ລາຍການທີແປດ: ພວກເຂົາພຽງແຕ່ຈະເຮັດໃຫ້ຄົນອື່ນເຊື່ອຟັງພວກເຂົາ, ບໍ່ແມ່ນຄວາມຈິງ ຫຼື ພຣະເຈົ້າ (ພາກທີສາມ)

ບົດເພີ່ມເຕີມ: ການໄຈ້ແຍກວັດທະນະທຳປະເພນີຕາເວັນອອກ ແລະ ຕາເວັນຕົກ

ບອກເຮົາມາເບິ່ງວ່າ ຄວາມຈິງແມ່ນຫຍັງ? ພວກເຮົາບໍ່ເຄີຍໂອ້ລົມກັນໃນຫົວຂໍ້ນີ້ມາກ່ອນບໍ? (ແມ່ນແລ້ວ.) ເອົາລະ, ບອກເຮົາມາເບິ່ງວ່າຄວາມຈິງແມ່ນຫຍັງ ເປັນຄຳເວົ້າຂອງພວກເຈົ້າເອງ. (ຄວາມຈິງແມ່ນຫຼັກການ ແລະ ບັນທັດຖານທີ່ປະເມີນທຸກຄົນ, ທຸກເຫດການ ແລະ ທຸກສິ່ງ.) ດີ. ມີໃຜອີກບໍ? ມີວິທີການເວົ້າທີ່ແຕກຕ່າງກັນບໍ? ຢ່າຄິດວ່າຈະໃຊ້ຄຳເວົ້າຂອງຫຼັກຄຳສອນໃດ ຫຼື ເລືອກພຣະທຳຂອງພຣະເຈົ້າຂໍ້ໃດມາເປັນຄຳຕອບຂອງພວກເຈົ້າ, ພຽງແຕ່ຕອບໂດຍໃຊ້ຄຳເວົ້າຈາກປະສົບການຕົວຈິງ ແລະ ຄວາມເຂົ້າໃຈທີ່ແທ້ຈິງຂອງພວກເຈົ້າເອງ. ມັນບໍ່ເປັນຫຍັງດອກ ຖ້າມັນບໍ່ໄດ້ເລິກເຊິ່ງປານໃດ. ບາງຄົນເວົ້າວ່າ “ພຣະທຳຂອງພຣະເຈົ້າຄືຄວາມຈິງ”. ໃນຂະນະທີ່ຄຳເວົ້ານີ້ຖືກຕ້ອງ, ຖ້າເຈົ້າສາມາດກ່າວໄດ້ພຽງຄຳເວົ້າເຫຼົ່ານີ້ ແຕ່ບໍ່ເຂົ້າໃຈຄວາມໝາຍຕົວຈິງຂອງພວກມັນ, ແລ້ວພວກມັນກໍເປັນພຽງຫຼັກຄຳສອນສຳລັບເຈົ້າ. ຕອນນີ້ໃຫ້ພວກເຮົາກ້າວໄປອີກບາດກ້າວໜຶ່ງ, ຄວາມຈິງແມ່ນຫຍັງ? ພຣະທຳຂອງພຣະເຈົ້າແມ່ນຫຍັງ? ແກ່ນແທ້ຂອງພຣະທຳຂອງພຣະເຈົ້າແມ່ນຫຍັງ? ຄວາມຈິງແມ່ນບັນທັດຖານທີ່ຄົນເຮົາສ້າງຂຶ້ນໂດຍຜ່ານຄວາມຄິດ ແລະ ການພິຈາລະນາບໍ? (ບໍ່, ມັນບໍ່ແມ່ນ.) ຄວາມຈິງແມ່ນບົດສະຫຼຸບຂອງສິ່ງທີ່ຄົນເຮົາໄດ້ປະສົບ ແລະ ຄວາມຮູ້ທີ່ພວກເຂົາໄດ້ມາ ຫຼື ວັດທະນະທຳທາງສັງຄົມປະເພດໜຶ່ງ ຫຼື ວັດທະນະທຳປະເພນີທີ່ສ້າງຂຶ້ນພາຍໃນສະພາບການທາງສັງຄົມໃດໜຶ່ງບໍ? (ບໍ່, ບໍ່ແມ່ນ.) ແລ້ວຄວາມຈິງແມ່ນຫຼັກການທີ່ຄົນເຮົາສະຫຼຸບຂຶ້ນມາເອງສຳລັບການປະພຶດຕົນ ແລະ ການກະທຳຂອງພວກເຂົາບໍ? (ບໍ່, ບໍ່ແມ່ນ.) ສະນັ້ນ, ມັນແມ່ນຫຍັງກັນແທ້? ພວກເຮົາຈະລະບຸຫຼັກການທີ່ກ່າວເຖິງຢູ່ນີ້ໄດ້ແນວໃດ ເພື່ອໃຫ້ມັນມີຄວາມໝາຍທີ່ແນ່ນອນ ແລະ ເພື່ອໃຫ້ຄົນຮູ້ວ່າມັນຄືຄວາມຈິງ ທັນທີທີ່ພວກເຂົາໄດ້ຍິນມັນ? ພວກເຮົາຈະສາມາດເວົ້າແບບນີ້ໃນລັກສະນະທີ່ຄົນຮູ້ສຶກວ່າມັນກະທັດຮັດ ແລະ ຊັດເຈນໄດ້ແນວໃດ? (ຂໍ້ກຳນົດຂອງພຣະເຈົ້າສຳລັບມະນຸດລ້ວນແຕ່ແມ່ນຄວາມຈິງ.) ຂໍ້ກຳນົດຂອງພຣະເຈົ້າສຳລັບມະນຸດລ້ວນແຕ່ແມ່ນຄວາມຈິງ, ນັ້ນຄືສິ່ງທີ່ຕ້ອງແລ້ວ, ແຕ່ເຈົ້າຈະເວົ້າແບບນັ້ນໃນລັກສະນະທີ່ຊັດເຈນກວ່ານີ້ໄດ້ແນວໃດ? (ຄວາມຈິງແມ່ນຄວາມເປັນຈິງຂອງທຸກສິ່ງທີ່ເປັນບວກ.) ສິ່ງນີ້ເຄີຍຖືກກ່າວເຖິງຫຼາຍເທື່ອໃນເມື່ອກ່ອນ. ພວກເຮົາເຄີຍເວົ້າຫຼາຍເທື່ອວ່າ ພຣະທຳຂອງພຣະເຈົ້າ, ຂໍ້ກຳນົດຂອງພຣະອົງຕໍ່ມະນຸດ ແລະ ຄວາມເປັນຈິງຂອງທຸກສິ່ງທີ່ເປັນບວກແມ່ນຄວາມຈິງ, ມີຫຍັງອີກແດ່? (ຄວາມຈິງແມ່ນບັນທັດຖານ ແລະ ເສັ້ນທາງສຳລັບວິທີການທີ່ຜູ້ຄົນຄວນຈັດການເລື່ອງຕ່າງໆ ແລະ ປະພຶດຕົນ.) ຄວາມຈິງແມ່ນບັນທັດຖານ ແລະ ເສັ້ນທາງສຳລັບວິທີການທີ່ຄົນເຮົາຄວນຈັດການເລື່ອງຕ່າງໆ ແລະ ປະພຶດຕົນ, ສິ່ງນີ້ກໍຖືກຕ້ອງເຊັ່ນກັນ. ຕອນນີ້ຈົ່ງເອົາທຸກດ້ານເຫຼົ່ານີ້ມາລວມກັນ ແລະ ນິຍາມຄວາມຈິງໃນປະໂຫຍກທີ່ກະທັດຮັດໜຶ່ງປະໂຫຍກ. (ພຣະເຈົ້າຄືຄວາມຈິງ.) ພຣະເຈົ້າຄືຄວາມຈິງ; ສິ່ງນີ້ກວ້າງເກີນໄປໜ້ອຍໜຶ່ງ, ທົ່ວໄປເກີນໄປ. ມັນຕ້ອງສະເພາະເຈາະຈົງກວ່ານີ້ ເພື່ອວ່າເມື່ອຄົນໄດ້ຍິນ, ພວກເຂົາຈະຮູ້ສຶກວ່າມັນເປັນນິຍາມທີ່ຊັດເຈນ, ບໍ່ເປັນຄຳເວົ້າທີ່ເລື່ອນລອຍ ແຕ່ຂ້ອນຂ້າງຈະແຈ້ງ ແລະ ເປັນຈິງ ແລະ ຄິດວ່າມັນຟັງເບິ່ງເໝາະສົມ. ລອງສະຫຼຸບມັນອີກຄັ້ງ; ເຈົ້າຈະເວົ້າມັນໃຫ້ຊັດເຈນກວ່ານີ້ໄດ້ແນວໃດແທ້? (ເບື້ອງເທິງເຄີຍໂອ້ລົມມາກ່ອນແລ້ວວ່າ ຄວາມຈິງແມ່ນບັນທັດຖານສຳລັບການປະພຶດຕົນ, ການກະທຳ ແລະ ການນະມັດສະການພຣະເຈົ້າຂອງມະນຸດ.) ນັ້ນບໍ່ແມ່ນການເວົ້າທີ່ກະທັດຮັດບໍ? (ແມ່ນແລ້ວ.) ຄວາມຈິງແມ່ນບັນທັດຖານສຳລັບການປະພຶດຕົນ, ການກະທຳ ແລະ ການນະມັດສະການພຣະເຈົ້າຂອງມະນຸດ. ເປັນຫຍັງຈຶ່ງນິຍາມມັນວ່າເປັນບັນທັດຖານ? ຕາມຕົວອັກສອນແລ້ວ ພວກເຮົາຄວນເຂົ້າໃຈຄຳວ່າ “ບັນທັດຖານ” ນີ້ແນວໃດ? (ເປັນຫຼັກການທີ່ຊັດເຈນ.) ເປັນຫຼັກການ ຫຼື ກົດເກນທີ່ຊັດເຈນ; ມັນສາມາດຖືກເອີ້ນວ່າເປັນລະບຽບການໄດ້ເຊັ່ນກັນ. ສະນັ້ນ, “ບັນທັດຖານ” ໝາຍເຖິງຫຍັງ? (ມາດຕະຖານ.) ມັນໝາຍເຖິງມາດຕະຖານ, ກົດເກນ ແລະ ຫຼັກການທີ່ຊັດເຈນ. ນັ້ນຄືສິ່ງທີ່ພວກເຮົາເອີ້ນວ່າບັນທັດຖານ. ບັນທັດຖານສຳລັບການປະພຶດຕົນ, ການກະທຳ ແລະ ການນະມັດສະການພຣະເຈົ້າຂອງມະນຸດ ນັ້ນກໍຄື ຖ້ານິຍາມເຫຼົ່ານີ້ຊັດເຈນ, ແລ້ວບັນທັດຖານນີ້ກ່ຽວຂ້ອງກັບຫຍັງ? ມັນໝາຍເຖິງຫຍັງໃນບ່ອນນີ້? ມັນກໍຄືກັບສິ່ງທີ່ໄດ້ນິຍາມໄວ້ກ່ອນໜ້ານີ້: ບັນທັດຖານສຳລັບການປະພຶດຕົນ, ການກະທຳ ແລະ ການນະມັດສະການພຣະເຈົ້າຂອງມະນຸດ. ນີ້ຄືຄວາມຈິງ. ຕອນນີ້, ເມື່ອຄົນໃດຄົນໜຶ່ງອ່ານປະໂຫຍກນັ້ນ, ພວກເຂົາຈະຄິດໄດ້ບໍວ່າ, “ວັດທະນະທຳປະເພນີຂອງພວກເຮົາກໍແມ່ນຄວາມຈິງເຊັ່ນກັນ”? ສິ່ງນີ້ສາມາດຖືກຈັດຢູ່ໃນໝວດໝູ່ຂອງຄວາມຈິງໄດ້ບໍ? (ບໍ່, ບໍ່ໄດ້.) ມັນບໍ່ສາມາດເຮັດໄດ້. ພວກເຂົາສາມາດເວົ້າໄດ້ບໍວ່າ “ພວກເຮົາມີບົດສະຫຼຸບການຄົ້ນຄວ້າທາງວິຊາການທີ່ເປັນຄວາມຈິງ” ຫຼື “ຊົນຊາດຂອງພວກເຮົາມີວັດທະນະທຳ ຫຼື ປະສົບການ ຫຼື ມາດຕະຖານທາງສິນລະທຳທີ່ດີ ເຊິ່ງກໍເປັນຄວາມຈິງເຊັ່ນກັນ”? ຄວາມຈິງສາມາດຖືກນິຍາມແບບນີ້ໄດ້ບໍ? (ບໍ່, ບໍ່ໄດ້.) ເປັນຫຍັງພວກເຮົາຈຶ່ງບໍ່ສາມາດໃຊ້ສິ່ງເຫຼົ່ານີ້ເພື່ອນິຍາມຄວາມຈິງໄດ້? ເປັນຫຍັງພວກເຮົາຈຶ່ງເວົ້າວ່າສິ່ງເຫຼົ່ານີ້ບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງ? (ພວກມັນບໍ່ມີຫຍັງກ່ຽວຂ້ອງກັບການນະມັດສະການພຣະເຈົ້າ.) ຖືກຕ້ອງແລ້ວ. ພວກມັນອາດຈະກ່ຽວຂ້ອງກັບການປະພຶດຕົນຂອງຜູ້ຄົນ ແຕ່ພວກມັນບໍ່ໄດ້ກ່ຽວຂ້ອງກັບການນະມັດສະການພຣະເຈົ້າ. ການປະພຶດຕົນທີ່ພວກເຂົາເວົ້າເຖິງນັ້ນໝາຍເຖິງຫຍັງ? ມາດຕະຖານ ແລະ ກົດເກນຂອງພວກມັນແມ່ນຫຍັງ? ພຶດຕິກຳທີ່ດີທີ່ມາຈາກຊາຕານ. ພວກມັນບໍ່ກ່ຽວກັບການນະມັດສະການພຣະເຈົ້າ, ພວກມັນກ່ຽວຂ້ອງກັບການນະມັດສະການ ແລະ ການປົກປ້ອງຊາຕານ. ພວກມັນເປັນຊຸດຄຳເວົ້າ ຫຼື ວັດທະນະທຳກ່ຽວກັບການປະພຶດຕົນທີ່ໄດ້ຖືກສະຫຼຸບມາຈາກຈິນຕະນາການ ແລະ ແນວຄິດຂອງມະນຸດ ແລະ ຈາກສິ່ງທີ່ຄົນເຮົາເຊື່ອວ່າເປັນສິນທຳ ຫຼື ພຶດຕິກຳທີ່ດີ. ພວກມັນບໍ່ໄດ້ກ່ຽວຂ້ອງກັບຄວາມຈິງ ຫຼື ການນະມັດສະການພຣະເຈົ້າ ນັ້ນກໍຄື ພວກມັນບໍ່ມີຫຍັງກ່ຽວຂ້ອງກັບການນະມັດສະການພຣະເຈົ້າ.

ຄົນຈີນໄດ້ສະຫຼຸບວັດທະນະທຳດັ້ງເດີມຢ່າງໜຶ່ງຂຶ້ນມາ ເຊິ່ງເໝາະສົມກັບຄົນຈີນເທົ່ານັ້ນ ແລະ ຄົນຕາເວັນຕົກບໍ່ສາມາດຍອມຮັບໄດ້. ຄົນຕາເວັນຕົກມີວິລະບຸລຸດປະຈຳຊາດ, ຈິດສຳນຶກຄວາມຊື່ສັດທາງດ້ານສິນທຳປະຈຳຊາດ ແລະ ວັດທະນະທຳປະຈຳຊາດຂອງພວກເຂົາເອງ, ແຕ່ຖ້າພວກເຂົານຳເອົາວັດທະນະທຳຂອງພວກເຂົາມາສູ່ຕາເວັນອອກ, ຄົນຢູ່ທີ່ນັ້ນຈະຍອມຮັບພວກມັນບໍ? (ບໍ່, ພວກເຂົາຈະບໍ່ຍອມຮັບ.) ນອກຈາກນັ້ນ, ພວກມັນຈະບໍ່ຖືກຍອມຮັບເຊັ່ນກັນ. ສະນັ້ນ, ບໍ່ວ່າຄົນຈະເບິ່ງວັດທະນະທຳເຫຼົ່ານີ້ສູງສົ່ງສໍ່າໃດ ຫຼື ພວກເຂົາຈະຮັບຮູ້ວ່າປະເພນີເຫຼົ່ານີ້ປະເສີດສໍ່າໃດກໍຕາມ, ມັນມີຄວາມສຳພັນລະຫວ່າງພວກເຂົາ ແລະ ຄວາມຈິງບໍ? (ບໍ່, ບໍ່ມີ.) ບໍ່ມີຄວາມສຳພັນກັນ. ຕົວຢ່າງ: ມີວັດທະນະທຳດັ້ງເດີມປະເພດໜຶ່ງໃນຕາເວັນອອກທີ່ເວົ້າວ່າ ນົກເຄົ້າບໍ່ແມ່ນສັດມຸງຄຸນ. ຜູ້ຄົນເວົ້າແນວໃດ? “ເຈົ້າບໍ່ຄວນຢ້ານນົກນົກເຄົ້າຮ້ອງໄຫ້, ແຕ່ໃຫ້ຢ້ານນົກເຄົ້າທີ່ຫົວ. ຖ້າໄດ້ຍິນສຽງພວກມັນຮ້ອງ ສິ່ງບໍ່ດີຈະເກີດຂຶ້ນຢ່າງແນ່ນອນ”. ໃນວັດທະນະທຳດັ້ງເດີມຂອງຕາເວັນອອກ, ເຊື່ອກັນວ່ານົກເຄົ້າຄືສິ່ງອັບປະມຸງຄຸນ ແລະ ເປັນລາງຮ້າຍ. ສະນັ້ນ, ຄົນຕາເວັນອອກມັກສັດທີ່ “ເປັນລາງຮ້າຍ” ນີ້ບໍ? (ບໍ່, ພວກເຂົາບໍ່ມັກ.) ຄວາມບໍ່ມັກນີ້ອີງໃສ່ຫຍັງ? ມັນອີງໃສ່ວັດທະນະທຳດັ້ງເດີມຂອງຄົນຕາເວັນອອກ ແລະ ສິ່ງທີ່ສືບທອດກັນມາຫຼາຍຊົ່ວອາຍຸຄົນ ເຊິ່ງກ່າວວ່າ “ການໄດ້ຍິນສຽງນົກເຄົ້າຮ້ອງເປັນລາງບອກເຫດວ່າຈະມີຄົນຕາຍໃນຄອບຄົວ”. ນີ້ອາດຈະເປັນກົດເກນທີ່ຜູ້ຄົນໄດ້ສະຫຼຸບຂຶ້ນມາ ຫຼື ເປັນຈິນຕະນາການຂອງມະນຸດ ຫຼື ເປັນຄວາມບັງເອີນ ແລະ ຫຼັງຈາກນັ້ນ ຄົນກໍເຊື່ອໃນຫົວໃຈຂອງພວກເຂົາວ່າ ນົກເຄົ້າເປັນສິ່ງທີ່ບໍ່ດີ. ພວກເຂົາຄິດວ່າບໍ່ມີໃຜຄວນນະມັດສະການພວກມັນ ຫຼື ປະຕິບັດຕໍ່ພວກມັນຄືກັບສັດມຸງຄຸນ ແລະ ຖ້າພວກເຂົາເຫັນນົກເຄົ້າ, ພວກເຂົາກໍຄວນໄລ່ມັນໃຫ້ໜີໄປໂດຍໄວ ແລະ ບໍ່ຕ້ອນຮັບມັນ. ນີ້ບໍ່ແມ່ນວັດທະນະທຳປະເພດໜຶ່ງບໍ? (ແມ່ນແລ້ວ.) ບໍ່ວ່າວັດທະນະທຳປະເພດນີ້ຈະເປັນບວກ ຫຼື ລົບກໍຕາມ, ມັນກໍເປັນມໍລະດົກພື້ນບ້ານປະເພດໜຶ່ງ. ສຳລັບຕອນນີ້, ພວກເຮົາຈະບໍ່ເວົ້າວ່າມັນຖືກ ຫຼື ຜິດ ແລະ ພຽງແຕ່ເວົ້າວ່າວັດທະນະທຳປະເພດນີ້ ເປັນທີ່ຍອມຮັບໂດຍທົ່ວໄປໂດຍທຸກຄົນໃນຕາເວັນອອກ ໂດຍສະເພາະໃນປະເທດຈີນ. ທຸກຄົນຢູ່ທີ່ນັ້ນເຊື່ອໃນຫົວໃຈຂອງພວກເຂົາວ່າ ນົກເຄົ້າເປັນສິ່ງບໍ່ດີ ແລະ ບໍ່ແມ່ນສັດມຸງຄຸນ, ສະນັ້ນ ພວກເຂົາຈະຟ້າວໜີຈາກມັນ ຖ້າພວກເຂົາເຫັນ. ແຕ່ໃນຕາເວັນຕົກ, ບາງຄົນເຊື່ອວ່ານົກເຄົ້າເປັນສັດມຸງຄຸນປະເພດໜຶ່ງ ແລະ ໃຊ້ຮູບປັ້ນ ແລະ ຮູບແຕ້ມນົກເຄົ້າເປັນເຄື່ອງປະດັບ. ງານປັກແສ່ວ ແລະ ຮູບສັນຍາລັກທຸກປະເພດກໍມີການອອກແບບເປັນລາຍນົກເຄົ້າເຊັ່ນກັນ ແລະ ພວກມັນຖືກປະຕິບັດຄືກັບສັດມຸງຄຸນ. ການເປັນສັດມຸງຄຸນໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າສັດຊະນິດນີ້ອາດຈະນຳຄວາມໂຊກດີມາໃຫ້ເຈົ້າ ແລະ ເຈົ້າຈະບໍ່ພົບກັບຄວາມໂຊກຮ້າຍ ຫຼັງຈາກໄດ້ຍິນສຽງມັນຮ້ອງ ຫຼື ເຫັນມັນ. ນີ້ແມ່ນວັດທະນະທຳດັ້ງເດີມເຊິ່ງເປັນທີ່ນິຍົມປະເພດໜຶ່ງໃນຕາເວັນຕົກ. ພວກເຮົາຈະບໍ່ຕັດສິນວ່າວັດທະນະທຳໃດຖືກ ແລະ ວັດທະນະທຳໃດຜິດ; ພວກເຮົາຈະບໍ່ຕັດສິນເລື່ອງນີ້. ແຕ່ຜ່ານເລື່ອງນີ້ ພວກເຮົາສາມາດເຫັນໄດ້ວ່າສັດຊະນິດດຽວກັນທີ່ພຣະເຈົ້າສ້າງຂຶ້ນນັ້ນ, ຄົນຕາເວັນອອກ ແລະ ຄົນຕາເວັນຕົກມີມຸມມອງ ແລະ ແນວຄິດທີ່ແຕກຕ່າງກັນຕໍ່ສັດຊະນິດນີ້, ເຊິ່ງຍິ່ງໄປກວ່ານັ້ນ ພວກມັນຍັງແຕກຕ່າງກັນໂດຍສິ້ນເຊີງ. ຄົນຕາເວັນອອກບໍ່ເບິ່ງວ່າມັນເປັນສິ່ງທີ່ດີ ແລະ ບໍ່ວ່ານົກເຄົ້າຈະຫົວ ຫຼື ຮ້ອງໄຫ້, ມັນກໍບໍ່ໄດ້ຖືວ່າເປັນສິ່ງທີ່ດີສຳລັບພວກເຂົາ, ໃນຂະນະທີ່ຄົນຕາເວັນຕົກຄິດວ່າມັນເປັນສິລິມຸງຄຸນ ບໍ່ວ່າມັນຈະຮ້ອງໄຫ້ ຫຼື ຫົວກໍຕາມ ແລະ ການພຽງແຕ່ເຫັນມັນກໍອາດຈະນຳຄວາມໂຊກດີມາໃຫ້ພວກເຂົາ, ສະນັ້ນ ພວກເຂົາຈຶ່ງປະຕິບັດຕໍ່ນົກເຄົ້າຄືກັບສັດມຸງຄຸນ. ມຸມມອງ ແລະ ວິທີການຈັດການກັບນົກເຄົ້າທັງສອງຢ່າງນີ້ມາຈາກວັດທະນະທຳດັ້ງເດີມ: ຢ່າງໜຶ່ງເຊື່ອວ່ານົກເຄົ້າເປັນລາງຮ້າຍ ແລະ ອີກຢ່າງໜຶ່ງເຫັນວ່າມັນເປັນສິລິມຸງຄຸນ. ເມື່ອເບິ່ງໃນຕອນນີ້, ອັນໃດສອດຄ່ອງກັບຄວາມຈິງ ແລະ ອັນໃດບໍ່ສອດຄ່ອງ? (ບໍ່ມີອັນໃດສອດຄ່ອງກັບຄວາມຈິງ.) ພວກເຈົ້າອີງການຢືນຢັນນັ້ນໃສ່ຫຍັງ? (ບໍ່ມີມຸມມອງໃດມາຈາກພຣະເຈົ້າ.) ຖືກຕ້ອງແລ້ວ. ເມື່ອຄົນເວົ້າວ່ານົກເຄົ້າບໍ່ແມ່ນສັດມຸງຄຸນ, ພວກເຂົາອີງໃສ່ຫຍັງ? ມັນແມ່ນວັດທະນະທຳດັ້ງເດີມຂອງຄົນຕາເວັນອອກ; ສິ່ງທີ່ພວກເຂົາເຊື່ອວ່າເປັນສິລິມຸງຄຸນ ຫຼື ບໍ່ເປັນສິລິມຸງຄຸນ ຫຼື ນຳມາເຊິ່ງໄພພິບັດ, ຄວາມໂຊກຮ້າຍ ຫຼື ຄວາມໂຊກດີ, ແມ່ນປະເມີນຕາມວັດທະນະທຳດັ້ງເດີມ. ມັນຄືວິທີການເບິ່ງສິ່ງຕ່າງໆ ທີ່ໄດ້ມາຈາກຈິນຕະນາການ ແລະ ແນວຄິດ, ເຊິ່ງຈາກນັ້ນກໍກໍ່ໃຫ້ເກີດວັດທະນະທຳປະເພດນີ້ຂຶ້ນມາ. ຄົນຕາເວັນຕົກຄິດວ່າສັດຊະນິດນີ້ສາມາດນຳຄວາມໂຊກດີມາໃຫ້ຜູ້ຄົນໄດ້ ແລະ ແນ່ນອນວ່າສິ່ງນີ້ດີກວ່າໜ້ອຍໜຶ່ງ ແລະ ກ້າວໜ້າກວ່າການປະຕິບັດ ແລະ ການເບິ່ງວ່າມັນເປັນລາງຮ້າຍ. ມັນເຮັດໃຫ້ຄົນຮູ້ສຶກວ່າມັນເປັນສັດທີ່ຂ້ອນຂ້າງດີ ແລະ ຢ່າງໜ້ອຍທີ່ສຸດ ພວກເຂົາກໍຈະຮູ້ສຶກສະຫງົບ ແລະ ໝັ້ນຄົງ ຫຼັງຈາກທີ່ເຫັນມັນ, ເຊິ່ງກໍດີກວ່າການຮູ້ສຶກວ່າເປັນລາງຮ້າຍ. ແຕ່ເຈົ້າຈະໄດ້ຮັບຫຍັງຈາກການເຂົ້າໃຈມັນແບບນີ້? ນົກເຄົ້າສາມາດນຳຄວາມໂຊກດີມາໃຫ້ເຈົ້າໄດ້ແທ້ບໍ? (ບໍ່, ບໍ່ໄດ້.) ຖ້າເຈົ້າເກີດຢູ່ປະເທດຈີນ, ນົກເຄົ້າຈະສາມາດກຳນົດໂຊກຊະຕາຂອງເຈົ້າໄດ້ແທ້ບໍ? ກໍບໍ່ໄດ້ຄືກັນ. ສະນັ້ນ, ເຈົ້າສາມາດເຫັນຫຍັງຈາກສິ່ງນີ້? ບໍ່ວ່າເຈົ້າຈະເຊື່ອວ່າສັດຊະນິດນີ້ສາມາດນຳຄວາມໂຊກຮ້າຍ ຫຼື ຄວາມໂຊກດີມາໃຫ້ເຈົ້າ, ມັນເປັນພຽງຄວາມເຊື່ອ ແລະ ແນວຄິດຂອງມະນຸດ, ບໍ່ແມ່ນຂໍ້ແທ້ຈິງ. ສິ່ງນີ້ພິສູດຫຍັງ? (ວັດທະນະທຳດັ້ງເດີມບໍ່ແມ່ນຄວາມຈິງ.) ຖືກຕ້ອງ; ບໍ່ມີວັດທະນະທຳໃດເປັນຄວາມຈິງ. ສະນັ້ນ ເຈົ້າຄວນປະຕິບັດຕໍ່ນົກເຄົ້າແນວໃດ ຈຶ່ງຈະສອດຄ່ອງກັບຄວາມຈິງ? ສິ່ງນີ້ກ່ຽວຂ້ອງກັບບັນທັດຖານສຳລັບການປະພຶດຕົນ, ການກະທຳ ແລະ ການນະມັດສະການພຣະເຈົ້າຂອງມະນຸດ. ແມ່ນຫຍັງຄືບັນທັດຖານໃນທີ່ນີ້? ນັ້ນກໍຄື ເຈົ້າຄວນເບິ່ງສິ່ງມີຊີວິດນີ້ຈາກທັດສະນະປະເພດໃດ ແລະ ເຈົ້າຄວນປະຕິບັດຕໍ່ມັນແນວໃດ ເມື່ອມັນປາກົດຕົວຕໍ່ໜ້າເຈົ້າ, ບໍ່ວ່າມັນຈະຮ້ອງໄຫ້ ຫຼື ຫົວກໍຕາມ, ສິ່ງເຫຼົ່ານີ້ລ້ວນແຕ່ກ່ຽວຂ້ອງກັບບັນທັດຖານ. ບັນທັດຖານແມ່ນຫຍັງ? (ຄວາມຈິງ.) ບັນທັດຖານກໍຄືຄວາມຈິງ. ເມື່ອເວົ້າເຖິງວິທີທີ່ເຈົ້າຄວນປະຕິບັດຕໍ່ນົກເຄົ້າ, ເຈົ້າຄວນອີງໃສ່ຫຍັງ? (ອີງໃສ່ພຣະທຳຂອງພຣະເຈົ້າ.) ແລ້ວພຣະທຳຂອງພຣະເຈົ້າກ່າວແນວໃດກ່ຽວກັບການຈັດການກັບສິ່ງມີຊີວິດປະເພດນີ້? ພຣະທຳຂອງພຣະອົງບໍ່ໄດ້ກ່າວໂດຍສະເພາະເຈາະຈົງວ່າ “ເຈົ້າຕ້ອງປະຕິບັດຕໍ່ນົກເຄົ້າຢ່າງຖືກຕ້ອງ ແລະ ບໍ່ສາມາດມີອະຄະຕິໃນເລື່ອງນີ້. ເຈົ້າບໍ່ສາມາດເວົ້າໄດ້ວ່ານົກເຄົ້າເປັນລາງຮ້າຍ ແລະ ທັງບໍ່ສາມາດເວົ້າໄດ້ວ່າມັນຈະນຳຄວາມໂຊກດີມາໃຫ້ເຈົ້າ. ເຈົ້າຕ້ອງປະຕິບັດຕໍ່ນົກເຄົ້າຢ່າງມີເຫດຜົນ ແລະ ຢ່າງເປັນທຳ”. ພຣະເຈົ້າບໍ່ໄດ້ກ່າວແບບນີ້. ສະນັ້ນ, ເຈົ້າຈຳເປັນຕ້ອງມີພື້ນຖານຫຍັງ ເພື່ອໃຫ້ມຸມມອງຂອງເຈົ້າກ່ຽວກັບນົກເຄົ້າສອດຄ່ອງກັບບັນທັດຖານ, ສອດຄ່ອງກັບຄວາມຈິງ? (ຂໍ້ແທ້ຈິງທີ່ວ່າພຣະເຈົ້າໄດ້ສ້າງທຸກສິ່ງ.) ພື້ນຖານຂອງເຈົ້າຄວນເປັນຂໍ້ແທ້ຈິງທີ່ວ່າ ພຣະເຈົ້າໄດ້ສ້າງທຸກສິ່ງ, ນີ້ຄືຄວາມຈິງ. ໃນພຣະຫັດຂອງພຣະເຈົ້າ, ທຸກສິ່ງລ້ວນແລ້ວແຕ່ມີໜ້າທີ່, ພາລະກິດ ແລະ ຄຸນຄ່າໃນການດຳລົງຢູ່ຂອງພວກມັນ. ມີຫຍັງອີກແດ່? (ທຸກສິ່ງເປັນສິ່ງທີ່ດີຈາກທັດສະນະຂອງພຣະເຈົ້າ.) ຖືກຕ້ອງ, ທຸກສິ່ງທີ່ພຣະເຈົ້າສ້າງແມ່ນສິ່ງທີ່ດີ, ມີຄຸນຄ່າໃນການດຳລົງຢູ່ ແລະ ຈຳເປັນຕ້ອງມີຢູ່. ຕາບໃດທີ່ສິ່ງໃດສິ່ງໜຶ່ງມາຈາກພຣະເຈົ້າ ແລະ ຖືກສ້າງໂດຍພຣະອົງ, ແລ້ວມັນກໍຈະບໍ່ແມ່ນສິ່ງທີ່ເກີນເລີຍ. ຄຳວ່າ “ບໍ່ແມ່ນສິ່ງທີ່ເກີນເລີຍ” ນີ້ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ມັນຈະບໍ່ນຳຄວາມໂຊກຮ້າຍມາໃຫ້ຄົນແບບມົ້ວຊົ້ວ. ນົກເຄົ້ານ້ອຍໂຕໜຶ່ງຈະສາມາດນຳຄວາມໂຊກຮ້າຍມາໃຫ້ເຈົ້າແບບມົ້ວຊົ້ວໄດ້ແທ້ບໍ? ສິ່ງນັ້ນຈະບໍ່ເຮັດໃຫ້ນົກເຄົ້າຍິ່ງໃຫຍ່ເກີນໄປບໍ? ສິ່ງໃດສູງກວ່າກັນ: ມະນຸດ ຫຼື ນົກເຄົ້າ? ມະນຸດເປັນຜູ້ດູແລທຸກສິ່ງ ແລະ ມັນຖືກຕ້ອງຍິ່ງກວ່າທີ່ຈະເວົ້າວ່າ ພວກເຂົາຄວບຄຸມໂຊກຊະຕາຂອງນົກເຄົ້າ ແລະ ພວກເຂົາສາມາດເຮັດໃຫ້ນົກເຄົ້າທຸກໂຕສູນພັນໄດ້ເລີຍ. ມັນເປັນໄປບໍ່ໄດ້ທີ່ນົກເຄົ້າຈະປ່ຽນໂຊກຊະຕາຂອງມະນຸດ. ສະນັ້ນ, ແມ່ນຫຍັງຄືວິທີການປະຕິບັດຕໍ່ສິ່ງມີຊີວິດນີ້ທີ່ສອດຄ່ອງກັບຄວາມຈິງ? ການປະຕິບັດກັບມັນຕາມພຣະທຳຂອງພຣະເຈົ້າ. ພຣະເຈົ້າໄດ້ສ້າງທຸກສິ່ງ, ທຸກສິ່ງມີຊີວິດທີ່ແຕກຕ່າງກັນ ແລະ ມະນຸດເຊັ່ນກັນ. ນົກເຄົ້າເປັນສິ່ງມີຊີວິດ, ສະນັ້ນ ພວກເຮົາຄວນປະຕິບັດຕໍ່ພວກມັນຕາມທັດສະນະທີ່ພວກເຮົາປະຕິບັດຕໍ່ທຸກສິ່ງທີ່ຖືກສ້າງ. ກ່ອນອື່ນ, ພວກເຮົາບໍ່ສາມາດທຳລາຍກົດເກນຂອງການຢູ່ລອດຂອງມັນຕາມອຳເພີໃຈ. ຕົວຢ່າງ: ນິໄສ ແລະ ຄຸນລັກສະນະຂອງນົກເຄົ້າຄືການນອນໃນຕອນກາງເວັນ ແລະ ອອກລ່າ ແລະ ຕື່ນຕົວໃນຕອນກາງຄືນ. ຖ້າເຈົ້າພົບນົກເຄົ້າທີ່ໄດ້ຮັບບາດເຈັບ ແລະ ເຈົ້າກໍຮັບເອົາມັນມາລ້ຽງດ້ວຍຄວາມເມດຕາ, ເຈົ້າຄວນປະຕິບັດຕໍ່ມັນແນວໃດ? (ຕາມນິໄສຂອງມັນ.) ຖືກຕ້ອງ, ເຈົ້າຕ້ອງເຄົາລົບກົດເກນທີ່ມັນດຳລົງຊີວິດຢູ່. ຢ່າຄິດທີ່ຈະເຮັດໃຫ້ມັນນອນໃນຕອນກາງຄືນ, ປ້ອນຢານອນຫຼັບໃຫ້ມັນ ຖ້າມັນບໍ່ນອນ. ນີ້ຄືສິ່ງທີ່ຜິດ. ຖ້າມັນສົ່ງສຽງດັງຢູ່ສະເໝີໃນຕອນກາງຄືນ ແລະ ສິ່ງນີ້ລົບກວນການພັກຜ່ອນຂອງເຈົ້າ, ແລ້ວເຈົ້າກໍສາມາດຍ້າຍມັນໄປບ່ອນອື່ນ ທີ່ມັນຈະບໍ່ລົບກວນເຈົ້າໄດ້, ແຕ່ເຈົ້າບໍ່ສາມາດລົບກວນກົດເກນທີ່ມັນດຳລົງຊີວິດຢູ່ ຫຼື ລະເມີດວິທີການຢູ່ລອດຂອງມັນໄດ້. ນີ້ບໍ່ແມ່ນວິທີທີ່ຖືກຕ້ອງໃນການປະຕິບັດຕໍ່ມັນບໍ? (ແມ່ນແລ້ວ.) ນີ້ຄວນເປັນທັດສະນະຂອງເຈົ້າຕໍ່ທຸກສິ່ງທີ່ພຣະເຈົ້າສ້າງຂຶ້ນ. ຢ່າງທຳອິດ, ໃຫ້ມີທັດສະນະທີ່ຖືກຕ້ອງ. ນີ້ຄືບາດກ້າວທຳອິດທີ່ເຈົ້າຄວນເຮັດ ເມື່ອເຮັດສິ່ງໃດກໍຕາມ. ຢ່າງທີສອງ, ເຈົ້າຕ້ອງນຳໃຊ້ທັດສະນະທີ່ຖືກຕ້ອງນີ້ ເມື່ອເຮັດສິ່ງຕ່າງໆ ຫຼື ຈັດການເລື່ອງຕ່າງໆ, ເພື່ອວ່າສິ່ງທີ່ເຈົ້າເຮັດຈະສອດຄ່ອງກັບຄວາມຈິງ. ສິ່ງເຫຼົ່ານີ້ຄືບັນທັດຖານ. ເວົ້າງ່າຍໆກໍຄື ບັນທັດຖານກໍຄືກົດເກນ ແລະ ຫຼັກການທີ່ຊັດເຈນ. ຕົວຢ່າງ: ເມື່ອແມວເຫັນໜູ, ມັນກໍຢາກຈັບ. ສົມມຸດວ່າເຈົ້າຄິດວ່າໜູກໍເປັນສິ່ງທີ່ພຣະເຈົ້າສ້າງເຊັ່ນກັນ ແລະ ຕ້ອງການຫ້າມແມວ ແລະ ກີດກັນບໍ່ໃຫ້ມັນຈັບໜູ, ສິ່ງນີ້ຜິດບໍ? (ແມ່ນແລ້ວ.) ເຈົ້າຄິດແນວໃດກ່ຽວກັບວິທີການນີ້? (ມັນລະເມີດກົດເກນ.) ມັນຂັດກັບກົດເກນທຳມະຊາດ. ເມື່ອບາງຄົນເຫັນປາໃນນໍ້າ ພວກເຂົາກໍສົງໄສວ່າ, “ທຸກຄົນເວົ້າວ່າປາບໍ່ສາມາດຢູ່ໂດຍບໍ່ມີນໍ້າໄດ້. ແຕ່ຂ້ອຍຈະພະຍາຍາມທຸກວິທີທາງເພື່ອເອົາມັນອອກຈາກນໍ້າ ແລະ ເຮັດໃຫ້ມັນມີຊີວິດຢູ່ເທິງບົກ”. ສິ່ງນີ້ສົ່ງຜົນໃຫ້ປາຕາຍໃນເວລາບໍ່ດົນ. ສິ່ງນີ້ເອີ້ນວ່າຫຍັງ? (ພິລຶກ.) ນີ້ຄືສິ່ງທີ່ພິລຶກ. ໂດຍຜ່ານການໂອ້ລົມກັນກ່ຽວກັບນົກເຄົ້າ, ພວກເຈົ້າສາມາດເຂົ້າໃຈໄດ້ບໍ່ຫຼາຍກໍໜ້ອຍແລ້ວບໍວ່າ ບັນທັດຖານແມ່ນຫຍັງ ແລະ ມັນອີງໃສ່ຫຍັງ? (ພວກມັນອີງໃສ່ພຣະທຳຂອງພຣະເຈົ້າ.) ຖືກຕ້ອງ, ພວກມັນອີງໃສ່ພຣະທຳຂອງພຣະເຈົ້າ. ສະນັ້ນ, ພວກເຈົ້າຄວນປະຕິບັດຕໍ່ນົກເຄົ້າແນວໃດໃນອະນາຄົດ? ຖ້າໃນຄືນໜຶ່ງ, ມີນົກເຄົ້າໂຕໜຶ່ງກຳລັງຮ້ອງໄຫ້ຢູ່ແຄມປ່ອງຢ້ຽມຂອງເຈົ້າ, ເຈົ້າຄວນຈັດການກັບມັນແນວໃດ? ຢ່າງໜ້ອຍ, ພວກເຮົາກໍຮູ້ວ່າມັນມີສິດທີ່ຈະຮ້ອງໄຫ້ ແລະ ພວກເຮົາຄວນອະນຸຍາດໃຫ້ມັນມີສິດນັ້ນ. ຖ້າມັນດັງເກີນໄປ, ເຈົ້າກໍສາມາດໄລ່ມັນໜີໄປໄດ້, ແຕ່ບໍ່ຈຳເປັນຕ້ອງກັງວົນວ່າເຈົ້າຈະພົບກັບຄວາມໂຊກຮ້າຍໃນມື້ຕໍ່ມາ ຫຼື ບໍ່. ມັນບໍ່ຈຳເປັນທີ່ຈະຄິດແບບນີ້, ເພາະຊະຕາກຳ, ຊີວິດ ແລະ ຄວາມຕາຍຂອງມະນຸດລ້ວນແລ້ວແຕ່ຢູ່ໃນພຣະຫັດຂອງພຣະເຈົ້າ ແລະ ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະອົງ. ຜູ້ຄົນບໍ່ເຂົ້າໃຈຄວາມຈິງ, ສະນັ້ນ ພວກເຂົາຈຶ່ງມີອະຄະຕິຕໍ່ສິ່ງຕ່າງໆ ໄດ້ງ່າຍ ແລະ ເຖິງກັບສາມາດມີຈິນຕະນາການ ແລະ ແນວຄິດ ຫຼື ເລີ່ມງົມງວາຍພໍສົມຄວນ. ສິ່ງນີ້ເຮັດໃຫ້ຜູ້ຄົນມີທັດສະນະທີ່ບໍ່ຖືກຕ້ອງໃນຫຼາຍເລື່ອງ ແລະ ບໍ່ສາມາດກະທຳການໂດຍສອດຄ່ອງກັບຫຼັກການຄວາມຈິງ ຫຼື ບັນລຸບັນທັດຖານສຳລັບການປະພຶດຕົນ, ການກະທຳ ແລະ ການນະມັດສະການພຣະເຈົ້າຂອງມະນຸດໃນທຸກສິ່ງ. ແມ່ນຫຍັງຄືເຫດຜົນສຳລັບສິ່ງນີ້? (ການບໍ່ເຂົ້າໃຈຄວາມຈິງ.) ສິ່ງນີ້ເກີດຂຶ້ນຈາກການບໍ່ເຂົ້າໃຈຄວາມຈິງ.

ເມື່ອຄົນຕາເວັນອອກບາງຄົນໄດ້ພົວພັນກັບຄົນຕາເວັນຕົກ, ພວກເຂົາເຫັນລັກສະນະທີ່ພົ້ນເດັ່ນຂອງພວກເຂົາ ນັ້ນກໍຄື ດັງຂອງພວກເຂົາທີ່ໂດ່ງ, ຕາຂອງພວກເຂົາທີ່ໂລ້, ສີຜົມຂອງພວກເຂົາທີ່ຫຼາກຫຼາຍ ແລະ ລັກສະນະທີ່ສະຫງ່າງາມຂອງພວກເຂົາທຸກຄົນ ແລະ ໂດຍບໍ່ຮູ້ໂຕ ພວກເຂົາກໍເກີດຄວາມຮູ້ສຶກອິດສາ ຫຼື ຍ້ອງຍໍຕໍ່ພວກເຂົາ. ຈາກນັ້ນ ຜ່ານການພົວພັນຢ່າງຕໍ່ເນື່ອງ, ພວກເຂົາກໍຍອມຮັບວັດທະນະທຳຕາເວັນຕົກຢ່າງຕໍ່ເນື່ອງ. ເປັນຫຍັງພວກເຂົາຈຶ່ງສາມາດຍອມຮັບມັນໄດ້? ເພາະຄວາມອິດສາໃນຫົວໃຈຂອງພວກເຂົາ ແລະ ຄວາມປາຖະໜາທີ່ຈະເປັນຄືກັບພວກເຂົາ. ພວກເຂົາຄິດວ່າຮູບຮ່າງໜ້າຕາຖືກກຳນົດໂດຍພຣະເຈົ້າ ແລະ ບໍ່ສາມາດປ່ຽນແປງໄດ້, ແຕ່ພວກເຂົາຈະມີກຽດສັກສີ ຖ້າພວກເຂົາສາມາດເຮັດໃຫ້ເຂົ້າກັບວິທີການດຳລົງຊີວິດຂອງຊາວຕາເວັນຕົກໄດ້, ເຊັ່ນ: ວິທີທີ່ພວກເຂົາກິນ, ນຸ່ງຖື ແລະ ວິທີທີ່ພວກເຂົາໃຊ້ສິ່ງຂອງ, ຕະຫຼອດຈົນລັກສະນະການເວົ້າ, ວິທີຄິດ ແລະ ວັດທະນະທຳຂອງພວກເຂົາ. ເຈົ້າຄິດແນວໃດກ່ຽວກັບແນວຄິດປະເພດນີ້? ທຸກຄົນມີແນວຄິດນີ້ບໍ? (ແມ່ນແລ້ວ.) ຄົນຕາເວັນອອກບາງຄົນມັກຮຽນແບບຄົນຕາເວັນຕົກ ແລະ ສິ່ງທຳອິດທີ່ພວກເຂົາຮຽນແບບກໍຄືການດື່ມກາເຟ. ພວກເຂົາຮູ້ສຶກວ່າການດື່ມຊາຂອງຄົນຕາເວັນອອກນັ້ນບໍ່ຊັບຊ້ອນພໍ, ສະນັ້ນ ພວກເຂົາຈຶ່ງຮຽນດື່ມກາເຟຈາກຄົນຕາເວັນຕົກ. ໂດຍສະເພາະ, ຄົນຕາເວັນອອກບາງຄົນເຫັນຄົນຕາເວັນຕົກຫຼາຍຄົນຮີບຮ້ອນໄປເຮັດວຽກທຸກເຊົ້າ ໂດຍຖືຈອກກາເຟໄວ້ໃນມື ແລະ ເມື່ອເວລາຜ່ານໄປ ພວກເຂົາກໍຮຽນຮູ້ທີ່ຈະເຮັດແບບນີ້ເຊັ່ນກັນ, ບາງຄັ້ງກໍເຮັດແມ່ນແຕ່ຕອນທີ່ພວກເຂົາບໍ່ໄດ້ຟ້າວ. ນີ້ເອີ້ນວ່າການຮຽນແບບ. ທີ່ຈິງແລ້ວ ຄົນຕາເວັນອອກບໍ່ໄດ້ມີນິໄສແບບນີ້, ແຕ່ພວກເຂົາຄິດວ່າທຳນຽມຂອງຄົນຕາເວັນຕົກນັ້ນດີ, ສູງສົ່ງ ແລະ ສະຫງ່າງາມ. ພວກເຂົາເຊື່ອວ່າ ຖ້າພວກເຂົາບໍ່ມີນິໄສນີ້, ແລ້ວພວກເຂົາກໍຕ້ອງຮຽນຮູ້ ແລະ ຮຽນແບບມັນ ແລະ ຖ້າພວກເຂົາຮຽນຮູ້ມັນ ແລະ ດຳລົງຊີວິດຕາມນິໄສນີ້, ພວກເຂົາຄິດວ່າພວກເຂົາຈະໄດ້ເຂົ້າຮ່ວມກັບກຸ່ມຄົນຕາເວັນຕົກ ແລະ ກາຍເປັນໜຶ່ງໃນພວກເຂົາຢ່າງແນ່ນອນ. ນີ້ຄືການເຄົາລົບບູຊາຄົນຕາເວັນຕົກຊະນິດໜຶ່ງ. ຖ້າເຈົ້າມັກບາງສິ່ງບາງຢ່າງແທ້ໆ, ໃຫ້ສຶກສາມັນຢ່າງເຕັມທີ່, ແຕ່ຖ້າເຈົ້າພຽງແຕ່ຮຽນຮູ້ທຳນຽມປະເພດນີ້ ເພື່ອອວດອ້າງຄົນອື່ນ, ນັ້ນກໍຄືການຮຽນແບບ. ຖ້າຄົນໃດຄົນໜຶ່ງບໍ່ເຂົ້າໃຈຄວາມຈິງ, ພວກເຂົາກໍຈະບໍ່ມີບັນທັດຖານໃນສິ່ງໃດກໍຕາມທີ່ພວກເຂົາເຮັດ ແລະ ພວກເຂົາກໍຈະເປັນຄືກັບແມງວັນທີ່ບໍ່ມີຫົວ, ບໍ່ມີເປົ້າໝາຍ ແລະ ທິດທາງ. ເມື່ອພວກເຂົາເຫັນຄົນຕາເວັນຕົກ, ພວກເຂົາກໍຈະສຶກສາວ່າ ຄົນຕາເວັນຕົກປະຕິບັດແນວໃດ; ເມື່ອພວກເຂົາເຫັນສິ່ງທີ່ເປັນທີ່ນິຍົມໃນໂລກ, ພວກເຂົາກໍຈະສຶກສາສິ່ງນັ້ນ. ຜູ້ບໍ່ມີຄວາມເຊື່ອເປັນແບບນີ້ ແລະ ຖ້າຄົນທີ່ເຊື່ອໃນພຣະເຈົ້າເຮັດແບບດຽວກັນ, ແລ້ວພວກເຂົາເປັນຄົນປະເພດໃດ? (ຜູ້ບໍ່ເຊື່ອ.) ຖືກຕ້ອງແລ້ວ. ພວກເຂົາມີມາດຕະຖານ ຫຼື ຫຼັກການໃດບໍ ເມື່ອເຮັດສິ່ງຕ່າງໆ? (ບໍ່, ບໍ່ມີ.) ພວກເຂົາບໍ່ມີຫຼັກການ. ເປັນຫຍັງ? ເພາະພວກເຂົາຮັກກະແສທາງໂລກ ແລະ ຄວາມຊົ່ວຮ້າຍ; ພວກເຂົາບໍ່ໄດ້ຍ້ອງຍໍພຣະເຈົ້າ, ພວກເຂົາບໍ່ໄດ້ຮັກຄວາມຈິງໃນໃຈຂອງພວກເຂົາ ແລະ ພວກເຂົາບໍ່ໄດ້ຍອມຮັບ ແລະ ສະແຫວງຫາຄວາມຈິງ. ຄົນດັ່ງກ່າວລ້ວນແລ້ວແຕ່ເປັນຜູ້ບໍ່ເຊື່ອ. ເພາະຄົນປະເພດນີ້ມີແກ່ນແທ້ເຫຼົ່ານີ້, ເຖິງແມ່ນວ່າພວກເຂົາຈະຢູ່ໃນຄຣິສຕະຈັກ, ອ່ານພຣະທຳຂອງພຣະເຈົ້າ ແລະ ຟັງຄຳເທດສະໜາ, ພວກເຂົາກໍຈະບໍ່ຊອກພົບບັນທັດຖານສຳລັບການປະພຶດຕົນ, ການກະທຳ ແລະ ການນະມັດສະການພຣະເຈົ້າຂອງມະນຸດໄດ້ຈັກເທື່ອ. ນີ້ໝາຍຄວາມໂດຍປະລິຍາຍວ່າ ພວກເຂົາບໍ່ສາມາດຮັບຄວາມຈິງໄດ້ຈັກເທື່ອ. ມັນບໍ່ຖືກຕ້ອງບໍ? (ແມ່ນແລ້ວ.) ການຮຽນແບບຄົນອື່ນດື່ມກາເຟສາມາດເປີດເຜີຍຄວາມມັກຂອງຄົນ, ເສັ້ນທາງທີ່ພວກເຂົາຍ່າງ ແລະ ຫຼັກການໃນການກະທຳຂອງພວກເຂົາ. ບອກເຮົາມາເບິ່ງວ່າ ການດື່ມຊາແມ່ນຄວາມຈິງ ຫຼື ການດື່ມກາເຟແມ່ນຄວາມຈິງ? (ບໍ່ມີອັນໃດກ່ຽວຂ້ອງກັບຄວາມຈິງ.) ເວົ້າໄດ້ດີ. ສະນັ້ນ, ຄວາມຈິງແມ່ນຫຍັງ? ບາງຄົນເວົ້າວ່າ: “ທຸກສິ່ງທີ່ມາຈາກພຣະເຈົ້າແມ່ນຄວາມຈິງ. ພຣະທຳຂອງພຣະເຈົ້າທີ່ກ່າວວ່າການກິນອາຫານຕາມລະດູການເປັນສິ່ງທີ່ດີຕໍ່ເຈົ້າແມ່ນຄວາມຈິງ”. ນີ້ຄືສິ່ງທີ່ຖືກຕ້ອງ. ຄວາມຈິງແມ່ນບັນທັດຖານສຳລັບການປະພຶດຕົນ, ການກະທຳ ແລະ ການນະມັດສະການພຣະເຈົ້າຂອງມະນຸດ. ສະນັ້ນ, ບັນທັດຖານສຳລັບການປະພຶດຕົນລວມມີຫຍັງແດ່? ມັນກ່ຽວຂ້ອງກັບທຸກດ້ານຂອງຄວາມຈິງທີ່ກ່ຽວກັບການປະພຶດຕົນ. ແລ້ວບັນທັດຖານສຳລັບການກະທຳເດ? ມັນຄືລັກສະນະ ແລະ ວິທີການທີ່ເຈົ້າຈັດການກັບສິ່ງຕ່າງໆ. ບໍ່ຈຳເປັນຕ້ອງເວົ້າ, ພວກເຮົາທຸກຄົນຮູ້ຈັກບັນທັດຖານສຳລັບການນະມັດສະການພຣະເຈົ້າ. ຂອບເຂດຂອງບັນທັດຖານນີ້ໝາຍເຖິງສິ່ງເຫຼົ່ານີ້ ແລະ ພວກມັນລ້ວນແລ້ວແຕ່ກ່ຽວຂ້ອງກັບຄວາມຈິງ. ສົມມຸດ ຄົນໃດຄົນໜຶ່ງເວົ້າວ່າ “ເປັນຫຍັງເຈົ້າຈຶ່ງບໍ່ມັກຊາ?” ແລະ ເຈົ້າກໍເວົ້າວ່າ “ການທີ່ຂ້ອຍບໍ່ມັກຊາມັນບໍ່ສອດຄ່ອງກັບຄວາມຈິງບໍ?” ອີກຄົນໜຶ່ງເວົ້າວ່າ: “ເຈົ້າຢູ່ຕາເວັນຕົກ, ເປັນຫຍັງເຈົ້າຈຶ່ງບໍ່ຮຽນດື່ມກາເຟ? ການບໍ່ດື່ມກາເຟມັນຊ່າງບໍ່ມີລົດສະນິຍົມເລີຍ!” ແລະ ເຈົ້າກໍເວົ້າວ່າ, “ເຈົ້າກຳລັງພະຍາຍາມກ່າວໂທດຂ້ອຍບໍ? ການບໍ່ດື່ມກາເຟເປັນບາບບໍ? ‘ລົດສະນິຍົມ’ ແມ່ນຄວາມຈິງບໍ? ລົດສະນິຍົມມີຄ່າເທົ່າໃດ?” ມັນບໍ່ມີຄ່າຫຍັງເລີຍ, ແມ່ນບໍ່? ການບໍ່ເຂົ້າໃຈຄວາມຈິງຕ່າງຫາກທີ່ໄຮ້ຄ່າຢ່າງແທ້ຈິງ! ຜູ້ຄົນຄວນເຂົ້າໃຈຫຍັງຜ່ານຕົວຢ່າງນີ້? ພວກເຂົາຄວນເຂົ້າໃຈວ່າພວກເຂົາຄວນມີມຸມມອງແນວໃດຕໍ່ຄົນ, ເຫດການ ແລະ ສິ່ງຕ່າງໆ ເຫຼົ່ານີ້ ແລະ ວິທີຈັດການກັບພວກມັນຕາມທີ່ພຣະເຈົ້າຮຽກຮ້ອງ ເພື່ອໃຫ້ບັນລຸມາດຕະຖານທີ່ພຣະອົງກຳນົດ. ຜູ້ຄົນຄວນເຂົ້າໃຈ ແລະ ສະແຫວງຫາຫຍັງຈາກທັງໝົດນີ້? ບັນທັດຖານທີ່ພວກເຂົາຄວນປະຕິບັດຕາມ ເພື່ອຈັດການກັບສິ່ງຕ່າງໆ ທຸກປະເພດ.

