ລາຍການທີເຈັດ: ພວກເຂົາຊົ່ວຮ້າຍ, ແຝງຊົ່ວ ແລະ ເລ່ຫຼ່ຽມ (ພາກທີສາມ)

ບົດເສີມ: ຂອງຂວັນ

ກ່ອນທີ່ເຮົາຈະເຂົ້າສູ່ຫົວຂໍ້ຫຼັກຂອງການໂອ້ລົມນີ້, ໃຫ້ເຮົາເລົ່າເລື່ອງໜຶ່ງກ່ອນ. ເຮົາຄວນເລົ່າເລື່ອງປະເພດໃດ? ຖ້າມັນບໍ່ມີຜົນກະທົບຕໍ່ຜູ້ຄົນ ຫຼື ຖ້າມັນບໍ່ໄດ້ເສີມສ້າງ ຫຼື ເປັນປະໂຫຍດຕໍ່ຜູ້ທີ່ເຊື່ອໃນພຣະເຈົ້າໃນແງ່ຂອງການເຂົ້າສູ່ຊີວິດ ແລະ ການຮູ້ຈັກພຣະເຈົ້າ, ມັນກໍບໍ່ມີຄວາມໝາຍທີ່ຈະເລົ່າມັນ. ຖ້າເຮົາຈະເລົ່າເລື່ອງໜຶ່ງ, ເລື່ອງນັ້ນ ກໍຕ້ອງເປັນການເສີມສ້າງໃນຕົວມັນເອງໃນລະດັບໜຶ່ງ, ມັນຈຳເປັນຕ້ອງມີຄຸນຄ່າ ແລະ ຄວາມໝາຍ. ສະນັ້ນ ມື້ນີ້ຈົ່ງຟັງເລື່ອງນີ້ ແລະ ເບິ່ງວ່າມັນສາມາດເປັນການເສີມສ້າງ ແລະ ເປັນປະໂຫຍດຕໍ່ພວກເຈົ້າໄດ້ ຫຼື ບໍ່. ບາງເລື່ອງກໍເປັນເລື່ອງຈິງ, ໃນຂະນະທີ່ບາງເລື່ອງກໍເປັນເລື່ອງແຕ່ງເຕີມທີ່ຢືມມາຈາກເຫດການຈິງ; ພວກມັນບໍ່ແມ່ນເລື່ອງຈິງ ແຕ່ພວກມັນມັກຈະຖືກພົບເຫັນໄດ້ໃນຊີວິດຈິງ, ສະນັ້ນ ພວກມັນຈຶ່ງບໍ່ໄດ້ຕັດຂາດຈາກຄວາມເປັນຈິງ. ບໍ່ວ່າພວກມັນຈະເປັນເລື່ອງແຕ່ງ ຫຼື ເກີດຂຶ້ນຈິງກໍຕາມ, ພວກມັນລ້ວນແຕ່ກ່ຽວຂ້ອງຢ່າງໃກ້ຊິດກັບຊີວິດຂອງຜູ້ຄົນ. ແລ້ວເປັນຫຍັງຈຶ່ງເລົ່າເລື່ອງດັ່ງກ່າວໃຫ້ພວກເຈົ້າຟັງ? (ເພື່ອໃຫ້ພວກເຮົາສາມາດເຂົ້າໃຈຄວາມຈິງໄດ້.) ຖືກຕ້ອງແລ້ວ: ເພື່ອໃຫ້ພວກເຈົ້າສາມາດເຂົ້າໃຈຄວາມຈິງຈາກເລື່ອງເຫຼົ່ານີ້, ເຊິ່ງເປັນຄວາມຈິງບາງຢ່າງທີ່ຜູ້ຄົນຍາກທີ່ຈະຮູ້ໄດ້ໃນຊີວິດຈິງ. ໃຫ້ພວກເຮົາໃຊ້ການເລົ່າເລື່ອງເພື່ອນຳເອົາຄວາມຮູ້ຂອງຜູ້ຄົນກ່ຽວກັບຄວາມຈິງ ແລະ ກ່ຽວກັບພຣະເຈົ້າໃຫ້ເຂົ້າໃກ້ກັບຄວາມເປັນຈິງຫຼາຍຂຶ້ນ ແລະ ເຮັດໃຫ້ພວກເຂົາເຂົ້າໃຈຄວາມຈິງ ແລະ ເຂົ້າໃຈພຣະເຈົ້າໄດ້ງ່າຍຂຶ້ນ.

ເມື່ອເຮົາມີການຕິດຕໍ່ພົວພັນກັບຜູ້ຄົນຢ່າງຫຼວງຫຼາຍ ເປັນໄລຍະເວລາດົນນານ, ກໍຫຼີກລ່ຽງບໍ່ໄດ້ທີ່ຈະໄດ້ພົບພໍ້ກັບເຫດການທີ່ແປກປະຫຼາດ ແລະ ຕະຫຼົກຫຼາຍຢ່າງ. ເຫດການນີ້ເກີດຂຶ້ນໃນລະດູໃບໄມ້ປົ່ງຂອງປີນີ້. ໃນຂະນະທີ່ລະດູໜາວໄດ້ຜ່ານພົ້ນໄປ ແລະ ລະດູໃບໄມ້ປົ່ງກຳລັງໃກ້ເຂົ້າມາ, ອາກາດກໍອົບອຸ່ນຂຶ້ນເລື້ອຍໆ ແລະ ພືດທຸກຊະນິດກໍເລີ່ມປົ່ງໜໍ່, ເຕີບໂຕຂຶ້ນໃນແຕ່ລະມື້ທ່າມກາງແສງແດດ ແລະ ສາຍຝົນ. ພືດບາງຊະນິດກໍເກີດເອງຕາມທຳມະຊາດ ແລະ ບາງຊະນິດກໍຖືກປູກຂຶ້ນ; ມີທັງພືດສຳລັບໃຫ້ສັດກິນ, ພືດສຳລັບໃຫ້ຄົນກິນ ແລະ ພືດສຳລັບໃຫ້ທັງສັດ ແລະ ຄົນກິນ. ມັນເປັນພາບຂອງລະດູໃບໄມ້ປົ່ງ: ເປັນທິວທັດທີ່ຂຽວສົດງົດງາມ ແລະ ມີຊີວິດຊີວາ. ແລະ ນີ້ຄືຈຸດທີ່ເລື່ອງລາວເລີ່ມຕົ້ນ. ມື້ໜຶ່ງ, ເຮົາຮູ້ສຶກປະຫຼາດໃຈທີ່ໄດ້ຮັບຂອງຂວັນພິເສດ. ຂອງຂວັນປະເພດໃດ? ຜັກປ່າຖົງໜຶ່ງ. ຄົນທີ່ເອົາມາໃຫ້ເຮົາເວົ້າວ່າ “ນີ້ຄືຜັກລີ້ນຫ່ານ, ມັນກິນໄດ້ ແລະ ດີຕໍ່ສຸຂະພາບຂອງພຣະອົງ. ພຣະອົງສາມາດເອົາມັນໄປຂົ້ວໃສ່ໄຂ່ໄດ້”. ກໍດີ. ຈາກນັ້ນ ເຮົາກໍເອົາມັນໄປປຽບທຽບກັບຜັກລີ້ນຫ່ານທີ່ເຮົາຊື້ມາກ່ອນໜ້ານີ້ ແລະ ທັນທີທີ່ເຮົາເຮັດແນວນັ້ນກໍມີບັນຫາເກີດຂຶ້ນ. ພວກເຈົ້າເດົາໄດ້ບໍວ່າບັນຫາມັນແມ່ນຫຍັງ? ເຮົາໄດ້ພົບກັບ “ຄວາມລຶກລັບ”. ຄວາມລຶກລັບຫຍັງ? ຜັກລີ້ນຫ່ານຢູ່ຕ່າງປະເທດເບິ່ງແຕກຕ່າງຈາກຜັກລີ້ນຫ່ານຢູ່ປະເທດຈີນ. ມີຫຍັງຜິດປົກກະຕິໃນເລື່ອງນີ້ບໍ? (ແມ່ນແລ້ວ, ມີ.) ຖ້າມັນເປັນສິ່ງດຽວກັນ, ມັນກໍຄວນຈະເບິ່ງຄືກັນ, ສະນັ້ນ ສິ່ງທຳອິດທີ່ເຂົ້າມາໃນຄວາມຄິດເມື່ອຄົ້ນພົບວ່າມັນບໍ່ຄືກັນແມ່ນຫຍັງ? ນີ້ແມ່ນຜັກລີ້ນຫ່ານ ຫຼື ບໍ່ແມ່ນ? ເຮົາບໍ່ອາດແນ່ໃຈໄດ້. ເຮົາຈຳເປັນຕ້ອງໄປຖາມຄົນນັ້ນວ່າມັນເປັນຍ້ອນຫຍັງ? ສະນັ້ນ ໃນເວລາຕໍ່ມາ, ເຮົາຈຶ່ງໄປຖາມລາວວ່າ “ເຈົ້າແນ່ໃຈບໍວ່ານີ້ຄືຜັກລີ້ນຫ່ານ?” ລາວຄິດກ່ຽວກັບເລື່ອງນີ້ ແລ້ວຕອບວ່າ “ໂອ້, ຂ້ານ້ອຍບໍ່ແນ່ໃຈວ່າມັນແມ່ນຜັກລີ້ນຫ່ານ ຫຼື ບໍ່”. ຖ້າລາວບໍ່ແນ່ໃຈ, ລາວຈະມອບມັນໃຫ້ເຮົາໄດ້ແນວໃດ? ເປັນຫຍັງລາວຈຶ່ງກ້າເອົາມັນໃຫ້ເຮົາ? ໂຊກດີທີ່ເຮົາບໍ່ໄດ້ກິນມັນເຂົ້າໄປ. ສອງມື້ຕໍ່ມາ, ເຮົາກໍແນ່ໃຈວ່າມັນບໍ່ແມ່ນຜັກລີ້ນຫ່ານແທ້ໆ. ຄົນນັ້ນເວົ້າວ່າແນວໃດ? ລາວເວົ້າວ່າ “ພຣະອົງຮູ້ໄດ້ແນວໃດວ່າມັນບໍ່ແມ່ນຜັກລີ້ນຫ່ານ? ຂ້ານ້ອຍບໍ່ແນ່ໃຈ ແຕ່ຊ່າງມັນເຖາະ: ຢ່າກິນມັນເລີຍ”. ສິ່ງດັ່ງກ່າວຍັງສາມາດກິນໄດ້ຢູ່ບໍ? (ກິນບໍ່ໄດ້.) ມັນກິນບໍ່ໄດ້. ຖ້າເຮົາເວົ້າວ່າ “ເຈົ້າບໍ່ແນ່ໃຈ ແຕ່ເຮົາຈະລອງສ່ຽງກິນມັນເບິ່ງ ເນື່ອງຈາກເຈົ້າໃຈດີຫຼາຍ”, ແບບນັ້ນໄດ້ບໍ? (ບໍ່ໄດ້.) ທຳມະຊາດຂອງການກະທຳແບບນັ້ນແມ່ນຫຍັງ? ມັນຈະເປັນຄວາມໂງ່ຈ້າບໍ? (ແມ່ນແລ້ວ.) ແມ່ນແລ້ວ, ນີ້ຄືຄວາມໂງ່ຈ້າ. ໂຊກດີທີ່ເຮົາບໍ່ໄດ້ກິນມັນ ແລະ ເຮົາກໍບໍ່ໄດ້ສືບສາວຫາຄວາມຈິງຕື່ມອີກ, ສະນັ້ນ ເລື່ອງດັ່ງກ່າວກໍຈົບລົງ.

ຫຼັງຈາກເວລາຜ່ານໄປໄລຍະໜຶ່ງ, ພືດປ່າທຸກຊະນິດກໍເລີ່ມເຕີບໂຕໃນທົ່ງຫຍ້າ: ມີທັງຕົ້ນສູງ ແລະ ຕົ້ນເຕ້ຍ, ຕົ້ນທີ່ມີດອກ ແລະ ຕົ້ນທີ່ບໍ່ມີດອກ ແລະ ພືດທຸກສີສັນ ແລະ ທຸກລັກສະນະ. ພວກມັນມີຈຳນວນເພີ່ມຂຶ້ນ, ເຕີບໂຕໜາແໜ້ນຂຶ້ນເລື້ອຍໆ ແລະ ມີຮູບຊົງທີ່ສວຍງາມຂຶ້ນເລື້ອຍໆ. ມື້ໜຶ່ງ ເຮົາໄດ້ຮັບຂອງຂວັນອີກຖົງໜຶ່ງ ແຕ່ຖົງນີ້ບໍ່ແມ່ນຜັກລີ້ນຫ່ານ. ກົງກັນຂ້າມ, ມັນມີຕົ້ນຫວ້ານໂກດ ຫຼື ຫວ້ານຊິງເຮົາເຊິ່ງມາຈາກຜູ້ຊາຍຄົນດຽວກັນ. ລາວໃຈດີພໍທີ່ຈະສົ່ງມາໃຫ້ອີກຖົງໜຶ່ງ ແລະ ພ້ອມກັບຄຳແນະນຳທີ່ວ່າ “ລອງກິນເບິ່ງ. ມັນຄືຕົ້ນຫວ້ານໂກດ ຫຼື ຫວ້ານຊິງເຮົາ: ມັນຊ່ວຍຂັບໄລ່ຄວາມໜາວ ແລະ ພຣະອົງຍັງສາມາດເອົາມັນໄປຂົ້ວໃສ່ໄຂ່ໄດ້ອີກດ້ວຍ”. ເຮົາເບິ່ງມັນ: ນີ້ບໍ່ແມ່ນຕົ້ນຫວ້ານໂກດ ຫຼື ຫວ້ານຊິງປ່າບໍ? ຕົ້ນຫວ້ານໂກດ ຫຼື ຫວ້ານຊິງເຮົາຖືກພົບເຫັນໃນຫຼາຍພື້ນທີ່ຂອງປະເທດຈີນ ແລະ ໃບຂອງມັນກໍມີກິ່ນຫອມສະເພາະຕົວ ແຕ່ນັ້ນບໍ່ແມ່ນສິ່ງທີ່ຜູ້ຊາຍຄົນນັ້ນສົ່ງມາ, ມັນຈະເອີ້ນວ່າຕົ້ນຫວ້ານໂກດ ຫຼື ຫວ້ານຊິງເຮົາໄດ້ແນວໃດ? ໃບຂອງມັນຄ້າຍຄືກັນເລັກໜ້ອຍ ແຕ່ວ່າມັນແມ່ນ ຫຼື ບໍ່ແມ່ນ? ເຮົາໄດ້ຖາມຜູ້ຊາຍທີ່ເອົາມັນມາໃຫ້ເຮົາ ແຕ່ລາວເວົ້າວ່າລາວບໍ່ຮູ້, ໂດຍການເວົ້າແບບນີ້, ລາວໄດ້ປັດຄວາມຮັບຜິດຊອບຢ່າງສິ້ນເຊີງ. ລາວຍັງຖາມອີກວ່າ “ເປັນຫຍັງພຣະອົງຈຶ່ງຍັງບໍ່ທັນໄດ້ກິນມັນເລີຍ? ເຖິງແມ່ນວ່າຂ້ານ້ອຍຈະບໍ່ແນ່ໃຈວ່າມັນແມ່ນຫຍັງ ແຕ່ພຣະອົງກໍຕ້ອງກິນແດ່. ຂ້ານ້ອຍໄດ້ກິນໄປແລ້ວ ແລະ ມັນກໍແຊບຫຼາຍ”. ລາວບໍ່ແນ່ໃຈ ແຕ່ລາວກໍຍັງຜັກດັນໃຫ້ເຮົາກິນມັນ. ພວກເຈົ້າທຸກຄົນຄິດວ່າເຮົາຄວນເຮັດແນວໃດ? ເຮົາຄວນບັງຄັບຕົນເອງໃຫ້ກິນມັນບໍ? (ບໍ່.) ແນ່ນອນວ່າມັນບໍ່ຄວນຖືກກິນ ເພາະຄົນທີ່ສົ່ງມັນມາກໍຍັງບໍ່ຮູ້ເລີຍວ່າມັນແມ່ນຫຍັງ. ຖ້າເຮົາລອງສ່ຽງ ແລະ ກິນມັນເພື່ອລອງສິ່ງໃໝ່ໆ, ມັນອາດຈະບໍ່ມີຫຍັງເກີດຂຶ້ນ ເພາະຄົນທີ່ກິນມັນໄປແລ້ວເວົ້າວ່າມັນຈະບໍ່ເປັນຫຍັງ. ແຕ່ສຳລັບການກະທຳເຊັ່ນ: ການຄິດວ່າມັນບໍ່ເປັນຫຍັງ ແລະ ກິນມັນຢ່າງບໍ່ຮູ້ເລື່ອງເດ? ນັ້ນບໍ່ແມ່ນການເຮັດສິ່ງຕ່າງໆຢ່າງຫຼັບຫູຫຼັບຕາບໍ? ຄົນປະເພດໃດທີ່ເຮັດສິ່ງຕ່າງໆຢ່າງຫຼັບຫູຫຼັບຕາແບບນີ້? ມີພຽງແຕ່ຄົນທີ່ປະໝາດ ແລະ ບໍ່ຮອບຄອບເທົ່ານັ້ນທີ່ຈະເຮັດແບບນີ້, ຄົນທີ່ຄິດວ່າ “ບໍ່ວ່າຈະເປັນແນວໃດກໍບໍ່ສຳຄັນ; ມີໃຫ້ກິນກໍຖືວ່າດີພໍແລ້ວ”. ພວກເຈົ້າຄິດວ່າເຮົາຄວນເຮັດແບບນີ້ບໍ? (ບໍ່.) ເປັນຫຍັງຈຶ່ງບໍ່ຄວນ? ມີຫຼາຍສິ່ງຫຼາຍຢ່າງໃຫ້ກິນ; ເປັນຫຍັງຈຶ່ງຕ້ອງສ່ຽງກິນພືດທີ່ບໍ່ຮູ້ຈັກ? ໃນຊ່ວງເວລາແຫ່ງຄວາມອຶດຢາກ, ເມື່ອບໍ່ມີອາຫານເຫຼືອຢູ່ແທ້ໆ, ກໍສາມາດຂຸດເອົາຜັກປ່າຕ່າງໆມາລອງກິນໄດ້ ແລະ ສາມາດລອງສ່ຽງກິນເບິ່ງໄດ້. ໃນສະຖານະການແບບນີ້, ແມ່ນສາມາດກິນພືດທີ່ບໍ່ຮູ້ຈັກໄດ້. ແຕ່ຕອນນີ້ມັນແມ່ນໜຶ່ງໃນສະຖານະການເຫຼົ່ານັ້ນບໍ? (ບໍ່ແມ່ນ.) ມີຫຼາຍສິ່ງຫຼາຍຢ່າງທີ່ເຈົ້າສາມາດກິນໄດ້, ແລ້ວເປັນຫຍັງຈຶ່ງຕ້ອງໄປຂຸດຫາຜັກປ່າ? ມັນຈຳເປັນບໍທີ່ຈະຕ້ອງສ່ຽງພຽງເພື່ອຜົນປະໂຫຍດເລັກໆນ້ອຍໆທີ່ເບິ່ງບໍ່ເຫັນ, ຈັບຕ້ອງບໍ່ໄດ້ ແລະ ເປັນພຽງຈິນຕະນາການ? (ບໍ່ຈຳເປັນ.) ສະນັ້ນ, ເຮົາຈຶ່ງຕັດສິນໃຈບໍ່ກິນມັນ. ໂຊກດີທີ່ເຮົາບໍ່ໄດ້ກິນມັນ; ແລະ ເຮົາກໍບໍ່ໄດ້ສືບສາວຫາຄວາມຈິງຕື່ມອີກ ແລະ ເລື່ອງນັ້ນກໍຈົບລົງພຽງເທົ່ານັ້ນເຊັ່ນກັນ.

ຫຼັງຈາກນັ້ນບໍ່ດົນ, ຜູ້ຊາຍຄົນນັ້ນກໍໄດ້ເອົາຂອງຂວັນມາໃຫ້ເຮົາອີກ; ນີ້ເປັນຄັ້ງທີສາມແລ້ວ. ຂອງຂວັນໃນຄັ້ງນີ້ຂ້ອນຂ້າງພິເສດ: ມັນບໍ່ໄດ້ເຕີບໂຕມາຈາກດິນ ແລະ ບໍ່ໄດ້ອອກຜົນຢູ່ເທິງຕົ້ນໄມ້. ມັນແມ່ນຫຍັງ? ໄຂ່ນົກສອງໜ່ວຍ, ຖືກຫໍ່ໄວ້ໃນຖົງເຈ້ຍເປັນຢາງດີ ແລະມີຄຳວ່າ “ໄຂ່ນົກສຳລັບພຣະເຈົ້າ” ຂຽນໄວ້ເທິງນັ້ນ. ຕະຫຼົກດີ, ແມ່ນບໍ? ເມື່ອເຮົາເປີດຖົງເຈ້ຍອອກ, ເຮົາກໍເຫັນວ່າເປືອກຂອງໄຂ່ທັງສອງໜ່ວຍນັ້ນມີສີສັນທີ່ສວຍງາມ. ເຮົາບໍ່ເຄີຍເຫັນໄຂ່ແບບນີ້ມາກ່ອນເລີຍ, ສະນັ້ນ ເຮົາຈຶ່ງບອກບໍ່ໄດ້ວ່າພວກມັນແມ່ນໄຂ່ຂອງນົກຊະນິດໃດ; ເຮົາຄິດທີ່ຈະຊອກຫາຂໍ້ມູນໃນອິນເຕີເນັດ ແຕ່ເຮົາກໍບໍ່ພົບເບາະແສໃດໆ ເພາະມີໄຂ່ຫຼາຍໜ່ວຍທີ່ມີລວດລາຍ ແລະ ສີສັນຄືກັນ, ສະນັ້ນ ຈຶ່ງບໍ່ມີທາງທີ່ຈະລະບຸພວກມັນໄດ້ໂດຍອີງໃສ່ຂະໜາດ ແລະ ສີ. ມີໃຜໃນພວກເຈົ້າຄິດວ່າ ມັນຈະມີປະໂຫຍດບໍຖ້າເຮົາຖາມຜູ້ຊາຍຄົນນັ້ນວ່າພວກມັນເປັນໄຂ່ຂອງນົກຊະນິດໃດ? (ບໍ່.) ເປັນຫຍັງຈຶ່ງວ່າບໍ່? (ລາວກໍຄົງຈະບໍ່ຮູ້ຄືກັນ.) ພວກເຈົ້າເດົາຖືກແລ້ວ; ລາວກໍຄົງຈະບໍ່ຮູ້ຄືກັນ. ສະນັ້ນ ເຮົາຈຶ່ງບໍ່ໄດ້ຖາມລາວ. ຖ້າເຮົາຖາມ, ເຮົາກໍຄົງຈະທຳຮ້າຍຄວາມຮູ້ສຶກຂອງລາວ ແລະ ລາວກໍຄົງຈະຄິດວ່າ “ຂ້ານ້ອຍມີເຈດຕະນາດີ ແລະ ຫ່ວງໃຍຫຼາຍ ແຕ່ພຣະອົງກໍຍັງສົງໄສຂ້ານ້ອຍ. ເປັນຫຍັງພຣະອົງຈຶ່ງຕ້ອງໄປຊອກຫາພວກມັນໃນອິນເຕີເນັດ? ໃນເມື່ອຂ້ານ້ອຍເອົາໃຫ້ພຣະອົງກິນ, ພຣະອົງກໍກິນໄປໂລດ!” ພວກເຈົ້າຄິດວ່າເຮົາຄວນກິນໄຂ່ເຫຼົ່ານັ້ນ ຫຼື ບໍ່? (ບໍ່ຄວນ.) ຖ້າລາວເອົາພວກມັນໃຫ້ພວກເຈົ້າ, ພວກເຈົ້າຈະກິນພວກມັນບໍ? (ບໍ່.) ເຮົາກໍຄືກັນ. ໄຂ່ເຫຼົ່ານີ້ມີໄວ້ສຳລັບການຟັກ ແລະ ການຂະຫຍາຍພັນຂອງນົກ. ມັນຈະບໍ່ໂຫດຮ້າຍບໍທີ່ຈະກິນພວກມັນ? (ໂຫດຮ້າຍ.) ເຮົາບໍ່ສາມາດເຮັດແບບນັ້ນໄດ້, ສະນັ້ນ ເລື່ອງໄຂ່ນົກຈຶ່ງຈົບລົງ ແຕ່ສິ່ງດັ່ງກ່າວກໍຍັງຄົງເກີດຂຶ້ນຕໍ່ໄປ.

ມື້ໜຶ່ງ, ເຮົາໄດ້ພົບເຫັນຕົ້ນຫວ້ານຊິງເຮົາປ່າບາງຕົ້ນ ເຊິ່ງເບິ່ງຄືກັບຕົ້ນຫວ້ານຊິງເຮົາ ຕາກຢູ່ເທິງຮາວບ່ອນໃດບ່ອນໜຶ່ງ, ສະນັ້ນ ເຮົາຈຶ່ງຖາມເອື້ອຍນ້ອງຄົນໜຶ່ງວ່າມັນມີໄວ້ເຮັດຫຍັງ. ນາງຕອບວ່າ “ນີ້ບໍ່ແມ່ນຕົ້ນຫວ້ານຊິງເຮົາຊະນິດດຽວກັນກັບທີ່ຜູ້ຊາຍຄົນນັ້ນເອົາໃຫ້ພຣະອົງໃນຄັ້ງກ່ອນບໍ? ຕົ້ນຫວ້ານຊິງເຮົາສາມາດກຳຈັດຄວາມຊຸ່ມຊື່ນ ແລະ ຂັບໄລ່ຄວາມໜາວໄດ້. ພຣະອົງມັກໜາວງ່າຍບໍ່ແມ່ນບໍ? ຜູ້ຊາຍຄົນນັ້ນເວົ້າວ່າ ເມື່ອມັນແຫ້ງແລ້ວ, ລາວຈະເກັບມັນໄວ້ໃຫ້ພຣະອົງໃຊ້ແຊ່ຕີນໃນນ້ຳອຸ່ນ ເພື່ອຂັບໄລ່ຄວາມໜາວ”. ພວກເຈົ້າທຸກຄົນຄິດວ່າປະຕິກິລິຍາຂອງເຮົາເປັນແນວໃດ ເມື່ອໄດ້ຍິນແບບນັ້ນ? ຄຳດຽວເລີຍ. (ເວົ້າບໍ່ອອກ.) ຖືກຕ້ອງແລ້ວ, ເຮົາເວົ້າບໍ່ອອກເລີຍ. ໃນສະຖານະການແບບນີ້, ເຮົາບໍ່ຄວນໄຕ່ຕອງເບິ່ງບໍວ່າຄົນຜູ້ນີ້ມີຄວາມຫ່ວງໃຍຫຼາຍສໍ່າໃດ ແລະ ລາວໄດ້ພະຍາຍາມຢ່າງເຕັມທີ່ຫຼາຍສໍ່າໃດ? ເຮົາຈະເວົ້າບໍ່ອອກໄດ້ແນວໃດ? ມັນເປັນພຽງເພາະວ່າຄົນຜູ້ນີ້ຖືກປະຕິເສດມາຫຼາຍຄັ້ງແລ້ວໃນເລື່ອງເຫຼົ່ານີ້ ແລະ ຈາກນັ້ນກໍປ່ຽນວິທີການ, ຄືກັບຈະເວົ້າວ່າ “ຂ້ານ້ອຍເອົາຜັກສີຂຽວ ແລະ ໄຂ່ໃຫ້ພຣະອົງກິນ ແຕ່ພຣະອົງກໍບໍ່ໄດ້ກິນພວກມັນ, ສະນັ້ນ ຂ້ານ້ອຍຈຶ່ງຕາກຕົ້ນຫວ້ານຊິງເຮົາໃຫ້ແຫ້ງເພື່ອໃຫ້ພຣະອົງແຊ່ຕີນໃນນ້ຳອຸ່ນ ເພື່ອທີ່ຄວາມພະຍາຍາມຂອງຂ້ານ້ອຍຈະບໍ່ສູນເປົ່າ”. ເມື່ອເຫັນສະຖານະການນີ້, ເຮົາກໍເວົ້າບໍ່ອອກແທ້ໆ. ໃນເວລາຕໍ່ມາ, ເຮົາໄດ້ບອກຄົນອື່ນວ່າ ປັດຈຸບັນນີ້ຮ້ານຂາຍຢາຫຼາຍແຫ່ງກໍມີຕົ້ນຫວ້ານຊິງເຮົາຂາຍ. ເຈົ້າສາມາດຊື້ໄດ້ຫຼາຍເທົ່າທີ່ຕ້ອງການ: ມັນມີຫຼາກຫຼາຍຮູບແບບການຫຸ້ມຫໍ່, ຜະລິດໂດຍຫຼາຍປະເທດ ແລະ ຜ່ານຂະບວນການທີ່ຖືກສຸຂະອະນາໄມ. ມັນດີກວ່າສິ່ງທີ່ຜູ້ຊາຍຄົນນັ້ນສົ່ງມາໃຫ້ເຮົາຫຼາຍ, ສະນັ້ນ ມັນບໍ່ແມ່ນຄວາມພະຍາຍາມທີ່ສູນເປົ່າບໍ ທີ່ໄປເກັບມັນຢູ່ແຄມທາງ ແລ້ວເອົາມາຕາກແດດໄວ້ເທິງຮາວ? ຖ້າລາວຕາກມັນໃຫ້ແຫ້ງ ແລ້ວເອົາມາໃຫ້ເຮົາ, ພວກເຈົ້າຄິດວ່າເຮົາຕ້ອງການມັນບໍ? (ບໍ່ຕ້ອງການ.) ເຮົາບໍ່ຕ້ອງການມັນ. ເມື່ອເວລາຜ່ານໄປ, ກໍບໍ່ມີຕົ້ນຫວ້ານຊິງເຮົາຢູ່ເທິງຮາວອີກຕໍ່ໄປ ເພາະສິ່ງທີ່ເຮົາເວົ້າໄດ້ໄປເຖິງລາວ ແລະ ລາວກໍຢຸດສົ່ງມັນມາ. ຕໍ່ມາ, ເມື່ອມີຜັກປ່າຫຼາຍຂຶ້ນໃນທົ່ງຫຍ້າ, ພວກມັນກໍຄົງຈະບໍ່ຖືກຖືວ່າເປັນຂອງຫາຍາກອີກຕໍ່ໄປ, ສະນັ້ນ ຈຶ່ງບໍ່ມີໃຜສົ່ງຜັກປ່າມາໃຫ້ເຮົາອີກ. ແລະ ເຮົາເດົາວ່າໄຂ່ນົກກໍຄົງຈະຟັກອອກມາໃນລະຫວ່າງນັ້ນ ແລະ ບໍ່ສາມາດເກັບໄດ້ອີກຕໍ່ໄປ, ສະນັ້ນ ຈົນເຖິງຕອນນີ້ ເຮົາຈຶ່ງບໍ່ໄດ້ຮັບໄຂ່ນົກ ຫຼື ຜັກປ່າອີກເລີຍ. ແລ້ວນັ້ນກໍຄືເລື່ອງລາວຂອງເຮົາ.

ໂດຍລວມແລ້ວ, ມີສີ່ເຫດການໃນເລື່ອງນີ້ ເຊິ່ງທັງໝົດລ້ວນແຕ່ກ່ຽວກັບສິ່ງຂອງທີ່ຖືກສົ່ງມາໃຫ້ເຮົາ: ສອງເຫດການແມ່ນກ່ຽວກັບການສົ່ງຜັກປ່າທີ່ບໍ່ຮູ້ຈັກ, ເຫດການໜຶ່ງແມ່ນກ່ຽວກັບການສົ່ງໄຂ່ນົກທີ່ບໍ່ຮູ້ຈັກ ແລະ ອີກເຫດການໜຶ່ງແມ່ນກ່ຽວກັບ “ຢາພື້ນເມືອງຈີນ” ທີ່ຕາກແດດ. ມັນອາດຈະຟັງເບິ່ງຄືໜ້າຂົບຂັນເລັກໜ້ອຍທີ່ຈະເວົ້າກ່ຽວກັບສິ່ງເຫຼົ່ານີ້ ແຕ່ໃນແງ່ຂອງເຫດການເຫຼົ່ານັ້ນເອງ, ພວກເຈົ້າໄດ້ຮັບຄວາມຮູ້ສຶກແນວໃດແດ່ ຫຼັງຈາກທີ່ໄດ້ຍິນເລື່ອງລາວເຫຼົ່ານີ້? ມີສິ່ງໃດແດ່ທີ່ພວກເຈົ້າຄວນເຂົ້າໃຈ ຫຼື ໄດ້ຮັບຈາກເລື່ອງລາວເຫຼົ່ານີ້, ມີບົດຮຽນໃດແດ່ທີ່ພວກເຈົ້າຄວນຮຽນຮູ້? ພວກເຈົ້າທຸກຄົນກຳລັງຄິດຫຍັງຢູ່ ໃນຂະນະທີ່ພວກເຈົ້າກຳລັງຟັງ? ສິ່ງທີ່ເຮົາເລົ່າມານັ້ນແນເປົ້າໝາຍໃສ່ບຸກຄົນໃດໜຶ່ງໂດຍສະເພາະບໍ? ແນ່ນອນວ່າບໍ່. ແຕ່ຖ້າພວກມັນບໍ່ໄດ້ແນເປົ້າໝາຍໃສ່ບຸກຄົນໃດໜຶ່ງໂດຍສະເພາະ, ແລ້ວເປັນຫຍັງເຮົາຈຶ່ງເວົ້າກ່ຽວກັບເລື່ອງລາວເຫຼົ່ານີ້? ມັນມີຄວາມໝາຍບໍ? ຫຼື ມັນເປັນພຽງການເວົ້າເລື່ອງໄຮ້ສາລະ? (ບໍ່ແມ່ນ.) ໃນເມື່ອພວກເຈົ້າບໍ່ຖືວ່າມັນເປັນການເວົ້າເລື່ອງໄຮ້ສາລະ, ພວກເຈົ້າຮູ້ບໍວ່າເປັນຫຍັງເຮົາຈຶ່ງເວົ້າກ່ຽວກັບມັນ? ເປັນຫຍັງຜູ້ຊາຍຄົນນີ້ຈຶ່ງເຮັດສິ່ງດັ່ງກ່າວ? ທຳມະຊາດຂອງພຶດຕິກຳຂອງລາວແມ່ນຫຍັງ? ແຮງຈູງໃຈຂອງລາວແມ່ນຫຍັງ? ບັນຫາຢູ່ບ່ອນນີ້ແມ່ນຫຍັງ? ຈຳເປັນຕ້ອງໄຈ້ແຍກພວກມັນບໍ? ພວກເຈົ້າຈະສາມາດເຂົ້າໃຈຄວາມຈິງໄດ້ ຖ້າພວກເຈົ້າເບິ່ງທະລຸຜູ້ຄົນ ແລະ ທຳມະຊາດຂອງເຫດການເຫຼົ່ານັ້ນເອງໃນບໍລິບົດນັ້ນ. ພວກເຈົ້າຄິດວ່າຜູ້ຊາຍທີ່ເຮັດສິ່ງເຫຼົ່ານີ້ມີເຈດຕະນາດີ ຫຼື ເຈດຕະນາບໍ່ດີ? (ເຈດຕະນາດີ.) ກ່ອນອື່ນໝົດ, ສິ່ງໜຶ່ງທີ່ແນ່ນອນກໍຄື: ລາວມີເຈດຕະນາດີ. ມີຫຍັງຜິດປົກກະຕິກ່ຽວກັບເຈດຕະນາດີຂອງລາວບໍ? ການເຮັດສິ່ງຕ່າງໆດ້ວຍເຈດຕະນາດີໝາຍຄວາມວ່າເຈົ້າມີຄວາມຫ່ວງໃຍບໍ? (ບໍ່ຈຳເປັນສະເໝີໄປ.) ຖ້າເຈດຕະນາດີເປັນແຮງຈູງໃຈຂອງຄົນໃດໜຶ່ງໃນການເຮັດບາງສິ່ງບາງຢ່າງ, ແລ້ວຄວາມບໍ່ບໍລິສຸດຂອງອຸປະນິໄສທີ່ເສື່ອມຊາມຈຳເປັນຕ້ອງຂາດຫາຍໄປສະເໝີບໍ? ມັນບໍ່ແມ່ນແນວນັ້ນ. ແລ້ວເຮົາຂໍຖາມພວກເຈົ້າທຸກຄົນວ່າ, ຖ້າເຈົ້າເຄົາລົບ ແລະ ເຊື່ອຟັງພໍ່ແມ່ຂອງເຈົ້າ, ເປັນຫຍັງເຈົ້າຈຶ່ງບໍ່ສົ່ງສິ່ງຂອງເຫຼົ່ານີ້ໄປໃຫ້ພວກເພິ່ນກິນ? ຫຼື ຖ້າເຈົ້າມັກ ແລະ ຫ່ວງໃຍຫົວໜ້າ ແລະ ຜູ້ນຳຂອງເຈົ້າ, ເປັນຫຍັງເຈົ້າຈຶ່ງບໍ່ເອົາສິ່ງເຫຼົ່ານີ້ໃຫ້ພວກເຂົາກິນ? ເປັນຫຍັງເຈົ້າຈຶ່ງບໍ່ກ້າເຮັດແນວນັ້ນ? ມັນເປັນເພາະວ່າເຈົ້າຢ້ານວ່າມີບາງສິ່ງບາງຢ່າງຈະຜິດພາດ. ເຈົ້າຢ້ານທີ່ຈະທຳຮ້າຍພໍ່ແມ່ຂອງເຈົ້າ, ຜູ້ນຳຂອງເຈົ້າ ແລະ ຫົວໜ້າຂອງເຈົ້າ, ແລ້ວເຈົ້າບໍ່ຢ້ານທີ່ຈະທຳຮ້າຍພຣະເຈົ້າບໍ? ເຈດຕະນາຂອງເຈົ້າແມ່ນຫຍັງ? ຄວາມໃຈດີຂອງເຈົ້າໝາຍເຖິງຫຍັງ? ເຈົ້າກຳລັງພະຍາຍາມຫຼອກລວງພຣະເຈົ້າບໍ? ເຈົ້າກຳລັງພະຍາຍາມຢອກລໍ້ກັບພຣະອົງບໍ? ເຈົ້າຈະກ້າເຮັດສິ່ງດັ່ງກ່າວກັບພຣະເຈົ້າໃນຖານະທີ່ເປັນຕົວຕົນທາງວິນຍານບໍ? ເຈົ້າຈະມີຫົວໃຈທີ່ຢຳເກງພຣະເຈົ້າບໍ ຖ້າເຈົ້າເຫັນວ່າເນື້ອໜັງຂອງພຣະເຈົ້າເປັນຄວາມເປັນມະນຸດທີ່ປົກກະຕິ ແລະ ແທນທີ່ຈະຢ້ານກົວພຣະອົງ, ເຈົ້າພັດກ້າເຮັດສິ່ງດັ່ງກ່າວ? ຖ້າເຈົ້າບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າ, ແລ້ວການທີ່ເຈົ້າເຮັດສິ່ງດັ່ງກ່າວຈະເປັນຄວາມຫ່ວງໃຍຢ່າງແທ້ຈິງບໍ? ນັ້ນບໍ່ແມ່ນຄວາມຫ່ວງໃຍ: ມັນຄືການຫຼອກລວງ ແລະ ການຢອກລໍ້ກັບພຣະເຈົ້າ ແລະ ມັນເປັນຄວາມບັງອາດທີ່ສຸດຂອງເຈົ້າ! ຖ້າເຈົ້າເປັນຄົນທີ່ມີຄວາມຮັບຜິດຊອບແທ້ໆ, ເປັນຫຍັງຈຶ່ງບໍ່ກິນ ແລະ ຊີມບາງສິ່ງບາງຢ່າງດ້ວຍຕົນເອງກ່ອນ ເພື່ອໃຫ້ແນ່ໃຈວ່າບໍ່ມີຫຍັງຜິດປົກກະຕິ ກ່ອນທີ່ຈະນຳມັນມາຖວາຍແດ່ພຣະເຈົ້າ? ຖ້າເຈົ້ານຳມັນມາຖວາຍແດ່ພຣະເຈົ້າໂດຍກົງ ໂດຍບໍ່ໄດ້ກິນ ແລະ ຊີມມັນດ້ວຍຕົນເອງ, ນີ້ບໍ່ແມ່ນການຢອກລໍ້ກັບພຣະເຈົ້າບໍ? ເຈົ້າບໍ່ຮູ້ສຶກບໍວ່າເຈົ້າກຳລັງລ່ວງເກີນອຸປະນິໄສຂອງພຣະເຈົ້າໂດຍການເຮັດແບບນີ້? ນີ້ແມ່ນສິ່ງທີ່ພຣະເຈົ້າສາມາດລືມໄດ້ບໍ? ເຖິງແມ່ນວ່າເຈົ້າຈະລືມມັນໄປ, ພຣະເຈົ້າກໍຈະບໍ່ລືມມັນ. ເມື່ອເຮັດບາງສິ່ງບາງຢ່າງແບບນີ້, ເຈົ້າກຳລັງຄິດຫຍັງຢູ່? ເຈົ້າບໍ່ໄດ້ຊີມມັນ ແລະ ເຈົ້າກໍບໍ່ມີຫຼັກຖານທາງວິທະຍາສາດ ແຕ່ເຈົ້າພັດກ້າເອົາມັນມາຖວາຍແດ່ພຣະເຈົ້າ. ນີ້ແມ່ນພຶດຕິກຳທີ່ມີຄວາມຮັບຜິດຊອບບໍ? ຖ້າເຈົ້າທຳຮ້າຍພຣະເຈົ້າ, ເຈົ້າຈະຮັບຜິດຊອບແນວໃດ? ເຖິງແມ່ນວ່າກົດໝາຍຈະບໍ່ຈັດການກັບເຈົ້າ, ພຣະເຈົ້າກໍຈະລົງໂທດເຈົ້າໄປຕະຫຼອດການ. ເຈົ້າຍັງບໍ່ຄິດວ່າຂີ້ເຫຍື້ອເຫຼົ່ານີ້ດີພໍທີ່ຈະເອົາໄປໃຫ້ຜູ້ນຳ ແລະ ຜູ້ນຳທີ່ບໍ່ມີຄວາມເຊື່ອເລີຍ ແລະ ເຈົ້າກໍຄົງຈະຖືວ່າມັນບໍ່ສົມກຽດ, ແລ້ວເຈົ້າມີເຈດຕະນາແບບໃດຈຶ່ງເອົາມັນມາຖວາຍແດ່ພຣະເຈົ້າ? ເຮົາມີຄ່າໜ້ອຍສໍ່ານັ້ນເລີຍບໍ? ຖ້າເຈົ້າເອົາຜັກປ່າຖົງໜຶ່ງໄປໃຫ້ຫົວໜ້າຂອງເຈົ້າ, ລາວຈະຄິດແນວໃດ? “ເຮົາມີຄ່າສໍ່າຫຍ້າອັນໄຮ້ຄ່ານີ້ບໍ? ຄົນອື່ນເອົາເງິນ ແລະ ຂອງແບຣນເນມມາໃຫ້ເຮົາ ແຕ່ເຈົ້າພັດເອົາຫຍ້າບໍ່ມີຄ່າກຳໜຶ່ງມາໃຫ້ເຮົາບໍ?” ເຈົ້າຈະກ້າເຮັດແບບນັ້ນບໍ? ແນ່ນອນວ່າບໍ່. ແຕ່ຖ້າເຈົ້າເຮັດແບບນັ້ນແທ້ໆ, ເຈົ້າຈະກັງວົນກ່ຽວກັບຫຍັງ? ສິ່ງທຳອິດທີ່ເຈົ້າຕ້ອງຄິດກໍຄື “ຫົວໜ້າມັກຫຍັງ? ລາວຕ້ອງການສິ່ງນີ້ບໍ? ຖ້າລາວບໍ່ຕ້ອງການມັນ ແລ້ວເຮົາຍັງເອົາໃຫ້ລາວ, ລາວຈະສ້າງຄວາມລຳບາກໃຫ້ເຮົາບໍ? ລາວຈະຂົ່ມເຫັງ ແລະ ທໍລະມານເຮົາຢູ່ບ່ອນເຮັດວຽກບໍ? ຖ້າເລື່ອງຮ້າຍແຮງຂຶ້ນ, ລາວຈະໄລ່ເຮົາອອກໂດຍການຊອກຫາຂໍ້ອ້າງ ແລະ ຈັບຜິດເຮົາບໍ?” ເຈົ້າຄິດເຖິງເລື່ອງເຫຼົ່ານີ້ບໍ? (ຄິດ.) ຖ້າເຈົ້າຕ້ອງການເອົາໃຈຫົວໜ້າຂອງເຈົ້າ, ສິ່ງທຳອິດທີ່ເຈົ້າຄວນເອົາໃຫ້ລາວແມ່ນຫຍັງ? (ສິ່ງທີ່ລາວມັກ.) ພຽງແຕ່ເອົາສິ່ງທີ່ລາວມັກໃຫ້ລາວກໍຍັງບໍ່ພໍ. ຕົວຢ່າງ: ຖ້າຕອນນີ້ລາວຕ້ອງການຈອກໜຶ່ງໜ່ວຍ, ເຈົ້າສາມາດໃຊ້ເງິນ 10 ຫຼື 20 ຢວນເພື່ອຊື້ຈອກໜຶ່ງໜ່ວຍໄປໃຫ້ລາວໄດ້ບໍ? (ບໍ່ໄດ້.) ເຈົ້າຕ້ອງເອົາສິ່ງທີ່ເປັນຄຳ, ເປັນເງິນ, ເປັນສິ່ງທີ່ດີທີ່ສຸດໃຫ້ລາວ. ເປັນຫຍັງຈຶ່ງເອົາສິ່ງທີ່ເຈົ້າເອງກໍຍັງລັງເລທີ່ຈະຊື້ໃຫ້ຕົນເອງໄປໃຫ້ລາວ? (ເພື່ອເອົາໃຈລາວ.) ຈຸດປະສົງຂອງການເອົາໃຈລາວແມ່ນຫຍັງ? ກ່ອນອື່ນໝົດ, ຢ່າງໜ້ອຍທີ່ສຸດ ລາວກໍສາມາດເບິ່ງແຍງເຈົ້າໄດ້ ແລະ ດ້ວຍອຳນາດທີ່ລາວມີ, ລາວສາມາດປົກປ້ອງເຈົ້າ ແລະ ເຮັດໃຫ້ວຽກ ແລະ ເງິນເດືອນຂອງເຈົ້າໝັ້ນຄົງ ແລະ ປອດໄພ. ຢ່າງໜ້ອຍທີ່ສຸດ, ລາວກໍຈະບໍ່ສ້າງຄວາມລຳບາກໃຫ້ເຈົ້າ. ສະນັ້ນ, ເຈົ້າຈະບໍ່ມີທາງເອົາຜັກປ່າທີ່ບໍ່ຮູ້ຈັກກຳໜຶ່ງໄປໃຫ້ລາວຢ່າງແນ່ນອນ. ບໍ່ແມ່ນແນວນັ້ນບໍ? (ແມ່ນແລ້ວ.) ເຈົ້າຍັງບໍ່ສາມາດເຮັດແບບນັ້ນກັບຫົວໜ້າຂອງເຈົ້າໄດ້ເລີຍ, ແລ້ວເປັນຫຍັງຜູ້ຊາຍທີ່ເອົາຫຍ້າມາໃຫ້ເຮົາຈຶ່ງເຮັດແບບນັ້ນກັບເຮົາ? ລາວໄດ້ຄິດເຖິງຜົນທີ່ຈະຕາມມາບໍ? ແນ່ນອນວ່າລາວບໍ່ໄດ້ຄິດ. ແລະ ເປັນຫຍັງຈຶ່ງບໍ່ຄິດ? ບາງຄົນອາດຈະເວົ້າວ່າ “ເພາະພຣະອົງຈະບໍ່ທໍລະມານພວກເຮົາ”. ມັນງ່າຍດາຍແບບນັ້ນເລີຍບໍ? ເພາະເຮົາຈະບໍ່ສ້າງຄວາມລຳບາກໃຫ້ລາວ, ແບບນັ້ນບໍ? ເປັນຫຍັງລາວຈຶ່ງກ້າເອົາສິ່ງຂອງແບບນີ້ມາໃຫ້? (ລາວຄິດວ່າເຈດຕະນາຂອງລາວເປັນສິ່ງທີ່ດີ.) ຖືກຕ້ອງແລ້ວ, ລາວໄດ້ປົກປິດຄວາມໜ້າກຽດຊັງ ແລະ ຄວາມຊົ່ວຊ້າທັງໝົດຂອງລາວໄວ້ພາຍໃຕ້ເຈດຕະນາດີ, ເຊິ່ງໝາຍຄວາມວ່າ “ຂ້ານ້ອຍມີເຈດຕະນາດີຕໍ່ພຣະອົງ ແຕ່ຄົນອື່ນບໍ່ມີ! ເບິ່ງຜັກປ່າທັງໝົດນີ້ແມ. ໃຜເປັນຄົນຂຸດພວກມັນມາໃຫ້ພຣະອົງ? ບໍ່ແມ່ນຂ້ານ້ອຍບໍ?” ນີ້ແມ່ນທັດສະນະຄະຕິແບບໃດ? ນີ້ແມ່ນແນວຄິດແບບໃດ? ເຈດຕະນາດີເຫຼົ່ານີ້ສອດຄ່ອງກັບຄວາມເປັນມະນຸດບໍ? ຖ້າພວກມັນຍັງບໍ່ສອດຄ່ອງກັບຄວາມເປັນມະນຸດເລີຍ, ພວກມັນຈະສອດຄ່ອງກັບຄວາມຈິງໄດ້ບໍ? (ບໍ່ໄດ້.) ສິ່ງນັ້ນບໍ່ແມ່ນຄວາມຈິງເລີຍ! ເຈດຕະນາດີເຫຼົ່ານີ້ແມ່ນຫຍັງ? ພວກມັນເປັນເຈດຕະນາດີຢ່າງແທ້ຈິງບໍ? (ບໍ່ແມ່ນ.) ແລ້ວພວກມັນກ່ຽວຂ້ອງກັບທັດສະນະຄະຕິແບບໃດ? ພວກມັນມີຄວາມບໍ່ບໍລິສຸດ ແລະ ແກ່ນແທ້ແບບໃດແຝງຢູ່? ແມ່ນແຕ່ພວກເຈົ້າທີ່ເປັນຄົນໜຸ່ມສາວ ເຊິ່ງຍັງອ່ອນຕໍ່ໂລກ ກໍຍັງເຂົ້າໃຈວ່າເຈົ້າບໍ່ສາມາດພຽງແຕ່ເອົາຂອງຂວັນແບບໃດກໍໄດ້ໄປໃຫ້ຫົວໜ້າຂອງເຈົ້າ; ເຈົ້າຕ້ອງຄິດເຖິງຜົນທີ່ຈະຕາມມາ. ສະນັ້ນ ຖ້າຜູ້ຊາຍອາຍຸສີ່ສິບ ຫຼື ຫ້າສິບປີທີ່ມີປະສົບການຫຼາຍເອົາສິ່ງດັ່ງກ່າວມາໃຫ້ເຮົາ, ໃນມຸມມອງຂອງພວກເຈົ້າ, ທຳມະຊາດຂອງສິ່ງນີ້ແມ່ນຫຍັງ? ມັນຄຸ້ມຄ່າທີ່ພວກເຮົາຈະມາສົນທະນາກັນຢູ່ບ່ອນນີ້ບໍ? (ຄຸ້ມຄ່າ.) ສະນັ້ນ ສະຫຼຸບແລ້ວ, ແກ່ນແທ້ຂອງເລື່ອງນີ້ແມ່ນຫຍັງ? ຜູ້ຊາຍຄົນນັ້ນເອົາຜັກປ່າມາໃຫ້ເຮົາຢ່າງບໍ່ໃສ່ໃຈ, ຂໍໃຫ້ເຮົາກິນມັນ ໂດຍທີ່ຕົວລາວເອງກໍຍັງບໍ່ຮູ້ເລີຍວ່າມັນແມ່ນຫຍັງ. ເມື່ອເຮົາບອກວ່າພວກມັນເບິ່ງບໍ່ຄືກັບຜັກປ່າຊະນິດນັ້ນ, ລາວກໍບໍ່ລໍຊ້າທີ່ຈະບອກບໍ່ໃຫ້ເຮົາກິນພວກມັນ ແລະ ນັ້ນຍັງບໍ່ໝົດ. ລາວສົ່ງຜັກປ່າອີກຊະນິດໜຶ່ງມາໃຫ້ເຮົາກິນ. ເຮົາບໍ່ໄດ້ກິນມັນ ແລະ ລາວກໍເວົ້າວ່າ “ກິນແດ່, ມັນແຊບຫຼາຍ. ຂ້ານ້ອຍລອງກິນແລ້ວ”. ນັ້ນແມ່ນທັດສະນະຄະຕິແບບໃດ? (ມັນເປັນການບໍ່ເຄົາລົບ ແລະ ບໍ່ມີຄວາມຮັບຜິດຊອບ.) ຖືກຕ້ອງແລ້ວ. ພວກເຈົ້າທຸກຄົນຮູ້ສຶກເຖິງທັດສະນະຄະຕິນີ້ບໍ? (ຮູ້ສຶກ.) ມັນເປັນເຈດຕະນາດີບໍ? ບໍ່ມີເຈດຕະນາດີເລີຍ! ລາວໄປເອົາບາງສິ່ງບາງຢ່າງມາແບບສຸ່ມໆ ໂດຍທີ່ບໍ່ໄດ້ເສຍເງິນຈັກກີບ ແລ້ວລາວກໍເອົາມັນໃສ່ໃນຖົງຢາງ ແລ້ວເອົາມາໃຫ້ເຮົາ, ຂໍໃຫ້ເຮົາກິນມັນ. ເຖິງແມ່ນວ່າເຈົ້າຈະໄປເກັບຜັກປ່າມາໃຫ້ແກະ ແລະ ກະຕ່າຍກິນ, ເຈົ້າກໍຍັງຕ້ອງໄຕ່ຕອງວ່າ “ສັດຈະຖືກສານພິດບໍ ຖ້າພວກມັນກິນສິ່ງນີ້?” ນັ້ນບໍ່ແມ່ນສິ່ງທີ່ເຈົ້າຄວນພິຈາລະນາບໍ? ຖ້າເຈົ້າຍັງບໍ່ເຕັມໃຈທີ່ຈະສ່ຽງເມື່ອໃຫ້ອາຫານສັດລ້ຽງ, ແລ້ວເຈົ້າຈະພຽງແຕ່ໄປເກັບຫຍ້າທີ່ບໍ່ມີຄ່າກຳໜຶ່ງ ແລ້ວເອົາມາໃຫ້ເຮົາກິນໄດ້ແນວໃດ? ນັ້ນແມ່ນອຸປະນິໄສແບບໃດ? ທຳມະຊາດຂອງບັນຫາແມ່ນຫຍັງ? ພວກເຈົ້າເຂົ້າໃຈບໍ? ຖ້າຄົນແບບນັ້ນປະຕິບັດຕໍ່ເຮົາແບບນີ້, ພວກເຈົ້າຄິດວ່າລາວຈະປະຕິບັດຕໍ່ລູກນ້ອງຂອງລາວ ຫຼື ຄົນທີ່ລາວຖືວ່າເປັນຄົນທຳມະດາແນວໃດ? ມັນເປັນພຽງການເຮັດແບບຫຼິ້ນໆ. ນັ້ນແມ່ນອຸປະນິໄສແບບໃດ? ມັນຊົ່ວຊ້າ ແລະ ໂຫດຮ້າຍ. ຖືວ່າລາວ ເປັນຄົນດີໄດ້ບໍ? (ບໍ່, ບໍ່ໄດ້.) ຖືວ່າລາວເປັນຄົນບໍ່ດີ. ການທີ່ບໍ່ຖືເອົາຮ່າງກາຍ ແລະ ຊີວິດຂອງຜູ້ຄົນເປັນເລື່ອງສຳຄັນ, ການເອົາສິ່ງເຫຼົ່ານີ້ມາສ່ຽງ ແລະ ບໍ່ຮູ້ສຶກຫຍັງເລີຍຫຼັງຈາກນັ້ນ ແລະ ທີ່ຈິງແລ້ວກໍບໍ່ມີຄວາມຮູ້ສຶກຜິດຊອບຊົ່ວດີເລີຍແມ່ນແຕ່ໜ້ອຍດຽວ ແຕ່ສາມາດເຮັດສິ່ງດຽວກັນຊ້ຳແລ້ວຊ້ຳອີກໄດ້: ນີ້ເປັນເລື່ອງທີ່ແປກປະຫຼາດແທ້ໆ.

ໃນຕອນຕົ້ນຂອງເລື່ອງ, ເຮົາໄດ້ເວົ້າບາງຄຳທີ່ພວກເຈົ້າອາດຈະບໍ່ໄດ້ໃສ່ໃຈຫຼາຍປານໃດ. ເຮົາໄດ້ເວົ້າວ່າ ຜັກປ່າບາງຊະນິດແມ່ນມີໃຫ້ຄົນກິນ, ບາງຊະນິດກໍມີໃຫ້ສັດກິນ ແລະ ບາງຊະນິດກໍມີໃຫ້ທັງຄົນ ແລະ ສັດກິນ. ນີ້ຄື “ຄຳເວົ້າທີ່ໂດ່ງດັງ” ແລະ ມັນມີທີ່ມາ. ພວກເຈົ້າຮູ້ບໍວ່າມັນມາຈາກໃສ? ມັນເປັນຄືດັ່ງຄຳອຸປະມາ. ມັນມາຈາກຜູ້ຊາຍທີ່ເອົາຂອງຂວັນສອງສາມຢ່າງນີ້ມາໃຫ້ໃນເລື່ອງນັ້ນ. ຜູ້ຊາຍຄົນນີ້ຮັບຜິດຊອບການປູກຝັງ ແລະ ລາວໄດ້ປູກສາລີສາມປະເພດ. ສາມປະເພດໃດ? ປະເພດທີ່ຄົນກິນ, ປະເພດທີ່ສັດກິນ ແລະ ປະເພດທີ່ທັງຄົນ ແລະ ສັດກິນ: ສາມປະເພດນັ້ນ. ສາລີສາມປະເພດນີ້ໜ້າສົນໃຈຫຼາຍ. ພວກເຈົ້າເຄີຍໄດ້ຍິນກ່ຽວກັບເລື່ອງລາວເຫຼົ່ານີ້ມາກ່ອນບໍ? ພວກເຈົ້າບໍ່ເຄີຍໄດ້ຍິນ ແລະ ມັນກໍເປັນຄັ້ງທຳອິດທີ່ເຮົາໄດ້ຍິນເລື່ອງລາວເຫຼົ່ານີ້ເຊັ່ນກັນ ເພາະເລື່ອງລາວເຫຼົ່ານີ້ເປັນເລື່ອງລາວທີ່ຫາຍາກ. ໃນທີ່ສຸດ, ເນື່ອງຈາກຄົນທີ່ປູກພວກມັນບໍ່ມີຄວາມຮັບຜິດຊອບຫຼາຍ, ສາລີທັງສາມປະເພດຈຶ່ງປົນກັນ: ປະເພດສຳລັບໃຫ້ສັດກິນຖືກເອົາໄປໃຫ້ຄົນກິນ ໃນຂະນະທີ່ປະເພດສຳລັບໃຫ້ຄົນກິນຖືກເອົາໄປໃຫ້ສັດກິນ. ຫຼັງຈາກທີ່ກິນພວກມັນແລ້ວ, ທຸກຄົນກໍຈົ່ມວ່າສາລີລົດຊາດບໍ່ແຊບ, ມັນບໍ່ມີລົດຊາດຄືກັບທັນຍາພືດ ແລະ ມັນມີກິ່ນຫຍ້າໜ້ອຍໜຶ່ງ. ຄົນທີ່ປູກສາລີໄດ້ເຮັດຫຍັງລົງໄປ? ເນື່ອງຈາກຄວາມບໍ່ຮັບຜິດຊອບຂອງພວກເຂົາໃນການປະຕິບັດໜ້າທີ່ຂອງຕົນ, ພວກເຂົາຈຶ່ງເອົາສາລີສຳລັບໃຫ້ຄົນກິນ ແລະ ສາລີສຳລັບໃຫ້ສັດກິນມາປົນກັນ ຈົນບໍ່ມີໃຜສາມາດແຍກທັງສອງຢ່າງອອກຈາກກັນໄດ້ ແລະ ພວກເຂົາກໍຕ້ອງໄປຊື້ແນວພັນມາເພີ່ມ ແລະ ປູກພວກມັນໃໝ່ທັງໝົດ. ພວກເຈົ້າທຸກຄົນຄິດວ່າວຽກງານນີ້ຖືກດຳເນີນການແນວໃດ? ຄົນປະເພດນີ້ບໍ່ມີຫຼັກການໃນການກະທຳຂອງພວກເຂົາບໍ? (ບໍ່ມີ.) ໃນການກະທຳຂອງພວກເຂົາ, ພວກເຂົາໄດ້ສະແຫວງຫາຄວາມຈິງບໍ? (ບໍ່ໄດ້ສະແຫວງຫາ.) ດ້ວຍທັດສະນະຄະຕິແບບນີ້ໃນການກະທໍາຂອງພວກເຂົາ ໂດຍການບໍ່ເຄົາລົບ ແລະ ບໍ່ມີຄວາມຮັບຜິດຊອບຕໍ່ທຸກຄົນຫຼາຍຂະໜາດນີ້, ຄົນແບບນີ້ຄິດແນວໃດກ່ຽວກັບການເຊື່ອໃນພຣະເຈົ້າ? ພວກເຂົາປະຕິບັດຕໍ່ຄວາມຈິງແນວໃດ? ໃນໃຈຂອງພວກເຂົາ, ຄວາມຈິງມີນ້ຳໜັກຫຼາຍສໍ່າໃດ? ຕົວຕົນຂອງພຣະເຈົ້າມີຄວາມສຳຄັນຫຼາຍສໍ່າໃດ? ພວກເຂົາຮູ້ບໍ? (ພວກເຂົາບໍ່ຮູ້.) ພວກເຂົາບໍ່ຄວນຮູ້ກ່ຽວກັບເລື່ອງສຳຄັນດັ່ງກ່າວບໍ? ແລ້ວເປັນຫຍັງພວກເຂົາຈຶ່ງບໍ່ຮູ້? ມັນກ່ຽວຂ້ອງກັບອຸປະນິໄສຂອງພວກເຂົາ. ນັ້ນແມ່ນອຸປະນິໄສແບບໃດ? (ມັນຄືຄວາມຊົ່ວຊ້າ.) ມັນຄືຄວາມຊົ່ວຊ້າ ແລະ ມັນຄືການເບື່ອໜ່າຍຄວາມຈິງ. ພວກເຂົາບໍ່ຮັບຮູ້ເຖິງທຳມະຊາດຂອງສິ່ງທີ່ພວກເຂົາກະທຳ ແລະ ພວກເຂົາບໍ່ເຄີຍພະຍາຍາມໄຕ່ຕອງ ຫຼື ສະແຫວງຫາ ແລະ ພວກເຂົາກໍບໍ່ກວດສອບຕົນເອງຫຼັງຈາກທີ່ໄດ້ກະທຳສິ່ງຕ່າງໆ. ກົງກັນຂ້າມ, ພວກເຂົາເຮັດທຸກຢ່າງທີ່ພວກເຂົາຕ້ອງການໂດຍຄິດວ່າ ຕາບໃດທີ່ພວກເຂົາມີເຈດຕະນາທີ່ດີ ແລະ ຖືກຕ້ອງ, ພວກເຂົາກໍບໍ່ຕ້ອງການໃຫ້ໃຜມາກໍາກັບດູແລ ຫຼື ວິພາກວິຈານພວກເຂົາ; ພວກເຂົາຄິດວ່າຄວາມຮັບຜິດຊອບ ແລະ ພັນທະຂອງພວກເຂົາໄດ້ສຳເລັດແລ້ວ. ມັນເປັນແນວນັ້ນບໍ? ບາງຄົນເວົ້າວ່າ “ພວກເຮົາເຂົ້າໃຈເລື່ອງທີ່ພຣະອົງເລົ່າໃຫ້ພວກເຮົາຟັງແລ້ວ ແຕ່ພວກເຮົາຍັງບໍ່ເຂົ້າໃຈໃນສ່ວນທີ່ພວກເຮົາກັງວົນທີ່ສຸດ ແລະ ນັ້ນກໍຄື: ທັດສະນະຄະຕິຂອງພຣະອົງຕໍ່ເລື່ອງແບບນີ້ທີ່ເກີດຂຶ້ນແມ່ນຫຍັງ? ທັດສະນະຄະຕິຂອງພຣະອົງຕໍ່ຄົນທີ່ເຮັດສິ່ງດັ່ງກ່າວແມ່ນແນວໃດ? ມັນຄືຄວາມໃຈຮ້າຍ, ການປະຕິເສດ ແລະ ຄວາມລັງກຽດບໍ? ຫຼື ພຣະອົງມັກຄົນປະເພດນີ້ບໍ?” (ມັນຄືຄວາມກຽດຊັງ.) ເລື່ອງປະເພດນີ້ບໍ່ຄວນເປັນທີ່ໜ້າກຽດຊັງບໍ? (ຄວນ.) ພວກເຈົ້າຈະຄິດແນວໃດຖ້າເລື່ອງແບບນີ້ເກີດຂຶ້ນກັບເຈົ້າ? ສົມມຸດວ່າຄົນໃຈດີຄົນໜຶ່ງເອົາສິ່ງຂອງທີ່ບໍ່ຮູ້ຈັກມາໃຫ້ເຈົ້າຊ້ຳແລ້ວຊ້ຳອີກໂດຍພະຍາຍາມຢ່າງໜັກເພື່ອຊັກຊວນເຈົ້າວ່າ “ກິນແມ້, ມັນດີຕໍ່ຮ່າງກາຍຂອງເຈົ້າ; ກິນແມ້, ມັນຈະຊ່ວຍໃຫ້ເຈົ້າຮັກສາສຸຂະພາບຂອງເຈົ້າ; ກິນແມ້, ກິນແມ້, ມັນຈະຊ່ວຍບຳລຸງຮູບຮ່າງໜ້າຕາ ແລະ ຊ່ວຍໃຫ້ເຈົ້າມີຊີວິດຊີວາ. ເຊື່ອຂ້ອຍກໍບໍ່ເສຍຫາຍຫຍັງດອກ!” ເຈົ້າຈະຄິດແນວໃດ ຖ້າຫຼັງຈາກການກວດສອບແລ້ວ ພົບວ່າສິ່ງຂອງເຫຼົ່ານັ້ນບໍ່ມີຄຸນຄ່າຫຍັງເລີຍ? (ຖ້າເປັນຂ້ານ້ອຍ, ຂ້ານ້ອຍກໍຄົງຈະບໍ່ຢາກຫຍຸ້ງກັບຄົນປະເພດນີ້ອີກຕໍ່ໄປ; ຂ້ານ້ອຍຄົງຈະລຳຄານລາວ ແລະ ເວົ້າບໍ່ອອກ, ຄວາມຮູ້ສຶກປະມານນັ້ນ.) ຄົນເຮົາຄວນກຽດຊັງ ແລະ ລັງກຽດຄົນແບບນັ້ນ. ມີຫຍັງອີກບໍ? ຄົນເຮົາຄວນຮູ້ສຶກໃຈຮ້າຍ, ເສຍໃຈ ຫຼື ເຈັບປວດບໍ? (ມັນບໍ່ມີປະໂຫຍດຫຍັງ.) ມັນບໍ່ມີປະໂຫຍດຫຍັງ, ແມ່ນບໍ? ບໍ່ແມ່ນວ່າມີຄົນເວົ້າບໍວ່າ “ຄົນຜູ້ນີ້ອາດຈະເຮັດແບບນີ້ເພາະວ່າລາວບໍ່ເຂົ້າໃຈຄວາມຈິງ” ບໍ? ຄົນສ່ວນໃຫຍ່ບໍ່ເຂົ້າໃຈຄວາມຈິງ ແຕ່ມີຈັກຄົນໃນພວກເຂົາທີ່ສາມາດເຮັດສິ່ງດັ່ງກ່າວໄດ້? ຄົນເຮົາແຕ່ລະຄົນບໍ່ໄດ້ແຕກຕ່າງກັນບໍ? (ແຕກຕ່າງກັນ.) ຄົນເຮົາແຕກຕ່າງກັນ. ມັນກໍຄືກັນກັບເວລາທີ່ຄົນເຮົາມີການຕິດຕໍ່ພົວພັນກັນ: ເມື່ອມີການແລກປ່ຽນວັດຖຸສິ່ງຂອງ, ບາງຄົນກໍສະແຫວງຫາຄວາມຍຸຕິທຳ ແລະ ຄວາມສົມເຫດສົມຜົນ. ເຖິງແມ່ນວ່າ ຄົນເຫຼົ່ານີ້ຈະຍອມໃຫ້ອີກຝ່າຍເອົາປຽບພວກເຂົາໜ້ອຍໜຶ່ງກໍຕາມ, ມັນກໍບໍ່ເປັນຫຍັງສຳລັບພວກເຂົາ. ດ້ວຍວິທີນີ້, ຄວາມສຳພັນຂອງພວກເຂົາຈຶ່ງຍືນຍົງ; ພວກເຂົາມີຄວາມເປັນມະນຸດ ແລະ ຮູ້ສຶກວ່າມັນບໍ່ແມ່ນຄວາມຍາກລຳບາກທີ່ໃຫຍ່ຫຼວງຫຍັງ ທີ່ຈະເສຍປຽບໜ້ອຍໜຶ່ງ. ສ່ວນຄົນອື່ນແມ່ນຂາດຄວາມເປັນມະນຸດ ແລະ ມັກຈະເອົາປຽບຄົນອື່ນຢູ່ສະເໝີ: ການຕິດຕໍ່ພົວພັນຂອງພວກເຂົາກັບຄົນອື່ນແມ່ນພຽງແຕ່ເພື່ອເອົາປຽບ ແລະ ຫາຜົນປະໂຫຍດຈາກຄວາມລຳບາກຂອງຄົນອື່ນ. ຖ້າພວກເຂົາສາມາດໄດ້ຮັບຜົນປະໂຫຍດບາງຢ່າງຈາກເຈົ້າ, ພວກເຂົາກໍຈະເອົາໃຈເຈົ້າ ແລະ ຮັກສາຄວາມສຳພັນກັບເຈົ້າ ແຕ່ຖ້າພວກເຂົາບໍ່ໄດ້ຫຍັງ, ພວກເຂົາກໍຈະເຕະເຈົ້າຖິ້ມ. ພວກເຂົາບໍ່ສະແດງຄວາມຈິງໃຈຕໍ່ເຈົ້າເລີຍ; ຄົນແບບນັ້ນບໍ່ມີຄວາມເປັນມະນຸດ.

ພວກເຈົ້າຄິດແນວໃດກ່ຽວກັບຄົນປະເພດທີ່ໃຫ້ຂອງຂວັນຄືກັບໃນເລື່ອງທີ່ເລົ່າໃນມື້ນີ້? ເປັນຫຍັງຄົນປະເພດນີ້ຈຶ່ງໃຫ້ຂອງຂວັນແບບນັ້ນ? ມັນເປັນຄວາມບັງເອີນບໍ? ຖ້າມັນເກີດຂຶ້ນຄັ້ງໜຶ່ງໃນໄລຍະເວລາຫຼາຍປີ, ມັນອາດຈະເປັນຄວາມບັງເອີນ ແຕ່ຍັງຈະຖືວ່າເປັນຄວາມບັງເອີນໄດ້ຢູ່ບໍ ຖ້າສິ່ງດຽວກັນເກີດຂຶ້ນເຖິງສີ່ຄັ້ງພາຍໃນລະດູການດຽວ? (ບໍ່ໄດ້.) ພຶດຕິກຳແບບນີ້ຂອງລາວບໍ່ແມ່ນຄວາມບັງເອີນ ແລະ ທັງບໍ່ສາມາດເອີ້ນອຸປະນິໄສແບບນັ້ນວ່າເປັນການເປີດເຜີຍ ແລະ ການສະແດງອອກເຖິງຄວາມເສື່ອມຊາມພຽງຊົ່ວຄາວໄດ້. ແລ້ວທາດແທ້ຂອງພຶດຕິກຳຂອງລາວແມ່ນຫຍັງ? ດັ່ງທີ່ພວກເຮົາໄດ້ເວົ້າໄປກ່ອນໜ້ານີ້, ພຶດຕິກຳຂອງລາວແມ່ນການບໍ່ເຄົາລົບ, ບໍ່ຮັບຜິດຊອບ, ບໍ່ຄິດໜ້າຄິດຫຼັງ, ໃຈຮ້ອນ ແລະ ບໍ່ຮອບຄອບ ແລະ ເປັນອຸປະນິໄສທີ່ບໍ່ສີວິໄລ. ແລ້ວເປັນຫຍັງລາວຈຶ່ງເຮັດແບບນັ້ນ? ເປັນຫຍັງລາວຈຶ່ງບໍ່ເອົາສິ່ງເຫຼົ່ານັ້ນໃຫ້ຄົນອື່ນ ແຕ່ເອົາມາໃຫ້ເຮົາພຽງຜູ້ດຽວ? ອັດຕະລັກ ແລະ ສະຖານະພາບທີ່ແຕກຕ່າງຂອງເຮົາເຮັດໃຫ້ເຮົາມີຄຸນສົມບັດທີ່ຈະໄດ້ຮັບຂອງຂວັນເຫຼົ່ານີ້. ມັນເຮັດໃຫ້ເຈດຕະນາຂອງຜູ້ທີ່ໃຫ້ຂອງຂວັນ ແລະ ທາດແທ້ໃນສິ່ງທີ່ລາວເຮັດຊັດເຈນຂຶ້ນບໍ? ຈຸດປະສົງຂອງລາວແມ່ນຫຍັງ? (ເພື່ອປະຈົບປະແຈງ.) ຖືກຕ້ອງແລ້ວ. ຄຳສັບທີ່ຖືກຕ້ອງທີ່ສຸດເພື່ອອະທິບາຍການປະຈົບປະແຈງນີ້ຂອງລາວແມ່ນຫຍັງ? ມັນຄືເລ່ລ່ຽມລາຄາຖືກ: ການປະຈົບປະແຈງ ແລະ ການສວຍໂອກາດ. ມັນເປັນວິທີທີ່ສະຫຼາດໃນການປະຈົບປະແຈງເຈົ້າ, ເຮັດໃຫ້ເຈົ້າຕົກລົງໄປໃນຂຸມທີ່ລາວຂຸດໄວ້ໂດຍທີ່ເຈົ້າບໍ່ຮູ້ຕົວ ແລະ ເຮັດໃຫ້ເຈົ້າມີຄວາມຮູ້ສຶກທີ່ດີຕໍ່ລາວ, ທັງທີ່ໃນຄວາມເປັນຈິງແລ້ວ ລາວບໍ່ມີຄວາມຈິງໃຈເລີຍແມ່ນແຕ່ໜ້ອຍດຽວ. ລາວຕ້ອງການບັນລຸຈຸດປະສົງຂອງລາວເອງໂດຍບໍ່ຕ້ອງຈ່າຍລາຄາໃດໆ. ລາວເຮັດແບບນີ້ໂດຍບໍ່ໄດ້ພິຈາລະນາຢ່າງລະອຽດເຖິງຜົນທີ່ຈະຕາມມາ ແລະ ພຽງແຕ່ເອົາສິ່ງທີ່ລາວໄດ້ມາລ້າໆມາໃຫ້ເຈົ້າ, ເຮັດໃຫ້ເຈົ້າຮູ້ສຶກວ່າລາວເປັນຄົນເອົາໃຈໃສ່ ແລະ ເຮັດໃຫ້ເຈົ້າເຄີ້ມໄປກັບຄວາມສຸກ. ສິ່ງນີ້ໝາຍຄວາມວ່າແນວໃດແທ້? ມັນໝາຍຄວາມວ່າ ລາວໄດ້ເຮັດໃຫ້ເຈົ້າຮູ້ສຶກຄືກັບວ່າເຈົ້າໄດ້ປຽບຢ່າງຫຼວງຫຼາຍ ໂດຍທີ່ບໍ່ໄດ້ໃຊ້ເງິນຈັກກີບ ເຊິ່ງເຫັນໄດ້ຊັດເຈນວ່າລາວກຳລັງເຫັນເຈົ້າເປັນຄົນໂງ່. ມັນບໍ່ໄດ້ໝາຍຄວາມແບບນັ້ນບໍ? ລາວກຳລັງຄິດໃນໃຈວ່າ “ຂ້ານ້ອຍບໍ່ໄດ້ໃຊ້ເງິນຈັກກີບ ແລະ ຂ້ານ້ອຍກໍບໍ່ໄດ້ພະຍາຍາມຫຍັງເລີຍ; ຂ້ານ້ອຍບໍ່ມີຄວາມຈິງໃຈຕໍ່ພຣະອົງ. ຂ້ານ້ອຍພຽງແຕ່ຈະເອົາບາງສິ່ງບາງຢ່າງໃຫ້ພຣະອົງເພື່ອໃຫ້ຈື່ຂ້ານ້ອຍໄດ້, ເພື່ອທີ່ພຣະອົງຈະຄິດວ່າຂ້ານ້ອຍໃຈດີ, ຫ່ວງໃຍ ແລະ ຈົງຮັກພັກດີ ແລະ ຄິດວ່າຂ້ານ້ອຍມີຄວາມຮັກຕໍ່ພຣະອົງຢູ່ໃນໃຈ”. ການເຮັດໃຫ້ເຈົ້າຫຼົງເຊື່ອວ່ານີ້ຄືສິ່ງທີ່ລາວເປັນ ແມ່ນເລ່ລ່ຽມລາຄາຖືກ ແລະ ມັນກໍເປັນການສວຍໂອກາດເຊັ່ນກັນ. ການໃຊ້ສິ່ງທີ່ເອີ້ນວ່າຄວາມໃຈດີລາຄາຖືກທີ່ສຸດ ເພື່ອຜົນປະໂຫຍດທີ່ຍິ່ງໃຫຍ່ທີ່ສຸດ ແລະ ຂໍ້ໄດ້ປຽບທີ່ຍິ່ງໃຫຍ່ທີ່ສຸດ ໂດຍບໍ່ຕ້ອງຈ່າຍລາຄາໃດໆ ຫຼື ບໍ່ມີຄວາມຈິງໃຈຄືເລ່ລ່ຽມລາຄາຖືກ. ມີໃຜໃນພວກເຈົ້າຈະເຮັດແບບນີ້ບໍ? ທຸກຄົນກໍເຮັດ, ມັນເປັນພຽງເພາະວ່າ ພວກເຈົ້າຍັງບໍ່ໄດ້ເຮັດໃນສິ່ງດຽວກັນກັບທີ່ລາວເຮັດ ແຕ່ພວກເຈົ້າກໍຈະເຮັດ ຖ້າພວກເຈົ້າມີໂອກາດ. ນັ້ນຄືສິ່ງທຳອິດທີ່ເຮົາໄດ້ສະຫຼຸບເມື່ອຈັດການກັບຄົນປະເພດນີ້, ນັ້ນກໍຄື ພວກເຂົາເກັ່ງຫຼາຍໃນເລື່ອງເລ່ລ່ຽມລາຄາຖືກ. ພວກເຂົາບໍ່ໄດ້ເຊື່ອໃນພຣະເຈົ້າ; ສິ່ງທີ່ພວກເຂົາຕິດຕາມ ຄືຄົນທີ່ພວກເຂົາຄິດວ່າຈະໃຫ້ຜົນປະໂຫຍດແກ່ພວກເຂົາ, ໃຫ້ພອນແກ່ພວກເຂົາ ແລະ ເປັນຄົນທີ່ຄຸ້ມຄ່າທີ່ຈະຕິດຕາມ. ເຫດການພຽງຄັ້ງດຽວນີ້ໄດ້ເປີດໂປງຄວາມເຊື່ອຂອງຄົນປະເພດນີ້ ແລະ ຄວາມຈິງທີ່ວ່າພວກເຂົາເປັນຄົນແນວໃດຢ່າງແທ້ຈິງ. ຄວາມເຂົ້າໃຈຂອງຄົນເຫຼົ່ານັ້ນກ່ຽວກັບຄວາມຮັກ, ຄວາມຈົງຮັກພັກດີ ແລະ ການອ່ອນນ້ອມຕໍ່ພຣະເຈົ້າ ແມ່ນຕື້ນເຂີນເກີນໄປ ແລະ ພວກເຂົາຕ້ອງການໃຊ້ວິທີເລ່ລ່ຽມລາຄາຖືກ ເພື່ອໃຫ້ໄດ້ຮັບການຮັບຮອງຈາກພຣະເຈົ້າ ແລະ ໄດ້ຮັບພອນຈາກພຣະອົງ. ພວກເຂົາມີຄວາມຈິງໃຈຕໍ່ພຣະເຈົ້າບໍ? ພວກເຂົາມີຄວາມຢຳເກງພຣະເຈົ້າໃນທາງໃດທາງໜຶ່ງບໍ? (ບໍ່ມີ.) ແລ້ວສິ່ງອື່ນໆກໍຍິ່ງເປັນໄປບໍ່ໄດ້ເລີຍ. ນັ້ນຄືສິ່ງທຳອິດທີ່ເຮົາໄດ້ສະຫຼຸບ. ໃນມຸມມອງຂອງພວກເຈົ້າ, ເຮົາເວົ້າຖືກບໍ? (ຖືກຕ້ອງ.) ເຮົາກຳລັງຕີຕາໃຫ້ລາວຢ່າງບໍ່ຍຸຕິທຳບໍ? ເຮົາກຳລັງເຮັດເລື່ອງນ້ອຍໃຫ້ເປັນເລື່ອງໃຫຍ່ບໍ? ບໍ່ແມ່ນແນ່ນອນ. ຖ້າເບິ່ງຕາມແກ່ນແທ້ຂອງລາວ, ມັນຮ້າຍແຮງກວ່ານັ້ນຫຼາຍ. ຢ່າງໜ້ອຍທີ່ສຸດ, ລາວກໍກຳລັງຫຼອກລວງ ແລະ ລໍ້ຫຼິ້ນກັບພຣະເຈົ້າ.

