແລະ ມຸມມອງບາງຢ່າງຈາກວັດທະນະທຳແບບດັ້ງເດີມ ແລ້ວນຳມາໄຈ້ແຍກ ແລະ ແຍກແຍະພວກມັນອອກມາທັງໝົດ ເພື່ອເບິ່ງວ່າສິ່ງເຫຼົ່ານັ້ນສອດຄ່ອງກັບຄວາມຈິງແທ້ ຫຼື ບໍ່ ແລະ ພວກມັນມີສ່ວນກ່ຽວຂ້ອງກັບຄວາມຈິງແທ້ ຫຼື ບໍ່. ຖ້າເຈົ້າເຊື່ອວ່າພວກມັນເປັນຄວາມຈິງ, ເຈົ້າມີຫຼັກຖານຫຍັງໃນການສະໜັບສະໜຸນການຢືນຢັນນີ້? ຖ້າເຈົ້າກຳນົດລັກສະນະຂອງສິ່ງເຫຼົ່ານັ້ນວ່າເປັນຄວາມຈິງ ໂດຍອີງໃສ່ທິດສະດີ ແລະ ການສັ່ງສອນຂອງຊາຕານ, ເຈົ້າກໍເປັນຝ່າຍຊາຕານ. ຖ້າສິ່ງເຫຼົ່ານີ້ບໍ່ສອດຄ່ອງກັບຄວາມຈິງ, ພວກມັນກໍມາຈາກຊາຕານ, ສະນັ້ນ ເຈົ້າຈຶ່ງຈຳເປັນຕ້ອງໄຈ້ແຍກວ່າແກ່ນແທ້ຂອງສິ່ງເຫຼົ່ານັ້ນແມ່ນຫຍັງກັນແທ້. ໂດຍສະເພາະຢ່າງຍິ່ງ, ຄົນເຮົາຄວນມີຄວາມເຂົ້າໃຈທີ່ຖືກຕ້ອງ ແລະ ທັດສະນະຄະຕິທີ່ຖືກຕ້ອງຕໍ່ຄຳເວົ້າ ແລະ ມຸມມອງຫຼາຍຢ່າງໃນວັດທະນະທຳແບບດັ້ງເດີມ ທີ່ໄດ້ຮັບການຖ່າຍທອດປາກຕໍ່ປາກຈາກຮຸ່ນໜຶ່ງສູ່ຮຸ່ນຕໍ່ໄປ. ຜູ້ຄົນຈະສາມາດເຂົ້າໃຈ ແລະ ຮູ້ຢ່າງແທ້ຈິງວ່າຄວາມຈິງແມ່ນຫຍັງກັນແທ້ ແລະ ເຂົ້າໃຈຢ່າງແນ່ຊັດວ່າພຣະເຈົ້າຮຽກຮ້ອງຫຍັງຈາກຜູ້ຄົນ ແລະ ເຂົ້າໃຈໄດ້ວ່າວະລີ “ທຸກສິ່ງທີ່ພຣະເຈົ້າກ່າວຄືຄວາມຈິງ” ໝາຍຄວາມວ່າແນວໃດກັນແທ້ ກໍຕໍ່ເມື່ອໄດ້ເຮັດວິທີນີ້ເທົ່ານັ້ນ. ໃນເວລາດຽວກັນ, ສິ່ງນີ້ຍັງເຮັດໃຫ້ຜູ້ຄົນເຂົ້າໃຈວ່າ ເຖິງແມ່ນວ່າມະນຸດຈະມີມຸມມອງ ແລະ ຄຳເວົ້າທີ່ຄາດວ່າຈະສອດຄ່ອງກັບຈັນຍາບັນທາງສິນທຳ, ຄວາມເປັນມະນຸດ ແລະ ທຳນຽມປະຕິບັດທາງໂລກຂອງສາຍສຳພັນລະຫວ່າງມະນຸດ, ແລະ ເນື່ອງຈາກວ່າພວກເຂົາມີແນວຄິດ, ມຸມມອງ ແລະ ຄຳເວົ້າເຫຼົ່ານີ້ທີ່ພວກເຂົາເພິ່ງພາອາໄສໃນການດຳລົງຊີວິດ ພຣະເຈົ້າຈຶ່ງຍັງຕ້ອງສະແດງຄວາມຈິງອອກມາເພື່ອຊ່ວຍພວກເຂົາໃຫ້ລອດພົ້ນ, ແລະ ຍິ່ງໄປກວ່ານັ້ນ, ເປັນຫຍັງພຣະເຈົ້າຈຶ່ງກ່າວວ່າ ມີພຽງແຕ່ຄວາມຈິງເທົ່ານັ້ນທີ່ສາມາດຊ່ວຍຜູ້ຄົນໃຫ້ລອດພົ້ນ ແລະ ສາມາດປ່ຽນແປງຜູ້ຄົນໄດ້. ເຫັນໄດ້ຢ່າງຊັດເຈນວ່າ ມີຄວາມຈິງທີ່ສາມາດພົບເຫັນໄດ້ໃນທີ່ນີ້. ຢ່າງໜ້ອຍທີ່ສຸດ, ຈຸດໜຶ່ງກໍຄື ແນວຄິດ, ມຸມມອງ ແລະ ຄຳເວົ້າທີ່ຜູ້ຄົນເພິ່ງພາອາໄສໃນການດຳລົງຊີວິດນັ້ນ ມາຈາກມະນຸດຊາດທີ່ເສື່ອມຊາມ, ໂດຍຖືກສະຫຼຸບໂດຍມະນຸດຊາດທີ່ເສື່ອມຊາມ ແລະ ເປັນແນວຄິດ ແລະ ຈິນຕະນາການຂອງຜູ້ຄົນ ແລະ ສິ່ງເຫຼົ່ານັ້ນບໍ່ໄດ້ມີສ່ວນກ່ຽວຂ້ອງກັບຄວາມຈິງເລີຍ. ຍິ່ງໄປກວ່ານັ້ນ, ໂດຍພື້ນຖານແລ້ວ ສິ່ງເຫຼົ່ານີ້ມີຄວາມຂັດແຍ້ງກັບ ແລະ ເປັນປໍລະປັກຕໍ່ຄວາມຈິງ. ພວກມັນບໍ່ສາມາດມາແທນທີ່ຄວາມຈິງໄດ້, ພວກມັນບໍ່ແມ່ນຄວາມຈິງຢ່າງແນ່ນອນ ແລະ ພວກມັນຈະບໍ່ມີວັນເປັນຄວາມຈິງໄດ້ເລີຍ. ຈາກມຸມມອງຂອງພຣະເຈົ້າ, ສິ່ງເຫຼົ່ານີ້ຖືກກຳນົດວ່າເປັນສິ່ງທີ່ຜິດ ແລະ ຖືກກ່າວປະນາມ ແລະ ພວກມັນບໍ່ແມ່ນຄວາມຈິງເລີຍ. ການກະທຳຂອງພຣະເຈົ້າ ແລະ ຄວາມຈິງທີ່ພຣະເຈົ້າໄດ້ສະແດງອອກນັ້ນບໍ່ໄດ້ມີສ່ວນກ່ຽວຂ້ອງກັບສິ່ງເຫຼົ່ານີ້ເລີຍ. ກ່າວກໍຄື ຄວາມຈິງທີ່ພຣະເຈົ້າໄດ້ສະແດງອອກນັ້ນບໍ່ໄດ້ມີສ່ວນກ່ຽວຂ້ອງແມ່ນແຕ່ໜ້ອຍດຽວ ກັບທຳນຽມປະຕິບັດທາງໂລກທີ່ກ່ຽວກັບຄວາມສຳພັນລະຫວ່າງມະນຸດຂອງມະນຸດຊາດທີ່ເສື່ອມຊາມ ຫຼື ວັດທະນະທຳແບບດັ້ງເດີມຂອງຜູ້ຄົນ, ແນວຄິດ, ມຸມມອງ ແລະ ການກະທຳທີ່ດີຂອງພວກເຂົາ ຫຼື ກັບການກຳນົດສິນທຳ, ກຽດສັກສີ ແລະ ສິ່ງທີ່ເປັນບວກຂອງພວກເຂົາ. ໃນການສະແດງຄວາມຈິງຂອງພຣະອົງ, ພຣະເຈົ້າໄດ້ສະແດງອຸປະນິໄສ ແລະ ແກ່ນແທ້ຂອງພຣະອົງ; ການສະແດງຄວາມຈິງຂອງພຣະອົງບໍ່ໄດ້ອີງໃສ່ສິ່ງທີ່ເປັນບວກ ແລະ ຄຳເວົ້າຕ່າງໆທີ່ຜູ້ຄົນເຊື່ອ ເຊິ່ງໄດ້ຮັບການສະຫຼຸບໂດຍມະນຸດຊາດ. ພຣະທຳຂອງພຣະເຈົ້າກໍຄືພຣະທຳຂອງພຣະເຈົ້າ; ພຣະທຳຂອງພຣະເຈົ້າຄືຄວາມຈິງ. ສິ່ງເຫຼົ່ານັ້ນເປັນພື້ນຖານ ແລະ ເປັນກົດເກນໜຶ່ງດຽວທີ່ມະນຸດຊາດອາໄສເພື່ອການດຳລົງຢູ່. ບັນດາສິ່ງທີ່ຖືກເອີ້ນວ່າຫຼັກຄວາມເຊື່ອທັງໝົດທີ່ມາຈາກມະນຸດນັ້ນຜິດ, ໄຮ້ສາລະ ແລະ ຖືກກ່າວປະນາມໂດຍພຣະເຈົ້າ. ສິ່ງເຫຼົ່ານັ້ນບໍ່ໄດ້ຮັບການຍອມຮັບຈາກພຣະອົງ ແລະ ຍິ່ງບໍ່ແມ່ນຕົ້ນກຳເນີດ ຫຼື ພື້ນຖານຂອງພຣະຄຳຂອງພຣະອົງ. ພຣະເຈົ້າໄດ້ສະແດງອຸປະນິໄສຂອງພຣະອົງ ແລະ ແກ່ນແທ້ຂອງພຣະອົງຜ່ານພຣະທຳຂອງພຣະອົງ. ພຣະທຳທັງໝົດທີ່ພຣະເຈົ້າໄດ້ສະແດງອອກລ້ວນແລ້ວແຕ່ເປັນຄວາມຈິງ, ເພາະວ່າພຣະອົງມີແກ່ນແທ້ຂອງພຣະເຈົ້າ ແລະ ພຣະອົງເປັນຄວາມເປັນຈິງຂອງສິ່ງທີ່ເປັນບວກທັງປວງ. ບໍ່ວ່າມະນຸດຊາດທີ່ເສື່ອມຊາມນີ້ຈະວາງຕຳແໜ່ງ ຫຼື ນິຍາມພຣະທຳຂອງພຣະເຈົ້າແນວໃດ ຫຼື ພວກເຂົາຈະເບິ່ງ ຫຼື ເຂົ້າໃຈພຣະທຳເຫຼົ່ານັ້ນແນວໃດກໍຕາມ, ພຣະທຳຂອງພຣະເຈົ້າກໍເປັນຄວາມຈິງຕະຫຼອດໄປ ແລະ ນີ້ຄືຄວາມເປັນຈິງທີ່ບໍ່ມີວັນປ່ຽນແປງໄດ້. ບໍ່ວ່າພຣະເຈົ້າຈະກ່າວພຣະທຳມາຫຼາຍສໍ່າໃດກໍຕາມ ແລະ ບໍ່ວ່າມະນຸດຊາດທີ່ເສື່ອມຊາມ ແລະ ຊົ່ວຊ້ານີ້ຈະກ່າວປະນາມ ແລະ ປະຕິເສດພຣະທຳເຫຼົ່ານັ້ນແນວໃດກໍຕາມ, ກໍຍັງມີຄວາມຈິງຢ່າງໜຶ່ງທີ່ບໍ່ມີວັນປ່ຽນແປງ ນັ້ນກໍຄື: ພຣະທຳຂອງພຣະເຈົ້າຈະເປັນຄວາມຈິງຢູ່ສະເໝີ. ມະນຸດບໍ່ສາມາດປ່ຽນແປງສິ່ງນີ້ໄດ້. ໃນທີ່ສຸດ, ມະນຸດຊາດທັງໝົດຈະຍອມຮັບວ່າ ພຣະທຳຂອງພຣະເຈົ້າເປັນຄວາມຈິງ ແລະ ວັດທະນະທຳແບບດັ້ງເດີມ ແລະ ຄວາມຮູ້ທາງວິທະຍາສາດທີ່ຖືກຍົກຍ້ອງຂອງມະນຸດຊາດ ບໍ່ສາມາດກາຍເປັນສິ່ງທີ່ເປັນບວກໄດ້ ແລະ ສິ່ງເຫຼົ່ານັ້ນບໍ່ສາມາດກາຍເປັນຄວາມຈິງໄດ້. ນີ້ຄືສິ່ງທີ່ແນ່ນອນ. ວັດທະນະທຳແບບດັ້ງເດີມ ແລະ ແນວທາງການເອົາຊີວິດລອດຂອງມະນຸດຊາດຈະບໍ່ກາຍເປັນຄວາມຈິງເມື່ອເວລາຜ່ານໄປ ຫຼື ຫຼັງຈາກເວລາຜ່ານໄປດົນນານ ແລະ ພຣະທຳຂອງພຣະເຈົ້າກໍຈະບໍ່ກາຍເປັນຄຳເວົ້າຂອງມະນຸດ ເນື່ອງຈາກການກ່າວປະນາມ ຫຼື ການຫຼົງລືມຂອງມະນຸດຊາດເຊັ່ນດຽວກັນ. ຄວາມຈິງຈະເປັນຄວາມຈິງຢູ່ສະເໝີ; ແກ່ນແທ້ນີ້ຈະບໍ່ມີວັນປ່ຽນແປງ. ມີຄວາມເປັນຈິງຫຍັງແດ່ຢູ່ໃນທີ່ນີ້? ມັນກໍຄື ຄຳເວົ້າທົ່ວໄປເຫຼົ່ານີ້ທີ່ມະນຸດຊາດໄດ້ສະຫຼຸບມານັ້ນ ມີແຫຼ່ງກຳເນີດມາຈາກຊາຕານ ແລະ ຈິນຕະນາການ ແລະ ແນວຄິດຂອງມະນຸດ ຫຼື ສິ່ງເຫຼົ່ານັ້ນເກີດຂຶ້ນຈາກຄວາມຫົວຮ້ອນຂອງມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມຂອງມະນຸດ ແລະ ພວກມັນບໍ່ໄດ້ມີສ່ວນກ່ຽວຂ້ອງກັບສິ່ງທີ່ເປັນບວກເລີຍ. ໃນທາງກົງກັນຂ້າມ, ພຣະທຳຂອງພຣະເຈົ້າແມ່ນການສະແດງອອກເຖິງແກ່ນແທ້ ແລະ ຕົວຕົນຂອງພຣະເຈົ້າ. ດ້ວຍເຫດຜົນໃດ ພຣະອົງຈຶ່ງສະແດງພຣະທຳເຫຼົ່ານີ້ອອກມາ? ເປັນຫຍັງເຮົາຈຶ່ງເວົ້າວ່າ ສິ່ງເຫຼົ່ານັ້ນເປັນຄວາມຈິງ? ເຫດຜົນກໍຄື ພຣະເຈົ້າມີອໍານາດສູງສຸດເໜືອກົດໝາຍ, ກົດລະບຽບ, ຮາກຖານ, ແກ່ນແທ້, ຄວາມເປັນຈິງ ແລະ ຄວາມລຶກລັບຂອງທຸກສິ່ງ. ສິ່ງເຫຼົ່ານັ້ນຢູ່ໃນກຳມືຂອງພຣະອົງ. ສະນັ້ນ, ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ຮູ້ກົດລະບຽບ, ຄວາມເປັນຈິງ, ຂໍ້ເທັດຈິງ ແລະ ຄວາມລຶກລັບຂອງທຸກສິ່ງ. ພຣະເຈົ້າຮູ້ຕົ້ນກຳເນີດຂອງທຸກສິ່ງ ແລະ ພຣະເຈົ້າຮູ້ວ່າຮາກຖານຂອງທຸກສິ່ງນັ້ນແມ່ນຫຍັງກັນແທ້. ມີພຽງແຕ່ຄຳນິຍາມສຳລັບທຸກສິ່ງທີ່ຖືກນຳສະເໜີໃນພຣະທຳຂອງພຣະເຈົ້າເທົ່ານັ້ນທີ່ຖືກຕ້ອງທີ່ສຸດ ແລະ ມີພຽງແຕ່ພຣະທຳຂອງພຣະເຈົ້າເທົ່ານັ້ນທີ່ເປັນມາດຕະຖານ ແລະ ຫຼັກການສຳລັບຊີວິດຂອງມະນຸດທີ່ດຳລົງຢູ່ ແລະ ເປັນຄວາມຈິງ ແລະ ເກນທີ່ມະນຸດສາມາດດຳລົງຊີວິດຢູ່ໄດ້, ໃນຂະນະທີ່ກົດໝາຍ ແລະ ທິດສະດີຂອງຊາຕານ ເຊິ່ງມະນຸດໄດ້ເພິ່ງພາອາໄສໃນການດຳລົງຊີວິດນັບຕັ້ງແຕ່ຖືກຊາຕານເຮັດໃຫ້ເສື່ອມຊາມນັ້ນ, ລ້ວນແຕ່ຂັດແຍ້ງກັບຄວາມຈິງທີ່ວ່າ ພຣະເຈົ້າມີອໍານາດສູງສຸດເໜືອທຸກສິ່ງ ແລະ ຄວາມຈິງທີ່ວ່າ ພຣະອົງມີອໍານາດສູງສຸດເໜືອກົດໝາຍ ແລະ ກົດລະບຽບຂອງທຸກສິ່ງ. ທິດສະດີກ່ຽວກັບຊາຕານທັງໝົດຂອງມະນຸດເກີດຂຶ້ນຈາກແນວຄິດ ແລະ ຈິນຕະນາການຂອງມະນຸດ ແລະ ສິ່ງເຫຼົ່ານັ້ນມາຈາກຊາຕານ. ຊາຕານມີບົດບາດແນວໃດ? ຢ່າງທຳອິດ, ມັນນຳສະເໜີຕົນເອງວ່າເປັນຄວາມຈິງ; ຕໍ່ມາ, ມັນລົບກວນ, ທຳລາຍ ແລະ ຢຽບຢ່ຳກົດໝາຍ ແລະ ກົດລະບຽບທັງໝົດຂອງທຸກສິ່ງທີ່ພຣະເຈົ້າຊົງສ້າງ. ສະນັ້ນ, ສິ່ງທີ່ມາຈາກຊາຕານຈຶ່ງເຂົ້າກັນໄດ້ເປັນຢ່າງດີກັບແກ່ນແທ້ຂອງຊາຕານ ແລະ ມັນເຕັມໄປດ້ວຍເຈດຕະນາທີ່ຊົ່ວຊ້າຂອງຊາຕານ, ເຕັມໄປດ້ວຍການປອມແປງ ແລະ ການຫຼອກລວງ ແລະ ເຕັມໄປດ້ວຍຄວາມທະເຍີທະຍານທີ່ບໍ່ມີວັນປ່ຽນແປງຂອງຊາຕານ. ບໍ່ວ່າມະນຸດທີ່ເສື່ອມຊາມຈະສາມາດແຍກແຍະປັດຊະຍາ ແລະ ທິດສະດີເຫຼົ່ານີ້ຈາກຊາຕານໄດ້ ຫຼື ບໍ່ ແລະ ບໍ່ວ່າຈະມີຈັກຄົນຈຳນວນຫຼາຍທີ່ມາຍົກຍ້ອງ, ສົ່ງເສີມ ແລະ ຕິດຕາມສິ່ງເຫຼົ່ານີ້ ແລະ ບໍ່ວ່າມະນຸດຊາດທີ່ເສື່ອມຊາມຈະຊົມເຊີຍ, ນະມັດສະການ ແລະ ເທດສະໜາກ່ຽວກັບສິ່ງເຫຼົ່ານັ້ນມາຈັກປີ ແລະ ຈັກຍຸກສະໄໝແລ້ວກໍຕາມ, ສິ່ງເຫຼົ່ານັ້ນກໍຈະບໍ່ກາຍເປັນຄວາມຈິງ. ເພາະວ່າແກ່ນແທ້, ຕົ້ນກຳເນີດ ແລະ ແຫຼ່ງທີ່ມາຂອງສິ່ງເຫຼົ່ານັ້ນຄືຊາຕານ, ຜູ້ເຊິ່ງເປັນປໍລະປັກຕໍ່ພຣະເຈົ້າ ແລະ ເປັນປໍລະປັກຕໍ່ຄວາມຈິງ, ດັ່ງນັ້ນ ສິ່ງເຫຼົ່ານີ້ຈຶ່ງບໍ່ມີວັນກາຍເປັນຄວາມຈິງໄດ້ເລີຍ ພວກມັນຈະເປັນສິ່ງທີ່ເປັນລົບຢູ່ສະເໝີ. ເມື່ອບໍ່ມີຄວາມຈິງມາປຽບທຽບ, ສິ່ງເຫຼົ່ານັ້ນອາດຈະຖືກເຂົ້າໃຈຜິດວ່າເປັນສິ່ງທີ່ດີ ແລະ ສິ່ງທີ່ເປັນບວກ, ແຕ່ເມື່ອໃຊ້ຄວາມຈິງມາເປີດໂປງ ແລະ ໄຈ້ແຍກສິ່ງເຫຼົ່ານັ້ນ, ພວກມັນກໍບໍ່ໄດ້ໄຮ້ຂໍ້ຜິດພາດ, ສິ່ງເຫຼົ່ານັ້ນບໍ່ສາມາດຢືນຢັດຕໍ່ການກວດສອບໄດ້ ແລະ ເປັນສິ່ງທີ່ຖືກກ່າວປະນາມ ແລະ ຖືກປະຕິເສດຢ່າງວ່ອງໄວ. ຄວາມຈິງທີ່ພຣະເຈົ້າໄດ້ສະແດງອອກນັ້ນສອດຄ່ອງກັບຄວາມຕ້ອງການຂອງຄວາມເປັນມະນຸດທີ່ປົກກະຕິຂອງມະນຸດຊາດທີ່ພຣະເຈົ້າຊົງສ້າງຢ່າງສິ້ນເຊີງ, ໃນຂະນະທີ່ສິ່ງທີ່ຊາຕານປູກຝັງໃສ່ຜູ້ຄົນນັ້ນຂັດແຍ້ງກັບຄວາມຕ້ອງການຂອງຄວາມເປັນມະນຸດທີ່ປົກກະຕິຂອງມະນຸດຊາດຢ່າງສິ້ນເຊີງ. ສິ່ງເຫຼົ່ານັ້ນເຮັດໃຫ້ຄົນປົກກະຕິກາຍເປັນຄົນບໍ່ປົກກະຕິ ແລະ ກາຍເປັນຄົນທີ່ສຸດໂຕ່ງ, ໃຈແຄບ, ອວດດີ, ໂງ່ຈ້າ, ຊົ່ວຊ້າ, ຫົວແຂງ, ໂຫດຮ້າຍ ແລະ ເຖິງຂັ້ນເປັນຄົນຈອງຫອງພອງຂົນຈົນເຫຼືອທົນ. ມີຈຸດໜຶ່ງທີ່ມັນຮ້າຍແຮງຈົນເຖິງຂັ້ນທີ່ຜູ້ຄົນກາຍເປັນບ້າ ແລະ ບໍ່ຮູ້ແມ່ນແຕ່ວ່າຕົນເອງເປັນໃຜ. ພວກເຂົາບໍ່ຢາກເປັນຄົນປົກກະຕິ ຫຼື ທຳມະດາ ແລະ ກົງກັນຂ້າມ ພວກເຂົາຢືນຢັນທີ່ຈະເປັນຍອດມະນຸດ, ຄົນທີ່ມີພະລັງພິເສດ ຫຼື ມະນຸດລະດັບສູງ ສິ່ງເຫຼົ່ານີ້ໄດ້ບິດເບືອນຄວາມເປັນມະນຸດຂອງຜູ້ຄົນ ແລະ ບິດເບືອນສັນຊາດຕະຍານຂອງພວກເຂົາ. ຄວາມຈິງເຮັດໃຫ້ຜູ້ຄົນສາມາດດຳລົງຢູ່ໄດ້ຕາມສັນຊາດຕະຍານຫຼາຍຂຶ້ນ ຕາມກົດລະບຽບ ແລະ ກົດໝາຍຂອງຄວາມເປັນມະນຸດທີ່ປົກກະຕິ ແລະ ກົດລະບຽບທັງໝົດເຫຼົ່ານີ້ທີ່ພຣະເຈົ້າໄດ້ສ້າງຕັ້ງຂຶ້ນ, ໃນຂະນະທີ່ສິ່ງທີ່ຖືກເອີ້ນວ່າຄຳສຸພາສິດທົ່ວໄປ ແລະ ຄຳເວົ້າທີ່ເຮັດໃຫ້ຫຼົງຜິດເຫຼົ່ານີ້ ກັບເຮັດໃຫ້ຜູ້ຄົນຫັນມາຕໍ່ຕ້ານສັນຊາດຕະຍານຂອງມະນຸດ ແລະ ຫຼົບໜີກົດໝາຍທີ່ພຣະເຈົ້າໄດ້ລິຂິດ ແລະ ບັນຍັດໄວ້, ເຖິງຂັ້ນເຮັດໃຫ້ຜູ້ຄົນບ່ຽງເບນຈາກເສັ້ນທາງຂອງຄວາມເປັນມະນຸດທີ່ປົກກະຕິ ແລະ ເຮັດບາງສິ່ງທີ່ຮຸນແຮງ ເຊິ່ງຄົນປົກກະຕິບໍ່ຄວນເຮັດ ຫຼື ຄິດທີ່ຈະເຮັດ. ກົດໝາຍຂອງຊາຕານເຫຼົ່ານີ້ບໍ່ພຽງແຕ່ບິດເບືອນຄວາມເປັນມະນຸດຂອງຜູ້ຄົນເທົ່ານັ້ນ ແຕ່ຍັງເຮັດໃຫ້ຜູ້ຄົນສູນເສຍຄວາມເປັນມະນຸດທີ່ປົກກະຕິ ແລະ ສັນຊາດຕະຍານຄວາມເປັນມະນຸດທີ່ປົກກະຕິອີກດ້ວຍ. ຕົວຢ່າງ: ກົດໝາຍຂອງຊາຕານກ່າວວ່າ “ຊະຕາກຳຂອງຄົນເຮົາຢູ່ໃນກຳມືຂອງຕົນເອງ” ແລະ “ຄວາມສຸກໄດ້ຖືກສ້າງຂຶ້ນດ້ວຍສອງມືຂອງຕົນເອງ”. ສິ່ງນີ້ຂັດແຍ້ງກັບອຳນາດສູງສຸດຂອງພຣະເຈົ້າ ແລະ ຂັດແຍ້ງກັບສັນຊາດຕະຍານຂອງມະນຸດ. ເມື່ອຮ່າງກາຍ ແລະ ສັນຊາດຕະຍານຂອງຜູ້ຄົນໄດ້ເຖິງຂີດຈຳກັດ ຫຼື ເມື່ອຊະຕາກຳຂອງພວກເຂົາຢູ່ໃນຈຸດວິກິດ, ຜູ້ຄົນທີ່ເພິ່ງພາກົດໝາຍຈາກຊາຕານເຫຼົ່ານີ້ກໍບໍ່ສາມາດທົນຮັບໄດ້. ສ່ວນໃຫຍ່ຮູ້ສຶກວ່າຄວາມກົດດັນນັ້ນໄດ້ເກີນຂີດຈຳກັດຂອງພວກເຂົາ ແລະ ເກີນກວ່າທີ່ຈິດໃຈຂອງພວກເຂົາຈະທົນຮັບໄດ້ ແລະ ໃນທີ່ສຸດ ບາງຄົນກໍກາຍເປັນໂລກຈິດຕະເວດ. ຜູ້ຄົນທີ່ກຳລັງສອບເສັງເຂົ້າວິທະຍາໄລໃນຕອນນີ້ກຳລັງທົນທຸກທໍລະມານຈາກຄວາມກົດດັນອັນມະຫາສານທີ່ການສອບເສັງເຫຼົ່ານັ້ນນຳມາໃຫ້. ສະພາບທາງຮ່າງກາຍ ແລະ ຄຸນລັກສະນະທາງຈິດໃຈຂອງຜູ້ຄົນນັ້ນແຕກຕ່າງກັນ; ບາງຄົນສາມາດປັບຕົວເຂົ້າກັບລະບອບເຊັ່ນນີ້ໄດ້, ໃນຂະນະທີ່ບາງຄົນບໍ່ສາມາດເຮັດໄດ້. ໃນທີ່ສຸດ, ບາງຄົນກໍກາຍເປັນຊຶມເສົ້າ, ໃນຂະນະທີ່ບາງຄົນກໍກາຍເປັນໂລກຈິດຕະເວດ ແລະ ເຖິງຂັ້ນໂດດຕຶກ ແລະ ຂ້າຕົວຕາຍ ມີເຫດການທຸກປະເພດເກີດຂຶ້ນ. ຜົນສະທ້ອນເຫຼົ່ານີ້ເກີດຂຶ້ນໄດ້ແນວໃດ? ເຫດຜົນກໍຄື ຊາຕານເຮັດໃຫ້ຜູ້ຄົນຫຼົງຜິດ ໂດຍການເຮັດໃຫ້ພວກເຂົາໄລ່ຕາມຊື່ສຽງ ແລະ ຜົນປະໂຫຍດ, ເຊິ່ງມັນທຳຮ້າຍຜູ້ຄົນ. ຖ້າຜູ້ຄົນສາມາດດຳລົງຊີວິດຢ່າງເປັນທຳມະຊາດຕາມກົດລະບຽບທີ່ພຣະເຈົ້າກຳນົດໄວ້ ແລະ ດຳລົງຊີວິດຕາມວິທີທາງທີ່ພຣະເຈົ້າໄດ້ລິຂິດໄວ້ໃຫ້ມະນຸດ ແລະ ອ່ານພຣະທຳຂອງພຣະເຈົ້າ ແລະ ດຳລົງຊີວິດຕໍ່ໜ້າພຣະເຈົ້າ, ພວກເຂົາຈະກາຍເປັນບ້າບໍ? ພວກເຂົາຈະທົນຕໍ່ຄວາມກົດດັນມະຫາສານຂະໜາດນັ້ນໄດ້ບໍ? ພວກເຂົາຈະບໍ່ເປັນແບບນັ້ນຢ່າງແນ່ນອນ. ພຣະເຈົ້າເຮັດພາລະກິດຂອງພຣະອົງເພື່ອໃຫ້ຜູ້ຄົນເຂົ້າໃຈຄວາມຈິງ, ຖອດຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ອ່ອນນ້ອມຕໍ່ອຳນາດສູງສຸດ ແລະ ການຈັດແຈງຂອງພຣະເຈົ້າ. ດ້ວຍວິທີນີ້, ຜູ້ຄົນສາມາດດຳລົງຊີວິດຕໍ່ໜ້າພຣະເຈົ້າ ໂດຍປາສະຈາກຄວາມກົດດັນ ແລະ ໄດ້ຮັບພຽງແຕ່ອິດສະລະພາບ ແລະ ການປົດປ່ອຍ. ມະນຸດຊາດຖືກສ້າງຂຶ້ນໂດຍພຣະເຈົ້າ ແລະ ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ຮູ້ຈັກສັນຊາດຕະຍານຂອງມະນຸດ ແລະ ທຸກສິ່ງທຸກຢ່າງກ່ຽວກັບຜູ້ຄົນ. ພຣະເຈົ້າໃຊ້ກົດລະບຽບທີ່ພຣະອົງໄດ້ບັນຍັດໄວ້ເພື່ອຊີ້ນໍາມະນຸດ ແລະ ຕອບສະໜອງຄວາມຕ້ອງການຂອງພວກເຂົາ, ໃນຂະນະທີ່ຊາຕານບໍ່ໄດ້ເຮັດແບບນັ້ນເລີຍ. ມັນເຮັດໃຫ້ຜູ້ຄົນລະເມີດກົດລະບຽບທັງໝົດເຫຼົ່ານີ້ ແລະ ບັງຄັບໃຫ້ຜູ້ຄົນເປັນຍອດມະນຸດ ແລະ ຜູ້ຍິ່ງໃຫຍ່. ນີ້ບໍ່ແມ່ນການຫຼອກລວງຜູ້ຄົນບໍ? ຄວາມຈິງແລ້ວ ຜູ້ຄົນກໍເປັນພຽງຄົນປົກກະຕິ ແລະ ທຳມະດາ ພວກເຂົາຈະເປັນຍອດມະນຸດ ຫຼື ຄົນທີ່ມີພະລັງພິເສດໄດ້ແນວໃດ? ນີ້ບໍ່ແມ່ນການທຳລາຍຜູ້ຄົນບໍ? ບໍ່ວ່າເຈົ້າຈະດິ້ນຮົນສໍ່າໃດກໍຕາມ, ບໍ່ວ່າຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງເຈົ້າຈະຍິ່ງໃຫຍ່ສໍ່າໃດກໍຕາມ, ເຈົ້າກໍບໍ່ສາມາດກາຍເປັນຍອດມະນຸດ ຫຼື ຄົນທີ່ມີພະລັງພິເສດໄດ້. ເຖິງແມ່ນວ່າເຈົ້າຈະທຳລາຍຕົວເອງຈົນເຖິງຂັ້ນທີ່ເຈົ້າສູນເສຍຄວາມຄ້າຍຄືຄວາມເປັນມະນຸດໄປທັງໝົດ, ເຈົ້າກໍບໍ່ສາມາດກາຍເປັນຍອດມະນຸດ ຫຼື ຄົນທີ່ມີພະລັງພິເສດໄດ້. ບໍ່ວ່າອາຊີບໃດທີ່ຄົນເຮົາຄວນມີໃນຊີວິດ ລ້ວນແລ້ວແຕ່ຖືກພຣະເຈົ້າລິຂິດໄວ້ລ່ວງໜ້າແລ້ວ. ຖ້າເຈົ້າບໍ່ດຳລົງຊີວິດຕາມກົດໝາຍ ແລະ ກົດລະບຽບທີ່ພຣະເຈົ້າໄດ້ບັນຍັດໄວ້, ແຕ່ກົງກັນຂ້າມ ເລືອກຄຳເວົ້າທີ່ເຮັດໃຫ້ຫຼົງຜິດ ແລະ ຄຳເວົ້າທີ່ເປັນມານຮ້າຍຂອງຊາຕານ ແລະ ໄລ່ຕາມການເປັນຍອດມະນຸດ ຫຼື ຄົນທີ່ມີພະລັງພິເສດ, ເຈົ້າຈະຕ້ອງທົນທຸກຕໍ່ຄວາມທໍລະມານ ແລະ ຕາຍໄປ. ເວົ້າກໍຄື ຖ້າເຈົ້າເລືອກທີ່ຈະຍອມຮັບການຖືກທຳລາຍ, ຖືກຢຽບຢ່ຳ ແລະ ຖືກເຮັດໃຫ້ເສື່ອມຊາມໂດຍຊາຕານ, ແລ້ວທຸກສິ່ງທີ່ເຈົ້າໄດ້ທົນທຸກກໍຄືຜົນສະທ້ອນຈາກການກະທຳຂອງເຈົ້າເອງ, ມັນຄືສິ່ງທີ່ເຈົ້າສົມຄວນໄດ້ຮັບ ແລະ ມັນເປັນຄວາມສະໝັກໃຈຂອງເຈົ້າເອງ. ຄົນບາງຄົນເຂົ້າຮ່ວມການສອບເສັງເຂົ້າວິທະຍາໄລ, ສອບເສັງບໍ່ຜ່ານສອງ ຫຼື ສາມຄັ້ງ ແລະ ສຸດທ້າຍກໍກາຍເປັນບ້າ ຍ້ອນບໍ່ສາມາດສອບເສັງຜ່ານໄດ້ຈັກເທື່ອ. ນີ້ແມ່ນສິ່ງທີ່ພວກເຂົານຳມາໃຫ້ກັບຕົນເອງບໍ? ເປັນຫຍັງເຈົ້າຈຶ່ງຢາກສອບເສັງເຂົ້າວິທະຍາໄລ? ມັນບໍ່ແມ່ນພຽງເພື່ອໃຫ້ໂດດເດັ່ນກວ່າຄົນອື່ນ ແລະ ນໍາກຽດຕິຍົດມາສູ່ບັນພະບຸລຸດຂອງເຈົ້າບໍ? ຖ້າເຈົ້າປະຖິ້ມສອງເປົ້າໝາຍນີ້ ເຊິ່ງກໍຄືການໂດດເດັ່ນກວ່າຄົນອື່ນ ແລະ ການນໍາກຽດຕິຍົດມາສູ່ບັນພະບຸລຸດຂອງເຈົ້າ ແລະ ບໍ່ໄດ້ໄລ່ຕາມສິ່ງເຫຼົ່ານີ້, ແຕ່ຖ້າປ່ຽນໄປຫາເປົ້າໝາຍທີ່ຖືກຕ້ອງແທນ, ຄວາມກົດດັນນັ້ນຈະບໍ່ຫາຍໄປບໍ? ຖ້າເຈົ້າຍອມຮັບຄວາມເສື່ອມຊາມຈາກຊາຕານ ແລະ ຖ້າເຈົ້າຍອມຮັບແນວຄິດ ແລະ ມຸມມອງທັງໝົດເຫຼົ່ານີ້ຈາກມັນ, ແລ້ວຮ່າງກາຍຂອງເຈົ້າກໍຈະຕ້ອງທົນທຸກຕໍ່ຄວາມເຈັບປວດທຸກປະເພດ ແລະ ນັ້ນກໍບໍ່ໄດ້ໜ້ອຍໄປກວ່າທີ່ເຈົ້າສົມຄວນໄດ້ຮັບ! ຜົນສະທ້ອນນີ້ຄືທາງເລືອກຂອງເຈົ້າເອງ ແລະ ເປັນສິ່ງທີ່ເຈົ້າສ້າງຂຶ້ນເອງ. ມັນບໍ່ໄດ້ເປັນສິ່ງທີ່ຖືກລິຂິດໄວ້ລ່ວງໜ້າໂດຍພຣະເຈົ້າ. ພຣະເຈົ້າບໍ່ໄດ້ເຮັດໃຫ້ເຈົ້າຕ້ອງດຳລົງຊີວິດຢູ່ແບບນັ້ນ. ພຣະທຳຂອງພຣະເຈົ້າໄດ້ເຮັດໃຫ້ສິ່ງຕ່າງໆຊັດເຈນຫຼາຍແລ້ວ ແລະ ເປັນເຈົ້າເອງທີ່ບໍ່ໄດ້ປະຕິບັດຕາມພຣະທຳຂອງພຣະເຈົ້າ. ສິ່ງທີ່ຮ່າງກາຍ, ພະລັງໃຈ ແລະ ຄຸນລັກສະນະທາງຈິດໃຈຂອງຄົນເຮົາສາມາດທົນທານໄດ້ນັ້ນມີຂີດຈຳກັດ, ແຕ່ຜູ້ຄົນເອງບໍ່ຮູ້ຕົວເລື່ອງນັ້ນ ແລະ ຄິດເປັນອື່ນ ແລະ ເຖິງຂັ້ນເວົ້າວ່າຊະຕາກຳຂອງພວກເຂົາຢູ່ໃນກຳມືຂອງພວກເຂົາເອງ, ແຕ່ໃນທີ່ສຸດ ພວກເຂົາກໍບໍ່ສາມາດຍາດເອົາການຄວບຄຸມຊະຕາກຳຂອງພວກເຂົາມາໄດ້ ແລະ ກົງກັນຂ້າມ ຕ້ອງຕາຍຢ່າງໜ້າເວທະນາ ແລະ ໜ້າເສົ້າສະຫຼົດໃຈ. ນີ້ຈະເປັນການໄຂວ່ຄວ້າຊະຕາກຳຂອງຕົນເອງໄດ້ແນວໃດ? ນີ້ຄືວິທີທີ່ຊາຕານໃຊ້ແນວຄິດທີ່ຫຼອກລວງທຸກປະເພດ ແລະ ຄຳສອນນອກຮີດ ແລະ ຄວາມເຊື່ອແບບຜິດໆທຸກປະເພດເພື່ອເຮັດໃຫ້ຜູ້ຄົນເສື່ອມຊາມ. ຜູ້ຄົນເອງບໍ່ຮູ້ເລື່ອງນີ້ ແລະ ເຖິງຂັ້ນຮູ້ສຶກດີກັບສິ່ງເຫຼົ່ານັ້ນ, ໂດຍຄິດວ່າ “ສັງຄົມກຳລັງກ້າວໜ້າໄປຢ່າງຕໍ່ເນື່ອງ, ພວກເຮົາຄວນກ້າວໃຫ້ທັນຍຸກສະໄໝ ແລະ ຍອມຮັບພະລັງງານບວກທັງໝົດນັ້ນ”. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນຄຳເວົ້າແບບມານຮ້າຍ. ຈະມີພະລັງງານທາງບວກອັນໃດໃນໂລກທີ່ບໍ່ມີຄວາມເຊື່ອເຊິ່ງເປັນຄືກັບຜີຮ້າຍໄດ້ແນວໃດ? ມັນລ້ວນແຕ່ເປັນພະລັງງານທາງລົບ, ລ້ວນແຕ່ເປັນມະເຮັງ ແລະ ລ້ວນແຕ່ເປັນລະເບີດເວລາ. ຖ້າເຈົ້າຍອມຮັບສິ່ງເຫຼົ່ານີ້, ເຈົ້າກໍຈະຕ້ອງແບກຮັບຜົນສະທ້ອນທີ່ຮ້າຍແຮງຂອງສິ່ງເຫຼົ່ານັ້ນ ແລະ ເຈົ້າຈະຕ້ອງໄດ້ຮັບຄວາມທໍລະມານ ແລະ ຖືກທຳລາຍລ້າງໂດຍຊາຕານ. ນີ້ຄືສິ່ງທີ່ເກີດຂຶ້ນຈາກການບໍ່ໄລ່ຕາມຄວາມຈິງ. ຈະມີຈຸດຈົບທີ່ດີຫຍັງໄດ້ ຖ້າເຈົ້າຕິດຕາມຊາຕານ? ຊາຕານຈະເຮັດທຸກສິ່ງທຸກຢ່າງທີ່ມັນສາມາດເຮັດໄດ້ເພື່ອວາງຢາພິດໃສ່ເຈົ້າ ແລະ ປູກຝັງພິດຮ້າຍໃສ່ໃນຕົວເຈົ້າ. ພຣະເຈົ້າຊ່ວຍເຈົ້າໃຫ້ລອດພົ້ນ; ຊາຕານທຳຮ້າຍເຈົ້າ. ພຣະເຈົ້າປິ່ນປົວຄວາມເຈັບປ່ວຍຂອງເຈົ້າ; ຊາຕານປູກຝັງພິດຮ້າຍໃສ່ໃນຕົວເຈົ້າເພື່ອເຮັດໃຫ້ເຈົ້າເຈັບປ່ວຍ. ຍິ່ງເຈົ້າຍອມຮັບພິດຮ້າຍຈາກຊາຕານຫຼາຍສໍ່າໃດ, ມັນກໍຍິ່ງກາຍເປັນເລື່ອງຍາກສຳລັບເຈົ້າທີ່ຈະຍອມຮັບຄວາມຈິງ. ມັນກໍເປັນເຊັ່ນນີ້ເອງ. ການໂອ້ລົມຂອງພວກເຮົາໃນຫົວຂໍ້ທີ່ວ່າຄວາມຈິງແມ່ນຫຍັງກໍຈົບລົງພຽງເທົ່ານີ້. ຕໍ່ໄປ, ພວກເຮົາຈະໂອ້ລົມກັນໃນຫົວຂໍ້ອື່ນ.