ພວກເຈົ້າຄິດວ່າວັດທະນະດັ່ງເດີມ ຫຼື ຈິດສຳນຶກແຫ່ງຊາດຄູ່ຄວນກັບຄຳວ່າ “ບັນທັດຖານ” ໄດ້ບໍ? (ບໍ່.) ຕົວຢ່າງ: “ການເປັນມະນຸດໝາຍຄວາມວ່າເຈົ້າຕ້ອງຮັກຊາດຂອງເຈົ້າ”, ນີ້ແມ່ນບັນທັດຖານບໍ? (ບໍ່, ບໍ່ແມ່ນ.) “ການເປັນມະນຸດໝາຍຄວາມວ່າເຈົ້າຕ້ອງກະຕັນຍູຕໍ່ພໍ່ແມ່ຂອງເຈົ້າ”, ນີ້ແມ່ນບັນທັດຖານບໍ? (ບໍ່, ບໍ່ແມ່ນ.) ບາງຄົນກໍເວົ້າວ່າ “ແມ່ຍິງຕ້ອງມີຄຸນນະທຳ” ຫຼື “ແມ່ຍິງຕ້ອງປະຕິບັດຕາມຫຼັກການເຊື່ອຟັງສາມປະການ ແລະ ຄຸນນະທຳສີ່ປະການ” ແຕ່ສິ່ງເຫຼົ່ານີ້ແມ່ນບັນທັດຖານບໍ? (ບໍ່, ບໍ່ແມ່ນ.) “ຜູ້ຊາຍສາມາດມີເມຍໄດ້ພຽງຄົນດຽວ ແລະ ຕ້ອງຊື່ສັດ”, ນີ້ແມ່ນບັນທັດຖານບໍ? ມັນມີຄຸນສົມບັດເປັນຄວາມຈິງບໍ? (ບໍ່, ບໍ່ແມ່ນ.) ມັນເປັນພຶດຕິກຳ ແລະ ສິນທຳທີ່ຖືກຕ້ອງ ແລະ ເປັນເບື້ອງຕົ້ນ ແລະ ສິ່ງທີ່ເປັນພື້ນຖານທີ່ສຸດໃນຄວາມເປັນມະນຸດ ແຕ່ມັນຍັງຂາດຄວາມຈິງ. ມັນສອດຄ່ອງກັບມາດຕະຖານທາງສິນທຳ ແລະ ພຶດຕິກຳຂອງມະນຸດທີ່ເປັນປົກກະຕິ ແຕ່ສາມາດຖືວ່າມັນເປັນບັນທັດຖານໄດ້ບໍ? ບັນທັດຖານໝາຍເຖິງຫຍັງ? (ຄວາມຈິງ.) ບັນທັດຖານໝາຍເຖິງຄວາມຈິງ ແລະ ສິ່ງໃດກໍຕາມທີ່ຍັງຂາດຄວາມຈິງ ກໍບໍ່ແມ່ນບັນທັດຖານ. ເຈົ້າເຂົ້າໃຈບໍ? ຂໍ້ກຳນົດສຳລັບຜູ້ຊາຍ ແລະ ແມ່ຍິງໃນວັດທະນະທຳປະເພນີທີ່ເຮົາຫາກໍກ່າວເຖິງນັ້ນ ແມ່ນຂໍ້ກຳນົດຂອງພຣະເຈົ້າບໍ? (ບໍ່, ບໍ່ແມ່ນ.) ເອົາລະ, ພຣະເຈົ້າຮຽກຮ້ອງຫຍັງຈາກຜູ້ຊາຍ? ພຣະຄຳພີກ່າວແນວໃດ? (ພວກເຂົາຕ້ອງອອກແຮງງານ ແລະ ເຮື່ອໄຫຼໄຄຍ້ອຍເພື່ອລ້ຽງດູຄອບຄົວຂອງພວກເຂົາ.) ນີ້ຄືຂໍ້ກຳນົດຂອງພຣະເຈົ້າສຳລັບຜູ້ຊາຍ ແລະ ມັນເປັນສິ່ງພື້ນຖານທີ່ສຸດທີ່ຜູ້ຊາຍຄວນຈະສາມາດເຮັດໄດ້. ແລ້ວກົດເກນຂອງພຣະເຈົ້າສຳລັບແມ່ຍິງເດ? (ຄວາມປາຖະໜາຂອງພວກເຂົາຈະຢູ່ທີ່ຜົວຂອງພວກເຂົາ.) ເນື່ອງຈາກນີ້ຄືສິ່ງທີ່ພຣະທຳຂອງພຣະເຈົ້າກ່າວ, ມັນຈຶ່ງເປັນຄວາມຈິງ ແລະ ເປັນສິ່ງທີ່ຜູ້ຄົນຄວນປະຕິບັດຕາມ. ສິ່ງໃດກໍຕາມທີ່ມາຈາກວັດທະນະທຳປະເພນີຂອງມະນຸດ ຫຼື ຂໍ້ພຣະຄຳທີ່ມີສິນທຳ, ບໍ່ວ່າມັນຈະຖືກຕ້ອງສໍ່າໃດກໍຕາມ, ກໍບໍ່ແມ່ນຄວາມຈິງ. ເປັນຫຍັງເຮົາຈຶ່ງເວົ້າວ່າມັນບໍ່ແມ່ນຄວາມຈິງ? (ເພາະພຣະເຈົ້າບໍ່ໄດ້ກ່າວ.) ສິ່ງທີ່ພຣະເຈົ້າບໍ່ໄດ້ກ່າວບໍ່ແມ່ນຄວາມຈິງຢ່າງແນ່ນອນ ແລະ ທັງບໍ່ແມ່ນສິ່ງທີ່ບໍ່ກ່ຽວຂ້ອງກັບຂໍ້ກຳນົດໃນພຣະທຳຂອງພຣະເຈົ້າ. ມາດຕະຖານທີ່ຄົນຕາເວັນອອກໃຊ້ນິຍາມແມ່ຍິງແມ່ນຫຍັງ? ພວກເຂົາເຊື່ອວ່າແມ່ຍິງທີ່ດີກ່ອນອື່ນໝົດຕ້ອງອ່ອນໂຍນ ແລະ ມີຄຸນນະທຳ, ມີກິລິຍາມາລະຍາດ ແລະ ງົດງາມ, ເປັນຕາແພງ ແລະ ບອບບາງ ແລະ ຫຼັງຈາກແຕ່ງງານແລ້ວ, ພວກເຂົາຕ້ອງເບິ່ງແຍງທຸກຄົນໃນຄອບຄົວ, ທັງຜູ້ເຖົ້າ ແລະ ຄົນໜຸ່ມ, ໂດຍບໍ່ຈົ່ມວ່າ. ພວກເຂົາເປັນພຽງແຕ່ຜ້າເຊັດຕີນ. ນີ້ຄືຮູບພາບຂອງແມ່ຍິງທີ່ຄົນຕາເວັນອອກສ້າງຂຶ້ນ; ສິ່ງເຫຼົ່ານີ້ຄືມາດຕະຖານທີ່ພວກເຂົາຮຽກຮ້ອງສຳລັບແມ່ຍິງ. ຕອນນີ້ ໃຫ້ເຮົາມາເບິ່ງວ່າມາດຕະຖານທີ່ຄົນຕາເວັນຕົກຮຽກຮ້ອງສຳລັບແມ່ຍິງແມ່ນຫຍັງ ນັ້ນກໍຄື ສິ່ງທີ່ພວກເຂົາສຶກສາ ແລະ ສະໜັບສະໜູນຜ່ານຄວາມຄິດ ແລະ ມຸມມອງຂອງພວກເຂົາ. ຄົນຕາເວັນຕົກເຊື່ອວ່າແມ່ຍິງຄວນເປັນເອກະລາດ, ມີອິດສະຫຼະ ແລະ ເທົ່າທຽມກັນ, ສິ່ງເຫຼົ່ານີ້ຄືສິດຂອງແມ່ຍິງໂດຍພື້ນຖານ ທີ່ຊາວຕາເວັນຕົກສະໜັບສະໜູນ. ສິດເຫຼົ່ານີ້ມີຄຳນິຍາມ ແລະ ຂໍ້ກຳນົດພື້ນຖານສຳລັບແມ່ຍິງ ນັ້ນກໍຄື ພວກມັນນຳສະເໜີແນວຄິດພື້ນຖານສຳລັບວິຖີຊີວິດ ແລະ ຮູບລັກສະນະຂອງແມ່ຍິງ. ແນວຄິດນີ້ແມ່ນຫຍັງ? ແມ່ຍິງບໍ່ຄວນຍອມຈຳນົນ, ເຮັດຕົວເປັນຕາອີຕົນ ແລະ ປະພຶດຕົນດີໝົດມື້ ຄືກັບຜ້າເຊັດຕີນ. ພວກເຂົາຄິດວ່າສິ່ງນີ້ບໍ່ດີ ແລະ ແມ່ຍິງຕ້ອງເຂັ້ມແຂງ ແລະ ກ້າຫານ. ສິ່ງເຫຼົ່ານີ້ຄືມາດຕະຖານທີ່ຮຽກຮ້ອງສຳລັບແມ່ຍິງໃນຫົວໃຈຂອງຄົນຕາເວັນຕົກ. ພວກເຂົາເຊື່ອວ່າແມ່ຍິງບໍ່ຈຳເປັນຕ້ອງເປັນຄືກັບຫຸ່ນແທນ, ຍອມຈຳນົນຕໍ່ຄວາມທຸກຍາກລຳບາກຢ່າງບໍ່ມີຫວັງໃນແຕ່ລະວັນ, ລໍຖ້າໃຫ້ຄົນອື່ນດ່າພວກເຂົາ ຫຼື ອອກຄຳສັ່ງ. ພວກເຂົາຄິດວ່າບໍ່ຈຳເປັນຕ້ອງເປັນແບບນີ້. ຄົນຕາເວັນຕົກສະໜັບສະໜູນໃຫ້ແມ່ຍິງເປັນຝ່າຍລິເລີ່ມ, ເປັນເອກະລາດ ແລະ ກ້າຫານໃນການກະທຳຂອງພວກເຂົາ. ແນ່ນອນວ່າ ສິ່ງທີ່ພວກເຮົາເຂົ້າໃຈອາດຈະບໍ່ສອດຄ່ອງກັບຄວາມຄິດຂອງພວກເຂົາທັງໝົດ ແຕ່ໂດຍພື້ນຖານແລ້ວ ນີ້ຄືຄວາມແຕກຕ່າງຫຼັກລະຫວ່າງແມ່ຍິງຕາເວັນອອກ ແລະ ຕາເວັນຕົກ. ມຸມມອງໃດໃນສອງຢ່າງນີ້ຖືກຕ້ອງ? (ບໍ່ມີອັນໃດຖືກຕ້ອງ.) ທີ່ຈິງແລ້ວ, ສິ່ງນີ້ບໍ່ກ່ຽວຂ້ອງກັບຖືກ ແລະ ຜິດ. ພາຍໃຕ້ພື້ນຖານທາງສັງຄົມຂອງຊາວຕາເວັນອອກ, ພາຍໃນຊຸມຊົນດັ່ງກ່າວ, ເຈົ້າຕ້ອງດຳລົງຊີວິດແບບນັ້ນ. ເຈົ້າຈະກະບົດໄດ້ບໍ ຖ້າເຈົ້າຕ້ອງການ? ພາຍໃນຄອບຄົວ, ເຈົ້າສ່ຽງຕາຍ ຖ້າເຈົ້າກະບົດ. ໃນຕາເວັນຕົກ, ເຈົ້າສາມາດດຳລົງຊີວິດແບບແມ່ຍິງຕາເວັນຕົກໄດ້ ແຕ່ບໍ່ວ່າເຈົ້າຈະດຳລົງຊີວິດແນວໃດ, ພາຍໃຕ້ພື້ນຖານທາງສັງຄົມໃດ ຫຼື ໃນຊຸມຊົນໃດ, ມຸມມອງໃດສອດຄ່ອງກັບຄວາມຈິງ? (ບໍ່ມີອັນໃດສອດຄ່ອງກັບຄວາມຈິງ.) ບໍ່ມີມຸມມອງໃດສອດຄ່ອງກັບຄວາມຈິງ, ພວກມັນທັງສອງລະເມີດມັນ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ຄົນຕາເວັນອອກຕ້ອງການໃຫ້ແມ່ຍິງປະພຶດຕົນດີຢູ່ສະເໝີ ເພື່ອສະແດງອອກເຖິງຫຼັກການເຊື່ອຟັງສາມປະການ ແລະ ຄຸນນະທຳສີ່ປະການ ເພື່ອໃຫ້ມີຄຸນນະທຳ ແລະ ອ່ອນໂຍນ, ເພື່ອຈຸດປະສົງຫຍັງ? ເພື່ອເຮັດໃຫ້ພວກເຂົາຄວບຄຸມງ່າຍ. ນີ້ຄືອຸດົມການທີ່ຄືກັບກ້ອນຊີ້ນຮ້າຍ ເຊິ່ງເຕີບໃຫຍ່ຂຶ້ນຈາກວັດທະນະທຳປະເພນີຂອງຊາວຕາເວັນອອກ ແລະ ທີ່ຈິງແລ້ວມັນເປັນອັນຕະລາຍຕໍ່ຜູ້ຄົນ, ໃນທີ່ສຸດກໍນຳພາແມ່ຍິງໄປສູ່ການດຳລົງຊີວິດທີ່ບໍ່ມີທິດທາງ ຫຼື ຄວາມຄິດເປັນຂອງພວກເຂົາເອງ. ແມ່ຍິງເຫຼົ່ານີ້ບໍ່ຮູ້ວ່າພວກເຂົາຄວນເຮັດຫຍັງ, ເຮັດແນວໃດ ຫຼື ການກະທຳໃດຖືກ ຫຼື ຜິດ. ພວກເຂົາເຖິງກັບສະຫຼະຊີວິດຂອງພວກເຂົາໃຫ້ກັບຄອບຄົວຂອງພວກເຂົາ ແຕ່ກໍຍັງຮູ້ສຶກວ່າພວກເຂົາຍັງເຮັດບໍ່ພໍ. ນີ້ເປັນການທຳຮ້າຍແມ່ຍິງປະເພດໜຶ່ງບໍ? (ແມ່ນແລ້ວ.) ພວກເຂົາເຖິງກັບບໍ່ຕໍ່ຕ້ານ ເມື່ອສິດຂອງພວກເຂົາເອງ, ສິດທີ່ພວກເຂົາຄວນໄດ້ຮັບຖືກຍຶດເອົາໄປ. ເປັນຫຍັງພວກເຂົາຈຶ່ງບໍ່ຕໍ່ຕ້ານ? ພວກເຂົາເວົ້າວ່າ: “ມັນຜິດທີ່ຈະຕໍ່ຕ້ານ, ມັນບໍ່ມີຄຸນນະທຳ. ຈົ່ງເບິ່ງຄົນນັ້ນຄົນນີ້, ພວກເຂົາເຮັດໄດ້ດີກວ່າຂ້ອຍຫຼາຍ ແລະ ໄດ້ທົນທຸກຫຼາຍກວ່າ ແຕ່ພວກເຂົາກໍບໍ່ເຄີຍຈົ່ມ”. ເປັນຫຍັງພວກເຂົາຈຶ່ງຄິດແບບນີ້? (ພວກເຂົາໄດ້ຮັບອິດທິພົນຈາກແນວຄິດວັດທະນະທຳດັ່ງເດີມ.) ມັນຄືວັດທະນະທຳດັ່ງເດີມນີ້ ທີ່ໄດ້ຝັງຮາກເລິກຢູ່ໃນຕົວພວກເຂົາ ແລະ ເຮັດໃຫ້ພວກເຂົາໄດ້ຮັບຄວາມທຸກຢ່າງໃຫຍ່ຫຼວງ. ພວກເຂົາສາມາດທົນຕໍ່ການທໍລະມານປະເພດນີ້ໄດ້ແນວໃດ? ພວກເຂົາຮູ້ດີວ່າການທໍລະມານປະເພດນີ້ເຮັດໃຫ້ເຈັບປວດ, ມັນເຮັດໃຫ້ພວກເຂົາຮູ້ສຶກໝົດຫວັງ ແລະ ທຳຮ້າຍຫົວໃຈຂອງພວກເຂົາ, ແລ້ວພວກເຂົາຍັງຈະຮັບເອົາມັນໄດ້ແນວໃດ? ເຫດຜົນທີ່ກົງໄປກົງມາແມ່ນຫຍັງ? ນີ້ແມ່ນພື້ນຖານທາງສັງຄົມຂອງພວກເຂົາ, ສະນັ້ນ ພວກເຂົາຈຶ່ງບໍ່ສາມາດຫຼຸດພົ້ນເປັນອິດສະຫຼະໄດ້, ພຽງແຕ່ຍອມຈຳນົນໃຫ້ກັບມັນຢ່າງໝົດຫວັງ. ນີ້ກໍເປັນຄວາມຮູ້ສຶກຢູ່ພາຍໃນໃຈຂອງພວກເຂົາເຊັ່ນກັນ. ພວກເຂົາບໍ່ເຂົ້າໃຈຄວາມຈິງ ຫຼື ວິທີທີ່ແມ່ຍິງຄວນດຳລົງຊີວິດຢ່າງມີກຽດສັກສີ ຫຼື ວິທີທີ່ຖືກຕ້ອງສຳລັບແມ່ຍິງໃນການດຳລົງຊີວິດ. ບໍ່ມີໃຜເຄີຍບອກພວກເຂົາກ່ຽວກັບສິ່ງເຫຼົ່ານີ້. ເທົ່າທີ່ພວກເຂົາຮູ້, ບັນທັດຖານສຳລັບການປະພຶດຕົນ ແລະ ການກະທຳຂອງແມ່ຍິງແມ່ນຫຍັງ? ວັດທະນະທຳດັ່ງເດີມ. ພວກເຂົາຄິດວ່າສິ່ງທີ່ສືບທອດກັນມາຫຼາຍຮຸ່ນຄົນນັ້ນຖືກຕ້ອງ ແລະ ຖ້າຄົນໃດຄົນໜຶ່ງລະເມີດມັນ, ຈິດສຳນຶກຂອງພວກເຂົາກໍຄວນຖືກກ່າວໂທດ. ນີ້ຄື “ບັນທັດຖານ” ຂອງພວກເຂົາ. ແຕ່ບັນທັດຖານນີ້ຖືກຕ້ອງແທ້ບໍ? ມັນຄວນວາງໄວ້ຢູ່ໃນເຄື່ອງໝາຍຢືມຄຳບໍ? (ແມ່ນແລ້ວ, ຄວນ.) ບັນທັດຖານນີ້ບໍ່ສອດຄ່ອງກັບຄວາມຈິງ. ບໍ່ວ່າພຶດຕິກຳຂອງຄົນໃດໜຶ່ງຈະໄດ້ຮັບການຍອມຮັບ ຫຼື ເປັນທີ່ນິຍົມສໍ່າໃດກໍຕາມ ພາຍໃຕ້ການຄວບຄຸມຂອງແນວຄິດ ແລະ ມຸມມອງປະເພດນີ້, ມັນແມ່ນບັນທັດຖານແທ້ບໍ? ບໍ່ແມ່ນ, ເພາະມັນຂັດກັບຄວາມຈິງ ແລະ ຄວາມເປັນມະນຸດ. ເປັນເວລາດົນນານແລ້ວ ແມ່ຍິງໃນຕາເວັນອອກຕ້ອງເບິ່ງແຍງໝົດຄອບຄົວຂອງພວກເຂົາ ແລະ ພວກເຂົາຕ້ອງຮັບຜິດຊອບຕໍ່ທຸກເລື່ອງທີ່ເລັກນ້ອຍ. ນີ້ຍຸຕິທຳບໍ? (ບໍ່, ບໍ່ແມ່ນ.) ແລ້ວພວກເຂົາຈະທົນໄດ້ແນວໃດ? ເພາະພວກເຂົາຖືກຜູກມັດດ້ວຍແນວຄິດ ແລະ ມຸມມອງປະເພດນີ້. ຄວາມສາມາດຂອງພວກເຂົາໃນການອົດທົນໄດ້ຊີ້ໃຫ້ເຫັນວ່າ ໃນສ່ວນເລິກແລ້ວ, ພວກເຂົາໝັ້ນໃຈ 80% ວ່າມັນເປັນສິ່ງທີ່ຖືກຕ້ອງທີ່ຈະເຮັດ ແລະ ຖ້າພວກເຂົາພຽງແຕ່ອົດທົນ, ພວກເຂົາກໍຈະສາມາດບັນລຸມາດຕະຖານຂອງວັດທະນະທຳດັ່ງເດີມໄດ້. ສະນັ້ນ, ພວກເຂົາຈຶ່ງກຳລັງແລ່ນໄປໃນທິດທາງນັ້ນ, ໄປສູ່ມາດຕະຖານເຫຼົ່ານັ້ນ. ຖ້າໃນສ່ວນເລິກ, ພວກເຂົາຄິດວ່າມັນຜິດ ແລະ ພວກເຂົາບໍ່ຄວນເຮັດມັນ, ມັນບໍ່ສອດຄ່ອງກັບຄວາມເປັນມະນຸດ ແລະ ມັນຂັດກັບຄວາມເປັນມະນຸດ ແລະ ຄວາມຈິງ, ພວກເຂົາຍັງສາມາດເຮັດມັນໄດ້ບໍ? (ບໍ່, ບໍ່ໄດ້.) ພວກເຂົາຈະຕ້ອງຄິດຫາວິທີທີ່ຈະໜີອອກຈາກຄົນເຫຼົ່ານັ້ນ ແລະ ບໍ່ເປັນທາດຂອງພວກເຂົາ. ແຕ່ແມ່ຍິງສ່ວນໃຫຍ່ບໍ່ກ້າເຮັດແບບນີ້, ພວກເຂົາຄິດວ່າແນວໃດ? ພວກເຂົາສາມາດຢູ່ລອດໄດ້ໂດຍບໍ່ມີຊຸມຊົນຂອງພວກເຂົາ ແຕ່ພວກເຂົາຈະຕ້ອງແບກຮັບຊື່ສຽງທີ່ບໍ່ດີອັນໜັກໜ່ວງ ຖ້າພວກເຂົາອອກໄປ ແລະ ທົນທຸກກັບຜົນສະທ້ອນບາງຢ່າງ. ຫຼັງຈາກຊັ່ງຊາເບິ່ງແລ້ວ, ພວກເຂົາກໍຄິດວ່າ ຖ້າພວກເຂົາເຮັດແບບນັ້ນ, ເພື່ອນຮ່ວມງານຂອງພວກເຂົາກໍຈະນິນທາວ່າພວກເຂົາບໍ່ມີຄຸນນະທຳ, ສັງຄົມກໍຈະກ່າວໂທດພວກເຂົາໃນລັກສະນະບາງຢ່າງ ແລະ ມີຄວາມຄິດເຫັນບາງຢ່າງຕໍ່ພວກເຂົາ ແລະ ທັງໝົດນີ້ກໍຈະນຳມາເຊິ່ງຜົນສະທ້ອນທີ່ຮ້າຍແຮງ. ໃນທີ່ສຸດແລ້ວ ພວກເຂົາກໍໄຕ່ຕອງມັນ ແລະ ຄິດວ່າ “ອົດທົນເອົາດີກວ່າ. ຖ້າບໍ່ດັ່ງນັ້ນ, ນໍ້າໜັກຂອງການປະນາມຈະທຳລາຍຂ້ອຍ!” ນີ້ຄືວິທີທີ່ແມ່ຍິງຕາເວັນອອກເປັນ, ຕະຫຼອດຫຼາຍຮຸ່ນຄົນ. ພວກເຂົາຕ້ອງອົດທົນກັບຫຍັງທີ່ຢູ່ເບື້ອງຫຼັງການກະທຳທີ່ດີທັງໝົດນີ້? ການຖືກຖອດຖອນກຽດສັກສີ ແລະ ສິດທິມະນຸດຂອງພວກເຂົາ. ແນວຄິດ ແລະ ມຸມມອງເຫຼົ່ານີ້ສອດຄ່ອງກັບຄວາມຈິງບໍ? (ບໍ່, ບໍ່ແມ່ນ.) ພວກມັນບໍ່ສອດຄ່ອງກັບຄວາມຈິງ. ພວກເຂົາຖືກຖອດຖອນກຽດສັກສີ ແລະ ສິດທິມະນຸດ, ສູນເສຍຄຸນນະທໍາຂອງພວກເຂົາ, ພື້ນທີ່ໃນການດຳລົງຊີວິດ ແລະ ການຄິດຢ່າງເປັນອິດສະຫຼະ ແລະ ສິດຂອງພວກເຂົາໃນການເວົ້າ ແລະ ການສະແດງອອກເຖິງຄວາມປາຖະໜາຂອງພວກເຂົາເອງ ນັ້ນກໍຄື ທຸກສິ່ງທີ່ພວກເຂົາເຮັດກໍເພື່ອໃຫ້ຄົນເຫຼົ່ານັ້ນທີ່ຢູ່ເຮືອນ. ຈຸດປະສົງຂອງພວກເຂົາໃນການເຮັດສິ່ງນີ້ແມ່ນຫຍັງ? ເພື່ອບັນລຸມາດຕະຖານທີ່ວັດທະນະທຳດັ່ງເດີມຮຽກຮ້ອງຈາກແມ່ຍິງ ແລະ ເພື່ອໃຫ້ຄົນອື່ນຍ້ອງຍໍພວກເຂົາ, ເອີ້ນພວກເຂົາວ່າເປັນເມຍທີ່ດີ ແລະ ເປັນຄົນດີ. ນີ້ບໍ່ແມ່ນການທໍລະມານຊະນິດໜຶ່ງບໍ? (ແມ່ນແລ້ວ.) ວິທີຄິດແບບນີ້ເໝາະສົມ ຫຼື ບິດເບືອນ? (ມັນບິດເບືອນ.) ມັນສອດຄ່ອງກັບຄວາມຈິງບໍ? (ບໍ່, ບໍ່ແມ່ນ.) ພຣະເຈົ້າໄດ້ສ້າງເຈດຈຳນົງເສລີໃຫ້ກັບມະນຸດຊາດ ແລະ ຄວາມຄິດທີ່ມາຈາກເຈດຈຳນົງເສລີນີ້ແມ່ນຫຍັງ? ພວກມັນສອດຄ່ອງກັບຄວາມເປັນມະນຸດບໍ? ຢ່າງໜ້ອຍທີ່ສຸດ ຄວາມຄິດເຫຼົ່ານີ້ຕ້ອງສອດຄ່ອງກັບຄວາມເປັນມະນຸດ. ນອກຈາກນີ້, ພຣະອົງຍັງຕັ້ງໃຈໃຫ້ຜູ້ຄົນມີມຸມມອງ ແລະ ຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບທຸກຄົນ, ເຫດການ ແລະ ສິ່ງຕ່າງໆ ຕະຫຼອດຊີວິດຂອງພວກເຂົາ ແລະ ຈາກນັ້ນກໍເລືອກເສັ້ນທາງທີ່ຖືກຕ້ອງເພື່ອດຳລົງຊີວິດ ແລະ ນະມັດສະການພຣະເຈົ້າ. ຊີວິດທີ່ດຳລົງໃນລັກສະນະນີ້ແມ່ນພຣະເຈົ້າປະທານໃຫ້ ແລະ ຄວນເພີດເພີນນໍາ. ແນວໃດກໍຕາມ, ຜູ້ຄົນຖືກຈຳກັດ, ຜູກມັດ ແລະ ບິດເບືອນໂດຍສິ່ງທີ່ເອີ້ນວ່າວັດທະນະທຳດັ່ງເດີມ ແລະ ຂໍ້ພຣະຄຳທີ່ມີສິນທຳເຫຼົ່ານີ້ຕະຫຼອດຊີວິດຂອງພວກເຂົາ ແລະ ໃນທີ່ສຸດກໍກາຍເປັນຫຍັງ? ພວກເຂົາກາຍເປັນຫຸ່ນແທນຂອງວັດທະນະທຳດັ່ງເດີມ. ນີ້ບໍ່ໄດ້ເກີດຈາກການທີ່ຜູ້ຄົນບໍ່ເຂົ້າໃຈຄວາມຈິງບໍ? (ແມ່ນແລ້ວ.) ພວກເຈົ້າຈະເລືອກຍ່າງໃນເສັ້ນທາງນີ້ໃນອະນາຄົດບໍ? (ບໍ່, ຂ້ອຍຈະບໍ່ເລືອກ.) ສະນັ້ນ, ເຈົ້າຄວນເຮັດແນວໃດ? ສົມມຸດວ່າເຈົ້າເວົ້າວ່າ “ຂ້ອຍຈະຕໍ່ສູ້ກັບພວກເຂົາ” ຫຼື “ຂ້ອຍຈະບໍ່ຮັບໃຊ້ພວກເຂົາອີກຕໍ່ໄປ. ຂ້ອຍມີສິດທິມະນຸດ ແລະ ຂ້ອຍມີຄຸນນະທໍາຂອງຂ້ອຍ”. ແບບນີ້ໃຊ້ໄດ້ບໍ? (ບໍ່, ບໍ່ໄດ້.) ແບບນີ້ບໍ່ໄດ້. ນີ້ຄືການໄປຈາກຈຸດສຸດຂົ້ວໜຶ່ງໄປສູ່ອີກຈຸດສຸດຂົ້ວໜຶ່ງ ແລະ ມັນບໍ່ແມ່ນການເປັນພະຍານຕໍ່ພຣະເຈົ້າ ຫຼື ການຖວາຍກຽດແດ່ພຣະອົງ. ສະນັ້ນ, ເຈົ້າຄວນປະຕິບັດຕົນແນວໃດ? (ສອດຄ່ອງກັບຫຼັກການ.) ແນ່ນອນວ່າມັນຖືກຕ້ອງທີ່ຈະປະຕິບັດຕົນໃຫ້ສອດຄ່ອງກັບຫຼັກການ ແລະ ເຈົ້າຄວນປະຕິບັດຕໍ່ທຸກຄົນໃຫ້ສອດຄ່ອງກັບຫຼັກການ, ປະຕິບັດຕໍ່ພວກເຂົາຄືກັບອ້າຍເອື້ອຍນ້ອງ ຖ້າພວກເຂົາເຊື່ອໃນພຣະເຈົ້າ ແລະ ຄືກັບຜູ້ບໍ່ມີຄວາມເຊື່ອ ຖ້າພວກເຂົາບໍ່ເຊື່ອ. ບໍ່ຈຳເປັນຕ້ອງໂທດຕົວເອງ, ບິດເບືອນຄຸນນະທໍາຂອງເຈົ້າ ຫຼື ຍອມສະຫຼະະກຽດສັກສີ ແລະ ສິດຂອງເຈົ້າ ໂດຍການສະຫຼະຊີວິດຂອງເຈົ້າເພື່ອພວກເຂົາ. ພວກເຂົາບໍ່ສົມຄວນໄດ້ຮັບມັນ. ມີພຽງແຕ່ຜູ້ດຽວໃນໂລກນີ້ທີ່ສົມຄວນໃຫ້ເຈົ້າໃຊ້ຊີວິດຂອງເຈົ້າເພື່ອພຣະອົງ. ຜູ້ນັ້ນແມ່ນໃຜ? (ພຣະເຈົ້າ.) ເປັນຫຍັງ? ເພາະພຣະເຈົ້າຄືຄວາມຈິງ ແລະ ພຣະທຳຂອງພຣະອົງຄືບັນທັດຖານສຳລັບການມີຢູ່, ການປະພຶດຕົນ ແລະ ການກະທຳຂອງມະນຸດ. ຕາບໃດທີ່ເຈົ້າມີພຣະເຈົ້າ ແລະ ພຣະທຳຂອງພຣະເຈົ້າ, ແລ້ວເຈົ້າກໍຈະບ່ຽງເບນ ແລະ ວິທີການປະພຶດຕົນ ແລະ ກະທຳຂອງເຈົ້າຈະເຮັດໄດ້ຢ່າງຖືກຕ້ອງ. ນີ້ຄືຜົນໄດ້ຮັບສຸດທ້າຍທີ່ພຣະທຳຂອງພຣະເຈົ້າບັນລຸໃນຄົນໃດຄົນໜຶ່ງ ເມື່ອພວກເຂົາໄດ້ຮັບຄວາມລອດພົ້ນແລ້ວ.

“ຄວາມຈິງແມ່ນຫຍັງ?” ເປັນຫົວຂໍ້ທີ່ກວ້າງເກີນໄປ. ພວກເຮົາພຽງແຕ່ຍົກຕົວຢ່າງສອງສາມຢ່າງ, ໜຶ່ງໃນນັ້ນກໍຄືວິທີປະຕິບັດຕໍ່ນົກເຄົ້າ. ມີຕົວຢ່າງອື່ນໃດອີກແດ່? (ຄົນຕາເວັນອອກຮຽນແບບຄົນຕາເວັນຕົກດື່ມກາເຟ.) (ມາດຕະຖານທີ່ຄົນຕາເວັນອອກ ແລະ ຄົນຕາເວັນຕົກຮຽກຮ້ອງສຳລັບແມ່ຍິງ.) ສິ່ງເຫຼົ່ານີ້ຄືຕົວຢ່າງທີ່ຊັດເຈນທີ່ສຸດ. ສະນັ້ນ, ລະຫວ່າງທັດສະນະຂອງຄົນຕາເວັນອອກ ແລະ ຕາເວັນຕົກກ່ຽວກັບສິ່ງຕ່າງໆ, ອັນໃດຄືບັນທັດຖານ? (ບໍ່ແມ່ນທັງສອງ.) ບໍ່ມີອັນໃດກ່ຽວຂ້ອງກັບຄວາມຈິງ, ພວກມັນທັງສອງເປັນມຸມມອງ ແລະ ຄວາມຄິດເຫັນຂອງມະນຸດ. ເວົ້າໃຫ້ຊັດເຈນກວ່ານັ້ນ, ພວກມັນທັງສອງເປັນມຸມມອງທີ່ຜິດພາດ ແລະ ຄວາມເຊື່ອຜິດໆ. ພວກມັນບໍ່ແມ່ນບັນທັດຖານ, ພວກມັນເປັນກົນອຸບາຍ, ທິດສະດີ ແລະ ປັດຊະຍາຂອງຊາຕານທີ່ທຳຮ້າຍຜູ້ຄົນ. ຫຼັງຈາກທີ່ໂອ້ລົມກັນແບບນີ້ແລ້ວ, ພວກເຈົ້າເຂົ້າໃຈເລື່ອງນີ້ຫຼາຍຂຶ້ນໜ້ອຍໜຶ່ງບໍ? (ແມ່ນແລ້ວ.) ຖ້າເຮົາບໍ່ໄດ້ເວົ້າກ່ຽວກັບເລື່ອງນີ້, ບາງທີມື້ໜຶ່ງພວກເຈົ້າອາດຈະພິຈາລະນາຮຽນແບບຄົນຕາເວັນຕົກໂດຍການດື່ມກາເຟ ແລະ ກິນແຮມເບີເກີ, ຮຽນແບບພວກເຂົາ. ສິ່ງນັ້ນສອດຄ່ອງກັບຫຼັກການບໍ? ເຖິງແມ່ນວ່າເຈົ້າຈະກິນອາຫານຕາເວັນຕົກທຸກມື້, ມັນກໍຈະໄຮ້ປະໂຫຍດທັງສິ້ນ ຖ້າເຈົ້າບໍ່ສະແຫວງຫາຄວາມຈິງ, ເຈົ້າກໍຈະຍັງບໍ່ມີບັນທັດຖານສຳລັບການປະພຶດຕົນ. ສິ່ງສຳຄັນຄືເຈົ້າສາມາດສະແຫວງຫາຄວາມຈິງ ແລະ ປະຕິບັດຕາມຫຼັກການໄດ້ ຫຼື ບໍ່, ສິ່ງນີ້ເປັນປະໂຫຍດຕໍ່ເຈົ້າ. ຜ່ານການທີ່ເຮົາໂອ້ລົມແບບນີ້, ພວກເຈົ້າມີຄວາມເຂົ້າໃຈກ່ຽວກັບຄວາມຈິງ ແລະ ບັນທັດຖານແດ່ບໍ? (ແມ່ນແລ້ວ.) ມີຄວາມຈິງຢູ່ໃນວັດທະນະທຳດັ້ງເດີມ ຫຼື ບັນທັດຖານທາງສິນທຳຂອງຜູ້ຄົນບໍ? (ບໍ່, ບໍ່ມີ.) ມີຄວາມຈິງຢູ່ໃນຂໍ້ພຣະຄຳທີ່ມີສິນທຳບໍ? (ບໍ່, ບໍ່ມີ.) ຕອນນີ້ສາມາດໝັ້ນໃຈໄດ້ແລ້ວບໍວ່າ ພຣະທຳຂອງພຣະເຈົ້າຄືຄວາມຈິງ? (ແມ່ນແລ້ວ, ພວກເຮົາໝັ້ນໃຈ.) ຫຼັງຈາກທີ່ຢືນຢັນວ່າ ພຣະທຳຂອງພຣະອົງເປັນຄວາມຈິງແລ້ວ, ເຈົ້າຕ້ອງພິຈາລະນາວ່າ: ພຣະທຳຂອງພຣະເຈົ້າແມ່ນຫຍັງ? ຫຼັກການທີ່ຮຽກຮ້ອງໃນພຣະທຳຂອງພຣະອົງແມ່ນຫຍັງ? ບັນທັດຖານທີ່ພຣະອົງໄດ້ບອກແກ່ມະນຸດແມ່ນຫຍັງ? ພວກເຂົາຄວນປະຕິບັດຕົນແນວໃດແທ້ ເພື່ອໃຫ້ສອດຄ່ອງກັບພຣະທຳຂອງພຣະເຈົ້າ ແລະ ຫຼັກການທີ່ຖືກຕ້ອງສຳລັບການເຮັດສິ່ງນີ້ແມ່ນຫຍັງ? ນີ້ຄືສິ່ງທີ່ເຈົ້າຕ້ອງສະແຫວງຫາ, ແຕ່ສຳລັບຕອນນີ້ ຫົວຂໍ້ນີ້ກໍຂໍຈົບພຽງເທົ່ານີ້.

ບົດເພີ່ມເຕີມ:

ມື້ໜຶ່ງຂອງທ້າວ ເຈຍ

ເຮົາມາເວົ້າເລື່ອງຫົວຂໍ້ຕໍ່ໄປກັນເຖາະ. ມັນຄວນຈະແມ່ນຫົວຂໍ້ຫຍັງ? ເຮົາຄວນຈະເລົ່າເລື່ອງຈັກເລື່ອງໜຶ່ງ. ເລື່ອງເລົ່າກໍກ່ຽວຂ້ອງກັບຄວາມຈິງ ແລະ ຫຼັກເກນໃນການປະພຶດຕົນ, ການກະທຳ ແລະ ການນະມັດສະການພຣະເຈົ້າຂອງມະນຸດ. ຂໍໃຫ້ພວກເຈົ້າຟັງເບິ່ງວ່າເລື່ອງນີ້ກ່ຽວຂ້ອງກັບຄວາມຈິງ ແລະ ຫຼັກເກນການປະພຶດຂອງມະນຸດແນວໃດ. ມັນເປັນເລື່ອງລາວກ່ຽວກັບມື້ໜຶ່ງໃນຊີວິດຂອງທ້າວ ເຈຍ. ຕົວລະຄອນຫຼັກຂອງພວກເຮົາແມ່ນທ້າວ ເຈຍ ແລະ ເລື່ອງລາວນີ້ເກີດຂຶ້ນໃນຊ່ວງໄລຍະເວລາປະມານດົນປານໃດ? (ມື້ໜຶ່ງ). ມື້ໜຶ່ງ. ບາງຄົນອາດເວົ້າວ່າ, “ເຫດການໃນມື້ໜຶ່ງສົມຄວນທີ່ຈະເອົາມາເລົ່າຢູ່ບໍ?” ອັນນີ້, ມັນຂຶ້ນກັບວ່າເຈົ້າເລົ່າເລື່ອງຫຍັງ. ຖ້າມັນເປັນພຽງແຕ່ການເວົ້ານິນທາ ແລະ ເລື່ອງຄວາມຖືກຜິດ, ແລ້ວກໍບໍ່ສົມຄວນທີ່ຈະເອົາມາເລົ່າ. ແຕ່ຖ້າມັນກ່ຽວຂ້ອງກັບຄວາມຈິງ, ຢ່າວ່າແຕ່ເລື່ອງຂອງມື້ໜຶ່ງເລີຍ ແມ່ນແຕ່ເຫດການພຽງນາທີດຽວກໍມີຄ່າຄວນແກ່ການເອົາມາເລົ່າ, ແມ່ນບໍ? (ແມ່ນແລ້ວ).

ທ້າວ ເຈຍ ເປັນຄົນທີ່ກະຕືລືລົ້ນໃນການໄລ່ຕາມ ແລະ ກະຕືລືລົ້ນໃນການປະຕິບັດໜ້າທີ່ຂອງຕົນ ແລະ ເລື່ອງລາວຂອງລາວກໍເລີ່ມຕົ້ນໃນຕອນເຊົ້າໆມື້ໜຶ່ງຫຼັງຈາກທີ່ລາວຫາກໍຕື່ນນອນ. ຫຼັງຈາກລຸກຂຶ້ນ, ອ່ານພຣະທຳຂອງພຣະເຈົ້າ ແລະ ປະຕິບັດການເຂົ້າເຝົ້າຝ່າຍວິນຍານຂອງລາວແລ້ວ, ທ້າວ ເຈຍ ກໍໄປກິນອາຫານເຊົ້າ ແລະ ຈັບເຂົ້າຕົ້ມຖ້ວຍໜຶ່ງກັບຜັກອີກໜ້ອຍໜຶ່ງ. ຈາກນັ້ນລາວກໍເຫັນໄຂ່ ແລະ ຄິດວ່າ: “ຂ້ອຍຄວນຈະເອົາຈັກສອງໜ່ວຍ. ມື້ລະສອງໜ່ວຍກໍມີສານອາຫານພຽງພໍແລ້ວ”. ແຕ່ທັນທີທີ່ລາວເອື້ອມມືອອກໄປ, ລາວກໍລັງເລ, “ຈະເອົາສອງໜ່ວຍ ຫຼື ໜ່ວຍໜຶ່ງດີ? ມັນຈະບໍ່ດີແທ້ໆຖ້າຄົນອື່ນເຫັນຂ້ອຍເອົາສອງໜ່ວຍ. ມັນໂລບມາກເກີນໄປ ແລະ ຄົນອື່ນຈະຄິດວ່າຂ້ອຍເປັນຄົນເຫັນແກ່ກິນ. ເອົາແຕ່ໜ່ວຍໜຶ່ງດີກວ່າ”. ລາວດຶງມືກັບຄືນກ່ອນທີ່ຈະເອື້ອມອອກໄປອີກຄັ້ງ ແລະ ຈັບໄຂ່ໜ່ວຍໜຶ່ງ. ໃນເວລານັ້ນພໍດີ, ມີຄົນອື່ນຍ່າງເຂົ້າມາເພື່ອເອົາໄຂ່ ແລະ ຫົວໃຈຂອງທ້າວ ເຈຍ ກໍເຕັ້ນຜິດຈັງຫວະໃນຂະນະທີ່ພວກເຂົາເຮັດແບບນັ້ນ. ລາວຄິດວ່າ: “ທີ່ຈິງແລ້ວ, ທາງທີ່ດີບໍ່ກິນໄຂ່ເລີຍຈະດີກວ່າ. ຂ້ອຍມີເຂົ້າຕົ້ມກັບຜັກ, ແລະ ກໍມີເຂົ້າໜົມປັງໜື້ງນຳອີກ, ເທົ່ານີ້ກໍພຽງພໍແລ້ວສຳລັບອາຫານເຊົ້າ. ຂ້ອຍບໍ່ຄວນໂລບມາກຂະໜາດນີ້. ແລະ ເປັນຫຍັງຕ້ອງຢາກກິນໄຂ່ນໍາອີກດ້ວຍ? ມັນຈະຮ້າຍແຮງສໍ່າໃດຖ້າຄົນອື່ນເຫັນ. ມັນຈະບໍ່ແມ່ນການຕາມໃຈໃນຄວາມສະບາຍບໍ? ຂ້ອຍຈະບໍ່ກິນຈັກໜ່ວຍ”. ເມື່ອຄິດດັ່ງນັ້ນ, ທ້າວ ເຈຍ ກໍວາງໄຂ່ກັບຄືນໄວ້ບ່ອນເກົ່າ ແລະ ຫຼັງຈາກກິນອາຫານເຊົ້າແລ້ວໃນອີກສອງສາມນາທີຕໍ່ມາ, ລາວກໍເລີ່ມປະຕິບັດໜ້າທີ່ຂອງຕົນ. ລາວຫຍຸ້ງຢູ່ກັບວຽກງານທີ່ຢູ່ໃນມື, ເຮັດສຳເລັດເທື່ອລະຢ່າງ. ເວລາຜ່ານໄປຢ່າງໄວວາ ແລະ ໃນພິບຕາ ກໍເຖິງເວລາກິນເຂົ້າສວາຍ. ຄົນອື່ນໆກໍພາກັນໄປກິນເຂົ້າ, ແຕ່ທ້າວ ເຈຍ ເບິ່ງໂມງຂອງລາວ ແລະ ເຫັນວ່າເປັນເວລາ 12:40 ໂມງ. “ລໍຖ້າຈັກໜ້ອຍກ່ອນ. ຂ້ອຍບໍ່ຄວນຟ້າວໄປກິນເຂົ້າຕອນທີ່ຄົນອື່ນໄປ. ຖ້າຂ້ອຍຟ້າວໄປພ້ອມກັບທຸກຄົນ, ຂ້ອຍກໍຈະບໍ່ຕ່າງຫຍັງກັບພວກເຂົາ ແລະ ເບິ່ງຄືຄົນເຫັນແກ່ກິນບໍ? ຂ້ອຍຈະລໍຖ້າອີກຈັກໜ້ອຍໜຶ່ງ”. ລາວສືບຕໍ່ເຮັດວຽກທີ່ລາວກຳລັງເຮັດຢູ່, ແຕ່ທ້ອງຂອງລາວກໍບໍ່ເຊື່ອຟັງ, ມັນເລີ່ມຮ້ອງດັງ ຈັອກໆ. ລາວຈັບທ້ອງຂອງລາວ ແລະ ເບິ່ງຄອມພິວເຕີຢ່າງໃຈລອຍ, ຄິດວ່າ: “ຂ້ອຍຫິວເຂົ້າແຮງ! ມື້ນີ້ເຂົ້າສວາຍມື້ນີ້ມີຫຍັງກິນນໍ? ຊິມີຊີ້ນບໍ່ນໍ? ມັນຄົງຈະດີຫຼາຍຖ້າໄດ້ກິນຊີ້ນຈັກໜ້ອຍໜຶ່ງ!”. ທ້ອງຂອງລາວຍັງຄົງຮ້ອງບໍ່ຢຸດໃນຂະນະທີ່ລາວຄິດ ແລະ ມັນເປັນເລື່ອງທີ່ຍາກຫຼາຍ ທີ່ລາວຈະສາມາດລໍຖ້າຈົນກວ່າທຸກຄົນກັບມາຈາກການກິນເຂົ້າສວາຍ. ມີຄົນໜຶ່ງເວົ້າວ່າ: “ເປັນຫຍັງເຈົ້າຈຶ່ງບໍ່ໄປກິນເຂົ້າສວາຍ? ຟ້າວໄປແມ, ອາຫານເຢັນໝົດແລ້ວ”. ທ້າວ ເຈຍ ເວົ້າວ່າ, “ບໍ່ເປັນຫຍັງ. ຂ້ຍຍັງເຮັດວຽກບໍ່ແລ້ວເທື່ອ. ຂ້ຍຈະໄປເມື່ອເຮັດແລ້ວ”. “ມັນຈະບໍ່ດີກວ່າບໍ ຖ້າເຈົ້າກິນເຂົ້າແລ້ວຈຶ່ງເຮັດວຽກຕໍ່?”. “ບໍ່ເປັນຫຍັງ. ອີກຈັກໜ້ອຍກໍແລ້ວແລ້ວ”. ດັ່ງນັ້ນ, ທ້າວ ເຈຍ ຈຶ່ງທົນກັບຄວາມຫິວ ແລະ ສືບຕໍ່ເຮັດວຽກຂອງລາວ. ທີ່ຈິງແລ້ວ, ຕອນນີ້ລາວຫິວຫຼາຍ ແລະ ບໍ່ມີອາລົມທີ່ຈະເຮັດວຽກຕໍ່ອີກ, ແຕ່ລາວກໍຍັງທົນຫິວ ແລະ ທຳທ່າຕໍ່ໄປ. ຫຼັງຈາກນັ້ນໄລຍະໜຶ່ງ ລາວເບິ່ງໂມງອີກຄັ້ງ, ເຫັນວ່າເປັນເວລາ 13:30 ໂມງ, ແລະ ຄິດວ່າ: “ເທົ່ານີ້ຄົງພໍແລ້ວ. ຂ້ອຍຄວນຈະໄປກິນເຂົ້າສວາຍໄດ້ແລ້ວ”. ທັນທີທີ່ລາວກຳລັງຈະລຸກຂຶ້ນ ແລະ ໄປກິນເຂົ້າ, ເອື້ອຍນ້ອງຄົນໜຶ່ງໄດ້ຍົກຖາດອາຫານມາໃຫ້ລາວ ແລະ ເວົ້າວ່າ: “ສວາຍປານນີ້ແລ້ວ! ເປັນຫຍັງເຈົ້າຈຶ່ງບໍ່ໄປກິນເຂົ້າສວາຍ? ບໍ່ວ່າຈະຫຍຸ້ງສໍ່າໃດ, ເຈົ້າກໍຍັງຕ້ອງກິນເຂົ້າ ແລະ ເຈົ້າຈະມີບັນຫາເລື່ອງກະເພາະອາຫານ ຖ້າເຈົ້າບໍ່ກິນເຂົ້າໃຫ້ກົງເວລາ”. ລາວຕອບວ່າ: “ບໍ່ເປັນຫຍັງ. ຂ້ຍຈະກິນຫຼັງຈາກເຮັດວຽກແລ້ວ”. “ເຈົ້າບໍ່ຈຳເປັນຕ້ອງໄປດອກ. ຂ້ອຍເອົາອາຫານມາໃຫ້ເຈົ້າແລ້ວ, ຟ້າວກິນແມ”. “ເຈົ້າຊິຟ້າວໄປໃສ? ຂ້ຍຍັງບໍ່ທັນຫິວເທື່ອ”. ທັນທີທີ່ລາວເວົ້າວ່າລາວບໍ່ຫິວ, ທ້ອງຂອງລາວກໍຮ້ອງຂຶ້ນດັງເໝືອນຟ້າຮ້ອງ. ທ້າວ ເຈຍ ຈັບທ້ອງຂອງລາວ, ຍິ້ມແບບອາຍໆ ແລະ ເວົ້າກັບເອື້ອຍນ້ອງຄົນນັ້ນວ່າ: “ເທື່ອໜ້າບໍ່ຕ້ອງລຳບາກເອົາອາຫານມາໃຫ້ຂ້ຍອີກເດີ”. “ແຕ່ຖ້າຂ້ຍບໍ່ເອົາມາໃຫ້, ອາຫານກໍຈະເຢັນ ແລະ ຕ້ອງໄດ້ອຸ່ນອີກ. ນີ້ກໍອຸ່ນມາເທື່ອໜຶ່ງແລ້ວ”. “ຖ້າແນວນັ້ນ, ຂອບໃຈຫຼາຍໆ!”. ຂະນະທີ່ນໍ້າລາຍໄຫຼ, ທ້າວ ເຈຍ ກໍຮັບເອົາອາຫານຈາກເອື້ອຍນ້ອງຄົນນັ້ນ. ເມື່ອເຫຼືອບເບິ່ງຖາດ, ລາວກໍດີໃຈຫຼາຍ: ມີເຂົ້າໜົມປັງໜື້ງສອງກ້ອນ, ຜັກ, ຊີ້ນ ແລະ ແກງ. ທ້າວ ເຈຍ ມີຄວາມຄິດໃໝ່ເມື່ອລາວເຫັນເຂົ້າໜົມປັງໜື້ງ ແລະ ເວົ້າກັບເອື້ອຍນ້ອງຄົນນັ້ນວ່າ: “ຂ້ຍກິນເຂົ້າໜົມປັງສອງກ້ອນບໍ່ໝົດດອກ. ຊ່ວງນີ້ຂ້ຍຫຍຸ້ງຫຼາຍ, ນອນບໍ່ຫຼັບ ແລະ ບໍ່ຄ່ອຍຢາກອາຫານ. ມັນຈະບໍ່ເປັນການສິ້ນເປືອງບໍ ຖ້າເຈົ້າໃຫ້ຂ້ຍສອງກ້ອນ? ເອົາຄືນໄປກ້ອນໜຶ່ງແມ”. “ບໍ່ເປັນຫຍັງ. ຖ້າເຈົ້າກິນບໍ່ໝົດແທ້ໆ ກໍຄ່ອຍເອົາໄປສົ່ງຄືນກໍໄດ້”, ເອື້ອຍນ້ອງຄົນນັ້ນຕອບກ່ອນທີ່ຈະຍ່າງຈາກໄປ. ທ້າວ ເຈຍ ຄິດໃນໃຈວ່າ: “ຟ້າວໄປແມ. ຂ້ອຍຫິວຈົນຊິຕາຍຢູ່ແລ້ວ”. ລາວຈັບຖ້ວຍຂຶ້ນມາ, ເຫັນວ່າບໍ່ມີໃຜຢູ່ອ້ອມຂ້າງ ແຕ່ກໍຍັງຮູ້ສຶກອາຍໜ້ອຍໜຶ່ງ ແລະ ຄ່ອຍໆຫູບແກງຄຳໜຶ່ງ. ຈາກນັ້ນລາວກໍເບິ່ງຊີ້ນ, “ໂອ! ຂ້ອຍໄດ້ກິ່ນຊີ້ນໝູພະໂລ້ຫອມມາແຕ່ໄກ. ແຕ່ຂ້ອຍຈະກິນມັນທັນທີບໍ່ໄດ້, ເພາະຂ້ອຍຕ້ອງກິນຜັກກ່ອນ. ຂ້ອຍຈະກິນຊີ້ນໜ້ອຍລົງ ຖ້າຂ້ອຍກິນຜັກຈົນອີ່ມ, ບໍ່ດັ່ງນັ້ນ ຂ້ອຍຄົງກິນຊີ້ນໝົດເຄິ່ງຖ້ວຍ ແລະ ມັນຈະບໍ່ໜ້າອາຍບໍ?”. ລາວຄິດຢູ່ຄາວໜຶ່ງ ແລ້ວກໍກິນຕາມນັ້ນ. ລາວກິນເຂົ້າໜົມປັງໜື້ງກັບຜັກ, ແລະ ຫູບແກງ. ຂະນະທີ່ກິນຢູ່, ລາວຮູ້ສຶກວ່າຢາກກິນຊີ້ນຈັກໜ້ອຍໜຶ່ງ, ລາວຈຶ່ງຈັບເອົາຊີ້ນໝູພະໂລ້ຕ່ອນໜຶ່ງ. ເມື່ອເອົາເຂົ້າປາກ, ລາວກໍຫຼັບຕາ ແລະ ຄ່ອຍໆຊີມລົດຊາດຂອງມັນ, “ແຊບຫຼາຍ! ຊີ້ນແມ່ນດີແທ້ໆ, ແຕ່ຂ້ອຍກິນຫຼາຍບໍ່ໄດ້. ຄຳດຽວກໍພໍແລ້ວ, ຈາກນັ້ນກໍກິນຜັກ ແລະ ຫູບແກງຕື່ມ”. ລາວສືບຕໍ່ກິນເຂົ້າໜົມປັງໜື້ງ, ແຕ່ກໍຍັງຈ້ອງເບິ່ງຊີ້ນຂະນະທີ່ລາວກິນຜັກ, “ຂ້ອຍຄວນຈະກິນຊີ້ນນີ້ບໍ່? ມັນແຊບຫຼາຍ, ມັນຄົງຈະເສຍດາຍແທ້ໆ ຖ້າບໍ່ກິນ”. ນໍ້າລາຍຂອງລາວເລີ່ມໄຫຼອີກຄັ້ງ ແລະ ລາວຄິດວ່າ, “ຂ້ອຍຮູ້ແລ້ວ! ຂ້ອຍຈະຈີກເຂົ້າໜົມປັງເປັນຕ່ອນນ້ອຍໆ ແລະ ຈໍ້າໃສ່ນໍ້າແກງ. ມັນກໍຄືກັນກັບການກິນຊີ້ນບໍ່ແມ່ນບໍ? ດ້ວຍວິທີນີ້ ຄົນອື່ນກໍຈະເຫັນວ່າຂ້ອຍບໍ່ໄດ້ກິນຊີ້ນ, ແຕ່ຂ້ອຍກໍຍັງໄດ້ລົດຊາດຂອງຊີ້ນ. ມັນດີສໍ່າໃດ!”. ດ້ວຍຄວາມຄິດນີ້, ລາວຈຶ່ງເອົາເຂົ້າໜົມປັງໜ້ອຍໜຶ່ງໃສ່ໃນນໍ້າແກງ ກ່ອນທີ່ຈະຕັກມັນຂຶ້ນ, ລາວເຫັນວ່າມັນແຊບ ແລະ ເກືອບຄືກັບຊີ້ນແທ້ໆ. ຈາກນັ້ນ ທ້າວ ເຈຍ ກໍຈີກເຂົ້າໜົມປັງໝົດກ້ອນ ແລະ ເອົາລົງໃສ່ນໍ້າແກງທັນທີ... ບໍ່ຮອດສິບນາທີ, ລາວກໍກິນອາຫານທັງໝົດ ແລະ ຫູບແກງຈົນໝົດ. ລາວກິນເຂົ້າໜົມປັງໜຶ້ງພຽງກ້ອນດຽວ, ທົນກັບຄວາມຢາກກິນອີກກ້ອນໜຶ່ງ ແລະ ຢັບຢັ້ງຕົນເອງໄວ້. ຫຼັງຈາກທີ່ອາຫານທຸກຢ່າງຖືກກິນຈົນໝົດຕາມແຜນທີ່ວາງໄວ້, ທ້າວ ເຈຍ ກໍອີ່ມພໍດີ ແລະ ຄິດວ່າລາວບໍ່ຕ້ອງການຫຍັງອີກ. ແລ້ວລາວກໍຄິດວ່າ: “ໂອ, ມັນບໍ່ເໝາະສົມປານໃດທີ່ກິນໄວແບບນີ້, ຄືກັບວ່າຂ້ອຍຫິວຫຼາຍ. ຂ້ອຍກໍຫິວຫຼາຍແທ້ໆ, ແຕ່ມັນບໍ່ດີທີ່ຄົນອື່ນຈະເຫັນຂ້ອຍແບບນັ້ນ. ຂ້ອຍຕ້ອງກິນຊ້າໆ. ແຕ່ຕອນນີ້ຂ້ອຍກິນໝົດແລ້ວ ຊິເຮັດແນວໃດ? ອໍ, ຂ້ອຍຄວາມຄິດແລ້ວ. ຂ້ອຍຈະເອົາຖາດໄປສົ່ງຄືນໃນອີກສິບນາທີ”. ລາວຈັບໂມງ ແລະ ຈ້ອງເບິ່ງໜ້າປັດ, “ຫ້ານາທີ... ສິບ... ສິບຫ້າ... ໂອເຄ, ສອງໂມງ. ດີຫຼາຍ, ເອົາໄປສົ່ງຄືນໄດ້!”. ລາວມີຄວາມສຸກ, ແລ້ວຈຶ່ງເອົາຊີ້ນໝູພະໂລ້ ແລະ ເຂົ້າໜົມປັງໜື້ງທີ່ເຫຼືອໄປສົ່ງຄືນ.

ຕອນທີ່ທ້າວ ເຈຍ ກັບມາ ກໍແມ່ນເວລາຫຼັງສອງໂມງສວາຍແລ້ວ. ບັນດາອ້າຍເອື້ອຍນ້ອງຂອງລາວໄດ້ໄປພັກຜ່ອນຕອນສວາຍ ແລະ ລາວກໍບໍ່ມີຫຍັງເຮັດຢູ່ຄົນດຽວ, ລາວຈຶ່ງຮູ້ສຶກເບື່ອຫຼາຍ. ລາວຄິດວ່າ: “ຂ້ອຍຄວນຈະໄປນອນພັກຜ່ອນຈັກບຶດໜຶ່ງຄືກັນບໍ? ມັນເປັນການດີສະເໝີທີ່ຈະໄດ້ນອນພັກຜ່ອນຫຼັງກິນເຂົ້າ. ແຕ່ບໍ່ໄດ້, ຖ້າຂ້ອຍນອນໃນຂະນະທີ່ຄົນອື່ນນອນ, ແລ້ວມັນຈະເຮັດໃຫ້ຂ້ອຍກາຍເປັນຄົນແບບໃດ? ຂ້ອຍນອນບໍ່ໄດ້. ຂ້ອຍຕ້ອງທົນເອົາ. ແຕ່ຈະເຮັດແນວໃດເພື່ອໃຫ້ຕື່ນຢູ່ຕະຫຼອດ? ຂ້ອຍຄົງຈະນອນບໍ່ຫຼັບດອກໃນຂະນະທີ່ຢືນຢູ່, ແຕ່ຖ້າຂ້ອຍຍືນຢູ່ຕະຫຼອດເວລາ ແລ້ວມີຄົນເຂົ້າມາຢ່າງກະທັນຫັນ ກໍຈະເຮັດໃຫ້ຄົນອື່ນຕື່ນຕົກໃຈ. ບໍ່ໄດ້, ຂ້ອຍຍືນບໍ່ໄດ້. ເອົາລະ, ຂ້ອຍຈະນັ່ງຢູ່ໜ້າຄອມພິວເຕີຂອງຂ້ອຍກໍແລ້ວກັນ. ຖ້າໃຜເຫັນຂ້ອຍ, ພວກເຂົາກໍຈະຄິດວ່າຂ້ອຍກຳລັງເຮັດວຽກ, ແຕ່ທີ່ຈິງແລ້ວຂ້ອຍກຳລັງພັກຜ່ອນ. ເປັນຄວາມຄິດທີ່ດີແທ້ໆ!”. ສະນັ້ນ, ລາວຈຶ່ງນັ່ງຢູ່ໜ້າຄອມພິວເຕີຢ່າງເປັນທຳມະຊາດ, ຈ້ອງເບິ່ງມັນຢ່າງໃຈລອຍ, ແຕ່ບໍ່ຮອດຫ້ານາທີ ລາວກໍຫຼັບ ແລະ ນອນກົນຢູ່ເທິງແປ້ນພິມ. ສີ່ສິບນາທີຕໍ່ມາ, ທ້າວ ເຈຍ ກໍສະດຸ້ງຕື່ນຈາກການຫຼັບເລິກ ແລະ ຟ້າວລຸກຂຶ້ນ, “ຂ້ອຍບໍ່ໄດ້ກຳລັງຍືນຢູ່ບໍ? ເປັນຫຍັງຂ້ອຍຈຶ່ງເຜີຫຼັບໄປ?”. ລາວເບິ່ງເວລາ, ເຫັນວ່າມັນສວາຍແລ້ວ, ແລ້ວ ລາວກໍໄປລ້າງໜ້າໃນຂະນະທີ່ບໍ່ມີໃຜຢູ່. ເມື່ອເຫັນຕົນເອງໃນຫ້ອງນໍ້າ, ລາວເວົ້າວ່າ “ໂອ, ບໍ່! ໜ້າຂອງຂ້ອຍເຕັມໄປດ້ວຍຮອຍແປ້ນພິມ! ຂ້ອຍຈະໃຫ້ຄົນອື່ນເຫັນແບບນີ້ໄດ້ແນວໃດ?”. ລາວຟ້າວລ້າງໜ້າ, ທັງຖູ ແລະ ທັງຕົບໜ້າ ແລະ ຢູ່ໃນຫ້ອງນໍ້າເປັນເວລາດົນສົມຄວນ. ຈາກນັ້ນ, ລາວເບິ່ງແວ່ນ ແລະ ເຫັນວ່າຮອຍແປ້ນພິມສ່ວນຫຼາຍໄດ້ໝົດໄປແລ້ວ, ແລະ ລາວກໍຮູ້ສຶກດີໃຈ: “ຄົງບໍ່ມີໃຜສັງເກດເຫັນດອກ, ນອກຈາກວ່າພວກເຂົາຈະຕັ້ງໃຈເບິ່ງແທ້ໆ”. ຫຼັງຈາກນີ້ ລາວກໍຫວີຜົມ ແລະ ຈັດຄໍເສື້ອໃຫ້ຊື່, ທັນໃດນັ້ນ ລາວກໍສັງເກດເຫັນວ່າຄໍເສື້ອສີອ່ອນຂອງລາວມີຄາບມັນໜ້ອຍໜຶ່ງ ແລະ ເມື່ອເບິ່ງໃກ້ໆ ແຂນເສື້ອຂອງລາວກໍເປື້ອນໜ້ອຍໜຶ່ງຄືກັນ. ລາວຄິດກັບຕົນເອງວ່າ, “ຂ້ອຍບໍ່ໄດ້ຊັກເຄື່ອງ ຫຼື ປ່ຽນເຄື່ອງມາຫຼາຍມື້ແລ້ວ, ແຕ່ການບໍ່ຊັກເຄື່ອງກໍມີຂໍ້ດີຂອງມັນ. ເປື້ອນໜ້ອຍໜຶ່ງກໍບໍ່ເປັນຫຍັງດອກ, ຂ້ອຍບໍ່ໄດ້ເດືອດຮ້ອນກັບຄວາມເປິເປື້ອນໜ້ອຍໜຶ່ງ. ອີກຢ່າງ, ມັນຈະບໍ່ເບິ່ງເປັນຄົນຝ່າຍວິນຍານຫຼາຍຂຶ້ນບໍ ຖ້າເປື້ອນໜ້ອຍໜຶ່ງ?”. ລາວພຽງແຕ່ປີ້ນຄໍເສື້ອ ແລະ ແຂນເສື້ອຂອງລາວອອກມາ ແລະ ມ້ວນແຂນເສື້ອກັນໜາວຂຶ້ນ, ເພື່ອເປີດເຜີຍສ່ວນທີ່ເປື້ອນທັງໝົດ. ລາວພໍໃຈຫຼາຍ, ຈຶ່ງຕັ້ງສະຕິ ແລະ ຍ່າງອອກຈາກຫ້ອງນໍ້າຢ່າງສະບາຍ. ຫຼັງຈາກນັ້ນບໍ່ດົນ ຄົນສ່ວນຫຼາຍກໍເຂົ້າປະຈຳທີ່ ແລະ ເລີ່ມຫຍຸ້ງກັບວຽກງານຂອງຕົນ. ເມື່ອທ້າວ ເຈຍ ເຫັນວ່າຄົນອື່ນໆມາຮອດແລ້ວ, ລາວເວົ້າວ່າ: “ພວກເຈົ້າພັກຜ່ອນຕອນສວາຍບໍ່ດົນເລີຍເນາະ! ພວກເຈົ້າສາມາດທົນທຸກ ແລະ ຈ່າຍລາຄາໄດ້ແທ້ໆ!. ຂ້ຍບໍ່ໄດ້ນອນພັກຜ່ອນເລີຍ, ພຽງແຕ່ພັກສາຍຕາຈັກບຶດໜຶ່ງກ່ອນທີ່ຈະເອົານໍ້າລູບໜ້າ. ບໍ່ດັ່ງນັ້ນ ຂ້ານ້ອຍຄົງບໍ່ມີແຮງເລີຍ”. ບໍ່ມີໃຜຕອບ. ລາວຮູ້ສຶກເບື່ອຫຼາຍ, ລາວຈຶ່ງເລີ່ມເຮັດວຽກຄືກັນ. ເນື່ອງຈາກລາວຫູບແກງຫຼາຍໃນຕອນສວາຍ, ລາວຈຶ່ງຢາກໄປຫ້ອງນໍ້າຕະຫຼອດ ແຕ່ກໍຝືນໃຈໄວ້, ຄິດວ່າ: “ຖ້າຂ້ອຍໄປ, ຄົນອື່ນຈະບໍ່ຄິດວ່າຂ້ອຍຂີ້ຄ້ານບໍ? ຊື່ສຽງແບບນັ້ນບໍ່ດີເລີຍ, ດັ່ງນັ້ນ ຂ້ອຍໄປບໍ່ໄດ້”. ສະນັ້ນ, ລາວຈຶ່ງອັ້ນໄວ້, ລາວອົດທົນຈົນໃນທີ່ສຸດກໍມີຄົນໜຶ່ງໄປຫ້ອງນໍ້າ, ລາວເຫັນວ່າເປັນໂອກາດດີແລ້ວ. ລາວຟ້າວໄປຕໍ່ແຖວ, ຄິດວ່າ, “ມັນດີຫຼາຍທີ່ໄດ້ເຮັດຕາມຄົນສ່ວນຫຼາຍ, ເພາະຈະບໍ່ມີໃຜເວົ້າຫຍັງກ່ຽວກັບຂ້ອຍ”.

ມັນເປັນຕອນບ່າຍທີ່ຫຍຸ້ງຫຼາຍ. ທ້າວ ເຈຍ ໄດ້ເຮັດວຽກຫຼາຍຢ່າງ, ໂອ້ລົມກັບຄົນນີ້, ຖາມຄຳຖາມກັບຄົນນັ້ນ, ຊອກຫາຂໍ້ມູນ ແລະ ເຮັດວຽກທຸກຢ່າງທີ່ກ່ຽວຂ້ອງກັບໜ້າທີ່ຂອງລາວ. ຫຼັງຈາກຄວາມວຸ້ນວາຍທັງໝົດ, ໃນທີ່ສຸດກໍເຖິງເວລາກິນເຂົ້າແລງ. ເທື່ອນີ້ ທ້າວ ເຈຍ ໄປຊ້າກວ່າຄົນອື່ນໜ້ອຍໜຶ່ງ, ແຕ່ລາວກໍກິນເຂົ້າແລງເກືອບກົງເວລາ. ຊ່ວງເວລາຫຼັງອາຫານຄໍ່າເປັນຊ່ວງເວລາທີ່ມີຄວາມສຸກທີ່ສຸດຂອງມື້ສຳລັບທ້າວ ເຈຍ, ເພາະມັນເປັນເວລາພຽງຊ່ວງດຽວທີ່ລາວສາມາດດື່ມກາເຟທີ່ລາວມັກຈັກຈອກໜຶ່ງຢ່າງສະຫງົບ, ໂດຍບໍ່ມີການຕຳໜິຕົນເອງ ຫຼື ການຕິຕຽນຈາກຄົນອື່ນ, ແຕ່ດ້ວຍຫົວໃຈທີ່ສະຫງົບ. ເປັນຫຍັງ? ເພາະວ່າລາວມີເຫດຜົນພຽງພໍວ່າເປັນຫຍັງລາວຈຶ່ງຕ້ອງດື່ມກາເຟ, ເປັນເຫດຜົນທີ່ຖືກຕ້ອງຕາມເຫດຜົນຢ່າງສົມບູນໃນສາຍຕາຂອງຄົນອື່ນ. ດັ່ງນັ້ນ, ນີ້ຈຶ່ງເປັນຊ່ວງເວລາທີ່ມີຄວາມສຸກທີ່ສຸດຂອງລາວ. ຂະນະທີ່ລາວກຳລັງຊົງກາເຟ, ລາວຈົ່ມກັບຕົນເອງວ່າ, “ໂອຍ, ມື້ນີ້ຕ້ອງເຮັດວຽກລ່ວງເວລາອີກແລ້ວ. ບໍ່ຮູ້ຊໍ້າວ່າຈະດົນປານໃດ. ຄົງຕ້ອງເບິ່ງວ່າກາເຟຈອກນີ້ຈະຊ່ວຍໃຫ້ຂ້ອຍຕື່ນຢູ່ໄດ້ດົນສໍ່າໃດ”. ລາວກະແທກຈອກກາເຟທີ່ຫາກໍຊົງໃໝ່ໆລົງເທິງໂຕະດັງ “ປັງ”, ຄືກັບວ່າຈະບອກທຸກຄົນວ່າ, “ແລ້ວເປັນຫຍັງ? ຂ້ອຍກຳລັງດື່ມກາເຟຂອງຂ້ອຍ, ພວກເຈົ້າຈະເຮັດຫຍັງຂ້ອຍໄດ້?”. ລາວເຫຼືອບເບິ່ງຄົນອື່ນໆທີ່ຢູ່ອ້ອມຂ້າງ. ບໍ່ມີໃຜເບິ່ງລາວ, ແຕ່ລາວກໍຍັງຈັບຈອກຂຶ້ນມາຢ່າງບໍ່ໃສ່ໃຈ ແລະ ຈິບກາເຟຄຳໜຶ່ງ, ຄິດວ່າ: “ພວກເຂົາທຸກຄົນເວົ້າວ່າກາເຟແຊບ ແລະ ມັນກໍແຊບແທ້ໆ. ລົດຊາດມັນຕ່າງກັນທຸກມື້, ໃຫ້ປະສົບການທີ່ແຕກຕ່າງກັນ. ມັນດີເລີດ!”. ລາວມີຄວາມສຸກ, ລາວຈິບກາເຟຂອງລາວຢ່າງພາກພູມໃຈ, ຈາກນັ້ນກໍເງີຍໜ້າຂຶ້ນຊອກວຽກຕອນແລງຂອງລາວຢ່າງຫວ່າງເປົ່າ. ໂດຍພື້ນຖານແລ້ວ ລາວບໍ່ມີເປົ້າໝາຍໃນໃຈ ແລະ ລາວກໍຮູ້ສຶກອິດເມື່ອຍຫຼັງຈາກມື້ທີ່ຫຍຸ້ງຫຼາຍ, ແຕ່ລາວກໍບັງຄັບຕົນເອງໃຫ້ສືບຕໍ່ເຮັດວຽກ. ລາວເຜີຫຼັບບໍ່ໄດ້ ແລະ ໃຫ້ຄົນອື່ນເຫັນວ່າລາວເມື່ອຍ ຫຼື ມີທັດສະນະຄະຕິແບບເຮັດພໍແລ້ວມືແລ້ວຕີນ, ຂາດຄວາມຮັບຜິດຊອບ ຫຼື ບໍ່ໃຫ້ກຽດ ໃນການຈັດການວຽກງານ ຫຼື ໜ້າທີ່ຂອງລາວບໍ່ໄດ້. ລາວຝືນເຮັດໃຫ້ຕົນເອງຕື່ນຕົວ ແລະ ນັ່ງຢູ່ໜ້າຄອມພິວເຕີເພື່ອເຮັດວຽກຕໍ່ໄປ ແລະ ລາວກໍດື່ມກາເຟຈອກແລ້ວຈອກເລົ່າຢ່າງເປັນທຳມະຊາດ. ຍິ່ງລາວດື່ມ, ລາວກໍຍິ່ງຕື່ນຕົວ ແລະ ຍິ່ງບໍ່ຮູ້ສຶກງ່ວງນອນ. ທ້າວ ເຈຍ ເຫຼືອບເບິ່ງໂມງເປັນບາງຄັ້ງຄາວ, “ກາຍໜຶ່ງໂມງກາງຄືນແລ້ວ, ແຕ່ຂ້ອຍນອນບໍ່ໄດ້ ເພາະຂ້ອຍຕັ້ງເປົ້າໝາຍໃຫ້ຕົນເອງໄວ້ວ່າສາມໂມງກາງຄືນ. ຂ້ອຍຈະນອນຕອນ 2:50 ໂມງເຊົ້າກໍບໍ່ໄດ້, ເພາະມັນຈະເປັນການຜິດຄຳສັນຍາຂອງຂ້ອຍ ແລະ ຂ້ອຍຈະບໍ່ມີຄຳອະທິບາຍໃຫ້ພຣະເຈົ້າ. ນີ້ເປັນຄຳສັນຍາທີ່ສິ່ງທີ່ຖືກສ້າງໜຶ່ງຄວນຈະຮັກສາ. ສະນັ້ນ, ຂ້ອຍຕ້ອງເຮັດໃຫ້ໄດ້. ຂ້ອຍເວົ້າວ່າຂ້ອຍຈະນອນຕອນສາມໂມງກາງຄືນ, ຂ້ອຍກໍຈະນອນຕອນສາມໂມງກາງຄືນ, ເຖິງແມ່ນວ່າຂ້ອຍຈະຕ້ອງດື່ມກາເຟຫຼາຍຈອກກໍຕາມ”. ດັ່ງນັ້ນ, ລາວຈຶ່ງດື່ມກາເຟ ແລະ ຕ້ານທານກັບຄວາມເມື່ອຍຂອງລາວ, ທັງຄອຍຫ້າມ ແລະ ຄວບຄຸມຕົນເອງທາງດ້ານຈິດໃຈ. ເວລາສາມໂມງກາງຄືນ, ທ້າວ ເຈຍ ມີວຽກສຳຄັນທີ່ຕ້ອງເຮັດ, ລາວຈຶ່ງຈັບໂທລະສັບ ແລະ ສົ່ງຂໍ້ຄວາມທີ່ຂຽນວ່າ ເອື້ອຍນ້ອງ..., ນີ້ແມ່ນທ້າວ ເຈຍ. ຂ້ອຍມີເລື່ອງສຳຄັນທີ່ຈະເຕືອນເຈົ້າວ່າ ຢ່າລືມການໂຮມກຸ່ມໃນຕອນເຊົ້າມື້ອື່ນ ເວລາ 10 ໂມງ. ເປັນການບັງຄັບໃຫ້ເຂົ້າຮ່ວມ ແລະ ຢ່າມາຊ້າ. ລົງຊື່ຂ້າງລຸ່ມ: ທ້າວ ເຈຍ. ໃນຂະນະດຽວກັນທີ່ຮູ້ສຶກໂລ່ງໃຈຫຼັງຈາກສົ່ງຂໍ້ຄວາມ, ທ້າວ ເຈຍ ກໍຄິດອີກວ່າ: “ການສົ່ງມັນກໍເລື່ອງໜຶ່ງ, ແຕ່ຖ້າລາວບໍ່ໄດ້ຮັບເດ? ລາວຮູ້ບໍ່ວ່າຂ້ອຍສົ່ງຂໍ້ຄວາມໃຫ້ລາວ? ຂ້ອຍຍັງນອນບໍ່ໄດ້. ຂ້ອຍຕ້ອງລໍຖ້າເບິ່ງວ່າລາວຈະຕອບກັບບໍ່”. ຫຼັງຈາກລໍຖ້າເຄິ່ງຊົ່ວໂມງ ກໍຍັງບໍ່ມີການຕອບກັບ ແລະ ລາວຄິດວ່າ: “ລາວນອນແລ້ວບໍ? ເປັນຫຍັງລາວຈຶ່ງນອນໄວແທ້? ໄຮ້ປະໂຫຍດແທ້ໆ, ສາມໂມງກາງຄືນກໍນອນແລ້ວ”. ລາວລໍຖ້າຈົນເອື້ອຍນ້ອງຄົນນັ້ນຕອບກັບຕອນ 3:50 ໂມງເຊົ້າ: ຂ້ອຍບໍ່ໄດ້ລືມເລື່ອງ 10 ໂມງມື້ອື່ນ. ຂ້ອຍຫວັງວ່າເຈົ້າກໍຄົງບໍ່ລືມຄືກັນ ແລະ ມາໃຫ້ກົງເວລາ. ທ້າວ ເຈຍ ອ່ານແລ້ວກໍຄິດວ່າ, “ໂອ, ນີ້ແມ່ນຄົນປະເພດໃດກັນ? ເປັນຫຍັງລາວຈຶ່ງເຂົ້ານອນເດິກກວ່າຂ້ອຍ?”. ແຕ່ລາວທົນຕໍ່ໄປບໍ່ໄຫວອີກແລ້ວ. “ບໍ່ດື່ມກາເຟອີກແລ້ວ! ຖ້າຂ້ອຍດື່ມອີກ ຂ້ອຍຄົງຈະບໍ່ໄດ້ນອນເລີຍຄືນນີ້. ຂ້ອຍຕ້ອງໄປນອນ, ເພາະຂ້ອຍຕ້ອງຕື່ນ 5:30 ໂມງເຊົ້າ, ຊ້າສຸດກໍ 6 ໂມງ. ຂ້ອຍຈະຕື່ນສວາຍກວ່າອ້າຍເອື້ອຍນ້ອງຄົນອື່ນໆບໍ່ໄດ້, ເພາະຂ້ອຍຕ້ອງໃຫ້ທຸກຄົນເຫັນຂ້ອຍກຳລັງອະທິຖານ, ອ່ານພຣະທຳຂອງພຣະເຈົ້າ ແລະ ຟັງຄຳເທດສະໜາຫຼັງຈາກພວກເຂົາຕື່ນ. ສະນັ້ນ, ຂ້ອຍຕື່ນສວາຍບໍ່ໄດ້. ທັງໝົດນີ້ກໍຍ້ອນຂໍ້ຄວາມນີ້ແຫຼະ ທີ່ເຮັດໃຫ້ຂ້ອຍບໍ່ໄດ້ນອນໄວ. ແຕ່ກໍບໍ່ເປັນຫຍັງ, ຄົນອື່ນກໍຮູ້ວ່າຂ້ອຍນອນເດິກ. ຂ້ອຍບັນລຸເປົ້າໝາຍຂອງຂ້ອຍແລ້ວ ແລະ ມື້ອື່ນຈະພະຍາຍາມນອນຕອນສີ່ໂມງກາງຄືນ”. ຂະນະທີ່ທ້າວ ເຈຍ ພະຍາຍາມຄິດ, ລາວກໍຊ່ວຍບໍ່ໄດ້ທີ່ຈະຮູ້ສຶກສະລຶມສະລື ຈົນລາວບໍ່ໄດ້ປ່ຽນເຄື່ອງນຸ່ງຊໍ້າເມື່ອກັບເຂົ້າຫ້ອງ. ລາວລົ້ມຕົວລົງເທິງຕຽງ, ເຄິ່ງຫຼັບເຄິ່ງຕື່ນຢູ່ແລ້ວ, ແຕ່ກໍຍັງບັງຄັບຕົນເອງໃຫ້ຈື່ວ່າ: ຕອນເຊົ້າບໍ່ໃຫ້ກິນໄຂ່, ກິນເຂົ້າໜົມປັງໜື້ງກ້ອນດຽວຕອນສວາຍ, ບໍ່ໃຫ້ກິນຊີ້ນໝູພະໂລ້, ເຂົ້ານອນຕອນສາມໂມງກາງຄືນ, ຍັງມີຂໍ້ຄວາມທີ່ຕ້ອງສົ່ງ... ທ້າວ ເຈຍ ຄິດໄປຄິດມາຈົນໃນທີ່ສຸດລາວກໍນອນຫຼັບ, ຫຼັບໄປໃນຄວາມອິດເມື່ອຍ, ຄວາມອ່ອນເພຍ, ຄວາມຝັນ ແລະ ພາບລວງຕາ. ແລະ ນີ້ກໍຄືມື້ໜຶ່ງໃນຊີວິດຂອງທ້າວ ເຈຍ.