ສິ່ງທີສອງທີ່ເຮົາໄດ້ສະຫຼຸບຄືສິ່ງທີ່ສາມາດເຫັນໄດ້ຈາກຄົນປະເພດນີ້. ຫົວໃຈຂອງມະນຸດນັ້ນເປັນຕາຢ້ານ! ບອກເຮົາເບິ່ງວ່າ ຄວາມເປັນຕາຢ້ານນີ້ແມ່ນຫຍັງ? ເປັນຫຍັງເຮົາຈຶ່ງເວົ້າວ່າຫົວໃຈຂອງມະນຸດນັ້ນເປັນຕາຢ້ານ? (ຄົນຜູ້ນີ້ປະຈົບປະແຈງພຣະເຈົ້າເພື່ອຕອບສະໜອງເຈດຕະນາ ແລະ ຄວາມປາຖະໜາຂອງລາວທີ່ຈະໄດ້ຮັບພອນ ແລ້ວລາວກໍບໍ່ມີຄວາມຮັບຜິດຊອບ ແລະ ບໍ່ຄຳນຶງເຖິງສິ່ງທີ່ຈະເກີດຂຶ້ນກັບຮ່າງກາຍຂອງພຣະເຈົ້າ ຫຼັງຈາກທີ່ພຣະອົງສະເຫວີຍສິ່ງເຫຼົ່ານີ້ ຫຼື ຜົນທີ່ຈະຕາມມາແມ່ນຫຍັງ. ລາວຈະຄຳນຶງເຖິງຜົນທີ່ຈະຕາມມາສະເໝີ ບໍ່ວ່າລາວຈະເອົາຫຍັງໃຫ້ຄອບຄົວຂອງລາວເອງກິນ ແຕ່ເມື່ອລາວຖວາຍບາງສິ່ງໃຫ້ກັບພຣະເຈົ້າ, ລາວກໍບໍ່ໄດ້ຄຳນຶງເຖິງຜົນທີ່ຈະຕາມມາເລີຍ. ລາວເຮັດເຊັ່ນນັ້ນກໍເພື່ອບັນລຸເປົ້າໝາຍຂອງລາວເອງທັງໝົດ ໂດຍການປະຈົບປະແຈງພຣະເຈົ້າດ້ວຍທຸກວິທີທາງ; ຄົນເຮົາສາມາດເຫັນໄດ້ວ່າລາວເຫັນແກ່ຕົວ ແລະ ໜ້າລັງກຽດເປັນພິເສດ, ລາວບໍ່ມີບ່ອນສຳລັບພຣະເຈົ້າໃນຫົວໃຈຂອງລາວ ແລະ ລາວບໍ່ໄດ້ປະຕິບັດຕໍ່ພຣະເຈົ້າໃນຖານະພຣະເຈົ້າ.) ຕາມຄວາມໝາຍໃນໂຕ, ນັ້ນບໍ່ໄດ້ໝາຍເຖິງການບໍ່ໄດ້ປະຕິບັດຕໍ່ເຮົາຄືກັບມະນຸດບໍ? ສາມາດເວົ້າແບບນັ້ນໄດ້ບໍ? (ໄດ້.) ຈັ່ງແມ່ນເປັນເຈດຕະນາທີ່ເປັນຕາຢ້ານແທ້ໆ! (ແມ່ນແລ້ວ, ລາວຈະບໍ່ຫຼອກລວງພຣະເຈົ້າ ເຖິງແມ່ນວ່າລາວຈະປະຕິບັດຕໍ່ພຣະເຈົ້າຄືກັບຍາດພີ່ນ້ອງຂອງລາວເອງກໍຕາມ.) ນັ້ນເປັນຕາຢ້ານແທ້ໆ. ຖ້າຄົນໃດໜຶ່ງເປັນໝູ່ຂອງເຈົ້າ, ເຂົາຈະປະຕິບັດຕໍ່ເຈົ້າແບບນັ້ນບໍ? ເຂົາຈະບໍ່ເຮັດ. ເຂົາຈະບອກເຈົ້າວ່າອັນໃດດີທີ່ຈະກິນ ແລະ ຖ້າມີຜົນຂ້າງຄຽງຕໍ່ການກິນບາງສິ່ງບາງຢ່າງ, ເຂົາລາວກໍຈະຫ້າມເຈົ້າຢ່າງໜັກແໜ້ນເພື່ອບໍ່ໃຫ້ກິນມັນ; ນັ້ນຄືສິ່ງທີ່ແມ່ນແຕ່ໝູ່ກໍສາມາດເຮັດໄດ້. ແຕ່ຄົນຜູ້ນີ້ສາມາດເຮັດແບບນັ້ນໄດ້ບໍ? ບໍ່ໄດ້. ໃນເມື່ອລາວເຮັດສິ່ງດັ່ງກ່າວຕໍ່ເຮົາ, ລາວກໍຈະເຮັດມັນຕໍ່ພວກເຈົ້າຢ່າງແນ່ນອນ. ມີຄວາມເປັນຕາຢ້ານອື່ນໃດອີກກ່ຽວກັບລາວ? (ລາວເປັນຄົນທີ່ຄິດຄໍານວນຫຼາຍ. ລາວປົກປິດມັນດ້ວຍຄວາມມີນໍ້າໃຈທີ່ຜິວເຜີນ ແຕ່ຢູ່ພາຍໃນນັ້ນລາວກຳລັງວາງແຜນ ໂດຍພະຍາຍາມດຶງເອົາຜົນປະໂຫຍດສູງສຸດຈາກສິ່ງທີ່ຖືກທີ່ສຸດເທົ່າທີ່ລາວຈະເຮັດໄດ້ ແລະ ມັນຮູ້ສຶກເປັນຕາຢ້ານ.) ມັນເປັນການດີທີ່ເຫັນແບບນັ້ນ. ສິ່ງທີ່ພວກເຈົ້າກ່າວເຖິງກ່ອນໜ້ານີ້ແມ່ນດ້ານທີ່ເຫັນແກ່ຕົວຂອງລາວ ໃນຂະນະທີ່ສິ່ງນີ້ໝາຍເຖິງຄວາມມີເລ່ຫຼ່ຽມຂອງລາວ. ພຽງແຕ່ອີງຕາມສິ່ງທີ່ພວກເຈົ້າທຸກຄົນໄດ້ເວົ້າ, ສິ່ງເຫຼົ່ານີ້ທີ່ຢູ່ເລິກພາຍໃນຕົວຄົນ, ສິ່ງເຫຼົ່ານີ້ທີ່ຖືກເປີດເຜີຍຈາກຄວາມເປັນມະນຸດຂອງພວກເຂົາ, ສິ່ງທີ່ພວກເຂົາສາມາດ ຫຼື ບໍ່ສາມາດຮັບຮູ້ໄດ້ ແລະ ສິ່ງທີ່ຄົນອື່ນອາດຈະສາມາດເຫັນ ຫຼື ບໍ່ສາມາດເຫັນ ຫຼື ຕີຄວາມໝາຍໄດ້ນັ້ນແມ່ນມາຈາກໃສ? ພວກມັນຖືກສອນໂດຍພໍ່ແມ່ຂອງຄົນໆໜຶ່ງບໍ? ພວກມັນຖືກສອນຢູ່ໂຮງຮຽນບໍ? ຫຼື ພວກມັນຖືກຫຼໍ່ຫຼອມໂດຍສັງຄົມ? ພວກມັນເກີດຂຶ້ນມາໄດ້ແນວໃດ? ສິ່ງໜຶ່ງທີ່ແນ່ນອນກໍຄື: ພວກມັນເປັນສິ່ງທີ່ມີມາແຕ່ກຳເນີດ. ເປັນຫຍັງເຮົາຈຶ່ງເວົ້າແບບນັ້ນ? ສິ່ງທີ່ມີມາແຕ່ກຳເນີດກ່ຽວຂ້ອງກັບຫຍັງ? ພວກມັນກ່ຽວຂ້ອງກັບແກ່ນແທ້ທຳມະຊາດຂອງຄົນໆໜຶ່ງ. ສະນັ້ນ, ການທີ່ລາວຄິດແບບນີ້ ແມ່ນເປັນການໄຕ່ຕອງໄວ້ລ່ວງໜ້າຢ່າງດົນນານ ຫຼື ເປັນຄວາມຄິດທີ່ເກີດຂຶ້ນຢ່າງກະທັນຫັນ? ລາວໄດ້ຮັບແຮງບັນດານໃຈຈາກບາງສິ່ງທີ່ລາວເຫັນຄົນອື່ນເຮັດບໍ ຫຼື ລາວຈຳເປັນຕ້ອງເຮັດມັນພາຍໃຕ້ບາງສະຖານະການບໍ? ຫຼື ເຮົາໄດ້ສັ່ງໃຫ້ລາວເຮັດແບບນັ້ນບໍ? ບໍ່ແມ່ນສິ່ງເຫຼົ່ານີ້ເລີຍ. ເຖິງແມ່ນວ່າສິ່ງນ້ອຍໆເຫຼົ່ານີ້ພາຍນອກອາດເບິ່ງຄືວ່າເປັນເລື່ອງທຳມະດາ ແຕ່ທາດແທ້ທີ່ຢູ່ເບື້ອງຫຼັງແຕ່ລະສິ່ງເຫຼົ່ານີ້ແມ່ນບໍ່ທຳມະດາ. ຄົນທີ່ເຮັດສິ່ງເຫຼົ່ານີ້ສາມາດຮັບຮູ້ເຖິງຜົນທີ່ຈະຕາມມາຂອງການເຮັດພວກມັນບໍ? ລາວບໍ່ສາມາດຮັບຮູ້ໄດ້. ເປັນຫຍັງຈຶ່ງບໍ່ໄດ້? ສົມມຸດວ່າເຈົ້າຊື້ເຄື່ອງລາຄາຖືກຢູ່ຮ້ານແຄມທາງເພື່ອເອົາໃຫ້ເຈົ້ານາຍຂອງເຈົ້າ. ກ່ອນທີ່ຈະເອົາໃຫ້, ເຈົ້າບໍ່ຈຳເປັນຕ້ອງປະເມີນເລື່ອງຕ່າງໆ ແລະ ຖາມຕົວເອງບໍວ່າ “ເຈົ້ານາຍສາມາດຊອກຫາເຄື່ອງນີ້ຢູ່ຮ້ານແຄມທາງໄດ້ບໍ? ລາວສາມາດເຂົ້າອິນເຕີເນັດ ແລະ ຊອກຫາວ່າມັນລາຄາເທົ່າໃດໄດ້ບໍ? ມີໃຜສາມາດເປີດເຜີຍໃຫ້ລາວຮູ້ໄດ້ບໍວ່າມັນລາຄາເທົ່າໃດ? ລາວຈະຄິດແນວໃດກັບຂ້ອຍເມື່ອລາວເຫັນມັນ?” ສິ່ງເຫຼົ່ານີ້ບໍ່ແມ່ນສິ່ງທີ່ເຈົ້າຈະຕ້ອງປະເມີນບໍ? ເຈົ້າຈະປະເມີນມັນກ່ອນ ແລ້ວຈຶ່ງຊື້ມັນໃນພາຍຫຼັງ. ຖ້າຫຼັງຈາກທີ່ປະເມີນມັນແລ້ວ ເຈົ້າຮູ້ສຶກວ່າການໃຫ້ເຄື່ອງນີ້ເປັນຂອງຂວັນຈະມີຜົນຕາມມາທີ່ບໍ່ດີ, ເຈົ້າຍັງຈະເອົາມັນໃຫ້ຢູ່ບໍ? ເຈົ້າຈະບໍ່ເອົາໃຫ້ຢ່າງແນ່ນອນ. ຖ້າເຈົ້າຄິດວ່າມັນຈະບໍ່ແພງທີ່ຈະເອົາເຄື່ອງນີ້ໃຫ້ເຈົ້ານາຍຂອງເຈົ້າ ແລະ ມັນຈະເຮັດໃຫ້ເຈົ້ານາຍຂອງເຈົ້າພໍໃຈ, ເຈົ້າກໍຈະເອົາມັນໃຫ້ຢ່າງແນ່ນອນ. ແຕ່ຜູ້ຊາຍໃນເລື່ອງນີ້ບໍ່ໄດ້ປະເມີນສິ່ງເຫຼົ່ານີ້ເລີຍ, ແລ້ວລາວກຳລັງຄິດຫຍັງຢູ່? ສິ່ງດຽວທີ່ລາວຄິດກໍຄື ນີ້ເປັນວິທີດຽວທີ່ຈະບັນລຸເຈດຕະນາຂອງລາວ. ຕອນນີ້ເມື່ອໄດ້ວິເຄາະມັນແລ້ວ, ທາດແທ້ຂອງເລື່ອງນີ້ກໍປາກົດອອກມາ. ສາມາດເຫັນຫຍັງໄດ້ຜ່ານທາດແທ້ຂອງເລື່ອງນີ້? ຜົນທີສອງທີ່ເຫັນໃນຜູ້ຄົນຜ່ານການຕິດຕໍ່ກັບພວກເຂົາກໍຄື ຫົວໃຈຂອງພວກເຂົານັ້ນເປັນຕາຢ້ານ. ສາມາດສະຫຼຸບກ່ຽວກັບອຸປະນິໄສທີ່ເສື່ອມຊາມທີ່ຄົນປະເພດນີ້ເປີດເຜີຍໄດ້ບໍ ບໍ່ວ່າຈະຕັ້ງໃຈ ຫຼື ບໍ່ໄດ້ຕັ້ງໃຈກໍຕາມ? ສິ່ງໃດທີ່ເຮັດໃຫ້ຫົວໃຈຂອງມະນຸດເປັນຕາຢ້ານຫຼາຍຂະໜາດນີ້? ມັນເປັນຍ້ອນວ່າມັນດ້ານຊາເກີນໄປບໍ? ຄົນທີ່ດ້ານຊາຄືຄົນທີ່ຂາດການຮັບຮູ້. ມັນຈະຖືກຕ້ອງບໍທີ່ຈະອະທິບາຍວ່າພວກເຂົາດ້ານຊາ? (ບໍ່ຖືກຕ້ອງ.) ສະນັ້ນ, ມັນເປັນຍ້ອນຄວາມໂງ່ຈ້າບໍ? (ບໍ່ແມ່ນ.) ແລ້ວໃນທີ່ສຸດສາເຫດຄວນມາຈາກຫຍັງ? ມັນຄວນມາຈາກອຸປະນິໄສທີ່ຊົ່ວຊ້າຂອງຜູ້ຄົນ. ເຮົາຕ້ອງບອກພວກເຈົ້າວ່າຄວາມເປັນຕາຢ້ານຂອງຜູ້ຄົນຢູ່ບ່ອນໃດ: ມັນຢູ່ໃນຄວາມຈິງທີ່ວ່າຜີຮ້າຍອາໄສຢູ່ໃນຫົວໃຈຂອງພວກເຂົາ. ພວກເຈົ້າທຸກຄົນຮູ້ສຶກແນວໃດກ່ຽວກັບເລື່ອງນັ້ນ? ເປັນຫຍັງເຮົາຈຶ່ງເວົ້າວ່າຜີຮ້າຍອາໄສຢູ່ໃນຫົວໃຈຂອງຜູ້ຄົນ? ຄວາມເຂົ້າໃຈຂອງພວກເຈົ້າແມ່ນຫຍັງ? ພວກເຈົ້າບໍ່ຄິດບໍວ່ານີ້ເປັນຄຳເວົ້າທີ່ເປັນຕາຢ້ານ? ພວກເຈົ້າບໍ່ຢ້ານບໍເມື່ອໄດ້ຍິນມັນ? ກ່ອນໜ້ານີ້ ພວກເຈົ້າບໍ່ໄດ້ຄິດວ່າຜີຮ້າຍອາໄສຢູ່ໃນຫົວໃຈຂອງພວກເຈົ້າ; ພວກເຈົ້າພຽງແຕ່ຄິດວ່າພວກເຈົ້າມີອຸປະນິໄສທີ່ເສື່ອມຊາມ ແຕ່ບໍ່ຮູ້ວ່າຜີຮ້າຍອາໄສຢູ່ໃນພວກເຈົ້າ. ຕອນນີ້ພວກເຈົ້າຮູ້ແລ້ວ. ນີ້ບໍ່ແມ່ນບັນຫາທີ່ຮ້າຍແຮງບໍ? ພວກເຈົ້າຄິດວ່າເຮົາເວົ້າຖືກແລ້ວບໍ? (ພຣະອົງເວົ້າຖືກແລ້ວ.) ນີ້ບໍ່ໄດ້ເຂົ້າເຖິງຕົ້ນຕໍຂອງບັນຫາບໍ? (ເຂົ້າເຖິງແລ້ວ.) ຈົ່ງໄຕ່ຕອງເບິ່ງວ່າເປັນຫຍັງເຮົາຈຶ່ງເວົ້າວ່າຜີຮ້າຍອາໄສຢູ່ໃນຫົວໃຈຂອງຜູ້ຄົນ. ລອງຄິດເບິ່ງ: ຄົນທີ່ມີຄວາມສໍານຶກ ແລະ ເຫດຜົນຈະຫຼອກລວງພຣະເຈົ້າດ້ວຍວິທີນີ້ບໍ? ນີ້ຄືການອ່ອນນ້ອມຕໍ່ພຣະເຈົ້າບໍ? ນີ້ຄືການຕໍ່ຕ້ານພຣະເຈົ້າທັງທີ່ຮູ້ຢູ່ແກ່ໃຈ ແລະ ບໍ່ໄດ້ປະຕິບັດຕໍ່ພຣະອົງຄືກັບພຣະເຈົ້າເລີຍ. ໃນຕອນນີ້ທີ່ພຣະເຈົ້າໄດ້ສະເດັດມາສູ່ແຜ່ນດິນໂລກເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ, ຄວາມສຳພັນລະຫວ່າງມະນຸດ ແລະ ພຣະເຈົ້າແມ່ນເປັນແນວໃດ? ມັນແມ່ນຄວາມສຳພັນແບບຜູ້ບັງຄັບບັນຊາ ແລະ ຜູ້ໃຕ້ບັງຄັບບັນຊາບໍ? ມິດຕະພາບບໍ? ຍາດພີ່ນ້ອງບໍ? ມັນແມ່ນຄວາມສຳພັນປະເພດໃດກັນແທ້? ເຈົ້າຈັດການ ແລະ ເຂົ້າຫາຄວາມສຳພັນນີ້ແນວໃດ? ເຈົ້າຄວນມີຄວາມຄິດແບບໃດເມື່ອມີສ່ວນຮ່ວມ ແລະ ຢູ່ຮ່ວມກັບພຣະເຈົ້າ? ເຈົ້າຄວນເກັບຫຍັງໄວ້ໃນໃຈເພື່ອຢູ່ຮ່ວມກັບພຣະເຈົ້າ? (ຄວາມຢຳເກງ.) ຄວາມຢຳເກງເບິ່ງຄືວ່າບໍ່ເປັນຈິງສຳລັບທຸກຄົນ. (ຄວາມຢ້ານ.) ຄວາມຢ້ານແມ່ນບໍ່ສາມາດມີໄດ້. ຖ້າເຈົ້າປະຕິບັດຕໍ່ເຮົາຄືກັບຄົນທຳມະດາ, ພຽງແຕ່ເປັນຄົນຮູ້ຈັກ, ບໍ່ເຂົ້າໃຈກັນດີປານໃດ ແລະ ຍັງບໍ່ພຽງພໍທີ່ຈະເປັນໝູ່ກັນ, ແລ້ວຄວາມສຳພັນລະຫວ່າງພວກເຮົາຈະປອງດອງ ແລະ ເປັນມິດໄດ້ແນວໃດ? ຄົນທີ່ມີຄວາມສໍານຶກຄວນຮູ້ວິທີເຮັດສິ່ງດັ່ງກ່າວຢ່າງເໝາະສົມ. (ຈຳເປັນຕ້ອງມີຄວາມເຄົາລົບ.) ນີ້ຄືສິ່ງໜ້ອຍທີ່ສຸດທີ່ພວກເຈົ້າຄວນມີ. ສົມມຸດວ່າມີຄົນສອງຄົນພົບກັນ: ພວກເຂົາຍັງບໍ່ລື້ງເຄີຍກັນ ແລະ ບໍ່ຮູ້ຈັກຊື່ຂອງກັນ ແລະ ກັນ. ຖ້າຄົນໜຶ່ງໃນພວກເຂົາເຫັນວ່າອີກຄົນໜຶ່ງເປັນຄົນບໍ່ມີເລ່ຫຼ່ຽມ ແລະ ຕ້ອງການຢອກລໍ້ລາວ, ນີ້ບໍ່ແມ່ນການຂົ່ມເຫັງບໍ? ຖ້າບໍ່ມີແມ່ນແຕ່ຄວາມເຄົາລົບຂັ້ນຕໍ່າສຸດ, ຍັງຈະມີຄວາມເປັນມະນຸດເຫຼືອຢູ່ບໍ? ເພື່ອໃຫ້ຜູ້ຄົນຢູ່ຮ່ວມກັນໄດ້, ບໍ່ວ່າຈະມີຂໍ້ໂຕ້ຖຽງ ຫຼື ຂໍ້ຂັດແຍ່ງໃດໆເກີດຂຶ້ນກໍຕາມ, ຢ່າງໜ້ອຍພວກເຂົາຕ້ອງເຄົາລົບເຊິ່ງກັນ ແລະ ກັນ. ຄວາມເຄົາລົບແມ່ນສາມັນສຳນຶກເບື້ອງຕົ້ນຂອງການປະພຶດຕົນ ແລະ ມີຄວາມເຄົາລົບຂັ້ນຕໍ່າສຸດລະຫວ່າງມະນຸດທຸກຄົນ. ສະນັ້ນ, ຄວາມເຄົາລົບນີ້ມີຢູ່ບໍ ເມື່ອຜູ້ຄົນມີປະຕິສຳພັນກັບພຣະເຈົ້າ? ຖ້າເຈົ້າບໍ່ສາມາດເຮັດໄດ້ແມ່ນແຕ່ຈຸດນີ້, ແລ້ວໃນຄວາມຄິດຂອງເຈົ້າ, ຄວາມສຳພັນລະຫວ່າງພຣະເຈົ້າ ແລະ ເຈົ້າແມ່ນເປັນແນວໃດກັນແທ້? ແລ້ວກໍບໍ່ມີຄວາມສຳພັນໃດໆເລີຍ, ບໍ່ມີແມ່ນແຕ່ຄວາມສຳພັນຂອງຄົນນອກ. ດັ່ງນັ້ນ, ຄົນທີ່ໃຫ້ຂອງຂວັນຈຶ່ງສາມາດປະຕິບັດຕໍ່ພຣະເຈົ້າດ້ວຍວິທີນີ້: ລາວບໍ່ພຽງແຕ່ບໍ່ເຄົາລົບພຣະເຈົ້າເທົ່ານັ້ນ ແຕ່ລາວຍັງຕ້ອງການຫຼອກລວງພຣະອົງອີກດ້ວຍ. ໃນໃຈຂອງລາວ, ລາວບໍ່ຮູ້ສຶກວ່າພຣະເຈົ້າຄວນໄດ້ຮັບການເຄົາລົບ ຫຼື ຄວນມີການພິຈາລະນາຢ່າງລະມັດລະວັງ ແລະ ຖີ່ຖ້ວນຕໍ່ສຸຂະພາບຂອງພຣະອົງ ແລະ ຕໍ່ຜົນທີ່ຈະຕາມມາຈາກການທີ່ພຣະອົງສະເຫວີຍຂອງຂວັນເຫຼົ່ານັ້ນ. ສິ່ງເຫຼົ່ານີ້ບໍ່ໄດ້ຢູ່ໃນຂອບເຂດການພິຈາລະນາຂອງລາວ. ມັນດີພຽງພໍແລ້ວສຳລັບລາວທີ່ຈະພຽງແຕ່ໃຊ້ກົນອຸບາຍເພື່ອຫຼອກລວງພຣະເຈົ້ານິຍົມລາວ; ສິ່ງທີ່ດີທີ່ສຸດສຳລັບລາວກໍຄືການທີ່ສາມາດຫຼອກລວງພຣະເຈົ້າໄດ້. ນັ້ນຄືຫົວໃຈຂອງລາວ. ມັນບໍ່ເປັນຕາຢ້ານບໍທີ່ມະນຸດມີຫົວໃຈແບບນັ້ນ? ມັນເປັນຕາຢ້ານແທ້ໆ!

ບາງຄົນເຊື່ອໃນພຣະເຈົ້າ ແລະ ພາຍນອກແລ້ວ ພວກເຂົາເບິ່ງຄືວ່າຕິດຕາມພຣະອົງ. ແຕ່ເລິກໆໃນໃຈຂອງພວກເຂົາ, ພວກເຂົາເຄີຍໄຕ່ຕອງເຖິງເສັ້ນທາງທີ່ພວກເຂົາໄດ້ຍ່າງ ແລະ ລາຄາທີ່ພວກເຂົາໄດ້ຈ່າຍໄປບໍ? ພວກເຂົາເຄີຍກວດສອບ ແລະ ສະແຫວງຫາເພື່ອເບິ່ງວ່າພວກເຂົາໄດ້ບັນລຸໜ້າທີ່ທີ່ພຣະເຈົ້າມອບໝາຍໃຫ້ພວກເຂົາແລ້ວບໍ? ທັດສະນະຄະຕິຂອງຜູ້ຄົນໃນການປະຕິບັດຕໍ່ພຣະເຈົ້າແມ່ນຫຍັງກັນແທ້? ຕັດສິນຈາກສິ່ງຕ່າງໆທີ່ຜູ້ຄົນສະແດງອອກ ແລະ ເປີດເຜີຍ ແລະ ແມ່ນແຕ່ຄວາມມີເລ່ຫຼ່ຽມທີ່ຢູ່ເລິກທີ່ສຸດຂອງພວກເຂົາ, ຍັງບໍ່ຕ້ອງເວົ້າເຖິງອຸປະນິໄສທັງໝົດທີ່ຖືກເປີດເຜີຍໃນສິ່ງເຫຼົ່ານີ້ທີ່ພວກເຂົາເຮັດໃນການປະຕິບັດຕໍ່ພຣະເຈົ້າ, ຜູ້ຄົນໄດ້ເຮັດຫຍັງແດ່ເພື່ອພຣະເຈົ້າ? ນອກເໜືອຈາກການຈ່າຍລາຄາ ແລະ ພິຈາລະນາຢ່າງຖີ່ຖ້ວນເຖິງສິ່ງທີ່ເປັນປະໂຫຍດຕໍ່ຕົນເອງແລ້ວ, ທັດສະນະຄະຕິຂອງຜູ້ຄົນທີ່ມີຕໍ່ພຣະເຈົ້າແມ່ນຫຍັງ ແລະ ພວກເຂົາຖວາຍຫຍັງແດ່ໃຫ້ກັບພຣະອົງ? ບໍ່ມີຫຍັງນອກຈາກຄວາມມີເລ່ຫຼ່ຽມ, ການຄິດໄລ່, ການປ້ອງກັນຕົວ ແລະ ທັດສະນະຄະຕິທີ່ດູຖູກ. ການດູຖູກແມ່ນທັດສະນະຄະຕິໜຶ່ງ ແລະ ພຶດຕິກຳທີ່ເກີດຈາກທັດສະນະຄະຕິນີ້ແມ່ນຫຍັງ ຖ້າສະແດງອອກເປັນຄຳກຳມະ? “ເຍາະເຍີ້ຍ”. ພວກເຈົ້າເຄີຍໄດ້ຍິນຄຳນີ້ບໍ? (ເຄີຍໄດ້ຍິນ.) “ເຍາະເຍີ້ຍ” ເປັນຄຳສັບທີ່ຂ້ອນຂ້າງເປັນທາງການ. ພວກເຮົາເວົ້າແນວໃດໃນພາສາປາກເວົ້າ? ພວກເຮົາເວົ້າວ່າ “ຢອກລໍ້”, “ກໍ່ກວນຄົນໃດໜຶ່ງ”, “ລໍ້ຫຼິ້ນກັບຄົນໃດໜຶ່ງ”. ເຈົ້າເບິ່ງຄືວ່າບໍ່ມີພິດມີໄພສຳລັບພວກເຂົາ, ເຈົ້າເບິ່ງຄືວ່າເປັນຄົນບໍ່ມີເລ່ຫຼ່ຽມ; ໃນສາຍຕາຂອງພວກເຂົາ ເຈົ້າບໍ່ມີຄ່າຫຍັງເລີຍ ແລະ ພວກເຂົາກ້າທີ່ຈະເຍາະເຍີ້ຍເຈົ້າຢ່າງເປີດເຜີຍ. ນີ້ແມ່ນອຸປະນິໄສປະເພດໃດ? ສຳລັບຄົນທີ່ມີອຸປະນິໄສແບບນີ້, ມັນແມ່ນທູດສະຫວັນທີ່ອາໄສຢູ່ໃນຫົວໃຈຂອງພວກເຂົາ ຫຼື ຜີຮ້າຍ? (ຜີຮ້າຍ.) ມັນຄືຜີຮ້າຍ. ຖ້າພວກເຂົາສາມາດປະຕິບັດຕໍ່ພຣະເຈົ້າແບບນີ້ໄດ້, ແລ້ວພວກເຂົາແມ່ນຫຍັງກັນແທ້? ພວກເຂົາສາມາດປະຕິບັດພຣະທຳຂອງພຣະເຈົ້າໄດ້ບໍ? ພວກເຂົາສາມາດອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າໄດ້ບໍ? ຕົວຢ່າງ: ຄົນແບບຜູ້ຊາຍທີ່ສົ່ງຂອງຂວັນໃຫ້ເຮົາ, ລາວບໍ່ໄດ້ສະແຫວງຫາຄວາມຈິງ ແລະ ລາວບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າ. ລາວບໍ່ມີຄວາມຄິດແມ່ນແຕ່ໜ້ອຍດຽວວ່າພຣະເຈົ້າຮຽກຮ້ອງຫຍັງຈາກມະນຸດ, ພຣະເຈົ້າຕ້ອງການເຫັນຫຍັງ ຫຼື ພຣະເຈົ້າຕ້ອງການໄດ້ຮັບຫຍັງຈາກມະນຸດ. ລາວກໍຄືກັບຄົນທີ່ມີປະຕິສຳພັນກັບເຈົ້ານາຍຂອງລາວ ໂດຍສຸມໃສ່ວິທີການປະຈົບປະແຈງ ແລະ ຫຼອກລວງພວກເຂົາ, ປະຕິບັດຕໍ່ພວກເຂົາດ້ວຍວິທີໃດກໍຕາມທີ່ຊ່ວຍໃຫ້ລາວບັນລຸເປົ້າໝາຍຂອງລາວ. ຄົນແບບນີ້ດຳລົງຊີວິດໂດຍອາໄສຫຍັງກັນແທ້? ລາວດຳລົງຊີວິດໂດຍການເລຍແຂ່ງເລຍຂາ, ດຳລົງຊີວິດຢ່າງໜ້າລັງກຽດໂດຍການປະຈົບປະແຈງຜູ້ນໍາຂອງລາວ. ເປັນຫຍັງລາວຈຶ່ງມອບ “ຄວາມຫ່ວງໃຍ” ແລະ “ຄວາມກະລຸນາ” ແບບນັ້ນໃຫ້ເຮົາ? ລາວຫ້າມໃຈຕົນເອງບໍ່ໄດ້, ແມ່ນບໍ? ລາວສາມາດຄາດເດົາໄດ້ບໍວ່າເຮົາຈະຮູ້ສຶກແນວໃດກ່ຽວກັບເລື່ອງນີ້? (ບໍ່ໄດ້.) ຖືກຕ້ອງແລ້ວ; ລາວບໍ່ເຂົ້າໃຈ. ລາວຂາດຈິດໃຈຂອງມະນຸດທີ່ປົກກະຕິຢ່າງສິ້ນເຊີງ. ລາວບໍ່ຮູ້ ແລະ ບໍ່ສົນໃຈວ່າເຮົາອາດຈະຮັບຮູ້, ກຳນົດລັກສະນະ ຫຼື ປະເມີນພຶດຕິກຳ ແລະ ອຸປະນິໄສຂອງລາວແນວໃດ. ລາວສົນໃຈກ່ຽວກັບຫຍັງ? ລາວສົນໃຈກ່ຽວກັບວິທີການປະຈົບປະແຈງເຮົາເພື່ອບັນລຸເປົ້າໝາຍຂອງລາວ ແລ້ວເຮັດໃຫ້ເຮົາມີຄວາມປະທັບໃຈທີ່ດີຕໍ່ລາວ. ນັ້ນຄືເຈດຕະນາຂອງລາວເມື່ອເຮັດສິ່ງຕ່າງໆ. ນີ້ແມ່ນຄວາມເປັນມະນຸດປະເພດໃດ? ນີ້ຄືສິ່ງທີ່ຄົນທີ່ມີຄວາມສໍານຶກ ແລະ ເຫດຜົນທີ່ແທ້ຈິງຈະເຮັດບໍ? ເຈົ້າດຳລົງຊີວິດມາຫຼາຍປີແລ້ວ, ສະນັ້ນ ເຈົ້າຄວນຈະເຂົ້າໃຈ: ໜຶ່ງ, ເຮົາບໍ່ຕ້ອງການການປະຈົບປະແຈງຂອງເຈົ້າ. ສອງ, ເຮົາບໍ່ຕ້ອງການໃຫ້ເຈົ້າເອົາຫຍັງມາຖວາຍເຮົາ. ສາມ ແລະ ສິ່ງທີ່ສຳຄັນທີ່ສຸດ, ເຈົ້າຄວນເຂົ້າໃຈວ່າ ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ, ບໍ່ວ່າເຈດຕະນາ ແລະ ເປົ້າໝາຍຂອງເຈົ້າຈະເປັນແນວໃດ ແລະ ລັກສະນະຂອງສິ່ງທີ່ເຈົ້າເຮັດຈະເປັນແນວໃດ, ເຮົາເປັນຜູ້ກຳນົດລັກສະນະ ແລະ ສະຫຼຸບທັງໝົດນີ້. ມັນບໍ່ແມ່ນເລື່ອງທີ່ເຈົ້າເຮັດບາງສິ່ງບາງຢ່າງແລ້ວມັນກໍຈົບໄປ; ກົງກັນຂ້າມ, ເຮົາຕ້ອງເບິ່ງໃຫ້ເຫັນຢ່າງຊັດເຈນວ່າເຈດຕະນາ ແລະ ແຮງຈູງໃຈຂອງເຈົ້າແມ່ນຫຍັງ. ເຮົາເບິ່ງພຽງແຕ່ອຸປະນິໄສຂອງເຈົ້າເທົ່ານັ້ນ. ບາງຄົນອາດຈະເວົ້າວ່າ “ພຣະອົງໂຫດຮ້າຍກັບຜູ້ຄົນຫຼາຍ!” ເຮົາເປັນແບບນັ້ນບໍ? ເຮົາບໍ່ຄິດແບບນັ້ນເລີຍ. ມັນເປັນເພາະວ່າເຮົາບໍ່ໄດ້ໂຫດຮ້າຍເລີຍ, ບາງຄົນຈຶ່ງພະຍາຍາມສວຍໂອກາດຈາກສະຖານະການ. ມັນບໍ່ແມ່ນແບບນັ້ນບໍ? ທັນທີທີ່ບາງຄົນເຂົ້າມາຕິດຕໍ່ກັບເຮົາ, ພວກເຂົາກໍໄຕ່ຕອງວ່າ “ຂ້ອຍເຫັນວ່າເຈົ້າກໍເປັນພຽງຄົນທຳມະດາ. ບໍ່ຈຳເປັນຕ້ອງໃສ່ໃຈເຈົ້າຫຼາຍ. ເຈົ້າກໍຄືກັນກັບຂ້ອຍ: ເຈົ້າກໍກິນເຂົ້າສາມຄາບຕໍ່ມື້ຄືກັນ ແລະ ຂ້ອຍກໍບໍ່ເຫັນວ່າເຈົ້າມີສິດອຳນາດ ຫຼື ອຳນາດໃດໆ. ເຈົ້າຈະບໍ່ມີຫຍັງເວົ້າ ບໍ່ວ່າຂ້ອຍຈະປະຕິບັດຕໍ່ເຈົ້າແນວໃດກໍຕາມ. ເຈົ້າຈະເຮັດຫຍັງຂ້ອຍໄດ້?” ນີ້ແມ່ນຄວາມຄິດແບບໃດ? ມັນມາຈາກໃສ? ມັນມາຈາກອຸປະນິໄສຂອງຄົນໆໜຶ່ງ. ເປັນຫຍັງຜູ້ຄົນຈຶ່ງມີອຸປະນິໄສແບບນັ້ນ? ມັນເປັນເພາະວ່າມີຜີຮ້າຍອາໄສຢູ່ໃນຫົວໃຈຂອງພວກເຂົາ. ເມື່ອມີຜີຮ້າຍອາໄສຢູ່ໃນຫົວໃຈຂອງພວກເຂົາ, ບໍ່ວ່າພວກເຂົາຈະຄິດວ່າພຣະເຈົ້າຍິ່ງໃຫຍ່ສໍ່າໃດກໍຕາມ, ບໍ່ວ່າພວກເຂົາຈະຄິດວ່າສະຖານະຂອງພຣະເຈົ້າສູງສົ່ງສໍ່າໃດກໍຕາມ, ບໍ່ວ່າພວກເຂົາຈະເຊື່ອແນວໃດວ່າພຣະເຈົ້າສະແດງຄວາມຈິງເພື່ອຊ່ວຍຜູ້ຄົນໃຫ້ລອດພົ້ນ, ບໍ່ວ່າພວກເຂົາຈະສະແດງຄວາມກະຕັນຍູດ້ວຍຄຳເວົ້າຫຼາຍສໍ່າໃດກໍຕາມ ແລະ ບໍ່ວ່າພວກເຂົາຈະສະແດງຄວາມເຕັມໃຈທີ່ຈະທົນທຸກ ແລະ ຈ່າຍລາຄາແນວໃດກໍຕາມ, ເມື່ອເຖິງເວລາທີ່ຕ້ອງປະຕິບັດໜ້າທີ່ຂອງພວກເຂົາ, ຜີຮ້າຍກໍຈະເປັນຜູ້ຄວບຄຸມໃນຫົວໃຈຂອງພວກເຂົາ ແລະ ມັນກໍຄືຜີຮ້າຍທີ່ລົງມືເຮັດວຽກ. ໃນມຸມມອງຂອງພວກເຈົ້າແລ້ວ, ຄົນປະເພດໃດທີ່ກ້າຫຼອກລວງ ແລະ ແມ່ນແຕ່ເຍາະເຍີ້ຍພຣະເຈົ້າ? (ຜີຮ້າຍ.) ມັນຄືຜີຮ້າຍ; ເລື່ອງນີ້ເປັນທີ່ແນ່ນອນ.

ໃນການໂອ້ລົມຂອງພວກເຮົາກ່ອນໜ້ານີ້, ຈາກບົດສົນທະນາໃດລະຫວ່າງຊາຕານ ແລະ ພຣະເຈົ້າທີ່ພວກເຮົາສາມາດເຫັນອຸປະນິໄສຂອງຊາຕານໄດ້? ພຣະເຈົ້າກ່າວວ່າ “ຊາຕານ, ເຈົ້າມາຈາກບ່ອນໃດ?” ຊາຕານຕອບວ່າແນວໃດ? (“ຈາກການໄປໆມາໆ ແລະ ການຍ່າງຂຶ້ນໆລົງໆເທິງແຜ່ນດິນໂລກ” (ໂຢບ 1:7).) ນັ້ນແມ່ນຄຳເວົ້າປະເພດໃດ? (ຄຳເວົ້າມານຮ້າຍ.) ມັນຄືຄຳເວົ້າມານຮ້າຍ! ຖ້າຊາຕານປະຕິບັດຕໍ່ພຣະເຈົ້າໃນຖານະພຣະເຈົ້າ, ມັນກໍຈະເວົ້າວ່າ “ພຣະເຈົ້າໄດ້ຖາມຂ້ອຍ, ສະນັ້ນ ຂ້ອຍຈະບອກວ່າຂ້ອຍມາແຕ່ໃສດ້ວຍທ່າທາງທີ່ສຸພາບຮຽບຮ້ອຍ”. ນັ້ນບໍ່ແມ່ນການເວົ້າຢ່າງສົມເຫດສົມຜົນບໍ? (ແມ່ນແລ້ວ.) ມັນເປັນປະໂຫຍກທີ່ສອດຄ່ອງກັບຄວາມຄິດຂອງມະນຸດທີ່ປົກກະຕິ: ເປັນປະໂຫຍກທີ່ສົມບູນ, ຖືກຕ້ອງຕາມຫຼັກໄວຍາກອນ ແລະ ເຂົ້າໃຈໄດ້ໃນທັນທີ. ນັ້ນແມ່ນສິ່ງທີ່ຊາຕານເວົ້າບໍ? (ບໍ່ແມ່ນ.) ມັນເວົ້າວ່າແນວໃດ? “ຈາກໄປໆມາໆ ແລະ ການຍ່າງຂຶ້ນໆລົງໆເທິງແຜ່ນດິນໂລກ”. ພວກເຈົ້າເຂົ້າໃຈປະໂຫຍກນີ້ບໍ? (ບໍ່ເຂົ້າໃຈ.) ແມ່ນແຕ່ຈົນເຖິງຕອນນີ້ ກໍຍັງບໍ່ມີໃຜເຂົ້າໃຈວ່າມັນໝາຍຄວາມວ່າແນວໃດ. ສະນັ້ນ ຊາຕານມາແຕ່ໃສ? ມັນໄປໆມາໆຢູ່ໃສ? ມັນມາແຕ່ໃສ ແລະ ມັນກຳລັງໄປທາງໃດ? ມີຄຳຕອບທີ່ຊັດເຈນສຳລັບຄຳຖາມເຫຼົ່ານີ້ບໍ? ຈົນເຖິງປັດຈຸບັນ, ຜູ້ທີ່ຕີຄວາມໝາຍພຣະຄຳພີກໍຍັງບໍ່ສາມາດຄົ້ນພົບໄດ້ວ່າຊາຕານມາແຕ່ໃສກັນແທ້ ຫຼື ມັນໃຊ້ເວລາດົນປານໃດກວ່າຈະມາຢູ່ຕໍ່ໜ້າພຣະເຈົ້າ ແລະ ເວົ້າກັບພຣະອົງ; ບໍ່ມີໃຜຮູ້ເລື່ອງເຫຼົ່ານີ້ເລີຍ. ແລ້ວຊາຕານສາມາດຕອບຄຳຖາມຂອງພຣະເຈົ້າດ້ວຍນໍ້າສຽງ ແລະ ພາສາແບບນັ້ນໄດ້ແນວໃດ? ພຣະເຈົ້າໄດ້ຕັ້ງຄຳຖາມກັບມັນດ້ວຍຄວາມຈິງຈັງບໍ? (ພຣະອົງເຮັດແບບນັ້ນ.) ແລ້ວມັນຕອບໃນລັກສະນະດຽວກັນບໍ? (ມັນບໍ່ໄດ້ເຮັດແບບນັ້ນ.) ມັນໃຊ້ທັດສະນະຄະຕິແບບໃດໃນການຕອບພຣະເຈົ້າ? ທັດສະນະຄະຕິແຫ່ງການເຍາະເຍີ້ຍ. ມັນກໍຄືກັນກັບເວລາທີ່ເຈົ້າຖາມຄົນໃດໜຶ່ງວ່າ “ເຈົ້າມາແຕ່ໃສ?” ແລ້ວລາວຕອບວ່າ “ເດົາເບິ່ງ”. “ຂ້ອຍເດົາບໍ່ໄດ້”. ລາວຮູ້ວ່າເຈົ້າບໍ່ສາມາດເດົາມັນໄດ້ ແຕ່ລາວກໍຍັງເຮັດໃຫ້ເຈົ້າເດົາຢູ່ດີ. ລາວພຽງແຕ່ລໍ້ຫຼິ້ນກັບເຈົ້າ. ທັດສະນະຄະຕິນີ້ເອງທີ່ຖືກເອີ້ນວ່າການຫຼິ້ນກັບຄົນໃດໜຶ່ງ ຫຼື ການເຍາະເຍີ້ຍພວກເຂົາ. ລາວບໍ່ຈິງໃຈ ແລະ ລາວບໍ່ຕ້ອງການໃຫ້ເຈົ້າຮູ້; ລາວພຽງແຕ່ຕ້ອງການກວນເຈົ້າ ແລະ ລໍ້ຫຼິ້ນກັບເຈົ້າ. ຊາຕານມີອຸປະນິໄສແບບນັ້ນຢ່າງແທ້ຈິງ. ເຮົາໄດ້ເວົ້າວ່າບາງຄົນມີຜີຮ້າຍອາໄສຢູ່ໃນຫົວໃຈຂອງພວກເຂົາ; ນີ້ບໍ່ແມ່ນວິທີທີ່ພວກເຂົາປະຕິບັດຕໍ່ພຣະເຈົ້າບໍ? ຖ້າເບິ່ງຈາກລັກສະນະພາຍນອກຂອງພວກເຂົາໃນການແລ່ນໄປມາ, ການເຮັດສິ່ງຕ່າງໆ ແລະ ບາງຄັ້ງກໍອົດທົນຕໍ່ຄວາມຍາກລຳບາກບາງຢ່າງ ແລະ ຈ່າຍລາຄາໜ້ອຍໜຶ່ງ, ພວກເຂົາຈະບໍ່ເບິ່ງຄືວ່າເປັນຄົນແບບນັ້ນ; ພວກເຂົາເບິ່ງຄືວ່າມີພຣະເຈົ້າຢູ່ໃນຫົວໃຈຂອງພວກເຂົາ. ແຕ່ຈາກທັດສະນະຄະຕິຂອງພວກເຂົາໃນວິທີທີ່ພວກເຂົາປະຕິບັດຕໍ່ພຣະເຈົ້າ ແລະ ຄວາມຈິງ, ເຈົ້າຈະເຫັນວ່າສິ່ງທີ່ອາໄສຢູ່ໃນຫົວໃຈຂອງພວກເຂົາຄືຜີຮ້າຍ ແລະ ນັ້ນຄືທັງໝົດທີ່ມີ. ພວກເຂົາບໍ່ສາມາດແມ່ນແຕ່ຈະຕອບຄຳຖາມຂອງພຣະເຈົ້າໂດຍກົງ. ພວກເຂົາເປັນຄົນປະເພດທີ່ວົນໄປວົນມາຄືກັບງູ ຈົນກວ່າເຈົ້າຈະບໍ່ສາມາດຊອກຫາຄຳຕອບໄດ້ ແລະ ບໍ່ເຂົ້າໃຈຕົ້ນປາຍສາເຫດຂອງສິ່ງທີ່ພວກເຂົາກຳລັງເວົ້າ. ຄົນເຫຼົ່ານີ້ເປັນຄົນປະເພດໃດກັນແທ້? ພວກເຂົາສາມາດຈິງໃຈໃນການປະຕິບັດຕໍ່ພຣະເຈົ້າໄດ້ບໍ? ເມື່ອມີທັດສະນະຄະຕິໃນການດູຖູກ ແລະ ຄວາມລັງກຽດທີ່ພວກເຂົາປະຕິບັດຕໍ່ພຣະເຈົ້າ, ຄົນແບບນັ້ນສາມາດປະຕິບັດພຣະທຳຂອງພຣະເຈົ້າເປັນຄວາມຈິງໄດ້ບໍ? (ບໍ່ໄດ້.) ເປັນຫຍັງຈຶ່ງບໍ່ໄດ້? ເພາະວ່າຜີຮ້າຍອາໄສຢູ່ໃນຫົວໃຈຂອງພວກເຂົາ. ມັນບໍ່ແມ່ນແບບນັ້ນບໍ? (ແມ່ນແລ້ວ, ພວກເຂົາບໍ່ໄດ້ປະຕິບັດຕໍ່ພຣະເຈົ້າໃນຖານະພຣະເຈົ້າເລີຍ.) ນັ້ນຄືຄວາມຊົ່ວຊ້າຂອງຄົນເຫຼົ່ານີ້. ຄວາມຊົ່ວຊ້າຂອງພວກເຂົາຢູ່ທີ່ການຄິດວ່າຄວາມຊື່ສັດ, ຄວາມຖ່ອມຕົວ, ຄວາມເປັນປົກກະຕິ ແລະ ຄວາມສໍາພັນກັບຊີວິດຈິງຂອງພຣະເຈົ້າທີ່ພວກເຂົາເຫັນນັ້ນ ບໍ່ແມ່ນສິ່ງທີ່ເຮັດໃຫ້ພຣະເຈົ້າໜ້າຮັກ, ແລ້ວພວກມັນແມ່ນຫຍັງກັນແທ້? ພວກເຂົາຄິດວ່າສິ່ງເຫຼົ່ານີ້ຄືຂໍ້ບົກພ່ອງຂອງພຣະເຈົ້າ; ພວກມັນຄືຈຸດທີ່ເຮັດໃຫ້ຜູ້ຄົນມັກຈະເກີດແນວຄິດ; ພວກມັນຄືຄວາມບໍ່ສົມບູນແບບທີ່ໃຫຍ່ທີ່ສຸດໃນພຣະເຈົ້າທີ່ພວກເຂົາເຊື່ອ; ພວກມັນຄືຄວາມຂາດແຄນ, ບັນຫາ ແລະ ຄວາມຜິດພາດ. ຄວນຖືວ່າຄົນແບບນີ້ເປັນແນວໃດ? ນີ້ຄືວິທີການ ແລະ ທັດສະນະຄະຕິທີ່ພວກເຂົາປະຕິບັດຕໍ່ພຣະເຈົ້າ; ມັນເປັນສິ່ງທີ່ໜ້າອັບອາຍສໍາລັບພຣະເຈົ້າ ແຕ່ສຳລັບຕົວພວກເຂົາເອງເດ? ພວກເຂົາໄດ້ຮັບຜົນປະໂຫຍດໃດໆຈາກມັນບໍ? ມັນເປັນການດູຖູກຕົວພວກເຂົາເອງເຊັ່ນກັນ. ເປັນຫຍັງເຮົາຈຶ່ງເວົ້າແບບນັ້ນ? ໃນຖານະຄົນທຳມະດາ, ຖ້າມີຄົນເອົາບາງສິ່ງບາງຢ່າງໃຫ້ເຈົ້າກິນແບບສະບາຍໆ ແລ້ວເຈົ້າກໍເອົາມັນມາກິນຄືກັບຄົນໂງ່ ໂດຍບໍ່ສົນໃຈຄວາມເປັນຈິງຂອງເລື່ອງນັ້ນ ແລະ ບໍ່ຖາມເລີຍວ່າມັນແມ່ນຫຍັງກັນແທ້, ນັ້ນບໍ່ບົ່ງບອກວ່າມີບາງຢ່າງຂາດຫາຍຈາກຄວາມເປັນມະນຸດຂອງເຈົ້າບໍ? ຄົນທີ່ມີບາງຢ່າງຂາດຫາຍຈາກຄວາມເປັນມະນຸດຂອງພວກເຂົາເປັນຄົນປົກກະຕິບໍ? ບໍ່. ຖ້າພຣະຄຣິສທີ່ບັງເກີດເປັນມະນຸດບໍ່ມີແມ່ນແຕ່ຄວາມເປັນມະນຸດທີ່ປົກກະຕິປະເພດນີ້, ພຣະອົງຍັງຈະຄູ່ຄວນແກ່ຄວາມເຊື່ອຂອງໃຜຢູ່ບໍ? ພຣະອົງຈະບໍ່ຄູ່ຄວນ. ສັນຍານຂອງຄວາມເປັນມະນຸດຂອງພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນຫຍັງ? ຄວາມມີເຫດຜົນ, ຄວາມຄິດ ແລະ ຄວາມສໍານຶກຂອງພຣະອົງນັ້ນປົກກະຕິທີ່ສຸດ. ພຣະອົງມີຄວາມສາມາດໃນການຕັດສິນບໍ? (ມີ.) ຖ້າເຮົາບໍ່ມີສິ່ງນັ້ນ, ຖ້າເຮົາເປັນພຽງຄົນເບົາປັນຍາທີ່ບໍ່ມີທັງສາມັນສຳນຶກ ແລະ ຄວາມສາມາດໃນການຢັ່ງຮູ້, ບໍ່ສາມາດຄິດໄດ້ເມື່ອມີເຫດການເກີດຂຶ້ນກັບເຮົາ, ຍັງຈະມີການຖືວ່າເຮົາເປັນມະນຸດທີ່ປົກກະຕິຢູ່ບໍ? ນັ້ນຈະເປັນຄວາມເປັນມະນຸດທີ່ມີຂໍ້ບົກພ່ອງ, ບໍ່ແມ່ນຄວາມເປັນມະນຸດທີ່ປົກກະຕິ. ສາມາດເອີ້ນຄົນແບບນັ້ນວ່າພຣະຄຣິສໄດ້ບໍ? ເມື່ອພຣະເຈົ້າບັງເກີດເປັນມະນຸດ, ພຣະອົງຈະເລືອກເນື້ອໜັງແບບນັ້ນບໍ? (ບໍ່.) ບໍ່ຢ່າງແນ່ນອນ. ຖ້າເຮົາເຮັດແບບນັ້ນໂດຍບໍ່ໃສ່ໃຈ, ພຣະເຈົ້າແບບນັ້ນ, ຜູ້ທີ່ຖືກຮູ້ຈັກໃນນາມພຣະເຈົ້າທີ່ບັງເກີດເປັນມະນຸດ, ຈະຄູ່ຄວນແກ່ການຕິດຕາມບໍ? ບໍ່ ແລະ ພວກເຈົ້າກໍຈະຢູ່ໃນເສັ້ນທາງທີ່ຜິດ. ນີ້ຄືດ້ານໜຶ່ງຈາກມຸມມອງຂອງເຮົາ. ໃນທາງກົງກັນຂ້າມ, ຈາກມຸມມອງຂອງພວກເຈົ້າ, ຖ້າເຈົ້າຖືວ່າພຣະອົງເປັນພຣະເຈົ້າ, ເປັນເປົ້າໝາຍໃນການຕິດຕາມຂອງເຈົ້າ ແລະ ໃນຖານະຜູ້ຕິດຕາມຂອງພຣະອົງ ເຈົ້າປະຕິບັດຕໍ່ພຣະອົງດ້ວຍວິທີນີ້, ແລ້ວເຈົ້າກຳລັງວາງຕົວເອງໄວ້ຈຸດໃດ? ສິ່ງນັ້ນບໍ່ໜ້າອັບອາຍສໍາລັບເຈົ້າບໍ? (ແມ່ນແລ້ວ.) ຖ້າພຣະເຈົ້າທີ່ເຈົ້າເຊື່ອບໍ່ຄູ່ຄວນແກ່ຄວາມເຄົາລົບຂອງເຈົ້າໃນສາຍຕາຂອງເຈົ້າ ແຕ່ເຈົ້າຍັງເຊື່ອໃນພຣະອົງ, ແລ້ວນັ້ນເຮັດໃຫ້ເຈົ້າເປັນຄົນແບບໃດ? ເຈົ້າເປັນຄົນເບົາປັນຍາບໍ? ເຈົ້າເປັນຜູ້ຕິດຕາມທີ່ສັບສົນບໍ? ເຈົ້າຈະບໍ່ກຳລັງເຮັດໃຫ້ຕົວເຈົ້າເອງອັບອາຍບໍ? (ພວກເຮົາຈະເປັນແບບນັ້ນ.) ແຕ່ຖ້າເຈົ້າຄິດວ່າພຣະອົງມີທຸກດ້ານຂອງຄວາມເປັນມະນຸດທີ່ປົກກະຕິເຫຼົ່ານີ້, ວ່າພຣະອົງຄືພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ເຈົ້າຍັງເຮັດແບບນັ້ນຢູ່ດີ, ເຈົ້າບໍ່ກຳລັງເຮັດໃຫ້ພຣະເຈົ້າອັບອາຍບໍ? ທັງສອງມຸມມອງລ້ວນແຕ່ມີເຫດຜົນ. ເຈົ້າສາມາດເຫັນບັນຫາໄດ້ ບໍ່ວ່າເຈົ້າຈະເບິ່ງຈາກມຸມມອງຂອງພຣະເຈົ້າ ຫຼື ຈາກມຸມມອງຂອງມະນຸດ ແລະ ບັນຫາຢູ່ບ່ອນນີ້ກໍເປັນບັນຫາທີ່ຮ້າຍແຮງ! ມັນບໍ່ແມ່ນແບບນັ້ນບໍ? (ແມ່ນແລ້ວ.) ຈາກມຸມມອງຂອງມະນຸດ, ຖ້າເຈົ້າຖືວ່າພຣະອົງເປັນພຣະເຈົ້າ ແລ້ວປະຕິບັດຕໍ່ພຣະອົງແບບນີ້, ເຈົ້າກໍກຳລັງເຮັດໃຫ້ພຣະເຈົ້າອັບອາຍຢ່າງເປີດເຜີຍ. ຖ້າເຈົ້າຄິດວ່າພຣະອົງບໍ່ແມ່ນພຣະເຈົ້າ ແຕ່ເປັນມະນຸດ ແຕ່ເຈົ້າຍັງຕິດຕາມພຣະອົງ, ແລ້ວນັ້ນຈະບໍ່ເປັນຄວາມຂັດແຍ້ງບໍ? ເຈົ້າຈະບໍ່ກຳລັງເຮັດໃຫ້ຕົວເຈົ້າເອງອັບອາຍບໍ? ຈົ່ງໄຕ່ຕອງສອງດ້ານນີ້; ເຮົາຖືກບໍ? ມັນບໍ່ແມ່ນແບບນັ້ນບໍ? ເປັນຫຍັງຜູ້ຄົນຈຶ່ງບໍ່ສາມາດຄິດເຖິງສິ່ງເຫຼົ່ານີ້ໄດ້? ເປັນຫຍັງພວກເຂົາຍັງກະທຳແບບນີ້? ມັນເປັນພຽງເພາະວ່າພວກເຂົາບໍ່ເຂົ້າໃຈຄວາມຈິງບໍ? ພວກເຮົາບໍ່ຕ້ອງລົງເລິກໃນເລື່ອງນີ້ຫຼາຍເກີນໄປ; ພຽງແຕ່ເບິ່ງຈາກມຸມມອງຂອງຂີດຄວາມສາມາດ, ພວກເຂົາເປັນຄົນເບົາປັນຍາທີ່ບໍ່ມີຄວາມຄິດ. ເປັນຫຍັງເຮົາຈຶ່ງເວົ້າວ່າພວກເຂົາບໍ່ມີຄວາມຄິດ? ຄວາມຄິດທີ່ເຮົາກຳລັງໝາຍເຖິງແມ່ນຫຍັງ? ມັນກ່ຽວກັບການຄິດ. ການເຮັດບາງສິ່ງບາງຢ່າງໂດຍບໍ່ຄິດ, ໂດຍບໍ່ຮູ້ຈັກຊັ່ງນໍ້າໜັກຂໍ້ດີ ແລະ ຂໍ້ເສຍ, ໂດຍບໍ່ຮູ້ຈັກພິຈາລະນາເຖິງທາດແທ້ຂອງສິ່ງທີ່ເຈົ້າກຳລັງເຮັດ ຫຼື ວ່າເຈົ້າຄວນເຮັດມັນ ຫຼື ບໍ່, ນັ້ນຄືການບໍ່ມີຄວາມຄິດ. ສິ່ງໃດທີ່ບໍ່ມີຄວາມຄິດ? ສັດ ແລະ ສັດເດຍລະສານບໍ່ມີຄວາມຄິດ ແຕ່ມະນຸດຈະພິຈາລະນາສິ່ງເຫຼົ່ານີ້. ຜູ້ຄົນອາດຈະເຮັດສິ່ງທີ່ໂງ່ຈ້າໃນຊ່ວງເວລາທີ່ຂາດສະຕິ ແຕ່ຖ້າພວກເຂົາເຮັດສິ່ງທີ່ໂງ່ຈ້າແບບດຽວກັນຊໍ້າແລ້ວຊໍ້າອີກ, ພວກເຂົາກໍອາດຈະຖືກກຳນົດລັກສະນະວ່າບໍ່ມີຄວາມຄິດ. ຄົນທີ່ບໍ່ມີຄວາມຄິດຄືຄົນທີ່ມີເຫດຜົນບົກພ່ອງ ຫຼື ເວົ້າຕາມພາສາປາກເວົ້າກໍຄື ຄົນທີ່ສະໝອງບໍ່ປົກກະຕິ. ແຕ່ຄວາມເຫັນແກ່ຕົວຂອງພວກເຂົານັ້ນຊັດເຈນ ແລະ ກົນອຸບາຍທີ່ມີເລ່ຫຼ່ຽມຂອງພວກເຂົາກໍບໍ່ໄດ້ຂາດຫາຍໄປເລີຍ ເຊິ່ງນັ້ນຄືເຫດຜົນທີ່ເຮົາເວົ້າວ່າຜີຮ້າຍອາໄສຢູ່ໃນຫົວໃຈຂອງຜູ້ຄົນ.

ພວກເຈົ້າທຸກຄົນຄິດວ່າມັນເປັນການເຮັດເລື່ອງນ້ອຍໃຫ້ເປັນເລື່ອງໃຫຍ່ບໍ ທີ່ຍົກເອົາບັນຫາການໃຫ້ຂອງຂວັນມາໂອ້ລົມກັນ? ຖ້າເຮົາບໍ່ໄດ້ໂອ້ລົມກ່ຽວກັບມັນ ແລະ ພຽງແຕ່ກ່າວເຖິງມັນແບບຜ່ານໆ, ມັນຈະມີຜົນກະທົບແບບນີ້ຕໍ່ພວກເຈົ້າບໍ ຫຼັງຈາກທີ່ໄດ້ຟັງມັນແລ້ວ? (ມັນຈະບໍ່ມີຜົນກະທົບ.) ຢ່າງຫຼາຍທີ່ສຸດ, ຫຼັງຈາກທີ່ໄດ້ຟັງແລ້ວ, ພວກເຈົ້າກໍຈະໄຕ່ຕອງວ່າ “ຜູ້ຊາຍຄົນນີ້ເຮັດສິ່ງດັ່ງກ່າວໄດ້ແນວໃດ? ຂ້ອຍບໍ່ເຮັດສິ່ງແບບນັ້ນ; ຄົນໃນໂລກນີ້ມີທຸກຮູບແບບແທ້ໆ!” ຢ່າງຫຼາຍທີ່ສຸດ, ນັ້ນຄືສິ່ງທີ່ພວກເຈົ້າຈະຄິດ. ພວກເຈົ້າອາດຈະເວົ້າກ່ຽວກັບມັນໜ້ອຍໜຶ່ງ ແລະ ນັ້ນກໍຄືທັງໝົດ ແຕ່ພວກເຈົ້າຈະມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບມັນບໍ? (ບໍ່.) ພວກເຈົ້າຈະບໍ່ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບມັນ. ສະນັ້ນ, ພຣະທຳຂອງເຮົານຳຜົນປະໂຫຍດຫຍັງມາໃຫ້ພວກເຈົ້າ? ພວກເຈົ້າໄດ້ຮັບຄວາມຈິງຫຍັງແດ່? ກ່ອນອື່ນໝົດ, ເຮົາຕ້ອງເຕືອນພວກເຈົ້າວ່າ: ລະຫວ່າງມະນຸດ ແລະ ພຣະເຈົ້າ, ຄວາມສຳພັນປະເພດໃດທີ່ດີທີ່ສຸດທີ່ຈະສ້າງຂຶ້ນ? ເມື່ອຄົນໃດໜຶ່ງເຂົ້າຫາພຣະເຈົ້າ, ພວກເຂົາຄວນຢູ່ຮ່ວມກັບພຣະເຈົ້າແນວໃດ ເມື່ອພວກເຂົາຕິດຕໍ່ໃກ້ຊິດກັບພຣະອົງ? ມັນຈຳເປັນຕ້ອງສະແຫວງຫາຫຼັກການສຳລັບສິ່ງນີ້ບໍ? (ແມ່ນແລ້ວ.) ຍິ່ງໄປກວ່ານັ້ນ, ຫຼັງຈາກທີ່ເຊື່ອໃນພຣະເຈົ້າຫຼາຍປີແລ້ວ, ມີເຫດການໃດແດ່ທີ່ເກີດຂຶ້ນໃນຊີວິດປະຈຳວັນຂອງຜູ້ຄົນ ທີ່ມີລັກສະນະດຽວກັນກັບສິ່ງທີ່ຜູ້ຊາຍໃນເລື່ອງນີ້ໄດ້ເຮັດ? ຄຳຖາມເຫຼົ່ານີ້ບໍ່ຄຸ້ມຄ່າທີ່ຈະພິຈາລະນາບໍ? ຄົນໃດໜຶ່ງສາມາດຮຽນຮູ້ບົດຮຽນ ແລະ ເວົ້າວ່າ “ພຣະເຈົ້າບໍ່ຍອມຮັບແມ່ນແຕ່ຄວາມຜິດພາດພຽງໜ້ອຍດຽວ, ສະນັ້ນ ເລື່ອງນີ້ຈຶ່ງຮ້າຍແຮງຫຼາຍ. ພວກເຮົາບໍ່ຄວນເຂົ້າຫາພຣະອົງ, ຕິດຕໍ່ໃກ້ຊິດກັບພຣະອົງ ຫຼື ພົວພັນກັບພຣະອົງ. ພຣະອົງບໍ່ແມ່ນຜູ້ທີ່ຈະມາລໍ້ຫຼິ້ນໄດ້! ຖ້າເຈົ້າເຮັດຜິດພາດ, ພຣະອົງຈະເຮັດໃຫ້ບັນຫາໃຫຍ່ຂຶ້ນເກີນຈິງ ແລະ ເຈົ້າກໍຈະເຮັດໃຫ້ຕົວເອງຕົກຢູ່ໃນບັນຫາທີ່ຮ້າຍແຮງ. ຂ້ອຍຈະບໍ່ເອົາຫຍັງໃຫ້ພຣະອົງຢ່າງແນ່ນອນ!” ມັນເປັນທີ່ຍອມຮັບໄດ້ບໍທີ່ຈະຄິດແບບນີ້? (ບໍ່ໄດ້.) ຄວາມຈິງແລ້ວ, ພວກເຈົ້າບໍ່ຈຳເປັນຕ້ອງກັງວົນ: ພວກເຮົາບໍ່ຄ່ອຍມີໂອກາດໄດ້ຕິດຕໍ່ໃກ້ຊິດກັນ ແລະ ພວກເຮົາມີເວລາໜ້ອຍກວ່ານັ້ນອີກທີ່ຈະມີປະຕິສຳພັນເຊິ່ງກັນ ແລະ ກັນ, ສະນັ້ນ ນີ້ຈຶ່ງບໍ່ແມ່ນເລື່ອງທີ່ພວກເຈົ້າຈຳເປັນຕ້ອງກັງວົນ. ຖ້າມື້ໜຶ່ງເຮົາມີປະຕິສຳພັນກັບພວກເຈົ້າກໍຈົ່ງຢ່າກັງວົນ; ເຮົາຈະບອກຄວາມລັບໃຫ້ພວກເຈົ້າຮູ້. ບໍ່ວ່າເຈົ້າຈະເຂົ້າກັນກັບເຮົາໄດ້ ຫຼື ອະທິຖານ ແລະ ສະແຫວງຫາເປັນການສ່ວນຕົວ, ຄວາມລັບອັນດັບໜຶ່ງແມ່ນຫຍັງ? ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ, ຢ່າຫຼິ້ນເລ່ຫຼ່ຽມກັບເຮົາ; ຖ້າເຈົ້າມີນິໄສມັກເອົາຊະນະ, ຈົ່ງຮັກສາໄລຍະຫ່າງຂອງເຈົ້າຈາກເຮົາ. ມີບາງຄົນທີ່ເວົ້າດ້ວຍຄວາມມີເລ່ຫຼ່ຽມຫຼາຍ, ວາງແຜນການຫຼາຍຢ່າງພາຍໃນພິບຕາດຽວ ແລະ ທຸກປະໂຫຍກທີ່ພວກເຂົາເວົ້າອອກມາກໍເຕັມໄປດ້ວຍຄວາມບໍ່ບໍລິສຸດ; ຖ້າພວກເຂົາເວົ້າຫຼາຍຂຶ້ນ, ເຈົ້າຈະບໍ່ຮູ້ວ່າຄຳໃດຈິງ ແລະ ຄຳໃດບໍ່ຈິງ. ຄົນແບບນັ້ນຕ້ອງບໍ່ເຂົ້າມາໃກ້ເຮົາຢ່າງເດັດຂາດ. ເມື່ອເຈົ້າເຂົ້າມາຕິດຕໍ່ກັບພຣະເຈົ້າ ແລະ ມີປະຕິສຳພັນກັບພຣະອົງ, ສິ່ງສຳຄັນອັນດັບໜຶ່ງທີ່ເຈົ້າຄວນເຮັດ ແລະ ຫຼັກການສຳຄັນອັນດັບໜຶ່ງທີ່ເຈົ້າຄວນປະຕິບັດຕາມແມ່ນຫຍັງ? ຈົ່ງມີຫົວໃຈທີ່ຊື່ສັດໃນການປະຕິບັດຕໍ່ພຣະເຈົ້າຂອງເຈົ້າ. ນອກຈາກນີ້, ຈົ່ງຮຽນຮູ້ຄວາມເຄົາລົບຢຳເກງ. ຄວາມເຄົາລົບຢຳເກງບໍ່ແມ່ນຄວາມສຸພາບ; ມັນບໍ່ແມ່ນການປະຈົບປະແຈງ ຫຼື ການເອົາໃຈ ແລະ ທັງບໍ່ແມ່ນການລູບແຂ່ງ ຫຼື ການເລຍຂາ. ແລ້ວມັນແມ່ນຫຍັງກັນແທ້? (ມັນຄືການປະຕິບັດຕໍ່ພຣະເຈົ້າໃນຖານະພຣະເຈົ້າ.) ການປະຕິບັດຕໍ່ພຣະເຈົ້າໃນຖານະພຣະເຈົ້າແມ່ນຫຼັກການທີ່ສຳຄັນ. ແລ້ວສິ່ງທີ່ສະເພາະເຈາະຈົງເດ? (ຮຽນຮູ້ທີ່ຈະຟັງພຣະທຳຂອງພຣະເຈົ້າ.) ນັ້ນຄືດ້ານໜຶ່ງຂອງການປະຕິບັດ. ບາງຄົນເຂົ້າມາຕິດຕໍ່ກັບເຮົາ ແລ້ວພວກເຂົາກໍເລີ່ມເວົ້າແຊກເຮົາ, ສະນັ້ນ ເຮົາຈຶ່ງປ່ອຍໃຫ້ພວກເຂົາເວົ້າໃຫ້ຈົບກ່ອນທີ່ເຮົາຈະເວົ້າຕໍ່. ແລ້ວພວກເຂົາປະຕິບັດຕໍ່ເຮົາແນວໃດໃນຂະນະທີ່ເຮົາກຳລັງເວົ້າ? ພວກເຂົາຫຼັບຕາຟັງ. ສິ່ງນີ້ບົ່ງບອກເຖິງຫຍັງ? ມັນກໍຄືກັບການເວົ້າວ່າ “ສິ່ງທີ່ເຈົ້າກຳລັງເວົ້າແມ່ນເລື່ອງໄຮ້ສາລະ. ເຈົ້າຮູ້ຫຍັງແດ່?” ນັ້ນຄືທັດສະນະຄະຕິຂອງພວກເຂົາ. ເຮົາອາດຈະບໍ່ຮູ້ທຸກຢ່າງ ແຕ່ເຮົາມີຫຼັກການ ແລະ ເຮົາບອກເຈົ້າເຖິງສິ່ງທີ່ເຮົາໄດ້ຮຽນຮູ້, ໄດ້ເຫັນ ແລະ ສາມາດເຂົ້າໃຈໄດ້ ພ້ອມທັງຫຼັກການທີ່ເຮົາຮູ້ ແລະ ເຈົ້າກໍສາມາດໄດ້ຮັບຜົນປະໂຫຍດຫຼາຍຢ່າງຈາກມັນ. ແຕ່ຖ້າເຈົ້າເອົາແຕ່ເຫຼືອກຕາໃສ່ເຮົາຢູ່ສະເໝີ ໂດຍຄິດວ່າເຮົາບໍ່ຮູ້ຫຍັງເລີຍ ແລະ ເຈົ້າບໍ່ຟັງເຮົາຢ່າງຕັ້ງໃຈ, ເຈົ້າກໍຈະບໍ່ໄດ້ຮັບຫຍັງເລີຍ. ເຈົ້າຈະຕ້ອງຄົ້ນຫາສິ່ງຕ່າງໆດ້ວຍຕົວເຈົ້າເອງ. ມັນບໍ່ແມ່ນແບບນັ້ນບໍ? ສະນັ້ນ, ພວກເຈົ້າຕ້ອງຮຽນຮູ້ທີ່ຈະຟັງພຣະທຳຂອງພຣະເຈົ້າ. ເມື່ອພວກເຈົ້າຟັງ, ເຮົາຈຳກັດພວກເຈົ້າໃນການສະແດງມຸມມອງຂອງພວກເຈົ້າບໍ? ເຮົາບໍ່ໄດ້ເຮັດແບບນັ້ນ. ເມື່ອເຮົາເວົ້າຈົບແລ້ວ, ເຮົາກໍຖາມພວກເຈົ້າທຸກຄົນວ່າມີຄຳຖາມຫຍັງບໍ ແລະ ຖ້າໃຜມີຄຳຖາມ, ເຮົາກໍຈະຕອບໃນທັນທີ ແລະ ບອກພວກເຈົ້າເຖິງຫຼັກການທີ່ກ່ຽວຂ້ອງກັບຄຳຖາມເຫຼົ່ານັ້ນ. ບາງຄັ້ງເຮົາບໍ່ພຽງແຕ່ບອກພວກເຈົ້າເຖິງຫຼັກການເທົ່ານັ້ນ ແຕ່ເຮົາຍັງບອກພວກເຈົ້າໂດຍກົງວ່າພວກເຈົ້າຄວນເຮັດແນວໃດ ໂດຍອະທິບາຍລາຍລະອຽດແຕ່ລະດ້ານ. ເຖິງແມ່ນວ່າມີບາງຂົງເຂດທີ່ເຮົາບໍ່ເຂົ້າໃຈ ແຕ່ເຮົາຍັງມີຫຼັກການຂອງເຮົາເອງ ແລະ ເຮົາມີມຸມມອງ ແລະ ວິທີການຈັດການກັບເລື່ອງດັ່ງກ່າວຂອງເຮົາເອງ, ສະນັ້ນ ເຮົາຈຶ່ງສອນພວກເຈົ້າໂດຍອີງໃສ່ສິ່ງທີ່ເຮົາຄິດວ່າເປັນມຸມມອງ ແລະ ຫຼັກການທີ່ຖືກຕ້ອງ. ເປັນຫຍັງເຮົາຈຶ່ງສາມາດສອນພວກເຈົ້າໄດ້? ມັນເປັນເພາະວ່າພວກເຈົ້າບໍ່ເຂົ້າໃຈແມ່ນແຕ່ສິ່ງເຫຼົ່ານີ້. ເມື່ອຄຳຖາມເຫຼົ່ານີ້ໄດ້ຮັບການຕອບແລ້ວ, ເຮົາກໍຈະຖາມອີກຄັ້ງວ່າມີຄຳຖາມອື່ນອີກບໍ; ຖ້າມີ, ເຮົາກໍຈະຕອບຄຳຖາມເຫຼົ່ານັ້ນອີກຄັ້ງໂດຍບໍ່ຊັກຊ້າ. ເຮົາບໍ່ພຽງແຕ່ຕ້ອງການໃຫ້ເຈົ້າຟັງເຮົາເທົ່ານັ້ນ; ເຮົາໃຫ້ໂອກາດເຈົ້າໄດ້ເວົ້າ ແຕ່ສິ່ງທີ່ເຈົ້າເວົ້າຕ້ອງມີເຫດຜົນ, ບໍ່ມີເລື່ອງໄຮ້ສາລະ ແລະ ບໍ່ເສຍເວລາ. ບາງຄັ້ງ, ເຮົາກໍຂັດຈັງຫວະບາງຄົນຍ້ອນຄວາມບໍ່ອົດທົນ. ພາຍໃຕ້ສະຖານະການໃດ? ມັນແມ່ນຕອນທີ່ພວກເຂົາເວົ້າຍືດຍາວ ໂດຍໃຊ້ສິບປະໂຫຍກສຳລັບສິ່ງທີ່ສາມາດເວົ້າໄດ້ໃນຫ້າປະໂຫຍກ. ຄວາມຈິງແລ້ວ, ເຮົາເຂົ້າໃຈທັນທີທີ່ເຮົາໄດ້ຍິນພວກເຂົາ; ເຮົາຮູ້ວ່າຈະມີຫຍັງເກີດຂຶ້ນຕໍ່ໄປ, ສະນັ້ນ ພວກເຂົາຈຶ່ງບໍ່ຈຳເປັນຕ້ອງເວົ້າຫຍັງອີກ. ຈົ່ງເວົ້າໃຫ້ກະທັດຮັດ ແລະ ກົງປະເດັນ; ຢ່າເຮັດໃຫ້ຄົນອື່ນເສຍເວລາ. ເມື່ອເຈົ້າເວົ້າຈົບແລ້ວ, ເຮົາກໍຈະໃຫ້ຄຳຕອບແກ່ເຈົ້າ ແລະ ບອກເຈົ້າວ່າຕ້ອງເຮັດແນວໃດ ແລະ ຫຼັກການທີ່ຕ້ອງປະຕິບັດຕາມນັ້ນແມ່ນຫຍັງ. ນັ້ນຄວນຈະເປັນຈຸດສິ້ນສຸດຂອງເລື່ອງ, ມັນບໍ່ຄວນເປັນແບບນັ້ນບໍ? ແຕ່ບາງຄົນບໍ່ຮູ້ຈັກສັງເກດ ແລ້ວເວົ້າວ່າ “ບໍ່, ພຣະອົງຕ້ອງເຄົາລົບຂ້ານ້ອຍ; ພວກເຮົາຕ້ອງມີຄວາມເຄົາລົບໃຫ້ກັນ ແລະ ກັນ. ພຣະອົງເວົ້າຈົບແລ້ວ ແຕ່ຂ້ານ້ອຍຍັງສະແດງມຸມມອງຂອງຂ້ານ້ອຍບໍ່ຈົບ. ມຸມມອງຂອງຂ້ານ້ອຍແມ່ນແບບນີ້. ຂ້ານ້ອຍຕ້ອງເລີ່ມຕົ້ນໃໝ່ອີກຄັ້ງ”. ພວກເຂົາມັກຈະຕ້ອງການສະແດງມຸມມອງຂອງພວກເຂົາສະເໝີ ໂດຍເຊື່ອວ່າເຮົາບໍ່ຮູ້ມຸມມອງເຫຼົ່ານັ້ນ, ທັງທີ່ໃນຄວາມເປັນຈິງແລ້ວ ທັນທີທີ່ພວກເຂົາເລີ່ມເວົ້າ ເຮົາກໍຮູ້ແລ້ວວ່າມຸມມອງຂອງພວກເຂົາແມ່ນຫຍັງ. ສະນັ້ນ ຍັງມີຄວາມຈຳເປັນທີ່ພວກເຂົາຈະຕ້ອງເວົ້າຕໍ່ໄປບໍ? ບໍ່ມີຄວາມຈຳເປັນເລີຍ. ບາງຄົນມີ IQ ຕໍ່າຫຼາຍຈົນພວກເຂົາຕ້ອງໃຊ້ສິບປະໂຫຍກສຳລັບເລື່ອງທີ່ຕ້ອງການພຽງແຕ່ສອງປະໂຫຍກ ແລະ ຖ້າເຮົາບໍ່ຕັດບົດພວກເຂົາ, ພວກເຂົາກໍຈະເວົ້າຕໍ່ໄປເລື້ອຍໆ. ຄົນອື່ນໆເຂົ້າໃຈໝົດແລ້ວ; ເຮົາຍັງຈະບໍ່ເຂົ້າໃຈອີກບໍ? ແຕ່ເຖິງຢ່າງນັ້ນ ພວກເຂົາກໍຍັງຕ້ອງການສະແດງອອກ, ສະນັ້ນ ມັນບໍ່ພຽງແຕ່ IQ ຂອງພວກເຂົາຕໍ່າເທົ່ານັ້ນ ແຕ່ເຫດຜົນຂອງພວກເຂົາກໍອ່ອນເຊັ່ນກັນ! ພວກເຈົ້າເຄີຍພົບພໍ້ຄົນແບບນີ້ບໍ? (ເຄີຍ.) ພວກເຂົາຄິດວ່າພວກເຂົາສະຫຼາດ ເຖິງແມ່ນວ່າພວກເຂົາຈະມີເຫດຜົນທີ່ບໍ່ດີ ແລະ ມີ IQ ຕໍ່າກໍຕາມ. ນັ້ນບໍ່ເປັນຕາລັງກຽດບໍ? ມັນເປັນຕາຂີ້ດຽດ ແລະ ໜ້າລັງກຽດ. ເມື່ອຜູ້ຄົນເຂົ້າມາຕິດຕໍ່ກັບພຣະເຈົ້າ, ສິ່ງທຳອິດກໍຄືການປະຕິບັດຕໍ່ພຣະອົງດ້ວຍຫົວໃຈທີ່ຊື່ສັດ; ສິ່ງທີສອງກໍຄືຜູ້ຄົນຕ້ອງຮຽນຮູ້ຄວາມເຄົາລົບຢຳເກງ; ແລະ ສິ່ງທີສາມ ແລະ ທີ່ສຳຄັນທີ່ສຸດກໍຄືການຮຽນຮູ້ທີ່ຈະສະແຫວງຫາຄວາມຈິງ. ນັ້ນບໍ່ແມ່ນສິ່ງທີ່ສຳຄັນທີ່ສຸດບໍ? (ແມ່ນແລ້ວ.) ມັນຈະມີປະໂຫຍດຫຍັງໃນການເຊື່ອໃນພຣະເຈົ້າ ຖ້າເຈົ້າບໍ່ສະແຫວງຫາຄວາມຈິງ? ຄຸນຄ່າຂອງການເຊື່ອໃນພຣະອົງແມ່ນຫຍັງ? ຄວາມໝາຍຂອງມັນຢູ່ໃສ? ຈຸດນີ້ແມ່ນສິ່ງທີ່ຄົນສ່ວນໃຫຍ່ອາດຈະເຮັດບໍ່ໄດ້, ແລ້ວເປັນຫຍັງຈຶ່ງຍົກມັນຂຶ້ນມາ? ມັນເປັນການກຽມພ້ອມສຳລັບອະນາຄົດ; ພວກເຈົ້າຈຳເປັນຕ້ອງຮຽນຮູ້ທີ່ຈະປະຕິບັດດ້ວຍວິທີນີ້ ເມື່ອສິ່ງປະເພດນີ້ເກີດຂຶ້ນກັບພວກເຈົ້າໃນອະນາຄົດ.

ຢູ່ທີ່ຄຣິສຕະຈັກ, ເຮົາໄດ້ຕິດຕໍ່ກັບຄົນຈຳນວນຫຼາຍ ເຊິ່ງບາງຄົນເຮົາກໍໄດ້ມອບໝາຍວຽກສອງສາມຢ່າງໃຫ້ເຮັດ. ສອງສາມມື້ຕໍ່ມາ, ພວກເຂົາກໍມີຄໍາເຫັນໃຫ້ເຮົາ ໂດຍສະແດງໃຫ້ເຮົາເຫັນວ່າພວກເຂົາໄດ້ຈົດບັນທຶກທຸກຢ່າງທີ່ເຮົາມອບໝາຍໃຫ້ ແລະ ຕອນນີ້ພວກເຂົາກຳລັງຢູ່ໃນຂັ້ນຕອນການຈັດຕັ້ງປະຕິບັດແຕ່ລະຢ່າງ. ເມື່ອພວກເຂົາພົບເຮົາ, ພວກເຂົາກໍລາຍງານໃຫ້ເຮົາຮູ້ກ່ຽວກັບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ, ບັນຫາໃດທີ່ຕ້ອງການການສະແຫວງຫາ ແລະ ບັນຫາໃດທີ່ຍັງລໍຖ້າຜົນຮັບຢູ່ ເຊິ່ງເປັນການແຈ້ງໃຫ້ເຮົາຮູ້ຢ່າງຄົບຖ້ວນ. ພວກເຂົາອະທິບາຍລາຍລະອຽດຢ່າງຊັດເຈນຫຼາຍ ແລະ ເຖິງແມ່ນວ່າບາງຄັ້ງພວກມັນຈະເປັນເລື່ອງນ້ອຍໆ ແຕ່ທັດສະນະຄະຕິຂອງພວກເຂົາກໍສະແດງໃຫ້ເຫັນວ່າພວກເຂົາຈິງຈັງ ແລະ ມີຄວາມຮັບຜິດຊອບໃນການປະຕິບັດຕໍ່ພຣະທຳຂອງພຣະເຈົ້າ ແລະ ພວກເຂົາຮູ້ວ່າຄວາມຮັບຜິດຊອບ, ໜ້າທີ່ ແລະ ພັນທະຂອງພວກເຂົາແມ່ນຫຍັງ. ບາງຄົນກໍແຕກຕ່າງອອກໄປ: ເຮົາມອບໝາຍວຽກສອງຢ່າງໃຫ້ພວກເຂົາ ແລະ ພວກເຂົາກໍຈົດມັນລົງໃນປຶ້ມບັນທຶກຂອງພວກເຂົາ ແຕ່ໜຶ່ງອາທິດຜ່ານໄປ ເມື່ອພວກເຂົາຍັງບໍ່ໄດ້ຈັດຕັ້ງປະຕິບັດຫຍັງເລີຍ, ພວກເຂົາກໍຈື່ໄດ້ພຽງແຕ່ຕອນທີ່ເຮົາຖາມພວກເຂົາກ່ຽວກັບເລື່ອງນັ້ນ ແລ້ວພວກເຂົາກໍຈົດທຸກຢ່າງລົງໃນປຶ້ມບັນທຶກຂອງພວກເຂົາອີກຄັ້ງ. ຫຼັງຈາກນັ້ນອີກໜຶ່ງອາທິດ, ເມື່ອເຮົາຖາມພວກເຂົາວ່າເປັນຫຍັງເລື່ອງນີ້ຈຶ່ງຍັງບໍ່ສຳເລັດ, ພວກເຂົາກໍແກ້ຕົວ ໂດຍອ້າງເຖິງຄວາມຫຍຸ້ງຍາກນັ້ນ ແລະ ຄວາມຫຍຸ້ງຍາກນີ້ ກ່ອນທີ່ຈະຕັ້ງໃຈຈົດທຸກຢ່າງລົງໃນປຶ້ມບັນທຶກຂອງພວກເຂົາອີກຄັ້ງ. ພວກເຂົາຈົດທຸກຢ່າງໄວ້ໃສ? (ໃນປຶ້ມບັນທຶກຂອງພວກເຂົາ.) ແຕ່ພວກເຂົາບໍ່ໄດ້ຈົດຈຳຫຍັງໄວ້ໃນໃຈເລີຍ. ນີ້ບໍ່ແມ່ນການຝາກຝັງບາງສິ່ງບາງຢ່າງໃຫ້ກັບຄົນທີ່ຜິດບໍ? ຄົນເຫຼົ່ານີ້ບໍ່ແມ່ນມະນຸດ. ສິ່ງໃດກໍຕາມທີ່ເຮົາຝາກຝັງໃຫ້ພວກເຂົາກໍເຂົ້າຫູຊ້າຍທະລຸຫູຂວາ. ພວກເຂົາບໍ່ໄດ້ເອົາຈິງເອົາຈັງກັບມັນເລີຍ. ວຽກງານທັງໝົດທີ່ກ່ຽວຂ້ອງກັບວິຊາຊີບໃດໜຶ່ງ ຫຼື ວຽກງານທົ່ວໄປ ພ້ອມກັບບາງເລື່ອງທີ່ກ່ຽວຂ້ອງກັບວຽກງານຂອງຄຣິສຕະຈັກ ທີ່ເຮົາມອບໝາຍໃຫ້ຜູ້ຄົນນັ້ນ ລ້ວນແຕ່ຢູ່ໃນຂອບເຂດທີ່ພວກເຂົາສາມາດເຮັດສຳເລັດໄດ້; ບໍ່ມີວຽກໃດທີ່ຕັ້ງໃຈຈະເຮັດໃຫ້ພວກເຂົາຫຍຸ້ງຍາກເລີຍ. ເຖິງຢ່າງໃດກໍຕາມ, ຫຼາຍເທື່ອທີ່ເຮົາມັກຝາກຝັງໃຫ້ຜູ້ນຳ ແລະ ຜູ້ເຮັດວຽກເຮັດສິ່ງຕ່າງໆ, ສ່ວນໃຫຍ່ແລ້ວພວກເຂົາກໍບໍ່ໄດ້ລາຍງານໃຫ້ເຮົາຮູ້ຫຼັງຈາກທີ່ຮັບການຝາກຝັງນັ້ນ ແລະ ເຮົາກໍບໍ່ໄດ້ຍິນຂ່າວຄາວຫຍັງເລີຍກ່ຽວກັບສະຖານະຂອງວຽກງານນັ້ນ. ບໍ່ວ່າມັນຈະຖືກຈັດແຈງແນວໃດ, ມັນຖືກເຮັດແນວໃດ, ມີຂໍ້ຜິດພາດຫຍັງເກີດຂຶ້ນ, ຜົນຮັບໃນປັດຈຸບັນເປັນແນວໃດ, ພວກເຂົາບໍ່ເຄີຍລາຍງານກັບຄືນກ່ຽວກັບສິ່ງເຫຼົ່ານີ້ ຫຼື ມີສ່ວນຮ່ວມໃນການສະແຫວງຫາເລີຍ. ພວກເຂົາພຽງແຕ່ປະພຣະບັນຊາຂອງພວກເຂົາໄວ້ຂ້າງໆ ແລະ ເຮົາກໍບໍ່ໄດ້ຍິນແມ່ນແຕ່ຜົນຮັບໃດໆເລີຍ. ບາງຄົນມີບັນຫາທີ່ຮ້າຍແຮງກວ່ານັ້ນອີກ, ນອກເໜືອຈາກການລົ້ມເຫຼວໃນການຈັດຕັ້ງປະຕິບັດສິ່ງທີ່ເຮົາມອບໝາຍໃຫ້ພວກເຂົາແລ້ວ, ພວກເຂົາຍັງມາປະຈົບປະແຈງ ແລະ ຫຼອກລວງເຮົາ ໂດຍບອກເຮົາວ່າພວກເຂົາໄປໃສ ແລະ ເຮັດຫຍັງໃນມື້ວານນີ້, ພວກເຂົາເຮັດຫຍັງໃນມື້ກ່ອນໜ້ານັ້ນ ແລະ ຕອນນີ້ພວກເຂົາກຳລັງເຮັດຫຍັງຢູ່. ເບິ່ງແມ້ວ່າພວກເຂົາເກັ່ງສໍ່າໃດໃນການທໍາທ່າ ແລະ ການເວົ້າແກ້ຕົວ. ພວກເຂົາບໍ່ໄດ້ເຮັດສິ່ງໃດເລີຍທີ່ເຮົາມອບໝາຍໃຫ້ພວກເຂົາຢ່າງສະເພາະເຈາະຈົງ ແຕ່ກັບເຮັດໃຫ້ຕົວເອງຫຍຸ້ງຢູ່ກັບວຽກທີ່ບໍ່ມີປະໂຫຍດ ໃນຂະນະທີ່ວຽກງານສຳຄັນນັ້ນວຸ້ນວາຍໄປໝົດ. ນີ້ແມ່ນພຶດຕິກຳປະເພດໃດ? ພວກເຂົາບໍ່ສົນໃຈວຽກງານທີ່ເປັນການເປັນງານຢ່າງສິ້ນເຊີງ ແລະ ພວກເຂົາກໍເຕັມໄປດ້ວຍຄຳຕົວະ ແລະ ການຫຼອກລວງ!

ມີຜູ້ຊາຍຄົນໜຶ່ງທີ່ຮັບຜິດຊອບການປູກຝັງ. ເຮົາຖາມລາວວ່າ “ປີນີ້ມີຜັກບາງຊະນິດທີ່ເບິ່ງຄືວ່າຈະດີ. ເຈົ້າໄດ້ເກັບແກ່ນພັນໄວ້ແດ່ບໍ?” ລາວຕອບວ່າ “ຂ້ານ້ອຍເກັບໄວ້ແລ້ວ”. ເຮົາເວົ້າວ່າ “ເຮົາໄດ້ຍິນມາວ່າພວກເຂົາເກັບກ່ຽວຜັກທັງໝົດໄປດົນແລ້ວ ແລະ ບໍ່ໄດ້ເກັບແກ່ນພັນໄວ້ເລີຍ”. ລາວເວົ້າວ່າ “ພວກເຂົາຍັງເກັບກ່ຽວບໍ່ແລ້ວ. ຍັງມີເຫຼືອຢູ່ບາງສ່ວນ!” ຈາກນັ້ນເຮົາກໍຖາມວ່າ “ຜັກທີ່ເຫຼືອຢູ່ໃສ? ໃຫ້ເຮົາເບິ່ງແດ່”. ລາວເວົ້າວ່າ “ໂອ້? ເອີ່... ໃຫ້ຂ້ານ້ອຍໄປກວດເບິ່ງກ່ອນ”. ຄວາມຈິງແລ້ວລາວໄດ້ເກັບແກ່ນພັນໄວ້ ຫຼື ບໍ່? ລາວບໍ່ໄດ້ເກັບໄວ້. ໃນບັນດາຄຳເວົ້າສອງສາມຄຳທີ່ລາວເວົ້ານີ້, ຄຳເວົ້າທຳອິດຂອງລາວທີ່ວ່າ “ຂ້ານ້ອຍເກັບໄວ້ແລ້ວ” ເປັນຄຳຕົວະບໍ? (ແມ່ນແລ້ວ.) ແລ້ວຄຳເວົ້າທີສອງຂອງລາວທີ່ວ່າ “ພວກເຂົາຍັງເກັບກ່ຽວບໍ່ແລ້ວ. ຍັງມີເຫຼືອຢູ່ບາງສ່ວນ!” ນັ້ນບໍ່ແມ່ນຄຳຕົວະບໍ? ລາວບໍ່ຮູ້ວ່າພວກເຂົາໄດ້ເກັບແກ່ນພັນໄວ້ ຫຼື ບໍ່ ແລ້ວເວົ້າວ່າ “ໃຫ້ຂ້ານ້ອຍໄປກວດເບິ່ງກ່ອນ”. ສະນັ້ນ ຄຳເວົ້າທີສາມຈຶ່ງເປັນອີກໜຶ່ງຄຳຕົວະ. ຄຳຕົວະນັ້ນຮ້າຍແຮງຂຶ້ນເລື້ອຍໆຈາກຄຳເວົ້າໜຶ່ງໄປສູ່ອີກຄຳເວົ້າໜຶ່ງ; ລາວກຳລັງສ້າງຄຳຕົວະຊ້ອນຄຳຕົວະ ເຊິ່ງຄ່ອຍໆເລິກລົງໄປເລື້ອຍໆ. ມີແຕ່ຄຳຕົວະເຕັມປາກ! ພວກເຈົ້າທຸກຄົນຈະເຕັມໃຈພົວພັນກັບຄົນທີ່ມີແຕ່ຄຳຕົວະເຕັມປາກບໍ? (ບໍ່.) ເຈົ້າຮູ້ສຶກແນວໃດເມື່ອລົມ ແລະ ເຮັດວຽກກັບຄົນທີ່ເຕັມໄປດ້ວຍຄຳຕົວະ? ເຈົ້າໃຈຮ້າຍບໍ? ລາວມີຄວາມກ້າທີ່ຈະຫຼອກລວງທຸກຄົນ; ລາວຄິດຜິດແລ້ວຖ້າລາວຄິດວ່າເຮົາບໍ່ຮູ້! ເລື່ອງນີ້ຄຸ້ມຄ່າກັບການຫຼອກລວງບໍ? ລາວຈະໄດ້ຮັບຜົນປະໂຫຍດຫຍັງຈາກການມີເລ່ຫຼ່ຽມຫຼາຍຂະໜາດນີ້? ຖ້າເຈົ້າເຫັນທັດສະນະຄະຕິນີ້ໃນວິທີທີ່ລາວກະທຳ, ຖ້າລາວປະຕິບັດຕໍ່ເຈົ້າແບບນີ້, ເຈົ້າຈະຮູ້ສຶກແນວໃດ? ຖ້າໂດຍພື້ນຖານແລ້ວ 99 ເປີເຊັນຂອງສິ່ງທີ່ຄົນໆໜຶ່ງເວົ້າແມ່ນຄຳຕົວະ, ບໍ່ວ່າພວກເຂົາຈະນິນທາ ຫຼື ເວົ້າກ່ຽວກັບວຽກງານ ຫຼື ເລື່ອງທີ່ຈິງຈັງ ຫຼື ການໂອ້ລົມກ່ຽວກັບຄວາມຈິງກໍຕາມ, ຄົນຜູ້ນີ້ກໍໝົດຫວັງແລ້ວ. ລາວສາມາດຫຼອກລວງທຸກຄົນໄດ້; ນັ້ນເຮັດໃຫ້ລາວເປັນຄົນແບບໃດ? ລາວເຊື່ອໃນພຣະເຈົ້າມາດົນປານໃດແລ້ວ? ຜູ້ບໍ່ມີຄວາມເຊື່ອບາງຄົນມັກຈະເວົ້າສະເໝີວ່າ “ເທົ່າທີ່ຂ້ອຍຮູ້” ຫຼື “ເວົ້າຈາກໃຈຈິງ” ແລະ ດ້ວຍເງື່ອນໄຂນັ້ນ, ພວກເຂົາກຳລັງເວົ້າບາງສິ່ງບາງຢ່າງທີ່ເປັນຄວາມຈິງ. ຜູ້ຊາຍຄົນນັ້ນເຊື່ອໃນພຣະເຈົ້າມາຫຼາຍປີແລ້ວ ແລະ ລາວກໍໄດ້ຟັງຄຳເທດສະໜາມາຫຼາຍ ແຕ່ລາວບໍ່ສາມາດເວົ້າຄວາມຈິງໄດ້ແມ່ນແຕ່ຄຳດຽວ; ທຸກສິ່ງທີ່ລາວເວົ້າລ້ວນແຕ່ເປັນຄຳຕົວະ. ແລ້ວລາວເປັນສິ່ງທີ່ຖືກສ້າງແບບໃດກັນແທ້? ມັນບໍ່ເປັນຕາຂີ້ດຽດ ແລະ ເປັນຕາລັງກຽດບໍ? ມີຄົນແບບນີ້ຫຼາຍບໍ? ພວກເຈົ້າເປັນແບບນີ້ບໍ? ເມື່ອພວກເຈົ້າມີປະຕິສຳພັນກັບເຮົາ, ພາຍໃຕ້ສະຖານະການໃດທີ່ພວກເຈົ້າຈະຕົວະເຮົາ? ຖ້າເຈົ້າໄດ້ກໍ່ໃຫ້ເກີດຄວາມຫາຍະນະບາງຢ່າງ ແລະ ເຈົ້າຮູ້ວ່າຜົນທີ່ຈະຕາມມານັ້ນຮ້າຍແຮງ ແລະ ເຈົ້າສາມາດຖືກຂັບໄລ່ອອກໄດ້, ແລ້ວທັນທີທີ່ຄົນອື່ນກ່າວເຖິງມັນ, ເຈົ້າກໍຕົວະເພື່ອປົກປິດມັນ. ໃຜໆກໍສາມາດຕົວະກ່ຽວກັບເລື່ອງແບບນັ້ນໄດ້. ຜູ້ຄົນຍັງສາມາດຕົວະກ່ຽວກັບຫຍັງໄດ້ອີກ? ການຕົວະເພື່ອຍົກລະດັບພາບລັກຂອງພວກເຂົາ ແລະ ໄດ້ຮັບການຍົກຍ້ອງຈາກຄົນອື່ນ. ແລ້ວກໍມີຄົນທີ່ຮູ້ວ່າພວກເຂົາບໍ່ມີຄວາມສາມາດໃນການເຮັດວຽກຂອງພວກເຂົາ ແຕ່ພວກເຂົາບໍ່ໄດ້ບອກເບື້ອງເທິງຢ່າງຊັດເຈນ ເພາະຢ້ານວ່າພວກເຂົາຈະຖືກໄລ່ອອກຖ້າພວກເຂົາເຮັດແບບນັ້ນ. ເມື່ອລາຍງານວຽກງານຂອງພວກເຂົາຕໍ່ເບື້ອງເທິງ, ພວກເຂົາກໍທໍາທ່າເຮັດວ່າສະແຫວງຫາວິທີແກ້ໄຂບັນຫາ ເຊິ່ງເຮັດໃຫ້ຄົນອື່ນເຂົ້າໃຈຜິດ. ທຸກສິ່ງທີ່ພວກເຂົາເວົ້າລ້ວນແຕ່ເປັນຄຳຕົວະ ແລະ ໂດຍພື້ນຖານແລ້ວ ພວກເຂົາບໍ່ມີຄວາມສາມາດໃນການເຮັດວຽກເລີຍ. ຖ້າພວກເຂົາບໍ່ຖາມຄຳຖາມບາງຢ່າງ, ພວກເຂົາກໍຢ້ານວ່າເບື້ອງເທິງຈະພົບເຫັນຄວາມຜິດປົກກະຕິ ແລະ ໄລ່ພວກເຂົາອອກ, ສະນັ້ນ ພວກເຂົາຈຶ່ງຟ້າວທໍາທ່າ. ນີ້ຄືສິ່ງທີ່ສະພາບຈິດໃຈຂອງຜູ້ນຳປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສເປັນ.