ການໄຈ້ແຍກການທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດໜ້າທີ່ຂອງຕົນພຽງເພື່ອເຮັດໃຫ້ຕົນເອງໂດດເດັ່ນ ແລະ ຕອບສະໜອງຜົນປະໂຫຍດ ແລະ ຄວາມທະເຍີທະຍານຂອງຕົນເອງ, ບໍ່ເຄີຍຄຳນຶງເຖິງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ແມ່ນແຕ່ທໍລະຍົດຕໍ່ຜົນປະໂຫຍດເຫຼົ່ານັ້ນ ໂດຍແລກປ່ຽນພວກມັນກັບກຽດຕິຍົດສ່ວນຕົວ

I. ຜົນປະໂຫຍດຂອງພຣະເຈົ້າແມ່ນຫຍັງ ແລະ ຜົນປະໂຫຍດຂອງຜູ້ຄົນແມ່ນຫຍັງ

ເທື່ອນີ້ ພວກເຮົາຈະໂອ້ລົມກ່ຽວກັບຂໍ້ທີເກົ້າຂອງການສະແດງອອກຕ່າງໆ ຂອງພວກຕໍ່ຕ້ານພຣະຄຣິສ ນັ້ນກໍຄື ພວກເຂົາປະຕິບັດໜ້າທີ່ຂອງຕົນພຽງເພື່ອເຮັດໃຫ້ຕົນເອງໂດດເດັ່ນ ແລະ ຕອບສະໜອງຜົນປະໂຫຍດ ແລະ ຄວາມທະເຍີທະຍານຂອງຕົນເອງ; ພວກເຂົາບໍ່ເຄີຍຄຳນຶງເຖິງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ພວກເຂົາແມ່ນແຕ່ທໍລະຍົດຕໍ່ຜົນປະໂຫຍດເຫຼົ່ານັ້ນ ໂດຍແລກປ່ຽນພວກມັນກັບກຽດຕິຍົດສ່ວນຕົວ. ໃນຊີວິດປະຈຳວັນຂອງພວກເຮົາ, ພວກເຮົາເນັ້ນໜັກໃສ່ຜົນປະໂຫຍດຂອງພຣະເຈົ້າ ແລະ ຂອງເຮືອນຂອງພຣະເຈົ້າເລື້ອຍໆ. ເຖິງຢ່າງໃດກໍຕາມ, ບາງຄົນມັກຈະບໍ່ຄຳນຶງເຖິງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແຕ່ກັບວາງຜົນປະໂຫຍດຂອງພວກເຂົາເອງຢູ່ກ່ອນໜ້າ ແລະ ເປັນສູນກາງໃນທຸກສິ່ງ. ຄົນເຫຼົ່ານີ້ເຫັນແກ່ຕົວເປັນຢ່າງຍິ່ງ. ຍິ່ງໄປກວ່ານັ້ນ, ໃນການຈັດການເລື່ອງຕ່າງໆ ຂອງພວກເຂົາ, ພວກເຂົາມັກຈະປົກປ້ອງຜົນປະໂຫຍດຂອງພວກເຂົາເອງ ຈົນກໍ່ໃຫ້ເກີດຄວາມເສຍຫາຍຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ຈົນເຖິງຂັ້ນທີ່ພວກເຂົາຈະຮຽກຮ້ອງເອົາຈາກເຮືອນຂອງພຣະເຈົ້າແບບທາງອ້ອມ ເພື່ອຕອບສະໜອງຄວາມປາດຖະໜາຂອງພວກເຂົາເອງ. ຄຳສັບຫຼັກຢູ່ບ່ອນນີ້ແມ່ນຫຍັງ? ໂດຍຫຼັກໆ ແລ້ວແມ່ນກຳລັງເວົ້າກ່ຽວກັບຫຍັງ? (ຜົນປະໂຫຍດ.) “ຜົນປະໂຫຍດ” ໝາຍຄວາມວ່າແນວໃດ? ມີຫຍັງລວມຢູ່ໃນຄຳສັບນີ້ແດ່? ສິ່ງໃດທີ່ຖືກພິຈາລະນາວ່າເປັນຜົນປະໂຫຍດຂອງຜູ້ຄົນ? ຜົນປະໂຫຍດຂອງຜູ້ຄົນກວມເອົາຫຍັງແດ່? ສະຖານະ, ຊື່ສຽງ ແລະ ສິ່ງທີ່ກ່ຽວຂ້ອງກັບຜົນປະໂຫຍດທາງວັດຖຸ. ຕົວຢ່າງ: ເມື່ອຄົນໃດຄົນໜຶ່ງຫຼອກລວງຄົນອື່ນໃຫ້ຍ້ອງຍໍ ແລະ ບູຊາພວກເຂົາ, ພວກເຂົາກໍກຳລັງສະແຫວງຫາຜົນປະໂຫຍດທາງຈິດໃຈຂອງພວກເຂົາເອງ; ນອກນັ້ນຍັງມີຜົນປະໂຫຍດທາງວັດຖຸ ເຊິ່ງຜູ້ຄົນສະແຫວງຫາ ໂດຍການເອົາປຽບຄົນອື່ນ, ກອບໂກຍຜົນປະໂຫຍດເຂົ້າຕົນເອງ ຫຼື ລັກຂະໂມຍຊັບສິນໃນເຮືອນຂອງພຣະເຈົ້າ ເພື່ອຍົກໃຫ້ເຫັນຕົວຢ່າງຈຳນວນໜຶ່ງ. ພວກຜູ້ຕໍ່ຕ້ານພຣະຄຣິສໄລ່ຕາມແຕ່ຜົນປະໂຫຍດເທົ່ານັ້ນ. ບໍ່ວ່າພວກເຂົາຈະກຳລັງສະແຫວງຫາຜົນປະໂຫຍດທາງຈິດໃຈ ຫຼື ທາງວັດຖຸກໍຕາມ, ພວກຜູ້ຕໍ່ຕ້ານພຣະຄຣິສກໍມີຄວາມໂລບມາກ ແລະ ບໍ່ຮູ້ຈັກພໍ ແລະ ພວກເຂົາຈະພະຍາຍາມຍຶດເອົາສິ່ງເຫຼົ່ານີ້ທັງໝົດມາເປັນຂອງຕົນເອງ. ເລື່ອງທີ່ກ່ຽວກັບຜົນປະໂຫຍດຂອງຄົນໃດຄົນໜຶ່ງເປີດເຜີຍຕົວຕົນຂອງພວກເຂົາໄດ້ຫຼາຍທີ່ສຸດ. ຜົນປະໂຫຍດເຊື່ອມໂຍງຢ່າງໃກ້ຊິດກັບຊີວິດຂອງທຸກຄົນ ແລະ ທຸກສິ່ງທີ່ຄົນເຮົາສຳຜັດໃນແຕ່ລະມື້ກໍກ່ຽວຂ້ອງກັບຜົນປະໂຫຍດຂອງພວກເຂົາ. ຕົວຢ່າງ: ເມື່ອເຈົ້າເວົ້າບາງຢ່າງ ຫຼື ເວົ້າກ່ຽວກັບເລື່ອງໃດເລື່ອງໜຶ່ງ, ມີຜົນປະໂຫຍດຫຍັງເຂົ້າມາກ່ຽວຂ້ອງ? ເມື່ອຄົນສອງຄົນສົນທະນາກັນກ່ຽວກັບບັນຫາບາງຢ່າງ, ມັນເປັນເລື່ອງຂອງການທີ່ວ່າໃຜເວົ້າເກັ່ງ ແລະ ໃຜເວົ້າບໍ່ເກັ່ງ, ໃຜຖືກຄົນອື່ນຍົກຍ້ອງຢ່າງສູງສົ່ງ ແລະ ໃຜຖືກຄົນອື່ນດູຖູກ ແລະ ມັນຍັງເປັນເລື່ອງຂອງຜົນສະທ້ອນທີ່ແຕກຕ່າງກັນຈາກວິທີການເວົ້າທີ່ແຕກຕ່າງກັນຂອງພວກເຂົາ. ນີ້ບໍ່ແມ່ນເລື່ອງຂອງຜົນປະໂຫຍດບໍ? ສະນັ້ນ, ຜູ້ຄົນເຮັດແນວໃດ ເມື່ອບັນຫາປະເພດນີ້ເກີດຂຶ້ນກັບພວກເຂົາ? ຜູ້ຄົນພະຍາຍາມສຸດຄວາມສາມາດເພື່ອໂອ້ອວດ, ບີບສະໝອງຂອງພວກເຂົາເພື່ອຈັດລະບຽບຄຳເວົ້າ ເພື່ອອະທິບາຍເລື່ອງນັ້ນໃຫ້ຊັດເຈນ ແລະ ເພື່ອໃຫ້ຄຳເວົ້າຖືກສະແດງອອກຢ່າງສວຍງາມຍິ່ງຂຶ້ນ ແລະ ຟັງແລ້ວໜ້າພໍໃຈຍິ່ງຂຶ້ນ, ພ້ອມທັງໃຫ້ມີລັກສະນະເປັນຂັ້ນເປັນຕອນ ແລະ ສ້າງຄວາມປະທັບໃຈທີ່ຍາວນານໃຫ້ກັບຜູ້ຄົນ. ການໃຊ້ວິທີການນີ້, ໂດຍການໃຊ້ວາທະສິນ, ສະໝອງ ແລະ ຄວາມຮູ້ຂອງຕົນເພື່ອເອົາຊະນະໃຈຜູ້ຄົນ ແລະ ສ້າງຄວາມປະທັບໃຈທີ່ເລິກເຊິ່ງໃຫ້ກັບພວກເຂົາ, ນີ້ຄືຜົນປະໂຫຍດປະເພດໜຶ່ງ. ຜົນປະໂຫຍດທີ່ຜູ້ຄົນສະແຫວງຫາຍັງກວມເອົາດ້ານໃດອີກແດ່? ເມື່ອສືບຕໍ່ເຮັດທຸລະຂອງພວກເຂົາ, ຜູ້ຄົນຈະຊັ່ງຊາ, ຄິດໄລ່ ແລະ ໄຕ່ຕອງຢູ່ໃນໃຈຂອງພວກເຂົາຢູ່ຕະຫຼອດເວລາ, ໂດຍບີບສະໝອງເພື່ອຄິດວ່າການກະທຳໃດທີ່ເປັນຜົນປະໂຫຍດຕໍ່ພວກເຂົາ, ການກະທຳໃດທີ່ບໍ່ເປັນຜົນປະໂຫຍດຕໍ່ພວກເຂົາ, ການກະທຳໃດສາມາດເພີ່ມຜົນປະໂຫຍດໃຫ້ພວກເຂົາ, ການກະທຳໃດທີ່ຢ່າງໜ້ອຍທີ່ສຸດກໍບໍ່ທຳລາຍຜົນປະໂຫຍດຂອງພວກເຂົາ ແລະ ການກະທຳໃດສາມາດສ້າງກຽດຕິຍົດສູງສຸດ ແລະ ຜົນກຳໄລທາງວັດຖຸທີ່ຍິ່ງໃຫຍ່ທີ່ສຸດໃຫ້ພວກເຂົາ ແລະ ເຮັດໃຫ້ພວກເຂົາກາຍເປັນຜູ້ໄດ້ຮັບຜົນປະໂຫຍດສູງສຸດ. ສິ່ງເຫຼົ່ານີ້ຄືຜົນປະໂຫຍດສອງຢ່າງທີ່ຜູ້ຄົນຕໍ່ສູ້ເພື່ອໃຫ້ໄດ້ມາ ເມື່ອໃດກໍຕາມທີ່ມີບັນຫາເກີດຂຶ້ນກັບພວກເຂົາ. ຜົນປະໂຫຍດທີ່ຜູ້ຄົນໄລ່ຕາມແມ່ນເນັ້ນໃສ່ສອງດ້ານນີ້ ແລະ ບໍ່ມີຫຍັງຫຼາຍໄປກວ່ານັ້ນ: ໃນດ້ານໜຶ່ງ, ນັ້ນກໍຄືການໄດ້ຮັບຜົນປະໂຫຍດທາງວັດຖຸ ຫຼື ຢ່າງໜ້ອຍທີ່ສຸດກໍບໍ່ເສຍປຽບ ແລະ ການເອົາປຽບຄົນອື່ນ; ນອກຈາກນີ້, ໃນລະດັບຈິດໃຈ, ແມ່ນການເຮັດໃຫ້ຜູ້ຄົນນັບຖື ແລະ ຍ້ອງຍໍພວກເຂົາ ແລະ ການຊະນະໃຈຜູ້ຄົນ. ບາງຄັ້ງ, ເພື່ອໃຫ້ໄດ້ມາເຊິ່ງອຳນາດ ແລະ ສະຖານະ, ຜູ້ຄົນເຖິງກັບຍອມສະລະຜົນປະໂຫຍດທາງວັດຖຸ ນັ້ນກໍຄື ພວກເຂົາຈະຍອມເສຍປຽບເລັກນ້ອຍ ເພື່ອໃຫ້ໄດ້ປຽບຄົນອື່ນຫຼາຍກວ່າເກົ່າໃນພາຍຫຼັງ. ສະຫຼຸບແລ້ວ, ສິ່ງເຫຼົ່ານີ້ທີ່ກ່ຽວຂ້ອງກັບຊື່ສຽງ, ສະຖານະ, ກຽດຕິຍົດ ແລະ ສິ່ງຂອງທາງວັດຖຸຂອງຜູ້ຄົນ ລ້ວນແລ້ວແຕ່ຕົກຢູ່ໃນໝວດຂອງຜົນປະໂຫຍດຂອງຜູ້ຄົນ ແລະ ລ້ວນແລ້ວແຕ່ແມ່ນຜົນປະໂຫຍດທີ່ຜູ້ຄົນສະແຫວງຫາ.

ທຳມະຊາດຂອງການທີ່ຜູ້ຄົນສະແຫວງຫາຜົນປະໂຫຍດເຫຼົ່ານີ້ແມ່ນຫຍັງ? ເປັນຫຍັງຜູ້ຄົນຈຶ່ງສະແຫວງຫາສິ່ງເຫຼົ່ານີ້? ມັນຖືກຕ້ອງຕາມກົດໝາຍບໍທີ່ຈະສະແຫວງຫາສິ່ງເຫຼົ່ານີ້? ມັນສົມເຫດສົມຜົນບໍ? ມັນສອດຄ່ອງກັບຂໍ້ກຳນົດຂອງພຣະເຈົ້າສຳລັບຜູ້ຄົນບໍ? ນີ້ແມ່ນມາດຕະຖານທີ່ພຣະເຈົ້າຮຽກຮ້ອງຈາກສິ່ງທີ່ຖືກສ້າງບໍ? ໃນພຣະທຳຂອງພຣະເຈົ້າ, ພຣະອົງໄດ້ກ່າວເຖິງບໍວ່າ “ພວກເຈົ້າຄວນສະແຫວງຫາຜົນປະໂຫຍດຂອງເຈົ້າເອງ ແລະ ສ້າງຜົນປະໂຫຍດສູງສຸດໃຫ້ເຈົ້າເອງ. ຢ່າເສຍສະລະຜົນປະໂຫຍດຂອງເຈົ້າເອງ ພຽງເພາະວ່າພວກເຈົ້າເຊື່ອໃນພຣະເຈົ້າ ແລະ ປະຕິບັດໜ້າທີ່. ພວກເຈົ້າຄວນຖະນຸຖະໜອມສະຖານະ, ຊື່ສຽງ ແລະ ອຳນາດຂອງເຈົ້າ ແລະ ປົກປ້ອງສິ່ງເຫຼົ່ານີ້ຢ່າງສຸດຄວາມສາມາດ. ຖ້າພຣະເຈົ້າໃຫ້ສະຖານະແກ່ເຈົ້າ, ເຈົ້າຄວນຖະນຸຖະໜອມມັນ ແລະ ປ່ຽນມັນໃຫ້ເປັນກຽດຕິຍົດຂອງເຈົ້າ ແທນທີ່ຈະເປັນຄວາມອັບອາຍຂອງເຈົ້າ. ນີ້ຄືການຝາກຝັງຂອງພຣະເຈົ້າທີ່ມີຕໍ່ເຈົ້າ” ພຣະເຈົ້າເຄີຍເວົ້າແບບນີ້ບໍ? (ບໍ່.) ເນື່ອງຈາກວ່າບໍ່ມີສິ່ງໃດແບບນີ້ໃນພຣະທຳຂອງພຣະເຈົ້າ, ແລ້ວພຣະເຈົ້າຮຽກຮ້ອງຫຍັງຈາກສິ່ງທີ່ຖືກສ້າງໃນພຣະໄທຂອງພຣະອົງ? ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນເບິ່ງຜົນປະໂຫຍດແນວໃດ? ໃນດ້ານໜຶ່ງ, ພຣະເຈົ້າຕ້ອງການໃຫ້ຜູ້ຄົນລະຖິ້ມຜົນປະໂຫຍດຂອງພວກເຂົາ, ນີ້ແມ່ນການເວົ້າດ້ວຍຄຳສັບທົ່ວໄປ; ນອກຈາກນີ້, ພຣະເຈົ້າຍັງມອບເສັ້ນທາງແຫ່ງການປະຕິບັດທີ່ເໝາະສົມໃຫ້ແກ່ຜູ້ຄົນໃນຫຼາຍດ້ານຍິ່ງຂຶ້ນ ໂດຍບອກຜູ້ຄົນວ່າຕ້ອງປະຕິບັດແນວໃດ ເພື່ອໃຫ້ພວກເຂົາຕິດຕາມເສັ້ນທາງທີ່ພວກເຂົາຄວນໄປ, ວິທີການປະຕິບັດທີ່ສິ່ງທີ່ຖືກສ້າງຄວນເຮັດ, ມຸມມອງ ແລະ ທັດສະນະຄະຕິໃດທີ່ຜູ້ຄົນຄວນມີຕໍ່ສິ່ງຂອງທາງວັດຖຸ, ຊື່ສຽງ ແລະ ຜົນປະໂຫຍດ ແລະ ພວກເຂົາຄວນເລືອກແນວໃດ. ບໍ່ຈຳເປັນຕ້ອງເວົ້າເລີຍວ່າ ເຖິງແມ່ນວ່າພຣະທຳຂອງພຣະເຈົ້າຈະບໍ່ໄດ້ບອກຜູ້ຄົນໂດຍກົງວ່າຄວນເບິ່ງຜົນປະໂຫຍດແນວໃດ, ລະຫວ່າງຖ້ອຍຄຳໃນພຣະທຳຂອງພຣະອົງກໍສະແດງອອກຢ່າງຊັດເຈນວ່າ ມຸມມອງຂອງພຣະເຈົ້າແມ່ນຫຍັງຕໍ່ຜົນປະໂຫຍດຂອງມະນຸດຊາດທີ່ເສື່ອມຊາມ ແລະ ເຮັດໃຫ້ເຫັນຢ່າງຊັດເຈນຫຼາຍວ່າ ຜູ້ຄົນຄວນວາງມຸມມອງຂອງພວກເຂົາເອງລົງ, ເຮັດສິ່ງຕ່າງໆ ໃຫ້ສອດຄ່ອງກັບຫຼັກການຄວາມຈິງ, ປະຕິບັດຕາມຖານະຂອງພວກເຂົາໃນຖານະສິ່ງທີ່ຖືກສ້າງ ແລະ ຢູ່ໃນທີ່ຂອງພວກເຂົາເອງ. ໃນພຣະໄທຂອງພຣະເຈົ້າ, ພຣະອົງຕັ້ງໃຈທີ່ຈະຮິບເອົາຜົນປະໂຫຍດຂອງຜູ້ຄົນ ໂດຍການຮຽກຮ້ອງໃຫ້ພວກເຂົາປະຕິບັດແບບນີ້ບໍ? ຢ່າງແນ່ນອນວ່າບໍ່ແມ່ນ. ບາງຄົນເວົ້າວ່າ: “ໃນຄຣິສຕະຈັກ, ມັກຈະມີການເວົ້າເຖິງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ຜົນປະໂຫຍດຂອງຄຣິສຕະຈັກຢູ່ສະເໝີ, ແຕ່ເປັນຫຍັງຈຶ່ງບໍ່ມີໃຜເວົ້າເຖິງຜົນປະໂຫຍດຂອງພວກເຮົາທີ່ເປັນມະນຸດແດ່? ໃຜກຳລັງເບິ່ງແຍງຜົນປະໂຫຍດຂອງພວກເຮົາ? ພວກເຮົາບໍ່ຄວນມີສິດທິມະນຸດບາງຢ່າງເຊັ່ນກັນບໍ? ພວກເຮົາຕ້ອງໄດ້ຮັບຜົນກຳໄລເລັກໆ ນ້ອຍໆ ຄືກັນ. ເປັນຫຍັງພວກເຮົາຈຶ່ງບໍ່ໄດ້ຮັບຫຍັງເລີຍ? ເປັນໄປໄດ້ແນວໃດທີ່ຜົນປະໂຫຍດທັງໝົດຈຶ່ງເປັນຂອງພຣະເຈົ້າ? ພຣະເຈົ້າບໍ່ໄດ້ເຫັນແກ່ຕົວຄືກັນບໍ?” ການເວົ້າແບບນີ້ແມ່ນກະບົດ ແລະ ທໍລະຍົດຢ່າງສຸດຂີດ. ນີ້ແມ່ນສິ່ງທີ່ຜິດຢ່າງຊັດເຈນທີ່ຈະເວົ້າອອກມາ. ຄົນທີ່ມີຄວາມເປັນມະນຸດແນ່ນອນວ່າຈະບໍ່ສາມາດເວົ້າແບບນີ້ໄດ້, ມີພຽງແຕ່ມານຮ້າຍເທົ່ານັ້ນທີ່ກ້າເວົ້າສິ່ງທີ່ກະບົດທຸກຮູບແບບ. ຄົນອື່ນເວົ້າວ່າ: “ພຣະເຈົ້າບອກຜູ້ຄົນຢູ່ສະເໝີວ່າບໍ່ໃຫ້ຄຳນຶງເຖິງຜົນປະໂຫຍດສ່ວນຕົວຂອງພວກເຂົາ. ພຣະອົງເວົ້າຢູ່ສະເໝີວ່າບໍ່ໃຫ້ວາງແຜນເພື່ອຜົນປະໂຫຍດຂອງຕົນເອງ. ຜູ້ຄົນຕ້ອງການໂດດເດັ່ນໂດຍການເຮັດບາງສິ່ງ ຫຼື ບັນລຸບາງຢ່າງທີ່ເຮັດໃຫ້ທຸກຄົນບູຊາພວກເຂົາ. ພຣະເຈົ້າກ່າວວ່ານີ້ຄືຄວາມທະເຍີທະຍານ. ຜູ້ຄົນຕ້ອງການຕໍ່ສູ້ເພື່ອຜົນປະໂຫຍດຂອງພວກເຂົາເອງ, ກິນອາຫານແຊບໆ, ເພີດເພີນກັບຊີວິດ, ໝົກມຸ້ນກັບຄວາມສະບາຍຂອງເນື້ອໜັງ ແລະ ດຳລົງຊີວິດຢ່າງມີກຽດທ່າມກາງມະນຸດຊາດ. ພຣະເຈົ້າກ່າວວ່າຜູ້ຄົນພຽງແຕ່ກຳລັງຕອບສະໜອງຜົນປະໂຫຍດຂອງພວກເຂົາເອງດ້ວຍວິທີນີ້ ແລະ ຕ້ອງວາງພວກມັນລົງ. ຖ້າພວກເຮົາວາງຜົນປະໂຫຍດທັງໝົດນີ້ລົງ, ພວກເຮົາຈະສາມາດດຳລົງຊີວິດໃຫ້ດີຂຶ້ນໄດ້ແນວໃດ?” ຖ້າຜູ້ຄົນບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າ, ພວກເຂົາກໍຈະຕໍ່ຕ້ານຂໍ້ກຳນົດຂອງພຣະເຈົ້າຢູ່ສະເໝີ ແລະ ພວກເຂົາຈະມີຂໍ້ໂຕ້ແຍ້ງກັບພຣະເຈົ້າໃນເລື່ອງເຫຼົ່ານີ້ຢູ່ສະເໝີ. ມັນຄືກັບພໍ່ແມ່ບາງຄົນທີ່ເຮັດວຽກໜັກມາເຄິ່ງຊີວິດເພື່ອລ້ຽງດູລູກໆ ຂອງພວກເຂົາ ແລະ ເມື່ອຍຫຼາຍຈົນພວກເຂົາມີອາການເຈັບປ່ວຍສາລະພັດ. ພໍ່ແມ່ກັງວົນວ່າຮ່າງກາຍຂອງພວກເຂົາຈະບໍ່ແຂງແຮງ ແລະ ລູກໆ ຂອງພວກເຂົາກໍຈະບໍ່ມີໃຜໃຫ້ສະໜັບສະໜູນພວກເຂົາ, ດັ່ງນັ້ນ ພວກເຂົາຈຶ່ງຊື້ຜະລິດຕະພັນບໍາລຸງສຸຂະພາບມາຈຳນວນໜຶ່ງ. ລູກໆ ບໍ່ຮູ້ເລື່ອງຫຍັງເລີຍ ແລະ ເມື່ອເຫັນຜະລິດຕະພັນເຫຼົ່ານີ້ ພວກເຂົາກໍເວົ້າວ່າ: “ລູກບໍ່ໄດ້ຊື້ເຄື່ອງນຸ່ງໃໝ່ຈັກໂຕເລີຍມາຫຼາຍປີແລ້ວ, ເປັນຫຍັງພໍ່ກັບແມ່ຈຶ່ງຍັງຊື້ຜະລິດຕະພັນບໍາລຸງສຸຂະພາບໄດ້? ພໍ່ກັບແມ່ຄວນປະຢັດເງິນນັ້ນໄວ້ໃຫ້ລູກໄປຮຽນມະຫາວິທະຍາໄລ.” ຄຳເວົ້ານີ້ທຳຮ້າຍຄວາມຮູ້ສຶກຂອງພໍ່ແມ່ບໍ? ພໍ່ແມ່ເຮັດທັງໝົດນີ້ບໍ່ແມ່ນເພື່ອຜົນປະໂຫຍດຂອງພວກເຂົາເອງ ແລະ ບໍ່ແມ່ນຍ້ອນວ່າພວກເຂົາຕ້ອງການເພີດເພີນກັບຄວາມສະບາຍຂອງເນື້ອໜັງ ຫຼື ຍ້ອນວ່າພວກເຂົາຕ້ອງການມີຊີວິດຍືນຍາວຂຶ້ນເລັກໜ້ອຍ ແລະ ສະບາຍຂຶ້ນເລັກໜ້ອຍ ແລະ ມີສ່ວນຮ່ວມໃນໂຊກລາບຂອງລູກໆ ຂອງພວກເຂົາໃນອະນາຄົດ. ມັນບໍ່ແມ່ນຍ້ອນເຫດຜົນເຫຼົ່ານີ້. ພວກເຂົາເຮັດມັນເພື່ອຫຍັງ? ພວກເຂົາເຮັດເພື່ອເຫັນແກ່ລູກໆ ຂອງພວກເຂົາ. ລູກໆ ບໍ່ເຂົ້າໃຈສິ່ງນີ້ ແລະ ເຖິງກັບກ່າວໂທດພໍ່ແມ່ຂອງພວກເຂົາ, ນີ້ບໍ່ແມ່ນການທໍລະຍົດບໍ? (ແມ່ນແລ້ວ.) ຖ້າລູກໆ ບໍ່ເຂົ້າໃຈເຈດຕະນາຂອງພໍ່ແມ່ພວກເຂົາ, ພວກເຂົາກໍອາດຈະເກີດຄວາມຂັດແຍ້ງກັບພໍ່ແມ່ຂອງພວກເຂົາ, ຈົນເຖິງຂັ້ນເຮັດໃຫ້ເກີດການໂຕ້ຖຽງກັນ ແລະ ທຳຮ້າຍຄວາມຮູ້ສຶກຂອງພໍ່ແມ່ພວກເຂົາ. ແລ້ວພວກເຈົ້າເຂົ້າໃຈພຣະໄທຂອງພຣະເຈົ້າບໍ? ນີ້ຄືບັນຫາຂອງການເຂົ້າໃຈຄວາມຈິງ. ເປັນຫຍັງການປະຕິບັດຂອງຜູ້ຄົນໃນການຕອບສະໜອງຜົນປະໂຫຍດ ແລະ ຄວາມທະເຍີທະຍານຂອງພວກເຂົາເອງຈຶ່ງຖືກພຣະເຈົ້າປະນາມ? ມັນເປັນຍ້ອນວ່າພຣະເຈົ້າເຫັນແກ່ຕົວບໍ? ມັນເປັນຍ້ອນວ່າພຣະເຈົ້າບອກຜູ້ຄົນບໍ່ໃຫ້ສະແຫວງຫາຜົນປະໂຫຍດສ່ວນຕົວ ເພື່ອເຮັດໃຫ້ພວກເຂົາຍາກຈົນ ແລະ ໜ້າສົງສານບໍ? (ບໍ່.) ມັນບໍ່ແມ່ນແບບນັ້ນແນ່ນອນ. ພຣະເຈົ້າຕ້ອງການສິ່ງທີ່ດີທີ່ສຸດສຳລັບຜູ້ຄົນ ແລະ ພຣະອົງສະເດັດມາເພື່ອເຮັດພາລະກິດຂອງພຣະອົງ ແລະ ຊ່ວຍກູ້ມະນຸດ ເພື່ອປະທານພອນໃຫ້ແກ່ມະນຸດຊາດ ແລະ ນໍາພາຜູ້ຄົນໄປສູ່ຈຸດໝາຍປາຍທາງທີ່ສວຍງາມ. ທຸກສິ່ງທີ່ພຣະເຈົ້າເຮັດແມ່ນເພື່ອໃຫ້ຜູ້ຄົນໄດ້ຮັບຄວາມຈິງ ແລະ ໄດ້ຮັບຊີວິດ, ເພື່ອໃຫ້ພວກເຂົາມີຄຸນສົມບັດທີ່ຈະໄດ້ຮັບຄຳສັນຍາ ແລະ ພອນຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ, ຜູ້ຄົນໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງ ແລະ ມີອຸປະນິໄສທີ່ເສື່ອມຊາມ ແລະ ຕ້ອງທົນທຸກຢ່າງໜັກ ເພື່ອໃຫ້ໄດ້ຮັບຄວາມຈິງ ແລະ ຊີວິດ. ຖ້າທຸກຄົນສະແຫວງຫາຜົນປະໂຫຍດສ່ວນຕົວ ແລະ ຕ້ອງການດຳລົງຊີວິດທີ່ດີ ເພື່ອຕອບສະໜອງຄວາມປາດຖະໜາທີ່ຟຸມເຟືອຍຂອງເນື້ອໜັງ, ແຕ່ບໍ່ທຸ່ມເທຄວາມພະຍາຍາມໃນການໄລ່ຕາມຄວາມຈິງ, ຜົນສະທ້ອນຈະແມ່ນຫຍັງ? ພວກເຂົາຈະບໍ່ສາມາດໄດ້ຮັບຄວາມຈິງ ແລະ ບໍ່ສາມາດໄດ້ຮັບການຊຳລະ ແລະ ໄດ້ຮັບຄວາມລອດພົ້ນ. ຜົນສະທ້ອນຂອງການທີ່ພວກເຂົາບໍ່ໄດ້ຮັບຄວາມລອດພົ້ນແມ່ນຫຍັງ? ພວກເຂົາທຸກຄົນຕ້ອງຕາຍໃນໄພພິບັດ. ນີ້ແມ່ນເວລາທີ່ຈະໝົກມຸ້ນກັບຄວາມສຸກຂອງເນື້ອໜັງບໍ? ບໍ່. ຜູ້ໃດກໍຕາມທີ່ບໍ່ໄດ້ຮັບຄວາມຈິງກໍຕ້ອງຕາຍ. ສະນັ້ນ, ຂໍ້ກຳນົດຂອງພຣະເຈົ້າທີ່ໃຫ້ຜູ້ຄົນລະຖິ້ມຜົນປະໂຫຍດຂອງເນື້ອໜັງເພື່ອສະແຫວງຫາຄວາມຈິງ ແມ່ນເພື່ອເຫັນແກ່ຜູ້ຄົນ, ເພື່ອເຫັນແກ່ຊີວິດຂອງພວກເຂົາ ແລະ ເພື່ອເຫັນແກ່ຄວາມລອດພົ້ນຂອງພວກເຂົາ. ຫຼັງຈາກທີ່ຜູ້ຄົນໄດ້ຮັບຄວາມຈິງ ແລະ ໄດ້ຮັບຄວາມລອດພົ້ນແລ້ວ, ຄຳສັນຍາ ແລະ ພອນຂອງພຣະເຈົ້າກໍຈະມາເຖິງໄດ້ທຸກເວລາ. ພອນທີ່ພຣະເຈົ້າປະທານໃຫ້ແກ່ຜູ້ຄົນນັ້ນຍິ່ງໃຫຍ່ກວ່າຄວາມສຸກຂອງເນື້ອໜັງທີ່ຜູ້ຄົນຈິນຕະນາການໄວ້ ເປັນຮ້ອຍ ຫຼື ເປັນພັນເທົ່າ. ເປັນໄປໄດ້ແນວໃດທີ່ຜູ້ຄົນເບິ່ງບໍ່ເຫັນສິ່ງເຫຼົ່ານັ້ນ? ຜູ້ຄົນລ້ວນແຕ່ຕາບອດຕໍ່ສິ່ງເຫຼົ່ານັ້ນບໍ? ແລ້ວເປັນຫຍັງພຣະເຈົ້າຈຶ່ງຮຽກຮ້ອງໃຫ້ຜູ້ຄົນວາງຜົນປະໂຫຍດຂອງພວກເຂົາເອງລົງຢູ່ສະເໝີ ແລະ ປົກປ້ອງຜົນປະໂຫຍດຂອງພຣະເຈົ້າ ແລະ ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ? ໃຜສາມາດອະທິບາຍເລື່ອງນີ້ໄດ້? (ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນລະຖິ້ມຜົນປະໂຫຍດສ່ວນຕົວ ເພາະວ່າຜູ້ຄົນໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ຜົນປະໂຫຍດຂອງພວກເຂົາບໍ່ສອດຄ່ອງກັບຄວາມຈິງ. ໃນການຮຽກຮ້ອງໃຫ້ຜູ້ຄົນປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ພຣະເຈົ້າກຳລັງສອນຜູ້ຄົນເຖິງວິທີການປະພຶດຕົນ. ມັນຍັງເປັນຍ້ອນວ່າວຽກງານທັງໝົດທີ່ພຣະເຈົ້າເຮັດແມ່ນເພື່ອຊ່ວຍຜູ້ຄົນໃຫ້ລອດພົ້ນ ແລະ ຖ້າຄົນໃດຄົນໜຶ່ງບໍ່ຮູ້ຈັກປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ພວກເຂົາກໍບໍ່ສົມຄວນຖືກເອີ້ນວ່າເປັນມະນຸດ.) ມີບາງຈຸດທີ່ແທ້ຈິງໃນສິ່ງທີ່ເຈົ້າເວົ້າ. (ຂ້ານ້ອຍຂໍເພີ່ມເຕີມບາງຢ່າງ. ຂ້ານ້ອຍເຄີຍໝົກມຸ້ນກັບຊື່ສຽງ, ຜົນປະໂຫຍດ ແລະ ສະຖານະ. ຂ້ານ້ອຍຮູ້ສຶກວ່າຂ້ານ້ອຍມີພອນສະຫວັນບາງຢ່າງ ແລະ ຄວນໄດ້ຮັບການເລື່ອນຕຳແໜ່ງເປັນຜູ້ຮັບຜິດຊອບ. ເຖິງຢ່າງໃດກໍຕາມ, ທຸກຄັ້ງທີ່ມີການເລືອກຕັ້ງ, ຂ້ານ້ອຍກໍພາດໂອກາດ ແລະ ໃນໃຈຂອງຂ້ານ້ອຍກໍຈົ່ມຕໍ່ພຣະເຈົ້າວ່າ, “ເປັນຫຍັງພຣະເຈົ້າຈຶ່ງບໍ່ປະທານຄວາມປາດຖະໜາອັນເລັກນ້ອຍນີ້ໃຫ້ຂ້ານ້ອຍ?” ຕໍ່ມາ, ຫຼັງຈາກປະສົບກັບຄວາມລົ້ມເຫຼວບາງຢ່າງ, ຂ້ານ້ອຍກໍໄດ້ອ່ານພຣະທຳຂອງພຣະເຈົ້າ ແລະ ໄຕ່ຕອງກ່ຽວກັບຕົນເອງ ແລະ ຮັບຮູ້ວ່າຂ້ານ້ອຍມັກຈະມີຄວາມອິດສາ ແລະ ການຂັດແຍ້ງ ເພາະການສະແຫວງຫາຊື່ສຽງ, ຜົນປະໂຫຍດ ແລະ ສະຖານະ ແລະ ບໍ່ໄດ້ຮ່ວມມືຢ່າງກົມກຽວກັບອ້າຍເອື້ອຍນ້ອງຂອງຂ້ານ້ອຍ. ບໍ່ພຽງແຕ່ຊີວິດຂອງຂ້ານ້ອຍບໍ່ມີຄວາມຄືບໜ້າຫຍັງເລີຍ, ແຕ່ຂ້ານ້ອຍຍັງເຮັດໃຫ້ເກີດຄວາມເສຍຫາຍບາງຢ່າງຕໍ່ວຽກງານຂອງເຮືອນຂອງພຣະເຈົ້າອີກດ້ວຍ. ຂ້ານ້ອຍເລີ່ມຮັບຮູ້ວ່າການສະແຫວງຫາຊື່ສຽງ, ຜົນປະໂຫຍດ ແລະ ຜົນປະໂຫຍດສ່ວນຕົວ ບໍ່ແມ່ນມຸມມອງຊີວິດທີ່ຖືກຕ້ອງ ຫຼື ເປົ້າໝາຍທີ່ຖືກຕ້ອງໃນການສະແຫວງຫາ, ມັນເປັນມຸມມອງທີ່ຜິດພາດທີ່ຊາຕານປູກຝັງໃສ່ຜູ້ຄົນ ເພື່ອນໍາພາພວກເຂົາຢ່າງຜິດໆ ແລະ ການສະແຫວງຫາແບບນັ້ນແມ່ນອັນຕະລາຍຫຼາຍ. ພຣະເຈົ້າບອກຜູ້ຄົນບໍ່ໃຫ້ສະແຫວງຫາຊື່ສຽງ, ຜົນປະໂຫຍດ ແລະ ສະຖານະ ບໍ່ແມ່ນຍ້ອນວ່າພຣະອົງຕ້ອງການສ້າງບັນຫາໃຫ້ພວກເຂົາ ແລະ ບໍ່ແມ່ນຍ້ອນວ່າພຣະອົງຕ້ອງການເຂັ້ມງວດກັບພວກເຂົາ, ແຕ່ເປັນຍ້ອນວ່ານີ້ຄືເສັ້ນທາງທີ່ອັນຕະລາຍຫຼາຍ ແລະ ການສະແຫວງຫາແບບນັ້ນມີແຕ່ຈະນໍາພາຄົນໆ ໜຶ່ງໄປສູ່ການບໍ່ໄດ້ຫຍັງເລີຍໃນທີ່ສຸດ.) ຄຳວ່າ “ບໍ່ໄດ້ຫຍັງເລີຍ” ແລະ “ອັນຕະລາຍຫຼາຍ”, ພວກເຈົ້າຄິດວ່າອັນຕະລາຍທີ່ລາວເວົ້າເຖິງແມ່ນຫຍັງ? ມັນເປັນພຽງເລື່ອງຂອງການຈົບລົງໂດຍບໍ່ໄດ້ຫຍັງເລີຍ ແລະ ບໍ່ມີຫຍັງອີກເທົ່ານັ້ນແທ້ບໍ? ນີ້ແມ່ນເສັ້ນທາງແບບໃດ? (ເສັ້ນທາງສູ່ຄວາມພິນາດ.) ການສະແຫວງຫານີ້ແມ່ນເສັ້ນທາງແຫ່ງການຕໍ່ຕ້ານພຣະເຈົ້າ. ມັນບໍ່ແມ່ນການສະແຫວງຫາຄວາມຈິງ, ແຕ່ແມ່ນການສະແຫວງຫາສະຖານະ ແລະ ຊື່ສຽງ. ມັນຄືການຍ່າງໃນເສັ້ນທາງຂອງພວກຕໍ່ຕ້ານພຣະຄຣິສ. ບໍ່ວ່າເຈົ້າຈະຄິດວ່າຄວາມປາດຖະໜາ ແລະ ຄວາມມຸ່ງຫວັງຂອງເຈົ້າຖືກຕ້ອງຕາມກົດໝາຍສໍ່າໃດກໍຕາມ, ສິ່ງທີ່ພຣະເຈົ້າຕ້ອງການບໍ່ແມ່ນສິ່ງນີ້, ມັນບໍ່ແມ່ນການສະແຫວງຫາປະເພດນີ້. ພຣະເຈົ້າບໍ່ຕ້ອງການໃຫ້ເຈົ້າສະແຫວງຫາທາງນີ້. ຖ້າເຈົ້າຢືນຢັນທີ່ຈະຍຶດຕິດກັບເສັ້ນທາງຂອງເຈົ້າເອງ, ແລ້ວຜົນສຸດທ້າຍຂອງເຈົ້າຈະບໍ່ພຽງແຕ່ແມ່ນການທີ່ເຈົ້າຈົບລົງໂດຍບໍ່ໄດ້ຫຍັງເລີຍເທົ່ານັ້ນ, ແຕ່ເຈົ້າຈະກ້າວເຂົ້າສູ່ເສັ້ນທາງແຫ່ງການຕໍ່ຕ້ານພຣະເຈົ້າ. ອັນຕະລາຍໃນເລື່ອງນີ້ແມ່ນຫຍັງ? ເຈົ້າຈະຕໍ່ຕ້ານພຣະເຈົ້າ, ຮ້ອງໂວຍວາຍໃສ່ພຣະອົງ ແລະ ເປັນປໍລະປັກກັບພຣະອົງ ແລະ ຢືນຢູ່ຝ່າຍກົງກັນຂ້າມກັບພຣະອົງ ແລະ ຜົນຕາມມາກໍຈະເປັນຄວາມພິນາດ. ມີຫຍັງເພີ່ມເຕີມອີກບໍ? (ພຣະເຈົ້າ, ຂ້ານ້ອຍຂໍເພີ່ມເຕີມບາງຢ່າງ. ເມື່ອກີ້ນີ້ ພຣະເຈົ້າຖາມວ່າ ເປັນຫຍັງພຣະເຈົ້າຈຶ່ງບໍ່ຕ້ອງການໃຫ້ຜູ້ຄົນປົກປ້ອງຜົນປະໂຫຍດຂອງພວກເຂົາເອງ, ແຕ່ໃຫ້ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ? ຕາມທີ່ຂ້ານ້ອຍເຂົ້າໃຈ, ພຣະເຈົ້າໄດ້ສ້າງທຸກສິ່ງ ແລະ ທຸກສິ່ງກໍມາຈາກພຣະເຈົ້າ. ທຸກສິ່ງທີ່ພຣະເຈົ້າສ້າງແມ່ນເພື່ອຜູ້ຄົນ. ບໍ່ວ່າພຣະເຈົ້າຈະເຮັດຫຍັງກໍຕາມ ລວມທັງການທີ່ພຣະອົງກາຍມາເປັນເນື້ອໜັງສອງຄັ້ງເພື່ອເຮັດວຽກງານທັງໝົດນີ້ ແລະ ລວມທັງວຽກງານທັງໝົດຂອງການສ້າງຕັ້ງຄຣິສຕະຈັກໃນຕອນນີ້, ຄວາມຈິງແລ້ວ ທັງໝົດແມ່ນເພື່ອເຫັນແກ່ການຊ່ວຍຜູ້ຄົນໃຫ້ລອດພົ້ນ. ຫຼັງຈາກທີ່ຜູ້ຄົນເຊື່ອໃນພຣະເຈົ້າ, ເລີ່ມດຳລົງຊີວິດຄຣິສຕະຈັກ ແລະ ສາມາດປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາກໍມີເສັ້ນທາງແຫ່ງຄວາມລອດພົ້ນ. ສະນັ້ນ, ການທີ່ພຣະເຈົ້າຂໍໃຫ້ພວກເຮົາວາງຜົນປະໂຫຍດສ່ວນຕົວຂອງພວກເຮົາລົງຈຶ່ງບໍ່ແມ່ນການຮິບເອົາ, ເພາະວ່າຕົວພວກເຮົາເອງນັ້ນແຫຼະຄືຜູ້ທີ່ໄດ້ຮັບຜົນປະໂຫຍດໃນທີ່ສຸດຈາກການປົກປ້ອງຜົນປະໂຫຍດຂອງພຣະເຈົ້າ ແລະ ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ.) ດີແທ້ໆ. ຄວາມໝາຍທົ່ວໄປຂອງສິ່ງທີ່ພວກເຈົ້າໄດ້ໂອ້ລົມກັນນັ້ນໂດຍພື້ນຖານແລ້ວແມ່ນຖືກຕ້ອງ. ບາງຄົນເວົ້າກ່ຽວກັບປະສົບການສ່ວນຕົວຂອງພວກເຂົາເອງ ແລະ ຄົນອື່ນເວົ້າກ່ຽວກັບມັນຈາກມຸມມອງທາງທິດສະດີ. ໂດຍພື້ນຖານແລ້ວ ສິ່ງທີ່ພວກເຈົ້າເຂົ້າໃຈກໍເປັນໄປຕາມຂໍ້ຄວາມທີ່ວ່າ ຜົນປະໂຫຍດຂອງພຣະເຈົ້າແມ່ນຖືກຕ້ອງ ແລະ ຜົນປະໂຫຍດຂອງຜູ້ຄົນແມ່ນບໍ່ຖືກຕ້ອງ. ມີພຽງຜົນປະໂຫຍດຂອງພຣະເຈົ້າເທົ່ານັ້ນທີ່ສາມາດເອີ້ນວ່າຜົນປະໂຫຍດ, ໃນຂະນະທີ່ຜົນປະໂຫຍດຂອງຜູ້ຄົນບໍ່ຄວນມີຢູ່. ໂດຍສະເພາະຢ່າງຍິ່ງ, “ຜົນປະໂຫຍດຂອງຜູ້ຄົນ”, ວະລີນີ້, ຄຳເວົ້ານີ້, ຂໍ້ແທ້ຈິງນີ້ ບໍ່ແມ່ນສິ່ງທີ່ຜູ້ຄົນຄວນເພີດເພີນ. ຜົນປະໂຫຍດຂອງພຣະເຈົ້າມາກ່ອນສິ່ງອື່ນໃດ ແລະ ຄວນໄດ້ຮັບການປົກປ້ອງ. ນີ້ຄືສິ່ງທີ່ພວກເຈົ້າເຂົ້າໃຈໂດຍພື້ນຖານ. ເວົ້າອີກຢ່າງໜຶ່ງກໍຄື ຜູ້ຄົນຄວນມີຄວາມຮັບຜິດຊອບໃນການປົກປ້ອງຜົນປະໂຫຍດຂອງພຣະເຈົ້າ ແລະ ຄວນເບິ່ງຜົນປະໂຫຍດຂອງພຣະເຈົ້າຢ່າງຖືກຕ້ອງ, ໃນຂະນະທີ່ຜົນປະໂຫຍດຂອງຜູ້ຄົນຄວນຖືກເບິ່ງດ້ວຍການດູຖູກ ແລະ ຖືກຫຼຸດຄວາມສຳຄັນເທື່ອລະໜ້ອຍ, ເພາະວ່າຜົນປະໂຫຍດຂອງຜູ້ຄົນບໍ່ແມ່ນສິ່ງທີ່ສູງສົ່ງປານໃດ. ຈາກມຸມມອງຂອງມະນຸດ ເນື່ອງຈາກວ່າໂດຍຮາກຖານແລ້ວ ຜູ້ຄົນມີອຸປະນິໄສທີ່ເສື່ອມຊາມ ແລະ ພາຍໃນພວກເຂົາກໍເຈືອປົນໄປດ້ວຍອຸປະນິໄສທີ່ເສື່ອມຊາມ, ຜົນປະໂຫຍດທັງໝົດຂອງຜູ້ຄົນ, ບໍ່ວ່າເຈົ້າຈະເບິ່ງໃນແງ່ມຸມໃດກໍຕາມ ແລະ ບໍ່ວ່າພວກມັນຈະເບິ່ງເຫັນໄດ້ ຫຼື ເບິ່ງເຫັນບໍ່ໄດ້, ກໍລ້ວນແຕ່ຕົກຢູ່ໃນໝວດຂອງສິ່ງທີ່ບໍ່ຖືກຕ້ອງ. ສະນັ້ນ, ບໍ່ວ່າຜູ້ຄົນຈະສາມາດວາງພວກມັນລົງໄດ້ ຫຼື ບໍ່, ພວກເຂົາກໍໄດ້ຮັບຮູ້ໂດຍສ່ວນຕົວແລ້ວວ່າ ຜົນປະໂຫຍດຂອງຜູ້ຄົນຄວນຖືກວາງລົງ ແລະ ຜົນປະໂຫຍດຂອງພຣະເຈົ້ານັ້ນແຫຼະຄືສິ່ງທີ່ຄວນຕໍ່ສູ້ເພື່ອໃຫ້ໄດ້ມາ ແລະ ຄວນໄດ້ຮັບການປົກປ້ອງ. ມີຄວາມເຫັນທີ່ເປັນເອກະພາບກັນໃນຈຸດນີ້. ໃນເມື່ອພວກເຮົາໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນແລ້ວ, ໃຫ້ພວກເຮົາໂອ້ລົມກັນວ່າ ຜົນປະໂຫຍດຂອງພຣະເຈົ້າແມ່ນຫຍັງແທ້.

