ລາຍການທີແປດ: ພວກເຂົາພຽງແຕ່ຈະເຮັດໃຫ້ຄົນອື່ນເຊື່ອຟັງພວກເຂົາ, ບໍ່ແມ່ນຄວາມຈິງ ຫຼື ພຣະເຈົ້າ (ພາກທີໜຶ່ງ)
ບົດເສີມ: ການໄຈ້ແຍກບັນຫາທີ່ເກີດຂຶ້ນໃນເວລາຖອດຂໍ້ຄວາມສຽງຄຳເທດສະໜາ
ຂ້ອຍໄດ້ຍິນບາງຄົນເວົ້າວ່າ ຜູ້ຖອດຂໍ້ຄວາມສຽງໄດ້ຕັດເອົາເລື່ອງລາວຕ່າງໆທີ່ຢູ່ຕອນຕົ້ນຂອງຄຳເທດສະໜາສອງສາມບົດຫຼ້າສຸດອອກ, ເຫຼືອໄວ້ພຽງແຕ່ເນື້ອໃນທາງການທີ່ເປັນຄຳເທດສະໜາທີ່ຢູ່ຕໍ່ຈາກເລື່ອງລາວເຫຼົ່ານັ້ນ. ມັນເປັນແບບນັ້ນແທ້ບໍ? ມີເລື່ອງລາວໃດແດ່ທີ່ຖືກແຍກອອກຈາກຄຳເທດສະໜາທີ່ຢູ່ຕໍ່ຈາກເລື່ອງລາວເຫຼົ່ານັ້ນ? (ເລື່ອງລາວຂອງຕ້າປາວ ແລະ ຊຽວປາວ, ເລື່ອງລາວຂອງຕ້າໝິງ ແລະ ຊຽວໝິງ ແລະ ການສົນທະນາກ່ຽວກັບທຶນ: “ແລ້ວແຕ່!”) ເລື່ອງລາວທັງສາມເລື່ອງນີ້ຖືກແຍກອອກຈາກເນື້ອໃນຂອງຄຳເທດສະໜາ, ແຕ່ຍ້ອນຫຍັງຈຶ່ງຖືກແຍກອອກ? ດ້ວຍເຫດຜົນໃດ? ເຫັນໄດ້ຊັດເຈນວ່າ ຜູ້ຖອດຂໍ້ຄວາມສຽງຄິດວ່າເລື່ອງລາວກ່ອນໜ້ານີ້ບໍ່ສອດຄ່ອງກັບເນື້ອໃນຂອງຄຳເທດສະໜາທີ່ຕາມມາ, ດັ່ງນັ້ນ ພວກເຂົາກໍເລີຍແຍກເລື່ອງລາວເຫຼົ່ານັ້ນອອກ. ເລື່ອງນີ້ເໝາະສົມແລ້ວບໍ? ນີ້ຄືສິ່ງທີ່ຜູ້ຖອດຂໍ້ຄວາມສຽງໄດ້ເຮັດລົງໄປ. ພວກເຂົາອວດດີ ແລະ ຖືຕົນວ່າຊອບທຳເກີນໄປ, ຕັດເອົາເລື່ອງລາວເຫຼົ່ານັ້ນອອກ ແລະ ນຳໄປໃສ່ໃນບົດແຍກຕ່າງຫາກ ໂດຍທີ່ບໍ່ມີເນື້ອໃນຂອງຄຳເທດສະໜາຢູ່ເລີຍ. ພວກເຈົ້າຄິດວ່າຜົນຂອງການເຮັດແບບນີ້ມັນດີ ຫຼື ບໍ່ດີ? ນອກຈາກນີ້, ພວກເຈົ້າຄິດວ່າເລື່ອງລາວທີ່ໄດ້ເລົ່າກ່ອນໜ້ານັ້ນ ຕ້ອງສອດຄ່ອງ ແລະ ເຂົ້າກັນກັບຄຳເທດສະໜາທີ່ຕາມມາສະເໝີບໍ? ມັນຈຳເປັນແທ້ໆບໍ? (ບໍ່). ຄັນຊັ້ນ ເປັນຫຍັງຄົນທີ່ຖອດຂໍ້ຄວາມສຽງຄຳເທດສະໜາເຫຼົ່ານັ້ນຈຶ່ງເຂົ້າໃຈໜ້າວຽກຜິດແບບນີ້? ພວກເຂົາມີຄວາມເຊື່ອແບບນັ້ນໄດ້ແນວໃດ? ແມ່ນຫຍັງຄືບັນຫາຢູ່ບ່ອນນີ້? ພວກເຂົາຄິດເອົາເອງວ່າ: “ເລື່ອງລາວທີ່ພຣະອົງເລົ່າອອກນອກປະເດັນ. ຂ້ານ້ອຍຈະຄັດກອງໃຫ້ພຣະອົງເອງ ແລະ ເວລາທີ່ເອົາໄປແຈກຢາຍ, ຂ້ານ້ອຍຈະບໍ່ເອົາພວກມັນໄວ້ນໍາກັນ. ຄຳເທດສະໜາກໍຄືຄຳເທດສະໜາ; ປ່ອຍໃຫ້ພວກມັນມີຄວາມຕໍ່ເນື່ອງກັນແຕ່ລະບົດໄປ. ເນື້ອໃນຂອງເລື່ອງລາວທີ່ເລົ່າກ່ອນໜ້ານັ້ນບໍ່ຄວນຈະມາແຊກເນື້ອໃນຂອງຄຳເທດສະໜາ. ຂ້ານ້ອຍຕ້ອງຄັດກອງເນື້ອໃນໃຫ້ພຣະອົງ ເພາະວ່າພຣະອົງບໍ່ເຂົ້າໃຈບັນຫານີ້ໄດ້ດ້ວຍຕົວພຣະອົງເອງ”. ນີ້ແມ່ນເຈດຕະນາທີ່ດີບໍ? ເຈດຕະນາທີ່ດີຂອງພວກເຂົາມາຈາກໃສ? ມັນມາຈາກແນວຄິດຂອງມະນຸດແມ່ນບໍ? (ແມ່ນແລ້ວ). ເວລາທີ່ເຮົາເທດສະໜາ, ເຮົາຈຳເປັນຕ້ອງພິຈາລະນາທຸກຢ່າງໃຫ້ຮອບດ້ານຂະໜາດນັ້ນບໍ? ແຕ່ລະເລື່ອງທີ່ເຮົາເລົ່າຈຳເປັນຕ້ອງເຂົ້າກັນກັບເນື້ອໃນທີ່ຕາມມາບໍ? (ບໍ່). ມັນບໍ່ຈຳເປັນສຳລັບເລື່ອງນີ້; ນີ້ເອີ້ນວ່າກົດລະບຽບ, ແນວຄິດ. ຜູ້ຖອດຂໍ້ຄວາມສຽງເຮັດຜິດບ່ອນໃດ? (ເຮັດສິ່ງຕ່າງໆໂດຍອີງຕາມແນວຄິດ ແລະ ຈິນຕະນາການຂອງພວກເຂົາເອງ). ມີຫຍັງອີກບໍ? (ກະທຳຢ່າງປະໝາດ ແລະ ເຮັດຕາມອຳເພີໃຈ) ລັກສະນະຂອງພຶດຕິກຳແບບນີ້ແມ່ນມີຄວາມປະໝາດ ແລະ ເຮັດຕາມອຳເພີໃຈຢູ່ໜ້ອຍໜຶ່ງ; ພວກເຂົາຂາດຫົວໃຈທີ່ຢຳເກງພຣະເຈົ້າ. ການເວົ້າແບບນີ້ກໍມີເຫດຜົນ, ແຕ່ມັນກໍຍັງແຕກຕ່າງຈາກແກ່ນແທ້ຂອງເລື່ອງດັ່ງກ່າວຢູ່ດີ. ເມື່ອພວກເຂົາຖອດຂໍ້ຄວາມສຽງຂອງຄຳເທດສະໜາ, ພວກເຂົາໃຊ້ທັດສະນະຄະຕິແບບໃດ ແລະ ມຸມມອງແບບໃດໃນການເບິ່ງທຸກສິ່ງທີ່ພຣະເຈົ້າຊົງກ່າວ? ບໍ່ວ່າຈະເປັນເລື່ອງລາວ ຫຼື ຄຳເທດສະໜາ, ພວກເຂົາໃຊ້ທັດສະນະຄະຕິແບບໃດ ແລະ ຈາກມຸມມອງໃດໃນການເບິ່ງ ແລະ ຟັງສິ່ງເຫຼົ່ານີ້້ທີ່ຖືກກ່າວອອກມາ (ເບິ່ງຈາກມຸມມອງຂອງຄວາມຮູ້ ແລະ ການຮຽນຮູ້). ຖືກຕ້ອງແລ້ວ. ການເບິ່ງເລື່ອງລາວທີ່ຖືກເລົ່າອອກມາ ແລະ ເນື້ອໃນຂອງຄຳເທດສະໜາຈາກມຸມມອງຂອງຄວາມຮູ້ ຈະນຳໄປສູ່ບັນຫານີ້. ພວກເຂົາເຊື່ອວ່າ ເວລາທີ່ຂ້ອຍເທດສະໜາ, ບໍ່ວ່າຂ້ອຍຢາກຈະເວົ້າໃນສ່ວນໃດກໍຕາມ, ເນື້ອໃນນັ້ນຕ້ອງເປັນໄປຕາມລຳດັບ; ທຸກປະໂຫຍກຕ້ອງມີເຫດມີຜົນ, ທຸກປະໂຫຍກຕ້ອງສອດຄ່ອງກັບແນວຄິດຂອງທຸກຄົນ, ແລະ ທຸກສ່ວນຕ້ອງມີເປົ້າໝາຍທີ່ຊັດເຈນ. ພວກເຂົາວັດແທກຄຳເທດສະໜາຂອງເຮົາຕາມແນວຄິດນີ້. ສິ່ງນີ້ສະແດງໃຫ້ເຫັນເຖິງການຂາດຄວາມເຂົ້າໃຈຝ່າຍວິນຍານບໍ? (ແມ່ນແລ້ວ). ນີ້ຄືການຂາດຄວາມເຂົ້າໃຈຝ່າຍວິນຍານແທ້ໆ! ການໃຊ້ຕັກກະ ແລະ ການອະນຸມານມາພິຈາລະນາສິ່ງທີ່ເຮົາເວົ້າຈາກມຸມມອງຂອງຄວາມຮູ້ຄືການກະທໍາຜິດທີ່ຮ້າຍແຮງ. ເຮົາກຳລັງໂອ້ລົມກ່ຽວກັບຄວາມຈິງ, ບໍ່ແມ່ນກຳລັງແຕ່ງບົດປາໄສ; ເຈົ້າຄວນເຂົ້າໃຈເລື່ອງນີ້ໃຫ້ຊັດເຈນ. ພວກເຈົ້າທີ່ໄດ້ຟັງຄຳເທດສະໜາໃນການເຕົ້າໂຮມ ແລະ ຕໍ່ມາກໍໄດ້ຟັງຄຳເທດສະໜາເຫຼົ່ານັ້ນທີ່ພວກເຂົາໄດ້ຖອດຂໍ້ຄວາມສຽງອອກມາ, ພວກເຈົ້າໄດ້ສັງເກດເຫັນຈຸດສຳຄັນ ຫຼື ສິ່ງຕ່າງໆທີ່ຖືກກ່າວໃນເວລານັ້ນແລ້ວຖືກພວກເຂົາຕັດອອກໄປບໍ? ມີເລື່ອງແບບນີ້ເກີດຂຶ້ນບໍ? ຕົວຢ່າງ: ບາງທີເຈົ້າໄດ້ຍິນຂໍ້ຄວາມໃດໜຶ່ງໃນການເຕົ້າໂຮມທີ່ຊາບຊຶ້ງໃຈ ແລະ ເປັນການເສີມສ້າງຫຼາຍ, ແຕ່ພັດມາຄົ້ນພົບໃນພາຍຫຼັງເມື່ອຟັງສຽງບັນທຶກຂອງຄຳເທດສະໜາວ່າຂໍ້ຄວາມຕອນນັ້ນບໍ່ມີແລ້ວ; ມັນຖືກຕັດອອກໄປ. ເລື່ອງນີ້ເຄີຍເກີດຂຶ້ນກັບເຈົ້າບໍ? ຖ້າພວກເຈົ້າບໍ່ຕັ້ງໃຈຟັງໃຫ້ດີ, ພວກເຈົ້າກໍອາດບໍ່ຮູ້ເລີຍ, ດັ່ງນັ້ນ ໃນອະນາຄົດ ຈົ່ງຕັ້ງໃຈຟັງໃຫ້ດີ. ເຮົາເຄີຍຟັງສຽງບັນທຶກເທື່ອໜຶ່ງ, ຕອນທີ່ເຮົາຫາກໍເລີ່ມສົນທະນາກ່ຽວກັບການສະແດງອອກຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສ, ໂດຍໄລ່ລຽງແຕ່ຂໍ້ທີໜຶ່ງ ຫາ ສິບຫ້າ, ພວກເຂົາພັດຕັດຄໍາຊີ້ແຈງ ແລະ ຄໍາອະທິບາຍຢ່າງລະອຽດໃນແຕ່ລະຂໍ້ອອກ, ເຫຼືອພຽງແຕ່ໄລ່ລຽງການສະແດງອອກທີໜຶ່ງ, ທີສອງ, ທີສາມ ແລະ ຕໍ່ໆໄປ. ການສະແດງອອກແຕ່ລະຢ່າງຖືກກ່າວອອກມາຢ່າງໄວວາ, ເທື່ອລະຂໍ້, ໄວກ່ອນອາຈານທີ່ກຳລັງສອນບົດຮຽນຢູ່. ສຳລັບຄົນສ່ວນໃຫຍ່ທີ່ບໍ່ເຄີຍຟັງຄຳເທດສະໜານັ້ນມາກ່ອນ ແລະ ບໍ່ຄຸ້ນເຄີຍກັບມັນ, ພວກເຂົາຈະບໍ່ມີຊ່ອງວ່າງໃນການໄຕ່ຕອງເລີຍໃນຕອນທີ່ກໍາລັງຟັງ. ຖ້າພວກເຂົາຢາກຕັ້ງໃຈຟັງ, ພວກເຂົາກໍຕ້ອງກົດຢຸດຢູ່ຕະຫຼອດ, ຟັງປະໂຫຍກໜຶ່ງແລ້ວກໍຟ້າວຈົດບັນທຶກໄວ້, ຈາກນັ້ນກໍໄຕ່ຕອງວ່າປະໂຫຍກນີ້ໝາຍຄວາມວ່າແນວໃດ, ແລ້ວຈຶ່ງເປີດຟັງປະໂຫຍກຕໍ່ໄປ. ຖ້າບໍ່ດັ່ງນັ້ນ, ຈັງຫວະອາດໄວເກີນໄປ ແລະ ພວກເຂົາກໍນໍາບໍ່ທັນ. ນີ້ແມ່ນຄວາມຜິດພາດທີ່ຮ້າຍແຮງຂອງຄົນທີ່ດັດແກ້ສຽງບັນທຶກຄຳເທດສະໜາ. ຄຳເທດສະໜາແມ່ນການລົມກັນ, ການສົນທະນາ. ເນື້ອໃນຂອງຄຳເທດສະໜາແມ່ນຫຍັງ? ເນື້ອໃນສົນທະນາກ່ຽວກັບຄວາມຈິງຫຼາຍຢ່າງ ແລະ ສະພາວະຕ່າງໆຂອງຜູ້ຄົນ; ເຊິ່ງທັງໝົດລ້ວນແຕ່ກ່ຽວຂ້ອງກັບຄວາມຈິງ. ດັ່ງນັ້ນ, ເນື້ອໃນເຫຼົ່ານີ້ທີ່ກ່ຽວຂ້ອງກັບຄວາມຈິງນັ້ນ ມັນງ່າຍສຳລັບຄົນທີ່ຈະຍອມຮັບ ແລະ ເຂົ້າໃຈບໍ, ຫຼື ພວກມັນຮຽກຮ້ອງໃຫ້ມີການພິຈາລະນາ, ການໄຕ່ຕອງ ແລະ ການປະມວນຜົນທາງຈິດໃຈ ກ່ອນທີ່ຈະຄ່ອຍໆຕອບສະໜອງບໍ? (ພວກມັນຮຽກຮ້ອງໃຫ້ມີການພິຈາລະນາ, ການໄຕ່ຕອງ ແລະ ການປະມວນຜົນທາງຈິດໃຈ). ອີງຕາມສະຖານະການນີ້, ຜູ້ທີ່ເທດສະໜາຄວນຮັກສາຄວາມໄວໃນລະດັບໃດ? ຖ້າພວກເຂົາເວົ້າໄວຄືກັບປືນກົນ ມັນຈະໄດ້ຜົນບໍ? (ບໍ່). ຄືກັບອາຈານທີ່ກຳລັງສອນບົດຮຽນບໍ? (ບໍ່). ຄືກັບຄົນທີ່ກຳລັງກ່າວຄໍາປາໄສບໍ? (ບໍ່). ແບບນັ້ນບໍ່ໄດ້ເດັດຂາດ. ໃນລະຫວ່າງການເທດສະໜາ ຕ້ອງມີການຖາມ ແລະ ການຕອບ, ມີຊ່ອງຫວ່າງສຳລັບການຄົ້ນຄິດໄຕ່ຕອງ, ໃຫ້ເວລາຄົນໄດ້ຕອບສະໜອງ, ຈັງຫວະແບບນີ້ຈຶ່ງຈະເໝາະສົມ. ພວກເຂົາຖອດຂໍ້ຄວາມສຽງຂອງຄຳເທດສະໜາໂດຍບໍ່ເຂົ້າໃຈຫຼັກການນີ້; ສິ່ງນີ້ສະແດງໃຫ້ເຫັນເຖິງການຂາດຄວາມເຂົ້າໃຈຝ່າຍວິນຍານບໍ? (ແມ່ນແລ້ວ). ພວກເຂົາຂາດຄວາມເຂົ້າໃຈຝ່າຍວິນຍານແທ້ໆ. ພວກເຂົາຄິດວ່າ: “ສິ່ງເຫຼົ່ານີ້ທີ່ພຣະອົງກຳລັງເວົ້າຢູ່, ຂ້ານ້ອຍເຄີຍຟັງແລ້ວ. ຫຼັງຈາກຟັງເທື່ອໜຶ່ງ, ຂ້ານ້ອຍກໍສາມາດຈື່ເນື້ອໃນສຳຄັນໄດ້ ແລະ ຂ້ານ້ອຍກໍຮູ້ວ່າພຣະອົງກຳລັງເວົ້າເຖິງຫຍັງ. ໂດຍການໃຊ້ປະສົບການ ແລະ ທັກສະທີ່ດີເລີດທີ່ຂ້ານ້ອຍໄດ້ຮັບຈາກການດັດແກ້ສຽງບັນທຶກຄຳເທດສະໜາຢູ່ເລື້ອຍໆ, ຂ້ານ້ອຍຈະເຮັດແບບນີ້ ແລະ ເລັ່ງຈັງຫວະໃຫ້ໄວຂຶ້ນ”. ການເລັ່ງໃຫ້ໄວຂຶ້ນນັ້ນເບິ່ງຄືວ່າບໍ່ແມ່ນບັນຫາໃຫຍ່ໃນຕົວມັນເອງ, ແຕ່ມັນສົ່ງຜົນແນວໃດຕໍ່ການຖອດຂໍ້ຄວາມສຽງຂອງຄຳເທດສະໜາ? ມັນປ່ຽນໃຫ້ຄຳເທດສະໜາກາຍເປັນບົດຄວາມ. ເມື່ອມັນຖືກປ່ຽນເປັນບົດຄວາມແລ້ວ, ມັນເສຍຄວາມຮູ້ສຶກຂອງການຟັງແບບເຊິ່ງໜ້າ; ມັນສາມາດບັນລຸຜົນໄດ້ຮັບແບບດຽວກັນໄດ້ບໍ? ມັນຍ່ອມມີຄວາມແຕກຕ່າງກັນຢ່າງແນ່ນອນ. ຄວາມແຕກຕ່າງນີ້ເຮັດໃຫ້ມັນດີຂຶ້ນ ຫຼື ບໍ່? (ບໍ່ດີຂຶ້ນເລີຍ). ມັນບໍ່ໄດ້ເຮັດໃຫ້ດີຂຶ້ນເລີຍ. ຄົນທີ່ຂາດຄວາມເຂົ້າໃຈຝ່າຍວິນຍານ ມັກເຮັດສິ່ງຕ່າງໆຕາມຄວາມຄິດຂອງຕົນເອງ ແລະ ຄິດວ່າຕົນເອງສະຫຼາດ. ພວກເຂົາເຊື່ອວ່າຕົນເອງມີການສຶກສາ, ມີທັກສະ, ມີພອນສະຫວັນ ແລະ ສະຫຼາດສ່ອງໃສ, ແຕ່ພວກເຂົາພັດລົງເອີຍດ້ວຍການເຮັດສິ່ງທີ່ບໍ່ມີເຫດຜົນ. ມັນເປັນແບບນັ້ນແມ່ນບໍ? (ແມ່ນແລ້ວ). ໃນຄຳເທດສະໜາຂອງເຮົາ, ເປັນຫຍັງບາງຄັ້ງເຮົາຈຶ່ງຕັ້ງຄຳຖາມກັບພວກເຈົ້າ? ບາງຄົນເວົ້າວ່າ: “ບາງທີພຣະອົງອາດຢ້ານພວກຂ້ານ້ອຍເຫງົານອນ”. ແມ່ນແບບນັ້ນບໍ? ເປັນຫຍັງບາງຄັ້ງເຮົາຈຶ່ງເວົ້າເລື່ອງອື່ນ, ເວົ້າອອກນອກປະເດັນ ແລະ ສົນທະນາເລື່ອງທີ່ເບົາສະໝອງ ແລະ ມ່ວນຊື່ນ? ມັນກໍເພື່ອໃຫ້ພວກເຈົ້າໄດ້ຜ່ອນຄາຍ, ເພື່ອໃຫ້ພວກເຈົ້າມີພື້ນທີ່ໃນການໄຕ່ຕອງ. ມັນຍັງຊ່ວຍໃຫ້ພວກເຈົ້າມີຄວາມເຂົ້າໃຈທີ່ກວ້າງຂຶ້ນໃນແງ່ມຸມໃດໜຶ່ງກ່ຽວກັບຄວາມຈິງ, ເພື່ອວ່າເຈົ້າຈະບໍ່ຈຳກັດຄວາມເຂົ້າໃຈຂອງເຈົ້າໄວ້ພຽງແຕ່ຕົວໜັງສື, ຄວາມໝາຍຕາມຕົວອັກສອນ, ຫຼັກຄຳສອນ ຫຼື ໂຄງສ້າງທາງໄວຍາກອນ, ມັນບໍ່ຄວນຖືກຈຳກັດໄວ້ພຽງແຕ່ສິ່ງເຫຼົ່ານີ້. ດັ່ງນັ້ນ ບາງຄັ້ງເຮົາຈຶ່ງເວົ້າເລື່ອງອື່ນ; ບາງຄັ້ງເຮົາກໍເລົ່າເລື່ອງຕະຫຼົກເພື່ອໃຫ້ບັນຍາກາດຜ່ອນຄາຍ, ແຕ່ຕາມຄວາມຈິງແລ້ວ ເຮົາເຮັດໄປເພື່ອໃຫ້ບັນລຸຜົນໄດ້ຮັບໃດໜຶ່ງທີ່ແນ່ນອນ, ພວກເຈົ້າຄວນເຂົ້າໃຈເລື່ອງນີ້.
ເຈົ້າເຫັນບໍ, ເມື່ອສິດຍາພິບານທາງສາດສະໜາເທດສະໜາ, ເພິ່ນຢືນຢູ່ທີ່ຫໍທໍາມາດ ແລະ ເວົ້າກ່ຽວກັບພຽງແຕ່ຫົວຂໍ້ທີ່ໜ້າເບື່ອເຫຼົ່ານັ້ນ ທີ່ບໍ່ໄດ້ມີຄວາມກ່ຽວຂ້ອງກັບຊີວິດຈິງຂອງຜູ້ຄົນແມ່ນແຕ່ໜ້ອຍດຽວ, ສະພາວະທາງຈິດໃຈຂອງພວກເຂົາ ຫຼື ບັນຫາທີ່ມີຢູ່ຂອງພວກເຂົາ. ມັນເປັນພຽງແຕ່ຄໍາເວົ້າ ແລະ ຫຼັກຄໍາສອນທີ່ໝົດຍຸກໄປແລ້ວ. ພວກເຂົາບໍ່ໄດ້ເວົ້າສິ່ງໃດ ນອກຈາກຄໍາເວົ້າທີ່ມ່ວນຫູສອງສາມຄໍາ ແລະ ຮ້ອງປ່າວຄະຕິພົດທີ່ວ່າງເປົ່າຈໍານວນໜຶ່ງອອກມາ. ມັນເຮັດໃຫ້ຜູ້ຟັງຮູ້ສຶກເບື່ອ ແລະ ພວກເຂົາບໍ່ໄດ້ຮັບຫຍັງຈາກມັນເລີຍ. ໃນທີ່ສຸດ, ມັນກໍນຳມາເຊິ່ງສະຖານະການທີ່ສິດຍາພິບານກໍາລັງເວົ້າຈາກດ້ານເທິງ ແລະ ດ້ານລຸ່ມກໍບໍ່ມີໃຜທີ່ກໍາລັງໃສ່ໃຈຟັງຢູ່ເລີຍ; ບໍ່ມີການປະຕິສຳພັນກັນຫຍັງເລີຍ. ສິດຍາພິບານບໍ່ໄດ້ເສຍແຮງລ້າບໍ? ສິດຍາພິບານໃຫ້ການເທດສະໜາລັກສະນະນີ້ພຽງເພື່ອລ້ຽງຊີບເທົ່ານັ້ນ, ເພື່ອຄວາມຢູ່ລອດຂອງພວກເຂົາ; ພວກເຂົາບໍ່ໄດ້ຄຳນຶງເຖິງຄວາມຕ້ອງການຂອງຊຸມຊົນຂອງພວກເຂົາ. ສ່ວນພວກເຮົາໃນຕອນນີ້, ການໃຫ້ການເທດສະໜາບໍ່ແມ່ນເປັນພຽງແຕ່ການເຮັດພິທີການທາງສາດສະໜາ ຫຼື ການສຳເລັດການມອບໝາຍບາງປະເພດເທົ່ານັ້ນ; ມັນແມ່ນເພື່ອບັນລຸກ່ຽວກັບຜົນໄດ້ຮັບຫຼາຍໆຢ່າງ. ເພື່ອຈະບັນລຸຜົນໄດ້ຮັບ, ຕ້ອງໄດ້ຄຳນຶງເຖິງທຸກໆດ້ານ ນັ້ນກໍຄື: ຄວາມຕ້ອງການຂອງຄົນທຸກປະເພດ, ແນວຄິດ, ຈິນຕະນາການ ແລະ ສະພາວະຂອງພວກເຂົາ, ລວມເຖິງທັດສະນະຂອງພວກເຂົາກໍຕ້ອງໄດ້ຄຳນຶງເຖິງທັງໝົດ. ຂອບເຂດໃນການຮັບເອົາພາສາທີ່ໃຊ້ຂອງຜູ້ຄົນໃນແຕ່ລະຊົນຊັ້ນທາງສັງຄົມກໍຕ້ອງໄດ້ຖືກຄຳນຶງເຖິງເຊັ່ນດຽວກັນ. ຜູ້ຄົນທີ່ມີການສຶກສາບາງຄົນທີ່ຂ້ອນຂ້າງມັກພາສາທາງການ ກໍຕ້ອງໄດ້ຟັງຄຳສັບທາງວັນນະຄະດີທີ່ຂ້ອນຂ້າງຖືກຕ້ອງຕາມຫຼັກໄວຍາກອນ ແລະ ມີເຫດຜົນ. ພວກເຂົາສາມາດເຂົ້າໃຈພວກມັນໄດ້. ຍັງມີຄົນທຳມະດາຈໍານວນໜຶ່ງ, ຜູ້ທີ່ຢູ່ຊັ້ນລຸ່ມຂອງສັງຄົມ, ເຊິ່ງບໍ່ຄຸ້ນເຄີຍກັບພາສາທາງການເຊັ່ນນັ້ນ; ດັ່ງນັ້ນຂ້ອຍຄວນເຮັດແນວໃດ? ຂ້ອຍຕ້ອງເວົ້າພາສາທ້ອງຖິ່ນໜ້ອຍໜຶ່ງ. ໃນອະດີດ, ຂ້ອຍບໍ່ໄດ້ໃຊ້ພາສາທ້ອງຖິ່ນຫຼາຍປານໃດ ແຕ່ຕະຫຼອດຫຼາຍປີທີ່ຜ່ານມາຂ້ອຍກໍໄດ້ຮຽນຮູ້ໜ້ອຍໜຶ່ງ ແລະ ດຽວນີ້ ບາງເທື່ອຂ້ອຍກໍຍັງເວົ້າຄຳໂຕງໂຕຍ ຫຼື ເລົ່າເລື່ອງຕະຫຼົກ. ດ້ວຍວິທີນີ້, ຫຼັງຈາກທີ່ໄດ້ຟັງແລ້ວ, ທຸກຄົນຈະຮູ້ສຶກວ່າທຸກສິ່ງທີ່ຂ້ອຍເວົ້າແມ່ນເຂົ້າໃຈງ່າຍ, ບໍ່ວ່າພວກເຂົາຈະຢູ່ໃນຊົນຊັ້ນໃດກໍຕາມ ແລະ ມັນກໍກ່ຽວຂ້ອງກັບພວກເຂົາຢ່າງໃກ້ຊິດຫຼາຍກວ່າ. ແຕ່ຖ້າເວົ້າພາສາທ້ອງຖິ່ນທັງໝົດ, ເນື້ອໃນຂອງຄຳເທດສະໜາກໍຈະຟັງຄືບໍ່ເລິກເຊິ່ງພໍ, ສະນັ້ນມັນຕ້ອງໄດ້ປະສົມປະສານກັບພາສາທາງການຈໍານວນໜຶ່ງ, ແຕ່ທັງໝົດຕ້ອງສະແດງອອກດ້ວຍພາສາທີ່ໃຊ້ໃນຊີວິດປະຈຳວັນ; ມີແຕ່ແບບນີ້ເທົ່ານັ້ນມັນຈຶ່ງຈະໄດ້ມາດຕະຖານຂັ້ນຕໍ່າສຸດ. ເມື່ອເລີ່ມໃຊ້ພາສາທ້ອງຖິ່ນ, ການເວົ້າຄຳວ່າ “ເວົ້າຊື່ໆ”, “ຄືວ່າ”, “ຂ້ອຍໝາຍຄວາມວ່າ” ແລະ ອື່ນໆ, ການໃຊ້ຄຳສັບແບບນີ້ຫຼາຍເກີນໄປສາມາດສົ່ງຜົນກະທົບຕໍ່ຂອບເຂດຂອງການຖ່າຍທອດຄວາມຈິງ. ເຖິງຢ່າງໃດກໍຕາມ, ຖ້າມັນເປັນພາສາທາງການທັງໝົດ, ເວົ້າຢ່າງເປັນລະບຽບ ແລະ ເປັນທາງການທັງໝົດ, ປະຕິບັດຕາມຫຼັກໄວຍາກອນ ແລະ ໃຫ້ເຫດຜົນເປັນຂັ້ນເປັນຕອນ ໂດຍບໍ່ມີຂໍ້ຜິດພາດແມ່ນແຕ່ໜ້ອຍດຽວ, ຄືກັບການທ່ອງບົດເລື່ອງ ຫຼື ການອ່ານຂໍ້ຄວາມ, ຄືກັບວ່າທຸກຢ່າງຖືກຂຽນຂຶ້ນຕັ້ງແຕ່ຕົ້ນຈົນຈົບ, ຄຳຕໍ່ຄຳ, ແມ່ນແຕ່ລົງໄປຮອດເຄື່ອງໝາຍວັກ, ພວກເຈົ້າຄິດວ່າມັນຈະໄດ້ຜົນບໍ? ນັ້ນຄົງຈະຫຍຸ້ງຍາກເກີນໄປ, ຂ້ອຍບໍ່ມີພະລັງງານສຳລັບການເຮັດສິ່ງນັ້ນ. ນີ້ແມ່ນດ້ານໜຶ່ງ. ນອກຈາກນັ້ນ, ບໍ່ວ່າພວກເຂົາຈະມີການສຶກສາ ຫຼື ບໍ່ມີການສຶກສາກໍຕາມ, ທຸກຄົນກໍສະແດງອອກເຖິງລັກສະນະຕ່າງໆຂອງຄວາມເປັນມະນຸດຂອງພວກເຂົາ ແລະ ການສະແດງອອກເຖິງຄວາມເປັນມະນຸດເຫຼົ່ານີ້ກໍກ່ຽວຂ້ອງກັບຊີວິດຈິງ. ໃນທາງກັບກັນ, ຊີວິດຈິງກໍບໍ່ສາມາດແຍກອອກຈາກພາສາໃນຊີວິດປະຈຳວັນໄດ້; ມັນບໍ່ສາມາດແຍກອອກຈາກສະພາບແວດລ້ອມທີ່ເຈົ້າດຳລົງຊີວິດຢູ່ໄດ້. ສະພາບແວດລ້ອມການດຳລົງຊີວິດນີ້ເຕັມໄປດ້ວຍພາສາປະຈຳວັນແບບນີ້, ໂດຍມີພາສາທ້ອງຖິ່ນຈໍານວນໜຶ່ງປະສົມເຂົ້າໄປ, ບວກກັບຄຳສັບງ່າຍໆບາງຄຳທີ່ມີລັກສະນະເປັນວັນນະຄະດີໜ້ອຍໜຶ່ງ. ອັນນີ້ກໍພຽງພໍແລ້ວ; ໂດຍພື້ນຖານແລ້ວມັນກວມເອົາ ແລະ ລວມເອົາຂອບເຂດທີ່ກ່ຽວຂ້ອງໄດ້ທັງໝົດ. ບໍ່ວ່າພວກເຂົາຈະເຖົ້າແກ່ ຫຼື ໜຸ່ມ, ບໍ່ມີການສຶກສາ ຫຼື ມີຄວາມຮູ້ຢູ່ແນ່, ໂດຍພື້ນຖານແລ້ວທຸກຄົນສາມາດຈັບໃຈຄວາມມັນໄດ້, ທຸກຄົນສາມາດເຂົ້າໃຈມັນໄດ້; ພວກເຂົາຈະບໍ່ຮູ້ສຶກເບື່ອໜ່າຍ ແລະ ຈະບໍ່ຮູ້ສຶກວ່າມັນເກີນຄວາມເຂົ້າໃຈຂອງພວກເຂົາ. ນີ້ແມ່ນສິ່ງທີ່ການໂອ້ລົມ ແລະ ການໃຫ້ຄຳເທດສະໜາຕ້ອງໄດ້ຄຳນຶງເຖິງ, ໂດຍຄຳນຶງເຖິງຄວາມຕ້ອງການທູກດ້ານຂອງຜູ້ຄົນ. ຖ້າຄຳເທດສະໜາຈະບັນລຸຜົນສຳເລັດ, ເຈົ້າຕ້ອງຄຳນຶງເຖິງທຸກດ້ານເຫຼົ່ານີ້ຄື: ຈັງຫວະການເວົ້າ, ການເລືອກໃຊ້ຄຳສັບ ແລະ ທ່າທີໃນການສະແດງອອກ. ນອກຈາກນັ້ນ, ເມື່ອອະທິບາຍບາງສິ່ງບາງຢ່າງ ແລະ ໂອ້ລົມຄວາມຈິງດ້ານໃດດ້ານໜຶ່ງ, ມັນໄດ້ຖືກຖ່າຍທອດຢ່າງຄົບຖ້ວນໃນຈຸດໃດ? ມັນຍັງບໍ່ຄົບຖ້ວນພໍໃນຈຸດໃດ? ດ້ານໃດຄວນເພີ່ມເຂົ້າໄປ? ຕ້ອງໄດ້ຄຳນຶງເຖິງສິ່ງທັງໝົດນີ້. ຖ້າເຈົ້າບໍ່ໄດ້ຄຳນຶງເຖິງດ້ານເຫຼົ່ານີ້ເລີຍ, ເມື່ອນັ້ນຄວາມສາມາດໃນການຄິດຂອງເຈົ້າກໍບົກພ່ອງຢ່າງຮ້າຍແຮງ. ໃນຂະນະທີ່ຄົນອື່ນໆຈິນຕະນາການໃນສອງມິຕິ, ເຈົ້າຈະຕ້ອງສາມາດຄິດໃນສາມມິຕິໄດ້. ເຈົ້າຕ້ອງເບິ່ງໄດ້ຢ່າງຄົບຖ້ວນ ແລະ ຖືກຕ້ອງກວ່າຄົນອື່ນ, ສາມາດເບິ່ງບັນຫາທຸກຊະນິດໄດ້ຢ່າງຈະແຈ້ງ ແລະ ຍັງຮູ້ສຶກໄດ້ເຖິງຫຼັກການຄວາມຈິງທີ່ກ່ຽວຂ້ອງອີກດ້ວຍ. ດ້ວຍວິທີນີ້, ທຸກໆດ້ານຂອງອຸປະນິໄສທີ່ເສື່ອມຊາມທີ່ຜູ້ຄົນສາມາດຄິດ, ສະແດງອອກ ຫຼື ເປີດເຜີຍ, ລວມທັງສະພາວະທີ່ກ່ຽວຂ້ອງ, ໂດຍພື້ນຖານແລ້ວແມ່ນໄດ້ຖືກກວມເອົາທັງໝົດ ແລະ ທຸກຄົນຈະເຂົ້າໃຈໄດ້. ຜູ້ທີ່ຂຽນບັນທຶກກໍຕ້ອງມີຄວາມສາມາດ ແລະ ວິທີຄິດເຫຼົ່ານີ້ເຊັ່ນກັນບໍ? ຖ້າພວກເຂົາບໍ່ມີສິ່ງເຫຼົ່ານີ້, ແຕ່ພັດໄປອີງໃສ່ຄວາມຮູ້ທີ່ພວກເຂົາໄດ້ຮຽນຮູ້ຢູ່ຕະຫຼອດ ເພື່ອສະຫຼຸບປະເດັນຫຼັກຂອງຄຳເທດສະໜາ, ແນວຄວາມຄິດຫຼັກຂອງມັນ, ເນື້ອໃນສຳຄັນຂອງແຕ່ລະພາກສ່ວນ, ມັນກໍຈະຄືກັບວິທີທີ່ນັກຮຽນຈີນຮໍ່າຮຽນຂໍ້ຄວາມທາງວັນນະຄະດີ. ຄູສອນໃຫ້ພວກເຂົາເບິ່ງຂໍ້ຄວາມທັງໝົດລ່ວງໜ້າກ່ອນ, ຈາກນັ້ນກໍໃຫ້ອ່ານຢ່າງລະອຽດ. ໃນບົດຮຽນທີ່ເປັນທາງການຄັ້ງທຳອິດ, ຄູສອນເວົ້າກ່ຽວກັບເນື້ອໃນສຳຄັນຂອງວັກທຳອິດ, ແນະນຳຄຳສັບໃໝ່ ແລະ ສົນທະນາກ່ຽວກັບໄວຍາກອນທີ່ກ່ຽວຂ້ອງ. ເມື່ອໄດ້ຮ່ຳຮຽນທຸກພາກສ່ວນແລ້ວ, ເຈົ້າຍັງຕ້ອງໄດ້ທ່ອງຈຳພວກມັນ ແລະ ສຸດທ້າຍກໍສ້າງປະໂຫຍກດ້ວຍຄຳສັບໃໝ່ ແລະ ເຂົ້າໃຈແນວຄວາມຄິດຫຼັກຂອງຂໍ້ຄວາມ ແລະ ຈຸດປະສົງຂອງຜູ້ຂຽນໃນການຂຽນມັນ. ດ້ວຍວິທີນີ້, ເຈົ້າຈະມີຄວາມເຂົ້າໃຈຢ່າງຄົບຖ້ວນກ່ຽວກັບສິ່ງທີ່ຂໍ້ຄວາມພະຍາຍາມຈະຖ່າຍທອດ. ທຸກຄົນໄດ້ສຶກສາສິ່ງເຫຼົ່ານີ້ແລ້ວ, ທຸກຄົນຮູ້ພວກມັນ, ແຕ່ຖ້າເຈົ້າເອົາສິ່ງເຫຼົ່ານີ້ໄປໃຊ້ໃນການຂຽນຄຳເທດສະໜາ, ມັນກໍເປັນເລື່ອງພື້ນຖານເກີນໄປ. ຂ້ອຍກຳລັງບອກເຈົ້າວ່າ, ຖ້າເຈົ້າກຳລັງຂຽນບົດເລື່ອງເຈົ້າສາມາດໃຊ້ສິ່ງເຫຼົ່ານີ້ໄດ້; ນັ້ນເປັນພຽງສາມັນສຳນຶກພື້ນຖານສຳລັບການຂຽນ. ແຕ່ຖ້າເຈົ້າເອົາຄວາມຄິດ, ທິດສະດີ, ວິທີການນີ້ໄປໃຊ້ໃນການຂຽນຄຳເທດສະໜາ, ເຈົ້າບໍ່ໄດ້ຜິດພາດບໍ? ເຈົ້າເຮັດຜິດພາດແນ່ນອນ. ເຈົ້າບໍ່ຮູ້ວ່າຂ້ອຍຢາກເລົ່າເລື່ອງນີ້ເພື່ອຫຍັງ, ເຈົ້າບໍ່ພະຍາຍາມເຂົ້າໃຈຄວາມຈິງທີ່ເຈົ້າຄວນເຂົ້າໃຈຈາກເລື່ອງນີ້. ນີ້ແມ່ນຄວາມຜິດພາດ. ນອກຈາກນີ້, ເຈົ້າສາມາດເຂົ້າໃຈຄວາມຈິງທັງໃນເລື່ອງ ແລະ ເນື້ອໃນຄຳເທດສະໜາໄດ້ບໍ? ຖ້າເຈົ້າບໍ່ສາມາດເຂົ້າໃຈມັນໄດ້, ແລ້ວເຈົ້າກໍຂາດຄວາມເຂົ້າໃຈຝ່າຍວິນຍານ. ປະເພດຜູ້ຄົນທີ່ບໍ່ມີຄວາມເຂົ້າໃຈຝ່າຍວິນຍານຕ້ອງມີຄຸນສົມບັດຫຍັງແດ່ຈຶ່ງຈະຂຽນຄຳເທດສະໜາໄດ້?
ພວກເຈົ້າທຸກຄົນຄິດວ່າເປັນຫຍັງເຮົາຈຶ່ງເລົ່າເລື່ອງລາວຕ່າງໆ? ຜູ້ຖອດຂໍ້ຄວາມສຽງຄຳເທດສະໜາບໍ່ຮູ້ເຫດຜົນວ່າຍ້ອນຫຍັງ, ດັ່ງນັ້ນ ພວກເຂົາເລີຍເພີ່ມມຸມມອງຂອງຕົນເອງເຂົ້າໄປ. ພວກເຂົາເຊື່ອວ່າຖ້າເຮົາຢາກເລົ່າເລື່ອງລາວ ມັນກໍຕ້ອງສອດຄ່ອງກັບເນື້ອໃນທີ່ຕາມມາໃນພາຍຫຼັງ, ພວກເຂົາບໍ່ຮູ້ວ່າເປັນຫຍັງເຮົາຈຶ່ງເລົ່າເລື່ອງລາວຕ່າງໆ. ພວກເຈົ້າເອງກໍບໍ່ຮູ້ຄືກັນແມ່ນບໍ? ໃນເມື່ອພວກເຈົ້າບໍ່ຮູ້, ເຮົາກໍຈະບອກເຫດຜົນໃຫ້ພວກເຈົ້າຮູ້. ຕັ້ງແຕ່ເລີ່ມຕົ້ນຈົນເຖິງຕອນນີ້, ເຮົາໄດ້ສົນທະນາກ່ຽວກັບການສະແດງອອກຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສປະມານສິບຄັ້ງແລ້ວ ແລະ ເຮົາເວົ້າໄປໄດ້ພຽງແຕ່ເຄິ່ງໜຶ່ງເທົ່ານັ້ນ. ຖ້າເຮົາເວົ້າກ່ຽວກັບເນື້ອໃນນີ້ໃຫ້ຈົບທັງໝົດໃນຄັ້ງດຽວ, ຫົວຂໍ້ດັ່ງກ່າວອາດຈະຂ້ອນຂ້າງໜ້າເບື່ອແມ່ນບໍ? ຖ້າເຮົາເວົ້າເຖິງສິ່ງຕ່າງໆທັນທີທຸກຄັ້ງທີ່ພວກເຮົາເລີ່ມຕົ້ນ, ທຳອິດໃຫ້ທຸກຄົນທົບທວນສິ່ງທີ່ໄດ້ສົນທະນາກັນໄປໃນຄັ້ງກ່ອນ ແລະ ຫຼັງຈາກນັ້ນຈຶ່ງເລີ່ມເວົ້າ, ໂດຍທີ່ພວກເຈົ້າທຸກຄົນກໍຟ້າວຈົດບັນທຶກໄວ້, ຂຽນແລ້ວຂຽນອີກ ແລະ ພະຍາຍາມຝືນມືນຕາໄວ້ບໍ່ໃຫ້ຫຼັບ ແລະ ຖ້າເຮົາໃຫ້ທຸກຄົນສະຫຼຸບເມື່ອເຮົາເວົ້າຈົບແລ້ວ, ທຸກຄົນກໍາລັງສີຕາ, ພິກໜ້າເຈ້ຍ ແລະ ທ່ອງເນື້ອໃນທີ່ໄດ້ໂອ້ລົມກັນໃນມື້ນີ້ ແລະ ເມື່ອເບິ່ງຄືວ່າທຸກຄົນຈື່ມັນໄດ້ຄ່າວໆແລ້ວ, ເຮົາກໍເວົ້າວ່າ “ມື້ນີ້ພໍຊ່ຳນີ້ກ່ອນ, ພວກເຮົາຢຸດການສົນທະນາໄວ້ເທົ່ານີ້ເຖາະ ແລະ ພວກເຮົາຈະເວົ້າກ່ຽວກັບມັນຕໍ່ໃນຄັ້ງໜ້າ”, ຫຼັງຈາກນັ້ນ ທຸກຄົນກໍອາດຈະຮູ້ສຶກເສົ້າໃຈເລັກນ້ອຍ: “ທຸກໆການເຕົ້າໂຮມມັກກ່ຽວກັບເລື່ອງເຫຼົ່ານີ້ສະເໝີ, ຮູບແບບເດີມໆນີ້; ເນື້ອໃນມັນຍາວເກີນໄປ ແລະ ໜ້າເບື່ອ”. ຍິ່ງໄປກວ່ານັ້ນ, ການໂອ້ລົມຄວາມຈິງຕ້ອງມີຫຼາຍມຸມມອງ, ເຊິ່ງຜູ້ຄົນຕ້ອງກ້າວໜ້າໃນທຸກດ້ານຂອງຄວາມຈິງໄປພ້ອມໆກັນ. ມັນຄືກັນກັບການເຂົ້າສູ່ຊີວິດຂອງມະນຸດ, ຄົນເຮົາຕ້ອງເຕີບໃຫຍ່ທັງໃນດ້ານການຮູ້ຈັກຕົນເອງ, ການປ່ຽນແປງອຸປະນິໄສ, ຄວາມຮູ້ກ່ຽວກັບພຣະເຈົ້າ, ການຮັບຮູ້ເຖິງສະພາວະຕ່າງໆຂອງຕົນເອງ ແລະ ຄວາມເປັນມະນຸດ, ຄວາມເຂົ້າໃຈ ແລະ ດ້ານອື່ນໆອີກ, ທັງໝົດນີ້ຕ້ອງກ້າວໜ້າໄປພ້ອມໆກັນ. ຖ້າໃນຊ່ວງເວລານີ້ເຮົາສົນທະນາພຽງແຕ່ເລື່ອງການຈຳແນກການສະແດງອອກທີ່ແຕກຕ່າງກັນຂອງຜູ້ຕໍ່ຕ້ານພຣະຄຣິສ, ຜູ້ຄົນກໍອາດລະເລີຍດ້ານອື່ນໆຂອງຄວາມຈິງ ແລະ ພວກເຂົາກໍຈະຄິດຢູ່ໝົດມື້ວ່າ “ໃຜເບິ່ງຄືວ່າເປັນຜູ້ຕໍ່ຕ້ານພຣະຄຣິສ? ຂ້ອຍແມ່ນຜູ້ຕໍ່ຕ້ານພຣະຄຣິສບໍ? ມີຜູ້ຕໍ່ຕ້ານພຣະຄຣິສຈັກຄົນຢູ່ອ້ອມໂຕຂ້ອຍ?” ການເຮັດແບບນີ້ຈະສົ່ງຜົນກະທົບຕໍ່ການທີ່ພວກເຂົາເຂົ້າສູ່ຄວາມຈິງດ້ານອື່ນໆ. ດັ່ງນັ້ນ, ເຮົາຈຶ່ງຄິດວ່າຈະເຮັດແນວໃດໃຫ້ເນື້ອໃນຂອງຄຳເທດສະໜາສາມາດລວມເອົາຄວາມຈິງເພີ່ມເຂົ້າໄປອີກໜຶ່ງຢ່າງ, ເພື່ອໃຫ້ຜູ້ຄົນສາມາດເຂົ້າໃຈຄວາມຈິງໄດ້ເພີ່ມເຕີມ; ນັ້ນກໍຄື ຕອນທີ່ສົນທະນາຫົວຂໍ້ “ການເປີດໂປງຜູ້ຕໍ່ຕ້ານພຣະຄຣິສ”, ຜູ້ຄົນກໍສາມາດເຂົ້າໃຈດ້ານອື່ນໆໄດ້ໂດຍບັງເອີນເຊັ່ນກັນ. ຜົນໄດ້ຮັບຂອງຄຳເທດສະໜາດັ່ງກ່າວມັນດີກວ່າແມ່ນບໍ? (ແມ່ນແລ້ວ). ຕົວຢ່າງ: ເວລາທີ່ເຈົ້າກິນອາຫານຫຼັກ, ບາງຄັ້ງເຈົ້າອາດກິນໝາກໂປມໄປນຳ. ສິ່ງນີ້ໃຫ້ສານອາຫານເພີ່ມເຕີມແມ່ນບໍ? (ແມ່ນແລ້ວ). ບອກເຮົາເບິ່ງດູ ແລ້ວມັນຈຳເປັນບໍທີ່ເຮົາຕ້ອງເລົ່າເລື່ອງລາວຕ່າງໆ? (ຈໍາເປັນ). ນັ້ນແມ່ນສິ່ງທີ່ແນ່ນອນ. ຖ້າມັນບໍ່ຈຳເປັນ, ເປັນຫຍັງເຮົາຈຶ່ງເລົ່າເລື່ອງລາວເຫຼົ່ານັ້ນ? ການໃຊ້ເລື່ອງລາວເພື່ອສົນທະນາບາງຫົວຂໍ້ທີ່ເບົາສະໝອງ ແລະ ມ່ວນຊື່ນຊ່ວຍໃຫ້ຜູ້ຄົນໄດ້ຮັບ ແລະ ເຂົ້າໃຈມຸມມອງດ້ານອື່ນໆຂອງຄວາມຈິງໄດ້. ນີ້ເປັນສິ່ງທີ່ດີ. ເມື່ອສົນທະນາຫົວຂໍ້ທີ່ເບົາສະໝອງເຫຼົ່ານີ້ຈົບແລ້ວ, ເຮົາກໍກັບຄືນສູ່ຫົວຂໍ້ຫຼັກ. ການຈັດວາງແບບນີ້ແມ່ນເໝາະສົມແລ້ວ. ເຈົ້າກິນຫຍັງກ່ອນອາຫານຈານຫຼັກ? (ອາຫານຮຽກນໍ້າຍ່ອຍ). ນີ້ຄືອາຫານຮຽກນໍ້າຍ່ອຍ. ອາຫານຮຽກນໍ້າຍ່ອຍມັກຈະມີລົດຊາດແຊບຫຼາຍ ແລະ ຊ່ວຍໃຫ້ຢາກອາຫານແມ່ນບໍ? ດັ່ງນັ້ນ, ເວລາທີ່ເຮົາເລົ່າເລື່ອງລາວ, ເຈົ້າສາມາດໄດ້ຮັບມຸມມອງໜຶ່ງຂອງຄວາມຈິງຈາກເລື່ອງນັ້ນ, ເຮັດໃຫ້ຄວາມຮູ້ ຫຼື ຄວາມເຂົ້າໃຈຂອງເຈົ້າເລິກເຊິ່ງຍິ່ງຂຶ້ນ. ນີ້ລ້ວນແລ້ວແຕ່ເປັນສິ່ງທີ່ດີ. ແນ່ນອນ, ຄົນທີ່ຂາດຄວາມເຂົ້າໃຈຝ່າຍວິນຍານຟັງເລື່ອງລາວ ແລະ ໄດ້ຍິນແຕ່ພຽງຜິວເຜີນ, ພວກເຂົາບໍ່ເຫັນຄວາມຈິງທີ່ຢູ່ຂ້າງໃນທີ່ຄວນຈະເຂົ້າໃຈ. ພວກເຂົາຂາດຄວາມເຂົ້າໃຈຝ່າຍວິນຍານ, ບໍ່ສາມາດເຮັດຫຍັງກ່ຽວກັບເລື່ອງນີ້ໄດ້ເລີຍ. ຕົວຢ່າງ: ການຟັງ “ເລື່ອງລາວຂອງຕ້າປາວ ແລະ ຊຽວປາວ”, ບາງຄົນຈື່ໄດ້ແຕ່ພຽງວ່າ ຕ້າປາວ ເປັນຄົນບໍ່ດີ ແລະ ຊຽວປາວ ເປັນຄົນໂງ່. ພວກເຂົາຈື່ຊື່ຂອງ ຕ້າປາວ ແລະ ຊຽວປາວ ໄດ້, ແຕ່ພັດບໍ່ຈື່ວ່າໃນສະຖານະການໃດທີ່ຜູ້ຊາຍໃນເລື່ອງໄດ້ເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງລາວອອກມາ, ອຸປະນິໄສແບບໃດທີ່ຖືກເປີດເຜີຍອອກມາ, ອຸປະນິໄສນີ້ມັນແມ່ນຫຍັງກັນແທ້ ຫຼື ມັນມີສາຍພົວພັນແນວໃດກັບຄວາມຈິງ. ໃນສະຖານະການໃດທີ່ເຈົ້າເອງຈະເປີດເຜີຍອຸປະນິໄສແບບນີ້ອອກມາ? ເຈົ້າຈະເວົ້າຖ້ອຍຄຳແບບນັ້ນບໍ? ຖ້າເຈົ້າເວົ້າວ່າ “ຂ້ອຍຈະບໍ່ເວົ້າຖ້ອຍຄຳແບບນັ້ນ”, ນີ້ແມ່ນບັນຫາ, ເພາະມັນພິສູດໃຫ້ເຫັນວ່າເຈົ້າບໍ່ໄດ້ເຂົ້າໃຈຄວາມຈິງ. ບາງຄົນເວົ້າວ່າ “ຂ້ອຍອາດເວົ້າຖ້ອຍຄຳແບບນັ້ນເມື່ອເຈິກັບບາງສະຖານະການ, ມັນເປັນອຸປະນິໄສຊະນິດໜຶ່ງທີ່ສະແດງອອກມາໃນສະພາວະໃດໜຶ່ງ”. ເມື່ອເຈົ້າຮູ້ສິ່ງນີ້ແລ້ວ, ເຈົ້າຈະບໍ່ຮູ້ສຶກວ່າການຟັງເລື່ອງນີ້ໄຮ້ປະໂຫຍດ. ຫຼັງຈາກຟັງເລື່ອງລາວແລ້ວ, ບາງຄົນເວົ້າວ່າ “ຕ້າປາວ ເປັນຄົນແບບໃດ? ລາວເຖິງຂັ້ນຂົ່ມເຫັງ ແລະ ຫຼອກລວງເດັກນ້ອຍ. ລາວຊົ່ວຮ້າຍຫຼາຍ! ຂ້ອຍຄົງຈະບໍ່ຫຼອກລວງເດັກນ້ອຍແບບນັ້ນດອກ”. ນີ້ບໍ່ແມ່ນການຂາດຄວາມເຂົ້າໃຈຝ່າຍວິນຍານບໍ? ພວກເຂົາພຽງແຕ່ເວົ້າກ່ຽວກັບເນື້ອເລື່ອງເທົ່ານັ້ນ, ແຕ່ບໍ່ເຂົ້າໃຈຄວາມຈິງພາຍໃນເລື່ອງລາວທີ່ກຳລັງໂອ້ລົມຢູ່ເລີຍ. ພວກເຂົາບໍ່ສາມາດເຊື່ອມໂຍງສະຖານະການນັ້ນເຂົ້າກັບຕົນເອງໄດ້; ສິ່ງນີ້ສະແດງໃຫ້ເຫັນເຖິງການຂາດຄວາມເຂົ້າໃຈຝ່າຍວິນຍານ, ເປັນການຂາດຄວາມເຂົ້າໃຈຝ່າຍວິນຍານຢ່າງຮ້າຍແຮງ. ຜູ້ຖອດຂໍ້ຄວາມສຽງຄຳເທດສະໜາປະສົບກັບບັນຫານີ້. ທັນທີທີ່ບາງສິ່ງກ່ຽວຂ້ອງກັບຄວາມຈິງ, ບາງຄົນກໍເປີດເຜີຍມຸມມອງຂອງຜູ້ບໍ່ເຊື່ອ; ທັນທີທີ່ກ່ຽວຂ້ອງກັບຄວາມຈິງ, ບາງຄົນກໍຂາດຄວາມເຂົ້າໃຈຝ່າຍວິນຍານ; ທັນທີທີ່ກ່ຽວຂ້ອງກັບຄວາມຈິງ, ບາງຄົນກໍມີແນວໂນ້ມທີ່ຈະບິດເບືອນ, ບາງຄົນກໍກາຍເປັນຄົນຫົວແຂງ, ບາງຄົນກໍກາຍເປັນຄົນຊົ່ວຊ້າ ແລະ ບາງຄົນກໍກາຍເປັນຄົນທີ່ເບື່ອໜ່າຍຄວາມຈິງ. ດັ່ງນັ້ນ, ຜູ້ຖອດຂໍ້ຄວາມສຽງຄຳເທດສະໜາມີອຸປະນິໄສແບບໃດ? ຢ່າງໜ້ອຍທີ່ສຸດ, ພວກເຂົາອວດດີ ແລະ ທະນົງໂຕ, ເຮັດຕາມຄວາມຄິດຂອງຕົນເອງ, ບໍ່ເຂົ້າໃຈ ແລະ ບໍ່ສະແຫວງຫາທີ່ຈະເຂົ້າໃຈ. ພວກເຂົາບໍ່ແມ່ນແຕ່ຈະຖາມກ່ຽວກັບມັນເລີຍ; ພວກເຂົາພຽງແຕ່ແຍກເລື່ອງລາວຕ່າງໆອອກຈາກເນື້ອໃນທີ່ຕາມມາໂດຍກົງ. ພວກເຂົາຄິດວ່າ “ຄຳເທດສະໜາເຫຼົ່ານີ້ຖືກມອບໃຫ້ຂ້ອຍເພື່ອຖອດຂໍ້ຄວາມສຽງ, ສະນັ້ນຂ້ອຍຈຶ່ງມີອຳນາດໃນການຕັດສິນໃຈເລື່ອງນີ້. ດ້ວຍອໍານາດໃນການຕັດສິນໃຈຂອງຂ້ອຍເອງ, ຂ້ອຍຈະຕັດເລື່ອງລາວເຫຼົ່ານັ້ນອອກໃຫ້ສະອາດ. ນີ້ຄືວິທີທີ່ຂ້ອຍຈະຈັດການກັບຄຳເທດສະໜາທີ່ພຣະອົງໄດ້ມອບໃຫ້ຂ້ອຍ. ຖ້າພຣະອົງບໍ່ມັກ, ກໍບໍ່ຕ້ອງໃຊ້ຂ້ອຍ”. ນີ້ບໍ່ແມ່ນຄວາມອວດດີ ແລະ ຄວາມທະນົງໂຕບໍ? ພວກເຂົາບໍ່ສາມາດຮັບເອົາຄວາມຈິງໄດ້, ພວກເຂົາບໍ່ເຂົ້າໃຈຄວາມຈິງ. ພວກເຂົາບໍ່ຮູ້ວ່າໜ້າທີ່ຂອງຕົນແມ່ນຫຍັງ ຫຼື ສິ່ງໃດທີ່ພວກເຂົາຄວນເຮັດ ແລະ ບໍ່ຄວນເຮັດ, ພວກເຂົາບໍ່ຮູ້ສິ່ງເຫຼົ່ານີ້ເລີຍ. ຄົນທີ່ຂາດຄວາມເຂົ້າໃຈຝ່າຍວິນຍານສາມາດເຮັດໄດ້ແຕ່ສິ່ງທີ່ບໍ່ມີເຫດຜົນເທົ່ານັ້ນ, ສິ່ງທີ່ໄຮ້ມະນຸດສະທໍານັ້ນສະທ້ອນໃຫ້ເຫັນເຖິງການຂາດຄວາມສຸດຈະລິດ. ພວກເຂົາຍັງເຮັດແຕ່ສິ່ງທີ່ລະເມີດຫຼັກການຄວາມຈິງອີກດ້ວຍ, ຄິດວ່າຕົນເອງສະຫຼາດ ແລະ ຂາດການເຊື່ອຟັງ. ການບັນທຶກສຽງຄຳເທດສະໜາຂອງເຮົາຖືກມອບໃຫ້ພວກເຂົາເພື່ອຖອດຂໍ້ຄວາມສຽງ ແລະ ບໍ່ວ່າພວກເຂົາຈະມີຄວາມຄິດເຫັນ ຫຼື ຄວາມຄິດແນວໃດກ່ຽວກັບວິທີຈັດການກັບມັນ, ພວກເຂົາກໍບໍ່ໄດ້ຖາມເຮົາ. ບັນຫານີ້ມັນຮ້າຍແຮງຫຼາຍແມ່ນບໍ? (ແມ່ນແລ້ວ). ຮ້າຍແຮງເຖິງລະດັບໃດ? (ມັນມີລັກສະນະຂອງການບິດເບືອນພຣະທຳຂອງພຣະເຈົ້າ). ມັນມີລັກສະນະແບບນັ້ນຢູ່ໜ້ອຍໜຶ່ງແທ້ໆ.
ເຮົາເລົ່າເລື່ອງລາວເລື່ອງໜຶ່ງ, ສົນທະນາຄວາມຈິງໃນດ້ານສະເພາະໃດໜຶ່ງ, ແລ້ວເຮົາກໍເທດສະໜາໃນດ້ານອື່ນໆໃນພາຍຫຼັງ. ເຮົາໄດ້ພິຈາລະນາບໍວ່າສອງສິ່ງນີ້ມັນສອດຄ່ອງກັນ ຫຼື ບໍ່? ທຳອິດເຮົາກໍຕ້ອງພິຈາລະນາເລື່ອງນີ້, ແຕ່ເປັນຫຍັງເຮົາຈຶ່ງບໍ່ໄດ້ຢືນຢັນວ່າສອງມຸມມອງນີ້ຕ້ອງສອດຄ່ອງກັນ? ເຮົາຮູ້ຕົວບໍ? (ຮູ້ຕົວ). ດັ່ງນັ້ນ, ເປັນຫຍັງສິ່ງນີ້ຈຶ່ງກາຍເປັນບັນຫາສຳລັບຜູ້ຖອດຂໍ້ຄວາມສຽງຄຳເທດສະໜາ? ເຮົາຮູ້ວ່າເລື່ອງລາວທີ່ເຮົາກຳລັງເລົ່າມັນບໍ່ມີຄວາມກ່ຽວຂ້ອງກັບຄຳເທດສະໜາທີ່ຕາມມາ. ພວກເຂົາຮູ້ເລື່ອງນີ້ບໍ? ພວກເຂົາບໍ່ຮູ້. ພວກເຂົາບໍ່ໄດ້ແມ່ນແຕ່ຈະພິຈາລະນາເລື່ອງນີ້ຢ່າງລະອຽດ. ພວກເຂົາຄິດວ່າ “ພຣະອົງຖືກຊີ້ນຳໂດຍພຣະວິນຍານບໍລິສຸດ; ຕາບໃດທີ່ມັນຟັງເບິ່ງຄືຄວາມຈິງ, ມັນກໍບໍ່ເປັນຫຍັງ. ພຣະອົງໄດ້ເລົ່າເລື່ອງລາວໃນມື້ນັ້ນແລະ ຈາກນັ້ນກໍສົນທະນາເນື້ອໃນສະເພາະ. ສອງສິ່ງນີ້ມີຄວາມສຳພັນກັນແນວໃດ? ເປັນຫຍັງຈຶ່ງເວົ້າໃນລັກສະນະນີ້? ມັນຈະມີປະໂຫຍດແນວໃດແດ່ຫຼັງຈາກທີ່ພຣະອົງຊົງກ່າວຈົບແລ້ວ? ພຣະອົງບໍ່ຮູ້ຈັກສິ່ງເຫຼົ່ານີ້ເລີຍ. ແບບນີ້ມັນໃຊ້ບໍ່ໄດ້!”. ປະການທຳອິດ, ສິ່ງທີ່ເຮົາຈະເວົ້າ, ວິທີທີ່ເຮົາເວົ້າແລະ ເນື້ອໃນສະເພາະໃດທີ່ເຮົາກ່າວເຖິງ, ບອກເຮົາມາເບິ່ງ, ເຮົາມີສະຕິສໍາປະຊັນຍະຄົບຖ້ວນໃນຂະນະທີ່ຕັດສິນໃຈເລື່ອງເຫຼົ່ານີ້ບໍ? (ແມ່ນແລ້ວ). ເຮົາມີສະຕິສໍາປະຊັນຍະຄົບຖ້ວນແທ້ໆ, ເຮົາບໍ່ໄດ້ຢູ່ໃນສະພາວະທີ່ສັບສົນຢ່າງແນ່ນອນ; ຈິດໃຈຂອງເຮົາມີລຳດັບຄວາມຄິດທີ່ຊັດເຈນ. ຖ້າໃຜບາງຄົນຂາດຄວາມເຂົ້າໃຈຝ່າຍວິນຍານ, ບໍ່ຮູ້ວິທີສະແຫວງຫາຄວາມຈິງ, ວິເຄາະແບບຫຼັບຫູຫຼັບຕາ ແລະ ຈັດໝວດໝູ່ສິ່ງຕ່າງໆແບບຫຼັບຫູຫຼັບຕາ ໂດຍຄິດວ່າມັນດີພໍສົມຄວນແລ້ວ, ບໍ່ແມ່ນພວກເຂົາເປັນພວກຟາຣີຊາຍທີ່ຢູ່ໃນຕຳລາບໍ? ພວກເຂົາມັກຟັງແຕ່ທິດສະດີທີ່ຍິ່ງໃຫຍ່ແຕ່ໄຮ້ສາລະເທົ່ານັ້ນ, ແຕ່ບໍ່ມັກຟັງຄຳເທດສະໜາທີ່ສາມາດປະຕິບັດໄດ້ແທ້ ແລະ ສຳພັນກັບຊີວິດຈິງ. ຜົນກໍຄືພວກເຂົາບໍ່ເຂົ້າໃຈແມ່ນແຕ່ຄວາມຈິງທີ່ຕື້ນທີ່ສຸດ. ສິ່ງນີ້ສະແດງໃຫ້ເຫັນເຖິງການຂາດຄວາມເຂົ້າໃຈຝ່າຍວິນຍານຢ່າງຮ້າຍແຮງ! ຫາກປາສະຈາກຫົວໃຈທີ່ຢຳເກງພຣະເຈົ້າ, ຜູ້ຄົນກໍຈະອວດດີ ແລະ ຖືຕົນວ່າຊອບທຳ, ຈະກາຍເປັນຄົນທີ່ບ້າບິ່ນຫຼາຍຂຶ້ນ; ພວກເຂົາຈະກ້າຕັດສິນທຸກເລື່ອງ, ໂດຍຄິດວ່າຕົນເອງເຂົ້າໃຈທັງໝົດ. ມະນຸດທີ່ເສື່ອມຊາມກໍເປັນແບບນີ້ແທ້ໆ; ນີ້ຄືອຸປະນິໄສຂອງພວກເຂົາ. ການເປັນຄົນກ້າຫານ ແລະ ກະທຳຢ່າງປະໝາດເປັນສິ່ງທີ່ດີ ຫຼື ສິ່ງທີ່ບໍ່ດີ? (ສິ່ງທີ່ບໍ່ດີ). ການເປັນຄົນກ້າຫານ ຫຼື ຄົນຂີ້ຢ້ານຕາຂາວ ຄວາມຈິງແລ້ວມັນບໍ່ສຳຄັນ; ສິ່ງທີ່ສຳຄັນຄືມີຄວາມຢຳເກງພຣະເຈົ້າຢູ່ໃນຫົວໃຈຂອງຄົນເຮົາ ຫຼື ບໍ. ຕໍ່ໄປ, ເມື່ອພວກເຈົ້າຟັງການບັນທຶກສຽງຄຳເທດສະໜາ, ໃຫ້ລະມັດລະວັງໃນການຈຳແນກວ່າ ມີສິ່ງສຳຄັນໃດໆຖືກຕັດອອກໄປຈາກການຖອດຂໍ້ຄວາມສຽງນັ້ນ ຫຼື ບໍ່. ພວກຄົນທີ່ໜ້າສົມເພດເຫຼົ່ານີ້ທີ່ຂາດຄວາມເຂົ້າໃຈຝ່າຍວິນຍານ, ບາງຄັ້ງສິ່ງທີ່ພວກເຂົາເຮັດກໍສາມາດກໍ່ໃຫ້ເກີດການລົບກວນ ແລະ ຄວາມເສຍຫາຍໄດ້ໂດຍບໍ່ໄດ້ຕັ້ງໃຈ. ພວກເຂົາເວົ້າວ່າບໍ່ໄດ້ເຈດຕະນາ, ຖ້າບໍ່ໄດ້ເຈດຕະນາ, ນັ້ນໝາຍຄວາມວ່າອຸປະນິໄສຂອງພວກເຂົາບໍ່ແມ່ນອຸປະນິໄສທີ່ເສື່ອມຊາມບໍ? ມັນກໍຍັງເປັນອຸປະນິໄສທີ່ເສື່ອມຊາມຢູ່ດີ. ຕອນນີ້ ຂໍຈົບຫົວຂໍ້ນີ້ໄວ້ພຽງເທົ່ານີ້.
ບົດເສີມ:
ຄວາມຝັນຂອງຊຽວກັງ
ມື້ນີ້ ເຮົາຈະເລີ່ມຕົ້ນດ້ວຍການເລົ່າເລື່ອງໜຶ່ງອີກຄັ້ງ. ພວກເຈົ້າສົນໃຈຟັງເລື່ອງເລົ່າບໍ? ພວກເຈົ້າສາມາດໄດ້ຮັບບາງສິ່ງບາງຢ່າງຈາກເລື່ອງເລົ່າບໍ? ມີສິ່ງຕ່າງໆເກີດຂຶ້ນໃນເລື່ອງເລົ່າ ແລະ ສິ່ງເຫຼົ່ານີ້ກໍມີຄວາມຈິງຢູ່. ຜູ້ຄົນໃນເລື່ອງເລົ່າມີສະພາວະບາງຢ່າງ, ມີການເປີດເຜີຍບາງຢ່າງ ແລະ ມີເຈດຕະນາ ແລະ ອຸປະນິໄສທີ່ເສື່ອມຊາມບາງຢ່າງ. ຄວາມຈິງແລ້ວ, ສິ່ງເຫຼົ່ານີ້ມີຢູ່ໃນຕົວທຸກຄົນ ແລະ ພວກມັນກໍກ່ຽວພັນກັບທຸກຄົນ. ຖ້າເຈົ້າເຂົ້າໃຈ ແລະ ສາມາດຮັບຮູ້ສິ່ງເຫຼົ່ານີ້ໃນເລື່ອງເລົ່າໄດ້, ສິ່ງນີ້ກໍພິສູດວ່າເຈົ້າມີຄວາມເຂົ້າໃຈຝ່າຍວິນຍານ. ບາງຄົນເວົ້າວ່າ: “ພຣະອົງເວົ້າວ່າຂ້ານ້ອຍມີຄວາມເຂົ້າໃຈຝ່າຍວິນຍານ, ນັ້ນໝາຍຄວາມວ່າຂ້ານ້ອຍເປັນຄົນທີ່ຮັກຄວາມຈິງບໍ?” ບໍ່ຈຳເປັນສະເໝີໄປ; ພວກມັນເປັນສອງສິ່ງທີ່ແຕກຕ່າງກັນ. ບາງຄົນມີຄວາມເຂົ້າໃຈຝ່າຍວິນຍານ ແຕ່ບໍ່ຮັກຄວາມຈິງ. ພວກເຂົາພຽງແຕ່ເຂົ້າໃຈ ແລະ ບໍ່ມີຫຍັງຫຼາຍໄປກວ່ານັ້ນ ແລະ ພວກເຂົາບໍ່ໄດ້ນໍາເອົາຄວາມຈິງມາປຽບທຽບກັບຕົນເອງ ຫຼື ນໍາໃຊ້ຄວາມຈິງເຂົ້າໃນການປະຕິບັດ. ບາງຄົນມີຄວາມເຂົ້າໃຈຝ່າຍວິນຍານ ແລະ ຫຼັງຈາກທີ່ຟັງເລື່ອງເລົ່າແລ້ວ, ພວກເຂົາກໍຄົ້ນພົບວ່າມີບັນຫາແບບດຽວກັນ ແລະ ພິຈາລະນາວ່າຈະເຂົ້າສູ່ແນວໃດ ແລະ ຈະປ່ຽນແປງແນວໃດໃນຕໍ່ໜ້າ, ຄົນເຫຼົ່ານີ້ໄດ້ບັນລຸຜົນຕາມທີ່ຕ້ອງການແລ້ວ. ສະນັ້ນ ມື້ນີ້, ເຮົາຈະເລົ່າເລື່ອງຕໍ່ໄປ. ຫົວຂໍ້ນີ້ເປັນເລື່ອງເບົາສະໝອງ ແລະ ທຸກຄົນກໍຈະເຕັມໃຈຟັງມັນ. ໃນສອງມື້ທີ່ຜ່ານມານີ້ ເຮົາໄດ້ໄຕ່ຕອງວ່າເລື່ອງໃດທີ່ສາມາດເຮັດໃຫ້ຄົນສ່ວນໃຫຍ່ໄດ້ຮັບບາງສິ່ງ ແລະ ໄດ້ຮັບການເສີມສ້າງຫຼັງຈາກທີ່ພວກເຂົາຟັງມັນ ແລະ ຍິ່ງໄປກວ່ານັ້ນກໍສາມາດເຮັດໃຫ້ພວກເຂົາປະທັບໃຈຢ່າງເລິກເຊິ່ງກ່ຽວກັບຄວາມຈິງດ້ານໜຶ່ງ, ພ້ອມທັງເຮັດໃຫ້ພວກເຂົາສາມາດເຊື່ອມໂຍງມັນເຂົ້າກັບຄວາມເປັນຈິງ ແລະ ໄດ້ຮັບຜົນປະໂຫຍດຈາກມັນຜ່ານການເຂົ້າສູ່ຄວາມຈິງໃນດ້ານໃດໜຶ່ງ ຫຼື ການແກ້ໄຂການບ່ຽງເບນປະເພດໃດໜຶ່ງ. ເຮົາລືມຕັ້ງຊື່ໃຫ້ເລື່ອງທີ່ເຮົາໄດ້ເລົ່າໄປເທື່ອກ່ອນ, ສະນັ້ນ ມື້ນີ້ພວກເຮົາຈະຕັ້ງຊື່ໃຫ້ກັບເລື່ອງນັ້ນ. ພວກເຈົ້າຄິດວ່າມັນຄວນຊື່ຫຍັງ? (ຂອງຂວັນພິເສດ.) ໃຫ້ຕັດຄຳວ່າ “ພິເສດ” ອອກ; ໃຫ້ພວກເຮົາເອີ້ນມັນວ່າ “ຂອງຂວັນ”. ຄຳວ່າ “ພິເສດ” ຟັງເບິ່ງແປກໆໜ້ອຍໜຶ່ງຢູ່ບ່ອນນີ້ ແລະ ຜູ້ຄົນກໍຈະຈົດຈໍ່ຢູ່ກັບຄໍານັ້ນ. “ຂອງຂວັນ” ມີຄວາມໝາຍທີ່ເລິກເຊິ່ງກວ່າ. ສະນັ້ນ, ມື້ນີ້ເຮົາຈະເລົ່າເລື່ອງຫຍັງ? ເລື່ອງຂອງມື້ນີ້ມີຊື່ວ່າ “ຄວາມຝັນຂອງຊຽວກັງ”. “ຊຽວ” ໝາຍເຖິງ “ນ້ອຍ”, ດັ່ງທີ່ພວກເຈົ້າທຸກຄົນຮູ້ ແລະ “ກັງ” ເດ? (“ຕຳແໜ່ງ”.) ຖືກຕ້ອງ. ເມື່ອໄດ້ຍິນຊື່ນີ້, ພວກເຈົ້າກໍຄວນຮູ້ເນື້ອໃນຂອງເລື່ອງ, ພວກເຈົ້າຄວນຈະເດົາໄດ້ໃກ້ຄຽງແລ້ວ. ຕອນນີ້ ເຮົາຈະເລີ່ມເລົ່າເລື່ອງ.
ຊຽວກັງເປັນຊາຍໜຸ່ມທີ່ມີຄວາມກະຕືລືລົ້ນ, ມັກຮຽນຮູ້ ແລະ ດຸໝັ່ນ ແລະ ລາວເປັນຄົນຂ້ອນຂ້າງສະຫຼາດ. ລາວມັກຮຽນຮູ້, ສະນັ້ນ ລາວຈຶ່ງໄດ້ຮຽນຮູ້ເລັກໜ້ອຍກ່ຽວກັບເຕັກໂນໂລຊີຄອມພິວເຕີທີ່ຂ້ອນຂ້າງເປັນທີ່ນິຍົມໃນປັດຈຸບັນ ແລະ ໃນເຮືອນຂອງພຣະເຈົ້າ, ກໍເປັນເລື່ອງປົກກະຕິທີ່ລາວຈະຖືກມອບໝາຍໃຫ້ປະຕິບັດໜ້າທີ່ໃນທີມງານວິດີໂອ. ເມື່ອເຂົ້າຮ່ວມທີມງານວິດີໂອທຳອິດ, ຊຽວກັງກໍມີຄວາມສຸກ ແລະ ພູມໃຈຫຼາຍ. ຍ້ອນວ່າຍັງໜຸ່ມ ແລະ ຊຳນານເຕັກໂນໂລຊີບາງຢ່າງ, ລາວຈຶ່ງເຊື່ອວ່າວຽກງານວິດີໂອແມ່ນຄວາມຊໍານານພິເສດ ພ້ອມທັງເປັນງານອະດິເລກຂອງຕົນ ແລະ ສາມາດນໍາໃຊ້ຄວາມຊ່ຽວຊານໃຫ້ເປັນປະໂຫຍດ ໂດຍການປະຕິບັດໜ້າທີ່ຢູ່ທີ່ນັ້ນ ພ້ອມທັງມີຄວາມກ້າວໜ້າໃນຂະແໜງການນີ້ໂດຍຜ່ານຂະບວນການຮຽນຮູ້ຢ່າງຕໍ່ເນື່ອງ. ນອກຈາກນີ້, ຄົນສ່ວນໃຫຍ່ທີ່ລາວພົບຢູ່ບ່ອນນີ້ກໍຍັງໜຸ່ມເຊັ່ນກັນ ແລະ ລາວກໍມັກບັນຍາກາດຢູ່ບ່ອນນີ້ຫຼາຍ ແລະ ເພີດເພີນກັບໜ້າທີ່ນີ້. ສະນັ້ນ, ທຸກໆມື້ລາວຈຶ່ງເຮັດໃຫ້ຕົນເອງຫຍຸ້ງຢູ່ກັບວຽກງານ ແລະ ຮຽນຮູ້ຢ່າງຈິງຈັງ. ແບບນີ້ເອງ ຊຽວກັງຈຶ່ງຕື່ນແຕ່ເຊົ້າເພື່ອເລີ່ມເຮັດວຽກທຸກມື້, ບາງຄັ້ງກໍບໍ່ໄດ້ພັກຜ່ອນຈົນກວ່າຈະເດິກດື່ນ. ຊຽວກັງຈ່າຍລາຄາຫຼາຍຢ່າງສຳລັບໜ້າທີ່ນີ້ ແລະ ທົນທຸກກັບຄວາມຍາກລຳບາກບາງຢ່າງ ແລະ ເປັນເລື່ອງປົກກະຕິທີ່ລາວໄດ້ຮຽນຮູ້ຄວາມຮູ້ທາງວິຊາຊີບທີ່ກ່ຽວຂ້ອງຫຼາຍພໍສົມຄວນ; ລາວຮູ້ສຶກວ່າທຸກໆມື້ໄດ້ຖືກໃຊ້ໄປຢ່າງເກີດດອກອອກຜົນຫຼາຍ. ຊຽວກັງຍັງມັກຈະໂອ້ລົມ ແລະ ເຂົ້າຮ່ວມການເຕົ້າໂຮມກັບອ້າຍເອື້ອຍນ້ອງຢູ່ເລື້ອຍໆ ແລະ ຮູ້ສຶກວ່າຫຼັງຈາກທີ່ມາບ່ອນນີ້, ລາວມີຄວາມກ້າວໜ້າຫຼາຍຂຶ້ນເມື່ອທຽບກັບຕອນທີ່ເຊື່ອໃນພຣະເຈົ້າຢູ່ບ້ານເກີດຂອງລາວ ແລະ ກໍໄດ້ເຕີບໃຫຍ່ຂຶ້ນ ແລະ ສາມາດຮັບຜິດຊອບວຽກງານບາງຢ່າງໄດ້. ລາວຮູ້ສຶກມີຄວາມສຸກ ແລະ ພໍໃຈຫຼາຍ. ຕອນທີ່ຮຽນເຕັກໂນໂລຊີຄອມພິວເຕີໃນຕອນທຳອິດ, ລາວຫວັງວ່າຈະໄດ້ເຮັດວຽກກັບຄອມພິວເຕີໃນມື້ໜຶ່ງ ແລະ ຕອນນີ້ຄວາມປາຖະໜາກໍສຳເລັດແລ້ວໃນທີ່ສຸດ, ສະນັ້ນ ລາວຈຶ່ງເຫັນຄຸນຄ່າຂອງໂອກາດນີ້ແທ້ໆ. ເວລາຜ່ານໄປໄລຍະໜຶ່ງ ແລະ ວຽກງານ ພ້ອມທັງຕຳແໜ່ງຂອງຊຽວກັງກໍບໍ່ໄດ້ປ່ຽນແປງ. ລາວຍຶດໝັ້ນກັບວຽກ ແລະ ຍຶດໝັ້ນກັບຄວາມຮັບຜິດຊອບ ແລະ ໜ້າທີ່ນີ້ຂອງລາວ ແລະ ກໍເບິ່ງຄືວ່າມີຄວາມເປັນຜູ້ໃຫຍ່ຫຼາຍກວ່າແຕ່ກ່ອນ. ລາວຍັງມີຄວາມຄືບໜ້າໃນການເຂົ້າສູ່ຊີວິດ, ລາວມັກຈະໂອ້ລົມ ແລະ ອ່ານພ້ອມອະທິຖານພຣະທຳຂອງພຣະເຈົ້າກັບອ້າຍເອື້ອຍນ້ອງໃນການເຕົ້າໂຮມຢູ່ເລື້ອຍໆ ແລະ ຄວາມສົນໃຈໃນການເຊື່ອໃນພຣະເຈົ້າຂອງລາວກໍນັບມື້ນັບໜັກແໜ້ນຂຶ້ນ. ຍັງສາມາດເວົ້າໄດ້ວ່າ ຄວາມເຊື່ອຂອງຊຽວກັງກຳລັງເພີ່ມຂຶ້ນເທື່ອລະໜ້ອຍ. ສະນັ້ນ, ລາວຈຶ່ງມີຄວາມຝັນໃໝ່: “ມັນຄົງຈະດີຫຼາຍ ຖ້າຂ້ອຍສາມາດກາຍເປັນຄົນທີ່ມີປະໂຫຍດຫຼາຍຂຶ້ນ ໃນຂະນະທີ່ເຮັດວຽກຄອມພິວເຕີ!”
ເວລາຜ່ານໄປແບບນີ້, ມື້ແລ້ວມື້ເລົ່າ ແລະ ຊຽວກັງກໍຍັງຄົງປະຕິບັດໜ້າທີ່ເດີມ. ມີຄັ້ງໜຶ່ງ ລາວບັງເອີນໄດ້ເບິ່ງຮູບເງົາເລື່ອງໜຶ່ງ ແລະ ຫຼັງຈາກນັ້ນ ມັນກໍກໍມີຜົນກະທົບຢ່າງເລິກເຊິ່ງຕໍ່ກັບລາວ. ເປັນຫຍັງ? ໃນຮູບເງົາມີຊາຍໜຸ່ມຄົນໜຶ່ງທີ່ມີອາຍຸລຸ້ນລາວຄາວດຽວກັບຊຽວກັງ ແລະ ລາວຊົມເຊີຍການສະແດງ, ບົດບາດ ແລະ ຄຳເວົ້າ ພ້ອມທັງການວາງຕົວຂອງຊາຍໜຸ່ມຄົນນີ້ໃນຮູບເງົາ ແລະ ກໍມີຄວາມອິດສາເລັກໜ້ອຍ. ຫຼັງຈາກທີ່ເບິ່ງຮູບເງົາແລ້ວ, ບາງຄັ້ງລາວກໍຈິນຕະນາການວ່າ: “ມັນຄົງຈະດີຫຼາຍ ຖ້າຂ້ອຍເປັນຊາຍໜຸ່ມຄົນນັ້ນໃນຮູບເງົາ. ທຸກໆມື້, ຂ້ອຍຢູ່ໜ້າຄອມພິວເຕີເພື່ອສ້າງ ແລະ ອັບໂຫຼດວິດີໂອທຸກປະເພດ ແລະ ບໍ່ວ່າຂ້ອຍຈະຫຍຸ້ງ ຫຼື ອິດເມື່ອຍສໍ່າໃດ ຫຼື ຂ້ອຍຈະເຮັດວຽກໜັກສໍ່າໃດກໍຕາມ, ຂ້ອຍກໍຍັງເປັນພຽງຜູ້ເຮັດວຽກຢູ່ເບື້ອງຫຼັງ. ຈະມີໃຜຮູ້ໄດ້ແນວໃດວ່າພວກເຮົາເຮັດວຽກໜັກສໍ່າໃດ? ຖ້າມື້ໜຶ່ງຂ້ອຍສາມາດປາກົດຕົວເທິງຈໍໃຫຍ່ຄືກັບຊາຍໜຸ່ມຄົນນັ້ນໃນຮູບເງົາ ແລະ ມີຄົນເຫັນ ແລະ ຮູ້ຈັກຂ້ອຍຫຼາຍຂຶ້ນ, ນັ້ນຄົງຈະດີຫຼາຍ!” ຊຽວກັງເບິ່ງຮູບເງົາເລື່ອງນີ້ຊໍ້າແລ້ວຊໍ້າອີກ, ພ້ອມທັງສາກຕ່າງໆທັງໝົດທີ່ກ່ຽວຂ້ອງກັບຊາຍໜຸ່ມຄົນນັ້ນ. ຍິ່ງເບິ່ງຫຼາຍເທົ່າໃດ, ລາວກໍຍິ່ງອິດສາຊາຍໜຸ່ມຄົນນັ້ນຫຼາຍຂຶ້ນເທົ່ານັ້ນ ແລະ ຫົວໃຈຂອງລາວກໍຍິ່ງໂຫຍຫາຫຼາຍຂຶ້ນ, ໂດຍປາຖະໜາທີ່ຈະກາຍເປັນນັກສະແດງ. ດ້ວຍເຫດນັ້ນ, ຄວາມຝັນໃໝ່ຂອງຊຽວກັງຈຶ່ງເກີດຂຶ້ນ. ຄວາມຝັນໃໝ່ນັ້ນແມ່ນຫຍັງ? “ຂ້ອຍຢາກຮຽນການສະແດງ ແລະ ພະຍາຍາມກາຍເປັນນັກສະແດງທີ່ໄດ້ມາດຕະຖານ, ປາກົດຕົວເທິງຈໍໃຫຍ່, ມີລັກສະນະທ່າທາງຄືກັບຊາຍໜຸ່ມຄົນນັ້ນ ແລະ ເຮັດໃຫ້ຜູ້ຄົນອິດສາຂ້ອຍ ແລະ ປາຖະໜາທີ່ຈະເປັນຄືຂ້ອຍຫຼາຍຂຶ້ນ”. ຕັ້ງແຕ່ນັ້ນມາ, ຊຽວກັງກໍເລີ່ມລົງມືເຮັດຕາມຄວາມຝັນຂອງຕົນ. ໃນເວລາຫວ່າງ, ຊຽວກັງເຂົ້າອິນເຕີເນັດ ແລະ ຊອກເບິ່ງຂໍ້ມູນທຸກປະເພດທີ່ກ່ຽວກັບການສະແດງ. ພ້ອມທັງເບິ່ງຮູບເງົາ ແລະ ລາຍການໂທລະພາບທຸກປະເພດ, ເບິ່ງ ແລະ ຮຽນຮູ້ໄປພ້ອມໆກັນ, ໃນຂະນະທີ່ເພີ້ຝັນວ່າຕົນເອງມີໂອກາດທີ່ຈະກາຍເປັນນັກສະແດງ. ມື້ແລ້ວມື້ເລົ່າກໍຜ່ານໄປແບບນີ້, ຊຽວກັງກຳລັງຮຽນຮູ້ວິຊາຊີບການສະແດງ ໃນຂະນະທີ່ຍັງຄົງຍຶດໝັ້ນກັບຕຳແໜ່ງຂອງຕົນ. ໃນທີ່ສຸດ, ຍ້ອນຄວາມພາກພຽນ ແລະ ຄວາມດຸໝັ່ນຂອງລາວ, ຊຽວກັງກໍມີພື້ນຖານການສະແດງໃນລະດັບໜຶ່ງ. ລາວໄດ້ຮຽນຮູ້ວິທີການຮຽນແບບ, ໄດ້ຮຽນຮູ້ວິທີການເວົ້າ ແລະ ສະແດງຕໍ່ໜ້າຄົນອື່ນ ແລະ ບໍ່ມີຄວາມຢ້ານເວທີແມ່ນແຕ່ໜ້ອຍດຽວ. ດ້ວຍການຮ້ອງຂໍຊໍ້າແລ້ວຊໍ້າອີກ, ໃນທີ່ສຸດລາວກໍໄດ້ຮັບໂອກາດ: ມີຮູບເງົາເລື່ອງໜຶ່ງທີ່ຕ້ອງການຊາຍໜຸ່ມມາຮັບບົດເປັນນັກສະແດງນຳ. ຈາກການຄັດເລືອກນັກສະແດງ, ຜູ້ກຳກັບເຫັນວ່າຮູບຮ່າງໜ້າຕາ, ລັກສະນະທ່າທາງ ແລະ ທັກສະການສະແດງພື້ນຖານຂອງລາວແມ່ນໄດ້ມາດຕະຖານ. ຖ້າໄດ້ຮັບການຝຶກຝົນຕື່ມອີກເລັກໜ້ອຍ, ລາວກໍໜ້າຈະເຮັດໄດ້. ເມື່ອໄດ້ຍິນຂ່າວນີ້, ຊຽວກັງກໍດີໃຈຫຼາຍ ແລະ ຄິດໃນໃຈວ່າ: “ໃນທີ່ສຸດຂ້ອຍກໍສາມາດປ່ຽນຈາກການຢູ່ເບື້ອງຫຼັງມາຢູ່ໜ້າຈໍໄດ້ແລ້ວ, ຄວາມຝັນອີກຢ່າງໜຶ່ງຂອງຂ້ອຍກຳລັງຈະກາຍເປັນຈິງແລ້ວ!” ຕໍ່ມາ, ຊຽວກັງກໍຖືກຍົກຍ້າຍໄປທີມງານຜະລິດຮູບເງົາເພື່ອປະຕິບັດໜ້າທີ່ຂອງຕົນ.
ຫຼັງຈາກທີ່ຊຽວກັງຍ້າຍໄປທີມງານຜະລິດຮູບເງົາແລ້ວ, ສະພາບແວດລ້ອມການເຮັດວຽກໃໝ່ກໍນຳຄວາມສົດຊື່ນ ແລະ ຄວາມມີຊີວິດຊີວາມາສູ່ລາວ. ລາວຮູ້ສຶກວ່າທຸກໆມື້ຜ່ານໄປຢ່າງມີຄວາມສຸກ ແລະ ມັນບໍ່ໜ້າເບື່ອ, ບໍ່ຈືດຊືດ ແລະ ບໍ່ຖືກຈຳກັດຄືແຕ່ກ່ອນ, ເພາະວ່າລາວດຳລົງຊີວິດ ແລະ ເຮັດວຽກຢູ່ບ່ອນນັ້ນ ແລະ ຫຼາຍສິ່ງທີ່ລາວພົບພໍ້ໃນທຸກໆມື້ແມ່ນແຕກຕ່າງຈາກວຽກຄອມພິວເຕີຂອງລາວຢ່າງສິ້ນເຊີງ, ລາວອາໄສຢູ່ໃນຂົງເຂດວຽກງານອື່ນ, ໃນອີກໂລກໜຶ່ງ. ແບບນີ້ເອງ, ຊຽວກັງຈຶ່ງທຸ່ມເທຕົນເອງເຂົ້າໃນວຽກງານການຜະລິດຮູບເງົາ. ທຸກໆມື້ລາວຫຍຸ້ງຢູ່ກັບການສະແດງ ແລະ ທ່ອງຈຳບົດ, ຟັງຄຳແນະນຳຂອງຜູ້ກຳກັບ ແລະ ຟັງອ້າຍເອື້ອຍນ້ອງວິເຄາະເນື້ອເລື່ອງ. ສຳລັບຊຽວກັງແລ້ວ, ສິ່ງທີ່ຍາກທີ່ສຸດຄືການເຂົ້າເຖິງບົດບາດ, ສະນັ້ນ ລາວຈຶ່ງທ່ອງຈຳບົດຊໍ້າແລ້ວຊໍ້າອີກ ແລະ ຄອຍໄຕ່ຕອງກ່ຽວກັບບົດບາດຂອງຕົນເອງ, ວ່າຄວນເວົ້າ ແລະ ສະແດງແນວໃດ, ຄວນຍ່າງ ແລະ ຢືນແນວໃດ, ແມ່ນແຕ່ຄວນນັ່ງແນວໃດ, ລາວຕ້ອງໄດ້ຮຽນຮູ້ສິ່ງທັງໝົດເຫຼົ່ານີ້ຄືນໃໝ່. ຫຼັງຈາກທີ່ສືບຕໍ່ເຮັດວຽກທີ່ຊັບຊ້ອນ ແລະ ຫຼາກຫຼາຍນີ້ເປັນໄລຍະເວລາໜຶ່ງ, ໃນທີ່ສຸດ ຊຽວກັງກໍຮັບຮູ້ວ່າການເປັນນັກສະແດງນັ້ນຍາກສໍ່າໃດ. ທຸກໆມື້ລາວຕ້ອງທ່ອງຈຳບົດເດີມໆ. ບາງຄັ້ງລາວກໍສາມາດທ່ອງຈຳໄດ້ຢ່າງຄ່ອງແຄ້ວ, ແຕ່ເມື່ອຮອດເວລາສະແດງແທ້, ລາວມັກຈະເຮັດຜິດພາດສະເໝີ ແລະ ຕ້ອງໄດ້ຖ່າຍສາກນັ້ນໃໝ່. ລາວມັກຈະຖືກຜູ້ກຳກັບຕຳນິຢ່າງໜັກຢູ່ເລື້ອຍໆ ຍ້ອນວ່າການກະທຳ ຫຼື ບົດເວົ້າໃດໜຶ່ງຂອງລາວບໍ່ໄດ້ມາດຕະຖານ. ຖ້າການສະແດງຂອງລາວອອກມາບໍ່ດີຕິດຕໍ່ກັນຫຼາຍຄັ້ງ, ລາວກໍຈະຖືກລິຮານ ແລະ ລາວກໍຈະເສຍໜ້າ, ທົນທຸກກັບຄວາມເຈັບປວດ ແລະ ເຖິງຂັ້ນພາໃຫ້ຖືກແນມເບິ່ງດ້ວຍສາຍຕາທີ່ແປກປະຫຼາດ ແລະ ຖືກເຍາະເຍີ້ຍ. ເມື່ອປະເຊີນກັບສິ່ງທັງໝົດນີ້, ຊຽວກັງກໍຮູ້ສຶກທໍ້ຖອຍໃຈເລັກໜ້ອຍ, “ຖ້າຮູ້ວ່າການເປັນນັກສະແດງເທິງຈໍໃຫຍ່ຈະຍາກຂະໜາດນີ້, ຂ້ອຍກໍຄົງຈະບໍ່ມາບ່ອນນີ້, ແຕ່ຕອນນີ້ຂ້ອຍຕົກຢູ່ໃນສະຖານະການທີ່ກືນບໍ່ເຂົ້າຄາຍບໍ່ອອກແລ້ວ. ມາຮອດນີ້ແລ້ວ, ມັນກໍຄົງຈະບໍ່ສົມເຫດສົມຜົນຖ້າຂ້ອຍຈະຍອມແພ້ກ່ອນທີ່ການຖ່າຍທຳຈະສຳເລັດ ແລະ ມັນກໍບໍ່ມີທາງທີ່ຂ້ອຍຈະອະທິບາຍເລື່ອງນີ້ໄດ້. ນີ້ຄືຄວາມຝັນຂອງຂ້ອຍ, ຂ້ອຍຕ້ອງເຮັດໃຫ້ມັນກາຍເປັນຈິງ, ແຕ່ຫົນທາງຂ້າງໜ້າຍັງອີກຍາວໄກສໍ່າໃດ? ຂ້ອຍຈະສາມາດສືບຕໍ່ໄປໄດ້ບໍ?” ຊຽວກັງເລີ່ມຫວັ່ນໄຫວ. ໃນມື້ຕໍ່ໆມາ, ຊຽວກັງຝືນຮັບມືກັບວຽກງານ ແລະ ຊີວິດປະຈຳວັນຂອງຕົນ. ແຕ່ລະມື້ຜ່ານໄປຢ່າງຍາກລຳບາກຫຼາຍກວ່າມື້ທີ່ຜ່ານມາ, ແຕ່ລາວກໍຍັງຕ້ອງອົດທົນ ແລະ ບັງຄັບຕົນເອງໃຫ້ກ້າວຕໍ່ໄປ. ເຮົາສາມາດຈິນຕະນາການໄດ້, ຕໍ່ໄປຊຽວກັງຈະຕ້ອງມີບັນຫາໃນດ້ານຕ່າງໆຢ່າງແນ່ນອນ. ລາວເລີ່ມເຮັດວຽກທີ່ຖືກມອບໝາຍໃຫ້ຢ່າງຝືນໃຈຫຼາຍ. ເມື່ອຜູ້ກຳກັບບອກໃຫ້ເຮັດຫຍັງ, ລາວກໍພຽງແຕ່ຟັງແລ້ວກໍແລ້ວໄປ. ຫຼັງຈາກນັ້ນ, ລາວກໍພະຍາຍາມເຮັດໃຫ້ດີທີ່ສຸດເທົ່າທີ່ຈະເຮັດໄດ້, ແຕ່ຖ້າລາວບໍ່ສາມາດເຮັດບາງສິ່ງໄດ້, ລາວກໍບໍ່ເອົາຈິງເອົາຈັງ. ໃນຕອນນີ້ຊຽວກັງຢູ່ໃນສະຖານະໃດ? ລາວໃຊ້ເວລາແຕ່ລະມື້ຢ່າງຝືນໃຈຫຼາຍ, ໃນແງ່ລົບຫຼາຍ ແລະ ເສີຍເມີຍຫຼາຍ, ໂດຍບໍ່ຍອມຮັບເອົາການນຳພາ ແລະ ການຊ່ວຍເຫຼືອຢ່າງຈິງຈັງຂອງຜູ້ກຳກັບ ຫຼື ອ້າຍເອື້ອຍນ້ອງເຂົ້າໃນຫົວໃຈຂອງລາວເລີຍ. ລາວເຊື່ອວ່າ, “ຂ້ອຍກໍເປັນແບບນີ້ແຫຼະ, ບໍ່ມີຊ່ອງທາງໃຫ້ພັດທະນາແລ້ວ. ພວກເຈົ້າກຳລັງບັງຄັບຂ້ອຍເກີນຄວາມສາມາດ. ຖ້າພວກເຮົາສາມາດຖ່າຍທຳໄດ້, ກໍຖ່າຍໄປ; ຖ້າບໍ່ໄດ້, ກໍໃຫ້ລືມມັນໄປສາ. ຂ້ອຍຈະກັບໄປທີມງານວິດີໂອເພື່ອປະຕິບັດໜ້າທີ່ຂອງຂ້ອຍ”. ລາວຄິດເຖິງວ່າການເຮັດວຽກໃນທີມງານວິດີໂອນັ້ນດີສໍ່າໃດ, ໄດ້ນັ່ງຢູ່ໜ້າຄອມພິວເຕີທຸກມື້. ມັນສະດວກສະບາຍ ແລະ ງ່າຍດາຍ; ລາວມີຄວາມສຸກຫຼາຍ! ຕົວຕົນທັງໝົດຂອງລາວ ແລະ ໂລກທັງໝົດຂອງລາວລ້ວນແຕ່ຢູ່ທີ່ການກົດແປ້ນພິມ, ລາວສາມາດມີທຸກສິ່ງທີ່ຕ້ອງການໄດ້ພຽງແຕ່ເປີດໃຊ້ເອັບເຟັກພິເສດ. ໂລກສະເໝືອນຈິງນັ້ນດຶງດູດໃຈຊຽວກັງຫຼາຍ. ໃນເວລານີ້, ຊຽວກັງຍິ່ງຄິດຮອດອະດີດ ແລະ ຊ່ວງເວລາທີ່ລາວໄດ້ປະຕິບັດໜ້າທີ່ໃນທີມງານວິດີໂອຫຼາຍຂຶ້ນ. ວັນເວລາຜ່ານໄປແບບນີ້, ແລ້ວຄືນໜຶ່ງ, ຊຽວກັງກໍນອນບໍ່ຫຼັບ. ເປັນຫຍັງລາວຈຶ່ງນອນບໍ່ຫຼັບ? ລາວກຳລັງຄິດໃນໃຈວ່າ: “ຂ້ອຍເໝາະທີ່ຈະເປັນນັກສະແດງບໍ? ຖ້າຂ້ອຍບໍ່ເໝາະ, ຂ້ອຍກໍຄວນກັບໄປທີມງານວິດີໂອທັນທີ. ໜ້າທີ່ໃນທີມງານວິດີໂອແມ່ນຜ່ອນຄາຍ ແລະ ງ່າຍດາຍ, ຂ້ອຍນັ່ງຢູ່ໜ້າຄອມພິວເຕີແລ້ວເຄິ່ງມື້ກໍຜ່ານໄປ ແລະ ຂ້ອຍກໍບໍ່ຕ້ອງແຕ່ງກິນເອງ. ໜ້າທີ່ນັ້ນບໍ່ໄດ້ຍາກລຳບາກ, ທຸກສິ່ງເປັນໄປໄດ້ພຽງແຕ່ສຳຜັດແປ້ນພິມຂອງຂ້ອຍ, ມີພຽງແຕ່ສິ່ງທີ່ຈິນຕະນາການບໍ່ເຖິງ, ບໍ່ມີຫຍັງທີ່ເປັນໄປບໍ່ໄດ້. ປັດຈຸບັນນີ້, ການເປັນນັກສະແດງ, ຂ້ອຍຕ້ອງທ່ອງຈຳບົດທຸກມື້ ແລະ ທ່ອງຊໍ້າແລ້ວຊໍ້າອີກ. ແຕ່ການສະແດງຂອງຂ້ອຍກໍຍັງບໍ່ໄດ້ມາດຕະຖານ, ຜູ້ກຳກັບມັກຈະຮ້າຍຂ້ອຍຢູ່ເລື້ອຍໆ ແລະ ອ້າຍເອື້ອຍນ້ອງກໍມັກຈະຕຳນິຂ້ອຍ. ການປະຕິບັດໜ້າທີ່ນີ້ມັນຍາກລຳບາກເກີນໄປ, ການເຮັດວຽກໃນທີມງານວິດີໂອແມ່ນດີກວ່າຫຼາຍ!” ຍິ່ງລາວຄິດກ່ຽວກັບມັນຫຼາຍເທົ່າໃດ, ລາວກໍຍິ່ງຄິດຮອດມັນຫຼາຍຂຶ້ນເທົ່ານັ້ນ. ລາວນອນພິກໄປພິກມາເຄິ່ງຄືນ, ນອນບໍ່ຫຼັບ ແລະ ສາມາດນອນຫຼັບໄດ້ໃນຊ່ວງເດິກ ເມື່ອລາວເມື່ອຍຈົນທົນບໍ່ໄຫວ. ເມື່ອຊຽວກັງມືນຕາຂຶ້ນໃນຕອນເຊົ້າ, ຄວາມຄິດທຳອິດຂອງລາວກໍຄື: “ສຸດທ້າຍແລ້ວ, ຂ້ອຍຄວນຈະໄປ ຫຼື ບໍ່? ຂ້ອຍຄວນກັບໄປທີມງານວິດີໂອບໍ? ຖ້າຂ້ອຍຢູ່ທີ່ນີ້, ຂ້ອຍກໍບໍ່ຮູ້ວ່າຮູບເງົາຈະຖືກຖືວ່າໄດ້ມາດຕະຖານ ຫຼື ບໍ່ ຫຼັງຈາກທີ່ພວກເຮົາຖ່າຍທຳສຳເລັດ ແລະ ໃຜຈະຮູ້ວ່າຂ້ອຍຈະຕ້ອງທົນທຸກກັບຄວາມຍາກລຳບາກຫຼາຍສໍ່າໃດໃນລະຫວ່າງນີ້. ຂ້ອຍບໍ່ເໝາະທີ່ຈະເປັນນັກສະແດງເລີຍ! ຕອນນັ້ນ, ມັນເປັນພຽງອາລົມຊົ່ວວູບ ແລະ ຄວາມຄິດຊົ່ວຄາວທີ່ຂ້ອຍຢາກເປັນນັກສະແດງ, ຂ້ອຍສັບສົນແທ້ໆ! ເຈົ້າເຫັນບໍ, ຂ້ອຍຕັດສິນໃຈຜິດພາດພຽງຄັ້ງດຽວ ແລະ ຕອນນີ້ສິ່ງຕ່າງໆກໍຍາກທີ່ຈະຈັດການ ແລະ ບໍ່ມີໃຜໃຫ້ຂ້ອຍລົມນຳກ່ຽວກັບຄວາມຍາກລຳບາກນີ້ເລີຍ. ໂດຍອີງໃສ່ສະຖານະການປັດຈຸບັນຂອງຂ້ອຍ, ເບິ່ງຄືວ່າມັນຈະບໍ່ແມ່ນເລື່ອງງ່າຍສຳລັບຂ້ອຍທີ່ຈະກາຍເປັນນັກສະແດງທີ່ດີ, ສະນັ້ນ ຂ້ອຍຄວນຍອມແພ້ໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້. ຂ້ອຍຈະບອກຜູ້ກຳກັບທັນທີວ່າຂ້ອຍຈະກັບໄປ, ເພື່ອທີ່ຂ້ອຍຈະບໍ່ເຮັດໃຫ້ວຽກຂອງພວກເຂົາຊັກຊ້າ”. ຈາກນັ້ນ, ຊຽວກັງກໍລວບລວມຄວາມກ້າເພື່ອເວົ້າສິ່ງນີ້ກັບຜູ້ກຳກັບວ່າ: “ເບິ່ງແມ, ຂ້ອຍບໍ່ເໝາະທີ່ຈະເປັນນັກສະແດງ, ແຕ່ພວກເຈົ້າກໍຍັງເລືອກຂ້ອຍ, ເປັນຫຍັງພວກເຈົ້າຈຶ່ງບໍ່ປ່ອຍໃຫ້ຂ້ອຍກັບໄປທີມງານວິດີໂອ?” ຜູ້ກຳກັບເວົ້າວ່າ: “ບໍ່ໄດ້ເດັດຂາດ, ພວກເຮົາຖ່າຍທຳຮູບເງົາເລື່ອງນີ້ໄປໄດ້ເຄິ່ງໜຶ່ງແລ້ວ. ຖ້າພວກເຮົາປ່ຽນນັກສະແດງ, ນັ້ນກໍຈະເຮັດໃຫ້ວຽກງານຂອງພວກເຮົາຊັກຊ້າ, ແມ່ນບໍ່?” ຊຽວກັງຍັງຄົງຢືນຢັດ ແລະ ເວົ້າວ່າ: “ແລ້ວແນວໃດ? ປ່ຽນຂ້ອຍກັບໃຜກໍໄດ້ທີ່ເຈົ້າຕ້ອງການ, ມັນບໍ່ກ່ຽວຫຍັງກັບຂ້ອຍ. ບໍ່ວ່າແນວໃດກໍຕາມ, ເຈົ້າຕ້ອງປ່ອຍຂ້ອຍໄປ. ຖ້າເຈົ້າບໍ່ປ່ອຍຂ້ອຍໄປ, ຂ້ອຍກໍຈະບໍ່ທຸ່ມເທຄວາມພະຍາຍາມໃດໆໃນການສະແດງ!” ຜູ້ກຳກັບເຫັນວ່າຊຽວກັງຢືນຢັນທີ່ຈະໄປ ແລະ ພວກເຂົາກໍຈະບໍ່ສາມາດຖ່າຍທຳຮູບເງົາໃຫ້ສຳເລັດໄດ້, ສະນັ້ນ ລາວຈຶ່ງປ່ອຍໃຫ້ຊຽວກັງໄປ.