ບອກເຮົາມາເບິ່ງ, ເລື່ອງນັ້ນມັນກ່ຽວກັບຫຍັງແທ້? ມັນບໍ່ເມື່ອຍບໍສຳລັບທ້າວ ເຈຍ ທີ່ຕ້ອງທຳທ່າແບບນັ້ນຕະຫຼອດເວລາ? (ແມ່ນແລ້ວ, ເມື່ອຍ). ຫຸ່ນຍົນບໍ່ຮູ້ສຶກເມື່ອຍໃນການເຮັດສິ່ງດຽວກັນໝົດມື້, ເພາະວ່າພວກມັນບໍ່ມີຄວາມຮູ້ສຶກ ແລະ ບໍ່ມີການຮັບຮູ້, ແຕ່ມັນເຮັດໃຫ້ຄົນອິດເມື່ອຍ. ເປັນຫຍັງທ້າວ ເຈຍ ຈຶ່ງໃຊ້ຊີວິດແບບນັ້ນທັງທີ່ລາວເມື່ອຍຫຼາຍ? ເປັນຫຍັງລາວຈຶ່ງເຮັດແນວນັ້ນ? ລາວມີແຜນການບໍ? (ແມ່ນແລ້ວ, ລາວມີ). ແຜນການຂອງລາວແມ່ນກ່ຽວຂ້ອງກັບຫຍັງ? (ການອວດອ້າງຕໍ່ຄົນອື່ນ). ການອວດອ້າງມີປະໂຫຍດຫຍັງຕໍ່ລາວ? (ມັນສາມາດເຮັດໃຫ້ຜູ້ຄົນຍົກຍ້ອງລາວ). ເຮັດໃຫ້ຜູ້ຄົນຍົກຍ້ອງລາວ. ວິທີການຂອງທ້າວ ເຈຍ ເປັນທີ່ຄຸ້ນເຄີຍກັບພວກເຈົ້າບໍ? ຄົນປະເພດໃດທີ່ປະພຶດແບບນັ້ນ? (ພວກຟາຣີຊາຍ). ແມ່ນແລ້ວ. ພວກຟາຣີຊາຍສະແດງການປະພຶດທີ່ດີ ແລະ ການປະພຶດ ແລະ ການປະຕິບັດທີ່ສອດຄ່ອງກັບແນວຄິດຂອງຜູ້ຄົນ, ຕໍ່ໜ້າຄົນອື່ນເພື່ອໃຫ້ພວກເຂົາເບິ່ງດີ ແລະ ໄດ້ຮັບການເຄົາລົບບູຊາ. ພວກເຂົາໃຊ້ວິທີນີ້ເພື່ອບັນລຸເປົ້າໝາຍໃນການເຮັດໃຫ້ຄົນອື່ນຫຼົງຜິດ. ທຳມະຊາດຫຼັກຂອງການປອມແປງຂອງພວກເຂົາດ້ວຍວິທີນີ້ ແລະ ການມີສ່ວນຮ່ວມໃນການປະພຶດທີ່ດີທຸກປະເພດເພື່ອອວດອ້າງຕໍ່ຄົນອື່ນແມ່ນຫຍັງ? ມັນແມ່ນການທຳທ່າ, ການໃຊ້ເລ່ລ່ຽມ, ການຊີ້ນຳໄປໃນທາງທີ່ຜິດ, ມີຫຍັງອີກບໍ? (ການທຳທ່າເປັນຄົນຝ່າຍວິນຍານ). ມີຈັກຢ່າງໃນມື້ໜຶ່ງຂອງທ້າວ ເຈຍ ທີ່ກ່ຽວຂ້ອງກັບອຸປະນິໄສ ແລະ ເປັນເລື່ອງທຳມະດາຂອງທຸກຄົນທີ່ສາມາດປອມແປງໄດ້? ການກິນໄຂ່, ເຂົ້າໜົມປັງໜື້ງ, ຊີ້ນໝູພະໂລ້ ແລະ ການດື່ມກາເຟ. ສິ່ງເຫຼົ່ານີ້ລ້ວນແຕ່ເປັນສິ່ງພາຍນອກ, ແຕ່ເຈົ້າເຫັນແກ່ນແທ້ອັນໃດໃນສິ່ງເຫຼົ່ານັ້ນ? ການທຳທ່າ ແລະ ການຄວບຄຸມຕົນເອງ. ການທຳທ່າຫຍັງ? (ການທຳທ່າວ່າທົນທຸກ). ຄົນເຮົາເບິ່ງການທົນທຸກເປັນສິ່ງທີ່ດີ ຫຼື ສິ່ງທີ່ບໍ່ດີ? (ສິ່ງທີ່ດີ). ການທົນທຸກເປັນການປະພຶດທີ່ດີເຊິ່ງທຸກຄົນຊົມເຊີຍຢ່າງຍິ່ງ. ຄົນເຮົາຖືວ່າມັນເປັນຫຍັງ? ພວກເຂົາຖືວ່າມັນເປັນການປະຕິບັດຄວາມຈິງ. ດັ່ງນັ້ນ, ທ້າວ ເຈຍ ຈຶ່ງບໍ່ລັງເລທີ່ຈະທົນທຸກ ແລະ ຈ່າຍລາຄາ. ການທົນທຸກຂອງລາວລວມມີຫຍັງແດ່? ການບໍ່ກິນອາຫານທີ່ດີ, ການນອນເດິກ, ຕື່ນເຊົ້າ ແລະ ການບັງຄັບຮ່າງກາຍຂອງລາວ. ທຳມະຊາດຂອງການທົນທຸກປະເພດນີ້ແມ່ນຫຍັງ? ພວກມັນລ້ວນແຕ່ເປັນການທຳທ່າ. ລາວບໍ່ໄດ້ທົນທຸກເພື່ອຄວາມຈິງ ຫຼື ຄວາມຊອບທຳ, ແຕ່ເພື່ອຄວາມນັບຖື ແລະ ການຍ້ອງຍໍສັນລະເສີນຂອງຄົນອື່ນ ແລະ ເພື່ອຊື່ສຽງທີ່ດີ ແລະ ກຽດຕິຍົດຂອງຕົນເອງ. ລາວທົນທຸກເພື່ອຄວາມຈິງບໍ? (ບໍ່). ການກະທຳໃດຂອງລາວທີ່ສອດຄ່ອງກັບຫຼັກການຄວາມຈິງ ແລະ ເປັນການກະບົດຕໍ່ຕົນເອງ ແລະ ການລະເວັ້ນຜົນປະໂຫຍດສ່ວນຕົວເພື່ອຄວາມຈິງ? ມີຈັກຢ່າງບໍ? (ບໍ່ມີ). ທຳມະຊາດຂອງການທົນທຸກຂອງລາວແມ່ນຫຍັງ? ມັນແມ່ນການນຳເອົາຄວາມຈິງໄປປະຕິບັດບໍ? ມັນແມ່ນການສະແດງອອກເຖິງຄວາມຮັກຂອງລາວຕໍ່ຄວາມຈິງບໍ? (ບໍ່, ມັນບໍ່ແມ່ນ). ແລ້ວ, ມັນແມ່ນຫຍັງ? (ຄວາມໜ້າຊື່ໃຈຄົດ). ມັນແມ່ນຄວາມໜ້າຊື່ໃຈຄົດ, ມັນແມ່ນການເບື່ອໜ່າຍຄວາມຈິງ, ມັນແມ່ນເລ່ລ່ຽມ, ການທຳທ່າ, ການປອມແປງ ແລະ ການຊີ້ນຳໄປໃນທາງທີ່ຜິດ; ມັນເປັນພຽງການກະທຳ ແລະ ການເລືອກທີ່ອີງໃສ່ຈິນຕະນາການ ແລະ ແນວຄິດຂອງຕົນເອງ ແລະ ມີຈຸດສູນກາງຢູ່ອ້ອມຜົນປະໂຫຍດຂອງຕົນເອງ ແລະ ມັນບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງເລີຍ. ລາວບໍ່ໄດ້ສະແຫວງຫາຄວາມຈິງ, ດັ່ງນັ້ນ, ການກະທຳຂອງລາວກໍບໍ່ແມ່ນຄວາມຈິງຄືກັນ; ບໍ່ພຽງແຕ່ມັນບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງເລີຍ, ມັນຍັງຂັດແຍ່ງກັບຄວາມຕ້ອງການປົກກະຕິຂອງຄວາມເປັນມະນຸດທີ່ຢູ່ໃນສ່ວນເລິກຂອງຫົວໃຈຂອງລາວທຸກປະການ. ການກິນໄຂ່ເປັນບາບບໍ? (ບໍ່, ມັນບໍ່ບາບ). ແຕ່ທ້າວ ເຈຍ ເຫັນວ່າການກິນໄຂ່ເປັນຄວາມໂລບມາກ. ໄຂ່ເປັນອາຫານຊະນິດໜຶ່ງທີ່ພຣະເຈົ້າສ້າງຂຶ້ນເພື່ອມະນຸດ. ຖ້າເຈົ້າມີເງື່ອນໄຂທີ່ຈະກິນມັນ, ການກິນມັນກໍບໍ່ແມ່ນຄວາມໂລບມາກ, ແຕ່ຖ້າເຈົ້າບໍ່ມີເງື່ອນໄຂທີ່ຈະກິນມັນ ແລະ ເຈົ້າລັກກິນໄຂ່ຂອງຄົນອື່ນ, ນັ້ນຈຶ່ງແມ່ນຄວາມໂລບມາກ. ທ້າວ ເຈຍ ນິຍາມເລື່ອງນີ້ແນວໃດ? ລາວເຊື່ອວ່າການກິນໄຂ່ແມ່ນຄວາມໂລບມາກ ແລະ ຍິ່ງໂລບມາກຫຼາຍກວ່ານັ້ນຖ້າຄົນອື່ນເຫັນ. ລາວຄິດວ່າຖ້າລາວສາມາດກິນໄຂ່ໂດຍບໍ່ມີໃຜເຫັນ, ລັບຫຼັງພວກເຂົາ, ນັ້ນຈະບໍ່ແມ່ນຄວາມໂລບມາກ. ມາດຕະຖານຂອງລາວໃນການວັດແທກຄວາມໂລບມາກແມ່ນຫຍັງ? ມັນອີງໃສ່ວ່າຄົນອື່ນເຫັນຫຼືບໍ່. ລາວອີງໃສ່ພຣະທຳຂອງພຣະເຈົ້າບໍ? ບໍ່, ມັນແມ່ນທັດສະນະສ່ວນຕົວຂອງລາວເອງ. ທີ່ຈິງແລ້ວ, ຄົນອື່ນມີຄວາມຄິດ ຫຼື ທັດສະນະໃດໆກ່ຽວກັບເລື່ອງການກິນໄຂ່ນີ້ບໍ? (ບໍ່, ພວກເຂົາບໍ່ມີ). ນີ້ເປັນພຽງທິດສະດີທີ່ທ້າວ ເຈຍ ສ້າງຂຶ້ນມາເອງ. ລາວເຊື່ອວ່າການກິນໄຂ່ສຳລັບອາຫານເຊົ້າແມ່ນຄວາມໂລບມາກ, ການເພີດເພີນກັບຄວາມສະບາຍ ແລະ ການເອົາໃຈໃສ່ເນື້ອໜັງ. ຕາມທັດສະນະຂອງລາວແລ້ວ, ທຸກຄົນທີ່ກິນໄຂ່ກໍລ້ວນແຕ່ເປັນການເພີດເພີນກັບຄວາມສະບາຍ ແລະ ການເອົາໃຈໃສ່ເນື້ອໜັງບໍ່ແມ່ນບໍ? ຄວາມໝາຍທີ່ເຊື່ອງຊ້ອນຂອງລາວແມ່ນ: “ເມື່ອພວກເຈົ້າທຸກຄົນກິນໄຂ່, ພວກເຈົ້າກຳລັງເອົາໃຈໃສ່ເນື້ອໜັງ. ຂ້ອຍບໍ່ເອົາໃຈໃສ່ເນື້ອໜັງ, ຂ້ອຍສາມາດຢັບຢັ້ງຕົນເອງໄດ້, ສະນັ້ນ ຂ້ອຍຈຶ່ງບໍ່ກິນໄຂ່. ເອົາໄຂ່ວາງໄວ້ຕໍ່ໜ້າຂ້ອຍ ແລະ ຂ້ອຍກໍຍັງສາມາດວາງມັນກັບຄືນໄດ້, ເຖິງແມ່ນວ່າຈະຈັບມັນຂຶ້ນມາແລ້ວກໍຕາມ. ນັ້ນຄືຄວາມຕັ້ງໃຈ ແລະ ຄວາມຕັດສິນໃຈທີ່ຂ້ອຍມີ ແລະ ນັ້ນຄືຄວາມຮັກທີ່ຂ້ອຍມີຕໍ່ຄວາມຈິງຫຼາຍສໍ່າໃດ. ພວກເຈົ້າເຮັດແບບນັ້ນໄດ້ບໍ? ຖ້າພວກເຈົ້າເຮັດບໍ່ໄດ້, ສະແດງວ່າພວກເຈົ້າບໍ່ຮັກຄວາມຈິງ”. ລາວຖືວ່າຄວາມຄິດຂອງລາວເປັນຫຍັງ? ເປັນມາດຕະຖານໃນການວັດແທກຄວາມຖືກ ແລະ ຜິດ. ນີ້ບໍ່ແມ່ນການປອມແປງບໍ? (ແມ່ນແລ້ວ). ນີ້ຄືການປອມແປງ.

ການສະແດງອອກອີກຢ່າງໜຶ່ງທີ່ທ້າວ ເຈຍ ສະແດງອອກກໍຄື ລາວບໍ່ໄປກິນເຂົ້າເມື່ອເຖິງເວລາກິນເຂົ້າສວາຍ. ລາວເຮັດຫຍັງແທນ? (ລາວເລື່ອນມັນອອກໄປ). ລາວລະງັບຄວາມຫິວຂອງລາວ ແລະ ເລື່ອນການໄປກິນເຂົ້າອອກໄປ. ແຕ່ຍ້ອນຫຍັງ? (ເພື່ອອວດອ້າງຕໍ່ຄົນອື່ນ). ລາວກຳລັງສະແດງລະຄອນ ແລະ ເຮັດສິ່ງນີ້ເພື່ອໃຫ້ຄົນອື່ນເຫັນ. ລາວຕ້ອງການໃຫ້ຄົນອື່ນເຫັນ ແລະ ເຂົ້າໃຈຫຍັງຈາກສິ່ງນີ້? ລາວຕ້ອງການສະແດງໃຫ້ຄົນອື່ນເຫັນວ່າລາວສາມາດທົນທຸກໄດ້ຫຼາຍສໍ່າໃດ ແລະ ລາວດຸໝັ່ນ, ຈົງຮັກພັກດີ, ເອົາຈິງເອົາຈັງ ແລະ ມີຄວາມຮັບຜິດຊອບໃນວຽກງານຂອງລາວຫຼາຍສໍ່າໃດ! ລາວຕ້ອງການໃຫ້ຄົນເຫັນວ່າລາວເປັນຍອດມະນຸດແທ້ໆ! ແລ້ວລາວກໍຈະບັນລຸເປົ້າໝາຍຂອງລາວ; ນັ້ນຄືການປະເມີນທີ່ລາວຕ້ອງການ. ການປະເມີນນັ້ນມີຄວາມໝາຍແນວໃດຕໍ່ລາວ? ມັນແມ່ນຊີວິດຂອງລາວ, ເປັນສິ່ງທີ່ຄໍ້າຈູນຊີວິດຂອງລາວ. ນີ້ແມ່ນຄວາມຮັກຕໍ່ຄວາມຈິງບໍ? (ບໍ່, ມັນບໍ່ແມ່ນ). ດັ່ງນັ້ນ, ຄົນແບບລາວມັກຫຍັງ? ພວກເຂົາບໍ່ລັງເລທີ່ຈະອວດອ້າງ, ມີສ່ວນຮ່ວມໃນການວາງແຜນ ແລະ ໃຊ້ເລ່ລ່ຽມ ແລະ ຫຼອກລວງຄົນອື່ນໂດຍການສ້າງສາກບັງໜ້າ, ສະແດງໃຫ້ພວກເຂົາເຫັນວ່າພວກເຂົາສາມາດທົນທຸກໄດ້ຫຼາຍສໍ່າໃດ ແລະ ໂດຍວິທີນັ້ນກໍໄດ້ຮັບຄຳເຫັນຈາກພວກເຂົາເຊັ່ນ: “ເຈົ້າສາມາດທົນທຸກໄດ້ແທ້ໆ. ເຈົ້າເປັນຄົນທີ່ຮັກພຣະເຈົ້າແທ້ໆແລະ ເຈົ້າກໍເຮັດໜ້າທີ່ຂອງເຈົ້າດ້ວຍຄວາມຈົງຮັກພັກດີ”. ພວກເຂົາບໍ່ລັງເລທີ່ຈະໃຊ້ຮູບລັກສະນະປອມ ແລະ ເລ່ລ່ຽມເພື່ອປົກປິດຄວາມຈິງ, ຫຼອກລວງພຣະເຈົ້າ ແລະ ຕົວະຄົນອື່ນ, ທັງໝົດກໍເພື່ອໃຫ້ໄດ້ຮັບຄຳເວົ້າທີ່ດີ ຫຼື ການປະເມີນທີ່ໜ້າພໍໃຈຈາກຄົນອື່ນ. ນີ້ແມ່ນອຸປະນິໄສປະເພດໃດ? (ອຸປະນິດໄສທີ່ຊົ່ວຮ້າຍ). ນີ້ແມ່ນຄວາມຊົ່ວຮ້າຍ. ພວກເຂົາເກັ່ງໃນການທຳທ່າ, ແລະ ໃນການສະແດງລະຄອນ ແລະ ການໃຊ້ເລ່ລ່ຽມ! ມັນເປັນພຽງອາຫານຄາບໜຶ່ງ, ມີບັນຫາຫຍັງກັບການໄປກິນເຂົ້າຢ່າງສະຫງົບ? ມີຄົນທີ່ມີຊີວິດຢູ່ຄົນໃດທີ່ບໍ່ກິນເຂົ້າ? ການກິນເຂົ້າໃຫ້ກົງເວລາເປັນບາບບໍ? ການຊອກຫາບາງຢ່າງກິນເມື່ອຫິວເປັນບາບບໍ? (ບໍ່, ມັນບໍ່ບາບ). ມັນເປັນຄວາມຕ້ອງການທາງຮ່າງກາຍ; ມັນເປັນເລື່ອງສົມເຫດສົມຜົນ. ຄົນເຫຼົ່ານີ້ຖືວ່າຄວາມຕ້ອງການທີ່ສົມເຫດສົມຜົນທັງໝົດເປັນສິ່ງທີ່ບໍ່ສົມເຫດສົມຜົນ ແລະ ກ່າວໂທດພວກມັນ. ພວກເຂົາສົ່ງເສີມຫຍັງ? ພວກເຂົາສົ່ງເສີມການບັງຄັບຮ່າງກາຍຢ່າງຕໍ່ເນື່ອງ, ປົກປິດຄວາມຈິງທີ່ແທ້ຈິງ ແລະ ນຳສະເໜີສາກບັງໜ້າເພື່ອໃຫ້ຄົນອື່ນເຫັນວ່າພວກເຂົາທົນທຸກແນວໃດ, ພວກເຂົາລະເວັ້ນຈາກການຕາມໃຈເນື້ອໜັງແນວໃດ ແລະ ພວກເຂົາຈ່າຍລາຄາທຸກຢ່າງແນວໃດ ແລະ ອຸທິດເວລາ, ພະລັງງານ ແລະ ທຸກສິ່ງທີ່ພວກເຂົາມີເພື່ອວຽກງານຂອງພວກເຂົາ. ນີ້ຄືສິ່ງທີ່ພວກເຂົາຕ້ອງການໃຫ້ຄົນເຫັນ. ນີ້ແມ່ນສິ່ງທີ່ພວກເຂົາເຮັດແທ້ໆບໍ? ບໍ່, ບໍ່ແມ່ນ. ພວກເຂົາເຮັດໃຫ້ຄົນອື່ນຫຼົງຜິດດ້ວຍຮູບລັກສະນະປອມ ແລະ ນີ້ກໍແມ່ນການສະແດງອອກຂອງອຸປະນິໄສທີ່ຊົ່ວຮ້າຍ. ພວກເຂົາທຸ່ມເທຢ່າງໜັກໜ່ວງກັບເລື່ອງທີ່ບໍ່ສຳຄັນຄືກັບການກິນອາຫານຄາບໜຶ່ງ, ພວກເຂົາເປັນຄົນປະເພດໃດກັນ? ນີ້ແມ່ນສິ່ງທີ່ຄົນທີ່ມີຄວາມເປັນມະນຸດປົກກະຕິຄວນເຮັດບໍ? (ບໍ່, ມັນບໍ່ແມ່ນ). ມັນບໍ່ແມ່ນ. ມັນມີເລ່ລ່ຽມເລິກແລບເກີນໄປ! ຄົນສ່ວນຫຼາຍຈະເຫັນດີ ຫຼື ຮູ້ສຶກລັງກຽດ ຖ້າພວກເຂົາໄດ້ຍິນກ່ຽວກັບຄົນທີ່ອວດອ້າງຫຼາຍກັບເລື່ອງເລັກນ້ອຍ? (ພວກເຂົາຈະຮູ້ສຶກລັງກຽດ). ພວກເຈົ້າເຄີຍປະພຶດແບບນີ້ບໍ? (ບາງຄັ້ງ). ຮ້າຍແຮງເທົ່ານີ້ບໍ? (ບໍ່). ຄວາມຫິວເປັນຄວາມຮູ້ສຶກທີ່ທົນໄດ້ຍາກ, ແຕ່ບາງຄົນກໍສາມາດທົນກັບຄວາມທຸກນີ້ໄດ້. ຖ້າເຈົ້າຂໍໃຫ້ພວກເຊື່ອຟັງພຣະທຳຂອງພຣະເຈົ້າ, ໃຊ້ຄວາມພະຍາຍາມໃນພຣະທຳຂອງພຣະອົງ, ປະຕິບັດຕາມຫຼັກການຂອງພຣະທຳຂອງພຣະເຈົ້າ ແລະ ເວົ້າຄວາມຈິງ, ພວກເຂົາຈະເຫັນວ່າມັນເມື່ອຍ ແລະ ຍາກລຳບາກເກີນໄປ. ສຳລັບຄົນເຫຼົ່ານີ້, ການສະຫຼະຜົນປະໂຫຍດ ແລະ ຄວາມພາກພູມໃຈຕົນເອງຈະຍາກຍິ່ງກວ່າການຂຶ້ນສະຫວັນ, ແຕ່ພວກເຂົາເຕັມໃຈ, ບໍ່ວ່າຈະຕ້ອງແລກດ້ວຍຫຍັງກໍຕາມ, ທີ່ຈະລະເລີຍພຣະທຳຂອງພຣະເຈົ້າ, ປະຕິບັດຕາມຈິນຕະນາການຂອງຕົນເອງ ແລະ ປົກປ້ອງຜົນປະໂຫຍດທາງເນື້ອໜັງຂອງຕົນເອງ. ນີ້ບໍ່ແມ່ນການສະແດງອອກຂອງການບໍ່ຮັກຄວາມຈິງບໍ? (ແມ່ນແລ້ວ). ມັນເປັນດ້ານໜຶ່ງ.

ສ່ຽວເຈຍ ຍັງສະແດງພຶດຕິກຳຫຍັງອອກມາອີກ? ລາວເຫົງານອນຫຼາຍ ແຕ່ບໍ່ໄດ້ໄປນອນ. ຈົ່ງບອກເຮົາ, ຖ້າໃຜຜູ້ໜຶ່ງເຫງົານອນ ແລະ ໄປນອນຊົ່ວຄາວ ຫຼື ງີບລັບບຶດໜຶ່ງ ແລະ ຈາກນັ້ນກໍມີແຮງເຮັດວຽກຫຼາຍຂຶ້ນ, ນີ້ບໍ່ແມ່ນເລື່ອງທີ່ສົມເຫດສົມຜົນບໍ? (ແມ່ນແລ້ວ, ມັນສົມເຫດສົມຜົນ). ມັນສົມເຫດສົມຜົນ. ຈະມີໃຜຕໍານິ ສ່ຽວເຈຍ ຍ້ອນການນອນບໍ? (ບໍ່, ພວກເຂົາຈະບໍ່ເຮັດ). ດັ່ງນັ້ນ, ເປັນຫຍັງລາວຈຶ່ງຢ້ານຫຼາຍ, ຖ້າບໍ່ມີໃຜຕໍານິລາວ? ລາວຢ້ານຫຍັງ? (ຢ້ານຫຼຸດປາກເວົ້າບາງຢ່າງອອກມາ). ແມ່ນແລ້ວ, ລາວຢ້ານທີ່ຈະຫຼຸດປາກເວົ້າບາງຢ່າງອອກມາ. ໃນຈິນຕະນາການຂອງລາວ, ລາວເຊື່ອວ່າລາວໄດ້ຮັບຄວາມນັບຖືຢ່າງສູງຈາກທຸກຄົນ, ເຊື່ອວ່າທຸກຄົນຄິດວ່າລາວມີຄວາມອົດທົນຕໍ່ຄວາມທົນທຸກເປັນພິເສດ ແລະ ເຄັ່ງຄັດໃນສາສະໜາເປັນພິເສດ. ລາວຮູ້ສຶກວ່າຖ້າທາດແທ້ຂອງລາວຖືກເປີດໂປງ ແລະ ທຸກຄົນຄົ້ນພົບວ່າລາວບໍ່ແມ່ນຄົນແບບນັ້ນ, ພາບພົດທີ່ດີທັງໝົດຂອງລາວກໍຈະພັງທະລາຍລົງ. ລາວທົນບໍ່ໄດ້ກັບຄວາມຄິດນີ້ ແລະ ດັ່ງນັ້ນ ລາວຈຶ່ງຍັບຍັ້ງຕົນເອງບໍ່ໃຫ້ແມ່ນແຕ່ງີບລັບ. ລາວເຂັ້ມງວດກັບຕົນເອງເຖິງຂະໜາດນັ້ນ. ລາວເປັນຄົນປະເພດໃດ? ລາວປ່ວຍທາງຈິດບໍ່ແມ່ນບໍ? ຄົນແບບນີ້ມັກຈະຟັງຄໍາເທດສະໜາ, ອ່ານພຣະທຳຂອງພຣະເຈົ້າ ແລະ ເຕົ້າໂຮມກັນເພື່ອໂອ້ລົມ, ແລ້ວເປັນຫຍັງພວກເຂົາຈຶ່ງບໍ່ສຸມໃສ່ຄວາມຈິງ? ມັນເປັນເລື່ອງດີສຳລັບເຈົ້າທີ່ຈະໄຕ່ຕອງກ່ຽວກັບຫຼັກການຄວາມຈິງ. ເບິ່ງສິ່ງທີ່ພຣະທຳຂອງພຣະເຈົ້າໄດ້ກ່າວໄວ້ວ່າ: ມີຖະແຫຼງການໃດທີ່ກ່ຽວກັບຄົນທີ່ງີບລັບໃນພຣະທຳຂອງພຣະເຈົ້າບໍ? (ບໍ່, ບໍ່ມີ). ພຣະເຈົ້າບໍ່ໄດ້ກ່າວຖະແຫຼງການໃດທີ່ກ່ຽວກັບເລື່ອງນີ້ ແລະ ພຣະອົງບໍ່ໄດ້ກ່າວເຖິງມັນເລີຍ. ໃຜກໍຕາມທີ່ມີຄວາມຄິດແບບມະນຸດປົກກະຕິຄວນຮູ້ວິທີຈັດການກັບເລື່ອງນີ້. ມັນສົມເຫດສົມຜົນທີ່ຈະງີບລັບເມື່ອເຈົ້າເຫງົານອນ. ມັນສົມເຫດສົມຜົນທີ່ຈະພັກຜ່ອນໃນຕອນທ່ຽງໃນຕອນກາງເວັນຂອງລະດູຮ້ອນທີ່ຮ້ອນອົບເອົ້າ. ໂດຍສະເພາະແລ້ວ, ຜູ້ສູງອາຍຸບາງຄົນ ທີ່ຮ່າງກາຍທົນບໍ່ໄດ້, ລະດັບພະລັງງານບໍ່ພໍ ແລະ ອື່ນໆຕ້ອງໄດ້ນອນພັກຜ່ອນສັ້ນໆຫຼັງຈາກກິນເຂົ້າສວາຍແລ້ວ. ສິ່ງນີ້ບໍ່ໄດ້ຂຶ້ນກັບນິໄສການໃຊ້ຊີວິດຂອງພວກເຂົາ ແຕ່ຂຶ້ນກັບຄວາມຕ້ອງການທາງຮ່າງກາຍຂອງພວກເຂົາ. ພຣະເຈົ້າໄດ້ມອບຄວາມຮັບຮູ້, ສະຕິ ແລະ ການຕອບສະໜອງຂອງຄວາມເປັນມະນຸດທີ່ປົກກະຕິໃຫ້ແກ່ເຈົ້າ ເພື່ອໃຫ້ເຈົ້າຈັດການອາຫານການກິນປະຈຳວັນ, ການ ເຮັັດວຽກໜັກ ແລະ ການພັກຜ່ອນຂອງເຈົ້າເອງ ຕາມວຽກງານ ແລະ ສະພາບແວດລ້ອມຂອງເຈົ້າເອງ; ເຈົ້າບໍ່ຄວນທຳຮ້າຍຕົນເອງ. ຕົວຢ່າງ: ສົມມຸດວ່າເຈົ້າບໍ່ກິນອາຫານທີ່ຫຼູຫຼາ ແລະ ເວົ້າວ່າ “ພຣະເຈົ້າບໍ່ອະນຸຍາດໃຫ້ຄົນກິນອາຫານດີໆ; ການກິນອາຫານດີໆສະເໝີເຮັດໃຫ້ຄົນໂລບ”. ພຣະເຈົ້າບໍ່ເຄີຍກ່າວສິ່ງນີ້ ແລະ ພຣະອົງບໍ່ມີຂໍຮຽກຮ້ອງປະເພດນີ້ສຳລັບຜູ້ຄົນ. ແຕ່ນີ້ຄືສິ່ງທີ່ ສ່ຽວເຈນ ຄິດ ແລະ ລາວຄິດວ່າພຣະເຈົ້າອາດຈະຄິດຄືກັນ. ລາວຄິດວ່າຖ້າໃຜຜູ້ໜຶ່ງໄປນອນໄວເກີນໄປ, ນີ້ຄືການເພີດເພີນກັບຄວາມສະດວກສະບາຍ ແລະ ພຣະເຈົ້າບໍ່ມັກມັນ. ນີ້ບໍ່ແມ່ນການບໍ່ເຂົ້າໃຈເຖິງຄວາມຈິງບໍ? (ແມ່ນແລ້ວ). ເມື່ອ ສ່ຽວເຈຍ ບໍ່ເຂົ້າໃຈຄວາມຈິງ, ລາວກໍຄວນສະແຫວງຫາມັນ ແຕ່ລາວບໍ່ໄດ້ເຮັດແນວນັ້ນ, ລາວພຽງແຕ່ປະຕິບັດຕາມຄວາມປະສົງຂອງລາວເອງ. ລາວເຮັດສິ່ງນີ້ໄປຮອດໃສ? ລາວດື່ມກາເຟສາມ ຫຼື ສີ່ຈອກຕໍ່ມື້ ພຽງເພື່ອໃຫ້ລາວສາມາດຢູ່ເດິກໄດ້. ບາງຄົນເວົ້າວ່າ: “ຂ້ອຍໄດ້ດື່ມກາເຟຫຼາຍໃນຂະນະທີ່ປະຕິິບັດໜ້າທີ່ຂອງຕົນໃນສອງສາມປີທີ່ຜ່ານມານີ້ ເພື່ອໃຫ້ຂ້ອຍສາມາດເຮັດວຽກງານຂອງເຮືອນຂອງພຣະເຈົ້າ”. ຖ້າອີກຄົນໜຶ່ງເວົ້າວ່າ “ໃຜບັງຄັບໃຫ້ເຈົ້າດື່ມກາເຟ? ເຈົ້າບໍ່ໄດ້ເລືອກດື່ມມັນເອງບໍ?” ພວກເຂົາຈະຄິດໃນໃຈວ່າ “ເຈົ້າຮູ້ບໍວ່າເປັນຫຍັງຂ້ອຍຈຶ່ງດື່ມກາເຟ? ມັນບໍ່ແມ່ນເພື່ອຈະຢູ່ເດິກ, ມັນແມ່ນເພື່ອຫຼຸດນ້ຳໜັກ. ເຈົ້າບໍ່ຮູ້ບໍ? ແຕ່ຂ້ອຍບໍ່ສາມາດບອກເຈົ້າໄດ້ ເພາະວ່າເຈົ້າຈະຮູ້. ຂ້ອຍຈະເບິ່ງຄືກັບຈ່ອຍບໍ ຖ້າເຈົ້າຈ່ອຍກວ່າຂ້ອຍ?” ນີ້ແມ່ນເປັນການວາງແຜນທີ່ຄັກແນ່ແທ້ໆ, ແມ່ນບໍ? ມີມຸມມອງ ແລະ ແນວຄວາມຄິດອັນໃດແດ່ທີ່ຢູ່ໃນສິ່ງນີ້? ມີຄວາມເຂົ້າໃຈ ຫຼື ເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິບໍ? (ບໍ່, ບໍ່ມີ). ບໍ່, ມີພຽງແຕ່ການຕໍ່ສູ້ທາງປັນຍາ, ເລ່ລ່ຽມ ແລະ ອຸບາຍ, ການທໍາທ່າ, ການປອມແປງ ແລະ ການນໍາພາຢ່າງຜິດໆຢູ່ໃນສິ່ງນີ້. ນັ້ນຄືທັງໝົດທີ່ມີ. ມັນຄືການວາງແຜນທຸກຄັ້ງທີ່ມີບາງສິ່ງເກີດຂຶ້ນ. ພວກເຂົາຈະບໍ່ບອກມຸມມອງ ແລະ ຄວາມຄິດທີ່ຊື່ສັດຂອງພວກເຂົາໃຫ້ໃຜຮູ້ຢ່າງເດັດຂາດ, ແລ້ວແຮງໄກທີ່ະຈະໃຫ້ທຸກຄົນຮູ້ ຫຼື ໃຫ້ພຣະເຈົ້າເຫັນ. ຄວາມຄິດຂອງພວກເຂົາບໍ່ແມ່ນແບບທີ່ວ່າ “ຂ້ອຍເປີດເຜີຍຕົນເອງ. ການກະທຳຂອງຂ້ອຍສອດຄ່ອງກັບຄວາມຄິດຂອງຂ້ອຍ ແລະ ນັ້ນຄືຕົວຕົນຂອງຂ້ອຍ”. ຄວາມຄິດຂອງພວກເຂົາບໍ່ແມ່ນແບບນີ້ຢ່າງແນ່ນອນ, ແລ້ວມັນແມ່ນຫຍັງ? ພວກເຂົາປິດບັງ ແລະ ທໍາທ່າຫຼາຍເທົ່າທີ່ຈະຫຼາຍໄດ້ ໂດຍຢ້ານວ່າພາບພົດທີ່ຄົນອື່ນເຫັນພວກເຂົາຈະບໍ່ຍິ່ງໃຫຍ່, ເຫຼື້ອມໃສ ຫຼື ມີຈິດວິນຍານພຽງພໍ.

ເປັນຫຍັງ ສ່ຽວເຈຍ ຈຶ່ງຕ້ອງການນອນເດິກ? ວຽກຫຼາຍປະເພດບໍ່ຈໍາເປັນເຮັດຈົນເດິກ ແລະ ຜູ້ຄົນສ່ວນໃຫຍ່ກໍເຫງົານອນຫຼັງຈາກ 10 ໂມງກາງຄືນ. ເຖິງແມ່ນວ່າພວກເຂົາຈະເຮັດວຽກຕໍ່ໄປ, ມັນກໍຈະບໍ່ມີປະສິດທິຜົນ ເພາະວ່າຄົນເຮົາມີພະລັງງານທີ່ຈໍາກັດ. ແຕ່ ສ່ຽວເຈຍ ມັກບັງຄັບຕົນເອງສະເໝີ ໂດຍບໍ່ສົນໃຈວ່າມັນຈະມີປະສິດທິຜົນຫຼືບໍ່, ທັງທີ່ລາວຮູ້ດີຢູ່ແລ້ວວ່າມັນບໍ່ມີປະສິດທິຜົນ. ເປັນຫຍັງລາວຈຶ່ງສົ່ງຂໍ້ຄວາມກ່ອນນອນ? (ເພື່ອໃຫ້ຄົນອື່ນສັງເກດເຫັນ). ເພື່ອໃຫ້ຄົນອື່ນເປັນພະຍານວ່າລາວໄປນອນຕອນສາມໂມງ. ເຖິງແມ່ນວ່າເຈົ້າບໍ່ນອນໝົດຄືນ, ສຸດທ້າຍແລ້ວເຈົ້າຈະບໍ່ແມ່ນຜູ້ທີ່ເຫງົານອນບໍ? ແລ້ວເຈົ້າບໍ່ໄດ້ຫາເລື່ອງໃສ່ຕົວເອງບໍ? ບາງຄົນຢູ່ເດິກ ແລະ ສົ່ງຂໍ້ຄວາມຕອນ 3 ໂມງເຊົ້າ. ເມື່ອຜູ້ຮັບຕອບກັບມາຕອນ 4 ໂມງເຊົ້າ, ພວກເຂົາກໍລໍຖ້າຈົນຮອດ 5 ໂມງເຊົ້າຈຶ່ງຕອບ ເພື່ອສະແດງໃຫ້ເຫັນວ່າພວກເຂົາໄປນອນຊ້າກວ່ານັ້ນອີກ. ພວກເຂົາທໍລະມານຕົນເອງ ແລະ ທໍາຮ້າຍເຊິ່ງກັນ ແລະ ກັນດ້ວຍວິທີນີ້ ແລະ ໃນທີ່ສຸດ ທັງສອງຝ່າຍກໍບໍ່ໄດ້ນອນເລີຍຕະຫຼອດຄືນ. ພວກເຂົາເປັນຄົນໂງ່ຈ້າທີ່ບໍ່ຄິດໜ້າຄິດຫຼັງບໍ? ນັ້ນແມ່ນພຶດຕິກຳປະເພດໃດ? ມັນແມ່ນພຶດຕິກຳທີ່ໂງ່ຈ້າ. ພຶດຕິກຳແບບນີ້ມາຈາກໃສ? ມັນລ້ວນແຕ່ມາຈາກອຸປະນິໄສທີ່ເສື່ອມຊາມ. ສຳລັບຕອນນີ້, ພວກເຮົາຈະບໍ່ເບິ່ງວ່າພຶດຕິກຳນີ້ມາຈາກອຸປະນິໄສທີ່ເສື່ອມຊາມອັນໃດ, ພວກເຮົາພຽງແຕ່ຈະເວົ້າວ່າມັນຕະຫຼົກສໍ່າໃດ. ຄົນເຫຼົ່ານີ້ສາມາດປ່ຽນແປງພຶດຕິກຳ ແລະ ການປະຕິບັດຕະຫຼົກແບບນີ້ໄດ້ໂດຍການເລືອກເອົາພຣະທຳຂອງພຣະເຈົ້າ ຂໍ້ໃດກໍໄດ້ມາປະຕິບັດ. ພຽງແຕ່ຂໍ້ໃດຂໍ້ໜຶ່ງໃນພຣະທຳຂອງພຣະອົງກໍສາມາດຊ່ວຍໃຫ້ພວກເຂົາດຳລົງຊີວິດຢ່າງສະຫງົບສຸກ ແລະ ປອດໄພ ແລະ ເຮັດໃຫ້ຊີວິດຂອງພວກເຂົາເປັນຈິງ ແລະ ໃຊ້ໄດ້ຕົວຈິງຫຼາຍຂຶ້ນ. ເປັນຫຍັງພວກເຂົາຈຶ່ງບໍ່ເລືອກທີ່ຈະດຳລົງຊີວິດຕາມພຣະທຳຂອງພຣະເຈົ້າ? ເປັນຫຍັງພວກເຂົາຈຶ່ງທໍລະມານຕົນເອງແບບນີ້? ພວກເຂົາບໍ່ໄດ້ຮັບຜົນກໍາທີ່ເຮັດໄວ້ບໍ? (ແມ່ນແລ້ວ, ພວກເຂົາໄດ້ຮັບ). ເຖິງວ່າຄົນແບບນີ້ຈະທົນທຸກຫຼາຍສໍ່າໃດກໍຕາມ, ມັນຈະບໍ່ມີປະໂຫຍດສະເໝີ ແລະ ເຖິງວ່າພວກເຂົາຈະອົດທົນຕໍ່ຄວາມທົນທຸກຫຼາຍສໍ່າໃດກໍຕາມ, ຜົນທີ່ຕາມມາຂອງມັນກໍຈະແມ່ນສິ່ງທີ່ພວກເຂົາເອງທີ່ຕ້ອງແບກຮັບ. ບາງຄົນເວົ້າວ່າ: “ຂ້ອຍໄດ້ເຊື່ອໃນພຣະເຈົ້າມາຕະຫຼອດຫຼາຍປີນີ້ ແລະ ຂ້ອຍເປັນຜູ້ນໍາມາໄດ້ 20 ປີແລ້ວ. ຂ້ອຍຢູ່ເດິກ ແລະ ນອນບໍ່ສະໝໍ່າສະເໝີ ແລະ ໃນທີ່ສຸດ, ຂ້ອຍກໍທົນທຸກຈາກອາການປະສາດອ່ອນເພຍ”. ຂ້ອຍເວົ້າວ່າ: “ເຈົ້າຖືວ່າມີໂທດເບົາກັບປະສາດອ່ອນເພຍ. ຖ້າເຈົ້າຍັງສືບຕໍ່ທໍລະມານຕົນເອງຢ່າງໂງ່ຈ້າ ແລະ ເຮັດແບບນັ້ນຕໍ່ໄປ, ອາການໂລກຈິດກໍຈະຕາມມາໃນອີກບໍ່ດົນ”. ຄົນເຮົາຈະມີສຸຂະພາບແຂງແຮງໄດ້ບໍ ຖ້າພວກເຂົາບໍ່ນອນໃນຕອນກາງຄືນ, ຢູ່ໃນພາວະເຄັ່ງຄຽດຢູ່ຕະຫຼອດ ແລະ ການເຮັດວຽກຂອງຮ່າງກາຍຂອງພວກເຂົາຜິດປົກກະຕິ? ພວກເຂົາຫາເລື່ອງໃສ່ຕົວເອງ! ສົມມຸດວ່າເຈົ້າບອກພວກເຂົາວ່າ “ການເຮັດແບບນັ້ນໃຊ້ບໍ່ໄດ້. ຈົ່ງພະຍາຍາມໃຫ້ດີທີ່ສຸດເພື່ອຈັດແຈງວຽກຂອງເຈົ້າສຳລັບຕອນກາງເວັນ ແລະ ເພີ່ມປະສິດທິພາບຂອງເຈົ້າ. ເມື່ອທຸກຄົນປຶກສາຫາລືກ່ຽວກັບວຽກ, ໃຫ້ເວົ້າເລື່ອງໄຮ້ສາລະໃຫ້ໜ້ອຍລົງ ແລະ ຢ່າເວົ້າກ່ຽວກັບເລື່ອງທີ່ບໍ່ສຳຄັນຫຼາຍ. ເຈົ້າຄວນກຳປະເດັນສຳຄັນ, ແກ່ນແທ້ ແລະ ຫົວຂໍ້ຂອງການປຶກສາຫາລື ແລະ ເມື່ອມັນຈົບລົງ, ທຸກຄົນຄວນໄປເຮັດວຽກງານຂອງຕົນເອງ. ຢ່າເວົ້າໄປທົ່ວທີບ ແລະ ຢ່າຊັກຊ້າ”. ພວກເຂົາຈະບໍ່ຟັງເຈົ້າ. ພວກເຂົາບໍ່ເກັ່ງໃນການສະແດງອອກ ແຕ່ພວກເຂົາບໍ່ສະຫຼຸບປະສົບການ, ພວກເຂົາພຽງແຕ່ເວົ້າເລື່ອງບໍ່ເປັນເລື່ອງ ເພື່ອເສຍເວລາຈົນຮອດໜຶ່ງ ຫຼື ສອງໂມງເຊົ້າ ໂດຍບໍ່ນອນ ຫຼື ບໍ່ໃຫ້ຄົນອື່ນນອນ. ນີ້ບໍ່ແມ່ນການທໍລະມານ ແລະ ການທໍາຮ້າຍຄົນອື່ນບໍ? ສຸດທ້າຍ, ພວກເຂົາຄິດວ່າ “ພຣະເຈົ້າ, ພຣະອົງເຫັນແລ້ວແມ່ນບໍ? ມັນແມ່ນເວລາສາມໂມງ ແລະ ຂ້ານ້ອຍຍັງບໍ່ໄດ້ນອນ!” ພຣະເຈົ້າເຫັນແລ້ວ. ພຣະອົງບໍ່ພຽງແຕ່ເຫັນວ່າພາຍນອກຂອງພວກເຂົາເປັນແນວໃດເທົ່ານັ້ນ ແຕ່ຍັງເຫັນພາຍໃນຈິດໃຈຂອງພວກເຂົາ ແລະ ພຣະອົງກ່າວວ່າ: “ຫົວໃຈຂອງເຈົ້າ ສົກກະປົກ. ເຈົ້າຢູ່ເດິກໝົດຄືນໂດຍເປັນການທໍລະມານທີ່ບໍ່ມີຄວາມໝາຍ ແຕ່ພຣະເຈົ້າຈະບໍ່ມີວັນຈື່ຈຳສິ່ງນີ້. ເມື່ອເຖິງເວລາທີ່ຕ້ອງນອນ, ເຈົ້າບໍ່ໄປນອນ ແຕ່ກັບບັງຄັບຕົນເອງໃຫ້ອົດທົນ. ເຈົ້າຫາຄວາມທົນທຸກນີ້ໃສ່ຕົວເອງ!” ເມື່ອຄົນເຮົາເຫງົານອນ, ໜັງຕາຂອງພວກເຂົາກໍປິດຕາມທຳມະຊາດ. ນີ້ແມ່ນສັນຊາດຕະຍານ, ດັ່ງນັ້ນ ເຈົ້າສົມຄວນທີ່ຈະທົນທຸກຖ້າເຈົ້າຝືນສັນຊາດຕະຍານ ແລະ ກົດເກນຂອງທຳມະຊາດສະເໝີ! ພຣະເຈົ້າຈະບໍ່ຂໍໃຫ້ເຈົ້າອົດທົນຕໍ່ຄວາມທົນທຸກທີ່ບໍ່ມີຄວາມໝາຍ ຫຼື ທີ່ເກີດຈາກການຝ່າຝືນກົດເກນຂອງທຳມະຊາດ ຫຼື ການຝ່າຝືນຫຼັກການ ຫຼື ຄວາມຈິງ. ຖ້າເຈົ້າຢືນຢັນທີ່ຈະຮັບຄວາມທົນທຸກແບບນີ້, ກໍຕາມໃຈ. ເມື່ອພວກເຂົາໄດ້ຍິນວ່າໃຜຄົນໜຶ່ງບໍ່ໄປນອນຈົນຮອດ 3 ໂມງເຊົ້າ, ບາງຄົນກໍຄິດວ່າ “ນັ້ນບໍ່ແມ່ນຄືກັບຂ້ອຍບໍ? ຄັນຊັ້ນ, ໃນອະນາຄົດ ຂ້ອຍຈະໄປນອນຕອນ 3:30 ໂມງເຊົ້າ”. ຈາກນັ້ນພວກເຂົາໄດ້ຍິນວ່າໃຜຄົນໜຶ່ງນອນຕອນ 3:30 ໂມງເຊົ້າ, ດັ່ງນັ້ນພວກເຂົາຈຶ່ງຢາກນອນຕອນ 4 ໂມງເຊົ້າ. ນີ້ບໍ່ແມ່ນການເຈັບເປັນທາງຈິດບໍ? ເຈົ້າສາມາດແຂ່ງຂັນກັນເລື່ອງຫຍັງກໍໄດ້ ແລະ ເຈົ້າເລືອກທີ່ຈະແຂ່ງຂັນກັນວ່າໃຜນອນເດິກທີ່ສຸດ. ນີ້ໝາຍຄວາມວ່າເຈົ້າຜິດປົກກະຕິທາງຈິດ. ຄົນແບບນີ້ມີບັນຫາກັບຄວາມເຂົ້າໃຈບໍ? (ແມ່ນແລ້ວ, ພວກເຂົາມີ). ພວກເຂົາບໍ່ສາມາດເຂົ້າໃຈຄວາມຈິງ. ເມື່ອເຈົ້າມີເວລາ, ຈົ່ງຢຸດໃຊ້ຄວາມພະຍາຍາມ, ຄິດປວດສະໝອງ ແລະ ໃຊ້ຄວາມຄິດໃສ່ສິ່ງຕ່າງໆເຊັ່ນ: ພຶດຕິກຳພາຍນອກ, ການທໍາທ່າ ແລະ ການປະຕິບັດທີ່ຈອມປອມ. ຄັນຊັ້ນ, ເຈົ້າຄວນໃຊ້ຄວາມພະຍາຍາມໃສ່ຫຍັງ? ເບິ່ງວ່າພຣະທຳຂອງພຣະເຈົ້າເປີດໂປງທໍາມະຊາດທີ່ເສື່ອມຊາມ ແລະ ອຸປະນິໄສທີ່ຊົ່ວຮ້າຍຂອງມະນຸດຊາດແນວໃດ ແລະ ພຣະອົງເປີດໂປງຜູ້ຄົນທີ່ເຮັດພໍແລ້ວມືແນວໃດ. ຈົ່ງໃຊ້ຄວາມພະຍາຍາມໃນການປຽບທຽບຕົວເອງກັບພຣະທຳເຫຼົ່ານີ້ຂອງພຣະເຈົ້າທີ່ເປີດໂປງມະນຸດ, ພິຈາລະນາວ່າເຈົ້າມີການສະແດງອອກຈັກຢ່າງທີ່ພຣະເຈົ້າເປີດໂປງ ແລະ ຈັກຢ່າງໃນສິ່ງເຫຼົ່ານັ້ນທີ່ເຈົ້າມັກຈະສະແດງອອກ ຫຼື ເປີດເຜີຍ. ມັນເປັນເລື່ອງດີຫຼາຍທີ່ຈະສະຫຼຸບສິ່ງເຫຼົ່ານີ້! ມັນເປັນເລື່ອງທີ່ຕໍ່າຊ້າສໍ່າໃດສຳລັບຄົນທີ່ໃຊ້ຄວາມພະຍາຍາມສະເໝີກັບໄຂ່ສອງສາມໜ່ວຍ ຫຼື ໝັ່ນໂຖ ຫຼື ກັບການຈຸ່ມສິ່ງຕ່າງໆລົງໃນນໍ້າແກງ! ນັ້ນແມ່ນຫຍັງ? ມັນຄືການຄໍານວນ ແລະ ການຂາດສະຕິປັນຍາ. ຄົນແບບນັ້ນແມ່ນຫຍັງ? (ຄົນໂງ່ຈ້າ). ເວົ້າໄດ້ດີ. ເມື່ອເວົ້າເຖິງຄົນທີ່ພິຈາລະນາສະເໝີວ່າຈະກິນໄຂ່ຈັກໜ່ວຍ ຫຼື ຄິດສະເໝີກ່ຽວກັບການດື່ມກາເຟເພື່ອຢູ່ເດິກໃນຕອນກາງຄືນ, ມັນບໍ່ແມ່ນການເວົ້າເກີນຈິງທີ່ຈະເອີ້ນພວກເຂົາວ່າຄົນໂງ່ຈ້າ ທີ່ໝົກໝຸ້ນກັບອາຫານ. ພວກເຂົາໂງ່ໃນດ້ານໃດແດ່? ເປັນຫຍັງພວກເຮົາຈຶ່ງເວົ້າວ່າຄົນເຫຼົ່ານີ້ໂງ່? (ສິ່ງທີ່ພວກເຂົາທົນທຸກນັ້ນບໍ່ມີຄ່າເລີຍ). ມັນບໍ່ມີຄ່າຢ່າງແນ່ນອນ. ເປັນຫຍັງເຈົ້າຈຶ່ງຢາກເຮັດສິ່ງນີ້ຄືກັບເດັກນ້ອຍເຊັ່ນນັ້ນ? ເຈົ້າຄິດວ່າການບໍ່ກິນໄຂ່ຕະຫຼອດຊີວິດຈະຊ່ວຍໃຫ້ເຈົ້າເຂົ້າໃຈຄວາມຈິງບໍ? ການກະທໍາໃນແບບນີ້ບໍ່ແມ່ນເລື່ອງໂງ່ຈ້າບໍ? (ແມ່ນແລ້ວ). ຢ່າເຮັດສິ່ງທີ່ໂງ່ຈ້າ. ຄົນປະເພດໃດມັກເຮັດສິ່ງທີ່ໂງ່ຈ້າ? (ຄົນທີ່ຂາດຄວາມເຂົ້າໃຈຝ່າຍວິນຍານ). ຄົນເຫຼົ່ານີ້ມີຄວາມສາມາດທີ່ຈະເຂົ້າໃຈຄວາມຈິງບໍ? (ບໍ່, ພວກເຂົາບໍ່ມີ). ບາງຄົນເວົ້າວ່າ: “ຄວາມສາມາດຂອງພວກເຂົາດີ ແລະ ພວກເຂົາສາມາດເທດສະໜາໄດ້ຢ່າງຊ່ຽວຊານ”. ພວກເຂົາອາດເທດສະໜາໄດ້ຢ່າງຊ່ຽວຊານ ແຕ່ເປັນຫຍັງພວກເຂົາຈຶ່ງເຮັດກິດຈະກໍາແບບເດັກນ້ອຍສະເໝີເມື່ອເຖິງເວລາທີ່ຕ້ອງລົງມືເຮັດ? ເປັນຫຍັງພວກເຂົາຈຶ່ງປະຕິບັດແບບເດັກນ້ອຍ ແລະ ເປັນຕາຫົວເຊັ່ນນັ້ນ? ເກີດຫຍັງຂຶ້ນຢູ່ບ່ອນນີ້? ພວກເຂົາເວົ້າແບບໜຶ່ງແຕ່ເຮັດອີກແບບໜຶ່ງ. ສິ່ງທີ່ພວກເຂົາເວົ້າເຖິງແມ່ນຄວາມເຂົ້າໃຈຕາມຫຼັກຄໍາສອນ ແລະ ສິ່ງທີ່ພວກເຂົາສະແດງອອກແມ່ນສິ່ງທີ່ພວກເຂົາເຂົ້າໃຈ ແລະ ສາມາດຍອມຮັບໄດ້ຢ່າງແທ້ຈິງ. ເລິກໆແລ້ວ, ພວກເຂົາຮັບຮອງ ຫຼື ຍອມຮັບຫຼັກຄໍາສອນທີ່ພວກເຂົາເທດສະໜາບໍ? (ບໍ່, ພວກເຂົາບໍ່ຍອມຮັບພວກມັນ). ພວກເຂົາບໍ່ຍອມຮັບວ່າສິ່ງເຫຼົ່ານັ້ນແມ່ນຄວາມຈິງ ຫຼື ເກນທີ່ພວກເຂົາຄວນນໍາໄປປະຕິບັດ ແລະ ຍຶດຖື. ຄວາມຈິງແລ້ວ, ມັນແມ່ນແຜນການ ແລະ ແນວຄິດໃນໃຈຂອງພວກເຂົາ, ແນວຄວາມຄິດ ແລະ ການປະຕິບັດຈອບປອມ ແລະ ພຶດຕິກຳທີ່ຄົນອື່ນຖືວ່າດີ, ທີ່ພວກເຂົາເຊື່ອຢ່າງແທ້ຈິງວ່າເປັນເກນ ແລະ ເສັ້ນທາງແຫ່ງການປະຕິບັດ. ຄົນແບບນັ້ນຈະບໍ່ຖືກຄັດອອກບໍຖ້າພວກເຂົາບໍ່ຫັນກັບ? ພວກເຂົາຈະມີໂອກາດໄດ້ຮັບຄວາມລອດພົ້ນບໍ? ມີຄວາມຫວັງໜ້ອຍ.

ຈົ່ງບອກເຮົາ, ມັນສົມເຫດສົມຜົນບໍທີ່ຈະກັ້ງຄັນຮົ່ມ ຫຼື ໃສ່ໝວກເຟືອງໃນຕອນແດດຮ້ອນ? (ແມ່ນແລ້ວ, ມັນສົມເຫດສົມຜົນ). ຄົນທີ່ເຮັດວຽກຕາກແດດຈະຖືກແດດເຜົາຢ່າງໄວວາຖ້າພວກເຂົາບໍ່ໃສ່ໝວກ, ດັ່ງນັ້ນ ມັນຈຶ່ງສົມເຫດສົມຜົນຢ່າງແທ້ຈິງທີ່ຈະເຮັດແນວນັ້ນ. ບາງຄົນບໍ່ຄິດແບບນີ້ ແລະ ເວົ້າວ່າ: “ໃສ່ໝວກເຟືອງບໍ? ນັ້ນຈະບໍ່ເປັນການດູຖຼກຂ້ອຍບໍ? ຂ້ອຍຈະໃສ່ໝວກໄດ້ບໍ? ຂ້ອຍບໍ່ຢ້ານຄວາມທຸກທໍລະມານ ຫຼື ຢ້ານຜິວດໍາ. ຄວາມຈິງແລ້ວ, ມັນດີຕໍ່ສຸຂະພາບ”. ຖ້ານີ້ແມ່ນສິ່ງທີ່ພວກເຂົາຄິດແທ້ໆ, ມັນກໍບໍ່ແມ່ນບັນຫາ, ແຕ່ປະເດັນທີ່ສຳຄັນແມ່ນ, ເລິກໆແລ້ວ, ບາງຄົນບໍ່ຄິດແບບນີ້. ພວກເຂົາຄິດວ່າ “ເບິ່ງພວກເຈົ້າ, ໃສ່ໝວກເຟືອງເພາະວ່າຢ້ານຜິວດໍາ ຫຼື ຖືກແດດເຜົາໃນມື້ທີ່ແດດຮ້ອນອົບເອົ້າ. ຂ້ອຍຈະບໍ່ໃສ່! ມີຫຍັງຕ້ອງຢ້ານກັບຜິວດຳ ຫຼື ການຖືກແດດເຜົາ? ພຣະເຈົ້າມັກສິ່ງເຫຼົ່ານັ້ນ, ດັ່ງນັ້ນ ຂ້ອຍຈຶ່ງບໍ່ສົນໃຈວ່າຄົນອື່ນຈະຄິດແນວໃດ!” ເຈົ້າຄິດແນວໃດກັບຄົນທີ່ເວົ້າແບບນີ້? ເຈົ້າຄິດວ່າພວກເຂົາເລ່ຫຼ່ຽມເລັກນ້ອຍ, ຈອມປອມເລັກນ້ອຍບໍ? ຄວາມຈິງແລ້ວ, ມີແຮງຈູງໃຈຢູ່ເບື້ອງຫຼັງຂອງການທີ່ພວກເຂົາປະຕິເສດທີ່ຈະໃສ່ໝວກ ເຊິ່ງແມ່ນເພື່ອສະແດງໃຫ້ຄົນອື່ນເຫັນວ່າພວກເຂົາສາມາດທົນທຸກໄດ້ ແລະ ພວກເຂົາມີຈິດວິນຍານແທ້ໆ. ພຶດຕິກຳທີ່ໜ້າຊື່ໃຈຄົດແບບນີ້ແມ່ນໜ້າລັງກຽດ! ຄົນທີ່ເກັ່ງແຕ່ເລື່ອງການເສແສ້ງເຮັດແບບນີ້ຈະສາມາດປະຕິບັດໜ້າທີ່ຂອງຕົນໄດ້ດີບໍ? ພວກເຂົາຈະຍອມທົນທຸກ ແລະ ຈ່າຍລາຄາເພື່ອໜ້າທີ່ນັ້ນໄດ້ບໍ? ເມື່ອພວກເຂົາສີຜິວເຂັ້ມຂຶ້ນ ຫຼື ຜິວໄໝ້ແດດ, ພວກເຂົາກໍຈະຈົ່ມວ່າ ແລະ ໂທດພຣະເຈົ້າແລ້ວແມ່ນບໍ? ພວກຟາຣີຊາຍທີ່ໜ້າຊື່ໃຈຄົດບໍ່ເຄີຍນຳຄວາມຈິງມາປະຕິບັດເລີຍ, ມີແຕ່ທຳທ່າວ່າຕົນເອງເຄັ່ງສາດສະໜາ. ພວກເຂົາຈະຍອມທົນທຸກ ແລະ ຈ່າຍລາຄາໄດ້ແທ້ບໍ? ເມື່ອເບິ່ງຈາກທາດແທ້ຂອງຄົນໜ້າຊື່ໃຈຄົດແລ້ວ, ເຈົ້າຈະເຫັນວ່າພວກເຂົາບໍມີຄວາມຮັກຄວາມຈິງເລີຍ ແລະ ຍິ່ງບໍ່ມີຄວາມສາມາດທີ່ຈະທົນທຸກ ຫຼື ຈ່າຍລາຄາເພື່ອມັນ. ຍິ່ງໄປກວ່ານັ້ນ, ບໍ່ວ່າພວກເຂົາຈະໄດ້ຍິນຖ້ອຍຄຳແຫ່ງຄວາມຈິງຫຼາຍປານໃດ, ເຂົາກໍບໍ່ເຄີຍຟັງ ຫຼື ເຂົ້າໃຈວ່າເປັນຄວາມຈິງ, ແທນທີ່ຈະເປັນແນວນັ້ນ ພວກເຂົາກັບປະຕິບັດ ແລະ ເທດສະໜາພຣະທຳເຫຼົ່ານັ້ນຄືກັບເປັນທິດສະດີທາງຈິດວິນຍານ. ຄົນທີ່ໜ້າຊື່ໃຈຄົດແບບນີ້ບໍ່ເຂົ້າໃຈເລີຍວ່າເປັນຫຍັງຄົນເຮົາຈຶ່ງເຊື່ອພຣະເຈົ້າ, ເປັນຫຍັງພະອົງຈຶ່ງມອບຄວາມຈິງໃຫ້ຜູ້ຄົນ, ຂັ້ນຕອນການຮັບຄວາມລອດຂອງມະນຸດເປັນແນວໃດ, ຄວາມສຳຄັນຂອງມັນຢູ່ໃສ ແລະ ພຣະເຈົ້າໝາຍຄວາມວ່າແນວໃດແທ້ເມື່ອເວົ້າເຖິງຄວາມລອດພົ້ນ. ພວກເຂົາບໍ່ເຂົ້າໃຈຄວາມຈິງເຫຼົ່ານີ້ເລີຍຈັກຢ່າງ. ຖ້າໃນຄຣິສຕະຈັກຫາກມີຄົນທີ່ໜ້າຊື່ໃຈຄົດທີ່ບໍ່ຮັກຄວາມຈິງແຕ່ມັກສ້າງພາບຈອມປອມ, ຄົນນັ້ນແຫຼະຄືຟາຣີຊາຍຕົວຈິງ. ເຂົາສົນໃຈແຕ່ພຶດຕິກຳ, ຮູບໂສມ ແລະ ການປະເມີນຂອງຜູ້ຄົນໃນໃຈຂອງພວກເຂົາ ແລະ ບໍ່ວ່າຈະໄດ້ຟັງຄວາມຈິງມາຫຼາຍປານໃດ ພວກເຂົາກໍບໍ່ເຄີຍນຳໄປປະຕິບັດຕາມ. ທຸກຢ່າງທີ່ພວກເຂົາເວົ້າມາລ້ວນແຕ່ຖືກຕ້ອງ ແລະ ເວົ້າຫຼັກຄຳສອນໄດ້ທຸກປະເພດ, ແຕ່ເຂົາພັດບໍ່ປະຕິບັດຕາມສິ່ງທີ່ຕົນເອງສອນ. ຖ້າໃຜຫາກເຂົ້າຂາກັນໄດ້ດີກັບພວກເຂົາ, ສະແດງວ່າພວກເຂົາເປັນຄົນປະເພດດຽວກັນແມ່ນບໍ? (ແມ່ນແລ້ວ, ພວກເຂົາເປັນຄົນປະເພດດຽວກັນ). ຄົນທີ່ມີຄວາມຄິດປົກກະຕິຈະເບິ່ງການສະແດງອອກຂອງຄົນທີ່ໜ້າຊື່ໃຈຄົດນີ້ແນວໃດ? ເຂົາຈະຄິດວ່າ: “ວິທີການປະຕິບັດຂອງພວກເຂົາມັນຜິດບໍ່ແມ່ນບໍ? ເປັນຫຍັງມັນຄືແປກແທ້? ເມື່ອຮອດເວລາກິນເຂົ້າກໍຄວນໄປກິນເລີຍ, ເປັນຫຍັງຕ້ອງເຮັດໃຫ້ມັນຫຍຸ້ງຍາກວົນໄປວົນມາຫຼາຍແທ້?” ພວກເຂົາຈະເວົ້າວ່າຄົນນີ້ແປກ, ພວກເຂົາເຂົ້າໃຈຫຍັງຕ່າງຈາກຄົນອື່ນ ເຊິ່ງບິດເບືອນໄປໝົດ ແລະ ພວກເຂົາຈະບໍ່ໄດ້ຮັບອິດທິພົນຈາກຄົນແບບນັ້ນ. ແຕ່ຖ້າໃຜເປັນຄົນປະເພດດຽວກັນກັບຄົນໜ້າຊື່ໃຈຄົດນີ້ ແລະ ມັກສົນໃຈແຕ່ພຶດຕິກຳພາຍນອກ ຫຼື ຄຳເຫັນຂອງຜູ້ຄົນ, ພວກເຂົາກໍຈະປຽບທຽບ ແລະ ແຂ່ງຂັນກັບຄົນນັ້ນ. ມັນຄືກັບຕອນທີ່ ສ່ຽວເຈຍ ສົ່ງຂໍ້ຄວາມຕອນ 3 ໂມງເຊົ້າ ແລະ ຜູ້ຮັບກໍຕອບຕອນ 4 ໂມງເຊົ້າ ໂດຍຄິດວ່າ: “ເຈົ້າສົ່ງຂໍ້ຄວາມມາຫາຂ້ອຍຕອນ 3 ໂມງ, ຊັ້ນຂ້ອຍຈະຕອບຄືນຕອນ 4 ໂມງ”, ແລ້ວ ສ່ຽວເຈຍ ກໍຄິດວ່າ “ເຈົ້າຕອບຂ້ອຍຕອນ 4 ໂມງ, ຊັ້ນຂ້ອຍສົ່ງຕອນ 5 ໂມງຊະ”. ພໍແຂ່ງກັນແບບນີ້ໄປດົນໆເຂົ້າ, ທຸກຄົນກໍຄ່ອຍໆກາຍເປັນຄົນໜ້າຊື່ໃຈຄົດ. ຖ້າຜູ້ນຳຄຣິສຕະຈັກເປັນຄົນແບບນີ້ ແລະ ອ້າຍເອື້ອຍນ້ອງຂາດການແຍກແຍະ, ພວກເຂົາກໍກຳລັງຕົກຢູ່ໃນອັນຕະລາຍ, ພວກເຂົາອາດຈະຖືກນຳພາຢ່າງຜິດໆໄດ້ທຸກເວລາ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ມັນງ່າຍຫຼາຍທີ່ຄົນທີ່ບໍ່ເຂົ້າໃຈຄວາມຈິງ ຈະຖືກນຳພາຢ່າງຜິດໆ ແລະ ໄດ້ຮັບອິດທິພົນຈາກພຶດຕິກຳທີ່ເບິ່ງຄືວ່າດີພຽງພາຍນອກຂອງຄົນອື່ນ. ຍ້ອນວ່າພວກເຂົາບໍ່ຮູ້ວ່າອັນໃດຖືກ, ພວກເຂົາຈຶ່ງເຊື່ອຕາມແນວຄິດຂອງຕົນເອງວ່າພຶດຕິກຳແບບນັ້ນແມ່ນດີ. ຖ້າໃຜສາມາດເຮັດພຶດຕິກຳເຫຼົ່ານັ້ນໄດ້, ຄົນນັ້ນກໍຈະກາຍເປັນທີ່ເຄົາລົບນັບຖື ແລະ ພວກເຂົາກໍຈະຄິດວ່າຄົນນັ້ນຄວນໄດ້ເປັນຜູ້ນຳ, ເປັນຄົນສົມບູນແບບ ແລະ ເປັນທີ່ຮັກຂອງພຣະເຈົ້າ. ພວກເຂົາຈະເຫັນດີນຳພຶດຕິກຳແບບນີ້ ແລະ ຍອມຮັບມັນໄວ້ໃນສ່ວນເລິກຂອງຫົວໃຈ. ຈະເກີດຫຍັງຂຶ້ນຖ້າພວກເຂົາຍອມຮັບມັນ? ພວກເຂົາກໍຈະເຮັດຕາມຄົນແບບນັ້ນ. ຖ້າທັງສອງຄົນຕ່າງກໍເປັນຜູ້ນຳ, ພວກເຂົາກໍຈະປຽບທຽບ ແລະ ແຂ່ງຂັນກັນເອງ. ມີເທື່ອໜຶ່ງ, ຜູ້ນຳ ແລະ ຜູ້ເຮັດວຽກຈາກຄຣິສຕະຈັກໃນປະເທດຕ່າງໆໄດ້ປະຊຸມກັນທາງອອນລາຍ. ຫຼັງຈາກທີ່ເຮົາອອນລາຍເຂົ້າໄປຟັງໄດ້ໄລຍະໜຶ່ງ, ເຮົາຮູ້ສຶກວ່າມັນມີບາງຢ່າງບໍ່ຖືກຕ້ອງ. ເຮົາຄິດວ່າ, “ຄົນພວກນີ້ກຳລັງເຮັດຫຍັງກັນຢູ່ນີ້? ເຂົາກຳລັງເທດສະໜາຢູ່ບໍ?” ຫຼັງຈາກເຂົ້າໃຈສະຖານະການແລ້ວ, ເຮົາຈຶ່ງຮູ້ວ່າພວກເຂົາກຳລັງອະທິຖານກັນຢູ່. ເຮົາສົງໄສໃນໃຈວ່າເປັນຫຍັງພວກເຂົາຈຶ່ງອະທິຖານແບບນັ້ນ. ມັນຟັງເບິ່ງເປັນຕາຢ້ານ, ຄືກັບວ່າພວກເຂົາກຳລັງແຍກແຂ້ວກາງເລັບໃສ່ກັນ. ເລື່ອງນັ້ນຍັງບໍ່ແມ່ນເລື່ອງໃຫຍ່, ແລ້ວບັນຫາຫຼັກມັນແມ່ນຫຍັງລະ? ເບິ່ງຄືວ່າພວກເຂົາກຳລັງອະທິຖານໂດຍທີ່ມືນຕາຢູ່, ບໍ່ໄດ້ຢູ່ຕໍ່ໜ້າພຣະເຈົ້າ ແລະ ບໍ່ໄດ້ເວົ້າສິ່ງທີ່ຢູ່ໃນໃຈຂອງພວກເຂົາ. ແຕ່ພວກເຂົາພັດແຂ່ງຂັນກັນວ່າໃຜຈະມີວາທະສິນທີ່ສຸດ, ໃຜເວົ້າຫຼັກຄຳສອນໄດ້ຫຼາຍກວ່າ ແລະ ໃຜເວົ້າໄດ້ກວ້າງຂວາງ ແລະ ເລິກເຊິ່ງກວ່າກັນ. ມັນຟັງຄືກັບການແຂ່ງຂັນໃນສະໜາມ ແລະ ແນ່ນອນວ່າບໍ່ຄືການອະທິຖານຕໍ່ພຣະເຈົ້າເລີຍ. ຄົນພວກນີ້ບໍ່ແມ່ນວ່າຈົບສິ້ນແລ້ວບໍ? ພວກເຂົາບໍ່ໄດ້ຖືກຕັດຊື່ຖິ້ມແລ້ວບໍ? ຖ້າມີຄົນແບບນີ້ມາເປັນຜູ້ນຳ, ຜູ້ທີ່ຢູ່ໃຕ້ການນຳພາຕ້ອງທົນທຸກທໍລະມານຂະໜາດໃດ? ຄົນທີ່ຢູ່ລຸ່ມພວກເຂົາບໍ່ໄດ້ກຳລັງຖືກທຳຮ້າຍຢູ່ບໍ? ແຕ່ລະຄົນອະທິຖານຢ່າງກະຕືລືລົ້ນຢ່າງໜ້ອຍ 20 ນາທີ ແລະ ເຖິງແມ່ນວ່າທາງເບື້ອງເທິງຈະມີກົດລະບຽບວ່າ ບໍ່ຄວນໃຫ້ຄົນໃດຄົນໜຶ່ງຜູກຂາດກັບການປະຊຸມ ແລະ ໃຫ້ໂອ້ລົມພຽງແຕ່ 5 ຫາ 10 ນາທີ, ແຕ່ພວກເຂົາກໍຍັງໜ້າດ້ານໃຊ້ເວລາອະທິຖານດົນຂະໜາດນັ້ນ. ຕໍ່ມາ, ເຮົາຈຶ່ງເຂົ້າໃຈວ່າເປັນຫຍັງການເຕົ້າໂຮມກັນຫຼາຍໆເທື່ອຈຶ່ງແກ່ຍາວແຕ່ເຊົ້າຮອດຄ່ຳ: ກໍຍ້ອນພວກທີ່ເອີ້ນຕົນເອງວ່າເປັນຜູ້ນຳເຫຼົ່ານີ້ໃຊ້ເວລາອະທິຖານດົນໂພດ, ຜັດປ່ຽນກັນເວົ້າ, ໃນຂະນະທີ່ຜູ້ຢູ່ໃຕ້ພວກເຂົາຕ້ອງທົນທຸກ. ພວກຜູ້ນຳປອມເຫຼົ່ານີ້ມາເພື່ອໂຕ້ວາທີກັນ, ເວົ້າໄປທົ່ວ, ບາງຄົນກໍເວົ້າບໍ່ປະຕິດປະຕໍ່ກັນ ຈົນລືມວ່າຕົນເອງໄດ້ເວົ້າຫຍັງໄປແລ້ວແດ່. ສຳລັບພວກເຂົາແລ້ວ, ຂໍພຽງແຕ່ໄດ້ເວົ້າດົນກວ່າຄົນອື່ນ ກໍຖືວ່າໂອເຄແລ້ວ. ເຮົາຮູ້ສຶກງົງຫຼາຍ: ເວລາຄົນເຮົາອະທິຖານຄວນຈະຫຼັບຕາອະທິຖານຕໍ່ພຣະເຈົ້າ, ແລ້ວເປັນຫຍັງພວກເຂົາເຈົ້າຈຶ່ງມືນຕາ? ການມືນຕາເບິ່ງຄົນອື່ນອະທິຖານແນວໃດ ມັນບໍ່ໄດ້ລົບກວນຈິດໃຈຂອງພວກເຂົາແທ້ໆບໍ? ໂດຍສະເພາະການທີ່ຕ້ອງຄິດວ່າຄົນອື່ນອະທິຖານແນວໃດ, ໃຊ້ຄຳສັບຫຍັງ ແລະ ຄວາມຢາກເອົາເໜືອກວ່າຄົນອື່ນ, ໂດຍເມື່ອໃນໃຈເຕັມໄປດ້ວຍສິ່ງເຫຼົ່ານີ້, ມັນຈະເປັນໄປໄດ້ບໍທີ່ຈະອະທິຖານຕໍ່ພຣະເຈົ້າ ແລະ ເວົ້າອອກມາຈາກໃຈ? ນີ້ມັນບໍ່ແມ່ນເຫດຜົນທີ່ຜິດປົກກະຕິບໍ? ສິ່ງເຫຼົ່ານີ້ລ້ວນແຕ່ເປັນການສະແດງອອກເຖິງຄວາມຝັກໃຝ່ຝ່າຍວິນຍານທີ່ຈອມປອມຂອງພວກຜູ້ນຳປອມ ແລະ ຜູ້ເຮັດວຽກປອມບໍ່ແມ່ນບໍ? ມັນເປັນເລື່ອງດີທີ່ທຸກຄົນມາເຕົ້າໂຮມກັນ, ອ່ານພະທຳຂອງພຣະເຈົ້າ ແລະ ໂອ້ລົມຄວາມຈິງນຳກັນ, ແຕ່ມີບາງຄົນລາຍງານວ່າ: “ໂອ້ຍ, ເຈົ້າບໍ່ຮູ້ດອກ. ເວລາຜູ້ນຳພວກນັ້ນມາເຕົ້າໂຮມກັນອະທິຖານbມັນຄືກັບພວກເຂົາກຳລັງສວດມົນ; ພວກເຂົາເວົ້າແຕ່ເລື່ອງດຽວ ແລະ ເວົ້າຄືເກົ່າທຸກຄັ້ງທີ່ເຕົ້າໂຮມກັນ. ຂ້ອຍລະເບື່ອທີ່ຈະຟັງ”. ການເຕົ້າໂຮມແບບນີ້ຈະຊ່ວຍເສີມສ້າງຜູ້ຄົນໄດ້ແນວໃດ? ພວກຜູ້ນຳປອມ ແລະ ຜູ້ເຮັດວຽກປອມມັກເຮັດແບບນີ້ຢູ່ສະເໝີ; ແລ້ວພວກເຂົາຈະເຮັດຖືກຕາມຄວາມປະສົງຂອງພຣະເຈົ້າໄດ້ບໍ? ພວກເຂົາບໍ່ໃສ່ໃຈທີ່ຈະໂອ້ລົມຄວາມຈິງເພື່ອຊ່ວຍໃຫ້ຄົນອື່ນເຂົ້າໃຈ ຫຼື ແກ້ໄຂບັນຫາໂດຍການໂອ້ລົມຄວາມຈິງ; ແຕ່ພວກເຂົາກັບໄປຫຍຸ້ງຢູ່ກັບພິທີການທາງສາດສະໜາທີ່ຈອມປອມແທນ. ນີ້ບໍ່ແມ່ນການພາຄົນຫຼົງທາງບໍ? ມີບັນຫາຫຍັງຢູ່ນີ້? ພວກເຂົາບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າເລີຍ ແລະ ບໍ່ເຂົ້າໃຈວ່າພະອົງຕ້ອງການຫຍັງຈາກມະນຸດ. ພວກເຂົາມີແຕ່ປະກອບພິທີກຳທາງສາດສະໜາ ແລະ ໂອ້ອວດເທົ່ານັ້ນ! ຮ້າຍແຮງໄປກວ່ານັ້ນ, ພວກເຂົາໃຊ້ການອະທິຖານເພື່ອເປີດໂປງ, ໂຈມຕີ ແລະ ກ່າວໂທດຄົນອື່ນ, ໃນຂະນະທີ່ບາງຄົນກໍໃຊ້ການອະທິຖານເພື່ອແກ້ຕົວໃຫ້ຕົນເອງ. ຄຳອະທິຖານຂອງພວກເຂົາເບິ່ງຄືວ່າເວົ້າໃຫ້ພຣະເຈົ້າຟັງ, ແຕ່ຄວາມຈິງແລ້ວແມ່ນເວົ້າໃຫ້ມະນຸດຟັງ. ດັ່ງນັ້ນ, ຄົນພວກນີ້ຈຶ່ງບໍ່ມີໃຈທີ່ຢຳເກງພຣະເຈົ້າແມ່ນແຕ່ໜ້ອຍດຽວ, ພວກເຂົາລ້ວນແຕ່ເປັນຜູ້ບໍ່ເຊື່ອ ທີ່ລົບກວນວຽກງານໃນເຮືອນຂອງພຣະເຈົ້າ. ຜູ້ນຳປອມເຫຼົ່ານີ້ເຜີຍໃຫ້ເຫັນຄວາມຂີ້ຮ້າຍໃນຄຳອະທິຖານຂອງພວກເຂົາຢ່າງຫຼວງຫຼາຍ. ບາງຄົນອະທິຖານໂດຍເວົ້າສິ່ງຕ່າງໆເຊັ່ນ: “ຂ້າແດ່ພະເຈົ້າ, ມີບາງຄົນເຂົ້າໃຈຂ້ານ້ອຍຜິດ. ຂ້ານ້ອຍບໍ່ໄດ້ມີເຈດຕະນາແບບນັ້ນ. ຂ້ານ້ອຍອະທິຖານຕໍ່ພະອົງ, ຂ້ານ້ອຍບໍ່ໄດ້ຮູ້ສຶກບໍ່ດີ, ສ່ວນຄົນອື່ນຈະຄິດແນວໃດກໍຕາມໃຈເຂົາ”. ບາງຄົນກໍເວົ້າແຕ່ຫຼັກຄຳສອນ, ສ່ວນບາງຄົນກໍແຂ່ງກັນວ່າໃຜຟັງເທດສະໜາຫຼາຍກວ່າ, ໃຜຈື່ເນື້ອເພງສັນລະເສີນ ຫຼື ພຣະທຳຂອງພຣະເຈົ້າໄດ້ຫຼາຍກວ່າ, ໃຜອະທິຖານໄດ້ດົນກວ່າ, ໃຜເວົ້າໄດ້ມ່ວນກວ່າ ຫຼື ໃຜມີທ່າທາງການອະທິຖານທີ່ຫຼາກຫຼາຍ ແລະ ໃຊ້ຮູບແບບການອະທິຖານໄດ້ຫຼາຍປະເພດກວ່າກັນ. ນີ້ແມ່ນການອະທິຖານບໍ? (ບໍ່, ມັນບໍ່ແມ່ນ). ແລ້ວມັນແມ່ນຫຍັງ? ມັນແມ່ນການເຮັດຊົ່ວໂດຍບໍ່ມີຢາງອາຍ! ມັນແມ່ນການຫຼິ້ນຕະຫຼົກ ແລະ ການຢຽບຍ່ຳຄວາມຈິງ, ເປັນການລົບລູ່ ແລະ ໝິ່ນປະໝາດພຣະເຈົ້າ! ພວກມານຮ້າຍ ແລະ ພວກບໍ່ເຊື່ອເຫຼົ່ານີ້ ກ້າເວົ້າທຸກຢ່າງຜ່ານຄຳອະທິຖານ, ບອກເຮົາມາເບິ່ງວ່າ, ພວກເຂົາແມ່ນຜູ້ເຊື່ອທີ່ແທ້ຈິງບໍ? ພວກເຂົາມີຄວາມສັດທາຈັກໜ້ອຍບໍ? (ບໍ່, ພວກເຂົາບໍ່ມີເລີຍ). ຄົນແບບນີ້ຈະກາຍເປັນຄົນຄິດລົບທັນທີທີ່ສະຖານະຜູ້ນຳຂອງພວກເຂົາຖືກປົດອອກ, ພວກເຂົາບໍ່ຫັນມາເບິ່ງຄືນຕົນເອງເລີຍ, ແຕ່ຈະທ່ຽວຈົ່ມໄປທົ່ວວ່າ: “ຂ້ອຍອົດທົນທຸກຍາກລຳບາກຕັ້ງຫຼາຍໃນການເຮັດວຽກໃຫ້ພະເຈົ້າ, ແຕ່ພວກເຂົາກໍຍັງເວົ້າວ່າຂ້ອຍບໍ່ໄດ້ເຮັດວຽກຕົວຈິງ ແລະ ຫາວ່າຂ້ອຍເປັນຜູ້ນຳປອມ, ແລ້ວກໍປົດຂ້ອຍອອກ. ຍິ່ງໄປກວ່ານັ້ນ, ມີຈັກຄົນທີ່ສາມາດເວົ້າຫຼັກຄຳສອນໄດ້ຄົບຖ້ວນຄືກັບຂ້ອຍ? ມີຈັກຄົນທີ່ມີຄວາມຮັກເທົ່າກັບຂ້ອຍ? ຂ້ອຍຍອມຖິ້ມຄອບຄົວ ແລະ ອາຊີບການງານ, ໃຊ້ເວລາທຸກມື້ຢູ່ໃນຄຣິສຕະຈັກເພື່ອເຕົ້າໂຮມກັບອ້າຍເອື້ອຍນ້ອງ, ເວົ້າເທື່ອລະ 3 ມື້ 5 ມື້. ພວກເຂົາປົດຂ້ອຍອອກແບບນັ້ນໄດ້ແນວໃດ?” ພວກເຂົາບໍ່ຍອມຮັບ ແລະ ມີການຈົ່ມວ່າ. ຍັງມີບາງຄົນທີ່ທ່ຽວເຜີຍແຜ່ຄຳເວົ້າທີ່ວ່າ: “ຢ່າໄປເປັນຜູ້ນຳໃນເຮືອນຂອງພະເຈົ້າເດັດຂາດ. ຖ້າເຈົ້າຖືກເລືອກເປັນຜູ້ນຳ, ເຈົ້າຊວຍແທ້ໆ ແລະ ຖ້າຖືກປົດອອກເມື່ອໃດ ເຈົ້າຈະບໍ່ມີໂອກາດໄດ້ເປັນ ແມ່ນແຕ່ຜູ້ເຊື່ອທຳມະດາເລີຍ.” ຄຳເວົ້າພວກນີ້ແມ່ນຫຍັງ? ພວກມັນແມ່ນຄຳເວົ້າທີ່ໄຮ້ສາລະ ແລະ ໜ້າຫົວຂວັນທີ່ສຸດ ແລະ ຍັງສາມາດເວົ້າໄດ້ວ່າ ພວກມັນເປັນຄຳເວົ້າຂອງການບໍ່ຍອມຈຳນົນ, ຄວາມບໍ່ພໍໃຈ ແລະ ການໝິ່ນປະໝາດພຣະເຈົ້າ. ຄວາມໝາຍຂອງຄຳເວົ້າພວກນັ້ນບໍ່ແມ່ນແບບນີ້ບໍ? (ແມ່ນແລ້ວ). ມີຫຍັງແຝງຢູ່ໃນຄຳເວົ້າເຫຼົ່ານັ້ນ? ມັນຄືການໂຈມຕີ, ຄຳເວົ້າເຫຼົ່ານັ້ນບໍ່ແມ່ນການພິພາກສາທຳມະດາ! ຄົນພວກນີ້ບໍ່ຍອມເວົ້າວ່າທີ່ຕົນຖືກປົດອອກກໍຍ້ອນໄປອາລະວາດເຮັດສິ່ງຊົ່ວ ແລະ ບໍ່ເຮັດວຽກຕົວຈິງ, ແຕ່ກັບຈົ່ມວ່າພຣະເຈົ້າບໍ່ຍຸຕິທຳຕໍ່ພວກເຂົາ, ຫາວ່າພະອົງບໍ່ໄວ້ໜ້າພວກເຂົາເລີຍໃນການກະທຳຂອງພຣະອົງ, ແລະ ຫາວ່າພຣະອົງບໍ່ເຂົ້າໃຈວ່າພວກເຂົາຮູ້ສຶກແນວໃດ ຫຼື ສິ່ງທີ່ພວກເຂົາທຸ່ມເທລົງໄປ. ຈິດໃຈຂອງພວກເຂົາຄືກັບຄົນທີ່ບໍ່ເຊື່ອ, ພວກເຂົາບໍ່ມີຄວາມຈິງຄວາມເປັນຈິງເລີຍ!