ຜົນປະໂຫຍດຂອງພຣະເຈົ້າແມ່ນຫຍັງກັນແທ້? ຜົນປະໂຫຍດຂອງພຣະເຈົ້າ, ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ຜົນປະໂຫຍດຂອງຄຣິສຕະຈັກ ສາມາດທຽບໃສ່ກັນໄດ້ທັງໝົດບໍ? ມັນສາມາດເວົ້າໄດ້ວ່າ “ພຣະເຈົ້າ” ເປັນນາມມະຍົດ ແລະ ຍັງເປັນຄຳພ້ອງຄວາມໝາຍສຳລັບແກ່ນແທ້ຂອງພຣະເຈົ້າ. ແລ້ວ “ເຮືອນຂອງພຣະເຈົ້າ” ແລະ “ຄຣິສຕະຈັກ” ເດ? ເຮືອນຂອງພຣະເຈົ້າມີຂອບເຂດທີ່ຂ້ອນຂ້າງກວ້າງ, ໃນຂະນະທີ່ຄຣິສຕະຈັກມີຄວາມສະເພາະເຈາະຈົງກວ່າ. ຜົນປະໂຫຍດຂອງພຣະເຈົ້າ, ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ຜົນປະໂຫຍດຂອງຄຣິສຕະຈັກ ສາມາດທຽບໃສ່ກັນໄດ້ບໍ? (ບໍ່, ບໍ່ໄດ້.) ບາງຄົນເວົ້າວ່າບໍ່ໄດ້, ແຕ່ຄວາມຈິງແລ້ວມັນໄດ້ບໍ? ພຣະດໍາລັດຂອງເຮືອນຂອງພຣະເຈົ້າ, ພຣະດໍາລັດຂອງຄຣິສຕະຈັກ ແລະ ພຣະດໍາລັດທີ່ປະກາດໃຊ້ໂດຍພຣະເຈົ້າ ແມ່ນສິ່ງດຽວກັນບໍ? (ແມ່ນແລ້ວ.) ພວກມັນແມ່ນສິ່ງດຽວກັນ. ຖ້າເວົ້າຈາກມຸມມອງນີ້, ຜົນປະໂຫຍດຂອງທັງສາມສາມາດທຽບໃສ່ກັນໄດ້. ເຮືອນຂອງພຣະເຈົ້າເກີດຂຶ້ນໄດ້ກໍຍ້ອນມີພຣະເຈົ້າ ແລະ ຜູ້ຄົນທີ່ພຣະອົງເລືອກເທົ່ານັ້ນ ແລະ ຄຣິສຕະຈັກເກີດຂຶ້ນໄດ້ກໍຍ້ອນມີຜູ້ຄົນທີ່ຖືກເລືອກຂອງເຮືອນຂອງພຣະເຈົ້າເຫຼົ່ານີ້ເທົ່ານັ້ນ. ຄຣິສຕະຈັກເປັນ “ໜ່ວຍງານຂັ້ນລຸ່ມ” ທີ່ມີຄວາມສະເພາະເຈາະຈົງກວ່າຂອງເຮືອນຂອງພຣະເຈົ້າ. ເຮືອນຂອງພຣະເຈົ້າເປັນຄຳສັບທີ່ກວ້າງກວ່າ, ໃນຂະນະທີ່ຄຣິສຕະຈັກແມ່ນສະເພາະເຈາະຈົງກວ່າ. ຜົນປະໂຫຍດຂອງພຣະເຈົ້າ, ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ຜົນປະໂຫຍດຂອງຄຣິສຕະຈັກ ສາມາດທຽບໃສ່ກັນໄດ້ບໍ? ພວກເຈົ້າຄິດວ່າຄວນທຽບພວກມັນໃສ່ກັນບໍ? ພວກເຈົ້າບໍ່ຮູ້ບໍ? ຊັ້ນພວກເຮົາລອງທຽບພວກມັນເບິ່ງກ່ອນ ເພື່ອວິເຄາະພວກມັນ. ຕົວຢ່າງ: ພຣະສິລິຂອງພຣະເຈົ້າແມ່ນຜົນປະໂຫຍດຂອງພຣະເຈົ້າ. ມັນຈະຖືກຕ້ອງບໍທີ່ຈະເວົ້າວ່າ ມັນຄືພຣະສິລິຂອງເຮືອນຂອງພຣະເຈົ້າ? (ບໍ່.) ນັ້ນຈະບໍ່ຖືກຕ້ອງ. ເຮືອນຂອງພຣະເຈົ້າເປັນຊື່, ມັນບໍ່ໄດ້ເປັນຕົວແທນໃຫ້ແກ່ແກ່ນແທ້ຂອງພຣະເຈົ້າ. ມັນຈະຖືກຕ້ອງບໍທີ່ຈະເວົ້າວ່າ ພຣະສິລິຂອງພຣະເຈົ້າຄືພຣະສິລິຂອງຄຣິສຕະຈັກ? (ບໍ່.) ເຫັນໄດ້ຢ່າງຊັດເຈນວ່ານັ້ນກໍຈະບໍ່ຖືກຕ້ອງເຊັ່ນກັນ. ພຣະສິລິຂອງຄຣິສຕະຈັກຄືພຣະສິລິຂອງອ້າຍເອື້ອຍນ້ອງທຸກຄົນ. ການເຮັດໃຫ້ມັນເທົ່າທຽມກັນກັບພຣະສິລິຂອງພຣະເຈົ້າຈະເປັນການລ່ວງລະເມີດຢ່າງຮ້າຍແຮງ. ຜູ້ຄົນບໍ່ສາມາດແບກຮັບພຣະສິລິນີ້ໄດ້ ແລະ ທັງເຮືອນຂອງພຣະເຈົ້າ ຫຼື ຄຣິສຕະຈັກກໍບໍ່ສາມາດແບກຮັບໄດ້ເຊັ່ນກັນ. ເວົ້າຈາກມຸມມອງນີ້, ຜົນປະໂຫຍດຂອງພຣະເຈົ້າ, ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ຜົນປະໂຫຍດຂອງຄຣິສຕະຈັກ ສາມາດທຽບມັນໃສ່ກັນໄດ້ບໍ? (ບໍ່, ບໍ່ໄດ້.) ບໍ່, ບໍ່ໄດ້. ຈາກອີກມຸມມອງໜຶ່ງ, ບາງສ່ວນຂອງວຽກງານທີ່ພຣະເຈົ້າເຮັດ, ບາງສ່ວນຂອງວຽກງານຂອງເຮືອນຂອງພຣະເຈົ້າ ແລະ ບາງສ່ວນຂອງວຽກງານຂອງຄຣິສຕະຈັກ ສາມາດທຽບໃສ່ກັນໄດ້ບໍ? ຕົວຢ່າງ: ພຣະເຈົ້າບອກໃຫ້ຜູ້ຄົນເທດສະໜາພຣະກິດຕິຄຸນ ແລະ ປະກາດພຣະທຳຂອງພຣະເຈົ້າ. ນີ້ແມ່ນເຈດຕະນາຂອງພຣະເຈົ້າ ແລະ ມັນຍັງເປັນສິ່ງທີ່ພຣະເຈົ້າຝາກຝັງໃຫ້ຜູ້ຄົນ. ເມື່ອການຝາກຝັງນີ້ຖືກມອບໃຫ້ແກ່ເຮືອນຂອງພຣະເຈົ້າ, ວຽກງານນີ້ສາມາດທຽບໃສ່ກັນກັບວຽກງານທີ່ພຣະເຈົ້າວາງແຜນທີ່ຈະເຮັດໄດ້ບໍ? ສິ່ງທີ່ພຣະເຈົ້າຝາກຝັງກໍເປັນສ່ວນໜຶ່ງຂອງວຽກງານຂອງພຣະອົງ ແລະ ພາກສ່ວນທີ່ສະເພາະເຈາະຈົງນີ້ສາມາດທຽບມັນໃສ່ກັນກັບວຽກງານທີ່ພຣະເຈົ້າວາງແຜນທີ່ຈະເຮັດໄດ້. ເມື່ອການຝາກຝັງນີ້ຖືກມອບໃຫ້ແກ່ຄຣິສຕະຈັກ, ມັນສາມາດທຽບໃສ່ກັນກັບວຽກງານຂອງພຣະເຈົ້າໄດ້ບໍ? (ໄດ້.) ໄດ້, ມັນສາມາດເຮັດໄດ້. ໜຶ່ງໃນສອງຕົວຢ່າງນີ້ກ່ຽວຂ້ອງກັບບາງສິ່ງທີ່ເປັນແກ່ນແທ້ຂອງພຣະເຈົ້າ, ເຊິ່ງໃນກໍລະນີດັ່ງກ່າວ ພຣະເຈົ້າ, ເຮືອນຂອງພຣະເຈົ້າ ແລະ ຄຣິສຕະຈັກ ບໍ່ສາມາດທຽບໃສ່ກັນໄດ້. ອີກຕົວຢ່າງໜຶ່ງກ່ຽວຂ້ອງກັບວຽກງານທີ່ພຣະເຈົ້າເຮັດ, ການຝາກຝັງຂອງພຣະເຈົ້າ ແລະ ໂດຍສະເພາະຢ່າງຍິ່ງແມ່ນຂໍ້ກຳນົດຂອງພຣະເຈົ້າສຳລັບທຸກຄົນ, ສິ່ງເຫຼົ່ານີ້ສາມາດທຽບມັນໃສ່ກັນໄດ້. ເມື່ອເວົ້າເຖິງສິ່ງທີ່ກ່ຽວຂ້ອງກັບພຣະສິລິຂອງພຣະເຈົ້າ, ຕົວຕົນຂອງພຣະເຈົ້າ, ແກ່ນແທ້ຂອງພຣະເຈົ້າ ແລະ ຄຳພະຍານຂອງພຣະເຈົ້າ, ພຣະເຈົ້າ, ເຮືອນຂອງພຣະເຈົ້າ ແລະ ຄຣິສຕະຈັກ ສາມາດທຽບໃສ່ກັນໄດ້ບໍ? (ບໍ່.) ເຮືອນຂອງພຣະເຈົ້າ ແລະ ຄຣິສຕະຈັກບໍ່ສາມາດຄອບຄອງຄຳພະຍານ ແລະ ພຣະສິລິນີ້ໄດ້ ແລະ ບໍ່ສາມາດທຽບໃສ່ກັນກັບພຣະເຈົ້າ, ແຕ່ເມື່ອເປັນເລື່ອງຂອງວຽກງານສະເພາະ ຫຼື ການຝາກຝັງໃດໜຶ່ງ, ພວກມັນສາມາດທຽບໃສ່ກັນໄດ້. ກ່ອນໜ້ານີ້ພວກເຮົາໄດ້ໂອ້ລົມກັນກ່ຽວກັບຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ຄຣິສຕະຈັກ, ເຊິ່ງພວກເຮົາໄດ້ເວົ້າເຖິງຢ່າງຫຼວງຫຼາຍ. ມື້ນີ້ພວກເຮົາຈະເນັ້ນໃສ່ການໂອ້ລົມກ່ຽວກັບວ່າຜົນປະໂຫຍດຂອງພຣະເຈົ້າແມ່ນຫຍັງກັນແທ້ ແລະ ສິ່ງໃດແທ້ທີ່ຜູ້ຄົນບໍ່ຮູ້ຈັກ, ທີ່ຜູ້ຄົນບໍ່ເຄີຍຄິດຫາ ແລະ ທີ່ເຊື່ອມໂຍງຢ່າງໃກ້ຊິດກັບພຣະເຈົ້າ ແລະ ຖືກນັບວ່າເປັນຜົນປະໂຫຍດຂອງພຣະເຈົ້າ. ບໍ່ວ່າຈະເປັນຄຳນາມ, ຄຳກ່າວ ຫຼື ສິ່ງທີ່ກ່ຽວຂ້ອງກັບແກ່ນແທ້ ແລະ ຕົວຕົນຂອງພຣະເຈົ້າ, ສິ່ງໃດແດ່ຄືຜົນປະໂຫຍດຂອງພຣະເຈົ້າ? (ພຣະສິລິຂອງພຣະເຈົ້າ.) ພຣະສິລິຂອງພຣະເຈົ້າແມ່ນແນ່ນອນຢູ່ແລ້ວ, ຄຳພະຍານທີ່ພຣະເຈົ້າໄດ້ຮັບຈາກຜູ້ຄົນ. ຍັງມີຫຍັງອີກ? ພາລະກິດຂອງພຣະເຈົ້າ, ແຜນການຄຸ້ມຄອງຂອງພຣະເຈົ້າ, ພຣະນາມຂອງພຣະເຈົ້າ, ຄຳພະຍານຂອງພຣະເຈົ້າ, ຕົວຕົນຂອງພຣະເຈົ້າ ແລະ ສະຖານະຂອງພຣະເຈົ້າ, ສິ່ງທັງໝົດນີ້ລ້ວນແຕ່ແມ່ນຜົນປະໂຫຍດຂອງພຣະອົງ. ເທົ່າທີ່ກ່ຽວຂ້ອງກັບພຣະເຈົ້າ, ສິ່ງທີ່ລ້ຳຄ່າທີ່ສຸດທີ່ພຣະອົງຕ້ອງການປົກປ້ອງແມ່ນຫຍັງ? ມັນຄືພຣະນາມຂອງພຣະເຈົ້າ, ພຣະສິລິຂອງພຣະເຈົ້າ, ຄຳພະຍານຂອງພຣະເຈົ້າ ຫຼື ຕົວຕົນ ແລະ ສະຖານະຂອງພຣະເຈົ້າບໍ? ມັນແມ່ນຫຍັງກັນແທ້? ແຜນການຄຸ້ມຄອງຂອງພຣະເຈົ້າເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ ແມ່ນສິ່ງທີ່ລ້ຳຄ່າທີ່ສຸດທີ່ພຣະເຈົ້າຕ້ອງການປົກປ້ອງ. ແຜນການຄຸ້ມຄອງ 6.000 ປີຂອງພຣະເຈົ້າແມ່ນວຽກງານທັງໝົດທີ່ພຣະເຈົ້າວາງແຜນທີ່ຈະເຮັດພາຍໃນໄລຍະເວລາ 6.000 ປີນີ້. ສຳລັບພຣະເຈົ້າ, ນີ້ແມ່ນສິ່ງທີ່ສຳຄັນທີ່ສຸດ. ສາມາດເວົ້າໄດ້ວ່ານີ້ຄວນເປັນຜົນປະໂຫຍດຂອງພຣະເຈົ້າທີ່ມະນຸດທີ່ຖືກສ້າງສາມາດເບິ່ງເຫັນໄດ້ໃນສາຍຕາຂອງສິ່ງຖືກສ້າງເຫຼົ່ານັ້ນ. ສິ່ງທີ່ຜູ້ຄົນສາມາດເຂົ້າໃຈໄດ້ບໍ່ຫຼາຍກໍໜ້ອຍກ່ຽວກັບຜົນປະໂຫຍດຂອງພຣະເຈົ້າ ແລະ ສິ່ງທີ່ຜູ້ຄົນຄວນເຂົ້າໃຈ, ໂດຍພື້ນຖານແລ້ວສາມາດຢຸດຢູ່ທີ່ຈຸດນັ້ນ. ຕໍ່ໄປ, ໃຫ້ເວົ້າກ່ຽວກັບຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ເມື່ອເວົ້າເຖິງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ນອກເໜືອຈາກການປົກປ້ອງພຣະນາມຂອງພຣະເຈົ້າ, ພຣະສິລິຂອງພຣະເຈົ້າ ແລະ ຄຳພະຍານຂອງພຣະເຈົ້າແລ້ວ, ພຣະເຈົ້າຍັງໄດ້ຝາກຝັງຫຍັງອີກໃຫ້ແກ່ມະນຸດຊາດ ເຊິ່ງເປັນສິ່ງທີ່ຜູ້ຄົນຄວນປົກປ້ອງ? (ແຜນການຄຸ້ມຄອງຂອງພຣະເຈົ້າ.) ຖືກຕ້ອງແລ້ວ, ການຝາກຝັງທີ່ຍິ່ງໃຫຍ່ທີ່ສຸດຂອງພຣະເຈົ້າຕໍ່ມະນຸດຊາດແມ່ນຜົນປະໂຫຍດທີ່ຍິ່ງໃຫຍ່ທີ່ສຸດຂອງເຮືອນຂອງພຣະເຈົ້າ. ແລ້ວຜົນປະໂຫຍດນີ້ແມ່ນຫຍັງ? ມັນແມ່ນການທີ່ແຜນການຄຸ້ມຄອງ 6.000 ປີຂອງພຣະເຈົ້າໄດ້ຖືກດຳເນີນການໃນທ່າມກາງມະນຸດຊາດ ແລະ ແນ່ນອນວ່າສິ່ງນີ້ລວມມີທຸກດ້ານ. ແລ້ວມັນລວມມີຫຍັງແດ່? ມັນລວມມີການສ້າງຕັ້ງ ແລະ ການກໍ່ສ້າງຄຣິສຕະຈັກ ແລະ ການຜະລິດຜູ້ນໍາ ແລະ ຜູ້ເຮັດວຽກໃນທຸກລະດັບຂອງຄຣິສຕະຈັກ, ເພື່ອໃຫ້ວຽກງານລາຍການຕ່າງໆ ຂອງຄຣິສຕະຈັກ ແລະ ວຽກງານການເຜີຍແຜ່ພຣະກິດຕິຄຸນຂອງພຣະເຈົ້າສາມາດດຳເນີນໄປໄດ້ໂດຍບໍ່ມີອຸປະສັກ, ທັງໝົດນີ້ກ່ຽວຂ້ອງກັບຜົນປະໂຫຍດຂອງຄຣິສຕະຈັກ. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ສຳຄັນທີ່ສຸດໃນຜົນປະໂຫຍດຂອງພຣະເຈົ້າ, ເຮືອນຂອງພຣະເຈົ້າ ແລະ ຄຣິສຕະຈັກ, ເຊິ່ງພວກເຮົາເວົ້າເຖິງເລື້ອຍໆ. ເພື່ອໃຫ້ວຽກງານຂອງພຣະເຈົ້າເຜີຍແຜ່ອອກໄປ, ເພື່ອໃຫ້ແຜນການຄຸ້ມຄອງຂອງພຣະເຈົ້າດຳເນີນໄປໂດຍບໍ່ມີອຸປະສັກ, ເພື່ອໃຫ້ເຈດຕະນາຂອງພຣະເຈົ້າ ແລະ ຄວາມປະສົງຂອງພຣະເຈົ້າສຳເລັດໂດຍບໍ່ມີອຸປະສັກໃນທ່າມກາງມະນຸດຊາດ ແລະ ເພື່ອໃຫ້ພຣະທຳຂອງພຣະເຈົ້າຖືກເຜີຍແຜ່, ກະຈາຍ ແລະ ປະກາດຢ່າງກວ້າງຂວາງຍິ່ງຂຶ້ນໃນທ່າມກາງຜູ້ຄົນ, ເພື່ອໃຫ້ຜູ້ຄົນຈຳນວນຫຼາຍຂຶ້ນມາຢູ່ຕໍ່ໜ້າພຣະເຈົ້າ, ສິ່ງເຫຼົ່ານີ້ແມ່ນຈຸດປະສົງ ແລະ ແກ່ນແທ້ຂອງວຽກງານທັງໝົດຂອງພຣະເຈົ້າ. ດັ່ງນັ້ນ, ສິ່ງໃດກໍຕາມທີ່ກ່ຽວຂ້ອງກັບຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ຜົນປະໂຫຍດຂອງຄຣິສຕະຈັກ ກໍຕ້ອງກ່ຽວຂ້ອງກັບຄວາມປະສົງຂອງພຣະເຈົ້າ ແລະ ແຜນການຄຸ້ມຄອງຂອງພຣະເຈົ້າຢ່າງແນ່ນອນ. ໂດຍສະເພາະເຈາະຈົງ, ມັນເປັນເລື່ອງຂອງການທີ່ວ່າ ໃນທຸກຍຸກ ແລະ ທຸກຂັ້ນຕອນ, ວຽກງານຂອງພຣະເຈົ້າສາມາດດຳເນີນໄປໂດຍບໍ່ມີອຸປະສັກ ແລະ ສາມາດເຜີຍແຜ່ອອກໄປໄດ້ ຫຼື ບໍ່ ແລະ ມັນກຳລັງຖືກດຳເນີນການຢ່າງລ່ຽນໄຫຼ ແລະ ມີຄວາມຄືບໜ້າຢ່າງລ່ຽນໄຫຼໃນທ່າມກາງມະນຸດຊາດ ຫຼື ບໍ່. ຖ້າທັງໝົດນີ້ດຳເນີນໄປຕາມປົກກະຕິ, ແລ້ວຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ຄຣິສຕະຈັກກໍຈະໄດ້ຮັບການປົກປ້ອງ ແລະ ພຣະສິລິຂອງພຣະເຈົ້າ ແລະ ຄຳພະຍານຂອງພຣະເຈົ້າກໍຈະໄດ້ຮັບການປົກປ້ອງ. ຖ້າວຽກງານຂອງພຣະເຈົ້າໃນເຮືອນຂອງພຣະເຈົ້າ ແລະ ໃນຄຣິສຕະຈັກຖືກຂັດຂວາງ ແລະ ບໍ່ສາມາດດຳເນີນໄປໂດຍບໍ່ມີອຸປະສັກ ແລະ ເຈດຕະນາຂອງພຣະເຈົ້າ ແລະ ວຽກງານທີ່ພຣະເຈົ້າວາງແຜນທີ່ຈະເຮັດ ໄດ້ຖືກຂັດຂວາງ, ແລ້ວຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ຂອງຄຣິສຕະຈັກກໍຈະໄດ້ຮັບຄວາມເສຍຫາຍໜັກຢ່າງແນ່ນອນ ນັ້ນກໍຄື ສິ່ງເຫຼົ່ານີ້ເຊື່ອມໂຍງກັນ. ເວົ້າອີກຢ່າງໜຶ່ງກໍຄື ເມື່ອຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ຂອງຄຣິສຕະຈັກໄດ້ຮັບຄວາມເສຍຫາຍຢ່າງໜັກ ຫຼື ຖືກຂັດຂວາງ, ແລ້ວແຜນການຄຸ້ມຄອງຂອງພຣະເຈົ້າກໍຈະຖືກຂັດຂວາງຢ່າງຮ້າຍແຮງແນ່ນອນ ແລະ ຜົນປະໂຫຍດຂອງພຣະເຈົ້າກໍຈະໄດ້ຮັບຄວາມເສຍຫາຍຢ່າງໜັກເຊັ່ນກັນ.

ຫຼັງຈາກໂອ້ລົມກັນຈົບແລ້ວວ່າຜົນປະໂຫຍດຂອງພຣະເຈົ້າແມ່ນຫຍັງ, ຕໍ່ໄປໃຫ້ເວົ້າກັນວ່າຜົນປະໂຫຍດຂອງຜູ້ຄົນແມ່ນຫຍັງ. ເມື່ອກີ້ນີ້ ພວກເຮົາໄດ້ເວົ້າກັນເລັກນ້ອຍກ່ຽວກັບຜົນປະໂຫຍດຂອງຜູ້ຄົນ, ຕອນນີ້ໃຫ້ເວົ້າກ່ຽວກັບທຳມະຊາດຂອງຜົນປະໂຫຍດຂອງຜູ້ຄົນ ດ້ວຍຄຳນິຍາມຂອງພວກເຂົາເອງ ແລະ ກຳນົດລັກສະນະຂອງພວກມັນ. ເປັນຫຍັງພຣະເຈົ້າຈຶ່ງຮຽກຮ້ອງໃຫ້ຜູ້ຄົນວາງຜົນປະໂຫຍດຂອງພວກເຂົາລົງ? ຜູ້ຄົນບໍ່ມີສິດນີ້ບໍ? ພຣະເຈົ້າບໍ່ໄດ້ໃຫ້ສິດນີ້ແກ່ຜູ້ຄົນບໍ? ຜູ້ຄົນບໍ່ສົມຄວນໄດ້ຮັບສິດດັ່ງກ່າວບໍ? ມັນບໍ່ແມ່ນແນວນັ້ນບໍ? ເມື່ອເບິ່ງຈາກຫຼາຍດ້ານຂອງຜົນປະໂຫຍດຂອງຜູ້ຄົນທີ່ພວກເຮົາຫາກໍເວົ້າເຖິງນັ້ນ, ຜູ້ຄົນສະແຫວງຫາຜົນປະໂຫຍດເພື່ອຫຍັງ? (ເພື່ອຕົນເອງ.) “ເພື່ອຕົນເອງ” ແມ່ນຄຳເວົ້າເໝົາລວມ. ຕົນເອງແມ່ນໃຜ? (ຊາຕານ.) ຖ້າຜູ້ຄົນເຂົ້າໃຈຄວາມຈິງ ແລະ ສາມາດດຳລົງຊີວິດດ້ວຍຄວາມຈິງ ແລະ ພວກເຂົາບັນລຸການປ່ຽນແປງໃນອຸປະນິໄສ ແລະ ໄດ້ຮັບຄວາມລອດພົ້ນ ແລະ ພວກເຂົາສະແຫວງຫາສິ່ງທີ່ພວກເຂົາຕ້ອງການ, ການສະແຫວງຫານີ້ຈະບໍ່ເຂົ້າກັນໄດ້ກັບພຣະເຈົ້າບໍ? ແຕ່ກ່ອນທີ່ຈະປ່ຽນແປງ ແລະ ໄດ້ຮັບຄວາມລອດພົ້ນ, ສິ່ງດຽວທີ່ຜູ້ຄົນສະແຫວງຫາແມ່ນຊື່ສຽງ ແລະ ຜົນປະໂຫຍດ, ເຊິ່ງກ່ຽວຂ້ອງກັບເນື້ອໜັງໃນຫຼາກຫຼາຍແງ່ທຸກ; ສິ່ງເຫຼົ່ານີ້ເປັນປໍລະປັກ ແລະ ຂັດແຍ້ງກັບຄວາມຈິງຢ່າງສິ້ນເຊີງ, ເປັນການລະເມີດຄວາມຈິງຢ່າງສິ້ນເຊີງ, ພວກມັນຢູ່ກົງກັນຂ້າມກັບຄວາມຈິງຢ່າງສິ້ນເຊີງ. ຖ້າຄົນໃດຄົນໜຶ່ງເວົ້າວ່າພວກເຂົາຮັກຄວາມຈິງ ແລະ ພວກເຂົາສະແຫວງຫາຄວາມຈິງ, ແຕ່ໃນທາງແກ່ນແທ້ແລ້ວ ເປົ້າໝາຍທີ່ພວກເຂົາສະແຫວງຫາແມ່ນເພື່ອເຮັດໃຫ້ຕົນເອງໂດດເດັ່ນ, ເພື່ອອວດອ້າງ, ເພື່ອເຮັດໃຫ້ຜູ້ຄົນຍົກຍ້ອງພວກເຂົາຢ່າງສູງສົ່ງ, ເພື່ອບັນລຸຜົນປະໂຫຍດຂອງພວກເຂົາເອງ ແລະ ການປະຕິບັດໜ້າທີ່ຂອງພວກເຂົາບໍ່ແມ່ນເພື່ອອ່ອນນ້ອມ ຫຼື ເຮັດໃຫ້ພຣະເຈົ້າພໍໃຈ, ແຕ່ແມ່ນເພື່ອໃຫ້ໄດ້ມາເຊິ່ງຊື່ສຽງ, ຜົນປະໂຫຍດ ແລະ ສະຖານະ, ແລ້ວການສະແຫວງຫາຂອງພວກເຂົາກໍບໍ່ຖືກຕ້ອງ. ໃນເມື່ອເປັນແນວນັ້ນ, ເມື່ອເວົ້າເຖິງວຽກງານຂອງຄຣິສຕະຈັກ, ການກະທຳຂອງພວກເຂົາເປັນອຸປະສັກ ຫຼື ພວກມັນຊ່ວຍຂັບເຄື່ອນວຽກງານໃຫ້ກ້າວໄປຂ້າງໜ້າ? ເຫັນໄດ້ຢ່າງຊັດເຈນວ່າພວກມັນເປັນອຸປະສັກ; ພວກເຂົາບໍ່ໄດ້ຂັບເຄື່ອນວຽກງານໃຫ້ກ້າວໄປຂ້າງໜ້າ. ບາງຄົນອ້າງຊື່ການເຮັດວຽກງານຂອງຄຣິສຕະຈັກ ແຕ່ກັບສະແຫວງຫາຊື່ສຽງ, ຜົນປະໂຫຍດ ແລະ ສະຖານະສ່ວນຕົວຂອງພວກເຂົາເອງ, ດຳເນີນກິດຈະການຂອງພວກເຂົາເອງ, ສ້າງກຸ່ມນ້ອຍໆ ຂອງພວກເຂົາເອງ, ສ້າງອານາຈັກນ້ອຍໆ ຂອງພວກເຂົາເອງ, ຄົນປະເພດນີ້ກຳລັງປະຕິບັດໜ້າທີ່ຂອງພວກເຂົາຢູ່ບໍ? ວຽກງານທັງໝົດທີ່ພວກເຂົາເຮັດ ໂດຍພື້ນຖານແລ້ວແມ່ນຂັດຂວາງ, ລົບກວນ ແລະ ທຳລາຍວຽກງານຂອງຄຣິສຕະຈັກ. ຜົນຕາມມາຂອງການສະແຫວງຫາຊື່ສຽງ, ຜົນປະໂຫຍດ ແລະ ສະຖານະຂອງພວກເຂົາແມ່ນຫຍັງ? ຢ່າງທຳອິດ, ສິ່ງນີ້ສົ່ງຜົນກະທົບຕໍ່ວິທີທີ່ຜູ້ຄົນທີ່ພຣະເຈົ້າເລືອກ ກິນ ແລະ ດື່ມພຣະທຳຂອງພຣະເຈົ້າຕາມປົກກະຕິ ແລະ ເຂົ້າໃຈຄວາມຈິງ, ມັນຂັດຂວາງທາງເຂົ້າຊີວິດຂອງພວກເຂົາ, ຢຸດພວກເຂົາຈາກການເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຂອງຄວາມເຊື່ອໃນພຣະເຈົ້າ ແລະ ນໍາພາພວກເຂົາໄປສູ່ເສັ້ນທາງທີ່ຜິດ, ເຊິ່ງທຳຮ້າຍຜູ້ທີ່ຖືກເລືອກ ແລະ ນໍາພວກເຂົາໄປສູ່ຄວາມພິນາດ. ແລ້ວໃນທີ່ສຸດມັນເຮັດຫຍັງຕໍ່ວຽກງານຂອງຄຣິສຕະຈັກ? ມັນແມ່ນການລົບກວນ, ການທຳລາຍ ແລະ ການຮື້ຖອນ. ນີ້ຄືຜົນທີ່ເກີດຈາກການທີ່ຜູ້ຄົນສະແຫວງຫາຊື່ສຽງ, ຜົນປະໂຫຍດ ແລະ ສະຖານະ. ເມື່ອພວກເຂົາປະຕິບັດໜ້າທີ່ຂອງພວກເຂົາໃນລັກສະນະນີ້, ສິ່ງນີ້ຈະບໍ່ຖືກກຳນົດວ່າເປັນການຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ເມື່ອພຣະເຈົ້າຂໍໃຫ້ຜູ້ຄົນວາງຊື່ສຽງ, ຜົນປະໂຫຍດ ແລະ ສະຖານະລົງ, ມັນບໍ່ແມ່ນວ່າພຣະອົງກຳລັງຮິບເອົາສິດໃນການເລືອກຂອງຜູ້ຄົນ; ແຕ່ເປັນຍ້ອນວ່າ ໃນຂະນະທີ່ສະແຫວງຫາຊື່ສຽງ, ຜົນປະໂຫຍດ ແລະ ສະຖານະ, ຜູ້ຄົນຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ ແລະ ທາງເຂົ້າຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ ແລະ ເຖິງກັບສາມາດມີອິດທິພົນຕໍ່ການທີ່ອີກຫຼາຍຄົນກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ການເຂົ້າໃຈຄວາມຈິງ ແລະ ດ້ວຍເຫດນັ້ນຈຶ່ງບັນລຸຄວາມລອດພົ້ນຂອງພຣະເຈົ້າ. ນີ້ແມ່ນຂໍ້ແທ້ຈິງທີ່ບໍ່ສາມາດໂຕ້ຖຽງໄດ້. ເມື່ອຜູ້ຄົນສະແຫວງຫາຊື່ສຽງ, ຜົນປະໂຫຍດ ແລະ ສະຖານະຂອງພວກເຂົາເອງ, ມັນເປັນທີ່ແນ່ນອນວ່າພວກເຂົາຈະບໍ່ສະແຫວງຫາຄວາມຈິງ ແລະ ພວກເຂົາຈະບໍ່ປະຕິບັດໜ້າທີ່ຂອງພວກເຂົາໃຫ້ສຳເລັດຢ່າງຊື່ສັດ. ພວກເຂົາຈະເວົ້າ ແລະ ກະທຳເພື່ອເຫັນແກ່ຊື່ສຽງ, ຜົນປະໂຫຍດ ແລະ ສະຖານະເທົ່ານັ້ນ ແລະ ວຽກງານທັງໝົດທີ່ພວກເຂົາເຮັດ, ໂດຍບໍ່ມີຂໍ້ຍົກເວັ້ນແມ່ນແຕ່ໜ້ອຍດຽວ, ກໍແມ່ນເພື່ອເຫັນແກ່ສິ່ງເຫຼົ່ານັ້ນ. ການປະພຶດ ແລະ ການກະທຳໃນລັກສະນະນັ້ນ ແມ່ນບໍ່ຕ້ອງສົງໄສເລີຍວ່າ ມັນຄືການຍ່າງໃນເສັ້ນທາງຂອງພວກຜູ້ຕໍ່ຕ້ານພຣະຄຣິສ; ມັນຄືການຂັດຂວາງ ແລະ ການລົບກວນວຽກງານຂອງພຣະເຈົ້າ ແລະ ຜົນສະທ້ອນທັງໝົດຂອງມັນກໍກຳລັງຂັດຂວາງການເຜີຍແຜ່ພຣະກິດຕິຄຸນຂອງອານາຈັກ ແລະ ການປະຕິບັດຄວາມປະສົງຂອງພຣະເຈົ້າພາຍໃນຄຣິສຕະຈັກ. ສະນັ້ນ, ຄົນໃດຄົນໜຶ່ງອາດເວົ້າໄດ້ຢ່າງແນ່ນອນວ່າ ເສັ້ນທາງທີ່ຍ່າງໂດຍຜູ້ທີ່ສະແຫວງຫາຊື່ສຽງ, ຜົນປະໂຫຍດ ແລະ ສະຖານະ ແມ່ນເສັ້ນທາງແຫ່ງການຕໍ່ຕ້ານພຣະເຈົ້າ. ມັນແມ່ນການຕໍ່ຕ້ານພຣະອົງໂດຍເຈດຕະນາ, ການເວົ້າປະຕິເສດພຣະອົງ, ມັນຄືການຮ່ວມມືກັບຊາຕານໃນການຕໍ່ຕ້ານພຣະເຈົ້າ ແລະ ຢືນຢູ່ຝ່າຍກົງກັນຂ້າມກັບພຣະອົງ. ນີ້ຄືທຳມະຊາດຂອງການທີ່ຜູ້ຄົນສະແຫວງຫາຊື່ສຽງ, ຜົນປະໂຫຍດ ແລະ ສະຖານະ. ຂໍ້ຜິດພາດໃນການທີ່ຜູ້ຄົນສະແຫວງຫາຜົນປະໂຫຍດຂອງຕົນເອງກໍຄື ເປົ້າໝາຍທີ່ພວກເຂົາສະແຫວງຫາແມ່ນເປົ້າໝາຍຂອງຊາຕານ ແລະ ພວກມັນແມ່ນເປົ້າໝາຍທີ່ຊົ່ວຊ້າ ແລະ ບໍ່ຍຸຕິທຳ. ເມື່ອຜູ້ຄົນສະແຫວງຫາຜົນປະໂຫຍດສ່ວນຕົວ ເຊັ່ນ: ຊື່ສຽງ, ຜົນປະໂຫຍດ ແລະ ສະຖານະ, ພວກເຂົາກາຍເປັນເຄື່ອງມືຂອງຊາຕານໂດຍບໍ່ຮູ້ຕົວ, ພວກເຂົາກາຍເປັນຊ່ອງທາງລະບາຍໃຫ້ແກ່ຊາຕານ ແລະ ຍິ່ງໄປກວ່ານັ້ນ ພວກເຂົາກາຍເປັນຕົວແທນຂອງຊາຕານ. ພວກເຂົາສະແດງບົດບາດໃນທາງລົບໃນຄຣິສຕະຈັກ; ຕໍ່ວຽກງານຂອງຄຣິສຕະຈັກ ແລະ ຕໍ່ຊີວິດຄຣິສຕະຈັກທີ່ປົກກະຕິ ແລະ ການສະແຫວງຫາທີ່ປົກກະຕິຂອງຜູ້ຄົນທີ່ພຣະເຈົ້າເລືອກ, ຜົນກະທົບທີ່ພວກເຂົາມີກໍຄືການລົບກວນ ແລະ ທຳລາຍ; ພວກເຂົາມີຜົນກະທົບທີ່ເປັນຜົນຮ້າຍ ແລະ ເປັນລົບ. ເມື່ອຄົນໃດຄົນໜຶ່ງສະແຫວງຫາຄວາມຈິງ, ພວກເຂົາສາມາດຄຳນຶງເຖິງເຈດຕະນາຂອງພຣະເຈົ້າ ແລະ ພາລະຂອງພຣະອົງ. ເມື່ອພວກເຂົາປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາປົກປ້ອງວຽກງານຂອງຄຣິສຕະຈັກໃນທຸກດ້ານ. ພວກເຂົາສາມາດຍົກຍ້ອງພຣະເຈົ້າ ແລະ ເປັນພະຍານໃຫ້ພຣະເຈົ້າ, ພວກເຂົານໍາຜົນປະໂຫຍດມາສູ່ອ້າຍເອື້ອຍນ້ອງ ແລະ ສະໜັບສະໜູນພວກເຂົາ ແລະ ຈັດຫາໃຫ້ພວກເຂົາ ແລະ ພຣະເຈົ້າໄດ້ຮັບພຣະສິລິ ແລະ ຄຳພະຍານ, ເຊິ່ງນໍາຄວາມອັບອາຍມາສູ່ຊາຕານ. ຜົນຈາກການສະແຫວງຫາຂອງພວກເຂົາ, ພຣະເຈົ້າໄດ້ຮັບສິ່ງທີ່ຖືກສ້າງທີ່ສາມາດຢຳເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍໄດ້ຢ່າງແທ້ຈິງ, ເຊິ່ງສາມາດບູຊາພຣະເຈົ້າໄດ້. ຜົນຈາກການສະແຫວງຫາຂອງພວກເຂົາເຊັ່ນກັນ, ຄວາມປະສົງຂອງພຣະເຈົ້າກໍສຳເລັດ ແລະ ວຽກງານຂອງພຣະເຈົ້າກໍສາມາດກ້າວໄປຂ້າງໜ້າໄດ້. ໃນສາຍຕາຂອງພຣະເຈົ້າ, ການສະແຫວງຫາແບບນັ້ນແມ່ນເປັນບວກ, ມັນເປັນສິ່ງທີ່ເປີດເຜີຍ. ການສະແຫວງຫາແບບນັ້ນມີປະໂຫຍດຢ່າງມະຫາສານຕໍ່ຜູ້ຄົນທີ່ພຣະເຈົ້າເລືອກ, ພ້ອມທັງເປັນປະໂຫຍດຢ່າງເຕັມທີ່ຕໍ່ວຽກງານຂອງຄຣິສຕະຈັກ, ມັນຊ່ວຍຜັກດັນສິ່ງຕ່າງໆ ໃຫ້ກ້າວໄປຂ້າງໜ້າ ແລະ ຖືກຮັບຮອງໂດຍພຣະເຈົ້າ.