ຈົ່ງໄຕ່ຕອງເຖິງຫຼັກການສາມປະການໃນການມີປະຕິສຳພັນກັບພຣະເຈົ້າທີ່ເຮົາຫາກໍໂອ້ລົມເຖິງ. ຂໍ້ໃດທີ່ພວກເຈົ້າບໍ່ສາມາດເຮັດໄດ້ ແລະ ຂໍ້ໃດທີ່ງ່າຍສຳລັບພວກເຈົ້າທີ່ຈະບັນລຸ? ຄວາມຈິງແລ້ວ, ມັນບໍ່ແມ່ນເລື່ອງງ່າຍທີ່ຈະຈັດຕັ້ງປະຕິບັດຂໍ້ໃດຂໍ້ໜຶ່ງຢ່າງແທ້ຈິງ ເພາະວ່າຜີຮ້າຍອາໄສຢູ່ໃນຫົວໃຈຂອງຜູ້ຄົນ. ເຈົ້າຈະບໍ່ສາມາດບັນລຸພວກມັນໄດ້ ກ່ອນທີ່ເຈົ້າຈະຂັບໄລ່ຜີຮ້າຍອອກຈາກຫົວໃຈຂອງເຈົ້າ. ເຈົ້າຕ້ອງຕໍ່ສູ້ກັບຜີຮ້າຍໃນຫົວໃຈຂອງເຈົ້າ ແລະ ຖ້າເຈົ້າສາມາດເອົາຊະນະມັນໄດ້ທຸກຄັ້ງ, ເຈົ້າກໍສາມາດບັນລຸພວກມັນໄດ້. ຖ້າທຸກຄັ້ງທີ່ເຈົ້າລົ້ມເຫຼວ ແລະ ຖືກມັນຈັບຕົວໄປ, ເຈົ້າກໍຈະບໍ່ສາມາດເຮັດສຳເລັດໄດ້; ເຈົ້າຈະບໍ່ສາມາດຈັດຕັ້ງປະຕິບັດຫຼັກການໃດໆໄດ້ເລີຍ. ຖ້າພວກເຈົ້າສາມາດເຮັດສຳເລັດທັງສາມຂໍ້, ບໍ່ພຽງແຕ່ໃນຕອນທີ່ເຂົ້າກັນກັບເຮົາ ຫຼື ມີປະຕິສຳພັນກັບເຮົາເທົ່ານັ້ນ ແຕ່ຍັງລວມເຖິງການມີປະຕິສຳພັນຕາມປົກກະຕິຂອງພວກເຈົ້າກັບອ້າຍເອື້ອຍນ້ອງ ໂດຍປະຕິບັດຕາມຫຼັກການເຫຼົ່ານີ້, ທຸກຄົນຈະບໍ່ໄດ້ຮັບຜົນປະໂຫຍດຈາກສິ່ງນີ້ບໍ? (ແມ່ນແລ້ວ.) ຕອນນີ້ເລື່ອງເລົ່າກໍຈົບລົງແລ້ວ, ໃຫ້ພວກເຮົາກ້າວເຂົ້າສູ່ຫົວຂໍ້ຫຼັກກັນເທາະ.

ການໄຈ້ແຍກວິທີທີ່ຜູ້ຕໍ່ຕ້ານພຣະຄຣິສເປັນຄົນຊົ່ວຊ້າ, ແຝງຊົ່ວ ແລະ ເລ່ຫຼ່ຽມ

ຄັ້ງກ່ອນ ພວກເຮົາໄດ້ໂອ້ລົມກ່ຽວກັບການສະແດງອອກທີເຈັດຂອງຜູ້ຕໍ່ຕ້ານພຣະຄຣິສ, ນັ້ນກໍຄື ພວກເຂົາເປັນຄົນຊົ່ວຊ້າ, ແຝງຊົ່ວ ແລະ ເລ່ຫຼ່ຽມ. ຫົວຂໍ້ນີ້ໄດ້ມີການໂອ້ລົມກັນມາສອງຄັ້ງແລ້ວ. ການສົນທະນາຄັ້ງທຳອິດແມ່ນກ່ຽວກັບທຳມະຊາດທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ, ຈຸດເນັ້ນໜັກຂອງການສົນທະນາໃນຄັ້ງນັ້ນແມ່ນຫຍັງ? (ການເປັນປໍລະປັກ ແລະ ລັງກຽດຄວາມຈິງ.) ຜູ້ຕໍ່ຕ້ານພຣະຄຣິສເປັນປໍລະປັກ ແລະ ລັງກຽດຄວາມຈິງ, ກຽດຊັງສິ່ງທີ່ເປັນບວກທັງໝົດທີ່ສອດຄ່ອງກັບຄວາມຈິງ ແລະ ກັບພຣະເຈົ້າ, ເຊິ່ງເປັນການສະແດງອອກຄັ້ງທຳອິດ ແລະ ເປັນຕົ້ນຕໍຂອງຄວາມຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ. ການສົນທະນາຄັ້ງທຳອິດແມ່ນກ່ຽວກັບສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສລັງກຽດ. ຄົນທຳມະດາລັງກຽດສິ່ງທີ່ເປັນລົບ ແລະ ອຳນາດທີ່ຊົ່ວຊ້າ; ພວກເຂົາລັງກຽດສິ່ງທີ່ສົກກະປົກ, ມືດມົນ ແລະ ຊົ່ວຊ້າ. ເຖິງຢ່າງໃດກໍຕາມ, ກົງກັນຂ້າມກັບສິ່ງນີ້, ຫຼັກຖານທີ່ໜັກແໜ້ນທີ່ສຸດຂອງການສະແດງອອກຄັ້ງທຳອິດຂອງທຳມະຊາດທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສກໍຄື ພວກເຂົາບໍ່ໄດ້ລັງກຽດສິ່ງທີ່ເປັນລົບ ແຕ່ລັງກຽດສິ່ງທີ່ເປັນບວກທັງໝົດທີ່ກ່ຽວຂ້ອງກັບຄວາມຈິງ ແລະ ກັບພຣະເຈົ້າ, ເຊິ່ງເປັນຫຼັກຖານທີ່ໜັກແໜ້ນຢ່າງທຳອິດກ່ຽວກັບຄວາມຊົ່ວຊ້າຂອງພວກເຂົາ. ການສົນທະນາຄັ້ງທີສອງຂອງພວກເຮົາແມ່ນກ່ຽວກັບຫຼັກຖານທີ່ໜັກແໜ້ນຢ່າງທີສອງກ່ຽວກັບການສະແດງອອກເຖິງຄວາມຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ. ຖ້າພວກເຂົາລັງກຽດສິ່ງທີ່ເປັນບວກ, ແລ້ວພວກເຂົາຮັກຫຍັງ? (ສິ່ງທີ່ເປັນລົບ.) ຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິຮັກຫຍັງ? ພວກເຂົາຮັກຄວາມຍຸຕິທຳ, ຄວາມເມດຕາ ແລະ ຄວາມງາມ, ພ້ອມກັບຄວາມຮັກ, ຄວາມອົດທົນ ແລະ ຄວາມທົນທານທີ່ກ່ຽວຂ້ອງກັບຄວາມເປັນມະນຸດ, ພ້ອມທັງສາມັນສຳນຶກ ແລະ ຄວາມຮູ້ທີ່ເປັນບວກ ແລະ ເປັນປະໂຫຍດຕໍ່ຜູ້ຄົນ ແລະ ສິ່ງທີ່ເປັນບວກທັງໝົດຈາກພຣະເຈົ້າ, ລວມທັງກົດເກນ ແລະ ກົດລະບຽບທີ່ພຣະເຈົ້າສ້າງຂຶ້ນສຳລັບທຸກສິ່ງ, ກົດເກນ ແລະ ພຣະດໍາລັດຂອງພຣະເຈົ້າ ແລະ ຄວາມຈິງ ແລະ ວິຖີຊີວິດທັງໝົດທີ່ພຣະເຈົ້າສະແດງອອກ, ພ້ອມທັງສິ່ງອື່ນໆທີ່ກ່ຽວຂ້ອງກັບພຣະເຈົ້າ. ທຳມະຊາດທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນກົງກັນຂ້າມກັບສິ່ງນີ້; ພວກເຂົາບໍ່ມັກສິ່ງເຫຼົ່ານີ້, ແລ້ວພວກເຂົາມັກຫຍັງ? (ຄຳເວົ້າຕົວະ ແລະ ການຫຼອກລວງ.) ຖືກຕ້ອງ, ພວກເຂົາມັກຄຳເວົ້າຕົວະ ແລະ ການຫຼອກລວງ, ພ້ອມກັບການສົມຮູ້ຮ່ວມຄິດ ແລະ ແຜນການຊົ່ວຮ້າຍ, ວິທີການຕ່າງໆສຳລັບການກະທຳທາງໂລກ, ການຍ້ອງຍໍຜູ້ຄົນ, ການປະຈົບປະແຈງ, ພ້ອມທັງການຂັດແຍ້ງ, ສະຖານະ ແລະ ສິດອໍານາດ. ພວກເຂົາຮັກສິ່ງທີ່ເປັນລົບທັງໝົດເຫຼົ່ານີ້ທີ່ຂັດກັບຄວາມຈິງ ແລະ ສິ່ງທີ່ເປັນບວກ, ເຊິ່ງສະແດງໃຫ້ເຫັນເຖິງທຳມະຊາດທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສຢ່າງຊັດເຈນ. ຫຼັກຖານເຫຼົ່ານີ້ບໍ່ໜ້າເຊື່ອຖືບໍ? (ແມ່ນແລ້ວ.) ເຖິງແມ່ນວ່າຫຼັກຖານເຫຼົ່ານີ້ລ້ວນແລ້ວແຕ່ໜ້າເຊື່ອຖື, ແຕ່ກໍຍັງມີພຽງສອງພາກສ່ວນ ເຊິ່ງຍັງບໍ່ສາມາດຖືວ່າສົມບູນໄດ້ເທື່ອ. ມື້ນີ້ ພວກເຮົາຈະສືບຕໍ່ສົນທະນາພາກສ່ວນທີສາມຂອງວິທີທີ່ຜູ້ຕໍ່ຕ້ານພຣະຄຣິສເປັນຄົນຊົ່ວຊ້າ, ແຝງຊົ່ວ ແລະ ເລ່ຫຼ່ຽມ. ພາກສ່ວນທີສາມນີ້ແຕກຕ່າງຈາກພາກສ່ວນທີໜຶ່ງ ແລະ ພາກສ່ວນທີສອງຢ່າງແນ່ນອນ, ແຕ່ມັນກໍກ່ຽວຂ້ອງກັບພາກສ່ວນເຫຼົ່ານັ້ນ. ມັນກ່ຽວຂ້ອງກັນແນວໃດ? ທັງສາມພາກສ່ວນສົນທະນາກ່ຽວກັບແກ່ນແທ້ນີ້, ນັ້ນກໍຄື ທຳມະຊາດທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ. ມັນແຕກຕ່າງກັນແນວໃດ? ໃນພາກສ່ວນນີ້, ສິ່ງທີ່ທຳມະຊາດທີ່ຊົ່ວຊ້າຂອງພວກເຂົາຮັກ ແລະ ຕ້ອງການ, ພ້ອມທັງສິ່ງທີ່ພວກເຂົາລັງກຽດນັ້ນ ແຕກຕ່າງຈາກສິ່ງທີ່ສອງພາກສ່ວນກ່ອນໜ້ານີ້ໄດ້ສົນທະນາ, ເນື້ອຫາກໍແຕກຕ່າງກັນ. ຄວາມແຕກຕ່າງນີ້ບໍ່ໄດ້ໝາຍຄວາມວ່າຜູ້ຕໍ່ຕ້ານພຣະຄຣິສມັກສິ່ງທີ່ເປັນບວກບາງຢ່າງເຊັ່ນກັນ ຫຼື ວ່າພວກເຂົາລັງກຽດສິ່ງທີ່ເປັນລົບບາງຢ່າງເຊັ່ນກັນ; ແຕ່ມັນປະກອບດ້ວຍອີກພາກສ່ວນໜຶ່ງ, ເຊິ່ງບໍ່ແມ່ນພຽງແຕ່ກ່ຽວກັບສິ່ງທີ່ພວກເຂົາຮັກ ຫຼື ຕ້ອງການ, ແຕ່ຖືກຍົກລະດັບຂຶ້ນໄປສູ່ສິ່ງທີ່ອຳນາດທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສນີ້ຍົກຍ້ອງ, ເວົ້າອີກຢ່າງໜຶ່ງກໍຄື ສິ່ງທີ່ພວກເຂົານັບຖືບູຊາ ຫຼື ເຫຼື້ອມໃສ. ບາງຄົນອາດຈະເວົ້າວ່າ “ຄຳສັບເຊັ່ນ: ‘ຍົກຍ້ອງ’, ‘ນັບຖືບູຊາ’ ແລະ ‘ເຫຼື້ອມໃສ’ ຄວນຖືກໃຊ້ເພື່ອອ້າງອີງເຖິງສິ່ງທີ່ເປັນບວກ, ແລ້ວຈະນຳພວກມັນມາໃຊ້ກັບຜູ້ຕໍ່ຕ້ານພຣະຄຣິສໄດ້ແນວໃດ? ຄຳສັບເຫຼົ່ານີ້ເໝາະສົມບໍ?” ຄຳສັບເຫຼົ່ານີ້ບໍ່ແມ່ນຄຳຍ້ອງຍໍ ຫຼື ຄຳດູຖືກ, ພວກມັນເປັນກາງ. ສະນັ້ນ, ການໃຊ້ພວກມັນຢູ່ນີ້ຈຶ່ງບໍ່ໄດ້ລະເມີດຫຼັກການໃດໆ ແລະ ເປັນສິ່ງທີ່ອະນຸຍາດໃຫ້ໃຊ້ໄດ້.

III. ການໄຈ້ແຍກສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສນັບຖືບູຊາ ແລະ ເຫຼື້ອມໃສ

ຜູ້ຕໍ່ຕ້ານພຣະຄຣິສນັບຖືບູຊາ ແລະ ເຫຼື້ອມໃສສິ່ງໃດ? ກ່ອນອື່ນໝົດ, ມັນເປັນທີ່ແນ່ນອນວ່າພວກເຂົາບໍ່ໄດ້ນັບຖືບູຊາຄວາມຈິງ, ພຣະເຈົ້າ ຫຼື ສິ່ງທີ່ສວຍງາມ ຫຼື ດີງາມໃດໆທີ່ກ່ຽວຂ້ອງກັບພຣະເຈົ້າ. ແລ້ວພວກເຂົານັບຖືບູຊາຫຍັງກັນແທ້? ພວກເຈົ້າຄິດຫຍັງອອກບໍ? ໃຫ້ເຮົາບອກໃບ້ພວກເຈົ້າເດີ້. ຄົນເຫຼົ່ານັ້ນໃນສາສະໜາທີ່ເຊື່ອໃນພຣະຜູ້ເປັນເຈົ້າ, ພວກເຂົາຕົກໄປຢູ່ໃນສາສະໜາຄຣິສໄດ້ແນວໃດ? ເປັນຫຍັງຕອນນີ້ພວກເຂົາຈຶ່ງຖືກກຳນົດລັກສະນະວ່າເປັນສາສະໜາ, ເປັນນິກາຍ ແລະ ບໍ່ແມ່ນຄຣິສຕະຈັກຂອງພຣະເຈົ້າ, ເຮືອນຂອງພຣະເຈົ້າ ຫຼື ເປົ້າໝາຍໃນພາລະກິດຂອງພຣະເຈົ້າ? ພວກເຂົາມີຄຳສອນທາງສາສະໜາ; ພວກເຂົາຮວບຮວມພາລະກິດທີ່ພຣະເຈົ້າເຄີຍເຮັດ ແລະ ພຣະທຳທີ່ພຣະເຈົ້າເຄີຍກ່າວໄວ້ໃນປຶ້ມຫົວໜຶ່ງ, ໄວ້ໃນອຸປະກອນການສອນ ແລະ ຈາກນັ້ນພວກເຂົາກໍເປີດໂຮງຮຽນ ແລະ ຮັບສະໝັກ ແລະ ຝຶກອົບຮົມນັກເທວະວິທະຍາຕ່າງໆ. ນັກເທວະວິທະຍາເຫຼົ່ານີ້ສຶກສາຫຍັງ? ມັນແມ່ນຄວາມຈິງບໍ? (ບໍ່.) ແລ້ວພວກເຂົາສຶກສາຫຍັງ? (ຄວາມຮູ້ທາງເທວະວິທະຍາ.) ພວກເຂົາສຶກສາຄວາມຮູ້ ແລະ ທິດສະດີທາງເທວະວິທະຍາ, ເຊິ່ງບໍ່ມີຫຍັງກ່ຽວຂ້ອງກັບພາລະກິດຂອງພຣະເຈົ້າ ຫຼື ຄວາມຈິງທີ່ພຣະເຈົ້າກ່າວເລີຍ. ພວກເຂົາແທນທີ່ພຣະທຳຂອງພຣະເຈົ້າ ແລະ ພາລະກິດຂອງພຣະວິນຍານບໍລິສຸດດ້ວຍຄວາມຮູ້ທາງເທວະວິທະຍາ ແລະ ນັ້ນຄືວິທີທີ່ພວກເຂົາຕົກໄປຢູ່ໃນສາສະໜາຄຣິສ ຫຼື ນິກາຍກາໂຕລິກ. ສິ່ງໃດທີ່ໄດ້ຮັບການຍົກຍ້ອງໃນສາສະໜາ? ຖ້າເຈົ້າໄປຄຣິສຕະຈັກ ແລະ ມີຄົນຖາມວ່າເຈົ້າເຊື່ອໃນພຣະເຈົ້າມາດົນປານໃດແລ້ວ ແລະ ເຈົ້າບອກວ່າເຈົ້າຫາກໍເລີ່ມເຊື່ອ, ພວກເຂົາຈະບໍ່ສົນໃຈເຈົ້າເລີຍ. ແຕ່ຖ້າເຈົ້າຖືພຣະຄຳພີເຂົ້າໄປນຳ ແລະ ເວົ້າວ່າ “ຂ້ອຍຫາກໍຮຽນຈົບຈາກສະຖາບັນເທວະວິທະຍາແຫ່ງນັ້ນແຫ່ງນີ້”, ພວກເຂົາກໍຈະເຊີນເຈົ້າໄປນັ່ງບ່ອນນັ່ງທີ່ມີກຽດ. ຖ້າເຈົ້າເປັນຜູ້ເຊື່ອທົ່ວໄປ, ພວກເຂົາຈະບໍ່ຫຍຸ້ງກ່ຽວກັບເຈົ້າ ເວັ້ນເສຍແຕ່ວ່າເຈົ້າຈະມີສະຖານະທາງສັງຄົມທີ່ໂດດເດັ່ນ. ນີ້ຄືສາສະໜາຄຣິສ ແລະ ນັ້ນຄືສິ່ງທີ່ວົງການສາສະໜາເປັນ. ຄົນເຫຼົ່ານັ້ນໃນຄຣິສຕະຈັກທີ່ເທດສະໜາ ແລະ ມີສະຖານະ, ຕຳແໜ່ງ ແລະ ຊື່ສຽງ ແມ່ນກຸ່ມຄົນທີ່ໄດ້ຮັບການຝຶກອົບຮົມໃນສະຖາບັນເທວະວິທະຍາເພື່ອໃຫ້ມີຄວາມຮູ້ ແລະ ທິດສະດີທາງເທວະວິທະຍາ ແລະ ໂດຍພື້ນຖານແລ້ວ ພວກເຂົາແມ່ນກຸ່ມຄົນຫຼັກທີ່ຄ້ຳຊູສາສະໜາຄຣິສໄວ້. ສາສະໜາຄຣິສຝຶກອົບຮົມຄົນດັ່ງກ່າວໃຫ້ຂຶ້ນເວທີ ແລະ ເທດສະໜາ, ເພື່ອປະກາດພຣະກິດຕິຄຸນ ແລະ ເຮັດວຽກງານຢູ່ທຸກຫົນທຸກແຫ່ງ. ພວກເຂົາເຊື່ອວ່າດ້ວຍຄົນທີ່ມີຄວາມສາມາດເຊັ່ນ: ນັກສຶກສາເທວະວິທະຍາ, ສິດຍາພິບານທີ່ເທດສະໜາ ແລະ ນັກເທວະວິທະຍາເຫຼົ່ານີ້, ການມີຢູ່ຂອງສາສະໜາຄຣິສຈຶ່ງໄດ້ຮັບການຮັບປະກັນມາຈົນເຖິງທຸກມື້ນີ້ ແລະ ຄົນເຫຼົ່ານີ້ກໍກາຍເປັນຄຸນຄ່າ ແລະ ເປັນຕົ້ນທຶນຂອງການມີຢູ່ຂອງສາສະໜາຄຣິສ. ຖ້າສິດຍາພິບານຂອງຄຣິສຕະຈັກເປັນຜູ້ທີ່ຮຽນຈົບຈາກສະຖາບັນເທວະວິທະຍາ, ສົນທະນາກ່ຽວກັບພຣະຄຳພີໄດ້ດີ, ໄດ້ອ່ານປຶ້ມຝ່າຍວິນຍານຈຳນວນໜຶ່ງ ແລະ ມີຄວາມຮູ້ ແລະ ວາທະສິນ, ແລ້ວການເຂົ້າຮ່ວມໃນຄຣິສຕະຈັກນັ້ນກໍຈະຈະເລີນຮຸ່ງເຮືອງ ແລະ ມັນກໍຈະມີຊື່ສຽງຫຼາຍກວ່າຄຣິສຕະຈັກອື່ນໆ. ຄົນເຫຼົ່ານີ້ໃນສາສະໜາຄຣິສຍົກຍ້ອງຫຍັງ? ຄວາມຮູ້, ຄວາມຮູ້ທາງເທວະວິທະຍາ. ຄວາມຮູ້ນີ້ມາຈາກໃສ? ມັນບໍ່ໄດ້ສືບທອດກັນມາແຕ່ສະໄໝບູຮານບໍ? ມັນມີພຣະຄຳພີມາຕັ້ງແຕ່ສະໄໝບູຮານ, ສືບທອດກັນມາຈາກລຸ້ນສູ່ລຸ້ນ ແລະ ນັ້ນຄືວິທີທີ່ທຸກຄົນອ່ານ ແລະ ຮຽນຮູ້ພວກມັນມາຈົນເຖິງທຸກມື້ນີ້. ຜູ້ຄົນແບ່ງພຣະຄຳພີອອກເປັນພາກສ່ວນຕ່າງໆ, ຮວບຮວມເປັນສະບັບຕ່າງໆ ແລະ ສົ່ງເສີມການສຶກສາ ແລະ ການຮຽນຮູ້, ແຕ່ການສຶກສາພຣະຄຳພີຂອງພວກເຂົາບໍ່ແມ່ນເພື່ອເຂົ້າໃຈຄວາມຈິງເພື່ອທີ່ຈະຮູ້ຈັກພຣະເຈົ້າ, ທັງບໍ່ແມ່ນເພື່ອເຂົ້າໃຈເຈດຕະນາຂອງພຣະເຈົ້າເພື່ອທີ່ຈະຢຳເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍ; ແຕ່ມັນແມ່ນເພື່ອສຶກສາຄວາມຮູ້ ແລະ ຄວາມລຶກລັບຂອງພຣະຄຳພີ, ເພື່ອຫາຄຳຕອບວ່າເຫດການໃດໃນຊ່ວງເວລາໃດທີ່ເຮັດໃຫ້ຄຳທຳນາຍຂອງພຣະນິມິດສຳເລັດ ແລະ ເວລາໃດທີ່ໄພພິບັດໃຫຍ່ ແລະ ອານາຈັກພັນປີຈະມາເຖິງ, ພວກເຂົາສຶກສາສິ່ງເຫຼົ່ານີ້. ການສຶກສາຂອງພວກເຂົາກ່ຽວຂ້ອງກັບຄວາມຈິງບໍ? (ບໍ່, ມັນບໍ່ກ່ຽວຂ້ອງ.) ເປັນຫຍັງພວກເຂົາຈຶ່ງສຶກສາສິ່ງທີ່ບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງ? ມັນເປັນເພາະວ່າ ຍິ່ງພວກເຂົາສຶກສາຫຼາຍສໍ່າໃດ, ພວກເຂົາກໍຍິ່ງຮູ້ສຶກວ່າພວກເຂົາເຂົ້າໃຈຫຼາຍຂຶ້ນສໍ່ານັ້ນ ແລະ ຍິ່ງພວກເຂົາປະກອບດ້ວຍຄຳເວົ້າ ແລະ ຫຼັກຄຳສອນຫຼາຍສໍ່າໃດ, ຄຸນສົມບັດຂອງພວກເຂົາກໍຍິ່ງສູງຂຶ້ນສໍ່ານັ້ນ. ຍິ່ງຄຸນສົມບັດຂອງພວກເຂົາສູງຂຶ້ນສໍ່າໃດ, ພວກເຂົາກໍຍິ່ງຮູ້ສຶກວ່າຄວາມສາມາດຂອງພວກເຂົາຍິ່ງໃຫຍ່ຂຶ້ນສໍ່ານັ້ນ ແລະ ພວກເຂົາກໍຍິ່ງເຊື່ອວ່າໃນທີ່ສຸດພວກເຂົາຈະໄດ້ຮັບພຣະພອນໃນຄວາມເຊື່ອຂອງພວກເຂົາ, ວ່າພວກເຂົາຈະໄດ້ຂຶ້ນສະຫວັນຫຼັງຈາກຕາຍໄປ ຫຼື ວ່າຄົນທີ່ມີຊີວິດຢູ່ຈະຖືກຍົກຂຶ້ນໄປໃນກາງຫາວເພື່ອພົບກັບພຣະຜູ້ເປັນເຈົ້າ. ສິ່ງເຫຼົ່ານີ້ແມ່ນແນວຄິດທາງສາສະໜາຂອງພວກເຂົາ, ເຊິ່ງບໍ່ໄດ້ສອດຄ່ອງກັບພຣະທຳຂອງພຣະເຈົ້າເລີຍ.

ສິດຍາພິບານ ແລະ ຜູ້ອາວຸໂສຂອງວົງການສາສະໜາລ້ວນແລ້ວແຕ່ເປັນຄົນທີ່ສຶກສາຄວາມຮູ້ໃນພຣະຄຳພີ ແລະ ເທວະວິທະຍາ; ພວກເຂົາເປັນພວກຟາຣີຊາຍທີ່ໜ້າຊື່ໃຈຄົດທີ່ຕໍ່ຕ້ານພຣະເຈົ້າ. ແລ້ວພວກເຂົາແຕກຕ່າງຈາກຜູ້ຕໍ່ຕ້ານພຣະຄຣິສທີ່ເຊື່ອງຕົວຢູ່ໃນຄຣິສຕະຈັກແນວໃດ? ຕໍ່ໄປ, ໃຫ້ພວກເຮົາເວົ້າກ່ຽວກັບການເຊື່ອມໂຍງລະຫວ່າງສອງກຸ່ມນີ້. ຄົນເຫຼົ່ານັ້ນໃນສາສະໜາຄຣິສ ແລະ ນິກາຍກາໂຕລິກທີ່ສຶກສາພຣະຄຳພີ, ເທວະວິທະຍາ ແລະ ແມ່ນແຕ່ປະຫວັດສາດແຫ່ງພາລະກິດຂອງພຣະເຈົ້າ ເປັນຜູ້ເຊື່ອທີ່ແທ້ຈິງບໍ? ພວກເຂົາແຕກຕ່າງຈາກຜູ້ເຊື່ອ ແລະ ຜູ້ຕິດຕາມພຣະເຈົ້າທີ່ພຣະອົງກ່າວເຖິງບໍ? ໃນສາຍຕາຂອງພຣະເຈົ້າ, ພວກເຂົາເປັນຜູ້ເຊື່ອບໍ? ບໍ່, ພວກເຂົາສຶກສາເທວະວິທະຍາ, ພວກເຂົາສຶກສາພຣະເຈົ້າ, ແຕ່ພວກເຂົາບໍ່ໄດ້ຕິດຕາມພຣະເຈົ້າ ຫຼື ເປັນພະຍານໃຫ້ພຣະອົງ. ການສຶກສາພຣະເຈົ້າຂອງພວກເຂົາກໍຄືກັນກັບຜູ້ທີ່ສຶກສາປະຫວັດສາດ, ປັດຊະຍາ, ກົດໝາຍ, ຊີວະວິທະຍາ ຫຼື ດາລາສາດ. ມັນເປັນພຽງແຕ່ວ່າພວກເຂົາບໍ່ມັກວິທະຍາສາດ ຫຼື ວິຊາອື່ນໆ, ພວກເຂົາມັກສຶກສາເທວະວິທະຍາໂດຍສະເພາະ. ຜົນໄດ້ຮັບຂອງການທີ່ພວກເຂົາສະແຫວງຫາເສດສ່ວນຂອງພາລະກິດຂອງພຣະເຈົ້າເພື່ອສຶກສາພຣະເຈົ້າແມ່ນຫຍັງ? ພວກເຂົາສາມາດຄົ້ນພົບການມີຢູ່ຂອງພຣະເຈົ້າໄດ້ບໍ? ບໍ່, ບໍ່ມີທາງ. ພວກເຂົາສາມາດເຂົ້າໃຈເຈດຕະນາຂອງພຣະເຈົ້າໄດ້ບໍ? (ບໍ່.) ເປັນຫຍັງ? ເພາະວ່າພວກເຂົາດຳລົງຊີວິດຢູ່ໃນຕົວໜັງສື, ໃນຄວາມຮູ້, ໃນປັດຊະຍາ, ໃນຈິດໃຈຂອງມະນຸດ ແລະ ໃນຄວາມຄິດຂອງມະນຸດ; ພວກເຂົາຈະບໍ່ມີວັນໄດ້ເຫັນພຣະເຈົ້າ ຫຼື ໄດ້ຮັບຄວາມຮູ້ແຈ້ງຈາກພຣະວິນຍານບໍລິສຸດ. ພຣະເຈົ້າກຳນົດລັກສະນະຂອງພວກເຂົາແນວໃດ? ວ່າເປັນຜູ້ບໍ່ເຊື່ອ, ວ່າເປັນຜູ້ບໍ່ມີຄວາມເຊື່ອ. ຜູ້ບໍ່ມີຄວາມເຊື່ອ ແລະ ຜູ້ບໍ່ເຊື່ອເຫຼົ່ານີ້ປະປົນຢູ່ນຳຊຸມຊົນທີ່ເອີ້ນວ່າຊາວຄຣິສ, ປະຕິບັດຕົນເປັນຜູ້ເຊື່ອໃນພຣະເຈົ້າ, ເປັນຊາວຄຣິສ, ແຕ່ໃນຄວາມເປັນຈິງແລ້ວ ພວກເຂົາມີການນັບຖືບູຊາທີ່ແທ້ຈິງຕໍ່ພຣະເຈົ້າບໍ? ພວກເຂົາມີການອ່ອນນ້ອມທີ່ແທ້ຈິງບໍ? (ບໍ່.) ເປັນຫຍັງຈຶ່ງເປັນແນວນັ້ນ? ສິ່ງໜຶ່ງທີ່ແນ່ນອນກໍຄື: ຄົນຈຳນວນຫຼາຍໃນພວກເຂົາບໍ່ໄດ້ເຊື່ອໃນການມີຢູ່ຂອງພຣະເຈົ້າຢູ່ໃນໃຈຂອງພວກເຂົາ; ພວກເຂົາບໍ່ເຊື່ອວ່າພຣະເຈົ້າສ້າງໂລກ ແລະ ມີອໍານາດສູງສຸດເໜືອທຸກສິ່ງ ແລະ ພວກເຂົາຍິ່ງເຊື່ອໜ້ອຍລົງໄປອີກວ່າພຣະເຈົ້າສາມາດບັງເກີດເປັນເນື້ອໜັງໄດ້. ຄວາມບໍ່ເຊື່ອນີ້ໝາຍຄວາມວ່າແນວໃດ? ມັນໝາຍເຖິງການສົງໄສ ແລະ ການປະຕິເສດ. ພວກເຂົາເຖິງຂັ້ນມີທັດສະນະຄະຕິທີ່ບໍ່ປາຖະໜາໃຫ້ຄຳທຳນາຍທີ່ພຣະເຈົ້າກ່າວໄວ້, ໂດຍສະເພາະຄຳທຳນາຍທີ່ກ່ຽວກັບມະຫາໄພ, ຈະສຳເລັດ ຫຼື ເກີດຂຶ້ນຈິງ. ນີ້ຄືທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ຄວາມເຊື່ອໃນພຣະເຈົ້າ ແລະ ມັນຄືແກ່ນແທ້ ແລະ ໃບໜ້າທີ່ແທ້ຈິງຂອງສິ່ງທີ່ເອີ້ນວ່າຄວາມເຊື່ອຂອງພວກເຂົາ. ຄົນເຫຼົ່ານີ້ສຶກສາພຣະເຈົ້າ ເພາະວ່າພວກເຂົາສົນໃຈເປັນພິເສດໃນວິຊາ ແລະ ຄວາມຮູ້ທາງເທວະວິທະຍາ ແລະ ໃນຂໍ້ເທັດຈິງທາງປະຫວັດສາດແຫ່ງພາລະກິດຂອງພຣະເຈົ້າ; ພວກເຂົາເປັນພຽງກຸ່ມປັນຍາຊົນທີ່ສຶກສາເທວະວິທະຍາ. ປັນຍາຊົນເຫຼົ່ານີ້ບໍ່ເຊື່ອໃນການມີຢູ່ຂອງພຣະເຈົ້າ, ແລ້ວພວກເຂົາມີປະຕິກິລິຍາແນວໃດເມື່ອພຣະເຈົ້າສະເດັດມາເຮັດພາລະກິດ, ເມື່ອພຣະທຳຂອງພຣະເຈົ້າສຳເລັດ? ປະຕິກິລິຍາທຳອິດຂອງພວກເຂົາແມ່ນຫຍັງ ເມື່ອພວກເຂົາໄດ້ຍິນວ່າພຣະເຈົ້າໄດ້ບັງເກີດເປັນເນື້ອໜັງ ແລະ ເລີ່ມຕົ້ນພາລະກິດໃໝ່? “ເປັນໄປບໍ່ໄດ້!” ຜູ້ໃດກໍຕາມທີ່ເທດສະໜາພຣະນາມໃໝ່ຂອງພຣະເຈົ້າ ແລະ ພາລະກິດໃໝ່ຂອງພຣະເຈົ້າ, ພວກເຂົາກໍຕັດສິນໂທດຄົນຜູ້ນັ້ນ ແລະ ພວກເຂົາເຖິງຂັ້ນຢາກຂ້າ ຫຼື ກຳຈັດຄົນຜູ້ນັ້ນ. ນີ້ແມ່ນການສະແດງອອກປະເພດໃດ? ນີ້ບໍ່ແມ່ນການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສທົ່ວໄປບໍ? ມັນມີຄວາມແຕກຕ່າງຫຍັງລະຫວ່າງພວກເຂົາກັບພວກຟາຣີຊາຍ, ພວກປະໂລຫິດໃຫຍ່ ແລະ ພວກທຳມະຈານໃນສະໄໝບູຮານ? ພວກເຂົາເປັນປໍລະປັກຕໍ່ພາລະກິດຂອງພຣະເຈົ້າ, ຕໍ່ການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍ, ຕໍ່ການທີ່ພຣະເຈົ້າບັງເກີດເປັນເນື້ອໜັງ ແລະ ຍິ່ງໄປກວ່ານັ້ນ, ພວກເຂົາເປັນປໍລະປັກຕໍ່ການສຳເລັດຕາມຄຳທຳນາຍຂອງພຣະເຈົ້າ. ພວກເຂົາເຊື່ອວ່າ “ຖ້າເຈົ້າບໍ່ບັງເກີດເປັນເນື້ອໜັງ, ຖ້າເຈົ້າຢູ່ໃນຮູບແບບຂອງກາຍວິນຍານ, ແລ້ວເຈົ້າກໍຄືພຣະເຈົ້າ; ແຕ່ຖ້າເຈົ້າບັງເກີດເປັນເນື້ອໜັງ ແລະ ກາຍເປັນມະນຸດ, ແລ້ວເຈົ້າກໍບໍ່ແມ່ນພຣະເຈົ້າ ແລະ ພວກເຮົາກໍບໍ່ຍອມຮັບເຈົ້າ”. ສິ່ງນີ້ບົ່ງບອກເຖິງຫຍັງ? ມັນໝາຍຄວາມວ່າ ຕາບໃດທີ່ພວກເຂົາຍັງຢູ່ນີ້, ພວກເຂົາຈະບໍ່ຍອມໃຫ້ພຣະເຈົ້າບັງເກີດເປັນເນື້ອໜັງ. ນີ້ບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິສທົ່ວໄປບໍ? ນີ້ຄືຜູ້ຕໍ່ຕ້ານພຣະຄຣິສທີ່ແທ້ຈິງ. ວົງການສາສະໜາມີການໂຕ້ຖຽງແບບນີ້ບໍ? ສຽງຂອງການໂຕ້ຖຽງນີ້ດັງ ແລະ ແຮງຫຼາຍ, ໂດຍກ່າວວ່າ “ການທີ່ພຣະເຈົ້າບັງເກີດເປັນເນື້ອໜັງນັ້ນແມ່ນຜິດ ແລະ ເປັນໄປບໍ່ໄດ້! ຖ້າພຣະອົງບັງເກີດເປັນເນື້ອໜັງ, ພຣະອົງກໍຕ້ອງເປັນຕົວປອມ!” ຍັງມີຄົນທີ່ເວົ້າວ່າ “ພວກເຂົາເຊື່ອໃນມະນຸດຢ່າງຊັດເຈນ; ພວກເຂົາພຽງແຕ່ຖືກເຮັດໃຫ້ຫຼົງຜິດ!” ຖ້າພວກເຂົາສາມາດເວົ້າແບບນີ້ໄດ້, ແລ້ວຖ້າພວກເຂົາຢູ່ໃນຊ່ວງເວລາທີ່ອົງພຣະເຢຊູເຈົ້າປາກົດຕົວ ແລະ ເຮັດພາລະກິດເມື່ອສອງພັນປີກ່ອນ, ພວກເຂົາກໍຄົງຈະບໍ່ເຊື່ອໃນອົງພຣະເຢຊູເຈົ້າ. ຕອນນີ້ພວກເຂົາເຊື່ອໃນອົງພຣະເຢຊູເຈົ້າ, ແຕ່ໃນຄວາມເປັນຈິງແລ້ວ ພວກເຂົາພຽງແຕ່ເຊື່ອໃນພຣະນາມຂອງອົງພຣະເຢຊູເຈົ້າ, ໃນຄຳວ່າ “ພຣະເຢຊູເຈົ້າ” ແລະ ພວກເຂົາເຊື່ອໃນພຣະເຈົ້າທີ່ເລື່ອນລອຍໃນສະຫວັນ. ສະນັ້ນ, ພວກເຂົາຈຶ່ງບໍ່ແມ່ນຜູ້ເຊື່ອໃນພຣະເຈົ້າ, ພວກເຂົາເປັນຜູ້ບໍ່ເຊື່ອ. ພວກເຂົາບໍ່ເຊື່ອໃນການມີຢູ່ຂອງພຣະເຈົ້າ, ໃນການບັງເກີດເປັນເນື້ອໜັງຂອງພຣະເຈົ້າ, ໃນພາລະກິດແຫ່ງການສ້າງຂອງພຣະເຈົ້າ ແລະ ຍິ່ງເຊື່ອໜ້ອຍລົງໄປອີກໃນພາລະກິດແຫ່ງການໄຖ່ບາບຂອງພຣະເຈົ້າສຳລັບມະນຸດຊາດທັງປວງ ໂດຍຜ່ານການຖືກຄຶງເທິງໄມ້ກາງແຂນ. ເທວະວິທະຍາທີ່ພວກເຂົາສຶກສາແມ່ນທິດສະດີ ຫຼື ບົດວິທະຍານິພົນທາງສາສະໜາປະເພດໜຶ່ງ, ບໍ່ມີຫຍັງຫຼາຍໄປກວ່າຄຳເວົ້າທີ່ເບິ່ງຄືວ່າຖືກຕ້ອງແຕ່ຜິດພາດ ເຊິ່ງເຮັດໃຫ້ຜູ້ຄົນຫຼົງຜິດ. ປັນຍາຊົນທາງເທວະວິທະຍາທີ່ເອີ້ນກັນໃນສາສະໜາຄຣິສເຫຼົ່ານີ້ມີການເຊື່ອມໂຍງທີ່ຫຼີກລ່ຽງບໍ່ໄດ້ແນວໃດກັບຜູ້ຕໍ່ຕ້ານພຣະຄຣິສໃນຄຣິສຕະຈັກຂອງພວກເຮົາ? ການເຊື່ອມໂຍງລະຫວ່າງພຶດຕິກຳຕ່າງໆຂອງພວກເຂົາກັບແກ່ນແທ້ທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສທີ່ພວກເຮົາສົນທະນາກັນແມ່ນຫຍັງ? ເປັນຫຍັງຈຶ່ງເວົ້າກ່ຽວກັບພວກເຂົາ? ໃຫ້ພວກເຮົາພັກການເວົ້າກ່ຽວກັບຜູ້ຄົນໃນສາສະໜາຄຣິສໄວ້ກ່ອນ; ແຕ່ໃຫ້ພວກເຮົາມາເບິ່ງວ່າຜູ້ທີ່ຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ຄວາມຈິງແນວໃດ ແລະ ຈາກທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ຄວາມຈິງ, ໃຫ້ພວກເຮົາມາເບິ່ງວ່າພວກເຂົາຍົກຍ້ອງສິ່ງໃດກັນແທ້. ກ່ອນອື່ນໝົດ, ຫຼັງຈາກທີ່ພວກເຂົາກຳແໜ້ນຄວາມຈິງບາງຢ່າງໄດ້ແລ້ວ, ພວກເຂົາເຂົ້າໃຈຄວາມຈິງເຫຼົ່ານີ້ແນວໃດ? ພວກເຂົາປະຕິບັດຕໍ່ຄວາມຈິງເຫຼົ່ານີ້ແນວໃດ? ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ຄວາມຈິງເຫຼົ່ານີ້ແມ່ນຫຍັງ? ພວກເຂົາຍອມຮັບພຣະທຳເຫຼົ່ານີ້ເປັນເສັ້ນທາງແຫ່ງການປະຕິບັດຂອງພວກເຂົາ ຫຼື ວ່າພວກເຂົາປະກອບພຣະທຳເຫຼົ່ານັ້ນໄວ້ເປັນທິດສະດີປະເພດໜຶ່ງ, ແລ້ວຈາກນັ້ນກໍໄປເທດສະໜາໃຫ້ຄົນອື່ນຟັງ? (ພວກເຂົາປະຕິບັດຕໍ່ພຣະທຳເຫຼົ່ານັ້ນເປັນທິດສະດີປະເພດໜຶ່ງເພື່ອເທດສະໜາ.) ພວກເຂົາປະຕິບັດຕໍ່ພຣະທຳເຫຼົ່ານັ້ນເປັນທິດສະດີປະເພດໜຶ່ງເພື່ອຮຽນຮູ້, ວິເຄາະ ແລະ ສຶກສາ ແລະ ຫຼັງຈາກສຶກສາແລ້ວ, ພວກເຂົາກໍຮຽນຮູ້ພຣະທຳເຫຼົ່ານັ້ນໄວ້ໃນຈິດໃຈ ແລະ ໃນຄວາມຄິດຂອງພວກເຂົາ; ພວກເຂົາຈື່ພຣະທຳເຫຼົ່ານັ້ນໄດ້, ສາມາດສົນທະນາກ່ຽວກັບພຣະທຳເຫຼົ່ານັ້ນໄດ້ ແລະ ເວົ້າພຣະທຳເຫຼົ່ານັ້ນໄດ້ຢ່າງຄ່ອງແຄ້ວ ແລະ ຈາກນັ້ນພວກເຂົາກໍອວດອ້າງພຣະທຳເຫຼົ່ານັ້ນໄປທົ່ວທຸກຫົນທຸກແຫ່ງ. ບໍ່ວ່າພວກເຂົາຈະເວົ້າດົນປານໃດກໍຕາມ, ມັນມີສິ່ງໜຶ່ງທີ່ເຈົ້າບໍ່ສາມາດເຫັນໄດ້, ນັ້ນກໍຄື ບໍ່ວ່າພວກເຂົາຈະເວົ້າຫຼັກຄຳສອນຫຼາຍສໍ່າໃດ, ບໍ່ວ່າພວກເຂົາຈະເວົ້າໄດ້ດີສໍ່າໃດ, ບໍ່ວ່າພວກເຂົາຈະເວົ້າກັບຄົນຈຳນວນຫຼາຍສໍ່າໃດ, ຄ່ອງແຄ້ວສໍ່າໃດ, ມີເນື້ອຫາຫຼາຍສໍ່າໃດ ຫຼື ວ່າມັນຈະສອດຄ່ອງກັບຄວາມຈິງ ຫຼື ບໍ່, ເຈົ້າກໍບໍ່ສາມາດເຫັນຜົນໄດ້ຮັບໃດໆຈາກພວກເຂົາ, ເຈົ້າບໍ່ສາມາດເຫັນການປະຕິບັດຂອງພວກເຂົາ. ສິ່ງນີ້ບົ່ງບອກເຖິງຫຍັງ? ພວກເຂົາບໍ່ຍອມຮັບຄວາມຈິງ. ພວກເຂົາຖືເອົາຄວາມຈິງເປັນຫຍັງ? ເປັນເຄື່ອງມືໃນການອວດອ້າງຕົນເອງ. ຕົວຢ່າງ: ພຣະເຈົ້າບອກໃຫ້ຜູ້ຄົນເປັນຄົນຊື່ສັດ ແລະ ອະທິບາຍວ່າຄົນຊື່ສັດມີການສະແດງອອກແນວໃດ, ຄົນຊື່ສັດຄວນເວົ້າ, ກະທຳ ແລະ ປະຕິບັດໜ້າທີ່ຂອງພວກເຂົາແນວໃດ. ຫຼັງຈາກຟັງສິ່ງນີ້ແລ້ວ, ປະຕິກິລິຍາຂອງພວກເຂົາແມ່ນຫຍັງ? ພຣະທຳເຫຼົ່ານີ້ມີຜົນກະທົບແນວໃດຕໍ່ພວກເຂົາ? ຢ່າງທຳອິດ, ພວກເຂົາບໍ່ເຄີຍຍອມຮັບພຣະທຳເຫຼົ່ານີ້. ທັດສະນະຄະຕິຂອງພວກເຂົາແມ່ນຫຍັງ? “ຂ້ອຍເຂົ້າໃຈແລ້ວ: ຄົນຊື່ສັດບໍ່ຕົວະ, ຄົນຊື່ສັດເວົ້າຄວາມຈິງກັບຄົນອື່ນ ແລະ ສາມາດເປີດໃຈຂອງພວກເຂົາ, ຄົນຊື່ສັດປະຕິບັດໜ້າທີ່ຂອງພວກເຂົາຢ່າງຈົງຮັກພັກດີ, ບໍ່ແມ່ນເຮັດພໍແລ້ວມືແລ້ວຕີນ”. ພວກເຂົາເກັບພຣະທຳເຫຼົ່ານີ້ໄວ້ເປັນທິດສະດີຢູ່ໃນໃຈຂອງພວກເຂົາ. ທິດສະດີປະເພດນີ້, ເມື່ອມັນຝັງຮາກຢູ່ໃນໃຈຂອງພວກເຂົາແລ້ວ, ມັນສາມາດປ່ຽນແປງພວກເຂົາໄດ້ບໍ? (ບໍ່.) ແລ້ວເປັນຫຍັງພວກເຂົາຈຶ່ງຍັງຈື່ມັນໄວ້? ພວກເຂົາມັກຄວາມຖືກຕ້ອງຂອງພຣະທຳເຫຼົ່ານີ້ ແລະ ພວກເຂົາໃຊ້ທິດສະດີທີ່ຖືກຕ້ອງເຫຼົ່ານີ້ເພື່ອຕົບແຕ່ງຕົນເອງ, ເພື່ອເຮັດໃຫ້ໄດ້ຮັບການຍົກຍ້ອງທີ່ສູງຂຶ້ນຈາກຄົນອື່ນ. ສິ່ງທີ່ຜູ້ຄົນກຳລັງຍົກຍ້ອງຢ່າງສູງສົ່ງຢູ່ນັ້ນແມ່ນຫຍັງ? ມັນແມ່ນຄວາມສາມາດຂອງພວກເຂົາໃນການເວົ້າຄຳເວົ້າທີ່ຖືກຕ້ອງໄດ້ຢ່າງຄ່ອງແຄ້ວ ແລະ ຍາວຢຽດ, ນັ້ນຄືສິ່ງທີ່ຄົນເຫຼົ່ານີ້ຕ້ອງການ. ຫຼັງຈາກໄດ້ຍິນພຣະທຳເຫຼົ່ານີ້, ພວກເຂົາໄດ້ໃສ່ໃຈຢ່າງຈິງຈັງບໍ? (ບໍ່, ພວກເຂົາບໍ່ໄດ້ໃສ່ໃຈ.) ເປັນຫຍັງຈຶ່ງບໍ່? ເຈົ້າຮູ້ໄດ້ແນວໃດ? (ພວກເຂົາບໍ່ໄດ້ນໍາໄປປະຕິບັດ.) ເປັນຫຍັງພວກເຂົາຈຶ່ງບໍ່ນໍາໄປປະຕິບັດ? ໃນໃຈຂອງພວກເຂົາ, ພວກເຂົາຄິດວ່າ “ຄັນຊັ້ນ ນີ້ຄືພຣະທຳຂອງພຣະເຈົ້າບໍ? ງ່າຍໆ, ຂ້ອຍຈື່ໄດ້ຫຼັງຈາກຟັງເທື່ອດຽວ. ຂ້ອຍສາມາດທ່ອງຈຳໄດ້ວ່າຄົນຊື່ສັດຄວນປະຕິບັດຕົນແນວໃດຫຼັງຈາກໄດ້ຍິນມັນເທື່ອດຽວ; ພວກເຈົ້າທຸກຄົນຍັງຕ້ອງຈົດບັນທຶກ ແລະ ໄຕ່ຕອງກ່ຽວກັບມັນ, ແຕ່ຂ້ອຍບໍ່ຕ້ອງ!” ພວກເຂົາຖືວ່າພຣະທຳຂອງພຣະເຈົ້າເປັນທິດສະດີ ຫຼື ຄວາມຮູ້ປະເພດໜຶ່ງ; ພວກເຂົາບໍ່ໄຕ່ຕອງວິທີທີ່ຈະເປັນຄົນຊື່ສັດໃນໃຈຂອງພວກເຂົາ, ພວກເຂົາບໍ່ປຽບທຽບຕົນເອງກັບສິ່ງນີ້, ພວກເຂົາບໍ່ກວດສອບການກະທຳຂອງພວກເຂົາເອງເພື່ອເບິ່ງວ່າພວກເຂົາຂາດຕົກບົກພ່ອງໃນການເປັນຄົນຊື່ສັດແນວໃດ ຫຼື ພວກເຂົາກະທຳສິ່ງໃດທີ່ຂັດກັບຫຼັກການຂອງການເປັນຄົນຊື່ສັດ ແລະ ພວກເຂົາບໍ່ເຄີຍຄິດວ່າ “ນີ້ຄືພຣະທຳຂອງພຣະເຈົ້າ, ສະນັ້ນ ມັນຈຶ່ງເປັນຄວາມຈິງ. ຜູ້ຄົນຄວນເປັນຄົນຊື່ສັດ, ແລ້ວຄົນເຮົາຄວນປະຕິບັດຕົນແນວໃດເພື່ອທີ່ຈະເປັນຄົນຊື່ສັດ? ຂ້ອຍຈະປະຕິບັດຕົນໃນວິທີທີ່ພຣະເຈົ້າພໍໃຈໄດ້ແນວໃດ? ຂ້ອຍໄດ້ເຮັດຫຍັງທີ່ບໍ່ຊື່ສັດແດ່? ພຶດຕິກຳໃດແດ່ທີ່ບໍ່ແມ່ນພຶດຕິກຳຂອງຄົນຊື່ສັດ?” ພວກເຂົາຄິດແບບນີ້ບໍ? (ບໍ່, ພວກເຂົາບໍ່ໄດ້ຄິດ.) ແລ້ວພວກເຂົາຄິດແນວໃດ? ພວກເຂົາຄິດວ່າ “ຄັນຊັ້ນ ນີ້ຄືຄົນຊື່ສັດບໍ? ນີ້ຄືຄວາມຈິງບໍ? ນີ້ບໍ່ແມ່ນພຽງແຕ່ທິດສະດີ, ເປັນຄຳຂວັນຊື່ໆບໍ? ພຽງແຕ່ເວົ້າໃຫ້ຟັງດູດີ, ບໍ່ຈຳເປັນຕ້ອງນໍາໄປປະຕິບັດ”. ເປັນຫຍັງພວກເຂົາຈຶ່ງບໍ່ນໍາໄປປະຕິບັດ? ພວກເຂົາຮູ້ສຶກວ່າ “ຖ້າຂ້ອຍບອກຄົນອື່ນທຸກຢ່າງທີ່ຢູ່ໃນໃຈຂອງຂ້ອຍ, ຂ້ອຍຈະບໍ່ເປີດໂປງຕົນເອງບໍ? ຖ້າຂ້ອຍເປີດໂປງຕົນເອງ ແລະ ຄົນອື່ນເບິ່ງທະລຸຂ້ອຍ, ພວກເຂົາຈະຍັງຄິດວ່າຂ້ອຍສູງສົ່ງຢູ່ບໍ? ຖ້າຂ້ອຍເວົ້າ, ຄົນອື່ນຈະຍັງຟັງຢູ່ບໍ? ຄວາມໝາຍຂອງພຣະທຳຂອງພຣະເຈົ້າກໍຄື ຄົນຊື່ສັດບໍ່ສາມາດຕົວະໄດ້; ຖ້າບໍ່ຕົວະ, ມັນຈະບໍ່ມີຄວາມເປັນສ່ວນຕົວເຫຼືອຢູ່ໃນໃຈຂອງຜູ້ຄົນບໍ? ມັນຈະບໍ່ເຮັດໃຫ້ຄົນອື່ນເບິ່ງທະລຸພວກເຂົາບໍ? ການດຳລົງຊີວິດແບບນັ້ນຈະບໍ່ໂງ່ຈ້າບໍ?” ນີ້ຄືມຸມມອງຂອງພວກເຂົາ. ມັນໝາຍຄວາມວ່າ ເມື່ອພວກເຂົາຍອມຮັບທິດສະດີທີ່ພວກເຂົາຖືວ່າຖືກຕ້ອງ, ພວກເຂົາກໍຈະມີຄວາມຄິດຢູ່ໃນໃຈຂອງພວກເຂົາ. ຄວາມຄິດເຫຼົ່ານີ້ແມ່ນຫຍັງ? ເປັນຫຍັງເຮົາຈຶ່ງເວົ້າວ່າພວກເຂົາເປັນຄົນຊົ່ວຊ້າ? ກ່ອນອື່ນ ພວກເຂົາວິເຄາະຜົນກະທົບທີ່ພຣະທຳເຫຼົ່ານີ້ສາມາດມີຕໍ່ພວກເຂົາ, ຂໍ້ດີ ແລະ ຂໍ້ເສຍທີ່ພຣະທຳເຫຼົ່ານີ້ນໍາມາໃຫ້ພວກເຂົາ. ເມື່ອພວກເຂົາວິເຄາະພຣະທຳ ແລະ ພົບວ່າມັນບໍ່ເປັນຜົນດີຕໍ່ພວກເຂົາ, ພວກເຂົາກໍຈະຄິດວ່າ “ຂ້ອຍບໍ່ສາມາດປະຕິບັດແບບນີ້ໄດ້, ຂ້ອຍຈະບໍ່ເຮັດແບບນີ້, ຂ້ອຍບໍ່ໄດ້ໂງ່ປານນັ້ນ, ຂ້ອຍຈະບໍ່ໂງ່ ແລະ ຊື່ໆຄືກັບພວກເຈົ້າດອກ! ບໍ່ວ່າເວລາໃດກໍຕາມ, ຂ້ອຍຕ້ອງຍຶດໝັ້ນໃນຄວາມຄິດຂອງຂ້ອຍເອງ ແລະ ຮັກສາມຸມມອງຂອງຂ້ອຍເອງສະເໝີ. ເຈົ້າອາດຈະມີພັນແຜນການ, ແຕ່ຂ້ອຍມີກົດເກນດຽວ; ຂ້ອຍບໍ່ສາມາດເປີດໂປງແຜນການຊົ່ວຮ້າຍໃນໃຈຂອງຂ້ອຍໄດ້, ການເປັນຄົນຊື່ສັດມີໄວ້ສຳລັບຄົນໂງ່!” ໃນດ້ານໜຶ່ງ, ພວກເຂົາປະຕິເສດວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ; ໃນອີກດ້ານໜຶ່ງ, ພວກເຂົາຈື່ວະລີທີ່ຂ້ອນຂ້າງສຳຄັນບາງວະລີເພື່ອຕົບແຕ່ງຕົນເອງ, ເຮັດໃຫ້ຜູ້ຄົນເບິ່ງພວກເຂົາວ່າເປັນຄືກັບຜູ້ເຊື່ອທີ່ແທ້ຈິງໃນພຣະເຈົ້າຫຼາຍຂຶ້ນ, ເປັນຄືກັບຄົນຝ່າຍວິນຍານຫຼາຍຂຶ້ນ. ນີ້ຄືສິ່ງທີ່ພວກເຂົາຄິດໄລ່ຢູ່ໃນໃຈຂອງພວກເຂົາ.

ຜູ້ຕໍ່ຕ້ານພຣະຄຣິສມັກຈະຟັງການເທດສະໜາເຊັ່ນກັນ, ພ້ອມທັງການໂອ້ລົມກ່ຽວກັບຄວາມຈິງຂອງຄົນອື່ນ, ແຕ່ພວກເຂົາເບິ່ງຄືວ່າບໍ່ມີປະຕິກິລິຍາໃດໆຕໍ່ຄວາມຈິງເລີຍ. ບໍ່ວ່າພວກເຂົາຈະຟັງການເທດສະໜາຫຼາຍສໍ່າໃດກໍຕາມ, ມັນຄືກັບວ່າພວກເຂົາບໍ່ເຄີຍຟັງເລີຍ ແລະ ພວກເຂົາຍັງຄົງສືບຕໍ່ກະທຳຄວາມຊົ່ວຮ້າຍຢ່າງບໍ່ຢ້ານກົວຕາມໃຈມັກຄືເກົ່າ. ສິ່ງນີ້ພິສູດໃຫ້ເຫັນວ່າພວກເຂົາບໍ່ໄດ້ສົນໃຈຄວາມຈິງ ແລະ ບໍ່ໄດ້ຮັກຄວາມຈິງ. ແລ້ວພວກເຂົາຮັກຫຍັງ? ພວກເຂົາຮັກຄວາມຮູ້ທາງທິດສະດີທີ່ຖືກຕ້ອງ, ສົດໃໝ່ ແລະ ປະນີດກວ່າເລັກນ້ອຍ ເຊິ່ງສາມາດຕົບແຕ່ງພວກເຂົາໃຫ້ສົມບູນແບບຍິ່ງຂຶ້ນ, ມີກຽດຍິ່ງຂຶ້ນ, ມີສັກສີຍິ່ງຂຶ້ນ ແລະ ເຮັດໃຫ້ຜູ້ຄົນນັບຖືບູຊາພວກເຂົາຫຼາຍຂຶ້ນ. ນີ້ບໍ່ແມ່ນຄວາມຊົ່ວຊ້າບໍ? (ແມ່ນແລ້ວ.) ມັນຊົ່ວຊ້າບ່ອນໃດ? ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະໂອ້ລົມກ່ຽວກັບຄວາມຈິງໃນດ້ານໃດກໍຕາມ, ພວກເຂົາກໍສາມາດປັ້ນແຕ່ງຊຸດທິດສະດີທີ່ເບິ່ງຄືວ່າຖືກຕ້ອງແຕ່ຜິດພາດ ຫຼື ຄຳເວົ້າທີ່ຖືກຕ້ອງຂຶ້ນມາສະເໝີ ເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ເຮັດໃຫ້ຜູ້ຄົນຕິດຕາມພວກເຂົາ, ເຊິ່ງມັນກໍຊົ່ວຊ້າພໍໆກັບຊາຕານ. ຄວາມຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສສະແດງອອກໃນແຜນການຊົ່ວຮ້າຍ, ການໄຕ່ຕອງລ່ວງໜ້າ ແລະ ຊຸດແຜນການທີ່ຄົບຖ້ວນຂອງພວກເຂົາ, ໂດຍຕ້ອງການໂບກທຸງແຫ່ງການອ່ານພຣະທຳຂອງພຣະເຈົ້າເພື່ອຊອກຫາພື້ນຖານທາງທິດສະດີສຳລັບການດຳເນີນຄວາມຊົ່ວຊ້າຂອງພວກເຂົາ; ນີ້ຄືຄວາມຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາຕັດຕອນເອົາຄວາມໝາຍຈາກພຣະທຳຂອງພຣະເຈົ້າພຽງເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ອວດອ້າງຕົນເອງເທົ່ານັ້ນ. ເມື່ອພວກເຂົາຟັງການໂອ້ລົມ ແລະ ການເທດສະໜາ ແລະ ໄດ້ຍິນວະລີທີ່ສົດໃໝ່ ເຊິ່ງພວກເຂົາສາມາດນໍາໄປໃຊ້ປະໂຫຍດໄດ້, ພວກເຂົາກໍຈະຈົດບັນທຶກມັນໄວ້ທັນທີ. ຄົນໂງ່ຈ້າເຫັນພຶດຕິກຳດັ່ງກ່າວ ແລະ ຄິດວ່າ “ພວກເຂົາຊ່າງຫິວກະຫາຍຄວາມຊອບທຳແທ້ໆ, ຈົດບັນທຶກທຸກຄັ້ງທີ່ພວກເຂົາໄດ້ຍິນການເທດສະໜາ ແລະ ພວກເຂົາຕ້ອງມີຄວາມເຂົ້າໃຈຝ່າຍວິນຍານຫຼາຍສໍ່າໃດ, ຈົດບັນທຶກທຸກຈຸດທີ່ສຳຄັນ!” ການຈົດບັນທຶກຂອງພວກເຂົາຄືກັນກັບຂອງຄົນອື່ນບໍ? ບໍ່, ມັນບໍ່ຄືກັນ. ບາງຄົນຈົດບັນທຶກເພາະພວກເຂົາຄິດວ່າ “ນີ້ເປັນຄຳເວົ້າທີ່ດີ. ຂ້ອຍບໍ່ເຂົ້າໃຈມັນ, ສະນັ້ນ ຂ້ອຍຈຳເປັນຕ້ອງຈົດບັນທຶກມັນໄວ້ ແລະ ນໍາໄປໃຊ້ໃນການປະຕິບັດພາຍຫຼັງ, ເພື່ອໃຫ້ຂ້ອຍມີເສັ້ນທາງ ແລະ ຫຼັກການໃນການປະຕິບັດຂອງຂ້ອຍ”. ຜູ້ຕໍ່ຕ້ານພຣະຄຣິສຄິດແບບນີ້ບໍ? ແຮງຈູງໃຈຂອງພວກເຂົາແມ່ນຫຍັງ? ພວກເຂົາຄິດວ່າ “ມື້ນີ້ ຂ້ອຍໄດ້ຈົດບັນທຶກຄວາມຈິງຂໍ້ໜຶ່ງທີ່ພວກເຈົ້າທຸກຄົນບໍ່ໄດ້ຍິນ ແລະ ຂ້ອຍຈະບໍ່ບອກໃຜ ຫຼື ໂອ້ລົມກ່ຽວກັບມັນກັບຄົນອື່ນ, ຂ້ອຍເຂົ້າໃຈແລ້ວ ແລະ ມື້ໜຶ່ງຂ້ອຍຈະເວົ້າກັບພວກເຈົ້າທຸກຄົນກ່ຽວກັບມັນ ແລະ ອວດອ້າງເພື່ອໃຫ້ພວກເຈົ້າຮູ້ວ່າຂ້ອຍເຂົ້າໃຈຄວາມຈິງແທ້ໆ, ແລ້ວທຸກຄົນກໍຈະໃຫ້ການຍອມຮັບ”. ເຈົ້າອາດຈະຄິດວ່າຜູ້ຕໍ່ຕ້ານພຣະຄຣິສຮັກ ແລະ ຫິວກະຫາຍຄວາມຈິງ ເພາະວ່າພວກເຂົາຈົດບັນທຶກແບບນີ້ ແລະ ບັນທຶກຂອງພວກເຂົາກໍຂ້ອນຂ້າງຖືກຕ້ອງ, ແຕ່ມັນຈະເກີດຫຍັງຂຶ້ນຫຼັງຈາກທີ່ພວກເຂົາຈົດບັນທຶກສຳເລັດ? ພວກເຂົາຈະປິດປຶ້ມບັນທຶກຂອງພວກເຂົາ ແລະ ມັນກໍຈົບພຽງເທົ່ານັ້ນ. ເມື່ອມື້ໜຶ່ງພວກເຂົາກາຍເປັນຜູ້ເທດສະໜາ ແລະ ພວກເຂົາບໍ່ຮູ້ວ່າຈະເທດສະໜາກ່ຽວກັບຫຍັງ, ພວກເຂົາກໍຈະຟ້າວເປີດປຶ້ມບັນທຶກຂອງພວກເຂົາ, ຈັດລຽງເນື້ອຫາຂອງການເທດສະໜາຂອງພວກເຂົາ, ອ່ານມັນ, ທ່ອງຈຳມັນ ແລະ ຂຽນມັນຈາກຄວາມຈື່ຈຳ ຈົນກວ່າພວກເຂົາຈະຈື່ມັນໄດ້ຢ່າງຊັດເຈນໃນໃຈ. ເມື່ອນັ້ນເທົ່ານັ້ນພວກເຂົາຈຶ່ງຈະຮູ້ສຶກ “ໝັ້ນໃຈໃນຕົນເອງ”, ໂດຍຄິດວ່າໃນທີ່ສຸດພວກເຂົາກໍມີ “ຄວາມຈິງ” ແລະ ສາມາດເວົ້າຈາອວດອ້າງໄດ້ທຸກຫົນທຸກແຫ່ງທີ່ພວກເຂົາໄປ. ລັກສະນະໜຶ່ງຂອງສິ່ງທີ່ຄົນເຫຼົ່ານີ້ເວົ້າກໍຄື ມັນລ້ວນແລ້ວແຕ່ເປັນຫຼັກຄຳສອນ, ຂໍ້ໂຕ້ແຍ້ງ ແລະ ກົດລະບຽບທີ່ວ່າງເປົ່າ. ເມື່ອເຈົ້າມີຄວາມຫຍຸ້ງຍາກສະເພາະ ຫຼື ຄົ້ນພົບບັນຫາ ແລະ ສະແຫວງຫາວິທີແກ້ໄຂຈາກພວກເຂົາ, ພວກເຂົາກໍຍັງໃຫ້ພຽງແຕ່ຫຼັກຄຳສອນກອງໜຶ່ງແກ່ເຈົ້າ, ໂດຍເວົ້າຢ່າງຊັດເຈນ ແລະ ມີເຫດຜົນ. ຖ້າເຈົ້າຖາມພວກເຂົາວ່າຈະນໍາໄປປະຕິບັດແນວໃດ, ພວກເຂົາກໍເວົ້າບໍ່ອອກ. ຖ້າພວກເຂົາບໍ່ສາມາດອະທິບາຍໄດ້, ມັນກໍຖືວ່າມີບັນຫາຮ້າຍແຮງ ແລະ ມັນພິສູດໃຫ້ເຫັນວ່າພວກເຂົາບໍ່ເຂົ້າໃຈຄວາມຈິງ. ຄົນທີ່ບໍ່ເຂົ້າໃຈຄວາມຈິງ ແລະ ບໍ່ຮັກຄວາມຈິງມັກຈະປະຕິບັດຕໍ່ມັນເປັນພຽງຄຳເວົ້າ ຫຼື ທິດສະດີປະເພດໜຶ່ງເທົ່ານັ້ນ. ແລ້ວໃນທີ່ສຸດມັນເກີດຫຍັງຂຶ້ນ? ຫຼັງຈາກທີ່ເຊື່ອໃນພຣະເຈົ້າມາຫຼາຍປີ, ເມື່ອມີບາງສິ່ງບາງຢ່າງເກີດຂຶ້ນກັບພວກເຂົາ, ພວກເຂົາກໍບໍ່ສາມາດເບິ່ງທະລຸມັນໄດ້, ພວກເຂົາບໍ່ສາມາດອ່ອນນ້ອມໄດ້ ແລະ ພວກເຂົາກໍບໍ່ຮູ້ວິທີທີ່ຈະສະແຫວງຫາຄວາມຈິງ. ເມື່ອມີຄົນໂອ້ລົມກັບພວກເຂົາ, ພວກເຂົາກໍມີ “ວາທະເດັດ” ເຊິ່ງພວກເຂົາໃຊ້ຕອບໂຕ້ວ່າ: “ຢ່າບອກຫຍັງຂ້ອຍ, ຂ້ອຍເຂົ້າໃຈທຸກຢ່າງ. ຕອນທີ່ຂ້ອຍເທດສະໜາຢູ່ນັ້ນ, ເຈົ້າຍັງຍ່າງບໍ່ເປັນເລີຍ!” ນີ້ຄື “ວາທະເດັດ” ຂອງພວກເຂົາ. ພວກເຂົາອ້າງວ່າພວກເຂົາເຂົ້າໃຈທຸກຢ່າງ, ແລ້ວເປັນຫຍັງພວກເຂົາຈຶ່ງຕິດຂັດທຸກຄັ້ງເມື່ອມີບັນຫາເກີດຂຶ້ນ? ໃນຖານະທີ່ເປັນຄົນທີ່ເຂົ້າໃຈ, ເປັນຫຍັງເຈົ້າຈຶ່ງບໍ່ສາມາດລົງມືເຮັດຫຍັງໄດ້ເລີຍ? ເປັນຫຍັງເລື່ອງນີ້ຈຶ່ງຂັດຂວາງ ແລະ ເຮັດໃຫ້ເຈົ້າສັບສົນ? ເຈົ້າເຂົ້າໃຈຄວາມຈິງ ຫຼື ບໍ່? ຖ້າເຈົ້າເຂົ້າໃຈມັນ, ເປັນຫຍັງເຈົ້າຈຶ່ງຍອມຮັບມັນບໍ່ໄດ້? ຖ້າເຈົ້າເຂົ້າໃຈມັນ, ເປັນຫຍັງເຈົ້າຈຶ່ງອ່ອນນ້ອມບໍ່ໄດ້? ສິ່ງທຳອິດທີ່ຜູ້ຄົນຄວນເຮັດເມື່ອພວກເຂົາເຂົ້າໃຈຄວາມຈິງແມ່ນຫຍັງ? ພວກເຂົາຄວນອ່ອນນ້ອມ; ບໍ່ມີຫຍັງອື່ນອີກ. ບາງຄົນເວົ້າວ່າ “ຂ້ອຍເຂົ້າໃຈທຸກຢ່າງ, ຢ່າໂອ້ລົມກັບຂ້ອຍ, ຂ້ອຍບໍ່ຕ້ອງການຄວາມຊ່ວຍເຫຼືອຈາກຄົນອື່ນ”. ມັນບໍ່ເປັນຫຍັງຖ້າພວກເຂົາບໍ່ຕ້ອງການໃຫ້ຄົນອື່ນມາຊ່ວຍພວກເຂົາ, ແຕ່ສິ່ງທີ່ໜ້າເສຍດາຍກໍຄື ເມື່ອພວກເຂົາອ່ອນແອ, ຫຼັກຄຳສອນທີ່ພວກເຂົາເຂົ້າໃຈເຫຼົ່ານັ້ນກໍບໍ່ມີປະໂຫຍດຫຍັງເລີຍ. ພວກເຂົາເຖິງຂັ້ນບໍ່ຢາກປະຕິບັດໜ້າທີ່ຂອງພວກເຂົາ ແລະ ຄວາມປາຖະໜາທີ່ຊົ່ວຮ້າຍທີ່ຈະປະຖິ້ມຄວາມເຊື່ອຂອງພວກເຂົາກໍເກີດຂຶ້ນໃນຕົວພວກເຂົາເຊັ່ນກັນ. ຫຼັງຈາກທີ່ເທດສະໜາທິດສະດີທາງເທວະວິທະຍາມາຫຼາຍປີ, ພວກເຂົາກໍເຊົາເຊື່ອໄປແບບນັ້ນເລີຍ ແລະ ພວກເຂົາກໍຍ່າງໜີໄປແບບນັ້ນເລີຍ, ພວກເຂົາມີຄວາມເຕີບໂຕບໍ? (ບໍ່, ພວກເຂົາບໍ່ມີ.) ຖ້າບໍ່ມີຄວາມເຕີບໂຕ, ມັນກໍບໍ່ມີຊີວິດ. ຖ້າເຈົ້າມີຊີວິດ, ເປັນຫຍັງເຈົ້າຈຶ່ງບໍ່ສາມາດເອົາຊະນະເລື່ອງເລັກນ້ອຍແບບນັ້ນໄດ້? ເຈົ້າເປັນຄົນທີ່ມີວາທະສິນຫຼາຍ, ບໍ່ແມ່ນບໍ? ຄັນຊັ້ນ ກໍໂນ້ມນ້າວຕົນເອງເບິ່ງດຸ. ຖ້າເຈົ້າບໍ່ສາມາດແມ່ນແຕ່ໂນ້ມນ້າວຕົນເອງໄດ້, ແລ້ວສິ່ງທີ່ເຈົ້າເຂົ້າໃຈນັ້ນແມ່ນຫຍັງກັນແທ້? ມັນແມ່ນຄວາມຈິງບໍ? ຄວາມຈິງສາມາດແກ້ໄຂຄວາມຫຍຸ້ງຍາກຕົວຈິງໃຫ້ຜູ້ຄົນໄດ້ ແລະ ມັນຍັງສາມາດແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນໄດ້ອີກດ້ວຍ. ເປັນຫຍັງ “ຄວາມຈິງ” ເຫຼົ່ານັ້ນທີ່ເຈົ້າເຂົ້າໃຈຈຶ່ງບໍ່ສາມາດແກ້ໄຂແມ່ນແຕ່ຄວາມຫຍຸ້ງຍາກຂອງເຈົ້າເອງໄດ້? ສິ່ງທີ່ເຈົ້າເຂົ້າໃຈນັ້ນແມ່ນຫຍັງກັນແທ້? ມັນເປັນພຽງຫຼັກຄຳສອນ.

ກ່ຽວກັບການສະແດງອອກທີເຈັດຂອງຜູ້ຕໍ່ຕ້ານພຣະຄຣິສ, ນັ້ນກໍຄື ພວກເຂົາເປັນຄົນຊົ່ວຊ້າ, ແຝງຊົ່ວ ແລະ ເລ່ຫຼ່ຽມ, ເຮົາຫາກໍເວົ້າກ່ຽວກັບພາກສ່ວນທີສາມຂອງການສະແດງອອກນີ້: ພວກເຂົາຍົກຍ້ອງຄວາມຮູ້ ແລະ ວິຊາການ. ຜູ້ຕໍ່ຕ້ານພຣະຄຣິສຍົກຍ້ອງຄວາມຮູ້ ແລະ ວິຊາການ, ສິ່ງນີ້ສາມາດສະແດງໃຫ້ເຫັນເຖິງອຸປະນິໄສທີ່ຊົ່ວຊ້າຂອງພວກເຂົາໄດ້ແນວໃດ? ເປັນຫຍັງຈຶ່ງເວົ້າວ່າ ການຍົກຍ້ອງຄວາມຮູ້ ແລະ ວິຊາການໝາຍຄວາມວ່າພວກເຂົາມີແກ່ນແທ້ທີ່ຊົ່ວຊ້າ? ພວກເຮົາຕ້ອງເວົ້າກ່ຽວກັບຂໍ້ເທັດຈິງຢູ່ນີ້ຢ່າງແນ່ນອນ, ເພາະຖ້າພວກເຮົາສົນທະນາພຽງແຕ່ຄຳເວົ້າ ຫຼື ທິດສະດີທີ່ວ່າງເປົ່າ, ຜູ້ຄົນອາດຈະຮັບເອົາຄວາມເຂົ້າໃຈພຽງດ້ານດຽວ ແລະ ບໍ່ລະອຽດກ່ຽວກັບເລື່ອງນີ້. ກ່ອນອື່ນໝົດ, ໃຫ້ພວກເຮົາເລີ່ມຕົ້ນດ້ວຍບາງສິ່ງບາງຢ່າງທີ່ຍ້ອນກັບໄປໃນປະຫວັດສາດ. ໃນຂະນະທີ່ເຮົາເວົ້າ, ຈົ່ງນໍາເອົາພຣະທຳຂອງເຮົາໄປທຽບໃສ່ກັບການກະທຳ ແລະ ພຶດຕິກຳຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ນໍາເອົາພຣະທຳເຫຼົ່ານັ້ນໄປທຽບໃສ່ກັບການສະແດງອອກ ແລະ ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ກ່ອນອື່ນ ໃຫ້ພວກເຮົາເວົ້າກ່ຽວກັບພວກຟາຣີຊາຍເມື່ອສອງພັນປີກ່ອນ. ໃນເວລານັ້ນ, ພວກຟາຣີຊາຍເປັນຄົນໜ້າຊື່ໃຈຄົດ. ເມື່ອພຣະເຈົ້າບັງເກີດເປັນເນື້ອໜັງ, ປາກົດຕົວ ແລະ ເຮັດພາລະກິດເປັນຄັ້ງທຳອິດ, ພວກຟາຣີຊາຍບໍ່ພຽງແຕ່ບໍ່ຍອມຮັບຄວາມຈິງແມ່ນແຕ່ເລັກນ້ອຍເທົ່ານັ້ນ, ແຕ່ພວກເຂົາຍັງຕັດສິນໂທດ ແລະ ຕໍ່ຕ້ານອົງພຣະເຢຊູເຈົ້າຢ່າງຮຸນແຮງ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງຖືກພຣະເຈົ້າສາບແຊ່ງ. ສິ່ງນີ້ສາມາດຢືນຢັນໄດ້ວ່າ ພວກຟາຣີຊາຍເປັນຕົວແທນທີ່ເກົ່າແກ່ຂອງຜູ້ຕໍ່ຕ້ານພຣະຄຣິສ. “ຜູ້ຕໍ່ຕ້ານພຣະຄຣິສ” ໄດ້ກາຍເປັນອີກຊື່ໜຶ່ງຂອງພວກຟາຣີຊາຍ ແລະ ໃນແກ່ນແທ້ແລ້ວ, ພວກຟາຣີຊາຍກໍເປັນຄົນປະເພດດຽວກັນກັບຜູ້ຕໍ່ຕ້ານພຣະຄຣິສ. ສະນັ້ນ, ການເລີ່ມຕົ້ນດ້ວຍພວກຟາຣີຊາຍເພື່ອໄຈ້ແຍກທຳມະຊາດທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສຈຶ່ງເປັນທາງລັດ. ແລ້ວພວກຟາຣີຊາຍໄດ້ເຮັດຫຍັງແດ່ທີ່ສະແດງໃຫ້ຜູ້ຄົນເຫັນວ່າພວກເຂົາມີທຳມະຊາດທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ? ເຮົາຫາກໍກ່າວວ່າ ຜູ້ຕໍ່ຕ້ານພຣະຄຣິສຍົກຍ້ອງຄວາມຮູ້ ແລະ ວິຊາການ; ຄວາມຮູ້ ແລະ ວິຊາການກ່ຽວຂ້ອງຢ່າງໃກ້ຊິດກັບຄົນກຸ່ມໃດ? ໃຜຄືຕົວແທນຂອງສິ່ງເຫຼົ່ານີ້? ພວກມັນອ້າງອີງເຖິງນັກສຶກສາປະລິນຍາໂທ ແລະ ປະລິນຍາເອກບໍ? ບໍ່, ນັ້ນຈະເປັນການອອກນອກເລື່ອງເກີນໄປ, ພວກມັນອ້າງອີງເຖິງພວກຟາຣີຊາຍ. ເຫດຜົນທີ່ພວກຟາຣີຊາຍເປັນຄົນໜ້າຊື່ໃຈຄົດ, ເຫດຜົນທີ່ພວກເຂົາເປັນຄົນຊົ່ວຊ້າ ກໍຍ້ອນວ່າພວກເຂົາເບື່ອໜ່າຍຄວາມຈິງ ແຕ່ພັດຮັກຄວາມຮູ້, ສະນັ້ນ ພວກເຂົາຈຶ່ງສຶກສາພຽງແຕ່ພຣະຄຳພີ ແລະ ໄລ່ຕາມຄວາມຮູ້ໃນພຣະຄຳພີ ແຕ່ບໍ່ເຄີຍຍອມຮັບຄວາມຈິງ ຫຼື ພຣະທຳຂອງພຣະເຈົ້າ. ພວກເຂົາບໍ່ໄດ້ອະທິຖານຫາພຣະເຈົ້າເມື່ອອ່ານພຣະທຳຂອງພຣະອົງ ແລະ ພວກເຂົາກໍບໍ່ໄດ້ສະແຫວງຫາ ຫຼື ໂອ້ລົມກ່ຽວກັບຄວາມຈິງ. ໃນທາງກົງກັນຂ້າມ, ພວກເຂົາສຶກສາພຣະທຳຂອງພຣະເຈົ້າ, ສຶກສາສິ່ງທີ່ພຣະເຈົ້າໄດ້ກ່າວ ແລະ ໄດ້ກະທຳ, ດ້ວຍເຫດນັ້ນ ພວກເຂົາຈຶ່ງປ່ຽນພຣະທຳຂອງພຣະເຈົ້າໃຫ້ກາຍເປັນທິດສະດີ, ເປັນຫຼັກຄຳສອນເພື່ອສອນຄົນອື່ນ, ເຊິ່ງເອີ້ນວ່າການສຶກສາທາງວິຊາການ. ເປັນຫຍັງພວກເຂົາຈຶ່ງເຂົ້າຮ່ວມໃນການສຶກສາທາງວິຊາການ? ພວກເຂົາກຳລັງສຶກສາຫຍັງ? ໃນສາຍຕາຂອງພວກເຂົາ, ສິ່ງນີ້ບໍ່ແມ່ນພຣະທຳຂອງພຣະເຈົ້າ ຫຼື ການສະແດງອອກຂອງພຣະເຈົ້າ ແລະ ຍິ່ງບໍ່ແມ່ນຄວາມຈິງເລີຍ. ແຕ່ມັນເປັນວິຊາການປະເພດໜຶ່ງ ຫຼື ຄົນເຮົາອາດຈະເວົ້າໄດ້ວ່າມັນແມ່ນຄວາມຮູ້ທາງເທວະວິທະຍາ. ໃນມຸມມອງຂອງພວກເຂົາ, ການເຜີຍແຜ່ຄວາມຮູ້ນີ້, ວິຊາການນີ້ ຄືການເຜີຍແຜ່ຫົນທາງຂອງພຣະເຈົ້າ, ການເຜີຍແຜ່ພຣະກິດຕິຄຸນ, ນີ້ຄືສິ່ງທີ່ພວກເຂົາເອີ້ນວ່າການເທດສະໜາ, ແຕ່ສິ່ງທີ່ພວກເຂົາເທດສະໜາທັງໝົດນັ້ນກໍຄືຄວາມຮູ້ທາງເທວະວິທະຍາ.

