ລາຍການທີເຈັດ: ພວກເຂົາຊົ່ວຮ້າຍ, ແຝງຊົ່ວ ແລະ ເລ່ຫຼ່ຽມ (ພາກທີສອງ)
ບົດເສີມ: ການແກ້ໄຂຄວາມເຂົ້າໃຈຜິດຂອງຜູ້ຄົນກ່ຽວກັບການຈັດການຄຣິສຕະຈັກແຫ່ງໜຶ່ງໃນປະເທດການາດາ
ມີສິ່ງທີ່ບໍ່ປົກກະຕິເກີດຂຶ້ນໃນຄັ້ງຫຼ້າສຸດທີ່ພວກເຮົາໄດ້ເຕົ້າໂຮມກັນ. ສິ່ງນັ້ນແມ່ນຫຍັງ? (ມັນແມ່ນການຈັດການຄຣິສຕະຈັກໃນປະເທດການາດາ.) ເລື່ອງນີ້ເກີດຂຶ້ນເມື່ອໜຶ່ງເດືອນກ່ອນ. ພວກເຈົ້າຍັງຈື່ມັນໄດ້ດີຢູ່ບໍ? (ແມ່ນແລ້ວ.) ເລື່ອງນີ້ກະຕຸ້ນຄວາມຮູ້ສຶກຂອງພວກເຈົ້າຫຼາຍບໍ? (ແມ່ນແລ້ວ.) ເມື່ອມີບັນຫາເກີດຂຶ້ນກັບບາງຄຣິສຕະຈັກ ຫຼື ບາງຄົນ, ເຮົາກໍຕັດສິນໃຈໂດຍອີງໃສ່ສະຖານະການ ແລະ ຈັດການກັບພວກເຂົາຕາມຫຼັກການ; ໂດຍພື້ນຖານແລ້ວ ນີ້ແມ່ນກໍລະນີທີ່ເຮົາຈັດການກັບເລື່ອງຂອງຄຣິສຕະຈັກໃນປະເທດການາດາ. ຄັນຊັ້ນໃຫ້ບອກເຮົາເບິ່ງດຸ, ເປັນຫຍັງເຮົາຈຶ່ງຈັດການກັບເລື່ອງນີ້ໃນແບບທີ່ເຮົາເຮັດ ເມື່ອມີຜູ້ຕໍ່ຕ້ານພຣະຄຣິສປາກົດຕົວຂຶ້ນໃນຄຣິສຕະຈັກໃນປະເທດການາດາ ແລະ ເຮັດໃຫ້ຜູ້ຄົນຫຼົງຜິດ? ພວກເຈົ້າມີຄວາມຄິດແນວໃດຕໍ່ເລື່ອງນີ້? ເຫັນໄດ້ຢ່າງຊັດເຈນວ່າ ມັນເຮັດໃຫ້ບາງຄົນຢ້ານ. ເປັນຫຍັງມັນຈຶ່ງເຮັດໃຫ້ພວກເຂົາຢ້ານ? ບາງຄົນເວົ້າວ່າ “ມັນຖືກຈັດການຢ່າງຮຸນແຮງຫຼາຍ. ມັນຮ້າຍແຮງຂະໜາດນັ້ນເລີຍບໍ? ມັນຖືກຈັດການແບບນັ້ນໄດ້ແນວໃດ? ມັນຖືກຈັດການໂດຍສອດຄ່ອງກັບຫຼັກການບໍ? ມັນບໍ່ໄດ້ຖືກຈັດການດ້ວຍຄວາມຄິດທີ່ເກີດຂຶ້ນທັນທີທັນໃດທີ່ຂາດການໄຕ່ຕອງບໍ? ຜົນທີ່ຕາມມາຂອງການຈັດການແບບນັ້ນຈະເປັນແນວໃດ? ສິ່ງທີ່ຄົນເຫຼົ່ານັ້ນເຮັດແມ່ນຮ້າຍແຮງປານນັ້ນແທ້ບໍ? ອີງໃສ່ສິ່ງທີ່ຂໍຈາກຜູ້ຄົນຢູ່ບ່ອນນັ້ນ ລວມທັງທັດສະນະຄະຕິຂອງພວກເຂົາ, ການບອກເລົ່າ ແລະ ຂໍ້ມູນທີ່ໄດ້ຍິນຈາກພວກເຂົາ, ມັນເບິ່ງຄືວ່າພວກເຂົາບໍ່ຄວນຖືກຈັດການຢ່າງຮຸນແຮງແບບນັ້ນ, ແມ່ນບໍ?” ນີ້ແມ່ນວິທີທີ່ບາງຄົນຄິດ. ມີຄົນອື່ນເວົ້າວ່າ “ບາງເທື່ອພຣະເຈົ້າອາດມີເຫດຜົນ ແລະ ຄວາມຄິດຂອງພຣະອົງໃນການຈັດການແບບນັ້ນ”. ຄວາມຄິດເຫຼົ່ານັ້ນແມ່ນຫຍັງແທ້? ມີເຈດຕະນາ ຫຼື ເຫດຜົນເດີມອັນໃດໃນການຈັດການເລື່ອງດັ່ງກ່າວແບບນັ້ນບໍ? ມັນສົມເຫດສົມຜົນບໍທີ່ຈັດການກັບຄົນເຫຼົ່ານັ້ນແບບນັ້ນ? (ແມ່ນແລ້ວ.) ພວກເຈົ້າທຸກຄົນເວົ້າວ່າມັນສົມເຫດສົມຜົນ. ສະນັ້ນ, ມື້ນີ້ພວກເຮົາມາສົນທະນາເລື່ອງດັ່ງກ່າວ ແລະ ເບິ່ງວ່າ ເປັນຫຍັງມັນຈຶ່ງສົມເຫດສົມຜົນແທ້ໃນການຈັດການເລື່ອງດັ່ງກ່າວແບບນັ້ນ, ພວກເຈົ້າຄິດແນວໃດແທ້ກ່ຽວກັບເລື່ອງນີ້, ມັນມີຜົນກະທົບຕໍ່ພວກເຈົ້າແນວໃດຫຼັງຈາກນັ້ນ, ຄວາມຄິດຂອງພວກເຈົ້າກ່ຽວກັບເລື່ອງນີ້ຖືກ ຫຼື ຜິດ ແລະ ມີສິ່ງໃດທີ່ຜິດພາດ ຫຼື ບິດເບືອນກ່ຽວກັບຄວາມຄິດຂອງພວກເຈົ້າ ຫຼື ບໍ່. ຖ້າພວກເຈົ້າປົກປິດມັນໄວ້ສະເໝີ, ບໍ່ຍອມບອກ ແລະ ບໍ່ສະແດງຄວາມຄິດເຫັນຂອງພວກເຈົ້າອອກມາ, ຮູ້ສຶກຕໍ່ຕ້ານຢູ່ສະເໝີ, ບັນຫາກໍຈະບໍ່ຖືກແກ້ໄຂໃນວິທີທີ່ດີທີ່ສຸດ ແລະ ນັ້ນແມ່ນເຫດຜົນທີ່ພວກເຮົາຕ້ອງມີຄວາມເຫັນທີ່ເປັນເອກະພາບກັນ. ຫຼັກການໃນການມີຄວາມເຫັນເປັນເອກະພາບກັນແມ່ນຫຍັງ? ຖ້າພວກເຈົ້າບໍ່ສາມາດຍອມຮັບການພິພາກສານີ້ທີ່ເຮົາໄດ້ເຮັດ ແລະ ພວກເຈົ້າມີຄວາມຄິດ ແລະ ແນວຄິດກ່ຽວກັບມັນ, ພວກເຈົ້າຮູ້ສຶກຕໍ່ຕ້ານມັນ ແລະ ເຖິງກັບມີຄວາມເຂົ້າໃຈຜິດກ່ຽວກັບມັນ ແລະ ມີຄຳຖາມ ຫຼື ຄວາມຄິດທີ່ບໍ່ດີເກີດຂຶ້ນ, ແລ້ວພວກເຮົາຄວນເຮັດແນວໃດ? ພວກເຮົາຄວນສົນທະນາກ່ຽວກັບເລື່ອງດັ່ງກ່າວ. ຖ້າພວກເຮົາມີຄວາມຄິດເຫັນທີ່ແຕກຕ່າງກັນ, ລະຫວ່າງພວກເຮົາກໍບໍ່ມີຄວາມເຫັນທີ່ເປັນເອກະພາບກັນ. ແລ້ວພວກເຮົາສາມາດມີຄວາມເຫັນທີ່ເປັນເອກະພາບກັນໄດ້ແນວໃດ? ເປັນໄປໄດ້ບໍທີ່ຈະຊອກຫາຈຸດຮ່ວມໃນຂະນະທີ່ຍັງຮັກສາຄວາມແຕກຕ່າງຂອງພວກເຮົາໄວ້? ຖ້າພວກເຮົາແກ້ໄຂຄວາມແຕກຕ່າງດ້ວຍຮູບແບບຂອງການປະນີປະນອມ, ຖ້າເຮົາຍອມຖອຍບາງສ່ວນ ແລະ ພວກເຈົ້າກໍຍອມຖອຍບາງສ່ວນ, ແບບນັ້ນໄດ້ບໍ? ເຫັນໄດ້ຢ່າງຊັດເຈນວ່າ ແບບນັ້ນບໍ່ໄດ້. ນີ້ບໍ່ແມ່ນວິທີທາງທີ່ຈະບັນລຸຄວາມເຂົ້າກັນໄດ້. ສະນັ້ນ, ຖ້າພວກເຮົາຕ້ອງການມີຄວາມເຫັນທີ່ເປັນເອກະພາບກັນແລະ ມີຄວາມເຂົ້າໃຈ ແລະ ການຕັດສິນໃຈທີ່ສອດຄ່ອງກັນກ່ຽວກັບເລື່ອງນີ້, ວິທີທາງທີ່ຈະເຮັດສິ່ງນັ້ນແມ່ນຫຍັງ? ພວກເຈົ້າຕ້ອງສະແຫວງຫາຄວາມຈິງ, ພະຍາຍາມເພື່ອຄວາມຈິງ ແລະ ພະຍາຍາມເຂົ້າໃຈຄວາມຈິງ ແລະ ມັນຈຳເປັນສຳລັບເຮົາທີ່ຈະອະທິບາຍເລື່ອງລາວທັງໝົດໃຫ້ທຸກຄົນຟັງ ແລະ ເຮັດໃຫ້ມັນຊັດເຈນ. ບໍ່ມີຜູ້ໃດຄວນເຂົ້າໃຈຜິດກ່ຽວກັບເລື່ອງນີ້ໃນໃຈຂອງພວກເຂົາ. ດ້ວຍວິທີນີ້, ພວກເຮົາຈະມີມຸມມອງທີ່ສອດຄ່ອງກັນກ່ຽວກັບເລື່ອງນີ້ ແລະ ຫຼັງຈາກນັ້ນ ມັນກໍຈະຈົບລົງ ແລະ ຜ່ານໄປ. ຖ້າເຮົາພົບພໍ້ກັບເລື່ອງທີ່ຄ້າຍຄືກັນໃນອະນາຄົດ, ເຮົາອາດຈະຈັດການມັນໃນແບບດຽວກັນ ຫຼື ບາງເທື່ອ ເຮົາອາດຈະບໍ່ຈັດການມັນໃນແບບນີ້ ແຕ່ຈະໃຊ້ວິທີອື່ນແທນ. ສະນັ້ນ, ພວກເຈົ້າຄວນໄດ້ຮັບຫຍັງຈາກເລື່ອງນີ້? (ພວກຂ້ານ້ອຍຄວນຮຽນຮູ້ວິທີສະແຫວງຫາຄວາມຈິງ ແລະ ເຂົ້າໃຈວ່າ ເປັນຫຍັງພຣະເຈົ້າຈຶ່ງຈັດການກັບເລື່ອງດັ່ງກ່າວແບບນັ້ນ.) ພວກເຈົ້າໄດ້ກ່າວເຖິງສອງດ້ານ, ດີຫຼາຍ. ມີດ້ານອື່ນອີກບໍ? (ພວກຂ້ານ້ອຍຄວນສະແຫວງຫາເພື່ອເຂົ້າໃຈຫຼັກການຕໍ່ການກະທຳຂອງພຣະເຈົ້າ ເພື່ອຫຼີກລ່ຽງການລ່ວງເກີນອຸປະນິໄສຂອງພຣະເຈົ້າ. ນີ້ແມ່ນຄຳເຕືອນສຳລັບພວກຂ້ານ້ອຍ.) ນີ້ແມ່ນອີກດ້ານໜຶ່ງ.
ເພື່ອອະທິບາຍການຈັດການຄຣິສຕະຈັກໃນປະເທດການາດາໃຫ້ຊັດເຈນ, ພວກເຮົາຕ້ອງເລີ່ມທີ່ຈຸດເລີ່ມຕົ້ນ. ພວກເຮົາຄວນເລີ່ມຈາກຫຍັງ? ພວກເຮົາຈະເລີ່ມຈາກຕອນທີ່ຄົນເຫຼົ່ານີ້ອອກຈາກປະເທດຈີນ. ນັ້ນເປັນການຍ້ອນກັບໄປໄກເກີນໄປບໍ? ພວກເຈົ້າອາດຈະຄິດວ່າມັນເປັນເລື່ອງຕະຫຼົກ ແຕ່ທີ່ຈິງແລ້ວນີ້ບໍ່ແມ່ນເລື່ອງທີ່ຈະມາຫົວຂວັນ. ນີ້ແມ່ນກໍລະນີຂອງການແກ້ແຄ້ນບໍ? ບໍ່, ມັນບໍ່ແມ່ນ. ເມື່ອພວກເຈົ້າໄດ້ຍິນເຮົາເວົ້າກ່ຽວກັບເຫດຜົນຂອງເຮົາ, ພວກເຈົ້າຈະຮູ້ວ່າເປັນຫຍັງເຮົາຈຶ່ງເລີ່ມຈາກບ່ອນນັ້ນ. ປະເລື່ອງທີ່ວ່າທຸກຄົນທີ່ມາຕ່າງປະເທດມາພ້ອມກັບການມອບໝາຍ, ພາລະກິດ ແລະ ຄວາມຮັບຜິດຊອບໄວ້ກ່ອນ, ພວກເຮົາຈະເລີ່ມຈາກປະເດັນເລັກໆນ້ອຍໆ, ມັນແມ່ນເລື່ອງບັງເອີນບໍທີ່ທຸກໆຄົນສາມາດອອກຈາກປະເທດຈີນໄດ້? (ບໍ່ແມ່ນ.) ສິ່ງນີ້ບໍ່ໄດ້ເກີດຂຶ້ນໂດຍບັງເອີນ. ຕັ້ງແຕ່ເຈົ້າໄດ້ຕັດສິນໃຈ ແລະ ເຕັມໃຈທີ່ຈະອອກຈາກປະເທດຈີນເພື່ອໄປເຮັດໜ້າທີ່ຂອງເຈົ້າ ຈົນຮອດຕອນທີ່ເຈົ້າມາຮອດຕ່າງປະເທດ, ຕະຫຼອດຂະບວນການນີ້, ນອກຈາກການຮ່ວມມືຂອງເຈົ້າແລ້ວ, ບອກເຮົາເບິ່ງດຸ, ໃຜເປັນຜູ້ກຳນົດວ່າເຈົ້າສາມາດອອກຈາກປະເທດຈີນໄດ້ຢ່າງງ່າຍດາຍ ຫຼື ບໍ່? (ພຣະເຈົ້າ.) ຖືກຕ້ອງແລ້ວ. ມັນບໍ່ໄດ້ຖືກກຳນົດໂດຍການມີສາຍສຳພັນທາງສັງຄົມໃດໆທີ່ເຈົ້າມີ ແລະ ທັງບໍ່ໄດ້ຖືກກຳນົດໂດຍການທີ່ເຈົ້າມີເງິນຫຼາຍປານໃດ ຫຼື ເຈົ້າໄດ້ຈັດການເອກະສານຕ່າງໆຮຽບຮ້ອຍໝົດແລ້ວ ຫຼື ບໍ່. ທຸກໆຄົນທີ່ມາຕ່າງປະເທດຄວນມີຄວາມເຂົ້າໃຈ ແລະ ປະສົບການຮ່ວມກັນ. ພວກເຂົາທຸກຄົນປະສົບກັບຫຍັງແດ່? ພຣະເຈົ້າເປັນຜູ້ມີອຳນາດສູງສຸດເໜືອການທີ່ໃຜຜູ້ໜຶ່ງຈະສາມາດອອກຈາກປະເທດຈີນໄດ້ຢ່າງງ່າຍດາຍ; ມັນບໍ່ກ່ຽວກັບວ່າພວກເຂົາມີຄວາມສາມາດ ຫຼື ພອນສະຫວັນອັນຍິ່ງໃຫຍ່ພຽງໃດເລີຍ. ນີ້ບໍ່ແມ່ນການເດີນທາງຈາກແຂວງໜຶ່ງໄປຫາອີກແຂວງໜຶ່ງໃນປະເທດໃດໜຶ່ງ; ນີ້ແມ່ນການອອກຈາກປະເທດຂອງຕົນເອງ ແລະ ມັນຮຽກຮ້ອງໃຫ້ມີຂັ້ນຕອນດໍາເນີນເອກະສານທີ່ຊັບຊ້ອນຫຼາຍຢ່າງ. ໂດຍສະເພາະໃນຍຸກນີ້ທີ່ມີການກົດຂີ່ຂົ່ມເຫັງຢ່າງບ້າປ່ວງ ແລະ ການໄລ່ລ່າຜູ້ເຊື່ອຈາກມັງກອນແດງທີ່ຍິ່ງໃຫຍ່ ທີ່ຄອຍເຝົ້າຕິດຕາມທຸກຄົນຢ່າງໃກ້ຊິດ, ຂັ້ນຕອນການອອກຈາກປະເທດຈີນຈຶ່ງບໍ່ແມ່ນເລື່ອງງ່າຍທີ່ຈະຈັດການ. ດັ່ງນັ້ນ, ການທີ່ຄົນເຫຼົ່ານີ້ມາຮອດຕ່າງປະເທດໄດ້ຢ່າງງ່າຍດາຍນັ້ນ ແມ່ນຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າຢ່າງແທ້ຈິງ ແລະ ມັນສະແດງໃຫ້ເຫັນເຖິງຄວາມມີລິດທານຸພາບສູງສຸດຂອງພຣະເຈົ້າ. ໃຜສາມາດອອກຈາກປະເທດຈີນໄດ້, ຂັ້ນຕອນຕ່າງໆຈະຖືກຈັດການຢ່າງງ່າຍດາຍ ຫຼື ບໍ່ ແລະ ຕ້ອງໃຊ້ເວລາດົນປານໃດໃນການຈັດການ, ສິ່ງເຫຼົ່ານີ້ລ້ວນແຕ່ຖືກກຳນົດໂດຍພຣະເຈົ້າ ແລະ ແມ່ນພຣະຫັດຂອງພຣະເຈົ້າທີ່ຈັດວາງ ແລະ ຈັດກຽມທັງໝົດນີ້. ມັນໃຊ້ບໍ່ໄດ້ຫາກເຈົ້າບໍ່ເຊື່ອເລື່ອງນີ້ ແລະ ກໍໃຊ້ບໍ່ໄດ້ຄືກັນຫາກເຈົ້າບໍ່ຍອມຮັບເລື່ອງນີ້. ສິ່ງເຫຼົ່ານີ້ຄືຂໍ້ເທັດຈິງ. ເລື່ອງນີ້ຈົບລົງໄດ້ດ້ວຍການຮ່ວມມືຂອງມະນຸດ ແລະ ອຳນາດສູງສຸດຂອງພຣະເຈົ້າ. ຖ້າພວກເຮົາຈະຕັດສິນກ່ຽວກັບການທີ່ເຈົ້າອອກຈາກປະເທດຈີນ, ແມ່ນໃຜທີ່ເປັນຜູ້ອຳນວຍຄວາມສະດວກເລື່ອງນີ້? (ພຣະເຈົ້າ.) ພຣະເຈົ້າເປັນຜູ້ເຮັດ. ມະນຸດບໍ່ມີຫຍັງທີ່ຈະຕ້ອງໂອ້ອວດ ແຕ່ພວກເຂົາຄວນຂອບໃຈພຣະເຈົ້າແທນ. ສະນັ້ນ, ເຈົ້າຄວນເຮັດແນວໃດ? (ທຸ່ມເທຄວາມພະຍາຍາມໃນການເຮັດໜ້າທີ່ຂອງພວກເຮົາ.) ເຈົ້າຄວນທຸ່ມເທຄວາມພະຍາຍາມໃນການເຮັດໜ້າທີ່ຂອງເຈົ້າ ແລະ ເຮັດມັນດ້ວຍຈິດໃຈທີ່ຈົດຈໍ່. ເມື່ອພິຈາລະນາຢ່າງຮອບດ້ານ, ສຸດທ້າຍແລ້ວ ພວກເຮົາສາມາດສະຫຼຸບ ແລະ ເວົ້າໄດ້ບໍວ່າ ການທີ່ເຈົ້າອອກຈາກປະເທດຈີນເພື່ອມາເຮັດໜ້າທີ່ຂອງເຈົ້າ ແມ່ນຍ້ອນການຈັດກຽມ ແລະ ການນຳພາຂອງພຣະເຈົ້າ ແລະ ບໍ່ແມ່ນມາຈາກຄວາມສາມາດຂອງເຈົ້າເອງ? (ແມ່ນແລ້ວ, ພວກເຮົາສາມາດເຮັດໄດ້.) ບາງຄົນເວົ້າວ່າ “ມັນຈະບໍ່ແມ່ນຍ້ອນຄວາມສາມາດຂອງຂ້ອຍໄດ້ແນວໃດ? ເຖິງແມ່ນວ່າຂ້ອຍຈະໄດ້ຮັບການນຳພາຈາກພຣະເຈົ້າ, ຖ້າພຣະເຈົ້າບໍ່ໄດ້ນຳພາຂ້ອຍ, ການອອກຈາກປະເທດຈີນກໍບໍ່ແມ່ນເລື່ອງຍາກຢູ່ດີ ເພາະຂ້ອຍເປັນນັກສຶກສາລະດັບປະລິນຍາໂທທີ່ມີໃບຢັ້ງຢືນດ້ານພາສາອັງກິດລະດັບ 8 (TEM8) ແລະ ການເສັງຜ່ານການສອບເສັງພາສາອັງກິດເປັນພາສາຕ່າງປະເທດ (TOEFL) ກໍບໍ່ແມ່ນບັນຫາ”. ມີຄົນຈໍານວນໜ້ອຍທີ່ຢູ່ໃນສະຖານະການນີ້. ຕົວຢ່າງ: ບາງຄົນລວຍ ແລະ ສາມາດຍົກຍ້າຍຖິ່ນຖານດ້ວຍວີຊ່ານັກລົງທຶນ ແຕ່ສະຖານະການແບບນັ້ນກໍມີໜ້ອຍຫຼາຍ. ສະນັ້ນ, ການທີ່ຄົນເຫຼົ່ານີ້ອອກຈາກປະເທດຈີນ ເກີດຂຶ້ນພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າ ແລະ ດ້ວຍການອະນຸຍາດຂອງພຣະອົງແມ່ນບໍ? ແມ່ນແລ້ວ. ພວກເຮົາຈະບໍ່ລົງລາຍລະອຽດສະຖານະການຕ່າງໆຂອງບຸກຄົນ; ພວກເຮົາຈະເວົ້າພຽງແຕ່ກ່ຽວກັບຜູ້ທີ່ສາມາດອອກຈາກປະເທດຈີນໄດ້ ແລະ ຜູ້ທີ່ຕໍ່ມາໄດ້ມາເຮັດໜ້າທີ່ຂອງຕົນຢ່າງຈິງໃຈ. ສິ່ງນີ້ບໍ່ໄດ້ມາຈາກເຈດຕະນາຂອງພວກເຂົາເອງທັງໝົດ. ດ້ານໜຶ່ງຂອງການທີ່ເຈົ້າອອກຈາກປະເທດຈີນກໍຄື ເຈົ້າມີພາລະກິດໃດໜຶ່ງ, ໃນຂະນະທີ່ອີກດ້ານໜຶ່ງກໍຄື ເຈົ້າອອກຈາກປະເທດຈີນພາຍໃຕ້ການນຳພາຂອງພຣະເຈົ້າ. ເມື່ອເບິ່ງເລື່ອງດັ່ງກ່າວຈາກຈຸດນີ້, ເຈົ້າອອກຈາກປະເທດຈີນມາເພື່ອເຮັດຫຍັງ? (ເຮັດໜ້າທີ່ຂອງພວກເຮົາ.) ບໍ່ວ່າຈະຕ້ອງໃຊ້ເວລາດົນປານໃດໃນການເຮັດຂັ້ນຕອນຕ່າງໆໃຫ້ສໍາເລັດໃນໄລຍະທຳອິດ, ເຈົ້າຈະຕ້ອງໃຊ້ຈ່າຍຫຼາຍປານໃດ ຫຼື ພຣະເຈົ້າຈະຄຸ້ມຄອງເລື່ອງນີ້ດ້ວຍອຳນາດສູງສຸດແນວໃດກໍຕາມ, ບໍ່ວ່າກໍລະນີໃດກໍຕາມ, ນັບຕັ້ງແຕ່ເຈົ້າສາມາດອອກຈາກປະເທດຈີນ ແລະ ເຮັດໜ້າທີ່ໃນເຮືອນຂອງພຣະເຈົ້າໄດ້, ພວກເຮົາສາມາດເວົ້າໄດ້ຢ່າງແນ່ນອນວ່າ ເຈົ້າມີພາລະກິດຢູ່ຕ່າງປະເທດ. ເຈົ້າແບກຮັບຄວາມຮັບຜິດຊອບ ແລະ ພາລະທີ່ໜັກໜ່ວງ ແລະ ເປົ້າໝາຍໃນການມາຕ່າງປະເທດຂອງເຈົ້າຄວນຈະຊັດເຈນຫຼາຍ. ປະການທຳອິດ, ເຈົ້າບໍ່ໄດ້ຍົກຍ້າຍຖິ່ນຖານມາເພື່ອສະເຫວີຍສຸກໃນຊີວິດ; ປະການທີສອງ, ເຈົ້າບໍ່ໄດ້ມາຕ່າງປະເທດເພື່ອຊອກຫາຊ່ອງທາງທຳມາຫາກິນ; ປະການທີສາມ, ເຈົ້າບໍ່ໄດ້ມາຕ່າງປະເທດເພື່ອຊອກຫາວິຖີຊີວິດທີ່ແຕກຕ່າງ; ແລະ ປະການທີສີ່, ເຈົ້າບໍ່ໄດ້ມາຕ່າງປະເທດເພື່ອໃຊ້ຊີວິດທີ່ດີ. ມັນບໍ່ແມ່ນແນວນັ້ນບໍ? ເຈົ້າບໍ່ໄດ້ມາຕ່າງປະເທດເພື່ອໄລ່ຕາມທາງໂລກ; ເຈົ້າມາພ້ອມກັບພາລະກິດ ແລະ ພຣະບັນຊາຂອງພຣະເຈົ້າເພື່ອເຮັດໜ້າທີ່ຂອງເຈົ້າ. ເມື່ອເບິ່ງຈາກຈຸດນີ້, ສິ່ງໃດຄວນເປັນບຸລິມະສິດສູງສຸດຂອງເຈົ້າເມື່ອມາຕ່າງປະເທດ? (ການເຮັດໜ້າທີ່ຂອງພວກເຮົາ.) ບຸລິມະສິດສູງສຸດຂອງເຈົ້າຄືການມາເຮືອນຂອງພຣະເຈົ້າ ແລະ ຊອກຫາສະຖານທີ່ຂອງເຈົ້າ ແລະ ເຮັດໜ້າທີ່ຂອງເຈົ້າໃນແບບທີ່ຕັ້ງໝັ້ນ ແລະ ປະພຶດຕົວດີຕາມການຈັດກຽມຂອງເຮືອນຂອງພຣະເຈົ້າ. ມັນບໍ່ແມ່ນແນວນັ້ນບໍ? (ແມ່ນແລ້ວ.) ຖືກຕ້ອງແລ້ວ. ນອກຈາກນັ້ນ, ເຈົ້າບໍ່ໄດ້ມາຕ່າງປະເທດຍ້ອນມີໃຜຂົ່ມຂູ່ ຫຼື ລັກພາຕົວເຈົ້າມາ, ເຈົ້າມາດ້ວຍຄວາມເຕັມໃຈ. ບໍ່ວ່າເຈົ້າຈະເບິ່ງຈາກດ້ານໃດກໍຕາມ, ເຈົ້າມາຕ່າງປະເທດແລ້ວ, ສະນັ້ນ ເຈົ້າກໍຄວນເຮັດໜ້າທີ່ຂອງເຈົ້າ. ນັ້ນແມ່ນສິ່ງທີ່ຖືກຕ້ອງ, ແມ່ນບໍ? ນີ້ແມ່ນການຮຽກຮ້ອງທີ່ສູງເກີນໄປສຳລັບມະນຸດບໍ? (ບໍ່ແມ່ນ.) ນີ້ບໍ່ແມ່ນການຮຽກຮ້ອງທີ່ສູງເກີນໄປ ແລະ ມັນບໍ່ແມ່ນການຮຽກຮ້ອງທີ່ເກີນຂອບເຂດ. ມັນບໍ່ແມ່ນເລື່ອງທີ່ບໍ່ມີເຫດຜົນ. ຕອນນີ້, ອີງຕາມສິ່ງທີ່ເຮົາຫາກໍເວົ້າໄປ, ເຈົ້າຄວນປະຕິບັດຕໍ່ໜ້າທີ່ຂອງເຈົ້າແນວໃດ ແລະ ເຈົ້າຄວນເຮັດໜ້າທີ່ຂອງເຈົ້າແນວໃດເພື່ອໃຫ້ສົມກັບພຣະບັນຊາທີ່ພຣະເຈົ້າໄດ້ມອບໃຫ້ເຈົ້າ? ເຈົ້າຄວນຄິດກ່ຽວກັບສິ່ງເຫຼົ່ານີ້ບໍ? ສິ່ງທຳອິດທີ່ເຈົ້າຄວນເຮັດຄືຄິດວ່າ “ຂ້ອຍບໍ່ແມ່ນຄົນທຳມະດາອີກຕໍ່ໄປແລ້ວ, ຕອນນີ້ຂ້ອຍແບກພາລະໄວ້ເທິງບ່າຂອງຂ້ອຍ. ພາລະຫຍັງ? ມັນແມ່ນພຣະບັນຊາ, ພາລະທີ່ພຣະເຈົ້າໄດ້ມອບໃຫ້ຂ້ອຍ. ພຣະເຈົ້າໄດ້ນຳພາຂ້ອຍມາຕ່າງປະເທດ ແລະ ຂ້ອຍຄວນບັນລຸຄວາມຮັບຜິດຊອບ ແລະ ພັນທະທີ່ສິ່ງທີ່ຖືກສ້າງຂຶ້ນຄວນບັນລຸໃນການເຜີຍແຜ່ພຣະກິດຕິຄຸນຂອງພຣະເຈົ້າ. ນີ້ຄືໜ້າທີ່ຂອງຂ້ອຍ. ປະການທຳອິດ, ຂ້ອຍຄວນຄິດວ່າຂ້ອຍສາມາດເຮັດໜ້າທີ່ຫຍັງໄດ້ ແລະ ປະການທີສອງ, ຂ້ອຍຄວນຄິດວ່າຈະເຮັດໜ້າທີ່ນັ້ນໃຫ້ດີໄດ້ແນວໃດ ເພື່ອທີ່ຂ້ອຍຈະດໍາເນີນຊີວິດຕາມອຳນາດສູງສຸດຂອງພຣະເຈົ້າທີ່ມີເໜືອຂ້ອຍ ແລະ ການຈັດກຽມຂອງພຣະອົງສຳລັບຂ້ອຍ”. ນີ້ບໍ່ແມ່ນວິທີທີ່ເຈົ້າຄວນຄິດບໍ? ຄວາມຄິດນີ້ເກີນຂອບເຂດບໍ? ມັນແມ່ນເລື່ອງຂີ້ຕົວະບໍ? ບໍ່, ມັນບໍ່ແມ່ນ; ມັນແມ່ນສິ່ງທີ່ຄົນທີ່ມີເຫດຜົນ, ມີຄວາມເປັນມະນຸດ ແລະ ມີຈິດສໍານຶກຄວນຄິດເຖິງ. ຖ້າບາງຄົນເວົ້າວ່າ “ຫຼັງຈາກທີ່ຂ້ອຍມາຕ່າງປະເທດແລ້ວ, ຂ້ອຍພົບວ່າມັນບໍ່ໄດ້ເປັນຢ່າງທີ່ຂ້ອຍຄິດໄວ້ ແລະ ຂ້ອຍກໍເສຍໃຈທີ່ມາ”, ຄົນເຫຼົ່ານີ້ແມ່ນຄົນປະເພດໃດ? ຄົນເຫຼົ່ານັ້ນບໍ່ມີຄວາມເປັນມະນຸດ ແລະ ພວກເຂົາໄດ້ລະເມີດສັດທາ. ເຖິງຢ່າງໃດກໍຕາມ, ຄົນສ່ວນໃຫຍ່ທີ່ມາຕ່າງປະເທດແມ່ນເຕັມໃຈທີ່ຈະທຸ່ມເທຕົນເອງໃນການປະຕິບັດໜ້າທີ່ຂອງພວກເຂົາ. ພໍຊ່ຳນີ້ກ່ອນສຳລັບເລື່ອງນັ້ນ. ຕອນນີ້, ຂໍໃຫ້ເຊື່ອມໂຍງເລື່ອງນີ້ເຂົ້າກັບເລື່ອງຂອງຄຣິສຕະຈັກໃນປະເທດການາດາ. ຄົນໃນຄຣິສຕະຈັກໃນປະເທດການາດາກໍບໍ່ໄດ້ຮັບການຍົກເວັ້ນຈາກເລື່ອງນີ້. ມັນແມ່ນເລື່ອງບັງເອີນບໍທີ່ພວກເຂົາໄປປະເທດການາດາ? ມັນບໍ່ແມ່ນເລື່ອງບັງເອີນ, ມັນແມ່ນສິ່ງທີ່ຫຼີກລ່ຽງບໍ່ໄດ້. ເປັນຫຍັງເຮົາຈຶ່ງເວົ້າວ່າມັນຫຼີກລ່ຽງບໍ່ໄດ້? ເຮົາເວົ້າແບບນັ້ນເພາະພຣະເຈົ້າໄດ້ກຳນົດໄວ້ດົນແລ້ວວ່າ ໃຜຈະຕ້ອງໄປປະເທດໃດ ແລະ “ສິ່ງທີ່ຫຼີກລ່ຽງບໍ່ໄດ້” ນີ້ຖືກຕັດສິນໂດຍອໍານາດສູງສຸດຂອງພຣະເຈົ້າ. ເມື່ອພຣະເຈົ້າຕັດສິນດ້ວຍອຳນາດສູງສຸດວ່າເຈົ້າຈະຕ້ອງໄປປະເທດໃດໜຶ່ງ, ສິ່ງນັ້ນກໍຈະເກີດຂຶ້ນ. ຄົນໃນຄຣິສຕະຈັກໃນປະເທດການາດາກໍມີພາລະກິດ ແລະ ມາຕ່າງປະເທດໂດຍອຳນາດສູງສຸດ ແລະ ການຈັດກຽມຂອງພຣະເຈົ້າ. ພຣະເຈົ້າໄດ້ນຳພາພວກເຂົາໄປປະເທດການາດາ ແລະ ອີງຕາມຄວາມສາມາດທີ່ກ່ຽວຂ້ອງ ແລະ ທັກສະທາງວິຊາຊີບ ລວມທັງຈຸດແຂງຂອງພວກເຂົາ ແລະ ອື່ນໆ, ຄຣິສຕະຈັກຈຶ່ງໄດ້ມອບໝາຍວຽກງານຕ່າງໆໃຫ້ພວກເຂົາ ແລະ ອະນຸຍາດໃຫ້ພວກເຂົາເຮັດໜ້າທີ່ຂອງຕົນ. ພວກເຂົາເຮັດໜ້າທີ່ຂ້ອນຂ້າງເຂັ້ມງວດຕັ້ງແຕ່ຕອນເລີ່ມຕົ້ນ. ຄຳວ່າ “ເຂັ້ມງວດ” ໃນນີ້, ເຮົາບໍ່ໄດ້ໝາຍຄວາມວ່າພວກເຂົາໂງ່ ຫຼື ຊ້າ ແຕ່ໝາຍຄວາມວ່າ ເຖິງແມ່ນວ່າພວກເຂົາສ່ວນໃຫຍ່ຈະມາເພື່ອເຮັດໜ້າທີ່ ແຕ່ພວກເຂົາກໍບໍ່ໄດ້ໄລ່ຕາມຄວາມຈິງ. ເປັນຫຍັງເຮົາຈຶ່ງເວົ້າວ່າພວກເຂົາບໍ່ໄລ່ຕາມຄວາມຈິງ? ເມື່ອພວກເຂົາປະສົບກັບບັນຫາ, ພວກເຂົາບໍ່ໄດ້ສະແຫວງຫາຄວາມຈິງ ແລະ ພວກເຂົາບໍ່ໄດ້ສະແຫວງຫາຫຼັກການໃນການກະທຳຂອງພວກເຂົາ. ບາງຄັ້ງ, ເມື່ອເບື້ອງເທິງໄດ້ກະກຽມບາງຢ່າງໃຫ້ພວກເຂົາ ຫຼື ບອກໃຫ້ພວກເຂົາເຮັດບາງຢ່າງ, ພວກເຂົາກໍບໍ່ເຕັມໃຈ. ນີ້ຄືທັດສະນະຄະຕິທີ່ພວກເຂົາມີຕໍ່ການປະຕິບັດໜ້າທີ່. ພວກເຂົາເຮັດພໍແລ້ວມືແລ້ວຕີນ ແລະ ການປະຕິບັດໜ້າທີ່ຂອງພວກເຂົາກໍກາຍມາຢູ່ໃນສະພາບທີ່ເສື່ອມຊາມ ແລະ ວຸ້ນວາຍໄປໝົດ. ບໍ່ມີຫຍັງດີເລີຍກ່ຽວກັບຊີວິດຄຣິສຕະຈັກ ຫຼື ການເຂົ້າສູ່ຊີວິດຂອງຄົນເຫຼົ່ານີ້, ຜົນຂອງການປະຕິບັດໜ້າທີ່ພວກເຂົາກໍບໍ່ດີ, ບໍ່ມີຄວາມເປັນຈິງໃນການໂອ້ລົມຄວາມຈິງຂອງພວກເຂົາ ແລະ ພວກເຂົາບໍ່ມີການຈຳແນກຜູ້ນຳປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສເລີຍ. ບໍ່ມີຫຍັງດີເລີຍໃນທຸກສິ່ງທີ່ພວກເຂົາເຮັດ. ເມື່ອເວລາຜ່ານໄປ, ໄດ້ມີຜູ້ຕໍ່ຕ້ານພຣະຄຣິສທີ່ຊື່ວ່າ ຢານ ປະກົດຕົວຂຶ້ນ ແລະ ພວກເຂົາກາຍເປັນອັນໜຶ່ງອັນດຽວກັບຜູ້ຕໍ່ຕ້ານພຣະຄຣິສຜູ້ນີ້. “ພວກເຂົາກາຍເປັນອັນໜຶ່ງອັນດຽວກັນ” ໝາຍຄວາມວ່າແນວໃດ? ຜູ້ຕໍ່ຕ້ານພຣະຄຣິສຜູ້ນີ້ເປັນພຽງຊາຍໜຸ່ມອາຍຸ 26 ປີ, ຜູ້ທີ່ເຮັດວຽກໃນຄຣິສຕະຈັກມາໄດ້ສອງປີເຄິ່ງ. ໃນຊ່ວງເວລານັ້ນ, ລາວໄດ້ດຶງດູດເອື້ອຍນ້ອງຫຼາຍຄົນ, ອາດຈະຫຼາຍເຖິງ 10 ຄົນ. ບາງຄົນໃນນັ້ນລາວກໍມັກ ແລະ ບາງຄົນລາວກໍບໍ່ມັກ ແລະ ບໍ່ສົນໃຈເມີນເສີຍໃສ່ ແຕ່ຄົນເຫຼົ່ານີ້ທັງໝົດກໍພັດເຄົາລົບບູຊາຜູ້ຕໍ່ຕ້ານພຣະຄຣິສຜູ້ນີ້. ສອງປີເຄິ່ງກ່ອນໜ້ານັ້ນ, ຄົນໃນຄຣິສຕະຈັກໃນປະເທດການາດາບໍ່ໄດ້ເອົາໃຈໃສ່ຫຼາຍໃນການປະຕິບັດໜ້າທີ່ ແລະ ຢູ່ໃນສະພາບທີ່ບໍ່ມີຊີວິດຊີວາ. ວຽກໃດກໍຕາມທີ່ເບື້ອງເທິງຈັດກຽມໃຫ້, ພວກເຂົາກໍປະຕິບັດຕໍ່ມັນແບບພໍແລ້ວມືແລ້ວຕີນ ແລະ ບໍ່ເຕັມໃຈ ແລະ ມັນຕ້ອງໃຊ້ຄວາມພະຍາຍາມຢ່າງໜັກເພື່ອໃຫ້ວຽກນັ້ນສຳເລັດ. ຫຼັງຈາກທີ່ເບື້ອງເທິງໄດ້ລິຮານພວກເຂົາແລ້ວ, ພວກເຂົາກໍກາຍເປັນຄົນທໍ້ຖອຍໃຈ, ພວກເຂົາຕົກຢູ່ໃນອາລົມທີ່ເສົ້າໝອງ, ພວກເຂົາບໍ່ຄ່ອຍສື່ສານກັບເບື້ອງເທິງ ແລະ ທັດສະນະຄະຕິຂອງພວກເຂົາຕໍ່ວຽກງານກໍໝົດຫວັງຫຼາຍ. ຫຼັງຈາກທີ່ຜູ້ຕໍ່ຕ້ານພຣະຄຣິສທີ່ຊື່ວ່າ ຢານ ໄດ້ກາຍເປັນຜູ້ນຳ, ສະຖານະການຂອງພວກເຂົາກໍຮ້າຍແຮງຂຶ້ນທຸກມື້ ແລະ ພວກເຂົາສ່ວນໃຫຍ່ພຽງແຕ່ໃຊ້ຊີວິດໄປແຕ່ລະມື້. ເປັນຫຍັງພວກເຂົາຈຶ່ງສາມາດມາຮອດຂັ້ນທີ່ໃຊ້ຊີວິດຢ່າງໄຮ້ຈຸດໝາຍໄດ້? ສິ່ງນີ້ກ່ຽວຂ້ອງກັບຫຍັງ? ສາເຫດທາງດ້ານພາວະວິໄສອາດເປັນຍ້ອນມັນກ່ຽວຂ້ອງກັບຜູ້ນຳ. ພວກເຂົາຂາດຜູ້ນຳທີ່ດີ, ບໍ່ມີຜູ້ນຳຄົນໃດຂອງພວກເຂົາທີ່ໄລ່ຕາມຄວາມຈິງ ແຕ່ພັດສ້າງສາຍສຳພັນລະຫວ່າງບຸກຄົນ ແລະ ກ່ຽວຂ້ອງກັບກິດຈະກຳທີ່ຄົດໂກງ. ແລ້ວສາເຫດທາງດ້ານອັດຕະວິໄສແມ່ນຫຍັງ? ມັນຄືການທີ່ບໍ່ມີໃຜໃນບັນດາພວກເຂົາໄລ່ຕາມຄວາມຈິງເລີຍ. ມັນງ່າຍບໍສຳລັບກຸ່ມຄົນທີ່ບໍ່ໄລ່ຕາມຄວາມຈິງທີ່ຈະເຮັດໜ້າທີ່ຂອງຕົນຢ່າງຊື່ສັດ ແລະ ໃນແບບທີ່ໄດ້ມາດຕະຖານ? (ບໍ່.) ເຖິງຢ່າງໃດກໍຕາມ, ມັນງ່າຍບໍສຳລັບກຸ່ມຄົນທີ່ບໍ່ໄລ່ຕາມຄວາມຈິງ ແລະ ຜູ້ບໍ່ເຊື່ອບາງຄົນທີ່ຈະກ່ຽວຂ້ອງກັບກິດຈະກຳທີ່ຄົດໂກງ, ເຮັດພໍແລ້ວມືແລ້ວຕີນ ແລະ ຕໍ່ຕ້ານເບື້ອງເທິງ? (ແມ່ນແລ້ວ.) ແລ້ວມັນງ່າຍບໍສຳລັບກຸ່ມຄົນແບບນັ້ນທີ່ຈະຕົກຕ່ຳລົງ ແລະ ກາຍເປັນຄົນທີ່ເສື່ອມຊາມຄືກັບຜູ້ບໍ່ມີຄວາມເຊື່ອ? ມັນງ່າຍຫຼາຍ ແລະ ນີ້ຄືເສັ້ນທາງທີ່ພວກເຂົາກຳລັງຍ່າງຕາມ. ພາຍໃຕ້ການທໍາທ່າເຮັດໜ້າທີ່ຂອງຕົນ, ພວກເຂົາກິນອາຫານຂອງເຮືອນຂອງພຣະເຈົ້າ, ອາໄສຢູ່ໃນທີ່ພັກຂອງເຮືອນຂອງພຣະເຈົ້າ ແລະ ເຮືອຮຂອງພຣະເຈົ້າກໍສະໜັບສະໜູນພວກເຂົາ. ພວກເຂົາຫຼອກລວງເອົາອາຫານ ແລະ ເຄື່ອງດື່ມຈາກເຮືອນຂອງພຣະເຈົ້າ ແຕ່ພວກເຂົາກໍຍັງຫວັງທີ່ຈະໄດ້ເຂົ້າສູ່ອານາຈັກສະຫວັນ ແລະ ໄດ້ຮັບລາງວັນ. ພວກເຂົາໃຊ້ຊີວິດໂດຍອາໄສເລ່ຫຼ່ຽມໃນລັກສະນະນີ້. ເມື່ອຜູ້ຕໍ່ຕ້ານພຣະຄຣິສລົບກວນວຽກງານຂອງຄຣິສຕະຈັກ, ບໍ່ມີໃຜລາຍງານບັນຫາໃດໆໃຫ້ເບື້ອງເທິງຮູ້ເລີຍ. ມີຜູ້ຍິງພຽງຄົນດຽວທີ່ລາຍງານບັນຫາໃຫ້ຜູ້ນຳປອມຮູ້ ແລະ ຜົນກໍຄືເລື່ອງນັ້ນບໍ່ໄດ້ຮັບການແກ້ໄຂ. ຄົນອື່ນໆຕາບອດ ແລະ ເມື່ອເຫັນບັນຫາຫຼາຍຢ່າງເກີດຂຶ້ນໃນຄຣິສຕະຈັກ, ພວກເຂົາກໍບໍ່ລາຍງານ. ການຈັດວາງວຽກງານຂອງເຮືອນຂອງພຣະເຈົ້າໄດ້ລະບຸຫຼັກການໃນການໄລ່ຜູ້ນຳ ແລະ ຜູ້ເຮັດວຽກອອກຢ່າງຊັດເຈນ ແຕ່ບໍ່ມີໃຜໃສ່ໃຈ, ແຕ່ພັດໃຊ້ຊີວິດໄປແຕ່ລະມື້ຮ່ວມກັບຜູ້ຕໍ່ຕ້ານພຣະຄຣິສຜູ້ນັ້ນ. ໃນບັນດາຜູ້ບໍ່ເຊື່ອເຫຼົ່ານີ້, ມີທັງຜູ້ທີ່ເຊື່ອໃນພຣະເຈົ້າມາຫຼາຍກວ່າ 20 ປີ ຈົນຮອດຜູ້ທີ່ເຊື່ອມາຢ່າງໜ້ອຍ 5 ປີ ແລະ ບໍ່ມີໃຜລາຍງານບັນຫາເຫຼົ່ານີ້ເລີຍ. ແຕ່ສິ່ງທີ່ຮ້າຍແຮງກວ່າແມ່ນຫຍັງ? ມີຫົວໜ້າທີມ ແລະ ຮອງຫົວໜ້າທີມທີ່ເປັນແມ່ຍິງຫຼາຍຄົນທີ່ຢອກກັບຜູ້ຕໍ່ຕ້ານພຣະຄຣິສຜູ້ນີ້ ແລະ ພວກເຂົາກໍຍາດແຍ່ງກັນເພື່ອໃຫ້ລາວມາສົນໃຈ. ເມື່ອຜູ້ຊາຍ ແລະ ແມ່ຍິງເລີ່ມຄົບຫາເບິ່ງໃຈກັນ, ສິ່ງນີ້ສາມາດເຫັນໄດ້ຢ່າງງ່າຍດາຍໂດຍຜູ້ໃຫຍ່ ແລະ ຜູ້ສູງອາຍຸພຽງແຕ່ການເບິ່ງຄັ້ງດຽວ. ຄົນເຮົາລ້ວນແຕ່ມີຄວາມຮູ້ສຶກໄວຕໍ່ເລື່ອງຄວາມສຳພັນລະຫວ່າງຍິງຊາຍ ແລະ ພວກເຂົາສາມາດຮູ້ວ່າເກີດຫຍັງຂຶ້ນພຽງແຕ່ເບິ່ງຄັ້ງດຽວ. ເຖິງຢ່າງໃດກໍຕາມ, ບໍ່ມີໃຜລາຍງານ, ບໍ່ມີໃຜຢືນຂຶ້ນເພື່ອຕຳໜິ ຫຼື ເປີດໂປງພວກເຂົາ ແລະ ບໍ່ມີໃຜສາມາດແຍກແຍະພວກເຂົາໄດ້. ເມື່ອເຫັນວ່າພວກເຂົາເປັນກຸ່ມຄົນທີ່ນຳໂດຍຜູ້ຕໍ່ຕ້ານພຣະຄຣິສຜູ້ນີ້, ມີໃຜອອກມາ ແລະ ເວົ້າກັບຕົນເອງບໍວ່າ “ຂ້ອຍບໍ່ສາມາດຕິດຕາມພວກເຈົ້າໄດ້. ຂ້ອຍຕ້ອງລາຍງານເລື່ອງນີ້ໃຫ້ຜູ້ນຳລະດັບສູງຮູ້ ແລະ ໃຫ້ພວກເຈົ້າຖືກໄລ່ອອກ ຫຼື ບໍ່ກໍລວມກຸ່ມກັບບັນດາອ້າຍເອື້ອຍນ້ອງທີ່ມີຈິດສໍານຶກຂອງຄວາມຍຸຕິທຳເພື່ອຂັບໄລ່ພວກເຈົ້າອອກໄປ?” ບໍ່, ບໍ່ມີໃຜເຮັດເລີຍ. ບໍ່ມີໃຜລາຍງານເລື່ອງນີ້, ຈົນຮອດຕອນທີ່ເລື່ອງນີ້ຖືກເປີດເຜີຍອອກມາ. ຄົນເຫຼົ່ານີ້ແມ່ນຄົນປະເພດໃດ? ພວກເຂົາແມ່ນຜູ້ທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງບໍ? ພວກເຂົາແມ່ນຜູ້ໄລ່ຕາມຄວາມຈິງບໍ? (ບໍ່.) ສຳລັບເລື່ອງໃຫຍ່ແບບນີ້ທີ່ເກີດຂຶ້ນຕໍ່ໜ້າຕໍ່ຕາພວກເຂົາ ແຕ່ພວກເຂົາພັດບໍ່ຮູ້, ຄົນເຫຼົ່ານີ້ທີ່ບໍ່ໄລ່ຕາມຄວາມຈິງຈະສາມາດເຮັດໜ້າທີ່ຂອງຕົນໃຫ້ດີໄດ້ບໍ? ທັດສະນະຄະຕິຂອງພວກເຂົາຕໍ່ໜ້າທີ່ຂອງຕົນເອງແມ່ນຫຍັງ? ເຫັນໄດ້ຢ່າງຊັດເຈນວ່າພວກເຂົາແມ່ນພວກທີ່ມັກເອົາປຽບ, ເອົາປຽບໄປແຕ່ລະມື້. ພວກເຂົາເຊື່ອວ່າພວກເຂົາສາມາດໃຊ້ຊີວິດໄປແຕ່ລະມື້ໃນເຮືອນຂອງພຣະເຈົ້າໄດ້ຢ່າງງ່າຍດາຍ ທີ່ບໍ່ມີໃຜຄວນເວົ້າຫຍັງຫາກພວກເຂົາສັງເກດເຫັນບັນຫາ, ບໍ່ມີໃຜຄວນລ່ວງເກີນກັນ ແລະ ຖ້າພວກເຂົາລ່ວງເກີນ “ຫົວໜ້າ”, ເຊິ່ງນັ້ນກໍຄືຊິຮ້າຍແຮງ ແລະ ຜົນທີ່ຕາມມາຈະບໍ່ດີສຳລັບພວກເຂົາ. ຖ້າເຈົ້າຢ້ານການລ່ວງເກີນຄົນອື່ນ ແລະ ບໍ່ກ້າເຮັດ, ຄັນຊັ້ນເຈົ້າກ້າລ່ວງເກີນພຣະເຈົ້າບໍ? ຜົນທີ່ຕາມມາຈະດີສຳລັບເຈົ້າບໍ ຖ້າເຈົ້າລ່ວງເກີນພຣະເຈົ້າ? ພຣະເຈົ້າຈະຈັດການກັບເຈົ້າແນວໃດ? ມັນຈະບໍ່ມີຜົນທີ່ຕາມມາບໍ? (ແມ່ນແລ້ວ, ມັນຈະມີ.) ມັນຈະມີຜົນທີ່ຕາມມາ. ແນ່ນອນວ່າ ການທີ່ພວກເຂົາຢ້ານທີ່ຈະລ່ວງເກີນນັ້ນ ບໍ່ໄດ້ແມ່ນປັດໄຈຫຼັກ. ປັດໄຈຫຼັກຄືພວກເຂົາແມ່ນຄົນຊົ່ວຊ້າທີ່ບໍ່ຮັກຄວາມຈິງ. ນອກຈາກຈະບໍ່ໄລ່ຕາມຄວາມຈິງແລ້ວ, ພວກເຂົາຍັງເຮັດສິ່ງໂງ່ໆຫຼາຍຢ່າງ. ມີຄົນບໍ່ຫຼາຍໃນຄຣິສຕະຈັກໃນປະເທດການາດາ ແຕ່ພວກເຂົາພັດມີຄວາມທະເຍີທະຍານທີ່ບ້າບິ່ນຫຼາຍຢ່າງ. ການປະຕິບັດໜ້າທີ່ຂອງພວກເຂົາເຫັນໄດ້ຢ່າງຊັດເຈນວ່າບໍ່ມີຜົນຫຍັງເລີຍ ແຕ່ພວກເຂົາກໍຍັງຢາກຂະຫຍາຍຂອບເຂດວຽກງານຂອງພວກເຂົາ ແລະ ຫຍຸ້ງຢູ່ກັບການຊື້ຊັບສິນ ແຕ່ໃນທີ່ສຸດພວກເຂົາກໍເສຍເງິນມັດຈຳຊື້ຊັບສິນໄປລ້າໆ. ຕອນນີ້ຄົນສ່ວນໃຫຍ່ເຫຼົ່ານີ້ໄດ້ຖືກແຍກອອກໄປແລ້ວ. ບອກເຮົາມາເບິ່ງ, ຄົນກຸ່ມນີ້ແມ່ນຫຍັງ? ພວກເຂົາບໍ່ແມ່ນຝູງສັດເດລະສານ ແລະ ກຸ່ມຄົນທີ່ໜ້າສົມເພດບໍ? ເຫັນໄດ້ຢ່າງຊັດເຈນວ່າພວກເຂົາບໍ່ມີຄ່າຫຍັງເລີຍ ແຕ່ພວກເຂົາກໍຍັງຜານເຄື່ອງຖວາຍແບບນີ້. ບໍ່ມີໃຜປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ບໍ່ມີໃຜມີຈິດສໍານຶກຂອງຄວາມຍຸຕິທຳເພື່ອ, ພວກເຂົາພຽງແຕ່ເປັນກຸ່ມຜີຮ້າຍ! ມັນເປັນຕາໃຈຮ້າຍແທ້ໆ!
ຄຣິສຕະຈັກໃນປະເທດການາດາມີຄົນບໍ່ຫຼາຍ, ມີພຽງແຕ່ຫຼັກຮ້ອຍຄົນເທົ່ານັ້ນ. ພວກເຂົາບໍ່ໄດ້ທຸ່ມເທຄວາມພະຍາຍາມຫຼາຍໃນໜ້າທີ່ຂອງພວກເຂົາ, ພວກເຂົາລະເລີຍໜ້າທີ່ຂອງພວກເຂົາ ແລະ ແບ່ງພັກແບ່ງພວກ, ທັງໝົດພຽງແຕ່ໃຊ້ຊີວິດໄປແຕ່ລະມື້. ນັ້ນບໍ່ເປັນຕາໃຈຮ້າຍບໍ? ພວກເຂົາເຮັດວຽກບໍ່ມີປະສິດທິພາບ ແລະ ບໍ່ມີຄວາມຄືບໜ້າ, ພວກເຂົາທຸກຄົນວາງແຜນຮ້າຍໃສ່ກັນ ແລະ ບໍ່ຮ່ວມມືກັນຢ່າງສາມັກຄີ. ຜູ້ນຳເຂົ້າຮ່ວມກິດຈະກຳທີ່ຄົດໂກງກັບບາງຄົນ ແລະ ບໍ່ມີໃຜມີຄວາມຮູ້ສຶກຮີບດ່ວນເລີຍ, ບໍ່ມີໃຜໃຈຮ້າຍ ແລະ ບໍ່ມີໃຜຮູ້ສຶກເສົ້າໃຈກ່ຽວກັບເລື່ອງນີ້. ບໍ່ມີໃຜອະທິຖານກ່ຽວກັບເລື່ອງນີ້ ແລະ ພວກເຂົາກໍບໍ່ໄດ້ສະແຫວງຫາຈາກເບື້ອງເທິງ ຫຼື ຂໍຄວາມຊ່ວຍເຫຼືອຈາກພວກເຂົາ. ບໍ່ມີໃຜເຮັດແບບນີ້ ແລະ ບໍ່ມີໃຜອອກມາເວົ້າວ່າ “ມັນບໍ່ຖືກຕ້ອງທີ່ພວກເຮົາກຳລັງເຮັດໜ້າທີ່ຂອງພວກເຮົາໃນລັກສະນະນີ້. ໜ້າທີ່ນີ້ທີ່ພວກເຮົາກຳລັງເຮັດຢູ່ແມ່ນພຣະບັນຊາທີ່ພຣະເຈົ້າມອບໃຫ້ ແລະ ພວກເຮົາບໍ່ສາມາດເຮັດໃຫ້ພຣະເຈົ້າຜິດຫວັງໄດ້!” ພວກເຂົາບໍ່ຂາດຫຍັງເລີຍ, ພວກເຂົາມີຄົນພຽງພໍ, ພວກເຂົາມີອຸປະກອນພຽງພໍ. ພວກເຂົາຂາດຫຍັງ? ສິ່ງທີ່ພວກເຂົາຂາດກໍຄືຄົນດີນັ້ນເອງ. ບໍ່ມີໃຜມີຄວາມຮູ້ສຶກເຖິງພາລະຕໍ່ວຽກງານຂອງຄຣິສຕະຈັກ ແລະ ບໍ່ມີໃຜສາມາດປົກປ້ອງວຽກງານຂອງເຮືອນຂອງພຣະເຈົ້າ, ອອກມາ ແລະ ເວົ້າອອກມາ ຫຼື ໂອ້ລົມກ່ຽວກັບຄວາມຈິງໃນເລື່ອງການແຍກແຍະ ເພື່ອໃຫ້ທຸກຄົນສາມາດລຸກຂຶ້ນ ພ້ອມທັງແຍກແຍະ ແລະ ເປີດໂປງຜູ້ນຳປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສ; ບໍ່ມີໃຜເຮັດແບບນີ້. ມັນແມ່ນຍ້ອນພວກທີ່ໜ້າເວດທະນາເຫຼົ່ານີ້ຕາບອດ ແລະ ບໍ່ເຫັນວ່າເກີດຫຍັງຂຶ້ນ ຫຼື ຍ້ອນພວກເຂົາຂາດຄວາມສາມາດ ແລະ ສັບສົນຍ້ອນອາຍຸທີ່ຫຼາຍຂຶ້ນຂອງພວກເຂົາບໍ? (ບໍ່ແມ່ນທັງສອງຢ່າງ.) ມັນບໍ່ແມ່ນທັງສອງຢ່າງ. ຄັນຊັ້ນ ສະຖານະການທີ່ແທ້ຈິງແມ່ນຫຍັງ? ພວກເຂົາທຸກຄົນຢູ່ຮ່ວມກັບຜູ້ຕໍ່ຕ້ານພຣະຄຣິສ, ທຸກຄົນຕ່າງກໍປົກປ້ອງກັນ ແລະ ປະຈົບປະແຈງກັນ, ບໍ່ມີໃຜເປີດໂປງໃຜ, ທຸກຄົນພຽງແຕ່ໃຊ້ຊີວິດຢູ່ໃນຮັງຂອງຜີຮ້າຍນັ້ນ. ພວກເຂົາເຄີຍຄິດເຖິງໜ້າທີ່ຂອງພວກເຂົາ ຫຼື ພຣະບັນຊາຂອງພຣະເຈົ້າບໍ? (ບໍ່ເຄີຍ.) ພວກເຂົາຕ້ອງການພຽງແຕ່ໃຊ້ຊີວິດໄປແຕ່ລະມື້ໃນລັກສະນະນີ້ ໂດຍປາສະຈາກຄວາມຮູ້ສຶກຕຳໜິຕົນເອງໃດໆ. ປາກົດການນີ້ແມ່ນຫຍັງ ເມື່ອພວກເຂົາບໍ່ມີຄວາມຮູ້ສຶກຕຳໜິຕົນເອງ? ມັນແມ່ນການທີ່ພຣະວິນຍານບໍລິສຸດບໍ່ໄດ້ເຮັດພາລະກິດໃນໂຕພວກເຂົາ ແລະ ພຣະເຈົ້າໄດ້ປະຖິ້ມພວກເຂົາແລ້ວ. ມີອີກຄຳອະທິບາຍໜຶ່ງສຳລັບການທີ່ພຣະເຈົ້າປະຖິ້ມພວກເຂົາ ແລະ ນັ້ນກໍຄື ຍ້ອນທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ໜ້າທີ່ຂອງພວກເຂົາ ແລະ ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ຄວາມຈິງ ແລະ ພຣະເຈົ້າ ລວມທັງຄວາມຄິດຂອງພວກເຂົາ, ພຣະເຈົ້າຈຶ່ງຮູ້ສຶກເບື່ອໜ່າຍພວກເຂົາ ແລະ ພວກເຂົາກໍບໍ່ສົມຄວນທີ່ຈະເຮັດໜ້າທີ່ນັ້ນອີກຕໍ່ໄປ. ນັ້ນຄືເຫດຜົນທີ່ບໍ່ມີການຕຳໜິ ຫຼື ການລົງວິໄນໃຫ້ເຫັນໃນພວກເຂົາ, ບໍ່ມີການຕື່ນຮູ້ຂອງຈິດສຳນຶກຂອງພວກເຂົາ, ແລ້ວແຮງໄກທີ່ພວກເຂົາຈະໄດ້ຮັບຄວາມຮູ້ແຈ້ງ ຫຼື ແສງເຍືອງທາງໃດໆ, ການລິຮານ, ການພິພາກສາ ຫຼື ການລົງທັນໃດໆ. ສິ່ງເຫຼົ່ານີ້ບໍ່ກ່ຽວຂ້ອງກັບພວກເຂົາ, ພວກເຂົາທຸກຄົນຕ່າງກໍມຶນຊາ ແລະ ພວກເຂົາບໍ່ແຕກຕ່າງຫຍັງຈາກມານຮ້າຍ. ພວກເຂົາໄດ້ຟັງການເທດສະໜາໃນເຮືອນຂອງພຣະເຈົ້າມາຫຼາຍປີແລ້ວ ແລະ ຍັງໄດ້ຟັງການເທດສະໜາກ່ຽວກັບການແຍກແຍະຜູ້ຕໍ່ຕ້ານພຣະຄຣິສ ແລະ ການເທດສະໜາກ່ຽວກັບວິທີການປະຕິບັດໜ້າທີ່ຂອງຕົນໃນແບບທີ່ໄດ້ມາດຕະຖານ ແຕ່ພວກເຂົາໄດ້ສະແຫວງຫາ ແລະ ຍອມຮັບຄວາມຈິງໃນຊ່ວງເວລານີ້ບໍ? ພວກເຂົາໄດ້ແຍກແຍະຜູ້ຕໍ່ຕ້ານພຣະຄຣິສບໍ? ພວກເຂົາໄດ້ມີການໂຕ້ແຍ່ງໃດໆກ່ຽວກັບການສະແດງອອກຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ບໍ່, ພວກເຂົາບໍ່ໄດ້ເຮັດ. ຖ້າພວກເຂົາເຮັດແທ້ໆ, ແນ່ນອນວ່າຈະຕ້ອງມີຄົນສ່ວນໜ້ອຍທີ່ສາມາດລຸກຂຶ້ນ ພ້ອມທັງເປີດໂປງ ແລະ ລາຍງານຜູ້ຕໍ່ຕ້ານພຣະຄຣິສ ແລະ ສະຖານະການຕ່າງໆກໍຈະບໍ່ກາຍເປັນເລື່ອງຮ້າຍແຮງຄືກັບທີ່ເປັນຢູ່. ພວກເຂົາເປັນພຽງກຸ່ມຄົນທີ່ເບົາປັນຍາ ແລະ ໄຮ້ປະໂຫຍດ! ອີງຕາມສະຖານະການຕົວຈິງ, ພຶດຕິກຳ ແລະ ການກຳນົດລັກສະນະຂອງພວກເຂົາ, ເຮົາຈຶ່ງຈັດພວກເຂົາເຂົ້າກຸ່ມ ຂ ເພື່ອແຍກຕົວ ແລະ ໄຕ່ຕອງເປັນໄລຍະເວລາໜຶ່ງ. ມັນເກີນຂອບເຂດບໍທີ່ເຮົາຈັດການກັບເລື່ອງນີ້ໃນລັກສະນະນີ້? (ບໍ່.) ບໍ່, ມັນບໍ່ເກີນຂອບເຂດເລີຍ. ຖ້າມັນບໍ່ເກີນຂອບເຂດ, ຄັນຊັ້ນ ມັນກໍຖືວ່າເໝາະສົມຢ່າງຍິ່ງບໍ່ແມ່ນບໍ? ມັນຖືກເຮັດລົງໄປເພື່ອໃຫ້ໂອກາດບາງຢ່າງແກ່ພວກເຂົາ. ໂອກາດຫຍັງ? ຖ້າພວກເຂົາມີຄວາມເປັນມະນຸດ ແລະ ຈິດສຳນຶກຢ່າງແທ້ຈິງ, ຖ້າພວກເຂົາສາມາດກັບໃຈ ແລະ ປ່ຽນແປງເສັ້ນທາງໄດ້, ພວກເຂົາກໍຈະມີໂອກາດກັບຄືນສູ່ຄຣິສຕະຈັກ; ຖ້າພວກເຂົາບໍ່ມີແມ່ນແຕ່ຄວາມປາຖະໜາທີ່ຈະກັບໃຈ, ພວກເຂົາກໍຈະຖືກແຍກຕົວໄປຕະຫຼອດຊີວິດທີ່ເຫຼືອຂອງພວກເຂົາ ແລະ ເຖິງຂັ້ນຖືກກຳຈັດອອກໂດຍຄຣິສຕະຈັກ. ມັນເປັນແບບນີ້ແຫຼະ. ພວກເຂົາບໍ່ໄດ້ຖືກກຳຈັດອອກໃນທັນທີເພື່ອໃຫ້ໂອກາດພວກເຂົາໃນການກັບໃຈ. ພວກເຂົາອາດຈະເວົ້າວ່າ “ພວກເຮົາໄດ້ເຮັດສິ່ງທີ່ບໍ່ດີນີ້ ແລະ ເຈົ້າກໍໃຈຮ້າຍ ແລະ ແຍກຕົວພວກເຮົາ. ສະນັ້ນ, ເຖິງແມ່ນວ່າພວກເຮົາບໍ່ມີຜົນສຳເລັດໃດໆໃນການເຮັດໜ້າທີ່ຂອງພວກເຮົາກ່ອນໜ້ານີ້ ແຕ່ພວກເຮົາກໍໄດ້ທົນທຸກຍ້ອນມັນຢ່າງແນ່ນອນ. ເປັນຫຍັງເຈົ້າຈຶ່ງບໍ່ເຫັນສິ່ງນັ້ນ?” ແຕ່ທີ່ຈິງແລ້ວ, ການແຍກຕົວພວກເຂົາສະແດງໃຫ້ເຫັນເຖິງການຜ່ອນຜັນທີ່ພຽງພໍ ແລະ ອີງຕາມການກະທຳ ແລະ ພຶດຕິກຳຂອງພວກເຂົາແລ້ວ, ພວກເຂົາຄວນຖືກກຳຈັດອອກ. ຈົ່ງເບິ່ງທັດສະນະຄະຕິນີ້ທີ່ພວກເຂົາມີ, ພວກເຂົາຕົກຢູ່ໃນອັນຕະລາຍຫຼາຍ! ສະນັ້ນ, ຄວນຈັດການເລື່ອງນີ້ແນວໃດ? ເຮົາຕ້ອງແບ່ງວິທີການຂອງເຮົາອອກເປັນສອງໄລຍະຄື: ໄລຍະທີໜຶ່ງແມ່ນການແຍກຕົວພວກເຂົາ ແລະ ໄລຍະທີສອງແມ່ນການຈັດການກັບພວກເຂົາຕາມທີ່ເຮົາເຫັນສົມຄວນ ໂດຍອີງໃສ່ສະຖານະການຂອງພວກເຂົາໃນຊ່ວງເວລາຂອງການແຍກຕົວຂອງພວກເຂົາ ແລະ ອີງໃສ່ພຶດຕິກຳສ່ວນຕົວຂອງພວກເຂົາ, ແລ້ວຕັດສິນໃຈວ່າຈະເກັບພວກເຂົາໄວ້ໃນຄຣິສຕະຈັກ ຫຼື ກຳຈັດພວກເຂົາອອກ. ນີ້ບໍ່ໄດ້ເປັນການສະແດງເຖິງການຜ່ອນຜັນທີ່ພຽງພໍຕໍ່ພວກເຂົາບໍ?