ຕໍ່ໄປ ພວກເຮົາຈະໂອ້ລົມກ່ຽວກັບຜົນປະໂຫຍດຂອງພຣະເຈົ້າ, ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ຜົນປະໂຫຍດຂອງຄຣິສຕະຈັກ. ຕອນນີ້ ພວກເຮົາຍັງບໍ່ຕ້ອງເວົ້າວ່າ ຜົນປະໂຫຍດສາມຢ່າງນີ້ສາມາດມີສິ່ງທີ່ຄືກັນໄດ້ ຫຼື ບໍ່, ກ່າວກໍຄື ເມື່ອເວົ້າເຖິງຜົນປະໂຫຍດຢ່າງໜຶ່ງ, ມັນຈະສາມາດທຽບເທົ່າກັບຜົນປະໂຫຍດຢ່າງອື່ນໄດ້ ຫຼື ບໍ່. ໃຫ້ພວກເຮົາເວົ້າເຖິງຜົນປະໂຫຍດຂອງພຣະເຈົ້າກ່ອນ. ຂ້ອຍຫາກໍກ່າວເຖິງວ່າ ຜົນປະໂຫຍດຂອງພຣະເຈົ້າລວມມີ ກຽດຕິຍົດຂອງພຣະເຈົ້າ, ຄຳພະຍານຂອງພຣະເຈົ້າ, ພຣະນາມຂອງພຣະເຈົ້າ ແລະ ສິ່ງທີ່ສຳຄັນທີ່ສຸດກໍຄື ແຜນການຄຸ້ມຄອງຂອງພຣະເຈົ້າ ແລະ ການເຜີຍແຜ່ພາລະກິດຂອງພຣະເຈົ້າ ເຊິ່ງເປັນສິ່ງທີ່ຍິ່ງໃຫຍ່ທີ່ສຸດ ແລະ ສໍາຄັນທີ່ສຸດທີ່ມີສ່ວນກ່ຽວຂ້ອງກັບພຣະເຈົ້າ. ສຳລັບຕອນນີ້, ໃຫ້ພວກເຮົາຢ່າຟ້າວເວົ້າເຖິງກຽດຕິຍົດຂອງພຣະເຈົ້າ, ພຣະນາມຂອງພຣະເຈົ້າ ແລະ ຄຳພະຍານຂອງພຣະເຈົ້າ ເຊິ່ງເປັນສິ່ງທີ່ຫ່າງໄກຈາກຜູ້ຄົນຫຼາຍພໍສົມຄວນ. ໃຫ້ພວກເຮົາເວົ້າເຖິງພາລະກິດຂອງພຣະເຈົ້າກ່ອນ. ພຣະເຈົ້າກຳລັງເຮັດພາລະກິດຫຍັງກັນແທ້? ເນື້ອໃນຂອງພາລະກິດຂອງພຣະເຈົ້າແມ່ນຫຍັງ? ທຳມະຊາດຂອງພາລະກິດຂອງພຣະເຈົ້າແມ່ນຫຍັງ? ພາລະກິດຂອງພຣະເຈົ້ານຳເອົາຫຍັງມາສູ່ມະນຸດຊາດ? ຜົນກະທົບຂອງສິ່ງນັ້ນທີ່ມີຕໍ່ມະນຸດຊາດແມ່ນຫຍັງກັນແທ້? ໃຫ້ພວກເຮົາເວົ້າເຖິງສິ່ງເຫຼົ່ານີ້ກ່ອນ. ດັ່ງນັ້ນ ພາລະກິດຂອງພຣະເຈົ້າແມ່ນຫຍັງກັນແທ້? (ການຊ່ວຍມະນຸດຊາດໃຫ້ລອດພົ້ນ.) ຫົວຂໍ້ນີ້ບໍ່ສາມາດປ່ຽນແປງໄດ້, ຈຸດປະສົງຂອງພາລະກິດກໍບໍ່ສາມາດປ່ຽນແປງໄດ້, ກ່າວກໍຄື ເພື່ອຊ່ວຍມະນຸດຊາດ ເຊິ່ງເປັນຄົນທີ່ຢູ່ພາຍໃຕ້ອຳນາດຂອງຊາຕານ ແລະ ໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງໃຫ້ລອດພົ້ນ. ພາລະກິດນີ້ແມ່ນເພື່ອຊ່ວຍຄົນກຸ່ມໜຶ່ງໃຫ້ລອດພົ້ນ ເຊິ່ງເປັນຄົນທີ່ໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ ຈົນເຖິງຂັ້ນທີ່ຂາດຄວາມເປັນຄົນຢ່າງສິ້ນເຊີງ, ຄົນກຸ່ມໜຶ່ງທີ່ເຕັມໄປດ້ວຍອຸປະນິໄສທີ່ເສື່ອມຊາມຂອງຊາຕານ ແລະ ເຕັມໄປດ້ວຍອຸປະນິໄສທີ່ຕໍ່ຕ້ານພຣະເຈົ້າ, ເພື່ອເຮັດໃຫ້ພວກເຂົາປ່ຽນແປງ ເພື່ອໃຫ້ພວກເຂົາມີຄວາມເປັນຄົນ ແລະ ເພື່ອເຮັດໃຫ້ພວກເຂົາເຂົ້າໃຈຄວາມຈິງ ແລະ ເຂົ້າໃຈ ແລະ ຢັ່ງຮູ້ວ່າສິ່ງໃດທີ່ຍຸຕິທຳ ແລະ ສິ່ງໃດທີ່ບໍ່ຍຸຕິທຳ ແລະ ສິ່ງໃດເປັນສິ່ງທີ່ເປັນບວກ ແລະ ສິ່ງໃດເປັນສິ່ງທີ່ເປັນລົບ ແລະ ຜູ້ຄົນຄວນດຳລົງຊີວິດແນວໃດ ເພື່ອໃຫ້ສົມກັບການເປັນຄົນຢ່າງແທ້ຈິງ ແລະ ຈຸດຢືນໃດທີ່ພວກເຂົາຄວນຢືນຢູ່ ເພື່ອໃຫ້ພວກເຂົາຢູ່ໃນຈຸດຢືນທີ່ພຣະເຈົ້າໄດ້ກຳນົດໄວ້ລ່ວງໜ້າໃຫ້ຜູ້ຄົນຢືນຢູ່. ສິ່ງເຫຼົ່ານີ້ແມ່ນເນື້ອໃນພື້ນຖານຂອງພາລະກິດຂອງພຣະເຈົ້າ ແລະ ພວກເຈົ້າທຸກຄົນກໍຮູ້ຈັກສິ່ງເຫຼົ່ານີ້ໃນລະດັບທິດສະດີ. ຖ້າພວກເຈົ້າເຂົ້າໃຈເຈດຕະນາຂອງພຣະເຈົ້າຢ່າງແທ້ຈິງ, ພວກເຈົ້າກໍຄວນຮູ້ວ່າ ພຣະເຈົ້າໄດ້ພິພາກສາຜູ້ຄົນເພື່ອປະນາມ ແລະ ທຳລາຍພວກເຂົາ ຫຼື ເພື່ອເຮັດໃຫ້ບໍລິສຸດ ແລະ ເຮັດໃຫ້ພວກເຂົາສົມບູນແບບ ແລະ ພຣະເຈົ້າໄດ້ພິພາກສາ ແລະ ລົງທັນ ຜູ້ຄົນເພື່ອຜັກດັນພວກເຂົາລົງໄປໃນຂຸມໄຟ ຫຼື ເພື່ອຊ່ວຍພວກເຂົາໃຫ້ລອດພົ້ນ ແລະ ນຳພາພວກເຂົາໄປສູ່ແສງສະຫວ່າງ. ພວກເຮົາທຸກຄົນສາມາດເຫັນໄດ້ວ່າ ພຣະເຈົ້າໄດ້ສະແດງຄວາມຈິງຫຼາຍຢ່າງອອກມາ, ເປີດໂປງສະພາວະທີ່ເສື່ອມຊາມຕ່າງໆຂອງຜູ້ຄົນ, ແກ້ໄຂການບ່ຽງເບນຂອງຜູ້ຄົນໃນຄວາມສັດທາຂອງພວກເຂົາ ແລະ ແນວຄິດຂອງພວກເຂົາກ່ຽວກັບຄວາມສັດທາ ແລະ ນຳພາຜູ້ຄົນໃຫ້ເຂົ້າໃຈຄວາມຈິງ ແລະ ດຳລົງຊີວິດໂດຍພຣະທຳຂອງພຣະເຈົ້າ ແລະ ດຳລົງຊີວິດໃຫ້ສົມກັບການເປັນຄົນທີ່ດຳລົງຢູ່ຢ່າງແທ້ຈິງ ແລະ ກໍໄດ້ມີຜົນໄດ້ຮັບທີ່ສໍາເລັດບາງຢ່າງແລ້ວ ໃນທ່າມກາງຜູ້ຄົນທີ່ພຣະເຈົ້າເລືອກ. ພຣະເຈົ້າໄດ້ເປີດໂປງອຸປະນິໄສທີ່ອວດດີຂອງຜູ້ຄົນ ແລະ ປ້ອງກັນບໍ່ໃຫ້ພວກເຂົາກາຍເປັນຍອດມະນຸດ ຫຼື ຄົນທີ່ຍິ່ງໃຫຍ່, ໂດຍໄດ້ອະນຸຍາດໃຫ້ພວກເຂົາກາຍເປັນສິ່ງທີ່ຖືກສ້າງທີ່ແທ້ຈິງ ແລະ ເປັນຄົນທີ່ມີຈິດສຳນຶກ ແລະ ເຫດຜົນ; ພຣະເຈົ້າໄດ້ເປີດໂປງແກ່ນແທ້ທີ່ໜ້າຊື່ໃຈຄົດຂອງພວກຟາຣີຊາຍ, ໂດຍໄດ້ອະນຸຍາດໃຫ້ຜູ້ຄົນເຫັນໃບໜ້າທີ່ໜ້າຊື່ໃຈຄົດຂອງພວກຟາຣີຊາຍ ແລະ ນຳພາຜູ້ຄົນເຂົ້າສູ່ຄວາມຈິງຄວາມເປັນຈິງ ຂອງພຣະທຳຂອງພຣະເຈົ້າ; ພຣະເຈົ້າໄດ້ເປີດໂປງຄວາມໄຮ້ສາລະຂອງວັດທະນະທຳແບບດັ້ງເດີມ ແລະ ພັນທະນາການທີ່ວັດທະນະທຳນັ້ນໄດ້ວາງໃສ່ຜູ້ຄົນ ແລະ ອັນຕະລາຍທີ່ສິ່ງນັ້ນມີຕໍ່ພວກເຂົາ, ເພື່ອໃຫ້ຜູ້ຄົນສາມາດຫຼຸດພົ້ນຈາກພັນທະນາການຂອງວັດທະນະທຳແບບດັ້ງເດີມ ແລະ ສາມາດຍອມຮັບຄວາມຈິງ ແລະ ດຳລົງຊີວິດໂດຍພຣະທຳຂອງພຣະເຈົ້າໄດ້... ທັງໝົດນີ້ສາມາດສະຫຼຸບໄດ້ດັ່ງນີ້: ພາລະກິດແຫ່ງການຊ່ວຍໃຫ້ລອດພົ້ນຂອງພຣະເຈົ້າ ແມ່ນການນຳພາຜູ້ຄົນຈາກກະແສຂອງໂລກທີ່ຊົ່ວຮ້າຍກັບຄືນມາສູ່ເຮືອນຂອງພຣະເຈົ້າ, ຈາກນັ້ນກໍສັ່ງສອນພວກເຂົາຢ່າງພາກພຽນ ແລະ ມອບຄວາມຈິງ ແລະ ຊີວິດໃຫ້ແກ່ພວກເຂົາ, ເພື່ອໃຫ້ພວກເຂົາສາມາດເຂົ້າໃຈ ແລະ ຮູ້ວ່າ ຫຼັກການທີ່ແທ້ຈິງຂອງການປະພຶດຕົນແມ່ນຫຍັງ ແລະ ຜູ້ຄົນຄວນປະພຶດຕົນແນວໃດ, ເພື່ອຫຼົບໜີຈາກອັນຕະລາຍທີ່ເປັນກະແສອັນຊົ່ວຮ້າຍຂອງຊາຕານ ແລະ ປັດຊະຍາຕ່າງໆແບບຊາຕານ ແລະ ພິດຮ້າຍແບບຊາຕານກະທຳຕໍ່ຜູ້ຄົນ. ຕັ້ງແຕ່ເລີ່ມຕົ້ນຈົນເຖິງປັດຈຸບັນ, ພຣະເຈົ້າໄດ້ເຮັດພາລະກິດມາທຸກຮູບແບບ, ຕັ້ງແຕ່ພາລະກິດຂອງພຣະອົງໃນຍຸກແຫ່ງພຣະບັນຍັດ, ຈົນເຖິງພາລະກິດຂອງພຣະອົງໃນຍຸກແຫ່ງພຣະຄຸນ, ຈົນເຖິງພາລະກິດແຫ່ງການພິພາກສາທີ່ພຣະອົງກຳລັງເຮັດຢູ່ໃນຍຸກສຸດທ້າຍນີ້. ຕອນນີ້ ພວກເຈົ້າໄດ້ຮູ້ຊັດເຈນແລ້ວກ່ຽວກັບພາລະກິດສາມຂັ້ນຕອນເຫຼົ່ານີ້ຂອງພຣະເຈົ້າ, ທຳມະຊາດຂອງພາລະກິດຂອງພຣະເຈົ້າໃນແຜນການຄຸ້ມຄອງ 6,000 ປີຂອງພຣະອົງແມ່ນຫຍັງກັນແທ້? ມັນຄວນຖືກກຳນົດລັກສະນະແນວໃດ? (ນີ້ແມ່ນອຸດົມການທີ່ຍຸຕິທຳທີ່ສຸດໃນບັນດາມະນຸດຊາດ.) ຖືກຕ້ອງແລ້ວ. ພາລະກິດແຫ່ງການຄຸ້ມຄອງ ແລະ ການຊ່ວຍມະນຸດຊາດໃຫ້ລອດພົ້ນຂອງພຣະເຈົ້າໄດ້ດຳເນີນມາເປັນເວລາ 6,000 ປີແລ້ວ ແລະ ໃນລະຫວ່າງ 6,000 ປີນີ້, ພຣະເຈົ້າໄດ້ອົດທົນ, ລໍຖ້າ ແລະ ເວົ້າກ່າວຢ່າງບໍ່ຮູ້ອິດເມື່ອຍ, ໂດຍໄດ້ນຳພາມະນຸດຊາດມາຈົນເຖິງຕອນນີ້. ພຣະເຈົ້າບໍ່ໄດ້ຍອມແພ້ ແລະ ພາລະກິດນີ້ທີ່ພຣະເຈົ້າເຮັດກໍຄື ອຸດົມການທີ່ຍຸຕິທຳທີ່ສຸດໃນບັນດາມະນຸດຊາດ. ເມື່ອເບິ່ງມັນຈາກທຳມະຊາດຂອງພາລະກິດຂອງພຣະເຈົ້າ, ຜົນປະໂຫຍດຂອງພຣະເຈົ້າແມ່ນສິ່ງທີ່ຍຸຕິທຳທີ່ສຸດ ແລະ ຖືກຕ້ອງຕາມກົດໝາຍທີ່ສຸດແມ່ນບໍ? (ແມ່ນແລ້ວ.) ຖ້າຜົນປະໂຫຍດຂອງພຣະເຈົ້າໄດ້ຮັບການປົກປ້ອງ, ຈະເກີດຫຍັງຂຶ້ນກັບມະນຸດຊາດ? ມະນຸດຊາດກໍຈະສາມາດຢູ່ລອດໄດ້ຢ່າງດີຕໍ່ໄປ, ດຳລົງຊີວິດໃຫ້ສົມກັບການເປັນຄົນຢ່າງແທ້ຈິງ, ດຳລົງຊີວິດພາຍໃນກົດເກນຂອງສິ່ງທັງປວງທີ່ພຣະເຈົ້າໄດ້ກຳນົດຂຶ້ນ ແລະ ເພີດເພີນກັບທຸກສິ່ງທີ່ພຣະເຈົ້າໄດ້ປະທານໃຫ້ແກ່ມະນຸດຊາດ ແລະ ມະນຸດທີ່ດຳລົງຢູ່ກໍຈະກາຍເປັນເຈົ້ານາຍທີ່ແທ້ຈິງຂອງສິ່ງທັງປວງ. ພວກເຈົ້າຄວນເຫັນວ່າ ວຽກງານຄຸ້ມຄອງຂອງພຣະເຈົ້ານັ້ນ ໃນທີ່ສຸດແລ້ວແມ່ນເພື່ອຜົນປະໂຫຍດສູງສຸດຂອງຜູ້ຄົນ. ດັ່ງນັ້ນ, ພາລະກິດແຫ່ງການຊ່ວຍມະນຸດຊາດໃຫ້ລອດພົ້ນຂອງພຣະເຈົ້າ ບໍ່ແມ່ນ ອຸດົມການທີ່ຍຸຕິທຳທີ່ສຸດໃນບັນດາມະນຸດຊາດແລ້ວບໍ? ນີ້ເປັນສິ່ງທີ່ປະຕິເສດບໍ່ໄດ້ ແລະ ບໍ່ຕ້ອງສົງໄສເລີຍ, ມັນຄື ອຸດົມການ ທີ່ຍຸຕິທຳທີ່ສຸດ. ສະນັ້ນ, ຖ້າໃຜບາງຄົນເຮັດເພື່ອຜົນປະໂຫຍດຂອງຕົນເອງ, ເຖິງຂັ້ນທຳຮ້າຍຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ເຖິງຂັ້ນຂັດຂວາງການເຜີຍແຜ່ພາລະກິດຂອງພຣະເຈົ້າ, ບຸກຄົນນີ້ແມ່ນຄົນປະເພດໃດ? ນີ້ຄືບຸກຄົນທີ່ຊົ່ວຊ້າ ແລະ ເປັນມານຮ້າຍຢ່າງຊັດເຈນ. ພຣະເຈົ້າພຽງແຕ່ປະທານສິ່ງຕ່າງໃຫ້ແກ່ມະນຸດຊາດ, ໂດຍບໍ່ໄດ້ຮຽກຮ້ອງສິ່ງໃດຕອບແທນ. ໃນຂະນະທີ່ພຣະເຈົ້າກຳລັງເຮັດພາລະກິດທີ່ເກີດປະໂຫຍດສູງສຸດຕໍ່ມະນຸດຊາດ ແລະ ດຳເນີນພາລະກິດທີ່ຍຸຕິທຳທີ່ສຸດ, ຜູ້ຄົນບໍ່ໄດ້ພຽງແຕ່ບໍ່ຊື່ນຊົມ ຫຼື ຂອບພຣະຄຸນພຣະເຈົ້າ ແລະ ບໍ່ຄິດທີ່ຈະຕອບແທນພຣະເຈົ້າເທົ່ານັ້ນ, ແຕ່ໃນທາງກົງກັນຂ້າມ ພວກເຂົາພັດຂັດຂວາງ, ລົບກວນ ແລະ ທຳລາຍພາລະກິດຂອງພຣະເຈົ້າ ແລະ ໄລ່ຕາມຜົນປະໂຫຍດສ່ວນຕົວຂອງພວກເຂົາເອງ. ຄົນເຊັ່ນນີ້ບໍ່ມີຈິດສຳນຶກ ຫຼື ເຫດຜົນເລີຍ. ພວກເຂົາຍັງສົມຄວນທີ່ຈະຖືກເອີ້ນວ່າຄົນຢູ່ບໍ? ຄົນເຫຼົ່ານີ້ຄືມານຮ້າຍ ແລະ ຊາຕານຢ່າງແທ້ຈິງ! ເຖິງແມ່ນວ່າຈະເຮັດທັງໝົດນີ້ແລ້ວ, ພຣະເຈົ້າກໍບໍ່ສາມາດເຮັດໃຫ້ຈິດໃຈຂອງຜູ້ຄົນຫວັ່ນໄຫວໄດ້, ພວກເຂົາຍັງມີຫົວໃຈຢູ່ບໍ? ບໍ່, ພວກເຂົາບໍ່ມີ. ການບໍ່ມີຫົວໃຈໝາຍເຖິງການບໍ່ມີຈິດສຳນຶກ. ຄົນເຊັ່ນນີ້ບໍ່ມີຄວາມຮູ້ສຶກຜິດຊອບຊົ່ວດີ. ເມື່ອຄວາມເປັນມະນຸດຂອງຄົນໃດໜຶ່ງຂາດຈິດສຳນຶກ, ຄົນນັ້ນກໍບໍ່ແມ່ນມະນຸດອີກຕໍ່ໄປ, ແຕ່ເປັນສັດ, ເປັນມານຮ້າຍ ແລະ ເປັນຊາຕານ. ນີ້ເປັນສິ່ງທີ່ເຫັນໄດ້ຊັດເຈນຫຼາຍ. ເພື່ອໃຫ້ຜູ້ຄົນໄດ້ຮັບຄວາມລອດພົ້ນ, ພຣະເຈົ້າຕັດສິນໃຈທີ່ຈະເສຍສະຫຼະຫຼາຍຢ່າງ ແລະ ເຮັດວຽກງານຢ່າງບໍ່ຮູ້ອິດເມື່ອຍ. ບໍ່ວ່າຜູ້ຄົນຈະເຂົ້າໃຈຜິດ ຫຼື ສົງໄສແນວໃດກໍຕາມ, ພຣະເຈົ້າກໍອົດທົນຢູ່ສະເໝີມາ ແລະ ສືບຕໍ່ມອບສິ່ງຕ່າງໆໃຫ້ແກ່ຜູ້ຄົນ, ໂດຍບອກພວກເຂົາກ່ຽວກັບຄວາມຈິງໃນດ້ານຕ່າງໆຊ້ຳແລ້ວຊ້ຳອີກ, ເຮັດໃຫ້ພວກເຂົາເຂົ້າໃຈເທື່ອລະເລັກເທື່ອລະໜ້ອຍ, ເຮັດໃຫ້ພວກເຂົາໄຕ່ຕອງ ແລະ ກວດສອບ ແລະ ເຮັດໃຫ້ພວກເຂົາສາມາດເຂົ້າໃຈຫົວໃຈຂອງພຣະເຈົ້າ ແລະ ຢັ່ງຮູ້ຫົວໃຈຂອງພຣະເຈົ້າ. ແລະ ເມື່ອຜູ້ຄົນໄດ້ຍິນພຣະທຳເຫຼົ່ານີ້ຂອງພຣະເຈົ້າແລ້ວ, ພວກເຂົາກໍປະທັບໃຈ ແລະ ຫຼັ່ງນ້ຳຕາສອງສາມຢົດ. ແຕ່ເມື່ອພວກເຂົາຫັນກັບໄປ, ບໍ່ພຽງແຕ່ພວກເຂົາບໍ່ໄດ້ຄໍານຶງເຖິງເຈດຕະນາຂອງພຣະເຈົ້າເທົ່ານັ້ນ, ແຕ່ພວກເຂົາຍັງໄລ່ຕາມຜົນປະໂຫຍດຂອງຕົນເອງ ແລະ ຍັງໄລ່ຕາມພອນຕ່າງໆ. ບອກເຮົາເບິ່ງວ່າ ຄົນເຊັ່ນນີ້ບໍ່ມີຈິດສຳນຶກ ແລະ ເຫດຜົນເລີຍບໍ? ຄົນເຊັ່ນນີ້ຂາດຫຍັງຫຼາຍທີ່ສຸດ? ພວກເຂົາຂາດຈິດສຳນຶກ ແລະ ເຫດຜົນຫຼາຍທີ່ສຸດ, ພວກເຂົາຂາດຄວາມເປັນມະນຸດຫຼາຍທີ່ສຸດ. ພຣະເຈົ້າໄດ້ທົນທຸກກັບຄວາມເຈັບປວດທຸກຢ່າງດ້ວຍຄວາມອົດທົນສູງສຸດ ເພື່ອເຮັດວຽກງານ ແລະ ຊ່ວຍຜູ້ຄົນໃຫ້ລອດພົ້ນ, ແຕ່ຜູ້ຄົນກໍຍັງເຂົ້າໃຈພຣະເຈົ້າຜິດ, ຕັ້ງຕົວເປັນປໍລະປັກຕໍ່ພຣະອົງຢູ່ສະເໝີ, ປົກປ້ອງຜົນປະໂຫຍດຂອງຕົນເອງຢູ່ສະເໝີ ໂດຍບໍ່ໄດ້ສົນໃຈຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ຢາກມີຊີວິດທີ່ຍິ່ງໃຫຍ່ຢູ່ສະເໝີ, ແຕ່ບໍ່ໄດ້ຢາກປະກອບສ່ວນໃຫ້ແກ່ກຽດຕິຍົດຂອງພຣະເຈົ້າ, ໃນທັງໝົດນີ້ ຍັງມີຄວາມເປັນມະນຸດໃຫ້ເວົ້າເຖິງຢູ່ບໍ? ເຖິງແມ່ນວ່າຜູ້ຄົນຈະປະກາດຄຳພະຍານຕໍ່ພຣະເຈົ້າສຽງດັງ, ແຕ່ໃນຫົວໃຈຂອງພວກເຂົາ ພວກເຂົາໄດ້ເວົ້າວ່າ: “ນີ້ຄືວຽກງານທີ່ຂ້ອຍ ໄດ້ເຮັດ ເຊິ່ງກໍໄດ້ບັນລຸຜົນສຳເລັດ. ຂ້ອຍໄດ້ອອກເຫື່ອແຮງຄືກັນ, ຂ້ອຍ ກໍໄດ້ເສຍສະຫຼະຄືກັນ. ເປັນຫຍັງຈຶ່ງບໍ່ເປັນພະຍານໃຫ້ຂ້ອຍ?” ພວກເຂົາຢາກມີສ່ວນແບ່ງໃນກຽດຕິຍົດ ແລະ ຄຳພະຍານຂອງພຣະເຈົ້າຢູ່ສະເໝີ. ຜູ້ຄົນມີຄ່າຄູ່ຄວນຕໍ່ສິ່ງເຫຼົ່ານີ້ບໍ? ຄຳວ່າ “ກຽດຕິຍົດ” ບໍ່ໄດ້ເປັນຂອງມະນຸດ. ກຽດຕິຍົດສາມາດຕົກເປັນຂອງພຣະເຈົ້າເທົ່ານັ້ນ, ເປັນຂອງພຣະຜູ້ສ້າງ ແລະ ບໍ່ໄດ້ມີສ່ວນກ່ຽວຂ້ອງຫຍັງກັບມະນຸດທີ່ຖືກສ້າງຂຶ້ນ. ເຖິງແມ່ນວ່າຜູ້ຄົນຈະອອກເຫື່ອແຮງ ແລະ ຮ່ວມມືກັນ, ພວກເຂົາກໍຍັງຢູ່ພາຍໃຕ້ການນຳພາແຫ່ງພາລະກິດຂອງພຣະວິນຍານບໍລິສຸດ. ຖ້າບໍ່ມີພາລະກິດແຫ່ງພຣະວິນຍານບໍລິສຸດ, ຜູ້ຄົນຈະສາມາດເຮັດຫຍັງໄດ້? ຄຳວ່າ “ຄຳພະຍານ” ກໍບໍ່ໄດ້ເປັນຂອງມະນຸດເຊັ່ນດຽວກັນ. ບໍ່ວ່າມັນຈະເປັນຄຳນາມ “ຄຳພະຍານ” ຫຼື ຄຳກິລິຍາ “ເປັນພະຍານ”, ທັງສອງຄຳນີ້ໂດຍຕົວມັນເອງແລ້ວບໍ່ໄດ້ມີສ່ວນກ່ຽວຂ້ອງຫຍັງກັບມະນຸດທີ່ຖືກສ້າງຂຶ້ນ. ມີພຽງແຕ່ພຣະຜູ້ສ້າງເທົ່ານັ້ນທີ່ມີຄ່າຄູ່ຄວນແກ່ການຖືກເປັນພະຍານໃຫ້ ແລະ ມີຄ່າຄູ່ຄວນແກ່ຄຳພະຍານຂອງຜູ້ຄົນ. ສິ່ງນີ້ຖືກກຳນົດໂດຍຕົວຕົນ, ສະຖານະ ແລະ ແກ່ນແທ້ຂອງພຣະເຈົ້າ ແລະ ຍັງເປັນຍ້ອນວ່າທຸກສິ່ງທຸກຢ່າງທີ່ພຣະເຈົ້າເຮັດລ້ວນແຕ່ມາຈາກຄວາມພະຍາຍາມຂອງພຣະເຈົ້າ ແລະ ພຣະເຈົ້າກໍມີຄ່າຄູ່ຄວນທີ່ຈະໄດ້ຮັບມັນ. ສິ່ງທີ່ຜູ້ຄົນສາມາດເຮັດໄດ້ນັ້ນມີຂີດຈຳກັດຢ່າງແນ່ນອນ ແລະ ລ້ວນແລ້ວແຕ່ເປັນຜົນມາຈາກຄວາມຮູ້ແຈ້ງ, ຄວາມເປັນຜູ້ນຳ ແລະ ການຊີ້ນຳຂອງພຣະວິນຍານບໍລິສຸດ. ສຳລັບທຳມະຊາດຂອງມະນຸດແລ້ວ, ຜູ້ຄົນກາຍເປັນຄົນອວດດີ ເມື່ອພວກເຂົາເຂົ້າໃຈຄວາມຈິງບາງຢ່າງ ແລະ ສາມາດເຮັດວຽກງານໄດ້ເລັກນ້ອຍ. ຖ້າພວກເຂົາບໍ່ມີການພິພາກສາ ແລະ ການລົງທັນຈາກພຣະເຈົ້າທີ່ຄຽງຄູ່ໄປນຳ, ກໍບໍ່ມີໃຜສາມາດບັນລຸການອ່ອນນ້ອມຕໍ່ພຣະເຈົ້າ ແລະ ເປັນພະຍານໃຫ້ພຣະອົງໄດ້. ເນື່ອງຈາກການກຳນົດລ່ວງໜ້າຂອງພຣະເຈົ້າ, ຜູ້ຄົນອາດຈະມີພອນສະຫວັນ ຫຼື ຄວາມສາມາດພິເສດບາງຢ່າງ, ໄດ້ຮຽນຮູ້ວິຊາຊີບ ຫຼື ທັກສະບາງຢ່າງ ຫຼື ມີຄວາມສະຫຼາດເລັກນ້ອຍ, ດັ່ງນັ້ນ ພວກເຂົາຈຶ່ງກາຍເປັນຄົນອວດດີຢ່າງເຫຼືອຮ້າຍ ແລະ ຢາກໃຫ້ພຣະເຈົ້າແບ່ງປັນກຽດຕິຍົດຂອງພຣະອົງ ແລະ ຄຳພະຍານຂອງພຣະອົງກັບພວກເຂົາຢູ່ສະເໝີ. ສິ່ງນີ້ມັນໄຮ້ເຫດຜົນເກີນໄປແລ້ວບໍ? ນີ້ເປັນສິ່ງທີ່ໄຮ້ເຫດຜົນທີ່ສຸດ. ສິ່ງນີ້ສະແດງໃຫ້ເຫັນວ່າພວກເຂົາກຳລັງຢືນຢູ່ໃນຈຸດຢືນທີ່ຜິດ. ພວກເຂົາບໍ່ໄດ້ຖືວ່າຕົນເອງເປັນມະນຸດທີ່ດຳລົງຢູ່, ແຕ່ຖືວ່າເປັນຄົນປະເພດພິເສດ, ເປັນຍອດມະນຸດ. ຄົນທີ່ບໍ່ຮູ້ຕົວຕົນ, ແກ່ນແທ້ຂອງຕົນເອງ ແລະ ຈຸດຢືນທີ່ພວກເຂົາຄວນຢືນຢູ່ນັ້ນ ບໍ່ມີ ການຮັບຮູ້ຕົວເອງ. ຄວາມຖ່ອມຕົວຂອງຜູ້ຄົນບໍ່ແມ່ນສິ່ງທີ່ມາຈາກການຫຼຸດຕົວລົງ, ຜູ້ຄົນຖ່ອມຕົວ ແລະ ຕໍ່າຕ້ອຍຕັ້ງແຕ່ເລີ່ມຕົ້ນ. ຄວາມຖ່ອມຕົວຂອງພຣະເຈົ້າແມ່ນສິ່ງທີ່ມາຈາກການຫຼຸດຕົວລົງ. ການເວົ້າວ່າຜູ້ຄົນຖ່ອມຕົວແມ່ນການຍົກຍ້ອງພວກເຂົາ, ທີ່ຈິງແລ້ວ ພວກເຂົາຕໍ່າຕ້ອຍ. ຜູ້ຄົນຢາກແຍ່ງຊິງຊື່ສຽງ, ຜົນປະໂຫຍດ ແລະ ສະຖານະຢູ່ສະເໝີ ແລະ ແຍ່ງຊິງຜູ້ຄົນທີ່ພຣະເຈົ້າເລືອກກັບພຣະອົງ. ດ້ວຍວິທີນີ້, ພວກເຂົາຈຶ່ງສະແດງບົດບາດຂອງຊາຕານ ແລະ ນີ້ຄືທຳມະຊາດຂອງຊາຕານ. ພວກເຂົາເປັນເຊື້ອສາຍຂອງຊາຕານຢ່າງແທ້ຈິງ ໂດຍບໍ່ມີຄວາມແຕກຕ່າງແມ່ນແຕ່ໜ້ອຍດຽວ. ສົມມຸດວ່າພຣະເຈົ້າໃຫ້ສິດອຳນາດ ແລະ ພະລັງແກ່ຜູ້ຄົນເລັກນ້ອຍ ແລະ ສົມມຸດວ່າພວກເຂົາສາມາດສະແດງສັນຍານ ແລະ ຄວາມອັດສະຈັນ ແລະ ເຮັດສິ່ງທີ່ພິເສດບາງຢ່າງ ແລະ ສົມມຸດວ່າພວກເຂົາໄດ້ເຮັດທຸກຢ່າງຕາມຂໍ້ກຳນົດຂອງພຣະເຈົ້າ ແລະ ເຮັດມັນຢ່າງຖືກຕ້ອງທຸກປະການ. ແຕ່ພວກເຂົາສາມາດເໜືອກວ່າພຣະເຈົ້າໄດ້ບໍ? ບໍ່, ບໍ່ມີທາງ. ຄວາມສາມາດຂອງຊາຕານ, ຫົວໜ້າທູດສະຫວັນ ນັ້ນ ບໍ່ໄດ້ຍິ່ງໃຫຍ່ກວ່າມະນຸດເຫຼົ່ານັ້ນບໍ? ມັນຕ້ອງການທີ່ຈະເໜືອກວ່າພຣະເຈົ້າຢູ່ສະເໝີ, ແຕ່ຜົນສຸດທ້າຍແມ່ນຫຍັງ? ໃນທີ່ສຸດ, ມັນຕ້ອງລົງໄປຢູ່ໃນຂຸມເລິກ. ພຣະເຈົ້າຈະເປັນຕົວແທນຂອງຄວາມຍຸຕິທຳຕະຫຼອດໄປ, ໃນຂະນະທີ່ຊາຕານ, ມານຮ້າຍ, ຫົວໜ້າທູດສະຫວັນ ຈະເປັນຕົວແທນຂອງຄວາມຊົ່ວຊ້າ ແລະ ເປັນຕົວແທນຂອງອຳນາດແຫ່ງຄວາມຊົ່ວຊ້າຕະຫຼອດໄປ. ພຣະເຈົ້າຈະຍຸຕິທຳຕະຫຼອດໄປ ແລະ ຄວາມຈິງຂໍ້ນີ້ກໍບໍ່ສາມາດປ່ຽນແປງໄດ້. ນີ້ຄືດ້ານທີ່ພິເສດ ແລະ ເໜືອຄວາມທຳມະດາຂອງພຣະເຈົ້າ. ເຖິງແມ່ນວ່າ ມະນຸດຈະໄດ້ຮັບຄວາມຈິງຂອງພຣະເຈົ້າທັງໝົດຈາກພຣະອົງ, ພວກເຂົາກໍເປັນພຽງສິ່ງທີ່ຖືກສ້າງຕົວນ້ອຍໆ ແລະ ບໍ່ສາມາດເໜືອກວ່າພຣະເຈົ້າໄດ້. ນີ້ຄືຄວາມແຕກຕ່າງລະຫວ່າງມະນຸດຊາດ ແລະ ພຣະເຈົ້າ. ຜູ້ຄົນສາມາດດຳລົງຢູ່ຢ່າງເປັນລະບຽບພາຍໃນກົດລະບຽບ ແລະ ກົດເກນທັງໝົດທີ່ພຣະເຈົ້າໄດ້ກຳນົດຂຶ້ນເທົ່ານັ້ນ ແລະ ສາມາດຈັດການທຸກສິ່ງທຸກຢ່າງທີ່ພຣະເຈົ້າສ້າງຂຶ້ນພາຍໃນກົດລະບຽບ ແລະ ກົດເກນເຫຼົ່ານີ້ເທົ່ານັ້ນ. ຜູ້ຄົນບໍ່ສາມາດສ້າງສິ່ງທີ່ມີຊີວິດໃດກໍຕາມ ແລະ ພວກເຂົາກໍບໍ່ສາມາດປ່ຽນແປງຊະຕາກຳຂອງມະນຸດຊາດໄດ້, ນີ້ກໍຄືຄວາມຈິງ. ຄວາມຈິງຂໍ້ນີ້ຊີ້ບອກເຖິງຫຍັງ? ມັນຊີ້ບອກວ່າ ບໍ່ວ່າພຣະເຈົ້າຈະໃຫ້ສິດອຳນາດ ແລະ ຄວາມສາມາດແກ່ມະນຸດຊາດຫຼາຍສໍ່າໃດກໍຕາມ, ໃນທີ່ສຸດກໍບໍ່ມີໃຜສາມາດກ້າວຂ້າມສິດອຳນາດຂອງພຣະເຈົ້າໄດ້. ບໍ່ວ່າຈະຈັກປີ ຫຼື ຈັກຮຸ່ນຄົນ ຫຼື ມີມະນຸດຈຳນວນເທົ່າໃດກໍຕາມ, ມະນຸດສາມາດດຳລົງຢູ່ພາຍໃຕ້ສິດອຳນາດ ແລະ ອຳນາດສູງສຸດ ຂອງພຣະເຈົ້າເທົ່ານັ້ນ. ນີ້ຄືຄວາມຈິງທີ່ບໍ່ສາມາດປ່ຽນແປງໄດ້ຕະຫຼອດໄປ ເຊິ່ງເປັນສິ່ງທີ່ຈະບໍ່ມີວັນປ່ຽນແປງ!