ປົກກະຕິແລ້ວພວກເຈົ້າອະທິຖານດົນປານໃດໃນລະຫວ່າງການເຕົ້າໂຮມ? ມັນກິນເວລາຂອງທຸກຄົນຫຼາຍເກີນໄປບໍ? ຄຳອະທິຖານຂອງພວກເຈົ້າເຄີຍເຮັດໃຫ້ຜູ້ຄົນລຳຄານບໍ? ບາງຄົນໃຊ້ເວລາອະທິຖານດົນຫຼາຍຈົນທຸກຄົນຮູ້ສຶກເບື່ອທີ່ຈະຟັງ ແຕ່ຄົນພວກນີ້ຍັງຄິດວ່າຕົນເອງເປັນຝ່າຍວິນຍານທີ່ສຸດ ແລະ ເຊື່ອວ່ານີ້ຄືສິ່ງທີ່ພວກເຂົາໄດ້ຮັບ ແລະ ປະສົບຜົນສຳເລັດຈາກການເຊື່ອພຣະເຈົ້າມາຫຼາຍປີ. ພວກເຂົາອະທິຖານເປັນຊົ່ວໂມງສອງຊົ່ວໂມງກໍບໍ່ເມື່ອຍ, ເຊິ່ງມີແຕ່ເວົ້າເລື່ອງເກົ່າໆຊ້ຳຊາກທີ່ບໍ່ກ່ຽວຂ້ອງຫຍັງເລີຍ, ເວົ້າແຕ່ຄຳສັບ ແລະ ຫຼັກຄຳສອນເດີມໆ, ຄຳຂວັນທີ່ຕົນຮູ້ມາ ຫຼື ສິ່ງທີ່ໄດ້ຍິນຈາກຄົນອື່ນ ຫຼື ບໍ່ກໍແຕ່ງເລື່ອງຂຶ້ນມາເອງ. ພວກເຂົາເຮັດແບບນີ້ໂດຍບໍ່ສົນໃຈເລີຍວ່າທຸກຄົນຈະເບື່ອໜ່າຍ ຫຼື ບໍ່ ແລະ ບໍ່ສົນວ່າຄົນຈະມັກ ຫຼື ບໍ່ມັກ. ນີ້ແມ່ນວິທີທີ່ພວກເຈົ້າອະທິຖານບໍ? ບອກເຮົາມາເບິ່ງດຸວ່າ ການອະທິຖານສັ້ນ ຫຼື ຍາວ ແບບໃດຖືກຕ້ອງ? (ມັນບໍ່ມີຖືກ ຫຼື ຜິດ). ຖືກຕ້ອງແລ້ວ. ເຈົ້າບໍ່ສາມາດຕັດສິນໄດ້ວ່າອັນໃດຖືກ ຫຼື ຜິດ, ເຈົ້າຄວນອະທິຖານຕໍ່ພຣະເຈົ້າຕາມຄວາມຕ້ອງການຂອງຫົວໃຈເຈົ້າ. ບາງຄັ້ງການອະທິຖານກໍບໍ່ຈຳເປັນຕ້ອງມີພິທີການຫຍັງ ແຕ່ບາງຄັ້ງກໍຈຳເປັນ; ມັນຂຶ້ນຢູ່ກັບສະພາບແວດລ້ອມ ແລະ ສິ່ງທີ່ເກີດຂຶ້ນ. ຖ້າເຈົ້າຄິດວ່າການອະທິຖານນັ້ນອາດຈະໃຊ້ເວລາຄາວໜຶ່ງ, ກໍໃຫ້ໄປອະທິຖານຕໍ່ພຣະເຈົ້າເປັນການສ່ວນຕົວກ່ຽວກັບເລື່ອງສ່ວນຕົວຂອງເຈົ້າ. ຢ່າເອົາເລື່ອງພວກນັ້ນມາອະທິຖານໃນການເຕົ້າໂຮມ ແລະ ໃຊ້ເວລາຂອງທຸກຄົນ. ແບບນີ້ເຂົາເອີ້ນວ່າຄວາມມີເຫດຜົນ. ເພື່ອໜ້າຕາ ແລະ ຊື່ສຽງຂອງຕົນເອງ, ບາງຄົນຈຶ່ງບໍ່ໃສ່ໃຈເລື່ອງນີ້ເລີຍ. ນັ້ນຄືຄວາມບໍ່ຮູ້ ແລະ ການຂາດເຫດຜົນ. ຄົນທີ່ຂາດເຫດຜົນຈະມີຄວາມລະອາຍແດ່ບໍ? ພວກເຂົາບໍ່ຮູ້ສຶກໂຕເລີຍຊ້ຳວ່າທຸກຄົນເບື່ອໜ່າຍທີ່ຈະເບິ່ງພວກເຂົາອະທິຖານ. ຄົນທີ່ບໍ່ມີຄວາມຮັບຮູ້ ຫຼື ຄວາມຮູ້ສຶກຕົວແມ່ນແຕ່ເລື່ອງເລັກນ້ອຍແບບນີ້ຈະຢັ່ງຮູ້ຄວາມຈິງໄດ້ບໍ? ພວກເຂົາຢັ່ງຮູ້ບໍ່ໄດ້. ຫຼັກການຄວາມຈິງທີ່ພຣະເຈົ້າຕ້ອງການໃຫ້ມະນຸດນຳໄປປະຕິບັດລ້ວນແຕ່ຢູ່ໃນພຣະທໍາຂອງພະອົງ ແລະ ທຸກພຣະທໍາທີ່ພຣະເຈົ້າໄດ້ໂອ້ລົມກ່ຽວກັບການປະຕິບັດຄວາມຈິງລ້ວນແລ້ວແຕ່ມີຫຼັກການຢູ່, ພຽງແຕ່ຄົນເຮົາຕ້ອງໄຕ່ຕອງພວກມັນໃຫ້ດີ. ໃນພຣະທຳຂອງພຣະເຈົ້າມີຫຼັກການຫຼາຍຢ່າງກ່ຽວກັບການປະຕິບັດຄວາມຈິງ; ມີທັງຫຼັກການ ແລະ ແນວທາງສຳລັບການປະຕິບັດໃນທຸກໆເລື່ອງ, ທຸກສະຖານະການ ແລະ ທຸກບໍລິບົດ, ສິ່ງທີ່ສໍາຄັນແມ່ນ ເຈົ້າມີຄວາມເຂົ້າໃຈຝ່າຍວິນຍານ ແລະ ມີຄວາມສາມາດໃນການຢັ່ງຮູ້ ຫຼື ບໍ່. ຖ້າໃຜມີຄວາມສາມາດໃນການຢັ່ງຮູ້ນີ້, ພວກເຂົາກໍຈະສາມາດເຂົ້າໃຈຄວາມຈິງໄດ້. ແຕ່ຖ້າບໍ່ມີ, ສິ່ງທີ່ພວກເຂົາຢັ່ງຮູ້ໄດ້ກໍຈະເປັນພຽງກົດລະບຽບ, ບໍ່ວ່າພຣະທຳຂອງພຣະເຈົ້າຈະລະອຽດປານໃດກໍຕາມ ແລະ ນີ້ກໍບໍ່ແມ່ນການເຂົ້າໃຈຄວາມຈິງ. ດັ່ງນັ້ນ, ພຣະເຈົ້າຈຶ່ງໃຫ້ຫຼັກການແກ່ເຈົ້າ ເພື່ອໃຫ້ເຈົ້ານຳໄປປັບໃຊ້ໃນສະຖານະການທີ່ແຕກຕ່າງກັນ. ໂດຍຜ່ານການຟັງພຣະທຳຂອງພຣະອົງ ແລະ ການຮູ້ຈັກພຣະອົງ, ຜ່ານປະສົບການຕ່າງໆ ແລະ ການໂອ້ລົມ, ລວມທັງຄວາມສະຫວ່າງຂອງພຣະວິນຍານບໍລິສຸດ, ເຈົ້າຈະຄ່ອຍໆເຂົ້າໃຈດ້ານໜຶ່ງຂອງຫຼັກການທີ່ພຣະອົງກ່າວໄວ້ ແລະ ມາດຕະຖານທີ່ຈຳເປັນຂອງພຣະອົງສຳລັບເລື່ອງໃດໜຶ່ງ. ເມື່ອນັ້ນ ເຈົ້າກໍຈະໄດ້ເຂົ້າໃຈຄວາມຈິງໃນດ້ານນັ້ນ. ຖ້າພຣະເຈົ້າຕ້ອງອະທິບາຍທຸກຢ່າງຢ່າງລະອຽດ ແລະ ບອກຄົນວ່າຕ້ອງເຮັດແນວໃດໃນເລື່ອງນັ້ນເລື່ອງນີ້, ແລ້ວຫຼັກການທີ່ພຣະອົງເວົ້າເຖິງກໍຄົງບໍ່ມີປະໂຫຍດຫຍັງ. ຖ້າພຣະເຈົ້າໃຊ້ວິທີນີ້ ແລະ ບອກກົດລະບຽບໃຫ້ມະນຸດຊາດເທື່ອລະຢ່າງ, ສຸດທ້າຍແລ້ວຜູ້ຄົນຈະໄດ້ຮັບຫຍັງ? ກໍໄດ້ພຽງແຕ່ການປະຕິບັດ ແລະ ພຶດຕິກຳບາງຢ່າງເທົ່ານັ້ນ. ພວກເຂົາຈະບໍ່ມີວັນເຂົ້າໃຈເຈດຕະນາ ຫຼື ພຣະທຳຂອງພຣະເຈົ້າເລີຍ. ຖ້າຄົນເຮົາບໍ່ເຂົ້າໃຈພຣະທຳຂອງພຣະເຈົ້າ, ພວກເຂົາກໍຈະບໍ່ມີວັນເຂົ້າໃຈຄວາມຈິງໄດ້ເລີຍ. ມັນບໍ່ແມ່ນແບບນີ້ບໍ? (ແມ່ນແລ້ວ). ພວກເຈົ້າສາມາດເຂົ້າໃຈຄວາມຈິງໄດ້ບໍ? ຄົນສ່ວນຫຼາຍບໍ່ສາມາດເຂົ້າໃຈໄດ້, ມີພຽງຄົນສ່ວນໜ້ອຍທີ່ມີຄວາມເຂົ້າໃຈຝ່າຍວິນຍານ ແລະ ຮັກຄວາມຈິງເທົ່ານັ້ນທີ່ສາມາດບັນລຸໄດ້ຢ່າງແທ້ຈິງ. ດັ່ງນັ້ນ, ເງື່ອນໄຂເບື້ອງຕົ້ນສຳລັບຜູ້ທີ່ສາມາດບັນລູສີ່ງນີ້ໄດ້ແມ່ນຫຍັງ? ພວກເຂົາຈະບັນລຸໄດ້ກໍຕໍ່ເມື່ອພວກເຂົາມີຄວາມເຂົ້າໃຈຝ່າຍວິນຍານ, ມີຄວາມສາມາດໃນການຢັ່ງຮູ້, ໄລ່ຕາມຢ່າງຈິງໃຈ ແລະ ຮັກໃນຄວາມຈິງ ແລະ ທັງສິ່ງທີ່ດີງາມ. ສ່ວນພວກທີ່ເຫຼືອທີ່ບໍ່ສາມາດບັນລຸໄດ້ນັ້ນ, ດ້ານໜຶ່ງແມ່ນຍ້ອນບັນຫາເລື່ອງຄວາມສາມາດ ຫຼື ການຢັ່ງຮູ້ຂອງພວກເຂົາ ແລະ ອີກດ້ານໜຶ່ງແມ່ນເລື່ອງຂອງເວລາ. ມັນຄືກັບຄົນອາຍຸຊ່ວງ 20 ປີ, ຖ້າເຈົ້າຂໍໃຫ້ພວກເຂົາບັນລຸໃນສິ່ງທີ່ຄົນອາຍຸຊ່ວງ 50 ປີສາມາດບັນລຸໄດ້ ແລະ ຄວນບັນລຸໄດ້, ນີ້ບໍ່ແມ່ນການບັງຄັບໃຫ້ພວກເຂົາເຮັດເກີນຄວາມສາມາດບໍ? (ແມ່ນແລ້ວ). ຕອນນີ້ລອງຄິດເບິ່ງດູວ່າ ຄວາມສາມາດຂອງຄົນເຮົາໃນການຢັ່ງຮູ້ຄວາມຈິງນັ້ນກ່ຽວຂ້ອງກັບຫຍັງ? (ຄວາມສາມາດຂອງພວກເຂົາ). ມັນກ່ຽວຂ້ອງກັບຄວາມສາມາດຂອງພວກເຂົາ. ມີຫຍັງອີກ? (ກ່ຽວກັບວ່າພວກເຂົາໄລ່ຕາມຄວາມຈິງ ຫຼື ບໍ່). ມັນມີສ່ວນກ່ຽວຂ້ອງໃດໜຶ່ງກັບການໄລ່ຕາມຂອງພວກເຂົາ. ແທ້ຈິງແລ້ວບາງຄົນມີຄວາມສາມາດທີ່ເໝາະສົມໃນການຢັ່ງຮູ້, ມີໄຫວພິບ ແລະ ລະດັບສະຕິປັນຍາທີ່ດີພໍ ແລະ ສາມາດເຂົ້າໃຈຄວາມຈິງໄດ້ ແຕ່ພວກເຂົາບໍ່ຮັກ ຫຼື ບໍ່ໄລ່ຕາມຄວາມຈິງ. ໃນໃຈຂອງພວກເຂົາບໍ່ຮູ້ສຶກຫຍັງເລີຍຕໍ່ຄວາມຈິງ ແລະ ພວກເຂົາກໍບໍ່ໄດ້ໃຊ້ຄວາມພະຍາຍາມໃນດ້ານນີ້. ສຳລັບຄົນແບບນີ້, ຄວາມຈິງຈະເປັນສິ່ງທີ່ບໍ່ແຈ່ມແຈ້ງ ແລະ ເບິ່ງບໍ່ອອກຢູ່ສະເໝີ ແລະ ບໍ່ວ່າພວກເຂົາຈະເຊື່ອໃນພຣະເຈົ້າມາດົນປານໃດ, ມັນກໍບໍ່ມີປະໂຫຍດຫຍັງ.

ເອົາລະ, ເຮົາເລົ່າເລື່ອງຂອງເຮົາຈົບແລ້ວ. ໂຄງເລື່ອງ ແລະ ເນື້ອໃນຂອງເລື່ອງເຫຼົ່ານີ້ຊ່ວຍໃຫ້ພວກເຈົ້າເຂົ້າໃຈຄວາມຈິງບາງຢ່າງໄດ້ບໍ? (ໄດ້). ເປັນຫຍັງເຮົາຈຶ່ງເລົ່າເລື່ອງເຫຼົ່ານີ້? ມັນຈະຈຳເປັນບໍທີ່ຈະເລົ່າເລື່ອງເຫຼົ່ານີ້ຖ້າຫາກມັນບໍ່ກ່ຽວຂ້ອງກັບສະພາບຊີວິດການເປັນຢູ່, ອຸປະນິໄສທີ່ພວກເຂົາສະແດງອອກ ແລະ ຄວາມຄິດໃນຊີວິດຈິງຂອງຜູ້ຄົນ? (ບໍ່). ມັນຄືຊິບໍ່ຈຳເປັນ. ສິ່ງທີ່ພວກເຮົາໄດ້ສົນທະນາກັນ ລ້ວນແຕ່ແມ່ນປະກົດການທົ່ວໄປ ແລະ ສະພາວະທີ່ຄົນມັກສະແດງອອກໃນຊີວິດຂອງພວກເຂົາ ແລະ ມັນກ່ຽວຂ້ອງກັບອຸປະນິໄສ, ມຸມມອງ ແລະ ຄວາມຄິດຂອງມະນຸດ. ຖ້າຫຼັງຈາກຟັງເລື່ອງເຫຼົ່ານີ້ແລ້ວ ພວກເຈົ້າຄິດວ່າມັນເປັນພຽງເລື່ອງເລົ່າ, ຄິດວ່າມັນຕະຫຼົກ ແລະ ໜ້າສົນໃຈໜ້ອຍໜຶ່ງ ແລ້ວກໍຈົບໄປ ໂດຍທີ່ພວກເຈົ້າບໍ່ສາມາດເຂົ້າໃຈຄວາມຈິງທີ່ແຝງຢູ່, ແລ້ວເລື່ອງເຫຼົ່ານີ້ກໍຈະບໍ່ມີປະໂຫຍດຫຍັງຕໍ່ພວກເຈົ້າເລີຍ. ພວກເຈົ້າຕ້ອງເຂົ້າໃຈຄວາມຈິງບາງຢ່າງຈາກເລື່ອງເຫຼົ່ານີ້, ຢ່າງໜ້ອຍມັນຈະມີຜົນໃນການແກ້ໄຂພຶດຕິກຳຂອງພວກເຈົ້າ, ໂດຍສະເພາະມຸມມອງຂອງພວກເຈົ້າທີ່ມີຕໍ່ບາງສິ່ງ ແລະ ເຮັດໃຫ້ພວກເຈົ້າສາມາດຫັນກັບມາຈາກວິທີການເຂົ້າໃຈທີ່ບິດເບືອນ ແລະ ມີຄວາມເຂົ້າໃຈທີ່ບໍລິສຸດກ່ຽວກັບສິ່ງເຫຼົ່ານີ້. ນີ້ບໍ່ແມ່ນພຽງແຕ່ເພື່ອປ່ຽນພຶດຕິກຳຂອງພວກເຈົ້າ ແຕ່ເພື່ອແກ້ໄຂສະພາວະທີ່ເກີດຈາກອຸປະນິໄສທີ່ເສື່ອມຊາມຕັ້ງແຕ່ຮາກເຫງົ້າ. ພວກເຈົ້າເຂົ້າໃຈບໍ່? ຕອນນີ້, ມາໂອ້ລົມຫົວຂໍ້ຫຼັກກັນເລີຍ.

ການໄຈ້ແຍກວິທີທີ່ຜູ້ຕໍ່ຕ້ານພຣະຄຣິສຕ້ອງການໃຫ້ຄົນອື່ນອ່ອນນ້ອມຕໍ່ພວກເຂົາເທົ່ານັ້ນ, ບໍ່ແມ່ນຕໍ່ຄວາມຈິງ ຫຼື ພຣະເຈົ້າ

IV. ການໄຈ້ແຍກການທໍາທ່າເປັນຮູບແບບຂອງຄວາມຈິງຂອງຜູ້ຕໍ່ຕ້ານພຣະຄຣິສ ເມື່ອພວກເຂົາໄດ້ຮັບປະສົບການ ແລະ ຄວາມຮູ້ພຽງໜ້ອຍໜຶ່ງ

ຄັ້ງກ່ອນ, ພວກເຮົາໄດ້ໂອ້ລົມກ່ຽວກັບການສະແດງອອກຂໍ້ທີແປດຂອງຜູ້ຕໍ່ຕ້ານພຣະຄຣິສ ເຊິ່ງນັ້ນກໍຄື ພວກເຂົາຕ້ອງການໃຫ້ຄົນອື່ນອ່ອນນ້ອມຕໍ່ພວກເຂົາເທົ່ານັ້ນ, ບໍ່ແມ່ນຕໍ່ຄວາມຈິງ ຫຼື ພຣະເຈົ້າ. ຂໍ້ທີແປດຖືກແບ່ງອອກເປັນສີ່ຫົວຂໍ້ຍ່ອຍທັງໝົດ. ພວກເຮົາໄດ້ໂອ້ລົມກ່ຽວກັບສາມຫົວຂໍ້ຍ່ອຍທຳອິດຈົບແລ້ວ, ແລ້ວຫົວຂໍ້ຍ່ອຍທີສີ່ແມ່ນຫຍັງ? (ຜູ້ຕໍ່ຕ້ານພຣະຄຣິສທໍາທ່າເປັນຮູບກາຍຂອງຄວາມຈິງ ເມື່ອພວກເຂົາໄດ້ຮັບປະສົບການ ແລະ ຄວາມຮູ້ພຽງໜ້ອຍໜຶ່ງ ແລະ ໄດ້ຮຽນຮູ້ບົດຮຽນບາງຢ່າງ.) ນີ້ຄືຫົວຂໍ້ຍ່ອຍທີສີ່ຂອງຂໍ້ທີແປດ. ແນ່ນອນວ່າ ສິ່ງນີ້ຍັງກ່ຽວຂ້ອງກັບການສະແດງອອກດ້ານໜຶ່ງໃນຫົວຂໍ້ຂອງຂໍ້ທີແປດ. ພວກມັນມີຄວາມກ່ຽວຂ້ອງກັນ. ຫົວຂໍ້ນີ້ແມ່ນຫຍັງ? ນັ້ນກໍຄື ພວກເຂົາຕ້ອງການໃຫ້ຄົນອື່ນອ່ອນນ້ອມຕໍ່ພວກເຂົາເທົ່ານັ້ນ, ບໍ່ແມ່ນຕໍ່ຄວາມຈິງ ຫຼື ພຣະເຈົ້າ. ໃຫ້ພວກເຮົາແບ່ງຫົວຂໍ້ຍ່ອຍນີ້ອອກ ແລະ ເວົ້າເຖິງມັນເທື່ອລະໜ້ອຍ. ປະສົບການ, ຄວາມຮູ້ ແລະ ບົດຮຽນແຕ່ລະຢ່າງແມ່ນຫຍັງ? ຄົນປະເພດໃດທີ່ມີສິ່ງເຫຼົ່ານີ້? ຄົນປະເພດໃດທີ່ມັກປະກອບສິ່ງເຫຼົ່ານີ້ໃຫ້ກັບຕົນເອງ? ຄົນປະເພດໃດທີ່ເນັ້ນໃສ່ການປະກອບສິ່ງເຫຼົ່ານີ້ໃຫ້ກັບຕົນເອງແທນທີ່ຈະເປັນຄວາມຈິງ? ຄົນປະເພດໃດທີ່ຖືວ່າສິ່ງເຫຼົ່ານີ້ເປັນຄວາມຈິງ? ກ່ອນອື່ນໝົດ, ມີສິ່ງໜຶ່ງທີ່ແນ່ນອນ: ບໍ່ວ່າຄວາມສາມາດຂອງຄົນເຫຼົ່ານີ້ຈະເປັນແນວໃດ ແລະ ບໍ່ວ່າຄວາມສາມາດໃນການຢັ່ງຮູ້ຂອງພວກເຂົາຈະເປັນແນວໃດກໍຕາມ, ພວກເຂົາຮັກຄວາມຮູ້ຫຼາຍ ແລະ ຄວາມຮັກທີ່ພວກເຂົາມີຕໍ່ຄວາມຮູ້ແມ່ນເໜືອກວ່າຄວາມຮັກທີ່ພວກເຂົາມີຕໍ່ຄວາມຈິງຄວາມເປັນຈິງ. ເປົ້າໝາຍ ແລະ ທິດທາງທີ່ພວກເຂົາໄລ່ຕາມໃນຄວາມເຊື່ອໃນພຣະເຈົ້າຂອງພວກເຂົາກໍຄືການໄດ້ຮັບສິ່ງທີ່ເອີ້ນວ່າປະສົບການ ແລະ ຄວາມຮູ້ບາງຢ່າງ. ພວກເຂົາຕ້ອງການໃຊ້ຄວາມຮູ້ ແລະ ປະສົບການນີ້ເພື່ອປະກອບອາວຸດ ແລະ ສ້າງພາບພົດໃຫ້ຕົນເອງ ເພື່ອໃຫ້ພວກເຂົາກາຍເປັນຄົນທີ່ມີລົດນິຍົມຫຼາຍຂຶ້ນ, ມີມີຄວາມທັນສະໄໝຫຼາຍຂຶ້ນ, ມີການບົ່ມເພາະຫຼາຍຂຶ້ນ ແລະ ສາມາດເຮັດໃຫ້ຜູ້ຄົນຍ້ອງຍໍ ແລະ ເຄົາລົບບູຊາຫຼາຍຂຶ້ນ. ດ້ວຍຄວາມຮູ້ ແລະ ປະສົບການນີ້, ພວກເຂົາຄິດວ່າຊີວິດຂອງພວກເຂົາມີຄຸນຄ່າຫຼາຍຂຶ້ນ, ເຕັມອີ່ມຫຼາຍຂຶ້ນ ແລະ ເຕັມໄປດ້ວຍຄວາມໝັ້ນໃຈໃນຕົນເອງຫຼາຍຂຶ້ນ. ໃນມຸມມອງຂອງພວກເຂົາ, ພວກເຂົາເຊື່ອໃນພຣະເຈົ້າເພື່ອປະກອບຄວາມຮູ້ນີ້ໃຫ້ກັບຕົນເອງ ພ້ອມທັງຄຳເວົ້າທີ່ກ່ຽວຂ້ອງກັບເທວະວິທະຍາ ແລະ ກ່ຽວຂ້ອງກັບສາມັນສຳນຶກ, ຄວາມຮູ້ ແລະ ບົດຮຽນໃນດ້ານຕ່າງໆ. ພວກເຂົາເຊື່ອວ່າ ເມື່ອປະກອບສິ່ງເຫຼົ່ານີ້ໃຫ້ກັບຕົນເອງ, ພວກເຂົາກໍສາມາດມີບ່ອນໃນເຮືອນຂອງພຣະເຈົ້າ ແລະ ໃນກຸ່ມຄົນນີ້ໄດ້. ສະນັ້ນ, ສິ່ງທີ່ພວກເຂົາຄິດເຖິງ, ເຄົາລົບບູຊາ ແລະ ຕິດຕາມໃນໃຈຂອງພວກເຂົາທຸກມື້ ລ້ວນແລ້ວແຕ່ກ່ຽວຂ້ອງກັບຄວາມຮູ້, ປະສົບການ ແລະ ອື່ນໆ.

ໃຫ້ພວກເຮົາມາເບິ່ງກ່ອນວ່າມີຄວາມຮູ້, ປະສົບການ ແລະ ບົດຮຽນປະເພດໃດແດ່, ພ້ອມທັງປະເພດໃດໃນສິ່ງເຫຼົ່ານີ້ທີ່ສາມາດເອີ້ນວ່າເປັນການທໍາທ່າເປັນຮູບກາຍຂອງຄວາມຈິງ. ກ່ອນອື່ນໝົດ, ສາມາດເວົ້າໄດ້ຢ່າງແນ່ນອນວ່າສິ່ງເຫຼົ່ານີ້ບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງ, ບໍ່ສອດຄ່ອງກັບຄວາມຈິງ ແລະ ຂັດກັບຄວາມຈິງ. ສິ່ງເຫຼົ່ານີ້ອາດຈະເປັນສິ່ງທີ່ຖືກຕ້ອງຕາມແນວຄິດຂອງຜູ້ຄົນ, ເປັນສິ່ງທີ່ຕາມແນວຄິດຂອງພວກເຂົາແລ້ວແມ່ນເປັນບວກ ແລະ ງາມ ແລະ ດີ. ແຕ່ໃນຄວາມເປັນຈິງແລ້ວ, ໃນສາຍຕາຂອງພຣະເຈົ້າແລ້ວ, ສິ່ງເຫຼົ່ານີ້ບໍ່ກ່ຽວຂ້ອງກັບຄວາມຈິງ ແລະ ໂດຍພື້ນຖານແລ້ວ ສິ່ງເຫຼົ່ານີ້ຍັງເປັນແຫຼ່ງທີ່ມາຂອງການປະນາມຄວາມຈິງໂດຍຜູ້ຄົນ, ເປັນຮາກຖານ ແລະ ແຫຼ່ງທີ່ມາຂອງການທີ່ຜູ້ຄົນຕໍ່ຕ້ານພຣະເຈົ້າ ແລະ ແນວຄິດທີ່ພວກເຂົາມີຕໍ່ພຣະອົງ. ປະສົບການ, ຄວາມຮູ້ ແລະ ບົດຮຽນ, ສຳລັບຜູ້ທີ່ກຳແໜ້ນສິ່ງເຫຼົ່ານີ້ ມີຄວາມແຕກຕ່າງທາງດ້ານອາຍຸ ແລະ ເພດ ຫຼື ບໍ່? (ບໍ່ມີ.) ມັນກໍບໍ່ໜ້າຈະມີ. ບາງຄົນມີພອນສະຫວັນ. ພອນສະຫວັນແມ່ນຫຍັງ? ຕົວຢ່າງ: ຫຼັງຈາກທີ່ບາງຄົນຟັງທິດສະດີ ຫຼື ຄຳເວົ້າໃດໜຶ່ງ ແລະ ເຂົ້າໃຈແກ່ນແທ້ ຫຼື ແນວຄວາມຄິດພື້ນຖານຂອງທິດສະດີດັ່ງກ່າວ, ສະໝອງຂອງພວກເຂົາກໍຕອບສະໜອງໄວຫຼາຍ. ພວກເຂົາຮູ້ທັນທີວ່າຈະອະທິບາຍທິດສະດີ ຫຼື ຄຳເວົ້າດັ່ງກ່າວແນວໃດ ແລະ ຈະປ່ຽນມັນໃຫ້ເປັນພາສາຂອງພວກເຂົາເອງແນວໃດ ເຊິ່ງພວກເຂົາໃຊ້ເພື່ອເວົ້າກັບຄົນອື່ນ. ຫຼັງຈາກທີ່ຟັງສິ່ງເຫຼົ່ານີ້ແລ້ວ, ພວກເຂົາກໍຈື່ຈຳພວກມັນໄດ້ຢ່າງວ່ອງໄວ; ສິ່ງນີ້ບໍ່ໄດ້ໝາຍຄວາມວ່າພວກເຂົາມີຄວາມສາມາດໃນການຢັ່ງຮູ້ສູງ, ພວກເຂົາພຽງແຕ່ມີຄວາມຈຳທີ່ດີເລີດ ເຊິ່ງເປັນພອນສະຫວັນພິເສດປະເພດໜຶ່ງ. ມີໃຜແດ່ທີ່ມີພອນສະຫວັນແບບນີ້? (ມີ.) ມີຄົນແບບນີ້ທີ່ຫຼັງຈາກເຈົ້າເວົ້າສິ່ງໜຶ່ງ, ພວກເຂົາກໍສາມາດໃຊ້ສິ່ງນັ້ນເພື່ອສະຫຼຸບກ່ຽວກັບສິ່ງອື່ນ. ເມື່ອໄດ້ຮັບຂໍ້ມູນກ່ຽວກັບດ້ານໜຶ່ງຂອງຫົວຂໍ້ໃດໜຶ່ງ, ພວກເຂົາສາມາດນໍາໃຊ້ສິ່ງນັ້ນເຂົ້າກັບສິ່ງອື່ນໆໄດ້. ພວກເຂົາເກັ່ງຫຼາຍໃນການໃຊ້ຫົວຂໍ້ທີ່ກໍາລັງສົນທະນາຢູ່ເພື່ອສະແດງຄວາມຄິດເຫັນຂອງຕົນເອງ. ພວກເຂົາເກັ່ງຫຼາຍເມື່ອເວົ້າເຖິງສິ່ງພາຍນອກ ແລະ ທິດສະດີ ພ້ອມທັງສິ່ງທີ່ເປັນເຫດຜົນ ແລະ ພາສາເຫຼົ່ານີ້. ນັ້ນກໍຄື ພວກເຂົາເກັ່ງໃນການຫຼິ້ນເກມຄຳສັບ ແລະ ໃຊ້ທິດສະດີເພື່ອດຶງດູດ ແລະ ເຮັດໃຫ້ຄົນອື່ນເຊື່ອ. ມີບາງຄົນທີ່ມີພອນສະຫວັນປະເພດນີ້. ພວກເຂົາມີວາທະສິນດີຫຼາຍ ພ້ອມທັງມີຄວາມຄິດ ແລະ ປະຕິກິລິຍະທີ່ວ່ອງໄວທີ່ສຸດ. ເມື່ອໄດ້ຍິນຄວາມຈິງດ້ານໜຶ່ງ, ດ້ວຍຄວາມສະຫຼາດໜ້ອຍໜຶ່ງ ແລະ ພອນສະຫວັນຂອງພວກເຂົາ, ພວກເຂົາເຂົ້າໃຈຄວາມຈິງດ້ານນີ້ວ່າເປັນຄວາມຮູ້ ແລະ ການຮຽນຮູ້ປະເພດໜຶ່ງ ແລ້ວໃຊ້ການຮຽນຮູ້ປະເພດນີ້ເພື່ອໂອ້ລົມກັບຄົນອື່ນ ແລະ ເຮັດສິ່ງທີ່ເອີ້ນວ່າວຽກງານການຫົດນໍ້າ ແລະ ການລ້ຽງດູ. ສິ່ງນີ້ມີຜົນແນວໃດຕໍ່ຜູ້ຄົນ? ມີຜົນດີໃດໆບໍ? (ບໍ່, ບໍ່ມີ.) ເປັນຫຍັງຈຶ່ງເປັນແນວນີ້? (ມັນບໍ່ສໍາພັນກັບຊີວິດຈິງ ແລະ ຜູ້ຄົນບໍ່ມີເສັ້ນທາງໃນການປະຕິບັດເມື່ອພວກເຂົາໄດ້ຍິນມັນ.) ຫຼັງຈາກທີ່ຟັງສິ່ງທີ່ຄົນເຫຼົ່ານີ້ເວົ້າແລ້ວ, ຄົນອື່ນກໍຄິດວ່າທຸກສິ່ງທີ່ພວກເຂົາເວົ້າແມ່ນຖືກຕ້ອງ, ບໍ່ມີຄຳໃດຜິດ ແລະ ບໍ່ມີຄຳໃດທີ່ຂັດກັບຫຼັກການ, ທັງໝົດນັ້ນແມ່ນຖືກຕ້ອງ. ແຕ່ເມື່ອນໍາພວກມັນໄປປະຕິບັດ, ພວກເຂົາຮູ້ສຶກວ່າຄຳເວົ້າເຫຼົ່ານີ້ວ່າງເປົ່າ, ບໍ່ມີເປົ້າໝາຍ ຫຼື ທິດທາງໃນເວລາປະຕິບັດ ແລະ ຄຳເວົ້າເຫຼົ່ານີ້ບໍ່ສາມາດໃຊ້ເປັນຫຼັກການຂອງການປະຕິບັດໄດ້. ແລ້ວຄຳເວົ້າເຫຼົ່ານີ້ແມ່ນຫຍັງ? (ຫຼັກຄຳສອນ.) ພວກມັນເປັນຫຼັກຄຳສອນປະເພດໜຶ່ງ, ເປັນຄວາມຮູ້ປະເພດໜຶ່ງ. ການສະແດງອອກດັ່ງກ່າວຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຊັດເຈນ ແລະ ໂດດເດັ່ນຫຼາຍ. ພວກເຂົາຖືວ່າຄວາມຈິງເປັນຄວາມຮູ້, ເປັນສິ່ງທີ່ເປັນວິຊາການ, ເປັນທິດສະດີ. ໃນສະຖານະການທີ່ເຂົ້າໃຈແບບເຄິ່ງໆກາງໆ, ພວກເຂົາມັກຈະຮຽກຮ້ອງໃຫ້ຄົນອື່ນເຮັດສິ່ງນີ້ ຫຼື ສິ່ງນັ້ນຢູ່ສະເໝີ. ເມື່ອຄົນອື່ນບໍ່ເຂົ້າໃຈ ແລະ ຂໍໃຫ້ພວກເຂົາອະທິບາຍຢ່າງລະອຽດ, ຜູ້ຕໍ່ຕ້ານພຣະຄຣິສກໍບໍ່ສາມາດອະທິບາຍໄດ້ຢ່າງຊັດເຈນ ແຕ່ພັດຕອບໂຕ້ຄືນວ່າ: “ເຈົ້າບໍ່ຮັກຄວາມຈິງ. ຖ້າເຈົ້າຮັກຄວາມຈິງ, ເຈົ້າກໍຈະສາມາດເຂົ້າໃຈສິ່ງທີ່ຂ້ອຍເວົ້າ ແລະ ມີເສັ້ນທາງໃນການປະຕິບັດ”. ເມື່ອໄດ້ຍິນສິ່ງນີ້, ບາງຄົນທີ່ມຶນງົງ ແລະ ຂາດການແຍກແຍະກໍຄິດວ່າ “ນັ້ນກໍຖືກຕ້ອງ. ຖ້າຂ້ອຍຮັກຄວາມຈິງແທ້ໆ, ຂ້ອຍກໍຄວນຈະສາມາດເຂົ້າໃຈຄຳເວົ້າຂອງລາວໄດ້”. ຄົນທີ່ບໍ່ມີການແຍກແຍະຮູ້ສຶກວ່າສິ່ງທີ່ຄົນຜູ້ນີ້ເວົ້າແມ່ນຖືກຕ້ອງ, ແມ່ນຕົນເອງທີ່ບໍ່ເຂົ້າໃຈຄວາມຈິງ. ພວກເຂົາເອົາຄວາມຮັບຜິດຊອບມາໃສ່ຕົນເອງ ແລະ ດ້ວຍເຫດນີ້ຈຶ່ງຖືກຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ຫຼົງຜິດຈົນສັບສົນ.

ບັດນີ້ໃຫ້ພວກເຮົາມາເວົ້າກ່ຽວກັບປະສົບການ. ປະສົບການແມ່ນວິທີການໜຶ່ງທີ່ຖືກສະຫຼຸບອອກມາຈາກການຜ່ານສິ່ງຕ່າງໆເປັນເວລາດົນນານ. ຄົນທີ່ເຮັດວຽກໄດ້ສອງມື້ມີປະສົບການບໍ? (ບໍ່ມີ.) ແລ້ວຄົນທີ່ເຮັດວຽກມາ 10 ຫຼື 20 ປີກໍຕ້ອງມີປະສົບການຢ່າງແນ່ນອນ. ບາງຄົນຮູ້ສຶກວ່າພວກເຂົາມີປະສົບການຈາກການເຮັດວຽກມາຫຼາຍປີ, ເມື່ອເວົ້າເຖິງສິ່ງທີ່ພວກເຂົາຄວນເຮັດເມື່ອຜະເຊີນກັບບາງເລື່ອງ, ວິທີການຈັດການກັບຄົນບາງປະເພດ ແລະ ຫຼັກຄຳສອນປະເພດໃດທີ່ພວກເຂົາຄວນເວົ້າກັບຄົນປະເພດໃດ, ພວກເຂົາກໍຮູ້ທັງໝົດ. ຜົນກໍຄື ເມື່ອມື້ໜຶ່ງມີສິ່ງໃໝ່ໆເກີດຂຶ້ນເຊິ່ງພວກເຂົາບໍ່ຮູ້, ພວກເຂົາກໍຄົ້ນຫາບັນທຶກການເຮັດວຽກໃນ 20 ປີທີ່ຜ່ານມາຂອງພວກເຂົາ, ໄຕ່ຕອງກ່ຽວກັບພວກມັນ ແລ້ວກໍນໍາເອົາຄຳເວົ້າ ແລະ ການປະຕິບັດໃນອະດີດເຫຼົ່ານີ້ມານໍາໃຊ້ໂດຍບໍ່ມີການຈໍາແນກ. ເມື່ອພວກເຂົາກະທຳແບບນີ້, ຄົນທີ່ບໍ່ເຂົ້າໃຈຄວາມຈິງກໍຍັງຄິດວ່າສິ່ງທີ່ພວກເຂົາກຳລັງເຮັດນັ້ນສອດຄ່ອງກັບຄວາມຈິງ ໃນຂະນະທີ່ຄົນທີ່ເຂົ້າໃຈຄວາມຈິງເບິ່ງແລ້ວເວົ້າວ່າ “ຄົນຜູ້ນີ້ກຳລັງເຮັດແບບຫຼັບຫູຫຼັບຕາ. ພວກເຂົາບໍ່ມີຫຼັກການໃນການເຮັດວຽກຂອງພວກເຂົາ; ພວກເຂົາເພິ່ງພາປະສົບການຢ່າງສິ້ນເຊີງ ແລະ ບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ພວກເຂົາບໍ່ເຂົ້າໃຈວ່າຈະກະທຳແນວໃດເພື່ອປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ສອດຄ່ອງກັບຫຼັກການຂອງເຮືອນຂອງພຣະເຈົ້າກ່ຽວກັບວິທີການປະຕິບັດຕໍ່ຜູ້ຄົນ. ພວກເຂົາກຳລັງນໍາໃຊ້ກົດລະບຽບຢ່າງຫຼັບຫູຫຼັບຕາ”. ມີບັນຫາຢູ່ບ່ອນນີ້. ຖ້າຄົນທົ່ວໄປຫາກໍເຮັດວຽກໄດ້ພຽງໄລຍະເວລາສັ້ນໆ, ພວກເຂົາອາດຈະບໍ່ມີສິດທີ່ຈະເວົ້າວ່າ “ຂ້ອຍມີປະສົບການ; ຂ້ອຍບໍ່ຢ້ານ. ຂ້ອຍເຮັດວຽກມາຫຼາຍປີແລ້ວ. ຄົນປະເພດໃດທີ່ຂ້ອຍຍັງບໍ່ເຄີຍເຫັນ ແລະ ເລື່ອງໃດທີ່ຂ້ອຍຍັງບໍ່ເຄີຍຈັດການ?” ແຕ່ຄົນເຫຼົ່ານີ້ກ້າທີ່ຈະເວົ້າແບບນີ້. ເຖິງແມ່ນວ່າເຈົ້າຈະເຄີຍຈັດການກັບຫຼາຍສິ່ງຫຼາຍຢ່າງ ແລະ ຄົນຫຼາຍປະເພດກໍຕາມ, ເຈົ້າສາມາດຮັບປະກັນໄດ້ບໍວ່າ ເຈົ້າກຳລັງກະທຳການໂດຍສອດຄ່ອງກັບຫຼັກການຄວາມຈິງໃນການຈັດການກັບທຸກເລື່ອງ ແລະ ເມື່ອປະຕິບັດຕໍ່ທຸກຄົນ? ໃນຄວາມເປັນຈິງແລ້ວ, ສິ່ງນີ້ບໍ່ແມ່ນສິ່ງທີ່ເຈົ້າກ້າຮັບປະກັນ. ແຕ່ສຳລັບຜູ້ທີ່ຖືວ່າປະສົບການ ແລະ ວິທີການເດີມໆເປັນຄວາມຈິງ, ຖ້າມີໃຜສະເໜີຂໍ້ຄັດຄ້ານຕໍ່ພວກເຂົາ, ພວກເຂົາກໍຈະເວົ້າວ່າ: “ຂ້ອຍເຮັດວຽກມາຫຼາຍປີແລ້ວ. ຂ້ອຍຂ້າມຂົວມາຫຼາຍກວ່າທາງທີ່ເຈົ້າຍ່າງອີກ ແຕ່ເຈົ້າຍັງກ້າທີ່ຈະບໍ່ເຫັນດີກັບຂ້ອຍບໍ? ກັບບ້ານໄປອະທິຖານສາ!” ຢູ່ຕໍ່ໜ້າພວກເຂົາ, ບໍ່ມີໃຜກ້າເວົ້າຄຳວ່າ “ບໍ່”, ສະເໜີຄວາມຄິດເຫັນທີ່ແຕກຕ່າງ ຫຼື ສົ່ງສຽງຄັດຄ້ານ. ພຶດຕິກຳນີ້ແມ່ນຫຍັງ? ນີ້ຄືການຖືວ່າປະສົບການເປັນຄວາມຈິງ ແລະ ເຊື່ອວ່າຕົນເອງເປັນຮູບກາຍຂອງຄວາມຈິງ. ບາງຄົນເວົ້າວ່າ: “ຂ້ອຍບໍ່ໄດ້ຖືວ່າຕົນເອງເປັນຮູບກາຍຂອງຄວາມຈິງ, ໃຜຈະກ້າຮັບຕຳແໜ່ງນັ້ນ? ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ເປັນຄວາມຈິງ. ຂ້ອຍບໍ່ເຄີຍກະທຳແບບນັ້ນ ແລະ ຂ້ອຍກໍບໍ່ເຄີຍຄິດແບບນັ້ນເລີຍ”. ໃນທາງອັດຕະວິໄສແລ້ວ, ເຈົ້າບໍ່ໄດ້ຄິດແບບນັ້ນ ແລະ ເຈົ້າກໍບໍ່ໄດ້ຕັ້ງໃຈທີ່ຈະກະທຳແບບນັ້ນ. ແຕ່ໃນທາງພາວະວິໄສແລ້ວ, ວິທີການເຮັດສິ່ງຕ່າງໆຂອງເຈົ້າ, ພຶດຕິກຳຂອງເຈົ້າ ແລະ ແກ່ນແທ້ຂອງການກະທຳຂອງເຈົ້າ ໃນທີ່ສຸດກໍກຳນົດລັກສະນະຂອງເຈົ້າວ່າເປັນຜູ້ທີ່ຖືວ່າຕົນເອງເປັນຮູບກາຍຂອງຄວາມຈິງ. ເປັນຫຍັງເຈົ້າຈຶ່ງເຮັດໃຫ້ຜູ້ຄົນເຊື່ອຟັງຄຳແນະນຳຂອງເຈົ້າຢ່າງເຂັ້ມງວດ? ຖ້າເຈົ້າບໍ່ໄດ້ຖືວ່າຕົນເອງເປັນພຣະເຈົ້າ ແລະ ເປັນພຽງຄົນທຳມະດາ, ເຈົ້າມີຄຸນສົມບັດທີ່ຈະເຮັດໃຫ້ຄົນອື່ນເຊື່ອຟັງເຈົ້າບໍ? (ບໍ່, ຂ້ອຍບໍ່ມີ.) ມີສະຖານະການໜຶ່ງທີ່ຜູ້ຄົນສາມາດເຊື່ອຟັງເຈົ້າໄດ້, ນັ້ນກໍຄື ຖ້າເຈົ້າເຂົ້າໃຈຄວາມຈິງ, ຖ້າເຈົ້າເປັນຄົນທີ່ເຂົ້າໃຈຄວາມຈິງ. ແຕ່ເຖິງຢ່າງໃດກໍຕາມ, ເຖິງແມ່ນວ່າເຈົ້າຈະເປັນຄົນທີ່ເຂົ້າໃຈຄວາມຈິງ, ເຈົ້າກໍຍັງເປັນພຽງຄົນທຳມະດາ ແລະ ຄົນທຳມະດາສາມາດເປັນຮູບກາຍຂອງຄວາມຈິງໄດ້ບໍ? (ບໍ່, ພວກເຂົາເປັນບໍ່ໄດ້.) ຖ້າຄົນເຮົາສາມາດເຂົ້າໃຈພຣະທຳທັງໝົດທີ່ພຣະເຈົ້າໄດ້ກ່າວ ແລະ ຄວາມຈິງທັງໝົດທີ່ພຣະເຈົ້າຮຽກຮ້ອງໃຫ້ມະນຸດເຂົ້າໃຈ, ຄົນຜູ້ນັ້ນສາມາດກາຍເປັນຮູບກາຍຂອງຄວາມຈິງໄດ້ບໍ? (ບໍ່, ພວກເຂົາເປັນບໍ່ໄດ້.) ບາງຄົນເວົ້າວ່າ: “ນັ້ນອາດຈະເປັນເພາະວ່າພວກເຂົາຍັງບໍ່ທັນຖືກເຮັດໃຫ້ສົມບູນ. ເປໂຕເປັນຄົນທີ່ຖືກເຮັດໃຫ້ສົມບູນແລ້ວ. ເປໂຕສາມາດຖືກເອີ້ນວ່າເປັນຮູບກາຍຂອງຄວາມຈິງໄດ້ບໍ?” ການຖືກເຮັດໃຫ້ສົມບູນບໍ່ໄດ້ເຮັດໃຫ້ຄົນໃດໜຶ່ງເປັນຮູບກາຍຂອງຄວາມຈິງ ແລະ ພວກເຈົ້າຮູ້ບໍວ່າເປັນຫຍັງ? (ມີຄວາມແຕກຕ່າງໃນແກ່ນແທ້.) ມີຄວາມແຕກຕ່າງໃນແກ່ນແທ້; ນີ້ຄືດ້ານໜຶ່ງຂອງມັນ. ມະນຸດສາມາດກາຍເປັນຮູບກາຍຂອງຄວາມຈິງໄດ້ ຫຼື ບໍ່, ນີ້ຄືເລື່ອງທີ່ພວກເຮົາຕ້ອງສົນທະນາກັນ. ເປັນຫຍັງຈຶ່ງກ່າວວ່າມະນຸດບໍ່ມີທາງເປັນຮູບກາຍຂອງຄວາມຈິງໄດ້? ຮູບກາຍຂອງຄວາມຈິງເປັນພຽງບັນຫາຂອງແກ່ນແທ້ເທົ່ານັ້ນບໍ? ບາງຄົນເວົ້າວ່າ: “ມະນຸດເກີດມາເປັນສິ່ງທີ່ຖືກສ້າງ ແລະ ພຣະອົງທີ່ຢູ່ເທິງສະຫວັນກໍເປັນພຣະຜູ້ສ້າງໂດຍທຳມະຊາດ. ພວກເຮົາບໍ່ຈຳເປັນຕ້ອງໂຕ້ຖຽງກັນກ່ຽວກັບເລື່ອງນີ້, ພຣະເຈົ້າຈະເປັນຮູບກາຍຂອງຄວາມຈິງຕະຫຼອດໄປ. ແລ້ວມັນເປັນເພາະວ່າພຣະຄຣິສເຂົ້າໃຈຄວາມຈິງ ແລະ ມີຄວາມຈິງບໍ ພຣະອົງຈຶ່ງເປັນຮູບກາຍຂອງຄວາມຈິງ? ຖ້າພວກເຮົາໄດ້ຮັບຄວາມຈິງທັງໝົດຈາກພຣະເຈົ້າແລ້ວ, ພວກເຮົາກໍສາມາດຖືກເອີ້ນວ່າເປັນຮູບກາຍຂອງຄວາມຈິງໄດ້ເຊັ່ນກັນບໍ?” ຄົນອື່ນເວົ້າວ່າ: “ພວກເຮົາເປັນບໍ່ໄດ້. ເມື່ອກ່ອນຂ້ອຍເຄີຍຄິດວ່າ ເມື່ອຜູ້ຄົນເຂົ້າໃຈຄວາມຈິງຫຼາຍຂຶ້ນ, ພວກເຂົາກໍສາມາດກາຍເປັນພຣະຄຣິສ ແລະ ກາຍເປັນພຣະເຈົ້າໄດ້. ຕອນນີ້ຂ້ອຍຮູ້ແລ້ວວ່າ ແກ່ນແທ້ນີ້ບໍ່ສາມາດທົດແທນໄດ້ ແລະ ບໍ່ສາມາດປ່ຽນແປງໄດ້”. ຄວາມເຂົ້າໃຈຂອງພວກເຂົາໄດ້ມາເຖິງຈຸດນີ້ແລ້ວ. ສະນັ້ນ, ພວກເຈົ້າສາມາດເຂົ້າໃຈເລື່ອງນີ້ໃຫ້ເລິກເຊິ່ງກວ່າເກົ່າໄດ້ບໍ? ພວກເຈົ້າຄວນຈະເຂົ້າໃຈເລື່ອງນີ້ທັນທີທີ່ເຮົາໂອ້ລົມກັບພວກເຈົ້າຈົບ. ເມື່ອພວກເຮົາເວົ້າເຖິງຮູບກາຍຂອງຄວາມຈິງ, ແລ້ວ “ຮູບກາຍ” ນີ້ແມ່ນຫຍັງແທ້? ຄຳນີ້ຂ້ອນຂ້າງເປັນນາມມະທຳ, ສະນັ້ນ ໃຫ້ພວກເຮົາເວົ້າດ້ວຍຄຳສັບທີ່ງ່າຍທີ່ສຸດ. ພຣະເຈົ້າເອງຄືຄວາມຈິງ ແລະ ພຣະອົງຄອບຄອງຄວາມຈິງທັງໝົດ. ພຣະເຈົ້າຄືແຫຼ່ງທີ່ມາຂອງຄວາມຈິງ. ທຸກສິ່ງທີ່ເປັນບວກ ແລະ ທຸກຄວາມຈິງລ້ວນແຕ່ມາຈາກພຣະເຈົ້າ. ພຣະອົງສາມາດພິພາກສາຄວາມຊອບທໍາ ແລະ ຄວາມຜິດຂອງທຸກສິ່ງ ແລະ ທຸກເຫດການ; ພຣະອົງສາມາດພິພາກສາສິ່ງທີ່ເກີດຂຶ້ນໄປແລ້ວ, ສິ່ງທີ່ກຳລັງເກີດຂຶ້ນໃນປັດຈຸບັນ ແລະ ສິ່ງໃນອະນາຄົດທີ່ມະນຸດຍັງບໍ່ທັນຮູ້. ພຣະເຈົ້າເປັນຜູ້ພິພາກສາພຽງອົງດຽວທີ່ສາມາດພິພາກສາຄວາມຊອບທໍາ ແລະ ຄວາມຜິດຂອງທຸກສິ່ງ ແລະ ສິ່ງນີ້ໝາຍຄວາມວ່າຄວາມຊອບທໍາ ແລະ ຄວາມຜິດຂອງທຸກສິ່ງສາມາດຖືກພິພາກສາໂດຍພຣະເຈົ້າເທົ່ານັ້ນ. ພຣະອົງຮູ້ຈັກເກນສຳລັບທຸກສິ່ງ. ພຣະອົງສາມາດສະແດງຄວາມຈິງໄດ້ທຸກເວລາ ແລະ ຢູ່ທຸກສະຖານທີ່. ພຣະເຈົ້າຄືຮູບກາຍຂອງຄວາມຈິງ ເຊິ່ງໝາຍຄວາມວ່າພຣະອົງເອງຄອບຄອງແກ່ນແທ້ຂອງຄວາມຈິງ. ເຖິງແມ່ນວ່າມະນຸດຈະເຂົ້າໃຈຄວາມຈິງຫຼາຍຢ່າງ ແລະ ຖືກພຣະເຈົ້າເຮັດໃຫ້ສົມບູນກໍຕາມ, ເຂົາກໍຈະມີຫຍັງກ່ຽວຂ້ອງກັບຮູບກາຍຂອງຄວາມຈິງບໍ? ບໍ່ມີ. ນີ້ຄືສິ່ງທີ່ແນ່ນອນ. ເມື່ອມະນຸດຖືກເຮັດໃຫ້ສົມບູນ ເຊິ່ງກ່ຽວກັບພາລະກິດໃນປັດຈຸບັນຂອງພຣະເຈົ້າ ແລະ ມາດຕະຖານຕ່າງໆທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ, ເຂົາຈະມີການຕັດສິນ ແລະ ວິທີການປະຕິບັດທີ່ຖືກຕ້ອງ ແລະ ເຂົາຈະເຂົ້າໃຈເຈດຕະນາຂອງພຣະເຈົ້າຢ່າງຄົບຖ້ວນ. ເຂົາສາມາດແຍກແຍະລະຫວ່າງສິ່ງທີ່ມາຈາກພຣະເຈົ້າ ແລະ ສິ່ງທີ່ມາຈາກມະນຸດ, ລະຫວ່າງສິ່ງທີ່ຖືກ ແລະ ສິ່ງທີ່ຜິດ. ແຕ່ກໍຍັງມີບາງສິ່ງທີ່ມະນຸດບໍ່ສາມາດບັນລຸໄດ້ ແລະ ບໍ່ຊັດເຈນສຳລັບມະນຸດ ເຊິ່ງເປັນສິ່ງທີ່ເຂົາສາມາດຮູ້ໄດ້ກໍຕໍ່ເມື່ອພຣະເຈົ້າບອກເຂົາເທົ່ານັ້ນ. ມະນຸດສາມາດຮູ້ ຫຼື ຄາດເດົາສິ່ງທີ່ຍັງບໍ່ທັນຮູ້, ສິ່ງທີ່ພຣະເຈົ້າຍັງບໍ່ທັນໄດ້ບອກເຂົາໄດ້ບໍ? ບໍ່ໄດ້ຢ່າງເດັດຂາດ. ຍິ່ງໄປກວ່ານັ້ນ, ເຖິງແມ່ນວ່າມະນຸດຈະໄດ້ຮັບຄວາມຈິງຈາກພຣະເຈົ້າ, ຄອບຄອງຄວາມເປັນຈິງຄວາມຈິງ ແລະ ຮູ້ຈັກແກ່ນແທ້ຂອງຄວາມຈິງຫຼາຍຢ່າງ ພ້ອມທັງມີຄວາມສາມາດໃນການແຍກແຍະສິ່ງທີ່ຖືກຈາກສິ່ງທີ່ຜິດກໍຕາມ, ເຂົາຈະມີຄວາມສາມາດໃນການຄວບຄຸມ ແລະ ປົກຄອງທຸກສິ່ງບໍ? ເຂົາຈະບໍ່ມີຄວາມສາມາດນີ້. ນັ້ນຄືຄວາມແຕກຕ່າງລະຫວ່າງພຣະເຈົ້າ ແລະ ມະນຸດ. ສິ່ງທີ່ຖືກສ້າງສາມາດໄດ້ຮັບຄວາມຈິງຈາກແຫຼ່ງທີ່ມາຂອງຄວາມຈິງເທົ່ານັ້ນ. ພວກເຂົາສາມາດໄດ້ຮັບຄວາມຈິງຈາກມະນຸດບໍ? ມະນຸດແມ່ນຄວາມຈິງບໍ? ມະນຸດສາມາດສະໜອງຄວາມຈິງໄດ້ບໍ? ເຂົາບໍ່ສາມາດເຮັດໄດ້ ແລະ ນັ້ນຄືຄວາມແຕກຕ່າງ. ເຈົ້າສາມາດຮັບເອົາຄວາມຈິງໄດ້ເທົ່ານັ້ນ, ບໍ່ສາມາດສະໜອງມັນໄດ້. ແລ້ວເຈົ້າສາມາດຖືກເອີ້ນວ່າເປັນຄົນທີ່ຄອບຄອງຄວາມຈິງໄດ້ບໍ? ເຈົ້າສາມາດຖືກເອີ້ນວ່າເປັນຮູບກາຍຂອງຄວາມຈິງໄດ້ບໍ? ບໍ່ໄດ້ຢ່າງເດັດຂາດ! ແກ່ນແທ້ຂອງຮູບກາຍຂອງຄວາມຈິງແມ່ນຫຍັງແທ້? ມັນຄືແຫຼ່ງທີ່ມາທີ່ສະໜອງຄວາມຈິງ, ແຫຼ່ງທີ່ມາຂອງການປົກຄອງ ແລະ ອຳນາດສູງສຸດເໜືອທຸກສິ່ງ ແລະ ມັນຍັງເປັນເກນ ແລະ ມາດຕະຖານພຽງໜຶ່ງດຽວທີ່ໃຊ້ພິພາກສາທຸກສິ່ງ ແລະ ທຸກເຫດການ. ນີ້ຄືຮູບກາຍຂອງຄວາມຈິງ. ຜູ້ຕໍ່ຕ້ານພຣະຄຣິສມັກຈະປະຕິເສດທີ່ຈະຍອມຮັບຈຸດນີ້. ພວກເຂົາເຊື່ອວ່າຄວາມຮູ້ຄືກໍາລັງ, ປະສົບການຄືອາວຸດສຳລັບຜູ້ຄົນທີ່ຈະປະກອບໃຫ້ກັບຕົນເອງເພື່ອກາຍເປັນຄົນທີ່ມີອຳນາດ ແລະ ເມື່ອຜູ້ຄົນມີປະສົບການ, ຄວາມຮູ້ ແລະ ບົດຮຽນເຫຼົ່ານີ້, ພວກເຂົາກໍສາມາດຄວບຄຸມທຸກສິ່ງໄດ້. ພວກເຂົາສາມາດຄວບຄຸມຊະຕາກຳຂອງຜູ້ຄົນ, ຄວບຄຸມ ແລະ ຊັກຈູງຄວາມຄິດຂອງຜູ້ຄົນ ແລະ ເຖິງຂັ້ນຊັກຈູງພຶດຕິກຳຂອງຜູ້ຄົນ. ຫຼື ບາງຄົນກໍຈະຄິດວ່າສິ່ງເຫຼົ່ານີ້ສາມາດສັ່ງສອນຜູ້ຄົນ, ປ່ຽນແປງຈິດໃຈຂອງຜູ້ຄົນ ແລະ ປ່ຽນແປງອຸປະນິໄສຂອງຜູ້ຄົນໄດ້. ນີ້ແມ່ນຄວາມຄິດປະເພດໃດ? (ຄວາມຄິດຂອງຜູ້ຕໍ່ຕ້ານພຣະຄຣິສ.) ສິ່ງເຫຼົ່ານີ້ຄືຄວາມຄິດຂອງຜູ້ຕໍ່ຕ້ານພຣະຄຣິສ. ເປັນຫຍັງພຣະເຈົ້າຈຶ່ງສາມາດມີອຳນາດສູງສຸດເໜືອຊະຕາກຳຂອງມະນຸດຊາດໄດ້? ພຣະເຈົ້າຄືຄວາມເປັນຈິງຂອງທຸກສິ່ງທີ່ເປັນບວກ ແລະ ພຣະທຳຂອງພຣະອົງກໍຄືຄວາມເປັນຈິງຂອງທຸກສິ່ງທີ່ເປັນບວກ. ແກ່ນແທ້ຂອງພຣະເຈົ້າແມ່ນຫຍັງ? ແກ່ນແທ້ຂອງພຣະອົງຄືຄວາມຈິງ ແລະ ນັ້ນຄືເຫດຜົນທີ່ພຣະອົງສາມາດມີອຳນາດສູງສຸດເໜືອຊະຕາກຳຂອງມະນຸດຊາດໄດ້. ຜູ້ຕໍ່ຕ້ານພຣະຄຣິສເບິ່ງບໍ່ເຫັນ ຫຼື ບໍ່ຮັບຮູ້ຈຸດນີ້, ແລ້ວແຮງໄກທີ່ພວກເຂົາຈະຍອມຮັບມັນ. ພວກເຂົາຖືວ່າສິ່ງທີ່ມາຈາກມະນຸດ, ມາຈາກຄວາມຮູ້ ແລະ ມາຈາກສັງຄົມ ພ້ອມທັງສິ່ງທີ່ມະນຸດຊາດທີ່ຊົ່ວຮ້າຍຍົກຍ້ອງນັ້ນເປັນຄວາມຈິງ ແລະ ພວກເຂົາພະຍາຍາມໃຊ້ສິ່ງເຫຼົ່ານີ້ເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ, ຄວບຄຸມຜູ້ຄົນ ແລະ ມີບ່ອນຢູ່ໃນຄຣິສຕະຈັກ ແລະ ໃນທ່າມກາງປະຊາກອນທີ່ພຣະເຈົ້າເລືອກ. ຈຸດປະສົງຂອງພວກເຂົາໃນການເຮັດໃຫ້ຜູ້ຄົນຫຼົງຜິດແມ່ນຫຍັງ? ຈຸດປະສົງຂອງພວກເຂົາໃນການສຶກສາ ແລະ ປະກອບສິ່ງເຫຼົ່ານີ້ໃຫ້ກັບຕົນເອງແມ່ນຫຍັງ? ນັ້ນກໍຄືເພື່ອເຮັດໃຫ້ຜູ້ຄົນເຊື່ອຟັງພວກເຂົາ ແລະ ຟັງຄວາມພວກເຂົາ. ຈຸດປະສົງຂອງພວກເຂົາໃນການເຮັດໃຫ້ຜູ້ຄົນຟັງຄວາມພວກເຂົາແມ່ນຫຍັງ? (ເພື່ອຄວບຄຸມຜູ້ຄົນ.) ຖືກຕ້ອງ, ຈຸດປະສົງຂອງພວກເຂົາແມ່ນເພື່ອຄວບຄຸມຜູ້ຄົນ. ສິ່ງນີ້ໝາຍຄວາມວ່າ ເມື່ອພວກເຂົາເວົ້າບາງຄຳອອກມາ, ຜູ້ຄົນກໍຈະປະຕິບັດຕາມ ແລະ ຖືກພວກເຂົາບົງການ, ກາຍເປັນເຄື່ອງມື ແລະ ຂ້າທາດຂອງພວກເຂົາ. ຍ້ອນຜູ້ຄົນຍອມຮັບມຸມມອງຂອງພວກເຂົາ ແລະ ຍອມຮັບສິ່ງທີ່ເອີ້ນວ່າປະສົບການ, ຄວາມຮູ້ ແລະ ບົດຮຽນຂອງພວກເຂົາ, ຄົນເຫຼົ່ານີ້ຈຶ່ງເຄົາລົບບູຊາພວກເຂົາ. ການເຄົາລົບບູຊາພວກເຂົາບໍ່ໄດ້ໝາຍຄວາມວ່າການຟັງຄວາມພວກເຂົາບໍ? (ແມ່ນແລ້ວ.) ການຟັງຄວາມພວກເຂົາບໍ່ໄດ້ໝາຍຄວາມວ່າຄົນເຫຼົ່ານີ້ສາມາດຖືກບົງການໄດ້ຢ່າງງ່າຍດາຍບໍ? ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ປະສົບຄວາມສຳເລັດແລ້ວບໍ? (ແມ່ນແລ້ວ.) ເມື່ອຄົນໃດໜຶ່ງຟັງຄວາມພວກເຂົາ, ສິ່ງນີ້ບໍ່ໄດ້ໝາຍຄວາມວ່າພວກເຂົາຖືກຍາດເອົາໄປຈາກພຣະເຈົ້າແລ້ວບໍ? (ແມ່ນແລ້ວ.) ສິ່ງນີ້ເຮັດໃຫ້ຜູ້ຕໍ່ຕ້ານພຣະຄຣິສມີຄວາມສຸກ; ນີ້ຄືຈຸດປະສົງຂອງພວກເຂົາ. ຄວາມຈິງແລ້ວ, ໃນສ່ວນເລິກຂອງຈິດໃຈຂອງພວກເຂົາ, ພວກເຂົາອາດຈະບໍ່ໄດ້ເຊື່ອຢ່າງຊັດເຈນວ່າພວກເຂົາຄືຮູບກາຍຂອງຄວາມຈິງ ແລະ ພວກເຂົາຄືຄວາມຈິງ ແຕ່ພວກເຂົາກໍຄິດແບບນັ້ນ ແລະ ກະທຳແບບນັ້ນ. ເປັນຫຍັງພວກເຂົາຈຶ່ງຄິດ ແລະ ກະທຳແບບນີ້? ພວກເຂົາເຊື່ອວ່າຄວາມຮູ້, ປະສົບການ ແລະ ທຸກສິ່ງທີ່ມາຈາກພອນສະຫວັນຂອງພວກເຂົານັ້ນແມ່ນຖືກຕ້ອງ ແລະ ພວກເຂົາຕ້ອງການໃຊ້ສິ່ງເຫຼົ່ານີ້ເພື່ອຄວບຄຸມຜູ້ຄົນ ແລະ ກຳຜູ້ຄົນໄວ້ໃນກຳມືຂອງພວກເຂົາຢ່າງແໜ້ນໜາ. ຄວາມຮູ້, ປະສົບການ ແລະ ບົດຮຽນບາງຢ່າງຂອງພວກເຂົາແມ່ນເຫັນໄດ້ຊັດເຈນວ່າເປັນຄຳເວົ້າມານຮ້າຍທີ່ຕັ້ງໃຈມາເພື່ອຫຼອກລວງຜູ້ຄົນ. ເຖິງແມ່ນວ່າຈະບໍ່ຊັດເຈນ, ແຕ່ບາງຢ່າງກໍມີກົນອຸບາຍ, ແຜນການທີ່ຊົ່ວຮ້າຍ ແລະ ການສົມຮູ້ຮ່ວມຄິດເຊື່ອງຊ້ອນຢູ່ພາຍໃນ ແລະ ຜູ້ທີ່ບໍ່ສາມາດເບິ່ງທະລຸພວກມັນໄດ້ກໍຈະຖືກເຮັດໃຫ້ຫຼົງຜິດ. ຜົນສະທ້ອນຂອງການຖືກເຮັດໃຫ້ຫຼົງຜິດແມ່ນຫຍັງ? ຜູ້ຄົນຫ່າງເຫີນຈາກພຣະເຈົ້າ ແລະ ບໍ່ເຂົ້າໃຈຄວາມຈິງອີກຕໍ່ໄປ ໂດຍຖືວ່າຄວາມຮູ້, ປະສົບການ ແລະ ບົດຮຽນຂອງມະນຸດເປັນຄວາມຈິງ ແລະ ປະຖິ້ມພຣະທຳຂອງພຣະເຈົ້າໄວ້ທາງຂ້າງ. ຜູ້ຄົນກາຍເປັນຄົນທີ່ບໍ່ຊັດເຈນຫຼາຍກ່ຽວກັບພຣະທຳຂອງພຣະເຈົ້າ ແຕ່ພວກເຂົາພັດໃສ່ໃຈຫຼາຍ ແລະ ຍົກຍ້ອງຄວາມຮູ້ ແລະ ປະສົບການເຫຼົ່ານີ້, ເຖິງຂັ້ນທຸ່ມເທຄວາມພະຍາຍາມໃນການປະຕິບັດ ແລະ ຈັດຕັ້ງປະຕິບັດພວກມັນ. ນີ້ຄືຈຸດປະສົງໃນການກະທຳຂອງຜູ້ຕໍ່ຕ້ານພຣະຄຣິສ. ຖ້າພວກເຂົາບໍ່ມີຄວາມທະເຍີທະຍານດັ່ງກ່າວທີ່ຈະບົງການຜູ້ຄົນ, ຄວບຄຸມຜູ້ຄົນ ແລະ ເຮັດໃຫ້ພວກເຂົາເຊື່ອຟັງ, ພວກເຂົາຈະປະກອບສິ່ງເຫຼົ່ານີ້ໃຫ້ກັບຕົນເອງບໍ? ພວກເຂົາຈະບໍ່ທຸ່ມເທຄວາມພະຍາຍາມໃດໆກັບມັນເລີຍ. ພວກເຂົາມີເປົ້າໝາຍ; ຈຸດປະສົງຂອງພວກເຂົາແມ່ນຊັດເຈນຫຼາຍ. ຈຸດປະສົງທີ່ຊັດເຈນນີ້ແມ່ນຫຍັງ? (ເພື່ອຄວບຄຸມຜູ້ຄົນ.) ມັນກໍຄືເພື່ອຄວບຄຸມຜູ້ຄົນ. ບໍ່ວ່າພວກເຂົາຈະຄວບຄຸມຄົນທັງກຸ່ມ ຫຼື ພຽງແຕ່ສ່ວນໜຶ່ງຂອງພວກເຂົາກໍຕາມ, ພວກເຂົາຈະສາມາດຄວບຄຸມໃຜໄດ້ບໍ ຖ້າບໍ່ມີພື້ນຖານທາງທິດສະດີ? ກ່ອນອື່ນ ພວກເຂົາຕ້ອງຊອກຫາຊຸດຄວາມຄິດ ແລະ ທິດສະດີທີ່ສອດຄ່ອງກັບແນວຄິດ ແລະ ຈິນຕະນາການຂອງຜູ້ຄົນຫຼາຍທີ່ສຸດ ແລະ ເໝາະສົມກັບລົດນິຍົມຂອງຜູ້ຄົນຫຼາຍທີ່ສຸດ ພ້ອມທັງໃຊ້ທຸກວິທີທາງທີ່ເປັນໄປໄດ້ເພື່ອເຜີຍແຜ່ພວກມັນໃນທ່າມກາງຜູ້ຄົນ. ສິ່ງນີ້ໝາຍເຖິງການລ້າງສະໝອງຜູ້ຄົນ, ເຮັດວຽກກັບຄວາມຄິດຂອງພວກເຂົາ, ປູກຝັງພວກເຂົາຢ່າງຕໍ່ເນື່ອງ ແລະ ເຮັດໃຫ້ຜູ້ຄົນຮັບຟັງ, ສ້າງຄວາມລື້ງເຄີຍໃຫ້ກັບຕົນເອງ ແລະ ຍອມຮັບຄວາມຄິດ ແລະ ມຸມມອງເຫຼົ່ານີ້ຢ່າງຕໍ່ເນື່ອງ. ຄວາມຈິງແລ້ວ, ຜູ້ຄົນກຳລັງຖືກປູກຝັງແບບຢູ່ຊື່ໆ ແລະ ຖືກລ້າງສະໝອງແບບຢູ່ຊື່ໆ ແລະ ພວກເຂົາກໍຍອມຮັບມຸມມອງເຫຼົ່ານີ້ໂດຍບໍ່ຮູ້ຕົວ. ຍ້ອນຜູ້ຄົນບໍ່ມີຄວາມສາມາດພາຍໃນທີ່ຈະແຍກແຍະສິ່ງທີ່ຖືກຈາກສິ່ງທີ່ຜິດ, ກ່ອນທີ່ຈະເຂົ້າໃຈຄວາມຈິງ, ພວກເຂົາບໍ່ມີຄວາມສາມາດທີ່ຈະຕໍ່ຕ້ານສິ່ງເຫຼົ່ານີ້, ພວກເຂົາບໍ່ມີພູມຕ້ານທານສຳລັບສິ່ງນີ້. ເມື່ອຜູ້ຄົນຍອມຮັບມຸມມອງທີ່ຫຼອກລວງເຫຼົ່ານີ້, ພວກເຂົາກໍຕົກເປັນຊະເລີຍຂອງພວກມັນຢ່າງວ່ອງໄວ. ຄຳວ່າ “ຕົກເປັນຊະເລີຍ” ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ຫຼັງຈາກທີ່ຍອມຮັບມຸມມອງເຫຼົ່ານີ້ແລ້ວ, ຜູ້ຄົນກໍຍິ່ງປັກໃຈເຊື່ອຫຼາຍຂຶ້ນວ່າສິ່ງເຫຼົ່ານີ້ແມ່ນຖືກຕ້ອງ ແລະ ໃຊ້ມຸມມອງເຫຼົ່ານີ້ເພື່ອໂນ້ມນ້າວຕົນເອງ ແລະ ຄົນອື່ນຢ່າງຕໍ່ເນື່ອງ. ພວກເຂົາຖືກເຮັດໃຫ້ຫຼົງຜິດ ແລະ ຖືກຄວບຄຸມ ແລະ ນີ້ຄືວິທີທີ່ຊາຕານບັນລຸເປົ້າໝາຍຂອງມັນ ເມື່ອເຮັດໃຫ້ຜູ້ຄົນຫຼົງຜິດ.