ຄົນເຫຼົ່ານັ້ນໃນຄຣິສຕະຈັກໃນປະເທດການາດາໄດ້ເຮັດສິ່ງທີ່ບໍ່ດີຫຼາຍຢ່າງ ແລະ ການແຍກຕົວພວກເຂົາຕາມພຶດຕິກຳຂອງພວກເຂົາກໍສະແດງໃຫ້ເຫັນເຖິງການຜ່ອນຜັນຢ່າງຫຼວງຫຼາຍ, ແລ້ວເປັນຫຍັງບາງຄົນຈຶ່ງຍັງມີຄວາມຄິດຂອງຕົນເອງກ່ຽວກັບວິທີການຈັດການເລື່ອງນີ້? ບາງຄົນເວົ້າວ່າ “ມັນອາດຖືກຕ້ອງແລ້ວທີ່ພຣະອົງຈັດການເລື່ອງດັ່ງກ່າວແບບນັ້ນ ແຕ່ມັນກໍຍັງມີບັນຫາໜ້ອຍໜຶ່ງ. ຄົນເຫຼົ່ານັ້ນໃນຄຣິສຕະຈັກໃນປະເທດການາດາຫາເລື່ອງໃສ່ຕົວເອງ ແລະ ພວກເຂົາກໍໄດ້ຮັບໃນສິ່ງທີ່ພວກເຂົາສົມຄວນໄດ້ຮັບ, ແຕ່ການຈັດການແບບນີ້, ພຣະອົງບໍ່ໄດ້ກຳລັງລົງໂທດຄົນໜຶ່ງເພື່ອເປັນການເຊືອດໄກ່ໃຫ້ລີງເບິ່ງບໍ?” ນີ້ແມ່ນຄວາມເຂົ້າໃຈທີ່ຖືກຕ້ອງບໍ? (ບໍ່ແມ່ນ.) ເຮົາໄດ້ຍິນບາງຄົນເວົ້າວ່າ “ນີ້ແມ່ນວິທີທີ່ຖືກຕ້ອງໃນການຈັດການເລື່ອງນີ້. ພຣະອົງຄວນລົງໂທດຄົນໜຶ່ງເພື່ອເປັນການເຊືອດໄກ່ໃຫ້ລີງເບິ່ງ, ເຮັດໃຫ້ເປັນເລື່ອງເຕືອນໃຈສຳລັບຄົນອື່ນ ແລະ ສະແດງອຳນາດເພື່ອສົ່ງສານດັ່ງກ່າວນີ້ຫາຄົນອື່ນໆ”. ນີ້ບໍ່ແມ່ນບາງສິ່ງທີ່ຜູ້ບໍ່ມີຄວາມເຊື່ອອາດຈະເວົ້າບໍ? ນີ້ຄືມຸມມອງຕໍ່ສິ່ງຕ່າງໆທີ່ຜູ້ບໍ່ມີຄວາມເຊື່ອມີ. ບາງເທື່ອ ພວກເຈົ້າອາດຍັງບໍ່ສາມາດເບິ່ງທະລຸເຖິງແກ່ນແທ້ຂອງບັນຫານີ້ໄດ້ ແລະ ນັ້ນຄືເຫດຜົນທີ່ພວກເຈົ້າຍັງສາມາດສະແດງມຸມມອງຂອງຜູ້ບໍ່ມີຄວາມເຊື່ອອອກມາໄດ້. ພວກເຈົ້າບໍ່ຄິດວ່າມັນໜ້າລັງກຽດໜ້ອຍໜຶ່ງບໍທີ່ບາງຄົນເວົ້າສິ່ງນີ້? ຖ້າພວກເຈົ້າໃຊ້ຄຳເວົ້າດັ່ງກ່າວເພື່ອອະທິບາຍເລື່ອງນີ້, ພວກເຈົ້າກໍກຳລັງເວົ້າໃນສິ່ງທີ່ບໍ່ກົງປະເດັນ ແລະ ນີ້ບໍ່ແມ່ນສິ່ງທີ່ເປັນຢູ່. ຄັນຊັ້ນພວກເຈົ້າຈະອະທິບາຍວິທີທີ່ເຮົາໄດ້ຈັດການກັບເລື່ອງດັ່ງກ່າວແນວໃດ? (ພຣະອົງໄດ້ຈັດການມັນຕາມຫຼັກການ.) ຖືກຕ້ອງແລ້ວ, ເຮົາໄດ້ຈັດການມັນຕາມຫຼັກການ; ນີ້ຄືຄຳເວົ້າທີ່ສໍາພັນກັບຊີວິດຈິງແທ້. ມີຄົນອື່ນອີກບໍ? ພວກເຂົາບໍ່ໄດ້ຫາເລື່ອງໃສ່ຕົວເອງບໍ? (ແມ່ນແລ້ວ.) ແລ້ວວິທີທີ່ງ່າຍດາຍທີ່ສຸດໃນການອະທິບາຍເລື່ອງນີ້ແມ່ນຫຍັງ? (ພວກເຂົາໄດ້ຮັບການລົງໂທດທີ່ເປັນທໍາແລ້ວ.) ຖືກຕ້ອງແລ້ວ, ອີງຕາມພຶດຕິກໍາຂອງພວກເຂົາ, ພວກເຂົາໄດ້ຮັບການລົງໂທດທີ່ເປັນທໍາ ແລະ ພວກເຂົາກໍຫາເລື່ອງໃສ່ຕົວເອງ. ພຣະເຈົ້າກະທຳໂດຍສອດຄ່ອງກັບຫຼັກການຄວາມຈິງ; ພຣະອົງລົງໂທດຜູ້ຄົນຕາມພຶດຕິກຳຂອງພວກເຂົາ. ຍິ່ງໄປກວ່ານັ້ນ, ຜູ້ຄົນຄວນແບກຮັບຜົນທີ່ຕາມມາຈາກການກະທຳຂອງພວກເຂົາ ແລະ ເມື່ອພວກເຂົາເຮັດໃນສິ່ງທີ່ຜິດ, ພວກເຂົາຄວນຖືກລົງໂທດ. ສິ່ງນີ້ແມ່ນເໝາະສົມແລ້ວ. ພຣະເຈົ້າລົງໂທດຜູ້ຄົນຕາມພຶດຕິກຳຂອງພວກເຂົາ; ນີ້ຄືການລົງໂທດຄົນເຫຼົ່ານັ້ນໃນຄຣິສຕະຈັກໃນປະເທດການາດາ ແລະ ຫາກໃຊ້ຄຳສັບໃນປັດຈຸບັນກໍຄື ພວກເຂົາຖືກຈັດການຕາມຫຼັກການ. ບອກເຮົາມາເບິ່ງວ່າ ມີສິ່ງໃດແດ່ກ່ຽວກັບພວກເຂົາທີ່ເຮົາໄດ້ເປີດໂປງແລ້ວບໍ່ແມ່ນຂໍ້ເທັດຈິງ? ການວິເຄາະ ແລະ ການນິຍາມຂອງເຮົາກ່ຽວກັບເລື່ອງເຫຼົ່ານີ້ຂໍ້ໃດ, ການກຳນົດລັກສະນະຂອງເຮົາກ່ຽວກັບພວກເຂົາຂໍ້ໃດທີ່ບໍ່ແມ່ນຂໍ້ເທັດຈິງ? ພວກມັນລ້ວນແຕ່ເປັນຂໍ້ເທັດຈິງ. ສະນັ້ນ, ພວກເຂົາຈຶ່ງຖືກໃສ່ໂທດຕາມການສະແດງອອກເຫຼົ່ານີ້ ແລະ ຕາມການກະທຳ ແລະ ພຶດຕິກຳຂອງພວກເຂົາ. ແລ້ວມັນຜິດບ່ອນໃດ? ຄັນຊັ້ນ, ສະແດງອຳນາດເພື່ອສົ່ງສານດັ່ງກ່າວນີ້ຫາຄົນອື່ນໆ, ການລົງໂທດຄົນໜຶ່ງເພື່ອເປັນການເຊືອດໄກ່ໃຫ້ລີງເບິ່ງ ແລະ ເຮັດໃຫ້ເປັນເລື່ອງເຕືອນໃຈສຳລັບຄົນອື່ນ, ລັກສະນະຂອງການກະທຳເຫຼົ່ານີ້ຄືກັນກັບວິທີທີ່ເຮົາໄດ້ຈັດການກັບຄຣິສຕະຈັກໃນປະເທດການາດາບໍ? (ບໍ່ຄື.) ຄັນຊັ້ນ ເປັນຫຍັງຈຶ່ງລົງໂທດຄົນໜຶ່ງເພື່ອເປັນການເຊືອດໄກ່ໃຫ້ລີງເບິ່ງ? ລັກສະນະຂອງການກະທໍານີ້ແມ່ນຫຍັງ? ການລົງໂທດຄົນໜຶ່ງເພື່ອເປັນການເຊືອດໄກ່ໃຫ້ລີງເບິ່ງ, ການສະແດງອຳນາດເພື່ອເປັນການສົ່ງສານຫາຄົນອື່ນ ແລະ ເຮັດໃຫ້ເປັນເລື່ອງເຕືອນໃຈສຳລັບຄົນອື່ນ, ໂດຍພື້ນຖານແລ້ວລັກສະນະຂອງການກະທຳສາມຢ່າງນີ້ແມ່ນຄືກັນ. ລັກສະນະນັ້ນແມ່ນຫຍັງ? ມັນຄືການກະທຳຂອງຜູ້ປົກຄອງ ຫຼື ຜູ້ມີອຳນາດທີ່ເຮັດບາງຢ່າງໃນສະຖານະການສະເພາະໃດໜຶ່ງ ທີ່ພວກເຂົາເຊື່ອວ່າຈຳເປັນຕ້ອງສ້າງສິດອຳນາດຂອງພວກເຂົາ ແລະ ໃຊ້ມັນເພື່ອຂົ່ມຂູ່ຄົນອື່ນ. ສິ່ງນີ້ເອີ້ນວ່າ ການລົງໂທດຄົນໜຶ່ງເພື່ອເປັນການເຊືອດໄກ່ໃຫ້ລີງເບິ່ງ. ເປົ້າໝາຍຂອງພວກເຂົາໃນການເຮັດສິ່ງນີ້ແມ່ນຫຍັງ? ມັນຄືການເຮັດໃຫ້ຄົນອື່ນເຊື່ອຟັງພວກເຂົາ, ຢ້ານພວກເຂົາ ແລະ ຮູ້ສຶກຖືກຂົ່ມຂູ່ຈາກພວກເຂົາ, ເພື່ອບໍ່ໃຫ້ເຮັດສິ່ງໃດທີ່ມຸທະລຸຕໍ່ໜ້າພວກເຂົາ ແລະ ບໍ່ໃຫ້ເຮັດຕາມໃຈມັກຕໍ່ໜ້າພວກເຂົາ. ການທີ່ພວກເຂົາເຮັດສິ່ງນີ້ສອດຄ່ອງກັບຫຼັກການບໍ? (ບໍ່ສອດຄ່ອງ.) ເປັນຫຍັງພວກເຈົ້າຈຶ່ງເວົ້າວ່າມັນບໍ່ສອດຄ່ອງກັບຫຼັກການ? ຜູ້ປົກຄອງອາດມີແຮງຈູງໃຈຂອງຕົນເອງໃນການກະທຳ ແລະ ແຮງຈູງໃຈຂອງລາວກໍຄືການຮັກສາລະບອບການປົກຄອງຂອງຕົນ ແລະ ປົກປ້ອງອຳນາດຂອງຕົນ. ລາວຕ້ອງການສວຍໃຊ້ໂອກາດເຮັດໃຫ້ເລື່ອງນັ້ນກາຍເປັນເລື່ອງໃຫຍ່ ແລະ ນີ້ແມ່ນທຳມະຊາດຂອງການກະທຳຂອງລາວ. ເລື່ອງການຈັດການຄຣິສຕະຈັກໃນປະເທດການາດາແມ່ນອີງໃສ່ຫຼັກການຄວາມຈິງ ແລະ ບໍ່ໄດ້ອີງໃສ່ປັດຊະຍາແບບຊາຕານຂອງຜູ້ບໍ່ມີຄວາມເຊື່ອ. ຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ຜູ້ຄົນຫຼົງຜິດ, ລາວຂັດຂວາງ ແລະ ລົບກວນວຽກງານຄຣິສຕະຈັກ, ລາວເຮັດໃຫ້ຄຣິສຕະຈັກວຸ້ນວາຍ ແລະ ຄົນສ່ວນໃຫຍ່ກໍຍັງເວົ້າປົກປ້ອງລາວ, ທຳມະຊາດຂອງການກະທຳຂອງພວກເຂົາຈັ່ງແມ່ນເປັນຕາລັງກຽດແທ້ໆ! ການໃຊ້ຊີວິດໄປແຕ່ລະມື້ໃນລັກສະນະນີ້, ມັນຈະດີກວ່າສຳລັບພວກເຂົາທີ່ຈະອອກຈາກຄຣິສຕະຈັກ ແລະ ໄປໃຊ້ຊີວິດຂອງພວກເຂົາເອງ. ຢ່າງໜ້ອຍ ຊັບພະຍາກອນຂອງເຮືອນຂອງພຣະເຈົ້າກໍຈະບໍ່ສິ້ນເປືອງໄປລ້າໆ ແລະ ນັ້ນກໍຈະເປັນສິ່ງທີ່ດີ. ແຕ່ພວກເຂົາໄດ້ເຮັດແບບນັ້ນບໍ? ຈິດສຳນຶກຂອງພວກເຂົາບໍ່ມີການຮັບຮູ້ເລື່ອງນີ້ ແລະ ພວກເຂົາກໍຜານຊັບພະຍາກອນທາງການເງິນ ແລະ ວັດຖຸສິ່ງຂອງຂອງເຮືອນຂອງພຣະເຈົ້າ, ພວກເຂົາບໍ່ໄດ້ທຸ່ມເທຄວາມພະຍາຍາມໃນການເຮັດໜ້າທີ່ຂອງພວກເຂົາ ແລະ ພວກເຂົາກໍຮ່ວມມືກັບຜູ້ຕໍ່ຕ້ານພຣະຄຣິສ ພ້ອມທັງເຮັດຄວາມຊົ່ວຮ້າຍຮ່ວມກັບລາວ. ທຳມະຊາດຂອງການກະທຳເຫຼົ່ານີ້ແມ່ນຮ້າຍແຮງຫຼາຍ! ເຮືອນຂອງພຣະເຈົ້າໄດ້ຈັດການກັບພວກເຂົາໃນວິທີນີ້ ເພື່ອເຮັດໃຫ້ພວກເຂົາໄຕ່ຕອງ ແລະ ຮູ້ຈັກຕົນເອງ ເພື່ອໃຫ້ພວກເຂົາຮູ້ທີ່ຈະປ່ຽນແປງເສັ້ນທາງ ແລະ ກັບໃຈ ແລະ ສິ່ງນີ້ກໍເປັນປະໂຫຍດຕໍ່ພວກເຂົາ. ຖ້າພວກເຂົາບໍ່ຖືກຈັດການ, ບາງເທື່ອໃນອີກໜຶ່ງປີຕໍ່ໜ້າ ພວກເຂົາທຸກຄົນກໍອາດຈະທໍລະຍົດພຣະເຈົ້າ ແລະ ກັບຄືນສູ່ໂລກ. ໂຊກດີທີ່ພວກເຂົາຖືກແຍກຕົວ ແລະ ຖືກຈັດການທັນເວລາ ແລະ ສິ່ງນີ້ກໍໄດ້ປ້ອງກັນບໍ່ໃຫ້ຄົນຈໍານວນຫຼາຍກວ່ານີ້ເຮັດຄວາມຊົ່ວຮ້າຍ ແລະ ປ້ອງກັນບໍ່ໃຫ້ວຽກງານຄຣິສຕະຈັກໄດ້ຮັບຄວາມເສຍຫາຍຢ່າງຫຼວງຫຼາຍກວ່ານີ້. ໂດຍການເຮັດແບບນີ້, ພວກເຂົາກຳລັງຖືກຊ່ວຍໃຫ້ລອດພົ້ນ ຫຼື ຖືກກຳຈັດ? (ພວກເຂົາກຳລັງຖືກຊ່ວຍໃຫ້ລອດພົ້ນ.) ທີ່ຈິງແລ້ວພວກເຂົາກຳລັງຖືກຊ່ວຍໃຫ້ລອດພົ້ນ. ມັນຖືກເຮັດລົງໄປເພື່ອຊ່ວຍເຫຼືອພວກເຂົາ, ເພື່ອເຕືອນພວກເຂົາ, ເພື່ອຕີລະຄັງເຕືອນໄພໃຫ້ພວກເຂົາ, ເພື່ອບອກພວກເຂົາວ່າມັນບໍ່ຖືກຕ້ອງທີ່ພວກເຂົາຈະກະທຳແບບນັ້ນ, ຖ້າພວກເຂົາຍັງສືບຕໍ່ໃນວິທີນັ້ນ ພວກເຂົາກໍຈະທົນທຸກກັບຄວາມພິນາດ ແລະ ຈິບຫາຍ ແລະ ຈະສູນເສຍຄວາມຫວັງໃດໆກໍຕາມໃນການໄດ້ຮັບຄວາມລອດພົ້ນ. ຖ້າພວກເຂົາສາມາດເຂົ້າໃຈຈຸດນີ້ໄດ້, ພວກເຂົາກໍຍັງມີຄວາມຫວັງ. ຖ້າພວກເຂົາບໍ່ສາມາດແມ່ນແຕ່ຈະເຂົ້າໃຈຈຸດນີ້ໄດ້ ແລະ ພວກເຂົາຍັງສືບຕໍ່ຮູ້ສຶກໝົດກໍາລັງໃຈ, ຕົກຕ່ຳລົງ ແລະ ຕົກຢູ່ໃນຄວາມໝົດຫວັງ, ຕໍ່ຕ້ານເບື້ອງເທິງ ແລະ ປ່ອຍແນວຄິດຂອງພວກເຂົາອອກມາໃນອາລົມທີ່ເປັນລົບ, ພວກເຂົາກໍຈະມີບັນຫາ. ພວກເຈົ້າປາຖະໜາຫຍັງໃຫ້ພວກເຂົາ? (ໃຫ້ພວກເຂົາກັບໃຈ.) ພວກເຈົ້າທຸກຄົນລ້ວນແຕ່ປາຖະໜາໃຫ້ພວກເຂົາໄດ້ດີ ແລະ ຈະກັບໃຈ. ແລ້ວເຮົາປາຖະໜາຫຍັງໃຫ້ພວກເຂົາ? ເຮົາປາຖະໜາໃຫ້ພວກເຂົາບໍ່ກັບໃຈ, ໃຫ້ເຮົາສາມາດຊຳລະລ້າງພວກເຂົາອອກໄປໃຫ້ໝົດ, ໃຫ້ຄຣິສຕະຈັກດີຂຶ້ນເມື່ອບໍ່ມີຄົນເຫຼົ່ານີ້ບໍ? ນີ້ຄືສິ່ງທີ່ເຮົາຕ້ອງການບໍ? (ບໍ່ແມ່ນ.) ບໍ່ແມ່ນ, ນີ້ບໍ່ແມ່ນສິ່ງທີ່ເຮົາຕ້ອງການ. ເຮົາປາຖະໜາໃຫ້ພວກເຂົາໄດ້ດີ ແລະ ຈະກັບໃຈ, ໃຫ້ພວກເຂົາກັບຄືນສູ່ເຮືອນຂອງພຣະເຈົ້າຫຼັງຈາກທີ່ພວກເຂົາກັບໃຈແລ້ວ ແລະ ໃຫ້ພວກເຂົາບໍ່ເຮັດໜ້າທີ່ຂອງພວກເຂົາຄືກັບທີ່ເຄີຍເຮັດມາກ່ອນອີກ. ຂໍ້ພຣະຄຳພີນັ້ນກ່າວແນວໃດ? “ໃຫ້ພວກເຂົາທຸກຄົນກັບໃຈຈາກຫົນທາງທີ່ຊົ່ວຮ້າຍຂອງເຂົາ ແລະ ປະຖິ້ມຄວາມວຸ້ນວາຍທີ່ເກີດຂຶ້ນດ້ວຍມືຂອງພວກເຂົາ” (ໂຢນາ 3:8.) ສຳລັບພວກເຂົາແລ້ວ, ຖ້າພວກເຂົາສາມາດບັນລຸຜົນນີ້ໄດ້, ມັນກໍຈະເປັນຄວາມຊົງຈຳທີ່ບໍ່ມີວັນລົບລ້າງໄດ້ຕາບໃດທີ່ພວກເຂົາຍັງມີຊີວິດຢູ່ ແລະ ເປັນປະສົບການທີ່ພິເສດສຳລັບພວກເຂົາ, ມັນຈະກາຍເປັນເຫດການທີ່ມະຫັດສະຈັນ. ສິ່ງນີ້ຂຶ້ນຢູ່ກັບສິ່ງທີ່ພວກເຂົາແຕ່ລະຄົນໄລ່ຕາມ.
ຫຼັງຈາກທີ່ເລື່ອງຂອງຜູ້ຕໍ່ຕ້ານພຣະຄຣິສໃນຄຣິສຕະຈັກໃນປະເທດການາດາຖືກຈັດການແລ້ວ, ບາງຄົນກໍຄິດວ່າ “ຄົນເຫຼົ່ານີ້ໄດ້ເຮັດໜ້າທີ່ຂອງພວກເຂົາມາຫຼາຍປີແລ້ວ ແຕ່ຍ້ອນມີຜູ້ຕໍ່ຕ້ານພຣະຄຣິສປາກົດຕົວຂຶ້ນ ແລະ ກໍ່ໃຫ້ເກີດການລົບກວນ, ພວກເຂົາຈຶ່ງຖືກແຍກດ່ຽວ”. ພວກເຂົາຮູ້ສຶໄດ້ເຖິງວິກິດ ໂດຍຄິດວ່າ “ໂອ້, ນີ້ເປັນຄັ້ງທຳອິດທີ່ຂ້ອຍເຫັນພຣະເຈົ້າໃຈຮ້າຍ ແລະ ສາບແຊ່ງຜູ້ຄົນ. ແມ່ນແຕ່ພັກພວກ, ຜູ້ສົມຮູ້ຮ່ວມຄິດ ແລະ ຜູ້ຕິດຕາມຂອງຜູ້ຕໍ່ຕ້ານພຣະຄຣິສກໍບໍ່ໄດ້ຖືກຍົກເວັ້ນ. ພຣະເຈົ້າບໍ່ຄຳນຶງເຖິງຄວາມຮູ້ສຶກຂອງໃຜເລີຍແທ້ໆ! ປົກກະຕິແລ້ວ, ມັກຈະຖືກເວົ້າກັນວ່າພຣະເຈົ້າຮັກ ແລະ ເມດຕາມະນຸດ ແຕ່ຄວາມໃຈຮ້າຍຂອງພຣະອົງໃນຄັ້ງນີ້ຊ່າງເປັນສິ່ງທີ່ທົນບໍ່ໄດ້ແທ້ໆ!” ພວກເຂົາເລີ່ມຮູ້ສຶກບໍ່ສະບາຍໃຈ. ບອກເຮົາມາເບິ່ງ, ມັນຖືກຕ້ອງບໍທີ່ຜູ້ຄົນຈະຄິດແບບນີ້? (ບໍ່ຖືກ.) ເປັນຫຍັງຈຶ່ງບໍ່ຖືກ? ຜູ້ຄົນຄວນຈັດການເລື່ອງນີ້ແນວໃດ? ພວກເຈົ້າໄດ້ຟັງການເທດສະໜາມາຈັກປີແລ້ວ? ຢ່າງໜ້ອຍກໍຫ້າປີແລ້ວບໍ່ແມ່ນບໍ? ແລ້ວພວກເຮົາບໍ່ຄວນມີຄວາມເຫັນທີ່ເປັນເອກະພາບກັນໃນຫຼາຍໆເລື່ອງ ໂດຍສະເພາະໃນບາງເລື່ອງທີ່ຫຼັກການຂ້ອນຂ້າງຊັດເຈນບໍ? (ແມ່ນແລ້ວ.) “ຄວາມເຫັນທີ່ເປັນເອກະພາບກັນ” ໝາຍຄວາມວ່າແນວໃດ? ມັນໝາຍເຖິງຄວາມເຂົ້າໃຈກັນຢ່າງເລິກເຊິ່ງ. ເຮົາເຮັດບາງຢ່າງໂດຍບໍ່ໄດ້ບອກເຫດຜົນໃຫ້ພວກເຈົ້າຟັງ ແລະ ພວກເຈົ້າກໍຮູ້ດີວ່າຍ້ອນຫຍັງ, ພວກເຈົ້າສາມາດເຂົ້າໃຈມັນ, ຍອມຮັບມັນ ແລະ ຢັ່ງຮູ້ມັນຈາກມຸມມອງທີ່ເປັນບວກ, ນີ້ຄືຄວາມໝາຍຂອງການມີຄວາມເຂົ້າໃຈກັນຢ່າງເລິກເຊິ່ງ. ຄວາມເຂົ້າໃຈກັນຢ່າງເລິກເຊິ່ງນີ້ເກີດຂຶ້ນໄດ້ແນວໃດ? ສົມມຸດວ່າເຈົ້າໄດ້ຟັງການເທດສະໜາມາຫຼາຍ, ມີຄວາມເຂົ້າໃຈຄວາມຈິງໃນລະດັບໃດໜຶ່ງ ແລະແລ້ວພວກເຮົາກໍຮູ້ຈັກກັນຫຼາຍຂຶ້ນ. ເຮົາໄດ້ອະທິບາຍຫຼາຍສິ່ງໃຫ້ເຈົ້າຟັງ ແລະ ບອກເຈົ້າກ່ຽວກັບມຸມມອງຂອງເຮົາ, ຄວາມຄິດຂອງເຮົາ, ຫຼັກການໃນການກະທຳຂອງເຮົາ ພ້ອມທັງສິ່ງທີ່ພວກເຈົ້າຈຳເປັນຕ້ອງເຂົ້າໃຈ ແລະ ລົງມືເຮັດ. ເຮົາໄດ້ບອກພວກເຈົ້າກ່ຽວກັບສິ່ງເຫຼົ່ານີ້ທັງໝົດ ແລະ ບອກວ່າມຸມມອງຂອງເຮົາແມ່ນຫຍັງ ແລ້ວພວກເຈົ້າກໍຍອມຮັບມຸມມອງຂອງເຮົາ ແລະ ຈັດການສິ່ງຕ່າງໆ, ໜ້າທີ່ຂອງເຈົ້າ, ຄວາມເຊື່ອ, ຊີວິດ ແລະ ຄົນອື່ນໆຕາມມຸມມອງຂອງເຮົາ. ຄັນຊັ້ນ ຄວາມເຂົ້າໃຈກັນຢ່າງເລິກເຊິ່ງລະຫວ່າງພວກເຮົາຈະບໍ່ເພີ່ມຂຶ້ນເລື້ອຍໆບໍ? (ແມ່ນແລ້ວ.) ສະນັ້ນ, ພວກເຮົາໄດ້ບັນລຸຄວາມເຂົ້າໃຈກັນຢ່າງເລິກເຊິ່ງແບບນີ້ກ່ຽວກັບການຈັດການຄຣິສຕະຈັກໃນປະເທດການາດາບໍ? ຖ້າເຮົາບໍ່ໄດ້ອະທິບາຍເລື່ອງນີ້ຄືກັບທີ່ເຮົາກຳລັງເຮັດຢູ່, ຄວາມເຂົ້າໃຈກັນຢ່າງເລິກເຊິ່ງຂອງພວກເຮົາຈະເປັນແນວໃດ? “ການລົງໂທດຄົນໜຶ່ງເພື່ອເປັນການເຊືອດໄກ່ໃຫ້ລີງເບິ່ງ” ແລະ “ການເຮັດໃຫ້ເປັນເລື່ອງເຕືອນໃຈສຳລັບຄົນອື່ນ”, ນີ້ແມ່ນຄວາມເຂົ້າໃຈກັນຢ່າງເລິກເຊິ່ງຂອງພວກເຮົາບໍ? (ບໍ່ແມ່ນ.) ຄົນເຫຼົ່ານີ້ໄດ້ຟັງການເທດສະໜາມາຫຼາຍປີແລ້ວ, ແລ້ວການທີ່ເຮົາເຮັດແບບນີ້ກະຕຸ້ນໃຫ້ເກີດການຕອບສະໜອງແບບນັ້ນຈາກພວກເຂົາໄດ້ແນວໃດ? ບອກເຮົາມາເບິ່ງ, ເຮົາຮູ້ສຶກແນວໃດທີ່ໄດ້ຍິນພວກເຂົາສະແດງມຸມມອງແບບນັ້ນອອກມາ? ມັນເຮັດໃຫ້ເຮົາຮູ້ສຶກວ່ານີ້ເປັນເລື່ອງທີ່ໜ້າເສົ້າໃຈ ທີ່ຜູ້ຄົນສາມາດເວົ້າສິ່ງດັ່ງກ່າວອອກມາໄດ້! ເຮົາຂໍຖາມເຈົ້າ, ເຮົາຄວນຮູ້ສຶກແບບນັ້ນບໍ? (ແມ່ນແລ້ວ.) ເປັນຫຍັງເຈົ້າຈຶ່ງເວົ້າແບບນັ້ນ? ນັ້ນກໍຄືຄຳເວົ້າປະເພດນີ້, ມຸມມອງປະເພດນີ້, ຄວາມເຂົ້າໃຈປະເພດນີ້ ແລະ ການຢັ່ງຮູ້ປະເພດນີ້ບໍ່ຄວນມີຢູ່ ຫຼື ປະກົດຂຶ້ນມາເລີຍ. ຕອນນີ້ພວກມັນໄດ້ປາກົດຂຶ້ນມາແລ້ວ ແລະ ພວກມັນກໍເກີນຄວາມຄາດໝາຍຂອງເຮົາ. ພວກມັນຫ່າງໄກຈາກການປະເມີນ ແລະ ຄວາມຄາດຫວັງຂອງເຮົາຫຼາຍ ຈົນເຮົາຮູ້ສຶກລະອາຍໃຈຕໍ່ກັບເລື່ອງນີ້! ບາງຄົນຈະເວົ້າວ່າ “ມັນຮ້າຍແຮງຂະໜາດນັ້ນເລີຍບໍ? ບໍ່ແມ່ນພຣະອົງພຽງແຕ່ເຮັດເລື່ອງນ້ອຍໃຫ້ເປັນເລື່ອງໃຫຍ່ບໍ?” ເຮົາຂໍບອກພວກເຈົ້າວ່າ ນີ້ບໍ່ແມ່ນເລື່ອງໃຫຍ່ ແຕ່ມັນກໍບໍ່ແມ່ນເລື່ອງເລັກນ້ອຍເຊັ່ນກັນ. ຕັ້ງແຕ່ຕອນທີ່ເຈົ້າເລີ່ມເຊື່ອໃນພຣະເຈົ້າ, ເມື່ອເຈົ້າຍອມຮັບວ່າພຣະເຈົ້າແມ່ນພຣະເຈົ້າຂອງເຈົ້າ ແລະ ພຣະຜູ້ເປັນເຈົ້າຂອງເຈົ້າ, ເມື່ອເຈົ້າຕ້ອງການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ຕິດຕາມພຣະເຈົ້າ, ຍອມຮັບການຈັດວາງ ແລະ ການຈັດແຈງຂອງພຣະອົງ ແລະ ອ່ອນນ້ອມຕໍ່ທຸກສິ່ງທີ່ພຣະເຈົ້າຮຽກຮ້ອງຈາກເຈົ້າ, ນັບຕັ້ງແຕ່ມື້ນັ້ນເປັນຕົ້ນມາ, ເຈົ້າກໍໄດ້ສ້າງສາຍສຳພັນກັບພຣະເຈົ້າແລ້ວ. ເມື່ອເຈົ້າໄດ້ສ້າງສາຍສຳພັນນີ້ແລ້ວ, ມັນກໍມີບັນຫາທີ່ສຳຄັນທີ່ສຸດຢ່າງໜຶ່ງທີ່ມີຢູ່ລະຫວ່າງເຈົ້າ ແລະ ພຣະເຈົ້າ. ນັ້ນແມ່ນບັນຫາຫຍັງ? ນັ້ນກໍຄື ຖ້າເຈົ້າບໍ່ສາມາດຍອມຮັບສິ່ງທີ່ພຣະເຈົ້າກະທຳ ແລະ ວິທີການທີ່ພຣະເຈົ້າປະພຶດ, ຖ້າເຈົ້າບໍ່ສາມາດເຂົ້າໃຈສິ່ງເຫຼົ່ານີ້ ແລະ ເຈົ້າບໍ່ສາມາດລິເລີ່ມທີ່ຈະສະແຫວງຫາ ແລະ ຢັ່ງຮູ້ສິ່ງເຫຼົ່ານີ້ໄດ້, ແລ້ວສາຍສຳພັນຂອງເຈົ້າກັບພຣະເຈົ້າກໍຈະຕົກຢູ່ໃນສະພາວະວິກິດໄດ້ທຸກເວລາ. ແລ້ວສະພາວະວິກິດນີ້ບົ່ງບອກເຖິງຫຍັງ? ບໍ່ວ່າເຈົ້າຈະກິນ ແລະ ດື່ມພຣະທຳຂອງພຣະເຈົ້າຫຼາຍສໍ່າໃດກໍຕາມ, ບໍ່ວ່າເຈົ້າຈະວາງແຜນທີ່ຈະອ່ອນນ້ອມຕໍ່ພຣະເຈົ້າແນວໃດກໍຕາມ, ຕາບໃດທີ່ສະພາວະວິກິດນີ້ຍັງມີຢູ່ແມ່ນແຕ່ມື້ດຽວ, ແລ້ວຄວາມເປັນຈິງທີ່ວ່າເຈົ້າຕ້ອງການຕິດຕາມພຣະເຈົ້າ ແລະ ຄວາມປາຖະໜາຂອງເຈົ້າທີ່ຈະຍອມຮັບຄວາມລອດພົ້ນຂອງພຣະເຈົ້າກໍອາດຈະຖືກທຳລາຍ, ອາດຈະກາຍເປັນສິ່ງທີ່ຮັກສາໄວ້ບໍ່ໄດ້ ແລະ ອາດຈະກາຍເປັນພຽງຄວາມເພີ້ຝັນ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ຕາບໃດທີ່ສາຍສຳພັນຂອງເຈົ້າກັບພຣະເຈົ້າບໍ່ເປັນປົກກະຕິ ແລະ ຕາບໃດທີ່ສະພາວະວິກິດນີ້ຍັງມີຢູ່, ເຈົ້າຈະສາມາດຮັກສາສາຍສຳພັນທີ່ປົກກະຕິກັບພຣະເຈົ້າໄດ້ບໍ? ແລ້ວເຈົ້າຈະມີສາຍສຳພັນແບບໃດກັບພຣະເຈົ້າ? ມັນຈະເປັນສາຍສຳພັນຂອງຄວາມສາມາດເຂົ້າກັນໄດ້ບໍ? ສາຍສຳພັນແບບຄອບຄົວ ຫຼື ສາຍສຳພັນລະຫວ່າງເພື່ອນຮ່ວມງານບໍ? ມັນຈະເປັນສາຍສຳພັນແບບໃດແທ້? ຕາບໃດທີ່ສາຍສຳພັນຂອງເຈົ້າກັບພຣະເຈົ້າຕົກຢູ່ໃນສະພາວະວິກິດ, ແລ້ວເຈົ້າກໍຈະສາມາດຕັດສິນ ແລະ ເຂົ້າໃຈຜິດຕໍ່ການກະທຳ ແລະ ພຶດຕິກຳຂອງພຣະເຈົ້າໄດ້ທຸກເວລາ ແລະ ທຸກບ່ອນ ແລະ ເຈົ້າຍັງຈະສາມາດຕໍ່ຕ້ານ ແລະ ປະຕິເສດທີ່ຈະຍອມຮັບສິ່ງທີ່ພຣະເຈົ້າກະທຳໄດ້ອີກດ້ວຍ. ແລ້ວເຈົ້າຈະບໍ່ຕົກຢູ່ໃນອັນຕະລາຍບໍ? ອັນຕະລາຍນີ້ເກີດຂຶ້ນໄດ້ແນວໃດ? ມັນເກີດຂຶ້ນກໍຍ້ອນວ່າເຈົ້າບໍ່ຮູ້ຈັກພຣະເຈົ້າ. ພວກເຮົາຈະບໍ່ເວົ້າຈາກດ້ານບວກ ແຕ່ຈະເວົ້າຈາກດ້ານລົບແທນ. ຕົວຢ່າງ: ເຈົ້າເບິ່ງພຣະເຈົ້າໃນລັກສະນະໃດໜຶ່ງຢູ່ສະເໝີ ແລະ ເຈົ້າຄິດວ່າພຣະເຈົ້າຄືກະສັດເທິງແຜ່ນດິນໂລກ, ເປັນເຈົ້າໜ້າທີ່ສຳຄັນທີ່ສຸດ, ເປັນບຸກຄົນສູງສຸດທີ່ກຳອຳນາດເທິງແຜ່ນດິນໂລກ. ໃນຄວາມຄິດຂອງເຈົ້າ, ເຈົ້າຄິດຢູ່ສະເໝີວ່າພຣະເຈົ້າເປັນຄົນທີ່ມີຕຳແໜ່ງແບບນີ້. ດັ່ງນັ້ນ, ບົນພື້ນຖານນີ້ ເຈົ້າຈະໃຊ້ມຸມມອງໃດຕໍ່ສິ່ງທີ່ພຣະເຈົ້າກະທຳ ແລະ ກ່າວ? ໃຫ້ເຮົາຍົກຕົວຢ່າງໃຫ້ຟັງສອງສາມຕົວຢ່າງ ແລ້ວພວກເຈົ້າອາດຈະເຂົ້າໃຈວ່າມຸມມອງທີ່ເຮົາໝາຍເຖິງນັ້ນແມ່ນຫຍັງ. ມີຄຳເວົ້າໜຶ່ງໃນໂລກທີ່ວ່າ: “ການຢູ່ໃກ້ຊິດກັບກະສັດກໍອັນຕະລາຍຄືກັບການນອນຢູ່ກັບເສືອ”. ສະນັ້ນ, ມີຄົນທີ່ນຳໃຊ້ຄຳເວົ້ານີ້ກັບສາຍສຳພັນຂອງພວກເຂົາທີ່ມີຕໍ່ພຣະເຈົ້າບໍ? (ມີ.) ມີຄົນແບບນັ້ນ ແລະ ຫຼາຍຄົນກໍໃຊ້ມຸມມອງນີ້ຕໍ່ພຣະເຈົ້າ. ແລ້ວກໍມີຄຳເວົ້າທີ່ພວກເຮົາໄດ້ກ່າວເຖິງກ່ອນໜ້ານີ້ທີ່ວ່າ “ການເຮັດໃຫ້ເປັນເລື່ອງເຕືອນໃຈສຳລັບຄົນອື່ນ”. ນີ້ບໍ່ໄດ້ເຮັດໃຫ້ເບິ່ງຄືວ່າພຣະເຈົ້າເປັນກະສັດເທິງແຜ່ນດິນໂລກ ຫຼື ເປັນຄົນທີ່ມີອິດທິພົນ ແລະ ມີສະຖານະບໍ? (ແມ່ນແລ້ວ.) ພວກເຂົາມີຄວາມເຂົ້າໃຈກ່ຽວກັບພຣະເຈົ້າແບບນີ້ ກໍຍ້ອນວ່າພວກເຂົາມີມຸມມອງກ່ຽວກັບພຣະເຈົ້າແບບນີ້ ແລະ ມັນເປັນຍ້ອນວ່າພວກເຂົາມີສາຍສຳພັນປະເພດນີ້ກັບພຣະເຈົ້າ, ຍ້ອນພວກເຂົາເບິ່ງພຣະອົງໃນວິທີນີ້, ຍ້ອນວ່ານີ້ຄືວິທີທີ່ພວກເຂົາເຂົ້າໃຈຕົວຕົນ ແລະ ສະຖານະຂອງພຣະອົງ, ພວກເຂົາຈຶ່ງປະຕິບັດຕໍ່ພຣະເຈົ້າໃນວິທີດຽວກັນກັບທີ່ພວກເຂົາຈະປະຕິບັດຕໍ່ຄົນທີ່ມີສະຖານະໃນໂລກ, ສິ່ງນີ້ເປັນເລື່ອງທຳມະຊາດ. ມີອີກຄຳເວົ້າໜຶ່ງທີ່ກ່າວວ່າ: “ຄົນເຮົາຈະທົນໃຫ້ໃຜຜູ້ໜຶ່ງມາບຸກລຸກຂອບເຂດອິດທິພົນຂອງຕົນໄດ້ແນວໃດ?” ນີ້ຄືວິທີທີ່ໃຊ້ອະທິບາຍເຖິງກະສັດທາງໂລກ ແລະ ຄົນທີ່ມີສະຖານະ ແລະ ອິດທິພົນ. ພວກເຈົ້າບາງຄົນອາດຈະຮູ້ຈັກ ຫຼື ເຄີຍກ່ຽວຂ້ອງກັບຄົນແບບນີ້ມາກ່ອນ ແລະ ບາງເທື່ອ ພວກເຈົ້າກໍນຳໃຊ້ຄຳເວົ້ານີ້ກັບພຣະເຈົ້າເຊັ່ນກັນ. ນັ້ນກໍຄື ເມື່ອພຣະເຈົ້າກະທຳ ຫຼື ກ່າວບາງຢ່າງ, ເຈົ້າອາດຈະເຊື່ອມໂຍງຄຳເວົ້າເຫຼົ່ານັ້ນກັບພຣະອົງ ແລະ ເບິ່ງພຣະເຈົ້າໃນວິທີນັ້ນ. ຖ້າເຈົ້າເບິ່ງພຣະເຈົ້າໃນວິທີນັ້ນ ແລະ ມີມຸມມອງແບບນັ້ນຕໍ່ພຣະອົງ, ຄັນຊັ້ນ ສາຍສຳພັນຂອງເຈົ້າກັບພຣະເຈົ້າຈະເປັນແນວໃດກັນແທ້? ມັນກໍຈະເປັນການຕໍ່ຕ້ານ. ບໍ່ວ່າເຈົ້າຈະຍົກຍ້ອງ ແລະ ຢ້ານກົວພຣະເຈົ້າໃນຄວາມຄິດຂອງເຈົ້າຫຼາຍສໍ່າໃດກໍຕາມ, ເຈົ້າສາມາດເຊື່ອຟັງ ແລະ ຍອມຈຳນົນຕໍ່ພຣະອົງໄດ້ຫຼາຍສ່ຳໃດ ແລະ ບໍ່ວ່າທັດສະນະຄະຕິຂອງເຈົ້າທີ່ມີຕໍ່ພຣະອົງຈະເປັນແນວໃດກໍຕາມ, ສາຍສຳພັນຂອງເຈົ້າກັບພຣະເຈົ້າກໍຍັງຄົງເປັນການຕໍ່ຕ້ານຢູ່ດີ. ພວກເຈົ້າອາດຈະຄິດວ່າໂດຍການເວົ້າໃນວິທີນີ້, ຄຳເວົ້າຂອງເຮົາຟັງເບິ່ງເປັນນາມມະທຳເລັກນ້ອຍ ແຕ່ຖ້າພວກເຈົ້າໄຕ່ຕອງຄໍາເວົ້າເຫຼົ່ານັ້ນຢ່າງຮອບຄອບ, ພວກເຈົ້າຈະບໍ່ເຫັນບໍວ່າສິ່ງຕ່າງໆກໍເປັນແບບນີ້? ເມື່ອເຮົາໄດ້ຈັດການເລື່ອງຂອງຜູ້ຕໍ່ຕ້ານພຣະຄຣິສໃນຄຣິສຕະຈັກໃນປະເທດການາດາແລ້ວ, ເຮົາບໍ່ໄດ້ອະທິບາຍສິ່ງຕ່າງໆຢ່າງຮອບຄອບ ແລະ ຢ່າງລະອຽດໃຫ້ພວກເຈົ້າຟັງ ແລະ ເຮົາບໍ່ໄດ້ບອກເຫດຜົນທີ່ເຮົາຈັດການກັບຄົນເຫຼົ່ານັ້ນໃຫ້ແກ່ພວກເຈົ້າຄົນຈຳນວນຫຼາຍຈຶ່ງເກີດຄວາມກັງວົນກ່ຽວກັບອະນາຄົດ ແລະ ຊາຕາກໍາຂອງພວກເຂົາ. ຄວາມກັງວົນນີ້ມາຈາກໃສ? ມັນມາຈາກການທີ່ຜູ້ຄົນເຂົ້າໃຈພຣະເຈົ້າຜິດ ແລະ ບໍ່ຮູ້ຈັກພຣະເຈົ້າ. ນີ້ຄືສາເຫດຕົ້ນຕໍ! ຖ້າຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບພຣະເຈົ້າສອດຄ່ອງກັບແກ່ນແທ້ຂອງພຣະເຈົ້າ, ຕົວຢ່າງ: ຖ້າຄວາມເຂົ້າໃຈຂອງເຈົ້າກ່ຽວກັບຄວາມຊອບທຳ, ສິດອຳນາດ ແລະ ປັນຍາຂອງພຣະເຈົ້າສອດຄ່ອງກັບຄວາມຈິງ, ຄັນຊັ້ນ ບໍ່ວ່າພຣະເຈົ້າຈະກະທຳສິ່ງໃດກໍຕາມ, ເຖິງແມ່ນວ່າເຈົ້າຈະບໍ່ເຂົ້າໃຈເຫດຜົນ ແລະ ບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າ, ເຈົ້າຈະເຂົ້າໃຈພຣະເຈົ້າຜິດບໍ? ບໍ່, ບໍ່ມີທາງແນ່ນອນ. ເມື່ອເຮົາໄດ້ຈັດການກັບບັນຫາໃນຄຣິສຕະຈັກໃນປະເທດການາດາ, ບາງຄົນກໍເວົ້າວ່າ “ສິ່ງນີ້ຖືກເຮັດລົງໄປກໍເພື່ອໃຫ້ເປັນເລື່ອງເຕືອນໃຈພວກເຂົາ ແລະ ເພື່ອເຮັດໃຫ້ພວກເຮົາຢ້ານ”. ບັນຫາຂອງພວກເຂົາແມ່ນຫຍັງ? ສິ່ງທີ່ພວກເຂົາເວົ້າສອດຄ່ອງກັບຄວາມຈິງບໍ? ມັນສະແດງໃຫ້ເຫັນເຖິງຄວາມເຂົ້າໃຈທີ່ຖືກຕ້ອງບໍ? (ບໍ່.) ເປັນຫຍັງຈຶ່ງບໍ່ຖືກຕ້ອງ? ໃຫ້ເຮົາບອກພວກເຈົ້າເຖິງສິ່ງທີ່ງ່າຍດາຍທີ່ສຸດ: ຄວາມເຂົ້າໃຈຂອງພວກເຂົາຂັດແຍ່ງກັບສະຖານະການຕົວຈິງ, ຂໍ້ເທັດຈິງບໍ່ໄດ້ເປັນແບບນັ້ນ ແລະ ພວກເຂົາກໍເຂົ້າໃຈຜິດ. ນັ້ນບໍ່ແມ່ນຄຳເວົ້າທີ່ງ່າຍດາຍບໍ? (ແມ່ນແລ້ວ.) ແລ້ວເປັນຫຍັງພວກເຈົ້າຈຶ່ງພະຍາຍາມຢ່າງໜັກເພື່ອອະທິບາຍບັນຫານີ້? ເຮົາບໍ່ເຄີຍຄິດແບບນັ້ນ ແລະ ເຮົາກໍບໍ່ເຄີຍຕ້ອງການເຮັດໃຫ້ໃຜຢ້ານເລີຍ. ຄົນສ່ວນໃຫຍ່ໄດ້ພັດທະນາປະສິດທິພາບໃນການເຮັດໜ້າທີ່ຂອງພວກເຂົາຢ່າງຕໍ່ເນື່ອງໃນຊ່ວງຫຼາຍປີຜ່ານມາ, ແລ້ວຕອນນີ້ພວກເຂົາເຮັດໜ້າທີ່ຂອງພວກເຂົາໃນແບບທີ່ໄດ້ມາດຕະຖານແລ້ວບໍ? ບໍ່, ພວກເຂົາຍັງບໍ່ໄດ້ມາດຕະຖານເທື່ອ ແຕ່ຄົນເຫຼົ່ານີ້ກຳລັງຢູ່ໃນຂະບວນການທີ່ກ້າວໄປສູ່ການໄດ້ມາດຕະຖານໃນໜ້າທີ່ຂອງພວກເຂົາ ແລະ ຖ້າມີບັນຫາເລັກນ້ອຍ ເຮົາກໍປ່ອຍຜ່ານໄປ. ໃນລະຫວ່າງຂະບວນການນີ້, ບາງຄົນອາດຈະກໍ່ໃຫ້ເກີດການລົບກວນ, ບາງຄົນອາດຈະຊັກຊ້າ ຫຼື ບາງບັນຫາເລັກນ້ອຍອາດຈະປາກົດຂຶ້ນໃນບາງຄົນ ແຕ່ໂດຍລວມແລ້ວ ພວກເຂົາກໍຂ້ອນຂ້າງເຮັດໄດ້ດີ. ເຖິງຢ່າງໃດກໍຕາມ, ມີສິ່ງໜຶ່ງທີ່ເຈົ້າບໍ່ຄວນລືມກໍຄື ເຈົ້າມາເພື່ອເຮັດໜ້າທີ່ຂອງເຈົ້າ. ບໍ່ວ່າເຈົ້າຈະເຮັດວຽກໜັກສໍ່າໃດ, ເຈົ້າຈະທົນທຸກຫຼາຍສໍ່າໃດ ຫຼື ເຈົ້າຈະຖືກລິຮານຫຼາຍສໍ່າໃດກໍຕາມ, ເຈົ້າກໍຄວນຂອບໃຈພຣະເຈົ້າ. ພຣະເຈົ້າໄດ້ໃຫ້ໂອກາດນີ້ແກ່ເຈົ້າ ເພື່ອໃຫ້ເຈົ້າສາມາດປະສົບກັບສະຖານະການທີ່ແຕກຕ່າງກັນທຸກຮູບແບບ ແລະ ມີປະສົບການສ່ວນຕົວທຸກປະເພດ. ນີ້ແມ່ນສິ່ງທີ່ດີ ແລະ ທຸກສິ່ງຖືກກະທຳລົງໄປກໍເພື່ອໃຫ້ເຈົ້າສາມາດເຂົ້າໃຈຄວາມຈິງໄດ້. ສະນັ້ນ, ພວກເຈົ້າກັງວົນກ່ຽວກັບຫຍັງ? ພວກເຈົ້າກຳລັງລະວັງໃຜຢູ່? ບໍ່ຈຳເປັນຕ້ອງເປັນແບບນັ້ນ. ພຽງແຕ່ໄລ່ຕາມຄວາມຈິງຕາມປົກກະຕິ, ຊອກຫາສະຖານທີ່ທີ່ເໝາະສົມກັບເຈົ້າ ພ້ອມທັງເຮັດໜ້າທີ່ ແລະ ວຽກງານທີ່ຖືກມອບໝາຍຂອງເຈົ້າໃຫ້ດີ, ນັ້ນກໍພຽງພໍແລ້ວ. ນີ້ບໍ່ແມ່ນການຮຽກຮ້ອງທີ່ຫຼາຍເກີນໄປສຳລັບພວກເຈົ້າ.