ພາກສ່ວນທີ່ຊົ່ວຊ້າຂອງພວກຟາຣີຊາຍສະແດງອອກແນວໃດ? ກ່ອນອື່ນໝົດ, ໃຫ້ພວກເຮົາເລີ່ມຕົ້ນການສົນທະນາຂອງພວກເຮົາດ້ວຍວິທີທີ່ພວກຟາຣີຊາຍປະຕິບັດຕໍ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ຈາກນັ້ນພວກເຈົ້າກໍອາດຈະເຂົ້າໃຈຕື່ມອີກເລັກນ້ອຍ. ເມື່ອເວົ້າເຖິງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ກ່ອນອື່ນໝົດ ພວກເຮົາຕ້ອງເວົ້າກ່ຽວກັບວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງໄດ້ເກີດມາໃນຄອບຄົວ ແລະ ພູມຫຼັງແບບໃດເມື່ອສອງພັນປີກ່ອນ. ຢ່າງທຳອິດ, ອົງພຣະເຢຊູເຈົ້າບໍ່ໄດ້ເກີດມາໃນຄອບຄົວທີ່ຮັ່ງມີເລີຍ, ເຊື້ອສາຍຂອງພຣະອົງກໍບໍ່ໄດ້ໂດດເດັ່ນປານໃດ. ພໍ່ລ້ຽງຂອງພຣະອົງ, ໂຢເຊັບ, ເປັນຊ່າງໄມ້ ແລະ ແມ່ຂອງພຣະອົງ, ມາຣີ, ເປັນຜູ້ເຊື່ອທົ່ວໄປ. ຕົວຕົນ ແລະ ສະຖານະທາງສັງຄົມຂອງພໍ່ແມ່ຂອງພຣະອົງສະແດງໃຫ້ເຫັນເຖິງພູມຫຼັງຄອບຄົວທີ່ອົງພຣະເຢຊູເຈົ້າໄດ້ເກີດມາ ແລະ ມັນກໍຊັດເຈນວ່າພຣະອົງເກີດມາໃນຄອບຄົວທຳມະດາ. ຄຳວ່າ “ທຳມະດາ” ໝາຍຄວາມວ່າແນວໃດ? ມັນໝາຍເຖິງມວນຊົນທົ່ວໄປ, ໝາຍເຖິງຄົວເຮືອນທົ່ວໄປທີ່ຢູ່ໃນຊົນຊັ້ນລຸ່ມຂອງສັງຄົມ, ບໍ່ມີຫຍັງກ່ຽວຂ້ອງກັບຄອບຄົວຊົນຊັ້ນສູງ, ບໍ່ໄດ້ເຊື່ອມໂຍງກັບສະຖານະທີ່ໂດດເດັ່ນແມ່ນແຕ່ໜ້ອຍດຽວ ແລະ ແນ່ນອນວ່າບໍ່ແມ່ນຂຸນນາງ. ດ້ວຍການເກີດມາໃນຄອບຄົວທົ່ວໄປ, ມີພໍ່ແມ່ທົ່ວໄປ, ຂາດສະຖານະທາງສັງຄົມທີ່ມີຊື່ສຽງ ຫຼື ພູມຫຼັງຄອບຄົວທີ່ໂດດເດັ່ນ, ມັນຈຶ່ງເປັນທີ່ຊັດເຈນວ່າພູມຫຼັງ ແລະ ຄອບຄົວທີ່ອົງພຣະເຢຊູເຈົ້າເກີດມານັ້ນທຳມະດາທີ່ສຸດ. ພຣະຄຳພີບັນທຶກໄວ້ບໍວ່າອົງພຣະເຢຊູເຈົ້າໄດ້ຮັບການສຶກສາພິເສດໃດໆ? ພຣະອົງໄດ້ຮັບການສຶກສາຈາກສະຖາບັນເທວະວິທະຍາບໍ? ພຣະອົງໄດ້ຮັບການຝຶກອົບຮົມໂດຍມະຫາປະໂລຫິດບໍ? ພຣະອົງໄດ້ອ່ານປຶ້ມຫຼາຍຫົວຄືກັບໂປໂລບໍ? ພຣະອົງໄດ້ມີການຕິດຕໍ່ ຫຼື ພົວພັນຢ່າງໃກ້ຊິດກັບຊົນຊັ້ນສູງໃນສັງຄົມ ຫຼື ມະຫາປະໂລຫິດຂອງສາສະໜາຢູດາບໍ? ບໍ່, ພຣະອົງບໍ່ມີ. ເມື່ອເບິ່ງສະຖານະທາງສັງຄົມຂອງຄອບຄົວທີ່ອົງພຣະເຢຊູເຈົ້າເກີດມາ, ມັນກໍເປັນທີ່ຊັດເຈນວ່າພຣະອົງຈະບໍ່ໄດ້ຕິດຕໍ່ກັບຊົນຊັ້ນສູງຂອງພວກທຳມະຈານ ແລະ ພວກຟາຣີຊາຍຊາວຍິວ; ໂດຍພື້ນຖານແລ້ວ ພຣະອົງຖືກຈຳກັດໃຫ້ດຳລົງຊີວິດຢູ່ໃນທ່າມກາງຊາວຍິວທົ່ວໄປ. ບາງຄັ້ງບາງຄາວ ພຣະອົງຈະໄປທີ່ທຳມະສາລາ ແລະ ຜູ້ຄົນທີ່ພຣະອົງພົບພໍ້ກໍລ້ວນແລ້ວແຕ່ເປັນຊາວບ້ານທົ່ວໄປ. ສິ່ງນີ້ສະແດງໃຫ້ເຫັນຫຍັງ? ໃນຂະນະທີ່ອົງພຣະເຢຊູເຈົ້າກຳລັງເຕີບໃຫຍ່, ກ່ອນທີ່ພຣະອົງຈະເລີ່ມຕົ້ນພາລະກິດຂອງພຣະອົງຢ່າງເປັນທາງການ, ພູມຫຼັງທີ່ພຣະອົງໄດ້ຮັບການລ້ຽງດູມານັ້ນກໍຍັງຄົງບໍ່ປ່ຽນແປງ. ຫຼັງຈາກອາຍຸສິບສອງປີ, ຄົວເຮືອນຂອງພຣະອົງກໍບໍ່ໄດ້ເລີ່ມຮັ່ງມີຂຶ້ນ ແລະ ພຣະອົງກໍບໍ່ໄດ້ກາຍເປັນຄົນຮັ່ງມີ, ຢ່າວ່າແຕ່ໂອກາດທີ່ຈະໄດ້ພົວພັນກັບຜູ້ຄົນໃນຊົນຊັ້ນສູງຂອງສັງຄົມ ຫຼື ວົງການສາສະໜາເລີຍ ແລະ ພຣະອົງກໍຍັງບໍ່ໄດ້ຮັບໂອກາດທີ່ຈະໄດ້ຮັບການສຶກສາຊັ້ນສູງໃນລະຫວ່າງການເຕີບໃຫຍ່ຂອງພຣະອົງອີກດ້ວຍ. ສິ່ງນີ້ໃຫ້ຂໍ້ຄິດຫຍັງແກ່ຄົນລຸ້ນຫຼັງ? ບຸກຄົນທີ່ທຳມະດາ ແລະ ປົກກະຕິນີ້, ຜູ້ເຊິ່ງເປັນພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ບໍ່ໄດ້ມີທັງໂອກາດ ແລະ ເງື່ອນໄຂທີ່ຈະໄດ້ຮັບການສຶກສາຊັ້ນສູງ. ພຣະອົງເປັນຄືກັບຄົນທົ່ວໄປ, ພຣະອົງດຳລົງຊີວິດຢູ່ໃນສະພາບແວດລ້ອມທາງສັງຄົມທີ່ທຳມະດາ, ໃນຄອບຄົວທົ່ວໄປ ແລະ ບໍ່ມີຫຍັງພິເສດກ່ຽວກັບພຣະອົງ. ຍ້ອນສິ່ງນີ້ຢ່າງແນ່ນອນ, ຫຼັງຈາກທີ່ໄດ້ຍິນກ່ຽວກັບການເທດສະໜາ ແລະ ການກະທຳຂອງອົງພຣະເຢຊູເຈົ້າ, ພວກທຳມະຈານ ແລະ ພວກຟາຣີຊາຍເຫຼົ່ານັ້ນຈຶ່ງກ້າລຸກຂຶ້ນ ແລະ ຕັດສິນ, ໝິ່ນປະໝາດ ແລະ ຕັດສິນໂທດພຣະອົງຢ່າງເປີດເຜີຍ. ພວກເຂົາມີພື້ນຖານຫຍັງສຳລັບການຕັດສິນໂທດຂອງພວກເຂົາ? ບໍ່ຕ້ອງສົງໄສເລີຍ, ມັນອີງໃສ່ກົດບັນຍັດ ແລະ ກົດລະບຽບຂອງພຣະຄຳພີເດີມ. ຢ່າງທຳອິດ, ອົງພຣະເຢຊູເຈົ້ານໍາພາສາວົກຂອງພຣະອົງບໍ່ໃຫ້ຮັກສາວັນຊະບາໂຕ, ພຣະອົງຍັງຄົງເຮັດພາລະກິດໃນວັນຊະບາໂຕ. ນອກຈາກນີ້, ພຣະອົງບໍ່ໄດ້ຮັກສາກົດບັນຍັດ ແລະ ກົດລະບຽບ ແລະ ບໍ່ໄດ້ໄປທີ່ພຣະວິຫານ ແລະ ເມື່ອພຣະອົງພົບພໍ້ກັບຄົນບາບ, ບາງຄົນກໍຖາມພຣະອົງວ່າຈະຈັດການກັບພວກເຂົາແນວໃດ, ແຕ່ພຣະອົງບໍ່ໄດ້ຈັດການກັບພວກເຂົາຕາມກົດບັນຍັດ, ແຕ່ສະແດງຄວາມເມດຕາຕໍ່ພວກເຂົາແທນ. ການກະທຳຂອງອົງພຣະເຢຊູເຈົ້າໃນດ້ານເຫຼົ່ານີ້ບໍ່ມີດ້ານໃດທີ່ສອດຄ່ອງກັບແນວຄິດທາງສາສະໜາຂອງພວກຟາຣີຊາຍເລີຍ. ຍ້ອນວ່າພວກເຂົາບໍ່ໄດ້ຮັກຄວາມຈິງ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງກຽດຊັງອົງພຣະເຢຊູເຈົ້າ, ພວກເຂົາຈຶ່ງຈັບເອົາຂໍ້ອ້າງທີ່ອົງພຣະເຢຊູເຈົ້າລະເມີດກົດບັນຍັດເພື່ອຕັດສິນໂທດພຣະອົງຢ່າງຮຸນແຮງ ແລະ ຕັດສິນວ່າພຣະອົງຕ້ອງຖືກປະຫານຊີວິດ. ຖ້າອົງພຣະເຢຊູເຈົ້າເກີດມາໃນຄອບຄົວທີ່ມີຊື່ສຽງ ແລະ ໂດດເດັ່ນ, ຖ້າພຣະອົງໄດ້ຮັບການສຶກສາສູງ ແລະ ຖ້າພຣະອົງມີຄວາມສຳພັນໃກ້ຊິດກັບພວກທຳມະຈານ ແລະ ພວກຟາຣີຊາຍເຫຼົ່ານີ້, ແລ້ວສິ່ງຕ່າງໆໃນເວລານັ້ນກໍຄົງຈະບໍ່ເປັນໄປຢ່າງທີ່ມັນເປັນໄປໃນພາຍຫຼັງສຳລັບພຣະອົງ, ສິ່ງເຫຼົ່ານັ້ນອາດຈະປ່ຽນໄປ. ມັນເປັນຍ້ອນຄວາມທຳມະດາຂອງພຣະອົງ, ຄວາມເປັນປົກກະຕິຂອງພຣະອົງ ແລະ ພູມຫຼັງການເກີດຂອງພຣະອົງຢ່າງແນ່ນອນ ທີ່ເຮັດໃຫ້ພຣະອົງຖືກພວກຟາຣີຊາຍຕັດສິນໂທດ. ພື້ນຖານຂອງພວກເຂົາສຳລັບການຕັດສິນໂທດອົງພຣະເຢຊູເຈົ້າແມ່ນຫຍັງ? ມັນແມ່ນກົດລະບຽບ ແລະ ກົດບັນຍັດເຫຼົ່ານັ້ນທີ່ພວກເຂົາຍຶດຖືໄວ້, ເຊິ່ງພວກເຂົາເຊື່ອວ່າມັນຈະບໍ່ມີວັນປ່ຽນແປງຕະຫຼອດຊົ່ວນິລັນດອນ. ພວກຟາຣີຊາຍຖືເອົາທິດສະດີທາງເທວະວິທະຍາທີ່ພວກເຂົາກຳແໜ້ນໄວ້ເປັນຄວາມຮູ້ ແລະ ເຄື່ອງມືເພື່ອປະເມີນ ແລະ ຕັດສິນໂທດຜູ້ຄົນ, ເຖິງຂັ້ນໃຊ້ມັນກັບອົງພຣະເຢຊູເຈົ້າ. ນີ້ຄືວິທີທີ່ອົງພຣະເຢຊູເຈົ້າຖືກຕັດສິນໂທດ. ວິທີທີ່ພວກເຂົາປະເມີນ ຫຼື ປະຕິບັດຕໍ່ບຸກຄົນນັ້ນບໍ່ເຄີຍຂຶ້ນຢູ່ກັບແກ່ນແທ້ຂອງບຸກຄົນນັ້ນ, ທັງບໍ່ໄດ້ຂຶ້ນຢູ່ກັບວ່າສິ່ງທີ່ບຸກຄົນນັ້ນເທດສະໜາແມ່ນຄວາມຈິງ ຫຼື ບໍ່ ແລະ ຍິ່ງຂຶ້ນຢູ່ໜ້ອຍລົງໄປອີກກັບແຫຼ່ງທີ່ມາຂອງຄຳເວົ້າທີ່ບຸກຄົນນັ້ນເວົ້າ; ວິທີທີ່ພວກຟາຣີຊາຍປະເມີນ ຫຼື ຕັດສິນໂທດບຸກຄົນນັ້ນຂຶ້ນຢູ່ກັບກົດລະບຽບ, ຄຳເວົ້າ ແລະ ຫຼັກຄຳສອນທີ່ພວກເຂົາກຳແໜ້ນໄວ້ໃນພຣະຄຳພີເດີມເທົ່ານັ້ນ. ເຖິງແມ່ນວ່າພວກຟາຣີຊາຍຈະຮູ້ຢູ່ໃນໃຈຂອງພວກເຂົາວ່າ ສິ່ງທີ່ອົງພຣະເຢຊູເຈົ້າເວົ້າ ແລະ ເຮັດນັ້ນບໍ່ແມ່ນບາບ ຫຼື ການລະເມີດກົດບັນຍັດ, ພວກເຂົາກໍຍັງຕັດສິນໂທດພຣະອົງ, ເພາະວ່າຄວາມຈິງທີ່ພຣະອົງສະແດງອອກ ແລະ ໝາຍສຳຄັນ ແລະ ການອັດສະຈັນທີ່ພຣະອົງກະທຳນັ້ນ ເຮັດໃຫ້ຜູ້ຄົນຈຳນວນຫຼາຍຕິດຕາມ ແລະ ສັນລະເສີນພຣະອົງ. ພວກຟາຣີຊາຍກຽດຊັງພຣະອົງຫຼາຍຂຶ້ນເລື້ອຍໆ ແລະ ເຖິງຂັ້ນຢາກກຳຈັດພຣະອົງອອກໄປ. ພວກເຂົາບໍ່ຮັບຮູ້ວ່າອົງພຣະເຢຊູເຈົ້າຄືພຣະເມຊີອາທີ່ຈະສະເດັດມາ, ທັງບໍ່ຮັບຮູ້ວ່າພຣະທຳຂອງພຣະອົງມີຄວາມຈິງ ແລະ ຍິ່ງຮັບຮູ້ໜ້ອຍລົງໄປອີກວ່າພາລະກິດຂອງພຣະອົງຍຶດໝັ້ນໃນຄວາມຈິງ. ພວກເຂົາຕັດສິນວ່າອົງພຣະເຢຊູເຈົ້າເວົ້າຄຳໝິ່ນປະໝາດ ແລະ ຂັບໄລ່ຜີຮ້າຍອອກໂດຍອາໄສເບເອນເຊບູນ, ຜູ້ເປັນເຈົ້ານາຍຂອງຜີຮ້າຍ. ການທີ່ພວກເຂົາສາມາດຍັດຂໍ້ຫາເຫຼົ່ານີ້ໃສ່ອົງພຣະເຢຊູເຈົ້າສະແດງໃຫ້ເຫັນວ່າ ພວກເຂົາມີຄວາມກຽດຊັງຕໍ່ພຣະອົງຫຼາຍສໍ່າໃດ. ສະນັ້ນ, ພວກເຂົາຈຶ່ງເຮັດວຽກຢ່າງຮຸນແຮງເພື່ອປະຕິເສດວ່າອົງພຣະເຢຊູເຈົ້າຖືກສົ່ງມາໂດຍພຣະເຈົ້າ ແລະ ວ່າພຣະອົງເປັນພຣະບຸດຂອງພຣະເຈົ້າ ແລະ ວ່າພຣະອົງເປັນພຣະເມຊີອາ. ສິ່ງທີ່ພວກເຂົາໝາຍເຖິງກໍຄື “ພຣະເຈົ້າຈະເຮັດສິ່ງຕ່າງໆດ້ວຍວິທີນີ້ບໍ? ຖ້າພຣະເຈົ້າບັງເກີດເປັນເນື້ອໜັງ, ພຣະອົງກໍຄົງຈະເກີດມາໃນຄອບຄົວທີ່ມີສະຖານະທີ່ຍິ່ງໃຫຍ່. ແລ້ວພຣະອົງກໍຈະຕ້ອງຍອມຮັບການສິດສອນຈາກພວກທຳມະຈານ ແລະ ຈາກພວກຟາຣີຊາຍ. ພຣະອົງຈະຕ້ອງສຶກສາພຣະຄຳພີຢ່າງເປັນລະບົບ, ກຳແໜ້ນຄວາມຮູ້ໃນພຣະຄຳພີ ແລະ ປະກອບດ້ວຍຄວາມຮູ້ທັງໝົດໃນພຣະຄຳພີ ກ່ອນທີ່ຈະສາມາດແບກຮັບພຣະນາມວ່າ ‘ພຣະເຈົ້າທີ່ບັງເກີດເປັນເນື້ອໜັງ’ ໄດ້”. ແຕ່ອົງພຣະເຢຊູເຈົ້າບໍ່ໄດ້ປະກອບດ້ວຍຄວາມຮູ້ນີ້, ສະນັ້ນ ພວກເຂົາຈຶ່ງຕັດສິນໂທດພຣະອົງ, ໂດຍກ່າວວ່າ “ຢ່າງທຳອິດ, ເຈົ້າບໍ່ມີຄຸນສົມບັດ, ສະນັ້ນ ເຈົ້າຈຶ່ງບໍ່ສາມາດເປັນພຣະເຈົ້າໄດ້; ຢ່າງທີສອງ, ຖ້າບໍ່ມີຄວາມຮູ້ໃນພຣະຄຳພີນີ້ ເຈົ້າກໍບໍ່ສາມາດເຮັດພາລະກິດຂອງພຣະເຈົ້າໄດ້, ຍິ່ງບໍ່ສາມາດເປັນພຣະເຈົ້າໄດ້ເລີຍ; ຢ່າງທີສາມ, ເຈົ້າຕ້ອງບໍ່ເຮັດພາລະກິດຢູ່ນອກພຣະວິຫານ, ຕອນນີ້ເຈົ້າບໍ່ໄດ້ເຮັດພາລະກິດຢູ່ໃນພຣະວິຫານ, ແຕ່ຢູ່ທ່າມກາງຄົນບາບສະເໝີ, ສະນັ້ນ ພາລະກິດທີ່ເຈົ້າເຮັດຈຶ່ງຢູ່ນອກເໜືອຂອບເຂດຂອງພຣະຄຳພີ, ເຊິ່ງເຮັດໃຫ້ມັນຍິ່ງເປັນໄປບໍ່ໄດ້ເລີຍທີ່ເຈົ້າຈະເປັນພຣະເຈົ້າ”. ພື້ນຖານຂອງການຕັດສິນໂທດຂອງພວກເຂົາມາຈາກໃສ? ມາຈາກພຣະຄຳພີ, ມາຈາກຈິດໃຈຂອງມະນຸດ ແລະ ມາຈາກການສຶກສາທາງເທວະວິທະຍາທີ່ພວກເຂົາໄດ້ຮັບ. ຍ້ອນວ່າພວກຟາຣີຊາຍເຕັມໄປດ້ວຍແນວຄິດ, ຈິນຕະນາການ ແລະ ຄວາມຮູ້, ພວກເຂົາຈຶ່ງເຊື່ອວ່າຄວາມຮູ້ນີ້ຖືກຕ້ອງ, ເປັນຄວາມຈິງ, ເປັນພື້ນຖານທີ່ຖືກຕ້ອງ ແລະ ບໍ່ມີເວລາໃດທີ່ພຣະເຈົ້າຈະສາມາດຂັດກັບສິ່ງເຫຼົ່ານີ້ໄດ້. ພວກເຂົາໄດ້ສະແຫວງຫາຄວາມຈິງບໍ? ພວກເຂົາບໍ່ໄດ້ສະແຫວງຫາ. ພວກເຂົາສະແຫວງຫາຫຍັງ? ພຣະເຈົ້າທີ່ເໜືອທຳມະຊາດທີ່ປາກົດຕົວໃນຮູບແບບຂອງກາຍວິນຍານ. ສະນັ້ນ, ພວກເຂົາຈຶ່ງກຳນົດຂອບເຂດສຳລັບພາລະກິດຂອງພຣະເຈົ້າ, ປະຕິເສດພາລະກິດຂອງພຣະອົງ ແລະ ຕັດສິນວ່າພຣະເຈົ້າຖືກ ຫຼື ຜິດ ຕາມແນວຄິດ, ຈິນຕະນາການ ແລະ ຄວາມຮູ້ຂອງມະນຸດ. ແລ້ວຜົນສຸດທ້າຍຂອງສິ່ງນີ້ແມ່ນຫຍັງ? ພວກເຂົາບໍ່ພຽງແຕ່ຕັດສິນໂທດພາລະກິດຂອງພຣະເຈົ້າເທົ່ານັ້ນ, ແຕ່ພວກເຂົາຍັງຄຶງພຣະເຈົ້າທີ່ບັງເກີດເປັນເນື້ອໜັງໃສ່ໄມ້ກາງແຂນ. ນີ້ຄືສິ່ງທີ່ເກີດຂຶ້ນຈາກການທີ່ພວກເຂົາໃຊ້ແນວຄິດ, ຈິນຕະນາການ ແລະ ຄວາມຮູ້ຂອງພວກເຂົາເພື່ອປະເມີນພຣະເຈົ້າ ແລະ ນີ້ຄືສິ່ງທີ່ຊົ່ວຊ້າກ່ຽວກັບພວກເຂົາ.

ເມື່ອພິຈາລະນາຈາກການຍົກຍ້ອງຄວາມຮູ້ ແລະ ວິຊາການຂອງພວກຟາຣີຊາຍ, ຄວາມຊົ່ວຊ້າຂອງພວກເຂົາຢູ່ບ່ອນໃດ? ມັນສະແດງອອກມາແນວໃດ? ພວກເຮົາຈະຂຸດຄົ້ນ ແລະ ໄຈ້ແຍກທຳມະຊາດທີ່ຊົ່ວຊ້າຂອງຄົນປະເພດນັ້ນໄດ້ແນວໃດ? ການເຄົາລົບຄວາມຮູ້ ແລະ ວິຊາການຂອງພວກຟາຣີຊາຍເປັນທີ່ຮູ້ຈັກກັນດີ ແລະ ບໍ່ຈຳເປັນຕ້ອງລົງລາຍລະອຽດກ່ຽວກັບເລື່ອງນີ້. ແລ້ວທຳມະຊາດທີ່ຊົ່ວຊ້າທີ່ຖືກເປີດເຜີຍຢູ່ນີ້ແມ່ນຫຍັງກັນແທ້? ພວກເຮົາຈະໄຈ້ແຍກ ແລະ ເບິ່ງທະລຸທຳມະຊາດທີ່ຊົ່ວຊ້າຂອງຄົນປະເພດນັ້ນໄດ້ແນວໃດ? ໃຜກໍໄດ້ລອງເວົ້າເບິ່ງດຸ. (ພວກເຂົາໃຊ້ຄວາມຮູ້ທາງທິດສະດີເພື່ອຕໍ່ຕ້ານແກ່ນແທ້ຂອງພຣະເຈົ້າ; ນີ້ແມ່ນໜຶ່ງໃນການສະແດງອອກເຖິງຄວາມຊົ່ວຊ້າຂອງພວກເຂົາ.) ການຕໍ່ຕ້ານແມ່ນການກະທຳ, ແລ້ວເປັນຫຍັງພວກເຂົາຈຶ່ງຕໍ່ຕ້ານ? ການຕໍ່ຕ້ານມີອຸປະນິໄສທີ່ໂຫດຮ້າຍປະປົນຢູ່ນຳເລັກນ້ອຍ, ແຕ່ເຈົ້າຍັງບໍ່ທັນໄດ້ກ່າວເຖິງຄວາມຊົ່ວຊ້າເທື່ອ. ເປັນຫຍັງພວກເຂົາຈຶ່ງຕໍ່ຕ້ານ? ມັນເປັນເລື່ອງຂອງການທີ່ພວກເຂົາມັກ ຫຼື ບໍ່ມັກພຣະອົງບໍ? ພວກເຂົາບໍ່ມັກພຣະເຈົ້າແບບນີ້, ໂດຍເຊື່ອວ່າ “ພຣະເຈົ້າຄວນຢູ່ໃນສະຫວັນ, ຢູ່ໃນສະຫວັນຊັ້ນສາມພຸ້ນ, ໄດ້ຮັບການເຫຼື້ອມໃສຈາກທຸກຄົນ, ມະນຸດບໍ່ສາມາດເອື້ອມເຖິງໄດ້, ມະນຸດບໍ່ສາມາດຢັ່ງເຖິງໄດ້, ເປັນຜູ້ທີ່ມະນຸດຊາດທັງປວງ, ສິ່ງທີ່ຖືກສ້າງທັງປວງ ແລະ ແມ່ນແຕ່ສິ່ງທີ່ມີຊີວິດທັງປວງໃນຈັກກະວານຄວນເບິ່ງຂຶ້ນໄປຫາ, ນັ້ນຄືພຣະເຈົ້າ! ຕອນນີ້ພຣະເຈົ້າສະເດັດລົງມາແລ້ວ, ແຕ່ເຈົ້າພັດເກີດໃນເຮືອນຂອງຊ່າງໄມ້, ພໍ່ແມ່ຂອງເຈົ້າກໍເປັນພຽງຄົນທຳມະດາ ແລະ ເຈົ້າຍັງເກີດໃນຄອກສັດອີກດ້ວຍ. ພູມຫຼັງການເກີດຂອງເຈົ້າບໍ່ພຽງແຕ່ທຳມະດາ, ແຕ່ມັນຍັງຕ່ຳກວ່າທຳມະດາຂັ້ນໜຶ່ງ ແລະ ຕ່ຳກວ່າສາມັນຊົນ, ຜູ້ຄົນຈະຍອມຮັບສິ່ງນີ້ໄດ້ແນວໃດ? ຖ້າພຣະເຈົ້າຈະສະເດັດລົງມາແທ້ໆ, ພຣະອົງກໍບໍ່ສາມາດສະເດັດລົງມາໃນລັກສະນະນີ້ໄດ້!” ນີ້ບໍ່ແມ່ນວິທີທີ່ຜູ້ຄົນກຳນົດຂອບເຂດພຣະເຈົ້າບໍ? ທຸກຄົນກຳນົດຂອບເຂດພຣະເຈົ້າດ້ວຍວິທີນີ້. ຄວາມຈິງແລ້ວ, ເລິກໆໃນໃຈ ພວກເຂົາກໍຮູ້ສຶກຢ່າງເລື່ອນລອຍວ່າ ອົງພຣະເຢຊູເຈົ້າບໍ່ແມ່ນຄົນທຳມະດາ, ວ່າສິ່ງທີ່ອົງພຣະເຢຊູເຈົ້າເວົ້ານັ້ນຖືກຕ້ອງ ແລະ ວ່າບາບຫຼາຍຢ່າງທີ່ຜູ້ຄົນກ່າວຫາພຣະອົງນັ້ນ ຄວາມຈິງແລ້ວບໍ່ກົງກັບຂໍ້ເທັດຈິງເລີຍ. ອົງພຣະເຢຊູເຈົ້າສາມາດປິ່ນປົວຄົນເຈັບ ແລະ ຂັບໄລ່ຜີຮ້າຍໄດ້ ແລະ ພວກເຂົາກໍບໍ່ສາມາດຊອກຫາຂໍ້ບົກຜ່ອງໃດໆ ຫຼື ຈັບຜິດສິ່ງໃດໃນພຣະທຳ ແລະ ການເທດສະໜາທີ່ພຣະອົງກ່າວ ແລະ ສົ່ງມອບໃຫ້ໄດ້, ແຕ່ພວກເຂົາກໍຍັງບໍ່ສາມາດຍອມຮັບມັນໄດ້ ແລະ ພວກເຂົາກໍຍັງສົງໄສຢູ່ໃນໃຈວ່າ: “ນີ້ຄືສິ່ງທີ່ພຣະເຈົ້າເປັນແທ້ໆບໍ? ພຣະເຈົ້າຍິ່ງໃຫຍ່ຫຼາຍໃນສະຫວັນ, ສະນັ້ນ ຖ້າພຣະອົງບັງເກີດເປັນເນື້ອໜັງ ແລະ ສະເດັດລົງມາສູ່ໂລກ, ພຣະອົງກໍຄວນຈະຍິ່ງໃຫຍ່ກວ່ານີ້, ໄດ້ຮັບການເຫຼື້ອມໃສຈາກທຸກຄົນ, ໄປມາຫາສູ່ກັນໃນທ່າມກາງຄອບຄົວຊົນຊັ້ນສູງ, ເວົ້າຈາຢ່າງມີວາທະສິນ ແລະ ບໍ່ເປີດເຜີຍຂໍ້ບົກຜ່ອງ ຫຼື ຈຸດອ່ອນຂອງມະນຸດແມ່ນແຕ່ຢ່າງດຽວ. ນອກຈາກນີ້, ພຣະອົງຄວນໃຊ້ຄວາມຮູ້, ວິຊາການ ແລະ ທັກສະຂອງພຣະອົງ ເພື່ອປາບພວກນັກບວດໃນພຣະວິຫານກ່ອນ. ພຣະອົງຄວນຈະເອົາຊະນະໃຈຄົນເຫຼົ່ານີ້ໃຫ້ໄດ້ກ່ອນ; ນັ້ນຈຶ່ງຈະເປັນເຈດຕະນາຂອງພຣະເຈົ້າ”. ກ່ຽວກັບສິ່ງທີ່ອົງພຣະເຢຊູເຈົ້າເຮັດ, ພວກເຂົາບໍ່ຍອມຮັບມັນ, ທັງບໍ່ຢາກຍອມຮັບ ຫຼື ຮັບຮູ້ຂໍ້ເທັດຈິງນີ້. ການບໍ່ຢາກຮັບຮູ້ຂໍ້ເທັດຈິງນີ້ບໍ່ແມ່ນບັນຫາໃຫຍ່; ແຕ່ເລິກໆພາຍໃນພວກເຂົາ ພວກເຂົາມີບາງສິ່ງທີ່ຮ້າຍແຮງກວ່ານັ້ນອີກ: ຖ້າຄົນແບບນັ້ນເປັນພຣະເຈົ້າ, ແລ້ວນັກບວດທຸກຄົນກໍສາມາດເປັນພຣະເຈົ້າໄດ້, ພວກເຂົາທຸກຄົນເປັນຄືກັບພຣະເຈົ້າຫຼາຍກວ່າພຣະເຈົ້າເອງ ແລະ ທຸກຄົນມີຄຸນສົມບັດທີ່ຈະເປັນພຣະຄຣິສຫຼາຍກວ່າອົງພຣະເຢຊູເຈົ້າ. ນີ້ບໍ່ແມ່ນເລື່ອງຫຍຸ້ງຍາກບໍ? (ແມ່ນແລ້ວ.) ໃນຂະນະທີ່ພວກເຂົາກຳລັງຕັດສິນໂທດອົງພຣະເຢຊູເຈົ້າ, ພວກເຂົາຍັງຕໍ່ຕ້ານ ແລະ ດູຖູກທຸກດ້ານຂອງພູມຫຼັງທີ່ກ່ຽວຂ້ອງກັບເນື້ອໜັງທີ່ພຣະເຈົ້າເລືອກສຳລັບການບັງເກີດເປັນເນື້ອໜັງຂອງພຣະອົງໃນຄັ້ງນີ້ອີກດ້ວຍ. ພວກເຮົາຍັງບໍ່ທັນໄດ້ສົນທະນາກັນເທື່ອວ່າ ຄວາມຊົ່ວຊ້າຂອງພວກຟາຣີຊາຍຢູ່ບ່ອນໃດ, ໃຫ້ພວກເຮົາສືບຕໍ່ການໂອ້ລົມຂອງພວກເຮົາ.

ພຣະເຈົ້າບັງເກີດເປັນເນື້ອໜັງເປັນຄົນທຳມະດາ, ເຊິ່ງໝາຍຄວາມວ່າ ພຣະເຈົ້າຖ່ອມຕົວພຣະອົງລົງຈາກຮູບພາບ, ຕົວຕົນ ແລະ ຕຳແໜ່ງທີ່ສູງສົ່ງເໜືອທຸກສັບພະສິ່ງ ເພື່ອມາເປັນຄົນທຳມະດາຢ່າງສົມບູນ. ເມື່ອພຣະອົງກາຍເປັນຄົນທຳມະດາ, ພຣະອົງບໍ່ເລືອກທີ່ຈະເກີດໃນຄອບຄົວທີ່ຮັ່ງມີ ແລະ ໂດດເດັ່ນ; ພູມຫຼັງການເກີດຂອງພຣະອົງທຳມະດາຫຼາຍ, ເຖິງຂັ້ນຕ່ຳຕ້ອຍ. ຖ້າພວກເຮົາເບິ່ງເລື່ອງນີ້ຈາກມຸມມອງຂອງຄົນທຳມະດາ, ຄົນທີ່ມີສະຕິຮູ້ສຶກຜິດຊອບ, ເຫດຜົນ ແລະ ຄວາມເປັນມະນຸດ, ທຸກສິ່ງທີ່ພຣະເຈົ້າເຮັດລ້ວນແລ້ວແຕ່ສົມຄວນໄດ້ຮັບການເຄົາລົບ ແລະ ຄວາມຮັກຈາກຜູ້ຄົນ. ຜູ້ຄົນຄວນປະຕິບັດຕໍ່ມັນແນວໃດ? (ດ້ວຍການເຄົາລົບ.) ຄົນທຳມະດາ ແລະ ປົກກະຕິທີ່ຕິດຕາມພຣະເຈົ້າຄວນສັນລະເສີນຄວາມໜ້າຮັກຂອງພຣະເຈົ້າ ສຳລັບຄວາມຈິງທີ່ວ່າ ພຣະເຈົ້າຖ່ອມຕົວພຣະອົງລົງຈາກສະຖານະທີ່ສູງສົ່ງມາເປັນຄົນທຳມະດາທີ່ສຸດ, ຄວາມຖ່ອມຕົວ ແລະ ຄວາມລີ້ລັບຂອງພຣະເຈົ້ານັ້ນໜ້າຮັກເຫຼືອເກີນ! ນີ້ຄືສິ່ງທີ່ທັງຄົນເສື່ອມຊາມ ຫຼື ມານຮ້າຍ ແລະ ຊາຕານບໍ່ສາມາດບັນລຸໄດ້. ນີ້ເປັນສິ່ງທີ່ເປັນບວກ ຫຼື ເປັນລົບ? (ສິ່ງທີ່ເປັນບວກ.) ສິ່ງທີ່ເປັນບວກນີ້, ປະກົດການນີ້ ແລະ ຂໍ້ເທັດຈິງນີ້ອະທິບາຍເຖິງຫຍັງຢ່າງຊັດເຈນ? ຄວາມຖ່ອມຕົວ ແລະ ຄວາມລີ້ລັບຂອງພຣະເຈົ້າ, ຄວາມໜ້າຮັກ ແລະ ຄວາມເປັນທີ່ຮັກຂອງພຣະເຈົ້າ. ອີກຂໍ້ເທັດຈິງໜຶ່ງກໍຄື ພຣະເຈົ້າຮັກຜູ້ຄົນ; ຄວາມຮັກຂອງພຣະເຈົ້ານັ້ນແທ້ຈິງ, ມັນບໍ່ແມ່ນຂອງປອມ. ຄວາມຮັກຂອງພຣະເຈົ້າບໍ່ແມ່ນຄຳເວົ້າທີ່ວ່າງເປົ່າ, ບໍ່ແມ່ນຄຳຂວັນ ແລະ ບໍ່ແມ່ນພາບລວງຕາ, ແຕ່ມັນເປັນຄວາມຈິງ ແລະ ເປັນຂໍ້ເທັດຈິງ. ພຣະເຈົ້າເອງບັງເກີດເປັນເນື້ອໜັງ ແລະ ອົດທົນກັບຄວາມເຂົ້າໃຈຜິດຂອງມະນຸດຊາດ, ພ້ອມທັງການເຍາະເຍີ້ຍ, ການໃສ່ຮ້າຍປ້າຍສີ ແລະ ການໝິ່ນປະໝາດຂອງພວກເຂົາ. ພຣະອົງຖ່ອມຕົວພຣະອົງລົງ ແລະ ກາຍເປັນຄົນທຳມະດາ, ບໍ່ໄດ້ມີຮູບຮ່າງໜ້າຕາທີ່ສູງສົ່ງ, ບໍ່ໄດ້ມີຄວາມສາມາດພິເສດ ແລະ ແນ່ນອນວ່າບໍ່ໄດ້ມີຄວາມຮູ້ ຫຼື ວິຊາການທີ່ເລິກເຊິ່ງ, ເພື່ອຈຸດປະສົງຫຍັງ? ມັນແມ່ນເພື່ອເຂົ້າຫາຜູ້ຄົນທີ່ພຣະອົງເລືອກ ແລະ ຕັ້ງໃຈທີ່ຈະຊ່ວຍໃຫ້ລອດພົ້ນ ດ້ວຍຕົວຕົນ ແລະ ຮູບຮ່າງໜ້າຕາແບບມະນຸດນີ້ ເຊິ່ງພວກເຂົາຈະເຂົ້າເຖິງໄດ້ງ່າຍທີ່ສຸດ. ທຸກສິ່ງທີ່ພຣະເຈົ້າເຮັດນີ້ບໍ່ໄດ້ປະກອບເປັນລາຄາທີ່ພຣະອົງຈ່າຍບໍ? (ແມ່ນແລ້ວ.) ມີໃຜອີກບໍທີ່ສາມາດເຮັດແບບນີ້ໄດ້? ບໍ່ມີໃຜສາມາດເຮັດໄດ້. ຕົວຢ່າງ: ຜູ້ຍິງບາງຄົນທີ່ຮັກຄວາມງາມເປັນພິເສດມັກຈະແຕ່ງໜ້າສະເໝີ ແລະ ບໍ່ອອກໄປຂ້າງນອກໂດຍບໍ່ແຕ່ງໜ້າ. ຖ້າເຈົ້າຂໍໃຫ້ຜູ້ຍິງແບບນັ້ນອອກໄປຂ້າງນອກດ້ວຍໜ້າສົດ ຫຼື ປາກົດຕົວເທິງເວທີໂດຍບໍ່ແຕ່ງໜ້າ, ລາວຈະເຮັດໄດ້ບໍ? ລາວເຮັດບໍ່ໄດ້. ໃນກໍລະນີນີ້ ລາວຍັງບໍ່ທັນໄດ້ຖືກເຮັດໃຫ້ອັບອາຍດ້ວຍຊ້ຳ; ພຽງແຕ່ການອອກໄປຂ້າງນອກໂດຍບໍ່ແຕ່ງໜ້າກໍເປັນໄປບໍ່ໄດ້ສຳລັບລາວແລ້ວ, ລາວບໍ່ສາມາດປ່ອຍວາງຄວາມຮັກສວຍຮັກງາມແມ່ນແຕ່ເລັກນ້ອຍນັ້ນໄດ້, ຜົນປະໂຫຍດທາງເນື້ອໜັງເລັກນ້ອຍນັ້ນ. ແລ້ວພຣະເຈົ້າເດ? ເມື່ອພຣະເຈົ້າຖ່ອມຕົວພຣະອົງລົງມາເກີດໃນທ່າມກາງຄົນຊັ້ນຕ່ຳສຸດຂອງສັງຄົມໃນຖານະຄົນທຳມະດາທີ່ສຸດ, ພຣະອົງສະລະສິ່ງໃດ? ພຣະອົງສະລະກຽດສັກສີຂອງພຣະອົງ. ເປັນຫຍັງພຣະເຈົ້າຈຶ່ງສາມາດສະລະກຽດສັກສີຂອງພຣະອົງໄດ້? (ເພື່ອຮັກ ແລະ ຊ່ວຍຜູ້ຄົນໃຫ້ລອດພົ້ນ.) ມັນແມ່ນເພື່ອຮັກຜູ້ຄົນ ແລະ ຊ່ວຍພວກເຂົາໃຫ້ລອດພົ້ນ, ເຊິ່ງເປີດເຜີຍອຸປະນິໄສຂອງພຣະເຈົ້າ. ແລ້ວສິ່ງນີ້ກ່ຽວຂ້ອງກັບການສູນເສຍກຽດສັກສີແນວໃດ? ຄວນເບິ່ງເລື່ອງນີ້ແນວໃດ? ບາງຄົນເວົ້າວ່າ “ພຣະເຈົ້າສູນເສຍກຽດສັກສີຫຍັງ? ເຖິງແມ່ນວ່າພຣະອົງຈະບັງເກີດເປັນເນື້ອໜັງແລ້ວ ພຣະອົງກໍຍັງມີຕົວຕົນຂອງພຣະເຈົ້າຢູ່, ບໍ່ແມ່ນບໍ? ພຣະອົງຍັງມີຄົນທີ່ຕິດຕາມພຣະອົງ ແລະ ຟັງການເທດສະໜາຂອງພຣະອົງຢູ່, ບໍ່ແມ່ນບໍ? ພຣະອົງຍັງເຮັດພາລະກິດຂອງພຣະເຈົ້າເອງຢູ່ບໍ່ແມ່ນບໍ, ແລ້ວພຣະອົງສູນເສຍກຽດສັກສີບ່ອນໃດ?” “ການສູນເສຍກຽດສັກສີ” ນີ້ລວມມີຫຼາຍດ້ານ. ໃນດ້ານໜຶ່ງ, ແຮງຈູງໃຈຂອງພຣະເຈົ້າໃນການເຮັດທຸກສິ່ງນີ້ແມ່ນເພື່ອເຫັນແກ່ຜູ້ຄົນ, ແຕ່ຜູ້ຄົນສາມາດເຂົ້າໃຈມັນໄດ້ບໍ? ແມ່ນແຕ່ຄົນທີ່ຕິດຕາມພຣະອົງກໍບໍ່ສາມາດເຂົ້າໃຈມັນໄດ້. ມັນມີຫຍັງແຝງຢູ່ໃນການຂາດຄວາມເຂົ້າໃຈນີ້ບໍ? ມັນມີຄວາມເຂົ້າໃຈຜິດ, ການຕີຄວາມໝາຍຜິດ ແລະ ສາຍຕາທີ່ແປກປະຫຼາດ ຫຼື ສາຍຕາທີ່ດູຖູກຈາກບາງຄົນ. ພຣະເຈົ້າຢູ່ໃນໂລກຝ່າຍວິນຍານ, ໃນທ່າມກາງທຸກສັບພະສິ່ງ ແລະ ມະນຸດຊາດທັງປວງກໍຢູ່ໃຕ້ຕີນຂອງພຣະເຈົ້າ, ແຕ່ຕອນນີ້ພຣະເຈົ້າໄດ້ບັງເກີດເປັນເນື້ອໜັງ, ມັນກໍເທົ່າກັບວ່າພຣະອົງດຳລົງຊີວິດຢູ່ໃນສະພາບແວດລ້ອມດຽວກັນກັບຜູ້ຄົນຢ່າງເທົ່າທຽມກັນ. ພຣະອົງຕ້ອງປະເຊີນກັບການເຍາະເຍີ້ຍ, ການໃສ່ຮ້າຍປ້າຍສີ, ຄວາມເຂົ້າໃຈຜິດ ແລະ ການສຽດສີຂອງມະນຸດຊາດ, ພ້ອມທັງແນວຄິດ, ຄວາມເປັນປໍລະປັກ ແລະ ການຕັດສິນໂທດຂອງພວກເຂົາ, ສິ່ງເຫຼົ່ານີ້ແມ່ນສິ່ງທີ່ພຣະອົງຕ້ອງປະເຊີນ. ໃນຂະນະທີ່ພຣະອົງກຳລັງປະເຊີນກັບສິ່ງເຫຼົ່ານີ້, ພວກເຈົ້າຄິດວ່າພຣະອົງມີກຽດສັກສີໃດໆບໍ? ຕາມຕົວຕົນຂອງພຣະເຈົ້າ, ພຣະອົງບໍ່ຄວນທົນທຸກກັບສິ່ງເຫຼົ່ານີ້, ຜູ້ຄົນບໍ່ຄວນປະຕິບັດຕໍ່ພຣະເຈົ້າແບບນີ້ ແລະ ພຣະອົງກໍບໍ່ຄວນອົດທົນກັບສິ່ງເຫຼົ່ານີ້; ສິ່ງເຫຼົ່ານີ້ບໍ່ແມ່ນສິ່ງທີ່ພຣະເຈົ້າຄວນອົດທົນ, ແຕ່ເມື່ອພຣະເຈົ້າບັງເກີດເປັນເນື້ອໜັງ ພຣະອົງກໍຕ້ອງຍອມຮັບພວກມັນ, ພຣະອົງຕ້ອງອົດທົນກັບທຸກສິ່ງນີ້ ແລະ ບໍ່ມີສິ່ງໃດຖືກລະເວັ້ນ. ມະນຸດຊາດທີ່ເສື່ອມຊາມສາມາດເວົ້າສິ່ງທີ່ຟັງມ່ວນຫູຫຼາຍຢ່າງຕໍ່ພຣະເຈົ້າໃນສະຫວັນ, ແຕ່ພວກເຂົາພັດບໍ່ໃຫ້ກຽດພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ພວກເຂົາຄິດວ່າ “ພຣະເຈົ້າບັງເກີດເປັນເນື້ອໜັງບໍ? ເຈົ້າເປັນຄົນທຳມະດາ ແລະ ປົກກະຕິຫຼາຍ, ບໍ່ມີຫຍັງພິເສດເລີຍ; ເບິ່ງຄືວ່າເຈົ້າເຮັດຫຍັງຂ້ອຍບໍ່ໄດ້ດອກ!” ພວກເຂົາກ້າເວົ້າທຸກຢ່າງ! ເມື່ອເວົ້າເຖິງຜົນປະໂຫຍດຂອງພວກເຂົາເອງ ຫຼື ຊື່ສຽງຂອງພວກເຂົາ, ພວກເຂົາກໍກ້າທີ່ຈະກ່າວຄຳຕັດສິນ ຫຼື ການຕັດສິນໂທດໃດໆອອກມາ. ສະນັ້ນ, ເມື່ອພຣະເຈົ້າບັງເກີດເປັນເນື້ອໜັງ, ເຖິງແມ່ນວ່າພຣະອົງຈະມີສະຖານະນີ້ ແລະ ເພີດເພີນກັບຕົວຕົນນີ້ ເມື່ອພຣະອົງພົວພັນກັບມະນຸດ ແລະ ດຳລົງຊີວິດຮ່ວມກັບມະນຸດຊາດທີ່ເສື່ອມຊາມ, ແຕ່ໃນເວລາດຽວກັນ ພຣະອົງກໍຕ້ອງອົດທົນກັບຄວາມອັບອາຍທຸກປະເພດທີ່ຕົວຕົນຂອງພຣະອົງນໍາມາສູ່ພຣະອົງຢ່າງແທ້ຈິງ. ພຣະອົງສູນເສຍກຽດສັກສີທັງໝົດຂອງພຣະອົງ, ນີ້ຄືສິ່ງທຳອິດທີ່ພຣະເຈົ້າຕ້ອງອົດທົນ, ໂດຍປະເຊີນກັບຄວາມສັບສົນ, ຄວາມເຂົ້າໃຈຜິດ, ຄວາມສົງໄສ, ການລອງໃຈ, ການກະບົດ, ການຕັດສິນໂທດ, ການຕີສອງໜ້າ ແລະ ອື່ນໆ ທັງໝົດທີ່ມະນຸດຊາດທີ່ເສື່ອມຊາມສະແດງອອກຕໍ່ພຣະອົງ. ພຣະອົງຕ້ອງອົດທົນກັບທຸກສິ່ງນີ້, ນັ້ນຄືການສູນເສຍກຽດສັກສີຂອງພຣະອົງ. ມີຫຍັງອີກ? ໂດຍພື້ນຖານແລ້ວ ມັນບໍ່ມີຄວາມແຕກຕ່າງລະຫວ່າງການບັງເກີດເປັນເນື້ອໜັງ ແລະ ພຣະວິນຍານ, ສິ່ງນີ້ຖືກຕ້ອງບໍ? (ຖືກຕ້ອງ.) ໂດຍພື້ນຖານແລ້ວ ມັນບໍ່ມີຄວາມແຕກຕ່າງ, ແຕ່ມັນມີດ້ານໜຶ່ງ: ເນື້ອໜັງບໍ່ສາມາດແທນທີ່ພຣະວິນຍານໄດ້. ນັ້ນກໍຄື ເນື້ອໜັງຖືກຈຳກັດໃນຫຼາຍບົດບາດຂອງພຣະອົງ. ຕົວຢ່າງ: ພຣະວິນຍານສາມາດເດີນທາງຜ່ານກາລະເທສະ, ບໍ່ໄດ້ຮັບຜົນກະທົບຈາກເວລາ, ສະພາບອາກາດ ຫຼື ສະພາບແວດລ້ອມຕ່າງໆ ແລະ ມີຢູ່ທຸກຫົນທຸກແຫ່ງ, ໃນຂະນະທີ່ເນື້ອໜັງຕ້ອງຢູ່ພາຍໃຕ້ຂໍ້ຈຳກັດເຫຼົ່ານີ້. ມີການສູນເສຍຫຍັງເກີດຂຶ້ນຕໍ່ກຽດສັກສີຂອງພຣະເຈົ້າ? ຄວາມຫຍຸ້ງຍາກໃນເລື່ອງນີ້ແມ່ນຫຍັງ? ພຣະເຈົ້າເອງມີຄວາມສາມາດນີ້, ແຕ່ຍ້ອນວ່າພຣະອົງຖືກຈຳກັດໂດຍເນື້ອໜັງ, ໃນຊ່ວງເວລາແຫ່ງພາລະກິດຂອງພຣະອົງ, ພຣະອົງຕ້ອງຍຶດໝັ້ນໃນພາລະກິດຂອງເນື້ອໜັງຢ່າງມີສະຕິຮູ້ສຶກຜິດຊອບ, ຢ່າງງຽບໆ ແລະ ຢ່າງເຊື່ອຟັງ ຈົນກວ່າພາລະກິດຈະສຳເລັດ. ໃນຊ່ວງເວລາທີ່ພຣະເຈົ້າກຳລັງເຮັດພາລະກິດໃນເນື້ອໜັງ, ສິ່ງທີ່ຜູ້ຄົນສາມາດເຫັນກ່ຽວກັບພຣະເຈົ້າ ແລະ ສິ່ງທີ່ພວກເຂົາສາມາດຢັ່ງຮູ້ກ່ຽວກັບພຣະອົງພາຍໃນແນວຄິດຂອງພວກເຂົາ ກໍຄືເນື້ອໜັງນີ້ທີ່ຕາຂອງພວກເຂົາສາມາດເບິ່ງເຫັນໄດ້. ສະນັ້ນ, ພາຍໃນຈິນຕະນາການ ແລະ ແນວຄິດຂອງພວກເຂົາ, ຄວາມຍິ່ງໃຫຍ່, ຄວາມຊົງລິດທານຸພາບທຸກປະການ, ສະຕິປັນຍາ ແລະ ແມ່ນແຕ່ສິດອໍານາດຂອງພຣະເຈົ້າ ບໍ່ໄດ້ຢູ່ພາຍໃຕ້ຂໍ້ຈຳກັດບາງຢ່າງບໍ? (ແມ່ນແລ້ວ.) ໃນລະດັບໃຫຍ່, ສິ່ງເຫຼົ່ານັ້ນຢູ່ພາຍໃຕ້ຂໍ້ຈຳກັດບາງຢ່າງ. ສິ່ງໃດເຮັດໃຫ້ເກີດຂໍ້ຈຳກັດເຫຼົ່ານີ້? (ການບັງເກີດເປັນເນື້ອໜັງ.) ຂໍ້ຈຳກັດເຫຼົ່ານີ້ເກີດຈາກການທີ່ພຣະອົງບັງເກີດເປັນເນື້ອໜັງ. ສາມາດເວົ້າໄດ້ວ່າ ການບັງເກີດເປັນເນື້ອໜັງເຮັດໃຫ້ເກີດບັນຫາປະເພດໜຶ່ງຕໍ່ພຣະເຈົ້າເອງ. ແນ່ນອນວ່າ ຄຳວ່າ “ບັນຫາ” ບໍ່ຄ່ອຍຊັດເຈນປານໃດທີ່ຈະໃຊ້ຢູ່ບ່ອນນີ້, ແຕ່ມັນເໝາະສົມທີ່ຈະເວົ້າແບບນີ້, ມັນສາມາດເວົ້າໄດ້ແບບນີ້ເທົ່ານັ້ນ. ບັນຫານີ້ມີຜົນກະທົບບາງຢ່າງຕໍ່ຄວາມເຂົ້າໃຈຂອງຜູ້ຄົນກ່ຽວກັບພຣະເຈົ້າ ແລະ ຕໍ່ການຄົບຫາ ແລະ ການພົວພັນທີ່ແທ້ຈິງຂອງຜູ້ຄົນກັບພຣະເຈົ້າ ເພື່ອທີ່ຈະຮັກ ແລະ ອ່ອນນ້ອມຕໍ່ພຣະເຈົ້າບໍ? (ມີ.) ມັນມີຜົນກະທົບບາງຢ່າງແທ້. ຕາບໃດທີ່ຄົນໃດຄົນໜຶ່ງໄດ້ເຫັນເນື້ອໜັງຂອງພຣະເຈົ້າ, ຕາບໃດທີ່ພວກເຂົາໄດ້ມີການພົວພັນກັບເນື້ອໜັງຂອງພຣະເຈົ້າ, ຕາບໃດທີ່ພວກເຂົາໄດ້ຍິນເນື້ອໜັງຂອງພຣະເຈົ້າເວົ້າ, ມັນກໍເປັນໄປໄດ້ວ່າໃນຊ່ວງຊີວິດຂອງພວກເຂົາ, ຮູບພາບຂອງພຣະເຈົ້າ, ສະຕິປັນຍາຂອງພຣະເຈົ້າ, ແກ່ນແທ້ຂອງພຣະເຈົ້າ ແລະ ອຸປະນິໄສຂອງພຣະເຈົ້າ ຈະຍັງຄົງຢູ່ໃນສິ່ງທີ່ພວກເຂົາຮັບຮູ້, ເຫັນ ແລະ ເຂົ້າໃຈໃນເນື້ອໜັງນີ້ຕະຫຼອດໄປ. ສິ່ງນີ້ບໍ່ຍຸຕິທຳຕໍ່ພຣະເຈົ້າ. ມັນບໍ່ແມ່ນແນວນີ້ບໍ? (ແມ່ນແລ້ວ, ມັນແມ່ນ.) ມັນບໍ່ຍຸຕິທຳຕໍ່ພຣະເຈົ້າ. ແລ້ວເປັນຫຍັງພຣະເຈົ້າຈຶ່ງຍັງເຮັດສິ່ງນີ້? ເພາະວ່າມີພຽງແຕ່ວິທີການທີ່ພຣະເຈົ້າບັງເກີດເປັນເນື້ອໜັງເທົ່ານັ້ນ ທີ່ຜົນໄດ້ຮັບທີ່ດີທີ່ສຸດຂອງການທີ່ພຣະເຈົ້າເຮັດໃຫ້ບໍລິສຸດ ແລະ ຊ່ວຍຜູ້ຄົນໃຫ້ລອດພົ້ນຈະສາມາດບັນລຸໄດ້, ພຣະເຈົ້າເລືອກເສັ້ນທາງນີ້. ພຣະເຈົ້າບັງເກີດເປັນເນື້ອໜັງ ແລະ ດຳລົງຊີວິດແບບເຊິ່ງໜ້າກັນໃນທ່າມກາງຜູ້ຄົນ, ອະນຸຍາດໃຫ້ຜູ້ຄົນຟັງພຣະທຳຂອງພຣະອົງ, ເຫັນທຸກການເຄື່ອນໄຫວຂອງພຣະອົງ ແລະ ເຫັນອຸປະນິໄສຂອງພຣະອົງ, ແມ່ນແຕ່ບຸກຄະລິກຂອງພຣະອົງ ແລະ ຄວາມສຸກ ແລະ ຄວາມໂສກເສົ້າຂອງພຣະອົງ. ເຖິງແມ່ນວ່າອຸປະນິໄສນີ້ ແລະ ຄວາມສຸກ ແລະ ຄວາມໂສກເສົ້າເຫຼົ່ານີ້ສາມາດເຮັດໃຫ້ເກີດແນວຄິດໄດ້ ເມື່ອຜູ້ຄົນເຫັນພວກມັນ, ເຊິ່ງສົ່ງຜົນກະທົບຕໍ່ການຢັ່ງຮູ້ຂອງຜູ້ຄົນກ່ຽວກັບແກ່ນແທ້ຂອງພຣະເຈົ້າ ແລະ ຈຳກັດການຢັ່ງຮູ້ຂອງຜູ້ຄົນ, ແຕ່ພຣະເຈົ້າກໍຍອມຖືກຜູ້ຄົນເຂົ້າໃຈຜິດ ແລະ ຍັງຄົງເລືອກວິທີການນີ້ເພື່ອບັນລຸຜົນໄດ້ຮັບທີ່ດີທີ່ສຸດໃນການຊ່ວຍຜູ້ຄົນໃຫ້ລອດພົ້ນ. ສະນັ້ນ, ຈາກມຸມມອງຂອງຄວາມເຂົ້າໃຈຂອງຜູ້ຄົນກ່ຽວກັບໃບໜ້າດັ່ງເດີມຂອງພຣະເຈົ້າ ແລະ ຕົວຕົນ, ສະຖານະ ແລະ ແກ່ນແທ້ທີ່ແທ້ຈິງຂອງພຣະເຈົ້າ, ພຣະອົງໄດ້ເສຍສະລະກຽດສັກສີຂອງພຣະອົງ. ສິ່ງນີ້ບໍ່ສາມາດເວົ້າໄດ້ບໍ? ນັ້ນແມ່ນມາຈາກມຸມມອງນີ້. ຈົ່ງໄຕ່ຕອງມັນຢ່າງລະອຽດ: ໃນດ້ານຕ່າງໆຂອງສິ່ງທີ່ພຣະເຈົ້າໄດ້ຈ່າຍ ແລະ ໄດ້ກະທຳ, ຕາມຄວາມເຂົ້າໃຈຂອງຜູ້ຄົນ, ມັນມີສິ່ງໃດທີ່ທຽບເທົ່າກັບທິດສະດີ ແລະ ຄຳຂວັນເຫຼົ່ານັ້ນຂອງພວກຟາຣີຊາຍ ແລະ ຜູ້ຕໍ່ຕ້ານພຣະຄຣິສບໍ? ບໍ່ມີເລີຍ. ຕົວຢ່າງ: ເມື່ອພວກຟາຣີຊາຍເວົ້າວ່າ “ພຣະເຈົ້າມີກຽດ”, ພວກເຂົາເຂົ້າໃຈຄວາມມີກຽດນີ້ແນວໃດ? ຄວາມມີກຽດຂອງພຣະເຈົ້າຄວນຖືກຮັບຮູ້ແນວໃດໃນສາຍຕາຂອງພວກເຂົາ? ມັນເປັນພຽງແຕ່ວ່າພຣະອົງສູງສົ່ງ. ມັນບໍ່ແມ່ນຫຼັກຄຳສອນບໍທີ່ວ່າ “ພຣະເຈົ້າມີກຽດ, ພຣະເຈົ້າມີກຽດຫຼາຍ”? (ແມ່ນແລ້ວ.) ພວກເຂົາເຊື່ອວ່າຄວາມມີກຽດຂອງພຣະເຈົ້າແມ່ນຫຍັງ? ມັນຄືການທີ່ວ່າ ຖ້າພຣະເຈົ້າສະເດັດລົງມາສູ່ໂລກ, ພຣະອົງຈະມີຕຳແໜ່ງທີ່ໂດດເດັ່ນ, ມີຄວາມຮູ້ ແລະ ຄວາມສາມາດພິເສດຊັ້ນເລີດ, ມີຄວາມສາມາດຊັ້ນເລີດ, ມີວາທະສິນຊັ້ນໜຶ່ງ ແລະ ຮູບຮ່າງໜ້າຕາຊັ້ນໜຶ່ງ ແລະ ດີເລີດ. ຄວາມມີກຽດທີ່ພວກເຂົາເຊື່ອນັ້ນແມ່ນຫຍັງ? ມັນແມ່ນສິ່ງທີ່ຜູ້ຄົນສາມາດເບິ່ງເຫັນໄດ້. ຄວາມມີກຽດແບບນີ້ບໍ່ແມ່ນສິ່ງທີ່ຊາຕານເຮັດບໍ? (ແມ່ນແລ້ວ.) ພຣະເຈົ້າບໍ່ເຮັດແບບນັ້ນ! ຈົ່ງເບິ່ງວ່າພຣະເຈົ້າເລືອກຄົນປະເພດໃດສຳລັບຜູ້ຄົນທີ່ພຣະເຈົ້າເລືອກເຫຼົ່ານີ້ ແລະ ຈົ່ງເບິ່ງວ່າຄົນປະເພດໃດທີ່ເປັນຊົນຊັ້ນນຳທີ່ໂດດເດັ່ນຂອງໂລກຂອງຊາຕານ. ໂດຍການປຽບທຽບພວກເຂົາດ້ວຍວິທີນີ້, ເຈົ້າຈະຮູ້ວ່າຄົນປະເພດໃດທີ່ພຣະເຈົ້າຊ່ວຍໃຫ້ລອດພົ້ນ ແລະ ຄົນປະເພດໃດທີ່ບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້. ຜູ້ທີ່ອວດດີ, ຖືຕົນວ່າຊອບທຳ, ມີພອນສະຫວັນ ແລະ ມີຄວາມສາມາດພິເສດ ມີແນວໂນ້ມໜ້ອຍທີ່ສຸດທີ່ຈະຍອມຮັບຄວາມຈິງ. ຄຳເວົ້າຂອງພວກເຂົາເຕັມໄປດ້ວຍຄວາມຮູ້, ມີວາທະສິນຢ່າງສຸດຂີດ ແລະ ເຮັດໃຫ້ຜູ້ຄົນນັບຖືບູຊາ ແລະ ຍົກຍ້ອງພວກເຂົາ, ແຕ່ຈຸດອ່ອນທີ່ຮ້າຍແຮງຂອງພວກເຂົາກໍຄື ການບໍ່ຍອມຮັບຄວາມຈິງ ແລະ ພວກເຂົາກໍເບື່ອໜ່າຍຄວາມຈິງ ແລະ ກຽດຊັງມັນ, ເຊິ່ງກຳນົດວ່າພວກເຂົາຈະຍ່າງໄປໃນເສັ້ນທາງແຫ່ງຄວາມພິນາດ. ໃນທາງກົງກັນຂ້າມ, ບໍ່ມີຜູ້ຄົນທີ່ພຣະເຈົ້າເລືອກຄົນໃດທີ່ມີພອນສະຫວັນ ຫຼື ຄວາມສາມາດພິເສດ, ແຕ່ພວກເຂົາສາມາດຍອມຮັບຄວາມຈິງ, ອ່ອນນ້ອມຕໍ່ພຣະເຈົ້າ, ຍອມສະລະຊື່ສຽງ, ຜົນປະໂຫຍດ ແລະ ສະຖານະຂອງພວກເຂົາເພື່ອຕິດຕາມພຣະເຈົ້າ ແລະ ເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງພວກເຂົາ. ນີ້ຄືປະເພດຂອງຄົນທີ່ໄດ້ຮັບການຊ່ວຍໃຫ້ລອດພົ້ນໂດຍພຣະເຈົ້າ. ຄົນທີ່ບໍ່ເຊື່ອນັບຖືບູຊາໃຜ? ພວກເຂົາທຸກຄົນລ້ວນແລ້ວແຕ່ນັບຖືບູຊາປັນຍາຊົນລະດັບສູງ ແລະ ຄົນທີ່ມີສະຖານະຄອບຄົວທີ່ໂດດເດັ່ນ. ກ່ຽວກັບພອນສະຫວັນ, ຄວາມຊ່ຽວຊານ ແລະ ສະຖານະຄອບຄົວ, ພວກເຮົາບໍ່ມີສິ່ງເຫຼົ່ານີ້ເລີຍ, ພວກເຮົາກໍຄືກັນ. ພວກເຈົ້າຄິດແນວໃດກັບເລື່ອງນີ້? ພຣະເຈົ້າບໍ່ໄດ້ເຮັດສິ່ງດັ່ງກ່າວ, ມັນງ່າຍດາຍປານນັ້ນບໍ? ເປັນຫຍັງພຣະເຈົ້າຈຶ່ງບໍ່ຈັດແຈງແບບນີ້? ເຈດຕະນາຂອງພຣະເຈົ້າຢູ່ໃນສິ່ງນີ້. ມັນເປັນເລື່ອງທີ່ງ່າຍເກີນໄປສຳລັບພຣະເຈົ້າທີ່ຈະຈັດແຈງວ່າຄົນໃດໜຶ່ງຈະເກີດໃນຄອບຄົວໃດ ແລະ ຄວາມຮູ້ໃດທີ່ພວກເຂົາສາມາດຮຽນຮູ້ໄດ້. ພຣະເຈົ້າສາມາດກະທຳການດ້ວຍວິທີນີ້ໄດ້ບໍ? (ໄດ້.) ພຣະອົງສາມາດເຮັດໄດ້ແທ້ໆ! ແລ້ວເປັນຫຍັງພຣະເຈົ້າຈຶ່ງບໍ່ຈັດແຈງໃຫ້ພວກເຮົາເກີດໃນຄອບຄົວທີ່ຮັ່ງມີ ແລະ ໂດດເດັ່ນ? ນີ້ຄືຄວາມໜ້າຮັກຂອງພຣະເຈົ້າ, ນີ້ຄືການເປີດເຜີຍແກ່ນແທ້ຂອງພຣະເຈົ້າ ແລະ ມີພຽງແຕ່ຜູ້ທີ່ເຂົ້າໃຈຄວາມຈິງເທົ່ານັ້ນທີ່ສາມາດເບິ່ງທະລຸເລື່ອງນີ້ໄດ້. ຫຼັງຈາກທີ່ພຣະເຈົ້າບັງເກີດເປັນເນື້ອໜັງ, ບໍ່ວ່າແນວຄິດຂອງຜູ້ຄົນຈະຍິ່ງໃຫຍ່ສໍ່າໃດ, ຄວາມຫຍຸ້ງຍາກທີ່ພຣະເຈົ້າພົບພໍ້ໃນພາລະກິດຂອງພຣະອົງຈະຍິ່ງໃຫຍ່ສໍ່າໃດ, ອຸປະສັກທີ່ພຣະອົງປະເຊີນຈະຍິ່ງໃຫຍ່ສໍ່າໃດ, ການເຍາະເຍີ້ຍ ແລະ ການໃສ່ຮ້າຍປ້າຍສີທີ່ພຣະອົງໄດ້ຮັບຈະຍິ່ງໃຫຍ່ສໍ່າໃດ ແລະ ບໍ່ວ່າກຽດສັກສີຂອງພຣະອົງຈະສູນເສຍໄປຫຼາຍສໍ່າໃດ ຫຼັງຈາກທີ່ພຣະອົງບັງເກີດເປັນເນື້ອໜັງໃນລັກສະນະນີ້, ພຣະອົງສົນໃຈບໍ? ພຣະອົງບໍ່ສົນໃຈ. ແລ້ວພຣະອົງສົນໃຈຫຍັງ? ຖ້າພວກເຈົ້າສາມາດເຂົ້າໃຈຈຸດນີ້, ແລ້ວພວກເຈົ້າກໍຈະຮູ້ແທ້ໆວ່າພຣະເຈົ້າໜ້າຮັກ. ພຣະເຈົ້າສົນໃຈຫຍັງ? ເຈດຕະນາທີ່ພຽນພະຍາຍາມຂອງພຣະເຈົ້າໃນການຈ່າຍລາຄານີ້ ແລະ ການທຸ່ມເທຄວາມພະຍາຍາມຢ່າງໃຫຍ່ຫຼວງແບບນີ້ແມ່ນຫຍັງ? ພຣະອົງເຮັດມັນເພື່ອຫຍັງກັນແທ້? (ເພື່ອໃຫ້ກຸ່ມຄົນທີ່ພຣະເຈົ້າເລືອກນີ້ສາມາດເຂົ້າໃຈພຣະເຈົ້າໄດ້ດີຂຶ້ນ, ເພື່ອໃຫ້ມີການຕິດຕໍ່ກັບພຣະເຈົ້າໄດ້ດີຂຶ້ນຜ່ານເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງ ແລະ ຈາກນັ້ນກໍມີຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບພຣະເຈົ້າ.) ມີຄວາມເຂົ້າໃຈກ່ຽວກັບພຣະເຈົ້າ, ແລ້ວສິ່ງນີ້ຍັງເປັນປະໂຫຍດຕໍ່ພຣະເຈົ້າຫຼາຍຢູ່ບໍ? ພຣະເຈົ້າຈ່າຍຫຼາຍຂະໜາດນັ້ນເພື່ອເປົ້າໝາຍດຽວນີ້ບໍ? ແມ່ນ ຫຼື ບໍ່? ພຣະເຈົ້າເຮັດພາລະກິດຢ່າງພຽນພະຍາຍາມມາເປັນເວລາ 6,000 ປີ ພຽງເພື່ອເຮັດໃຫ້ຜູ້ຄົນເຂົ້າໃຈພຣະເຈົ້າບໍ? ບອກເຮົາມາເບິ່ງ, ຫຼັງຈາກທີ່ພຣະເຈົ້າສ້າງຜູ້ຄົນ, ຫຼັງຈາກທີ່ມະນຸດຊາດຕີຕົວອອກຫ່າງຈາກພຣະເຈົ້າ ແລະ ຕິດຕາມຊາຕານ ແລະ ມະນຸດທຸກຄົນເລີ່ມໃຊ້ຊີວິດຂອງພວກເຂົາຄືກັບມານຮ້າຍທີ່ມີຊີວິດ, ໃຜມີຄວາມສຸກທີ່ສຸດ? (ຊາຕານ.) ໃຜຄືຜູ້ເຄາະຮ້າຍ? (ຜູ້ຄົນ.) ແລ້ວໃຜໂສກເສົ້າທີ່ສຸດ? (ພຣະເຈົ້າ.) ພວກເຈົ້າໂສກເສົ້າທີ່ສຸດບໍ? (ບໍ່.) ໃນຄວາມເປັນຈິງແລ້ວ, ບໍ່ມີໃຜສາມາດເບິ່ງທະລຸສິ່ງເຫຼົ່ານີ້ໄດ້ເລີຍ. ບໍ່ມີໃຜຮູ້ສິ່ງເຫຼົ່ານີ້ດ້ວຍຕົນເອງ: ພວກເຂົາຍອມຮັບທຸກສິ່ງທີ່ພວກເຂົາກາຍເປັນໃນຊີວິດ. ເມື່ອເຈົ້າຂໍໃຫ້ພວກເຂົາປະຕິບັດຄວາມຈິງ, ພວກເຂົາບໍ່ຄິດວ່າສິ່ງນີ້ຈະເກີດຜົນດີຫຍັງ. ພວກເຂົາຍຶດໝັ້ນທີ່ຈະດຳລົງຊີວິດຕາມແນວຄິດ ແລະ ຈິນຕະນາການຂອງພວກເຂົາ ແລະ ກະບົດຕໍ່ພຣະເຈົ້າສະເໝີມາ. ຜູ້ທີ່ໂສກເສົ້າທີ່ສຸດ ແລະ ເຈັບປວດໃຈທີ່ສຸດ ຄວາມຈິງແລ້ວແມ່ນພຣະເຈົ້າ. ພຣະເຈົ້າສ້າງມະນຸດຊາດ; ພວກເຈົ້າຄິດວ່າພຣະເຈົ້າສົນໃຈສະພາບການດຳລົງຢູ່ຂອງມະນຸດໃນປັດຈຸບັນ ຫຼື ວ່າຊີວິດຂອງພວກເຂົາດີ ຫຼື ບໍ່? (ພຣະອົງສົນໃຈ.) ພຣະເຈົ້າເປັນຫ່ວງທີ່ສຸດ ແລະ ບາງທີຜູ້ຄົນທີ່ກ່ຽວຂ້ອງອາດຈະບໍ່ຮູ້ສຶກເຖິງມັນ ແລະ ບໍ່ເຂົ້າໃຈມັນດ້ວຍຕົນເອງແທ້ໆ. ການດຳລົງຊີວິດຢູ່ໃນໂລກນີ້, ມະນຸດຊາດເປັນແບບນີ້ເມື່ອຮ້ອຍປີກ່ອນ ແລະ ຕອນນີ້ກໍຍັງເປັນແບບນີ້, ຂະຫຍາຍເຜົ່າພັນລຸ້ນແລ້ວລຸ້ນເລົ່າ ແລະ ດຳລົງຊີວິດແບບນີ້ລຸ້ນແລ້ວລຸ້ນເລົ່າ, ບາງຄົນກໍຢູ່ດີມີແຮງ, ບາງຄົນກໍທຸກຍາກ, ຊີວິດມີຂຶ້ນມີລົງ. ຜູ້ຄົນມາເຖິງລຸ້ນແລ້ວລຸ້ນເລົ່າ, ນຸ່ງເຄື່ອງທີ່ແຕກຕ່າງກັນ, ກິນອາຫານແບບດຽວກັນ, ແຕ່ໂຄງສ້າງ ແລະ ລະບົບສັງຄົມປ່ຽນແປງໄປເທື່ອລະເລັກເທື່ອລະນ້ອຍ; ຜູ້ຄົນມາເຖິງປັດຈຸບັນໂດຍບໍ່ຮູ້ຕົວ, ພວກເຂົາຮູ້ຕົວບໍ? ພວກເຂົາບໍ່ຮູ້ຕົວ. ແລ້ວໃຜຮູ້ຕົວທີ່ສຸດ? (ພຣະເຈົ້າ.) ມັນແມ່ນພຣະເຈົ້າທີ່ສົນໃຈເລື່ອງນີ້ທີ່ສຸດ. ໜຶ່ງໃນສິ່ງທີ່ພຣະເຈົ້າບໍ່ລືມກໍຄື ຜູ້ຄົນທີ່ພຣະອົງສ້າງນັ້ນດຳລົງຊີວິດແນວໃດ, ສະພາບຊີວິດຂອງຜູ້ຄົນໃນປັດຈຸບັນເປັນແນວໃດ, ພວກເຂົາຢູ່ດີມີແຮງ ຫຼື ບໍ່, ຜູ້ຄົນກິນຫຍັງ ແລະ ນຸ່ງຫຍັງ, ອະນາຄົດຂອງພວກເຂົາຈະເປັນແນວໃດ ແລະ ຜູ້ຄົນຄິດກ່ຽວກັບຫຍັງໃນໃຈຂອງພວກເຂົາທຸກໆມື້. ຖ້າທຸກສິ່ງທີ່ຜູ້ຄົນຄິດກ່ຽວກັບທຸກໆມື້ແມ່ນຄວາມຊົ່ວຮ້າຍ, ລ້ວນແລ້ວແຕ່ກ່ຽວກັບວິທີທີ່ຈະປ່ຽນແປງ ແລະ ຂັດກັບກົດເກນຂອງທຳມະຊາດ, ວິທີທີ່ຈະຕໍ່ສູ້ກັບສະຫວັນ, ວິທີທີ່ຈະຕິດຕາມກະແສທີ່ຊົ່ວຮ້າຍຂອງໂລກ, ພຣະເຈົ້າເບິ່ງສິ່ງນີ້ ແລະ ຮູ້ສຶກດີກັບມັນບໍ? (ບໍ່, ພຣະອົງບໍ່ຮູ້ສຶກດີ.) ແລ້ວພຣະເຈົ້າບໍ່ຮູ້ສຶກດີ ແລະ ມັນກໍຈົບພຽງເທົ່ານັ້ນບໍ? ພຣະອົງບໍ່ຈຳເປັນຕ້ອງເຮັດບາງສິ່ງບາງຢ່າງກ່ຽວກັບມັນບໍ? (ແມ່ນແລ້ວ, ພຣະອົງຕ້ອງເຮັດ.) ພຣະອົງຕ້ອງຊອກຫາວິທີທີ່ຈະເຮັດໃຫ້ຄົນເຫຼົ່ານີ້ຢູ່ດີມີແຮງ, ເພື່ອໃຫ້ພວກເຂົາເຂົ້າໃຈຫຼັກການຂອງການປະພຶດຕົນ, ໃຫ້ພວກເຂົາຮູ້ຈັກນັບຖືບູຊາພຣະເຈົ້າ, ອ່ອນນ້ອມຕໍ່ກົດເກນທັງໝົດຂອງທຳມະຊາດ, ຕໍ່ການຈັດວາງ ແລະ ການຈັດແຈງຂອງພຣະເຈົ້າ, ເພື່ອໃຫ້ຜູ້ຄົນສາມາດດຳລົງຊີວິດດ້ວຍຄວາມເໝືອນມະນຸດ ແລະ ພຣະເຈົ້າກໍຈະວາງໃຈ. ເຖິງແມ່ນວ່າພຣະເຈົ້າຈະຈາກຄົນເຫຼົ່ານີ້ໄປ, ພວກເຂົາກໍຍັງສາມາດດຳລົງຊີວິດຢູ່ໃນສະພາບແວດລ້ອມແບບນັ້ນໄດ້ຕາມປົກກະຕິ, ໂດຍບໍ່ຕ້ອງທົນທຸກກັບສິ່ງໃດຈາກຊາຕານ, ນີ້ຄືເຈດຕະນາຂອງພຣະເຈົ້າ. ເມື່ອຊາຕານເຫັນວ່າຜູ້ຄົນສາມາດອ່ອນນ້ອມຕໍ່ພຣະເຈົ້າ ແລະ ດຳເນີນຊີວິດທີ່ເປັນຄວາມເໝືອນມະນຸດ, ມັນກໍຈະອັບອາຍຂາຍໜ້າ ແລະ ລົ້ມເຫຼວຢ່າງສິ້ນເຊີງ, ສະນັ້ນ ມັນຈຶ່ງປະຖິ້ມຄົນເຫຼົ່ານີ້ໄປຢ່າງສິ້ນເຊີງ ແລະ ບໍ່ສົນໃຈພວກເຂົາອີກເລີຍ. ແລ້ວຊາຕານສົນໃຈໃຜ? ມັນສົນໃຈພຽງແຕ່ຜູ້ທີ່ເຊື່ອໃນພຣະເຈົ້າແຕ່ບໍ່ໄລ່ຕາມຄວາມຈິງ, ຜູ້ທີ່ບໍ່ອ່ານພຣະທຳຂອງພຣະເຈົ້າ ແລະ ບໍ່ອະທິຖານຫາພຣະເຈົ້າ, ຜູ້ທີ່ປະຕິບັດໜ້າທີ່ຂອງພວກເຂົາແບບເຄິ່ງໆກາງໆ ແລະ ຜູ້ທີ່ຢາກຊອກຫາຄົນມາແຕ່ງງານ, ສ້າງຄອບຄົວ ແລະ ສ້າງອາຊີບຢູ່ສະເໝີ. ມັນຕ້ອງການຈະລໍ້ລວງຄົນເຫຼົ່ານີ້, ເພື່ອເຮັດໃຫ້ພວກເຂົາຫຼົງຜິດໃຫ້ຕີຕົວອອກຫ່າງຈາກພຣະເຈົ້າ, ບໍ່ປະຕິບັດໜ້າທີ່ຂອງພວກເຂົາ ແລະ ທໍລະຍົດພຣະເຈົ້າ, ຈົນກວ່າພວກເຂົາຈະຖືກພຣະອົງກຳຈັດ, ຈາກນັ້ນມັນກໍຈະມີຄວາມສຸກຢ່າງສຸດຂີດ. ຍິ່ງເຈົ້າບໍ່ໄລ່ຕາມຄວາມຈິງຫຼາຍສ່ຳໃດ, ມັນກໍຍິ່ງມີຄວາມສຸກຫຼາຍສ່ຳນັ້ນ, ຍິ່ງເຈົ້າໄລ່ຕາມຊື່ສຽງ, ຜົນປະໂຫຍດ ແລະ ສະຖານະຫຼາຍສ່ຳໃດ ແລະ ຍິ່ງເຈົ້າເຮັດພໍແລ້ວມືແລ້ວຕີນໃນການປະຕິບັດໜ້າທີ່ຂອງເຈົ້າຫຼາຍສ່ຳໃດ, ມັນກໍຍິ່ງມີຄວາມສຸກຫຼາຍສ່ຳນັ້ນ. ຖ້າເຈົ້າຕີຕົວອອກຫ່າງ ແລະ ທໍລະຍົດພຣະເຈົ້າ, ມັນກໍຈະຍິ່ງມີຄວາມສຸກຫຼາຍຂຶ້ນໄປອີກ; ນີ້ບໍ່ແມ່ນສະພາບຈິດໃຈຂອງຊາຕານບໍ? ສະພາບຈິດໃຈຂອງຜູ້ຕໍ່ຕ້ານພຣະຄຣິສບໍ່ແມ່ນແບບນີ້ບໍ? ພວກທີ່ເປັນປະເພດດຽວກັບຊາຕານລ້ວນແລ້ວແຕ່ມີສະພາບຈິດໃຈນີ້. ພວກເຂົາຕ້ອງການລໍ້ລວງຜູ້ໃດກໍຕາມທີ່ພວກເຂົາເຫັນວ່າບໍ່ເຊື່ອໃນພຣະເຈົ້າຢ່າງຈິງໃຈ, ຜູ້ໃດກໍຕາມທີ່ເອົາໃຈໃສ່ໃນການຮຽນຮູ້ຄວາມຮູ້ ແລະ ການໄລ່ຕາມຊື່ສຽງ, ຜົນປະໂຫຍດ ແລະ ສະຖານະ ແລະ ຜູ້ໃດກໍຕາມທີ່ບໍ່ເອົາໃຈໃສ່ໃນວຽກງານທີ່ເໝາະສົມຂອງຕົນໃນການປະຕິບັດໜ້າທີ່. ເມື່ອພວກເຂົາພົບພໍ້ກັບຄົນແບບນີ້, ພວກເຂົາກໍຈະມີພາສາດຽວກັນກັບຄົນເຫຼົ່ານັ້ນ, ພວກເຂົາມີຫຼາຍຢ່າງທີ່ຈະເວົ້າເມື່ອຢູ່ນຳກັນ ແລະ ພວກເຂົາກໍເວົ້າຄວາມໃນໃຈຢ່າງເຕັມທີ່, ໂດຍບໍ່ມີຄວາມເກງໃຈ. ພຣະເຈົ້າຮູ້ສຶກແນວໃດເມື່ອພຣະອົງເຫັນຄົນເຫຼົ່ານີ້ບໍ່ໄລ່ຕາມຄວາມຈິງ? ພຣະອົງຮູ້ສຶກຮ້ອນໃຈ! ແລ້ວສາເຫດຂອງລາຄາທັງໝົດນີ້ທີ່ພຣະເຈົ້າໄດ້ຈ່າຍແມ່ນຫຍັງ? ມັນເປັນຍ້ອນຄວາມເປັນຫ່ວງ, ຄວາມເອົາໃຈໃສ່ ແລະ ຄວາມກັງວົນຂອງພຣະອົງທີ່ມີຕໍ່ມະນຸດຊາດ. ພຣະເຈົ້າແບກຮັບຄວາມເປັນຫ່ວງ, ຄວາມເອົາໃຈໃສ່ ແລະ ຄວາມກັງວົນເຫຼົ່ານີ້ກ່ຽວກັບຜູ້ຄົນໄວ້ໃນໃຈຂອງພຣະອົງ ແລະ ຍ້ອນວ່າພຣະເຈົ້າມີທັດສະນະຄະຕິແບບນີ້ຕໍ່ຜູ້ຄົນ, ພາລະກິດຂອງພຣະອົງຈຶ່ງເກີດຂຶ້ນເທື່ອລະກ້າວ. ບໍ່ວ່າໃນສາຍຕາຂອງຜູ້ຄົນ ພຣະເຈົ້າຈະຖ່ອມຕົວ ແລະ ລີ້ລັບ, ພຣະອົງຮັກຜູ້ຄົນຢ່າງແທ້ຈິງ, ພຣະອົງຊື່ສັດ ຫຼື ພຣະອົງຍິ່ງໃຫຍ່ກໍຕາມ, ພຣະເຈົ້າເຊື່ອວ່າລາຄາທັງໝົດເຫຼົ່ານີ້ຄຸ້ມຄ່າ ແລະ ສາມາດໄດ້ຮັບຜົນຕອບແທນ. ຜົນຕອບແທນນີ້ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ສິ່ງທີ່ພຣະອົງກັງວົນໃນໃຈຂອງພຣະອົງຈະບໍ່ເກີດຂຶ້ນອີກ ແລະ ຜູ້ຄົນທີ່ພຣະອົງເປັນຫ່ວງໃນໃຈຂອງພຣະອົງຈະສາມາດດຳລົງຊີວິດຕາມເຈດຕະນາຂອງພຣະອົງ, ຕາມແບບຢ່າງທີ່ພຣະອົງໄດ້ສິດສອນພວກເຂົາ ແລະ ທິດທາງທີ່ພຣະອົງໄດ້ນໍາພາພວກເຂົາໄປ ແລະ ຄົນເຫຼົ່ານີ້ຈະບໍ່ຖືກຊາຕານເຮັດໃຫ້ເສື່ອມຊາມອີກຕໍ່ໄປ, ພວກເຂົາຈະບໍ່ດຳລົງຊີວິດຢູ່ໃນຄວາມທຸກທໍລະມານອີກຕໍ່ໄປ ແລະ ຄວາມກັງວົນຂອງພຣະເຈົ້າກໍຈະຫາຍໄປ ແລະ ພຣະເຈົ້າກໍຈະວາງໃຈ. ສະນັ້ນ, ກ່ຽວກັບທຸກສິ່ງທີ່ພຣະເຈົ້າໄດ້ກະທຳ, ບໍ່ວ່າແຮງຈູງໃຈຫຼັກຂອງພຣະອົງຈະເປັນຫຍັງກໍຕາມ, ບໍ່ວ່າແຜນການຂອງພຣະອົງຈະໃຫຍ່ ຫຼື ນ້ອຍສໍ່າໃດກໍຕາມ, ສິ່ງເຫຼົ່ານີ້ບໍ່ແມ່ນສິ່ງທີ່ເປັນບວກທັງໝົດບໍ? (ແມ່ນແລ້ວ, ມັນແມ່ນ.) ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນສິ່ງທີ່ເປັນບວກ. ບໍ່ວ່າວິທີທີ່ພຣະເຈົ້າເຮັດພາລະກິດຈະບໍ່ເປັນທີ່ສັງເກດເຫັນສຳລັບຜູ້ຄົນ, ບໍ່ວ່າມັນຈະຄຸ້ມຄ່າທີ່ຈະກ່າວເຖິງ ຫຼື ບໍ່, ບໍ່ວ່າຜູ້ຄົນຈະຕັດສິນວິທີທີ່ພຣະເຈົ້າເຮັດພາລະກິດເພື່ອພິພາກສາ ແລະ ຊ່ວຍຜູ້ຄົນໃຫ້ລອດພົ້ນແນວໃດກໍຕາມ, ເມື່ອພິຈາລະນາຈາກທຸກສິ່ງທີ່ພຣະເຈົ້າໄດ້ກະທຳ ແລະ ລາຄາທັງໝົດທີ່ພຣະອົງສາມາດຈ່າຍໄດ້, ພຣະເຈົ້າບໍ່ສົມຄວນໄດ້ຮັບການສັນລະເສີນບໍ? (ແມ່ນແລ້ວ, ພຣະອົງສົມຄວນ.) ແລ້ວພຣະເຈົ້າຍິ່ງໃຫຍ່ ຫຼື ນ້ອຍ? (ພຣະອົງຍິ່ງໃຫຍ່.) ຍິ່ງໃຫຍ່ຫຼາຍ! ບໍ່ມີໃຜໃນທ່າມກາງມະນຸດຊາດສາມາດຈ່າຍລາຄາແບບນັ້ນໄດ້. ບາງຄົນເວົ້າວ່າ “ຄວາມຮັກຂອງແມ່ຍິ່ງໃຫຍ່ທີ່ສຸດໃນທ່າມກາງມະນຸດຊາດ”. ຄວາມຮັກຂອງແມ່ຍິ່ງໃຫຍ່ສໍ່າສິ່ງນີ້ບໍ? ໂດຍທົ່ວໄປແລ້ວ, ຫຼັງຈາກທີ່ລູກໆໄດ້ໃຊ້ຊີວິດຂອງຕົນເອງຢ່າງເປັນເອກະລາດ, ແມ່ຂອງພວກເຂົາກໍຈະບໍ່ເປັນຫ່ວງພວກເຂົາ ຕາບໃດທີ່ພວກເຂົາສາມາດພໍຢູ່ໄດ້. ໃນຄວາມເປັນຈິງແລ້ວ, ພວກເຂົາບໍ່ສາມາດເປັນຫ່ວງລູກໆຂອງພວກເຂົາໄດ້ ເຖິງແມ່ນວ່າພວກເຂົາຢາກຈະເຮັດກໍຕາມ. ແລ້ວພຣະເຈົ້າປະຕິບັດຕໍ່ມະນຸດຊາດນີ້ແນວໃດ? ພຣະອົງໄດ້ອົດທົນກັບມັນມາຈັກພັນປີແລ້ວ? ພຣະເຈົ້າໄດ້ອົດທົນກັບມັນມາເປັນເວລາຫົກພັນປີ ແລະ ຍັງບໍ່ຍອມແພ້ແມ່ນແຕ່ຕອນນີ້. ພຽງແຕ່ເພື່ອຄວາມກັງວົນ ແລະ ຄວາມເປັນຫ່ວງເລັກນ້ອຍນັ້ນ, ພຣະເຈົ້າໄດ້ຈ່າຍລາຄາທີ່ຍິ່ງໃຫຍ່ຂະໜາດນັ້ນ. ລາຄາທີ່ມະຫາສານແບບນັ້ນເບິ່ງເປັນແນວໃດໃນສາຍຕາຂອງພວກຟາຣີຊາຍ ແລະ ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານັ້ນ? ມັນຖືກພວກເຂົາຕັດສິນໂທດ, ຖືກພວກເຂົາຕັດສິນ, ເຖິງຂັ້ນຖືກພວກເຂົາໝິ່ນປະໝາດ. ຈາກມຸມມອງນີ້, ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານັ້ນບໍ່ໄດ້ມີທຳມະຊາດທີ່ຊົ່ວຊ້າບໍ? (ແມ່ນແລ້ວ, ພວກເຂົາມີ.) ພຣະເຈົ້າໄດ້ກະທຳສິ່ງທີ່ໜ້າສັນລະເສີນແບບນັ້ນ ແລະ ແກ່ນແທ້ຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ ນັ້ນກໍສົມຄວນໄດ້ຮັບການສັນລະເສີນຈາກຜູ້ຄົນຫຼາຍ. ພວກເຂົາບໍ່ພຽງແຕ່ບໍ່ສັນລະເສີນພຣະອົງເທົ່ານັ້ນ, ແຕ່ພວກເຂົາຍັງໃຊ້ຂໍ້ອ້າງ ແລະ ທິດສະດີຕ່າງໆເພື່ອຕັດສິນໂທດ ແລະ ຕັດສິນພຣະອົງ ແລະ ເຖິງຂັ້ນປະຕິເສດທີ່ຈະຍອມຮັບວ່າພຣະອົງຄືພຣະຄຣິສ. ຄົນເຫຼົ່ານີ້ບໍ່ໜ້າກຽດຊັງບໍ? (ແມ່ນແລ້ວ, ພວກເຂົາໜ້າກຽດຊັງ.) ພວກເຂົາບໍ່ຊົ່ວຊ້າບໍ? ເມື່ອພິຈາລະນາຈາກພຶດຕິກຳທີ່ຊົ່ວຊ້າຂອງພວກເຂົາ, ພວກເຂົາບໍ່ໄດ້ນັບຖືບູຊາຄວາມຮູ້ ແລະ ການຮຽນຮູ້ບໍ? ພວກເຂົາບໍ່ໄດ້ນັບຖືບູຊາອຳນາດ ແລະ ສະຖານະບໍ? (ແມ່ນແລ້ວ, ພວກເຂົານັບຖືບູຊາ.) ຍິ່ງສິ່ງໃດສິ່ງໜຶ່ງເປັນບວກຫຼາຍສໍ່າໃດ ແລະ ຍິ່ງມັນສົມຄວນໄດ້ຮັບການສັນລະເສີນ, ການຈົດຈຳ ແລະ ການເຜີຍແຜ່ຈາກຜູ້ຄົນຫຼາຍສໍ່າໃດ, ມັນກໍຍິ່ງຈະຖືກຜູ້ຕໍ່ຕ້ານພຣະຄຣິສຕັດສິນໂທດຫຼາຍສໍ່ານັ້ນ. ນີ້ຄືການເປີດເຜີຍຢ່າງໜຶ່ງຂອງທຳມະຊາດທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ. ຕ້ອງເວົ້າເລີຍວ່າ ລະດັບຄວາມຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສນັ້ນເກີນກວ່າຄົນທຳມະດາທີ່ມີອຸປະນິໄສທີ່ເສື່ອມຊາມ.