ໃນທີ່ສຸດ ຊຽວກັງກໍກັບຄືນສູ່ທີມງານວິດີໂອຈາກທີມງານຜະລິດຮູບເງົາ. ລາວກັບຄືນສູ່ບ່ອນເຮັດວຽກເກົ່າທີ່ລາວຮູ້ຈັກເປັນຢ່າງດີ. ລາວສຳຜັດຕັ່ງອີ້ ແລະ ຄອມພິວເຕີຂອງຕົນ, ຮູ້ສຶກຄຸ້ນເຄີຍ ແລະ ອົບອຸ່ນ. ລາວມັກສະຖານທີ່ນີ້ຫຼາຍກວ່າ. ລາວໄປນັ່ງລົງ; ຕັ່ງອີ້ກໍອ່ອນນຸ້ມ ແລະ ຄອມພິວເຕີກໍພ້ອມໃຊ້ງານ. “ການສ້າງວິດີໂອແມ່ນດີກວ່າ, ໜ້າທີ່ນີ້ບໍ່ອິດເມື່ອຍ. ການເຮັດວຽກຢູ່ເບື້ອງຫຼັງມີຂໍ້ດີຂອງມັນ, ເຮັດຜິດກໍບໍ່ມີໃຜຮູ້, ບໍ່ມີໃຜຕຳນິ, ພຽງແຕ່ຟ້າວແກ້ໄຂທັນທີແລ້ວກໍຈົບ”. ໃນທີ່ສຸດ ຊຽວກັງກໍຄົ້ນພົບຂໍ້ດີຂອງການເປັນຜູ້ເຮັດວຽກຢູ່ເບື້ອງຫຼັງ. ອາລົມຂອງລາວໃນເວລານີ້ເປັນແນວໃດ? ລາວຮູ້ສຶກສະບາຍໃຈ ແລະ ມີຄວາມສຸກຢ່າງບໍ່ໜ້າເຊື່ອ ແລະ ຄິດວ່າ: “ຂ້ອຍເລືອກຖືກແລ້ວ. ພຣະເຈົ້າໃຫ້ໂອກາດຂ້ອຍ ແລະ ອະນຸຍາດໃຫ້ຂ້ອຍກັບມາເຮັດວຽກນີ້. ຂ້ອຍຮູ້ສຶກເປັນກຽດທີ່ໄດ້ຮັບສິດທິພິເສດນີ້!” ລາວດີໃຈທີ່ຕັດສິນໃຈຖືກຕ້ອງໃນຄັ້ງນີ້. ໃນມື້ຕໍ່ໆມາ, ຊຽວກັງກໍຮັກສາກິດຈະວັດການເຮັດວຽກປະຈຳວັນຂອງທີມງານວິດີໂອ. ບໍ່ມີຫຍັງພິເສດເກີດຂຶ້ນໃນຊ່ວງເວລານີ້ ແລະ ຊຽວກັງກໍໃຊ້ເວລາແຕ່ລະມື້ຜ່ານໄປແບບທຳມະດາ.
ມື້ໜຶ່ງ, ເມື່ອເຮັດວຽກກ່ຽວກັບວິດີໂອ, ຊຽວກັງກໍບັງເອີນເຫັນຊາຍໜຸ່ມທີ່ມີອາລົມຂັນ ແລະ ມີລັກສະນະທ່າທາງດີຄົນໜຶ່ງໃນລາຍການເຕັ້ນ ເຊິ່ງສະແດງໄດ້ດີຫຼາຍ. ລາວຄິດວ່າ: “ລາວອາຍຸປະມານລຸ້ນດຽວກັບຂ້ອຍ; ເປັນຫຍັງລາວຈຶ່ງສາມາດເຕັ້ນໄດ້ ແຕ່ຂ້ອຍເຕັ້ນບໍ່ໄດ້?” ດ້ວຍເຫດນັ້ນ, ຊຽວກັງຈຶ່ງເກີດຄວາມຢາກຂຶ້ນມາອີກ. ມີຄວາມຄິດຫຍັງເກີດຂຶ້ນກັບລາວ? (ການເຕັ້ນ.) ຊຽວກັງມີຄວາມຄິດທີ່ຈະຮຽນເຕັ້ນ. ລາວເບິ່ງຄລິບວິດີໂອນີ້ ແລະ ການສະແດງຂອງຊາຍໜຸ່ມຄົນນັ້ນຊໍ້າແລ້ວຊໍ້າອີກ. ຈາກນັ້ນ ລາວກໍສອບຖາມວ່າຈະໄປຮຽນເຕັ້ນຢູ່ໃສ, ຈະຮຽນແນວໃດ ແລະ ການເຕັ້ນພື້ນຖານທີ່ສຸດແມ່ນຫຍັງ. ລາວຍັງມັກຈະໃຊ້ຄວາມສະດວກໃນການເຮັດວຽກເພື່ອຄົ້ນຫາຂໍ້ມູນການສອນ, ວິດີໂອ ແລະ ແຫຼ່ງຂໍ້ມູນການຮຽນຮູ້ທີ່ກ່ຽວຂ້ອງກັບການເຕັ້ນໃນຄອມພິວເຕີຂອງຕົນ. ແນ່ນອນວ່າ, ໃນຂະນະທີ່ຄົ້ນຫາ, ຊຽວກັງບໍ່ພຽງແຕ່ເບິ່ງເທົ່ານັ້ນ, ລາວຍັງຮຽນຮູ້ດ້ວຍການປະຕິບັດຕົວຈິງອີກດ້ວຍ. ເພື່ອທີ່ຈະຮຽນເຕັ້ນ, ຊຽວກັງຕື່ນແຕ່ເຊົ້າຫຼາຍທຸກມື້ ແລະ ເຂົ້ານອນເດິກຫຼາຍ. ໂດຍຕໍ່ຍອດຈາກພື້ນຖານການເຕັ້ນກາຍະກໍາທີ່ມີໜ້ອຍຫຼາຍຂອງຕົນ, ລາວເລີ່ມຮຽນການເຕັ້ນພື້ນເມືອງຢ່າງເປັນທາງການ, ຕື່ນແຕ່ເຊົ້າທຸກມື້ເພື່ອຢືດເສັ້ນຢືດສາຍ ແລະ ດັດຫຼັງ. ໃນຂະບວນການຮຽນຮູ້, ຊຽວກັງຕ້ອງທົນກັບຄວາມເຈັບປວດທາງຮ່າງກາຍຫຼາຍຢ່າງ ແລະ ໃຊ້ເວລາຫຼາຍ, ໃນທີ່ສຸດກໍໄດ້ຮັບຜົນສຳເລັດເລັກໜ້ອຍ. ຊຽວກັງຮູ້ສຶກວ່າໃນທີ່ສຸດໂອກາດຂອງຕົນກໍມາຮອດແລ້ວ, ລາວສາມາດເຕັ້ນເທິງເວທີໄດ້ ເພາະວ່າລາວເຊື່ອວ່າຮ່າງກາຍຂອງຕົນມີຄວາມຍືດຍຸ່ນຫຼາຍຂຶ້ນເລັກໜ້ອຍ ແລະ ລາວກໍສາມາດເຕັ້ນໄດ້ບາງທ່າ. ນອກຈາກນີ້, ຜ່ານການຮຽນແບບ ແລະ ການຮຽນຮູ້, ລາວກໍເກືອບຈະຊຳນານໃນການເຕັ້ນຕາມຈັງຫວະຂອງດົນຕີແລ້ວ. ພາຍໃຕ້ສະຖານະການເຫຼົ່ານີ້, ຊຽວກັງຮູ້ສຶກວ່າມັນເຖິງເວລາແລ້ວທີ່ຈະຍື່ນຄຳຮ້ອງຕໍ່ຄຣິສຕະຈັກເພື່ອປ່ຽນໜ້າທີ່ຂອງຕົນ. ອີກຄັ້ງໜຶ່ງ, ດ້ວຍການຮ້ອງຂໍຊໍ້າແລ້ວຊໍ້າອີກ, ໃນທີ່ສຸດຄວາມປາຖະໜາຂອງຊຽວກັງກໍສຳເລັດ ແລະ ລາວກໍເຂົ້າຮ່ວມທີມງານເຕັ້ນເພື່ອກາຍເປັນນັກເຕັ້ນ. ຫຼັງຈາກນັ້ນ, ຊຽວກັງກໍຕື່ນແຕ່ເຊົ້າເພື່ອຝຶກຊ້ອມຕອນເຊົ້າ ແລະ ຊ້ອມລາຍການເຕັ້ນຄືກັບນັກເຕັ້ນຄົນອື່ນໆ ພ້ອມທັງເຂົ້າຮ່ວມການເຕົ້າໂຮມ, ໂອ້ລົມ, ວິເຄາະ ແລະ ວາງແຜນລາຍການເຕັ້ນຮ່ວມກັບຄົນເຫຼົ່ານີ້ຢ່າງເປັນປະຈຳ. ລາວພຽງແຕ່ເຮັດວຽກນີ້ທຸກມື້ ແລະ ເມື່ອໝົດມື້ ລາວກໍອິດເມື່ອຍຈົນປວດຫຼັງ ແລະ ເຈັບຂາ. ທຸກໆມື້ກໍເປັນແບບນີ້ ບໍ່ວ່າຝົນຈະຕົກ ຫຼື ແດດຈະອອກ. ໃນຕອນເລີ່ມຕົ້ນ, ຊຽວກັງເຕັມໄປດ້ວຍຄວາມຢາກຮູ້ຢາກເຫັນກ່ຽວກັບການເຕັ້ນ, ແຕ່ເມື່ອເຂົ້າໃຈ ແລະ ຄຸ້ນເຄີຍກັບຊີວິດ ແລະ ດ້ານຕ່າງໆຂອງການເປັນນັກເຕັ້ນແລ້ວ, ຊຽວກັງກໍຮູ້ສຶກວ່າການເຕັ້ນກໍມີພຽງເທົ່ານີ້. ຕ້ອງເຕັ້ນທ່າເດີມຊໍ້າແລ້ວຊໍ້າອີກ, ບາງຄັ້ງກໍຂໍ້ຕີນພິກ, ບາງຄັ້ງກໍແອວເຄັດ ພ້ອມທັງສ່ຽງຕໍ່ການບາດເຈັບ. ໃນຂະນະທີ່ເຕັ້ນ, ລາວກໍຄິດວ່າ: “ໂອ້ຍ, ການເຮັດວຽກເປັນນັກເຕັ້ນກໍຍາກຄືກັນ. ທຸກໆມື້ຂ້ອຍອິດເມື່ອຍຫຼາຍຈົນໝົດໂຕມີແຕ່ກິ່ນເໝັນເຫື່ອ. ມັນບໍ່ໄດ້ງ່າຍປານນັ້ນ. ມັນຍາກກວ່າວຽກວິດີໂອອີກ! ບໍ່ໄດ້, ຂ້ອຍຕ້ອງອົດທົນ!” ຄັ້ງນີ້ລາວບໍ່ຍອມແພ້ງ່າຍໆ ແລະ ອົດທົນຈົນໃນທີ່ສຸດກໍມາຮອດການຊ້ອມໃຫຍ່ສຳລັບລາຍການເຕັ້ນ, ຫຼັງຈາກນັ້ນ ການເຕັ້ນຂອງພວກເຂົາກໍຖືກສົ່ງໄປກວດສອບ. ໃນມື້ກວດສອບ, ຊຽວກັງຢູ່ໃນອາລົມໃດ? ລາວຕື່ນເຕັ້ນ ແລະ ເຕັມໄປດ້ວຍຄວາມຄາດຫວັງຕໍ່ຜົນຂອງການເຮັດວຽກໜັກຂອງຕົນຈົນບໍ່ໄດ້ກິນເຂົ້າສວາຍ. ລາວໄດ້ທຸ່ມເທຄວາມພະຍາຍາມຢ່າງຫຼວງຫຼາຍ, ແມ່ນບໍ່? ໃນທີ່ສຸດ, ເມື່ອຜົນອອກມາ, ການເຕັ້ນຂອງພວກເຂົາກໍບໍ່ຜ່ານການກວດສອບຮອບທຳອິດ. ຂ່າວນີ້ກະທົບຊຽວກັງຄືກັບສຽງຟ້າຜ່າ ແລະ ອາລົມຂອງລາວກໍຕົກຕໍ່າລົງເຖິງຂີດສຸດ. ລາວນັ່ງລົງເທິງຕັ່ງອີ້ຢ່າງໝົດແຮງ, “ພວກເຮົາໃຊ້ເວລາດົນຫຼາຍກັບການເຕັ້ນນີ້ ແລະ ເຈົ້າປະຕິເສດມັນພຽງແຕ່ຄຳດຽວບໍບໍ? ເຈົ້າຮູ້ຫຍັງກ່ຽວກັບການເຕັ້ນແດ່? ພວກເຮົາເຕັ້ນຢ່າງມີຫຼັກການ, ພວກເຮົາທຸກຄົນລ້ວນແຕ່ໄດ້ຈ່າຍລາຄາ ແຕ່ເຈົ້າພັດປະຕິເສດການເຕັ້ນຂອງພວກເຮົາແບບນັ້ນເລີຍບໍ?” ຈາກນັ້ນລາວກໍຄິດວ່າ: “ການຕັດສິນໃຈຢູ່ໃນມືຂອງພວກເຂົາ ແລະ ຖ້າພວກເຂົາບໍ່ອະນຸມັດການເຕັ້ນຂອງພວກເຮົາ, ພວກເຮົາກໍຕ້ອງແກ້ໄຂມັນອີກຄັ້ງ. ບໍ່ມີໃຜໃຫ້ໂຕ້ຖຽງນຳ. ບໍ່ມີຫຍັງທີ່ພວກເຮົາສາມາດເຮັດໄດ້ອີກ, ສະນັ້ນ ມາເລີ່ມຕົ້ນໃໝ່ເທາະ”. ໃນມື້ທີ່ການເຕັ້ນຂອງພວກເຂົາຖືກປະຕິເສດໃນການກວດສອບຮອບທຳອິດ, ຊຽວກັງບໍ່ໄດ້ກິນເຂົ້າສວາຍ ແລະ ຕອນແລງກໍຝືນໃຈກິນພຽງເລັກໜ້ອຍ. ພວກເຈົ້າຄິດວ່າຄືນນັ້ນລາວຈະນອນຫຼັບບໍ? (ລາວນອນບໍ່ຫຼັບ.) ລາວນອນບໍ່ຫຼັບອີກແລ້ວ, ໃນໃຈກໍປັ່ນປ່ວນ, “ເປັນຫຍັງຂ້ອຍໄປໃສກໍບໍ່ມີຫຍັງສໍາເລັດເລີຍ? ພຣະເຈົ້າບໍ່ໄດ້ອວຍພອນຂ້ອຍ. ການເຕັ້ນທີ່ພວກເຮົາພະຍາຍາມມາເປັນເວລາສອງເດືອນບໍ່ຜ່ານການກວດສອບຮອບທຳອິດ. ຂ້ອຍບໍ່ຮູ້ວ່າມັນຈະຜ່ານການກວດສອບຮອບທີສອງເມື່ອໃດ ແລະ ຂ້ອຍກໍບໍ່ຮູ້ວ່າພວກເຮົາຈະຕ້ອງໃຊ້ເວລາອີກດົນປານໃດເພື່ອໃຫ້ມັນຜ່ານ. ເມື່ອໃດຂ້ອຍຈຶ່ງຈະສາມາດຂຶ້ນເວທີ ແລະ ສະແດງຢ່າງເປັນທາງການໄດ້? ບໍ່ມີຄວາມຫວັງເລີຍທີ່ຂ້ອຍຈະໄດ້ກາຍເປັນຈຸດເດັ່ນ!” ລາວຄິດໄປຄິດມາ, ໄຕ່ຕອງແລ້ວໄຕ່ຕອງອີກ ແລະ ຄິດວ່າ: “ວຽກວິດີໂອແມ່ນດີກວ່າ. ຂ້ອຍພຽງແຕ່ໄປບ່ອນນັ້ນແລ້ວນັ່ງລົງ, ກົດແປ້ນພິມ ແລ້ວດອກໄມ້, ຕົ້ນໄມ້ໃບຫຍ້າກໍປາກົດຂຶ້ນມາທັງໝົດ. ຢາກໃຫ້ມີສຽງນົກຮ້ອງກໍມີ, ຢາກໃຫ້ມ້າແລ່ນກໍໄດ້, ຕ້ອງການຫຍັງກໍມີໝົດ. ແຕ່ໃນການເຕັ້ນ, ພວກເຮົາຕ້ອງຜ່ານການກວດສອບ ແລະ ທຸກໆມື້ຂ້ອຍກໍອິດເມື່ອຍຫຼາຍຈົນໝົດໂຕມີແຕ່ກິ່ນເໝັນເຫື່ອ. ບາງຄັ້ງຂ້ອຍກໍອິດເມື່ອຍຫຼາຍຈົນກິນບໍ່ໄດ້ນອນບໍ່ຫຼັບ ແລ້ວການເຕັ້ນຂອງພວກເຮົາກໍຍັງບໍ່ຜ່ານການກວດສອບຮອບທຳອິດອີກ. ໜ້າທີ່ນີ້ກໍຍາກຄືກັນ. ມັນຈະບໍ່ດີກວ່າບໍ ຖ້າຂ້ອຍກັບໄປເຮັດວຽກໃນທີມງານວິດີໂອ?” ລາວຄິດແລ້ວຄິດອີກ, “ແຕ່ນັ້ນມັນໜ້າສົມເພດຫຼາຍ, ເປັນຫຍັງຂ້ອຍຈຶ່ງຫວັ່ນໄຫວອີກແລ້ວ? ຂ້ອຍບໍ່ຄວນຄິດແບບນີ້, ນອນຊະ!” ລາວຄ່ອຍໆນອນຫຼັບໄປໃນສະພາບທີ່ງົວເງຍ. ມື້ຕໍ່ມາລາວຕື່ນຂຶ້ນ ແລະ ເກືອບຈະລືມເລື່ອງທັງໝົດນັ້ນແລ້ວ, ສະນັ້ນ ລາວຈຶ່ງສືບຕໍ່ເຕັ້ນ ແລະ ສືບຕໍ່ການຊ້ອມໃຫຍ່. ເມື່ອຮອດມື້ກວດສອບຮອບທີສອງ, ຊຽວກັງກໍຮູ້ສຶກປະໝ່າອີກຄັ້ງ. ລາວຖາມວ່າ: “ການເຕັ້ນຂອງພວກເຮົາຈະຜ່ານການກວດສອບຄັ້ງນີ້ບໍ?” ທຸກຄົນເວົ້າວ່າ: “ໃຜຈະຮູ້? ຖ້າມັນບໍ່ຜ່ານ, ນັ້ນກໍພິສູດວ່າການເຕັ້ນຂອງພວກເຮົາຍັງບໍ່ດີພໍ ແລະ ພວກເຮົາກໍຈະສືບຕໍ່ແກ້ໄຂມັນ. ເມື່ອໃດທີ່ມັນຜ່ານ, ນັ້ນຄືຕອນທີ່ພວກເຮົາຈະສະແດງ ແລະ ຖ່າຍທຳຢ່າງເປັນທາງການ. ປ່ອຍໃຫ້ມັນເປັນໄປຕາມທຳມະຊາດ ແລະ ຮັບມືກັບເລື່ອງນີ້ຢ່າງຖືກຕ້ອງ”. ຊຽວກັງເວົ້າວ່າ: “ບໍ່, ພວກເຈົ້າສາມາດຮັບມືກັບມັນຢ່າງຖືກຕ້ອງໄດ້, ແຕ່ຂ້ອຍບໍ່ມີເວລາລໍຖ້າດອກ”. ໃນທີ່ສຸດ, ຜົນການກວດສອບຮອບທີສອງກໍອອກມາ ແລະ ການເຕັ້ນຂອງພວກເຂົາກໍບໍ່ຜ່ານອີກຄັ້ງ. ຊຽວກັງເວົ້າວ່າ: “ຫຶ, ຂ້ອຍຮູ້ແລ້ວ! ມັນບໍ່ແມ່ນເລື່ອງງ່າຍທີ່ຈະປະສົບຄວາມສຳເລັດໃນສາຍງານນີ້! ພວກເຮົາຍັງໜຸ່ມ, ໜ້າຕາດີ ແລະ ພວກເຮົາກໍສາມາດເຕັ້ນໄດ້. ສິ່ງເຫຼົ່ານີ້ບໍ່ແມ່ນຈຸດແຂງບໍ? ຜູ້ກວດສອບເຫຼົ່ານັ້ນອິດສາພວກເຮົາ ຍ້ອນວ່າພວກເຂົາເຕັ້ນບໍ່ເປັນ, ນັ້ນຄືເຫດຜົນທີ່ພວກເຂົາບໍ່ໃຫ້ການເຕັ້ນຂອງພວກເຮົາຜ່ານ. ເບິ່ງຄືວ່າມັນຈະບໍ່ມີທາງຜ່ານເລີຍ, ການເຕັ້ນບໍ່ແມ່ນເລື່ອງງ່າຍ, ຂ້ອຍຈະກັບໄປແລ້ວ”. ຄືນນັ້ນຊຽວກັງນອນຫຼັບຢ່າງສະບາຍໃຈຫຼາຍ, ເພາະວ່າລາວໄດ້ຕັດສິນໃຈແລ້ວວ່າຈະເກັບເຄື່ອງ, ຈາກໄປ ແລະ ບອກລາໃນມື້ຕໍ່ມາ.
ບໍ່ວ່າຈະເປັນແນວໃດກໍຕາມ, ໃນທີ່ສຸດຊຽວກັງກໍສົມປາຖະໜາອີກຄັ້ງ ແລະ ໄດ້ກັບຄືນມາຢູ່ທີມງານວິດີໂອ, ໂດຍນັ່ງຢູ່ໜ້າຄອມພິວເຕີຂອງລາວອີກຄັ້ງ. ລາວໄຕ່ຕອງເຖິງຄວາມຮູ້ສຶກທີ່ຄຸ້ນເຄີຍເຫຼົ່ານັ້ນຈາກອະດີດ ແລະ ຄິດວ່າ “ຂ້ອຍເກີດມາເພື່ອເຮັດວຽກຢູ່ເບື້ອງຫຼັງ. ຂ້ອຍສາມາດເປັນໄດ້ພຽງວິລະບຸລຸດທີ່ບໍ່ມີໃຜຮູ້ຈັກ, ຂ້ອຍບໍ່ມີໂອກາດທີ່ຈະໄດ້ຂຶ້ນເວທີ ຫຼື ມີຊື່ສຽງໃນຊີວິດນີ້. ຂ້ອຍພຽງແຕ່ຈະປະພຶດຕົນໃຫ້ດີ ແລະ ສືບຕໍ່ພິມແປ້ນພິມຕໍ່ໄປ. ນີ້ຄືໜ້າທີ່ຂອງຂ້ອຍ, ສະນັ້ນ ຂ້ອຍກໍພຽງແຕ່ຈະເຮັດວຽກນີ້”. ລາວຕັ້ງສະຕິໄດ້ແລ້ວ ຫຼັງຈາກທີ່ກັບໄປກັບມາ. ຄວາມຝັນທີສອງຂອງລາວໄດ້ພັງທະລາຍລົງ ແລະ ບໍ່ເປັນຈິງ. ຊຽວກັງເປັນຄົນທີ່ “ດຸໝັ່ນ ແລະ ມັກຮຽນຮູ້” ແລະ ເປັນຄົນທີ່ “ກະຕືລືລົ້ນ ແລະ ມີຄວາມທະເຍີທະຍານ”, ພວກເຈົ້າຄິດວ່າມັນເປັນໄປໄດ້ບໍທີ່ລາວຈະເຕັມໃຈນັ່ງຢູ່ໜ້າຄອມພິວເຕີ ແລະ ເຮັດວຽກທີ່ໜ້າເບື່ອໜ່າຍແບບນັ້ນ? ບໍ່, ລາວອາດຈະບໍ່ເຕັມໃຈ.
ເມື່ອບໍ່ດົນມານີ້, ຊຽວກັງໄດ້ໝົກມຸ້ນຢູ່ກັບການຮ້ອງເພງ. ລາວສາມາດປ່ຽນແປງໄວຂະໜາດນີ້ໄດ້ແນວໃດ? ເປັນຫຍັງລາວຈຶ່ງໝົກມຸ້ນຢູ່ກັບສິ່ງນີ້, ເປັນຫຍັງລາວຈຶ່ງບໍ່ສາມາດຢູ່ຫ່າງຈາກເວທີໄດ້? ມີບາງສິ່ງບາງຢ່າງເຊື່ອງຢູ່ໃນໃຈຂອງລາວ. ຄັ້ງນີ້ລາວບໍ່ໄດ້ຮ້ອງຂໍປ່ຽນໜ້າທີ່ຂອງລາວຢ່າງຮີບຮ້ອນ; ລາວພຽງແຕ່ຊອກຫາຂໍ້ມູນທຸກມື້ ແລະ ຝຶກຝົນທັກສະການໃຊ້ສຽງ ແລະ ການຮ້ອງເພງຂອງລາວ. ລາວມັກຈະຝຶກຝົນຈົນສຽງແຫບ, ບາງຄັ້ງຈົນລາວບໍ່ສາມາດແມ່ນແຕ່ຈະເປັ່ງສຽງອອກມາໄດ້. ເຖິງຢ່າງນັ້ນກໍຕາມ, ຊຽວກັງກໍຍັງບໍ່ທໍ້ຖອຍ, ເພາະວ່າຄັ້ງນີ້ລາວໄດ້ປ່ຽນຍຸດທະສາດແລ້ວ. ລາວເວົ້າວ່າ “ຄັ້ງນີ້ຂ້ານ້ອຍບໍ່ສາມາດປ່ຽນໜ້າທີ່ຂອງຂ້ານ້ອຍໄດ້ ໂດຍທີ່ບໍ່ເຂົ້າໃຈສະຖານະການຕົວຈິງ. ຂ້ານ້ອຍຕ້ອງລະມັດລະວັງແທ້ໆ, ຖ້າບໍ່ດັ່ງນັ້ນ ຜູ້ຄົນຈະເຍາະເຍີ້ຍຂ້ານ້ອຍ. ພວກເຂົາຈະຄິດແນວໃດກັບຂ້ານ້ອຍ ຖ້າຂ້ານ້ອຍປ່ຽນໜ້າທີ່ຂອງຂ້ານ້ອຍຢູ່ສະເໝີ? ພວກເຂົາຈະດູຖູກຂ້ານ້ອຍ. ຄັ້ງນີ້ຂ້ານ້ອຍຈຳເປັນຕ້ອງສືບຕໍ່ຝຶກຝົນຈົນກວ່າຂ້ານ້ອຍຈະຄິດວ່າຂ້ານ້ອຍສາມາດເປັນນັກຮ້ອງດັງໄດ້, ເກັ່ງຄືກັບນັກຮ້ອງໃນຄຣິສຕະຈັກ, ແລ້ວຂ້ານ້ອຍຈຶ່ງຈະລົງຊື່ເຂົ້າທີມງານເພງສັນລະເສີນ”. ລາວທຸ່ມເທຄວາມພະຍາຍາມໃນການຝຶກຝົນແບບນີ້ທຸກມື້, ທັງໃນເວລາຫວ່າງ ແລະ ເວລາເຮັດວຽກ, ໂດຍຝຶກຝົນຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍ. ມື້ໜຶ່ງ, ໃນຂະນະທີ່ຊຽວກັງກຳລັງເຮັດວຽກ, ຜູ້ນໍາທີມຂອງລາວກໍເວົ້າກັບລາວຢ່າງກະທັນຫັນວ່າ: “ຊຽວກັງ, ເບິ່ງດຸວ່າເຈົ້າເຮັດວຽກປະເພດໃດ? ຖ້າເຈົ້າເຮັດພໍແລ້ວມືແລ້ວຕີນແບບນີ້ອີກ ແລະ ບໍ່ທຸ່ມເທຄວາມພະຍາຍາມໃນວຽກງານຂອງເຈົ້າ, ເຈົ້າກໍຈະບໍ່ໄດ້ຮັບອະນຸຍາດໃຫ້ປະຕິບັດໜ້າທີ່ນີ້ອີກຕໍ່ໄປ”. ຊຽວກັງເວົ້າວ່າ: “ຂ້ອຍບໍ່ໄດ້ເຮັດຫຍັງເລີຍ”. ຈາກນັ້ນ, ທຸກຄົນກໍມາເຕົ້າໂຮມກັນ ໂດຍເວົ້າວ່າ “ຊຽວກັງ, ເກີດຫຍັງຂຶ້ນ? ໂອ້, ເຈົ້າໄດ້ເຮັດຜິດພາດຄັ້ງໃຫຍ່ແລ້ວ! ເບື້ອງເທິງໄດ້ແກ້ໄຂຄວາມຜິດພາດປະເພດນີ້ມາຫຼາຍຄັ້ງແລ້ວ, ເຈົ້າຍັງເຮັດມັນໄດ້ແນວໃດ? ມັນເປັນເພາະວ່າເຈົ້າຝຶກຮ້ອງເພງທຸກມື້ ແລະ ບໍ່ຕັ້ງໃຈຕັດຕໍ່ວິດີໂອ, ສະນັ້ນ ເຈົ້າຈຶ່ງເຮັດຜິດພາດຢູ່ເລື້ອຍໆ ແລະ ເຮັດໃຫ້ເລື່ອງສຳຄັນຊັກຊ້າ. ຖ້າເຈົ້າເຮັດຜິດພາດແບບນີ້ອີກ, ຄຣິສຕະຈັກກໍຈະຂັບໄລ່ເຈົ້າອອກ. ຄຣິສຕະຈັກຈະບໍ່ຕ້ອງການເຈົ້າອີກຕໍ່ໄປ ແລະ ພວກເຮົາທຸກຄົນກໍຈະປະຕິເສດເຈົ້າ!” ຊຽວກັງອະທິບາຍຕໍ່ວ່າ: “ຂ້ອຍບໍ່ໄດ້ຕັ້ງໃຈເຮັດມັນ, ຂ້ອຍຈະລະມັດລະວັງນັບແຕ່ນີ້ເປັນຕົ້ນໄປ, ຂໍໂອກາດໃຫ້ຂ້ອຍອີກຄັ້ງໜຶ່ງແດ່. ຢ່າຂັບໄລ່ຂ້ອຍເລີຍ, ຂ້ຍຂໍຮ້ອງພວກເຈົ້າ, ຢ່າຂັບໄລ່ຂ້ຍອອກ! ພຣະເຈົ້າ, ໂປດຊ່ວຍຂ້ານ້ອຍໃຫ້ລອດພົ້ນດ້ວຍເຖີດ!” ເມື່ອລາວຮ້ອງອອກມາ, ລາວກໍຮູ້ສຶກວ່າມີມືໃຫຍ່ຕົບໃສ່ບ່າຂອງລາວ ແລ້ວມີສຽງເວົ້າວ່າ “ຊຽວກັງ, ຕື່ນ! ຕື່ນ, ຊຽວກັງ!” ເກີດຫຍັງຂຶ້ນ? (ລາວກຳລັງຝັນ.) ລາວກຳລັງຝັນ. ຕາຂອງລາວປິດຢູ່ ແລະ ລາວກໍຢູ່ໃນອາການມຶນງົງ, ມືຂອງລາວກຳລັງຈັບ ແລະ ໄຂວ່ຄວ້າໄປໃນອາກາດ. ທຸກຄົນສົງໄສວ່າເກີດຫຍັງຂຶ້ນ ແລ້ວພວກເຂົາກໍເຫັນຊຽວກັງກົ້ມໜ້າຫຼັບຢູ່ເທິງແປ້ນພິມຂອງລາວ. ອ້າຍນ້ອງຄົນໜຶ່ງແຕະໂຕລາວຄ່ອຍໆ ແລະ ຫຼັງຈາກຍູ້ສອງສາມຄັ້ງ ໃນທີ່ສຸດຊຽວກັງກໍຕື່ນຂຶ້ນ. ເມື່ອລາວຕື່ນຂຶ້ນ, ລາວກໍເວົ້າວ່າ: “ໂອ້, ໜ້າຢ້ານແທ້ໆ, ຂ້ອຍເກືອບຈະຖືກຂັບໄລ່ອອກແລ້ວ”. “ຍ້ອນຫຍັງ?” ຊຽວກັງຄິດກ່ຽວກັບມັນ ແລະ ເຫັນວ່າບໍ່ມີຫຍັງເກີດຂຶ້ນ. ທີ່ແທ້ແລ້ວມັນກໍເປັນພຽງຄວາມຝັນ, ລາວຖືກຄວາມຝັນເຮັດໃຫ້ຢ້ານຈົນຕື່ນ. ນັ້ນຄືຈຸດຈົບຂອງເລື່ອງ, ນັ້ນຄື “ຄວາມຝັນຂອງຊຽວກັງ”.
ເລື່ອງນີ້ເວົ້າເຖິງບັນຫາຫຍັງ? ຄວາມຝັນ ແລະ ຄວາມເປັນຈິງມັກຈະຂັດແຍ່ງກັນ. ຫຼາຍຄັ້ງ, ຜູ້ຄົນຄິດວ່າຄວາມຝັນຂອງພວກເຂົາເປັນສິ່ງທີ່ສົມເຫດສົມຜົນ, ແຕ່ພວກເຂົາບໍ່ຮູ້ວ່າຄວາມຝັນ ແລະ ຄວາມເປັນຈິງບໍ່ແມ່ນສິ່ງດຽວກັນເລີຍ. ຄວາມຝັນເປັນພຽງຄວາມຄິດຝັນໄປເອງຂອງເຈົ້າ, ເປັນພຽງຄວາມສົນໃຈຊົ່ວຄາວຂອງເຈົ້າ. ສ່ວນໃຫຍ່ແລ້ວ, ພວກມັນຄືຄວາມມັກ, ຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງຜູ້ຄົນທີ່ກາຍມາເປັນເປົ້າໝາຍໃນການໄລ່ຕາມຂອງພວກເຂົາ. ຄວາມຝັນຂອງຜູ້ຄົນບໍ່ສອດຄ່ອງກັບຄວາມເປັນຈິງຢ່າງສິ້ນເຊີງ. ຖ້າຜູ້ຄົນມີຄວາມຝັນຫຼາຍເກີນໄປ, ພວກເຂົາມັກຈະເຮັດຄວາມຜິດພາດຫຍັງຢູ່ເລື້ອຍໆ? ພວກເຂົາຈະເບິ່ງຂ້າມວຽກງານທີ່ຢູ່ຕໍ່ໜ້າພວກເຂົາ ເຊິ່ງພວກເຂົາຄວນຈະເຮັດໃນເວລານັ້ນ. ພວກເຂົາຈະບໍ່ສົນໃຈຄວາມເປັນຈິງ ແລະ ປ່ອຍປະລະເລີຍໜ້າທີ່ທີ່ພວກເຂົາຄວນປະຕິບັດ, ວຽກງານທີ່ພວກເຂົາຄວນເຮັດໃຫ້ສຳເລັດ ພ້ອມທັງພັນທະ ແລະ ຄວາມຮັບຜິດຊອບທີ່ພວກເຂົາຄວນປະຕິບັດໃນເວລານັ້ນ. ພວກເຂົາຈະບໍ່ເອົາຈິງເອົາຈັງກັບສິ່ງເຫຼົ່ານີ້ ແລະ ພວກເຂົາກໍພຽງແຕ່ຈະສືບຕໍ່ເຮັດຕາມຄວາມຝັນຂອງພວກເຂົາ, ຟ້າວຟັ່ງຢູ່ຕະຫຼອດເວລາ ແລະ ເຮັດວຽກໜັກເພື່ອເຮັດໃຫ້ຄວາມຝັນນັ້ນກາຍເປັນຈິງ ພ້ອມທັງເຮັດສິ່ງທີ່ບໍ່ມີຄວາມໝາຍຫຼາຍຢ່າງ. ດ້ວຍວິທີນີ້, ພວກເຂົາບໍ່ພຽງແຕ່ຈະລົ້ມເຫຼວໃນການປະຕິບັດໜ້າທີ່ຂອງພວກເຂົາຢ່າງເໝາະສົມເທົ່ານັ້ນ, ພວກເຂົາອາດຈະເຮັດໃຫ້ວຽກງານຂອງຄຣິສຕະຈັກຊັກຊ້າ ແລະ ຖືກລົບກວນອີກດ້ວຍ. ຫຼາຍຄົນບໍ່ເຂົ້າໃຈຄວາມຈິງ ຫຼື ບໍ່ໄລ່ຕາມຄວາມຈິງ. ພວກເຂົາປະຕິບັດຕໍ່ກັບການປະຕິບັດໜ້າທີ່ຄືກັບຫຍັງ? ພວກເຂົາປະຕິບັດຕໍ່ມັນຄືກັບວຽກງານປະເພດໜຶ່ງ, ງານອະດິເລກປະເພດໜຶ່ງ ຫຼື ການລົງທຶນຕາມຄວາມສົນໃຈຂອງພວກເຂົາ. ພວກເຂົາບໍ່ໄດ້ຖືວ່າມັນເປັນພາລະກິດ ຫຼື ວຽກງານທີ່ພຣະເຈົ້າມອບໃຫ້ ຫຼື ຄວາມຮັບຜິດຊອບທີ່ພວກເຂົາຄວນປະຕິບັດ. ພວກເຂົາຍິ່ງບໍ່ສະແຫວງຫາທີ່ຈະເຂົ້າໃຈຄວາມຈິງ ຫຼື ເຈດຕະນາຂອງພຣະເຈົ້າໃນລະຫວ່າງການປະຕິບັດໜ້າທີ່ຂອງພວກເຂົາ, ເພື່ອທີ່ພວກເຂົາຈະສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ດີ ແລະ ເຮັດໃຫ້ພຣະບັນຊາຂອງພຣະເຈົ້າສໍາເລັດ. ສະນັ້ນ, ໃນຂະບວນການປະຕິບັດໜ້າທີ່ຂອງພວກເຂົາ, ບາງຄົນກໍບໍ່ເຕັມໃຈທັນທີທີ່ພວກເຂົາທົນທຸກກັບຄວາມຍາກລຳບາກເລັກໜ້ອຍ ແລະ ຢາກຫຼົບໜີ. ເມື່ອພວກເຂົາພົບພໍ້ກັບຄວາມຫຍຸ້ງຍາກບາງຢ່າງ ຫຼື ປະສົບກັບອຸປະສັກບາງຢ່າງ, ພວກເຂົາກໍຖອຍຫຼັງ ແລະ ຢາກຫຼົບໜີອີກຄັ້ງ. ພວກເຂົາບໍ່ສະແຫວງຫາຄວາມຈິງ; ພວກເຂົາພຽງແຕ່ຄິດກ່ຽວກັບການຫຼົບໜີ. ຄືກັບເຕົ່າ, ຖ້າມີບາງສິ່ງບາງຢ່າງຜິດພາດເກີດຂຶ້ນ, ພວກມັນກໍພຽງແຕ່ລີ້ຢູ່ໃນກະດອງຂອງພວກມັນ, ຈາກນັ້ນກໍລໍຖ້າຈົນກວ່າບັນຫາຈະຜ່ານພົ້ນໄປກ່ອນທີ່ພວກມັນຈະອອກມາອີກຄັ້ງ. ມີຄົນແບບນີ້ຫຼາຍ. ໂດຍສະເພາະຢ່າງຍິ່ງ, ມີບາງຄົນທີ່ເມື່ອຖືກຂໍໃຫ້ຮັບຜິດຊອບວຽກງານໃດໜຶ່ງ, ພວກເຂົາບໍ່ພິຈາລະນາວ່າພວກເຂົາຈະສາມາດມອບຄວາມຈົງຮັກພັກດີຂອງພວກເຂົາໄດ້ແນວໃດ ຫຼື ຈະປະຕິບັດໜ້າທີ່ນີ້ ແລະ ເຮັດວຽກງານນີ້ໃຫ້ດີໄດ້ແນວໃດ. ກົງກັນຂ້າມ, ພວກເຂົາພິຈາລະນາວ່າຈະປັດຄວາມຮັບຜິດຊອບແນວໃດ, ຈະຫຼີກລ່ຽງການຖືກລິຮານແນວໃດ, ຈະຫຼີກລ່ຽງການຮັບຜິດຊອບໃດໆແນວໃດ ແລະ ຈະອອກມາໂດຍບໍ່ໄດ້ຮັບອັນຕະລາຍແນວໃດເມື່ອມີບັນຫາ ຫຼື ຄວາມຜິດພາດເກີດຂຶ້ນ. ກ່ອນອື່ນ ພວກເຂົາພິຈາລະນາເຖິງເສັ້ນທາງລົບໜີຂອງພວກເຂົາເອງ ແລະ ວິທີຕອບສະໜອງຄວາມມັກ ແລະ ຄວາມສົນໃຈຂອງພວກເຂົາເອງ, ບໍ່ແມ່ນວິທີປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີ ແລະ ມອບຄວາມຈົງຮັກພັກດີຂອງພວກເຂົາ. ຄົນແບບນີ້ສາມາດໄດ້ຮັບຄວາມຈິງບໍ? ພວກເຂົາບໍ່ໄດ້ທຸ່ມເທຄວາມພະຍາຍາມໃນດ້ານທີ່ກ່ຽວກັບຄວາມຈິງ, ແລະ ພວກເຂົາບໍ່ນໍາໃຊ້ຄວາມຈິງເຂົ້າໃນການປະຕິບັດເມື່ອເວົ້າເຖິງການປະຕິບັດໜ້າທີ່ຂອງພວກເຂົາ. ສຳລັບພວກເຂົາແລ້ວ, ພວກເຂົາມັກຄິດວ່າສິ່ງອື່ນດີກວ່າສິ່ງທີ່ຕົນເອງມີຢູ່ສະເໝີ. ມື້ນີ້ພວກເຂົາຢາກເຮັດສິ່ງນີ້, ມື້ອື່ນພວກເຂົາຢາກເຮັດສິ່ງນັ້ນ ແລະ ພວກເຂົາຄິດວ່າໜ້າທີ່ຂອງຄົນອື່ນທຸກຄົນລ້ວນແຕ່ດີກວ່າ ແລະ ງ່າຍກວ່າໜ້າທີ່ຂອງພວກເຂົາເອງ. ເຖິງຢ່າງນັ້ນກໍຕາມ, ພວກເຂົາກໍບໍ່ທຸ່ມເທຄວາມພະຍາຍາມໃນດ້ານທີ່ກ່ຽວກັບຄວາມຈິງ. ພວກເຂົາບໍ່ຄິດວ່າແນວຄວາມຄິດເຫຼົ່ານີ້ຂອງພວກເຂົາມີບັນຫາຫຍັງ ແລະ ພວກເຂົາບໍ່ສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາ. ຈິດໃຈຂອງພວກເຂົາຈົດຈໍ່ຢູ່ສະເໝີວ່າເມື່ອໃດຄວາມຝັນຂອງຕົນເອງຈຶ່ງຈະກາຍເປັນຈິງ, ໃຜກຳລັງໂດດເດັ່ນ, ໃຜກຳລັງໄດ້ຮັບການຍອມຮັບຈາກເບື້ອງເທິງ, ໃຜເຮັດວຽກໂດຍບໍ່ຖືກລິຮານ ແລະ ໄດ້ຮັບການເລື່ອນຕຳແໜ່ງ. ຈິດໃຈຂອງພວກເຂົາເຕັມໄປດ້ວຍສິ່ງເຫຼົ່ານີ້. ຄົນທີ່ຄິດກ່ຽວກັບສິ່ງເຫຼົ່ານີ້ຢູ່ສະເໝີສາມາດປະຕິບັດໜ້າທີ່ຂອງພວກເຂົາໃນວິທີທີ່ໄດ້ມາດຕະຖານບໍ? ພວກເຂົາບໍ່ມີທາງເຮັດສິ່ງນີ້ໃຫ້ສຳເລັດໄດ້ເລີຍ. ສະນັ້ນ, ຄົນປະເພດໃດທີ່ປະຕິບັດໜ້າທີ່ຂອງພວກເຂົາດ້ວຍວິທີນີ້? ພວກເຂົາເປັນຄົນທີ່ສະໄລ່ຕາມຄວາມຈິງບໍ? ກ່ອນອື່ນໝົດ, ມີສິ່ງໜຶ່ງທີ່ແນ່ນອນກໍຄື: ຄົນແບບນີ້ບໍ່ໄດ້ໄລ່ຕາມຄວາມຈິງ. ພວກເຂົາສະແຫວງຫາທີ່ຈະເພີດເພີນກັບພອນບາງປະການ, ກາຍເປັນຄົນມີຊື່ສຽງ ແລະ ກາຍເປັນຈຸດສົນໃຈໃນເຮືອນຂອງພຣະເຈົ້າ, ຄືກັນກັບຕອນທີ່ພວກເຂົາໃຊ້ຊີວິດແບບເອົາຕົວລອດຢູ່ໃນສັງຄົມ. ໃນແງ່ຂອງແກ່ນແທ້ແລ້ວ, ພວກເຂົາເປັນຄົນປະເພດໃດ? ພວກເຂົາຄືຜູ້ບໍ່ເຊື່ອ. ຜູ້ບໍ່ເຊື່ອປະຕິບັດໜ້າທີ່ຂອງພວກເຂົາໃນເຮືອນຂອງພຣະເຈົ້າ ຄືກັບທີ່ພວກເຂົາເຮັດວຽກໃນໂລກພາຍນອກ. ພວກເຂົາສົນໃຈວ່າໃຜກຳລັງໄດ້ຮັບການເລື່ອນຕຳແໜ່ງ, ໃຜກຳລັງກາຍເປັນຜູ້ນໍາທີມ, ໃຜກຳລັງກາຍເປັນຜູ້ນໍາຄຣິສຕະຈັກ, ໃຜກຳລັງໄດ້ຮັບການຍົກຍ້ອງຈາກທຸກຄົນສຳລັບວຽກງານຂອງພວກເຂົາ, ໃຜຖືກຍົກຍ້ອງ ແລະ ຖືກກ່າວເຖິງ. ພວກເຂົາສົນໃຈກ່ຽວກັບສິ່ງເຫຼົ່ານີ້. ມັນກໍຄືກັບຢູ່ໃນບໍລິສັດ, ໃຜກຳລັງໄດ້ຮັບການເລື່ອນຕຳແໜ່ງ, ໃຜກຳລັງໄດ້ຮັບເງິນເດືອນເພີ່ມ, ໃຜກຳລັງໄດ້ຮັບຄຳຍ້ອງຍໍຈາກຜູ້ນໍາ ແລະ ໃຜກຳລັງສະໜິດສະໜົມກັບຜູ້ນໍາ. ຜູ້ຄົນລ້ວນແຕ່ໃຫ້ຄວາມສຳຄັນກັບສິ່ງເຫຼົ່ານີ້. ຖ້າພວກເຂົາສະແຫວງຫາສິ່ງເຫຼົ່ານີ້ໃນເຮືອນຂອງພຣະເຈົ້າເຊັ່ນກັນ ແລະ ໝົກມຸ້ນຢູ່ກັບສິ່ງເຫຼົ່ານີ້ໝົດມື້, ພວກເຂົາບໍ່ຄືກັນກັບຜູ້ບໍ່ມີຄວາມເຊື່ອບໍ? ໃນແງ່ຂອງແກ່ນແທ້ແລ້ວ, ພວກເຂົາຄືຜູ້ບໍ່ມີຄວາມເຊື່ອ; ພວກເຂົາຄືຜູ້ບໍ່ເຊື່ອແບບປົກກະຕິທົ່ວໄປ. ບໍ່ວ່າພວກເຂົາຈະປະຕິບັດໜ້າທີ່ຫຍັງກໍຕາມ, ພວກເຂົາກໍພຽງແຕ່ຈະອອກເຫື່ອແຮງ ແລະ ເຮັດພໍແລ້ວມືແລ້ວຕີນ. ບໍ່ວ່າພວກເຂົາຈະໄດ້ຍິນຄຳເທດສະໜາຫຍັງກໍຕາມ, ພວກເຂົາກໍຍັງຈະບໍ່ຍອມຮັບຄວາມຈິງ ແລະ ພວກເຂົາຍິ່ງຈະບໍ່ນໍາໃຊ້ຄວາມຈິງເຂົ້າໃນການປະຕິບັດ. ພວກເຂົາເຊື່ອໃນພຣະເຈົ້າມາຫຼາຍປີໂດຍບໍ່ມີການປ່ຽນແປງໃດໆ ແລະ ບໍ່ວ່າພວກເຂົາຈະປະຕິບັດໜ້າທີ່ຂອງພວກເຂົາມາຫຼາຍປີສໍ່າໃດກໍຕາມ, ພວກເຂົາກໍຈະບໍ່ສາມາດມອບຄວາມຈົງຮັກພັກດີຂອງພວກເຂົາໄດ້. ພວກເຂົາບໍ່ມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ, ພວກເຂົາບໍ່ມີຄວາມຈົງຮັກພັກດີ, ພວກເຂົາຄືຜູ້ບໍ່ເຊື່ອ.
ບາງຄົນຢ້ານການຮັບຜິດຊອບໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ. ຖ້າຄຣິສຕະຈັກມອບໝາຍວຽກໃຫ້ພວກເຂົາເຮັດ, ກ່ອນອື່ນ ພວກເຂົາຈະພິຈາລະນາວ່າວຽກນັ້ນຮຽກຮ້ອງໃຫ້ພວກເຂົາຮັບຜິດຊອບ ຫຼື ບໍ່ ແລະ ຖ້າມັນຮຽກຮ້ອງ, ພວກເຂົາກໍຈະບໍ່ຮັບວຽກນັ້ນ. ເງື່ອນໄຂຂອງພວກເຂົາໃນການປະຕິບັດໜ້າທີ່ກໍຄື: ໜຶ່ງ, ມັນຕ້ອງເປັນວຽກທີ່ສະບາຍ; ສອງ, ມັນບໍ່ຫຍຸ້ງ ຫຼື ບໍ່ເຮັດໃຫ້ເມື່ອຍ; ແລະ ສາມ, ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ພວກເຂົາກໍບໍ່ຮັບຜິດຊອບໃດໆ. ນີ້ຄືໜ້າທີ່ປະເພດດຽວທີ່ພວກເຂົາຮັບເຮັດ. ນີ້ແມ່ນຄົນປະເພດໃດ? ນີ້ບໍ່ແມ່ນຄົນທີ່ບໍ່ໜ້າໄວ້ວາງໃຈ ແລະ ຫຼອກລວງບໍ? ພວກເຂົາບໍ່ຕ້ອງການແບກຮັບຄວາມຮັບຜິດຊອບແມ່ນແຕ່ໜ້ອຍດຽວ. ພວກເຂົາເຖິງກັບຢ້ານວ່າໃບໄມ້ຈະຕົກໃສ່ກະໂຫຼກຂອງພວກເຂົາ ເມື່ອພວກມັນຫຼົ່ນລົງມາຈາກຕົ້ນໄມ້. ຄົນແບບນີ້ສາມາດປະຕິບັດໜ້າທີ່ຫຍັງໄດ້? ພວກເຂົາຈະມີປະໂຫຍດຫຍັງໃນເຮືອນຂອງພຣະເຈົ້າ? ວຽກງານຂອງເຮືອນຂອງພຣະເຈົ້າກ່ຽວຂ້ອງກັບວຽກງານການສູ້ຮົບກັບຊາຕານ, ພ້ອມທັງການເຜີຍແຜ່ພຣະກິດຕິຄຸນຂອງອານາຈັກ. ໜ້າທີ່ໃດທີ່ບໍ່ມີຄວາມຮັບຜິດຊອບ? ພວກເຈົ້າຈະເວົ້າບໍວ່າການເປັນຜູ້ນໍາມີຄວາມຮັບຜິດຊອບ? ຄວາມຮັບຜິດຊອບຂອງພວກເຂົາບໍ່ໄດ້ມີຫຼາຍກວ່າ ແລະ ພວກເຂົາບໍ່ຕ້ອງຮັບຜິດຊອບຫຼາຍກວ່າບໍ? ບໍ່ວ່າເຈົ້າຈະເທດສະໜາພຣະກິດຕິຄຸນ, ໃຫ້ຄໍາພະຍານ, ເຮັດວິດີໂອ ແລະ ອື່ນໆ, ບໍ່ວ່າເຈົ້າຈະເຮັດວຽກຫຍັງກໍຕາມ, ຕາບໃດທີ່ມັນກ່ຽວຂ້ອງກັບຫຼັກການຄວາມຈິງ, ມັນກໍມາພ້ອມກັບຄວາມຮັບຜິດຊອບ. ຖ້າການປະຕິບັດໜ້າທີ່ຂອງເຈົ້າບໍ່ມີຫຼັກການ, ມັນກໍຈະສົ່ງຜົນກະທົບຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ ແລະ ຖ້າເຈົ້າຢ້ານການຮັບຜິດຊອບ, ແລ້ວເຈົ້າກໍບໍ່ສາມາດປະຕິບັດໜ້າທີ່ໃດໆໄດ້. ຄົນປະເພດທີ່ຢ້ານການຮັບຜິດຊອບໃນການປະຕິບັດໜ້າທີ່ຂອງພວກເຂົາ ແມ່ນຄົນຂີ້ຢ້ານຕາຂາວ ຫຼື ວ່າມີບັນຫາກັບອຸປະນິໄສຂອງພວກເຂົາບໍ? ພວກເຈົ້າຕ້ອງສາມາດແຍກແຍະຄວາມແຕກຕ່າງໄດ້. ໃນຄວາມເປັນຈິງ ນີ້ບໍ່ແມ່ນບັນຫາຂອງຄວາມຂີ້ຢ້ານຕາຂາວ. ເປັນຫຍັງພວກເຂົາຈຶ່ງໃຈກ້າແທ້ ເມື່ອເວົ້າເຖິງເລື່ອງການເຮັດໃຫ້ຕົນເອງລ້ຳລວຍ ຫຼື ເມື່ອພວກເຂົາເຮັດບາງສິ່ງເພື່ອຜົນປະໂຫຍດຂອງພວກເຂົາເອງ? ພວກເຂົາກ້າສ່ຽງທຸກຢ່າງເພື່ອສິ່ງເຫຼົ່ານັ້ນ. ແຕ່ເມື່ອພວກເຂົາເຮັດສິ່ງຕ່າງໆເພື່ອຄຣິສຕະຈັກ ເພື່ອເຮືອນຂອງພຣະເຈົ້າ ພວກເຂົາກັບບໍ່ກ້າສ່ຽງຫຍັງເລີຍ. ຄົນດັ່ງກ່າວແມ່ນເຫັນແກ່ຕົວ ແລະ ໜ້າລັງກຽດ, ເປັນຄົນທີ່ເລ່ຫຼ່ຽມທີ່ສຸດໃນບັນດາຄົນທັງປວງ. ຜູ້ໃດກໍຕາມທີ່ບໍ່ຮັບຜິດຊອບໃນການປະຕິບັດໜ້າທີ່ ແມ່ນບໍ່ມີຄວາມຈິງໃຈຕໍ່ພຣະເຈົ້າແມ່ນແຕ່ໜ້ອຍດຽວ, ແຮງໄກທີ່ຈະເວົ້າເຖິງຄວາມຈົງຮັກພັກດີຂອງພວກເຂົາ. ຄົນປະເພດໃດທີ່ກ້າຮັບຜິດຊອບ? ຄົນປະເພດໃດທີ່ມີຄວາມກ້າຫານທີ່ຈະແບກຮັບພາລະອັນໜັກໜ່ວງ? ຄົນທີ່ນໍາພາ ແລະ ບຸກທະລຸໄປຂ້າງໜ້າຢ່າງກ້າຫານໃນຊ່ວງເວລາທີ່ສຳຄັນທີ່ສຸດໃນວຽກງານຂອງເຮືອນຂອງພຣະເຈົ້າ, ຜູ້ທີ່ກ້າແບກຮັບພາລະອັນໜັກໜ່ວງ ແລະ ບໍ່ຢ້ານທີ່ຈະທົນທຸກກັບຄວາມຍາກລຳບາກ ແລະ ອັນຕະລາຍ ເມື່ອພວກເຂົາເຫັນວຽກງານທີ່ສຳຄັນ ແລະ ຈຳເປັນທີ່ສຸດ. ນັ້ນຄືຄົນທີ່ຈົງຮັກພັກດີຕໍ່ພຣະເຈົ້າ, ເປັນທະຫານທີ່ດີຂອງພຣະຄຣິສ. ທຸກຄົນທີ່ຢ້ານການຮັບຜິດຊອບໃນໜ້າທີ່ຂອງພວກເຂົາ ເປັນເພາະວ່າພວກເຂົາບໍ່ເຂົ້າໃຈຄວາມຈິງແມ່ນບໍ? ບໍ່ແມ່ນ; ຄວາມເປັນມະນຸດຂອງພວກເຂົາມີບັນຫາ. ພວກເຂົາບໍ່ມີຄວາມຮູ້ສຶກຍຸຕິທຳ ຫຼື ຄວາມຮັບຜິດຊອບ, ພວກເຂົາເປັນຄົນທີ່ເຫັນແກ່ຕົວ ແລະ ໜ້າລັງກຽດ, ພວກເຂົາບໍ່ແມ່ນຜູ້ທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈ ແລະ ພວກເຂົາບໍ່ຍອມຮັບຄວາມຈິງແມ່ນແຕ່ໜ້ອຍດຽວ. ດ້ວຍເຫດຜົນນີ້, ພວກເຂົາກໍບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້. ຜູ້ທີ່ເຊື່ອໃນພຣະເຈົ້າຕ້ອງຈ່າຍລາຄາຢ່າງຫຼວງຫຼາຍເພື່ອໃຫ້ໄດ້ຮັບຄວາມຈິງ ແລະ ພວກເຂົາຈະພົບພໍ້ກັບອຸປະສັກຫຼາຍຢ່າງໃນການປະຕິບັດມັນ. ພວກເຂົາຕ້ອງປະຖິ້ມສິ່ງຕ່າງໆ, ປະຖິ້ມຜົນປະໂຫຍດທາງເນື້ອໜັງຂອງພວກເຂົາ ແລະ ອົດກັ້ນກັບການທົນທຸກບາງຢ່າງ. ມີພຽງຕອນນັ້ນ ພວກເຂົາຈຶ່ງຈະສາມາດນໍາໃຊ້ຄວາມຈິງເຂົ້າໃນການປະຕິບັດໄດ້. ສະນັ້ນ, ຄົນປະເພດນີ້ທີ່ຢ້ານການຮັບຜິດຊອບສາມາດປະຕິບັດຄວາມຈິງໄດ້ບໍ? ພວກເຂົາບໍ່ສາມາດປະຕິບັດຄວາມຈິງໄດ້ຢ່າງແນ່ນອນ, ບໍ່ຕ້ອງເວົ້າເຖິງການໄດ້ຮັບຄວາມຈິງເລີຍ. ພວກເຂົາຢ້ານການປະຕິບັດຄວາມຈິງ, ຢ້ານການສູນເສຍຜົນປະໂຫຍດຂອງພວກເຂົາ; ພວກເຂົາຢ້ານການຖືກເຮັດໃຫ້ອັບອາຍ, ຢ້ານການຖືກໃສ່ຮ້າຍປ້າຍສີ ແລະ ຖືກຕັດສິນ ແລະ ພວກເຂົາບໍ່ກ້າປະຕິບັດຄວາມຈິງ. ດ້ວຍເຫດນັ້ນ, ພວກເຂົາຈຶ່ງບໍ່ສາມາດຮັບເອົາມັນ ແລະ ບໍ່ວ່າພວກເຂົາຈະເຊື່ອໃນພຣະເຈົ້າເທົ່າໃດປີກໍຕາມ, ພວກເຂົາກໍບໍ່ສາມາດບັນລຸຄວາມລອດພົ້ນຂອງພຣະອົງໄດ້. ຜູ້ທີ່ສາມາດປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າໄດ້ນັ້ນ ຕ້ອງເປັນຄົນທີ່ມີຄວາມຮູ້ສຶກເຖິງການແບກຮັບພາລະເມື່ອເວົ້າເຖິງວຽກງານຂອງຄຣິສຕະຈັກ, ເປັນຜູ້ທີ່ຮັບຜິດຊອບ, ເປັນຜູ້ທີ່ສາມາດຍຶດໝັ້ນໃນຫຼັກການຄວາມຈິງ ແລະ ເປັນຜູ້ທີ່ສາມາດທົນທຸກ ແລະ ຈ່າຍລາຄາໄດ້. ຖ້າຄົນໃດຄົນໜຶ່ງຂາດຕົກບົກຜ່ອງໃນດ້ານເຫຼົ່ານີ້, ພວກເຂົາກໍບໍ່ເໝາະສົມທີ່ຈະປະຕິບັດໜ້າທີ່ ແລະ ພວກເຂົາກໍບໍ່ບັນລຸເງື່ອນໄຂສຳລັບການປະຕິບັດໜ້າທີ່. ມີຫຼາຍຄົນທີ່ຢ້ານການຮັບຜິດຊອບໃນການປະຕິບັດໜ້າທີ່. ຄວາມຢ້ານກົວຂອງພວກເຂົາສະແດງອອກໃນສາມຮູບແບບຫຼັກ. ຮູບແບບທຳອິດກໍຄື ພວກເຂົາເລືອກພຽງແຕ່ໜ້າທີ່ທີ່ບໍ່ຮຽກຮ້ອງໃຫ້ຮັບຜິດຊອບ. ຖ້າຜູ້ນໍາຄຣິສຕະຈັກຈັດແຈງໃຫ້ພວກເຂົາປະຕິບັດໜ້າທີ່, ກ່ອນອື່ນ ພວກເຂົາຈະຖາມວ່າພວກເຂົາຕ້ອງຮັບຜິດຊອບຕໍ່ໜ້າທີ່ນັ້ນ ຫຼື ບໍ່: ຖ້າຕ້ອງຮັບ, ພວກເຂົາກໍຈະບໍ່ຮັບມັນ. ຖ້າມັນບໍ່ຮຽກຮ້ອງໃຫ້ພວກເຂົາຕ້ອງຮັບຜິດຊອບ, ພວກເຂົາກໍຈະຮັບມັນຢ່າງຝືນໃຈ ແຕ່ກໍຍັງພິຈາລະນາວ່າວຽກນັ້ນເຮັດໃຫ້ເມື່ອຍ ຫຼື ເຮັດໃຫ້ກັງວົນ ຫຼື ບໍ່. ເຖິງແມ່ນວ່າພວກເຂົາຈະຮັບມັນຢ່າງຝືນໃຈ, ເຈດຕະນາຂອງພວກເຂົາກໍບໍ່ແມ່ນການປະຕິບັດມັນໃຫ້ດີ, ກົງກັນຂ້າມ ພວກເຂົາຍັງຕ້ອງການເຮັດພໍແລ້ວມືແລ້ວຕີນ, ໂດຍຍຶດເອົາ “ຄວາມສະບາຍ, ບໍ່ອອກແຮງ ແລະ ບໍ່ມີຄວາມຍາກລຳບາກທາງຮ່າງກາຍ” ເປັນຫຼັກການຂອງພວກເຂົາ. ຮູບແບບທີສອງກໍຄື ເມື່ອຄວາມຫຍຸ້ງຍາກເກີດຂຶ້ນກັບພວກເຂົາ ຫຼື ພວກເຂົາພົບພໍ້ກັບບັນຫາ, ການຕອບສະໜອງທຳອິດຂອງພວກເຂົາກໍຄືການລາຍງານໃຫ້ຜູ້ນໍາຮັບຊາບ ແລະ ໃຫ້ຜູ້ນໍາຈັດການ ແລະ ແກ້ໄຂມັນ, ໂດຍພະຍາຍາມທີ່ຈະເຮັດໃຫ້ຕົນເອງສະບາຍໃຈ. ພວກເຂົາບໍ່ສົນໃຈວ່າຜູ້ນໍາຈັດການກັບບັນຫານັ້ນໄດ້ດີສໍ່າໃດ ແລະ ບໍ່ໃສ່ໃຈກັບເລື່ອງນີ້ເລີຍ, ຕາບໃດທີ່ພວກເຂົາບໍ່ໄດ້ຮັບຜິດຊອບດ້ວຍຕົນເອງ, ແລ້ວທຸກຢ່າງກໍດີສຳລັບພວກເຂົາ. ໂດຍປະຕິບັດໜ້າທີ່ຂອງພວກເຂົາດ້ວຍວິທີນີ້ ພວກເຂົາຈຶ່ງຈົງຮັກພັກດີຕໍ່ພຣະເຈົ້າບໍ? ສິ່ງນີ້ເອີ້ນວ່າການປັດຄວາມຮັບຜິດຊອບ, ການລະເລີຍໜ້າທີ່ ແລະ ການເປັນຄົນບໍ່ໜ້າໄວ້ວາງໃຈ. ມັນເປັນພຽງການເວົ້າແຕ່ບໍ່ເຮັດ; ພວກເຂົາບໍ່ໄດ້ເຮັດສິ່ງທີ່ເປັນຈິງໃດເລີຍ. ພວກເຂົາເວົ້າກັບຕົນເອງວ່າ “ຖ້າສິ່ງນີ້ເປັນໜ້າທີ່ຂອງຂ້ອຍທີ່ຈະຕ້ອງຈັດການ, ຈະເປັນແນວໃດຖ້າໃນທີ່ສຸດຂ້ອຍເຮັດຜິດພາດ? ເມື່ອພວກເຂົາສືບສວນວ່າໃຜເປັນຄົນຜິດ, ພວກເຂົາຈະບໍ່ຈັດການກັບຂ້ອຍບໍ? ຄວາມຮັບຜິດຊອບສຳລັບເລື່ອງນີ້ຈະບໍ່ຕົກມາຢູ່ທີ່ຂ້ອຍກ່ອນບໍ?” ນີ້ຄືສິ່ງທີ່ພວກເຂົາກັງວົນ. ແຕ່ເຈົ້າເຊື່ອບໍວ່າພຣະເຈົ້າຊົງກວດສອບທຸກສິ່ງ? ທຸກຄົນລ້ວນແຕ່ເຮັດຜິດພາດ. ຖ້າຄົນທີ່ມີເຈດຕະນາທີ່ຖືກຕ້ອງນັ້ນຂາດປະສົບການ ແລະ ບໍ່ເຄີຍຈັດການກັບເລື່ອງປະເພດນີ້ມາກ່ອນ, ແຕ່ພວກເຂົາໄດ້ເຮັດຈົນສຸດຄວາມສາມາດຂອງພວກເຂົາແລ້ວ, ພຣະເຈົ້າກໍຊົງສາມາດເຫັນໄດ້. ເຈົ້າຕ້ອງເຊື່ອວ່າພຣະເຈົ້າຊົງກວດສອບທຸກສິ່ງ ແລະ ຫົວໃຈຂອງມະນຸດ. ຖ້າຄົນໃດຄົນໜຶ່ງບໍ່ເຊື່ອແມ່ນແຕ່ສິ່ງນີ້, ພວກເຂົາບໍ່ແມ່ນຜູ້ບໍ່ເຊື່ອບໍ? ຈະມີຄວາມໝາຍຫຍັງໃນການທີ່ຄົນແບບນັ້ນປະຕິບັດໜ້າທີ່? ມັນບໍ່ສຳຄັນແທ້ໆວ່າພວກເຂົາຈະປະຕິບັດໜ້າທີ່ນີ້ ຫຼື ບໍ່, ແມ່ນບໍ? ພວກເຂົາຢ້ານການຮັບຜິດຊອບ ແລະ ພວກເຂົາຫຼີກລ່ຽງຄວາມຮັບຜິດຊອບ. ເມື່ອມີບາງສິ່ງບາງຢ່າງເກີດຂຶ້ນ, ພວກເຂົາບໍ່ພະຍາຍາມຄິດຫາວິທີຈັດການກັບບັນຫາໃນທັນທີ, ກົງກັນຂ້າມ ພວກເຂົາໂທ ແລະ ແຈ້ງໃຫ້ຜູ້ນໍາຮັບຊາບກ່ອນ. ແນ່ນອນ, ບາງຄົນພະຍາຍາມຈັດການກັບບັນຫາດ້ວຍຕົນເອງໃນຂະນະທີ່ພວກເຂົາແຈ້ງໃຫ້ຜູ້ນໍາຊາບ ແຕ່ບາງຄົນບໍ່ເຮັດແບບນີ້ ແລະ ສິ່ງທຳອິດທີ່ພວກເຂົາເຮັດກໍຄືການໂທຫາຜູ້ນໍາ ແລະ ຫຼັງຈາກວາງສາຍ ພວກເຂົາກໍພຽງແຕ່ລໍຖ້າຢູ່ເສີຍໆ, ລໍຖ້າຄຳແນະນຳ. ເມື່ອຜູ້ນໍາແນະນຳໃຫ້ເຮັດຂັ້ນຕອນໜຶ່ງ, ພວກເຂົາກໍເຮັດຂັ້ນຕອນໜຶ່ງ; ຖ້າຜູ້ນໍາບອກໃຫ້ເຮັດບາງສິ່ງບາງຢ່າງ, ພວກເຂົາກໍເຮັດ. ຖ້າຜູ້ນໍາບໍ່ເວົ້າຫຍັງ ຫຼື ບໍ່ໃຫ້ການແນະນຳ, ພວກເຂົາກໍບໍ່ເຮັດຫຍັງເລີຍ ແລະ ພຽງແຕ່ຖ່ວງເວລາ. ຖ້າບໍ່ມີໃຜກະຕຸ້ນພວກເຂົາ ຫຼື ຊີ້ນໍາພວກເຂົາ ພວກເຂົາກໍບໍ່ເຮັດວຽກຫຍັງເລີຍ. ບອກເຮົາມາເບິ່ງວ່າ ຄົນແບບນີ້ກຳລັງປະຕິບັດໜ້າທີ່ຢູ່ບໍ? ແມ່ນແຕ່ໃນການອອກເຫື່ອແຮງ, ພວກເຂົາກໍບໍ່ມີຄວາມຈົງຮັກພັກດີ! ຍັງມີອີກຮູບແບບໜຶ່ງທີ່ສະແດງໃຫ້ເຫັນເຖິງຄວາມຢ້ານກົວຂອງຄົນເຮົາໃນການຮັບຜິດຊອບໃນການປະຕິບັດໜ້າທີ່. ເມື່ອພວກເຂົາປະຕິບັດໜ້າທີ່ຂອງພວກເຂົາ, ບາງຄົນພຽງແຕ່ເຮັດວຽກທີ່ຜິວເຜີນ ແລະ ງ່າຍດາຍ, ວຽກທີ່ບໍ່ຮຽກຮ້ອງໃຫ້ຮັບຜິດຊອບ. ວຽກທີ່ມາພ້ອມກັບຄວາມຫຍຸ້ງຍາກ ແລະ ການຮັບຜິດຊອບ, ພວກເຂົາກໍໂຍນໃຫ້ຄົນອື່ນ ແລະ ຖ້າມີບາງສິ່ງບາງຢ່າງຜິດພາດເກີດຂຶ້ນ, ພວກເຂົາກໍໂຍນຄວາມຜິດໃຫ້ກັບຄົນເຫຼົ່ານັ້ນ ແລະ ເຮັດຄືກັບວ່າມັນບໍ່ມີຫຍັງກ່ຽວຂ້ອງກັບພວກເຂົາເລີຍ. ເມື່ອຜູ້ນໍາຄຣິສຕະຈັກເຫັນວ່າພວກເຂົາບໍ່ມີຄວາມຮັບຜິດຊອບ, ພວກເຂົາກໍໃຫ້ການຊ່ວຍເຫຼືອ ແລະ ລິຮານພວກເຂົາຢ່າງໃຈເຢັນ, ເພື່ອໃຫ້ພວກເຂົາສາມາດຮັບຜິດຊອບໄດ້. ແຕ່ເຖິງຢ່າງນັ້ນກໍຕາມ, ພວກເຂົາກໍຍັງບໍ່ຕ້ອງການ ແລະ ພວກເຂົາຄິດວ່າ “ໜ້າທີ່ນີ້ເຮັດຍາກ. ຂ້ອຍຈະຕ້ອງຮັບຜິດຊອບເມື່ອມີສິ່ງຜິດພາດເກີດຂຶ້ນ ແລະ ຂ້ອຍອາດຈະເຖິງກັບຖືກກຳຈັດອອກ ແລະ ຖືກປະຖິ້ມ, ແລ້ວນັ້ນກໍຈະເປັນຈຸດຈົບສຳລັບຂ້ອຍ”. ນີ້ແມ່ນທັດສະນະຄະຕິປະເພດໃດ? ຖ້າພວກເຂົາບໍ່ມີຄວາມສຳນຶກໃນການຮັບຜິດຊອບໃນການປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາຈະສາມາດປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີໄດ້ແນວໃດ? ຜູ້ທີ່ບໍ່ໄດ້ສະຫຼະຕົນເພື່ອພຣະເຈົ້າຢ່າງແທ້ຈິງ ບໍ່ສາມາດປະຕິບັດໜ້າທີ່ໃດໆໃຫ້ດີໄດ້ ແລະ ຜູ້ທີ່ຢ້ານການຮັບຜິດຊອບກໍພຽງແຕ່ຈະເຮັດໃຫ້ສິ່ງຕ່າງໆຊັກຊ້າ ເມື່ອພວກເຂົາປະຕິບັດໜ້າທີ່ຂອງພວກເຂົາ. ຄົນແບບນີ້ບໍ່ໜ້າເຊື່ອຖື ແລະ ບໍ່ສາມາດຖືກມອບໝາຍສິ່ງໃດໄດ້ເລີຍ; ພວກເຂົາພຽງແຕ່ປະຕິບັດໜ້າທີ່ຂອງພວກເຂົາເພື່ອຫວັງກິນລ້າໆ. “ຄົນຂໍທານ” ແບບນີ້ຄວນຖືກກຳຈັດບໍ? ພວກເຂົາຄວນຖືກກຳຈັດ. ເຮືອນຂອງພຣະເຈົ້າບໍ່ຕ້ອງການຄົນແບບນີ້. ເຫຼົ່ານີ້ຄືການສະແດງອອກສາມຢ່າງຂອງຄົນທີ່ຢ້ານການຮັບຜິດຊອບໃນການປະຕິບັດໜ້າທີ່ຂອງພວກເຂົາ. ຄົນທີ່ຢ້ານການຮັບຜິດຊອບໃນໜ້າທີ່ຂອງພວກເຂົາ ບໍ່ສາມາດໄປຮອດແມ່ນແຕ່ລະດັບຂອງຜູ້ອອກແຮງງານທີ່ຈົງຮັກພັກດີເລີຍ ແລະ ບໍ່ສົມຄວນທີ່ຈະປະຕິບັດໜ້າທີ່. ບາງຄົນຖືກກຳຈັດກໍຍ້ອນທັດສະນະຄະຕິປະເພດນີ້ທີ່ມີຕໍ່ໜ້າທີ່ຂອງພວກເຂົາ. ແມ່ນແຕ່ຕອນນີ້, ພວກເຂົາກໍອາດຈະບໍ່ຮູ້ເຫດຜົນ ແລະ ຍັງຄົງຈົ່ມວ່າ ໂດຍເວົ້າວ່າ “ຂ້ຍປະຕິບັດໜ້າທີ່ຂອງຂ້ອຍດ້ວຍຄວາມກະຕືລືລົ້ນອັນແຮງກ້າ, ແລ້ວເປັນຫຍັງພວກເຂົາຈຶ່ງໄລ່ຂ້ອຍອອກຢ່າງເຢັນຊາແບບນີ້?” ແມ່ນແຕ່ຕອນນີ້, ພວກເຂົາກໍຍັງບໍ່ເຂົ້າໃຈ. ຜູ້ທີ່ບໍ່ເຂົ້າໃຈຄວາມຈິງ ໃຊ້ເວລາທັງຊີວິດຂອງພວກເຂົາໂດຍບໍ່ສາມາດເຂົ້າໃຈວ່າເປັນຫຍັງພວກເຂົາຈຶ່ງຖືກກຳຈັດ. ພວກເຂົາໂຕ້ຖຽງເຂົ້າຂ້າງຕົນເອງ ແລະ ສືບຕໍ່ປົກປ້ອງຕົນເອງ, ໂດຍຄິດວ່າ “ມັນເປັນສັນຊາດຕະຍານທີ່ຜູ້ຄົນຈະປົກປ້ອງຕົນເອງ ແລະ ພວກເຂົາກໍຄວນເຮັດເຊັ່ນນັ້ນ. ໃຜແດ່ທີ່ບໍ່ຈຳເປັນຕ້ອງປົກປ້ອງຕົນເອງຈັກໜ້ອຍ? ໃຜແດ່ທີ່ບໍ່ຈຳເປັນຕ້ອງຄຳນຶງເຖິງຕົນເອງຈັກໜ້ອຍ? ໃຜແດ່ທີ່ບໍ່ຈຳເປັນຕ້ອງເປີດເສັ້ນທາງຫຼົບໜີໄວ້ໃຫ້ຕົນເອງ?” ຖ້າເຈົ້າປົກປ້ອງຕົນເອງຢູ່ສະເໝີເມື່ອມີບາງສິ່ງບາງຢ່າງເກີດຂຶ້ນກັບເຈົ້າ ແລະ ເປີດປະຕູຫຼັງ ແລະ ທາງຫຼົບໜີໄວ້ໃຫ້ຕົນເອງ, ເຈົ້າກຳລັງນໍາໃຊ້ຄວາມຈິງເຂົ້າໃນການປະຕິບັດບໍ? ນີ້ບໍ່ແມ່ນການປະຕິບັດຄວາມຈິງ, ມັນຄືການເຮັດແບບບໍ່ໜ້າໄວ້ວາງໃຈ. ຕອນນີ້ ເຈົ້າກຳລັງປະຕິບັດໜ້າທີ່ຂອງເຈົ້າໃນເຮືອນຂອງພຣະເຈົ້າ. ຫຼັກການທຳອິດຂອງການປະຕິບັດໜ້າທີ່ແມ່ນຫຍັງ? ມັນຄືການທີ່ເຈົ້າຕ້ອງປະຕິບັດໜ້າທີ່ນັ້ນດ້ວຍສຸດຫົວໃຈຂອງເຈົ້າກ່ອນ ໂດຍເຮັດສຸດຄວາມສາມາດ ແລະ ດ້ວຍເຫດນັ້ນ ຈຶ່ງປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ນີ້ຄືຫຼັກການຄວາມຈິງ ເຊິ່ງເປັນສິ່ງທີ່ເຈົ້າຄວນນຳໄປປະຕິບັດ. ການປົກປ້ອງຕົນເອງດ້ວຍການມີແຜນສຳຮອງ ແລະ ທາງໜີໄວ້ໃຫ້ຕົນເອງ ແມ່ນຫຼັກການຂອງການປະຕິບັດທີ່ຜູ້ບໍ່ມີຄວາມເຊື່ອປະຕິບັດຕາມ ແລະ ເປັນປັດຊະຍາສູງສຸດຂອງພວກເຂົາ. ໃນທຸກສິ່ງ ການຄຳນຶງເຖິງຕົນເອງກ່ອນ ການເອົາຜົນປະໂຫຍດຂອງຕົນເອງມາກ່ອນສິ່ງອື່ນໃດ ແລະ ບໍ່ຄິດເຖິງຄົນອື່ນ ໂດຍເຊື່ອວ່າຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ຜົນປະໂຫຍດຂອງຄົນອື່ນນັ້ນບໍ່ມີຫຍັງກ່ຽວຂ້ອງກັບຕົນເອງ, ການຄິດເຖິງຜົນປະໂຫຍດຂອງຕົນເອງກ່ອນ ແລະ ຈາກນັ້ນກໍຄິດເຖິງທາງໜີ ນັ້ນບໍ່ແມ່ນສິ່ງທີ່ຜູ້ບໍ່ມີຄວາມເຊື່ອເປັນບໍ? ນີ້ຄືສິ່ງທີ່ຜູ້ບໍ່ມີຄວາມເຊື່ອເປັນຢ່າງແທ້ຈິງ. ຄົນປະເພດນີ້ບໍ່ຄູ່ຄວນທີ່ຈະປະຕິບັດໜ້າທີ່. ຍັງມີບາງຄົນທີ່ຄືກັບຊຽວກັງຈາກເລື່ອງນັ້ນ, ລາວເປັນຕົວຢ່າງຕົ້ນແບບ. ພວກເຂົາບໍ່ສາມາດເຮັດຫຍັງໃນທາງທີ່ຕິດແທດກັບຄວາມເປັນຈິງເລີຍ. ພວກເຂົາຕ້ອງການຫຼີກລ່ຽງຄວາມຫຍຸ້ງຍາກໃນທຸກສິ່ງທີ່ພວກເຂົາເຮັດ. ພວກເຂົາບໍ່ຕ້ອງການທົນທຸກກັບຄວາມຍາກລຳບາກ ຫຼື ຄວາມອຸກອັ່ງແມ່ນແຕ່ໜ້ອຍດຽວ. ເນື້ອໜັງຂອງພວກເຂົາຕ້ອງສະບາຍ, ພວກເຂົາຕ້ອງສາມາດກິນ ແລະ ນອນຕາມເວລາປົກກະຕິ ແລະ ລົມຕ້ອງບໍ່ພັດໃສ່ພວກເຂົາ ແລະ ແສງແດດກໍຕ້ອງບໍ່ແຜດເຜົາພວກເຂົາ. ຍິ່ງໄປກວ່ານັ້ນ, ພວກເຂົາບໍ່ຮັບຜິດຊອບໃດໆຕໍ່ວຽກງານຂອງພວກເຂົາ. ສິ່ງທີ່ພວກເຂົາເຮັດຕ້ອງເປັນສິ່ງທີ່ພວກເຂົາມັກ, ສິ່ງທີ່ພວກເຂົາເກັ່ງ, ສິ່ງທີ່ພວກເຂົາເຕັມໃຈຢ່າງເລິກເຊິ່ງທີ່ຈະເຮັດ. ຖ້າພວກເຂົາບໍ່ໄດ້ເຮັດໃນສິ່ງທີ່ພວກເຂົາຕ້ອງການ, ພວກເຂົາກໍບໍ່ມີການເຊື່ອຟັງແມ່ນແຕ່ໜ້ອຍດຽວ. ພວກເຂົາປ່ຽນໄປປ່ຽນມາຢູ່ຕະຫຼອດເວລາ ແລະ ມີສອງຈິດສອງໃຈ. ພວກເຂົາບໍ່ເຄີຍມຸ່ງໝັ້ນໃນສິ່ງທີ່ພວກເຂົາເຮັດ, ພວກເຂົາເຮັດແບບເຄິ່ງໆກາງໆຢູ່ສະເໝີ. ເມື່ອພວກເຂົາທົນທຸກ, ພວກເຂົາກໍຢາກຖອຍ. ພວກເຂົາບໍ່ສາມາດທົນຕໍ່ການຖືກລິຮານໄດ້. ບໍ່ສາມາດຕັ້ງຂໍ້ຮຽກຮ້ອງສູງຈາກພວກເຂົາໄດ້. ພວກເຂົາບໍ່ສາມາດທົນທຸກໄດ້. ສິ່ງທີ່ພວກເຂົາເຮັດແມ່ນຂຶ້ນຢູ່ກັບຄວາມສົນໃຈຂອງພວກເຂົາເອງ ແລະ ແຜນການຂອງພວກເຂົາເອງຢ່າງສິ້ນເຊີງ, ບໍ່ມີການເຊື່ອຟັງແມ່ນແຕ່ໜ້ອຍດຽວຢູ່ພາຍໃນຕົວພວກເຂົາ. ຖ້າຄົນປະເພດນີ້ບໍ່ສາມາດສະແຫວງຫາຄວາມຈິງ ແລະ ໄຕ່ຕອງກ່ຽວກັບຕົນເອງ, ແລ້ວການປະຕິບັດແລະ ອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້ກໍຍາກທີ່ຈະປ່ຽນແປງໄດ້. ການປະຕິບັດໜ້າທີ່ໃນຖານະຜູ້ທີ່ເຊື່ອໃນພຣະເຈົ້າ ຢ່າງໜ້ອຍທີ່ສຸດກໍຮຽກຮ້ອງໃຫ້ມີຄວາມຈິງໃຈເລັກໜ້ອຍ. ພວກເຈົ້າຄິດວ່າຄົນເຫຼົ່ານີ້ມີຄວາມຈິງໃຈບໍ? ເມື່ອຮຽກຮ້ອງໃຫ້ມີຄວາມພະຍາຍາມຢ່າງຈິງຈັງ, ພວກເຂົາກໍຢ້ານກົວ. ພວກເຂົາບໍ່ມີຄວາມຈິງໃຈແມ່ນແຕ່ເສດສ້ຽວດຽວ. ສິ່ງນີ້ຫຍຸ້ງຍາກຫຼາຍ ແລະ ຈັດການໄດ້ຍາກ. ພວກເຂົາຮູ້ສຶກວ່າພວກເຂົາຍິ່ງໃຫຍ່ ແລະ ພວກເຂົາຮູ້ສຶກວ່າບໍ່ໄດ້ຮັບຄວາມເປັນທຳ ແມ່ນແຕ່ຕອນທີ່ພວກເຂົາຖືກໄລ່ອອກ ຫຼື ຖືກລິຮານ. ມັນຫຍຸ້ງຍາກຫຼາຍ ຖ້າຜູ້ຄົນບໍ່ສະແຫວງຫາຄວາມຈິງ ຫຼື ເຂົ້າສູ່ຄວາມເປັນຈິງຄວາມຈິງ. ຫົວຂໍ້ນີ້ແມ່ນພໍສໍ່ານີ້ກ່ອນ, ໃຫ້ພວກເຮົາເຂົ້າສູ່ປະເດັນຫຼັກກັນເທາະ.
ການໄຈ້ແຍກວິທີທີ່ຜູ້ຕໍ່ຕ້ານພຣະຄຣິສຕ້ອງການໃຫ້ຄົນອື່ນອ່ອນນ້ອມຕໍ່ພວກເຂົາເທົ່ານັ້ນ, ບໍ່ແມ່ນຕໍ່ຄວາມຈິງ ຫຼື ພຣະເຈົ້າ
ການໂອ້ລົມໃນມື້ນີ້ແມ່ນກ່ຽວກັບຂໍ້ທີແປດຂອງວິທີການຕ່າງໆທີ່ຜູ້ຕໍ່ຕ້ານພຣະຄຣິສສະແດງອອກ: ພວກເຂົາພຽງແຕ່ຈະເຮັດໃຫ້ຄົນອື່ນເຊື່ອຟັງພວກເຂົາ, ບໍ່ແມ່ນຄວາມຈິງ ຫຼື ພຣະເຈົ້າ. ພວກເຈົ້າສາມາດເຂົ້າໃຈຂໍ້ນີ້ໄດ້ບໍ? ຈົ່ງພິຈາລະນາກ່ອນວ່າ ການສະແດງອອກໃດຂອງຂໍ້ນີ້ທີ່ພວກເຈົ້າສາມາດທຽບໃສ່ກັບສິ່ງທີ່ພວກເຈົ້າເຂົ້າໃຈ. ພວກເຂົາພຽງແຕ່ຈະເຮັດໃຫ້ຄົນອື່ນເຊື່ອຟັງພວກເຂົາ, ບໍ່ແມ່ນຄວາມຈິງ ຫຼື ພຣະເຈົ້າ, ຄວາມໝາຍຕາມຕົວອັກສອນແມ່ນເຂົ້າໃຈໄດ້ງ່າຍ ແຕ່ພາຍໃນນັ້ນມີຫຼາຍສະພາວະ ແລະ ອຸປະນິໄສຕ່າງໆທີ່ຄົນຫຼາຍປະເພດສະແດງອອກ ຫຼື ພຶດຕິກຳຕ່າງໆທີ່ອຸປະນິໄສເຫຼົ່ານັ້ນສະແດງອອກ. ນີ້ແມ່ນຫົວຂໍ້ໃຫຍ່; ພວກເຮົາຈະຕ້ອງໂອ້ລົມກ່ຽວກັບມັນຈາກລັກສະນະນ້ອຍໆບາງຢ່າງຂອງມັນ. ເພື່ອອະທິບາຍຂໍ້ນີ້ຕາມຄວາມໝາຍຕາມຕົວອັກສອນຂອງມັນ, ຄົນທີ່ເທດສະໜາຄຳເວົ້າ ແລະ ຫຼັກຄຳສອນມັກຈະເວົ້າວ່າ: “ມັນໝາຍເຖິງການເຊື່ອຟັງພວກເຂົາໃນທຸກເລື່ອງ, ພວກເຂົາເຮັດໃຫ້ຜູ້ຄົນເຊື່ອຟັງພວກເຂົາ, ເຖິງແມ່ນວ່າສິ່ງທີ່ພວກເຂົາເວົ້າບໍ່ສອດຄ່ອງກັບຄວາມຈິງ. ເມື່ອພວກເຂົາເທດສະໜາຄຳເວົ້າ ແລະ ຫຼັກຄຳສອນໜ້ອຍໜຶ່ງ, ພວກເຂົາກໍໃຫ້ຄົນອື່ນເຊື່ອຟັງພວກເຂົາ; ເມື່ອພວກເຂົາເວົ້າວະລີໃດໜຶ່ງ, ພວກເຂົາກໍໃຫ້ຄົນອື່ນເຊື່ອຟັງມັນ. ພວກເຂົາມັກຈະອອກຄຳສັ່ງໃຫ້ຄົນອື່ນ, ມອບໝາຍວຽກໃຫ້ຄົນອື່ນ ແລະ ບັງຄັບໃຫ້ຄົນອື່ນເຊື່ອຟັງພວກເຂົາຢູ່ສະເໝີ”. ນັ້ນບໍ່ແມ່ນວິທີທີ່ພວກເຂົາມັກຈະເວົ້າບໍ ເມື່ອພວກເຂົາເວົ້າໜ້ອຍໜຶ່ງກ່ຽວກັບຄວາມໝາຍຕາມຕົວອັກສອນຂອງມັນ? ມີຫຍັງອີກ? “ພວກເຂົາຄິດວ່າພວກເຂົາຖືກຕ້ອງກ່ຽວກັບທຸກຢ່າງ. ພວກເຂົາເຮັດໃຫ້ທຸກຄົນເຊື່ອຟັງພວກເຂົາ ແລະ ເຮັດໃຫ້ຜູ້ຄົນອ່ອນນ້ອມຕໍ່ສິ່ງທີ່ພວກເຂົາເວົ້າ ເຖິງແມ່ນວ່າມັນບໍ່ສອດຄ່ອງກັບຄວາມຈິງ. ພວກເຂົາເບິ່ງຕົນເອງວ່າເປັນຄວາມຈິງ ແລະ ເປັນພຣະເຈົ້າ ແລະ ໃນການເຊື່ອຟັງພວກເຂົາ, ຜູ້ຄົນກໍກຳລັງອ່ອນນ້ອມຕໍ່ຄວາມຈິງ ແລະ ຕໍ່ພຣະເຈົ້າ. ນັ້ນຄືຄວາມໝາຍຂອງມັນ”. ຖ້າແມ່ນພວກເຈົ້າທີ່ເວົ້າໃນຫົວຂໍ້ນີ້, ຈົ່ງພິຈາລະນາວ່າພວກເຈົ້າຄວນເຮັດແນວໃດ. ຖ້າພວກເຈົ້າຈະເລີ່ມຕົ້ນດ້ວຍສິ່ງທີ່ພວກເຈົ້າເຄີຍເຫັນ ຫຼື ມີປະສົບການມາດ້ວຍຕົນເອງ, ພວກເຈົ້າຈະເລີ່ມຕົ້ນຈາກອົງປະກອບໃດ? ທັນທີທີ່ພວກເຮົາເວົ້າກ່ຽວກັບຄວາມເປັນຈິງ, ພວກເຈົ້າກໍບໍ່ມີຫຍັງທີ່ຈະເວົ້າ. ແລ້ວພວກເຈົ້າກໍບໍ່ມີຫຍັງທີ່ຈະເວົ້າໃນການໂອ້ລົມປົກກະຕິຂອງພວກເຈົ້າກັບອ້າຍເອື້ອຍນ້ອງຄືກັນບໍ? ພວກເຈົ້າຈະເຮັດວຽກຂອງພວກເຈົ້າໃຫ້ດີໄດ້ແນວໃດ ໂດຍບໍ່ມີການເວົ້າ? ເວົ້າກ່ຽວກັບວິທີການ ແລະ ພຶດຕິກຳທີ່ເປັນຮູບປະທຳສອງສາມຢ່າງຂອງການສະແດງອອກນີ້ກ່ອນ. ອັນໃດແດ່ທີ່ພວກເຈົ້າເຄີຍເຫັນ ຫຼື ເປັນພະຍານມາກ່ອນ? ພວກເຈົາມີຄວາມຄິດເຫັນບໍ? (ເມື່ອຂ້ານ້ອຍກຳລັງປະຕິບັດໜ້າທີ່ຂອງຂ້ານ້ອຍ, ຂ້ານ້ອຍມີຄວາມຄິດບາງຢ່າງທີ່ຂ້ອນຂ້າງແຮງກ້າ ແລະ ຂ້ານ້ອຍຢາກຈະລົງມືເຮັດຕາມຄວາມຄິດເຫຼົ່ານັ້ນແທ້ໆ. ຂ້ານ້ອຍຄິດວ່າຄວາມຄິດເຫຼົ່ານັ້ນຂອງຂ້ານ້ອຍດີ ແລະ ຖືກຕ້ອງ ແລະ ເມື່ອຄົນອື່ນຕັ້ງຂໍ້ສົງໄສກ່ຽວກັບພວກມັນ, ຂ້ານ້ອຍກໍເວົ້າວ່າເລື່ອງນັ້ນຕ້ອງບໍ່ຊັກຊ້າ, ມັນຈໍາເປັນຕ້ອງໄດ້ຮັບການແກ້ໄຂໃນທັນທີ. ຈາກນັ້ນ, ຂ້ານ້ອຍກໍບັງຄັບເຮັດສິ່ງທີ່ຂ້ານ້ອຍຕັ້ງໃຈໄວ້. ຄົນອື່ນອາດຈະຢາກສະແຫວງຫາ ແຕ່ຂ້ານ້ອຍບໍ່ຢາກໃຫ້ເວລາພວກເຂົາ. ຂ້ານ້ອຍຢາກໃຫ້ພວກເຂົາເຮັດສິ່ງນັ້ນຕາມຄວາມຄິດຂອງຂ້ານ້ອຍ). ນັ້ນແມ່ນການສະແດງອອກທີ່ເປັນຮູບປະທຳ. ໃຜຈະເວົ້າອີກ? (ຂ້ານ້ອຍເຄີຍໂອ້ລົມກັບອ້າຍເອື້ອຍນ້ອງກ່ຽວກັບເລື່ອງການສົ່ງເສີມ ແລະ ການບົ່ມເພາະຄົນຜູ້ໜຶ່ງ. ຄວາມຈິງແລ້ວ ຂ້ານ້ອຍໄດ້ຕັ້ງໃຈໄວ້ແລ້ວວ່າຈະສົ່ງເສີມຄົນນັ້ນ. ຂ້ານ້ອຍຮູ້ສຶກວ່າຂ້ານ້ອຍໄດ້ສະແຫວງຫາຈາກເບື້ອງເທິງແລ້ວ ແລະ ບໍ່ມີບັນຫາຫຍັງໃນການສົ່ງເສີມພວກເຂົາ. ອ້າຍເອື້ອຍນ້ອງສອງສາມຄົນຍັງບໍ່ເຂົ້າໃຈເລື່ອງນີ້ດີປານໃດ ແລະ ຂ້ານ້ອຍກໍບໍ່ໄດ້ໂອ້ລົມກ່ຽວກັບວ່າເຫດຜົນທີ່ພວກເຮົາຄວນສົ່ງເສີມຄົນນັ້ນ, ຫຼັກການແມ່ນຫຍັງ ຫຼື ຄວາມຈິງແມ່ນຫຍັງ. ຂ້ານ້ອຍພຽງແຕ່ບອກພວກເຂົາຢ່າງໜັກແໜ້ນເຖິງວິທີການຕ່າງໆທີ່ຄົນນັ້ນເປັນຄົນດີ, ວ່າການສົ່ງເສີມພວກເຂົາແມ່ນສອດຄ່ອງກັບຫຼັກການ. ຂ້ານ້ອຍບີບບັງຄັບພວກເຂົາໃຫ້ເຊື່ອຟັງຂ້ານ້ອຍ, ໃຫ້ເຊື່ອວ່າສິ່ງທີ່ຂ້ານ້ອຍກຳລັງເຮັດນັ້ນຖືກຕ້ອງ). ພວກເຈົ້າກຳລັງເວົ້າກ່ຽວກັບປະເພດຂອງບັນຫາ, ປະເພດຂອງສະພາວະ, ເຊິ່ງໂດຍລວມແລ້ວແມ່ນກົງກັບຂໍ້ນີ້. ເບິ່ງຄືວ່າຄວາມເຂົ້າໃຈຕາມຕົວອັກສອນໜ້ອຍໜຶ່ງນັ້ນຄືຂອບເຂດຄວາມເຂົ້າໃຈຄວາມຈິງຂອງພວກເຈົ້າ, ສະນັ້ນ ເຮົາຈະຕ້ອງໂອ້ລົມກ່ຽວກັບມັນ. ຖ້າພວກເຈົ້າເຂົ້າໃຈຂໍ້ນີ້ແລ້ວ, ພວກເຮົາຈະຂ້າມມັນໄປ ແລະ ໂອ້ລົມກ່ຽວກັບຂໍ້ຕໍ່ໄປ. ເຖິງຢ່າງໃດກໍຕາມ, ເບິ່ງຄືວ່າພວກເຮົາຍັງເຮັດບໍ່ໄດ້ເທື່ອ ແລະ ຕ້ອງໂອ້ລົມກ່ຽວກັບມັນຕາມແຜນທີ່ວາງໄວ້.