ນັບຕັ້ງແຕ່ຕອນທີ່ຜູ້ຕໍ່ຕ້ານພຣະຄຣິສປາກົດຕົວຂຶ້ນໃນຄຣິສຕະຈັກໃນປະເທດການາດາ ແລະ ເລີ່ມກໍ່ໃຫ້ເກີດການລົບກວນ, ຈົນຮອດຕອນທີ່ຄົນເຫຼົ່ານັ້ນມາຮອດຂັ້ນທີ່ພວກເຂົາເປັນຢູ່ໃນທຸກມື້ນີ້, ເຮົາໄດ້ອົດທົນກັບພວກເຂົາມາດົນປານໃດແລ້ວ? ເຮົາບໍ່ແມ່ນວ່າບໍ່ຮູ້ຫຍັງເລີຍກ່ຽວກັບສິ່ງທີ່ເກີດຂຶ້ນກັບພວກເຂົາ, ເຮົາໄດ້ອົດທົນກັບມັນມາດົນແລ້ວ. ເຮົາໄດ້ອົດທົນຫຼາຍສໍ່າໃດ? ເປັນເວລາດົນນານທີ່ພວກເຂົາບໍ່ສາມາດສ້າງຜົນງານທີ່ສຳເລັດໄດ້, ພວກເຂົາບໍ່ມີຄວາມຄືບໜ້າໃນວຽກງານຂອງພວກເຂົາ ແລະ ບໍ່ມີໃຜທີ່ເອົາໃຈໃສ່ໜ້າທີ່ວຽກງານທີ່ເໝາະສົມຂອງຕົນເອງ; ພວກເຂົາທຸກຄົນລ້ວນແຕ່ເຮັດຕາມອຳເພີໃຈ ແລະ ປະໝາດ, ເສເພ ແລະ ຂາດວິໄນ ແລະ ຄວນຖືກຈັດການມາດົນແລ້ວ. ຖ້າພວກເຈົ້າຍັງສາມາດເຮັດຕາມອຳເພີໃຈ, ປະໝາດ ແລະ ບໍ່ເອົາໃຈໃສ່ໜ້າທີ່ການງານທີ່ເໝາະສົມຂອງພວກເຈົ້າ, ຄັນຊັ້ນ ກໍຢ່າລໍຖ້າໃຫ້ເຮົາຈັດການກັບພວກເຈົ້າເລີຍ. ໃນທາງກົງກັນຂ້າມ ໃຫ້ລິເລີ່ມທີ່ຈະລາອອກ; ແບບນັ້ນມັນອາດມີກຽດຫຼາຍກວ່າ. ການເຮັດແບບນັ້ນເປັນສິ່ງທີ່ຖືກຕ້ອງບໍ? ບໍ່ຖືກຕ້ອງ, ນັ້ນກໍບໍ່ແມ່ນສິ່ງທີ່ຖືກຕ້ອງທີ່ຈະເຮັດເຊັ່ນກັນ. ຢ່າຄິດແຕ່ເລື່ອງການຈາກໄປ, ເຈົ້າຕ້ອງລົງຫຼັກປັກຖານຢູ່ທີ່ນີ້ດ້ວຍຈິດໃຈທີ່ຕັ້ງໝັ້ນ ແລະ ເຮັດໜ້າທີ່ຂອງເຈົ້າໃຫ້ດີ. ບໍ່ວ່າເຈົ້າສາມາດເຮັດໜ້າທີ່ຂອງຕົນໄດ້ດີ ຫຼື ບໍ່, ຢ່າງໜ້ອຍກໍໃຫ້ໃສ່ໃຈກັບມັນ ແລະ ຮັບປະກັນວ່າເຈົ້າເຮັດໜ້າທີ່ທັງໝົດຂອງເຈົ້າສຳເລັດໃນທີ່ສຸດ. ຢ່າເປັນຄົນທີ່ປະລະໜ້າທີ່. ບາງຄົນເວົ້າວ່າ “ຂີດຄວາມສາມາດຂອງຂ້ອຍບໍ່ຫຼາຍ, ຂ້ອຍບໍ່ມີການສຶກສາຫຼາຍ ແລະ ຂ້ອຍບໍ່ມີຄວາມສາມາດພິເສດ. ຂ້ອຍມີຂໍ້ບົກພ່ອງໃນບຸກຄະລິກຂອງຂ້ອຍ ແລະ ຂ້ອຍມັກພົບກັບຄວາມຫຍຸ້ງຍາກໃນໜ້າທີ່ຂອງຂ້ອຍສະເໝີ. ຂ້ອຍຈະເຮັດແນວໃດ ຖ້າຂ້ອຍບໍ່ສາມາດເຮັດໜ້າທີ່ຂອງຂ້ອຍໃຫ້ດີ ແລະ ຖືກໄລ່ອອກ?” ເຈົ້າຢ້ານຫຍັງ? ວຽກນີ້ສາມາດເຮັດສຳເລັດໂດຍເຈົ້າຄົນດຽວໄດ້ບໍ? ເຈົ້າພຽງແຕ່ຮັບບົດບາດໃດໜຶ່ງ, ເຈົ້າບໍ່ໄດ້ຖືກຂໍໃຫ້ຮັບຜິດຊອບທັງໝົດ. ພຽງແຕ່ຮັບຜິດຊອບໃນສິ່ງທີ່ເຈົ້າຄວນເຮັດ, ນັ້ນກໍພຽງພໍແລ້ວ. ຄັນຊັ້ນ ເຈົ້າຈະບໍ່ບັນລຸຄວາມຮັບຜິດຊອບຂອງເຈົ້າບໍ? ມັນງ່າຍຫຼາຍ; ເປັນຫຍັງເຈົ້າຈຶ່ງມັກສົງໄສຢູ່ສະເໝີ? ເຈົ້າຢ້ານນັ້ນຢ້ານນີ້ຈົນເກີນເຫດ ແລະ ເຈົ້າກໍຄິດເຖິງແຕ່ແຜນສໍາຮອງສຳລັບຕົວເຈົ້າເອງເປັນອັນດັບທຳອິດ, ນີ້ບໍ່ແມ່ນຄົນທີ່ບໍ່ມີຫຍັງດີບໍ? “ບໍ່ມີຫຍັງດີ” ໝາຍຄວາມວ່າແນວໃດ? ມັນໝາຍເຖິງການບໍ່ພະຍາຍາມທີ່ຈະສ້າງຄວາມຄືບໜ້າ, ບໍ່ເຕັມໃຈທີ່ຈະທຸ່ມເທໃຫ້ເຖິງທີ່ສຸດ, ຕ້ອງການຢາກຈະໄດ້ຂອງຟຣີຢູ່ສະເໝີ ແລະ ເພີດເພີນກັບສິ່ງທີ່ດີໆ, ຄົນແບບນີ້ຄືຂີ້ເຫຍື້ອ. ບາງຄົນກໍໃຈແຄບເກີນໄປ. ພວກເຮົາຈະອະທິບາຍຄົນແບບນີ້ແນວໃດ? (ພວກເຂົາໃຈແຄບທີ່ສຸດ.) ຄົນທີ່ໃຈແຄບທີ່ສຸດກໍຄືຄົນທີ່ຊົ່ວຊ້າ ແລະ ຄົນຊົ່ວຊ້າທຸກຄົນສາມາດວັດແທກລັກສະນະຂອງຄົນທີ່ມີກຽດດ້ວຍມາດຕະຖານທີ່ຊົ່ວຊ້າຂອງພວກເຂົາເອງ ແລະ ຖືວ່າຄົນອື່ນເຫັນແກ່ຕົວ ແລະ ໜ້າລັງກຽດຄືກັນກັບຕົນເອງ. ຄົນເຫຼົ່ານີ້ແມ່ນຄົນທີ່ບໍ່ມີຫຍັງດີ ແລະ ເຖິງແມ່ນວ່າພວກເຂົາຈະເຊື່ອໃນພຣະເຈົ້າ, ມັນກໍບໍ່ແມ່ນເລື່ອງງ່າຍສຳລັບພວກເຂົາທີ່ຈະຍອມຮັບຄວາມຈິງ. ສິ່ງໃດທີ່ເຮັດໃຫ້ຄົນໆໜຶ່ງມີຄວາມເຊື່ອໜ້ອຍເກີນໄປ? ມັນເກີດຈາກການທີ່ພວກເຂົາບໍ່ເຂົ້າໃຈຄວາມຈິງ. ຖ້າເຈົ້າເຂົ້າໃຈຄວາມຈິງໜ້ອຍເກີນໄປ ແລະ ຄວາມເຂົ້າໃຈຂອງເຈົ້າກ່ຽວກັບຄວາມຈິງເຫຼົ່ານັ້ນກໍຕື້ນເຂີນເກີນໄປ ຈົນເຮັດໃຫ້ເຈົ້າບໍ່ສາມາດເຂົ້າໃຈທຸກວຽກງານທີ່ພຣະເຈົ້າກະທຳ, ທຸກສິ່ງທີ່ພຣະເຈົ້າເຮັດ ແລະ ທຸກຄວາມຕ້ອງການທີ່ພຣະເຈົ້າມີຕໍ່ເຈົ້າ, ຖ້າເຈົ້າບໍ່ສາມາດເຂົ້າໃຈສິ່ງນີ້ໄດ້, ຄັນຊັ້ນ ຄວາມສົງໄສ, ຈິນຕະນາການ, ຄວາມເຂົ້າໃຈຜິດ ແລະ ແນວຄິດຕ່າງໆກໍຈະເກີດຂຶ້ນໃນຕົວເຈົ້າກ່ຽວກັບພຣະເຈົ້າ. ຖ້າຫົວໃຈຂອງເຈົ້າເຕັມໄປດ້ວຍສິ່ງເຫຼົ່ານີ້, ເຈົ້າຈະສາມາດມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າໄດ້ບໍ? ພວກເຈົ້າບໍ່ມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ ແລະ ນັ້ນຄືເຫດຜົນທີ່ພວກເຈົ້າມັກຈະຮູ້ສຶກບໍ່ສະບາຍໃຈຢູ່ສະເໝີ ແລະ ກັງວົນກ່ຽວກັບການທີ່ບໍ່ຮູ້ວ່າຕົນເອງອາດຈະຖືກໄລ່ອອກເມື່ອໃດ. ພວກເຈົ້າຮູ້ສຶກຢ້ານ ແລະ ຄິດວ່າ “ພຣະເຈົ້າອາດຈະມາທີ່ນີ້ທຸກເວລາເພື່ອກວດກາ”. ຈົ່ງຜ່ອນຄາຍ. ຕາບໃດທີ່ພວກເຈົ້າເຮັດວຽກທີ່ເຮືອນຂອງພຣະເຈົ້າມອບໝາຍໃຫ້ພວກເຈົ້າໄດ້ດີ, ຄັນຊັ້ນ ເຖິງແມ່ນວ່າພວກເຈົ້າຈະຂາດຕົກບົກພ່ອງບາງຢ່າງໃນການໄລ່ຕາມຄວາມຈິງ ແລະ ການເຂົ້າສູ່ຊີວິດຂອງພວກເຈົ້າ, ເຮົາກໍຈະປ່ອຍຜ່ານໄປ. ສຳລັບວິທີທີ່ພວກເຈົ້າເຂົ້າຮ່ວມການເຕົ້າໂຮມ ແລະ ຟັງການເທດສະໜາ, ຊີວິດຄຣິສຕະຈັກຂອງພວກເຈົ້າ ແລະ ການກິນ ແລະ ດື່ມພຣະທຳຂອງພຣະເຈົ້າຂອງພວກເຈົ້າວ່າເປັນແນວໃດນັ້ນ, ເຮົາຈະບໍ່ຕິດຕາມສິ່ງເຫຼົ່ານັ້ນ ແລະ ເຮົາຈະບໍ່ລົບກວນພວກເຈົ້າເມື່ອເວົ້າເຖິງວຽກງານຂອງພວກເຈົ້າ. ເປັນຫຍັງເຮົາຈຶ່ງບໍ່ລົບກວນພວກເຈົ້າ? ມັນມີຫຼາຍເຫດຜົນ. ປະການໜຶ່ງກໍຄື ພວກເຈົ້າຄຸ້ນເຄີຍກັບທັກສະທາງວິຊາຊີບຕ່າງໆຫຼາຍກວ່າເຮົາ. ໃນລະຫວ່າງຂະບວນການເຮັດວຽກສອງສາມປີທີ່ຜ່ານມາ, ພວກເຈົ້າຄວນຈະພັດທະນາຂຶ້ນໃນດ້ານປະສົບການ ຫຼື ທັກສະທາງວິຊາຊີບຂອງພວກເຈົ້າ ແລະ ມີແຜນການສຳລັບວຽກງານຂອງພວກເຈົ້າ. ບໍ່ວ່າຈະເປັນລາຍລັກອັກສອນ ຫຼື ປາກເປົ່າ, ພວກເຈົ້າຄວນສະຫຼຸບກົດລະບຽບ ແລະ ຂໍ້ບັງຄັບບາງຢ່າງ. ເຮົາບໍ່ຮູ້ວ່າພວກເຈົ້າໃຊ້ຮູບແບບການເຮັດວຽກແບບໃດ ແລະ ເຮົາບໍ່ປາຖະໜາທີ່ຈະລົບກວນແຜນການເຮັດວຽກ ແລະ ວິທີການເຮັດວຽກຂອງພວກເຈົ້າ. ພວກເຈົ້າສາມາດເຮັດຕາມຮູບແບບ ຫຼື ແບບແຜນຂອງພວກເຈົ້າເອງ ຫຼື ກົດລະບຽບ ແລະ ຂໍ້ບັງຄັບ ແລະ ເຮັດວຽກໃນວິທີໃດກໍຕາມທີ່ງ່າຍດາຍ ແລະ ສະດວກສະບາຍ, ເຮັດໃຫ້ທຸກຄົນຮູ້ສຶກມີອິດສະຫຼະ ແລະ ເປັນອິດສະຫຼະ ແລະ ສົ່ງຜົນໃຫ້ມີປະສິດທິພາບໃນລະດັບສູງ. ນັ້ນກໍຄື ເຮົາໃຫ້ອິດສະຫຼະແກ່ພວກເຈົ້າຢ່າງເຕັມທີ່ໃນວຽກງານຂອງພວກເຈົ້າ. ເຖິງແມ່ນວ່າບາງຄັ້ງເຮົາຈະຍ່າງໄປມາໃນຄຣິສຕະຈັກ, ເຮົາກໍຢູ່ຫ່າງໆ ເພື່ອບໍ່ໃຫ້ພວກເຈົ້າເຫັນເຮົາ, ເຮົາພະຍາຍາມຈົນສຸດຄວາມສາມາດເພື່ອເຮັດໃຫ້ພວກເຈົ້າຮູ້ສຶກມີອິດສະຫຼະ ແລະ ເປັນອິດສະຫຼະ. ເປັນຫຍັງເຮົາຈຶ່ງເຮັດແບບນີ້? ພວກເຈົ້າບໍ່ມີໃຜທີ່ຄຸ້ນເຄີຍກັບທັກສະທາງວິຊາຊີບຫຼາຍພໍ; ພວກເຈົ້າຈຳເປັນຕ້ອງຄ່ອຍໆສຳຫຼວດວິທີການຂອງພວກເຈົ້າ ເຊິ່ງເປັນສ່ວນໜຶ່ງຂອງຂະບວນການຮຽນຮູ້. ບໍ່ວ່າຜູ້ຄົນກຳລັງຮຽນຮູ້ທັກສະທາງວິຊາຊີບ ຫຼື ເຂົ້າສູ່ຄວາມຈິງ, ພວກເຂົາທຸກຄົນລ້ວນແຕ່ມີອັດຕາຄວາມຄືບໜ້າ ແລະ ລະດັບປະສິດທິພາບຂອງພວກເຂົາເອງ. ເຈົ້າບໍ່ສາມາດບັງຄັບໃຫ້ຄົນອື່ນເຮັດໃນສິ່ງທີ່ເກີນຄວາມສາມາດຂອງພວກເຂົາ. ຜູ້ຄົນຕ້ອງຜ່ານຂະບວນການໜຶ່ງ, ປະສົບກັບຄວາມລົ້ມເຫຼວ, ອຸປະສັກ ຫຼື ຮຽນຮູ້ບົດຮຽນບາງຢ່າງຈາກຄວາມຜິດພາດຂອງພວກເຂົາ ແລ້ວຄ່ອຍໆສະຫຼຸບຫົນທາງກ້າວໄປຂ້າງໜ້າ ແລະ ຊຳນານໃນຫຼັກການບາງຢ່າງໃນທຸກຂົງເຂດ. ຄັນຊັ້ນ ພວກເຂົາຈຶ່ງຈະມີຄວາມຄືບໜ້າ. ພວກເຈົ້າມີຮູບແບບການເຮັດວຽກຂອງພວກເຈົ້າເອງ ແລະ ວິທີການຂອງພວກເຈົ້າເອງ, ມັນຄົງຈະບໍ່ເໝາະສົມສຳລັບເຮົາທີ່ຈະລົບກວນພວກເຈົ້າໃນເລື່ອງເຫຼົ່ານີ້. ນັ້ນຄືເຫດຜົນທີ່ເຮົາບໍ່ຄ່ອຍເຂົ້າຮ່ວມໃນການສົນທະນາກ່ຽວກັບເລື່ອງເຫຼົ່ານີ້ທີ່ກ່ຽວຂ້ອງກັບວຽກງານຂອງພວກເຈົ້າ. ນີ້ຄືເຫດຜົນທີ່ກ່ຽວຂ້ອງກັບພວກເຈົ້າ. ນອກຈາກນີ້, ຍັງມີເຫດຜົນຫຼັກທີ່ກ່ຽວຂ້ອງກັບເຮົາອີກດ້ວຍ. ເຮົາຈະຊື່ສັດກັບພວກເຈົ້າ, ສິ່ງທີ່ພວກເຈົ້າສາມາດເຫັນ ແລະ ຄິດໄດ້, ບໍ່ວ່າຈະໃນດ້ານທັກສະທາງວິຊາຊີບ ຫຼື ສິລະປະ ຫຼື ຫຼາຍກວ່ານັ້ນຄືໃນດ້ານຄວາມຈິງ, ທັງໝົດລ້ວນແຕ່ເບິ່ງຄືວ່າຕື້ນເຂີນຫຼາຍສຳລັບເຮົາ. ພວກເຈົ້າຈະສາມາດທົນໄດ້ບໍ ຖ້າເຮົາພະຍາຍາມບັງຄັບໃຫ້ພວກເຈົ້າມີຄວາມຄືບໜ້າໄວຂຶ້ນ? ບໍ່ໄດ້, ພວກເຈົ້າທົນບໍ່ໄດ້. ຖ້າເຮົາກະທຳທ່າມກາງພວກເຈົ້າຕາມທີ່ເຮົາປາຖະໜາ, ຄັນຊັ້ນ ການຮຽກຮ້ອງຂອງເຮົາທີ່ມີຕໍ່ພວກເຈົ້າກໍຈະເກີນລະດັບທັກສະທາງວິຊາຊີບທີ່ແທ້ຈິງຂອງພວກເຈົ້າໃນປັດຈຸບັນ ແລະ ສະຖານະທີ່ແທ້ຈິງຂອງພວກເຈົ້າກ່ຽວກັບການເຂົ້າສູ່ຊີວິດ. ເຮົາບໍ່ປາຖະໜາທີ່ຈະເຮັດແບບນັ້ນ, ເພາະມັນຄົງຈະເຮັດໃຫ້ເຮົາອິດເມື່ອຍຫຼາຍ ແລະ ມັນກໍຄົງຈະຍາກລຳບາກຫຼາຍສຳລັບພວກເຈົ້າ. ພວກເຮົາທັງສອງອາດຕົກຢູ່ໃນສະຖານະການທີ່ໜ້າອຶດອັດ ແລະ ນັ້ນກໍຄົງຈະບໍ່ດີ; ນີ້ບໍ່ແມ່ນສິ່ງທີ່ເຮົາປາຖະໜາທີ່ຈະເຫັນ. ສິ່ງເຫຼົ່ານີ້ແມ່ນຄວາມຄິດຂອງເຮົາກ່ຽວກັບເລື່ອງດັ່ງກ່າວ ແລະ ນີ້ກໍຄືສິ່ງທີ່ເປັນຢູ່. ເນື່ອງຈາກສອງເຫດຜົນຄື: ປະການທີໜຶ່ງແມ່ນກ່ຽວຂ້ອງກັບພວກເຈົ້າ ແລະ ອີກປະການໜຶ່ງຄືເຮົາມີຄວາມຄິດຂອງເຮົາກ່ຽວກັບເລື່ອງນີ້, ເຮົາຈຶ່ງໄດ້ຈັດການກັບສິ່ງຕ່າງໆໃນວິທີນີ້. ການຈັດການກັບສິ່ງຕ່າງໆໃນວິທີນີ້ແມ່ນເໝາະສົມສຳລັບການເຕີບໂຕຢ່າງຄ່ອຍເປັນຄ່ອຍໄປຂອງພວກເຈົ້າ. ໃນແງ່ຂອງການເຂົ້າສູ່ຊີວິດ, ພວກເຈົ້າມີປຶ້ມພຣະທຳຂອງພຣະເຈົ້າ, ມີການເຕົ້າໂຮມ ແລະ ການເທດສະໜາທຸກຮູບແບບ ແລະ ຍັງມີຜູ້ນຳ ແລະ ຜູ້ເຮັດວຽກທີ່ຄອຍເບິ່ງແຍງ ແລະ ສະໜັບສະໜູນພວກເຈົ້າ; ມີຫຼາຍສິ່ງທີ່ພວກເຈົ້າສາມາດກິນ, ດື່ມ ແລະ ໄດ້ຮັບການສະໜອງໃຫ້. ອີກດ້ານໜຶ່ງກໍຄື ຂະບວນການເຕີບໂຕໃນຊີວິດຂອງຜູ້ຄົນແມ່ນຄ້າຍຄືກັບເມັດພັນພືດທີ່ຖືກຫວ່ານລົງໃນດິນ, ໄດ້ຮັບການຫົດນໍ້າ ແລະ ໃສ່ຝຸ່ນ ແລ້ວຄ່ອຍໆແຕກໜໍ່ ແລະ ເຕີບໂຕ ຈົນໃນທີ່ສຸດກໍເກີດໝາກອອກຜົນ. ມັນເປັນຂະບວນການທີ່ຊ້າຫຼາຍ. ແນ່ນອນວ່າ ຂະບວນການທີ່ຊ້າທີ່ພວກເຈົ້າຜ່ານຜ່າມາອາດຈະຊ້າກວ່າເມັດພັນພືດທີ່ເຕີບໂຕຕັ້ງແຕ່ການແຕກໜໍ່ໄປຈົນເຖິງການເກີດໝາກອອກຜົນອີກດ້ວຍ. ເປັນຫຍັງຈຶ່ງເປັນແນວນັ້ນ? ມີເຫດຜົນທີ່ສຳພັນກັບຊີວິດຈິງ ແລະ ພາວະວິໄສຫຼາຍຢ່າງສຳລັບສິ່ງນີ້ທີ່ລວມຢູ່ໃນຕົວຜູ້ຄົນ. ປະການໜຶ່ງກໍຄືຜູ້ຄົນມີອຸປະນິໄສທີ່ເສື່ອມຊາມ ແຕ່ພວກເຮົາຈະບໍ່ເວົ້າກ່ຽວກັບເລື່ອງນັ້ນ. ອີກປະການໜຶ່ງກໍຄືຜູ້ຄົນມີຄວາມຂີ້ຄ້ານ ແລະ ມັກຈະກາຍເປັນຄົນຄິດລົບ. ພວກເຂົາຂີ້ຄ້ານ ແລະ ພວກເຂົາກໍມຶນຊາ ແລະ ຊັກຊ້າເມື່ອເວົ້າເຖິງຄວາມຈິງ ແລະ ສິ່ງທີ່ເປັນຄວາມຄິດທີ່ເປັນບວກ. ຍິ່ງໄປກວ່ານັ້ນ, ຜູ້ຄົນບໍ່ຮັກສິ່ງທີ່ເປັນຄວາມຄິດທີ່ເປັນບວກ. ດັ່ງນັ້ນ, ເມື່ອຜູ້ຄົນພະຍາຍາມເຂົ້າສູ່ຄວາມຈິງ ແລະ ບັນລຸການເຂົ້າສູ່ຊີວິດ, ພວກເຂົາກໍຕ້ອງດີ້ນຮົນຢ່າງໜັກ ແລະ ພວກເຂົາກຳລັງລ່ອງເຮືອຕ້ານກະແສນໍ້າ. ສຳລັບຜູ້ຄົນແລ້ວ, ການເຮັດຕາມກະແສ, ການເອົາປຽບ, ການໄລ່ຕາມທາງໂລກ ແລະ ການເຮັດຕາມກະແສນິຍົມ, ແມ່ນການລ່ອງລອຍໄປຕາມກະແສນໍ້າ ເຊິ່ງເປັນເລື່ອງງ່າຍ ແລະ ຈາກມຸມມອງທາງອັດຕະວິໄສແລ້ວ, ຜູ້ຄົນຕ້ອງການເຮັດແບບນີ້ແທ້ໆ. ເຖິງຢ່າງໃດກໍຕາມ, ການໄລ່ຕາມຄວາມຈິງ, ການເຮັດສິ່ງທີ່ເປັນທຳ ແລະ ການເປັນຄົນທີ່ມີຄວາມຮູ້ສຶກຍຸຕິທຳ ທີ່ສາມາດເອົາໃຈໃສ່ໜ້າທີ່ການງານທີ່ເໝາະສົມຂອງພວກເຂົາໄດ້, ແມ່ນຍາກລຳບາກຫຼາຍສຳລັບພວກເຂົາ. ພວກເຂົາຕ້ອງກະບົດຕໍ່ຄວາມປາຖະໜາທາງອັດຕະວິໄສຂອງພວກເຂົາ, ຄວາມຮູ້ສຶກຂອງພວກເຂົາເອງ, ແນວຄິດຂອງພວກເຂົາເອງ ແລະ ພວກເຂົາຍັງຕ້ອງກະບົດຕໍ່ຄວາມຂີ້ຄ້ານຂອງພວກເຂົາ ແລະ ຄວາມຄິດດ້ານລົບອື່ນໆອີກ. ເມື່ອພວກເຂົາຜະເຊີນໜ້າກັບຜູ້ຄົນ, ເພື່ອນຮ່ວມງານ ຫຼື ສະພາບແວດລ້ອມທີ່ບໍ່ເປັນໄປຕາມທີ່ພວກເຂົາຈິນຕະນາການໄວ້ ຫຼື ແມ່ນແຕ່ເມື່ອພວກເຂົາໄດ້ຍິນສິ່ງທີ່ໜ້າເສົ້າໃຈ ຫຼື ບໍ່ໜ້າພໍໃຈ, ພວກເຂົາຕ້ອງເພິ່ງພາການອະທິຖານເພື່ອເອົາຊະນະສິ່ງນີ້. ດັ່ງນັ້ນ, ພວກເຂົາຈຶ່ງພົບກັບການຕໍ່ຕ້ານຢ່າງມະຫາສານໃນເສັ້ນທາງແຫ່ງການໄລ່ຕາມຄວາມຈິງໃນຄວາມເຊື່ອຂອງພວກເຂົາທີ່ມີຕໍ່ພຣະເຈົ້າ. ຖ້າພວກເຂົາມີຄວາມຕັ້ງໃຈເປັນພິເສດ ແລະ ໄລ່ຕາມຄວາມຈິງດ້ວຍພະລັງງານທີ່ເຫຼືອເຊື່ອ, ພວກເຂົາກໍຈະເຫັນຄວາມຄືບໜ້າບາງຢ່າງຫຼັງຈາກທີ່ມີປະສົບການໜຶ່ງ ຫຼື ສອງປີ. ຖ້າບໍ່ດັ່ງນັ້ນ, ຖ້າພວກເຂົາເຮັດຕາມໃຈມັກ ແລະ ປ່ອຍໃຫ້ສິ່ງຕ່າງໆເປັນໄປຕາມທຳມະຊາດ, ແລ້ວ ພວກເຂົາກໍຈະມີຄວາມຄືບໜ້າຊ້າຫຼາຍ. ບາງເທື່ອຫຼັງຈາກຜ່ານໄປໄລຍະໜຶ່ງ ພວກເຂົາກໍຈະພົບພໍ້ກັບເຫດການພິເສດໃດໜຶ່ງ ເຊິ່ງເປັນເຫດການທີ່ມີຄວາມໝາຍພິເສດສຳລັບພວກເຂົາ ແລະ ພວກເຂົາຈະໄດ້ຮຽນຮູ້ບົດຮຽນ, ຖືກລິຮານ ແລະ ໃນສ່ວນເລິກຂອງຫົວໃຈຂອງພວກເຂົາ ພວກເຂົາຈະທົນທຸກກັບຄວາມເຈັບປວດຢ່າງມະຫາສານ ແລະ ໄດ້ຮັບຜົນກະທົບຢ່າງໜັກ ແລະ ຫຼັງຈາກນັ້ນເທົ່ານັ້ນທີ່ພວກເຂົາຈະສາມາດປ່ຽນແປງໄປໃນທາງທີ່ດີຂຶ້ນໜ້ອຍໜຶ່ງໃນແງ່ຂອງການເຂົ້າສູ່ຊີວິດຂອງພວກເຂົາ. ການປ່ຽນແປງໄປໃນທາງທີ່ດີຂຶ້ນນີ້ສາມາດເຮັດໃຫ້ພວກເຂົາມີຄວາມຄືບໜ້າໄດ້ບໍ? ບໍ່, ມັນບໍ່ສາມາດເຮັດໄດ້. ຄວາມຄືບໜ້າຂອງພວກເຂົາແມ່ນຂຶ້ນຢູ່ກັບວ່າພວກເຂົາໄລ່ຕາມຄວາມຈິງແນວໃດໃນຊ່ວງເວລານີ້. ຖ້າພວກເຂົາເປັນຄົນທີ່ຫາແຕ່ຂໍ້ອ້າງ, ຜູ້ທີ່ຫຼົງໄຫຼກັບຄວາມສຸກທາງໂລກ ແລະ ຜູ້ທີ່ບໍ່ຮັກຄວາມຈິງຢ່າງແທ້ຈິງ, ຄັນຊັ້ນ ທຸກສິ່ງທີ່ພວກເຂົາຈະໄດ້ຮັບຈາກເຫດການນີ້ກໍຄົງຈະບໍ່ມີຫຍັງຫຼາຍໄປກວ່າບົດຮຽນແບບຜິວເຜີນ ແລະ ພວກເຂົາຈະບໍ່ເຂົ້າໃຈໃນຄວາມຈິງ. ອີງຕາມຈັງຫວະຄວາມຄືບໜ້າຂອງຊີວິດທີ່ຊ້າແບບນີ້ທີ່ພວກເຈົ້າກຳລັງເຮັດຢູ່, ເຮົາຈຶ່ງຮັກສາໄລຍະຫ່າງນີ້ໃນການພົວພັນຂອງເຮົາກັບພວກເຈົ້າ ແລະ ເຮົາກໍໄດ້ນຳໃຊ້ວິທີນີ້. ພວກເຈົ້າຄິດວ່ານີ້ເໝາະສົມບໍ? (ເໝາະສົມແລ້ວ.) ສິ່ງນີ້ເປັນປະໂຫຍດຫຼາຍສຳລັບພວກເຈົ້າ; ຢ່າງໜ້ອຍທີ່ສຸດພວກເຈົ້າກໍຮູ້ສຶກຜ່ອນຄາຍ. ເຮົາຈະບໍ່ເພີ່ມພາລະໃດໆໃຫ້ພວກເຈົ້າແບກຮັບ, ເຝົ້າເບິ່ງພວກເຈົ້າ ແລະ ຈັບຕາເບິ່ງພວກເຈົ້າຕະຫຼອດທັງມື້, ບໍ່ປ່ອຍໃຫ້ເຈົ້າຜ່ອນຄາຍຕະຫຼອດ 24 ຊົ່ວໂມງ, ເຮັດໃຫ້ພວກເຈົ້າເຮັດວຽກຢ່າງດຸໝັ່ນ ແລະ ບໍ່ຮູ້ຈັກອິດເມື່ອຍ. ເຮົາຈະບໍ່ວາງແຜນທີ່ຈະເຮັດແບບນັ້ນ ແຕ່ຈະປ່ອຍໃຫ້ສິ່ງຕ່າງໆເປັນໄປຕາມທຳມະຊາດກັບພວກເຈົ້າແທນ. ນັ້ນໝາຍຄວາມວ່າພວກເຈົ້າສາມາດປ່ອຍຕົວໄປຕາມຄວາມປາຖະໜາຂອງຕົນເອງໄດ້ບໍ? (ບໍ່ແມ່ນ.) ຄັນຊັ້ນ ເຮົາຈະສາມາດຕັດສິນໃຈເລືອກທີ່ຈະບໍ່ເຝົ້າເບິ່ງພວກເຈົ້າຢ່າງໝັ້ນໃຈໄດ້ແນວໃດ? ຍ້ອນມີການກວດສອບຂອງພຣະວິນຍານບໍລິສຸດ. ຍິ່ງໄປກວ່ານັ້ນ, ຖ້າໃຜບາງຄົນໄລ່ຕາມຄວາມຈິງ, ມີຄວາມຈຳເປັນນີ້ ແລະ ເຕັມໃຈທີ່ຈະໄລ່ຕາມຄວາມຈິງໃນສ່ວນເລິກຂອງຫົວໃຈຂອງພວກເຂົາ, ຄັນຊັ້ນ ເຖິງແມ່ນວ່າເຈົ້າຈະບໍ່ໄດ້ເຝົ້າເບິ່ງພວກເຂົາ, ພວກເຂົາກໍຈະຍັງຄົງໄລ່ຕາມຄວາມຈິງ, ພວກເຂົາເປັນຄົນດີທີ່ເອົາໃຈໃສ່ໜ້າທີ່ວຽກງານທີ່ເໝາະສົມຂອງພວກເຂົາ. ຖ້າພວກເຂົາບໍ່ແມ່ນຄົນດີ, ມັນກໍຈະບໍ່ມີປະໂຫຍດຫຍັງເລີຍ ເຖິງແມ່ນວ່າເຈົ້າຈະເຝົ້າເບິ່ງພວກເຂົາກໍຕາມ. ເມື່ອເຈົ້າເຝົ້າເບິ່ງພວກເຂົາ, ພວກເຂົາກໍພຽງແຕ່ສະແດງອອກໃນບາງວິທີທາງພາຍນອກເພື່ອເຮັດພໍແລ້ວມືແລ້ວຕີນກັບເຈົ້າ ແລະ ເມື່ອເຈົ້າບໍ່ໄດ້ເຝົ້າເບິ່ງພວກເຂົາໃນຊ່ວງເວລາໃດໜຶ່ງ, ພວກເຂົາກໍພຽງແຕ່ເຮັດໃນສິ່ງທີ່ພວກເຂົາເຄີຍເຮັດຕາມປົກກະຕິ ແລະ ກັບຄືນສູ່ສະພາບເດີມຂອງພວກເຂົາ. ການໄລ່ຕາມຄວາມຈິງບໍ່ແມ່ນສິ່ງທີ່ຜູ້ຄົນສາມາດຕິດຕາມໄດ້. ນີ້ຄືສິ່ງທີ່ເຮົາເຂົ້າໃຈຢ່າງຖ່ອງແທ້ ແລະ ນັ້ນຄືເຫດຜົນທີ່ເຮົານຳໃຊ້ວິທີນີ້ເພື່ອພົວພັນ ແລະ ປະຕິສຳພັນກັບພວກເຈົ້າ. ມັນເໝາະສົມຢ່າງຍິ່ງທີ່ເຮົາຈະເຮັດແບບນີ້.
ຕອນນີ້ເລື່ອງຂອງຄຣິສຕະຈັກໃນປະເທດການາດາໄດ້ຖືກອະທິບາຍຢ່າງຊັດເຈນແລ້ວບໍ່ແມ່ນບໍ? ແລະ ພວກເຈົ້າໄດ້ເຂົ້າໃຈຄວາມຈິງບາງຢ່າງຈາກເລື່ອງນີ້ແລ້ວບໍ? ຖ້າພວກເຈົ້າພົບພໍ້ກັບເລື່ອງແບບນີ້ອີກໃນອະນາຄົດ, ພວກເຈົ້າຈະຍັງເວົ້າວ່າ ມັນເປັນກໍລະນີຂອງການລົງໂທດຄົນໜຶ່ງເພື່ອເປັນການເຊືອດໄກ່ໃຫ້ລີງເບິ່ງ ແລະ ການເຮັດໃຫ້ເປັນເລື່ອງເຕືອນໃຈສຳລັບຄົນອື່ນອີກບໍ? ກ່ອນທີ່ເລື່ອງນີ້ຈະເກີດຂຶ້ນ, ເຈົ້າຮູ້ສຶກວ່າບໍ່ມີໃຜສາມາດທຳລາຍສາຍສຳພັນຂອງເຈົ້າກັບພຣະເຈົ້າໄດ້ ແລະ ເຈົ້າກໍເຂົ້າກັບພຣະເຈົ້າໄດ້ແລ້ວ. ເຖິງຢ່າງໃດກໍຕາມ, ເມື່ອເຈົ້າພົບພໍ້ກັບເລື່ອງນີ້, ສະຖານະອັນອ່ອນນ້ອຍທີ່ເຈົ້າມີກໍຖືກເປີດເຜີຍອອກມາ. ສະຖານະະຫຍັງ? ເຈົ້າຄິດວ່າເຈົ້າສາມາດແບກຫາບພາລະທີ່ອັນໜັກໜ່ວງ ແລະ ທົນທຸກໄດ້, ຄວາມຕັ້ງໃຈ ແລະ ຄວາມເຊື່ອຂອງເຈົ້າຍິ່ງໃຫຍ່ກວ່າແຕ່ກ່ອນ ແລະ ເຈົ້າກໍໃກ້ຈະຖືກເຮັດໃຫ້ສົມບູນແລ້ວ; ນີ້ຄືຄວາມເຂົ້າໃຈຜິດທີ່ເຈົ້າເກັບໄວ້ໃນໃຈຂອງເຈົ້າ. ແລ້ວຕອນນີ້ເຈົ້າຄິດແນວໃດ? ຄວາມຄິດຂອງເຈົ້ານັ້ນໄວເກີນໄປໜ້ອຍໜຶ່ງ! ຈົ່ງເບິ່ງເຮົາ: ພາຍນອກເຮົາເບິ່ງເປັນແບບນີ້, ເຮົາສາມາດຖືກສຳຜັດ ແລະ ເບິ່ງເຫັນໄດ້, ບຸກຄະລິກຂອງເຮົາຖືວ່າເປີດເຜີຍ ແລະ ຊັດເຈນບໍ? ຖ້າຕັດສິນຈາກບຸກຄະລິກຂອງເຮົາ, ເຮົາບໍ່ແມ່ນຄົນທີ່ລັກເຮັດຫຼັບຫຼັງພວກເຈົ້າເມື່ອມີບັນຫາເກີດຂຶ້ນ ແລະ ບໍ່ບອກຫຍັງພວກເຈົ້າເລີຍ, ລັກເຮັດໂດຍບໍ່ໃຫ້ໃຜຮູ້ ແລ້ວກໍເຮັດໃຫ້ພວກເຈົ້າເດົາວ່າເຈດຕະນາຂອງເຮົາແມ່ນຫຍັງ. ເຮົາບໍ່ແມ່ນຄົນປະເພດນັ້ນ. ບໍ່ວ່າມີບັນຫາຫຍັງເກີດຂຶ້ນກໍຕາມ, ເຮົາມັກຈະອະທິບາຍໃຫ້ພວກເຈົ້າຟັງຢ່າງຊັດເຈນສະເໝີ ແຕ່ພວກເຈົ້າກໍຍັງສາມາດສະຫຼຸບທິດສະດີເຫຼົ່ານັ້ນອອກມາໄດ້ ແລະ ເວົ້າວ່າ “ນີ້ຄືຄວາມເຂົ້າໃຈສູງສຸດຂອງຂ້ອຍກ່ຽວກັບພຣະເຈົ້າ”. ພວກເຈົ້າຄິດແນວໃດກ່ຽວກັບຄວາມເຂົ້າໃຈນີ້? ຕອນນີ້ພວກເຈົ້າໄດ້ຮັບບົດຮຽນແລ້ວແມ່ນບໍ? ບໍ່ສາມາດເວົ້າໄດ້ບໍວ່ານີ້ຄືຄວາມລົ້ມເຫຼວທີ່ໃຫຍ່ທີ່ສຸດຂອງພວກເຈົ້າໃນຄວາມເຂົ້າໃຈທີ່ພວກເຈົ້າມີກ່ຽວກັບພຣະເຈົ້າ? ພວກເຈົ້າສາມາດໄດ້ຍິນຄຳເວົ້າທີ່ເຮົາກ່າວ ແລະ ເຫັນການປາກົດຕົວຂອງເຮົາ ແລະ ເຮົາກໍເປັນຄົນທີ່ມີເລືອດເນື້ອ ເຊິ່ງສາມາດຖືກສຳຜັດ ແລະ ເບິ່ງເຫັນໄດ້. ເຮົາໄດ້ເຮັດແບບນັ້ນ ແລະ ພວກເຈົ້າບໍ່ມີໃຜທີ່ສາມາດຢັ່ງເຖິງມັນ ແລະ ພວກເຮົາກໍບໍ່ສາມາດມີຄວາມເຫັນທີ່ເປັນເອກະພາບກັນໄດ້, ພວກເຮົາບໍ່ມີແມ່ນແຕ່ຄວາມເຂົ້າໃຈກັນຢ່າງເລິກເຊິ່ງພຽງເລັກນ້ອຍນີ້. ເຈົ້າຢູ່ຫ່າງໄກຈາກພຣະເຈົ້າຫຼາຍ! ເຈົ້າຍັງຢູ່ຫ່າງໄກຈາກການເຂົ້າໃຈພຣະເຈົ້າຢູ່! ນີ້ຄືຄຳເວົ້າທີ່ຈິງແທ້; ນີ້ຄືສະຖານະການຕົວຈິງ. ຢ່າຄິດວ່າພຽງຍ້ອນເຈົ້າສາມາດເຮັດໜ້າທີ່ຂອງເຈົ້າໄດ້ໜ້ອຍໜຶ່ງ, ໄດ້ເຊື່ອໃນພຣະເຈົ້າມາຫຼາຍປີ ແລະ ສາມາດເວົ້າກ່ຽວກັບຫຼັກຄຳສອນບາງຢ່າງໄດ້ ແລ້ວເຈົ້າຈະເຂົ້າໃຈພຣະເຈົ້າ. ໃຫ້ເຮົາບອກເຈົ້າ, ຄວາມຄິດຂອງເຈົ້ານັ້ນໄວເກີນໄປ! ຢ່າຄິດວ່າເຈົ້າຮູ້ບາງສິ່ງບາງຢ່າງແທ້ໆ. ທີ່ຈິງແລ້ວ, ເຈົ້າຍັງຢູ່ຫ່າງໄກຈາກການເຂົ້າໃຈພຣະເຈົ້າ; ເຈົ້າຍັງບໍ່ທັນໄດ້ສຳຜັດແມ່ນແຕ່ຂອບເຂດຂອງຄວາມເຂົ້າໃຈນີ້ເລີຍ. ຜູ້ຄົນສາມາດຖືກເປີດເຜີຍໄດ້ໃນທຸກເລື່ອງ ແລະ ບາງຄົນກໍຖືກເປີດເຜີຍໂດຍເລື່ອງການຈັດການຄຣິສຕະຈັກໃນປະເທດການາດານີ້. ຜູ້ຄົນຕ້ອງເຕີບໂຕຢ່າງຕໍ່ເນື່ອງ ແລະ ມາເຂົ້າໃຈຕົນເອງ ແລະ ພຣະເຈົ້າຢ່າງຕໍ່ເນື່ອງຜ່ານສະຖານະການ ແລະ ເຫດການທີ່ແຕກຕ່າງກັນເຫຼົ່ານີ້ ເພື່ອຮຽນຮູ້ກ່ຽວກັບການກະທຳ ແລະ ອຸປະນິໄສຂອງພຣະເຈົ້າ, ເຂົ້າໃຈຄວາມກະບົດຂອງພວກເຂົາ, ເຂົ້າໃຈວ່າສາຍສຳພັນຂອງພວກເຂົາກັບພຣະເຈົ້າເປັນແນວໃດກັນແທ້ ແລະ ເຫັນໄດ້ຢ່າງຊັດເຈນວ່າລະດັບຄວາມເຂົ້າໃຈ ແລະ ຄວາມຮູ້ກ່ຽວກັບຄວາມຈິງຂອງພວກເຂົາ ແລະ ຄວາມເຂົ້າໃຈຂອງພວກເຂົາກ່ຽວກັບພຣະເຈົ້າແມ່ນຢູ່ໃນລະດັບໃດແທ້. ຜ່ານເລື່ອງເຫຼົ່ານີ້, ສະຖານະທີ່ແທ້ຈິງ ແລະ ສະພາວະທີ່ແທ້ຈິງຂອງເຈົ້າຈະຖືກວັດແທກ. ພວກເຈົ້າໄດ້ຮັບບົດຮຽນໃນຄັ້ງນີ້ແລ້ວບໍ? ຈົ່ງພະຍາຍາມບໍ່ໃຫ້ມີຄວາມເຂົ້າໃຈປະເພດນີ້ໃນຄັ້ງໜ້າ. ມັນເປັນສິ່ງທີ່ເຮັດໃຫ້ເສຍໃຈຫຼາຍ, ມັນຊ່າງເປັນສິ່ງທີ່ເຫຼືອເຊື່ອແທ້ໆ! ພວກເຈົ້າຄິດວ່າເລື່ອງນີ້ຄຸ້ມຄ່າທີ່ຈະໃຊ້ເວລາດົນປານນີ້ເພື່ອອະທິບາຍບໍ? ມັນບໍ່ຄວນເປັນສິ່ງທີ່ຈຳເປັນເລີຍ. ເປັນຫຍັງເຮົາຈຶ່ງເວົ້າວ່າມັນບໍ່ຄວນເປັນສິ່ງທີ່ຈຳເປັນ? ອີງຕາມຄຳເວົ້າ ແລະ ຫຼັກຄຳສອນທີ່ພວກເຈົ້າໄດ້ກຳແໜ້ນໄວ້, ພວກເຈົ້າຄວນຈະສາມາດຜ່ານຜ່າອຸປະສັກຂອງເລື່ອງນີ້ໄດ້; ໂດຍການໄຕ່ຕອງກ່ຽວກັບມັນດ້ວຍຕົວພວກເຈົ້າເອງ ແລະ ໃຫ້ທຸກຄົນໂອ້ລົມກ່ຽວກັບມັນນຳກັນ, ພວກເຈົ້າກໍຄວນຈະສາມາດເຂົ້າໃຈມັນໃນວິທີທີ່ຂ້ອນຂ້າງບໍລິສຸດ ໂດຍທີ່ຄວາມເຂົ້າໃຈຂອງພວກເຈົ້າບໍ່ກາຍເປັນສິ່ງທີ່ເກີນຂອບເຂດເກີນໄປ. ແຕ່, ດັ່ງທີ່ປາກົດອອກມາ, ຄວາມເຂົ້າໃຈທີ່ເກີນຂອບເຂດໄດ້ປາກົດຂຶ້ນມາ ແລະ ມັນກໍກາຍເປັນສິ່ງຈຳເປັນສຳລັບເຮົາທີ່ຈະໂອ້ລົມກ່ຽວກັບລາຍລະອຽດບາງຢ່າງ. ຕອນນີ້ຫົວໃຈຂອງພວກເຈົ້າບໍ່ສະຫວ່າງສະໄຫວຂຶ້ນແລ້ວບໍ ຫຼັງຈາກທີ່ໄດ້ຟັງການໂອ້ລົມນີ້? ຕອນນີ້ພວກເຈົ້າບໍ່ຄວນມີຄວາມຄິດອື່ນໃດກ່ຽວກັບເລື່ອງນີ້ອີກແລ້ວ, ແມ່ນບໍ? ຄັນຊັ້ນ, ພວກເຈົ້າຄິດວ່າວິທີທີ່ເຮົາຈັດການກັບຄົນເຫຼົ່ານັ້ນເກີນຂອບເຂດບໍ? (ບໍ່.) ໃຫ້ພວກເຮົາຈົບການສົນທະນາກ່ຽວກັບເລື່ອງນີ້ໄວ້ພຽງເທົ່ານີ້ ແລະ ເຮົາຈະເລີ່ມໂອ້ລົມກ່ຽວກັບຫົວຂໍ້ຫຼັກ.
ການໄຈ້ແຍກວິທີທີ່ຜູ້ຕໍ່ຕ້ານພຣະຄຣິສເປັນຄົນຊົ່ວຊ້າ, ແຝງຊົ່ວ ແລະ ເລ່ຫຼ່ຽມ
ຄັ້ງກ່ອນ, ພວກເຮົາໄດ້ໂອ້ລົມກ່ຽວກັບການສະແດງອອກທີເຈັດຂອງຜູ້ຕໍ່ຕ້ານພຣະຄຣິສ, ນັ້ນກໍຄື ພວກເຂົາເປັນຄົນຊົ່ວຊ້າ, ແຝງຊົ່ວ ແລະ ເລ່ຫຼ່ຽມ. ພວກເຮົາໄດ້ໂອ້ລົມກ່ຽວກັບດ້ານໃດເປັນຫຼັກ? ພວກເຮົາໄດ້ເວົ້າກ່ຽວກັບວິທີທີ່ຜູ້ຕໍ່ຕ້ານພຣະຄຣິສເປັນຄົນຊົ່ວຊ້າ. ເປັນຫຍັງພວກເຮົາຈຶ່ງເວົ້າວ່າພວກເຂົາເປັນຄົນຊົ່ວຊ້າ? ອຸປະນິໄສ, ການສະແດງອອກ ແລະ ລັກສະນະພິເສດອັນໃດພາຍໃນທຳມະຊາດ-ແກ່ນແທ້ຂອງພວກເຂົາ ທີ່ສາມາດກຳນົດລັກສະນະຂອງພວກເຂົາວ່າເປັນຄົນຊົ່ວຊ້າ, ແຝງຊົ່ວ ແລະ ເລ່ຫຼ່ຽມ? ລັກສະນະທີ່ຊັດເຈນອັນໃດທີ່ພິສູດວ່າຄວາມຊົ່ວຊ້າຂອງພວກເຂົາມີຢູ່ຈິງ ແລະ ມັນກົງກັບສະພາບການທີ່ແທ້ຈິງຂອງພວກເຂົາ? ລັກສະນະຫຼັກຂອງທຳມະຊາດ-ແກ່ນແທ້ຂອງພວກເຂົາແມ່ນຫຍັງ ທີ່ເຮັດໃຫ້ພວກເຮົາມີເຫດຜົນທີ່ຈະເວົ້າວ່າຄົນແບບນີ້ເປັນຄົນຊົ່ວຊ້າ? ກະລຸນາແບ່ງປັນຄວາມຄິດເຫັນຂອງພວກເຈົ້າ. (ຜູ້ຕໍ່ຕ້ານພຣະຄຣິສຫຼາຍຄົນເຂົ້າໃຈຄວາມຈິງ, ແຕ່ພວກເຂົາຕໍ່ຕ້ານມັນຢ່າງໜ້າດ້ານ. ພວກເຂົາຍືນຍັນທີ່ຈະເລືອກຍ່າງຕາມເສັ້ນທາງຂອງຕົນເອງຢ່າງດື້ດ້ານ, ເຖິງແມ່ນວ່າພວກເຂົາຈະຮູ້ຢ່າງຊັດເຈນວ່າສິ່ງໃດຖືກຕ້ອງກໍຕາມ. ຄວາມຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສຍັງສະແດງອອກໃນຄວາມເປັນປໍລະປັກທີ່ບໍ່ມີມູນຄວາມຈິງຕໍ່ຜູ້ທີ່ໄລ່ຕາມຄວາມຈິງຢ່າງແທ້ຈິງ ແລະ ຕໍ່ບຸກຄົນທີ່ເປັນບວກອີກດ້ວຍ.) (ຜູ້ຕໍ່ຕ້ານພຣະຄຣິສບໍ່ຢາກເຫັນຄົນອື່ນໄດ້ດີ. ເມື່ອເຮືອນຂອງພຣະເຈົ້າຈັດແຈງໃຫ້ມີການມອບຜົນປະໂຫຍດໃຫ້ແກ່ອ້າຍເອື້ອຍນ້ອງ, ຜູ້ຕໍ່ຕ້ານພຣະຄຣິສຕ້ອງການໃຫ້ຕົນເອງເທົ່ານັ້ນທີ່ມີຄວາມສຸກກັບຜົນປະໂຫຍດເຫຼົ່ານີ້, ພວກເຂົາບໍ່ຕ້ອງການໃຫ້ອ້າຍເອື້ອຍນ້ອງມີຄວາມສຸກກັບສິ່ງເຫຼົ່ານັ້ນ, ສະນັ້ນ ພວກເຂົາຈຶ່ງບໍ່ປະຕິບັດວຽກງານນີ້.) (ພຣະເຈົ້າ, ການໂອ້ລົມຄັ້ງກ່ອນຂອງພຣະອົງໄດ້ສ້າງຄວາມປະທັບໃຈຢ່າງແຮງກ້າໃຫ້ແກ່ຂ້ານ້ອຍ ກ່ຽວກັບວິທີທີ່ຜູ້ຕໍ່ຕ້ານພຣະຄຣິສໃຊ້ພຣະເຈົ້າ ແລະ ຄວາມຈິງເປັນເຄື່ອງມືເພື່ອໃຫ້ພວກເຂົາໄດ້ຮັບສະຖານະ, ຂ້ານ້ອຍຮູ້ສຶກວ່າສິ່ງນີ້ຊົ່ວຊ້າເປັນພິເສດ.) ພວກເຈົ້າສ່ວນໃຫຍ່ຈື່ບາງຢ່າງໄດ້, ນັ້ນກໍຄື ຕົວຢ່າງສອງສາມຢ່າງທີ່ເຮົາໄດ້ຍົກຂຶ້ນມາ ເມື່ອໂອ້ລົມກ່ຽວກັບແກ່ນແທ້ທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ. ພວກເຈົ້າຈື່ໄດ້ແຕ່ຕົວຢ່າງ, ແຕ່ພວກເຈົ້າລືມເນື້ອໃນຂອງການໂອ້ລົມ ແລະ ການໄຈ້ແຍກຂອງເຮົາກ່ຽວກັບແກ່ນແທ້ທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສແລ້ວ. ຄັນຊັ້ນ ພວກເຈົ້າສາມາດເຂົ້າໃຈຄວາມຈິງໄດ້ຈັກຢ່າງ ທີ່ເຮົາໄດ້ກ່າວເຖິງໃນຂະນະທີ່ໂອ້ລົມ ແລະ ໄຈ້ແຍກກ່ຽວກັບທຳມະຊາດ-ແກ່ນແທ້ທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ? ຍ້ອນວ່າພວກເຈົ້າຈື່ສິ່ງເຫຼົ່ານີ້ບໍ່ໄດ້, ນັ້ນບໍ່ໄດ້ສະແດງໃຫ້ເຫັນບໍວ່າ ພວກເຈົ້າບໍ່ໄດ້ເຂົ້າໃຈສິ່ງໃດເລີຍໃນເວລານັ້ນ? ຖ້າການໂອ້ລົມຂອງເຮົາໄດ້ສ້າງຄວາມປະທັບໃຈຢ່າງແຮງກ້າໃຫ້ແກ່ເຈົ້າ, ເຈົ້າຈະບໍ່ສາມາດຈື່ສິ່ງເຫຼົ່ານັ້ນໄດ້ໃນລະດັບໃດໜຶ່ງບໍ? ສິ່ງທີ່ຜຸດຂຶ້ນມາໃນຄວາມຊົງຈຳຂອງພວກເຈົ້າ ບໍ່ແມ່ນສິ່ງທີ່ພວກເຈົ້າເຂົ້າໃຈບໍ? ສິ່ງທີ່ພວກເຈົ້າຈື່ບໍ່ໄດ້ ບໍ່ແມ່ນສິ່ງທີ່ພວກເຈົ້າເຫັນວ່າຍາກຫຼາຍທີ່ຈະເຂົ້າໃຈ ຫຼື ສິ່ງທີ່ພວກເຈົ້າບໍ່ສາມາດເຂົ້າໃຈໄດ້ເລີຍບໍ? ເມື່ອພວກເຈົ້າໄດ້ຍິນຄວາມຈິງເຫຼົ່ານັ້ນໃນເວລານັ້ນ, ພວກເຈົ້າຄິດວ່າພວກມັນຖືກຕ້ອງ ແລະ ພວກເຈົ້າຈື່ພວກມັນໃນແງ່ຂອງຫຼັກຄຳສອນ ແລະ ມັນຮຽກຮ້ອງຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອໃຫ້ພວກເຈົ້າເຮັດເຊັ່ນນັ້ນ. ເຖິງຢ່າງໃດກໍຕາມ, ຫຼັງຈາກນອນຫຼັບໄປໜຶ່ງຄືນ, ພວກເຈົ້າກໍລືມພວກມັນ. ໜຶ່ງເດືອນຕໍ່ມາ, ພວກມັນກໍຫາຍໄປໝົດ. ມັນບໍ່ເປັນແບບນັ້ນບໍ? ເພື່ອເບິ່ງທະລຸເຖິງເລື່ອງໃດໜຶ່ງ ຫຼື ແກ່ນແທ້ຂອງຄົນໃດໜຶ່ງ, ເຈົ້າຈຳເປັນຕ້ອງເຂົ້າໃຈຄວາມຈິງ. ຖ້າເຈົ້າຍັງຍຶດຕິດກັບທັດສະນະຂອງຜູ້ບໍ່ມີຄວາມເຊື່ອ ແລະ ເບິ່ງ ແລະ ພິຈາລະນາສິ່ງຕ່າງໆໂດຍອີງໃສ່ຄຳເວົ້າຂອງຜູ້ບໍ່ມີຄວາມເຊື່ອ, ມັນກໍພິສູດວ່າເຈົ້າບໍ່ເຂົ້າໃຈຄວາມຈິງ. ຖ້າເຈົ້າບໍ່ໄດ້ຮັບຫຍັງເລີຍຈາກເວລາຫຼາຍປີທີ່ເຈົ້າໃຊ້ໃນການຟັງຄຳເທດສະໜາ ແລະ ການໂອ້ລົມ ແລະ ເມື່ອຜູ້ຄົນໂອ້ລົມຄວາມຈິງກັບເຈົ້າ, ເຈົ້າກໍບໍ່ສາມາດເຂົ້າໃຈມັນໄດ້, ບໍ່ວ່າພວກເຂົາຈະອະທິບາຍແນວໃດກໍຕາມ, ສິ່ງນີ້ສະແດງເຖິງການຂາດຄວາມສາມາດໃນການຢັ່ງຮູ້ຄວາມຈິງຂອງເຈົ້າ, ມັນເອີ້ນວ່າຄວາມສາມາດທີ່ບໍ່ດີ. ມັນບໍ່ແມ່ນແບບນັ້ນບໍ? (ແມ່ນແລ້ວ.) ກ່ຽວກັບຄວາມຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ, ບໍ່ມີຜູ້ໃດໃນພວກເຈົ້າກ່າວເຖິງຄຳເວົ້າທີ່ສຳຄັນທີ່ສຸດ. ເປັນຫຍັງພວກເຈົ້າຈຶ່ງບໍ່ກ່າວເຖິງມັນ? ໃນດ້ານໜຶ່ງ, ມັນເປັນຍ້ອນວ່າມັນຜ່ານໄປດົນແລ້ວ ແລະ ພວກເຈົ້າກໍລືມມັນແລ້ວ. ໃນອີກດ້ານໜຶ່ງ, ມັນເປັນຍ້ອນວ່າພວກເຈົ້າບໍ່ໄດ້ຕະໜັກເຖິງຄວາມສຳຄັນຂອງຄຳເວົ້ານີ້; ພວກເຈົ້າບໍ່ຮູ້ວ່າຄຳເວົ້ານີ້ເປັນຄຳເວົ້າຫຼັກທີ່ເປີດເຜີຍ ແລະ ເປີດໂປງແກ່ນແທ້ທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ. ຄຳເວົ້ານີ້ແມ່ນຫຍັງ? ມັນຄື ຄວາມຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສສະແດງອອກເປັນຫຼັກໃນຄວາມເປັນປໍລະປັກ ແລະ ຄວາມລັງກຽດຂອງພວກເຂົາຕໍ່ທຸກສິ່ງທີ່ເປັນບວກ ແລະ ທຸກຢ່າງທີ່ກ່ຽວຂ້ອງກັບຄວາມຈິງ. ເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງຮູ້ສຶກເປັນປໍລະປັກ ແລະ ລັງກຽດສິ່ງທີ່ເປັນບວກເຫຼົ່ານີ້? ສິ່ງທີ່ເປັນບວກເຫຼົ່ານີ້ໄດ້ທຳຮ້າຍພວກເຂົາບໍ? ບໍ່. ພວກມັນສົ່ງຜົນກະທົບຕໍ່ຜົນປະໂຫຍດຂອງພວກເຂົາບໍ? ບາງທີອາດຈະແມ່ນໃນບາງຄັ້ງ, ບາງຄັ້ງກໍບໍ່ແມ່ນເລີຍ. ແລ້ວເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງຮູ້ສຶກເປັນປໍລະປັກ ແລະ ລັງກຽດສິ່ງທີ່ເປັນບວກຢ່າງບໍ່ມີມູນຄວາມຈິງ? (ມັນຄືທຳມະຊາດຂອງພວກເຂົາ.) ພວກເຂົາມີທຳມະຊາດແບບນີ້, ພວກເຂົາຮູ້ສຶກເປັນປໍລະປັກ ແລະ ລັງກຽດທຸກສິ່ງທີ່ເປັນບວກ ແລະ ຄວາມຈິງທັງໝົດ. ສິ່ງນີ້ຢືນຢັນທຳມະຊາດທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ. ຄຳເວົ້ານີ້ສຳຄັນ ຫຼື ບໍ່? ພວກເຈົ້າຈື່ຄຳເວົ້າທີ່ສຳຄັນຂະໜາດນີ້ບໍ່ໄດ້; ພວກເຈົ້າຈື່ໄດ້ແຕ່ສິ່ງທີ່ບໍ່ສຳຄັນ. ເປັນຫຍັງເຮົາຈຶ່ງຖາມຄຳຖາມເຫຼົ່ານັ້ນກັບພວກເຈົ້າ? ກໍເພື່ອໃຫ້ພວກເຈົ້າໄດ້ເວົ້າ ແລະ ເພື່ອໃຫ້ເຮົາເຫັນວ່າພວກເຈົ້າຢັ່ງຮູ້ສິ່ງເຫຼົ່ານີ້ໃນລະດັບໃດ, ພວກເຈົ້າສາມາດຈື່ຈຳໄວ້ໃນໃຈໄດ້ຫຼາຍສໍ່າໃດ ແລະ ພວກເຈົ້າສາມາດເຂົ້າໃຈໄດ້ຫຼາຍສໍ່າໃດໃນເວລານັ້ນ. ຢ່າງທີ່ຄາດໄວ້, ພວກເຈົ້າຈື່ໄດ້ແຕ່ເລື່ອງເລັກໆນ້ອຍໆສອງສາມຢ່າງ. ພວກເຈົ້າປະຕິບັດຕໍ່ທຸກສິ່ງທີ່ເຮົາເວົ້າເຖິງຄືກັບການລົມກັນຫຼິ້ນໆ. ເຮົາບໍ່ໄດ້ມາທີ່ນີ້ເພື່ອລົມຫຼິ້ນ, ເຮົາມາທີ່ນີ້ເພື່ອບອກພວກເຈົ້າກ່ຽວກັບວິທີແຍກແຍະຜູ້ຄົນ. ຄຳເວົ້າທີ່ເຮົາໄດ້ສະແດງອອກນັ້ນຄືຫຼັກການຄວາມຈິງສູງສຸດສຳລັບການແຍກແຍະທຳມະຊາດທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ. ຖ້າເຈົ້າບໍ່ສາມາດນໍາໃຊ້ຄຳເວົ້ານີ້ໄດ້, ແລ້ວເຈົ້າກໍຈະບໍ່ສາມາດແຍກແຍະ ຫຼື ຮູ້ຈັກທຳມະຊາດທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສໄດ້. ຕົວຢ່າງ: ເມື່ອຄົນໃດໜຶ່ງຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສ, ບາງຄົນອາດຈະເວົ້າວ່າ: “ລາວດີຕໍ່ພວກເຮົາ, ລາວມີຄວາມຮັກ ແລະ ລາວຊ່ວຍເຫຼືອພວກເຮົາ. ເປັນຫຍັງຈຶ່ງກຳນົດລັກສະນະຄົນດີແບບນັ້ນວ່າເປັນຜູ້ຕໍ່ຕ້ານພຣະຄຣິສ?” ພວກເຂົາບໍ່ເຂົ້າໃຈວ່າ ເຖິງແມ່ນວ່າຜູ້ຕໍ່ຕ້ານພຣະຄຣິສອາດຈະເບິ່ງຄືວ່າມີຄວາມຮັກຕໍ່ຄົນອື່ນຢູ່ພາຍນອກ, ແຕ່ພວກເຂົາຂັດຂວາງ ແລະ ລົບກວນພາລະກິດຂອງພຣະເຈົ້າ ແລະ ຕໍ່ຕ້ານພຣະເຈົ້າຢ່າງເຈາະຈົງ. ດ້ານທີ່ແຝງຊົ່ວ ແລະ ເລ່ຫຼ່ຽມຂອງພວກເຂົານີ້ເປັນສິ່ງທີ່ຄົນສ່ວນໃຫຍ່ເບິ່ງບໍ່ເຫັນ. ພວກເຂົາບໍ່ສາມາດແຍກແຍະມັນໄດ້ເລີຍ ແລະ ພວກເຂົາເຂົ້າໃຈພຣະເຈົ້າຜິດ, ພັດທະນາແນວຄິດກ່ຽວກັບພຣະເຈົ້າ ແລະ ເຖິງຂັ້ນກ່າວໂທດ ແລະ ຈົ່ມວ່າພຣະເຈົ້າ ຍ້ອນສິ່ງນີ້. ຄົນແບບນັ້ນເປັນພຽງຄົນຊົ່ວ ແລະ ພວກເຂົາບໍ່ສາມາດໄດ້ຮັບຄວາມລອດພົ້ນຂອງພຣະເຈົ້າໄດ້. ນີ້ເປັນຍ້ອນວ່າພວກເຂົາເຫັນແຕ່ເລື່ອງຜິວເຜີນເທົ່ານັ້ນ ເຊັ່ນ: ວິທີທີ່ຜູ້ຕໍ່ຕ້ານພຣະຄຣິສວາງກັບດັກ, ລໍ້ລວງ ແລະ ປະຈົບປະແຈງຜູ້ຄົນ ແລະ ພວກເຂົາບໍ່ໄດ້ສັງເກດເຫັນແກ່ນແທ້ທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ, ທັງບໍ່ເຫັນວິທີການທີ່ຜູ້ຕໍ່ຕ້ານພຣະຄຣິສໃຊ້ເພື່ອຕໍ່ຕ້ານພຣະເຈົ້າ ແລະ ສ້າງຕັ້ງອານາຈັກທີ່ເປັນເອກະລາດ. ເປັນຫຍັງພວກເຂົາຈຶ່ງເບິ່ງບໍ່ເຫັນສິ່ງເຫຼົ່ານີ້? ມັນເປັນຍ້ອນວ່າພວກເຂົາບໍ່ເຂົ້າໃຈຄວາມຈິງ ແລະ ບໍ່ສາມາດແຍກແຍະຜູ້ຄົນໄດ້. ພວກເຂົາຖືກປະກົດການພາຍນອກເຮັດໃຫ້ຫຼົງຜິດຢູ່ສະເໝີ ແລະ ບໍ່ສາມາດເບິ່ງທະລຸເຖິງແກ່ນແທ້ ແລະ ຜົນສະທ້ອນຂອງບັນຫາໄດ້. ພວກເຂົາຍັງໃຊ້ມາດຕະຖານສິນລະທຳຕາມແນວຄິດຂອງມະນຸດແບບດັ້ງເດີມ ແລະ ວິຖີທາງຂອງໂລກຢູ່ສະເໝີ ເພື່ອວັດແທກຜູ້ຄົນ ແລະ ຕັດສິນພວກເຂົາ. ຜົນກໍຄື ພວກເຂົາຖືກຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ຫຼົງຜິດ, ພວກເຂົາຢືນຢູ່ຝ່າຍດຽວກັນກັບຜູ້ຕໍ່ຕ້ານພຣະຄຣິສ ແລະ ຄວາມຂັດແຍ່ງ ແລະ ການປະທະກັນກໍເກີດຂຶ້ນລະຫວ່າງພວກເຂົາກັບພຣະເຈົ້າ. ນີ້ແມ່ນຄວາມຜິດຂອງໃຜ? ຄວາມຜິດພາດນີ້ເກີດຂຶ້ນໄດ້ແນວໃດ? ນີ້ຄືຜົນສະທ້ອນຂອງການທີ່ພວກເຂົາບໍ່ເຂົ້າໃຈຄວາມຈິງ, ບໍ່ຮູ້ຈັກພາລະກິດຂອງພຣະເຈົ້າ ແລະ ເບິ່ງຜູ້ຄົນ ແລະ ສິ່ງຕ່າງໆໂດຍອີງໃສ່ແນວຄິດ ແລະ ຈິນຕະນາການຂອງພວກເຂົາຢູ່ສະເໝີ.
II. ການໄຈ້ແຍກຄວາມຮັກໃນສິ່ງທີ່ເປັນລົບຂອງຜູ້ຕໍ່ຕ້ານພຣະຄຣິສ
ມື້ນີ້, ພວກເຮົາຈະສືບຕໍ່ໂອ້ລົມກ່ຽວກັບການສະແດງອອກທີເຈັດຂອງຜູ້ຕໍ່ຕ້ານພຣະຄຣິສ: ພວກເຂົາເປັນຄົນຊົ່ວຊ້າ, ແຝງຊົ່ວ ແລະ ເລ່ຫຼ່ຽມ. ຈຸດສຸມຂອງການສະແດງອອກນີ້ແມ່ນຢູ່ທີ່ຄວາມຊົ່ວຊ້າຂອງພວກເຂົາ, ເພາະວ່າຄວາມຊົ່ວຊ້າກວມເອົາທັງຄວາມແຝງຊົ່ວ ແລະ ຄວາມເລ່ຫຼ່ຽມ. ຄວາມຊົ່ວຊ້າເປັນຕົວແທນຂອງແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ໃນຂະນະທີ່ຄວາມແຝງຊົ່ວ ແລະ ຄວາມເລ່ຫຼ່ຽມເປັນສິ່ງທີ່ຮອງລົງມາ. ຄັ້ງກ່ອນ, ພວກເຮົາໄດ້ໂອ້ລົມ ແລະ ເປີດໂປງແກ່ນແທ້ທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ. ພວກເຮົາໄດ້ໂອ້ລົມກ່ຽວກັບແນວຄວາມຄິດກວ້າງໆບາງຢ່າງ ແລະ ເນື້ອໃນທີ່ກຳນົດລັກສະນະບາງຢ່າງ, ໂດຍກ່າວເຖິງຄຳເວົ້າບາງຢ່າງກ່ຽວກັບການເປີດໂປງແກ່ນແທ້ດ້ານນີ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ມື້ນີ້, ພວກເຮົາຈະສືບຕໍ່ການໂອ້ລົມຂອງພວກເຮົາໃນຫົວຂໍ້ນີ້. ບາງຄົນອາດຈະຖາມວ່າ: “ມັນຍັງມີຫຍັງໃຫ້ໂອ້ລົມອີກບໍ ເມື່ອເວົ້າເຖິງຫົວຂໍ້ນີ້?” ມີ. ມັນຍັງມີລາຍລະອຽດບາງຢ່າງທີ່ຈຳເປັນຕ້ອງໄດ້ໂອ້ລົມກັນຢູ່ບ່ອນນີ້. ມື້ນີ້, ພວກເຮົາຈະໂອ້ລົມກ່ຽວກັບຫົວຂໍ້ນີ້ໃນລັກສະນະທີ່ແຕກຕ່າງ ແລະ ຈາກມຸມມອງທີ່ແຕກຕ່າງ. ລັກສະນະພິເສດ ແລະ ການສະແດງອອກຫຼັກຂອງທຳມະຊາດທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ ທີ່ພວກເຮົາໄດ້ໂອ້ລົມກັນໃນຄັ້ງກ່ອນແມ່ນຫຍັງ? ຄົນທີ່ເປັນຄືຜູ້ຕໍ່ຕ້ານພຣະຄຣິສຮູ້ສຶກເປັນປໍລະປັກ ແລະ ລັງກຽດທຸກສິ່ງທີ່ເປັນບວກ ແລະ ຄວາມຈິງ. ຄວາມເປັນປໍລະປັກ ແລະ ຄວາມລັງກຽດຂອງພວກເຂົາຕໍ່ຄວາມຈິງ ແລະ ສິ່ງທີ່ເປັນບວກນັ້ນບໍ່ຈຳເປັນຕ້ອງມີເຫດຜົນ, ທັງບໍ່ໄດ້ເກີດຂຶ້ນຍ້ອນການຍຸຍົງຂອງຜູ້ໃດ ແລະ ແນ່ນອນວ່າມັນບໍ່ແມ່ນຜົນມາຈາກການທີ່ພວກເຂົາຖືກວິນຍານຮ້າຍເຂົ້າສິງ. ແຕ່ໂດຍທຳມະຊາດແລ້ວ ພວກເຂົາພຽງແຕ່ບໍ່ມັກສິ່ງເຫຼົ່ານີ້. ພວກເຂົາຮູ້ສຶກເປັນປໍລະປັກ ແລະ ລັງກຽດສິ່ງເຫຼົ່ານີ້; ໃນຊີວິດຂອງພວກເຂົາ ແລະ ໃນກະດູກຂອງພວກເຂົາ, ພວກເຂົາຮູ້ສຶກລັງກຽດເມື່ອພວກເຂົາພົບພໍ້ກັບສິ່ງທີ່ເປັນບວກ. ຖ້າເຈົ້າເປັນພະຍານໃຫ້ພຣະເຈົ້າ ຫຼື ໂອ້ລົມກ່ຽວກັບຄວາມຈິງກັບພວກເຂົາ, ພວກເຂົາກໍຈະພັດທະນາຄວາມກຽດຊັງຕໍ່ເຈົ້າ ແລະ ອາດຈະມີຄວາມຄິດທີ່ຈະໂຈມຕີເຈົ້າອີກດ້ວຍ. ພວກເຮົາໄດ້ກວມເອົາດ້ານນີ້ຂອງຜູ້ຕໍ່ຕ້ານພຣະຄຣິສທີ່ຮູ້ສຶກເປັນປໍລະປັກ ແລະ ລັງກຽດສິ່ງທີ່ເປັນບວກໃນການໂອ້ລົມຄັ້ງກ່ອນຂອງພວກເຮົາແລ້ວ, ສະນັ້ນ ພວກເຮົາຈະບໍ່ສົນທະນາກ່ຽວກັບມັນອີກໃນຄັ້ງນີ້. ໃນການໂອ້ລົມຄັ້ງນີ້, ພວກເຮົາຈະສຳຫຼວດອີກດ້ານໜຶ່ງ. ອີກດ້ານໜຶ່ງນັ້ນແມ່ນຫຍັງ? ຜູ້ຕໍ່ຕ້ານພຣະຄຣິສຮູ້ສຶກເປັນປໍລະປັກ ແລະ ລັງກຽດສິ່ງທີ່ເປັນບວກ, ແລ້ວພວກເຂົາມັກຫຍັງ? ມື້ນີ້, ພວກເຮົາຈະວິເຄາະ ແລະ ໄຈ້ແຍກທຳມະຊາດທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສຈາກດ້ານນີ້ ແລະ ມຸມມອງນີ້. ສິ່ງນີ້ຈຳເປັນບໍ? (ຈຳເປັນ.) ມັນຈຳເປັນ. ພວກເຈົ້າສາມາດຮັບຮູ້ມັນດ້ວຍຕົນເອງໄດ້ບໍ? (ບໍ່.) ການທີ່ຜູ້ຕໍ່ຕ້ານພຣະຄຣິສບໍ່ມັກສິ່ງທີ່ເປັນບວກ ແລະ ຄວາມຈິງນັ້ນຄືທຳມະຊາດທີ່ຊົ່ວຊ້າຂອງພວກເຂົາ. ສະນັ້ນ, ບົນພື້ນຖານນີ້, ຈົ່ງພິຈາລະນາຢ່າງລະມັດລະວັງວ່າຜູ້ຕໍ່ຕ້ານພຣະຄຣິສມັກຫຍັງ ແລະ ສິ່ງໃດທີ່ພວກເຂົາມັກເຮັດ, ພ້ອມທັງວິທີການ ແລະ ຫົນທາງໃນການເຮັດສິ່ງຕ່າງໆຂອງພວກເຂົາ ແລະ ປະເພດຂອງຄົນທີ່ພວກເຂົາມັກ, ນີ້ບໍ່ແມ່ນມຸມມອງ ແລະ ດ້ານທີ່ດີກວ່າບໍ ໃນການເບິ່ງທຳມະຊາດທີ່ຊົ່ວຊ້າຂອງພວກເຂົາ? ສິ່ງນີ້ໃຫ້ມຸມມອງທີ່ສະເພາະເຈາະຈົງ ແລະ ເປັນວັດຖຸວິໄສຫຼາຍກວ່າ. ກ່ອນອື່ນ ຜູ້ຕໍ່ຕ້ານພຣະຄຣິສບໍ່ມັກສິ່ງທີ່ເປັນບວກ, ເຊິ່ງໝາຍຄວາມວ່າພວກເຂົາເປັນປໍລະປັກຕໍ່ສິ່ງເຫຼົ່ານັ້ນ ແລະ ມັກສິ່ງທີ່ເປັນລົບ. ຕົວຢ່າງຂອງສິ່ງທີ່ເປັນລົບມີຫຍັງແດ່? ຄຳຕົວະ ແລະ ການຫຼອກລວງ, ສິ່ງເຫຼົ່ານີ້ບໍ່ແມ່ນສິ່ງທີ່ເປັນລົບບໍ? ແມ່ນແລ້ວ, ຄຳຕົວະ ແລະ ການຫຼອກລວງແມ່ນສິ່ງທີ່ເປັນລົບ. ແລ້ວສິ່ງທີ່ເປັນບວກທີ່ກົງກັນຂ້າມກັບຄຳຕົວະ ແລະ ການຫຼອກລວງແມ່ນຫຍັງ? (ຄວາມຊື່ສັດ.) ຖືກຕ້ອງ, ມັນຄືຄວາມຊື່ສັດ. ຊາຕານມັກຄວາມຊື່ສັດບໍ? (ບໍ່.) ມັນມັກການຫຼອກລວງ. ສິ່ງທຳອິດທີ່ພຣະເຈົ້າຮຽກຮ້ອງຈາກມະນຸດແມ່ນຫຍັງ? ພຣະເຈົ້າກ່າວວ່າ: “ຖ້າເຈົ້າຢາກເຊື່ອໃນເຮົາ ແລະ ຕິດຕາມເຮົາ, ກ່ອນອື່ນໝົດ ເຈົ້າຄວນເປັນຄົນປະເພດໃດ?” (ຄົນຊື່ສັດ.) ແລ້ວສິ່ງທຳອິດທີ່ຊາຕານສອນໃຫ້ຜູ້ຄົນເຮັດແມ່ນຫຍັງ? ໃຫ້ເວົ້າຕົວະ. ຫຼັກຖານທຳອິດຂອງທຳມະຊາດທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງ? (ການຫຼອກລວງ.) ແມ່ນແລ້ວ, ຜູ້ຕໍ່ຕ້ານພຣະຄຣິສມັກການຫຼອກລວງ, ພວກເຂົາມັກຄຳຕົວະ ແລະ ພວກເຂົາລັງກຽດ ແລະ ກຽດຊັງຄວາມຊື່ສັດ. ເຖິງແມ່ນວ່າຄວາມຊື່ສັດຈະເປັນສິ່ງທີ່ເປັນບວກ, ແຕ່ພວກເຂົາກໍບໍ່ມັກມັນ ແລະ ກົງກັນຂ້າມ ພວກເຂົາຮູ້ສຶກລັງກຽດ ແລະ ກຽດຊັງມັນ. ໃນທາງກົງກັນຂ້າມ, ພວກເຂົາມັກການຫຼອກລວງ ແລະ ຄຳຕົວະ. ຖ້າຄົນໃດຄົນໜຶ່ງມັກເວົ້າຄວາມຈິງຕໍ່ໜ້າຜູ້ຕໍ່ຕ້ານພຣະຄຣິສຢູ່ເລື້ອຍໆ, ໂດຍເວົ້າບາງຢ່າງເຊັ່ນ: “ເຈົ້າມັກດຳເນີນວຽກງານຈາກສະຖານະຂອງຕຳແໜ່ງ ແລະ ບາງຄັ້ງເຈົ້າກໍຂີ້ຄ້ານ”, ຜູ້ຕໍ່ຕ້ານພຣະຄຣິສຮູ້ສຶກແນວໃດກ່ຽວກັບມັນ? (ພວກເຂົາບໍ່ຍອມຮັບມັນ.) ການບໍ່ຍອມຮັບມັນແມ່ນໜຶ່ງໃນທັດສະນະຄະຕິທີ່ພວກເຂົາມີ, ແຕ່ນັ້ນແມ່ນທັງໝົດບໍ? ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ຄົນທີ່ເວົ້າຄວາມຈິງນີ້ແມ່ນຫຍັງ? ພວກເຂົາຮູ້ສຶກລັງກຽດ ແລະ ບໍ່ມັກຄົນນັ້ນ. ຜູ້ຕໍ່ຕ້ານພຣະຄຣິສບາງຄົນເວົ້າກັບອ້າຍເອື້ອຍນ້ອງວ່າ: “ຂ້ອຍໄດ້ນໍາພາພວກເຈົ້າມາໄລຍະໜຶ່ງແລ້ວ. ກະລຸນາໃຫ້ທຸກຄົນບອກຄວາມຄິດເຫັນຂອງພວກເຈົ້າທີ່ມີຕໍ່ຂ້ອຍມາເບິ່ງ”. ທຸກຄົນຄິດວ່າ: “ໃນເມື່ອເຈົ້າຈິງໃຈຂະໜາດນັ້ນ, ພວກເຮົາກໍຈະໃຫ້ຄຳຕິຊົມແກ່ເຈົ້າ”. ບາງຄົນເວົ້າວ່າ: “ເຈົ້າຂ້ອນຂ້າງຈິງຈັງ ແລະ ດຸໝັ່ນໃນທຸກສິ່ງທີ່ເຈົ້າເຮັດ ແລະ ເຈົ້າກໍໄດ້ອົດທົນກັບຄວາມທົນທຸກຢ່າງຫຼວງຫຼາຍ. ພວກເຮົາແທບຈະທົນເບິ່ງມັນບໍ່ໄດ້ ແລະ ພວກເຮົາຮູ້ສຶກທຸກໃຈແທນເຈົ້າ. ເຮືອນຂອງພຣະເຈົ້າຄວນໃຊ້ຜູ້ນໍາແບບເຈົ້າໃຫ້ຫຼາຍຂຶ້ນ! ຖ້າພວກເຮົາຕ້ອງຊີ້ໃຫ້ເຫັນຂໍ້ບົກຜ່ອງ, ມັນກໍຄົງຈະເປັນການທີ່ເຈົ້າຈິງຈັງ ແລະ ດຸໝັ່ນເກີນໄປ. ຖ້າເຈົ້າເຮັດວຽກໜັກເກີນໄປ ແລະ ໝົດແຮງ, ເຈົ້າກໍຈະບໍ່ສາມາດເຮັດວຽກຕໍ່ໄປໄດ້, ແລ້ວພວກເຮົາຈະບໍ່ຈົບສິ້ນບໍ? ໃຜຈະນໍາພາພວກເຮົາ?” ເມື່ອຜູ້ຕໍ່ຕ້ານພຣະຄຣິສໄດ້ຍິນສິ່ງນີ້, ພວກເຂົາກໍຮູ້ສຶກພໍໃຈ. ພວກເຂົາຮູ້ວ່າມັນເປັນຄຳຕົວະ, ຮູ້ວ່າຄົນເຫຼົ່ານີ້ກຳລັງປະຈົບປະແຈງພວກເຂົາ, ແຕ່ພວກເຂົາກໍເຕັມໃຈທີ່ຈະຟັງມັນ. ຄວາມຈິງແລ້ວ, ຄົນທີ່ເວົ້າແບບນີ້ກຳລັງຫຼອກຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ຄືກັບຄົນໂງ່, ແຕ່ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ຍອມແກ້ງໂງ່ ດີກວ່າຈະເປີດເຜີຍທຳມະຊາດທີ່ແທ້ຈິງຂອງຄຳເວົ້າເຫຼົ່ານີ້. ຜູ້ຕໍ່ຕ້ານພຣະຄຣິສຮັກຄົນທີ່ປະຈົບປະແຈງພວກເຂົາແບບນີ້. ບຸກຄົນເຫຼົ່ານີ້ບໍ່ໄດ້ຍົກເອົາຄວາມຜິດ, ອຸປະນິໄສທີ່ເສື່ອມຊາມ ຫຼື ຂໍ້ບົກຜ່ອງຂອງຜູ້ຕໍ່ຕ້ານພຣະຄຣິສຂຶ້ນມາເວົ້າ. ແຕ່ພວກເຂົາກັບຍ້ອງຍໍ ແລະ ຍົກຍ້ອງພວກເຂົາຢ່າງລັບໆ. ເຖິງແມ່ນວ່າຈະເຫັນໄດ້ຢ່າງຊັດເຈນວ່າຄຳເວົ້າຂອງພວກເຂົາເປັນຄຳຕົວະ ແລະ ການຍົກຍໍປໍປັ້ນ, ແຕ່ຜູ້ຕໍ່ຕ້ານພຣະຄຣິສກໍຍອມຮັບຄຳເວົ້າເຫຼົ່ານີ້ດ້ວຍຄວາມຍິນດີ, ໂດຍເຫັນວ່າພວກມັນປອບໃຈ ແລະ ໜ້າພໍໃຈ. ສຳລັບຜູ້ຕໍ່ຕ້ານພຣະຄຣິສ, ຄຳເວົ້າເຫຼົ່ານີ້ດີກວ່າການໄດ້ຊີມອາຫານທີ່ແຊບຊ້ອຍທີ່ສຸດ. ຫຼັງຈາກທີ່ໄດ້ຍິນຄຳເວົ້າເຫຼົ່ານີ້, ພວກເຂົາກໍຮູ້ສຶກພໍໃຈໃນຕົວເອງ. ສິ່ງນີ້ສະແດງໃຫ້ເຫັນຫຍັງ? ມັນສະແດງໃຫ້ເຫັນວ່າມີອຸປະນິໄສບາງຢ່າງພາຍໃນຜູ້ຕໍ່ຕ້ານພຣະຄຣິສທີ່ຮັກຄຳຕົວະ. ສົມມຸດວ່າຄົນໃດຄົນໜຶ່ງບອກພວກເຂົາວ່າ: “ເຈົ້າອວດດີເກີນໄປ ແລະ ເຈົ້າປະຕິບັດຕໍ່ຜູ້ຄົນຢ່າງບໍ່ຍຸຕິທຳ. ເຈົ້າດີຕໍ່ຜູ້ທີ່ສະໜັບສະໜູນເຈົ້າ, ແຕ່ຖ້າຄົນໃດຄົນໜຶ່ງຮັກສາໄລຍະຫ່າງຈາກເຈົ້າ ຫຼື ບໍ່ປະຈົບປະແຈງເຈົ້າ, ເຈົ້າກໍດູຖູກ ແລະ ບໍ່ສົນໃຈພວກເຂົາ”. ຄຳເວົ້າເຫຼົ່ານີ້ບໍ່ແມ່ນຄຳເວົ້າທີ່ຈິງໃຈບໍ? (ແມ່ນແລ້ວ.) ຜູ້ຕໍ່ຕ້ານພຣະຄຣິສຮູ້ສຶກແນວໃດຫຼັງຈາກທີ່ໄດ້ຍິນສິ່ງນີ້? ພວກເຂົາກາຍເປັນຄົນທີ່ບໍ່ມີຄວາມສຸກ. ພວກເຂົາບໍ່ຢາກໄດ້ຍິນມັນ ແລະ ພວກເຂົາກໍບໍ່ສາມາດຍອມຮັບມັນໄດ້. ພວກເຂົາພະຍາຍາມຊອກຫາຂໍ້ແກ້ຕົວ ແລະ ເຫດຜົນເພື່ອອະທິບາຍສິ່ງຕ່າງໆ ແລະ ເຮັດໃຫ້ສິ່ງຕ່າງໆ ຜ່ານໄປດ້ວຍດີ. ສຳລັບຜູ້ທີ່ຍົກຍໍປໍປັ້ນຜູ້ຕໍ່ຕ້ານພຣະຄຣິສຕໍ່ໜ້າຢູ່ສະເໝີ, ຜູ້ທີ່ເວົ້າຄຳເວົ້າທີ່ຟັງມ່ວນຫູຢູ່ສະເໝີເພື່ອຍ້ອງຍໍພວກເຂົາຢ່າງລັບໆ ແລະ ເຖິງຂັ້ນຫຼອກລວງພວກເຂົາຢ່າງຊັດເຈນດ້ວຍຄຳເວົ້າຂອງພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສບໍ່ເຄີຍສືບສວນຄົນເຫຼົ່ານີ້ເລີຍ. ແຕ່ຜູ້ຕໍ່ຕ້ານພຣະຄຣິສກັບໃຊ້ພວກເຂົາເປັນບຸກຄົນສຳຄັນ. ພວກເຂົາເຖິງຂັ້ນແຕ່ງຕັ້ງຄົນທີ່ເວົ້າຕົວະເປັນປະຈຳໃຫ້ຢູ່ໃນຕຳແໜ່ງທີ່ສຳຄັນ, ມອບໝາຍໃຫ້ພວກເຂົາປະຕິບັດໜ້າທີ່ທີ່ສຳຄັນ ແລະ ມີກຽດບາງຢ່າງ, ໃນຂະນະທີ່ຈັດແຈງໃຫ້ຜູ້ທີ່ເວົ້າຢ່າງຊື່ສັດຢູ່ສະເໝີ ແລະ ລາຍງານບັນຫາເລື້ອຍໆ ໃຫ້ໄປປະຕິບັດໜ້າທີ່ຂອງພວກເຂົາໃນຕຳແໜ່ງທີ່ບໍ່ຄ່ອຍມີໃຜເຫັນ, ເພື່ອປ້ອງກັນບໍ່ໃຫ້ພວກເຂົາເຂົ້າເຖິງຜູ້ນໍາລະດັບສູງ ຫຼື ປ້ອງກັນບໍ່ໃຫ້ເປັນທີ່ຮູ້ຈັກ ຫຼື ໃກ້ຊິດກັບຄົນສ່ວນໃຫຍ່. ມັນບໍ່ສຳຄັນວ່າຄົນເຫຼົ່ານີ້ຈະມີຄວາມສາມາດພິເສດສໍ່າໃດ ຫຼື ພວກເຂົາສາມາດປະຕິບັດໜ້າທີ່ຫຍັງໄດ້ໃນເຮືອນຂອງພຣະເຈົ້າ, ຜູ້ຕໍ່ຕ້ານພຣະຄຣິສບໍ່ສົນໃຈສິ່ງທັງໝົດນັ້ນ. ພວກເຂົາສົນໃຈພຽງແຕ່ວ່າໃຜສາມາດໃຊ້ການຫຼອກລວງ ແລະ ໃຜທີ່ເປັນປະໂຫຍດຕໍ່ພວກເຂົາ; ບຸກຄົນເຫຼົ່ານີ້ຄືຜູ້ທີ່ພວກເຂົາແຕ່ງຕັ້ງໃຫ້ຢູ່ໃນຕຳແໜ່ງທີ່ສຳຄັນ, ໂດຍບໍ່ຄຳນຶງເຖິງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າແມ່ນແຕ່ໜ້ອຍດຽວ.