ໃຫ້ພວກເຮົາສືບຕໍ່ດ້ວຍການສົນທະນາກ່ຽວກັບໂປໂລ. ໂປໂລເກີດມາໃນຄອບຄົວແບບໃດ? ລາວເກີດມາໃນຄອບຄົວປັນຍາຊົນ, ຄອບຄົວທີ່ມີການສຶກສາ. ລາວເກີດມາໃນຄອບຄົວແບບນັ້ນ ແລະ ພູມຫຼັງການເກີດຂອງລາວກໍຖືວ່າດີ. ລາວໄດ້ຮັບການສຶກສາຊັ້ນສູງ. ຕາມມາດຕະຖານໃນປັດຈຸບັນ, ລາວອາດຈະເປັນຄົນປະເພດທີ່ຮຽນເທວະວິທະຍາ ຫຼື ເຂົ້າຮຽນໃນມະຫາວິທະຍາໄລ. ແລ້ວຄວາມຮູ້ ແລະ ການຮຽນຮູ້ຂອງລາວສູງກວ່າຂອງຄົນສ່ວນໃຫຍ່ບໍ? (ແມ່ນແລ້ວ.) ເມື່ອພິຈາລະນາຈາກຄວາມຮູ້ ແລະ ການຮຽນຮູ້ຂອງໂປໂລ, ມັນຈະເປັນເລື່ອງງ່າຍສຳລັບລາວບໍທີ່ຈະຮັບຮູ້ວ່າອົງພຣະເຢຊູເຈົ້າຄືພຣະຄຣິສ? (ແມ່ນແລ້ວ, ມັນຈະເປັນເລື່ອງງ່າຍ.) ງ່າຍຫຼາຍ. ແຕ່ເປັນຫຍັງລາວຈຶ່ງບໍ່ຮັບຮູ້ວ່າອົງພຣະເຢຊູເຈົ້າຄືພຣະຄຣິສ? (ລາວນັບຖືບູຊາຄວາມຮູ້ ແລະ ຮູ້ສຶກວ່າອົງພຣະເຢຊູເຈົ້າບໍ່ໄດ້ມີຄວາມຮູ້ເທົ່າກັບລາວ, ສະນັ້ນ ລາວຈຶ່ງບໍ່ຮັບຮູ້ພຣະອົງ.) ມັນງ່າຍດາຍເກີນໄປທີ່ຈະເວົ້າແບບນີ້. ຖ້າອົງພຣະເຢຊູເຈົ້າບໍ່ມີຄວາມຮູ້ເທົ່າກັບລາວ, ລາວກໍຈະບໍ່ສາມາດຮັບຮູ້ພຣະອົງໄດ້. ຖ້າພຣະອົງມີຄວາມຮູ້ແທ້ໆ, ລາວກໍອາດຈະສາມາດຮັບຮູ້ພຣະອົງໄດ້. ນີ້ເປັນການອະນຸມານເຄິ່ງໜຶ່ງ. ຕອນນີ້, ພວກເຮົາພຽງແຕ່ເວົ້າວ່າຜູ້ຕໍ່ຕ້ານພຣະຄຣິສນັບຖືບູຊາຄວາມຮູ້; ນັ້ນກໍຄື ເມື່ອພວກເຂົາຟັງຜູ້ຄົນ ແລະ ຈັດການກັບຜູ້ຄົນ ແລະ ເລື່ອງຕ່າງໆ, ພວກເຂົາມີມຸມມອງທີ່ເຮັດໃຫ້ຄົນອື່ນເຫັນວ່າພວກເຂົານັບຖືບູຊາຄວາມຮູ້ ແລະ ການຮຽນຮູ້. ຕົວຢ່າງ: ຖ້າຄຳເວົ້າຂອງເຈົ້າມີຕັກກະຫຼາຍ, ຢູ່ໃນລະດັບສູງ, ສະຫຼາດຫຼັກແຫຼມ, ເລິກລັບຊັບຊ້ອນ ແລະ ເປັນນາມມະທຳ, ນີ້ຄືສິ່ງທີ່ລາວມັກຢ່າງແນ່ນອນ. ເປັນນາມມະທຳ ແລະ ສອດຄ່ອງກັບຕັກກະ, ປັດຊະຍາ ແລະ ເຖິງຂັ້ນມີການຮຽນຮູ້ບາງຢ່າງ, ນີ້ຄືສິ່ງທີ່ລາວຕ້ອງການຢ່າງແນ່ນອນ. ອົງພຣະເຢຊູເຈົ້າຄືການບັງເກີດເປັນເນື້ອໜັງຂອງພຣະເຈົ້າ ແລະ ທຸກສິ່ງທີ່ພຣະອົງກ່າວຄືພຣະທຳ ແລະ ຄວາມຈິງຂອງພຣະເຈົ້າ. ສະນັ້ນ, ເມື່ອຄົນທີ່ມີຄວາມຮູ້ ແລະ ການຮຽນຮູ້ເບິ່ງພຣະທຳ ແລະ ຄວາມຈິງເຫຼົ່ານີ້, ພວກເຂົາປະເມີນພວກມັນແນວໃດ? “ພຣະທຳທີ່ເຈົ້າເວົ້ານັ້ນທຳມະດາ ແລະ ຜິວເຜີນເກີນໄປ. ພວກມັນລ້ວນແລ້ວແຕ່ເປັນເລື່ອງເລັກໆນ້ອຍໆກ່ຽວກັບການເຊື່ອໃນພຣະເຈົ້າ. ພວກມັນບໍ່ເລິກເຊິ່ງ ແລະ ບໍ່ເລິກລັບຊັບຊ້ອນ. ບໍ່ມີຄວາມລຶກລັບເລີຍ. ແຕ່ເຈົ້າພັດບອກວ່າພວກມັນເປັນຄວາມຈິງ. ຄວາມຈິງມີຫຍັງສູງສົ່ງ? ຂ້ອຍກໍສາມາດເວົ້າສິ່ງເຫຼົ່ານີ້ໄດ້ຄືກັນ!” ຜູ້ຕໍ່ຕ້ານພຣະຄຣິສບໍ່ເຊື່ອສິ່ງນີ້ບໍ? (ແມ່ນແລ້ວ.) ພວກເຂົາຊັ່ງຊາມັນແບບນີ້, ໂດຍຄິດວ່າ “ໃຫ້ຂ້ອຍເບິ່ງດຸວ່າສິ່ງທີ່ເຈົ້າກຳລັງເວົ້າຢູ່ນັ້ນສູງກວ່າ ຫຼື ຕ່ຳກວ່າຄວາມຮູ້ຂອງຂ້ອຍກັນແທ້”. ທັນທີທີ່ພວກເຂົາໄດ້ຍິນຄຳເວົ້າເຫຼົ່ານັ້ນ, ພວກເຂົາກໍທ້າທາຍມັນ ໂດຍກ່າວວ່າ “ເຈົ້າເວົ້າຄືກັບນັກຮຽນປະຖົມ. ຂ້ອຍເປັນນັກສຶກສາມະຫາວິທະຍາໄລ, ສະນັ້ນ ເຈົ້າຈຶ່ງບໍ່ເກັ່ງເທົ່າຂ້ອຍ!” ຈາກນັ້ນພວກເຂົາກໍຈັບຜິດພຣະທຳຂອງພຣະເຈົ້າ ໂດຍກ່າວວ່າ “ເບິ່ງຄືວ່າເຈົ້າບໍ່ເຂົ້າໃຈໄວຍາກອນ ແລະ ບາງຄັ້ງຄຳສັບທີ່ເຈົ້າໃຊ້ໃນຂະນະທີ່ເວົ້ານັ້ນກໍບໍ່ເໝາະສົມ. ເຈົ້າເບິ່ງບໍ່ຄືກັບພຣະເຈົ້າເລີຍ”. ພວກເຂົາເບິ່ງຮູບຮ່າງໜ້າຕາຂອງພຣະອົງເພື່ອເບິ່ງວ່າພຣະອົງແມ່ນພຣະເຈົ້າ ຫຼື ບໍ່; ພວກເຂົາບໍ່ຟັງເນື້ອຫາຂອງພຣະທຳຂອງພຣະອົງ, ພວກເຂົາບໍ່ຟັງວ່າສິ່ງທີ່ສະແດງອອກມານັ້ນແມ່ນຄວາມຈິງ ຫຼື ບໍ່ ຫຼື ວ່າພຣະທຳເຫຼົ່ານັ້ນມາຈາກພຣະເຈົ້າ ຫຼື ບໍ່. ນີ້ບໍ່ແມ່ນການຂາດຄວາມເຂົ້າໃຈຝ່າຍວິນຍານບໍ? (ແມ່ນແລ້ວ, ມັນແມ່ນ.) ສະນັ້ນ, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງມີອີກລັກສະນະໜຶ່ງ: ພວກເຂົາຂາດຄວາມເຂົ້າໃຈຝ່າຍວິນຍານ. ຍ້ອນວ່າພວກເຂົາໃຫ້ຄຸນຄ່າແກ່ຄວາມຮູ້ ແລະ ການຮຽນຮູ້, ພວກເຂົາຈຶ່ງບໍ່ເຂົ້າໃຈຄວາມຈິງ. ພວກເຂົາຈະບໍ່ມີວັນສາມາດເຂົ້າໃຈຄວາມຈິງໄດ້. ຄົນເຫຼົ່ານີ້ຖືກກຳນົດໃຫ້ເປັນຄົນປະເພດທີ່ຂາດຄວາມເຂົ້າໃຈຝ່າຍວິນຍານ. ພວກເຂົາໃຊ້ຄວາມຮູ້ຂອງພວກເຂົາເພື່ອຊັ່ງຊາທຸກປະໂຫຍກທີ່ພຣະເຈົ້າກ່າວ. ພວກເຂົາສາມາດເຂົ້າໃຈຄວາມຈິງໄດ້ບໍ? ພວກເຂົາສາມາດຮູ້ໄດ້ບໍວ່ານີ້ຄືຄວາມຈິງ? ໃນທີ່ສຸດພວກເຂົາສາມາດບັນລຸຂໍ້ສະຫຼຸບ ແລະ ເວົ້າໄດ້ບໍວ່າ ພຣະທຳທັງໝົດນີ້ທີ່ພຣະເຈົ້າກ່າວຄືຄວາມຈິງ? ພວກເຂົາສາມາດຮັບຮູ້ສິ່ງນີ້ໄດ້ບໍ? ພວກເຂົາບໍ່ສາມາດຮັບຮູ້ສິ່ງນີ້ໄດ້. ແລ້ວໃນສາຍຕາຂອງພວກເຂົາ ພວກເຂົາເບິ່ງພຣະເຈົ້າທີ່ບັງເກີດເປັນເນື້ອໜັງແນວໃດ? ພວກເຂົາຄິດວ່າ “ບໍ່ວ່າຂ້ອຍຈະເບິ່ງມັນແນວໃດ, ລາວກໍເປັນມະນຸດຄົນໜຶ່ງ. ບໍ່ວ່າຂ້ອຍຈະເບິ່ງມັນແນວໃດ, ຂ້ອຍກໍເບິ່ງບໍ່ເຫັນສິ່ງທີ່ພຣະເຈົ້າເປັນ. ບໍ່ວ່າຂ້ອຍຈະຟັງແນວໃດ, ຂ້ອຍກໍບອກບໍ່ໄດ້ວ່າຄຳເວົ້າໃດຂອງລາວສອດຄ່ອງກັບຄວາມຈິງ ແລະ ຄຳເວົ້າໃດເປັນຄວາມຈິງ”. ສະນັ້ນ, ເລິກໆໃນໃຈຂອງພວກເຂົາ, ພວກເຂົາຈຶ່ງຄິດວ່າ “ຖ້າເຈົ້າມີບາງສິ່ງທີ່ໃໝ່ ແລະ ສົດໃໝ່ ແລະ ຂ້ອຍສາມາດໄດ້ຮັບທິດສະດີບາງຢ່າງ ແລະ ຫາຕົ້ນທຶນບາງຢ່າງຈາກເຈົ້າໄດ້, ແລ້ວຂ້ອຍຈະຕິດຕາມເຈົ້າໄປກ່ອນ ແລະ ເບິ່ງວ່າຜົນຈະເປັນແນວໃດ”. ແຕ່ພວກເຂົາສາມາດຍອມຮັບອົງພຣະເຢຊູເຈົ້າຈາກສ່ວນເລິກໃນໃຈຂອງພວກເຂົາໄດ້ບໍ? (ບໍ່, ພວກເຂົາບໍ່ສາມາດ.) ພວກເຂົາຈະບໍ່ຍອມຮັບພຣະອົງຢ່າງແນ່ນອນ. ເປັນຫຍັງພວກເຂົາຈຶ່ງບໍ່ຍອມຮັບພຣະອົງ? ສາເຫດຂອງເລື່ອງນີ້ແມ່ນຫຍັງ? ມັນເປັນເພາະວ່າພວກເຂົາມັກຄວາມຮູ້ຫຼາຍເກີນໄປ. ຄວາມມັກຂອງພວກເຂົາ ແລະ ຄວາມຮູ້ທີ່ພວກເຂົາປະກອບດ້ວຍ ແລະ ໄດ້ຮຽນຮູ້ມານັ້ນ ປິດບັງຕາ ແລະ ຈິດໃຈຂອງພວກເຂົາ, ຂັດຂວາງບໍ່ໃຫ້ພວກເຂົາເຫັນທຸກສິ່ງທີ່ພຣະເຈົ້າໄດ້ກະທຳ. ເຖິງແມ່ນວ່າສິ່ງທີ່ພຣະເຈົ້າກ່າວຈະເປັນຄວາມຈິງຢ່າງຊັດເຈນ, ເຖິງແມ່ນວ່າພາລະກິດທີ່ພຣະເຈົ້າເຮັດຈະສະແດງເຖິງຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າຢ່າງຊັດເຈນ, ພວກເຂົາກໍບໍ່ສາມາດເຫັນມັນໄດ້. ເປັນຫຍັງພວກເຂົາຈຶ່ງບໍ່ສາມາດເຫັນມັນໄດ້? ເພາະວ່າຄວາມຮູ້ ແລະ ການຮຽນຮູ້ຂອງພວກເຂົາເຮັດໃຫ້ພວກເຂົາເຕັມໄປດ້ວຍແນວຄິດ, ຈິນຕະນາການ ແລະ ຂໍ້ສະຫຼຸບກ່ຽວກັບພຣະເຈົ້າ. ໃນທີ່ສຸດ, ບໍ່ວ່າພວກເຂົາຈະຟັງການເທດສະໜາ ຫຼື ຕິດຕໍ່ພົວພັນກັບພຣະເຈົ້າແນວໃດກໍຕາມ, ພວກເຂົາກໍບໍ່ສາມາດເຂົ້າໃຈສິ່ງທີ່ພຣະເຈົ້າກ່າວໄດ້, ຢ່າວ່າແຕ່ຈະຍອມຮັບວ່າສິ່ງທີ່ຄົນຜູ້ນີ້ເວົ້າສາມາດປ່ຽນແປງຜູ້ຄົນໄດ້ ຫຼື ວ່າມັນເປັນຄວາມຈິງ, ຫົນທາງ ແລະ ຊີວິດເລີຍ. ນີ້ຄືສິ່ງທີ່ພວກເຂົາບໍ່ມີວັນຍອມຮັບໄດ້. ພວກເຂົາບໍ່ມີວັນຍອມຮັບມັນໄດ້, ເຊິ່ງກຳນົດໃຫ້ພວກເຂົາບໍ່ໄດ້ຮັບການຊ່ວຍໃຫ້ລອດພົ້ນ, ຄືກັນກັບໂປໂລ. ໂປໂລໄດ້ສາລະພາບບໍວ່າອົງພຣະເຢຊູເຈົ້າຄືພຣະຄຣິສ? ລາວບໍ່ຍອມຮັບມັນແມ່ນແຕ່ໃນຕອນສຸດທ້າຍ. ບາງຄົນເວົ້າວ່າ: “ລາວບໍ່ໄດ້ຮ້ອງຫາພຣະຜູ້ເປັນເຈົ້າບໍ ຕອນທີ່ລາວຖືກຕີຈົນລົ້ມລົງຢູ່ຖະໜົນໄປດາມາເຊ? ລາວຄວນຈະສາລະພາບແລ້ວ. ເວົ້າໄດ້ແນວໃດວ່າລາວບໍ່ໄດ້ສາລະພາບ?” ຂໍ້ເທັດຈິງໜຶ່ງພິສູດວ່າ ໂປໂລບໍ່ເຄີຍຍອມຮັບອົງພຣະເຢຊູຄຣິສເຈົ້າວ່າເປັນພຣະຜູ້ຊ່ວຍໃຫ້ລອດພົ້ນຂອງລາວ. ນັ້ນກໍຄື ເຖິງແມ່ນວ່າຫຼັງຈາກທີ່ລາວຖືກຕີຈົນລົ້ມລົງແລ້ວ, ລາວກໍຍັງໄລ່ຕາມທີ່ຈະພະຍາຍາມເປັນພຣະຄຣິສ. ພຣະຄຣິສແມ່ນຜູ້ທີ່ຄົນເຮົາສາມາດເປັນໄດ້ຕາມໃຈມັກບໍ? ພຣະຄຣິສຄືພຣະເຈົ້າທີ່ບັງເກີດເປັນມະນຸດ. ພຣະອົງຄືພຣະເຈົ້າ ແລະ ບໍ່ມີໃຜສາມາດເປັນພຣະອົງໄດ້ພຽງເພາະວ່າພວກເຂົາຢາກເປັນ. ໃຜແດ່ບໍ່ຢາກເປັນພຣະຄຣິສ, ແຕ່ນັ້ນແມ່ນສິ່ງທີ່ມະນຸດສາມາດເຮັດໄດ້ບໍ? ນີ້ບໍ່ແມ່ນເລື່ອງທີ່ຜູ້ຄົນຢາກເຮັດ. ໂປໂລເຖິງຂັ້ນຢາກເປັນພຣະຄຣິສ. ເມື່ອພິຈາລະນາຈາກການໄລ່ຕາມຂອງໂປໂລ, ລາວສາມາດຮັບຮູ້ໄດ້ບໍວ່າອົງພຣະເຢຊູເຈົ້າຄືພຣະຄຣິສ ແລະ ພຣະຜູ້ເປັນເຈົ້າ? (ບໍ່, ລາວບໍ່ສາມາດ.) ແລ້ວລາວວາງຕຳແໜ່ງຕົວຕົນ ແລະ ສະຖານະຂອງອົງພຣະເຢຊູເຈົ້າໄວ້ບ່ອນໃດ? ໃນຖານະພຣະບຸດຂອງພຣະເຈົ້າ. ພຣະບຸດຂອງພຣະເຈົ້າແມ່ນຫຍັງ? ມັນຄື “ເຈົ້າບໍ່ແມ່ນພຣະເຈົ້າ, ເຈົ້າເປັນພຣະບຸດຂອງພຣະເຈົ້າ, ເຈົ້ານ້ອຍກວ່າພຣະເຈົ້າ, ເຈົ້າຄືກັນກັບພວກເຮົາ; ພວກເຮົາເປັນບຸດຊາຍຂອງພຣະເຈົ້າ ແລະ ເຈົ້າກໍເປັນບຸດຊາຍຂອງພຣະເຈົ້າເຊັ່ນກັນ, ແຕ່ພຣະເຈົ້າໄດ້ມອບໝາຍພຣະບັນຊາທີ່ແຕກຕ່າງກັນໃຫ້ເຈົ້າ ແລະ ເຈົ້າກໍໄດ້ເຮັດພາລະກິດທີ່ແຕກຕ່າງກັນ. ຖ້າພຣະເຈົ້າມອບວຽກນີ້ໃຫ້ຂ້ອຍ, ຂ້ອຍກໍສາມາດເຮັດມັນ ແລະ ແບກຮັບມັນໄດ້ເຊັ່ນກັນ”. ສິ່ງນີ້ບໍ່ໄດ້ໝາຍຄວາມວ່າໂປໂລບໍ່ຍອມຮັບຂໍ້ເທັດຈິງທີ່ວ່າອົງພຣະເຢຊູຄຣິສເຈົ້າຄືພຣະເຈົ້າບໍ? (ແມ່ນແລ້ວ, ມັນໝາຍຄວາມວ່າແນວນັ້ນ.) ລາວເຊື່ອວ່າພຣະເຈົ້າແຫ່ງຄວາມເຊື່ອຂອງລາວຢູ່ໃນສະຫວັນ, ວ່າພຣະຄຣິສອົງນີ້ບໍ່ແມ່ນພຣະເຈົ້າ ແລະ ວ່າຕົວຕົນ ແລະ ສະຖານະຂອງພຣະເຈົ້າບໍ່ມີຫຍັງກ່ຽວຂ້ອງກັບພຣະຄຣິສອົງນີ້. ການຢັ່ງຮູ້ ແລະ ທັດສະນະຄະຕິຂອງລາວທີ່ມີຕໍ່ອົງພຣະເຢຊູເຈົ້າພັດທະນາຂຶ້ນມາໄດ້ແນວໃດ? ພວກມັນຖືກອະນຸມານມາຈາກຄວາມຮູ້ ແລະ ຈິນຕະນາການຂອງລາວ. ລາວອະນຸມານພວກມັນໄດ້ແນວໃດ? ລາວເຫັນພວກມັນໃນປະໂຫຍກໃດ? ອົງພຣະເຢຊູເຈົ້າກ່າວວ່າ “ພຣະບິດາຂອງເຮົາເປັນແບບນັ້ນແບບນີ້” ແລະ “ເຮົາເຮັດສິ່ງນັ້ນສິ່ງນີ້ໂດຍພຣະບິດາຂອງເຮົາໃນສະຫວັນ” ແລະ ລາວໄດ້ຍິນສິ່ງນີ້ ແລະ ຄິດວ່າ “ເຈົ້າອ້າງເຖິງພຣະເຈົ້າວ່າເປັນພຣະເຈົ້າເຊັ່ນກັນບໍ? ເຈົ້າອ້າງເຖິງພຣະເຈົ້າໃນສະຫວັນວ່າເປັນພໍ່ເຊັ່ນກັນບໍ? ໃນກໍລະນີນັ້ນ, ເຈົ້າເປັນພຣະບຸດຂອງພຣະເຈົ້າບໍ?” ນີ້ບໍ່ແມ່ນຈິນຕະນາການຂອງສະໝອງມະນຸດບໍ? ນີ້ຄືຂໍ້ສະຫຼຸບທີ່ໄດ້ມາໂດຍຄົນທີ່ມີຄວາມຮູ້: “ຖ້າເຈົ້າເອີ້ນພຣະເຈົ້າໃນສະຫວັນວ່າພໍ່ ແລະ ພວກເຮົາກໍເອີ້ນພຣະອົງວ່າພໍ່ເຊັ່ນກັນ, ແລ້ວພວກເຮົາກໍເປັນອ້າຍນ້ອງກັນ. ເຈົ້າເປັນບຸດຊາຍຄົນທຳອິດ, ພວກເຮົາເປັນບຸດຊາຍຄົນຮອງ ແລະ ພຣະເຈົ້າໃນສະຫວັນຄືພຣະເຈົ້າຂອງພວກເຮົາທຸກຄົນ. ສະນັ້ນ, ເຈົ້າຈຶ່ງບໍ່ແມ່ນພຣະເຈົ້າ ແລະ ພວກເຮົາທຸກຄົນເທົ່າທຽມກັນ. ດັ່ງນັ້ນ, ມັນຈຶ່ງບໍ່ແມ່ນອົງພຣະເຢຊູຄຣິສເຈົ້າທີ່ຈະເປັນຜູ້ຕັດສິນໃນທີ່ສຸດວ່າໃຜຈະໄດ້ຮັບລາງວັນ, ໃຜຈະຖືກລົງໂທດ ແລະ ຜົນສຸດທ້າຍຂອງພວກເຂົາແມ່ນຫຍັງ, ແຕ່ມັນແມ່ນພຣະເຈົ້າໃນສະຫວັນ”. ຂໍ້ສະຫຼຸບ ແລະ ມຸມມອງທີ່ໄຮ້ສາລະເຫຼົ່ານີ້ຂອງໂປໂລລ້ວນແລ້ວແຕ່ໄດ້ມາຈາກການໃຊ້ຈິດໃຈຂອງລາວເພື່ອຕັດສິນ ແລະ ວິເຄາະ ຫຼັງຈາກທີ່ໄດ້ສຶກສາເທວະວິທະຍາ ແລະ ຄວາມຮູ້ມາ. ນີ້ຄືຜົນໄດ້ຮັບ.

ໂປໂລຖືວ່າຄວາມຮູ້ເປັນເຟືອງຊ່ວຍຊີວິດ, ເປັນຕົ້ນທຶນຂອງລາວ ແລະ ຍິ່ງໄປກວ່ານັ້ນ ມັນເປັນເປົ້າໝາຍແຫ່ງການໄລ່ຕາມຂອງລາວ. ຖ້າໂປໂລບໍ່ໄດ້ບູຊາຄວາມຮູ້, ແຕ່ສາມາດປ່ອຍວາງຄວາມຮູ້ທີ່ລາວໄດ້ຮຽນຮູ້ມາກ່ອນ, ຖືວ່າອົງພຣະເຢຊູເຈົ້າເປັນພຣະຜູ້ເປັນເຈົ້າ, ເປັນຜູ້ທີ່ສາມາດຕິດຕາມໄດ້, ເປັນຜູ້ທີ່ສາມາດສະແດງຄວາມຈິງອອກມາໄດ້ ແລະ ຖືວ່າພຣະທຳຂອງອົງພຣະເຢຊູເຈົ້າເປັນຄວາມຈິງທີ່ຕ້ອງເຊື່ອຟັງ ແລະ ປະຕິບັດຕາມ, ຜົນທີ່ອອກມາກໍຄົງຈະແຕກຕ່າງກັນ. ການທີ່ເປໂຕສາມາດປະຕິເສດພຣະຜູ້ເປັນເຈົ້າສາມຄັ້ງນັ້ນ ໃນດ້ານໜຶ່ງແມ່ນຍ້ອນລາວຢ້ານ ແລະ ໃນອີກດ້ານໜຶ່ງ, ລາວເຫັນວ່າອົງພຣະເຢຊູເຈົ້າເປັນມະນຸດທຳມະດາທີ່ຖືກຈັບກຸມ ແລະ ກຳລັງທົນທຸກ. ລາວມີຄວາມອ່ອນແອຢູ່ໃນໃຈຂອງລາວ, ນັ້ນບໍ່ແມ່ນຈຸດບົກພ່ອງທີ່ຮ້າຍແຮງເຖິງຊີວິດ. ການທີ່ລາວສາມາດປະຕິເສດພຣະອົງຊົ່ວໄລຍະໜຶ່ງກໍບໍ່ແມ່ນຈຸດບົກພ່ອງທີ່ຮ້າຍແຮງເຖິງຊີວິດເຊັ່ນກັນ. ນີ້ບໍ່ແມ່ນຫຼັກຖານທີ່ສາມາດກຳນົດຈຸດຈົບຂອງຄົນໃດຄົນໜຶ່ງໄດ້ໃນທີ່ສຸດ. ແລ້ວແມ່ນຫຍັງຄືສິ່ງທີ່ກຳນົດຈຸດຈົບຂອງພວກເຂົາໃນທີ່ສຸດ? ມັນແມ່ນການທີ່ພວກເຂົາປະຕິບັດຕໍ່ພຣະທຳຂອງພຣະເຈົ້າວ່າເປັນພຣະທຳຂອງພຣະເຈົ້າ ຫຼື ບໍ່, ພວກເຂົາສາມາດຍອມຮັບ, ເຊື່ອຟັງ ແລະ ປະຕິບັດພຣະທຳຂອງພຣະເຈົ້າວ່າເປັນຄວາມຈິງໄດ້ ຫຼື ບໍ່. ໂປໂລ ແລະ ເປໂຕເປັນສອງຕົວຢ່າງທີ່ແຕກຕ່າງກັນຢ່າງສິ້ນເຊີງ. ເປໂຕເຄີຍອ່ອນແອ, ລາວເຄີຍປະຕິເສດພຣະຜູ້ເປັນເຈົ້າ ແລະ ເຄີຍສົງໄສໃນພຣະຜູ້ເປັນເຈົ້າ, ແຕ່ຜົນສຸດທ້າຍກໍຄື ເປໂຕຖືກເຮັດໃຫ້ສົມບູນ. ໂປໂລເຮັດວຽກໃຫ້ພຣະຜູ້ເປັນເຈົ້າ ແລະ ທົນທຸກເປັນເວລາຫຼາຍປີ. ຕາມເຫດຜົນແລ້ວ ລາວຄວນຈະສາມາດໄດ້ຮັບມົງກຸດ, ແຕ່ເປັນຫຍັງລາວຈຶ່ງຈົບລົງດ້ວຍການຖືກພຣະເຈົ້າລົງໂທດ? ເປັນຫຍັງຈຸດຈົບຂອງລາວ ແລະ ຂອງເປໂຕຈຶ່ງແຕກຕ່າງກັນ? ສິ່ງນີ້ຂຶ້ນຢູ່ກັບແກ່ນແທ້ທຳມະຊາດຂອງຄົນ ແລະ ເສັ້ນທາງທີ່ພວກເຂົາໄລ່ຕາມ. ແກ່ນແທ້ທຳມະຊາດຂອງໂປໂລແມ່ນຫຍັງ? ຢ່າງໜ້ອຍທີ່ສຸດ ມັນກໍມີຄວາມຊົ່ວຊ້າຢ່າງໜຶ່ງ. ລາວໄລ່ຕາມຄວາມຮູ້ ແລະ ສະຖານະຢ່າງບ້າປ່ວງ, ລາວໄລ່ຕາມລາງວັນ ແລະ ມົງກຸດ ແລະ ລາວແລ່ນໄປມາ, ເຮັດວຽກ ແລະ ຈ່າຍລາຄາເພື່ອມົງກຸດນັ້ນ, ໂດຍບໍ່ໄດ້ໄລ່ຕາມຄວາມຈິງເລີຍ. ຍິ່ງໄປກວ່ານັ້ນ, ໃນຕະຫຼອດໄລຍະເວລາຂອງການເຮັດວຽກຂອງລາວ, ລາວບໍ່ເຄີຍເປັນພະຍານໃຫ້ພຣະທຳຂອງອົງພຣະເຢຊູເຈົ້າ, ທັງບໍ່ໄດ້ເປັນພະຍານວ່າອົງພຣະເຢຊູເຈົ້າຄືພຣະຄຣິສ, ຄືພຣະເຈົ້າ ຫຼື ຄືພຣະເຈົ້າທີ່ບັງເກີດເປັນມະນຸດ, ວ່າອົງພຣະເຢຊູເຈົ້າເປັນຕົວແທນຂອງພຣະເຈົ້າ ແລະ ພຣະທຳທັງໝົດທີ່ພຣະອົງກ່າວລ້ວນແຕ່ແມ່ນພຣະທຳທີ່ພຣະເຈົ້າກ່າວ. ໂປໂລບໍ່ສາມາດຢັ່ງຮູ້ສິ່ງເຫຼົ່ານີ້ໄດ້. ແລ້ວເສັ້ນທາງທີ່ໂປໂລຍ່າງແມ່ນຫຍັງ? ລາວໄລ່ຕາມຄວາມຮູ້ ແລະ ສາສະໜາສາດຢ່າງດື້ດ້ານ, ຕໍ່ຕ້ານຄວາມຈິງ, ປະຕິເສດທີ່ຈະຍອມຮັບຄວາມຈິງ ແລະ ໃຊ້ພອນສະຫວັນ ແລະ ຄວາມຮູ້ຂອງລາວເພື່ອເຮັດວຽກໃນການຄຸ້ມຄອງ, ຮັກສາ ແລະ ເຮັດໃຫ້ສະຖານະຂອງລາວໝັ້ນຄົງ. ຜົນສຸດທ້າຍຂອງລາວແມ່ນຫຍັງ? ບາງທີເຈົ້າອາດຈະເບິ່ງບໍ່ເຫັນຈາກພາຍນອກວ່າລາວໄດ້ຮັບການລົງໂທດແບບໃດກ່ອນທີ່ລາວຈະຕາຍ ຫຼື ວ່າລາວມີການສະແດງອອກທີ່ຜິດປົກກະຕິ ຫຼື ບໍ່, ແຕ່ຜົນສຸດທ້າຍຂອງລາວແມ່ນແຕກຕ່າງຈາກຂອງເປໂຕ. “ຄວາມແຕກຕ່າງ” ນີ້ຂຶ້ນຢູ່ກັບຫຍັງ? ຢ່າງໜຶ່ງແມ່ນແກ່ນແທ້ທຳມະຊາດຂອງຄົນ ແລະ ອີກຢ່າງໜຶ່ງແມ່ນເສັ້ນທາງທີ່ພວກເຂົາຍ່າງ. ກ່ຽວກັບທັດສະນະຄະຕິ ແລະ ມຸມມອງຂອງໂປໂລທີ່ມີຕໍ່ອົງພຣະເຢຊູເຈົ້າ, ການຕໍ່ຕ້ານຂອງລາວແຕກຕ່າງຈາກການຕໍ່ຕ້ານຂອງຄົນປົກກະຕິແນວໃດ? ນອກຈາກນີ້, ຄວາມແຕກຕ່າງລະຫວ່າງການທີ່ໂປໂລປະຕິເສດ ແລະ ບໍ່ຍອມຮັບພຣະຜູ້ເປັນເຈົ້າ ກັບການທີ່ເປໂຕປະຕິເສດພຣະນາມຂອງພຣະເຈົ້າ ແລະ ບໍ່ຍອມຮັບພຣະຜູ້ເປັນເຈົ້າສາມຄັ້ງຍ້ອນຄວາມອ່ອນແອ ແລະ ຄວາມຢ້ານກົວນັ້ນແມ່ນຫຍັງ? ໂປໂລໃຊ້ຄວາມຮູ້, ການຮຽນຮູ້ ແລະ ພອນສະຫວັນຂອງລາວເພື່ອເຮັດວຽກຂອງລາວ. ລາວບໍ່ໄດ້ປະຕິບັດຄວາມຈິງເລີຍ, ທັງບໍ່ໄດ້ຕິດຕາມຫົນທາງຂອງພຣະເຈົ້າ. ແລ້ວເຈົ້າສາມາດເຫັນຄວາມອ່ອນແອຂອງລາວໃນຊ່ວງເວລາທີ່ລາວໃຊ້ໄປກັບການແລ່ນໄປມາ ແລະ ການເຮັດວຽກ ຫຼື ໃນຈົດໝາຍຂອງລາວໄດ້ບໍ? ເຈົ້າບໍ່ສາມາດເຫັນໄດ້, ແມ່ນບໍ? ລາວສອນຜູ້ຄົນຊໍ້າແລ້ວຊໍ້າອີກວ່າຄວນເຮັດຫຍັງ ແລະ ຊຸກຍູ້ໃຫ້ຜູ້ຄົນໄລ່ຕາມການໄດ້ຮັບລາງວັນ, ມົງກຸດ ແລະ ຈຸດໝາຍປາຍທາງທີ່ດີ. ລາວບໍ່ມີຄວາມຮູ້ຈາກປະສົບການ ຫຼື ປະສົບການໃນການປະຕິບັດຄວາມຈິງ. ເຖິງຢ່າງໃດກໍຕາມ, ເປໂຕແມ່ນຖ່ອມຕົວຫຼາຍໃນການກະທຳຂອງລາວ. ລາວບໍ່ມີທິດສະດີທີ່ເລິກເຊິ່ງເຫຼົ່ານັ້ນ ຫຼື ຈົດໝາຍທີ່ມີຊື່ສຽງໂດ່ງດັງເກີນໄປ. ລາວມີການຢັ່ງຮູ້ ແລະ ການປະຕິບັດຄວາມຈິງທີ່ແທ້ຈິງບາງຢ່າງ. ເຖິງແມ່ນວ່າລາວຈະປະສົບກັບຄວາມອ່ອນແອ ແລະ ຄວາມເສື່ອມຊາມໃນຊີວິດຂອງລາວ, ຫຼັງຈາກການທົດສອບຫຼາຍຄັ້ງ, ຄວາມສຳພັນທີ່ລາວສ້າງຂຶ້ນກັບພຣະເຈົ້າກໍຄືຄວາມສຳພັນລະຫວ່າງມະນຸດກັບພຣະເຈົ້າ, ເຊິ່ງແຕກຕ່າງຈາກກໍລະນີຂອງໂປໂລຢ່າງສິ້ນເຊີງ. ເຖິງແມ່ນວ່າໂປໂລຈະເຮັດວຽກ, ແຕ່ສິ່ງທີ່ລາວເຮັດພັດບໍ່ມີສ່ວນກ່ຽວຂ້ອງກັບພຣະເຈົ້າເລີຍ. ລາວບໍ່ໄດ້ເປັນພະຍານໃຫ້ພຣະທຳຂອງພຣະເຈົ້າ, ພາລະກິດຂອງພຣະອົງ, ຄວາມຮັກຂອງພຣະອົງ ຫຼື ຄວາມລອດພົ້ນຂອງພຣະອົງທີ່ມີຕໍ່ມະນຸດຊາດ ແລະ ຍິ່ງໄປກວ່ານັ້ນ ລາວກໍບໍ່ໄດ້ເປັນພະຍານໃຫ້ເຈດຕະນາຂອງພຣະເຈົ້າທີ່ມີຕໍ່ຜູ້ຄົນ ຫຼື ຂໍ້ຮຽກຮ້ອງຂອງພຣະອົງ. ລາວເຖິງຂັ້ນບອກຜູ້ຄົນເລື້ອຍໆວ່າ ອົງພຣະເຢຊູເຈົ້າເປັນພຣະບຸດຂອງພຣະເຈົ້າ, ເຊິ່ງໃນທີ່ສຸດກໍນຳໄປສູ່ການທີ່ຜູ້ຄົນເບິ່ງພຣະເຈົ້າວ່າເປັນພຣະເຈົ້າສາມພຣະພາກ. ຄຳວ່າ “ພຣະເຈົ້າສາມພຣະພາກ” ມີຕົ້ນກຳເນີດມາຈາກໂປໂລ. ຖ້າບໍ່ມີສິ່ງທີ່ເອີ້ນວ່າ “ພຣະບິດາ ແລະ ພຣະບຸດ”, ມັນຈະມີ “ພຣະເຈົ້າສາມພຣະພາກ” ໄດ້ບໍ? ບໍ່ໄດ້. ຈິນຕະນາການຂອງມະນຸດນັ້ນຊ່າງ “ອຸດົມສົມບູນ” ເຫຼືອເກີນ. ຖ້າເຈົ້າບໍ່ສາມາດເຂົ້າໃຈການບັງເກີດເປັນມະນຸດຂອງພຣະເຈົ້າ, ກໍຢ່າຕັດສິນຢ່າງງົມງາຍ ຫຼື ລົງຄວາມເຫັນຢ່າງງົມງາຍ. ພຽງແຕ່ຟັງພຣະທຳຂອງອົງພຣະເຢຊູເຈົ້າ ແລະ ປະຕິບັດຕໍ່ພຣະອົງໃນຖານະພຣະເຈົ້າ, ໃນຖານະພຣະເຈົ້າທີ່ປາກົດໃນເນື້ອໜັງ ແລະ ກາຍມາເປັນມະນຸດ. ການປະຕິບັດແບບນີ້ແມ່ນມີພາວະວິໄສຫຼາຍກວ່າ.

ເມື່ອມີການເປັນພະຍານໃນຕອນທຳອິດວ່າພຣະເຈົ້າບັງເກີດເປັນມະນຸດເປັນຜູ້ຍິງໃນພາລະກິດໄລຍະນີ້ຂອງພຣະອົງ, ຫຼາຍຄົນບໍ່ສາມາດຍອມຮັບໄດ້ ແລະ ຕິດຂັດຢູ່ບ່ອນນີ້. ພວກເຂົາຮູ້ສຶກວ່າ “ພຣະທຳທີ່ກຳລັງຖືກກ່າວລ້ວນແຕ່ແມ່ນຄວາມຈິງ, ພາລະກິດທີ່ກຳລັງຖືກເຮັດຄືການພິພາກສາດ້ວຍພຣະທຳ, ສິ່ງເຫຼົ່ານີ້ເບິ່ງຄືວ່າເປັນພາລະກິດຂອງພຣະເຈົ້າ ແລະ ຂ້ອຍກໍສາມາດຍອມຮັບໄດ້ວ່າຄົນຜູ້ນີ້ຄືພຣະເຈົ້າທີ່ບັງເກີດເປັນມະນຸດ, ພຽງແຕ່ວ່າເພດນີ້ບໍ່ແມ່ນເລື່ອງງ່າຍທີ່ຈະຍອມຮັບ”. ແຕ່ຍ້ອນວ່າພຣະທຳເຫຼົ່ານີ້ລ້ວນແຕ່ແມ່ນຄວາມຈິງ, ພວກເຂົາຈຶ່ງຍອມຮັບພຣະອົງຢ່າງຝືນໃຈ ແລະ ພວກເຂົາກໍຄິດໃນໃຈວ່າ “ຂ້ອຍຈະຕິດຕາມໄປກ່ອນ ແລະ ເບິ່ງວ່າພຣະອົງແມ່ນພຣະເຈົ້າແທ້ ຫຼື ບໍ່”. ຫຼາຍຄົນຕິດຕາມໃນລັກສະນະນີ້. ການສ້າງມະນຸດຊາດຂອງພຣະເຈົ້າແມ່ນຢູ່ໃນສອງເພດຄືຊາຍ ແລະ ຍິງ ແລະ ການບັງເກີດເປັນມະນຸດຂອງພຣະເຈົ້າກໍບໍ່ມີຂໍ້ຍົກເວັ້ນເຊັ່ນກັນ, ບໍ່ວ່າຈະເປັນເພດຊາຍ ຫຼື ເພດຍິງ. ທັນໃດນັ້ນ ມື້ໜຶ່ງມີຄົນຖາມເຮົາວ່າ “ຄວນເຂົ້າໃຈແນວໃດກ່ຽວກັບເລື່ອງທີ່ວ່າການບັງເກີດເປັນມະນຸດໃນຄັ້ງນີ້ເປັນຜູ້ຍິງ?” ເຮົາຕອບວ່າ “ແລ້ວເຈົ້າເບິ່ງມັນແນວໃດ? ພຣະເຈົ້າບໍ່ໄດ້ກະທຳການໃຫ້ສອດຄ່ອງກັບຄວາມຄິດຫຼົງຜິດຂອງຜູ້ຄົນ: ຖ້າເຈົ້າໝັ້ນໃຈວ່າສິ່ງນີ້ແມ່ນພຣະເຈົ້າເປັນຜູ້ກະທຳ, ແລ້ວເຈົ້າກໍບໍ່ຄວນຄົ້ນຄວ້າສິ່ງທີ່ພຣະເຈົ້າເຮັດ ແລະ ຖ້າເຈົ້າບໍ່ເຂົ້າໃຈມັນ, ແລ້ວເຈົ້າກໍຄວນລໍຖ້າ. ຖ້າເຈົ້າສະແຫວງຫາ ແລະ ຍັງບໍ່ໄດ້ຮັບຜົນຮັບ, ແລ້ວກໍພຽງແຕ່ເບິ່ງວ່າເຈົ້າສາມາດອ່ອນນ້ອມໄດ້ ຫຼື ບໍ່. ຖ້າເຈົ້າສາມາດອ່ອນນ້ອມໄດ້, ແລ້ວເຈົ້າກໍເປັນຄົນມີເຫດຜົນ, ແຕ່ຖ້າເຈົ້າຕິດຂັດຍ້ອນສິ່ງນີ້ ແລະ ປະຕິເສດທຸກສິ່ງທີ່ພຣະເຈົ້າໄດ້ກະທຳ, ແລ້ວເຈົ້າກໍເປັນຄົນບໍ່ມີເຫດຜົນ, ເຈົ້າບໍ່ແມ່ນຜູ້ເຊື່ອທີ່ແທ້ຈິງໃນພຣະເຈົ້າ. ພຣະເຈົ້າເຮັດສິບຢ່າງທີ່ເຈົ້າເບິ່ງວ່າຖືກຕ້ອງ ແລະ ສອດຄ່ອງກັບຄວາມຄິດຫຼົງຜິດຂອງເຈົ້າ, ແຕ່ຖ້າຢ່າງດຽວບໍ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງເຈົ້າ, ເຈົ້າກໍລົ້ມລ້າງທັງສິບຢ່າງນັ້ນ, ນີ້ແມ່ນຄົນຕ່ຳຊ້າປະເພດໃດ? ນີ້ບໍ່ແມ່ນມານຮ້າຍບໍ?” ເມື່ອເຮົາໂອ້ລົມແບບນີ້, ພວກເຂົາກໍເວົ້າວ່າ “ແມ່ນແລ້ວ, ຄັນຊັ້ນ ຂ້ອຍຄວນຍອມຮັບມັນດຽວນີ້”. ຫຼັງຈາກທີ່ເຮົາສະຫຼຸບການໂອ້ລົມຂອງເຮົາ, ພວກເຂົາກໍຢັ່ງຮູ້ ແລະ ຍອມຮັບມັນທັນທີ, ຂີດຄວາມສາມາດຂອງພວກເຂົາຂ້ອນຂ້າງດີ, ບໍ່ແມ່ນບໍ? ສົມມຸດວ່າມັນດີ. ພວກເຂົາເວົ້າຕໍ່ໄປວ່າ “ພຣະເຈົ້າສ້າງຜູ້ຊາຍ ແລະ ຜູ້ຍິງ ແລະ ຄັ້ງທຳອິດທີ່ພຣະເຈົ້າບັງເກີດເປັນເນື້ອໜັງ ພຣະອົງກໍເປັນຜູ້ຊາຍ, ເປັນພຣະບຸດຂອງພຣະເຈົ້າ. ຄັ້ງນີ້ພຣະອົງບັງເກີດເປັນເນື້ອໜັງເປັນຜູ້ຍິງ, ນັ້ນຈະບໍ່ແມ່ນລູກສາວຂອງພຣະເຈົ້າບໍ? ບອກໃຫ້ຂ້ອຍຮູ້ແດ່ວ່າວິທີການເຂົ້າໃຈຂອງຂ້ອຍຖືກຕ້ອງ ຫຼື ບໍ່. ເມື່ອຄົນມີລູກ ພວກເຂົາກໍປາຖະໜາທີ່ຈະມີທັງລູກຊາຍ ແລະ ລູກສາວ, ພຣະເຈົ້າກໍຕ້ອງການມີທັງສອງຄືກັນບໍ?” ເຮົາຄວນຕອບພວກເຂົາ ແລະ ອະທິບາຍເລື່ອງນີ້ແນວໃດ? ເລື່ອງນີ້ບໍ່ຄວນຖືກພິຈາລະນາຢ່າງຈິງຈັງບໍ? ມັນບໍ່ຈຳເປັນຕ້ອງໄດ້ຮັບການແກ້ໄຂບໍ? ມັນມີບັນຫາກັບສິ່ງທີ່ພວກເຂົາກຳລັງເວົ້າບໍ? ມັນມີບັນຫາ. ພວກເຂົາເວົ້າວ່າ “ພຣະເຈົ້າມີພຣະບຸດ, ອົງພຣະເຢຊູເຈົ້າ ແລະ ຄັ້ງນີ້ການບັງເກີດເປັນມະນຸດເປັນຜູ້ຍິງ, ສະນັ້ນ ໃນກໍລະນີນັ້ນ ມັນກໍຄືພຣະທິດາຂອງພຣະອົງ. ດັ່ງນັ້ນ, ພຣະເຈົ້າມີທັງພຣະບຸດ ແລະ ພຣະທິດາ, ພຣະອົງມີທັງສອງ, ສະນັ້ນ ຈຶ່ງບໍ່ຈຳເປັນຕ້ອງມີພຣະວິນຍານບໍລິສຸດ. ມີພຣະບິດາຜູ້ບໍລິສຸດ, ພຣະບຸດຜູ້ບໍລິສຸດ ແລະ ພຣະທິດາຜູ້ບໍລິສຸດ, ພຣະເຈົ້າສາມພຣະພາກນີ້, ມັນຊ່າງເໝາະສົມ ແລະ ມີກຽດສັກສີແທ້ໆ! ຖ້າບໍ່ມີພຣະທິດາ, ມັນກໍຈະບໍ່ສົມບູນ”. ເຈົ້າຮູ້ສຶກແນວໃດຫຼັງຈາກທີ່ໄດ້ຟັງສິ່ງນັ້ນ? ເຈົ້າບໍ່ຮູ້ວ່າຈະຫົວ ຫຼື ຈະໄຫ້ດີ. ບອກເຮົາມາເບິ່ງ, ນີ້ບໍ່ແມ່ນເລື່ອງຕະຫຼົກບໍ? (ແມ່ນແລ້ວ, ມັນຕະຫຼົກ.) ມັນມີຄວາມແຕກຕ່າງໃດໆບໍ ລະຫວ່າງຄວາມເຂົ້າໃຈຂອງພວກເຂົາກ່ຽວກັບການບັງເກີດເປັນມະນຸດ ກັບຄວາມເຂົ້າໃຈຂອງໂປໂລ? (ບໍ່.) ມັນບໍ່ມີຄວາມແຕກຕ່າງກັນເລີຍ. ຖ້າຜູ້ຄົນອາໄສຄວາມສະຫຼາດ, ຈິນຕະນາການ ແລະ ຄວາມຄິດຫຼົງຜິດຂອງພວກເຂົາຢູ່ສະເໝີ ເພື່ອລົງຄວາມເຫັນ ແລະ ສະຫຼຸບກ່ຽວກັບເລື່ອງຂອງການເຂົ້າໃຈພຣະເຈົ້າ, ໂດຍສະເພາະການເຂົ້າຫາເລື່ອງຂອງຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າ ແລະ ພວກເຂົານຳໃຊ້ມັນດ້ວຍມຸມມອງບາງຢ່າງ, ສິ່ງນີ້ຈະເປັນບັນຫາ ແລະ ພວກເຂົາກໍຈະເຮັດຜິດພາດ ແລະ ພົບພໍ້ກັບບັນຫາ. ແລ້ວວິທີການທີ່ເໝາະສົມທີ່ສຸດໃນການຈັດການກັບເລື່ອງນີ້ແມ່ນຫຍັງ? ບາງເລື່ອງແມ່ນເລິກເຊິ່ງ ແລະ ເປັນນາມມະທຳຫຼາຍກວ່າ, ພວກມັນບໍ່ແມ່ນເລື່ອງງ່າຍທີ່ຜູ້ຄົນຈະເຂົ້າໃຈ ແລະ ມັນກໍບໍ່ແມ່ນເລື່ອງງ່າຍທີ່ຈະເບິ່ງທະລຸເຖິງແກ່ນແທ້ ແລະ ຕົ້ນເຫດຂອງບັນຫານີ້; ຖ້າສິ່ງເຫຼົ່ານີ້ບໍ່ກ່ຽວຂ້ອງກັບຄວາມຈິງ ຫຼື ບໍ່ສົ່ງຜົນກະທົບຕໍ່ການໄລ່ຕາມຄວາມຈິງຂອງເຈົ້າ, ແລ້ວເຈົ້າຄວນເຮັດແນວໃດ? ປ່ອຍວາງພວກມັນໄປກ່ອນ. ການຄົ້ນຄວ້າພວກມັນມີປະໂຫຍດຫຍັງ? ພວກມັນບໍ່ແມ່ນເລື່ອງທີ່ເຈົ້າຄວນຄົ້ນຄວ້າ. ສິ່ງທີ່ເຈົ້າຕ້ອງເຮັດກໍຄືການຈົດຈໍ່ກັບການເຂົ້າສູ່ຊີວິດ ແລະ ສາມາດປະຕິບັດໜ້າທີ່ຂອງເຈົ້າໃຫ້ດີ. ມື້ໜຶ່ງເຈົ້າຈະເຂົ້າໃຈເລື່ອງເຫຼົ່ານີ້ໂດຍທຳມະຊາດ. ບາງຄົນເວົ້າວ່າພວກເຂົາບໍ່ສາມາດປ່ອຍວາງພວກມັນໄດ້ ແລະ ຕ້ອງການຄົ້ນຄວ້າພວກມັນ, ນັ້ນຈະເປັນບັນຫາ. ເຈົ້າຕ້ອງບໍ່ຄົ້ນຄວ້າພວກມັນ. ຜູ້ຄົນຕ້ອງບໍ່ເຂົ້າຫາເລື່ອງທີ່ກ່ຽວຂ້ອງກັບຕົວຕົນຂອງພຣະເຈົ້າ, ແກ່ນແທ້ຂອງພຣະເຈົ້າ ແລະ ສະຖານະຂອງພຣະເຈົ້າດ້ວຍທັດສະນະຄະຕິຂອງການຄົ້ນຄວ້າ. ຖ້າເຈົ້າຍັງສືບຕໍ່ຄົ້ນຄວ້າ, ມັນຈະກໍ່ໃຫ້ເກີດຜົນສະທ້ອນທີ່ຮ້າຍແຮງ. ໃນກໍລະນີທີ່ຮ້າຍແຮງ, ເຈົ້າຈະໝິ່ນປະໝາດພຣະເຈົ້າ. ຜູ້ຄົນຄວນຈັດການກັບເລື່ອງທີ່ກ່ຽວຂ້ອງກັບຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າແນວໃດ? ຈົ່ງເຮັດໃຫ້ມັນຮຽບງ່າຍ ແລະ ເຖິງແມ່ນວ່າເຈົ້າຈະບໍ່ຊັດເຈນປານໃດກ່ຽວກັບເລື່ອງນີ້, ສິ່ງໜຶ່ງທີ່ແນ່ນອນຄື: ພຣະອົງສາມາດເປັນຕົວແທນຂອງພຣະເຈົ້າ, ພຣະອົງຄືການປາກົດຕົວຂອງພຣະເຈົ້າ, ສິ່ງທີ່ພຣະອົງສະແດງອອກຄືຄວາມຈິງ, ສິ່ງທີ່ຜູ້ຄົນຄວນຍອມຮັບຄືຄວາມຈິງ ແລະ ການໄດ້ຮັບຄວາມຈິງກໍພຽງພໍແລ້ວ.

ເມື່ອເບິ່ງແກ່ນແທ້ທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສ, ສິ່ງທີ່ພວກເຂົາບູຊາທີ່ສຸດແມ່ນຫຍັງ? ທິດສະດີທາງສາສະໜາສາດທີ່ເອີ້ນວ່າສູງສົ່ງ, ວ່າງເປົ່າ ແລະ ເປັນນາມມະທຳ. ສຳລັບພວກເຂົາແລ້ວ, ທິດສະດີເຫຼົ່ານີ້ມີຄຸນຄ່າຢ່າງຍິ່ງ. ພວກເຂົາໃຫ້ຄຸນຄ່າ ແລະ ຮັກສິ່ງເຫຼົ່ານີ້ຫຼາຍ ແລະ ພວກເຂົາກໍຄິດຫາທຸກວິທີທາງເພື່ອໃຫ້ໄດ້ສິ່ງເຫຼົ່ານີ້ມາ, ເພື່ອໃຫ້ໂດດເດັ່ນຈາກຝູງຊົນ. ພວກເຂົາຈົດຈຳສິ່ງເຫຼົ່ານີ້ໄວ້ໃນໃຈ ແລະ ເບິ່ງພວກມັນວ່າເປັນຕົ້ນທຶນ, ເປັນຂັ້ນໄດທີ່ຈະເຮັດໃຫ້ເປົ້າໝາຍຊີວິດຂອງພວກເຂົາເປັນຈິງ, ໂດຍບໍ່ຮູ້ວ່າສິ່ງເຫຼົ່ານີ້ໂດຍພື້ນຖານແລ້ວບໍ່ແມ່ນຄວາມຈິງ. ແຕ່ພວກເຂົາມັກທີ່ຈະປະກອບຕົນເອງດ້ວຍທິດສະດີທາງສາສະໜາສາດເຫຼົ່ານີ້, ເຊິ່ງກາຍເປັນຄວາມຄິດທີ່ຝັງຫົວຂອງພວກເຂົາ ແລະ ພວກເຂົາກໍຖືວ່າສິ່ງເຫຼົ່ານີ້ເປັນຄວາມຈິງ. ພວກເຂົາໃຊ້ຄວາມຮູ້ທາງສາສະໜາສາດນີ້ເພື່ອສຶກສາພຣະທຳຂອງພຣະເຈົ້າ ແລະ ຄວາມຈິງທີ່ພຣະເຈົ້າສະແດງອອກ. ເມື່ອພວກເຂົາເຫັນວ່າພຣະທຳຂອງພຣະເຈົ້າ ແລະ ຄວາມຈິງທີ່ພຣະເຈົ້າສະແດງອອກບໍ່ສອດຄ່ອງກັບທິດສະດີທາງສາສະໜາສາດທີ່ພວກເຂົາສະໜັບສະໜູນ, ພວກເຂົາກໍອົດບໍ່ໄດ້ທີ່ຈະຕັດສິນ ແລະ ກ່າວໂທດພຣະທຳຂອງພຣະເຈົ້າ. ພວກເຂົາບໍ່ຮູ້ສຶກຢຳເກງໃນໃຈເລີຍ, ໂດຍເຊື່ອວ່າພວກເຂົາມີພື້ນຖານຈາກພຣະຄຳພີໃນການເຮັດເຊັ່ນນັ້ນ. ບາງຄົນໃນພວກເຂົາເຖິງກັບກ່າວໂທດພຣະທຳຂອງພຣະເຈົ້າ ໂດຍເວົ້າວ່າ “ພຣະທຳຂອງພຣະເຈົ້ານັ້ນຊໍ້າຊາກເກີນໄປ. ບາງຂໍ້ກໍບໍ່ສົມເຫດສົມຜົນ, ບາງຂໍ້ກໍບໍ່ຖືກຫຼັກໄວຍາກອນ ແລະ ແມ່ນແຕ່ຄຳສັບບາງຄຳທີ່ພຣະອົງໃຊ້ກໍບໍ່ເໝາະສົມ”. ພວກເຂົາພຽງແຕ່ດຳລົງຊີວິດຢູ່ພາຍໃນຫົວ ແລະ ຄວາມຄິດຂອງພວກເຂົາເອງ, ໂດຍໃຊ້ຄວາມຮູ້ ແລະ ຄວາມເປັນນັກວິຊາການທີ່ພວກເຂົາມີເພື່ອວິເຄາະ ແລະ ສຶກສາພຣະທຳຂອງພຣະເຈົ້າ. ຫຼາຍຄົນໃນພວກເຂົາເຖິງຂັ້ນໃຊ້ຈິນຕະນາການ ແລະ ການຕັດສິນຂອງພວກເຂົາເພື່ອຊອກຫາໃນພຣະທຳຂອງພຣະເຈົ້າວ່າ ພຣະເຈົ້ານິຍາມຄົນບາງປະເພດແນວໃດ ຫຼື ຈຸດໝາຍປາຍທາງໃດທີ່ພຣະອົງຕັດສິນໃຈໃຫ້ຄົນບາງປະເພດ ແລະ ຈາກນັ້ນກໍວິເຄາະ ແລະ ກ່າວໂທດສິ່ງເຫຼົ່ານັ້ນຕາມສິ່ງທີ່ພຣະຄຳພີກ່າວໄວ້, ເຊິ່ງເປັນການເລີ່ມປະຕິເສດພຣະທຳຂອງພຣະເຈົ້າ. ໃນຂະນະທີ່ພວກເຂົາວິເຄາະ ແລະ ກ່າວໂທດພຣະທຳຂອງພຣະເຈົ້າ, ສິ່ງທີ່ຮ້າຍແຮງກໍເກີດຂຶ້ນ. ພວກເຈົ້າຮູ້ບໍວ່າສິ່ງນັ້ນແມ່ນຫຍັງ? ເມື່ອຜູ້ຄົນວິເຄາະ ແລະ ສຶກສາພຣະເຈົ້າ ແລະ ເມື່ອແນວຄິດຂອງການກ່າວໂທດເກີດຂຶ້ນໃນຜູ້ຄົນ, ພຣະວິນຍານບໍລິສຸດກໍລັງກຽດຄົນເຫຼົ່ານີ້ ແລະ ບໍ່ເຮັດພາລະກິດໃນຕົວພວກເຂົາ. ນີ້ບໍ່ແມ່ນເລື່ອງທີ່ຮ້າຍແຮງບໍ? ແລ້ວພວກເຈົ້າຮູ້ບໍວ່າ ມັນບົ່ງບອກເຖິງຫຍັງເມື່ອພຣະວິນຍານບໍລິສຸດບໍ່ເຮັດພາລະກິດ. ເມື່ອພຣະວິນຍານບໍລິສຸດບໍ່ເຮັດພາລະກິດ, ພຣະອົງກໍຢູ່ຫ່າງຈາກຄົນເຫຼົ່ານີ້, ເຊິ່ງເທົ່າກັບການທີ່ພວກເຂົາຖືກປະຖິ້ມ. ເວົ້າອີກຢ່າງໜຶ່ງກໍຄື ພຣະເຈົ້າຈະບໍ່ຊ່ວຍໃຫ້ພວກເຂົາລອດພົ້ນ. ພວກເຮົາສາມາດວິເຄາະເຫດຜົນໄດ້. ທິດສະດີທາງສາສະໜາສາດເຫຼົ່ານີ້ທີ່ພວກເຂົາໃຊ້ເພື່ອເສີມສ້າງຕົນເອງມາເຄິ່ງຊີວິດນັ້ນມາຈາກໃສ? ພວກມັນເປັນຕົວແທນໃຫ້ໃຜ? ພວກເຂົາບໍ່ຊັດເຈນກ່ຽວກັບເລື່ອງນີ້ໃນໃຈ. ໃນຄວາມເປັນຈິງແລ້ວ, ສິ່ງເຫຼົ່ານີ້ບໍ່ໄດ້ມາຈາກພຣະເຈົ້າເລີຍ, ທັງບໍ່ແມ່ນຄວາມເຂົ້າໃຈທີ່ບໍລິສຸດຂອງມະນຸດ. ພວກມັນແມ່ນການຕີຄວາມໝາຍທີ່ຄາດເຄື່ອນຂອງຜູ້ຄົນ ແລະ ໃນຖານະທີ່ເປັນເຊັ່ນນັ້ນ, ຄົນເຮົາຈຶ່ງສາມາດເວົ້າໄດ້ວ່າ ພວກມັນມາຈາກຊາຕານ ແລະ ເປັນຕົວແທນຂອງຊາຕານຢ່າງສົມບູນ. ຄວາມຮູ້ທາງສາສະໜາສາດນີ້ລວມມີຫຍັງອີກແດ່? ນອກເໜືອຈາກການຕີຄວາມໝາຍພຣະຄຳພີທີ່ຄາດເຄື່ອນແລ້ວ, ມັນຍັງລວມມີຕັກກະ ແລະ ການໃຫ້ເຫດຜົນຂອງຜູ້ຄົນ, ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນ, ພ້ອມທັງປະສົບການ, ຈັນຍາບັນ, ສິນລະທຳ ແລະ ແນວຄິດທາງປັດຊະຍາຂອງຜູ້ຄົນ. ເມື່ອພວກເຂົາໃຊ້ສິ່ງເຫຼົ່ານີ້ເພື່ອປະເມີນສິ່ງທີ່ພຣະເຈົ້າກ່າວ ແລະ ປະເມີນພາລະກິດຂອງພຣະອົງ, ພວກເຂົາກໍຢືນຢູ່ຝ່າຍຊາຕານຢ່າງຊັດເຈນໃນການປະຕິບັດຕໍ່ພຣະເຈົ້າ. ສະນັ້ນ, ພຣະເຈົ້າຈຶ່ງເຊື່ອງພຣະພັກຂອງພຣະອົງຈາກພວກເຂົາ ແລະ ພຣະວິນຍານບໍລິສຸດກໍປະຖິ້ມພວກເຂົາ. ພວກເຈົ້າເຄີຍປະສົບກັບສິ່ງນີ້ບໍ? ໃນອະດີດ, ບາງຄົນໄດ້ສົນທະນາກ່ຽວກັບປະສົບການຂອງພວກເຂົາໃນເລື່ອງນີ້ ໂດຍເວົ້າວ່າ “ເມື່ອຂ້ອຍເລີ່ມເຊື່ອໃນພຣະເຈົ້າທຳອິດ, ຂ້ອຍກະຕືລືລົ້ນທີ່ຈະສຶກສາພຣະເຈົ້າ; ຂ້ອຍສຶກສາສິ່ງທີ່ພຣະອົງກ່າວ, ການໃຊ້ຄຳສັບຂອງພຣະອົງ, ວິທີທີ່ພຣະອົງປະຕິບັດຕໍ່ຜູ້ຄົນ, ຜູ້ທີ່ພຣະອົງດີນຳ ແລະ ຄົນປະເພດໃດທີ່ພຣະອົງມັກ ຫຼື ກຽດຊັງ. ຜົນຈາກການສຶກສາທັງໝົດນີ້ກໍຄື ໃຈຂອງຂ້ອຍມືດມົນ, ຂ້ອຍບໍ່ສາມາດຮູ້ສຶກເຖິງພຣະເຈົ້າໃນຄຳອະທິຖານຂອງຂ້ອຍ, ສະພາບຂອງອິດສະລະພາບ ແລະ ການປົດປ່ອຍໃນໃຈຂອງຂ້ອຍກໍຫາຍໄປ ແລະ ຂ້ອຍກໍບໍ່ຮູ້ສຶກສະຫງົບ ຫຼື ຍິນດີອີກຕໍ່ໄປ. ມັນຄືກັບວ່າມີກ້ອນຫີນທັບຢູ່ໃນໃຈຂອງຂ້ອຍ”. ພວກເຈົ້າເຄີຍມີປະສົບການແບບນັ້ນບໍ? (ເຄີຍ.) ຜູ້ທີ່ສຶກສາພຣະເຈົ້າຢູ່ຕະຫຼອດເວລາຈະບໍ່ໄດ້ຮັບຄວາມຮູ້ແຈ້ງ ຫຼື ການໃຫ້ແສງເຍືອງທາງໃດໆຈາກພຣະວິນຍານບໍລິສຸດ. ແມ່ນແຕ່ການອ່ານພຣະທຳຂອງພຣະເຈົ້າກໍບໍ່ໄດ້ນຳແສງສະຫວ່າງໃດໆມາໃຫ້. ຜູ້ຕໍ່ຕ້ານພຣະຄຣິສຊ່ຽວຊານໃນການສຶກສາພຣະເຈົ້າ, ແຕ່ພວກເຂົາບໍ່ຍອມຮັບຄວາມຈິງເລີຍ. ໃນຄຣິສຕະຈັກ, ພວກເຂົາບໍ່ມີຄວາມສຳພັນລະຫວ່າງບຸກຄົນທີ່ປົກກະຕິໃດໆ, ໂດຍມັກຈະວາງຕົນເອງຢູ່ເໜືອຄົນອື່ນເພື່ອສັ່ງສອນພວກເຂົາສະເໝີ. ພວກເຂົາມັກຈະອວດອ້າງກ່ຽວກັບຄວາມຮູ້ຂອງພວກເຂົາ ແລະ ດູຖືກອ້າຍເອື້ອຍນ້ອງທຳມະດາ. ຖ້າຜູ້ຕໍ່ຕ້ານພຣະຄຣິສມີປະຕິສຳພັນກັບເຈົ້າ ແລະ ພົບວ່າເຈົ້າມີການສຶກສາຕໍ່າ, ພວກເຂົາກໍຈະບໍ່ຫຍຸ້ງກ່ຽວກັບເຈົ້າເລີຍ. ເຖິງແມ່ນວ່າເຈົ້າຈະມີຄຸນສົມບັດພຽງພໍທີ່ຈະເປັນຜູ້ນໍາຄຣິສຕະຈັກ ຫຼື ຫົວໜ້າທີມ, ພວກເຂົາກໍຈະບໍ່ໃຊ້ເຈົ້າ. ພວກເຂົາໃຊ້ຄົນປະເພດໃດ? ພວກເຂົາຊອກຫາຄົນທີ່ມີສະຖານະທາງສັງຄົມ, ອຳນາດ, ຄວາມຮູ້ ແລະ ພອນສະຫວັນ ຜູ້ທີ່ສາມາດເວົ້າໄດ້ຢ່າງມີວາທະສິນ, ພວກເຂົາຈ້ອງເບິ່ງຄົນແບບນັ້ນ ແລະ ຕັ້ງໃຈທີ່ຈະໃຊ້ພວກເຂົາ. ຖ້າມັນຂຶ້ນຢູ່ກັບພວກເຂົາໃນການເລືອກຄົນ ແລະ ໃຊ້ຄົນ, ພວກເຂົາກໍຈະເລືອກສະເພາະບຸກຄົນທີ່ເວົ້າຈາຄ່ອງແຄ້ວ, ມີການສຶກສາສູງ, ມີຄວາມຮູ້ ແລະ ມີສະຖານະໃນສັງຄົມ. ເຖິງແມ່ນວ່າຄົນເຫຼົ່ານັ້ນຈະບໍ່ໄລ່ຕາມຄວາມຈິງ ຫຼື ບໍ່ສາມາດເຮັດວຽກງານໃດໆໄດ້, ພວກເຂົາກໍຍັງມັກຄົນເຫຼົ່ານັ້ນ. ສິ່ງນີ້ບົ່ງບອກເຖິງຫຍັງ? ພວກເຂົາຢູ່ໃນປະເພດດຽວກັນ. ເພາະວ່າຄົນປະເພດດຽວກັນກໍຍ່ອມຢູ່ຮ່ວມກັນ. ຜູ້ຕໍ່ຕ້ານພຣະຄຣິສບາງຄົນເຂົ້າໃຈຄຳເວົ້າ ແລະ ຫຼັກຄຳສອນບາງຢ່າງ ແລະ ຈາກນັ້ນກໍຄິດຫາທຸກວິທີທາງທີ່ພວກເຂົາຈະສາມາດເຮັດໄດ້ເພື່ອຝຶກຝົນການເທດສະໜາ. ພວກເຂົາຝຶກຝົນເຖິງລະດັບໃດ? ເຖິງລະດັບທີ່ພວກເຂົາສາມາດເວົ້າໄດ້ຢ່າງຄ່ອງແຄ້ວ ແລະ ກວ້າງຂວາງ, ຂຶ້ນເວທີໂດຍບໍ່ໃຊ້ບົດບັນທຶກ ແລະ ເວົ້າເປັນເວລາຫຼາຍຊົ່ວໂມງໃນແຕ່ລະຄັ້ງ. ພວກເຂົາຄິດວ່ານີ້ຄືການເຮັດວຽກ, ນີ້ຄືຊ່ວງເວລາທີ່ສະຫງ່າລາສີທີ່ສຸດຂອງພວກເຂົາ, ເປັນຊ່ວງເວລາທີ່ພວກເຂົາສາມາດສະແດງຕົນເອງອອກມາໄດ້ດີທີ່ສຸດ. ພວກເຂົາຄວ້າໂອກາດດັ່ງກ່າວໄວ້ ແລະ ບໍ່ມີທາງປ່ອຍໃຫ້ມັນຫຼຸດມືໄປ. ເຖິງຢ່າງໃດກໍຕາມ, ກ່ຽວກັບຫົວຂໍ້ທີ່ພຣະເຈົ້າມັກຈະໂອ້ລົມຢູ່ເລື້ອຍໆ, ສິ່ງທີ່ກ່ຽວຂ້ອງກັບຄວາມເປັນມະນຸດທີ່ປົກກະຕິ, ກ່ຽວຂ້ອງກັບສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງຜູ້ຄົນ ແລະ ກ່ຽວຂ້ອງກັບສິ່ງທີ່ໃກ້ຊິດທີ່ສຸດກັບຄວາມເປັນມະນຸດໃນຊີວິດຈິງຂອງຄົນປົກກະຕິ, ເຖິງແມ່ນວ່າສິ່ງເຫຼົ່ານີ້ອາດຈະເບິ່ງຄືວ່າເປັນລາຍລະອຽດເລັກໆນ້ອຍໆ ແລະ ບໍ່ສຳຄັນສຳລັບຜູ້ຄົນ, ແຕ່ໃນຄວາມເປັນຈິງແລ້ວ ພວກມັນກ່ຽວຂ້ອງຢ່າງໃກ້ຊິດກັບການເຂົ້າສູ່ຄວາມເປັນຈິງຄວາມຈິງ. ຜູ້ຕໍ່ຕ້ານພຣະຄຣິສເບິ່ງສິ່ງເຫຼົ່ານີ້ແນວໃດ? ພວກເຂົາລັງກຽດສິ່ງເຫຼົ່ານີ້ຈາກໃຈ, ພວກເຂົາບໍ່ຖືເອົາພຣະທຳເຫຼົ່ານີ້ຢ່າງຈິງຈັງ ແລະ ກ່າວໂທດເລື່ອງເຫຼົ່ານີ້ຢູ່ໃນໃຈ, ໂດຍຮູ້ສຶກວ່າພວກມັນບໍ່ມີຄວາມໝາຍ. ບໍ່ວ່າເຈົ້າຈະໂອ້ລົມກ່ຽວກັບຄວາມເປັນຈິງຄວາມຈິງແນວໃດກໍຕາມເຊັ່ນ: ການເປັນຄົນຊື່ສັດ, ຄົນຈົງຮັກພັກດີ ຫຼື ຄົນທີ່ຕິດດິນ ແລະ ຄົນທີ່ຮູ້ຈັກໜ້າທີ່, ບໍ່ວ່າເຈົ້າຈະໂອ້ລົມກ່ຽວກັບສິ່ງເຫຼົ່ານີ້ແນວໃດກໍຕາມ, ມຸມມອງຂອງພວກເຂົາກໍຍັງຄົງບໍ່ປ່ຽນແປງ. ພວກເຂົາຢາກເປັນຄົນທີ່ສາມາດເວົ້າໄດ້ຢ່າງມີວາທະສິນ, ເປັນຄົນທີ່ເບິ່ງຄືວ່າເຕັມໄປດ້ວຍພອນສະຫວັນ ແລະ ມີຄວາມສາມາດພິເສດ ຫຼື ແມ່ນແຕ່ເປັນຄົນທີ່ມີຄວາມສາມາດເໜືອທຳມະຊາດເຊັ່ນ: ການເວົ້າພາສາແປກໆ, ການສາມາດອ່ານໄດ້ໄວຢ່າງເຫຼືອເຊື່ອ, ການມີຄວາມຈຳທີ່ດີເລີດ ແລະ ອື່ນໆ. ຖ້າພວກເຂົາມີຄວາມສາມາດເຫຼົ່ານີ້ເຊັ່ນກັນ, ແລ້ວໃຈຂອງພວກເຂົາກໍຈະເຕັມໄປດ້ວຍຄວາມຍິນດີ. ໃນສ່ວນເລິກຂອງຫົວໃຈຂອງພວກເຂົາ, ພວກເຂົາໄລ່ຕາມ ແລະ ຍົກຍ້ອງສິ່ງເຫຼົ່ານີ້. ຕົວຢ່າງ: ເຮົາຫາກໍເວົ້າບາງຢ່າງຈົບ ແລະ ຫຼັງຈາກນັ້ນຄາວໜຶ່ງ ເຮົາກໍລືມມັນ. ເມື່ອເຮົາຖາມທຸກຄົນ, ກໍບໍ່ມີໃຜຈື່ໄດ້ຄືກັນ. ເຈົ້າເຫັນບໍ, ຄວາມຈຳຂອງພວກເຮົາທຸກຄົນກໍຂ້ອນຂ້າງຄ້າຍຄືກັນ, ແມ່ນບໍ? (ແມ່ນແລ້ວ.) ແຕ່ເມື່ອຜູ້ຕໍ່ຕ້ານພຣະຄຣິສເຫັນສິ່ງນີ້, ພວກເຂົາກໍຈະເວົ້າວ່າ “ຄວາມຈຳຂອງເຈົ້າກໍບໍ່ດີຄືກັນ! ເບິ່ງຄົນຝ່າຍວິນຍານຄົນນັ້ນຄົນນີ້ແມ; ພວກເຂົາສາມາດອ່ານໄດ້ໄວ ແລະ ພວກເຂົາກໍມີຄວາມຈຳທີ່ດີເລີດ. ເຈົ້າຄືພຣະຄຣິສ, ເຈົ້າສາມາດອ່ານໄດ້ຈັກແຖວໃນການເຫຼືອບເບິ່ງພຽງຄັ້ງດຽວ?” ເຮົາເວົ້າວ່າ “ເຮົາບໍ່ມີຄວາມສາມາດເໜືອທຳມະຊາດນັ້ນ. ບາງຄັ້ງເຮົາກໍຈື່ປະໂຫຍກໜຶ່ງບໍ່ໄດ້ຫຼັງຈາກອ່ານມັນ ແລະ ເຮົາກໍຕ້ອງອ່ານມັນອີກຄັ້ງ”. ພວກເຂົາກໍຈະເວົ້າວ່າ “ພຣະເຈົ້າບໍ່ແມ່ນຜູ້ຊົງລິດທານຸພາບສູງສຸດບໍ?” ນີ້ຄືວິທີທີ່ພວກເຂົາເລີ່ມສ້າງຄວາມຄິດຫຼົງຜິດ. ໃນສ່ວນເລິກຂອງຫົວໃຈຂອງພວກເຂົາ, ພວກເຂົາເບິ່ງພຣະເຈົ້າທີ່ບັງເກີດເປັນມະນຸດແນວໃດ? “ພຣະເຈົ້າທີ່ບັງເກີດເປັນມະນຸດເປັນພຽງຄົນທຳມະດາສາມັນ ແລະ ປົກກະຕິຢ່າງສົມບູນ. ຄວາມຈຳຂອງພຣະອົງກໍບໍ່ດີ, ສຸຂະພາບຮ່າງກາຍຂອງພຣະອົງກໍບໍ່ໄດ້ດີປານໃດ; ພຣະອົງເບິ່ງບໍ່ຄືພຣະເຈົ້າໃນດ້ານໃດເລີຍ”. ສະນັ້ນ, ເມື່ອພວກເຂົາໄດ້ຍິນຄົນເທດສະໜາກ່ຽວກັບການຮັກພຣະເຈົ້າ, ພວກເຂົາກໍຈະຄິດວ່າ “ຖ້າຄົນຝ່າຍວິນຍານຄົນນັ້ນຄົນນີ້ ຫຼື ຄົນທີ່ມີຊື່ສຽງຄົນນັ້ນຄົນນີ້ແມ່ນພຣະເຈົ້າ, ແລ້ວຂ້ອຍກໍຈະສາມາດຍອມຮັບ ແລະ ຮັກພຣະອົງໄດ້. ແຕ່ຖ້າພຣະຄຣິສອົງປັດຈຸບັນນີ້ແມ່ນພຣະເຈົ້າ, ຂ້ອຍກໍບໍ່ສາມາດຮັກພຣະອົງໄດ້ ເພາະພຣະອົງເບິ່ງບໍ່ຄືພຣະເຈົ້າເລີຍ”. ໃນໃຈຂອງພວກເຂົາ, ການທີ່ຈະເປັນພຣະເຈົ້າໄດ້ນັ້ນ, ຄົນນັ້ນຈະຕ້ອງເບິ່ງຄືພຣະເຈົ້າ; ພຣະອົງຈະຕ້ອງເວົ້າ, ກະທຳ ແລະ ເບິ່ງຄືພຣະເຈົ້າ, ເພື່ອວ່າເມື່ອຜູ້ຄົນເຫັນພຣະອົງແລ້ວ, ພວກເຂົາຈະບໍ່ມີຄວາມຄິດຫຼົງຜິດໃດໆເລີຍ, ນີ້ຄືສິ່ງທີ່ພວກເຂົາຄິດ. ເປັນຫຍັງ? ພວກເຂົາຄິດວ່າ “ອັນທີໜຶ່ງ, ເຈົ້າບໍ່ມີຄວາມສາມາດເໜືອທຳມະຊາດ. ອັນທີສອງ, ເຈົ້າບໍ່ມີຄວາມສາມາດພິເສດ. ອັນທີສາມ, ເຈົ້າບໍ່ມີພອນສະຫວັນຂອງຄົນເຫຼົ່ານັ້ນໃນໂລກທີ່ເຮັດສິ່ງທີ່ຍິ່ງໃຫຍ່ສຳເລັດ. ເຈົ້າບໍ່ໄດ້ພິເສດໃນດ້ານໃດເລີຍ, ແລ້ວເປັນຫຍັງຂ້ອຍຈຶ່ງຄວນຟັງສິ່ງທີ່ເຈົ້າເວົ້າ? ເປັນຫຍັງຂ້ອຍຈຶ່ງຄວນເຄົາລົບເຈົ້າ? ເປັນຫຍັງຂ້ອຍຈຶ່ງຄວນອ່ອນນ້ອມຕໍ່ເຈົ້າ? ຂ້ອຍບໍ່ສາມາດອ່ອນນ້ອມໄດ້”. ນີ້ແມ່ນບັນຫາຫຍັງ? ນີ້ແມ່ນອຸປະນິໄສແບບໃດ? ເຖິງແມ່ນວ່າພວກເຂົາຈະບໍ່ເຂົ້າໃຈຄວາມຈິງ, ພວກເຂົາກໍຍັງຄວນມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງຄົນປົກກະຕິ. ຜູ້ຄົນມີຄວາມຄິດຫຼົງຜິດ ແລະ ພຣະເຈົ້າກໍບໍ່ໄດ້ກ່າວໂທດພວກເຂົາຍ້ອນເລື່ອງນັ້ນ, ແຕ່ເມື່ອຜູ້ຄົນເກັບຄວາມຄິດຫຼົງຜິດໄວ້ ແລະ ຈາກນັ້ນກໍຕໍ່ຕ້ານ ແລະ ກ່າວໂທດພຣະເຈົ້າຢ່າງຕັ້ງໃຈ, ສິ່ງນັ້ນກໍຈະລ່ວງເກີນອຸປະນິໄສຂອງພຣະເຈົ້າໄດ້ງ່າຍ. ການທີ່ຜູ້ຕໍ່ຕ້ານພຣະຄຣິສສາມາດກ່າວໂທດ ແລະ ຕໍ່ຕ້ານພຣະເຈົ້າໄດ້ຢ່າງເສລີນັ້ນ ແມ່ນເກີດຈາກທຳມະຊາດທີ່ຊົ່ວຊ້າຂອງພວກເຂົາ. ຫຼັງຈາກທີ່ໄດ້ຮັບຄວາມຮູ້, ພວກເຂົາກໍມີຈິນຕະນາການທີ່ອຸດົມສົມບູນກວ່າ, ກວ້າງຂວາງກວ່າ ແລະ ຮອບດ້ານກວ່າກ່ຽວກັບພຣະເຈົ້າ ແລະ ຄວາມສູງສົ່ງ, ແກ່ນແທ້, ສິດອໍານາດ ແລະ ຄວາມຊົງລິດທານຸພາບສູງສຸດຂອງພຣະອົງ. ຈາກນັ້ນ ພວກເຂົາກໍພະຍາຍາມທີ່ຈະນຳເອົາຈິນຕະນາການເຫຼົ່ານີ້ມາທຽບໃສ່ກັບພຣະເຈົ້າທີ່ພວກເຂົາສາມາດເຫັນ ແລະ ມີປະຕິສຳພັນນຳ. ພວກເຂົາສາມາດທຽບໃສ່ກັນໄດ້ບໍ? ພວກເຂົາບໍ່ມີທາງທຽບໃສ່ກັນໄດ້ເລີຍ. ຍິ່ງພວກເຂົາສຶກສາກ່ຽວກັບພຣະເຈົ້າຫຼາຍເທົ່າໃດ, ພວກເຂົາກໍຍິ່ງປະຕິເສດພຣະເຈົ້າໃນໃຈຫຼາຍເທົ່ານັ້ນ ແລະ ສາມາດກ່າວໂທດ ແລະ ຕໍ່ຕ້ານພຣະເຈົ້າ; ນີ້ເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້.