ຂໍ້ທີແປດຂອງການສະແດງອອກຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນ: ພວກເຂົາພຽງແຕ່ຈະເຮັດໃຫ້ຄົນອື່ນເຊື່ອຟັງພວກເຂົາ, ບໍ່ແມ່ນຄວາມຈິງ ຫຼື ພຣະເຈົ້າ. ໃນເລື່ອງນີ້, ມີການສະແດງອອກຫຼາຍຢ່າງກ່ຽວກັບແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ແນ່ນອນວ່າມັນບໍ່ແມ່ນເລື່ອງດຽວ, ວະລີດຽວ, ມຸມມອງດຽວ ຫຼື ວິທີການຈັດການສິ່ງຕ່າງໆພຽງຢ່າງດຽວ; ແຕ່ກົງກັນຂ້າມ, ມັນຄືອຸປະນິໄສ. ແລ້ວມັນແມ່ນອຸປະນິໄສຫຍັງ? ມັນສະແດງອອກໃນຫຼາຍຮູບແບບ. ຮູບແບບທຳອິດແມ່ນຄົນດັ່ງກ່າວບໍ່ສາມາດຮ່ວມມືກັບໃຜໄດ້. ນັ້ນແມ່ນວິທີການເຮັດສິ່ງຕ່າງໆບໍ? (ບໍ່, ມັນແມ່ນອຸປະນິໄສ). ຖືກຕ້ອງແລ້ວ, ມັນຄືການເປີດເຜີຍອຸປະນິໄສ, ເຊິ່ງແກ່ນແທ້ຂອງມັນຄືຄວາມອວດດີ ແລະ ຄວາມຖືຕົນວ່າຊອບທຳ. ຄົນດັ່ງກ່າວບໍ່ສາມາດຮ່ວມມືກັບໃຜໄດ້. ນັ້ນຄືຢ່າງທຳອິດ. ຮູບແບບທີສອງທີ່ມັນສະແດງອອກແມ່ນພວກເຂົາມີຄວາມປາຖະໜາ ແລະ ຄວາມທະເຍີທະຍານທີ່ຈະຄວບຄຸມ ແລະ ເອົາຊະນະຜູ້ຄົນ. ນັ້ນແມ່ນອຸປະນິໄສບໍ? (ແມ່ນແລ້ວ). ມັນແມ່ນວິທີການເຮັດສິ່ງຕ່າງໆບໍ? (ບໍ່ແມ່ນ). ມັນແຕກຕ່າງຈາກສິ່ງທີ່ພວກເຈົ້າເວົ້າບໍ? ພວກເຈົ້າໄດ້ເວົ້າເຖິງເຫດການດຽວ, ວິທີການເຮັດສິ່ງຕ່າງໆພຽງຢ່າງດຽວ, ສິ່ງເຫຼົ່ານັ້ນບໍ່ແມ່ນແກ່ນແທ້. ການສະແດງອອກນີ້ບໍ່ຮ້າຍແຮງກວ່າສິ່ງທີ່ພວກເຈົ້າເວົ້າບໍ? (ແມ່ນແລ້ວ). ມັນລົງເລິກເຖິງຮາກເຫງົ້າ. ແລ້ວຮູບແບບທີສາມແມ່ນການຫ້າມບໍ່ໃຫ້ຄົນອື່ນແຊກແຊງ, ສອບຖາມ ຫຼື ຊີ້ນໍາພວກເຂົາໃນວຽກງານໃດໆທີ່ພວກເຂົາຮັບຜິດຊອບ. ນັ້ນແມ່ນແກ່ນແທ້ບໍ? (ແມ່ນແລ້ວ). ມີພຶດຕິກຳ ແລະ ວິທີການເຮັດສິ່ງຕ່າງໆຫຼາຍຢ່າງທີ່ກ່ຽວຂ້ອງກັບແຕ່ລະແກ່ນແທ້ເຫຼົ່ານີ້. ອີກເທື່ອໜຶ່ງ, ແກ່ນແທ້ນີ້ກົງກັບຂໍ້ທີແປດ, ແມ່ນບໍ? ຮູບແບບທີສີ່ແມ່ນພວກເຂົາທໍາທ່າວ່າເປັນຮູບກາຍຂອງຄວາມຈິງ ເມື່ອພວກເຂົາໄດ້ຮັບປະສົບການ ແລະ ຄວາມຮູ້ໜ້ອຍໜຶ່ງ ແລະ ໄດ້ຮຽນຮູ້ບົດຮຽນບາງຢ່າງ, ເຊິ່ງໝາຍຄວາມວ່າຖ້າພວກເຂົາສາມາດໂອ້ລົມຄວາມຈິງໄດ້ໜ້ອຍໜຶ່ງ, ພວກເຂົາກໍຄິດວ່າຕົນເອງມີຄວາມຈິງຄວາມເປັນຈິງ ແລະ ປາຖະໜາທີ່ຈະສະແດງໃຫ້ຄົນອື່ນເຫັນວ່າພວກເຂົາເປັນຄົນທີ່ມີຄວາມຈິງ, ເປັນຄົນທີ່ປະຕິບັດຄວາມຈິງ, ຮັກຄວາມຈິງ ແລະ ມີຄວາມຈິງຄວາມເປັນຈິງ. ພວກເຂົາທໍາທ່າວ່າເປັນຮູບກາຍຂອງຄວາມຈິງ, ນີ້ບໍ່ແມ່ນເລື່ອງທີ່ມີທຳມະຊາດທີ່ຮ້າຍແຮງບໍ? (ແມ່ນແລ້ວ). ການສະແດງອອກນີ້ກົງກັບຂໍ້ທີແປດບໍ? (ແມ່ນແລ້ວ). ມັນກົງກັນ. ຂໍ້ທີແປດໂດຍພື້ນຖານແລ້ວສະແດງອອກໃນສີ່ຮູບແບບນີ້. ຈົ່ງທ່ອງຈຳພວກມັນ, ເລີ່ມຕົ້ນດ້ວຍຂໍ້ທຳອິດ. (ຂໍ້ທຳອິດແມ່ນຄົນດັ່ງກ່າວບໍ່ສາມາດຮ່ວມມືຢ່າງສາມັກຄີກັບໃຜໄດ້). “ຢ່າງສາມັກຄີ” ໝາຍເຖິງການສາມາດຮ່ວມມືໄດ້; ຄົນດັ່ງກ່າວພຽງແຕ່ບໍ່ສາມາດຮ່ວມມືກັບໃຜໄດ້ເລີຍ. ພວກເຂົາເຮັດສິ່ງຕ່າງໆດ້ວຍຕົນເອງ, ເຮັດຄົນດຽວໃນການກະທຳຂອງພວກເຂົາ; “ເຮັດຄົນດຽວ” ຄືລັກສະນະທີ່ກຳນົດຂອງການສະແດງອອກທຳອິດ. ບາດນີ້, ຂໍ້ທີສອງ. (ພວກເຂົາມີຄວາມທະເຍີທະຍານ ແລະ ຄວາມປາຖະໜາທີ່ຈະຄວບຄຸມ ແລະ ເອົາຊະນະຜູ້ຄົນ). ນີ້ແມ່ນການສະແດງອອກທີ່ຮ້າຍແຮງບໍ? (ແມ່ນແລ້ວ). ແລ້ວລັກສະນະທີ່ກຳນົດຂອງການສະແດງອອກທີສອງແມ່ນຫຍັງ? ຈົ່ງອະທິບາຍມັນດ້ວຍຄຳສັ້ນໆ. (ຊົ່ວຊ້າ). “ຊົ່ວຊ້າ” ແມ່ນຄຳຄຸນນາມ; ມັນອະທິບາຍອຸປະນິໄສຂອງພວກເຂົາ. ຄຳນັ້ນຄວນແມ່ນ “ຄວບຄຸມ”. “ຄວບຄຸມ” ແມ່ນການກະທຳ, ເປັນປະເພດໜຶ່ງທີ່ເກີດຂຶ້ນຈາກອຸປະນິໄສດັ່ງກ່າວ. ແລ້ວການສະແດງອອກທີສາມ. (ພວກເຂົາຫ້າມບໍ່ໃຫ້ຄົນອື່ນແຊກແຊງ, ສອບຖາມ ຫຼື ຊີ້ນໍາພວກເຂົາໃນວຽກງານໃດໆທີ່ພວກເຂົາຮັບຜິດຊອບ). ນັ້ນບໍ່ແມ່ນອຸປະນິໄສທີ່ພົບເຫັນທົ່ວໄປໃນຜູ້ຕໍ່ຕ້ານພຣະຄຣິສບໍ? (ແມ່ນແລ້ວ). ມັນເປັນອຸປະນິໄສສະເພາະຕົວທີ່ມີຢູ່ໃນຜູ້ຕໍ່ຕ້ານພຣະຄຣິສ. ມີຄຳທີ່ເໝາະສົມເພື່ອສະຫຼຸບການສະແດງອອກນີ້ບໍ? ມີ, “ຕໍ່ຕ້ານ”. ໃຜກໍຕາມທີ່ເຂົ້າມາ, ພວກເຂົາກໍຕໍ່ຕ້ານຄົນນັ້ນ; ແລະ ບໍ່ຕ້ອງເວົ້າເຖິງເລື່ອງທີ່ພວກເຂົາຈະຍອມຮັບການຊີ້ນໍາ ແລະ ການສອບຖາມຂອງອ້າຍເອື້ອຍນ້ອງ ແລະ ຂອງຄົນທົ່ວໄປເລີຍ, ພວກເຂົາຈະບໍ່ຍອມຮັບແມ່ນແຕ່ການກວດສອບຂອງພຣະເຈົ້າ. ນັ້ນບໍ່ແມ່ນການຕໍ່ຕ້ານບໍ? (ແມ່ນແລ້ວ). ແລ້ວການສະແດງອອກທີສີ່. (ພວກເຂົາທໍາທ່າວ່າເປັນຮູບກາຍຂອງຄວາມຈິງ ເມື່ອພວກເຂົາໄດ້ຮັບປະສົບການ ແລະ ຄວາມຮູ້ໜ້ອຍໜຶ່ງ ແລະ ໄດ້ຮຽນຮູ້ບົດຮຽນບາງຢ່າງ). ພວກເຮົາຈະສະຫຼຸບຂໍ້ນີ້ດ້ວຍຄຳທີ່ເໝາະສົມ: “ທໍາທ່າ”. ການທໍາທ່າຮ້າຍແຮງກວ່າການປອມແປງ. ພຶດຕິກຳພື້ນຖານທີ່ເປັນລັກສະນະສະເພາະ, ວິທີການເຮັດສິ່ງຕ່າງໆ ແລະ ອຸປະນິໄສທີ່ກ່ຽວຂ້ອງກັບຂໍ້ທີແປດລ້ວນແລ້ວແຕ່ພົບເຫັນຢູ່ໃນສີ່ການສະແດງອອກນີ້. ລັກສະນະທີ່ກຳນົດຂອງການສະແດງອອກທຳອິດແມ່ນ “ເຮັດຄົນດຽວ”. ພວກເຂົາບໍ່ຮ່ວມມືກັບໃຜ ແຕ່ຢາກລົງມືເຮັດດ້ວຍຕົນເອງ. ພວກເຂົາບໍ່ເຊື່ອຟັງໃຜນອກຈາກຕົນເອງ ແລະ ພວກເຂົາໃຫ້ຄົນອື່ນເຊື່ອຟັງພວກເຂົາຜູ້ດຽວ, ບໍ່ແມ່ນຄົນອື່ນ. ມັນຕ້ອງເປັນໄປຕາມວິທີຂອງພວກເຂົາເທົ່ານັ້ນ. ລັກສະນະທີ່ກຳນົດຂອງການສະແດງອອກທີສອງແມ່ນ “ຄວບຄຸມ”. ພວກເຂົາປາຖະໜາທີ່ຈະຄວບຄຸມຜູ້ຄົນ ແລະ ພວກເຂົາຈະໃຊ້ອຸບາຍທີ່ຫຼາກຫຼາຍເພື່ອຄວບຄຸມເຈົ້າ, ຄວາມຄິດຂອງເຈົ້າ, ວິທີການເຮັດສິ່ງຕ່າງໆຂອງເຈົ້າ, ຫົວໃຈຂອງເຈົ້າ ແລະ ມຸມມອງຂອງເຈົ້າ. ພວກເຂົາບໍ່ໂອ້ລົມຄວາມຈິງໃຫ້ເຈົ້າຟັງ. ພວກເຂົາບໍ່ເຮັດໃຫ້ເຈົ້າເຂົ້າໃຈຫຼັກການຄວາມຈິງ ແລະ ພວກເຂົາບໍ່ເຮັດໃຫ້ເຈົ້າເຂົ້າໃຈເຈດຕະນາຂອງພຣະເຈົ້າ. ພວກເຂົາຕ້ອງການຄວບຄຸມເຈົ້າເພື່ອປະໂຫຍດຂອງພວກເຂົາເອງ, ເພື່ອໃຫ້ເຈົ້າເວົ້າແທນພວກເຂົາ ແລະ ເຮັດສິ່ງຕ່າງໆໃຫ້ພວກເຂົາ ແລະ ອອກເຫື່ອແຮງເພື່ອພວກເຂົາ, ເພື່ອໃຫ້ເຈົ້າຍົກຊູພວກເຂົາ ແລະ ເປັນພະຍານໃຫ້ພວກເຂົາ. ພວກເຂົາຕ້ອງການຄວບຄຸມເຈົ້າໃຫ້ເປັນທາດຂອງພວກເຂົາ, ເປັນຫຸ່ນເຊີດຂອງພວກເຂົາ. ລັກສະນະທີ່ກຳນົດຂອງການສະແດງອອກທີສາມແມ່ນ “ຕໍ່ຕ້ານ”, ເຊິ່ງໝາຍເຖິງການຕໍ່ຕ້ານທຸກຢ່າງ, ທຸກຢ່າງທີ່ອາດປະກອບເປັນການແຍກແຍະ ຫຼື ການຊີ້ນໍາ ຫຼື ເປັນໄພຂົ່ມຂູ່ຕໍ່ວຽກງານ ແລະ ຄຳເວົ້າຂອງພວກເຂົາ, ພວກເຂົາຕໍ່ຕ້ານ ແລະ ຄັດຄ້ານທັງໝົດ. ລັກສະນະທີ່ກຳນົດຂອງການສະແດງອອກທີສີ່ແມ່ນ “ທໍທ່າ”, ພວກເຂົາທໍາທ່າວ່າເປັນຫຍັງ? ພວກເຂົາທໍາທ່າວ່າເປັນຮູບກາຍຂອງຄວາມຈິງ, ເຊິ່ງໝາຍຄວາມວ່າພວກເຂົາຮຽກຮ້ອງໃຫ້ຜູ້ຄົນຈື່ຈຳສິ່ງທີ່ພວກເຂົາເວົ້າ ແລະ ສິ່ງທີ່ພວກເຂົາເຮັດ ແລະ ເຖິງຂັ້ນບັນທຶກລົງໃນປຶ້ມບັນທຶກຂອງຜູ້ຄົນ. ພວກເຂົາເວົ້າວ່າ “ພຽງແຕ່ຈື່ໄວ້ໃນໃຈຈະພຽງພໍໄດ້ແນວໃດ? ເຈົ້າຕ້ອງຂຽນມັນລົງໃນປຶ້ມບັນທຶກຂອງເຈົ້າ. ບໍ່ມີຜູ້ໃດໃນພວກເຈົ້າເຂົ້າໃຈສິ່ງທີ່ຂ້ອຍກຳລັງເວົ້າ, ມັນເປັນສິ່ງທີ່ເລິກເຊິ່ງຫຼາຍ!” ພວກເຂົາຖືວ່າຄຳເວົ້າຂອງພວກເຂົາແມ່ນຫຍັງ? ແມ່ນຄວາມຈິງ. ບາດນີ້, ຈາກຈຸດນີ້, ພວກເຮົາຈະໂອ້ລົມກ່ຽວກັບພວກມັນເທື່ອລະຂໍ້.
I. ການໄຈ້ແຍກການບໍ່ສາມາດຮ່ວມມືກັບໃຜໄດ້ຂອງຜູ້ຕໍ່ຕ້ານພຣະຄຣິສ
ຂໍ້ທຳອິດແມ່ນຜູ້ຕໍ່ຕ້ານພຣະຄຣິສບໍ່ສາມາດຮ່ວມມືກັບໃຜໄດ້. ນີ້ແມ່ນການສະແດງອອກທຳອິດຂອງການທີ່ຜູ້ຕໍ່ຕ້ານພຣະຄຣິສຕ້ອງການໃຫ້ຄົນອື່ນເຊື່ອຟັງພວກເຂົາເທົ່ານັ້ນ, ບໍ່ແມ່ນຄວາມຈິງ ຫຼື ພຣະເຈົ້າ. ພວກເຂົາບໍ່ສາມາດຮ່ວມມືກັບໃຜໄດ້, ຄຳວ່າ “ໃຜ” ນັ້ນລວມທັງທຸກຄົນ. ບໍ່ວ່າບຸກຄະລິກະພາບຂອງພວກເຂົາຈະເຂົ້າກັນໄດ້ກັບຄົນອື່ນ ຫຼື ບໍ່ ແລະ ບໍ່ວ່າສະຖານະການຈະເປັນແນວໃດກໍຕາມ, ພວກເຂົາພຽງແຕ່ບໍ່ສາມາດຮ່ວມມືໄດ້. ນີ້ບໍ່ແມ່ນບັນຫາກ່ຽວກັບການເປີດເຜີຍຄວາມເສື່ອມຊາມທຳມະດາ, ມັນເປັນບັນຫາໃນທຳມະຊາດຂອງພວກເຂົາ. ບາງຄົນເວົ້າວ່າ “ມີບາງຄົນທີ່ບຸກຄະລິກະພາບຂອງພວກເຂົາເຂົ້າກັນບໍ່ໄດ້ກັບຂ້ອຍ ແລະ ຂ້ອຍບໍ່ສາມາດຮ່ວມມືກັບພວກເຂົາໄດ້ຍ້ອນເຫດຜົນນັ້ນ”. ນັ້ນບໍ່ແມ່ນບັນຫາເລື່ອງບຸກຄະລິກະພາບທີ່ຮຽບງ່າຍ ແຕ່ເປັນບັນຫາຂອງອຸປະນິໄສທີ່ເສື່ອມຊາມ. ການມີອຸປະນິໄສທີ່ເສື່ອມຊາມຄືການມີອຸປະນິໄສແບບຜູ້ຕໍ່ຕ້ານພຣະຄຣິສ ແຕ່ນັ້ນບໍ່ໄດ້ໝາຍຄວາມວ່າຄົນນັ້ນມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ຖ້າຄົນໃດຄົນໜຶ່ງສາມາດສະແຫວງຫາຄວາມຈິງ ແລະ ສາມາດເຊື່ອຟັງສິ່ງທີ່ຄົນອື່ນເວົ້າ, ບໍ່ວ່າພວກເຂົາຈະເປັນໃຜກໍຕາມ, ຕາບໃດທີ່ມັນສອດຄ່ອງກັບຄວາມຈິງ, ມັນຈະບໍ່ເປັນເລື່ອງງ່າຍບໍ ສຳລັບຄົນນັ້ນທີ່ຈະບັນລຸການຮ່ວມມືທີ່ສາມັກຄີກັບຄົນອື່ນ? (ແມ່ນແລ້ວ). ມັນເປັນເລື່ອງງ່າຍສຳລັບຄົນທີ່ສາມາດອ່ອນນ້ອມຕໍ່ຄວາມຈິງທີ່ຈະຮ່ວມມືກັບຄົນອື່ນ; ຄົນທີ່ບໍ່ສາມາດອ່ອນນ້ອມຕໍ່ຄວາມຈິງກໍບໍ່ສາມາດຮ່ວມມືກັບໃຜໄດ້. ຕົວຢ່າງ: ບາງຄົນຂ້ອນຂ້າງອວດດີ ແລະ ຖືຕົນວ່າຊອບທຳ. ພວກເຂົາບໍ່ຍອມຮັບຄວາມຈິງເລີຍ ແລະ ພວກເຂົາບໍ່ສາມາດຮ່ວມມືຢ່າງສາມັກຄີກັບໃຜໄດ້. ບາດນີ້, ນີ້ເປັນບັນຫາທີ່ຮ້າຍແຮງ, ພວກເຂົາມີທຳມະຊາດແບບຜູ້ຕໍ່ຕ້ານພຣະຄຣິສ ແລະ ພວກເຂົາບໍ່ສາມາດອ່ອນນ້ອມຕໍ່ຄວາມຈິງ ຫຼື ຕໍ່ພຣະເຈົ້າ. ຜູ້ຄົນມີອຸປະນິໄສທີ່ເສື່ອມຊາມ: ຖ້າພວກເຂົາສາມາດຍອມຮັບຄວາມຈິງໄດ້, ມັນກໍຈະງ່າຍສຳລັບພວກເຂົາທີ່ຈະໄດ້ຮັບການຊ່ວຍໃຫ້ລອດພົ້ນ; ແຕ່ຖ້າພວກເຂົາມີທຳມະຊາດແບບຜູ້ຕໍ່ຕ້ານພຣະຄຣິສ ແລະ ບໍ່ສາມາດຍອມຮັບຄວາມຈິງໄດ້, ພວກເຂົາກໍຕົກຢູ່ໃນບັນຫາ, ການໄດ້ຮັບການຊ່ວຍໃຫ້ລອດພົ້ນຈະບໍ່ແມ່ນເລື່ອງງ່າຍສຳລັບພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິສຫຼາຍຄົນຖືກເປີດເຜີຍ ໂດຍມີສາເຫດຫຼັກມາຈາກການບໍ່ສາມາດຮ່ວມມືກັບໃຜໄດ້, ມັກຈະກະທຳການແບບຜະເດັດການຢູ່ສະເໝີ. ນັ້ນແມ່ນການເປີດເຜີຍຂອງອຸປະນິໄສທີ່ເສື່ອມຊາມ ຫຼື ມັນແມ່ນທຳມະຊາດ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ? ການບໍ່ສາມາດຮ່ວມມືກັບໃຜໄດ້, ນັ້ນແມ່ນບັນຫາຫຍັງ? ມັນກ່ຽວຂ້ອງຫຍັງກັບການໃຫ້ຄົນອື່ນອ່ອນນ້ອມຕໍ່ພວກເຂົາເທົ່ານັ້ນ, ບໍ່ແມ່ນຄວາມຈິງ ຫຼື ພຣະເຈົ້າ? ຖ້າພວກເຮົາໂອ້ລົມຂໍ້ນີ້ຢ່າງຊັດເຈນ, ພວກເຈົ້າກໍຈະສາມາດເຫັນໄດ້ວ່າ ຜູ້ທີ່ມີທຳມະຊາດ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສນັ້ນບໍ່ສາມາດຮ່ວມມືກັບໃຜໄດ້, ພວກເຂົາຈະແຍກທາງກັບໃຜກໍຕາມທີ່ພວກເຂົາກຳລັງຮ່ວມມືນຳ ແລະ ພວກເຂົາຈະກາຍເປັນຄູ່ແຂ່ງທີ່ຂົມຂື່ນອີກດ້ວຍ. ໃນພາຍນອກ, ອາດເບິ່ງຄືວ່າຜູ້ຕໍ່ຕ້ານພຣະຄຣິສບາງຄົນມີຜູ້ຊ່ວຍ ຫຼື ຄູ່ຮ່ວມງານ ແຕ່ຄວາມຈິງກໍຄື ເມື່ອມີບາງຢ່າງເກີດຂຶ້ນ, ບໍ່ວ່າຄົນອື່ນຈະຖືກຕ້ອງສໍ່າໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສບໍ່ເຄີຍຟັງສິ່ງທີ່ພວກເຂົາເວົ້າ. ພວກເຂົາບໍ່ເກັບມາມັນໃສ່ໃຈເລີຍ, ແລ້ວແຮງບໍ່ຕ້ອງເວົ້າເຖິງການສົນທະນາ ຫຼື ການໂອ້ລົມກ່ຽວກັບມັນ. ພວກເຂົາບໍ່ສົນໃຈເລີຍ, ຄືກັບວ່າຄົນອື່ນບໍ່ໄດ້ຢູ່ບ່ອນນັ້ນ. ເມື່ອຜູ້ຕໍ່ຕ້ານພຣະຄຣິສຟັງສິ່ງທີ່ຄົນອື່ນເວົ້າ, ພວກເຂົາພຽງແຕ່ເຮັດແບບພໍເປັນພິທີ ຫຼື ສະແດງລະຄອນໃຫ້ຄົນອື່ນເຫັນເທົ່ານັ້ນ. ແຕ່ເມື່ອເຖິງເວລາຕັດສິນໃຈຂັ້ນສຸດທ້າຍ, ຜູ້ຕໍ່ຕ້ານພຣະຄຣິສຄືຜູ້ທີ່ມີອຳນາດຕັດສິນໃຈ; ຄຳເວົ້າຂອງຄົນອື່ນແມ່ນເສຍນ້ຳລາຍລ້າໆ, ພວກມັນບໍ່ມີຄວາມໝາຍຫຍັງເລີຍ. ຕົວຢ່າງ: ເມື່ອສອງຄົນຮັບຜິດຊອບບາງຢ່າງ ແລະ ໜຶ່ງໃນນັ້ນມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ສິ່ງໃດທີ່ສະແດງອອກໃນຄົນນີ້? ບໍ່ວ່າມັນຈະເປັນເລື່ອງຫຍັງກໍຕາມ, ພວກເຂົາ ແລະ ມີພຽງພວກເຂົາເທົ່ານັ້ນທີ່ເປັນຜູ້ເລີ່ມຕົ້ນ, ເປັນຜູ້ຖາມຄຳຖາມ, ເປັນຜູ້ຈັດການສິ່ງຕ່າງໆ ແລະ ເປັນຜູ້ຄິດຫາທາງອອກ. ສ່ວນຫຼາຍແລ້ວ, ພວກເຂົາປິດບັງຄູ່ຮ່ວມງານຂອງພວກເຂົາໄວ້ຢ່າງສິ້ນເຊີງ. ຄູ່ຮ່ວມງານຂອງພວກເຂົາແມ່ນຫຍັງໃນສາຍຕາຂອງພວກເຂົາ? ບໍ່ແມ່ນຮອງຂອງພວກເຂົາ ແຕ່ເປັນພຽງເຄື່ອງປະດັບ. ໃນສາຍຕາຂອງຜູ້ຕໍ່ຕ້ານພຣະຄຣິສ, ຄູ່ຮ່ວມງານຂອງພວກເຂົາບໍ່ມີຕົວຕົນເລີຍ. ເມື່ອໃດກໍຕາມທີ່ມີບັນຫາ, ຜູ້ຕໍ່ຕ້ານພຣະຄຣິສກໍຄິດພິຈາລະນາ ແລະ ເມື່ອພວກເຂົາຕັດສິນໃຈແນວທາງການປະຕິບັດແລ້ວ, ພວກເຂົາກໍແຈ້ງໃຫ້ຄົນອື່ນຮູ້ວ່າຕ້ອງເຮັດແບບນີ້ ແລະ ບໍ່ມີໃຜໄດ້ຮັບອະນຸຍາດໃຫ້ຕັ້ງຄຳຖາມ. ແກ່ນແທ້ຂອງການຮ່ວມມືຂອງພວກເຂົາກັບຄົນອື່ນແມ່ນຫຍັງ? ໂດຍພື້ນຖານແລ້ວ ມັນຄືການມີອຳນາດຕັດສິນໃຈໃນຂັ້ນສຸດທ້າຍ, ບໍ່ເຄີຍປຶກສາຫາລືບັນຫາກັບຄົນອື່ນ, ຮັບຜິດຊອບວຽກງານພຽງຜູ້ດຽວ ແລະ ປ່ຽນຄູ່ຮ່ວມງານຂອງພວກເຂົາໃຫ້ເປັນເຄື່ອງປະດັບ. ພວກເຂົາມັກຈະເຮັດຄົນດຽວສະເໝີ ແລະ ບໍ່ເຄີຍຮ່ວມມືກັບໃຜ. ພວກເຂົາບໍ່ເຄີຍປຶກສາຫາລື ຫຼື ສື່ສານກ່ຽວກັບວຽກງານຂອງພວກເຂົາກັບຄົນອື່ນ, ພວກເຂົາມັກຈະຕັດສິນໃຈຄົນດຽວ ແລະ ຈັດການກັບບັນຫາຄົນດຽວ ແລະ ໃນຫຼາຍໆເລື່ອງ, ຄົນອື່ນມາຮູ້ວ່າສິ່ງຕ່າງໆສຳເລັດ ຫຼື ຖືກຈັດການແນວໃດກໍຕໍ່ເມື່ອການກະທຳນັ້ນສຳເລັດລົງແລ້ວ. ຄົນອື່ນບອກພວກເຂົາວ່າ “ບັນຫາທຸກຢ່າງຕ້ອງໄດ້ປຶກສາຫາລືກັບພວກເຮົາ. ເຈົ້າຈັດການກັບຄົນນັ້ນຕອນໃດ? ເຈົ້າຈັດການກັບລາວແນວໃດ? ເປັນຫຍັງພວກເຮົາຈຶ່ງບໍ່ຮູ້ເລື່ອງນັ້ນ?” ພວກເຂົາບໍ່ໃຫ້ຄຳອະທິບາຍ ແລະ ບໍ່ສົນໃຈ; ສຳລັບພວກເຂົາແລ້ວ, ຄູ່ຮ່ວມງານຂອງພວກເຂົາບໍ່ມີປະໂຫຍດຫຍັງເລີຍ ແລະ ເປັນພຽງເຄື່ອງຕົບແຕ່ງ ຫຼື ເຄື່ອງປະດັບ. ເມື່ອມີບາງຢ່າງເກີດຂຶ້ນ, ພວກເຂົາຄິດພິຈາລະນາ, ຕັດສິນໃຈດ້ວຍຕົນເອງ ແລະ ກະທຳຕາມທີ່ພວກເຂົາປາຖະໜາ. ບໍ່ວ່າຈະມີຄົນຢູ່ອ້ອມຂ້າງພວກເຂົາຫຼາຍສໍ່າໃດກໍຕາມ, ມັນກໍຄືກັບວ່າຄົນເຫຼົ່ານີ້ບໍ່ໄດ້ຢູ່ບ່ອນນັ້ນ. ສຳລັບຜູ້ຕໍ່ຕ້ານພຣະຄຣິສແລ້ວ, ຄົນເຫຼົ່ານັ້ນອາດຈະເປັນພຽງອາກາດ. ເມື່ອເປັນແນວນີ້, ມີດ້ານໃດທີ່ແທ້ຈິງບໍໃນການຮ່ວມມືຂອງພວກເຂົາກັບຄົນອື່ນ? ບໍ່ມີເລີຍ, ພວກເຂົາພຽງແຕ່ເຮັດແບບພໍເປັນພິທີ ແລະ ສະແດງລະຄອນ. ຄົນອື່ນເວົ້າກັບພວກເຂົາວ່າ “ເປັນຫຍັງເຈົ້າຈຶ່ງບໍ່ໂອ້ລົມກັບຄົນອື່ນ ເມື່ອເຈົ້າພົບກັບບັນຫາ?” ພວກເຂົາຕອບວ່າ “ພວກເຂົາຈະໄປຮູ້ຫຍັງ? ຂ້ອຍເປັນຫົວໜ້າທີມ, ມັນຂຶ້ນກັບຂ້ອຍທີ່ຈະຕັດສິນໃຈ”. ຄົນອື່ນເວົ້າວ່າ “ແລ້ວເປັນຫຍັງເຈົ້າຈຶ່ງບໍ່ໂອ້ລົມກັບຄູ່ຮ່ວມງານຂອງເຈົ້າ?” ພວກເຂົາຕອບວ່າ “ຂ້ອຍບອກລາວແລ້ວ, ລາວບໍ່ມີຄວາມຄິດເຫັນຫຍັງ”. ພວກເຂົາໃຊ້ຂໍ້ອ້າງທີ່ວ່າຄົນອື່ນບໍ່ມີຄວາມຄິດເຫັນ ຫຼື ບໍ່ສາມາດຄິດດ້ວຍຕົນເອງ ເພື່ອປິດບັງຄວາມຈິງທີ່ວ່າພວກເຂົາກຳລັງເຮັດຕາມໃຈຂອງຕົນເອງ. ແລ້ວສິ່ງນີ້ບໍ່ໄດ້ຕາມມາດ້ວຍການສຳນຶກຕົນເອງແມ່ນແຕ່ໜ້ອຍດຽວ. ມັນເປັນໄປບໍ່ໄດ້ສຳລັບຄົນປະເພດນີ້ທີ່ຈະຍອມຮັບຄວາມຈິງ. ນີ້ແມ່ນບັນຫາກ່ຽວກັບທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສ.
ຄຳວ່າ “ການຮ່ວມມື” ຈະຖືກອະທິບາຍ ແລະ ນໍາໄປປະຕິບັດແນວໃດ? (ປຶກສາຫາລືກ່ຽວກັບສິ່ງຕ່າງໆເມື່ອມັນເກີດຂຶ້ນ). ແມ່ນແລ້ວ, ນັ້ນແມ່ນວິທີໜຶ່ງໃນການປະຕິບັດມັນ. ມີຫຍັງອີກ? (ຊົດເຊີຍຈຸດອ່ອນຂອງຄົນໜຶ່ງດ້ວຍຈຸດແຂງຂອງອີກຄົນໜຶ່ງ, ຊີ້ນໍາເຊິ່ງກັນ ແລະ ກັນ). ນັ້ນຖືກຕ້ອງທັງໝົດ; ການປະຕິບັດແບບນັ້ນຄືການຮ່ວມມືຢ່າງສາມັກຄີ. ມີຫຍັງອີກບໍ? ການຂໍຄວາມຄິດເຫັນຂອງອີກຝ່າຍເມື່ອມີສິ່ງຕ່າງໆເກີດຂຶ້ນ, ນັ້ນບໍ່ແມ່ນການຮ່ວມມືບໍ? (ແມ່ນແລ້ວ). ຖ້າຄົນໜຶ່ງໂອ້ລົມຄວາມຄິດເຫັນຂອງພວກເຂົາ ແລະ ອີກຄົນໜຶ່ງໂອ້ລົມຄວາມຄິດເຫັນຂອງພວກເຂົາ ແລະ ໃນທີ່ສຸດ, ພວກເຂົາກໍພຽງແຕ່ເຮັດຕາມການໂອ້ລົມຂອງຄົນທຳອິດ, ເປັນຫຍັງຕ້ອງເຮັດແບບພໍເປັນພິທີ? ນັ້ນບໍ່ແມ່ນການຮ່ວມມື, ມັນບໍ່ສອດຄ່ອງກັບຫຼັກການ ແລະ ມັນບໍ່ໄດ້ເຮັດໃຫ້ເກີດມີຜົນຈາກການຮ່ວມມື. ຖ້າເຈົ້າເວົ້າໄປເລື້ອຍໆ ຄືກັບປືນກົນ ແລະ ບໍ່ໃຫ້ໂອກາດຄົນອື່ນທີ່ຢາກເວົ້າ ແລະ ບໍ່ຟັງຄົນອື່ນ ເຖິງແມ່ນວ່າເຈົ້າໄດ້ເວົ້າຄວາມຄິດທັງໝົດຂອງເຈົ້າແລ້ວ, ນັ້ນແມ່ນການປຶກສາຫາລືບໍ? ມັນແມ່ນການໂອ້ລົມບໍ? ນັ້ນເປັນພຽງການເຮັດແບບພໍເປັນພິທີ, ມັນບໍ່ແມ່ນການຮ່ວມມື. ແລ້ວການຮ່ວມມືແມ່ນຫຍັງ? ມັນແມ່ນເວລາທີ່ເຈົ້າໄດ້ເວົ້າຄວາມຄິດ ແລະ ການຕັດສິນໃຈຂອງເຈົ້າແລ້ວ, ເຈົ້າສາມາດຂໍຄວາມຄິດເຫັນ ແລະ ມຸມມອງຂອງອີກຝ່າຍ, ຈາກນັ້ນກໍເອົາຄຳເວົ້າ ແລະ ມຸມມອງຂອງເຈົ້າ ແລະ ຂອງພວກເຂົາມາສົມທຽບໃສ່ກັນ, ໂດຍໃຫ້ຄົນຈຳນວນໜຶ່ງໃຊ້ການແຍກແຍະກັບສິ່ງເຫຼົ່ານັ້ນຮ່ວມກັນ ແລະ ສະແຫວງຫາຫຼັກການ, ດ້ວຍເຫດນີ້ຈຶ່ງບັນລຸຄວາມເຂົ້າໃຈທົ່ວໄປ ແລະ ກຳນົດເສັ້ນທາງແຫ່ງການປະຕິບັດທີ່ຖືກຕ້ອງ. ນັ້ນຄືຄວາມໝາຍຂອງການປຶກສາຫາລື ແລະ ການໂອ້ລົມ, ນັ້ນຄືຄວາມໝາຍຂອງ “ການຮ່ວມມື”. ໃນຖານະຜູ້ນໍາ, ບາງຄົນບໍ່ສາມາດເບິ່ງທະລຸບາງເລື່ອງ ແຕ່ຈະບໍ່ປຶກສາຫາລືກັບຄົນອື່ນຈົນກວ່າພວກເຂົາຈະໝົດທາງເລືອກ. ຈາກນັ້ນພວກເຂົາກໍເວົ້າກັບກຸ່ມວ່າ “ຂ້ອຍບໍ່ສາມາດຈັດການເລື່ອງນີ້ແບບຜະເດັດການໄດ້; ຂ້ອຍຈຳເປັນຕ້ອງຮ່ວມມືຢ່າງສາມັກຄີກັບທຸກຄົນ. ຂ້ອຍຈະໃຫ້ພວກເຈົ້າທຸກຄົນສະແດງຄວາມຄິດເຫັນກ່ຽວກັບເລື່ອງນີ້ ແລະ ປຶກສາຫາລືກັນ ເພື່ອກຳນົດສິ່ງທີ່ຖືກຕ້ອງໃຫ້ພວກເຮົາເຮັດ”. ຫຼັງຈາກທີ່ທຸກຄົນໄດ້ເວົ້າ ແລະ ສະແດງຄວາມຄິດເຫັນຂອງພວກເຂົາແລ້ວ, ພວກເຂົາກໍຖາມຜູ້ນໍາວ່າລາວຄິດແນວໃດກ່ຽວກັບເລື່ອງນີ້. ລາວເວົ້າວ່າ “ສິ່ງທີ່ທຸກຄົນຕ້ອງການຄືກັນກັບສິ່ງທີ່ຂ້ອຍຕ້ອງການ, ຂ້ອຍກໍຄິດແນວນັ້ນຄືກັນ. ມັນແມ່ນສິ່ງທີ່ຂ້ອຍວາງແຜນທີ່ຈະເຮັດຕັ້ງແຕ່ຕົ້ນ ແລະ ດ້ວຍການປຶກສາຫາລືນີ້, ຄວາມເປັນເອກະພາບກໍໄດ້ຮັບການຮັບປະກັນ”. ນີ້ແມ່ນຄຳເວົ້າທີ່ກົງໄປກົງມາບໍ? ມີມົນທິນໃນນັ້ນ. ລາວເບິ່ງບໍ່ທະລຸເລື່ອງນີ້ເລີຍ ແລະ ມີເຈດຕະນາທີ່ຈະເຮັດໃຫ້ຜູ້ຄົນເຂົ້າໃຈຜິດ ແລະ ຫຼອກລວງຜູ້ຄົນໃນສິ່ງທີ່ລາວເວົ້າ. ມັນມີຈຸດປະສົງເພື່ອເຮັດໃຫ້ຜູ້ຄົນຍົກຍ້ອງລາວ. ການຂໍຄວາມຄິດເຫັນຂອງທຸກຄົນເປັນພຽງຮູບແບບພາຍນອກ, ມີຈຸດປະສົງເພື່ອເຮັດໃຫ້ທຸກຄົນເວົ້າວ່າລາວບໍ່ໄດ້ເປັນຜະເດັດການ. ເພື່ອຫຼີກລ່ຽງຊື່ນັ້ນ, ລາວຈຶ່ງໃຊ້ອຸບາຍນີ້ເພື່ອປິດບັງສິ່ງຕ່າງໆ. ຄວາມຈິງກໍຄື ໃນຂະນະທີ່ທຸກຄົນກຳລັງເວົ້າ, ລາວບໍ່ໄດ້ຟັງເລີຍ ແລະ ບໍ່ໄດ້ເກັບເອົາສິ່ງທີ່ພວກເຂົາເວົາມາໃສ່ໃຈເລີຍ. ລາວບໍ່ໄດ້ຈິງໃຈໃນການໃຫ້ທຸກຄົນເວົ້າເຊັ່ນກັນ. ໃນພາຍນອກ, ລາວໃຫ້ທຸກຄົນໂອ້ລົມ ແລະ ມີການປຶກສາຫາລື ແຕ່ໃນຄວາມເປັນຈິງແລ້ວ, ລາວພຽງແຕ່ໃຫ້ທຸກຄົນເວົ້າເພື່ອຊອກຫາວິທີການທີ່ສອດຄ່ອງກັບເຈດຕະນາຂອງລາວເອງ. ເມື່ອລາວກຳນົດວິທີການທີ່ເໝາະສົມທີ່ຈະຈັດການກັບເລື່ອງນັ້ນໄດ້ແລ້ວ, ລາວຈະບັງຄັບໃຫ້ຜູ້ຄົນຍອມຮັບສິ່ງທີ່ລາວຕັ້ງໃຈຈະເຮັດ, ບໍ່ວ່າມັນຈະຖືກຕ້ອງ ຫຼື ບໍ່ ແລະ ເຮັດໃຫ້ທຸກຄົນຄິດວ່າວິທີການຂອງລາວນັ້ນຖືກຕ້ອງ, ວ່າມັນເປັນສິ່ງທີ່ທຸກຄົນຕັ້ງໃຈ. ໃນທີ່ສຸດ, ລາວກໍດຳເນີນການດ້ວຍການບັງຄັບ. ນັ້ນແມ່ນສິ່ງທີ່ເຈົ້າຈະເອີ້ນວ່າການຮ່ວມມືບໍ? ບໍ່, ແລ້ວເຈົ້າຈະເອີ້ນມັນວ່າແນວໃດ? ລາວກຳລັງເປັນຜະເດັດການ. ບໍ່ວ່າລາວຈະຖືກ ຫຼື ຜິດ, ລາວຕ້ອງການມີອຳນາດຕັດສິນໃນຂັ້ນສຸດທ້າຍພຽງຜູ້ດຽວ. ຍິ່ງໄປກວ່ານັ້ນ, ເມື່ອມີບາງຢ່າງເກີດຂຶ້ນ ແລະ ລາວເບິ່ງບໍ່ທະລຸມັນ, ລາວກໍໃຫ້ຄົນອື່ນເວົ້າກ່ອນ. ເມື່ອພວກເຂົາເວົ້າແລ້ວ, ລາວກໍສະຫຼຸບມຸມມອງຂອງພວກເຂົາ ແລະ ຊອກຫາວິທີການໃນນັ້ນທີ່ລາວມັກ ແລະ ເຫັນວ່າເໝາະສົມ ແລະ ເຮັດໃຫ້ທຸກຄົນຍອມຮັບມັນ. ລາວກຳລັງໃຊ້ການທໍາທ່າວ່າຮ່ວມມື ໂດຍມີຜົນທີ່ຕາມມາຄື ລາວຍັງຄົງກະທຳຕາມທີ່ລາວຕັ້ງໃຈ, ລາວຍັງຄົງເປັນຜູ້ທີ່ມີອຳນາດຕັດສິນໃຈໃນຂັ້ນສຸດທ້າຍພຽງຜູ້ດຽວ. ລາວຊອກຫາຂໍ້ຜິດພາດ ແລະ ຈັບຈຸດອ່ອນໃນສິ່ງທີ່ທຸກຄົນເວົ້າ, ໃຫ້ຄຳວິຈານ ແລະ ກຳນົດທິດທາງ, ຈາກນັ້ນກໍສືບຕໍ່ສັງລວມທັງໝົດນັ້ນໃຫ້ເປັນຄຳເວົ້າທີ່ສົມບູນ ແລະ ຖືກຕ້ອງອັນດຽວ ເຊິ່ງລາວໃຊ້ເພື່ອຕັດສິນໃຈ ໂດຍສະແດງໃຫ້ທຸກຄົນເຫັນວ່າລາວສູງສົ່ງກວ່າຄົນອື່ນ. ຈາກພາຍນອກ, ລາວເບິ່ງຄືວ່າໄດ້ຍິນຄຳເວົ້າຂອງທຸກຄົນ ແລະ ລາວໃຫ້ທຸກຄົນເວົ້າແທ້. ເຖິງຢ່າງໃດກໍຕາມ, ຄວາມຈິງກໍຄື ສຸດທ້າຍແລ້ວລາວເປັນພຽງຜູ້ດຽວທີ່ຕັດສິນໃຈ. ຄວາມຈິງແລ້ວ ການຕັດສິນໃຈນັ້ນຄືຄວາມເຂົ້າໃຈ ແລະ ມຸມມອງຂອງທຸກຄົນ, ພຽງແຕ່ຖືກສະຫຼຸບໂດຍລາວ, ຖືກນໍາສະເໜີໃນວິທີທີ່ສົມບູນ ແລະ ຖືກຕ້ອງກວ່າໜ້ອຍໜຶ່ງ. ບາງຄົນບໍ່ສາມາດເບິ່ງທະລຸເລື່ອງນີ້ ແລະ ດັ່ງນັ້ນຈຶ່ງຄິດວ່າແມ່ນລາວທີ່ສູງສົ່ງ. ລັກສະນະຂອງການກະທຳດັ່ງກ່າວໃນສ່ວນຂອງລາວແມ່ນຫຍັງ? ມັນບໍ່ເລ່ຫຼ່ຽມທີ່ສຸດຂີດບໍ? ລາວສະຫຼຸບຄຳເວົ້າຂອງທຸກຄົນ ແລະ ກ່າວວ່າເປັນຂອງລາວເອງ, ເພື່ອໃຫ້ຜູ້ຄົນນະມັດສະການ ແລະ ເຊື່ອຟັງລາວ; ແລະ ໃນທີ່ສຸດ, ທຸກຄົນກໍກະທຳຕາມຄວາມຕ້ອງການຂອງລາວ. ນັ້ນແມ່ນການຮ່ວມມືທີ່ສາມັກຄີບໍ? ມັນຄືຄວາມອວດດີ ແລະ ຄວາມຖືຕົນວ່າຊອບທຳ, ຄວາມເປັນຜະເດັດການ, ລາວຍາດເອົາຜົນງານທັງໝົດມາເປັນຂອງຕົນເອງ. ຄົນດັ່ງກ່າວບໍ່ຈິງໃຈ, ອວດດີ ແລະ ຖືຕົນວ່າຊອບທຳຫຼາຍ ໃນການຮ່ວມມືກັບຄົນອື່ນ ແລະ ຜູ້ຄົນກໍຈະເຫັນສິ່ງນັ້ນ ຖ້າມີເວລາພຽງພໍ. ບາງຄົນຈະເວົ້າວ່າ “ເຈົ້າເວົ້າວ່າຂ້ອຍບໍ່ສາມາດຮ່ວມມືກັບໃຜໄດ້, ແຕ່ຂ້ອຍມີຄູ່ຮ່ວມງານ! ລາວຮ່ວມມືກັບຂ້ອຍໄດ້ດີ: ລາວໄປບ່ອນທີ່ຂ້ອຍໄປ, ເຮັດສິ່ງທີ່ຂ້ອຍເຮັດ; ລາວໄປບ່ອນໃດກໍຕາມທີ່ຂ້ອຍໃຫ້ລາວໄປ, ເຮັດຫຍັງກໍຕາມທີ່ຂ້ອຍໃຫ້ລາວເຮັດ ແລະ ເຮັດຕາມວິທີທີ່ຂ້ອຍໃຫ້ລາວເຮັດ”. ນັ້ນຄືຄວາມໝາຍຂອງການຮ່ວມມືບໍ? ບໍ່. ນັ້ນເອີ້ນວ່າການເປັນຄົນຮັບໃຊ້. ຄົນຮັບໃຊ້ເຮັດຕາມຄຳສັ່ງຂອງເຈົ້າ, ນັ້ນແມ່ນການຮ່ວມມືບໍ? ເຫັນໄດ້ຢ່າງຊັດເຈນວ່າ ພວກເຂົາເປັນລູກນ້ອງ, ບໍ່ມີຄວາມຄິດ ຫຼື ມຸມມອງ, ແຮງບໍ່ຕ້ອງເວົ້າເຖິງຄວາມຄິດເຫັນຂອງພວກເຂົາເອງ. ນອກເໜືອໄປກວ່ານັ້ນ, ຄວາມຄິດຂອງພວກເຂົາແມ່ນຄວາມຄິດຂອງຄົນປະຈົບປະແຈງ. ພວກເຂົາບໍ່ລະອຽດຖີ່ຖ້ວນໃນສິ່ງໃດໆທີ່ພວກເຂົາເຮັດ ແຕ່ເຮັດແບບພໍເປັນພິທີຢ່າງພໍແລ້ວມືແລ້ວຕີນ ແລະ ພວກເຂົາບໍ່ໄດ້ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ການຮ່ວມມືແບບນັ້ນຈະມີຈຸດປະສົງຫຍັງ? ບໍ່ວ່າພວກເຂົາຈະຮ່ວມມືກັບໃຜ, ພວກເຂົາກໍພຽງແຕ່ເຮັດຕາມຄຳສັ່ງຂອງຄົນນັ້ນ, ເປັນລູກນ້ອງຕະຫຼອດໄປ. ພວກເຂົາເຊື່ອຟັງສິ່ງໃດກໍຕາມທີ່ຄົນອື່ນເວົ້າ ແລະ ເຮັດສິ່ງໃດກໍຕາມທີ່ຄົນອື່ນໃຫ້ພວກເຂົາເຮັດ. ນັ້ນບໍ່ແມ່ນການຮ່ວມມື. ແລ້ວການຮ່ວມມືແມ່ນຫຍັງ? ເຈົ້າຕ້ອງສາມາດປຶກສາຫາລືກັນ ແລະ ສະແດງມຸມມອງ ແລະ ຄວາມຄິດເຫັນຂອງເຈົ້າ; ເຈົ້າຕ້ອງສົ່ງເສີມ ແລະ ຊີ້ນໍາເຊິ່ງກັນ ແລະ ກັນ ແລະ ສະແຫວງຫາຈາກກັນ ແລະ ກັນ, ສອບຖາມກັນ ແລະ ກັນ ແລະ ບອກເຕືອນກັນ ແລະ ກັນ. ນັ້ນຄືການຮ່ວມມືຢ່າງສາມັກຄີ. ຕົວຢ່າງ: ຖ້າເຈົ້າຈັດການບາງຢ່າງຕາມຄວາມຕັ້ງໃຈຂອງເຈົ້າເອງ ແລະ ມີຄົນເວົ້າວ່າ “ເຈົ້າເຮັດຜິດແລ້ວ, ມັນຂັດກັບຫຼັກການຢ່າງສິ້ນເຊີງ. ເປັນຫຍັງເຈົ້າຈຶ່ງຈັດການມັນຕາມທີ່ເຈົ້າຕ້ອງການ ໂດຍບໍ່ສະແຫວງຫາຄວາມຈິງ?” ຕໍ່ສິ່ງນີ້, ເຈົ້າເວົ້າວ່າ “ຖືກຕ້ອງແລ້ວ, ຂ້ອຍດີໃຈທີ່ເຈົ້າເຕືອນຂ້ອຍ! ຖ້າເຈົ້າບໍ່ເຕືອນ, ມັນຄືຊິກາຍເປັນຫາຍະນະ!” ນັ້ນຄືການບອກເຕືອນກັນ ແລະ ກັນ. ແລ້ວການຊີ້ນໍາເຊິ່ງກັນ ແລະ ກັນແມ່ນຫຍັງ? ທຸກຄົນມີອຸປະນິໄສທີ່ເສື່ອມຊາມ ແລະ ອາດຈະເຮັດແບບພໍແລ້ວມືແລ້ວຕີນໃນການປະຕິບັດໜ້າທີ່ຂອງພວກເຂົາ ໂດຍປົກປ້ອງພຽງແຕ່ສະຖານະ ແລະ ຄວາມທະນົງຕົວຂອງພວກເຂົາເອງເທົ່ານັ້ນ, ບໍ່ແມ່ນຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ສະພາວະດັ່ງກ່າວມີຢູ່ໃນທຸກຄົນ. ຖ້າເຈົ້າຮູ້ວ່າຄົນໃດຄົນໜຶ່ງມີບັນຫາ, ເຈົ້າຄວນລິເລີ່ມທີ່ຈະໂອ້ລົມກັບພວກເຂົາ, ເຕືອນໃຫ້ພວກເຂົາປະຕິບັດໜ້າທີ່ຕາມຫຼັກການ ໃນຂະນະທີ່ໃຫ້ມັນເປັນການເຕືອນໃຈສຳລັບຕົວເຈົ້າເອງ. ນັ້ນຄືການຊີ້ນໍາເຊິ່ງກັນ ແລະ ກັນ. ການຊີ້ນໍາເຊິ່ງກັນ ແລະ ກັນມີໜ້າທີ່ຫຍັງ? ມັນມີຈຸດປະສົງເພື່ອປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ຍັງເພື່ອປ້ອງກັນບໍ່ໃຫ້ຜູ້ຄົນຍ່າງໄປໃນເສັ້ນທາງທີ່ຜິດ. ການຮ່ວມມືຍັງມີໜ້າທີ່ອື່ນອີກ, ນອກເໜືອຈາກການບອກເຕືອນກັນ ແລະ ກັນ ແລະ ການຊີ້ນໍາເຊິ່ງກັນ ແລະ ກັນ: ການສອບຖາມກັນ ແລະ ກັນ. ຕົວຢ່າງ: ເມື່ອເຈົ້າຕ້ອງການຈັດການກັບຄົນຜູ້ໜຶ່ງ, ເຈົ້າຄວນໂອ້ລົມ ແລະ ສອບຖາມຄູ່ຮ່ວມງານຂອງເຈົ້າ: “ຂ້ອຍບໍ່ເຄີຍພົບກັບເລື່ອງແບບນີ້ມາກ່ອນ. ຂ້ອຍບໍ່ຮູ້ວ່າຈະຈັດການກັບມັນແນວໃດ. ວິທີທີ່ດີໃນການຈັດການກັບມັນແມ່ນຫຍັງ? ຂ້ອຍບໍ່ສາມາດຫາທາງອອກບໍ່ໄດ້ເລີຍ!” ລາວເວົ້າວ່າ “ຂ້ອຍເຄີຍຈັດການກັບບັນຫາແບບນີ້ມາກ່ອນ. ບໍລິບົດໃນຄັ້ງນັ້ນແຕກຕ່າງຈາກກໍລະນີຂອງຄົນຜູ້ນີ້ໜ້ອຍໜຶ່ງ; ມັນຈະຄືກັບການເຮັດຕາມກົດລະບຽບໜ້ອຍໜຶ່ງ ຖ້າພວກເຮົາຈັດການເລື່ອງນີ້ໃນວິທີດຽວກັນ. ຕອນນີ້ຂ້ອຍກໍບໍ່ຮູ້ວິທີທີ່ດີໃນການຈັດການເລື່ອງນີ້ຄືກັນ”. ເຈົ້າເວົ້າວ່າ “ຂ້ອຍມີຄວາມຄິດໜຶ່ງທີ່ຢາກປຶກສາກັບເຈົ້າ. ຄົນຜູ້ນີ້ເບິ່ງຄືວ່າຊົ່ວຮ້າຍ ຖ້າເບິ່ງຈາກລັກສະນະຂອງລາວ ແຕ່ພວກເຮົາບໍ່ສາມາດແນ່ໃຈໄດ້ໃນຕອນນີ້. ແຕ່ລາວສາມາດອອກເຫື່ອແຮງໄດ້, ສະນັ້ນ ໃຫ້ລາວເຮັດໄປກ່ອນໃນຕອນນີ້. ຖ້າລາວບໍ່ສາມາດອອກເຫື່ອແຮງໄດ້ ແລະ ສືບຕໍ່ຂັດຂວາງ ແລະ ລົບກວນສິ່ງຕ່າງໆ, ແລ້ວພວກເຮົາຈຶ່ງຄ່ອຍຈັດການກັບລາວ”. ລາວໄດ້ຍິນແນວນີ້ ແລະ ເວົ້າວ່າ “ນັ້ນເປັນວິທີທີ່ດີ. ມັນເປັນວິທີທີ່ຮອບຄອບ ແລະ ສອດຄ່ອງກັບຫຼັກການຢ່າງສົມບູນ ແລະ ມັນບໍ່ແມ່ນການກົດຂີ່ ແລະ ເປັນການລະບາຍຄວາມໃຈຮ້າຍສ່ວນຕົວ. ຊັ້ນພວກເຮົາກໍຈັດການແບບນັ້ນເລີຍ”. ພວກເຈົ້າທັງສອງບັນລຸຄວາມເປັນເອກະພາບຜ່ານການປຶກສາຫາລື. ວຽກງານທີ່ເຮັດດ້ວຍວິທີນັ້ນກໍດຳເນີນໄປຢ່າງລ່ຽນໄຫຼ. ສົມມຸດວ່າພວກເຈົ້າທັງສອງບໍ່ຮ່ວມມືກັນ ແລະ ບໍ່ປຶກສາຫາລືກັນ ແລະ ເມື່ອຄູ່ຮ່ວມງານຂອງເຈົ້າບໍ່ຮູ້ວ່າຈະຈັດການກັບບາງສິ່ງບາງຢ່າງແນວໃດ, ລາວກໍຍູ້ຄວາມຮັບຜິດຊອບນັ້ນໃຫ້ເຈົ້າ ໂດຍຄິດວ່າ “ເຈົ້າຢາກເຮັດແນວໃດກໍເຮັດໂລດ. ຖ້າມີຫຍັງຜິດພາດເກີດຂຶ້ນ, ແນວໃດມັນກໍຈະເປັນຄວາມຮັບຜິດຊອບຂອງເຈົ້າ, ຂ້ອຍຈະບໍ່ມີສ່ວນຮ່ວມກັບເຈົ້າ”. ເຈົ້າສາມາດເຫັນໄດ້ວ່າຄູ່ຮ່ວມງານຂອງເຈົ້າກຳລັງກະທຳໂດຍການບໍ່ເຕັມໃຈທີ່ຈະຮັບຜິດຊອບ ແຕ່ເຈົ້າກໍບໍ່ໄດ້ຊີ້ໃຫ້ລາວເຫັນຈຸດນັ້ນ ແຕ່ກັບກະທຳຢ່າງບໍ່ຮອບຄອບຕາມຄວາມຕັ້ງໃຈຂອງເຈົ້າເອງ ໂດຍຄິດວ່າ “ເຈົ້າບໍ່ຢາກຮັບຜິດຊອບບໍ? ເຈົ້າຢາກໃຫ້ຂ້ອຍຈັດການມັນບໍ? ໄດ້, ຊັ້ນຂ້ອຍຈະຈັດການມັນເອງ, ຂ້ອຍຈະຂັບໄລ່ລາວອອກ”. ພວກເຈົ້າທັງສອງບໍ່ມີໃຈດຽວກັນ; ແຕ່ລະຄົນມີມຸມມອງຂອງຕົນເອງ ແລະ ຜົນກໍຄື ເລື່ອງນັ້ນຖືກຈັດການຢ່າງຊະຊາຍ ໂດຍລະເມີດຫຼັກການ ແລະ ຄົນທີ່ສາມາດອອກເຫື່ອແຮງໄດ້ກໍຖືກກຳຈັດອອກຕາມໃຈມັກ. ນັ້ນແມ່ນການຮ່ວມມືຢ່າງສາມັກຄີບໍ? ການຮ່ວມມືຢ່າງສາມັກຄີເປັນວິທີດຽວທີ່ຈະບັນລຸຜົນໄດ້ຮັບທີ່ດີ. ຖ້າຄົນໜຶ່ງບໍ່ຮັບຜິດຊອບ ແລະ ອີກຄົນໜຶ່ງກະທຳຕາມໃຈມັກ, ນັ້ນກໍເທົ່າກັບວ່າພວກເຂົາບໍ່ໄດ້ຮ່ວມມືກັນ. ພວກເຂົາທັງສອງກຳລັງກະທຳຕາມຄວາມຕັ້ງໃຈຂອງຕົນເອງ. ການປະຕິບັດໜ້າທີ່ແບບນັ້ນຈະໄດ້ມາດຕະຖານໄດ້ແນວໃດ?
ເມື່ອມີບາງຢ່າງເກີດຂຶ້ນໃນລະຫວ່າງການຮ່ວມມື, ພວກເຈົ້າຕ້ອງສອບຖາມກັນ ແລະ ກັນ ແລະ ປຶກສາຫາລືກັນ ແລະ ກັນ. ຜູ້ຕໍ່ຕ້ານພຣະຄຣິສສາມາດປະຕິບັດໃນວິທີນີ້ໄດ້ບໍ? ຜູ້ຕໍ່ຕ້ານພຣະຄຣິສບໍ່ສາມາດຮ່ວມມືກັບໃຜໄດ້; ພວກເຂົາປາຖະໜາທີ່ຈະສ້າງຕັ້ງການປົກຄອງແບບຜະເດັດການຢູ່ສະເໝີ. ລັກສະນະຂອງການສະແດງອອກນີ້ແມ່ນ “ເຮັດຄົນດຽວ”. ເປັນຫຍັງຈຶ່ງໃຊ້ຄຳວ່າ “ເຮັດຄົນດຽວ” ເພື່ອອະທິບາຍມັນ? ເພາະວ່າກ່ອນທີ່ພວກເຂົາຈະລົງມືກະທຳ, ພວກເຂົາບໍ່ເຂົ້າເຝົ້າພຣະເຈົ້າໃນການອະທິຖານ ແລະ ພວກເຂົາບໍ່ສະແຫວງຫາຫຼັກການຄວາມຈິງ, ແຮງບໍ່ຕ້ອງເວົ້າເຖິງການຊອກຫາຄົນມາໂອ້ລົມນຳ ແລະ ເວົ້າກັບຄົນນັ້ນວ່າ “ນີ້ເປັນແນວທາງທີ່ເໝາະສົມບໍ? ການຈັດແຈງວຽກງານກຳນົດໄວ້ແນວໃດ? ເລື່ອງແບບນີ້ຄວນຈັດການແນວໃດ?” ພວກເຂົາບໍ່ເຄີຍປຶກສາຫາລືສິ່ງຕ່າງໆ ຫຼື ສະແຫວງຫາທີ່ຈະບັນລຸຄວາມເປັນເອກະພາບກັບເພື່ອນຮ່ວມງານ ແລະ ຄູ່ຮ່ວມງານຂອງພວກເຂົາ, ພວກເຂົາພຽງແຕ່ພິຈາລະນາສິ່ງຕ່າງໆ ແລະ ວາງແຜນດ້ວຍຕົນເອງ, ສ້າງແຜນການ ແລະ ການຈັດແຈງຂອງຕົນເອງ. ດ້ວຍການອ່ານຜ່ານໆພຽງໜ້ອຍໜຶ່ງກ່ຽວກັບການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ, ພວກເຂົາກໍຄິດວ່າພວກເຂົາເຂົ້າໃຈມັນແລ້ວ ແລະ ຈາກນັ້ນພວກເຂົາກໍຈັດແຈງວຽກງານຢ່າງຫຼັບຫູຫຼັບຕາ ແລະ ກວ່າຄົນອື່ນຈະຮູ້ເລື່ອງນີ້, ວຽກງານກໍຖືກຈັດແຈງຮຽບຮ້ອຍແລ້ວ. ມັນເປັນໄປບໍ່ໄດ້ທີ່ໃຜຈະໄດ້ຍິນມຸມມອງ ຫຼື ຄວາມຄິດເຫັນຂອງພວກເຂົາຈາກປາກຂອງພວກເຂົາເອງລ່ວງໜ້າ ເພາະວ່າພວກເຂົາບໍ່ເຄີຍສື່ສານຄວາມຄິດ ແລະ ມຸມມອງທີ່ພວກເຂົາມີໃຫ້ໃຜຮູ້. ບາງຄົນອາດຈະຖາມວ່າ “ຜູ້ນໍາ ແລະ ຜູ້ເຮັດວຽກທຸກຄົນບໍ່ມີຄູ່ຮ່ວມງານບໍ?” ໃນນາມແລ້ວ ພວກເຂົາອາດຈະມີບາງຄົນເປັນຄູ່ຮ່ວມງານ ແຕ່ເມື່ອເຖິງເວລາເຮັດວຽກ, ພວກເຂົາກໍບໍ່ມີອີກຕໍ່ໄປ. ພວກເຂົາເຮັດວຽກແບບບິນດ່ຽວ. ເຖິງແມ່ນວ່າຜູ້ນໍາ ແລະ ຜູ້ເຮັດວຽກຈະມີຄູ່ຮ່ວມງານ ແລະ ທຸກຄົນທີ່ປະຕິບັດໜ້າທີ່ໃດໆກໍມີຄູ່ຮ່ວມງານ, ຜູ້ຕໍ່ຕ້ານພຣະຄຣິສເຊື່ອວ່າພວກເຂົາມີຄຸນນະພາບທີ່ດີ ແລະ ເກັ່ງກວ່າຄົນທຳມະດາ, ສະນັ້ນ ຄົນທຳມະດາຈຶ່ງບໍ່ສົມຄວນທີ່ຈະເປັນຄູ່ຮ່ວມງານຂອງພວກເຂົາ ແລະ ລ້ວນແລ້ວແຕ່ຕ່ຳກວ່າພວກເຂົາ. ນີ້ຄືເຫດຜົນທີ່ຜູ້ຕໍ່ຕ້ານພຣະຄຣິສມັກຈະມີອຳນາດຕັດສິນໃຈໃນຂັ້ນສຸດທ້າຍ ແລະ ບໍ່ມັກປຶກສາຫາລືກັບຄົນອື່ນ. ພວກເຂົາຄິດວ່າການເຮັດແນວນັ້ນເຮັດໃຫ້ພວກເຂົາເບິ່ງຄືກັບຄົນບໍ່ໄດ້ເລື່ອງທີ່ບໍ່ມີຄວາມສາມາດ. ນີ້ແມ່ນມຸມມອງແບບໃດ? ນີ້ແມ່ນອຸປະນິໄສແບບໃດ? ນີ້ແມ່ນອຸປະນິໄສທີ່ອວດດີບໍ? ພວກເຂົາຄິດວ່າການຮ່ວມມື ແລະ ການປຶກສາຫາລືກັບຄົນອື່ນ, ການສອບຖາມພວກເຂົາ ແລະ ການສະແຫວງຫາຈາກພວກເຂົາ ແມ່ນເປັນເລື່ອງທີ່ເສື່ອມເສຍກຽດສັກສີ ແລະ ຕ່ຳຕ້ອຍ, ເປັນການດູໝິ່ນຄວາມເຄົາລົບຕົນເອງຂອງພວກເຂົາ. ດັ່ງນັ້ນ, ເພື່ອປົກປ້ອງຄວາມເຄົາລົບຕົນເອງຂອງພວກເຂົາ, ພວກເຂົາຈຶ່ງບໍ່ອະນຸຍາດໃຫ້ມີຄວາມໂປ່ງໃສໃນສິ່ງໃດໆທີ່ພວກເຂົາເຮັດ ແລະ ພວກເຂົາບໍ່ບອກຄົນອື່ນກ່ຽວກັບມັນ, ແຮງບໍ່ຕ້ອງເວົ້າເຖິງການປຶກສາຫາລືກັບພວກເຂົາ. ພວກເຂົາຄິດວ່າການປຶກສາຫາລືກັບຄົນອື່ນຄືການສະແດງໃຫ້ເຫັນວ່າຕົນເອງບໍ່ມີຄວາມສາມາດ; ການຂໍຄວາມຄິດເຫັນຂອງຄົນອື່ນຢູ່ສະເໝີໝາຍຄວາມວ່າພວກເຂົາໂງ່ຈ້າ ແລະ ບໍ່ສາມາດຄິດດ້ວຍຕົນເອງໄດ້; ການຮ່ວມມືກັບຄົນອື່ນໃນການເຮັດວຽກງານໃຫ້ສຳເລັດ ຫຼື ການແກ້ໄຂບັນຫາບາງຢ່າງເຮັດໃຫ້ພວກເຂົາເບິ່ງຄືວ່າບໍ່ມີປະໂຫຍດ. ນີ້ບໍ່ແມ່ນຄວາມຄິດຈິດໃຈທີ່ອວດດີ ແລະ ໄຮ້ສາລະຂອງພວກເຂົາບໍ? ນີ້ບໍ່ແມ່ນອຸປະນິໄສທີ່ເສື່ອມຊາມຂອງພວກເຂົາບໍ? ຄວາມອວດດີ ແລະ ຄວາມຖືຕົນວ່າຊອບທຳພາຍໃນພວກເຂົານັ້ນຊັດເຈນເກີນໄປ; ພວກເຂົາໄດ້ສູນເສຍຄວາມມີເຫດຜົນປົກກະຕິຂອງມະນຸດທັງໝົດໄປແລ້ວ ແລະ ສະຕິຂອງພວກເຂົາກໍບໍ່ຄ່ອຍດີປານໃດ. ພວກເຂົາຄິດສະເໝີວ່າພວກເຂົາມີຄວາມສາມາດ, ສາມາດເຮັດສິ່ງຕ່າງໆໃຫ້ສຳເລັດດ້ວຍຕົນເອງ ແລະ ບໍ່ຈຳເປັນຕ້ອງຮ່ວມມືກັບຄົນອື່ນ. ເນື່ອງຈາກພວກເຂົາມີອຸປະນິໄສທີ່ເສື່ອມຊາມແບບນັ້ນ, ພວກເຂົາຈຶ່ງບໍ່ສາມາດບັນລຸການຮ່ວມມືທີ່ສາມັກຄີ. ພວກເຂົາເຊື່ອວ່າການຮ່ວມມືກັບຄົນອື່ນຄືການຫຼຸດ ແລະ ແບ່ງແຍກອຳນາດຂອງພວກເຂົາ, ເມື່ອວຽກງານຖືກແບ່ງປັນກັບຄົນອື່ນ, ອຳນາດຂອງພວກເຂົາເອງກໍຈະຫຼຸດລົງ ແລະ ພວກເຂົາບໍ່ສາມາດຕັດສິນໃຈທຸກຢ່າງດ້ວຍຕົນເອງໄດ້, ເຊິ່ງໝາຍຄວາມວ່າພວກເຂົາຂາດອຳນາດທີ່ແທ້ຈິງ, ເຊິ່ງສຳລັບພວກເຂົາແລ້ວ ແມ່ນການສູນເສຍອັນໃຫຍ່ຫຼວງ. ດັ່ງນັ້ນ, ບໍ່ວ່າຈະມີຫຍັງເກີດຂຶ້ນກັບພວກເຂົາ, ຖ້າພວກເຂົາເຊື່ອວ່າພວກເຂົາເຂົ້າໃຈ ແລະ ຮູ້ວິທີການທີ່ເໝາະສົມໃນການຈັດການກັບມັນ, ພວກເຂົາຈະບໍ່ປຶກສາຫາລືກັບຄົນອື່ນ ແລະ ພວກເຂົາຈະຕັດສິນໃຈທຸກຢ່າງ. ພວກເຂົາຈະຍອມເຮັດຜິດ ດີກວ່າໃຫ້ຄົນອື່ນຮູ້, ພວກເຂົາຈະຍອມຜິດ ດີກວ່າແບ່ງປັນອຳນາດກັບຄົນອື່ນ ແລະ ພວກເຂົາຈະຍອມຖືກໄລ່ອອກ ດີກວ່າໃຫ້ຄົນອື່ນແຊກແຊງໃນວຽກງານຂອງພວກເຂົາ. ນີ້ຄືຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາຍອມທຳລາຍຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ຍອມເດີມພັນຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ດີກວ່າແບ່ງປັນອຳນາດຂອງພວກເຂົາກັບໃຜ. ພວກເຂົາຄິດວ່າເມື່ອພວກເຂົາກຳລັງເຮັດວຽກງານ ຫຼື ຈັດການກັບເລື່ອງບາງຢ່າງ, ນີ້ບໍ່ແມ່ນການປະຕິບັດໜ້າທີ່ ແຕ່ເປັນໂອກາດທີ່ຈະສະແດງຕົນເອງ ແລະ ໂດດເດັ່ນກວ່າຄົນອື່ນ ແລະ ເປັນໂອກາດທີ່ຈະໃຊ້ອຳນາດ. ສະນັ້ນ, ເຖິງແມ່ນວ່າພວກເຂົາຈະເວົ້າວ່າພວກເຂົາຈະຮ່ວມມືຢ່າງສາມັກຄີກັບຄົນອື່ນ ແລະ ພວກເຂົາຈະປຶກສາຫາລືເລື່ອງຕ່າງໆຮ່ວມກັບຄົນອື່ນເມື່ອມັນເກີດຂຶ້ນ ແຕ່ຄວາມຈິງແລ້ວ, ໃນສ່ວນເລິກຂອງຫົວໃຈຂອງພວກເຂົາ, ພວກເຂົາບໍ່ເຕັມໃຈທີ່ຈະສະລະອຳນາດ ຫຼື ສະຖານະຂອງພວກເຂົາ. ພວກເຂົາຄິດວ່າຕາບໃດທີ່ພວກເຂົາເຂົ້າໃຈຫຼັກຄຳສອນບາງຢ່າງ ແລະ ສາມາດເຮັດມັນດ້ວຍຕົນເອງໄດ້, ພວກເຂົາກໍບໍ່ຈຳເປັນຕ້ອງຮ່ວມມືກັບໃຜ; ພວກເຂົາຄິດວ່າມັນຄວນຖືກປະຕິບັດ ແລະ ເຮັດໃຫ້ສຳເລັດຄົນດຽວ ແລະ ມີພຽງສິ່ງນີ້ເທົ່ານັ້ນທີ່ເຮັດໃຫ້ພວກເຂົາເປັນຜູ້ທີ່ມີຄວາມສາມາດ. ມຸມມອງນີ້ຖືກຕ້ອງບໍ? ພວກເຂົາບໍ່ຮູ້ວ່າ ຖ້າພວກເຂົາລະເມີດຫຼັກການ, ພວກເຂົາກໍບໍ່ໄດ້ປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາບໍ່ສາມາດເຮັດໃຫ້ສຳເລັດການຝາກຝັງຂອງພຣະເຈົ້າ ແລະ ພວກເຂົາພຽງແຕ່ກຳລັງອອກເຫື່ອແຮງເທົ່ານັ້ນ. ແທນທີ່ຈະສະແຫວງຫາຫຼັກການຄວາມຈິງໃນເວລາປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາໃຊ້ອຳນາດຕາມຄວາມຄິດ ແລະ ເຈດຕະນາຂອງພວກເຂົາ, ອວດອ້າງ ແລະ ໂອ້ອວດຕົນເອງ. ບໍ່ວ່າຄູ່ຮ່ວມງານຂອງພວກເຂົາຈະເປັນໃຜ ຫຼື ພວກເຂົາເຮັດຫຍັງກໍຕາມ, ພວກເຂົາບໍ່ເຄີຍຢາກປຶກສາຫາລື, ພວກເຂົາຢາກລົງມືເຮັດດ້ວຍຕົນເອງສະເໝີ ແລະ ພວກເຂົາຢາກມີອຳນາດຕັດສິນໃຈຂັ້ນສຸດທ້າຍສະເໝີ. ເຫັນໄດ້ຊັດເຈນວ່າພວກເຂົາກຳລັງຫຼິ້ນກັບອຳນາດ ແລະ ໃຊ້ອຳນາດເພື່ອເຮັດສິ່ງຕ່າງໆ. ຜູ້ຕໍ່ຕ້ານພຣະຄຣິສລ້ວນແຕ່ຮັກອຳນາດ ແລະ ເມື່ອພວກເຂົາມີສະຖານະ, ພວກເຂົາກໍຕ້ອງການອຳນາດຫຼາຍຂຶ້ນ. ເມື່ອພວກເຂົາມີອຳນາດ, ຜູ້ຕໍ່ຕ້ານພຣະຄຣິສມັກຈະໃຊ້ສະຖານະຂອງພວກເຂົາເພື່ອອວດອ້າງ ແລະ ໂອ້ອວດຕົນເອງ, ເພື່ອເຮັດໃຫ້ຄົນອື່ນນັບຖືພວກເຂົາ ແລະ ເພື່ອບັນລຸເປົ້າໝາຍຂອງພວກເຂົາໃນການໂດດເດັ່ນຈາກຝູງຊົນ. ດັ່ງນັ້ນ ຜູ້ຕໍ່ຕ້ານພຣະຄຣິສຈຶ່ງຍຶດຕິດກັບອຳນາດ ແລະ ສະຖານະ ແລະ ຈະບໍ່ມີວັນປ່ອຍວາງອຳນາດຂອງພວກເຂົາຢ່າງເດັດຂາດ. ບໍ່ວ່າພວກເຂົາຈະປະຕິບັດໜ້າທີ່ຫຍັງກໍຕາມ, ບໍ່ວ່າມັນຈະກ່ຽວຂ້ອງກັບຄວາມຮູ້ທາງວິຊາຊີບດ້ານໃດກໍຕາມ, ພວກເຂົາກໍຈະທໍາທ່າວ່າຮູ້ກ່ຽວກັບມັນ, ເຖິງແມ່ນວ່າຈະເຫັນໄດ້ຊັດເຈນວ່າພວກເຂົາບໍ່ຮູ້ກໍຕາມ. ຖ້າຄົນໃດຄົນໜຶ່ງກ່າວຫາພວກເຂົາວ່າບໍ່ເຂົ້າໃຈ ແລະ ພຽງແຕ່ທໍາທ່າ, ພວກເຂົາກໍຈະເວົ້າວ່າ “ເຖິງແມ່ນວ່າຂ້ອຍຈະເລີ່ມສຶກສາເລື່ອງນີ້ຕອນນີ້, ຂ້ອຍກໍຈະເຂົ້າໃຈມັນດີກວ່າເຈົ້າ. ມັນເປັນພຽງເລື່ອງຂອງການຊອກຫາຂໍ້ມູນບາງຢ່າງທາງອອນລາຍ, ແມ່ນບໍ?” ນີ້ຄືຄວາມອວດດີ ແລະ ຄວາມຖືຕົນວ່າຊອບທຳຂອງຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາເບິ່ງທຸກຢ່າງວ່າເປັນເລື່ອງຮຽບງ່າຍ ແລະ ພວກເຂົາກ້າທີ່ຈະຮັບຜິດຊອບມັນທັງໝົດພຽງຜູ້ດຽວ. ຜົນກໍຄື ເມື່ອເບື້ອງເທິງກວດກາວຽກງານ ແລະ ຖາມວ່າເລື່ອງນັ້ນເປັນແນວໃດແລ້ວ, ພວກເຂົາກໍເວົ້າວ່າມັນໄດ້ຮັບການຈັດການເກືອບຮຽບຮ້ອຍແລ້ວ. ຄວາມຈິງກໍຄື ພວກເຂົາເຮັດວຽກແບບບິນດ່ຽວ, ບໍ່ໄດ້ປຶກສາຫາລືກັບໃຜ, ພວກເຂົາຕັດສິນໃຈທຸກຢ່າງດ້ວຍຕົນເອງ. ຖ້າເຈົ້າຖາມພວກເຂົາວ່າ “ມີຫຼັກການສຳລັບວິທີທີ່ເຈົ້າກຳລັງກະທຳຢູ່ບໍ?” ພວກເຂົາກໍຈະຍົກເອົາທິດສະດີທັງໝົດອອກມາພິສູດວ່າສິ່ງທີ່ພວກເຂົາກຳລັງເຮັດນັ້ນຖືກຕ້ອງ ແລະ ສອດຄ່ອງກັບຫຼັກການ. ໃນຄວາມເປັນຈິງແລ້ວ, ຄວາມຄິດຂອງພວກເຂົາບິດເບືອນ ແລະ ຜິດພາດ. ພວກເຂົາບໍ່ໄດ້ປຶກສາຫາລືກັບຄົນອື່ນເລີຍ ແຕ່ມີອຳນາດຕັດສິນໃຈໃນຂັ້ນສຸດທ້າຍສະເໝີ ໂດຍຕັດສິນໃຈດ້ວຍຕົນເອງ. ການຕັດສິນໃຈທີ່ເຮັດໂດຍຄົນຜູ້ດຽວມັກຈະມີຄວາມຜິດພາດໂດຍສ່ວນໃຫຍ່, ແລ້ວການຄິດວ່າຕົນເອງຖືກຕ້ອງ ແລະ ແນ່ນອນນີ້ແມ່ນອຸປະນິໄສຫຍັງ? ມັນຄືອຸປະນິໄສທີ່ອວດດີຢ່າງຊັດເຈນ. ພວກເຂົາມີອຸປະນິໄສທີ່ອວດດີ ແລະ ນັ້ນຄືເຫດຜົນທີ່ພວກເຂົາເປັນຜະເດັດການ, ນັ້ນຄືເຫດຜົນທີ່ພວກເຂົາກະທຳການຕາມໃຈມັກເຮັດສິ່ງທີ່ບໍ່ດີ. ມັນຄືລະບອບຜະເດັດການ, ການຜູກຂາດ. ນີ້ຄືອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາບໍ່ເຄີຍເຕັມໃຈທີ່ຈະຮ່ວມມືກັບໃຜ ແຕ່ເຫັນວ່າມັນເປັນສ່ວນເກີນທີ່ບໍ່ຈຳເປັນ. ພວກເຂົາຄິດສະເໝີວ່າພວກເຂົາເກັ່ງກວ່າຄົນອື່ນ, ວ່າບໍ່ມີໃຜທຽບກັບພວກເຂົາໄດ້. ນັ້ນຄືເຫດຜົນທີ່ໃນໃຈຂອງພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສບໍ່ມີຄວາມປາຖະໜາ ຫຼື ຄວາມຕັ້ງໃຈທີ່ຈະຮ່ວມມືກັບຄົນອື່ນ. ພວກເຂົາຕ້ອງການໃຫ້ສິ່ງທີ່ພວກເຂົາເວົ້າເປັນສິ່ງທີ່ຕ້ອງປະຕິບັດຕາມ; ພວກເຂົາຕ້ອງການຜູກຂາດ. ມີພຽງແຕ່ວິທີນັ້ນເທົ່ານັ້ນທີ່ພວກເຂົາຈະຮູ້ສຶກປິຕິຍິນດີ, ມີພຽງແຕ່ວິທີນັ້ນເທົ່ານັ້ນທີ່ພວກເຂົາຈະສາມາດສະແດງຄວາມເໜືອກວ່າຂອງພວກເຂົາ, ເຮັດໃຫ້ຄົນອື່ນຮູ້ສຶກປະທັບໃຈ ແລະ ນະມັດສະການພວກເຂົາ.
ມີອີກສ່ວນໜຶ່ງຂອງມັນ, ເຊິ່ງກໍຄືພວກຕໍ່ຕ້ານພຣະຄຣິສປາຖະໜາທີ່ຈະມີອຳນາດເດັດຂາດສະເໝີ, ທີ່ຈະມີສິດໃນການຕັດສິນໃຈພຽງຜູ້ດຽວ ແລະ ເປັນຜູ້ຕັດສິນໃຈຂັ້ນສຸດທ້າຍ. ດ້ານນີ້ຂອງອຸປະນິໄສຂອງພວກເຂົາກໍຍັງເຮັດໃຫ້ພວກເຂົາບໍ່ສາມາດຮ່ວມມືກັບຄົນອື່ນໄດ້. ຖ້າເຈົ້າຖາມພວກເຂົາວ່າພວກເຂົາເຕັມໃຈທີ່ຈະຮ່ວມມື ຫຼື ບໍ່, ພວກເຂົາກໍເວົ້າວ່າພວກເຂົາເຕັມໃຈ, ແຕ່ເມື່ອເຖິງເວລາທີ່ຈະເຮັດແນວນັ້ນ, ພວກເຂົາກໍເຮັດບໍ່ໄດ້. ນີ້ຄືອຸປະນິໄສຂອງພວກເຂົາ. ເປັນຫຍັງພວກເຂົາຈຶ່ງເຮັດບໍ່ໄດ້? ຖ້າສົມມຸດວ່າຜູ້ຕໍ່ຕ້ານພຣະຄຣິສເປັນຮອງຫົວໜ້າທີມ ແລະ ຄົນອື່ນເປັນຫົວໜ້າທີມ, ຄົນທີ່ມີທຳມະຊາດ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສນັ້ນກໍຈະປ່ຽນຈາກຮອງຫົວໜ້າທີມໄປເປັນຫົວໜ້າທີມ ແລະ ຈາກນັ້ນ ຫົວໜ້າທີມກໍຈະກາຍເປັນຜູ້ຊ່ວຍຂອງພວກເຂົາ. ພວກເຂົາຈະພິກປີ້ນມັນ. ພວກເຂົາຈະເຮັດໃຫ້ສິ່ງນີ້ສຳເລັດໄດ້ແນວໃດ? ພວກເຂົາມີເລ່ຫຼ່ຽມຫຼາຍຢ່າງ. ອົງປະກອບໜຶ່ງຂອງເລ່ຫຼ່ຽມຂອງພວກເຂົາກໍຄື ພວກເຂົາໃຊ້ປະໂຫຍດຈາກຊ່ວງເວລາທີ່ພວກເຂົາກຳລັງລົງມືປະຕິບັດຕໍ່ໜ້າອ້າຍເອື້ອຍນ້ອງ, ເຊິ່ງເປັນຊ່ວງເວລາທີ່ທຸກຄົນສ່ວນໃຫຍ່ສາມາດເຫັນພວກເຂົາ, ເພື່ອເວົ້າ ແລະ ກະທຳຫຼາຍຢ່າງ ແລະ ອວດຕົວເອງ, ເພື່ອເຮັດໃຫ້ຜູ້ຄົນຍົກຍ້ອງພວກເຂົາ ແລະ ຍອມຮັບວ່າພວກເຂົາເກັ່ງກວ່າຫົວໜ້າທີມຫຼາຍ ແລະ ວ່າພວກເຂົາໄດ້ລື່ນກາຍຫົວໜ້າທີມໄປແລ້ວ. ແລະ ເມື່ອເວລາຜ່ານໄປ, ອ້າຍເອື້ອຍນ້ອງກໍຈະເວົ້າວ່າຫົວໜ້າທີມບໍ່ເກັ່ງເທົ່າກັບຮອງຫົວໜ້າທີມ. ຜູ້ຕໍ່ຕ້ານພຣະຄຣິສດີໃຈທີ່ໄດ້ຍິນສິ່ງນີ້; ພວກເຂົາຄິດວ່າ: “ໃນທີ່ສຸດ, ພວກເຂົາກໍຍອມຮັບວ່າຂ້ອຍເກັ່ງກວ່າຫົວໜ້າທີມ. ຂ້ອຍໄດ້ບັນລຸເປົ້າໝາຍຂອງຂ້ອຍແລ້ວ”. ພາຍໃຕ້ສະຖານະການປົກກະຕິ, ຄວາມຮັບຜິດຊອບ ແລະ ພັນທະທີ່ຮອງຫົວໜ້າທີມຄວນປະຕິບັດໃຫ້ສຳເລັດແມ່ນຫຍັງ? ພວກເຂົາຕ້ອງຮ່ວມມືກັບຫົວໜ້າທີມໃນການດຳເນີນການ ແລະ ຈັດຕັ້ງປະຕິບັດວຽກງານທີ່ຄຣິສຕະຈັກຈັດແຈງ ແລະ ຍົກປະເດັນຕ່າງໆຂຶ້ນມາຫາຫົວໜ້າທີມ ແລະ ກະຕຸ້ນພວກເຂົາ ແລະ ຊີ້ນໍາພວກເຂົາ ແລະ ປຶກສາຫາລືຮ່ວມກັນກັບພວກເຂົາ. ຫົວໜ້າທີມຕ້ອງຮັບບົດບາດນໍາພາຫຼັກ; ຮອງຫົວໜ້າທີມຕ້ອງຄອຍໜູນຫຼັງພວກເຂົາ ແລະ ຮ່ວມມືກັບພວກເຂົາໃນການເບິ່ງແຍງໃຫ້ທຸກໂຄງການວຽກງານໄດ້ຮັບການດູແລເປັນຢ່າງດີ. ນອກເໜືອຈາກການບໍ່ທຳລາຍສິ່ງຕ່າງໆແລ້ວ, ທຸກຢ່າງຕ້ອງເຮັດໂດຍການຮ່ວມມືກັບຫົວໜ້າທີມ, ເພື່ອໃຫ້ວຽກງານທີ່ຈະເຮັດນັ້ນສຳເລັດຜົນດ້ວຍດີ. ຖ້າການກະທຳຂອງຫົວໜ້າທີມລະເມີດຫຼັກການ, ຮອງຫົວໜ້າທີມກໍຕ້ອງຍົກປະເດັນນັ້ນຂຶ້ນມາຫາພວກເຂົາ ແລະ ຊ່ວຍເຫຼືອພວກເຂົາ ແລະ ແກ້ໄຂຂໍ້ຜິດພາດນັ້ນ. ແລະ ສຳລັບທຸກສິ່ງທີ່ຫົວໜ້າທີມເຮັດຖືກຕ້ອງ ແລະ ດີ ແລະ ສອດຄ່ອງກັບຫຼັກການຄວາມຈິງ, ຮອງຫົວໜ້າທີມຕ້ອງສະໜັບສະໜູນ ແລະ ຊ່ວຍເຫຼືອ ແລະ ໃຊ້ຄວາມພະຍາຍາມຢ່າງເຕັມທີ່ໃນການຮັບໃຊ້ສິ່ງນີ້ ແລະ ມີໃຈດຽວກັບຫົວໜ້າທີມເພື່ອເຮັດວຽກງານໃຫ້ດີ. ຖ້າບັນຫາເກີດຂຶ້ນ ຫຼື ຖ້າພົບບັນຫາ, ທັງສອງຄົນຕ້ອງປຶກສາຫາລືກັນກ່ຽວກັບການແກ້ໄຂບັນຫານັ້ນ. ບາງຄັ້ງ, ມີສອງຢ່າງທີ່ຕ້ອງເຮັດໃນເວລາດຽວກັນ; ເມື່ອທັງສອງຄົນໄດ້ປຶກສາຫາລືກັນແລ້ວ, ແຕ່ລະຄົນກໍຕ້ອງເບິ່ງແຍງວຽກງານຂອງຕົນເອງຢ່າງດີ, ໂດຍແຍກກັນເຮັດ. ນັ້ນຄືການຮ່ວມມື, ການຮ່ວມມືທີ່ກົມກຽວ. ພວກຕໍ່ຕ້ານພຣະຄຣິສຮ່ວມມືກັບຄົນອື່ນໃນລັກສະນະນີ້ບໍ? ບໍ່ຢ່າງແນ່ນອນ. ຖ້າເປັນຜູ້ຕໍ່ຕ້ານພຣະຄຣິສທີ່ຮັບໃຊ້ໃນຖານະຮອງຫົວໜ້າທີມ, ພວກເຂົາກໍຈະຄິດຫາວິທີວ່າພວກເຂົາຕ້ອງເຮັດແນວໃດເພື່ອສລັບຕຳແໜ່ງກັບຫົວໜ້າທີມ, ເພື່ອປ່ຽນຫົວໜ້າທີມໃຫ້ເປັນຜູ້ຊ່ວຍ ແລະ ຜູ້ຊ່ວຍໃຫ້ເປັນຫົວໜ້າທີມ, ດ້ວຍເຫດນີ້ຈຶ່ງກຳອຳນາດ. ພວກເຂົາສັ່ງໃຫ້ຫົວໜ້າທີມເຮັດນັ້ນເຮັດນີ້, ໂດຍສະແດງໃຫ້ທຸກຄົນເຫັນວ່າພວກເຂົາເກັ່ງກວ່າຫົວໜ້າທີມຫຼາຍ, ວ່າພວກເຂົາເໝາະສົມທີ່ຈະເປັນຫົວໜ້າທີມ. ດ້ວຍວິທີນີ້, ຊື່ສຽງຂອງພວກເຂົາຈຶ່ງເພີ່ມຂຶ້ນໃນທ່າມກາງຄົນອື່ນ ແລະ ຈາກນັ້ນ ພວກເຂົາກໍຖືກເລືອກໃຫ້ເປັນຫົວໜ້າທີມໂດຍທຳມະຊາດ. ພວກເຂົາຕັ້ງໃຈເຮັດໃຫ້ຫົວໜ້າທີມເບິ່ງຄືຄົນໂງ່ ແລະ ເສຍໜ້າ, ເພື່ອໃຫ້ຄົນອື່ນດູຖູກພວກເຂົາ. ຈາກນັ້ນ, ດ້ວຍຄຳເວົ້າຂອງພວກເຂົາ, ພວກເຂົາກໍເຍາະເຍີ້ຍຫົວໜ້າທີມ ແລະ ສຽດສີພວກເຂົາ ແລະ ເປີດໂປງ ແລະ ດູຖູກພວກເຂົາ. ເທື່ອລະເລັກເທື່ອລະນ້ອຍ, ຄວາມແຕກຕ່າງລະຫວ່າງທັງສອງກໍໃຫຍ່ຂຶ້ນເລື້ອຍໆ ແລະ ຕຳແໜ່ງທີ່ພວກເຂົາມີຢູ່ໃນໃຈຂອງຜູ້ຄົນກໍແຕກຕ່າງກັນຫຼາຍຂຶ້ນເລື້ອຍໆ. ດ້ວຍເຫດນີ້ ຜູ້ຕໍ່ຕ້ານພຣະຄຣິສຈຶ່ງກາຍເປັນຫົວໜ້າທີມໃນທີ່ສຸດ, ພວກເຂົາໄດ້ຊະນະໃຈຜູ້ຄົນໃຫ້ມາຢູ່ຝ່າຍພວກເຂົາ. ດ້ວຍອຸປະນິໄສຄືກັບຂອງພວກເຂົາ, ແລ້ວພວກເຂົາຈະສາມາດຮ່ວມມືຢ່າງກົມກຽວກັບຄົນອື່ນໄດ້ບໍ? ບໍ່. ບໍ່ວ່າພວກເຂົາຈະຢູ່ໃນສະຖານທີ່ໃດກໍຕາມ, ພວກເຂົາກໍຕ້ອງການເປັນຜູ້ທີ່ມີບົດບາດຫຼັກ, ຕ້ອງການຄອບຄອງແຕ່ພຽງຜູ້ດຽວ, ຕ້ອງການກຳອຳນາດໄວ້ໃນມືຂອງພວກເຂົາເອງ. ບໍ່ວ່າຕຳແໜ່ງຂອງເຈົ້າຈະເປັນຫົວໜ້າ ຫຼື ຜູ້ຊ່ວຍ, ຕຳແໜ່ງໃຫຍ່ ຫຼື ນ້ອຍ, ໃນສາຍຕາຂອງພວກເຂົາແລ້ວ ສະຖານະ ແລະ ອຳນາດຕ້ອງຕົກເປັນຂອງພວກເຂົາພຽງຜູ້ດຽວບໍ່ຊ້າກໍໄວ. ບໍ່ວ່າຈະເປັນໃຜກໍຕາມທີ່ກຳລັງປະຕິບັດໜ້າທີ່ກັບພວກເຂົາ ຫຼື ເຮັດໂຄງການວຽກງານໃດໜຶ່ງກັບພວກເຂົາ ຫຼື ແມ່ນແຕ່ຖົກຖຽງບັນຫາໃດໜຶ່ງກັບພວກເຂົາ, ພວກເຂົາກໍຍັງຄົງເປັນຄົນທີ່ໂດດດ່ຽວທີ່ກະທຳການດ້ວຍຕົນເອງ. ພວກເຂົາບໍ່ຮ່ວມມືກັບໃຜເລີຍ. ບໍ່ມີໃຜໄດ້ຮັບອະນຸຍາດໃຫ້ມີບາລະມີ ຫຼື ຕຳແໜ່ງດຽວກັນກັບພວກເຂົາ, ທັງບໍ່ມີຄວາມສາມາດ ຫຼື ຊື່ສຽງດຽວກັນ. ທັນທີທີ່ມີຄົນລື່ນກາຍພວກເຂົາ ແລະ ຄຸກຄາມສະຖານະຂອງພວກເຂົາ, ພວກເຂົາກໍຈະພະຍາຍາມພິກສະຖານະການ, ດ້ວຍທຸກວິທີທາງທີ່ມີ. ຕົວຢ່າງ: ທຸກຄົນກຳລັງປຶກສາຫາລືກ່ຽວກັບເລື່ອງໃດໜຶ່ງ ແລະ ເມື່ອການປຶກສາຫາລືໃກ້ຈະໄດ້ຜົນສະຫຼຸບ, ພວກເຂົາກໍຈະເຂົ້າໃຈສິ່ງນີ້ໄດ້ໃນທັນທີ ແລະ ຮູ້ວ່າຈະຕ້ອງເຮັດຫຍັງ. ພວກເຂົາຈະເວົ້າວ່າ: “ເລື່ອງນີ້ຍາກທີ່ຈະຈັດການແທ້ໆບໍ? ມັນຍັງຕ້ອງການການປຶກສາຫາລືແບບນີ້ຢູ່ບໍ? ສິ່ງທີ່ພວກເຈົ້າເວົ້າມານັ້ນໃຊ້ການບໍ່ໄດ້ເລີຍ!” ແລະ ພວກເຂົາກໍຈະສະເໜີທິດສະດີໃໝ່ ຫຼື ແນວຄວາມຄິດທີ່ຟັງເບິ່ງສູງສົ່ງເຊິ່ງບໍ່ມີໃຜຄິດອອກ, ໃນທີ່ສຸດກໍຫັກລ້າງມຸມມອງຂອງທຸກຄົນ. ເມື່ອພວກເຂົາເຮັດແນວນັ້ນແລ້ວ, ມັນກໍຈະເຮັດໃຫ້ຜູ້ຄົນຄິດວ່າ: “ພວກເຂົາຢູ່ສູງແທ້ໆ; ເປັນຫຍັງພວກເຮົາຈຶ່ງຄິດບໍ່ອອກ? ພວກເຮົາເປັນພຽງຝູງຊົນທີ່ໂງ່ຈ້າ. ແບບນັ້ນບໍ່ໄດ້ການ. ພວກເຮົາຕ້ອງການໃຫ້ເຈົ້າມານໍາພາ!” ນັ້ນຄືຜົນທີ່ຜູ້ຕໍ່ຕ້ານພຣະຄຣິສຕ້ອງການ; ພວກເຂົາມັກຈະເວົ້າໂມ້ກ່ຽວກັບແນວຄວາມຄິດທີ່ຟັງເບິ່ງສູງສົ່ງຢູ່ສະເໝີ, ເພື່ອທີ່ພວກເຂົາຈະສາມາດສ້າງພາບລັກທີ່ເປັນເອກະລັກ ແລະ ຊະນະການຍົກຍ້ອງຈາກຄົນອື່ນ. ແລະ ໃນທີ່ສຸດ ຜູ້ຄົນມີຄວາມປະທັບໃຈແນວໃດຕໍ່ພວກເຂົາ? ວ່າແນວຄວາມຄິດຂອງພວກເຂົານັ້ນເໜືອກວ່າຄົນທຳມະດາ, ສູງສົ່ງກວ່າຄົນທຳມະດາ. ສູງສົ່ງສໍ່າໃດ? ຖ້າພວກເຂົາບໍ່ຢູ່ທີ່ນັ້ນ, ກຸ່ມກໍບໍ່ສາມາດຕັດສິນໃຈ ຫຼື ສະຫຼຸບຫຍັງໄດ້, ສະນັ້ນ ພວກເຂົາຈຶ່ງຕ້ອງລໍຖ້າໃຫ້ຜູ້ຕໍ່ຕ້ານພຣະຄຣິສມາ ແລະ ເວົ້າບາງຢ່າງ. ເມື່ອພວກເຂົາເວົ້າແລ້ວ, ທຸກຄົນກໍຊື່ນຊົມພວກເຂົາ ແລະ ຖ້າສິ່ງທີ່ພວກເຂົາເວົ້ານັ້ນຫຼອກລວງ, ທຸກຄົນກໍຍັງເວົ້າວ່າມັນສູງສົ່ງ. ໃນເລື່ອງນີ້, ພວກເຂົາບໍ່ໄດ້ກຳລັງເຮັດໃຫ້ຜູ້ຄົນຫຼົງຜິດບໍ? ແລ້ວເປັນຫຍັງພວກເຂົາຈຶ່ງບໍ່ສາມາດຮ່ວມມືກັບໃຜໄດ້? ພວກເຂົາຮູ້ສຶກວ່າ: “ການຮ່ວມມືກັບຜູ້ຄົນຄືການເອົາຕົວເອງໄປຢູ່ໃນລະດັບດຽວກັນກັບພວກເຂົາ. ເສືອສອງໂຕຈະຢູ່ພູດຽວກັນໄດ້ບໍ? ມີພຽງແຕ່ລາຊາຜູ້ດຽວເທົ່ານັ້ນທີ່ຈະຄອງພູເຂົານີ້ ແລະ ຕຳແໜ່ງລາຊານັ້ນກໍຈະຕົກເປັນຂອງຜູ້ໃດກໍຕາມທີ່ສາມາດຄອບຄອງມັນໄດ້ ແລະ ຄົນທີ່ມີຄວາມສາມາດຄືຂ້ອຍນີ້ແຫຼະທີ່ສາມາດເຮັດໄດ້. ພວກເຈົ້າທຸກຄົນບໍ່ໄດ້ສະຫຼາດປານໃດ; ຄວາມສາມາດຂອງພວກເຈົ້າກໍຕ່ຳ ແລະ ພວກເຈົ້າກໍຂີ້ຢ້ານ. ແລະ ນອກຈາກນັ້ນ, ພວກເຈົ້າກໍບໍ່ເຄີຍໂກງ ຫຼື ຫຼອກລວງຜູ້ຄົນໃນໂລກ. ພວກເຈົ້າພຽງແຕ່ຖືກຄົນອື່ນຫຼອກລວງ. ມີພຽງຂ້ອຍຜູ້ດຽວເທົ່ານັ້ນທີ່ມີຄຸນສົມບັດທີ່ຈະເປັນຜູ້ນໍາຢູ່ທີ່ນີ້!” ສຳລັບພວກເຂົາແລ້ວ, ສິ່ງທີ່ບໍ່ດີຈຶ່ງກາຍເປັນສິ່ງທີ່ດີ. ພວກເຂົາອວດສິ່ງທີ່ບໍ່ດີເຫຼົ່ານີ້ຂອງພວກເຂົາ. ນັ້ນບໍ່ແມ່ນເລື່ອງທີ່ໜ້າບໍ່ອາຍບໍ? ເປັນຫຍັງພວກເຂົາຈຶ່ງເວົ້າສິ່ງເຫຼົ່ານີ້? ແລ້ວຈຸດປະສົງຂອງການທີ່ພວກເຂົາກະທຳແບບນີ້ແມ່ນຫຍັງ? ມັນແມ່ນເພື່ອເປັນຜູ້ນໍາ, ເພື່ອຍຶດຄອງຕຳແໜ່ງສູງສຸດ, ບໍ່ວ່າກຸ່ມຄົນທີ່ພວກເຂົາຢູ່ຈະໃຫຍ່ສໍ່າໃດກໍຕາມ. ນັ້ນບໍ່ແມ່ນເຈດຕະນາຂອງພວກເຂົາບໍ? (ແມ່ນແລ້ວ). ສະນັ້ນ, ພວກເຂົາຈຶ່ງຄິດຫາທຸກວິທີທາງເພື່ອດູຖູກ, ຢຽບຢໍ່າ ແລະ ເຍາະເຍີ້ຍທຸກຄົນ ແລະ ຈາກນັ້ນກໍສະເໜີແນວຄວາມຄິດທີ່ຟັງເບິ່ງສູງສົ່ງຂອງພວກເຂົາເອງ, ເພື່ອໂນ້ມນ້າວທຸກຄົນ ແລະ ໃຫ້ທຸກຄົນເຮັດຕາມທີ່ພວກເຂົາເວົ້າ. ນັ້ນແມ່ນການຮ່ວມມືບໍ? ບໍ່, ມັນແມ່ນຫຍັງ? ສິ່ງນີ້ສອດຄ່ອງກັບຂໍ້ທີແປດ, ເຊິ່ງພວກເຮົາກຳລັງເວົ້າເຖິງ: ພວກເຂົາພຽງແຕ່ຈະເຮັດໃຫ້ຄົນອື່ນເຊື່ອຟັງພວກເຂົາ, ບໍ່ແມ່ນຄວາມຈິງ ຫຼື ພຣະເຈົ້າ. ສິ່ງນີ້ຖືກກ່າວເຖິງໃນເລື່ອງການຮ່ວມມື. ຜູ້ຕໍ່ຕ້ານພຣະຄຣິສ, ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ໃນຄຳເວົ້າ ຫຼື ໃນການກະທຳຂອງພວກເຂົາ ແມ່ນສາມາດປະຕິບັດໜ້າທີ່ຂອງຕົນໂດຍການຮ່ວມມືກັບຄົນອື່ນໄດ້ບໍ? (ບໍ່). ພວກເຂົາບໍ່ຮ່ວມມື, ແຕ່ພຽງແຕ່ຮຽກຮ້ອງໃຫ້ຄົນອື່ນປະຕິບັດຕາມຄຳເວົ້າ ແລະ ການກະທຳຂອງພວກເຂົາ. ແລ້ວພວກເຂົາສາມາດຮັບເອົາຄຳແນະນໍາຈາກຄົນອື່ນໄດ້ບໍ? ແນ່ນອນວ່າບໍ່ໄດ້. ບໍ່ວ່າຄົນອື່ນຈະໃຫ້ຄຳແນະນໍາຫຍັງແກ່ພວກເຂົາ, ພວກເຂົາກໍເມີນເສີຍຕໍ່ມັນ. ພວກເຂົາບໍ່ຖາມຫາລາຍລະອຽດ ຫຼື ເຫດຜົນ, ທັງບໍ່ຖາມວ່າຄວນຈັດການກັບສິ່ງຕ່າງໆແນວໃດແທ້, ແຮງບໍ່ຕ້ອງເວົ້າເຖິງການທີ່ພວກເຂົາຈະສະແຫວງຫາຫຼັກການຄວາມຈິງ. ທີ່ຮ້າຍແຮງໄປກວ່ານັ້ນ, ພວກເຂົາບໍ່ຖາມເຮົາດ້ວຍຊໍ້າ ເມື່ອເຮົາຢູ່ຕໍ່ໜ້າພວກເຂົາ, ພວກເຂົາປະຕິບັດຕໍ່ເຮົາຄືກັບວ່າເຮົາບໍ່ມີຕົວຕົນ. ເຮົາຖາມພວກເຂົາວ່າພວກເຂົາມີບັນຫາຫຍັງບໍ່ ແລະ ພວກເຂົາກໍເວົ້າວ່າບໍ່ມີ. ເຫັນໄດ້ຢ່າງຊັດເຈນວ່າ ພວກເຂົາບໍ່ຮູ້ວ່າຈະເຮັດແນວໃດກ່ຽວກັບສິ່ງທີ່ຫາກໍເກີດຂຶ້ນ, ແຕ່ພວກເຂົາກໍບໍ່ຖາມເຮົາ, ເຖິງແມ່ນວ່າເຮົາຈະຢູ່ຕໍ່ໜ້າພວກເຂົາກໍຕາມ. ແລ້ວພວກເຂົາສາມາດຮ່ວມມືກັບຄົນອື່ນໄດ້ບໍ? ບໍ່ມີໃຜມີຄຸນສົມບັດທີ່ຈະເປັນຄູ່ຮ່ວມງານຂອງພວກເຂົາ, ເປັນໄດ້ພຽງແຕ່ທາດ ແລະ ຜູ້ຮັບໃຊ້ຂອງພວກເຂົາເທົ່ານັ້ນ. ມັນບໍ່ແມ່ນແບບນັ້ນບໍ? ບາງຄົນໃນພວກເຂົາອາດຈະມີຄູ່ຮ່ວມງານ, ແຕ່ໃນຄວາມເປັນຈິງແລ້ວ, ຄູ່ຮ່ວມງານເຫຼົ່ານັ້ນຂອງພວກເຂົາກໍຄືຜູ້ຮັບໃຊ້ຂອງພວກເຂົາ, ເຊິ່ງບໍ່ຕ່າງຫຍັງກັບຫຸ່ນເຊີດ. ພວກເຂົາເວົ້າວ່າ: “ໄປບ່ອນນີ້” ແລະ ຄູ່ຮ່ວມງານຂອງພວກເຂົາກໍໄປ; “ໄປບ່ອນນັ້ນ” ແລະ ຄູ່ຮ່ວມງານຂອງພວກເຂົາກໍໄປ; ຄູ່ຮ່ວມງານຂອງພວກເຂົາຮູ້ໃນສິ່ງທີ່ພວກເຂົາຢາກໃຫ້ຮູ້ ແລະ ສຳລັບສິ່ງທີ່ພວກເຂົາບໍ່ຢາກໃຫ້ຮູ້, ຄູ່ຮ່ວມງານກໍບໍ່ກ້າຖາມດ້ວຍຊໍ້າ. ສິ່ງຕ່າງໆເປັນໄປຕາມທີ່ພວກເຂົາເວົ້າ. ບາງຄົນອາດຈະເວົ້າກັບພວກເຂົາວ່າ: “ແບບນີ້ບໍ່ໄດ້ການ. ມີບາງຢ່າງທີ່ເຈົ້າບໍ່ສາມາດຮັບຜິດຊອບພຽງຜູ້ດຽວໄດ້. ເຈົ້າຕ້ອງຊອກຫາຄົນມາຮ່ວມມືນຳ, ຄົນທີ່ຈະຊີ້ນໍາເຈົ້າ. ຍິ່ງໄປກວ່ານັ້ນ, ມີວຽກງານບາງຢ່າງທີ່ເຈົ້າຈັດການບໍ່ຄ່ອຍດີໃນອະດີດ. ເຈົ້າຈຳເປັນຕ້ອງຊອກຫາຄົນທີ່ມີຄວາມສາມາດ, ທີ່ມີຄວາມສາມາດໃນການເຮັດວຽກ, ມາຮ່ວມມືກັບເຈົ້າ ແລະ ຊ່ວຍເຫຼືອເຈົ້າ. ເຈົ້າຕ້ອງປົກປ້ອງວຽກງານຂອງຄຣິສຕະຈັກ ແລະ ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ!” ພວກເຂົາຈະເວົ້າແນວໃດຕໍ່ເລື່ອງນັ້ນ? “ຖ້າເຈົ້າໄລ່ຄູ່ຮ່ວມງານຂອງຂ້ອຍອອກ, ກໍບໍ່ມີໃຜອື່ນທີ່ເໝາະສົມທີ່ຈະຮ່ວມມືກັບຂ້ອຍ”. ສິ່ງທີ່ພວກເຂົາເວົ້ານີ້ແມ່ນຫຍັງ? ມັນໝາຍຄວາມວ່າພວກເຂົາຈະບໍ່ມີຄູ່ຮ່ວມງານ ຫຼື ວ່າພວກເຂົາບໍ່ສາມາດຊອກຫາຜູ້ຮັບໃຊ້ ແລະ ທາດແບບນັ້ນໄດ້? ພວກເຂົາຢ້ານວ່າພວກເຂົາຈະບໍ່ສາມາດຊອກຫາທາດ ຫຼື ຜູ້ຮັບໃຊ້ແບບນັ້ນໄດ້, “ຄູ່ຮ່ວມງານ” ແບບນັ້ນທີ່ເຮັດຕາມຄຳສັ່ງຂອງພວກເຂົາເທົ່ານັ້ນ. ພວກເຈົ້າຈະເວົ້າວ່າຂໍ້ທ້າທາຍທີ່ພວກເຂົາຍົກຂຶ້ນມານີ້ຄວນໄດ້ຮັບການແກ້ໄຂແນວໃດ? ເຈົ້າອາດຈະເວົ້າວ່າ: “ໂອ້, ເຈົ້າຊອກຫາຄູ່ຮ່ວມງານບໍ່ໄດ້ບໍ? ຄັນຊັ້ນ ເຈົ້າກໍບໍ່ຈຳເປັນຕ້ອງເຮັດວຽກໃນໂຄງການນີ້, ໃຫ້ຜູ້ໃດກໍຕາມທີ່ມີຄູ່ຮ່ວມງານເຮັດແທນ”. ບັນຫາບໍ່ໄດ້ຖືກແກ້ໄຂດ້ວຍວິທີນີ້ບໍ? ຖ້າບໍ່ມີໃຜເໝາະສົມທີ່ຈະຮ່ວມມືກັບເຈົ້າ ແລະ ບໍ່ມີໃຜສາມາດຮ່ວມມືກັບເຈົ້າໄດ້, ແລ້ວເຈົ້າເປັນຕົວຫຍັງກັນແທ້? ເຈົ້າເປັນສັດປະຫຼາດ, ເປັນຕົວປະຫຼາດ. ຜູ້ທີ່ມີເຫດຜົນຢ່າງແທ້ຈິງ ຢ່າງໜ້ອຍກໍສາມາດຮ່ວມມືກັບຄົນທົ່ວໄປໄດ້, ເວັ້ນເສຍແຕ່ວ່າຄົນນັ້ນມີຄວາມສາມາດຕ່ຳເກີນໄປ. ແບບນັ້ນຈະໃຊ້ການບໍ່ໄດ້. ສິ່ງທຳອິດທີ່ຄົນທີ່ມີເຫດຜົນຕ້ອງເຮັດກໍຄືການຮຽນຮູ້ທີ່ຈະຮ່ວມມືກັບຄົນອື່ນໃນການປະຕິບັດໜ້າທີ່ຂອງຕົນ. ພວກເຂົາຕ້ອງສາມາດຮ່ວມມືກັບໃຜກໍໄດ້, ເວັ້ນເສຍແຕ່ວ່າຄົນນັ້ນເປັນຄົນປຶກ ຫຼື ເປັນມານຮ້າຍ, ເຊິ່ງໃນກໍລະນີດັ່ງກ່າວ ກໍບໍ່ມີທາງທີ່ຈະຮ່ວມມືກັບພວກເຂົາໄດ້. ມັນເປັນເລື່ອງທີ່ສຳຄັນຫຼາຍ, ການທີ່ສາມາດຮ່ວມມືກັບຄົນສ່ວນໃຫຍ່ໄດ້, ມັນເປັນສັນຍານຂອງເຫດຜົນທີ່ປົກກະຕິ.