ຜູ້ຕໍ່ຕ້ານພຣະຄຣິສຮັກການຫຼອກລວງ ແລະ ຄຳຕົວະ. ຕົວຢ່າງ: ສົມມຸດວ່າຄຣິສຕະຈັກທີ່ພວກເຂົາຮັບຜິດຊອບບໍ່ໄດ້ໃສ່ໃຈວຽກງານພຣະກິດຕິຄຸນເລີຍ ແລະ ບໍ່ໄດ້ສຸມໃສ່ການຝຶກຝົນຜູ້ຄົນໃຫ້ເທດສະໜາພຣະກິດຕິຄຸນ ແລະ ຜົນກໍຄື ວຽກງານພຣະກິດຕິຄຸນໄດ້ຮັບຜົນທີ່ບໍ່ດີ ແລະ ໄດ້ຮັບຜູ້ຄົນພຽງເລັກນ້ອຍ. ເຖິງຢ່າງໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສຢ້ານວ່າຜູ້ຄົນອາດຈະລາຍງານສະຖານະການຕົວຈິງ. ພວກເຂົາກຽດຊັງທຸກຄົນທີ່ເວົ້າຢ່າງຊື່ສັດ ແລະ ມັກຜູ້ທີ່ສາມາດເວົ້າຕົວະໄດ້, ໃຊ້ການຫຼອກລວງ ແລະ ປົກປິດຂໍ້ມູນທີ່ເສຍປຽບທັງໝົດໄວ້. ແລ້ວຄຳເວົ້າແບບໃດທີ່ຜູ້ຕໍ່ຕ້ານພຣະຄຣິສມັກຟັງທີ່ສຸດ? “ທຸກຄົນທີ່ເທດສະໜາພຣະກິດຕິຄຸນໃນຄຣິສຕະຈັກຂອງພວກເຮົາລ້ວນແຕ່ມີຄວາມສາມາດໃນການເປັນພະຍານ ແລະ ແຕ່ລະຄົນກໍເປັນຜູ້ຊ່ຽວຊານໃນການເທດສະໜາພຣະກິດຕິຄຸນ”. ຄຳເວົ້າເຫຼົ່ານີ້ບໍ່ໄດ້ມີເຈດຕະນາທີ່ຈະຫຼອກລວງຜູ້ຄົນບໍ? ແຕ່ຜູ້ຕໍ່ຕ້ານພຣະຄຣິສມັກຟັງສິ່ງດັ່ງກ່າວ. ຜູ້ຕໍ່ຕ້ານພຣະຄຣິສຕອບສະໜອງແນວໃດຫຼັງຈາກທີ່ໄດ້ຍິນສິ່ງນີ້? ພວກເຂົາເວົ້າວ່າ: “ດີຫຼາຍ, ຜົນຂອງວຽກງານພຣະກິດຕິຄຸນຂອງຄຣິສຕະຈັກພວກເຮົາກໍດີຂຶ້ນເລື້ອຍໆ, ມັນດີກວ່າຂອງຄຣິສຕະຈັກອື່ນໆຫຼາຍ. ຜູ້ຄົນທີ່ເທດສະໜາພຣະກິດຕິຄຸນໃນຄຣິສຕະຈັກຂອງພວກເຮົາລ້ວນແຕ່ເປັນຜູ້ຊ່ຽວຊານໃນດ້ານນີ້”. ຜູ້ຕໍ່ຕ້ານພຣະຄຣິສ ແລະ ຜູ້ທີ່ປະຈົບປະແຈງພວກເຂົາຕ່າງກໍຍ້ອງຍໍກັນແລະກັນໃນລັກສະນະນີ້ ແລະ ຜູ້ຕໍ່ຕ້ານພຣະຄຣິສກໍບໍ່ເປີດໂປງການປະຈົບປະແຈງທີ່ໜ້າດ້ານຂອງພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິສເຮັດວຽກໃນລັກສະນະນີ້: ເມື່ອຜູ້ທີ່ຢູ່ພາຍໃຕ້ການບັງຄັບບັນຊາຂອງພວກເຂົາຫຼອກລວງພວກເຂົາ, ພວກເຂົາກໍເຕັມໃຈທີ່ຈະຖືກຫຼອກ. ຜູ້ຕໍ່ຕ້ານພຣະຄຣິສພຽງແຕ່ຫຼອກລວງໄປວັນໆດ້ວຍວິທີນີ້. ຖ້າຄົນໃດຄົນໜຶ່ງຮູ້ສະຖານະການຕົວຈິງ ແລະ ກ້າວອອກມາເວົ້າວ່າ: “ສິ່ງນີ້ບໍ່ຖືກຕ້ອງ. ໃນບັນດາ 10 ຄົນທີ່ພວກເຮົາໄດ້ເທດສະໜາພຣະກິດຕິຄຸນໃຫ້, ພວກເຮົາໄດ້ກຳນົດແລ້ວວ່າສອງຄົນໃນນັ້ນບໍ່ຍອມຮັບຄວາມຈິງ ແລະ ພວກເຂົາກໍໄດ້ເຊົາສຶກສາແລ້ວ. ມີພຽງແຕ່ສາມຄົນໃນອີກແປດຄົນທີ່ເຫຼືອເທົ່ານັ້ນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ. ໃຫ້ພວກເຮົາເຮັດສຸດຄວາມສາມາດເພື່ອພາສາມຄົນນັ້ນເຂົ້າມາ”. ເມື່ອຄວາມເປັນຈິງຂອງສະຖານະການຖືກເປີດໂປງ, ຜູ້ຕໍ່ຕ້ານພຣະຄຣິສມີປະຕິກິລິຍາແນວໃດ? ພວກເຂົາຄິດວ່າ: “ຂ້ອຍບໍ່ຮູ້ເລື່ອງເຫຼົ່ານັ້ນ!” ເມື່ອຄົນໃດຄົນໜຶ່ງເວົ້າຢ່າງຊື່ສັດກ່ຽວກັບສະຖານະການຕົວຈິງຂອງສິ່ງຕ່າງໆທີ່ຜູ້ຕໍ່ຕ້ານພຣະຄຣິສບໍ່ຮູ້, ພວກເຂົາເຫັນດີ ຫຼື ບໍ່ເຫັນດີກັບຄົນນັ້ນ, ພວກເຂົາມີຄວາມສຸກ ຫຼື ບໍ່ມີຄວາມສຸກ? ພວກເຂົາບໍ່ມີຄວາມສຸກ. ເປັນຫຍັງພວກເຂົາຈຶ່ງບໍ່ມີຄວາມສຸກ? ພວກເຂົາເປັນຜູ້ນໍາ, ແຕ່ພວກເຂົາກັບບໍ່ຮູ້ ແລະ ບໍ່ເຂົ້າໃຈລາຍລະອຽດ ແລະ ຂໍ້ເທັດຈິງກ່ຽວກັບວຽກງານຂອງຄຣິສຕະຈັກ, ພວກເຂົາເຖິງຂັ້ນຕ້ອງການໃຫ້ຜູ້ທີ່ຮູ້ເລື່ອງມາອະທິບາຍທຸກຢ່າງໃຫ້ພວກເຂົາຟັງ. ເມື່ອຜູ້ທີ່ເຂົ້າໃຈສະຖານະການ ແລະ ເວົ້າຢ່າງຊື່ສັດຊີ້ແຈງເລື່ອງເຫຼົ່ານີ້, ຄວາມຮູ້ສຶກທຳອິດຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງ? ພວກເຂົາຮູ້ສຶກວ່າພວກເຂົາເສຍໜ້າຢ່າງສິ້ນເຊີງ ແລະ ກຽດສັກສີຂອງພວກເຂົາກໍກຳລັງຈະຕົກຕໍ່າລົງ. ດ້ວຍທຳມະຊາດທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາຈະເຮັດຫຍັງ? ຄວາມກຽດຊັງຈະເກີດຂຶ້ນພາຍໃນພວກເຂົາ ແລະ ພວກເຂົາຈະຄິດວ່າ: “ບັກປາກບອນນີ້! ຖ້າເຈົ້າບໍ່ເວົ້າອອກມາ, ເລື່ອງນີ້ກໍຄົງຈະຜ່ານໄປໂດຍທີ່ບໍ່ມີໃຜສັງເກດເຫັນ. ຍ້ອນເຈົ້າແທ້ໆ, ທຸກຄົນຈຶ່ງຮູ້ເລື່ອງນີ້ ແລະ ພວກເຂົາກໍອາດຈະເລີ່ມນັບຖືເຈົ້າແທນທີ່ຈະເປັນຂ້ອຍ. ສິ່ງນີ້ບໍ່ໄດ້ເຮັດໃຫ້ຂ້ອຍເບິ່ງຄືວ່າບໍ່ມີຄວາມສາມາດ, ຄືກັບວ່າຂ້ອຍບໍ່ໄດ້ເຮັດວຽກງານຕົວຈິງບໍ? ຂ້ອຍຈະຈື່ເຈົ້າໄວ້. ເຈົ້າເວົ້າຄວາມຈິງ, ທ້າທາຍ ແລະ ຕໍ່ຕ້ານຂ້ອຍທຸກບາດກ້າວ. ຂ້ອຍຈະເຮັດໃຫ້ເຈົ້າເສຍໃຈຢ່າງແນ່ນອນ!” ລອງຄິດເບິ່ງວ່າ ພວກເຂົາເບິ່ງຜູ້ທີ່ເຮັດວຽກຢ່າງມີສະຕິ, ຜູ້ທີ່ເວົ້າຢ່າງຊື່ສັດ ແລະ ຜູ້ທີ່ປະຕິບັດໜ້າທີ່ຂອງຕົນຢ່າງຈົງຮັກພັກດີແນວໃດ? ພວກເຂົາເບິ່ງຄົນເຫຼົ່ານັ້ນວ່າເປັນສັດຕູ. ນີ້ບໍ່ແມ່ນການບິດເບືອນຂໍ້ເທັດຈິງບໍ? ພວກເຂົາບໍ່ພຽງແຕ່ລົ້ມເຫຼວທີ່ຈະຮ່ວມມື ແລະ ແກ້ໄຂຄວາມຜິດພາດທີ່ກ່ຽວຂ້ອງກັບວຽກງານຂອງພວກເຂົາໂດຍທັນທີເທົ່ານັ້ນ, ແຕ່ພວກເຂົາຍັງສືບຕໍ່ລະເລີຍໜ້າທີ່ຂອງພວກເຂົາອີກດ້ວຍ. ພວກເຂົາເຖິງຂັ້ນກຽດຊັງຜູ້ທີ່ເວົ້າຄວາມຈິງ ແລະ ຜູ້ທີ່ລະມັດລະວັງ ແລະ ມີຄວາມຮັບຜິດຊອບໃນວຽກງານຂອງພວກເຂົາ. ພວກເຂົາອາດຈະພະຍາຍາມທໍລະມານຄົນເຫຼົ່ານັ້ນດ້ວຍຊໍ້າ. ນີ້ບໍ່ແມ່ນພຶດຕິກຳຂອງຜູ້ຕໍ່ຕ້ານພຣະຄຣິສບໍ? (ແມ່ນແລ້ວ.) ນີ້ແມ່ນອຸປະນິໄສປະເພດໃດ? ນີ້ຄືຄວາມຊົ່ວຊ້າ. ຄວາມຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສຖືກເປີດໂປງໃນລັກສະນະນີ້. ເມື່ອໃດກໍຕາມທີ່ຄົນຊື່ສັດປາກົດຕົວຂຶ້ນ, ເມື່ອໃດກໍຕາມທີ່ຄົນໃດຄົນໜຶ່ງເວົ້າຄຳເວົ້າທີ່ຊື່ສັດ ແລະ ເປັນຄວາມຈິງ ແລະ ເມື່ອໃດກໍຕາມທີ່ຄົນໃດຄົນໜຶ່ງຍຶດໝັ້ນໃນຫຼັກການ ແລະ ສືບສວນທຳມະຊາດທີ່ແທ້ຈິງຂອງເລື່ອງນັ້ນ, ຜູ້ຕໍ່ຕ້ານພຣະຄຣິສກໍຮູ້ສຶກລັງກຽດ ແລະ ກຽດຊັງພວກເຂົາ ແລະ ທຳມະຊາດທີ່ຊົ່ວຊ້າຂອງພວກເຂົາກໍລະເບີດອອກມາ ແລະ ເປີດເຜີຍຕົວມັນເອງ. ເມື່ອໃດກໍຕາມທີ່ມີການຫຼອກລວງ ແລະ ເມື່ອໃດກໍຕາມທີ່ມີການເວົ້າຕົວະ, ຜູ້ຕໍ່ຕ້ານພຣະຄຣິສກໍຈະດີໃຈ, ເພີດເພີນໄປກັບມັນ ແລະ ເຖິງຂັ້ນລືມຕົວ. ມີຜູ້ໃດໃນພວກເຈົ້າເຄີຍອ່ານ “ເສື້ອຄຸມໃໝ່ຂອງອົງຈັກກະພັດ” ບໍ? ພຶດຕິກຳຂອງຜູ້ຕໍ່ຕ້ານພຣະຄຣິສມີລັກສະນະທີ່ຄ້າຍຄືກັນໃນລະດັບໃດໜຶ່ງ. ໃນເລື່ອງນັ້ນ, ອົງຈັກກະພັດໄດ້ຍ່າງແຫ່ຂະບວນໂດຍເປືອຍກາຍຢູ່ຕາມຖະໜົນ ແລະ ຜູ້ຄົນນັບພັນກໍຮ້ອງຂຶ້ນວ່າ: “ເສື້ອຄຸມໃໝ່ຂອງອົງຈັກກະພັດຊ່າງງົດງາມແທ້ໆ! ອົງຈັກກະພັດເບິ່ງສະງ່າຜ່າເຜີຍຫຼາຍ! ອົງຈັກກະພັດຊ່າງຍິ່ງໃຫຍ່ແທ້ໆ! ເສື້ອຄຸມໃໝ່ຂອງອົງຈັກກະພັດຊ່າງວິເສດແທ້ໆ!” ທຸກຄົນກຳລັງເວົ້າຕົວະ. ອົງຈັກກະພັດຮູ້ບໍ? ພຣະອົງເປືອຍກາຍລ້ອນຈ້ອນ, ພຣະອົງຈະບໍ່ຮູ້ຄວາມຈິງທີ່ວ່າພຣະອົງບໍ່ໄດ້ນຸ່ງເຄື່ອງຫຍັງເລີຍໄດ້ແນວໃດ? ສິ່ງນີ້ເອີ້ນວ່າຄວາມໂງ່ຈ້າ. ສະນັ້ນ, ຜູ້ຕໍ່ຕ້ານພຣະຄຣິສທີ່ຊົ່ວຊ້າເຫຼົ່ານີ້, ເຖິງແມ່ນວ່າຈະແຝງຊົ່ວ ແລະ ເລ່ຫຼ່ຽມ, ແຕ່ກໍຂາດສະຕິປັນຍາ. ເປັນຫຍັງເຮົາຈຶ່ງເວົ້າວ່າພວກເຂົາຂາດສະຕິປັນຍາ? ມັນເປັນຍ້ອນວ່າພວກເຂົາເປັນຄືກັບອົງຈັກກະພັດທີ່ເປືອຍກາຍຄົນນັ້ນ. ພຣະອົງບໍ່ມີຄວາມສາມາດໃນການແຍກແຍະຄຳເວົ້າທີ່ມີເຈດຕະນາຫຼອກລວງພຣະອົງ. ພຣະອົງເຖິງຂັ້ນສາມາດຍ່າງໄປຍ່າງມາໂດຍເປືອຍກາຍ, ເປີດເຜີຍຄວາມຂີ້ຮ້າຍຂອງຕົນເອງ. ນີ້ບໍ່ແມ່ນຄວາມໂງ່ຈ້າບໍ? ສະນັ້ນ, ສິ່ງທີ່ຄວາມຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສມັກຈະເປີດເຜີຍແມ່ນຫຍັງ? ມັນຄືຄວາມໂງ່ຈ້າຂອງພວກເຂົາ.
ຍ້ອນວ່າຜູ້ຕໍ່ຕ້ານພຣະຄຣິສມີທຳມະຊາດທີ່ຊົ່ວຊ້າ, ຍ້ອນວ່າພວກເຂົາຮັກການຫຼອກລວງ ແລະ ຄຳຕົວະ ແຕ່ບໍ່ມັກຄວາມຊື່ສັດ ແລະ ຍ້ອນວ່າພວກເຂົາລັງກຽດຄຳເວົ້າທີ່ຈິງໃຈ, ສະນັ້ນ ໃນຄຣິສຕະຈັກທີ່ຢູ່ພາຍໃຕ້ການປົກຄອງຂອງຜູ້ຕໍ່ຕ້ານພຣະຄຣິສ, ບຸກຄົນທີ່ຊື່ສັດ ຫຼື ຜູ້ທີ່ກຳລັງໄລ່ຕາມທີ່ຈະເປັນຄົນຊື່ສັດ, ຜູ້ທີ່ປະຕິບັດຄວາມຈິງ ແລະ ບໍ່ຕ້ອງການຫຼອກລວງ ຫຼື ເວົ້າຕົວະ ມັກຈະຖືກທໍລະມານ. ມັນບໍ່ເປັນແບບນັ້ນບໍ? ຍິ່ງເຈົ້າເວົ້າຄວາມຈິງຫຼາຍເທົ່າໃດ, ຜູ້ຕໍ່ຕ້ານພຣະຄຣິສກໍຈະຍິ່ງທໍລະມານເຈົ້າຫຼາຍເທົ່ານັ້ນ ແລະ ຍິ່ງເຈົ້າເວົ້າຄວາມຈິງຫຼາຍເທົ່າໃດ, ພວກເຂົາກໍຈະຍິ່ງບໍ່ມັກເຈົ້າຫຼາຍເທົ່ານັ້ນ. ໃນທາງກົງກັນຂ້າມ, ຜູ້ທີ່ປະຈົບປະແຈງ ແລະ ຫຼອກລວງພວກເຂົາກັບໄດ້ຮັບຄວາມໂປດປານ ແລະ ເປັນທີ່ມັກໃນສາຍຕາຂອງພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິສບໍ່ຊົ່ວຊ້າບໍ? ມີຜູ້ຕໍ່ຕ້ານພຣະຄຣິສທີ່ຊົ່ວຊ້າແບບນັ້ນຢູ່ອ້ອມຕົວພວກເຈົ້າບໍ? ພວກເຈົ້າເຄີຍພົບພໍ້ພວກເຂົາບໍ? ພວກເຂົາບໍ່ອະນຸຍາດໃຫ້ຜູ້ຄົນເວົ້າຄວາມຈິງ; ຜູ້ໃດກໍຕາມທີ່ເວົ້າຄວາມຈິງກໍຈະຖືກປິດປາກ. ຖ້າເຈົ້າສາມາດເວົ້າຕົວະ ແລະ ເວົ້າສອດຄ່ອງກັບສິ່ງທີ່ພວກເຂົາເວົ້າຈົນກາຍເປັນຜູ້ສົມຮູ້ຮ່ວມຄິດຂອງພວກເຂົາ, ແລ້ວພວກເຂົາກໍຈະບໍ່ເປັນສັດຕູຂອງເຈົ້າອີກຕໍ່ໄປ. ຖ້າເຈົ້າຍັງຍືນຍັນທີ່ຈະເວົ້າຄວາມຈິງ ແລະ ຈັດການເລື່ອງຕ່າງໆຕາມຫຼັກການຄວາມຈິງ, ບໍ່ຊ້າກໍໄວ ພວກເຂົາກໍຈະທໍລະມານເຈົ້າ. ມີຜູ້ໃດໃນພວກເຈົ້າເຄີຍຖືກທໍລະມານບໍ? ພຽງຍ້ອນວ່າເຈົ້າເປີດໂປງການກະທຳທີ່ຊົ່ວຮ້າຍຂອງຜູ້ນໍາປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສ, ເຈົ້າຈຶ່ງຖືກທໍລະມານ ແລະ ໃນທີ່ສຸດ ເຈົ້າກໍຖືກທໍລະມານຈົນເຖິງຂັ້ນທີ່ເຈົ້າບໍ່ກ້າເວົ້າຫຍັງເລີຍ ເຖິງແມ່ນວ່າເຈົ້າຢາກເວົ້າກໍຕາມ. ເລື່ອງນີ້ເຄີຍເກີດຂຶ້ນບໍ? ການເວົ້າຄວາມຈິງ ແລະ ການລາຍງານບັນຫາໄດ້ນຳເຈົ້າໄປສູ່ການຖືກທໍລະມານ. ໃນຄຣິສຕະຈັກຕ່າງໆ, ມີຜູ້ໃດໃນພວກເຈົ້າເຄີຍຖືກທໍລະມານຍ້ອນການລາຍງານບັນຫາບໍ? ຖ້າຄົນທີ່ເວົ້າຕົວະ ແລະ ຫຼອກລວງຄຣິສຕະຈັກຖືກລິຮານ, ພວກເຂົາກຳລັງຖືກທໍລະມານບໍ? (ບໍ່.) ນີ້ແມ່ນການລົງວິໄນຕາມປົກກະຕິ; ມັນບໍ່ຄືກັນກັບການທໍລະມານ. ສິ່ງນີ້ເກີດຂຶ້ນຍ້ອນວ່າເຈົ້າລະເລີຍຄວາມຮັບຜິດຊອບຂອງເຈົ້າ, ເຈົ້າລະເມີດຫຼັກການ ແລະ ເຈົ້າກະທຳດ້ວຍເຈດຕະນາທີ່ຜິດ, ເວົ້າຕົວະ ແລະ ຫຼອກລວງ, ເຊິ່ງນຳໄປສູ່ການຖືກລິຮານ. ສະນັ້ນ, ຕໍ່ໜ້າພຣະເຈົ້າ, ເຈົ້າຈະບໍ່ຕ້ອງແບກຮັບຜົນສະທ້ອນໃດໆຈາກການເວົ້າຄວາມຈິງ. ເຖິງຢ່າງໃດກໍຕາມ, ຕໍ່ໜ້າຊາຕານ ແລະ ຜູ້ຕໍ່ຕ້ານພຣະຄຣິສ, ເຈົ້າຕ້ອງລະມັດລະວັງຫຼາຍຂຶ້ນ. ສິ່ງນີ້ສະທ້ອນໃຫ້ເຫັນເຖິງຄຳເວົ້າທີ່ວ່າ: “ການຢູ່ໃກ້ກັບພຣະລາຊາກໍອັນຕະລາຍຄືກັບການນອນຢູ່ກັບເສືອ”. ເມື່ອເຈົ້າເວົ້າກັບພວກເຂົາ, ເຈົ້າຕ້ອງຄຳນຶງເຖິງອາລົມຂອງພວກເຂົາຢູ່ສະເໝີ, ປະເມີນຄວາມສຸກຂອງພວກເຂົາ ແລະ ເບິ່ງວ່າສີໜ້າຂອງພວກເຂົາເສົ້າໝອງ ຫຼື ສົດໃສ, ຈາກນັ້ນຈຶ່ງຕັດສິນໃຈວ່າຈະເວົ້າຫຍັງເພື່ອໃຫ້ສອດຄ່ອງກັບຄວາມຄິດຂອງພວກເຂົາ. ຕົວຢ່າງ: ຖ້າຜູ້ຕໍ່ຕ້ານພຣະຄຣິສເວົ້າວ່າ: “ມື້ນີ້ຝົນຈະບໍ່ຕົກບໍ?” ເຈົ້າຕ້ອງເວົ້າວ່າ: “ພະຍາກອນອາກາດບອກວ່າ ມື້ນີ້ຝົນຈະຕົກ”. ໃນຄວາມເປັນຈິງແລ້ວ, ເມື່ອຜູ້ຕໍ່ຕ້ານພຣະຄຣິສເວົ້າວ່າ ມື້ນີ້ຝົນອາດຈະຕົກ, ມັນເປັນຍ້ອນວ່າລາວບໍ່ຢາກອອກໄປປະຕິບັດໜ້າທີ່ຂອງລາວ. ຖ້າເຈົ້າເວົ້າວ່າ: “ພະຍາກອນອາກາດບອກວ່າ ມື້ນີ້ແດດຈະອອກ”, ລາວກໍຈະໃຈຮ້າຍ. ເຈົ້າຈະຕ້ອງຟ້າວເວົ້າວ່າ: “ໂອ້, ຂ້ອຍເວົ້າຜິດ. ມື້ນີ້ຝົນຈະຕົກ”. ຜູ້ຕໍ່ຕ້ານພຣະຄຣິສເວົ້າວ່າ: “ເຈົ້າຫາກໍເວົ້າວ່າ ຝົນຈະບໍ່ຕົກ. ຕອນນີ້ເຈົ້າເວົ້າວ່າຝົນຈະຕົກໄດ້ແນວໃດ?” ເຈົ້າກໍຈະຕ້ອງຕອບວ່າ: “ພຽງຍ້ອນວ່າແດດອອກຕອນນີ້ ບໍ່ໄດ້ໝາຍຄວາມວ່າມັນຈະເປັນແບບນັ້ນຕໍ່ໄປ. ດັ່ງທີ່ຄົນບູຮານໄດ້ກ່າວໄວ້ວ່າ: ‘ທ້ອງຟ້າກໍມີພາຍຸທີ່ບໍ່ຄາດຄິດ’. ພະຍາກອນອາກາດບໍ່ໄດ້ຖືກຕ້ອງສະເໝີໄປ, ແຕ່ການພິພາກສາຂອງເຈົ້າຖືກຕ້ອງທີ່ສຸດ!” ເມື່ອຜູ້ຕໍ່ຕ້ານພຣະຄຣິສໄດ້ຍິນສິ່ງນີ້, ລາວກໍຮູ້ສຶກພໍໃຈ ແລະ ຍ້ອງຍໍເຈົ້າວ່າເປັນຄົນມີເຫດຜົນ. ພວກເຈົ້າເຄີຍປະພຶດຕົນແບບນີ້ບໍ? ພວກເຈົ້າເຄີຍເຮັດ, ແມ່ນບໍ? ພວກເຈົ້າສາມາດເຮັດສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສມັກຈະເຮັດ, ບໍ່ອະນຸຍາດໃຫ້ຜູ້ຄົນເວົ້າຄວາມຈິງ ແລະ ທໍລະມານຜູ້ໃດກໍຕາມທີ່ເຮັດເຊັ່ນນັ້ນໄດ້ບໍ? ພວກເຈົ້າທຸກຄົນບໍ່ເຄີຍເບິ່ງລະຄອນໃນວັງບໍ? ຄວາມສຳພັນລະຫວ່າງຈັກກະພັດກັບຂຸນນາງຂອງພຣະອົງໃນລາຊະສຳນັກເປັນແນວໃດ? ຄວາມສຳພັນຂອງພວກເຂົາອາດຈະອະທິບາຍບໍ່ໄດ້ງ່າຍໆໃນປະໂຫຍກດຽວ, ແຕ່ມັນມີປະກົດການໜຶ່ງໃນທ່າມກາງພວກເຂົາ, ນັ້ນກໍຄື ຈັກກະພັດບໍ່ໄດ້ເຊື່ອຄຳເວົ້າຂອງຜູ້ໃດຕາມຄວາມໝາຍໜ້າຕົວອັກສອນ. ພຣະອົງວິເຄາະ ແລະ ກວດສອບທຸກສິ່ງທີ່ຂຸນນາງຂອງພຣະອົງເວົ້າ, ບໍ່ເຄີຍຖືວ່າມັນເປັນຄວາມຈິງ. ນີ້ຄືຫຼັກການຂອງພຣະອົງໃນການຟັງຂຸນນາງຂອງພຣະອົງເວົ້າ. ສ່ວນຂຸນນາງ, ພວກເຂົາຕ້ອງມີທັກສະໃນການຟັງຄວາມໝາຍທີ່ແອບແຝງ. ຕົວຢ່າງ: ເມື່ອຈັກກະພັດເວົ້າວ່າ: “ເສນາບໍດີ ຫວັງ ໄດ້ກ່າວເຖິງບາງຢ່າງໃນມື້ນີ້” ແລະ ອື່ນໆ, ທຸກຄົນຟັງສິ່ງນີ້ ແລະ ຄິດວ່າ: “ຈັກກະພັດເບິ່ງຄືວ່າຢາກເລື່ອນຕຳແໜ່ງໃຫ້ເສນາບໍດີ ຫວັງ, ແຕ່ພຣະອົງຢ້ານທີ່ສຸດວ່າຜູ້ຄົນຈະສ້າງພັກພວກ, ສະແຫວງຫາຜົນປະໂຫຍດສ່ວນຕົວ ແລະ ກໍ່ການກະບົດ, ສະນັ້ນ ຂ້ອຍຈຶ່ງບໍ່ສາມາດສະໜັບສະໜູນເສນາບໍດີ ຫວັງ ຢ່າງເປີດເຜີຍໄດ້. ຂ້ອຍຕ້ອງວາງຕົວໃຫ້ເປັນກາງ, ບໍ່ຕໍ່ຕ້ານ ແລະ ບໍ່ສະໜັບສະໜູນລາວ, ເພື່ອໃຫ້ຈັກກະພັດບໍ່ສາມາດແຍກແຍະເຈດຕະນາທີ່ແທ້ຈິງຂອງຂ້ອຍໄດ້, ແຕ່ຂ້ອຍກໍບໍ່ໄດ້ຕໍ່ຕ້ານຄວາມປະສົງຂອງຈັກກະພັດເຊັ່ນກັນ”. ເຈົ້າເຫັນບໍ, ໃນຄວາມຄິດຂອງພວກເຂົາ, ແມ່ນແຕ່ຄຳເວົ້າດຽວກໍກ່ຽວຂ້ອງກັບຄວາມຄິດຫຼາຍຢ່າງ, ດ້ວຍຄວາມຄົດລ້ຽວຊັບຊ້ອນຍິ່ງກວ່າທາງງູ. ຄວາມໝາຍຫຼັກຂອງສິ່ງທີ່ພວກເຂົາເວົ້າຍັງຄົງເຂົ້າໃຈຍາກ, ຖືກປົກຄຸມດ້ວຍຄວາມບໍ່ຊັດເຈນ. ມັນຕ້ອງໃຊ້ປະສົບການທີ່ສະສົມມາຫຼາຍປີເພື່ອວິເຄາະວ່າຄຳເວົ້າໃດເປັນຄວາມຈິງ ຫຼື ຄວາມຕົວະ ແລະ ເຈົ້າຕ້ອງຕີຄວາມໝາຍຂອງເຈດຕະນາຂອງພວກເຂົາ ໂດຍອີງໃສ່ວິທີທີ່ພວກເຂົາປະພຶດ ແລະ ເວົ້າຕາມປົກກະຕິ. ສະຫຼຸບແລ້ວ, ບໍ່ມີຄຳເວົ້າທີ່ຈິງໃຈແມ່ນແຕ່ຄຳດຽວໃນການເວົ້າຂອງພວກເຂົາ ແລະ ທຸກສິ່ງທີ່ພວກເຂົາເວົ້າກໍລ້ວນແຕ່ເປັນຄຳຕົວະ. ບົດສົນທະນາຂອງທຸກຄົນ, ບໍ່ວ່າຈະເປັນຜູ້ທີ່ມີຕຳແໜ່ງຕໍ່າກວ່າ ຫຼື ສູງກວ່າ, ລ້ວນແຕ່ມີລັກສະນະການເວົ້າຂອງຕົນເອງ. ພວກເຂົາເວົ້າຈາກຈຸດຢືນຂອງຕົນເອງ, ແຕ່ສິ່ງທີ່ພວກເຂົາເວົ້າບໍ່ແມ່ນຄວາມໝາຍຕາມຕົວອັກສອນທີ່ເຈົ້າເຄີຍໄດ້ຍິນເລີຍ, ມັນເປັນພຽງຄຳຕົວະ. ຄຳຕົວະເກີດຂຶ້ນໄດ້ແນວໃດ? ກໍຍ້ອນວ່າຜູ້ຄົນແບກຮັບເຈດຕະນາ, ຈຸດປະສົງ ແລະ ແຮງຈູງໃຈບາງຢ່າງເຂົ້າໄປໃນຄຳເວົ້າ ແລະ ການກະທຳຂອງພວກເຂົາ, ເມື່ອພວກເຂົາເວົ້າ, ພວກເຂົາຈຶ່ງລະມັດລະວັງກັບຄຳເວົ້າ ແລະ ຄວາມໝາຍແອບແຝງຂອງຄຳເວົ້າຂອງພວກເຂົາ, ພວກເຂົາເວົ້າແບບວົນໄປວົນມາ ແລະ ພວກເຂົາມີວິທີການເວົ້າຂອງຕົນເອງ. ເມື່ອພວກເຂົາມີວິທີການ, ມັນຍັງເປັນຄຳເວົ້າທີ່ຈິງໃຈຢູ່ບໍ? ບໍ່, ມັນບໍ່ແມ່ນ. ຄຳເວົ້າຂອງພວກເຂົາມີຄວາມໝາຍຫຼາຍຊັ້ນ, ເປັນການປະສົມປະສານລະຫວ່າງຄວາມຈິງ ແລະ ຄວາມຕົວະ, ບາງຢ່າງຈິງ, ບາງຢ່າງຕົວະ ແລະ ບາງຢ່າງມີເຈດຕະນາທີ່ຈະຫຼອກລວງ. ບໍ່ວ່າໃນກໍລະນີໃດກໍຕາມ, ພວກເຂົາບໍ່ມີຄວາມຈິງໃຈ. ຈົ່ງຍົກຕົວຢ່າງເລື່ອງເສນາບໍດີ ຫວັງ ທີ່ຫາກໍກ່າວເຖິງນັ້ນ. ມີຄົນຕໍ່ຕ້ານເສນາບໍດີ ຫວັງ ຢ່າງເປີດເຜີຍໃນລາຊະສຳນັກ. ການຕໍ່ຕ້ານຂອງລາວບໍ່ໄດ້ປາກົດໃຫ້ເຫັນວ່າເປັນຄວາມຈິງ ຫຼື ຄວາມຕົວະໃນທັນທີ. ເຈົ້າຕ້ອງເບິ່ງຕໍ່ໄປ. ໃນສາກຕໍ່ໄປ, ລາວກຳລັງດື່ມເຫຼົ້າຢູ່ໃນຫ້ອງຮັບແຂກລັບໃນເຮືອນຂອງເສນາບໍດີ ຫວັງ. ປາກົດວ່າທັງສອງຄົນກຳລັງເຮັດວຽກຮ່ວມກັນ. ຖ້າເຈົ້າເບິ່ງພຽງແຕ່ສາກທີ່ຄົນນີ້ຕໍ່ຕ້ານເສນາບໍດີ ຫວັງ, ເຈົ້າຈະເຫັນໄດ້ແນວໃດວ່າທັງສອງຄົນກຳລັງເຮັດວຽກຮ່ວມກັນ? ເປັນຫຍັງລາວຈຶ່ງຕໍ່ຕ້ານລາວ? ກໍເພື່ອຫຼີກລ່ຽງຄວາມສົງໄສ ແລະ ໃຊ້ສິ່ງນີ້ເພື່ອເຮັດໃຫ້ຈັກກະພັດຫຼຸດການປ້ອງກັນຕົວລົງ, ປ້ອງກັນບໍ່ໃຫ້ພຣະອົງສົງໄສວ່າພວກເຂົາກຳລັງສົມຮູ້ຮ່ວມຄິດກັນ. ນີ້ບໍ່ແມ່ນຍຸດທະວິທີບໍ? (ແມ່ນແລ້ວ, ມັນແມ່ນ.) ຄົນເຫຼົ່ານີ້ອາໄສຢູ່ໃນວົງການນັ້ນ ບ່ອນທີ່ພວກເຂົາບໍ່ກ້າເວົ້າຄວາມຈິງແມ່ນແຕ່ຄຳດຽວ. ຖ້າການເວົ້າຕົວະທຸກມື້ເປັນເລື່ອງທີ່ເມື່ອຍຫຼາຍ, ເປັນຫຍັງພວກເຂົາຈຶ່ງບໍ່ອອກໄປ? ພວກເຂົາເຖິງຂັ້ນໄປຢ້ຽມຢາມຂຸມຝັງສົບຂອງຄູ່ຕໍ່ສູ້ທີ່ເສຍຊີວິດໄປແລ້ວ, ມັນແມ່ນແນວໃດກັນແທ້? ພວກເຂົາພຽງແຕ່ຮັກທີ່ຈະຕໍ່ສູ້ກັບຄົນອື່ນ; ຖ້າບໍ່ມີການຕໍ່ສູ້, ພວກເຂົາກໍຮູ້ສຶກວ່າຊີວິດໜ້າເບື່ອ. ຖ້າບໍ່ມີການຕໍ່ສູ້, ພວກເຂົາກໍຄິດວ່າຊີວິດນີ້ຮຽບງ່າຍເກີນໄປ. ດ້ວຍແຜນການ ແລະ ກົນອຸບາຍທັງໝົດເຫຼົ່ານີ້ໃນໃຈຂອງພວກເຂົາ ແຕ່ບໍ່ມີບ່ອນໃຫ້ໃຊ້, ພວກເຂົາຈຶ່ງຕ້ອງການຄູ່ແຂ່ງເພື່ອຕໍ່ສູ້, ເພື່ອເບິ່ງວ່າໃຜເໜືອກວ່າ. ນັ້ນຄືຕອນທີ່ພວກເຂົາຮູ້ສຶກວ່າຊີວິດຂອງພວກເຂົາມີຄຸນຄ່າ. ຖ້າຄູ່ຕໍ່ສູ້ຂອງພວກເຂົາເສຍຊີວິດ, ພວກເຂົາກໍຮູ້ສຶກວ່າບໍ່ມີຄວາມໝາຍຫຍັງເຫຼືອຢູ່ໃນຊີວິດຂອງພວກເຂົາ. ບອກເຮົາມາເບິ່ງ, ຄົນແບບນີ້ສາມາດປ່ຽນແປງໄດ້ບໍ? (ບໍ່, ພວກເຂົາບໍ່ສາມາດ.) ນີ້ຄືທຳມະຊາດຂອງພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິສມີທຳມະຊາດແບບນີ້: ພວກເຂົາຕໍ່ສູ້ກັບຄົນອື່ນ ແລະ ກັບຜູ້ນໍາ ແລະ ຜູ້ເຮັດວຽກທຸກມື້. ພວກເຂົາເຖິງຂັ້ນຕໍ່ສູ້ກັບພຣະເຈົ້າ, ເວົ້າຕົວະ ແລະ ຫຼອກລວງທຸກມື້, ຂັດຂວາງ ແລະ ລົບກວນວຽກງານຂອງເຮືອນຂອງພຣະເຈົ້າ. ພວກເຂົາບໍ່ສາມາດນັ່ງຢູ່ຊື່ໆໄດ້ແມ່ນແຕ່ວິນາທີດຽວ. ພວກເຂົາບໍ່ສາມາດຍອມຮັບຄວາມຈິງໄດ້, ບໍ່ວ່າຈະໂອ້ລົມກັບພວກເຂົາແນວໃດກໍຕາມ. ເຊັ່ນດຽວກັນກັບມັງກອນແດງທີ່ຍິ່ງໃຫຍ່, ພວກເຂົາຈະບໍ່ຍອມຢຸດຈົນກວ່າພວກເຂົາຈະຖືກທຳລາຍຢ່າງສິ້ນເຊີງ.
ຜູ້ຕໍ່ຕ້ານພຣະຄຣິສບໍ່ມັກຜູ້ທີ່ເວົ້າຄວາມຈິງ, ພວກເຂົາບໍ່ມັກຄົນຊື່ສັດ. ພວກເຂົາມັກການຫຼອກລວງ ແລະ ຄຳເວົ້າຕົວະ. ແລ້ວທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະເຈົ້າແມ່ນຫຍັງ? ຕົວຢ່າງ: ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ການທີ່ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນເປັນຄົນຊື່ສັດແມ່ນຫຍັງ? ຢ່າງທຳອິດ, ພວກເຂົາຖືວ່າຄວາມຈິງນີ້ໜ້າດູໝິ່ນ. ຄວາມສາມາດຂອງພວກເຂົາໃນການດູໝິ່ນສິ່ງທີ່ເປັນບວກນັ້ນຊີ້ໃຫ້ເຫັນເຖິງບັນຫາຂອງພວກເຂົາຢ່າງແທ້ຈິງ ແລະ ມັນໄດ້ພິສູດແລ້ວວ່າທໍາມະຊາດຂອງພວກເຂົານັ້ນຊົ່ວຊ້າ. ເຖິງຢ່າງໃດກໍຕາມ, ນີ້ບໍ່ແມ່ນພາບທີ່ຄົບຖ້ວນ ຫຼື ພາບລວມທັງໝົດ. ເມື່ອເຈາະເລິກລົງໄປອີກ, ຜູ້ຕໍ່ຕ້ານພຣະຄຣິສເຂົ້າໃຈຂໍ້ຮຽກຮ້ອງຂອງພຣະເຈົ້າທີ່ໃຫ້ຜູ້ຄົນເປັນຄົນຊື່ສັດແນວໃດ? ພວກເຂົາອາດຈະເວົ້າວ່າ “ການເປັນຄົນຊື່ສັດ, ການເວົ້າກັບພຣະເຈົ້າກ່ຽວກັບທຸກສິ່ງ, ການບອກພຣະອົງທຸກຢ່າງ ແລະ ການແບ່ງປັນທຸກສິ່ງທຸກຢ່າງຢ່າງເປີດເຜີຍກັບອ້າຍເອື້ອຍນ້ອງ, ນັ້ນບໍ່ໄດ້ໝາຍຄວາມວ່າຂ້ອຍສູນເສຍກຽດສັກສີບໍ? ມັນໝາຍຄວາມວ່າບໍ່ມີກຽດສັກສີ, ບໍ່ມີຄວາມເປັນຕົວເອງ ແລະ ແນ່ນອນວ່າບໍ່ມີຄວາມເປັນສ່ວນຕົວ. ສິ່ງນີ້ຮ້າຍແຮງຫຼາຍ; ນີ້ແມ່ນຄວາມຈິງປະເພດໃດ?” ພວກເຂົາບໍ່ໄດ້ເບິ່ງມັນແບບນີ້ບໍ? ຜູ້ຕໍ່ຕ້ານພຣະຄຣິສບໍ່ພຽງແຕ່ຖືວ່າພຣະທຳຂອງພຣະເຈົ້າ ແລະ ຂໍ້ຮຽກຮ້ອງຂອງພຣະເຈົ້າກ່ຽວກັບການເປັນຄົນຊື່ສັດນັ້ນໜ້າດູໝິ່ນຢູ່ໃນສ່ວນເລິກຂອງຫົວໃຈຂອງພວກເຂົາເທົ່ານັ້ນ, ແຕ່ພວກເຂົາອາດຈະກ່າວໂທດມັນອີກດ້ວຍ. ຖ້າພວກເຂົາສາມາດກ່າວໂທດມັນໄດ້, ພວກເຂົາຈະສາມາດເປັນຄົນຊື່ສັດໄດ້ບໍ? ບໍ່ໄດ້ຢ່າງແນ່ນອນ, ພວກເຂົາບໍ່ສາມາດເປັນຄົນຊື່ສັດໄດ້ຢ່າງແນ່ນອນ. ປະຕິກິລິຍາຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງເມື່ອພວກເຂົາເຫັນບາງຄົນຍອມຮັບວ່າພວກເຂົາໄດ້ເວົ້າຕົວະ? ຈາກສ່ວນເລິກຂອງຫົວໃຈຂອງພວກເຂົາ, ພວກເຂົາຢຽບຢາມ ແລະ ເຍາະເຍີ້ຍພຶດຕິກຳດັ່ງກ່າວ. ພວກເຂົາເຊື່ອວ່າຄົນທີ່ພະຍາຍາມເປັນຄົນຊື່ສັດນັ້ນໂງ່ຈ້າເກີນໄປ. ມັນບໍ່ຊົ່ວຊ້າບໍທີ່ພວກເຂົາກຳນົດວ່າຄົນຊື່ສັດເປັນຄົນໂງ່? (ແມ່ນແລ້ວ, ມັນຊົ່ວຊ້າ.) ສິ່ງນີ້ຊົ່ວຊ້າ. ພວກເຂົາຄິດວ່າ “ໃຜເວົ້າຄວາມຈິງໃນສັງຄົມທຸກມື້ນີ້? ພຣະເຈົ້າຂໍໃຫ້ເຈົ້າເປັນຄົນຊື່ສັດ ແລະ ເຈົ້າກໍພະຍາຍາມເປັນຄົນຊື່ສັດແທ້ໆ, ເຈົ້າເຖິງຂັ້ນເວົ້າຢ່າງຊື່ສັດກ່ຽວກັບເລື່ອງດັ່ງກ່າວ. ເຈົ້າຈັ່ງແມ່ນໂງ່ຈ້າຢ່າງບໍ່ໜ້າເຊື່ອແທ້ໆ!” ການດູໝິ່ນທີ່ພວກເຂົາຮູ້ສຶກຕໍ່ຄົນຊື່ສັດໃນສ່ວນເລິກຂອງຫົວໃຈຂອງພວກເຂົາພິສູດວ່າ ພວກເຂົາກ່າວໂທດ ແລະ ລັງກຽດຄວາມຈິງນີ້ ແລະ ພວກເຂົາກໍບໍ່ຍອມຮັບ ແລະ ບໍ່ອ່ອນນ້ອມຕໍ່ມັນ. ນີ້ບໍ່ແມ່ນຄວາມຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ຄວາມຈິງນີ້ເປັນສິ່ງທີ່ເປັນບວກຢ່າງຊັດເຈນ ແລະ ເປັນດ້ານໜຶ່ງຂອງການດໍາເນີນຊີວິດທີ່ເປັນຄວາມເປັນມະນຸດປົກກະຕິທີ່ຜູ້ຄົນຄວນມີໃນແງ່ຂອງການປະພຶດຕົນຂອງພວກເຂົາ ແຕ່ຜູ້ຕໍ່ຕ້ານພຣະຄຣິສກ່າວໂທດມັນ. ສິ່ງນີ້ຊົ່ວຊ້າ. ໃນຄຣິສຕະຈັກ, ມັກຈະມີຄົນທີ່ຈົບລົງດ້ວຍການຖືກ “ລິຮານ” ໂດຍຜູ້ນໍາບາງຄົນ ຍ້ອນວ່າພວກເຂົາລາຍງານບັນຫາ ຫຼື ອະທິບາຍສະພາບການທີ່ແທ້ຈິງຕໍ່ເບື້ອງເທິງ, ພວກເຂົາກໍຖືກທໍລະມານ. ບາງຄັ້ງ ເມື່ອເບື້ອງເທິງຖາມກ່ຽວກັບສະຖານະການໃນຄຣິສຕະຈັກ, ຜູ້ນໍາບາງຄົນກໍລາຍງານພຽງແຕ່ສິ່ງທີ່ເປັນບວກ ແລະ ຍົກເວັ້ນສິ່ງທີ່ເປັນລົບ. ເມື່ອບາງຄົນໄດ້ຍິນວ່າການລາຍງານຂອງຜູ້ນໍາເຫຼົ່ານີ້ບໍ່ກົງກັບຄວາມຈິງ ແລະ ຂໍໃຫ້ພວກເຂົາເວົ້າຄວາມຈິງ, ຜູ້ນໍາເຫຼົ່ານີ້ກໍກີດກັນພວກເຂົາອອກໄປ ແລະ ຂັດຂວາງບໍ່ໃຫ້ພວກເຂົາເວົ້າຄວາມຈິງ. ບາງຄົນບໍ່ຍອມຮັບວິທີການເຮັດສິ່ງຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາຄິດວ່າ “ຍ້ອນວ່າເຈົ້າບໍ່ຍອມເວົ້າຢ່າງຊື່ສັດ, ຂ້ອຍຈະບໍ່ປະຕິບັດຕໍ່ເຈົ້າຄືກັບຜູ້ນໍາ. ຂ້ອຍຈະເວົ້າຄວາມຈິງຕໍ່ເບື້ອງເທິງ. ຂ້ອຍບໍ່ຢ້ານວ່າພວກເຂົາຈະລິຮານຂ້ອຍ”. ສະນັ້ນ, ພວກເຂົາຈຶ່ງລາຍງານສະຖານະການທີ່ແທ້ຈິງຕໍ່ເບື້ອງເທິງຢ່າງຊື່ສັດ. ເມື່ອພວກເຂົາເຮັດແບບນີ້, ມັນກໍເປີດໂປງທຸກຢ່າງໃນຄຣິສຕະຈັກ. ເປັນຍ້ອນຫຍັງ? ຍ້ອນວ່າຄົນເຫຼົ່ານີ້ໄດ້ເປີດໂປງຄວາມຈິງກ່ຽວກັບຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານັ້ນ, ພວກເຂົາໄດ້ເປີດໂປງສະພາບການທີ່ແທ້ຈິງ. ຜູ້ຕໍ່ຕ້ານພຣະຄຣິສເຫັນດີກັບສິ່ງນີ້ບໍ? ພວກເຂົາສາມາດທົນມັນໄດ້ບໍ? ພວກເຂົາຈະບໍ່ປ່ອຍຄົນທີ່ລາຍງານບັນຫານັ້ນໄປຢ່າງແນ່ນອນ. ຜູ້ຕໍ່ຕ້ານພຣະຄຣິສຈະເຮັດຫຍັງ? ບໍ່ດົນຫຼັງຈາກນັ້ນ, ພວກເຂົາກໍຮຽກປະຊຸມກ່ຽວກັບເລື່ອງນີ້, ພວກເຂົາຂໍໃຫ້ຜູ້ຄົນສົນທະນາກ່ຽວກັບມັນ ແລະ ສັງເກດເບິ່ງປະຕິກິລິຍາຂອງພວກເຂົາ. ຄົນສ່ວນໃຫຍ່ ເຊິ່ງຖືກຊັກຈູງໄດ້ງ່າຍ ກໍພິຈາລະນາເລື່ອງດັ່ງກ່າວ ແລະ ຄິດວ່າ “ມີຄົນລາຍງານຄວາມຈິງ ແລະ ຕອນນີ້ຜູ້ນໍາຄົນນີ້ກໍຕົກຢູ່ໃນອັນຕະລາຍ. ພວກເຮົາບໍ່ໄດ້ລາຍງານສິ່ງທີ່ເກີດຂຶ້ນ, ຖ້າເບື້ອງເທິງຕັດສິນໃຈລົງໂທດຜູ້ນໍາຄົນນີ້, ພວກເຮົາຈະບໍ່ພອຍເດືອດຮ້ອນໄປນຳບໍ?” ສະນັ້ນ, ຄົນເຫຼົ່ານີ້ຈຶ່ງຊອກຫາວິທີທີ່ຈະປົກປ້ອງຜູ້ນໍາ ແລະ ຜົນກໍຄື ຄົນທີ່ລາຍງານຄວາມຈິງກາຍເປັນຄົນທີ່ຖືກແຍກໃຫ້ຢູ່ໂດດດ່ຽວ. ດ້ວຍວິທີນີ້, ຜູ້ຕໍ່ຕ້ານພຣະຄຣິສກໍສາມາດເຮັດຕາມໃຈມັກ ເພາະວ່າບໍ່ວ່າພວກເຂົາຈະເຮັດສິ່ງທີ່ຊົ່ວຮ້າຍຫຍັງກໍຕາມ ກໍບໍ່ມີໃຜກ້າລາຍງານສະຖານະການຕໍ່ເບື້ອງເທິງ ແລະ ດ້ວຍເຫດນີ້ ພວກເຂົາຈຶ່ງບັນລຸເປົ້າໝາຍຂອງພວກເຂົາ. ສະນັ້ນ, ສຳລັບບາງຄົນ, ການລາຍງານສະຖານະການຕໍ່ເບື້ອງເທິງຈຶ່ງມີຄວາມຫຍຸ້ງຍາກຕົວຈິງຫຼາຍຢ່າງ. ພວກເຂົາຮູ້ຄວາມຈິງ ແຕ່ຜູ້ຕໍ່ຕ້ານພຣະຄຣິສຕ້ອງການປິດປາກພວກເຂົາສະເໝີ. ຍ້ອນຄວາມຢ້ານກົວ ແລະ ຄວາມຂີ້ຢ້ານ, ພວກເຂົາຈຶ່ງປະນີປະນອມ ແລະ ໃນການເຮັດເຊັ່ນນັ້ນ, ພວກເຂົາບໍ່ໄດ້ຕົກເປັນເຫຍື່ອຂອງການບີບບັງຄັບຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ໃນທີ່ສຸດ, ເມື່ອຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ຖືກເປີດເຜີຍ ແລະ ຖືກໄລ່ອອກ, ເຈົ້າຄິດວ່າຄົນທີ່ປະນີປະນອມຈະຮູ້ສຶກແນວໃດ? ພວກເຂົາຈະເສຍໃຈບໍ? (ແມ່ນແລ້ວ, ພວກເຂົາເສຍໃຈ.) ພວກເຂົາຮູ້ສຶກທັງຍິນດີ ແລະ ເສຍໃຈໂດຍຄິດວ່າ “ຖ້າຂ້ອຍຮູ້ວ່າເລື່ອງຈະຈົບລົງແບບນີ້, ຂ້ອຍກໍຈະບໍ່ຍອມແພ້. ຂ້ອຍຄວນເປີດໂປງພວກເຂົາ ແລະ ລາຍງານບັນຫາຂອງພວກເຂົາຕໍ່ໄປຈົນກວ່າພວກເຂົາຈະຖືກໄລ່ອອກ”. ແຕ່ຄົນສ່ວນໃຫຍ່ບໍ່ສາມາດເຮັດແບບນັ້ນໄດ້; ພວກເຂົາຂີ້ຢ້ານເກີນໄປ.