ບາງຄົນທີ່ໄດ້ຮຽນຮູ້ທັກສະວິຊາຊີບພິເສດບາງຢ່າງໃນໂລກ ຫຼື ຄົນເຫຼົ່ານັ້ນທີ່ມີສະຖານະທາງສັງຄົມໃນລະດັບໃດໜຶ່ງໃນສັງຄົມ ມີຄວາມຄິດທີ່ຄືກັນຫຼັງຈາກທີ່ເຂົ້າມາໃນເຮືອນຂອງພຣະເຈົ້າ ເຊິ່ງກໍ່ໃຫ້ເກີດການສະແດງອອກທີ່ຄືກັນໃນຕົວພວກເຂົາ. ຄວາມຄິດນີ້ແມ່ນຫຍັງ? ພວກເຂົາຖືວ່າຕົນເອງເປັນຊົນຊັ້ນສູງໃນສັງຄົມ. ຊົນຊັ້ນສູງແມ່ນຫຍັງ? ພວກເຂົາຄືຄົນທີ່ໂດດເດັ່ນໃນກຸ່ມ. ພວກເຂົາໄດ້ຮັບການສຶກສາຊັ້ນສູງແບບພິເສດບາງຢ່າງ ແລະ ຄວາມສາມາດພິເສດ, ຂີດຄວາມສາມາດ ແລະ ພອນສະຫວັນຂອງພວກເຂົາກໍເໜືອກວ່າຄົນອື່ນ. ການເໜືອກວ່າຄົນອື່ນໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ໃນກຸ່ມຄົນ, ພວກເຂົາມີຄວາມຄິດ, ຄວາມສະຫຼາດ ແລະ ວາທະສິນທີ່ໂດດເດັ່ນ ແລະ ພວກເຂົາມີຄວາມສາມາດພິເສດໃນການເຂົ້າໃຈບາງສິ່ງ ແລະ ທັກສະບາງຢ່າງ. ສິ່ງນີ້ເອີ້ນວ່າການເໜືອກວ່າຄົນອື່ນ ແລະ ຄົນເຫຼົ່ານີ້ກໍເປັນທີ່ຮູ້ຈັກກັນວ່າເປັນຊົນຊັ້ນສູງໃນສັງຄົມ. ທຸກປະເທດລ້ວນແຕ່ບົ່ມເພາະຄົນປະເພດນີ້. ຈຸດປະສົງຂອງການບົ່ມເພາະພວກເຂົາແມ່ນຫຍັງ? ເພື່ອເຮັດໃຫ້ປະເທດພັດທະນາໄວຂຶ້ນ. ເມື່ອຄົນດັ່ງກ່າວອຸທິດຕົນໃຫ້ກັບຕຳແໜ່ງຕ່າງໆ, ການພັດທະນາກໍຈະໄວຂຶ້ນໃນທຸກສາຂາອາຊີບ. ສະຖານະຂອງຄົນດັ່ງກ່າວໃນສັງຄົມສູງ ຫຼື ຕໍ່າ? (ສູງ.) ພວກເຂົາບໍ່ມີສະຖານະສາມັນຢ່າງແນ່ນອນ. ພວກເຂົາມີພອນສະຫວັນພິເສດບາງຢ່າງ, ໄດ້ຮຽນຮູ້ຄວາມຮູ້ພິເສດບາງຢ່າງ ແລະ ໄດ້ຮັບການສຶກສາພິເສດບາງຢ່າງ. ຂີດຄວາມສາມາດ, ຄວາມສາມາດພິເສດ ແລະ ຄວາມຮູ້ທີ່ໄດ້ຮຽນຮູ້ຂອງພວກເຂົາແມ່ນສູງກວ່າຄົນສາມັນ. ຖ້າຄົນເຫຼົ່ານີ້ມາທີ່ຄຣິສຕະຈັກ, ສະພາບຈິດໃຈຂອງພວກເຂົາຈະເປັນແນວໃດ? ຄວາມຄິດທຳອິດຂອງພວກເຂົາແມ່ນຫຍັງ? ກ່ອນອື່ນ ພວກເຂົາຈະຄິດວ່າ: “ໝີທີ່ອ່ອນແອຍັງແຂງແຮງກວ່າກວາງ. ເຖິງແມ່ນວ່າຫຼັງຈາກທີ່ເຊື່ອໃນພຣະເຈົ້າແລ້ວ, ຂ້ອຍບໍ່ໄລ່ຕາມໂລກ ຫຼື ເພີດເພີນກັບຊື່ສຽງຢູ່ບ່ອນນັ້ນ ເນື່ອງຈາກການສຶກສາພິເສດທີ່ຂ້ອຍໄດ້ຮັບ, ພ້ອມທັງຄວາມຮູ້ທີ່ຂ້ອຍໄດ້ຮຽນຮູ້ ແລະ ຄວາມສາມາດພິເສດທີ່ຂ້ອຍມີ, ຂ້ອຍຄວນຈະເປັນຜູ້ນໍາໃນທ່າມກາງພວກເຈົ້າ. ໃນເຮືອນຂອງພຣະເຈົ້າ, ຂ້ອຍຄວນຈະເປັນກຳລັງຫຼັກ ແລະ ເປັນເສົາຄໍ້າ. ຂ້ອຍຄວນຈະເປັນຜູ້ທີ່ຊີ້ນໍາ ແລະ ນໍາພາ”. ນີ້ບໍ່ແມ່ນວິທີທີ່ພວກເຂົາຄິດບໍ? ຄວາມຄິດນີ້ອີງໃສ່ຫຍັງ? ຖ້າພວກເຂົາເປັນພຽງຊາວນາຕໍ່າຕ້ອຍ, ພວກເຂົາຈະກ້າຄິດແບບນີ້ບໍ? (ພວກເຂົາຈະບໍ່ກ້າ.) ເປັນຫຍັງຈຶ່ງບໍ່ກ້າ? (ພວກເຂົາບໍ່ມີສິດ.) ພວກເຂົາບໍ່ມີສິດທີ່ຈະຄິດແບບນີ້. ແລ້ວຄົນປະເພດໃດທີ່ສາມາດຄິດແບບນີ້ໄດ້? ພວກເຂົາລ້ວນແຕ່ເປັນຄົນທີ່ມີຄວາມຮູ້, ຄວາມສາມາດພິເສດ, ພອນສະຫວັນ ແລະ ສິ່ງທີ່ເອີ້ນວ່າຂີດຄວາມສາມາດໃນລະດັບໃດໜຶ່ງ. ເມື່ອພວກເຂົາມາທີ່ເຮືອນຂອງພຣະເຈົ້າ, ພວກເຂົາຄິດວ່າ: “ຂ້ອຍບໍ່ໄລ່ຕາມໂລກອີກຕໍ່ໄປແລ້ວ. ໂລກນີ້ຊົ່ວຮ້າຍເກີນໄປ, ສະນັ້ນ ຂ້ອຍຈະມາທີ່ເຮືອນຂອງພຣະເຈົ້າ ແລະ ໄລ່ຕາມຢູ່ບ່ອນນັ້ນແທນ. ໃນເຮືອນຂອງພຣະເຈົ້າ, ຢ່າງໜ້ອຍຂ້ອຍກໍສາມາດໄດ້ຮັບຕຳແໜ່ງຜູ້ນໍາ ຫຼື ຜູ້ເຮັດວຽກ”. ພວກເຂົາແອບມີເຈດຕະນາດີບໍ? (ພວກເຂົາບໍ່ມີ.) ເປັນຫຍັງພວກເຂົາຈຶ່ງບໍ່ແອບມີເຈດຕະນາດີ? ສິ່ງທີ່ພວກເຂົາໄດ້ຮຽນຮູ້ ແລະ ສະຖານະທາງສັງຄົມຂອງພວກເຂົາທຳຮ້າຍພວກເຂົາຢ່າງໜັກ. ຖ້າພວກເຂົາບໍ່ໄລ່ຕາມຄວາມຈິງ, ພວກເຂົາກໍຈະບໍ່ມີວັນລົງມາຈາກຕຳແໜ່ງດັ່ງກ່າວໃນຊີວິດຂອງພວກເຂົາເລີຍ. ພວກເຂົາຈະຮູ້ສຶກຢູ່ສະເໝີວ່າພວກເຂົາຢູ່ສູງເທິງໝູ່ເມກ ແຕ່ໃນຄວາມເປັນຈິງແລ້ວ, ຈາກມຸມມອງຂອງພຣະເຈົ້າ, ພວກເຂົາກໍບໍ່ຕ່າງຫຍັງຈາກສິ່ງສາມັນທີ່ຖືກສ້າງ. ພວກເຂົາຈະວາງຕົນເອງໄວ້ສູງເທິງໝູ່ເມກຢູ່ສະເໝີ. ສິ່ງນີ້ບໍ່ເປັນອັນຕະລາຍບໍ? ຖ້າພວກເຂົາຕົກລົງມາ, ພວກເຂົາກໍຈະຕົກລົງມາຢ່າງແຮງ ແລະ ຊີວິດຂອງພວກເຂົາກໍອາດຈະຕົກຢູ່ໃນອັນຕະລາຍ! ເປັນຫຍັງຄົນດັ່ງກ່າວຈຶ່ງຮູ້ສຶກວ່າພວກເຂົາຄວນມີສະຖານະທີ່ສູງ, ຄວນໄດ້ຮັບການເຄົາລົບບູຊາ, ຄວນມີຄົນຈຳນວນຫຼາຍມາປິ່ນອ້ອມພວກເຂົາ, ຄວນໄດ້ຮັບການປຶກສາຫາລືໃນທຸກເລື່ອງ ແລະ ໄດ້ຮັບການຮັບຟັງຄວາມຄິດເຫັນຂອງພວກເຂົາ ແລະ ຄວນຖືກຄິດເຖິງ ແລະ ຖືກຈັດໃຫ້ເປັນອັນດັບທຳອິດໃນທຸກສິ່ງ? ເປັນຫຍັງພວກເຂົາຈຶ່ງຄິດເຖິງຄຳວ່າ “ຄວນ” ຫຼາຍຢ່າງຂະໜາດນີ້? ເພາະວ່າພວກເຂົາໃຫ້ຄວາມສຳຄັນຢ່າງຍິ່ງກັບສະຖານະທາງສັງຄົມ, ຄວາມຮູ້ ແລະ ສິ່ງພິເສດທີ່ພວກເຂົາໄດ້ຮຽນຮູ້. ພວກເຂົາຄິດວ່າ “ບໍ່ວ່າຄວາມຈິງຈະຖືກກ່າວອອກມາຫຼາຍສໍ່າໃດ ຫຼື ສູງສົ່ງສໍ່າໃດກໍຕາມ, ສິ່ງເຫຼົ່ານີ້ຂອງຂ້ອຍກໍຍັງມີຄຸນຄ່າ; ພວກມັນມີຄຸນຄ່າຫຼາຍກວ່າຄວາມຈິງ ແລະ ບໍ່ສາມາດຖືກທົດແທນດ້ວຍຄວາມຈິງໄດ້. ໃນສັງຄົມ, ຂ້ອຍເປັນເຈົ້ານາຍຂອງບໍລິສັດ. ຂ້ອຍຄຸ້ມຄອງຄົນຫຼາຍພັນຄົນ. ພຽງແຕ່ຂ້ອຍແກວ່ງແຂນ, ທຸກຄົນກໍຕ້ອງຟັງຂ້ອຍ. ຂ້ອຍມີອຳນາດທີ່ຍິ່ງໃຫຍ່ແບບນີ້, ສະນັ້ນ ລອງຄິດເບິ່ງວ່າຂ້ອຍມີຕຳແໜ່ງ ແລະ ສະຖານະແບບໃດ! ໃນທ່າມກາງຄົນນ້ອຍໆເຫຼົ່ານີ້ໃນເຮືອນຂອງພຣະເຈົ້າ, ມີຈັກຄົນທີ່ສູງກວ່າຂ້ອຍ? ເມື່ອຂ້ອຍຫຼຽວເບິ່ງອ້ອມໆ, ຂ້ອຍກໍບໍ່ເຫັນຄົນພິເສດຫຼາຍ. ຖ້າຂ້ອຍຕ້ອງຄຸ້ມຄອງພວກເຂົາ, ມັນກໍຈະບໍ່ເປັນບັນຫາ; ມັນຈະບໍ່ແມ່ນເລື່ອງໃຫຍ່ເລີຍ!” ສົມມຸດເຈົ້າບອກພວກເຂົາວ່າ: “ຕົກລົງ. ມັນເປັນເລື່ອງດີທີ່ເຈົ້າມີຄວາມທະເຍີທະຍານນີ້. ຂ້ອຍຈະຕອບສະໜອງຄວາມປາຖະໜາຂອງເຈົ້າ, ຂ້ອຍຈະແນະນຳເຈົ້າໃຫ້ເປັນຜູ້ນໍາຄຣິສຕະຈັກ. ເຈົ້ານໍາພາຄົນເຫຼົ່ານີ້ມາຢູ່ຕໍ່ໜ້າພຣະເຈົ້າ ເພື່ອໃຫ້ພວກເຂົາຮູ້ວິທີອ່ານພຣະທຳຂອງພຣະເຈົ້າ ແລະ ນໍາເອົາຄວາມຈິງໄປປະຕິບັດ ແລະ ເຈົ້າກໍຄໍ້າຊູຄົນທີ່ອ່ອນແອ, ຄົນທີ່ເປັນລົບ ແລະ ຄົນທີ່ບໍ່ປະຕິບັດໜ້າທີ່ຂອງພວກເຂົາ”. ພວກເຂົາຈະເວົ້າວ່າ: “ນັ້ນເປັນເລື່ອງງ່າຍ. ຕອນທີ່ຂ້ອຍເຮັດທຸລະກິດ, ຂ້ອຍກໍເຮັດວຽກປະເພດນັ້ນທັງໝົດໃນການໃຫ້ຄຳປຶກສາແກ່ຜູ້ຄົນກ່ຽວກັບວິທີຄິດຂອງພວກເຂົາ. ນີ້ຄືສິ່ງທີ່ຂ້ອຍເກັ່ງ”. ຈະເກີດຫຍັງຂຶ້ນຫຼັງຈາກທີ່ຄົນຫຼາຍກວ່າສາມສິບຄົນໃນຄຣິສຕະຈັກຖືກມອບໝາຍໃຫ້ຢູ່ໃນກຳມືຂອງພວກເຂົາ? ໃນເວລາບໍ່ຮອດສອງເດືອນ, ຄົນທີ່ອ່ອນແອກໍຍິ່ງອ່ອນແອລົງ, ຄົນທີ່ເປັນລົບກໍຍິ່ງເປັນລົບຫຼາຍຂຶ້ນ ແລະ ຄົນທີ່ເທດສະໜາຂ່າວປະເສີດກໍບໍ່ສາມາດຮັບເອົາຄົນໄດ້. ຄົນທີ່ບໍ່ຮູ້ວິທີອ່ານພຣະທຳຂອງພຣະເຈົ້າກໍຮູ້ສຶກເຫງົານອນທັນທີທີ່ຮອດເວລາເຕົ້າໂຮມ ແລະ ເຖິງຂັ້ນບໍ່ຢາກຟັງຄຳເທດສະໜາຈາກເບື້ອງເທິງອີກຕໍ່ໄປ. ເມື່ອຖືກຖາມວ່າ: “ຄືວ່າເຈົ້າເກັ່ງພໍສົມຄວນ?” ພວກເຂົາກໍເວົ້າວ່າ: “ແມ່ນແລ້ວ, ຂ້ອຍເຄີຍເປັນເຈົ້ານາຍ. ຄວາມສາມາດຂອງຂ້ອຍແມ່ນເຫັນໄດ້ຊັດເຈນ!” ບໍ່ວ່າເຈົ້າຈະເປັນນາຍປະເພດໃດໃນໂລກ, ມັນກໍໄຮ້ປະໂຫຍດ. ຖ້າເຈົ້າບໍ່ເຂົ້າໃຈຄວາມຈິງ, ເຈົ້າກໍເປັນພຽງຄົນບໍ່ຮູ້ເລື່ອງໃນການເຮັດວຽກງານຂອງຄຣິສຕະຈັກ. ຖ້າອະນຸຍາດໃຫ້ຄົນເຫຼົ່ານີ້ຮັບຜິດຊອບວຽກງານຂ່າວປະເສີດ, ພວກເຂົາກໍຈະພຽງແຕ່ມີສ່ວນຮ່ວມໃນຮູບແບບທີ່ໄຮ້ປະໂຫຍດ ແລະ ຜິວເຜີນ, ພວກເຂົາຈະບໍ່ໄດ້ຮັບຜົນໃດໆ ແລະ ຄຣິສຕະຈັກທີ່ມີຄົນຫຼາຍສິບຄົນກໍຈະບໍ່ໄດ້ຮັບການຫົດນໍ້າເປັນຢ່າງດີ. ເກີດຫຍັງຂຶ້ນຢູ່ບ່ອນນີ້? ຄົນທີ່ມີຄວາມຮູ້ດັ່ງກ່າວເຄີຍເປັນເຈົ້ານາຍ ແລະ ຜູ້ບໍລິຫານໃນສັງຄົມ, ແລ້ວເປັນຫຍັງພວກເຂົາຈຶ່ງບໍ່ສາມາດສະແດງສີມືຂອງພວກເຂົາໄດ້ເມື່ອພວກເຂົາມາທີ່ເຮືອນຂອງພຣະເຈົ້າ? (ພຣະວິນຍານບໍລິສຸດບໍ່ປົກປັກຮັກສາພວກເຂົາ.) ການທີ່ພຣະວິນຍານບໍລິສຸດບໍ່ປົກປັກຮັກສາພວກເຂົາແມ່ນດ້ານໜຶ່ງ ແຕ່ເຫດຜົນຫຼັກແມ່ນຫຍັງ? ພວກເຂົາບໍ່ເຂົ້າໃຈຄວາມຈິງ, ສະນັ້ນ ເມື່ອເວົ້າເຖິງສະພາວະຂອງຜູ້ຄົນ, ອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ, ຂໍ້ກຳນົດຂອງພຣະເຈົ້າສຳລັບມະນຸດ, ພຣະທຳຂອງພຣະເຈົ້າທີ່ເປີດໂປງມະນຸດ ແລະ ວິທີທີ່ພຣະເຈົ້າກ່າວ, ພວກເຂົາຂາດຄວາມເຂົ້າໃຈຝ່າຍວິນຍານ ແລະ ບໍ່ສາມາດເບິ່ງທະລຸໄດ້ວ່າມີຫຍັງເກີດຂຶ້ນກັບສິ່ງເຫຼົ່ານີ້ ແລະ ພວກເຂົາກໍພຽງແຕ່ກະທຳໃນລັກສະນະທີ່ຫຼັບຫູຫຼັບຕາ ແລະ ຜິວເຜີນ. ພວກເຂົາຄິດວ່າການເຮັດວຽກງານຂອງຄຣິສຕະຈັກຄືກັບການເຮັດທຸລະກິດໃນໂລກ ແລະ ຕາບໃດທີ່ພວກເຂົາປຸກລະດົມຄວາມຄິດຂອງຜູ້ຄົນ ແລະ ກະຕຸ້ນຄວາມກະຕືລືລົ້ນຂອງຄົນເຫຼົ່ານັ້ນ, ຄົນເຫຼົ່ານັ້ນກໍຈະເຮັດວຽກໄດ້ດີແລ້ວ. ພວກເຂົາຄິດວ່າ ໃນດ້ານໜຶ່ງ ພວກເຂົາຄວນໃຫ້ຄຳປຶກສາແກ່ຜູ້ຄົນກ່ຽວກັບວິທີຄິດຂອງພວກເຂົາ ແລະ ໃນອີກດ້ານໜຶ່ງ ກໍນໍາໃຊ້ວິທີການຈັດການກັບສິ່ງຕ່າງໆໃນໂລກທີ່ພວກເຂົາສ້າງຂຶ້ນມາໃຫ້ເປັນປະໂຫຍດໂດຍພະຍາຍາມຕິດສິນບົນຜູ້ທີ່ຢູ່ເບື້ອງເທິງ ແລະ ຊື້ຈ້າງຜູ້ທີ່ຢູ່ເບື້ອງລຸ່ມ. ພວກເຂົາເຊື່ອວ່າ ຕາບໃດທີ່ເຈົ້າເຮັດໃຫ້ແນ່ໃຈວ່າຜູ້ຄົນໄດ້ເງິນ, ພວກເຂົາກໍຈະຟັງຄວາມ ແລະ ຕິດຕາມເຈົ້າ, ພວກເຂົາຄິດວ່າມັນງ່າຍດາຍແບບນັ້ນເລີຍ. ສິ່ງພາຍນອກບໍ່ກ່ຽວຂ້ອງກັບຄວາມຈິງ. ໃນການເຊື່ອໃນພຣະເຈົ້າ, ທຸກສິ່ງທີ່ຄົນເຮົາເຮັດລ້ວນແຕ່ກ່ຽວຂ້ອງກັບຄວາມຈິງ ແລະ ການປ່ຽນແປງໃນອຸປະນິໄສ. ການໃຊ້ວິທີການດຽວກັນກັບທີ່ພວກເຂົາເຄີຍໃຊ້ໃນໂລກຈະໄດ້ຜົນບໍ? (ບໍ່ໄດ້ຜົນ.) ມັນຈະບໍ່ໄດ້ຜົນ. ເມື່ອເວົ້າເຖິງວິທີການຈັດການກັບສະພາວະຂອງຜູ້ຄົນ, ວິທີການຈັດການກັບຄວາມອ່ອນແອຂອງຜູ້ຄົນ, ວິທີການຄໍ້າຊູຜູ້ຄົນໃຫ້ດີ, ວິທີການຈັດການກັບແນວຄິດຂອງຜູ້ຄົນກ່ຽວກັບພຣະເຈົ້າ, ວິທີການເຮັດໃຫ້ຜູ້ຄົນຮູ້ຈັກຕົນເອງເມື່ອພວກເຂົາເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ວິທີການເຮັດໃຫ້ຜູ້ຄົນເປັນຄົນຊື່ສັດ, ພວກເຂົາແມ່ນບໍ່ຮູ້ເລື່ອງຫຍັງເລີຍ ແລະ ເຖິງຂັ້ນເວົ້າຈາໄຮ້ສາລະ ແລະ ບັງຄັບໃຊ້ກົດລະບຽບຢ່າງຫຼັບຫູຫຼັບຕາ. ຕົວຢ່າງ: ຖ້າຄົນໃດໜຶ່ງເວົ້າບາງສິ່ງທີ່ເປັນຄືກັບມືສະໝັກຫຼິ້ນ ແລະ ຂາດຄວາມເຂົ້າໃຈຝ່າຍວິນຍານ, ພວກເຂົາກໍຈະເວົ້າວ່າຄົນຜູ້ນີ້ມີຂີດຄວາມສາມາດຕໍ່າ ແລະ ບໍ່ໄລ່ຕາມຄວາມຈິງ. ພວກເຂົາພຽງແຕ່ນໍາໃຊ້ກົດລະບຽບຢ່າງຫຼັບຫູຫຼັບຕາ ແລະ ພວກເຂົາກໍເຮັດເຊັ່ນນີ້ໃນລັກສະນະແບບນັ້ນແບບນີ້ຈົນຄົນອື່ນບໍ່ມີທາງກ້າວໄປທາງໜ້າ ເຊິ່ງເປັນການລົບກວນພວກເຂົາ ແລະ ເຮັດໃຫ້ພວກເຂົາໝົດກຳລັງໃຈ. ຜູ້ທີ່ປະຕິບັດໜ້າທີ່ຂອງພວກເຂົາກໍບໍ່ມີພະລັງສຳລັບມັນອີກຕໍ່ໄປ ໃນຂະນະທີ່ຄົນເຫຼົ່ານັ້ນທີ່ເປັນລົບກໍຍິ່ງເປັນລົບຫຼາຍຂຶ້ນ. ບາງຄົນເວົ້າວ່າ ມັນຈະດີກວ່າສຳລັບພວກເຂົາທີ່ຈະອ່ານພຣະທຳຂອງພຣະເຈົ້າຢູ່ບ້ານ ຖ້າຄົນແບບນັ້ນນໍາພາຄຣິສຕະຈັກຂອງພວກເຂົາ. ສິ່ງນີ້ເກີດຈາກຫຍັງ? ເມື່ອພວກເຂົານໍາພາຄຣິສຕະຈັກ, ພວກເຂົາເຮັດໃຫ້ຜູ້ຄົນໝົດກຳລັງໃຈ, ເຮັດໃຫ້ພວກເຂົາບໍ່ຢາກເຊື່ອໃນພຣະເຈົ້າອີກຕໍ່ໄປ. ເປັນຫຍັງຜູ້ຄົນຈຶ່ງບໍ່ຢາກເຊື່ອ? ເພາະວ່າແຕ່ເດີມຜູ້ຄົນມີວິໄສທັດທີ່ຊັດເຈນໜ້ອຍໜຶ່ງ ແຕ່ການກະທຳຂອງຄົນຜູ້ນີ້ລົບກວນ ແລະ ເຮັດໃຫ້ພວກເຂົາສັບສົນ. ແຕ່ເດີມກໍບໍ່ມີຄວາມຈິງໃດໆໃນໃຈຂອງຄົນເຫຼົ່ານີ້ຢູ່ແລ້ວ, ມີພຽງແຕ່ຄວາມເຂົ້າໃຈກ່ຽວກັບຫຼັກຄຳສອນເທົ່ານັ້ນ. ຫຼັງຈາກທີ່ພວກເຂົາຖືກລົບກວນໂດຍຄົນຜູ້ນີ້, ພວກເຂົາກໍຍິ່ງເບົາປັນຍາຫຼາຍຂຶ້ນ ແລະ ພວກເຂົາກໍບໍ່ສາມາດຮູ້ສຶກເຖິງພາລະກິດຂອງພຣະວິນຍານບໍລິສຸດໄດ້ອີກຕໍ່ໄປ. ການມີຢູ່ຂອງພຣະເຈົ້າເອງກໍກາຍເປັນສິ່ງທີ່ບໍ່ຊັດເຈນໜ້ອຍໜຶ່ງເຊັ່ນກັນ. ແລ້ວພວກເຂົາໃຊ້ວິທີການປະເພດໃດເພື່ອພາຜູ້ຄົນມາເຖິງຈຸດນີ້? ຕົວຢ່າງ: ຄຳເວົ້າທີ່ວ່າ “ມະນຸດຖືກສ້າງຂຶ້ນໂດຍພຣະເຈົ້າ” ແມ່ນຄວາມຈິງບໍ? (ແມ່ນແລ້ວ.) ເຈົ້າຕ້ອງໃຊ້ຄວາມຮູ້ເຊີງເລິກ, ຄວາມເຂົ້າໃຈ ແລະ ປະສົບການທີ່ແທ້ຈິງຂອງເຈົ້າເພື່ອພິສູດຄຳເວົ້ານີ້ ເພື່ອໃຫ້ອ້າຍເອື້ອຍນ້ອງສາມາດເຊື່ອຢ່າງໜັກແໜ້ນຫຼາຍຂຶ້ນວ່າຄຳເວົ້ານີ້ແມ່ນຄວາມຈິງ ແລະ ຖືກຕ້ອງ ແລະ ເຊື່ອວ່າມະນຸດຊາດມາຈາກພຣະເຈົ້າ, ດ້ວຍເຫດນີ້ຈຶ່ງເປັນການເພີ່ມພູນຄວາມເຊື່ອທີ່ພວກເຂົາມີຕໍ່ພຣະເຈົ້າ. ເມື່ອຄົນໃດໜຶ່ງມີຄວາມເຊື່ອໃນພຣະເຈົ້າ, ເມື່ອພວກເຂົາຍອມຮັບການລົງວິໄນ ຫຼື ທົນທຸກຕໍ່ຄວາມຍາກລຳບາກ ຫຼື ການຂົ່ມເຫັງບາງຢ່າງ, ພວກເຂົາກໍຈະມີຄວາມເຂັ້ມແຂງໃນໃຈຂອງພວກເຂົາ. ນີ້ຄືຄວາມຈິງ. ແຕ່ຄົນເຫຼົ່ານີ້ເວົ້າຫຍັງ? “ມີລາຍການໂທລະພາບໜຶ່ງທີ່ບອກວ່າ ມີການຄົ້ນພົບວ່າມະນຸດອາໄສຢູ່ເປັນຊົນເຜົ່າເມື່ອ 100 ລ້ານປີກ່ອນ”. ເມື່ອພວກເຂົາອວດອ້າງຄວາມຮູ້ຂອງພວກເຂົາ ແລະ ເວົ້າກ່ຽວກັບປະຫວັດສາດແບບນີ້, ທຸກຄົນທີ່ໄດ້ຍິນພວກເຂົາກໍສັບສົນວ່າ: “ບໍ່ໄດ້ມີການບອກບໍວ່າມະນຸດຖືກສ້າງຂຶ້ນໂດຍພຣະເຈົ້າ? ເມື່ອເຈົ້າເວົ້າແບບນັ້ນ, ມັນກໍຟັງເບິ່ງຄືວ່າບໍ່ແມ່ນ. ມະນຸດມາຈາກລີງບໍ?” ເບິ່ງແມ້, ພວກເຂົາພາຜູ້ຄົນໄປໃສແລ້ວ? ນີ້ບໍ່ແມ່ນການທຳຮ້າຍຜູ້ຄົນບໍ? (ແມ່ນແລ້ວ.) ເມື່ອໃດກໍຕາມທີ່ພວກເຂົາມີໂອກາດ, ພວກເຂົາກໍຈະອວດອ້າງຄວາມຮູ້ຂອງພວກເຂົາ ແລະ ເວົ້າກ່ຽວກັບປະຫວັດສາດ, ປັດຊະຍາ ແລະ ວິທີທີ່ພວກເຂົາຈັດການ ແລະ ສົມຮູ້ຮ່ວມຄິດກັບເຈົ້າໜ້າທີ່ລັດຖະບານໃນໂລກ ພຽງແຕ່ອວດອ້າງສິ່ງເຫຼົ່ານີ້. ເມື່ອພວກເຂົາອວດອ້າງແບບນີ້ ແລະ ເມື່ອອ້າຍເອື້ອຍນ້ອງບາງຄົນທີ່ມີວຸດທິພາວະຕໍ່າ, ອ່ອນແອ ແລະ ມີຄວາມເຊື່ອໜ້ອຍ ໄດ້ຍິນສິ່ງເຫຼົ່ານີ້, ຫົວໃຈຂອງພວກເຂົາໄປໃສ? (ແລ່ນໄປຫາໂລກ.) ຖືກຕ້ອງ. ສິ່ງນີ້ເທົ່າກັບຫຍັງ? ຄົນເຫຼົ່ານີ້ທີ່ຖືກຝາກຝັງໄວ້ກັບພວກເຂົາແມ່ນຖືກພວກເຂົາສະລະຖິ້ມ. ພວກເຂົາເປັນຄົນບໍ່ຮູ້ເລື່ອງຢ່າງຊັດເຈນ. ພວກເຂົາບໍ່ພຽງແຕ່ບໍ່ເຂົ້າໃຈເລື່ອງການເຂົ້າສູ່ຊີວິດເທົ່ານັ້ນ ແຕ່ພວກເຂົາຍັງບໍ່ເຂົ້າໃຈວ່າວຽກຂອງພວກເຂົາແມ່ນຫຍັງອີກດ້ວຍ, ແລ້ວແຮງໄກທີ່ພວກເຂົາຈະເຂົ້າໃຈເລື່ອງທາງວິນຍານໃນຊີວິດ ຫຼື ການປ່ຽນແປງໃນອຸປະນິໄສ. ພວກເຂົາບໍ່ເຂົ້າໃຈສິ່ງເຫຼົ່ານີ້ເລີຍ ແຕ່ພວກເຂົາກໍຍັງທໍາທ່າເປັນຄົນທີ່ເຂົ້າໃຈຄວາມຈິງ ແລະ ຕ້ອງການເປັນຜູ້ລ້ຽງແກະເພື່ອນໍາພາປະຊາກອນທີ່ພຣະເຈົ້າເລືອກ. ສິ່ງນີ້ບໍ່ໄຮ້ສາລະບໍ? ຖ້າເຈົ້າບໍ່ເຂົ້າໃຈເລື່ອງທາງວິນຍານໃນຊີວິດ, ເຈົ້າຄວນເຮັດແນວໃດເມື່ອຖືກເລືອກເປັນຜູ້ນໍາ? ເຈົ້າເວົ້າວ່າ: “ຂ້ອຍເປັນຄາລະວາດ ແລະ ຂ້ອຍບໍ່ເຄີຍນໍາພາຄຣິສຕະຈັກ. ຂ້ອຍຕ້ອງສະແຫວງຫາ ແລະ ເບິ່ງວ່າການຈັດແຈງວຽກງານກຳນົດກ່ຽວກັບເລື່ອງນີ້ແນວໃດ ແລະ ຊອກຫາຄົນທີ່ເຂົ້າໃຈເລື່ອງນີ້ເພື່ອໂອ້ລົມກ່ຽວກັບວິທີການດຳເນີນວຽກງານ ຫຼື ຊອກຫາອ້າຍເອື້ອຍນ້ອງທີ່ເຂົ້າໃຈຄວາມຈິງ ແລະ ຮ່ວມມືກັບພວກເຂົາ”. ທັດສະນະຄະຕິນີ້ຖືກຕ້ອງບໍ? (ຖືກຕ້ອງ.) ແຕ່ບາງຄົນບໍ່ເຮັດແບບນີ້. ພວກເຂົາວາງທ່າ ແລະ ເວົ້າວ່າ “ເຈົ້າຢາກໃຫ້ຂ້ອຍຮ່ວມມືກັບຄົນອື່ນ, ໃຜມີຄຸນສົມບັດອາວຸໂສກວ່າຂ້ອຍ? ໃຜມີສະຖານະທາງສັງຄົມສູງກວ່າຂ້ອຍ? ຂ້ອຍມີຊື່ສຽງຫຼາຍໃນສັງຄົມ. ໃຜກໍຕາມທີ່ພົບຂ້ອຍກໍຕ້ອງໃຫ້ຄວາມເຄົາລົບແດ່ຈັກໜ້ອຍ”. ພວກເຂົາພຽງແຕ່ໂອ້ອວດ ແລະ ອວດອ້າງຄວາມສາມາດຂອງພວກເຂົາແບບນີ້. ເມື່ອພວກເຂົານໍາພາຄຣິສຕະຈັກແບບນີ້, ອ້າຍເອື້ອຍນ້ອງຍັງມີຄວາມຫວັງທີ່ຈະເຂົ້າສູ່ຄວາມຈິງຄວາມເປັນຈິງຢູ່ບໍ? (ພວກເຂົາບໍ່ມີ.) ພວກເຂົາບໍ່ມີ. ແລ້ວເຖິງແມ່ນວ່າຈະເປັນແບບນີ້ກໍຕາມ, ຄົນເຫຼົ່ານີ້ກໍຍັງເຮັດໃຫ້ຄົນອື່ນລາຍງານທຸກສິ່ງໃຫ້ພວກເຂົາຟັງ. ມານຮ້າຍເຫຼົ່ານີ້ເຄີຍເຂົ້າຮຽນມະຫາວິທະຍາໄລໄລຍະໜຶ່ງ ແລະ ພວກເຂົາກໍມີຄວາມຮູ້ໜ້ອຍໜຶ່ງ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງກ້າທີ່ຈະຍ່າງວາງທ່າ ແລະ ຫຼອກລວງໃນສັງຄົມ ພ້ອມທັງເຮັດສິ່ງທີ່ບໍ່ດີທຸກຮູບແບບ. ພວກເຂົາມີວິທີການເອົາຕົວລອດບາງຢ່າງ, ສະນັ້ນ ພວກເຂົາຈຶ່ງຢາກມາທີ່ເຮືອນຂອງພຣະເຈົ້າເພື່ອບັນລຸບາງສິ່ງບາງຢ່າງ. ເພື່ອໃຫ້ໄດ້ຮັບສະຖານະ ແລະ ເຊີດຊູກຽດວົງຕະກຸນ, ພວກເຂົາເຖິງຂັ້ນຢາກທໍາທ່າເປັນຮູບກາຍຂອງຄວາມຈິງ ເພື່ອໃຫ້ປະຊາກອນທີ່ພຣະເຈົ້າເລືອກຟັງຄວາມ ແລະ ຕິດຕາມພວກເຂົາ. “ຮູບກາຍຂອງຄວາມຈິງ” ໝາຍຄວາມວ່າແນວໃດສຳລັບພວກເຂົາ? ມັນໝາຍຄວາມວ່າ “ທຸກໆຄວາມຄິດ, ແນວທາງ ແລະ ຄວາມຄິດເຫັນຂອງຂ້ອຍ, ພວກເຈົ້າທຸກຄົນຕ້ອງຍຶດໝັ້ນພວກມັນໄວ້ເປັນຄວາມຈິງ. ຂ້ອຍໄດ້ຕັ້ງກົດລະບຽບໃຫ້ເຈົ້າ: ໃບບິນທັງໝົດ, ແມ່ນແຕ່ໃບບິນທີ່ຕໍ່າກວ່າຫ້າໂດລາ, ກໍຕ້ອງລາຍງານໃຫ້ຂ້ອຍຮູ້”. ຄົນອື່ນເວົ້າວ່າ: “ບໍ່ຈຳເປັນຕ້ອງລາຍງານຫ້າໂດລາ. ພວກເຮົາຍັງມີຂອບເຂດອຳນາດ. ພວກເຮົາບໍ່ກະທຳຕາມພຽງແຕ່ຫຼັກການໄດ້ບໍ?” ພວກເຂົາຄິດແນວໃດ? “ນັ້ນຈະເປັນໄປໄດ້ແນວໃດ? ນີ້ຄືເລື່ອງໃຫຍ່. ຂ້ອຍເປັນຜູ້ນໍາ. ຂ້ອຍພຽງຜູ້ດຽວທີ່ມີສິດໃນການຕັດສິນໃຈຂັ້ນສຸດທ້າຍ!” ເຖິງແມ່ນວ່າພວກເຂົາຈະບໍ່ເວົ້າມັນອອກມາ ແຕ່ນີ້ຄືວິທີທີ່ພວກເຂົາຄິດໃນໃຈຂອງພວກເຂົາ. ນີ້ຄືວິທີທີ່ພວກເຂົາຄວບຄຸມຜູ້ຄົນ. ພວກເຂົາສາມາດເຮັດທຸກສິ່ງທີ່ບໍ່ດີ ຫຼື ຫຼອກລວງຄົນອື່ນໄດ້. ເມື່ອພວກເຂົາຫຼອກລວງ ແລະ ທຳຮ້າຍຄົນອື່ນ, ພວກເຂົາບໍ່ກະພິບຕາ, ຫົວໃຈຂອງພວກເຂົາບໍ່ເຕັ້ນຜິດຈັງຫວະ ແລະ ພວກເຂົາກໍບໍ່ຮູ້ສຶກບໍ່ສະບາຍໃຈຢູ່ພາຍໃນເລີຍ. ເມື່ອໄດ້ຮັບຕຳແໜ່ງໃນເຮືອນຂອງພຣະເຈົ້າ, ພວກເຂົາກໍກ້າທີ່ຈະຮັບມັນ. ເມື່ອພວກເຂົາຮັບມັນແລ້ວ, ພວກເຂົາກໍບໍ່ຢາກລົງຈາກຕຳແໜ່ງ ແລະ ປາຖະໜາທີ່ຈະທໍາທ່າເປັນຮູບກາຍຂອງຄວາມຈິງ ເພື່ອເຮັດໃຫ້ຄົນອື່ນເຊື່ອຟັງ. ມີຄົນແບບນີ້ຢູ່ບໍ? (ມີ.)

ມີບາງຄົນທີ່ເຖິງແມ່ນວ່າພວກເຂົາເຊື່ອໃນພຣະເຈົ້າ, ພວກເຂົາກໍບໍ່ເຕັມໃຈ ແລະ ຍິນດີທີ່ຈະເສຍສະລະເພື່ອພຣະອົງ ແຕ່ພັດປະຕິບັດໜ້າທີ່ຂອງຕົນໂດຍລັງເລໃຈ. ພວກເຂົາພຽງແຕ່ຄິດເຖິງການອອກເຫື່ອແຮງເພື່ອຮັບພອນ ແຕ່ບໍ່ເຕັມໃຈທີ່ຈະພະຍາຍາມກ້າວໄປສູ່ຄວາມຈິງ. ເມື່ອປະຕິບັດໜ້າທີ່, ພວກເຂົາມັກຈະເຮັດແບບພໍແລ້ວມືແລ້ວຕີນ ແລະ ບໍ່ລະອຽດຮອບຄອບ ແລະ ພວກເຂົາກໍພໍໃຈກັບພຽງແຕ່ການບັນລຸຜົນບາງຢ່າງ ເພື່ອວ່າພວກເຂົາຈະບໍ່ຖືກຄັດອອກ. ແຕ່ບໍ່ວ່າຜູ້ຄົນຈະເຊື່ອໃນພຣະອົງຢ່າງແທ້ຈິງ ແລະ ເສຍສະລະເພື່ອພຣະອົງ ຫຼື ບໍ່ກໍຕາມ, ພຣະເຈົ້າກໍໃຫ້ໂອກາດຜູ້ຄົນໃນການກັບໃຈ. ພຣະເຈົ້າຈະບໍ່ປະນາມເຈົ້າ ຍ້ອນເຈົ້າບໍ່ເຂົ້າໃຈຄວາມຈິງ ຫຼື ເຮັດແບບພໍແລ້ວມືແລ້ວຕີນ ເມື່ອປະຕິບັດໜ້າທີ່ຂອງເຈົ້າ. ພຣະເຈົ້າຈະກວດສອບເຈົ້າຢູ່ສະເໝີ ເພື່ອເບິ່ງວ່າເຈົ້າສາມາດຍອມຮັບຄວາມຈິງໄດ້ ຫຼື ບໍ່ ແລະ ເຈົ້າສາມາດກັບໃຈຢ່າງແທ້ຈິງ ແລະ ຍ່າງໃນເສັ້ນທາງແຫ່ງຊີວິດທີ່ຖືກຕ້ອງໄດ້ ຫຼື ບໍ່. ມັນຂຶ້ນຢູ່ກັບວ່າເຈົ້າຈະເລືອກແນວໃດ. ບາງຄົນບໍ່ເຂົ້າໃຈຄວາມຈິງໃດໆເລີຍ ເມື່ອພວກເຂົາເລີ່ມປະຕິບັດໜ້າທີ່ ແຕ່ຍ້ອນພວກເຂົາມັກຈະຟັງຄຳເທດສະໜາ ແລະ ມັກຈະເຕົ້າໂຮມ ແລະ ໂອ້ລົມກັນ, ພວກເຂົາຈຶ່ງຄ່ອຍໆເຂົ້າໃຈຄວາມຈິງ. ຫົວໃຈຂອງພວກເຂົາສະຫວ່າງຂຶ້ນເລື້ອຍໆ ແລະ ພວກເຂົາເຫັນວ່າພວກເຂົາຂາດແຄນຫຼາຍເກີນໄປ, ບໍ່ມີຄວາມຈິງເລີຍ ແລະ ບໍ່ມີຫຼັກການໃນການປະຕິບັດໜ້າທີ່, ພຽງແຕ່ເຮັດວຽກບາງຢ່າງຕາມຄວາມປາຖະໜາຂອງຕົນເອງ. ພວກເຂົາຮູ້ສຶກວ່າການປະຕິບັດໜ້າທີ່ດ້ວຍວິທີນີ້ແມ່ນບໍ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ ແລະ ຫົວໃຈຂອງພວກເຂົາກໍເກີດຄວາມສຳນຶກຜິດ. ພວກເຂົາເລີ່ມພະຍາຍາມກ້າວໄປສູ່ຄວາມຈິງ ແລະ ພວກເຂົາກໍບັນລຸຜົນທີ່ດີຂຶ້ນເລື້ອຍໆ ເມື່ອປະຕິບັດໜ້າທີ່. ດ້ວຍວິທີນີ້, ໃນດ້ານໜຶ່ງ ພວກເຂົາກໍໄດ້ຮັບການເຂົ້າສູ່ຊີວິດ ແລະ ໃນອີກດ້ານໜຶ່ງ ພວກເຂົາກໍຄ່ອຍໆໄດ້ມາດຕະຖານໃນການປະຕິບັດໜ້າທີ່. ນີ້ຄືຄົນທີ່ສາມາດຍອມຮັບຄວາມຈິງໃນການປະຕິບັດໜ້າທີ່ຂອງຕົນ. ເມື່ອຄວາມເຂົ້າໃຈຄວາມຈິງຂອງພວກເຂົາຄ່ອຍໆຊັດເຈນຂຶ້ນ, ພວກເຂົາກໍສາມາດເຫັນການເປີດເຜີຍຄວາມເສື່ອມຊາມຂອງຕົນເອງໄດ້ຢ່າງຊັດເຈນ. ພວກເຂົາສາມາດອະທິຖານຕໍ່ພຣະເຈົ້າ ແລະ ເພິ່ງພາພຣະເຈົ້າໃນໃຈຂອງພວກເຂົາ, ເຕັມໃຈທີ່ຈະປະຖິ້ມຄວາມເສື່ອມຊາມຂອງຕົນ, ນໍາເອົາຄວາມຈິງໄປປະຕິບັດ ແລະ ຍ່າງໃນເສັ້ນທາງແຫ່ງການໄລ່ຕາມຄວາມຈິງ. ນີ້ຄືການເຕີບໃຫຍ່ເທື່ອລະໜ້ອຍຂອງຊີວິດໃນລະຫວ່າງການປະຕິບັດໜ້າທີ່ຂອງຕົນ. ຜູ້ທີ່ຕິດຕາມພຣະເຈົ້າລ້ວນແຕ່ມາເຂົ້າໃຈຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງຄວາມຈິງໃນລະຫວ່າງການປະຕິບັດໜ້າທີ່ຂອງພວກເຂົາ. ຈະມີການປ່ຽນແປງແບບນັ້ນໄດ້ບໍ ຖ້າຄົນໃດໜຶ່ງບໍ່ຮັກຄວາມຈິງ? ບໍ່ໄດ້ຢ່າງແນ່ນອນ. ບາງຄົນອວດດີ ແລະ ທະນົງໂຕເປັນພິເສດ. ເມື່ອພວກເຂົາມາທີ່ເຮືອນຂອງພຣະເຈົ້າ ໂດຍສະເພາະຫຼັງຈາກທີ່ປະຕິບັດໜ້າທີ່ແລ້ວ, ລະດັບຄວາມອວດດີນີ້ກໍຈະປາກົດໃຫ້ເຫັນຢ່າງຊັດເຈນ. ພວກເຂົາສະແດງເຖິງການຕໍ່ຕ້ານ ແລະ ຄວາມບໍ່ພໍໃຈ ໂດຍການກອດເອິກ ຫຼື ເອົາມືຄໍ້າແອວ. ເປັນຫຍັງພວກເຂົາຈຶ່ງອວດດີຂະໜາດນັ້ນ? ໃນໃຈຂອງພວກເຂົາ, ພວກເຂົາເວົ້າວ່າ: “ເພື່ອທີ່ຈະເຊື່ອໃນພະ ແລະ ປະຕິບັດໜ້າທີ່ຂອງຂ້ອຍ, ຂ້ອຍໄດ້ປະຖິ້ມໂລກ, ຄອບຄົວຂອງຂ້ອຍ ແລະ ວຽກຂອງຂ້ອຍ. ລາຄານີ້ບໍ່ສູງບໍ? ຂ້ອຍໄດ້ປະຖິ້ມຫຼາຍສິ່ງຫຼາຍຢ່າງເພື່ອພຣະເຈົ້າ. ພຣະເຈົ້າບໍ່ຄວນໃຫ້ສິ່ງຊົດເຊີຍບາງຢ່າງແກ່ຂ້ອຍບໍ? ນອກຈາກນີ້, ອີງຕາມສະຖານະ ແລະ ລາຍໄດ້ຂອງຂ້ອຍໃນສັງຄົມ, ຢ່າງໜ້ອຍເຮືອນຂອງພຣະເຈົ້າກໍຄວນປະຕິບັດກັບຂ້ອຍໃນແບບດຽວກັນບໍ? ຕອນນີ້ຂ້ອຍກຳລັງປະຕິບັດໜ້າທີ່ຂອງຂ້ອຍ, ພຣະເຈົ້າບໍ່ສາມາດໃຫ້ສິ່ງທີ່ພິເສດບາງຢ່າງແກ່ຂ້ອຍບໍ? ຂ້ອຍເປັນຄົນທີ່ມີຄວາມສາມາດພິເສດ, ດີກວ່າຄົນທຳມະດາຫຼາຍ. ຂ້ອຍຄວນມີສະຖານະໃນເຮືອນຂອງພຣະເຈົ້າ. ຖ້າຄົນອື່ນສາມາດນໍາພາໄດ້, ຂ້ອຍກໍສາມາດນໍາພາໄດ້ເຊັ່ນກັນ. ສະຖານະຂອງຂ້ອຍບໍ່ຄວນຕໍ່າກວ່າຄົນອື່ນ ແລະ ຂ້ອຍຄວນໄດ້ຮັບການປະຕິບັດທີ່ສູງກວ່າຄົນທຳມະດາ. ທີ່ສຳຄັນທີ່ສຸດ, ພຣະເຈົ້າສາມາດຮັບປະກັນໃຫ້ຂ້ອຍໄດ້ບໍວ່າ ຂ້ອຍຈະໄດ້ຮັບພອນ ແລະ ມີຈຸດໝາຍປາຍທາງທີ່ດີໃນອະນາຄົດ?” ຈາກຄວາມຄິດໃນໃຈຂອງພວກເຂົາ, ພວກເຮົາສາມາດເຫັນໄດ້ວ່າ ພວກເຂົາມາເພື່ອເຮັດຂໍ້ຕົກລົງກັບພຣະເຈົ້າ, ບໍ່ແມ່ນເພື່ອເສຍສະລະເພື່ອພຣະອົງຢ່າງຈິງໃຈ. ພວກເຂົາຄິດແບບດຽວກັນກັບທີ່ໂປໂລຄິດ ໂດຍຕ້ອງການປະຕິບັດໜ້າທີ່ຂອງຕົນເພື່ອແລກກັບພອນຂອງພຣະເຈົ້າ. ແຕ່ເຫດຜົນຂອງພວກເຂົາຮ້າຍແຮງກວ່າຂອງໂປໂລຫຼາຍ. ມັນຕໍ່າຕ້ອຍກວ່າຂອງໂປໂລຫຼາຍ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ເພາະວ່າໂປໂລໄດ້ທົນທຸກຫຼາຍຢ່າງແທ້ໆໃນຫຼາຍປີທີ່ລາວເທດສະໜາຂ່າວປະເສີດ ແລະ ໝາກຜົນຂອງການເທດສະໜາຂ່າວປະເສີດຂອງລາວກໍດີກວ່າຂອງຄົນທຳມະດາຫຼາຍ. ຢ່າງໜ້ອຍທີ່ສຸດ, ບາດກ້າວຂອງລາວກໍໄດ້ເດີນທາງໄປທົ່ວພື້ນທີ່ສ່ວນໃຫຍ່ຂອງເອີຣົບ; ລາວໄດ້ສ້າງຕັ້ງຄຣິສຕະຈັກຫຼາຍແຫ່ງທົ່ວເອີຣົບ. ໃນເລື່ອງນີ້, ຜູ້ຕໍ່ຕ້ານພຣະຄຣິສທຳມະດາບໍ່ສາມາດທຽບກັບເຫດຜົນຂອງໂປໂລ ຫຼື ປະລິມານເຫື່ອແຮງທີ່ລາວໄດ້ອອກ. ແຕ່ຄົນທີ່ເຮົາຫາກໍກ່າວເຖິງນັ້ນກາຍເປັນຄົນອວດດີຢ່າງບໍ່ໜ້າເຊື່ອ ຫຼັງຈາກທີ່ປະຕິບັດໜ້າທີ່ຂອງຕົນ. ນັ້ນບໍ່ແມ່ນການຂາດເຫດຜົນຫຼາຍເກີນໄປບໍ? ພວກເຂົາບໍ່ມີເຫດເຜົນຢ່າງສິ້ນເຊີງ ແລະ ພວກເຂົາບໍ່ສາມາດປ່ອຍວາງໄດ້ ເມື່ອພວກເຂົາຄົ້ວເອົາໂອກາດທີ່ຈະຮັບພອນຄືກັບໂຈນປ່າ. ຄົນແບບນັ້ນມັກຈະຕັ້ງໃຈຊອກຫາໂອກາດທີ່ຈະໂດດເດັ່ນໃນເຮືອນຂອງພຣະເຈົ້າຢູ່ສະເໝີ ເຖິງແມ່ນວ່າມັນຈະເປັນພຽງການກາຍເປັນຫົວໜ້າທີມ ຫຼື ຜູ້ຮັບຜິດຊອບກໍຕາມ. ສະຫຼຸບແລ້ວ, ເມື່ອມາທີ່ເຮືອນຂອງພຣະເຈົ້າ, ພວກເຂົາກໍບໍ່ເຕັມໃຈທີ່ຈະເປັນຜູ້ຕິດຕາມທຳມະດາ. ບໍ່ວ່າໃຜຈະສາມາດຍອມຮັບວ່າຕົນເອງເປັນສິ່ງທີ່ຖືກສ້າງທຳມະດາ, ວ່າຕົນເອງເປັນພຽງສິ່ງທີ່ຖືກສ້າງທຳມະດາຄືກັບສິ່ງມີຊີວິດອື່ນໆທັງໝົດກໍຕາມ, ພວກເຂົາກໍຈະບໍ່ມີວັນຍອມຮັບມຸມມອງນີ້. ພວກເຂົາຈະບໍ່ມີວັນຍອມໃຫ້ຕົນເອງໄດ້ຮັບຄວາມບໍ່ເປັນທຳໃນລັກສະນະນີ້. ພວກເຂົາເຊື່ອວ່າພວກເຂົາຄວນໄດ້ຮັບການປະຕິບັດແບບພິເສດ ແລະ ພຣະເຈົ້າຄວນໃຫ້ພຣະຄຸນ ແລະ ພອນພິເສດແກ່ພວກເຂົາ. ພວກເຂົາຍັງຕ້ອງການເພີດເພີນກັບຜົນປະໂຫຍດຈາກສະຖານະແບບພິເສດໃນເຮືອນຂອງພຣະເຈົ້າ. ພວກເຂົາບໍ່ອະນຸຍາດໃຫ້ເຮືອນຂອງພຣະເຈົ້າສົງໄສໃນຄວາມສາມາດພິເສດຂອງພວກເຂົາ ແລະ ພວກເຂົາຍິ່ງບໍ່ອະນຸຍາດໃຫ້ຜູ້ຄົນຖາມກ່ຽວກັບວຽກງານຂອງພວກເຂົາ. ທຸກຄົນຕ້ອງມີຄວາມເຊື່ອຢ່າງເດັດຂາດໃນຕົວພວກເຂົາ ເພາະວ່າພວກເຂົາໄດ້ປະຖິ້ມທຸກສິ່ງເພື່ອພຣະເຈົ້າ ແລະ ຈົງຮັກພັກດີຕໍ່ພຣະອົງຢ່າງເດັດຂາດ. ນີ້ບໍ່ແມ່ນຄຳຂໍທີ່ບໍ່ມີເຫດຜົນບໍ? ຄົນຜູ້ນີ້ມີເຫດຜົນບໍ? ມີຄົນແບບນັ້ນຈັກຄົນ? ມັນສາມາດເປັນຈັກເປີເຊັນຂອງຄຣິສຕະຈັກ? ຄົນແບບນັ້ນມັກຈະຄິດຢູ່ສະເໝີວ່າພວກເຂົາມີຄວາມສາມາດ ແລະ ຄວາມສາມາດພິເສດບາງຢ່າງ, ສະນັ້ນ ພວກເຂົາຈຶ່ງໂອ້ອວດວ່າພວກເຂົາເກັ່ງກ້າສໍ່າໃດ. ແລ້ວຄວາມສາມາດພິເສດທີ່ເອີ້ນກັນນີ້ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າພວກເຂົາສາມາດເວົ້າໃຫຍ່, ເວົ້າຈາໄຮ້ສາລະຫຼາຍ, ປ່ຽນວິທີການເວົ້າຂອງພວກເຂົາໂດຍຂຶ້ນຢູ່ກັບວ່າພວກເຂົາກຳລັງເວົ້າກັບໃຜ ແລະ ມີທັກສະໃນການຫຼອກລວງສູງກວ່າຄົນທຳມະດາ. ພວກເຂົາເຊື່ອວ່ານີ້ຄືຄວາມສາມາດພິເສດ ແລະ ຄວາມສາມາດ ແລະ ພວກເຂົາຕ້ອງການໃຊ້ຄວາມສາມາດນີ້ເພື່ອຍ່າງວາງທ່າ ແລະ ຫຼອກລວງ. ຄວາມສາມາດພິເສດທີ່ແທ້ຈິງໝາຍຄວາມວ່າແນວໃດ? ມັນໝາຍເຖິງການມີທັກສະພິເສດ. ເມື່ອພຣະເຈົ້າສ້າງມະນຸດ, ພຣະອົງໄດ້ມອບຄວາມຊ່ຽວຊານທີ່ແຕກຕ່າງກັນໃຫ້ກັບຄົນປະເພດຕ່າງໆ. ບາງຄົນເກັ່ງດ້ານວັນນະຄະດີ, ບາງຄົນເກັ່ງດ້ານການຢາ, ບາງຄົນເກັ່ງດ້ານການສຶກສາທັກສະ, ບາງຄົນເກັ່ງດ້ານການຄົ້ນຄວ້າວິທະຍາສາດ ແລະ ອື່ນໆ. ຄວາມຊ່ຽວຊານຂອງຜູ້ຄົນແມ່ນພຣະເຈົ້າປະທານໃຫ້ ແລະ ບໍ່ມີຫຍັງໃຫ້ຕ້ອງໂອ້ອວດ. ບໍ່ວ່າຄົນໃດໜຶ່ງຈະມີຄວາມຊ່ຽວຊານຫຍັງກໍຕາມ, ມັນກໍບໍ່ໄດ້ໝາຍຄວາມວ່າຄົນຜູ້ນັ້ນເຂົ້າໃຈຄວາມຈິງ ແລະ ມັນແນ່ນອນວ່າບໍ່ໄດ້ໝາຍຄວາມວ່າຄົນຜູ້ນັ້ນຄອບຄອງຄວາມເປັນຈິງຄວາມຈິງ. ຜູ້ຄົນມີຄວາມຊ່ຽວຊານບາງຢ່າງ ແລະ ຖ້າພວກເຂົາເຊື່ອໃນພຣະເຈົ້າ, ພວກເຂົາກໍຄວນໃຊ້ຄວາມຊ່ຽວຊານເຫຼົ່ານີ້ເພື່ອປະຕິບັດໜ້າທີ່ຂອງຕົນ. ສິ່ງນີ້ແມ່ນພຣະເຈົ້າສາມາດຍອມຮັບໄດ້. ການໂອ້ອວດກ່ຽວກັບຄວາມຊ່ຽວຊານໃດໜຶ່ງ ຫຼື ການຕ້ອງການໃຊ້ມັນເພື່ອເຮັດຂໍ້ຕົກລົງກັບພຣະເຈົ້າ, ສິ່ງນີ້ແມ່ນຂາດເຫດຜົນຫຼາຍເກີນໄປ. ພຣະເຈົ້າບໍ່ພໍໃຈຄົນແບບນັ້ນ. ບາງຄົນຮູ້ທັກສະບາງຢ່າງ ແລະ ດັ່ງນັ້ນ ເມື່ອພວກເຂົາມາທີ່ເຮືອນຂອງພຣະເຈົ້າ, ພວກເຂົາຈຶ່ງຮູ້ສຶກວ່າພວກເຂົາເໜືອກວ່າຄົນອື່ນ, ພວກເຂົາຕ້ອງການເພີດເພີນກັບການປະຕິບັດແບບພິເສດ ແລະ ພວກເຂົາຮູ້ສຶກວ່າພວກເຂົາມີບ່ອນອີງທີ່ໝັ້ນຄົງຕະຫຼອດຊີວິດ. ພວກເຂົາຖືວ່າທັກສະນີ້ເປັນທຶນຮອນປະເພດໜຶ່ງ. ຈັ່ງແມ່ນເປັນຄວາມອວດດີແທ້ໆ! ສະນັ້ນ, ເຈົ້າຄວນເບິ່ງພອນສະຫວັນ ແລະ ຄວາມຊ່ຽວຊານເຫຼົ່ານີ້ແນວໃດ? ຖ້າສິ່ງເຫຼົ່ານີ້ເປັນປະໂຫຍດໃນເຮືອນຂອງພຣະເຈົ້າ, ພວກມັນກໍເປັນພຽງເຄື່ອງມືສຳລັບເຈົ້າເພື່ອບັນລຸໜ້າທີ່ຂອງເຈົ້າ. ພວກມັນບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງ. ບໍ່ວ່າເຈົ້າຈະມີຫຼາຍສໍ່າໃດກໍຕາມ, ພອນສະຫວັນ ແລະ ຄວາມສາມາດພິເສດກໍເປັນພຽງຄວາມຊ່ຽວຊານຂອງມະນຸດ ແລະ ບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງ. ພອນສະຫວັນ ແລະ ຄວາມຊ່ຽວຊານຂອງເຈົ້າບໍ່ໄດ້ໝາຍຄວາມວ່າເຈົ້າເຂົ້າໃຈຄວາມຈິງ ແລະ ແນ່ນອນວ່າ ພວກມັນບໍ່ໄດ້ໝາຍຄວາມວ່າເຈົ້າຄອບຄອງຄວາມເປັນຈິງຄວາມຈິງ. ຖ້າເຈົ້າໃຊ້ພອນສະຫວັນ ແລະ ຄວາມຊ່ຽວຊານຂອງເຈົ້າເພື່ອປະຕິບັດໜ້າທີ່ຂອງເຈົ້າ ແລະ ປະຕິບັດໜ້າທີ່ຂອງເຈົ້າໃຫ້ດີ, ພວກມັນກໍຖືກນໍາໃຊ້ໃນບ່ອນທີ່ຖືກຕ້ອງ ແລະ ການນໍາໃຊ້ພວກມັນກໍໄດ້ຮັບການຮັບຮອງຈາກພຣະເຈົ້າ. ແຕ່ຖ້າເຈົ້າໃຊ້ພອນສະຫວັນ ແລະ ຄວາມຊ່ຽວຊານຂອງເຈົ້າເພື່ອໂອ້ອວດ, ເພື່ອເປັນພະຍານໃຫ້ກັບຕົນເອງ ແລະ ເພື່ອສ້າງອານາຈັກທີ່ເປັນເອກະລາດ, ບາບຂອງເຈົ້າກໍຈະໃຫຍ່ຫຼວງ ແລະ ເຈົ້າກໍຈະກາຍເປັນຜູ້ກະທຳຜິດຮ້າຍແຮງໃນການຕໍ່ຕ້ານພຣະເຈົ້າ. ພອນສະຫວັນແມ່ນພຣະເຈົ້າປະທານໃຫ້. ຖ້າເຈົ້າບໍ່ສາມາດໃຊ້ພວກມັນເພື່ອປະຕິບັດໜ້າທີ່ຂອງເຈົ້າ ແລະ ເປັນພະຍານໃຫ້ກັບພຣະເຈົ້າ, ເຈົ້າກໍຈະຂາດຈິດສຳນຶກ ແລະ ຂາດເຫດຜົນຫຼາຍເກີນໄປ ແລະ ເຈົ້າກໍຈະເປັນໜີ້ພຣະເຈົ້າຢ່າງຫຼວງຫຼາຍ. ນີ້ຄືຄວາມກະບົດທີ່ຮ້າຍແຮງ! ແຕ່ບໍ່ວ່າເຈົ້າຈະນໍາໃຊ້ພອນສະຫວັນ ແລະ ຄວາມຊ່ຽວຊານຂອງເຈົ້າໄດ້ດີສໍ່າໃດກໍຕາມ, ມັນກໍບໍ່ໄດ້ໝາຍຄວາມວ່າເຈົ້າມີຄວາມເປັນຈິງຄວາມຈິງ. ການປະຕິບັດຄວາມຈິງ ແລະ ການກະທຳຢ່າງມີຫຼັກການໝາຍຄວາມວ່າເຈົ້າມີຄວາມເປັນຈິງຄວາມຈິງ. ພອນສະຫວັນ ແລະ ຄວາມສາມາດພິເສດກໍຍັງເປັນພອນສະຫວັນ ແລະ ຄວາມສາມາດພິເສດຢູ່ສະເໝີ. ພວກມັນບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງ. ບໍ່ວ່າເຈົ້າຈະມີພອນສະຫວັນ ແລະ ຄວາມສາມາດພິເສດຫຼາຍສໍ່າໃດກໍຕາມ ແລະ ບໍ່ວ່າຊື່ສຽງຂອງເຈົ້າຈະສູງສໍ່າໃດ ຫຼື ສະຖານະຂອງເຈົ້າຈະສູງສໍ່າໃດກໍຕາມ, ມັນກໍຈະບໍ່ມີວັນໝາຍຄວາມວ່າເຈົ້າມີຄວາມເປັນຈິງຄວາມຈິງ. ພອນສະຫວັນ ແລະ ຄວາມສາມາດພິເສດຈະບໍ່ມີວັນກາຍເປັນຄວາມຈິງ. ພວກມັນບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງ. ແຕ່ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ຄິດແບບນີ້ ແລະ ມັນກໍແມ່ນສິ່ງເຫຼົ່ານີ້ແທ້ໆທີ່ພວກເຂົາໃຫ້ຄຸນຄ່າຢ່າງຫຼວງຫຼາຍ. ຕົວຢ່າງ: ບາງຄົນມີຄວາມສາມາດພິເສດໃນການສະແດງ. ຫຼັງຈາກທີ່ໄດ້ຮັບບົດບາດຫຼັກໃນຮູບເງົາທີ່ຖ່າຍທຳໃນເຮືອນຂອງພຣະເຈົ້າ, ພວກເຂົາກໍເລີ່ມວາງທ່າ. ແມ່ນແຕ່ມີສາມຄົນມາຊ່ວຍພວກເຂົາແຕ່ງໜ້າກໍຍັງບໍ່ພຽງພໍທີ່ຈະຕອບສະໜອງຄວາມຕ້ອງການຂອງພວກເຂົາໄດ້. ພວກເຂົາເຄີຍເປັນຄົນທຳມະດາ ແຕ່ຕອນນີ້ໃນເມື່ອພວກເຂົາໄດ້ເຊື່ອໃນພຣະເຈົ້າແລ້ວ, ຫຼັງຈາກທີ່ປະຕິບັດໜ້າທີ່ຂອງຕົນໃນຖານະນັກສະແດງ, ພວກເຂົາກໍເລີ່ມວາງທ່າ. ພວກເຂົາບໍ່ໄດ້ກຳລັງຊອກຫາຄວາມຕາຍບໍ? ເຮົາຄິດວ່າພວກເຂົາກຳລັງເຮັດແບບນັ້ນແທ້ໆ! ພວກເຂົາບໍ່ໄດ້ມີຮູບຮ່າງໜ້າຕາພິເສດ ແລະ ທັກສະການສະແດງຂອງພວກເຂົາກໍທຳມະດາ. ພວກເຂົາພຽງແຕ່ເໝາະສົມສຳລັບການສະແດງບາງບົດບາດ, ສະນັ້ນ ພວກເຂົາຈຶ່ງໄດ້ຮັບອີກບົດບາດໜຶ່ງ. ນີ້ບໍ່ແມ່ນການຍ້ອງຍໍພວກເຂົາບໍ? ເມື່ອໄດ້ຮັບໂອກາດໃຫ້ປະຕິບັດໜ້າທີ່ຂອງຕົນ, ພວກເຂົາກໍຍັງວາງທ່າ. ໃນເວລາສະແດງ, ພວກເຂົາສັ່ງຄົນອື່ນໄປທົ່ວເພື່ອຮັບໃຊ້ພວກເຂົາໂດຍການເອົານໍ້າຊາມາໃຫ້ ແລະ ເຫຍ້ນນໍ້າໃຫ້ ເຊິ່ງເຮັດໃຫ້ອ້າຍເອື້ອຍນ້ອງທຸກຄົນທີ່ເຫັນຮູ້ສຶກໃຈຮ້າຍ. ເຮົາເວົ້າວ່າ “ຊໍາລະລ້າງພວກເຂົາອອກໄປ!” ດັ່ງນັ້ນ ຄຣິສຕະຈັກຈຶ່ງຊໍາລະລ້າງພວກເຂົາອອກໄປ. ຄົນເຫຼົ່ານີ້ບໍ່ຄວນຖືກຄັດອອກບໍ? ພວກເຂົາຄິດວ່າຄຣິສຕະຈັກບໍ່ສາມາດສ້າງຮູບເງົາໄດ້ຖ້າບໍ່ມີພວກເຂົາ, ສະນັ້ນ ພວກເຂົາຈຶ່ງກ້າທີ່ຈະວາງທ່າ. ພວກເຂົາບໍ່ໄດ້ຄາດຄິດເຖິງຜົນສະທ້ອນນີ້. ສິ່ງນີ້ຖືກຂັບເຄື່ອນໂດຍທຳມະຊາດຂອງພວກເຂົາ. ຄົນແບບນັ້ນທະນຸຖະໜອມຄວາມຮູ້, ຄວາມສາມາດພິເສດ, ການຮຽນຮູ້ ແລະ ປະສົບການ. ພວກເຂົາໃຫ້ຄວາມສຳຄັນກັບສິ່ງເຫຼົ່ານີ້ຫຼາຍເກີນໄປ ແຕ່ພວກເຂົາພັດບໍ່ສົນໃຈສິ່ງທີ່ລໍ້າຄ່າທີ່ສຸດ ເຊິ່ງນັ້ນກໍຄືຄວາມຈິງ. ພວກເຂົາບໍ່ຮັບຮູ້ວ່າຄວາມຈິງເປັນໃຫຍ່ໃນເຮືອນຂອງພຣະເຈົ້າ. ຖ້າພວກເຂົາບໍ່ໄລ່ຕາມຄວາມຈິງ, ບໍ່ວ່າຄວາມຮູ້ຂອງພວກເຂົາຈະສູງສໍ່າໃດ ຫຼື ວາທະສິນຂອງພວກເຂົາຈະດີສໍ່າໃດກໍຕາມ, ພວກເຂົາກໍຈະບໍ່ສາມາດຢືນຢັດໄດ້. ບໍ່ຊ້າກໍໄວ, ພວກເຂົາກໍຈະຖືກເປີດເຜີຍ ແລະ ຖືກກຳຈັດ. ມັນງ່າຍບໍທີ່ຜູ້ຄົນຈະເຂົ້າໃຈຫຼັກຄຳສອນໜ້ອຍໜຶ່ງນີ້? ຜູ້ທີ່ເຊື່ອໃນພຣະເຈົ້າມາຫຼາຍປີ ແຕ່ບໍ່ສາມາດເບິ່ງທະລຸເຖິງສິ່ງນີ້ໄດ້ ກໍເປັນພຽງຄົນເບົາປັນຍາທີ່ບໍ່ມີຄຸນຄ່າຫຍັງເລີຍ. ຖ້າພວກເຂົາມີເຫດຜົຍຈັກໜ້ອຍ, ພວກເຂົາກໍຈະບໍ່ອວດດີຂະໜາດນັ້ນ. ຄົນແບບນັ້ນຄືມານຮ້າຍ ແລະ ຊາຕານທີ່ທໍລະຍົດຕົນເອງ. ຕອນນີ້, ເຮົາໄດ້ຊີ້ໃຫ້ເຫັນເລື່ອງນີ້ໂດຍກົງ ເພື່ອໃຫ້ພວກເຈົ້າສາມາດເຂົ້າໃຈມັນໄດ້ຢ່າງຊັດເຈນເຊັ່ນກັນ; ເພື່ອໃຫ້ພວກເຈົ້າສາມາດແຍກແຍະເລື່ອງນີ້ໄດ້ໜ້ອຍໜຶ່ງ ແລະ ເບິ່ງທະລຸມັນໄດ້. ຖ້າເຮົາບໍ່ໄດ້ຊີ້ໃຫ້ເຫັນຢ່າງຊັດເຈນ, ພວກເຈົ້າຈະສາມາດແຍກແຍະມັນແບບນີ້ໄດ້ບໍ? ພວກເຈົ້າຈະສາມາດຄັດພວກເຂົາອອກໄດ້ບໍ? ຜູ້ຄົນບໍ່ສາມາດເຫັນບັນຫາໄດ້, ສະນັ້ນ ເຮົາຈຶ່ງຕ້ອງເວົ້າຢ່າງກົງໄປກົງມາ. ຖ້າເຮົາບໍ່ເວົ້າຢ່າງກົງໄປກົງມາ, ບັນຫາກໍຈະບໍ່ສາມາດແກ້ໄຂໄດ້. ການເພິ່ງພາພຽງແຕ່ຫຼັກຄຳສອນສອງສາມຢ່າງທີ່ພວກເຈົ້າເຂົ້າໃຈນັ້ນຈະເຮັດໃຫ້ບໍ່ສາມາດແກ້ໄຂບັນຫາໃດໆໄດ້ເລີຍ.