ພວກເຈົ້າຮູ້ສຶກແນວໃດຫຼັງຈາກທີ່ໄດ້ຍິນສິ່ງເຫຼົ່ານີ້? ບາງຄົນເວົ້າວ່າ: “ເມື່ອກ່ອນ ຂ້ານ້ອຍເຄີຍຄິດກ່ຽວກັບສິ່ງເຫຼົ່ານີ້ຢູ່ໃນຈິດສຳນຶກຂອງຂ້ານ້ອຍ, ແຕ່ຂ້ານ້ອຍກໍເລີ່ມຮູ້ສຶກວ່າຄວາມສາມາດຂອງຂ້ານ້ອຍ ເຕີບໃຫຍ່ຂຶ້ນໂດຍບໍ່ຮູ້ຕົວ. ເມື່ອຂ້ານ້ອຍແກ່ຕົວລົງ, ຄວາມຄິດຂອງຂ້ານ້ອຍ ກໍເປັນຜູ້ໃຫຍ່ຂຶ້ນເຊັ່ນກັນ ແລະ ຂ້ານ້ອຍ ສາມາດຄິດກ່ຽວກັບບັນຫາຕ່າງໆໄດ້ຢ່າງຮອບດ້ານຫຼາຍຂຶ້ນ ແລະ ເມື່ອ ຂ້ານ້ອຍຟັງພຣະທຳຂອງພຣະເຈົ້າຫຼາຍຂຶ້ນ, ຂ້ານ້ອຍ ກໍສາມາດເຂົ້າໃຈເຈດຕະນາບາງຢ່າງຂອງພຣະອົງ, ດັ່ງນັ້ນ ຂ້ານ້ອຍ ຈຶ່ງຮູ້ສຶກວ່າ ຂ້ານ້ອຍເຂັ້ມແຂງ ແລະ ບໍ່ຕ້ອງການໃຫ້ພຣະເຈົ້າ ຊົງມີອຳນາດສູງສຸດເໜືອຂ້ານ້ອຍໄດ້. ໂດຍບໍ່ຮູ້ຕົວ, ຂ້ານ້ອຍເລີ່ມຮູ້ສຶກວ່າ ຂ້ານ້ອຍມີຄວາມສາມາດ ແລະ ຂ້ານ້ອຍໄດ້ຮັບເອົາພຣະເຈົ້າແລ້ວ.” ນີ້ແມ່ນຄວາມຮູ້ສຶກທີ່ດີບໍ? (ບໍ່.) ມັນບໍ່ດີແນວໃດ? ນີ້ບໍ່ແມ່ນສັນຍານທີ່ດີ. ແລ້ວສັນຍານທີ່ດີແມ່ນຫຍັງ? ຍິ່ງຜູ້ຄົນມີຊີວິດຢູ່ດົນເທົ່າໃດ, ພວກເຂົາຍິ່ງຮູ້ສຶກວ່າ “ມະນຸດປຽບເໝືອນຂີ້ຝຸ່ນ ແລະ ຕໍ່າຕ້ອຍກວ່າມົດ. ບໍ່ວ່າມະນຸດຈະເຂັ້ມແຂງ ຫຼື ມີກຽດສັກສີສໍ່າໃດ ຫຼື ພວກເຂົາເຂົ້າໃຈຫຼັກຄຳສອນຫຼາຍສໍ່າໃດ ຫຼື ຄວາມຄິດຂອງພວກເຂົາເປັນຜູ້ໃຫຍ່ສໍ່າໃດກໍຕາມ, ພວກເຂົາກໍບໍ່ສາມາດຢູ່ເໜືອອຳນາດສູງສຸດຂອງພຣະເຈົ້າໄດ້.” ຍິ່ງຜູ້ຄົນມີຊີວິດຢູ່ດົນເທົ່າໃດ, ພວກເຂົາຍິ່ງຮູ້ສຶກເຖິງຄວາມຍິ່ງໃຫຍ່ແຫ່ງສິດອຳນາດຂອງພຣະເຈົ້າ ແລະ ຄວາມຊົງລິດອໍານາດຍິ່ງໃຫຍ່ແຫ່ງສິດອຳນາດຂອງພຣະເຈົ້າ. ຍິ່ງຜູ້ຄົນມີຊີວິດຢູ່ດົນເທົ່າໃດ, ພວກເຂົາຍິ່ງຮູ້ສຶກເຖິງຄວາມບໍ່ສຳຄັນຂອງມະນຸດ. ຍິ່ງພວກເຂົາມີຊີວິດຢູ່ດົນເທົ່າໃດ, ພວກເຂົາຍິ່ງຮູ້ສຶກເຖິງ ຄວາມບໍ່ສາມາດຢັ່ງເຖິງຂອງພຣະເຈົ້າ. ສະພາບຈິດໃຈເຊັ່ນນີ້ຈຶ່ງເປັນເລື່ອງປົກກະຕິ. ຕອນນີ້ ພວກເຈົາມີສະພາວະແບບນີ້ບໍ? ຍັງບໍ່ທັນມີເທື່ອ ແມ່ນບໍ່? ພວກເຈົາຍັງມັກຈະຢູ່ໃນທ່າມກາງການຕໍ່ສູ້ດິ້ນຮົນ, ໂອນເອນໄປມາຢູ່ເທິງຂອບຂອງຜົນປະໂຫຍດ ແລະ ບາງຄັ້ງກໍສົ່ງສັນຍານນ້ອຍໆບາງຢ່າງອອກມາ ໂດຍເວົ້າວ່າ “ເປັນຫຍັງພຣະເຈົ້າຈຶ່ງບໍ່ແບ່ງປັນຜົນປະໂຫຍດຂອງພຣະອົງໃຫ້ຂ້ານ້ອຍ ຈັກໜ້ອຍໜຶ່ງແດ່? ເປັນຫຍັງພຣະເຈົ້າຈຶ່ງບໍ່ຍ້ອງຍໍຂ້ານ້ອຍ? ເປັນຫຍັງພຣະເຈົ້າຈຶ່ງບໍ່ເຮັດໃຫ້ຄົນອ້ອມຂ້າງຂ້ານ້ອຍຄິດວ່າ ຂ້ານ້ອຍ ສູງສົ່ງ? ເປັນຫຍັງພຣະເຈົ້າຈຶ່ງບໍ່ໃຫ້ຜູ້ຄົນເປັນພະຍານໃຫ້ຂ້ານ້ອຍ? ຂ້ານ້ອຍໄດ້ເສຍສະຫຼະ ແລະ ໄດ້ປະກອບສ່ວນ. ພຣະເຈົ້າຈະໃຫ້ລາງວັນ ຂ້ານ້ອຍແນວໃດ?” ພວກເຈົາຍັງມັກຈະຈົມຢູ່ກັບແນວຄິດທີ່ຫຼົງລະເລີງ ແລະ ພໍໃຈໃນຕົວເອງຢູ່ສະເໝີ. ພວກເຈົາມັກຈະບໍ່ຮູ້ວ່າພວກເຈົ້າແມ່ນໃຜ ແລະ ພວກເຈົາມັກຈະຮູ້ສຶກວ່າພວກເຈົ້າມີຄວາມສາມາດຢູ່ສະເໝີ. ສະຖານະການນີ້ຜິດປົກກະຕິ. ນີ້ບໍ່ແມ່ນຄວາມກ້າວໜ້າໃນຊີວິດ. ສິ່ງນີ້ເອີ້ນວ່າຫຍັງ? ອຸປະນິໄສທີ່ເສື່ອມຊາມໄດ້ພອງຕົວຂຶ້ນອີກຄັ້ງ. ບາງຄົນກໍບໍ່ໂອ້ອວດ ແລະ ບໍ່ມັກສະແດງອອກເລັກນ້ອຍ ເມື່ອພວກເຂົາຍັງບໍ່ທັນໄດ້ປະກອບສ່ວນໃດກໍຕາມ. ເມື່ອພວກເຂົາເຮັດສິ່ງທີ່ສຳຄັນ ແລະ ປະກອບສ່ວນບາງຢ່າງ ແລະ ຮູ້ສຶກວ່າພວກເຂົາມີຕົ້ນທຶນ, ເມື່ອພວກເຂົາເຫັນຄົນອ້ອມຂ້າງ, ພວກເຂົາກໍສົງໄສວ່າ: “ເປັນຫຍັງພວກເຈົ້າຈຶ່ງບໍ່ລາຍງານກ່ຽວກັບການປະກອບສ່ວນຂອງ ຂ້ອຍ? ພວກເຈົ້າທຸກຄົນເປັນພະຍານໃຫ້ພຣະນາມຂອງພຣະເຈົ້າ ແລະ ແກ່ນແທ້ຂອງພຣະເຈົ້າ, ແລ້ວເປັນຫຍັງຈຶ່ງບໍ່ນຳສະເໜີກ່ຽວກັບຂ້ອຍແດ່? ເຖິງແມ່ນວ່າພວກເຈົ້າຈະບໍ່ເປັນພະຍານໃຫ້ຂ້ອຍ, ພວກເຈົ້າກໍພຽງແຕ່ນຳສະເໜີກ່ຽວກັບຂ້ອຍກໍໄດ້. ຂ້ອຍເຊິ່ງກໍຄືຊິດສະເຕີນັ້ນ, ເຊື່ອໃນພຣະເຈົ້າມາເປັນເວລາ 25 ປີແລ້ວ. ຕອນນີ້ຂ້ອຍອາຍຸ 45 ປີ, ຍັງບໍ່ໄດ້ແຕ່ງງານ ແລະ ເປັນໂສດ ແລະ ໄດ້ໄລ່ຕາມຢ່າງສັດທາ ແລະ ກະຕືລືລົ້ນມາຈົນເຖິງທຸກມື້ນີ້. ເພາະວ່າຂ້ອຍເປັນກຳລັງຫຼັກ ຂອງຄຣິສຕະຈັກ, ຫຼາຍຄັ້ງຂ້ອຍໄດ້ຖືກໃສ່ຊື່ໃນບັນຊີຄົນທີ່ລັດຖະບານກອມມູນິດຈີນຕ້ອງການຕົວ, ຖືກຕາມລ່າ ແລະ ຕ້ອງໄດ້ຫຼົບໜີໄປຢູ່ໃນສະຖານທີ່ທຸກຮູບແບບ, ຍ້າຍໄປມາລະຫວ່າງສິບກວ່າແຂວງ ກ່ອນທີ່ຈະຍ້າຍໄປຕ່າງປະເທດ. ຫຼັງຈາກທັງໝົດນັ້ນ, ຂ້ອຍ ໄດ້ສືບຕໍ່ຮັບໃຊ້ໃນຖານະຜູ້ຮັບຜິດຊອບວຽກງານທີ່ສຳຄັນຂອງເຮືອນຂອງພຣະເຈົ້າ, ເຊິ່ງໃນລະຫວ່າງນັ້ນ ຂ້ອຍໄດ້ສະເໜີຂໍ້ແນະນຳ, ແນວຄິດ ແລະ ແນວຄວາມຄິດທີ່ສ້າງສັນຫຼາຍຢ່າງສຳລັບວຽກບາງຢ່າງຂອງເຮືອນຂອງພຣະເຈົ້າ, ເຊິ່ງໄດ້ປະກອບສ່ວນຢ່າງບໍ່ສາມາດລຶບລ້າງໄດ້ໃນການຊຸກຍູ້ວຽກງານຂອງຄຣິສຕະຈັກ ແລະ ການເຜີຍແຜ່ພຣະກິດຕິຄຸນຂອງອານາຈັກຂອງພຣະເຈົ້າ. ເປັນຫຍັງພວກເຈົ້າຈຶ່ງບໍ່ນຳສະເໜີຂ້ອຍແບບນັ້ນ? ເປັນຫຍັງພຣະເຈົ້າຈຶ່ງບໍ່ໃຫ້ສະພາບແວດລ້ອມ ແລະ ໂອກາດແກ່ຂ້ອຍ ເພື່ອສະແດງພອນສະຫວັນຂອງຂ້ອຍ ເພື່ອໃຫ້ທຸກຄົນໄດ້ຮຽນຮູ້ກ່ຽວກັບ ຂ້ອຍ ແລະ ຮູ້ຈັກຂ້ອຍ? ເປັນຫຍັງພຣະເຈົ້າຈຶ່ງສະກັດກັ້ນ ພວກເຮົາຢູ່ສະເໝີ? ໃນເຮືອນຂອງພຣະເຈົ້າ ພວກເຮົາບໍ່ມີອິດສະລະປານນັ້ນ, ທັງບໍ່ໄດ້ຜ່ອນຄາຍ, ປົດປ່ອຍ ຫຼື ມີຄວາມສຸກປານນັ້ນ!” ລາວຍັງຢາກຜ່ອນຄາຍ, ປົດປ່ອຍ ແລະ ມີຄວາມສຸກ. ພວກເຮົາຈະເຮັດໃຫ້ເຈົ້າໄດ້ຜ່ອນຄາຍ, ປົດປ່ອຍ ແລະ ມີຄວາມສຸກໄດ້ແນວໃດ? ໂດຍການຈັດໃຫ້ເຈົ້າຢູ່ໃນອັນດັບທຳອິດບໍ? ຈາກນັ້ນ, ຫຼັງຈາກທີ່ຈັດໃຫ້ເຈົ້າຢູ່ເທິງສຸດ, ໂດຍການນຳສະເໜີກ່ຽວກັບຕົວເຈົ້າວ່າ: ຢູ່ໃນໂລກ ຄົນນີ້ເປັນໝໍທີ່ມີຊື່ສຽງ, ເຊິ່ງໄດ້ຮັບລາງວັນຊະນະເລີດສຳລັບໝໍທີ່ມີຊື່ສຽງຂອງປະເທດ ແລະ ຊື່ຂອງລາວກໍໄດ້ຖືກລວມຢູ່ໃນ “ສາລານຸກົມຂອງໝໍທີ່ມີຊື່ສຽງລະດັບໂລກ” ໃນເວລາຕໍ່ມາ. ລາວໄດ້ຂຽນບົດວິໄຈຫຼາຍສະບັບ ແລະ ຫຼັງຈາກເຂົ້າມາໃນເຮືອນຂອງພຣະເຈົ້າ, ລາວກໍຍັງສືບຕໍ່ເປັນກຳລັງຫຼັກ ແລະ ເປັນຄົນທີ່ມີຄວາມສາມາດພິເສດ ແລະ ຕອນນີ້ລາວກໍໄດ້ກາຍເປັນ ຜູ້ນຳອາວຸໂສ. ແລ້ວລາວຈະບໍ່ມີຄວາມສຸກບໍ? ລາວຈະຄິດວ່າ “ຂ້ອຍເປັນ ຄົນທີ່ມີຄວາມສາມາດພິເສດ. ຂ້ອຍເຄີຍເປັນຄົນທີ່ມີຊື່ສຽງມາກ່ອນ ແລະ ຫຼັງຈາກເຂົ້າມາໃນເຮືອນຂອງພຣະເຈົ້າ ຂ້ອຍກໍຍັງເປັນຄົນທີ່ມີຊື່ສຽງຢູ່. ຂ້ອຍເປັນຄືກັບຄຳທີ່ສ່ອງປະກາຍບໍ່ວ່າເຈົ້າຈະວາງມັນໄວ້ບ່ອນໃດກໍຕາມ ແລະ ບໍ່ມີໃຜສາມາດປິດບັງແສງຂອງມັນໄດ້. ຄວາມສາມາດເຫຼົ່ານີ້ຂອງຂ້ອຍມີໄວ້ໃຫ້ທຸກຄົນເຫັນ! ເຖິງແມ່ນວ່າພຣະເຈົ້າບໍ່ໄດ້ເປັນພະຍານ, ແຕ່ຄວາມເປັນຈິງເຫຼົ່ານີ້ກໍເປັນພະຍານທີ່ດັງກ້ອງໃຫ້ແກ່ຂ້ອຍ.” ພວກເຈົ້າຄິດແນວໃດກ່ຽວກັບຄວາມຄິດເຫັນນີ້? ຖ້າເຈົ້າບໍ່ສາມາດປະຖິ້ມການໄລ່ຕາມຊື່ສຽງ ແລະ ຜົນປະໂຫຍດ ຂອງເຈົ້າໄດ້ແມ່ນແຕ່ມື້ດຽວ, ເຈົ້າກໍຍັງຖືກຜູກມັດໂດຍຊື່ສຽງ, ຜົນປະໂຫຍດ ແລະ ສະຖານະຢູ່ ແລະ ເຈົ້າກໍບໍ່ສາມາດຜ່ອນຄາຍ ແລະ ມີຄວາມສຸກຢ່າງແທ້ຈິງໄດ້. ຕາບໃດທີ່ເຈົ້າຍັງຖືກພັນທະນາການ, ຖືກຈຳກັດ ແລະ ຖືກຜູກມັດດ້ວຍຊື່ສຽງ ແລະ ຜົນປະໂຫຍດຢູ່, ເຈົ້າກໍຈະບໍ່ກ້າວໄປຂ້າງໜ້າໃນການໄລ່ຕາມຄວາມຈິງຂອງເຈົ້າ, ແຕ່ຈະຕິດຄ້າງຢູ່ບ່ອນທີ່ເຈົ້າຢູ່ເທົ່ານັ້ນ. ບາງຄົນອາດຈະຖາມວ່າ: “ຂ້ານ້ອຍຈະຖົດຖອຍບໍ?” ຄວາມຈິງກໍຄື ຕາບໃດທີ່ເຈົ້າບໍ່ກ້າວໄປຂ້າງໜ້າ, ເຈົ້າກໍຕິດຄ້າງຢູ່ບ່ອນເກົ່າ ຫຼື ກຳລັງຖົດຖອຍ. ສິ່ງນີ້ສະແດງໃຫ້ເຫັນວ່າ ທຳມະຊາດ-ແກ່ນແທ້ຂອງເຈົ້າແມ່ນສິ່ງນີ້ ແລະ ບໍ່ວ່າເຈົ້າຈະເຊື່ອໃນພຣະເຈົ້າຈັກປີກໍຕາມ, ເຈົ້າຈະບໍ່ມີວັນມີຄວາມກ້າວໜ້າໃດກໍຕາມ ແລະ ແມ່ນແຕ່ໃນທີ່ສຸດ ເຈົ້າກໍອາດຈະຍັງເຮັດຄວາມຊົ່ວຮ້າຍຫຼາຍຢ່າງ. ມັນສາມາດເວົ້າໄດ້ຢ່າງແນ່ນອນວ່າ ເຈົ້າຈະຖືກເປີດເຜີຍ. ເມື່ອຄົນເຊັ່ນນີ້ມີສະພາບແວດລ້ອມທີ່ເໝາະສົມ, ເມື່ອພວກເຂົາໄດ້ຮັບສະຖານະ, ຄວາມທະເຍີທະຍານຂອງພວກເຂົາກໍຈະຖືກເປີດໂປງອອກມາ. ຄວາມຈິງແລ້ວ, ຖ້າບໍ່ມີສະພາບແວດລ້ອມ ແລະ ສະຖານະນີ້, ພວກເຂົາຈະບໍ່ມີຄວາມທະເຍີທະຍານບໍ? ພວກເຂົາຍັງຈະມີມັນຢູ່. ພວກເຂົາພຽງແຕ່ເປັນສິ່ງທີ່ເປັນຢູ່ ແລະ ແກ່ນແທ້ນີ້ ແລະ ຄວາມທະເຍີທະຍານຂອງພວກເຂົາກໍບໍ່ສາມາດຖືກຈຳກັດໄດ້. ເມື່ອພວກເຂົາມີສະພາບແວດລ້ອມທີ່ເໝາະສົມ, ພວກເຂົາກໍຈະ “ລະເບີດ” ອອກມາທັນທີ ແລະ ບໍ່ມີຂໍ້ຫ້າມທີ່ຈະສາມາດຢຸດຢັ້ງພວກເຂົາໄດ້ ແລະ ພວກເຂົາກໍຈະເລີ່ມເຮັດຄວາມຊົ່ວຮ້າຍ ແລະ ໃບໜ້າທີ່ຂີ້ຮ້າຍຂອງມານຮ້າຍຂອງພວກເຂົາກໍຈະຖືກເປີດໂປງຢ່າງສົມບູນ. ນີ້ຄືກໍລະນີຂອງການຖືກເປີດເຜີຍ. ເຈົ້າຄວນເຂົ້າໃຈຄຳວ່າ “ເປີດເຜີຍ” ໃນລັກສະນະນີ້: ພຣະເຈົ້າບໍ່ໄດ້ຕັ້ງໃຈທີ່ຈະເປີດເຜີຍເຈົ້າ, ພຣະເຈົ້າຕັ້ງໃຈທີ່ຈະໃຫ້ໂອກາດເຈົ້າໃນການຝຶກຝົນ. ແຕ່ເຈົ້າບໍ່ຮູ້ຈັກສິ່ງທີ່ດີ ເມື່ອເຈົ້າເຫັນມັນ ແລະ ເຖິງຂັ້ນເຮັດໃຫ້ຕົນເອງຂາຍໜ້າ. ການ ຖືກເປີດເຜີຍບໍ່ສົມຄວນແລ້ວບໍສຳລັບເຈົ້າ? ນີ້ແມ່ນການເລືອກຂອງເຈົ້າເອງ. ມັນບໍ່ແມ່ນວ່າພຣະເຈົ້າຕັ້ງໃຈທີ່ຈະ ເປີດເຜີຍເຈົ້າ ແລະ ກຳຈັດເຈົ້າໂດຍເຈດຕະນາ. ມັນແມ່ນແຮງຈູງໃຈ ແລະ ຄວາມທະເຍີທະຍານຂອງເຈົ້າເອງທີ່ເປີດເຜີຍເຈົ້າ. ເຈົ້າຈະໄປໂທດຄົນອື່ນໄດ້ແນວໃດ?

ໃນແງ່ຂອງຜົນປະໂຫຍດຂອງຜູ້ຄົນ ແລະ ຜົນປະໂຫຍດຂອງພຣະເຈົ້າ, ພວກເຮົາໄດ້ໂອ້ລົມກ່ຽວກັບຄວາມຈິງໃນດ້ານນີ້ພຽງພໍແລ້ວບໍ? ຜົນປະໂຫຍດສ່ວນຕົວຂອງຄົນເຮົາແມ່ນຫຍັງ? ສິ່ງເຫຼົ່ານັ້ນແມ່ນສິ່ງທີ່ຜູ້ຄົນໄລ່ຕາມ, ລວມທັງຊື່ສຽງ, ຜົນປະໂຫຍດ ແລະ ສະຖານະ, ຄວາມທະເຍີທະຍານ ແລະ ຄວາມປາຖະໜາທີ່ຈະໄດ້ຮັບພອນ, ພ້ອມທັງຄວາມທະນົງຕົວ ແລະ ຄວາມອວດອົ່ງຂອງຜູ້ຄົນ, ຄອບຄົວ, ຍາດພີ່ນ້ອງ, ຜົນປະໂຫຍດທາງດ້ານວັດຖຸ ແລະ ອື່ນໆ. ແກ່ນແທ້ຂອງຜົນປະໂຫຍດຂອງຜູ້ຄົນແມ່ນສິ່ງທີ່ເຫັນແກ່ຕົວ ແລະ ໜ້າລັງກຽດ, ມັນຊົ່ວຮ້າຍ ແລະ ເປັນຂອງຊາຕານ, ມັນກົງກັນຂ້າມກັບຄວາມຈິງ ແລະ ມັນຂັດຂວາງ, ລົບກວນ ແລະ ທຳລາຍວຽກງານຂອງເຮືອນຂອງພຣະເຈົ້າ, ໃນຂະນະທີ່ຜົນປະໂຫຍດຂອງພຣະເຈົ້າແມ່ນ ອຸດົມການ ທີ່ຍຸຕິທຳທີ່ສຸດໃນການຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ເປັນຕົວແທນໃຫ້ແກ່ຄວາມຮັກຂອງພຣະເຈົ້າ, ພາລະກິດຂອງພຣະເຈົ້າ ແລະ ຄວາມບໍລິສຸດ ແລະ ຄວາມຊອບທຳຂອງພຣະເຈົ້າ. ສະນັ້ນ, ພຣະເຈົ້າຈຶ່ງມີຄວາມທ່ຽງທຳໃນການປົກປ້ອງຜົນປະໂຫຍດຂອງພຣະອົງ. ພຣະອົງກຳລັງປົກປ້ອງອຸດົມການທີ່ຍຸຕິທຳ. ນີ້ບໍ່ແມ່ນຍ້ອນວ່າພຣະເຈົ້າເຫັນແກ່ຕົວ ແລະ ຕ້ອງການປົກປ້ອງກຽດສັກສີຂອງພຣະອົງເອງ. ນີ້ແມ່ນສິ່ງທີ່ຍຸຕິທຳ ແລະ ຖືກຕ້ອງ ແລະ ມັນມີຜົນປະໂຫຍດຢ່າງປະເມີນຄ່າບໍ່ໄດ້ຕໍ່ມະນຸດຊາດທີ່ພຣະເຈົ້າຊ່ວຍໃຫ້ລອດພົ້ນ. ມີພຽງແຕ່ເມື່ອພຣະເຈົ້າໄດ້ປົກປ້ອງຜົນປະໂຫຍດຂອງພຣະອົງເທົ່ານັ້ນ ມະນຸດຊາດຈຶ່ງຈະໄດ້ຮັບຄວາມລອດພົ້ນເປັນຜົນທີ່ຕາມມາ ແລະ ໄດ້ຮັບຜົນປະໂຫຍດທີ່ຍິ່ງໃຫຍ່ກວ່າຜົນທີ່ຕາມມາ, ໄດ້ຮັບຄວາມຈິງ, ແນວທາງ ແລະ ຊີວິດ ແລະ ມີພຽງແຕ່ເມື່ອນັ້ນເທົ່ານັ້ນ ຜູ້ຄົນຈຶ່ງຈະກາຍເປັນສິ່ງທີ່ຖືກສ້າງທີ່ແທ້ຈິງໃນທີ່ສຸດ ແລະ ດຳລົງຊີວິດພາຍໃນກົດເກນ ແລະ ກົດລະບຽບທັງໝົດທີ່ພຣະເຈົ້າໄດ້ກຳນົດຂຶ້ນ ແລະ ດຳລົງຊີວິດຢູ່ໃນບັນດາສິ່ງທັງປວງທີ່ພຣະເຈົ້າໄດ້ສ້າງຂຶ້ນເພື່ອພວກເຂົາ ແລະ ມີພຽງແຕ່ເມື່ອນັ້ນເທົ່ານັ້ນ ມະນຸດຊາດຈຶ່ງຈະໄດ້ຮັບຄວາມສຸກ ແລະ ຊີວິດທີ່ສວຍງາມຢ່າງແທ້ຈິງ. ທັງໝົດນີ້ທີ່ພຣະເຈົ້າໄດ້ເຮັດແມ່ນອຸດົມການທີ່ຍຸຕິທຳບໍ? ມັນຍຸຕິທຳທີ່ສຸດແລ້ວ! ວຽກງານນີ້ ແລະ ການຄຸ້ມຄອງນີ້ໂດຍພຣະເຈົ້າ, ພ້ອມທັງວຽກທັງໝົດໃນຄຣິສຕະຈັກທີ່ມີສ່ວນກ່ຽວຂ້ອງກັບຄວາມລອດພົ້ນຂອງມະນຸດໂດຍພຣະເຈົ້າ ເຊັ່ນ: ການ ເທດສະໜາພຣະກິດຕິຄຸນ, ການຖ່າຍຮູບເງົາ, ການຂຽນບົດຄວາມພະຍານ, ການເຮັດວິດີໂອ, ການແປພຣະທຳຂອງພຣະເຈົ້າ ແລະ ການຮັກສາຄວາມເປັນລະບຽບຮຽບຮ້ອຍຕາມປົກກະຕິຂອງຊີວິດໃນຄຣິສຕະຈັກ, ວຽກເຫຼົ່ານີ້ລ້ວນແຕ່ສຳຄັນ ແລະ ຕ້ອງໄດ້ຮັບການຮັບປະກັນ. ຍັງມີດ້ານຂອງການຮັບປະກັນຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກທຸກຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາ. ເຖິງແມ່ນວ່ານີ້ຈະເປັນວຽກພື້ນຖານທີ່ສຸດ, ຄ້າຍຄືກັບການບໍລິການທີ່ໃຫ້ການຊ່ວຍເຫຼືອ ແລະ ເບິ່ງຄືວ່າບໍ່ໄດ້ມີສ່ວນກ່ຽວຂ້ອງຫຼາຍປານໃດກັບວຽກງານຫຼັກຂອງເຮືອນຂອງພຣະເຈົ້າ, ແຕ່ມັນກໍສຳຄັນຫຼາຍເຊັ່ນດຽວກັນ ແລະ ມັນຈຳເປັນຕ້ອງໄດ້ກ່າວເຖິງຢູ່ບ່ອນນີ້. ສິ່ງທີ່ເປັນປົກກະຕິ ເຊັ່ນ: ອາຫານ, ເຄື່ອງນຸ່ງຫົ່ມ, ທີ່ພັກອາໄສ ແລະ ການຂົນສົ່ງ, ນີ້ແມ່ນສິ່ງທີ່ພຣະເຈົ້າຈັດຫາໃຫ້ແກ່ຜູ້ຄົນ ແລະ ສິ່ງເຫຼົ່ານັ້ນກໍຍັງເປັນຄວາມຕ້ອງການທາງຮ່າງກາຍທີ່ຖືກຕ້ອງທີ່ສຸດ ເຊິ່ງຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິຄວນມີ. ພຣະເຈົ້າຈະບໍ່ຍຶດເອົາຄວາມຕ້ອງການເຫຼົ່ານີ້ໄປຈາກຜູ້ຄົນ, ແຕ່ພຣະອົງຕ້ອງໄດ້ປົກປ້ອງພວກມັນ. ຖ້າເຈົ້າລົບກວນ, ຂັດຂວາງ ແລະ ທຳລາຍສິ່ງທີ່ພຣະເຈົ້າຕ້ອງການປົກປ້ອງຢູ່ສະເໝີ, ຖ້າເຈົ້າສະແດງການດູຖູກຕໍ່ສິ່ງເຊັ່ນນີ້ຢູ່ສະເໝີ ແລະ ມີແນວຄິດ ແລະ ຄວາມຄິດເຫັນກ່ຽວກັບພວກມັນຢູ່ສະເໝີ, ເຈົ້າກໍກຳລັງຄັດຄ້ານພຣະເຈົ້າ ແລະ ຢືນຢູ່ຝ່າຍກົງກັນຂ້າມກັບພຣະອົງ. ຖ້າເຈົ້າບໍ່ຖືວ່າວຽກງານຂອງເຮືອນຂອງພຣະເຈົ້າ ແລະ ຜົນປະໂຫຍດຂອງເຮືອນຂອງພຣະເຈົ້ານັ້ນສຳຄັນ ແລະ ຢາກທີ່ຈະທຳລາຍສິ່ງເຫຼົ່ານັ້ນຢູ່ສະເໝີ ແລະ ຢາກກໍ່ຄວາມເສຍຫາຍຢູ່ສະເໝີ ຫຼື ຢາກໄດ້ຜົນປະໂຫຍດຈາກສິ່ງເຫຼົ່ານັ້ນ, ຫຼອກລວງ ຫຼື ສໍ້ໂກງຢູ່ສະເໝີ, ແລ້ວພຣະເຈົ້າຈະໂມໂຫໃຫ້ເຈົ້າບໍ? (ແມ່ນແລ້ວ.) ຜົນສະທ້ອນຂອງຄວາມໂມໂຫຂອງພຣະເຈົ້າແມ່ນຫຍັງ? (ພວກເຮົາຈະຖືກລົງໂທດ.) ນີ້ເປັນສິ່ງທີ່ແນ່ນອນ. ພຣະເຈົ້າຈະບໍ່ໃຫ້ອະໄພເຈົ້າ, ບໍ່ມີທາງຢ່າງແນ່ນອນ! ເພາະວ່າສິ່ງທີ່ເຈົ້າກຳລັງເຮັດຄືການຮື້ຖອນ ແລະ ທຳລາຍວຽກງານຂອງຄຣິສຕະຈັກ ແລະ ສິ່ງນີ້ຂັດແຍ້ງກັບວຽກງານ ແລະ ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ນີ້ຄືຄວາມຊົ່ວຮ້າຍອັນຍິ່ງໃຫຍ່, ມັນຄືການເຂົ້າສູ່ການແຂ່ງຂັນກັບພຣະເຈົ້າ ແລະ ມັນຄືສິ່ງທີ່ ລ່ວງເກີນອຸປະນິໄສຂອງພຣະເຈົ້າໂດຍກົງ. ພຣະເຈົ້າຈະບໍ່ໂມໂຫໃຫ້ເຈົ້າໄດ້ແນວໃດ? ຖ້າບາງຄົນ, ຍ້ອນວ່າພວກເຂົາມີຄວາມສາມາດຕ່ຳ, ບໍ່ມີຄວາມສາມາດໃນການເຮັດວຽກງານຂອງພວກເຂົາ ແລະ ເຮັດສິ່ງທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນໂດຍບໍ່ໄດ້ຕັ້ງໃຈ, ສິ່ງນີ້ກໍພໍໃຫ້ອະໄພໄດ້. ເຖິງຢ່າງໃດກໍຕາມ, ຖ້າເປັນຍ້ອນຜົນປະໂຫຍດສ່ວນຕົວຂອງເຈົ້າເອງ ຈຶ່ງມີສ່ວນເຮັດໃຫ້ເກີດການອິດສາ ແລະ ການຂັດແຍ້ງ ແລະ ເຮັດສິ່ງທີ່ຂັດຂວາງ, ລົບກວນ ແລະ ທຳລາຍວຽກງານຂອງເຮືອນຂອງພຣະເຈົ້າໂດຍເຈດຕະນາ, ນີ້ຄືການລະເມີດໂດຍເຈດຕະນາ ແລະ ມັນເປັນເລື່ອງຂອງການ ລ່ວງເກີນອຸປະນິໄສຂອງພຣະເຈົ້າ. ພຣະເຈົ້າຈະໃຫ້ອະໄພເຈົ້າໄດ້ບໍ? ພຣະເຈົ້າກຳລັງເຮັດພາລະກິດຂອງແຜນການຄຸ້ມຄອງ 6,000 ປີຂອງພຣະອົງ ແລະ ເລືອດຂອງຫົວໃຈ ທັງໝົດຂອງພຣະອົງກໍທຸ່ມເທລົງໄປໃນນັ້ນ. ຖ້າຄົນໃດຄົນໜຶ່ງຕໍ່ຕ້ານພຣະເຈົ້າ, ທຳຮ້າຍຜົນປະໂຫຍດຂອງເຮືອນຂອງພຣະເຈົ້າໂດຍເຈດຕະນາ ແລະ ໄລ່ຕາມຜົນປະໂຫຍດສ່ວນຕົວ ແລະ ກຽດສັກສີ ແລະ ສະຖານະສ່ວນຕົວຂອງພວກເຂົາໂດຍເຈດຕະນາ ໂດຍແລກກັບການທຳຮ້າຍຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ບໍ່ລັງເລທີ່ຈະຮື້ຖອນວຽກງານຂອງຄຣິສຕະຈັກ, ເຊິ່ງເຮັດໃຫ້ວຽກງານຂອງເຮືອນຂອງພຣະເຈົ້າຖືກຂັດຂວາງ ແລະ ຖືກທຳລາຍ ແລະ ເຖິງຂັ້ນສ້າງຄວາມເສຍຫາຍທາງດ້ານວັດຖຸ ແລະ ການເງິນຢ່າງມະຫາສານໃຫ້ແກ່ເຮືອນຂອງພຣະເຈົ້າ, ພວກເຈົ້າຄິດວ່າຄົນແບບນັ້ນຄວນໄດ້ຮັບການໃຫ້ອະໄພບໍ? (ບໍ່, ພວກເຂົາບໍ່ສົມຄວນໄດ້ຮັບ.) ພວກເຈົ້າທຸກຄົນເວົ້າວ່າພວກເຂົາບໍ່ສາມາດໄດ້ຮັບການໃຫ້ອະໄພ, ແລ້ວພຣະເຈົ້າໂມໂຫໃຫ້ຄົນເຊັ່ນນີ້ບໍ? ແນ່ນອນວ່າ ພຣະອົງໂມໂຫ. ພຣະເຈົ້າໄດ້ເຮັດວຽກງານທີ່ຍິ່ງໃຫຍ່ຂະໜາດນັ້ນໃນການສະແດງຄວາມຈິງ ແລະ ຊ່ວຍຜູ້ຄົນໃຫ້ລອດພົ້ນ ແລະ ທຸ່ມເທເລືອດຂອງຫົວໃຈ ທັງໝົດຂອງພຣະອົງລົງໄປໃນນັ້ນ. ພຣະເຈົ້າຖືເອົາອຸດົມການ ທີ່ຍຸຕິທຳທີ່ສຸດນີ້ຢ່າງຈິງຈັງ; ເລືອດຂອງຫົວໃຈ ທັງໝົດຂອງພຣະອົງໄດ້ຖືກໃຊ້ໄປເພື່ອຄົນເຫຼົ່ານີ້ ທີ່ພຣະອົງຕ້ອງການຊ່ວຍໃຫ້ລອດພົ້ນ, ຄວາມຄາດຫວັງທັງໝົດຂອງພຣະອົງກໍຖືກວາງໄວ້ກັບຄົນເຫຼົ່ານີ້ເຊັ່ນດຽວກັນ ແລະ ຜົນໄດ້ຮັບສຸດທ້າຍ ແລະ ກຽດຕິຍົດທີ່ພຣະອົງຕ້ອງການໄດ້ຮັບຈາກແຜນການຄຸ້ມຄອງ 6,000 ປີຂອງພຣະອົງ ລ້ວນແລ້ວແຕ່ຈະເປັນຈິງໄດ້ໃນຄົນເຫຼົ່ານີ້. ຖ້າຄົນໃດຄົນໜຶ່ງຕັ້ງຕົວເອງຕໍ່ຕ້ານພຣະເຈົ້າ, ຄັດຄ້ານ, ລົບກວນ ຫຼື ທຳລາຍຜົນຂອງອຸດົມການນີ້, ພຣະເຈົ້າຈະໃຫ້ອະໄພພວກເຂົາໄດ້ບໍ? (ບໍ່ໄດ້.) ສິ່ງນີ້ລ່ວງເກີນອຸປະນິໄສຂອງພຣະເຈົ້າແມ່ນບໍ? ຖ້າເຈົ້າໄດ້ເວົ້າຢູ່ສະເໝີວ່າເຈົ້າຕິດຕາມພຣະເຈົ້າ, ໄລ່ຕາມຄວາມລອດພົ້ນ, ຍອມຮັບການກວດສອບ ແລະ ການນຳພາຂອງພຣະເຈົ້າ ແລະ ຍອມຮັບ ແລະ ອ່ອນນ້ອມຕໍ່ການພິພາກສາ ແລະ ການລົງທັນຂອງພຣະເຈົ້າ, ແຕ່ຕະຫຼອດເວລາທີ່ເຈົ້າໄດ້ເວົ້າຄຳເວົ້າເຫຼົ່ານີ້ ເຈົ້າກັບຂັດຂວາງ, ລົບກວນ ແລະ ທຳລາຍວຽກງານຕ່າງໆຂອງຄຣິສຕະຈັກ ແລະ ຍ້ອນການລົບກວນ, ການຂັດຂວາງ ແລະ ການທຳລາຍຂອງເຈົ້າ, ຍ້ອນຄວາມປະໝາດ ຫຼື ການລະເລີຍໜ້າທີ່ຂອງເຈົ້າ ຫຼື ຍ້ອນຄວາມປາຖະໜາທີ່ເຫັນແກ່ຕົວຂອງເຈົ້າ ແລະ ເປົ້າໝາຍໃນການໄລ່ຕາມຜົນປະໂຫຍດຂອງເຈົ້າເອງ, ເຈົ້າຈຶ່ງສ້າງຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ຜົນປະໂຫຍດຂອງຄຣິສຕະຈັກ ແລະ ອີກຫຼາຍໆດ້ານ, ເຖິງຂັ້ນລົບກວນ ແລະ ທຳລາຍວຽກງານຂອງເຮືອນຂອງພຣະເຈົ້າຢ່າງຮ້າຍແຮງ, ແລ້ວພຣະເຈົ້າຄວນຊັ່ງຊາຈຸດຈົບຂອງເຈົ້າໃນປຶ້ມແຫ່ງຊີວິດຂອງເຈົ້າແນວໃດ? ເຈົ້າຄວນຈະຖືກກຳນົດລັກສະນະວ່າແນວໃດ? ເພື່ອຄວາມຍຸຕິທຳ, ເຈົ້າຄວນຖືກລົງໂທດ. ສິ່ງນີ້ເອີ້ນວ່າສົມຄວນໄດ້ຮັບໂທດ. ຕອນນີ້ ພວກເຈົ້າເຂົ້າໃຈຫຍັງແດ່? ຜົນປະໂຫຍດຂອງຜູ້ຄົນແມ່ນຫຍັງ? (ສິ່ງເຫຼົ່ານັ້ນເປັນສິ່ງຊົ່ວຮ້າຍ.) ຄວາມຈິງແລ້ວ ຜົນປະໂຫຍດຂອງຜູ້ຄົນລ້ວນແຕ່ເປັນຄວາມປາຖະໜາທີ່ຟຸ່ມເຟືອຍຂອງພວກເຂົາ. ເວົ້າຢ່າງກົງໄປກົງມາກໍຄື ສິ່ງເຫຼົ່ານັ້ນລ້ວນແຕ່ເປັນການລອງໃຈ, ພວກມັນລ້ວນແຕ່ເປັນພາບລວງຕາ ແລະ ພວກມັນລ້ວນແຕ່ເປັນເຫຍື່ອທີ່ຊາຕານໃຊ້ເພື່ອລອງໃຈຜູ້ຄົນ. ການໄລ່ຕາມຊື່ສຽງ, ຜົນປະໂຫຍດ ແລະ ສະຖານະ ແລະ ການໄລ່ຕາມຜົນປະໂຫຍດຂອງຕົນເອງ, ນີ້ຄືການຮ່ວມມືກັບຊາຕານໃນການເຮັດສິ່ງຊົ່ວຮ້າຍ ແລະ ມັນຄືການຕໍ່ຕ້ານພຣະເຈົ້າ. ເພື່ອຂັດຂວາງພາລະກິດຂອງພຣະເຈົ້າ, ຊາຕານສ້າງສະພາບແວດລ້ອມຕ່າງໆຂຶ້ນມາເພື່ອລອງໃຈ, ລົບກວນ ແລະ ນໍາພາຜູ້ຄົນຢ່າງຜິດໆ ແລະ ເພື່ອປ້ອງກັນບໍ່ໃຫ້ຜູ້ຄົນຕິດຕາມພຣະເຈົ້າ, ເພື່ອໃຫ້ພວກເຂົາບໍ່ສາມາດອ່ອນນ້ອມຕໍ່ພຣະເຈົ້າ ແລະ ແທນທີ່ຈະເປັນແນວນັ້ນ ພວກເຂົາໄດ້ຮ່ວມມືກັບຊາຕານ ແລະ ຕິດຕາມມັນ ແລະ ລຸກຂຶ້ນມາລົບກວນ ແລະ ທຳລາຍພາລະກິດຂອງພຣະເຈົ້າໂດຍເຈດຕະນາ. ບໍ່ວ່າພຣະເຈົ້າຈະໂອ້ລົມຄວາມຈິງແນວໃດກໍຕາມ, ຄົນເຊັ່ນນີ້ກໍຍັງບໍ່ຮູ້ສຶກຕົວ. ບໍ່ວ່າເຮືອນຂອງພຣະເຈົ້າຈະລິຮານ ພວກເຂົາຫຼາຍສໍ່າໃດກໍຕາມ, ພວກເຂົາກໍຍັງບໍ່ຍອມຮັບຄວາມຈິງ. ພວກເຂົາບໍ່ຍອມອ່ອນນ້ອມຕໍ່ພຣະເຈົ້າເລີຍ, ແຕ່ພວກເຂົາກັບດື້ດ້ານຢາກໄດ້ສິ່ງຕ່າງໆຕາມໃຈຂອງພວກເຂົາເອງ ແລະ ເຮັດຕາມໃຈມັກ. ຜົນກໍຄື ພວກເຂົາໄດ້ລົບກວນ ແລະ ທຳລາຍວຽກງານຂອງຄຣິສຕະຈັກ, ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ຄວາມຄືບໜ້າຂອງວຽກງານຕ່າງໆຂອງຄຣິສຕະຈັກ ແລະ ສ້າງຄວາມເສຍຫາຍຢ່າງມະຫາສານຕໍ່ ທາງເຂົ້າຂອງຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ. ຄວາມບາບນີ້ໃຫຍ່ຫຼວງເກີນໄປ ແລະ ຄົນເຊັ່ນນີ້ຈະຖືກພຣະເຈົ້າລົງໂທດຢ່າງແນ່ນອນ.