ຜູ້ຕໍ່ຕ້ານພຣະຄຣິສມັກການຫຼອກລວງ ແລະ ຄຳຕົວະ ແລະ ລັງກຽດຄວາມຊື່ສັດ; ນີ້ແມ່ນການສະແດງອອກທີ່ຊັດເຈນຢ່າງທຳອິດຂອງທຳມະຊາດທີ່ຊົ່ວຊ້າຂອງພວກເຂົາ. ເຈົ້າເຫັນບໍ, ບາງຄົນມັກເວົ້າໃນລັກສະນະທີ່ເຮັດໃຫ້ຜູ້ຄົນຈັບຕົ້ນຊົນປາຍບໍ່ຖືກ. ບາງຄັ້ງ ປະໂຫຍກຂອງພວກເຂົາມີຈຸດເລີ່ມຕົ້ນແຕ່ບໍ່ມີຈຸດຈົບ, ບາງຄັ້ງມີຈຸດຈົບແຕ່ບໍ່ມີຈຸດເລີ່ມຕົ້ນ. ເຈົ້າບໍ່ສາມາດບອກໄດ້ເລີຍວ່າພວກເຂົາໝາຍຄວາມວ່າແນວໃດ, ສິ່ງທີ່ພວກເຂົາເວົ້າບໍ່ມີຄວາມໝາຍຫຍັງເລີຍສຳລັບເຈົ້າ ແລະ ຖ້າເຈົ້າຂໍໃຫ້ພວກເຂົາອະທິບາຍຢ່າງຊັດເຈນ, ພວກເຂົາກໍຈະບໍ່ເຮັດ. ພວກເຂົາມັກຈະໃຊ້ຄຳແທນນາມໃນຄຳເວົ້າຂອງພວກເຂົາຢູ່ເລື້ອຍໆ. ຕົວຢ່າງ: ພວກເຂົາລາຍງານບາງຢ່າງ ແລະ ເວົ້າວ່າ: “ຜູ້ຊາຍຄົນນັ້ນ, ເອີ ລາວຄິດວ່າ ແລະ ຈາກນັ້ນອ້າຍເອື້ອຍນ້ອງກໍບໍ່ຄ່ອຍ...” ພວກເຂົາສາມາດເວົ້າຕໍ່ໄປໄດ້ເປັນເວລາຫຼາຍຊົ່ວໂມງ ແລະ ຍັງບໍ່ສະແດງຄວາມຄິດເຫັນຂອງຕົນເອງຢ່າງຊັດເຈນ, ເວົ້າຕິດໆຂັດໆ, ເວົ້າບໍ່ຈົບປະໂຫຍກ, ພຽງແຕ່ເປັ່ງຄຳເວົ້າດຽວບາງຄຳທີ່ບໍ່ມີການເຊື່ອມໂຍງກັນເລີຍ, ເຮັດໃຫ້ເຈົ້າບໍ່ເຂົ້າໃຈຫຍັງເລີຍຫຼັງຈາກທີ່ໄດ້ຟັງ ແລະ ເຖິງຂັ້ນກະວົນກະວາຍ. ຄວາມຈິງແລ້ວ, ພວກເຂົາໄດ້ຮຽນຮູ້ຫຼາຍ ແລະ ມີການສຶກສາທີ່ດີ, ແລ້ວເປັນຫຍັງພວກເຂົາຈຶ່ງບໍ່ສາມາດເປັ່ງປະໂຫຍກທີ່ສົມບູນອອກມາໄດ້? ນີ້ແມ່ນບັນຫາຂອງອຸປະນິໄສ. ພວກເຂົາກະຫຼ້ອນຫຼາຍຈົນຕ້ອງໃຊ້ຄວາມພະຍາຍາມຢ່າງໃຫຍ່ຫຼວງເພື່ອເວົ້າຄວາມຈິງແມ່ນແຕ່ເລັກນ້ອຍ. ມັນບໍ່ມີຈຸດສຸມໃນສິ່ງໃດສິ່ງໜຶ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເວົ້າ, ມັນມີຈຸດເລີ່ມຕົ້ນສະເໝີແຕ່ບໍ່ມີຈຸດຈົບ; ພວກເຂົາເວົ້າໂປ້ງອອກມາເຄິ່ງປະໂຫຍກ ແລ້ວກໍກືນອີກເຄິ່ງໜຶ່ງລົງໄປ ແລະ ພວກເຂົາກໍລອງໃຈຢູ່ສະເໝີ, ຍ້ອນວ່າພວກເຂົາບໍ່ຢາກໃຫ້ເຈົ້າເຂົ້າໃຈວ່າພວກເຂົາໝາຍຄວາມວ່າແນວໃດ, ພວກເຂົາຢາກໃຫ້ເຈົ້າຄາດເດົາ. ຖ້າພວກເຂົາບອກເຈົ້າໂດຍກົງ, ເຈົ້າກໍຈະຮູ້ວ່າພວກເຂົາກຳລັງເວົ້າຫຍັງ ແລະ ເບິ່ງພວກເຂົາອອກ, ແມ່ນບໍ? ພວກເຂົາບໍ່ຕ້ອງການແບບນັ້ນ. ພວກເຂົາຕ້ອງການຫຍັງ? ພວກເຂົາຢາກໃຫ້ເຈົ້າຄາດເດົາດ້ວຍຕົນເອງ ແລະ ພວກເຂົາຍິນດີທີ່ຈະປ່ອຍໃຫ້ເຈົ້າເຊື່ອວ່າສິ່ງທີ່ເຈົ້າຄາດເດົານັ້ນເປັນຄວາມຈິງ, ໃນກໍລະນີນັ້ນ ພວກເຂົາບໍ່ໄດ້ເວົ້າ, ດັ່ງນັ້ນ ພວກເຂົາຈຶ່ງບໍ່ຕ້ອງຮັບຜິດຊອບໃດໆ. ນອກຈາກນັ້ນ, ພວກເຂົາໄດ້ຮັບຫຍັງເມື່ອເຈົ້າບອກພວກເຂົາເຖິງການຄາດເດົາຂອງເຈົ້າວ່າຄວາມໝາຍຂອງພວກເຂົາແມ່ນຫຍັງ? ສິ່ງທີ່ເຈົ້າເວົ້າຄືສິ່ງທີ່ພວກເຂົາພະຍາຍາມດຶງອອກມາຈາກເຈົ້າຢ່າງແນ່ນອນ ແລະ ມັນບອກພວກເຂົາເຖິງຄວາມຄິດ ແລະ ມຸມມອງຂອງເຈົ້າກ່ຽວກັບເລື່ອງນັ້ນ. ຈາກນັ້ນ ພວກເຂົາກໍຈະເວົ້າແບບເລືອກເຟັ້ນ, ເລືອກສິ່ງທີ່ຈະເວົ້າ ແລະ ສິ່ງທີ່ບໍ່ຄວນເວົ້າ ແລະ ວິທີເວົ້າ ແລະ ຈາກນັ້ນພວກເຂົາກໍຈະດຳເນີນຂັ້ນຕອນຕໍ່ໄປໃນແຜນການຂອງພວກເຂົາ. ທຸກປະໂຫຍກຈົບລົງດ້ວຍກັບດັກ ແລະ ໃນຂະນະທີ່ເຈົ້າຟັງພວກເຂົາ, ຖ້າເຈົ້າສືບຕໍ່ເວົ້າປະໂຫຍກຂອງພວກເຂົາໃຫ້ຈົບ, ເຈົ້າກໍຈະຕົກຢູ່ໃນກັບດັກຢ່າງສົມບູນ. ພວກເຂົາເມື່ອຍບໍທີ່ຈະເວົ້າແບບນີ້ຕະຫຼອດ? ອຸປະນິໄສຂອງພວກເຂົາຊົ່ວຊ້າ, ພວກເຂົາບໍ່ຮູ້ສຶກເມື່ອຍ. ມັນເປັນເລື່ອງທຳມະຊາດຢ່າງສົມບູນສຳລັບພວກເຂົາ. ເປັນຫຍັງພວກເຂົາຈຶ່ງຕ້ອງການສ້າງກັບດັກເຫຼົ່ານີ້ໃຫ້ເຈົ້າ? ຍ້ອນວ່າພວກເຂົາບໍ່ສາມາດເຫັນມຸມມອງຂອງເຈົ້າໄດ້ຢ່າງຊັດເຈນ ແລະ ພວກເຂົາຢ້ານວ່າເຈົ້າຈະເບິ່ງທະລຸພວກເຂົາ. ໃນເວລາດຽວກັນທີ່ພວກເຂົາພະຍາຍາມຢຸດເຈົ້າຈາກການເຂົ້າໃຈພວກເຂົາ, ພວກເຂົາກໍພະຍາຍາມເຂົ້າໃຈເຈົ້າ. ພວກເຂົາຕ້ອງການດຶງມຸມມອງ, ຄວາມຄິດ ແລະ ວິທີການຂອງເຈົ້າອອກມາຈາກເຈົ້າ. ຖ້າພວກເຂົາປະສົບຜົນສຳເລັດ, ກັບດັກຂອງພວກເຂົາກໍໄດ້ຜົນ. ບາງຄົນຖ່ວງເວລາໂດຍມັກຈະເວົ້າວ່າ “ອືມ” ແລະ “ອາ”; ພວກເຂົາບໍ່ສະແດງມຸມມອງທີ່ສະເພາະເຈາະຈົງ. ຄົນອື່ນຖ່ວງເວລາໂດຍເວົ້າວ່າ “ແບບວ່າ” ແລະ “ກໍ...”, ປົກປິດສິ່ງທີ່ພວກເຂົາຄິດຢ່າງແທ້ຈິງ, ໃຊ້ສິ່ງນີ້ແທນສິ່ງທີ່ພວກເຂົາຢາກເວົ້າແທ້ໆ. ມັນມີຄໍາເຊື່ອມ, ຄໍາກິລິຍາວິເສດ ແລະ ຄໍາກິລິຍາຊ່ວຍທີ່ໄຮ້ປະໂຫຍດຫຼາຍຢ່າງໃນທຸກປະໂຫຍກຂອງພວກເຂົາ. ຖ້າເຈົ້າບັນທຶກຄຳເວົ້າຂອງພວກເຂົາ ແລະ ຂຽນມັນອອກມາ, ເຈົ້າກໍຈະຄົ້ນພົບວ່າມັນບໍ່ມີຄຳເວົ້າໃດເລີຍທີ່ເປີດເຜີຍມຸມມອງ ຫຼື ທັດສະນະຄະຕິຂອງພວກເຂົາກ່ຽວກັບເລື່ອງນັ້ນ. ຄຳເວົ້າທັງໝົດຂອງພວກເຂົາມີກັບດັກ, ການລໍ້ລວງໃຈ ແລະ ການຊັກຈູງເຊື່ອງຢູ່. ອຸປະນິໄສນີ້ແມ່ນຫຍັງ? (ຊົ່ວຊ້າ.) ຊົ່ວຊ້າຫຼາຍ! ມັນມີເລ່ກົນກ່ຽວຂ້ອງນຳບໍ? ກັບດັກ, ການລໍ້ລວງໃຈ ແລະ ການຊັກຈູງເຫຼົ່ານີ້ທີ່ພວກເຂົາສ້າງຂຶ້ນເອີ້ນວ່າເລ່ກົນ. ນີ້ແມ່ນລັກສະນະທົ່ວໄປຂອງຄົນທີ່ມີແກ່ນແທ້ທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ. ລັກສະນະທົ່ວໄປນີ້ສະແດງອອກແນວໃດ? ພວກເຂົາລາຍງານຂ່າວດີແຕ່ບໍ່ລາຍງານຂ່າວຮ້າຍ, ພວກເຂົາເວົ້າແຕ່ສິ່ງທີ່ຟັງແລ້ວມ່ວນຫູ, ພວກເຂົາເວົ້າຕະກຸກຕະກັກ, ພວກເຂົາເວົ້າແບບປິດບັງຄວາມໝາຍ, ພວກເຂົາເວົ້າສັບສົນ, ພວກເຂົາເວົ້າຄຸມເຄືອ ແລະ ຄຳເວົ້າຂອງພວກເຂົາມີການລໍ້ລວງໃຈ. ສິ່ງທັງໝົດເຫຼົ່ານີ້ລ້ວນແຕ່ເປັນກັບດັກ ແລະ ທັງໝົດນີ້ລ້ວນແຕ່ເປັນວິທີການຂອງການຫຼອກລວງ.
ຜູ້ຕໍ່ຕ້ານພຣະຄຣິສສ່ວນໃຫຍ່ສະແດງອອກເຖິງລັກສະນະເຫຼົ່ານີ້ ແລະ ເວົ້າ ແລະ ກະທຳໃນລັກສະນະນີ້. ພວກເຈົ້າຈະສາມາດແຍກແຍະສິ່ງນີ້ໄດ້ບໍ ຖ້າພວກເຈົ້າໄດ້ພົວພັນກັບພວກເຂົາເປັນເວລາດົນນານ? ພວກເຈົ້າຈະສາມາດເບິ່ງພວກເຂົາອອກໄດ້ບໍ? ຢ່າງທຳອິດ, ເຈົ້າຕ້ອງກຳນົດວ່າພວກເຂົາເປັນຄົນຊື່ສັດ ຫຼື ບໍ່. ບໍ່ວ່າພວກເຂົາຈະຮຽກຮ້ອງໃຫ້ຄົນອື່ນເປັນຄົນຊື່ສັດ ແລະ ເວົ້າຄວາມຈິງຫຼາຍປານໃດກໍຕາມ, ເຈົ້າຕ້ອງເບິ່ງວ່າຕົວພວກເຂົາເອງເປັນຄົນຊື່ສັດ ຫຼື ບໍ່, ພວກເຂົາກຳລັງພະຍາຍາມເປັນຄົນຊື່ສັດ ຫຼື ບໍ່ ແລະ ມຸມມອງ ແລະ ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ຄົນຊື່ສັດເປັນແນວໃດ. ຈົ່ງເບິ່ງວ່າພວກເຂົາລັງກຽດ, ກຽດຊັງ ແລະ ຈຳແນກຄົນຊື່ສັດໃນສ່ວນເລິກຂອງຫົວໃຈຂອງພວກເຂົາ ຫຼື ບໍ່ ຫຼື ວ່າໃນສ່ວນເລິກແລ້ວ ພວກເຂົາກໍຢາກເປັນຄົນຊື່ສັດເຊັ່ນກັນ, ແຕ່ພົບວ່າມັນຍາກ ແລະ ທ້າທາຍທີ່ຈະເຮັດເຊັ່ນນັ້ນ, ດັ່ງນັ້ນ ພວກເຂົາຈຶ່ງເຮັດບໍ່ໄດ້. ເຈົ້າຕ້ອງຊອກຫາວ່າສະຖານະການຂອງພວກເຂົາແມ່ນແບບໃດໃນບັນດາສິ່ງເຫຼົ່ານີ້. ເຈົ້າຈະສາມາດແຍກແຍະສິ່ງນີ້ໄດ້ບໍ? ໃນໄລຍະເວລາສັ້ນໆ, ເຈົ້າອາດຈະບໍ່ສາມາດເຮັດໄດ້ ເພາະວ່າຖ້າວິທີການທີ່ເຕັມໄປດ້ວຍເລ່ຫຼ່ຽມຂອງພວກເຂົາສະຫຼາດແຫຼມຄົມ, ເຈົ້າອາດຈະເບິ່ງພວກເຂົາບໍ່ອອກ. ເຖິງຢ່າງໃດກໍຕາມ, ເມື່ອເວລາຜ່ານໄປ, ທຸກຄົນກໍຈະສາມາດເບິ່ງພວກເຂົາອອກ; ພວກເຂົາບໍ່ສາມາດເຊື່ອງຄວາມຈິງກ່ຽວກັບຕົນເອງໄດ້ຕະຫຼອດໄປ. ມັນຄືກັບທີ່ມັງກອນແດງທີ່ຍິ່ງໃຫຍ່ມັກເວົ້າວ່າມັນ “ຮັບໃຊ້ປະຊາຊົນ” ແລະ “ເຮັດໜ້າທີ່ເປັນຜູ້ຮັບໃຊ້ປະຊາຊົນ”. ແຕ່ທຸກມື້ນີ້ ຍັງມີໃຜເຊື່ອວ່າມັນເປັນພັກຂອງປະຊາຊົນ? ຍັງມີໃຜເຊື່ອວ່າມັນຕັດສິນໃຈແທນປະຊາຊົນ? ບໍ່ມີໃຜເຊື່ອແບບນັ້ນອີກຕໍ່ໄປແລ້ວ, ແມ່ນບໍ? ໃນຕອນທຳອິດ, ປະຊາຊົນມີຄວາມຄາດຫວັງໃນແງ່ດີ, ໂດຍຄິດວ່າດ້ວຍພັກກອມມູນິດ, ພວກເຂົາຈະສາມາດປ່ຽນແປງໂຊກຊະຕາ ແລະ ກາຍເປັນເຈົ້ານາຍທີ່ຈະຮັບໃຊ້ປະຊາຊົນ ແລະ ເຮັດໜ້າທີ່ເປັນຜູ້ຮັບໃຊ້ຂອງພວກເຂົາ. ແຕ່ທຸກມື້ນີ້ ຍັງມີໃຜເຊື່ອຄຳເວົ້າມານຮ້າຍຂອງມັນ? ຕອນນີ້ຜູ້ຄົນປະເມີນມັນແນວໃດ? ມັນໄດ້ກາຍເປັນສັດຕູຂອງປະຊາຊົນໄປແລ້ວ. ແລ້ວມັນປ່ຽນຈາກການເປັນຜູ້ຮັບໃຊ້ປະຊາຊົນມາເປັນສັດຕູຂອງປະຊາຊົນໄດ້ແນວໃດ? ຜ່ານການກະທຳຂອງມັນ ແລະ ໂດຍການປຽບທຽບການກະທຳຂອງມັນກັບຄຳເວົ້າຂອງມັນ, ຜູ້ຄົນຈຶ່ງຄົ້ນພົບວ່າທຸກສິ່ງທີ່ມັນເວົ້າລ້ວນແຕ່ເປັນຄຳຕົວະທີ່ເລ່ຫຼ່ຽມ, ຈອມປອມ ແລະ ເປັນຄຳເວົ້າທີ່ມີເຈດຕະນາຍົກຍໍຕົວມັນເອງ. ມັນເວົ້າຄຳເວົ້າທີ່ຟັງແລ້ວມ່ວນຫູທີ່ສຸດ ແຕ່ເຮັດສິ່ງທີ່ຊົ່ວຮ້າຍທີ່ສຸດ. ຜູ້ຕໍ່ຕ້ານພຣະຄຣິສກໍເປັນແບບນີ້ເຊັ່ນກັນ. ຕົວຢ່າງ: ພວກເຂົາບອກອ້າຍເອື້ອຍນ້ອງວ່າ: “ພວກເຈົ້າຄວນປະຕິບັດໜ້າທີ່ຂອງພວກເຈົ້າຢ່າງຈົງຮັກພັກດີ, ຢ່າປ່ອຍໃຫ້ມັນປົນເປື້ອນດ້ວຍມົນທິນສ່ວນຕົວ”. ແຕ່ລອງຄິດເບິ່ງວ່າ ຕົວພວກເຂົາເອງປະຕິບັດໃນລັກສະນະນີ້ບໍ? ເມື່ອເຈົ້າແນະນຳບາງຢ່າງໃຫ້ພວກເຂົາ, ທັນທີທີ່ເຈົ້າພຽງແຕ່ເປີດເຜີຍຄວາມຄິດເຫັນຂອງເຈົ້າເລັກນ້ອຍ, ພວກເຂົາກໍຈະບໍ່ເຫັນດີນຳ ຫຼື ຍອມຮັບມັນ. ເມື່ອຜົນປະໂຫຍດສ່ວນຕົວຂອງພວກເຂົາຂັດກັບໜ້າທີ່ຂອງພວກເຂົາ ຫຼື ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ພວກເຂົາກໍຈະຍາດແຍ່ງເອົາຜົນປະໂຫຍດທຸກຈຸດທຸກເມັດ ແລະ ຈະບໍ່ຍອມເສຍປຽບແມ່ນແຕ່ໜ້ອຍດຽວ. ລອງຄິດເບິ່ງພຶດຕິກຳຂອງພວກເຂົາ, ແລ້ວປຽບທຽບມັນກັບສິ່ງທີ່ພວກເຂົາເວົ້າ. ເຈົ້າສັງເກດເຫັນຫຍັງ? ຄຳເວົ້າຂອງພວກເຂົາຟັງແລ້ວມ່ວນຫູ ແຕ່ລ້ວນແລ້ວແຕ່ເປັນຄວາມຈອມປອມທີ່ມີເຈດຕະນາຫຼອກລວງຜູ້ຄົນ. ເມື່ອພວກເຂົາວາງແຜນ ແລະ ຕໍ່ສູ້ເພື່ອຜົນປະໂຫຍດຂອງພວກເຂົາ, ພຶດຕິກຳຂອງພວກເຂົາ, ພ້ອມທັງເຈດຕະນາ, ວິທີການ ແລະ ຮູບແບບຂອງການກະທຳຂອງພວກເຂົາ ລ້ວນແລ້ວແຕ່ເປັນຂອງແທ້, ພວກມັນບໍ່ແມ່ນຂອງປອມ. ໂດຍອີງໃສ່ສິ່ງເຫຼົ່ານີ້, ເຈົ້າກໍຈະສາມາດໄດ້ຮັບຄວາມສາມາດໃນການແຍກແຍະບາງຢ່າງກ່ຽວກັບຜູ້ຕໍ່ຕ້ານພຣະຄຣິສ.
ຜູ້ຕໍ່ຕ້ານພຣະຄຣິສມັກຄຳເວົ້າຕົວະ ແລະ ການຫຼອກລວງ, ແລ້ວພວກເຂົາມັກຫຍັງອີກ? ພວກເຂົາມັກກົນລະຍຸດ, ກົນອຸບາຍ ແລະ ການວາງແຜນຮ້າຍ. ພວກເຂົາດຳເນີນການຕາມປັດຊະຍາຂອງຊາຕານ, ບໍ່ເຄີຍສະແຫວງຫາຄວາມຈິງ, ອາໄສຄຳເວົ້າຕົວະ ແລະ ການຫຼອກລວງໂດຍສິ້ນເຊີງ ແລະ ໃຊ້ກົນອຸບາຍ ແລະ ການວາງແຜນຮ້າຍ. ບໍ່ວ່າເຈົ້າຈະໂອ້ລົມກ່ຽວກັບຄວາມຈິງຢ່າງຊັດເຈນສໍ່າໃດກໍຕາມ, ເຖິງແມ່ນວ່າພວກເຂົາຈະງຶກຫົວຮັບຮູ້, ພວກເຂົາກໍຈະບໍ່ປະຕິບັດຕາມຫຼັກການຄວາມຈິງ. ໃນທາງກົງກັນຂ້າມ, ພວກເຂົາຈະລະດົມສະໝອງຂອງພວກເຂົາຢ່າງໜັກ ແລະ ກະທຳການໂດຍໃຊ້ກົນອຸບາຍ ແລະ ການວາງແຜນຮ້າຍ. ມັນບໍ່ສຳຄັນວ່າເຈົ້າຈະໂອ້ລົມກ່ຽວກັບຄວາມຈິງຢ່າງຊັດເຈນສໍ່າໃດ, ມັນເບິ່ງຄືວ່າພວກເຂົາບໍ່ສາມາດເຂົ້າໃຈມັນໄດ້; ພວກເຂົາພຽງແຕ່ເຮັດສິ່ງຕ່າງໆຕາມວິທີການທີ່ພວກເຂົາເຕັມໃຈຈະເຮັດ, ຕາມວິທີການທີ່ພວກເຂົາຢາກເຮັດ ແລະ ວິທີການໃດກໍຕາມທີ່ຢູ່ໃນຜົນປະໂຫຍດສ່ວນຕົວຂອງພວກເຂົາ. ພວກເຂົາເວົ້າຢ່າງຄ່ອງແຄ້ວ, ປິດບັງໃບໜ້າທີ່ແທ້ຈິງ ແລະ ທາດແທ້ຂອງພວກເຂົາ, ຫຼອກລວງ ແລະ ໃຊ້ເລ່ກົນກັບຜູ້ຄົນ ແລະ ເມື່ອຄົນອື່ນຫຼົງເຊື່ອ, ພວກເຂົາກໍຮູ້ສຶກພໍໃຈ ແລະ ຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາກໍໄດ້ຮັບການຕອບສະໜອງ. ນີ້ແມ່ນວິທີການ ແລະ ແນວທາງທີ່ສະໝໍ່າສະເໝີຂອງຜູ້ຕໍ່ຕ້ານພຣະຄຣິສ. ກ່ຽວກັບຄົນຊື່ສັດເຫຼົ່ານັ້ນທີ່ເວົ້າຢ່າງກົງໄປກົງມາ, ຄົນທີ່ເວົ້າຢ່າງຊື່ສັດ ແລະ ໂອ້ລົມຢ່າງເປີດເຜີຍກ່ຽວກັບຄວາມເປັນລົບ, ຄວາມອ່ອນແອ ແລະ ສະພາວະທີ່ກະບົດຂອງພວກເຂົາເອງ ແລະ ຄົນທີ່ເວົ້າຈາກໃຈ, ຜູ້ຕໍ່ຕ້ານພຣະຄຣິສຮູ້ສຶກລັງກຽດພວກເຂົາຢູ່ພາຍໃນໃຈ ແລະ ເລືອກປະຕິບັດພວກເຂົາ. ພວກເຂົາມັກຄົນທີ່ເວົ້າໃນລັກສະນະທີ່ຄົດໂກງ ແລະ ເລ່ຫຼ່ຽມ ແລະ ບໍ່ປະຕິບັດຄວາມຈິງ ຄືກັບທີ່ພວກເຂົາເຮັດ. ເມື່ອພວກເຂົາພົບກັບຄົນແບບນັ້ນ, ພວກເຂົາກໍຮູ້ສຶກດີໃຈໃນຫົວໃຈຂອງພວກເຂົາ, ຄືກັບວ່າພວກເຂົາໄດ້ພົບກັບຄົນທີ່ຄືກັບພວກເຂົາ. ພວກເຂົາບໍ່ກັງວົນອີກຕໍ່ໄປວ່າຄົນອື່ນຈະດີກວ່າພວກເຂົາ ຫຼື ສາມາດແຍກແຍະພວກເຂົາໄດ້. ນີ້ບໍ່ແມ່ນການສະແດງອອກຂອງທຳມະຊາດທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ມັນບໍ່ສາມາດສະແດງໃຫ້ເຫັນວ່າພວກເຂົາຊົ່ວຊ້າບໍ? (ແມ່ນແລ້ວ, ມັນສາມາດ.) ເປັນຫຍັງເລື່ອງເຫຼົ່ານີ້ຈຶ່ງສາມາດສະແດງໃຫ້ເຫັນວ່າຜູ້ຕໍ່ຕ້ານພຣະຄຣິສຊົ່ວຊ້າ? ສິ່ງທີ່ເປັນບວກ ແລະ ຄວາມຈິງແມ່ນສິ່ງທີ່ທຸກສິ່ງທີ່ຖືກສ້າງທີ່ມີເຫດຜົນ ແລະ ມີສະຕິຮູ້ສຶກຜິດຊອບຄວນຮັກ. ເຖິງຢ່າງໃດກໍຕາມ, ເມື່ອເວົ້າເຖິງຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາຖືວ່າສິ່ງທີ່ເປັນບວກເຫຼົ່ານີ້ເປັນສິ່ງທີ່ຂັດຫູຂັດຕາ ແລະ ເປັນໜາມຍອກເອິກ. ໃຜກໍຕາມທີ່ປະຕິບັດຕາມ ຫຼື ນໍາໃຊ້ມັນປະຕິບັດກໍຈະກາຍເປັນສັດຕູຂອງພວກເຂົາ ແລະ ພວກເຂົາກໍຈະເປັນປໍລະປັກຕໍ່ບຸກຄົນດັ່ງກ່າວ. ສິ່ງນີ້ບໍ່ຄ້າຍຄືກັບທຳມະຊາດຂອງຄວາມບໍ່ເປັນມິດຂອງຊາຕານທີ່ມີຕໍ່ໂຢບບໍ? (ແມ່ນແລ້ວ.) ມັນແມ່ນທຳມະຊາດດຽວກັນ, ອຸປະນິໄສດຽວກັນກັບຂອງຊາຕານ ແລະ ແກ່ນແທ້ດຽວກັນ. ທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສມີຕົ້ນກຳເນີດມາຈາກຊາຕານ ແລະ ພວກເຂົາກໍຖືກຈັດຢູ່ໃນປະເພດດຽວກັນກັບຊາຕານ. ສະນັ້ນ, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງຮ່ວມມືກັບຊາຕານ. ຄຳເວົ້ານີ້ຮຸນແຮງເກີນໄປບໍ? ບໍ່ເລີຍ; ມັນຖືກຕ້ອງທັງໝົດ. ເປັນຫຍັງ? ເພາະຜູ້ຕໍ່ຕ້ານພຣະຄຣິສບໍ່ຮັກສິ່ງທີ່ເປັນບວກ. ພວກເຂົາມີຄວາມສຸກກັບການໃຊ້ການຫຼອກລວງ, ພວກເຂົາມັກຄຳເວົ້າຕົວະ, ພາບລວງຕາ ແລະ ການທຳທ່າເຮັດ. ຖ້າຄົນໃດຄົນໜຶ່ງເປີດໂປງໃບໜ້າທີ່ແທ້ຈິງຂອງພວກເຂົາ, ພວກເຂົາຈະສາມາດອ່ອນນ້ອມ ແລະ ຍອມຮັບມັນດ້ວຍຄວາມປະຕິຍິນດີບໍ? ພວກເຂົາບໍ່ພຽງແຕ່ຈະບໍ່ຍອມຮັບມັນເທົ່ານັ້ນ, ພວກເຂົາຍັງຈະຕອບໂຕ້ດ້ວຍຄຳດູຖູກຢ່າງຕໍ່ເນື່ອງ. ຄົນທີ່ເວົ້າຄວາມຈິງ ຫຼື ເປີດໂປງໃບໜ້າທີ່ແທ້ຈິງຂອງພວກເຂົາຈະເຮັດໃຫ້ພວກເຂົາເດືອດດານ ແລະ ເຮັດໃຫ້ພວກເຂົາໃຈຮ້າຍເປັນຟືນເປັນໄຟ. ຕົວຢ່າງ: ອາດມີຜູ້ຕໍ່ຕ້ານພຣະຄຣິສຄົນໜຶ່ງທີ່ມີຄວາມຊຳນານໃນການທຳທ່າເຮັດ. ທຸກຄົນເບິ່ງວ່າພວກເຂົາເປັນຄົນດີ: ມີຄວາມຮັກ, ສາມາດເຫັນອົກເຫັນໃຈຜູ້ຄົນ, ສາມາດເຂົ້າໃຈຄວາມຫຍຸ້ງຍາກຂອງຄົນອື່ນ ແລະ ມັກຈະໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອຄົນທີ່ອ່ອນແອ ແລະ ເປັນລົບຢູ່ເລື້ອຍໆ. ເມື່ອໃດກໍຕາມທີ່ຄົນອື່ນມີຄວາມຫຍຸ້ງຍາກ, ພວກເຂົາກໍຈະສາມາດສະແດງການພິຈາລະນາ ແລະ ໃຫ້ອະໄພພວກເຂົາ. ໃນຫົວໃຈຂອງຜູ້ຄົນ, ຜູ້ຕໍ່ຕ້ານພຣະຄຣິສຄົນນີ້ຍິ່ງໃຫຍ່ກວ່າພຣະເຈົ້າ. ກ່ຽວກັບຄົນຜູ້ນີ້ທີ່ວາງຕົວເປັນຄົນມີຄຸນນະທຳ, ຖ້າເຈົ້າເປີດໂປງການທຳທ່າ ແລະ ການຕົ້ມຕຸ໋ນຂອງພວກເຂົາ, ຖ້າເຈົ້າບອກຄວາມຈິງແກ່ພວກເຂົາ, ພວກເຂົາຈະສາມາດຍອມຮັບໄດ້ບໍ? ພວກເຂົາບໍ່ພຽງແຕ່ຈະບໍ່ຍອມຮັບມັນເທົ່ານັ້ນ, ແຕ່ພວກເຂົາຈະເລີ່ມຍົກລະດັບການທຳທ່າ ແລະ ການຕົ້ມຕຸ໋ນຂອງພວກເຂົາຂຶ້ນ. ບອກເຮົາມາເບິ່ງ, ຖ້າເຈົ້າເປີດໂປງການຕົ້ມຕຸ໋ນຂອງພວກຟາຣີຊາຍ ເມື່ອພວກເຂົາຖືພຣະຄຳພີໄປຕາມມຸມຖະໜົນເພື່ອອະທິຖານ ແລະ ອ່ານໃຫ້ຄົນອື່ນຟັງ ແລະ ເຈົ້າບອກພວກເຂົາວ່າພວກເຂົາເຮັດເພື່ອເປັນການສະແດງ, ພວກເຂົາຈະສາລະພາບຕໍ່ສິ່ງທີ່ເຈົ້າເວົ້າບໍ? ພວກເຂົາຈະຍອມຮັບດ້ວຍຄວາມຍິນດີບໍ? ພວກເຂົາຈະໄຕ່ຕອງກ່ຽວກັບຄຳເວົ້າຂອງເຈົ້າບໍ? ພວກເຂົາຈະຍອມຮັບບໍວ່າສິ່ງທີ່ພວກເຂົາເຮັດນັ້ນແມ່ນການຕົ້ມຕຸ໋ນ ແລະ ການຫຼອກລວງ? ພວກເຂົາຈະໄຕ່ຕອງ, ກັບໃຈ ແລະ ບໍ່ເຮັດແບບນີ້ອີກບໍ? ບໍ່ຢ່າງແນ່ນອນ. ຖ້າເຈົ້າເວົ້າຕໍ່ໄປວ່າ “ການກະທຳຂອງເຈົ້າກຳລັງເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ເຈົ້າຈະຕົກນະຮົກ ແລະ ຖືກລົງໂທດ”, ນັ້ນບໍ່ແມ່ນການເວົ້າຄວາມຈິງບໍ? (ແມ່ນແລ້ວ.) ມັນແມ່ນການເວົ້າຄວາມຈິງ. ພວກເຂົາຈະຍອມຮັບມັນບໍ? ບໍ່, ພວກເຂົາຈະໃຈຮ້າຍທັນທີ ແລະ ເວົ້າວ່າ “ແມ່ນຫຍັງ? ເຈົ້າເວົ້າວ່າຂ້ອຍຈະຕົກນະຮົກ ແລະ ຖືກລົງໂທດບໍ? ເປັນຕາຫົວຫຼາຍ! ຂ້ອຍເຊື່ອໃນພຣະເຈົ້າ, ບໍ່ແມ່ນເຈົ້າ! ຄຳເວົ້າຂອງເຈົ້າບໍ່ມີຄວາມໝາຍຫຍັງເລີຍ!” ນັ້ນແມ່ນຈຸດຈົບຂອງມັນບໍ? ພວກເຂົາຈະເຮັດຫຍັງຕໍ່ໄປ? ພວກເຂົາຈະເວົ້າຕໍ່ໄປວ່າ “ຂ້ອຍໄດ້ເດີນທາງໄປທົ່ວທຸກຫົນທຸກແຫ່ງ, ເທດສະໜາພຣະກິດຕິຄຸນແກ່ຜູ້ຄົນຈຳນວນຫຼວງຫຼາຍ, ເກີດຜົນຫຼາຍ, ແບກໄມ້ກາງແຂນຫຼາຍຄັ້ງ ແລະ ຂ້ອຍໄດ້ທົນທຸກທໍລະມານຫຼາຍໃນຄຸກ, ເຈົ້າພວກເດັກນ້ອຍ, ເມື່ອຂ້ອຍເລີ່ມເຊື່ອໃນພຣະຜູ້ເປັນເຈົ້າ ເຈົ້າຍັງຢູ່ໃນທ້ອງແມ່ຂອງເຈົ້າຢູ່ເລີຍ!” ທໍາມະຊາດຂອງພວກເຂົາຖືກເປີດໂປງແລ້ວ, ແມ່ນບໍ? ພວກເຂົາບໍ່ໄດ້ເທດສະໜາກ່ຽວກັບຄວາມອົດທົນ ແລະ ຄວາມອົດກັ້ນບໍ, ແລ້ວເປັນຫຍັງພວກເຂົາຈຶ່ງບໍ່ສາມາດທົນເລື່ອງເລັກນ້ອຍນີ້ໄດ້? ເປັນຫຍັງພວກເຂົາຈຶ່ງທົນມັນບໍ່ໄດ້? ເພາະວ່າເຈົ້າໄດ້ເວົ້າຄວາມຈິງ, ເຈົ້າໄດ້ເປີດເຜີຍຕົວຕົນທີ່ແທ້ຈິງຂອງພວກເຂົາ ແລະ ພວກເຂົາບໍ່ມີຈຸດໝາຍປາຍທາງ. ພວກເຂົາຍັງຈະສາມາດທົນສິ່ງນີ້ໄດ້ບໍ? ຖ້າພວກເຂົາບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິສ, ຖ້າພວກເຂົາຢູ່ໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ ແຕ່ສາມາດຍອມຮັບຄວາມຈິງໄດ້ ແລະ ພວກເຂົາຍັງສະແດງອອກເຖິງການຕົ້ມຕຸ໋ນອີກດ້ວຍ, ພວກເຂົາຈະເຮັດແນວໃດ ຖ້າເຈົ້າເປີດໂປງການຕົ້ມຕຸ໋ນຂອງພວກເຂົາ? ພວກເຂົາອາດຈະບໍ່ໄຕ່ຕອງຕົນເອງໃນທັນທີ ແລະ ການເວົ້າວ່າພວກເຂົາເຮັດແບບນັ້ນອາດຈະຟັງເບິ່ງບໍ່ເປັນຄວາມຈິງ ແລະ ວ່າງເປົ່າ. ເຖິງຢ່າງໃດກໍຕາມ, ປະຕິກິລິຍາທຳອິດຂອງຄົນປົກກະຕິສ່ວນໃຫຍ່ຕໍ່ການໄດ້ຍິນສິ່ງນີ້ກໍຄື ພວກເຂົາປະສົບກັບຄວາມເຈັບແສບຢູ່ໃນຫົວໃຈຂອງພວກເຂົາ. ຄວາມເຈັບແສບນີ້ເປັນສັນຍານເຖິງຫຍັງ? ມັນໝາຍຄວາມວ່າພວກເຂົາໄດ້ຮັບຜົນກະທົບຈາກສິ່ງທີ່ພວກເຂົາໄດ້ຍິນ; ພວກເຂົາບໍ່ຄາດຄິດວ່າຈະມີຄົນກ້າທີ່ຈະກະທຳຢ່າງຫຸນຫັນແບບນັ້ນ, ເວົ້າຄວາມຈິງ ແລະ ກ່າວໂທດພວກເຂົາຕໍ່ໜ້າພວກເຂົາແບບນີ້, ຄຳເວົ້າເຫຼົ່ານີ້ແມ່ນສິ່ງທີ່ພວກເຂົາບໍ່ເຄີຍຄາດຄິດ ແລະ ບໍ່ເຄີຍໄດ້ຍິນມາກ່ອນ. ຍິ່ງໄປກວ່ານັ້ນ, ພວກເຂົາຮູ້ສຶກເສຍໜ້າ ແລະ ຕ້ອງການທີ່ຈະຮັກສາພາບລັກ. ໃນຂະນະທີ່ພວກເຂົາຄິດທົບທວນກ່ຽວກັບການທີ່ເຈົ້າບອກພວກເຂົາວ່າ ການຢືນຢູ່ມຸມຖະໜົນເພື່ອອະທິຖານ ແລະ ອ່ານຂໍ້ພຣະຄຳພີແມ່ນການເຮັດໃຫ້ຜູ້ຄົນຫຼົງຜິດ, ຫຼັງຈາກການກວດສອບຕົນເອງ ພວກເຂົາຈຶ່ງຄົ້ນພົບວ່າການເຮັດແບບນີ້ແມ່ນເພື່ອສະແດງໃຫ້ຜູ້ຄົນເຫັນວ່າພວກເຂົາອຸທິດຕົນຫຼາຍສໍ່າໃດ, ພວກເຂົາຮັກພຣະຜູ້ເປັນເຈົ້າຫຼາຍສໍ່າໃດ ແລະ ພວກເຂົາສາມາດທົນທຸກໄດ້ຫຼາຍສໍ່າໃດ, ສິ່ງນີ້ຄືການຕົ້ມຕຸ໋ນ ແລະ ສິ່ງທີ່ເຈົ້າເວົ້ານັ້ນເປັນຄວາມຈິງ. ພວກເຂົາຄົ້ນພົບວ່າຖ້າພວກເຂົາສືບຕໍ່ກະທຳແບບນີ້, ພວກເຂົາຈະບໍ່ສາມາດມີໜ້າໄປພົບຄົນອື່ນ. ພວກເຂົາຮູ້ສຶກອັບອາຍ ແລະ ດ້ວຍຄວາມຮູ້ສຶກອັບອາຍນັ້ນ, ພວກເຂົາອາດຈະສາມາດຍັບຍັ້ງຕົນເອງໄດ້ພໍສົມຄວນ ແລະ ຢຸດການກະທຳທີ່ຊົ່ວຮ້າຍຂອງພວກເຂົາ ຫຼື ການກະທຳທີ່ບໍ່ມີຢາງອາຍຂອງພວກເຂົາ ແລະ ການກະທຳທີ່ຈະເຮັດໃຫ້ພວກເຂົາເສຍໜ້າ. ມັນໝາຍຄວາມວ່າແນວໃດ ເມື່ອພວກເຂົາບໍ່ສືບຕໍ່ກະທຳແບບນີ້ອີກຕໍ່ໄປ? ມັນໝາຍເຖິງເສດສ້ຽວຂອງການກັບໃຈ. ມັນບໍ່ແນ່ນອນວ່າພວກເຂົາຈະກັບໃຈຢ່າງແນ່ນອນ, ແຕ່ຢ່າງໜ້ອຍກໍມີຄວາມເປັນໄປໄດ້ທີ່ຈະກັບໃຈ ເຊິ່ງດີກວ່າຜູ້ຕໍ່ຕ້ານພຣະຄຣິສ ແລະ ພວກຟາຣີຊາຍຫຼາຍ. ສິ່ງໃດທີ່ເຮັດໃຫ້ມັນດີກວ່າ? ເພາະພວກເຂົາມີສະຕິຮູ້ສຶກຜິດຊອບ ແລະ ຄວາມຮູ້ສຶກອັບອາຍ, ຄຳເວົ້າທີ່ເປີດໂປງຂອງຄົນອື່ນຈຶ່ງສຽບແທງຫົວໃຈຂອງພວກເຂົາ. ເຖິງແມ່ນວ່າພວກເຂົາອາດຈະຮູ້ສຶກອັບອາຍ ແລະ ກຽດສັກສີຂອງພວກເຂົາຖືກທຳຮ້າຍ, ຢ່າງໜ້ອຍພວກເຂົາກໍສາມາດຮັບຮູ້ໄດ້ວ່າຄຳເວົ້າເຫຼົ່ານີ້ຖືກຕ້ອງ. ເຖິງແມ່ນວ່າພວກເຂົາຈະບໍ່ສາມາດຮັກສາພາບລັກໄວ້ໄດ້, ເລິກໆໃນໃຈແລ້ວ ພວກເຂົາໄດ້ຮັບຮູ້ ແລະ ອ່ອນນ້ອມຕໍ່ຄຳເວົ້າເຫຼົ່ານັ້ນ ໂດຍການຍອມຮັບມັນແລ້ວ. ຜູ້ຕໍ່ຕ້ານພຣະຄຣິສແຕກຕ່າງແນວໃດ? ເປັນຫຍັງພວກເຮົາຈຶ່ງເວົ້າວ່າຜູ້ຕໍ່ຕ້ານພຣະຄຣິສຊົ່ວຊ້າ? ຄວາມຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສນອນຢູ່ໃນຂໍ້ແທ້ຈິງທີ່ວ່າ ເມື່ອພວກເຂົາໄດ້ຍິນສິ່ງທີ່ຖືກຕ້ອງ, ພວກເຂົາບໍ່ພຽງແຕ່ບໍ່ສາມາດຍອມຮັບມັນໄດ້ເທົ່ານັ້ນ, ແຕ່ໃນທາງກົງກັນຂ້າມ ພວກເຂົາກຽດຊັງມັນ. ນອກຈາກນີ້, ພວກເຂົາຍັງຫັນໄປໃຊ້ວິທີການຂອງຕົນເອງ, ຊອກຫາຂໍ້ອ້າງ, ເຫດຜົນ ແລະ ປັດໄຈພາວະວິໄສຕ່າງໆ ເພື່ອປົກປ້ອງ ແລະ ອະທິບາຍຕົນເອງ. ຈຸດປະສົງທີ່ພວກເຂົາຕ້ອງການບັນລຸແມ່ນຫຍັງ? ພວກເຂົາມີເປົ້າໝາຍທີ່ຈະປ່ຽນສິ່ງທີ່ເປັນລົບໃຫ້ກາຍເປັນສິ່ງທີ່ເປັນບວກ ແລະ ປ່ຽນສິ່ງທີ່ເປັນບວກໃຫ້ກາຍເປັນສິ່ງທີ່ເປັນລົບ, ພວກເຂົາຕ້ອງການພິກປີ້ນສະຖານະການ. ສິ່ງນີ້ບໍ່ຊົ່ວຊ້າບໍ? ພວກເຂົາຄິດວ່າ “ບໍ່ວ່າເຈົ້າຈະຖືກຕ້ອງສໍ່າໃດ ຫຼື ຄຳເວົ້າຂອງເຈົ້າສອດຄ່ອງກັບຄວາມຈິງສໍ່າໃດກໍຕາມ, ເຈົ້າຈະສາມາດຕ້ານທານກັບສີປາກຂອງຂ້ອຍໄດ້ບໍ? ເຖິງແມ່ນວ່າຄຳເວົ້າທັງໝົດທີ່ຂ້ອຍເວົ້າຈະເປັນຄຳເວົ້າຕົວະ, ຫຼອກລວງ ແລະ ເຮັດໃຫ້ຫຼົງຜິດຢ່າງຊັດເຈນ, ຂ້ອຍກໍຍັງຈະປະຕິເສດ ແລະ ກ່າວໂທດສິ່ງທີ່ເຈົ້າເວົ້າ”. ສິ່ງນີ້ບໍ່ຊົ່ວຊ້າບໍ? ແນ່ນອນວ່າ ສິ່ງນີ້ຊົ່ວຊ້າ. ເຈົ້າຄິດວ່າເມື່ອຜູ້ຕໍ່ຕ້ານພຣະຄຣິສເຫັນຄົນດີ, ພວກເຂົາຈະບໍ່ຖືວ່າຄົນເຫຼົ່ານັ້ນເປັນຄົນຊື່ສັດໃນຫົວໃຈຂອງພວກເຂົາບໍ? ພວກເຂົາຖືວ່າຄົນເຫຼົ່ານັ້ນເປັນຄົນຊື່ສັດ ແລະ ເປັນຜູ້ໄລ່ຕາມຄວາມຈິງ, ແຕ່ຄຳນິຍາມຂອງຄວາມຊື່ສັດ ແລະ ການໄລ່ຕາມຄວາມຈິງຂອງພວກເຂົາແມ່ນຫຍັງ? ພວກເຂົາຄິດວ່າຄົນຊື່ສັດເປັນຄົນໂງ່. ພວກເຂົາລັງກຽດ, ກຽດຊັງ ແລະ ເປັນປໍລະປັກຕໍ່ການໄລ່ຕາມຄວາມຈິງ. ພວກເຂົາເຊື່ອວ່າມັນເປັນເລື່ອງຕົວະ, ບໍ່ມີໃຜໂງ່ຈ້າຂະໜາດທີ່ຈະປະຖິ້ມທຸກສິ່ງເພື່ອໄລ່ຕາມຄວາມຈິງ, ທີ່ຈະເວົ້າທຸກຢ່າງກັບທຸກຄົນ ແລະ ຝາກຝັງທຸກຢ່າງໄວ້ກັບພຣະເຈົ້າ. ບໍ່ມີໃຜໂງ່ຈ້າຂະໜາດນັ້ນ. ພວກເຂົາຮູ້ສຶກວ່າການກະທຳທັງໝົດເຫຼົ່ານີ້ເປັນເລື່ອງຕົວະ ແລະ ພວກເຂົາບໍ່ເຊື່ອໃນສິ່ງໃດເລີຍ. ຜູ້ຕໍ່ຕ້ານພຣະຄຣິສເຊື່ອບໍວ່າພຣະເຈົ້າຊົງລິດທານຸພາບສູງສຸດ ແລະ ຊອບທຳ? (ພວກເຂົາບໍ່ເຊື່ອ.) ສະນັ້ນ, ພວກເຂົາຈຶ່ງໃສ່ເຄື່ອງໝາຍຖາມໄວ້ຫຼັງສິ່ງທັງໝົດເຫຼົ່ານີ້ໃນຄວາມຄິດຂອງພວກເຂົາ. ແມ່ນຫຍັງຄືຄວາມໝາຍຢູ່ບ່ອນນີ້? ພວກເຮົາຕີຄວາມໝາຍຂອງເຄື່ອງໝາຍຖາມເຫຼົ່ານີ້ແນວໃດ? ພວກເຂົາບໍ່ພຽງແຕ່ສົງໄສ ຫຼື ຕັ້ງຄຳຖາມກ່ຽວກັບມັນເທົ່ານັ້ນ; ໃນທີ່ສຸດ, ພວກເຂົາຍັງປະຕິເສດມັນ ແລະ ມີເປົ້າໝາຍທີ່ຈະພິກປີ້ນສະຖານະການອີກດ້ວຍ. ເຮົາໝາຍຄວາມວ່າແນວໃດໂດຍການພິກປີ້ນສະຖານະການ? ພວກເຂົາຄິດວ່າ “ການເປັນຄົນຍຸຕິທຳຂະໜາດນັ້ນຈະມີປະໂຫຍດຫຍັງ? ຖ້າຄຳເວົ້າຕົວະຖືກເວົ້າຊໍ້າໆເປັນພັນຄັ້ງ, ມັນກໍຈະກາຍເປັນຄວາມຈິງ. ຖ້າບໍ່ມີໃຜເວົ້າຄວາມຈິງ, ແລ້ວມັນກໍບໍ່ແມ່ນຄວາມຈິງ ແລະ ມັນບໍ່ມີປະໂຫຍດ, ມັນເປັນພຽງຄຳເວົ້າຕົວະ!” ສິ່ງນີ້ບໍ່ແມ່ນການບິດເບືອນຖືກເປັນຜິດບໍ? ນີ້ຄືຄວາມຊົ່ວຊ້າຂອງຊາຕານ, ການບິດເບືອນຄວາມຈິງ ແລະ ການບິດເບືອນຖືກເປັນຜິດ, ນີ້ຄືສິ່ງທີ່ພວກເຂົາມັກ. ຜູ້ຕໍ່ຕ້ານພຣະຄຣິສເກັ່ງໃນເລື່ອງການທຳທ່າ ແລະ ການຫຼອກລວງ. ແນ່ນອນວ່າ ສິ່ງທີ່ພວກເຂົາເກັ່ງນັ້ນຝັງເລິກຢູ່ໃນແກນສຳຄັນຂອງພວກເຂົາ ແລະ ສິ່ງທີ່ຝັງເລິກຢູ່ໃນແກນສຳຄັນຂອງພວກເຂົາກໍຄືສິ່ງທີ່ຢູ່ໃນທຳມະຊາດ-ແກ່ນແທ້ຂອງພວກເຂົາຢ່າງແນ່ນອນ. ຍິ່ງໄປກວ່ານັ້ນ, ມັນຄືສິ່ງທີ່ພວກເຂົາໂຫຍຫາ ແລະ ຮັກ ແລະ ມັນຍັງເປັນກົດເກນສຳລັບວິທີການທີ່ພວກເຂົາເອົາຕົວລອດໃນໂລກອີກດ້ວຍ. ພວກເຂົາເຊື່ອໃນຄຳເວົ້າທີ່ວ່າ “ຄົນດີຕາຍໄວ ໃນຂະນະທີ່ຄົນຊົ່ວມີອາຍຸຍືນຍາວ”, “ທຸກຄົນເບິ່ງໂຕໃຜໂຕມັນ ແລະ ປ່ອຍຜູ້ທີ່ຊ້າສຸດຕາມຊະຕາກໍາຂອງເຂົາ”, “ຊະຕາກຳຂອງຄົນຢູ່ໃນກຳມືຂອງຕົນເອງ”, “ມະນຸດຈະເອົາຊະນະທຳມະຊາດ” ແລະ ອື່ນໆ. ມີປະໂຫຍກໃດໃນປະໂຫຍກເຫຼົ່ານີ້ສອດຄ່ອງກັບຄວາມເປັນມະນຸດ ຫຼື ກົດເກນທຳມະຊາດທີ່ຄົນປົກກະຕິສາມາດຢັ່ງຮູ້ໄດ້? ບໍ່ມີຈັກປະໂຫຍກເລີຍ. ແລ້ວຜູ້ຕໍ່ຕ້ານພຣະຄຣິສຈະມັກຄຳເວົ້າມານຮ້າຍເຫຼົ່ານີ້ຂອງຊາຕານ ແລະ ເຖິງຂັ້ນຖືວ່າມັນເປັນຄະຕິປະຈຳໃຈຂອງພວກເຂົາໄດ້ແນວໃດ? ຄົນໃດຄົນໜຶ່ງສາມາດເວົ້າໄດ້ພຽງແຕ່ວ່າ ມັນເປັນເພາະທຳມະຊາດຂອງພວກເຂົາຊົ່ວຊ້າເກີນໄປ.
ມີຜູ້ນໍາຄຣິສຕະຈັກຄົນໜຶ່ງທີ່ເຮົາໄດ້ພົວພັນນໍາສອງສາມຄັ້ງໃນໄລຍະເວລາປະມານໜຶ່ງປີ. ພວກເຮົາມີໂອກາດພົບກັນຫຼາຍຄັ້ງ, ແຕ່ການສົນທະນາຂອງພວກເຮົາມີຈຳກັດ ເພາະວ່າລາວບໍ່ແມ່ນຄົນທີ່ເວົ້າຢ່າງເປີດເຜີຍ. ຄຳວ່າ “ບໍ່ແມ່ນຄົນທີ່ເວົ້າຢ່າງເປີດເຜີຍ” ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າລາວຈະບໍ່ເວົ້າຫຍັງຫຼາຍ ເຖິງແມ່ນວ່າເຈົ້າຈະຖາມລາວ. ແລ້ວລາວເປັນແບບນີ້ໃນການພົວພັນກັບຄົນອື່ນໃນຄຣິສຕະຈັກບໍ? ມັນມີສອງສະຖານະການທີ່ເປັນໄປໄດ້. ກັບຄົນທີ່ມີຄວາມຄິດຄືກັນ, ລາວມີຫຼາຍຢ່າງທີ່ຈະເວົ້າ. ເຖິງຢ່າງໃດກໍຕາມ, ກັບຄົນທີ່ບໍ່ມີຄວາມຄິດຄືກັນ, ລາວຈະລະມັດລະວັງຕົວ ແລະ ເວົ້າຢ່າງເປີດເຜີຍໜ້ອຍລົງ. ຕໍ່ມາ, ເຮົາໄດ້ສະຫຼຸບວ່າ ໃນລະຫວ່າງການພົວພັນຂອງເຮົາກັບລາວ, ລາວໄດ້ເວົ້າປະໂຫຍກທີ່ “ເປັນແບບຢ່າງ” ທັງໝົດຫ້າປະໂຫຍກ. ລາວບໍ່ໄດ້ເວົ້າຢ່າງເປີດເຜີຍ ແລະ ເມື່ອລາວເວົ້າບາງຢ່າງ, ມັນກໍກາຍເປັນປະໂຫຍກທີ່ “ເປັນແບບຢ່າງ”. ນີ້ແມ່ນຄົນປະເພດໃດ? ພວກເຮົາສາມາດເອີ້ນລາວວ່າ “ບຸກຄົນທີ່ໂດດເດັ່ນ” ໄດ້ບໍ? ມັນເປັນເລື່ອງປົກກະຕິຫຼາຍທີ່ຜູ້ນໍາ ຫຼື ຜູ້ເຮັດວຽກຂອງຄຣິສຕະຈັກຈະຕິດຕໍ່ກັບເຮົາ ແລະ ປຶກສາຫາລືກ່ຽວກັບເລື່ອງຕ່າງໆ, ແມ່ນບໍ? ເຖິງຢ່າງໃດກໍຕາມ, ຄົນນີ້ແມ່ນມີຄວາມເປັນເອກະລັກ. ລາວເວົ້າພຽງແຕ່ຫ້າປະໂຫຍກ, ຫ້າປະໂຫຍກທີ່ “ເປັນແບບຢ່າງ” ຢ່າງບໍ່ໜ້າເຊື່ອ. ຈົ່ງຟັງເບິ່ງວ່າສິ່ງໃດທີ່ເຮັດໃຫ້ປະໂຫຍກເຫຼົ່ານີ້ “ເປັນແບບຢ່າງ” ຫຼາຍແທ້. ແຕ່ລະປະໂຫຍກຂອງລາວມີບໍລິບົດຂອງມັນເອງ ແລະ ມີເລື່ອງລາວເລັກນ້ອຍຢູ່ເບື້ອງຫຼັງ. ໃຫ້ພວກເຮົາເລີ່ມຕົ້ນຈາກທີ່ມາຂອງປະໂຫຍກທຳອິດຂອງລາວ.
ໃນຄຣິສຕະຈັກທີ່ນໍາພາໂດຍຜູ້ນໍາຄົນນີ້, ມີຄົນຊົ່ວຮ້າຍຄົນໜຶ່ງທີ່ໄດ້ເຮັດສິ່ງທີ່ບໍ່ດີຫຼາຍຢ່າງ ແລະ ລົບກວນວຽກງານຂອງຄຣິສຕະຈັກ. ທຸກຄົນເຫັນວ່າລາວເປັນຄົນຊົ່ວຮ້າຍ, ດັ່ງນັ້ນ ພວກເຂົາຈຶ່ງເລີ່ມໂອ້ລົມກ່ຽວກັບລາວ ແລະ ປຶກສາຫາລືກ່ຽວກັບລາວ. ຖ້າລາວຈະຖືກຂັບໄລ່ ແລະ ສົ່ງຕົວອອກໄປ, ກໍຈຳເປັນຕ້ອງມີການແຈ້ງເຕືອນກ່ຽວກັບລາວໃນຄຣິສຕະຈັກ, ເພື່ອໃຫ້ທຸກຄົນຮູ້ວ່າລາວໄດ້ເຮັດສິ່ງທີ່ບໍ່ດີຫຍັງແດ່ ແລະ ເປັນຫຍັງລາວຈຶ່ງຖືກກຳນົດລັກສະນະວ່າເປັນຄົນຊົ່ວຮ້າຍ ແລະ ຖືກສົ່ງຕົວອອກໄປ. ໃນຂະນະທີ່ສິ່ງທີ່ບໍ່ດີບາງຢ່າງທີ່ຄົນຊົ່ວຮ້າຍຄົນນັ້ນໄດ້ເຮັດກຳລັງຖືກເປີດໂປງ, ຜູ້ນໍາຄົນນີ້ ເຊິ່ງປົກກະຕິແລ້ວບໍ່ຄ່ອຍເວົ້າຫຼາຍ ກໍໄດ້ເວົ້າຂຶ້ນມາວ່າ: “ລາວມີເຈດຕະນາດີ”. ລາວເບິ່ງຄົນຊົ່ວຮ້າຍຄົນນັ້ນທີ່ເຮັດສິ່ງທີ່ບໍ່ດີເຫຼົ່ານັ້ນ ແລະ ລົບກວນວຽກງານຂອງຄຣິສຕະຈັກແນວໃດ? “ໝໍນັ້ນມີເຈດຕະນາດີ”. ລາວເຊື່ອວ່າສິ່ງທີ່ບໍ່ດີທີ່ຄົນບໍ່ດີເຮັດນັ້ນສອດຄ່ອງກັບຄວາມຈິງ, ຕາບໃດທີ່ຄົນຜູ້ນັ້ນມີເຈດຕະນາດີ. ສຳລັບລາວແລ້ວ, ບໍ່ວ່າທຳມະຊາດຂອງການກະທຳຂອງພວກເຂົາຈະເປັນແນວໃດ, ບໍ່ວ່າຈະດີ ຫຼື ບໍ່ດີ ຫຼື ຜົນສະທ້ອນຂອງການກະທຳຂອງພວກເຂົາຈະເປັນແນວໃດກໍຕາມ, ຕາບໃດທີ່ພວກເຂົາມີເຈດຕະນາດີ, ແມ່ນແຕ່ການຂັດຂວາງ ແລະ ການລົບກວນທີ່ພວກເຂົາກໍ່ຂຶ້ນກໍຍັງສອດຄ່ອງກັບຄວາມຈິງ. “ລາວມີເຈດຕະນາດີ”. ນັ້ນແມ່ນປະໂຫຍກທຳອິດທີ່ຜູ້ນໍາຄົນນີ້ເວົ້າ. ພວກເຈົ້າເຄີຍໄດ້ຍິນຄຳເວົ້າແບບນັ້ນບໍ? ຄົນຊົ່ວຮ້າຍກຳລັງເຮັດຄວາມຊົ່ວຢ່າງຊັດເຈນ, ແຕ່ຍັງມີຄົນເວົ້າວ່າຄົນຜູ້ນັ້ນມີເຈດຕະນາດີໃນຂະນະທີ່ເຮັດສິ່ງທີ່ບໍ່ດີເຫຼົ່ານັ້ນ. ພວກເຈົ້າທຸກຄົນມີຄວາມສາມາດໃນການແຍກແຍະກ່ຽວກັບປະໂຫຍກນີ້ບໍ? ເຮົາເຊື່ອວ່າບາງຄົນອາດຈະຖືກເຮັດໃຫ້ຫຼົງຜິດໂດຍປະໂຫຍກນີ້ ເພາະວ່າຄົນສ່ວນໃຫຍ່ຄິດວ່າຕາບໃດທີ່ຄົນໃດຄົນໜຶ່ງມີເຈດຕະນາດີ, ພວກເຂົາກໍບໍ່ຄວນຖືກຈັດການ ແລະ ຖ້າຄົນໃດຄົນໜຶ່ງເຮັດສິ່ງທີ່ບໍ່ດີດ້ວຍເຈດຕະນາດີ, ພວກເຂົາກໍບໍ່ໄດ້ຕັ້ງໃຈເຮັດຄວາມຊົ່ວ. ຫຼັງຈາກທີ່ຖືກປຸກປັ່ນ ແລະ ເຮັດໃຫ້ຫຼົງຜິດໂດຍຜູ້ນໍາຄົນນີ້, ມັນກໍເປັນໄປໄດ້ທີ່ບາງຄົນອາດຈະໄປຢູ່ຝ່າຍດຽວກັບຜູ້ນໍາ ແລະ ເລີ່ມເຫັນໃຈຄົນຊົ່ວຮ້າຍຄົນນັ້ນ. ຖ້າບໍ່ມີຜູ້ນໍາຄົນນີ້ຄອຍເຮັດໃຫ້ພວກເຂົາຫຼົງຜິດ, ຄົນສ່ວນໃຫຍ່ກໍຄົງຈະເຂົ້າໃຈເລື່ອງນີ້ຢ່າງຖືກຕ້ອງ ແລະ ຄິດວ່າຄົນຊົ່ວຮ້າຍຄົນນັ້ນຄວນຖືກຂັບໄລ່ ແລະ ສົ່ງຕົວອອກໄປຍ້ອນການເຮັດຄວາມຊົ່ວ. ເຖິງຢ່າງໃດກໍຕາມ, ຫຼັງຈາກທີ່ຖືກປຸກປັ່ນ ແລະ ເຮັດໃຫ້ຫຼົງຜິດໂດຍຜູ້ນໍາຄົນນີ້, ບາງຄົນກໍຄິດວ່າ: “ລາວມີເຈດຕະນາດີ, ນັ້ນກໍມີເຫດຜົນ. ບາງຄັ້ງພວກເຮົາກໍເປັນແບບນັ້ນຄືກັນ. ດັ່ງນັ້ນ, ຖ້າພວກເຮົາເຮັດສິ່ງທີ່ບໍ່ດີດ້ວຍເຈດຕະນາດີ, ພວກເຮົາຈະຖືກກຳຈັດອອກ ແລະ ສົ່ງຕົວອອກໄປຄືກັນບໍ?” ຜົນກໍຄື ພວກເຂົາມາຢູ່ຝ່າຍດຽວກັນກັບຜູ້ນໍາຄົນນີ້. ຍ້ອນຫຍັງ? ພວກເຂົາກຳລັງຄິດກ່ຽວກັບອະນາຄົດຂອງພວກເຂົາເອງ. ມັນບໍ່ແມ່ນເລື່ອງງ່າຍບໍທີ່ຜູ້ຄົນຈະຍອມຮັບປະໂຫຍກທີ່ຜູ້ນໍາຄົນນີ້ເວົ້າ? ຜົນສະທ້ອນຂອງການທີ່ພວກເຂົາຍອມຮັບມັນແມ່ນຫຍັງ? ພວກເຂົາເກີດມີຂໍ້ສົງໄສກ່ຽວກັບພຣະເຈົ້າ, ກ່ຽວກັບອຸປະນິໄສທີ່ຊອບທຳຂອງພຣະອົງ ແລະ ກ່ຽວກັບຫຼັກການຂອງພຣະອົງໃນການເຮັດສິ່ງຕ່າງໆ. ພວກເຂົາເກີດມີຂໍ້ສົງໄສກ່ຽວກັບຫຼັກການທີ່ເຮືອນຂອງພຣະເຈົ້າມີໃນການເຮັດສິ່ງຕ່າງໆ, ຕັ້ງຄຳຖາມກ່ຽວກັບສິ່ງເຫຼົ່ານັ້ນ ແລະ ຈາກນັ້ນພວກເຂົາກໍຕຳນິສິ່ງເຫຼົ່ານັ້ນ. ພວກເຂົາເກັບຂໍ້ສົງໄສເຫຼົ່ານີ້ໄວ້ໃນໃຈ. ໃນຄວາມເປັນຈິງແລ້ວ, ຄົນຊົ່ວຮ້າຍຄົນນີ້ບໍ່ໄດ້ຖືກສົ່ງຕົວອອກໄປຍ້ອນວ່າລາວໄດ້ເຮັດສິ່ງທີ່ບໍ່ດີພຽງຢ່າງດຽວ. ໃນເຮືອນຂອງພຣະເຈົ້າ, ບໍ່ມີໃຜຖືກສົ່ງຕົວອອກໄປພຽງເພາະວ່າພວກເຂົາເຮັດຜິດພາດເປັນບາງຄັ້ງຄາວ, ບໍ່ວ່າພວກເຂົາຈະເຮັດວຽກທີ່ໃຊ້ແຮງງານ, ໜ້າທີ່ພິເສດ ຫຼື ໜ້າທີ່ທີ່ກ່ຽວຂ້ອງກັບທັກສະທາງດ້ານເຕັກນິກກໍຕາມ. ພວກເຂົາທຸກຄົນລ້ວນແຕ່ຜ່ານການກຳນົດລັກສະນະຮ່ວມກັນກ່ຽວກັບພຶດຕິກຳທີ່ສະໝໍ່າສະເໝີຂອງພວກເຂົາໂດຍຜູ້ນໍາຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງ ແລະ ຈາກນັ້ນພວກເຂົາຈຶ່ງຖືກຈັດການ. ຕົວຢ່າງ: ຖ້າຄົນໃດຄົນໜຶ່ງຂີ້ຄ້ານຢູ່ສະເໝີ ເມື່ອພວກເຂົາຄວນເຮັດວຽກ ແລະ ຫາຂໍ້ແກ້ຕົວເພື່ອຫຼີກລ່ຽງວຽກງານ, ມັນເໝາະສົມບໍທີ່ຈະສົ່ງຕົວພວກເຂົາອອກໄປໂດຍອີງໃສ່ພຶດຕິກຳນີ້? (ແມ່ນແລ້ວ, ມັນເໝາະສົມ.) ຖືກຕ້ອງແລ້ວ, ມັນເໝາະສົມ. ຕົວຢ່າງ: ຖ້າເຈົ້າຖືກມອບໝາຍໃຫ້ທຳຄວາມສະອາດ ແລະ ເຈົ້າມັກຈະກິນແກ່ນຕາເວັນ, ດື່ມນ້ຳຊາ, ອ່ານໜັງສືພິມ ແລະ ຖິ້ມເປືອກແກ່ນຕາເວັນຊະຊາຍໄປທົ່ວ, ເຈົ້າບໍ່ໄດ້ກຳລັງລະເລີຍຄວາມຮັບຜິດຊອບຂອງເຈົ້າບໍ? ເຈົ້າບໍ່ພຽງແຕ່ບໍ່ທຳຄວາມສະອາດເທົ່ານັ້ນ, ແຕ່ເຈົ້າຍັງສ້າງຄວາມຮົກເຮື້ອອີກດ້ວຍ, ເຊິ່ງໝາຍຄວາມວ່າເຈົ້າກຳລັງລະເລີຍຄວາມຮັບຜິດຊອບຂອງເຈົ້າ. ຖ້າເຈົ້າບໍ່ມີຄວາມສາມາດໃນວຽກງານຂອງເຈົ້າ, ມັນກໍສອດຄ່ອງກັບຫຼັກການຢ່າງສົມບູນທີ່ຈະສົ່ງຕົວເຈົ້າອອກໄປ ແລະ ເຈົ້າກໍບໍ່ຄວນໂຕ້ຖຽງກ່ຽວກັບເລື່ອງນັ້ນ. ເຖິງຢ່າງໃດກໍຕາມ, ຜູ້ນໍາຄຣິສຕະຈັກຄົນນີ້ອ້າງວ່າຄົນຜູ້ນັ້ນມີເຈດຕະນາດີ, ເຊິ່ງເຮັດໃຫ້ຜູ້ຄົນຫຼົງຜິດ. ຫຼັງຈາກທີ່ຜູ້ນໍາປຸກປັ່ນ ແລະ ເຮັດໃຫ້ຜູ້ຄົນຫຼົງຜິດແບບນີ້, ບາງຄົນໃນພວກເຂົາກໍເຮັດຕາມການນໍາພາຂອງລາວ ແລະ ພວກເຂົາກໍບັນລຸຄວາມເປັນເອກະພາບຮ່ວມກັນ. ແຕ່ພວກເຂົາວາງພຣະເຈົ້າ ແລະ ຫຼັກການຄວາມຈິງໄວ້ບ່ອນໃດ ເມື່ອພວກເຂົາກະທຳແບບນີ້? ພວກເຂົາກາຍເປັນຄືກັບຄອບຄົວ, ໂດຍເວົ້າກ່ຽວກັບ “ຄຣິສຕະຈັກຂອງພວກເຮົາ” ແລະ “ເຮືອນຂອງພຣະເຈົ້າຂອງພວກເຮົາ”. “ຄຣິສຕະຈັກ” ແລະ “ເຮືອນຂອງພຣະເຈົ້າ” ຖືກນິຍາມແນວໃດ? ມັນຈະມີເຮືອນຂອງພຣະເຈົ້າໄດ້ບໍ ຖ້າບ່ອນນັ້ນບໍ່ມີພຣະເຈົ້າ? (ບໍ່.) ຖ້າບໍ່ມີພຣະເຈົ້າຢູ່ໃນສະຖານທີ່ແຫ່ງໜຶ່ງ, ຄຣິສຕະຈັກຈະສາມາດມີຕົວຕົນ ຫຼື ຖືກສ້າງຕັ້ງຂຶ້ນຢູ່ບ່ອນນັ້ນໄດ້ບໍ? (ບໍ່, ມັນເຮັດບໍ່ໄດ້.) ແລ້ວມັນໝາຍຄວາມວ່າແນວໃດເມື່ອພວກເຂົາເວົ້າວ່າ “ຂອງພວກເຮົາ”? ມັນໝາຍຄວາມວ່າພວກເຂົາໄດ້ແຍກຕົວອອກຈາກພຣະເຈົ້າ. ຄຣິສຕະຈັກໄດ້ກາຍເປັນຄຣິສຕະຈັກຂອງຜູ້ນໍາທີ່ເບົາປັນຍາຄົນນີ້, ລາວໄດ້ກາຍເປັນເຈົ້ານາຍຂອງຄຣິສຕະຈັກ, ໃນຂະນະທີ່ຄົນທີ່ເອີ້ນວ່າອ້າຍເອື້ອຍນ້ອງ ແລະ ຄົນທີ່ເບົາປັນຍາເຫຼົ່ານັ້ນໄດ້ສ້າງຕັ້ງແກ້ງຮ່ວມກັບລາວ ແລະ ປະຕິບັດຕໍ່ລາວຄືກັບຍາດພີ່ນ້ອງ. ພວກເຂົາຕີຕົວອອກຫ່າງຈາກພຣະເຈົ້າ, ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງຮັບບົດບາດຢູ່ນອກ “ເຮືອນຂອງພຣະເຈົ້າ”. ສິ່ງເຫຼົ່ານີ້ແມ່ນຜົນສະທ້ອນທີ່ເກີດຂຶ້ນ ເມື່ອຜູ້ນໍາຄົນນີ້ກ່າວປະໂຫຍກທຳອິດນັ້ນພາຍໃຕ້ສະຖານະການເຫຼົ່ານີ້. ທຸກຄົນເຫັນດີກັບລາວເປັນພິເສດ, ໂດຍຄິດວ່າ: “ຜູ້ນໍາຄຣິສຕະຈັກຂອງພວກເຮົາມີຄວາມຍຸຕິທຳ, ລາວຄຳນຶງເຖິງພວກເຮົາ, ໃຫ້ອະໄພຄວາມອ່ອນແອຂອງພວກເຮົາ ແລະ ເຖິງຂັ້ນອອກປາກແທນພວກເຮົາ. ເມື່ອພວກເຮົາເຮັດຜິດພາດ, ພຣະເຈົ້າມັກຈະເປີດໂປງ ແລະ ລິຮານພວກເຮົາຢູ່ສະເໝີ. ແຕ່ຜູ້ນໍາຂອງພວກເຮົາປົກປ້ອງພວກເຮົາຢູ່ສະເໝີ, ຄືກັບແມ່ໄກ່ປົກປ້ອງລູກໄກ່. ເມື່ອມີລາວຢູ່, ພວກເຮົາຈະບໍ່ໄດ້ຮັບຄວາມບໍ່ເປັນທຳໃດໆ”. ທຸກຄົນຮູ້ສຶກຂອບໃຈລາວ. ສິ່ງເຫຼົ່ານີ້ແມ່ນຜົນສະທ້ອນຂອງປະໂຫຍກທຳອິດທີ່ຜູ້ນໍາຄົນນີ້ເວົ້າ.