ຜູ້ຕໍ່ຕ້ານພຣະຄຣິສມັກຈະຄິດຢູ່ສະເໝີວ່າຕົນເອງມີຄວາມສາມາດພິເສດ. ພວກເຂົາຄິດວ່າພວກເຂົາເປັນຜູ້ຮຽນຈົບມະຫາວິທະຍາໄລທີ່ມີຄວາມຮູ້ຢ່າງເລິກເຊິ່ງ ແລະ ຄອບຄອງຄວາມຮູ້ຢ່າງຫຼວງຫຼາຍ. ພວກເຂົາທະນຸຖະໜອມ ແລະ ໃຫ້ຄຸນຄ່າຢ່າງຫຼວງຫຼາຍຕໍ່ຄວາມຮູ້ຂອງພວກເຂົາ ແລະ ທິດສະດີທາງວິນຍານທີ່ພວກເຂົາຮຽນຮູ້ ແລະ ເຖິງຂັ້ນຖືວ່າສິ່ງເຫຼົ່ານີ້ຄືກັບຄວາມຈິງ. ຍິ່ງໄປກວ່ານັ້ນ, ພວກເຂົາມັກຈະນໍາເອົາຄວາມຮູ້ ແລະ ປະສົບການນີ້ທີ່ພວກເຂົາເຊື່ອວ່າຖືກຕ້ອງມາໃຊ້ເພື່ອສັ່ງສອນ, ເຮັດໃຫ້ຫຼົງຜິດ ຫຼື ບີບຄັ້ນຄົນທີ່ຢູ່ອ້ອມຂ້າງພວກເຂົາ. ໂດຍສະເພາະຢ່າງຍິ່ງ, ພວກເຂົາມັກຈະເວົ້າເຖິງອະດີດທີ່ “ຮຸ່ງເຮືອງ” ຂອງພວກເຂົາ ເຊິ່ງພວກເຂົາໃຊ້ເພື່ອໂນ້ມນ້າວ ແລະ ເຮັດໃຫ້ຄົນອື່ນເຊື່ອ ແລະ ເຮັດໃຫ້ພວກເຂົາຍ້ອງຍໍ ແລະ ເຄົາລົບບູຊາພວກເຂົາ. ແລ້ວອະດີດທີ່ “ຮຸ່ງເຮືອງ” ເຫຼົ່ານີ້ຂອງພວກເຂົາແມ່ນຫຍັງ? ພວກເຂົາບາງຄົນຈະເວົ້າວ່າ: “ຂ້ອຍເຄີຍເປັນອາຈານບັນຍາຍຢູ່ມະຫາວິທະຍາໄລ. ນັກສຶກສາຂອງຂ້ອຍທຸກຄົນລ້ວນແຕ່ເປັນນັກສຶກສາປະລິນຍາໂທ ຫຼື ປະລິນຍາເອກ. ທຸກຄັ້ງທີ່ຂ້ອຍບັນຍາຍ, ບໍ່ມີບ່ອນນັ່ງວ່າງແມ່ນແຕ່ບ່ອນດຽວ; ນັກສຶກສາແຕ່ລະຄົນນັ່ງມິດງຽບຢ່າງສິ້ນເຊີງ, ຫຼຽວເບິ່ງຂ້ອຍດ້ວຍສາຍຕາທີ່ເຕັມໄປດ້ວຍຄວາມເຄົາລົບບູຊາ ແລະ ຄວາມຊື່ນຊົມ. ຂ້ອຍບໍ່ຮູ້ສຶກຕື່ນເຕັ້ນເລີຍ. ມັນຈັ່ງແມ່ນຍິ່ງໃຫຍ່ ແລະ ໜ້າປະທັບໃຈຫຼາຍ! ຂ້ອຍເກີດມາພ້ອມກັບຄວາມສາມາດພິເສດ ແລະ ຄວາມກ້າຫານແບບນີ້”. ຄົນອື່ນຈະເວົ້າວ່າ: “ຂ້ອຍຮຽນຂັບລົດຕອນອາຍຸ 14 ປີ. ຕອນນີ້ຂ້ອຍຂັບລົດມາຫຼາຍກວ່າ 40 ປີແລ້ວ ແລະ ທັກສະການຂັບລົດຂອງຂ້ອຍກໍເປັນເລີດ”. ພວກເຂົາໝາຍຄວາມວ່າແນວໃດກັບສິ່ງນີ້? ພວກເຂົາໝາຍຄວາມວ່າ: “ພວກເຈົ້າຫາກໍຂັບລົດໄດ້ພຽງສອງສາມມື້. ພວກເຈົ້າຮູ້ຫຍັງແດ່? ຄົນຂັບລົດທີ່ຊ່ຽວຊານຄືກັບຂ້ອຍໄດ້ຂັບລົດມາຕະຫຼອດຊີວິດ. ຂ້ອຍມີປະສົບການທຸກຮູບແບບ. ໃນອະນາຄົດ, ເຈົ້າຄວນຖາມຂ້ອຍຖ້າມີບາງສິ່ງທີ່ເຈົ້າບໍ່ເຂົ້າໃຈ. ເຈົ້າຕ້ອງຟັງສິ່ງທີ່ຂ້ອຍເວົ້າ”. ເມື່ອພວກເຂົາມີທັກສະບາງຢ່າງ, ຜູ້ຕໍ່ຕ້ານພຣະຄຣິສກໍຄິດວ່າຕົນເອງໜ້າອັດສະຈັນ, ພວກເຂົາເຮັດໃຫ້ຕົນເອງເບິ່ງຄືວ່າລຶກລັບ ແລະ ພວກເຂົາກໍໂອ້ອວດຕົນເອງ ແລະ ເປັນພະຍານໃຫ້ກັບຕົນເອງ, ເຮັດໃຫ້ຄົນອື່ນຍ້ອງຍໍ ແລະ ເຄົາລົບບູຊາພວກເຂົາ. ເມື່ອຄົນປະເພດນີ້ມີຈຸດແຂງ ຫຼື ພອນສະຫວັນໜ້ອຍໜຶ່ງ, ມັນກໍເຮັດໃຫ້ພວກເຂົາຄິດວ່າພວກເຂົາດີກວ່າຄົນອື່ນ ແລະ ປາຖະໜາທີ່ຈະນໍາພາຄົນເຫຼົ່ານັ້ນ. ເມື່ອຄົນອື່ນມາຫາພວກເຂົາເພື່ອຂໍຄຳຕອບ, ຜູ້ຕໍ່ຕ້ານພຣະຄຣິສກໍສັ່ງສອນພວກເຂົາຈາກບ່ອນທີ່ສູງສົ່ງ ແລະ ຖ້າຄົນເຫຼົ່ານັ້ນຍັງບໍ່ເຂົ້າໃຈໃນພາຍຫຼັງ, ພວກເຂົາກໍພຽງແຕ່ໂຍນຄວາມຜິດໃຫ້ກັບການທີ່ຄົນເຫຼົ່ານັ້ນມີຄວາມສາມາດຕໍ່າ ເຖິງແມ່ນວ່າໃນຄວາມເປັນຈິງແລ້ວ ມັນແມ່ນຕົວຜູ້ຕໍ່ຕ້ານພຣະຄຣິສເອງທີ່ບໍ່ໄດ້ໃຫ້ຄຳອະທິບາຍທີ່ຊັດເຈນ. ຕົວຢ່າງ: ເມື່ອເຫັນວ່າຄົນໃດໜຶ່ງບໍ່ສາມາດສ້ອມແປງເຄື່ອງຈັກທີ່ເພໄດ້, ຜູ້ຕໍ່ຕ້ານພຣະຄຣິສກໍຈະເວົ້າວ່າ: “ເຈົ້າຍັງບໍ່ຮູ້ວິທີເຮັດສິ່ງນີ້ໄດ້ແນວໃດ? ຂ້ອຍບໍ່ໄດ້ບອກເຈົ້າແລ້ວບໍວ່າຕ້ອງເຮັດແນວໃດ? ຂ້ອຍອະທິບາຍຢ່າງຊັດເຈນແລ້ວ ແຕ່ເຈົ້າກໍຍັງບໍ່ເຂົ້າໃຈ. ເຈົ້າມີຄວາມສາມາດຕໍ່າແທ້ໆ. ເຈົ້າບໍ່ສາມາດຮຽນຮູ້ທຸກຄັ້ງທີ່ຂ້ອຍສອນເຈົ້າວ່າຕ້ອງເຮັດສິ່ງນີ້ແນວໃດ”. ແຕ່ເມື່ອຄົນນັ້ນຂໍໃຫ້ພວກເຂົາສ້ອມແປງເຄື່ອງຈັກ, ພວກເຂົາກໍຈະເບິ່ງມັນເປັນເວລາດົນນານຫຼາຍ ແລະ ກໍບໍ່ຮູ້ວິທີສ້ອມແປງມັນເຊັ່ນກັນ ແລະ ພວກເຂົາເຖິງຂັ້ນຈະປິດບັງຄວາມຈິງທີ່ວ່າພວກເຂົາບໍ່ຮູ້ວິທີສ້ອມແປງມັນຈາກຄົນນັ້ນ. ຫຼັງຈາກທີ່ໄລ່ຄົນນັ້ນໄປແລ້ວ, ຜູ້ຕໍ່ຕ້ານພຣະຄຣິສກໍຈະຄົ້ນຄວ້າຢ່າງລັບໆ ແລະ ພະຍາຍາມຫາວິທີສ້ອມແປງເຄື່ອງຈັກ ແຕ່ພວກເຂົາກໍຍັງຈະບໍ່ສາມາດສ້ອມແປງມັນໄດ້. ໃນທີ່ສຸດ ພວກເຂົາກໍຈະມ້າງເຄື່ອງຈັກອອກ, ເຮັດໃຫ້ມັນເປ່ເພໄປໝົດ ແລະ ບໍ່ສາມາດປະກອບມັນກັບຄືນໄດ້ອີກ. ຈາກນັ້ນ, ຍ້ອນຢ້ານວ່າຄົນອື່ນຈະເຫັນສິ່ງນີ້, ພວກເຂົາກໍຈະເອົາຊິ້ນສ່ວນຕ່າງໆໄປເຊື່ອງໄວ້. ການທີ່ບໍ່ຮູ້ວິທີເຮັດບາງສິ່ງເປັນເລື່ອງທີ່ໜ້າອັບອາຍບໍ? ມີໃຜແດ່ທີ່ສາມາດເຮັດໄດ້ທຸກຢ່າງ? ບໍ່ມີຫຍັງໜ້າອັບອາຍໃນການທີ່ບໍ່ຮູ້ວິທີເຮັດບາງສິ່ງ. ຢ່າລືມວ່າເຈົ້າເປັນພຽງຄົນທຳມະດາ. ບໍ່ມີໃຜຍ້ອງຍໍເຈົ້າ ຫຼື ເຄົາລົບບູຊາເຈົ້າ. ຄົນທຳມະດາກໍເປັນພຽງສິ່ງນັ້ນ: ຄົນທຳມະດາ. ຖ້າເຈົ້າບໍ່ຮູ້ວິທີເຮັດບາງສິ່ງ, ກໍພຽງແຕ່ບອກວ່າເຈົ້າບໍ່ຮູ້ວິທີເຮັດມັນ. ເປັນຫຍັງເຈົ້າຈຶ່ງພະຍາຍາມອໍາພາງຕົນ? ຜູ້ຄົນຈະຮູ້ສຶກລັງກຽດເຈົ້າ ຖ້າເຈົ້າອໍາພາງຕົນຢູ່ສະເໝີ. ບໍ່ຊ້າກໍໄວ, ເຈົ້າກໍຈະເປີດເຜີຍທາດແທ້ຂອງຕົນເອງ ແລະ ໃນເວລານັ້ນ, ເຈົ້າກໍຈະສູນເສຍກຽດສັກສີ ແລະ ຄວາມຊື່ສັດຂອງເຈົ້າ. ນີ້ຄືອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາຄິດວ່າຕົນເອງເປັນຜູ້ທີ່ຮູ້ທຸກຢ່າງຢູ່ສະເໝີ, ເປັນຄົນທີ່ສາມາດເຮັດໄດ້ທຸກຢ່າງ, ເປັນຜູ້ທີ່ມີຄວາມສາມາດ ແລະ ເກັ່ງກ້າໃນທຸກສິ່ງ. ສິ່ງນີ້ຈະບໍ່ເຮັດໃຫ້ພວກເຂົາພົບກັບບັນຫາບໍ? ພວກເຂົາຈະເຮັດແນວໃດ ຖ້າພວກເຂົາມີທັດສະນະຄະຕິທີ່ຊື່ສັດ? ພວກເຂົາຈະເວົ້າວ່າ: “ຂ້ອຍບໍ່ຊ່ຽວຊານໃນທັກສະທາງເຕັກນິກນີ້; ຂ້ອຍພຽງແຕ່ມີປະສົບການໜ້ອຍໜຶ່ງ. ຂ້ອຍໄດ້ນໍາໃຊ້ທຸກສິ່ງທີ່ຂ້ອຍຮູ້ແລ້ວ ແຕ່ຂ້ອຍບໍ່ເຂົ້າໃຈບັນຫາໃໝ່ໆເຫຼົ່ານີ້ທີ່ພວກເຮົາກຳລັງຜະເຊີນຢູ່. ສະນັ້ນ, ພວກເຮົາຕ້ອງຮຽນຮູ້ຄວາມຮູ້ທາງວິຊາຊີບບາງຢ່າງ ຖ້າພວກເຮົາປາຖະໜາທີ່ຈະປະຕິບັດໜ້າທີ່ຂອງພວກເຮົາໃຫ້ດີ. ການກຳແໜ້ນຄວາມຮູ້ທາງວິຊາຊີບຈະຊ່ວຍໃຫ້ພວກເຮົາສາມາດປະຕິບັດໜ້າທີ່ຂອງພວກເຮົາໄດ້ຢ່າງມີປະສິດທິຜົນ. ພຣະເຈົ້າໄດ້ຝາກຝັງໜ້າທີ່ນີ້ໃຫ້ກັບພວກເຮົາ, ສະນັ້ນ ພວກເຮົາຈຶ່ງມີຄວາມຮັບຜິດຊອບທີ່ຈະເຮັດມັນໃຫ້ດີ. ພວກເຮົາຄວນໄປຮຽນຮູ້ຄວາມຮູ້ທາງວິຊາຊີບນີ້ ໂດຍອີງໃສ່ທັດສະນະຄະຕິໃນການຮັບຜິດຊອບຕໍ່ໜ້າທີ່ຂອງພວກເຮົາ”. ນີ້ຄືການປະຕິບັດຄວາມຈິງ. ຄົນທີ່ມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສຈະບໍ່ເຮັດສິ່ງນີ້. ຖ້າຄົນໃດໜຶ່ງມີເຫດຜົນຈັກໜ້ອຍ, ພວກເຂົາກໍຈະເວົ້າວ່າ: “ຂ້ອຍຮູ້ພຽງເທົ່ານີ້. ເຈົ້າບໍ່ຈຳເປັນຕ້ອງຍ້ອງຍໍຂ້ອຍ ແລະ ຂ້ອຍກໍບໍ່ຈຳເປັນຕ້ອງວາງທ່າ, ນັ້ນຈະບໍ່ເຮັດໃຫ້ສິ່ງຕ່າງໆງ່າຍຂຶ້ນບໍ? ມັນເປັນຕາທຸກໃຈທີ່ຕ້ອງອໍາພາງຕົນຢູ່ສະເໝີ. ຖ້າມີບາງສິ່ງທີ່ພວກເຮົາບໍ່ຮູ້, ພວກເຮົາກໍສາມາດຮຽນຮູ້ມັນນຳກັນ ແລ້ວຮ່ວມມືກັນຢ່າງສາມັກຄີເພື່ອປະຕິບັດໜ້າທີ່ຂອງພວກເຮົາໃຫ້ດີ. ພວກເຮົາຕ້ອງມີທັດສະນະຄະຕິທີ່ມີຄວາມຮັບຜິດຊອບ”. ເມື່ອເຫັນສິ່ງນີ້, ຜູ້ຄົນກໍຈະຄິດວ່າ “ຄົນຜູ້ນີ້ດີກວ່າພວກເຮົາ; ເມື່ອພວກເຂົາພົບກັບບັນຫາ, ພວກເຂົາບໍ່ໄດ້ບັງຄັບຕົນເອງໃຫ້ເກີນຂີດຈຳກັດຢ່າງຫຼັບຫູຫຼັບຕາ ແລະ ທັງບໍ່ໄດ້ໂຍນມັນໃຫ້ຄົນອື່ນ ຫຼື ຫຼີກລ່ຽງຄວາມຮັບຜິດຊອບ. ແຕ່ພວກເຂົາພັດຮັບເອົາມັນໄວ້ເອງ ແລະ ຈັດການກັບມັນດ້ວຍທັດສະນະຄະຕິທີ່ຈິງຈັງ ແລະ ມີຄວາມຮັບຜິດຊອບ. ນີ້ຄືຄົນດີທີ່ຈິງຈັງ ແລະ ມີຄວາມຮັບຜິດຊອບຕໍ່ວຽກງານ ແລະ ໜ້າທີ່ຂອງພວກເຂົາ. ພວກເຂົາເປັນຕາໄວ້ວາງໃຈ. ເຮືອນຂອງພຣະເຈົ້າເຮັດຖືກແລ້ວທີ່ໄດ້ຝາກຝັງໜ້າທີ່ສຳຄັນນີ້ໃຫ້ກັບພວກເຂົາ. ພຣະເຈົ້າກວດສອບສ່ວນເລິກຂອງຈິດໃຈຜູ້ຄົນຢ່າງແທ້ຈິງ!” ໂດຍການປະຕິບັດໜ້າທີ່ຂອງຕົນດ້ວຍວິທີນີ້, ພວກເຂົາກໍຈະພັດທະນາທັກສະຂອງພວກເຂົາ ແລະ ໄດ້ຮັບການຍອມຮັບຈາກທຸກຄົນ. ການຮັບຮອງນີ້ເກີດຂຶ້ນໄດ້ແນວໃດ? ກ່ອນອື່ນໝົດ, ພວກເຂົາກຳລັງຈັດການກັບໜ້າທີ່ຂອງຕົນດ້ວຍທັດສະນະຄະຕິທີ່ຈິງຈັງ ແລະ ມີຄວາມຮັບຜິດຊອບ; ຢ່າງທີສອງ, ພວກເຂົາສາມາດເປັນຄົນຊື່ສັດ ແລະ ພວກເຂົາມີທັດສະນະຄະຕິທີ່ສໍາພັນກັບຊີວິດຈິງ ແລະ ມັກຮຽນຮູ້; ຢ່າງທີສາມ, ບໍ່ສາມາດປະຕິເສດໄດ້ວ່າພວກເຂົາມີການນໍາພາ ແລະ ຄວາມຮູ້ແຈ້ງຂອງພຣະວິນຍານບໍລິສຸດ. ຄົນແບບນັ້ນມີພອນຂອງພຣະເຈົ້າ; ນີ້ຄືສິ່ງທີ່ຄົນທີ່ມີຄວາມສຳນຶກ ແລະ ເຫດຜົນສາມາດບັນລຸໄດ້. ເຖິງແມ່ນວ່າພວກເຂົາຈະມີອຸປະນິໄສທີ່ເສື່ອມຊາມ, ຂໍ້ບົກພ່ອງ ແລະ ຄວາມຂາດເຂີນ ແລະ ພວກເຂົາບໍ່ຮູ້ວິທີເຮັດຫຼາຍສິ່ງຫຼາຍຢ່າງກໍຕາມ, ພວກເຂົາກໍຍັງຢູ່ໃນເສັ້ນທາງແຫ່ງການປະຕິບັດທີ່ຖືກຕ້ອງ. ພວກເຂົາບໍ່ອໍາພາງຕົນ ຫຼື ຫຼອກລວງ; ພວກເຂົາມີທັດສະນະຄະຕິທີ່ຈິງຈັງ ແລະ ມີຄວາມຮັບຜິດຊອບຕໍ່ໜ້າທີ່ຂອງຕົນ ແລະ ມີທັດສະນະຄະຕິທີ່ປາຖະໜາ ແລະ ເຄົາລົບນັບຖືຕໍ່ຄວາມຈິງ. ຜູ້ຕໍ່ຕ້ານພຣະຄຣິສຈະບໍ່ມີວັນສາມາດເຮັດສິ່ງເຫຼົ່ານີ້ໄດ້ ເພາະວິທີຄິດຂອງພວກເຂົາຈະແຕກຕ່າງຈາກຜູ້ທີ່ຮັກ ແລະ ໄລ່ຕາມຄວາມຈິງຢູ່ສະເໝີ. ເປັນຫຍັງພວກເຂົາຈຶ່ງຄິດແຕກຕ່າງ? ເພາະວ່າທຳມະຊາດຂອງຊາຕານມີຢູ່ໃນຕົວພວກເຂົາ; ພວກເຂົາດຳລົງຊີວິດດ້ວຍອຸປະນິໄສແບບຊາຕານ ແລະ ໄລ່ຕາມຊື່ສຽງ ແລະ ສະຖານະຢູ່ສະເໝີ ແລະ ປາຖະໜາຢ່າງຕໍ່ເນື່ອງທີ່ຈະບັນລຸເປົ້າໝາຍຂອງພວກເຂົາໃນການກຳອຳນາດ. ພວກເຂົາມັກຈະສະແຫວງຫາການໃຊ້ວິທີການຕ່າງໆເພື່ອມີສ່ວນຮ່ວມໃນແຜນການທີ່ຊົ່ວຮ້າຍ ແລະ ກົນອຸບາຍ, ເຮັດໃຫ້ຜູ້ຄົນຫຼົງຜິດດ້ວຍທຸກວິທີທາງ ເພື່ອໃຫ້ເຄົາລົບບູຊາ ແລະ ຕິດຕາມພວກເຂົາ. ສະນັ້ນ, ເພື່ອຕົບຕາຜູ້ຄົນ, ພວກເຂົາຈຶ່ງຊອກຫາທຸກວິທີທາງເພື່ອອໍາພາງຕົນ, ໃຊ້ກົນອຸບາຍ, ຂີ້ຕົວະ ແລະ ຫຼອກລວງ ເພື່ອເຮັດໃຫ້ຄົນອື່ນເຊື່ອວ່າພວກເຂົາຖືກຕ້ອງໃນທຸກສິ່ງ, ວ່າພວກເຂົາມີຄວາມສາມາດໃນທຸກສິ່ງ ແລະ ວ່າພວກເຂົາສາມາດເຮັດໄດ້ທຸກຢ່າງ; ວ່າພວກເຂົາສະຫຼາດກວ່າຄົນອື່ນ, ວ່າພວກເຂົາມີສະຕິປັນຍາຫຼາຍກວ່າຄົນອື່ນ, ວ່າພວກເຂົາເຂົ້າໃຈຫຼາຍກວ່າຄົນອື່ນ; ວ່າພວກເຂົາດີກວ່າຄົນອື່ນໃນທຸກສິ່ງ ແລະ ວ່າພວກເຂົາເໜືອກວ່າຄົນອື່ນໃນທຸກດ້ານ, ເຖິງຂັ້ນວ່າພວກເຂົາເປັນຄົນທີ່ດີທີ່ສຸດໃນທຸກກຸ່ມ. ພວກເຂົາມີຄວາມຕ້ອງການແບບນັ້ນ; ນີ້ຄືອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ. ດັ່ງນັ້ນ, ພວກເຂົາຈຶ່ງຮຽນຮູ້ທີ່ຈະທຳທ່າເປັນໃນສິ່ງທີ່ພວກເຂົາບໍ່ໄດ້ເປັນ, ເຊິ່ງກໍ່ໃຫ້ເກີດການປະຕິບັດ ແລະ ການສະແດງອອກຕ່າງໆເຫຼົ່ານີ້ແຕ່ລະຢ່າງ.

ລອງຄິດເບິ່ງ: ຄົນທີ່ມັກທຳທ່າເປັນໃນສິ່ງທີ່ພວກເຂົາບໍ່ໄດ້ເປັນນັ້ນ ມີອຸປະນິໄສປະເພດໃດ? ພວກເຂົາທຳທ່າເປັນຫຍັງ? ພວກເຂົາບໍ່ໄດ້ທຳທ່າເປັນມານຮ້າຍ ຫຼື ບຸກຄົນທີ່ມີຄວາມເປັນລົບ; ພວກເຂົາທຳທ່າເປັນບາງສິ່ງທີ່ສູງສົ່ງ, ດີ, ງົດງາມ ແລະ ມີເມດຕາ, ເປັນບາງສິ່ງທີ່ຜູ້ຄົນຍ້ອງຍໍ ແລະ ຊື່ນຊົມ. ພວກເຂົາທຳທ່າເປັນສິ່ງເຫຼົ່ານີ້ທີ່ຜູ້ຄົນສັນລະເສີນ ຫຼື ຮັບຮອງ. ພວກເຂົາທຳທ່າວ່າຮູ້ ແລະ ເຂົ້າໃຈທຸກສິ່ງ; ພວກເຂົາທຳທ່າວ່າຄອບຄອງຄວາມຈິງ, ເປັນບຸກຄົນທີ່ມີຄວາມເປັນບວກ ແລະ ເປັນຄວາມເປັນຈິງຄວາມຈິງ. ນີ້ບໍ່ແມ່ນການຊອກຫາຄວາມພິນາດຂອງຕົນເອງບໍ? ພວກເຂົາມີຄວາມເປັນຈິງນັ້ນບໍ? ພວກເຂົາມີແກ່ນແທ້ນັ້ນບໍ? ບໍ່ມີ. ມັນເປັນເພາະວ່າພວກເຂົາບໍ່ມີແທ້ໆ ພວກເຂົາຈຶ່ງຖືກກ່າວວ່າກຳລັງທຳທ່າ. ສະນັ້ນ, ຈະມີໃຜເວົ້າບໍວ່າພວກເຂົາເປັນຮູບກາຍຂອງຄວາມຈິງ ເພາະວ່າພວກເຂົາຄອບຄອງຄວາມເປັນຈິງຄວາມຈິງ? ຄຳເວົ້ານີ້ຟັງຂຶ້ນບໍ? (ບໍ່, ມັນຟັງບໍ່ຂຶ້ນ.) ເຖິງແມ່ນວ່າເຈົ້າຈະຄອບຄອງຄວາມເປັນຈິງຄວາມຈິງບາງຢ່າງກໍຕາມ, ເຈົ້າກໍບໍ່ມີທາງເປັນຮູບກາຍຂອງຄວາມຈິງໄດ້. ສະນັ້ນ, ໃຜກໍຕາມທີ່ທຳທ່າເປັນຮູບກາຍຂອງຄວາມຈິງກໍຄືບຸກຄົນທີ່ອວດດີ ແລະ ເປັນປະເພດທີ່ໄຮ້ສາລະ! ຄົນທີ່ຄອບຄອງຄວາມເປັນຈິງຄວາມຈິງພຽງໜ້ອຍໜຶ່ງ ແຕ່ກ້າທີ່ຈະທຳທ່າເປັນຮູບກາຍຂອງຄວາມຈິງນັ້ນ ກໍຄືກັບນໍ້າພຽງຢອດດຽວທີ່ອ້າງວ່າເປັນທະເລທີ່ກວ້າງໃຫຍ່ໄພສານ. ນີ້ບໍ່ແມ່ນຈຸດສູງສຸດຂອງຄວາມອວດດີບໍ? ນີ້ບໍ່ແມ່ນຄວາມໜ້າດ້ານຢ່າງບໍ່ມີຢາງອາຍບໍ? ສຳລັບຄົນທີ່ຈະທຳທ່າເປັນຮູບກາຍຂອງຄວາມຈິງ, ພວກເຂົາຕ້ອງມີຕົ້ນທຶນທີ່ຈະເຮັດແບບນັ້ນ. ແລ້ວຜູ້ຕໍ່ຕ້ານພຣະຄຣິສໃຊ້ຫຍັງເພື່ອທຳທ່າເປັນຮູບກາຍຂອງຄວາມຈິງ? ມັນກໍຄືສິ່ງເຫຼົ່ານັ້ນທີ່ເຮົາຫາກໍກ່າວເຖິງ ເຊິ່ງນັ້ນກໍຄື ຄວາມຮູ້, ປະສົບການ ແລະ ບົດຮຽນ. ສິ່ງນີ້ລວມເຖິງທັກສະພິເສດ ແລະ ຄວາມສາມາດພິເສດທີ່ຜູ້ຄົນໄດ້ຮັບຜ່ານການຮຽນຮູ້ ພ້ອມທັງພອນສະຫວັນທີ່ເກີດມາພ້ອມພວກເຂົາ. ບາງຄົນມີພອນສະຫວັນໃນການເວົ້າພາສາແປກໆ ໃນຂະນະທີ່ຄົນອື່ນມີພອນສະຫວັນ ຫຼື ວາທະສິນໃນການເທດສະໜາ. ຄົນອື່ນໆໄດ້ຮຽນຮູ້ ຫຼື ຊ່ຽວຊານໃນທັກສະທາງວິຊາຊີບພິເສດບາງຢ່າງ. ຕົວຢ່າງ: ບາງຄົນໂດດເດັ່ນເປັນພິເສດໃນດ້ານການເຕັ້ນ, ດົນຕີ, ສິລະປະກຳ, ພາສາ ຫຼື ວັນນະຄະດີ; ໃນຂະນະທີ່ຄົນອື່ນຊ່ຽວຊານດ້ານການເມືອງ ເຊິ່ງໝາຍຄວາມວ່າພວກເຂົາເກັ່ງເປັນພິເສດໃນການບົງການຜູ້ຄົນ, ວ່າພວກເຂົາເປັນເລີດດ້ານການທູດ ແລະ ອື່ນໆ. ສະຫຼຸບແລ້ວ, ສິ່ງນີ້ລວມເຖິງຄົນທີ່ມີຄວາມສາມາດພິເສດຈາກທຸກສາຂາອາຊີບ. ຄົນເຫຼົ່ານີ້ທີ່ມີຄວາມສາມາດພິເສດ ຫຼື ພອນສະຫວັນອາດຈະບໍ່ຈຳເປັນຕ້ອງມີສະຖານະໃດໜຶ່ງ ຫຼື ອາຊີບທີ່ໝັ້ນຄົງໃນສັງຄົມ. ບາງຄົນອາໄສຢູ່ໃນສະຖານທີ່ນ້ອຍໆ ແຕ່ພວກເຂົາສາມາດເວົ້າກ່ຽວກັບເລື່ອງຕ່າງໆຢ່າງກວ້າງຂວາງຕັ້ງແຕ່ອະດີດຈົນເຖິງປັດຈຸບັນໄດ້ຢ່າງຊັດເຈນ ແລະ ມີເຫດຜົນ ແລະ ໃນລັກສະນະທີ່ມີວາທະສິນເປັນພິເສດ. ຖ້າຄົນທີ່ມີຄວາມສາມາດພິເສດເຫຼົ່ານີ້ມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາຈະບໍ່ພໍໃຈກັບສິ່ງທີ່ເປັນຢູ່ເມື່ອພວກເຂົາມາທີ່ເຮືອນຂອງພຣະເຈົ້າ; ພວກເຂົາຈະມີຄວາມທະເຍີທະຍານ ແລະ ຄວາມປາຖະໜາບາງຢ່າງ ແລະ ພວກເຂົາກໍຈະຄ່ອຍໆຖືກເປີດເຜີຍ.

ກ່ຽວກັບຂໍ້ຂອງຜູ້ຕໍ່ຕ້ານພຣະຄຣິສທີ່ທໍາທ່າເປັນຮູບກາຍຂອງຄວາມຈິງ ເມື່ອພວກເຂົາໄດ້ຮັບປະສົບການ ແລະ ຄວາມຮູ້ພຽງໜ້ອຍໜຶ່ງ ແລະ ໄດ້ຮຽນຮູ້ບົດຮຽນບາງຢ່າງນັ້ນ, ພວກເຮົາຫາກໍໄດ້ສົນທະນາກ່ຽວກັບຂອບເຂດຂອງຄວາມຮູ້, ປະສົບການ ແລະ ບົດຮຽນດັ່ງກ່າວ. ແລ້ວຈຸດສຸມຂອງການສົນທະນານີ້ແມ່ນຫຍັງ? (ການທຳທ່າ.) ຖືກຕ້ອງ. ຈຸດສຳຄັນກໍຄືຜູ້ຕໍ່ຕ້ານພຣະຄຣິສທຳທ່າເປັນຮູບກາຍຂອງຄວາມຈິງ. ຄວາມຮູ້, ປະສົບການ, ບົດຮຽນ, ບໍ່ມີສິ່ງໃດໃນສິ່ງເຫຼົ່ານີ້ທີ່ເປັນຄວາມຈິງ; ພວກມັນບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງຢ່າງເດັດຂາດ. ສິ່ງເຫຼົ່ານີ້ເຖິງຂັ້ນຂັດກັບຄວາມຈິງ ແລະ ຖືກປະນາມໂດຍພຣະເຈົ້າ. ຍົກຕົວຢ່າງຄວາມຮູ້, ປະຫວັດສາດນັບວ່າເປັນຄວາມຮູ້ຮູບແບບໜຶ່ງບໍ? (ແມ່ນແລ້ວ.) ຄວາມຮູ້ ແລະ ປຶ້ມປະຫວັດສາດກ່ຽວກັບປະຫວັດສາດຂອງມະນຸດ, ປະຫວັດສາດຂອງບາງປະເທດ ຫຼື ບາງຊົນເຜົ່າ, ປະຫວັດສາດສະໄໝໃໝ່, ປະຫວັດສາດສະໄໝບູຮານ ຫຼື ແມ່ນແຕ່ປະຫວັດສາດທີ່ບໍ່ເປັນທາງການບາງຢ່າງນັ້ນ ເກີດຂຶ້ນມາໄດ້ແນວໃດ? (ພວກມັນຖືກຂຽນຂຶ້ນໂດຍມະນຸດ.) ສະນັ້ນ, ສິ່ງທີ່ຂຽນຂຶ້ນໂດຍມະນຸດນັ້ນສອດຄ່ອງກັບປະຫວັດສາດທີ່ແທ້ຈິງບໍ? ແນວຄິດ ແລະ ມຸມມອງຂອງຜູ້ຄົນບໍ່ໄດ້ຂັດແຍ່ງກັບຫຼັກການ, ວິທີການ ແລະ ແນວທາງໃນການກະທຳຂອງພຣະເຈົ້າບໍ? ຄຳເວົ້າເຫຼົ່ານີ້ທີ່ກ່າວໂດຍມະນຸດກ່ຽວຂ້ອງກັບປະຫວັດສາດທີ່ແທ້ຈິງບໍ? (ບໍ່.) ບໍ່ມີຄວາມກ່ຽວຂ້ອງກັນເລີຍ. ດັ່ງນັ້ນ, ບໍ່ວ່າບັນທຶກທີ່ຢູ່ໃນປຶ້ມປະຫວັດສາດຈະຖືກຕ້ອງສໍ່າໃດກໍຕາມ, ພວກມັນກໍເປັນພຽງຄວາມຮູ້ເທົ່ານັ້ນ. ບໍ່ວ່ານັກປະຫວັດສາດເຫຼົ່ານັ້ນຈະມີວາທະສິນດີສໍ່າໃດກໍຕາມ ແລະ ບໍ່ວ່າພວກເຂົາຈະເລົ່າປະຫວັດສາດເຫຼົ່ານີ້ຢ່າງມີເຫດຜົນ ແລະ ຊັດເຈນສໍ່າໃດກໍຕາມ, ຂໍ້ສະຫຼຸບທີ່ເຈົ້າຈະໄດ້ຮັບຫຼັງຈາກທີ່ຟັງພວກເຂົາແມ່ນຫຍັງ? (ພວກເຮົາຈະຮູ້ເຖິງເຫດການເຫຼົ່ານັ້ນ.) ແມ່ນແລ້ວ, ເຈົ້າຈະຮູ້ເຖິງເຫດການເຫຼົ່ານັ້ນ. ແຕ່ພວກເຂົາກຳລັງເລົ່າປະຫວັດສາດເຫຼົ່ານີ້ພຽງເພື່ອຈຸດປະສົງໃນການແຈ້ງໃຫ້ເຈົ້າຮູ້ກ່ຽວກັບເຫດການເຫຼົ່ານັ້ນບໍ? ພວກເຂົາມີແນວຄິດບາງຢ່າງທີ່ພວກເຂົາປາຖະໜາທີ່ຈະຍັດຍຽດໃຫ້ກັບເຈົ້າ. ແລ້ວຈຸດສຸມຂອງການຍັດຍຽດຂອງພວກເຂົາແມ່ນຫຍັງ? ນີ້ຄືສິ່ງທີ່ພວກເຮົາຈຳເປັນຕ້ອງວິເຄາະ ແລະ ໄຈ້ແຍກ. ໃຫ້ເຮົາຍົກຕົວຢ່າງ ເພື່ອພວກເຈົ້າຈະໄດ້ເຂົ້າໃຈວ່າສິ່ງທີ່ພວກເຂົາປາຖະໜາທີ່ຈະຍັດຍຽດໃຫ້ກັບຜູ້ຄົນນັ້ນແມ່ນຫຍັງ. ຫຼັງຈາກທີ່ທົບທວນປະຫວັດສາດຕັ້ງແຕ່ສະໄໝບູຮານຈົນເຖິງປັດຈຸບັນ, ໃນທີ່ສຸດ ຜູ້ຄົນກໍໄດ້ຄິດຄຳເວົ້າໜຶ່ງຂຶ້ນມາ; ພວກເຂົາໄດ້ສັງເກດເຫັນຄວາມຈິງໜຶ່ງຈາກປະຫວັດສາດຂອງມະນຸດ ເຊິ່ງນັ້ນກໍຄື: “ຜູ້ຊະນະໄດ້ເປັນກະສັດ ໃນຂະນະທີ່ຜູ້ປະລາໄຊກາຍເປັນໂຈນ”. ນີ້ແມ່ນຄວາມຮູ້ບໍ? (ແມ່ນແລ້ວ.) ຄວາມຮູ້ນີ້ມາຈາກຂໍ້ເທັດຈິງທາງປະຫວັດສາດ. ຄຳເວົ້ານີ້ມີຫຍັງກ່ຽວຂ້ອງກັບວິທີການ ແລະ ແນວທາງທີ່ພຣະເຈົ້າມີອຳນາດສູງສຸດເໜືອທຸກສິ່ງບໍ? (ບໍ່.) ໃນຄວາມເປັນຈິງແລ້ວ, ມັນກົງກັນຂ້າມ; ມັນຂັດແຍ່ງ ແລະ ຂັດກັບສິ່ງເຫຼົ່ານັ້ນ. ສະນັ້ນ, ເຈົ້າໄດ້ຖືກຍັດຍຽດດ້ວຍຄຳເວົ້ານີ້ ແລະ ຖ້າເຈົ້າບໍ່ເຂົ້າໃຈຄວາມຈິງ ຫຼື ຖ້າເຈົ້າເປັນຜູ້ບໍ່ມີຄວາມເຊື່ອ, ເຈົ້າອາດຈະຄິດແນວໃດຫຼັງຈາກທີ່ໄດ້ຍິນມັນ? ເຈົ້າຈະຮັບຮູ້ຄຳເວົ້ານີ້ແນວໃດ? ກ່ອນອື່ນໝົດ, ນັກປະຫວັດສາດ ຫຼື ປຶ້ມປະຫວັດສາດເຫຼົ່ານີ້ໄດ້ຂຽນລາຍການເຫດການປະເພດນີ້ທັງໝົດອອກມາ ໂດຍໃຊ້ຫຼັກຖານ ແລະ ເຫດການທາງປະຫວັດສາດທີ່ພຽງພໍເພື່ອຢັ້ງຢືນຄວາມຖືກຕ້ອງຂອງຄຳເວົ້ານີ້. ໃນຕອນທຳອິດ, ເຈົ້າອາດຈະພຽງແຕ່ໄດ້ຮຽນຮູ້ຄຳເວົ້ານີ້ຈາກປຶ້ມ ແລະ ພຽງແຕ່ຮູ້ເຖິງຕົວຄຳເວົ້ານັ້ນເອງ. ເຈົ້າອາດຈະເຂົ້າໃຈມັນພຽງແຕ່ໃນລະດັບໜຶ່ງ ຫຼື ໃນຂອບເຂດໃດໜຶ່ງເທົ່ານັ້ນ ຈົນກວ່າເຈົ້າຈະຮັບຮູ້ເຖິງເຫດການເຫຼົ່ານີ້. ແຕ່ເມື່ອເຈົ້າໄດ້ຍິນຂໍ້ເທັດຈິງທາງປະຫວັດສາດເຫຼົ່ານີ້, ການຮັບຮູ້ ແລະ ການຍອມຮັບຄຳເວົ້ານີ້ຂອງເຈົ້າກໍຈະເລິກເຊິ່ງຂຶ້ນ. ເຈົ້າຈະບໍ່ມີທາງເວົ້າຢ່າງເດັດຂາດວ່າ “ບາງສິ່ງກໍບໍ່ໄດ້ເປັນແບບນັ້ນ”. ແຕ່ເຈົ້າຈະເວົ້າວ່າ “ມັນກໍເປັນແບບນັ້ນ; ເມື່ອເບິ່ງປະຫວັດສາດຕັ້ງແຕ່ສະໄໝບູຮານຈົນເຖິງປັດຈຸບັນ, ມະນຸດຊາດກໍໄດ້ພັດທະນາມາໃນລັກສະນະນີ້. ຜູ້ຊະນະໄດ້ເປັນກະສັດ ໃນຂະນະທີ່ຜູ້ປະລາໄຊກາຍເປັນໂຈນ!” ເມື່ອເຈົ້າຮັບຮູ້ເລື່ອງນີ້ໃນລັກສະນະດັ່ງກ່າວ, ເຈົ້າຈະມີມຸມມອງ ແລະ ທັດສະນະຄະຕິແນວໃດຕໍ່ການປະພຶດຕົນຂອງເຈົ້າ, ອາຊີບຂອງເຈົ້າ ແລະ ຊີວິດປະຈຳວັນຂອງເຈົ້າ ພ້ອມທັງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຢູ່ອ້ອມຂ້າງເຈົ້າ? ການຮັບຮູ້ດັ່ງກ່າວຈະປ່ຽນແປງທັດສະນະຄະຕິຂອງເຈົ້າບໍ? (ແມ່ນແລ້ວ.) ເໜືອສິ່ງອື່ນໃດ, ມັນຈະປ່ຽນແປງຢ່າງແນ່ນອນ. ສະນັ້ນ, ມັນຈະປ່ຽນແປງທັດສະນະຄະຕິຂອງເຈົ້າແນວໃດ? ມັນຈະຊີ້ນໍາ ແລະ ປ່ຽນແປງທິດທາງຊີວິດຂອງເຈົ້າ ແລະ ວິທີການສຳລັບການກະທຳທາງໂລກຂອງເຈົ້າບໍ? ບາງເທື່ອກ່ອນໜ້ານີ້ເຈົ້າອາດຈະເຊື່ອວ່າ “ຄວາມສາມັກຄີເປັນສິ່ງປະເສີດ; ຄວາມອົດທົນເປັນເລີດ” ແລະ “ຄົນດີມີຊີວິດທີ່ສະຫງົບສຸກ”. ຕອນນີ້, ເຈົ້າຈະຄິດວ່າ “ໃນເມື່ອ ‘ຜູ້ຊະນະໄດ້ເປັນກະສັດ ໃນຂະນະທີ່ຜູ້ປະລາໄຊກາຍເປັນໂຈນ’, ຖ້າຂ້ອຍຢາກກາຍເປັນເຈົ້າໜ້າທີ່, ຂ້ອຍກໍຕ້ອງພິຈາລະນາຄົນນັ້ນຄົນນີ້ຢ່າງລະມັດລະວັງ. ພວກເຂົາບໍ່ໄດ້ຢູ່ຝ່າຍຂ້ອຍ, ສະນັ້ນ ຂ້ອຍຈຶ່ງບໍ່ສາມາດເລື່ອນຕຳແໜ່ງພວກເຂົາໄດ້, ເຖິງແມ່ນວ່າພວກເຂົາຈະສົມຄວນໄດ້ຮັບການເລື່ອນຕຳແໜ່ງກໍຕາມ”. ເມື່ອເຈົ້າຄິດກ່ຽວກັບສິ່ງຕ່າງໆດ້ວຍວິທີນີ້, ທັດສະນະຄະຕິຂອງເຈົ້າກໍຈະປ່ຽນແປງ ແລະ ມັນຈະປ່ຽນແປງຢ່າງວ່ອງໄວ. ການປ່ຽນແປງນີ້ຈະເກີດຂຶ້ນໄດ້ແນວໃດ? ມັນຈະເປັນເພາະວ່າເຈົ້າຍອມຮັບແນວຄິດ ແລະ ມຸມມອງທີ່ວ່າ “ຜູ້ຊະນະໄດ້ເປັນກະສັດ ໃນຂະນະທີ່ຜູ້ປະລາໄຊກາຍເປັນໂຈນ”. ການໄດ້ຍິນຂໍ້ເທັດຈິງຫຼາຍຢ່າງຈະຍິ່ງເປັນການຢັ້ງຢືນເຖິງຄວາມຖືກຕ້ອງຂອງມຸມມອງນີ້ໃນຊີວິດຈິງຂອງມະນຸດສຳລັບເຈົ້າ. ເຈົ້າຈະເຊື່ອຢ່າງເລິກເຊິ່ງວ່າ ເຈົ້າຄວນນໍາໃຊ້ມຸມມອງນີ້ເຂົ້າໃນການກະທຳ ແລະ ການປະພຶດຂອງເຈົ້າເອງ ເພື່ອໄລ່ຕາມຊີວິດ ແລະ ອະນາຄົດຂອງເຈົ້າ. ແລ້ວແນວຄິດ ແລະ ມຸມມອງນີ້ຈະບໍ່ປ່ຽນແປງເຈົ້າບໍ? (ແມ່ນແລ້ວ.) ແລ້ວໃນຂະນະທີ່ມັນກຳລັງປ່ຽນແປງເຈົ້າ, ມັນກໍຈະເຮັດໃຫ້ເຈົ້າເສື່ອມຊາມເຊັ່ນກັນ. ມັນກໍເປັນແບບນັ້ນແຫຼະ. ຄວາມຮູ້ດັ່ງກ່າວປ່ຽນແປງ ແລະ ເຮັດໃຫ້ເຈົ້າເສື່ອມຊາມ. ສະນັ້ນ, ເມື່ອເບິ່ງທີ່ຮາກຖານຂອງເລື່ອງນີ້, ບໍ່ວ່າປະຫວັດສາດເຫຼົ່ານີ້ຈະຖືກວາງອອກມາຢ່າງຖືກຕ້ອງສໍ່າໃດກໍຕາມ, ໃນທີ່ສຸດ ພວກມັນກໍຖືກສະຫຼຸບອອກມາເປັນຄຳເວົ້ານີ້ ແລະ ເຈົ້າກໍຖືກຍັດຍຽດດ້ວຍແນວຄິດນີ້. ຄວາມຮູ້ນີ້ແມ່ນຮູບກາຍຂອງຄວາມຈິງ ຫຼື ເຫດຜົນຂອງຊາຕານ? (ເຫດຜົນຂອງຊາຕານ.) ຖືກຕ້ອງແລ້ວ. ເຮົາໄດ້ອະທິບາຍເລື່ອງນີ້ລະອຽດພຽງພໍແລ້ວບໍ? (ພຽງພໍແລ້ວ.) ຕອນນີ້ມັນຊັດເຈນແລ້ວ. ຖ້າເຈົ້າບໍ່ເຊື່ອໃນພຣະເຈົ້າ, ເຈົ້າກໍຍັງຈະບໍ່ເຂົ້າໃຈເລື່ອງນີ້ເຖິງແມ່ນວ່າຈະຜ່ານໄປສອງຊາດກໍຕາມ. ຍິ່ງເຈົ້າມີຊີວິດຢູ່ດົນສໍ່າໃດ, ເຈົ້າກໍຈະຍິ່ງຮູ້ສຶກວ່າເຈົ້າໂງ່ຈ້າ ແລະ ຄິດວ່າເຈົ້າຍັງໂຫດຮ້າຍບໍ່ພໍ ແລະ ວ່າເຈົ້າຄວນຈະໂຫດຮ້າຍກວ່າເກົ່າ, ມີເລ່ລ່ຽມກວ່າເກົ່າ, ຊົ່ວຊ້າກວ່າເກົ່າ ແລະ ເປັນຄົນທີ່ຂີ້ຮ້າຍ ແລະ ຊົ່ວຮ້າຍກວ່າເກົ່າ. ເຈົ້າຈະຄິດກັບຕົນເອງວ່າ: “ຖ້າລາວສາມາດຂ້າຄົນໄດ້, ຂ້ອຍກໍຕ້ອງຈູດໄຟເຜົາ. ຖ້າລາວຂ້າຄົນໜຶ່ງ, ຂ້ອຍກໍຕ້ອງຂ້າ 10 ຄົນ. ຖ້າລາວຂ້າຄົນໂດຍບໍ່ປະຮ່ອງຮອຍໄວ້, ຂ້ອຍກໍຈະທຳຮ້າຍຜູ້ຄົນໂດຍບໍ່ໃຫ້ພວກເຂົາຮູ້ຕົວ. ຂ້ອຍຈະເຮັດເຖິງຂັ້ນໃຫ້ລູກຫຼານຂອງພວກເຂົາຂອບໃຈຂ້ອຍໄປເຖິງສາມຮຸ່ນຄົນ!” ນີ້ຄືອິດທິພົນທີ່ປັດຊະຍາ, ຄວາມຮູ້, ປະສົບການ ແລະ ບົດຮຽນຂອງຊາຕານໄດ້ກໍ່ໃຫ້ເກີດຂຶ້ນກັບມະນຸດຊາດ. ໃນຄວາມເປັນຈິງແລ້ວ, ມັນກໍເປັນພຽງການທຳຮ້າຍ ແລະ ຄວາມເສື່ອມຊາມເທົ່ານັ້ນ. ດັ່ງນັ້ນ, ບໍ່ວ່າຄວາມຮູ້ປະເພດໃດທີ່ກຳລັງຖືກເທດສະໜາ ຫຼື ຖືກຖ່າຍທອດໃນໂລກນີ້, ມັນກໍຈະຍັດຍຽດແນວຄິດ ຫຼື ມຸມມອງໜຶ່ງໃຫ້ກັບເຈົ້າ. ຖ້າເຈົ້າບໍ່ສາມາດແຍກແຍະສິ່ງນີ້ໄດ້, ເຈົ້າກໍຈະຖືກມອມເມົາ. ສະຫຼຸບແລ້ວ, ຕອນນີ້ມີສິ່ງໜຶ່ງທີ່ແນ່ນອນ: ມັນບໍ່ສຳຄັນວ່າຄວາມຮູ້ນີ້ຈະມາຈາກຄົນທຳມະດາ ຫຼື ມາຈາກແຫຼ່ງທາງການ, ບໍ່ວ່າມັນຈະໄດ້ຮັບການເຄົາລົບຈາກຄົນກຸ່ມນ້ອຍ ຫຼື ໄດ້ຮັບການເຄົາລົບຈາກຄົນສ່ວນໃຫຍ່ກໍຕາມ, ບໍ່ມີສິ່ງໃດໃນນີ້ທີ່ກ່ຽວຂ້ອງກັບຄວາມຈິງ. ຄວາມຈິງຄືຄວາມເປັນຈິງຂອງທຸກສິ່ງທີ່ເປັນບວກ. ຄວາມຖືກຕ້ອງຂອງມັນບໍ່ໄດ້ຖືກກຳນົດໂດຍຈຳນວນຄົນທີ່ຍອມຮັບມັນ. ຄວາມເປັນຈິງຂອງສິ່ງທີ່ເປັນບວກນັ້ນເອງຄືຄວາມຈິງ. ບໍ່ມີໃຜສາມາດປ່ຽນແປງສິ່ງນີ້ໄດ້ ແລະ ກໍບໍ່ມີໃຜສາມາດປະຕິເສດມັນໄດ້ເຊັ່ນກັນ. ຄວາມຈິງຈະເປັນຄວາມຈິງຕະຫຼອດໄປ.