ລັກສະນະທີ່ຊັດເຈນທີ່ສຸດຢ່າງໜຶ່ງຂອງແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສກໍຄື ພວກເຂົາຜູກຂາດອຳນາດ ແລະ ດຳເນີນການຜະເດັດການຂອງພວກເຂົາເອງ: ພວກເຂົາບໍ່ຟັງໃຜ, ພວກເຂົາບໍ່ເຄົາລົບໃຜ ແລະ ບໍ່ວ່າຈຸດແຂງຂອງຜູ້ຄົນຈະເປັນແນວໃດ ຫຼື ມຸມມອງທີ່ຖືກຕ້ອງ ຫຼື ຄວາມຄິດເຫັນທີ່ສະຫຼາດສ່ອງໃສທີ່ພວກເຂົາອາດຈະສະແດງອອກ ຫຼື ວິທີການທີ່ເໝາະສົມທີ່ພວກເຂົາອາດຈະສະເໜີມານັ້ນຈະເປັນແນວໃດກໍຕາມ, ພວກເຂົາກໍບໍ່ສົນໃຈ; ມັນເບິ່ງຄືວ່າບໍ່ມີໃຜມີຄຸນສົມບັດທີ່ຈະຮ່ວມມືກັບພວກເຂົາ ຫຼື ມີສ່ວນຮ່ວມໃນສິ່ງໃດກໍຕາມທີ່ພວກເຂົາເຮັດ. ນີ້ຄືປະເພດຂອງອຸປະນິໄສທີ່ຜູ້ຕໍ່ຕ້ານພຣະຄຣິສມີ. ບາງຄົນເວົ້າວ່າ ນີ້ຄືການມີຄວາມເປັນມະນຸດທີ່ບໍ່ດີ ແຕ່ມັນຈະເປັນຄວາມເປັນມະນຸດທີ່ບໍ່ດີແບບທົ່ວໄປໄດ້ແນວໃດ? ນີ້ຄືອຸປະນິໄສແບບຊາຕານຢ່າງສິ້ນເຊີງ ແລະ ອຸປະນິໄສດັ່ງກ່າວກໍໂຫດຮ້າຍທີ່ສຸດ. ເປັນຫຍັງເຮົາຈຶ່ງເວົ້າວ່າອຸປະນິໄສຂອງພວກເຂົາໂຫດຮ້າຍທີ່ສຸດ? ຜູ້ຕໍ່ຕ້ານພຣະຄຣິສຍຶດເອົາທຸກຢ່າງຈາກເຮືອນຂອງພຣະເຈົ້າ ແລະ ຊັບສິນຂອງຄຣິສຕະຈັກມາເປັນຂອງພວກເຂົາເອງ ແລະ ປະຕິບັດຕໍ່ສິ່ງເຫຼົ່ານັ້ນຄືກັບວ່າເປັນຊັບສິນສ່ວນຕົວຂອງພວກເຂົາ, ເຊິ່ງທັງໝົດນີ້ຕ້ອງຢູ່ພາຍໃຕ້ການຄວບຄຸມຂອງພວກເຂົາ ແລະ ພວກເຂົາບໍ່ອະນຸຍາດໃຫ້ໃຜເຂົ້າມາແຊກແຊງໃນເລື່ອງນີ້. ສິ່ງດຽວທີ່ພວກເຂົາຄິດເຖິງເມື່ອເຮັດວຽກງານຂອງຄຣິສຕະຈັກກໍຄືຜົນປະໂຫຍດຂອງພວກເຂົາເອງ, ສະຖານະຂອງພວກເຂົາເອງ ແລະ ຄວາມທະນົງຕົວຂອງພວກເຂົາເອງ. ພວກເຂົາບໍ່ອະນຸຍາດໃຫ້ໃຜມາທຳລາຍຜົນປະໂຫຍດຂອງພວກເຂົາ, ແຮງບໍ່ຕ້ອງເວົ້າເຖິງການທີ່ພວກເຂົາຈະອະນຸຍາດໃຫ້ຄົນທີ່ມີຄວາມສາມາດ ຫຼື ຄົນທີ່ສາມາດເວົ້າເຖິງຄຳພະຍານຈາກປະສົບການຂອງຕົນມາຄຸກຄາມຊື່ສຽງ ແລະ ສະຖານະຂອງພວກເຂົາ. ແລະ ດ້ວຍເຫດນີ້, ພວກເຂົາຈຶ່ງພະຍາຍາມກົດຂີ່ ແລະ ກີດກັນຄົນທີ່ສາມາດເວົ້າເຖິງຄຳພະຍານຈາກປະສົບການ ແລະ ຄົນທີ່ສາມາດໂອ້ລົມຄວາມຈິງ ແລະ ຈັດຫາໃຫ້ຜູ້ຄົນທີ່ພຣະເຈົ້າເລືອກນັ້ນອອກໄປໃນຖານະຄູ່ແຂ່ງ ແລະ ພວກເຂົາພະຍາຍາມຢ່າງສຸດຂີດທີ່ຈະເຮັດໃຫ້ຄົນເຫຼົ່ານັ້ນໂດດດ່ຽວຈາກຄົນອື່ນຢ່າງສິ້ນເຊີງ, ເພື່ອທຳລາຍຊື່ສຽງຂອງພວກເຂົາຢ່າງຍ່ອຍຍັບ ແລະ ໂຄ່ນລົ້ມພວກເຂົາ. ເມື່ອນັ້ນ ພວກຕໍ່ຕ້ານພຣະຄຣິສຈຶ່ງຈະຮູ້ສຶກສະຫງົບ. ຖ້າຄົນເຫຼົ່ານີ້ບໍ່ມີຄວາມຄິດລົບຈັກເທື່ອ ແລະ ສາມາດສືບຕໍ່ປະຕິບັດໜ້າທີ່ຂອງຕົນ, ເວົ້າເຖິງຄຳພະຍານຂອງພວກເຂົາ ແລະ ສະໜັບສະໜູນຄົນອື່ນ, ແລ້ວພວກຕໍ່ຕ້ານພຣະຄຣິສກໍຈະຫັນໄປໃຊ້ວິທີສຸດທ້າຍຂອງພວກເຂົາ, ເຊິ່ງກໍຄືການຈັບຜິດພວກເຂົາ ແລະ ຕັດສິນໂທດພວກເຂົາ ຫຼື ໃສ່ຮ້າຍພວກເຂົາ ແລະ ສ້າງເລື່ອງຂຶ້ນມາເພື່ອທໍລະມານພວກເຂົາ, ຈົນກວ່າພວກເຂົາຈະກຳຈັດຄົນເຫຼົ່ານັ້ນອອກຈາກຄຣິສຕະຈັກໄດ້. ເມື່ອນັ້ນ ພວກຕໍ່ຕ້ານພຣະຄຣິສຈຶ່ງຈະຜ່ອນຄາຍຢ່າງສົມບູນ. ນີ້ຄືສິ່ງທີ່ຊົ່ວຮ້າຍ ແລະ ປະສົງຮ້າຍທີ່ສຸດກ່ຽວກັບພວກຕໍ່ຕ້ານພຣະຄຣິສ. ສິ່ງທີ່ເຮັດໃຫ້ພວກເຂົາຢ້ານກົວ ແລະ ວິຕົກກັງວົນທີ່ສຸດກໍຄືຜູ້ຄົນທີ່ສະແຫວງຫາຄວາມຈິງ ແລະ ມີຄຳພະຍານຈາກປະສົບການທີ່ແທ້ຈິງ, ເພາະວ່າຄົນທີ່ມີຄຳພະຍານດັ່ງກ່າວຄືຄົນທີ່ຜູ້ຄົນທີ່ພຣະເຈົ້າເລືອກໃຫ້ການຍອມຮັບ ແລະ ສະໜັບສະໜູນຫຼາຍທີ່ສຸດ, ແທນທີ່ຈະເປັນຄົນທີ່ເວົ້າພ່າວໆຢ່າງຫວ່າງເປົ່າກ່ຽວກັບຄຳເວົ້າ ແລະ ຫຼັກຄຳສອນ. ຜູ້ຕໍ່ຕ້ານພຣະຄຣິສບໍ່ມີຄຳພະຍານຈາກປະສົບການທີ່ແທ້ຈິງ, ທັງບໍ່ສາມາດປະຕິບັດຄວາມຈິງ; ຢ່າງດີທີ່ສຸດ ພວກເຂົາກໍສາມາດເຮັດການກະທຳທີ່ດີສອງສາມຢ່າງເພື່ອປະຈົບປະແຈງຜູ້ຄົນ. ແຕ່ບໍ່ວ່າພວກເຂົາຈະເຮັດການກະທຳທີ່ດີຫຼາຍສໍ່າໃດ ຫຼື ເວົ້າສິ່ງທີ່ຟັງເບິ່ງດີຫຼາຍສໍ່າໃດກໍຕາມ, ສິ່ງເຫຼົ່ານີ້ກໍຍັງທຽບບໍ່ໄດ້ກັບຜົນປະໂຫຍດ ແລະ ຂໍ້ດີທີ່ຄຳພະຍານຈາກປະສົບການທີ່ດີສາມາດນຳມາສູ່ຜູ້ຄົນໄດ້. ບໍ່ມີສິ່ງໃດສາມາດທົດແທນຜົນຂອງການຈັດຫາ ແລະ ການຫົດນ້ຳທີ່ມອບໃຫ້ແກ່ຜູ້ຄົນທີ່ພຣະເຈົ້າເລືອກ ໂດຍຜູ້ທີ່ສາມາດເວົ້າເຖິງຄຳພະຍານຈາກປະສົບການຂອງພວກເຂົາ. ແລະ ດ້ວຍເຫດນີ້, ເມື່ອຜູ້ຕໍ່ຕ້ານພຣະຄຣິສເຫັນຄົນໃດຄົນໜຶ່ງເວົ້າເຖິງຄຳພະຍານຈາກປະສົບການຂອງພວກເຂົາ, ສາຍຕາຂອງພວກເຂົາກໍປຽບດັ່ງມີດ. ຄວາມໂກດແຄ້ນລຸກໂชนຢູ່ໃນໃຈຂອງພວກເຂົາ, ຄວາມກຽດຊັງກໍເພີ່ມຂຶ້ນ ແລະ ພວກເຂົາກໍກະຕືລືລົ້ນທີ່ຈະປິດປາກຜູ້ເວົ້າ ແລະ ຢຸດບໍ່ໃຫ້ພວກເຂົາເວົ້າຫຍັງອີກ. ຖ້າພວກເຂົາຍັງເວົ້າຕໍ່ໄປ, ຊື່ສຽງຂອງຜູ້ຕໍ່ຕ້ານພຣະຄຣິສກໍຈະເສື່ອມເສຍຢ່າງສົມບູນ, ໃບໜ້າທີ່ໜ້າກຽດຊັງຂອງພວກເຂົາກໍຈະຖືກເປີດເຜີຍຢ່າງສົມບູນໃຫ້ທຸກຄົນໄດ້ເຫັນ, ສະນັ້ນ ຜູ້ຕໍ່ຕ້ານພຣະຄຣິສຈຶ່ງຊອກຫາຂໍ້ອ້າງເພື່ອລົບກວນຄົນທີ່ກຳລັງເວົ້າຄຳພະຍານ ແລະ ກົດຂີ່ພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິສອະນຸຍາດໃຫ້ຕົນເອງເທົ່ານັ້ນທີ່ເຮັດໃຫ້ຜູ້ຄົນຫຼົງຜິດດ້ວຍຄຳເວົ້າ ແລະ ຫຼັກຄຳສອນ; ພວກເຂົາບໍ່ອະນຸຍາດໃຫ້ຜູ້ຄົນທີ່ພຣະເຈົ້າເລືອກຖວາຍກຽດແດ່ພຣະເຈົ້າໂດຍການເວົ້າເຖິງຄຳພະຍານຈາກປະສົບການຂອງພວກເຂົາ, ເຊິ່ງບົ່ງບອກວ່າຄົນປະເພດໃດທີ່ຜູ້ຕໍ່ຕ້ານພຣະຄຣິສກຽດຊັງ ແລະ ຢ້ານກົວທີ່ສຸດ. ເມື່ອຄົນໃດຄົນໜຶ່ງກ້າວອອກມາ ແລະ ເຮັດວຽກງານເລັກນ້ອຍ ຫຼື ເມື່ອຄົນໃດຄົນໜຶ່ງສາມາດເວົ້າເຖິງຄຳພະຍານຈາກປະສົບການທີ່ແທ້ຈິງ ແລະ ຜູ້ຄົນທີ່ພຣະເຈົ້າເລືອກໄດ້ຮັບຜົນປະໂຫຍດ, ການສັ່ງສອນ ແລະ ການສະໜັບສະໜູນຈາກສິ່ງນັ້ນ ແລະ ມັນໄດ້ຮັບການຍ້ອງຍໍຢ່າງຫຼວງຫຼາຍຈາກທຸກຄົນ, ຄວາມອິດສາ ແລະ ຄວາມກຽດຊັງກໍເຕີບໃຫຍ່ຂຶ້ນໃນໃຈຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ພວກເຂົາກໍກີດກັນ ແລະ ກົດຂີ່ຄົນນັ້ນ. ພວກເຂົາຈະບໍ່ອະນຸຍາດໃຫ້ຄົນດັ່ງກ່າວຮັບຜິດຊອບວຽກງານໃດໆ ບໍ່ວ່າໃນກໍລະນີໃດກໍຕາມ, ເພື່ອປ້ອງກັນບໍ່ໃຫ້ພວກເຂົາມາຄຸກຄາມສະຖານະຂອງພວກເຂົາ. ຄົນທີ່ມີຄວາມຈິງຄວາມເປັນຈິງເປັນຕົວເນັ້ນຢໍ້າ ແລະ ເຮັດໃຫ້ເຫັນເຖິງຄວາມທຸກຍາກ, ຄວາມຕ່ຳຊ້າ, ຄວາມໜ້າກຽດຊັງ ແລະ ຄວາມຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ ເມື່ອພວກເຂົາຢູ່ຕໍ່ໜ້າ, ສະນັ້ນ ເມື່ອຜູ້ຕໍ່ຕ້ານພຣະຄຣິສເລືອກຄູ່ຮ່ວມງານ ຫຼື ຜູ້ຮ່ວມງານ, ພວກເຂົາບໍ່ເຄີຍເລືອກຄົນທີ່ມີຄວາມຈິງຄວາມເປັນຈິງ, ພວກເຂົາບໍ່ເຄີຍເລືອກຄົນທີ່ສາມາດເວົ້າເຖິງຄຳພະຍານຈາກປະສົບການຂອງພວກເຂົາ ແລະ ພວກເຂົາບໍ່ເຄີຍເລືອກຄົນຊື່ສັດ ຫຼື ຄົນທີ່ສາມາດປະຕິບັດຄວາມຈິງ. ຄົນເຫຼົ່ານີ້ຄືຄົນທີ່ຜູ້ຕໍ່ຕ້ານພຣະຄຣິສອິດສາ ແລະ ກຽດຊັງທີ່ສຸດ ແລະ ພວກເຂົາກໍເປັນໜາມຍອກໃຈຂອງຜູ້ຕໍ່ຕ້ານພຣະຄຣິສ. ບໍ່ວ່າຄົນທີ່ປະຕິບັດຄວາມຈິງເຫຼົ່ານີ້ຈະເຮັດສິ່ງທີ່ດີ ຫຼື ເປັນປະໂຫຍດຕໍ່ວຽກງານຂອງເຮືອນຂອງພຣະເຈົ້າຫຼາຍສໍ່າໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສກໍຈະພະຍາຍາມຢ່າງສຸດຄວາມສາມາດເພື່ອປົກປິດການກະທຳເຫຼົ່ານີ້. ພວກເຂົາເຖິງຂັ້ນຈະບິດເບືອນຄວາມຈິງເພື່ອຍາດເອົາຄວາມດີຄວາມຊອບສຳລັບສິ່ງທີ່ດີ ໃນຂະນະທີ່ໂຍນຄວາມຜິດສຳລັບສິ່ງທີ່ບໍ່ດີໃສ່ຄົນອື່ນ, ເພື່ອເປັນວິທີໃນການຍົກຕົນເອງຂຶ້ນ ແລະ ດູຖູກຄົນອື່ນ. ຜູ້ຕໍ່ຕ້ານພຣະຄຣິສມີຄວາມອິດສາ ແລະ ຄວາມກຽດຊັງຢ່າງໃຫຍ່ຫຼວງຕໍ່ຜູ້ທີ່ສະແຫວງຫາຄວາມຈິງ ແລະ ສາມາດເວົ້າເຖິງຄຳພະຍານຈາກປະສົບການຂອງພວກເຂົາ. ພວກເຂົາຢ້ານກົວວ່າຄົນເຫຼົ່ານີ້ຈະຄຸກຄາມສະຖານະຂອງພວກເຂົາເອງ ແລະ ດ້ວຍເຫດນີ້ ພວກເຂົາຈຶ່ງເຮັດທຸກຢ່າງທີ່ເຮັດໄດ້ເພື່ອໂຈມຕີ ແລະ ກີດກັນພວກເຂົາ. ພວກເຂົາຫ້າມບໍ່ໃຫ້ອ້າຍເອື້ອຍນ້ອງຕິດຕໍ່ກັບພວກເຂົາ ຫຼື ເຂົ້າໃກ້ພວກເຂົາ ຫຼື ສະໜັບສະໜູນ ຫຼື ຍ້ອງຍໍຄົນເຫຼົ່ານີ້ທີ່ສາມາດເວົ້າເຖິງຄຳພະຍານຈາກປະສົບການຂອງພວກເຂົາ. ນີ້ຄືສິ່ງທີ່ເປີດເຜີຍທຳມະຊາດແບບຊາຕານຂອງຜູ້ຕໍ່ຕ້ານພຣະຄຣິສຫຼາຍທີ່ສຸດ, ເຊິ່ງເບື່ອໜ່າຍຄວາມຈິງ ແລະ ກຽດຊັງພຣະເຈົ້າ. ແລະ ມັນກໍຍັງພິສູດໃຫ້ເຫັນວ່າ ຜູ້ຕໍ່ຕ້ານພຣະຄຣິສເປັນກະແສຕໍ່ຕ້ານທີ່ຊົ່ວຮ້າຍໃນຄຣິສຕະຈັກ, ວ່າພວກເຂົາຄືຜູ້ທີ່ຕ້ອງຖືກຕຳນິສຳລັບການລົບກວນວຽກງານຂອງຄຣິສຕະຈັກ ແລະ ການຂັດຂວາງຄວາມປະສົງຂອງພຣະເຈົ້າ. ຍິ່ງໄປກວ່ານັ້ນ, ຜູ້ຕໍ່ຕ້ານພຣະຄຣິສມັກຈະສ້າງເລື່ອງຕົວະ ແລະ ບິດເບືອນຄວາມຈິງໃນທ່າມກາງອ້າຍເອື້ອຍນ້ອງ, ດູຖູກ ແລະ ຕັດສິນໂທດຄົນທີ່ສາມາດເວົ້າເຖິງຄຳພະຍານຈາກປະສົບການຂອງພວກເຂົາ. ບໍ່ວ່າຄົນເຫຼົ່ານັ້ນຈະເຮັດວຽກງານຫຍັງກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສກໍຊອກຫາຂໍ້ອ້າງເພື່ອກີດກັນ ແລະ ກົດຂີ່ພວກເຂົາ ແລະ ມັກຕັດສິນພວກເຂົາ, ໂດຍເວົ້າວ່າພວກເຂົາອວດດີ ແລະ ຖືຕົນວ່າຊອບທຳ, ວ່າພວກເຂົາມັກອວດຕົວ ແລະ ວ່າພວກເຂົາເຊື່ອງຊ້ອນຄວາມທະເຍີທະຍານໄວ້. ໃນຄວາມເປັນຈິງແລ້ວ, ຄົນເຫຼົ່ານີ້ມີຄຳພະຍານຈາກປະສົບການບາງຢ່າງ ແລະ ມີຄວາມຈິງຄວາມເປັນຈິງບາງຢ່າງ. ພວກເຂົາມີຄວາມເປັນມະນຸດທີ່ຂ້ອນຂ້າງດີ, ມີມະໂນທຳ ແລະ ເຫດຜົນ ແລະ ສາມາດຍອມຮັບຄວາມຈິງ. ແລະ ເຖິງແມ່ນວ່າພວກເຂົາອາດຈະມີຂໍ້ບົກຜ່ອງ, ຂໍ້ຂາດຕົກບົກຜ່ອງ ແລະ ການເປີດເຜີຍອຸປະນິໄສທີ່ເສື່ອມຊາມເປັນບາງຄັ້ງຄາວ, ພວກເຂົາກໍສາມາດໄຕ່ຕອງກ່ຽວກັບຕົນເອງ ແລະ ກັບໃຈ. ຄົນເຫຼົ່ານີ້ຄືຄົນທີ່ພຣະເຈົ້າຈະຊ່ວຍໃຫ້ລອດພົ້ນ ແລະ ຜູ້ທີ່ມີຄວາມຫວັງທີ່ຈະໄດ້ຮັບການເຮັດໃຫ້ສົມບູນໂດຍພຣະເຈົ້າ. ສະຫຼຸບແລ້ວ, ຄົນເຫຼົ່ານີ້ເໝາະສົມທີ່ຈະປະຕິບັດໜ້າທີ່. ພວກເຂົາຕອບສະໜອງຕາມຂໍ້ກຳນົດ ແລະ ຫຼັກການສຳລັບການປະຕິບັດໜ້າທີ່. ແຕ່ຜູ້ຕໍ່ຕ້ານພຣະຄຣິສຄິດໃນໃຈວ່າ: “ບໍ່ມີທາງທີ່ຂ້ອຍຈະທົນກັບເລື່ອງນີ້ໄດ້. ເຈົ້າຢາກມີບົດບາດໃນອານາເຂດຂອງຂ້ອຍ, ເພື່ອແຂ່ງຂັນກັບຂ້ອຍ. ນັ້ນເປັນໄປບໍ່ໄດ້; ຢ່າຄິດເລີຍ. ເຈົ້າມີການສຶກສາສູງກວ່າຂ້ອຍ, ເວົ້າເກັ່ງກວ່າຂ້ອຍ, ເປັນທີ່ນິຍົມກວ່າຂ້ອຍ ແລະ ເຈົ້າສະແຫວງຫາຄວາມຈິງດ້ວຍຄວາມພາກພຽນກວ່າຂ້ອຍ. ຖ້າຂ້ອຍຮ່ວມມືກັບເຈົ້າ ແລະ ເຈົ້າບົດບັງລັດສະໝີຂອງຂ້ອຍ, ແລ້ວຂ້ອຍຈະເຮັດແນວໃດ?” ພວກເຂົາຄຳນຶງເຖິງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າບໍ? ບໍ່. ພວກເຂົາຄິດເຖິງຫຍັງ? ພວກເຂົາຄິດພຽງແຕ່ວ່າຈະຮັກສາສະຖານະຂອງຕົນເອງໄວ້ແນວໃດ. ເຖິງແມ່ນວ່າຜູ້ຕໍ່ຕ້ານພຣະຄຣິສຈະຮູ້ວ່າຕົນເອງບໍ່ສາມາດເຮັດວຽກງານຕົວຈິງໄດ້, ພວກເຂົາກໍບໍ່ບົ່ມເພາະ ຫຼື ສົ່ງເສີມຄົນທີ່ມີຄວາມສາມາດດີທີ່ສະແຫວງຫາຄວາມຈິງ; ຄົນພຽງກຸ່ມດຽວທີ່ພວກເຂົາສົ່ງເສີມກໍຄືຄົນທີ່ຍ້ອງຍໍພວກເຂົາ, ຄົນທີ່ມີແນວໂນ້ມທີ່ຈະບູຊາຄົນອື່ນ, ຜູ້ທີ່ຍອມຮັບ ແລະ ຊື່ນຊົມພວກເຂົາໃນໃຈ, ຄົນທີ່ມື່ນໄຫຼ, ຜູ້ທີ່ບໍ່ມີຄວາມເຂົ້າໃຈຄວາມຈິງ ແລະ ບໍ່ສາມາດແຍກແຍະໄດ້. ຜູ້ຕໍ່ຕ້ານພຣະຄຣິສສົ່ງເສີມຄົນເຫຼົ່ານີ້ໃຫ້ມາຢູ່ຂ້າງກາຍເພື່ອຮັບໃຊ້ພວກເຂົາ, ເພື່ອແລ່ນວຽກໃຫ້ພວກເຂົາ ແລະ ໃຊ້ເວລາໃນແຕ່ລະມື້ວົນວຽນຢູ່ອ້ອມຮອບພວກເຂົາ. ສິ່ງນີ້ມອບອຳນາດໃຫ້ແກ່ຜູ້ຕໍ່ຕ້ານພຣະຄຣິສໃນຄຣິສຕະຈັກ ແລະ ມັນໝາຍຄວາມວ່າຫຼາຍຄົນເຂົ້າໃກ້ພວກເຂົາ ແລະ ຕິດຕາມພວກເຂົາ ແລະ ບໍ່ມີໃຜກ້າລ່ວງເກີນພວກເຂົາ. ຄົນເຫຼົ່ານີ້ທັງໝົດທີ່ຜູ້ຕໍ່ຕ້ານພຣະຄຣິສບົ່ມເພາະລ້ວນແຕ່ເປັນຄົນທີ່ບໍ່ສະແຫວງຫາຄວາມຈິງ. ສ່ວນໃຫຍ່ຂອງພວກເຂົາຂາດຄວາມເຂົ້າໃຈຝ່າຍວິນຍານ ແລະ ບໍ່ຮູ້ຫຍັງເລີຍນອກຈາກການເຮັດຕາມກົດລະບຽບ. ພວກເຂົາມັກເຮັດຕາມກະແສ ແລະ ຜູ້ທີ່ມີອຳນາດ. ພວກເຂົາເປັນປະເພດທີ່ໄດ້ໃຈຍ້ອນມີເຈົ້ານາຍທີ່ມີອຳນາດ, ເປັນກຸ່ມຄົນເບົາປັນຍາ. ຄຳເວົ້າຂອງຜູ້ບໍ່ມີຄວາມເຊື່ອວ່າແນວໃດ? ຍອມຮັບໃຊ້ຄົນດີ ດີກວ່າຖືກຄົນຊົ່ວບູຊາ. ຜູ້ຕໍ່ຕ້ານພຣະຄຣິສເຮັດກົງກັນຂ້າມຢ່າງສິ້ນເຊີງ. ພວກເຂົາທຳຕົວເປັນບັນພະບຸລຸດທີ່ຖືກບູຊາຂອງຄົນດັ່ງກ່າວ ແລະ ຕັ້ງໃຈທີ່ຈະບົ່ມເພາະພວກເຂົາໃຫ້ເປັນຜູ້ໂບກທຸງ ແລະ ສົ່ງສຽງເຊຍຂອງພວກເຂົາ. ເມື່ອໃດກໍຕາມທີ່ຜູ້ຕໍ່ຕ້ານພຣະຄຣິສມີອຳນາດໃນຄຣິສຕະຈັກ, ພວກເຂົາກໍຈະຮັບສະໝັກຄົນເບົາປັນຍາ ແລະ ຄົນທີ່ເຮັດແບບພໍເປັນພິທີຢ່າງຫຼັບຫູຫຼັບຕາໃຫ້ມາເປັນຜູ້ຊ່ວຍຂອງພວກເຂົາສະເໝີ, ໃນຂະນະທີ່ກີດກັນ ແລະ ກົດຂີ່ຄົນທີ່ມີຄວາມສາມາດທີ່ສາມາດເຂົ້າໃຈ ແລະ ປະຕິບັດຄວາມຈິງ, ຜູ້ທີ່ສາມາດຮັບຜິດຊອບວຽກງານໄດ້ ແລະ ໂດຍສະເພາະຜູ້ນຳ ແລະ ຜູ້ເຮັດວຽກທີ່ສາມາດເຮັດວຽກງານຕົວຈິງ. ດ້ວຍວິທີນີ້, ສອງຄ້າຍຈຶ່ງຖືກສ້າງຂຶ້ນໃນຄຣິສຕະຈັກ: ໃນຄ້າຍໜຶ່ງແມ່ນຜູ້ທີ່ມີຄວາມເປັນມະນຸດທີ່ຂ້ອນຂ້າງຊື່ສັດ, ຜູ້ທີ່ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຈິງໃຈ ແລະ ເປັນຄົນທີ່ສະແຫວງຫາຄວາມຈິງ. ອີກຄ້າຍໜຶ່ງແມ່ນກຸ່ມຄົນທີ່ເບົາປັນຍາ ແລະ ເຮັດແບບພໍເປັນພິທີຢ່າງຫຼັບຫູຫຼັບຕາ, ເຊິ່ງນໍາພາໂດຍຜູ້ຕໍ່ຕ້ານພຣະຄຣິສ. ສອງຄ້າຍນີ້ຈະສືບຕໍ່ຕໍ່ສູ້ກັນຈົນກວ່າຜູ້ຕໍ່ຕ້ານພຣະຄຣິສຈະຖືກເປີດເຜີຍ ແລະ ກຳຈັດ. ຜູ້ຕໍ່ຕ້ານພຣະຄຣິສມັກຈະຕໍ່ສູ້ ແລະ ກະທຳການຕໍ່ຕ້ານຜູ້ທີ່ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຈິງໃຈ ແລະ ສະແຫວງຫາຄວາມຈິງສະເໝີ. ສິ່ງນີ້ບໍ່ໄດ້ລົບກວນວຽກງານຂອງຄຣິສຕະຈັກຢ່າງຮ້າຍແຮງບໍ? ສິ່ງນີ້ບໍ່ໄດ້ຂັດຂວາງ ແລະ ລົບກວນວຽກງານຂອງພຣະເຈົ້າບໍ? ອຳນາດຂອງຜູ້ຕໍ່ຕ້ານພຣະຄຣິສນີ້ບໍ່ແມ່ນອຸປະສັກ ແລະ ສິ່ງກີດຂວາງທີ່ປ້ອງກັນບໍ່ໃຫ້ຄວາມປະສົງຂອງພຣະເຈົ້າຖືກປະຕິບັດໃນຄຣິສຕະຈັກບໍ? ມັນບໍ່ແມ່ນອຳນາດທີ່ຊົ່ວຮ້າຍທີ່ຕໍ່ຕ້ານພຣະເຈົ້າບໍ? ເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງກະທຳແບບນີ້? ເພາະວ່າ ໃນຄວາມຄິດຂອງພວກເຂົາ, ມັນຊັດເຈນວ່າ ຖ້າຕົວລະຄອນຝ່າຍດີເຫຼົ່ານີ້ລຸກຂຶ້ນມາ ແລະ ເປັນຜູ້ນຳ ແລະ ຜູ້ເຮັດວຽກ, ພວກເຂົາກໍຈະເປັນຄູ່ແຂ່ງຂອງຜູ້ຕໍ່ຕ້ານພຣະຄຣິສ; ພວກເຂົາຈະເປັນກຳລັງຕໍ່ຕ້ານຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ຈະບໍ່ຟັງຄຳເວົ້າຂອງຜູ້ຕໍ່ຕ້ານພຣະຄຣິສ ຫຼື ເຊື່ອຟັງພວກເຂົາຢ່າງແນ່ນອນ; ພວກເຂົາຈະບໍ່ເຮັດຕາມທຸກຄຳສັ່ງຂອງຜູ້ຕໍ່ຕ້ານພຣະຄຣິສຢ່າງແນ່ນອນ. ຄົນເຫຼົ່ານີ້ຈະພຽງພໍທີ່ຈະປະກອບເປັນໄພຄຸກຄາມຕໍ່ສະຖານະຂອງຜູ້ຕໍ່ຕ້ານພຣະຄຣິສ. ເມື່ອຜູ້ຕໍ່ຕ້ານພຣະຄຣິສເຫັນຄົນເຫຼົ່ານີ້, ຄວາມກຽດຊັງກໍເພີ່ມຂຶ້ນໃນໃຈຂອງພວກເຂົາ; ໃຈຂອງພວກເຂົາຈະບໍ່ມີຄວາມສະຫງົບ ແລະ ຄວາມອຸ່ນໃຈ ຖ້າພວກເຂົາບໍ່ກີດກັນ ແລະ ເອົາຊະນະຄົນເຫຼົ່ານີ້ ແລະ ທຳລາຍຊື່ສຽງຂອງພວກເຂົາ. ສະນັ້ນ, ພວກເຂົາຈຶ່ງຕ້ອງເຮັດວຽກຢ່າງໄວວາເພື່ອບົ່ມເພາະອຳນາດຂອງພວກເຂົາເອງ ແລະ ເສີມສ້າງກອງກຳລັງຂອງພວກເຂົາ. ດ້ວຍວິທີນີ້, ພວກເຂົາຈຶ່ງສາມາດຄວບຄຸມຜູ້ຄົນທີ່ພຣະເຈົ້າເລືອກໄດ້ຫຼາຍຂຶ້ນ ແລະ ຈະບໍ່ຕ້ອງກັງວົນອີກຕໍ່ໄປກ່ຽວກັບກຸ່ມຄົນທີ່ສະແຫວງຫາຄວາມຈິງຈຳນວນໜຶ່ງທີ່ຈະມາຄຸກຄາມສະຖານະຂອງພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິສສ້າງກອງກຳລັງຂອງພວກເຂົາເອງໃນຄຣິສຕະຈັກ, ໂດຍຮັບເອົາຜູ້ທີ່ຟັງພວກເຂົາ, ເຊື່ອຟັງພວກເຂົາ ແລະ ປະຈົບປະແຈງພວກເຂົາ ແລະ ສົ່ງເສີມພວກເຂົາໃຫ້ເປັນຜູ້ຮັບຜິດຊອບວຽກງານທຸກດ້ານ. ການກະທຳແບບນີ້ເປັນປະໂຫຍດຕໍ່ວຽກງານຂອງເຮືອນຂອງພຣະເຈົ້າບໍ? ບໍ່. ບໍ່ພຽງແຕ່ມັນບໍ່ເປັນປະໂຫຍດເທົ່ານັ້ນ, ມັນຍັງສ້າງການຂັດຂວາງ ແລະ ການລົບກວນຕໍ່ວຽກງານຂອງຄຣິສຕະຈັກອີກດ້ວຍ. ຖ້າອຳນາດທີ່ຊົ່ວຮ້າຍນີ້ມີຄົນຫຼາຍກວ່າເຄິ່ງໜຶ່ງຢູ່ຝ່າຍມັນ, ກໍມີໂອກາດທີ່ມັນຈະໂຄ່ນລົ້ມຄຣິສຕະຈັກ. ນີ້ເປັນຍ້ອນວ່າຈຳນວນຂອງຜູ້ສະແຫວງຫາຄວາມຈິງໃນຄຣິສຕະຈັກປະກອບເປັນຄົນສ່ວນໜ້ອຍ, ໃນຂະນະທີ່ຜູ້ອອກແຮງງານ ແລະ ຜູ້ບໍ່ເຊື່ອທີ່ຢູ່ທີ່ນັ້ນພຽງເພື່ອກິນເຂົ້າຈີ່ຈົນອີ່ມປະກອບເປັນຢ່າງໜ້ອຍເຄິ່ງໜຶ່ງ. ໃນສະຖານະການນີ້, ຖ້າຜູ້ຕໍ່ຕ້ານພຣະຄຣິສສຸມກຳລັງຂອງພວກເຂົາໃສ່ການເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ດຶງຄົນເຫຼົ່ານັ້ນມາຢູ່ຝ່າຍພວກເຂົາ, ພວກເຂົາກໍຈະໄດ້ປຽບໂດຍທຳມະຊາດ ເມື່ອຄຣິສຕະຈັກເລືອກຕັ້ງຜູ້ນໍາ. ສະນັ້ນ, ເຮືອນຂອງພຣະເຈົ້າຈຶ່ງເນັ້ນຢໍ້າສະເໝີວ່າ ໃນລະຫວ່າງການເລືອກຕັ້ງ, ຄວນໂອ້ລົມຄວາມຈິງຈົນກວ່າມັນຈະຈະແຈ້ງ. ຖ້າເຈົ້າບໍ່ສາມາດເປີດໂປງ ແລະ ເອົາຊະນະຜູ້ຕໍ່ຕ້ານພຣະຄຣິສໂດຍການໂອ້ລົມຄວາມຈິງ, ຜູ້ຕໍ່ຕ້ານພຣະຄຣິສກໍອາດຈະເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ຖືກເລືອກຕັ້ງເປັນຜູ້ນໍາ, ຍຶດຄອງ ແລະ ຄວບຄຸມຄຣິສຕະຈັກ. ນັ້ນຈະບໍ່ແມ່ນເລື່ອງທີ່ເປັນອັນຕະລາຍບໍ? ຖ້າຜູ້ຕໍ່ຕ້ານພຣະຄຣິສໜຶ່ງ ຫຼື ສອງຄົນປາກົດຕົວໃນຄຣິສຕະຈັກ, ມັນກໍບໍ່ໜ້າຢ້ານກົວປານໃດ, ແຕ່ຖ້າຜູ້ຕໍ່ຕ້ານພຣະຄຣິສກາຍເປັນກອງກຳລັງ ແລະ ບັນລຸລະດັບອິດທິພົນໃດໜຶ່ງ, ນັ້ນກໍໜ້າຢ້ານກົວ. ສະນັ້ນ, ຜູ້ຕໍ່ຕ້ານພຣະຄຣິສຕ້ອງຖືກຖອນຮາກຖອນໂຄນ ແລະ ຂັບໄລ່ອອກຈາກຄຣິສຕະຈັກ ກ່ອນທີ່ພວກເຂົາຈະບັນລຸລະດັບອິດທິພົນນັ້ນ. ວຽກງານນີ້ມີຄວາມສຳຄັນສູງສຸດ ແລະ ຈຳເປັນຢ່າງຍິ່ງ. ຍິ່ງໄປກວ່ານັ້ນ, ຜູ້ບໍ່ເຊື່ອເຫຼົ່ານັ້ນໃນຄຣິສຕະຈັກ, ໂດຍສະເພາະຜູ້ທີ່ມີແນວໂນ້ມທີ່ຈະບູຊາ ແລະ ຕິດຕາມມະນຸດ, ຜູ້ທີ່ມັກຕິດຕາມອຳນາດ, ຜູ້ທີ່ມັກເປັນຜູ້ສົມຮູ້ຮ່ວມຄິດ ແລະ ລູກສະໝຸນໃຫ້ແກ່ມານຮ້າຍ, ຜູ້ທີ່ມັກສ້າງພັກສ້າງພວກ. ຜູ້ບໍ່ເຊື່ອ ແລະ ມານຮ້າຍແບບພວກເຂົາຄວນຖືກກຳຈັດອອກໂດຍໄວ. ນັ້ນເປັນວິທີດຽວທີ່ຈະປ້ອງກັນບໍ່ໃຫ້ຝູງຊົນທີ່ວຸ້ນວາຍເຫຼົ່ານັ້ນສ້າງກອງກຳລັງເພື່ອລົບກວນ ແລະ ຄວບຄຸມຄຣິສຕະຈັກ. ນີ້ຄືສິ່ງທີ່ຜູ້ຄົນທີ່ພຣະເຈົ້າເລືອກຕ້ອງເບິ່ງໃຫ້ເຫັນຢ່າງຊັດເຈນ, ເປັນສິ່ງທີ່ຜູ້ທີ່ເຂົ້າໃຈຄວາມຈິງຄວນແບກຮັບພາລະ. ທຸກຄົນທີ່ແບກຮັບພາລະສຳລັບວຽກງານຂອງຄຣິສຕະຈັກ, ທຸກຄົນທີ່ຄໍານຶງເຖິງເຈດຕະນາຂອງພຣະເຈົ້າ, ຕ້ອງເບິ່ງເຫັນສິ່ງເຫຼົ່ານີ້ຕາມທີ່ພວກມັນເປັນຈິງ. ພວກເຂົາຕ້ອງເບິ່ງເຫັນປະເພດຂອງຜູ້ຕໍ່ຕ້ານພຣະຄຣິສຕາມທີ່ພວກເຂົາເປັນຈິງເປັນພິເສດ, ພ້ອມທັງມານຮ້າຍຕົວນ້ອຍໆທີ່ມັກປະຈົບປະແຈງ ແລະ ບູຊາຜູ້ຄົນ ແລະ ຈາກນັ້ນກໍຈຳກັດພວກເຂົາ ຫຼື ກຳຈັດພວກເຂົາອອກຈາກຄຣິສຕະຈັກ. ມີຄວາມຈຳເປັນຢ່າງຍິ່ງສຳລັບການປະຕິບັດແບບນີ້. ຄົນຄືກັບຜູ້ຕໍ່ຕ້ານພຣະຄຣິສຕັ້ງໃຈທີ່ຈະສ້າງຄວາມສຳພັນທີ່ດີກັບຄົນເບົາປັນຍາ, ຄົນທີ່ບໍ່ມີປະໂຫຍດ ແລະ ຄົນຕ່ຳຊ້າທີ່ບໍ່ຍອມຮັບ ຫຼື ຮັກຄວາມຈິງ. ພວກເຂົາຊະນະໃຈຄົນເຫຼົ່ານັ້ນ ແລະ “ຮ່ວມມື” ກັບພວກເຂົາຢ່າງກົມກຽວ ແລະ ໃກ້ຊິດ ແລະ ກະຕືລືລົ້ນ. ຄົນເຫຼົ່ານັ້ນແມ່ນສັດປະເພດໃດ? ພວກເຂົາບໍ່ແມ່ນສະມາຊິກໃນແກັ່ງຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ຖ້າເບື້ອງເທິງປົດ “ບັນພະບຸລຸດທີ່ຖືກບູຊາ” ຂອງພວກເຂົາອອກ, “ລູກຫຼານທີ່ມີຄວາມກະຕັນຍູ” ເຫຼົ່ານີ້ກໍຈະບໍ່ຍອມທົນ. ພວກເຂົາຈະຕັດສິນວ່າເບື້ອງເທິງບໍ່ຍຸຕິທຳ ແລະ ພວກເຂົາຈະຮ່ວມມືກັນເພື່ອປົກປ້ອງຜູ້ຕໍ່ຕ້ານພຣະຄຣິສ. ເຮືອນຂອງພຣະເຈົ້າຈະອະນຸຍາດໃຫ້ພວກເຂົາຊະນະໄດ້ບໍ? ສິ່ງດຽວທີ່ມັນສາມາດເຮັດໄດ້ກໍຄືການຫວ່ານແຫກວມເອົາພວກເຂົາທັງໝົດ ແລະ ກຳຈັດພວກເຂົາທັງໝົດອອກ. ພວກເຂົາເປັນແກັ່ງຂອງຜູ້ຕໍ່ຕ້ານພຣະຄຣິສ, ມານຮ້າຍທີ່ຊົ່ວຮ້າຍ ແລະ ບໍ່ມີຜູ້ໃດໃນພວກເຂົາທີ່ຈະຖືກປ່ອຍໃຫ້ລອດຕົວໄປໄດ້. ຄົນຄືກັບຜູ້ຕໍ່ຕ້ານພຣະຄຣິສບໍ່ຄ່ອຍກະທຳການພຽງລຳພັງ; ສ່ວນໃຫຍ່ແລ້ວ, ພວກເຂົາລວບລວມກຸ່ມຄົນເພື່ອລົງມືກະທຳການນຳກັນ, ເຊິ່ງປະກອບດ້ວຍຢ່າງໜ້ອຍສອງ ຫຼື ສາມຄົນ. ເຖິງຢ່າງໃດກໍຕາມ, ກໍມີບາງກໍລະນີຂອງຜູ້ຕໍ່ຕ້ານພຣະຄຣິສທີ່ກະທຳການພຽງລຳພັງ. ນີ້ເປັນຍ້ອນວ່າພວກເຂົາບໍ່ມີພອນສະຫວັນ ຫຼື ບາງທີອາດຈະຍັງບໍ່ທັນໄດ້ຮັບໂອກາດ. ແຕ່ສິ່ງທີ່ພວກເຂົາມີຄືກັນກັບຄົນອື່ນໆກໍຄື ຄວາມຮັກເປັນພິເສດຕໍ່ສະຖານະ. ຢ່າຄິດວ່າພວກເຂົາບໍ່ຮັກສະຖານະ ເພາະວ່າພວກເຂົາບໍ່ມີທັກສະ ຫຼື ການສຶກສາ. ນັ້ນຜິດ. ເຈົ້າຍັງເບິ່ງບໍ່ທະລຸເຖິງແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສຢ່າງຊັດເຈນ ຕາບໃດທີ່ຄົນໃດຄົນໜຶ່ງເປັນຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາກໍມັກສະຖານະ. ເມື່ອເຫັນວ່າຜູ້ຕໍ່ຕ້ານພຣະຄຣິສບໍ່ສາມາດຮ່ວມມືກັບໃຜໄດ້, ແລ້ວເປັນຫຍັງພວກເຂົາຈຶ່ງບົ່ມເພາະກຸ່ມຄົນເບົາປັນຍາ, ຂີ້ເຫຍື້ອ ແລະ ແມ່ພະຍາດແບບນັ້ນໃຫ້ມາປະຈົບປະແຈງພວກເຂົາ? ພວກເຂົາຕັ້ງໃຈທີ່ຈະຮ່ວມມືກັບຄົນເຫຼົ່ານີ້ບໍ? ຖ້າພວກເຂົາສາມາດຮ່ວມມືກັບຄົນເຫຼົ່ານີ້ໄດ້ແທ້ໆ, ແລ້ວຄຳເວົ້າທີ່ວ່າ “ຜູ້ຕໍ່ຕ້ານພຣະຄຣິສບໍ່ສາມາດຮ່ວມມືກັບໃຜໄດ້” ກໍຈະຟັງບໍ່ຂຶ້ນ. ພວກເຂົາບໍ່ສາມາດຮ່ວມມືກັບໃຜໄດ້—ຄຳວ່າ “ໃຜ” ນັ້ນໝາຍເຖິງຄົນທີ່ເປັນຝ່າຍດີເປັນຫຼັກ, ແຕ່ເມື່ອຄຳນຶງເຖິງອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາກໍບໍ່ສາມາດຮ່ວມມືກັບຜູ້ສົມຮູ້ຮ່ວມຄິດຂອງພວກເຂົາໄດ້ເຊັ່ນກັນ. ແລ້ວພວກເຂົາກຳລັງເຮັດຫຍັງໃນການບົ່ມເພາະຄົນເຫຼົ່ານີ້? ພວກເຂົາກຳລັງບົ່ມເພາະກຸ່ມຄົນເບົາປັນຍາທີ່ສັ່ງການໄດ້ງ່າຍ, ທີ່ບົງການໄດ້ງ່າຍ, ທີ່ບໍ່ມີມຸມມອງຂອງຕົນເອງ, ທີ່ເຮັດທຸກຢ່າງທີ່ຜູ້ຕໍ່ຕ້ານພຣະຄຣິສເວົ້າ, ຜູ້ທີ່ຈະຮ່ວມມືກັນເພື່ອປົກປ້ອງສະຖານະຂອງຜູ້ຕໍ່ຕ້ານພຣະຄຣິສ. ຖ້າຜູ້ຕໍ່ຕ້ານພຣະຄຣິສເພິ່ງພາຕົນເອງ, ພວກເຂົາກໍຈະໂດດດ່ຽວ ແລະ ມັນຈະບໍ່ແມ່ນເລື່ອງງ່າຍສຳລັບພວກເຂົາທີ່ຈະປົກປ້ອງສະຖານະຂອງພວກເຂົາ. ນັ້ນຄືເຫດຜົນທີ່ພວກເຂົາຊະນະໃຈກຸ່ມຄົນເບົາປັນຍາໃຫ້ມາເຕົ້າໂຮມກັນຢູ່ອ້ອມຮອບພວກເຂົາໃນແຕ່ລະມື້ ແລະ ເຮັດສິ່ງຕ່າງໆເພື່ອເຫັນແກ່ພວກເຂົາ. ພວກເຂົາເຖິງຂັ້ນເຮັດໃຫ້ຜູ້ຄົນທີ່ພຣະເຈົ້າເລືອກຫຼົງຜິດ: ພວກເຂົາເວົ້າກ່ຽວກັບວ່າຄົນເຫຼົ່ານີ້ສະແຫວງຫາຄວາມຈິງແນວໃດ ແລະ ພວກເຂົາທົນທຸກແນວໃດ; ພວກເຂົາເວົ້າວ່າຄົນເຫຼົ່ານີ້ສົມຄວນໄດ້ຮັບການບົ່ມເພາະ; ພວກເຂົາເຖິງຂັ້ນເວົ້າວ່າ ເມື່ອຄົນເຫຼົ່ານີ້ມີບັນຫາ, ພວກເຂົາກໍມາປຶກສາພວກເຂົາກ່ຽວກັບເລື່ອງນັ້ນ ແລະ ຖາມພວກເຂົາກ່ຽວກັບເລື່ອງນັ້ນ ວ່າພວກເຂົາລ້ວນແຕ່ເປັນຄົນທີ່ເຊື່ອຟັງ ແລະ ອ່ອນນ້ອມ. ພວກເຂົາກຳລັງປະຕິບັດໜ້າທີ່ຂອງຕົນຢ່າງຮ່ວມມືກັນບໍ? ຜູ້ຕໍ່ຕ້ານພຣະຄຣິສກຳລັງຊອກຫາກຸ່ມຄົນທີ່ຈະກະທຳການແທນພວກເຂົາ, ຜູ້ທີ່ຈະເປັນລູກສະໝຸນຂອງພວກເຂົາ, ເປັນຜູ້ສົມຮູ້ຮ່ວມຄິດຂອງພວກເຂົາ, ເພື່ອຮວບຮວມສະຖານະຂອງພວກເຂົາໃຫ້ໝັ້ນຄົງ. ນັ້ນບໍ່ແມ່ນການຮ່ວມມື. ນັ້ນແມ່ນການດຳເນີນກິດຈະການຂອງຕົວເອງ. ນັ້ນຄືອຳນາດຂອງຜູ້ຕໍ່ຕ້ານພຣະຄຣິສ.
ພວກເຈົ້າເວົ້າວ່າແນວໃດ, ການຮ່ວມມືກັບຄົນອື່ນນັ້ນຍາກບໍ? ທີ່ຈິງແລ້ວມັນບໍ່ຍາກ. ເຈົ້າສາມາດເວົ້າໄດ້ວ່າ ມັນງ່າຍ. ແຕ່ເປັນຫຍັງຜູ້ຄົນຈຶ່ງຍັງຮູ້ສຶກວ່າສິ່ງນີ້ຍາກ? ຍ້ອນວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມ. ສຳລັບຜູ້ທີ່ມີຄວາມເປັນມະນຸດ, ຄວາມສໍານຶກ ແລະ ເຫດຜົນ, ການຮ່ວມມືກັບຄົນອື່ນນັ້ນຂ້ອນຂ້າງງ່າຍ ແລະ ພວກເຂົາສາມາດຮູ້ສຶກໄດ້ວ່າສິ່ງນີ້ເປັນສິ່ງທີ່ໜ້າຍິນດີ. ນີ້ເປັນຍ້ອນວ່າມັນບໍ່ງ່າຍສຳລັບຜູ້ໃດທີ່ຈະບັນລຸສິ່ງຕ່າງໆດ້ວຍຕົນເອງ ແລະ ບໍ່ວ່າພວກເຂົາຈະກ່ຽວຂ້ອງໃນຂົງເຂດໃດ ຫຼື ພວກເຂົາກຳລັງເຮັດຫຍັງຢູ່, ມັນດີສະເໝີທີ່ຈະມີຄົນຄອຍຊີ້ແນະ ແລະ ໃຫ້ຄວາມຊ່ວຍເຫຼືອ ເຊິ່ງງ່າຍກວ່າການເຮັດສິ່ງນັ້ນດ້ວຍຕົນເອງຫຼາຍ. ນອກຈາກນັ້ນ, ຍັງມີຂອບເຂດຈຳກັດສຳລັບຄວາມສາມາດທີ່ຜູ້ຄົນມີ ຫຼື ສິ່ງທີ່ພວກເຂົາສາມາດປະສົບກັບດ້ວຍຕົນເອງ. ບໍ່ມີຜູ້ໃດສາມາດເປັນຜູ້ຊ່ຽວຊານໃນທຸກດ້ານ: ມັນເປັນໄປບໍ່ໄດ້ທີ່ຄົນຄົນດຽວຈະຮູ້ທຸກຢ່າງ, ມີຄວາມສາມາດໃນທຸກຢ່າງ, ເຮັດທຸກຢ່າງໃຫ້ສຳເລັດ. ນັ້ນເປັນສິ່ງທີ່ເປັນໄປບໍ່ໄດ້ ແລະ ທຸກຄົນຄວນມີເຫດຜົນແບບນັ້ນ. ດ້ວຍເຫດນັ້ນ, ບໍ່ວ່າເຈົ້າຈະເຮັດຫຍັງ, ບໍ່ວ່າມັນຈະສຳຄັນ ຫຼື ບໍ່, ເຈົ້າຈະຕ້ອງການຄົນຄອຍຊ່ວຍເຫຼືອເຈົ້າສະເໝີ, ເພື່ອໃຫ້ຄຳຊີ້ແນະ ແລະ ຄຳແນະນຳແກ່ເຈົ້າ ຫຼື ເຮັດສິ່ງຕ່າງໆໂດຍຮ່ວມມືກັບເຈົ້າ. ນີ້ເປັນວິທີດຽວທີ່ຈະຮັບປະກັນໄດ້ວ່າ ເຈົ້າຈະເຮັດສິ່ງຕ່າງໆໄດ້ຖືກຕ້ອງຂຶ້ນ, ເຮັດຜິດພາດໜ້ອຍລົງ ແລະ ມີແນວໂນ້ມທີ່ຈະຫຼົງທາງໜ້ອຍລົງ ເຊິ່ງມັນເປັນສິ່ງທີ່ດີ. ໂດຍສະເພາະການຮັບໃຊ້ພຣະເຈົ້ານັ້ນເປັນເລື່ອງໃຫຍ່ ແລະ ການບໍ່ແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງເຈົ້າອາດເຮັດໃຫ້ເຈົ້າຕົກຢູ່ໃນອັນຕະລາຍ! ຜູ້ຄົນມີອຸປະນິໄສແບບຊາຕານ ແລະ ສາມາດກະບົດ ແລະ ຕໍ່ຕ້ານພຣະເຈົ້າໄດ້ຢູ່ທຸກບ່ອນ ແລະ ທຸກເວລາ. ຜູ້ຄົນທີ່ດຳລົງຊີວິດດ້ວຍອຸປະນິໄສແບບຊາຕານສາມາດປະຕິເສດ, ຕໍ່ຕ້ານ ແລະ ທໍລະຍົດພຣະເຈົ້າໄດ້ທຸກເວລາ. ຜູ້ຕໍ່ຕ້ານພຣະຄຣິສນັ້ນໂງ່ຫຼາຍ, ພວກເຂົາບໍ່ຮູ້ສິ່ງນີ້, ພວກເຂົາຄິດວ່າ “ກວ່າຂ້ອຍຈະໄດ້ອຳນາດມາຄອບຄອງມັນຍາກສໍ່າໃດ, ເປັນຫຍັງຂ້ອຍຈຶ່ງຕ້ອງແບ່ງມັນໃຫ້ຄົນອື່ນ? ການໃຫ້ມັນແກ່ຄົນອື່ນໝາຍຄວາມວ່າຂ້ອຍຈະບໍ່ມີເຫຼືອໃຫ້ຕົນເອງ, ແມ່ນບໍ? ຂ້ອຍຈະສະແດງພອນສະຫວັນ ແລະ ຄວາມສາມາດຂອງຂ້ອຍໄດ້ແນວໃດຖ້າບໍ່ມີອຳນາດ?” ພວກເຂົາບໍ່ຮູ້ວ່າ ສິ່ງທີ່ພຣະເຈົ້າໄດ້ຝາກຝັງໃຫ້ຜູ້ຄົນນັ້ນບໍ່ແມ່ນອຳນາດ ຫຼື ສະຖານະ ແຕ່ແມ່ນໜ້າທີ່. ຜູ້ຕໍ່ຕ້ານພຣະຄຣິສຍອມຮັບພຽງແຕ່ອຳນາດ ແລະ ສະຖານະ, ພວກເຂົາປະຖິ້ມໜ້າທີ່ຂອງຕົນ ແລະ ພວກເຂົາບໍ່ເຮັດວຽກງານຕົວຈິງ. ກົງກັນຂ້າມ, ພວກເຂົາໄລ່ຕາມພຽງແຕ່ຊື່ສຽງ, ຜົນປະໂຫຍດ ແລະ ສະຖານະ ແລະ ຕ້ອງການພຽງແຕ່ຍຶດອຳນາດ, ຄວບຄຸມຜູ້ຄົນທີ່ພຣະເຈົ້າເລືອກ ແລະ ເພີດເພີນກັບຜົນປະໂຫຍດຈາກສະຖານະ. ການເຮັດແບບນີ້ເປັນອັນຕະລາຍຫຼາຍ, ນີ້ແມ່ນການຕໍ່ຕ້ານພຣະເຈົ້າ! ຜູ້ໃດກໍຕາມທີ່ໄລ່ຕາມພຽງແຕ່ຊື່ສຽງ, ຜົນປະໂຫຍດ ແລະ ສະຖານະ ແທນທີ່ຈະປະຕິບັດໜ້າທີ່ຂອງຕົນຢ່າງເໝາະສົມ ແມ່ນກຳລັງຫຼິ້ນກັບໄຟ ແລະ ຫຼິ້ນກັບຊີວິດຂອງຕົນ. ຜູ້ທີ່ຫຼິ້ນກັບໄຟ ແລະ ຊີວິດຂອງຕົນສາມາດນຳຄວາມຫາຍະນະມາສູ່ຕົນເອງໄດ້ທຸກເວລາ. ມື້ນີ້, ໃນຖານະຜູ້ນໍາ ຫຼື ຜູ້ເຮັດວຽກ, ເຈົ້າກຳລັງຮັບໃຊ້ພຣະເຈົ້າ ເຊິ່ງບໍ່ແມ່ນເລື່ອງທຳມະດາ. ເຈົ້າບໍ່ໄດ້ເຮັດສິ່ງຕ່າງໆເພື່ອຄົນໃດຄົນໜຶ່ງ ແລ້ວຍິ່ງບໍ່ຕ້ອງເວົ້າເຖິງການເຮັດວຽກເພື່ອລ້ຽງຊີບ; ກົງກັນຂ້າມ, ເຈົ້າກຳລັງປະຕິບັດໜ້າທີ່ຂອງເຈົ້າໃນຄຣິສຕະຈັກ. ໂດຍສະເພາະຢ່າງຍິ່ງ, ໜ້າທີ່ນີ້ມາຈາກການຝາກຝັງຂອງພຣະເຈົ້າ. ສະນັ້ນ, ການປະຕິບັດໜ້າທີ່ນີ້ໝາຍເຖິງຫຍັງ? ໝາຍເຖິງວ່າເຈົ້າຈະຕ້ອງຮັບຜິດຊອບຕໍ່ພຣະເຈົ້າສຳລັບໜ້າທີ່ຂອງເຈົ້າ, ບໍ່ວ່າເຈົ້າຈະເຮັດມັນໄດ້ດີ ຫຼື ບໍ່; ໃນທີ່ສຸດແລ້ວ, ຕ້ອງມີການໃຫ້ການຕໍ່ພຣະເຈົ້າ, ຕ້ອງມີຜົນໄດ້ຮັບ. ນີ້ເປັນຍ້ອນວ່າສິ່ງທີ່ເຈົ້າໄດ້ຍອມຮັບຄືການຝາກຝັງຂອງພຣະເຈົ້າ ເຊິ່ງເປັນຄວາມຮັບຜິດຊອບທີ່ສັກສິດ ແລະ ບໍ່ວ່າຄວາມຮັບຜິດຊອບນີ້ຈະສຳຄັນ ຫຼື ເລັກນ້ອຍພຽງໃດ, ມັນກໍເປັນສິ່ງທີ່ຈິງຈັງ. ມັນຈິງຈັງສໍ່າໃດ? ໃນລະດັບນ້ອຍ, ມັນກ່ຽວຂ້ອງກັບວ່າເຈົ້າສາມາດໄດ້ຮັບຄວາມຈິງໃນຊາດນີ້ ຫຼື ບໍ່ ແລະ ມັນກ່ຽວຂ້ອງກັບວິທີທີ່ພຣະເຈົ້າເບິ່ງເຈົ້າ. ໃນລະດັບໃຫຍ່, ມັນກ່ຽວຂ້ອງໂດຍກົງກັບອະນາຄົດ ແລະ ຊະຕາກຳຂອງເຈົ້າ, ກ່ຽວຂ້ອງກັບຜົນໄດ້ຮັບຂອງເຈົ້າ; ຖ້າເຈົ້າເຮັດຄວາມຊົ່ວ ແລະ ຕໍ່ຕ້ານພຣະເຈົ້າ, ເຈົ້າຈະຖືກປະນາມ ແລະ ລົງໂທດ. ທຸກຢ່າງທີ່ເຈົ້າເຮັດເມື່ອເຈົ້າປະຕິບັດໜ້າທີ່ຂອງເຈົ້ານັ້ນຖືກບັນທຶກໄວ້ໂດຍພຣະເຈົ້າ ແລະ ພຣະເຈົ້າມີຫຼັກການ ແລະ ມາດຕະຖານຂອງພຣະອົງເອງສຳລັບວິທີການໃຫ້ຄະແນນ ແລະ ປະເມີນຜົນ; ພຣະເຈົ້າກຳນົດຜົນໄດ້ຮັບຂອງເຈົ້າໂດຍອີງໃສ່ການປະຕິບັດໜ້າທີ່ຂອງເຈົ້າທັງໝົດ. ນີ້ແມ່ນເລື່ອງທີ່ຈິງຈັງບໍ? ມັນຈິງຈັງແທ້ໆ! ສະນັ້ນ, ຖ້າເຈົ້າຖືກມອບໝາຍວຽກງານ, ມັນແມ່ນເລື່ອງຂອງເຈົ້າເອງທີ່ຈະຈັດການບໍ? (ບໍ່ແມ່ນ). ວຽກງານນັ້ນບໍ່ແມ່ນສິ່ງທີ່ເຈົ້າສາມາດເຮັດໃຫ້ສຳເລັດໄດ້ດ້ວຍຕົນເອງ ແຕ່ວ່າມັນຮຽກຮ້ອງໃຫ້ເຈົ້າຮັບຜິດຊອບຕໍ່ມັນ. ຄວາມຮັບຜິດຊອບແມ່ນຂອງເຈົ້າ; ເຈົ້າຕ້ອງເຮັດການຝາກຝັງນັ້ນໃຫ້ສຳເລັດ. ສິ່ງນີ້ກ່ຽວຂ້ອງກັບຫຍັງ? ມັນກ່ຽວຂ້ອງກັບການຮ່ວມມື, ກ່ຽວກັບວິທີການຮ່ວມມືໃນການຮັບໃຊ້, ກ່ຽວກັບວິທີການຮ່ວມມືເພື່ອປະຕິບັດໜ້າທີ່ຂອງເຈົ້າ, ກ່ຽວກັບວິທີການຮ່ວມມືເພື່ອເຮັດການຝາກຝັງຂອງເຈົ້າໃຫ້ສຳເລັດ, ກ່ຽວກັບວິທີການຮ່ວມມືເພື່ອໃຫ້ເຈົ້າປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ມັນກ່ຽວຂ້ອງກັບສິ່ງເຫຼົ່ານີ້.
ການຮ່ວມມືທີ່ສາມັກຄີແມ່ນກ່ຽວຂ້ອງກັບຫຼາຍຢ່າງ. ຢ່າງໜ້ອຍທີ່ສຸດ, ໜຶ່ງໃນຫຼາຍຢ່າງເຫຼົ່ານີ້ຄືການອະນຸຍາດໃຫ້ຄົນອື່ນເວົ້າ ແລະ ໃຫ້ຂໍ້ສະເໜີແນະທີ່ແຕກຕ່າງກັນ. ຖ້າເຈົ້າມີເຫດຜົນຢ່າງແທ້ຈິງ, ບໍ່ວ່າເຈົ້າຈະເຮັດວຽກປະເພດໃດ, ກ່ອນອື່ນໝົດ ເຈົ້າຕ້ອງຮຽນຮູ້ທີ່ຈະສະແຫວງຫາຫຼັກການຄວາມຈິງ ແລະ ເຈົ້າຄວນເປັນຝ່າຍເລີ່ມຕົ້ນທີ່ຈະຂໍຄວາມຄິດເຫັນຈາກຄົນອື່ນ. ຕາບໃດທີ່ເຈົ້າຮັບເອົາທຸກຂໍ້ສະເໜີແນະມາພິຈາລະນາຢ່າງຈິງຈັງ ແລະ ຈາກນັ້ນກໍແກ້ໄຂບັນຫາໂດຍການຮ່ວມແຮງຮ່ວມໃຈກັນ, ໂດຍພື້ນຖານແລ້ວ ເຈົ້າກໍຈະບັນລຸການຮ່ວມມືທີ່ສາມັກຄີກັນ. ດ້ວຍວິທີນີ້, ເຈົ້າຈະພົບພໍ້ຄວາມຫຍຸ້ງຍາກໜ້ອຍລົງຫຼາຍໃນໜ້າທີ່ຂອງເຈົ້າ. ບໍ່ວ່າຈະມີບັນຫາຫຍັງເກີດຂຶ້ນ, ມັນຈະງ່າຍທີ່ຈະແກ້ໄຂ ແລະ ຈັດການກັບພວກມັນ. ນີ້ຄືຜົນຂອງການຮ່ວມມືທີ່ສາມັກຄີ. ບາງຄັ້ງກໍມີຂໍ້ຂັດແຍ່ງກ່ຽວກັບເລື່ອງນ້ອຍໆ ແຕ່ຕາບໃດທີ່ສິ່ງເຫຼົ່ານີ້ບໍ່ກະທົບຕໍ່ວຽກງານ, ພວກມັນກໍຈະບໍ່ເປັນບັນຫາ. ເຖິງຢ່າງໃດກໍຕາມ, ໃນເລື່ອງທີ່ສຳຄັນ ແລະ ເລື່ອງໃຫຍ່ທີ່ກ່ຽວຂ້ອງກັບວຽກງານຂອງຄຣິສຕະຈັກ, ເຈົ້າຕ້ອງມີຄວາມເປັນເອກະພາບ ແລະ ສະແຫວງຫາຄວາມຈິງເພື່ອຊອກຫາວິທີແກ້ໄຂ. ໃນຖານະຜູ້ນໍາ ຫຼື ຜູ້ເຮັດວຽກ, ຖ້າເຈົ້າເຮັດຄືກັບວ່າເຈົ້າຢູ່ເໜືອຄົນອື່ນສະເໝີ ແລະ ເພີດເພີນກັບໜ້າທີ່ຂອງເຈົ້າຄືກັບວ່າມັນເປັນຕຳແໜ່ງທາງການ, ເພີດເພີນກັບຜົນປະໂຫຍດຈາກສະຖານະຂອງເຈົ້າຢູ່ສະເໝີ, ວາງແຜນການຂອງເຈົ້າເອງຢູ່ສະເໝີ, ຄຳນຶງເຖິງ ແລະ ເພີດເພີນກັບຊື່ສຽງ, ຜົນປະໂຫຍດ ແລະ ສະຖານະຂອງເຈົ້າເອງຢູ່ສະເໝີ, ດຳເນີນກິດຈະການຂອງເຈົ້າເອງຢູ່ສະເໝີ ແລະ ສະແຫວງຫາທີ່ຈະໄດ້ຮັບສະຖານະທີ່ສູງຂຶ້ນຢູ່ສະເໝີ, ເພື່ອຈັດການ ແລະ ຄວບຄຸມຜູ້ຄົນໃຫ້ຫຼາຍຂຶ້ນ ແລະ ເພື່ອໄດ້ເລື່ອນຕຳແໜ່ງໃຫ້ສູງຂຶ້ນ, ນີ້ໝາຍເຖິງບັນຫາ. ມັນອັນຕະລາຍຫຼາຍທີ່ຈະເພີດເພີນກັບໜ້າທີ່ສຳຄັນ ຄືກັບວ່າມັນເປັນຕຳແໜ່ງທາງການ. ຖ້າເຈົ້າເຮັດແບບນີ້ສະເໝີ, ບໍ່ປາຖະໜາທີ່ຈະຮ່ວມມືກັບຜູ້ໃດເລີຍ, ບໍ່ຕ້ອງການທີ່ຈະກະຈາຍອຳນາດຂອງເຈົ້າ ແລະ ແບ່ງມັນໃຫ້ຄົນອື່ນ, ບໍ່ຕ້ອງການໃຫ້ຄົນອື່ນໂດດເດັ່ນກວ່າເຈົ້າ, ຍາດຄວາມໂດດເດັ່ນໄປ, ຖ້າເຈົ້າຕ້ອງການພຽງແຕ່ເພີດເພີນກັບອຳນາດດ້ວຍຕົນເອງ, ແລ້ວເຈົ້າກໍເປັນຜູ້ຕໍ່ຕ້ານພຣະຄຣິສ. ແຕ່ຖ້າເຈົ້າສະແຫວງຫາຄວາມຈິງເລື້ອຍໆ, ປະຕິບັດການກະບົດຕໍ່ເນື້ອໜັງຂອງເຈົ້າ, ແຮງຈູງໃຈ ແລະ ຄວາມຄິດຂອງເຈົ້າ ແລະ ສາມາດເປັນຝ່າຍທີ່ເລີ່ມຮ່ວມມືກັບຄົນອື່ນ, ເປີດໃຈຂອງເຈົ້າໂດຍບໍ່ມີເລ່ຫຼ່ຽມ ເພື່ອປຶກສາ ແລະ ສະແຫວງຫາກັບຄົນອື່ນ, ຕັ້ງໃຈຟັງຄວາມຄິດເຫັນ ແລະ ຂໍ້ສະເໜີແນະຂອງຄົນອື່ນ ແລະ ຍອມຮັບຄຳແນະນຳທີ່ຖືກຕ້ອງ ແລະ ສອດຄ່ອງກັບຄວາມຈິງ, ບໍ່ວ່າມັນຈະມາຈາກໃຜກໍຕາມ, ວິທີທີ່ເຈົ້າກຳລັງປະຕິບັດນັ້ນກໍສະຫຼາດ ແລະ ຖືກຕ້ອງ ແລະ ມັນຈະປ້ອງກັນເຈົ້າຈາກການຍ່າງໃນເສັ້ນທາງທີ່ຜິດ ແລະ ໃຫ້ການປົກປ້ອງແກ່ເຈົ້າ. ເຈົ້າຕ້ອງປ່ອຍວາງຕຳແໜ່ງຜູ້ນໍາ, ປ່ອຍວາງກິ່ນອາຍທີ່ສົກກະປົກຂອງສະຖານະ, ປະຕິບັດຕໍ່ຕົນເອງຄືກັບຄົນທຳມະດາ, ວາງຕົນເອງໃນລະດັບດຽວກັນກັບຄົນອື່ນ ແລະ ມີແນວຄິດທີ່ມີຄວາມຮັບຜິດຊອບ ເມື່ອເວົ້າເຖິງໜ້າທີ່ຂອງເຈົ້າ. ນີ້ຄືວິທີການປະຕິບັດທີ່ຖືກຕ້ອງ. ຖ້າເຈົ້າປະຕິບັດຕໍ່ໜ້າທີ່ຂອງເຈົ້າຄືກັບຕຳແໜ່ງທາງການ ແລະ ສະຖານະຢູ່ສະເໝີ ຫຼື ເປັນຄືກັບກຽດຕິຍົດຊະນິດໜຶ່ງ ແລະ ຈິນຕະນາການວ່າຄົນອື່ນຢູ່ບ່ອນນັ້ນເພື່ອເຮັດວຽກໃຫ້ ແລະ ຮັບໃຊ້ຕຳແໜ່ງຂອງເຈົ້າ, ນີ້ແມ່ນບັນຫາ ແລະ ພຣະເຈົ້າຈະລັງກຽດ ແລະ ຂີ້ດຽດເຈົ້າ. ຖ້າເຈົ້າເຊື່ອວ່າເຈົ້າເທົ່າທຽມກັບຄົນອື່ນ, ເຈົ້າພຽງແຕ່ມີການຝາກຝັງ ແລະ ຄວາມຮັບຜິດຊອບຈາກພຣະເຈົ້າຫຼາຍຂຶ້ນອີກໜ້ອຍໜຶ່ງ, ຖ້າເຈົ້າສາມາດຮຽນຮູ້ທີ່ຈະວາງຕົນເອງໃນລະດັບດຽວກັນກັບພວກເຂົາ ແລະ ເຖິງຂັ້ນສາມາດຖ່ອມຕົວລົງ ເພື່ອຖາມວ່າຄົນອື່ນຄິດແນວໃດ ແລະ ຖ້າເຈົ້າສາມາດຟັງສິ່ງທີ່ພວກເຂົາເວົ້າຢ່າງຈິງຈັງ, ໃກ້ຊິດ ແລະ ຕັ້ງໃຈ, ເຈົ້າກໍຈະສາມາດຮ່ວມມືຢ່າງສາມັກຄີກັບຄົນອື່ນໄດ້. ການຮ່ວມມືທີ່ສາມັກຄີນີ້ຈະບັນລຸຜົນຫຍັງ? ຜົນໄດ້ຮັບນັ້ນຍິ່ງໃຫຍ່ຫຼາຍ. ເຈົ້າຈະໄດ້ຮັບສິ່ງທີ່ເຈົ້າບໍ່ເຄີຍມີມາກ່ອນ, ເຊິ່ງເປັນແສງສະຫວ່າງແຫ່ງຄວາມຈິງ ແລະ ຄວາມເປັນຈິງຂອງຊີວິດ; ເຈົ້າຈະຄົ້ນພົບຂໍ້ດີຂອງຄົນອື່ນ ແລະ ຮຽນຮູ້ຈາກຈຸດແຂງຂອງພວກເຂົາ. ຍັງມີຢ່າງອື່ນອີກ: ເຈົ້າຄິດວ່າຄົນອື່ນໂງ່, ຫົວຊ້າ, ຈ້າ ຫຼື ດ້ອຍກວ່າເຈົ້າ ແຕ່ເມື່ອເຈົ້າຟັງຄວາມຄິດເຫັນຂອງພວກເຂົາ ຫຼື ຄົນອື່ນເປີດໃຈກັບເຈົ້າ, ເຈົ້າຈະຄົ້ນພົບໂດຍບໍ່ຮູ້ຕົວວ່າ ບໍ່ມີຜູ້ໃດທຳມະດາ, ທຸກຄົນລ້ວນແຕ່ມີຄວາມຄິດທີ່ເປັນເອກະລັກບາງຢ່າງ ແລະ ມີບາງສິ່ງທີ່ໜ້າຍ້ອງຍໍກ່ຽວກັບທຸກຄົນ. ຖ້າເຈົ້າຮຽນຮູ້ທີ່ຈະຮ່ວມມືຢ່າງສາມັກຄີກັບຄົນອື່ນ, ສິ່ງນີ້ບໍ່ພຽງແຕ່ຈະຊ່ວຍໃຫ້ເຈົ້າຮຽນຮູ້ຈາກຈຸດແຂງຂອງພວກເຂົາເທົ່ານັ້ນ ແຕ່ມັນຍັງສາມາດເປີດເຜີຍຄວາມອວດດີ ແລະ ຄວາມຖືຕົນວ່າຊອບທຳຂອງເຈົ້າ ແລະ ເຮັດໃຫ້ເຈົ້າເຊົາຈິນຕະນາການວ່າເຈົ້າສະຫຼາດ. ເມື່ອເຈົ້າບໍ່ຖືວ່າຕົນເອງສະຫຼາດກວ່າ ແລະ ດີກວ່າທຸກຄົນອີກຕໍ່ໄປ, ເຈົ້າກໍຈະຢຸດດຳລົງຊີວິດຢູ່ໃນສະພາວະທີ່ຫຼົງຕົນເອງ ແລະ ຊື່ນຊົມຕົນເອງນີ້. ແລ້ວສິ່ງນັ້ນຈະປົກປ້ອງເຈົ້າ, ບໍ່ແມ່ນບໍ? ນັ້ນຄືບົດຮຽນທີ່ເຈົ້າຄວນຮຽນຮູ້ ແລະ ຜົນປະໂຫຍດທີ່ເຈົ້າຄວນໄດ້ຮັບຈາກການຮ່ວມມືກັບຄົນອື່ນ.
ໃນການທີ່ເຮົາພົວພັນກັບຜູ້ຄົນ, ເຮົາຕັ້ງໃຈຟັງສິ່ງທີ່ຄົນສ່ວນໃຫຍ່ເວົ້າ. ເຮົາຕັ້ງໃຈກວດສອບຜູ້ຄົນທຸກປະເພດ ແລະ ຟັງພວກເຂົາເວົ້າ ແລະ ສຶກສາພາສາ ແລະ ຮູບແບບທີ່ພວກເຂົາໃຊ້ໃນການເວົ້າ. ຕົວຢ່າງ: ເຈົ້າເຄີຍຄິດວ່າຄົນສ່ວນໃຫຍ່ມີການສຶກສາພຽງໜ້ອຍໜຶ່ງ ແຕ່ບໍ່ມີທັກສະທາງວິຊາຊີບ ແລະ ດັ່ງນັ້ນຈຶ່ງບໍ່ຈຳເປັນຕ້ອງມີປະຕິສຳພັນນຳ. ທີ່ຈິງແລ້ວ, ສິ່ງນັ້ນບໍ່ຖືກຕ້ອງ. ເມື່ອເຈົ້າໄດ້ພົວພັນກັບຄົນເຫຼົ່ານີ້ ຫຼື ແມ່ນແຕ່ກັບຄົນພິເສດບາງຄົນ, ເຈົ້າຈະສາມາດເຂົ້າໃຈສິ່ງທີ່ຢູ່ໃນສ່ວນເລິກຂອງຫົວໃຈຂອງພວກເຂົາ ເຊິ່ງເຈົ້າບໍ່ສາມາດເຫັນ ຫຼື ຮັບຮູ້ໄດ້, ສິ່ງຕ່າງໆເຊັ່ນ: ຄວາມຄິດ ແລະ ມຸມມອງຂອງພວກເຂົາ, ເຊິ່ງບາງຢ່າງກໍບິດເບືອນ ແລະ ບາງຢ່າງກໍຖືກຕ້ອງ. ແນ່ນອນວ່າ “ຄວາມຖືກຕ້ອງ” ນັ້ນອາດຈະຫ່າງໄກຈາກຄວາມຈິງຫຼາຍ; ມັນອາດຈະບໍ່ກ່ຽວຂ້ອງກັບຄວາມຈິງເລີຍ. ແຕ່ເຈົ້າຈະສາມາດຮູ້ຈັກດ້ານຕ່າງໆຂອງຄວາມເປັນມະນຸດໄດ້ຫຼາຍຂຶ້ນ. ນັ້ນບໍ່ແມ່ນສິ່ງທີ່ດີສຳລັບເຈົ້າບໍ? (ແມ່ນແລ້ວ). ນັ້ນຄືຄວາມເຂົ້າໃຈແບບເຈາະເລິກ; ມັນຄືວິທີການເພີ່ມຄວາມເຂົ້າໃຈແບບເຈາະເລິກຂອງເຈົ້າ. ບາງຄົນອາດຈະເວົ້າວ່າ “ການເພີ່ມຄວາມເຂົ້າໃຈແບບເຈາະເລິກຂອງພວກເຮົາມີປະໂຫຍດຫຍັງ?” ມັນເປັນປະໂຫຍດຕໍ່ຄວາມເຂົ້າໃຈຂອງເຈົ້າກ່ຽວກັບຜູ້ຄົນປະເພດຕ່າງໆ ແລະ ຕໍ່ການແຍກແຍະ ແລະ ການໄຈ້ແຍກຜູ້ຄົນປະເພດຕ່າງໆຂອງເຈົ້າ ແລະ ຍິ່ງໄປກວ່ານັ້ນ ມັນເປັນປະໂຫຍດຕໍ່ຄວາມສາມາດຂອງເຈົ້າໃນການຊ່ວຍເຫຼືອຜູ້ຄົນປະເພດຕ່າງໆ. ນີ້ຄືເສັ້ນທາງທີ່ວຽກງານສ່ວນໃຫຍ່ສຳເລັດລົງ. ບາງຄົນທຳທ່າວ່າເປັນຝ່າຍວິນຍານ ແລະ ເຊື່ອວ່າ “ຕອນນີ້ຂ້ອຍເຊື່ອໃນພຣະເຈົ້າແລ້ວ, ຂ້ອຍບໍ່ຟັງການອອກອາກາດ ຫຼື ຂ່າວ ແລະ ຂ້ອຍບໍ່ອ່ານໜັງສືພິມ. ຂ້ອຍບໍ່ມີປະຕິສຳພັນກັບໂລກພາຍນອກ. ທຸກຄົນ, ທຸກສາຂາອາຊີບ ລ້ວນແລ້ວແຕ່ເປັນມານຮ້າຍ!” ເຈົ້າເຂົ້າໃຈຜິດແລ້ວ. ຖ້າເຈົ້າມີຄວາມຈິງ, ເຈົ້າຍັງຢ້ານທີ່ຈະມີປະຕິສຳພັນກັບມານຮ້າຍບໍ? ແມ່ນແຕ່ພຣະເຈົ້າບາງຄັ້ງກໍຍັງມີການພົວພັນກັບຊາຕານໃນໂລກຝ່າຍວິນຍານ. ພຣະອົງປ່ຽນແປງຍ້ອນສິ່ງນັ້ນບໍ? ບໍ່ປ່ຽນແປງເລີຍ. ເຈົ້າຢ້ານທີ່ຈະມີການພົວພັນກັບມານຮ້າຍ ແລະ ພາຍໃນຄວາມຢ້ານກົວນັ້ນແມ່ນມີບັນຫາຢູ່. ສິ່ງທີ່ໜ້າຢ້ານກົວແທ້ໆກໍຄື ເຈົ້າບໍ່ເຂົ້າໃຈຄວາມຈິງ, ເຈົ້າມີຄວາມເຂົ້າໃຈ ແລະ ມຸມມອງທີ່ບໍ່ຖືກຕ້ອງກ່ຽວກັບຄວາມເຊື່ອໃນພຣະເຈົ້າ ແລະ ກ່ຽວກັບຄວາມຈິງ, ເຈົ້າມີແນວຄິດ ແລະ ຈິນຕະນາການຫຼາຍຢ່າງ ແລະ ເຈົ້າຍຶດຕິດກັບຫຼັກຄຳສອນເກີນໄປ. ນັ້ນຄືເຫດຜົນທີ່ວ່າ ບໍ່ວ່າເຈົ້າຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກ ຫຼື ຫົວໜ້າກຸ່ມ, ບໍ່ວ່າເຈົ້າຈະຮັບຜິດຊອບວຽກງານໃດ ແລະ ບໍ່ວ່າເຈົ້າຈະມີບົດບາດຫຍັງກໍຕາມ, ເຈົ້າຕ້ອງຮຽນຮູ້ທີ່ຈະຮ່ວມມືກັບຄົນອື່ນ ແລະ ມີການພົວພັນກັບພວກເຂົາ. ຢ່າກ່າວຄຳເວົ້າທີ່ຟັງເບິ່ງສູງສົ່ງ ແລະ ຢ່າທໍາທ່າເປັນຄົນສູງສົ່ງສະເໝີ ເພື່ອເຮັດໃຫ້ຜູ້ຄົນສົນໃຈເຈົ້າ. ຖ້າເຈົ້າເວົ້າຄຳເວົ້າທີ່ຟັງເບິ່ງສູງສົ່ງຢູ່ສະເໝີ ແລະ ເຈົ້າບໍ່ສາມາດນຳຄວາມຈິງໄປປະຕິບັດໄດ້ເລີຍ ຫຼື ບໍ່ສາມາດຮ່ວມມືກັບຄົນອື່ນ, ເຈົ້າກຳລັງເຮັດໃຫ້ຕົນເອງເປັນຄົນໂງ່. ແລ້ວໃຜຈະສົນໃຈເຈົ້າ? ຄວາມຫຼົ້ມຈົມຂອງພວກຟາຣີຊາຍເກີດຂຶ້ນໄດ້ແນວໃດ? ພວກເຂົາເທດສະໜາທິດສະດີທາງສາສະໜາສາດ ແລະ ເປັ່ງຄຳເວົ້າທີ່ຟັງເບິ່ງສູງສົ່ງຢູ່ສະເໝີ. ເມື່ອພວກເຂົາສືບຕໍ່ເຮັດແບບນັ້ນ, ພຣະເຈົ້າກໍບໍ່ຢູ່ໃນໃຈຂອງພວກເຂົາອີກຕໍ່ໄປ, ພວກເຂົາປະຕິເສດພຣະອົງ ແລະ ເຖິງຂັ້ນໃຊ້ອຳນາດຂອງແນວຄິດ, ກົດໝາຍ ແລະ ກົດລະບຽບຂອງມະນຸດເພື່ອປະນາມ ແລະ ຕໍ່ຕ້ານພຣະເຈົ້າ ແລະ ຄຶງພຣະອົງໃສ່ໄມ້ກາງແຂນ. ພວກເຂົາຖືພຣະຄຳພີຂອງພວກເຂົາໝົດມື້, ອ່ານ ແລະ ຄົ້ນຄວ້າພວກມັນ, ສາມາດທ່ອງພຣະຄຳພີໄດ້ຢ່າງລ່ຽນໄຫຼ. ໃນທີ່ສຸດ, ຜົນຂອງສິ່ງນັ້ນຄືຫຍັງ? ພວກເຂົາບໍ່ຮູ້ວ່າພຣະເຈົ້າຢູ່ໃສ ແລະ ທັງບໍ່ຮູ້ວ່າອຸປະນິໄສຂອງພຣະອົງຄືຫຍັງ ແລະ ເຖິງແມ່ນວ່າພຣະອົງໄດ້ສະແດງຄວາມຈິງຫຼາຍຢ່າງອອກມາ, ພວກເຂົາກໍບໍ່ຍອມຮັບມັນແມ່ນແຕ່ໜ້ອຍດຽວ ແຕ່ກັບຕໍ່ຕ້ານ ແລະ ປະນາມພຣະອົງ. ນັ້ນບໍ່ແມ່ນຈຸດຈົບຂອງພວກເຂົາບໍ? ພວກເຈົ້າຮູ້ຢ່າງຊັດເຈນວ່າຜົນໄດ້ຮັບຂອງສິ່ງນັ້ນຄືຫຍັງ. ພວກເຈົ້າມີມຸມມອງທີ່ຫຼອກລວງແບບນັ້ນໃນຄວາມເຊື່ອໃນພຣະເຈົ້າຂອງພວກເຈົ້າບໍ? ພວກເຈົ້າບໍ່ໄດ້ປິດກັ້ນຕົນເອງບໍ? (ພວກເຮົາປິດກັ້ນຕົນເອງ). ເຈົ້າເຫັນເຮົາປິດກັ້ນຕົນເອງບໍ? ບາງຄັ້ງເຮົາອ່ານຂ່າວ ແລະ ບາງຄັ້ງກໍເບິ່ງການສໍາພາດແຂກຮັບເຊີນພິເສດ ແລະ ລາຍການອື່ນໆ; ບາງຄັ້ງ, ເຮົາລົມຫຼິ້ນກັບອ້າຍເອື້ອຍນ້ອງ ແລະ ບາງຄັ້ງ, ເຮົາກໍລົມກັບຄົນທີ່ກຳລັງແຕ່ງກິນ ຫຼື ອະນາໄມ. ເຮົາເວົ້າໜ້ອຍໜຶ່ງກັບທຸກຄົນທີ່ເຮົາເຫັນ. ຢ່າຄິດວ່າ ເພາະເຈົ້າໄດ້ຮັບມອບໝາຍວຽກງານ ຫຼື ເພາະເຈົ້າມີພອນສະຫວັນພິເສດບາງຢ່າງ ຫຼື ແມ່ນແຕ່ເພາະເຈົ້າໄດ້ຮັບພາລະກິດພິເສດ, ເຈົ້າຈະພິເສດກວ່າຄົນອື່ນ. ນັ້ນຄືຄວາມຄິດທີ່ຜິດ. ທັນທີທີ່ເຈົ້າຄິດວ່າເຈົ້າພິເສດກວ່າຄົນອື່ນ, ມຸມມອງທີ່ຜິດພາດນັ້ນຈະຂັງເຈົ້າໄວ້ໃນກົງໂດຍບໍ່ຮູ້ຕົວ, ມັນຈະອ້ອມຮອບເຈົ້າດ້ວຍກຳແພງເຫຼັກ ແລະ ທອງແດງ. ຈາກນັ້ນ ເຈົ້າຈະຮູ້ສຶກວ່າເຈົ້າສູງສົ່ງທີ່ສຸດ, ເຈົ້າບໍ່ສາມາດເຮັດສິ່ງນັ້ນສິ່ງນີ້ໄດ້, ເຈົ້າບໍ່ສາມາດເວົ້າ ຫຼື ສື່ສານກັບຄົນແບບນັ້ນແບບນີ້ໄດ້, ວ່າເຈົ້າບໍ່ສາມາດແມ່ນແຕ່ຈະເວົ້າຫຼິ້ນ. ໃນທີ່ສຸດຈະເກີດຫຍັງຂຶ້ນ? ເຈົ້າຈະກາຍເປັນໃຜ? (ຄົນທີ່ໂດດດ່ຽວບໍ່ມີໃຜຄົບ). ເຈົ້າກາຍເປັນຄົນທີ່ໂດດດ່ຽວບໍ່ມີໃຜຄົບ. ເບິ່ງແມ້ວ່າຈັກກະພັດໃນສະໄໝບູຮານມັກເວົ້າສິ່ງຕ່າງໆ ເຊັ່ນ: “ເຮົາ, ຜູ້ດຽວ, ເປັນແບບນັ້ນແບບນີ້”, “ເຮົາ, ຜູ້ໂດດດ່ຽວ, ເປັນແນວນັ້ນແນວນີ້”, “ເຮົາ, ຜູ້ດຽວ, ຄິດ” ນັ້ນກໍຄື ປະກາດຢູ່ສະເໝີວ່າພວກເຂົາຢູ່ຄົນດຽວ. ຖ້າເຈົ້າປະກາດຢູ່ສະເໝີວ່າຕົນເອງຢູ່ຄົນດຽວ, ເຈົ້າຕ້ອງຄິດວ່າຕົນເອງຍິ່ງໃຫຍ່ສໍ່າໃດ? ຍິ່ງໃຫຍ່ຫຼາຍຈົນເຈົ້າກາຍເປັນໂອລົດສະຫວັນແທ້ໆບໍ? ນັ້ນຄືສິ່ງທີ່ເຈົ້າເປັນບໍ? ໂດຍແກ່ນແທ້ແລ້ວ, ເຈົ້າເປັນຄົນທຳມະດາ. ຖ້າເຈົ້າຄິດວ່າຕົນເອງຍິ່ງໃຫຍ່ ແລະ ພິເສດສະເໝີ, ເຈົ້າກຳລັງມີບັນຫາ. ມັນຈະລົ້ມເຫຼວ. ຖ້າເຈົ້າພົວພັນກັບໂລກ ແລະ ປະພຶດຕົນດ້ວຍມຸມມອງທີ່ຜິດພາດແບບນັ້ນ, ແລ້ວວິທີການ ແລະ ເສັ້ນທາງໃນການກະທຳຂອງເຈົ້າກໍຈະປ່ຽນໄປ, ຫຼັກການຂອງເຈົ້າກໍຈະປ່ຽນໄປ. ຖ້າເຈົ້າຄິດສະເໝີວ່າຕົນເອງແຕກຕ່າງຈາກຄົນອື່ນ, ເຈົ້າສູງສົ່ງກວ່າຄົນອື່ນທຸກຄົນ, ເຈົ້າບໍ່ຄວນເຮັດສິ່ງນັ້ນສິ່ງນີ້, ການເຮັດສິ່ງດັ່ງກ່າວຕໍ່າກວ່າສະຖານະ ແລະ ຕໍາແໜ່ງຂອງເຈົ້າ, ແລ້ວສິ່ງຕ່າງໆຈະບໍ່ລົ້ມເຫຼວບໍ? (ລົ້ມເຫຼວ). ເຈົ້າຈະຮູ້ສຶກວ່າ “ດ້ວຍສະຖານະຄືກັບຂອງຂ້ອຍ, ຂ້ອຍບໍ່ສາມາດເວົ້າທຸກຢ່າງກັບຄົນອື່ນໄດ້!” “ດ້ວຍສະຖານະຄືກັບຂອງຂ້ອຍ, ຂ້ອຍບໍ່ສາມາດບອກຄົນອື່ນວ່າຂ້ອຍເປັນຄົນກະບົດ!” “ດ້ວຍຕໍາແໜ່ງຄືກັບຂອງຂ້ອຍ, ຂ້ອຍບໍ່ສາມາດບອກຄົນອື່ນກ່ຽວກັບເລື່ອງທີ່ໜ້າອັບອາຍ ເຊັ່ນ: ຈຸດອ່ອນ, ຂໍ້ບົກຜ່ອງ, ຄວາມຜິດ ແລະ ການຂາດການສຶກສາຂອງຂ້ອຍ, ຂ້ອຍບໍ່ສາມາດໃຫ້ຜູ້ໃດຮູ້ກ່ຽວກັບເລື່ອງເຫຼົ່ານັ້ນໄດ້ຢ່າງເດັດຂາດ!” ນັ້ນຄືຈະເປັນຕາເມື່ອຍຫຼາຍ, ແມ່ນບໍ? (ແມ່ນແລ້ວ). ຖ້າເຈົ້າດຳລົງຊີວິດດ້ວຍວິທີທີ່ເປັນຕາເມື່ອຍແບບນັ້ນ, ເຈົ້າຈະສາມາດປະຕິບັດໜ້າທີ່ຂອງເຈົ້າໄດ້ດີບໍ? (ບໍ່). ບັນຫາເກີດຂຶ້ນຢູ່ໃສ? ມັນເກີດຂຶ້ນໃນມຸມມອງຂອງເຈົ້າທີ່ມີຕໍ່ໜ້າທີ່ ແລະ ສະຖານະຂອງເຈົ້າ. ບໍ່ວ່າເຈົ້າຈະເປັນ “” ທີ່ຍິ່ງໃຫຍ່ສໍ່າໃດ, ບໍ່ວ່າເຈົ້າຈະດຳລົງຕຳແໜ່ງໃດກໍຕາມ, ບໍ່ວ່າເຈົ້າຈະຮັບຜິດຊອບຄົນຈັກຄົນກໍຕາມ, ຄວາມຈິງແລ້ວ, ມັນກໍບໍ່ຕ່າງຫຍັງກັບໜ້າທີ່ທີ່ແຕກຕ່າງກັນ. ເຈົ້າບໍ່ຕ່າງຫຍັງກັບຄົນອື່ນ. ເຈົ້າເບິ່ງສິ່ງນີ້ຕາມຄວາມເປັນຈິງບໍ່ໄດ້ ແຕ່ກັບຮູ້ສຶກໃນໃຈສະເໝີວ່າ “ມັນບໍ່ແມ່ນໜ້າທີ່ທີ່ແຕກຕ່າງກັນ, ມັນແມ່ນຄວາມແຕກຕ່າງໃນຕໍາແໜ່ງແທ້ໆ. ຂ້ອຍຕ້ອງຢູ່ເໜືອຄົນອື່ນ; ຂ້ອຍຈະຮ່ວມມືກັບຄົນອື່ນໄດ້ແນວໃດ? ພວກເຂົາອາດຈະຮ່ວມມືກັບຂ້ອຍກໍໄດ້ ແຕ່ຂ້ອຍບໍ່ສາມາດຮ່ວມມືກັບພວກເຂົາ!” ຖ້າເຈົ້າຄິດແບບນັ້ນສະເໝີ, ປາດຖະໜາທີ່ຈະຢູ່ເໜືອຄົນອື່ນສະເໝີ, ປາຖະໜາທີ່ຈະຢືນຢູ່ເທິງບ່າຂອງຄົນອື່ນສະເໝີ, ຢູ່ເໜືອພວກເຂົາ ແລະ ເບິ່ງລົງມາໃສ່ພວກເຂົາ, ມັນຈະບໍ່ງ່າຍສຳລັບເຈົ້າທີ່ຈະຮ່ວມມືກັບຜູ້ຄົນ. ເຈົ້າຈະຄິດສະເໝີວ່າ “ຄົນນັ້ນຮູ້ຫຍັງ? ຖ້າລາວຮູ້ສິ່ງຕ່າງໆ, ອ້າຍເອື້ອຍນ້ອງກໍຄືຈະເລືອກລາວເປັນຜູ້ນໍາແລ້ວ. ແລ້ວເປັນຫຍັງພວກເຂົາຈຶ່ງເລືອກຂ້ອຍ? ຍ້ອນວ່າຂ້ອຍດີກວ່າລາວ. ສະນັ້ນ, ຂ້ອຍບໍ່ຄວນປຶກສາຫາລືສິ່ງຕ່າງໆກັບລາວ. ຖ້າຂ້ອຍເຮັດ, ມັນກໍຈະໝາຍຄວາມວ່າຂ້ອຍບໍ່ຍິ່ງໃຫຍ່. ເພື່ອພິສູດວ່າຂ້ອຍຍິ່ງໃຫຍ່, ຂ້ອຍບໍ່ສາມາດປຶກສາຫາລືສິ່ງຕ່າງໆກັບຜູ້ໃດໄດ້. ບໍ່ມີຜູ້ໃດເໝາະສົມທີ່ຈະປຶກສາຫາລືວຽກງານກັບຂ້ອຍເລີຍ, ບໍ່ມີຈັກຄົນ!” ນີ້ຄືວິທີທີ່ຜູ້ຕໍ່ຕ້ານພຣະຄຣິສຄິດ.
ໃນຈີນແຜ່ນດິນໃຫຍ່, ພັກກອມມູນິດກົດຂີ່ຄວາມເຊື່ອທາງສາສະໜາ. ມັນເປັນສະພາບແວດລ້ອມທີ່ໂຫດຮ້າຍ. ຜູ້ເຊື່ອໃນພຣະເຈົ້າຜະເຊີນກັບອັນຕະລາຍຈາກການຖືກຈັບກຸມໄດ້ທຸກເວລາ, ດັ່ງນັ້ນ ຜູ້ນໍາ ແລະ ຜູ້ເຮັດວຽກຈຶ່ງບໍ່ເຕົ້າໂຮມກັນເລື້ອຍປານໃດ. ບາງຄັ້ງ, ພວກເຂົາບໍ່ສາມາດຈັດການປະຊຸມຜູ້ຮ່ວມວຽກໄດ້ແມ່ນແຕ່ເດືອນລະຄັ້ງ; ພວກເຂົາລໍຖ້າຈົນກວ່າສະພາບຈະອໍານວຍໃຫ້ເຕົ້າໂຮມກັນ ຫຼື ຈົນກວ່າພວກເຂົາຈະພົບສະຖານທີ່ທີ່ເໝາະສົມ. ແລ້ວວຽກງານດຳເນີນໄປໄດ້ແນວໃດ? ເມື່ອມີການຈັດແຈງວຽກງານຕ່າງໆ, ກໍຕ້ອງຊອກຫາຄົນໄປສົ່ງພວກມັນ. ມີຄັ້ງໜຶ່ງ, ພວກເຮົາໄດ້ຫາໃຫ້ອ້າຍນ້ອງທີ່ຢູ່ໃກ້ຄຽງເພື່ອສົ່ງການຈັດແຈງວຽກງານຕ່າງໆໃຫ້ຜູ້ນໍາເຂດຄົນໜຶ່ງ. ອ້າຍນ້ອງຄົນນີ້ເປັນຜູ້ເຊື່ອທຳມະດາ ແລະ ເມື່ອລາວສົ່ງການຈັດແຈງວຽກງານຕ່າງໆໄປໃຫ້, ຜູ້ນໍາເຂດກໍອ່ານພວກມັນ ແລະ ເວົ້າວ່າ “ຫຶ. ນີ້ຄືສິ່ງທີ່ຂ້ອຍຄາດໄວ້”. ລາວກຳລັງອວດອ້າງຫຍັງຕໍ່ໜ້າອ້າຍນ້ອງຄົນນັ້ນ? ລາວກຳລັງວາງມາດ ເພື່ອໃຫ້ຜູ້ໃດກໍຕາມທີ່ເບິ່ງຢູ່ເວົ້າວ່າ “ໂຫ, ຈັ່ງແມ່ນສະຫງ່າແທ້. ຈັ່ງແມ່ນງົດງາມແທ້!” ນັ້ນກໍບໍ່ແມ່ນທັງໝົດ, ທັນທີຫຼັງຈາກນັ້ນ ລາວກໍເວົ້າວ່າ “ນີ້ແມ່ນຜູ້ຊາຍທີ່ພວກເຂົາສົ່ງມາເພື່ອສົ່ງການຈັດແຈງວຽກງານໃຫ້ຂ້ອຍບໍ? ລະດັບຂອງລາວບໍ່ເຖິງຂັ້ນ!” ນີ້ໝາຍຄວາມວ່າ: “ຂ້ອຍເປັນຜູ້ນໍາເຂດ, ເປັນຜູ້ນໍາທີ່ສຳຄັນ. ຈະສົ່ງຜູ້ເຊື່ອທຳມະດາມາສົ່ງສິ່ງຂອງໃຫ້ຂ້ອຍໄດ້ແນວໃດ? ນີ້ບໍ່ແມ່ນການຂ້າມຂັ້ນບໍ? ເບື້ອງເທິງດູຖູກຂ້ອຍແທ້ໆ. ຂ້ອຍເປັນຜູ້ນໍາເຂດ, ດັ່ງນັ້ນ ຢ່າງໜ້ອຍພວກເຂົາກໍຄວນສົ່ງຜູ້ນໍາເມືອງມາສົ່ງສິ່ງນີ້ ແລະ ແຕ່ພວກເຂົາກັບໃຫ້ຜູ້ເຊື່ອທຳມະດາທີ່ຕໍ່າຕ້ອຍທີ່ສຸດມາເຮັດ, ລະດັບຂອງລາວບໍ່ເຖິງຂັ້ນ!” ຜູ້ນໍາຄົນນີ້ເປັນຄົນປະເພດໃດ! ລາວໃຫ້ຄຸນຄ່າກັບສະຖານະຂອງລາວຫຼາຍສໍ່າໃດ ຈຶ່ງເວົ້າວ່າຜູ້ສົ່ງສານມີລະດັບບໍ່ສູງພໍ? ລາວປະຕິບັດຕໍ່ຕຳແໜ່ງຂອງລາວຄືກັບຂໍ້ອ້າງໃນການໃຊ້ອຳນາດຂອງລາວ. ລາວບໍ່ແມ່ນສິ່ງທີ່ເປັນມານຮ້າຍບໍ? (ແມ່ນແລ້ວ). ລາວເປັນສິ່ງທີ່ເປັນມານຮ້າຍແທ້ໆ. ໃນວຽກງານຂອງຄຣິສຕະຈັກ, ພວກເຮົາເລືອກບໍ່ວ່າຈະສົ່ງຜູ້ໃດໄປສົ່ງສິ່ງຂອງ ຫຼື ແຈ້ງຂ່າວ? ໃນສະພາບແວດລ້ອມຄືກັບຈີນແຜ່ນດິນໃຫຍ່, ອ້າຍເອື້ອຍນ້ອງຜະເຊີນກັບຄວາມສ່ຽງທີ່ຍິ່ງໃຫຍ່ຫຼາຍໃນຂະນະທີ່ເດີນທາງໄປສົ່ງສິ່ງຂອງ ແຕ່ເມື່ອອ້າຍນ້ອງຄົນນີ້ໄປຮອດພ້ອມກັບການຈັດແຈງວຽກງານ, ລາວຖືກຜູ້ນໍາບອກວ່າລາວມີລະດັບບໍ່ສູງພໍ ໂດຍບົ່ງບອກວ່າຕ້ອງຊອກຫາຄົນທີ່ມີລະດັບພຽງພໍ, ຄົນທີ່ເທົ່າທຽມກັບຜູ້ນໍາໃນດ້ານຕໍາແໜ່ງ ແລະ ສະຖານະ ແລະ ການເຮັດນອກເໜືອຈາກນັ້ນແມ່ນການດູຖູກຜູ້ນໍາ, ນັ້ນບໍ່ແມ່ນອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສບໍ? (ແມ່ນແລ້ວ). ມັນແມ່ນອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ. ຄົນທີ່ເປັນມານຮ້າຍຄົນນີ້ບໍ່ສາມາດເຮັດວຽກງານຕົວຈິງໃດໆໄດ້ ແລະ ລາວບໍ່ມີທັກສະ ແຕ່ລາວກໍຍັງຮຽກຮ້ອງສິ່ງດັ່ງກ່າວ ແລະ ລາວຍັງໃຫ້ຄວາມສຳຄັນກັບສະຖານະ. ວະລີຕິດປາກຂອງລາວແມ່ນຫຍັງ? “ລະດັບຂອງລາວບໍ່ສູງພໍ”. ໃຜກໍຕາມທີ່ເວົ້າກັບລາວ, ກ່ອນອື່ນໝົດ ລາວຈະຖາມວ່າ “ເຈົ້າເປັນຜູ້ນໍາລະດັບໃດ? ຜູ້ນໍາຂອງກຸ່ມນ້ອຍໆບໍ? ໄປໄກໆ, ລະດັບຂອງເຈົ້າບໍ່ສູງພໍ!” ຖ້າເປັນອ້າຍນ້ອງທີ່ຢູ່ເບື້ອງເທິງຈັດການເຕົ້າໂຮມ, ລາວຈະຫຍັບໄປທາງໜ້າສະເໝີ ໂດຍເວົ້າວ່າ “ອ້າຍນ້ອງຄົນນີ້ຍິ່ງໃຫຍ່ທີ່ສຸດໃນບັນດາຜູ້ນໍາຄຣິສຕະຈັກ ແລະ ຂ້ອຍກໍຮອງລົງມາຈາກລາວ. ບໍ່ວ່າລາວຈະນັ່ງຢູ່ໃສ, ຂ້ອຍກໍຈະໄປນັ່ງທາງຂ້າງລາວ, ຕາມລະດັບ”. ນັ້ນຄືຄວາມຊັດເຈນໃນຄວາມຄິດຂອງລາວ. ນັ້ນບໍ່ແມ່ນການບໍ່ມີຢາງອາຍບໍ? (ແມ່ນແລ້ວ). ມັນບໍ່ມີຢາງອາຍຫຼາຍ, ລາວບໍ່ມີການຮັບຮູ້ຕົວເອງ! ລາວບໍ່ມີຢາງອາຍສໍ່າໃດ? ພໍທີ່ຈະເຮັດໃຫ້ຜູ້ຄົນຂີ້ດຽດ. ເຖິງແມ່ນວ່າລາວມີຕຳແໜ່ງຜູ້ນໍາ, ລາວສາມາດເຮັດຫຍັງໄດ້? ລາວເຮັດມັນໄດ້ດີສໍ່າໃດ? ລາວຈຳເປັນຕ້ອງມີຜົນງານບາງຢ່າງມາສະແດງໃຫ້ເຫັນກ່ອນທີ່ລາວຈະສາມາດອວດອ້າງຄຸນສົມບັດຂອງລາວໄດ້, ນັ້ນຈຶ່ງຈະເໝາະສົມ; ນັ້ນຈຶ່ງຈະສົມເຫດສົມຜົນ. ແຕ່ລາວກໍຍັງແບ່ງແຍກຜູ້ຄົນຕາມລະດັບ ໂດຍບໍ່ໄດ້ບັນລຸຜົນງານໃດໆ, ໂດຍບໍ່ໄດ້ເຮັດວຽກງານໃດໆເລີຍ! ແລ້ວລະດັບຂອງລາວແມ່ນຫຍັງ? ໃນຖານະຜູ້ນໍາເຂດ, ລາວບໍ່ໄດ້ເຮັດວຽກງານຕົວຈິງຫຼາຍປານໃດ, ລາວບໍ່ເໝາະສົມກັບລະດັບນີ້. ຖ້າເຮົາຈະແບ່ງແຍກຜູ້ຄົນຕາມລະດັບ, ມີຜູ້ໃດທີ່ສາມາດເຂົ້າໃກ້ເຮົາໄດ້ບໍ? ບໍ່ມີ. ພວກເຈົ້າເຫັນເຮົາແບ່ງແຍກໂດຍອີງໃສ່ລະດັບບໍ ເມື່ອເຮົາພົວພັນກັບຜູ້ຄົນ? ບໍ່, ບໍ່ວ່າເຮົາຈະພົບກັບໃຜ, ເຮົາກໍເວົ້າກັບພວກເຂົາໜ້ອຍໜຶ່ງຖ້າເຮົາສາມາດເຮັດໄດ້ ແລະ ຖ້າເຮົາບໍ່ມີເວລາ, ເຮົາກໍພຽງແຕ່ທັກທາຍພວກເຂົາ ແລ້ວກໍຈົບ. ແຕ່ຜູ້ຕໍ່ຕ້ານພຣະຄຣິສຄົນນີ້ບໍ່ຄິດແບບນັ້ນ. ລາວເຫັນວ່າຕໍາແໜ່ງ, ສະຖານະ ແລະ ຄຸນຄ່າທາງສັງຄົມສຳຄັນກວ່າສິ່ງໃດໆ, ມີຄ່າກວ່າຊີວິດຂອງລາວເອງ. ພວກເຈົ້າແບ່ງແຍກໂດຍອີງໃສ່ລະດັບບໍ ເມື່ອພວກເຈົ້າປະຕິບັດໜ້າທີ່ຮ່ວມກັນ? ບາງຄົນແບ່ງແຍກຕາມລະດັບໃນທຸກສິ່ງທີ່ພວກເຂົາເຮັດ; ພຽງໜ້ອຍໜຶ່ງກໍເວົ້າວ່າຄົນອື່ນກຳລັງເຮັດເກີນລະດັບຂອງພວກເຂົາໃນວຽກງານທີ່ພວກເຂົາເຮັດ ແລະ ການແຈ້ງຂ່າວທີ່ພວກເຂົາໃຫ້. ພວກເຂົາກຳລັງເຮັດເກີນລະດັບຫຍັງ? ເຮັດໜ້າທີ່ຂອງເຈົ້າເອງໃຫ້ດີກ່ອນ. ເຈົ້າບໍ່ສາມາດເຮັດໜ້າທີ່ໃດໆໃຫ້ດີ ຫຼື ເຮັດວຽກງານໃດໆໄດ້ ແຕ່ເຈົ້າກໍຍັງແບ່ງແຍກໂດຍອີງໃສ່ລະດັບ. ໃຜຂໍໃຫ້ເຈົ້າເຮັດແບບນັ້ນ? ມັນຍັງບໍ່ເຖິງເວລາທີ່ຈະແບ່ງແຍກໂດຍອີງໃສ່ລະດັບ. ເຈົ້າກຳລັງເຮັດມັນໄວເກີນໄປ; ເຈົ້າບໍ່ມີການຮັບຮູ້ຕົວເອງ. ມີບາງເວລາທີ່ພວກເຮົາໄປບ່ອນໃດບ່ອນໜຶ່ງ ແລະ ພົບຄົນຢູ່ບ່ອນນັ້ນເພື່ອແກ້ໄຂບັນຫາ. ພວກເຮົາຊອກຫາຄົນທີ່ເໝາະສົມໂດຍອີງໃສ່ລະດັບບໍ? ໂດຍພື້ນຖານແລ້ວ ພວກເຮົາບໍ່ເຮັດ. ຖ້າເຈົ້າຮັບຜິດຊອບວຽກງານ, ພວກເຮົາກໍຈະໄປຊອກຫາເຈົ້າ ແລະ ຖ້າເຈົ້າບໍ່ຢູ່ບ່ອນນັ້ນ, ພວກເຮົາກໍຈະຊອກຫາຄົນອື່ນ. ພວກເຮົາບໍ່ແບ່ງແຍກໂດຍອີງໃສ່ລະດັບ ແລະ ອີງໃສ່ສະຖານະທີ່ສູງ ຫຼື ຕໍ່າ. ຖ້າໃຜຜູ້ໜຶ່ງຖືເອົາຕົນເອງເປັນໃຫຍ່ໃນການແບ່ງແຍກດັ່ງກ່າວ, ພວກເຂົາບໍ່ມີການຮັບຮູ້ຕົວເອງ ແລະ ພວກເຂົາບໍ່ເຂົ້າໃຈຫຼັກການ. ຖ້າເຈົ້າແບ່ງແຍກໂດຍອີງໃສ່ສະຖານະ, ລະດັບ ແລະ ຕຳແໜ່ງໃນເຮືອນຂອງພຣະເຈົ້າຢ່າງລະອຽດຄືກັບຜູ້ບໍ່ມີຄວາມເຊື່ອ, ເຈົ້າກໍຂາດເຫດຜົນແທ້ໆ! ເຈົ້າບໍ່ເຂົ້າໃຈຄວາມຈິງ; ເຈົ້າຂາດແຄນຫຼາຍ. ເຈົ້າບໍ່ເຂົ້າໃຈວ່າຄວາມເຊື່ອໃນພຣະເຈົ້າແມ່ນກ່ຽວກັບຫຍັງ.