ໃຫ້ພວກເຮົາສືບຕໍ່ກັບປະໂຫຍກທີສອງທີ່ຜູ້ນໍາຄົນນີ້ເວົ້າ. ມີວຽກງານບາງຢ່າງກ່ຽວກັບວຽກງານທີ່ກ່ຽວຂ້ອງກັບຄົນພາຍນອກໃນຄຣິສຕະຈັກ ເຊິ່ງຄົນສ່ວນໃຫຍ່ບໍ່ສາມາດເຮັດໄດ້ ຫຼື ຫຍຸ້ງກັບໜ້າທີ່ຂອງພວກເຂົາເກີນໄປຈົນບໍ່ສາມາດເບິ່ງແຍງໄດ້. ມີຜູ້ເຊື່ອແຕ່ໃນນາມຈຳນວນໜຶ່ງທີ່ມີຄວາມຊຳນານໃນການຈັດການກັບວຽກງານທີ່ກ່ຽວຂ້ອງກັບຄົນພາຍນອກ, ດັ່ງນັ້ນ ເຮືອນຂອງພຣະເຈົ້າຈຶ່ງຈັດສັນເງິນຈຳນວນໜຶ່ງເພື່ອໃຫ້ຄົນແບບນີ້ເບິ່ງແຍງວຽກງານເຫຼົ່ານີ້ ແລະ ບາງຄັ້ງເຮືອນຂອງພຣະເຈົ້າກໍຈະໃຊ້ເງິນຫຼາຍກວ່ານັ້ນເລັກໜ້ອຍເພື່ອໃຫ້ລາວຈັດການກັບວຽກງານຈຳນວນບໍ່ໜ້ອຍຕາງໜ້າເຮືອນຂອງພຣະເຈົ້າ. ບອກເຮົາມາເບິ່ງ, ມັນລະເມີດຫຼັກການບໍທີ່ເຮືອນຂອງພຣະເຈົ້າໃຊ້ເງິນເພີ່ມອີກ 200 ຢວນ ເພື່ອຈັດການກັບວຽກງານແບບນີ້? ນີ້ເປັນວິທີດຽວທີ່ຈະຈັດການກັບວຽກງານເຫຼົ່ານັ້ນ ແລະ ມັນກໍເກີດຜົນທີ່ດີ, ດັ່ງນັ້ນ ນັ້ນຈຶ່ງເປັນວິທີທີ່ວຽກງານເຫຼົ່ານັ້ນຖືກຈັດການ. ການໃຫ້ເງິນຄົນຜູ້ນັ້ນເພີ່ມອີກ 200 ຢວນ ເຮັດໃຫ້ເຮືອນຂອງພຣະເຈົ້າສະດວກໃນການຈັດການກັບວຽກງານເຫຼົ່ານີ້ ແລະ ບັນຫາຫຼາຍຢ່າງກໍໄດ້ຮັບການແກ້ໄຂ. ມັນຄຸ້ມຄ່າບໍທີ່ຈະໃຊ້ເງິນເພີ່ມອີກ 200 ຢວນ ນັ້ນ? (ມັນຄຸ້ມຄ່າ.) ມັນຄຸ້ມຄ່າຢ່າງແນ່ນອນ. ມັນເໝາະສົມແລ້ວທີ່ຈະເຮັດສິ່ງຕ່າງໆດ້ວຍວິທີນີ້. ຖ້າເຮືອນຂອງພຣະເຈົ້າໃຫ້ເງິນ 200 ຢວນ ນັ້ນແກ່ຄົນທີ່ບໍ່ສາມາດຈັດການກັບວຽກງານເຫຼົ່ານັ້ນໄດ້, ມັນກໍຈະເປັນການສິ້ນເປືອງລ້າໆ. ການໃຫ້ເງິນ 200 ຢວນ ນັ້ນແກ່ລາວໝາຍຄວາມວ່າວຽກງານເຫຼົ່ານັ້ນສາມາດເຮັດໄດ້ດີ, ແລ້ວມັນສອດຄ່ອງກັບຫຼັກການບໍທີ່ເຮືອນຂອງພຣະເຈົ້າຈະຈັດການສິ່ງຕ່າງໆດ້ວຍວິທີນີ້? (ມັນສອດຄ່ອງກັບຫຼັກການ.) ແລ້ວມັນສອດຄ່ອງກັບຫຼັກການບໍທີ່ຈະບໍ່ປຶກສາຫາລື ຫຼື ສື່ສານເລື່ອງນີ້ກັບອ້າຍເອື້ອຍນ້ອງ? (ມັນສອດຄ່ອງກັບຫຼັກການ.) ເບື້ອງເທິງມີສິດທີ່ຈະຈັດການສິ່ງຕ່າງໆດ້ວຍວິທີນີ້ບໍ? (ມີ.) ແມ່ນແລ້ວ, ນັ້ນເປັນສິ່ງທີ່ແນ່ນອນ. ແຕ່ຜູ້ນໍາຄຣິສຕະຈັກຄົນນີ້ເວົ້າວ່າ: “ອ້າຍເອື້ອຍນ້ອງເວົ້າວ່າຄົນຜູ້ນັ້ນໄດ້ຮັບເງິນອີກ 200 ຢວນ.... ຂ້ອຍພຽງແຕ່ຖາມກ່ຽວກັບເລື່ອງນີ້ຕາງໜ້າອ້າຍເອື້ອຍນ້ອງ. ພວກເຂົາບໍ່ເຂົ້າໃຈຫຼັກການນີ້ ແລະ ພວກເຮົາຢາກສະແຫວງຫາວິທີທີ່ຈະໂອ້ລົມກ່ຽວກັບຄວາມຈິງໃນດ້ານນີ້”. ລາວເວົ້າພຽງແຕ່ເຄິ່ງປະໂຫຍກ. ນີ້ແມ່ນປະໂຫຍກທີສອງຂອງລາວ. ເຫັນໄດ້ຢ່າງຊັດເຈນວ່າ ປະໂຫຍກນີ້ແມ່ນຄຳຖາມ ເຊິ່ງໝາຍຄວາມວ່າ: “ເຈົ້າເວົ້າວ່າທຸກສິ່ງທີ່ເຈົ້າເຮັດນັ້ນສອດຄ່ອງກັບຫຼັກການ, ແຕ່ສິ່ງນີ້ບໍ່ແມ່ນ ແລະ ອ້າຍເອື້ອຍນ້ອງບາງຄົນກໍມີຄວາມຄິດເຫັນ ແລະ ແນວຄິດກ່ຽວກັບມັນ, ດັ່ງນັ້ນ ຂ້ອຍຈຶ່ງຕ້ອງຕັ້ງຄຳຖາມກັບເຈົ້າກ່ຽວກັບມັນຕາງໜ້າພວກເຂົາ. ເຈົ້າຈະອະທິບາຍເລື່ອງນີ້ແນວໃດ? ອະທິບາຍໃຫ້ຂ້ອຍຟັງແດ່”. ນັ້ນແມ່ນຄຳຖາມ, ແມ່ນບໍ? ຕອນນີ້ ຈົ່ງວິເຄາະເບິ່ງວ່າມີຂໍ້ຄວາມຈັກຢ່າງທີ່ແຝງຢູ່ໃນນີ້, ມຸມມອງຂອງພວກເຈົ້າແມ່ນຫຍັງ ເມື່ອພວກເຈົ້າໄດ້ຍິນເລື່ອງແບບນີ້? ພວກເຈົ້າເບິ່ງຄົນຜູ້ນີ້ແນວໃດໂດຍອີງໃສ່ເລື່ອງນີ້? (ພຣະເຈົ້າ, ມັນມີນໍ້າສຽງແບບຕັ້ງຄຳຖາມໃນປະໂຫຍກນີ້ຂອງລາວ. ລາວກຳລັງຕັ້ງຄຳຖາມກັບພຣະເຈົ້າ. ຄວາມຈິງແລ້ວ, ລາວມີແນວຄິດຂອງລາວເອງກ່ຽວກັບເລື່ອງນີ້. ລາວບໍ່ໄດ້ສະແດງຄວາມຄິດທີ່ແທ້ຈິງຂອງລາວອອກມາ, ແຕ່ລາວພັດເວົ້າວ່າມັນແມ່ນອ້າຍເອື້ອຍນ້ອງທີ່ບໍ່ສາມາດຍອມຮັບການຕັດສິນໃຈຂອງເບື້ອງເທິງ, ວ່າພວກເຂົາມີຄວາມຄິດເຫັນກ່ຽວກັບມັນ. ໃນຖານະຜູ້ນໍາຄຣິສຕະຈັກ, ເມື່ອອ້າຍເອື້ອຍນ້ອງມີແນວຄິດ, ລາວຄວນຈະໂອ້ລົມຄວາມຈິງກັບພວກເຂົາເພື່ອແກ້ໄຂບັນຫານີ້, ແຕ່ລາວບໍ່ພຽງແຕ່ບໍ່ແກ້ໄຂມັນເທົ່ານັ້ນ, ລາວຍັງມາຕັ້ງຄຳຖາມກັບພຣະເຈົ້າດ້ວຍແນວຄິດເຫຼົ່ານີ້ອີກດ້ວຍ. ມັນມີອຸປະນິໄສທີ່ເລ່ຫຼ່ຽມ ແລະ ຊົ່ວຊ້າຢູ່ໃນຕົວລາວ.) ມັນມີສອງຈຸດທີ່ຖືກກ່າວເຖິງ: ໜຶ່ງຄືລາວກຳລັງຕັ້ງຄຳຖາມກັບເບື້ອງເທິງ ແລະ ອີກຈຸດໜຶ່ງກໍຄືຄວາມຈິງທີ່ວ່າລາວມີແນວຄິດຢູ່ພາຍໃນຕົວລາວແລ້ວ, ແຕ່ລາວພັດເວົ້າວ່າ: “ອ້າຍເອື້ອຍນ້ອງບໍ່ເຂົ້າໃຈຫຼັກການ ແລະ ພວກເຂົາຢາກສະແຫວງຫາຫຼັກການເຫຼົ່ານັ້ນ”. ມັນມີບັນຫາກັບປະໂຫຍກນີ້ບໍ? ອ້າຍເອື້ອຍນ້ອງສຳຄັນຕໍ່ລາວຂະໜາດນັ້ນແທ້ບໍ? ໃນເມື່ອລາວຖືວ່າການເຂົ້າສູ່ຊີວິດຂອງອ້າຍເອື້ອຍນ້ອງສຳຄັນຂະໜາດນັ້ນ, ເມື່ອພວກເຂົາເກີດມີແນວຄິດທີ່ຮຸນແຮງແບບນັ້ນ, ເປັນຫຍັງລາວຈຶ່ງບໍ່ແກ້ໄຂພວກມັນ? ລາວບໍ່ໄດ້ກຳລັງລະເລີຍຄວາມຮັບຜິດຊອບຂອງລາວບໍ? ລາວກຳລັງລະເລີຍ. ລາວບໍ່ໄດ້ແກ້ໄຂບັນຫາ ແລະ ລາວຍັງນໍາເອົາແນວຄິດຂອງອ້າຍເອື້ອຍນ້ອງມາຕັ້ງຄຳຖາມກັບເບື້ອງເທິງຢ່າງບໍ່ມີຢາງອາຍ. ແລ້ວລາວມີປະໂຫຍດຫຍັງ? ສິ່ງໃດທີ່ເຮັດໃຫ້ລາວສາມາດຕັ້ງຄຳຖາມໄດ້? ລາວບໍ່ມີແນວຄິດຄືກັນບໍ? ລາວບໍ່ມີຄວາມຄິດກ່ຽວກັບການຕັດສິນໃຈຂອງເບື້ອງເທິງຄືກັນບໍ? ລາວບໍ່ຮູ້ສຶກຄືກັນບໍວ່າເລື່ອງນີ້ຖືກຈັດການຢ່າງບໍ່ເໝາະສົມ? ເງິນ 200 ຢວນ ນັ້ນບໍ່ໄດ້ຖືກໃຊ້ກັບລາວ, ດັ່ງນັ້ນ ລາວຈຶ່ງຮູ້ສຶກວ່າລາວເສຍຜົນປະໂຫຍດ, ແມ່ນບໍ? ລາວຄິດວ່າ: “ຂ້ອຍຄວນໄດ້ຮັບເງິນເພີ່ມ 200 ຢວນ ນັ້ນ, ພວກເຮົາສົມຄວນໄດ້ຮັບມັນ. ໝໍນັ້ນເປັນຜູ້ບໍ່ເຊື່ອ, ລາວບໍ່ຄວນໄດ້ຮັບມັນ. ພວກເຮົາເຊື່ອໃນພຣະເຈົ້າຢ່າງແທ້ຈິງ ແລະ ພວກເຮົາເປັນຄົນຂອງເຮືອນຂອງພຣະເຈົ້າ, ລາວບໍ່ແມ່ນ”. ນັ້ນບໍ່ແມ່ນສິ່ງທີ່ລາວໝາຍເຖິງບໍ? (ແມ່ນແລ້ວ.) ນັ້ນແມ່ນສິ່ງທີ່ລາວໝາຍເຖິງຢ່າງແນ່ນອນ ແລະ ລາວກໍບໍ່ໄດ້ເວົ້າສິ່ງນີ້ອອກມາໂດຍກົງ; ລາວເວົ້າແບບຕິດໆຂັດໆ. ຫຼັງຈາກທີ່ໄດ້ຍິນສິ່ງນີ້, ພວກເຈົ້າເຂົ້າໃຈມັນ ຫຼື ບໍ່? ມຸມມອງຂອງພວກເຈົ້າກ່ຽວກັບເລື່ອງການໃຊ້ເງິນນີ້ແມ່ນຫຍັງ? ຄົນສ່ວນໃຫຍ່ສາມາດເຂົ້າໃຈເລື່ອງເລັກນ້ອຍນີ້ໄດ້. ເມື່ອພິຈາລະນາເຖິງວຽກງານອັນໃຫຍ່ຫຼວງຂອງເຮືອນຂອງພຣະເຈົ້າ, ຜູ້ນໍາຄົນນັ້ນຈຳເປັນຕ້ອງສົນໃຈເງິນເພີ່ມ 200 ຢວນ ທີ່ຖືກໃຊ້ໄປນັ້ນແທ້ໆບໍ? ນອກຈາກນີ້, ມັນບໍ່ໄດ້ມາຈາກຖົງເງິນຂອງລາວ, ແລ້ວເປັນຫຍັງລາວຈຶ່ງຮູ້ສຶກທຸກໃຈຫຼາຍກ່ຽວກັບມັນ? ລາວບໍ່ໄດ້ພຽງແຕ່ຮູ້ສຶກອິດສາຕາຮ້ອນເມື່ອເຫັນຄົນອື່ນໄດ້ດີບໍ? ນັ້ນບໍ່ແມ່ນສິ່ງທີ່ລາວໝາຍເຖິງບໍ? ພວກເຈົ້າສາມາດເຂົ້າໃຈສິ່ງທີ່ເຮົາຫາກໍອະທິບາຍໃຫ້ພວກເຈົ້າຟັງໄດ້ບໍ? ມີຜູ້ໃດໃນພວກເຈົ້າທີ່ບໍ່ເຫັນດີ ແລະ ເວົ້າວ່າ: “ບໍ່! ການໃຊ້ເງິນເພີ່ມ 200 ຢວນ ໂດຍທີ່ພວກເຮົາບໍ່ຮູ້, ມັນເປັນເລື່ອງທີ່ຮ້າຍແຮງທີ່ພວກເຮົາບໍ່ມີສິດທີ່ຈະຮູ້ກ່ຽວກັບເລື່ອງນີ້. ນີ້ບໍ່ແມ່ນການຜານເຄື່ອງຖວາຍຂອງເຮືອນຂອງພຣະເຈົ້າບໍ?” ແນວຄວາມຄິດຂອງເຮືອນຂອງພຣະເຈົ້າແມ່ນຫຍັງ? ແນວຄວາມຄິດຂອງເຄື່ອງຖວາຍແມ່ນຫຍັງ? ໃຫ້ເຮົາບອກເຈົ້າ, ເຄື່ອງຖວາຍບໍ່ໄດ້ເປັນຂອງທຸກຄົນ, ມັນບໍ່ໄດ້ເປັນຂອງອ້າຍເອື້ອຍນ້ອງ; ຖ້າມີພຽງແຕ່ອ້າຍເອື້ອຍນ້ອງ ແລະ ບໍ່ມີພຣະເຈົ້າ, ມັນກໍຈະບໍ່ຖືກເອີ້ນວ່າເຮືອນຂອງພຣະເຈົ້າ. ເມື່ອພຣະເຈົ້າປາກົດຕົວ ແລະ ເຮັດພາລະກິດ, ເມື່ອພຣະອົງຮຽກຮ້ອງຜູ້ຄົນມາຢູ່ຕໍ່ໜ້າພຣະອົງ ແລະ ສ້າງຕັ້ງຄຣິສຕະຈັກ, ນັ້ນຄືເຮືອນຂອງພຣະເຈົ້າ. ເມື່ອອ້າຍເອື້ອຍນ້ອງຖວາຍໜຶ່ງສ່ວນສິບ, ມັນບໍ່ໄດ້ຖືກຖວາຍໃຫ້ເຮືອນຂອງພຣະເຈົ້າ ຫຼື ໃຫ້ຄຣິສຕະຈັກ ແລະ ແນ່ນອນວ່າມັນບໍ່ໄດ້ຖືກຖວາຍໃຫ້ບຸກຄົນໃດໜຶ່ງ. ມັນແມ່ນພຣະເຈົ້າທີ່ພວກເຂົາກຳລັງຖວາຍໜຶ່ງສ່ວນສິບນີ້ໃຫ້. ເວົ້າງ່າຍໆກໍຄື ເງິນນັ້ນຖືກມອບໃຫ້ພຣະເຈົ້າ; ມັນເປັນຊັບສິນສ່ວນຕົວຂອງພຣະອົງ. ຊັບສິນສ່ວນຕົວຂອງພຣະອົງບົ່ງບອກເຖິງຫຍັງ? ບົ່ງບອກວ່າພຣະເຈົ້າສາມາດຈັດສັນມັນໄດ້ຕາມທີ່ພຣະອົງພໍໃຈ ແລະ ຜູ້ນໍາຄົນນັ້ນບໍ່ມີຄຸນສົມບັດທີ່ຈະເຂົ້າໄປແຊກແຊງມັນ. ການຖາມຄຳຖາມ ແລະ ການຢາກສະແຫວງຫາຄວາມຈິງຍ້ອນເລື່ອງນີ້, ໃຫ້ເຮົາບອກເຈົ້າ, ມັນເປັນເລື່ອງທີ່ເກີນໄປໜ້ອຍໜຶ່ງ ແລະ ບໍ່ຈຳເປັນ; ນັ້ນແມ່ນການທີ່ລາວເປັນຄົນຈອມປອມ ແລະ ເສແສ້ງ! ມັນມີເລື່ອງສຳຄັນຫຼາຍຢ່າງທີ່ຜູ້ນໍາຄົນນີ້ບໍ່ໄດ້ສະແຫວງຫາຄວາມຈິງ, ແຕ່ລາວພັດເລືອກທີ່ຈະສະແຫວງຫາມັນໃນເລື່ອງນີ້. ເປັນຫຍັງລາວຈຶ່ງບໍ່ຈັດການກັບຄົນຊົ່ວຮ້າຍຄົນນັ້ນ? ເປັນຫຍັງລາວຈຶ່ງບໍ່ສະແຫວງຫາ ໂດຍເວົ້າວ່າ: “ຄົນຜູ້ນີ້ໄດ້ສະແດງການສະແດງອອກບາງຢ່າງຂອງການເຮັດຄວາມຊົ່ວ; ອ້າຍເອື້ອຍນ້ອງລ້ວນແຕ່ລັງກຽດລາວ. ຂ້ອຍບໍ່ຄວນຈັດການເລື່ອງນີ້ບໍ?” ຜູ້ນໍາບໍ່ໄດ້ຖາມກ່ຽວກັບເລື່ອງນັ້ນ; ລາວເຮັດເປັນເບິ່ງບໍ່ເຫັນຄົນຊົ່ວຮ້າຍຄົນນີ້ຢ່າງສິ້ນເຊີງ. ນັ້ນບໍ່ແມ່ນບັນຫາບໍ? ປະໂຫຍກທຳອິດທີ່ຜູ້ນໍາຄົນນີ້ເວົ້າແມ່ນຫຍັງ? (ລາວມີເຈດຕະນາດີ.) “ລາວມີເຈດຕະນາດີ”. ເບິ່ງແມວ່າໝໍນັ້ນ “ມີເມດຕາ” ສໍ່າໃດ; ຊ່າງເປັນຄົນໜ້າຊື່ໃຈຄົດແທ້ໆ! ລາວຊົ່ວຊ້າ, ແຕ່ຄຳເວົ້າຂອງລາວພັດເຕັມໄປດ້ວຍຄວາມເມດຕາ ແລະ ສິນລະທຳ; ຄຳເວົ້າຂອງລາວຫວານປານນໍ້າເຜິ້ງ, ແຕ່ໃນໃຈມີມີດ ແລະ ລາວກໍບໍ່ໄດ້ປະພຶດຕົວຄືກັບມະນຸດ. ປະໂຫຍກທີສອງຂອງລາວແມ່ນຫຍັງ? “ເຮືອນຂອງພຣະເຈົ້າໄດ້ໃຫ້ເງິນເພີ່ມ 200 ຢວນ ແກ່ຄົນໃດຄົນໜຶ່ງເພື່ອເຮັດວຽກງານໃຫ້ສຳເລັດ. ຂ້ອຍຢາກສະແຫວງຫາຕາງໜ້າອ້າຍເອື້ອຍນ້ອງກ່ຽວກັບວິທີທີ່ພວກເຮົາຄວນເຂົ້າໃຈ ແລະ ກຳແໜ້ນຫຼັກການໃນເລື່ອງນີ້”. ເຮົາໄດ້ເວົ້າປະໂຫຍກນີ້ເປັນປະໂຫຍກທີ່ສົມບູນແລ້ວ; ແນ່ນອນວ່າ ລາວບໍ່ໄດ້ເວົ້າແບບນັ້ນ. ລາວເວົ້າຢ່າງລັງເລໃຈ, ເຮັດໃຫ້ມັນຍາກທີ່ຈະເຂົ້າໃຈວ່າລາວໝາຍເຖິງຫຍັງ. ນັ້ນຄືວິທີທີ່ລາວເວົ້າ. ນີ້ແມ່ນປະໂຫຍກທີສອງທີ່ຜູ້ນໍາຄົນນັ້ນເວົ້າ.
ຕອນນີ້ ຈົ່ງຟັງປະໂຫຍກທີສາມທີ່ຜູ້ນໍາຄົນນັ້ນເວົ້າ. ທຸກຄົນກຳລັງເຮັດວຽກຮ່ວມກັນ, ໂດຍການຂຸດດິນ. ແຕ່ລະຄົນຖືກມອບໝາຍໃຫ້ຕັກດິນໃສ່ກະບຸງໜຶ່ງໃຫ້ເຕັມ. ມີຄົນໜຶ່ງທີ່ເຮັດວຽກໄວ ແລະ ເຮັດແລ້ວກ່ອນໝູ່, ຈາກນັ້ນກໍນັ່ງດື່ມນໍ້າ ແລະ ພັກຜ່ອນຢູ່ບ່ອນນັ້ນ, ລໍຖ້າຄົນອື່ນໆ. ຈາກນັ້ນ, ມີບາງຢ່າງຜິດປົກກະຕິເກີດຂຶ້ນ. ມີຫຍັງຜິດປົກກະຕິ? ບັນຫາທີສາມໄດ້ເກີດຂຶ້ນ. ຜູ້ນໍາຄົນນີ້ມາຖາມເບື້ອງເທິງອີກຄັ້ງ ໂດຍເວົ້າວ່າ: “ພວກເຮົາມີຄົນຢູ່ທີ່ນີ້ທີ່ເຮັດວຽກໄວ ແລະ ເຄື່ອນໄຫວຢ່າງວ່ອງໄວ, ແຕ່ມີສິ່ງໜຶ່ງທີ່ຜິດປົກກະຕິກ່ຽວກັບລາວ. ຫຼັງຈາກເຮັດວຽກແລ້ວ, ລາວພຽງແຕ່ນັ່ງຢູ່ບ່ອນນັ້ນ ແລະ ບໍ່ຊ່ວຍຄົນອື່ນເລີຍ, ດັ່ງນັ້ນ ທຸກຄົນຈຶ່ງເລີ່ມມີຄວາມຄິດເຫັນກ່ຽວກັບລາວ”. ອ້າຍນ້ອງທີ່ຢູ່ເບື້ອງເທິງຖາມວ່າ: “ປົກກະຕິແລ້ວ ລາວຂີ້ຄ້ານບໍເວລາລາວເຮັດວຽກ?” ຜູ້ນໍາຄົນນີ້ຕອບວ່າ: “ບໍ່, ລາວບໍ່ໄດ້ຂີ້ຄ້ານ. ລາວພຽງແຕ່ເຮັດວຽກໄວ ແລະ ຫຼັງຈາກເຮັດແລ້ວ, ລາວກໍພຽງແຕ່ນັ່ງລໍຖ້າຢູ່ບ່ອນນັ້ນ, ບໍ່ຊ່ວຍໃຜເລີຍ, ດັ່ງນັ້ນ ອ້າຍເອື້ອຍນ້ອງຈຶ່ງມີຄວາມຄິດເຫັນກ່ຽວກັບລາວ, ພວກເຂົາເວົ້າວ່າລາວຂາດຄວາມເມດຕາ”. ເມື່ອອ້າຍເອື້ອຍນ້ອງເວົ້າເຖິງເລື່ອງນີ້, ມັນເຮັດໃຫ້ຜູ້ນໍາຄົນນີ້ທຸກໃຈ. ລາວຄິດວ່າ: “ໂທ່ເອີຍ, ເບິ່ງແມວ່າຄົນຜູ້ນັ້ນໂຫດຮ້າຍສໍ່າໃດ! ອ້າຍເອື້ອຍນ້ອງຂອງຂ້ອຍເມື່ອຍຈາກການເຮັດວຽກ, ພວກເຂົາເຮັດວຽກຊ້າ ແລະ ບໍ່ມີໃຜຊ່ວຍພວກເຂົາເລີຍ”. ທັງກຸ່ມຮູ້ສຶກບໍ່ພໍໃຈ, ດັ່ງນັ້ນ ລາວກໍຮູ້ສຶກບໍ່ພໍໃຈຄືກັນ. ລາວຊ່າງເປັນຄົນທີ່ “ເຫັນອົກເຫັນໃຈ” ແທ້ໆ! ລາວນໍາເອົາ “ພາລະ” ນີ້ມາກັບລາວເພື່ອລາຍງານຕໍ່ເບື້ອງເທິງ. ສິ່ງທຳອິດທີ່ລາວຖາມແມ່ນ: “ຄົນແບບນີ້ສາມາດຖືກລົງໂທດໄດ້ບໍ?” ບອກເຮົາມາເບິ່ງ, ພວກເຈົ້າຄິດວ່າຄົນແບບນີ້ສາມາດຖືກລົງໂທດໄດ້ບໍ? (ບໍ່.) ດັ່ງນັ້ນ, ປະຕິກິລິຍາຂອງພວກເຈົ້າແມ່ນຫຍັງຫຼັງຈາກທີ່ໄດ້ຍິນສິ່ງນີ້? ພວກເຈົ້າມີຄວາມຮູ້ສຶກທີ່ສັບສົນກ່ຽວກັບມັນບໍ? ພວກເຈົ້າຮູ້ສຶກບໍ່ພໍໃຈບໍ? (ແມ່ນແລ້ວ.) ເຮືອນຂອງພຣະເຈົ້າໄດ້ໂອ້ລົມສະເໝີວ່າ ຜູ້ຄົນຕ້ອງເຂົ້າໃຈຄວາມຈິງ ແລະ ປະຕິບັດຕໍ່ຄົນອື່ນຢ່າງເປັນທຳ, ແຕ່ລາວບໍ່ສາມາດເຮັດແມ່ນແຕ່ເລື່ອງເລັກນ້ອຍນີ້ໄດ້. ລາວເຊື່ອວ່າການລົງໂທດຄົນຜູ້ນັ້ນຈະເປັນເລື່ອງທີ່ຍຸຕິທຳ. ນີ້ບໍ່ແມ່ນສິ່ງທີ່ຊົ່ວຊ້າບໍ? (ແມ່ນແລ້ວ, ມັນຊົ່ວຊ້າ.) ລາວຄິດວ່າ: “ອ້າຍເອື້ອຍນ້ອງຂອງຂ້ອຍກຳລັງທົນທຸກ ແລະ ພວກເຂົາໄດ້ລາຍງານຕໍ່ຂ້ອຍວ່າຄົນນີ້ຂາດຄວາມເມດຕາ. ໃນຖານະຜູ້ນໍາ, ຂ້ອຍຈະຊື້ໃຈຄົນເຫຼົ່ານີ້, ປອບໃຈພວກເຂົາ, ປົກປ້ອງພວກເຂົາ, ເຮັດໃຫ້ພວກເຂົາບໍ່ຖືກເອົາປຽບ ຫຼື ຮູ້ສຶກບໍ່ໄດ້ຮັບຄວາມເປັນທຳໄດ້ແນວໃດ?” ການຕອບໂຕ້ທຳອິດຂອງລາວແມ່ນການລົງໂທດຄົນຜູ້ນັ້ນ, ໂດຍຄິດວ່າການລົງໂທດລາວຈະເຮັດໃຫ້ຄວາມໂກດຮ້າຍຂອງທຸກຄົນສະຫງົບລົງ ແລະ ທຸກຢ່າງກໍຈະຍຸຕິທຳ ແລະ ເທົ່າທຽມກັນ. ລາວບໍ່ຢາກເຮັດສິ່ງນີ້ບໍ? (ແມ່ນແລ້ວ.) ລາວຄິດວ່າ: “ພວກເຮົາທຸກຄົນກິນອາຫານແບບດຽວກັນ, ອາໄສຢູ່ໃນບ່ອນດຽວກັນ ແລະ ພວກເຮົາທຸກຄົນຖືກປະຕິບັດແບບດຽວກັນ. ເຈົ້າມີສິດຫຍັງທີ່ຈະເຮັດວຽກໄວຂະໜາດນັ້ນ? ຖ້າເຈົ້າເຮັດວຽກໄວ, ເປັນຫຍັງເຈົ້າຈຶ່ງບໍ່ຊ່ວຍຄົນອື່ນ?” ບອກເຮົາມາເບິ່ງ, ຜູ້ຄົນຮູ້ສຶກແນວໃດຫຼັງຈາກທີ່ໄດ້ຍິນສິ່ງນີ້? “ການເຮັດວຽກໄວເປັນບາບ. ເບິ່ງຄືວ່າພວກເຮົາຕ້ອງບໍ່ເຮັດວຽກໄວຈັກເທື່ອ, ມັນຈະບໍ່ເກີດຜົນດີຫຍັງຕໍ່ພວກເຮົາໃນມືຂອງຜູ້ນໍາຄົນນີ້. ການເຮັດວຽກໄວບໍ່ດີ ແລະ ການເປັນຄົນຫ້າວຫັນກໍບໍ່ດີຄືກັນ. ການເຮັດວຽກຊ້າເປັນສິ່ງທີ່ຖືກຕ້ອງ!” ເບື້ອງເທິງຖາມຜູ້ນໍາວ່າ: “ແລ້ວຄົນທີ່ເຮັດວຽກຊ້າເດ? ເຈົ້າໃຫ້ລາງວັນພວກເຂົາບໍ?” ຜູ້ນໍາເວົ້າບໍ່ອອກ, ແຕ່ລາວກໍບໍ່ໄດ້ເບົາປັນຍາ. ລາວເວົ້າວ່າ: “ບໍ່, ຂ້ອຍບໍ່ສາມາດໃຫ້ລາງວັນພວກເຂົາໄດ້. ເຖິງຢ່າງໃດກໍຕາມ, ໝໍນັ້ນທີ່ເຮັດວຽກໄວຄວນຖືກລົງໂທດ. ອ້າຍເອື້ອຍນ້ອງທຸກຄົນເວົ້າວ່າລາວຕ້ອງຖືກລົງໂທດ”. ນັ້ນແມ່ນປະໂຫຍກທີ່ລາວເວົ້າອອກມາ. ບອກເຮົາມາເບິ່ງ, ປະໂຫຍກນີ້ເປັນຕົວແທນໃຫ້ອ້າຍເອື້ອຍນ້ອງຢ່າງແທ້ຈິງ ຫຼື ມັນເປັນຕົວແທນໃຫ້ຕົວຜູ້ນໍາເອງ? (ມັນເປັນຕົວແທນໃຫ້ຕົວຜູ້ນໍາເອງ.) ໃຫ້ພວກເຮົາວາງເລື່ອງອ້າຍເອື້ອຍນ້ອງໄວ້ກ່ອນ, ໃນທ່າມກາງພວກເຂົາ ມີຄົນເບົາປັນຍາທຸກປະເພດ: ຄົນທີ່ບໍ່ຮັກຄວາມຈິງ, ຄົນທີ່ເວົ້າແບບຄົດໂກງ, ຄົນທີ່ເຫັນແກ່ຕົວ ແລະ ເຮັດເພື່ອຜົນປະໂຫຍດຂອງຕົນເອງ, ຄົນທີ່ຍຸຍົງໃຫ້ແຕກແຍກ, ຄົນທີ່ເວົ້າໂດຍບໍ່ມີຫຼັກການ ແລະ ຄົນທີ່ກະທຳໂດຍບໍ່ມີບັນທັດຖານທາງສິນລະທຳ. ຄົນປະເພດໃດທີ່ບໍ່ສາມາດພົບເຫັນໄດ້ໃນທ່າມກາງພວກເຂົາ? ແລ້ວຄວາມຮັບຜິດຊອບຂອງລາວໃນຖານະຜູ້ນໍາຄຣິສຕະຈັກແມ່ນຫຍັງ? ມັນແມ່ນຄວາມຮັບຜິດຊອບຂອງລາວບໍທີ່ຈະເວົ້າແທນອ້າຍເອື້ອຍນ້ອງທີ່ມີອິດທິພົນ, ເພື່ອປົກປ້ອງກະແສທີ່ຊົ່ວຊ້າ ແລະ ການປະຕິບັດທີ່ຊົ່ວຮ້າຍເຫຼົ່ານີ້? (ບໍ່.) ແລ້ວຄວາມຮັບຜິດຊອບຂອງລາວແມ່ນຫຍັງ? ເມື່ອລາວຄົ້ນພົບບັນຫາຂອງການບິດເບືອນ ແລະ ການບ່ຽງເບນໃນທ່າມກາງອ້າຍເອື້ອຍນ້ອງ, ມັນແມ່ນຄວາມຮັບຜິດຊອບຂອງລາວທີ່ຈະແກ້ໄຂບັນຫາເຫຼົ່ານີ້ໂດຍໃຊ້ຄວາມຈິງ, ເພື່ອໃຫ້ຄົນເຫຼົ່ານັ້ນສາມາດເຂົ້າໃຈວ່າບັນຫາຢູ່ໃສ ແລະ ບັນຫາກ່ຽວກັບສະພາວະຂອງພວກເຂົາ, ນໍາພາພວກເຂົາໃຫ້ຮູ້ຈັກຕົນເອງ ແລະ ເຂົ້າໃຈຄວາມຈິງ ແລະ ນໍາພາພວກເຂົາໃຫ້ມາຢູ່ຕໍ່ໜ້າພຣະເຈົ້າ. ນີ້ບໍ່ແມ່ນຄວາມຮັບຜິດຊອບຂອງຜູ້ນໍາຄຣິສຕະຈັກບໍ? (ແມ່ນແລ້ວ.) ລາວໄດ້ປະຕິບັດມັນໃຫ້ສຳເລັດບໍ? ລາວບໍ່ພຽງແຕ່ລົ້ມເຫຼວໃນການປະຕິບັດມັນໃຫ້ສຳເລັດເທົ່ານັ້ນ, ລາວຍັງສົ່ງເສີມກະແສທີ່ຊົ່ວຊ້າ ແລະ ການປະຕິບັດທີ່ຊົ່ວຮ້າຍເຫຼົ່ານັ້ນ, ໂດຍການປົກປ້ອງ, ການປຸກປັ່ນ ແລະ ການຍິນຍອມໃຫ້ພວກມັນກໍ່ຕົວ ແລະ ແຜ່ລາມໃນຄຣິສຕະຈັກ. ນີ້ບໍ່ແມ່ນສິ່ງທີ່ຊົ່ວຊ້າບໍ? (ແມ່ນແລ້ວ.) ບອກເຮົາມາເບິ່ງ, ຫຼັງຈາກທີ່ເບື້ອງເທິງລິຮານ ແລະ ເປີດໂປງຄົນທີ່ມີອຸປະນິໄສທີ່ຊົ່ວຊ້າແບບນີ້, ພວກເຂົາຈະຕໍ່ຕ້ານໃນໃຈຂອງພວກເຂົາບໍ? (ແມ່ນແລ້ວ.) ພວກເຂົາຈະຕໍ່ຕ້ານຢ່າງແນ່ນອນ. ພວກເຂົາຈະປະຕິບັດຕໍ່ຜູ້ຄົນຢ່າງເປັນທຳຕາມຫຼັກການທີ່ເບື້ອງເທິງມອບໃຫ້ພວກເຂົາບໍ? ບໍ່ຢ່າງແນ່ນອນ. ເຈົ້າສາມາດເຫັນໄດ້ຈາກຄຳເວົ້າທີ່ລາວເວົ້າວ່າ ລາວເປັນຄົນເຈົ້າເລ່ຢ່າງແທ້ຈິງ. ຕໍ່ມາ, ເຮົາຄິດກັບຕົນເອງວ່າ: “ຖ້າຄົນທີ່ເຮັດວຽກໄວຈະຖືກລົງໂທດ, ໃຜຈະກ້າເຮັດວຽກໄວ? ທຸກຄົນຈະກາຍເປັນຄົນຊ້າປານເຕົ່າ, ບໍ່ສາມາດປີນຂຶ້ນຝັ່ງແມ່ນໍ້າໄດ້ ແມ່ນແຕ່ຫຼັງຈາກທີ່ວົນວຽນຢູ່ເປັນເວລາສາມມື້”. ນັ້ນບໍ່ແມ່ນວິທີທີ່ສິ່ງຕ່າງໆຈະເປັນໄປບໍ? ນອກເໜືອຈາກການທີ່ລາວບໍ່ສາມາດປະຕິບັດຕໍ່ຜູ້ຄົນຢ່າງເປັນທຳແລ້ວ, ດ້ານທີ່ຮ້າຍແຮງທີ່ສຸດ ແລະ ເປັນອັນຕະລາຍເຖິງຊີວິດທີ່ສຸດຂອງຜູ້ນໍາຄົນນີ້ ແລະ ດ້ານທີ່ສາມາດເຮັດໃຫ້ຜູ້ຄົນຫຼົງຜິດໄດ້ຫຼາຍທີ່ສຸດກໍຄື ບໍ່ວ່າອ້າຍເອື້ອຍນ້ອງຈະເຮັດສິ່ງທີ່ບໍ່ດີຫຍັງ ຫຼື ເຜີຍແຜ່ມຸມມອງທີ່ຜິດພາດ ແລະ ໄຮ້ສາລະຫຍັງກໍຕາມ, ລາວບໍ່ພຽງແຕ່ລົ້ມເຫຼວໃນການແຍກແຍະ ແລະ ແກ້ໄຂພວກເຂົາເທົ່ານັ້ນ, ລາວຍັງຕາມໃຈພວກເຂົາ, ປົກປ້ອງພວກເຂົາ ແລະ ເຖິງຂັ້ນພະຍາຍາມເອົາໃຈພວກເຂົາ. ລາວບໍ່ແມ່ນບຸກຄົນທີ່ເປັນອັນຕະລາຍບໍ? (ແມ່ນແລ້ວ.) ລາວເປັນອັນຕະລາຍຢ່າງສຸດຂີດ! ນີ້ແມ່ນປະໂຫຍກທີສາມທີ່ຜູ້ນໍາຄົນນັ້ນເວົ້າ.
ໃຫ້ພວກເຮົາສືບຕໍ່ກັບປະໂຫຍກທີສີ່. ເຮົາໄປຢ້ຽມຢາມຄຣິສຕະຈັກທີ່ຜູ້ນໍາຄົນນັ້ນຮັບຜິດຊອບຢູ່ເລື້ອຍໆ ແລະ ພວກເຂົາລ້ຽງໄກ່ຈຳນວນໜຶ່ງໄວ້ທີ່ນັ້ນ. ທຸກຄັ້ງທີ່ເຮົາໄປຢ້ຽມຢາມ, ລາວຈະຂ້າໄກ່ໂຕໜຶ່ງ. ມື້ໜຶ່ງ, ໄກ່ຈະຖືກນໍາໄປຕົ້ມ; ມື້ຕໍ່ມາ, ໄກ່ຈະຖືກນໍາໄປຕຸ໋ນ; ມື້ຖັດມາ, ໄກ່ຈະຖືກນໍາໄປອົບ. ເຮົາຄິດວ່າຖ້າເຮົາຍັງໄປທີ່ນັ້ນທຸກມື້, ໄກ່ຝູງນັ້ນອາດຈະໝົດໄປພາຍໃນສອງສາມມື້. ເປັນຫຍັງຈຶ່ງເປັນແນວນັ້ນ? ເມື່ອໄກ່ຖືກປຸງແຕ່ງ, ບາງຄັ້ງເຮົາກໍກິນຕ່ອນໜຶ່ງ ແລະ ບາງຄັ້ງເຮົາກໍບໍ່ຢາກກິນເລີຍ, ແຕ່ຄົນເຫຼົ່ານັ້ນກໍຍັງກິນມັນ ແລະ ໄກ່ທັງໂຕກໍຖືກກິນໝົດທຸກຄັ້ງ. ຕໍ່ມາ, ເຮົາໄດ້ພິຈາລະນາເລື່ອງນີ້: ຖ້າໄກ່ທັງໂຕຖືກກິນໝົດທຸກຄັ້ງທີ່ເຮົາໄປຢ້ຽມຢາມ, ບໍ່ວ່າພວກເຂົາຈະມີໄກ່ຫຼາຍປານໃດກໍຕາມ, ພວກມັນກໍຈະຢູ່ໄດ້ບໍ່ດົນຖ້າຖືກກິນແບບນັ້ນ. ດັ່ງນັ້ນ, ເຮົາຈຶ່ງບອກຜູ້ນໍາວ່າລາວບໍ່ສາມາດຂ້າໄກ່ໄດ້ອີກຕໍ່ໄປ. ນີ້ບໍ່ແມ່ນສິ່ງທີ່ເໝາະສົມທີ່ຈະເຮັດບໍ? (ແມ່ນແລ້ວ, ມັນເໝາະສົມ.) ຕອນນີ້, ເລື່ອງນີ້ເຮັດໃຫ້ລາວໄປບໍ່ເປັນແທ້ໆ. ລາວອອກມາພ້ອມກັບຄຳຖາມ ໂດຍເວົ້າວ່າ: “ຖ້າພວກເຮົາບໍ່ສາມາດຂ້າໄກ່ໄດ້, ແລ້ວ...” ເຈົ້າບໍ່ຮູ້ເລີຍວ່າລາວຖາມຫຍັງຕໍ່ໄປ. ໃນທີ່ສຸດ ລາວເວົ້າຫຍັງອອກມາຢ່າງຍາກລຳບາກ? “ແລ້ວເຈົ້າຢາກກິນຫຍັງ?” ເຮົາເວົ້າວ່າ: “ບໍ່ມີຫຍັງໃຫ້ກິນນອກຈາກໄກ່ບໍ? ສວນບໍ່ໄດ້ເຕັມໄປດ້ວຍຜັກບໍ? ເຮົາກິນຜັກຊະນິດໃດກໍໄດ້”. ລາວໝາຍຄວາມວ່າຖ້າພວກເຂົາບໍ່ໄດ້ຮັບອະນຸຍາດໃຫ້ຂ້າໄກ່, ເຮົາກໍຍັງຈຳເປັນຕ້ອງໄດ້ກິນຊີ້ນ. ລາວຊ່າງເປັນຄົນທີ່ “ຮູ້ຈັກເອົາອົກເອົາໃຈ” ແທ້ໆ, ແມ່ນບໍ? ເຮົາເວົ້າວ່າ: “ຊີ້ນຫຍັງ! ຖ້າເຈົ້າມີຜັກ ແລ້ວເຮົາຈະບໍ່ກິນຊີ້ນ. ຖ້າເຮົາບໍ່ບອກໃຫ້ເຈົ້າຂ້າໄກ່, ກໍຢ່າຂ້າພວກມັນ!” ເລື່ອງນີ້ຄວນຈະເຂົ້າໃຈງ່າຍ, ແມ່ນບໍ? (ແມ່ນແລ້ວ.) ແຕ່ໃນກໍລະນີຂອງລາວ, ມັນກາຍເປັນສະຖານະການທີ່ກືນບໍ່ເຂົ້າຄາຍບໍ່ອອກ. ການທີ່ບໍ່ສາມາດຂ້າໄກ່ໄດ້ເຮັດໃຫ້ລາວຮູ້ສຶກບໍ່ສະບາຍໃຈແທ້ໆ; ລາວເລີ່ມສະແດງພຶດຕິກຳທີ່ແປກປະຫຼາດຫຼາຍ, ຄືຄົນເສຍຈິດ. ຍ້ອນວ່າລາວບໍ່ສາມາດກິນໄກ່ໄດ້ໃນຄັ້ງນັ້ນ, ຄັ້ງຕໍ່ໄປທີ່ເຮົາໄປຢ້ຽມຢາມ, ລາວຈຶ່ງຖາມຄຳຖາມອື່ນ ເຊິ່ງນໍາພວກເຮົາໄປສູ່ປະໂຫຍກທີຫ້າ. ຈົ່ງຟັງເບິ່ງວ່າຄຳຖາມຂອງລາວເປັນຕາຫົວຂຶ້ນເລື້ອຍໆແນວໃດ. ຄຳຖາມນັ້ນແມ່ນຫຍັງ? ລາວເວົ້າວ່າ: “ໃນເມື່ອພວກເຮົາບໍ່ສາມາດຂ້າໄກ່ໄດ້ ແລະ ພວກເຮົາກໍລ້ຽງກະຕ່າຍຄືກັນ, ເຈົ້າຈະກິນພວກມັນແທນບໍ?” ເລື່ອງນັ້ນເຮັດໃຫ້ເຮົາໂກດຮ້າຍແທ້ໆ. ເຮົາເວົ້າວ່າ: “ກະຕ່າຍນ້ອຍທີ່ພວກເຮົາລ້ຽງໄວ້ໜ້າຮັກຫຼາຍ, ມີຕາສີແດງສົດໃສ ແລະ ຂົນສີຂາວບໍລິສຸດ. ພວກມັນກຳລັງຫຼິ້ນກັນຢ່າງມ່ວນຊື່ນ. ເປັນຫຍັງເຈົ້າຈຶ່ງຄິດແຕ່ເລື່ອງກິນຊີ້ນຢູ່ຕະຫຼອດເວລາ? ເຈົ້າຂາດຊີ້ນບໍ່ໄດ້ບໍ?” ເຮົາບໍ່ເຂົ້າໃຈ. ເຮືອນຄົວຂອງພວກເຂົາບໍ່ເຄີຍຂາດຊີ້ນ; ມີຂາໄກ່ ແລະ ຊີ້ນໝູຢ່າງບໍ່ອຶດຢາກ. ມັນບໍ່ແມ່ນວ່າບໍ່ມີຊີ້ນໃຫ້ລາວກິນ, ແລ້ວເປັນຫຍັງລາວຈຶ່ງຖາມກ່ຽວກັບການຂ້າກະຕ່າຍ ແລະ ການກິນຊີ້ນຂອງພວກມັນຢູ່ເລື້ອຍໆ? ເຮົາພຽງແຕ່ຕອບໂຕ້ດ້ວຍຄຳເວົ້າເຫຼົ່ານີ້: “ເຈົ້າບໍ່ໄດ້ຮັບອະນຸຍາດໃຫ້ຂ້າພວກມັນ! ການຂ້າທັງໝົດນີ້ແມ່ນເພື່ອຫຍັງ?” ເມື່ອລາວເຫັນເຮົາຕອບໂຕ້ແບບນີ້, ລາວກໍຢ້ານທີ່ຈະຖືກລິຮານ ແລະ ບໍ່ກ້າຖາມຄຳຖາມໃດໆອີກ. ຫຼັງຈາກນັ້ນ ລາວໄດ້ກະກຽມອາຫານຫຍັງ? ໃນລະຫວ່າງລະດູການເດືອນມິຖຸນາ ແລະ ເດືອນກໍລະກົດ, ມີສິ່ງຕ່າງໆຢ່າງຫຼວງຫຼາຍຢູ່ໃນສວນ; ຜັກໃບຂຽວ ແລະ ຜັກທີ່ອອກໝາກກໍມີຢ່າງອຸດົມສົມບູນ. ມື້ໜຶ່ງ, ຜູ້ນໍາຄົນນັ້ນໄດ້ກະກຽມອາຫານເຕັມໂຕະ. ລາວໄດ້ກະກຽມຫຍັງແດ່? ຂົ້ວຖົ່ວງອກ, ແກງຈືດຖົ່ວງອກ, ຕົ້ມປາໃສ່ເຕົາຮູ້, ຂົ້ວຖົ່ວລັນເຕົາໃສ່ໄຂ່, ຂົ້ວເຫັດຫູໜູ, ບໍ່ມີຜັກໃບຂຽວແມ່ນແຕ່ຢ່າງດຽວຢູ່ເທິງໂຕະ. ເຮົາຫຼຽວເບິ່ງອາຫານແຫ້ງໆ ເຫຼົ່ານັ້ນ. ລະດູການຮຽກຮ້ອງໃຫ້ມີສິ່ງທີ່ສົດໃໝ່, ແຕ່ອາຫານທີ່ລາວກະກຽມພັດຢູ່ນອກລະດູການຢ່າງສິ້ນເຊີງ. ເຮົາຄິດວ່າ ຄົນຜູ້ນີ້ບໍ່ໄດ້ກຳລັງຊົ່ວຊ້າຢູ່ບໍ? ມີຜັກທຸກຊະນິດຢູ່ໃນສວນ; ເປັນຫຍັງລາວຈຶ່ງບໍ່ເຮັດຜັກໃບຂຽວ? ໃນທີ່ສຸດ, ເຮົາເວົ້າວ່າລາວຄວນຖືກສົ່ງຕົວອອກໄປໂດຍໄວ. ຖ້າໃຫ້ຄົນແບບລາວຮັບຜິດຊອບການປຸງແຕ່ງອາຫານ, ຜູ້ຄົນກໍຈະບໍ່ມີທາງທີ່ຈະໄດ້ກິນອາຫານຕາມລະດູການ. ແທນທີ່ຈະເປັນແນວນັ້ນ, ພວກເຂົາຈະກິນອາຫານທີ່ຢູ່ນອກລະດູການຢູ່ສະເໝີ. ນັ້ນເປັນເລື່ອງປົກກະຕິບໍ? ມັນບໍ່ປົກກະຕິຢ່າງແນ່ນອນ!
ຜ່ານຄຳຖາມທີ່ຜູ້ນໍາຄົນນີ້ຖາມ ແລະ ວິທີການປຸງແຕ່ງອາຫານຂອງລາວ, ເຮົາສັງເກດເຫັນວ່າ ປະການທຳອິດ ລັກສະນະຂອງລາວບໍ່ດີ; ປະການທີສອງ ລາວມີອຸປະນິໄສທີ່ຊົ່ວຊ້າ ແລະ ແຝງຊົ່ວ; ປະການທີສາມ ລາວບໍ່ໄດ້ໄລ່ຕາມຄວາມຈິງ. ເຖິງຢ່າງໃດກໍຕາມ, ມັນມີສິ່ງໜຶ່ງທີ່ບໍ່ຄາດຄິດ; ເຈົ້າອາດຈະເອີ້ນມັນວ່າເປັນເລື່ອງທີ່ແປກປະຫຼາດກໍໄດ້. ໃນອະດີດ, ທຸກຄັ້ງທີ່ມີການເລືອກຕັ້ງໃນຄຣິສຕະຈັກແຫ່ງນີ້, ລາວໄດ້ຮັບຄະແນນສຽງຫຼາຍທີ່ສຸດ ແລະ ແມ່ນແຕ່ໃນການເລືອກຕັ້ງຄືນໃໝ່, ລາວກໍຍັງໄດ້ຮັບຄະແນນສຽງຫຼາຍທີ່ສຸດ. ມັນເກີດຫຍັງຂຶ້ນກັບຄົນແບບນີ້ຈຶ່ງໄດ້ຮັບຄະແນນສຽງສູງສຸດຊໍ້າແລ້ວຊໍ້າອີກ? ມັນບໍ່ມີເຫດຜົນສຳລັບເລື່ອງນີ້ທັງສອງຝ່າຍບໍ? (ມີ.) ມັນມີເຫດຜົນສຳລັບເລື່ອງນີ້ທັງສອງຝ່າຍ. ເຫດຜົນຫຼັກແມ່ນຫຍັງ? ໃນຝ່າຍໜຶ່ງ, ອ້າຍເອື້ອຍນ້ອງສ່ວນໃຫຍ່ບໍ່ໄດ້ໄລ່ຕາມ ຫຼື ເຂົ້າໃຈຄວາມຈິງ ແລະ ພວກເຂົາຂາດຄວາມສາມາດໃນການແຍກແຍະຜູ້ຄົນ. ໃນອີກຝ່າຍໜຶ່ງ, ຜູ້ນໍາຄຣິສຕະຈັກຄົນນີ້ມີຄວາມສາມາດສູງໃນການເຮັດໃຫ້ຜູ້ຄົນຫຼົງຜິດ. ພວກເຈົ້າບໍ່ຮູ້ວ່າຄົນຜູ້ນີ້ແມ່ນໃຜ, ພວກເຈົ້າບໍ່ເຫັນສິ່ງທີ່ລາວເຮັດ ແລະ ພວກເຈົ້າບໍ່ຮູ້ວ່າລາວເປັນຄົນແນວໃດໃນເວລາລັບຫຼັງ. ແຕ່ພຽງແຕ່ອີງໃສ່ເລື່ອງທີ່ເຮົາໄດ້ເວົ້າໄປ, ພ້ອມກັບຫ້າປະໂຫຍກທີ່ລາວເວົ້າ, ພວກເຈົ້າຈະເວົ້າວ່າລາວເປັນຄົນແນວໃດ? ລາວເໝາະສົມທີ່ຈະເປັນຜູ້ນໍາຄຣິສຕະຈັກບໍ? (ບໍ່.) ແລ້ວເປັນຫຍັງອ້າຍເອື້ອຍນ້ອງເຫຼົ່ານັ້ນຈຶ່ງເລືອກຕັ້ງລາວຢູ່ເລື້ອຍໆ? ມັນເປັນຍ້ອນວ່າລາວມີກົນອຸບາຍ ແລະ ເຮັດໃຫ້ຄົນເຫຼົ່ານີ້ຫຼົງຜິດ. ລາວບໍ່ໄດ້ເປັນຄົນບໍ່ມີເລ່ຫຼ່ຽມ ແລະ ຕິດດິນຄືກັບທີ່ລາວສະແດງອອກພາຍນອກຢ່າງແນ່ນອນ; ລາວມີກົນອຸບາຍຢ່າງແນ່ນອນ. ຕໍ່ມາ, ເຮົາເວົ້າວ່າບໍ່ມີຄົນໃນຄຣິສຕະຈັກນັ້ນທີ່ເໝາະສົມທີ່ຈະເຮັດໜ້າທີ່ເປັນຜູ້ນໍາ ແລະ ຄວນສົ່ງຄົນອື່ນໄປຮັບໃຊ້ໃນຕຳແໜ່ງນີ້. ແຕ່ບາງຄົນບໍ່ເຂົ້າໃຈ; ພວກເຂົາຮູ້ສຶກວ່າຜູ້ນໍາຄົນນີ້ບໍ່ໄດ້ຖືກເລືອກໂດຍອ້າຍເອື້ອຍນ້ອງ. ຄຳວ່າ “ອ້າຍເອື້ອຍນ້ອງ” ຄວນຖືກນິຍາມແນວໃດ? ອ້າຍເອື້ອຍນ້ອງເປັນຕົວແທນໃຫ້ຄວາມຈິງບໍ? ນີ້ແມ່ນວິທີທີ່ພວກເຂົາຖືກນິຍາມບໍ? (ບໍ່.) ເມື່ອອ້າຍເອື້ອຍນ້ອງຮ່ວມກັນສ້າງຂໍ້ຮຽກຮ້ອງ, ກົດລະບຽບ ຫຼື ຄວາມຄິດເຫັນ ແລະ ຂໍ້ໂຕ້ຖຽງ, ສິ່ງເຫຼົ່ານີ້ຈຳເປັນຕ້ອງສອດຄ່ອງກັບຄວາມຈິງບໍ? ພຣະເຈົ້າຄວນພິຈາລະນາບັນຫາຂອງພວກເຂົາ ແລະ ເບິ່ງແຍງພວກເຂົາກ່ອນບໍ? ພຣະເຈົ້າສາມາດເຮັດສິ່ງນີ້ໄດ້ບໍ? (ບໍ່.) ແລ້ວພວກເຂົາຄວນຖືກປະຕິບັດແນວໃດ? ອ້າຍເອື້ອຍນ້ອງເຫຼົ່ານີ້ຄວນຖືກນິຍາມແນວໃດ? ສ່ວນໃຫຍ່ຂອງພວກເຂົາເຕັມໃຈທີ່ຈະປະຕິບັດໜ້າທີ່, ອອກແຮງງານ ແລະ ເຮັດວຽກ, ແຕ່ພວກເຂົາບໍ່ໄລ່ຕາມຄວາມຈິງ. ພວກເຂົາຂາດຄຸນສົມບັດ ແລະ ຄວາມສາມາດໃນການຢັ່ງຮູ້ຄວາມຈິງ, ພວກເຂົາໂງ່ຈ້າ, ມຶນຊາ ແລະ ສະໝອງທຶບ, ພວກເຂົາບໍ່ສາມາດແຍກແຍະຜູ້ຄົນ ຫຼື ເບິ່ງທະລຸເລື່ອງຕ່າງໆ ແລະ ພວກເຂົາເຫັນແກ່ຕົວ ແລະ ເຮັດເພື່ອຜົນປະໂຫຍດຂອງຕົນເອງ. ເຖິງແມ່ນວ່າພວກເຂົາຈະມີເຈດຕະນາດີບາງຢ່າງ ແລະ ເຕັມໃຈທີ່ຈະປະຖິ້ມສິ່ງຕ່າງໆ, ເສຍສະລະຕົນເອງ ແລະ ເຮັດວຽກໜັກເພື່ອພຣະເຈົ້າ, ແຕ່ຂໍ້ບົກຜ່ອງທີ່ຮ້າຍແຮງຂອງພວກເຂົາແມ່ນຫຍັງ? ພວກເຂົາບໍ່ເຂົ້າໃຈຄວາມຈິງ ຫຼື ຍອມຮັບມັນ. ພວກເຂົາຍຶດຖືຄຳເວົ້າທີ່ວ່າ: “ຜູ້ໃດມີນົມໃຫ້ກິນກໍຖືວ່າເປັນແມ່, ຜູ້ໃດມີເງິນໃຫ້ກໍຖືວ່າເປັນພໍ່”. ໃຜກໍຕາມທີ່ດີຕໍ່ພວກເຂົາ ຫຼື ໃຫ້ຜົນປະໂຫຍດແກ່ພວກເຂົາ, ໃຜກໍຕາມທີ່ເວົ້າແທນພວກເຂົາ ແລະ ປົກປ້ອງພວກເຂົາ, ນັ້ນຄືຄົນທີ່ພວກເຂົາເລືອກ. ຖ້າຄົນແບບນັ້ນໄດ້ຮັບອະນຸຍາດໃຫ້ເລືອກຜູ້ນໍາຂອງພວກເຂົາເອງ, ພວກເຂົາຈະສາມາດເລືອກຜູ້ນໍາທີ່ດີໄດ້ບໍ? ພວກເຂົາບໍ່ສາມາດ. ພວກເຂົາຈະສາມາດມີຄວາມກ້າວໜ້າໃນການເຂົ້າສູ່ຊີວິດຂອງພວກເຂົາໄດ້ບໍ? ຖ້າເບື້ອງເທິງອະນຸຍາດໃຫ້ພວກເຂົາເອົາແຕ່ໃຈ ແລະ ສືບຕໍ່ເຮັດຕາມໃຈມັກຢ່າງບໍ່ຄິດໜ້າຄິດຫຼັງ, ນັ້ນຈະບໍ່ເປັນການໄຮ້ຄວາມຮັບຜິດຊອບບໍ? (ແມ່ນແລ້ວ.) ພວກເຂົາເປັນຄົນເບົາປັນຍາ, ແຕ່ເບື້ອງເທິງບໍ່ແມ່ນ ແລະ ຜູ້ນໍາທີ່ຄົນເຫຼົ່ານີ້ເລືອກກໍຖືກປົດອອກ ແລະ ປ່ຽນແທນດ້ວຍຄົນອື່ນ. ເຖິງແມ່ນວ່າຄົນເຫຼົ່ານີ້ບໍ່ເຕັມໃຈທີ່ຈະຍອມຮັບຜູ້ນໍາຄົນໃໝ່, ຕາບໃດທີ່ຄົນຜູ້ນັ້ນສາມາດເຮັດວຽກງານຕົວຈິງບາງຢ່າງໄດ້, ພວກເຂົາກໍດີກວ່າຜູ້ນໍາປອມທີ່ເຮັດໃຫ້ຜູ້ຄົນຫຼົງຜິດຄົນນັ້ນຫຼາຍ. ເຖິງແມ່ນວ່າອ້າຍເອື້ອຍນ້ອງເຫຼົ່ານີ້ບໍ່ເຂົ້າໃຈການຈັດແຈງຂອງເບື້ອງເທິງ, ແຕ່ຈະມີມື້ໜຶ່ງທີ່ພວກເຂົາກຳແໜ້ນຄວາມຈິງບາງຢ່າງ ແລະ ມີຄວາມເຂົ້າໃຈບາງຢ່າງກ່ຽວກັບສິ່ງຕ່າງໆ ແລະ ຈາກນັ້ນພວກເຂົາກໍຈະຮູ້ວ່າໃຜດີ ແລະ ໃຜບໍ່ດີ. ໂດຍການກະທຳແບບນີ້, ເບື້ອງເທິງກຳລັງຮັບຜິດຊອບຕໍ່ພວກເຂົາຢ່າງສົມບູນ. ການເຮັດສິ່ງນີ້ເໝາະສົມບໍ? (ມັນເໝາະສົມ.) ເຖິງແມ່ນວ່າພວກເຂົາບໍ່ເຂົ້າໃຈ, ພວກເຂົາກໍບໍ່ສາມາດໄດ້ຮັບອະນຸຍາດໃຫ້ເຮັດຕາມໃຈມັກໃນການເລືອກຕັ້ງໃຜກໍຕາມທີ່ພວກເຂົາຕ້ອງການ. ພວກເຂົາຕ້ອງການກະບົດບໍ? ຖ້າພວກເຂົາຕ້ອງການເຮັດຄວາມຊົ່ວ, ກາຍເປັນຜູ້ສົມຮູ້ຮ່ວມຄິດຂອງຊາຕານ, ພວກເຂົາກໍຈະຖືກທຳລາຍຢ່າງສິ້ນເຊີງ. ດັ່ງນັ້ນ, ເບື້ອງເທິງຈຶ່ງຕັດສິນໃຈແທນພວກເຂົາ ແລະ ເລືອກຜູ້ນໍາຄົນອື່ນ. ແຕ່ພວກເຂົາບໍ່ຍອມຮັບສິ່ງນີ້; ພວກເຂົາຢືນຢັນວ່າຄົນທີ່ພວກເຂົາເລືອກນັ້ນເໝາະສົມ. ນີ້ບໍ່ແມ່ນສິ່ງທີ່ຊົ່ວຊ້າບໍ? ເປັນຫຍັງພວກເຂົາຈຶ່ງຄິດວ່າລາວດີຢູ່ສະເໝີ? ລາວມີຫຍັງດີ? ເປັນຫຍັງພວກເຂົາຈຶ່ງຕັ້ງໃຈທີ່ຈະຮັກສາລາວໄວ້ຫຼາຍປານນັ້ນ? ມັນມີບັນຫາຢູ່ນີ້: ພວກເຂົາຖືກເຮັດໃຫ້ຫຼົງຜິດ ແລະ ຖືກທຳຮ້າຍໂດຍຜູ້ນໍາປອມຄົນນີ້ໂດຍບໍ່ຮູ້ຕົວ. ພວກເຂົາເປັນກຸ່ມຄົນເບົາປັນຍາຢ່າງແທ້ຈິງ. ເຮົາເວົ້າເລື່ອງນີ້ຈົບແລ້ວ. ພວກເຮົາເອົາຄົນແບບຜູ້ນໍາປອມຄົນນີ້ມາເປັນກໍລະນີຕົວຢ່າງເພື່ອໄຈ້ແຍກ ແລະ ວິເຄາະພາຍໃນຫົວຂໍ້ນີ້, ການເຮັດສິ່ງນີ້ແມ່ນຖືກຕ້ອງ. ເພາະວ່າຄວາມຊົ່ວຊ້າໃນອຸປະນິໄສຂອງພວກເຂົາກໍເປັນສິ່ງທີ່ເປັນຕົວຢ່າງໃນຕົວມັນເອງ.