ຈາກສິ່ງທີ່ພວກເຈົ້າໄດ້ເຫັນໃນພຣະຄຳພີ ແລະ ພຣະຄຳທັງໝົດຂອງພຣະເຈົ້າໃນປັດຈຸບັນ, ພຣະເຈົ້າສະໜັບສະໜູນພອນສະຫວັນ, ການຮຽນຮູ້ ແລະ ຄວາມຮູ້ບໍ? (ບໍ່.) ໃນທາງກົງກັນຂ້າມ, ພຣະເຈົ້າໄຈ້ແຍກຄວາມຮູ້ ແລະ ການຮຽນຮູ້ຂອງມະນຸດ. ພຣະເຈົ້ານິຍາມພອນສະຫວັນແນວໃດ? ພຣະອົງນິຍາມຄວາມສາມາດເໜືອທຳມະຊາດ ແລະ ພອນສະຫວັນພິເສດແນວໃດ? ພວກເຈົ້າຄວນເຂົ້າໃຈວ່າ ພອນສະຫວັນ, ຄວາມສາມາດເໜືອທຳມະຊາດ ແລະ ພອນສະຫວັນພິເສດບໍ່ໄດ້ເປັນຕົວແທນໃຫ້ຊີວິດເລີຍ. ມັນໝາຍຄວາມວ່າແນວໃດທີ່ວ່າສິ່ງເຫຼົ່ານີ້ບໍ່ໄດ້ເປັນຕົວແທນໃຫ້ຊີວິດ? ມັນໝາຍຄວາມວ່າສິ່ງເຫຼົ່ານີ້ບໍ່ແມ່ນຜົນມາຈາກການທີ່ຜູ້ຄົນໄດ້ຮັບຄວາມຈິງ. ສິ່ງເຫຼົ່ານີ້ມາຈາກໃສກັນແທ້? ພວກມັນມາຈາກພຣະເຈົ້າບໍ? ບໍ່, ພຣະເຈົ້າບໍ່ໄດ້ຖ່າຍທອດຄວາມຮູ້ ຫຼື ການຮຽນຮູ້ໃຫ້ແກ່ຜູ້ຄົນ ແລະ ແນ່ນອນວ່າພຣະອົງກໍບໍ່ໄດ້ມອບພອນສະຫວັນໃຫ້ຜູ້ຄົນຫຼາຍຂຶ້ນເພື່ອໃຫ້ພວກເຂົາໄລ່ຕາມຄວາມຈິງ. ພຣະເຈົ້າບໍ່ໄດ້ເຮັດແບບນີ້. ຕອນນີ້ ພວກເຈົ້າເຂົ້າໃຈແລ້ວແມ່ນບໍ ທີ່ເຮົາເວົ້າແບບນີ້? ແລ້ວຄວາມຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສສະແດງອອກຢູ່ໃສ? ພວກເຂົາເບິ່ງພອນສະຫວັນ, ການຮຽນຮູ້ ແລະ ຄວາມຮູ້ແນວໃດ? ພວກເຂົາຍົກຍ້ອງ, ຕິດຕາມ ແລະ ເຖິງຂັ້ນປາຖະໜາສິ່ງເຫຼົ່ານີ້, ໂດຍສະເພາະພອນສະຫວັນ ແລະ ຄວາມສາມາດເໜືອທຳມະຊາດ. ຖ້າເຈົ້າບອກຜູ້ຕໍ່ຕ້ານພຣະຄຣິສວ່າ “ຖ້າເຈົ້າມີຄວາມສາມາດເໜືອທຳມະຊາດ, ເຈົ້າຈະດຶງດູດວິນຍານຊົ່ວຮ້າຍ”, ພວກເຂົາກໍຈະເວົ້າວ່າ “ຂ້ອຍບໍ່ຢ້ານ!” ເຈົ້າກໍຈະຕອບວ່າ “ຄັນຊັ້ນ ມັນກໍຈະບໍ່ມີຄວາມຫວັງໃນການໄດ້ຮັບຄວາມລອດພົ້ນສຳລັບເຈົ້າໃນອະນາຄົດ, ເຈົ້າຈະຖືກໂຍນລົງນະຮົກຂຸມທີສິບແປດ, ໃນທະເລສາບແຫ່ງໄຟ ແລະ ມາດ” ແລ້ວພວກເຂົາກໍຍັງຈະເວົ້າວ່າ “ຂ້ອຍບໍ່ຢ້ານ!” ຖ້າເຈົ້າສາມາດເຮັດໃຫ້ພວກເຂົາເວົ້າສິບພາສາທີ່ແຕກຕ່າງກັນ ແລະ ໂອ້ອວດເພື່ອໃຫ້ຄົນອື່ນຍົກຍ້ອງພວກເຂົາ, ພວກເຂົາກໍຈະເຫັນດີ ແລະ ເຕັມໃຈ. ພຣະເຈົ້າກ່າວຢ່າງທຳມະດາ ແລະ ເຮັດພາລະກິດຢ່າງສໍາພັນກັບຊີວິດຈິງພາຍໃນຄວາມເປັນມະນຸດທີ່ປົກກະຕິ ແລະ ພວກເຂົາບໍ່ຍອມຮັບວິທີການ, ຮູບແບບ ແລະ ເນື້ອໃນຂອງພາລະກິດນີ້, ພວກເຂົາລັງກຽດມັນ. ຜູ້ຄົນຄວນແຍກແຍະເລື່ອງເຫຼົ່ານີ້ແນວໃດ? ຕົວຢ່າງ: ບາງຄົນສາມາດເວົ້າພາສາຕ່າງໆໄດ້. ເຈົ້າສາມາດຍອມຮັບຄວາມຈິງນີ້ໄດ້ບໍ? ເຈົ້າຄິດວ່າມັນປົກກະຕິ ຫຼື ແປກປະຫຼາດ? (ແປກປະຫຼາດ.) ສະນັ້ນ, ພາຍໃນຂອບເຂດທີ່ມີເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ, ສິ່ງນີ້ຈຶ່ງເປັນເລື່ອງທີ່ຍອມຮັບບໍ່ໄດ້. ຄົນທີ່ຈື່ທຸກຢ່າງໄດ້ເຊັ່ນ: ສີ, ຮູບຮ່າງ, ໃບໜ້າ ແລະ ຊື່ ແລະ ສາມາດຈື່ເນື້ອໃນຂອງປຶ້ມຫຼາຍຮ້ອຍໜ້າໄດ້ຫຼັງຈາກອ່ານມັນ, ໂດຍເລົ່າຄືນໄດ້ຕັ້ງແຕ່ຕົ້ນຈົນຈົບ, ຫຼັງຈາກທີ່ມີປະຕິສຳພັນກັບຄົນແບບນັ້ນ, ເຈົ້າຈະບໍ່ຮູ້ສຶກວ່າເຈົ້າພົບກັບສິ່ງທີ່ຜິດປົກກະຕິບໍ? (ແມ່ນແລ້ວ.) ແຕ່ຜູ້ຕໍ່ຕ້ານພຣະຄຣິສມັກສິ່ງເຫຼົ່ານີ້. ບອກເຮົາມາເບິ່ງ, ເມື່ອເຈົ້າຕິດຕໍ່ພົວພັນກັບຜູ້ທີ່ຢູ່ໃນວົງການສາສະໜາ, ຜູ້ທີ່ເອີ້ນວ່າຜູ້ປະກາດພຣະກິດຕິຄຸນ, ນັກເທດສະໜາ ແລະ ສິດຍາພິບານ, ເຊິ່ງຮູ້ຈັກກັນໂດຍລວມວ່າພວກຟາຣີຊາຍ, ເຈົ້າຮູ້ສຶກວ່າຄົນເຫຼົ່ານີ້ຄືສິ່ງທີ່ຫົວໃຈຂອງເຈົ້າຕ້ອງການ ຫຼື ພຣະເຈົ້າຜູ້ຊົງສໍາພັນກັບຊີວິດຈິງຄືສິ່ງທີ່ຫົວໃຈຂອງເຈົ້າຕ້ອງການ? (ການຕິດຕໍ່ກັບພຣະເຈົ້າຄືສິ່ງທີ່ຫົວໃຈຂອງພວກເຮົາຕ້ອງການ.) ພຣະເຈົ້າທີ່ປົກກະຕິ ແລະ ສໍາພັນກັບຊີວິດຈິງນັ້ນໃກ້ຊິດກັບຄວາມຕ້ອງການພາຍໃນຂອງເຈົ້າຫຼາຍກວ່າ, ແມ່ນບໍ? ສະນັ້ນ, ຈົ່ງເວົ້າກ່ຽວກັບຄວາມຮູ້ສຶກຂອງພວກເຈົ້າ ເມື່ອພວກເຈົ້າມີປະຕິສຳພັນກັບພວກຟາຣີຊາຍ, ຂໍ້ດີ ແລະ ຂໍ້ເສຍ ແລະ ວ່າມັນນຳມາເຊິ່ງຜົນປະໂຫຍດໃດໆ ຫຼື ບໍ່. (ຖ້າຂ້ານ້ອຍມີປະຕິສຳພັນກັບພວກຟາຣີຊາຍ, ມັນຮູ້ສຶກປອມ ແລະ ຫ່າງເຫີນ. ສິ່ງທີ່ພວກເຂົາເວົ້າເຖິງນັ້ນວ່າງເປົ່າ ແລະ ບໍ່ເປັນຄວາມຈິງເກີນໄປ; ການຟັງມັນຫຼາຍເກີນໄປກາຍເປັນເລື່ອງທີ່ໜ້າປວດຮາກ ແລະ ຂ້ານ້ອຍກໍບໍ່ຢາກມີປະຕິສຳພັນກັບພວກເຂົາອີກຕໍ່ໄປ.) ມຸມມອງທີ່ພວກຟາຣີຊາຍສະແດງອອກນັ້ນຖືກຕ້ອງ ຫຼື ໄຮ້ສາລະ? (ໄຮ້ສາລະ.) ທຳມະຊາດຂອງມຸມມອງຂອງພວກເຂົານັ້ນໄຮ້ສາລະ. ນອກຈາກນີ້, ສິ່ງທີ່ພວກເຂົາເວົ້ານັ້ນສ່ວນຫຼາຍສໍາພັນກັບຊີວິດຈິງ ຫຼື ວ່າງເປົ່າ? (ວ່າງເປົ່າ.) ຄົນສ່ວນໃຫຍ່ລັງກຽດ ຫຼື ມັກຟັງສິ່ງທີ່ໄຮ້ສາລະ ແລະ ວ່າງເປົ່າ, ພ້ອມທັງສິ່ງທີ່ເປັນຈິນຕະນາການ ແລະ ເປັນຄວາມຄິດຫຼົງຜິດ ທີ່ພວກເຂົາເວົ້າບໍ? (ຄົນສ່ວນໃຫຍ່ລັງກຽດທີ່ຈະຟັງສິ່ງເຫຼົ່ານີ້.) ຄົນສ່ວນໃຫຍ່ບໍ່ມັກພວກເຂົາ ແລະ ບໍ່ເຕັມໃຈທີ່ຈະຟັງ. ຫຼັງຈາກທີ່ໄດ້ຍິນມຸມມອງ ແລະ ຄຳເວົ້າຂອງພວກເຂົາ ແລະ ໄດ້ສັງເກດເຫັນອຸປະນິໄສຂອງພວກເຂົາ ແລະ ພຶດຕິກຳທີ່ບໍ່ເປັນຄວາມຈິງ ແລະ ໜ້າຊື່ໃຈຄົດຂອງພວກເຂົາ, ເຈົ້າຮູ້ສຶກແນວໃດໃນໃຈ? ເຈົ້າເຕັມໃຈທີ່ຈະຟັງຕື່ມອີກບໍ? ເຈົ້າເຕັມໃຈທີ່ຈະເຂົ້າໃກ້ພວກເຂົາຫຼາຍຂຶ້ນ, ມີປະຕິສຳພັນຢ່າງເລິກເຊິ່ງກັບພວກເຂົາ ແລະ ເຂົ້າໃຈກ່ຽວກັບພວກເຂົາຫຼາຍຂຶ້ນບໍ? (ບໍ່.) ເຈົ້າບໍ່ເຕັມໃຈທີ່ຈະມີປະຕິສຳພັນກັບພວກເຂົາ. ບັນຫາສຳຄັນກໍຄື ຄຳເວົ້າຂອງພວກເຂົາວ່າງເປົ່າເກີນໄປ, ເຕັມໄປດ້ວຍທິດສະດີ ແລະ ຄຳຂວັນ; ຫຼັງຈາກທີ່ຟັງມາເປັນເວລາດົນນານ ເຈົ້າກໍຍັງຮູ້ສຶກບໍ່ເຂົ້າໃຈວ່າພວກເຂົາກຳລັງເວົ້າຫຍັງ. ນອກຈາກນີ້, ອຸປະນິໄສຂອງພວກເຂົາກໍບໍ່ເປັນຄວາມຈິງ ແລະ ຫຼອກລວງ; ພວກເຂົາທຳທ່າເຮັດເປັນຖ່ອມຕົວ, ອົດທົນ ແລະ ມີຄວາມຮັກ, ເພື່ອໃຫ້ມີລັກສະນະທ່າທາງຂອງຜູ້ເຊື່ອທີ່ເກົ່າແກ່, ເປັນຜູ້ທີ່ມີ “ຄວາມຢໍາເກງ” ເປັນພິເສດ. ເມື່ອເຈົ້າເຫັນໃບໜ້າທີ່ແທ້ຈິງຂອງພວກເຂົາໃນທີ່ສຸດ, ເຈົ້າກໍຮູ້ສຶກລັງກຽດ. ພວກເຈົ້າຍັງບໍ່ທັນໄດ້ມີປະຕິສຳພັນຢ່າງເລິກເຊິ່ງກັບເຮົາຫຼາຍປານໃດ; ພວກເຈົ້າຮູ້ສຶກແນວໃດກ່ຽວກັບການເທດສະໜາທີ່ເຮົາໄດ້ໃຫ້? ມັນມີຄວາມແຕກຕ່າງລະຫວ່າງພວກມັນກັບສິ່ງທີ່ພວກຟາຣີຊາຍເວົ້າເຖິງບໍ? (ມີ.) ຄວາມແຕກຕ່າງແມ່ນຫຍັງ? (ການເທດສະໜາຂອງພຣະເຈົ້ານັ້ນສໍາພັນກັບຊີວິດຈິງ.) ນັ້ນຄືຈຸດພື້ນຖານ. ຍິ່ງໄປກວ່ານັ້ນ, ສິ່ງທີ່ເຮົາເວົ້າເຖິງນັ້ນກ່ຽວຂ້ອງກັບການປະຕິບັດ, ປະສົບການຂອງພວກເຈົ້າ ແລະ ດ້ານຕ່າງໆຂອງເລື່ອງທີ່ພົບພໍ້ໃນຂະບວນການປະຕິບັດໜ້າທີ່ຂອງພວກເຈົ້າ ແລະ ໃນຊີວິດຈິງ. ມັນບໍ່ແມ່ນສິ່ງທີ່ບໍ່ສໍາພັນກັບຊີວິດຈິງ ແລະ ເລື່ອນລອຍ. ນອກຈາກນີ້, ຄວາມຈິງແຕ່ລະຢ່າງທີ່ເຮົາສົນທະນາ ຫຼື ມຸມມອງທີ່ເຮົາມີຕໍ່ເລື່ອງຕ່າງໆນັ້ນສໍາພັນກັບຊີວິດຈິງ ຫຼື ວ່າງເປົ່າ? (ສໍາພັນກັບຊີວິດຈິງ.) ເປັນຫຍັງເຈົ້າຈຶ່ງເວົ້າວ່າມັນສໍາພັນກັບຊີວິດຈິງ? ເພາະວ່າມັນບໍ່ໄດ້ຫ່າງເຫີນຈາກຊີວິດຈິງ, ມັນບໍ່ແມ່ນການກ່າວອ້າງທິດສະດີທີ່ວ່າງເປົ່າຢູ່ເໜືອຊີວິດຈິງ. ມັນລ້ວນແຕ່ກ່ຽວຂ້ອງກັບການແຍກແຍະ, ຄວາມເຂົ້າໃຈ ແລະ ການປະຕິບັດຂອງຜູ້ຄົນໃນຊີວິດຈິງ ແລະ ສະພາວະທີ່ເກີດຂຶ້ນໃນພວກເຂົາ ເມື່ອພົບພໍ້ກັບບັນຫາຕ່າງໆໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ. ສະຫຼຸບແລ້ວ, ມັນກ່ຽວຂ້ອງກັບຫົວຂໍ້ທີ່ກ່ຽວກັບວິທີທີ່ຜູ້ຄົນປະຕິບັດຄວາມເຊື່ອໃນພຣະເຈົ້າຂອງພວກເຂົາ, ຊີວິດແຫ່ງການເຊື່ອໃນພຣະເຈົ້າຂອງພວກເຂົາ ແລະ ສະພາວະຕ່າງໆຂອງພວກເຂົາໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ. ພວກເຮົາບໍ່ໄດ້ເອົາພຣະຄຳພີອອກມາເພື່ອອະທິບາຍຢ່າງວ່າງເປົ່າກ່ຽວກັບພຣະທຳປະຖົມມະການ ຫຼື ພຣະທຳເອຊາຢາ, ທັງພວກເຮົາບໍ່ໄດ້ເວົ້າຢ່າງວ່າງເປົ່າກ່ຽວກັບພຣະທຳຄຳປາກົດ. ເຮົາບໍ່ມັກອ່ານພຣະທຳຄຳປາກົດທີ່ສຸດ ແລະ ບໍ່ຢາກເວົ້າກ່ຽວກັບມັນ. ການເວົ້າກ່ຽວກັບມັນມີປະໂຫຍດຫຍັງ? ຖ້າເຮົາບອກເຈົ້າວ່າໄພພິບັດໃດເກີດຂຶ້ນແລ້ວ, ມັນຈະກ່ຽວຂ້ອງຫຍັງກັບເຈົ້າ? ນັ້ນຄືພາລະກິດຂອງພຣະເຈົ້າ. ເຖິງແມ່ນວ່າພາລະກິດຂອງພຣະເຈົ້າຈະສຳເລັດ, ສິ່ງນັ້ນຈະສົ່ງຜົນກະທົບຕໍ່ເຈົ້າແນວໃດ? ເຈົ້າຈະຍັງເປັນຕົວເຈົ້າເອງຢູ່, ບໍ່ແມ່ນບໍ? ຖ້າເຮົາບອກເຈົ້າວ່າໄພພິບັດໃດເກີດຂຶ້ນແລ້ວ, ແລ້ວເຈົ້າຈະສາມາດປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຈົ້າໄດ້ບໍ? ມັນຈະເປັນການອັດສະຈັນຂະໜາດນັ້ນບໍ? ບໍ່. ສະນັ້ນ, ເມື່ອຜູ້ຄົນຕິດຕາມຈົນເຖິງທີ່ສຸດ, ພວກເຂົາແຕ່ລະຄົນຈະຖືກຈັດຕາມປະເພດຂອງພວກເຂົາ. ຜູ້ທີ່ສາມາດຍອມຮັບຄວາມຈິງ, ມັກອ່ານພຣະທຳຂອງພຣະເຈົ້າ ແລະ ສາມາດປະຕິບັດຄວາມຈິງຈະຢືນຢັດຢ່າງໝັ້ນຄົງ. ຜູ້ທີ່ບໍ່ເຕັມໃຈທີ່ຈະອ່ານພຣະທຳຂອງພຣະເຈົ້າ ຫຼື ຟັງການເທດສະໜາ, ຜູ້ທີ່ປະຕິເສດທີ່ຈະຍອມຮັບຄວາມຈິງຢ່າງຕໍ່ເນື່ອງ ແລະ ບໍ່ເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງພວກເຂົາ, ໃນທີ່ສຸດກໍຈະຖືກເປີດເຜີຍ ແລະ ກຳຈັດ. ເຖິງແມ່ນວ່າພວກເຂົາຈະເຂົ້າຮ່ວມການເຕົ້າໂຮມ ແລະ ຟັງການເທດສະໜາ, ພວກເຂົາກໍບໍ່ເຄີຍປະຕິບັດຄວາມຈິງ, ພວກເຂົາຍັງຄົງບໍ່ປ່ຽນແປງ ແລະ ເບື່ອໜ່າຍທີ່ຈະຟັງການເທດສະໜາ, ພວກເຂົາບໍ່ເຕັມໃຈທີ່ຈະຟັງ. ດັ່ງນັ້ນ, ເຖິງແມ່ນວ່າໃນເວລາທີ່ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາ, ມັນກໍເປັນໄປໃນລັກສະນະທີ່ເຮັດພໍແລ້ວມືແລ້ວຕີນ, ບໍ່ເຄີຍປ່ຽນແປງ. ຄົນເຫຼົ່ານີ້ເປັນພຽງຜູ້ບໍ່ເຊື່ອ. ຖ້າຄົນທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈມັກຈະຄົບຫາ ແລະ ດຳລົງຊີວິດຮ່ວມກັບຜູ້ບໍ່ເຊື່ອ, ພວກເຂົາຈະຮູ້ສຶກແນວໃດ? ພວກເຂົາບໍ່ພຽງແຕ່ຈະບໍ່ໄດ້ຮັບຜົນປະໂຫຍດ ຫຼື ບໍ່ໄດ້ຮັບການເສີມສ້າງເທົ່ານັ້ນ, ແຕ່ພວກເຂົາຍັງຈະຮູ້ສຶກລັງກຽດຄົນເຫຼົ່ານັ້ນຈາກໃຈຫຼາຍຂຶ້ນເລື້ອຍໆອີກດ້ວຍ. ສົມມຸດວ່າເຈົ້າມີປະຕິສຳພັນກັບພວກຟາຣີຊາຍ ແລະ ໄດ້ຍິນພວກເຂົາເວົ້າ ແລະ ເຈົ້າພົບວ່າພວກເຂົາເວົ້າຢ່າງຊັດເຈນ ແລະ ສົມເຫດສົມຜົນ, ວ່າພວກເຂົາອະທິບາຍກົດ ແລະ ລະບຽບການຕ່າງໆທັງໝົດໃນລັກສະນະທີ່ເຂົ້າໃຈໄດ້ ແລະ ຄຳເວົ້າຂອງພວກເຂົາກໍເບິ່ງຄືວ່າມີທິດສະດີທີ່ເລິກເຊິ່ງ, ແຕ່ເມື່ອວິເຄາະຢ່າງລະອຽດແລ້ວ, ບໍ່ມີສິ່ງໃດເລີຍທີ່ເປັນຄວາມເປັນຈິງຄວາມຈິງ ແລະ ທັງໝົດນັ້ນລ້ວນແຕ່ເປັນທິດສະດີທີ່ວ່າງເປົ່າ. ຕົວຢ່າງ: ພວກເຂົາສົນທະນາກ່ຽວກັບທິດສະດີຂອງພຣະເຈົ້າສາມພຣະພາກ, ສາສະໜາສາດ, ທິດສະດີກ່ຽວກັບພຣະເຈົ້າ, ພຣະເຈົ້າຢູ່ໃນສະຫວັນກັບທູດສະຫວັນເປັນແນວໃດ, ສະຖານະການກ່ຽວກັບການບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ອົງພຣະເຢຊູເຈົ້າ. ເຈົ້າຈະຮູ້ສຶກແນວໃດຫຼັງຈາກທີ່ໄດ້ຍິນການເວົ້າທັງໝົດນີ້? ຜົນທີ່ອອກມາກໍຈະຄ້າຍຄືກັບການຟັງເລື່ອງນິທານ. ແລ້ວເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງມັກຟັງ ແລະ ສົນທະນາເລື່ອງເຫຼົ່ານີ້ ແລະ ເປັນຫຍັງພວກເຂົາຈຶ່ງເຕັມໃຈທີ່ຈະພົວພັນກັບບຸກຄົນດັ່ງກ່າວ? ນີ້ບໍ່ແມ່ນຄວາມຊົ່ວຊ້າຂອງພວກເຂົາບໍ? (ແມ່ນແລ້ວ.) ສາມາດສັງເກດເຫັນຫຍັງໄດ້ຈາກຄວາມຊົ່ວຊ້າຂອງພວກເຂົາ? ໃນສ່ວນເລິກ, ພວກເຂົາມີຄວາມຕ້ອງການບາງຢ່າງ, ເຊິ່ງນຳພາພວກເຂົາໃຫ້ບູຊາຄວາມຮູ້ ແລະ ການຮຽນຮູ້ນີ້ ແລະ ບູຊາສິ່ງເຫຼົ່ານີ້ທີ່ພວກຟາຣີຊາຍມີ. ແລ້ວຄວາມຕ້ອງການຂອງພວກເຂົາແມ່ນຫຍັງ? (ເພື່ອໃຫ້ໄດ້ຮັບການຍົກຍ້ອງຢ່າງສູງຈາກຄົນອື່ນ.) ພວກເຂົາບໍ່ພຽງແຕ່ຕ້ອງການໃຫ້ຄົນອື່ນຍົກຍ້ອງພວກເຂົາຢ່າງສູງເທົ່ານັ້ນ, ແຕ່ໃນສ່ວນເລິກຂອງຫົວໃຈຂອງພວກເຂົາ, ພວກເຂົາຕ້ອງການເປັນຍອດມະນຸດສະເໝີ, ເປັນບຸກຄົນທີ່ເໜືອກວ່າ ຫຼື ເປັນຄົນທີ່ມີຊື່ສຽງທີ່ມີຄວາມຮູ້, ພວກເຂົາພຽງແຕ່ບໍ່ຢາກເປັນຄົນທຳມະດາ. ຄວາມປາຖະໜາຂອງພວກເຂົາທີ່ຈະເປັນຍອດມະນຸດບົ່ງບອກເຖິງຫຍັງ? ເວົ້າຕາມພາສາຊາວບ້ານ, ມັນໝາຍຄວາມວ່າພວກເຂົາບໍ່ຢູ່ກັບຄວາມເປັນຈິງ. ຕົວຢ່າງ: ຄົນສ່ວນໃຫຍ່ອາດຈະປາຖະໜາຢ່າງຫຼາຍທີ່ສຸດວ່າ “ຖ້າພຽງແຕ່ຂ້ອຍສາມາດບິນສູງໃນທ້ອງຟ້າດ້ວຍເຮືອບິນໄດ້”. ພວກເຂົາອາດຈະມີຄວາມປາຖະໜາແບບນັ້ນ, ແມ່ນບໍ? ແຕ່ຄວາມປາຖະໜາຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງ? “ມື້ໜຶ່ງ, ຂ້ອຍຢາກມີປີກງອກອອກມາ ແລະ ບິນໄປບ່ອນທີ່ຫ່າງໄກ!” ພວກເຂົາມີຄວາມປາຖະໜາແບບນັ້ນ, ເຈົ້າມີບໍ? (ບໍ່.) ເປັນຫຍັງເຈົ້າຈຶ່ງບໍ່ມີ? ເພາະວ່າມັນບໍ່ສໍາພັນກັບຊີວິດຈິງ. ເຖິງແມ່ນວ່າເຈົ້າຈະຖືກຕິດປີກໃຫຍ່ສອງຂ້າງ, ເຈົ້າຈະສາມາດບິນໄດ້ບໍ? ເຈົ້າບໍ່ແມ່ນສິ່ງທີ່ມີຊີວິດປະເພດນັ້ນ, ແມ່ນບໍ? (ຖືກຕ້ອງ.) ຄົນທີ່ຄືກັບຜູ້ຕໍ່ຕ້ານພຣະຄຣິສມັກຈະອາໄສຈິນຕະນາການຂອງພວກເຂົາສະເໝີ, ໄລ່ຕາມຄວາມປາຖະໜາຂອງພວກເຂົາຢ່າງຕໍ່ເນື່ອງ. ພວກເຂົາສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ບໍ? (ບໍ່.) ຄົນເຫຼົ່ານີ້ບໍ່ແມ່ນປະເພດຄົນທີ່ພຣະເຈົ້າຊ່ວຍໃຫ້ລອດພົ້ນ. ພຣະເຈົ້າຊ່ວຍຜູ້ທີ່ຮັກຄວາມຈິງ, ສຸມໃສ່ຄວາມເປັນຈິງ ແລະ ໄລ່ຕາມຄວາມຈິງໃນລັກສະນະທີ່ຕິດດິນໃຫ້ລອດພົ້ນ. ຜູ້ທີ່ປາຖະໜາທີ່ຈະເປັນຍອດມະນຸດ ຫຼື ບຸກຄົນທີ່ເໜືອກວ່າຢ່າງຕໍ່ເນື່ອງນັ້ນເປັນຄົນສະຕິບໍ່ດີ, ພວກເຂົາບໍ່ແມ່ນຄົນປົກກະຕິ ແລະ ພຣະເຈົ້າກໍຈະບໍ່ຊ່ວຍໃຫ້ພວກເຂົາລອດພົ້ນ.

ເມື່ອຜູ້ຕໍ່ຕ້ານພຣະຄຣິສມີປະຕິສຳພັນກັບພຣະເຈົ້າທີ່ບັງເກີດເປັນມະນຸດ, ພວກເຂົາມັກຈະຖາມຄຳຖາມທີ່ແປກປະຫຼາດ. ການທີ່ພວກເຂົາສາມາດຕັ້ງຄຳຖາມດັ່ງກ່າວໄດ້ນັ້ນ ສະແດງໃຫ້ເຫັນເຖິງຄວາມຕ້ອງການທີ່ຝັງເລິກຂອງພວກເຂົາ ແລະ ສິ່ງທີ່ພວກເຂົາບູຊາໃນໃຈ. ໃນຕອນທຳອິດ, ເມື່ອເປັນພະຍານໃຫ້ພຣະເຈົ້າທີ່ບັງເກີດເປັນມະນຸດ, ບາງຄົນມັກຈະຖາມສະເໝີວ່າ “ພຣະເຈົ້າອ່ານພຣະຄຳພີຢູ່ບ້ານບໍ? ບໍ່ແມ່ນວ່າຂ້ານ້ອຍຖາມເພື່ອຕົວຂ້ານ້ອຍເອງ, ຄວາມຈິງແລ້ວ ຂ້ານ້ອຍກໍບໍ່ໄດ້ຢາກຮູ້ຢາກເຫັນກ່ຽວກັບເລື່ອງນີ້ປານໃດ; ຂ້ານ້ອຍພຽງແຕ່ຖາມແທນອ້າຍເອື້ອຍນ້ອງຊື່ໆ. ຫຼາຍຄົນໃນພວກເຂົາກໍມີຄວາມຄິດນີ້ຄືກັນ. ພວກເຂົາກຳລັງຄິດໄຕ່ຕອງໃນໃຈວ່າ ຖ້າພຣະເຈົ້າອ່ານພຣະຄຳພີເລື້ອຍໆແທ້, ແລ້ວການທີ່ສາມາດເວົ້າກ່ຽວກັບພຣະຄຳພີ ແລະ ສະແດງຄວາມຈິງອອກມາໄດ້ນັ້ນກໍຖືວ່າເປັນເລື່ອງທີ່ປົກກະຕິຫຼາຍ. ເຖິງຢ່າງໃດກໍຕາມ, ຖ້າພຣະເຈົ້າບໍ່ໄດ້ອ່ານພຣະຄຳພີ ແລະ ຍັງສາມາດອະທິບາຍມັນໄດ້, ນັ້ນກໍຈະເປັນການອັດສະຈັນ, ແລ້ວພຣະອົງກໍຈະເປັນພຣະເຈົ້າຢ່າງແທ້ຈິງ!” ແນ່ນອນວ່າ ພວກເຂົາບໍ່ໄດ້ເວົ້າແບບນີ້ແທ້ໆ; ພວກເຂົາຖາມໂດຍກົງວ່າ “ພຣະເຈົ້າອ່ານພຣະຄຳພີຢູ່ບ້ານບໍ?” ພວກເຈົ້າຄິດແນວໃດ? ເຮົາຄວນອ່ານມັນ ຫຼື ບໍ່? ພວກເຈົ້າອ່ານມັນບໍ? ຖ້າພວກເຈົ້າບໍ່ເຄີຍເຊື່ອໃນພຣະເຢຊູ, ມັນກໍຈະເປັນເລື່ອງປົກກະຕິຫຼາຍທີ່ຈະບໍ່ອ່ານມັນ. ຄົນທີ່ເຄີຍເຊື່ອອ່ານມັນບໍ? (ແມ່ນແລ້ວ, ພວກເຂົາອ່ານ.) ຜູ້ທີ່ເຄີຍເຊື່ອອ່ານມັນຢ່າງແນ່ນອນ. ເຮົາເລີ່ມຕົ້ນດ້ວຍຄວາມເຊື່ອໃນພຣະເຢຊູ, ແລ້ວເຮົາຈະບໍ່ອ່ານພຣະຄຳພີໄດ້ແນວໃດ? ຖ້າເຮົາບໍ່ໄດ້ອ່ານມັນເດ? (ນັ້ນກໍປົກກະຕິຄືກັນ.) ການອ່ານພຣະຄຳພີເປັນເລື່ອງປົກກະຕິ, ແນ່ນອນວ່າ ການບໍ່ອ່ານມັນກໍເປັນເລື່ອງປົກກະຕິເຊັ່ນກັນ. ການອ່ານມັນ ຫຼື ບໍ່ອ່ານມັນກຳນົດຫຍັງໄດ້? ຖ້າເຮົາບໍ່ໄດ້ຢູ່ໃນຕຳແໜ່ງນີ້, ຈະມີໃຜສົນໃຈບໍວ່າເຮົາໄດ້ອ່ານພຣະຄຳພີ ຫຼື ບໍ່? (ບໍ່.) ບໍ່ມີໃຜຈະຖາມກ່ຽວກັບສິ່ງທີ່ເຮົາໄດ້ອ່ານ. ເມື່ອຢູ່ໃນຕຳແໜ່ງພິເສດນີ້, ບາງຄົນກໍສຶກສາເລື່ອງນີ້. ພວກເຂົາມັກຈະສອດຮູ້ສອດເຫັນໃນເລື່ອງນີ້ສະເໝີ ໂດຍຖາມວ່າ “ຕອນຍັງນ້ອຍ ພຣະອົງໄດ້ອ່ານພຣະຄຳພີບໍ?” ພວກເຂົາຢາກຮູ້ຫຍັງກັນແທ້? ມັນມີສອງຄຳອະທິບາຍທີ່ເປັນໄປໄດ້, ຂຶ້ນຢູ່ກັບວ່າເຮົາໄດ້ອ່ານມັນ ຫຼື ບໍ່. ຖ້າເຮົາໄດ້ອ່ານມັນ, ພວກເຂົາກໍຮູ້ສຶກວ່າການທີ່ສາມາດອະທິບາຍພຣະຄຳພີໄດ້ນັ້ນບໍ່ແມ່ນເລື່ອງໃຫຍ່. ເຖິງຢ່າງໃດກໍຕາມ, ຖ້າເຮົາບໍ່ໄດ້ອ່ານພຣະຄຳພີ ແລະ ຍັງສາມາດອະທິບາຍມັນໄດ້, ນັ້ນກໍຂ້ອນຂ້າງຄືພຣະເຈົ້າ. ນີ້ຄືຜົນລັບທີ່ພວກເຂົາປາຖະໜາ. ພວກເຂົາຕ້ອງການຊອກຫາຄວາມຈິງໃຫ້ເຖິງທີ່ສຸດ; ພວກເຂົາຄິດວ່າ “ຖ້າເຈົ້າບໍ່ໄດ້ອ່ານພຣະຄຳພີ ແລະ ຍັງສາມາດສົນທະນາກ່ຽວກັບມັນໄດ້ໃນຕອນທີ່ອາຍຸຍັງນ້ອຍຂະໜາດນີ້, ແລ້ວນັ້ນກໍຄຸ້ມຄ່າທີ່ຈະສືບສວນ. ນີ້ຄືພຣະເຈົ້າ!” ນັ້ນຄືມຸມມອງຂອງພວກເຂົາ ແລະ ພວກເຂົາສຶກສາພຣະເຈົ້າໃນລັກສະນະນີ້. ຕອນນີ້ ຈົ່ງພິຈາລະນາພວກຟາຣີຊາຍເຫຼົ່ານັ້ນທີ່ຊ່ຽວຊານໃນພຣະຄຳພີ. ພວກເຂົາຢັ່ງຮູ້ພຣະທຳໃນພຣະຄຳພີຢ່າງແທ້ຈິງບໍ? ພວກເຂົາຄົ້ນພົບຄວາມຈິງຈາກພຣະຄຳພີບໍ? (ບໍ່.) ຕອນນີ້ ມີໃຜບໍທີ່ຖາມເຮົາວ່າເຮົາໄດ້ອ່ານພຣະຄຳພີ ຫຼື ບໍ່ນັ້ນໄດ້ຄິດກ່ຽວກັບເລື່ອງນີ້? ຖ້າພວກເຂົາໄດ້ພິຈາລະນາມັນ, ພວກເຂົາກໍຄົງຈະບໍ່ຊອກຄົ້ນໃນເລື່ອງນີ້ຢູ່ຕະຫຼອດເວລາ, ພວກເຂົາຄົງຈະບໍ່ເຮັດສິ່ງທີ່ໂງ່ຈ້າແບບນັ້ນ. ຄົນທີ່ບໍ່ກຳແໜ້ນຄວາມຈິງ ຫຼື ບໍ່ມີຄວາມເຂົ້າໃຈຝ່າຍວິນຍານ ແລະ ບໍ່ສາມາດຢັ່ງເຖິງແກ່ນແທ້ ແລະ ຕົວຕົນຂອງພຣະເຈົ້າໄດ້ ກໍຈະຫັນໄປໃຊ້ວິທີການດັ່ງກ່າວເພື່ອແກ້ໄຂມັນໃນທີ່ສຸດ. ວິທີການນີ້ສາມາດແກ້ໄຂບັນຫາໄດ້ບໍ? ບໍ່, ມັນແກ້ໄຂບໍ່ໄດ້. ມັນສາມາດແກ້ໄຂໄດ້ພຽງແຕ່ບັນຫາຄວາມຢາກຮູ້ຢາກເຫັນເລັກໆນ້ອຍໆເທົ່ານັ້ນ. ຄວາມຈິງແລ້ວ, ເຮົາກໍອ່ານພຣະຄຳພີເຊັ່ນກັນ. ມີໃຜໃນບັນດາຜູ້ເຊື່ອທີ່ບໍ່ອ່ານພຣະຄຳພີ? ເຮົາອ່ານມັນຄ່າວໆ. ຢ່າງໜ້ອຍທີ່ສຸດ, ເຮົາກໍອ່ານພຣະກິດຕິຄຸນທັງສີ່ເຫຼັ້ມຂອງພຣະຄຳພີພັນທະສັນຍາໃໝ່, ເປີດຜ່ານພຣະທຳຄຳປາກົດ ແລະ ພຣະທຳປະຖົມມະການ ແລະ ເບິ່ງພຣະທຳເອຊາຢາ. ພວກເຈົ້າຄິດວ່າເຮົາມັກອ່ານຫຍັງທີ່ສຸດ? (ພຣະທຳໂຢບ.) ຖືກຕ້ອງ. ເລື່ອງລາວໃນພຣະທຳໂຢບນັ້ນສົມບູນ ແລະ ລະອຽດ, ພຣະທຳກໍເຂົ້າໃຈງ່າຍ ແລະ ນອກຈາກນີ້, ເລື່ອງລາວນີ້ກໍມີຄຸນຄ່າ ແລະ ສາມາດເປັນປະໂຫຍດ ແລະ ເປັນການເສີມສ້າງສຳລັບຜູ້ຄົນໃນປັດຈຸບັນ. ຕອນນີ້ ຄວາມຈິງໄດ້ສະແດງໃຫ້ເຫັນແລ້ວວ່າ ເລື່ອງລາວຂອງໂຢບມີຜົນກະທົບຢ່າງໃຫຍ່ຫຼວງຕໍ່ຄົນລຸ້ນຫຼັງຢ່າງແທ້ຈິງ. ພວກເຂົາໄດ້ກຳແໜ້ນຄວາມຈິງຫຼາຍຢ່າງຜ່ານໂຢບ, ຈາກທັດສະນະຄະຕິຂອງລາວທີ່ມີຕໍ່ພຣະເຈົ້າ, ພ້ອມທັງທັດສະນະຄະຕິ ແລະ ການກຳນົດຂອງພຣະເຈົ້າທີ່ມີຕໍ່ລາວ, ພວກເຂົາໄດ້ກຳແໜ້ນເຈດຕະນາຂອງພຣະເຈົ້າ ແລະ ເສັ້ນທາງແບບໃດທີ່ພວກເຂົາຄວນຍ່າງຫຼັງຈາກທີ່ໄດ້ເຊື່ອໃນພຣະເຈົ້າ. ເຮົາໃຊ້ພຣະທຳໂຢບເປັນບໍລິບົດເພື່ອໂອ້ລົມບາງຢ່າງກ່ຽວກັບຫົນທາງແຫ່ງການຢໍາເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍ, ພ້ອມທັງຫົນທາງແຫ່ງການອ່ອນນ້ອມຕໍ່ພຣະເຈົ້າ, ເລື່ອງລາວນີ້ມີຄຸນຄ່າຢ່າງແທ້ຈິງ. ມັນເປັນສິ່ງທີ່ຄົນເຮົາຄວນອ່ານໃນເວລາຫວ່າງ. ເມື່ອພວກເຂົາເຫັນພຣະເຈົ້າບັງເກີດເປັນເນື້ອໜັງ ແລະ ໄດ້ເປັນພະຍານໃຫ້ຄວາມສໍາພັນກັບຊີວິດຈິງ ແລະ ຄວາມເປັນປົກກະຕິຂອງພຣະເຈົ້າ, ບາງຄົນອາດຈະບໍ່ສາມາດເຂົ້າໃຈໄດ້ຢ່າງເຕັມທີ່ວ່າ ພຣະອົງແມ່ນພຣະເຈົ້າທີ່ແທ້ຈິງ ຫຼື ບໍ່ ຫຼື ຈະມີຫຍັງເກີດຂຶ້ນໃນອະນາຄົດ. ເຖິງຢ່າງໃດກໍຕາມ, ຫຼັງຈາກທີ່ເຂົ້າໃຈຄວາມຈິງບາງຢ່າງແລ້ວ, ພວກເຂົາກໍປ່ອຍວາງຄຳຖາມເຫຼົ່ານີ້. ພວກເຂົາຢຸດຄົ້ນຄວ້າ ຫຼື ສົນໃຈກ່ຽວກັບເລື່ອງເຫຼົ່ານີ້ ແລະ ຫັນມາສຸມໃສ່ການປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີ, ຍ່າງໃນເສັ້ນທາງທີ່ພວກເຂົາຄວນຍ່າງຢ່າງຖືກຕ້ອງ ແລະ ເຮັດວຽກທີ່ພວກເຂົາຄວນເຮັດໃຫ້ດີ. ແຕ່ສຳລັບບາງຄົນ ພວກເຂົາຈະບໍ່ມີວັນປ່ອຍວາງເລື່ອງນີ້; ພວກເຂົາຍືນຍັນທີ່ຈະສຶກສາມັນ. ພວກເຈົ້າຄິດແນວໃດ, ເຮົາຄວນຈັດການກັບເລື່ອງນີ້ບໍ? ເຮົາຄວນໃສ່ໃຈມັນບໍ? ມັນບໍ່ມີຄວາມຈຳເປັນທີ່ຈະຕ້ອງໃສ່ໃຈມັນ. ຜູ້ທີ່ຍອມຮັບຄວາມຈິງຈະຢຸດຄົ້ນຄວ້າມັນໂດຍທຳມະຊາດ, ໃນຂະນະທີ່ຜູ້ທີ່ບໍ່ຍອມຮັບຄວາມຈິງຈະສືບຕໍ່ເຮັດມັນ. ການຄົ້ນຄວ້ານີ້ບົ່ງບອກເຖິງຫຍັງ? ການຄົ້ນຄວ້າແມ່ນຮູບແບບໜຶ່ງຂອງການຕໍ່ຕ້ານ. ໃນພຣະທຳຂອງພຣະເຈົ້າ, ມັນມີຄຳເວົ້າໜຶ່ງ. ຜົນຂອງການຕໍ່ຕ້ານແມ່ນຫຍັງ? (ຄວາມຕາຍ.) ການຕໍ່ຕ້ານນຳໄປສູ່ຄວາມຕາຍ.

ຜູ້ຕໍ່ຕ້ານພຣະຄຣິສບາງຄົນ, ເຖິງແມ່ນວ່າພວກເຂົາໄດ້ຍອມຮັບພາລະກິດໃນໄລຍະນີ້ແລ້ວ, ແຕ່ກໍມັກຈະກັງວົນວ່າພຣະທຳທີ່ກ່າວ ແລະ ພາລະກິດທີ່ເຮັດໂດຍພຣະເຈົ້າທີ່ບັງເກີດເປັນມະນຸດນັ້ນມີອົງປະກອບທີ່ເໜືອທຳມະຊາດໃດໆ ຫຼື ບໍ່, ວ່າມີອົງປະກອບທີ່ເກີນຂອບເຂດຂອງຄວາມເປັນມະນຸດທີ່ປົກກະຕິ ຫຼື ບໍ່ ແລະ ວ່າມີອົງປະກອບທີ່ສາມາດນຳອອກມາພິສູດຕົວຕົນຂອງພຣະອົງໃນຖານະພຣະເຈົ້າໄດ້ ຫຼື ບໍ່. ພວກເຂົາມັກຈະຄົ້ນຄວ້າເລື່ອງເຫຼົ່ານີ້ຢູ່ເລື້ອຍໆ, ສຶກສາວິທີທີ່ເຮົາເວົ້າ, ທ່າທາງ ແລະ ສີໜ້າຂອງເຮົາໃນຂະນະທີ່ເຮົາເວົ້າ, ພ້ອມທັງຫຼັກການໃນການກະທຳຂອງເຮົາຢ່າງບໍ່ຮູ້ອິດເມື່ອຍ. ພວກເຂົາໃຊ້ອັນໃດສຳລັບການຄົ້ນຄວ້ານີ້? ພວກເຂົາວັດແທກ ແລະ ສຶກສາມັນທຽບໃສ່ກັບຮູບພາບ ຫຼື ມາດຕະຖານຂອງຄົນທີ່ມີຊື່ສຽງ ແລະ ຍິ່ງໃຫຍ່ທີ່ພວກເຂົາໄດ້ກຳແໜ້ນໄວ້. ບາງຄົນເຖິງກັບຖາມວ່າ “ໃນເມື່ອເຈົ້າເປັນພຣະເຈົ້າທີ່ບັງເກີດເປັນມະນຸດ, ຕົວຕົນ ແລະ ແກ່ນແທ້ຂອງເຈົ້າຕ້ອງແຕກຕ່າງຈາກຄົນທຳມະດາຢ່າງແນ່ນອນ. ແລ້ວເຈົ້າເກັ່ງຫຍັງ? ເຈົ້າມີຄຸນສົມບັດພິເສດຫຍັງແດ່ທີ່ພຽງພໍທີ່ຈະເຮັດໃຫ້ພວກຂ້ານ້ອຍຕິດຕາມ ແລະ ເຊື່ອຟັງເຈົ້າ ແລະ ເຮັດໃຫ້ພວກຂ້ານ້ອຍຍອມຮັບເຈົ້າເປັນພຣະເຈົ້າຂອງພວກຂ້ານ້ອຍ?” ຄຳຖາມນີ້ເຮັດໃຫ້ເຮົາໄປບໍ່ເປັນແທ້ໆ. ເວົ້າຕາມກົງ, ເຮົາບໍ່ໄດ້ເກັ່ງຫຍັງເລີຍ. ເຮົາບໍ່ມີຕາທິບທີ່ສາມາດເບິ່ງເຫັນໄດ້ທຸກທິດທາງ ຫຼື ຫູທິບທີ່ສາມາດໄດ້ຍິນຈາກທຸກດ້ານ. ເມື່ອເວົ້າເຖິງການອ່ານຂໍ້ຄວາມ, ເຮົາກໍບໍ່ສາມາດກວາດສາຍຕາອ່ານສິບແຖວໃນການເຫຼືອບເບິ່ງພຽງຄັ້ງດຽວ ແລະ ຫຼັງຈາກອ່ານໄປໄດ້ຄາວໜຶ່ງ, ເຮົາກໍລືມສິ່ງທີ່ເຮົາໄດ້ອ່ານໄປ. ເຮົາຮູ້ເລື່ອງດົນຕີເລັກນ້ອຍ, ແຕ່ເຮົາກໍອ່ານໂນດເພງບໍ່ໄດ້. ຖ້າຄົນອື່ນຮ້ອງເພງໃຫ້ຟັງສອງສາມເທື່ອ, ເຮົາກໍສາມາດຮ້ອງຕາມໄດ້, ແຕ່ນັ້ນນັບວ່າເປັນການເກັ່ງໃນເລື່ອງນັ້ນບໍ? ເຮົາມີພອນສະຫວັນພິເສດໃດໆບໍເຊັ່ນ: ການເວົ້າພາສາອັງກິດໄດ້ຢ່າງຄ່ອງແຄ້ວ ຫຼື ການເວົ້າພາສາແປກໆບາງຢ່າງ? ເຮົາເຮັດສິ່ງເຫຼົ່ານີ້ບໍ່ໄດ້ເລີຍ. ຄັນຊັ້ນ ເຮົາເກັ່ງຫຍັງ? ເຮົາຮູ້ເລື່ອງດົນຕີ, ວິຈິດສິນ, ການເຕັ້ນ, ວັນນະຄະດີ, ຮູບເງົາ ແລະ ການອອກແບບເລັກນ້ອຍ. ເຮົາມີຄວາມເຂົ້າໃຈແບບຜິວເຜີນໃນຂົງເຂດເຫຼົ່ານີ້. ເມື່ອສົນທະນາທິດສະດີກັບຜູ້ຊ່ຽວຊານ, ມັນກໍລ້ວນແຕ່ເປັນຄຳສັບສະເພາະສຳລັບເຮົາ, ແຕ່ເຮົາສາມາດເຂົ້າໃຈມັນໄດ້ເມື່ອເຮົາເຫັນມັນ. ຕົວຢ່າງ: ໃນການອອກແບບສະຖາປັດຕະຍະກຳ, ຖ້າມັນກ່ຽວຂ້ອງກັບຂໍ້ມູນທາງວິຊາຊີບ ແລະ ເຕັກນິກ, ເຮົາກໍບໍ່ເຂົ້າໃຈ. ເຖິງຢ່າງໃດກໍຕາມ, ຖ້າມັນກ່ຽວກັບໂທນສີ ແລະ ຄວາມກົມກືນຂອງຮູບແບບ, ເຮົາກໍຮູ້ເລັກນ້ອຍ ແລະ ມີວິໄສທັດບາງຢ່າງ. ແຕ່ເລື່ອງທີ່ວ່າເຮົາສາມາດສຶກສາເພື່ອເປັນຜູ້ຊ່ຽວຊານ ຫຼື ບຸກຄົນທີ່ມີຄວາມສາມາດພິເສດໃນຂົງເຂດນີ້ໄດ້ ຫຼື ບໍ່ນັ້ນ, ມັນກໍຍາກທີ່ຈະເວົ້າ ເພາະເຮົາບໍ່ໄດ້ສຶກສາມັນ. ເມື່ອພິຈາລະນາສິ່ງທີ່ຜູ້ຄົນສາມາດເຂົ້າເຖິງໄດ້ໃນປັດຈຸບັນເຊັ່ນ: ດົນຕີ, ວັນນະຄະດີ, ການເຕັ້ນ ແລະ ຮູບເງົາ, ເຊິ່ງເປັນສິ່ງທີ່ຢູ່ໃນຂອບເຂດວຽກງານວິຊາຊີບຂອງຄຣິສຕະຈັກຂອງພວກເຮົາ, ການຮຽນຮູ້ເລັກນ້ອຍກໍສາມາດໃຫ້ຄວາມເຂົ້າໃຈຂັ້ນພື້ນຖານແກ່ເຮົາໄດ້. ບາງຄົນອາດຈະເວົ້າວ່າ “ຕອນນີ້ ຂ້ານ້ອຍຮູ້ພູມຫຼັງຂອງເຈົ້າແລ້ວ; ເຈົ້າມີພຽງແຕ່ຄວາມເຂົ້າໃຈຂັ້ນພື້ນຖານເທົ່ານັ້ນ”. ເຮົາບໍ່ໄດ້ເວົ້າຕົວະ; ແທ້ຈິງແລ້ວ, ເຮົາມີພຽງແຕ່ຄວາມເຂົ້າໃຈຂັ້ນພື້ນຖານເທົ່ານັ້ນ. ເຖິງຢ່າງໃດກໍຕາມ, ມີສິ່ງໜຶ່ງທີ່ພວກເຈົ້າອາດຈະບໍ່ເຂົ້າໃຈ ແລະ ນັ້ນອາດຈະເປັນຄວາມຊ່ຽວຊານຂອງເຮົາ. ຄວາມຊ່ຽວຊານນັ້ນແມ່ນຫຍັງ? ເຮົາເຂົ້າໃຈວ່າວິຊາຊີບທີ່ກ່ຽວຂ້ອງກັບຂົງເຂດໃດໜຶ່ງແມ່ນຫຍັງ, ສິລະປະໃດໜຶ່ງຖືກສະແດງອອກແນວໃດ ແລະ ຂອບເຂດ ແລະ ຫຼັກການທີ່ກ່ຽວຂ້ອງກັບມັນແມ່ນຫຍັງ. ຫຼັງຈາກທີ່ຊ່ຽວຊານໃນສິ່ງເຫຼົ່ານີ້ແລ້ວ, ເຮົາກໍຮູ້ວິທີທີ່ຈະນຳໃຊ້ສິ່ງທີ່ເປັນປະໂຫຍດເຫຼົ່ານີ້ເຂົ້າໃນວຽກງານຂອງຄຣິສຕະຈັກ, ເຮັດໃຫ້ພວກມັນຮັບໃຊ້ວຽກງານພຣະກິດຕິຄຸນ ແລະ ບັນລຸປະສິດທິຜົນໃນການຖ່າຍທອດພຣະກິດຕິຄຸນແຫ່ງຍຸກສຸດທ້າຍຂອງພຣະເຈົ້າ. ນີ້ແມ່ນຄວາມຊ່ຽວຊານບໍ? (ແມ່ນແລ້ວ.) ກ່ຽວກັບສິ່ງທີ່ມະນຸດຊາດຂາດແຄນທີ່ສຸດໃນປັດຈຸບັນ, ຖ້າຄົນເຮົາສາມາດນຳໃຊ້ວິທີການທີ່ຖືກຕ້ອງ ແລະ ຈາກນັ້ນກໍຖ່າຍທອດຄວາມຈິງທີ່ກ່ຽວຂ້ອງ, ເຮັດໃຫ້ຜູ້ຄົນສາມາດເຫັນ ແລະ ຍອມຮັບມັນໄດ້, ນີ້ຄືສິ່ງທີ່ມີປະສິດທິຜົນທີ່ສຸດ. ຖ້າເຈົ້ານຳໃຊ້ວິທີການທີ່ຜູ້ຄົນສາມາດຍອມຮັບໄດ້ ແລະ ສາມາດນຳສະເໜີຄວາມຈິງ ແລະ ອະທິບາຍພາລະກິດຂອງພຣະເຈົ້າໄດ້ຢ່າງຊັດເຈນ, ທັງໝົດນີ້ໃນລັກສະນະທີ່ການຄິດຂອງມະນຸດປົກກະຕິສາມາດຍອມຮັບ ແລະ ສາມາດເຂົ້າເຖິງໄດ້, ນີ້ເປັນປະໂຫຍດຢ່າງມະຫາສານສຳລັບຜູ້ຄົນ. ຖ້າພວກເຮົານຳໃຊ້ຄວາມຮູ້ຜິວເຜີນທີ່ພວກເຮົາມີ ແລະ ນຳໃຊ້ສິ່ງທີ່ເປັນປະໂຫຍດທັງໝົດເຫຼົ່ານີ້, ແລ້ວມັນກໍພຽງພໍແລ້ວທີ່ຈະມີຄວາມຊ່ຽວຊານປະເພດນີ້. ເຮົາເກັ່ງໃນສິ່ງໜຶ່ງ, ພວກເຈົ້າຄິດອອກແລ້ວບໍ? (ພຣະເຈົ້າເກັ່ງໃນການໂອ້ລົມຄວາມຈິງ.) ການໂອ້ລົມຄວາມຈິງນັບວ່າເປັນທັກສະບໍ? ນັ້ນບໍ່ແມ່ນຄວາມຊ່ຽວຊານບໍ? ຄັນຊັ້ນ ເຮົາເກັ່ງຫຍັງ? ເຮົາເກັ່ງໃນການຄົ້ນພົບແກ່ນແທ້ທີ່ເສື່ອມຊາມພາຍໃນຕົວພວກເຈົ້າທຸກຄົນ. ຖ້າເຮົາບໍ່ເກັ່ງໃນເລື່ອງນີ້, ບອກເຮົາມາເບິ່ງ, ເຮົາຈະເຮັດພາລະກິດໄດ້ແນວໃດ ເມື່ອໃດກໍຕາມທີ່ມີບັນຫາເກີດຂຶ້ນກັບພວກເຈົ້າ ແລະ ເຮົາບໍ່ຮູ້ວ່າອຸປະນິໄສທີ່ເສື່ອມຊາມ ຫຼື ແກ່ນແທ້ທຳມະຊາດແບບໃດທີ່ພວກເຈົ້າເປີດເຜີຍອອກມາ? ມັນຄົງຈະເປັນໄປບໍ່ໄດ້. ການຄົ້ນພົບແກ່ນແທ້ທີ່ເສື່ອມຊາມຂອງພວກເຈົ້ານັບວ່າເປັນສິ່ງທີ່ເຮົາເກັ່ງທີ່ສຸດບໍ? (ແມ່ນແລ້ວ.) ມັນຄວນຈະເປັນສິ່ງທີ່ເຮົາເກັ່ງທີ່ສຸດ. ເຮົາເກັ່ງທີ່ສຸດໃນການລະບຸອຸປະນິໄສທີ່ເສື່ອມຊາມຂອງຄົນ ແລະ ແກ່ນແທ້ທຳມະຊາດຂອງພວກເຂົາ. ເຮົາເກັ່ງໃນການແຍກແຍະເສັ້ນທາງທີ່ຄົນໃດຄົນໜຶ່ງຍ່າງ ແລະ ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະເຈົ້າ ໂດຍອີງໃສ່ແກ່ນແທ້ທຳມະຊາດຂອງພວກເຂົາ. ຈາກນັ້ນ ຜ່ານການສະແດງອອກ, ພຶດຕິກຳ ແລະ ແກ່ນແທ້ຂອງພວກເຂົາ ເຮົາກໍໂອ້ລົມຄວາມຈິງໃຫ້ພວກເຂົາຟັງ, ຈັດການກັບບັນຫາສະເພາະ ແລະ ຊ່ວຍໃຫ້ພວກເຂົາແກ້ໄຂບັນຫາຂອງພວກເຂົາ ແລະ ຫຼຸດພົ້ນອອກຈາກສິ່ງເຫຼົ່ານັ້ນ. ໃນຄວາມເປັນຈິງແລ້ວ, ນີ້ບໍ່ແມ່ນທັກສະ; ມັນແມ່ນພັນທະກິດຂອງເຮົາ, ມັນແມ່ນພາລະກິດທີ່ຕົກຢູ່ໃນຂອບເຂດຄວາມຮັບຜິດຊອບຂອງເຮົາ. ພວກເຈົ້າຊ່ຽວຊານໃນເລື່ອງນີ້ບໍ? (ບໍ່, ພວກຂ້ານ້ອຍບໍ່ຊ່ຽວຊານ.) ຄັນຊັ້ນ ພວກເຈົ້າຊ່ຽວຊານໃນເລື່ອງຫຍັງ? (ເປີດເຜີຍຄວາມເສື່ອມຊາມ.) ມັນບໍ່ຖືກຕ້ອງທີ່ວ່າພວກເຈົ້າຊ່ຽວຊານໃນການເປີດເຜີຍຄວາມເສື່ອມຊາມ. ພວກເຈົ້າຊ່ຽວຊານໃນການບໍ່ຫວັ່ນໄຫວຕໍ່ຄວາມຈິງຫຼັງຈາກທີ່ພວກເຈົ້າໄດ້ຍິນມັນ, ປະຕິບັດຕໍ່ມັນຢ່າງເບົາບາງ ແລະ ຊ່ຽວຊານໃນການກະທຳໃນລັກສະນະທີ່ເຮັດພໍແລ້ວມືແລ້ວຕີນ ໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຈົ້າ ໂດຍບໍ່ຖືເອົາມັນຢ່າງຈິງຈັງ. ບໍ່ແມ່ນແນວນັ້ນບໍ? (ແມ່ນແລ້ວ.) ເຮົາບອກເລື່ອງເຫຼົ່ານີ້ກັບພວກເຈົ້າຢ່າງເປີດເຜີຍ; ພວກຟາຣີຊາຍ ແລະ ຜູ້ຕໍ່ຕ້ານພຣະຄຣິສສາມາດເວົ້າກັບພວກເຈົ້າໃນລັກສະນະດັ່ງກ່າວໄດ້ບໍ? (ບໍ່, ພວກເຂົາບໍ່ສາມາດ.) ພວກເຂົາບໍ່ເວົ້າແບບນີ້ຢ່າງແນ່ນອນ. ເປັນຫຍັງຈຶ່ງບໍ່ເວົ້າ? ພວກເຂົາຖືວ່າມັນເປັນເລື່ອງທີ່ໜ້າອັບອາຍ, ເປັນຄວາມບົກພ່ອງໃນຄວາມເປັນມະນຸດ, ເປັນເລື່ອງຂອງຄວາມເປັນສ່ວນຕົວ ແລະ ພູມຫຼັງຂອງຄົນໆໜຶ່ງ. ພວກເຂົາເວົ້າວ່າ “ຂ້ານ້ອຍຈະໃຫ້ຄົນອື່ນຮູ້ກ່ຽວກັບພູມຫຼັງຂອງຂ້ານ້ອຍໄດ້ແນວໃດ? ຖ້າສິ່ງນັ້ນເກີດຂຶ້ນ, ຂ້ານ້ອຍຈະບໍ່ເສຍໜ້າ, ເສຍກຽດສັກສີ ແລະ ສະຖານະທັງໝົດບໍ? ແລ້ວຂ້ານ້ອຍຈະປະພຶດຕົນໄດ້ແນວໃດ?” ຕາມຄວາມຄິດຂອງພວກເຂົາແລ້ວ, ພວກເຂົາອາດຈະເຊົາຢາກມີຊີວິດຢູ່ຕໍ່ໄປເລີຍກໍໄດ້! ສະນັ້ນ, ຫຼັງຈາກທີ່ໄດ້ແບ່ງປັນສະຖານະການຂອງເຮົາກັບພວກເຈົ້າຢ່າງເປີດເຜີຍແລ້ວ, ມັນສົ່ງຜົນກະທົບຕໍ່ຄວາມເຊື່ອໃນພຣະເຈົ້າຂອງພວກເຈົ້າບໍ? (ບໍ່, ມັນບໍ່ໄດ້ສົ່ງຜົນກະທົບ.) ເຖິງແມ່ນວ່າພວກເຈົ້າຈະມີຄວາມຄິດບາງຢ່າງກ່ຽວກັບມັນ, ເຮົາກໍບໍ່ຢ້ານ. ເປັນຫຍັງເຮົາຈຶ່ງບໍ່ຢ້ານ? ການມີຄວາມຄິດບາງຢ່າງເປັນເລື່ອງປົກກະຕິ; ມັນເປັນພຽງຊົ່ວຄາວ. ຜູ້ຄົນອາດຈະປະສົບກັບພາບລວງຕາທາງສາຍຕາ ແລະ ຫູເປັນບາງຄັ້ງຄາວ. ມັນມີຄວາມເປັນໄປໄດ້ສະເໝີທີ່ຈະມີຄວາມເຂົ້າໃຈທີ່ບິດເບືອນຊົ່ວຄາວ ຫຼື ຄວາມເຂົ້າໃຈຜິດຊົ່ວຂະນະ. ນັ້ນໝາຍຄວາມວ່າຜູ້ຄົນຈະເກັບກະເປົາໜີຍ້ອນເລື່ອງນີ້ ຫຼື ກາຍເປັນຄົນທີ່ຄິດລົບ ແລະ ອ່ອນແອບໍ? ແຕ່ຖ້າເຈົ້າເປັນຄົນທີ່ໄລ່ຕາມຄວາມຈິງຢ່າງແທ້ຈິງ, ເຈົ້າສາມາດປະຕິເສດພຣະເຈົ້າ ຫຼື ປະຖິ້ມພຣະເຈົ້າຍ້ອນຄວາມຄິດຫຼົງຜິດພຽງຊົ່ວຂະນະໄດ້ບໍ? ບໍ່, ເຈົ້າບໍ່ສາມາດປະຖິ້ມໄດ້. ຜູ້ທີ່ໄລ່ຕາມຄວາມຈິງຢ່າງແທ້ຈິງສາມາດເຂົ້າຫາ ແລະ ກຳແໜ້ນເລື່ອງເຫຼົ່ານີ້ໄດ້ຢ່າງຖືກຕ້ອງ, ພວກເຂົາສາມາດຍອມຮັບຄວາມຈິງເຫຼົ່ານີ້ໄດ້ຢ່າງເປັນປົກກະຕິໂດຍບໍ່ຮູ້ຕົວ ແລະ ຄ່ອຍໆປ່ຽນພວກມັນໃຫ້ເປັນຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ, ເປັນຄວາມຮູ້ທີ່ມີພາວະວິໄສ ແລະ ຖືກຕ້ອງ, ນີ້ຄືຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບຄວາມຈິງ. ມື້ໜຶ່ງ ບາງຄົນອາດຈະເວົ້າວ່າ “ພຣະເຈົ້າທີ່ບັງເກີດເປັນມະນຸດນັ້ນໜ້າສົງສານຫຼາຍ; ພຣະອົງເຮັດຫຍັງບໍ່ໄດ້ເລີຍນອກຈາກເວົ້າຄວາມຈິງ”. ນີ້ແມ່ນນໍ້າສຽງແບບໃດ? ນີ້ແມ່ນນໍ້າສຽງຂອງຜູ້ຕໍ່ຕ້ານພຣະຄຣິສ. ພວກເຈົ້າເຫັນດີກັບພວກເຂົາບໍ? (ຂ້ານ້ອຍບໍ່ເຫັນດີ.) ເປັນຫຍັງພວກເຈົ້າຈຶ່ງບໍ່ເຫັນດີ? (ສິ່ງທີ່ພວກເຂົາເວົ້ານັ້ນບໍ່ແມ່ນຄວາມຈິງ.) ສິ່ງທີ່ພວກເຂົາເວົ້ານັ້ນແມ່ນຄວາມຈິງ. ພຣະເຈົ້າທີ່ບັງເກີດເປັນມະນຸດ, ນອກເໜືອຈາກການທີ່ສາມາດສະແດງຄວາມຈິງອອກມາໃນຄຳເວົ້າຂອງພຣະອົງແລ້ວ, ກໍບໍ່ຮູ້ວິທີເຮັດຫຍັງອີກເລີຍ; ພຣະອົງບໍ່ມີທັກສະສະເພາະໃດໜຶ່ງ. ນີ້ເປັນເລື່ອງທີ່ໜ້າສົງສານບໍ? ພວກເຈົ້າຄິດແນວນັ້ນບໍ? (ບໍ່.) ຄັນຊັ້ນ ພວກເຈົ້າຄິດແນວໃດ? ບາງຄົນເວົ້າວ່າ “ເປັນເພາະວ່າພຣະເຈົ້ານັ້ນທຳມະດາ ແລະ ປົກກະຕິ, ເຮັດພາລະກິດທີ່ສໍາພັນກັບຊີວິດຈິງຢ່າງແນ່ນອນ, ພວກເຮົາໃນຖານະມະນຸດຊາດທີ່ເສື່ອມຊາມຈຶ່ງມີໂອກາດທີ່ຈະໄດ້ຮັບຄວາມລອດພົ້ນ. ຖ້າບໍ່ດັ່ງນັ້ນ, ພວກເຮົາທຸກຄົນກໍຄົງຈະຈົບລົງໃນນະຮົກ. ຕອນນີ້ ພວກເຮົາກຳລັງໄດ້ຮັບຜົນປະໂຫຍດອັນໃຫຍ່ຫຼວງ, ສະນັ້ນ ມາເພີດເພີນກັບມັນຢ່າງລັບໆເທາະ!” ພວກເຈົ້າມີຄວາມຮູ້ສຶກແບບນີ້ບໍ? (ແມ່ນແລ້ວ.) ແຕ່ບາງຄົນກໍແຕກຕ່າງອອກໄປ. ພວກເຂົາຮູ້ສຶກວ່າ “ພຣະເຈົ້າພຽງແຕ່ເວົ້າ; ບໍ່ມີຫຍັງທີ່ເໜືອທຳມະຊາດກ່ຽວກັບພຣະອົງເລີຍ. ຂ້ານ້ອຍກຳລັງໄດ້ຮັບຫຍັງ? ຂ້ານ້ອຍມີຄວາມຄິດຫຼົງຜິດ ແລະ ຄວາມຄິດຂອງຂ້ານ້ອຍເອງກ່ຽວກັບພຣະເຈົ້າ ແລະ ຂ້ານ້ອຍຕັດສິນພຣະເຈົ້າລັບຫຼັງພຣະອົງ, ແຕ່ພຣະເຈົ້າບໍ່ໄດ້ລົງວິໄນຂ້ານ້ອຍ. ຂ້ານ້ອຍບໍ່ໄດ້ທົນທຸກ ຫຼື ຖືກລົງໂທດເລີຍ”. ຄວາມບັງອາດຂອງພວກເຂົາເຕີບໃຫຍ່ຂຶ້ນເລື້ອຍໆ ແລະ ພວກເຂົາກໍກ້າເວົ້າທຸກຢ່າງ. ບາງຄົນເວົ້າວ່າ “ນີ້ຄືວິທີທີ່ເຈົ້າຄວນຮູ້ຈັກພຣະເຈົ້າທີ່ບັງເກີດເປັນມະນຸດ: ເມື່ອພຣະອົງກ່າວ, ເຮັດພາລະກິດ ແລະ ສະແດງຄວາມຈິງອອກມາ, ມັນຄືພຣະວິນຍານຂອງພຣະເຈົ້າທີ່ເຮັດພາລະກິດຢູ່ພາຍໃນ ແລະ ເນື້ອໜັງເປັນພຽງເປືອກນອກ, ເປັນພຽງເຄື່ອງມື. ແກ່ນແທ້ທີ່ແທ້ຈິງຄືພຣະວິນຍານຂອງພຣະເຈົ້າ; ມັນຄືພຣະວິນຍານຂອງພຣະເຈົ້າທີ່ກຳລັງກ່າວ. ຖ້າບໍ່ແມ່ນຍ້ອນພຣະວິນຍານຂອງພຣະເຈົ້າ, ເນື້ອໜັງຈະສາມາດກ່າວພຣະທຳເຫຼົ່ານັ້ນໄດ້ແນວໃດ?” ຄຳເວົ້າເຫຼົ່ານີ້ເບິ່ງຄືວ່າຖືກຕ້ອງເມື່ອເຈົ້າຟັງພວກມັນ, ແຕ່ພວກມັນມີຄວາມໝາຍແນວໃດ? (ການໝິ່ນປະໝາດ.) ຖືກຕ້ອງ, ພວກມັນຄືການໝິ່ນປະໝາດ, ຊ່າງເປັນອຸປະນິໄສທີ່ໂຫດຮ້າຍແທ້ໆ! ພວກເຂົາກຳລັງພະຍາຍາມເວົ້າຫຍັງ? “ເຈົ້າເປັນຄົນທີ່ບໍ່ໂດດເດັ່ນເລີຍ. ເຈົ້າບໍ່ມີຮູບຮ່າງໜ້າຕາທີ່ສູງສົ່ງ, ເຈົ້າບໍ່ໄດ້ເບິ່ງໜ້າປະທັບໃຈປານໃດ. ຄຳເວົ້າຂອງເຈົ້າບໍ່ໄດ້ມີວາທະສິນ ຫຼື ທິດສະດີທີ່ຊັບຊ້ອນ, ເຈົ້າຕ້ອງຄິດກ່ຽວກັບມັນກ່ອນທີ່ຈະເວົ້າຫຍັງອອກມາ. ເຈົ້າຈະເປັນພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ແນວໃດ? ເປັນຫຍັງເຈົ້າຈຶ່ງໄດ້ຮັບພຣະພອນ ແລະ ໂຊກດີແທ້? ເປັນຫຍັງຂ້ານ້ອຍຈຶ່ງບໍ່ໄດ້ເປັນພຣະເຈົ້າທີ່ບັງເກີດເປັນມະນຸດ?” ໃນທີ່ສຸດ, ພວກເຂົາເວົ້າວ່າ “ມັນຄືພຣະວິນຍານຂອງພຣະເຈົ້າທັງໝົດທີ່ເຮັດພາລະກິດ ແລະ ກ່າວ; ເນື້ອໜັງເປັນພຽງທາງອອກຂອງພຣະວິນຍານ, ມັນເປັນເຄື່ອງມື”. ການເວົ້າແບບນີ້ເຮັດໃຫ້ພວກເຂົາຮູ້ສຶກສະບາຍໃຈຂຶ້ນ. ມັນຄືຄວາມອິດສາ, ເຊິ່ງນຳໄປສູ່ຄວາມກຽດຊັງ. ຄວາມໝາຍໂດຍໄນກໍຄື “ເປັນຫຍັງເຈົ້າຈຶ່ງໄດ້ເປັນພຣະເຈົ້າທີ່ບັງເກີດເປັນມະນຸດ? ເປັນຫຍັງເຈົ້າຈຶ່ງໂຊກດີແທ້? ເຈົ້າໄດ້ຮັບຜົນປະໂຫຍດນີ້ມາໄດ້ແນວໃດ? ເປັນຫຍັງຂ້ານ້ອຍຈຶ່ງບໍ່ໄດ້ຮັບມັນ? ຂ້ານ້ອຍບໍ່ຄິດວ່າເຈົ້າຈະດີໄປກວ່າຂ້ານ້ອຍເລີຍ. ເຈົ້າເວົ້າບໍ່ມີວາທະສິນພໍ, ເຈົ້າບໍ່ໄດ້ຮັບການສຶກສາສູງ, ໜ້າຕາກໍບໍ່ໄດ້ດີເທົ່າຂ້ານ້ອຍ ແລະ ກໍບໍ່ໄດ້ສູງເທົ່າຂ້ານ້ອຍ. ເຈົ້າດີກວ່າຂ້ານ້ອຍບ່ອນໃດ? ເປັນຫຍັງເຈົ້າຈຶ່ງໄດ້ເປັນພຣະເຈົ້າທີ່ບັງເກີດເປັນມະນຸດ? ເປັນຫຍັງຈຶ່ງບໍ່ແມ່ນຂ້ານ້ອຍ? ຖ້າເຈົ້າໄດ້ເປັນພຣະເຈົ້າທີ່ບັງເກີດເປັນມະນຸດ, ຄັນຊັ້ນ ຄົນຈຳນວນຫຼາຍກໍເປັນໄດ້ຄືກັນ. ຂ້ານ້ອຍກໍຕ້ອງຕໍ່ສູ້ເພື່ອສິ່ງນີ້ຄືກັນ. ທຸກຄົນເວົ້າວ່າເຈົ້າຄືພຣະເຈົ້າ; ບໍ່ມີຫຍັງທີ່ຂ້ານ້ອຍສາມາດເຮັດໄດ້ກ່ຽວກັບເລື່ອງນັ້ນ, ແຕ່ຂ້ານ້ອຍກໍຍັງຈະຕັດສິນເຈົ້າແບບນີ້. ການເວົ້າແບບນີ້ຊ່ວຍບັນເທົາຄວາມກຽດຊັງຂອງຂ້ານ້ອຍ!” ນີ້ບໍ່ແມ່ນສິ່ງທີ່ໂຫດຮ້າຍບໍ? (ແມ່ນແລ້ວ.) ພວກເຂົາກ້າເວົ້າທຸກຢ່າງເພື່ອຍາດແຍ່ງຕຳແໜ່ງ, ນີ້ບໍ່ແມ່ນການຊອກຫາຄວາມຕາຍບໍ? ຖ້າເຈົ້າບໍ່ຢາກຍອມຮັບວ່າພຣະອົງຄືພຣະເຈົ້າ, ໃຜບັງຄັບເຈົ້າ? ເຮົາໄດ້ບັງຄັບເຈົ້າບໍ? ເຮົາບໍ່ໄດ້ບັງຄັບເຈົ້າ, ແມ່ນບໍ? ອັນທີໜຶ່ງ, ເຮົາບໍ່ໄດ້ຂໍຮ້ອງໃຫ້ເຈົ້າຍອມຮັບ. ອັນທີສອງ, ເຮົາບໍ່ໄດ້ໃຊ້ວິທີການທີ່ຮຸນແຮງເພື່ອບັງຄັບໃຫ້ເຈົ້າຍອມຮັບ. ອັນທີສາມ, ພຣະວິນຍານຂອງພຣະເຈົ້າບໍ່ໄດ້ແຊກແຊງ, ໂດຍບອກເຈົ້າວ່າເຈົ້າຕ້ອງຍອມຮັບ, ຖ້າບໍ່ດັ່ງນັ້ນ ເຈົ້າຈະຖືກລົງໂທດ. ພຣະເຈົ້າໄດ້ເຮັດແບບນີ້ບໍ? ບໍ່. ເຈົ້າມີສິດເລືອກຢ່າງເສລີ; ເຈົ້າສາມາດເລືອກທີ່ຈະບໍ່ຍອມຮັບໄດ້. ສະນັ້ນ, ເປັນຫຍັງ, ຖ້າເຈົ້າບໍ່ຢາກຍອມຮັບ, ສຸດທ້າຍເຈົ້າກໍຍັງຍອມຮັບຢູ່ດີ? ເຈົ້າບໍ່ແມ່ນພຽງແຕ່ກຳລັງສະແຫວງຫາພຣະພອນບໍ? ພວກເຂົາປາຖະໜາພຣະພອນແຕ່ບໍ່ສາມາດຍອມຮັບ ຫຼື ເຊື່ອຟັງໄດ້ ຫຼື ພວກເຂົາຍັງຮູ້ສຶກບໍ່ເຕັມໃຈ, ແລ້ວພວກເຂົາເຮັດແນວໃດ? ພວກເຂົາເວົ້າຄຳເວົ້າທີ່ປະສົງຮ້າຍດັ່ງກ່າວ. ພວກເຈົ້າເຄີຍໄດ້ຍິນຄຳເວົ້າປະເພດນີ້ມາກ່ອນບໍ? ເຮົາເຄີຍໄດ້ຍິນມັນຫຼາຍກວ່າໜຶ່ງ ຫຼື ສອງຄັ້ງໃນທ່າມກາງບາງຄົນ. ບາງຄົນຄິດວ່າ “ພວກຂ້ານ້ອຍເລີ່ມເຊື່ອໃນພຣະເຈົ້າຮ່ວມກັບເຈົ້າ. ໃນເວລານັ້ນ, ເຈົ້າຍັງໜຸ່ມ, ມັກຈະຂຽນພຣະທຳຂອງພຣະເຈົ້າໄວ້. ຕໍ່ມາ, ເຈົ້າກໍເລີ່ມເທດສະໜາ. ເຈົ້າເປັນພຽງຄົນທຳມະດາ; ພວກຂ້ານ້ອຍຮູ້ກ່ຽວກັບພູມຫຼັງຂອງເຈົ້າ”. ເຮົາມີພູມຫຼັງແບບໃດ? ເຮົາເປັນພຽງຄົນທຳມະດາ; ນັ້ນຄືຄວາມຈິງກ່ຽວກັບເຮົາ. ພຽງເພາະວ່າເຮົາທຳມະດາ ແລະ ປົກກະຕິ ແລະ ສາມາດມີຄົນຈຳນວນຫຼາຍຕິດຕາມເຮົາໃນມື້ນີ້, ນັ້ນບໍ່ແມ່ນເຫດຜົນທີ່ເຮັດໃຫ້ເຈົ້າບໍ່ເຕັມໃຈບໍ? ຖ້າເຈົ້າບໍ່ເຕັມໃຈ, ກໍບໍ່ຕ້ອງເຊື່ອ. ນີ້ຄືພາລະກິດຂອງພຣະເຈົ້າ; ເຮົາບໍ່ສາມາດປັດຄວາມຮັບຜິດຊອບຂອງເຮົາໄດ້, ເຮົາບໍ່ມີຂໍ້ແກ້ຕົວ ແລະ ເຮົາກໍບໍ່ໄດ້ເຮັດຫຍັງທີ່ເປັນການທຳຮ້າຍ ຫຼື ເປັນອັນຕະລາຍ. ແລ້ວເປັນຫຍັງເຈົ້າຈຶ່ງປະຕິບັດຕໍ່ເຮົາດ້ວຍມຸມມອງນີ້? ຖ້າເຈົ້າບໍ່ເຕັມໃຈ, ກໍບໍ່ຕ້ອງເຊື່ອ. ຈົ່ງເຊື່ອຜູ້ໃດກໍຕາມທີ່ເຈົ້າເຕັມໃຈທີ່ຈະເຊື່ອ; ຢ່າຕິດຕາມເຮົາ. ເຮົາບໍ່ໄດ້ບັງຄັບເຈົ້າ. ເປັນຫຍັງເຈົ້າຈຶ່ງຕິດຕາມເຮົາ? ບາງຄົນເຖິງກັບມາບ້ານຂອງເຮົາເພື່ອສືບສວນ. ພວກເຂົາກຳລັງສືບສວນຫຍັງ? ພວກເຂົາຖາມເຮົາວ່າ “ເຈົ້າກັບບ້ານບໍ? ສະຖານະການທາງເສດຖະກິດຢູ່ບ້ານຂອງເຈົ້າຕອນນີ້ເປັນແນວໃດ? ສະມາຊິກໃນຄອບຄົວຂອງເຈົ້າເຮັດຫຍັງ? ພວກເຂົາຢູ່ໃສ? ຊີວິດຂອງພວກເຂົາເປັນແນວໃດ?” ບາງຄົນເຖິງກັບກວດສອບຜ້າຫົ່ມ ຫຼື ຜ້າປູບ່ອນນອນທີ່ເພີ່ມຂຶ້ນມາໃນເຮືອນຂອງເຮົາ. ຄົນເຫຼົ່ານີ້ບໍ່ເຕັມໃຈທີ່ຈະເຊື່ອໃນພຣະເຈົ້າເລີຍ! ເປັນຫຍັງພວກເຂົາຈຶ່ງບໍ່ເຕັມໃຈ? ເພາະພວກເຂົາຄິດວ່າ “ພຣະເຈົ້າບໍ່ຄວນເປັນແບບນີ້. ພຣະເຈົ້າບໍ່ຄວນຈະນ້ອຍຂະໜາດນີ້, ບໍ່ຄວນຈະປົກກະຕິ ແລະ ສໍາພັນກັບຊີວິດຈິງ ແລະ ທຳມະດາສາມັນຂະໜາດນີ້. ພຣະອົງທຳມະດາເກີນໄປ, ທຳມະດາຈົນເຖິງຂັ້ນທີ່ພວກຂ້ານ້ອຍບໍ່ສາມາດຮັບຮູ້ໄດ້ວ່າພຣະອົງເປັນພຣະເຈົ້າ”. ຕາຂອງເຈົ້າທີ່ຂາດຄວາມເຂົ້າໃຈຝ່າຍວິນຍານສາມາດຮັບຮູ້ພຣະເຈົ້າໄດ້ບໍ? ເຖິງແມ່ນວ່າພຣະເຈົ້າຈະສະເດັດລົງມາຈາກສະຫວັນເພື່ອບອກເຈົ້າເລື່ອງນີ້, ເຈົ້າກໍຍັງບໍ່ສາມາດຮັບຮູ້ພຣະອົງໄດ້. ເຈົ້າຄູ່ຄວນທີ່ຈະເຫັນຮູບຮ່າງທີ່ແທ້ຈິງຂອງພຣະເຈົ້າບໍ? ເຖິງແມ່ນວ່າພຣະເຈົ້າຈະບອກເຈົ້າຢ່າງຊັດເຈນວ່າພຣະອົງຄືພຣະເຈົ້າ, ເຈົ້າກໍຄົງຈະບໍ່ຍອມຮັບມັນ. ເຈົ້າຈະສາມາດຮັບຮູ້ພຣະອົງໄດ້ບໍ? ຄົນເຫຼົ່ານີ້ແມ່ນຄົນປະເພດໃດ? ທຳມະຊາດຂອງພວກເຂົາແມ່ນຫຍັງ? (ຄວາມຊົ່ວຊ້າ.) ຄົນເຫຼົ່ານີ້ “ເຮັດໃຫ້ເຮົາໄດ້ເປີດຫູເປີດຕາ” ແທ້ໆ.

ນັບຕັ້ງແຕ່ຮັບເອົາພາລະກິດຂອງພຣະເຈົ້າ, ໃນຂະນະທີ່ເຮົາດຳເນີນພາລະກິດຂອງເຮົາດ້ວຍຕົວຕົນ ແລະ ຕຳແໜ່ງນີ້, ເຮົາກໍໄດ້ຕິດຕໍ່ພົວພັນກັບຄົນບາງຄົນ. ເມື່ອປະເຊີນກັບ “ຄົນທີ່ມີຄວາມສາມາດພິເສດ” ທີ່ຫຼາກຫຼາຍເຫຼົ່ານີ້, ເຮົາໄດ້ສັງເກດເຫັນວ່າມັນມີສອງຄຳທີ່ແຍກອອກຈາກອຸປະນິໄສທີ່ເສື່ອມຊາມຂອງມະນຸດບໍ່ໄດ້ ນັ້ນກໍຄື: “ຊົ່ວຮ້າຍ” ແລະ “ຊົ່ວຊ້າ”, ເຊິ່ງທັງສອງຄຳນີ້ລ້ວນແລ້ວແຕ່ກວມເອົາອຸປະນິໄສນີ້. ເປັນຫຍັງພວກເຂົາຈຶ່ງສຶກສາເຮົາທຸກມື້? ເປັນຫຍັງພວກເຂົາຈຶ່ງບໍ່ເຕັມໃຈທີ່ຈະຮັບຮູ້ຕົວຕົນຂອງເຮົາ? ມັນບໍ່ແມ່ນຍ້ອນວ່າເຮົາເປັນຄົນທຳມະດາ ແລະ ປົກກະຕິຫຼາຍບໍ? ຖ້າເຮົາຢູ່ໃນຮູບຮ່າງຂອງກາຍວິນຍານ, ພວກເຂົາຈະກ້າບໍ? ພວກເຂົາຄົງຈະບໍ່ກ້າສຶກສາເຮົາໃນລັກສະນະນີ້. ຖ້າເຮົາມີສະຖານະທາງສັງຄົມທີ່ແນ່ນອນ, ພ້ອມກັບຄວາມສາມາດພິເສດ, ຮູບພາບ ແລະ ຮູບຮ່າງໜ້າຕາຂອງຄົນທີ່ຍິ່ງໃຫຍ່ ແລະ ອຸປະນິໄສທີ່ຊົ່ວຮ້າຍ, ບ້າອຳນາດ ແລະ ໂຫດຮ້າຍເລັກນ້ອຍ, ຄົນເຫຼົ່ານີ້ຈະກ້າເຂົ້າມາໃນບ້ານຂອງເຮົາເພື່ອສືບສວນ ແລະ ສຶກສາເຮົາບໍ? ພວກເຂົາຈະບໍ່ກ້າຢ່າງແນ່ນອນ; ພວກເຂົາຄົງຈະຫຼີກລ່ຽງເຮົາ, ພວກເຂົາຄົງຈະລີ້ເມື່ອເຫັນເຮົາມາ ແລະ ພວກເຂົາຄົງຈະບໍ່ກ້າສຶກສາເຮົາຢ່າງແນ່ນອນ, ແມ່ນບໍ? ຄັນຊັ້ນ ເປັນຫຍັງພວກເຂົາຈຶ່ງສາມາດສຶກສາເຮົາໃນລັກສະນະນີ້ໄດ້? ພວກເຂົາເຫັນວ່າເຮົາເປັນຄົນທີ່ຖືກຮັງແກໄດ້ງ່າຍ. ການເປັນຄົນທີ່ຖືກຮັງແກໄດ້ງ່າຍນັ້ນໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າເຮົາທຳມະດາເກີນໄປ. ຄຳວ່າ “ທຳມະດາ” ໝາຍຄວາມວ່າແນວໃດ? “ເຈົ້າເປັນພຽງຄົນຜູ້ໜຶ່ງ; ເຈົ້າຈະເປັນພຣະເຈົ້າໄດ້ແນວໃດ? ເຈົ້າຂາດຄວາມຮູ້, ການຮຽນຮູ້, ພອນສະຫວັນ, ຄວາມສາມາດພິເສດ ແລະ ຄວາມສາມາດທີ່ພຣະເຈົ້າຄວນຈະມີຢ່າງສິ້ນເຊີງ. ເຈົ້າຄືພຣະເຈົ້າບ່ອນໃດ? ເຈົ້າບໍ່ຄືພຣະອົງເລີຍ! ສະນັ້ນ, ມັນຈຶ່ງເປັນເລື່ອງຍາກສຳລັບຂ້ອຍທີ່ຈະຍອມຮັບວ່າເຈົ້າຄືພຣະເຈົ້າ, ທີ່ຈະຕິດຕາມເຈົ້າ, ທີ່ຈະຟັງພຣະທຳຂອງເຈົ້າ ແລະ ທີ່ຈະອ່ອນນ້ອມຕໍ່ເຈົ້າ. ຂ້ອຍຈຳເປັນຕ້ອງສືບສວນຢ່າງລະອຽດ: ຂ້ອຍຈຳເປັນຕ້ອງເບິ່ງເຈົ້າ, ຈັບຕາເບິ່ງເຈົ້າ ແລະ ບໍ່ປ່ອຍໃຫ້ເຈົ້າເຮັດຫຍັງທີ່ບໍ່ເໝາະສົມ”. ພວກເຂົາກຳລັງພະຍາຍາມເຮັດຫຍັງ? ຖ້າເຮົາມີສະຖານະທາງສັງຄົມ ແລະ ຊື່ສຽງໃນລະດັບໃດໜຶ່ງ, ຕົວຢ່າງ: ຖ້າເຮົາເປັນນັກຮ້ອງລະດັບແນວໜ້າ ແລະ ມື້ໜຶ່ງໄດ້ເປັນພະຍານ ໂດຍເວົ້າວ່າເຮົາຄືພຣະເຈົ້າ, ພຣະຄຣິສ, ຢ່າງໜ້ອຍບາງຄົນກໍຄົງຈະເຊື່ອ, ບໍ່ແມ່ນບໍ? ຈຳນວນຄົນທີ່ສຶກສາເຮົາກໍຄົງຈະຂ້ອນຂ້າງໜ້ອຍລົງ. ມັນເປັນພຽງຄວາມຈິງທີ່ວ່າເຮົານັ້ນທຳມະດາ, ປົກກະຕິ, ສໍາພັນກັບຊີວິດຈິງ ແລະ ທຳມະດາສາມັນເກີນໄປ, ສິ່ງນັ້ນຈຶ່ງເປີດເຜີຍຜູ້ຄົນຈຳນວນຫຼາຍ. ມັນເປີດເຜີຍຫຍັງໃນຕົວພວກເຂົາ? ມັນເປີດເຜີຍຄວາມຊົ່ວຊ້າຂອງພວກເຂົາ. ຄວາມຊົ່ວຊ້ານີ້ໄປໄກເຖິງຂັ້ນໃດ? ມັນໄປເຖິງຂັ້ນທີ່ວ່າ ເມື່ອເຮົາຍ່າງຜ່ານພວກເຂົາ, ພວກເຂົາກໍຈະສຶກສາເຮົາເປັນເວລາດົນ, ຊອກຫາຄວາມເໝືອນພຣະເຈົ້າໃນແຜ່ນຫຼັງຂອງເຮົາ, ກວດເບິ່ງວ່າມີການອັດສະຈັນໃດໆເກີດຂຶ້ນພ້ອມກັບຄຳເວົ້າຂອງເຮົາ ຫຼື ບໍ່. ພວກເຂົາມັກຈະຄາດເດົາຢູ່ໃນໃຈວ່າ “ພຣະທຳເຫຼົ່ານີ້ມາຈາກໃສ? ພວກມັນໄດ້ມາຈາກການຮຽນຮູ້ບໍ? ເບິ່ງຄືວ່າບໍ່ໜ້າຈະເປັນໄປໄດ້: ພຣະອົງເບິ່ງຄືວ່າບໍ່ມີເວລາຮຽນຮູ້. ພຣະອົງປ່ຽນໄປຫຼາຍໃນຊຸມປີມໍ່ໆມານີ້; ມັນເບິ່ງບໍ່ຄືກັບສິ່ງທີ່ໄດ້ຮຽນຮູ້ມາ. ແລ້ວພຣະທຳເຫຼົ່ານີ້ມາຈາກໃສ? ມັນຍາກທີ່ຈະຢັ່ງເຖິງ; ຂ້ອຍຕ້ອງລະມັດລະວັງ” ແລະ ພວກເຂົາກໍຍັງສຶກສາຕໍ່ໄປ. ຜູ້ທີ່ສຶກສາຢູ່ຕະຫຼອດເວລານັ້ນບໍ່ໄດ້ພົວພັນ, ຕິດຕໍ່ ຫຼື ສົນທະນາກັບເຮົາແບບເຊິ່ງໜ້າ; ພວກເຂົາມັກຈະຄິດໄຕ່ຕອງຢູ່ລັບຫຼັງເຮົາສະເໝີ, ຢາກຊອກຫາຂໍ້ຜິດພາດໃນພຣະທຳຂອງເຮົາສະເໝີ ແລະ ຢາກຫາຂໍ້ອ້າງບາງຢ່າງເພື່ອມາຈັບຜິດເຮົາ. ພວກເຂົາສາມາດສຶກສາປະໂຫຍກໜຶ່ງທີ່ບໍ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງພວກເຂົາໄດ້ເປັນເວລາຫຼາຍມື້ ແລະ ຄຳເວົ້າທີ່ເຂັ້ມງວດພຽງເລັກນ້ອຍກໍສາມາດເຮັດໃຫ້ເກີດຄວາມຄິດຫຼົງຜິດໃນຕົວພວກເຂົາໄດ້. ສິ່ງເຫຼົ່ານີ້ມາຈາກໃສ? ພວກມັນມາຈາກຄວາມຄິດ ແລະ ຄວາມຮູ້ຂອງຜູ້ຄົນ. ຄົນທີ່ສາມາດສຶກສາກ່ຽວກັບພຣະເຈົ້າ, ຄົນທີ່ສາມາດໃຊ້ຄວາມຄິດຂອງພວກເຂົາເພື່ອຄາດເດົາກ່ຽວກັບພຣະເຈົ້າຢູ່ຕະຫຼອດເວລານັ້ນແມ່ນຄົນປະເພດໃດ? ພວກເຂົາສາມາດຖືກກຳນົດລັກສະນະວ່າເປັນຄົນທີ່ມີອຸປະນິໄສທີ່ຊົ່ວຊ້າໄດ້ບໍ? ໄດ້ຢ່າງແນ່ນອນ! ໃນເມື່ອເຈົ້າມີເວລາ ແລະ ພະລັງງານ, ມັນຄົງຈະເປັນເລື່ອງທີ່ດີຫຼາຍຖ້າເຈົ້າສາມາດໄຕ່ຕອງຄວາມຈິງ! ຄວາມຈິງຂໍ້ໃດທີ່ຈະບໍ່ໃຊ້ເວລາຂອງເຈົ້າໃນການໂອ້ລົມ ແລະ ໄຕ່ຕອງ? ມັນມີຄວາມຈິງຫຼາຍຢ່າງທີ່ເຈົ້າອາດຈະບໍ່ສາມາດໄຕ່ຕອງພວກມັນທັງໝົດໄດ້ໃນຊ່ວງຊີວິດນີ້. ມັນມີຄວາມຈິງຫຼາຍເກີນໄປທີ່ຄົນເຮົາຈຳເປັນຕ້ອງເຂົ້າໃຈ. ພວກເຂົາບໍ່ຮູ້ສຶກເຖິງພາລະໃດໆກ່ຽວກັບເລື່ອງນີ້, ແຕ່ພວກເຂົາພັດບໍ່ເຄີຍລືມເລື່ອງພາຍນອກ ແລະ ຜິວເຜີນເຫຼົ່ານັ້ນ ແລະ ມັກຈະສຶກສາພວກມັນຢູ່ສະເໝີ. ທັນທີທີ່ເຮົາເວົ້າ ພວກເຂົາກໍກະພິບຕາ, ຈ້ອງເບິ່ງສີໜ້າຂອງເຮົາ, ກວດສອບການກະທຳ ແລະ ການສະແດງອອກຂອງເຮົາ ແລະ ຄາດເດົາຢູ່ໃນໃຈວ່າ “ພຣະອົງເໝືອນພຣະເຈົ້າໃນດ້ານນີ້ບໍ? ຄຳເວົ້າຂອງພຣະອົງບໍ່ເໝືອນພຣະເຈົ້າເລີຍ, ສີໜ້າຂອງພຣະອົງກໍບໍ່ຄ່ອຍກົງກັນປານໃດ. ຂ້ອຍຈະຢັ່ງເຖິງພຣະອົງໄດ້ແນວໃດ? ຂ້ອຍຈະເຫັນສິ່ງທີ່ພຣະອົງຄິດກ່ຽວກັບຂ້ອຍໃນສ່ວນເລິກຂອງຫົວໃຈຂອງພຣະອົງໄດ້ແນວໃດ? ພຣະອົງຄິດແນວໃດກ່ຽວກັບເລື່ອງນີ້ ແລະ ເລື່ອງນັ້ນ? ພຣະອົງນິຍາມຂ້ອຍແນວໃດ?” ພວກເຂົາມັກຈະເກັບຄວາມຄິດເຫຼົ່ານີ້ໄວ້ສະເໝີ. ນີ້ບໍ່ແມ່ນສິ່ງທີ່ຊົ່ວຊ້າບໍ? (ແມ່ນແລ້ວ.) ນີ້ຄືສິ່ງທີ່ເກີນກວ່າຈະຊ່ວຍໃຫ້ລອດພົ້ນໄດ້, ມັນຊົ່ວຊ້າເກີນໄປ!