ພວກເຮົາຫາກໍເວົ້າກ່ຽວກັບການຮ່ວມມືກັບຄົນອື່ນ. ສິ່ງນີ້ເປັນເລື່ອງງ່າຍທີ່ຈະເຮັດບໍ? ຜູ້ໃດກໍຕາມທີ່ສາມາດສະແຫວງຫາຄວາມຈິງ, ຜູ້ທີ່ມີຄວາມຮູ້ສຶກລະອາຍໜ້ອຍໜຶ່ງ ແລະ ມີຄວາມເປັນມະນຸດ, ຄວາມສໍານຶກ ແລະ ເຫດຜົນແມ່ນສາມາດຮ່ວມມືກັບຄົນອື່ນໄດ້. ມີແຕ່ຄົນທີ່ບໍ່ມີຄວາມເປັນມະນຸດ, ຜູ້ທີ່ປາຖະໜາທີ່ຈະຜູກຂາດສະຖານະຢູ່ສະເໝີ, ຜູ້ທີ່ຄິດເຖິງແຕ່ກຽດສັກສີ, ສະຖານະ, ຊື່ສຽງ ແລະ ຜົນປະໂຫຍດຂອງຕົນເອງຢູ່ສະເໝີເທົ່ານັ້ນ ທີ່ບໍ່ສາມາດຮ່ວມມືກັບຜູ້ໃດໄດ້. ແນ່ນອນວ່າ ນີ້ແມ່ນໜຶ່ງໃນການສະແດງອອກຫຼັກໆຂອງຜູ້ຕໍ່ຕ້ານພຣະຄຣິສເຊັ່ນກັນ: ພວກເຂົາບໍ່ຮ່ວມມືກັບຜູ້ໃດ ແລະ ພວກເຂົາກໍບໍ່ສາມາດບັນລຸການຮ່ວມມືຢ່າງສາມັກຄີກັບຜູ້ໃດໄດ້. ພວກເຂົາບໍ່ປະຕິບັດຕາມຫຼັກການນັ້ນ. ເຫດຜົນສຳລັບສິ່ງນີ້ແມ່ນຫຍັງ? ພວກເຂົາບໍ່ເຕັມໃຈທີ່ຈະປ່ອຍວາງອຳນາດ, ພວກເຂົາບໍ່ເຕັມໃຈທີ່ຈະໃຫ້ຄົນອື່ນຮູ້ວ່າ ມີບາງສິ່ງທີ່ພວກເຂົາບໍ່ສາມາດເບິ່ງບໍ່ທະລຸ, ມີບາງສິ່ງທີ່ພວກເຂົາຈຳເປັນຕ້ອງຂໍຄຳປຶກສາ. ພວກເຂົາສະແດງພາບລວງຕາໃຫ້ຜູ້ຄົນເຫັນ, ເຮັດໃຫ້ຜູ້ຄົນຄິດວ່າບໍ່ມີສິ່ງໃດທີ່ພວກເຂົາເຮັດບໍ່ໄດ້, ບໍ່ມີສິ່ງໃດທີ່ພວກເຂົາບໍ່ຮູ້, ບໍ່ມີສິ່ງໃດທີ່ພວກເຂົາບໍ່ເຂົ້າໃຈ, ພວກເຂົາມີຄຳຕອບທຸກຢ່າງ ແລະ ທຸກສິ່ງແມ່ນສາມາດເຮັດໄດ້, ເປັນໄປໄດ້ ແລະ ບັນລຸໄດ້ສຳລັບພວກເຂົາ. ພວກເຂົາບໍ່ຕ້ອງການຄົນອື່ນ ແລະ ບໍ່ຕ້ອງການຄວາມຊ່ວຍເຫຼືອ, ການເຕືອນ ຫຼື ຄຳແນະນໍາຈາກຄົນອື່ນ. ນັ້ນແມ່ນເຫດຜົນໜຶ່ງ. ນອກຈາກນັ້ນແລ້ວ ອຸປະນິໄສທີ່ພົ້ນເດັ່ນທີ່ສຸດຂອງພວກຕໍ່ຕ້ານພຣະຄຣິສແມ່ນຫຍັງ? ນັ້ນກໍຄື ອຸປະນິໄສໃດທີ່ເຈົ້າຈະສາມາດເບິ່ງທະລຸໄດ້ ເມື່ອເຈົ້າໄດ້ສຳຜັດກັບພວກເຂົາ ຈາກການໄດ້ຍິນພຽງວະລີໜຶ່ງ ຫຼື ສອງວະລີຂອງພວກເຂົາ? ຄວາມອວດດີ. ພວກເຂົາອວດດີສໍ່າໃດ? ອວດດີຈົນເກີນເຫດຜົນ, ຄືກັບພະຍາດທາງຈິດ. ຕົວຢ່າງ: ຖ້າພວກເຂົາຈິບນ້ຳ ແລະ ພວກເຂົາມີທ່າທາງທີ່ງົດງາມໃນຂະນະທີ່ເຮັດແນວນັ້ນ, ພວກເຂົາກໍຈະຍົກເລື່ອງນັ້ນຂຶ້ນມາໂອ້ອວດວ່າ: “ເບິ່ງແມ້ວ່າຂ້ອຍມີທ່າທາງທີ່ງົດງາມສໍ່າໃດຕອນທີ່ຂ້ອຍດື່ມນ້ຳ”. ພວກເຂົາເກັ່ງເປັນພິເສດໃນການອວດຕົນເອງ ແລະ ໂອ້ອວດ; ພວກເຂົາບໍ່ມີຢາງອາຍ ແລະ ບໍ່ມີຄວາມລະອາຍໃຈເປັນພິເສດ. ນັ້ນຄືສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເປັນ. ຕາມທີ່ພວກເຂົາເຫັນ, ບໍ່ມີໃຜທຽບກັບພວກເຂົາໄດ້. ພວກເຂົາເກັ່ງເປັນພິເສດໃນການໂອ້ອວດ ແລະ ພວກເຂົາຂາດການຮັບຮູ້ຕົວເອງຢ່າງສິ້ນເຊີງ. ຜູ້ຕໍ່ຕ້ານພຣະຄຣິສບາງຄົນຂີ້ຮ້າຍເປັນພິເສດ ແຕ່ກໍຄິດວ່າຕົນເອງເບິ່ງດີ, ມີໃບໜ້າຮູບໄຂ່, ຕາຮູບເມັດອັນມອນ ແລະ ຄິ້ວໂຄ້ງ. ພວກເຂົາຂາດການຮັບຮູ້ຕົວເອງແມ່ນແຕ່ພຽງໜ້ອຍໜຶ່ງ. ເມື່ອອາຍຸ 30 ຫຼື 40 ປີ, ຄົນທົ່ວໄປຈະປະເມີນຮູບຮ່າງໜ້າຕາ ແລະ ຄວາມສາມາດຂອງຕົນເອງໄດ້ຢ່າງຖືກຕ້ອງບໍ່ຫຼາຍກໍໜ້ອຍ. ເຖິງຢ່າງໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສບໍ່ມີຄວາມມີເຫດຜົນແບບນັ້ນ. ບັນຫາຫຍັງທີ່ເກີດຂຶ້ນຢູ່ບ່ອນນີ້? ມັນແມ່ນການທີ່ອຸປະນິໄສທີ່ອວດດີຂອງພວກເຂົາໄດ້ເກີນຂອບເຂດຂອງຄວາມມີເຫດຜົນປົກກະຕິ. ພວກເຂົາອວດດີສໍ່າໃດ? ເຖິງແມ່ນວ່າພວກເຂົາຈະເບິ່ງຄືກັບຄັນຄາກ, ພວກເຂົາກໍຈະເວົ້າວ່າພວກເຂົາເບິ່ງຄືກັບຫົງ. ໃນສິ່ງນີ້, ມີບາງຢ່າງທີ່ບໍ່ສາມາດແຍກແຍະໄດ້ວ່າອັນໃດແມ່ນຄວາມຈິງ ແລະ ອັນໃດບໍ່ແມ່ນ ແລະ ເປັນການປີ້ນດຳເປັນຂາວ. ຄວາມອວດດີໃນລະດັບດັ່ງກ່າວແມ່ນຄວາມອວດດີຈົນເຖິງຂັ້ນບໍ່ມີຢາງອາຍ; ມັນບໍ່ສາມາດຍັບຍັ້ງໄດ້. ເມື່ອຄົນທົ່ວໄປເວົ້າໃນທາງທີ່ດີກ່ຽວກັບຮູບຮ່າງໜ້າຕາຂອງຕົນເອງ, ພວກເຂົາພົບວ່າມັນເປັນເລື່ອງທີ່ບໍ່ຄວນເວົ້າ ແລະ ຮູ້ສຶກອາຍ. ເມື່ອພວກເຂົາເວົ້າອອກໄປແລ້ວ, ພວກເຂົາຮູ້ສຶກອັບອາຍໝົດມື້ໂດຍມີໃບໜ້າທີ່ແດງກໍ່າ. ຜູ້ຕໍ່ຕ້ານພຣະຄຣິສບໍ່ໜ້າແດງ. ພວກເຂົາຈະຍ້ອງຍໍຕົນເອງສຳລັບສິ່ງດີໆທີ່ພວກເຂົາໄດ້ເຮັດ ແລະ ຈຸດແຂງທີ່ພວກເຂົາມີ ສຳລັບດ້ານໃດກໍຕາມທີ່ພວກເຂົາເກັ່ງ ແລະ ດີກວ່າຄົນອື່ນ. ຄຳເວົ້າເຫຼົ່ານີ້ພຽງແຕ່ໄຫຼອອກມາຈາກປາກຂອງພວກເຂົາ ຄືກັບວ່າມັນເປັນຄຳເວົ້າທົ່ວໄປ. ພວກເຂົາບໍ່ໜ້າແດງເລີຍ! ນີ້ຄືຄວາມອວດດີທີ່ເກີນຂອບເຂດ, ເກີນຄວາມອັບອາຍ ຫຼື ເກີນຄວາມມີເຫດຜົນ. ນີ້ຄືເຫດຜົນທີ່ວ່າ ໃນສາຍຕາຂອງຜູ້ຕໍ່ຕ້ານພຣະຄຣິສ, ຄົນປົກກະຕິທຸກຄົນ, ໂດຍສະເພາະທຸກຄົນທີ່ສະແຫວງຫາຄວາມຈິງ ແລະ ມີຄວາມສໍານຶກ ແລະ ເຫດຜົນຂອງຄວາມເປັນມະນຸດປົກກະຕິ ແລະ ມີຄວາມຄິດທີ່ປົກກະຕິລ້ວນແລ້ວແຕ່ເປັນຄົນທຳມະດາສາມັນ, ບໍ່ມີພອນສະຫວັນຫຍັງທີ່ຈະເວົ້າເຖິງ, ຕ່ຳກວ່າພວກເຂົາ ແລະ ຂາດຈຸດແຂງ ແລະ ຂໍ້ດີຄືກັບພວກເຂົາ. ມັນຍຸຕິທຳທີ່ຈະເວົ້າວ່າ ເພາະພວກເຂົາຈອງຫອງ ແລະ ເຊື່ອວ່າບໍ່ມີໃຜທຽບກັບພວກເຂົາໄດ້. ຍ້ອນເຫດຜົນນີ້, ພວກເຂົາຈຶ່ງບໍ່ປາຖະໜາທີ່ຈະຮ່ວມມື ຫຼື ປຶກສາຫາລືສິ່ງຕ່າງໆກັບຜູ້ໃດ ໃນສິ່ງໃດກໍຕາມທີ່ພວກເຂົາເຮັດ. ພວກເຂົາອາດຈະຟັງຄຳເທດສະໜາ, ອ່ານພຣະທຳຂອງພຣະເຈົ້າ, ເຫັນການເປີດໂປງໃນພຣະທຳຂອງພຣະອົງ ຫຼື ຖືກລິຮານໃນບາງຄັ້ງ ແຕ່ບໍ່ວ່າກໍລະນີໃດກໍຕາມ, ພວກເຂົາຈະບໍ່ຍອມຮັບວ່າໄດ້ເປີດເຜີຍຄວາມເສື່ອມຊາມ ແລະ ໄດ້ຝ່າຝືນ, ຢ່າວ່າແຕ່ຈະຍອມຮັບວ່າເປັນຄົນອວດດີ ແລະ ຖືຕົນວ່າຊອບທຳເລີຍ. ພວກເຂົາບໍ່ສາມາດເຂົ້າໃຈໄດ້ວ່າພວກເຂົາເປັນພຽງຄົນທຳມະດາ ທີ່ມີຄວາມສາມາດທຳມະດາ. ພວກເຂົາບໍ່ສາມາດເຂົ້າໃຈສິ່ງດັ່ງກ່າວ. ບໍ່ວ່າເຈົ້າຈະລິຮານພວກເຂົາແນວໃດກໍຕາມ, ພວກເຂົາຍັງຈະຄິດວ່າພວກເຂົາມີຄວາມສາມາດທີ່ດີ, ວ່າພວກເຂົາສູງສົ່ງກວ່າຄົນທົ່ວໄປ. ສິ່ງນີ້ບໍ່ແມ່ນເກີນກວ່າທີ່ຈະມີຄວາມຫວັງບໍ? (ແມ່ນແລ້ວ). ມັນເກີນກວ່າທີ່ຈະມີຄວາມຫວັງ. ນັ້ນຄືຜູ້ຕໍ່ຕ້ານພຣະຄຣິສ. ບໍ່ວ່າພວກເຂົາຈະຖືກລິຮານແນວໃດກໍຕາມ, ພວກເຂົາກໍບໍ່ສາມາດກົ້ມຫົວ ແລະ ຍອມຮັບວ່າພວກເຂົາບໍ່ດີ, ວ່າພວກເຂົາບໍ່ມີຄວາມສາມາດ. ຕາມທີ່ພວກເຂົາເຫັນ, ການຍອມຮັບບັນຫາ, ຄວາມຜິດ ຫຼື ຄວາມເສື່ອມຊາມຂອງພວກເຂົາຈະເປັນຄືກັບການຖືກປະນາມ, ຄືກັບການຖືກທຳລາຍ. ນີ້ຄືວິທີທີ່ພວກເຂົາຄິດ. ພວກເຂົາຄິດວ່າ ທັນທີທີ່ຄົນອື່ນເຫັນຄວາມຜິດຂອງພວກເຂົາ ຫຼື ທັນທີທີ່ພວກເຂົາຍອມຮັບວ່າຄວາມສາມາດຂອງພວກເຂົາບໍ່ດີ ແລະ ວ່າພວກເຂົາບໍ່ມີຄວາມເຂົ້າໃຈຝ່າຍວິນຍານ, ພວກເຂົາກໍຈະໝົດແຮງໃນຄວາມເຊື່ອໃນພຣະເຈົ້າຂອງພວກເຂົາ ແລະ ພົບວ່າມັນບໍ່ມີຄວາມໝາຍ ເນື່ອງຈາກສະຖານະຂອງພວກເຂົາຈະບໍ່ໄດ້ຮັບການຮັບປະກັນອີກຕໍ່ໄປ, ພວກເຂົາຈະສູນເສຍສະຖານະຂອງພວກເຂົາ. ພວກເຂົາຄິດວ່າ “ມີປະໂຫຍດຫຍັງທີ່ຈະມີຊີວິດຢູ່ໂດຍບໍ່ມີສະຖານະ? ການຕາຍຍັງຊິດີກວ່າ!” ຖ້າພວກເຂົາມີສະຖານະ, ພວກເຂົາກໍອວດດີຈົນບໍ່ສາມາດຍັບຍັ້ງໄດ້, ແລ່ນວຸ້ນວາຍເຮັດສິ່ງທີ່ບໍ່ດີ; ແລະ ຖ້າພວກເຂົາເຈິທາງຕັນ ແລະ ຖືກລິຮານ, ພວກເຂົາກໍຈະຢາກປະຖິ້ມວຽກງານຂອງພວກເຂົາ ແລະ ກາຍເປັນຄົນຄິດລົບ ແລະ ຂີ້ຄ້ານ. ຢາກໃຫ້ພວກເຂົາປະຕິບັດຕາມຫຼັກການຄວາມຈິງບໍ? ຢ່າຄິດເລີຍ. ພວກເຂົາເຊື່ອຫຍັງ? “ເຈົ້າເອົາຕຳແໜ່ງໃຫ້ຂ້ອຍ ແລະ ໃຫ້ຂ້ອຍເຮັດຕາມໃຈຂອງຂ້ອຍຈະເປັນແນວໃດ? ເຈົ້າຢາກໃຫ້ຂ້ອຍຮ່ວມມືກັບຄົນອື່ນບໍ? ນັ້ນເປັນໄປບໍ່ໄດ້! ຢ່າຊອກຫາຄູ່ຮ່ວມງານໃຫ້ຂ້ອຍ, ຂ້ອຍບໍ່ຕ້ອງການ; ບໍ່ມີໃຜເໝາະທີ່ຈະເປັນຄູ່ຮ່ວມງານຂອງຂ້ອຍ. ຫຼື ຢ່າໃຊ້ຂ້ອຍ, ໃຫ້ຄົນອື່ນເຮັດ!” ນີ້ແມ່ນສິ່ງທີ່ມີຊີວິດປະເພດໃດ? “ມີພຽງຜູ້ດຽວທີ່ເປັນໃຫຍ່”, ນີ້ຄືແນວຄິດຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ນີ້ຄືການສະແດງອອກຂອງພວກເຂົາ. ສິ່ງນີ້ບໍ່ແມ່ນເກີນກວ່າທີ່ຈະມີຄວາມຫວັງບໍ? (ແມ່ນແລ້ວ).
ໃນຂໍ້ທຳອິດ ເຊິ່ງກ່າວວ່າຜູ້ຕໍ່ຕ້ານພຣະຄຣິສບໍ່ສາມາດຮ່ວມມືກັບຜູ້ໃດໄດ້, ຄຳວ່າ “ບໍ່ສາມາດ” ນັ້ນກວມເອົາຫຍັງແດ່? ການທີ່ພວກເຂົາບໍ່ຮ່ວມມືກັບຜູ້ໃດ ແລະ ການທີ່ພວກເຂົາບໍ່ສາມາດບັນລຸການຮ່ວມມືກັບຄົນອື່ນໄດ້, ສິ່ງເຫຼົ່ານີ້ບໍ່ແມ່ນສອງຄວາມໝາຍຂອງມັນບໍ? ສອງຄວາມໝາຍນີ້ຖືກກວມເອົາຢູ່ໃນນັ້ນ ຕາມທີ່ຖືກກຳນົດໂດຍແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ເຖິງແມ່ນວ່າຜູ້ຄົນອາດຈະເຮັດວຽກຄຽງຄູ່ກັບພວກເຂົາ ແຕ່ແກ່ນແທ້ຂອງມັນບໍ່ແມ່ນການຮ່ວມມືທີ່ແທ້ຈິງ. ພວກເຂົາເປັນພຽງຄົນແລ່ນວຽກ, ໃຫ້ການສະໜັບສະໜູນ, ເຮັດວຽກຮັບໃຊ້ ແລະ ຈັດການເລື່ອງຕ່າງໆໃຫ້ພວກເຂົາ. ມັນຍັງຫ່າງໄກຈາກການມີຄຸນສົມບັດເປັນການຮ່ວມມື. ແລ້ວ “ການຮ່ວມມື” ຖືກນິຍາມແນວໃດ? ຄວາມຈິງກໍຄື ເປົ້າໝາຍສູງສຸດຂອງການຮ່ວມມືແມ່ນການບັນລຸຄວາມເຂົ້າໃຈກ່ຽວກັບຫຼັກການຄວາມຈິງ, ການປະຕິບັດຕາມຫຼັກການເຫຼົ່ານັ້ນ, ການແກ້ໄຂທຸກບັນຫາ, ການຕັດສິນໃຈທີ່ຖືກຕ້ອງ, ການຕັດສິນໃຈທີ່ສອດຄ່ອງກັບຫຼັກການ ໂດຍບໍ່ມີການບ່ຽງເບນ ແລະ ການຫຼຸດຜ່ອນຂໍ້ຜິດພາດໃນວຽກງານ ເພື່ອໃຫ້ທຸກສິ່ງທີ່ເຈົ້າເຮັດຄືການປະຕິບັດໜ້າທີ່ຂອງເຈົ້າ, ບໍ່ແມ່ນການເຮັດຕາມໃຈຂອງເຈົ້າ ແລະ ບໍ່ແມ່ນການອາລະວາດ. ການສະແດງອອກທຳອິດຂອງການທີ່ຜູ້ຕໍ່ຕ້ານພຣະຄຣິສໃຫ້ຄົນອື່ນອ່ອນນ້ອມຕໍ່ພວກເຂົາເທົ່ານັ້ນ, ບໍ່ແມ່ນຕໍ່ຄວາມຈິງ ຫຼື ຕໍ່ພຣະເຈົ້າ, ແມ່ນການທີ່ພວກເຂົາບໍ່ສາມາດຮ່ວມມືກັບຜູ້ໃດໄດ້. ບາງຄົນອາດຈະເວົ້າວ່າ “ການທີ່ບໍ່ສາມາດຮ່ວມມືກັບຜູ້ໃດໄດ້ນັ້ນ ບໍ່ຄືກັນກັບການໃຫ້ຄົນອື່ນອ່ອນນ້ອມຕໍ່ພວກເຂົາເທົ່ານັ້ນ”. ການທີ່ບໍ່ສາມາດຮ່ວມມືກັບຜູ້ໃດໄດ້ໝາຍຄວາມວ່າ ພວກເຂົາບໍ່ໃສ່ໃຈຄຳເວົ້າຂອງຜູ້ໃດ ຫຼື ບໍ່ຂໍຄຳແນະນໍາຈາກຜູ້ໃດ. ພວກເຂົາບໍ່ສະແຫວງຫາແມ່ນແຕ່ເຈດຕະນາຂອງພຣະເຈົ້າ ຫຼື ຫຼັກການຄວາມຈິງ. ພວກເຂົາພຽງແຕ່ກະທຳ ແລະ ປະພຶດຕົນຕາມຄວາມຕ້ອງການຂອງພວກເຂົາເອງ. ມີສິ່ງໃດແອບແຝງຢູ່ໃນນີ້? ພວກເຂົາຄືຜູ້ທີ່ມີອຳນາດໃນວຽກງານຂອງພວກເຂົາ, ບໍ່ແມ່ນຄວາມຈິງ, ບໍ່ແມ່ນພຣະເຈົ້າ. ສະນັ້ນ, ຫຼັກການໃນການເຮັດວຽກຂອງພວກເຂົາກໍຄືການໃຫ້ຄົນອື່ນໃສ່ໃຈສິ່ງທີ່ພວກເຂົາເວົ້າ ແລະ ປະຕິບັດຕໍ່ພວກເຂົາຄືກັບວ່າພວກເຂົາເປັນຄວາມຈິງ, ຄືກັບວ່າພວກເຂົາເປັນພຣະເຈົ້າ. ນັ້ນບໍ່ແມ່ນທຳມະຊາດຂອງມັນບໍ? ບາງຄົນອາດຈະເວົ້າວ່າ “ຖ້າພວກເຂົາບໍ່ສາມາດຮ່ວມມືກັບຜູ້ໃດໄດ້, ບາງເທື່ອອາດເປັນຍ້ອນພວກເຂົາເຂົ້າໃຈຄວາມຈິງ ແລະ ບໍ່ຈຳເປັນຕ້ອງຮ່ວມມື”. ນັ້ນແມ່ນສິ່ງທີ່ເກີດຂຶ້ນບໍ? ຍິ່ງຄົນໃດໜຶ່ງເຂົ້າໃຈຄວາມຈິງ ແລະ ປະຕິບັດມັນຫຼາຍສໍ່າໃດ, ພວກເຂົາກໍຍິ່ງສອບຖາມ ແລະ ສະແຫວງຫາຈາກແຫຼ່ງຂໍ້ມູນຫຼາຍຂຶ້ນສໍ່ານັ້ນ ເມື່ອພວກເຂົາກະທຳ. ພວກເຂົາປຶກສາຫາລືສິ່ງຕ່າງໆ ແລະ ໂອ້ລົມກັບຜູ້ຄົນຫຼາຍຂຶ້ນ ໃນຄວາມພະຍາຍາມທີ່ຈະຫຼຸດຜ່ອນຄວາມເສຍຫາຍ ແລະ ໂອກາດທີ່ຈະເກີດຂໍ້ຜິດພາດ. ຍິ່ງຄົນໃດໜຶ່ງເຂົ້າໃຈຄວາມຈິງຫຼາຍສໍ່າໃດ, ພວກເຂົາກໍຍິ່ງມີເຫດຜົນຫຼາຍຂຶ້ນສໍ່ານັ້ນ ແລະ ພວກເຂົາກໍຍິ່ງເຕັມໃຈ ແລະ ສາມາດຮ່ວມມືກັບຄົນອື່ນໄດ້ຫຼາຍຂຶ້ນສໍ່ານັ້ນ. ບໍ່ແມ່ນແນວນັ້ນບໍ? ຍິ່ງຄົນໃດໜຶ່ງເຕັມໃຈ ແລະ ສາມາດຮ່ວມມືກັບຄົນອື່ນໄດ້ໜ້ອຍສໍ່າໃດ, ບໍ່ໃສ່ໃຈຄົນອື່ນ, ບໍ່ພິຈາລະນາຄຳແນະນໍາຂອງຄົນອື່ນ ແລະ ບໍ່ພິຈາລະນາຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ບໍ່ເຕັມໃຈທີ່ຈະສະແຫວງຫາວ່າການກະທຳຂອງພວກເຂົາສອດຄ່ອງກັບຫຼັກການຄວາມຈິງ ຫຼື ບໍ່ ເມື່ອພວກເຂົາເຮັດສິ່ງຕ່າງໆ, ພວກເຂົາກໍຍິ່ງສະແຫວງຫາຄວາມຈິງໜ້ອຍລົງສໍ່ານັ້ນ, ພວກເຂົາກໍຍິ່ງເຂົ້າໃຈມັນໜ້ອຍລົງສໍ່ານັ້ນ. ສິ່ງທີ່ພວກເຂົາເຊື່ອຢ່າງຜິດໆແມ່ນຫຍັງ? “ອ້າຍເອື້ອຍນ້ອງໄດ້ເລືອກຂ້ອຍໃຫ້ເປັນຜູ້ນໍາຂອງພວກເຂົາ; ພຣະເຈົ້າໄດ້ມອບໂອກາດນີ້ໃຫ້ຂ້ອຍເປັນຜູ້ນໍາ. ສະນັ້ນ, ທຸກສິ່ງທີ່ຂ້ອຍເຮັດແມ່ນສອດຄ່ອງກັບຄວາມຈິງ, ບໍ່ວ່າຂ້ອຍຈະເຮັດຫຍັງກໍຕາມ, ມັນກໍຖືກຕ້ອງ”. ນີ້ບໍ່ແມ່ນຄວາມເຂົ້າໃຈຜິດບໍ? ເປັນຫຍັງພວກເຂົາຈຶ່ງມີຄວາມເຂົ້າໃຈຜິດແບບນັ້ນ? ສິ່ງໜຶ່ງທີ່ແນ່ນອນກໍຄື: ຄົນແບບນັ້ນບໍ່ຮັກຄວາມຈິງ. ແລ້ວອີກຢ່າງໜຶ່ງ: ຄົນແບບນັ້ນບໍ່ເຂົ້າໃຈຄວາມຈິງເລີຍ. ນີ້ແມ່ນສິ່ງທີ່ບໍ່ຕ້ອງສົງໄສເລີຍ.
ຜູ້ຕໍ່ຕ້ານພຣະຄຣິສບໍ່ສາມາດຮ່ວມມືກັບຜູ້ໃດໄດ້. ນີ້ແມ່ນບັນຫາທີ່ຮ້າຍແຮງ. ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະປະຕິບັດໜ້າທີ່ຫຍັງກໍຕາມ, ບໍ່ວ່າພວກເຂົາຈະຮ່ວມມືກັບຜູ້ໃດກໍຕາມ, ກໍຈະມີຄວາມຂັດແຍ່ງ ແລະ ຂໍ້ໂຕ້ຖຽວຢູ່ສະເໝີ. ບາງຄົນອາດຈະເວົ້າວ່າ: “ຖ້າພວກເຂົາຮັບຜິດຊອບເລື່ອງການອະນາໄມ ແລະ ພວກເຂົາອະນາໄມທາງໃນທຸກມື້, ມີຫຍັງທີ່ເຮັດໃຫ້ພວກເຂົາບໍ່ຮ່ວມມືກັບຄົນອື່ນ?” ມີບັນຫາເລື່ອງອຸປະນິໄສຢູ່ໃນນັ້ນ: ບໍ່ວ່າພວກເຂົາຈະພົວພັນກັບຜູ້ໃດ ຫຼື ເຮັດວຽກກັບຜູ້ໃດກໍຕາມ, ພວກເຂົາກໍຈະດູຖູກຄົນເຫຼົ່ານັ້ນສະເໝີ, ປາຖະໜາທີ່ຈະສັ່ງສອນຄົນເຫຼົ່ານັ້ນສະເໝີ, ຢາກໃຫ້ຄົນເຫຼົ່ານັ້ນເຮັດຕາມສິ່ງທີ່ພວກເຂົາເວົ້າ. ພວກເຈົ້າຈະເວົ້າບໍວ່າ ຄົນແບບນັ້ນສາມາດຮ່ວມມືກັບຄົນອື່ນໄດ້? ພວກເຂົາບໍ່ສາມາດຮ່ວມມືກັບຜູ້ໃດໄດ້; ນີ້ແມ່ນຍ້ອນວ່າອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຮຸນແຮງເກີນໄປ. ບໍ່ພຽງແຕ່ພວກເຂົາບໍ່ສາມາດຮ່ວມມືກັບຄົນອື່ນໄດ້ເທົ່ານັ້ນ ແຕ່ພວກເຂົາຍັງສັ່ງສອນ ແລະ ບີບຄັ້ນຄົນອື່ນຈາກເບື້ອງເທິງຢູ່ສະເໝີ. ພວກເຂົາປາຖະໜາທີ່ຈະຂີ່ຄໍຜູ້ຄົນ ແລະ ບັງຄັບໃຫ້ພວກເຂົາເຊື່ອຟັງຢູ່ສະເໝີ. ນີ້ບໍ່ແມ່ນພຽງແຕ່ບັນຫາເລື່ອງອຸປະນິໄສເທົ່ານັ້ນ ແຕ່ມັນຍັງເປັນບັນຫາທີ່ຮ້າຍແຮງກ່ຽວກັບຄວາມເປັນມະນຸດຂອງພວກເຂົາອີກດ້ວຍ. ພວກເຂົາບໍ່ມີຄວາມສໍານຶກ ຫຼື ເຫດຜົນ. ນີ້ຄືສິ່ງທີ່ຄົນຊົ່ວຮ້າຍເປັນ. ພວກເຂົາບໍ່ສາມາດຮ່ວມມືກັບຜູ້ໃດໄດ້; ພວກເຂົາບໍ່ສາມາດເຂົ້າກັບຜູ້ໃດໄດ້. ສິ່ງທີ່ມີຮ່ວມກັນໃນຄວາມເປັນມະນຸດລະຫວ່າງຜູ້ຄົນແມ່ນຫຍັງ? ສິ່ງໃດໃນສິ່ງເຫຼົ່ານັ້ນທີ່ເຂົ້າກັນໄດ້? ຄວາມສໍານຶກ ແລະ ເຫດຜົນ ແລະ ທັດສະນະຄະຕິຂອງພວກເຂົາໃນການຮັກຄວາມຈິງ. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ມີຮ່ວມກັນ. ຖ້າທັງສອງຝ່າຍມີຄວາມເປັນມະນຸດປົກກະຕິແບບນັ້ນ, ພວກເຂົາກໍສາມາດເຂົ້າກັນໄດ້; ຖ້າພວກເຂົາບໍ່ມີ, ພວກເຂົາກໍບໍ່ສາມາດເຂົ້າກັນໄດ້; ແລະ ຖ້າຝ່າຍໜຶ່ງມີ ແລະ ອີກຝ່າຍໜຶ່ງບໍ່ມີ, ພວກເຂົາກໍບໍ່ສາມາດເຂົ້າກັນໄດ້ເຊັ່ນກັນ. ຄົນດີ ແລະ ຄົນບໍ່ດີບໍ່ສາມາດເຂົ້າກັນໄດ້, ຄົນທີ່ມີເມດຕາ ແລະ ຄົນຊົ່ວຮ້າຍບໍ່ສາມາດເຂົ້າກັນໄດ້. ມີເງື່ອນໄຂບາງຢ່າງທີ່ຕ້ອງໄດ້ຮັບການຕອບສະໜອງ ເພື່ອໃຫ້ຜູ້ຄົນເຂົ້າກັນໄດ້ຕາມປົກກະຕິ: ກ່ອນທີ່ພວກເຂົາຈະສາມາດຮ່ວມມືກັນໄດ້, ຢ່າງໜ້ອຍພວກເຂົາຕ້ອງມີຄວາມສໍານຶກ ແລະ ເຫດຜົນ ແລະ ມີຄວາມອົດທົນ ແລະ ອົດກັ້ນ. ຜູ້ຄົນຕ້ອງມີໃຈດຽວກັນເພື່ອທີ່ຈະສາມາດຮ່ວມມືໃນການປະຕິບັດໜ້າທີ່; ພວກເຂົາຕ້ອງຮຽນຮູ້ຈຸດແຂງຂອງຄົນອື່ນ ແລະ ຊົດເຊີຍຈຸດອ່ອນຂອງຕົນເອງ ແລະ ມີຄວາມອົດທົນ ແລະ ອົດກັ້ນ ແລະ ມີບັນທັດຖານໃນການປະພຶດຕົນ. ນັ້ນຄືວິທີທີ່ຈະເຂົ້າກັນໄດ້ຢ່າງສາມັກຄີ ແລະ ເຖິງແມ່ນວ່າອາດຈະມີຄວາມຂັດແຍ່ງ ແລະ ຂໍ້ໂຕ້ຖຽງໃນບາງຄັ້ງ, ການຮ່ວມມືກໍສາມາດດຳເນີນຕໍ່ໄປໄດ້ ແລະ ຢ່າງໜ້ອຍກໍຈະບໍ່ມີຄວາມເປັນປໍລະປັກເກີດຂຶ້ນ. ຖ້າຄົນໃດໜຶ່ງບໍ່ມີບັນທັດຖານດັ່ງກ່າວ ແລະ ບໍ່ມີຄວາມສໍານຶກ ຫຼື ບໍ່ມີເຫດຜົນ ແລະ ເຮັດສິ່ງຕ່າງໆໃນລັກສະນະທີ່ເນັ້ນຜົນປະໂຫຍດ, ສະແຫວງຫາຜົນປະໂຫຍດພຽງຢ່າງດຽວ, ປາຖະໜາທີ່ຈະໄດ້ຜົນປະໂຫຍດຈາກການເສຍສະລະຂອງຄົນອື່ນຢູ່ສະເໝີ, ການຮ່ວມມືກໍຈະເປັນໄປບໍ່ໄດ້. ນີ້ຄືສິ່ງທີ່ເປັນຢູ່ໃນທ່າມກາງຄົນຊົ່ວຮ້າຍ ແລະ ໃນທ່າມກາງລາຊາມານຮ້າຍ, ຜູ້ທີ່ເຮັດສົງຄາມເຊິ່ງກັນ ແລະ ກັນ ໂດຍບໍ່ມີການຢຸດເຊົາ. ວິນຍານຊົ່ວຮ້າຍຕ່າງໆໃນໂລກຝ່າຍວິນຍານບໍ່ເຂົ້າກັນ. ເຖິງແມ່ນວ່າມານຮ້າຍອາດຈະສ້າງກຸ່ມພັນທະມິດໃນບາງຄັ້ງ ແຕ່ທັງໝົດນັ້ນກໍກ່ຽວກັບການເອົາປຽບເຊິ່ງກັນ ແລະ ກັນ ເພື່ອບັນລຸເປົ້າໝາຍຂອງພວກເຂົາເອງ. ກຸ່ມພັນທະມິດຂອງພວກເຂົາເປັນພຽງຊົ່ວຄາວ ແລະ ອີກບໍ່ດົນ ພວກມັນກໍແຕກສະຫຼາຍດ້ວຍຕົວມັນເອງ. ມັນກໍຄືກັນໃນທ່າມກາງຜູ້ຄົນ. ຄົນທີ່ບໍ່ມີຄວາມເປັນມະນຸດຄືໝາກໄມ້ເນົ່າທີ່ທຳລາຍໝາກໄມ້ທັງໝົດ; ມີພຽງຜູ້ທີ່ມີຄວາມເປັນມະນຸດປົກກະຕິເທົ່ານັ້ນທີ່ຮ່ວມມືໄດ້ງ່າຍ, ມີຄວາມອົດທົນ ແລະ ອົດກັ້ນຕໍ່ຄົນອື່ນ, ສາມາດໃສ່ໃຈຄວາມຄິດເຫັນຂອງຄົນອື່ນ ແລະ ສາມາດວາງສະຖານະຂອງຕົນເອງໄວ້ຂ້າງໆໃນວຽກງານທີ່ພວກເຂົາເຮັດ ເພື່ອເຮັດມັນໂດຍການປຶກສາຫາລືກັບຄົນອື່ນ. ພວກເຂົາກໍມີອຸປະນິໄສທີ່ເສື່ອມຊາມເຊັ່ນກັນ ແລະ ປາຖະໜາທີ່ຈະໃຫ້ຄົນອື່ນໃສ່ໃຈພວກເຂົາຢູ່ສະເໝີ. ພວກເຂົາກໍມີເຈດຕະນານັ້ນເຊັ່ນກັນ ແຕ່ຍ້ອນວ່າພວກເຂົາມີຄວາມສໍານຶກ ແລະ ເຫດຜົນ ແລະ ສາມາດສະແຫວງຫາຄວາມຈິງ ແລະ ຮູ້ຈັກຕົນເອງ ແລະ ຮູ້ສຶກວ່າການເຮັດເຊັ່ນນັ້ນບໍ່ເໝາະສົມ ເຊິ່ງພວກເຂົາຮູ້ສຶກຕຳນິຕົນເອງ ແລະ ພວກເຂົາສາມາດຍັບຍັ້ງຕົນເອງໄດ້, ວິທີການ ແລະ ເສັ້ນທາງໃນການເຮັດສິ່ງຕ່າງໆຂອງພວກເຂົາກໍຈະປ່ຽນໄປເທື່ອລະໜ້ອຍ. ດ້ວຍເຫດນັ້ນ, ພວກເຂົາຈະສາມາດຮ່ວມມືກັບຄົນອື່ນໄດ້. ພວກເຂົາກຳລັງເປີດເຜີຍອຸປະນິໄສທີ່ເສື່ອມຊາມ ແຕ່ພວກເຂົາບໍ່ແມ່ນຄົນຊົ່ວຮ້າຍ ແລະ ພວກເຂົາບໍ່ມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາຈະບໍ່ມີບັນຫາໃຫຍ່ໃນການຮ່ວມມືກັບຄົນອື່ນ. ຖ້າພວກເຂົາເປັນຄົນຊົ່ວຮ້າຍ ຫຼື ຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາຈະບໍ່ສາມາດຮ່ວມມືກັບຄົນອື່ນໄດ້. ນີ້ຄືສິ່ງທີ່ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສທຸກຄົນທີ່ເຮືອນຂອງພຣະເຈົ້າກຳຈັດອອກເປັນ. ພວກເຂົາບໍ່ສາມາດຮ່ວມມືກັບຜູ້ໃດໄດ້ ແລະ ຜົນກໍຄື ພວກເຂົາທຸກຄົນຖືກເປີດເຜີຍ ແລະ ຖືກກຳຈັດ. ແຕ່ມີຫຼາຍຄົນທີ່ມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ, ຜູ້ທີ່ຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ, ຜູ້ທີ່ຜ່ານການລິຮານມາຫຼາຍ, ສາມາດຍອມຮັບຄວາມຈິງ ແລະ ສາມາດກັບໃຈຢ່າງແທ້ຈິງ ແລະ ສາມາດອົດທົນ ແລະ ອົດກັ້ນກັບຄົນອື່ນໄດ້. ຄົນແບບນັ້ນສາມາດຄ່ອຍໆເຂົ້າສູ່ການຮ່ວມມືທີ່ສະມັກຄີກັບຄົນອື່ນໄດ້. ມີພຽງຜູ້ຕໍ່ຕ້ານພຣະຄຣິສເທົ່ານັ້ນທີ່ບໍ່ສາມາດຮ່ວມມືກັບຜູ້ໃດໄດ້. ບໍ່ວ່າພວກເຂົາຈະເປີດເຜີຍອຸປະນິໄສທີ່ເສື່ອມຊາມຫຼາຍສໍ່າໃດກໍຕາມ, ພວກເຂົາກໍຈະບໍ່ສະແຫວງຫາຄວາມຈິງເພື່ອແກ້ໄຂມັນ ແຕ່ຈະຍັງຄົງຢືນຢັດໃນວິທີທາງຂອງພວກເຂົາເອງ, ບໍ່ມີຫຼັກການ ແລະ ບໍ່ມີການຍັບຍັ້ງ. ມັນບໍ່ແມ່ນພຽງແຕ່ພວກເຂົາບໍ່ສາມາດຮ່ວມມືຢ່າງສາມັກຄີກັບຄົນອື່ນເທົ່ານັ້ນ, ຖ້າພວກເຂົາເຫັນວ່າຄົນໃດໜຶ່ງໄດ້ແຍກແຍະພວກເຂົາ ແລະ ບໍ່ພໍໃຈກັບພວກເຂົາ, ພວກເຂົາກໍຈະລົງມືທໍລະມານຄົນນັ້ນ ແລະ ໃຊ້ທັດສະນະຄະຕິທີ່ກີດກັນ ແລະ ເປັນປໍລະປັກຕໍ່ຄົນນັ້ນ. ພວກເຂົາຈະຍັງຄົງເປັນປໍລະປັກຕໍ່ຄົນນັ້ນ ໂດຍແລກກັບການລົບກວນໃດໆຕໍ່ວຽກງານຂອງຄຣິສຕະຈັກ. ສິ່ງນີ້ຖືກກຳນົດໂດຍທຳມະຊາດ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ.
ບົດຮຽນທີ່ພວກເຈົ້າຄວນຮຽນຮູ້ໃນການຝຶກຝົນເພື່ອຮ່ວມມືຢ່າງສາມັກຄີແມ່ນຫຍັງ? ການຮຽນຮູ້ທີ່ຈະຮ່ວມມືແມ່ນອົງປະກອບໜຶ່ງຂອງການປະຕິບັດໃນການຮັກຄວາມຈິງ ແລະ ກໍເປັນສັນຍານໜຶ່ງຂອງມັນເຊັ່ນກັນ. ມັນເປັນການສະແດງອອກພື້ນຖານຢ່າງໜຶ່ງຂອງການທີ່ຄົນໃດໜຶ່ງມີຄວາມສໍານຶກ ແລະ ຄວາມມີເຫດຜົນ. ເຈົ້າອາດຈະເວົ້າວ່າເຈົ້າມີຄວາມສໍານຶກ, ກຽດສັກສີ ແລະ ຄວາມມີເຫດຜົນ ແຕ່ຖ້າເຈົ້າບໍ່ສາມາດຮ່ວມມືກັບຜູ້ໃດໄດ້ ແລະ ບໍ່ສາມາດເຂົ້າກັບຄອບຄົວຂອງເຈົ້າ, ກັບຄົນພາຍນອກ ຫຼື ກັບໝູ່ເພື່ອນໄດ້ ແລະ ການພົວພັນຂອງເຈົ້າພັງທະລາຍ ແລະ ມີຂໍ້ຂັດແຍ່ງທີ່ບໍ່ມີທີ່ສິ້ນສຸດໃນວຽກງານທີ່ເຮັດຮ່ວມກັນ ເຊິ່ງເຮັດໃຫ້ພວກເຈົ້າກາຍເປັນສັດຕູກັນ. ຖ້າເຈົ້າບໍ່ສາມາດເຂົ້າກັບຜູ້ໃດໄດ້ເລີຍ, ເຈົ້າກໍຕົກຢູ່ໃນອັນຕະລາຍ. ຖ້າພຶດຕິກຳດັ່ງກ່າວຢູ່ໃນທ່າມກາງພຶດຕິກຳຂອງອຸປະນິໄສທີ່ເສື່ອມຊາມທັງໝົດຂອງເຈົ້າ ຫຼື ເປັນພຶດຕິກຳໜຶ່ງໃນທ່າມກາງພຶດຕິກຳທັງໝົດທີ່ເຈົ້າມີ ເຊິ່ງບໍ່ສອດຄ່ອງກັບຄວາມຈິງ ແລະ ບໍ່ມີຫຍັງຫຼາຍໄປກວ່າພຶດຕິກຳໜຶ່ງ, ເປັນພຶດຕິກຳທີ່ເຈົ້າຮູ້ ແລະ ກ່ຽວກັບເລື່ອງທີ່ເຈົ້າກຳລັງສະແຫວງຫາ ແລະ ປ່ຽນແປງຢູ່ຕະຫຼອດເວລາ, ເຈົ້າກໍຍັງມີໂອກາດ. ຍັງມີເສັ້ນທາງສຳລັບຄວາມລອດພົ້ນ; ມັນບໍ່ແມ່ນບັນຫາໃຫຍ່. ແຕ່ຖ້າໂດຍທຳມະຊາດແລ້ວ ເຈົ້າເປັນຄົນແບບນີ້, ໂດຍທຳມະຊາດແລ້ວ ບໍ່ສາມາດເຂົ້າກັບຜູ້ໃດໄດ້ ແລະ ການເວົ້າກ່ຽວກັບມັນກໍບໍ່ມີປະໂຫຍດຫຍັງ ເຊິ່ງເຈົ້າພຽງແຕ່ບໍ່ສາມາດຍັບຍັ້ງມັນໄດ້, ນັ້ນກໍເປັນບັນຫາທີ່ຮ້າຍແຮງ. ຖ້າເຈົ້າບໍ່ຖືວ່າມັນເປັນເລື່ອງສຳຄັນ, ບໍ່ວ່າຈະມີການໂອ້ລົມຄວາມຈິງກັບເຈົ້າແນວໃດກໍຕາມ ແຕ່ຮູ້ສຶກວ່າບັນຫານັ້ນບໍ່ແມ່ນເລື່ອງໃຫຍ່, ວ່າມັນເປັນຊີວິດປົກກະຕິຂອງເຈົ້າ, ເປັນວິທີຫຼັກທີ່ອຸປະນິໄສທີ່ເສື່ອມຊາມຂອງເຈົ້າສະແດງອອກ, ແລ້ວແກ່ນແທ້ຂອງເຈົ້າກໍຄືແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ຖ້ານັ້ນຄືແກ່ນແທ້ຂອງເຈົ້າ, ນັ້ນກໍເປັນເລື່ອງທີ່ແຕກຕ່າງຈາກການທີ່ເຈົ້າຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ. ບາງຄົນຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ບາງຄົນກໍເປັນຜູ້ຕໍ່ຕ້ານພຣະຄຣິສເອງ. ບໍ່ມີຄວາມແຕກຕ່າງຢູ່ບ່ອນນັ້ນບໍ? (ມີ). ຜູ້ທີ່ຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສສະແດງພຶດຕິກຳເຫຼົ່ານີ້ຂອງຜູ້ຕໍ່ຕ້ານພຣະຄຣິສໃນການກະທຳຂອງພວກເຂົາ; ພວກເຂົາຈະເປີດເຜີຍອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສທີ່ສັງເກດເຫັນໄດ້ຊັດເຈນກວ່າ ແລະ ຈະແຈ້ງກວ່າຄົນທົ່ວໄປໜ້ອຍໜຶ່ງ ແຕ່ພວກເຂົາຍັງສາມາດເຮັດວຽກທີ່ສອດຄ່ອງກັບຄວາມຈິງ, ມີຄວາມເປັນມະນຸດ ແລະ ມີເຫດຜົນ. ຖ້າຄົນໃດໜຶ່ງບໍ່ສາມາດເຮັດວຽກທີ່ເປັນບວກໄດ້ເລີຍ ແລະ ສິ່ງທີ່ພວກເຂົາເຮັດກໍລ້ວນແຕ່ເປັນພຶດຕິກຳເຫຼົ່ານີ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ເປັນການເປີດເຜີຍແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ຖ້າວຽກງານທັງໝົດທີ່ພວກເຂົາເຮັດ ແລະ ໜ້າທີ່ທີ່ພວກເຂົາປະຕິບັດລ້ວນແຕ່ເປັນການເປີດເຜີຍດັ່ງກ່າວ, ໂດຍບໍ່ມີສິ່ງໃດທີ່ສອດຄ່ອງກັບຄວາມຈິງ, ໃນກໍລະນີນັ້ນ, ພວກເຂົາກໍຄືຜູ້ຕໍ່ຕ້ານພຣະຄຣິສ.
ໃນອະດີດ, ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນມັກຈະເປີດເຜີຍອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ: ພວກເຂົາເຮັດຢ່າງໂຫດຮ້າຍ ແລະ ຕາມອໍາເພີໃຈ ແລະ ທຸກຢ່າງຕ້ອງເປັນໄປຕາມໃຈຂອງພວກເຂົາເທົ່ານັ້ນ. ແຕ່ພວກເຂົາບໍ່ໄດ້ກະທຳຄວາມຊົ່ວຮ້າຍທີ່ຊັດເຈນໃດໆ ແລະ ຄວາມເປັນມະນຸດຂອງພວກເຂົາກໍບໍ່ໄດ້ຮ້າຍແຮງ. ຜ່ານການຖືກລິຮານ, ຜ່ານການທີ່ອ້າຍເອື້ອຍນ້ອງຊ່ວຍເຫຼືອພວກເຂົາ, ຜ່ານການປັບການມອບໝາຍໜ້າທີ່ຂອງພວກເຂົາ ຫຼື ການຖືກໄລ່ອອກ, ໂດຍການຄິດລົບຊົ່ວໄລຍະໜຶ່ງ, ໃນທີ່ສຸດ ພວກເຂົາກໍຮັບຮູ້ວ່າສິ່ງທີ່ພວກເຂົາເປີດເຜີຍກ່ອນໜ້ານີ້ແມ່ນອຸປະນິໄສທີ່ເສື່ອມຊາມ, ພວກເຂົາເຕັມໃຈທີ່ຈະກັບໃຈ ແລະ ຄິດວ່າ “ສິ່ງທີ່ສຳຄັນທີ່ສຸດຄືການຢືນຢັດໃນການປະຕິບັດໜ້າທີ່ຂອງຂ້ອຍ, ບໍ່ວ່າຈະເກີດຫຍັງຂຶ້ນກໍຕາມ. ເຖິງແມ່ນວ່າຂ້ອຍກຳລັງຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ ແຕ່ຂ້ອຍກໍບໍ່ໄດ້ຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສ. ນີ້ຄືຄວາມເມດຕາຂອງພຣະເຈົ້າ, ສະນັ້ນ ຂ້ອຍຕ້ອງເຮັດວຽກໜັກໃນຄວາມເຊື່ອ ແລະ ການໄລ່ຕາມຫາຂອງຂ້ອຍ. ບໍ່ມີຫຍັງຜິດກັບເສັ້ນທາງແຫ່ງການໄລ່ຕາມຄວາມຈິງ”. ພວກເຂົາປ່ຽນແປງຕົນເອງເທື່ອລະໜ້ອຍ ແລະ ຈາກນັ້ນພວກເຂົາກໍກັບໃຈ. ມີການສະແດງອອກທີ່ດີໃນຕົວພວກເຂົາ, ພວກເຂົາສາມາດສະແຫວງຫາຫຼັກການຄວາມຈິງ ເມື່ອປະຕິບັດໜ້າທີ່ຂອງພວກເຂົາ ແລະ ພວກເຂົາສະແຫວງຫາຫຼັກການຄວາມຈິງ ເມື່ອພົວພັນກັບຄົນອື່ນເຊັ່ນກັນ. ໃນທຸກດ້ານ, ພວກເຂົາກຳລັງເຂົ້າສູ່ທິດທາງທີ່ເປັນບວກ. ແລ້ວພວກເຂົາບໍ່ໄດ້ປ່ຽນແປງບໍ? ພວກເຂົາໄດ້ຫັນຈາກການຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ ມາເປັນການຍ່າງໃນເສັ້ນທາງແຫ່ງການປະຕິບັດ ແລະ ການໄລ່ຕາມຄວາມຈິງ. ມີຄວາມຫວັງ ແລະ ໂອກາດສຳລັບພວກເຂົາທີ່ຈະໄດ້ຮັບຄວາມລອດພົ້ນ. ເຈົ້າສາມາດກຳນົດລັກສະນະຄົນແບບນັ້ນວ່າເປັນຜູ້ຕໍ່ຕ້ານພຣະຄຣິສໄດ້ບໍ ຍ້ອນວ່າພວກເຂົາເຄີຍມີການສະແດງອອກບາງຢ່າງຂອງຜູ້ຕໍ່ຕ້ານພຣະຄຣິສ ຫຼື ຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ? ບໍ່ໄດ້. ຜູ້ຕໍ່ຕ້ານພຣະຄຣິສຍອມຕາຍດີກວ່າທີ່ຈະກັບໃຈ. ພວກເຂົາບໍ່ມີຄວາມຮູ້ສຶກລະອາຍໃຈ; ນອກຈາກນັ້ນ, ພວກເຂົາຍັງມີອຸປະນິໄສທີ່ໂຫດຮ້າຍ ແລະ ຊົ່ວຊ້າ ແລະ ພວກເຂົາເບື່ອໜ່າຍຄວາມຈິງຈົນເຖິງຂີດສຸດ. ຄົນທີ່ເບື່ອໜ່າຍຄວາມຈິງຫຼາຍຂະໜາດນັ້ນຈະສາມາດນຳໃຊ້ມັນເຂົ້າໃນການປະຕິບັດ ຫຼື ກັບໃຈໄດ້ບໍ? ນັ້ນເປັນໄປບໍ່ໄດ້. ການທີ່ພວກເຂົາເບື່ອໜ່າຍຄວາມຈິງຢ່າງສິ້ນເຊີງໝາຍຄວາມວ່າ ພວກເຂົາຈະບໍ່ມີວັນກັບໃຈ. ມີສິ່ງໜຶ່ງທີ່ແນ່ນອນກ່ຽວກັບຄົນທີ່ສາມາດກັບໃຈໄດ້ ແລະ ນັ້ນກໍຄື ພວກເຂົາໄດ້ເຮັດຜິດພາດ ແຕ່ສາມາດຍອມຮັບການພິພາກສາ ແລະ ການລົງທັນຈາກພຣະທຳຂອງພຣະເຈົ້າ, ສາມາດຍອມຮັບຄວາມຈິງ ແລະ ສາມາດພະຍາຍາມຢ່າງສຸດຄວາມສາມາດເພື່ອເຮັດສ່ວນຂອງພວກເຂົາ ເມື່ອປະຕິບັດໜ້າທີ່ຂອງພວກເຂົາ ໂດຍຖືເອົາພຣະທຳຂອງພຣະເຈົ້າເປັນຄະຕິປະຈຳໃຈຂອງພວກເຂົາ ແລະ ເຮັດໃຫ້ພຣະທຳຂອງພຣະເຈົ້າກາຍເປັນຄວາມເປັນຈິງໃນຊີວິດຂອງພວກເຂົາ. ພວກເຂົາຍອມຮັບຄວາມຈິງ ແລະ ເລິກໆແລ້ວ ພວກເຂົາບໍ່ໄດ້ເບື່ອໜ່າຍມັນ. ນີ້ບໍ່ແມ່ນຄວາມແຕກຕ່າງບໍ? ນີ້ຄືຄວາມແຕກຕ່າງ. ເຖິງຢ່າງໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ຢຸດພຽງແຕ່ການປະຕິເສດທີ່ຈະຖືກລິຮານ, ພວກເຂົາຈະບໍ່ຟັງຜູ້ໃດກໍຕາມທີ່ຄຳເວົ້າຂອງຄົນນັ້ນສອດຄ່ອງກັບຄວາມຈິງ ແລະ ພວກເຂົາບໍ່ເຊື່ອວ່າພຣະທຳຂອງພຣະເຈົ້າຄືຄວາມຈິງ ແລະ ພວກເຂົາກໍບໍ່ຍອມຮັບວ່າເປັນແນວນັ້ນ. ທຳມະຊາດນັ້ນຂອງພວກເຂົາແມ່ນຫຍັງ? ມັນຄືການເບື່ອໜ່າຍຄວາມຈິງ ແລະ ກຽດຊັງມັນຈົນເຖິງຂີດສຸດ. ເມື່ອຜູ້ໃດກໍຕາມໂອ້ລົມຄວາມຈິງ ຫຼື ເວົ້າເຖິງຄຳພະຍານຈາກປະສົບການ, ພວກເຂົາກໍລັງກຽດມັນຢ່າງຮຸນແຮງ ແລະ ພວກເຂົາເປັນປໍລະປັກຕໍ່ຄົນທີ່ກຳລັງໂອ້ລົມ. ຖ້າຄົນໃດໜຶ່ງໃນຄຣິສຕະຈັກກຳລັງເຜີຍແຜ່ຂໍ້ໂຕ້ແຍ້ງທີ່ໄຮ້ເຫດຜົນ ແລະ ຊົ່ວຊ້າຕ່າງໆ ໂດຍເວົ້າສິ່ງທີ່ໂງ່ຈ້າ ແລະ ໄຮ້ເຫດຜົນ, ມັນກໍເຮັດໃຫ້ພວກເຂົາມີຄວາມສຸກຫຼາຍ; ພວກເຂົາຈະເຂົ້າຮ່ວມທັນທີ ແລະ ກິ້ງເກືອກຢູ່ໃນຕົມກັບຄົນເຫຼົ່ານັ້ນໃນການຮ່ວມມືຢ່າງໃກ້ຊິດ. ມັນເປັນກໍລະນີຂອງການທີ່ຄົນປະເພດດຽວກັນຢູ່ຮ່ວມກັນ, ຄົນແບບດຽວກັນມັກຊອກຫາຄົນແບບດຽວກັນ. ຖ້າພວກເຂົາໄດ້ຍິນຜູ້ຄົນທີ່ພຣະເຈົ້າເລືອກໂອ້ລົມຄວາມຈິງ ຫຼື ເວົ້າເຖິງຄຳພະຍານຈາກປະສົບການກ່ຽວກັບຄວາມຮູ້ຈັກຕົນເອງ ແລະ ການກັບໃຈຢ່າງຈິງໃຈຂອງພວກເຂົາ, ມັນກໍເຮັດໃຫ້ພວກເຂົາກະວົນກະວາຍຈົນຄຽດແຄ້ນ ແລະ ພວກເຂົາກໍເລີ່ມພິຈາລະນາວິທີທີ່ຈະກີດກັນ ແລະ ໂຈມຕີຄົນນັ້ນ. ໂດຍຫຍໍ້ແລ້ວ, ພວກເຂົາບໍ່ມັກຜູ້ໃດກໍຕາມທີ່ໄລ່ຕາມຄວາມຈິງ. ພວກເຂົາຕ້ອງການກີດກັນຄົນເຫຼົ່ານັ້ນ ແລະ ເປັນສັດຕູຂອງຄົນເຫຼົ່ານັ້ນ. ຜູ້ໃດກໍຕາມທີ່ເກັ່ງໃນການໂອ້ອວດໂດຍການເທດສະໜາຄຳເວົ້າ ແລະ ຫຼັກຄຳສອນ, ພວກເຂົາກໍມັກຄົນເຫຼົ່ານັ້ນຫຼາຍ ແລະ ຂ້ອນຂ້າງຍອມຮັບຄົນເຫຼົ່ານັ້ນ ຄືກັບວ່າພວກເຂົາໄດ້ພົບໝູ່ສະນິດ ແລະ ໝູ່ຮ່ວມທາງ. ຖ້າຄົນໃດໜຶ່ງເວົ້າວ່າ “ຜູ້ໃດກໍຕາມທີ່ເຮັດວຽກຫຼາຍທີ່ສຸດ ແລະ ປະກອບສ່ວນຫຼາຍທີ່ສຸດ ຈະໄດ້ຮັບລາງວັນຢ່າງຫຼວງຫຼາຍ ແລະ ໄດ້ຮັບມົງກຸດ ແລະ ຈະໄດ້ປົກຄອງຮ່ວມກັບພຣະເຈົ້າ”, ພວກເຂົາກໍຈະຕື່ນເຕັ້ນຢ່າງບໍ່ມີທີ່ສິ້ນສຸດຈົນເລືອດຮ້ອນໄປທົ່ວ. ພວກເຂົາຈະຮູ້ສຶກວ່າພວກເຂົາສູງສົ່ງກວ່າຄົນອື່ນ, ວ່າໃນທີ່ສຸດພວກເຂົາກໍໂດດເດັ່ນຈາກຝູງຊົນ, ວ່າມີພື້ນທີ່ເພື່ອໃຫ້ພວກເຂົາສະແດງຕົນເອງ ແລະ ສະແດງຄຸນຄ່າຂອງພວກເຂົາ. ຈາກນັ້ນ ພວກເຂົາກໍຈະພໍໃຈຫຼາຍ. ນັ້ນບໍ່ແມ່ນການເບື່ອໜ່າຍຄວາມຈິງບໍ? ສົມມຸດວ່າເຈົ້າເວົ້າກັບພວກເຂົາໃນການໂອ້ລົມວ່າ “ພຣະເຈົ້າບໍ່ມັກຄົນຄືກັບໂປໂລ ແລະ ພຣະອົງລັງກຽດທີ່ສຸດຕໍ່ຄົນທີ່ຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ຜູ້ທີ່ທ່ຽວໄປທົ່ວໝົດມື້ໂດຍເວົ້າວ່າ ‘ພຣະຜູ້ເປັນເຈົ້າ, ພຣະຜູ້ເປັນເຈົ້າ, ຂ້ານ້ອຍບໍ່ໄດ້ເຮັດວຽກຫຼາຍເພື່ອພຣະອົງບໍ?’ ພຣະອົງລັງກຽດຄົນທີ່ທ່ຽວໄປທົ່ວໝົດມື້ເພື່ອຂໍລາງວັນ ແລະ ມົງກຸດຈາກພຣະອົງ”. ຄຳເວົ້າເຫຼົ່ານີ້ແມ່ນຄວາມຈິງຢ່າງແນ່ນອນ ແຕ່ພວກເຂົາເຫຼືອຄວາມຮູ້ສຶກຫຍັງໄວ້ ເມື່ອພວກເຂົາໄດ້ຍິນການໂອ້ລົມດັ່ງກ່າວ? ພວກເຂົາເວົ້າວ່າ ອາແມນ ແລະ ຍອມຮັບຄຳເວົ້າດັ່ງກ່າວບໍ? ປະຕິກິລິຍາທຳອິດຂອງພວກເຂົາແມ່ນຫຍັງ? ຄວາມລັງກຽດໃນໃຈ ແລະ ຄວາມບໍ່ເຕັມໃຈທີ່ຈະຟັງ. ສິ່ງທີ່ພວກເຂົາໝາຍເຖິງກໍຄື “ເຈົ້າໝັ້ນໃຈໄດ້ແນວໃດກ່ຽວກັບສິ່ງທີ່ເຈົ້າກຳລັງເວົ້າ? ເຈົ້າມີສິດໃນການຕັດສິນໃຈຂັ້ນສຸດທ້າຍບໍ? ຂ້ອຍບໍ່ເຊື່ອສິ່ງທີ່ເຈົ້າກຳລັງເວົ້າ! ຂ້ອຍຈະເຮັດສິ່ງທີ່ຂ້ອຍຈະເຮັດ. ຂ້ອຍຈະເປັນຄືກັບໂປໂລ ແລະ ຂໍມົງກຸດຈາກພຣະເຈົ້າ. ດ້ວຍວິທີນັ້ນ, ຂ້ອຍຈະໄດ້ຮັບພອນ ແລະ ມີຈຸດໝາຍປາຍທາງທີ່ດີ!” ພວກເຂົາຢືນຢັນທີ່ຈະຮັກສາມຸມມອງຂອງໂປໂລ. ພວກເຂົາບໍ່ໄດ້ກຳລັງຕໍ່ສູ້ກັບພຣະເຈົ້າແບບນັ້ນບໍ? ນັ້ນບໍ່ແມ່ນການຕໍ່ຕ້ານພຣະເຈົ້າຢ່າງຊັດເຈນບໍ? ພຣະເຈົ້າໄດ້ເປີດໂປງ ແລະ ໄຈ້ແຍກແກ່ນແທ້ຂອງໂປໂລ; ພຣະອົງໄດ້ກ່າວຫຼາຍຢ່າງກ່ຽວກັບມັນ ແລະ ທຸກສ່ວນຂອງມັນກໍຄືຄວາມຈິງ ແຕ່ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ບໍ່ຍອມຮັບຄວາມຈິງ ຫຼື ຄວາມເປັນຈິງທີ່ວ່າການກະທຳ ແລະ ພຶດຕິກຳທັງໝົດຂອງໂປໂລແມ່ນເປັນການຕໍ່ຕ້ານພຣະເຈົ້າ. ໃນຄວາມຄິດຂອງພວກເຂົາ, ພວກເຂົາຍັງຕັ້ງຄຳຖາມວ່າ “ຖ້າເຈົ້າເວົ້າບາງຢ່າງ, ນັ້ນໝາຍຄວາມວ່າມັນຖືກໝົດບໍ? ໂດຍອີງໃສ່ພື້ນຖານຫຍັງ? ສຳລັບຂ້ອຍ, ສິ່ງທີ່ໂປໂລເວົ້າ ແລະ ເຮັດເບິ່ງຄືວ່າຖືກຕ້ອງ. ບໍ່ມີຫຍັງຜິດພາດໃນນັ້ນ. ຂ້ອຍກຳລັງໄລ່ຕາມມົງກຸດ ແລະ ລາງວັນ, ນັ້ນຄືສິ່ງທີ່ຂ້ອຍສາມາດເຮັດໄດ້! ເຈົ້າຫ້າມຂ້ອຍໄດ້ບໍ? ຂ້ອຍຈະສະແຫວງຫາການເຮັດວຽກ; ເມື່ອຂ້ອຍເຮັດໄດ້ຫຼາຍ, ຂ້ອຍກໍຈະມີຕົ້ນທຶນ, ຂ້ອຍຈະໄດ້ປະກອບສ່ວນ ແລະ ເມື່ອເປັນແນວນັ້ນ, ຂ້ອຍກໍຈະສາມາດເຂົ້າສູ່ອານາຈັກສະຫວັນ ແລະ ໄດ້ຮັບລາງວັນ. ບໍ່ມີຫຍັງຜິດຢູ່ບ່ອນນັ້ນ!” ນັ້ນຄືຄວາມດື້ດ້ານຂອງພວກເຂົາ. ພວກເຂົາບໍ່ຍອມຮັບຄວາມຈິງແມ່ນແຕ່ໜ້ອຍດຽວ. ເຈົ້າສາມາດໂອ້ລົມຄວາມຈິງກັບພວກເຂົາ ແຕ່ມັນຈະບໍ່ເຂົ້າຫົວພວກເຂົາ; ພວກເຂົາເບື່ອໜ່າຍມັນ. ນັ້ນຄືທັດສະນະຄະຕິຂອຜູ້ຕໍ່ຕ້ານພຣະຄຣິສທີ່ມີຕໍ່ພຣະທຳຂອງພຣະເຈົ້າ, ຕໍ່ຄວາມຈິງ ແລະ ມັນກໍເປັນທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະເຈົ້າເຊັ່ນກັນ. ສະນັ້ນ, ພວກເຈົ້າໄດ້ຮັບຄວາມຮູ້ສຶກຫຍັງ ເມື່ອພວກເຈົ້າໄດ້ຍິນຄວາມຈິງ? ພວກເຈົ້າຮູ້ສຶກວ່າພວກເຈົ້າບໍ່ໄດ້ໄລ່ຕາມຄວາມຈິງ ແລະ ພວກເຈົ້າບໍ່ເຂົ້າໃຈມັນ. ພວກເຈົ້າຮູ້ສຶກວ່າພວກເຈົ້າຍັງຫ່າງໄກຈາກມັນຫຼາຍ ແລະ ພວກເຈົ້າຈຳເປັນຕ້ອງພະຍາຍາມກ້າວໄປສູ່ຄວາມຈິງຄວາມເປັນຈິງ. ເມື່ອໃດກໍຕາມທີ່ພວກເຈົ້າເອົາຕົນເອງໄປປຽບທຽບກັບພຣະທຳຂອງພຣະເຈົ້າ, ນັ້ນຄືຕອນທີ່ພວກເຈົ້າຮູ້ສຶກວ່າພວກເຈົ້າຂາດເຂີນເກີນໄປ ແລະ ມີຄວາມສາມາດທີ່ບໍ່ດີ ແລະ ຂາດຄວາມເຂົ້າໃຈຝ່າຍວິນຍານ, ວ່າພວກເຈົາຍັງເຮັດພໍແລ້ວມືແລ້ວຕີນ ແລະ ຍັງມີຄວາມຊົ່ວຊ້າຢູ່ໃນໂຕພວກເຈົ້າ. ຈາກນັ້ນ, ພວກເຈົ້າກໍຄິດລົບ. ນັ້ນບໍ່ແມ່ນສະພາວະຂອງພວກເຈົ້າບໍ? ໃນທາງກົງກັນຂ້າມ, ຜູ້ຕໍ່ຕ້ານພຣະຄຣິສບໍ່ເຄີຍຄິດລົບ. ພວກເຂົາກະຕືລືລົ້ນຢູ່ສະເໝີ, ບໍ່ເຄີຍໄຕ່ຕອງກ່ຽວກັບຕົນເອງ ຫຼື ຮູ້ຈັກຕົນເອງ ແຕ່ຄິດວ່າພວກເຂົາບໍ່ມີບັນຫາໃຫຍ່. ນີ້ຄືສິ່ງທີ່ຄົນທີ່ອວດດີ ແລະ ຖືຕົນວ່າຊອບທຳຢູ່ສະເໝີເປັນ, ທັນທີທີ່ພວກເຂົາໄດ້ອຳນາດມາຢູ່ໃນມື, ພວກເຂົາກໍກາຍເປັນຜູ້ຕໍ່ຕ້ານພຣະຄຣິສ.
II. ການໄຈ້ແຍກວິທີທີ່ຜູ້ຕໍ່ຕ້ານພຣະຄຣິສມີຄວາມປາຖະໜາ ແລະ ຄວາມທະເຍີທະຍານທີ່ຈະຄວບຄຸມ ແລະ ເອົາຊະນະຜູ້ຄົນຢູ່ສະເໝີ
ພວກເຮົາຈະສືບຕໍ່ໂດຍການໂອ້ລົມກ່ຽວກັບຫົວຂໍ້ຕໍ່ໄປ: ຜູ້ຕໍ່ຕ້ານພຣະຄຣິສມີຄວາມທະເຍີທະຍານ ແລະ ຄວາມປາຖະໜາທີ່ຈະຄວບຄຸມ ແລະ ເອົາຊະນະຜູ້ຄົນຢູ່ສະເໝີ. ບັນຫານີ້ຮ້າຍແຮງກວ່າບັນຫາເລື່ອງການທີ່ພວກເຂົາບໍ່ສາມາດຮ່ວມມືກັບໃຜໄດ້. ພວກເຈົ້າຈະເວົ້າວ່າຄົນປະເພດໃດທີ່ມັກຄວບຄຸມ ແລະ ເອົາຊະນະຄົນອື່ນ? ຄົນປະເພດໃດທີ່ມີຄວາມທະເຍີທະຍານ ແລະ ຄວາມປາຖະໜາທີ່ຈະຄວບຄຸມ ແລະ ເອົາຊະນະຄົນອື່ນ? ເຮົາຈະຍົກຕົວຢ່າງໃຫ້ພວກເຈົ້າເບິ່ງ. ຜູ້ທີ່ມັກສະຖານະເປັນພິເສດນັ້ນເພີດເພີນກັບການຄວບຄຸມ ແລະ ເອົາຊະນະຄົນອື່ນບໍ? ພວກເຂົາບໍ່ແມ່ນພວກດຽວກັນກັບຜູ້ຕໍ່ຕ້ານພຣະຄຣິສບໍ? ພວກເຂົາເຮັດໃຫ້ຫຼົງຜິດ, ຄວບຄຸມ ແລະ ປາບຄົນອື່ນ, ເຊິ່ງຈາກນັ້ນຄົນເຫຼົ່ານັ້ນກໍນະມັດສະການ ແລະ ເຊື່ອຟັງພວກເຂົາ. ດ້ວຍເຫດນີ້, ພວກເຂົາຈຶ່ງໄດ້ຮັບການຍ້ອງຍໍ ແລະ ຄວາມເຄົາລົບຈາກຜູ້ຄົນ ແລະ ເຮັດໃຫ້ຜູ້ຄົນນະມັດສະການ ແລະ ນັບຖືພວກເຂົາ. ແລ້ວພວກເຂົາບໍ່ມີບ່ອນຢູ່ໃນໃຈຂອງຜູ້ຄົນບໍ? ຖ້າຜູ້ຄົນບໍ່ເຊື່ອພວກເຂົາ ແລະ ບໍ່ຮັບຮອງພວກເຂົາ, ຜູ້ຄົນຈະນະມັດສະການພວກເຂົາບໍ? ບໍ່ຢ່າງແນ່ນອນ. ສະນັ້ນ, ຫຼັງຈາກທີ່ຄົນເຫຼົ່ານີ້ມີສະຖານະ, ພວກເຂົາຍັງຕ້ອງເຮັດໃຫ້ຄົນອື່ນເຊື່ອ, ເພື່ອຊະນະໃຈຄົນອື່ນຢ່າງສົມບູນ ແລະ ເຮັດໃຫ້ຄົນອື່ນເຫຼື້ອມໃສພວກເຂົາ. ເມື່ອນັ້ນເທົ່ານັ້ນ ຜູ້ຄົນຈຶ່ງຈະນະມັດສະການພວກເຂົາ. ນັ້ນຄືຄົນປະເພດໜຶ່ງ. ຍັງມີອີກປະເພດໜຶ່ງ ເຊິ່ງນັ້ນກໍຄືຜູ້ທີ່ມີຄວາມອວດດີເປັນພິເສດ. ພວກເຂົາປະຕິບັດຕໍ່ຜູ້ຄົນໃນລັກສະນະດຽວກັນ: ພວກເຂົາເລີ່ມຕົ້ນໂດຍການປາບຜູ້ຄົນ, ເຮັດໃຫ້ທຸກຄົນນະມັດສະການ ແລະ ເຫຼື້ອມໃສພວກເຂົາ. ເມື່ອນັ້ນພວກເຂົາຈຶ່ງພໍໃຈ. ຄົນທີ່ໂຫດຮ້າຍຫຼາຍກໍມັກຄວບຄຸມຄົນອື່ນເຊັ່ນກັນ ໂດຍໃຫ້ຜູ້ຄົນເຊື່ອຟັງພວກເຂົາ, ຢູ່ໃນການຄວບຄຸມຂອງພວກເຂົາ ແລະ ເຮັດສິ່ງຕ່າງໆໃຫ້ພວກເຂົາ. ເມື່ອເວົ້າເຖິງທັງຄົນທີ່ອວດດີຫຼາຍ ແລະ ຄົນທີ່ມີອຸປະນິໄສໂຫດຮ້າຍ, ເມື່ອພວກເຂົາໄດ້ອຳນາດແລ້ວ, ພວກເຂົາກໍກາຍເປັນຜູ້ຕໍ່ຕ້ານພຣະຄຣິສ. ຜູ້ຕໍ່ຕ້ານພຣະຄຣິສມີຄວາມທະເຍີທະຍານ ແລະ ຄວາມປາຖະໜາທີ່ຈະຄວບຄຸມ ແລະ ເອົາຊະນະຄົນອື່ນຢູ່ສະເໝີ; ໃນການພົບພໍ້ກັບຜູ້ຄົນ, ພວກເຂົາປາຖະໜາທີ່ຈະກວດສອບຢູ່ສະເໝີວ່າຄົນອື່ນເບິ່ງພວກເຂົາແນວໃດ ແລະ ພວກເຂົາມີບ່ອນຢູ່ໃນໃຈຂອງຄົນອື່ນ ຫຼື ບໍ່ ແລະ ຄົນອື່ນເຫຼື້ອມໃສ ແລະ ນະມັດສະການພວກເຂົາ ຫຼື ບໍ່. ຖ້າພວກເຂົາພົບກັບຄົນທີ່ເກັ່ງໃນການປະຈົບປະແຈງ, ການຍ້ອງຍໍ ແລະ ການເອົາໃຈ, ພວກເຂົາກໍຈະດີໃຈຫຼາຍ; ຈາກນັ້ນ ພວກເຂົາກໍເລີ່ມຢືນຢູ່ບ່ອນສູງ, ສັ່ງສອນຜູ້ຄົນ ແລະ ເວົ້າຈ້ອຍໆກ່ຽວກັບແນວຄິດທີ່ຟັງເບິ່ງສູງສົ່ງ, ປູກຝັງກົດລະບຽບ, ວິທີການ, ຫຼັກຄຳສອນ ແລະ ແນວຄິດໃສ່ຜູ້ຄົນ. ພວກເຂົາໃຫ້ຜູ້ຄົນຍອມຮັບສິ່ງເຫຼົ່ານີ້ວ່າເປັນຄວາມຈິງ ແລະ ເຖິງກັບສ້າງພາບທີ່ງົດງາມໃຫ້ສິ່ງເຫຼົ່ານັ້ນວ່າ: “ຖ້າເຈົ້າສາມາດຍອມຮັບສິ່ງເຫຼົ່ານີ້ໄດ້, ເຈົ້າກໍເປັນຄົນທີ່ຮັກ ແລະ ໄລ່ຕາມຄວາມຈິງ”. ຄົນທີ່ບໍ່ມີການແຍກແຍະຈະຄິດວ່າສິ່ງທີ່ພວກເຂົາເວົ້ານັ້ນສົມເຫດສົມຜົນ ແລະ ເຖິງແມ່ນວ່າມັນຈະບໍ່ຈະແຈ້ງສຳລັບພວກເຂົາ ແລະ ພວກເຂົາບໍ່ຮູ້ວ່າມັນສອດຄ່ອງກັບຄວາມຈິງ ຫຼື ບໍ່, ພວກເຂົາພຽງແຕ່ຮູ້ສຶກວ່າບໍ່ມີຫຍັງຜິດໃນສິ່ງທີ່ພວກເຂົາເວົ້າ ແລະ ມັນບໍ່ໄດ້ລະເມີດຄວາມຈິງ. ດັ່ງນັ້ນ, ພວກເຂົາຈຶ່ງເຊື່ອຟັງຜູ້ຕໍ່ຕ້ານພຣະຄຣິສ. ຖ້າຄົນໃດໜຶ່ງສາມາດແຍກແຍະຜູ້ຕໍ່ຕ້ານພຣະຄຣິສ ແລະ ອາດຈະເປີດໂປງພວກເຂົາ, ມັນກໍຈະເຮັດໃຫ້ຜູ້ຕໍ່ຕ້ານພຣະຄຣິສຄຽດ, ເຊິ່ງຈະຖົມໂທດໃສ່ພວກເຂົາຢ່າງບໍ່ເກງໃຈ, ປະນາມພວກເຂົາ ແລະ ຂົ່ມຂູ່ພວກເຂົາ ໂດຍການສະແດງອຳນາດ. ຜູ້ທີ່ບໍ່ມີການແຍກແຍະຈະຖືກຜູ້ຕໍ່ຕ້ານພຣະຄຣິສປາບຢ່າງສິ້ນເຊີງ ແລະ ເຫຼື້ອມໃສພວກເຂົາຈາກສ່ວນເລິກຂອງຫົວໃຈ ເຊິ່ງເຮັດໃຫ້ເກີດການນະມັດສະການຜູ້ຕໍ່ຕ້ານພຣະຄຣິສ, ການເພິ່ງພາອາໄສພວກເຂົາ ແລະ ແມ່ນແຕ່ຄວາມຢ້ານກົວ. ພວກເຂົາມີຄວາມຮູ້ສຶກວ່າຖືກຜູ້ຕໍ່ຕ້ານພຣະຄຣິສຈັບເປັນທາດ, ຄືກັບວ່າພວກເຂົາຈະກະວົນກະວາຍໃຈ ຖ້າພວກເຂົາສູນເສຍການນໍາພາ, ຄຳສອນ ແລະ ການຕຳນິຂອງຜູ້ຕໍ່ຕ້ານພຣະຄຣິສ. ຖ້າບໍ່ມີສິ່ງເຫຼົ່ານີ້, ມັນກໍເບິ່ງຄືວ່າພວກເຂົາຈະບໍ່ມີຄວາມຮູ້ສຶກປອດໄພ ແລະ ພຣະເຈົ້າອາດຈະບໍ່ຕ້ອງການພວກເຂົາອີກຕໍ່ໄປ. ຈາກນັ້ນ, ທຸກຄົນກໍໄດ້ຮຽນຮູ້ທີ່ຈະສັງເກດສີໜ້າຂອງຜູ້ຕໍ່ຕ້ານພຣະຄຣິສ ເມື່ອພວກເຂົາກະທຳການ ເພາະຢ້ານວ່າຜູ້ຕໍ່ຕ້ານພຣະຄຣິສຈະບໍ່ພໍໃຈ. ພວກເຂົາທຸກຄົນພະຍາຍາມເອົາໃຈຜູ້ຕໍ່ຕ້ານພຣະຄຣິສ; ຄົນປະເພດນັ້ນຕັ້ງໃຈຢ່າງໜັກແໜ້ນທີ່ຈະຕິດຕາມຜູ້ຕໍ່ຕ້ານພຣະຄຣິສ. ໃນວຽກງານຂອງພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສເທດສະໜາຄຳເວົ້າ ແລະ ຫຼັກຄຳສອນ. ພວກເຂົາເກັ່ງໃນການສອນໃຫ້ຜູ້ຄົນຍຶດໝັ້ນກັບກົດລະບຽບສະເພາະບາງຢ່າງ; ພວກເຂົາບໍ່ເຄີຍບອກຜູ້ຄົນວ່າຫຼັກການຄວາມຈິງທີ່ພວກເຂົາຄວນຍຶດໝັ້ນແມ່ນຫຍັງ, ເປັນຫຍັງພວກເຂົາຈຶ່ງຕ້ອງກະທຳໃນລັກສະນະນີ້, ເຈດຕະນາຂອງພຣະເຈົ້າແມ່ນຫຍັງ, ເຮືອນຂອງພຣະເຈົ້າໄດ້ຈັດແຈງຫຍັງແດ່ສຳລັບວຽກງານ, ວຽກງານທີ່ຈຳເປັນ ແລະ ສຳຄັນທີ່ສຸດແມ່ນຫຍັງ ຫຼື ວຽກງານຫຼັກທີ່ຕ້ອງເຮັດແມ່ນຫຍັງ. ຜູ້ຕໍ່ຕ້ານພຣະຄຣິສບໍ່ເວົ້າຫຍັງເລີຍກ່ຽວກັບສິ່ງເຫຼົ່ານີ້ທີ່ມີຄວາມສຳຄັນທີ່ສຸດ. ພວກເຂົາບໍ່ເຄີຍໂອ້ລົມຄວາມຈິງເມື່ອເຮັດ ແລະ ຈັດແຈງວຽກງານ. ຕົວພວກເຂົາເອງບໍ່ເຂົ້າໃຈຫຼັກການຄວາມຈິງ, ສະນັ້ນ ສິ່ງດຽວທີ່ພວກເຂົາສາມາດເຮັດໄດ້ຄືການສອນໃຫ້ຜູ້ຄົນປະຕິບັດຕາມກົດລະບຽບ ແລະ ຫຼັກຄຳສອນໜ້ອຍໜຶ່ງ ແລະ ຖ້າຜູ້ຄົນຂັດກັບຄຳເວົ້າ ແລະ ກົດລະບຽບຂອງພວກເຂົາ, ພວກເຂົາກໍຈະຜະເຊີນກັບການຕຳນິ ແລະ ການຮ້າຍດ່າຂອງຜູ້ຕໍ່ຕ້ານພຣະຄຣິສ. ຜູ້ຕໍ່ຕ້ານພຣະຄຣິສມັກຈະເຮັດວຽກພາຍໃຕ້ຊື່ຂອງເຮືອນຂອງພຣະເຈົ້າ, ຮ້າຍດ່າຄົນອື່ນ ແລະ ສັ່ງສອນພວກເຂົາຈາກຕຳແໜ່ງທີ່ສູງ. ບາງຄົນເຖິງກັບສັບສົນວຸ້ນວາຍຍ້ອນການສັ່ງສອນຂອງຜູ້ຕໍ່ຕ້ານພຣະຄຣິສຈົນພວກເຂົາຮູ້ສຶກວ່າພວກເຂົາເປັນໜີ້ບຸນຄຸນພຣະເຈົ້າ ໂດຍການບໍ່ກະທຳຕາມຂໍ້ກຳນົດຂອງຜູ້ຕໍ່ຕ້ານພຣະຄຣິສ. ຄົນປະເພດນັ້ນບໍ່ໄດ້ຕົກຢູ່ພາຍໃຕ້ການຄວບຄຸມຂອງຜູ້ຕໍ່ຕ້ານພຣະຄຣິສແລ້ວບໍ? (ແມ່ນແລ້ວ). ນີ້ແມ່ນພຶດຕິກຳແບບໃດ ໃນສ່ວນຂອງຜູ້ຕໍ່ຕ້ານພຣະຄຣິສ? ມັນຄືພຶດຕິກຳຂອງການຈັບເປັນທາດ. “ການຈັບເປັນທາດ” ແມ່ນເອີ້ນວ່າ “ການລ້າງສະໝອງ” ໃນຄຳເວົ້າຂອງປະເທດຊາດຂອງມັງກອນແດງທີ່ຍິ່ງໃຫຍ່. ມັນຄືກັບຕອນທີ່ມັງກອນແດງທີ່ຍິ່ງໃຫຍ່ຈັບກຸມຜູ້ເຊື່ອໃນພຣະເຈົ້າ. ນອກເໜືອຈາກການທໍລະມານພວກເຂົາແລ້ວ, ມັນຍັງໃຊ້ເຕັກນິກອີກຢ່າງໜຶ່ງຄື: ການລ້າງສະໝອງ. ບໍ່ວ່າພວກເຂົາຈະເປັນຊາວນາ ຫຼື ກຳມະກອນ ຫຼື ປັນຍາຊົນ, ມັງກອນແດງທີ່ຍິ່ງໃຫຍ່ກໍໃຊ້ຄວາມເຊື່ອທີ່ຜິດ ແລະ ຄວາມຫຼອກລວງຈຳນວນຫຼາຍຂອງມັນ ເຊັ່ນ: ລັດທິບໍ່ເຊື່ອໃນພຣະເຈົ້າ, ວິວັດທະນາການ ແລະ ລັດທິມາກ-ເລນິນ ເພື່ອລ້າງສະໝອງຜູ້ຄົນ; ມັນຍັດຍຽດສິ່ງເຫຼົ່ານີ້ໃສ່ຜູ້ຄົນດ້ວຍກຳລັງ, ບໍ່ວ່າຜູ້ຄົນເຫຼົ່ານັ້ນຈະເຫັນວ່າພວກມັນໜ້າລັງກຽດ ຫຼື ໜ້າຂີ້ດຽດສໍ່າໃດກໍຕາມ, ຈາກນັ້ນກໍໃຊ້ແນວຄິດ ແລະ ທິດສະດີເຫຼົ່ານີ້ເພື່ອຜູກມັດແຂນຂາຂອງຜູ້ຄົນ ແລະ ຄວບຄຸມຈິດໃຈຂອງພວກເຂົາ. ນີ້ຄືວິທີທີ່ມັງກອນແດງທີ່ຍິ່ງໃຫຍ່ກີດກັນຜູ້ຄົນບໍ່ໃຫ້ເຊື່ອໃນພຣະເຈົ້າ, ບໍ່ໃຫ້ຍອມຮັບຄວາມຈິງ ແລະ ບໍ່ໃຫ້ໄລ່ຕາມຄວາມຈິງເພື່ອໃຫ້ໄດ້ຮັບການຊ່ວຍໃຫ້ລອດພົ້ນ ແລະ ຖືກເຮັດໃຫ້ສົມບູນ. ໃນລັກສະນະດຽວກັນ, ບໍ່ວ່າຜູ້ຄົນທີ່ຖືກຄວບຄຸມໂດຍຜູ້ຕໍ່ຕ້ານພຣະຄຣິສຈະໄດ້ຍິນບົດເທດສະໜາຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ສາມາດເຂົ້າໃຈຄວາມຈິງ ຫຼື ການເຊື່ອໃນພຣະເຈົ້າແມ່ນເພື່ອຫຍັງແທ້ ຫຼື ເສັ້ນທາງແບບໃດທີ່ພວກເຂົາຄວນຍ່າງ ຫຼື ມຸມມອງທີ່ຖືກຕ້ອງທີ່ພວກເຂົາຄວນມີໃນການເຮັດແຕ່ລະສິ່ງ ຫຼື ຈຸດຢືນທີ່ພວກເຂົາຄວນຍຶດຖື. ພວກເຂົາບໍ່ເຂົ້າໃຈສິ່ງເຫຼົ່ານີ້ເລີຍ; ທຸກສິ່ງທີ່ມີຢູ່ໃນໃຈຂອງພວກເຂົາຄືຄຳເວົ້າ ແລະ ຫຼັກຄຳສອນ ແລະ ທິດສະດີທີ່ຫວ່າງເປົ່າຂອງຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານັ້ນ. ຫຼັງຈາກທີ່ຖືກເຮັດໃຫ້ຫຼົງຜິດ ແລະ ຄວບຄຸມໂດຍຜູ້ຕໍ່ຕ້ານພຣະຄຣິສເປັນເວລາດົນນານ, ພວກເຂົາກໍເຕີບໃຫຍ່ຂຶ້ນມາເປັນຄືກັບພວກເຂົາຢ່າງສິ້ນເຊີງ: ພວກເຂົາກາຍເປັນຄົນທີ່ເຊື່ອໃນພຣະເຈົ້າ ແຕ່ບໍ່ຍອມຮັບຄວາມຈິງເລີຍ ແລະ ເຖິງກັບຕໍ່ຕ້ານ ແລະ ຕັ້ງຕົວເປັນສັດຕູຕໍ່ພຣະເຈົ້າ. ຄົນທີ່ຖືກເຮັດໃຫ້ຫຼົງຜິດ ແລະ ຄວບຄຸມໂດຍຜູ້ຕໍ່ຕ້ານພຣະຄຣິສແມ່ນຄົນປະເພດໃດ? ໂດຍບໍ່ຕ້ອງສົງໄສເລີຍວ່າ ບໍ່ມີຜູ້ໃດໃນບັນດາພວກເຂົາທີ່ເປັນຜູ້ຮັກຄວາມຈິງ. ພວກເຂົາລ້ວນແລ້ວແຕ່ເປັນຄົນໜ້າຊື່ໃຈຄົດ, ເປັນຄົນທີ່ບໍ່ໄລ່ຕາມຄວາມຈິງໃນຄວາມເຊື່ອໃນພຣະເຈົ້າຂອງພວກເຂົາ ແລະ ຜູ້ທີ່ບໍ່ໃສ່ໃຈວຽກງານທີ່ຖືກຕ້ອງໃນການປະຕິບັດໜ້າທີ່ຂອງພວກເຂົາ. ໃນຄວາມເຊື່ອໃນພຣະເຈົ້າຂອງພວກເຂົາ, ຄົນເຫຼົ່ານີ້ບໍ່ໄດ້ຕິດຕາມພຣະເຈົ້າ; ແຕ່ພວກເຂົາພັດຕິດຕາມຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາກາຍເປັນທາດຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ຜົນກໍຄື ພວກເຂົາບໍ່ສາມາດໄດ້ຮັບຄວາມຈິງ. ຜົນໄດ້ຮັບນີ້ແມ່ນຫຼີກລ່ຽງບໍ່ໄດ້.
ຫຼັກການທີ່ພຣະເຈົ້າປະຕິບັດຕໍ່ຜູ້ຄົນແມ່ນຫຍັງ? ມັນແມ່ນການບັງຄັບບໍ? ມັນແມ່ນການຄວບຄຸມບໍ? ບໍ່, ມັນກົງກັນຂ້າມກັບການຄວບຄຸມຢ່າງແນ່ນອນ. ຫຼັກການຂອງພຣະເຈົ້າໃນວິທີທີ່ພຣະອົງປະຕິບັດຕໍ່ຜູ້ຄົນແມ່ນຫຍັງ? (ພຣະອົງມອບເຈດຈຳນົງທີ່ເສລີໃຫ້ພວກເຂົາ). ແມ່ນແລ້ວ, ພຣະອົງມອບເຈດຈຳນົງທີ່ເສລີໃຫ້ເຈົ້າ. ພຣະອົງເຮັດໃຫ້ເຈົ້າສາມາດເຂົ້າໃຈດ້ວຍຕົນເອງທ່າມກາງສະພາບແວດລ້ອມທີ່ພຣະອົງຈັດຕັ້ງໃຫ້ ເພື່ອໃຫ້ເຈົ້າມີຄວາມເຂົ້າໃຈ ແລະ ປະສົບການຂອງມະນຸດຕາມທຳມະຊາດ. ພຣະອົງເຮັດໃຫ້ເຈົ້າສາມາດເຂົ້າໃຈດ້ານໜຶ່ງຂອງຄວາມຈິງຕາມທຳມະຊາດ ເພື່ອວ່າເມື່ອເຈົ້າພົບພໍ້ກັບສະພາບແວດລ້ອມແບບນັ້ນອີກຄັ້ງ, ເຈົ້າກໍຮູ້ວ່າຈະເຮັດຫຍັງ ແລະ ຈະເລືອກຫຍັງ. ພຣະອົງຍັງເຮັດໃຫ້ເຈົ້າສາມາດເຂົ້າໃຈວ່າສິ່ງໃດຖືກ ແລະ ສິ່ງໃດຜິດຈາກສ່ວນເລິກຂອງຫົວໃຈຂອງເຈົ້າ ເພື່ອໃຫ້ເຈົ້າເລືອກເສັ້ນທາງທີ່ຖືກຕ້ອງໃນທີ່ສຸດ. ພຣະເຈົ້າບໍ່ຄວບຄຸມເຈົ້າ ແລະ ພຣະອົງບໍ່ບັງຄັບເຈົ້າ. ເຖິງຢ່າງໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສກະທຳໃນທາງທີ່ກົງກັນຂ້າມຢ່າງແນ່ນອນ: ພວກເຂົາຈະລ້າງສະໝອງ ແລະ ປູກຝັງຄວາມເຊື່ອໃສ່ເຈົ້າໂດຍການເຮັດໃຫ້ເຈົ້າຫຼົງຜິດ, ຈາກນັ້ນກໍສືບຕໍ່ເຮັດໃຫ້ເຈົ້າກາຍເປັນທາດຂອງພວກເຂົາ. ເປັນຫຍັງເຮົາຈຶ່ງໃຊ້ຄຳວ່າ “ທາດ”? ທາດແມ່ນຫຍັງ? ມັນໝາຍຄວາມວ່າເຈົ້າຈະບໍ່ແຍກແຍະວ່າຜູ້ຕໍ່ຕ້ານພຣະຄຣິສຖືກ ຫຼື ຜິດ ແລະ ເຈົ້າຈະບໍ່ກ້າທີ່ຈະແຍກແຍະ, ເຈົ້າຈະບໍ່ຮູ້ວ່າພວກເຂົາຖືກ ຫຼື ຜິດ; ເຈົ້າຈະສັບສົນ ແລະ ມຶນງົງຢູ່ໃນໃຈ. ເຈົ້າຈະບໍ່ຈະແຈ້ງວ່າສິ່ງໃດຖືກ ແລະ ສິ່ງໃດບໍ່ຖືກ; ເຈົ້າຈະບໍ່ຮູ້ວ່າເຈົ້າຄວນເຮັດຫຍັງ ແລະ ບໍ່ຄວນເຮັດຫຍັງ. ເຈົ້າຈະພຽງແຕ່ລໍຖ້າຄຳສັ່ງຂອງຜູ້ຕໍ່ຕ້ານພຣະຄຣິສຄືກັບຫຸ່ນເຊີດ, ບໍ່ກ້າທີ່ຈະລົງມືເຮັດ ຖ້າຜູ້ຕໍ່ຕ້ານພຣະຄຣິສບໍ່ອອກຄຳສັ່ງ ແລະ ກ້າທີ່ຈະລົງມືເຮັດກໍຕໍ່ເມື່ອເຈົ້າໄດ້ຍິນຄຳສັ່ງຂອງພວກເຂົາເທົ່ານັ້ນ. ເຈົ້າຈະສູນເສຍຄວາມສາມາດແຕ່ກໍາເນີດຂອງເຈົ້າເອງ ແລະ ເຈດຈຳນົງທີ່ເສລີຂອງເຈົ້າຈະບໍ່ມີບົດບາດຂອງມັນ. ເຈົ້າຈະກາຍເປັນຄົນຕາຍ. ເຈົ້າຈະມີຫົວໃຈ ແຕ່ເຈົ້າຈະບໍ່ສາມາດຄິດໄດ້; ເຈົ້າຈະມີຄວາມຄິດ ແຕ່ເຈົ້າຈະບໍ່ສາມາດພິຈາລະນາບັນຫາໄດ້. ເຈົ້າຈະບໍ່ຮູ້ວ່າສິ່ງໃດຖືກສິ່ງໃດຜິດ ຫຼື ສິ່ງໃດເປັນບວກ ແລະ ສິ່ງໃດເປັນລົບ ຫຼື ວິທີການກະທຳທີ່ຖືກຕ້ອງແມ່ນຫຍັງ ແລະ ວິທີການກະທຳທີ່ຜິດແມ່ນຫຍັງ. ໂດຍບໍ່ຮູ້ຕົວ, ຜູ້ຕໍ່ຕ້ານພຣະຄຣິສຈະເຂົ້າຄວບຄຸມເຈົ້າ. ສິ່ງທີ່ພວກເຂົາຈະຄວບຄຸມແມ່ນຫຍັງ? ມັນແມ່ນຫົວໃຈຂອງເຈົ້າ ຫຼື ມັນແມ່ນຄວາມຄິດຂອງເຈົ້າ? ມັນແມ່ນຫົວໃຈຂອງເຈົ້າ; ຈາກນັ້ນ ຄວາມຄິດຂອງເຈົ້າກໍຈະຕົກຢູ່ພາຍໃຕ້ການຄວບຄຸມຂອງພວກເຂົາໂດຍທຳມະຊາດ. ພວກເຂົາຈະມັດແຂນຂາຂອງເຈົ້າໄວ້ຢ່າງແໜ້ນໜາ, ຜູກມັດພວກມັນໄວ້ຢ່າງແໜ້ນໜາ ແລະ ໝັ້ນຄົງ ເພື່ອວ່າໃນແຕ່ລະບາດກ້າວທີ່ເຈົ້າຍ່າງ, ເຈົ້າກໍຈະຕົກຢູ່ໃນຄວາມລັງເລ ແລະ ຄວາມສົງໄສ ແລະ ຈາກນັ້ນເຈົ້າກໍຖອຍຫຼັງ; ແລະ ຈາກນັ້ນ ເຈົ້າຢາກຍ່າງໄປອີກບາດກ້າວໜຶ່ງ ເພື່ອລົງມືເຮັດບາງຢ່າງ ແຕ່ເຈົ້າກໍຖອຍຫຼັງອີກ. ໃນແຕ່ລະສິ່ງທີ່ເຈົ້າເຮັດ, ວິໄສທັດຂອງເຈົ້າຈະມືດມົວ ແລະ ບໍ່ຈະແຈ້ງ. ສິ່ງນີ້ແຍກບໍ່ອອກຈາກຄຳເວົ້າທີ່ເຮັດໃຫ້ຫຼົງຜິດຂອງຜູ້ຕໍ່ຕ້ານພຣະຄຣິສ. ເຕັກນິກຫຼັກທີ່ຜູ້ຕໍ່ຕ້ານພຣະຄຣິສໃຊ້ຄວບຄຸມຜູ້ຄົນແມ່ນຫຍັງ? ທຸກສິ່ງທີ່ພວກເຂົາເວົ້າລ້ວນແຕ່ເປັນສິ່ງທີ່ສອດຄ່ອງກັບແນວຄິດ ແລະ ຈິນຕະນາການຂອງຜູ້ຄົນ, ກັບຄວາມຮູ້ສຶກຂອງມະນຸດ ແລະ ກັບເຫດຜົນຂອງມະນຸດ. ເບິ່ງຄືວ່າພວກເຂົາມີຄວາມເປັນມະນຸດໜ້ອຍໜຶ່ງເມື່ອພວກເຂົາເວົ້າ ແຕ່ພວກເຂົາບໍ່ມີຄວາມຈິງຄວາມເປັນຈິງໃດໆເລີຍ. ຈົ່ງບອກເຮົາເບິ່ງວ່າ ຄົນທີ່ຖືກຄວບຄຸມໂດຍຜູ້ຕໍ່ຕ້ານພຣະຄຣິສ ແລະ ຕິດຕາມພວກເຂົາສາມາດປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າຢ່າງສຸດໃຈ ແລະ ສຸດກຳລັງຂອງພວກເຂົາໄດ້ບໍ? (ບໍ່ໄດ້). ເຫດຜົນທີ່ຢູ່ເບື້ອງຫຼັງສິ່ງນັ້ນແມ່ນຫຍັງ? ພວກເຂົາບໍ່ເຂົ້າໃຈຄວາມຈິງ, ນັ້ນຄືເຫດຜົນຫຼັກ. ຍັງມີອີກເຫດຜົນໜຶ່ງ: ຜູ້ຕໍ່ຕ້ານພຣະຄຣິສມີສ່ວນຮ່ວມໃນການຫຼິ້ນເກມອຳນາດ; ພວກເຂົາບໍ່ປະຕິບັດຄວາມຈິງໃນການປະຕິບັດໜ້າທີ່ຂອງພວກເຂົາ ແລະ ພວກເຂົາກໍບໍ່ໄດ້ເຮັດມັນຢ່າງສຸດໃຈ ແລະ ສຸດກຳລັງຂອງພວກເຂົາ. ແລ້ວລູກນ້ອງຂອງພວກເຂົາຈະສາມາດປະຕິບັດຄວາມຈິງໄດ້ບໍ? ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະເປັນແນວໃດ, ລູກນ້ອງທີ່ຕິດຕາມພວກເຂົາກໍຈະເປັນແນວນັ້ນເຊັ່ນກັນ. ຜູ້ຕໍ່ຕ້ານພຣະຄຣິສນໍາພາໃນການບໍ່ປະຕິບັດຄວາມຈິງ, ໃນການຂັດກັບຫຼັກການ, ໃນການຂັດຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ໃນການບໍ່ມີເຫດຜົນ ແລະ ກະທຳຕົວຄືກັບຜູ້ຜະເດັດການ. ສິ່ງນີ້ຈະບໍ່ສົ່ງຜົນກະທົບຕໍ່ລູກນ້ອງຂອງພວກເຂົາບໍ? ບໍ່ມີທາງເລີຍທີ່ມັນຈະບໍ່ສົ່ງຜົນກະທົບ. ສະນັ້ນ, ຈະເກີດຫຍັງຂຶ້ນກັບຄົນເຫຼົ່ານັ້ນທີ່ພວກເຂົາບີບຄັ້ນ ແລະ ຄວບຄຸມ? ພວກເຂົາຈະລະວັງກັນ ແລະ ກັນ, ພວກເຂົາຈະສົງໄສກັນ ແລະ ກັນ ແລະ ຕໍ່ສູ້ກັນ, ແຂ່ງຂັນກັນເພື່ອຊື່ສຽງ ແລະ ຜົນປະໂຫຍດ ເພື່ອໂອກາດທີ່ຈະໂດດເດັ່ນ ແລະ ເພື່ອຕົ້ນທຶນ. ເລິກໆແລ້ວ, ທຸກຄົນທີ່ຖືກຄວບຄຸມໂດຍຜູ້ຕໍ່ຕ້ານພຣະຄຣິສແມ່ນມີຄວາມຂັດແຍ່ງກັນ ແລະ ບໍ່ມີໃຈດຽວກັນອີກຕໍ່ໄປ. ພວກເຂົາລະມັດລະວັງ ແລະ ຮອບຄອບໃນການກະທຳຂອງພວກເຂົາ; ພວກເຂົາບໍ່ເປີດເຜີຍຕໍ່ກັນ ແລະ ກັນ ແລະ ພວກເຂົາບໍ່ມີຄວາມສຳພັນແບບມະນຸດປົກກະຕິຕໍ່ກັນ ແລະ ກັນ. ບໍ່ມີການໂອ້ລົມທີ່ປົກກະຕິລະຫວ່າງພວກເຂົາ, ບໍ່ມີການອ່ານອະທິຖານ, ບໍ່ມີຊີວິດຝ່າຍວິນຍານທີ່ປົກກະຕິ. ພວກເຂົາແຕກແຍກກັນ, ຄືກັນກັບກຸ່ມຄົນທີ່ບໍ່ເຊື່ອທີ່ເປັນຂອງຊາຕານຢູ່ໃນໂລກນັ້ນ. ນັ້ນຄືສິ່ງທີ່ເປັນໄປ ເມື່ອຜູ້ຕໍ່ຕ້ານພຣະຄຣິສຢູ່ໃນອຳນາດ. ມີການລະວັງຕົວລະຫວ່າງຜູ້ຄົນ, ການຕໍ່ສູ້ທັງແບບເປີດເຜີຍ ແລະ ແບບລັບໆ, ການລັກທໍາລາຍ, ຄວາມອິດສາ, ການຕັດສິນ ແລະ ການປຽບທຽບວ່າໃຜຮັບຜິດຊອບໜ້ອຍກວ່າ: “ຖ້າເຈົ້າບໍ່ຮັບຜິດຊອບ, ຂ້ອຍກໍຈະບໍ່ຮັບຜິດຊອບຄືກັນ. ເຈົ້າຈະໃຫ້ຂ້ອຍຄຳນຶງເຖິງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າໂດຍອີງໃສ່ພື້ນຖານຫຍັງ ໃນເມື່ອຕົວເຈົ້າເອງກໍບໍ່ຄຳນຶງເຖິງພວກມັນ? ຊັ້ນຂ້ອຍກໍຈະບໍ່ຄຳນຶງເຖິງພວກມັນຄືກັນ!” ສະຖານທີ່ແບບນັ້ນແມ່ນເຮືອນຂອງພຣະເຈົ້າບໍ? ບໍ່ແມ່ນ. ມັນແມ່ນສະຖານທີ່ແບບໃດ? ມັນແມ່ນຄ້າຍຂອງຊາຕານ. ຄວາມຈິງບໍ່ໄດ້ປົກຄອງຢູ່ບ່ອນນັ້ນ; ມັນບໍ່ມີພາລະກິດຂອງພຣະວິນຍານບໍລິສຸດ ຫຼື ພຣະພອນຂອງພຣະເຈົ້າ ຫຼື ການນໍາພາຂອງພຣະອົງ. ດັ່ງນັ້ນ, ທຸກຄົນທີ່ຢູ່ບ່ອນນັ້ນຈຶ່ງເປັນຄືກັບມານຮ້າຍໂຕນ້ອຍໆ. ທາງຜິວເຜີນແລ້ວ, ຄຳຍ້ອງຍໍທີ່ພວກເຂົາເວົ້າກ່ຽວກັບຄົນອື່ນຟັງຄືດີ: “ໂອ້, ພວກເຂົາຮັກພຣະເຈົ້າແທ້ໆ; ພວກເຂົາມອບເຄື່ອງຖວາຍແທ້ໆ; ພວກເຂົາທົນທຸກແທ້ໆໃນການປະຕິບັດໜ້າທີ່ຂອງພວກເຂົາ!” ແຕ່ໃຫ້ພວກເຂົາປະເມີນຄົນໃດໜຶ່ງ ແລະ ສິ່ງທີ່ພວກເຂົາຈະບອກເຈົ້າລັບຫຼັງຈະແຕກຕ່າງຈາກສິ່ງທີ່ພວກເຂົາເວົ້າຕໍ່ໜ້າ. ຖ້າອ້າຍເອື້ອຍນ້ອງຕົກຢູ່ໃນມືຂອງຜູ້ນໍາປອມ, ພວກເຂົາກໍຈະແຕກແຍກກັນຄືກັບກອງຊາຍທີ່ບໍ່ເກາະກ່າຍກັນໃນການປະຕິບັດໜ້າທີ່ຂອງພວກເຂົາ. ພວກເຂົາຈະບໍ່ໄດ້ຮັບຜົນ ແລະ ພວກເຂົາຈະບໍ່ມີພາລະກິດຂອງພຣະວິນຍານບໍລິສຸດ ແລະ ພວກເຂົາສ່ວນໃຫຍ່ຈະບໍ່ໄລ່ຕາມຄວາມຈິງ. ແລ້ວຖ້າພວກເຂົາຕົກຢູ່ພາຍໃຕ້ການຄວບຄຸມຂອງຜູ້ຕໍ່ຕ້ານພຣະຄຣິສເດ? ຄົນເຫຼົ່ານັ້ນບໍ່ສາມາດຖືກເອີ້ນວ່າຄຣິສຕະຈັກໄດ້ອີກຕໍ່ໄປ. ພວກເຂົາຈະເປັນຂອງຄ້າຍຂອງຊາຕານ ແລະ ເປັນຂອງພັກພວກຂອງຜູ້ຕໍ່ຕ້ານພຣະຄຣິສຢ່າງສິ້ນເຊີງ.
ເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງຢາກຄວບຄຸມຜູ້ຄົນຢູ່ສະເໝີ? ມັນເປັນຍ້ອນວ່າພວກເຂົາບໍ່ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ພວກເຂົາກໍບໍ່ສົນໃຈການເຂົ້າສູ່ຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ. ສິ່ງດຽວທີ່ພວກເຂົາຄຳນຶງເຖິງຄືອຳນາດ, ສະຖານະ ແລະ ຊື່ສຽງຂອງພວກເຂົາເອງ. ພວກເຂົາເຊື່ອວ່າຕາບໃດທີ່ພວກເຂົາມີອຳນາດຄວບຄຸມຈິດໃຈຂອງຜູ້ຄົນ ແລະ ເຮັດໃຫ້ທຸກຄົນນະມັດສະການພວກເຂົາ, ຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາກໍຈະບັນລຸ. ສ່ວນເລື່ອງທີ່ກ່ຽວຂ້ອງກັບຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ຫຼື ວຽກງານຂອງຄຣິສຕະຈັກ ຫຼື ການເຂົ້າສູ່ຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ, ພວກເຂົາບໍ່ສົນໃຈສິ່ງເຫຼົ່ານັ້ນເລີຍ. ເຖິງແມ່ນວ່າຈະມີບັນຫາເກີດຂຶ້ນ, ພວກເຂົາກໍບໍ່ສາມາດເຫັນພວກມັນ. ພວກເຂົາບໍ່ສາມາດເຫັນບັນຫາຕ່າງໆ ເຊັ່ນ: ບ່ອນໃດທີ່ມີການຈັດແຈງບຸກຄະລາກອນທີ່ບໍ່ເໝາະສົມໃນເຮືອນຂອງພຣະເຈົ້າ ຫຼື ບ່ອນໃດທີ່ມີການແຈກຢາຍຊັບສິນຂອງເຮືອນຂອງພຣະເຈົ້າຢ່າງບໍ່ສົມເຫດສົມຜົນ ໂດຍມີຊັບສິນຈຳນວນຫຼາຍສູນຫາຍໄປ ພ້ອມທັງໃຜເປັນຜູ້ຜານຊັບສິນນັ້ນ; ຫຼື ໃຜກຳລັງກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນໃນວຽກງານຂອງພວກເຂົາ; ຫຼື ໃຜກຳລັງໃຊ້ຄົນຢ່າງບໍ່ເໝາະສົມ; ຫຼື ໃຜກຳລັງເຮັດວຽກແບບພໍແລ້ວມືແລ້ວຕີນ ແລະ ພວກເຂົາຍິ່ງບໍ່ຈັດການກັບບັນຫາເຫຼົ່ານັ້ນເລີຍ. ພວກເຂົາຈັດການກັບຫຍັງ? ພວກເຂົາແຊກແຊງໃນເລື່ອງຫຍັງ? (ເລື່ອງນ້ອຍໆທີ່ບໍ່ສໍາຄັນ). ເລື່ອງປະເພດໃດທີ່ເປັນເລື່ອງນ້ອຍໆທີ່ບໍ່ສໍາຄັນ? ຈົ່ງບອກລາຍລະອຽດມາເບິ່ງ. (ຜູ້ນໍາບາງຄົນຈະອອກໄປແກ້ໄຂວຽກງານຄົວເຮືອນຂອງອ້າຍເອື້ອຍນ້ອງບາງຄົນ. ຕົວຢ່າງ: ຄົນໃນຄອບຄົວຂອງພວກເຂົາບໍ່ຖືກກັນກັບຄົນອື່ນ. ສິ່ງເຫຼົ່ານີ້ເປັນພຽງເລື່ອງຂອງຊີວິດປະຈຳວັນ). ນັ້ນຄືສິ່ງທີ່ຜູ້ນໍາປອມເຮັດ. ແລ້ວຜູ້ຕໍ່ຕ້ານພຣະຄຣິສເຮັດຫຍັງ? (ພວກເຂົາບໍ່ໃສ່ໃຈການເຂົ້າສູ່ຊີວິດຂອງອ້າຍເອື້ອຍນ້ອງ ແລະ ບໍ່ໃສ່ໃຈສິ່ງທີ່ຂັດກັບຫຼັກການຄວາມຈິງ; ພວກເຂົາພຽງແຕ່ໃສ່ໃຈສິ່ງທີ່ກ່ຽວຂ້ອງກັບໜ້າຕາ ແລະ ສະຖານະຂອງພວກເຂົາ. ຕົວຢ່າງ: ຜູ້ຄົນບໍ່ເຮັດຕາມສິ່ງທີ່ພວກເຂົາເວົ້າ ຫຼື ບາງຄົນບໍ່ມັກພວກເຂົາ. ພວກເຂົາຈັດການກັບເລື່ອງແບບນັ້ນ). ນັ້ນຄືສ່ວນໜຶ່ງ. ເລື່ອງແບບນັ້ນເກີດຂຶ້ນ. ຜູ້ຕໍ່ຕ້ານພຣະຄຣິສກວດເບິ່ງວ່າໃຜເປັນຜູ້ທີ່ພວກເຂົາບໍ່ຕ້ອນຮັບ, ໃຜບໍ່ເຄົາລົບພວກເຂົາ ແລະ ໃຜສາມາດແຍກແຍະພວກເຂົາໄດ້. ພວກເຂົາເຫັນສິ່ງເຫຼົ່ານີ້ ແລະ ຈື່ຈຳສິ່ງເຫຼົ່ານີ້ໄວ້ໃນໃຈ; ສິ່ງເຫຼົ່ານີ້ສຳຄັນຫຼາຍສຳລັບພວກເຂົາ. ມີຫຍັງອີກ? (ຖ້າຜູ້ທີ່ຖືກເລືອກໃນຄຣິສຕະຈັກບາງແຫ່ງມີການແຍກແຍະພວກເຂົາ ແລະ ບໍ່ມີໃຈດຽວກັນກັບພວກເຂົາ, ພວກເຂົາກໍຈະຊອກຫາວິທີຈັບຜິດຄົນນັ້ນ ແລະ ປ່ຽນແທນຄົນນັ້ນ. ພວກເຂົາມັກເຮັດເລື່ອງແບບນັ້ນ). ບໍ່ວ່າຜູ້ທີ່ເຮັດສິ່ງບໍ່ດີຈະມີຄວາມຜິດ ຫຼື ບັນຫາຫຍັງກໍຕາມ ຫຼື ພວກເຂົາຈະກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນແນວໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສກໍບໍ່ໃສ່ໃຈເລື່ອງນີ້. ພວກເຂົາຈັບຜິດຄົນທີ່ປະຕິບັດໜ້າທີ່ ແລະ ຜູ້ທີ່ໄລ່ຕາມຄວາມຈິງໂດຍສະເພາະ ໂດຍຊອກຫາຂໍ້ແກ້ຕົວ ແລະ ຂໍ້ອ້າງເພື່ອປ່ຽນຄົນແທນເຫຼົ່ານັ້ນ. ຍັງມີອີກໜຶ່ງວິທີຫຼັກທີ່ຜູ້ຕໍ່ຕ້ານພຣະຄຣິສທີ່ຄວບຄຸມຜູ້ອື່ນສະແດງອອກ: ນອກຈາກການຄວບຄຸມອ້າຍເອື້ອຍນ້ອງທົ່ວໄປແລ້ວ, ພວກເຂົາຍັງພະຍາຍາມຄວບຄຸມຜູ້ຮັບຜິດຊອບວຽກງານແຕ່ລະດ້ານ. ພວກເຂົາປາຖະໜາທີ່ຈະກຳອຳນາດທັງໝົດໄວ້ໃນມືຂອງພວກເຂົາເອງຢູ່ສະເໝີ. ສະນັ້ນ, ພວກເຂົາຈຶ່ງຖາມເຖິງທຸກສິ່ງ; ພວກເຂົາຈັບຕາເບິ່ງ ແລະ ເຝົ້າເບິ່ງທຸກສິ່ງ ເພື່ອເບິ່ງວ່າຜູ້ຄົນເຮັດສິ່ງຕ່າງໆແນວໃດ. ພວກເຂົາບໍ່ໂອ້ລົມກ່ຽວກັບຫຼັກການຄວາມຈິງໃຫ້ຜູ້ຄົນຟັງເລີຍ ຫຼື ໃຫ້ອິດສະຫຼະແກ່ຜູ້ຄົນໃນການກະທຳ. ພວກເຂົາຕ້ອງການໃຫ້ທຸກຄົນເຮັດຕາມທີ່ພວກເຂົາເວົ້າ ແລະ ອ່ອນນ້ອມຕໍ່ພວກເຂົາ. ພວກເຂົາຢ້ານຢູ່ສະເໝີວ່າອຳນາດຂອງພວກເຂົາຈະກະຈັດກະຈາຍ ແລະ ຖືກຄົນອື່ນຍຶດເອົາໄປ. ເມື່ອສົນທະນາກ່ຽວກັບບັນຫາໃດໜຶ່ງ, ບໍ່ວ່າຈະມີຈັກຄົນກຳລັງໂອ້ລົມກ່ຽວກັບມັນ ຫຼື ການໂອ້ລົມຂອງພວກເຂົາຈະໄດ້ຜົນແນວໃດກໍຕາມ, ພວກເຂົາຈະປະຕິເສດທັງໝົດເມື່ອມັນມາຮອດພວກເຂົາ ແລະ ການສົນທະນາກໍຈະຕ້ອງເລີ່ມຕົ້ນໃໝ່. ແລ້ວຜົນໄດ້ຮັບສຸດທ້າຍຂອງສິ່ງນີ້ແມ່ນຫຍັງ? ສິ່ງຕ່າງໆຈະບໍ່ຈົບລົງຈົນກວ່າທຸກຄົນຈະເຊື່ອຟັງພວກເຂົາ ແລະ ຖ້າສິ່ງນັ້ນຍັງບໍ່ເກີດຂຶ້ນ, ພວກເຂົາກໍຈະຕ້ອງໂອ້ລົມຕໍ່ໄປ. ບາງຄັ້ງການໂອ້ລົມນີ້ກໍດຳເນີນໄປຈົນຮອດກາງເດິກໂດຍບໍ່ອະນຸຍາດໃຫ້ໃຜນອນ; ມັນບໍ່ສິ້ນສຸດລົງຈົນກວ່າຄົນອື່ນຈະເຊື່ອຟັງສິ່ງທີ່ພວກເຂົາເວົ້າ. ນີ້ຄືສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດ. ມີຄົນທີ່ເຊື່ອວ່າໃນການເຮັດສິ່ງນີ້, ຜູ້ຕໍ່ຕ້ານພຣະຄຣິສກຳລັງຮັບຜິດຊອບຕໍ່ວຽກງານບໍ? ຄວາມແຕກຕ່າງລະຫວ່າງການຮັບຜິດຊອບຕໍ່ວຽກງານ ແລະ ການໃຊ້ອຳນາດຜະເດັດການຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງ? (ມັນແມ່ນຄວາມແຕກຕ່າງໃນເຈດຕະນາ). ເມື່ອຜູ້ຄົນມີສໍານຶກ ແລະ ມີຄວາມຮັບຜິດຊອບຕໍ່ວຽກງານ, ພວກເຂົາເຮັດສິ່ງນີ້ເພື່ອໂອ້ລົມກ່ຽວກັບຫຼັກການຄວາມຈິງຢ່າງຊັດເຈນ ເພື່ອໃຫ້ທຸກຄົນສາມາດເຂົ້າໃຈຄວາມຈິງ. ໃນທາງກົງກັນຂ້າມ, ເປົ້າໝາຍຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນເພື່ອຮັກສາອຳນາດ, ເພື່ອໃຫ້ໄດ້ປຽບ, ເພື່ອຫັກລ້າງທຸກມຸມມອງທີ່ແຕກຕ່າງຈາກຄວາມຄິດເຫັນຂອງພວກເຂົາ ແລະ ອາດຈະເຮັດໃຫ້ພວກເຂົາເສຍໜ້າ. ບໍ່ມີຄວາມແຕກຕ່າງລະຫວ່າງເຈດຕະນາເຫຼົ່ານີ້ບໍ? (ມີ). ມີຫຍັງແຕກຕ່າງກ່ຽວກັບພວກມັນ? ພວກເຈົ້າສາມາດແຍກແຍະໄດ້ບໍ? ການເຮັດໃຫ້ຜູ້ຄົນເຂົ້າໃຈຫຼັກການຄວາມຈິງຜ່ານການໂອ້ລົມ ແລະ ການແຂ່ງຂັນເພື່ອການຍ້ອງຍໍ, ຄວາມແຕກຕ່າງລະຫວ່າງສອງຢ່າງນີ້ແມ່ນຫຍັງ? (ເຈດຕະນາ). ບໍ່ແມ່ນພຽງແຕ່ເຈດຕະນາ. ແນ່ນອນວ່າເຈດຕະນາແມ່ນແຕກຕ່າງກັນ. (ໜຶ່ງໃນວິທີການເຫຼົ່ານີ້ຈະເປັນປະໂຫຍດຕໍ່ເຮືອນຂອງພຣະເຈົ້າຫຼາຍກວ່າ). ການທີ່ໜຶ່ງໃນນັ້ນເປັນປະໂຫຍດຕໍ່ເຮືອນຂອງພຣະເຈົ້າຫຼາຍກວ່າກໍເປັນອີກຄວາມແຕກຕ່າງໜຶ່ງ ເມື່ອຄຳນຶງເຖິງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ແຕ່ຄວາມແຕກຕ່າງຕົ້ນຕໍແມ່ນຫຍັງ? ເມື່ອຄົນໃດໜຶ່ງກຳລັງໂອ້ລົມກ່ຽວກັບຄວາມຈິງຢ່າງແທ້ຈິງ, ມັນກໍຈະຊັດເຈນເມື່ອເຈົ້າໄດ້ຍິນວ່າມັນບໍ່ແມ່ນການແກ້ຕົວ ຫຼື ການປົກປ້ອງຕົນເອງ. ທຸກສິ່ງທີ່ພວກເຂົາໂອ້ລົມລ້ວນແຕ່ມີເຈດຕະນາທີ່ຈະເຮັດໃຫ້ທຸກຄົນເຂົ້າໃຈເຈດຕະນາຂອງພຣະເຈົ້າ, ມັນລ້ວນແຕ່ເປັນຄໍາພະຍານຕໍ່ເຈດຕະນາຂອງພຣະເຈົ້າ. ການໂອ້ລົມດັ່ງກ່າວເຮັດໃຫ້ຫຼັກການຄວາມຈິງຊັດເຈນ ແລະ ຫຼັງຈາກທີ່ໄດ້ຍິນມັນ, ຜູ້ຄົນກໍມີເສັ້ນທາງທີ່ຈະກ້າວໄປທາງໜ້າ. ພວກເຂົາຮູ້ວ່າຫຼັກການແມ່ນຫຍັງ, ພວກເຂົາຮູ້ວ່າພວກເຂົາຄວນເຮັດຫຍັງໃນອະນາຄົດ, ພວກເຂົາຈະບໍ່ມີແນວໂນ້ມທີ່ຈະຂັດກັບຫຼັກການໃນການປະຕິບັດໜ້າທີ່ຂອງພວກເຂົາ ແລະ ເປົ້າໝາຍຂອງການປະຕິບັດຂອງພວກເຂົາກໍຈະຖືກຕ້ອງຫຼາຍຂຶ້ນ. ການໂອ້ລົມດັ່ງກ່າວບໍ່ໄດ້ປົນເປື້ອນດ້ວຍການແກ້ຕົວ ຫຼື ການປົກປ້ອງຕົນເອງແມ່ນແຕ່ໜ້ອຍດຽວ. ແຕ່ຄົນເຫຼົ່ານັ້ນເທດສະໜາແນວໃດ, ຜູ້ໃດຢາກປ່ຽນສິ່ງຕ່າງໆໃຫ້ເປັນປະໂຫຍດຕໍ່ພວກເຂົາ ແລະ ນໍາຄົນອື່ນມາຢູ່ພາຍໃຕ້ການຄວບຄຸມຂອງພວກເຂົາ? ພວກເຂົາເທດສະໜາກ່ຽວກັບຫຍັງ? ພວກເຂົາເທດສະໜາກ່ຽວກັບການແກ້ຕົວໃຫ້ຕົນເອງ ແລະ ຄວາມຄິດ, ເຈດຕະນາ ແລະ ເປົ້າໝາຍທີ່ຢູ່ເບື້ອງຫຼັງສິ່ງໃດກໍຕາມທີ່ພວກເຂົາເຮັດ ເພື່ອໃຫ້ຜູ້ຄົນຍອມຮັບມັນ, ເຊື່ອມັນ ແລະ ບໍ່ເຂົ້າໃຈພວກເຂົາຜິດ. ມັນລ້ວນແຕ່ເປັນພຽງການແກ້ຕົວໃຫ້ຕົນເອງ; ບໍ່ມີຄວາມຈິງໃນສິ່ງນັ້ນເລີຍ. ຖ້າເຈົ້າຕັ້ງໃຈຟັງ, ເຈົ້າຈະໄດ້ຍິນວ່າບໍ່ມີຄວາມຈິງໃນສິ່ງທີ່ພວກເຂົາໂອ້ລົມ. ມັນລ້ວນແຕ່ເປັນຄຳເວົ້າ, ຂໍ້ອ້າງ ແລະ ການແກ້ຕົວຂອງມະນຸດ. ນັ້ນຄືທັງໝົດທີ່ມັນເປັນ. ແລ້ວຫຼັງຈາກທີ່ພວກເຂົາເວົ້າຈົບແລ້ວ, ທຸກຄົນເຂົ້າໃຈຫຼັກການບໍ? ບໍ່ເຂົ້າໃຈ. ແຕ່ພວກເຂົາເຂົ້າໃຈເຈດຕະນາຂອງຜູ້ເວົ້າຫຼາຍພໍສົມຄວນ. ນີ້ຄືວິທີການຂອງຜູ້ຕໍ່ຕ້ານພຣະຄຣິສ. ມັນຄືວິທີທີ່ພວກເຂົາຄວບຄຸມຜູ້ຄົນ. ທັນທີທີ່ພວກເຂົາຮູ້ສຶກວ່າສະຖານະ ແລະ ຊື່ສຽງຂອງພວກເຂົາໄດ້ຮັບຄວາມເສຍຫາຍ ແລະ ໄດ້ຮັບຜົນກະທົບພາຍໃນກຸ່ມ, ພວກເຂົາກໍຈະຮຽກຮ້ອງໃຫ້ມີການເຕົ້າໂຮມກັນທັນທີ ເພື່ອພະຍາຍາມກອບກູ້ສິ່ງເຫຼົ່ານັ້ນຄືນມາ, ບໍ່ວ່າຈະດ້ວຍວິທີໃດກໍຕາມ. ແລ້ວພວກເຂົາກອບກູ້ສິ່ງເຫຼົ່ານັ້ນຄືນມາແນວໃດ? ໂດຍການມີຂໍ້ອ້າງ, ໂດຍການສະເໜີຄຳແກ້ຕົວ, ໂດຍການເວົ້າວ່າພວກເຂົາກຳລັງຄິດຫຍັງຢູ່ໃນເວລານັ້ນ. ເປົ້າໝາຍຂອງພວກເຂົາໃນການເວົ້າສິ່ງເຫຼົ່ານີ້ແມ່ນຫຍັງ? ເພື່ອລຶບລ້າງຄວາມເຂົ້າໃຈຜິດທັງໝົດທີ່ທຸກຄົນມີຕໍ່ພວກເຂົາ. ມັນຄືກັນກັບມັງກອນແດງທີ່ຍິ່ງໃຫຍ່: ຫຼັງຈາກທີ່ມັນທໍລະມານຄົນໃດໜຶ່ງ, ມັນກໍຈະພິສູດຄວາມບໍລິສຸດຂອງພວກເຂົາ ແລະ ລຶບລ້າງຂໍ້ກ່າວຫາໃດໆກໍຕາມທີ່ພວກເຂົາຖືກກ່າວຫາ. ເປົ້າໝາຍຂອງການເຮັດສິ່ງນີ້ແມ່ນຫຍັງ? (ການຟອກໃຫ້ຂາວ). ມັນພິສູດຄວາມບໍລິສຸດຂອງເຈົ້າ ແລະ ຊົດເຊີຍໃຫ້ເຈົ້າ ຫຼັງຈາກທີ່ມັນເຮັດສິ່ງບໍ່ດີຕໍ່ເຈົ້າສຳເລັດແລ້ວ ເພື່ອໃຫ້ເຈົ້າຄິດວ່າມັງກອນແດງທີ່ຍິ່ງໃຫຍ່ດີ ແລະ ໄວ້ໃຈໄດ້ໃນທີ່ສຸດ. ດ້ວຍວິທີນີ້, ການປົກຄອງຂອງມັນກໍຈະບໍ່ຖືກຄຸກຄາມ. ນີ້ຄືສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເປັນເຊັ່ນກັນ: ບໍ່ມີສິ່ງໃດເລີຍທີ່ພວກເຂົາເວົ້າ ຫຼື ເຮັດທີ່ບໍ່ແມ່ນເພື່ອຜົນປະໂຫຍດຂອງພວກເຂົາເອງ; ພວກເຂົາຈະບໍ່ເວົ້າຫຍັງເພື່ອຄວາມຈິງ ແລະ ພວກເຂົາຍິ່ງຈະບໍ່ເວົ້າ ຫຼື ເຮັດຫຍັງເພື່ອຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ທຸກສິ່ງທີ່ພວກເຂົາເວົ້າ ແລະ ເຮັດລ້ວນແຕ່ເພື່ອຊື່ສຽງ ແລະ ສະຖານະຂອງພວກເຂົາເອງ. ບາງຄົນອາດຈະເວົ້າວ່າ “ມັນບໍ່ຍຸຕິທຳທີ່ພຣະອົງກຳນົດວ່າພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິສ ເພາະພວກເຂົາເຮັດວຽກໜັກຫຼາຍ ແລະ ພວກເຂົາເຮັດວຽກຂອງພວກເຂົາຢ່າງດຸໝັ່ນ, ເຮັດວຽກ ແລະ ແລ່ນວຽກເພື່ອເຮືອນຂອງພຣະເຈົ້າຕັ້ງແຕ່ເຊົ້າຈົນຄໍ່າ. ບາງຄັ້ງພວກເຂົາກໍຫຍຸ້ງເກີນໄປຈົນບໍ່ໄດ້ກິນເຂົ້າ. ພວກເຂົາທົນທຸກຫຼາຍ!” ແລ້ວພວກເຂົາທົນທຸກເພື່ອໃຜ? (ຕົວພວກເຂົາເອງ). ເພື່ອຕົວພວກເຂົາເອງ. ຖ້າພວກເຂົາບໍ່ມີສະຖານະ, ພວກເຂົາຈະເຮັດສິ່ງດຽວກັນບໍ? ພວກເຂົາແລ່ນວຽກແບບນັ້ນເພື່ອຊື່ສຽງ ແລະ ສະຖານະຂອງພວກເຂົາເອງ. ພວກເຂົາເຮັດມັນເພື່ອລາງວັນ. ຖ້າພວກເຂົາບໍ່ໄດ້ຮັບລາງວັນ ຫຼື ຖ້າພວກເຂົາບໍ່ມີຊື່ສຽງ, ຜົນປະໂຫຍດ ຫຼື ສະຖານະ, ພວກເຂົາກໍຄືຊິຈະຖອນຕົວໄປດົນແລ້ວ. ພວກເຂົາເຮັດສິ່ງເຫຼົ່ານີ້ຕໍ່ໜ້າຄົນອື່ນ ແລະ ໃນຂະນະທີ່ພວກເຂົາເຮັດ, ພວກເຂົາກໍຢາກໃຫ້ພຣະເຈົ້າຮູ້ກ່ຽວກັບສິ່ງເຫຼົ່ານັ້ນ ແລະ ເຮັດໃຫ້ພຣະອົງມອບລາງວັນທີ່ພວກເຂົາຄວນໄດ້ຮັບໃຫ້ພວກເຂົາ ໂດຍພິຈາລະນາຈາກທຸກສິ່ງທີ່ພວກເຂົາໄດ້ເຮັດ. ສິ່ງທີ່ພວກເຂົາຕ້ອງການໃນທີ່ສຸດກໍຄືລາງວັນ; ພວກເຂົາບໍ່ຕ້ອງການທີ່ຈະໄດ້ຮັບຄວາມຈິງ. ເຈົ້າຕ້ອງເບິ່ງໃຫ້ທະລຸເຖິງຈຸດນີ້. ເມື່ອພວກເຂົາຮູ້ສຶກວ່າພວກເຂົາໄດ້ສະສົມຕົ້ນທຶນພຽງພໍແລ້ວ, ເມື່ອພວກເຂົາມີໂອກາດເວົ້າທ່າມກາງຄົນອື່ນ, ເນື້ອໃນຂອງສິ່ງທີ່ພວກເຂົາເວົ້າແມ່ນຫຍັງ? ຢ່າງທຳອິດ, ມັນຄືການອວດການປະກອບສ່ວນຂອງພວກເຂົາ, ເຊິ່ງເປັນການໂຈມຕີທາງຈິດໃຈ. ການໂຈມຕີທາງຈິດໃຈແມ່ນຫຍັງ? ມັນຄືການໃຫ້ທຸກຄົນຮູ້ເລິກໆຢູ່ໃນໃຈຂອງພວກເຂົາວ່າ ພວກເຂົາໄດ້ເຮັດສິ່ງດີຫຼາຍຢ່າງໃນນາມຂອງເຮືອນຂອງພຣະເຈົ້າ, ໄດ້ປະກອບສ່ວນ, ຮັບເອົາຄວາມສ່ຽງ, ເຮັດວຽກທີ່ເປັນອັນຕະລາຍ, ແລ່ນວຽກຫຼາຍ ແລະ ທົນທຸກບໍ່ໜ້ອຍ. ມັນຄືການອວດອ້າງສິ່ງທີ່ຮັບຮອງພວກເຂົາ ແລະ ເວົ້າກ່ຽວກັບຕົ້ນທຶນຂອງພວກເຂົາຕໍ່ໜ້າຄົນອື່ນ. ຢ່າງທີສອງ, ພວກເຂົາເວົ້າໃນລັກສະນະທີ່ໂອ້ອວດ ແລະ ໄຮ້ສາລະກ່ຽວກັບທິດສະດີທີ່ບໍ່ເປັນຄວາມຈິງບາງຢ່າງ ເຊິ່ງຜູ້ຄົນຮູ້ສຶກວ່າພວກເຂົາເຂົ້າໃຈ ເຖິງແມ່ນວ່າພວກເຂົາຈະບໍ່ເຂົ້າໃຈກໍຕາມ. ທິດສະດີເຫຼົ່ານີ້ຟັງເບິ່ງເລິກເຊິ່ງ, ລຶກລັບ ແລະ ເປັນນາມມະທຳຫຼາຍ ແລະ ພວກມັນເຮັດໃຫ້ຜູ້ຄົນນະມັດສະການຜູ້ຕໍ່ຕ້ານພຣະຄຣິສ. ຈາກນັ້ນ, ພວກເຂົາກໍເວົ້າໃນລັກສະນະທີ່ຍິ່ງໃຫຍ່ ແລະ ສັບສົນກ່ຽວກັບສິ່ງທີ່ພວກເຂົາເຊື່ອວ່າບໍ່ມີໃຜເຄີຍເຂົ້າໃຈ ເຊັ່ນ: ເຕັກໂນໂລຊີ ແລະ ອາວະກາດ, ການເງິນ ແລະ ການບັນຊີ ແລະ ເລື່ອງຂອງສັງຄົມ ແລະ ການເມືອງ ແລະ ແມ່ນແຕ່ເລື່ອງຂອງໂລກໃຕ້ດິນ ແລະ ການຕົ້ມຕຸ໋ນ. ພວກເຂົາເລົ່າປະຫວັດສ່ວນຕົວຂອງພວກເຂົາ. ແລ້ວສິ່ງນີ້ແມ່ນຫຍັງ? ພວກເຂົາກຳລັງອວດຕົວເອງ. ແລ້ວເປົ້າໝາຍຂອງພວກເຂົາໃນການອວດກໍຄືການເປີດການໂຈມຕີທາງຈິດໃຈ. ພວກເຈົ້າຄິດວ່າພວກເຂົາໂງ່ບໍ? ຖ້າສິ່ງນີ້ທີ່ພວກເຂົາເວົ້າບໍ່ມີຜົນຕໍ່ຜູ້ຄົນ, ພວກເຂົາຍັງຈະເວົ້າຢູ່ບໍ? ພວກເຂົາຈະບໍ່ເວົ້າ. ພວກເຂົາມີເປົ້າໝາຍໃນການເວົ້າສິ່ງນັ້ນ: ມັນກ່ຽວກັບການອວດອ້າງສິ່ງຮັບຮອງພວກເຂົາ, ການໂອ້ອວດ ແລະ ການອວດຕົວເອງ.
ຍິ່ງໄປກວ່ານັ້ນ, ຜູ້ຕໍ່ຕ້ານພຣະຄຣິສມັກຈະໃຊ້ລັກສະນະແບບໃດ? ບໍ່ວ່າພວກເຂົາຈະໄປໃສ, ພວກເຂົາກໍໃຊ້ລັກສະນະຂອງຫົວໜ້າຄອບຄົວ. ບໍ່ວ່າພວກເຂົາຈະໄປໃສ, ພວກເຂົາກໍເວົ້າວ່າ “ພວກເຈົ້າກຳລັງເຮັດຫຍັງຢູ່? ເປັນແນວໃດແດ່? ມີຄວາມຫຍຸ້ງຍາກຫຍັງບໍ? ຟ້າວຈັດການສິ່ງທີ່ພວກເຈົ້າໄດ້ຮັບມອບໝາຍ! ຢ່າເຮັດແບບພໍແລ້ວມືແລ້ວຕີນ. ວຽກງານທັງໝົດຂອງເຮືອນຂອງພຣະເຈົ້າລ້ວນແຕ່ສຳຄັນ ແລະ ບໍ່ສາມາດຊັກຊ້າໄດ້!” ພວກເຂົາເປັນຄືກັບຫົວໜ້າຄອບຄົວ, ຄອຍຊີ້ນໍາວຽກງານຂອງຄົນໃນເຮືອນຂອງພວກເຂົາຢູ່ສະເໝີ. ມັນໝາຍຄວາມວ່າແນວໃດ ທີ່ວ່າພວກເຂົາເປັນຫົວໜ້າຄອບຄົວ? ມັນໝາຍຄວາມວ່າໃຜກໍຕາມໃນເຮືອນຂອງພວກເຂົາອາດຈະເຮັດຜິດພາດ ຫຼື ຍ່າງຜິດທາງ, ສະນັ້ນ ພວກເຂົາຈຶ່ງຕ້ອງເຝົ້າເບິ່ງຄົນເຫຼົ່ານັ້ນ; ຖ້າພວກເຂົາບໍ່ເຮັດ, ກໍຈະບໍ່ມີໃຜປະຕິບັດໜ້າທີ່ຂອງຕົນ. ພວກເຂົາທຸກຄົນຈະຈົບລົງດ້ວຍການສະດຸດລົ້ມ. ຜູ້ຕໍ່ຕ້ານພຣະຄຣິສເຊື່ອວ່າຄົນອື່ນເປັນຄົນໂງ່, ເປັນເດັກນ້ອຍ, ເຊິ່ງຖ້າພວກເຂົາບໍ່ເປັນຫ່ວງເປັນໄຍຄົນເຫຼົ່ານັ້ນ, ຖ້າພວກເຂົາປ່ອຍໃຫ້ຄົນເຫຼົ່ານັ້ນຄາດສາຍຕາໄປພຽງວິນາທີດຽວ, ບາງຄົນໃນບັນດາພວກເຂົາກໍຈະເຮັດຜິດພາດ ແລະ ຍ່າງຜິດທາງ. ນີ້ແມ່ນມຸມມອງແບບໃດ? ພວກເຂົາບໍ່ໄດ້ສົມມຸດລັກສະນະຂອງຫົວໜ້າຄອບຄົວບໍ? (ແມ່ນແລ້ວ). ແລ້ວພວກເຂົາເຮັດວຽກງານທີ່ເປັນຮູບປະທຳບໍ? ພວກເຂົາບໍ່ເຄີຍເຮັດ; ພວກເຂົາຈັດໃຫ້ຄົນອື່ນເຮັດວຽກທັງໝົດ ໂດຍກ່ຽວຂ້ອງກັບການວາງມາດ ແລະ ການເປັນເຈົ້ານາຍເທົ່ານັ້ນ ແລະ ເມື່ອຄົນອື່ນເຮັດວຽກສຳເລັດແລ້ວ, ມັນກໍຄືກັບວ່າພວກເຂົາເຮັດດ້ວຍຕົນເອງ. ຄວາມດີທັງໝົດຕົກເປັນຂອງພວກເຂົາ. ພວກເຂົາພຽງແຕ່ເພີດເພີນກັບຜົນປະໂຫຍດຈາກສະຖານະຂອງພວກເຂົາ; ພວກເຂົາບໍ່ເຄີຍເຮັດສິ່ງໃດທີ່ເປັນປະໂຫຍດຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ ແລະ ເຖິງແມ່ນວ່າພວກເຂົາຈະພົບວ່າຄົນໃດໜຶ່ງກຳລັງເຮັດແບບພໍແລ້ວມືແລ້ວຕີນ ຫຼື ລະເລີຍໃນການປະຕິບັດໜ້າທີ່ຂອງຕົນ, ວ່າຄົນນັ້ນກຳລັງຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ, ພວກເຂົາກໍພຽງແຕ່ໃຫ້ການຕັກເຕືອນສອງສາມຄໍາ ແລະ ປອບໃຈຄົນເຫຼົ່ານັ້ນ ແຕ່ພວກເຂົາບໍ່ເຄີຍເປີດໂປງ ຫຼື ຈຳກັດຄົນເຫຼົ່ານັ້ນ. ພວກເຂົາບໍ່ເຄີຍລ່ວງເກີນໃຜ. ຖ້າບໍ່ມີໃຜຢາກຟັງພວກເຂົາ, ພວກເຂົາກໍຈະເວົ້າວ່າ “ຫົວໃຈຂອງຂ້ອຍແຕກສະຫຼາຍຍ້ອນເປັນຫ່ວງພວກເຈົ້າທຸກຄົນ; ຂ້ອຍເວົ້າຈົນປາກແຫ້ງ, ຂ້ອຍເຮັດໃຫ້ຕົວເອງເມື່ອຍຈົນຮອດຈຸດທີ່ເກືອບຈະເຮັດໃຫ້ຂ້ອຍແຕກເປັນສອງສ່ວນ! ພວກເຈົ້າເຮັດໃຫ້ຂ້ອຍເປັນຫ່ວງຫຼາຍ!” ພວກເຂົາບໍ່ມີຢາງອາຍບໍທີ່ເວົ້າແບບນີ້? ມັນເຮັດໃຫ້ພວກເຈົ້າລັງກຽດບໍທີ່ໄດ້ຍິນມັນ? ນີ້ຄືວິທີໜຶ່ງທີ່ຄວາມປາຖະໜາອັນຕໍ່ເນື່ອງ ທີ່ຈະຄວບຄຸມຜູ້ຄົນທີ່ຜູ້ຕໍ່ຕ້ານພຣະຄຣິສສະແດງອອກມາ. ຜູ້ຕໍ່ຕ້ານພຣະຄຣິສດັ່ງກ່າວໂອ້ລົມກັບຜູ້ຄົນແນວໃດ? ຕົວຢ່າງ: ພວກເຂົາເວົ້າກັບເຮົາວ່າ “ຄົນທີ່ຢູ່ພາຍໃຕ້ຂ້ານ້ອຍບໍ່ເຮັດຕາມທີ່ບອກ. ພວກເຂົາບໍ່ຖືເອົາວຽກງານຂອງຄຣິສຕະຈັກເປັນເລື່ອງຈິງຈັງ. ພວກເຂົາເຮັດແບບພໍແລ້ວມືແລ້ວຕີນ ແລະ ພວກເຂົາໃຊ້ເງິນຂອງເຮືອນຂອງພຣະເຈົ້າຢ່າງຊະຊາຍ. ພວກເຂົາເປັນສັດຮ້າຍແທ້ໆ, ຄົນເຫຼົ່ານີ້, ພວກເຂົາຕ່ຳຕ້ອຍກວ່າໝາ!” ນໍ້າສຽງຂອງພວກເຂົາຢູ່ບ່ອນນີ້ແມ່ນຫຍັງ? ພວກເຂົາກຳລັງຍົກເວັ້ນຕົວເອງ; ພວກເຂົາໝາຍຄວາມວ່າ “ຂ້ອຍຄຳນຶງເຖິງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແຕ່ພວກເຂົາບໍ່ໄດ້ຄຳນຶງເລີຍ”. ຜູ້ຕໍ່ຕ້ານພຣະຄຣິສຖືວ່າຕົວເອງເປັນໃຜ? ເປັນ “ທູດພາບລັກ”. ທູດພາບລັກແມ່ນຫຍັງ? ລອງເບິ່ງທູດພາບລັກຈາກບາງປະເທດ, ພວກເຂົາແມ່ນຄົນປະເພດໃດ? ພວກເຂົາຖືກເລືອກຍ້ອນຄວາມງາມຂອງພວກເຂົາ; ພວກເຂົາງາມຫຼາຍ, ພວກເຂົາສາມາດເວົ້າເກັ່ງ ແລະ ພວກເຂົາທຸກຄົນໄດ້ຜ່ານການຝຶກຝົນມາແລ້ວ. ທາງເບື້ອງຫຼັງ, ພວກເຂົາທຸກຄົນມີເສັ້ນສາຍ ແລະ ການຕິດຕໍ່ພົວພັນກັບຜູ້ຊາຍທີ່ສູງ, ລວຍ ແລະ ໜ້າຕາດີ, ກັບເຈົ້າໜ້າທີ່ລະດັບສູງ, ກັບນັກທຸລະກິດທີ່ຮັ່ງມີ, ນັ້ນຄືເຫດຜົນທີ່ພວກເຂົາເປັນທູດພາບລັກ. ພວກເຂົາເພິ່ງພາຫຍັງ ເພື່ອຈະໄດ້ເປັນທູດພາບລັກ? ມັນແມ່ນໜ້າຕາທີ່ດີ, ຮູບຮ່າງທີ່ດີ ແລະ ວາທະສິນຂອງພວກເຂົາເທົ່ານັ້ນບໍ? ພວກເຂົາເພິ່ງພາເສັ້ນສາຍເບື້ອງຫຼັງຂອງພວກເຂົາເປັນຫຼັກ. ມັນບໍ່ແມ່ນແບບນັ້ນບໍ? (ແມ່ນແລ້ວ). ແມ່ນແລ້ວ, ມັນເປັນແບບນັ້ນ. ຜູ້ຕໍ່ຕ້ານພຣະຄຣິສ, ຜູ້ທີ່ມີລັກສະນະຂອງຜູ້ນໍາ ຫຼື ຫົວໜ້າຄອບຄົວຢູ່ສະເໝີ ແມ່ນຕ້ອງການໃຊ້ລັກສະນະນີ້, ທ່າທາງນີ້ ເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ຄວບຄຸມພວກເຂົາຢູ່ສະເໝີ. ນັ້ນບໍ່ຄືກັບຮູບແບບຂອງທູດພາບລັກໜ້ອຍໜຶ່ງບໍ? ພວກເຂົາຢືນຢູ່ບ່ອນນັ້ນ, ມືໄຂວ່ຫຼັງ ແລະ ເມື່ອອ້າຍເອື້ອຍນ້ອງກົ້ມຫົວຄຳນັບພວກເຂົາ, ພວກເຂົາກໍເວົ້າວ່າ “ດີ, ເຮັດວຽກໃຫ້ດີ!” ພວກເຂົາແມ່ນໃຜຈຶ່ງເວົ້າແບບນັ້ນ? ພວກເຂົາແຕ່ງຕັ້ງຕົວເອງໃຫ້ຢູ່ໃນຕຳແໜ່ງຫຍັງ? ເຮົາບໍ່ເວົ້າສິ່ງດັ່ງກ່າວ, ບໍ່ວ່າເຮົາຈະໄປໃສ, ພວກເຈົ້າເຄີຍໄດ້ຍິນເຮົາເວົ້າສິ່ງດັ່ງກ່າວບໍ? (ບໍ່ເຄີຍ). ບາງຄັ້ງຄາວ, ເຮົາຈະເວົ້າວ່າ “ໂອກາດນີ້ທີ່ພວກເຈົ້າຕ້ອງປະຕິບັດໜ້າທີ່ຂອງພວກເຈົ້າດ້ວຍຄວາມສະຫງົບໃຈນັ້ນບໍ່ແມ່ນເລື່ອງງ່າຍທີ່ຈະໄດ້ມາ! ພວກເຈົ້າຕ້ອງຄວ້າໂອກາດນີ້ໄວ້ ແລະ ປະຕິບັດໜ້າທີ່ຂອງພວກເຈົ້າໃຫ້ດີ, ຢ່າເຮັດໃຫ້ຕົວເອງຖືກສົ່ງໄປບ່ອນອື່ນຍ້ອນການເຮັດຄວາມຊົ່ວ ແລະ ການລົບກວນ”. ແຕ່ເຮົາເວົ້າສິ່ງນີ້ອອກມາຈາກຫຍັງ? ຄວາມຈິງໃຈ. ແຕ່ນັ້ນແມ່ນວິທີທີ່ຜູ້ຕໍ່ຕ້ານພຣະຄຣິສຄິດບໍ? ນັ້ນບໍ່ແມ່ນວິທີທີ່ພວກເຂົາຄິດ ແລະ ມັນບໍ່ແມ່ນວິທີທີ່ພວກເຂົາກະທຳ. ພວກເຂົາບອກໃຫ້ຄົນອື່ນເຮັດວຽກໃຫ້ດີ, ແລ້ວຕົວພວກເຂົາເອງເຮັດບໍ? ພວກເຂົາບໍ່ເຮັດ. ພວກເຂົາໃຫ້ຄົນອື່ນເຮັດວຽກໃຫ້ດີ, ເຮັດວຽກໜັກເກືອບຕາຍເພື່ອພວກເຂົາ, ອອກແຮງງານເພື່ອພວກເຂົາ ແລະ ໃນທີ່ສຸດ, ພວກເຂົາກໍເປັນຜູ້ທີ່ໄດ້ຮັບຄວາມດີທັງໝົດ. ພວກເຈົ້າເຮັດວຽກໜັກເກືອບຕາຍເພື່ອເຮົາບໍໃນຕອນນີ້, ໃນການປະຕິບັດໜ້າທີ່ຂອງພວກເຈົ້າ? (ບໍ່). ພວກເຈົ້າບໍ່ໄດ້ອອກເຫື່ອແຮງເພື່ອເຮົາເຊັ່ນກັນ; ພວກເຈົ້າກຳລັງປະຕິບັດໜ້າທີ່ ແລະ ພັນທະຂອງພວກເຈົ້າເອງ ແລະ ຈາກນັ້ນເຮືອນຂອງພຣະເຈົ້າກໍລ້ຽງດູພວກເຈົ້າ. ມັນຈະເປັນການເວົ້າເກີນໄປບໍທີ່ຈະເວົ້າວ່າເຮົາລ້ຽງດູພວກເຈົ້າ? (ບໍ່). ນີ້ບໍ່ແມ່ນຄຳເວົ້າທີ່ຜິດ ແລະ ໃນຄວາມເປັນຈິງແລ້ວ, ມັນຄືສິ່ງທີ່ເປັນໄປແທ້ໆ. ແຕ່ຖ້າເຈົ້າຢາກໃຫ້ເຮົາເວົ້າແບບນັ້ນ, ເຮົາຈະບໍ່ເວົ້າ. ຄຳເວົ້ານັ້ນຈະບໍ່ອອກມາຈາກປາກຂອງເຮົາຈັກເທື່ອ. ເຮົາຈະເວົ້າພຽງແຕ່ວ່າເຮືອນຂອງພຣະເຈົ້າລ້ຽງດູພວກເຈົ້າ: ພວກເຈົ້າປະຕິບັດໜ້າທີ່ຂອງພວກເຈົ້າເອງໃນເຮືອນຂອງພຣະເຈົ້າ ແລະ ພຣະເຈົ້າລ້ຽງດູພວກເຈົ້າ. ສະນັ້ນ, ພວກເຈົ້າກຳລັງປະຕິບັດໜ້າທີ່ຂອງພວກເຈົ້າເພື່ອໃຜ? (ຕົວພວກເຮົາເອງ). ພວກເຈົ້າກຳລັງປະຕິບັດໜ້າທີ່ ແລະ ພັນທະຂອງພວກເຈົ້າເອງ; ນີ້ຄືຄວາມຮັບຜິດຊອບທີ່ພວກເຈົ້າຄວນເຮັດໃຫ້ສຳເລັດໃນຖານະສິ່ງທີ່ຖືກສ້າງ. ພວກເຈົ້າກຳລັງເຮັດສິ່ງນີ້ຕໍ່ໜ້າພຣະເຈົ້າ. ພວກເຈົ້າຕ້ອງບໍ່ເວົ້າຢ່າງເດັດຂາດວ່າພວກເຈົ້າກຳລັງເຮັດວຽກໃຫ້ເຮົາ. ເຮົາບໍ່ຕ້ອງການສິ່ງນັ້ນ. ເຮົາບໍ່ຕ້ອງການໃຫ້ໃຜເຮັດວຽກໃຫ້ເຮົາ; ເຮົາບໍ່ແມ່ນເຈົ້ານາຍ ແລະ ເຮົາກໍບໍ່ແມ່ນປະທານບໍລິສັດໃດໜຶ່ງ. ເຮົາບໍ່ໄດ້ຫາເງິນຈາກພວກເຈົ້າ ແລະ ພວກເຈົ້າກໍບໍ່ໄດ້ກິນອາຫານຂອງເຮົາ. ພວກເຮົາພຽງແຕ່ຮ່ວມມືກັນ. ເຮົາໂອ້ລົມຄວາມຈິງທີ່ເຮົາຄວນໂອ້ລົມໃຫ້ພວກເຈົ້າຟັງ ເພື່ອໃຫ້ພວກເຈົ້າເຂົ້າໃຈມັນ ແລະ ພວກເຈົ້າກໍອອກເດີນທາງໃນເສັ້ນທາງທີ່ຖືກຕ້ອງ ແລະ ດ້ວຍເຫດນັ້ນ ຫົວໃຈຂອງເຮົາກໍສະຫງົບລົງ. ຄວາມຮັບຜິດຊອບ ແລະ ພັນທະຂອງເຮົາໄດ້ຖືກປະຕິບັດຈົນສຳເລັດແລ້ວ. ມັນຄືການຮ່ວມມືກັນ ໂດຍທີ່ທຸກຄົນເຮັດໃນສ່ວນຂອງຕົນ. ມັນຫ່າງໄກຈາກກໍລະນີທີ່ວ່າໃຜກຳລັງຂູດຮີດໃຜ, ໃຜກຳລັງໃຊ້ໃຜ, ໃຜກຳລັງລ້ຽງໃຜ. ຢ່າເຮັດລັກສະນະແບບນັ້ນ. ມັນບໍ່ມີປະໂຫຍດ ແລະ ມັນໜ້າລັງກຽດ. ຈົ່ງເຮັດວຽກໃຫ້ດີຢ່າງແທ້ຈິງ ເພື່ອໃຫ້ທຸກຄົນເຫັນມັນໄດ້ຢ່າງຊັດເຈນ ແລະ ໃນທີ່ສຸດ, ເຈົ້າກໍຈະຢູ່ໃນຕຳແໜ່ງທີ່ດີທີ່ຈະຊຳລະບັນຊີຂອງເຈົ້າຕໍ່ໜ້າພຣະເຈົ້າ. ຜູ້ຕໍ່ຕ້ານພຣະຄຣິສມີເຫດຜົນແບບນັ້ນບໍ? ບໍ່ມີ. ຖ້າພວກເຂົາຮັບຜິດຊອບໜ້ອຍໜຶ່ງ, ປະກອບສ່ວນໜ້ອຍໜຶ່ງ ແລະ ໄດ້ເຮັດວຽກບາງຢ່າງ, ພວກເຂົາກໍໂອ້ອວດກ່ຽວກັບມັນ ໃນລັກສະນະທີ່ໜ້າລັງກຽດຢ່າງເປີດເຜີຍ ເຖິງຂັ້ນປາຖະໜາທີ່ຈະເປັນທູດພາບລັກ. ຖ້າເຈົ້າບໍ່ພະຍາຍາມເປັນທູດພາບລັກ ແລະ ເຈົ້າລົງມືເຮັດວຽກຕົວຈິງບາງຢ່າງ, ທຸກຄົນກໍຈະມີຄວາມເຄົາລົບຕໍ່ເຈົ້າໃນລະດັບໃດໜຶ່ງ. ຖ້າເຈົ້າໃຊ້ທ່າທາງຂອງທູດພາບລັກ ແຕ່ເຈົ້າບໍ່ສາມາດເຮັດວຽກທີ່ເປັນຮູບປະທຳໃດໆ ແລະ ເຮັດໃຫ້ເບື້ອງເທິງຕ້ອງກັງວົນ ແລະ ສັ່ງການທຸກວຽກງານດ້ວຍຕົນເອງ ແລະ ຕິດຕາມໂດຍການຊີ້ນໍາເຈົ້າ ແລະ ໃຫ້ຄຳແນະນຳແກ່ເຈົ້າ ໂດຍທີ່ເບື້ອງເທິງເຮັດວຽກທຸກດ້ານ ແລະ ຖ້າເຈົ້າຍັງຄິດວ່າຕົວເອງມີຄວາມສາມາດ, ວ່າເຈົ້າມີທັກສະຫຼາຍຂຶ້ນ, ວ່າເຈົ້າເປັນຜູ້ເຮັດທັງໝົດນັ້ນ, ນັ້ນບໍ່ແມ່ນເລື່ອງໜ້າອາຍບໍ? ຜູ້ຕໍ່ຕ້ານພຣະຄຣິສສາມາດເຮັດສິ່ງນີ້ໄດ້. ພວກເຂົາຍາດຊິງຄວາມສະຫງ່າລາສີຂອງພຣະເຈົ້າ. ເມື່ອຄົນປົກກະຕິໄດ້ປະສົບກັບສອງສາມຢ່າງ, ພວກເຂົາກໍສາມາດເຂົ້າໃຈຄວາມຈິງໜ້ອຍໜຶ່ງ ແລະ ເຫັນວ່າ “ຄວາມສາມາດຂອງຂ້ອຍຈັ່ງແມ່ນຕ່ຳຫຼາຍ. ຂ້ອຍບໍ່ມີຄ່າຫຍັງເລີຍ. ຖ້າບໍ່ມີຄວາມຫ່ວງໃຍ ແລະ ການຊີ້ນໍາຂອງເບື້ອງເທິງ, ຖ້າພວກເຂົາບໍ່ໄດ້ຈັບມືຂ້ອຍໄວ້ເພື່ອຊ່ວຍຂ້ອຍ, ຂ້ອຍກໍຄືຊິບໍ່ສາມາດເຮັດຫຍັງໄດ້. ຂ້ອຍເປັນພຽງຄົນໂງ່. ຕອນນີ້ຂ້ອຍໄດ້ມາຮູ້ຈັກຕົນເອງໜ້ອຍໜຶ່ງແລ້ວ. ຂ້ອຍຮູ້ຈັກຂອບເຂດທີ່ບໍ່ສໍາຄັນຂອງຂ້ອຍ. ຂ້ອຍຈະບໍ່ຄໍາຈົ່ມໃດໆ ຖ້າເບື້ອງເທິງລິຮານຂ້ອຍອີກໃນອະນາຄົດ. ຂ້ອຍຈະພຽງແຕ່ອ່ອນນ້ອມ”. ເມື່ອຮູ້ຈັກຂອບເຂດທີ່ບໍ່ສໍາຄັນຂອງຕົນເອງ, ເຈົ້າກໍຈະເຮັດວຽກທີ່ເປັນຂອງເຈົ້າໃນລັກສະນະທີ່ປະພຶດຕົນດີໂດຍທີ່ຕີນທັງສອງຂ້າງຕິດດິນ. ບໍ່ວ່າເບື້ອງເທິງຈະມອບໝາຍຫຍັງໃຫ້ເຈົ້າ, ເຈົ້າກໍຈະເຮັດມັນໃຫ້ດີ, ຢ່າງສຸດໃຈ ແລະ ສຸດກຳລັງຂອງເຈົ້າ. ນີ້ແມ່ນສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດບໍ? ບໍ່ແມ່ນ. ພວກເຂົາບໍ່ຄຳນຶງເຖິງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ຫຼື ວຽກງານຂອງເຮືອນຂອງພຣະເຈົ້າ. ຜົນປະໂຫຍດທີ່ຍິ່ງໃຫຍ່ທີ່ສຸດຂອງເຮືອນຂອງພຣະເຈົ້າແມ່ນຫຍັງ? ມັນແມ່ນຄວາມຮັ່ງມີຂອງຄຣິສຕະຈັກບໍ? ມັນແມ່ນເຄື່ອງຖວາຍແດ່ພຣະເຈົ້າບໍ? ບໍ່ແມ່ນ. ແລ້ວມັນແມ່ນຫຍັງ? ການປະຕິບັດໜ້າທີ່ຂອງທຸກຄົນກ່ຽວຂ້ອງກັບວຽກງານດ້ານໃດ? ການເທດສະໜາພຣະກິດຕິຄຸນ ແລະ ການເປັນພະຍານໃຫ້ພຣະເຈົ້າ ເພື່ອໃຫ້ມະນຸດຊາດທັງປວງເຂົ້າໃຈພຣະເຈົ້າ ແລະ ກັບຄືນມາຫາພຣະອົງ. ນີ້ຄືຜົນປະໂຫຍດທີ່ຍິ່ງໃຫຍ່ທີ່ສຸດຂອງເຮືອນຂອງພຣະເຈົ້າ. ແລ້ວຜົນປະໂຫຍດທີ່ຍິ່ງໃຫຍ່ທີ່ສຸດນັ້ນກໍແຕກຍ່ອຍລົງມາ, ແບ່ງອອກເປັນແຕ່ລະທີມ ແລະ ແຕ່ລະດ້ານຂອງວຽກງານ ແລະ ຈາກນັ້ນກໍແບ່ງຍ່ອຍລົງມາຈົນຮອດໜ້າທີ່ຕ່າງໆທີ່ແຕ່ລະຄົນເຮັດ. ນີ້ຄືຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ພວກເຈົ້າເຄີຍເຫັນສິ່ງນີ້ມາກ່ອນບໍ? ບໍ່, ພວກເຈົ້າບໍ່ເຄີຍເຫັນ! ເມື່ອເຮົາເວົ້າເຖິງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ພວກເຈົ້າຄິດວ່າພວກມັນແມ່ນເງິນ, ເຮືອນ ແລະ ລົດ. ນັ້ນແມ່ນຜົນປະໂຫຍດປະເພດໃດ? ພວກມັນບໍ່ແມ່ນພຽງວັດຖຸສິ່ງຂອງຈໍານວນໜ້ອຍໜຶ່ງບໍ? ແລ້ວບາງຄົນຈະເວົ້າບໍວ່າ “ໃນເມື່ອສິ່ງເຫຼົ່ານັ້ນບໍ່ແມ່ນຜົນປະໂຫຍດ, ຊັ້ນມາຟຸ່ມເຟືອຍພວກມັນຕາມໃຈມັກກັນເທາະ”? ແບບນັ້ນໄດ້ບໍ? (ບໍ່ໄດ້). ບໍ່ໄດ້ຢ່າງແນ່ນອນ! ການຟຸ່ມເຟືອຍເຄື່ອງຖວາຍແມ່ນບາບທີ່ຮ້າຍແຮງ.
ນອກເໜືອຈາກຄວາມທະເຍີທະຍານ ແລະ ຄວາມປາຖະໜາທີ່ຈະຄວບຄຸມຄົນແລ້ວ, ຍັງມີຫຍັງອີກທີ່ຜູ້ຕໍ່ຕ້ານພຣະຄຣິສສົນໃຈ? ໂດຍພື້ນຖານແລ້ວແມ່ນບໍ່ມີຫຍັງເລີຍ. ພວກເຂົາບໍ່ໄດ້ສົນໃຈສິ່ງອື່ນຫຼາຍປານໃດ. ບໍ່ວ່າແຕ່ລະຄົນກຳລັງປະຕິບັດໜ້າທີ່ທີ່ເໝາະສົມ ຫຼື ບໍ່, ການຈັດບຸກຄະລາກອນເໝາະສົມ ຫຼື ບໍ່, ມີໃຜຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ ຫຼື ບໍ່, ວຽກງານແຕ່ລະດ້ານຂອງຄຣິສຕະຈັກກຳລັງດຳເນີນໄປຢ່າງລ່ຽນໄຫຼ ຫຼື ບໍ່, ວຽກງານສ່ວນໃດທີ່ມີບັນຫາ, ສ່ວນໃດທີ່ຍັງອ່ອນແອ, ສ່ວນໃດທີ່ຍັງບໍ່ທັນໄດ້ຮັບການພິຈາລະນາ, ບ່ອນໃດທີ່ວຽກງານບໍ່ໄດ້ຖືກປະຕິບັດຢ່າງເໝາະສົມ, ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ຫຍຸ້ງກ່ຽວກັບສິ່ງດັ່ງກ່າວເລີຍ ແລະ ພວກເຂົາກໍບໍ່ຖາມກ່ຽວກັບສິ່ງເຫຼົ່ານັ້ນ. ພວກເຂົາບໍ່ເຄີຍສົນໃຈສິ່ງເຫຼົ່ານັ້ນ; ພວກເຂົາບໍ່ເຄີຍເຮັດວຽກງານຕົວຈິງນີ້ເລີຍ. ຕົວຢ່າງ: ວຽກງານແປພາສາ, ວຽກງານຕັດຕໍ່ວິດີໂອ, ວຽກການຜະລິດຮູບເງົາ, ວຽກງານຂໍ້ຄວາມ, ວຽກງານການປະກາດພຣະກິດຕິຄຸນ ແລະ ອື່ນໆ, ພວກເຂົາບໍ່ໄດ້ຕິດຕາມວຽກງານດ້ານໃດດ້ານໜຶ່ງຢ່າງພາກພຽນ. ຕາບໃດທີ່ບາງສິ່ງບາງຢ່າງບໍ່ສົ່ງຜົນກະທົບຕໍ່ຊື່ສຽງ, ຜົນປະໂຫຍດ ຫຼື ສະຖານະຂອງພວກເຂົາ, ມັນກໍເບິ່ງຄືວ່າບໍ່ມີຫຍັງກ່ຽວຂ້ອງກັບພວກເຂົາ. ດັ່ງນັ້ນ, ສິ່ງດຽວທີ່ພວກເຂົາເຮັດແມ່ນຫຍັງ? ພວກເຂົາພຽງແຕ່ຈັດການວຽກງານທົ່ວໄປບາງຢ່າງ ເຊິ່ງເປັນວຽກງານທີ່ຜິວເຜີນທີ່ຜູ້ຄົນໃສ່ໃຈ ແລະ ເບິ່ງເຫັນ. ພວກເຂົາເຮັດສິ່ງນັ້ນສຳເລັດ, ຈາກນັ້ນກໍນຳມັນອອກມາອວດອ້າງວ່າເປັນຄຸນສົມບັດຂອງພວກເຂົາ ແລະ ຈາກນັ້ນພວກເຂົາກໍເລີ່ມເພີດເພີນກັບຜົນປະໂຫຍດຈາກສະຖານະຂອງພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິສສົນໃຈກ່ຽວກັບການເຂົ້າສູ່ຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກບໍ? ບໍ່; ພວກເຂົາສົນໃຈພຽງແຕ່ຊື່ສຽງ ແລະ ສະຖານະຂອງພວກເຂົາ, ກ່ຽວກັບເລື່ອງທີ່ພວກເຂົາສາມາດໂດດເດັ່ນ ແລະ ເຮັດໃຫ້ຜູ້ຄົນນັບຖື ແລະ ບູຊາພວກເຂົາ. ດັ່ງນັ້ນ, ບໍ່ວ່າຈະມີບັນຫາຫຍັງເກີດຂຶ້ນໃນວຽກງານຂອງຄຣິສຕະຈັກ, ພວກເຂົາກໍບໍ່ສົນໃຈ ຫຼື ຖາມກ່ຽວກັບບັນຫາເຫຼົ່ານັ້ນ; ບໍ່ວ່າບັນຫາຈະຮ້າຍແຮງສໍ່າໃດ, ບໍ່ວ່າມັນຈະກໍ່ໃຫ້ເກີດຄວາມເສຍຫາຍຢ່າງໃຫຍ່ຫຼວງຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າສໍ່າໃດກໍຕາມ, ພວກເຂົາກໍບໍ່ຮູ້ສຶກວ່າມັນເປັນບັນຫາ. ບອກເຮົາມາເບິ່ງ, ພວກເຂົາມີຫົວໃຈບໍ? ພວກເຂົາເປັນຄົນທີ່ມີຄວາມຈົງຮັກພັກດີບໍ? ພວກເຂົາເປັນຄົນທີ່ຮັກ ແລະ ຍອມຮັບຄວາມຈິງບໍ? ຕ້ອງໃສ່ເຄື່ອງໝາຍຖາມຢູ່ທາງຫຼັງສິ່ງເຫຼົ່ານີ້. ແລ້ວພວກເຂົາຕ້ອງເຮັດຫຍັງຕະຫຼອດມື້ ເພື່ອໃຫ້ພວກເຂົາເຮັດໃຫ້ວຽກງານຂອງຄຣິສຕະຈັກເລະເທະ? ສິ່ງນີ້ພຽງພໍທີ່ຈະສະແດງໃຫ້ເຫັນວ່າພວກເຂົາບໍ່ຄໍານຶງເຖິງເຈດຕະນາຂອງພຣະເຈົ້າເລີຍແມ່ນແຕ່ໜ້ອຍດຽວ. ພວກເຂົາບໍ່ໄດ້ເຮັດວຽກງານທີ່ຈຳເປັນເຊິ່ງພຣະເຈົ້າໄດ້ມອບໝາຍໃຫ້ພວກເຂົາ, ແຕ່ເຮັດໃຫ້ຕົນເອງຫຍຸ້ງຢູ່ກັບວຽກງານທົ່ວໄປທີ່ຜິວເຜີນເທົ່ານັ້ນ ເພື່ອໃຫ້ພວກເຂົາເບິ່ງຄືວ່າກຳລັງເຮັດວຽກໃນສາຍຕາຄົນອື່ນ; ພາຍນອກແລ້ວ, ພວກເຂົາຫຍຸ້ງຢູ່ກັບການປະຕິບັດໜ້າທີ່ ເພື່ອສະແດງໃຫ້ຜູ້ຄົນເຫັນວ່າພວກເຂົາມີຄວາມກະຕືລືລົ້ນ ແລະ ຄວາມເຊື່ອ. ສິ່ງນີ້ຕົບຕາບາງຄົນ. ແຕ່ພວກເຂົາບໍ່ໄດ້ເຮັດວຽກງານທີ່ຈຳເປັນຂອງຄຣິສຕະຈັກແມ່ນແຕ່ດ້ານດຽວ, ພວກເຂົາບໍ່ໄດ້ເຮັດວຽກງານການຫົດນ້ຳ ແລະ ການຈັດຫາຄວາມຈິງເລີຍ. ພວກເຂົາບໍ່ເຄີຍໃຊ້ຄວາມຈິງເພື່ອແກ້ໄຂບັນຫາ; ພວກເຂົາພຽງແຕ່ຈັດການວຽກງານທົ່ວໄປບາງຢ່າງ ແລະ ເຮັດວຽກເລັກນ້ອຍທີ່ເຮັດໃຫ້ພວກເຂົາເບິ່ງດີ. ສຳລັບວຽກງານທີ່ຈຳເປັນຂອງຄຣິສຕະຈັກ, ພວກເຂົາພຽງແຕ່ເຮັດພໍແລ້ວມືແລ້ວຕີນ ແລະ ບໍ່ຮັບຜິດຊອບ, ພວກເຂົາບໍ່ມີຄວາມຮັບຜິດຊອບເລີຍແມ່ນແຕ່ໜ້ອຍດຽວ. ພວກເຂົາບໍ່ເຄີຍສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາ, ບໍ່ວ່າຈະມີບັນຫາເກີດຂຶ້ນຫຼາຍສໍ່າໃດກໍຕາມ ແລະ ພວກເຂົາກໍເຮັດໜ້າທີ່ແບບເຮັດພໍແລ້ວມືແລ້ວຕີນ. ຫຼັງຈາກທີ່ໄດ້ຈັດການວຽກງານທົ່ວໄປທີ່ຜິວເຜີນບາງຢ່າງແລ້ວ, ພວກເຂົາກໍຄິດວ່າພວກເຂົາໄດ້ເຮັດວຽກງານຕົວຈິງ. ໃນຂະນະທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາກໍອາລະວາດເຮັດສິ່ງທີ່ບໍ່ດີ ແລະ ກະທຳການໃນລັກສະນະຕາມໃຈຕົນເອງ ແລະ ຜະເດັດການ. ພວກເຂົາເຮັດໃຫ້ວຽກງານຂອງຄຣິສຕະຈັກເລະເທະ ແລະ ວຸ້ນວາຍທັງໝົດ. ວຽກງານບໍ່ໄດ້ມາດຕະຖານແມ່ນແຕ່ດ້ານດຽວ ແລະ ມີຂໍ້ຜິດພາດ; ບໍ່ມີວຽກງານດ້ານໃດທີ່ເຮັດໄດ້ດີໂດຍທີ່ເບື້ອງເທິງບໍ່ຈຳເປັນຕ້ອງເຂົ້າມາແຊກແຊງ, ສອບຖາມ ແລະ ກວດກາ. ເຖິງຢ່າງນັ້ນກໍຕາມ, ກໍຍັງມີບາງຄົນທີ່ເຕັມໄປດ້ວຍຄວາມຄຽດແຄ້ນ ແລະ ການຕໍ່ຕ້ານຫຼັງຈາກທີ່ຖືກໄລ່ອອກ; ພວກເຂົາໂຕ້ຖຽງຢ່າງຫຼອກລວງໃນນາມຂອງຕົນເອງ, ໂດຍຍູ້ຄວາມຮັບຜິດຊອບໄປໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກລະດັບສູງ. ນັ້ນບໍ່ແມ່ນສິ່ງທີ່ບໍ່ມີເຫດຜົນຢ່າງສິ້ນເຊີງບໍ? ທັດສະນະຄະຕິທີ່ແທ້ຈິງຂອງຄົນໆໜຶ່ງທີ່ມີຕໍ່ຄວາມຈິງນັ້ນບໍ່ສາມາດເບິ່ງເຫັນໄດ້ເມື່ອບໍ່ມີຫຍັງເກີດຂຶ້ນ, ແຕ່ເມື່ອພວກເຂົາຖືກລິຮານ ແລະ ຖືກໄລ່ອອກ, ທັດສະນະຄະຕິທີ່ແທ້ຈິງຂອງພວກເຂົາທີ່ມີຕໍ່ຄວາມຈິງກໍຖືກເປີດເຜີຍ. ຄົນທີ່ຍອມຮັບຄວາມຈິງສາມາດເຮັດໄດ້ໃນທຸກສະຖານະການ. ຖ້າພວກເຂົາຜິດ, ພວກເຂົາກໍສາມາດຍອມຮັບຄວາມຜິດຂອງພວກເຂົາ; ພວກເຂົາສາມາດປະເຊີນໜ້າກັບຄວາມເປັນຈິງ ແລະ ຍອມຮັບຄວາມຈິງ. ຄົນທີ່ບໍ່ຮັກຄວາມຈິງຈະບໍ່ຍອມຮັບວ່າພວກເຂົາຜິດ, ເຖິງແມ່ນວ່າຄວາມຜິດພາດຂອງພວກເຂົາຈະຖືກເປີດໂປງແລ້ວກໍຕາມ; ພວກເຂົາຍິ່ງຈະບໍ່ຍອມຮັບການທີ່ເຮືອນຂອງພຣະເຈົ້າຈັດການພວກເຂົາ ແລະ ບາງຄົນໃນພວກເຂົາຈະໃຊ້ຫຍັງມາເປັນຂໍ້ແກ້ຕົວ? “ຂ້ານ້ອຍຕັ້ງໃຈທີ່ຈະເຮັດໃຫ້ດີ, ຂ້ານ້ອຍພຽງແຕ່ເຮັດບໍ່ໄດ້ຊື່ໆ. ຕອນນີ້ ຂ້ານ້ອຍບໍ່ສາມາດຖືກຕໍານິໄດ້ທີ່ເຮັດໄດ້ບໍ່ດີ. ຂ້ານ້ອຍຫວັງດີ ແລະ ຂ້ານ້ອຍກໍທົນທຸກ ແລະ ຈ່າຍລາຄາ ແລະ ຂ້ານ້ອຍກໍໄດ້ເສຍສະລະຕົນເອງ, ການທີ່ເຮັດບາງຢ່າງໄດ້ບໍ່ດີກໍບໍ່ຄືກັບການເຮັດຄວາມຊົ່ວ!” ການໃຊ້ຂໍ້ແກ້ຕົວນີ້, ຂໍ້ອ້າງນີ້, ເພື່ອປະຕິເສດບໍ່ໃຫ້ເຮືອນຂອງພຣະເຈົ້າຈັດການ, ນັ້ນເໝາະສົມບໍ? ບໍ່ວ່າຄົນໆໜຶ່ງຈະໃຫ້ຂໍ້ແກ້ຕົວ ແລະ ຂໍ້ອ້າງຫຍັງກໍຕາມ, ພວກເຂົາກໍບໍ່ສາມາດປິດບັງທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ຄວາມຈິງ ແລະ ຕໍ່ພຣະເຈົ້າ. ສິ່ງນີ້ກ່ຽວຂ້ອງກັບທຳມະຊາດ-ແກ່ນແທ້ຂອງພວກເຂົາ ແລະ ມັນເປັນສິ່ງທີ່ບົ່ງບອກໄດ້ດີທີ່ສຸດ. ບໍ່ວ່າຈະມີບາງສິ່ງເກີດຂຶ້ນ ຫຼື ບໍ່, ທັດສະນະຄະຕິຂອງເຈົ້າທີ່ມີຕໍ່ຄວາມຈິງກໍເປັນຕົວແທນໃຫ້ແກ່ທຳມະຊາດ-ແກ່ນແທ້ຂອງເຈົ້າ. ມັນຄືທັດສະນະຄະຕິຂອງເຈົ້າທີ່ມີຕໍ່ພຣະເຈົ້າ. ວິທີທີ່ເຈົ້າປະຕິບັດຕໍ່ພຣະເຈົ້າສາມາດເບິ່ງເຫັນໄດ້ພຽງແຕ່ເບິ່ງວິທີທີ່ເຈົ້າປະຕິບັດຕໍ່ຄວາມຈິງ.
ພວກເຮົາໄດ້ເວົ້າເຖິງຫຍັງແດ່ໃນການສົນທະນາຂອງພວກເຮົາເມື່ອກີ້ນີ້ກ່ຽວກັບພຶດຕິກຳຂອງຜູ້ຕໍ່ຕ້ານພຣະຄຣິສໃນການຄວບຄຸມຄົນ? (ຜູ້ຕໍ່ຕ້ານພຣະຄຣິສສົນໃຈພຽງແຕ່ການຄວບຄຸມຄົນເທົ່ານັ້ນ). ຖືກຕ້ອງແລ້ວ. ຄົນທີ່ອວດດີເປັນພິເສດ ແລະ ມີຄວາມຮັກຕໍ່ສະຖານະເປັນພິເສດ ຈະມີ “ຄວາມສົນໃຈ” ຢ່າງລົ້ນເຫຼືອໃນການຄວບຄຸມຄົນ. “ຄວາມສົນໃຈ” ນີ້ບໍ່ແມ່ນສິ່ງທີ່ດີ, ມັນຄືຄວາມທະເຍີທະຍານ ແລະ ຄວາມປາຖະໜາ, ມັນເປັນສິ່ງທີ່ບໍ່ດີ ແລະ ເປັນຄຳເວົ້າທີ່ສໍ່ສຽດ. ເປັນຫຍັງພວກເຂົາຈຶ່ງສົນໃຈໃນການຄວບຄຸມຄົນ? ຈາກມຸມມອງທີ່ມີພາວະວິໄສ, ມັນຄືທຳມະຊາດຂອງພວກເຂົາ ແຕ່ກໍມີເຫດຜົນອີກຢ່າງໜຶ່ງ: ຄົນທີ່ຈະຄວບຄຸມຄົນອື່ນນັ້ນມີຄວາມຫຼົງໄຫຼ ແລະ ຄວາມມັກຮັກເປັນພິເສດຕໍ່ສະຖານະ, ຊື່ສຽງ, ຜົນປະໂຫຍດ, ຄວາມຮັກກຽດ ແລະ ອຳນາດ. ເຮົາສາມາດເວົ້າແບບນັ້ນໄດ້ບໍ? (ໄດ້). ແລະ ຄວາມຫຼົງໄຫຼ ແລະ ຄວາມມັກຮັກພິເສດນັ້ນບໍ່ຄ້າຍຄືກັບຂອງຊາຕານບໍ? ນັ້ນບໍ່ແມ່ນແກ່ນແທ້ຂອງຊາຕານບໍ? ຊາຕານຄິດໄຕ່ຕອງຕະຫຼອດມື້ກ່ຽວກັບວິທີທີ່ຈະເຮັດໃຫ້ຫຼົງຜິດ ແລະ ຄວບຄຸມຄົນ; ທຸກໆມື້, ມັນປູກຝັງແນວຄິດ ແລະ ທັດສະນະທີ່ຫຼອກລວງໃສ່ໃນຕົວຄົນ, ບໍ່ວ່າຈະຜ່ານການປູກຝັງ ແລະ ການສຶກສາ ຫຼື ຜ່ານວັດທະນະທຳດັ່ງເດີມ ຫຼື ຜ່ານວິທະຍາສາດ, ຄວາມຮູ້ຊັ້ນສູງ ແລະ ຄຳສອນ ແລະ ຍິ່ງມັນປູກຝັງສິ່ງເຫຼົ່ານີ້ໃສ່ໃນຕົວຄົນຫຼາຍສໍ່າໃດ, ພວກເຂົາກໍຍິ່ງບູຊາມັນຫຼາຍສໍ່ານັ້ນ. ເປົ້າໝາຍຂອງຊາຕານໃນການປູກຝັງສິ່ງເຫຼົ່ານີ້ໃສ່ໃນຕົວຄົນແມ່ນຫຍັງ? ເມື່ອມັນໄດ້ເຮັດສິ່ງນີ້ແລ້ວ, ຜູ້ຄົນກໍຈະຄອບຄອງແນວຄິດຂອງມັນ; ພວກເຂົາຄອບຄອງປັດຊະຍາ ແລະ ຮູບແບບການດຳລົງຢູ່ຂອງມັນ. ສິ່ງນີ້ເທົ່າກັບວ່າຊາຕານໄດ້ຝັງຮາກເລິກຢູ່ໃນຫົວໃຈຂອງຜູ້ຄົນ. ພວກເຂົາດຳລົງຊີວິດໂດຍຊາຕານ ແລະ ການດຳລົງຊີວິດຂອງພວກເຂົາກໍຄືການດຳລົງຊີວິດຂອງຊາຕານ, ມັນຄືການດຳລົງຊີວິດຂອງມານຮ້າຍ. ນັ້ນບໍ່ແມ່ນແນວນັ້ນບໍ? ນີ້ບໍ່ແມ່ນທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສໃນການຄວບຄຸມຄົນເຊັ່ນກັນບໍ? ພວກເຂົາຕ້ອງການເຮັດໃຫ້ທຸກຄົນກາຍເປັນຄົນຄືກັບພວກເຂົາ; ພວກເຂົາຕ້ອງການເຮັດໃຫ້ທຸກຄົນດຳລົງຊີວິດເພື່ອພວກເຂົາ, ໃຫ້ພວກເຂົາສັ່ງການໄດ້ ແລະ ເຮັດສິ່ງຕ່າງໆເພື່ອພວກເຂົາ. ແລະ ທຸກສິ່ງທຸກຢ່າງຕ້ອງຢູ່ພາຍໃຕ້ການຄວບຄຸມຂອງພວກເຂົາ: ຄວາມຄິດ ແລະ ຄຳເວົ້າຂອງຜູ້ຄົນ, ຮູບແບບການເວົ້າ, ແນວຄິດ ແລະ ທັດສະນະຂອງພວກເຂົາ, ມຸມມອງ ແລະ ທັດສະນະຄະຕິທີ່ພວກເຂົາໃຊ້ໃນການກະທຳ, ແມ່ນແຕ່ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະເຈົ້າ, ຄວາມເຊື່ອຂອງພວກເຂົາ ແລະ ຄວາມຕັ້ງໃຈ ແລະ ຄວາມປາຖະໜາຂອງພວກເຂົາທີ່ຈະປະຕິບັດໜ້າທີ່ຂອງຕົນ, ທັງໝົດນີ້ຕ້ອງຢູ່ພາຍໃຕ້ການຄວບຄຸມຂອງພວກເຂົາ. ການຄວບຄຸມນັ້ນເລິກເຊິ່ງສໍ່າໃດ? ກ່ອນອື່ນໝົດ ພວກເຂົາລ້າງສະໝອງ ແລະ ສັ່ງສອນຜູ້ຄົນ, ຈາກນັ້ນກໍສືບຕໍ່ເຮັດໃຫ້ທຸກຄົນເຮັດສິ່ງດຽວກັນກັບທີ່ພວກເຂົາເຮັດ. ພວກເຂົາກາຍເປັນ “ເຈົ້າພໍ່”. ເພື່ອເຮັດໃຫ້ຜູ້ຄົນເປັນແບບນີ້, ຜູ້ຕໍ່ຕ້ານພຣະຄຣິສໃຊ້ຫຼາຍວິທີການ: ມີການເຮັດໃຫ້ຫຼົງຜິດ, ການປູກຝັງ, ການຂົ່ມຂູ່ ແລະ ມີຫຍັງອີກ? (ການໂຈມຕີທາງຈິດໃຈ). ນັ້ນແມ່ນສ່ວນໜຶ່ງຂອງການເຮັດໃຫ້ຫຼົງຜິດ. ມີຫຍັງອີກ? (ການບັງຄັບ ແລະ ການຊື້ໃຈຄົນ). ພວກເຂົາຊື້ໃຈຄົນແນວໃດ? ບາງຄົນອາລະວາດເຮັດສິ່ງທີ່ບໍ່ດີໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາຢູ່ໃນເຮືອນຂອງພຣະເຈົ້າ. ຜູ້ຕໍ່ຕ້ານພຣະຄຣິສສາມາດເຫັນສິ່ງນີ້ຢ່າງຊັດເຈນບໍ? ມັນຊັດເຈນເກີນໄປສຳລັບພວກເຂົາ. ແລ້ວພວກເຂົາຈັດການກັບມັນບໍ? ພວກເຂົາບໍ່ເຮັດ. ແລະ ເປັນຫຍັງພວກເຂົາຈຶ່ງບໍ່ເຮັດ? ພວກເຂົາປາຖະໜາທີ່ຈະໃຊ້ເລື່ອງນີ້ເພື່ອຊື້ໃຈຄົນເຫຼົ່ານັ້ນ; ພວກເຂົາເວົ້າກັບຄົນເຫຼົ່ານັ້ນວ່າ: “ການບໍ່ຈັດການກັບເຈົ້າຄືບຸນຄຸນທີ່ຂ້ານ້ອຍໄດ້ເຮັດໃຫ້ເຈົ້າ. ເຈົ້າຈຳເປັນຕ້ອງຂອບໃຈຂ້ານ້ອຍ. ຂ້ານ້ອຍເຫັນເຈົ້າເຮັດສິ່ງທີ່ບໍ່ດີ ແຕ່ຂ້ານ້ອຍບໍ່ໄດ້ລາຍງານເຈົ້າ ແລະ ຂ້ານ້ອຍບໍ່ໄດ້ຈັດການກັບເຈົ້າ. ຂ້ານ້ອຍຜ່ອນຜັນໃຫ້. ຕອນນີ້ ເຈົ້າບໍ່ໄດ້ຕິດໜີ້ບຸນຄຸນຂ້ານ້ອຍຕໍ່ໄປບໍ?” ຈາກນັ້ນ ຄົນເຫຼົ່ານັ້ນກໍຮູ້ສຶກບຸນຄຸນຕໍ່ພວກເຂົາ ແລະ ຖືວ່າພວກເຂົາເປັນຜູ້ມີພຣະຄຸນ. ຈາກນັ້ນ, ຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນເຫຼົ່ານັ້ນກໍເປັນຄືກັບໝູທີ່ເກືອກຢູ່ໃນຄອກດຽວກັນ. ໃນຂະນະທີ່ພວກເຂົາຢູ່ໃນອຳນາດ, ຜູ້ຕໍ່ຕ້ານພຣະຄຣິສສາມາດຊື້ໃຈຄົນດັ່ງກ່າວໄດ້: ຄົນທີ່ເຮັດຄວາມຊົ່ວ, ຜູ້ທີ່ທຳຮ້າຍຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ຜູ້ທີ່ຕັດສິນພຣະເຈົ້າຢ່າງລັບໆ ແລະ ຜູ້ທີ່ທໍາລາຍວຽກງານຂອງເຮືອນຂອງພຣະເຈົ້າຢ່າງລັບໆ. ນີ້ຄືປະເພດຂອງກຸ່ມຄົນຊົ່ວຮ້າຍທີ່ຜູ້ຕໍ່ຕ້ານພຣະຄຣິສປົກປ້ອງ. ນີ້ບໍ່ແມ່ນການຄວບຄຸມແບບໜຶ່ງບໍ? (ແມ່ນແລ້ວ). ຄວາມຈິງກໍຄື ຜູ້ຕໍ່ຕ້ານພຣະຄຣິສຮູ້ຢູ່ເລິກໆໃນໃຈຂອງພວກເຂົາວ່າ ຄົນເຫຼົ່ານີ້ບໍ່ແມ່ນຜູ້ທີ່ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ພວກເຂົາທຸກຄົນຮູ້ເລື່ອງນີ້, ມີຄວາມເຂົ້າໃຈກັນໂດຍບໍ່ຕ້ອງເວົ້າ ແລະ ດັ່ງນັ້ນ ພວກເຂົາຈຶ່ງສົມຮູ້ຮ່ວມຄິດກັນ. “ພວກເຮົາເປັນຄົນປະເພດດຽວກັນ. ເຈົ້າບໍ່ໄດ້ຄຳນຶງເຖິງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ເຈົ້າຫຼອກລວງພຣະເຈົ້າ ແລະ ຂ້ານ້ອຍກໍເຮັດຄືກັນ; ເຈົ້າບໍ່ໄດ້ສະແຫວງຫາຄວາມຈິງ ແລະ ຂ້ານ້ອຍກໍບໍ່ໄດ້ສະແຫວງຫາຄືກັນ”. ຜູ້ຕໍ່ຕ້ານພຣະຄຣິສຊື້ໃຈຄົນດັ່ງກ່າວ. ນີ້ບໍ່ແມ່ນການຊື້ໃຈພວກເຂົາບໍ? (ແມ່ນແລ້ວ). ພວກເຂົາບໍ່ມີຄວາມຮູ້ສຶກຜິດເລີຍທີ່ຈະປ່ອຍໃຫ້ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເສຍຫາຍ. ດ້ວຍການແລກກັບຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ພວກເຂົາປ່ອຍໃຫ້ຄົນເຫຼົ່ານີ້ອາລະວາດເຮັດສິ່ງທີ່ບໍ່ດີ ແລະ ເກາະກິນນຳເຮືອນຂອງພຣະເຈົ້າ. ມັນເບິ່ງຄືວ່າພວກເຂົາກຳລັງລ້ຽງດູຄົນເຫຼົ່ານີ້ ແລະ ຄົນເຫຼົ່ານີ້ກໍຮູ້ສຶກບຸນຄຸນຕໍ່ພວກເຂົາໂດຍບໍ່ຮູ້ຕົວ. ເມື່ອເຖິງເວລາທີ່ເຮືອນຂອງພຣະເຈົ້າຈັດການກັບຄົນຊົ່ວຮ້າຍເຫຼົ່ານີ້, ພວກເຂົາເບິ່ງຜູ້ຕໍ່ຕ້ານພຣະຄຣິສແນວໃດ? ພວກເຂົາເວົ້າກັບຕົນເອງວ່າ: “ໂອ, ບໍ່. ພວກເຂົາຖືກໄລ່ອອກແລ້ວ. ຖ້າພວກເຂົາບໍ່ຖືກໄລ່ອອກ, ພວກເຮົາກໍຄົງຈະໄດ້ມີຄວາມສຸກຕໍ່ໄປອີກໄລຍະໜຶ່ງ, ດ້ວຍການປົກປ້ອງຂອງພວກເຂົາ, ບໍ່ມີໃຜສາມາດຈັດການຂ້ານ້ອຍໄດ້”. ພວກເຂົາຍັງຮູ້ສຶກຜູກພັນກັບຜູ້ຕໍ່ຕ້ານພຣະຄຣິສຫຼາຍແທ້ໆ! ມັນເຫັນໄດ້ຢ່າງຊັດເຈນວ່າ ທຸກສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດລ້ວນແລ້ວແຕ່ເປັນການຂັດຂວາງ ແລະ ການລົບກວນ, ສິ່ງທີ່ເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ການກະທຳທີ່ຊົ່ວຮ້າຍທີ່ຕໍ່ຕ້ານພຣະເຈົ້າ. ແລະ ຄົນທີ່ບໍ່ຮັກຄວາມຈິງຈະບໍ່ກຽດຊັງການກະທຳທີ່ຊົ່ວຮ້າຍເຫຼົ່ານີ້ ແລະ ພວກເຂົາເຖິງຂັ້ນຈະປົກປິດມັນໄວ້. ຕົວຢ່າງ: ມີຜູ້ນໍາຄົນໜຶ່ງທີ່ປົກປ້ອງຜູ້ຕໍ່ຕ້ານພຣະຄຣິສ. ເບື້ອງເທິງຖາມລາວວ່າ ມີໃຜໃນຄຣິສຕະຈັກກຳລັງກໍ່ການຂັດຂວາງ ແລະ ການລົບກວນ ຫຼື ອາລະວາດເຮັດສິ່ງທີ່ບໍ່ດີ ຫຼື ມີຜູ້ຕໍ່ຕ້ານພຣະຄຣິສຄົນໃດທີ່ກຳລັງເຮັດໃຫ້ຜູ້ຄົນຫຼົງຜິດ ຫຼື ບໍ່. ຜູ້ນໍາຄົນນັ້ນເວົ້າວ່າ: “ເອີ, ຂ້ານ້ອຍຈະລອງຖາມເບິ່ງ. ໃຫ້ຂ້ານ້ອຍກວດສອບເບິ່ງໃຫ້ທ່ານ”. ນັ້ນບໍ່ແມ່ນສ່ວນໜຶ່ງຂອງວຽກຂອງລາວບໍ? ດ້ວຍນ້ຳສຽງນັ້ນທີ່ວ່າ “ໃຫ້ຂ້ານ້ອຍກວດສອບເບິ່ງໃຫ້ທ່ານ”, ລາວໄດ້ຮັບມືກັບເບື້ອງເທິງແບບພໍແລ້ວມືແລ້ວຕີນ ແລະ ຫຼັງຈາກນັ້ນ ພວກເຂົາກໍບໍ່ໄດ້ຍິນຫຍັງກ່ຽວກັບເລື່ອງນີ້ອີກເລີຍ. ລາວບໍ່ໄດ້ກວດສອບ, ລາວບໍ່ຢາກລ່ວງເກີນຄົນເຫຼົ່ານັ້ນ! ແລະ ເມື່ອເບື້ອງເທິງຖາມລາວອີກຄັ້ງວ່າ: “ເຈົ້າໄດ້ກວດສອບແລ້ວບໍ?” ລາວເວົ້າວ່າ: “ຂ້ານ້ອຍກວດສອບແລ້ວ, ບໍ່ມີໃຜເລີຍ”. ນັ້ນແມ່ນຄວາມຈິງບໍ? ລາວເປັນຜູ້ຕໍ່ຕ້ານພຣະຄຣິສທີ່ໃຫຍ່ທີ່ສຸດ, ເປັນຜູ້ກະທຳຜິດຫຼັກໃນການລົບກວນວຽກງານຂອງຄຣິສຕະຈັກ ແລະ ໃນການທຳຮ້າຍຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ຕົວລາວເອງກໍເປັນຜູ້ຕໍ່ຕ້ານພຣະຄຣິສ, ຍັງມີຫຍັງໃຫ້ລາວກວດສອບອີກ? ເມື່ອມີລາວຢູ່ນັ້ນ, ບໍ່ວ່າຄົນທີ່ຢູ່ໃຕ້ການບັງຄັບບັນຊາຂອງລາວຈະເຮັດສິ່ງທີ່ບໍ່ດີຫຍັງກໍຕາມ, ບໍ່ວ່າພວກເຂົາຈະກໍ່ການຂັດຂວາງ ແລະ ການລົບກວນຫຍັງກໍຕາມ, ກໍບໍ່ມີໃຜສາມາດກວດສອບສິ່ງເຫຼົ່ານີ້ໄດ້. ລາວຂັດຂວາງບໍ່ໃຫ້ພວກເຂົາເຮັດເຊັ່ນນັ້ນ. ຄວາມໝາຍກໍຄື, ພາຍໃຕ້ສະຖານະການດັ່ງກ່າວ, ລາວບໍ່ໄດ້ແຍກຄົນທີ່ຢູ່ໃຕ້ການບັງຄັບບັນຊາຂອງລາວອອກຈາກພຣະເຈົ້າບໍ? ລາວໄດ້ເຮັດແລ້ວ. ແລະ ຄົນເຫຼົ່ານັ້ນເຊື່ອຟັງໃຜ ຫຼັງຈາກທີ່ຖືກລາວແຍກອອກຈາກພຣະເຈົ້າ? ພວກເຂົາບໍ່ໄດ້ເຊື່ອຟັງລາວບໍ? ແລະ ດ້ວຍເຫດນັ້ນ, ລາວຈຶ່ງກາຍເປັນນັກເລງປະຈຳເມືອງ, ຫົວໜ້າໂຈນ, ເຈົ້າຖິ່ນ, ລາວຄວບຄຸມຄົນເຫຼົ່ານັ້ນໄວ້ໄດ້. ລາວໃຊ້ວິທີການໃດ? ລາວຫຼອກລວງເບື້ອງເທິງ ແລະ ຕົບຕາຄົນທີ່ຢູ່ໃຕ້ການບັງຄັບບັນຊາຂອງລາວ. ກັບຄົນທີ່ຢູ່ໃຕ້ການບັງຄັບບັນຊາຂອງລາວ, ລາວໄດ້ຊື້ໃຈພວກເຂົາ ແລະ ເວົ້າຄຳຫວານ ແລະ ກັບເບື້ອງເທິງ, ລາວໃຊ້ເລ່ຫຼ່ຽມ, ລາວບໍ່ໃຫ້ເບື້ອງເທິງຮູ້ວ່າເກີດຫຍັງຂຶ້ນຢູ່ທາງລຸ່ມ. ລາວບໍ່ເວົ້າຫຍັງກ່ຽວກັບເລື່ອງນີ້ກັບເບື້ອງເທິງ ແລະ ລາວຍັງສ້າງພາບລວງຕາຂຶ້ນມາ. ລາວສ້າງພາບລວງຕາແບບໃດ? ລາວເວົ້າກັບເບື້ອງເທິງວ່າ: “ມີຄົນໜຶ່ງໃນຄຣິສຕະຈັກຂອງພວກເຮົາ ເຊິ່ງອ້າຍເອື້ອຍນ້ອງທຸກຄົນລາຍງານວ່າມີຄວາມເປັນມະນຸດທີ່ບໍ່ດີ, ມີຄວາມປະສົງຮ້າຍຢ່າງບໍ່ໜ້າເຊື່ອ ແລະ ບໍ່ມີຄວາມສາມາດໃນການປະຕິບັດໜ້າທີ່ໃດໆ. ທ່ານວ່າແນວໃດ, ຂ້ານ້ອຍສາມາດຈັດການກັບລາວໄດ້ບໍ?” ເມື່ອຟັງລາວເວົ້າ, ມັນຊັດເຈນຈາກການສະແດງອອກຂອງຄົນນັ້ນວ່າ ລາວເປັນຄົນຊົ່ວຮ້າຍທີ່ຄວນຖືກຈັດການ. ດັ່ງນັ້ນ ເບື້ອງເທິງຈຶ່ງເວົ້າວ່າ: “ຖ້າແນວນັ້ນ, ເຈົ້າສາມາດຈັດການກັບລາວໄດ້. ພວກເຈົ້າໄດ້ຈັດການກັບລາວແລ້ວບໍ?” ລາວເວົ້າວ່າ: “ພວກເຮົາໄດ້ຈັດການກັບລາວເມື່ອເດືອນແລ້ວນີ້ ແລະ ກຳຈັດລາວອອກແລ້ວ”. ຄວາມເປັນຈິງເປັນຄືກັບທີ່ລາວເວົ້າແທ້ບໍ? ຜົນປະກົດວ່າເກີດຫຍັງຂຶ້ນແທ້ ຫຼັງຈາກທີ່ມີການສອບຖາມຢ່າງລະອຽດຕື່ມອີກ? ຄົນນັ້ນເຂົ້າກັບລາວບໍ່ໄດ້. ແລະ ມີເຫດຜົນທີ່ພວກເຂົາເຂົ້າກັນບໍ່ໄດ້: ຜູ້ນໍາຄົນນີ້ບໍ່ໄດ້ເຮັດວຽກງານຕົວຈິງ ແລະ ລາວມັກຈະສ້າງພັກສ້າງພວກໃນທ່າມກາງອ້າຍເອື້ອຍນ້ອງຢູ່ສະເໝີ, ລາວມີການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນນັ້ນມີການແຍກແຍະກ່ຽວກັບຕົວລາວ ແລະ ລາວໄດ້ລາຍງານ ແລະ ເປີດໂປງບັນຫາເຫຼົ່ານັ້ນ. ທັນທີທີ່ລາວລາຍງານ, ລາວກໍຖືກລູກສະໝຸນຂອງຜູ້ນໍາຈັບໄດ້ ແລະ ຜົນກໍຄື ລາວຖືກທໍລະມານ ແລະ ຖືກກຳຈັດອອກໂດຍຜູ້ນໍາຄົນນັ້ນ. ຜູ້ຕໍ່ຕ້ານພຣະຄຣິສຄົນນີ້ເຮັດໄດ້ດີໃນການເຮັດໃຫ້ທຸກຄົນທີ່ຢູ່ໃຕ້ການບັງຄັບບັນຊາຂອງລາວລຸກຮືຂຶ້ນຕໍ່ຕ້ານຄົນນັ້ນ ແລະ ປະຕິເສດລາວ ແລະ ໃນທີ່ສຸດ, ລາວກໍຈັດການກັບຄົນນັ້ນ ແລະ ກຳຈັດລາວອອກ, ຫຼັງຈາກນັ້ນ ລາວກໍລາຍງານ “ຂ່າວດີ” ນີ້ໃຫ້ເບື້ອງເທິງ. ຄວາມຈິງແລ້ວ ນັ້ນບໍ່ແມ່ນສິ່ງທີ່ເກີດຂຶ້ນແທ້. ສິ່ງດັ່ງກ່າວເກີດຂຶ້ນໃນຄຣິສຕະຈັກບໍ? ມັນເກີດຂຶ້ນ. ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ກົດຂີ່ອ້າຍເອື້ອຍນ້ອງ; ພວກເຂົາກົດຂີ່ຜູ້ທີ່ສາມາດແຍກແຍະພວກເຂົາ ແລະ ລາຍງານບັນຫາຂອງພວກເຂົາ, ພ້ອມທັງຜູ້ທີ່ສາມາດເບິ່ງທະລຸເຖິງທຳມະຊາດ-ແກ່ນແທ້ຂອງພວກເຂົາ. ພວກເຂົາເຖິງຂັ້ນຟ້ອງຜູ້ເຄາະຮ້າຍຂອງພວກເຂົາກ່ອນ, ໂດຍລາຍງານໃຫ້ເບື້ອງເທິງວ່າ ຄົນເຫຼົ່ານັ້ນຄືຜູ້ທີ່ກຳລັງກໍ່ຄວາມລົບກວນ. ໃຜກັນແທ້ທີ່ກຳລັງກໍ່ຄວາມລົບກວນ? ມັນຄືຜູ້ຕໍ່ຕ້ານພຣະຄຣິສທີ່ກຳລັງລົບກວນ ແລະ ຄວບຄຸມຄຣິສຕະຈັກ.