ໃຫ້ພວກເຮົາໂອ້ລົມກັນກ່ຽວກັບຄວາມຈິງທີ່ວ່າ ພຣະເຈົ້າມີອຳນາດສູງສຸດເໜືອທຸກສິ່ງ. ຕັ້ງແຕ່ພຣະເຈົ້າເລີ່ມນໍາພາມະນຸດຊາດ, ພຣະອົງກໍໄດ້ເກັບຮັກສາປະຫວັດສາດ ແລະ ບັນທຶກໄວ້ເຊັ່ນກັນ. ພຣະເຈົ້າເບິ່ງປະຫວັດສາດຂອງມະນຸດແນວໃດ? ສິ່ງທີ່ພຣະເຈົ້າຕ້ອງການໃຫ້ຜູ້ຄົນເຫັນຄືຄວາມຈິງ ແລະ ການປະເມີນ ແລະ ຂໍ້ສະຫຼຸບທີ່ຜູ້ຄົນສ້າງຂຶ້ນກ່ຽວກັບສິ່ງຕ່າງໆນັ້ນບໍ່ແມ່ນຄວາມຈິງ. ແຕ່ເປັນຫຍັງມະນຸດຈຶ່ງບໍ່ເບິ່ງປະຫວັດສາດໂດຍອີງໃສ່ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ? ເພາະວ່າມະນຸດເບື່ອໜ່າຍຄວາມຈິງ, ກຽດຊັງຄວາມຈິງ ແລະ ບໍ່ຍອມຮັບຄວາມຈິງແມ່ນແຕ່ໜ້ອຍດຽວເລີຍ. ນັ້ນຄືເຫດຜົນທີ່ພວກເຂົາສາມາດຄິດຄົ້ນຊຸດທິດສະດີທີ່ເບິ່ງຄືວ່າຖືກຕ້ອງແຕ່ຜິດ, ເປັນຕາຫົວ ແລະ ໄຮ້ສາລະຂຶ້ນມາໄດ້. ຕົວຢ່າງ: ອົງພຣະເຢຊູເຈົ້າແມ່ນຕັ້ງຄັນໂດຍພຣະວິນຍານບໍລິສຸດ. ນີ້ຄືສິ່ງທີ່ເປັນບວກ. ແຕ່ຊາຕານເວົ້າແນວໃດກ່ຽວກັບເລື່ອງນີ້? ຊາຕານບໍ່ຍອມຮັບຂໍ້ເທັດຈິງກ່ຽວກັບການຕັ້ງຄັນໂດຍພຣະວິນຍານບໍລິສຸດ ແລະ ເຖິງຂັ້ນໝິ່ນປະໝາດວ່າອົງພຣະເຢຊູເຈົ້າເປັນລູກນອກການແຕ່ງດອງ, ວ່າພຣະອົງຊົງເກີດຈາກມະນຸດ. ຊາຕານເອົາຄຳເວົ້າທີ່ສົກກະປົກທີ່ສຸດຂອງມະນຸດຊາດ ເຊິ່ງເປັນຄຳເວົ້າທີ່ຜູ້ຄົນດູຖູກ ແລະ ລັງກຽດມານໍາໃຊ້ກັບການປະສູດຂອງອົງພຣະເຢຊູເຈົ້າ. ນີ້ບໍ່ແມ່ນການບິດເບືອນຂໍ້ເທັດຈິງບໍ? (ແມ່ນແລ້ວ.) ການຕັ້ງຄັນໂດຍພຣະວິນຍານບໍລິສຸດແມ່ນພາລະກິດຂອງພຣະເຈົ້າ. ແລ້ວບໍ່ວ່າມັນຈະຢູ່ໃນຮູບແບບໃດກໍຕາມ, ມີສິ່ງໜຶ່ງທີ່ແນ່ນອນກ່ຽວກັບພາລະກິດຂອງພຣະເຈົ້າ: ມັນຄືຄວາມຈິງ, ເປັນຄວາມຈິງທີ່ປ່ຽນແປງບໍ່ໄດ້. ແລ້ວເປັນຫຍັງຊາຕານຈຶ່ງບໍ່ຍອມຮັບຂໍ້ເທັດຈິງທີ່ຊັດເຈນດັ່ງກ່າວ ເຊິ່ງເປັນຂໍ້ເທັດຈິງທີ່ພຣະເຈົ້າໄດ້ຊົງກຳນົດໄວ້ລ່ວງໜ້າ ແລະ ຊົງເປັນພະຍານໃຫ້? ເປັນຫຍັງຊາຕານຈຶ່ງບໍ່ສົນໃຈສິ່ງນີ້ ແລະ ເຖິງຂັ້ນກ່າວຫາວ່າອົງພຣະເຢຊູເຈົ້າເປັນລູກນອກການແຕ່ງດອງທີ່ເກີດຈາກມະນຸດ? (ມັນກຽດຊັງຄວາມຈິງ, ມັນກຽດຊັງສິ່ງທີ່ເປັນບວກ.) ມັນຕັ້ງໃຈທຳລາຍຊື່ສຽງຂອງພຣະເຈົ້າ! ຊາຕານຮັບຮູ້ຂໍ້ເທັດຈິງນີ້ດີທີ່ສຸດ; ມັນເຫັນສິ່ງນີ້ຢ່າງຊັດເຈນທີ່ສຸດໃນໂລກຝ່າຍວິນຍານ. ແລ້ວເປັນຫຍັງມັນຈຶ່ງເຮັດແນວນີ້? ແຮງຈູງໃຈຂອງມັນແມ່ນຫຍັງ, ເຈດຕະນາຂອງມັນແມ່ນຫຍັງ? ເປັນຫຍັງມັນຈຶ່ງຖ່າຍທອດຄຳເວົ້າດັ່ງກ່າວ? ມັນຕັ້ງໃຈໃສ່ຮ້າຍປ້າຍສີ ແລະ ທຳລາຍຊື່ສຽງຂອງພຣະເຈົ້າ. ຈຸດປະສົງຂອງມັນໃນການທຳລາຍຊື່ສຽງຂອງພຣະເຈົ້າແມ່ນຫຍັງ? ເພື່ອເຮັດໃຫ້ຜູ້ຄົນເຊື່ອວ່າພຣະເຢຊູເປັນລູກນອກການແຕ່ງດອງ, ຮູ້ສຶກວ່າສິ່ງນີ້ເປັນຕາໜ້າອັບອາຍ ແລະ ດ້ວຍເຫດນັ້ນຈຶ່ງບໍ່ເຊື່ອໃນພຣະອົງ. ຊາຕານຄິດວ່າ “ຖ້າຜູ້ຄົນບໍ່ມີຄວາມເຊື່ອໃນເຈົ້າ, ແລ້ວເຈົ້າກໍຈະບໍ່ສາມາດເຮັດພາລະກິດຂອງເຈົ້າໃຫ້ສຳເລັດໄດ້, ແມ່ນບໍ?” ໃນຄວາມເປັນຈິງແລ້ວ, ຄວາມຈິງກໍຈະເປັນຄວາມຈິງຕະຫຼອດໄປ. ເຖິງແມ່ນວ່າມະນຸດຊາດທັງໝົດຈະປະຕິເສດມັນໃນເວລານັ້ນກໍຕາມ, ສອງພັນປີຕໍ່ມາ, ໃນທີ່ສຸດອົງພຣະເຢຊູເຈົ້າກໍມີຜູ້ຕິດຕາມ ແລະ ຜູ້ຄົນທີ່ສັນລະເສີນພຣະອົງຢູ່ທົ່ວທຸກມຸມໂລກ, ໄມ້ກາງແຂນຖືກສະແດງໃຫ້ເຫັນຢ່າງໂດດເດັ່ນຢູ່ທຸກແຫ່ງ ແລະ ຊາຕານກໍໄດ້ພ່າຍແພ້ແລ້ວ. ຄຳເວົ້າຂອງຊາຕານໄດ້ຜົນບໍ? (ບໍ່, ບໍ່ໄດ້ຜົນ.) ສະນັ້ນ, ມັນຈຶ່ງບໍ່ແມ່ນຄວາມຈິງ; ມັນຟັງບໍ່ຂຶ້ນ ແລະ ການທຳລາຍຊື່ສຽງຂອງພຣະອົງກໍໄຮ້ປະໂຫຍດ. ບໍ່ວ່າສິ່ງທີ່ພຣະເຈົ້າໄດ້ເຮັດນີ້ຈະສອດຄ່ອງກັບແນວຄິດ ແລະ ຈິນຕະນາການຂອງຜູ້ຄົນ ຫຼື ມັນຈະຂັດກັບວັດທະນະທຳດັ້ງເດີມ, ຄຳເວົ້າ ຫຼື ຈັນຍາບັນທາງສິນທຳຂອງມະນຸດຊາດກໍຕາມ, ພຣະເຈົ້າກໍບໍ່ສົນໃຈ. ເປັນຫຍັງພຣະເຈົ້າຈຶ່ງບໍ່ສົນໃຈ? ສິ່ງນີ້ກ່ຽວຂ້ອງກັບຫຍັງ? ເນື່ອງຈາກພຣະເຈົ້າມີອຳນາດສູງສຸດເໜືອທຸກສິ່ງ, ຄຳເວົ້າມານຮ້າຍເຫຼົ່ານີ້ຂອງຊາຕານສາມາດທຳລາຍພາລະກິດຂອງພຣະເຈົ້າໄດ້ບໍ? ພວກເຈົ້າບໍ່ສາມາດເບິ່ງທະລຸສິ່ງນີ້ໄດ້, ແມ່ນບໍ? (ບໍ່, ພວກເຮົາບໍ່ສາມາດເບິ່ງທະລຸ.) ບອກເຮົາເບິ່ງ, ທຸກສິ່ງບໍ່ໄດ້ຢູ່ໃນພຣະຫັດຂອງພຣະເຈົ້າບໍ? (ແມ່ນແລ້ວ.) ຄຳເວົ້າມານຮ້າຍຂອງຊາຕານ, ພຽງແຕ່ຄຳເວົ້າສອງສາມຄຳເຫຼົ່ານັ້ນ, ສາມາດທຳລາຍແຜນການຄຸ້ມຄອງຂອງພຣະເຈົ້າໄດ້ບໍ? ມັນເປັນໄປໄດ້ບໍ? (ບໍ່, ມັນເປັນໄປບໍ່ໄດ້.) ຊາຕານຕ້ອງການທີ່ຈະປະສົບຄວາມສຳເລັດ ແຕ່ມັນສາມາດເຮັດໄດ້ບໍ? ຄວາມຈິງກໍຈະເປັນຄວາມຈິງຕະຫຼອດໄປ. ນີ້ຄືພະລັງຂອງຄວາມຈິງ. ພະລັງຂອງຄວາມຈິງແມ່ນສິ່ງທີ່ບໍ່ມີໃຜ ລວມທັງຊາຕານ ສາມາດປ່ຽນແປງໄດ້. ແມ່ນແຕ່ໃນຕອນນີ້, ຊາຕານກໍຍັງສືບຕໍ່ຖ່າຍທອດຄຳເວົ້ານັ້ນ. ມັນໄດ້ຜົນບໍ? ບໍ່, ມັນບໍ່ໄດ້ຜົນ. ພາລະກິດໃນຍຸກແຫ່ງພຣະຄຸນໄດ້ສິ້ນສຸດລົງແລ້ວ; ຂ່າວປະເສີດຂອງອົງພຣະເຢຊູເຈົ້າໄດ້ຖືກເຜີຍແຜ່ໄປຈົນເຖິງສຸດປາຍແຜ່ນດິນໂລກ ແລະ ພາລະກິດໃໝ່ແຫ່ງການພິພາກສາໃນຍຸກສຸດທ້າຍກໍໄດ້ດຳເນີນມາເປັນເວລາຫຼາຍປີແລ້ວ. ຊາຕານໄດ້ພ່າຍແພ້ ແລະ ໄດ້ຮັບຄວາມອັບອາຍມາດົນນານແລ້ວ. ສະນັ້ນ, ຕອນນີ້ມັນມີປະໂຫຍດຫຍັງບໍທີ່ຊາຕານຈະໃຈຮ້າຍ ແລະ ຄັບແຄ້ນໃຈ? ບໍ່, ມັນບໍ່ມີປະໂຫຍດຫຍັງເລີຍ. ສະນັ້ນ, ບໍ່ວ່າມຸມມອງນັ້ນຈະເປັນແນວໃດ ຫຼື ລະດັບຄວາມຮູ້ຈະສູງສໍ່າໃດ ຫຼື ຈະມີຄົນຈຳນວນຫຼາຍສໍ່າໃດທີ່ນໍາໃຊ້ ແລະ ຖ່າຍທອດມຸມມອງນັ້ນກໍຕາມ, ສິ່ງນີ້ລ້ວນແຕ່ບໍ່ມີປະໂຫຍດ; ມັນຈະຟັງບໍ່ຂຶ້ນ. ພາລະກິດຂອງພຣະເຈົ້າບໍ່ສາມາດຢຸດໄດ້; ແມ່ນແຕ່ຊາຕານກໍບໍ່ສາມາດຢຸດມັນໄດ້. ຄົນທີ່ບໍ່ສຳຄັນພຽງສອງສາມຄົນຄິດແທ້ໆບໍວ່າພວກເຂົາສາມາດຢຸດພາລະກິດຂອງພຣະເຈົ້າໄດ້? ນັ້ນເປັນເລື່ອງເພີ້ຝັນ! ພວກເຈົ້າຫຼາຍຄົນເຕີບໃຫຍ່ມາພ້ອມກັບຂ່າວລືທີ່ບໍ່ມີຄວາມຈິງເຫຼົ່ານີ້ ໂດຍຍອມຮັບມຸມມອງທີ່ເຮັດໃຫ້ຫຼົງຜິດຂອງຊາຕານ; ຫົວຂອງພວກເຈົ້າເຕັມໄປດ້ວຍສິ່ງຕ່າງໆເຊັ່ນ: ເຫດຜົນ, ປັດຊະຍາ, ຄວາມຮູ້ ແລະ ວິທະຍາສາດຂອງຊາຕານ. ແລ້ວເກີດຫຍັງຂຶ້ນຫຼັງຈາກນັ້ນ? ເມື່ອພຣະທຳຂອງພຣະເຈົ້າມາເຖິງພວກເຈົ້າ, ພວກເຈົ້າກໍຍັງໄດ້ຍິນສຽງຂອງພຣະເຈົ້າ ແລະ ກັບຄືນມາຢູ່ຕໍ່ໜ້າພຣະເຈົ້າ. ຂ່າວລື ແລະ ຄຳເວົ້າມານຮ້າຍຂອງຊາຕານນັ້ນໄຮ້ປະໂຫຍດ. ພວກມັນບໍ່ສາມາດຢຸດການກ້າວໄປທາງໜ້າຂອງພາລະກິດຂອງພຣະເຈົ້າໄດ້ແມ່ນແຕ່ໜ້ອຍດຽວ. ປະຊາກອນທີ່ພຣະເຈົ້າເລືອກໃນທຸກປະເທດໄດ້ເລີ່ມຍອມຮັບພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍແລ້ວ. ທຸກໆມື້, ພວກເຂົາກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ, ຟັງຄຳເທດສະໜາ ແລະ ໂອ້ລົມກັນ. ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາເພື່ອພຣະເຈົ້າ ແລະ ເປັນພະຍານໃຫ້ກັບພຣະອົງ. ຊາຕານໄຕ່ຕອງກ່ຽວກັບເລື່ອງນີ້ ໂດຍເວົ້າວ່າ “ເປັນຫຍັງຄຳເວົ້າທີ່ເຮັດໃຫ້ຫຼົງຜິດຫຼາຍຢ່າງຂອງຂ້ອຍຈຶ່ງບໍ່ໄດ້ຜົນ? ຂ້ອຍໄດ້ເຮັດຫຼາຍສິ່ງຫຼາຍຢ່າງເພື່ອກົດຂີ່, ຈັບກຸມ ແລະ ຂົ່ມເຫັງປະຊາກອນທີ່ພຣະເຈົ້າເລືອກ, ເປັນຫຍັງພວກມັນຈຶ່ງບໍ່ມີຜົນຫຍັງຫຼາຍເລີຍ? ເປັນຫຍັງຈຳນວນຜູ້ທີ່ເຊື່ອໃນພະຈຶ່ງເພີ່ມຂຶ້ນແທນ?” ແລ້ວມັນກໍຮູ້ໃນໃຈຂອງມັນວ່າພຣະເຈົ້າຊົງລິດທານຸພາບສູງສຸດຢ່າງແທ້ຈິງ, ຫຼັງຈາກນັ້ນ ມັນກໍໄດ້ຮັບຄວາມອັບອາຍຢ່າງສິ້ນເຊີງ ດັ່ງຄຳເວົ້າທີ່ວ່າ: “ຊາຕານຈະພ່າຍແພ້ດ້ວຍພຣະຫັດຂອງພຣະເຈົ້າສະເໝີ”. ນີ້ຄືຄວາມຈິງບໍ? (ແມ່ນແລ້ວ.) ມັນແມ່ນພຣະທຳຂອງພຣະເຈົ້າຢ່າງແທ້ຈິງທີ່ສາມາດເຮັດໃຫ້ທຸກສິ່ງສຳເລັດໄດ້! ຊາຕານ ແລະ ກະສັດມານຮ້າຍທັງໝົດກຳລັງຮັບໃຊ້ພຣະເຈົ້າ. ໃນພຣະຫັດຂອງພຣະເຈົ້າ ພວກມັນເປັນພຽງວັດຖຸຮັບໃຊ້ ແລະ ຕົວປະກອບເສີມຄວາມເດັ່ນ. ວັດຖຸຮັບໃຊ້ ແລະ ຕົວປະກອບເສີມຄວາມເດັ່ນເຫຼົ່ານີ້ມີຫຍັງກ່ຽວຂ້ອງກັບພວກເຮົາບໍ? (ບໍ່ມີ.) ບໍ່, ພວກເຂົາບໍ່ມີ. ພວກເຮົາພຽງແຕ່ຕ້ອງສຸມໃສ່ການເຊື່ອໃນພຣະເຈົ້າ, ພວກເຮົາບໍ່ມີຫຍັງກ່ຽວຂ້ອງກັບພວກເຂົາ. ບໍ່ວ່າພວກເຂົາຈະເປັນກະສັດ ຫຼື ຄົນນອກກົດໝາຍກໍຕາມ, ພວກເຂົາກໍເປັນຂອງຊາຕານ ແລະ ພວກເຂົາຈະຖືກທຳລາຍ. ພວກເຮົາພຽງແຕ່ຕ້ອງຕິດຕາມພຣະເຈົ້າຢ່າງສຸດໃຈຂອງພວກເຮົາ, ທໍລະຍົດຊາຕານຕະຫຼອດໄປ ແລະ ກ້າວໄປກັບພຣະເຈົ້າເທົ່ານັ້ນ. ນີ້ຄືສິ່ງທີ່ຖືກຕ້ອງທີ່ຄວນເຮັດ.

ເຮົາໄດ້ຍົກຕົວຢ່າງກ່ຽວກັບຄວາມຮູ້ ແລະ ປະສົບການແລ້ວ, ສະນັ້ນ ຕອນນີ້ພວກເຈົ້າຄວນຈະເຂົ້າໃຈສິ່ງເຫຼົ່ານີ້ໄດ້ຢ່າງຖືກຕ້ອງຫຼາຍຂຶ້ນພໍສົມຄວນ. ຈຸດປະສົງຂອງການໂອ້ລົມກ່ຽວກັບສິ່ງເຫຼົ່ານີ້ແມ່ນຫຍັງ? ໃນດ້ານໜຶ່ງ, ມັນກໍເພື່ອເຮັດໃຫ້ພວກເຈົ້າສາມາດໃຊ້ຂໍ້ເທັດຈິງ ແລະ ຕົວຢ່າງເຫຼົ່ານີ້ເພື່ອແຍກແຍະຜູ້ຕໍ່ຕ້ານພຣະຄຣິສ ແລະ ຍັງຮັບຮູ້ເຖິງອຸປະນິໄສດ້ານນີ້ຂອງຜູ້ຕໍ່ຕ້ານພຣະຄຣິສໃນຕົວພວກເຈົ້າເອງນຳອີກ. ໃນອີກດ້ານໜຶ່ງ, ການສົນທະນາປະເພດນີ້ບໍ່ສາມາດຍັບຍັ້ງບາງຄົນບໍ່ໃຫ້ກະທຳໂດຍບໍ່ໄຕ່ຕອງໄດ້ບໍ? (ໄດ້.) ໃນອະດີດ, ບາງຄົນມັກຈະເພິ່ງພາປະສົບການ ແລະ ວິທີການແບບເກົ່າໆໃນການປະຕິບັດໜ້າທີ່ຂອງພວກເຂົາ ແລະ ພວກເຂົາກໍຍຶດຕິດກັບວິທີການເຮັດສິ່ງຕ່າງໆຂອງພວກເຂົາເອງ, ສະນັ້ນ ພວກເຂົາຈຶ່ງຂັດຂວາງ ແລະ ລົບກວນວຽກງານຂອງເຮືອນຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງຖືກຈັດການ. ພວກເຂົາໃຫ້ຄຸນຄ່າແກ່ການປະຕິບັດ ແລະ ປະສົບການທີ່ຫຼ້າສະໄໝຂອງພວກເຂົາເໜືອສິ່ງອື່ນໃດ ໂດຍບໍ່ເຄີຍຄຳນຶງເຖິງສິ່ງທີ່ສຳຄັນທີ່ສຸດ ເຊິ່ງກໍຄື: ສິ່ງທີ່ພຣະເຈົ້າໄດ້ກ່າວ ຫຼື ຮຽກຮ້ອງຈາກຜູ້ຄົນ ຫຼື ວິທີການຍຶດໝັ້ນໃນຫຼັກການຄວາມຈິງ. ພວກເຂົາຍັງຍຶດຕິດກັບການປະຕິບັດທີ່ຫຼ້າສະໄໝຂອງພວກເຂົາຢ່າງດື້ດ້ານ ແລະ ຍິ່ງໄປກວ່ານັ້ນ ຍັງໃຊ້ເຫດຜົນທີ່ໄຮ້ສາລະມາເປັນພື້ນຖານສຳລັບສິ່ງນີ້: “ພວກເຮົາເຄີຍເຮັດແບບນີ້ມາຕະຫຼອດ”, “ບ່ອນທີ່ພວກເຮົາຈາກມາກໍເຮັດແບບນີ້ມາຕະຫຼອດ. ນີ້ຄືວິທີທີ່ບັນພະບຸລຸດຂອງພວກເຮົາເຄີຍເຮັດ”. ເປັນຫຍັງພວກເຂົາຈຶ່ງມັກເນັ້ນຢໍ້າສິ່ງເຫຼົ່ານີ້ຢູ່ສະເໝີ? ສິ່ງນີ້ພິສູດໃຫ້ເຫັນວ່າພວກເຂົາບໍ່ຍອມຮັບສິ່ງໃໝ່ໆ; ບໍ່ຍອມຮັບຄວາມຈິງ. ພວກເຂົາບໍ່ສາມາດເບິ່ງທະລຸເຖິງຄວາມງຸ່ມງ່າມ, ຄວາມຫຼ້າຫຼັງ ແລະ ຄວາມເປັນຕາຫົວຂອງວິທີການທີ່ຫຼ້າສະໄໝເຫຼົ່ານີ້ໄດ້. ພວກເຂົາບໍ່ຮູ້ວ່າມີວິທີການໃໝ່ໆໃນການເຮັດສິ່ງຕ່າງໆ ເຊິ່ງເປັນວິທີການທີ່ກ້າວໜ້າກວ່າ, ຖືກຕ້ອງກວ່າ ແລະ ເໝາະສົມກວ່າ. ພວກເຂົາມັກຈະຍຶດຕິດກັບວິທີການແບບເກົ່າໆຂອງພວກເຂົາຢູ່ສະເໝີ ໂດຍເພິ່ງພາປະສົບການເກົ່າຂອງພວກເຂົາ, ໂດຍຄິດວ່າພວກເຂົາກ້າວໜ້າຫຼາຍແລ້ວ; ພວກເຂົາກຳລັງປະຕິບັດຄວາມຈິງ. ຄົນເຫຼົ່ານີ້ບໍ່ແມ່ນຄົນປະເພດທີ່ໄຮ້ສາລະບໍ? “ບ່ອນທີ່ພວກເຮົາຈາກມາກໍເຮັດແບບນີ້ມາຕະຫຼອດ”, “ວິທີທີ່ຂ້ອຍເຄີຍເຮັດມາກ່ອນ”, “ພວກເຮົາເຄີຍເຮັດແບບນີ້ມາຕະຫຼອດ”, ວິທີການເກົ່າໆເຫຼົ່ານີ້, ສິ່ງທີ່ຫຼ້າສະໄໝເຫຼົ່ານີ້ສາມາດປ່ຽນແທນຫຼັກການຄວາມຈິງໄດ້ບໍ? ການເຮັດສິ່ງຕ່າງໆດ້ວຍວິທີການແບບເກົ່າໆໝາຍຄວາມວ່າຄົນໃດໜຶ່ງກຳລັງປະຕິບັດຄວາມຈິງບໍ? ຄົນເຫຼົ່ານັ້ນບໍ່ເຂົ້າໃຈຫຍັງເລີຍ ແລະ ພວກເຂົາກໍບໍ່ສາມາດເບິ່ງທະລຸສິ່ງໃດໄດ້ເລີຍ. ພວກເຂົາບໍ່ແມ່ນຄົນຫົວບູຮານທີ່ຍຶດຕິດກັບວິທີການເກົ່າໆ ແລະ ດື້ດ້ານບໍ? ຄົນແບບນີ້ຍອມຮັບຄວາມຈິງໄດ້ຍາກເກີນໄປ! ບອກເຮົາເບິ່ງ, ບໍ່ວ່າສິ່ງໃດໜຶ່ງຈະໃໝ່ ຫຼື ເກົ່າກໍຕາມ, ເຈົ້າຈະເຂົ້າຫາມັນແນວໃດ? ເຈົ້າຈັດການກັບມັນແນວໃດ? ພື້ນຖານຂອງເຈົ້າໃນການຈັດການກັບມັນແມ່ນຫຍັງ? ຖ້າທຸກຄົນມີຄວາມຮູ້ທີ່ຈຳກັດກ່ຽວກັບບາງສິ່ງບາງຢ່າງເທົ່ານັ້ນ, ເຈົ້າຈະເຂົ້າຫາມັນໃນລັກສະນະທີ່ຖືກຕ້ອງ ແລະ ສອດຄ່ອງກັບຫຼັກການໄດ້ແນວໃດ? ກ່ອນອື່ນ ເຈົ້າຕ້ອງຖາມຄົນທີ່ມີຄວາມຊ່ຽວຊານໃນຂົງເຂດນີ້ພໍສົມຄວນ. ຕາບໃດທີ່ເຈົ້າພົບຄົນທີ່ມີຄວາມຮູ້, ເຈົ້າກໍຈະມີເສັ້ນທາງ. ຖ້າເຈົ້າບໍ່ສາມາດຊອກຫາຄົນທີ່ມີຄວາມຮູ້ໄດ້, ເຈົ້າກໍສາມາດແກ້ໄຂບັນຫາໄດ້ຢ່າງຄົບຖ້ວນໂດຍການເຂົ້າອິນເຕີເນັດເພື່ອສະແຫວງຫາຄຳແນະນຳ ຫຼື ຄົ້ນຫາຂໍ້ມູນ. ແລ້ວໃນຂະນະທີ່ເຈົ້າຄົ້ນຫາ, ເຈົ້າຍັງຕ້ອງອະທິຖານຕໍ່ພຣະເຈົ້າ ແລະ ເພິ່ງພາພຣະອົງ; ໃຫ້ພຣະເຈົ້າເປີດເສັ້ນທາງໄປທາງໜ້າ. ພວກເຮົາເອີ້ນສິ່ງນີ້ວ່າແນວໃດ? ພວກເຮົາເອີ້ນສິ່ງນີ້ວ່າຫຼັກການຂອງການປະຕິບັດ. ບາງຄົນໃນພວກເຈົ້າຄິດໃນໃຈວ່າ “ຂ້ອຍເປັນມືອາຊີບໃນຂົງເຂດນີ້ທີ່ມີປະສົບການຢ່າງຫຼວງຫຼາຍ. ຂ້ອຍເຖິງຂັ້ນເຄີຍໄດ້ຮັບລາງວັນສຳລັບການເຮັດສິ່ງນີ້, ສະນັ້ນ ຂ້ອຍຈຶ່ງມີຕົ້ນທຶນນີ້. ເນື່ອງຈາກວຽກງານນີ້ຖືກມອບໝາຍໃຫ້ຂ້ອຍແລ້ວ, ຂ້ອຍກໍຄືຜູ້ຮັບຜິດຊອບ. ຂ້ອຍມີອຳນາດໃນການຕັດສິນໃຈ ແລະ ທຸກຢ່າງຂຶ້ນຢູ່ກັບຂ້ອຍ. ທຸກຄົນຄວນເຮັດຕາມຄຳສັ່ງຂອງຂ້ອຍ ແລະ ເຊື່ອຟັງຂ້ອຍ. ສິ່ງທີ່ຄົນອື່ນເວົ້າບໍ່ສຳຄັນຫຍັງເລີຍ ແລະ ໃຜກໍຕາມທີ່ບໍ່ເຫັນດີກັບຂ້ອຍກໍຄວນປິດປາກ!” ວິທີຄິດແບບນີ້ຖືກຕ້ອງບໍ? ມັນບໍ່ຖືກຕ້ອງຢ່າງແນ່ນອນ. ທັດສະນະຄະຕິຂອງເຈົ້າ ແລະ ອຸປະນິໄສທີ່ເຈົ້າກຳລັງເປີດເຜີຍນັ້ນມີບັນຫາ. ໃນໃຈຂອງເຈົ້າ, ເຈົ້າຄິດວ່າການຍອມຮັບພຣະບັນຊານີ້ເຮັດໃຫ້ເຈົ້າມີສິດທີ່ຈະໃຊ້ອຳນາດ. ເຈົ້າຕ້ອງການເປັນຜູ້ຕັດສິນໃຈ ແລະ ບໍ່ອະນຸຍາດໃຫ້ຄົນອື່ນມີສິດອອກສຽງ. ມັນຄືກັບວ່າເຈົ້າບໍ່ຕ້ອງການການຮ່ວມມືຈາກຄົນອື່ນ ຫຼື ບໍ່ຕ້ອງການໃຫ້ທຸກຄົນສະແດງຄວາມຄິດເຫັນຂອງພວກເຂົາ; ທຸກຢ່າງເປັນໄປຕາມສິ່ງທີ່ເຈົ້າເວົ້າ, ທຸກຢ່າງຂຶ້ນຢູ່ກັບເຈົ້າ. ນີ້ແມ່ນອຸປະນິໄສປະເພດໃດ? ນີ້ບໍ່ແມ່ນການອວດດີເກີນໄປ ແລະ ການຂາດເຫດຜົນບໍ? ນີ້ຄືອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ. ມັນອາດຈະເປັນໄປໄດ້ວ່າເຈົ້າມີຄວາມສາມາດດີກວ່າຄົນອື່ນໜ້ອຍໜຶ່ງ, ເຈົ້າອາດຈະມີຄວາມເຂົ້າໃຈໜ້ອຍໜຶ່ງ ແລະ ມີປະສົບການໜ້ອຍໜຶ່ງໃນເລື່ອງນີ້. ເຖິງຢ່າງໃດກໍຕາມ, ມີສິ່ງໜຶ່ງທີ່ເຈົ້າຈຳເປັນຕ້ອງຊັດເຈນກໍຄື: ບໍ່ມີສິ່ງໃດເລີຍໃນສິ່ງເຫຼົ່ານີ້ທີ່ເຈົ້າຄອບຄອງນັ້ນເປັນຄວາມຈິງ. ຖ້າເຈົ້າເຊື່ອວ່າຕົນເອງມີຄວາມສາມາດດີກວ່າພໍສົມຄວນ, ມີຄວາມເຂົ້າໃຈບາງຢ່າງ, ມີພອນສະຫວັນບາງຢ່າງ ແລະ ຄອບຄອງຄວາມຮູ້ບາງຢ່າງ ແລະ ເຈົ້າຖືວ່າສິ່ງເຫຼົ່ານີ້ເປັນຄວາມຈິງ ແລະ ເຊື່ອວ່າຕົນເອງເປັນຄວາມຈິງ ແລະ ຄິດວ່າທຸກຄົນຕ້ອງເຮັດຕາມຄຳສັ່ງຂອງເຈົ້າ ແລະ ເຊື່ອຟັງການຈັດແຈງຂອງເຈົ້າ, ນີ້ບໍ່ແມ່ນອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ຖ້າເຈົ້າເຮັດສິ່ງຕ່າງໆໃນລັກສະນະນີ້ຢ່າງແທ້ຈິງ, ເຈົ້າກໍບໍ່ຕ່າງຫຍັງຈາກຜູ້ຕໍ່ຕ້ານພຣະຄຣິສ. ມັນຜິດບ່ອນໃດທີ່ເຈົ້າປະຕິບັດຕໍ່ພອນສະຫວັນຂອງເຈົ້າວ່າເປັນຄວາມຈິງ? ຄວາມສາມາດ, ຄວາມເຂົ້າໃຈ, ຄວາມສາມາດພິເສດ ແລະ ຄວາມຮູ້ທີ່ເຈົ້າຄອບຄອງນັ້ນບໍ່ໄດ້ຜິດ. ແລ້ວພວກເຮົາກຳລັງໄຈ້ແຍກຫຍັງຢູ່ບ່ອນນີ້? ສິ່ງທີ່ພວກເຮົາກຳລັງໄຈ້ແຍກກໍຄືອຸປະນິໄສຂອງເຈົ້າ ເຊິ່ງເປັນອຸປະນິໄສທີ່ເສື່ອມຊາມທີ່ເຈົ້າຖືກຢູ່ເບື້ອງຫຼັງສິ່ງເຫຼົ່ານີ້; ເປັນອຸປະນິໄສທີ່ອວດດີ, ເປັນອຸປະນິໄສທີ່ຖືຕົນວ່າຊອບທຳ. ເມື່ອເຈົ້າປະຕິບັດຕໍ່ພອນສະຫວັນຂອງເຈົ້າວ່າເປັນຄວາມຈິງ, ເຈົ້າກໍເຊື່ອວ່າເຈົ້າມີຄວາມຈິງ ເພາະວ່າເຈົ້າຄອບຄອງພອນສະຫວັນເຫຼົ່ານີ້. ເຈົ້າປ່ຽນແທນຄວາມຈິງດ້ວຍພອນສະຫວັນດັ່ງກ່າວ, ແລ້ວນີ້ແມ່ນອຸປະນິໄສປະເພດໃດ? ນີ້ບໍ່ແມ່ນອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ຜູ້ຕໍ່ຕ້ານພຣະຄຣິສທຸກຄົນລ້ວນແຕ່ປະຕິບັດຕໍ່ຄວາມຄິດຂອງພວກເຂົາເອງ, ການຮຽນຮູ້, ພອນສະຫວັນ ແລະ ຄວາມສາມາດພິເສດຂອງພວກເຂົາເອງວ່າເປັນຄວາມຈິງ. ພວກເຂົາຄິດວ່າ ເມື່ອຄອບຄອງພອນສະຫວັນເຫຼົ່ານີ້, ພວກເຂົາກໍຄອບຄອງຄວາມຈິງ. ດ້ວຍເຫດນັ້ນ ພວກເຂົາຈຶ່ງຮຽກຮ້ອງໃຫ້ຄົນອື່ນເຊື່ອຟັງພວກເຂົາ, ເຮັດຕາມຄຳສັ່ງຂອງພວກເຂົາ ແລະ ເຊື່ອຟັງອຳນາດຂອງພວກເຂົາ. ນີ້ຄືຈຸດທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດຜິດພາດ. ເຈົ້າຄອບຄອງຄວາມຈິງຢ່າງແທ້ຈິງບໍ? ເຈົ້າບໍ່ມີຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບພຣະເຈົ້າ ແລະ ເຈົ້າກໍບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າ, ແລ້ວແຮງໄກທີ່ເຈົ້າຈະເປັນຄົນທີ່ອ່ອນນ້ອມຕໍ່ພຣະເຈົ້າ ແລະ ເຈົ້າກໍບໍ່ໄດ້ຄອບຄອງຄວາມຈິງແມ່ນແຕ່ໜ້ອຍດຽວເລີຍ ແຕ່ເຈົ້າພັດອວດດີ, ທະນົງໂຕ ແລະ ຖືຕົນວ່າຊອບທຳ ໂດຍຄິດວ່າເຈົ້າຄອບຄອງຄວາມຈິງ ແລະ ຄົນອື່ນຄວນເຊື່ອຟັງເຈົ້າ ແລະ ເຮັດຕາມຄຳສັ່ງຂອງເຈົ້າ. ເຈົ້າເປັນຜູ້ຕໍ່ຕ້ານພຣະຄຣິສຢ່າງແທ້ຈິງ.

ວຽກງານການເຜີຍແຜ່ພ່າວປະເສີດກ່ຽວຂ້ອງກັບໂຄງການຕ່າງໆທີ່ຮຽກຮ້ອງໃຫ້ຜູ້ຄົນສຶກສາ ແລະ ຮຽນຮູ້ທັກສະ ແລະ ວິຊາຊີບທີ່ແຕກຕ່າງກັນ; ເຖິງຢ່າງໃດກໍຕາມ, ບາງຄົນບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ຫຼົງທາງໄດ້ງ່າຍ. ພວກເຂົາພຽງແຕ່ສຶກສາຄວາມຮູ້ ແລະ ທັກສະທາງວິຊາຊີບ ໂດຍບໍ່ຍອມຮັບຄວາມຈິງແມ່ນແຕ່ໜ້ອຍດຽວເລີຍ. ນີ້ແມ່ນຄົນປະເພດໃດ? (ຄົນທີ່ມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ ເຊິ່ງສຸມໃສ່ພອນສະຫວັນ.) ຖືກຕ້ອງ. ນີ້ຄືຄົນປະເພດທີ່ພວກເຮົາກຳລັງເປີດໂປງ; ຄົນປະເພດນີ້ມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ໃນກໍລະນີທີ່ຮ້າຍແຮງ, ພວກເຂົາກໍຄືຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາປາຖະໜາທີ່ຈະໃຊ້ໂອກາດນີ້ເພື່ອຮຽນຮູ້ສິ່ງເຫຼົ່ານີ້ ແລ້ວກາຍເປັນຄົນທີ່ເກັ່ງທີ່ສຸດໃນທ່າມກາງທຸກຄົນທີ່ຮູ້ຈັກວິຊາຊີບ ຫຼື ທັກສະນີ້ ເພື່ອກາຍເປັນຄົນທີ່ມີຄວາມຮູ້ ແລະ ຊ່ຽວຊານທີ່ສຸດໃນຂົງເຂດນີ້ ເພື່ອໃຫ້ຄົນອື່ນເພິ່ງພາພວກເຂົາໃນທຸກສິ່ງ ແລະ ຟັງຄວາມພວກເຂົາແທນທີ່ຈະປະຕິບັດຄວາມຈິງ ໃນຂະນະທີ່ພວກເຂົາຮັບບົດບາດເປັນຜູ້ນໍາພາຍໃນກຸ່ມນີ້. ບັນຫາແມ່ນຢູ່ບ່ອນນັ້ນ. ຄົນປະເພດໃດທີ່ເປັນແບບນີ້? ຜູ້ທີ່ພຽງແຕ່ສະແຫວງຫາການສຶກສາ ແລະ ປະກອບຄວາມຮູ້, ການຮຽນຮູ້ ແລະ ປະສົບການທຸກຮູບແບບໃຫ້ກັບຕົນເອງ; ຜູ້ທີ່ເພິ່ງພາຄວາມສາມາດ, ຄວາມສາມາດພິເສດ ແລະ ພອນສະຫວັນຂອງພວກເຂົາເພື່ອເຮັດທຸກສິ່ງ. ບໍ່ຊ້າກໍໄວ, ພວກເຂົາທຸກຄົນກໍຈະຍ່າງໄປໃນເສັ້ນທາງດັ່ງກ່າວ. ສິ່ງນີ້ແມ່ນຫຼີກລ່ຽງບໍ່ໄດ້. ນີ້ຄືເສັ້ນທາງຂອງໂປໂລ. ບໍ່ວ່າເຈົ້າຈະຢູ່ໃນຂົງເຂດ ຫຼື ສາຂາອາຊີບໃດກໍຕາມ, ການມີຄວາມຮູ້, ປະສົບການ ຫຼື ບົດຮຽນທີ່ໄດ້ຮຽນຮູ້ຫຼາຍກວ່າຄົນອື່ນໜ້ອຍໜຶ່ງນັ້ນບໍ່ພຽງພໍທີ່ຈະສະແດງໃຫ້ເຫັນວ່າເຈົ້າເຂົ້າໃຈຄວາມຈິງ ຫຼື ໄດ້ເຂົ້າສູ່ຄວາມເປັນຈິງຄວາມຈິງແລ້ວ ແລະ ແນ່ນອນວ່າມັນບໍ່ໄດ້ໝາຍຄວາມວ່າເຈົ້າໄດ້ຮັບຄວາມຈິງແລ້ວ. ແລ້ວສິ່ງໃດທີ່ສະແດງໃຫ້ເຫັນສິ່ງນີ້ໄດ້ຢ່າງພຽງພໍ? ການໄດ້ຮັບຄວາມເຂົ້າໃຈທີ່ດີຂຶ້ນກ່ຽວກັບຫຼັກການໃນການປະຕິບັດໜ້າທີ່ປະເພດນີ້, ພ້ອມທັງມາດຕະຖານທີ່ຈຳເປັນຂອງເຮືອນຂອງພຣະເຈົ້າສຳລັບການປະຕິບັດໜ້າທີ່ນີ້ ໃນລະຫວ່າງການສຶກສາທັກສະທາງວິຊາຊີບເຫຼົ່ານີ້. ມີບາງຄົນທີ່ຍິ່ງເຈົ້າພະຍາຍາມໃຫ້ພວກເຂົາຮຽນຮູ້ຄວາມຮູ້ທາງວິຊາຊີບຫຼາຍສໍ່າໃດ ພວກເຂົາກໍຍິ່ງຕໍ່ຕ້ານຫຼາຍຂຶ້ນສໍ່ານັ້ນ ແລະ ຄິດວ່າມັນເປັນໄປບໍ່ໄດ້ທີ່ຈະປະຕິບັດໜ້າທີ່ຂອງພວກເຂົາ ໂດຍເຖິງຂັ້ນເວົ້າວ່າ “ການເຊື່ອໃນພຣະເຈົ້າຄວນເປັນເລື່ອງຂອງການແຍກຕົວອອກຈາກໂລກທີ່ບໍ່ເຊື່ອ, ແລ້ວເປັນຫຍັງພວກເຮົາຈຶ່ງຕ້ອງຮຽນຮູ້ທັກສະ ແລະ ຄວາມຮູ້ຂອງໂລກທີ່ບໍ່ເຊື່ອ?” ພວກເຂົາບໍ່ຢາກຮຽນຮູ້. ນີ້ຄືຄວາມຂີ້ຄ້ານ. ພວກເຂົາບໍ່ມີທັດສະນະຄະຕິທີ່ຮັບຜິດຊອບຕໍ່ວຽກງານຂອງພວກເຂົາ, ພວກເຂົາຂາດຄວາມຈົງຮັກພັກດີ ແລະ ພວກເຂົາບໍ່ເຕັມໃຈທີ່ຈະທຸ່ມເທຄວາມພະຍາຍາມໃດໆເຂົ້າໃນເລື່ອງດັ່ງກ່າວ. ຈຸດປະສົງຂອງການຮຽນຮູ້ຄວາມຮູ້ ແລະ ທັກສະທາງວິຊາຊີບກໍເພື່ອປະຕິບັດໜ້າທີ່ຂອງເຈົ້າໃຫ້ດີ. ມີຄວາມຮູ້ ແລະ ສາມັນສຳນຶກຫຼາຍຢ່າງທີ່ເຈົ້າຍັງບໍ່ທັນໄດ້ພົບພໍ້ ເຊິ່ງເຈົ້າຈຳເປັນຕ້ອງຮຽນຮູ້. ນີ້ຄືຂໍ້ກຳນົດ ແລະ ພຣະບັນຊາຂອງພຣະເຈົ້າສຳລັບມະນຸດ. ສະນັ້ນ, ການຮຽນຮູ້ສິ່ງເຫຼົ່ານີ້ຈະບໍ່ເສຍຖິ້ມ; ມັນລ້ວນແຕ່ເປັນໄປເພື່ອປະຕິບັດໜ້າທີ່ຂອງເຈົ້າໃຫ້ດີ. ບາງຄົນຄິດວ່າ ຫຼັງຈາກທີ່ຮຽນຮູ້ທັກສະດັ່ງກ່າວແລ້ວ, ພວກເຂົາກໍຈະສາມາດມີບ່ອນຢືນໃນເຮືອນຂອງພຣະເຈົ້າໄດ້. ວິທີຄິດແບບນີ້ບໍ່ໄດ້ໝາຍເຖິງບັນຫາບໍ? ມຸມມອງນີ້ແມ່ນຜິດ. ມີໃຜແດ່ທີ່ມີຄວາມສາມາດຍ່າງໃນເສັ້ນທາງນີ້ໄດ້? ຍິ່ງມີອຳນາດຫຼາຍເທົ່າໃດ, ຍິ່ງຂອບເຂດວຽກງານກວ້າງຂວາງເທົ່າໃດ, ຍິ່ງຄົນປະເພດນີ້ໄດ້ຮັບຄວາມຮັບຜິດຊອບຫຼາຍເທົ່າໃດ, ພວກເຂົາກໍຍິ່ງຕົກຢູ່ໃນອັນຕະລາຍຫຼາຍຂຶ້ນເທົ່ານັ້ນ. ອັນຕະລາຍນີ້ເກີດຂຶ້ນໄດ້ແນວໃດ? ແນ່ນອນວ່າມັນເປັນເພາະພວກເຂົາມີອຸປະນິໄສທີ່ເສື່ອມຊາມ ແລະ ມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ. ເມື່ອເຮັດສິ່ງຕ່າງໆ, ພວກເຂົາສຸມໃສ່ແຕ່ວິທີການເຮັດໜ້າວຽກ ແລະ ເຮັດແບບພໍເປັນພິທີເທົ່ານັ້ນ. ພວກເຂົາບໍ່ສະແຫວງຫາຫຼັກການ. ຕະຫຼອດຂະບວນການປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາບໍ່ໄດ້ເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ພວກເຂົາບໍ່ໄດ້ເຂົ້າໃຈ ຫຼື ກຳແໜ້ນຫຼັກການຄວາມຈິງຕື່ມອີກ. ພວກເຂົາບໍ່ສະແຫວງຫາຫຼັກການ ແລະ ພວກເຂົາບໍ່ກວດສອບ ຫຼື ທົບທວນຄວາມເສື່ອມຊາມທີ່ພວກເຂົາເປີດເຜີຍ, ມຸມມອງທີ່ບໍ່ຖືກຕ້ອງທີ່ເກີດຂຶ້ນໃນຕົວພວກເຂົາ ຫຼື ສະພາວະທີ່ຜິດພາດທີ່ພວກເຂົາຕົກເຂົ້າໄປໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ. ພວກເຂົາສຸມໃສ່ແຕ່ການປະຕິບັດພາຍນອກເທົ່ານັ້ນ ໂດຍເອົາໃຈໃສ່ພຽງແຕ່ການຮຽນຮູ້ໃຫ້ຊ່ຽວຊານ ແລະ ປະກອບຄວາມຮູ້ປະເພດຕ່າງໆທີ່ຈຳເປັນໃນໜ້າທີ່ຂອງພວກເຂົາໃຫ້ກັບຕົນເອງ. ພວກເຂົາເຊື່ອວ່າ ບໍ່ວ່າຄົນໃດໜຶ່ງຈະຢູ່ໃນສາຍອາຊີບໃດກໍຕາມ, ຄວາມຮູ້ຄືສິ່ງທີ່ນໍາໜ້າທຸກສິ່ງ; ພວກເຂົາຈະກາຍເປັນຄົນທີ່ເຂັ້ມແຂງ ແລະ ຕັ້ງຕົວໄດ້ໃນກຸ່ມ ຖ້າພວກເຂົາຄອບຄອງຄວາມຮູ້; ແລະ ບໍ່ວ່າພວກເຂົາຈະຢູ່ໃນກຸ່ມໃດກໍຕາມ, ຜູ້ທີ່ມີລະດັບຄວາມຮູ້ສູງ ແລະ ມີລະດັບການສຶກສາຂັ້ນສູງກໍຈະມີສະຖານະທີ່ສູງ. ຕົວຢ່າງ: ໃນໂຮງໝໍ, ໂດຍທົ່ວໄປແລ້ວ ຜູ້ອຳນວຍການໂຮງໝໍແມ່ນຜູ້ທີ່ເກັ່ງທີ່ສຸດໃນທຸກດ້ານຂອງວິຊາຊີບ ແລະ ຄອບຄອງທັກສະທາງເຕັກນິກທີ່ແຂງແກ່ນທີ່ສຸດ ແລະ ຄົນດັ່ງກ່າວກໍຄິດວ່າສິ່ງນີ້ກໍເປັນກໍລະນີດຽວກັນໃນເຮືອນຂອງພຣະເຈົ້າ. ວິທີການເຂົ້າໃຈສິ່ງຕ່າງໆແບບນີ້ຖືກຕ້ອງບໍ? ບໍ່, ມັນບໍ່ຖືກຕ້ອງ. ສິ່ງນີ້ຂັດກັບຄຳເວົ້າທີ່ວ່າ: “ຄວາມຈິງປົກຄອງໃນເຮືອນຂອງພຣະເຈົ້າ”. ຄົນດັ່ງກ່າວເຊື່ອວ່າຄວາມຮູ້ປົກຄອງໃນເຮືອນຂອງພຣະເຈົ້າ, ວ່າໃຜກໍຕາມທີ່ມີຄວາມຮູ້ ແລະ ປະສົບການ, ໃຜກໍຕາມທີ່ມີຄວາມອາວຸໂສພຽງພໍ ແລະ ມີຕົ້ນທຶນພຽງພໍກໍຈະສາມາດຕັ້ງຕົວໄດ້ໃນເຮືອນຂອງພຣະເຈົ້າ ແລະ ທຸກຄົນຕ້ອງຟັງຄວາມພວກເຂົາ. ມຸມມອງນີ້ບໍ່ຜິດບໍ? ບາງຄົນອາດຈະຄິດ ແລະ ກະທຳແບບນີ້ໂດຍບໍ່ຮູ້ຕົວ; ພວກເຂົາໄລ່ຕາມສິ່ງນີ້ ແລະ ບາງເທື່ອມື້ໜຶ່ງພວກເຂົາກໍຈະຈົບລົງດ້ວຍການພົບກັບທາງຕັນ. ເປັນຫຍັງພວກເຂົາຈຶ່ງອາດຈະພົບກັບທາງຕັນ? ຄົນທີ່ບໍ່ຮັກ ຫຼື ໄລ່ຕາມຄວາມຈິງ, ຜູ້ທີ່ບໍ່ສົນໃຈຄວາມຈິງຢ່າງສິ້ນເຊີງ, ສາມາດເຂົ້າໃຈຕົນເອງໄດ້ບໍ? (ບໍ່ໄດ້.) ແລ້ວໃນຂະນະທີ່ບໍ່ເຂົ້າໃຈຕົນເອງ, ພວກເຂົາກໍໄດ້ປະກອບຄວາມຮູ້ຢ່າງຫຼວງຫຼາຍໃຫ້ກັບຕົນເອງ, ໄດ້ຈ່າຍລາຄາບາງຢ່າງໃຫ້ກັບເຮືອນຂອງພຣະເຈົ້າ ແລະ ໄດ້ປະກອບສ່ວນບາງຢ່າງ. ແລ້ວພວກເຂົາໄດ້ປ່ຽນສິ່ງເຫຼົ່ານີ້ໃຫ້ກາຍເປັນຫຍັງ? ພວກເຂົາໄດ້ປ່ຽນພວກມັນໃຫ້ກາຍເປັນຕົ້ນທຶນ. ແລ້ວສຳລັບພວກເຂົາແລ້ວ, ຕົ້ນທຶນນີ້ແມ່ນຫຍັງ? ມັນຄືບັນທຶກການປະຕິບັດຄວາມຈິງຂອງພວກເຂົາ, ເປັນຫຼັກຖານທີ່ສະແດງໃຫ້ເຫັນວ່າພວກເຂົາເຂົ້າສູ່ຄວາມເປັນຈິງຄວາມຈິງ ແລະ ເຂົ້າໃຈຄວາມຈິງ. ນີ້ຄືສິ່ງທີ່ພວກເຂົາໄດ້ປ່ຽນສິ່ງເຫຼົ່ານີ້ໃຫ້ກາຍເປັນ. ໃນໃຈຂອງແຕ່ລະບຸກຄົນ, ການເຂົ້າໃຈຄວາມຈິງ ແລະ ການເຂົ້າສູ່ຄວາມເປັນຈິງຄວາມຈິງນັ້ນແມ່ນຖືວ່າເປັນສິ່ງທີ່ດີ ແລະ ເປັນບວກ. ແນ່ນອນວ່າສິ່ງນີ້ກໍເປັນຄວາມຈິງໃນສາຍຕາຂອງຄົນປະເພດນີ້ເຊັ່ນກັນ. ແຕ່ໜ້າເສຍດາຍທີ່ພວກເຂົາເຂົ້າໃຈຜິດວ່າຄວາມຮູ້ຄືຄວາມຈິງ. ເຖິງຢ່າງໃດກໍຕາມ, ພວກເຂົາກໍຍັງຮູ້ສຶກດີກັບຄວາມຜິດພາດນີ້. ນີ້ຄືສັນຍານຂອງອັນຕະລາຍ. ຄົນປະເພດໃດທີ່ຈະກະທຳແບບນີ້? ຄົນທີ່ບໍ່ມີຄວາມເຂົ້າໃຈຝ່າຍວິນຍານລ້ວນແຕ່ຈະກະທຳແບບນີ້ ໂດຍກ້າວເຂົ້າສູ່ເສັ້ນທາງທີ່ຜິດພາດໂດຍບໍ່ຮູ້ຕົວ. ເມື່ອພວກເຂົາຢູ່ເທິງເສັ້ນທາງນັ້ນແລ້ວ, ເຈົ້າກໍຈະບໍ່ສາມາດດຶງພວກເຂົາກັບຄືນມາໄດ້. ຖ້າເຈົ້າໂອ້ລົມກັບພວກເຂົາກ່ຽວກັບຄວາມຈິງ, ຊີ້ໃຫ້ເຫັນສະພາວະຂອງພວກເຂົາ ແລະ ເປີດໂປງພວກເຂົາ, ພວກເຂົາກໍຈະບໍ່ເຂົ້າໃຈ, ພວກເຂົາຈະບໍ່ສາມາດເຊື່ອມໂຍງສິ່ງນີ້ກັບຕົນເອງໄດ້. ນີ້ຄືການຂາດຄວາມເຂົ້າໃຈຝ່າຍວິນຍານຢ່າງຮ້າຍແຮງ. ຄົນດັ່ງກ່າວປະຕິບັດຕໍ່ຄວາມຮູ້, ປະສົບການ ແລະ ບົດຮຽນຂອງພວກເຂົາວ່າເປັນຄວາມຈິງຢ່າງເປັນທຳມະຊາດ. ເມື່ອພວກເຂົາຖືວ່າສິ່ງເຫຼົ່ານີ້ເປັນຄວາມຈິງແລ້ວ, ໃນທີ່ສຸດສະຖານະການບາງຢ່າງກໍຈະເກີດຂຶ້ນ. ສິ່ງນີ້ແມ່ນຫຼີກລ່ຽງບໍ່ໄດ້. ສົມມຸດວ່າພຣະເຈົ້າກ່າວສິ່ງໜຶ່ງ ແລະ ຄົນປະເພດນີ້ເວົ້າອີກສິ່ງໜຶ່ງ, ມຸມມອງຂອງພວກເຂົາກໍຈະແຕກຕ່າງຢ່າງແນ່ນອນ. ແລ້ວຄົນປະເພດນີ້ຈະພິຈາລະນາມຸມມອງຂອງໃຜວ່າຖືກຕ້ອງ? ພວກເຂົາຈະເຊື່ອວ່າມຸມມອງຂອງພວກເຂົາເອງນັ້ນຖືກຕ້ອງ. ແລ້ວພວກເຂົາຈະສາມາດອ່ອນນ້ອມຕໍ່ພຣະເຈົ້າໄດ້ບໍ? (ບໍ່ໄດ້.) ພວກເຂົາຈະເຮັດແນວໃດ? ພວກເຂົາຈະຍຶດຕິດກັບມຸມມອງຂອງພວກເຂົາເອງ ແລະ ປະຕິເສດສິ່ງທີ່ພຣະເຈົ້າໄດ້ກ່າວ. ໃນການເຮັດສິ່ງນີ້, ພວກເຂົາບໍ່ໄດ້ກຳລັງປະຕິບັດຕໍ່ຕົນເອງວ່າເປັນຮູບກາຍຂອງຄວາມຈິງບໍ? (ແມ່ນແລ້ວ.) ພວກເຂົາຄິດວ່າ ໃນທີ່ສຸດພວກເຂົາກໍປະສົບຄວາມສຳເລັດໃນການບຳເພັນພຽນຂອງພວກເຂົາ ຄືກັນກັບຊາວພຸດ; ໃນຂະນະທີ່ພວກເຂົາປະຕິເສດພຣະເຈົ້າ, ພວກເຂົາກໍເຮັດໃຫ້ຄົນອື່ນປະຕິບັດຕໍ່ພວກເຂົາຄືກັບພຣະເຈົ້າ ແລະ ຄິດວ່າພວກເຂົາໄດ້ກາຍເປັນຮູບກາຍຂອງຄວາມຈິງແລ້ວ. ສິ່ງນັ້ນຈັ່ງແມ່ນໄຮ້ສາລະແທ້ໆ! ຕົວຢ່າງ: ສົມມຸດວ່າຄົນໃດໜຶ່ງມີຄວາມຊ່ຽວຊານເປັນພິເສດໃນຂົງເຂດຄວາມຮູ້ ຫຼື ສາຍອາຊີບໃດໜຶ່ງ. ຍ້ອນເຮົາເປັນຄົນທໍາມະດາໃນຂົງເຂດນີ້, ເຮົາຈຶ່ງຖາມຄຳຖາມທີ່ກ່ຽວຂ້ອງກັບຂົງເຂດນີ້ກັບພວກເຂົາ ແຕ່ເມື່ອເຮົາເຮັດແນວນັ້ນ, ພວກເຂົາກໍເລີ່ມອວດອ້າງ. ນີ້ແມ່ນຄົນປະເພດໃດ? ບອກເຮົາເບິ່ງວ່າ ເຮົາຜິດບໍທີ່ຖາມຄຳຖາມພວກເຂົາ? (ບໍ່ຜິດ.) ແລ້ວເປັນຫຍັງເຮົາຈຶ່ງຖາມຄຳຖາມພວກເຂົາ? ເພາະວ່າບາງເລື່ອງກ່ຽວຂ້ອງກັບວຽກງານ ແລະ ວິຊາຊີບ ແລະ ເນື່ອງຈາກເຮົາບໍ່ເຂົ້າໃຈເລື່ອງເຫຼົ່ານັ້ນ, ເຮົາຈຶ່ງຄວນຖາມຄົນອື່ນ. ຍິ່ງໄປກວ່ານັ້ນ, ເຮົາຮູ້ວ່າພວກເຂົາມີປະສົບການ ແລະ ເຂົ້າໃຈເລື່ອງເຫຼົ່ານີ້. ມັນເປັນເລື່ອງທີ່ເໝາະສົມຢ່າງຍິ່ງທີ່ເຮົາຈະຖາມຄຳຖາມພວກເຂົາ. ເຈດຕະນາ ແລະ ວິທີການຂອງເຮົາຖືກຕ້ອງບໍ? (ຖືກຕ້ອງ.) ມັນບໍ່ຄວນມີຫຍັງຜິດກ່ຽວກັບເລື່ອງນີ້, ແມ່ນບໍ? ແລ້ວວິທີການທີ່ຖືກຕ້ອງທີ່ຄົນຜູ້ນັ້ນຄວນປະຕິບັດຕໍ່ເລື່ອງນີ້ແມ່ນຫຍັງ? ພວກເຂົາຄວນບອກເຮົາກ່ຽວກັບທຸກສິ່ງທີ່ພວກເຂົາເຂົ້າໃຈ. ແລ້ວພວກເຂົາຄວນຄິດກ່ຽວກັບມັນແນວໃດ? ວິທີຄິດທີ່ຖືກຕ້ອງກ່ຽວກັບມັນແມ່ນຫຍັງ? ວິທີທີ່ຜິດແມ່ນຫຍັງ? ຄົນປົກກະຕິທີ່ມີເຫດຜົນຈະຄິດກ່ຽວກັບມັນແນວໃດ? ຄົນທີ່ມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສຈະຄິດກ່ຽວກັບມັນແນວໃດ? ເມື່ອໄດ້ຍິນວ່າເຮົາບໍ່ເຂົ້າໃຈ, ບາງຄົນກໍເວົ້າວ່າ “ໂອ້, ເຈົ້າບໍ່ເຂົ້າໃຈດອກ! ເຈົ້າບໍ່ຮູ້ດອກວ່າມັນຍາກສໍ່າໃດສຳລັບພວກເຮົາທີ່ຈະເຮັດມັນ! ເຈົ້າບໍ່ຮູ້ເລື່ອງນີ້ ແລະ ເຈົ້າກໍບໍ່ເຂົ້າໃຈມັນດອກ!” ໃນຂະນະທີ່ພວກເຂົາເວົ້າ, ພວກເຂົາກໍເລີ່ມອວດອ້າງ. ແລ້ວການອວດອ້າງນີ້ບົ່ງບອກເຖິງຫຍັງ? ວ່າມີບັນຫາ. ໂດຍປົກກະຕິແລ້ວ ຄົນເຫຼົ່ານີ້ເປັນຄົນທີ່ສຸພາບຮຽບຮ້ອຍ ແລະ ເຂັ້ມງວດໃນສາສະໜາຫຼາຍ ແຕ່ເປັນຫຍັງທັນທີທັນໃດພວກເຂົາຈຶ່ງເລີ່ມອວດອ້າງ? (ພວກເຂົາຖືວ່າຕົນເອງເປັນຄວາມຈິງ ເພາະວ່າພວກເຂົາເຂົ້າໃຈຄວາມຮູ້ໜ້ອຍໜຶ່ງ ແລະ ມີປະສົບການໜ້ອຍໜຶ່ງ.) ຖືກຕ້ອງ. ກ່ອນໜ້ານີ້, ເມື່ອຄົນອື່ນຖາມຄຳຖາມພວກເຂົາ, ພວກເຂົາກໍບໍ່ຄິດວ່າມັນເປັນເລື່ອງໃຫຍ່. ແຕ່ເມື່ອເຮົາຖາມຄຳຖາມພວກເຂົາ, ພວກເຂົາກໍຄິດວ່າ “ເຈົ້າບໍ່ແມ່ນຄວາມຈິງບໍ? ເຈົ້າບໍ່ຄວນຈະເຂົ້າໃຈທຸກສິ່ງບໍ? ເຈົ້າບໍ່ເຂົ້າໃຈເລື່ອງແບບນີ້ໄດ້ແນວໃດ? ຖ້າເຈົ້າບໍ່ເຂົ້າໃຈເລື່ອງນີ້, ຂ້ອຍກໍຢູ່ເໜືອເຈົ້າ”. ພວກເຂົາຕ້ອງການອວດອ້າງໜ້ອຍໜຶ່ງ. ນີ້ບໍ່ແມ່ນສິ່ງທີ່ພວກເຂົາກຳລັງຄິດບໍ? (ແມ່ນແລ້ວ.) ພວກເຂົາບໍ່ຮູ້ສຶກເປັນກຽດ ແຕ່ພັດມີອຸປະນິໄສແບບຊາຕານປະເພດໜຶ່ງລະເບີດອອກມາຈາກພວກເຂົາແທນ. ທັນທີທັນໃດພວກເຂົາກໍຮູ້ສຶກວ່າພວກເຂົາຍິ່ງໃຫຍ່ຫຼາຍໃນລະຫວ່າງແຜ່ນດິນໂລກ ແລະ ສະຫວັນ! ນີ້ບໍ່ແມ່ນຄວາມເຂົ້າໃຈຜິດບໍ? ຄົນເຫຼົ່ານີ້ບໍ່ແມ່ນຄົນໂງ່ຈ້າບໍ? (ແມ່ນແລ້ວ.) ເຮົາກໍຄິດແບບນັ້ນຄືກັນ. ມີພຽງຄົນໂງ່ຈ້າເທົ່ານັ້ນທີ່ຈະຄິດແບບນີ້. ພວກເຂົາບໍ່ພຽງແຕ່ເຂົ້າໃຈກ່ຽວກັບຂົງເຂດນີ້ໜ້ອຍໜຶ່ງບໍ? ມີຫຼາຍສິ່ງທີ່ຜູ້ຄົນບໍ່ຮູ້; ພວກເຂົາຄວນມີການຮັບຮູ້ຕົວເອງໜ້ອຍໜຶ່ງ. ບາງຄົນຮູ້ກ່ຽວກັບຜ້າໜ້ອຍໜຶ່ງ ແລະ ສາມາດບອກປະເພດຂອງວັດສະດຸໄດ້ໂດຍການສຳຜັດພຽງເທົ່ານັ້ນ. ຖ້າເຈົ້າຍ້ອງຍໍພວກເຂົາໂດຍເວົ້າວ່າ “ເບິ່ງຄືວ່າເຈົ້າຮູ້ຈັກຜ້າດີ”, ພວກເຂົາກໍຈະຕອບວ່າ “ຖືກຕ້ອງ. ພວກເຈົ້າຈະບໍ່ຮູ້ເລື່ອງນີ້ດອກ ເພາະວ່າພວກເຈົ້າບໍ່ໄດ້ຮຽນຮູ້ກ່ຽວກັບມັນ. ຂ້ອຍໄດ້ຮຽນຮູ້ກ່ຽວກັບມັນ, ຂ້ອຍເປັນຜູ້ຊ່ຽວຊານກ່ຽວກັບມັນຫຼາຍກວ່າພວກເຈົ້າ. ຂ້ອຍບໍ່ໄດ້ດູຖູກເຈົ້າ, ເຈົ້າພຽງແຕ່ຈຳເປັນຕ້ອງສຶກສາໃຫ້ຫຼາຍຂຶ້ນແທ້ໆ”. ສິ່ງນີ້ບໍ່ໜ້າລັງກຽດຫຼາຍບໍ? ແລ້ວກໍມີຄົນທີ່ເຮັດອາຫານໜ້ອຍໜຶ່ງ ແລະ ເລີ່ມອວດອ້າງວ່າພວກເຂົາສາມາດເຮັດອາຫານໄດ້ຫຼາຍເຍື່ອງ ແລະ ສາມາດແຕ່ງກິນໄດ້ຫຼາຍຄາບ. ບາງຄົນເຄີຍເຮັດວຽກເປັນໝໍຊາວບ້ານໃນຊົນນະບົດໄລຍະໜຶ່ງ. ເມື່ອອ້າຍເອື້ອຍນ້ອງຂອງພວກເຂົາເຈັບປ່ວຍໜ້ອຍໜຶ່ງ ແລະ ຂໍໃຫ້ພວກເຂົານວດ ຫຼື ຝັງເຂັມ ຫຼື ຄອບແກ້ວໃຫ້ພວກເຂົາ ແລະ ສອບຖາມວ່າສິ່ງນັ້ນສາມາດປິ່ນປົວພວກເຂົາໄດ້ ຫຼື ບໍ່, ພວກເຂົາກໍຕອບວ່າ: “ເຈົ້າຄິດວ່າສິ່ງນີ້ສາມາດປິ່ນປົວໄດ້ງ່າຍໆແບບນີ້ບໍ? ພວກເຈົ້າບໍ່ເຂົ້າໃຈ. ພວກພວກເຮົາທີ່ຢູ່ໃນວົງການການແພດລ້ວນແຕ່ຮູ້ວ່າຮ່າງກາຍຂອງມະນຸດນັ້ນຊັບຊ້ອນ. ມີຄວາມລຶກລັບໃນການສ້າງມະນຸດຂອງພຣະເຈົ້າະ. ສະນັ້ນ, ມັນຂຶ້ນຢູ່ກັບສະຖານະການວ່າຈະສາມາດໃຊ້ການຝັງເຂັມ ຫຼື ການຄອບແກ້ວໄດ້ ຫຼື ບໍ່”. ໃນຄວາມເປັນຈິງແລ້ວ, ພວກເຂົາເອງກໍຮູ້ໜ້ອຍຫຼາຍເຊັ່ນກັນ. ພວກເຂົາບໍ່ສາມາດອະທິບາຍອາການທາງການແພດໃດໆໄດ້ຢ່າງຊັດເຈນ ຫຼື ປິ່ນປົວພະຍາດຫຼາຍຢ່າງໄດ້. ເຖິງຢ່າງໃດກໍຕາມ, ເພື່ອເປັນການຮັກສາໜ້າ, ພວກເຂົາກໍຍັງວາງທ່າ, ທໍາທ່າ ແລະ ເຮັດຕົວຄືກັບຜູ້ຊ່ຽວຊານ. ການສະແດງອອກຂອງຄົນປະເພດຕ່າງໆເຫຼົ່ານີ້ສະແດງໃຫ້ເຫັນວ່າມະນຸດທີ່ເສື່ອມຊາມລ້ວນແຕ່ມີອຸປະນິໄສຂອງຊາຕານ ແລະ ອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ. ເຖິງຢ່າງນັ້ນກໍຕາມ ກໍຍັງມີກໍລະນີທີ່ຮ້າຍແຮງກວ່ານັ້ນ ເຊິ່ງຜູ້ຄົນປອມຕົວ ແລະ ທໍາທ່າຈົນເຖິງທີ່ສຸດ. ບໍ່ວ່າຄົນອື່ນຈະຍ້ອງຍໍພວກເຂົາ ຫຼື ບໍ່ກໍຕາມ, ພວກເຂົາກໍເກັບຄວາມຄິດທີ່ມືດມົວໄວ້ໃນສ່ວນເລິກຂອງພວກເຂົາ. ຄວາມຄິດນີ້ແມ່ນຫຍັງ? “ຂ້ອຍຈະບໍ່ມີວັນໃຫ້ໃຜຮູ້ຕົວຕົນທີ່ແທ້ຈິງ ແລະ ຄວາມສາມາດທີ່ແທ້ຈິງຂອງຂ້ອຍ”. ຕົວຢ່າງ: ຖ້າພວກເຂົາເປັນພຽງໝໍຊາວບ້ານ, ພວກເຂົາກໍມັກຈະພະຍາຍາມເຮັດໃຫ້ຄົນອື່ນຄິດວ່າພວກເຂົາເປັນໝໍທີ່ມີຊື່ສຽງຢູ່ສະເໝີ ໂດຍບໍ່ເຄີຍຢາກໃຫ້ໃຜຮູ້ວ່າພວກເຂົາເປັນໝໍຊາວບ້ານ ຫຼື ພວກເຂົາສາມາດປິ່ນປົວພະຍາດໄດ້ແທ້ ຫຼື ບໍ່. ພວກເຂົາຢ້ານຄົນອື່ນຮູ້ຄວາມຈິງກ່ຽວກັບສະຖານະການຂອງພວກເຂົາ. ແລ້ວພວກເຂົາປົກປິດຕົນເອງເຖິງລະດັບໃດ? ເຖິງລະດັບທີ່ທຸກຄົນທີ່ເຂົ້າມາພົວພັນກັບພວກເຂົາຄິດວ່າພວກເຂົາບໍ່ເຄີຍເຮັດຜິດພາດ ແລະ ພວກເຂົາບໍ່ມີຂໍ້ບົກພ່ອງໃດໆເລີຍ; ພວກເຂົາຊ່ຽວຊານໃນທຸກສິ່ງທີ່ພວກເຂົາໄດ້ຮຽນຮູ້ ແລະ ສາມາດເຮັດທຸກສິ່ງທີ່ຄົນອື່ນຕ້ອງການໄດ້. ຖ້າຄົນອື່ນຖາມພວກເຂົາວ່າພວກເຂົາສາມາດເຮັດອາຫານໄດ້ ຫຼື ບໍ່, ພວກເຂົາກໍຈະບອກວ່າພວກເຂົາສາມາດເຮັດໄດ້. ເມື່ອຖືກຖາມວ່າພວກເຂົາສາມາດກຽມງານລ້ຽງແບບແມນຈູ-ຮັ່ນໄດ້ ຫຼື ບໍ່, ເຖິງແມ່ນວ່າພວກເຂົາຈະຄິດໃນໃຈວ່າ “ຂ້ອຍເຮັດບໍ່ໄດ້”, ແຕ່ພວກເຂົາກໍຈະຕອບວ່າ “ໄດ້!” ເມື່ອຖືກຖາມຕື່ມອີກ. ແຕ່ເມື່ອມີການຂໍໃຫ້ເຮັດ, ພວກເຂົາກໍຈະຫາຂໍ້ອ້າງເພື່ອປະຕິເສດ. ນີ້ບໍ່ແມ່ນການຫຼອກລວງບໍ? ພວກເຂົາທໍາທ່າວ່າຮູ້ທຸກສິ່ງ, ສາມາດເຮັດໄດ້ທຸກສິ່ງ, ສາມາດເຮັດຫຍັງກໍໄດ້, ພວກເຂົາບໍ່ແມ່ນຄົນໂງ່ຈ້າບໍ? ແຕ່ບໍ່ວ່າພວກເຂົາຈະເປັນຄົນໂງ່ຈ້າ ຫຼື ມີຄວາມສາມາດໜ້ອຍໜຶ່ງ, ມີຄວາມເກັ່ງກ້າ ຫຼື ພອນສະຫວັນບາງຢ່າງກໍຕາມ, ສິ່ງໜຶ່ງທີ່ຜູ້ຕໍ່ຕ້ານພຣະຄຣິສມີຄືກັນແມ່ນຫຍັງ? ມັນຄືຄວາມປາຖະໜາຂອງພວກເຂົາທີ່ຈະທໍາທ່າວ່າເຂົ້າໃຈທຸກສິ່ງ, ທໍາທ່າເປັນຄວາມຈິງ. ເຖິງແມ່ນວ່າພວກເຂົາຈະບໍ່ໄດ້ອ້າງໂດຍກົງວ່າເປັນຄວາມຈິງກໍຕາມ ແຕ່ພວກເຂົາກໍຕ້ອງການທໍາທ່າວ່າພວກເຂົາຄືຄວາມເປັນຈິງຂອງທຸກສິ່ງທີ່ເປັນບວກ, ວ່າພວກເຂົາສາມາດເຮັດໄດ້ທຸກສິ່ງ. ແລ້ວຄວາມໝາຍແຝງບໍ່ແມ່ນວ່າພວກເຂົາເປັນຮູບກາຍຂອງຄວາມຈິງບໍ? ພວກເຂົາເຊື່ອວ່າພວກເຂົາເປັນຮູບກາຍຂອງຄວາມຈິງ, ວ່າທຸກສິ່ງທີ່ພວກເຂົາເວົ້າແມ່ນຖືກຕ້ອງ, ວ່າມັນຄືຄວາມຈິງ.