ມະນຸດທີ່ແທ້ຈິງຮັກ ແລະ ໄລ່ຕາມສິ່ງທີ່ສອດຄ່ອງກັບຄວາມເປັນມະນຸດ, ສະຕິຮູ້ສຶກຜິດຊອບ, ຄວາມຄິດຂອງມະນຸດປົກກະຕິ ແລະ ຊີວິດຈິງ, ເຊິ່ງເປັນສິ່ງທີ່ປົກກະຕິ ແລະ ສໍາພັນກັບຊີວິດຈິງ, ປາສະຈາກການບິດເບືອນ ຫຼື ຄວາມແປກປະຫຼາດ, ບໍ່ເປັນນາມມະທຳ, ບໍ່ວ່າງເປົ່າ ແລະ ບໍ່ເໜືອທຳມະຊາດ. ກ່ຽວກັບສິ່ງເຫຼົ່ານີ້, ຄົນປົກກະຕິຄວນຈະສາມາດທະນຸຖະໜອມ, ຈັດການຢ່າງຖືກຕ້ອງ ແລະ ຍອມຮັບສິ່ງເຫຼົ່ານີ້ຕາມປົກກະຕິ, ໂດຍປະຕິບັດຕໍ່ພວກມັນຄືກັບສິ່ງທີ່ເປັນບວກ. ໃນທາງກົງກັນຂ້າມ, ເມື່ອປະເຊີນກັບຄວາມຈິງເຫຼົ່ານີ້ທີ່ກ່ຽວຂ້ອງຢ່າງໃກ້ຊິດກັບດ້ານຕ່າງໆຂອງຊີວິດຈິງເຊັ່ນ: ການກິນ, ການນຸ່ງຖື, ທີ່ພັກອາໄສ, ການເດີນທາງ, ພຶດຕິກຳ ແລະ ການປະພຶດຕົນ, ບາງຄົນກໍດູຖືກ, ເມີນເສີຍ ແລະ ບໍ່ສົນໃຈພວກມັນ. ບັນຫາຢູ່ນີ້ແມ່ນຫຍັງ? ມັນເປັນບັນຫາທີ່ກ່ຽວກັບຄວາມມັກ ແລະ ແກ່ນແທ້ທຳມະຊາດຂອງພວກເຂົາ. ຍິ່ງບາງສິ່ງບາງຢ່າງເປັນບວກຫຼາຍເທົ່າໃດ, ມັນກໍຍິ່ງເປັນສິ່ງທີ່ພຣະເຈົ້າຮັກ, ສິ່ງທີ່ພຣະອົງຕ້ອງການ ແລະ ສິ່ງທີ່ພຣະອົງເຮັດຫຼາຍເທົ່ານັ້ນ ແລະ ຍິ່ງມັນສອດຄ່ອງກັບສິ່ງທີ່ຢູ່ໃນເຈດຕະນາຂອງພຣະເຈົ້າທີ່ພຣະອົງຫວັງໃຫ້ຜູ້ຄົນບັນລຸ ແລະ ຍອມຮັບຫຼາຍເທົ່າໃດ, ຄົນເຫຼົ່ານີ້ກໍຍິ່ງຕັ້ງຄຳຖາມ, ສຶກສາ, ຕໍ່ຕ້ານ ແລະ ກ່າວໂທດມັນຫຼາຍເທົ່ານັ້ນ, ນີ້ບໍ່ແມ່ນສິ່ງທີ່ຊົ່ວຊ້າບໍ? ມັນຊົ່ວຊ້າຢ່າງຍິ່ງ! ຜູ້ຕໍ່ຕ້ານພຣະຄຣິສຂ້ອນຂ້າງເປັນທີ່ນິຍົມໃນທ່າມກາງຜູ້ບໍ່ມີຄວາມເຊື່ອ. ຖ້າເຮົາຢູ່ໃນທ່າມກາງຜູ້ບໍ່ມີຄວາມເຊື່ອ, ລະຫວ່າງຜູ້ຕໍ່ຕ້ານພຣະຄຣິສ ແລະ ພຣະເຈົ້າທີ່ບັງເກີດເປັນມະນຸດ, ຜູ້ໃດຈະໄດ້ຮັບການຍອມຮັບຈາກຜູ້ບໍ່ມີຄວາມເຊື່ອໄດ້ງ່າຍກວ່າ? (ຜູ້ຕໍ່ຕ້ານພຣະຄຣິສ.) ເປັນຫຍັງ? ຜູ້ບໍ່ມີຄວາມເຊື່ອມັກຄົນທີ່ທ່ຽງທຳ ຫຼື ຄົນທີ່ຊົ່ວຊ້າ? (ຄົນທີ່ຊົ່ວຊ້າ.) ພວກເຂົາມັກຜູ້ທີ່ຍົກຍໍປໍປັ້ນ ແລະ ປະຈົບປະແຈງ ຫຼື ຜູ້ທີ່ຊື່ສັດ? (ຜູ້ທີ່ຍົກຍໍປໍປັ້ນ ແລະ ປະຈົບປະແຈງ.) ຖືກຕ້ອງ, ພວກເຂົາມັກຄົນແບບນັ້ນ. ຖ້າເຈົ້າບໍ່ຮູ້ວິທີໃຊ້ຍຸດທະວິທີເພື່ອຈັດການຄວາມສຳພັນລະຫວ່າງບຸກຄົນຕ່າງໆໃນກຸ່ມ ແລະ ເຈົ້າບໍ່ຮູ້ວິທີຄວບຄຸມ ຫຼື ບົງການຄົນຕ່າງໆຜ່ານກົນອຸບາຍ, ກຸ່ມນັ້ນຈະສາມາດຍອມຮັບເຈົ້າໄດ້ບໍ? ຖ້າເຈົ້າທ່ຽງທຳເກີນໄປ, ເວົ້າແຕ່ຄວາມຈິງຢູ່ສະເໝີ, ສາມາດເບິ່ງທະລຸເຖິງແກ່ນແທ້ຂອງບັນຫາຫຼາຍຢ່າງ ແລະ ຈາກນັ້ນກໍເວົ້າຄວາມຈິງທີ່ເຈົ້າໄດ້ເບິ່ງທະລຸ ແລະ ເຂົ້າໃຈອອກມາ, ຈະມີໃຜສາມາດຍອມຮັບມັນໄດ້ບໍ? ບໍ່, ບໍ່ມີໃຜໃນໂລກນີ້ສາມາດຍອມຮັບມັນໄດ້. ໃນໂລກນີ້, ຢ່າຫວັງວ່າຈະໄດ້ເວົ້າຄວາມຈິງ, ການເຮັດເຊັ່ນນັ້ນຈະນຳບັນຫາມາໃຫ້ ຫຼື ນຳໄປສູ່ໄພພິບັດ. ຢ່າຫວັງວ່າຈະໄດ້ເປັນຄົນຊື່ສັດ; ມັນບໍ່ມີອະນາຄົດໃນການເປັນຄົນແບບນັ້ນ. ແລ້ວຜູ້ຕໍ່ຕ້ານພຣະຄຣິສເດ? ພວກເຂົາເກັ່ງໃນການເວົ້າຕົວະ, ຊ່ຽວຊານໃນການປອມຕົວ ແລະ ຫຸ້ມຫໍ່ຕົນເອງ, ຫຸ້ມຫໍ່ຕົນເອງໃຫ້ເບິ່ງຄືວ່າເປັນຄົນທີ່ຍິ່ງໃຫຍ່, ມີກຽດສັກສີ ແລະ ມີຄຸນນະທຳ, ເຮັດໃຫ້ຜູ້ຄົນບູຊາພວກເຂົາ. ພວກເຂົາເກັ່ງໃນເລື່ອງເຫຼົ່ານີ້ ແລະ ສິ່ງທີ່ພວກເຂົາມັກກໍຄ້າຍຄືກັນ, ພວກເຂົາມັກສົນທະນາກ່ຽວກັບຄວາມຮູ້ ແລະ ການຮຽນຮູ້ທີ່ວ່າງເປົ່າ, ພ້ອມທັງປຽບທຽບພອນສະຫວັນ ແລະ ກົນອຸບາຍ. ຕົວຢ່າງ: ໃນບໍລິສັດ ຫຼື ກຸ່ມຄົນໃດໜຶ່ງ, ການມີຄວາມຮູ້ ແລະ ການຮຽນຮູ້ສູງສຸດບໍ່ແມ່ນສິ່ງທີ່ສຳຄັນທີ່ສຸດ, ທັງບໍ່ແມ່ນປັດໄຈຫຼັກໃນການກຳນົດຕຳແໜ່ງຂອງຄົນໃນບໍລິສັດນັ້ນ. ແລ້ວປັດໄຈຫຼັກແມ່ນຫຍັງ? (ກົນອຸບາຍ ແລະ ຄວາມສາມາດພິເສດ.) ຖືກຕ້ອງ, ມັນແມ່ນກົນອຸບາຍ ແລະ ຄວາມສາມາດພິເສດ. ຖ້າບໍ່ມີສິ່ງເຫຼົ່ານີ້, ການມີການຮຽນຮູ້ທີ່ກວ້າງຂວາງກໍບໍ່ມີປະໂຫຍດຫຍັງ. ຕົວຢ່າງ: ສົມມຸດວ່າເຈົ້າຫາກໍກັບມາຈາກຕ່າງປະເທດ ແລະ ບໍ່ຮູ້ເລື່ອງກົດກະຕິກາພາຍໃນກຸ່ມຄົນທີ່ຢູ່ບ້ານເກີດນີ້ເລີຍ. ຖ້າເຈົ້ານຳໃຊ້ກົດ, ລະບຽບການ ແລະ ຫຼັກການສຳລັບການປະພຶດຕົນຂອງບໍລິສັດຕ່າງປະເທດ, ເຈົ້າກໍຈະພົບທາງຕັນ. ບໍ່ແມ່ນແນວນັ້ນບໍ? (ແມ່ນແລ້ວ.) ມັນເປັນແນວນັ້ນແຫຼະ. ເຈົ້າຕ້ອງມີກົນອຸບາຍ ແລະ ເຈົ້າຕ້ອງຊົ່ວຮ້າຍ ແລະ ຊົ່ວຊ້າເພື່ອທີ່ຈະໄດ້ເລື່ອນຕຳແໜ່ງທີ່ສູງຂຶ້ນ. ມັນຄືກັນກັບຜູ້ຍິງບາງຄົນ: ເຖິງແມ່ນວ່າພວກເຂົາຈະມີຜົວລ້ຽງດູ, ພວກເຂົາກໍບໍ່ພໍໃຈ. ເພື່ອໃຫ້ໂດດເດັ່ນ ແລະ ໄດ້ຮັບຊື່ສຽງ, ຜົນປະໂຫຍດ ແລະ ສະຖານະ, ພວກເຂົາຈຶ່ງໃຊ້ທຸກວິທີທາງທີ່ຈຳເປັນ. ພວກເຂົາເຖິງກັບຍົກຍໍປໍປັ້ນ ແລະ ເມື່ອຈຳເປັນ ກໍໃຫ້ບໍລິການທາງເພດ, ທັງໝົດນີ້ໂດຍບໍ່ມີຮ່ອງຮອຍຂອງຄວາມອັບອາຍໃນພາຍຫຼັງ ຫຼື ຮູ້ສຶກຜິດ ຫຼື ເປັນໜີ້ບຸນຄຸນຕໍ່ຜົວ ຫຼື ຄອບຄົວຂອງພວກເຂົາເລີຍ. ເຈົ້າສາມາດເຮັດແບບນັ້ນໄດ້ບໍ? ມັນຟັງເບິ່ງຄືວ່າໜ້າລັງກຽດສຳລັບເຈົ້າ ແລະ ເຈົ້າກໍບໍ່ສາມາດເຮັດມັນໄດ້. ສະນັ້ນ, ເຈົ້າຈະເລື່ອນຕຳແໜ່ງທີ່ສູງຂຶ້ນໃນທ່າມກາງພວກເຂົາໄດ້ແນວໃດ? ມັນບໍ່ມີທາງເລີຍ. ທັງໝົດນັ້ນບັນລຸໄດ້ໂດຍຜ່ານການຂາຍຈິດວິນຍານ ແລະ ການໃຊ້ວິທີການທີ່ຊົ່ວຊ້າຕ່າງໆ. ເຈົ້າມັກວິທີການເຮັດສິ່ງຕ່າງໆແບບນັ້ນບໍ? (ບໍ່.) ຕອນນີ້ ເຈົ້າເວົ້າວ່າເຈົ້າບໍ່ມັກມັນ, ແຕ່ເມື່ອເຈົ້າຖືກບີບບັງຄັບຈົນເຖິງຂີດຈຳກັດໃນມື້ໃດມື້ໜຶ່ງ, ເຈົ້າກໍຈະມັກມັນເອງ. ຖ້າຜູ້ຄົນຮັງແກ ແລະ ທໍລະມານເຈົ້າຕະຫຼອດທັງວັນ, ເຮັດໃຫ້ສິ່ງຕ່າງໆກາຍເປັນເລື່ອງຍາກສຳລັບເຈົ້າ, ຈັບຜິດເຈົ້າ ແລະ ຢາກໄລ່ເຈົ້າອອກ, ເຈົ້າກໍອາດຈະຕ້ອງຂາຍຮ່າງກາຍຂອງເຈົ້າເພື່ອຮັກສາວຽກຂອງເຈົ້າໄວ້. ເຈົ້າຈະຕ້ອງຮຽນຮູ້ກົນອຸບາຍທີ່ຊົ່ວຊ້າໃດກໍຕາມທີ່ພວກເຂົາໃຊ້ ແລະ ໃນທີ່ສຸດ, ເຈົ້າກໍຈະກາຍເປັນຄືກັບພວກເຂົາ. ຕອນນີ້ ເຈົ້າປະກາດຢ່າງໜັກແໜ້ນວ່າ “ຂ້ານ້ອຍບໍ່ມັກວິທີການແບບນັ້ນ. ຂ້ານ້ອຍບໍ່ຢາກເປັນຄົນປະເພດນັ້ນ. ຂ້ານ້ອຍບໍ່ໄດ້ຊົ່ວຊ້າຂະໜາດນັ້ນ. ຂ້ານ້ອຍບໍ່ຢາກຂາຍຮ່າງກາຍຂອງຂ້ານ້ອຍ. ຂ້ານ້ອຍບໍ່ມັກເງິນ; ການມີພໍກິນພໍໃຊ້ກໍພຽງພໍແລ້ວ”. ເຈົ້າເປັນຄົນປະເພດໃດ? ເຈົ້າບໍ່ມີຫຍັງດີເລີຍ. ເຈົ້າເປັນພຽງສິ່ງທີ່ຖືກຊາຕານເຮັດໃຫ້ເສື່ອມຊາມໄປແລ້ວ. ເຈົ້າຄິດວ່າເຈົ້າສາມາດເປັນນາຍຂອງຕົນເອງໄດ້ບໍ? ຜູ້ຄົນປ່ຽນໄປຕາມສະພາບແວດລ້ອມ, ພວກເຂົາມີອຸປະນິໄສທີ່ເສື່ອມຊາມ ແລະ ເຈົ້າບໍ່ສາມາດເອົາຊະນະຊື່ສຽງ, ຜົນປະໂຫຍດ, ສະຖານະ, ເງິນ ແລະ ການລອງໃຈທຸກປະເພດໄດ້ເລີຍ. ຖ້າເຈົ້າຢູ່ໃນສະພາບແວດລ້ອມນັ້ນ, ເຈົ້າກໍຄົງຈະບໍ່ສາມາດຄວບຄຸມຕົນເອງໄດ້ເຊັ່ນກັນ. ເວທີສຳລັບຜູ້ບໍ່ມີຄວາມເຊື່ອໃນຕອນນີ້ປຽບເໝືອນເຄື່ອງບົດຊີ້ນ. ເມື່ອຄົນໃດໜຶ່ງຖືກບົດເຂົ້າໄປແລ້ວ, ມັນກໍບໍ່ມີທາງທີ່ຈະລອດຊີວິດໄດ້. ຕອນນີ້ ໂດຍການປະຕິບັດໜ້າທີ່ຂອງເຈົ້າໃນເຮືອນຂອງພຣະເຈົ້າ, ດ້ວຍການປົກປ້ອງຂອງພຣະເຈົ້າ ແລະ ໂດຍບໍ່ມີໃຜມາຮັງແກເຈົ້າ, ເຈົ້າກໍສາມາດດຳລົງຊີວິດຢ່າງສະຫງົບສຸກຕໍ່ພຣະພັກຂອງພຣະເຈົ້າ. ເຈົ້າໄດ້ຮັບພຣະພອນຢ່າງໃຫຍ່ຫຼວງ, ສະນັ້ນ ຈົ່ງເພີດເພີນກັບມັນຢ່າງງຽບໆ! ຖ້າເຈົ້າບໍ່ປະຕິບັດໜ້າທີ່ຂອງເຈົ້າຢ່າງເໝາະສົມ ແລະ ປະເຊີນກັບການລິຮານເລັກນ້ອຍ, ເຈົ້າກໍບໍ່ຄວນຮູ້ສຶກວ່າບໍ່ໄດ້ຮັບຄວາມເປັນທຳ. ເຈົ້າໄດ້ຮັບພຣະພອນອັນໃຫຍ່ຫຼວງແລ້ວ; ເຈົ້າບໍ່ຮູ້ເລື່ອງນັ້ນບໍ? (ຮູ້.) ບອກເຮົາມາເບິ່ງ, ມັນເປັນແນວໃດສຳລັບຜູ້ບໍ່ມີຄວາມເຊື່ອທີ່ຈະຢູ່ໃນ “ເຄື່ອງບົດຊີ້ນ”? ພວກເຂົາຕາຍໄປຍັງດີກວ່າ. ຄວາມທຸກທໍລະມານເລັກນ້ອຍທີ່ເຈົ້າທົນທຸກໃນເຮືອນຂອງພຣະເຈົ້າຄືສິ່ງທີ່ຜູ້ຄົນຄວນທົນທຸກ; ມັນບໍ່ໄດ້ເຈັບປວດເກີນໄປເລີຍ. ເຖິງຢ່າງໃດກໍຕາມ, ຜູ້ຄົນກໍບໍ່ພໍໃຈ ແລະ ພວກເຂົາກໍບໍ່ເຕັມໃຈທີ່ຈະກັບໃຈ ບໍ່ວ່າພວກເຂົາຈະຖືກລິຮານແນວໃດກໍຕາມ. ແຕ່ເມື່ອພວກເຂົາຖືກສົ່ງກັບບ້ານ, ພວກເຂົາກໍບໍ່ເຕັມໃຈທີ່ຈະກັບໄປຫາຜູ້ບໍ່ມີຄວາມເຊື່ອ ເພາະພວກເຂົາຮູ້ສຶກວ່າຜູ້ບໍ່ມີຄວາມເຊື່ອນັ້ນຊົ່ວຊ້າ ແລະ ເລວຊາມເກີນໄປ. ເມື່ອຕ້ອງປະເຊີນກັບຄວາມຕາຍແທ້ໆ, ຜູ້ຄົນກໍບໍ່ຢາກຕາຍ; ທຸກຄົນທະນຸຖະໜອມຊີວິດ ແລະ ປະຕິບັດຕາມຫຼັກການທີ່ວ່າ “ເປັນຂີ້ທູດກໍຍັງດີກວ່າຕາຍ”. ທັນທີທີ່ພວກເຂົາເຫັນຂຸມຝັງສົບຂອງພວກເຂົາເອງ, ພວກເຂົາກໍຮ້ອງໄຫ້ໂຮອອກມາ. ຕອນນີ້ ຜູ້ຄົນຮູ້ແລ້ວວ່າ ມັນບໍ່ແມ່ນເລື່ອງງ່າຍທີ່ຈະຢູ່ລອດໃນທ່າມກາງຜູ້ບໍ່ມີຄວາມເຊື່ອ. ຖ້າເຈົ້າຢາກດຳລົງຊີວິດຢ່າງມີກຽດສັກສີ ແລະ ຫາລ້ຽງຊີບໂດຍອີງໃສ່ຄວາມສາມາດຂອງເຈົ້າ, ມັນກໍບໍ່ມີທາງທີ່ຈະເຮັດໄດ້. ການມີຄວາມສາມາດພຽງຢ່າງດຽວນັ້ນບໍ່ພຽງພໍ; ເຈົ້າຍັງຕ້ອງຊົ່ວຊ້າ, ຊົ່ວຮ້າຍ ແລະ ປະສົງຮ້າຍພຽງພໍທີ່ຈະປະສົບຜົນສຳເລັດ. ແລ້ວເຈົ້າມີຫຍັງແດ່? ບາງຄົນເວົ້າວ່າ “ຕອນນີ້ ຂ້ານ້ອຍມີຄວາມຊົ່ວຊ້າເລັກນ້ອຍ, ແຕ່ຍັງບໍ່ຊົ່ວຮ້າຍພໍ”. ນັ້ນເປັນເລື່ອງທີ່ງ່າຍ. ລອງເອົາຕົວເອງເຂົ້າໄປໃນ “ເຄື່ອງບົດຊີ້ນ” ເບິ່ງ ແລະ ໃນເວລາບໍ່ເຖິງໜຶ່ງເດືອນ, ເຈົ້າກໍຈະກາຍເປັນຄົນຊົ່ວຮ້າຍ. ຖ້າເຈົ້າເປັນຄົນດີ, ພວກເຂົາກໍຈະຢາກຂ້າເຈົ້າ; ເຈົ້າໄວ້ຊີວິດພວກເຂົາ, ແຕ່ພວກເຂົາຈະບໍ່ໄວ້ຊີວິດເຈົ້າ, ສະນັ້ນ ເຈົ້າຈຶ່ງຕ້ອງຕໍ່ສູ້ກັບຄືນເພື່ອທີ່ຈະຢູ່ລອດ. ເມື່ອເຈົ້າກາຍເປັນຄົນຊົ່ວຮ້າຍແລ້ວ, ມັນກໍບໍ່ມີທາງທີ່ຈະຫັນຫຼັງກັບ ແລະ ເຈົ້າກໍຈະກາຍເປັນມານຮ້າຍຄືກັນ. ຄວາມຊົ່ວຊ້າຖືກສ້າງຂຶ້ນໃນລັກສະນະນີ້. ໂລກຂອງຜູ້ບໍ່ມີຄວາມເຊື່ອນັ້ນຊ່າງມືດມົນ ແລະ ຊົ່ວຊ້າຫຼາຍ. ຜູ້ຄົນຈະຫຼຸດພົ້ນຈາກອິດທິພົນຂອງຊາຕານແຫ່ງຄວາມມືດ ແລະ ຄວາມຊົ່ວຊ້າໄດ້ແນວໃດ? ພວກເຂົາຈຳເປັນຕ້ອງເຂົ້າໃຈຄວາມຈິງເພື່ອບັນລຸຄວາມລອດພົ້ນ. ຕອນນີ້ ເຈົ້າເຊື່ອໃນພຣະເຈົ້າແລ້ວ, ຖ້າເຈົ້າຢາກໄດ້ຮັບຄວາມລອດພົ້ນ ແລະ ຫຼຸດພົ້ນຈາກອິດທິພົນຂອງຊາຕານ, ມັນບໍ່ແມ່ນເລື່ອງງ່າຍເລີຍ. ເຈົ້າຕ້ອງຮຽນຮູ້ທີ່ຈະອ່ອນນ້ອມຕໍ່ພຣະເຈົ້າ, ມີຫົວໃຈທີ່ຢຳເກງພຣະເຈົ້າ, ເບິ່ງທະລຸຫຼາຍສິ່ງຫຼາຍຢ່າງ ແລະ ຍິ່ງໄປກວ່ານັ້ນ, ຫຼັກການໃນການປະພຶດຕົນຂອງເຈົ້າ ໃນດ້ານໜຶ່ງຕ້ອງສະຫຼາດ ແລະ ໃນອີກດ້ານໜຶ່ງຕ້ອງບໍ່ລ່ວງເກີນພຣະເຈົ້າ. ນອກຈາກນີ້, ຢ່າພະຍາຍາມເພື່ອຊື່ສຽງ ແລະ ຜົນປະໂຫຍດຢູ່ສະເໝີ ຫຼື ສະແຫວງຫາທີ່ຈະເພີດເພີນກັບຜົນປະໂຫຍດຈາກສະຖານະຢູ່ຕະຫຼອດເວລາ. ພຽງແຕ່ມີພໍກິນ ແລະ ບໍ່ອຶດຫິວຕາຍກໍພຽງພໍແລ້ວ. ເຈົ້າຈຳເປັນຕ້ອງອະທິຖານຫາພຣະເຈົ້າ, ຂໍໃຫ້ພຣະຄຸນຖືກປະທານໃຫ້ໃນລັກສະນະນີ້, ເພື່ອທີ່ຈະໄດ້ຮັບການປົກປ້ອງ. ຖ້າເຈົ້າເກັບຄວາມປາຖະໜາທີ່ຟຸ່ມເຟືອຍໄວ້ສະເໝີ, ນັ້ນກໍບໍ່ສົມເຫດສົມຜົນ ແລະ ພຣະເຈົ້າຈະບໍ່ຟັງຄຳອະທິຖານຂອງເຈົ້າ.

ກ່ຽວກັບທຳມະຊາດທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ, ມື້ນີ້ ພວກເຮົາຈະໂອ້ລົມກ່ຽວກັບການສະແດງອອກຢ່າງທີສາມເປັນຫຼັກ, ເຊິ່ງແມ່ນສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສບູຊາ. ຜູ້ຕໍ່ຕ້ານພຣະຄຣິສບູຊາຫຍັງ? (ຄວາມຮູ້ ແລະ ການຮຽນຮູ້.) ຄວາມຮູ້ ແລະ ການຮຽນຮູ້ ແລະ ມັນຍັງມີອີກຢ່າງໜຶ່ງ, ນັ້ນກໍຄື ພອນສະຫວັນ. ຄວາມຮູ້ ແລະ ການຮຽນຮູ້ລວມມີຫຍັງແດ່? ພວກມັນລວມມີສິ່ງທີ່ພົບເຫັນຢູ່ໃນປຶ້ມເຫຼົ່ານັ້ນເຊິ່ງຖືກສຶກສາຢູ່ໃນໂລກ, ປະສົບການທີ່ໄດ້ຮັບຈາກການມີສ່ວນຮ່ວມໃນອຸດສາຫະກຳທີ່ກ່ຽວຂ້ອງກັບຄວາມຮູ້, ພ້ອມທັງຂໍ້ຈຳກັດ, ກົດ ແລະ ກົດລະບຽບຕ່າງໆ ທີ່ຖືກເທດສະໜາໃນສັງຄົມກ່ຽວກັບສິນລະທຳ, ຄວາມເປັນມະນຸດ, ພຶດຕິກຳ ແລະ ອື່ນໆ. ນອກຈາກນີ້, ພວກມັນຍັງລວມມີຄວາມຮູ້ຈາກຂະແໜງການວິທະຍາສາດຕ່າງໆ. ຕົວຢ່າງ: ບາງຄົນບໍ່ເຊື່ອໃນການວຽນວາຍຕາຍເກີດທີ່ໄດ້ກ່າວເຖິງໃນພຣະທຳຂອງພຣະເຈົ້າ. ແຕ່ຖ້າມື້ໜຶ່ງ ການຄົ້ນຄວ້າທາງວິທະຍາສາດຄົ້ນພົບວ່າ ມະນຸດມີຈິດວິນຍານ, ເພາະວ່າຫຼັງຈາກຄວາມຕາຍ ມັນມີບາງສິ່ງບາງຢ່າງອອກຈາກຮ່າງກາຍ ແລະ ນ້ຳໜັກຂອງຄົນຜູ້ນັ້ນຫຼຸດລົງຈຳນວນໜຶ່ງ, ເຊິ່ງອາດຈະເປັນນ້ຳໜັກຂອງຈິດວິນຍານ, ແລ້ວພວກເຂົາກໍອາດຈະເຊື່ອ. ບໍ່ວ່າພຣະເຈົ້າຈະກ່າວແນວໃດກໍຕາມ, ພວກເຂົາກໍບໍ່ເຊື່ອ, ແຕ່ທັນທີທີ່ນັກວິທະຍາສາດວັດແທກບາງສິ່ງບາງຢ່າງໂດຍອີງໃສ່ນ້ຳໜັກ, ພວກເຂົາກໍເຊື່ອ. ພວກເຂົາເຊື່ອແຕ່ວິທະຍາສາດເທົ່ານັ້ນ. ບາງຄົນເຊື່ອແຕ່ລັດ, ລັດຖະບານ ແລະ ການຕີຄວາມໝາຍທີ່ກ່ຽວຂ້ອງກັບຂໍ້ມູນ, ທິດສະດີ ແລະ ບຸກຄົນທີ່ມີຊື່ສຽງ. ພວກເຂົາເຊື່ອຖືແຕ່ສິ່ງເຫຼົ່ານີ້. ພວກເຂົາບໍ່ໄດ້ຖືເອົາພຣະທຳ, ການສິດສອນ, ການຊີ້ແນະ ຫຼື ພຣະຄຳຂອງພຣະເຈົ້າຢ່າງຈິງຈັງ. ແຕ່ທັນທີທີ່ພວກເຂົາໄດ້ຍິນຄົນດັງເວົ້າ, ພວກເຂົາກໍຍອມຮັບທັນທີ ແລະ ເຖິງຂັ້ນບູຊາພວກເຂົາ ແລະ ເຜີຍແຜ່ຄຳເວົ້າຂອງພວກເຂົາ. ຕົວຢ່າງ: ພຣະເຈົ້າກ່າວວ່າ ມານນາທີ່ພຣະອົງປະທານລົງມາໃຫ້ຜູ້ຄົນໃນແຕ່ລະມື້ນັ້ນບໍ່ສາມາດເກັບຮັກສາໄວ້ໄດ້ ແລະ ບໍ່ຄວນກິນໃນມື້ຖັດໄປ ເພາະມັນຈະບໍ່ສົດ, ແຕ່ພວກເຂົາກໍບໍ່ເຊື່ອພຣະທຳຂອງພຣະເຈົ້າ. ພວກເຂົາຄິດວ່າ “ຖ້າພຣະເຈົ້າບໍ່ສົ່ງມານນາລົງມາ ແລະ ພວກເຮົາຫິວເຂົ້າເດ?” ດັ່ງນັ້ນ, ພວກເຂົາຈຶ່ງຊອກຫາວິທີເກັບໂຮມ ແລະ ເກັບຮັກສາມັນໄວ້. ພຣະເຈົ້າສົ່ງມານນາລົງມາໃນມື້ທີສອງ ແລະ ພວກເຂົາກໍສືບຕໍ່ເກັບໂຮມມັນໄວ້. ພຣະເຈົ້າສົ່ງມານນາລົງມາໃນມື້ທີສາມ ແລະ ພວກເຂົາກໍຍັງສືບຕໍ່ເກັບໂຮມ. ພຣະເຈົ້າກ່າວພຣະທຳດຽວກັນທຸກມື້ ແລະ ພວກເຂົາກໍກະທຳການໃນວິທີທີ່ຂັດກັບສິ່ງທີ່ພຣະເຈົ້າແນະນຳພວກເຂົາຢ່າງສະໝໍ່າສະເໝີ. ພວກເຂົາບໍ່ເຄີຍເຊື່ອ ຫຼື ຟັງພຣະທຳຂອງພຣະເຈົ້າເລີຍ. ມື້ໜຶ່ງ ນັກວິທະຍາສາດຄົນໜຶ່ງໄດ້ເຮັດການຄົ້ນຄວ້າ ແລະ ກ່າວວ່າ “ຖ້າບໍ່ກິນມານນາໃນມື້ດຽວກັນ ແລະ ປະໄວ້ສຳລັບມື້ຖັດໄປ, ເຖິງແມ່ນວ່າມັນຈະເບິ່ງຄືວ່າສົດຢູ່ທາງນອກ, ແຕ່ມັນກໍມີເຊື້ອແບັກທີເລຍທີ່ສາມາດເຮັດໃຫ້ເກີດພະຍາດກະເພາະໄດ້ຫາກກິນເຂົ້າໄປ”. ນັບຕັ້ງແຕ່ມື້ນັ້ນເປັນຕົ້ນມາ, ພວກເຂົາກໍຢຸດເກັບໂຮມ. ສຳລັບພວກເຂົາແລ້ວ, ຄຳເວົ້າພຽງປະໂຫຍກດຽວຈາກນັກວິທະຍາສາດມີນ້ຳໜັກຫຼາຍກວ່າຄຳເວົ້າສິບປະໂຫຍກຈາກພຣະເຈົ້າ. ນີ້ບໍ່ແມ່ນສິ່ງທີ່ຊົ່ວຊ້າບໍ? (ແມ່ນແລ້ວ, ມັນແມ່ນ.) ພວກເຂົາຍອມຮັບດ້ວຍວາຈາວ່າພຣະທຳຂອງພຣະເຈົ້າຄືຄວາມຈິງ ແລະ ພວກເຂົາຮັບຮູ້ພຣະເຈົ້າ, ຕິດຕາມພຣະເຈົ້າ ແລະ ປາຖະໜາທີ່ຈະໄດ້ຮັບພຣະພອນຈາກພຣະເຈົ້າ. ໃນເວລາດຽວກັນ, ພວກເຂົາກໍເພີດເພີນກັບພຣະຄຸນ ແລະ ພຣະພອນທີ່ພຣະເຈົ້າປະທານໃຫ້, ເພີດເພີນກັບການເບິ່ງແຍງ ແລະ ການປົກປ້ອງຂອງພຣະເຈົ້າ, ແຕ່ນອກເໜືອຈາກນັ້ນ, ພວກເຂົາບໍ່ຟັງສິ່ງທີ່ພຣະເຈົ້າກ່າວເລີຍແມ່ນແຕ່ປະໂຫຍກດຽວ, ສິ່ງທີ່ພຣະອົງແນະນຳ, ສັ່ງ ຫຼື ມອບໝາຍໃຫ້ພວກເຂົາເຮັດ. ຖ້າຄົນທີ່ມີຄວາມຮູ້ ແລະ ມີການຮຽນຮູ້ ເຊິ່ງມີສິດອຳນາດ ແລະ ຕຳແໜ່ງເວົ້າບາງຢ່າງ ຫຼື ກ່າວຄຳເວົ້າທີ່ຫຼອກລວງອອກມາ, ພວກເຂົາກໍຍອມຮັບມັນທັນທີ ໂດຍບໍ່ສົນໃຈວ່າຖືກ ຫຼື ຜິດ. ມັນເກີດຫຍັງຂຶ້ນຢູ່ນີ້? ນີ້ແມ່ນສິ່ງທີ່ຊົ່ວຊ້າ, ຊົ່ວຊ້າເກີນໄປ! ຕົວຢ່າງ: ເຮົາບອກບາງຄົນວ່າຢ່າກິນມັນດ້າງກັບໄຂ່ພ້ອມກັນ, ເພາະມັນສາມາດເຮັດໃຫ້ອາຫານເປັນພິດໄດ້. ຄຳເວົ້າຂອງເຮົາອີງໃສ່ຫຍັງ? ເຮົາບໍ່ໄດ້ແຕ່ງເລື່ອງຂຶ້ນມາ; ມັນເຄີຍມີກໍລະນີຂອງຄົນທີ່ອາຫານເປັນພິດຍ້ອນການກິນທັງສອງຢ່າງໃນເວລາດຽວກັນ. ຫຼັງຈາກທີ່ໄດ້ຍິນເລື່ອງນີ້, ປະຕິກິລິຍາຂອງຄົນປົກກະຕິຈະເປັນແນວໃດ? ພວກເຂົາຈະຄິດວ່າ “ໃນອະນາຄົດ, ຂ້ອຍຈະບໍ່ກິນໄຂ່ເມື່ອຂ້ອຍກິນມັນດ້າງ, ຢ່າງໜ້ອຍກໍບໍ່ແມ່ນໃນສອງຫາຫ້າຊົ່ວໂມງຖັດໄປ”. ພວກເຂົາຈະຖືເອົາເລື່ອງນີ້ຢ່າງຈິງຈັງ ແລະ ປ່ຽນນິດໄສການກິນຂອງພວກເຂົາ. ເຖິງຢ່າງໃດກໍຕາມ, ບາງຄົນຈະບໍ່ເຊື່ອ. ພວກເຂົາຈະເວົ້າວ່າ “ອາຫານເປັນພິດຈາກການກິນໄຂ່ ແລະ ມັນດ້າງພ້ອມກັນບໍ? ນັ້ນເປັນໄປບໍ່ໄດ້. ຂ້ອຍຈະກິນພວກມັນພ້ອມກັນ ແລະ ເຈົ້າຄ່ອຍເບິ່ງວ່າຂ້ອຍຈະອາຫານເປັນພິດ ຫຼື ບໍ່!” ຄົນແບບນີ້ແມ່ນຄົນປະເພດໃດ? (ຊົ່ວຊ້າ.) ເຮົາເຫັນວ່າຄົນຜູ້ນີ້ຂ້ອນຂ້າງຊົ່ວຊ້າ! ເຮົາເວົ້າເລື່ອງນີ້ໄປ ແລະ ພວກເຂົາກໍຢືນຢັນທີ່ຈະກິນພວກມັນພ້ອມກັນ; ນີ້ບໍ່ແມ່ນສິ່ງທີ່ຊົ່ວຊ້າບໍ? ພວກເຂົາຕໍ່ຕ້ານ, ໂຕ້ແຍ້ງ ແລະ ຕໍ່ສູ້ກັບສິ່ງທີ່ຖືກຕ້ອງ, ຊອບທຳ ແລະ ເປັນບວກຢ່າງເຈາະຈົງ, ນີ້ຄືສິ່ງທີ່ຊົ່ວຊ້າ. ມະນຸດຊາດທີ່ເສື່ອມຊາມຍົກຍ້ອງຄວາມຊົ່ວຊ້າ ແລະ ອຳນາດ. ບໍ່ວ່າມານຮ້າຍ ແລະ ຊາຕານຈະນຳສະເໜີການຫຼອກລວງແບບໃດກໍຕາມ, ຜູ້ຄົນກໍສາມາດຍອມຮັບມັນໄດ້ໂດຍບໍ່ມີຂໍ້ສົງໄສ, ໃນຂະນະທີ່ພຣະເຈົ້າສະແດງຄວາມຈິງອອກມາຫຼາຍຢ່າງ, ແຕ່ຜູ້ຄົນກໍບໍ່ເຕັມໃຈທີ່ຈະຍອມຮັບພວກມັນ ແລະ ເຖິງຂັ້ນສ້າງຄວາມຄິດຫຼົງຜິດຂຶ້ນມາຫຼາຍຢ່າງ. ນີ້ແມ່ນອີກຕົວຢ່າງໜຶ່ງ. ໃນເຂດຊົນນະບົດຫຼາຍແຫ່ງໃນສະຫະລັດອາເມລິກາ, ມັນມີປ່າດົງດິບທີ່ສັດປ່າມັກຈະອອກມາຫາກິນ. ມັນເປັນການສົມຄວນທີ່ຈະມີໝູ່ໄປນຳເມື່ອອອກໄປຂ້າງນອກ ແລະ ມັນຈະເປັນການດີທີ່ສຸດທີ່ຈະບໍ່ອອກໄປຂ້າງນອກໃນຕອນກາງຄືນ ເວັ້ນເສຍແຕ່ວ່າຈະມີຄວາມຈຳເປັນ. ຖ້າເຈົ້າຈຳເປັນຕ້ອງອອກໄປ, ເຈົ້າກໍຕ້ອງລະມັດລະວັງ, ໄປກັບໃຜຜູ້ໜຶ່ງ ຫຼື ພົກພາອາວຸດປ້ອງກັນຕົວ, ກັນໄວ້ດີກວ່າແກ້. ບາງຄົນເວົ້າວ່າ “ມັນຈະບໍ່ມີຫຍັງເກີດຂຶ້ນດອກ; ພຣະເຈົ້າຈະປົກປ້ອງຂ້ອຍ”. ນີ້ບໍ່ແມ່ນການລອງໃຈພຣະເຈົ້າບໍ? ການລະມັດລະວັງເຫຼົ່ານີ້ແມ່ນສິ່ງທີ່ຜູ້ຄົນຄວນເຮັດ. ເຈົ້າມີຫົວ, ມີຫົວໃຈ ແລະ ມີຈິດວິນຍານ, ແລ້ວເປັນຫຍັງຈຶ່ງຢືນຢັນທີ່ຈະເອົາການປົກປ້ອງຂອງພຣະເຈົ້າ? ຢ່າລອງໃຈພຣະເຈົ້າ. ຈົ່ງເຮັດສິ່ງທີ່ເຈົ້າຄວນເຮັດ. ຖ້າເຈົ້າບັງເອີນພົບກັບສັດປ່າທີ່ດຸຮ້າຍ ເຊິ່ງແມ່ນແຕ່ກຸ່ມຄົນສີ່ ຫຼື ຫ້າຄົນກໍບໍ່ສາມາດຮັບມືໄດ້, ເຈົ້າກໍອາດຈະຍັງລອດຊີວິດໄດ້, ນັ້ນຄືການປົກປ້ອງຂອງພຣະເຈົ້າ. ບາງຄົນເຄີຍເຫັນໝາປ່າ ແລະ ໄດ້ຍິນສຽງໝາປ່າ ແລະ ໝີຮ້ອງແທ້ໆ, ເຊິ່ງຢືນຢັນການມີຢູ່ຂອງສັດປ່າເຫຼົ່ານີ້. ດັ່ງນັ້ນ, ເມື່ອເຮົາບອກວ່າຢ່າອອກໄປຂ້າງນອກໃນຕອນກາງຄືນ ເພາະມັນງ່າຍທີ່ຈະພົບກັບສັດປ່າ, ເຮົາພຽງແຕ່ແຕ່ງເລື່ອງຂຶ້ນມາຊື່ໆບໍ? (ບໍ່.) ເຮົາບໍ່ໄດ້ພະຍາຍາມເຮັດໃຫ້ຜູ້ຄົນຢ້ານ. ຫຼັງຈາກທີ່ໄດ້ຍິນເລື່ອງນີ້, ບາງຄົນກໍເວົ້າວ່າ “ຂ້ອຍຄວນລະມັດລະວັງຫຼາຍຂຶ້ນ. ຂ້ອຍຈະຊອກຫາໃຜຜູ້ໜຶ່ງໄປເປັນໝູ່ເມື່ອອອກໄປຂ້າງນອກ ຫຼື ພົກພາອາວຸດປ້ອງກັນຕົວ ເພື່ອປ້ອງກັນໄວ້ກ່ອນໃນກໍລະນີທີ່ຂ້ອຍພົບກັບສັດປ່າ”. ບາງຄົນກໍຖືເອົາມັນຢ່າງຈິງຈັງ, ເຊື່ອ ແລະ ຍອມຮັບມັນ ແລະ ຈາກນັ້ນກໍດຳເນີນການນຳເອົາສິ່ງທີ່ເຮົາເວົ້າໄປປະຕິບັດ. ນີ້ຄືການຍອມຮັບທີ່ງ່າຍດາຍ; ມັນບໍ່ສາມາດງ່າຍໄປກວ່ານີ້ອີກແລ້ວ. ເຖິງຢ່າງໃດກໍຕາມ, ມັນມີຄົນປະເພດໜຶ່ງທີ່ປະຕິເສດທີ່ຈະຟັງ. ພວກເຂົາເວົ້າວ່າ “ເປັນຫຍັງຂ້ອຍຈຶ່ງບໍ່ເຄີຍເຫັນສັດປ່າຈັກໂຕ? ພວກມັນຢູ່ໃສ? ໃຫ້ມັນອອກມາຈັກໂຕເບິ່ງດຸ; ຂ້ອຍຈະປະເຊີນໜ້າກັບມັນ ແລະ ເບິ່ງວ່າໃຜຈະດຸຮ້າຍກວ່າກັນ. ສັດປ່າມັນເປັນຕາຢ້ານບ່ອນໃດ? ພວກເຈົ້າທຸກຄົນເປັນພຽງຄົນຂີ້ຢ້ານທີ່ມີຄວາມເຊື່ອໜ້ອຍ. ເບິ່ງຄວາມເຊື່ອຂອງຂ້ອຍແມ; ຂ້ອຍບໍ່ຢ້ານໝີດອກ!” ພວກເຂົາຕັ້ງໃຈອອກໄປຂ້າງນອກຄົນດຽວ, ພຽງແຕ່ຍ່າງຫຼິ້ນໄປເລື້ອຍໆໂດຍບໍ່ມີເຫດຜົນ. ຫຼັງຈາກກິນເຂົ້າແລ້ວ, ພວກເຂົາຕ້ອງອອກໄປຍ່າງຫຼິ້ນຂ້າງນອກ ແລະ ຢືນຢັນທີ່ຈະໄປຄົນດຽວ. ເມື່ອຄົນອື່ນແນະນຳໃຫ້ຊອກໝູ່ໄປນຳ, ພວກເຂົາກໍຕອບວ່າ “ບໍ່ມີທາງ, ເປັນຫຍັງຂ້ອຍຈຶ່ງຕ້ອງການໝູ່? ການມີໝູ່ຈະເຮັດໃຫ້ຂ້ອຍເບິ່ງຄືວ່າບໍ່ມີຄ່າ! ຂ້ອຍຈະອອກໄປຂ້າງນອກດ້ວຍຕົວຂ້ອຍເອງ!” ພວກເຂົາຕ້ອງລອງເບິ່ງ. ຄົນແບບນີ້ແມ່ນຄົນປະເພດໃດ? ບໍ່ຕ້ອງເວົ້າເຖິງເລື່ອງທີ່ວ່າພວກເຂົາຈະພົບກັບສັດປ່າ ຫຼື ບໍ່; ທັດສະນະຄະຕິຂອງພວກເຂົາຕໍ່ເລື່ອງດັ່ງກ່າວບໍ່ມີບັນຫາບໍ? (ແມ່ນແລ້ວ, ມັນມີບັນຫາ.) ບັນຫາແມ່ນຫຍັງ? (ອຸປະນິໄສຂອງຄົນແບບນັ້ນແມ່ນຊົ່ວຊ້າ.) ເຈົ້າລອງເວົ້າກັບພວກເຂົາກ່ຽວກັບເລື່ອງທີ່ຈິງຈັງ ແລະ ພວກເຂົາກໍປະຕິບັດຕໍ່ມັນຄືກັບເລື່ອງຕະຫຼົກ. ມັນມີປະໂຫຍດຫຍັງທີ່ຈະເວົ້າກັບຄົນແບບນັ້ນ? ຄົນແບບນີ້ຮ້າຍແຮງກວ່າສັດເດຍລະສານ; ບໍ່ຈຳເປັນຕ້ອງໄປຫຍຸ້ງກັບພວກເຂົາ.

ເມື່ອກີ້ນີ້ ພວກເຮົາໄດ້ເວົ້າເຖິງຄວາມຈິງທີ່ວ່າ ຄົນທີ່ມີອຸປະນິໄສທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສຈະມີຄວາມອ່ອນໄຫວເປັນພິເສດຕໍ່ຄວາມຮູ້, ການຮຽນຮູ້, ພອນສະຫວັນ ແລະ ຄວາມສາມາດພິເສດບາງຢ່າງ; ພວກເຂົາຊື່ນຊົມ ແລະ ຍົກຍ້ອງຜູ້ທີ່ມີຄວາມສາມາດພິເສດເປັນຢ່າງຍິ່ງ ແລະ ພວກເຂົາກໍຢ້ານເກງ ແລະ ເຊື່ອຟັງສິ່ງທີ່ຄົນເຫຼົ່ານັ້ນເວົ້າຢ່າງສິ້ນເຊີງ. ທັດສະນະຄະຕິຂອງພວກເຂົາຕໍ່ຄວາມຮູ້ທົ່ວໄປ, ຄວາມເຂົ້າໃຈທີ່ເລິກເຊິ່ງ ແລະ ການຮຽນຮູ້ທີ່ແທ້ຈິງ ເຊິ່ງເປັນປະໂຫຍດຕໍ່ຜູ້ຄົນ ແລະ ຜູ້ທີ່ມີຄວາມເປັນມະນຸດທີ່ປົກກະຕິຈຳເປັນຕ້ອງມີ ຫຼື ສິ່ງທີ່ສໍາພັນກັບຊີວິດຈິງ ແລະ ເປັນບວກ ເຊິ່ງສາມາດເຂົ້າໃຈໄດ້ພາຍໃນຄວາມຄິດຂອງມະນຸດທີ່ປົກກະຕິນັ້ນເປັນແນວໃດ? ພວກເຂົາລັງກຽດສິ່ງເຫຼົ່ານັ້ນ, ໂດຍບໍ່ໃຫ້ຄວາມສົນໃຈຕໍ່ສິ່ງເຫຼົ່ານັ້ນເລີຍ. ທຸກຄັ້ງທີ່ມີການໂອ້ລົມກ່ຽວກັບພຣະທຳ ແລະ ຄວາມຈິງເຫຼົ່ານີ້ໃນລະຫວ່າງການເຕົ້າໂຮມ, ພວກເຂົາເຮັດຫຍັງ? ພວກເຂົາເກົາຫົວ, ບາງຄົນກໍຫຼັບຕາເຄິ່ງໜຶ່ງ, ເບິ່ງຄືວ່າຕາຍດ້ານ ແລະ ປຶກໜາ ແລະ ບາງຄົນກໍເບິ່ງຄືວ່າໃຈລອຍ. ຍິ່ງເຮືອນຂອງພຣະເຈົ້າສົນທະນາກ່ຽວກັບເລື່ອງທີ່ຈິງຈັງຫຼາຍສໍ່າໃດ, ພວກເຂົາກໍຍິ່ງບໍ່ສົນໃຈຫຼາຍສໍ່ານັ້ນ. ຍິ່ງມີການໂອ້ລົມຄວາມຈິງຫຼາຍສໍ່າໃດ, ພວກເຂົາກໍຍິ່ງເຊືອບຫຼັບ ແລະ ຮູ້ສຶກຢາກນອນຫຼາຍສໍ່ານັ້ນ. ເຫັນໄດ້ຢ່າງຊັດເຈນວ່າ ຄົນເຫຼົ່ານີ້ບໍ່ມີຄວາມສົນໃຈໃນຄວາມຈິງເລີຍ. ຜູ້ບໍ່ເຊື່ອເຫຼົ່ານີ້ບໍ່ແມ່ນເກີນກວ່າທີ່ຈະໄດ້ຮັບການໄຖ່ບາບແລ້ວບໍ? ເມື່ອພວກເຂົາຢູ່ໃນສາສະໜາ, ບາງຄົນພຽງແຕ່ມັກຟັງຄົນອື່ນເວົ້າພາສາແປກໆ ຫຼື ການເຫັນສິ່ງທີ່ແປກປະຫຼາດ ແລະ ການເຫັນສິ່ງທີ່ໜ້າອັດສະຈັນກໍເຮັດໃຫ້ຈິດໃຈຂອງພວກເຂົາເບີກບານຂຶ້ນທັນທີ. ເມື່ອບາງຄົນເຫັນເຮົາ, ພວກເຂົາກໍມັກຈະເວົ້າວ່າ “ຂ້ອຍຮຽນຈົບປະລິນຍາຕີ ແລະ ຮຽນຈົບສາຂາປັດຊະຍາ. ເຈົ້າເດຮຽນຫຍັງ?” ເຮົາເວົ້າວ່າ “ເຮົາບໍ່ໄດ້ຮຽນວິຊາສະເພາະໃດໆ; ເຮົາພຽງແຕ່ສາມາດເຂົ້າໃຈຕົວອັກສອນບໍ່ເທົ່າໃດຕົວ ແລະ ອ່ານປຶ້ມໄດ້”. ພວກເຂົາເວົ້າວ່າ “ຄັນຊັ້ນ ເຈົ້າກໍບໍ່ໄດ້ມາດຕະຖານ”. ເຮົາຕອບວ່າ “ການປຽບທຽບສິ່ງນີ້ມັນບໍ່ມີປະໂຫຍດ, ແຕ່ໃຫ້ພວກເຮົາໂອ້ລົມກັນຈັກໜ້ອຍໜຶ່ງ, ຕອນນີ້ ເຈົ້າມີຄວາມຫຍຸ້ງຍາກຫຍັງບໍ?” ພວກເຂົາຕອບແນວໃດ? “ຮຶ, ຂ້ອຍຈະມີຄວາມຫຍຸ້ງຍາກຫຍັງ? ຂ້ອຍບໍ່ມີຄວາມຫຍຸ້ງຍາກຫຍັງເລີຍ. ຂ້ອຍກຳລັງປະຕິບັດໜ້າທີ່ຂອງຂ້ອຍໄດ້ດີຫຼາຍ!” ເມື່ອໂອ້ລົມຄວາມຈິງກັບພວກເຂົາ, ພວກເຂົາກໍໝົດຄວາມສົນໃຈ, ຫາວນອນ ແລະ ນ້ຳຕາໄຫຼ, ຄືກັບວ່າຖືກຜີເຂົ້າ. ຖ້າເຮົາສືບຕໍ່ເປີດໂປງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ພວກເຂົາກໍພຽງແຕ່ຈັບເອົາຈອກຂອງພວກເຂົາ ແລ້ວກໍຍ່າງໜີໄປ, ໂດຍບໍ່ຢາກຟັງອີກຕໍ່ໄປ. ຍິ່ງເຮົາພະຍາຍາມເຂົ້າຫາກັນ ແລະ ສົນທະນາກັບພວກເຂົາຢ່າງເທົ່າທຽມຫຼາຍສໍ່າໃດ, ພວກເຂົາກໍຍິ່ງດູຖູກເຮົາຫຼາຍສໍ່ານັ້ນ. ນີ້ບໍ່ແມ່ນການບໍ່ເຫັນຄຸນຄ່າຂອງຄວາມຫວັງດີບໍ? ມີຄົນຜູ້ໜຶ່ງທີ່ຮູ້ວິທີຂັບລົດ. ເຮົາຖາມວ່າ “ເຈົ້າຂັບລົດມາໄດ້ຈັກປີແລ້ວ?” ລາວເວົ້າວ່າ “ຂ້ອຍຊື້ລົດຫຼັງຈາກທີ່ຂ້ອຍເຮັດວຽກໄດ້ສອງປີ ຫຼັງຈາກຮຽນຈົບວິທະຍາໄລ”. ເຮົາເວົ້າວ່າ “ຄັນຊັ້ນ ເຈົ້າກໍຂັບລົດມາໄດ້ຫຼາຍປີແລ້ວ. ເຮົາຍັງບໍ່ຮູ້ວິທີຂັບລົດເລີຍ”. ການເວົ້າແບບນີ້ບໍ່ແມ່ນການເຂົ້າຫາກັນຢ່າງເທົ່າທຽມບໍ? ມັນບໍ່ແມ່ນການສົນທະນາຂອງຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິບໍ? (ແມ່ນແລ້ວ, ມັນແມ່ນ.) ຫຼັງຈາກທີ່ໄດ້ຍິນເລື່ອງນີ້, ລາວກໍເວົ້າວ່າ “ຫະ? ເຈົ້າຍັງບໍ່ຮູ້ວິທີຂັບລົດບໍ? ຄັນຊັ້ນ ເຈົ້າເຮັດຫຍັງໄດ້ແດ່?” ເຮົາເວົ້າວ່າ “ເຮົາເຮັດຫຍັງບໍ່ໄດ້ຫຼາຍດອກ. ເຮົາພຽງແຕ່ຮູ້ວິທີນັ່ງໃນລົດ”. ເຮົາຖາມລາວວ່າ “ຕອນນີ້ ເຈົ້າກຳລັງປະຕິບັດໜ້າທີ່ຫຍັງຢູ່?” ລາວເວົ້າວ່າ “ຂ້ອຍເຮັດວຽກດ້ານການເງິນ ແລະ ການບັນຊີ. ໃນຫົວຂອງຂ້ອຍມີແຕ່ຕົວເລກ. ຕອນຮຽນຢູ່ວິທະຍາໄລ, ຂ້ອຍເກັ່ງເລກ ແລະ ເກັ່ງວິທະຍາສາດທີ່ສຸດ. ຂ້ອຍມີສັກກະຍະພາບທີ່ຈະເຂົ້າຮຽນຢູ່ມະຫາວິທະຍາໄລຊິງຫົວ ຫຼື ມະຫາວິທະຍາໄລປັກກິ່ງ”. ເຮົາເວົ້າວ່າ “ເຮົາບໍ່ເກັ່ງເລກເລີຍ. ຕົວເລກເຮັດໃຫ້ເຮົາເຈັບຫົວ. ເຮົາມັກສຶກສາຄຳເວົ້າ, ຮຽນຮູ້ຄຳສັບ, ຫຍັງປະມານນັ້ນ”. ລາວເວົ້າວ່າ “ການຮຽນຮູ້ສິ່ງນັ້ນມັນບໍ່ມີປະໂຫຍດດອກ. ຄົນທີ່ຮຽນສາຍສິລະປະສາດໂດຍທົ່ວໄປແລ້ວບໍ່ມີອະນາຄົດ”. ເບິ່ງສິ່ງທີ່ລາວເວົ້າແມ. ມັນມີເຫດຜົນທີ່ປົກກະຕິຂອງມະນຸດບໍ? (ບໍ່, ມັນບໍ່ມີ.) ເມື່ອເຮົາເວົ້າ ແລະ ພົວພັນກັບລາວດ້ວຍທ່າທີທີ່ໃຈເຢັນ ແລະ ເປັນມິດແບບນັ້ນ, ລາວກໍບໍ່ສາມາດປະຕິບັດຕໍ່ເລື່ອງດັ່ງກ່າວຢ່າງຖືກຕ້ອງໄດ້. ໃນທາງກົງກັນຂ້າມ, ລາວດູຖູກເຮົາ ແລະ ດູແຄນເຮົາ. ຖ້າລາວພົບກັບຄົນທີ່ມີສະຖານະ ຫຼື ຄວາມຮູ້, ມັນກໍອາດຈະແຕກຕ່າງອອກໄປ. ຫຼັງຈາກທີ່ໄດ້ໃຊ້ເວລາຮ່ວມກັນມາໄລຍະໜຶ່ງ, ລາວຈະເລີ່ມຮູ້ສຶກວ່າ “ຂ້ອຍເລີ່ມຄຸ້ນເຄີຍກັບພຣະເຈົ້າແລ້ວ, ໄດ້ລົມກັບພຣະອົງ ແລະ ໄດ້ພົວພັນກັບພຣະອົງ”. ລາວຄົງຈະຄິດວ່າຕອນນີ້ລາວມີຕົ້ນທຶນແລ້ວ. ດ້ວຍເຫດນັ້ນ, ນ້ຳສຽງຂອງລາວກໍຈະປ່ຽນໄປ. ຄັ້ງໜຶ່ງ ເຮົາຖາມລາວວ່າ “ເຮົາໄດ້ຍິນວ່າບາງຄົນບໍ່ຢາກປະຕິບັດໜ້າທີ່ຂອງພວກເຂົາອີກຕໍ່ໄປ ແລະ ຢາກກັບບ້ານ. ຄົນຜູ້ນັ້ນໄດ້ກັບບ້ານແລ້ວບໍ?” ລາວຕອບວ່າ “ໂອ້, ຄົນຜູ້ນັ້ນບໍ? ລາວບໍ່ເຄີຍຕັ້ງໃຈທີ່ຈະກັບບ້ານເລີຍ!” ນີ້ແມ່ນນ້ຳສຽງແບບໃດ? ມັນປ່ຽນໄປບໍ? ເມື່ອເຮົາພົບລາວຄັ້ງທຳອິດ, ລາວຮູ້ສຶກວ່າລາວບໍ່ສາມາດເຂົ້າໃຈເຮົາໄດ້: ລາວມີຄວາມເຄົາລົບ ແລະ ປະພຶດຕົນດີ, ໂດຍຮັກສາທ່າທີທີ່ຖ່ອມຕົວ. ຕອນນີ້ ລາວຄຸ້ນເຄີຍຫຼາຍຂຶ້ນແລ້ວ, ລາວກໍເລີ່ມສະແດງຄວາມອວດດີອອກມາ. ນີ້ແມ່ນນ້ຳສຽງແບບໃດ? ລາວມີທ່າທີທ້າທາຍ, ເສີຍເມີຍ, ບໍ່ໃສ່ໃຈ ແລະ ມີທັດສະນະຄະຕິທີ່ດູຖູກ ແລະ ຈອງຫອງເລັກນ້ອຍໃນຂະນະທີ່ລາວເວົ້າກັບເຮົາ. ນີ້ແມ່ນອຸປະນິໄສປະເພດໃດ? ມັນຄືຄວາມຊົ່ວຊ້າ. ນີ້ແມ່ນຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິບໍ? (ບໍ່, ບໍ່ແມ່ນ.) ຄົນທຳມະດາທີ່ປົກກະຕິສາມາດສື່ສານ ແລະ ສົນທະນາກັບເຈົ້າໄດ້ຕາມປົກກະຕິ, ມັນເປັນເລື່ອງທີ່ປົກກະຕິທີ່ສຸດ. ຖ້າພວກເຂົາຂົ່ມເຫັງເຈົ້າ, ກົດຂີ່ເຈົ້າ ຫຼື ດູຖູກເຈົ້າ, ມັນຈະຮູ້ສຶກແນວໃດ? ການປະຕິບັດຕໍ່ເຈົ້າແບບນີ້ສະແດງໃຫ້ເຫັນເຖິງຄວາມເປັນມະນຸດທີ່ປົກກະຕິໃດໆໃນຕົວພວກເຂົາບໍ? ບອກເຮົາມາເບິ່ງ, ຖ້າຄົນແບບນີ້ພົບກັບບຸກຄົນທີ່ມີຊື່ສຽງລະດັບໂລກ, ຄົນທີ່ມີສະຖານະ ແລະ ຊື່ສຽງ ຫຼື ຫົວໜ້າ ຫຼື ຜູ້ບັງຄັບບັນຊາຂອງພວກເຂົາ, ພວກເຂົາຈະກ້າເຂົ້າຫາຄົນເຫຼົ່ານັ້ນດ້ວຍວິທີນີ້ບໍ? ພວກເຂົາຄົງຈະບໍ່ກ້າ. ພວກເຂົາຄົງຈະຟ້າວຂາບລົງທັນທີ, ໂດຍຕ້ອງໃຊ້ຄຳນຳໜ້າເຊັ່ນ: ຜູ້ໃຕ້ບັງຄັບບັນຊາ, ລູກນ້ອງ, ຄົນຮັບໃຊ້, ຄົນຕ່ຳຕ້ອຍ, ສາມັນຊົນ ຫຼື ປະຊາຊົນທຳມະດາ ເພື່ອອ້າງເຖິງຕົນເອງ ແລະ ສົນທະນາກັບຄົນເຫຼົ່ານີ້. ໃນທ່າມກາງຜູ້ບໍ່ເຊື່ອ, ເຈົ້າໜ້າທີ່ລະດັບສູງຈະຢຽບຢໍ່າຄົນທີ່ຢູ່ໃຕ້ອຳນາດຂອງພວກເຂົາ ແລະ ໃນຖານະທີ່ເຈົ້າເປັນຄົນບໍ່ມີຊື່ສຽງ, ໃຜຈະມາສົນທະນາກັບເຈົ້າດ້ວຍທ່າທີທີ່ໃຈເຢັນ ແລະ ເປັນມິດ? ເຖິງແມ່ນວ່າພວກເຂົາຈະເວົ້າກັບເຈົ້າເປັນບາງຄັ້ງຄາວເມື່ອພວກເຂົາມີຄວາມສຸກ, ພວກເຂົາກໍບໍ່ໄດ້ໃຫ້ກຽດເຈົ້າ; ພວກເຂົາປະຕິບັດຕໍ່ເຈົ້າຄືກັບສິ່ງທີ່ຕ່ຳກວ່າມະນຸດ, ໂດຍເຕະເຈົ້າໄປມາໂດຍບໍ່ມີເຫດຜົນ. ເມື່ອເຮົາເວົ້າ ແລະ ລົມກັບຄົນຜູ້ນັ້ນດ້ວຍທ່າທີທີ່ໃຈເຢັນ ແລະ ເປັນມິດ, ເຮົາບໍ່ພຽງແຕ່ບໍ່ໄດ້ຮັບການຕອບຮັບທີ່ດີເທົ່ານັ້ນ, ແຕ່ເຮົາຍັງປະເຊີນກັບການລັງກຽດ, ການດູຖູກ, ການເຍາະເຍີ້ຍ ແລະ ການສຽດສີອີກດ້ວຍ. ມັນເປັນເພາະວ່າມັນມີບາງຢ່າງຜິດປົກກະຕິກ່ຽວກັບວິທີການທີ່ເຮົາພົວພັນກັບຄົນຜູ້ນັ້ນ ຫຼື ເປັນບັນຫາກ່ຽວກັບອຸປະນິໄສຂອງພວກເຂົາບໍ? (ມັນເປັນເພາະວ່າອຸປະນິໄສຂອງຄົນຜູ້ນັ້ນອວດດີເກີນໄປ.) ຖືກຕ້ອງ, ເຮົາກໍຄິດແບບນັ້ນມາຕະຫຼອດ. ເຮົາປະຕິບັດຕໍ່ທຸກຄົນດ້ວຍວິທີການດຽວກັນ, ແລ້ວເປັນຫຍັງບາງຄົນຈຶ່ງຕອບສະໜອງຢ່າງຖືກຕ້ອງ ໃນຂະນະທີ່ຄົນອື່ນພັດບໍ່ຕອບສະໜອງ? ໂດຍທົ່ວໄປແລ້ວ ຄົນເຮົາສາມາດແບ່ງອອກເປັນສອງປະເພດຄື: ຜູ້ທີ່ມີຄວາມເປັນມະນຸດທີ່ຮູ້ຈັກເຄົາລົບຄົນອື່ນ, ເຂົ້າໃຈຄວາມສຳພັນຂອງພວກເຂົາກັບພຣະເຈົ້າ ແລະ ຮູ້ວ່າພວກເຂົາແມ່ນໃຜ ແລະ ຜູ້ທີ່ຊົ່ວຊ້າ ແລະ ອວດດີ, ເຊິ່ງຂາດຄວາມຮູ້ກ່ຽວກັບຕົນເອງ. ບອກເຮົາມາເບິ່ງ, ເຈົ້າຈະເອີ້ນສິ່ງທີ່ສວມໜັງມະນຸດແຕ່ບໍ່ຮູ້ວ່າຕົນເອງແມ່ນໃຜວ່າແນວໃດ? ນັ້ນຄືສັດເດຍລະສານທີ່ບໍ່ມີເຫດຜົນ. ອີກຄັ້ງໜຶ່ງ, ເຮົາຖາມລາວວ່າ “ເລື່ອງທີ່ເຮົາສັ່ງໃຫ້ເຈົ້າຈັດການເມື່ອສອງສາມມື້ກ່ອນເປັນແນວໃດ? ເຈົ້າໄດ້ຈັດການສິ່ງເຫຼົ່ານັ້ນແລ້ວບໍ?” ລາວຕອບວ່າ “ເຈົ້າກຳລັງເວົ້າເຖິງເລື່ອງຫຍັງ?” ເຮົາເວົ້າວ່າ “ເລື່ອງສອງສາມຢ່າງນັ້ນ, ພວກເຈົ້າໄດ້ຈັດການພວກມັນແລ້ວບໍ? ພວກມັນຖືກຈັດການແລ້ວບໍ?” ເຮົາເຕືອນລາວສອງຄັ້ງ ແລະ ໃນທີ່ສຸດ ລາວກໍຈື່ໄດ້ວ່າ “ໂອ້, ເຈົ້າກຳລັງເວົ້າເຖິງເລື່ອງເຫຼົ່ານັ້ນບໍ? ພວກມັນຖືກຈັດການດົນແລ້ວ”. ຄຳທຳອິດທີ່ວ່າ “ໂອ້” ສື່ເຖິງນ້ຳສຽງແບບໃດ? ມັນເປັນນ້ຳສຽງທີ່ດູຖູກອີກຄັ້ງ, ທຳມະຊາດແບບມານຮ້າຍຂອງລາວປາກົດອອກມາອີກຄັ້ງ. ທຳມະຊາດຂອງລາວຍັງຄົງບໍ່ປ່ຽນແປງ; ລາວກໍເປັນຄົນຕ່ຳຊ້າແບບນັ້ນແຫຼະ. ເຮົາສືບຕໍ່ຖາມລາວວ່າລາວຈັດການມັນແນວໃດ ແລະ ລາວກໍຕອບວ່າ “ບາງຄົນກວດເບິ່ງມັນແລ້ວ ແລະ ຈັດການມັນແບບນັ້ນແຫຼະ”, ໂດຍບໍ່ມີລາຍລະອຽດເພີ່ມເຕີມ. ຖ້າເຮົາພະຍາຍາມຖາມຫາລາຍລະອຽດເພີ່ມເຕີມ, ເຖິງແມ່ນວ່າເຮົາຈະເຈາະຈີ້ມຖາມ, ເຮົາກໍຄົງຈະບໍ່ໄດ້ຫຍັງເລີຍ. ເຮົາສັ່ງໃຫ້ລາວຈັດການວຽກງານໜຶ່ງ; ເຮົາບໍ່ມີສິດທີ່ຈະໄດ້ຮັບແຈ້ງໃຫ້ຊາບບໍ? (ມີ.) ແລ້ວຄວາມຮັບຜິດຊອບຂອງລາວແມ່ນຫຍັງ? ຫຼັງຈາກທີ່ຮັບວຽກງານຈາກເຮົາແລ້ວ, ລາວບໍ່ຈຳເປັນຕ້ອງລາຍງານກັບຄືນມາບໍວ່າລາວຈັດການມັນແນວໃດ? (ຈຳເປັນ.) ແຕ່ລາວບໍ່ໄດ້ລາຍງານກັບຄືນມາ ແລະ ເຮົາກໍບໍ່ສາມາດໄດ້ຮັບການອັບເດດໃດໆເລີຍຕະຫຼອດໄລຍະເວລານັ້ນ. ເຮົາພຽງແຕ່ສາມາດສົ່ງຄົນໄປສອບຖາມວ່າເລື່ອງນີ້ຖືກຈັດການແນວໃດ, ແຕ່ກໍຍັງບໍ່ມີການຕອບຮັບ. ໃນໃຈຂອງເຮົາ, ເຮົາຄິດວ່າ “ຕົກລົງ, ເຮົາຈະຈື່ເຈົ້າໄວ້. ເຈົ້າບໍ່ໜ້າໄວ້ໃຈ. ເຮົາບໍ່ສາມາດມອບໝາຍຫຍັງໃຫ້ເຈົ້າໄດ້. ເຈົ້າຂາດຄວາມໜ້າເຊື່ອຖືເກີນໄປ!” ນີ້ແມ່ນມານຮ້າຍປະເພດໃດ? ອຸປະນິໄສຂອງຄົນແບບນັ້ນແມ່ນຫຍັງ? ຄວາມຊົ່ວຊ້າ. ເມື່ອເຈົ້າປະຕິບັດຕໍ່ລາວຢ່າງເທົ່າທຽມ, ສົນທະນາເລື່ອງຕ່າງໆກັບລາວຢ່າງສຸພາບ ແລະ ພະຍາຍາມເປັນມິດ, ລາວຮັບຮູ້ມັນແນວໃດ? ລາວເຫັນວ່າມັນເປັນຄວາມໄຮ້ຄວາມສາມາດ ແລະ ຄວາມອ່ອນແອຂອງເຈົ້າ, ເຫັນວ່າເຈົ້າເປັນຄົນທີ່ຖືກຂົ່ມເຫັງໄດ້ງ່າຍ. ນີ້ບໍ່ແມ່ນຄວາມຊົ່ວຊ້າບໍ? (ແມ່ນແລ້ວ, ມັນແມ່ນ.) ມັນຄືຄວາມຊົ່ວຊ້າທີ່ບໍລິສຸດ. ເຖິງແມ່ນວ່າຄົນຊົ່ວຊ້າປະເພດນີ້ຈະບໍ່ໄດ້ມີຢູ່ທົ່ວໄປ, ແຕ່ພວກເຂົາກໍມີຢູ່ໃນທຸກຄຣິສຕະຈັກ. ໃຈຂອງພວກເຂົານັ້ນແຂງກະດ້າງ, ອວດດີ, ເບື່ອໜ່າຍຄວາມຈິງ ແລະ ອຸປະນິໄສຂອງພວກເຂົາກໍໂຫດຮ້າຍ. ອຸປະນິໄສ ແລະ ພຶດຕິກຳເຫຼົ່ານີ້ແຫຼະທີ່ຢືນຢັນວ່າຄົນແບບນີ້ຊົ່ວຊ້າ. ພວກເຂົາບໍ່ພຽງແຕ່ບໍ່ມັກດ້ານບວກຂອງຄວາມເປັນມະນຸດທີ່ປົກກະຕິເຊັ່ນ: ຄວາມເມດຕາ, ຄວາມອົດທົນ, ຄວາມໃຈເຢັນ ແລະ ຄວາມຮັກເທົ່ານັ້ນ, ແຕ່ກົງກັນຂ້າມ ພວກເຂົາກັບມີການແບ່ງແຍກ ແລະ ການດູຖູກຢູ່ໃນໃຈຂອງພວກເຂົາ. ສິ່ງທີ່ຢູ່ໃນສ່ວນເລິກຂອງຫົວໃຈຂອງຄົນເຫຼົ່ານັ້ນແມ່ນຫຍັງ? ຄວາມຊົ່ວຊ້າ. ພວກເຂົາຊົ່ວຊ້າຢ່າງສຸດຂີດ! ນີ້ແມ່ນອີກການສະແດງອອກໜຶ່ງຂອງຄວາມຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ.

ມື້ນີ້ ເນື້ອຫາຂອງການໂອ້ລົມຂອງພວກເຮົາກ່ຽວກັບການສະແດງອອກທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສນັ້ນຂ້ອນຂ້າງແຕກຕ່າງຈາກການໂອ້ລົມສອງຄັ້ງກ່ອນໜ້ານີ້ ແລະ ແຕ່ລະຄັ້ງກໍເນັ້ນໜັກໃສ່ດ້ານໃດໜຶ່ງ. ບອກເຮົາມາເບິ່ງ, ໃນສ່ວນເລິກຂອງຫົວໃຈຂອງຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາຍົກຍ້ອງຄວາມຮູ້, ການຮຽນຮູ້, ພອນສະຫວັນ ແລະ ຄວາມສາມາດພິເສດ, ພວກເຂົາຮູ້ສຶກຍົກຍ້ອງສິ່ງເຫຼົ່ານີ້ຢ່າງເລິກເຊິ່ງ, ແລ້ວພວກເຂົາມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າບໍ? (ບໍ່, ພວກເຂົາບໍ່ມີ.) ບາງຄົນອາດຈະເວົ້າວ່າ ເມື່ອເວລາຜ່ານໄປ ພວກເຂົາອາດຈະປ່ຽນແປງ. ພວກເຂົາຈະປ່ຽນແປງບໍ? ບໍ່, ພວກເຂົາຈະບໍ່ປ່ຽນແປງ, ພວກເຂົາປ່ຽນແປງບໍ່ໄດ້. ມັນຢູ່ໃນທຳມະຊາດຂອງພວກເຂົາທີ່ຈະລັງກຽດຄວາມຖ່ອມຕົວ ແລະ ຄວາມລີ້ລັບຂອງພຣະເຈົ້າ, ຄວາມຮັກທີ່ແທ້ຈິງຂອງພຣະອົງ, ຄວາມຊື່ສັດຂອງພຣະອົງ ແລະ ຄວາມເມດຕາ ແລະ ການເບິ່ງແຍງຂອງພຣະອົງທີ່ມີຕໍ່ມະນຸດ. ມີຫຍັງອີກ? ພວກເຂົາລັງກຽດຄວາມເປັນປົກກະຕິ ແລະ ຄວາມສໍາພັນກັບຊີວິດຈິງຂອງພຣະເຈົ້າທີ່ດຳລົງຊີວິດຢູ່ໃນທ່າມກາງມະນຸດ ແລະ ຍິ່ງໄປກວ່ານັ້ນ ພວກເຂົາກຽດຊັງຄວາມຈິງທັງໝົດທີ່ບໍ່ມີຄວາມກ່ຽວຂ້ອງກັບຄວາມຮູ້, ການຮຽນຮູ້, ວິທະຍາສາດ ແລະ ພອນສະຫວັນ. ຄົນແບບນັ້ນຈະສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ບໍ? (ບໍ່, ພວກເຂົາບໍ່ສາມາດ.) ເປັນຫຍັງພວກເຂົາຈຶ່ງບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້? ເພາະວ່ານີ້ບໍ່ແມ່ນການເປີດເຜີຍຊົ່ວຄາວຂອງອຸປະນິໄສທີ່ເສື່ອມຊາມບາງຢ່າງ; ມັນຄືການເປີດເຜີຍແກ່ນແທ້ທຳມະຊາດຂອງພວກເຂົາ. ບໍ່ວ່າຄົນອື່ນຈະແນະນຳພວກເຂົາແນວໃດ ຫຼື ຈະໂອ້ລົມຄວາມຈິງໃຫ້ພວກເຂົາຟັງຫຼາຍສໍ່າໃດກໍຕາມ, ບໍ່ມີສິ່ງໃດໃນນີ້ທີ່ຈະສາມາດປ່ຽນແປງພວກເຂົາໄດ້. ນີ້ບໍ່ແມ່ນວຽກອະດິເລກຊົ່ວຄາວ, ແຕ່ເປັນຄວາມຕ້ອງການທີ່ຝັງເລິກຢູ່ໃນຕົວພວກເຂົາສຳລັບສິ່ງເຫຼົ່ານີ້. ຍ້ອນວ່າພວກເຂົາຕ້ອງການຄວາມຮູ້, ການຮຽນຮູ້, ພອນສະຫວັນ ແລະ ຄວາມສາມາດພິເສດຢ່າງແນ່ນອນ, ສິ່ງນີ້ຈຶ່ງອະນຸຍາດໃຫ້ພວກເຂົາຍົກຍ້ອງສິ່ງເຫຼົ່ານີ້. ການຍົກຍ້ອງໝາຍຄວາມວ່າແນວໃດ? ມັນໝາຍເຖິງການເຕັມໃຈທີ່ຈະຕິດຕາມ ແລະ ໄຂວ່ຄວ້າເອົາສິ່ງເຫຼົ່ານີ້ມາໃຫ້ໄດ້ ບໍ່ວ່າຈະຕ້ອງແລກດ້ວຍຫຍັງກໍຕາມ, ນັ້ນຄືສິ່ງທີ່ການຍົກຍ້ອງສື່ເຖິງ. ເພື່ອທີ່ຈະໄດ້ສິ່ງເຫຼົ່ານີ້ມາ, ພວກເຂົາເຕັມໃຈທີ່ຈະທົນທຸກ ແລະ ຈ່າຍລາຄາໃດກໍຕາມເພື່ອໃຫ້ໄດ້ພວກມັນມາ, ເພາະສິ່ງເຫຼົ່ານີ້ຄືສິ່ງທີ່ພວກເຂົາຍົກຍ້ອງ. ບາງຄົນເຖິງຂັ້ນເວົ້າວ່າ “ບໍ່ວ່າພຣະເຈົ້າຈະຂໍໃຫ້ຂ້ອຍເຮັດຫຍັງກໍຕາມ, ມັນກໍບໍ່ເປັນຫຍັງ. ຂ້ອຍສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້, ຕາບໃດທີ່ພຣະອົງບໍ່ຮຽກຮ້ອງໃຫ້ຂ້ອຍໄລ່ຕາມຄວາມຈິງ”. ພວກເຂົາຫວັງໃຫ້ເປັນແບບນີ້. ຄົນເຫຼົ່ານີ້ຈະບໍ່ມີວັນຍອມຮັບພຣະທຳຂອງພຣະເຈົ້າວ່າເປັນຄວາມຈິງ; ເຖິງແມ່ນວ່າພວກເຂົາຈະນັ່ງຟັງຄຳເທດສະໜາ ແລະ ອ່ານພຣະທຳຂອງພຣະເຈົ້າຢ່າງສະຫງົບ, ສິ່ງທີ່ພວກເຂົາໄດ້ຮັບຈາກສິ່ງເຫຼົ່ານີ້ກໍບໍ່ແມ່ນຄວາມຈິງ. ນີ້ເປັນຍ້ອນວ່າພວກເຂົາມັກຈະວັດແທກພຣະທຳຂອງພຣະເຈົ້າກັບຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງມະນຸດຢູ່ສະເໝີ, ໂດຍສຶກສາພຣະທຳຂອງພຣະເຈົ້າໂດຍໃຊ້ຄວາມຮູ້ທາງເທວະວິທະຍາ, ເຊິ່ງເຮັດໃຫ້ມັນເປັນໄປບໍ່ໄດ້ສຳລັບພວກເຂົາທີ່ຈະໄດ້ຮັບຄວາມຈິງ. ພວກເຂົາຫວັງທີ່ຈະໄດ້ຮັບຄວາມຮູ້, ການຮຽນຮູ້ ແລະ ຂໍ້ມູນ ຫຼື ຄວາມລຶກລັບບາງຢ່າງຈາກພຣະທຳຂອງພຣະເຈົ້າ, ເຊິ່ງເປັນການຮຽນຮູ້ບາງຢ່າງທີ່ພວກເຂົາປາຖະໜາ ແລະ ສະແຫວງຫາ, ເຊິ່ງເປັນສິ່ງທີ່ມວນຊົນບໍ່ຮູ້ຈັກ. ຫຼັງຈາກທີ່ໄດ້ຮັບການຮຽນຮູ້ນີ້ ເຊິ່ງເປັນສິ່ງທີ່ຜູ້ຄົນບໍ່ຮູ້ຈັກແລ້ວ, ພວກເຂົາກໍທ່ຽວອວດອ້າງມັນໄປທົ່ວ, ໂດຍຫວັງຢ່າງລົມໆແລ້ງໆທີ່ຈະປະກອບ ແລະ ຫຸ້ມຫໍ່ຕົວພວກເຂົາເອງດ້ວຍການຮຽນຮູ້ ແລະ ຄວາມຮູ້ນີ້ ເພື່ອໃຫ້ພວກເຂົາສາມາດດຳລົງຊີວິດທີ່ໜ້ານັບຖື ແລະ ມີໜ້າມີຕາຫຼາຍຂຶ້ນ, ມີກຽດສັກສີ ແລະ ມີສະຖານະໃນທ່າມກາງຜູ້ຄົນຫຼາຍຂຶ້ນ ແລະ ເຮັດໃຫ້ຜູ້ຄົນເຊື່ອໃນພວກເຂົາຫຼາຍຂຶ້ນ ແລະ ບູຊາພວກເຂົາຫຼາຍຂຶ້ນ. ສະນັ້ນ, ພວກເຂົາຈຶ່ງໂອ້ອວດຢ່າງບໍ່ຮູ້ອິດເມື່ອຍກ່ຽວກັບສິ່ງສຳຄັນບາງຢ່າງທີ່ພວກເຂົາໄດ້ເຮັດ, ສິ່ງທີ່ພວກເຂົາຖືວ່າສະຫງ່າລາສີ, ພ້ອມທັງສິ່ງທີ່ພວກເຂົາເຊື່ອວ່າໜ້າພາກພູມໃຈ, ເຊິ່ງພວກເຂົາສາມາດໂອ້ອວດ ແລະ ໃຊ້ເພື່ອອວດຄວາມສາມາດ ແລະ ຄວາມເປັນເອກະລັກຂອງພວກເຂົາເອງ. ບໍ່ວ່າພວກເຂົາຈະໄປໃສ, ພວກເຂົາກໍເທດສະໜາທິດສະດີຊຸດດຽວກັນ. ບໍ່ວ່າຄົນເຫຼົ່ານີ້ຈະອ່ານພຣະທຳຂອງພຣະເຈົ້າ ຫຼື ເຂົ້າຮ່ວມການເຕົ້າໂຮມ ແລະ ຟັງຄຳເທດສະໜາແນວໃດກໍຕາມ, ພວກເຂົາກໍບໍ່ສາມາດເຂົ້າໃຈຄວາມຈິງໄດ້. ເຖິງແມ່ນວ່າພວກເຂົາຈະກຳແໜ້ນຄວາມຈິງໄດ້ເລັກນ້ອຍ, ພວກເຂົາກໍຈະບໍ່ປະຕິບັດມັນຢ່າງແນ່ນອນ. ນີ້ຄືແກ່ນແທ້ຂອງຄົນແບບນັ້ນ ແລະ ມັນເປັນສິ່ງທີ່ບໍ່ມີໃຜສາມາດປ່ຽນແປງໄດ້. ນີ້ເປັນຍ້ອນວ່າ ພວກເຂົາມີບາງສິ່ງທີ່ຕິດໂຕມາແຕ່ກຳເນີດ ເຊິ່ງຄົນອື່ນບໍ່ມີ ແລະ ສິ່ງທີ່ພວກເຂົາຮັກນັ້ນກໍກ່ຽວຂ້ອງກັບແກ່ນແທ້ທີ່ຊົ່ວຊ້າຂອງພວກເຂົາ, ນີ້ຄືຂໍ້ບົກພ່ອງທີ່ຮ້າຍແຮງຂອງພວກເຂົາ. ພວກເຂົາຖືກກຳນົດໄວ້ແລ້ວວ່າຈະບໍ່ຍອມຮັບຄວາມຈິງ, ຖືກກຳນົດໃຫ້ຕິດຕາມເສັ້ນທາງຂອງໂປໂລ ແລະ ຖືກກຳນົດໃຫ້ຕໍ່ຕ້ານຄວາມຈິງ ແລະ ພຣະເຈົ້າຈົນເຖິງທີ່ສຸດ. ເປັນຫຍັງຈຶ່ງເປັນແນວນັ້ນ? ເພາະວ່າພວກເຂົາບໍ່ຮັກຄວາມຈິງ; ພວກເຂົາຈະບໍ່ມີວັນຍອມຮັບມັນ.