ວິທີການຂອງຜູ້ຕໍ່ຕ້ານພຣະຄຣິສໃນການເຮັດໃຫ້ຜູ້ຄົນເຊື່ອຟັງພວກເຂົາແມ່ນຫຍັງ? ວິທີການໜຶ່ງໃນນັ້ນຄືການໃຊ້ວິທີການຕ່າງໆເພື່ອຄວບຄຸມເຈົ້າ, ເພື່ອຄວບຄຸມຄວາມຄິດຂອງເຈົ້າ, ວິທີການຂອງເຈົ້າ, ເສັ້ນທາງທີ່ເຈົ້າຍ່າງ ແລະ ແມ່ນແຕ່ໜ້າທີ່ທີ່ເຈົ້າເຮັດ ໂດຍການໃຊ້ອຳນາດທີ່ພວກເຂົາຖືຄອງ. ຖ້າເຈົ້າເຂົ້າໃກ້ພວກເຂົາ, ພວກເຂົາກໍຈະມອບໜ້າທີ່ທີ່ງ່າຍດາຍໃຫ້ເຈົ້າ ເຊິ່ງຊ່ວຍໃຫ້ເຈົ້າໂດດເດັ່ນ; ຖ້າເຈົ້າບໍ່ເຊື່ອຟັງພວກເຂົາຢູ່ສະເໝີ ແລະ ຊີ້ໃຫ້ເຫັນຂໍ້ຜິດພາດຂອງພວກເຂົາຢູ່ສະເໝີ ແລະ ເປີດໂປງບັນຫາຄວາມເສື່ອມຊາມຂອງພວກເຂົາ, ພວກເຂົາກໍຈະຈັດໃຫ້ເຈົ້າເຮັດວຽກທີ່ຄົນອື່ນບໍ່ມັກ, ຕົວຢ່າງ: ການໃຫ້ເອື້ອຍນ້ອງທີ່ອາຍຸຍັງນ້ອຍໄປເຮັດວຽກທີ່ເປື້ອນເປິ ແລະ ໜັກ. ພວກເຂົາຈັດວຽກທີ່ງ່າຍ ແລະ ສະອາດໃຫ້ກັບຜູ້ໃດກໍຕາມທີ່ເຂົ້າໃກ້ພວກເຂົາ, ຍ້ອງຍໍພວກເຂົາ ແລະ ເວົ້າສິ່ງທີ່ພວກເຂົາຢາກໄດ້ຍິນຢູ່ສະເໝີ. ນີ້ຄືວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ຜູ້ຄົນ ແລະ ຄວບຄຸມພວກເຂົາ. ນັ້ນກໍຄື ເມື່ອເວົ້າເຖິງອຳນາດໃນການຈັດບຸກຄະລາກອນ ແລະ ການຍົກຍ້າຍ, ໃຜຈະເຮັດຫຍັງລ້ວນແລ້ວແຕ່ຂຶ້ນກັບພວກເຂົາ, ພວກເຂົາຄວບຄຸມແຕ່ພຽງຜູ້ດຽວ. ນີ້ເປັນພຽງຄວາມທະເຍີທະຍານ ແລະ ຄວາມປາຖະໜາປະເພດໜຶ່ງບໍ? ບໍ່, ມັນບໍ່ແມ່ນ. ສິ່ງນີ້ບໍ່ສອດຄ່ອງກັບຂໍ້ທີແປດຂອງການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສຢ່າງແນ່ນອນບໍ: “ພວກເຂົາພຽງແຕ່ຈະເຮັດໃຫ້ຄົນອື່ນເຊື່ອຟັງພວກເຂົາ, ບໍ່ແມ່ນຄວາມຈິງ ຫຼື ພຣະເຈົ້າ”? “ພວກເຂົາພຽງແຕ່ຈະເຮັດໃຫ້ຄົນອື່ນເຊື່ອຟັງພວກເຂົາ, ບໍ່ແມ່ນຄວາມຈິງ ຫຼື ພຣະເຈົ້າ” ໝາຍເຖິງຫຍັງ? ມີຫຍັງຜິດປົກກະຕິກ່ຽວກັບການສະແດງອອກນີ້? ມັນຜິດປົກກະຕິໃນທາງໃດ? ມັນກໍຄືສິ່ງທີ່ພວກເຂົາໃຫ້ຜູ້ຄົນເຊື່ອຟັງຕໍ່ນັ້ນຂັດກັບຄວາມຈິງຢ່າງສິ້ນເຊີງ. ມັນບໍ່ສອດຄ່ອງກັບຫຼັກການຄວາມຈິງ. ມັນຂັດກັບຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ຂັດກັບເຈດຕະນາຂອງພຣະເຈົ້າຢ່າງສິ້ນເຊີງ; ບໍ່ມີສ່ວນໃດເລີຍທີ່ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ບໍ່ມີສ່ວນໃດເລີຍທີ່ສອດຄ່ອງກັບຄວາມຈິງ. ສິ່ງທີ່ພວກເຂົາໃຫ້ຜູ້ຄົນເຊື່ອຟັງຕໍ່ນັ້ນຄືຄວາມທະເຍີທະຍານ, ຄວາມປາຖະໜາ, ຄວາມມັກ, ຜົນປະໂຫຍດ ແລະ ແນວຄິດສ່ວນຕົວຂອງພວກເຂົາທັງໝົດ. ນີ້ບໍ່ແມ່ນແກ່ນແທ້ຂອງບັນຫາບໍ? ນີ້ຄືວິທີໜຶ່ງທີ່ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສສະແດງອອກ. ສິ່ງນີ້ບໍ່ໄດ້ເຂົ້າເຖິງຈຸດສຳຄັນຂອງເລື່ອງບໍ? ວິທີການທີ່ຜູ້ຕໍ່ຕ້ານພຣະຄຣິສກະທຳແບບນີ້ຄວນຈະແຍກແຍະໄດ້ງ່າຍ. ມີຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນທີ່ສະເໜີທັດສະນະທີ່ຖືກຕ້ອງ ແລະ ເໝາະສົມ ແລະ ເຖິງແມ່ນວ່າບາງຄົນຈະບໍ່ເຊື່ອ ແລະ ບໍ່ສາມາດຍອມຮັບສິ່ງເຫຼົ່ານັ້ນໄດ້, ຜູ້ນໍາເຫຼົ່ານີ້ກໍສາມາດຢືນຢັດໃນການຈັດຕັ້ງປະຕິບັດທັດສະນະທີ່ຖືກຕ້ອງເຫຼົ່ານັ້ນ ແລະ ນຳໄປປະຕິບັດ. ຄວາມແຕກຕ່າງລະຫວ່າງພຶດຕິກຳນີ້ກັບພຶດຕິກຳຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງ? ທັງສອງຢ່າງນີ້ເບິ່ງຄືວ່າຄ້າຍຄືກັນຢູ່ພາຍນອກ ແຕ່ມີຄວາມແຕກຕ່າງໃນແກ່ນແທ້ຂອງພວກມັນ. ສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດຄືການຕັ້ງໃຈຂັດກັບຄວາມຈິງ ແລະ ຫຼັກການເຮັດວຽກຂອງເຮືອນຂອງພຣະເຈົ້າ, ໂດຍໃຫ້ຜູ້ຄົນເຮັດສິ່ງທີ່ພວກເຂົາເວົ້າພາຍໃຕ້ຂໍ້ອ້າງຂອງການປະຕິບັດໜ້າທີ່ເພື່ອເຮືອນຂອງພຣະເຈົ້າ ແລະ ການເຊື່ອຟັງຕໍ່ຄວາມຈິງ. ນີ້ແມ່ນສິ່ງທີ່ຜິດ, ຜິດຢ່າງຮ້າຍແຮງ ແລະ ໄຮ້ສາລະ. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນຍຶດໝັ້ນທັດສະນະທີ່ຖືກຕ້ອງ. ສິ່ງທີ່ສອດຄ່ອງກັບຫຼັກການຄວາມຈິງຄວນໄດ້ຮັບການຍຶດໝັ້ນ; ນີ້ບໍ່ແມ່ນຄວາມອວດດີ ແລະ ຄວາມຖືຕົນວ່າຊອບທຳ ແລະ ມັນບໍ່ແມ່ນການບີບຄັ້ນຜູ້ຄົນ, ມັນຄືການຍຶດໝັ້ນຄວາມຈິງ. ພຶດຕິກຳທັງສອງຢ່າງນີ້ເບິ່ງຄືວ່າຄ້າຍຄືກັນຢູ່ພາຍນອກ ແຕ່ແກ່ນແທ້ຂອງພວກມັນແຕກຕ່າງກັນ: ຢ່າງໜຶ່ງຄືການຍຶດໝັ້ນຫຼັກການຄວາມຈິງ ແລະ ອີກຢ່າງໜຶ່ງຄືການຍຶດໝັ້ນທັດສະນະທີ່ຜິດພາດ. ສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດລ້ວນແລ້ວແຕ່ເປັນການລະເມີດຄວາມຈິງ, ເປັນປໍລະປັກຕໍ່ຄວາມຈິງ ແລະ ຖືກຂັບເຄື່ອນໂດຍຄວາມທະເຍີທະຍານ ແລະ ຄວາມປາຖະໜາສ່ວນຕົວຂອງພວກເຂົາທັງໝົດ, ນັ້ນຄືເຫດຜົນທີ່ຜູ້ຕໍ່ຕ້ານພຣະຄຣິສພຽງແຕ່ຈະໃຫ້ຜູ້ຄົນເຊື່ອຟັງພວກເຂົາ, ບໍ່ແມ່ນຄວາມຈິງ ຫຼື ພຣະເຈົ້າ. ນັ້ນຄືຈຸດສຳຄັນຂອງຂໍ້ນີ້. ສິ່ງທີ່ພວກເຮົາໄດ້ເວົ້າເຖິງເມື່ອກີ້ນີ້ແມ່ນຄວາມເປັນຈິງທີ່ຖືກສ້າງຕັ້ງຂຶ້ນ. ຄວາມປາຖະໜາ ແລະ ຄວາມທະເຍີທະຍານໃນທີ່ນີ້ໝາຍເຖິງຫຍັງ? ພວກມັນໝາຍເຖິງບາງຄົນທີ່ບໍ່ໄດ້ເຮັດສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສຈະເຮັດຢ່າງຊັດເຈນ ແຕ່ຍັງມີແນວໂນ້ມເຫຼົ່ານີ້. ພວກເຂົາມີແນວໂນ້ມ ແລະ ການສະແດງອອກເຫຼົ່ານີ້, ເຊິ່ງໝາຍຄວາມວ່າພວກເຂົາມີຄວາມປາຖະໜາ ແລະ ຄວາມທະເຍີທະຍານເຫຼົ່ານີ້. ບໍ່ວ່າພວກເຂົາຈະຢູ່ໃນກຸ່ມໃດກໍຕາມ, ພວກເຂົາກໍມັກຈະປາຖະໜາທີ່ຈະສັ່ງການຜູ້ຄົນຄືກັບເຈົ້າໜ້າທີ່: “ເຈົ້າ, ໄປເຮັດອາຫານ!” “ເຈົ້າ, ໄປແຈ້ງໃຫ້ຜູ້ກ່ຽວຮູ້!” “ຕັ້ງໃຈເຮັດໜ້າທີ່ຂອງເຈົ້າໃຫ້ໜັກ ແລະ ມີຄວາມຈົງຮັກພັກດີໃຫ້ຫຼາຍຂຶ້ນ, ພຣະເຈົ້າກຳລັງເບິ່ງຢູ່!” ພວກເຂົາຈຳເປັນຕ້ອງເວົ້າສິ່ງນັ້ນບໍ? ນັ້ນແມ່ນນ້ຳສຽງແບບໃດ? ພວກເຂົາເປັນໃຜຈຶ່ງມາເຮັດໂຕຄືກັບເຈົ້ານາຍຢູ່ສະເໝີ? ພວກເຂົາບໍ່ມີຄ່າຫຍັງເລີຍ ແຕ່ພວກເຂົາກໍຍັງກ້າເວົ້າສິ່ງດັ່ງກ່າວ, ນັ້ນບໍ່ແມ່ນການຂາດຄວາມມີເຫດຜົນບໍ? ບາງຄົນອາດຈະເວົ້າວ່າ: “ພວກເຂົາເປັນຄົນຫົວແຂງ”. ແຕ່ພວກເຂົາບໍ່ແມ່ນຄົນຫົວແຂງທຳມະດາ, ພວກເຂົາເປັນຄົນຫົວແຂງພິເສດ. ພິເສດແນວໃດ? ເມື່ອພວກເຂົາໂຕ້ຖຽງ ຫຼື ພິຈາລະນາກ່ຽວກັບເລື່ອງໃດໜຶ່ງກັບໃຜກໍຕາມ, ບໍ່ວ່າພວກເຂົາຈະຖືກ ຫຼື ບໍ່, ໃນທີ່ສຸດແລ້ວ ພວກເຂົາກໍຕ້ອງຊະນະ; ບໍ່ວ່າພວກເຂົາຈະຖືກ ຫຼື ບໍ່, ພວກເຂົາກໍຕ້ອງເປັນຜູ້ຕັດສິນໃຈຂັ້ນສຸດທ້າຍ, ສັ່ງການ ແລະ ຕັດສິນໃຈ. ບໍ່ວ່າສະຖານະຂອງພວກເຂົາຈະເປັນແນວໃດກໍຕາມ, ພວກເຂົາກໍປາຖະໜາທີ່ຈະຕັດສິນໃຈ. ຖ້າຄົນອື່ນຊະນະໂດຍການສະແດງຄວາມຄິດເຫັນທີ່ຖືກຕ້ອງ, ພວກເຂົາກໍໂມໂຫ; ພວກເຂົາຖິ້ມວຽກ ໂດຍເວົ້າວ່າ: “ພວກເຈົ້າຢາກເວົ້າຫຍັງກໍເວົ້າໂລດ, ມັນບໍ່ຄືກັບວ່າພວກເຈົ້າເຮັດຕາມທີ່ຂ້ານ້ອຍເວົ້າຢູ່ແລ້ວ!” ພວກເຂົາບໍ່ມີຄວາມທະເຍີທະຍານ ແລະ ຄວາມປາຖະໜານັ້ນບໍ? ຜົນສະທ້ອນອັນໃດທີ່ເກີດຂຶ້ນຈາກການທີ່ຄົນດັ່ງກ່າວເປັນເຈົ້ານາຍ, ຈາກການທີ່ພວກເຂົາກາຍເປັນຜູ້ຮັບຜິດຊອບ, ຈາກການທີ່ພວກເຂົາກາຍເປັນຜູ້ນໍາ? ພວກເຂົາກາຍເປັນຜູ້ຕໍ່ຕ້ານພຣະຄຣິສຂະນານແທ້. ພວກເຈົາມີການສະແດງອອກດັ່ງກ່າວບໍ? ນັ້ນຈະບໍ່ແມ່ນສິ່ງທີ່ດີ! ມັນຈະບໍ່ແມ່ນຄວາມຫາຍະນະທີ່ຍິ່ງໃຫຍ່ບໍ ຖ້າຜູ້ທີ່ເຊື່ອໃນພຣະເຈົ້າບໍ່ໄດ້ຮັບຄວາມຈິງ ແຕ່ກັບກາຍເປັນຜູ້ຕໍ່ຕ້ານພຣະຄຣິສແທນ?
ຜູ້ບໍ່ມີຄວາມເຊື່ອເບິ່ງຄົນແນວໃດ? ເມື່ອພວກເຂົາພົບກັບຄົນຜູ້ໜຶ່ງ, ກ່ອນອື່ນ ພວກເຂົາຈະເບິ່ງຮູບຮ່າງໜ້າຕາ ແລະ ເຄື່ອງນຸ່ງຂອງຄົນນັ້ນ; ເມື່ອພວກເຂົາຟັງຄົນອື່ນເວົ້າ, ພວກເຂົາມັກຈະຢາກເບິ່ງວ່າຄົນນັ້ນມີຄວາມຮູ້ຫຼືບໍ່. ຖ້າພວກເຂົາພົບວ່າຮູບຮ່າງໜ້າຕາ ແລະ ເຄື່ອງນຸ່ງຂອງເຈົ້າບໍ່ມີຫຍັງໜ້າເບິ່ງ ແລະ ເຈົ້າບໍ່ມີການສຶກສາສູງ ຫຼື ບໍ່ມີຄວາມຮູ້ຫຼາຍ, ພວກເຂົາກໍຈະດູຖູກເຈົ້າ ແລະ ຢາກເໜືອກວ່າເມື່ອພວກເຂົາລົມກັບເຈົ້າ. ເຮົາເວົ້າວ່າ: “ຖ້າເຈົ້າຢາກໂຕ້ຖຽງ, ກໍເຊີນເລີຍ, ເຈົ້າເວົ້າໂລດ”. ເຮົາປິດປາກງຽບ; ເຮົາຍອມ. ຄົນສ່ວນໃຫຍ່ໃນເຮືອນຂອງພຣະເຈົ້າຟັງເຮົາ, ບໍ່ວ່າເຮົາຈະໄປໃສກໍຕາມ. ດັ່ງນັ້ນ, ເຮົາຈຶ່ງຊອກຫາໂອກາດທີ່ຈະຟັງຄົນອື່ນເວົ້າ, ເພື່ອໃຫ້ຄົນອື່ນໄດ້ເວົ້າຫຼາຍຂຶ້ນ, ເຮົາພະຍາຍາມໃຫ້ທຸກຄົນເວົ້າອອກມາຈາກໃຈ ແລະ ເວົ້າກ່ຽວກັບຄວາມຫຍຸ້ງຍາກພາຍໃນໃຈຂອງພວກເຂົາ ແລະ ກ່ຽວກັບຄວາມຮູ້ຂອງພວກເຂົາ. ໃນຂະນະທີ່ເຮົາຟັງ, ເຮົາສາມາດໄດ້ຍິນການບ່ຽງເບນບາງຢ່າງ. ເຮົາສາມາດໄດ້ຍິນບັນຫາ ແລະ ຂໍ້ບົກຜ່ອງຂອງພວກເຂົາເລັກນ້ອຍ, ບັນຫາຫຍັງແດ່ທີ່ເກີດຂຶ້ນກັບເສັ້ນທາງທີ່ພວກເຂົາຍ່າງ ແລະ ວຽກງານສ່ວນໃດຂອງຄຣິສຕະຈັກທີ່ບໍ່ໄດ້ເຮັດໄດ້ດີ, ຍັງມີບັນຫາຫຍັງເຫຼືອຢູ່ກັບມັນ ແລະ ພວກມັນຈຳເປັນຕ້ອງໄດ້ຮັບການແກ້ໄຂ ຫຼື ບໍ່. ເຮົາຕັ້ງໃຈຟັງສິ່ງເຫຼົ່ານີ້. ຖ້າພວກເຮົາກຳລັງໂຕ້ວາທີກ່ຽວກັບບັນຫາບາງຢ່າງ, ຕົວຢ່າງ: ຖ້າເຮົາເວົ້າວ່າຈອກເປັນເຈ້ຍ ແລະ ເຈົ້າຍືນຍັນວ່າເປັນຢາງ, ເຮົາກໍຈະເວົ້າວ່າ: “ຕົກລົງ. ເຈົ້າຖືກ”. ເຮົາຈະບໍ່ໂຕ້ຖຽງກັບເຈົ້າ. ບາງຄົນຄິດວ່າ: “ຖ້າພຣະອົງຖືກ, ເປັນຫຍັງພຣະອົງຈຶ່ງບໍ່ໂຕ້ຖຽງ?” ມັນຂຶ້ນກັບບັນຫາ. ຖ້າມັນເປັນສິ່ງທີ່ກ່ຽວຂ້ອງກັບຄວາມຈິງ, ມັນກໍຖືກຕ້ອງແລ້ວທີ່ເຈົ້າຈະເຊື່ອຟັງເຮົາ; ຖ້າມັນເປັນເລື່ອງພາຍນອກບາງຢ່າງ, ບໍ່ວ່າພວກເຈົ້າຈະເວົ້າຫຍັງກໍຕາມ, ເຮົາກໍຈະບໍ່ເຂົ້າໄປຫຍຸ້ງກ່ຽວ, ສິ່ງດັ່ງກ່າວບໍ່ມີຫຍັງກ່ຽວຂ້ອງກັບເຮົາ. ບໍ່ມີປະໂຫຍດຫຍັງທີ່ຈະໂຕ້ຖຽງກ່ຽວກັບສິ່ງດັ່ງກ່າວ. ມີບາງຄົນທີ່ສົນທະນາກ່ຽວກັບວຽກງານບາງຢ່າງຂອງລັດ. ເຮົາເວົ້າກັບພວກເຂົາວ່າ: “ຕາມທີ່ເຮົາເຂົ້າໃຈ, ສິ່ງນັ້ນເປັນແບບນີ້”. ເຮົາເສີມຄຳວ່າ “ຕາມທີ່ເຮົາເຂົ້າໃຈ” ໃສ່ຕອນຕົ້ນ; ມີຄວາມມີເຫດຜົນເລັກນ້ອຍໃນນັ້ນ. ເຮົາຍົກຄວາມຈິງທີ່ເຮົາຮູ້ຂຶ້ນມາເພື່ອອະທິບາຍເລື່ອງນັ້ນ, ໂດຍເວົ້າວ່າ: “ນີ້ຄືສະຖານະການທີ່ເປັນຢູ່ໃນຕອນນີ້ ແຕ່ຖ້າມີສະຖານະການພິເສດບາງຢ່າງ, ເຮົາກໍບໍ່ຮູ້ກ່ຽວກັບສິ່ງເຫຼົ່ານັ້ນ”. ນັ້ນຄືທັງໝົດທີ່ເຮົາສາມາດເຮັດໄດ້ເພື່ອປະເມີນເລື່ອງນັ້ນດ້ວຍຄວາມຈິງດັ່ງກ່າວ ແຕ່ເຮົາບໍ່ໄດ້ອວດວ່າເຮົາຮູ້ຫຼາຍສໍ່າໃດ. ເຮົາພຽງແຕ່ໃຫ້ຂໍ້ມູນເລັກນ້ອຍແກ່ພວກເຂົາເພື່ອເປັນການອ້າງອີງ, ເຮົາບໍ່ໄດ້ຕັ້ງໃຈທີ່ຈະຖືວ່າຕົນເອງຢູ່ໃນຕຳແໜ່ງທີ່ສູງກວ່າພວກເຂົາ ແລະ ກົດຂີ່ພວກເຂົາ, ເພື່ອສະແດງໃຫ້ພວກເຂົາເຫັນວ່າເຮົາສະຫຼາດສໍ່າໃດ, ວ່າເຮົາຮູ້ທຸກຢ່າງ, ວ່າພວກເຂົາບໍ່ຮູ້ຫຍັງເລີຍ. ນັ້ນບໍ່ແມ່ນມຸມມອງຂອງເຮົາ. ເມື່ອບາງຄົນກຳລັງລົມກັບເຮົາ, ເຮົາກ່າວເຖິງຂໍ້ມູນເລັກນ້ອຍທີ່ພວກເຂົາບໍ່ຮູ້ ແລະ ພວກເຂົາເວົ້າວ່າ: “ທ່ານຢູ່ໃນນີ້ໝົດມື້, ທ່ານຈະໄປຮູ້ຫຍັງ?” ພວກເຂົາບໍ່ຮູ້ຂໍ້ມູນນັ້ນ, ແຕ່ພວກເຂົາກໍຢາກໂຕ້ຖຽງ ແລະ ຕໍ່ສູ້ກັບເຮົາກ່ຽວກັບເລື່ອງນັ້ນ. ເຮົາເວົ້າວ່າ: “ຖືກຕ້ອງແລ້ວ. ເຮົາບໍ່ໄດ້ອອກໄປຂ້າງນອກ ແຕ່ເຮົາຮູ້ເລື່ອງນີ້. ເຮົາພຽງແຕ່ບອກເຈົ້າກ່ຽວກັບມັນ ແລະ ກໍເທົ່ານັ້ນ, ເຊື່ອ ຫຼື ບໍ່ກໍຕາມໃຈ”. ມີຫຍັງໃຫ້ໂຕ້ຖຽງກ່ຽວກັບເລື່ອງນັ້ນ? ການໂຕ້ຖຽງກ່ຽວກັບເລື່ອງແບບນີ້ຄືອຸປະນິໄສ. ບາງຄົນເຖິງຂັ້ນຢາກແຂ່ງຂັນເພື່ອຄວາມເໜືອກວ່າ ເມື່ອເວົ້າເຖິງເລື່ອງພາຍນອກ, ໂດຍເວົ້າວ່າ: “ທ່ານຮູ້ເລື່ອງນີ້ໄດ້ແນວໃດ? ເປັນຫຍັງຂ້ານ້ອຍຈຶ່ງບໍ່ຮູ້ເລື່ອງນີ້? ເປັນຫຍັງທ່ານຈຶ່ງສາມາດວິຈານໄປທົ່ວ, ໃນຂະນະທີ່ຂ້ານ້ອຍເຮັດບໍ່ໄດ້?” ຕົວຢ່າງ: ເຮົາເວົ້າວ່າ: “ຕະຫຼອດຫຼາຍປີທີ່ເຮົາໄດ້ພັກຢູ່ບ່ອນນີ້, ເຮົາໄດ້ຄົ້ນພົບສິ່ງທີ່ໂດດເດັ່ນກ່ຽວກັບສະພາບອາກາດ: ມັນຂ້ອນຂ້າງຊຸ່ມ”. ນີ້ຄືການສັງເກດທີ່ເຮົາໄດ້ພົບຫຼັງຈາກທີ່ໄດ້ພັກຢູ່ໃນສະຖານທີ່ນີ້ເປັນເວລາດົນນານ, ມັນຄືຄວາມຈິງ. ແຕ່ບາງຄົນໄດ້ຍິນແນວນັ້ນ ແລະ ເວົ້າວ່າ: “ສິ່ງຕ່າງໆເປັນແບບນັ້ນແທ້ບໍ? ແລ້ວເປັນຫຍັງຂ້ານ້ອຍຈຶ່ງບໍ່ຮູ້ສຶກເຖິງຄວາມຊຸ່ມເລີຍ?” ພຽງເພາະວ່າເຈົ້າບໍ່ຮູ້ສຶກເຖິງຄວາມຊຸ່ມ, ນັ້ນບໍ່ໄດ້ໝາຍຄວາມວ່າມັນບໍ່ຊຸ່ມ. ເຈົ້າບໍ່ສາມາດຍຶດເອົາແຕ່ສິ່ງທີ່ເຈົ້າຮູ້ສຶກໄດ້, ເຈົ້າຕ້ອງຍຶດເອົາຂໍ້ມູນ. ການພະຍາກອນອາກາດປະຈຳວັນລົງລາຍລະອຽດຫຼາຍ ແລະ ເມື່ອເຈົ້າໄດ້ເບິ່ງມັນຫຼາຍພໍ, ເຈົ້າກໍຈະຮູ້ວ່າ ຄວາມຈິງແລ້ວ ທີ່ນີ້ມັນຊຸ່ມ. ມັນບໍ່ແມ່ນສິ່ງທີ່ເຮົາຈິນຕະນາການເອົາເອງ ແລະ ເຮົາບໍ່ໄດ້ເວົ້າໂດຍອີງໃສ່ຄວາມຮູ້ສຶກ. ແລະ ເປັນຫຍັງຈຶ່ງເປັນແນວນັ້ນ? ມັກຈະມີຂີ້ໄຄຢູ່ຕາມຕີນກຳແພງທີ່ຮົ່ມຕະຫຼອດປີ; ໃນລະດູໃບໄມ້ປົ່ງ, ມີບາງບ່ອນທີ່ຄົນບໍ່ກ້າຢ່າງ, ມັນມື່ນຫຼາຍ. ການສັງເກດນີ້ມາຈາກການມີປະສົບການກັບມັນ, ເຫັນມັນດ້ວຍຕາຕົນເອງ ແລະ ຮູ້ສຶກມັນດ້ວຍຕົນເອງ. ການເວົ້າແບບນີ້ບໍ່ແມ່ນການຂັດກັບຄວາມຈິງ ແມ່ນບໍ່? ແຕ່ມີບາງຄົນທີ່ທ້າທາຍເຮົາກ່ຽວກັບສິ່ງເຫຼົ່ານີ້ເມື່ອພວກເຂົາເວົ້າກັບເຮົາ, ເຮົາເວົ້າວ່າມັນຊຸ່ມຢູ່ບ່ອນນີ້ ແລະ ພວກເຂົາກໍພຽງແຕ່ເວົ້າວ່າມັນບໍ່ຊຸ່ມ. ຄົນເຫຼົ່ານີ້ບໍ່ແມ່ນຄົນທີ່ສັບສົນບໍ? (ແມ່ນແລ້ວ). ຄຳເວົ້າບາງຢ່າງຖືກກ່າວຂຶ້ນບົນພື້ນຖານຂອງຄວາມເປັນຈິງ, ເນື່ອງຈາກມັນມາຈາກປະສົບການ ແລະ ບໍ່ໄດ້ຖືກຈິນຕະນາການຂຶ້ນມາລອຍໆ. ເປັນຫຍັງເຮົາຈຶ່ງເວົ້າວ່າມັນບໍ່ແມ່ນຈິນຕະນາການ? ເພາະວ່າພວກມັນວາງລາຍລະອຽດຢ່າງຊັດເຈນ, ຢ່າງລະອຽດ ແລະ ຢ່າງເປັນລະບົບ ແລະ ເມື່ອຄົນຜູ້ໜຶ່ງເຫັນ ແລະ ມີປະສົບການກັບສິ່ງທີ່ຖືກອະທິບາຍໃນຄຳເວົ້າເຫຼົ່ານັ້ນ, ມັນກໍກົງກັບສິ່ງທີ່ຖືກກ່າວໄວ້ຢ່າງແນ່ນອນ. ຄຳເວົ້າເຫຼົ່ານັ້ນບໍ່ຖືກຕ້ອງບໍ? (ຖືກຕ້ອງ). ແຕ່ເຖິງແມ່ນວ່າຈະມີຄຳເວົ້າທີ່ຖືກຕ້ອງເຫຼົ່ານີ້, ກໍຍັງມີບາງຄົນທີ່ມັກໂຕ້ຖຽງຢູ່ສະເໝີ ແລະ ພວກເຂົາໂຕ້ຖຽງກັບເຮົາໃນລັກສະນະນີ້. ພວກເຂົາໂຕ້ຖຽງເພື່ອຫຍັງ? ນີ້ແມ່ນການຕໍ່ສູ້ທີ່ເຖິງແກ່ຄວາມຕາຍບໍ? ພວກເຂົາກຳລັງຕໍ່ສູ້ເພື່ອຊີວິດຂອງພວກເຂົາບໍ? ນັ້ນບໍ່ແມ່ນສິ່ງທີ່ພວກເຂົາກຳລັງໂຕ້ຖຽງເພື່ອມັນ, ພວກເຂົາພຽງແຕ່ຢາກແຂ່ງຂັນວ່າມີໃຜຮູ້ຫຼາຍກວ່າ. ພວກເຂົາພຽງແຕ່ມັກໂຕ້ຖຽງ, ນີ້ຄືອຸປະນິໄສ. ພວກເຈົ້າຄິດວ່າຄົນດັ່ງກ່າວຄວນໄດ້ຮັບການປະຕິບັດແນວໃດ? ພວກເຂົາຈຳເປັນຕ້ອງຖືກເປີດໂປງ ແລະ ໂຕ້ຖຽງນຳຈົນກວ່າໜ້າຂອງເຈົ້າຈະແດງດ້ວຍຄວາມໂມໂຫບໍ? (ບໍ່). ກັບຄົນທີ່ໂງ່ຈ້າແບບນັ້ນ, ບໍ່ມີປະໂຫຍດຫຍັງທີ່ຈະໂຕ້ຖຽງ. ມັນເປັນການເສຍກຽດ. ປ່ອຍພວກເຂົາໄປເທາະ. ແບບນັ້ນໃຊ້ບໍ່ໄດ້ບໍ? ມີປະໂຫຍດຫຍັງທີ່ຈະໂຕ້ຖຽງກັບຄົນທີ່ສັບສົນ ແລະ ວູ່ວາມແບບນັ້ນ? ຖ້າມີການໂຕ້ຖຽງ ຫຼື ການໂຕ້ວາທີ ເພາະວ່າບາງຄົນບໍ່ເຂົ້າໃຈບາງເລື່ອງທີ່ກ່ຽວຂ້ອງກັບຄວາມຈິງ, ນັ້ນກໍບໍ່ເປັນຫຍັງ, ແຕ່ມັນບໍ່ແມ່ນເລື່ອງໂງ່ຈ້າບໍ ທີ່ຈະໂຕ້ຖຽງກ່ຽວກັບເລື່ອງພາຍນອກເຫຼົ່ານີ້? ອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ ໂດຍຫຼັກໆແລ້ວ ແມ່ນອຸປະນິໄສຂອງການບໍ່ຍອມຮັບຄວາມຈິງ, ຂອງການອວດດີ ແລະ ຖືຕົນວ່າຊອບທຳ, ຂອງການເບື່ອໜ່າຍຄວາມຈິງ. ຜູ້ຕໍ່ຕ້ານພຣະຄຣິສບໍ່ຍອມຮັບແມ່ນແຕ່ຄຳເວົ້າທີ່ຖືກຕ້ອງ ຫຼື ຄວາມເຫັນ ແລະ ຄຳກ່າວທີ່ສອດຄ່ອງກັບຄວາມຈິງ ແລະ ພວກເຂົາຈະຄົ້ນຄວ້າສິ່ງເຫຼົ່ານັ້ນ ແລະ ໂຕ້ແຍ້ງ ແລະ ໂຕ້ຖຽງກັບເຈົ້າກ່ຽວກັບສິ່ງເຫຼົ່ານັ້ນ ແລະ ນັ້ນຍັງບໍ່ທັນເວົ້າເຖິງຄວາມຈິງເລີຍ. ນັ້ນບໍ່ແມ່ນອຸປະນິໄສບໍ? (ແມ່ນແລ້ວ). ມັນແມ່ນອຸປະນິໄສຫຍັງ? ຄວາມອວດດີ. ສິ່ງທີ່ພວກເຂົາໝາຍເຖິງກໍຄື: “ເຈົ້າພຽງແຕ່ເຂົ້າໃຈຄວາມຈິງເລັກນ້ອຍ ແມ່ນບໍ່? ເຈົ້າບໍ່ເຂົ້າໃຈເລື່ອງພາຍນອກ, ດັ່ງນັ້ນ ເຈົ້າຄວນຟັງຂ້ານ້ອຍກ່ຽວກັບເລື່ອງນັ້ນ! ຢ່າເວົ້າຊີ້ຊ້ວ, ມັນເຮັດໃຫ້ຂ້ານ້ອຍໃຈຮ້າຍແທ້ໆ. ເລື່ອງພາຍນອກເຫຼົ່ານີ້ບໍ່ແມ່ນເລື່ອງທີ່ເຈົ້າຈະມາຈັດການ. ດ້ວຍຄວາມຮັບຜິດຊອບຂອງເຈົ້າ, ດ້ວຍການເວົ້າຄວາມຈິງ, ຂ້ານ້ອຍຈະຟັງເຈົ້າ, ແຕ່ຢຸດເວົ້າກ່ຽວກັບເລື່ອງພາຍນອກເຫຼົ່ານີ້. ຫຸບປາກຊະ! ເຈົ້າບໍ່ເຄີຍພົບພໍ້ກັບເລື່ອງເຫຼົ່ານີ້, ແລ້ວເຈົ້າຮູ້ຫຍັງ? ເຈົ້າຈຳເປັນຕ້ອງຟັງຂ້ານ້ອຍ!” ໃນທຸກສິ່ງ, ພວກເຂົາຈະໃຫ້ຜູ້ຄົນຟັງພວກເຂົາ. ພວກເຂົາປາຖະໜາທີ່ຈະເອົາຊະນະທຸກຄົນ ໂດຍບໍ່ເບິ່ງວ່າຄົນນັ້ນແມ່ນໃຜ. ນັ້ນແມ່ນອຸປະນິໄສຫຍັງ? ມີເຫດຜົນໃດໆຢູ່ໃນນັ້ນບໍ? (ບໍ່).
ບອກເຮົາເບິ່ງວ່າ, ການເຂົ້າກັນກັບເຮົາງ່າຍ ຫຼື ຍາກ? (ງ່າຍ). ພວກເຈົ້າຮູ້ໄດ້ແນວໃດ? ເປັນຫຍັງພວກເຈົ້າຈຶ່ງເວົ້າວ່າມັນງ່າຍ? ເຮົາຈະບອກພວກເຈົ້າ ແລະ ພວກເຈົ້າສາມາດເບິ່ງວ່າການອະທິບາຍຂອງເຮົາກ່ຽວກັບຕົວເຮົາເອງນັ້ນຖືກຕ້ອງ ແລະ ແນ່ນອນ ຫຼື ບໍ່. ຢ່າງທຳອິດ, ເຫດຜົນຂອງເຮົາປົກກະຕິ. ຄວາມເປັນປົກກະຕິນີ້ສາມາດອະທິບາຍໄດ້ແນວໃດ? ມັນໝາຍຄວາມວ່າເຮົາມີມາດຕະຖານທີ່ແນ່ນອນ ແລະ ມຸມມອງທີ່ແນ່ນອນກ່ຽວກັບທຸກເລື່ອງ. ແບບນັ້ນ, ມຸມມອງ ແລະ ຄຳເວົ້າຂອງເຮົາກ່ຽວກັບແຕ່ລະຢ່າງ ແລະ ທັດສະນະຄະຕິຂອງເຮົາຕໍ່ແຕ່ລະຢ່າງ ລ້ວນແລ້ວແຕ່ປົກກະຕິບໍ? (ແມ່ນແລ້ວ). ພວກມັນປົກກະຕິ. ຢ່າງໜ້ອຍ ພວກມັນກໍສອດຄ່ອງກັບມາດຕະຖານສຳລັບຄວາມເປັນມະນຸດທີ່ປົກກະຕິ. ຢ່າງທີສອງ, ຄວາມຈິງຄວບຄຸມເຮົາໄວ້. ສິ່ງເຫຼົ່ານີ້ແມ່ນສອງຢ່າງທີ່ເຫດຜົນປົກກະຕິມີເປັນຢ່າງໜ້ອຍ. ຍັງມີອີກດ້ານໜຶ່ງສຳລັບສິ່ງນີ້: ເຫດຜົນທີ່ພວກເຈົ້າສາມາດເຫັນວ່າມັນງ່າຍທີ່ຈະເຂົ້າກັນກັບເຮົາ ກໍຍ້ອນວ່າເຮົາມີມາດຕະການທີ່ຖືກຕ້ອງ ແລະ ເຮົາຮູ້ມາດຕະຖານເມື່ອເວົ້າເຖິງຄົນແຕ່ລະປະເພດ. ເຮົາມີຄວາມພໍດີທີ່ຖືກຕ້ອງ, ພ້ອມທັງແນວທາງ ແລະ ວິທີການສຳລັບວິທີທີ່ເຮົາປະຕິບັດຕໍ່ຜູ້ນໍາ ແລະ ອ້າຍເອື້ອຍນ້ອງທົ່ວໄປ, ສຳລັບວິທີທີ່ເຮົາປະຕິບັດຕໍ່ຜູ້ອາວຸໂສ ແລະ ຜູ້ໜຸ່ມ, ສຳລັບວິທີທີ່ເຮົາປະຕິບັດຕໍ່ຄົນອວດດີທີ່ມັກອວດອ້າງ ແລະ ສຳລັບວິທີທີ່ເຮົາປະຕິບັດຕໍ່ຜູ້ທີ່ມີ ແລະ ບໍ່ມີຄວາມເຂົ້າໃຈຝ່າຍວິນຍານ ແລະ ອື່ນໆ, ສຳລັບຄົນແຕ່ລະປະເພດ. ຫຼັກໆແລ້ວ ມາດຕະການທີ່ຖືກຕ້ອງນີ້ ແລະ ແນວທາງ ແລະ ວິທີການເຫຼົ່ານີ້ແມ່ນຫຍັງ? ພວກມັນຄືການໄປຕາມຫຼັກການຄວາມຈິງ, ບໍ່ແມ່ນການເຮັດສິ່ງຕ່າງໆແບບສຸ່ມເຮັດ. ຕົວຢ່າງ: ສົມມຸດວ່າເຮົາຈະຍ້ອງຍໍເຈົ້າຍ້ອນເປັນນັກສຶກສາມະຫາວິທະຍາໄລ ຫຼື ດູຖູກເຈົ້າຍ້ອນເປັນຊາວນາ, ນັ້ນບໍ່ແມ່ນຫຼັກການ. ແລ້ວເຮົາຍຶດຖືຫຼັກການເຫຼົ່ານີ້ໄດ້ແນວໃດ? ໂດຍການເບິ່ງທີ່ຄວາມສາມາດ ແລະ ຄວາມເປັນມະນຸດຂອງບຸກຄົນໃດໜຶ່ງ, ໜ້າທີ່ທີ່ເຂົາເຮັດ, ຄວາມເຊື່ອໃນພຣະເຈົ້າຂອງເຂົາ ແລະ ທັດສະນະຄະຕິຂອງເຂົາທີ່ມີຕໍ່ຄວາມຈິງ. ເຮົາພິຈາລະນາຜູ້ຄົນໂດຍອີງໃສ່ການປະສົມປະສານດ້ານຕ່າງໆເຫຼົ່ານີ້. ຍັງມີອີກເຫດຜົນໜຶ່ງທີ່ພວກເຈົ້າເຫັນວ່າມັນງ່າຍທີ່ຈະເຂົ້າກັນກັບເຮົາ, ເຊິ່ງເປັນສິ່ງທີ່ຫຼາຍຄົນອາດຈະມີແນວຄິດ ແລະ ບໍ່ສາມາດຍອມຮັບໄດ້. ພວກເຂົາຄິດວ່າ “ພຣະອົງມີສະຖານະ ແຕ່ເປັນຫຍັງພຣະອົງຈຶ່ງເບິ່ງບໍ່ຄືກັບຜູ້ທີ່ມີສະຖານະ? ພຣະອົງບໍ່ໄດ້ອວດອ້າງສະຖານະຂອງພຣະອົງ; ພຣະອົງບໍ່ໄດ້ສູງສົ່ງ ແລະ ຍິ່ງໃຫຍ່ເລີຍ. ໃນຄວາມຄິດຂອງຜູ້ຄົນ, ພວກເຂົາຄິດວ່າພວກເຂົາຄວນເຄົາລົບພຣະອົງ ແຕ່ເປັນຫຍັງເມື່ອຜູ້ຄົນເຫັນພຣະອົງ, ພວກເຂົາຈຶ່ງເຫັນວ່າມັນເໝາະສົມທີ່ສຸດທີ່ຈະພິຈາລະນາພຣະອົງຈາກລະດັບດຽວກັນ ຫຼື ແມ່ນແຕ່ດູຖູກພຣະອົງ?” ດັ່ງນັ້ນ, ພວກເຂົາຈຶ່ງຄິດວ່າມັນງ່າຍທີ່ຈະເຂົ້າກັນກັບເຮົາ ແລະ ພວກເຂົາກໍຜ່ອນຄາຍ. ບໍ່ແມ່ນແນວນັ້ນບໍ? ມັນເປັນແນວນັ້ນແຫຼະ. ຜົນກໍຄື ພວກເຂົາຄິດວ່າເຮົາບໍ່ມີຫຍັງໃຫ້ຢ້ານ ແລະ ການເຂົ້າກັນກັບເຮົາໃນແບບນີ້ແມ່ນດີຫຼາຍ. ບອກເຮົາເບິ່ງວ່າ ຖ້າເຮົາກົດຂີ່ພວກເຈົ້າທຸກບາດກ້າວ ແລະ ລິຮານພວກເຈົ້າໂດຍບໍ່ມີເຫດຜົນທີ່ດີ ແລະ ຕຳນິພວກເຈົ້າ ແລະ ສັ່ງສອນພວກເຈົ້າໝົດມື້ດ້ວຍສີໜ້າທີ່ມືດຄຶ້ມ, ສິ່ງຕ່າງໆຈະບໍ່ແຕກຕ່າງໄປບໍ? ພວກເຈົ້າຈະຄິດວ່າ “ພຣະອົງຈັ່ງແມ່ນເຂົ້າໄດ້ຍາກແທ້ໆ, ດ້ວຍບຸກຄະລິກະພາບທີ່ແປກປະຫຼາດຂອງພຣະອົງ ແລະ ອາລົມທີ່ປ່ຽນແປງງ່າຍຂອງພຣະອົງ!” ເຮົາກໍຈະບໍ່ແມ່ນຜູ້ທີ່ເຂົ້າກັນໄດ້ງ່າຍ. ມັນແນ່ນອນວ່າເປັນຍ້ອນວ່າເຮົາເບິ່ງຄືວ່າປົກກະຕິຕໍ່ພວກເຈົ້າໃນທຸກດ້ານຂອງເຮົາ, ໃນບຸກຄະລິກະພາບຂອງເຮົາ, ໃນຄວາມສຸກ ແລະ ຄວາມໃຈຮ້າຍຂອງເຮົາ, ໃນຄວາມເສົ້າ ແລະ ຄວາມຍິນດີຂອງເຮົາ ແລະ ຍ້ອນວ່າຈິດໃຈຂອງພວກເຈົ້າ, ພວກເຈົ້າຄິດວ່າຜູ້ທີ່ມີຕຳແໜ່ງ ແລະ ສະຖານະສູງຄວນຈະສູງສົ່ງ ແລະ ຍິ່ງໃຫຍ່ ແຕ່ຕົວເຮົາທີ່ພວກເຈົ້າເຫັນໃນຕອນນີ້ເປັນພຽງຄົນທຳມະດາ. ນັ້ນຄືເຫດຜົນທີ່ແນ່ນອນວ່າພວກເຈົ້າຫຼຸດການເຝົ້າລະວັງ ແລະ ຮູ້ສຶກວ່າເຮົາເຂົ້າກັນໄດ້ງ່າຍ. ນອກຈາກນີ້, ພວກເຈົ້າເຫັນວ່າເຮົາໃຊ້ພາສາທາງການບໍເມື່ອເຮົາເວົ້າ? (ບໍ່). ເຮົາບໍ່ໄດ້ໃຊ້. ເມື່ອເວົ້າເຖິງສິ່ງທີ່ພວກເຈົ້າບໍ່ເຂົ້າໃຈ, ເຮົາກໍຊ່ວຍພວກເຈົ້າໃຫ້ຫຼາຍທີ່ສຸດເທົ່າທີ່ເຮົາຈະເຮັດໄດ້ ດ້ວຍທຸກສິ່ງທີ່ເຮົາສາມາດເຮັດໄດ້ ແລະ ເຮົາບໍ່ຄ່ອຍເຍາະເຍີ້ຍພວກເຈົ້າ. ເປັນຫຍັງເຮົາຈຶ່ງບໍ່ຄ່ອຍເຮັດແນວນັ້ນ? ມີບາງເວລາທີ່ເຮົາຮູ້ສຶກຫງຸດຫງິດຫຼາຍ ແລະ ອົດບໍ່ໄດ້ທີ່ຈະເວົ້າເຍາະເຍີ້ຍພວກເຈົ້າໜ້ອຍໜຶ່ງ ແຕ່ເຮົາຍັງຕ້ອງຄຳນຶງວ່າພວກເຈົ້າອາດຈະອ່ອນແອລົງ, ດັ່ງນັ້ນ ເຮົາຈຶ່ງເວົ້າແບບນັ້ນກັບພວກເຈົ້າໃຫ້ໜ້ອຍທີ່ສຸດເທົ່າທີ່ຈະເປັນໄປໄດ້. ແຕ່ກັບກັນ, ເຮົາມີຄວາມຜ່ອນຜັນ, ໃຫ້ອະໄພ ແລະ ອົດທົນ. ເຮົາຊ່ວຍພວກເຈົ້າໃຫ້ຫຼາຍທີ່ສຸດເທົ່າທີ່ເຮົາສາມາດເຮັດໄດ້, ໃນບ່ອນທີ່ເຮົາສາມາດເຮັດໄດ້ ແລະ ເຮົາສອນພວກເຈົ້າໃຫ້ຫຼາຍທີ່ສຸດເທົ່າທີ່ເຮົາສາມາດເຮັດໄດ້, ໃນສິ່ງທີ່ເຮົາສາມາດເຮັດໄດ້. ນີ້ຄືສິ່ງທີ່ເຮົາເຮັດໃນສະຖານະການສ່ວນໃຫຍ່. ແລ້ວເປັນຫຍັງຈຶ່ງເປັນແນວນັ້ນ? ມັນເປັນຍ້ອນວ່າຄົນສ່ວນໃຫຍ່ຂາດແຄນທີ່ສຸດເມື່ອເວົ້າເຖິງເລື່ອງການເປັນພະຍານໃຫ້ພຣະເຈົ້າ ແລະ ການເຂົ້າໃຈຄວາມຈິງ ແຕ່ເມື່ອເວົ້າເຖິງເລື່ອງການກິນ, ການດື່ມ ແລະ ການຫຼິ້ນມ່ວນ ຫຼື ເຄື່ອງນຸ່ງ ແລະ ການແຕ່ງໜ້າ ຫຼື ການຫຼິ້ນເກມ ຫຼື ເລື່ອງທາງໂລກໃດໆແບບນັ້ນ, ຜູ້ຄົນຮູ້ທຸກຢ່າງກ່ຽວກັບສິ່ງເຫຼົ່ານີ້. ໃນທາງກົງກັນຂ້າມ, ກ່ຽວກັບເລື່ອງຄວາມເຊື່ອໃນພຣະເຈົ້າ ແລະ ເລື່ອງທີ່ກ່ຽວຂ້ອງກັບຄວາມຈິງ, ຜູ້ຄົນຈັ່ງແມ່ນໂງ່ຈ້າ; ເມື່ອເວົ້າເຖິງການເປັນພະຍານໃຫ້ພຣະເຈົ້າ ແລະ ການໃຊ້ທັກສະວິຊາຊີບຂອງພວກເຂົາ, ຈຸດແຂງຂອງພວກເຂົາ ແລະ ພອນສະຫວັນຂອງພວກເຂົາ ເພື່ອເຮັດວຽກງານການເປັນພະຍານໃຫ້ພຣະເຈົ້າໜ້ອຍໜຶ່ງ, ເພື່ອສ້າງຜົນງານບາງຢ່າງທີ່ເປັນພະຍານໃຫ້ພຣະເຈົ້າ, ພວກເຂົາກໍບໍ່ມີຫຍັງທີ່ຈະເວົ້າ. ເຮົາຄວນເຮັດແນວໃດ ເມື່ອເຮົາເຫັນສະຖານະການແບບນັ້ນ? ເຮົາຕ້ອງສອນພວກເຈົ້າ, ນໍາພາພວກເຈົ້າເທື່ອລະໜ້ອຍ ແລະ ສອນພວກເຈົ້າໃຫ້ດີທີ່ສຸດເທົ່າທີ່ເຮົາຈະສາມາດເຮັດໄດ້. ເຮົາເລືອກສິ່ງທີ່ເຮົາເຂົ້າໃຈ ແລະ ຮູ້ ແລະ ສາມາດເຮັດໄດ້ ແລະ ເຮົາສອນສິ່ງເຫຼົ່ານັ້ນໃຫ້ພວກເຈົ້າໄປເລື້ອຍໆຈົນກວ່າວຽກງານຊີ້ນໜຶ່ງຈະສຳເລັດ. ເຮົາສອນພວກເຈົ້າທຸກຢ່າງທີ່ເຮົາສາມາດສອນໄດ້ໃຫ້ຫຼາຍທີ່ສຸດເທົ່າທີ່ເຮົາສາມາດເຮັດໄດ້. ສຳລັບຜູ້ທີ່ມີຄວາມສາມາດບໍ່ດີ ທີ່ບໍ່ສາມາດສອນໄດ້, ຈົ່ງເຂົ້າໃຈໃຫ້ຫຼາຍທີ່ສຸດເທົ່າທີ່ພວກເຈົ້າສາມາດເຮັດໄດ້ ແລະ ປ່ອຍໃຫ້ສິ່ງຕ່າງໆເປັນໄປຕາມທຳມະຊາດ. ເຮົາຈະບໍ່ບັງຄັບເຈົ້າ. ໃນທີ່ສຸດ, ມີບາງຄົນເວົ້າວ່າ “ພວກເຮົາທີ່ເຂົ້າໃຈວິຊາຊີບໄດ້ຖືກເອົາຊະນະໂດຍຜູ້ທີ່ບໍ່ຊ່ຽວຊານ. ພວກເຮົາທີ່ມີຄວາມຮູ້ໃນຂົງເຂດນີ້ບໍ່ສາມາດເຮັດຫຍັງໃຫ້ສຳເລັດໄດ້ ແລະ ພວກເຮົາຍັງຕ້ອງການຜູ້ທີ່ບໍ່ຊ່ຽວຊານຜູ້ນີ້ເພື່ອແນະນໍາ ແລະ ຊ່ວຍເຫຼືອພວກເຮົາໃຫ້ເຮັດສິ່ງໃດໜຶ່ງສຳເລັດ. ຈັ່ງແມ່ນໜ້າອັບອາຍແທ້ໆ!” ຄວາມຈິງແລ້ວ, ສິ່ງນີ້ບໍ່ໜ້າອັບອາຍ ເພາະການເປັນພະຍານໃຫ້ພຣະເຈົ້າໃນຄວາມເຊື່ອຂອງຄົນໃດໜຶ່ງກ່ຽວຂ້ອງກັບຄວາມຈິງ ແລະ ຄວາມຈິງຄືສິ່ງທີ່ມະນຸດຊາດບໍ່ຮູ້ຈັກເລີຍ. ບໍ່ມີມະນຸດທີ່ເສື່ອມຊາມຄົນໃດເກີດມາພ້ອມກັບການເຂົ້າໃຈຄວາມຈິງ; ມີພຽງແຕ່ຜ່ານພາລະກິດສ່ວນຕົວຂອງພຣະເຈົ້າໃນການເຮັດໃຫ້ຜູ້ຄົນສົມບູນເທົ່ານັ້ນ ພວກເຂົາຈຶ່ງສາມາດເຂົ້າໃຈຄວາມຈິງໄດ້. ຖ້າຜູ້ຄົນເກີດມາພ້ອມກັບຄວາມສາມາດໃນການເປັນພະຍານໃຫ້ພຣະເຈົ້າ, ກໍຈະບໍ່ມີໃຜຕໍ່ຕ້ານພຣະອົງ! ມັນເປັນຍ້ອນວ່າຜູ້ຄົນເປັນປະເພດດຽວກັບຊາຕານ ແລະ ມີທຳມະຊາດ-ແກ່ນແທ້ທີ່ເປັນປໍລະປັກຕໍ່ພຣະເຈົ້າ ພວກເຂົາຈຶ່ງບໍ່ສາມາດເຮັດສິ່ງຕ່າງໆທີ່ກ່ຽວຂ້ອງກັບຄວາມຈິງ ແລະ ການເປັນພະຍານໃຫ້ພຣະເຈົ້າ. ແລ້ວຜູ້ຄົນຄວນເຮັດແນວໃດ? ຕາບໃດທີ່ພວກເຂົາທຸ່ມເທຄວາມພະຍາຍາມທີ່ຍິ່ງໃຫຍ່ທີ່ສຸດຂອງພວກເຂົາເພື່ອເຮັດສິ່ງທີ່ພວກເຂົາສາມາດເຮັດໄດ້, ນັ້ນກໍພຽງພໍແລ້ວ. ຖ້າເຮົາມີແຮງທີ່ຈະໃຫ້ຄວາມຊ່ວຍເຫຼືອ ແລະ ການຊີ້ນໍາ, ເຮົາກໍຊ່ວຍ. ຖ້າເຮົາບໍ່ມີ ຫຼື ຖ້າເຮົາຫຍຸ້ງກັບສິ່ງອື່ນ ແລະ ບໍ່ສາມາດຫາເວລາໄດ້, ພວກເຈົ້າກໍພຽງແຕ່ເຮັດສິ່ງທີ່ພວກເຈົ້າສາມາດເຮັດໄດ້. ນັ້ນສອດຄ່ອງກັບຫຼັກການ, ບໍ່ແມ່ນບໍ? ມັນເປັນວິທີດຽວທີ່ສາມາດເປັນໄປໄດ້. ເຮົາບໍ່ບັງຄັບໃຫ້ເຈົ້າເຮັດເກີນຄວາມສາມາດຂອງເຈົ້າ. ມັນໄຮ້ປະໂຫຍດ. ມັນບໍ່ສາມາດເຮັດໄດ້. ໃນທີ່ສຸດ, ຜູ້ຄົນກໍຄິດວ່າ “ເຈົ້າຂ້ອນຂ້າງເຂົ້າກັນໄດ້ງ່າຍ ແລະ ຂໍ້ກຳນົດຂອງເຈົ້າກໍບັນລຸໄດ້ງ່າຍ. ເຈົ້າບອກພວກເຮົາວ່າຄວນເຮັດຫຍັງ ແລະ ພວກເຮົາກໍຈະເຮັດຕາມທີ່ເຈົ້າເວົ້າ”. ບາງຄົນອາດຈະຖືກລິຮານເປັນບາງຄັ້ງຄາວ. ສ່ວນໃຫຍ່ແລ້ວ ພວກເຂົາຜ່ານມັນມາໄດ້ດ້ວຍດີ, ດ້ວຍຄວາມເຂົ້າໃຈທີ່ຖືກຕ້ອງ. ຄົນຈຳນວນໜຶ່ງຍອມແພ້ວຽກງານຂອງພວກເຂົາ ແລະ ຄົນຈຳນວນໜຶ່ງລົບກວນຢ່າງລັບໆ, ບໍ່ພະຍາຍາມຢ່າງໜັກເພື່ອປະຕິບັດໜ້າທີ່ຂອງພວກເຂົາ ແລະ ບໍ່ເຮັດວຽກງານຕົວຈິງ. ຄົນແບບນັ້ນກໍຈະຖືກໄລ່ອອກ. ຖ້າເຈົ້າບໍ່ເຕັມໃຈທີ່ຈະເຮັດວຽກງານ, ກໍຈົ່ງລົງຈາກຕຳແໜ່ງ. ເປັນຫຍັງເຈົ້າຕ້ອງເປັນຄົນທີ່ຖືກໃຊ້ສຳລັບວຽກງານນັ້ນ? ພວກເຮົາຈະປ່ຽນແທນເຈົ້າ, ກໍເທົ່ານັ້ນແຫຼະ. ແບບຮຽບງ່າຍ, ບໍ່ແມ່ນບໍ? ຖ້າໃນອະນາຄົດ, ຄົນເຫຼົ່ານັ້ນກັບໃຈ, ປ່ຽນແປງ ແລະ ເຮັດວຽກງານຂອງພວກເຂົາໄດ້ດີ, ພວກເຂົາກໍຈະໄດ້ຮັບໂອກາດອີກຄັ້ງ ແລະ ຖ້າພວກເຂົາຍັງຂັດຂວາງ ແລະ ລົບກວນໃນແບບດຽວກັນ, ພວກເຂົາກໍຈະບໍ່ຖືກໃຊ້ອີກເລີຍ. ເຮົາໃຊ້ຄົນທີ່ເຊື່ອຟັງຈະດີກວ່າ. ການໄປພົວພັນກັບຄົນປະເພດນັ້ນຕະຫຼອດເວລາຈະມີປະໂຫຍດຫຍັງ? ແມ່ນບໍ? ນັ້ນຈະເປັນເລື່ອງຍາກສຳລັບພວກເຂົາ ແລະ ເຮັດໃຫ້ເຮົາເມື່ອຍ. ມີຫຼັກການສຳລັບວິທີທີ່ເຮົາຈັດການສິ່ງເຫຼົ່ານີ້ ແລະ ກໍມີຫຼັກການສຳລັບວິທີທີ່ເຮົາເຂົ້າກັນກັບຄົນອື່ນເຊັ່ນກັນ. ອີກເຫດຜົນໜຶ່ງທີ່ເຮົາເຂົ້າກັນໄດ້ງ່າຍກໍຄື ໃນການເຂົ້າກັນກັບຜູ້ຄົນ, ເຮົາບໍ່ເຄີຍຮຽກຮ້ອງສິ່ງທີ່ເກີນຄວາມສາມາດຂອງພວກເຂົາ. ຈົ່ງເຮັດທຸກຢ່າງທີ່ເຈົ້າສາມາດເຮັດໄດ້; ສຳລັບສິ່ງທີ່ເຈົ້າບໍ່ສາມາດເຮັດໄດ້, ເຮົາຈະເວົ້າກັບເຈົ້າໂດຍຜ່ານສິ່ງເຫຼົ່ານັ້ນເທື່ອລະຢ່າງ. ຈົ່ງເຮັດສິ່ງທີ່ເຈົ້າສາມາດເຮັດໄດ້ຢ່າງສຸດໃຈຂອງເຈົ້າ; ຖ້າເຈົ້າບໍ່ເຮັດຢ່າງສຸດໃຈຂອງເຈົ້າ, ເຮົາຈະບໍ່ບັງຄັບໃຫ້ເຈົ້າເຮັດ. ສຳລັບສ່ວນທີ່ເຫຼືອ, ນັ້ນກໍຄື ການທີ່ເຈົ້າເຊື່ອໃນພຣະເຈົ້າແນວໃດ, ນັ້ນແມ່ນເລື່ອງຂອງເຈົ້າເອງ. ຖ້າເຈົ້າບໍ່ໄດ້ຮັບຫຍັງເລີຍໃນທີ່ສຸດ, ເຈົ້າກໍຈະໂທດໃຜບໍ່ໄດ້. ເຈົ້າຄິດແນວໃດກ່ຽວກັບຫຼັກການຂອງເຮົາສຳລັບວິທີທີ່ເຮົາປະຕິບັດຕໍ່ຜູ້ຄົນ? ເຈົ້າຮູ້ສຶກວ່າຫຼັກການເຫຼົ່ານັ້ນຜ່ອນຜັນໜ້ອຍໜຶ່ງບໍ? ມັນບໍ່ແມ່ນແນວນັ້ນເລີຍ. ວິທີທີ່ເຮົາຈັດການເລື່ອງນີ້ແມ່ນສອດຄ່ອງກັບຫຼັກການຢ່າງສົມບູນ. ຫຼັກການເຫຼົ່ານັ້ນແມ່ນຫຍັງ? ຈົ່ງຟັງເຮົາ ແລະ ພວກເຈົ້າຈະເຂົ້າໃຈ.
ເຮົາ ເຊິ່ງກໍຄື ພຣະເຈົ້າທີ່ບັງເກີດເປັນມະນຸດ ແມ່ນປະຕິບັດພາລະກິດພາຍໃນຄວາມເປັນມະນຸດ. ເຮົາສາມາດປ່ຽນແທນພຣະວິນຍານບໍລິສຸດ ຫຼື ພຣະວິນຍານຂອງພຣະເຈົ້າໃນການປະຕິບັດພາລະກິດໄດ້ຢ່າງສິ້ນເຊີງບໍ? ບໍ່, ເຮົາເຮັດບໍ່ໄດ້. ດັ່ງນັ້ນ, ເຮົາຈຶ່ງບໍ່ພະຍາຍາມເຮັດເກີນຂອບເຂດຂອງເຮົາ ໂດຍເວົ້າວ່າເຮົາຢາກປ່ຽນແທນພຣະເຈົ້າໃນສະຫວັນ ແລະ ປະຕິບັດພາລະກິດທັງໝົດຂອງພຣະອົງ. ນັ້ນຈະເປັນຂະຫຍາຍຕົວເຮົາ. ເຮົາບໍ່ສາມາດເຮັດສິ່ງນັ້ນໄດ້. ເຮົາເປັນຄົນທຳມະດາ. ສິ່ງໃດກໍຕາມທີ່ເຮົາສາມາດເຮັດໄດ້, ເຮົາກໍເຮັດ. ເຮົາເຮັດສິ່ງທີ່ເຮົາສາມາດເຮັດໄດ້ດີ; ເຮົາເຮັດໃຫ້ສຳເລັດ ແລະ ເຮົາເຮັດຢ່າງຖືກຕ້ອງ. ເຮົາທຸ່ມເທຫົວໃຈ ແລະ ກຳລັງທັງໝົດຂອງເຮົາເຂົ້າໃນການເຮັດສິ່ງນັ້ນ. ນັ້ນກໍພຽງພໍແລ້ວ. ນັ້ນຄືພາລະກິດທີ່ຢູ່ໃນຄວາມຮັບຜິດຊອບຂອງເຮົາ. ແຕ່ຖ້າເຮົາບໍ່ສາມາດເຂົ້າໃຈສິ່ງນີ້ ແລະ ຮູ້ສຶກຕໍ່ຕ້ານຄວາມຈິງນີ້ ແລະ ບໍ່ຍອມຮັບມັນ ແຕ່ພະຍາຍາມທຳທ່າວ່າເປັນຜູ້ຍິ່ງໃຫຍ່ສະເໝີ, ໃຫ້ພະຍາຍາມໂດດເດັ່ນສະເໝີ, ພະຍາຍາມອວດອ້າງທັກສະທີ່ໜ້າອັດສະຈັນບາງຢ່າງສະເໝີ, ສິ່ງນັ້ນຈະສອດຄ່ອງກັບຫຼັກການບໍ? ບໍ່. ພວກເຈົ້າຄິດວ່າເຮົາເຂົ້າໃຈເລື່ອງນີ້ບໍ? ເຮົາເຂົ້າໃຈ, ເຂົ້າໃຈດີທີ່ສຸດ! ຂອບເຂດຂອງສິ່ງທີ່ເນື້ອໜັງຂອງພຣະເຈົ້າສາມາດເວົ້າ ແລະ ພາລະກິດໃດທີ່ເນື້ອໜັງສາມາດເຮັດໄດ້ ຄືຂອບເຂດຂອງພາລະກິດທີ່ພຣະອົງເຮັດໃນເນື້ອໜັງ. ນອກເໜືອຈາກຂອບເຂດນີ້, ບໍ່ວ່າຈະເປັນການທີ່ຜູ້ຄົນມີປະສົບການດ້ວຍຕົວເອງກັບການລົງວິໄນ ແລະ ການລິຮານຂອງພຣະເຈົ້າ, ຄວາມຮູ້ແຈ້ງ ແລະ ການຊີ້ນໍາຂອງພຣະວິນຍານບໍລິສຸດ, ແມ່ນແຕ່ການທີ່ພຣະເຈົ້າປະທານວິໄສທັດ, ລວມເຖິງເລື່ອງທີ່ວ່າໃຜທີ່ພຣະເຈົ້າຈະເຮັດໃຫ້ສົມບູນ ແລະ ໃຜທີ່ພຣະອົງຈະກຳຈັດ ແລະ ພຣະເຈົ້າມີມຸມມອງ ແລະ ທັດສະນະຄະຕິແນວໃດຕໍ່ທຸກຄົນ, ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນເລື່ອງຂອງພຣະເຈົ້າ. ຖ້າພວກເຈົ້າຕິດຕໍ່ພົວພັນຢ່າງໃກ້ຊິດກັບເຮົາ, ເຮົາກໍສາມາດເຫັນສິ່ງເຫຼົ່ານີ້ໄດ້ເຊັ່ນກັນ ແຕ່ບໍ່ວ່າເຮົາຈະເບິ່ງແນວໃດ, ເຮົາຈະສາມາດເຫັນພວກມັນໄດ້ຫຼາຍສໍ່າໃດ? ມີຂີດຈຳກັດສຳລັບຈຳນວນຄົນທີ່ເຮົາສາມາດເຫັນ ແລະ ຈຳນວນຄົນທີ່ເຮົາຕິດຕໍ່ພົວພັນນຳ, ສິ່ງນີ້ຈະສາມາດລວມເອົາທຸກຄົນໄດ້ແນວໃດ? ນັ້ນເປັນໄປບໍ່ໄດ້. ເຈົ້າບໍ່ຄວນເຂົ້າໃຈເລື່ອງນີ້ຢ່າງແຈ່ມແຈ້ງບໍ? ບອກເຮົາເບິ່ງວ່າ ເຮົາເຂົ້າໃຈເລື່ອງນີ້ຢ່າງແຈ່ມແຈ້ງບໍ? ເຮົາເຂົ້າໃຈ. ນີ້ຄືສິ່ງທີ່ຄົນປົກກະຕິຄວນເຮັດ. ເຮົາບໍ່ຄິດກ່ຽວກັບສິ່ງທີ່ບໍ່ແມ່ນສິ່ງທີ່ເຮົາຄວນເຮັດ. ຜູ້ຄົນສາມາດເຮັດສິ່ງນີ້ໄດ້ບໍ? ພວກເຂົາເຮັດບໍ່ໄດ້. ພວກເຂົາຂາດຄວາມມີເຫດຜົນນັ້ນ. ບາງຄົນຖາມເຮົາວ່າ “ພຣະອົງບໍ່ໄດ້ກວດສອບສິ່ງຕ່າງໆຢ່າງລັບໆຢູ່ສະເໝີບໍ? ພຣະອົງບໍ່ໄດ້ສອບຖາມຢູ່ສະເໝີບໍວ່າໃຜກຳລັງເຮັດຫຍັງ ແລະ ພວກເຂົາກຳລັງເວົ້າສິ່ງບໍ່ດີຫຍັງກ່ຽວກັບພຣະອົງໃນທາງລັບ ຫຼື ໃຜກຳລັງຕັດສິນພຣະອົງຢ່າງລັບໆ ແລະ ຄົ້ນຄວ້າກ່ຽວກັບພຣະອົງ?” ເຮົາຈະເວົ້າຢ່າງຊື່ສັດກັບເຈົ້າ: ເຮົາບໍ່ເຄີຍສອບຖາມກ່ຽວກັບສິ່ງເຫຼົ່ານັ້ນ. ໃຜຮັບຜິດຊອບສິ່ງເຫຼົ່ານັ້ນ? ພຣະວິນຍານຂອງພຣະເຈົ້າຮັບຜິດຊອບ. ພຣະເຈົ້າກວດສອບທຸກສິ່ງ; ພຣະອົງກວດສອບທົ່ວແຜ່ນດິນໂລກ ແລະ ພຣະອົງກວດສອບຫົວໃຈຂອງຜູ້ຄົນ. ຖ້າເຈົ້າບໍ່ເຊື່ອໃນການກວດສອບຂອງພຣະເຈົ້າ, ເຫດຜົນຂອງເຈົ້າກໍບໍ່ໄດ້ຜິດປົກກະຕິບໍ? (ແມ່ນແລ້ວ, ມັນຜິດປົກກະຕິ). ຄັນຊັ້ນ ເຈົ້າກໍບໍ່ແມ່ນຜູ້ທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ, ເຈົ້າກຳລັງຖືເອົາຕຳແໜ່ງທີ່ຜິດ ແລະ ບັນຫາໃຫຍ່ກໍໄດ້ເກີດຂຶ້ນແລ້ວ. ເຮົາຮຽກຮ້ອງໃຫ້ພວກເຈົ້າເຊື່ອໃນພຣະເຈົ້າ ແລະ ເຮົາເຊື່ອໃນສິ່ງນີ້ຢ່າງແນ່ນອນ. ດັ່ງນັ້ນ, ພຣະທໍາ ແລະ ການກະທຳຂອງເຮົາຈຶ່ງຖືກສ້າງຂຶ້ນບົນພື້ນຖານນີ້. ເຮົາບໍ່ເຮັດສິ່ງຕ່າງໆທີ່ເກີນຂອບເຂດຂອງເຮົາ; ເຮົາບໍ່ເຮັດສິ່ງຕ່າງໆທີ່ເກີນຂອບເຂດຄວາມສາມາດຂອງເຮົາ. ນັ້ນບໍ່ແມ່ນອຸປະນິໄສບໍ? (ແມ່ນແລ້ວ). ບາງຄົນບໍ່ເຫັນວ່າມັນເປັນແບບນັ້ນ. ພວກເຂົາຄິດວ່າເຮົາມີຕົວຕົນນີ້, ສະຖານະນີ້ ແລະ ລິດທານຸພາບນີ້, ດັ່ງນັ້ນ ພວກເຂົາຈຶ່ງສົງໄສວ່າເປັນຫຍັງເຮົາຈຶ່ງບໍ່ປະຕິບັດໃນແບບນັ້ນ. ພວກເຂົາຄິດວ່າເຮົາຈຳເປັນຕ້ອງເຂົ້າໃຈສິ່ງຕ່າງໆໃຫ້ຫຼາຍຂຶ້ນ ແລະ ກຳແໜ້ນສິ່ງຕ່າງໆໃຫ້ຫຼາຍຂຶ້ນ ເພື່ອໃຫ້ເຮົາເບິ່ງຄືວ່າມີຕຳແໜ່ງຫຼາຍຂຶ້ນ, ມີສະຖານະທີ່ຍິ່ງໃຫຍ່ຂຶ້ນ, ມີລິດທານຸພາບຫຼາຍຂຶ້ນ ແລະ ມີສິດອໍານາດຫຼາຍຂຶ້ນ. ບໍ່ວ່າພຣະເຈົ້າຈະປະທານສິດອໍານາດ ແລະ ລິດທານຸພາບໃຫ້ເຮົາຫຼາຍສໍ່າໃດ, ນັ້ນກໍຄືສິ່ງທີ່ເຮົາຄອບຄອງ. ສິ່ງເຫຼົ່ານີ້ບໍ່ແມ່ນສິ່ງທີ່ເຮົາຕໍ່ສູ້ເພື່ອໃຫ້ໄດ້ມາ ແລະ ບໍ່ແມ່ນສິ່ງທີ່ເຮົາຍາດຊີງເອົາ. ສິດອໍານາດຂອງພຣະເຈົ້າ, ລິດທານຸພາບຂອງພຣະອົງ ແລະ ຄວາມຊົງລິດທານຸພາບອັນສູງສຸດຂອງພຣະອົງ ບໍ່ແມ່ນສິ່ງທີ່ເນື້ອໜັງທີ່ບໍ່ສໍາຄັນສາມາດເປັນຕົວແທນໃຫ້ໄດ້. ຖ້າເຈົ້າບໍ່ເຂົ້າໃຈເລື່ອງນັ້ນຢ່າງແຈ່ມແຈ້ງ, ກໍມີບາງຢ່າງຜິດປົກກະຕິກັບເຫດຜົນຂອງເຈົ້າ. ຖ້າເຈົ້າບໍ່ສາມາດເບິ່ງທະລຸເລື່ອງນີ້ໄດ້ຫຼັງຈາກເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ, ເຈົ້າກໍໂງ່ ແລະ ຈ້າເກີນໄປ. ມີຫຼາຍສິ່ງທີ່ເຮົາບໍ່ໄດ້ຖາມເຖິງ ແຕ່ເຮົາຮູ້ກ່ຽວກັບສິ່ງເຫຼົ່ານັ້ນໃນໃຈຂອງເຮົາບໍ? (ພຣະອົງຮູ້). ເຮົາຮູ້ຫຍັງ? ເຮົາຮູ້ຊື່ຂອງທຸກຄົນບໍ? ເຮົາຮູ້ບໍວ່າແຕ່ລະຄົນເຊື່ອໃນພຣະເຈົ້າມາຈັກປີແລ້ວ? ເຮົາບໍ່ຈຳເປັນຕ້ອງຮູ້ສິ່ງເຫຼົ່ານັ້ນ. ມັນພຽງພໍແລ້ວສຳລັບເຮົາທີ່ຈະຮູ້ສະພາວະຂອງທຸກຄົນ, ສິ່ງທີ່ທຸກຄົນຂາດເຂີນ, ລະດັບທີ່ພວກເຂົາໄດ້ຮັບການເຂົ້າສູ່ຊີວິດ ແລະ ຄວາມຈິງໃດທີ່ທຸກຄົນຄວນໄດ້ຍິນ ແລະ ໄດ້ຮັບການຫົດນໍ້າ ແລະ ໄດ້ຮັບການສະໜອງ. ການຮູ້ສິ່ງເຫຼົ່ານີ້ກໍພຽງພໍແລ້ວ. ນີ້ບໍ່ແມ່ນສິ່ງທີ່ຢູ່ໃນຄວາມຮັບຜິດຊອບຂອງເຮົາບໍ? ການຮູ້ສິ່ງທີ່ຢູ່ໃນຄວາມຮັບຜິດຊອບຂອງເຮົາ, ສິ່ງທີ່ເຮົາຄວນເວົ້າ ແລະ ພາລະກິດທີ່ເຮົາຄວນປະຕິບັດ, ນັ້ນບໍ່ແມ່ນຄວາມມີເຫດຜົນບໍ? (ແມ່ນແລ້ວ). ຄວາມມີເຫດຜົນດັ່ງກ່າວເກີດຂຶ້ນໄດ້ແນວໃດ? ຖ້າພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ມີແມ່ນແຕ່ຄວາມມີເຫດຜົນນີ້, ຖ້າພຣະອົງບໍ່ມີແມ່ນແຕ່ມາດຕະຖານນັ້ນສຳລັບການວັດແທກທຸກສິ່ງ ແລະ ທຸກເຫດການ, ແລ້ວພຣະອົງຈະມີຄວາມຈິງຫຍັງທີ່ຈະເວົ້າເຖິງ? ຖ້າພຣະເຈົ້າທີ່ບັງເກີດເປັນມະນຸດຕໍ່ສູ້ກັບພຣະວິນຍານຂອງພຣະເຈົ້າ ແລະ ແຂ່ງຂັນກັບພຣະອົງເພື່ອສະຖານະ, ຈະບໍ່ມີບາງຢ່າງຜິດພາດເກີດຂຶ້ນບໍ? ສິ່ງນັ້ນຈະຜິດບໍ? ສິ່ງຕ່າງໆສາມາດເປັນແບບນັ້ນບໍ? ບໍ່ໄດ້, ນັ້ນເປັນສິ່ງທີ່ບໍ່ມີທາງເກີດຂຶ້ນໄດ້ເລີຍ.
ບາງຄົນກັງວົນຢູ່ສະເໝີ ແລະ ເວົ້າວ່າ “ພຣະອົງສອບຖາມກ່ຽວກັບພວກເຂົາ ແລະ ຄົ້ນຄວ້າກ່ຽວກັບພວກເຂົາຢ່າງລັບໆຢູ່ສະເໝີບໍ? ພຣະເຈົ້າພະຍາຍາມວັດແທກສິ່ງທີ່ພວກເຮົາຄິດກ່ຽວກັບພຣະອົງ ແລະ ວິທີທີ່ພວກເຮົາເບິ່ງພຣະອົງໃນໃຈຂອງພວກເຮົາຢູ່ສະເໝີບໍ?” ເຮົາບໍ່ຄິດກ່ຽວກັບສິ່ງເຫຼົ່ານັ້ນ. ພວກມັນບໍ່ຈຳເປັນ! ການຄິດກ່ຽວກັບສິ່ງເຫຼົ່ານັ້ນຈະມີປະໂຫຍດຫຍັງ? ທັງໝົດນີ້ຢູ່ໃນການກວດສອບຂອງພຣະເຈົ້າ. ມີຂອບເຂດສຳລັບການກະທຳຂອງພຣະວິນຍານຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນແມ່ນສຳລັບການກະທຳຂອງພຣະເຈົ້າທີ່ບັງເກີດເປັນມະນຸດ. ພຣະເຈົ້າທີ່ບັງເກີດເປັນມະນຸດຄືພຣະເຈົ້າ, ພຣະອົງຄືຊ່ອງທາງ ແລະ ການສະແດງອອກຂອງຄວາມຈິງ ແລະ ພາລະກິດທີ່ພຣະອົງປະຕິບັດໃນຂັ້ນຕອນນີ້ກໍເປັນຕົວແທນຂອງຂັ້ນຕອນນີ້, ບໍ່ແມ່ນຂັ້ນຕອນສຸດທ້າຍ. ພຣະເຈົ້າທີ່ບັງເກີດເປັນມະນຸດສາມາດປະຕິບັດພາລະກິດທີ່ຢູ່ໃນຊ່ວງເວລານີ້ ແລະ ຂອບເຂດນີ້ເທົ່ານັ້ນ. ແລ້ວພາລະກິດນີ້ສາມາດເປັນຕົວແທນຂອງຂັ້ນຕອນຕໍ່ໄປໄດ້ບໍ? ເອີ່, ພວກເຮົາບໍ່ຮູ້ວ່າຈະມີຫຍັງເກີດຂຶ້ນໃນອະນາຄົດ. ນັ້ນແມ່ນເລື່ອງຂອງພຣະເຈົ້າເອງ. ເຮົາບໍ່ກ້າວກ່າຍ. ເຮົາເຮັດສິ່ງທີ່ເປັນຂອງເຮົາທີ່ຕ້ອງເຮັດ; ເຮົາເຮັດສິ່ງທີ່ເຮົາຄວນເຮັດ ແລະ ສາມາດເຮັດໄດ້. ເຮົາບໍ່ເຄີຍບືນເຮັດເກີນຂີດຈຳກັດຂອງຕົນເອງໂດຍເວົ້າວ່າ “ເຮົາຊົງລິດທານຸພາບສູງສຸດ! ເຮົາຍິ່ງໃຫຍ່!” ນັ້ນຄືພຣະວິນຍານຂອງພຣະເຈົ້າ; ພຣະເຈົ້າທີ່ບັງເກີດເປັນມະນຸດເປັນພຽງການສະແດງອອກ ແລະ ຊ່ອງທາງສຳລັບພາລະກິດທີ່ພຣະເຈົ້າກຳລັງປະຕິບັດໃນຊ່ວງເວລານີ້. ຂອບເຂດຂອງພາລະກິດຂອງພຣະອົງ ແລະ ພາລະກິດໃດທີ່ພຣະອົງຈະປະຕິບັດແມ່ນຖືກກຳນົດໄວ້ແລ້ວໂດຍພຣະເຈົ້າ. ຖ້າເຈົ້າເວົ້າວ່າ “ພຣະຄຣິສທີ່ບັງເກີດເປັນມະນຸດຊົງລິດທານຸພາບສູງສຸດ”, ເຈົ້າຈະເວົ້າຖືກ ຫຼື ຜິດ? ຖືກເຄິ່ງໜຶ່ງ, ຜິດເຄິ່ງໜຶ່ງ. ພຣະວິນຍານຂອງພຣະເຈົ້າຊົງລິດທານຸພາບສູງສຸດ; ບໍ່ສາມາດເວົ້າໄດ້ວ່າພຣະຄຣິສຊົງລິດທານຸພາບສູງສຸດ. ເຈົ້າຄວນເວົ້າວ່າພຣະເຈົ້າຊົງລິດທານຸພາບສູງສຸດ. ນັ້ນຄືວິທີເວົ້າທີ່ຖືກຈຸດ ແລະ ຖືກຕ້ອງ ແລະ ເປັນວິທີທີ່ສອດຄ່ອງກັບຄວາມຈິງ. ເຮົາຕ້ອງມີຄວາມມີເຫດຜົນແບບໃດ? ທຸກຄົນເວົ້າວ່າເຮົາຄືພຣະເຈົ້າ, ພຣະເຈົ້າເອງ, ວ່າເຮົາຄືພຣະເຈົ້າທີ່ບັງເກີດເປັນມະນຸດ, ແລ້ວເຮົາເຊື່ອບໍວ່າຕອນນັ້ນເຮົາສາມາດແທນທີ່ພຣະເຈົ້າ, ແທນທີ່ພຣະວິນຍານຂອງພຣະອົງໄດ້? ເຮົາເຮັດບໍ່ໄດ້. ເຖິງແມ່ນວ່າພຣະເຈົ້າຈະປະທານລິດທານຸພາບ ແລະ ຄວາມສາມາດນັ້ນໃຫ້ເຮົາ, ເຮົາກໍບໍ່ສາມາດເຮັດສິ່ງນັ້ນໃຫ້ສຳເລັດໄດ້. ຖ້າເຮົາສາມາດແທນທີ່ພຣະເຈົ້າໃນແບບນັ້ນ, ນັ້ນຈະບໍ່ເປັນການດູໝິ່ນທາງອ້ອມຕໍ່ອຸປະນິໄສ ແລະ ແກ່ນແທ້ຂອງພຣະອົງບໍ? ເນື້ອໜັງຈັ່ງແມ່ນມີຂີດຈຳກັດຫຼາຍ! ນັ້ນບໍ່ແມ່ນວິທີທີ່ຈະເຂົ້າໃຈມັນ; ນັ້ນບໍ່ແມ່ນມຸມມອງທີ່ຈະເຂົ້າຫາຫົວຂໍ້ນີ້. ບໍ່ແມ່ນແນວນັ້ນບໍ? (ແມ່ນແລ້ວ). ດັ່ງນັ້ນ, ຍ້ອນວ່າເຮົາມີຄວາມຄິດເຫຼົ່ານີ້, ຫຼັກການເຫຼົ່ານີ້ສຳລັບການເຮັດສິ່ງຕ່າງໆ ແລະ ການພິຈາລະນາໃນການເຮັດແຕ່ລະສິ່ງ, ເຮົາຈຶ່ງເບິ່ງບໍ່ຄືກັບພຣະເຈົ້າສຳລັບຫຼາຍໆຄົນ ແລະ ຍັງມີບາງຄົນທີ່ກ່ອນທີ່ຈະມາຕິດຕໍ່ພົວພັນກັບເຮົາ, ພວກເຂົາມີຄວາມເພີ້ຝັນ, ຈິນຕະນາການ ແລະ ແນວຄິດບາງຢ່າງ, ຜູ້ທີ່ລະມັດລະວັງ ແລະ ຮອບຄອບໃນການກະທຳຂອງພວກເຂົາ ແລະ ຈາກນັ້ນ ທັນທີທີ່ພວກເຂົາພົບເຮົາ, ພວກເຂົາກໍຄິດວ່າ “ຜູ້ນີ້ເປັນພຽງຄົນຜູ້ໜຶ່ງ, ແມ່ນບໍ? ບໍ່ມີຫຍັງໜ້າຢ້ານກ່ຽວກັບຜູ້ນີ້”. ຫຼັງຈາກນີ້, ພວກເຂົາກໍປ່ອຍຕົວຕາມສະບາຍ. ພວກເຂົາກ້າຫານຂຶ້ນ ແລະ ພວກເຂົາກ້າທີ່ຈະອາລະວາດໂດວເຮັດສິ່ງທີ່ບໍ່ດີ. ພວກເຂົາຖືກເອີ້ນວ່າຫຍັງ? ຜູ້ບໍ່ເຊື່ອ. ຖ້າເຈົ້າເຊື່ອພຽງແຕ່ໃນພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ບໍ່ເຊື່ອໃນພຣະວິນຍານຂອງພຣະເຈົ້າ, ເຈົ້າກໍຄືຜູ້ບໍ່ເຊື່ອ; ແລະ ຖ້າເຈົ້າເຊື່ອພຽງແຕ່ໃນພຣະວິນຍານຂອງພຣະເຈົ້າ ແລະ ບໍ່ເຊື່ອໃນພຣະເຈົ້າທີ່ບັງເກີດເປັນມະນຸດ, ເຈົ້າກໍຄືຜູ້ບໍ່ເຊື່ອເຊັ່ນກັນ. ພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ພຣະວິນຍານຂອງພຣະເຈົ້າແມ່ນໜຶ່ງດຽວ, ພວກພຣະອົງເປັນໜຶ່ງດຽວ. ພວກພຣະອົງບໍ່ຕໍ່ສູ້ກັນ ແລ້ວແຮງໃກທີ່ພວກພຣະອົງຈະແຍກອອກຈາກກັນ ແລະ ຍິ່ງພວກພຣະອົງຍິ່ງບໍ່ແຍກເປັນເອກະລາດຈາກກັນ. ພວກພຣະອົງແມ່ນໜຶ່ງດຽວ, ພຽງແຕ່ວ່າພຣະເຈົ້າທີ່ບັງເກີດເປັນມະນຸດຕ້ອງເຂົ້າຫາພາລະກິດຂອງພຣະອົງ ແລະ ພຣະເຈົ້າຈາກມຸມມອງຂອງເນື້ອໜັງ. ນັ້ນຄືເລື່ອງຂອງເນື້ອໜັງ ແລະ ມັນບໍ່ມີຫຍັງກ່ຽວຂ້ອງກັບພວກເຈົ້າ. ມັນຄືເລື່ອງຂອງພຣະຄຣິສ ແລະ ມັນບໍ່ມີຫຍັງກ່ຽວຂ້ອງກັບມະນຸດຊາດ. ເຈົ້າບໍ່ສາມາດເວົ້າໄດ້ວ່າ “ສະນັ້ນ ເຈົ້າຄິດວ່າເຈົ້າເປັນຄົນທຳມະດາຄືກັນ. ຕົກລົງ, ຖ້າຢ່າງນັ້ນ ພວກເຮົາກໍເປັນຄົນປະເພດດຽວກັນ, ພວກເຮົາຄືກັນໝົດ”. ເວົ້າແບບນັ້ນໄດ້ບໍ? ມັນເປັນຄວາມຜິດພາດ. ບາງຄົນເວົ້າວ່າ “ພຣະອົງເບິ່ງຄືວ່າຂ້ອນຂ້າງເຂົ້າກັນໄດ້ງ່າຍ, ສະນັ້ນ ໃຫ້ພວກເຮົາເຊົາປະຕິບັດຕາມພິທີການ. ໃຫ້ພວກເຮົາປະຕິບັດຕໍ່ກັນຄືກັບສະຫາຍ, ຄືກັບໝູ່ເພື່ອນ; ໃຫ້ພວກເຮົາເປັນຄົນຮູ້ໃຈຂອງກັນ ແລະ ກັນ, ໃຫ້ພວກເຮົາເປັນໝູ່ກັນ”. ແບບນັ້ນໄດ້ບໍ? ຄົນເຫຼົ່ານັ້ນບໍ່ມີຄວາມເຂົ້າໃຈຝ່າຍວິນຍານ; ພວກເຂົາຄືຜູ້ບໍ່ເຊື່ອ. ຍິ່ງເຈົ້າແບ່ງປັນຄວາມຮູ້ສຶກຂອງເຈົ້າກັບພວກເຂົາ ແລະ ເວົ້າກັບພວກເຂົາກ່ຽວກັບຄວາມຈິງ, ຂໍ້ເທັດຈິງ ແລະ ຄວາມຈິງຄວາມເປັນຈິງ, ພວກເຂົາກໍຍິ່ງດູຖູກເຈົ້າ. ຄົນເຫຼົ່ານີ້ຄືຜູ້ບໍ່ເຊື່ອ. ຍິ່ງເຈົ້າເວົ້າກ່ຽວກັບຄວາມລຶກລັບທີ່ເລິກເຊິ່ງ ແລະ ເວົ້າຄຳເວົ້າຕາມຕົວໜັງສື, ຫຼັກຄຳສອນ ແລະ ສິ່ງທີ່ເປັນນາມມະທຳ ແລະ ຍິ່ງເຈົ້າຢືນຢັນສະຖານະຂອງເຈົ້າ, ມັກສະແດງ ແລະ ອວດອ້າງ, ພວກເຂົາກໍຍິ່ງຍົກຍ້ອງເຈົ້າ, ຄົນເຫຼົ່ານີ້ຄືຜູ້ບໍ່ເຊື່ອ. ເມື່ອພວກເຂົາເຫັນຄົນທີ່ມີຫຼັກການ ແລະ ຮູ້ຈັກຄວາມພໍດີໃນການກະທຳຂອງພວກເຂົາ, ຜູ້ທີ່ມີການກະທຳສອດຄ່ອງກັບຄວາມຈິງ, ຜູ້ທີ່ສາມາດເຂົ້າຫາສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບດ້ວຍຂອບເຂດ ແລະ ການແຍກແຍະທີ່ຊັດເຈນ, ຍິ່ງຄົນໃດຄົນໜຶ່ງເປັນແບບນັ້ນ, ພວກເຂົາກໍຍິ່ງເບິ່ງລົງມາໃສ່ຄົນນັ້ນ ແລະ ພົບວ່າຄົນນັ້ນບໍ່ຢູ່ໃນສາຍຕາຂອງພວກເຂົາ, ຄົນເຫຼົ່ານີ້ຄືຜູ້ບໍ່ເຊື່ອ.
ເມື່ອເຮົາຕິດຕໍ່ພົວພັນກັບຜູ້ຄົນ ແລະ ມີປະຕິສຳພັນກັບພວກເຂົາ, ບໍ່ວ່າພວກເຂົາຈະເປັນໃຜ ຫຼື ການມີປະຕິສຳພັນນັ້ນຈະໃຊ້ເວລາດົນປານໃດກໍຕາມ, ມີໃຜໃນພວກເຂົາຮູ້ສຶກບໍວ່າ: “ພຣະອົງພະຍາຍາມຄວບຄຸມຂ້ອຍຢູ່ສະເໝີ, ພຣະອົງຮັບຜິດຊອບທຸກວຽກງານໃນເຮືອນຂອງຂ້ອຍ, ພຣະອົງພະຍາຍາມເອົາຊະນະຂ້ອຍຢູ່ສະເໝີ”? ເຮົາບໍ່ໄດ້ກຳລັງເອົາຊະນະເຈົ້າ! ການເຮັດແບບນັ້ນຈະມີປະໂຫຍດຫຍັງ? ຈົ່ງອ່ານພຣະທຳຂອງພຣະເຈົ້າດ້ວຍຕົວເຈົ້າເອງ ແລະ ໄຕ່ຕອງພຣະທຳເຫຼົ່ານັ້ນ ແລະ ເຂົ້າສູ່ພຣະທຳເຫຼົ່ານັ້ນຢ່າງຊ້າໆ. ຖ້າເຈົ້າເປັນຜູ້ທີ່ໄລ່ຕາມຄວາມຈິງ, ພຣະວິນຍານບໍລິສຸດຈະປະຕິບັດພາລະກິດໃນຕົວເຈົ້າ ແລະ ພຣະເຈົ້າຈະມີພອນ ແລະ ການຊີ້ນໍາໃຫ້ເຈົ້າ. ຖ້າເຈົ້າບໍ່ແມ່ນຜູ້ທີ່ໄລ່ຕາມຄວາມຈິງ, ຖ້າເຈົ້າຕໍ່ຕ້ານທຸກສິ່ງທີ່ເຮົາເວົ້າຢູ່ສະເໝີ ແລະ ບໍ່ຢາກໄດ້ຍິນມັນ ແລະ ບໍ່ຍອມຮັບມັນ, ແລ້ວໃນທີ່ສຸດ ເຈົ້າກໍຈະຖືກເປີດເຜີຍສະເໝີ ແລະ ສິ່ງຕ່າງໆກໍຈະຜິດພາດສະເໝີເມື່ອເຈົ້າລົງມືເຮັດ. ເຈົ້າຈະບໍ່ມີຄວາມເປັນຜູ້ນໍາຂອງພຣະເຈົ້າ. ສິ່ງນັ້ນເກີດຂຶ້ນໄດ້ແນວໃດ? (ພຣະເຈົ້າກວດສອບທຸກສິ່ງ). ມັນບໍ່ແມ່ນພຽງແຕ່ວ່າພຣະເຈົ້າກວດສອບທຸກສິ່ງ. ຈົ່ງມີປະສົບການກັບສິ່ງນີ້ດ້ວຍຕົວພວກເຈົ້າເອງ. ເມື່ອເຮົາເວົ້າບາງຢ່າງ, ບໍ່ວ່າຜູ້ຄົນຈະເຫັນດີນຳຫຼືບໍ່ ຫຼື ບໍ່ວ່າພວກເຂົາຈະຍອມຮັບມັນຫຼືບໍ່, ພຣະວິນຍານບໍລິສຸດຍົກສູງມັນ ຫຼື ພຣະອົງບໍ່ສົນໃຈບໍ? (ພຣະອົງຍົກສູງມັນ). ພຣະວິນຍານບໍລິສຸດຍົກສູງມັນຢ່າງແນ່ນອນ ແລະ ພຣະອົງຈະບໍ່ທຳລາຍມັນຢ່າງເດັດຂາດ. ພວກເຈົ້າຄວນຈື່ສິ່ງນີ້ໄວ້ ຈຶ່ງຈະຖືກຕ້ອງ. ບໍ່ວ່າຜູ້ຄົນຈະສາມາດຍອມຮັບສິ່ງທີ່ເຮົາເວົ້າໄດ້ຫຼືບໍ່, ມັນຈະມີມື້ໜຶ່ງທີ່ຄວາມຈິງຖືກເປີດເຜີຍຢ່າງຊັດເຈນ ແລະ ພຽງແຕ່ໃນພິບຕາ ທຸກຄົນກໍຈະເວົ້າວ່າ “ສິ່ງທີ່ພຣະອົງເວົ້ານັ້ນຖືກຕ້ອງມາຕະຫຼອດ! ພຣະອົງເວົ້າສິ່ງນີ້ດົນມາແລ້ວ, ເປັນຫຍັງຂ້ອຍຈຶ່ງບໍ່ຮູ້ເລື່ອງນີ້ເລີຍ?” ບໍ່ວ່າໃນເວລານັ້ນເຈົ້າຈະເຊື່ອວ່າພຣະທໍາຂອງເຮົາມາຈາກຈິນຕະນາການຂອງເຮົາ ຫຼື ມາຈາກຄວາມຄິດຂອງເຮົາ ຫຼື ມາຈາກຄວາມຮູ້, ມື້ໜຶ່ງ ຫຼັງຈາກທີ່ມີປະສົບການກັບບາງສິ່ງ, ເຈົ້າກໍຈະຄິດວ່າ “ສິ່ງທີ່ພຣະອົງເວົ້າເປັນຄວາມຈິງມາຕະຫຼອດ!” ແລ້ວເຈົ້າຈະມີຄວາມເຂົ້າໃຈນີ້ໄດ້ແນວໃດ? ຈາກປະສົບການ. ຖ້າເຈົ້າສາມາດມີຄວາມຮູ້ນີ້, ມັນຈະຜ່ານການວິເຄາະທາງຈິດໃຈບໍ? ບໍ່ແມ່ນຢ່າງແນ່ນອນ; ເຈົ້າຈະຖືກນໍາພາໂດຍພຣະວິນຍານບໍລິສຸດ, ມັນຈະເປັນການກະທຳຂອງພຣະເຈົ້າ. ຜູ້ທີ່ບໍ່ມີຄວາມເຊື່ອໃຊ້ຊີວິດທັງໝົດຂອງພວກເຂົາໄປກັບຄວາມຮູ້ໜ້ອຍໜຶ່ງກ່ຽວກັບກົດເກນບາງຢ່າງສຳລັບສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກຊັບພະສິ່ງ ແຕ່ພວກເຂົາສາມາດໄດ້ຮັບຄວາມຈິງບໍ? (ບໍ່ໄດ້). ແລ້ວພວກເຂົາຂາດຫຍັງ? (ພວກເຂົາບໍ່ມີພາລະກິດຂອງພຣະວິນຍານບໍລິສຸດ). ຖືກຕ້ອງ. ພວກເຂົາບໍ່ມີພາລະກິດຂອງພຣະວິນຍານບໍລິສຸດ. ນັ້ນຄືສິ່ງທີ່ພວກເຂົາຂາດ. ດັ່ງນັ້ນ, ບໍ່ວ່າເຈົ້າຈະພິຈາລະນາເຮົາ ແລະ ປະເມີນເຮົາໃນຖານະຄົນຜູ້ໜຶ່ງແນວໃດ ແລະ ບໍ່ວ່າເຈົ້າຈະປະຕິບັດຕໍ່ພຣະທໍາທີ່ເຮົາກ່າວ ແລະ ສິ່ງທີ່ເຮົາເຮັດແນວໃດ, ສິ່ງນີ້ຕ້ອງມີຜົນໄດ້ຮັບຂອງມັນໃນທີ່ສຸດ. ພຣະເຈົ້າຈະປະຕິບັດ ແລະ ພຣະອົງຈະເປີດເຜີຍວ່າທາງເລືອກຂອງເຈົ້າຖືກຫຼືຜິດ, ບໍ່ວ່າທັດສະນະຄະຕິຂອງເຈົ້າຈະຖືກ ຫຼື ຜິດ ແລະ ບໍ່ວ່າຈະມີບາງຢ່າງຜິດປົກກະຕິກັບມຸມມອງຂອງເຈົ້າຫຼືບໍ່. ພຣະເຈົ້າຍົກສູງພາລະກິດແຫ່ງເນື້ອໜັງຂອງພຣະອົງ. ແລ້ວເປັນຫຍັງພຣະເຈົ້າຈຶ່ງບໍ່ສະໜັບສະໜູນຄົນອື່ນ? ເປັນຫຍັງພຣະອົງຈຶ່ງບໍ່ສະໜັບສະໜູນຜູ້ຕໍ່ຕ້ານພຣະຄຣິສ? ມັນເປັນຍ້ອນວ່າພຣະວິນຍານ ແລະ ເນື້ອໜັງແມ່ນໜຶ່ງດຽວ; ພວກພຣະອົງມີແຫຼ່ງທີ່ມາອັນດຽວກັນ. ຄວາມຈິງແລ້ວ, ນີ້ບໍ່ແມ່ນການຍົກສູງ, ນັ້ນກໍຄື ເມື່ອເຈົ້າໄດ້ມີປະສົບການຈົນເຖິງທີ່ສຸດ, ບໍ່ວ່າມັນຈະເປັນພໜະທໍາທີ່ພຣະເຈົ້າທີ່ບັງເກີດເປັນມະນຸດກ່າວ ຫຼື ພຣະທໍາທີ່ມາເຖິງເຈົ້າຈາກຄວາມຮູ້ແຈ້ງຂອງພຣະວິນຍານບໍລິສຸດ, ພຣະທໍາເຫຼົ່ານັ້ນກໍຈະສອດຄ່ອງກັນ. ພຣະທໍາເຫຼົ່ານັ້ນຈະບໍ່ຂັດແຍ່ງກັນຈັກເທື່ອ; ພວກມັນຈະໄປໃນທິດທາງດຽວກັນ. ພວກເຈົາມີການຢືນຢັນກ່ຽວກັບເລື່ອງນີ້ບໍ? ບາງຄົນມີ, ໃນຂະນະທີ່ຄົນອື່ນຍັງບໍ່ທັນໄປຮອດຈຸດນີ້ໃນປະສົບການຂອງພວກເຂົາ ແລະ ບໍ່ມີການຢືນຢັນກ່ຽວກັບເລື່ອງນີ້. ນີ້ໝາຍຄວາມວ່າຄວາມເຊື່ອຂອງພວກເຂົາຍັງບໍ່ທັນໄປຮອດຈຸດນັ້ນ; ມັນຍັງນ້ອຍຫຼາຍ. ເວົ້າອີກຢ່າງໜຶ່ງກໍຄື ເມື່ອຄວາມເຊື່ອຂອງເຈົ້າໄປຮອດລະດັບໃດໜຶ່ງ, ທັນໃດນັ້ນກໍຈະມີມື້ໜຶ່ງທີ່ເຈົ້າຮູ້ສຶກວ່າວະລີທຳມະດາ, ເຊິ່ງເວົ້າໂດຍເນື້ອໜັງທຳມະດານີ້, ວະລີທີ່ເຈົ້າບໍ່ເຫັນວ່າໜ້າປະທັບໃຈປານໃດເມື່ອເຈົ້າໄດ້ຍິນມັນ, ແມ່ນໄດ້ກາຍເປັນຊີວິດຂອງເຈົ້າ. ມັນຈະກາຍເປັນຊີວິດຂອງເຈົ້າໄດ້ແນວໃດ? ເຈົ້າຈະເພິ່ງພາອາໄສມັນ ໂດຍບໍ່ຮູ້ຕົວ ໃນການກະທຳຂອງເຈົ້າ. ມັນຈະກາຍເປັນເຄື່ອງນໍາທາງສຳລັບຊີວິດປະຈຳວັນຂອງເຈົ້າ. ແລ້ວເມື່ອເຈົ້າຂາດເສັ້ນທາງ, ວະລີນັ້ນກໍຈະກາຍເປັນຄວາມເປັນຈິງຂອງເຈົ້າ ແລະ ມັນຈະກາຍເປັນເປົ້າໝາຍທີ່ສະແດງໃຫ້ເຈົ້າເຫັນເສັ້ນທາງ; ເມື່ອເຈົ້າເຈັບປວດ, ວະລີນັ້ນຈະຊ່ວຍໃຫ້ເຈົ້າຫຼຸດພົ້ນອອກຈາກຄວາມເປັນລົບ ແລະ ເຂົ້າໃຈວ່າບັນຫາຂອງເຈົ້າແມ່ນຫຍັງ. ຫຼັງຈາກປະສົບການດັ່ງກ່າວ, ເຈົ້າຈະເຫັນວ່າເຖິງວ່າວະລີນັ້ນຈະທຳມະດາສໍ່າໃດກໍຕາມ, ກໍຍັງມີນ້ຳໜັກ ແລະ ຊີວິດພາຍໃນຄຳສັບຂອງມັນ, ວ່າມັນຄືຄວາມຈິງ! ຖ້າເຈົ້າບໍ່ເນັ້ນໃສ່ການໄລ່ຕາມຄວາມຈິງ ແລະ ບໍ່ຮັກຄວາມຈິງ, ເຈົ້າອາດຈະປະນາມພຣະເຈົ້າ ແລະ ການບັງເກີດເປັນມະນຸດຂອງພຣະອົງ ແລະ ຄວາມຈິງທີ່ພຣະອົງສະແດງອອກ. ຖ້າເຈົ້າເປັນຜູ້ທີ່ໄລ່ຕາມຄວາມຈິງ, ມື້ໜຶ່ງກໍຈະມາຮອດໃນປະສົບການຂອງເຈົ້າ ເມື່ອເຈົ້າຈະເວົ້າວ່າ “ພຣະເຈົ້າຂ້ອນຂ້າງເຂົ້າກັນໄດ້ງ່າຍ. ພຣະເຈົ້າທີ່ບັງເກີດເປັນມະນຸດຂ້ອນຂ້າງເຂົ້າກັນໄດ້ງ່າຍ” ແຕ່ຈະບໍ່ມີໃຜເວົ້າວ່າ “ຂ້ອຍໄດ້ເຂົ້າກັນກັບພຣະອົງໃນຖານະທີ່ພຣະອົງເປັນພຽງມະນຸດ”. ເປັນຫຍັງຈຶ່ງເປັນແນວນີ້? ຍ້ອນວ່າປະສົບການຂອງເຈົ້າທີ່ມີຕໍ່ພຣະທຳຂອງພຣະຄຣິສ ແລະ ພາລະກິດທີ່ພຣະວິນຍານບໍລິສຸດປະຕິບັດໃນຕົວເຈົ້າ ເມື່ອເຈົ້າບໍ່ເຫັນພຣະອົງໃນລະຫວ່າງຊີວິດປະຈຳວັນຂອງເຈົ້າ, ແມ່ນຄືກັນ. ຄຳວ່າ “ຄືກັນ” ນີ້ຈະສ້າງຄວາມຮູ້ສຶກຮ່ວມຫຍັງໃນຕົວເຈົ້າ? ເຈົ້າຈະເວົ້າວ່າ “ພຣະເຈົ້າໄດ້ຮັບເອົາຮູບລັກສະນະພາຍນອກທີ່ທຳມະດາ ແລະ ສາມັນ, ຮູບພາບຂອງເນື້ອໜັງ, ດັ່ງນັ້ນ ຜູ້ຄົນຈຶ່ງເບິ່ງຂ້າມແກ່ນແທ້ຂອງພຣະອົງ. ມັນເປັນຍ້ອນວ່າຜູ້ຄົນມີອຸປະນິໄສທີ່ເສື່ອມຊາມຢ່າງແນ່ນອນ ພວກເຂົາຈຶ່ງບໍ່ສາມາດເຫັນດ້ານຂອງພຣະເຈົ້າທີ່ເປັນແກ່ນແທ້ຂອງພຣະອົງ. ພວກເຂົາພຽງແຕ່ເຫັນດ້ານທີ່ມະນຸດສາມາດເຫັນໄດ້. ຜູ້ຄົນຂາດຄວາມຈິງແທ້ໆ!” ບໍ່ແມ່ນແນວນັ້ນບໍ? (ແມ່ນແລ້ວ). ມັນເປັນແນວນັ້ນ. ຕົວຢ່າງ: ກັບວຽກງານບາງຢ່າງ, ຖ້າມີຫຼາຍດ້ານຂອງມັນທີ່ເຮົາບໍ່ສາມາດເຮັດໄດ້, ຄົນຈຳນວນຫຼາຍກໍຈະເກີດມີແນວຄິດຢ່າງແນ່ນອນ. ແຕ່ເມື່ອເຮົາສາມາດເຮັດບາງສ່ວນຂອງແຕ່ລະດ້ານຂອງວຽກງານໄດ້, ທຸກຄົນກໍສະຫງົບລົງໜ້ອຍໜຶ່ງ ແລະ ພວກເຂົາກໍໄດ້ຮັບການປອບໂຍນໃນລະດັບໃດໜຶ່ງໃນໃຈ: “ຕົກລົງ. ພຣະອົງເບິ່ງຄືວ່າເປັນພຣະເຈົ້າ, ນັ້ນຄືທັງໝົດທີ່ຂ້ອຍສາມາດເວົ້າໄດ້. ພຣະອົງເບິ່ງຄືວ່າເປັນພຣະເຈົ້າທີ່ບັງເກີດເປັນມະນຸດ, ພຣະອົງເບິ່ງຄືວ່າເປັນພຣະຄຣິສ. ພຣະອົງອາດຈະເປັນພຣະຄຣິສ”. ນັ້ນຄືປະເພດຄຳນິຍາມຄວາມພຽງຢ່າງດຽວທີ່ຜູ້ຄົນມີ. ແຕ່ຖ້າເຮົາພຽງແຕ່ໂອ້ລົມກ່ຽວກັບຄວາມຈິງ ແລະ ສະແດງອອກເຖິງພຣະທຳຈໍານວນໜຶ່ງຂອງພຣະເຈົ້າ ແລະ ບໍ່ເຮັດຫຍັງຫຼາຍໄປກວ່ານັ້ນ, ຖ້າເຮົາບໍ່ໃຫ້ການຊີ້ນໍາທີ່ແທ້ຈິງກ່ຽວກັບວຽກງານໃດເລີຍ ແລະ ບໍ່ສາມາດໃຫ້ການຊີ້ນໍາທີ່ແທ້ຈິງໄດ້, ສິ່ງນັ້ນກໍຈະຫຼຸດຜ່ອນຄວາມນັບຖືທີ່ຜູ້ຄົນມີຕໍ່ເນື້ອໜັງນີ້ ແລະ ນ້ຳໜັກທີ່ພວກເຂົາໃຫ້ກັບພຣະອົງ. ຜູ້ຄົນເຊື່ອວ່າເນື້ອໜັງຕ້ອງມີຄວາມສາມາດບາງຢ່າງ ແລະ ພອນສະຫວັນບາງຢ່າງ. ຄວາມຈິງແລ້ວ ນີ້ແມ່ນພອນສະຫວັນບໍ? ບໍ່ແມ່ນ. ພຣະເຈົ້າສາມາດປະທານພອນສະຫວັນ, ຄວາມສາມາດພິເສດ ແລະ ຄວາມສາມາດທຸກປະເພດໃຫ້ແກ່ຜູ້ຄົນ, ສະນັ້ນ ຈົ່ງບອກເຮົາເບິ່ງວ່າ ພຣະເຈົ້າເອງມີສິ່ງເຫຼົ່ານັ້ນບໍ? ມີຢ່າງລົ້ນເຫຼືອ! ດັ່ງນັ້ນ, ຈຶ່ງມີບາງຄົນທີ່ບໍ່ສາມາດແກ້ໄຂປິດສະໜານີ້ໄດ້ ແລະ ເວົ້າວ່າ “ພຣະອົງສາມາດແນະນໍາພວກເຮົາໃຫ້ຮ້ອງເພງໄດ້ແນວໃດ ໃນເມື່ອພຣະອົງເອງຮ້ອງເພງບໍ່ໄດ້? ນັ້ນບໍ່ແມ່ນຜູ້ທີ່ບໍ່ຊ່ຽວຊານໃຫ້ຄຳແນະນຳແກ່ມືອາຊີບບໍ? ສິ່ງນັ້ນບໍ່ຂັດກັບຫຼັກການບໍ?” ເຮົາຈະບອກເຈົ້າ, ເຮົາເປັນຂໍ້ຍົກເວັ້ນ. ເປັນຫຍັງຈຶ່ງເປັນແນວນັ້ນ? ຖ້າພວກເຈົ້າເຮັດບາງຢ່າງໄດ້ບໍ່ດີ, ເຮົາຕ້ອງຍື່ນມືຂອງເຮົາອອກໄປຊ່ວຍພວກເຈົ້າ; ຖ້າພວກເຈົ້າສາມາດເຮັດບາງຢ່າງໄດ້, ເຮົາກໍພໍໃຈທີ່ຈະບໍ່ແຕະຕ້ອງ, ເຮົາບໍ່ຢາກແຊກແຊງ. ການເຮັດແບບນັ້ນຈະເຮັດໃຫ້ເຮົາເມື່ອຍ. ຖ້າພວກເຈົ້າສາມາດເຮັດບາງຢ່າງໄດ້ດີ, ເປັນຫຍັງເຮົາຈຶ່ງຕ້ອງຍື່ນມືຂອງເຮົາອອກໄປຊ່ວຍພວກເຈົ້າ? ເຮົາບໍ່ໄດ້ກຳລັງອວດອ້າງຢູ່ບ່ອນນີ້ ແລະ ເຮົາບໍ່ໄດ້ເວົ້າແນວຄິດທີ່ໂອ້ອວດ. ເຮົາພຽງແຕ່ຢາກສອນພວກເຈົ້າ, ໃນຂົງເຂດຂອງທັກສະທາງວິຊາຊີບ ແລະ ໃນຂົງເຂດຂອງຫຼັກການຄວາມຈິງເຊັ່ນກັນ. ເມື່ອພວກເຈົ້າທຸກຄົນໄດ້ຮຽນຮູ້ທັກສະ ແລະ ກຳແໜ້ນຫຼັກການແລ້ວ, ມັນຈະເປັນການຫຼຸດຜ່ອນພາລະອັນໃຫຍ່ຫຼວງໃນໃຈຂອງເຮົາ ເພາະສິ່ງເຫຼົ່ານັ້ນຢູ່ນອກເໜືອພາລະກິດທີ່ຢູ່ໃນຄວາມຮັບຜິດຊອບຂອງເຮົາທີ່ຈະຕ້ອງເຮັດ. ບາງຄົນເວົ້າວ່າ “ຖ້າມັນບໍ່ແມ່ນພາລະກິດທີ່ຢູ່ໃນຄວາມຮັບຜິດຊອບຂອງພຣະອົງ, ເປັນຫຍັງພຣະອົງຈຶ່ງເຮັດມັນ?” ຕ້ອງໄດ້ເຮັດມັນ ແລະ ຜູ້ຄົນກໍຍັງຫ່າງໄກຈາກການທີ່ຈະເຮັດວຽກງານນັ້ນໄດ້. ຖ້າເຮົາບໍ່ໃຫ້ການຊີ້ນໍາໃນແບບທີ່ເຮົາເຮັດ, ຜົນງານທີ່ຜະລິດອອກມາກໍຈະບໍ່ມີຫຍັງພິເສດ ແລະ ການເປັນພະຍານໃຫ້ພຣະເຈົ້າກໍຈະມີຜົນໄດ້ຮັບທີ່ທຳມະດາ. ຖ້າເຮົາບໍ່ມີຜົນງານທີ່ສຳຄັນທີ່ຈະສະແດງໃຫ້ເຫັນ, ເຮົາກໍຈະບົກຜ່ອງຕໍ່ໜ້າທີ່ ແລະ ບໍ່ສະບາຍໃຈໜ້ອຍໜຶ່ງເຊັ່ນກັນ, ດັ່ງນັ້ນ ເຮົາຈຶ່ງປະຕິບັດພາລະກິດໜ້ອຍໜຶ່ງ ເທົ່າທີ່ພະລັງງານ ແລະ ສະພາບຮ່າງກາຍຂອງເຮົາສາມາດປະຕິບັດໄດ້. ຍ້ອນຫຍັງ? ມີການພິຈາລະນາຫຼາຍຢ່າງ. ເມື່ອມະນຸດຊາດທັງປວງເຫັນສິ່ງທີ່ຜູ້ຄົນໄດ້ສ້າງຂຶ້ນ ແລະ ຊຶມຊັບພວກມັນ, ມຸມມອງ, ທັດສະນະ ແລະ ຄວາມສາມາດໃນການເຂົ້າໃຈທີ່ຜູ້ຄົນມີ ຈະແຕກຕ່າງກັນພຽງແຕ່ໃນດ້ານຂອງໄລຍະເວລາທີ່ພວກເຂົາເປັນຜູ້ເຊື່ອ, ປະສົບການຂອງພວກເຂົາ ແລະ ຄວາມສາມາດຂອງພວກເຂົາ ແຕ່ຈຸດເລີ່ມຕົ້ນຂອງພວກເຂົາໂດຍພື້ນຖານແລ້ວແມ່ນຄືກັນ. ຈຸດເລີ່ມຕົ້ນຂອງພວກເຂົາຄື ການມີປະສົບການກັບຄວາມຈິງຄວາມເປັນຈິງ ໂດຍອີງໃສ່ພື້ນຖານຄວາມເຂົ້າໃຈຂອງພວກເຂົາກ່ຽວກັບຄວາມຈິງ. ສິ່ງເຫຼົ່ານີ້ຄືສິ່ງທີ່ມະນຸດຊາດສາມາດສ້າງຂຶ້ນໄດ້. ເຮົາບໍ່ສາມາດເຮັດສິ່ງຕ່າງໆ ຫຼື ຜະລິດຜົນງານຈາກມຸມມອງຂອງຄົນທຳມະດາໄດ້. ແລ້ວເຮົາຕ້ອງໃຊ້ມຸມມອງແບບໃດ? ມຸມມອງຂອງເນື້ອໜັງບໍ? ເຮົາເຮັດແບບນັ້ນບໍ່ໄດ້ເຊັ່ນກັນ. ມັນຈະບໍ່ເໝາະສົມ, ເຈົ້າບໍ່ຄິດແນວນັ້ນບໍ? ແນ່ນອນວ່າ ເຮົາຈະຮັບເອົາມຸມມອງຂອງພຣະເຈົ້າ ແລະ ພາລະກິດຂອງພຣະອົງຈາກພາຍໃນເນື້ອໜັງ, ເພື່ອເວົ້າຄຳເວົ້າເຫຼົ່ານັ້ນ, ເຮັດສິ່ງເຫຼົ່ານັ້ນ ແລະ ສະແດງມຸມມອງເຫຼົ່ານັ້ນ. ຄຸນຄ່າຂອງສິ່ງເຫຼົ່ານີ້ສາມາດວັດແທກດ້ວຍເງິນໃນທ່າມກາງມະນຸດຊາດໄດ້ບໍ? (ບໍ່ໄດ້). ມັນວັດແທກບໍ່ໄດ້. ນີ້ແມ່ນຍ້ອນວ່າສິ່ງເຫຼົ່ານີ້, ເມື່ອຖືກສ້າງເປັນຜົນງານທີ່ສຳເລັດຮູບແລ້ວ, ແມ່ນສິ່ງທີ່ຈະຄົງຢູ່ຕະຫຼອດໄປສຳລັບມະນຸດຊາດ. ແນ່ນອນວ່າ ຜົນງານທຳມະດາເຫຼົ່ານັ້ນກໍຈະຄົງຢູ່ຕະຫຼອດໄປເຊັ່ນກັນ. ແຕ່ເນື່ອງຈາກວ່າຜົນງານເຫຼົ່ານີ້ຈະຄົງຢູ່ຕະຫຼອດໄປ ແລະ ສືບຕໍ່ໄປໃນອະນາຄົດ ແລະ ຈະມີການປະກອບສ່ວນໃຫ້ແກ່ມະນຸດຊາດທັງປວງ, ບໍ່ວ່າຈະເປັນຄຳແນະນຳສຳລັບການເຊື່ອໃນພຣະເຈົ້າ ຫຼື ການສະໜອງ ແລະ ການຊ່ວຍເຫຼືອ, ເຮົາກໍຄວນສ້າງຜົນງານທີ່ມີນ້ຳໜັກສອງສາມຢ່າງ, ແມ່ນບໍ? ນັ້ນຄືເຫດຜົນທີ່ເຮົາຕ້ອງເວົ້າຄຳເວົ້າ ແລະ ຜະລິດຜົນງານຈາກມຸມມອງທີ່ມະນຸດຊາດບໍ່ສາມາດເຮັດໄດ້. ເຮົາເຮັດສິ່ງນີ້ເພື່ອຫຍັງ? ເພື່ອເພີ່ມຊື່ສຽງຂອງຄຣິສຕະຈັກ. ແຮງຈູງໃຈນັ້ນຖືກຕ້ອງບໍ? (ຖືກຕ້ອງ). ບອກເຮົາເບິ່ງວ່າ ມັນເປັນປະໂຫຍດສຳລັບການເປັນພະຍານໃຫ້ພຣະເຈົ້າບໍ ຖ້າຊື່ສຽງຂອງຄຣິສຕະຈັກສູງຂຶ້ນ? (ແມ່ນແລ້ວ). ມັນສົ່ງເສີມສິ່ງນີ້ ຫຼື ຂັດຂວາງມັນ? (ມັນສົ່ງເສີມສິ່ງນີ້). ນັ້ນເປັນສິ່ງທີ່ແນ່ນອນ, ມັນສົ່ງເສີມສິ່ງນີ້ຢ່າງແນ່ນອນ. ເມື່ອກຸ່ມຜູ້ທີ່ບໍ່ມີຄວາມເຊື່ອ ແລະ ກຸ່ມສາສະໜາບາງກຸ່ມເຫັນຜົນງານເຫຼົ່ານີ້, ພວກເຂົາກໍປະຫຼາດໃຈທີ່ຮູບເງົາເຫຼົ່ານີ້ຖືກສ້າງຂຶ້ນມາດີສໍ່າໃດ ແລະ ຢາກພົບກັບຜູ້ສ້າງຮູບເງົາທີ່ຢູ່ເບື້ອງຫຼັງສະເໝີ. ເຮົາຈະບໍ່ພົບກັບຄົນເຫຼົ່ານີ້. ເຮົາບໍ່ມີເວລາທີ່ຈະພົບກັບຄົນເຫຼົ່ານີ້ ແລະ ເຮົາບໍ່ຮູ້ວ່າຈຸດປະສົງຂອງພວກເຂົາໃນການພົບເຮົາຈະແມ່ນຫຍັງ. ແລ້ວການທີ່ເຮົາພົບພວກເຂົາຈະມີປະໂຫຍດຫຍັງ? ຖ້າຄົນເຫຼົ່ານັ້ນທີ່ເຫັນຮູບເງົາເຫຼົ່ານີ້ສາມາດຍອມຮັບຄວາມຈິງໄດ້, ນັ້ນກໍພຽງພໍແລ້ວ ແລະ ຖ້າພວກເຂົາເຕັມໃຈທີ່ຈະສືບຄົ້ນເສັ້ນທາງທີ່ແທ້ຈິງ, ນັ້ນກໍຍິ່ງດີກວ່າ. ມັນບໍ່ຈຳເປັນທີ່ພວກເຂົາຈະພົບເຮົາ. ສະຫຼຸບແລ້ວກໍຄື ເຮົາສ້າງຜົນງານທີ່ມີນ້ຳໜັກສອງສາມຢ່າງ ເພື່ອວ່າເມື່ອມະນຸດຊາດເຫັນສິ່ງເຫຼົ່ານີ້, ມັນຈະເປັນປະໂຫຍດທີ່ຍິ່ງໃຫຍ່ກວ່າສຳລັບພວກເຂົາໃນລະດັບໃດໜຶ່ງ. ມັນເປັນສິ່ງທີ່ດີ ຫຼື ສິ່ງທີ່ບໍ່ດີ ທີ່ຈະປະສິ່ງເຫຼົ່ານີ້ໄວ້ໃຫ້ມະນຸດຊາດ? (ສິ່ງທີ່ດີ). ມັນມີຄຸນຄ່າ; ມັນຄຸ້ມຄ່າທີ່ຈະເຮັດ.