ເມື່ອເວົ້າເຖິງການໂອ້ລົມຂອງພວກເຮົາກ່ຽວກັບຄວາມຊົ່ວຊ້າພາຍໃນການສະແດງອອກຂໍ້ທີເຈັດຂອງຜູ້ຕໍ່ຕ້ານພຣະຄຣິສ, ຜ່ານການລວບລວມຕົວຢ່າງສະເພາະເຫຼົ່ານີ້ ແລະ ການວິເຄາະ ແລະ ການປຽບທຽບພວກມັນ, ຫົວຂໍ້ນີ້ຈະແຈ້ງຂຶ້ນສຳລັບພວກເຈົ້າແລ້ວບໍ? ບໍ່ວ່າຄົນຜູ້ນີ້ທີ່ເຮົາຫາກໍສົນທະນາຈະສາມາດໄລ່ຕາມຄວາມຈິງໃນອະນາຄົດໄດ້ ຫຼື ບໍ່ນັ້ນ ແມ່ນຍັງບໍ່ທັນຮູ້ເທື່ອ, ມັນຍາກທີ່ຈະເວົ້າ ແລະ ພວກເຮົາຈະລະເວັ້ນຈາກການສະຫຼຸບໃດໆໃນຕອນນີ້. ເຖິງຢ່າງໃດກໍຕາມ, ມັນມີສິ່ງໜຶ່ງທີ່ແນ່ນອນ: ອຸປະນິໄສ, ແກ່ນແທ້ ແລະ ທຳມະຊາດຂອງລາວລ້ວນແຕ່ຊົ່ວຊ້າ. ແລ້ວລາວຮັກຫຍັງ? ລາວຮັກຄວາມເປັນທຳ ແລະ ຄວາມຊອບທຳບໍ? ລາວຮັກຄວາມຈິງຕ່າງໆທີ່ພຣະເຈົ້າກ່າວບໍ? ລາວຮັກການເປັນຄົນຊື່ສັດ, ການປະຕິບັດຕໍ່ຄົນອື່ນຢ່າງເປັນທຳ, ການກະທຳດ້ວຍຫຼັກການ ແລະ ການສະແຫວງຫາຄວາມຈິງບໍ? ລາວຮັກສິ່ງເຫຼົ່ານີ້ບໍ? ລາວບໍ່ໄດ້ຮັກສິ່ງໃດເລີຍໃນບັນດາສິ່ງເຫຼົ່ານີ້, ນີ້ເປັນສິ່ງທີ່ແນ່ນອນຮ້ອຍເປີເຊັນ. ຜ່ານປະໂຫຍກສອງສາມປະໂຫຍກທີ່ລາວເວົ້າ ແລະ ຄຳຖາມສອງສາມຂໍ້ທີ່ລາວຖາມ, ສິ່ງທີ່ລາວຮັກເລິກໆຢູ່ໃນໃຈ ແລະ ໃນກະດູກຂອງລາວໄດ້ຖືກເປີດໂປງ. ມັນບໍ່ມີສິ່ງໃດເລີຍໃນບັນດາສິ່ງເຫຼົ່ານັ້ນທີ່ສອດຄ່ອງກັບສິ່ງທີ່ເປັນບວກ. ໃຜຄືຄົນທີ່ລາວມັກ ແລະ ຮູ້ສຶກເຕັມໃຈທີ່ຈະປົກປ້ອງ? ລາວປົກປ້ອງຜູ້ທີ່ເຮັດຄວາມຊົ່ວ, ຜູ້ທີ່ລົບກວນວຽກງານຂອງຄຣິສຕະຈັກ, ຜູ້ທີ່ຂາດຄວາມຈົງຮັກພັກດີຢ່າງສິ້ນເຊີງ ແລະ ມີສ່ວນຮ່ວມໃນການກະທຳທີ່ຊົ່ວຮ້າຍຫຼາຍຢ່າງໃນການປະຕິບັດໜ້າທີ່ຂອງພວກເຂົາ. ລາວບໍ່ໄດ້ເບິ່ງຄົນແບບນັ້ນດ້ວຍຄວາມໂກດຮ້າຍ ຫຼື ຄວາມກຽດຊັງ; ລາວເຖິງຂັ້ນອອກປາກແທນພວກເຂົາ ແລະ ປົກປ້ອງພວກເຂົາ. ສິ່ງນີ້ບົ່ງບອກເຖິງຫຍັງ? ບົ່ງບອກວ່າພວກເຂົາເປັນຄົນປະເພດດຽວກັນ: ພວກເຂົາມີຜົນປະໂຫຍດຮ່ວມກັນ ແລະ ແກ່ນແທ້ຮ່ວມກັນ. ພວກເຂົາເຫັນດີນໍາກັນໂດຍທຳມະຊາດ ແລະ ພວກເຂົາເປັນພວກທີ່ເຫັນແກ່ຕົວປະເພດດຽວກັນ. ເມື່ອອ້າຍເອື້ອຍນ້ອງບາງຄົນຍັງຄົງເກັບແນວຄິດ ແລະ ຄວາມເຂົ້າໃຈຜິດກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ການກະທຳຂອງພຣະເຈົ້າໄວ້, ຜູ້ນໍາຄົນນີ້ຮູ້ສຶກແນວໃດ? ລາວແບກຮັບພາລະບໍ ເມື່ອເວົ້າເຖິງການແກ້ໄຂບັນຫາເຫຼົ່ານີ້? (ບໍ່.) ລາວບໍ່ໄດ້ແບກຮັບພາລະນີ້; ລາວບໍ່ໄດ້ຈັດການກັບບັນຫາເຫຼົ່ານີ້ ຫຼື ໃສ່ໃຈເລື່ອງເຫຼົ່ານີ້, ລາວເຮັດເປັນເບິ່ງບໍ່ເຫັນພວກມັນ. ເມື່ອຄົນໃດຄົນໜຶ່ງນໍາຄວາມອັບອາຍມາສູ່ພຣະນາມຂອງພຣະເຈົ້າ ຫຼື ຂັດຂວາງ ແລະ ລົບກວນວຽກງານຂອງເຮືອນຂອງພຣະເຈົ້າ, ເມື່ອຄົນໃດຄົນໜຶ່ງຂາດຄວາມຈົງຮັກພັກດີ ແລະ ເຮັດພໍແລ້ວມືແລ້ວຕີນໃນການປະຕິບັດໜ້າທີ່ຂອງຕົນ ຫຼື ທຳຮ້າຍຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ນໍາເອົາການລົບກວນ ແລະ ການທຳລາຍມາສູ່ການປະຕິບັດໜ້າທີ່ຂອງຕົນ ຫຼື ລະບາຍຄວາມເປັນລົບ ແລະ ເຜີຍແຜ່ແນວຄິດ, ລາວສາມາດລະບຸສິ່ງໃດສິ່ງໜຶ່ງໃນບັນດາສິ່ງເຫຼົ່ານີ້ວ່າເປັນບັນຫາໄດ້ບໍ? ລາວບໍ່ສາມາດລະບຸພວກມັນວ່າເປັນບັນຫາໄດ້; ລາວຄິດວ່າ: “ມັນເປັນເລື່ອງປົກກະຕິທີ່ບັນຫາເຫຼົ່ານີ້ຈະມີຢູ່; ໃຜແດ່ທີ່ບໍ່ມີການເປີດເຜີຍຄວາມເສື່ອມຊາມ?” ລາວກຳລັງບົ່ງບອກເຖິງຫຍັງ? ລາວກຳລັງບົ່ງບອກວ່າຄົນເຫຼົ່ານັ້ນຕ້ອງກະທຳແບບນີ້, ເພາະຖ້າເປັນແນວນັ້ນ ລາວກໍຈະເບິ່ງຄືວ່າບໍ່ໄດ້ບໍ່ດີປານໃດ, ລາວສາມາດ “ເຊື່ອງຕົວ” ແລະ ໄດ້ຮັບການ “ປົກປ້ອງ” ໄດ້. ນີ້ບໍ່ແມ່ນສິ່ງທີ່ຊົ່ວຊ້າບໍ? ຄົນເຫຼົ່ານີ້ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຢ່າງຕໍ່ເນື່ອງ ແລະ ລາວກໍບໍ່ໄດ້ຈັດການກັບພວກເຂົາ. ໂດຍອີງໃສ່ສິ່ງນີ້, ບອກເຮົາມາເບິ່ງ, ລາວມີຄວາມຮູ້ສຶກຍຸຕິທຳບໍ? ລາວຮັກຄວາມຈິງບໍ? ລາວຖືວ່າເຮືອນຂອງພຣະເຈົ້າເປັນສະຖານທີ່ແບບໃດ? ລາວບໍ່ຕ້ອງການໃຫ້ເຮືອນຂອງພຣະເຈົ້າເຕັມໄປດ້ວຍຄົນຊື່ສັດ, ຄົນທີ່ຈົງຮັກພັກດີຕໍ່ພຣະເຈົ້າ, ຄົນທີ່ຕິດຕາມຫົນທາງຂອງພຣະເຈົ້າ ແລະ ຮູ້ຈັກຕຳແໜ່ງຂອງຕົນເອງໃນຂະນະທີ່ປະຕິບັດໜ້າທີ່ຂອງຕົນ. ລາວບໍ່ຕ້ອງການໃຫ້ທຸກຄົນເປີດໃຈ ແລະ ໂອ້ລົມກ່ຽວກັບພຣະທຳຂອງພຣະເຈົ້າ, ອ່ອນນ້ອມຕໍ່ພຣະເຈົ້າ ແລະ ເປັນພະຍານໃຫ້ພຣະອົງ. ລາວບໍ່ມັກຖ້າທຸກຄົນໃນເຮືອນຂອງພຣະເຈົ້າເປັນແບບນັ້ນ. ແລ້ວສິ່ງທີ່ລາວມັກແມ່ນຫຍັງ? ລາວມັກເມື່ອທຸກຄົນສ້າງເຄືອຂ່າຍເສັ້ນສາຍເພື່ອຜົນປະໂຫຍດສ່ວນຕົວ, ປົກປັກຮັກສາຜົນປະໂຫຍດຂອງກັນແລະກັນ, ບໍ່ທຳຮ້າຍຄົນອື່ນ ຫຼື ເປີດໂປງຈຸດອ່ອນຂອງໃຜ. ລາວມັກເມື່ອທຸກຄົນປົກປ້ອງ ແລະ ໃຫ້ທີ່ພັກອາໄສເຊິ່ງກັນແລະກັນ, ປົກປິດສິ່ງທີ່ບໍ່ດີໃດໆທີ່ຄົນອື່ນເຮັດຈາກຄົນພາຍນອກ ແລະ ຮ່ວມມືກັນປິດບັງຄົນນອກ. ນັ້ນແມ່ນສິ່ງທີ່ລາວມັກ. ເມື່ອຄົນໃດຄົນໜຶ່ງນໍາເອົາການກະທຳຜິດ ແລະ ສະຖານະການທີ່ແທ້ຈິງຂອງຄົນອື່ນອອກມາເປີດເຜີຍ ແລະ ເຮັດໃຫ້ເລື່ອງເຫຼົ່ານີ້ເປັນທີ່ຮັບຮູ້ຕໍ່ສາທາລະນະ, ໂດຍເວົ້າຢ່າງກົງໄປກົງມາ ແລະ ໃຫ້ທຸກຄົນຮູ້ກ່ຽວກັບພວກມັນ, ລາວກຽດຊັງ ແລະ ລັງກຽດການກະທຳດັ່ງກ່າວ. ລາວມັກເມື່ອການກະທຳຜິດຍັງຄົງຖືກປົກປິດ ແລະ ຖືກເຊື່ອງໄວ້, ເມື່ອຄຳຕົວະບໍ່ຖືກເປີດໂປງ ແລະ ເມື່ອໃຜກໍຕາມທີ່ມີສ່ວນຮ່ວມໃນການຫຼອກລວງ ຫຼື ທຳຮ້າຍຜົນປະໂຫຍດຂອງເຮືອນຂອງພຣະເຈົ້າບໍ່ຖືກຈັດການຕາມຫຼັກການ. ໃນຄຣິສຕະຈັກທີ່ລາວຊີ້ນໍາ, ພຣະທຳຂອງພຣະເຈົ້າ ແລະ ພຣະດໍາລັດ ແລະ ການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າກາຍເປັນຫຍັງ? ພວກມັນກາຍເປັນຄຳເວົ້າທີ່ວ່າງເປົ່າ ແລະ ພວກມັນບໍ່ສາມາດຖືກຈັດຕັ້ງປະຕິບັດໄດ້. ເປັນຫຍັງພວກມັນຈຶ່ງບໍ່ສາມາດຖືກຈັດຕັ້ງປະຕິບັດໄດ້? ເພາະວ່າລາວຂັດຂວາງພວກມັນ; ລາວໄດ້ກາຍເປັນກຳແພງທີ່ຕັດພວກມັນອອກ. ນີ້ຄືອຸປະນິໄສທີ່ຊົ່ວຊ້າ ເຊິ່ງຜູ້ຕໍ່ຕ້ານພຣະຄຣິສເປີດເຜີຍໂດຍການບິດເບືອນຄວາມຈິງ, ໂດຍການໃຊ້ຍຸດທະວິທີບາງຢ່າງ ແລະ ການມີສ່ວນຮ່ວມໃນແຜນການທີ່ຊົ່ວຮ້າຍ ແລະ ເລ່ຫຼ່ຽມບາງຢ່າງ ເພື່ອຫຼອກລວງ ແລະ ຕົບຕາຄົນອື່ນ ເພື່ອບັນລຸເປົ້າໝາຍຂອງພວກເຂົາເອງ.
ໃນຄຣິສຕະຈັກທີ່ຜູ້ຕໍ່ຕ້ານພຣະຄຣິສກຳອຳນາດ, ການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າບໍ່ສາມາດຈັດຕັ້ງປະຕິບັດໄດ້. ໃນເວລາດຽວກັນ, ປະກົດການທີ່ແປກປະຫຼາດກໍເກີດຂຶ້ນພາຍໃນຄຣິສຕະຈັກເຫຼົ່ານັ້ນ, ເຊິ່ງວຽກງານດຽວທີ່ຖືກດຳເນີນການຄືວຽກງານທີ່ບໍ່ກ່ຽວຂ້ອງກັບການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ ຫຼື ວຽກງານທີ່ຂັດກັບການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ, ເຊິ່ງເຮັດໃຫ້ເກີດຄວາມຄິດເຫັນ ແລະ ການໂຕ້ຖຽງທີ່ແຕກຕ່າງກັນໃນທ່າມກາງອ້າຍເອື້ອຍນ້ອງ ແລະ ນໍາເອົາຄວາມວຸ້ນວາຍມາສູ່ຄຣິສຕະຈັກ. ຜູ້ນໍາປອມປະຕິບັດແນວໃດ? ພວກເຂົາບໍ່ເຮັດວຽກຕາມການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ; ມັນເບິ່ງຄືກັບວ່າພວກເຂົາບໍ່ມີຫຍັງເຮັດ ແລະ ພວກເຂົາກໍບໍ່ຕອບສະໜອງຕໍ່ການຈັດແຈງວຽກງານເລີຍ. ຜູ້ຄົນທີ່ຢູ່ພາຍໃຕ້ຜູ້ນໍາເຫຼົ່ານີ້ລ້ວນແຕ່ມຶນງົງ; ຄືກັບກອງດິນກອງຊາຍທີ່ກະຈັດກະຈາຍ, ບໍ່ມີໃຜມາຈັດລະບຽບພວກເຂົາ, ຕ່າງຄົນຕ່າງເຮັດຕາມໃຈມັກ ແລະ ເຮັດຕາມວິທີທີ່ພວກເຂົາຕ້ອງການ. ຜູ້ນໍາປອມບໍ່ສະແດງຄວາມຄິດເຫັນໃດໆ ແລະ ບໍ່ແບກຮັບຄວາມຮັບຜິດຊອບນີ້. ເຖິງຢ່າງໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສພັດປະຕິບັດຕ່າງອອກໄປ. ພວກເຂົາບໍ່ພຽງແຕ່ລົ້ມເຫຼວໃນການຈັດຕັ້ງປະຕິບັດການຈັດແຈງວຽກງານເທົ່ານັ້ນ, ແຕ່ພວກເຂົາຍັງຄິດຄົ້ນຄຳເວົ້າ ແລະ ການປະຕິບັດຂອງຕົນເອງຂຶ້ນມາອີກດ້ວຍ. ບາງຄົນເອົາການຈັດແຈງວຽກງານຂອງເບື້ອງເທິງມາແລ້ວດັດແກ້ພວກມັນ, ປ່ຽນພວກມັນໃຫ້ກາຍເປັນຄຳເວົ້າຂອງພວກເຂົາເອງ, ເຊິ່ງຈາກນັ້ນພວກເຂົາກໍຈັດຕັ້ງປະຕິບັດ, ໃນຂະນະທີ່ຄົນອື່ນໆພັດບໍ່ປະຕິບັດຕາມການຈັດແຈງວຽກງານຂອງເບື້ອງເທິງເລີຍ ແລະ ພຽງແຕ່ເຮັດຕາມໃຈຂອງພວກເຂົາເອງ. ພວກເຂົາກັກການຈັດແຈງວຽກງານຂອງເບື້ອງເທິງໄວ້ ແລະ ບໍ່ສົ່ງຕໍ່ລົງໄປ, ປິດບັງຜູ້ທີ່ຢູ່ພາຍໃຕ້ພວກເຂົາ ໃນຂະນະທີ່ພວກເຂົາເຮັດທຸກຢ່າງຕາມທີ່ພວກເຂົາພໍໃຈ, ເຖິງຂັ້ນແຕ່ງທິດສະດີ ແລະ ຄຳເວົ້າຂອງຕົນເອງຂຶ້ນມາເພື່ອຕົບຕາ ແລະ ເຮັດໃຫ້ຜູ້ທີ່ຢູ່ພາຍໃຕ້ພວກເຂົາຫຼົງຜິດ. ສະນັ້ນ, ຢ່າເບິ່ງພຽງແຕ່ວ່າຜູ້ຕໍ່ຕ້ານພຣະຄຣິສສາມາດປະຖິ້ມໄດ້ຫຼາຍສໍ່າໃດ ຫຼື ພວກເຂົາສາມາດທົນທຸກໄດ້ຫຼາຍສໍ່າໃດພາຍນອກ. ຈົ່ງວາງການກະທຳ ແລະ ພຶດຕິກຳທີ່ຜິວເຜີນຂອງພວກເຂົາໄວ້ຂ້າງໆ ແລະ ເບິ່ງທີ່ແກ່ນແທ້ຂອງສິ່ງເຫຼົ່ານີ້ທີ່ພວກເຂົາເຮັດ. ພວກເຂົາມີຄວາມສຳພັນແບບໃດກັບພຣະເຈົ້າ? ພວກເຂົາຕໍ່ຕ້ານທຸກສິ່ງທີ່ພຣະເຈົ້າໄດ້ກ່າວ ແລະ ໄດ້ກະທຳ, ທຸກສິ່ງທີ່ພຣະເຈົ້າຮຽກຮ້ອງໃຫ້ອ້າຍເອື້ອຍນ້ອງເຂົ້າໃຈ ແລະ ທຸກສິ່ງທີ່ພຣະອົງສັ່ງໃຫ້ມີການຈັດຕັ້ງປະຕິບັດໃນຂັ້ນລຸ່ມຂອງຄຣິສຕະຈັກ, ພວກເຂົາຕໍ່ຕ້ານສິ່ງເຫຼົ່ານີ້ທັງໝົດ. ບາງຄົນອາດຈະຖາມວ່າ “ການລົ້ມເຫຼວໃນການຈັດຕັ້ງປະຕິບັດສິ່ງເຫຼົ່ານີ້ແມ່ນຄືກັນກັບການຕໍ່ຕ້ານພວກມັນບໍ?” ເປັນຫຍັງພວກເຂົາຈຶ່ງບໍ່ຈັດຕັ້ງປະຕິບັດສິ່ງເຫຼົ່ານີ້? ກໍຍ້ອນວ່າພວກເຂົາບໍ່ເຫັນດີນຳສິ່ງເຫຼົ່ານັ້ນ. ໃນເມື່ອພວກເຂົາບໍ່ເຫັນດີນຳສິ່ງເຫຼົ່ານັ້ນ, ພວກເຂົາສູງກວ່າເຮືອນຂອງພຣະເຈົ້າບໍ? ໃນເມື່ອພວກເຂົາບໍ່ເຫັນດີນຳສິ່ງເຫຼົ່ານີ້, ພວກເຂົາມີແຜນການທີ່ດີກວ່າບໍ? ບໍ່, ພວກເຂົາບໍ່ມີ. ແລ້ວເປັນຫຍັງພວກເຂົາຈຶ່ງກ້າທີ່ຈະບໍ່ຈັດຕັ້ງປະຕິບັດສິ່ງເຫຼົ່ານີ້ພຽງຍ້ອນວ່າພວກເຂົາບໍ່ເຫັນດີນຳພວກມັນ? ກໍຍ້ອນວ່າພວກເຂົາຕ້ອງການຄອບງຳ ແລະ ຄວບຄຸມຄຣິສຕະຈັກ. ພວກເຂົາເຊື່ອວ່າຖ້າພວກເຂົາຈັດຕັ້ງປະຕິບັດສິ່ງຕ່າງໆໃຫ້ສອດຄ່ອງກັບການຈັດແຈງວຽກງານ ແລະ ຂໍ້ກຳນົດຂອງເບື້ອງເທິງຢ່າງຄົບຖ້ວນ, ຜົນງານຂອງພວກເຂົາກໍອາດຈະບໍ່ມີໃຜສັງເກດເຫັນ, ບໍ່ໂດດເດັ່ນ ແລະ ບໍ່ມີໃຜເຫັນ. ສຳລັບຜູ້ຕໍ່ຕ້ານພຣະຄຣິສແລ້ວ, ສິ່ງນີ້ຈະເປັນຄວາມຫາຍະນະ. ຖ້າທຸກຄົນເປັນພະຍານໃຫ້ພຣະເຈົ້າ ແລະ ໂອ້ລົມກ່ຽວກັບຄວາມຈິງຢ່າງສະໝໍ່າສະເໝີ, ຖ້າທຸກຄົນສາມາດເຂົ້າໃຈຄວາມຈິງ, ຈັດການເລື່ອງຕ່າງໆຕາມຫຼັກການ, ສະແຫວງຫາຄວາມຈິງ ແລະ ອະທິຖານ ແລະ ຮ້ອງຫາພຣະເຈົ້າເມື່ອປະເຊີນກັບບັນຫາ, ບົດບາດຂອງພວກເຂົາຈະແມ່ນຫຍັງ? ຜູ້ຕໍ່ຕ້ານພຣະຄຣິສບໍ່ໄລ່ຕາມຄວາມຈິງ, ສະນັ້ນ ພວກເຂົາກໍຈະບໍ່ມີບົດບາດຫຍັງເລີຍ; ພວກເຂົາຈະກາຍເປັນພຽງເຄື່ອງປະດັບ. ຖ້າພວກເຂົາກາຍເປັນເຄື່ອງປະດັບ ແລະ ບໍ່ມີໃຜສົນໃຈພວກເຂົາອີກຕໍ່ໄປ, ພວກເຂົາຈະຍອມຮັບສິ່ງນີ້ໄດ້ບໍ? ບໍ່, ພວກເຂົາຈະບໍ່ຍອມຮັບ. ພວກເຂົາຈະຄິດຫາວິທີທາງເພື່ອກອບກູ້ສະຖານະການ. ຜູ້ຕໍ່ຕ້ານພຣະຄຣິສມີອຸປະນິໄສທີ່ຊົ່ວຊ້າ ແລະ ແກ່ນແທ້ທີ່ຊົ່ວຊ້າ, ພວກເຂົາສາມາດຄາດການໄດ້ບໍວ່າພວກເຂົາຈະຖືກເປີດເຜີຍ ຖ້າອ້າຍເອື້ອຍນ້ອງທຸກຄົນໄລ່ຕາມຄວາມຈິງ? ຜູ້ຕໍ່ຕ້ານພຣະຄຣິສແມ່ນບໍ່ດີຫຼາຍ ແລະ ພວກເຂົາກໍບໍ່ໄລ່ຕາມຄວາມຈິງ; ພວກເຂົາເປັນຄົນຊົ່ວຊ້າ, ເລ່ຫຼ່ຽມ, ແຝງຊົ່ວ ແລະ ພວກເຂົາກໍບໍ່ຮັກສິ່ງທີ່ເປັນບວກ. ຖ້າທຸກຄົນເຂົ້າໃຈຄວາມຈິງ, ພວກເຂົາກໍຈະມີຄວາມສາມາດໃນການແຍກແຍະຜູ້ຕໍ່ຕ້ານພຣະຄຣິສ. ຜູ້ຕໍ່ຕ້ານພຣະຄຣິສຮູ້ເລື່ອງນີ້ບໍ? ແມ່ນແລ້ວ, ພວກເຂົາຮູ້. ພວກເຂົາສາມາດຮູ້ສຶກເຖິງສິ່ງນີ້ໄດ້ໃນວິນຍານຂອງພວກເຂົາ. ມັນຄືກັບຕອນທີ່ເຈົ້າໄປບ່ອນໃດບ່ອນໜຶ່ງ ແລະ ພົບກັບວິນຍານຊົ່ວຮ້າຍ. ເມື່ອວິນຍານຊົ່ວຮ້າຍເບິ່ງມາທີ່ເຈົ້າ, ພວກມັນກໍຮູ້ສຶກຂັດຫູຂັດຕາ ແລະ ພຽງແຕ່ເຫຼືອບເບິ່ງແວບດຽວ, ເຈົ້າກໍຮູ້ສຶກວ່າວິນຍານຊົ່ວຮ້າຍນັ້ນໜ້າລັງກຽດ ແລະ ບໍ່ຢາກເວົ້າກັບພວກມັນເລີຍ. ຄວາມຈິງແລ້ວ, ພວກມັນບໍ່ໄດ້ລ່ວງເກີນເຈົ້າ ຫຼື ເຮັດຫຍັງເພື່ອທຳຮ້າຍເຈົ້າ, ແຕ່ເຈົ້າເຫັນວ່າພວກມັນໜ້າຂີ້ດຽດທີ່ຈະເບິ່ງ ແລະ ການຟັງພວກມັນເວົ້າກໍເຮັດໃຫ້ເຈົ້າຮູ້ສຶກຂີ້ດຽດຍິ່ງກວ່າເກົ່າ. ໃນຄວາມເປັນຈິງແລ້ວ, ພວກມັນບໍ່ຮູ້ຈັກເຈົ້າ ແລະ ເຈົ້າກໍບໍ່ຮູ້ຈັກພວກມັນ. ມັນເກີດຫຍັງຂຶ້ນຢູ່ນີ້? ເຈົ້າສາມາດຮູ້ສຶກໄດ້ໃນວິນຍານຂອງເຈົ້າວ່າ ເຈົ້າທັງສອງບໍ່ແມ່ນຄົນປະເພດດຽວກັນ. ຜູ້ຕໍ່ຕ້ານພຣະຄຣິສແມ່ນສັດຕູຂອງຜູ້ຄົນທີ່ພຣະເຈົ້າເລືອກ. ຖ້າເຈົ້າບໍ່ມີການຮັບຮູ້ ຫຼື ຄວາມຮູ້ສຶກເມື່ອເຈົ້າມີປະຕິສຳພັນກັບພວກເຂົາ, ແລ້ວເຈົ້າບໍ່ໄດ້ດ້ານຊາຫຼາຍບໍ? ສົມມຸດວ່າ ເມື່ອຜູ້ຕໍ່ຕ້ານພຣະຄຣິສບໍ່ເວົ້າຫຼາຍ ແລະ ພຽງແຕ່ເວົ້າສອງສາມຄຳໃນຂະນະທີ່ສະແດງຂໍ້ໂຕ້ແຍ້ງ, ສະເໜີມຸມມອງ ຫຼື ມີທ່າທີບາງຢ່າງໃນການກະທຳຂອງພວກເຂົາ, ເຈົ້າກໍບໍ່ສາມາດເຫັນສິ່ງເຫຼົ່ານີ້ໄດ້ຢ່າງຊັດເຈນ. ຖ້າເຈົ້າມີປະຕິສຳພັນກັບພວກເຂົາເປັນເວລາດົນນານ ແລະ ຍັງບໍ່ມີການຮັບຮູ້ນີ້ ແລະ ມື້ໜຶ່ງເບື້ອງເທິງກຳນົດລັກສະນະຂອງພວກເຂົາວ່າເປັນຜູ້ຕໍ່ຕ້ານພຣະຄຣິສ ແລະ ຕອນນັ້ນເອງເຈົ້າຈຶ່ງຄ່ອຍມີຄວາມຮູ້ແຈ້ງນີ້ ແລະ ຮູ້ສຶກຢ້ານກົວບາງຢ່າງ, ໂດຍຄິດວ່າ “ຂ້ອຍບໍ່ໄດ້ແຍກແຍະຜູ້ຕໍ່ຕ້ານພຣະຄຣິສທີ່ເຫັນໄດ້ຊັດເຈນແບບນັ້ນໄດ້ແນວໃດ! ເກືອບໄປແລ້ວ!” ເຈົ້າຕ້ອງຊັກຊ້າ ແລະ ດ້ານຊາສໍ່າໃດ!
ຄວາມຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສມີລັກສະນະທີ່ເຫັນໄດ້ຊັດເຈນຢ່າງໜຶ່ງ ແລະ ເຮົາຈະແບ່ງປັນເຄັດລັບໃນການແຍກແຍະມັນໃຫ້ກັບພວກເຈົ້າ: ນັ້ນກໍຄື ທັງໃນຄຳເວົ້າ ແລະ ການກະທຳຂອງພວກເຂົາ, ເຈົ້າບໍ່ສາມາດຢັ່ງເຖິງຄວາມເລິກຂອງພວກເຂົາ ຫຼື ເບິ່ງເຂົ້າໄປໃນໃຈຂອງພວກເຂົາໄດ້. ເມື່ອພວກເຂົາເວົ້າກັບເຈົ້າ, ສາຍຕາຂອງພວກເຂົາກໍກອກກິ້ງໄປມາຢູ່ສະເໝີ ແລະ ເຈົ້າກໍບໍ່ສາມາດບອກໄດ້ວ່າພວກເຂົາກຳລັງວາງແຜນການຫຍັງຢູ່. ບາງຄັ້ງພວກເຂົາເຮັດໃຫ້ເຈົ້າຮູ້ສຶກວ່າພວກເຂົາຈົງຮັກພັກດີ ຫຼື ຈິງໃຈຫຼາຍ, ແຕ່ຄວາມຈິງພັດບໍ່ໄດ້ເປັນແນວນັ້ນ, ເຈົ້າບໍ່ສາມາດເບິ່ງທະລຸພວກເຂົາໄດ້ເລີຍ. ເຈົ້າມີຄວາມຮູ້ສຶກບາງຢ່າງໃນໃຈ, ຄວາມຮູ້ສຶກທີ່ວ່າຄວາມຄິດຂອງພວກເຂົາມີຄວາມເລິກລັບຊັບຊ້ອນ, ເລິກເຊິ່ງຈົນບໍ່ສາມາດຢັ່ງເຖິງໄດ້, ວ່າພວກເຂົາເປັນຄົນເຈົ້າເລ່ເພທຸບາຍ. ນີ້ຄືລັກສະນະທີໜຶ່ງຂອງຄວາມຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ມັນບົ່ງບອກວ່າຜູ້ຕໍ່ຕ້ານພຣະຄຣິສມີຄຸນລັກສະນະຂອງຄວາມຊົ່ວຊ້າ. ລັກສະນະທີສອງຂອງຄວາມຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງ? ມັນຄືການທີ່ທຸກສິ່ງທີ່ພວກເຂົາເວົ້າ ແລະ ເຮັດນັ້ນລ້ວນແລ້ວແຕ່ເປັນການເຮັດໃຫ້ຫຼົງຜິດຢ່າງຮ້າຍແຮງ. ສິ່ງນີ້ສະແດງອອກຢູ່ບ່ອນໃດ? ຢູ່ໃນຄວາມຊໍານິຊໍານານເປັນພິເສດຂອງພວກເຂົາໃນການຢັ່ງຮູ້ຈິດໃຈຂອງຜູ້ຄົນ, ໃນການເວົ້າສິ່ງທີ່ສອດຄ່ອງກັບແນວຄິດ ແລະ ຈິນຕະນາການຂອງຜູ້ຄົນ ແລະ ເປັນສິ່ງທີ່ຍອມຮັບໄດ້ງ່າຍ. ເຖິງຢ່າງໃດກໍຕາມ, ມັນມີສິ່ງໜຶ່ງທີ່ເຈົ້າຄວນແຍກແຍະ: ພວກເຂົາບໍ່ເຄີຍປະຕິບັດຕາມສິ່ງທີ່ຟັງມ່ວນຫູທີ່ພວກເຂົາເວົ້າເລີຍ. ຕົວຢ່າງ: ພວກເຂົາເທດສະໜາຫຼັກຄຳສອນໃຫ້ຄົນອື່ນຟັງ, ບອກພວກເຂົາວ່າຈະເປັນຄົນຊື່ສັດໄດ້ແນວໃດ ແລະ ຈະອະທິຖານ ແລະ ໃຫ້ພຣະເຈົ້າເປັນເຈົ້ານາຍຂອງພວກເຂົາໄດ້ແນວໃດເມື່ອມີບາງສິ່ງບາງຢ່າງເກີດຂຶ້ນກັບພວກເຂົາ, ແຕ່ເມື່ອມີບາງສິ່ງບາງຢ່າງເກີດຂຶ້ນກັບຜູ້ຕໍ່ຕ້ານພຣະຄຣິສເອງ, ພວກເຂົາພັດບໍ່ປະຕິບັດຄວາມຈິງ. ທັງໝົດທີ່ພວກເຂົາເຮັດຄືການກະທຳຕາມຄວາມຕ້ອງການຂອງພວກເຂົາເອງ ແລະ ຄິດຫາວິທີທາງນັບບໍ່ຖ້ວນເພື່ອສ້າງຜົນປະໂຫຍດໃຫ້ຕົນເອງ, ໂດຍເຮັດໃຫ້ຄົນອື່ນຮັບໃຊ້ພວກເຂົາ ແລະ ຈັດການວຽກງານຂອງພວກເຂົາ. ພວກເຂົາບໍ່ເຄີຍອະທິຖານຫາພຣະເຈົ້າ ຫຼື ໃຫ້ພຣະອົງເປັນເຈົ້ານາຍຂອງພວກເຂົາ. ພວກເຂົາເວົ້າສິ່ງທີ່ຟັງມ່ວນຫູ, ແຕ່ການກະທຳຂອງພວກເຂົາບໍ່ສອດຄ່ອງກັບສິ່ງທີ່ພວກເຂົາເວົ້າ. ສິ່ງທຳອິດທີ່ພວກເຂົາພິຈາລະນາເມື່ອລົງມືກະທຳກໍຄືຜົນປະໂຫຍດຕໍ່ຕົນເອງ; ພວກເຂົາບໍ່ຍອມຮັບການຈັດວາງ ແລະ ການຈັດແຈງຂອງພຣະເຈົ້າ. ຜູ້ຄົນເຫັນວ່າພວກເຂົາບໍ່ໄດ້ເຊື່ອຟັງໃນເວລາເຮັດສິ່ງຕ່າງໆ, ວ່າພວກເຂົາຊອກຫາວິທີທາງເພື່ອສ້າງຜົນປະໂຫຍດໃຫ້ຕົນເອງ ແລະ ວິທີທີ່ຈະກ້າວໄປຂ້າງໜ້າຢູ່ສະເໝີ. ນີ້ຄືດ້ານທີ່ເລ່ຫຼ່ຽມ ແລະ ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສທີ່ຜູ້ຄົນສາມາດເຫັນໄດ້. ເມື່ອເຮັດວຽກ, ບາງຄັ້ງຜູ້ຕໍ່ຕ້ານພຣະຄຣິສສາມາດທົນຄວາມລຳບາກ ແລະ ຈ່າຍລາຄາໄດ້, ເຖິງຂັ້ນອົດນອນ ແລະ ອົດອາຫານໃນບາງຄັ້ງ, ແຕ່ພວກເຂົາເຮັດແບບນີ້ພຽງເພື່ອໃຫ້ໄດ້ມາເຊິ່ງສະຖານະ ຫຼື ສ້າງຊື່ສຽງໃຫ້ຕົນເອງເທົ່ານັ້ນ. ພວກເຂົາທົນທຸກກັບຄວາມລຳບາກເພື່ອເຫັນແກ່ຄວາມທະເຍີທະຍານ ແລະ ເປົ້າໝາຍຂອງພວກເຂົາ ແຕ່ພັດເຮັດພໍແລ້ວມືແລ້ວຕີນກັບວຽກງານສຳຄັນທີ່ເຮືອນຂອງພຣະເຈົ້າຈັດແຈງໃຫ້ພວກເຂົາ, ເຊິ່ງພວກເຂົາບໍ່ໄດ້ດຳເນີນການເລີຍ. ແລ້ວພວກເຂົາອ່ອນນ້ອມຕໍ່ການຈັດແຈງຂອງພຣະເຈົ້າໃນທຸກສິ່ງທີ່ພວກເຂົາເຮັດບໍ? ພວກເຂົາກຳລັງປະຕິບັດໜ້າທີ່ຂອງພວກເຂົາບໍ? ມັນມີບັນຫາຢູ່ນີ້. ມັນຍັງມີພຶດຕິກຳອີກປະເພດໜຶ່ງ, ນັ້ນກໍຄື ເມື່ອອ້າຍເອື້ອຍນ້ອງສະເໜີຄວາມຄິດເຫັນທີ່ແຕກຕ່າງ, ຜູ້ຕໍ່ຕ້ານພຣະຄຣິສກໍຈະປະຕິເສດພວກເຂົາໃນທາງອ້ອມ, ໂດຍເວົ້າວົນໄປວົນມາ, ເຮັດໃຫ້ຜູ້ຄົນຄິດວ່າຜູ້ຕໍ່ຕ້ານພຣະຄຣິສໄດ້ໂອ້ລົມ ແລະ ສົນທະນາເລື່ອງຕ່າງໆກັບພວກເຂົາແລ້ວ, ແຕ່ເມື່ອເຖິງເວລາແທ້ໆ, ທຸກຄົນກໍຕ້ອງເຮັດຕາມທີ່ພວກເຂົາເວົ້າ. ພວກເຂົາຊອກຫາວິທີທີ່ຈະປິດກັ້ນຂໍ້ສະເໜີຂອງຄົນອື່ນຢູ່ສະເໝີ, ເພື່ອໃຫ້ຜູ້ຄົນເຮັດຕາມແນວຄວາມຄິດຂອງພວກເຂົາ ແລະ ເຮັດຕາມທີ່ພວກເຂົາເວົ້າ. ນີ້ແມ່ນການສະແຫວງຫາຫຼັກການຄວາມຈິງບໍ? ມັນບໍ່ແມ່ນຢ່າງແນ່ນອນ. ຄັນຊັ້ນ, ຫຼັກການໃນການເຮັດວຽກຂອງພວກເຂົາແມ່ນຫຍັງ? ມັນຄືການທີ່ທຸກຄົນຕ້ອງຟັງພວກເຂົາ ແລະ ເຊື່ອຟັງພວກເຂົາ, ວ່າບໍ່ມີໃຜທີ່ໜ້າຟັງໄປກວ່າພວກເຂົາ ແລະ ແນວຄວາມຄິດຂອງພວກເຂົາດີທີ່ສຸດ ແລະ ສູງສົ່ງທີ່ສຸດ. ຜູ້ຕໍ່ຕ້ານພຣະຄຣິສຈະເຮັດໃຫ້ທຸກຄົນຮູ້ສຶກວ່າສິ່ງທີ່ພວກເຂົາເວົ້ານັ້ນຖືກຕ້ອງ, ວ່າພວກເຂົາຄືຄວາມຈິງ. ນີ້ບໍ່ແມ່ນຄວາມຊົ່ວຊ້າບໍ? ນີ້ຄືລັກສະນະທີສອງຂອງຄວາມຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ. ລັກສະນະທີສາມຂອງຄວາມຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສກໍຄື ເມື່ອພວກເຂົາເປັນພະຍານໃຫ້ຕົນເອງ, ພວກເຂົາມັກຈະເປັນພະຍານເຖິງຜົນງານຂອງພວກເຂົາ, ຄວາມລຳບາກທີ່ພວກເຂົາໄດ້ທົນທຸກ ແລະ ສິ່ງທີ່ເປັນປະໂຫຍດທີ່ພວກເຂົາໄດ້ເຮັດເພື່ອທຸກຄົນ, ໂດຍຝັງມັນໃສ່ໃນຄວາມຄິດຂອງຜູ້ຄົນ, ເພື່ອໃຫ້ຄົນເຫຼົ່ານັ້ນຈື່ຈຳວ່າພວກເຂົາກຳລັງເພິ່ງພາອາໄສບາລະມີຂອງຜູ້ຕໍ່ຕ້ານພຣະຄຣິສ. ຖ້າໃຜຜູ້ໜຶ່ງຍ້ອງຍໍ ຫຼື ຂອບໃຈຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາອາດຈະເຖິງຂັ້ນເວົ້າຄຳເວົ້າທີ່ຟັງເບິ່ງຄືວ່າມີຄວາມເຂົ້າໃຈຝ່າຍວິນຍານຫຼາຍເຊັ່ນ: “ຂອບພຣະຄຸນພຣະເຈົ້າ. ທັງໝົດນີ້ລ້ວນແລ້ວແຕ່ເປັນພາລະກິດຂອງພຣະເຈົ້າ. ພຣະຄຸນຂອງພຣະເຈົ້າກໍພຽງພໍແລ້ວສຳລັບພວກເຮົາແລ້ວ”, ເພື່ອໃຫ້ທຸກຄົນເຫັນວ່າພວກເຂົາມີຄວາມເຂົ້າໃຈຝ່າຍວິນຍານຫຼາຍ ແລະ ພວກເຂົາເປັນຜູ້ຮັບໃຊ້ທີ່ດີຂອງພຣະເຈົ້າ. ໃນຄວາມເປັນຈິງແລ້ວ, ພວກເຂົາກຳລັງຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງ ແລະ ມັນກໍບໍ່ມີບ່ອນວ່າງໃນໃຈຂອງພວກເຂົາໃຫ້ກັບພຣະເຈົ້າເລີຍ. ໃນຄວາມຄິດຂອງຄົນອື່ນໆ, ສະຖານະຂອງຜູ້ຕໍ່ຕ້ານພຣະຄຣິສໄດ້ລື່ນກາຍສະຖານະຂອງພຣະເຈົ້າໄປໄກແລ້ວ. ນີ້ບໍ່ແມ່ນຫຼັກຖານທີ່ແທ້ຈິງຂອງການທີ່ຜູ້ຕໍ່ຕ້ານພຣະຄຣິສເປັນພະຍານໃຫ້ຕົນເອງບໍ? ໃນຄຣິສຕະຈັກທີ່ຜູ້ຕໍ່ຕ້ານພຣະຄຣິສກຳອຳນາດ ແລະ ຄວບຄຸມ, ພວກເຂົາມີສະຖານະສູງສຸດໃນໃຈຂອງຜູ້ຄົນ. ພຣະເຈົ້າເປັນໄດ້ພຽງທີສອງ ຫຼື ທີສາມເທົ່ານັ້ນ. ຖ້າພຣະເຈົ້າໄປທີ່ຄຣິສຕະຈັກທີ່ຜູ້ຕໍ່ຕ້ານພຣະຄຣິສກຳອຳນາດ ແລະ ກ່າວບາງສິ່ງ, ສິ່ງທີ່ພຣະອົງກ່າວຈະໄປເຖິງຜູ້ຄົນທີ່ຢູ່ບ່ອນນັ້ນບໍ? ພວກເຂົາຈະຍອມຮັບມັນຈາກໃຈບໍ? ມັນຍາກທີ່ຈະເວົ້າ. ສິ່ງນີ້ພຽງພໍທີ່ຈະພິສູດໃຫ້ເຫັນວ່າຜູ້ຕໍ່ຕ້ານພຣະຄຣິສທຸ່ມເທຄວາມພະຍາຍາມຫຼາຍສໍ່າໃດໃນການເປັນພະຍານໃຫ້ຕົນເອງ. ພວກເຂົາບໍ່ໄດ້ເປັນພະຍານໃຫ້ພຣະເຈົ້າເລີຍ, ແຕ່ໃຊ້ໂອກາດທັງໝົດຂອງພວກເຂົາໃນການເປັນພະຍານໃຫ້ພຣະເຈົ້າເພື່ອເປັນພະຍານໃຫ້ຕົນເອງແທນ. ຍຸດທະວິທີທີ່ຜູ້ຕໍ່ຕ້ານພຣະຄຣິສໃຊ້ນີ້ບໍ່ແຝງຊົ່ວບໍ? ມັນບໍ່ຊົ່ວຊ້າຢ່າງບໍ່ໜ້າເຊື່ອບໍ? ໂດຍຜ່ານສາມລັກສະນະທີ່ໄດ້ໂອ້ລົມກັນຢູ່ນີ້, ມັນຈຶ່ງງ່າຍທີ່ຈະແຍກແຍະຜູ້ຕໍ່ຕ້ານພຣະຄຣິສ.
ຜູ້ຕໍ່ຕ້ານພຣະຄຣິສຍັງມີອີກລັກສະນະໜຶ່ງ ແລະ ມັນກໍເປັນການສະແດງອອກທີ່ສຳຄັນຂອງອຸປະນິໄສທີ່ຊົ່ວຊ້າຂອງພວກເຂົາເຊັ່ນກັນ. ນັ້ນກໍຄື ບໍ່ວ່າເຮືອນຂອງພຣະເຈົ້າຈະໂອ້ລົມກ່ຽວກັບຄວາມຈິງແນວໃດ, ຜູ້ຄົນທີ່ພຣະເຈົ້າເລືອກໂອ້ລົມກ່ຽວກັບຄວາມຮູ້ຈັກຕົນເອງແນວໃດ ຫຼື ຍອມຮັບການພິພາກສາ, ການລົງທັນ ແລະ ການລິຮານແນວໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສກໍບໍ່ໃສ່ໃຈເລື່ອງເຫຼົ່ານັ້ນເລີຍ. ພວກເຂົາຍັງຄົງໄລ່ຕາມຊື່ສຽງ, ຜົນປະໂຫຍດ ແລະ ສະຖານະ ແລະ ບໍ່ເຄີຍປະຖິ້ມເຈດຕະນາ ແລະ ຄວາມປາຖະໜາທີ່ຈະໄດ້ຮັບພຣະພອນ. ໃນຄວາມຄິດຂອງຜູ້ຕໍ່ຕ້ານພຣະຄຣິສ, ຕາບໃດທີ່ຄົນໃດຄົນໜຶ່ງສາມາດປະຕິບັດໜ້າທີ່, ຈ່າຍລາຄາ ແລະ ທົນທຸກກັບຄວາມລຳບາກບາງຢ່າງໄດ້, ພວກເຂົາກໍຄວນຈະໄດ້ຮັບພຣະພອນຈາກພຣະເຈົ້າ. ດ້ວຍເຫດນັ້ນ, ຫຼັງຈາກທີ່ເຮັດວຽກງານຂອງຄຣິສຕະຈັກໄດ້ໄລຍະໜຶ່ງ, ພວກເຂົາກໍເລີ່ມປະເມີນຜົນວຽກງານທີ່ພວກເຂົາໄດ້ເຮັດໃຫ້ກັບຄຣິສຕະຈັກ, ຜົນງານທີ່ພວກເຂົາໄດ້ເຮັດໃຫ້ກັບເຮືອນຂອງພຣະເຈົ້າ ແລະ ສິ່ງທີ່ພວກເຂົາໄດ້ເຮັດໃຫ້ກັບອ້າຍເອື້ອຍນ້ອງ. ພວກເຂົາຈື່ຈຳສິ່ງທັງໝົດນີ້ໄວ້ໃນໃຈຢ່າງໜັກແໜ້ນ, ລໍຖ້າເບິ່ງວ່າພວກເຂົາຈະໄດ້ຮັບພຣະຄຸນ ແລະ ພຣະພອນຫຍັງແດ່ຈາກພຣະເຈົ້າ, ເພື່ອທີ່ພວກເຂົາຈະໄດ້ກຳນົດວ່າສິ່ງທີ່ພວກເຂົາກຳລັງເຮັດຢູ່ນັ້ນຄຸ້ມຄ່າ ຫຼື ບໍ່. ເປັນຫຍັງພວກເຂົາຈຶ່ງຫຍຸ້ງຢູ່ກັບເລື່ອງແບບນັ້ນຢູ່ສະເໝີ? ສິ່ງທີ່ພວກເຂົາກຳລັງໄລ່ຕາມຢູ່ໃນສ່ວນເລິກຂອງຫົວໃຈຂອງພວກເຂົາແມ່ນຫຍັງ? ເປົ້າໝາຍໃນຄວາມເຊື່ອໃນພຣະເຈົ້າຂອງພວກເຂົາແມ່ນຫຍັງ? ຕັ້ງແຕ່ເລີ່ມຕົ້ນ, ຄວາມເຊື່ອໃນພຣະເຈົ້າຂອງພວກເຂົາແມ່ນກ່ຽວກັບການໄດ້ຮັບພຣະພອນ. ແລ້ວບໍ່ວ່າພວກເຂົາຈະຟັງການເທດສະໜາມາຈັກປີກໍຕາມ, ບໍ່ວ່າພວກເຂົາຈະກິນ ແລະ ດື່ມພຣະທຳຂອງພຣະເຈົ້າຫຼາຍສໍ່າໃດກໍຕາມ, ບໍ່ວ່າພວກເຂົາຈະເຂົ້າໃຈຫຼັກຄຳສອນຫຼາຍສໍ່າໃດກໍຕາມ, ພວກເຂົາກໍຈະບໍ່ມີວັນປະຖິ້ມຄວາມປາຖະໜາ ແລະ ເຈດຕະນາທີ່ຈະໄດ້ຮັບພຣະພອນ. ຖ້າເຈົ້າຂໍໃຫ້ພວກເຂົາເປັນສິ່ງທີ່ຖືກສ້າງທີ່ມີຄວາມຮັບຜິດຊອບ ແລະ ຍອມຮັບອຳນາດສູງສຸດ ແລະ ການຈັດແຈງຂອງພຣະເຈົ້າ, ພວກເຂົາກໍຈະເວົ້າວ່າ: “ນັ້ນບໍ່ມີຫຍັງກ່ຽວຂ້ອງກັບຂ້ອຍ. ມັນບໍ່ແມ່ນສິ່ງທີ່ຂ້ອຍຄວນພະຍາຍາມເພື່ອໃຫ້ໄດ້ມາ. ສິ່ງທີ່ຂ້ອຍຄວນພະຍາຍາມເພື່ອໃຫ້ໄດ້ມາຄື: ເມື່ອຂ້ອຍໄດ້ຕໍ່ສູ້ໃນການສູ້ຮົບ, ເມື່ອຂ້ອຍໄດ້ໃຊ້ຄວາມພະຍາຍາມທີ່ຈຳເປັນ ແລະ ທົນທຸກກັບຄວາມລຳບາກທີ່ຈຳເປັນ, ເມື່ອຂ້ອຍໄດ້ເຮັດສິ່ງນີ້ຕາມທີ່ພຣະເຈົ້າຮຽກຮ້ອງແລ້ວ, ພຣະເຈົ້າກໍຄວນຈະໃຫ້ລາງວັນແກ່ຂ້ອຍ ແລະ ອະນຸຍາດໃຫ້ຂ້ອຍຢູ່ຕໍ່ ແລະ ໄດ້ຮັບມົງກຸດໃນອານາຈັກ ແລະ ດຳລົງຕຳແໜ່ງທີ່ສູງກວ່າປະຊາຊົນຂອງພຣະເຈົ້າ. ຢ່າງໜ້ອຍຂ້ອຍຄວນໄດ້ຮັບຜິດຊອບສອງເມືອງ ຫຼື ສາມເມືອງ”. ນີ້ຄືສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສສົນໃຈທີ່ສຸດ. ບໍ່ວ່າເຮືອນຂອງພຣະເຈົ້າຈະໂອ້ລົມກ່ຽວກັບຄວາມຈິງແນວໃດ, ເຈດຕະນາ ແລະ ຄວາມປາຖະໜາຂອງພວກເຂົາທີ່ຈະໄດ້ຮັບພຣະພອນກໍບໍ່ສາມາດຖືກກຳຈັດອອກໄປໄດ້; ພວກເຂົາເປັນຄົນປະເພດດຽວກັນກັບໂປໂລ. ການແລກປ່ຽນທີ່ໂຈ່ງແຈ້ງແບບນັ້ນບໍ່ໄດ້ແອບແຝງອຸປະນິໄສທີ່ຊົ່ວຊ້າ ແລະ ໂຫດຮ້າຍປະເພດໜຶ່ງໄວ້ບໍ? ຄົນທາງສາສະໜາບາງຄົນເວົ້າວ່າ: “ຄົນລຸ້ນຂອງພວກເຮົາຕິດຕາມພຣະເຈົ້າບົນເສັ້ນທາງແຫ່ງໄມ້ກາງແຂນ. ພຣະເຈົ້າເລືອກພວກເຮົາ, ສະນັ້ນ ພວກເຮົາຈຶ່ງມີສິດທີ່ຈະໄດ້ຮັບພຣະພອນ. ພວກເຮົາໄດ້ທົນທຸກ ແລະ ຈ່າຍລາຄາ ແລະ ພວກເຮົາໄດ້ດື່ມຈາກຈອກທີ່ຂົມຂື່ນ. ບາງຄົນໃນພວກເຂົາເຖິງຂັ້ນຖືກຈັບກຸມ ແລະ ຖືກຕັດສິນຈຳຄຸກ. ຫຼັງຈາກທີ່ໄດ້ທົນທຸກກັບຄວາມລຳບາກທັງໝົດນີ້, ໄດ້ຟັງຄຳເທດສະໜາຫຼາຍຢ່າງ ແລະ ໄດ້ຮຽນຮູ້ກ່ຽວກັບພຣະຄຳພີຫຼາຍຢ່າງ, ຖ້າມື້ໜຶ່ງພວກເຮົາບໍ່ໄດ້ຮັບພຣະພອນ, ພວກເຮົາຈະຂຶ້ນໄປສະຫວັນຊັ້ນສາມ ແລະ ໂຕ້ຖຽງກັບພຣະເຈົ້າ”. ພວກເຈົ້າເຄີຍໄດ້ຍິນຫຍັງແບບນີ້ບໍ? ພວກເຂົາເວົ້າວ່າພວກເຂົາຈະຂຶ້ນໄປສະຫວັນຊັ້ນສາມເພື່ອໂຕ້ຖຽງກັບພຣະເຈົ້າ, ນັ້ນແມ່ນຄວາມບັງອາດສໍ່າໃດ? ພຽງແຕ່ໄດ້ຍິນກໍບໍ່ໄດ້ເຮັດໃຫ້ພວກເຈົ້າຢ້ານກົວບໍ? ໃຜກ້າທີ່ຈະພະຍາຍາມ ແລະ ໂຕ້ຖຽງກັບພຣະເຈົ້າ? ໂຊກດີທີ່ພຣະເຢຊູທີ່ພວກເຂົາເຊື່ອນັ້ນໄດ້ສະເດັດຂຶ້ນສະຫວັນໄປດົນແລ້ວ. ຖ້າພຣະເຢຊູຍັງຢູ່ເທິງແຜ່ນດິນໂລກ, ພວກເຂົາຈະບໍ່ພະຍາຍາມຄຶງພຣະອົງໃສ່ໄມ້ກາງແຂນອີກຄັ້ງບໍ? ແນ່ນອນວ່າ ບາງຄົນອາດຈະເຫັນວ່າຄຳເວົ້າດັ່ງກ່າວມີພະລັງ ແລະ ໜ້າປະທັບໃຈໃນຕອນທຳອິດທີ່ພວກເຂົາເລີ່ມເຊື່ອໃນພຣະເຈົ້າ, ໂດຍຄິດວ່າຜູ້ຄົນຄວນຈະມີຄວາມເຂັ້ມແຂງ ແລະ ຄວາມມຸ່ງໝັ້ນແບບນີ້. ແຕ່ເນື່ອງຈາກເຊື່ອມາຈົນຮອດດຽວນີ້, ພວກເຈົ້າເບິ່ງຄຳເວົ້າເຫຼົ່ານີ້ແນວໃດ? ຄົນແບບນັ້ນບໍ່ແມ່ນຫົວໜ້າທູດສະຫວັນບໍ? ພວກເຂົາບໍ່ແມ່ນຊາຕານບໍ? ເຈົ້າສາມາດໂຕ້ຖຽງກັບໃຜກໍໄດ້ ແຕ່ບໍ່ແມ່ນກັບພຣະເຈົ້າ. ເຈົ້າບໍ່ຄວນເຮັດສິ່ງດັ່ງກ່າວ ຫຼື ແມ່ນແຕ່ຄິດທີ່ຈະເຮັດມັນ. ພຣະພອນມາຈາກພຣະເຈົ້າ: ພຣະອົງມອບພວກມັນໃຫ້ກັບຜູ້ໃດກໍຕາມທີ່ພຣະອົງປາຖະໜາ. ເຖິງແມ່ນວ່າເຈົ້າຈະມີຄຸນສົມບັດຕອບສະໜອງເງື່ອນໄຂສຳລັບການໄດ້ຮັບພຣະພອນ ແລະ ພຣະເຈົ້າບໍ່ໄດ້ມອບພວກມັນໃຫ້ແກ່ເຈົ້າ, ເຈົ້າກໍຍັງບໍ່ຄວນໂຕ້ຖຽງກັບພຣະເຈົ້າ. ຈັກກະວານທັງໝົດ ແລະ ມະນຸດຊາດທັງປວງລ້ວນແຕ່ຢູ່ພາຍໃຕ້ການປົກຄອງຂອງພຣະເຈົ້າ, ພຣະເຈົ້າເປັນຜູ້ຕັດສິນໃຈ. ເຈົ້າ ເຊິ່ງເປັນມະນຸດຕົວນ້ອຍໆ ກ້າໂຕ້ຖຽງກັບພຣະເຈົ້າໄດ້ແນວໃດ? ເຈົ້າປະເມີນຄວາມສາມາດຂອງຕົນເອງສູງເກີນໄປຂະໜາດນັ້ນໄດ້ແນວໃດ? ເປັນຫຍັງເຈົ້າຈຶ່ງບໍ່ແຍງແວ່ນເບິ່ງວ່າເຈົ້າເປັນໃຜ? ໂດຍການກ້າທີ່ຈະຮ້ອງທ້າທາຍ ແລະ ຕໍ່ສູ້ກັບພຣະຜູ້ສ້າງໃນລັກສະນະນີ້, ເຈົ້າບໍ່ໄດ້ກຳລັງຊອກຫາບ່ອນຕາຍບໍ? “ຖ້າມື້ໜຶ່ງພວກເຮົາບໍ່ໄດ້ຮັບພຣະພອນ, ພວກເຮົາຈະຂຶ້ນໄປສະຫວັນຊັ້ນສາມ ແລະ ໂຕ້ຖຽງກັບພຣະເຈົ້າ” ແມ່ນຄຳເວົ້າທີ່ຮ້ອງທ້າທາຍຕໍ່ພຣະເຈົ້າຢ່າງເປີດເຜີຍ. ສະຫວັນຊັ້ນສາມແມ່ນສະຖານທີ່ແບບໃດ? ມັນຄືບ່ອນທີ່ພຣະເຈົ້າປະທັບຢູ່. ການກ້າທີ່ຈະຂຶ້ນໄປສະຫວັນຊັ້ນສາມເພື່ອໂຕ້ຖຽງກັບພຣະເຈົ້າກໍເທົ່າກັບການພະຍາຍາມ “ໂຄ່ນລົ້ມ” ພຣະເຈົ້າ! ນີ້ບໍ່ແມ່ນຄວາມຈິງບໍ? ບາງຄົນອາດຈະຖາມວ່າ: “ສິ່ງນີ້ກ່ຽວຂ້ອງຫຍັງກັບຜູ້ຕໍ່ຕ້ານພຣະຄຣິສ?” ມັນກ່ຽວຂ້ອງກັບພວກເຂົາຫຼາຍ, ເພາະວ່າທຸກຄົນທີ່ຢາກຂຶ້ນໄປສະຫວັນຊັ້ນສາມເພື່ອໂຕ້ຖຽງກັບພຣະເຈົ້າລ້ວນແຕ່ເປັນຜູ້ຕໍ່ຕ້ານພຣະຄຣິສ. ມີພຽງແຕ່ຜູ້ຕໍ່ຕ້ານພຣະຄຣິສເທົ່ານັ້ນທີ່ສາມາດເວົ້າສິ່ງດັ່ງກ່າວໄດ້. ຄຳເວົ້າແບບນີ້ແມ່ນສຽງທີ່ຜູ້ຕໍ່ຕ້ານພຣະຄຣິສເກັບໄວ້ໃນສ່ວນເລິກຂອງຫົວໃຈຂອງພວກເຂົາ. ນີ້ຄືຄວາມຊົ່ວຊ້າຂອງພວກເຂົາ. ໃນຂະນະທີ່ຜູ້ຕໍ່ຕ້ານພຣະຄຣິສອາດຈະບໍ່ເວົ້າຄຳເວົ້າເຫຼົ່ານີ້ຢ່າງເປີດເຜີຍ, ແຕ່ພວກເຂົາກໍເກັບສິ່ງເຫຼົ່ານີ້ໄວ້ໃນໃຈຂອງພວກເຂົາຢ່າງແນ່ນອນ, ພວກເຂົາພຽງແຕ່ບໍ່ກ້າທີ່ຈະເປີດເຜີຍພວກມັນ ແລະ ບໍ່ໃຫ້ໃຜຮູ້ກ່ຽວກັບພວກມັນ. ເຖິງຢ່າງໃດກໍຕາມ, ຄວາມປາຖະໜາ ແລະ ຄວາມທະເຍີທະຍານໃນສ່ວນເລິກຂອງຫົວໃຈຂອງພວກເຂົາກໍລຸກໄໝ້ຄືກັບໄຟທີ່ບໍ່ຮູ້ມອດ. ເປັນຫຍັງຈຶ່ງເປັນແນວນີ້? ກໍຍ້ອນວ່າຜູ້ຕໍ່ຕ້ານພຣະຄຣິສບໍ່ຮັກຄວາມຈິງ. ພວກເຂົາບໍ່ຮັກຄວາມຍຸຕິທຳ ແລະ ຄວາມຊອບທຳຂອງພຣະເຈົ້າ, ການພິພາກສາ ແລະ ການລົງທັນຂອງພຣະເຈົ້າ ແລະ ແນ່ນອນວ່າພວກເຂົາບໍ່ຮັກຄວາມຊົງລິດທານຸພາບອັນສູງສຸດ, ສະຕິປັນຍາ ແລະ ອຳນາດສູງສຸດຂອງພຣະອົງເໜືອທຸກສິ່ງ. ພວກເຂົາບໍ່ຮັກສິ່ງໃດໃນສິ່ງເຫຼົ່ານີ້ເລີຍ, ພວກເຂົາກຽດຊັງພວກມັນ. ຄັນຊັ້ນ, ພວກເຂົາຮັກຫຍັງ? ພວກເຂົາຮັກສະຖານະ ແລະ ສົນໃຈລາງວັນ. ພວກເຂົາເວົ້າວ່າ: “ຂ້ອຍມີພອນສະຫວັນ, ຄວາມສາມາດພິເສດ ແລະ ຄຸນສົມບັດ. ຂ້ອຍໄດ້ອອກເຫື່ອແຮງເພື່ອຄຣິສຕະຈັກ, ສະນັ້ນ ພຣະເຈົ້າຕ້ອງຕອບແທນຂ້ອຍ ແລະ ໃຫ້ລາງວັນແກ່ຂ້ອຍ!” ພວກເຂົາບໍ່ໄດ້ກຳລັງມີບັນຫາບໍ? ນີ້ບໍ່ແມ່ນການຊອກຫາບ່ອນຕາຍບໍ? ມັນບໍ່ແມ່ນການທ້າທາຍພຣະເຈົ້າໂດຍກົງບໍ? ມັນບໍ່ແມ່ນການທ້າທາຍພຣະຜູ້ສ້າງບໍ? ການກ້າທີ່ຈະຈໍ່ປາຍຫອກຂອງພວກເຂົາໃສ່ພຣະເຈົ້າ ເຊິ່ງເປັນພຣະຜູ້ສ້າງໂດຍກົງ, ນີ້ແມ່ນສິ່ງທີ່ມີພຽງແຕ່ຫົວໜ້າທູດສະຫວັນ, ຊາຕານເທົ່ານັ້ນທີ່ສາມາດເຮັດໄດ້. ຖ້າມີຄົນທີ່ມີມຸມມອງແບບນັ້ນແທ້ໆ, ເຊິ່ງມີຄວາມສາມາດໃນການກະທຳດັ່ງກ່າວ, ແລ້ວກໍບໍ່ຕ້ອງສົງໄສເລີຍວ່າພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິສ. ເທິງແຜ່ນດິນໂລກ, ມີພຽງແຕ່ຜູ້ຕໍ່ຕ້ານພຣະຄຣິສເທົ່ານັ້ນທີ່ກ້າຕໍ່ຕ້ານພຣະເຈົ້າຢ່າງເປີດເຜີຍ ແລະ ຕັດສິນພຣະອົງແບບນີ້. ບາງຄົນອາດຈະເວົ້າວ່າ: “ຜູ້ຕໍ່ຕ້ານພຣະຄຣິສທີ່ພວກເຮົາເຄີຍເຫັນນັ້ນບໍ່ໄດ້ບັງອາດ ຫຼື ໜ້າດ້ານຂະໜາດນີ້”. ເລື່ອງນີ້ຈຳເປັນຕ້ອງໄດ້ເບິ່ງຕາມບໍລິບົດ ແລະ ສະພາບແວດລ້ອມທີ່ຜູ້ຕໍ່ຕ້ານພຣະຄຣິສຢູ່. ພວກເຂົາຈະກ້າສະແດງຄວາມຮ້າຍກາດຂອງພວກເຂົາໄດ້ແນວໃດໃນເມື່ອພວກເຂົາຍັງບໍ່ທັນໄດ້ຮັບອຳນາດຢ່າງເຕັມທີ່ ແລະ ສ້າງຖານະໃຫ້ຕົນເອງເທື່ອ? ຜູ້ຕໍ່ຕ້ານພຣະຄຣິສຮູ້ຈັກລໍຖ້າເວລາ, ລໍຖ້າໂອກາດທີ່ເໝາະສົມທີ່ຈະລຸກຂຶ້ນ. ເມື່ອພວກເຂົາໄດ້ຮັບອຳນາດ, ຄວາມຮ້າຍກາດຂອງພວກເຂົາກໍຈະຖືກເປີດເຜີຍຢ່າງໝົດເປືອກ. ເຖິງແມ່ນວ່າຜູ້ຕໍ່ຕ້ານພຣະຄຣິສບາງຄົນຈະເຊື່ອງທາດແທ້ຂອງພວກເຂົາໄດ້ຂ້ອນຂ້າງດີໃນຂະນະທີ່ພວກເຂົາຂາດສະຖານະ ແລະ ບໍ່ສາມາດເຫັນບັນຫາໃນຕົວພວກເຂົາໄດ້ຈາກພາຍນອກ, ແຕ່ທັນທີທີ່ພວກເຂົາໄດ້ຮັບສະຖານະ ແລະ ສ້າງຖານະໃຫ້ຕົນເອງ, ຄວາມຊົ່ວຊ້າ ແລະ ຄວາມຂີ້ຮ້າຍຂອງພວກເຂົາກໍຈະຖືກເປີດເຜີຍອອກມາທັງໝົດ. ມັນຄືກັບບາງຄົນທີ່ຂາດຄວາມຈິງຄວາມເປັນຈິງ. ເມື່ອພວກເຂົາບໍ່ມີສະຖານະໃດໆ, ພວກເຂົາກໍໄດ້ແຕ່ຍອມຈຳນົນຕໍ່ການຖືກລິຮານຢ່າງບໍ່ເຕັມໃຈ ແລະ ບໍ່ໄດ້ທ້າທາຍໃນໃຈຂອງພວກເຂົາ. ເຖິງຢ່າງໃດກໍຕາມ, ຖ້າພວກເຂົາກາຍເປັນຜູ້ນໍາ ຫຼື ຜູ້ເຮັດວຽກ ແລະ ໄດ້ຮັບກຽດສັກສີບາງຢ່າງໃນທ່າມກາງຜູ້ຄົນທີ່ພຣະເຈົ້າເລືອກ, ເມື່ອພວກເຂົາຖືກລິຮານ, ມັນກໍມີແນວໂນ້ມສູງທີ່ພວກເຂົາຈະເປີດເຜີຍຕົວຕົນທີ່ແທ້ຈິງຂອງພວກເຂົາ ແລະ ເລີ່ມໂຕ້ຖຽງກັບພຣະເຈົ້າ ແລະ ຮ້ອງທ້າທາຍຕໍ່ພຣະອົງ. ມັນຄືກັບວິທີທີ່ບາງຄົນປະຕິບັດໜ້າທີ່ຂອງພວກເຂົາໄດ້ດີ ແລະ ບໍ່ມີຄຳຈົ່ມໃດໆພາຍໃຕ້ສະຖານະການປົກກະຕິ, ແຕ່ຖ້າປະເຊີນກັບມະເຮັງ ແລະ ຄວາມຕາຍທີ່ກຳລັງໃກ້ເຂົ້າມາຢ່າງໄວວາ, ພວກເຂົາກໍມີແນວໂນ້ມສູງທີ່ຈະເປີດເຜີຍຕົວຕົນທີ່ແທ້ຈິງຂອງພວກເຂົາ. ພວກເຂົາຈະເລີ່ມຈົ່ມກ່ຽວກັບພຣະເຈົ້າ, ໂຕ້ຖຽງກັບພຣະອົງ ແລະ ຮ້ອງທ້າທາຍຕໍ່ພຣະອົງ. ຜູ້ຕໍ່ຕ້ານພຣະຄຣິສ, ຄົນກຸ່ມນີ້, ເບື່ອໜ່າຍຄວາມຈິງ ແລະ ກຽດຊັງຄວາມຈິງ ແລະ ພວກເຂົາກໍບໍ່ເຄີຍປະຕິບັດຄວາມຈິງ. ເຖິງແມ່ນວ່າຫຼັງຈາກທີ່ຖືກເປີດໂປງ ແລະ ເປີດເຜີຍແລ້ວ, ແລ້ວເປັນຫຍັງພວກເຂົາຈຶ່ງຍັງເຕັມໃຈທີ່ຈະອອກເຫື່ອແຮງໃນຄຣິສຕະຈັກ ແລະ ເຖິງຂັ້ນເປັນຜູ້ຕິດຕາມທີ່ຕ່ຳຕ້ອຍທີ່ສຸດ? ມັນເກີດຫຍັງຂຶ້ນ? ພວກເຂົາມີເປົ້າໝາຍ: ພວກເຂົາບໍ່ເຄີຍປະຖິ້ມເຈດຕະນາທີ່ຈະໄດ້ຮັບພຣະພອນ. ແນວຄິດຂອງພວກເຂົາແມ່ນ: “ຂ້ອຍຈະຄວ້າເອົາຄວາມຫວັງສຸດທ້າຍນີ້ໄວ້. ຖ້າຂ້ອຍບໍ່ສາມາດໄດ້ຮັບພຣະພອນ, ຂ້ອຍກໍຈະບໍ່ປ່ອຍພຣະເຈົ້າໄປ. ຖ້າຂ້ອຍບໍ່ສາມາດໄດ້ຮັບພຣະພອນ, ແລ້ວພຣະເຈົ້າກໍບໍ່ແມ່ນພຣະເຈົ້າ!” ນີ້ແມ່ນອຸປະນິໄສແບບໃດ? ການກ້າທີ່ຈະປະຕິເສດພຣະເຈົ້າຢ່າງໜ້າດ້ານ ແລະ ຮ້ອງທ້າທາຍຕໍ່ພຣະອົງ, ນີ້ຄືຄວາມຊົ່ວຊ້າ. ຕາບໃດທີ່ພວກເຂົາຍັງມີຄວາມຫວັງພຽງເລັກນ້ອຍທີ່ຈະໄດ້ຮັບພຣະພອນ, ພວກເຂົາກໍຈະຢູ່ໃນເຮືອນຂອງພຣະເຈົ້າ ແລະ ລໍຖ້າພຣະພອນເຫຼົ່ານັ້ນ. ສິ່ງນີ້ສາມາດສັງເກດເຫັນໄດ້ແນວໃດ? ພວກເຂົາເປັນຄືກັບພວກຟາຣີຊາຍ, ແກ້ງເຮັດເປັນຄົນດີຢູ່ສະເໝີ, ເຈດຕະນາ ແລະ ເປົ້າໝາຍທີ່ຢູ່ເບື້ອງຫຼັງສິ່ງນີ້ບໍ່ຊັດເຈນບໍ? ບໍ່ວ່າພຶດຕິກຳພາຍນອກຂອງພວກເຂົາຈະເບິ່ງຄືວ່າດີສໍ່າໃດກໍຕາມ, ບໍ່ວ່າພວກເຂົາຈະທົນທຸກພາຍນອກຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ເຄີຍປະຕິບັດຄວາມຈິງ, ພວກເຂົາບໍ່ສະແຫວງຫາຄວາມຈິງເມື່ອພວກເຂົາກະທຳ ຫຼື ອະທິຖານຫາພຣະເຈົ້າ ແລະ ສະແຫວງຫາເຈດຕະນາຂອງພຣະອົງ. ພວກເຂົາບໍ່ເຄີຍເຮັດສິ່ງທີ່ພຣະເຈົ້າມັກ. ແທນທີ່ຈະເປັນແນວນັ້ນ, ພວກເຂົາເຮັດສິ່ງທີ່ພວກເຂົາເຕັມໃຈທີ່ຈະເຮັດ ແລະ ສິ່ງທີ່ພວກເຂົາມັກ, ພຽງແຕ່ພະຍາຍາມຕອບສະໜອງຄວາມທະເຍີທະຍານ ແລະ ຄວາມປາຖະໜາສຳລັບພຣະພອນຂອງຕົນເອງເທົ່ານັ້ນ. ສິ່ງນີ້ຈະບໍ່ເຮັດໃຫ້ພວກເຂົາມີບັນຫາບໍ? ສິ່ງນີ້ບໍ່ໄດ້ເປີດເຜີຍແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສຮັກ ແລະ ໄລ່ຕາມເປັນພຽງສິ່ງທີ່ສະແດງເຖິງອຸປະນິໄສແບບຊາຕານຂອງພວກເຂົາ. ພວກເຂົາປະຕິບັດຕໍ່ສິ່ງທີ່ພວກເຂົາຮັກ ແລະ ໄລ່ຕາມວ່າເປັນສິ່ງທີ່ເປັນບວກທີ່ເປັນທີ່ພໍໃຈຂອງພຣະເຈົ້າ ແລະ ພະຍາຍາມເຮັດໃຫ້ພຣະອົງຍອມຮັບ ແລະ ອວຍພອນພວກເຂົາ. ສິ່ງນີ້ສອດຄ່ອງກັບຫຼັກການຄວາມຈິງບໍ? ນີ້ບໍ່ແມ່ນການຕໍ່ຕ້ານພຣະເຈົ້າ ແລະ ການຕັ້ງຕົນເອງເປັນປໍລະປັກກັບພຣະອົງບໍ? ຜູ້ຕໍ່ຕ້ານພຣະຄຣິສພະຍາຍາມຕໍ່ລອງກັບພຣະເຈົ້າໃນທຸກໂອກາດ. ພວກເຂົາໃຊ້ຄວາມທົນທຸກ ແລະ ການຈ່າຍລາຄາຂອງພວກເຂົາເພື່ອຮຽກຮ້ອງລາງວັນ ແລະ ມົງກຸດຈາກພຣະເຈົ້າ, ເພື່ອແລກປ່ຽນກັບຈຸດໝາຍປາຍທາງທີ່ດີ. ແຕ່ພວກເຂົາຄິດຜິດບໍ່ແມ່ນບໍ? ໂດຍການຕໍ່ຕ້ານພຣະເຈົ້າໃນລັກສະນະນີ້, ພວກເຂົາຈະບໍ່ພົບກັບການລົງໂທດຂອງພຣະເຈົ້າໄດ້ແນວໃດ? ນີ້ຄືສິ່ງທີ່ພວກເຂົາສົມຄວນໄດ້ຮັບສຳລັບບາບຂອງພວກເຂົາ. ນີ້ຄືຜົນກຳ.