ຕອນນີ້, ໃນຄວາມຄິດຂອງພວກເຈົ້າ, ວຽກງານໃດໃນຄຣິສຕະຈັກມີຄວາມສຳຄັນທີ່ສຸດ ແລະ ກ່ຽວຂ້ອງກັບການເຜີຍແຜ່ແຜນການຄຸ້ມຄອງຂອງພຣະເຈົ້າ? (ການເທດສະໜາພຣະກິດຕິຄຸນ.) ວຽກງານພຣະກິດຕິຄຸນແມ່ນວຽກງານໃຫຍ່. ວຽກງານຂອງພຣະເຈົ້າແມ່ນວຽກງານໃນສາຍຕາຂອງພຣະເຈົ້າ, ແຕ່ສຳລັບຜູ້ຄົນແລ້ວ ມັນແມ່ນໜ້າທີ່ຂອງພວກເຂົາ. ນອກເໜືອຈາກວຽກງານພຣະກິດຕິຄຸນແລ້ວ, ກໍຍັງມີວຽກການຜະລິດຮູບເງົາ, ວຽກງານແປພາສາ, ວຽກງານເພງສັນລະເສີນ ແລະ ວຽກງານຂໍ້ຄວາມຕ່າງໆ. ໃນປັດຈຸບັນນີ້ ຄົນສ່ວນໃຫຍ່ທີ່ປະຕິບັດໜ້າທີ່ເຕັມເວລາລ້ວນແຕ່ມີສ່ວນຮ່ວມໃນກິດຈະກຳທີ່ກ່ຽວຂ້ອງກັບວຽກເຫຼົ່ານີ້. ບອກເຮົາເບິ່ງ, ວຽກໃດໃນບັນດາວຽກເຫຼົ່ານີ້ທີ່ສາມາດແຈກຈ່າຍໄດ້? ບາງຄົນເວົ້າວ່າ “ດົນຕີເປັນພຽງເລື່ອງຂອງຕົວໂນດບໍ່ເທົ່າໃດຕົວ, ເຊິ່ງຂ້ອຍບໍ່ຄິດວ່າສຳຄັນ. ພຣະທຳຂອງພຣະເຈົ້າຍັງສາມາດຖືກປະກາດ ແລະ ເຜີຍແຜ່ໄດ້ຄືເກົ່າ ໂດຍບໍ່ຕ້ອງມີທຳນອງເພງທັງໝົດນັ້ນ ແລະ ສາມາດນໍາພາຜູ້ຄົນມາຢູ່ຕໍ່ໜ້າພຣະເຈົ້າໄດ້ຄືເກົ່າ”. ການເວົ້າແບບນັ້ນຖືກຕ້ອງບໍ່? (ບໍ່, ມັນບໍ່ຖືກຕ້ອງ.) ເປັນຫຍັງມັນຈຶ່ງບໍ່ຖືກຕ້ອງ? ການຜະລິດວິດີໂອປະເພດຕ່າງໆ ຈະອອກມາດີບໍ່ ຖ້າບໍ່ມີດົນຕີ? (ບໍ່.) ນອກເໜືອຈາກການຈຳເປັນຕ້ອງໃຊ້ສຳລັບການຮ້ອງເພງສັນລະເສີນພາຍໃນຄຣິສຕະຈັກແລ້ວ, ຮູບເງົາ, ວິດີໂອເພງ, ເພງປະສານສຽງ ແລະ ລະຄອນເວທີທັງໝົດ, ພ້ອມທັງວິດີໂອການທ່ອງອ່ານພຣະທຳຂອງພຣະເຈົ້າ ແລະ ອື່ນໆ ກໍລ້ວນແຕ່ຕ້ອງການດົນຕີເຊັ່ນກັນ. ເຖິງແມ່ນວ່າເມື່ອເບິ່ງແບບຜິວເຜີນແລ້ວ, ດົນຕີເປັນພຽງເລື່ອງຂອງຕົວໂນດແທ້ໆ, ຫຼັງຈາກທີ່ຜູ້ຄົນໄດ້ຍິນດົນຕີນີ້ ມັນກໍມີປະສິດທິຜົນກວ່າໃນການປະກາດພຣະທຳຂອງພຣະເຈົ້າ ແລະ ມັນສາມາດມີບົດບາດໃນການຜັກດັນການເຜີຍແຜ່ພຣະກິດຕິຄຸນ, ດັ່ງນັ້ນ ມັນຈຶ່ງເປັນສິ່ງທີ່ຂາດບໍ່ໄດ້. ເຖິງແມ່ນວ່າ ເຈົ້າ ພຽງແຕ່ເວົ້າລົມກັນທົ່ວໄປຢູ່ບ່ອນນີ້ ແລະ ມີດົນຕີປະກອບພື້ນຫຼັງ, ຜົນສະທ້ອນກໍຈະແຕກຕ່າງກັນ, ບໍ່ແມ່ນບໍ? ສະນັ້ນ ໜ້າທີ່ນີ້ຈຶ່ງສຳຄັນຫຼາຍ. ບາງຄົນເວົ້າວ່າ: “ຖ້າຢ່າງນັ້ນ ວຽກງານວິດີໂອຂອງພວກເຮົາສຳຄັນບໍ?” ພວກເຈົ້າບອກເຮົາເບິ່ງ, ວຽກງານວິດີໂອສຳຄັນບໍ? (ສຳຄັນ.) ຕົວຢ່າງ: ຮູບພາບສ່ວນໃຫຍ່ທີ່ຜະລິດໂດຍໃຊ້ເຕັກໂນໂລຊີເອັບເຟັກພິເສດນັ້ນ ບໍ່ສາມາດຖືກແທນທີ່ດ້ວຍຟຸດເທດວິດີໂອດິບໃດໆ ແລະ ພວກມັນກໍບໍ່ສາມາດຖ່າຍທຳອອກມາໄດ້, ນີ້ຄືສິລະປະສະໄໝໃໝ່. ມີຄົນທີ່ເວົ້າວ່າ: “ເຮືອນຂອງພຣະເຈົ້າຍັງເວົ້າເຖິງສິລະປະສະໄໝໃໝ່. ນີ້ບໍ່ແມ່ນກໍລະນີຂອງການກ້າວທັນກັບຍຸກສະໄໝບໍ?” ສິ່ງນີ້ແມ່ນການກ້າວທັນກັບຍຸກສະໄໝແນວໃດ? ສິ່ງນີ້ເອີ້ນວ່າການໃຊ້ປະໂຫຍດຈາກຊາຕານເພື່ອໃຫ້ບໍລິການ. ແນ່ນອນວ່າ ມັນບໍ່ແມ່ນການໃຊ້ປະໂຫຍດຈາກ ອ້າຍເອື້ອຍນ້ອງເພື່ອໃຫ້ບໍລິການ. ໂດຍສິ່ງນັ້ນ ເຮົາໝາຍຄວາມວ່າ ຖ້າເຈົ້າສາມາດຮຽນຮູ້ວິຊາຊີບທາງດ້ານເຕັກນິກ ແລະ ສິລະປະບາງຢ່າງ ແລະ ນໍາໃຊ້ຄວາມຮູ້ທາງວິຊາຊີບນີ້ໃນວຽກງານການເຜີຍແຜ່ພຣະກິດຕິຄຸນ ແລະ ການປະກາດພຣະທຳຂອງພຣະເຈົ້າ, ແລ້ວສິ່ງທີ່ເຈົ້າ ໄດ້ຮຽນຮູ້ກໍມີປະໂຫຍດ. ຖ້າເຈົ້າສາມາດຮຽນຮູ້ມັນໄດ້, ມັນກໍຄືພຣະຄຸນຂອງພຣະເຈົ້າ ແລະ ຈາກນັ້ນ ເຈົ້າ ກໍສາມາດປະຕິບັດໜ້າທີ່ທີ່ກ່ຽວຂ້ອງໄດ້ ແລະ ເຈົ້າ ກໍຈະໄດ້ຮັບພຣະພອນ. ນີ້ບໍ່ແມ່ນພຣະພອນສຳລັບເຈົ້າບໍ? (ແມ່ນແລ້ວ.) ສະນັ້ນ, ສິ່ງທີ່ເຈົ້າຮຽນຮູ້ບໍ່ແມ່ນສິ່ງສຳຄັນ, ສິ່ງສຳຄັນກໍຄືເຈົ້າໃຊ້ມັນສຳລັບໜ້າທີ່ຂອງເຈົ້າ ຫຼື ບໍ່. ຍັງມີຄົນອື່ນທີ່ເວົ້າວ່າ: “ພວກເຮົາເຮັດວຽກງານຂໍ້ຄວາມ, ແຕ່ບໍ່ມີໃຜຮູ້ຈັກກ່ຽວກັບພວກເຮົາເລີຍ, ບໍ່ມີໃຜເວົ້າເຖິງພວກເຮົາ ແລະ ຫຼາຍຄົນກໍບໍ່ເຫັນພວກເຮົາຊໍ້າ. ພວກເຮົາໄດ້ກາຍເປັນຄົນທີ່ບໍ່ມີກໍໄດ້”. ນີ້ບໍ່ແມ່ນການເບິ່ງບັນຫາຢ່າງຊັດເຈນ. ຜູ້ຄົນເບິ່ງບໍ່ເຫັນ ເຈົ້າໄດ້, ແຕ່ພຣະເຈົ້າສາມາດເຫັນເຈົ້າ, ພຣະເຈົ້າກຳລັງກວດສອບເຈົ້າ, ພຣະເຈົ້າກຳລັງນໍາພາເຈົ້າ, ພຣະເຈົ້າກຳລັງອວຍພອນເຈົ້າ, ເປັນຫຍັງເຈົ້າຈຶ່ງບໍ່ສາມາດຮູ້ສຶກເຖິງມັນໄດ້? ມັນສຳຄັນບໍ່ທີ່ຜູ້ຄົນຈະເຫັນເຈົ້າ ຫຼື ເວົ້າເຖິງພວກເຈົ້າ? ມີຄວາມຈິງຂໍ້ໃດທີ່ບໍ່ໄດ້ຖືກຈັດກຽມໃຫ້ແກ່ພວກເຈົ້າ? ມີການເທດສະໜາ ແລະ ການໂອ້ລົມຄັ້ງໃດທີ່ພວກເຈົ້າພາດໄປ? ໃນຄວາມເປັນຈິງແລ້ວ, ເນື້ອຫາທາງດ້ານເຕັກນິກຂອງວຽກງານຂໍ້ຄວາມແມ່ນບໍ່ສູງປານໃດ ແລະ ດ້ານວິຊາຊີບກໍບໍ່ຈຳເປັນຕ້ອງໄດ້ຮັບການເສີມສ້າງຫຼາຍປານນັ້ນ. ເຖິງຢ່າງໃດກໍຕາມ, ມີສິ່ງໜຶ່ງທີ່ຂາດບໍ່ໄດ້. ເຈົ້າຕ້ອງເຂົ້າໃຈຄວາມຈິງ. ຖ້າເຈົ້າບໍ່ເຂົ້າໃຈຄວາມຈິງ, ເຈົ້າຈະບໍ່ສາມາດຂຽນຫຍັງໄດ້ເລີຍ. ເຈົ້າ ມີຄວາມຮູ້ໃນການຂຽນ, ເຈົ້າສາມາດເຮັດໃຫ້ພາສາເປັນມາດຕະຖານ, ຈັດລະບຽບພາສາ ແລະ ເຈົ້າສາມາດວາງໂຄງຮ່າງ ແລະ ແນວຄວາມຄິດໃນງານຂຽນຊິ້ນໜຶ່ງ. ເຖິງຢ່າງໃດກໍຕາມ, ໂຄງຮ່າງນັ້ນເອງບໍ່ແມ່ນບົດຄວາມ. ມັນຈຳເປັນຕ້ອງຖືກຕື່ມໃສ່ດ້ວຍເນື້ອຫາ. ສິ່ງທີ່ຄວນຂຽນລົງໄປໃນເນື້ອຫາແມ່ນຫຍັງກັນແທ້ ແລະ ຄວນຂຽນແນວໃດແທ້ໆ ເພື່ອໃຫ້ບັນລຸຜົນຂອງການເປັນພະຍານໃຫ້ແກ່ພຣະເຈົ້າ, ນີ້ຄືສິ່ງທີ່ພວກເຈົ້າຄວນເຂົ້າສູ່. ຖ້າເຈົ້າພຽງແຕ່ຢຸດຢູ່ທີ່ພື້ນຖານນີ້, ນັ້ນກໍຄືພື້ນຖານຂອງການເປັນພະຍານໃຫ້ແກ່ພຣະທຳຂອງພຣະເຈົ້າ ແລະ ການປະກາດພາລະກິດຂັ້ນຕອນນີ້ຂອງພຣະເຈົ້າ, ແລ້ວຄວາມເຕີບໂຕຂອງພວກເຈົ້າກໍຈະບໍ່ມີການເຕີບໃຫຍ່ເລີຍ. ຖ້າຫາກວ່າ, ນອກເໜືອຈາກການເປັນພະຍານໃຫ້ແກ່ພາລະກິດໃໝ່ຂອງພຣະເຈົ້າ, ການໂຕ້ຕອບແນວຄິດຂອງຜູ້ຄົນ ແລະ ການໂອ້ລົມກ່ຽວກັບຄວາມຈິງບາງຢ່າງຂອງວິໄສທັດແລ້ວ, ພວກເຈົ້າ ຍັງສາມາດໂອ້ລົມກ່ຽວກັບຄວາມຈິງບາງຢ່າງກ່ຽວກັບທາງເຂົ້າຂອງຊີວິດ ແລະ ໃຊ້ຂໍ້ເທັດຈິງ, ເລື່ອງລາວ ແລະ ລາຍລະອຽດທີ່ຖືກບັນຍາຍຢ່າງລະອຽດບາງຢ່າງ ເພື່ອສະແດງອອກເຖິງສະພາວະຕ່າງໆ ທັງໝົດທີ່ຢູ່ໃນສ່ວນເລິກຂອງຫົວໃຈຂອງຜູ້ຄົນ, ເພື່ອໃຫ້ຜູ້ຄົນຮັບຮູ້ຄວາມເສື່ອມຊາມຂອງພວກເຂົາ ແລະ ເພື່ອໃຫ້ພວກເຂົາເຂົ້າໃຈວ່າ ຂໍ້ກຳນົດຂອງພຣະເຈົ້າສຳລັບມະນຸດຊາດແມ່ນຫຍັງ ແລະ ເຈດຕະນາຂອງພຣະເຈົ້າແມ່ນຫຍັງ ແລະ ຍິ່ງໄປກວ່ານັ້ນ ກໍເພື່ອຮັບຮູ້ບັນຫາທີ່ສຳຄັນທີ່ສຸດ ນັ້ນກໍຄື ຄວາມຈິງແມ່ນຫຍັງກັນແທ້, ເສັ້ນທາງທີ່ຜູ້ຄົນຄວນຍ່າງແມ່ນຫຍັງ, ຂໍ້ຜິດພາດໃນເສັ້ນທາງຜິດໆ ທີ່ຜູ້ຄົນກຳລັງຍ່າງໃນຕອນນີ້ຢູ່ບ່ອນໃດ, ພຣະເຈົ້າຮຽກຮ້ອງໃຫ້ມະນຸດເປັນຄົນປະເພດໃດ ແລະ ເສັ້ນທາງທີ່ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນຍ່າງແມ່ນຫຍັງ, ຖ້າເຈົ້າສາມາດກ້າວໄປສູ່ສິ່ງນີ້ເທື່ອລະກ້າວ, ແລ້ວໜ້າທີ່ທີ່ພວກເຈົ້າປະຕິບັດກໍຈະມີຄຸນຄ່າຢ່າງຍິ່ງ. ແຕ່ນີ້ຄືສ່ວນທີ່ຍາກ, ນີ້ຄືສິ່ງທີ່ຍາກທີ່ສຸດ. ທາງເຂົ້າຊີວິດຂອງຜູ້ຄົນບໍ່ໄດ້ເກີດຂຶ້ນໃນໄລຍະເວລາພຽງໜຶ່ງ ຫຼື ສອງມື້. ເມື່ອມີຫຼາຍເລື່ອງ, ມັນໃຊ້ເວລາໜຶ່ງ ຫຼື ສອງປີ ນັບຕັ້ງແຕ່ເລື່ອງເຫຼົ່ານີ້ຖືກກ່າວເຖິງເປັນຄັ້ງທຳອິດ ຈົນເຖິງເວລາທີ່ຜູ້ຄົນໄດ້ຮັບຈິດສຳນຶກກ່ຽວກັບເລື່ອງເຫຼົ່ານັ້ນ. ມັນໃຊ້ເວລາສອງເຖິງສາມປີ ຫຼື ແມ່ນແຕ່ສາມເຖິງຫ້າປີ ຈາກການມີຈິດສຳນຶກທີ່ເລື່ອນລອຍໄປສູ່ການມີຈິດສຳນຶກທີ່ຊັດເຈນ, ມັນໃຊ້ເວລາສອງ ຫຼື ສາມປີ ຈາກການທີ່ຈິດສຳນຶກຂອງຄົນໆ ໜຶ່ງກາຍເປັນເລື່ອງຊັດເຈນ ໄປສູ່ການຮັບຮູ້ທຳມະຊາດຂອງເລື່ອງນີ້ ແລະ ຈາກນັ້ນ ມັນກໍໃຊ້ເວລາອີກສອງ ຫຼື ສາມປີ ເພື່ອຮູ້ເຖິງຄວາມຮ້າຍແຮງຂອງບັນຫານີ້. ຄົນທີ່ດ້ານຊາ ແລະ ມີຄວາມສາມາດຕ່ຳ ສາມາດໄປເຖິງຈຸດນີ້ເທົ່ານັ້ນ. ຄົນທີ່ມີຄວາມສາມາດດີກວ່າ ແລະ ມີຈິດວິນຍານທີ່ແຫຼມຄົມ ຈະຮູ້ຈັກສະແຫວງຫາຢ່າງຫ້າວຫັນວ່າ ຄວາມຈິງແມ່ນຫຍັງ, ເຊິ່ງໃຊ້ເວລາອີກສອງ ຫຼື ສາມປີ… ກ່ອນທີ່ພວກເຂົາຈະຮູ້ສຶກຕົວ, ທັງຊີວິດຂອງພວກເຂົາກໍໄດ້ຜ່ານໄປແລ້ວ. ທາງເຂົ້າຂອງຊີວິດຊ່າງຊັກຊ້າແທ້ໆ! ຄວາມເຂົ້າໃຈ ແລະ ການຈື່ຈຳຄວາມຈິງຂອງຜູ້ຄົນນັ້ນໄວກວ່າຄວາມໄວທີ່ຜູ້ຄົນມີປະສົບການ ແລະ ຢັ່ງເຖິງຄວາມຈິງຫຼາຍ. ເຮົາໝາຍຄວາມວ່າແນວໃດໃນເລື່ອງນີ້? ເຮົາໝາຍຄວາມວ່າ ການມີປະສົບການ ແລະ ການຢັງເຖິງແມ່ນຊັກຊ້າຢູ່ສະເໝີ, ເພາະນີ້ຄືຊີວິດ, ໃນຂະນະທີ່ຄວາມເຂົ້າໃຈ ແລະ ການຈື່ຈຳຕ້ອງການພຽງແຕ່ມັນຄວາມຄິດ. ຄົນທີ່ມີຄວາມຈື່ຈຳດີ, ມີຄວາມສາມາດໃນການເຂົ້າໃຈທີ່ເຂັ້ມແຂງ, ມີຄວາມສາມາດໃນລະດັບໜຶ່ງ ແລະ ພື້ນຖານການສຶກສາໃນລະດັບໜຶ່ງ ສາມາດບັນລຸສິ່ງເຫຼົ່ານີ້ໄດ້ຢ່າງໄວວາ. ແຕ່ຫຼັງຈາກທີ່ເຂົ້າໃຈແລ້ວ, ຄົນໆ ໜຶ່ງຈະມີຄວາມຮູ້ບໍ? ບໍ່. ຫຼັງຈາກທີ່ເຂົ້າໃຈແລ້ວ, ຄົນໆ ໜຶ່ງພຽງແຕ່ຢຸດຢູ່ທີ່ການຮູ້ວ່າເລື່ອງນີ້ກ່ຽວກັບຫຍັງ ແລະ ບໍ່ມີຫຍັງຫຼາຍໄປກວ່ານັ້ນ, ແຕ່ສິ່ງນັ້ນກໍຍັງໃຊ້ບໍ່ໄດ້ເມື່ອຕ້ອງລົງມືເຮັດ. ເປັນຫຍັງມັນຈຶ່ງໃຊ້ບໍ່ໄດ້? ຫຼາຍຄັ້ງ, ຫຼັກຄຳສອນທີ່ເຈົ້າເຂົ້າໃຈນັ້ນບໍ່ສາມາດນໍາໄປໃຊ້ ຫຼື ເຊື່ອມໂຍງກັບເລື່ອງຕ່າງໆ ທີ່ເກີດຂຶ້ນກັບເຈົ້າໄດ້. ຜົນກໍຄື ຫຼັງຈາກທີ່ລົ້ມເຫຼວຫຼາຍຄັ້ງ, ທົນທຸກກັບຄວາມສູນເສຍຈຳນວນບໍ່ໜ້ອຍ, ຍ່າງອ້ອມເສັ້ນທາງທີ່ຄົດລ້ຽວພໍສົມຄວນ ແລະ ໄດ້ຮັບການພິພາກສາ, ການລົງໂທດ ແລະ ການລິຮານຫຼາຍຄັ້ງ, ໃນທີ່ສຸດ ເຈົ້າ ຈຶ່ງຈະເຂົ້າໃຈຄວາມຈິງ ແລະ ສາມາດປະຕິບັດ ແລະ ມີປະສົບການກັບພຣະທຳຂອງພຣະເຈົ້າໃນສິ່ງຕ່າງໆ ທີ່ເກີດຂຶ້ນກັບເຈົ້າ. ຮອດຕອນນັ້ນ, ເວລາຫຼາຍປີກໍຈະຜ່ານໄປຢ່າງໄວວາ ຈົນໃບໜ້າຂອງເຈົ້າອາດຈະເຕັມໄປດ້ວຍຮອຍຫ່ຽວ, ສິ່ງນີ້ບໍ່ຊັກຊ້າຫຼາຍບໍ? ຊີວິດຂອງຜູ້ຄົນຄືບໜ້າໄປຢ່າງຊັກຊ້າຫຼາຍ, ເພາະວ່າຄວາມຈິງທີ່ຜູ້ຄົນເຂົ້າໃຈນັ້ນກ່ຽວຂ້ອງກັບທຳມະຊາດ-ແກ່ນແທ້ຂອງຜູ້ຄົນ, ການມີຊີວິດຢູ່ຂອງຜູ້ຄົນ ແລະ ສິ່ງທີ່ຜູ້ຄົນຍຶດຖືໃນການດຳລົງຊີວິດ ແລະ ສິ່ງນີ້ກ່ຽວຂ້ອງກັບການປ່ຽນແປງອຸປະນິໄສຂອງຄົນໆ ໜຶ່ງ ພ້ອມທັງການປ່ຽນແປງໃນຊີວິດຂອງຄົນໆ ໜຶ່ງ. ມັນຈະງ່າຍດາຍສໍ່າໃດທີ່ຊີວິດຂອງເຈົ້າຈະປ່ຽນໄປເປັນອີກຊີວິດໜຶ່ງ? ໃນດ້ານໜຶ່ງ, ມັນຈຳເປັນຕ້ອງມີພາລະກິດຂອງພຣະເຈົ້າ ແລະ ໃນເວລາດຽວກັນ, ມັນກໍຕ້ອງການໃຫ້ຜູ້ຄົນຮ່ວມມືຢ່າງຫ້າວຫັນ; ຍິ່ງໄປກວ່ານັ້ນ, ຍັງມີການທົດສອບຂອງສະພາບແວດລ້ອມພາຍນອກ, ພ້ອມທັງການສະແຫວງຫາສ່ວນຕົວຂອງເຈົ້າ; ນອກຈາກນີ້, ເຈົ້າຕ້ອງມີຄວາມສາມາດ ແລະ ການຮັບຮູ້ທີ່ພຽງພໍ ແລະ ຈາກນັ້ນ ພຣະເຈົ້າກໍຈະມອບຄວາມສະຫວ່າງ ແລະ ການນໍາພາເພີ່ມເຕີມໃຫ້ແກ່ເຈົ້າ; ຍິ່ງໄປກວ່ານັ້ນ, ພຣະເຈົ້າຈະມອບການລົງທັນ, ການພິພາກສາ ແລະ ການລິຮານບາງຢ່າງໃຫ້ແກ່ເຈົ້າ ແລະ ອ້າຍເອື້ອຍນ້ອງຂອງເຈົ້າກໍຈະວິຈານເຈົ້າ ແລະ ເຈົ້າກໍຍັງຕ້ອງສະແຫວງຫາທີ່ຈະກ້າວຂຶ້ນໄປຂ້າງເທິງ ເພື່ອໃຫ້ສິ່ງທີ່ເປັນຂອງຊາຕານເຫຼົ່ານັ້ນຖືກກຳຈັດອອກໄປ, ມີພຽງແຕ່ວິທີນີ້ເທົ່ານັ້ນ ສິ່ງທີ່ເປັນບວກທີ່ເປັນຂອງຄວາມຈິງຈຶ່ງຈະສາມາດເຂົ້າມາເທື່ອລະເລັກເທື່ອລະນ້ອຍ. ບາງຄົນເວົ້າວ່າ “ເມື່ອຜູ້ຄົນເຂົ້າໃຈຄວາມຈິງ, ຊີວິດຂອງພວກເຂົາກໍປ່ຽນແປງ”. ການເວົ້າແບບນີ້ຖືກ ຫຼື ຜິດ? (ມັນຜິດ.) ມັນຜິດແນວໃດ? ການເຂົ້າໃຈຄວາມຈິງບໍ່ເທົ່າກັບການມີຄວາມຈິງ ແລະ ຫຼັງຈາກທີ່ເຈົ້າເຂົ້າໃຈມັນ, ມັນກໍບໍ່ແມ່ນຊີວິດຂອງເຈົ້າເຊັ່ນກັນ. ຫຼັງຈາກທີ່ເຈົ້າໄດ້ຍິນຄວາມຈິງ, ຢັງເຖິງມັນ ແລະ ເຂົ້າໃຈສິ່ງທີ່ເຈົ້າໄດ້ຍິນ, ມັນຈະສາມາດດຳລົງຢູ່ໃນໃຈຂອງເຈົ້າໄດ້ດົນສໍ່າໃດ? ມັນອາດເປັນໄປໄດ້ວ່າໜຶ່ງເດືອນຕໍ່ມາ, ຖ້ອຍຄຳເຫຼົ່ານັ້ນທີ່ເຈົ້າຄິດວ່າສຳຄັນທີ່ສຸດໃນຕອນນັ້ນ ໄດ້ຫາຍໄປຢ່າງສົມບູນ ແລະ ເມື່ອເຈົ້າໄດ້ຍິນຖ້ອຍຄຳເຫຼົ່ານັ້ນອີກຄັ້ງ, ເຈົ້າກໍຮູ້ສຶກຄືກັບວ່າ ເຈົ້າບໍ່ເຄີຍໄດ້ຍິນພວກມັນມາກ່ອນເລີຍ. ເຖິງຢ່າງໃດກໍຕາມ, ຖ້າເຈົ້າມີຄວາມເຕີບໂຕທີ່ແທ້ຈິງ ແລະ ເຈົ້າມີຄຳພະຍານຈາກປະສົບການໃນດ້ານນີ້, ແລ້ວເຈົ້າກໍບໍ່ຈຳເປັນຕ້ອງຟັງພວກມັນຊໍ້າແລ້ວຊໍ້າອີກ. ຖ້າເຈົ້າບໍ່ມີຄວາມເປັນຈິງຄວາມຈິງໃນດ້ານນີ້, ແລ້ວເຈົ້າກໍຄວນຟັງໃຫ້ຫຼາຍຂຶ້ນ ຈົນກວ່າເຈົ້າຈະເຂົ້າສູ່ຄວາມເປັນຈິງຄວາມຈິງ; ຖ້າເຈົ້າບໍ່ຟັງ, ແລ້ວສິ່ງທີ່ເຈົ້າເຂົ້າໃຈກໍຈະຄ່ອຍໆ ຫຼຸດລົງ ແລະ ຫາຍໄປຈົນກວ່າເຈົ້າກາຍເປັນຄືກັບຜູ້ບໍ່ມີຄວາມເຊື່ອ. ສະນັ້ນ, ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງຕ້ອງຖືກຮັບຟັງ ແລະ ອ່ານຢ່າງສະໝໍ່າສະເໝີ. ການອ່ານ ຫຼື ການຟັງສິ່ງເຫຼົ່ານັ້ນໜ້ອຍເກີນໄປແມ່ນໃຊ້ບໍ່ໄດ້. ພວກເຈົ້າທຸກຄົນມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບເລື່ອງນີ້, ແມ່ນບໍ່? (ແມ່ນແລ້ວ.) ບາງຄັ້ງ ຫຼັງຈາກທີ່ບໍ່ໄດ້ຮ້ອງເພງສັນລະເສີນ ຫຼື ອະທິຖານຫາພຣະເຈົ້າເປັນເວລາສອງ ຫຼື ສາມມື້, ເຈົ້າຮູ້ສຶກຫວ່າງເປົ່າໃນຫົວໃຈຂອງເຈົ້າ ແລະ ບໍ່ສາມາດຮູ້ສຶກເຖິງພຣະເຈົ້າໄດ້, ດັ່ງນັ້ນ ເຈົ້າຈຶ່ງສົງໄສວ່າຈະໄປຍ່າງຫຼິ້ນຢູ່ໃສເພື່ອຜ່ອນຄາຍ. ຜົນກໍຄື ຍິ່ງເຈົ້າຜ່ອນຄາຍຫຼາຍສໍ່າໃດ, ເຈົ້າກໍຍິ່ງຂາດລະບຽບວິໄນຫຼາຍສໍ່ານັ້ນ ແລະ ເມື່ອເຈົ້າໄປຄຣິສຕະຈັກເພື່ອໂອ້ລົມກັບອ້າຍເອື້ອຍນ້ອງຂອງເຈົ້າກ່ຽວກັບຄວາມຈິງ, ເຈົ້າກໍຮູ້ສຶກບໍ່ຄຸ້ນເຄີຍກັບມັນ ແລະ ທັນທີທີ່ມີການກ່າວເຖິງວຽກງານຂອງຄຣິສຕະຈັກ ເຈົ້າກໍຮູ້ສຶກອຶດອັດໃຈພໍສົມຄວນ. ພາຍໃນໄລຍະເວລາສອງ ຫຼື ສາມມື້ ເຈົ້າໄດ້ປ່ຽນໄປ ແລະ ກາຍເປັນຄືກັບອີກຄົນໜຶ່ງ, ຈົນເຈົ້າຮູ້ສຶກວ່າ ເຈົ້າຈື່ຕົນເອງບໍ່ໄດ້ອີກຕໍ່ໄປ. ເລື່ອງນີ້ເປັນໄປໄດ້ແນວໃດ? ຢ່າຄິດວ່າເນື່ອງຈາກເຈົ້າໄດ້ຟັງການເທດສະໜາຈຳນວນຫຼາຍ, ຄວາມຈິງຈຶ່ງກາຍເປັນຊີວິດຂອງເຈົ້າ ແລະ ເຈົ້າໄດ້ຮັບຄວາມຈິງແລ້ວ. ເຈົ້າຍັງຫ່າງໄກຈາກຈຸດນັ້ນ! ຢ່າຄິດວ່າພຽງຍ້ອນວ່າ ເຈົ້າໄດ້ຂຽນບົດຄວາມຄຳພະຍານ ຫຼື ມີປະສົບການແບບນັ້ນ, ເຈົ້າກໍໄດ້ຮັບຄວາມລອດພົ້ນແລ້ວ. ເຈົ້າຍັງໄປບໍ່ຮອດຈຸດນັ້ນ! ນັ້ນເປັນພຽງເສດສ່ວນນ້ອຍໆ ໃນປະສົບການຊີວິດທີ່ຍາວນານຂອງເຈົ້າ. ເສດສ່ວນນີ້ອາດຈະເປັນພຽງອາລົມຊົ່ວຄາວ, ຄວາມຮູ້ສຶກຊົ່ວຄາວ, ຄວາມປາດຖະໜາ ຫຼື ຄວາມທະເຍີທະຍານຊົ່ວຄາວເທົ່ານັ້ນ ແລະ ບໍ່ມີຫຍັງຫຼາຍໄປກວ່ານັ້ນ. ເມື່ອມື້ໜຶ່ງ ເຈົ້າອ່ອນແອ ແລະ ເຈົ້າຫຼຽວຫຼັງກັບຄືນໄປ ແລະ ຟັງຄຳພະຍານທີ່ເຈົ້າເຄີຍໃຫ້, ຄຳສາບານທີ່ເຈົ້າເຄີຍກ່າວ ແລະ ຄວາມເຂົ້າໃຈທີ່ເຈົ້າເຄີຍມີ, ສິ່ງເຫຼົ່ານັ້ນຈະເຮັດໃຫ້ເຈົ້າຮູ້ສຶກບໍ່ຄຸ້ນເຄີຍ ແລະ ເຈົ້າຈະເວົ້າວ່າ: “ນັ້ນແມ່ນຂ້ອຍບໍ? ຂ້ອຍມີຄວາມເຕີບໂຕທີ່ຍິ່ງໃຫຍ່ຂະໜາດນັ້ນແທ້ບໍ? ເປັນຫຍັງຂ້ອຍຈຶ່ງບໍ່ຮູ້? ນັ້ນບໍ່ແມ່ນຂ້ອຍຢ່າງແນ່ນອນ?” ໃນຈຸດນີ້ ເຈົ້າຈະຮັບຮູ້ວ່າ ຊີວິດຂອງເຈົ້າຍັງບໍ່ທັນປ່ຽນແປງເທື່ອ. ມັນບົ່ງບອກເຖິງຫຍັງ ຖ້າຊີວິດຂອງເຈົ້າຍັງບໍ່ປ່ຽນແປງ? ມັນຄືການທີ່ອຸປະນິໄສຂອງເຈົ້າຍັງບໍ່ທັນປ່ຽນແປງເທື່ອ. ເຈົ້າຈະຮູ້ສຶກແນວໃດ ເມື່ອເຈົ້າຄົ້ນພົບວ່າ ເຖິງແມ່ນຈະໄດ້ໃຫ້ຄຳພະຍານ ແລະ ຄິດໃນເວລານັ້ນວ່າ ເຈົ້າມີຄວາມເຕີບໂຕທີ່ຍິ່ງໃຫຍ່ແລ້ວ ແຕ່ເຈົ້າກໍຍັງສາມາດກາຍເປັນຄົນຄິດລົບໄດ້ຄືກັບທີ່ເຈົ້າເປັນຢູ່ໃນຕອນນີ້? ເຈົ້າຈະບໍ່ຄິດບໍວ່າ ການປ່ຽນແປງອຸປະນິໄສຂອງຄົນໆ ໜຶ່ງນັ້ນຍາກເກີນໄປ? ຄວາມຈິງບໍ່ແມ່ນສິ່ງທີ່ຈະຖືກສ້າງຂຶ້ນພາຍໃນຜູ້ຄົນໄດ້ພຽງຊົ່ວຂ້າມຄືນ. ຖ້າຜູ້ຄົນໄດ້ຮັບຄວາມຈິງມາເປັນຊີວິດຂອງພວກເຂົາຢ່າງແທ້ຈິງ, ພວກເຂົາກໍຈະໄດ້ຮັບພຣະພອນ ແລະ ຊີວິດຂອງພວກເຂົາກໍຈະແຕກຕ່າງອອກໄປ. ພວກເຂົາຈະບໍ່ເປັນຄືກັບທີ່ພວກເຂົາເປັນຢູ່ໃນຕອນນີ້ອີກຕໍ່ໄປ, ເຊິ່ງມັກຈະເປີດເຜີຍອຸປະນິໄສທີ່ເສື່ອມຊາມ, ແຕ່ຈະສາມາດອ່ອນນ້ອມຕໍ່ພຣະເຈົ້າຢ່າງສົມບູນ ແລະ ປະຕິບັດໜ້າທີ່ຂອງພວກເຂົາຢ່າງຈົງຮັກພັກດີ ແລະ ພວກເຂົາກໍຈະປ່ຽນແປງໄປຢ່າງສົມບູນ.