ນີ້ຄືວິທີທີ່ເຮົາເຂົ້າກັນກັບພວກເຈົ້າ. ຄວາມສຳພັນທີ່ເຮົາມີກັບພວກເຈົ້າຄືສິ່ງນີ້ທີ່ພວກເຈົ້າເຫັນ ແລະ ຮູ້ສຶກໄດ້. ສະນັ້ນ, ພຣະເຈົ້າມີຄວາມສຳພັນແບບໃດກັບພວກເຈົ້າ? ສາມາດຮູ້ສຶກເຖິງມັນໄດ້ບໍ? ມັນຄືກັນ. ຢ່າໄປຄິດວ່າ “ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນຄົນໆໜຶ່ງ; ການເຂົ້າກັນກັບພຣະອົງນັ້ນງ່າຍ. ແຕ່ພຣະເຈົ້າໃນສະຫວັນບໍ່ແມ່ນແບບນັ້ນ, ດ້ວຍເດຊານຸະພາບ ແລະ ຄວາມໂກດຮ້າຍຂອງພຣະອົງ, ພຣະອົງຈຶ່ງໜ້າຢ້ານກົວ!” ພຣະເຈົ້າກໍເປັນຄືກັບທີ່ເຮົາເປັນ. ພຣະອົງຈະບໍ່ເອົາຊະນະ ຫຼື ຄວບຄຸມເຈົ້າດ້ວຍຄຳເວົ້າ ຫຼື ວິທີການໃດໜຶ່ງ ຫຼື ດ້ວຍກຳລັງ. ພຣະອົງຈະບໍ່ເຮັດສິ່ງນັ້ນ. ພຣະອົງຈະເຂົ້າກັນກັບເຈົ້າໃນແບບດຽວກັນກັບທີ່ພວກເຈົ້າຮູ້ສຶກວ່າເຮົາເຂົ້າກັນກັບພວກເຈົ້າ: ເຮົາສອນພວກເຈົ້າທຸກຢ່າງທີ່ເຮົາສາມາດສອນໄດ້ ແລະ ເຮົາເຮັດໃຫ້ພວກເຈົ້າສາມາດເຂົ້າໃຈທຸກຢ່າງທີ່ເຮົາສາມາດເຮັດໄດ້. ສຳລັບສິ່ງທີ່ພວກເຈົ້າບໍ່ສາມາດເຂົ້າໃຈໄດ້, ເຮົາບໍ່ໄດ້ໃຊ້ກໍາລັງປູກຝັງສິ່ງເຫຼົ່ານັ້ນໃຫ້ພວກເຈົ້າ. ບາງຄົນອາດຈະເວົ້າວ່າ “ພຣະອົງເວົ້າວ່າພຣະອົງບໍ່ໄດ້ປູກຝັງໃຫ້ພວກເຮົາໂດຍໃຊ້ກໍາລັງ, ແລ້ວພຣະອົງກຳລັງເຮັດຫຍັງໂດຍການເທດສະໜາຄວາມຈິງຢູ່ຕະຫຼອດເວລາ?” ນັ້ນແມ່ນການປູກຝັງບໍ? ນັ້ນເອີ້ນວ່າການສະໜອງໃຫ້ແກ່ພວກເຈົ້າ, ມັນບໍ່ແມ່ນການບັງຄັບໃຫ້ພວກເຈົ້າກ້າວໜ້າ, ມັນແມ່ນການຫົດນ້ຳ. ການຫົດນ້ຳແມ່ນສິ່ງທີ່ເໝາະສົມ, ມັນເປັນສິ່ງທີ່ເປັນບວກ. ບາງຄົນຈະເວົ້າວ່າ “ການເອົາຊະນະຜູ້ຄົນໂດຍຜູ້ຕໍ່ຕ້ານພຣະຄຣິສບໍ່ຄືກັນກັບການເອົາຊະນະໂດຍພຣະເຈົ້າບໍ?” (ບໍ່ແມ່ນ). ມັນບໍ່ຄືກັນໃນດ້ານໃດ? ມີການໃຊ້ຄຳສັບດຽວກັນສຳລັບການເອົາຊະນະຜູ້ຄົນໂດຍຜູ້ຕໍ່ຕ້ານພຣະຄຣິສ ແລະ ການເອົາຊະນະຜູ້ຄົນໂດຍພຣະເຈົ້າ; ແມ່ນຫຍັງຄືຄວາມແຕກຕ່າງໃນແກ່ນແທ້ລະຫວ່າງການໃຊ້ຄຳສັບທັງສອງນັ້ນ? ພວກເຈົ້າສາມາດອະທິບາຍສິ່ງນີ້ຢ່າງຊັດເຈນບໍ? ຖ້າພວກເຈົ້າບໍ່ສາມາດເຮັດໄດ້ແມ່ນແຕ່ສິ່ງນັ້ນ, ຄວາມເຂົ້າໃຈຄວາມຈິງຂອງພວກເຈົ້າກໍຖືວ່າອ່ອນຫຼາຍ. (ການເອົາຊະນະຜູ້ຄົນໂດຍຊາຕານຄືການຄວບຄຸມໂດຍໃຊ້ກໍາລັງ, ໃນຂະນະທີ່ການເອົາຊະນະໂດຍພຣະເຈົ້າຄືການສະໜອງຄວາມຈິງ. ມັນຄືການບອກຫຼັກການຄວາມຈິງແກ່ຜູ້ຄົນ ເຊິ່ງຜູ້ຄົນສາມາດນໍາໄປປະຕິບັດ ແລະ ດ້ວຍເຫດນີ້ຈຶ່ງໄດ້ຮັບຊີວິດ). ສະນັ້ນ, ເຮົາຂໍຖາມພວກເຈົ້າວ່າ ຊາຕານຄວບຄຸມ ແລະ ເອົາຊະນະຜູ້ຄົນ ແຕ່ມັນມີຄວາມຈິງບໍ? (ບໍ່ມີ). ຊາຕານແມ່ນຫຍັງ? ມັນເອົາຊະນະຜູ້ຄົນໂດຍອີງໃສ່ພື້ນຖານຫຍັງ? ເວົ້າອີກຢ່າງໜຶ່ງກໍຄື ສິ່ງໃດທີ່ເຮັດໃຫ້ຊາຕານມີຄຸນສົມບັດທີ່ຈະເອົາຊະນະຜູ້ຄົນ ແລະ ພະຍາຍາມຮັບເອົາພວກເຂົາ? ຊາຕານບໍ່ມີຫຍັງເລີຍ. ສະນັ້ນ, ມັນໃຊ້ຫຍັງເພື່ອເອົາຊະນະຜູ້ຄົນ? ມັນສາມາດສະໜອງຫຍັງໃຫ້ແກ່ຜູ້ຄົນ ເມື່ອມັນເອົາຊະນະພວກເຂົາ? ມັນສາມາດເຮັດໃຫ້ເຈົ້າເສື່ອມຊາມເທົ່ານັ້ນ; ມັນສາມາດຫຼິ້ນກັບເຈົ້າຄືກັບເຄື່ອງຫຼິ້ນ ແລະ ທຳລາຍເຈົ້າ ແລະ ໃນທີ່ສຸດ, ເມື່ອມັນທຳລາຍເຈົ້າສຳເລັດແລ້ວ, ມັນກໍຈະສົ່ງເຈົ້າລົງນະຮົກ. ການເອົາຊະນະ ແລະ ການຄວບຄຸມຂອງມັນແມ່ນປະເພດໃດ? ມັນເປັນພຽງການຂົ່ມເຫັງ. ເປົ້າໝາຍຂອງມັນໃນການຄວບຄຸມ ແລະ ການເອົາຊະນະເຈົ້າຄືການຢຸດເຈົ້າຈາກການອ່ອນນ້ອມຕໍ່ພຣະເຈົ້າ ແລະ ຄວາມຈິງ ແລະ ເຮັດໃຫ້ເຈົ້າອ່ອນນ້ອມຕໍ່ມັນ. ສຳລັບຊາຕານແລ້ວ, ມັນຜິດທີ່ເຈົ້າຈະອ່ອນນ້ອມຕໍ່ພຣະເຈົ້າ ແລະ ການອ່ອນນ້ອມຕໍ່ມັນແມ່ນຖືກຕ້ອງ. ຖ້າເຈົ້າອ່ອນນ້ອມຕໍ່ມັນ ແລະ ຖືກມັນຄວບຄຸມ ແລະ ເອົາຊະນະ, ເຈົ້າກໍຈະອອກຫ່າງຈາກພຣະເຈົ້າ ແລະ ປະຕິເສດພຣະອົງຢ່າງສິ້ນເຊີງ. ແລ້ວການເອົາຊະນະຜູ້ຄົນໂດຍພຣະເຈົ້າເປັນແນວໃດ? ພຣະເຈົ້າເອງຄືຄວາມຈິງ; ພຣະອົງຄືຄວາມເປັນຈິງຂອງສິ່ງທີ່ເປັນບວກທັງປວງ, ເປັນແຫຼ່ງທີ່ມາຂອງສິ່ງທີ່ເປັນບວກທັງປວງ, ເປັນແຫຼ່ງທີ່ມາຂອງຄວາມຈິງ. ແລ້ວຜູ້ຄົນແມ່ນຫຍັງ? ຜູ້ຄົນແມ່ນປະເພດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ. ພວກເຂົາບໍ່ມີຄວາມຈິງ. ສະນັ້ນ, ພຣະເຈົ້າຕ້ອງພິພາກສາ ແລະ ລົງທັນຜູ້ຄົນ ແລະ ທົດສອບ ແລະ ຫຼໍ່ຫຼອມພວກເຂົາດ້ວຍວິທີການສະແດງຄວາມຈິງ ແລະ ເປີດໂປງອຸປະນິໄສທີ່ເສື່ອມຊາມຂອງມະນຸດ ເພື່ອໃຫ້ຜູ້ຄົນສາມາດເຂົ້າໃຈພຣະທຳທີ່ພຣະອົງກ່າວ ແລະ ຍອມຮັບພຣະອົງວ່າເປັນພຣະຜູ້ສ້າງ ແລະ ຍອມຮັບຕົນເອງວ່າເປັນສິ່ງທີ່ຖືກສ້າງຂອງພຣະອົງ ແລະ ມາຢູ່ຕໍ່ໜ້າພຣະອົງ, ຂາບໄຫວ້ພຣະອົງ ແລະ ຍອມຮັບອຳນາດສູງສຸດ ແລະ ການຈັດວາງຂອງພຣະອົງ. ທັງໝົດນີ້ບໍ່ສອດຄ່ອງກັບຄວາມຈິງບໍ? (ສອດຄ່ອງ). ສະນັ້ນ, ການເອົາຊະນະນີ້ແມ່ນຫຍັງ? ມັນຄືການຮັບເອົາຜູ້ຄົນ, ມັນຄືຄວາມລອດພົ້ນ; ມັນຄືສິ່ງທີ່ເປັນບວກ. ມັນບໍ່ໄດ້ທຳຮ້າຍເຈົ້າ. ມັນບໍ່ມີຄວາມແຕກຕ່າງລະຫວ່າງສິ່ງນັ້ນກັບການເອົາຊະນະຂອງຊາຕານບໍ? ມັນເໝາະສົມແລ້ວທີ່ພຣະເຈົ້າຈະເອົາຊະນະຜູ້ຄົນ. ພຣະອົງຄືຄວາມຈິງ, ເປັນແຫຼ່ງທີ່ມາຂອງສິ່ງທີ່ເປັນບວກທັງປວງ. ການເວົ້າວ່າພຣະອົງ “ເອົາຊະນະມະນຸດຊາດ” ແມ່ນວິທີການເວົ້າທີ່ເໝາະສົມທີ່ສຸດ! ມະນຸດຊາດບໍ່ມີຄວາມຈິງ, ພວກເຂົາຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງ ແລະ ຖືກເຮັດໃຫ້ກາຍເປັນພວກດຽວກັນກັບມັນ. ນັ້ນຄືເຫດຜົນທີ່ຜູ້ຄົນບໍ່ອ່ອນນ້ອມຕໍ່ພຣະເຈົ້າ ແລະ ບໍ່ຍອມຮັບພຣະອົງ ແລະ ປະຕິເສດພຣະອົງ. ຄວນເຮັດແນວໃດກ່ຽວກັບເລື່ອງນີ້? ພຣະເຈົ້າຕ້ອງສະແດງຄວາມຈິງ ແລະ ໃຊ້ວິທີການໃນການລົງທັນ ແລະ ການພິພາກສາ ເພື່ອໃຫ້ຜູ້ຄົນເຂົ້າໃຈວ່າພຣະເຈົ້າແມ່ນໃຜ, ພຣະຜູ້ສ້າງແມ່ນໃຜ, ສິ່ງທີ່ຖືກສ້າງແມ່ນໃຜ ແລະ ຊາຕານແມ່ນໃຜ ແລະ ໃຫ້ພວກເຂົາຮັບຮູ້ພຣະຜູ້ເປັນເຈົ້າ ແລະ ກັບຄືນມາຫາພຣະອົງ, ຍອມຮັບພຣະຜູ້ສ້າງ ແລະ ຍອມຮັບຕົນເອງວ່າເປັນສິ່ງທີ່ຖືກສ້າງຕໍ່ໜ້າພຣະອົງ. ນັ້ນຄືສິ່ງທີ່ການເອົາຊະນະສື່ຄວາມໝາຍເຖິງ. ຜູ້ທີ່ຖືກພຣະເຈົ້າເອົາຊະນະເຂົ້າໃຈຄວາມຈິງ ຫຼື ບໍ່? (ເຂົ້າໃຈ). ແລ້ວຜູ້ຄົນທີ່ຖືກຊາຕານເອົາຊະນະເດ, ພວກເຂົາໄດ້ຮັບຫຍັງ? ພວກເຂົາບໍ່ເຂົ້າໃຈຄວາມຈິງເລີຍ ແລະ ພວກເຂົາຫຼີກລ່ຽງ, ທໍລະຍົດ ແລະ ປະຕິເສດພຣະເຈົ້າ, ມີແນວຄິດກ່ຽວກັບພຣະອົງ ແລະ ເຖິງກັບຕິດຕາມຊາຕານ ແລະ ຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາອາດຈະເຖິງກັບຕັດສິນພຣະເຈົ້າ, ກະບົດຕໍ່ພຣະອົງ ແລະ ສາບແຊ່ງພຣະອົງ ໂດຍປະຕິເສດທີ່ຈະຍອມຮັບອຳນາດສູງສຸດຂອງພຣະອົງ, ແລ້ວແຮງບໍ່ຕ້ອງເວົ້າເຖິງການອ່ອນນ້ອມຕໍ່ອໍານາດສູງສຸດດັ່ງກ່າວເລີຍ. ນີ້ແມ່ນສິ່ງທີ່ຖືກສ້າງທີ່ໄດ້ມາດຕະຖານບໍ? (ບໍ່ແມ່ນ). ພວກເຂົາກົງກັນຂ້າມຢ່າງສິ້ນເຊີງກັບຜູ້ທີ່ຖືກພຣະເຈົ້າເອົາຊະນະ; ຜົນກະທົບແມ່ນກົງກັນຂ້າມກັບການເອົາຊະນະຜູ້ຄົນຂອງພຣະເຈົ້າ.
ຖ້າຄົນເຊັ່ນຜູ້ຕໍ່ຕ້ານພຣະຄຣິສມີສະຖານະ ແລະ ພວກເຂົາໄປບ່ອນທີ່ຜູ້ຄົນບໍ່ຮູ້ວ່າພວກເຂົາເປັນຜູ້ນໍາ, ພວກເຂົາຈະດີໃຈກ່ຽວກັບເລື່ອງນັ້ນບໍ? ບໍ່. ບໍ່ວ່າພວກເຂົາຈະໄປໃສ, ພວກເຂົາຈະໃຊ້ທຸກວິທີທາງທີ່ມີເພື່ອບອກທຸກຄົນວ່າ “ຂ້ອຍເປັນຜູ້ນໍາ; ເຮັດອາຫານໃຫ້ຂ້ອຍແດ່. ຂ້ອຍຕ້ອງໄດ້ກິນອາຫານດີໆ!” ພວກເຈົ້າຈະເວົ້າວ່າແນວຄິດຂອງເຮົາກ່ຽວກັບສະຖານະແມ່ນຫຍັງ? (ພຣະອົງບໍ່ສົນໃຈມັນ). ການຂາດຄວາມສົນໃຈນັ້ນສະແດງອອກແນວໃດ? ເມື່ອເຮົາໄປບ່ອນໃດບ່ອນໜຶ່ງ, ເຮົາບອກຜູ້ຄົນຢູ່ບ່ອນນັ້ນຫຼາຍເທົ່າທີ່ຈະຫຼາຍໄດ້ວ່າ ຢ່າໄປກ່າວລື ຫຼື ໃຫ້ຜູ້ຄົນຮູ້ກ່ຽວກັບຕົວຕົນຂອງເຮົາຢ່າງຊະຊາຍ. ເປັນຫຍັງເຮົາຈຶ່ງເຮັດແບບນີ້? ເພາະວ່າເມື່ອຜູ້ຄົນຮູ້ກ່ຽວກັບມັນ, ມັນຈະເປັນເລື່ອງທີ່ຫຍຸ້ງຍາກແທ້ໆ. ຖ້າພວກເຂົາບໍ່ຮູ້, ພວກເຂົາອາດຈະເວົ້າຄວາມໃນໃຈຂອງພວກເຂົາຕໍ່ເຮົາໄດ້ໜ້ອຍໜຶ່ງ; ມັນເປັນເລື່ອງທີ່ຫຍຸ້ງຍາກເມື່ອພວກເຂົາຮູ້ແລ້ວ, ພວກເຂົາກໍບໍ່ມີຫຍັງຈະເວົ້າກັບເຮົາ. ບອກເຮົາເບິ່ງວ່າ ເຮົາຈະບໍ່ໂດດດ່ຽວບໍ ຖ້າບໍ່ມີໃຜເວົ້າຄວາມໃນໃຈຂອງພວກເຂົາຕໍ່ເຮົາ? ເຮົາພະຍາຍາມຢ່າງສຸດຄວາມສາມາດທີ່ຈະບໍ່ໃຫ້ຜູ້ຄົນຮູ້ ເພື່ອໃຫ້ຜູ້ຄົນສາມາດປະຕິບັດຕໍ່ເຮົາຄືກັບວ່າເຮົາເປັນຄົນທຳມະດາ ແລະ ເວົ້າສິ່ງທີ່ພວກເຂົາຢາກເວົ້າຕໍ່ເຮົາ. ມັນດີຫຼາຍສຳລັບຜູ້ຄົນທີ່ຈະຮູ້ສຶກມີອິດສະຫຼະ ແລະ ປົດປ່ອຍ ເພື່ອທີ່ເຮົາຈະບໍ່ຜູກມັດພວກເຂົາໄວ້ຕະຫຼອດເວລາ ແລະ ເພືື່ອທີ່ພວກເຂົາຈະບໍ່ສະແດງຄວາມເຄົາລົບຫຼາຍເກີນໄປຕໍ່ໜ້າເຮົາຕະຫຼອດເວລາ. ບໍ່ຈຳເປັນທີ່ພວກເຂົາຈະຕ້ອງປະພຶດແບບນັ້ນ; ເຮົາບໍ່ມັກສິ່ງນັ້ນ. ຜູ້ທີ່ບໍ່ເຂົ້າໃຈຄວາມຈິງຄິດວ່າ “ພຣະອົງຕ້ອງມັກແບບນັ້ນແນ່ນອນ, ສະນັ້ນ ຂ້ານ້ອຍຈະປະຕິບັດຕໍ່ພຣະອົງແບບນັ້ນ”. ເມື່ອເຮົາເຫັນຄົນແບບນັ້ນ, ເຮົາກໍລີ້. ເມື່ອເຮົາເຫັນຄົນທີ່ກົ້ມຫົວຄໍານັບອ່ອນນ້ອມຢູ່ຕະຫຼອດ, ເຮົາກໍລີ້ໃຫ້ໄວເທົ່າທີ່ຈະໄວໄດ້. ເຮົາບໍ່ຢາກຕິດຕໍ່ກັບຄົນແບບນັ້ນຢ່າງແນ່ນອນ, ມັນຫຍຸ້ງຍາກເກີນໄປ, ມີບັນຫາຫຼາຍເກີນໄປ! ແຕ່ຜູ້ຕໍ່ຕ້ານພຣະຄຣິສນັ້ນຕ່າງກັນ. ພວກເຂົາຫວັງທີ່ຈະໄດ້ຮັບຄວາມເຄົາລົບຈາກຜູ້ຄົນ, ໄດ້ຮັບການປະຕິບັດເປັນພິເສດບໍ່ວ່າພວກເຂົາຈະໄປໃສ. ແລ້ວພວກເຂົາຫວັງສິ່ງໃດຫຼາຍກວ່ານັ້ນ? ຕາບໃດທີ່ພວກເຂົາຍັງຢູ່, ຜູ້ຄົນທີ່ຢູ່ພາຍໃຕ້ການນໍາພາຂອງພວກເຂົາຈະເຊື່ອຟັງຄຳສັ່ງຂອງພວກເຂົາຢ່າງສິ້ນເຊີງ ແລະ ເຊື່ອຟັງພວກເຂົາໂດຍບໍ່ມີຂໍ້ແມ້ ຈົນເຖິງຂັ້ນເດັດຂາດ; ຈາກນັ້ນພວກເຂົາກໍຄິດວ່າ “ເບິ່ງແມ້, ເຈົ້າຄິດແນວໃດກັບທະຫານທີ່ຂ້ອຍນໍາພາ, ທີມທີ່ຂ້ອຍນໍາພາ? ພວກເຂົາທຸກຄົນເຮັດຕາມທີ່ຂ້ອຍເວົ້າຢ່າງເຊື່ອຟັງ”. ພວກເຂົາຮູ້ສຶກເຖິງຄວາມສຳເລັດເປັນພິເສດ. ພວກເຂົາຝຶກຜູ້ຄົນໃຫ້ເປັນຄືກັບຕຸກກະຕາ, ໃຫ້ເປັນຄືກັບທາດໂດຍບໍ່ມີຄວາມຄິດທີ່ເປັນເອກະລາດ ຫຼື ຄວາມຄິດເຫັນຂອງຕົນເອງ ຫຼື ມຸມມອງ; ພວກເຂົາເຮັດໃຫ້ແຕ່ລະຄົນມືນຊາ ແລະ ໂງ່ຈ້າ. ຈາກນັ້ນ ຜູ້ຕໍ່ຕ້ານພຣະຄຣິສກໍຮູ້ສຶກຍິນດີ ແລະ ພໍໃຈເລິກໆຢູ່ໃນໃຈຂອງພວກເຂົາ ໂດຍຮູ້ສຶກວ່າວຽກງານຂອງພວກເຂົາໄດ້ຮັບຜົນ, ຄວາມປາຖະໜາ ແລະ ຄວາມທະເຍີທະຍານຂອງພວກເຂົາໄດ້ບັນລຸຜົນ. ຖ້າສິ່ງຕ່າງໆບໍ່ເປັນແບບນັ້ນ, ພວກເຂົາກໍໂສກເສົ້າໃນໃຈ: “ເປັນຫຍັງຜູ້ຄົນຈຶ່ງບໍ່ເຮັດຕາມທີ່ຂ້ອຍເວົ້າ? ຂ້ອຍຕ້ອງໃຊ້ວິທີໃດເພື່ອໃຫ້ພວກເຂົາເຊື່ອຟັງຂ້ອຍ? ໄດ້ເລີຍ, ຖ້າເຈົ້າບໍ່ຮູ້ວ່າຂ້ອຍສຸດຍອດສໍ່າໃດ, ຂ້ອຍກໍຈະສະແດງໃຫ້ເຈົ້າເຫັນ! ຂ້ອຍມີໃບປະກາດຈົບການສຶກສາລະດັບປະລິນຍາໂທ; ຂ້ອຍຖືໃບປະກາດຂອງຂ້ອຍໄປນຳທຸກມື້ ເພື່ອໃຫ້ເຈົ້າເຫັນມັນ. ຂ້ອຍເສັງຜ່ານພາສາອັງກິດລະດັບແປດ ແລະ ຂ້ອຍເຄີຍເປັນຫົວໜ້າສະຫະພັນນັກສຶກສາ. ໃນເມື່ອພວກເຈົ້າບໍ່ເຂົ້າໃຈຂ້ອຍດີປານໃດ, ຂ້ອຍກໍຈະໂອ້ອວດໃຫ້ພວກເຈົ້າເບິ່ງໜ້ອຍໜຶ່ງ!” ເມື່ອໃດກໍຕາມທີ່ພວກເຂົາສົນທະນາກ່ຽວກັບວຽກງານ, ພວກເຂົາກໍເວົ້າວ່າ “ຄວາມຄິດໃດກໍຕາມທີ່ພວກເຈົ້າທຸກຄົນມີ, ຈົ່ງເວົ້າມັນອອກມາ; ຈົ່ງສະແດງມຸມມອງຂອງພວກເຈົ້າຢ່າງອິດສະຫຼະ, ຢ່າໃຫ້ຂ້ອຍບັງຄັບພວກເຈົ້າ”. ດັ່ງນັ້ນ, ຜູ້ຄົນຢູ່ບ່ອນນັ້ນກໍເລີ່ມສະແດງມຸມມອງຂອງພວກເຂົາ. ຫຼັງຈາກທີ່ພວກເຂົາສະແດງມຸມມອງແລ້ວ, “ຜູ້ທີ່ເໜືອກວ່າ” ຄົນນີ້ທີ່ມີໃບປະກາດຈົບການສຶກສາລະດັບປະລິນຍາໂທກໍເວົ້າວ່າ “ມຸມມອງຂອງພວກເຈົ້າໃຊ້ບໍ່ໄດ້. ພວກມັນລ້ວນແຕ່ທຳມະດາ, ເປັນມຸມມອງຂອງຄົນທຳມະດາທັງໝົດ. ຂ້ອຍຈຳເປັນຕ້ອງແຊກແຊງແທ້ໆ. ເບິ່ງເດີ: ພວກເຈົ້າເຮັດວຽກບໍ່ໄດ້! ຄວາມຈິງແລ້ວ ຂ້ອຍບໍ່ຢາກຮັບວຽກງານນີ້ ແຕ່ຖ້າຂ້ອຍບໍ່ຢູ່ນີ້, ພວກເຈົ້າກໍຈະບໍ່ສາມາດແບກຮັບພາລະນີ້ໄດ້ແທ້ໆ, ສະນັ້ນ ຂ້ອຍຈຶ່ງຕ້ອງຍື່ນມືເຂົ້າມາຊ່ວຍ. ຂ້ອຍໄດ້ຄິດກ່ຽວກັບເລື່ອງນີ້ຢ່າງຖີ່ຖ້ວນແລ້ວ. ນີ້ຄືວິທີທີ່ພວກເຮົາຈະຈັດການກັບມັນ. ບໍ່ມີວິທີໃດໆທີ່ພວກເຈົ້າເວົ້າມາຈະໃຊ້ໄດ້ຜົນ; ຂ້ອຍຈະບອກວິທີທີ່ດີກວ່າໃຫ້ພວກເຈົ້າ. ນັ້ນຄືສິ່ງທີ່ການຈັດແຈງວຽກງານຮຽກຮ້ອງໃຫ້ພວກເຮົາເຮັດໃນອະດີດ. ນັບແຕ່ນີ້ໄປ, ພວກເຮົາຈະບໍ່ຍຶດຕິດກັບກົດລະບຽບເຫຼົ່ານັ້ນ. ພວກເຮົາຈະບໍ່ເຮັດແບບນັ້ນອີກຕໍ່ໄປ”. ບາງຄົນເວົ້າວ່າ “ຖ້າພວກເຮົາບໍ່ປະຕິບັດຕາມການຈັດແຈງວຽກງານ, ມັນຈະເຮັດໃຫ້ເກີດຄວາມສູນເສຍຢ່າງໃຫຍ່ຫຼວງຕໍ່ເຮືອນຂອງພຣະເຈົ້າ”. ພວກເຂົາຕອບວ່າ “ຢ່າຄິດກ່ຽວກັບມັນຫຼາຍ, ເຮືອນຂອງພຣະເຈົ້າຈະສົນໃຈເງິນຈຳນວນໜ້ອຍດຽວນີ້ບໍ? ໃຫ້ພວກເຮົາສຸມໃສ່ຜົນໄດ້ຮັບ, ພວກມັນຄືສິ່ງທີ່ສຳຄັນ. ນັບແຕ່ນີ້ໄປ, ພຽງແຕ່ເຮັດຕາມທີ່ຂ້ອຍເວົ້າ. ຖ້າມີຫຍັງຜິດພາດ, ຂ້ອຍຮັບຜິດຊອບເອງ!” ບໍ່ມີໃຜສາມາດຫ້າມພວກເຂົາໄດ້. ນີ້ບໍ່ແມ່ນພຽງແຕ່ເປັນການເວົ້າໂອ້ອວດຊື່ໆບໍ? ເປົ້າໝາຍຂອງພວກເຂົາໃນການເຮັດແບບນັ້ນແມ່ນຫຍັງ? ມັນແມ່ນການໂອ້ອວດ ແລະ ເຕືອນທຸກຄົນໃຫ້ຮູ້ເຖິງການມີຕົວຕົນຂອງພວກເຂົາຢູ່ຕະຫຼອດເວລາ, ພ້ອມທັງຄວາມເກັ່ງຂອງພວກເຂົາ. ພວກເຂົາເກັ່ງໃນດ້ານໃດ? ໃນຄວາມເລິກເຊິ່ງທີ່ຄົນທຳມະດາບໍ່ສາມາດຢັ່ງເຖິງໄດ້. ເຖິງແມ່ນວ່າຜູ້ຕໍ່ຕ້ານພຣະຄຣິສຈະມີມຸມມອງດຽວກັນກັບຄົນອື່ນ, ພວກເຂົາກໍຍັງປະຕິເສດມຸມມອງນັ້ນເມື່ອມີການສະແດງອອກໂດຍຄົນອື່ນ, ຫຼັງຈາກນັ້ນ ພວກເຂົາກໍເລີ່ມຕົ້ນໃໝ່ ແລະ ເປັນຜູ້ນໍາພາໂດຍການກ່າວມຸມມອງນັ້ນຄືນໃໝ່. ກຸ່ມໄດ້ຍິນພວກເຂົາ ແລະ ເວົ້າວ່າ “ນັ້ນບໍ່ແມ່ນແນວຄິດດຽວກັນບໍ?” ພວກເຂົາເວົ້າວ່າ “ຄືກັນ ຫຼື ບໍ່, ຂ້ອຍກໍເປັນຄົນເວົ້າມັນ. ພວກເຈົ້າບໍ່ແມ່ນຄົນທີ່ເວົ້າມັນ. ຂ້ອຍເປັນຄົນນໍາພາດ້ວຍແນວຄິດນີ້”. ບໍ່ວ່າພວກເຂົາຈະເວົ້າກັບໄປກັບມາແນວໃດກໍຕາມ, ເປົ້າໝາຍຂອງພວກເຂົາກໍຄືການໂນ້ມນ້າວທຸກຄົນ ເພື່ອໃຫ້ຜູ້ຄົນຮູ້ວ່າ “ຂ້ອຍບໍ່ໄດ້ເປັນຜູ້ນໍາລ້າໆ; ຂ້ອຍບໍ່ໄດ້ເປັນຫົວໜ້າທີມ ແລະ ຜູ້ຮັບຜິດຊອບລ້າໆ. ຂ້ອຍບໍ່ໄດ້ມີແຕ່ຄຳເວົ້າ, ຂ້ອຍຈະບໍ່ຢູ່ໃນຕຳແໜ່ງນີ້ຫາກປາສະຈາກຄວາມສາມາດ, ພອນສະຫວັນ ແລະ ຄວາມເກັ່ງຂອງຂ້ອຍ”. ຖ້າຫາກມີບາງສິ່ງເກີດຂຶ້ນໃນຂະນະທີ່ພວກເຂົາບໍ່ຢູ່, ບໍ່ມີໃຜສາມາດເປັນຜູ້ຕັດສິນໃຈໄດ້ ແລະ ຖ້າພວກເຂົາຢູ່, ຕ້ອງແມ່ນພວກເຂົາທີ່ເປັນຜູ້ຕັດສິນໃຈ. ທຸກຄົນຕ້ອງຈັບຕາເບິ່ງສີໜ້າຂອງພວກເຂົາ. ທຸກຄົນສາມາດຫາຍໃຈໂລ່ງທ້ອງກໍຕໍ່ເມື່ອພວກເຂົາເປັນຜູ້ຕັດສິນໃຈເທົ່ານັ້ນ; ຖ້າພວກເຂົາບໍ່ໄດ້ເປັນຜູ້ຕັດສິນໃຈ, ທຸກຄົນກໍຈະຮູ້ສຶກກະວົນກະວາຍ. ຖ້າພວກເຂົາບໍ່ໄດ້ຮັບອະນຸຍາດໃຫ້ເປັນຜູ້ຕັດສິນໃຈ, ມັນກໍຈະເປັນໄປບໍ່ໄດ້ທີ່ຈະແກ້ໄຂໜ້າວຽກທີ່ຢູ່ໃນມື. ພວກເຂົາບໍ່ມີເປົ້າໝາຍໃນການເຮັດແບບນີ້ບໍ? ບາງຄັ້ງພວກເຂົາຄິດກັບຕົນເອງວ່າ “ສິ່ງທີ່ຂ້ອຍກຳລັງເຮັດຖືກຕ້ອງບໍ? ຂ້ອຍບໍ່ຄວນເຮັດແບບນີ້ດີກວ່າ, ຂ້ອຍກຳລັງຂາຍໜ້າແທ້ໆ. ນີ້ບໍ່ແມ່ນວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະພຶດບໍ? ສິ່ງນັ້ນໃຊ້ບໍ່ໄດ້; ຄວາມທະນົງຕົວຂອງຂ້ອຍຄືສິ່ງທີ່ສຳຄັນ. ‘ຜູ້ຕໍ່ຕ້ານພຣະຄຣິສ’ ບໍ? ເບື້ອງເທິງຍັງບໍ່ໄດ້ຕັດສິນໂທດຂ້ອຍ, ສະນັ້ນ ຂ້ອຍຈຶ່ງບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິສ!” ແລ້ວພວກເຂົາກໍສືບຕໍ່ປະພຶດແບບທີ່ພວກເຂົາເຄີຍເຮັດ. ບາງຄັ້ງ, ພວກເຂົາຮູ້ດີວ່າສິ່ງທີ່ພວກເຂົາກຳລັງເຮັດນັ້ນລະເມີດການຈັດແຈງວຽກງານ ແລະ ຫຼັກການຄວາມຈິງ, ພວກເຂົາກຳລັງປົກປ້ອງຄວາມທະນົງຕົວ ແລະ ສະຖານະຂອງຕົນເອງຢ່າງຊັດເຈນ, ພວກເຂົາມີເຈດຕະນາຂອງຕົນເອງ ແຕ່ພວກເຂົາກໍຍັງສືບຕໍ່ເຮັດສິ່ງທີ່ພວກເຂົາເຄີຍເຮັດ ໂດຍບໍ່ຄິດເຖິງຜົນທີ່ຈະຕາມມາ ແລ້ວແຮງບໍ່ຕ້ອງເວົ້າເຖິງຫົວໃຈທີ່ຢຳເກງພຣະເຈົ້າເລີຍ. ນີ້ບໍ່ແມ່ນບັນຫາດ້ານອຸປະນິໄສບໍ? ອຸປະນິໄສປະເພດນີ້ພາພວກເຂົາໄປເຮັດຫຍັງ? ໃຫ້ເປັນຄົນທີ່ຖືຕົນເອງເປັນໃຫຍ່ຢ່າງສຸດຂີດ ແລະ ອາລະວາດເຮັດສິ່ງຊົ່ວຮ້າຍ. ພວກເຂົາບໍ່ຮູ້ຢູ່ໃນໃຈຢ່າງແທ້ຈິງບໍວ່າຄວນປະພຶດແນວໃດຈຶ່ງຈະເໝາະສົມ? ພວກເຂົາບໍ່ເຂົ້າໃຈຢ່າງແທ້ຈິງບໍວ່າສິ່ງທີ່ພວກເຂົາກຳລັງເຮັດນັ້ນລະເມີດຫຼັກການ? ພວກເຂົາບໍ່ຮູ້ຢ່າງແທ້ຈິງບໍວ່າສິ່ງທີ່ພວກເຂົາກຳລັງເຮັດນັ້ນຄືການຮັດໃຫ້ຄົນອື່ນຫຼົງຜິດ ແລະ ຄວບຄຸມຄົນອື່ນ, ວ່າພວກເຂົາກຳລັງເຮັດຄວາມຊົ່ວຮ້າຍ? ພວກເຂົາຮູ້ ແລະ ເຂົ້າໃຈສິ່ງເຫຼົ່ານີ້. ດັ່ງນັ້ນ, ການທີ່ພວກເຂົາສາມາດສືບຕໍ່ປະພຶດໃນແບບດຽວກັນນັ້ນ ໝາຍຄວາມວ່າພວກເຂົາບໍ່ຮັກຄວາມຈິງ ແລະ ເບື່ອໜ່າຍມັນ. ພວກເຂົາປະຕິເສດມຸມມອງ, ແນວທາງ, ວິທີການ ຫຼື ຄຳເວົ້າໃດໆຕາບໃດທີ່ມັນບໍ່ໄດ້ອອກມາຈາກປາກຂອງພວກເຂົາ. ນີ້ບໍ່ແມ່ນຄວາມທະເຍີທະຍານບໍ? (ແມ່ນ). ມີຄວາມທະເຍີທະຍານ ແລະ ເຈດຕະນາຊົ່ວຮ້າຍຢູ່ພາຍໃນຄວາມທະເຍີທະຍານ. ເຈດຕະນາຊົ່ວຮ້າຍຫຍັງ? ມີຫຍັງເຊື່ອງຢູ່ເບື້ອງຫຼັງຄວາມທະເຍີທະຍານ? (ການໃຫ້ຜູ້ຄົນເຮັດຕາມທີ່ພວກເຂົາເວົ້າ). ການໃຫ້ຜູ້ຄົນເຮັດຕາມທີ່ພວກເຂົາເວົ້າ, ພວກເຂົາບໍ່ສາມາດພາດຜົນປະໂຫຍດ ຫຼື ໂອກາດທີ່ຈະໂດດເດັ່ນແບບນັ້ນໄດ້ຢ່າງເດັດຂາດ ຫຼື ຍອມໃຫ້ສິ່ງເຫຼົ່ານີ້ຕົກໄປເປັນຂອງຄົນອື່ນ. ທຸກໆຄັ້ງ, ຕ້ອງແມ່ນພວກເຂົາທີ່ເປັນຜູ້ຕັດສິນໃຈ; ທຸກໆຄັ້ງ, ຕ້ອງແມ່ນພວກເຂົາທີ່ເປັນຜູ້ຕັດສິນ; ທຸກໆຄັ້ງ, ໝາກຜົນຂອງວຽກງານຕ້ອງເປັນຂອງພວກເຂົາພຽງຜູ້ດຽວ ແລະ ຍົກຄວາມດີໃຫ້ພວກເຂົາພຽງຜູ້ດຽວ. ໃນທີ່ສຸດ, ພວກເຂົາເຮັດໃຫ້ທຸກຄົນເກີດມີແນວໂນ້ມ. ແນວໂນ້ມຫຍັງ? ແນວໂນ້ມທີ່ຈະຄິດວ່າວຽກງານສາມາດດຳເນີນໄປໄດ້ກໍຕໍ່ເມື່ອພວກເຂົາຢູ່ໃນທີມເທົ່ານັ້ນ. ຫາກປາສະຈາກພວກເຂົາ, ກໍເບິ່ງຄືວ່າບໍ່ມີໃຜສາມາດແບກຮັບພາລະໄດ້. ດ້ວຍສິ່ງນີ້, ພວກເຂົາຍັງບໍ່ບັນລຸເປົ້າໝາຍຂອງພວກເຂົາບໍ? ຄົນເຫຼົ່ານັ້ນໄດ້ຕົກຢູ່ພາຍໃຕ້ການຄວບຄຸມຂອງພວກເຂົາ. ສັນຍານເຕືອນກ່ອນທີ່ຈະຖືກຄວບຄຸມແມ່ນຫຍັງ? ການຖືກເອົາຊະນະ ແລະ ພ່າຍແພ້ຢ່າງສິ້ນເຊີງ. ຜູ້ຕໍ່ຕ້ານພຣະຄຣິສທໍລະມານເຈົ້າຈົນເຈົ້າຍອມຈໍານົນຕໍ່ພວກເຂົາ, ຈົນເຈົ້າບໍ່ຮູ້ຈັກຜິດຮູ້ຈັກຖືກ ແລະ ບໍ່ພະຍາຍາມແຍກແຍະພວກເຂົາເລີຍ ຫຼື ເຊື່ອມໂຍງດ້ານໃດດ້ານໜຶ່ງຂອງຄວາມຈິງໃສ່ພວກເຂົາ ແລະ ເຊື່ອຢ່າງໜັກແໜ້ນວ່າສິ່ງໃດກໍຕາມທີ່ພວກເຂົາເຮັດແມ່ນຖືກຕ້ອງ ແລະ ບໍ່ກ້າວິເຄາະອີກຕໍ່ໄປວ່າພວກເຂົາຖືກ ຫຼື ຜິດ. ສິ່ງເຫຼົ່ານີ້ຄືຜົນສະທ້ອນທີ່ເກີດຂຶ້ນຫຼັງຈາກຜູ້ຄົນຖືກເຮັດໃຫ້ຫຼົງຜິດ ແລະ ຖືກຄວບຄຸມໂດຍຜູ້ຕໍ່ຕ້ານພຣະຄຣິສ ແລະ ທັນທີຫຼັງຈາກນັ້ນ, ຄົນເຫຼົ່ານັ້ນກໍຕິດຕາມຜູ້ຕໍ່ຕ້ານພຣະຄຣິສ. ບໍ່ແມ່ນແນວນັ້ນບໍ? (ແມ່ນ). ນີ້ບໍ່ແມ່ນການສະແດງອອກຢ່າງຊັດເຈນຂອງການທີ່ຜູ້ຕໍ່ຕ້ານພຣະຄຣິສໃຫ້ຄົນອື່ນອ່ອນນ້ອມຕໍ່ພວກເຂົາເທົ່ານັ້ນ, ບໍ່ແມ່ນຕໍ່ຄວາມຈິງ ຫຼື ພຣະເຈົ້າບໍ? (ແມ່ນ). ແຮງຈູງໃຈ ແລະ ເຈດຕະນາຊົ່ວຮ້າຍທີ່ຢູ່ເບື້ອງຫຼັງທຸກສິ່ງທີ່ພວກເຂົາເຮັດແມ່ນຫຍັງ ແລະ ແຫຼ່ງທີ່ມາຂອງການກະທຳ, ແນວທາງ ແລະ ວິທີການ ແລະ ແມ່ນແຕ່ຄຳເວົ້າຂອງພວກເຂົາແມ່ນຫຍັງ? ມັນຄືການທີ່ພວກເຂົາຕ້ອງການເອົາຊະນະເຈົ້າ, ປາບເຈົ້າ, ເຮັດໃຫ້ເຈົ້າຍອມຈໍານົນຕໍ່ພວກເຂົາ ແລະ ສະແດງໃຫ້ເຈົ້າເຫັນວ່າໃຜໃຫຍ່, ໃຜມີຄຸນສົມບັດທີ່ຈະນໍາພາ, ໃຜມີສິດເວົ້າຢູ່ບ່ອນນັ້ນ ແລະ ວ່າມັນບໍ່ແມ່ນຄວາມຈິງທີ່ມີສິດເວົ້າໃນຂັ້ນສຸດທ້າຍ. ບໍ່ມີໃຜນອກຈາກພວກເຂົາທີ່ຈະສາມາດເປັນເຈົ້ານາຍຂອງຄົນເຫຼົ່ານີ້ ຫຼື ເປັນຜູ້ຕັດສິນ ຫຼື ຕັດສິນໃຈ. ເຈົ້າຢາກກ່າວເຖິງຄວາມຈິງ ແຕ່ບໍ່ມີທາງທີ່ເຈົ້າຈະເຮັດໄດ້. ເຈົ້າຢາກສະເໜີຄວາມຄິດເຫັນທີ່ແຕກຕ່າງ ແຕ່ຢ່າໄດ້ຄິດກ່ຽວກັບມັນເລີຍ. ນີ້ແມ່ນອຸປະນິໄສຫຍັງຂອງພວກຕໍ່ຕ້ານພຣະຄຣິສ? ມັນຄືຄວາມໂຫດຮ້າຍ; ພວກເຂົາຕ້ອງການເອົາຊະນະ ແລະ ຄວບຄຸມຜູ້ຄົນ. ບໍ່ວ່າເຈົ້າຈະເບິ່ງຄວາມປາຖະໜາ ແລະ ຄວາມທະເຍີທະຍານຂອງຜູ້ຕໍ່ຕ້ານພຣະຄຣິສ ຫຼື ການກະທຳຕົວຈິງຂອງພວກເຂົາ, ສິ່ງເຫຼົ່ານີ້ລ້ວນແຕ່ສະແດງໃຫ້ເຫັນເຖິງອຸປະນິໄສແຫ່ງຄວາມໂຫດຮ້າຍຂອງພວກເຂົາ ແລະ ການເບື່ອໜ່າຍຄວາມຈິງ. ແນວທາງ, ການເປີດເຜີຍ ແລະ ການສະແດງອອກເຫຼົ່ານີ້ທີ່ຜູ້ຕໍ່ຕ້ານພຣະຄຣິສມີໃນການເອົາຊະນະ ແລະ ຄວບຄຸມຜູ້ຄົນ, ພ້ອມທັງແກ່ນແທ້ຂອງພວກເຂົາແມ່ນສອດຄ່ອງກັນຢ່າງສົມບູນກັບຫົວຂໍ້ຫຼັກທີ່ພວກເຮົາກຳລັງໂອ້ລົມກັນ. ຜູ້ຕໍ່ຕ້ານພຣະຄຣິສຈະໃຫ້ຜູ້ຄົນອ່ອນນ້ອມຕໍ່ພວກເຂົາເທົ່ານັ້ນ. ຄວາມໝາຍແຝງຂອງສິ່ງນີ້ຄືຜູ້ຄົນຕ້ອງເຮັດຕາມທີ່ພວກເຂົາເວົ້າ, ການເຮັດແບບນັ້ນຄືການອ່ອນນ້ອມຕໍ່ພຣະເຈົ້າ. ຖ້າໃຜຜູ້ໜຶ່ງສະເໜີຄວາມຄິດເຫັນທີ່ແຕກຕ່າງ ແລະ ເວົ້າວ່າສິ່ງທີ່ພວກເຂົາກຳລັງເຮັດນັ້ນຂັດກັບຄວາມຈິງ, ພວກເຂົາກໍຈະໂຕ້ກັບວ່າ “ຂັດກັບຄວາມຈິງບໍ? ບອກພວກເຮົາມາເບິ່ງ, ຄວາມຈິງແມ່ນຫຍັງ? ຖ້າເຈົ້າສາມາດອະທິບາຍມັນໄດ້ຢ່າງຊັດເຈນ, ຂ້ອຍຈະຍອມເຈົ້າ ແຕ່ຖ້າເຈົ້າເຮັດບໍ່ໄດ້, ຂ້ອຍກໍຈະເຮັດໃຫ້ເຈົ້າຂາຍໜ້າ!” ເມື່ອພວກເຂົາເວົ້າແບບນັ້ນ, ບາງຄົນກໍຮູ້ສຶກຢ້ານແທ້ໆໂດຍເວົ້າວ່າ “ຂ້ອຍບໍ່ສາມາດອະທິບາຍມັນໄດ້ຢ່າງຊັດເຈນແທ້ໆ, ສະນັ້ນ ຂ້ອຍຈະເຮັດຕາມທີ່ເຈົ້າເວົ້າ”. ດ້ວຍເຫດນັ້ນ, ຜູ້ຕໍ່ຕ້ານພຣະຄຣິສກໍບັນລຸເປົ້າໝາຍຂອງພວກເຂົາ. ມີຄົນທີ່ເຮັດແບບນີ້ບໍ? (ມີ). ພວກເຈົ້າເຄີຍເຮັດສິ່ງຕ່າງໆແບບນີ້ບໍ? (ບໍ່ເຄີຍ). ຜູ້ຕໍ່ຕ້ານພຣະຄຣິສມີທັກສະນີ້. ຄົນທຳມະດາຈະຍອມແພ້ເມື່ອພວກເຂົາເຫັນວ່າພວກເຂົາບໍ່ສາມາດໂນ້ມນ້າວຄົນອື່ນໄດ້; ພວກເຂົາບໍ່ມີເລ່ລ່ຽມນັ້ນ. ໃນດ້ານໜຶ່ງ, ມັນຄືການທີ່ພວກເຂົາບໍ່ສາມາດເວົ້າ ແລະ ສະແດງອອກໃນແບບນັ້ນ. ພວກເຂົາເວົ້າ ແລະ ຖຽງບໍ່ເກັ່ງ. ໃນອີກດ້ານໜຶ່ງ, ມັນຄືການທີ່ພວກເຂົາບໍ່ມີຈິດໃຈອໍາມະຫິດພຽງພໍ. ຜູ້ທີ່ສາມາດເຮັດສິ່ງເຫຼົ່ານີ້ໄດ້ຕ້ອງມີອຸປະນິໄສທີ່ຊົ່ວຮ້າຍຢູ່ພາຍໃນພວກເຂົາ. ພວກເຂົາຕ້ອງໂຫດຮ້າຍ ແລະ ອໍາມະຫິດພຽງພໍ ແລະ ບໍ່ສົນໃຈຄວາມຮູ້ສຶກຂອງຄົນອື່ນເລີຍ. ຖ້າໃຜບໍ່ເຫັນດີກັບພວກເຂົາ, ພວກເຂົາກໍຈະທໍລະມານຄົນນັ້ນໃນລັກສະນະທີ່ໂຫດຮ້າຍຢ່າງບໍ່ໜ້າເຊື່ອ ແລະ ບໍ່ວ່າພວກເຂົາຈະເຮັດແບບນັ້ນຢ່າງໂຫດຮ້າຍສໍ່າໃດກໍຕາມ, ຄວາມສໍານຶກຂອງພວກເຂົາກໍຈະບໍ່ຮູ້ສຶກຕຳນິຕໍ່ສິ່ງນັ້ນ ຫຼື ຮັບຮູ້ຫຍັງເລີຍ. ບາງຄົນອາດຈະເວົ້າວ່າ “ພວກເຂົາເປັນອີຕົນພໍແລ້ວ; ເປັນຫຍັງຂ້ອຍຈຶ່ງບັງຄັບໃຫ້ພວກເຂົາເຮັດຕາມທີ່ຂ້ອຍເວົ້າ? ຂ້ອຍຈະປ່ອຍວາງພວກເຂົາ. ພວກເຂົາເຊື່ອໃນພຣະເຈົ້າ, ບໍ່ແມ່ນຂ້ອຍ. ພວກເຂົາພຽງແຕ່ເຊື່ອຟັງຜູ້ໃດກໍຕາມທີ່ເວົ້າໃນລັກສະນະທີ່ສອດຄ່ອງກັບຄວາມຈິງ. ມັນບໍ່ສຳຄັນວ່າຄົນນັ້ນຈະເປັນໃຜ. ຄັ້ງນີ້ຂ້ອຍຈະປ່ອຍມັນໄປ”. ຜູ້ຕໍ່ຕ້ານພຣະຄຣິສຄິດແບບນີ້ບໍ? ບໍ່; ຜູ້ຕໍ່ຕ້ານພຣະຄຣິສບໍ່ມີຄວາມມີເຫດຜົນແບບນັ້ນຢ່າງແນ່ນອນ. ພວກເຂົາຂ້ອນຂ້າງຈະແຈ້ງກ່ຽວກັບຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາເອງ. ພວກເຂົາຍຶດຕິດກັບສິ່ງເຫຼົ່ານັ້ນ ແລະ ບໍ່ຍອມປ່ອຍວາງ ຄືກັນກັບໝາປ່າທີ່ຄາບແກະໄວ້ໃນຄາງກະໄຕຂອງມັນ. ຖ້າເຈົ້າພະຍາຍາມເຈລະຈາກັບໝາປ່າ ແລະ ຢຸດມັນຈາກການກິນແກະ, ມັນຈະໄດ້ຜົນບໍ? ມັນຈະບໍ່ໄດ້ຜົນ. ເປັນຫຍັງຈຶ່ງບໍ່ໄດ້ຜົນ? ເພາະວ່ານັ້ນຄືອຸປະນິໄສຂອງມັນ. ໝາປ່າເຊື່ອວ່າແນວໃດ? “ຂ້ອຍຫິວ. ຂ້ອຍມັກກິນແກະ. ນີ້ແມ່ນສິ່ງທີ່ຖືກຕ້ອງ. ບໍ່ວ່າຂ້ອຍຢາກກິນແກະ ຫຼື ບໍ່, ມັນກໍຖືກຕ້ອງທັງໝົດ”. ນັ້ນຄືປັດຊະຍາຂອງມັນ, ເປັນມາດຕະຖານ ແລະ ແຫຼ່ງທີ່ມາຂອງການກະທຳຂອງມັນ. ໃນລັກສະນະດຽວກັນ, ເມື່ອຜູ້ຕໍ່ຕ້ານພຣະຄຣິສເອົາຊະນະ ແລະ ຄວບຄຸມຜູ້ຄົນ, ພວກເຂົາຄິດບໍວ່າ “ຂ້ອຍບໍ່ແມ່ນພຣະເຈົ້າ. ຂ້ອຍຈັ່ງແມ່ນໜ້າດ້ານທີ່ຄວບຄຸມຜູ້ຄົນ. ຖ້າຜູ້ຄົນມາແຍກແຍະຂ້ອຍ, ຂ້ອຍຈະເອົາໜ້າໄປໄວ້ໃສ?” ພວກເຂົາມີຄວາມຮູ້ສຶກລະອາຍແບບນັ້ນບໍ? (ບໍ່ມີ). ພວກເຂົາບໍ່ມີຄວາມຮູ້ສຶກລະອາຍ. ສະນັ້ນ, ສິ່ງໃດທີ່ຫາຍໄປຈາກຄວາມເປັນມະນຸດຂອງພວກເຂົາ? ຄວາມລະອາຍ, ຄວາມມີເຫດຜົນ ແລະ ຄວາມສໍານຶກ. ສິ່ງເຫຼົ່ານີ້ບໍ່ໄດ້ຢູ່ໃນຄວາມເປັນມະນຸດຂອງພວກເຂົາ. ຫາກປາສະຈາກສິ່ງເຫຼົ່ານັ້ນ, ພວກເຂົາຍັງເປັນມະນຸດຢູ່ບໍ? ພວກເຂົາບໍ່ແມ່ນມະນຸດ. ບໍ່ແມ່ນທຸກຄົນທີ່ສວມໃສ່ຜິວໜັງມະນຸດຈະເປັນມະນຸດສະເໝີໄປ. ບາງຄົນເປັນມານຮ້າຍ, ບາງຄົນເປັນຊາກສົບທີ່ຍ່າງໄດ້ ແລະ ບາງຄົນເປັນສັດ. ແລ້ວຜູ້ຕໍ່ຕ້ານພຣະຄຣິສແມ່ນປະເພດໃດ? ພວກເຂົາເປັນມານຮ້າຍ; ບາງຄົນໃນພວກເຂົາເປັນຜີຮ້າຍທີ່ຊົ່ວຮ້າຍ ແລະ ຄົນອື່ນໆເປັນວິນຍານຊົ່ວຮ້າຍ. ສະຫຼຸບແລ້ວກໍຄື ພວກເຂົາບໍ່ແມ່ນມະນຸດ. ມັນເປັນເພາະວ່າພວກເຂົາບໍ່ໄດ້ມີເຫດຜົນ, ຄວາມສໍານຶກ ແລະ ຄວາມລະອາຍຂອງຄວາມເປັນມະນຸດທີ່ປົກກະຕິ ທີ່ຜູ້ຕໍ່ຕ້ານພຣະຄຣິສສາມາດຍາດຊີງຜູ້ຄົນ ແລະ ຫົວໃຈຂອງຜູ້ຄົນກັບພຣະເຈົ້າ. ສິ່ງນີ້ສະແດງໃຫ້ເຫັນທຳມະຊາດ-ແກ່ນແທ້ຂອງພວກເຂົາວ່າຊົ່ວຊ້າ. ມັນບໍ່ສົມເຫດສົມຜົນສຳລັບພວກເຂົາທີ່ຈະຍາດຊີງສະຖານະກັບຄົນອື່ນ, ແລ້ວແຮງບໍ່ຕ້ອງເວົ້າເຖິງການຍາດຊີງສະຖານະ ແລະ ຜູ້ຄົນກັບພຣະເຈົ້າເລີຍ! ສິ່ງນີ້ຍິ່ງສະແດງໃຫ້ເຫັນວ່າພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິສທີ່ແທ້ຈິງ, ວ່າພວກເຂົາເປັນມານຮ້າຍ ແລະ ຊາຕານ.
ຕອນນີ້ພວກເຮົາໄດ້ໂອ້ລົມກ່ຽວກັບການສະແດງອອກຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສຈົນເຖິງຂໍ້ທີແປດ. ຕອນນີ້ພວກເຈົ້າສາມາດເຊື່ອມໂຍງລະຫວ່າງຕົວພວກເຈົ້າເອງກັບຜູ້ຕໍ່ຕ້ານພຣະຄຣິສ, ພ້ອມທັງຜູ້ທີ່ຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ຜູ້ທີ່ມີອຸປະນິໄສຂອງພວກເຂົາ ເພື່ອເບິ່ງວ່າພວກເຈົ້າເປັນຄົນປະເພດໃດໄດ້ບໍ? (ໄດ້). ພວກເຈົ້າສາມາດເຮັດການເຊື່ອມໂຍງເຫຼົ່ານີ້ໄດ້ບາງຢ່າງ. ການເຮັດແບບນີ້ສາມາດແກ້ໄຂບັນຫາໃດຂອງຜູ້ຄົນໄດ້? (ມັນສາມາດປ້ອງກັນພວກເຮົາຈາກການຍ່າງໃນເສັ້ນທາງທີ່ຜິດ). ມັນສາມາດປ້ອງກັນເຈົ້າຈາກການຍ່າງໃນເສັ້ນທາງທີ່ຜິດ. ມີຫຍັງອີກບໍ? (ມັນເຮັດໃຫ້ພວກເຮົາສາມາດແຍກແຍະຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຢູ່ອ້ອມຂ້າງພວກເຮົາໄດ້). ມັນເຮັດໃຫ້ເຈົ້າສາມາດແຍກແຍະບາງຄົນທີ່ຢູ່ອ້ອມຂ້າງເຈົ້າ. ການແຍກແຍະຄົນອື່ນເປັນສ່ວນໜຶ່ງຂອງມັນ; ແຕ່ສ່ວນໃຫຍ່ແລ້ວ, ເຈົ້າຕ້ອງຮູ້ວິທີແຍກແຍະຕົວເຈົ້າເອງ, ແຍກແຍະອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສທີ່ຢູ່ພາຍໃນເຈົ້າ ແລະ ເສັ້ນທາງທີ່ເຈົ້າຍ່າງ. ສິ່ງນີ້ຈະຊ່ວຍໃຫ້ເຈົ້າບໍ່ຫຼົງທາງໃນການປະຕິບັດໜ້າທີ່ຂອງເຈົ້າ ແລະ ບໍ່ຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ. ເມື່ອໃຜຜູ້ໜຶ່ງໄດ້ກ້າວເຂົ້າສູ່ເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສແລ້ວ, ມັນງ່າຍບໍສຳລັບພວກເຂົາທີ່ຈະຫັນກັບຄືນ? ບໍ່; ເມື່ອພວກເຂົາກ້າວເຂົ້າສູ່ເສັ້ນທາງນັ້ນແລ້ວ, ມັນບໍ່ງ່າຍສຳລັບພວກເຂົາທີ່ຈະຫັນກັບຄືນ. ພວກເຈົ້າຮູ້ເຫດຜົນຂອງເລື່ອງນີ້ບໍ? (ພຣະວິນຍານບໍລິສຸດບໍ່ເຮັດພາລະກິດໃນພວກເຂົາ). ນັ້ນແມ່ນເຫດຜົນຫຼັກ. ການກ້າວເຂົ້າສູ່ເສັ້ນທາງທີ່ຜິດແມ່ນອັນຕະລາຍ ເພາະເຈົ້າໄດ້ເລືອກທີ່ຈະຂັດຂືນພຣະເຈົ້າ, ຍາດຊີງຜູ້ຄົນທີ່ພຣະອົງເລືອກກັບພຣະອົງ ແລະ ຕໍ່ສູ້ກັບພຣະອົງຈົນເຖິງທີ່ສຸດ; ເຈົ້າບໍ່ໄດ້ສະແຫວງຫາຄວາມຈິງ ຫຼື ສະແຫວງຫາທີ່ຈະຍອມຮັບຄວາມລອດພົ້ນຂອງພຣະເຈົ້າ. ເມື່ອກ້າວເຂົ້າສູ່ເສັ້ນທາງແບບນັ້ນ ເຈົ້າກໍຈະພົບກັບບັນຫາ. ເຈົ້າຈະຢືນຢູ່ຝ່າຍກົງກັນຂ້າມກັບພຣະເຈົ້າ, ເຈົ້າຈະຢືນຢູ່ຝ່າຍກົງກັນຂ້າມກັບພຣະອົງດ້ວຍຄວາມຕັ້ງໃຈສ່ວນຕົວຂອງເຈົ້າ; ນັ້ນກໍຄື ຄວາມຄິດ, ມຸມມອງ, ຄວາມເຫັນ ແລະ ການເລືອກຂອງເຈົ້າລ້ວນແຕ່ຈະເປັນປໍລະປັກຕໍ່ພຣະເຈົ້າ. ກ່ອນທີ່ເຈົ້າຈະກ້າວເຂົ້າສູ່ເສັ້ນທາງນີ້, ຖ້າຫາກວ່າເຈົ້າມີການສະແດງອອກ, ອຸປະນິໄສ ແລະ ແກ່ນແທ້ທາງພາວະວິໄສບາງຢ່າງທີ່ຕໍ່ຕ້ານ ແລະ ເປັນປໍລະປັກຕໍ່ພຣະເຈົ້າ, ແຕ່ໃນທຸກເວລາ ເຈົ້າມີຄວາມລະມັດລະວັງຢູ່ໃນໃຈກ່ຽວກັບການບໍ່ຍ່າງໃນເສັ້ນທາງທີ່ເປັນປໍລະປັກຕໍ່ພຣະເຈົ້າ ຫຼື ເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ, ແລ້ວເຈົ້າກໍມີໂອກາດທີ່ຈະໄດ້ຮັບຄວາມລອດພົ້ນ. ຖ້າເຈົ້າກ້າວເຂົ້າສູ່ເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ, ເສັ້ນທາງແຫ່ງການເປັນປໍລະປັກຕໍ່ພຣະເຈົ້າ, ເຈົ້າກໍຕົກຢູ່ໃນອັນຕະລາຍ. ອັນຕະລາຍນັ້ນຍິ່ງໃຫຍ່ສໍ່າໃດ? ຍິ່ງໃຫຍ່ພໍທີ່ຈະເຮັດໃຫ້ມັນບໍ່ແມ່ນເລື່ອງງ່າຍສຳລັບເຈົ້າທີ່ຈະຫັນກັບຄືນ. ບາງຄົນຫາກໍເວົ້າວ່າ ພຣະວິນຍານບໍລິສຸດຈະບໍ່ປະຕິບັດພາລະກິດໃນເຈົ້າອີກຕໍ່ໄປ. ສິ່ງນັ້ນຊັດເຈນຫຼາຍ! ພຣະວິນຍານບໍລິສຸດຈະປະຕິບັດພາລະກິດໃນຄົນແບບນັ້ນໄດ້ແນວໃດ? ເມື່ອເຈົ້າກ້າວເຂົ້າສູ່ເສັ້ນທາງແບບນັ້ນແລ້ວ, ເມື່ອເຈົ້າຕັດສິນໃຈເລືອກແບບນັ້ນແລ້ວ, ເຈົ້າກໍຕົກຢູ່ໃນອັນຕະລາຍ. ຖ້າເຈົ້າເຂົ້າໃຈສິ່ງນີ້ຢູ່ໃນໃຈຂອງເຈົ້າ ແຕ່ຍັງເຮັດແບບນີ້, ໄປທາງນັ້ນ ແລະ ຕັດສິນໃຈເລືອກແບບນັ້ນ ແລະ ດຳເນີນການຕໍ່ໄປຕາມຫຼັກການຂອງເຈົ້າເອງ ແລະ ແນວທາງເກົ່າກ່ອນໜ້ານີ້ຂອງເຈົ້າສະເໝີ, ເມື່ອເຈົ້າກະທຳໂດຍບໍ່ຫັນກັບຄືນ ຫຼື ກັບໃຈໂດຍບໍ່ປ່ຽນເສັ້ນທາງຂອງເຈົ້າ, ນັ້ນກໍສະແດງເຖິງການເລືອກຂອງເຈົ້າ. ເຈົ້າໄດ້ຕັດສິນໃຈແລ້ວກ່ຽວກັບການໄປຕາມເສັ້ນທາງນີ້ໃນການເປັນປໍລະປັກຕໍ່ພຣະເຈົ້າ. ບໍ່ແມ່ນວ່າເຈົ້າບໍ່ເຂົ້າໃຈສິ່ງທີ່ເຈົ້າກຳລັງເຮັດ, ເຈົ້າກຳລັງເຈດຕະນາເຮັດບາບ. ມັນຄືກັນກັບໂປໂລ, ຜູ້ທີ່ກ່າວວ່າ “ເຈົ້າແມ່ນໃຜ, ພຣະຜູ້ເປັນເຈົ້າ? ເປັນຫຍັງເຈົ້າຈຶ່ງຢາກໂຈມຕີຂ້ອຍ?” ລາວຮູ້ດີວ່າອົງພຣະເຢຊູເຈົ້າຄືພຣະຜູ້ເປັນເຈົ້າ, ວ່າພຣະອົງຄືພຣະຄຣິສ ແຕ່ລາວກໍຍັງຕໍ່ຕ້ານພຣະອົງຈົນເຖິງທີ່ສຸດ. ນັ້ນຄືການເຈດຕະນາເຮັດບາບ. ໂປໂລບໍ່ໄດ້ເປັນພະຍານໃຫ້ແກ່ພຣະຜູ້ເປັນເຈົ້າ ແລະ ລາວບໍ່ໄດ້ຍົກສູງພຣະອົງ. ລາວຄິດວ່າ “ເຈົ້າບໍ່ແມ່ນພຽງແຕ່ຄົນທຳມະດາບໍ? ເຈົ້າບໍ່ພຽງແຕ່ໂຈມຕີຂ້ອຍ ເພາະເຈົ້າມີລິດທານຸພາບທີ່ຈະເຮັດບໍ? ເຈົ້າອາດຈະມີລິດທານຸພາບ ແຕ່ຂ້ອຍຍັງເຊື່ອໃນພຣະເຈົ້າໃນສະຫວັນ. ເຈົ້າ ເຊິ່ງກໍຄືການບັງເກີດເປັນມະນຸດ ບໍ່ແມ່ນພຣະເຈົ້າ; ເຈົ້າບໍ່ກ່ຽວຂ້ອງກັບພຣະເຈົ້າ. ເຈົ້າຄືບຸດຊາຍຂອງພຣະເຈົ້າ ແລະ ເຈົ້າເທົ່າທຽມກັບພວກເຮົາ”. ນັ້ນບໍ່ແມ່ນມຸມມອງຂອງລາວບໍ? ພື້ນຖານສຳລັບມຸມມອງນີ້ຂອງໂປໂລແມ່ນຫຍັງ? ຫຼັງຈາກທີ່ລາວມາຮູ້ວ່າອົງພຣະເຢຊູເຈົ້າຄືພຣະຄຣິສທີ່ບັງເກີດເປັນມະນຸດ, ລາວກໍຍັງຍຶດໝັ້ນໃນມຸມມອງນີ້ ຄືກັນກັບທີ່ລາວເຮັດມາກ່ອນ. ນີ້ແມ່ນບັນຫາທີ່ຮ້າຍແຮງ ແລະ ດ້ວຍສິ່ງນີ້, ຈຸດຈົບຂອງລາວກໍຖືກຕັດສິນ. ຍ້ອນວ່າລາວຍຶດໝັ້ນກັບມຸມມອງນັ້ນຕະຫຼອດເວລາ, ເສັ້ນທາງທີ່ລາວຍ່າງຈະສາມາດປ່ຽນແປງໄດ້ບໍ? ເສັ້ນທາງທີ່ຄົນໃດໜຶ່ງຍ່າງແມ່ນອີງໃສ່ມຸມມອງຂອງພວກເຂົາ: ບໍ່ວ່າມຸມມອງຂອງເຈົ້າຈະເປັນແນວໃດ, ນັ້ນກໍຄືເສັ້ນທາງທີ່ເຈົ້າຍ່າງ. ແລ້ວໃນທາງກົງກັນຂ້າມ, ບໍ່ວ່າເສັ້ນທາງທີ່ເຈົ້າຍ່າງຈະເປັນແນວໃດ, ນັ້ນກໍຄືມຸມມອງທີ່ຈະເກີດຂຶ້ນໃນໂຕເຈົ້າ, ມຸມມອງທີ່ເຈົ້າຈະມີ, ມຸມມອງທີ່ຈະຊັກຈູງ ແລະ ຊີ້ນໍາເຈົ້າ. ທັນທີທີ່ເຈົ້າກ້າວເຂົ້າສູ່ເສັ້ນທາງແຫ່ງການເປັນປໍລະປັກຕໍ່ພຣະເຈົ້າ, ມຸມມອງເຫຼົ່ານີ້ກໍຈະກໍ່ຕົວ ແລະ ຝັງຮາກເລິກຢູ່ພາຍໃນເຈົ້າ ແລະ ສິ່ງໜຶ່ງກໍຈະແນ່ນອນເຊິ່ງກໍຄື ເຈົ້າຈະຕໍ່ຕ້ານພຣະເຈົ້າຈົນເຖິງທີ່ສຸດຢ່າງແນ່ນອນ; ເຈົ້າຈະຍຶດໝັ້ນກັບມຸມມອງ, ຄວາມຮູ້ ແລະ ທັດສະນະຄະຕິທີ່ຜິດພາດຂອງເຈົ້າເອງສະເໝີຢ່າງແນ່ນອນໂດຍຂັດຂວາງພຣະເຈົ້າຈົນເຖິງທີ່ສຸດ. ເຈົ້າຈະບໍ່ປ່ຽນເສັ້ນທາງຂອງເຈົ້າເລີຍ. ບໍ່ວ່າໃຜຈະບອກເຈົ້າ ຫຼື ພຣະວິນຍານບໍລິສຸດຈະໃຫ້ຄວາມຮູ້ແຈ້ງແກ່ເຈົ້າ ຫຼື ອ້າຍເອື້ອຍນ້ອງຈະຕັກເຕືອນເຈົ້າ ຫຼື ພຣະເຈົ້າຈະໃຫ້ແສງເຍືອງທາງແກ່ເຈົ້າ. ຈະບໍ່ມີບ່ອນຫວ່າງສຳລັບສິ່ງນັ້ນ. ນີ້ຄືການເລືອກຂອງເຈົ້າ. ເຈົ້າຈະໄດ້ຮັບໂອກາດຄັ້ງທີໜຶ່ງ, ທີສອງ ແລະ ທີສາມ. ຖ້າຫາກວ່າ ຫຼັງຈາກສາມໂອກາດໃນການກັບໃຈ, ເຈົ້າຍັງບໍ່ໄດ້ເຮັດເຊັ່ນນັ້ນ, ເຈົ້າກໍຈະບໍ່ມີໂອກາດອີກໃນອະນາຄົດ. ບໍ່ວ່າເຈົ້າຈະເຮັດວຽກ ແລະ ຈ່າຍລາຄາສໍ່າໃດກໍຕາມໃນຕອນນັ້ນ, ມັນກໍຈະບໍ່ສົ່ງຜົນຕໍ່ພຣະເຈົ້າ. ພຣະອົງຈະຕັເສິນໃຈກ່ຽ%ກັບເຈົ້າແລ້ວ. ພຣະເຈົ້າຈະຕັດສິນໃຈແນວໃດສຳລັບເຈົ້າ? ວ່າເຈົ້າຈະຖືກໃຫ້ອອກເຫື່ອແຮງ, ວ່າເຈົ້າຈະຖືກໃຊ້ປະໂຫຍດ; ແລະ ຫຼັງຈາກທີ່ເຈົ້າຖືກໃຊ້ປະໂຫຍດແລ້ວ, ພຣະອົງຈະວາງເຈົ້າໄວ້ບ່ອນໃດບ່ອນໜຶ່ງທີ່ເຈົ້າຈະຖືກລົງທັນ ແລະ ລົງໂທດຕາມທີ່ພຣະອົງໄດ້ຕັດສິນໃຈ. ການທີ່ພຣະເຈົ້າຕັດສິນໃຈໃນແບບນີ້ເກີດຂຶ້ນໄດ້ແນວໃດ? ມັນເປັນຍ້ອນຄວາມຄິດຊົ່ວໄລຍະໜຶ່ງຂອງເຈົ້າບໍ? ມັນອີງໃສ່ແນວຄິດໄລຍະສັ້ນໆຂອງເຈົ້າບໍ? ອີງໃສ່ການກ້າວເຂົ້າສູ່ເສັ້ນທາງທີ່ຜິດພຽງຊົ່ວໄລຍະຂອງເຈົ້າບໍ? ບໍ່; ພຣະເຈົ້າອີງສິ່ງນີ້ໃສ່ມຸມມອງທີ່ເຈົ້າມີຢູ່ເລິກໆໃນໃຈຂອງເຈົ້າ, ໃສ່ທັດສະນະຄະຕິໄລຍະຍາວຂອງເຈົ້າທີ່ມີຕໍ່ຄວາມຈິງ ແລະ ໃສ່ເສັ້ນທາງທີ່ເຈົ້າຕັດສິນໃຈຍ່າງ. ເຈົ້າໄດ້ຕັດສິນໃຈທີ່ຈະກະທຳໃນແບບນີ້ ແລະ ບໍ່ວ່າໃຜຈະເວົ້າຫຍັງກໍຕາມ, ມັນກໍບໍ່ມີປະໂຫຍດ; ເຈົ້າໄດ້ຕັດສິນໃຈທີ່ຈະໃຊ້ທິດສະດີນີ້ເປັນພື້ນຖານສຳລັບເສັ້ນທາງທີ່ເຈົ້າຍ່າງໃນອະນາຄົດ. ແລ້ວໃນເມື່ອເຈົ້າໄດ້ຕັດສິນໃຈແລ້ວ, ພຣະເຈົ້າບໍ່ຈຳເປັນຕ້ອງກຳນົດຈຸດຈົບຂອງເຈົ້າບໍ? ຈຸດຈົບຂອງເຈົ້າໄດ້ຖືກກຳນົດໄວ້ດົນແລ້ວ; ບໍ່ຈຳເປັນທີ່ພຣະເຈົ້າຈະຕ້ອງລໍຖ້າຈົນເຖິງວິນາທີສຸດທ້າຍເພື່ອເຮັດສິ່ງນີ້. ກັບບາງຄົນ, ພຣະເຈົ້າເບິ່ງການສະແດງອອກຂອງພວກເຂົາສະເໝີ. ເມື່ອຄົນເຫຼົ່ານີ້ໄປເຖິງສຸດປາຍທາງໃນທີ່ສຸດ, ຈຸດຈົບຂອງພວກເຂົາກໍຖືກກຳນົດໃນທີ່ສຸດໂດຍອີງໃສ່ການສະແດງອອກຕ່າງໆຂອງພວກເຂົາ. ບາງຄົນໄດ້ເຮັດການກະທຳທີ່ດີຫຼາຍກວ່າການກະທຳທີ່ຊົ່ວຮ້າຍ; ພວກເຂົາມີທັດສະນະຄະຕິທີ່ດີ ແລະ ເປັນບວກຕໍ່ພຣະເຈົ້າຫຼາຍກວ່າທັດສະນະຄະຕິທີ່ເປັນລົບ ແລະ ທີ່ເຮັດຊົ່ວ ແລະ ອີງໃສ່ການວັດແທກຜົນລວມຂອງພຶດຕິກຳ ແລະ ການສະແດງອອກທີ່ແຕກຕ່າງກັນຂອງພວກເຂົາ, ຈຸດຈົບສຸດທ້າຍຂອງພວກເຂົາກໍຖືກກຳນົດໄວ້. ເຖິງຢ່າງໃດກໍຕາມ, ຍັງມີຄົນອື່ນໆທີ່ຈຸດຈົບຂອງພວກເຂົາຖືກກຳນົດໂດຍພຣະເຈົ້າ ຫຼັງຈາກທີ່ພຣະອົງເຫຼືອບເບິ່ງເສັ້ນທາງທີ່ພວກເຂົາຍ່າງ. ແລ້ວພຣະເຈົ້າໃຫ້ໂອກາດຜູ້ຄົນກ່ອນທີ່ຈະກຳນົດຈຸດຈົບຂອງພວກເຂົາບໍ? ພຣະອົງໃຫ້. ໃຫ້ຈັກຄັ້ງ? ເປັນໄປໄດ້ຫຼາຍທີ່ສຸດວ່າຈະບໍ່ມີຕົວເລກທີ່ແນ່ນອນ. ມັນຂຶ້ນກັບທຳມະຊາດ-ແກ່ນແທ້ຂອງຄົນໆໜຶ່ງ ແລະ ມັນກໍອີງໃສ່ການໄລ່ຕາມຂອງພວກເຂົາເຊັ່ນກັນ. ບາງຄົນອາດຈະໄດ້ຮັບສາມໂອກາດ. ບາງຄົນບໍ່ສາມາດກອບກູ້ໄດ້, ພວກເຂົາໂງ່ຈ້າ ແລະ ດື້ດ້ານຢ່າງບໍ່ໜ້າເຊື່ອ ແລະ ພວກເຂົາບໍ່ຍອມຮັບຄວາມຈິງໃດໆເລີຍ. ຈຸດຈົບຂອງພວກເຂົາຖືກກຳນົດກ່ອນທີ່ພວກເຂົາຈະມີສາມໂອກາດ. ແຕ່ກັບບາງຄົນ, ພຣະເຈົ້າຈັດແຈງສະພາບແວດລ້ອມບາງຢ່າງໃຫ້ພວກເຂົາໂດຍອີງໃສ່ສະພາວະຂອງພວກເຂົາ ແລະ ອີງໃສ່ອາຍຸຂອງພວກເຂົາ ແລະ ສິ່ງທີ່ພວກເຂົາໄດ້ຜ່ານ, ພຣະອົງອາດຈະໃຫ້ພວກເຂົາຫ້າໂອກາດ. ສິ່ງນີ້ແມ່ນອີງໃສ່ທຳມະຊາດ, ແກ່ນແທ້ ແລະ ທັດສະນະຄະຕິຂອງພວກເຂົາໃນຂະນະທີ່ຍອມຮັບຄວາມຈິງ. ພຣະເຈົ້າກຳນົດຈຸດຈົບ ແລະ ຈຸດໝາຍປາຍທາງຂອງຄົນໆໜຶ່ງໂດຍອີງໃສ່ສິ່ງເຫຼົ່ານີ້.
ທຸກສິ່ງທຸກຢ່າງເກີດຂຶ້ນກັບຜູ້ຄົນ ແລະ ພວກເຂົາມັກຈະບໍ່ຮູ້ວິທີຜະເຊີນໜ້າກັບມັນ; ມັນຈະບໍ່ເປັນຫຍັງບໍຖ້າພວກເຂົາບໍ່ພະຍາຍາມເຂົ້າໃຈຄວາມຈິງ? ມັນງ່າຍທີ່ຜູ້ຄົນຈະຍ່າງໃນເສັ້ນທາງທີ່ຜິດ ເມື່ອພວກເຂົາບໍ່ເຂົ້າໃຈຄວາມຈິງ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ຜູ້ຄົນດຳລົງຊີວິດດ້ວຍອຸປະນິໄສທີ່ເສື່ອມຊາມຂອງຊາຕານ ແລະ ສິ່ງທີ່ອອກມາຈາກພາຍໃນພວກເຂົາແມ່ນສິ່ງທີ່ພວກເຂົາເປີດເຜີຍອອກມາຕາມທຳມະຊາດ ແລະ ບໍ່ມີສິ່ງໃດເລີຍທີ່ສອດຄ່ອງກັບຄວາມຈິງ ແລະ ທຸກສິ່ງລ້ວນແຕ່ເປັນການທໍລະຍົດຕໍ່ພຣະເຈົ້າ. ສະນັ້ນ, ເປັນຫຍັງພວກເຂົາຈຶ່ງຄວນຟັງຄຳເທດສະໜາຢູ່ສະເໝີ? ການຟັງຄຳເທດສະໜາຢູ່ສະເໝີ, ການໄຕ່ຕອງ ແລະ ການໃສ່ໃຈຕໍ່ສິ່ງເຫຼົ່ານັ້ນ; ການອະທິຖານ ແລະ ການສະແຫວງຫາຢູ່ສະເໝີ, ການມາຢູ່ຕໍ່ໜ້າພຣະເຈົ້າດ້ວຍຫົວໃຈທີ່ຢຳເກງພຣະເຈົ້າ, ດ້ວຍຫົວໃຈແຫ່ງຄວາມກະຕັນຍູ, ດ້ວຍຫົວໃຈທີ່ປາຖະໜາຄວາມຈິງ; ການມີເວລາທີ່ກຳນົດໄວ້ໃນແຕ່ລະມື້ສຳລັບການເຂົ້າເຝົ້າຝ່າຍວິນຍານ, ການອະທິຖານ ແລະ ການກິນ ແລະ ດື່ມພະທໍາຂອງພຣະເຈົ້າ; ແລະ ການໂອ້ລົມກັບຄົນອື່ນ ແລະ ການຮ່ວມມືຢ່າງສາມັກຄີກັບຄົນອື່ນເພື່ອເຮັດວຽກງານ; ການກະທຳໃນແຕ່ລະມື້ຕາມຫຼັກການເຫຼົ່ານີ້ ແລະ ການຍຶດໝັ້ນກັບສິ່ງເຫຼົ່ານີ້ໃນແຕ່ລະມື້, ພຣະເຈົ້າເບິ່ງວ່າລາຍລະອຽດໃນການປະຕິບັດຂອງຜູ້ຄົນເຫຼົ່ານີ້ບັນລຸຜົນໄດ້ຮັບ ຫຼື ບໍ່. ບາງຄົນອາດຈະຖາມວ່າ “ສິ່ງເຫຼົ່ານັ້ນບໍ່ແມ່ນພຽງແຕ່ຂັ້ນຕອນບໍ?” ຂັ້ນຕອນແມ່ນຫຍັງ? ສິ່ງເຫຼົ່ານີ້ບໍ່ແມ່ນສິ່ງພາຍນອກ, ເຈົ້າສາມາດຍຶດໝັ້ນກັບສິ່ງເຫຼົ່ານີ້ໄດ້ກໍຕໍ່ເມື່ອເຈົ້າມີໃຈທີ່ຈະເຮັດເຊັ່ນນັ້ນເທົ່ານັ້ນ. ຫາກປາສະຈາກຫົວໃຈນັ້ນ, ເຈົ້າຈະສາມາດຍຶດໝັ້ນກັບສິ່ງເຫຼົ່ານັ້ນໄດ້ຈັກມື້? ເຈົ້າຈະບໍ່ສາມາດຍຶດໝັ້ນກັບສິ່ງເຫຼົ່ານັ້ນໄດ້. ຜູ້ນໍາບາງຄົນບໍ່ເຄີຍກິນ ແລະ ດື່ມພະທໍາຂອງພຣະເຈົ້າ ແລະ ບໍ່ເຄີຍເຝົ້າດ່ຽວເລີຍ. ສິ່ງນີ້ໝາຍຄວາມວ່າແນວໃດ? ໝາຍຄວາມວ່າພວກເຂົາບໍ່ແມ່ນຜູ້ເຊື່ອທີ່ແທ້ຈິງ. ຖ້າພວກເຂົາບໍ່ແມ່ນ, ແລ້ວພວກເຂົາໄດ້ມາເປັນຜູ້ນໍາໄດ້ແນວໃດ? ໃນບາງສະຖານທີ່, ບໍ່ມີໃຜເໝາະສົມກັບວຽກງານ, ດັ່ງນັ້ນ ຄຣິສຕະຈັກຈຶ່ງຕ້ອງໃຊ້ຄົນເຫຼົ່ານີ້ໄປກ່ອນ. ພວກເຂົາຄິດຜິດວ່າ “ຂ້ອຍຖືກເລືອກເປັນຜູ້ນໍາ. ຂ້ອຍສາມາດເຮັດວຽກງານນີ້ໄດ້ຄືກັນໂດຍບໍ່ຕ້ອງກິນ ແລະ ດື່ມພະທໍາຂອງພຣະເຈົ້າ. ຕາບໃດທີ່ຜູ້ຄົນມີຂາ ແລະ ປາກ ກໍສາມາດເຮັດວຽກງານນີ້ໄດ້”. ນີ້ຄືຄວາມໂງ່ຈ້າ. ພຣະເຈົ້າບໍ່ໄດ້ເບິ່ງວ່າເຈົ້າສາມາດເຮັດວຽກງານໄດ້ ຫຼື ບໍ່, ພຣະອົງເບິ່ງສິ່ງທີ່ເຈົ້າໄດ້ເຮັດ. ວຽກງານທີ່ເຈົ້າສາມາດເຮັດໄດ້, ຄົນອື່ນກໍສາມາດເຮັດໄດ້ເຊັ່ນກັນ. ໃຜກໍຕາມທີ່ມີສະຕິປັນຍາປົກກະຕິໜ້ອຍໜຶ່ງແມ່ນສາມາດເຮັດໄດ້. ຢ່າໄປຄິດວ່າ ເພາະເຈົ້າຖືກເລືອກເປັນຜູ້ນໍາ ແລະ ເຈົ້າສາມາດເຮັດວຽກງານນັ້ນໄດ້, ແລ້ວຄວາມສຳເລັດຂອງເຈົ້າຈະຖືກຮັບປະກັນ, ເຈົ້າໄດ້ຖືກເຮັດໃຫ້ສົມບູນແລ້ວ, ເຈົ້າມີໂອກາດທີ່ຈະຢູ່ລອດ. ມັນບໍ່ໄດ້ເປັນແບບນັ້ນ. ພຣະເຈົ້າບໍ່ເຄີຍເບິ່ງວ່າເຈົ້າເຮັດຫຼາຍສໍ່າໃດ; ພຣະອົງເບິ່ງສິ່ງທີ່ເຈົ້າໄດ້ເຮັດ, ເບິ່ງເສັ້ນທາງທີ່ເຈົ້າຍ່າງ. ຢ່າຫຼອກລວງຕົວເອງກ່ຽວກັບເລື່ອງນີ້. ເຈົ້າອາດຈະຄິດວ່າ “ມີຫຼາຍຄົນທີ່ບໍ່ຖືກເລືອກ ແຕ່ຂ້ອຍຖືກເລືອກ. ເບິ່ງຄືວ່າຂ້ອຍໂດດເດັ່ນ, ຂ້ອຍມີຄວາມສາມາດຫຼາຍກວ່າ ແລະ ດີກວ່າຄົນອື່ນ”. ເຈົ້າມີດີຫຍັງ? ເຖິງແມ່ນວ່າເຈົ້າຈະດີ, ເຈົ້າມີສິດທີ່ຈະບໍ່ປະຕິບັດຄວາມຈິງ ແລະ ກະທຳໃນສິ່ງທີ່ລະເມີດຄວາມຈິງບໍ? ເຖິງແມ່ນວ່າເຈົ້າຈະດີ, ເຈົ້າມີສິດທີ່ຈະບໍ່ເຝົ້າດ່ຽວ ຫຼື ອະທິຖານ ແລະ ບໍ່ສະແຫວງຫາຄວາມຈິງເມື່ອເຈົ້າກະທຳບໍ? ເຈົ້າບໍ່ມີສິດທີ່ຈະເຮັດສິ່ງເຫຼົ່ານັ້ນ. ບໍ່ມີສະຖານະ ຫຼື ຕຳແໜ່ງໃດເປັນຕົ້ນທຶນຂອງເຈົ້າ. ສິ່ງເຫຼົ່ານັ້ນເປັນສິ່ງທີ່ຜ່ານມາແລ້ວກໍຜ່ານໄປ, ເປັນສິ່ງພາຍນອກ. ພຣະເຈົ້າເບິ່ງຄວາມຈົງຮັກພັກດີຂອງເຈົ້າ; ພຣະອົງເບິ່ງການປະຕິບັດຄວາມຈິງຂອງເຈົ້າ, ການໄລ່ຕາມມັນ ແລະ ທັດສະນະຄະຕິຂອງເຈົ້າທີ່ມີຕໍ່ມັນ; ພຣະອົງເບິ່ງການອ່ອນນ້ອມຂອງເຈົ້າ, ພຣະອົງເບິ່ງທັດສະນະຄະຕິຂອງເຈົ້າທີ່ມີຕໍ່ໜ້າທີ່ ແລະ ພາລະກິດຂອງເຈົ້າ. ບາງຄົນອາດຈະທຸ່ມເທຄວາມພະຍາຍາມຢ່າງຫຼວງຫຼາຍໃນການປະຕິບັດໜ້າທີ່ຂອງພວກເຂົາ ແຕ່ພວກເຂົາບໍ່ເຮັດຕາມຫຼັກການຄວາມຈິງ. ຖ້າເຈົ້າບອກພວກເຂົາວ່າພວກເຂົາຄວນກະທຳຕາມຫຼັກການຄວາມຈິງ, ພວກເຂົາກໍຕໍ່ຕ້ານ, ພວກເຂົາໃຈຮ້າຍ ແລະ ບໍ່ຍອມຮັບມັນ. ພວກເຂົາກໍຖືກເປີດເຜີຍໃນລັກສະນະແບບນັ້ນ. ສິ່ງໃດຖືກເປີດເຜີຍ? ການທີ່ພວກເຂົາບໍ່ຍອມຮັບຄວາມຈິງ. ຄົນທີ່ບໍ່ຍອມຮັບຄວາມຈິງແມ່ນຄົນປະເພດໃດ? ຜູ້ບໍ່ເຊື່ອ. ຜູ້ບໍ່ເຊື່ອຫຍຸ້ງຢູ່ກັບການເຮັດຫຍັງຢ່າງບໍ່ມີຈຸດໝາຍ? ເປັນຫຍັງພວກເຂົາຈຶ່ງມີພະລັງໃນຄວາມຫຍຸ້ງຂອງພວກເຂົາ? ພວກເຂົາມີເປົ້າໝາຍ. ພວກເຂົາເຫັນວ່າ “ມີໂອກາດສຳລັບຂ້ອຍທີ່ຈະໄດ້ເປັນເຈົ້າໜ້າທີ່ຢູ່ບ່ອນນີ້ ແລະ ຖ້າຂ້ອຍໄດ້ເປັນ, ຂ້ອຍກໍຈະສາມາດອາໄສຄຣິສຕະຈັກຫາກິນ ແລະ ໄດ້ຮັບການນະມັດສະການຈາກທຸກຄົນ. ບ່ອນນີ້ສຸດຍອດຫຼາຍ! ບ່ອນຫາກິນນີ້ໄດ້ມາງ່າຍເກີນໄປ ແລະ ຊື່ສຽງ ແລະ ຜົນປະໂຫຍດນີ້ກໍເຊັ່ນກັນ; ສະຖານະນີ້ຈັ່ງແມ່ນໄດ້ມາງ່າຍດາຍຫຼາຍ. ມັນງ່າຍແທ້ໆທີ່ຈະເປັນເຈົ້າໜ້າທີ່ຢູ່ບ່ອນນີ້!” ພວກເຂົາບໍ່ເຄີຍຄິດວ່າພວກເຂົາຈະໄດ້ເປັນ “ເຈົ້າໜ້າທີ່” ໃນຊາດນີ້. ແຕ່ເມື່ອພວກເຂົາສູນເສຍ “ຕຳແໜ່ງ” ຂອງພວກເຂົາ, ພວກເຂົາກໍເຜີຍທາດແທ້ອອກມາ. ພວກເຂົາບໍ່ອອກເຫື່ອແຮງໃຫ້ແກ່ເຮືອນຂອງພຣະເຈົ້າອີກຕໍ່ໄປ. ພວກເຂົາຈະຍັງສາມາດທົນທຸກ ແລະ ຈ່າຍລາຄາໄດ້ບໍ? ບໍ່ໄດ້. ພວກເຂົາບໍ່ໄດ້ຖືກເປີດເຜີຍແລ້ວບໍ? ບາງຄົນທຸ່ມເທສຸດຕົວເມື່ອພວກເຂົາມີສະຖານະ, ພະຍາຍາມ ແລະ ເສຍເຫື່ອແຮງ, ບໍ່ຈົ່ມເຖິງວ່າພວກເຂົາຈະທົນທຸກສໍ່າໃດກໍຕາມ ແຕ່ທັນທີທີ່ພວກເຂົາບໍ່ມີສະຖານະອີກຕໍ່ໄປ, ພວກເຂົາກໍກາຍເປັນລົບຈົນເຖິງຂັ້ນທີ່ຄວາມເປັນລົບຂອງພວກເຂົາຄອບງຳພວກເຂົາ. ພວກເຂົາບໍ່ໄດ້ຖືກເປີດເຜີຍແລ້ວບໍ? ສະຖານະໄດ້ເປີດເຜີຍພວກເຂົາແລ້ວ. ຈຳເປັນຕ້ອງໃຫ້ພວກເຂົາຜ່ານການທົດສອບບໍ? ບໍ່. ເອົາລະ, ພວກເຮົາຈະຈົບການໂອ້ລົມຂອງມື້ນີ້ໄວ້ພຽງເທົ່ານີ້.
ວັນທີ 1 ຕຸລາ 2019