ມີບາງຄົນທີ່ໄດ້ຮັບມອບໝາຍໜ້າວຽກພິເສດຈາກເບື້ອງເທິງ. ເມື່ອຮູ້ເລື່ອງນີ້, ພວກເຂົາກໍຄິດໃນໃຈວ່າ: “ໜ້າວຽກນີ້ຖືກມອບໝາຍໃຫ້ຂ້ອຍໂດຍເບື້ອງເທິງ, ອຳນາດຂອງຂ້ອຍຈຶ່ງຍິ່ງໃຫຍ່ຂຶ້ນ. ຕອນນີ້ ຂ້ອຍຈະມີໂອກາດສະແດງຄວາມສາມາດພິເສດ ແລະ ອຳນາດຂອງຂ້ອຍ. ຂ້ອຍຈະເຮັດໃຫ້ຜູ້ທີ່ຢູ່ເບື້ອງລຸ່ມເຫັນວ່າຂ້ອຍເປັນຕາຢ້ານສໍ່າໃດ”. ເມື່ອມີປະຕິສຳພັນກັບອ້າຍເອື້ອຍນ້ອງ, ພວກເຂົາກໍສັ່ງການພວກເຂົາ ໂດຍເວົ້າວ່າ: “ໄປເຮັດສິ່ງນີ້!” ເມື່ອຖືກຖາມວ່າຈະເຮັດແນວໃດ, ພວກເຂົາກໍເວົ້າວ່າ: “ເຈົ້າຈະເຮັດ ຫຼື ບໍ່? ຖ້າບໍ່ເຮັດ, ຂ້ອຍຈະຈັດການກັບເຈົ້າ! ນີ້ຄືຄຳສັ່ງຈາກເບື້ອງເທິງ. ເຈົ້າສາມາດຮັບຜິດຊອບຕໍ່ການລ່ວງເກີນພວກເຂົາໂດຍການເຮັດໃຫ້ມັນຊັກຊ້າໄດ້ບໍ? ເມື່ອເບື້ອງເທິງສືບສວນຄວາມຮັບຜິດຊອບ, ໃຜຈະສາມາດແບກຮັບຄວາມຮັບຜິດຊອບນີ້ໄດ້?” ອ້າຍເອື້ອຍນ້ອງຕອບວ່າ: “ພວກເຮົາພຽງແຕ່ປາຖະໜາທີ່ຈະທຳຄວາມເຂົ້າໃຈເລື່ອງນີ້ ແລະ ສະແຫວງຫາຫຼັກການໃນການເຮັດມັນ, ແທນທີ່ຈະເຮັດມັນໂດຍບໍ່ມີການວາງແຜນ ແລະ ນໍາໃຊ້ວິທີການໃດກໍຕາມທີ່ພວກເຮົາເຫັນວ່າເໝາະສົມ. ທຸກສິ່ງຕ້ອງເຮັດຕາມຫຼັກການ. ບໍ່ວ່າຈະເປັນເລື່ອງໃດ ຫຼື ມັນຈະຮີບດ່ວນ ຫຼື ສຳຄັນສໍ່າໃດກໍຕາມ; ບໍ່ວ່າໃຜຈະເປັນຜູ້ມອບໝາຍມັນກໍຕາມ, ການຍຶດໝັ້ນໃນຫຼັກການຄືຄວາມຈິງທີ່ປ່ຽນແປງບໍ່ໄດ້. ນີ້ຄືໜ້າທີ່ຂອງພວກເຮົາ ແລະ ພວກເຮົາຕ້ອງມີຄວາມຮັບຜິດຊອບ. ການສະແຫວງຫາຫຼັກການຄືສິ່ງທີ່ພຣະເຈົ້າຮຽກຮ້ອງຈາກພວກເຮົາ. ພວກເຮົາກຳລັງສະແຫວງຫາ ແລະ ຂໍຄວາມກະຈ່າງແຈ້ງດ້ວຍທັດສະນະຄະຕິທີ່ມີຄວາມຮັບຜິດຊອບ. ບໍ່ມີຫຍັງຜິດປົກກະຕິກ່ຽວກັບເລື່ອງນີ້. ເຈົ້າຈຳເປັນຕ້ອງຊີ້ແຈງເລື່ອງນີ້ໃຫ້ພວກເຮົາ”. ແຕ່ພວກເຂົາພັດຕອບວ່າ: “ມີຫຍັງທີ່ຈະຕ້ອງເວົ້າກ່ຽວກັບເລື່ອງນີ້? ສິ່ງທີ່ເບື້ອງເທິງເວົ້າສາມາດຜິດໄດ້ບໍ? ຟ້າວໄປເຮັດໃຫ້ມັນແລ້ວ!” ເຊິ່ງອ້າຍເອື້ອຍນ້ອງກໍຕອບວ່າ: “ໃນເມື່ອເບື້ອງເທິງເວົ້າແບບນັ້ນ, ພວກເຮົາກໍຈະຟ້າວເຮັດມັນຢ່າງແນ່ນອນ. ແຕ່ເຈົ້າສາມາດບອກພວກເຮົາຢ່າງຊັດເຈນໄດ້ບໍວ່າຄວນເຮັດແນວໃດ? ມີກົດລະບຽບ ຫຼື ຄຳແນະນຳສະເພາະໃດໆບໍ?” ພວກເຂົາເວົ້າວ່າ: “ເຮັດຕາມທີ່ພວກເຈົ້າເຫັນວ່າເໝາະສົມ. ຄຳແນະນຳຈາກເບື້ອງເທິງບໍ່ໄດ້ລະອຽດຂະໜາດນັ້ນ. ໄປຄິດຫາວິທີເອົາເອງ!” ນີ້ແມ່ນຄົນປະເພດໃດ? ໃຫ້ພວກເຮົາລືມເລື່ອງແຮງຈູງໃຈ ຫຼື ຕົ້ນເຫດຂອງພວກເຂົາໃນການເຮັດສິ່ງນີ້ໄປກ່ອນ; ແຕ່ໃຫ້ພວກເຮົາມາກວດສອບອຸປະນິໄສຂອງພວກເຂົາກ່ອນ. ວິທີການນີ້ຂອງພວກເຂົາດີບໍ? (ບໍ່ດີ.) ພວກເຂົາຄິດຫາວິທີການແບບນີ້ໄດ້ແນວໃດ? ນີ້ເປັນວິທີການທີ່ປົກກະຕິບໍ? (ບໍ່, ມັນບໍ່ປົກກະຕິ.) ມັນບໍ່ປົກກະຕິ. ນີ້ເປັນບັນຫາກັບສະພາວະທາງຈິດຂອງພວກເຂົາ ຫຼື ອຸປະນິໄສຂອງພວກເຂົາ? (ເປັນບັນຫາກັບອຸປະນິໄສຂອງພວກເຂົາ.) ຖືກຕ້ອງ, ອຸປະນິໄສຂອງພວກເຂົາມີບັນຫາ. ມີສຳນວນໜຶ່ງທີ່ເອີ້ນວ່າ “ການລໍຖ້າເວລາທີ່ເໝາະສົມ”. ມັນໝາຍຄວາມວ່າ ໃນອະດີດ ພວກເຂົາບໍ່ເຄີຍມີໂອກາດທີ່ເໝາະສົມໃນການສ້າງອຳນາດຂອງພວກເຂົາ; ແຕ່ຕອນນີ້ ເມື່ອໂອກາດດັ່ງກ່າວປາກົດຂຶ້ນ, ພວກເຂົາກໍຈະຍຶດເອົາມັນໄວ້ ແລະ ໃຊ້ມັນເປັນຂໍ້ອ້າງໃນການກະທຳ. ນີ້ແມ່ນອຸປະນິໄສປະເພດໃດ? ບໍ່ວ່າເຈົ້າຈະໄດ້ຮັບໜ້າທີ່ໃດຈາກເບື້ອງເທິງກໍຕາມ, ຫຼັກການໃນການກະທຳຂອງເຈົ້າກໍບໍ່ສາມາດປ່ຽນແປງໄດ້. ເມື່ອເບື້ອງເທິງມອບໝາຍວຽກ ຫຼື ໜ້າວຽກໃຫ້ເຈົ້າ, ມັນກໍເປັນພຽງພຣະບັນຊາທີ່ມອບໝາຍໃຫ້ເຈົ້າເທົ່ານັ້ນ. ມັນຍັງເປັນໜ້າທີ່ຂອງເຈົ້າທີ່ຈະຕ້ອງເຮັດມັນອີກດ້ວຍ. ເຖິງຢ່າງໃດກໍຕາມ, ຫຼັງຈາກທີ່ໄດ້ຮັບພຣະບັນຊາຈາກເບື້ອງເທິງ ແລະ ຮັບຜິດຊອບວຽກນັ້ນແລ້ວ, ເຈົ້າສາມາດອ້າງຕົນວ່າເປັນເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແລະ ເປັນຜູ້ຊ່ຽວຊານດ້ານຄວາມຈິງໄດ້ບໍ? ຕອນນີ້ ເຈົ້າມີສິດອໍານາດທີ່ຈະສັ່ງການຄົນອື່ນ ແລະ ເຮັດຕາມທີ່ເຈົ້າປາຖະໜາບໍ? ເຈົ້າໄດ້ຮັບອະນຸຍາດໃຫ້ເຮັດຕາມຄວາມຕ້ອງການຂອງຕົນເອງ, ກະທຳຕາມທີ່ເຈົ້າພໍໃຈຕາມຄວາມມັກຂອງຕົນເອງ ແລະ ຕາມວິທີທາງຂອງຕົນເອງບໍ? ມີຄວາມແຕກຕ່າງໃດໆບໍ ລະຫວ່າງການທີ່ເບື້ອງເທິງມອບໝາຍໃຫ້ເຈົ້າເຮັດບາງສິ່ງໂດຍກົງ ກັບການປະຕິບັດໜ້າທີ່ປົກກະຕິຂອງເຈົ້າຕາມທີ່ເຈົ້າເຄີຍເຮັດ? ບໍ່ມີຄວາມແຕກຕ່າງໃດໆ; ພວກມັນທັງສອງລ້ວນແຕ່ເປັນໜ້າທີ່ຂອງເຈົ້າ. ໃນເມື່ອທັງສອງຢ່າງລ້ວນແຕ່ເປັນໜ້າທີ່ຂອງເຈົ້າ, ຫຼັກການໃນການເຮັດສິ່ງຕ່າງໆປ່ຽນແປງໄປບໍ? ບໍ່, ພວກມັນບໍ່ໄດ້ປ່ຽນແປງ. ສະນັ້ນ, ບໍ່ວ່າເຈົ້າຈະໄດ້ຮັບໜ້າທີ່ຂອງເຈົ້າມາຈາກໃສກໍຕາມ, ແກ່ນແທ້ ແລະ ທຳມະຊາດຂອງໜ້າທີ່ຂອງເຈົ້າກໍຍັງຄືເກົ່າ. ຈາກສິ່ງນີ້ເຮົາໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ເຈົ້າຕ້ອງກະທຳຕາມຫຼັກການ ບໍ່ວ່າເຈົ້າກຳລັງປະຕິບັດໜ້າທີ່ໃດກໍຕາມ. ມັນບໍ່ໄດ້ໝາຍຄວາມວ່າ ພຽງເພາະເບື້ອງເທິງມອບໝາຍໃຫ້ເຈົ້າເຮັດບາງສິ່ງໂດຍກົງ, ເຈົ້າກໍສາມາດເຮັດມັນດ້ວຍວິທີໃດກໍໄດ້ຕາມທີ່ເຈົ້າພໍໃຈ ແລະ ທຸກສິ່ງທີ່ເຈົ້າເຮັດກໍຈະຖືກຕ້ອງ ແລະ ມີເຫດຜົນ. ເຖິງແມ່ນວ່າເຈົ້າຈະມີຄວາມສາມາດບາງຢ່າງ, ເຈົ້າສາມາດບ່ຽງເບນອອກຈາກເສັ້ນທາງແຫ່ງການສະແຫວງຫາຫຼັກການຄວາມຈິງໄດ້ບໍ? ເຈົ້າຍັງຄົງເປັນມະນຸດທີ່ເສື່ອມຊາມ. ເຈົ້າຍັງບໍ່ໄດ້ກາຍເປັນພຣະເຈົ້າ; ເຈົ້າບໍ່ໄດ້ຢູ່ໃນກຸ່ມພິເສດ. ເຈົ້າຍັງຄົງເປັນເຈົ້າ ແລະ ເຈົ້າກໍຈະເປັນມະນຸດຕະຫຼອດໄປ. ໃນພຣະຄຳພີ, ມີຫຼາຍຄົນທີ່ຖືກເອີ້ນໂດຍພຣະເຈົ້າເປັນການສ່ວນຕົວ: ໂມເຊ, ໂນອາ, ອັບຣາຮາມ, ໂຢບ ແລະ ຄົນອື່ນໆອີກຫຼາຍຄົນ. ຍັງມີຫຼາຍຄົນທີ່ໄດ້ສົນທະນາກັບພຣະເຈົ້າ; ເຖິງຢ່າງໃດກໍຕາມ, ບໍ່ມີໃຜໃນຄົນເຫຼົ່ານີ້ທີ່ເຊື່ອວ່າຕົນເອງເປັນບຸກຄົນພິເສດ ຫຼື ເປັນສະມາຊິກຂອງກຸ່ມພິເສດ. ໃນທ່າມກາງຄົນເຫຼົ່ານີ້, ບາງຄົນໄດ້ເຫັນພຣະເຈົ້າປາກົດຕົວໃນແປວໄຟດ້ວຍຕົນເອງ, ຄົນອື່ນໆໄດ້ຍິນພຣະຄຳຂອງພຣະເຈົ້າດ້ວຍຫູຂອງພວກເຂົາເອງ, ບາງຄົນໄດ້ຍິນຜູ້ສົ່ງສານຖ່າຍທອດພຣະທຳຂອງພຣະເຈົ້າ ໃນຂະນະທີ່ຄົນອື່ນໆກໍໄດ້ຮັບການທົດສອບຂອງພຣະເຈົ້າດ້ວຍຕົນເອງ. ແລ້ວມີໃຜໃນທ່າມກາງພວກເຂົາທີ່ພຣະເຈົ້າເບິ່ງວ່າແຕກຕ່າງຈາກມະນຸດທຳມະດາບໍ? (ບໍ່ມີ.) ບໍ່ມີ. ພຣະເຈົ້າບໍ່ໄດ້ເບິ່ງແບບນັ້ນ. ແຕ່ຖ້າເຈົ້າເຂົ້າໃຈແບບນັ້ນ ແລະ ເບິ່ງວ່າຕົນເອງເປັນບຸກຄົນພິເສດຢູ່ສະເໝີ, ເຈົ້າມີອຸປະນິໄສປະເພດໃດ? (ອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ.) ມັນເປັນອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສຢ່າງແທ້ຈິງ ເຊິ່ງເປັນຕາຢ້ານຫຼາຍ! ເຖິງແມ່ນວ່າພຣະເຈົ້າຈະວາງພຣະຫັດຂອງພຣະອົງລົງເທິງຫົວຂອງເຈົ້າ ແລະ ມອບລິດອຳນາດໃຫ້ເຈົ້າເພື່ອສະແດງຄວາມອັດສະຈັນທີ່ໄດ້ຮັບການສະໜັບສະໜູນຈາກລິດອຳນາດທີ່ສັກສິດ ຫຼື ເຮັດໜ້າວຽກບາງຢ່າງໃຫ້ສຳເລັດກໍຕາມ, ເຈົ້າກໍຍັງຄົງເປັນມະນຸດຕະຫຼອດໄປ; ເຈົ້າບໍ່ສາມາດກາຍເປັນຮູບກາຍຂອງຄວາມຈິງໄດ້. ສິ່ງນີ້ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ເຈົ້າຈະບໍ່ມີສິດໃຊ້ພຣະນາມຂອງພຣະເຈົ້າເພື່ອຂັດກັບຄວາມຈິງ ແລະ ກະທຳຕາມທີ່ເຈົ້າພໍໃຈຢ່າງເດັດຂາດ, ນັ້ນຄືພຶດຕິກຳຂອງຫົວໜ້າທູດສະຫວັນ. ບາງຄັ້ງ, ພຣະເຈົ້າກໍໃຊ້ວິທີການພິເສດ ຫຼື ຊ່ອງທາງພິເສດເພື່ອມອບໝາຍໃຫ້ບາງຄົນເຮັດສິ່ງພິເສດ, ເພື່ອປະຕິບັດວຽກງານພິເສດ ຫຼື ເພື່ອຖ່າຍທອດເຫດການ ຫຼື ໜ້າວຽກພິເສດ. ນີ້ກໍຍ້ອນວ່າພຣະເຈົ້າເຊື່ອວ່າຄົນເຫຼົ່ານີ້ມີຄວາມສາມາດໃນການຮັບຜິດຊອບວຽກງານດັ່ງກ່າວ, ພວກເຂົາສາມາດເຮັດວຽກງານທີ່ພຣະເຈົ້າມອບໝາຍໃຫ້ພວກເຂົາສຳເລັດໄດ້, ພວກເຂົາສົມຄວນໄດ້ຮັບຄວາມໄວ້ວາງໃຈຈາກພຣະເຈົ້າ ແລະ ບໍ່ມີຫຍັງຫຼາຍໄປກວ່ານັ້ນ. ເຖິງແມ່ນວ່າພວກເຂົາຈະໄດ້ຮັບພຣະບັນຊາຈາກພຣະເຈົ້າເອງເປັນການສ່ວນຕົວ, ໄດ້ຍິນພຣະຄຳຈາກພຣະໂອດຂອງພຣະເຈົ້າ ຫຼື ໄດ້ສົນທະນາກັບພຣະເຈົ້າກໍຕາມ, ພວກເຂົາກໍຈະບໍ່ກາຍເປັນສິ່ງທີ່ແຕກຕ່າງຈາກຄົນທຳມະດາ; ແລະ ພວກເຂົາຈະບໍ່ຖືກຍົກລະດັບຈາກການເປັນສິ່ງທີ່ຖືກສ້າງທຳມະດາ ໄປເປັນສິ່ງທີ່ຖືກສ້າງທີ່ບໍ່ຄືໃຜ ຫຼື ສູງສົ່ງກວ່າ. ສິ່ງນັ້ນຈະບໍ່ມີວັນເກີດຂຶ້ນ. ສະນັ້ນ, ໃນທ່າມກາງມະນຸດຊາດ, ໃນເຮືອນຂອງພຣະເຈົ້າ, ບໍ່ວ່າຄວາມສາມາດພິເສດ, ຕົວຕົນ, ສະຖານະ, ປະສົບການ, ບົດຮຽນທີ່ພວກເຂົາໄດ້ຮຽນຮູ້ ແລະ ສິ່ງອື່ນໆທີ່ຄ້າຍຄືກັນຂອງຄົນໃດໜຶ່ງຈະພິເສດສໍ່າໃດກໍຕາມ, ຄົນຜູ້ນັ້ນກໍບໍ່ສາມາດປ່ຽນໄປເປັນຮູບກາຍຂອງຄວາມຈິງໄດ້. ຖ້າຄົນໃດໜຶ່ງທໍາທ່າເປັນແບບນັ້ນຢ່າງບໍ່ຢຳເກງ, ຄົນຜູ້ນັ້ນກໍຄືຜູ້ຕໍ່ຕ້ານພຣະຄຣິສຢ່າງບໍ່ຕ້ອງສົງໄສ. ເຖິງແມ່ນວ່າບາງຄົນຈະເປີດເຜີຍອຸປະນິໄສດັ່ງກ່າວເປັນບາງຄັ້ງຄາວ, ພວກເຂົາກໍຍັງສາມາດຍອມຮັບຄວາມຈິງ ແລະ ກັບໃຈໄດ້. ຄົນແບບນີ້ມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ຍ່າງຢູ່ໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ; ພວກເຂົາຍັງມີຄວາມຫວັງທີ່ຈະຖືກຊ່ວຍໃຫ້ລອດພົ້ນ. ເຖິງຢ່າງໃດກໍຕາມ, ຖ້າຄົນໃດໜຶ່ງທໍາທ່າເປັນຮູບກາຍຂອງຄວາມຈິງຢ່າງສະໝໍ່າສະເໝີ, ສືບຕໍ່ເຊື່ອວ່າພວກເຂົາຖືກຕ້ອງ ແລະ ປະຕິເສດທີ່ຈະກັບໃຈ, ພວກເຂົາກໍຄືຜູ້ຕໍ່ຕ້ານພຣະຄຣິສທີ່ແທ້ຈິງ. ໃຜກໍຕາມທີ່ເປັນຜູ້ຕໍ່ຕ້ານພຣະຄຣິສຈະບໍ່ຍອມຮັບຄວາມຈິງແມ່ນແຕ່ໜ້ອຍດຽວ. ເຖິງແມ່ນວ່າພວກເຂົາຈະຖືກເປີດເຜີຍ ແລະ ຖືກກຳຈັດ, ພວກເຂົາກໍຍັງບໍ່ສາມາດຮູ້ຈັກຕົນເອງ; ແລະ ພວກເຂົາບໍ່ສາມາດສຳນຶກຜິດຢ່າງແທ້ຈິງ. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນພຽງແຕ່ມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສເທົ່ານັ້ນ. ຫຼັກການທີ່ພວກເຂົາກະທຳ ແລະ ເສັ້ນທາງທີ່ພວກເຂົາເລືອກແມ່ນຄືກັນກັບຂອງຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາຂາດຄວາມມີເຫດຜົນ ແລະ ບໍ່ເຂົ້າໃຈຄວາມຈິງເຊັ່ນກັນ, ບໍ່ຮັບຮູ້ເຖິງລັກສະນະ ແລະ ຜົນສະທ້ອນຂອງການກະທຳຂອງພວກເຂົາ ແລະ ກະທຳໂດຍບໍ່ຄິດ. ເຖິງຢ່າງໃດກໍຕາມ, ສິ່ງທີ່ເຮັດໃຫ້ພວກເຂົາແຕກຕ່າງກໍຄື ພວກເຂົາບາງຄົນຍັງສາມາດຍອມຮັບບາງສິ່ງທີ່ເຮົາເວົ້າ. ພຣະທຳຂອງເຮົາຍັງສາມາດກະຕຸ້ນພວກເຂົາ ແລະ ເປັນຄຳເຕືອນສຳລັບພວກເຂົາໄດ້. ເຖິງແມ່ນວ່າພວກເຂົາຈະມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາກໍຍັງສາມາດຍອມຮັບຄວາມຈິງບາງຢ່າງໄດ້; ພວກເຂົາສາມາດຍອມຮັບການລິຮານບາງຢ່າງ, ພວກເຂົາສາມາດສຳນຶກຜິດຢ່າງແທ້ຈິງ ແລະ ກັບໃຈໄດ້ໃນລະດັບໜຶ່ງ. ສິ່ງນີ້ເຮັດໃຫ້ພວກເຂົາແຕກຕ່າງຈາກຜູ້ຕໍ່ຕ້ານພຣະຄຣິສ. ນີ້ຄືຄົນທີ່ພຽງແຕ່ມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສເທົ່ານັ້ນ. ມີຄວາມຄືກັນລະຫວ່າງການມີແກ່ນແທ້ທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສ ກັບ ການມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ. ໂດຍພື້ນຖານແລ້ວພວກມັນຄືກັນ ໂດຍຈຸດຮ່ວມລະຫວ່າງຜູ້ຕໍ່ຕ້ານພຣະຄຣິສ ກັບ ຄົນທີ່ມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສກໍຄື ພວກເຂົາທັງສອງລ້ວນແຕ່ມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ. ເຖິງຢ່າງໃດກໍຕາມ, ບາງຄົນໃນຄົນເຫຼົ່ານີ້ສາມາດຍອມຮັບຄວາມຈິງ ແລະ ສະແດງຄວາມສຳນຶກຜິດຢ່າງແທ້ຈິງ. ຄົນແບບນັ້ນບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິສ ແຕ່ເປັນຄົນທີ່ມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ. ນີ້ຄືຄວາມແຕກຕ່າງລະຫວ່າງຜູ້ຕໍ່ຕ້ານພຣະຄຣິສ ແລະ ຜູ້ທີ່ມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ. ໃຜກໍຕາມທີ່ບໍ່ສາມາດຍອມຮັບຄວາມຈິງແມ່ນແຕ່ໜ້ອຍດຽວ ແລະ ຂາດຄວາມສຳນຶກຜິດຢ່າງແທ້ຈິງ ແມ່ນຜູ້ຕໍ່ຕ້ານພຣະຄຣິສທີ່ແທ້ຈິງ. ໃຜກໍຕາມທີ່ສາມາດຍອມຮັບຄວາມຈິງ ແລະ ມີຄວາມສຳນຶກຜິດຢ່າງແທ້ຈິງ ແມ່ນຄົນທີ່ມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້. ພວກເຈົ້າຄວນຈະສາມາດແຍກແຍະລະຫວ່າງຄົນສອງປະເພດນີ້ໄດ້ຢ່າງຊັດເຈນ ແລະ ບໍ່ກຳນົດລັກສະນະຢ່າງຫຼັບຫູຫຼັບຕາ. ພວກເຈົ້າເປັນປະເພດໃດ? ບາງຄົນອາດຈະເວົ້າວ່າ “ເປັນຫຍັງຂ້ອຍຈຶ່ງຮູ້ສຶກຄືກັບວ່າຂ້ອຍຄືກັນກັບຜູ້ຕໍ່ຕ້ານພຣະຄຣິສ? ເບິ່ງຄືວ່າບໍ່ມີຄວາມແຕກຕ່າງໃດໆເລີຍ”. ຄວາມຮູ້ສຶກນີ້ແມ່ນຖືກຕ້ອງ, ບໍ່ມີຄວາມແຕກຕ່າງທີ່ຊັດເຈນ. ຖ້າເຈົ້າສາມາດຍອມຮັບຄວາມຈິງ ແລະ ສະແດງຄວາມສຳນຶກຜິດຢ່າງແທ້ຈິງ, ນັ້ນກໍຄືຄວາມແຕກຕ່າງພຽງຢ່າງດຽວ; ມັນຍັງເປັນຄວາມແຕກຕ່າງໃນດ້ານຂອງຄວາມເປັນມະນຸດອີກດ້ວຍ. ນັ້ນກໍຄື ຜູ້ຕໍ່ຕ້ານພຣະຄຣິສເປັນຄົນຊົ່ວຮ້າຍ. ໃນທາງກົງກັນຂ້າມ, ຄົນທີ່ມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ ບໍ່ແມ່ນຄົນຊົ່ວຮ້າຍ; ພວກເຂົາພຽງແຕ່ມີອຸປະນິໄສທີ່ເສື່ອມຊາມ. ນັ້ນຄືຄວາມແຕກຕ່າງພຽງຢ່າງດຽວ. ບໍ່ມີຄວາມແຕກຕ່າງໃນອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ພວກເຂົາລ້ວນແຕ່ຄືກັນໃນເລື່ອງນີ້, ນີ້ຄືຈຸດຮ່ວມທີ່ພວກເຂົາທຸກຄົນມີຄືກັນ. ສະພາວະຕ່າງໆຂອງມະນຸດຊາດທີ່ເສື່ອມຊາມເຊິ່ງຖືກເປີດໂປງໂດຍພຣະທຳຂອງພຣະເຈົ້າແມ່ນຖືກຕ້ອງຢ່າງສົມບູນ ແລະ ບໍ່ໄດ້ບ່ຽງເບນໄປຈາກຄວາມເປັນຈິງແມ່ນແຕ່ໜ້ອຍດຽວ. ເມື່ອປະຊາກອນທີ່ພຣະເຈົ້າເລືອກອ່ານພຣະທຳຂອງພຣະເຈົ້າ, ພວກເຂົາທຸກຄົນກໍຮູ້ສຶກແບບດຽວກັນ; ພວກເຂົາທຸກຄົນມີຄວາມເຂົ້າໃຈຄືກັນ, ແຕກຕ່າງກັນພຽງແຕ່ຄວາມເລິກເຊິ່ງຂອງປະສົບການຂອງພວກເຂົາເທົ່ານັ້ນ. ພວກເຂົາທຸກຄົນຮັບຮູ້ເຖິງຄວາມອວດດີ ແລະ ການຂາດເຫດຜົນຂອງພວກເຂົາເອງ. ພວກເຂົາທຸກຄົນສາມາດຮັບຮູ້ວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມຫຼາຍເກີນໄປ, ການທີ່ຊາຕານເຮັດໃຫ້ມະນຸດຊາດເສື່ອມຊາມນັ້ນເລິກເຊິ່ງເກີນໄປ ແລະ ມັນບໍ່ແມ່ນເລື່ອງງ່າຍສຳລັບພຣະເຈົ້າທີ່ຈະຊ່ວຍມະນຸດຊາດໃຫ້ລອດພົ້ນ. ເຖິງແມ່ນວ່າຈະເວົ້າໄປຫຼາຍແລ້ວ ແຕ່ກໍຍັງມີອີກຫຼາຍທີ່ຈະຕ້ອງເວົ້າ. ພວກເຂົາທຸກຄົນຮັບຮູ້ວ່າມະນຸດຊາດນັ້ນຂັດສົນ ແລະ ໜ້າສົມເພັດ, ຕາບອດ ແລະ ໂງ່ຈ້າ. ພວກເຂົາທຸກຄົນຮັບຮູ້ວ່າ ແມ່ນຊາຕານທີ່ໄດ້ເຮັດໃຫ້ມະນຸດຊາດເສື່ອມຊາມຢ່າງເລິກເຊິ່ງເກີນໄປ, ຕົ້ນເຫດຂອງຄວາມເສື່ອມຊາມ ແລະ ຄວາມຊົ່ວຊ້າຂອງມະນຸດຊາດແມ່ນຢູ່ໃນການທີ່ຊາຕານເຮັດໃຫ້ມະນຸດຊາດເສື່ອມຊາມ ແລະ ຄວບຄຸມມະນຸດຊາດ. ຫຼັງຈາກທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ, ມະນຸດຊາດກໍເປີເປື້ອນໄປດ້ວຍພິດຂອງຊາຕານ, ດ້ວຍເຫດນີ້ຈຶ່ງເກີດມີອຸປະນິໄສຂອງຊາຕານ ແລະ ສູນເສຍຄວາມມີເຫດຜົນ, ຄວາມສໍານຶກ ແລະ ເຫດຜົຂອງມະນຸດປົກກະຕິ. ຜູ້ຄົນຂາດຄວາມສາມາດໃນການແຍກແຍະລະຫວ່າງສິ່ງທີ່ຖືກ ແລະ ສິ່ງທີ່ຜິດ. ຖ້າພຣະເຈົ້າບໍ່ໄດ້ຕັ້ງກົດບັນຍັດໃຫ້ກັບມະນຸດຊາດ, ຜູ້ຄົນກໍຈະບໍ່ຮູ້ວ່າການທຸບຕີ ຫຼື ການຂ້າຄົນນັ້ນຖືກ ຫຼື ຜິດ; ຫຼື ການລັກຂະໂມຍ ຫຼື ການຮ່ວມເພດນໍາຫຼາຍຄົນນັ້ນຖືກ ຫຼື ຜິດ. ພວກເຂົາຈະເຊື່ອວ່າການກະທຳຂອງພວກເຂົານັ້ນມີເຫດຜົນ ແລະ ພວກເຂົາຄວນກະທຳໃນລັກສະນະດັ່ງກ່າວ. ເຖິງຢ່າງໃດກໍຕາມ, ຫຼັງຈາກທີ່ພຣະເຈົ້າປະກາດໃຊ້ກົດບັນຍັດ ແລະ ພຣະບັນຍັດ, ຜູ້ຄົນກໍຮັບຮູ້ວ່າການເຮັດສິ່ງເຫຼົ່ານີ້ແມ່ນບາບ; ຄວາມມີເຫດຜົນຂອງພວກເຂົາກໍກາຍເປັນປົກກະຕິຫຼາຍຂຶ້ນໜ້ອຍໜຶ່ງ. ແນ່ນອນວ່າ ນີ້ເປັນພຽງລະດັບທີ່ຜິວເຜີນທີ່ສຸດຂອງຄວາມມີເຫດຜົນ ເຊິ່ງໂດຍທຳມະຊາດແລ້ວຈະເລິກເຊິ່ງຫຼາຍຂຶ້ນເມື່ອພວກເຂົາເຂົ້າໃຈຄວາມຈິງ. ຕອນນີ້, ຖ້າຜູ້ຄົນສາມາດເຂົ້າໃຈຄວາມຈິງຕ່າງໆໄດ້ຫຼາຍຂຶ້ນ, ຮູ້ຈັກຕົນເອງ, ຊອກຫາຕຳແໜ່ງທີ່ເໝາະສົມຂອງພວກເຂົາ ແລະ ວັດແທກລະດັບຂີດຄວາມສາມາດ, ຄວາມເຂົ້າໃຈ ແລະ ຄວາມສາມາດໃນການຢັ່ງຮູ້ຄວາມຈິງຂອງພວກເຂົາເອງໄດ້ຢ່າງຖືກຕ້ອງ ແລະ ຖ້າພວກເຂົາຍັງສາມາດໃຊ້ຄວາມຈິງເປັນມາດຕະຖານ ແລະ ເພິ່ງພາພຣະທຳຂອງພຣະເຈົ້າເພື່ອທຳຄວາມເຂົ້າໃຈສິ່ງຕ່າງໆເຊັ່ນ: ທັດສະນະຄະຕິຕ່າງໆທີ່ມະນຸດທີ່ເສື່ອມຊາມມີຕໍ່ພຣະເຈົ້ານັ້ນ ອັນໃດເປັນບວກ ແລະ ອັນໃດບໍ່ເປັນບວກ ແລະ ອັນໃດເປັນແນວຄິດ ແລະ ຈິນຕະນາການ ແລະ ອັນໃດສອດຄ່ອງກັບຄວາມຈິງ, ແລ້ວຄວາມມີເຫດຜົນຂອງພວກເຂົາກໍຈະກາຍເປັນປົກກະຕິຫຼາຍຍິ່ງຂຶ້ນ. ສະນັ້ນ, ມີພຽງແຕ່ຄວາມຈິງເທົ່ານັ້ນທີ່ສາມາດໃຫ້ຊີວິດໃໝ່ແກ່ຜູ້ຄົນໄດ້. ເຖິງຢ່າງໃດກໍຕາມ, ຖ້າເຈົ້າປະກອບຄວາມຮູ້ໃຫ້ກັບຕົນເອງ, ເນັ້ນໃສ່ການປະຕິບັດບາງຢ່າງ ແລະ ອວດອ້າງຢູ່ສະເໝີ, ສະແດງຕົນເອງຢູ່ສະເໝີ ແລະ ໂອ້ອວດຄວາມຮູ້ ຫຼື ການຮຽນຮູ້ທີ່ເຂົ້າໃຈຍາກ ແລະ ບໍ່ສຳຄັນພຽງໜ້ອຍໜຶ່ງນັ້ນຢູ່ສະເໝີ ແລະ ບໍ່ໄລ່ຕາມຄວາມຈິງ, ເຈົ້າຈະສາມາດໄດ້ຮັບຊີວິດໃໝ່ນີ້ບໍ? ບໍ່, ນັ້ນຈະເປັນການເພີ້ຝັນ. ບໍ່ພຽງແຕ່ເຈົ້າຈະບໍ່ໄດ້ຮັບມັນເທົ່ານັ້ນ, ເຈົ້າຍັງຈະສູນເສຍໂອກາດສຳລັບຄວາມລອດພົ້ນອີກດ້ວຍ ແລະ ນັ້ນກໍເປັນອັນຕະລາຍຫຼາຍ!

ພວກເຈົ້າແຕ່ລະຄົນໄດ້ຟັງຄຳເທດສະໜາຫຼາຍຢ່າງກ່ຽວກັບຄວາມຈິງ ແລະ ຕອນນີ້ພວກເຈົ້າກໍມີການແຍກແຍະຕໍ່ຄົນປະເພດຕ່າງໆບໍ່ຫຼາຍກໍໜ້ອຍ. ເຖິງແມ່ນວ່າພວກເຈົ້າຈະສາມາດແຍກແຍະຄົນຊົ່ວຮ້າຍ ແລະ ຄົນບໍ່ດີໄດ້ ແຕ່ພວກເຈົ້າກໍຍັງບໍ່ສາມາດແຍກແຍະຜູ້ນໍາປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສໄດ້. ຕອນນີ້, ເຮືອນຂອງພຣະເຈົ້າກຳລັງຄ່ອຍໆຊໍາລະລ້າງທຸກຄົນທີ່ບໍ່ຍອມຮັບຄວາມຈິງແມ່ນແຕ່ໜ້ອຍດຽວ, ຜູ້ທີ່ຍັງກະທຳການໂດຍບໍ່ຄິດ ແລະ ຂັດຂວາງ ແລະ ລົບກວນວຽກງານຂອງເຮືອນຂອງພຣະເຈົ້າ ໃຫ້ອອກຈາກຄຣິສຕະຈັກ. ສິ່ງນີ້ສະແດງໃຫ້ເຫັນວ່າວຽກງານຂອງພຣະເຈົ້າໄດ້ມາເຖິງຂັ້ນຕອນນີ້ແລ້ວ ແລະ ປະຊາກອນທີ່ພຣະເຈົ້າເລືອກກໍກຳລັງເລີ່ມຕື່ນຕົວ. ເມື່ອເຮົາໄດ້ສຳຜັດກັບບາງຄົນໃນອະດີດ, ເຮົາຮູ້ສຶກຢູ່ສະເໝີວ່າມີ “ກິ່ນ” ປະເພດໜຶ່ງທີ່ສົ່ງອອກມາຈາກພວກເຂົາ. ກິ່ນປະເພດໃດ? ມັນກໍຄືກັບກິ່ນຂອງສັດປ່າ ແລະ ສັດຮ້າຍທີ່ຂົນຕັ້ງຊັນ ແລະ ຮ້ອງຄຳລາມກ່ອນທີ່ຄົນເຮົາຈະເຂົ້າໄປໃກ້ພວກມັນ. ມະນຸດກໍສະແດງພຶດຕິກຳບາງຢ່າງທີ່ຄ້າຍຄືກັບສັດເຊັ່ນກັນ. ພຶດຕິກຳເຫຼົ່ານີ້ເກີດຂຶ້ນໄດ້ແນວໃດ? ພວກມັນມາຈາກອຸປະນິໄສທີ່ເສື່ອມຊາມແບບຊາຕານທີ່ຜູ້ຄົນມີ. ເຮົາໝາຍຄວາມວ່າແນວໃດໂດຍຄຳວ່າ “ກິ່ນ”? ເຮົາໝາຍຄວາມວ່າ ເຈົ້າບໍ່ເຫັນຄວາມຈິງໃຈເມື່ອເຈົ້າເບິ່ງເຂົ້າໄປໃນຕາຂອງພວກເຂົາ; ແຕ່ເຈົ້າພັດພົບກັບສາຍຕາທີ່ເປົ່າວ່າງ ແລະ ເລື່ອນລອຍ. ພວກເຂົາຮູ້ສຶກວ່າພວກເຂົາບໍ່ສາມາດຢັ່ງເຖິງເຈົ້າໄດ້ ແລະ ດັ່ງນັ້ນ ສາຍຕາຂອງພວກເຂົາຈຶ່ງເລື່ອນລອຍເມື່ອເບິ່ງເຈົ້າ. ເຈົ້າບໍ່ສາມາດກວດພົບຄວາມກົງໄປກົງມາໃດໆໃນຄຳເວົ້າທີ່ພວກເຂົາເວົ້າອອກມາເຊັ່ນກັນ ເພາະໃນສ່ວນເລິກແລ້ວພວກເຂົາບໍ່ມີເລີຍ. ເຮົາໝາຍຄວາມວ່າແນວໃດເມື່ອເຮົາເວົ້າວ່າພວກເຂົາບໍ່ມີຄວາມກົງໄປກົງມາ? ເຮົາໝາຍຄວາມວ່າ ບໍ່ວ່າພວກເຂົາຈະມີປະຕິສຳພັນກັບໃຜກໍຕາມ, ກໍມີກຳແພງປ້ອງກັນຢູ່ໃນສ່ວນເລິກຂອງພວກເຂົາ. ເຈົ້າສາມາດຮັບຮູ້ເຖິງກຳແພງປ້ອງກັນນີ້ໄດ້ຈາກສາຍຕາຂອງພວກເຂົາ, ນໍ້າສຽງຂອງພວກເຂົາ ແລະ ວິທີການເວົ້າຂອງພວກເຂົາ. ມັນຄືກິ່ນປະເພດທີ່ພວກເຂົາມີ; ມັນໃຫ້ຄວາມຮູ້ສຶກວ່າ ເຖິງແມ່ນວ່າພວກເຂົາຈະໄດ້ຟັງຄຳເທດສະໜາມາຫຼາຍແລ້ວ, ພວກເຂົາກໍຍັງບໍ່ເຂົ້າໃຈຄວາມຈິງ ແລະ ພວກເຂົາຍັງບໍ່ໄດ້ກ້າວເຂົ້າສູ່ເສັ້ນທາງແຫ່ງຄວາມລອດພົ້ນ. ບໍ່ວ່າເຈົ້າຈະໂອ້ລົມກັບພວກເຂົາກ່ຽວກັບຄວາມຈິງ ຫຼື ເປີດໂປງອຸປະນິໄສທີ່ເສື່ອມຊາມຂອງມະນຸດຊາດແນວໃດກໍຕາມ; ບໍ່ວ່າເຈົ້າຈະປະຕິບັດຕໍ່ພວກເຂົາ, ສະໜອງໃຫ້ພວກເຂົາ, ລ້ຽງດູພວກເຂົາ ຫຼື ຊ່ວຍເຫຼືອພວກເຂົາຢ່າງຈິງໃຈສໍ່າໃດກໍຕາມ, ເຈົ້າກໍຈະບໍ່ໄດ້ຮັບທັດສະນະຄະຕິທີ່ຈິງໃຈຈາກພວກເຂົາ. ແລ້ວມີຫຍັງຢູ່ພາຍໃນພວກເຂົາ? ການປ້ອງກັນຕົວ, ຄວາມສົງໄສ, ສິ່ງເຫຼົ່ານີ້ແມ່ນພົບເຫັນໄດ້ທົ່ວໄປທີ່ສຸດ; ຍິ່ງໄປກວ່ານັ້ນ, ຍັງມີການປົກປ້ອງຕົນເອງປະເພດໜຶ່ງ ແລະ ຄວາມປາຖະໜາທີ່ຈະໄດ້ຮັບການຍົກຍ້ອງຢູ່ສະເໝີ. ສະນັ້ນ, ຄຳເວົ້າຂອງພວກເຂົາ, ສາຍຕາຂອງພວກເຂົາ, ສີໜ້າຂອງພວກເຂົາ, ພວກມັນລ້ວນແຕ່ເປີດເຜີຍບາງສິ່ງທີ່ຜິດທຳມະຊາດຫຼາຍ. ນັ້ນກໍຄື ສິ່ງທີ່ເຈົ້າຮັບຮູ້ຈາກສາຍຕາ ແລະ ສີໜ້າຂອງພວກເຂົາແມ່ນແຕກຕ່າງຈາກສິ່ງທີ່ພວກເຂົາກຳລັງຄິດຢູ່ໃນສ່ວນເລິກ. ສະຫຼຸບແລ້ວກໍຄື ບໍ່ວ່າຄົນໃດໜຶ່ງຈະເປັນຄົນຂີ້ຢ້ານ ຫຼື ລະມັດລະວັງ ຫຼື ມີຄວາມຫຍຸ້ງຍາກຢູ່ພາຍໃນພວກເຂົາກໍຕາມ, ຖ້າເຈົ້າບໍ່ສາມາດເຫັນຄວາມກົງໄປກົງມາຂອງພວກເຂົາ, ນັ້ນຈະບໍ່ເປັນບັນຫາບໍ? (ແມ່ນແລ້ວ.) ມັນເປັນບັນຫາແທ້ໆ. ແລ້ວພວກເຮົາຈະບອກໄດ້ແນວໃດ? ພວກເຮົາສາມາດບອກໄດ້ຈາກພຶດຕິກຳຂອງພວກເຂົາ ຫຼື ວິທີການທີ່ພວກເຂົາເວົ້າ. ພວກເຂົາບໍ່ເວົ້າສິ່ງທີ່ຢູ່ໃນໃຈຂອງພວກເຂົາ; ແຕ່ພວກເຂົາເລືອກຄຳເວົ້າທີ່ພວກເຂົາຄິດວ່າເໝາະສົມ ແລະ ໂອ້ລົມກັບເຈົ້າກ່ຽວກັບສິ່ງທີ່ພວກເຂົາໄດ້ພິຈາລະນາມາແລ້ວ. ນີ້ຄືກົນລະຍຸດການປ້ອງກັນຕົນເອງຂອງຜູ້ບໍ່ມີຄວາມເຊື່ອ. ເມື່ອໃດກໍຕາມທີ່ມີບາງສິ່ງເກີດຂຶ້ນກັບພວກເຂົາ, ກ່ອນອື່ນ ພວກເຂົາກໍຈະຕັ້ງຂົນຊັນຂຶ້ນຄືກັບເໝັ້ນເພື່ອປົກປ້ອງຕົນເອງ. ທາດແທ້ຂອງພວກເຂົາ, ຄວາມສາມາດ ແລະ ຄວາມສາມາດພິເສດຂອງພວກເຂົາ, ຄວາມພິດພາດທີ່ພວກເຂົາໄດ້ເຮັດ, ຄວາມສັບສົນຂອງພວກເຂົາ, ແມ່ນແຕ່ການຫຼອກລວງ ແລະ ຄວາມໜ້າຊື່ໃຈຄົດຂອງພວກເຂົາລ້ວນແຕ່ຖືກຫໍ່ຫຸ້ມໄວ້ໃນໜາມຂອງພວກເຂົາ, ຖືກປິດບັງຈາກສາຍຕາຂອງໂລກພາຍນອກ, ເຖິງຂັ້ນຖືກປິດບັງຈາກສາຍຕາຂອງເຮົາ. ພວກເຂົາທຸ່ມເທຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອປົກປິດ ແລະ ສ້າງພາບພົດໃຫ້ຕົນເອງ ພ້ອມທັງເພື່ອປົກປ້ອງຕົນເອງນໍາ. ສິ່ງເຫຼົ່ານີ້ມາຈາກໃສ? ມະນຸດຊາດໄດ້ຮັບສິ່ງເຫຼົ່ານີ້ຫຼັງຈາກທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ. ໃນຕອນເລີ່ມຕົ້ນ, ຫຼັງຈາກທີ່ພຣະເຈົ້າສ້າງອາດາມ ແລະ ເອວາ, ພຣະອົງໄດ້ນໍາພາພວກເຂົາໃຫ້ດຳລົງຊີວິດຢູ່ໃນສວນເອເດນ; ພຣະອົງບອກພວກເຂົາວ່າໝາກໄມ້ຈາກຕົ້ນໃດທີ່ພວກເຂົາສາມາດກິນໄດ້ ແລະ ຕົ້ນໃດທີ່ພວກເຂົາກິນບໍ່ໄດ້. ພວກເຂົາເປືອຍກາຍ ແລະ ບໍ່ຮູ້ສຶກອັບອາຍຕໍ່ໜ້າພຣະເຈົ້າ. ແລ້ວພວກເຂົາຄິດແນວໃດກ່ຽວກັບເລື່ອງນີ້? ພວກເຂົາຄິດວ່າ ນີ້ຄືວິທີທີ່ພຣະເຈົ້າສ້າງພວກເຂົາ, ພວກເຂົາມີທຸກສິ່ງທີ່ພຣະເຈົ້າມອບໃຫ້ພວກເຂົາ ແລະ ພວກເຂົາບໍ່ຈຳເປັນຕ້ອງປິດບັງຈາກພຣະເຈົ້າ. ພວກເຂົາບໍ່ເຄີຍຄິດທີ່ຈະເຮັດແບບນັ້ນເລີຍ. ສະນັ້ນ, ບໍ່ວ່າພວກເຂົາຈະປາກົດຕົວຕໍ່ໜ້າພຣະເຈົ້າໃນລັກສະນະໃດກໍຕາມ, ພວກເຂົາກໍເປີດໃຈຢູ່ສະເໝີ. ເຈົ້າສາມາດເຫັນຄວາມຈິງໃຈໃນສາຍຕາຂອງພວກເຂົາ; ພວກເຂົາບໍ່ມີການປ້ອງກັນ ຫຼື ກຳແພງປ້ອງກັນຕໍ່ພຣະເຈົ້າໃນສ່ວນເລິກຂອງຈິດໃຈຂອງພວກເຂົາ. ພວກເຂົາບໍ່ຈຳເປັນຕ້ອງປົກປ້ອງຕົນເອງຕໍ່ໜ້າພຣະເຈົ້າ ເພາະພວກເຂົາຮູ້ໃນສ່ວນເລິກຂອງຈິດໃຈຂອງພວກເຂົາວ່າ ພຣະເຈົ້າບໍ່ໄດ້ເປັນໄພຄຸກຄາມຕໍ່ພວກເຂົາ; ພວກເຂົາປອດໄພຢ່າງແທ້ຈິງ. ພຣະເຈົ້າຈະພຽງແຕ່ປົກປ້ອງພວກເຂົາ, ຮັກພວກເຂົາ ແລະ ທະນຸຖະໜອມພວກເຂົາ. ພຣະເຈົ້າຈະບໍ່ມີວັນທຳຮ້າຍພວກເຂົາ. ໃນສ່ວນເລິກແລ້ວ, ນີ້ຄືຄວາມຄິດທີ່ເປັນພື້ນຖານ ແລະ ໜັກແໜ້ນທີ່ສຸດຂອງພວກເຂົາ. ແຕ່ສິ່ງນີ້ເລີ່ມປ່ຽນແປງຕອນໃດ? (ເມື່ອພວກເຂົາກິນໝາກໄມ້ຂອງຕົ້ນໄມ້ແຫ່ງຄວາມຮູ້ເຖິງຄວາມດີ ແລະ ຄວາມຊົ່ວ.) ຄວາມຈິງແລ້ວ, ການກິນໝາກໄມ້ຈາກຕົ້ນໄມ້ແຫ່ງຄວາມຮູ້ເຖິງຄວາມດີ ແລະ ຄວາມຊົ່ວນັ້ນເປັນສັນຍາລັກ. ມັນໝາຍຄວາມວ່າ ນັບຕັ້ງແຕ່ຊ່ວງເວລາທີ່ຊາຕານລໍ້ລວງເອວາເປັນຄັ້ງທຳອິດ, ພວກເຂົາກໍຖືກຊາຕານລໍ້ລວງເທື່ອລະໜ້ອຍ, ກະທຳບາບ, ເຮັດສິ່ງທີ່ຜິດ ແລະ ຍ່າງໃນເສັ້ນທາງທີ່ຜິດ; ຈາກນັ້ນ, ພິດຂອງຊາຕານກໍເຂົ້າສູ່ພວກເຂົາ. ຫຼັງຈາກນັ້ນບໍ່ດົນ, ກ່ອນການສະເດັດມາຂອງພຣະເຈົ້າ, ພວກເຂົາມັກຈະລີ້ຈາກພຣະເຈົ້າ, ບໍ່ຕ້ອງການໃຫ້ພຣະເຈົ້າຊອກຫາພວກເຂົາພົບ. ເປັນຫຍັງພວກເຂົາຈຶ່ງເຮັດແບບນີ້? ພວກເຂົາຮູ້ສຶກຫ່າງເຫີນຈາກພຣະເຈົ້າ. ແລ້ວຄວາມຫ່າງເຫີນນີ້ເກີດຂຶ້ນໄດ້ແນວໃດ? ມັນເປັນເພາະວ່າພວກເຂົາມີບາງສິ່ງທີ່ແຕກຕ່າງຢູ່ພາຍໃນພວກເຂົາ. ຊາຕານໄດ້ໃຫ້ຄວາມຄິດ ແລະ ມຸມມອງບາງຢ່າງແກ່ພວກເຂົາ; ມັນໄດ້ໃຫ້ຊີວິດປະເພດໜຶ່ງແກ່ພວກເຂົາ, ເຮັດໃຫ້ພວກເຂົາສົງໄສ ແລະ ລະແວງພຣະເຈົ້າ. ຈາກນັ້ນ ພວກເຂົາກໍເລີ່ມສົງໄສທັນທີວ່າ ພຣະເຈົ້າຈະຫົວຂວັນພວກເຂົາບໍ ເມື່ອເຫັນພວກເຂົາເປືອຍກາຍ. ຄວາມຄິດນີ້ມາຈາກໃສ? (ມາຈາກຊາຕານ.) ເປັນຫຍັງພວກເຂົາຈຶ່ງບໍ່ຄິດແບບນີ້ກ່ອນທີ່ຊາຕານຈະລໍ້ລວງພວກເຂົາ? ໃນເວລານັ້ນ, ພວກເຂົາມີຊີວິດແບບດຶກດໍາບັນທີ່ສຸດທີ່ພຣະເຈົ້າມອບໃຫ້; ພວກເຂົາບໍ່ຢ້ານວ່າພຣະເຈົ້າຈະຫົວຂວັນພວກເຂົາ ແລະ ພວກເຂົາບໍ່ມີຄວາມຄິດດັ່ງກ່າວ. ແຕ່ຫຼັງຈາກທີ່ຖືກຊາຕານລໍ້ລວງ, ທຸກສິ່ງກໍເລີ່ມປ່ຽນແປງ. ກ່ອນອື່ນ ພວກເຂົາຄິດວ່າ “ພວກເຮົາບໍ່ໄດ້ນຸ່ງຫຍັງເລີຍ. ພຣະເຈົ້າຈະບໍ່ຫົວຂວັນພວກເຮົາບໍ? ສິ່ງນີ້ໝາຍຄວາມວ່າພວກເຮົາບໍ່ຮູ້ຈັກອັບອາຍບໍ?” ຄຳຖາມຫຼາຍຢ່າງເກີດຂຶ້ນໃນໃຈຂອງພວກເຂົາ. ແລ້ວເມື່ອຄວາມຄິດເຫຼົ່ານີ້ເກີດຂຶ້ນ, ພວກເຂົາກໍອົດບໍ່ໄດ້ທີ່ຈະລີ້ຈາກພຣະເຈົ້າ. ພວກເຂົາຕ້ອງຄິດໃນໃຈຢ່າງແນ່ນອນວ່າ “ພຣະເຈົ້າຈະສະເດັດມາຕອນໃດ? ຖ້າພຣະເຈົ້າສະເດັດມາ, ຂ້ອຍຄວນເຮັດແນວໃດ? ຂ້ອຍຕ້ອງຟ້າວລີ້!” ພວກເຂົາຮູ້ສຶກວ່າຈຳເປັນຕ້ອງລີ້ຢູ່ສະເໝີ. ນີ້ຄືອຸປະນິໄສທີ່ເສື່ອມຊາມບໍ? (ແມ່ນແລ້ວ.) ການລໍ້ລວງຂອງຊາຕານຄືຕົ້ນເຫດຂອງອຸປະນິໄສທີ່ເສື່ອມຊາມນີ້. ເມື່ອລະແວງ ແລະ ລີ້ຈາກພຣະເຈົ້າ, ພວກເຂົາຍັງຈະໄວ້ວາງໃຈພຣະເຈົ້າໃນໃຈຂອງພວກເຂົາຢູ່ບໍ? ພວກເຂົາຍັງຈະເພິ່ງພາພຣະອົງຢູ່ບໍ? (ບໍ່.) ແລ້ວມີຫຍັງເຫຼືອຢູ່? (ການລະແວງ.) ສິ່ງດຽວທີ່ເຫຼືອຢູ່ກໍຄືການລະແວງ ແລະ ຄວາມສົງໄສ ພ້ອມທັງຄວາມຫ່າງເຫີນ, ຄວາມຢ້ານກົວ ແລະ ຄວາມສົງໄສ. ທັງໝົດນີ້ໄດ້ເຂົ້າມາ. ພວກເຂົາເຖິງຂັ້ນຄິດວ່າ “ພຣະເຈົ້າຈະທຳຮ້າຍພວກເຮົາບໍ? ພວກເຮົາເປືອຍກາຍ ແລະ ບໍ່ມີຫຍັງທີ່ຈະປ້ອງກັນຕົນເອງເລີຍ. ພຣະເຈົ້າຈະໂຈມຕີພວກເຮົາບໍ? ພຣະອົງຈະຂ້າພວກເຮົາບໍ?” ພວກເຂົາບໍ່ເຄີຍຄິດເລີຍວ່າພຣະເຈົ້າເປັນຜູ້ມອບຊີວິດໃຫ້ແກ່ພວກເຂົາ ແລະ ພຣະອົງຈະບໍ່ຂ້າພວກເຂົາຢ່າງງ່າຍດາຍແນ່ນອນ. ຈິດໃຈຂອງພວກເຂົາມືດມົວ, ພວກເຂົາກາຍເປັນຄົນສັບສົນ. ການທີ່ຊາຕານເຮັດໃຫ້ມະນຸດຊາດເສື່ອມຊາມຍັງຄົງດຳເນີນມາຈົນເຖິງປັດຈຸບັນ; ທັດສະນະຄະຕິຂອງມະນຸດຊາດທີ່ມີຕໍ່ພຣະເຈົ້າແມ່ນສາມາດເຫັນໄດ້ໃນສາຍຕາຂອງຜູ້ຄົນ ແລະ ບໍ່ເຄີຍປ່ຽນແປງເລີຍ. ຄວາມຈິງໃຈຫາຍໄປແລ້ວ; ຄວາມເຊື່ອ, ຄວາມໄວ້ວາງໃຈ ແລະ ການເພິ່ງພາພຣະເຈົ້າຢ່າງແທ້ຈິງກໍຫາຍໄປແລ້ວ. ຕົ້ນເຫດຂອງເລື່ອງນີ້ຢູ່ໃສ? (ໃນການທີ່ຊາຕານເຮັດໃຫ້ເສື່ອມຊາມ.) ຖືກຕ້ອງ, ມັນຢູ່ໃນການທີ່ຊາຕານເຮັດໃຫ້ເສື່ອມຊາມ. ຊາຕານໄດ້ທຳຮ້າຍມະນຸດຊາດຢ່າງໜັກ! ເຖິງແມ່ນວ່າຜູ້ຄົນອາດຈະຄິດວ່າຊ່ວງເວລາກ່ອນທີ່ຊາຕານຈະເຮັດໃຫ້ມະນຸດຊາດເສື່ອມຊາມນັ້ນດີຫຼາຍກໍຕາມ ແຕ່ໃນຄວາມເປັນຈິງແລ້ວ, ເມື່ອປຽບທຽບກັບຊ່ວງເວລາຫຼັງຈາກທີ່ຖືກຊ່ວຍໃຫ້ລອດພົ້ນ ແລະ ເຂົ້າໃຈຄວາມຈິງ ແລະ ຮູ້ຈັກພຣະເຈົ້າ, ສິ່ງຕ່າງໆໃນຕອນນັ້ນກໍຍັງບໍ່ດີເທົ່າກັບຊ່ວງຫຼັງຈາກທີ່ຖືກຊ່ວຍໃຫ້ລອດພົ້ນ. ຖ້າພວກເຈົ້າສາມາດເລືອກໄດ້, ພວກເຈົ້າຈະເລືອກສະຖານະການໃດ? (ຊ່ວງເວລາຫຼັງຈາກທີ່ຖືກຊ່ວຍໃຫ້ລອດພົ້ນ.) ຄວາມຈິງແລ້ວ, ມັນບໍ່ເໝາະສົມທີ່ຜູ້ຄົນຈະເລືອກຢ່າງໃດຢ່າງໜຶ່ງ; ມະນຸດບໍ່ສາມາດເລືອກໄດ້. ສິ່ງນີ້ຖືກກຳນົດໂດຍພຣະເຈົ້າ, ມັນຄືຊະຕາກຳຂອງມະນຸດຊາດ. ກ່ອນທີ່ຈະຖືກຊາຕານເຮັດໃຫ້ເສື່ອມຊາມ, ເຖິງແມ່ນວ່າຜູ້ຄົນຈະມີຄວາມໄວ້ວາງໃຈ ແລະ ເພິ່ງພາພຣະເຈົ້າກໍຕາມ, ມະນຸດຊາດກຸ່ມທຳອິດກໍບໍ່ເຂົ້າໃຈຄວາມຈິງ ແລະ ບໍ່ຮູ້ວ່າພຣະເຈົ້າແມ່ນໃຜ. ໃນປັດຈຸບັນ, ຢ່າງໜ້ອຍຜູ້ຄົນກໍມີແນວຄິດກ່ຽວກັບເລື່ອງນີ້; ພວກເຂົາຮູ້ວ່າມະນຸດຊາດມາຈາກພຣະເຈົ້າ, ພວກເຂົາເປັນສິ່ງທີ່ຖືກສ້າງ ແລະ ພຣະເຈົ້າຄືພຣະຜູ້ສ້າງຂອງພວກເຂົາ. ພວກເຂົາຮູ້ວ່າພຣະເຈົ້າຄວບຄຸມທຸກສິ່ງ. ແຕ່ຜູ້ຄົນໃນເວລານັ້ນບໍ່ເຂົ້າໃຈສິ່ງເຫຼົ່ານີ້. ພວກເຂົາຊື່ຫຼາຍ ເຊິ່ງໝາຍຄວາມວ່າພວກເຂົາບໍ່ຢ້ານວ່າພຣະເຈົ້າຈະເຫັນພວກເຂົາ ຫຼື ຫົວຂວັນພວກເຂົາ ແລະ ພວກເຂົາຈະຫັນໄປຫາພຣະເຈົ້າສຳລັບທຸກສິ່ງ. ຄວາມເຊື່ອຂອງພວກເຂົາຮຽບງ່າຍແບບນັ້ນເລີຍ. ແຕ່ພວກເຂົາຮູ້ບໍວ່າພຣະເຈົ້າແມ່ນໃຜ? ບໍ່ຮູ້. ສະນັ້ນ, ວຽກງານທັງໝົດທີ່ພຣະເຈົ້າໄດ້ປະຕິບັດຈຶ່ງມີຄຸນຄ່າຢ່າງເລິກເຊິ່ງ ແລະ ມີຄວາມສຳຄັນອັນໃຫຍ່ຫຼວງສຳລັບມະນຸດຊາດ. ມັນລ້ວນແຕ່ດີ. ເມື່ອພວກເຮົາເວົ້າເຖິງປະຫວັດສາດແຫ່ງການກະບົດຕໍ່ພຣະເຈົ້າຂອງມະນຸດຊາດ, ພວກເຈົ້າຮູ້ສຶກເສົ້າໃຈຫຼາຍບໍ? ຄວາມສຳພັນທີ່ເຄີຍໃກ້ຊິດລະຫວ່າງມະນຸດຊາດ ແລະ ພຣະເຈົ້າໄດ້ກາຍເປັນຄວາມຫ່າງເຫີນຫຼາຍ. ພຣະເຈົ້າປົກປ້ອງ ແລະ ຮັກມະນຸດຊາດຢ່າງຈິງໃຈ ແຕ່ມະນຸດພັດສົງໄສພຣະເຈົ້າ; ພວກເຂົາລີ້ ແລະ ຫ່າງເຫີນຈາກພຣະເຈົ້າ, ເຖິງຂັ້ນເບິ່ງພຣະເຈົ້າວ່າເປັນສັດຕູ. ການເວົ້າແບບນີ້ເຮັດໃຫ້ເກີດຄວາມໂສກເສົ້າຫຼາຍແທ້ໆ. ແຕ່ພວກເຮົາສາມາດແນຄວາມກຽດຊັງຂອງພວກເຮົາໄປທີ່ຊາຕານເທົ່ານັ້ນ; ແມ່ນຊາຕານທີ່ໄດ້ເຮັດໃຫ້ມະນຸດຊາດເສື່ອມຊາມຢ່າງໜັກ. ເຖິງແມ່ນວ່າຊາຕານຈະເຮັດໃຫ້ມະນຸດຊາດເສື່ອມຊາມເຖິງຂະໜາດນີ້ກໍຕາມ, ພຣະເຈົ້າກໍມີວິທີທີ່ຈະຊ່ວຍມະນຸດຊາດໃຫ້ລອດພົ້ນ. ບໍ່ວ່າຊາຕານຈະລົບກວນແນວໃດກໍຕາມ, ມັນກໍຈະບໍ່ສົ່ງຜົນກະທົບຕໍ່ວຽກງານແຫ່ງການຊ່ວຍມະນຸດຊາດໃຫ້ລອດພົ້ນຂອງພຣະເຈົ້າ. ນີ້ຄືຄວາມຊົງລິດອໍານາດຍິ່ງໃຫຍ່ຂອງພຣະເຈົ້າ, ສິດອໍານາດຂອງພຣະເຈົ້າ.

ຜູ້ຕໍ່ຕ້ານພຣະຄຣິສທໍາທ່າເປັນຮູບກາຍຂອງຄວາມຈິງ ເມື່ອພວກເຂົາໄດ້ຮັບປະສົບການ ແລະ ຄວາມຮູ້ພຽງໜ້ອຍໜຶ່ງ ແລະ ໄດ້ຮຽນຮູ້ບົດຮຽນບາງຢ່າງ. ພວກເຮົາໄດ້ໂອ້ລົມກ່ຽວກັບຫົວຂໍ້ນີ້ພໍສົມຄວນແລ້ວ. ພວກເຈົ້າໄດ້ຮັບຂໍ້ຄິດຫຍັງແດ່ຈາກມັນ? ພວກເຈົ້າເຂົ້າໃຈຄວາມຈິງໃດແດ່? (ພວກເຮົາບໍ່ຄວນໃຫ້ຄຸນຄ່າກັບຄວາມຮູ້.) ນີ້ຄືດ້ານໜຶ່ງ. ມີດ້ານອື່ນອີກບໍ? (ມະນຸດຊາດບໍ່ມີວັນເປັນຄວາມຈິງ ແລະ ບໍ່ຄວນທໍາທ່າເປັນພຣະເຈົ້າ.) ການທໍາທ່າເປັນຄວາມຈິງນັ້ນບໍ່ແມ່ນສິ່ງທີ່ເປັນບວກໃນຕົວມັນເອງ. ຄວາມຈິງບໍ່ແມ່ນສິ່ງທີ່ຄົນເຮົາສາມາດທໍາທ່າເປັນໄດ້; ມັນຄືແກ່ນແທ້ຂອງພຣະເຈົ້າ. ພຣະເຈົ້າສະໜອງຄວາມຈິງບາງຢ່າງໃຫ້ເຈົ້າ ແລະ ການໄດ້ຮັບຄວາມຈິງພຽງໜ້ອຍໜຶ່ງກໍດີພໍແລ້ວ. ແຕ່ບາງຄົນພັດຢາກກາຍເປັນຮູບກາຍຂອງຄວາມຈິງ. ສິ່ງນີ້ເປັນໄປບໍ່ໄດ້. ຄຳກ່າວອ້າງດັ່ງກ່າວແມ່ນບໍ່ມີມູນຄວາມຈິງເລີຍ. ຍິ່ງໄປກວ່ານັ້ນ, ຖ້າຜູ້ຄົນຕ້ອງການຖືກຊ່ວຍໃຫ້ລອດພົ້ນຜ່ານການເຊື່ອໃນພຣະເຈົ້າ, ພວກເຂົາຕ້ອງຮຽນຮູ້ທີ່ຈະປະພຶດຕົນໃນລັກສະນະທີ່ຕິດດິນ ແລະ ບໍ່ໄລ່ຕາມຄວາມສົມບູນແບບ. ເຖິງແມ່ນວ່າຄຳວ່າ “ຄວາມສົມບູນແບບ” ອາດຈະມີຢູ່ກໍຕາມ ແຕ່ແນວຄິດທີ່ວ່າສິ່ງທີ່ຖືກສ້າງທີ່ເປັນມະນຸດຈະກາຍເປັນຄົນສົມບູນແບບນັ້ນແມ່ນເປັນໄປບໍ່ໄດ້. ຄວາມສົມບູນແບບສາມາດພົບໄດ້ໃນພຣະເຈົ້າເທົ່ານັ້ນ. ໃນທ່າມກາງມະນຸດຊາດທີ່ເຕັມໄປດ້ວຍຄວາມເສື່ອມຊາມ, ມີໃຜແດ່ທີ່ສົມບູນແບບ? ທຸກສິ່ງທີ່ພຣະເຈົ້າສ້າງລ້ວນແຕ່ບໍ່ມີຂໍ້ບົກພ່ອງ. ນີ້ຄືສິ່ງທີ່ພວກເຮົາເອີ້ນວ່າ “ຄວາມສົມບູນແບບ”. ລອງພິຈາລະນາປາໃນທະເລ, ນົກໃນທ້ອງຟ້າ, ສັດປີກ ແລະ ສັດເດຍລະສານທີ່ຍ່າງໄປມາເທິງແຜ່ນດິນໂລກ, ພວກມັນລ້ວນແຕ່ສົມບູນແບບ. ເຈົ້າສາມາດຊອກຫາສິ່ງໃດທີ່ບໍ່ດີໄດ້ບໍ? ຈາກນັ້ນກໍມີລະບົບຕ່ອງໂສ້ຊີວະພາບທີ່ສ້າງຂຶ້ນໂດຍສິ່ງທີ່ມີຊີວິດທັງໝົດ, ມັນຈັ່ງແມ່ນສົມບູນແບບ! ມະນຸດທີ່ເສື່ອມຊາມສາມາດກໍ່ໃຫ້ເກີດການທຳລາຍເທົ່ານັ້ນ, ເຮັດໃຫ້ມັນບໍ່ສົມບູນແບບ, ມີຮ່ອຍດ່າງ ແລະ ຂໍ້ບົກພ່ອງ. ຈັ່ງແມ່ນເຫັນແກ່ຕົວ ແລະ ໜ້າລັງກຽດແທ້ໆ! ທຸກສິ່ງທີ່ພຣະເຈົ້າສ້າງລ້ວນແຕ່ດີ. ໃບໄມ້ເທິງຕົ້ນໄມ້ມີທຸກຮູບຊົງ; ສັດນ້ອຍໃຫຍ່ມີທຸກຮູບຮ່າງ, ແຕ່ລະຊະນິດກໍມີໜ້າທີ່ຂອງມັນເອງ. ພຣະເຈົ້າຊົງຄິດເຖິງມະນຸດຊາດຢ່າງຮອບຄອບທີ່ສຸດ; ເຖິງຢ່າງໃດກໍຕາມ, ມະນຸດຊາດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ພັດບໍ່ສໍາເລັດໃນການຄຸ້ມຄອງທຸກສິ່ງ. ກົງກັນຂ້າມ, ມະນຸດຊາດໄດ້ທຳລາຍສິ່ງຕ່າງໆ ແລະ ເຮັດໃຫ້ເຈດຕະນາທີ່ພຽນພະຍາຍາມຂອງພຣະເຈົ້າເສຍຖິ້ມ. ມະນຸດບໍ່ໄດ້ທະນຸຖະໜອມສິ່ງເຫຼົ່ານີ້ທັງໝົດ; ກົງກັນຂ້າມ, ພວກເຂົາໄດ້ທຳລາຍມັນຢ່າງຮຸນແຮງ, ຟຸມເຟືອຍ ແລະ ທຳລາຍຊັບພະຍາກອນທັງໝົດຈົນເຖິງຂີດສຸດ. ແລ້ວຜົນຂອງສິ່ງນີ້ແມ່ນຫຍັງ? ຜົນສຸດທ້າຍແມ່ນຫຍັງ? ພວກເຂົາໄດ້ຮັບຜົນກຳທີ່ພວກເຂົາກໍ່ໄວ້! ສະພາບແວດລ້ອມຖືກທຳລາຍ, ລະບົບຕ່ອງໂສ້ອາຫານຖືກລົບກວນ, ອາກາດມີມົນລະພິດ ແລະ ນໍ້າກໍປົນເປື້ອນ. ບໍ່ມີອາຫານທຳມະຊາດເຫຼືອຢູ່ເລີຍ; ແມ່ນແຕ່ນໍ້າສະອາດທີ່ຈະດື່ມກໍບໍ່ມີ. ສະນັ້ນ, ແນວຄິດເລື່ອງ “ຄວາມສົມບູນແບບ” ຈຶ່ງບໍ່ມີຢູ່ໃນທ່າມກາງມະນຸດຊາດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ. ບຸກຄົນໃດກໍຕາມທີ່ຢູ່ພາຍໃຕ້ປ້າຍຂອງການສະແຫວງຫາຄວາມຈິງ, ອ້າງວ່າຕົນເອງສົມບູນແບບ ຫຼື ກຳລັງໄລ່ຕາມຄວາມສົມບູນແບບ ແມ່ນກຳລັງກ່າວອ້າງໃນສິ່ງທີ່ບໍ່ມີມູນຄວາມຈິງ. ມັນເປັນຄຳເວົ້າຕົວະທີ່ຫຼອກລວງ ແລະ ເຮັດໃຫ້ຫຼົງຜິດ. ແຕ່ມະນຸດທີ່ເສື່ອມຊາມດັ່ງກ່າວພັດປາຖະໜາທີ່ຈະທໍາທ່າເປັນຮູບກາຍຂອງຄວາມຈິງ! ພວກເຂົາໄດ້ເຮັດສິ່ງທີ່ບໍ່ດີຫຼາຍຢ່າງ ແຕ່ກໍຍັງຄິດວ່າພວກເຂົາສາມາດທໍາທ່າເປັນຮູບກາຍຂອງຄວາມຈິງໄດ້! ສິ່ງນີ້ບໍ່ໄດ້ໝາຍຄວາມວ່າທຳມະຊາດແບບຊາຕານຂອງພວກເຂົາບໍ່ປ່ຽນແປງບໍ? (ແມ່ນແລ້ວ.) ການທີ່ບໍ່ມີຄວາມຈິງເລີຍ ແຕ່ກໍຍັງປາຖະໜາທີ່ຈະທໍາທ່າເປັນຮູບກາຍຂອງຄວາມຈິງ, ພວກຊາຕານຈັ່ງແມ່ນໜ້າດ້ານແທ້ໆ!

ວັນທີ 20 ພະຈິກ 2019

ກ່ອນນີ້: ຂໍ້ທີແປດ: ພວກເຂົາພຽງແຕ່ຈະເຮັດໃຫ້ຄົນອື່ນເຊື່ອຟັງພວກເຂົາ, ບໍ່ແມ່ນຄວາມຈິງ ຫຼື ພຣະເຈົ້າ (ພາກທີສອງ)

ຕໍ່ໄປ: ລາຍການທີເກົ້າ: ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາພຽງແຕ່ເພື່ອເຮັດໃຫ້ຕົນເອງໂດດເດັ່ນ ແລະ ຕອບສະໜອງຜົນປະໂຫຍດ ແລະ ຄວາມທະເຍີທະຍານຂອງພວກເຂົາເອງ; ພວກເຂົາບໍ່ເຄີຍພິຈາລະນາຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເລີຍ ແລະ ເຖິງກັບທໍລະຍົດຕໍ່ຜົນປະໂຫຍດເຫຼົ່ານັ້ນເພື່ອແລກເອົາກຽດຕິຍົດສ່ວນຕົວ (ພາກທີໜຶ່ງ)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້