ຍ້ອນວ່າມະນຸດຊາດເສື່ອມຊາມຫຼາຍ, ການຍອມຮັບຄວາມຈິງຈຶ່ງບໍ່ແມ່ນເລື່ອງງ່າຍ ແລະ ຍ້ອນວ່າຄວາມຈິງມີຄ່າຫຼາຍ, ມັນຈຶ່ງຍິ່ງເປັນເລື່ອງຍາກສຳລັບພຣະເຈົ້າທີ່ຈະເຮັດໃຫ້ຄວາມຈິງເຂົ້າໄປໃນຕົວຜູ້ຄົນ. ຄຸນຄ່າ ແລະ ຄວາມໝາຍຂອງຄວາມຈິງ ແລະ ດ້ານຕ່າງໆ ທີ່ຫຼາກຫຼາຍຂອງຄວາມຈິງລ້ວນແຕ່ມີຄຸນຄ່າ ແລະ ມີຄວາມໝາຍຫຼາຍສຳລັບມະນຸດ. ແຕ່ຍ້ອນວ່າມະນຸດຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງ ແລະ ມີສິ່ງທີ່ເປັນຂອງຊາຕານຫຼາຍຢ່າງຢູ່ພາຍໃນຕົວຂອງພວກເຂົາ, ມັນຈຶ່ງບໍ່ແມ່ນເລື່ອງງ່າຍທີ່ຈະເຮັດໃຫ້ຄວາມຈິງເຂົ້າໄປໃນຕົວຜູ້ຄົນ ເພື່ອໃຫ້ມັນກາຍເປັນຊີວິດຂອງພວກເຂົາ. ແລ້ວສິ່ງນີ້ໝາຍຄວາມວ່າ ຄວາມຈິງບໍ່ສາມາດຖືກເຮັດໃຫ້ເຂົ້າໄປໃນຕົວຜູ້ຄົນບໍ? ບໍ່, ມັນບໍ່ໄດ້ໝາຍຄວາມວ່າແນວນັ້ນ. ມັນສາມາດຖືກເຮັດໃຫ້ເຂົ້າໄປໃນຕົວພວກເຂົາໄດ້, ແຕ່ຜູ້ຄົນຕ້ອງມີທັດສະນະຄະຕິ ແລະ ມຸມມອງທີ່ຖືກຕ້ອງ ແລະ ພວກເຂົາຕ້ອງຍ່າງໃນເສັ້ນທາງທີ່ຖືກຕ້ອງ. ເຮັດຍາກບໍ່ໄດ້ໝາຍຄວາມວ່າມັນເຮັດບໍ່ໄດ້, ຄືກັນກັບພາລະກິດສອງຂັ້ນຕອນທຳອິດຂອງພຣະເຈົ້າ, ເມື່ອພຣະເຈົ້າບໍ່ໄດ້ເຮັດພາລະກິດແຫ່ງການເຮັດໃຫ້ສົມບູນ ແລະ ພຣະອົງກໍບໍ່ໄດ້ສະແດງຄວາມຈິງເຫຼົ່ານີ້ ຫຼື ກ່າວຖ້ອຍຄຳເຫຼົ່ານີ້, ແຕ່ບາງຄົນກໍຖືກເຮັດໃຫ້ສົມບູນ ແລະ ບາງຄົນກໍໄດ້ຮູ້ຈັກພຣະເຈົ້າເຊັ່ນກັນ. ເມື່ອເບິ່ງຈາກຂໍ້ເທັດຈິງນີ້, ມັນສາມາດບັນລຸໄດ້ ແລະ ເປັນໄປໄດ້ທີ່ຄວາມຈິງຈະຖືກເຮັດໃຫ້ເຂົ້າໄປໃນຕົວຜູ້ຄົນ, ມັນພຽງແຕ່ຂຶ້ນຢູ່ກັບວ່າຜູ້ຄົນສະແຫວງຫາຄວາມຈິງ ຫຼື ບໍ່. ດັ່ງນັ້ນ ຄົນໆ ໜຶ່ງຄວນສະແຫວງຫາແນວໃດ? ວິທີທີ່ງ່າຍທີ່ສຸດກໍຄືການອ່ານພຣະທຳຂອງພຣະເຈົ້າທຸກມື້, ທ່ອງຈຳພຣະທຳທີ່ສຳຄັນຂອງພຣະເຈົ້າ, ໄຕ່ຕອງພຣະທຳຕອນໜຶ່ງຂອງພຣະເຈົ້າທຸກມື້ ແລະ ອ່ານພ້ອມອະທິຖານ ແລະ ໂອ້ລົມກ່ຽວກັບພຣະທຳເຫຼົ່ານັ້ນຊໍ້າແລ້ວຊໍ້າອີກ. ຫຼັງຈາກທີ່ເຈົ້າ ໄດ້ອ່ານພ້ອມອະທິຖານກ່ຽວກັບມຸມມອງ ແລະ ຄຳກ່າວເຫຼົ່ານີ້ ພ້ອມທັງທັດສະນະຄະຕິທີ່ມີຕໍ່ຫຼາກຫຼາຍຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ເຊິ່ງພຣະທຳຂອງພຣະເຈົ້າມີເຈດຕະນາທີ່ຈະສອນເຈົ້າ, ເພື່ອໃຫ້ເຈົ້າເຂົ້າໃຈສິ່ງເຫຼົ່ານັ້ນ ແລະ ສິ່ງເຫຼົ່ານັ້ນໄດ້ເຂົ້າສູ່ຫົວໃຈຂອງເຈົ້າ, ແລ້ວກ່ອນທີ່ເຈົ້າຈະຮູ້ສຶກຕົວ, ຄວາມຄິດ ແລະ ມຸມມອງທີ່ເປັນບວກ ແລະ ຫຼັກການຂອງການປະຕິບັດກໍຈະຖືກດໍາເນີນຊີວິດຕາມ ເມື່ອໃດກໍຕາມທີ່ມີເລື່ອງຕ່າງໆ ເກີດຂຶ້ນກັບເຈົ້າ. ພວກເຈົ້າຍັງໄປບໍ່ຮອດລະດັບນີ້ເທື່ອ. ເຈົ້າໄດ້ອ່ານສິ່ງທີ່ໂຢບເຮັດບໍ່? ໂຢບກຳລັງເຮັດຫຍັງໃນຂະນະທີ່ລູກໆ ຂອງລາວກຳລັງມ່ວນຊື່ນ? ລາວມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ ແລະ ຖວາຍເຄື່ອງບູຊາສຳລັບລູກຂອງລາວ. ລາວບໍ່ເຄີຍຫຼົງທາງໄປຈາກພຣະເຈົ້າ. ນັ້ນກໍເພື່ອເວົ້າວ່າ ໃຫ້ຫຼີກລ່ຽງທຸກສິ່ງທີ່ອາດຈະເຮັດໃຫ້ຫົວໃຈຂອງເຈົ້າຫຼົງທາງໄປຈາກພຣະເຈົ້າ; ຢ່າເວົ້າສິ່ງໃດກໍຕາມທີ່ອາດຈະເຮັດໃຫ້ຫົວໃຈຂອງເຈົ້າຫຼົງທາງໄປຈາກພຣະເຈົ້າ; ໃຫ້ຫຼີກລ່ຽງການເບິ່ງສິ່ງທີ່ອາດຈະເຮັດໃຫ້ເຈົ້າຫຼົງທາງໄປຈາກພຣະເຈົ້າ ຫຼື ພັດທະນາແນວຄິດ ຫຼື ຂໍ້ສົງໄສກ່ຽວກັບພຣະອົງ; ຢ່າພົວພັນກັບຜູ້ຄົນທີ່ອາດຈະເຮັດໃຫ້ເຈົ້າຄິດລົບ, ເສື່ອມຊາມ ແລະ ຕາມໃຈຕົນເອງ ຫຼື ຜູ້ທີ່ອາດຈະເຮັດໃຫ້ ເຈົ້າສົງໄສ, ຕໍ່ຕ້ານ ຫຼື ຫຼົງທາງໄປຈາກພຣະເຈົ້າ, ແຕ່ໃຫ້ຢູ່ຫ່າງຈາກຄົນປະເພດນັ້ນ; ໃຫ້ຢູ່ໃກ້ກັບໃຜກໍຕາມທີ່ ເຈົ້າສາມາດໄດ້ຮັບການສັ່ງສອນ, ການຊ່ວຍເຫຼືອ ແລະ ການຈັດກຽມຈາກພວກເຂົາ; ແລະ ຢ່າເຮັດສິ່ງທີ່ອາດຈະເຮັດໃຫ້ເຈົ້າລັງກຽດ-ປະຕິເສດ, ບໍ່ມັກ ຫຼື ຖືກລັງກຽດໂດຍຄວາມຈິງ. ເຈົ້າ ຕ້ອງມີຄວາມຄິດບາງຢ່າງກ່ຽວກັບສິ່ງເຫຼົ່ານີ້ຢູ່ໃນຈິດໃຈຂອງເຈົ້າເອງ. ຢ່າໃຊ້ຊີວິດແບບໃຫ້ມັນຜ່ານໄປແຕ່ລະມື້ ໂດຍຄິດວ່າ “ຂ້ອຍບໍ່ສົນວ່າຂ້ອຍຈະມີຊີວິດຢູ່ດົນປານໃດ ຫຼື ຊີວິດຂອງຂ້ອຍຈະເປັນແນວໃດ, ຂ້ອຍຈະປ່ອຍໃຫ້ທຸກຢ່າງເປັນໄປຕາມທຳມະຊາດ ແລະ ການປັ້ນແຕ່ງຂອງພຣະເຈົ້າ”. ພຣະເຈົ້າໄດ້ຈັດກຽມສະພາບແວດລ້ອມໃຫ້ແກ່ເຈົ້າ ແລະ ມອບເຈດຈຳນົງເສລີໃຫ້ແກ່ເຈົ້າເພື່ອເລືອກ, ແຕ່ຖ້າເຈົ້າບໍ່ຮ່ວມມື ແລະ ຕັດສິນໃຈດ້ວຍຕົວເຈົ້າເອງຢູ່ສະເໝີທີ່ຈະພົວພັນກັບຄົນເຫຼົ່ານັ້ນທີ່ມັກສິ່ງຂອງທາງໂລກ ແລະ ຄົນທີ່ໝົກມຸ້ນກັບເນື້ອໜັງຢູ່ສະເໝີ ແລະ ຄົນທີ່ບໍ່ອຸທິດຕົນຕໍ່ໜ້າທີ່ຂອງພວກເຂົາ ແລະ ຄົນທີ່ບໍ່ມີຄວາມຮັບຜິດຊອບ ແລະ ຖ້າເຈົ້າຫຍຸ້ງກ່ຽວກັບຄົນເຫຼົ່ານັ້ນຢູ່ສະເໝີ, ຜົນສຸດທ້າຍ ແລະ ຈຸດຈົບຄືຫຍັງ? ເມື່ອຄົນເຫຼົ່ານັ້ນບໍ່ມີວຽກເຮັດ, ພວກເຂົາກໍເວົ້າກ່ຽວກັບການກິນ, ການດື່ມ ແລະ ການມີຄວາມມ່ວນຊື່ນ ແລະ ມັກຈະເລົ່າເລື່ອງເລົ່າ ແລະ ເວົ້ານິນທາ. ຖ້າເຈົ້າພົບພໍ້ກັບການລໍ້ລວງດັ່ງກ່າວ ແລະ ບໍ່ຢູ່ຫ່າງຈາກພວກມັນ ແລະ ເຖິງຂັ້ນຫຼົງໄຫຼກັບສິ່ງເຫຼົ່ານີ້ ແລະ ໄປມົ້ວສຸມກັບຄົນແບບນັ້ນຢ່າງຕັ້ງໃຈ, ແລ້ວເຈົ້າກໍຕົກຢູ່ໃນອັນຕະລາຍ, ເພາະການລໍ້ລວງຢູ່ອ້ອມຮອບຕົວເຈົ້າ! ເມື່ອຄົນສະຫຼາດເຫັນການລໍ້ລວງດັ່ງກ່າວ, ພວກເຂົາກໍຢູ່ຫ່າງ. ພວກເຂົາຊັດເຈນຢູ່ໃນໃຈຂອງພວກເຂົາວ່າ “ຂ້ອຍບໍ່ມີສະຖານະນັ້ນ, ຂ້ອຍຈະບໍ່ຟັງ ແລະ ຂ້ອຍບໍ່ຢາກໃຫ້ຄວາມສົນໃຈພວກເຂົາເລີຍ. ຄົນເຫຼົ່ານີ້ບໍ່ໄລ່ຕາມຫາຄວາມຈິງ ຫຼື ຮັກຄວາມຈິງ. ຂ້ອຍຈະຢູ່ຫ່າງໆ ແລະ ຊອກຫາບ່ອນງຽບໆ ເພື່ອອ່ານພຣະທຳຂອງພຣະເຈົ້າດ້ວຍຕົນເອງ, ເຮັດໃຫ້ຫົວໃຈຂອງຂ້ອຍສະຫງົບລົງ ແລະ ໄຕ່ຕອງຊົ່ວໄລຍະໜຶ່ງ ແລະ ມາຢູ່ຕໍ່ໜ້າພຣະເຈົ້າ”. ຫຼັກການ ແລະ ຈຸດປະສົງທັງໝົດເຫຼົ່ານີ້ແມ່ນ: ທີໜຶ່ງ, ຢ່າຫຼົງທາງໄປຈາກພຣະທຳຂອງພຣະເຈົ້າ; ແລະ ທີສອງ, ຢ່າໃຫ້ຫົວໃຈຂອງເຈົ້າຫຼົງທາງໄປຈາກພຣະເຈົ້າ. ດ້ວຍວິທີນີ້, ເຈົ້າ ສາມາດດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າຢ່າງສະໝໍ່າສະເໝີ ບົນພື້ນຖານຂອງການເຂົ້າໃຈວ່າ ຄວາມຈິງແມ່ນຫຍັງ. ໃນດ້ານໜຶ່ງ, ພຣະເຈົ້າຈະປົກປ້ອງ ເຈົ້າ ຈາກການຕົກຢູ່ໃນການລໍ້ລວງ. ໃນອີກດ້ານໜຶ່ງ, ພຣະເຈົ້າຈະປະຕິບັດຕໍ່ເຈົ້າຢ່າງມີພຣະຄຸນທີ່ສຸດ, ເຮັດໃຫ້ເຈົ້າສາມາດເຂົ້າໃຈສິ່ງທີ່ເຈົ້າຄວນເຮັດ ເພື່ອປະຕິບັດຄວາມຈິງ ແລະ ເຮັດໃຫ້ເຈົ້າໄດ້ຮັບການສ່ອງສະຫວ່າງ ແລະ ຄວາມສະຫວ່າງກ່ຽວກັບຄວາມຈິງທີ່ຫຼາກຫຼາຍທັງໝົດ. ເມື່ອເວົ້າເຖິງໜ້າທີ່ຂອງເຈົ້າ, ພຣະເຈົ້າຈະນໍາພາເຈົ້າໃຫ້ພະຍາຍາມບໍ່ເຮັດຜິດພາດ, ເຮັດສິ່ງຕ່າງໆ ໃຫ້ຖືກຕ້ອງສະເໝີ ແລະ ຮູ້ຈັກຫຼັກການ. ດ້ວຍວິທີນີ້, ເຈົ້າຈະບໍ່ໄດ້ຮັບການປົກປ້ອງບໍ? ແນ່ນອນວ່າ ນີ້ບໍ່ແມ່ນເປົ້າໝາຍທີ່ໃຫຍ່ທີ່ສຸດ ແລະ ສູງສຸດ. ຖ້າຢ່າງນັ້ນ ເປົ້າໝາຍສູງສຸດແມ່ນຫຍັງ? ມັນຄືການທີ່ ເຈົ້າສາມາດຮຽນຮູ້ບົດຮຽນຈາກຫຼາກຫຼາຍຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ, ເຂົ້າໃຈເຈດຕະນາຂອງພຣະເຈົ້າ, ຮູ້ຈັກພາລະກິດຂອງພຣະເຈົ້າ ແລະ ປະຕິບັດຕາມຫຼັກການທີ່ພຣະເຈົ້າຮຽກຮ້ອງ. ດ້ວຍວິທີນີ້, ຊີວິດ ແລະ ຄວາມເຕີບໃຫຍ່ຂອງເຈົ້າຈຶ່ງຈະສາມາດກ້າວໜ້າຕໍ່ໄປໄດ້ ແທນທີ່ຈະຢຸດຢູ່ກັບທີ່. ຖ້າເຈົ້າຫຍຸ້ງກັບການຈັດການວຽກງານຕ່າງໆ ຢູ່ສະເໝີ ແລະ ບໍ່ຈົດຈໍ່ກັບການປະຕິບັດຄວາມຈິງໃນການປະຕິບັດໜ້າທີ່ຂອງເຈົ້າ ແລະ ການແກ້ໄຂຄວາມຫຍຸ້ງຍາກຂອງທາງເຂົ້າຂອງຊີວິດ, ແລ້ວເຈົ້າກໍຈະບໍ່ມີຄວາມກ້າວໜ້າໃນຊີວິດຂອງເຈົ້າ. ທາງເຂົ້າຂອງຊີວິດແມ່ນບັນລຸໄດ້ໂດຍການປະຕິບັດໜ້າທີ່ຂອງຕົນ. ຖ້າຄົນໃດຄົນໜຶ່ງຫັນໜີຈາກການປະຕິບັດໜ້າທີ່ຂອງຕົນ ແລະ ຫັນໜີຈາກພຣະທຳຂອງພຣະເຈົ້າ, ກໍຈະບໍ່ມີຄວາມກ້າວໜ້າໃນຊີວິດ. ບາງຄົນເຫັນຄົນອື່ນລົມກັນຫຼິ້ນ ແລະ ດັ່ງນັ້ນ ພວກເຂົາຈຶ່ງເຂົ້າໄປມີສ່ວນຮ່ວມ ແລະ ສອດຮູ້ສອດເຫັນ, ເປັນຄົນມັກສອດຮູ້ສອດເຫັນຢູ່ສະເໝີ ແລະ ມັກເວົ້ານິນທາຢູ່ສະເໝີ, ພຣະເຈົ້າບໍ່ມັກຄົນແບບນັ້ນ. ພຣະເຈົ້າຊົງມັກຄົນປະເພດໃດ? ຄົນທີ່ສາມາດເຮັດໃຫ້ຫົວໃຈຂອງພວກເຂົາສະຫງົບລົງ. ເຮັດໃຫ້ຕົນເອງສະຫງົບລົງເພື່ອເຮັດຫຍັງ? ເພື່ອເປັນຫຸ່ນເຊີດທີ່ບໍ່ຄິດຫຍັງເລີຍບໍ? ບໍ່, ເພື່ອອະທິຖານຢ່າງງຽບໆ ຢູ່ຕໍ່ໜ້າພຣະເຈົ້າ, ສະແຫວງຫາເຈດຕະນາຂອງພຣະເຈົ້າ, ຂໍໃຫ້ພຣະເຈົ້າປົກປ້ອງເຈົ້າ ແລະ ຂໍໃຫ້ພຣະເຈົ້າສ່ອງແສງສະຫວ່າງແກ່ເຈົ້າ. ນອກຈາກນີ້, ເພື່ອສະແຫວງຫາການໄດ້ຮັບຄວາມສະຫວ່າງ ແລະ ແສງເຍືອງທາງກ່ຽວກັບຄວາມຈິງບາງດ້ານທີ່ເຈົ້າບໍ່ເຂົ້າໃຈ ເພື່ອບັນລຸຄວາມເຂົ້າໃຈ ແລະ ຄວາມຊັດເຈນໃນຄວາມຈິງດ້ານນີ້ ຫຼື ເພື່ອສະແຫວງຫາການແກ້ໄຂວຽກງານດ້ານໃດກໍຕາມຂອງເຈົ້າທີ່ເຕັມໄປດ້ວຍບັນຫາ ແລະ ຮັບເອົາການນໍາພາຈາກພຣະເຈົ້າ. ມີວຽກງານຫຼາຍຢ່າງທີ່ຕ້ອງດຳເນີນການ ແລະ ສິ່ງທີ່ຕ້ອງເຮັດ ເມື່ອຄົນໃດຄົນໜຶ່ງສະຫງົບຢູ່ຕໍ່ໜ້າພຣະເຈົ້າ. ມັນບໍ່ແມ່ນກໍລະນີຂອງການມາຫາພຣະເຈົ້າເພື່ອລາຍງານຕົວ ເມື່ອໃດກໍຕາມທີ່ເຈົ້າມີເວລາຫວ່າງ ແລະ ເວົ້າວ່າ “ພຣະເຈົ້າ, ຂ້ານ້ອຍຢູ່ທີ່ນີ້, ຂ້ານ້ອຍມີພຣະອົງຢູ່ໃນໃຈ, ຂໍໃຫ້ສະຖິດຢູ່ກັບຂ້ານ້ອຍ, ຢ່າປ່ອຍໃຫ້ຂ້ານ້ອຍຕົກຢູ່ໃນການລໍ້ລວງ!” ຖ້າເຈົ້າເຮັດພໍເປັນພິທີແບບນີ້ ແລະ ປະຕິບັດຕໍ່ພຣະເຈົ້າແບບພໍແລ້ວມືແລ້ວຕີນ, ແລ້ວເຈົ້າກໍບໍ່ແມ່ນຜູ້ເຊື່ອທີ່ແທ້ຈິງ ແລະ ພຣະເຈົ້າຈະບໍ່ມອບຄວາມຈິງໃຫ້ແກ່ຄົນແບບນັ້ນ. ຜູ້ຄົນຕ້ອງມີສິ່ງໃດກ່ອນ ເພື່ອໃຫ້ພຣະເຈົ້າຊົງມອບຄວາມຈິງແກ່ພວກເຂົາ? ພວກເຂົາຕ້ອງມີຫົວໃຈທີ່ຫິວ ແລະ ກະຫາຍຫາຄວາມຊອບທຳ, ມີຫົວໃຈທີ່ຈິງໃຈ. ມັນສະແດງເຖິງຫຍັງຖ້າຫົວໃຈຂອງເຈົ້າຈິງໃຈ? ມັນສະແດງວ່າ ເຈົ້າຮັກຄວາມຈິງແທ້ໆ. ຖ້າເຈົ້າປະຕິບັດຕໍ່ພຣະເຈົ້າແບບພໍແລ້ວມືແລ້ວຕີນຢູ່ສະເໝີ ແລະ ບໍ່ມີຄວາມຈິງໃຈເລີຍ ແລະ ຢາກຕັດສິນໃຈທຸກຢ່າງດ້ວຍຕົນເອງສະເໝີ ແລະ ຢາກມາຢູ່ຕໍ່ໜ້າພຣະເຈົ້າ ເພື່ອລາຍງານຕົວ, ທັກທາຍ ແລະ ຈາກນັ້ນກໍເປັນຜູ້ບົງການ ແລະ ໄປເຮັດສິ່ງຕ່າງໆ ດ້ວຍຕົນເອງ, ແລ້ວເຖິງແມ່ນວ່າພຣະເຈົ້າໄດ້ມອບໝາຍວຽກງານຂອງພຣະອົງໃຫ້ແກ່ເຈົ້າ, ໃນທີ່ສຸດ ເຈົ້າລົງເອີຍໂດຍບໍ່ມີສ່ວນກ່ຽວຂ້ອງກັບພຣະເຈົ້າ ຫຼື ຄວາມຈິງ. ສິ່ງນີ້ເອີ້ນວ່າຫຍັງ? ສິ່ງນີ້ເອີ້ນວ່າການຕໍ່ຕ້ານພຣະເຈົ້າ ແລະ ການດໍາເນີນກິດຈະການຂອງເຈົ້າເອງ. ພຣະເຈົ້າສາມາດໃຫ້ຄວາມຮູ້ແຈ້ງແກ່ເຈົ້າດ້ວຍວິທີນີ້ບໍ? ບໍ່. ພວກເຈົ້າ ທຸກຄົນກຳແໜ້ນເສັ້ນທາງໃນການໄລ່ຕາມຄວາມຈິງ ແລະ ເຂົ້າໃຈຄວາມຈິງແລ້ວບໍ? ເຈົ້າຕ້ອງມາຢູ່ຕໍ່ໜ້າພຣະເຈົ້າເລື້ອຍໆ, ເຮັດໃຫ້ຫົວໃຈຂອງເຈົ້າສະຫງົບລົງ ເພື່ອສະແຫວງຫາຄວາມຈິງ ແລະ ອະທິຖານຫາພຣະເຈົ້າ ແລະ ເຈົ້າຕ້ອງຮຽນຮູ້ທີ່ຈະເຮັດໃຫ້ຕົນເອງສະຫງົບລົງ. ການເຮັດໃຫ້ຕົນເອງສະຫງົບລົງບໍ່ໄດ້ໝາຍຄວາມວ່າການມີຈິດໃຈທີ່ຫວ່າງເປົ່າ, ແຕ່ແມ່ນການມີຄຳຮ້ອງຂໍ, ຄວາມຄິດ ແລະ ພາລະຢູ່ໃນໃຈຂອງເຈົ້າ, ການມາຢູ່ຕໍ່ໜ້າພຣະເຈົ້າດ້ວຍຫົວໃຈທີ່ຈິງໃຈ ແລະ ປາດຖະໜາຫາ, ການມີຄວາມປາດຖະໜາຫາຄວາມຈິງ ແລະ ເຈດຕະນາຂອງພຣະເຈົ້າ ແລະ ການແບກຮັບພາລະສຳລັບໜ້າທີ່ທີ່ເຈົ້າປະຕິບັດ ແລະ ສຳລັບວຽກງານທີ່ເຈົ້າເຮັດ, ນີ້ຄືສິ່ງທີ່ເຈົ້າຄວນມີ ເມື່ອເຈົ້າມາຢູ່ຕໍ່ໜ້າພຣະເຈົ້າ ແລະ ເຮັດໃຫ້ຕົນເອງສະຫງົບລົງ.

ເຮົາຫາກໍໄດ້ໂອ້ລົມໄປວ່າ ວຽກງານຂອງຄຣິສຕະຈັກທັງໝົດແມ່ນໄດ້ພົວພັນໂດຍກົງກັບວຽກງານການເຜີຍແຜ່ພຣະກິດຕິຄຸນຂອງອານາຈັກຂອງພຣະເຈົ້າ. ໂດຍສະເພາະຢ່າງຍິ່ງ, ວຽກງານການເທດສະໜາພຣະກິດຕິຄຸນ ແລະ ວຽກທັງໝົດທີ່ກ່ຽວຂ້ອງກັບວິຊາຊີບ ໄດ້ມີການເຊື່ອມໂຍງທີ່ສຳຄັນ ແລະ ຕັດແຍກບໍ່ໄດ້ກັບວຽກງານການເຜີຍແຜ່ພຣະກິດຕິຄຸນ. ດັ່ງນັ້ນ, ສິ່ງໃດກໍຕາມທີ່ມີສ່ວນກ່ຽວຂ້ອງກັບວຽກງານການເຜີຍແຜ່ພຣະກິດຕິຄຸນ ກໍມີສ່ວນກ່ຽວຂ້ອງກັບຜົນປະໂຫຍດຂອງພຣະເຈົ້າ ແລະ ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ຖ້າຜູ້ຄົນສາມາດເຂົ້າໃຈວຽກງານການເຜີຍແຜ່ພຣະກິດຕິຄຸນຢ່າງຖືກຕ້ອງ, ພວກເຂົາກໍຄວນເຂົ້າເຖິງໜ້າທີ່ທີ່ພວກເຂົາເຮັດ ແລະ ໜ້າທີ່ທີ່ຄົນອື່ນເຮັດຢ່າງຖືກຕ້ອງ. ວິທີທີ່ຖືກຕ້ອງໃນການເຂົ້າເຖິງສິ່ງເຫຼົ່ານັ້ນແມ່ນຫຍັງ? ຈົ່ງທຸ່ມເທຄວາມພະຍາຍາມຢ່າງສຸດຄວາມສາມາດຂອງເຈົ້າ ແລະ ເຮັດໜ້າທີ່ເຫຼົ່ານັ້ນໃຫ້ສອດຄ່ອງກັບຂໍ້ກຳນົດຂອງພຣະເຈົ້າ. ຢ່າງໜ້ອຍທີ່ສຸດ, ຢ່າພົວພັນກັບພຶດຕິກຳ ແລະ ການປະຕິບັດທີ່ມີເຈດຕະນາກໍ່ໃຫ້ເກີດຄວາມເສຍຫາຍ ຫຼື ການລົບກວນ ແລະ ຢ່າເຈດຕະນາເຮັດສິ່ງທີ່ເຈົ້າຮູ້ວ່າມັນຜິດ. ຖ້າຄົນໃດຄົນໜຶ່ງຢືນຢັນທີ່ຈະເຮັດບາງສິ່ງ ເຖິງແມ່ນວ່າພວກເຂົາຮູ້ວ່າມັນຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ ແລະ ບໍ່ມີໃຜສາມາດຫ້າມພວກເຂົາຈາກການເຮັດສິ່ງນັ້ນໄດ້, ແລ້ວພວກເຂົາກໍກຳລັງເຮັດຄວາມຊົ່ວ, ຊອກຫາຄວາມຕາຍ ແລະ ສະແດງທາດແທ້ຂອງພວກເຂົາທີ່ເປັນມານຮ້າຍ. ໃຫ້ຟ້າວຮີບຮ້ອນ ແລະ ເຮັດໃຫ້ອ້າຍເອື້ອຍນ້ອງແຍກແຍະພວກເຂົາວ່າ ພວກເຂົາແມ່ນຫຍັງກັນແທ້, ຈາກນັ້ນກໍກຳຈັດອອກເຊິ່ງຄົນຊົ່ວຮ້າຍນັ້ນໄປຈາກຄຣິສຕະຈັກ. ຖ້າຜູ້ເຮັດຄວາມຊົ່ວຢູ່ໃນຊ່ວງເວລາທີ່ສັບສົນ ແລະ ບໍ່ໄດ້ເຈດຕະນາເຮັດຄວາມຊົ່ວ, ຄວນປະຕິບັດຕໍ່ເລື່ອງດັ່ງກ່າວແນວໃດ? ຄົນນັ້ນຄວນໄດ້ຮັບການສຶກສາອົບຮົມ ແລະ ຊ່ວຍເຫຼືອບໍ? ຈະເປັນແນວໃດຖ້າພວກເຂົາໄດ້ຮັບການສຶກສາອົບຮົມແລ້ວ ແຕ່ກໍຍັງບໍ່ຟັງ? ອ້າຍເອື້ອຍນ້ອງກໍມາຮ່ວມກັນເພື່ອວິຈານພວກເຂົາ. ຈະເປັນແນວໃດຖ້າຄົນນັ້ນມີຄວາມສາມາດໃນວຽກງານຂອງພວກເຂົາ ແຕ່ບໍ່ພະຍາຍາມເຮັດມັນຢ່າງສຸດຄວາມສາມາດ, ແຕ່ໃນຂະນະນີ້ບໍ່ມີໃຜມາປ່ຽນແທນພວກເຂົາ ແລະ ທຸກຄົນຍັງຕ້ອງການໃຫ້ຄົນນັ້ນເຮັດວຽກນັ້ນຢູ່? ທຸກຄົນກໍມາຮ່ວມກັນເພື່ອລິຮານຄົນນັ້ນ ແລະ ເຕືອນພວກເຂົາວ່າ “ພຣະເຈົ້າໄດ້ຍົກເຈົ້າໃຫ້ສູງຂຶ້ນ ແລະ ຂໍໃຫ້ເຈົ້າປະຕິບັດໜ້າທີ່ນີ້. ຖ້າເຈົ້າບໍ່ພະຍາຍາມເຮັດມັນຢ່າງສຸດຄວາມສາມາດ ແລະ ສືບຕໍ່ກໍ່ໃຫ້ເກີດການລົບກວນ ແລະ ປະຖິ້ມວຽກງານຂອງເຈົ້າອີກ, ແລ້ວເຈົ້າກໍບໍ່ມີຈິດສຳນຶກຢ່າງຊັດເຈນ ແລະ ບໍ່ເໝາະສົມທີ່ຈະປະຕິບັດໜ້າທີ່ຂອງເຈົ້າ”. ວິທີນີ້ດີ ຫຼື ບໍ່? ຖ້າຄົນໃດຄົນໜຶ່ງສາມາດປ່ຽນແທນພວກເຂົາໄດ້, ກໍປ່ອຍໃຫ້ພວກເຂົາໄປ. ພວກເຈົ້າຈະກ້າເຮັດແບບນັ້ນບໍ? ຄົນສ່ວນໃຫຍ່ຈະບໍ່ກ້າ. ເມື່ອເວົ້າເຖິງການປົກປ້ອງວຽກງານຂອງຄຣິສຕະຈັກ, ຫຼາຍຄົນບໍ່ກ້າລຸກຢືນຂຶ້ນ ແລະ ເຊີດຊູຄວາມຍຸຕິທຳ. ນີ້ບໍ່ແມ່ນກໍລະນີຂອງການບໍ່ກ້າຍຶດໝັ້ນໃນຄວາມຈິງບໍ? ບາງຄົນຫົດຫົວຄືກັບເຕົ່າ ແລະ ເສີຍເມີຍ ເມື່ອພວກເຂົາເຫັນວຽກງານຂອງຄຣິສຕະຈັກຖືກຂັດຂວາງ ຫຼື ລົບກວນ, ຄືກັບວ່າມັນບໍ່ມີຫຍັງກ່ຽວຂ້ອງກັບພວກເຂົາ ແລະ ທັດສະນະຄະຕິຂອງພວກເຂົາກໍຄືການເຮັດເປັນເບິ່ງບໍ່ເຫັນຕໍ່ສິ່ງນັ້ນ. ແຕ່ຖ້າຄົນໃດຄົນໜຶ່ງວິຈານພວກເຂົາໂດຍເວົ້າວ່າພວກເຂົາບໍ່ຄວນເປັນແບບນີ້ ຫຼື ລັງກຽດພວກເຂົາ ຫຼື ດູຖູກພວກເຂົາ, ພວກເຂົາກໍຈະໂກດເຄືອງ ແລະ ຄິດກັບຕົນເອງວ່າ: “ເຈົ້າຄິດວ່າເຈົ້າເປັນໃຜ? ເຈົ້າເປັນໃຜຈຶ່ງມາວິຈານຂ້ອຍ? ເຈົ້າເປັນໃຜຈຶ່ງມາດູຖູກຂ້ອຍ? ພວກເຮົາຕ້ອງໂອ້ລົມກັນໃຫ້ຮູ້ເລື່ອງກ່ຽວກັບເລື່ອງນີ້”. ພວກເຂົາເກັບເລື່ອງນີ້ມາໃສ່ໃຈ ແລະ ຖືວ່າມັນເປັນເລື່ອງຈິງຈັງ ແລະ ພວກເຂົາທົນບໍ່ໄດ້ທີ່ຈະບໍ່ເວົ້າຫຍັງ ແລະ ປະກາດຈຸດຢືນຂອງພວກເຂົາ. ພວກເຂົາບໍ່ຮູ້ສຶກຫຍັງເລີຍ ເມື່ອວຽກງານຂອງຄຣິສຕະຈັກຖືກຂັດຂວາງ, ລົບກວນ ແລະ ຖືກທຳລາຍ, ແຕ່ກັບຫຼັບຫູຫຼັບຕາຕາສິ່ງນັ້ນ. ຄົນເຫຼົ່ານີ້ແມ່ນຄົນປະເພດໃດ? (ຄົນທີ່ເຫັນແກ່ຕົວ ແລະ ຊົ່ວຊ້າ.) ນີ້ເປັນພຽງຄວາມເຫັນແກ່ຕົວ ແລະ ຄວາມຊົ່ວຊ້າບໍ? ບັນຫານີ້ຮ້າຍແຮງຫຼາຍຈົນບໍ່ສາມາດສະຫຼຸບໄດ້ດ້ວຍປະໂຫຍກດຽວ. ສາມາດເວົ້າໄດ້ພຽງແຕ່ວ່າ ຄົນແບບນີ້ບໍ່ມີຄວາມເປັນມະນຸດ ແລະ ບໍ່ແມ່ນຄົນດີຢ່າງແນ່ນອນ. ຄວາມຈິງແລ້ວ, ນີ້ຄືສິ່ງທີ່ພວກຜູ້ຕໍ່ຕ້ານພຣະຄຣິສເຮັດ ແລະ ແນ່ນອນວ່າ ຜູ້ນໍາປອມກໍບໍ່ມີຂໍ້ຍົກເວັ້ນ. ພວກຜູ້ຕໍ່ຕ້ານພຣະຄຣິສບໍ່ຮູ້ເລີຍວ່າ ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າແມ່ນຫຍັງ. ເມື່ອວຽກງານຂອງຄຣິສຕະຈັກກຳລັງຖືກຂັດຂວາງ, ພວກເຂົາກໍບໍ່ສາມາດເບິ່ງເຫັນມັນໄດ້. ບາງຄົນສ້າງຄວາມວຸ້ນວາຍຢ່າງໃຫຍ່ຫຼວງ ໂດຍການລົບກວນວຽກງານຂອງຄຣິສຕະຈັກ, ແຕ່ເມື່ອພວກຜູ້ຕໍ່ຕ້ານພຣະຄຣິສເຫັນສິ່ງນີ້, ພວກເຂົາກໍບໍ່ຖືວ່າມັນເປັນເລື່ອງຈິງຈັງ. ພວກເຂົາເຮັດໃຫ້ມັນເປັນເລື່ອງເລັກນ້ອຍ ແລະ ດ່າຜູ້ກະທຳຜິດຢ່າງອ່ອນແຮງ ດ້ວຍຄຳເວົ້າທຳມະດາສອງສາມຄຳ, ຕັກເຕືອນພວກເຂົາສັ້ນໆ ແລະ ບໍ່ມີຫຍັງໄປຫຼາຍກວ່ານັ້ນ, ໂດຍບໍ່ມີຮ່ອງຮອຍຂອງຄວາມຄຽດແຄ້ນແມ່ນແຕ່ໜ້ອຍດຽວ. ຄົນແບບນີ້ມີຄວາມຮູ້ສຶກຍຸຕິທຳບໍ? ຄົນເຫຼົ່ານີ້ແມ່ນຄົນປະເພດໃດ? ຄົນແບບນີ້ກັດມືທີ່ໃຫ້ອາຫານພວກເຂົາ, ພວກເຂົາຄືຄົນທໍລະຍົດ! ພວກເຂົາຄືຄົນຕໍ່າຊ້າ!