ພວກເຈົ້າເຄີຍປະສົບກັບຄວາມຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ພວກເຈົ້າມີຄົນແບບນີ້ຢູ່ອ້ອມຂ້າງພວກເຈົ້າບໍ? ພວກເຈົ້າເຄີຍຕິດຕໍ່ພົວພັນກັບຄົນແບບນັ້ນບໍ? ເປັນຫຍັງພວກເຮົາຈຶ່ງໃຊ້ເວລາໃນການເຕົ້າໂຮມຫຼາຍຄັ້ງເພື່ອສົນທະນາກ່ຽວກັບຫົວຂໍ້ນີ້? ໂດຍປົກກະຕິແລ້ວ, ເມື່ອຜູ້ຄົນເວົ້າເຖິງການຮູ້ຈັກຕົນເອງ, ເຮົາມັກຈະໄດ້ຍິນພວກເຂົາກ່າວເຖິງອຸປະນິໄສຂອງຄວາມອວດດີ, ຄວາມຖືຕົນວ່າຊອບທຳ ແລະ ການຫຼອກລວງ. ເຖິງຢ່າງໃດກໍຕາມ, ມັນຫາຍາກທີ່ຈະໄດ້ຍິນຜູ້ຄົນເວົ້າກ່ຽວກັບຄວາມຊົ່ວຊ້າ. ຕອນນີ້ ໃນຂະນະທີ່ພວກເຮົາໂອ້ລົມກ່ຽວກັບອຸປະນິໄສທີ່ຊົ່ວຊ້າ, ເຮົາມັກຈະໄດ້ຍິນຜູ້ຄົນເວົ້າວ່າອຸປະນິໄສຂອງບາງຄົນນັ້ນຊົ່ວຊ້າ. ເບິ່ງຄືວ່າພວກເຈົ້າໄດ້ຮັບຄວາມເຂົ້າໃຈບາງຢ່າງແລ້ວ. ໃນອະດີດ, ເມື່ອຜູ້ຄົນເວົ້າເຖິງການຮູ້ຈັກຕົນເອງ, ພວກເຂົາມັກຈະຍົກເອົາເລື່ອງຄວາມອວດດີຂຶ້ນມາເວົ້າສະເໝີ. ເມື່ອເບິ່ງໃນຕອນນີ້, ອຸປະນິໄສໃດທີ່ຮ້າຍແຮງກວ່າກັນ, ຄວາມອວດດີ ຫຼື ຄວາມຊົ່ວຊ້າ? (ຄວາມຊົ່ວຊ້າ.) ຖືກຕ້ອງ. ໃນອະດີດ, ຜູ້ຄົນບໍ່ໄດ້ຮັບຮູ້ເຖິງຄວາມຮ້າຍແຮງຂອງບັນຫາເລື່ອງຄວາມຊົ່ວຊ້າ. ໃນຄວາມເປັນຈິງແລ້ວ, ອຸປະນິໄສ ແລະ ແກ່ນແທ້ຂອງຄວາມຊົ່ວຊ້ານັ້ນຮ້າຍແຮງກວ່າຄວາມອວດດີ. ຖ້າອຸປະນິໄສ ແລະ ແກ່ນແທ້ທຳມະຊາດຂອງຄົນຜູ້ໜຶ່ງນັ້ນຊົ່ວຊ້າຢ່າງຮຸນແຮງ, ໃຫ້ເຮົາບອກເຈົ້າໄວ້ເລີຍວ່າ ເຈົ້າຕ້ອງຫຼີກລ່ຽງການຕິດຕໍ່ພົວພັນກັບພວກເຂົາ, ຈົ່ງຮັກສາໄລຍະຫ່າງໄວ້. ຄົນແບບນັ້ນຈະບໍ່ຍ່າງໃນເສັ້ນທາງທີ່ຖືກຕ້ອງ. ເຈົ້າຈະໄດ້ຮັບຜົນປະໂຫຍດຫຍັງຈາກການຄົບຫາ ແລະ ຮັກສາການຕິດຕໍ່ພົວພັນກັບຄົນຊົ່ວຊ້າ? ຖ້າບໍ່ມີຜົນປະໂຫຍດ, ແຕ່ເຈົ້າມີ “ພູມຄຸ້ມກັນ” ເພື່ອຕໍ່ຕ້ານຄວາມຊົ່ວຊ້າຂອງພວກເຂົາ, ແລ້ວເຈົ້າກໍອາດຈະພົວພັນກັບພວກເຂົາໄດ້. ເຈົ້າມີຄວາມໝັ້ນໃຈໃນເລື່ອງນີ້ບໍ? (ບໍ່.) ເປັນຫຍັງເຈົ້າຈຶ່ງຄວນຫຼີກລ່ຽງການພົວພັນກັບຄົນແບບນັ້ນ ຖ້າເຈົ້າບໍ່ມີຄວາມໝັ້ນໃຈໃນເລື່ອງນີ້? ເພາະວ່າຢູ່ເບື້ອງຫຼັງຄວາມຊົ່ວຊ້ານັ້ນ, ມັນຍັງມີອີກສອງຢ່າງ, ນັ້ນກໍຄື ຄວາມແຝງຊົ່ວ ແລະ ການຫຼອກລວງ. ຄົນສ່ວນໃຫຍ່ທີ່ຂາດຄວາມເຂົ້າໃຈຄວາມຈິງ ແລະ ຂາດປະສົບການ ແລະ ຄວາມເຂົ້າໃຈທີ່ເລິກເຊິ່ງຈະຖືກເຮັດໃຫ້ຫຼົງຜິດໄດ້ງ່າຍ. ເຈົ້າພຽງແຕ່ຈະຖືກພວກເຂົາປາບ ແລະ ໃນທີ່ສຸດ ເຈົ້າກໍຈະກາຍເປັນຊະເລີຍຂອງພວກເຂົາ. ການກາຍເປັນຊະເລີຍຂອງພວກເຂົາສາມາດເກີດຂຶ້ນໄດ້ສອງທາງຄື: ທາງໜຶ່ງຄື ເຈົ້າບໍ່ສາມາດເອົາຊະນະພວກເຂົາໄດ້ ແລະ ເຈົ້າຮູ້ສຶກບໍ່ເຊື່ອໝັ້ນໃນໃຈຂອງເຈົ້າ, ແຕ່ດ້ວຍຄວາມຈຳເປັນ ເຈົ້າຈຶ່ງຕ້ອງຍອມຈຳນົນຕໍ່ພວກເຂົາດ້ວຍວາຈາ ຫຼື ອີກທາງໜຶ່ງຄື ເຈົ້າຖືກພວກເຂົາປາບຢ່າງສົມບູນ. ນີ້ເປັນຍ້ອນວ່າ ໃນທຳມະຊາດທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສນັ້ນ ມັນມີບາງສິ່ງບາງຢ່າງທີ່ຜູ້ຄົນບໍ່ຮູ້ຈັກຄື: ພວກເຂົາສາມາດໃຊ້ວິທີການ, ຄຳເວົ້າ, ກົນອຸບາຍ, ກົນລະຍຸດ, ຫົນທາງ ແລະ ຄຳເວົ້າທີ່ຫຼອກລວງຕ່າງໆ ເພື່ອຊັກຊວນໃຫ້ເຈົ້າຟັງພວກເຂົາ, ເພື່ອເຮັດໃຫ້ເຈົ້າເຊື່ອວ່າພວກເຂົາເປັນຝ່າຍຖືກ, ຊອບທຳ ແລະ ເປັນຝ່າຍບວກ ແລະ ເຖິງແມ່ນວ່າພວກເຂົາຈະເຮັດສິ່ງທີ່ຊົ່ວຮ້າຍ, ລະເມີດຫຼັກການຄວາມຈິງ ແລະ ເປີດເຜີຍອຸປະນິໄສທີ່ເສື່ອມຊາມອອກມາ, ໃນທີ່ສຸດ ພວກເຂົາກໍຈະພິກສະຖານະການ ແລະ ເຮັດໃຫ້ຜູ້ຄົນຄິດວ່າພວກເຂົາເປັນຝ່າຍຖືກ. ພວກເຂົາມີຄວາມສາມາດນີ້. ຄວາມສາມາດນີ້ແມ່ນຫຍັງ? ມັນຄືການເຮັດໃຫ້ຫຼົງຜິດຢ່າງຮ້າຍແຮງ. ນີ້ຄືຄວາມຊົ່ວຊ້າຂອງພວກເຂົາ, ມັນກໍຄືການທີ່ພວກເຂົາເຮັດໃຫ້ຫຼົງຜິດຢ່າງຮ້າຍແຮງ. ໃນໃຈຂອງພວກເຂົາ, ສິ່ງທີ່ພວກເຂົາມັກ, ບໍ່ມັກ, ເບື່ອໜ່າຍ ແລະ ຍົກຍ້ອງ ແລະ ບູຊານັ້ນຖືກສ້າງຂຶ້ນມາຈາກມຸມມອງທີ່ບິດເບືອນບາງຢ່າງ. ມຸມມອງເຫຼົ່ານີ້ແອບແຝງທິດສະດີຊຸດໜຶ່ງໄວ້ຢູ່ພາຍໃນ, ເຊິ່ງທັງໝົດລ້ວນແຕ່ເປັນຄຳເວົ້າທີ່ຫຼອກລວງທີ່ຟັງຂຶ້ນ ເຊິ່ງເປັນເລື່ອງຍາກສຳລັບຄົນທຳມະດາທີ່ຈະຫັກລ້າງ ເພາະພວກເຂົາບໍ່ຍອມຮັບຄວາມຈິງເລີຍ ແລະ ເຖິງຂັ້ນສາມາດເວົ້າຈາໂອ້ອວດສຳລັບຄວາມຜິດພາດຂອງພວກເຂົາເອງ. ຖ້າບໍ່ມີຄວາມເປັນຈິງຄວາມຈິງ, ເຈົ້າກໍບໍ່ສາມາດໂນ້ມນ້າວພວກເຂົາໄດ້ໂດຍການໂອ້ລົມຄວາມຈິງກັບພວກເຂົາ. ຜົນສຸດທ້າຍກໍຄື ພວກເຂົາໃຊ້ທິດສະດີທີ່ວ່າງເປົ່າຂອງພວກເຂົາເພື່ອຫັກລ້າງເຈົ້າ, ເຮັດໃຫ້ເຈົ້າເວົ້າບໍ່ອອກ, ເຮັດໃຫ້ເຈົ້າຄ່ອຍໆຍອມຈຳນົນຕໍ່ພວກເຂົາ. ຄວາມຊົ່ວຊ້າຂອງຄົນແບບນັ້ນຢູ່ບ່ອນທີ່ວ່າ ພວກເຂົາເຮັດໃຫ້ຫຼົງຜິດຢ່າງຮ້າຍແຮງ. ເຫັນໄດ້ຢ່າງຊັດເຈນວ່າ ພວກເຂົາບໍ່ມີຫຍັງເລີຍ ແລະ ເຮັດໃຫ້ທຸກໜ້າທີ່ທີ່ພວກເຂົາເຮັດນັ້ນຫຍຸ້ງຍາກ; ແຕ່ເຖິງຢ່າງນັ້ນ, ໃນທີ່ສຸດ ພວກເຂົາກໍຍັງສາມາດເຮັດໃຫ້ບາງຄົນຫຼົງຜິດຈົນບູຊາພວກເຂົາ, “ຄຸເຂົ່າ” ຢູ່ຕີນຂອງພວກເຂົາ ແລະ ເຮັດໃຫ້ຜູ້ຄົນເຊື່ອຟັງພວກເຂົາ. ຄົນປະເພດນີ້ສາມາດປ່ຽນຜິດໃຫ້ເປັນຖືກ, ປ່ຽນດຳໃຫ້ເປັນຂາວໄດ້. ພວກເຂົາສາມາດປ່ຽນຄວາມຈິງໃຫ້ເປັນຄວາມເທັດ, ປ້າຍຄວາມຜິດທີ່ພວກເຂົາເຮັດໃສ່ຄົນອື່ນ ແລະ ເອົາຜົນງານການກະທຳທີ່ດີຂອງຄົນອື່ນມາເປັນຂອງຕົນເອງ. ເມື່ອເວລາຜ່ານໄປ, ເຈົ້າກໍຈະສັບສົນ, ບໍ່ຮູ້ວ່າພວກເຂົາແມ່ນໃຜກັນແທ້. ເມື່ອຕັດສິນຈາກຄຳເວົ້າ, ການກະທຳ ແລະ ຮູບລັກສະນະຂອງພວກເຂົາ, ເຈົ້າອາດຈະຄິດວ່າ “ຄົນຜູ້ນີ້ບໍ່ທຳມະດາ; ພວກເຮົາທຽບກັບພວກເຂົາບໍ່ໄດ້!” ນີ້ບໍ່ແມ່ນການຖືກເຮັດໃຫ້ຫຼົງຜິດບໍ? ມື້ທີ່ເຈົ້າຖືກເຮັດໃຫ້ຫຼົງຜິດຄືມື້ທີ່ເຈົ້າຕົກຢູ່ໃນອັນຕະລາຍ. ຄົນປະເພດນີ້ທີ່ເຮັດໃຫ້ຄົນອື່ນຫຼົງຜິດນັ້ນບໍ່ຊົ່ວຊ້າເກີນໄປບໍ? ຜູ້ໃດກໍຕາມທີ່ຟັງຄຳເວົ້າຂອງພວກເຂົາສາມາດຖືກເຮັດໃຫ້ຫຼົງຜິດ ແລະ ຖືກລົບກວນ, ເຊິ່ງເປັນເລື່ອງຍາກທີ່ຈະຟື້ນຕົວໄດ້ໃນໄລຍະເວລາໜຶ່ງ. ອ້າຍເອື້ອຍນ້ອງບາງຄົນສາມາດແຍກແຍະພວກເຂົາໄດ້ ແລະ ເຫັນວ່າພວກເຂົາເປັນຜູ້ທີ່ເຮັດໃຫ້ຫຼົງຜິດ, ພວກເຂົາສາມາດເປີດໂປງ ແລະ ປະຕິເສດພວກເຂົາໄດ້, ແຕ່ຄົນອື່ນທີ່ຖືກເຮັດໃຫ້ຫຼົງຜິດອາດຈະເຖິງຂັ້ນປົກປ້ອງພວກເຂົາ, ໂດຍເວົ້າວ່າ “ບໍ່, ເຮືອນຂອງພຣະເຈົ້າບໍ່ຍຸຕິທຳຕໍ່ລາວ; ຂ້ອຍຕ້ອງອອກໜ້າແທນລາວ”. ບັນຫາຢູ່ນີ້ແມ່ນຫຍັງ? ເຫັນໄດ້ຢ່າງຊັດເຈນວ່າ ພວກເຂົາຖືກເຮັດໃຫ້ຫຼົງຜິດ, ແຕ່ພວກເຂົາກໍຍັງປົກປ້ອງ ແລະ ແກ້ຕົວໃຫ້ຜູ້ທີ່ເຮັດໃຫ້ພວກເຂົາຫຼົງຜິດ. ຄົນເຫຼົ່ານີ້ບໍ່ແມ່ນຄົນທີ່ເຊື່ອໃນພຣະເຈົ້າແຕ່ຕິດຕາມມະນຸດບໍ? ພວກເຂົາອ້າງວ່າເຊື່ອໃນພຣະເຈົ້າ, ແຕ່ເປັນຫຍັງພວກເຂົາຈຶ່ງບູຊາຄົນຜູ້ນີ້ແບບນີ້ ແລະ ປົກປ້ອງພວກເຂົາເປັນພິເສດ? ຖ້າພວກເຂົາບໍ່ສາມາດສັງເກດເຫັນເລື່ອງທີ່ຊັດເຈນແບບນັ້ນ, ພວກເຂົາບໍ່ໄດ້ຖືກເຮັດໃຫ້ຫຼົງຜິດໃນລະດັບໃດໜຶ່ງແລ້ວບໍ? ຜູ້ຕໍ່ຕ້ານພຣະຄຣິສໄດ້ເຮັດໃຫ້ຜູ້ຄົນຫຼົງຜິດຈົນເຖິງຂັ້ນທີ່ພວກເຂົາບໍ່ເໝືອນມະນຸດອີກຕໍ່ໄປ ຫຼື ບໍ່ມີຈິດໃຈທີ່ຈະຕິດຕາມພຣະເຈົ້າ; ໃນທາງກົງກັນຂ້າມ, ພວກເຂົາບູຊາ ແລະ ຕິດຕາມຜູ້ຕໍ່ຕ້ານພຣະຄຣິສ. ຄົນເຫຼົ່ານີ້ບໍ່ໄດ້ກຳລັງທໍລະຍົດພຣະເຈົ້າບໍ? ຖ້າເຈົ້າເຊື່ອໃນພຣະເຈົ້າ, ແຕ່ພຣະອົງບໍ່ໄດ້ຮັບເອົາເຈົ້າ ແລະ ຜູ້ຕໍ່ຕ້ານພຣະຄຣິສພັດໄດ້ຮັບເອົາໃຈຂອງເຈົ້າ ແລະ ເຈົ້າກໍຕິດຕາມພວກເຂົາຢ່າງສຸດໃຈ, ມັນກໍພິສູດວ່າພວກເຂົາໄດ້ພາເຈົ້າອອກໄປຈາກເຮືອນຂອງພຣະເຈົ້າແລ້ວ. ທັນທີທີ່ເຈົ້າອອກໄປຈາກການເບິ່ງແຍງ ແລະ ການປົກປ້ອງຂອງພຣະເຈົ້າ, ຈາກເຮືອນຂອງພຣະເຈົ້າ, ຜູ້ຕໍ່ຕ້ານພຣະຄຣິສກໍສາມາດບົງການ ແລະ ປັ່ນຫົວເຈົ້າໄດ້ຕາມໃຈມັກ. ເມື່ອພວກເຂົາຫຼິ້ນກັບເຈົ້າຈົນພໍໃຈແລ້ວ, ພວກເຂົາກໍຈະບໍ່ຕ້ອງການເຈົ້າອີກຕໍ່ໄປ ແລະ ພວກເຂົາກໍຈະໄປເຮັດໃຫ້ຄົນອື່ນຫຼົງຜິດຕໍ່ໄປ. ຖ້າເຈົ້າຍັງສືບຕໍ່ຟັງຄຳເວົ້າຂອງພວກເຂົາ ແລະ ຍັງມີຄຸນຄ່າໃຫ້ພວກເຂົາຂູດຮີດ, ພວກເຂົາກໍອາດຈະປ່ອຍໃຫ້ເຈົ້າຕິດຕາມໄປອີກໄລຍະໜຶ່ງ. ເຖິງຢ່າງໃດກໍຕາມ, ຖ້າພວກເຂົາບໍ່ເຫັນຄຸນຄ່າທີ່ຈະນຳໃຊ້ໃນຕົວເຈົ້າອີກຕໍ່ໄປ, ຖ້າພວກເຂົາບໍ່ສົນໃຈເຈົ້າອີກຕໍ່ໄປ, ແລ້ວພວກເຂົາກໍຈະຖິ້ມເຈົ້າ. ເຈົ້າຍັງຈະສາມາດກັບມາເຊື່ອໃນພຣະເຈົ້າໄດ້ບໍ? (ບໍ່.) ເປັນຫຍັງເຈົ້າຈຶ່ງບໍ່ສາມາດເຊື່ອໄດ້ອີກ? ເພາະວ່າຄວາມເຊື່ອເບື້ອງຕົ້ນຂອງເຈົ້າໄດ້ໝົດໄປແລ້ວ; ມັນໄດ້ສູນສະຫຼາຍໄປແລ້ວ. ນີ້ຄືວິທີທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ທຳຮ້າຍຜູ້ຄົນ. ພວກເຂົາໃຊ້ຄວາມຮູ້ ແລະ ການຮຽນຮູ້ທີ່ຜູ້ຄົນບູຊາ, ບວກກັບພອນສະຫວັນຂອງພວກເຂົາ, ເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ຄວບຄຸມຜູ້ຄົນ, ຄືກັນກັບທີ່ຊາຕານເຮັດໃຫ້ອາດາມ ແລະ ເອວາຫຼົງຜິດ. ບໍ່ວ່າແກ່ນແທ້ທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສຈະເປັນແນວໃດ, ບໍ່ວ່າພວກເຂົາຈະມັກ, ກຽດຊັງ ແລະ ຍົກຍ້ອງສິ່ງໃດໃນແກ່ນແທ້ທຳມະຊາດຂອງພວກເຂົາ, ສິ່ງໜຶ່ງທີ່ແນ່ນອນຄື: ສິ່ງທີ່ພວກເຂົາມັກ ແລະ ສິ່ງທີ່ພວກເຂົາໃຊ້ເພື່ອເຮັດໃຫ້ຜູ້ຄົນຫຼົງຜິດນັ້ນຂັດກັບຄວາມຈິງ, ບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງ ແລະ ເປັນປໍລະປັກຕໍ່ພຣະເຈົ້າ, ເທົ່ານີ້ກໍແນ່ນອນແລ້ວ. ຈົ່ງຈື່ສິ່ງນີ້ໄວ້: ຜູ້ຕໍ່ຕ້ານພຣະຄຣິສບໍ່ສາມາດສອດຄ່ອງກັບພຣະເຈົ້າໄດ້ຢ່າງແນ່ນອນ.

ບອກເຮົາມາເບິ່ງ, ຄົນປະເພດໃດທີ່ສະແດງສັນຍານ ແລະ ເຄື່ອງໝາຍຂອງຄວາມຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ? (ຄົນທີ່ມີພອນສະຫວັນ.) ມີໃຜອີກ? (ຄົນທີ່ມັກໂອ້ອວດ.) ຄົນທີ່ມັກໂອ້ອວດນັ້ນຍັງຊົ່ວຊ້າບໍ່ພໍ. ໃນຂະນະທີ່ພວກເຂົາອາດຈະມັກໂອ້ອວດ, ແຕ່ພວກເຂົາກໍບໍ່ໄດ້ມີຄວາມປາຖະໜາທີ່ຈະຄວບຄຸມຄົນອື່ນ, ພວກເຂົາຍັງໄປບໍ່ເຖິງຂັ້ນນັ້ນ, ນີ້ຄືອຸປະນິໄສທີ່ເສື່ອມຊາມ. ຈົ່ງພິຈາລະນາຢ່າງລະອຽດ: ຄົນປະເພດໃດທີ່ສະແດງສັນຍານ ແລະ ເຄື່ອງໝາຍທີ່ເຮັດໃຫ້ເຈົ້າສາມາດຄົ້ນພົບໄດ້ແຕ່ຫົວທີຈາກພຶດຕິກຳ ແລະ ຂໍ້ບົ່ງຊີ້ຕ່າງໆໃນຕົວພວກເຂົາວ່າ ຄົນຕ່ຳຊ້າຜູ້ນີ້ຄືຜູ້ຕໍ່ຕ້ານພຣະຄຣິສ? (ຄົນອວດດີທີ່ຮັກສະຖານະ.) ຄວາມອວດດີ ແລະ ຄວາມຮັກຕໍ່ສະຖານະນັ້ນມີຄວາມກ່ຽວຂ້ອງກັນຢູ່ບາງສ່ວນ, ແຕ່ສິ່ງນີ້ຍັງໄປບໍ່ໄກພໍ. ໃຫ້ເຮົາເວົ້າບາງຢ່າງ ແລະ ພວກເຈົ້າຈົ່ງຟັງ ແລະ ເບິ່ງວ່າຈຸດນີ້ເປັນຈຸດທີ່ສຳຄັນ ຫຼື ບໍ່. ບາງຄົນມັກຍົກເອົາມຸມມອງທີ່ແຕກຕ່າງຈາກຄວາມຈິງ ແລະ ສິ່ງທີ່ເປັນບວກຂຶ້ນມາເວົ້າຢູ່ສະເໝີ. ຈາກພາຍນອກ, ມັນອາດຈະເບິ່ງຄືວ່າພວກເຂົາຕ້ອງການຮຽກຮ້ອງຄວາມສົນໃຈ ແລະ ເຮັດໂຕແຕກຕ່າງຈາກຄົນອື່ນຢູ່ສະເໝີ, ແຕ່ມັນກໍບໍ່ຈຳເປັນວ່າຈະຕ້ອງເປັນແບບນີ້ສະເໝີໄປ. ມັນອາດຈະເປັນໄປໄດ້ວ່າມຸມມອງຂອງພວກເຂົາໄດ້ກໍ່ໃຫ້ເກີດພຶດຕິກຳພາຍນອກແບບນັ້ນ. ໃນຄວາມເປັນຈິງແລ້ວ, ຖ້າພວກເຂົາຍຶດຖືມຸມມອງແບບນັ້ນແທ້ໆ, ມັນກໍຈະກາຍເປັນບັນຫາທີ່ຮ້າຍແຮງ. ຕົວຢ່າງ: ເມື່ອທຸກຄົນກຳລັງໂອ້ລົມກັນ, ໂດຍເວົ້າວ່າ “ພວກເຮົາຕ້ອງຍອມຮັບເລື່ອງນີ້ຈາກພຣະເຈົ້າ. ຖ້າພວກເຮົາບໍ່ເຂົ້າໃຈ, ພວກເຮົາຄວນອ່ອນນ້ອມກ່ອນ” ແລະ ທຸກຄົນກໍເຫັນດີກັບເລື່ອງນີ້, ມຸມມອງນີ້ຖືກຕ້ອງບໍ? (ແມ່ນແລ້ວ, ມັນຖືກຕ້ອງ.) ຫຼັກການຂອງການປະຕິບັດນີ້ອອກນອກເສັ້ນທາງບໍ? (ບໍ່, ມັນບໍ່ໄດ້ອອກນອກເສັ້ນທາງ.) ຄັນຊັ້ນ, ຄຳເວົ້າແບບໃດທີ່ຜູ້ຄົນເວົ້າອອກມາ ເຊິ່ງສະແດງໃຫ້ເຫັນວ່າພວກເຂົາມີສັນຍານ ແລະ ເຄື່ອງໝາຍຂອງອຸປະນິໄສທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ? “ການອ່ອນນ້ອມກໍເປັນເລື່ອງໜຶ່ງ, ແຕ່ເຈົ້າຕ້ອງເຂົ້າໃຈວ່າມັນເກີດຫຍັງຂຶ້ນ, ແມ່ນບໍ? ປະຕິບັດຕໍ່ທຸກສິ່ງທຸກຢ່າງຢ່າງຈິງຈັງ, ແມ່ນບໍ? ເຈົ້າບໍ່ສາມາດອ່ອນນ້ອມຢ່າງມຶນງົງໄດ້; ພຣະເຈົ້າບໍ່ໄດ້ຂໍໃຫ້ພວກເຮົາອ່ອນນ້ອມແບບສົ່ງເດດ”. ນີ້ບໍ່ແມ່ນຂໍ້ໂຕ້ແຍ້ງປະເພດໜຶ່ງບໍ? (ແມ່ນແລ້ວ, ມັນແມ່ນ.) ບາງຄົນເວົ້າວ່າ “ຖ້າມີບາງຢ່າງທີ່ພວກເຮົາບໍ່ເຂົ້າໃຈ, ພວກເຮົາສາມາດລໍຖ້າຢ່າງອົດທົນ, ສະແຫວງຫາການໂອ້ລົມກັບຄົນທີ່ເຂົ້າໃຈ. ຕອນນີ້ ບໍ່ມີໃຜໃນພວກເຮົາເຂົ້າໃຈ ແລະ ພວກເຮົາກໍບໍ່ສາມາດຊອກຫາຄົນທີ່ເຂົ້າໃຈມາໂອ້ລົມນຳໄດ້. ດັ່ງນັ້ນ, ໃຫ້ພວກເຮົາອ່ອນນ້ອມກ່ອນ”. ມຸມມອງຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງ? “ພວກເຈົ້າເປັນພຽງຄົນອ່ອນແອ, ອ່ອນນ້ອມຕໍ່ທຸກສິ່ງທຸກຢ່າງ ແລະ ຟັງພຣະເຈົ້າໃນທຸກເລື່ອງ. ຟັງຂ້ອຍນີ້! ເປັນຫຍັງຈຶ່ງບໍ່ມີໃຜເວົ້າເຖິງຂ້ອຍເລີຍ? ໃຫ້ຂ້ອຍນຳສະເໜີຄວາມຄິດເຫັນທີ່ເລິກເຊິ່ງໃຫ້ເຈົ້າຟັງ!” ພວກເຂົາຕ້ອງການແບ່ງປັນມຸມມອງທີ່ສູງສົ່ງຂອງພວກເຂົາ. ພວກເຂົາຕໍ່ຕ້ານຄົນທີ່ປະຕິບັດຄວາມຈິງ, ຕໍ່ຕ້ານພວກເຂົາທີ່ປະຕິບັດຕາມຫຼັກການຄວາມຈິງ. ພວກເຂົາຕ້ອງການຍົກໂຕເອງໃຫ້ສູງກວ່າຄົນອື່ນ, ຫາເລື່ອງຜິດຖຽງ, ໃຊ້ກົນອຸບາຍທີ່ຊົ່ວຮ້າຍ, ແບ່ງປັນມຸມມອງທີ່ສູງສົ່ງ ແລະ ເຮັດໃຫ້ຜູ້ຄົນເບິ່ງພວກເຂົາແຕກຕ່າງອອກໄປຢູ່ສະເໝີ. ນີ້ບໍ່ແມ່ນສັນຍານຂອງອຸປະນິໄສທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ນີ້ບໍ່ແມ່ນເຄື່ອງໝາຍຂອງພວກເຂົາບໍ? ເປັນຫຍັງມັນຈຶ່ງຜິດທີ່ທຸກຄົນຈະອ່ອນນ້ອມ? ເຖິງແມ່ນວ່າພວກເຂົາຈະອ່ອນນ້ອມຢ່າງໂງ່ຈ້າ, ສິ່ງນີ້ຜິດບໍ? ພຣະເຈົ້າຈະກ່າວໂທດມັນບໍ? (ບໍ່, ພຣະອົງຈະບໍ່ກ່າວໂທດ.) ພຣະເຈົ້າຈະບໍ່ກ່າວໂທດມັນ. ພວກເຂົາມີສິດຫຍັງທີ່ຈະເຂົ້າມາສອດແຊກ ແລະ ກໍ່ຄວາມວຸ່ນວາຍ? ເມື່ອພວກເຂົາເຫັນຜູ້ຄົນອ່ອນນ້ອມຕໍ່ພຣະເຈົ້າ, ພວກເຂົາຮູ້ສຶກຄຽດແຄ້ນໃນໃຈບໍ? ເມື່ອພວກເຂົາເຫັນຜູ້ຄົນອ່ອນນ້ອມຕໍ່ພຣະເຈົ້າ, ໃນໃຈຂອງພວກເຂົາຈະຮູ້ສຶກຄຽດແຄ້ນ, ບໍ່ພໍໃຈທີ່ພວກເຂົາບໍ່ໄດ້ຮັບຜົນປະໂຫຍດໃດໆ ທີ່ຜູ້ຄົນບໍ່ເຊື່ອຟັງພວກເຂົາ, ບໍ່ຟັງພວກເຂົາ, ບໍ່ສະແຫວງຫາຄຳແນະນຳຈາກພວກເຂົາ ແລະ ພວກເຂົາກໍບໍ່ມີຄວາມສຸກ, ພວກເຂົາຕໍ່ຕ້ານໃນໃຈ, ໂດຍຄິດວ່າ “ເຈົ້າອ່ອນນ້ອມຕໍ່ໃຜ? ເຈົ້າອ່ອນນ້ອມຕໍ່ຄວາມຈິງບໍ? ການອ່ອນນ້ອມຕໍ່ຄວາມຈິງນັ້ນກໍດີຢູ່, ແຕ່ພວກເຮົາຈຳເປັນຕ້ອງສຶກສາມັນ. ຄັນຊັ້ນ, ຄວາມຈິງແມ່ນຫຍັງ? ເຈົ້າອ່ອນນ້ອມຖືກວິທີບໍ? ຢ່າງໜ້ອຍເຈົ້າບໍ່ຄວນເຂົ້າໃຈລາຍລະອຽດທັງໝົດບໍ?” ນີ້ບໍ່ແມ່ນຂໍ້ໂຕ້ແຍ້ງຂອງພວກເຂົາບໍ? ພວກເຂົາກຳລັງພະຍາຍາມເຮັດຫຍັງ? ພວກເຂົາຕ້ອງການກໍ່ຄວາມວຸ່ນວາຍ, ເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ. ຄົນທີ່ຕາຍດ້ານ, ປຶກໜາ ແລະ ໂງ່ຈ້າບາງຄົນ, ເມື່ອໄດ້ຍິນສິ່ງນີ້, ກໍຖືກເຮັດໃຫ້ຫຼົງຜິດ, ໃນຂະນະທີ່ຄົນທີ່ມີຄວາມສາມາດໃນການແຍກແຍະຈະຫັກລ້າງພວກເຂົາ, ໂດຍເວົ້າວ່າ “ເຈົ້າກຳລັງເຮັດຫຍັງ? ເຈົ້າອິດສາລິດສະຍາທີ່ຂ້ອຍອ່ອນນ້ອມຕໍ່ພຣະເຈົ້າບໍ? ເຈົ້າບໍ່ມີຄວາມສຸກເມື່ອຂ້ອຍອ່ອນນ້ອມຕໍ່ພຣະເຈົ້າ, ແຕ່ພັດພໍໃຈເມື່ອຂ້ອຍເຊື່ອຟັງເຈົ້າບໍ? ມັນຈະຖືກຕ້ອງກໍຕໍ່ເມື່ອທຸກຄົນເຊື່ອຟັງເຈົ້າ, ຟັງເຈົ້າ ແລະ ເຮັດທຸກສິ່ງທຸກຢ່າງຕາມທີ່ເຈົ້າເວົ້າບໍ? ສິ່ງທີ່ເຈົ້າເວົ້ານັ້ນສອດຄ່ອງກັບຄວາມຈິງບໍ?” ເມື່ອເຫັນສິ່ງນີ້, ພວກເຂົາກໍຄິດວ່າ “ບາງຄົນມີຄວາມສາມາດໃນການແຍກແຍະ, ຂ້ອຍຈະລໍຖ້າໄປກ່ອນ”. ສະຫຼຸບແລ້ວ, ເມື່ອທຸກຄົນກຳລັງປະຕິບັດຕາມຫຼັກການຄວາມຈິງ, ພວກເຂົາກໍອົດໃຈລໍຖ້າທີ່ຈະສະແດງຕົວອອກມາບໍ່ໄດ້. ຍິ່ງທຸກຄົນເຊື່ອຟັງພຣະເຈົ້າ, ອ່ອນນ້ອມຕໍ່ການຈັດແຈງຂອງເຮືອນຂອງພຣະເຈົ້າ, ປະຕິບັດຕາມພຣະທຳຂອງພຣະເຈົ້າ, ຈັດການເລື່ອງຕ່າງໆຕາມການຈັດແຈງວຽກງານ ແລະ ຫຼັກການຫຼາຍສໍ່າໃດ, ພວກເຂົາກໍຍິ່ງຮູ້ສຶກບໍ່ສະບາຍໃຈ, ຫງຸດຫງິດ ແລະ ກັງວົນໃຈຫຼາຍສໍ່ານັ້ນ. ນີ້ຄືສັນຍານຂອງແກ່ນແທ້ທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ. ຕາບໃດທີ່ທຸກຄົນຟັງພຣະທຳຂອງພຣະເຈົ້າ, ປະຕິບັດຄວາມຈິງ ແລະ ຈັດການເລື່ອງຕ່າງໆຕາມຫຼັກການ, ພວກເຂົາກໍຈະຮູ້ສຶກບໍ່ສະບາຍໃຈ ແລະ ກະວົນກະວາຍ. ນີ້ບໍ່ແມ່ນບັນຫາບໍ? (ແມ່ນແລ້ວ, ມັນແມ່ນ.) ຖ້າບໍ່ມີໃຜອ່ານພຣະທຳຂອງພຣະເຈົ້າ ຫຼື ຖ້າພວກເຂົາອ່ານແລ້ວບໍ່ໂອ້ລົມກ່ຽວກັບມັນ, ຖ້າພວກເຂົາພຽງແຕ່ຟັງຜູ້ຕໍ່ຕ້ານພຣະຄຣິສ, ແລ້ວພວກເຂົາກໍຈະດີໃຈຫຼາຍ. ເລື່ອງນີ້ສະແດງໃຫ້ເຫັນເຖິງບັນຫາຫຍັງ? ພວກເຂົາບໍ່ເຄີຍໂອ້ລົມກ່ຽວກັບພຣະທຳຂອງພຣະເຈົ້າເລີຍ. ຕາບໃດທີ່ທຸກຄົນກຳລັງໂອ້ລົມກ່ຽວກັບພຣະທຳຂອງພຣະເຈົ້າຢ່າງສະຫງົບ ແລະ ຜູ້ຕໍ່ຕ້ານພຣະຄຣິສເຫັນວ່າບໍ່ມີໃຜສົນໃຈພວກເຂົາ, ວ່າທຸກຄົນບໍ່ຟັງພວກເຂົາ, ວ່າພວກເຂົາບໍ່ສາມາດໄດ້ຮັບການບູຊາຈາກທຸກຄົນ, ສະຖານະຂອງພວກເຂົາກໍຖືກຄຸກຄາມ ແລະ ພວກເຂົາກໍກຳລັງຕົກຢູ່ໃນອັນຕະລາຍ, ນັ້ນຄືຕອນທີ່ພວກເຂົາຈະເຂົ້າມາສອດແຊກເພື່ອກໍ່ຄວາມວຸ່ນວາຍ, ໂດຍສະເໜີຄຳສອນທີ່ຜິດພ້ຽນ ຫຼື ຄຳເວົ້າທີ່ຫຼອກລວງເພື່ອເຮັດໃຫ້ເຈົ້າຫຼົງຜິດ ແລະ ລົບກວນເຈົ້າ, ເຮັດໃຫ້ເຈົ້າບໍ່ແນ່ໃຈວ່າສິ່ງທີ່ເຈົ້າຫາກໍສົນທະນາໄປນັ້ນຖືກ ຫຼື ຜິດ. ໃນຂະນະທີ່ທຸກຄົນກຳລັງຈະເຂົ້າໃຈບາງຢ່າງຜ່ານການໂອ້ລົມໄດ້ໃນທີ່ສຸດ, ພວກເຂົາກໍຈະເວົ້າຄຳເວົ້າມານຮ້າຍສອງສາມຄຳເພື່ອກໍ່ກວນ. ນີ້ບໍ່ແມ່ນອຸປະນິໄສທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ອຸປະນິໄສທີ່ຊົ່ວຊ້ານີ້ສອດຄ່ອງກັບການສະແດງອອກໃດ? (ການເປັນປໍລະປັກຕໍ່ຄວາມຈິງ.) ຖືກຕ້ອງແລ້ວ. ຍິ່ງທຸກຄົນເຂົ້າໃຈຄວາມຈິງຫຼາຍສໍ່າໃດ, ພວກເຂົາກໍຍິ່ງຮູ້ສຶກຫງຸດຫງິດຫຼາຍສໍ່ານັ້ນ. ນີ້ບໍ່ແມ່ນການເປັນປໍລະປັກຕໍ່ຄວາມຈິງບໍ? ສິ່ງນີ້ບໍ່ກົງກັນບໍ? (ແມ່ນແລ້ວ, ມັນກົງກັນ.) ພວກເຈົ້າເຄີຍພົບກັບຄົນແບບນີ້ບໍ? ໃນຂະນະທີ່ທຸກຄົນກຳລັງໂອ້ລົມບາງສິ່ງບາງຢ່າງນຳກັນ, ພວກເຂົາກໍຈະມິດງຽບໄປເປັນເວລາດົນ. ໃນທີ່ສຸດ ເມື່ອມີຄວາມຊັດເຈນໃນການໂອ້ລົມ, ພວກເຂົາກໍຈະປາກົດຕົວອອກມາ ແລະ ຫຼັງຈາກທີ່ປາກົດຕົວອອກມາແລ້ວ ພວກເຂົາກໍຈະນຳສະເໜີຄຳຖາມທີ່ທ້າທາຍເພື່ອສ້າງຄວາມຫຍຸ້ງຍາກໃຫ້ຄົນເຫຼົ່ານີ້. ເຈດຕະນາຂອງພວກເຂົາຄືການຢາກເວົ້າວ່າ “ໃຫ້ຂ້ອຍສະແດງໃຫ້ພວກເຈົ້າເຫັນ, ຂ້ອຍຈະໃຫ້ພວກເຈົ້າເຫັນວ່າຂ້ອຍເຮັດຫຍັງໄດ້ແດ່! ພວກເຈົ້າໂອ້ລົມຄວາມຈິງ, ພວກເຈົ້າບໍ່ຟັງຂ້ອຍ, ພວກເຈົ້າເມີນເສີຍຕໍ່ຂ້ອຍ, ພວກເຈົ້າບໍ່ສົນໃຈຂ້ອຍ ແລະ ພວກເຈົ້າກໍບໍ່ໃສ່ໃຈຂ້ອຍ, ດັ່ງນັ້ນ ຂ້ອຍຈະຕັ້ງຄຳຖາມຍາກໆໃຫ້ພວກເຈົ້າໂອ້ລົມ ແລະ ເຮັດໃຫ້ພວກເຈົ້າສັບສົນ!” ນີ້ບໍ່ແມ່ນມານຮ້າຍບໍ? (ແມ່ນແລ້ວ, ມັນແມ່ນ.) ນີ້ຄືມານຮ້າຍ, ເປັນຜູ້ຕໍ່ຕ້ານພຣະຄຣິສທີ່ແທ້ຈິງ.

ເມື່ອໃດກໍຕາມທີ່ບາງຄົນໄດ້ຍິນວ່າໃຜຜູ້ໜຶ່ງຄິດລົບ ຫຼື ອ່ອນແອ, ພວກເຂົາກໍຈະຮູ້ສຶກມີຄວາມສຸກເປັນພິເສດ. ໂດຍສະເພາະເມື່ອພວກເຂົາເຫັນໃຜຜູ້ໜຶ່ງລົບກວນຊີວິດຄຣິສຕະຈັກ, ໃຜຜູ້ໜຶ່ງເຮັດສິ່ງທີ່ບໍ່ດີເພື່ອເຮັດໃຫ້ວຽກງານຂອງຄຣິສຕະຈັກວຸ່ນວາຍ ຫຼື ເຫັນໃຜຜູ້ໜຶ່ງກໍ່ຄວາມວຸ່ນວາຍຢ່າງຫຼັບຫູຫຼັບຕາ, ພວກເຂົາກໍຈະຮູ້ສຶກດີໃຈຫຼາຍເປັນພິເສດ, ເຖິງຂັ້ນຢາກຈູດດອກໄມ້ໄຟສະຫຼອງເລີຍ. ມັນເກີດຫຍັງຂຶ້ນກັບຄົນແບບນີ້? ເປັນຫຍັງພວກເຂົາຈຶ່ງມີຄວາມສຸກກັບຄວາມໂຊກຮ້າຍຂອງຄົນອື່ນ? ເປັນຫຍັງໃນຊ່ວງເວລາທີ່ສຳຄັນແບບນີ້ ພວກເຂົາຈຶ່ງບໍ່ສາມາດຢືນຢູ່ຝ່າຍພຣະເຈົ້າ, ເພື່ອປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ? ຄົນແບບນີ້ບໍ່ແມ່ນຜູ້ບໍ່ເຊື່ອບໍ? ພວກເຂົາບໍ່ແມ່ນຄົນຮັບໃຊ້ຂອງຊາຕານບໍ? ພວກເຈົ້າທຸກຄົນຄວນໄຕ່ຕອງເບິ່ງວ່າ ພວກເຈົ້າໄດ້ສະແດງພຶດຕິກຳແບບນັ້ນ ຫຼື ບໍ່ ແລະ ຍັງຕ້ອງກວດເບິ່ງວ່າມີຄົນແບບນີ້ຢູ່ອ້ອມຂ້າງພວກເຈົ້າ ຫຼື ບໍ່ ແລະ ເບິ່ງວ່າຈະແຍກແຍະບຸກຄົນດັ່ງກ່າວໄດ້ແນວໃດອີກດ້ວຍ, ໂດຍສະເພາະເມື່ອພວກເຈົ້າເຫັນຄົນຊົ່ວຮ້າຍເຮັດການກະທຳທີ່ຊົ່ວຮ້າຍ, ທັດສະນະຄະຕິຂອງພວກເຈົ້າແມ່ນຫຍັງ? ພວກເຈົ້າເປັນພຽງຜູ້ສັງເກດການທີ່ເພີດເພີນກັບການເບິ່ງ ຫຼື ພວກເຈົ້າເອງກໍສາມາດຍ່າງຕາມເສັ້ນທາງນີ້ໄດ້ເຊັ່ນກັນ? ພວກເຈົ້າເປັນຄົນແບບນັ້ນບໍ? ບາງຄົນຈະບໍ່ໄຕ່ຕອງຕົນເອງໃນທາງນີ້ເລີຍ. ພວກເຂົາບໍ່ມັກເຫັນຄວາມດີໃນຕົວຜູ້ຄົນ; ພວກເຂົາມັກໃຫ້ທຸກຄົນຊົ່ວຮ້າຍກວ່າພວກເຂົາ, ນັ້ນຄືຕອນທີ່ພວກເຂົາຮູ້ສຶກມີຄວາມສຸກ. ຕົວຢ່າງ: ເມື່ອພວກເຂົາເຫັນຄົນທີ່ເສຍສະລະຕົນເອງເພື່ອພຣະເຈົ້າຖືກລິຮານ ຫຼື ເມື່ອຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງກະທໍາຜິດ, ພວກເຂົາກໍຈະແອບດີໃຈ ແລະ ເວົ້າວ່າ “ຮຶ, ວັນຂອງເຈົ້າກໍມາຮອດຄືກັນແລ້ວ. ເຈົ້າເສຍສະລະຕົນເອງເພື່ອພຣະເຈົ້າ, ແລ້ວຜົນທີ່ເຈົ້າໄດ້ຮັບເປັນແນວໃດ? ເຈົ້າໄດ້ຮັບຄວາມບໍ່ຍຸຕິທຳ, ແມ່ນບໍ? ເຈົ້າໄດ້ຮັບຄວາມເສຍຫາຍ ແມ່ນບໍ? ມັນມີປະໂຫຍດຫຍັງທີ່ຈະເສຍສະລະຕົນເອງ? ເຈົ້າເວົ້າຄວາມຈິງສະເໝີ ແລະ ຕອນນີ້ ເຈົ້າກໍກຳລັງຖືກລິຮານ, ແມ່ນບໍ? ເຈົ້າສົມຄວນໄດ້ຮັບມັນແລ້ວ!” ເປັນຫຍັງພວກເຂົາຈຶ່ງດີໃຈຫຼາຍປານນັ້ນ? ພວກເຂົາບໍ່ໄດ້ກຳລັງມີຄວາມສຸກເທິງຄວາມທຸກຂອງຄົນອື່ນບໍ? ຄົນແບບນີ້ບໍ່ໄດ້ມີເຈດຕະນາບໍ່ດີບໍ? ເມື່ອພວກເຂົາເຫັນໃຜຜູ້ໜຶ່ງສ້າງຄວາມລົບກວນໃນວຽກງານຂອງເຮືອນຂອງພຣະເຈົ້າ, ພວກເຂົາກໍມີຄວາມສຸກ. ເມື່ອພວກເຂົາເຫັນວຽກງານຂອງເຮືອນຂອງພຣະເຈົ້າໄດ້ຮັບຄວາມເສຍຫາຍ, ພວກເຂົາກໍມີຄວາມສຸກ. ສິ່ງໃດທີ່ເຮັດໃຫ້ພວກເຂົາມີຄວາມສຸກ? ພວກເຂົາຄິດວ່າ “ໃນທີ່ສຸດ ຄົນທີ່ບໍ່ຮັກຄວາມຈິງຄືກັບຂ້ອຍກໍໄດ້ສ້າງຄວາມເສຍຫາຍໃຫ້ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າແລ້ວ ແລະ ພວກເຂົາກໍບໍ່ຮູ້ສຶກໂທດຕົນເອງເລີຍແມ່ນແຕ່ໜ້ອຍດຽວ”. ນັ້ນຄືສິ່ງທີ່ເຮັດໃຫ້ພວກເຂົາມີຄວາມສຸກ. ນີ້ບໍ່ແມ່ນສິ່ງທີ່ຊົ່ວຊ້າບໍ? (ແມ່ນແລ້ວ, ມັນແມ່ນ.) ມັນຊົ່ວຊ້າຢ່າງສຸດຂີດ! ມີຄົນແບບນີ້ຢູ່ໃນທ່າມກາງພວກເຈົ້າບໍ? ມັນມີບາງຄົນທີ່ສ່ວນໃຫຍ່ແລ້ວຈະບໍ່ຮຳເພງ, ແຕ່ທັນທີທີ່ພວກເຂົາເຫັນໃຜຜູ້ໜຶ່ງເຮັດຜິດພາດ, ພວກເຂົາກໍຈະເລີ່ມຮ້ອງເພງຂຶ້ນມາທັນທີ, ໂຍກໂຕໄປມາ, ເບິ່ງຄືວ່າພໍໃຈຢ່າງສຸດຂີດ ແລະ ຄິດວ່າ “ມື້ນີ້ ໃນທີ່ສຸດຂ້ອຍກໍມີຂ່າວດີ. ຂ້ອຍມີຄວາມສຸກຫຼາຍ, ຂ້ອຍຈະກິນເຂົ້າເພີ່ມອີກສອງສາມຖ້ວຍເລີຍ!” ນີ້ແມ່ນອຸປະນິໄສປະເພດໃດ? ຄວາມຊົ່ວຊ້າ. ພວກເຂົາຈະບໍ່ເສຍນ້ຳຕາແມ່ນແຕ່ຢົດດຽວ ຫຼື ຮູ້ສຶກເສົ້າໃຈແມ່ນແຕ່ວິນາທີດຽວ ເພາະຜົນປະໂຫຍດຂອງເຮືອນຂອງພຣະເຈົ້າໄດ້ຮັບຄວາມເສຍຫາຍ. ພວກເຂົາບໍ່ຮູ້ສຶກໂທດຕົນເອງ, ບໍ່ໂສກເສົ້າ ຫຼື ເຈັບປວດເລີຍ. ແຕ່ກົງກັນຂ້າມ, ພວກເຂົາຮູ້ສຶກມີຄວາມສຸກ ແລະ ພໍໃຈ ເພາະຄວາມຜິດພາດຂອງໃຜຜູ້ໜຶ່ງໄດ້ນຳໄປສູ່ຄວາມເສຍຫາຍຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ນຳຄວາມອັບອາຍມາສູ່ພຣະນາມຂອງພຣະເຈົ້າ. ນີ້ບໍ່ແມ່ນຄວາມຊົ່ວຊ້າບໍ? ນີ້ບໍ່ແມ່ນສັນຍານຂອງການມີທຳມະຊາດທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ນີ້ກໍເປັນສັນຍານໜຶ່ງເຊັ່ນກັນ.

ວ່າກັນວ່າ ບາງຄົນໃນທີມງານພຣະກິດຕິຄຸນເປັນຜູ້ເວົ້າທີ່ມີວາທະສິນ. ພວກເຂົາໄດ້ຟັງຄຳເທດສະໜາມາເປັນເວລາຫຼາຍປີ ແລະ ສະຫຼຸບຫຼັກຄຳສອນຊຸດໜຶ່ງໄດ້, ພວກເຂົາເວົ້າຈາໂອ້ອວດໄປທົ່ວທຸກບ່ອນທີ່ພວກເຂົາໄປ, ບໍ່ເຄີຍອຶດຄຳເວົ້າເມື່ອພວກເຂົາເທດສະໜາ, ເຊິ່ງສະແດງໃຫ້ເຫັນເຖິງພອນສະຫວັນ ແລະ ວາທະສິນຂອງພວກເຂົາເອງຢ່າງເຕັມທີ່. ບາງຄົນເຫັນວ່າບຸກຄົນດັ່ງກ່າວມີຄວາມສາມາດຫຼາຍ ແລະ ຕັດສິນໃຈຕິດຕາມພວກເຂົາ. ໃນທີ່ສຸດ ພວກເຂົາເວົ້າວ່າແນວໃດ? “ພວກເຮົາຟັງການໂອ້ລົມຂອງຄົນຜູ້ນັ້ນ, ສະນັ້ນ ພວກເຮົາຈຶ່ງບໍ່ຈຳເປັນຕ້ອງຟັງຄຳເທດສະໜາຈາກເບື້ອງເທິງ; ພວກເຮົາບໍ່ຈຳເປັນຕ້ອງຟັງພຣະທຳຂອງພຣະເຈົ້າເຊັ່ນກັນ. ການໂອ້ລົມຂອງຄົນຜູ້ນັ້ນແທນທີ່ສິ່ງເຫຼົ່ານັ້ນໄດ້”. ຄົນເຫຼົ່ານີ້ບໍ່ໄດ້ກຳລັງຕົກຢູ່ໃນອັນຕະລາຍບໍ? (ແມ່ນແລ້ວ.) ຄົນເຫຼົ່ານີ້ກຳລັງຕົກຢູ່ໃນອັນຕະລາຍຢ່າງຍິ່ງ. ພວກເຂົາຮັກການກະທຳ ແລະ ພຶດຕິກຳຂອງຜູ້ຕໍ່ຕ້ານພຣະຄຣິສ, ພ້ອມທັງຄວາມອວດດີ, ຄວາມປ່າເຖື່ອນ ແລະ ຄວາມຊົ່ວຊ້າຂອງພວກເຂົາ. ພວກເຂົາຮັກສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສຮັກ ແລະ ເບື່ອໜ່າຍສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເບື່ອໜ່າຍ. ພວກເຂົາຮັກຄວາມຮູ້, ການຮຽນຮູ້, ຫຼັກຄຳສອນ ແລະ ທິດສະດີທາງເທວະວິທະຍາຕ່າງໆ, ຄຳສອນທີ່ຜິດພ້ຽນ ແລະ ຄຳເວົ້າທີ່ຫຼອກລວງ ທີ່ຜູ້ຕໍ່ຕ້ານພຣະຄຣິສເທດສະໜາ. ພວກເຂົາບູຊາສິ່ງເຫຼົ່ານີ້. ພວກເຂົາບູຊາສິ່ງເຫຼົ່ານີ້ໃນລະດັບໃດ? ແມ່ນແຕ່ໃນຄວາມຝັນຂອງພວກເຂົາໃນຕອນກາງຄືນ, ພວກເຂົາກໍຍັງເວົ້າຄຳເວົ້າເຫຼົ່ານີ້. ເລື່ອງນີ້ຮ້າຍແຮງບໍ? ເມື່ອການບູຊາຂອງພວກເຂົາໄປເຖິງລະດັບນີ້, ຄົນເຫຼົ່ານີ້ຍັງຈະສາມາດຕິດຕາມພຣະເຈົ້າໄດ້ບໍ? ບາງຄົນອາດຈະເວົ້າວ່າ “ມັນບໍ່ຖືກຕ້ອງ. ພວກເຂົາຍັງຢູ່ໃນຄຣິສຕະຈັກ, ພວກເຂົາຍັງເຊື່ອໃນພຣະເຈົ້າ”. ພວກເຂົາຍັງບໍ່ທັນມີໂອກາດເທື່ອ. ທັນທີທີ່ພວກເຂົາພົບຄົນ ຫຼື ວັດຖຸທີ່ພວກເຂົາຕ້ອງການບູຊາ, ພວກເຂົາກໍສາມາດປະຖິ້ມພຣະເຈົ້າໄດ້ທຸກເວລາ. ນີ້ບໍ່ແມ່ນສັນຍານຂອງການມີແກ່ນແທ້ທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສບໍ? (ແມ່ນແລ້ວ.) ພວກເຈົ້າສາມາດແຍກແຍະຄົນແບບນັ້ນໄດ້ບໍ ເມື່ອພວກເຈົ້າເຫັນພວກເຂົາ? (ໄດ້, ພວກເຮົາສາມາດແຍກແຍະໄດ້.) ໃນອະດີດ, ພວກເຈົ້າອາດຈະບໍ່ຮູ້ເຖິງທຳມະຊາດທີ່ຮ້າຍແຮງຂອງເລື່ອງດັ່ງກ່າວ. ຕອນນີ້ ເມື່ອພວກເຈົ້າພົບກັບຄົນແບບນັ້ນອີກ, ພວກເຈົາຍັງຈະມີຂໍ້ສົງໄສໃນໃຈກ່ຽວກັບພວກເຂົາຢູ່ບໍ? ພວກເຈົ້າຈະເມີນເສີຍຕໍ່ພວກເຂົາບໍ? (ບໍ່, ພວກເຮົາຈະບໍ່ເມີນເສີຍ.) ແລ້ວພວກເຈົ້າໄດ້ຮັບຄວາມສາມາດໃນການແຍກແຍະບາງຢ່າງກ່ຽວກັບຄົນແບບນັ້ນແລ້ວບໍ? (ແມ່ນແລ້ວ, ຂ້ານ້ອຍໄດ້ຮັບແລ້ວ.) ສິ່ງເຫຼົ່ານີ້ແມ່ນສັນຍານ ແລະ ຂໍ້ມູນບາງຢ່າງທີ່ພວກເຂົາເປີດເຜີຍອອກມາ. ນັ້ນກໍຄື ທັນທີທີ່ຄົນເຫຼົ່ານີ້ມີໂອກາດ ຫຼື ສະຖານະ ຫຼື ມີຄົນເຮັດໃຫ້ພວກເຂົາຫຼົງຜິດ, ພວກເຂົາກໍສາມາດທໍລະຍົດຕໍ່ພຣະເຈົ້າໄດ້ທຸກທີ່ທຸກເວລາ. ຜູ້ຄົນສາມາດເຫັນການເປີດເຜີຍຂອງພວກເຂົາ ແລະ ແກ່ນແທ້ທີ່ຊົ່ວຊ້າຂອງພວກເຂົາໄດ້ບໍ? ມັນມີຮ່ອງຮອຍບາງຢ່າງທີ່ຜູ້ຄົນສາມາດເຫັນໄດ້ບໍ? (ມີ, ມັນມີ.) ມັນຄວນຈະມີ. ຖ້າເຮົາບໍ່ໄດ້ກ່າວເຖິງສິ່ງເຫຼົ່ານີ້, ພວກເຈົ້າອາດຈະຄິດວ່າ “ໃຜສະແດງເຄື່ອງໝາຍເຫຼົ່ານີ້? ໃຜເປີດເຜີຍສັນຍານເຫຼົ່ານີ້? ບໍ່ມີໃຜເລີຍ, ຂ້ອຍບໍ່ເຫັນໃຜເລີຍ”. ຜ່ານການສົນທະນາຂອງເຮົາກ່ຽວກັບສັນຍານເຫຼົ່ານີ້, ພວກເຈົ້າບໍ່ໄດ້ຄົ້ນພົບວ່າຄົນແບບນັ້ນມີຢູ່ແທ້ບໍ? ບາງຄົນໃນພວກເຂົາເປັນຜູ້ຕິດຕາມ ແລະ ບາງຄົນກໍເປັນຜູ້ນໍາ ແລະ ຜູ້ເຮັດວຽກ. ນີ້ແມ່ນສັນຍານທີສາມຂອງການມີແກ່ນແທ້ທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ.

ຄົນທີ່ມີແກ່ນແທ້ທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສມີສັນຍານທີ່ໂດດເດັ່ນອີກຢ່າງໜຶ່ງ, ເຊິ່ງເປັນສິ່ງທີ່ພວກເຂົາທຸກຄົນມີຄືກັນ. ພາຍໃຕ້ໜ້າກາກບັງໜ້າຂອງການຮັກຄວາມຈິງ ແລະ ຄວາມປາຖະໜາຕໍ່ເສັ້ນທາງທີ່ແທ້ຈິງ, ຄົນເຫຼົ່ານີ້ໄດ້ມາເຂົ້າຮ່ວມຟັງຄຳເທດສະໜາ, ຮຽນຮູ້ຄວາມຮູ້ ແລະ ເນື້ອຫາຕ່າງໆທີ່ກ່ຽວຂ້ອງກັບຄວາມຈິງ ແລະ ປະກອບຕົວພວກເຂົາເອງດ້ວຍທິດສະດີ ແລະ ຄວາມຮູ້ທາງເທວະວິທະຍາ, ຈາກນັ້ນກໍໃຊ້ທິດສະດີ ແລະ ຄວາມຮູ້ເຫຼົ່ານີ້ເພື່ອເຮັດສົງຄາມນ້ຳລາຍກັບຜູ້ນໍາ ແລະ ຜູ້ເຮັດວຽກ, ໂດຍໃຊ້ມັນເພື່ອກ່າວໂທດຄົນບາງຄົນ, ເພື່ອເຮັດໃຫ້ຄົນອື່ນຫຼົງຜິດ ແລະ ໂນ້ມນ້າວຄົນອື່ນ ແລະ ເຖິງຂັ້ນໃຫ້ສິ່ງທີ່ເອີ້ນວ່າການສະໜອງ, ການຊ່ວຍເຫຼືອ ແລະ ການຫົດນ້ຳແກ່ບາງຄົນ. ເຖິງຢ່າງໃດກໍຕາມ, ມັນມີຈຸດໜຶ່ງທີ່ເຮັດໃຫ້ເຫັນໄດ້ຢ່າງຊັດເຈນວ່າ ພວກເຂົາບໍ່ແມ່ນຜູ້ທີ່ຮັກຄວາມຈິງ. ຈຸດນັ້ນແມ່ນຫຍັງ? ມັນຄືການທີ່ບໍ່ວ່າຄົນເຫຼົ່ານີ້ຈະປະກອບຕົວພວກເຂົາເອງ ແລະ ເທດສະໜາແນວໃດກໍຕາມ, ພວກເຂົາກໍພຽງແຕ່ເວົ້າ ແລະ ກ່າວສິ່ງຕ່າງໆ, ພຽງແຕ່ປະກອບອາວຸດໃຫ້ຕົນເອງເທົ່ານັ້ນ, ແຕ່ພວກເຂົາບໍ່ເຄີຍຈັດການເລື່ອງຕ່າງໆຕາມຫຼັກການຄວາມຈິງເລີຍ. ຄຳວ່າ “ບໍ່ເຄີຍ” ສື່ເຖິງຫຍັງ? ມັນໝາຍຄວາມວ່າພວກເຂົາບໍ່ສາມາດເວົ້າຄຳເວົ້າທີ່ເປັນຄວາມຈິງໄດ້ແມ່ນແຕ່ຄຳດຽວ, ບໍ່ເຄີຍມີຄວາມຊື່ສັດ ແລະ ບໍ່ເຄີຍຈ່າຍລາຄາໃນການປ່ອຍວາງຜົນປະໂຫຍດຈາກສະຖານະ. ບໍ່ວ່າຈະເປັນໂອກາດໃດກໍຕາມ, ໃນຂະນະທີ່ພວກເຂົາເວົ້າ ແລະ ກະທຳ ພວກເຂົາຈະພະຍາຍາມຢ່າງສຸດຄວາມສາມາດສະເໝີເພື່ອເຫັນແກ່ຊື່ສຽງ, ຜົນປະໂຫຍດ ແລະ ສະຖານະຂອງພວກເຂົາເອງ. ເຖິງແມ່ນວ່າພາຍນອກພວກເຂົາຈະເບິ່ງຄືວ່າຈ່າຍລາຄາ ແລະ ຮັກຄວາມຈິງ, ແຕ່ແກ່ນແທ້ທີ່ຊົ່ວຊ້າຂອງພວກເຂົາກໍຍັງຄົງບໍ່ປ່ຽນແປງ. ບັນຫາຢູ່ນີ້ແມ່ນຫຍັງ? ໃນດ້ານໜຶ່ງ, ຄົນເຫຼົ່ານີ້ບໍ່ເຄີຍສະແຫວງຫາຫຼັກການຄວາມຈິງໃນການກະທຳຂອງພວກເຂົາ. ໃນອີກດ້ານໜຶ່ງ, ເຖິງແມ່ນວ່າພວກເຂົາຈະຮູ້ຫຼັກການຄວາມຈິງ ແລະ ເສັ້ນທາງແຫ່ງການປະຕິບັດ, ພວກເຂົາກໍບໍ່ປະຕິບັດມັນ. ນີ້ຄືສັນຍານທີ່ບົ່ງບອກວ່າພວກເຂົາມີແກ່ນແທ້ທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ. ບໍ່ວ່າພວກເຂົາຈະມີສະຖານະ ຫຼື ບໍ່ ແລະ ບໍ່ວ່າພວກເຂົາຈະປະຕິບັດໜ້າທີ່ໃນການເທດສະໜາພຣະກິດຕິຄຸນ ຫຼື ເປັນຜູ້ນໍາ ແລະ ຜູ້ເຮັດວຽກກໍຕາມ, ລັກສະນະຂອງພວກເຂົາແມ່ນຫຍັງ? ພວກເຂົາເວົ້າໄດ້ແຕ່ຫຼັກຄຳສອນທີ່ຖືກຕ້ອງເທົ່ານັ້ນ, ແຕ່ພວກເຂົາບໍ່ເຄີຍເຮັດສິ່ງທີ່ຖືກຕ້ອງເລີຍ. ນັ້ນຄືລັກສະນະຂອງພວກເຂົາ. ພວກເຂົາເວົ້າຫຼັກຄຳສອນໄດ້ຊັດເຈນກວ່າໃຜໆ, ແຕ່ພວກເຂົາພັດເຮັດສິ່ງຕ່າງໆໄດ້ຊົ່ວຮ້າຍກວ່າໃຜໆ, ນີ້ບໍ່ແມ່ນສິ່ງທີ່ຊົ່ວຊ້າບໍ? ນີ້ແມ່ນສັນຍານທີສີ່ຂອງການມີແກ່ນແທ້ທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ. ຈົ່ງກວດເບິ່ງດ້ວຍຕົວພວກເຈົ້າເອງ ແລະ ປະເມີນເບິ່ງວ່າມີຄົນທີ່ມີແກ່ນແທ້ທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສຢູ່ອ້ອມຂ້າງພວກເຈົ້າຫຼາຍ ຫຼື ບໍ່. ຫຼັງຈາກທີ່ເຮົາໄດ້ແຈກແຈງສິ່ງເຫຼົ່ານີ້ແລ້ວ, ພວກເຈົ້າອາດຈະປະເມີນເບິ່ງວ່າ ມີຄົນແບບນັ້ນຢູ່ອ້ອມຂ້າງພວກເຈົ້າຫຼາຍພໍສົມຄວນ ຫຼື ບໍ່. ພວກເຂົາມີອັດຕາສ່ວນຈັກເປີເຊັນ? ມີຜູ້ນໍາ ຫຼື ຜູ້ເຊື່ອທຳມະດາຫຼາຍກວ່າກັນ? ບາງຄົນໃນພວກເຈົ້າບໍ່ໄດ້ຄິດມາກ່ອນບໍວ່າ ມີພຽງແຕ່ຜູ້ນໍາເທົ່ານັ້ນທີ່ມີໂອກາດກາຍເປັນຜູ້ຕໍ່ຕ້ານພຣະຄຣິສ? (ນັ້ນຄືສິ່ງທີ່ມັນເປັນມາກ່ອນ.) ຄັນຊັ້ນ, ຕອນນີ້ ມຸມມອງນີ້ປ່ຽນໄປແລ້ວບໍ? ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ກາຍເປັນຜູ້ຕໍ່ຕ້ານພຣະຄຣິສຍ້ອນພວກເຂົາມີສະຖານະ; ພວກເຂົາເປັນຄົນຕ່ຳຊ້າແບບນີ້ຢູ່ແລ້ວ ແມ່ນແຕ່ຕອນທີ່ພວກເຂົາຂາດສະຖານະ. ມັນເປັນພຽງແຕ່ວ່າດ້ວຍຄວາມບັງເອີນ, ພວກເຂົາຈຶ່ງໄດ້ຢູ່ໃນຕຳແໜ່ງຜູ້ນໍາ ແລະ ລັກສະນະທີ່ແທ້ຈິງຂອງພວກເຂົາໃນຖານະຜູ້ຕໍ່ຕ້ານພຣະຄຣິສກໍຖືກເປີດໂປງຢ່າງໄວວາ, ຄືກັນກັບເຊື້ອລາທີ່ໝັກຕົວຢ່າງໄວວາເມື່ອມີອຸນຫະພູມ ແລະ ດິນທີ່ເໝາະສົມ, ໂດຍເປີດເຜີຍໂສມໜ້າທີ່ແທ້ຈິງຂອງມັນ. ຖ້າບໍ່ມີສະພາບແວດລ້ອມທີ່ເໝາະສົມ, ມັນອາດຈະໃຊ້ເວລາດົນກວ່ານັ້ນໜ້ອຍໜຶ່ງເພື່ອໃຫ້ແກ່ນແທ້ທຳມະຊາດຂອງພວກເຂົາຖືກເປີດເຜີຍອອກມາ, ແຕ່ການເປີດເຜີຍທີ່ຊ້າກວ່ານີ້ກໍບໍ່ໄດ້ໝາຍຄວາມວ່າພວກເຂົາຂາດທຳມະຊາດແບບນັ້ນ. ດ້ວຍທຳມະຊາດແບບນັ້ນ, ຜູ້ຄົນຈະກະທຳ ແລະ ເປີດເຜີຍສິ່ງຕ່າງໆອອກມາຢ່າງຫຼີກລ່ຽງບໍ່ໄດ້ ແລະ ພຶດຕິກຳທີ່ຖືກເປີດເຜີຍເຫຼົ່ານີ້ຄືສັນຍານ ແລະ ເຄື່ອງໝາຍຂອງແກ່ນແທ້ທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ. ເມື່ອພວກເຂົາມີສັນຍານ ແລະ ເຄື່ອງໝາຍເຫຼົ່ານີ້ແລ້ວ, ພວກເຂົາກໍສາມາດຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສ.

ບອກເຮົາມາເບິ່ງ, ການປະຕິບັດຄວາມຈິງ ແລະ ການຈັດການເລື່ອງຕ່າງໆຕາມຫຼັກການຄວາມຈິງນັ້ນຈຳເປັນຕ້ອງມີຂໍ້ອ້າງ ແລະ ຂໍ້ແກ້ຕົວຕ່າງໆບໍ? (ບໍ່, ບໍ່ຈຳເປັນ.) ຕາບໃດທີ່ຄົນຜູ້ໜຶ່ງມີຈິດໃຈທີ່ຈິງໃຈ, ພວກເຂົາກໍສາມາດນຳເອົາຄວາມຈິງໄປປະຕິບັດໄດ້. ຄົນທີ່ບໍ່ປະຕິບັດຄວາມຈິງມັກຈະຫາຂໍ້ອ້າງສາລະພັດມາອ້າງບໍ? ຕົວຢ່າງ: ເມື່ອພວກເຂົາເຮັດບາງສິ່ງບາງຢ່າງຜິດພາດ, ຂັດກັບຫຼັກການ ແລະ ມີຄົນມາຕັກເຕືອນພວກເຂົາ, ພວກເຂົາຈະຮັບຟັງບໍ? ພວກເຂົາບໍ່ຟັງເລີຍ. ຄວາມຈິງທີ່ວ່າພວກເຂົາບໍ່ຟັງນັ້ນແມ່ນທັງໝົດແລ້ວບໍ? ພວກເຂົາຊົ່ວຊ້າແນວໃດ? (ພວກເຂົາຫາຂໍ້ອ້າງເພື່ອມາໂນ້ມນ້າວເຈົ້າ, ເຮັດໃຫ້ເຈົ້າຄິດວ່າພວກເຂົາເປັນຝ່າຍຖືກ.) ພວກເຂົາຈະຫາການຕີຄວາມໝາຍທີ່ສອດຄ່ອງກັບຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງເຈົ້າມາ, ຈາກນັ້ນພວກເຂົາກໍຈະໃຊ້ທິດສະດີຝ່າຍວິນຍານຊຸດໜຶ່ງທີ່ເຈົ້າສາມາດຮັບຮູ້ ແລະ ຍອມຮັບໄດ້ ເຊິ່ງສອດຄ່ອງກັບຄວາມຈິງເພື່ອມາໂນ້ມນ້າວເຈົ້າ, ເຮັດໃຫ້ເຈົ້າເຫັນດີນຳພວກເຂົາ ແລະ ເຮັດໃຫ້ເຈົ້າເຊື່ອຢ່າງສຸດໃຈວ່າພວກເຂົາເປັນຝ່າຍຖືກ, ທັງໝົດນີ້ກໍເພື່ອບັນລຸເປົ້າໝາຍຂອງພວກເຂົາໃນການເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ຄວບຄຸມຜູ້ຄົນ. ນີ້ບໍ່ແມ່ນຄວາມຊົ່ວຊ້າບໍ? (ແມ່ນແລ້ວ.) ນີ້ຄືຄວາມຊົ່ວຊ້າຢ່າງແທ້ຈິງ. ເຫັນໄດ້ຢ່າງຊັດເຈນວ່າ ພວກເຂົາໄດ້ເຮັດບາງສິ່ງບາງຢ່າງຜິດພາດ, ຂັດກັບຫຼັກການ ແລະ ຄວາມຈິງໃນການກະທຳຂອງພວກເຂົາ ແລະ ລົ້ມເຫຼວໃນການປະຕິບັດຄວາມຈິງ, ແຕ່ພວກເຂົາກໍຍັງຍົກເອົາຂໍ້ແກ້ຕົວທາງທິດສະດີຊຸດໜຶ່ງຂຶ້ນມາອ້າງ. ນີ້ຄືສິ່ງທີ່ຊົ່ວຊ້າຢ່າງແທ້ຈິງ. ມັນຄືກັນກັບໝາປ່າກິນແກະ; ມັນຢູ່ໃນທຳມະຊາດຂອງໝາປ່າແຕ່ເດີມແລ້ວທີ່ຈະກິນແກະ ແລະ ພຣະເຈົ້າກໍສ້າງສັດຊະນິດນີ້ຂຶ້ນມາເພື່ອກິນແກະ, ແກະຄືອາຫານຂອງມັນ. ແຕ່ຫຼັງຈາກທີ່ມັນກິນແກະໄປແລ້ວ, ໝາປ່າກໍຍັງຫາຂໍ້ອ້າງຕ່າງໆມາອ້າງ. ເຈົ້າມີຄວາມຄິດແນວໃດກ່ຽວກັບເລື່ອງນີ້? ເຈົ້າຄິດວ່າ “ເຈົ້າກິນແກະຂອງຂ້ອຍແລ້ວ ແລະ ຕອນນີ້ ເຈົ້າຍັງຕ້ອງການໃຫ້ຂ້ອຍຄິດວ່າ ເຈົ້າຄວນຈະໄດ້ກິນມັນ, ວ່າມັນສົມເຫດສົມຜົນ ແລະ ເໝາະສົມແລ້ວທີ່ເຈົ້າຈະກິນມັນ ແລະ ຂ້ອຍເຖິງຂັ້ນຄວນຂອບໃຈເຈົ້າອີກ”. ເຈົ້າບໍ່ຮູ້ສຶກໃຈຮ້າຍບໍ? (ແມ່ນແລ້ວ, ຂ້ານ້ອຍຮູ້ສຶກ.) ໃນຂະນະທີ່ເຈົ້າກຳລັງໃຈຮ້າຍ, ເຈົ້າມີຄວາມຄິດແນວໃດ? ເຈົ້າຄິດວ່າ “ໝໍນີ້ຊົ່ວຊ້າເກີນໄປແລ້ວ! ຖ້າເຈົ້າຢາກກິນມັນ, ກໍກິນໂລດ, ນັ້ນຄືສິ່ງທີ່ເຈົ້າເປັນ; ການກິນແກະຂອງຂ້ອຍກໍເປັນເລື່ອງໜຶ່ງ, ແຕ່ເຈົ້າພັດຍັງຫາເຫດຜົນ ແລະ ຂໍ້ອ້າງສາລະພັດມາອ້າງ ແລະ ຍັງຂໍໃຫ້ຂ້ອຍຮູ້ສຶກຂອບໃຈເຈົ້າເປັນການຕອບແທນອີກ. ນີ້ບໍ່ແມ່ນການປ່ຽນຜິດໃຫ້ເປັນຖືກບໍ?” ນີ້ຄືຄວາມຊົ່ວຊ້າ. ເມື່ອໝາປ່າຢາກກິນແກະ, ມັນຫາຂໍ້ອ້າງຫຍັງມາອ້າງ? ໝາປ່າເວົ້າວ່າ “ລູກແກະນ້ອຍເອີຍ, ມື້ນີ້ ຂ້ອຍຕ້ອງກິນເຈົ້າ ເພາະຂ້ອຍຕ້ອງແກ້ແຄ້ນເຈົ້າທີ່ປີກາຍນີ້ເຈົ້າດູຖູກຂ້ອຍ”. ລູກແກະນ້ອຍຮູ້ສຶກວ່າມັນບໍ່ຍຸຕິທຳ, ໂດຍເວົ້າວ່າ “ປີກາຍນີ້ ຂ້ອຍຍັງບໍ່ທັນເກີດຊ້ຳ”. ເມື່ອໝາປ່າຮູ້ສຶກໂຕວ່າມັນເວົ້າຜິດ ແລະ ນັບອາຍຸຂອງລູກແກະຜິດ, ມັນກໍເວົ້າວ່າ “ຄັນຊັ້ນ ພວກເຮົາຈະບໍ່ນັບເລື່ອງນັ້ນກໍໄດ້, ແຕ່ຂ້ອຍກໍຍັງຕ້ອງກິນເຈົ້າຢູ່ດີ ເພາະວ່າຄັ້ງລ່າສຸດທີ່ຂ້ອຍດື່ມນ້ຳຈາກແມ່ນ້ຳສາຍນີ້, ເຈົ້າເຮັດໃຫ້ນ້ຳຂຸ່ນ, ສະນັ້ນ ຂ້ອຍຈຶ່ງຕ້ອງແກ້ແຄ້ນເຈົ້າ”. ລູກແກະນ້ອຍເວົ້າວ່າ “ຂ້ອຍຢູ່ປາຍນ້ຳ ແລະ ເຈົ້າຢູ່ຕົ້ນນ້ຳ. ຂ້ອຍຈະເຮັດໃຫ້ນ້ຳຢູ່ຕົ້ນນ້ຳເປື້ອນໄດ້ແນວໃດ? ຖ້າເຈົ້າຢາກກິນຂ້ອຍ, ກໍກິນຂ້ອຍໂລດ. ຢ່າຫາຂໍ້ອ້າງຕ່າງໆມາອ້າງເລີຍ”. ນັ້ນຄືທຳມະຊາດຂອງໝາປ່າ. ມັນບໍ່ແມ່ນຄວາມຊົ່ວຊ້າບໍ? (ແມ່ນແລ້ວ, ມັນແມ່ນ.) ຄວາມຊົ່ວຊ້າຂອງໝາປ່າຄືກັນກັບຄວາມຊົ່ວຊ້າຂອງພະຍານາກໃຫຍ່ສີແດງບໍ? (ແມ່ນແລ້ວ.) ຄຳບັນຍາຍນີ້ເໝາະສົມກັບພະຍານາກໃຫຍ່ສີແດງທີ່ສຸດ. ພະຍານາກໃຫຍ່ສີແດງຕ້ອງການຈັບກຸມຄົນທີ່ເຊື່ອໃນພຣະເຈົ້າ; ມັນຕ້ອງການຕັ້ງຂໍ້ຫາອາຊະຍາກຳໃຫ້ກັບຄົນເຫຼົ່ານີ້. ດັ່ງນັ້ນ, ກ່ອນອື່ນໝົດ ມັນຈຶ່ງສ້າງສາກບັງໜ້າບາງຢ່າງຂຶ້ນມາ, ມັນສ້າງຂ່າວລືບາງຢ່າງຂຶ້ນມາ ແລະ ຈາກນັ້ນກໍກະຈາຍຂ່າວເຫຼົ່ານັ້ນອອກໄປສູ່ໂລກ ເພື່ອເຮັດໃຫ້ຄົນທັງໂລກລຸກຮືຂຶ້ນ ແລະ ກ່າວໂທດເຈົ້າ. ມັນຍັດຂໍ້ຫາຫຼາຍຢ່າງໃຫ້ກັບຜູ້ທີ່ເຊື່ອໃນພຣະເຈົ້າເຊັ່ນ: “ການລົບກວນຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ”, “ການຮົ່ວໄຫຼຂອງຄວາມລັບຂອງລັດ” ແລະ “ການໂຄ່ນລົ້ມອຳນາດລັດ”. ມັນຍັງເຜີຍແຜ່ຂ່າວລືວ່າເຈົ້າໄດ້ກະທຳຄວາມຜິດທາງອາຍາຕ່າງໆ ແລະ ຍັດຂໍ້ຫາເຫຼົ່ານີ້ໃຫ້ເຈົ້າ. ມັນຈະບໍ່ເປັນຫຍັງບໍຖ້າເຈົ້າປະຕິເສດທີ່ຈະຍອມຮັບຂໍ້ຫາເຫຼົ່ານັ້ນ? ມັນຂຶ້ນຢູ່ກັບວ່າເຈົ້າຈະຍອມຮັບມັນ ຫຼື ບໍ່ ບໍ? ບໍ່, ມັນບໍ່ແມ່ນ. ທັນທີທີ່ມັນຕັ້ງໃຈຈະຈັບກຸມເຈົ້າ, ມັນກໍຄືກັນກັບໝາປ່າທີ່ຕັ້ງໃຈຈະກິນແກະ, ມັນຈະຫາຂໍ້ອ້າງຕ່າງໆມາອ້າງ. ພະຍານາກໃຫຍ່ສີແດງສ້າງສາກບັງໜ້າບາງຢ່າງຂຶ້ນມາ, ໂດຍອ້າງວ່າພວກເຮົາໄດ້ເຮັດສິ່ງທີ່ບໍ່ດີ ທັງທີ່ໃນຄວາມເປັນຈິງແລ້ວ ເປັນຄົນອື່ນທີ່ເຮັດ. ມັນໂຍນຄວາມຜິດ ແລະ ໃສ່ຮ້າຍປ້າຍສີຄຣິສຕະຈັກ. ເຈົ້າສາມາດໃຊ້ເຫດຜົນກັບມັນໄດ້ບໍ? (ບໍ່.) ເປັນຫຍັງເຈົ້າຈຶ່ງບໍ່ສາມາດໃຊ້ເຫດຜົນກັບມັນໄດ້? ເຈົ້າສາມາດໃຊ້ເຫດຜົນກັບມັນໃຫ້ເຂົ້າໃຈໄດ້ບໍ? ເຈົ້າຄິດວ່າການໃຊ້ເຫດຜົນກັບມັນ ແລະ ອະທິບາຍສະຖານະການໃຫ້ຟັງແລ້ວ, ມັນຈະບໍ່ຈັບກຸມເຈົ້າບໍ? ເຈົ້າຄິດໃນແງ່ດີເກີນໄປແລ້ວ. ກ່ອນທີ່ເຈົ້າຈະເວົ້າຈົບ, ມັນກໍຈະກະຊາກຜົມເຈົ້າ, ຈັບຫົວເຈົ້າຟາດໃສ່ຝາ ແລະ ຈາກນັ້ນກໍຖາມເຈົ້າວ່າ “ມຶງຮູ້ບໍວ່າກູແມ່ນໃຜ? ກູຄືມານຮ້າຍ!” ຫຼັງຈາກນັ້ນ, ກໍຈະມີການທຸບຕີຢ່າງຮຸນແຮງ, ພ້ອມກັບການສອບສວນ ແລະ ການທໍລະມານສະລັບກັນທັງເວັນທັງຄືນ ແລະ ຈາກນັ້ນເຈົ້າກໍຈະບໍ່ກ້າຂັດຂືນ. ເມື່ອມາຮອດຈຸດນີ້, ເຈົ້າກໍຈະຮູ້ສຶກໂຕວ່າ “ມັນບໍ່ມີບ່ອນໃຫ້ໃຊ້ເຫດຜົນຢູ່ນີ້; ນີ້ຄືກັບດັກ!” ພະຍານາກໃຫຍ່ສີແດງບໍ່ໄດ້ໃຊ້ເຫດຜົນກັບເຈົ້າ, ເຈົ້າຄິດວ່າມັນສ້າງສາກບັງໜ້າເຫຼົ່ານັ້ນຂຶ້ນມາໂດຍບໍ່ໄດ້ຕັ້ງໃຈ ຫຼື ໂດຍບັງເອີນບໍ? ມັນມີແຜນການສົມຮູ້ຮ່ວມຄິດຢູ່ເບື້ອງຫຼັງ ແລະ ມັນໄດ້ວາງແຜນການຂັ້ນຕໍ່ໄປໄວ້ແລ້ວ. ນີ້ເປັນພຽງການເລີ່ມຕົ້ນຂອງການກະທຳຂອງມັນ. ບາງຄົນອາດຈະຍັງຄິດວ່າ “ພວກເຂົາບໍ່ເຂົ້າໃຈເລື່ອງທີ່ກ່ຽວຂ້ອງກັບການເຊື່ອໃນພຣະເຈົ້າ; ຖ້າຂ້ອຍອະທິບາຍໃຫ້ພວກເຂົາຟັງ, ທຸກສິ່ງທຸກຢ່າງກໍຈະດີເອງ”. ເຈົ້າສາມາດອະທິບາຍໃຫ້ເຂົ້າໃຈໄດ້ບໍ? ມັນໃສ່ຮ້າຍປ້າຍສີເຈົ້າໃນສິ່ງທີ່ເຈົ້າບໍ່ໄດ້ເຮັດ, ເຈົ້າຍັງຈະສາມາດອະທິບາຍສິ່ງຕ່າງໆໃຫ້ເຂົ້າໃຈໄດ້ຢູ່ບໍ? ເມື່ອມັນໃສ່ຮ້າຍປ້າຍສີເຈົ້າ, ມັນບໍ່ຮູ້ບໍວ່າເຈົ້າບໍ່ໄດ້ເຮັດ? ມັນບໍ່ຮູ້ບໍວ່າໃຜເປັນຄົນເຮັດ? ມັນຮູ້ດີທີ່ສຸດ! ຄັນຊັ້ນ ເປັນຫຍັງມັນຈຶ່ງໂຍນຄວາມຜິດໃຫ້ເຈົ້າ? ເຈົ້າຄືຄົນທີ່ມັນກຳລັງຈະຈັບ. ເຈົ້າຄິດວ່າເມື່ອມັນໂຍນຄວາມຜິດໃຫ້ເຈົ້ານັ້ນ ມັນບໍ່ຮູ້ບໍວ່າເຈົ້າກຳລັງຖືກປະຕິບັດຢ່າງບໍ່ເປັນທຳ? ມັນຕ້ອງການປະຕິບັດຕໍ່ເຈົ້າຢ່າງບໍ່ເປັນທຳ ແລະ ຈັບກຸມ ແລະ ຂົ່ມເຫັງເຈົ້າ. ນັ້ນຄືຄວາມຊົ່ວຊ້າ.

ຜູ້ໃດກໍຕາມທີ່ມີແກ່ນແທ້ທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສຈະເບື່ອໜ່າຍ ແລະ ກຽດຊັງຄວາມຈິງໃນແກ່ນແທ້ຂອງພວກເຂົາ. ໃນໃຈຂອງພວກເຂົາ, ພວກເຂົາບໍ່ຍອມຮັບຄວາມຈິງແມ່ນແຕ່ໜ້ອຍດຽວ ແລະ ບໍ່ມີເຈດຕະນາທີ່ຈະປະຕິບັດມັນເລີຍ. ຖ້າເຈົ້າຄິດວ່າພວກເຂົາຂາດຄວາມເຂົ້າໃຈຄວາມຈິງ ແລະ ພະຍາຍາມໂອ້ລົມມັນກັບພວກເຂົາ, ຜົນທີ່ຕາມມາຈະເປັນແນວໃດ? ເຈົ້າຈະພົບກັບທາງຕັນ, ເຈົ້າເຂົ້າຫາຜິດຄົນແລ້ວ. ພວກເຂົາບໍ່ແມ່ນຄົນທີ່ຍອມຮັບຄວາມຈິງ ແລະ ເຈົ້າກໍບໍ່ຄວນໂອ້ລົມກັບພວກເຂົາ; ແຕ່ກົງກັນຂ້າມ, ເຈົ້າຄວນສັ່ງສອນພວກເຂົາ ແລະ ເຂັ້ມງວດກັບພວກເຂົາ, ໂດຍເວົ້າວ່າ “ເຈົ້າປະຕິບັດໜ້າທີ່ຂອງເຈົ້າມາໄດ້ດົນປານໃດແລ້ວ? ເຈົ້າປະຕິບັດຕໍ່ໜ້າທີ່ຂອງເຈົ້າຄືກັບເລື່ອງຫຼິ້ນໆໄດ້ແນວໃດ? ມັນແມ່ນວຽກງານຂອງເຈົ້າເອງບໍ? ເຈົ້າກຳລັງທ້າທາຍໃຜຢູ່? ເຈົ້າບໍ່ໄດ້ຕໍ່ຕ້ານຂ້ອຍ; ເຈົ້າກຳລັງຕໍ່ຕ້ານພຣະເຈົ້າ ແລະ ຄວາມຈິງ!” ເຈົ້າບໍ່ຈຳເປັນຕ້ອງສັ່ງສອນພວກເຂົາບໍ? ມັນມີປະໂຫຍດບໍທີ່ຈະໂອ້ລົມຄວາມຈິງກັບພວກເຂົາ? ບໍ່, ມັນບໍ່ມີປະໂຫຍດ. ເປັນຫຍັງມັນຈຶ່ງບໍ່ມີປະໂຫຍດ? ພວກເຂົາເປັນໝາປ່າ, ບໍ່ແມ່ນແກະທີ່ຫຼົງທາງ. ໝາປ່າສາມາດປະຕິບັດຄວາມຈິງໄດ້ບໍ? ບໍ່ໄດ້. ທຳມະຊາດຂອງໝາປ່າແມ່ນຫຍັງ? (ຄວາມຊົ່ວຊ້າ.) ທັນທີທີ່ມັນເຫັນແກະ, ມັນກໍເລີ່ມນ້ຳລາຍໄຫຼ, ຕາຂອງມັນເຕັມໄປດ້ວຍພາບຂອງອາຫານທີ່ແຊບຊ້ອຍ ແລະ ແກະກໍຖືກກຳນົດໃຫ້ເປັນອາຫານຂອງມັນ. ນັ້ນຄືທຳມະຊາດຂອງມັນ; ນັ້ນຄືຄວາມຊົ່ວຊ້າ. ຖ້າເຈົ້າບອກມັນວ່າ “ແກະໜ້າສົງສານ ແລະ ອ່ອນໂຍນຫຼາຍ; ກະລຸນາຢ່າກິນພວກມັນ. ໄປເລືອກກິນສັດທີ່ດຸຮ້າຍໂຕອື່ນສາ, ໄດ້ບໍ?” ມັນສາມາດເຂົ້າໃຈໄດ້ບໍ? ມັນບໍ່ສາມາດເຂົ້າໃຈໄດ້. ນັ້ນຄືທຳມະຊາດຂອງມັນ. ບາງຄົນບໍ່ປະຕິບັດຄວາມຈິງ ແລະ ຫາຂໍ້ອ້າງຕ່າງໆມາອ້າງ, ນັ້ນຄືທຳມະຊາດຂອງພວກເຂົາ. ທຳມະຊາດນີ້ແມ່ນຫຍັງ? ມັນຄືຄວາມຊົ່ວຊ້າ. ບໍ່ວ່າການກະທຳຂອງພວກເຂົາຈະຕ່ຳຊ້າ, ກະບົດ ຫຼື ຂັດກັບຫຼັກການຢ່າງເປີດເຜີຍສໍ່າໃດກໍຕາມ, ພວກເຂົາກໍຍັງຕ້ອງການຮັກສາໜ້າໄວ້; ເຖິງແມ່ນວ່າພວກເຂົາຈະຂັດກັບຄວາມຈິງ, ພວກເຂົາກໍຕ້ອງການເຮັດມັນໃນລັກສະນະທີ່ສະຫງ່າຜ່າເຜີຍ ແລະ ມີກຽດ. ນີ້ບໍ່ແມ່ນຄວາມຊົ່ວຊ້າບໍ? ການລະເມີດຄວາມຈິງເປັນສິ່ງທີ່ເປັນບວກ ຫຼື ເປັນລົບ? (ເປັນລົບ.) ສິ່ງທີ່ເປັນລົບຈະສາມາດເຮັດໃນລັກສະນະທີ່ສະຫງ່າຜ່າເຜີຍ, ມີກຽດ ແລະ ໜ້ານັບຖືໄດ້ແນວໃດ? ມັນບໍ່ແປກປະຫຼາດເລັກນ້ອຍບໍທີ່ຈະພະຍາຍາມລວມເອົາສອງດ້ານນີ້ເຂົ້າກັນ? ນີ້ຄືຄວາມຊົ່ວຊ້າ: ນີ້ຄືພຶດຕິກຳ ແລະ ການສະແດງອອກຂອງຜູ້ທີ່ມີແກ່ນແທ້ທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ. ມັນອາດຈະຟັງຄືວ່າຂັດແຍ້ງກັນ, ແຕ່ນັ້ນຄືວິທີທີ່ພວກເຂົາປະຕິບັດ, ນັ້ນຄືອຸປະນິໄສຂອງພວກເຂົາ ແລະ ສິ່ງທີ່ພວກເຂົາເປີດເຜີຍອອກມາ. ພວກເຂົາເກັບຄວາມກຽດຊັງທີ່ມີຕໍ່ຄວາມຈິງໄວ້ໃນໃຈ, ໂດຍບໍ່ເຄີຍຍອມຮັບມັນ, ຄົນເຫຼົ່ານີ້ຄືຜູ້ຕໍ່ຕ້ານພຣະຄຣິສ, ນີ້ຄືແກ່ນແທ້ທຳມະຊາດທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ. ແກ່ນແທ້ທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສມີຈັກຂໍ້? (ສີ່ຂໍ້.) ມັນມີທັງໝົດສີ່ຂໍ້. ສັນຍານທັງສີ່ຂໍ້ນີ້ບໍ່ພຽງພໍແລ້ວບໍທີ່ຈະໃຫ້ພວກເຈົ້າແຍກແຍະໄດ້? ຄວາມຊົ່ວຊ້າປະກອບດ້ວຍອົງປະກອບທີ່ແຝງຊົ່ວ ແລະ ເລ່ຫຼ່ຽມໂດຍທຳມະຊາດ ແລະ ເມື່ອອົງປະກອບທີ່ແຝງຊົ່ວ ແລະ ເລ່ຫຼ່ຽມໄປເຖິງຂີດສຸດ, ພວກມັນກໍຈະຖືກກຳນົດລັກສະນະວ່າເປັນອຸປະນິໄສທີ່ຊົ່ວຊ້າ. ຜູ້ຕໍ່ຕ້ານພຣະຄຣິສສະແດງໃຫ້ເຫັນເຖິງອຸປະນິໄສທີ່ຊົ່ວຊ້າປະເພດນີ້.

ວັນທີ 3 ກັນຍາ 2019

ກ່ອນນີ້: ລາຍການທີເຈັດ: ພວກເຂົາຊົ່ວຮ້າຍ, ແຝງຊົ່ວ ແລະ ເລ່ຫຼ່ຽມ (ພາກທີສອງ)

ຕໍ່ໄປ: ລາຍການທີແປດ: ພວກເຂົາພຽງແຕ່ຈະເຮັດໃຫ້ຄົນອື່ນເຊື່ອຟັງພວກເຂົາ, ບໍ່ແມ່ນຄວາມຈິງ ຫຼື ພຣະເຈົ້າ (ພາກທີໜຶ່ງ)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້