ເມື່ອກີ້ນີ້ ເຮົາຫາກໍໃຫ້ພາບລວມທົ່ວໄປວ່າ ຜົນປະໂຫຍດຂອງຜູ້ຄົນແມ່ນຫຍັງ, ແກ່ນແທ້ຂອງຜົນປະໂຫຍດຂອງຜູ້ຄົນແມ່ນຫຍັງ, ເປັນຫຍັງຜູ້ຄົນຈຶ່ງສະແຫວງຫາຜົນປະໂຫຍດສ່ວນຕົວ, ທຳມະຊາດຂອງການສະແຫວງຫາຜົນປະໂຫຍດສ່ວນຕົວຂອງຜູ້ຄົນແມ່ນຫຍັງ ແລະ ຍັງເວົ້າເຖິງທຳມະຊາດຂອງຜົນປະໂຫຍດຂອງພຣະເຈົ້າແມ່ນຫຍັງ ແລະ ພວກມັນຖືກກຳນົດແນວໃດ. ຜົນປະໂຫຍດຂອງພຣະເຈົ້າແມ່ນອຸດົມການທີ່ທ່ຽງທຳທີ່ສຸດ ແລະ ຄວນຖືກພິຈາລະນາວ່າເປັນເຊັ່ນນັ້ນ. ມັນບໍ່ແມ່ນຄວາມເຫັນແກ່ຕົວຢ່າງແນ່ນອນທີ່ພຣະເຈົ້າຈະປົກປ້ອງຜົນປະໂຫຍດຂອງພຣະອົງ, ທັງບໍ່ແມ່ນເພື່ອເຫັນແກ່ການປົກປ້ອງກຽດສັກສີ ແລະ ພຣະສະຫງ່າລາສີຂອງພຣະອົງເທົ່ານັ້ນ. ໃນທາງກົງກັນຂ້າມ, ພຣະອົງຕ້ອງການປົກປ້ອງຄວາມຄືບໜ້າ ແລະ ຜົນໄດ້ຮັບຈາກວຽກງານຂອງພຣະອົງ ແລະ ປົກປ້ອງອຸດົມການທີ່ທ່ຽງທຳ. ນີ້ແມ່ນພຶດຕິກຳ ແລະ ແນວທາງການປະຕິບັດທີ່ເປັນທຳ ແລະ ຖືກຕ້ອງທີ່ສຸດ ແລະ ນີ້ຄືການກະທຳຂອງພຣະເຈົ້າ. ມະນຸດທີ່ຖືກສ້າງບໍ່ຄວນມີແນວຄິດໃດໆ ກ່ຽວກັບການກະທຳຂອງພຣະເຈົ້ານີ້, ແຮງໄກທີ່ຈະມີການກ່າວຫາ ຫຼື ການພິພາກສາໃດໆ. ພວກເຮົາສາມາດເວົ້າໄດ້ບໍວ່າ ຜົນປະໂຫຍດຂອງພຣະເຈົ້າຢູ່ເໜືອທຸກສິ່ງທຸກຢ່າງ? (ໄດ້.) ມັນເຫັນແກ່ຕົວບໍທີ່ຈະເວົ້າແບບນີ້? (ບໍ່.) ຜູ້ຄົນເຂົ້າໃຈຄວາມຈິງດ້ານນີ້ ແລະ ບົນພື້ນຖານນີ້, ປະໂຫຍກນີ້ກໍມີນໍ້າໜັກ. ມັນບໍ່ໄດ້ມີອະຄະຕິໂດຍຕັ້ງໃຈ, ມັນຍຸຕິທຳ ແລະ ຖືກຕ້ອງຕາມ. “ພວກເຂົາບໍ່ເຄີຍຄຳນຶງເຖິງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ພວກເຂົາເຖິງກັບທໍລະຍົດຜົນປະໂຫຍດເຫຼົ່ານັ້ນ, ໂດຍແລກປ່ຽນພວກມັນກັບກຽດຍົດສ່ວນຕົວ”, ນີ້ຄືແກ່ນແທ້ຂອງພວກຕໍ່ຕ້ານພຣະຄຣິສ. ທັດສະນະຄະຕິ ແລະ ວິທີການຂອງພວກເຂົາທີ່ມີຕໍ່ຜົນປະໂຫຍດແມ່ນມີທຳມະຊາດແບບນີ້ ແລະ ພວກເຂົາບໍ່ເຄີຍຄຳນຶງເຖິງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ຄຳວ່າ “ບໍ່ເຄີຍ” ໝາຍຄວາມວ່າແນວໃດ? ນັ້ນກໍຄື ພວກເຂົາບໍ່ຄິດເຖິງຜົນປະໂຫຍດຂອງພຣະເຈົ້າເລີຍ, ທັງບໍ່ມີແນວຄວາມຄິດດັ່ງກ່າວ, ພວກເຂົາພຽງແຕ່ຄຳນຶງເຖິງຜົນປະໂຫຍດຂອງພວກເຂົາເອງ, ນັ້ນຄືຄວາມໝາຍຂອງມັນ. ມັນຮ້າຍແຮງສໍ່າໃດ? ການທໍລະຍົດຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ໂດຍແລກປ່ຽນພວກມັນກັບກຽດຕິຍົດສ່ວນຕົວ ແລະ ຜົນປະໂຫຍດສ່ວນຕົວ. ຜົນປະໂຫຍດຂອງພວກເຂົາສູງສົ່ງທີ່ສຸດ ແລະ ສາມາດປ່ຽນແທນຜົນປະໂຫຍດຂອງພຣະເຈົ້າໄດ້. ພວກເຂົາຈະຕໍ່ສູ້ເພື່ອຜົນປະໂຫຍດຂອງພວກເຂົາ ບໍ່ວ່າຜົນປະໂຫຍດເຫຼົ່ານີ້ຈະຊົ່ວຊ້າ, ບໍ່ຖືກຕ້ອງຕາມ ຫຼື ເປັນລົບສໍ່າໃດກໍຕາມ ແລະ ເພື່ອຍຶດເອົາຜົນປະໂຫຍດຂອງພວກເຂົາ ແລະ ຕໍ່ສູ້ເພື່ອພວກມັນ, ພວກເຂົາຈະໄປໄກເຖິງຂັ້ນຍອມສະລະທຸກຄົນ, ບໍ່ວ່າຈະຕ້ອງຈ່າຍດ້ວຍລາຄາໃດກໍຕາມ. ນີ້ແມ່ນພຶດຕິກຳປະເພດໃດ? (ພຶດຕິກຳຂອງພວກຕໍ່ຕ້ານພຣະຄຣິສ.) ພຶດຕິກຳຂອງພວກຕໍ່ຕ້ານພຣະຄຣິສ, ນີ້ຄືສິ່ງທີ່ຊາຕານເຮັດ. ຊາຕານຄອບງຳເຊື້ອຊາດມະນຸດນີ້, ຄອບງຳປະເທດ, ຄອບງຳເຊື້ອຊາດ ແລະ ຈະໄປໄກເຖິງຂັ້ນຍອມສະລະຊີວິດຈຳນວນນັບບໍ່ຖ້ວນ ເພື່ອແລກກັບຄວາມໝັ້ນຄົງໃນການຄອບງຳຂອງມັນ. ຜົນປະໂຫຍດຂອງມັນແມ່ນຫຍັງ? ອຳນາດ ແລະ ຕຳແໜ່ງແຫ່ງການຄອບງຳ. ແລ້ວມັນໄດ້ຮັບຕຳແໜ່ງແຫ່ງການຄອບງຳມາແນວໃດ ແລະ ມັນເຮັດໃຫ້ການຄອບງຳນີ້ໝັ້ນຄົງໄດ້ແນວໃດ? (ບໍ່ວ່າຈະຕ້ອງຈ່າຍດ້ວຍລາຄາໃດກໍຕາມ.) ບໍ່ວ່າຈະຕ້ອງຈ່າຍດ້ວຍລາຄາໃດກໍຕາມ. ນັ້ນກໍຄື ມັນບໍ່ສົນໃຈວ່າການປະຕິບັດ ແລະ ວິທີການຂອງມັນຈະເບິ່ງຄືວ່າຖືກຕ້ອງຕາມ ຫຼື ບໍ່ຖືກຕ້ອງຕາມຕໍ່ສາທາລະນະ ແລະ ມັນໃຊ້ທຸກຢ່າງຕັ້ງແຕ່ການຂ້າຟັນ ແລະ ການປາບປາມ, ໄປຈົນເຖິງກົນອຸບາຍທັງທາງອ່ອນ ແລະ ທາງແຂງ, ການຂົ່ມຂູ່ ແລະ ການຊັກຈູງ ແລະ ຈະໄປໄກເຖິງຂັ້ນຍອມສະລະຊີວິດຂອງທຸກຄົນ ຫຼື ຊີວິດຈຳນວນນັບບໍ່ຖ້ວນ ເພື່ອແລກກັບຄວາມໝັ້ນຄົງຂອງຕຳແໜ່ງຂອງມັນ ແລະ ອຳນາດໃນມືຂອງມັນ, ນີ້ຄືພຶດຕິກຳຂອງຊາຕານ. ພວກຜູ້ຕໍ່ຕ້ານພຣະຄຣິສກໍເຮັດສິ່ງຕ່າງໆ ໃນວິທີນີ້ເຊັ່ນກັນ.

ຄຳເວົ້າເຫຼົ່ານີ້ໃນການໂອ້ລົມມື້ນີ້ສອດຄ່ອງກັບລົດນິຍົມຂອງພວກເຈົ້າບໍ? (ຂ້ານ້ອຍໄດ້ຮັບສິ່ງດີໆ ຫຼາຍຢ່າງຫຼັງຈາກທີ່ໄດ້ຟັງໃນມື້ນີ້ ແລະ ໂດຍສະເພາະຢ່າງຍິ່ງ ການໄຈ້ແຍກກ່ຽວກັບຄວາມຮູ້ ແລະ ປັນຍາໄດ້ສຳຜັດຫົວໃຈຂ້ານ້ອຍຫຼາຍ. ໃນອະດີດ, ຂ້ານ້ອຍບໍ່ຄ່ອຍເຫັນດີນຳແນວຄວາມຄິດທີ່ວ່າປັນຍາຊົນຈຶ່ງຂາດຄວາມເຂົ້າໃຈຝ່າຍວິນຍານ, ແຕ່ໃນຊ່ວງເວລານີ້, ຜ່ານການໄຈ້ແຍກຂອງພຣະເຈົ້າກ່ຽວກັບຄວາມຮູ້, ຂ້ານ້ອຍສາມາດສົມທຽບເທື່ອລະໜ້ອຍ ແລະ ເຫັນວ່າ ໃນຫຼາຍໂອກາດ ຂ້ານ້ອຍເອງກໍບໍ່ສາມາດເຂົ້າໃຈພຣະທຳຂອງພຣະເຈົ້າ, ຂ້ານ້ອຍບໍ່ເຂົ້າໃຈພຣະທຳເຫຼົ່ານັ້ນ ເມື່ອຂ້ານ້ອຍໄດ້ຍິນພວກມັນ ແລະ ເມື່ອເບິ່ງຜູ້ຄົນ ແລະ ເຫດການຕ່າງໆ, ຂ້ານ້ອຍກໍເບິ່ງ ແລະ ວິເຄາະສິ່ງເຫຼົ່ານັ້ນຈາກມຸມມອງຂອງປັນຍາຊົນ, ເຊິ່ງນຳໄປສູ່ຄວາມເຂົ້າໃຈທີ່ບິດເບືອນ, ນີ້ຄືການຂາດຄວາມເຂົ້າໃຈຝ່າຍວິນຍານ. ຕອນນີ້ ຂ້ານ້ອຍສາມາດເຫັນແກ່ນແທ້ຂອງປັນຍາຊົນໄດ້ຊັດເຈນຂຶ້ນ.) ໃນການເວົ້າເຖິງປັນຍາຊົນໃນມື້ນີ້, ເຮົາບໍ່ໄດ້ແນເປົ້າໃສ່ຄົນໃດຄົນໜຶ່ງຢ່າງແນ່ນອນ, ແຕ່ຖ້າພວກເຈົ້າສາມາດສົມທຽບຕົວພວກເຈົ້າເອງໃສ່ກັບຄຳເວົ້າຂອງເຮົາ, ນັ້ນກໍເປັນສິ່ງທີ່ດີ ແລະ ມີຄວາມຫວັງທີ່ພວກເຈົ້າຈະສາມາດພິກຟື້ນສະຖານະການ ແລະ ເຂົ້າສູ່ຄວາມເປັນຈິງໄດ້. ພວກເຈົ້າຄວນສະແຫວງຫາຢ່າງພາກພຽນ, ຈາກຈຸດທີ່ບໍ່ເຂົ້າໃຈ ຫຼື ບໍ່ເຂົ້າໃຈຄວາມຈິງ, ໄປຮອດຈຸດທີ່ພວກເຈົ້າສາມາດເຂົ້າໃຈຄວາມຈິງທີ່ງ່າຍດາຍໄດ້ຢ່າງຊ້າໆ, ເປັນເອກະລາດ ແລະ ບໍ່ເລິກເຊິ່ງຫຼາຍ ເທື່ອລະຂໍ້, ເພື່ອໃຫ້ສິ່ງທີ່ພວກເຈົ້າເຂົ້າໃຈນັ້ນເປັນຄວາມຈິງ ແທນທີ່ຈະເປັນຄຳເວົ້າ ແລະ ຫຼັກຄຳສອນ. ດ້ວຍວິທີນີ້, ເທື່ອລະເລັກເທື່ອລະນ້ອຍ, ເຈົ້າກໍຈະມີຄວາມເຂົ້າໃຈຝ່າຍວິນຍານ. ຖ້າເຈົ້າຄິດຫາຄຳຕອບຂອງສິ່ງຕ່າງໆ ໂດຍການສຸມໃສ່ຄວາມຈິງ ແລະ ຄວາມເປັນຈິງ, ເຈົ້າກໍຈະຄ່ອຍໆ ເຂົ້າໃຈຄວາມຈິງ; ຖ້າເຈົ້າວິເຄາະສິ່ງຕ່າງໆ ຢູ່ສະເໝີ ໂດຍການສຸມໃສ່ຫຼັກຄຳສອນ, ໂດຍໃຊ້ຕັກກະ ແລະ ໃຊ້ຄວາມຄິດຂອງເຈົ້າ, ແລ້ວສິ່ງທີ່ເຈົ້າເຂົ້າໃຈກໍຈະເປັນພຽງຫຼັກຄຳສອນ ຫຼື ທິດສະດີ, ເຊິ່ງຈະບໍ່ມີວັນກາຍເປັນຄວາມຈິງ ແລະ ເຈົ້າຈະບໍ່ມີວັນໄປໄກກວ່າພື້ນຖານຂອງຫຼັກຄຳສອນ. ມັນບໍ່ແມ່ນແບບນັ້ນບໍ? (ແມ່ນແລ້ວ.) ບາງຄົນເວົ້າວ່າ “ເປັນຫຍັງຂ້ອຍຈຶ່ງບໍ່ເຂົ້າໃຈພຣະທຳຂອງພຣະເຈົ້າບາງຂໍ້ທີ່ຂ້ອຍອ່ານ? ເປັນຫຍັງພຣະທຳເຫຼົ່ານັ້ນຈຶ່ງບໍ່ເຂົ້າໃຈ ແລະ ຍອມຮັບໄດ້ງ່າຍສຳລັບຜູ້ຄົນ ເມື່ອວັດແທກໂດຍໃຊ້ໄວຍາກອນ ແລະ ອີງໃສ່ໂຄງສ້າງຂອງບົດຄວາມ?” ພວກເຈົ້າອະທິບາຍບັນຫານີ້ແນວໃດ? ຕອນນີ້ພວກເຈົ້າສາມາດເຂົ້າໃຈມັນໄດ້ບໍ? ເຮົາຈະອະທິບາຍໃຫ້ພວກເຈົ້າຟັງ. ພຣະເຈົ້າໄດ້ເວົ້າກັບມະນຸດ ນັບຕັ້ງແຕ່ມະນຸດຊາດກຳເນີດຂຶ້ນມາ ແລະ ທຸກຄຳເວົ້າ ແລະ ວັກຕອນຂອງສິ່ງທີ່ພຣະອົງເວົ້າເປັນພຽງພາສາ, ແທນທີ່ຈະເປັນບົດຄວາມ. ໃນຂະນະທີ່ເຮົາເວົ້າຢູ່ນີ້ໃນມື້ນີ້, ເຮົາກຳລັງຂຽນບົດຄວາມ, ລາຍງານ ຫຼື ພຽງແຕ່ສົນທະນາ? (ສົນທະນາ.) ເຮົາກຳລັງລົມກັນກັບພວກເຈົ້າ, ບອກຄວາມຈິງ ແລະ ເວົ້າກ່ຽວກັບຫົວຂໍ້ທີ່ພວກເຈົ້າຕ້ອງການ. ເຮົາກຳລັງເວົ້າ, ບໍ່ແມ່ນຂຽນບົດຄວາມ. ດັ່ງນັ້ນ, ພວກເຈົ້າຕ້ອງເຂົ້າໃຈວ່າບົດຄວາມແມ່ນຫຍັງ ແລະ ການເວົ້າແມ່ນຫຍັງ, ເຊິ່ງມີຄວາມແຕກຕ່າງກັນລະຫວ່າງສອງຢ່າງນີ້. ອົງປະກອບຫຼາຍຢ່າງທີ່ບົດຄວາມຕ້ອງມີຄືດ້ານຕ່າງໆ ຂອງຄວາມຮູ້ທີ່ມາຈາກມະນຸດຊາດ ແລະ ພຣະເຈົ້າບໍ່ຈຳເປັນຕ້ອງປະຕິບັດຕາມຄວາມຮູ້ນີ້ເມື່ອເວົ້າ. ພຣະອົງພຽງແຕ່ຕ້ອງເວົ້າຄວາມຈິງທີ່ພຣະອົງໝາຍເຖິງຢ່າງຈະແຈ້ງ ແລະ ຊັດເຈນ ແລະ ຕາບໃດທີ່ຜູ້ຄົນສາມາດເຂົ້າໃຈຄວາມຈິງທີ່ພວກເຂົາໄດ້ຍິນ, ນັ້ນກໍພຽງພໍແລ້ວ ແລະ ບໍ່ຈຳເປັນຕ້ອງໃຊ້ເຄື່ອງໝາຍວັກຕອນເລີຍ. ມະນຸດຊາດໄດ້ປະດິດເຄື່ອງໝາຍວັກຕອນ ແລະ ບົດຄວາມ ແລະ ຍັງໄດ້ປະດິດໄວຍາກອນ ແລະ ອົງປະກອບທີ່ບົດຄວາມຕ້ອງມີ. ສິ່ງເຫຼົ່ານີ້ລ້ວນແຕ່ຕົກຢູ່ໃນໝວດຂອງຄວາມຮູ້ ແລະ ພຣະເຈົ້າບໍ່ຈຳເປັນຕ້ອງປະຕິບັດຕາມສິ່ງເຫຼົ່ານັ້ນ. ນອກຈາກນີ້, ພາສາມາຈາກພຣະເຈົ້າ ແລະ ນີ້ຄືສິ່ງທີ່ເປັນບວກ. ດັ່ງນັ້ນ, ບໍ່ວ່າພຣະເຈົ້າຈະເວົ້າຫຍັງກໍຕາມ, ມັນກໍຖືກຕ້ອງ. ບໍ່ຈຳເປັນທີ່ເຈົ້າຈະຕ້ອງກວດສອບມັນ ເພື່ອຫາບັນຫາທາງໄວຍາກອນ ຫຼື ສົມທຽບ ຫຼື ໄຈ້ແຍກບັນຫາທາງໄວຍາກອນ. ເຈົ້າພຽງແຕ່ຕ້ອງເຂົ້າໃຈໃນບົດຄວາມໃດໜຶ່ງ, ໃນວັກຕອນໃດໜຶ່ງ ແລະ ໃນປະໂຫຍກໃດໜຶ່ງວ່າ ເຈດຕະນາຂອງພຣະເຈົ້າແມ່ນຫຍັງ, ຄວາມຈິງແມ່ນຫຍັງ, ຫຼັກການຄວາມຈິງທີ່ພຣະເຈົ້າຮຽກຮ້ອງຈາກຜູ້ຄົນແມ່ນຫຍັງ ແລະ ເສັ້ນທາງແຫ່ງການປະຕິບັດທີ່ພຣະເຈົ້າບອກຜູ້ຄົນແມ່ນຫຍັງ ແລະ ນັ້ນກໍພຽງພໍແລ້ວ. ນີ້ຄືເຫດຜົນທີ່ສິ່ງທີ່ຖືກສ້າງ ເຊິ່ງກໍຄືຜູ້ຄົນ ຄວນມີ. ພຣະທຳ ແລະ ການກະທຳຂອງພຣະເຈົ້າບໍ່ຈຳເປັນຕ້ອງປະຕິບັດຕາມທຳນຽມ ແລະ ໂຄງຮ່າງວຽກທັງໝົດເຫຼົ່ານີ້ທີ່ສ້າງຂຶ້ນໂດຍຜູ້ຄົນ ແລະ ຍັງລວມເຖິງລະບຽບການເຫຼົ່ານີ້ ແລະ ສິ່ງທີ່ເປັນຄວາມຮູ້ລ້ວນໆ ທີ່ມີຢູ່ໃນຄວາມຮູ້, ເຊິ່ງບໍ່ຈຳເປັນຕ້ອງຍຶດໝັ້ນຕາມ. ພຣະເຈົ້າໄດ້ເວົ້າຫຼາຍສິ່ງຫຼາຍຢ່າງ ແລະ ບໍ່ວ່າພຣະອົງຈະເວົ້າຫຍັງກໍຕາມ, ມັນກໍຄືຄວາມຈິງ. ຍິ່ງຄົນທີ່ມີຄວາມເຂົ້າໃຈຝ່າຍວິນຍານ ແລະ ຄົນທີ່ມີປະສົບການອ່ານພຣະທຳຂອງພຣະເຈົ້າຫຼາຍເທົ່າໃດ, ພວກເຂົາກໍຍິ່ງຮູ້ສຶກວ່າພຣະທຳຂອງພຣະເຈົ້າຄືຄວາມຈິງ. ຄວາມຈິງທີ່ພຣະທຳເຫຼົ່ານີ້ບັນຈຸຢູ່ແມ່ນຫຍັງ ຄືສິ່ງທີ່ຜູ້ຄົນຕ້ອງຄິດຫາຄຳຕອບ, ສະແຫວງຫາ ແລະ ມີປະສົບການ. ພຣະເຈົ້າເວົ້າກັບມະນຸດຊາດ, ໃຫ້ຈື່ໄວ້ວ່າ ສິ່ງທີ່ພຣະເຈົ້າເຮັດຄືການເວົ້າ ແລະ “ການເວົ້າ” ເປັນທີ່ຮູ້ຈັກກັນໃນພາສາຊາວບ້ານວ່າ ເວົ້າລົມກັນ ຫຼື ເວົ້າກ່ຽວກັບເລື່ອງຕ່າງໆ. ແກ່ນແທ້ທີ່ປະກອບໄວ້ຢູ່ໃນສິ່ງທີ່ພຣະເຈົ້າຕ້ອງການເວົ້າຢູ່ບ່ອນນີ້ແມ່ນຫຍັງ? ມັນຄືເຈດຕະນາຂອງພຣະເຈົ້າ, ຄວາມຈິງ ແລະ ຂໍ້ກຳນົດຂອງພຣະເຈົ້າສຳລັບຜູ້ຄົນ ແລະ ນີ້ຄືເນື້ອໃນ. ທຳມະຊາດຂອງການເວົ້າຄືການເວົ້າຢ່າງຈະແຈ້ງ ແລະ ຊັດເຈນໃນລັກສະນະຂອງການລົມກັນ, ແບບເປີດໃຈ ແລະ ຊ່ອງໜ້າ, ບາງຄັ້ງກໍໃຊ້ພາສາເວົ້າ ແລະ ພາສາທ້ອງຖິ່ນ ແລະ ບາງຄັ້ງກໍໃຊ້ຄຳສັບທາງວັນນະຄະດີບາງຢ່າງ. ເພື່ອຂຽນບົດຄວາມ, ເຈົ້າຈຳເປັນຕ້ອງມີການເປີດເລື່ອງໃນວັກຕອນທຳອິດ, ພັດທະນາ ແລະ ອະທິບາຍກ່ຽວກັບບັນຫາໃນຕອນກາງ ແລະ ຈາກນັ້ນກໍໄປຮອດຈຸດສູງສຸດ ແລະ ຕອນຈົບ. ມັນຕ້ອງຖືກຂຽນຕາມຮູບແບບນີ້ຢ່າງແນ່ນອນ ເພື່ອຈະໄດ້ຮັບການພິຈາລະນາວ່າເປັນບົດຄວາມ ແລະ ຈາກນັ້ນເອງ ອາຈານຈຶ່ງຈະອ່ານ ແລະ ໃຫ້ຄະແນນມັນວ່າ ປານກາງ, ດີ ຫຼື ດີເລີດ. ເຈົ້າສາມາດໃຫ້ຄະແນນພຣະທຳຂອງພຣະເຈົ້າດ້ວຍວິທີນີ້ໄດ້ບໍ? ສົມມຸດເຈົ້າເວົ້າວ່າ “ບົດຄວາມນີ້ດີ, ມັນມີໄວຍາກອນທີ່ດີ, ມັນຖືກເວົ້າດ້ວຍພາສາທີ່ສັກສິດ ແລະ ມັນສອດຄ່ອງກັບໂຄງສ້າງຂອງບົດຄວາມຢ່າງສົມບູນ; ບົດຄວາມນັ້ນບໍ່ດີປານໃດ, ມັນຂ້ອນຂ້າງບໍ່ເປັນລະບຽບ ແລະ ໂຄງສ້າງກໍບໍ່ດີປານໃດ. ຄຳເວົ້າບາງຄຳກໍບໍ່ຖືກຕ້ອງຕາມໄວຍາກອນ ແລະ ຍັງມີບາງຄຳທີ່ເບິ່ງຄືວ່າບໍ່ໄດ້ຖືກໃຊ້ໃນບ່ອນທີ່ຖືກຕ້ອງ”. ມັນໃຊ້ໄດ້ບໍທີ່ຈະອ່ານພຣະທຳຂອງພຣະເຈົ້າດ້ວຍວິທີນີ້? (ບໍ່.) ມັນຈະບິດເບືອນທີ່ຈະອ່ານພຣະທຳເຫຼົ່ານັ້ນດ້ວຍວິທີນີ້ ແລະ ເຈົ້າຈະບໍ່ມີວັນໄດ້ຮັບຄວາມຈິງ. ເຈົ້າຕ້ອງຮຽນຮູ້ທີ່ຈະອ່ານລະຫວ່າງແຖວຂໍ້ຄວາມໃນພຣະທຳຂອງພຣະເຈົ້າ ເພື່ອເບິ່ງວ່າພຣະເຈົ້າຮຽກຮ້ອງຫຍັງຈາກເຈົ້າ ແລະ ຄວາມຈິງທີ່ພຣະທຳເຫຼົ່ານີ້ປະກອບດ້ວຍແມ່ນຫຍັງ, ນັ້ນຄືສິ່ງທີ່ສະຫຼາດທີ່ຈະເຮັດ. ເຈົ້າບໍ່ຮູ້ຈັກວິທີເບິ່ງສິ່ງເຫຼົ່ານີ້ດ້ວຍຊໍ້າ ແລະ ເຈົ້າກໍເວົ້າຢູ່ຕະຫຼອດໝົດມື້ວ່າ: “ເປັນຫຍັງພຣະທຳຂອງພຣະເຈົ້າຈຶ່ງບໍ່ແມ່ນບົດຄວາມ? ພຣະທຳຂອງພຣະເຈົ້າຄວນເປັນຄືກັບຄຳປາໄສ ແລະ ພຣະເຈົ້າຄວນເວົ້າດ້ວຍຄຳເວົ້າທີ່ປານີດ”. ເຮົາບໍ່ເຮັດແບບນັ້ນ. ມັນຈະເປັນຕາເມື່ອຍຫຼາຍ ແລະ ພວກເຈົ້າກໍຈະເມື່ອຍກັບການຟັງ ແລະ ຜູ້ເວົ້າກໍຈະເມື່ອຍເຊັ່ນກັນ. ຈົ່ງຄິດເບິ່ງຕອນທີ່ພຣະເຈົ້າເວົ້າຢູ່ໃນສະຫວັນ, ເວົ້າກັບໂຢບ, ເວົ້າກັບເປໂຕ, ເວົ້າກັບໂມເຊ ແລະ ໂຢນາ, ພຣະທຳຂອງພຣະເຈົ້າບໍ່ໄດ້ຮຽບງ່າຍ ແລະ ຊັດເຈນບໍ? ເຈົ້າບໍ່ສາມາດເບິ່ງອອກເລີຍວ່າ ພຣະທຳເຫຼົ່ານັ້ນພິເສດ, ເປັນນາມມະທຳ ຫຼື ຍິ່ງໃຫຍ່ສໍ່າໃດ ຫຼື ການໃຊ້ຄຳເວົ້ານັ້ນແມ່ນຍໍາສໍ່າໃດ. ໃຫ້ເບິ່ງຕອນທີ່ຊາຕານລອງໃຈໂຢບ, ພຣະເຈົ້າກ່າວກັບຊາຕານວ່າ: “ພຣະເຢໂຮວາກໍກ່າວກັບຊາຕານນັ້ນວ່າ ເຈົ້າເຄີຍຄຳນຶງເຖິງໂຢບ ຜູ້ຮັບໃຊ້ຂອງເຮົາບໍ ບໍ່ມີໃຜທີ່ຄືກັບລາວໃນແຜ່ນດິນໂລກ ເຊິ່ງເປັນມະນຸດທີ່ສົມບູນ ແລະ ຊື່ສັດ, ຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ?” (ໂຢບ 1:8) ແລະ “ແລະ ພຣະເຢໂຮວາເວົ້າກັບຊາຕານວ່າ ເບິ່ງແມ ລາວຢູ່ໃນມືຂອງເຈົ້າແລ້ວ; ແຕ່ຈົ່ງໄວ້ຊີວິດຂອງລາວ.” (ໂຢບ 2:6.) ພຣະທຳຂອງພຣະເຈົ້າທັງຮຽບງ່າຍ ແລະ ສັ້ນກະທັດຮັດ ແລະ ອະທິບາຍເລື່ອງລາວໄດ້ຢ່າງຊັດເຈນຫຼາຍ. ນີ້ຄືອຸປະນິໄສຂອງພຣະເຈົ້າ ແລະ ແກ່ນແທ້ຂອງພຣະເຈົ້າ. ພຣະເຈົ້າບໍ່ໄດ້ເຈດຕະນາໃຊ້ຄຳເວົ້າທີ່ມີຄວາມໝາຍກຳກວມ ແລະ ເຮັດໃຫ້ສັບສົນ ແລະ ຄວາມຍິ່ງໃຫຍ່, ຄວາມພິເສດ, ຄວາມມີກຽດ, ສິດອໍານາດ ແລະ ລິດທານຸພາບຂອງພຣະອົງກໍບໍ່ໄດ້ຖືກປອມແປງຂຶ້ນມາ. ເປັນຫຍັງເຮົາຈຶ່ງເວົ້າວ່າສິ່ງເຫຼົ່ານັ້ນບໍ່ໄດ້ຖືກປອມແປງຂຶ້ນມາ? ເມື່ອພຣະອົງເວົ້າກັບຄົນໃດຄົນໜຶ່ງ, ພຣະອົງບໍ່ໄດ້ທຳທ່າເຮັດ, ບໍ່ໄດ້ປິດບັງຕົນເອງດ້ວຍຮູບພາບທີ່ສູງສົ່ງ ຫຼື ເວົ້າສິ່ງທີ່ຜູ້ຄົນບໍ່ສາມາດເຂົ້າໃຈໄດ້, ຊາຕານຕ່າງຫາກທີ່ເຮັດແບບນັ້ນ, ພຣະເຈົ້າບໍ່ເຮັດແບບນັ້ນ ແລະ ໃນເມື່ອພຣະເຈົ້າເປັນຜູ້ເວົ້າ, ພຣະອົງກໍຈະເຮັດໃຫ້ເຈົ້າເຂົ້າໃຈມັນ. ຖ້າເຈົ້າເປັນເດັກນ້ອຍ, ພຣະອົງກໍຈະເວົ້າກັບເຈົ້າດ້ວຍຄຳເວົ້າທີ່ເດັກນ້ອຍສາມາດເຂົ້າໃຈໄດ້. ຖ້າເຈົ້າເປັນຜູ້ສູງອາຍຸ, ພຣະອົງກໍຈະເວົ້າກັບເຈົ້າດ້ວຍພາສາຂອງຜູ້ສູງອາຍຸ. ຖ້າເຈົ້າເປັນຜູ້ຊາຍ, ພຣະອົງກໍຈະເວົ້າກັບເຈົ້າດ້ວຍພາສາທີ່ຜູ້ຊາຍລຶ້ງໃຊ້. ຖ້າເຈົ້າເປັນມະນຸດທີ່ເສື່ອມຊາມ, ພຣະອົງກໍຈະເວົ້າກັບເຈົ້າດ້ວຍວິທີ ແລະ ດ້ວຍໂຄງສ້າງທາງພາສາທີ່ມະນຸດທີ່ເສື່ອມຊາມສາມາດເຂົ້າໃຈໄດ້. ພຣະເຈົ້າເວົ້າໃນຫຼາຍຮູບແບບ. ບາງຄັ້ງພຣະອົງກໍເວົ້າຕະຫຼົກ, ບາງຄັ້ງພຣະອົງກໍເວົ້າສຽດແທງ, ບາງຄັ້ງພຣະອົງກໍເວົ້າສຽດສີ, ບາງຄັ້ງພຣະອົງກໍໄຈ້ແຍກ, ບາງຄັ້ງພຣະອົງກໍເຂັ້ມງວດກວ່າ, ບາງຄັ້ງພຣະອົງກໍອ່ອນໂຍນກວ່າ, ບາງຄັ້ງພຣະອົງກໍເຮັດໃຫ້ເຈົ້າຮູ້ສຶກປະທັບໃຈ ແລະ ບາງຄັ້ງພຣະອົງກໍປອບໃຈເຈົ້າ ຫຼັງຈາກທີ່ລິຮານເຈົ້າ... ວຽກງານທັງໝົດນີ້ທີ່ພຣະເຈົ້າເຮັດ ແລະ ຄວາມຈິງເຫຼົ່ານີ້ທີ່ພຣະອົງສະແດງອອກແມ່ນບໍ່ໄດ້ແຂງກະດ້າງ, ພວກມັນເປັນສິ່ງທີ່ມີຊີວິດ. ພຣະເຈົ້າເປັນນໍ້າພຸແຫ່ງຊີວິດ ແລະ ແຫຼ່ງກຳເນີດຂອງຄວາມຈິງກໍຄືພຣະເຈົ້າ. ບໍ່ວ່າພຣະເຈົ້າຈະເວົ້າຫຍັງກໍຕາມ ມັນກໍຖືກຕ້ອງ, ມີຄວາມຈິງຢູ່ໃນນັ້ນ ແລະ ບໍ່ສຳຄັນວ່າພຣະອົງຈະເວົ້າດ້ວຍວິທີໃດ. ຖ້າຄົນໃດຄົນໜຶ່ງມີແນວຄິດກ່ຽວກັບວິທີການເວົ້າຂອງພຣະເຈົ້າ, ໂຄງສ້າງພາສາຂອງພຣະອົງ ແລະ ອື່ນໆ ຢູ່ສະເໝີ ແລະ ກວດສອບ ແລະ ສົງໄສສິ່ງເຫຼົ່ານັ້ນຢູ່ຕະຫຼອດເວລາ ແລະ ຮູ້ສຶກໂກດເຄືອງກ່ຽວກັບສິ່ງເຫຼົ່ານີ້ຢູ່ສະເໝີ ແລະ ຄິດວ່າ “ພະເຈົ້າທີ່ຂ້ອຍເຊື່ອເບິ່ງຄືວ່າບໍ່ຄືກັບພະເຈົ້າແທ້ໆ, ເປັນຫຍັງພະອົງຈຶ່ງເປັນແບບນັ້ນ? ສະນັ້ນ ຂ້ອຍຈຶ່ງບໍ່ຢາກຍອມຮັບພຣະອົງ, ມັນຈະໜ້າອັບອາຍຫຼາຍເກີນໄປ ຖ້າຂ້ອຍຍອມຮັບພຣະອົງ, ຂ້ອຍໄປເຊື່ອຄົນນັ້ນຄົນນີ້ດີກວ່າ”, ຄົນນີ້ແມ່ນຄົນປະເພດໃດ? (ຜູ້ບໍ່ເຊື່ອ.) ນີ້ຄືຜູ້ບໍ່ເຊື່ອ. ຜູ້ບໍ່ເຊື່ອສ່ວນໃຫຍ່ແມ່ນຄົນປະເພດໃດ? ຄົນທີ່ຂາດຄວາມເຂົ້າໃຈຝ່າຍວິນຍານ. ເມື່ອຄົນທີ່ຂາດຄວາມເຂົ້າໃຈຝ່າຍວິນຍານອ່ານພຣະທຳຂອງພຣະເຈົ້າ, ພວກເຂົາກໍກວດສອບພຣະທຳເຫຼົ່ານັ້ນຢ່າງຕັ້ງໃຈ, ເຊິ່ງຜົນກໍຄື ພວກເຂົາຍັງບໍ່ສາມາດເຂົ້າໃຈພຣະທຳເຫຼົ່ານັ້ນໄດ້ຢ່າງສົມບູນ, ສະນັ້ນ ພວກເຂົາຈຶ່ງສົງໄສວ່າ “ໃນເມື່ອນີ້ເປັນເສັ້ນທາງທີ່ແທ້ຈິງ, ມັນເປັນໄປໄດ້ແທ້ໆ ບໍທີ່ຈະໄດ້ຮັບພຣະພອນໂດຍການເຊື່ອແບບນີ້? ມີຫຼາຍຄົນທີ່ເຊື່ອ. ຖ້າຂ້ອຍບໍ່ເຊື່ອ, ຂ້ອຍຈະບໍ່ຕົກນະຮົກບໍ?” ພວກເຂົາເຖິງກັບມີແຜນການເລັກໆ ນ້ອຍໆ ຢູ່ໃນໃຈ. ພວກເຂົາບໍ່ສົງໄສວ່າ “ພວກເຂົາເວົ້າວ່າມີຄວາມຈິງຢູ່ໃນພຣະທຳຂອງພຣະເຈົ້າ, ແລ້ວຄວາມຈິງແມ່ນຫຍັງ? ເປັນຫຍັງຂ້ອຍຈຶ່ງບໍ່ເຫັນມັນ? ຂ້ອຍຕ້ອງອ່ານ ແລະ ຟັງ!” ມື້ໜຶ່ງ ໃນທີ່ສຸດພວກເຂົາກໍ “ເຂົ້າໃຈສິ່ງທີ່ພວກເຂົາໄດ້ຍິນ” ແລະ ຄິດວ່າ “ສິ່ງທີ່ຄຳເວົ້າເຫຼົ່ານີ້ເປີດເຜີຍຄືສະຖານະການທີ່ແທ້ຈິງ, ມັນຄືຄວາມຈິງ. ແຕ່ພາສາມັນທຳມະດາ ແລະ ສາມັນເກີນໄປ, ມັນທົ່ວໄປຫຼາຍ ແລະ ອາດຈະຖືກດູຖູກ ແລະ ຖືກຈຳແນກໂດຍພວກປັນຍາຊົນ ແລະ ຖືກຖືວ່າເປັນການເວົ້າທີ່ທຳມະດາທີ່ສຸດ ແລະ ເຖິງກັບບໍ່ມີສີສັນໃນບາງຄຳເວົ້າ ແລະ ບາງຄຳເວົ້າທີ່ປັນຍາຊົນລະດັບສູງໃນວົງການຄວາມຮູ້ຈະບໍ່ຍອມຫຼຸດຕົວລົງມາໃຊ້ ກັບຖືກເວົ້າອອກມາຈາກປາກຂອງພຣະເຈົ້າ, ມັນຊ່າງເຫຼືອເຊື່ອ ແລະ ມັນບໍ່ຄວນເປັນແບບນັ້ນ, ແນ່ນອນແມ່ນບໍ່?” ຜົນທີ່ຕາມມາຂອງການກວດສອບຢູ່ຕະຫຼອດເວລານີ້ແມ່ນຫຍັງ? ເຈົ້າຈະຮູ້ສຶກວ່າເຈົ້າດີກວ່າພຣະເຈົ້າ ແລະ ພຣະເຈົ້າຄວນເຊື່ອໃນຕົວເຈົ້າ ແລະ ຍົກເຈົ້າໃຫ້ສູງຂຶ້ນ. ນີ້ບໍ່ແມ່ນບັນຫາບໍ? ຄົນເຫຼົ່ານີ້ຄືຄົນທີ່ຂາດຄວາມເຂົ້າໃຈຝ່າຍວິນຍານ. ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະເຈົ້າແມ່ນການຢືນຢູ່ຝ່າຍກົງກັນຂ້າມກັບພຣະເຈົ້າ ແລະ ກວດສອບພຣະອົງຢູ່ສະເໝີ. ໃນຂະນະດຽວກັນກັບທີ່ກວດສອບພຣະເຈົ້າ, ພວກເຂົາກໍກຳລັງຕໍ່ຕ້ານພຣະອົງ ແລະ ໃນຂະນະດຽວກັນກັບທີ່ຕໍ່ຕ້ານພຣະອົງ, ພວກເຂົາກໍກຳລັງຄິດວ່າ “ມັນດີກວ່າທີ່ເຈົ້າບໍ່ແມ່ນພະເຈົ້າ, ເພາະວ່າເຈົ້າຕ່ຳຕ້ອຍຫຼາຍ, ເຈົ້າບໍ່ຄືກັບພະເຈົ້າ. ຖ້າເຈົ້າເປັນພະເຈົ້າ, ຂ້ອຍກໍຈະບໍ່ຮູ້ສຶກສະບາຍໃຈ. ຖ້າຂ້ອຍດູຖູກເຈົ້າ ແລະ ກວດສອບເຈົ້າ, ວິເຄາະເຈົ້າຈົນຮອດຈຸດທີ່ເຈົ້າບໍ່ແມ່ນພະເຈົ້າອີກຕໍ່ໄປ ແລະ ບໍ່ມີໃຜເຊື່ອໃນຕົວເຈົ້າ, ແລ້ວຂ້ອຍກໍຈະມີຄວາມສຸກ ແລະ ຖ້າຂ້ອຍຊອກຫາພະເຈົ້າທີ່ຍິ່ງໃຫຍ່ເພື່ອເຊື່ອ, ຂ້ອຍກໍຈະຮູ້ສຶກສະຫງົບ”. ຄົນແບບນັ້ນຄືຜູ້ບໍ່ເຊື່ອ. ຜູ້ບໍ່ເຊື່ອສ່ວນໃຫຍ່ຂາດຄວາມເຂົ້າໃຈຝ່າຍວິນຍານ. ພວກເຂົາຈະບໍ່ມີວັນເຂົ້າໃຈ ຫຼື ໄດ້ຮັບຄວາມຈິງຈາກຖ້ອຍຄຳທີ່ທຳມະດາທີ່ສຸດເຫຼົ່າຂອງພຣະເຈົ້າ. ພວກເຂົາພຽງແຕ່ຄົ້ນຄວ້າພຣະຄຳເຫຼົ່ານັ້ນຊໍ້າແລ້ວຊໍ້າອີກ, ບໍ່ພຽງແຕ່ລົ້ມເຫຼວໃນການໄດ້ຮັບຄວາມຈິງເທົ່ານັ້ນ ແຕ່ຍັງທຳລາຍເລື່ອງສຳຄັນແຫ່ງຄວາມລອດພົ້ນຂອງພວກເຂົາເອງ ແລະ ຍັງເປີດເຜີຍຕົນເອງ ແລະ ກຳຈັດຕົນເອງອີກດ້ວຍ. ໃຫ້ພວກເຮົາຈົບການໂອ້ລົມຂອງມື້ນີ້ໄວ້ພຽງເທົ່ານີ້. (ຂອບພຣະຄຸນພຣະເຈົ້າ!) ລາກ່ອນ!

ວັນທີ 17 ມັງກອນ 2020

ໝາຍເຫດ:

ກ. “ເຖົ້າ” ແລະ “ສ່ຽວ” ແມ່ນຄຳນຳໜ້າທີ່ຕື່ມໃສ່ທາງໜ້ານາມສະກຸນໃນພາສາຈີນ ເພື່ອເປັນຄຳເອີ້ນທີ່ສະແດງເຖິງຄວາມຄຸ້ນເຄີຍ ຫຼື ຄວາມເປັນກັນເອງລະຫວ່າງຜູ້ເວົ້າ ແລະ ຜູ້ຟັງ.

ກ່ອນນີ້: ລາຍການທີເຈັດ: ພວກເຂົາຊົ່ວຮ້າຍ, ມີເລ່ຫຼຽມ ແລະ ຫຼອກລວງ (ພາກທີໜຶ່ງ)

ຕໍ່ໄປ: ຂໍ້ທີເກົ້າ: ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາພຽງເພື່ອເຮັດໃຫ້ຕົນເອງໂດດເດັ່ນ ແລະ ຕອບສະໜອງຜົນປະໂຫຍດ ແລະ ຄວາມທະເຍີທະຍານຂອງພວກເຂົາເອງ; ພວກເຂົາບໍ່ເຄີຍຄຳນຶງເຖິງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເລີຍ ແລະ ພວກເຂົາເຖິງກັບທໍລະຍົດຕໍ່ຜົນປະໂຫຍດເຫຼົ່ານັ້ນ ເພື່ອແລກປ່ຽນມັນກັບກຽດຕິຍົດສ່ວນຕົວ (ພາກທີສອງ)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້