ເຄີຍມີຜູ້ຕໍ່ຕ້ານພຣະຄຣິສຄົນໜຶ່ງທີ່ຮູ້ເລັກນ້ອຍກ່ຽວກັບທັກສະການຮ້ອງເພງ ແລະ ການເຕັ້ນ ແລະ ໃນເວລານັ້ນກໍມີການຈັດແຈງໃຫ້ລາວນໍາພາອ້າຍເອື້ອຍນ້ອງໃນຄະນະນັກຮ້ອງປະສານສຽງເພື່ອຮຽນຮູ້ກ່ຽວກັບທັກສະດັ່ງກ່າວ. ອ້າຍເອື້ອຍນ້ອງເຫຼົ່ານັ້ນຍັງໜຸ່ມນ້ອຍ ແລະ ສ່ວນຫຼາຍກໍຍັງເຊື່ອໃນພຣະເຈົ້າໄດ້ບໍ່ດົນ; ພວກເຂົາພຽງແຕ່ມີຄວາມກະຕືລືລົ້ນ ແລະ ເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງພວກເຂົາກໍພຽງເທົ່ານັ້ນ, ແຕ່ພວກເຂົາບໍ່ເຂົ້າໃຈຄວາມຈິງ ແລະ ບາງຄົນໃນພວກເຂົາກໍຍັງບໍ່ມີພື້ນຖານເລີຍ. ໃນຂະນະທີ່ຜູ້ຕໍ່ຕ້ານພຣະຄຣິສຄົນນັ້ນເຮັດວຽກ, ລາວໄດ້ນໍາພາພວກເຂົາໃຫ້ມີປະສົບການກັບຄວາມຮູ້ສຶກຂອງພາລະກິດຂອງພຣະວິນຍານບໍລິສຸດ, ໂດຍໃຫ້ພວກເຂົາມີປະສົບການກັບຄວາມແຕກຕ່າງລະຫວ່າງຄວາມຮູ້ສຶກຂອງການສະຖິດຢູ່ຂອງພຣະເຈົ້າ ແລະ ການທີ່ພຣະອົງບໍ່ສະຖິດຢູ່, ລາວໃຫ້ພວກເຂົາເພິ່ງພາຄວາມຮູ້ສຶກຂອງພວກເຂົາຢູ່ສະເໝີ. ລາວບໍ່ເຂົ້າໃຈຄວາມຈິງ ແລະ ລາວກໍບໍ່ມີປະສົບການຈິງໃດໆ, ແຕ່ລາວເຮັດໃຫ້ອ້າຍເອື້ອຍນ້ອງຫຼົງຜິດ ແລະ ນໍາພາພວກເຂົາໄປໃນທາງທີ່ຜິດແບບນີ້ໂດຍອີງໃສ່ແນວຄິດ ແລະ ຈິນຕະນາການຂອງລາວ. ເບື້ອງເທິງຮູ້ວ່າລາວບໍ່ມີຄວາມຈິງຄວາມເປັນຈິງ ແລະ ພຽງແຕ່ຂໍໃຫ້ລາວສອນ ແລະ ອະທິບາຍທັກສະເທົ່ານັ້ນ. ການບັນລຸໜ້າທີ່ໃນດ້ານນີ້ຂອງລາວກໍຖືວ່າໄດ້ມາດຕະຖານ ແລະ ເປັນການບັນລຸຄວາມຮັບຜິດຊອບຂອງລາວແລ້ວ. ແຕ່ລາວຍັງຕ້ອງການ “ໂອ້ລົມກ່ຽວກັບຄວາມຈິງ” ແລະ ໃຫ້ຜູ້ຄົນຍຶດຕິດກັບຄວາມຮູ້ສຶກຂອງພວກເຂົາ ແລະ ເພິ່ງພາຄວາມຮູ້ສຶກຂອງພວກເຂົາ. ໂດຍການປະຕິບັດແບບນີ້, ມັນຈະບໍ່ເປັນເລື່ອງງ່າຍສຳລັບລາວບໍທີ່ຈະນໍາພາຜູ້ຄົນເຂົ້າສູ່ຄວາມຮູ້ສຶກທີ່ເໜືອທຳມະຊາດຂອງພາລະກິດຂອງວິນຍານຊົ່ວຮ້າຍ? ສິ່ງນີ້ມັນອັນຕະລາຍເກີນໄປ! ທັນທີທີ່ວິນຍານຊົ່ວຮ້າຍສວຍໂອກາດແບບນີ້ ແລະ ເຂົ້າສິງຄົນໃດຄົນໜຶ່ງ, ຄົນຜູ້ນັ້ນກໍຈະຖືກທຳລາຍ. ໃນລະຫວ່າງໄລຍະເວລາການຝຶກຝົນ, ລາວໃຫ້ຄົນເຫຼົ່ານີ້ອະທິຖານ ແລະ ຫຼັງຈາກອະທິຖານແລ້ວ, ລາວກໍໃຫ້ພວກເຂົາເບິ່ງວ່າພຣະວິນຍານບໍລິສຸດກຳລັງເຮັດພາລະກິດແນວໃດ ແລະ ເບິ່ງວ່າພວກເຂົາມີເຫື່ອອອກ, ຮ້ອງໄຫ້ ຫຼື ມີຄວາມຮູ້ສຶກອື່ນໆໃນຮ່າງກາຍຂອງພວກເຂົາ ຫຼື ບໍ່. ລາວເນັ້ນໜັກສິ່ງເຫຼົ່ານີ້, ແຕ່ໃນຄວາມເປັນຈິງແລ້ວ, ສິ່ງເຫຼົ່ານີ້ໄດ້ຖືກອະທິບາຍໄວ້ຢ່າງຊັດເຈນພຽງພໍແລ້ວ. ມັນມີຄວາມຈິງຫຼາຍຢ່າງ, ແຕ່ລາວພັດບໍ່ໄດ້ໂອ້ລົມກ່ຽວກັບພວກມັນ ແລະ ລາວກໍບໍ່ໄດ້ນໍາພາຄົນເຫຼົ່ານັ້ນໃຫ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ລາວກໍລົ້ມເຫຼວໃນການເອົາໃຈໃສ່ຕໍ່ວຽກງານທີ່ເໝາະສົມຂອງລາວ. ລາວບໍ່ອະນຸຍາດໃຫ້ອ້າຍເອື້ອຍນ້ອງອອກແບບທ່າເຕັ້ນ ແລະ ແທນທີ່ຈະເປັນແນວນັ້ນ ລາວປ່ອຍໃຫ້ທຸກຄົນເຕັ້ນຢູ່ເທິງເວທີຕາມໃຈມັກ, ໂດຍການເຕັ້ນແບບສົດໆຕາມທີ່ພວກເຂົາພໍໃຈ, ເຖິງຂັ້ນເວົ້າວ່າ: “ບໍ່ເປັນຫຍັງ, ພຣະເຈົ້າກຳລັງນໍາພາພວກເຮົາ, ສະນັ້ນ ພວກເຮົາຈຶ່ງບໍ່ຢ້ານ, ພຣະວິນຍານບໍລິສຸດກຳລັງເຮັດພາລະກິດ!” ຜູ້ຕໍ່ຕ້ານພຣະຄຣິສຄົນນີ້ບໍ່ເຂົ້າໃຈຄວາມຈິງ, ສະນັ້ນ ລາວຈຶ່ງເຮັດສິ່ງທີ່ໂງ່ຈ້າຢູ່ສະເໝີ. ອ້າຍເອື້ອຍນ້ອງບໍ່ມີຄວາມສາມາດໃນການແຍກແຍະໃດໆ, ດັ່ງນັ້ນ ພວກເຂົາຈຶ່ງຟັງລາວ ແລະ ເລີ່ມອະທິຖານວ່າ: “ພຣະເຈົ້າ, ໂປດເຮັດພາລະກິດດ້ວຍເຖີດ, ພຣະເຈົ້າ, ໂປດເຮັດພາລະກິດດ້ວຍເຖີດ....” ພວກເຂົາພະຍາຍາມຢ່າງສຸດຄວາມສາມາດເພື່ອອະທິຖານ “ດ້ວຍສຸດໃຈຂອງພວກເຂົາ” ແລະ ເຖິງຂັ້ນຮ້ອງໄຫ້ຫຼັງຈາກອະທິຖານ ແລະ ຈາກນັ້ນພວກເຂົາກໍຂຶ້ນໄປເທິງເວທີ ແລະ ເຕັ້ນແບບສົດໆ. ຜູ້ທີ່ເບິ່ງຈາກລຸ່ມເວທີຮູ້ສຶກວ່າບັນຍາກາດນັ້ນດີຫຼາຍ ແລະ ພຣະວິນຍານບໍລິສຸດກໍກຳລັງເຮັດພາລະກິດຢ່າງມີລິດທານຸພາບ! ພວກເຂົາຮ້ອງໄຫ້ໃນຂະນະທີ່ເບິ່ງຄົນອື່ນໆເຕັ້ນ, ຄືກັບວ່າພວກເຂົາໄດ້ຮູ້ສຶກເຖິງພາລະກິດຂອງພຣະວິນຍານບໍລິສຸດ. ໃນຕອນທ້າຍ, ຄົນເຫຼົ່ານີ້ໄດ້ບັນທຶກສິ່ງເຫຼົ່ານີ້ທັງໝົດ ແລະ ຖ່າຍຮູບມາໃຫ້ເຮົາເບິ່ງ. ບາງຄົນໃນຮູບກຳລັງຮ້ອງໄຫ້ທັງທີ່ຫຼັບຕາຢູ່ ແລະ ໃນຊ່ວງກາງລະດູໜາວ ໃບໜ້າຂອງພວກເຂົາກໍແດງໄປໝົດຍ້ອນຄວາມຮ້ອນ. ເຮົາເຫັນວ່າບັນຫາກຳລັງກໍ່ຕົວຂຶ້ນ ແລະ ຄົນເຫຼົ່ານີ້ກໍກຳລັງຈະຖືກລາວທຳລາຍ. ລາວຖືກຂໍໃຫ້ສອນແຕ່ທັກສະເທົ່ານັ້ນ ແລະ ລາວກໍບໍ່ເຂົ້າໃຈຄວາມຈິງໃດໆເລີຍ. ລາວພຽງແຕ່ປະຕິບັດຢ່າງມືດບອດໂດຍອີງໃສ່ຈິນຕະນາການຂອງລາວ, ຕ້ອງການຊອກຫາຄວາມຮູ້ສຶກຂອງພາລະກິດຂອງພຣະວິນຍານບໍລິສຸດ. ພາລະກິດຂອງພຣະວິນຍານບໍລິສຸດແມ່ນເລື່ອງຂອງຄວາມຮູ້ສຶກບໍ? ເຈົ້າຕ້ອງເຂົ້າໃຈຄວາມຈິງ, ນັ້ນຄືສິ່ງທີ່ແທ້ຈິງ. ຄວາມຮູ້ສຶກພຽງຢ່າງດຽວນັ້ນວ່າງເປົ່າ ແລະ ໄຮ້ປະໂຫຍດ. ເຈົ້າສາມາດເຂົ້າໃຈຄວາມຈິງ ແລະ ເຈດຕະນາຂອງພຣະເຈົ້າໂດຍອີງໃສ່ຄວາມຮູ້ສຶກຂອງເຈົ້າໄດ້ບໍ? ບໍ່ໄດ້ຢ່າງແນ່ນອນ. ເຈົ້າບໍ່ຈຳເປັນຕ້ອງຊອກຫາຄວາມຮູ້ສຶກ, ເຈົ້າພຽງແຕ່ຕ້ອງສະແຫວງຫາຫຼັກການ ແລະ ເຈດຕະນາຂອງພຣະເຈົ້າໂດຍອີງໃສ່ພຣະທຳຂອງພຣະເຈົ້າ ແລະ ຈາກນັ້ນກໍປຽບທຽບພວກມັນໃສ່ກັບສິ່ງຕ່າງໆທີ່ເກີດຂຶ້ນກັບເຈົ້າ, ນີ້ແມ່ນສິ່ງທີ່ສຳພັນກັບຊີວິດຈິງຫຼາຍ ແລະ ເຈົ້າກໍຈະຄ່ອຍໆເຂົ້າໃຈຄວາມຈິງ. ເມື່ອເຈົ້າປະຕິບັດຕາມພຣະທຳຂອງພຣະເຈົ້າ, ພຣະວິນຍານບໍລິສຸດກໍຈະເລີ່ມເຮັດພາລະກິດໂດຍທຳມະຊາດ. ເຖິງແມ່ນວ່າພຣະວິນຍານບໍລິສຸດຈະບໍ່ເຮັດພາລະກິດ, ໃນເມື່ອເຈົ້າໄດ້ປະຕິບັດຕາມພຣະທຳຂອງພຣະເຈົ້າ, ພຣະເຈົ້າກໍຈະຮັບຮອງວ່າເຈົ້າເປັນຜູ້ຕິດຕາມຂອງພຣະອົງ, ສິ່ງນີ້ສຳພັນກັບຊີວິດຈິງຫຼາຍ, ນີ້ຄືສິ່ງທີ່ແທ້ຈິງທີ່ສຸດ. ຜູ້ຕໍ່ຕ້ານພຣະຄຣິສຄົນນັ້ນບໍ່ໄດ້ໂອ້ລົມໃນລັກສະນະນີ້, ແຕ່ຊຸກຍູ້ຄົນເຫຼົ່ານັ້ນຢ່າງຕໍ່ເນື່ອງໃຫ້ຊອກຫາຄວາມຮູ້ສຶກ, ຊອກຫາສິ່ງຕ່າງໆເຊັ່ນ: ໝາຍສຳຄັນ ແລະ ການອັດສະຈັນ ແລະ ຄວາມຝັນ. ນີ້ແມ່ນຄົນທີ່ບໍ່ມີຄວາມຮູ້ທີ່ຂາດຄວາມເຂົ້າໃຈຝ່າຍວິນຍານ ເຊິ່ງກຳລັງນໍາພາຄົນກຸ່ມໜຶ່ງທີ່ເປັນເດັກນ້ອຍທີ່ໂງ່ຈ້າ ແລະ ບໍ່ຮູ້ຄວາມໃຫ້ເຮັດສິ່ງທີ່ໄຮ້ສາລະ. ຄົນໃນຮູບກຳລັງຮ້ອງໄຫ້ ແລະ ສະອື້ນ. ສິ່ງນັ້ນສະແດງເຖິງຫຍັງ? ມັນບໍ່ໄດ້ສະແດງເຖິງຫຍັງເລີຍ, ແຕ່ມັນມີບາງສິ່ງທີ່ອະທິບາຍທຳມະຊາດຂອງສິ່ງທີ່ລາວກຳລັງເຮັດ. ຜູ້ຕໍ່ຕ້ານພຣະຄຣິສຄົນນີ້ຖ່າຍຮູບສິ່ງເຫຼົ່ານີ້ທັງໝົດ ແລະ ຕິດປ້າຍຊື່ໃຫ້ພວກມັນວ່າ “ລາຍລະອຽດຂອງພາລະກິດຂອງພຣະເຈົ້າ”. “ລາຍລະອຽດ” ເຫຼົ່ານີ້ແມ່ນຫຍັງ? ຄົນເຫຼົ່ານັ້ນບໍ່ເຂົ້າໃຈຄວາມຈິງ, ພວກເຂົາຊອກຫາຄວາມຮູ້ສຶກຂອງພາລະກິດຂອງພຣະວິນຍານບໍລິສຸດ ແລະ ເຕັ້ນແບບສົດໆໂດຍບໍ່ມີເຫດຜົນທີ່ດີ ແລະ ແຕ່ລະຄັ້ງທີ່ພວກເຂົາເຕັ້ນ ມັນກໍແຕກຕ່າງກັນ, ຍ້ອນວ່າແຕ່ລະຄັ້ງຄວາມຮູ້ສຶກນັ້ນແຕກຕ່າງກັນ ແລະ “ການນໍາພາ” ຂອງພຣະເຈົ້າກໍແຕກຕ່າງກັນ, ນັ້ນຄື “ລາຍລະອຽດ”. “ລາຍລະອຽດ” ເຫຼົ່ານັ້ນລວມມີຫຍັງອີກແດ່? ຜູ້ຕໍ່ຕ້ານພຣະຄຣິສຍັງເວົ້າວ່າ ພວກມັນແມ່ນຜົນຂອງພາລະກິດຂອງພຣະວິນຍານບໍລິສຸດ. ເມື່ອລາວເວົ້າແບບນີ້, ອ້າຍເອື້ອຍນ້ອງກໍຕື່ນເຕັ້ນ, ຄືກັບວ່າຄວາມເຊື່ອ ແລະ ຄວາມເຕີບໂຕຂອງພວກເຂົາໄດ້ເຕີບໃຫຍ່ຂຶ້ນຢ່າງຫຼວງຫຼາຍໃນທັນທີທັນໃດ. ເປັນຫຍັງລາວຈຶ່ງເວົ້າວ່າ “ລາຍລະອຽດ”? ຄຳວ່າ “ລາຍລະອຽດ” ມາຈາກໃສ? ເຮົາເຄີຍກ່າວເຖິງລາຍລະອຽດຂອງພາລະກິດຂອງພຣະເຈົ້າ. ລາຍລະອຽດເຫຼົ່ານີ້ໝາຍເຖິງຫຍັງ? ພວກມັນແມ່ນຜົນຂອງພາລະກິດຂອງພຣະເຈົ້າທີ່ມີຕໍ່ມະນຸດ ເຊິ່ງມະນຸດສາມາດເຫັນ ແລະ ກຳແໜ້ນໄດ້ ແລະ ພວກມັນບໍ່ແມ່ນສິ່ງທີ່ເໜືອທຳມະຊາດ ຫຼື ເລື່ອນລອຍ. ພວກມັນແມ່ນສິ່ງທີ່ເຈົ້າສາມາດຮູ້ສຶກໄດ້. ພວກມັນແມ່ນຕອນທີ່ພຣະເຈົ້າໄດ້ເຮັດພາລະກິດຫຼາຍຢ່າງໃນຕົວເຈົ້າ, ກ່າວພຣະທຳຫຼາຍຢ່າງກັບເຈົ້າ, ທຸ່ມເທເລືອດເນື້ອຫົວໃຈຂອງພຣະອົງ ແລະ ດ້ວຍເຫດນີ້ຈຶ່ງປ່ຽນແປງວິທີການດຳລົງຊີວິດຂອງເຈົ້າ, ມຸມມອງຂອງເຈົ້າຕໍ່ສິ່ງຕ່າງໆ, ທ່າທີທີ່ເຈົ້າມີໃນຂະນະທີ່ເຮັດສິ່ງຕ່າງໆ, ທ່າທີຂອງເຈົ້າຕໍ່ພຣະເຈົ້າ, ພ້ອມທັງສ່ວນອື່ນໆຂອງເຈົ້າ. ນັ້ນກໍຄື ພວກມັນແມ່ນຜົນໄດ້ຮັບ ແລະ ຜົນສຳເລັດຂອງພາລະກິດຂອງພຣະເຈົ້າ, ນີ້ຄືຄວາມໝາຍຂອງຄຳວ່າ ລາຍລະອຽດ. ຜູ້ຕໍ່ຕ້ານພຣະຄຣິສຄົນນັ້ນກໍເອີ້ນສິ່ງເຫຼົ່ານີ້ທີ່ລາວເຮັດວ່າ “ລາຍລະອຽດ” ເຊັ່ນກັນ. ຖ້າວາງທຳມະຊາດຂອງສິ່ງເຫຼົ່ານີ້ໄວ້ກ່ອນ, ພວກເຈົ້າສາມາດເຫັນຫຍັງໄດ້ຈາກການວິເຄາະວະລີນີ້ພຽງຢ່າງດຽວ? ພຣະເຈົ້າເຮັດພາລະກິດໃນມະນຸດ ແລະ ພຣະອົງໄດ້ກ່າວວ່າ ມະນຸດຈະເຫັນລາຍລະອຽດຂອງພາລະກິດທີ່ພຣະອົງເຮັດໃນຕົວພວກເຂົາ, ແຕ່ຜູ້ຕໍ່ຕ້ານພຣະຄຣິສຄົນນີ້ກຳລັງນໍາພາທຸກຄົນໃຫ້ເຮັດສິ່ງຕ່າງໆຢ່າງບ້າຄັ່ງ ແລະ ເຮັດໃຫ້ທຸກຢ່າງຍຸ່ງເຫຍີງ, ແຕ່ລາວກໍຍັງເອີ້ນສິ່ງເຫຼົ່ານີ້ວ່າ “ລາຍລະອຽດ”, ລາວພະຍາຍາມເຮັດຫຍັງ? (ລາວຕ້ອງການທຽບເທົ່າກັບພຣະເຈົ້າ.) ແມ່ນແລ້ວ. ການໃຊ້ຄຳວ່າ “ລາຍລະອຽດ” ຂອງລາວມາຈາກໃສ? ມັນມາຈາກຄວາມປາຖະໜາຂອງລາວທີ່ຈະທຽບເທົ່າກັບພຣະເຈົ້າ ແລະ ຮຽນແບບພຣະເຈົ້າ. ໂດຍການໃຊ້ຄຳສັບນີ້, ລາວໝາຍຄວາມວ່າ: “ພຣະເຈົ້າເຮັດພາລະກິດຢ່າງລະອຽດ ແລະ ສິ່ງທີ່ຂ້ອຍກຳລັງນໍາພາຄົນກຸ່ມນີ້ເຮັດກໍລະອຽດເຊັ່ນກັນ”. ຄຳຂະຫຍາຍຂອງ “ລາຍລະອຽດ” ແມ່ນ “ຂອງພາລະກິດຂອງພຣະເຈົ້າ”, ແຕ່ໃນຄວາມເປັນຈິງແລ້ວ, ໃນໃຈຂອງລາວ ລາວກຳລັງເໝົາເອົາຜົນຂອງລາຍລະອຽດຂອງພາລະກິດຂອງພຣະວິນຍານບໍລິສຸດມາເປັນຂອງຕົນເອງ, ເຊິ່ງເປັນສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດ. ເມື່ອໃດກໍຕາມທີ່ມີໂອກາດທີ່ຈະໂດດເດັ່ນ, ເມື່ອໃດກໍຕາມທີ່ມີໂອກາດພຽງເລັກນ້ອຍ, ພວກເຂົາຈະບໍ່ປ່ອຍມັນໄປ; ພວກເຂົາຈະຍາດແຍ່ງຜູ້ຄົນກັບພຣະເຈົ້າ. ພວກເຂົາຍາດແຍ່ງເອົາຄົນປະເພດໃດ? ບາງຄົນໃນພວກເຂົາບໍ່ເຂົ້າໃຈຄວາມຈິງ, ພວກເຂົາບໍ່ສາມາດແຍກແຍະຜູ້ຄົນຕາມຫຼັກການຄວາມຈິງ ແລະ ພວກເຂົາໂງ່ຈ້າ ແລະ ບໍ່ຮູ້ຄວາມ; ບາງຄົນໃນພວກເຂົາບໍ່ໄລ່ຕາມຄວາມຈິງ ແລະ ພວກເຂົາມັກເຮັດຕາມກະແສ ແລະ ປະຕິບັດຢ່າງມືດບອດຢູ່ພາຍນອກ ແລະ ຍັງມີບາງຄົນທີ່ເປັນຜູ້ເຊື່ອໃໝ່ ແລະ ມີພື້ນຖານທີ່ຕື້ນເຂີນ, ພວກເຂົາຍັງບໍ່ທັນເຂົ້າໃຈວ່າການເຊື່ອໃນພຣະເຈົ້າແມ່ນຫຍັງກັນແທ້ ແລະ ພວກເຂົາກໍຖືກຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ຫຼົງຜິດ. ພຶດຕິກຳນີ້ໄດ້ຖືກຢຸດຢັ້ງໃນພາຍຫຼັງ, ເຊິ່ງທັນເວລາພໍດີ. ຄວາມຈິງທີ່ວ່າມັນຖືກຢຸດຢັ້ງນັ້ນບໍ່ແມ່ນເລື່ອງທີ່ໜ້າອັດສະຈັນປານໃດ, ແຕ່ມັນໝາຍຄວາມວ່າສິ່ງທີ່ໂງ່ຈ້າທີ່ຜູ້ຕໍ່ຕ້ານພຣະຄຣິສໄດ້ເຮັດນັ້ນຖືກເປີດໂປງພ້ອມກັນໃນເທື່ອດຽວ. ໃນຂະນະທີ່ທຸກຄົນໂອ້ລົມກັນ ແລະ ຄິດຍ້ອນກັບໄປ, ພວກເຂົາເວົ້າວ່າ: “ກ່ອນທີ່ຜູ້ຕໍ່ຕ້ານພຣະຄຣິສຄົນນີ້ຈະມາ, ເຖິງແມ່ນວ່າບາງຄັ້ງພວກເຮົາຈະບໍ່ສາມາດຊອກຫາທິດທາງໃນດ້ານວິຊາການ ແລະ ເຕັກນິກຂອງການຮ້ອງເພງ, ເມື່ອພວກເຮົາຮ້ອງເພງ, ພວກເຮົາຮູ້ສຶກວ່າພວກເຮົາສາມາດຮ້ອງມັນອອກມາຈາກໃຈໄດ້ ແລະ ພວກເຮົາກໍສາມາດຮ້ອງທຸກຄຳດ້ວຍຫົວໃຈຂອງພວກເຮົາໄດ້. ຫຼັງຈາກທີ່ລາວມາ ແລະ ເວົ້າກ່ຽວກັບທິດສະດີດ້ານວິຊາການບາງຢ່າງ, ພວກເຮົາທຸກຄົນກໍຮູ້ສຶກແຫ້ງແລ້ງ ແລະ ບໍ່ຢາກຮ້ອງເພງອີກຕໍ່ໄປ, ຍ້ອນວ່າພວກເຮົາບໍ່ສາມາດເຂົ້າໃຈສິ່ງທີ່ພຣະເຈົ້າກຳລັງກ່າວໃນທຸກຄຳເວົ້າໄດ້, ພວກເຮົາບໍ່ສາມາດຮູ້ສຶກເຖິງພຣະເຈົ້າໄດ້”. ຄົນເຫຼົ່ານີ້ບໍ່ໄດ້ກຳລັງມີບັນຫາບໍ? ທັນທີທີ່ຜູ້ຕໍ່ຕ້ານພຣະຄຣິສຍື່ນມືຂອງພວກເຂົາອອກມາເພື່ອລົງມືກະທຳ, ຜົນສະທ້ອນທີ່ພວກເຂົານໍາມາກໍຄືຜູ້ຄົນບໍ່ສາມາດຮູ້ສຶກໄດ້ອີກຕໍ່ໄປວ່າພຣະເຈົ້າສະຖິດຢູ່ໃສ ແລະ ບໍ່ຮູ້ວ່າຈະປະຕິບັດຢ່າງເໝາະສົມແນວໃດ. ພວກເຂົາຫຼົງທິດທາງ. ເມື່ອຜູ້ຄົນບໍ່ສາມາດຮູ້ສຶກເຖິງພຣະເຈົ້າ, ພວກເຂົາຍັງຈະສາມາດບັນລຸໜ້າທີ່ຂອງພວກເຂົາໄດ້ບໍ? ພວກເຂົາຍັງຈະສາມາດເຮັດສິ່ງຕ່າງໆດ້ວຍຄວາມຈົງຮັກພັກດີເພື່ອເປັນພະຍານໃຫ້ພຣະເຈົ້າໄດ້ບໍ? ຫຼັງຈາກທີ່ມະນຸດຖືກຊາຕານເຮັດໃຫ້ເສື່ອມຊາມ, ພວກເຂົາກໍເກີດມີລັກສະນະບາງຢ່າງ, ເຊິ່ງກໍຄືການມັກເຮັດຕາມກະແສ. ພວກເຂົາເປັນຄືກັບແມງວັນ: ບໍ່ຈຳເປັນຕ້ອງມີເປົ້າໝາຍທີ່ຊັດເຈນ, ຕາບໃດທີ່ມີຜູ້ນໍາ, ຄົນອື່ນໆກໍຈະເຂົ້າຮ່ວມກັບພວກເຂົາໃນການເຮັດສິ່ງທີ່ໄຮ້ສາລະຢ່າງມືດບອດ, ຍ້ອນວ່າມັນຄຶກຄື້ນກວ່າຖ້າເປັນແນວນັ້ນ ແລະ ເມື່ອພວກເຂົາປະຕິບັດໃນລັກສະນະນັ້ນ ພວກເຂົາກໍບໍ່ຈຳເປັນຕ້ອງຢັບຢັ້ງຕົນເອງ, ມັນບໍ່ມີບັນທັດຖານໃນການກະທຳຂອງພວກເຂົາ ແລະ ບໍ່ມີໃຜປະຕິບັດຕາມຫຼັກການ. ພວກເຂົາບໍ່ຈຳເປັນຕ້ອງອະທິຖານ ຫຼື ສະແຫວງຫາ, ພວກເຂົາບໍ່ຈຳເປັນຕ້ອງມີຄວາມສັດທາ ຫຼື ຄວາມສະຫງົບ; ຕາບໃດທີ່ພວກເຂົາມີຫົວ ແລະ ສາມາດຫາຍໃຈໄດ້, ພວກເຂົາກໍສາມາດປະຕິບັດໃນລັກສະນະນັ້ນໄດ້. ນີ້ບໍ່ແມ່ນເກືອບຈະຄືກັນກັບສັດບໍ? ຍ້ອນວ່າມະນຸດເສື່ອມຊາມມີລັກສະນະນີ້, ພວກເຂົາຈຶ່ງຖືກເຮັດໃຫ້ຫຼົງຜິດໄດ້ງ່າຍ, ແຕ່ຖ້າເຈົ້າເຂົ້າໃຈຄວາມຈິງ ແລະ ສາມາດແຍກແຍະສິ່ງເຫຼົ່ານີ້ໄດ້, ເຈົ້າກໍຈະບໍ່ຖືກເຮັດໃຫ້ຫຼົງຜິດໄດ້ງ່າຍປານນັ້ນ. ຫຼັງຈາກທີ່ຜູ້ຕໍ່ຕ້ານພຣະຄຣິສຄົນນີ້ຖືກເປີດໂປງ, ທຸກຄົນກໍໄຈ້ແຍກສິ່ງທີ່ເຮັດໃຫ້ຫຼົງຜິດທີ່ລາວເວົ້າ ແລະ ຍຸດທະວິທີທີ່ລາວໃຊ້ເພື່ອປະຕິບັດໃນລັກສະນະນັ້ນ, ໂດຍປຽບທຽບສິ່ງເຫຼົ່ານີ້ກັບພຣະທຳຂອງພຣະເຈົ້າ. ພວກເຂົາໄດ້ຮັບຮູ້ວ່າຜູ້ຊາຍຄົນນີ້ເກັ່ງຫຼາຍໃນການເຮັດໃຫ້ຜູ້ຄົນຫຼົງຜິດ, ວ່າລາວໄດ້ເຮັດໃຫ້ສິ່ງຕ່າງໆວຸ້ນວາຍ ແລະ ເຖິງແມ່ນວ່າສິ່ງທີ່ລາວນໍາພາພວກເຂົາເຮັດນັ້ນເບິ່ງຄືວ່າໜ້າປະທັບໃຈຫຼາຍ ແລະ ມັນເບິ່ງຄືວ່າພວກເຂົາກຳລັງຮູ້ສຶກເຖິງພາລະກິດທີ່ມີລິດທານຸພາບຂອງພຣະວິນຍານບໍລິສຸດ, ແຕ່ໃນຄວາມເປັນຈິງແລ້ວ, ພວກເຂົາບໍ່ສາມາດຮູ້ສຶກເຖິງພຣະເຈົ້າໄດ້ເລີຍ. ພາຍນອກມັນເບິ່ງຄືວ່າທຸກຄົນເຕັມໄປດ້ວຍຄວາມກະຕືລືລົ້ນທີ່ຍິ່ງໃຫຍ່ ແລະ ຄວາມເຊື່ອ ແລະ ຄວາມເຕີບໂຕຂອງພວກເຂົາກໍເຕີບໃຫຍ່ຂຶ້ນຢ່າງກະທັນຫັນ; ແຕ່ໃນຄວາມເປັນຈິງແລ້ວ, ນີ້ແມ່ນພາບລວງຕາ, ເປັນພາລະກິດຂອງວິນຍານຊົ່ວຮ້າຍ. ສະຖານະການທີ່ເໜືອທຳມະຊາດເຫຼົ່ານີ້ໄດ້ປາກົດຂຶ້ນ, ດັ່ງນັ້ນ ພຣະວິນຍານບໍລິສຸດຈຶ່ງບໍ່ໄດ້ເຮັດພາລະກິດ. ໃນໄລຍະເວລາໜຶ່ງຫຼັງຈາກນີ້, ຜ່ານການໂອ້ລົມກ່ຽວກັບຄວາມຈິງ, ທຸກຄົນກໍສາມາດແຍກແຍະຜູ້ຕໍ່ຕ້ານພຣະຄຣິສ ແລະ ສະພາວະຂອງພວກເຂົາກໍຄ່ອຍໆກັບຄືນສູ່ສະພາບປົກກະຕິເທື່ອລະເລັກເທື່ອລະນ້ອຍ. ຄົນເຫຼົ່ານີ້ຖືກຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ຫຼົງຜິດ ແລະ ພວກເຂົາກໍຕີຕົວອອກຫ່າງຈາກເຮົາ. ເມື່ອເຮົາເວົ້າ, ຄົນເຫຼົ່ານີ້ເບິ່ງມາທີ່ເຮົາຄືກັບວ່າເຮົາເປັນຄົນແປກໜ້າ, ພວກເຂົາບໍ່ຢາກຕອບຄຳຖາມຂອງເຮົາ ແລະ ພວກເຮົາກໍກາຍເປັນຄືກັບຄົນແປກໜ້າທັນທີ. ພວກເຂົາລໍຖ້າໃຫ້ຜູ້ຕໍ່ຕ້ານພຣະຄຣິສເວົ້າກ່ອນທີ່ພວກເຂົາຈະເຊື່ອຟັງສິ່ງໃດ; ພວກເຂົາຟັງທຸກຢ່າງທີ່ຜູ້ຕໍ່ຕ້ານພຣະຄຣິສເວົ້າ ແລະ ທຸກຢ່າງທີ່ລາວເວົ້າກໍເປັນຕົວແທນໃຫ້ພວກເຂົາ. ດັ່ງນັ້ນ, ຄົນເຫຼົ່ານີ້ຈຶ່ງບໍ່ມີສິດມີສຽງໃນສິ່ງໃດເລີຍ, ແຕ່ພວກເຂົາກໍເຕັມໃຈທີ່ຈະບໍ່ມີສິດມີສຽງ; ພວກເຂົາລໍຖ້າໃຫ້ລາວເວົ້າ ແລະ ຖືກລາວຄວບຄຸມ. ວິນຍານຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສເຮັດສິ່ງດັ່ງກ່າວເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ.
ສິ່ງທີ່ຊົ່ວຊ້າບາງຢ່າງສາມາດສະແດງອອກຢ່າງຊັດເຈນເປັນຄຳເວົ້າ ແລະ ໄຈ້ແຍກໄດ້, ແຕ່ສິ່ງອື່ນສາມາດເວົ້າໄດ້ພຽງແຕ່ວ່າມັນມີວິນຍານຊົ່ວຮ້າຍເຮັດວຽກຢູ່ພາຍໃນພວກມັນ ແລະ ບໍ່ສາມາດສະແດງອອກຢ່າງຊັດເຈນເປັນຄຳເວົ້າໄດ້, ພວກມັນສາມາດຖືກແຍກແຍະໄດ້ໂດຍການອີງໃສ່ຄວາມຮູ້ສຶກຂອງເຈົ້າ ຫຼື ອີງໃສ່ຄວາມຈິງທີ່ເຈົ້າເຂົ້າໃຈ ແລະ ປະສົບການຂອງເຈົ້າເທົ່ານັ້ນ. ຜູ້ຕໍ່ຕ້ານພຣະຄຣິສຄົນນີ້ຖືກແຍກແຍະ ແລະ ຖືກຈັດການຢ່າງໄວວາ ແລະ ຊີວິດຄຣິສຕະຈັກກໍກັບຄືນສູ່ສະພາບປົກກະຕິ. ຫຼັງຈາກນັ້ນ, ທຸກຄົນຕ່າງກໍຮູ້ສຶກເຖິງຄວາມຢ້ານກົວທີ່ຍັງຝັງຢູ່ໃນໃຈ ເມື່ອພວກເຂົາໂອ້ລົມກ່ຽວກັບເຫດການນີ້. ພວກເຂົາເວົ້າວ່າ “ນັ້ນມັນອັນຕະລາຍແທ້ໆ! ສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສຄົນນັ້ນເອີ້ນວ່າ ‘ລາຍລະອຽດ’ ໄດ້ທຳຮ້າຍພວກເຮົາຢ່າງໜັກຈົນພວກເຮົາເກືອບຈະຖືກລາວທຳລາຍ”. ສະນັ້ນ, ພວກເຈົ້າຕ້ອງຮຽນຮູ້ທີ່ຈະແຍກແຍະຜູ້ຕໍ່ຕ້ານພຣະຄຣິສ. ຖ້າເຈົ້າບໍ່ເຄີຍຈິງຈັງກັບການແຍກແຍະຜູ້ຕໍ່ຕ້ານພຣະຄຣິສ, ເຈົ້າກໍຈະຕົກຢູ່ໃນອັນຕະລາຍ ແລະ ໃຜຈະຮູ້ວ່າເຈົ້າຈະຖືກພວກເຂົາເຮັດໃຫ້ຫຼົງຜິດເມື່ອໃດ ຫຼື ໃນໂອກາດໃດ. ເຈົ້າອາດຈະເຖິງຂັ້ນຕິດຕາມຜູ້ຕໍ່ຕ້ານພຣະຄຣິສຢ່າງມຶນງົງ ໂດຍບໍ່ຮູ້ວ່າມັນເກີດຫຍັງຂຶ້ນ. ເຈົ້າຈະບໍ່ຮູ້ສຶກວ່າມັນມີຫຍັງຜິດປົກກະຕິກ່ຽວກັບມັນໃນເວລານັ້ນ ແລະ ເຈົ້າກໍຈະຮູ້ສຶກວ່າສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສຄົນນີ້ເວົ້ານັ້ນຖືກຕ້ອງ, ດ້ວຍວິທີນີ້ ເຈົ້າຈະຖືກເຮັດໃຫ້ຫຼົງຜິດໂດຍບໍ່ຮູ້ຕົວ. ຄວາມຈິງທີ່ວ່າເຈົ້າຖືກເຮັດໃຫ້ຫຼົງຜິດສະແດງໃຫ້ເຫັນວ່າເຈົ້າໄດ້ທໍລະຍົດພຣະເຈົ້າ ແລະ ຈາກນັ້ນ ພຣະເຈົ້າກໍຈະບໍ່ມີຫົນທາງໃນການຊ່ວຍໃຫ້ເຈົ້າລອດພົ້ນ. ມີບາງຄົນທີ່ປົກກະຕິແລ້ວປະຕິບັດໄດ້ດີ, ແຕ່ໃນຊ່ວງໄລຍະເວລາໜຶ່ງ, ພວກເຂົາຖືກຜູ້ຕໍ່ຕ້ານພຣະຄຣິສຫຼອກລວງ ແລະ ໃນທີ່ສຸດ ຄຣິສຕະຈັກກໍນໍາພວກເຂົາກັບຄືນມາຜ່ານການຫ້າມປາມ ແລະ ການໂອ້ລົມ. ເຖິງຢ່າງໃດກໍຕາມ, ຍັງມີບາງຄົນທີ່ບໍ່ກັບຄືນມາ ບໍ່ວ່າຈະໂອ້ລົມຄວາມຈິງໃຫ້ພວກເຂົາຟັງຫຼາຍສໍ່າໃດກໍຕາມ ແລະ ພວກເຂົາກໍຕັ້ງໃຈທີ່ຈະໄປກັບຜູ້ຕໍ່ຕ້ານພຣະຄຣິສ, ແລ້ວພວກເຂົາບໍ່ໄດ້ຖືກທຳລາຍຢ່າງສິ້ນເຊີງບໍ? ພວກເຂົາປະຕິເສດຢ່າງໜັກແໜ້ນທີ່ຈະຫັນກັບຄືນມາ ແລະ ພຣະເຈົ້າກໍບໍ່ໄດ້ເຮັດພາລະກິດກັບພວກເຂົາອີກຕໍ່ໄປ. ບາງຄົນຂາດຄວາມສາມາດໃນການແຍກແຍະ ແລະ ຮູ້ສຶກເສຍໃຈນໍາຄົນປະເພດນີ້, ໂດຍເວົ້າວ່າ “ຄົນຜູ້ນັ້ນເປັນຄົນດີພໍສົມຄວນ: ພວກເຂົາເຊື່ອໃນພຣະເຈົ້າມາຫຼາຍປີ ແລະ ພວກເຂົາໄດ້ປະຖິ້ມສິ່ງຕ່າງໆ ແລະ ເສຍສະລະຕົນເອງ; ພວກເຂົາເຄີຍປະຕິບັດໜ້າທີ່ຂອງພວກເຂົາຢ່າງຈົງຮັກພັກດີພໍສົມຄວນ, ຄວາມເຊື່ອໃນພຣະເຈົ້າຂອງພວກເຂົາກໍຍິ່ງໃຫຍ່ ແລະ ພວກເຂົາກໍເປັນຜູ້ເຊື່ອທີ່ແທ້ຈິງ, ພວກເຮົາບໍ່ຄວນໃຫ້ໂອກາດພວກເຂົາອີກຈັກຄັ້ງບໍ?” ມຸມມອງນີ້ຖືກຕ້ອງບໍ? ມັນສອດຄ່ອງກັບຄວາມຈິງບໍ? ຜູ້ຄົນສາມາດເຫັນໄດ້ພຽງແຕ່ພາຍນອກຂອງຄົນອື່ນ, ແຕ່ບໍ່ສາມາດເຫັນຫົວໃຈຂອງພວກເຂົາໄດ້; ພວກເຂົາບໍ່ສາມາດເຫັນໄດ້ຢ່າງຊັດເຈນວ່າແທ້ຈິງແລ້ວຄົນຜູ້ນັ້ນເປັນຄົນປະເພດໃດ ຫຼື ພວກເຂົາມີແກ່ນແທ້ແບບໃດ. ພວກເຂົາຕ້ອງໄດ້ພົວພັນກັບຄົນເຫຼົ່ານັ້ນ ຫຼື ສັງເກດເບິ່ງພວກເຂົາເປັນໄລຍະເວລາໜຶ່ງ ແລະ ຄົນຜູ້ນັ້ນກໍຕ້ອງພົບກັບເຫດການທີ່ເປີດເຜີຍຕົວຕົນຂອງພວກເຂົາ ເພື່ອໃຫ້ຜູ້ຄົນສາມາດເບິ່ງທະລຸພວກເຂົາໄດ້. ຍິ່ງໄປກວ່ານັ້ນ, ຖ້າເຈົ້າພະຍາຍາມຊ່ວຍເຫຼືອຄົນເຫຼົ່ານີ້ດ້ວຍຄວາມປາຖະໜາດີຈາກໃຈຂອງເຈົ້າ, ແຕ່ພວກເຂົາບໍ່ຫັນກັບຄືນມາ ບໍ່ວ່າເຈົ້າຈະໂອ້ລົມກັບພວກເຂົາຫຼາຍສໍ່າໃດກໍຕາມ, ເຈົ້າກໍຈະບໍ່ຮູ້ວ່າເຫດຜົນທີ່ຢູ່ເບື້ອງຫຼັງທັງໝົດນັ້ນແມ່ນຫຍັງ. ໃນຄວາມເປັນຈິງແລ້ວ, ພຣະເຈົ້າໄດ້ເບິ່ງທະລຸຄົນເຫຼົ່ານີ້ ແລະ ກຳຈັດພວກເຂົາແລ້ວ. ເປັນຫຍັງພຣະເຈົ້າຈຶ່ງກຳຈັດພວກເຂົາ? ເຫດຜົນທີ່ກົງໄປກົງມາທີ່ສຸດກໍຄື ຜູ້ຕໍ່ຕ້ານພຣະຄຣິສບາງຄົນເປັນວິນຍານຊົ່ວຮ້າຍຢ່າງຊັດເຈນ ແລະ ສາມາດຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສທີ່ມີວິນຍານຊົ່ວຮ້າຍເຮັດວຽກຢູ່ໃນຕົວພວກເຂົາ. ຖ້າຜູ້ຄົນຕິດຕາມພວກເຂົາເປັນໄລຍະເວລາໜຶ່ງ, ຫົວໃຈຂອງພວກເຂົາກໍຈະມືດມົນ ແລະ ພວກເຂົາກໍຈະອ່ອນແອຫຼາຍຈົນພວກເຂົາລົ້ມລົງ, ເຊິ່ງພິສູດໃຫ້ເຫັນວ່າພຣະເຈົ້າໄດ້ປະຖິ້ມພວກເຂົາໄປດົນແລ້ວ. ພຣະເຈົ້າມີອຸປະນິໄສທີ່ຊອບທຳ ແລະ ພຣະອົງກຽດຊັງຊາຕານ. ເນື່ອງຈາກຄົນເຫຼົ່ານີ້ຕິດຕາມຊາຕານ ແລະ ວິນຍານຊົ່ວຮ້າຍ, ພຣະເຈົ້າຍັງຈະສາມາດຮັບຮູ້ວ່າພວກເຂົາເປັນຜູ້ຕິດຕາມຂອງພຣະອົງໄດ້ບໍ? ພຣະເຈົ້າບໍລິສຸດ ແລະ ກຽດຊັງສິ່ງຊົ່ວຮ້າຍ. ພຣະອົງບໍ່ຕ້ອງການຜູ້ທີ່ຕິດຕາມວິນຍານຊົ່ວຮ້າຍ; ເຖິງແມ່ນວ່າຄົນອື່ນຈະຄິດວ່າພວກເຂົາເປັນຄົນດີ, ພຣະອົງກໍບໍ່ຕ້ອງການພວກເຂົາ. ການທີ່ພຣະເຈົ້າກຽດຊັງສິ່ງຊົ່ວຮ້າຍໝາຍຄວາມວ່າແນວໃດ? “ການກຽດຊັງສິ່ງຊົ່ວຮ້າຍ” ບົ່ງບອກເຖິງຫຍັງ? ຈົ່ງຟັງສິ່ງທີ່ເຮົາເວົ້າຕອນນີ້, ແລ້ວພວກເຈົ້າຈະເຂົ້າໃຈ. ເລີ່ມຕົ້ນຕັ້ງແຕ່ຕອນທີ່ພຣະເຈົ້າເລືອກຄົນໃດຄົນໜຶ່ງ, ຈົນກວ່າຄົນຜູ້ນັ້ນຈະຍອມຮັບວ່າພຣະເຈົ້າຄືຄວາມຈິງ, ຄວາມຊອບທຳ, ສະຕິປັນຍາ ແລະ ຄວາມຊົງລິດທານຸພາບອັນສູງສຸດ, ວ່າພຣະອົງເປັນພຣະເຈົ້າອົງດຽວເທົ່ານັ້ນ, ເມື່ອພວກເຂົາເຂົ້າໃຈສິ່ງເຫຼົ່ານີ້ແລ້ວ ແລະ ຫຼັງຈາກທີ່ພວກເຂົາໄດ້ມີປະສົບການບາງຢ່າງ, ພວກເຂົາກໍຈະມີຄວາມເຂົ້າໃຈພື້ນຖານກ່ຽວກັບອຸປະນິໄສຂອງພຣະເຈົ້າ, ແກ່ນແທ້ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ ຢູ່ໃນສ່ວນເລິກຂອງຫົວໃຈຂອງພວກເຂົາ ແລະ ຄວາມເຂົ້າໃຈພື້ນຖານນີ້ກໍຈະກາຍເປັນຄວາມເຊື່ອຂອງພວກເຂົາ. ມັນຍັງຈະກະຕຸ້ນພວກເຂົາໃຫ້ຕິດຕາມພຣະເຈົ້າ, ເສຍສະລະຕົນເອງເພື່ອພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງພວກເຂົາ. ເມື່ອພວກເຂົາມີປະສົບການ, ເຂົ້າໃຈຄວາມຈິງ ແລະ ຄວາມເຂົ້າໃຈກ່ຽວກັບອຸປະນິໄສຂອງພຣະເຈົ້າຂອງພວກເຂົາ ແລະ ຄວາມຮູ້ກ່ຽວກັບພຣະເຈົ້າຂອງພວກເຂົາໄດ້ຢັ່ງຮາກລົງໃນຫົວໃຈຂອງພວກເຂົາ, ເມື່ອພວກເຂົາມີສະຖານະນີ້, ພວກເຂົາກໍຈະບໍ່ປະຕິເສດພຣະເຈົ້າ. ແຕ່ຖ້າພວກເຂົາບໍ່ມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະຄຣິສ, ພຣະເຈົ້າຜູ້ຊົງສໍາພັນກັບຊີວິດຈິງ ແລະ ຖ້າພວກເຂົາມີແນວໂນ້ມທີ່ຈະນະມັດສະການ ແລະ ຕິດຕາມຜູ້ຕໍ່ຕ້ານພຣະຄຣິສ, ແລ້ວພວກເຂົາກໍຍັງຕົກຢູ່ໃນອັນຕະລາຍ. ພວກເຂົາອາດຈະຍັງຫັນຫຼັງໃຫ້ພຣະຄຣິສໃນເນື້ອໜັງ ເພື່ອຕິດຕາມຜູ້ຕໍ່ຕ້ານພຣະຄຣິສທີ່ຊົ່ວຊ້າ. ສິ່ງນີ້ຈະເປັນການປະຕິເສດພຣະຄຣິສຢ່າງເປີດເຜີຍ ແລະ ເປັນການຕັດຂາດຄວາມສຳພັນກັບພຣະເຈົ້າ. ຄວາມໝາຍແຝງຂອງສິ່ງນີ້ກໍຄື: “ຂ້ອຍຈະບໍ່ຕິດຕາມພຣະເຈົ້າອີກຕໍ່ໄປ, ຂ້ອຍຈະຕິດຕາມຊາຕານ. ຂ້ອຍຮັກຊາຕານ ແລະ ຂ້ອຍເຕັມໃຈທີ່ຈະຮັບໃຊ້ມັນ; ຂ້ອຍເຕັມໃຈທີ່ຈະຕິດຕາມຊາຕານ. ບໍ່ວ່າມັນຈະປະຕິບັດຕໍ່ຂ້ອຍແນວໃດ, ມັນຈະທຳລາຍ, ຢຽບຢ່ຳ ແລະ ເຮັດໃຫ້ຂ້ອຍເສື່ອມຊາມສໍ່າໃດ, ຂ້ອຍກໍເຕັມໃຈຢ່າງຍິ່ງ. ບໍ່ວ່າພຣະເຈົ້າຈະຊອບທຳ ແລະ ບໍລິສຸດສໍ່າໃດ, ບໍ່ວ່າພຣະອົງຈະສະແດງຄວາມຈິງອອກມາຫຼາຍສໍ່າໃດ, ຂ້ອຍກໍບໍ່ເຕັມໃຈທີ່ຈະຕິດຕາມພຣະອົງ. ຂ້ອຍບໍ່ມັກຄວາມຈິງ. ຂ້ອຍມັກຊື່ສຽງ, ສະຖານະ, ລາງວັນ ແລະ ມົງກຸດ; ເຖິງແມ່ນວ່າຂ້ອຍຈະບໍ່ສາມາດໄດ້ຮັບສິ່ງເຫຼົ່ານັ້ນ, ຂ້ອຍກໍຍັງມັກພວກມັນ”. ເຊັ່ນນັ້ນແຫຼະ, ພວກເຂົາໄດ້ຕິດຕາມຄົນທີ່ບໍ່ມີຫຍັງກ່ຽວຂ້ອງກັບພວກເຂົາເລີຍ, ພວກເຂົາໄດ້ໜີໄປກັບຜູ້ຕໍ່ຕ້ານພຣະຄຣິສທີ່ຕໍ່ຕ້ານພຣະເຈົ້າ. ພຣະເຈົ້າຍັງຈະຕ້ອງການຄົນແບບນີ້ບໍ? ແນ່ນອນວ່າບໍ່. ມັນສົມເຫດສົມຜົນບໍທີ່ພຣະເຈົ້າບໍ່ຕ້ອງການພວກເຂົາ? ສົມເຫດສົມຜົນຢ່າງຍິ່ງ. ເຈົ້າຮູ້ຈາກຫຼັກຄຳສອນວ່າ ພຣະເຈົ້າເປັນພຣະເຈົ້າທີ່ກຽດຊັງສິ່ງຊົ່ວຮ້າຍ ແລະ ພຣະອົງບໍລິສຸດ. ເຈົ້າເຂົ້າໃຈຫຼັກຄຳສອນນີ້, ແຕ່ເຈົ້າຮູ້ບໍວ່າພຣະເຈົ້າປະຕິບັດຕໍ່ຄົນແບບນີ້ແນວໃດ? ຖ້າພຣະເຈົ້າລັງກຽດ-ປະຕິເສດຄົນໃດຄົນໜຶ່ງ, ພຣະອົງກໍຈະປະຖິ້ມພວກເຂົາໂດຍບໍ່ລັງເລ. ສິ່ງທີ່ເຮົາເວົ້ານັ້ນບໍ່ແມ່ນຄວາມເປັນຈິງບໍ? (ແມ່ນແລ້ວ.) ນີ້ຄືຄວາມເປັນຈິງ. ດັ່ງນັ້ນ, ການທີ່ພຣະເຈົ້າປະຖິ້ມຄົນແບບນີ້ໝາຍຄວາມວ່າພຣະອົງມີຫົວໃຈທີ່ໂຫດຮ້າຍບໍ? (ບໍ່.) ພຣະເຈົ້າມີຫຼັກການໃນການກະທຳຂອງພຣະອົງ. ຖ້າເຈົ້າຮູ້ວ່າພຣະເຈົ້າແມ່ນໃຜ, ແຕ່ເຈົ້າພັດບໍ່ມັກທີ່ຈະຕິດຕາມພຣະອົງ, ຖ້າເຈົ້າຮູ້ວ່າຊາຕານແມ່ນໃຜ, ແຕ່ເຈົ້າຍັງຢືນຢັນທີ່ຈະຕິດຕາມມັນ, ແລ້ວພຣະເຈົ້າກໍຈະບໍ່ບັງຄັບເຈົ້າ. ເຊີນຕິດຕາມຊາຕານຕະຫຼອດໄປເລີຍ. ຢ່າກັບຄືນມາ; ພຣະເຈົ້າໄດ້ປະຖິ້ມເຈົ້າແລ້ວ. ຄົນເຮົາຈະເຂົ້າໃຈອຸປະນິໄສຂອງພຣະເຈົ້າໄດ້ແນວໃດ? ອຸປະນິໄສຂອງພຣະເຈົ້າຊອບທຳ ແລະ ບໍລິສຸດ ແລະ ມັນມີອົງປະກອບໜຶ່ງໃນອຸປະນິໄສຂອງພຣະອົງທີ່ກຽດຊັງສິ່ງຊົ່ວຮ້າຍ. ເວົ້າອີກຢ່າງໜຶ່ງກໍຄື ຖ້າໃນຖານະສິ່ງທີ່ຖືກສ້າງ, ເຈົ້າເຕັມໃຈທີ່ຈະເສື່ອມຊາມ, ພຣະເຈົ້າຈະເວົ້າຫຍັງໄດ້ອີກ? ພຣະເຈົ້າບໍ່ເຄີຍບັງຄັບໃຫ້ຜູ້ຄົນເຮັດສິ່ງທີ່ພວກເຂົາບໍ່ເຕັມໃຈທີ່ຈະເຮັດ. ພຣະອົງບໍ່ເຄີຍບັງຄັບໃຫ້ຜູ້ຄົນຍອມຮັບຄວາມຈິງ. ຖ້າເຈົ້າປາຖະໜາທີ່ຈະເສື່ອມຊາມ, ນັ້ນກໍເປັນການເລືອກສ່ວນຕົວຂອງເຈົ້າ, ໃນທີ່ສຸດແລ້ວ ມັນແມ່ນເຈົ້າເອງທີ່ຈະເປັນຄົນແບກຮັບຜົນສະທ້ອນ ແລະ ເຈົ້າກໍຈະໂທດໃຜບໍ່ໄດ້ນອກຈາກຕົວເຈົ້າເອງ. ຫຼັກການຂອງພຣະເຈົ້າສຳລັບການຈັດການກັບຜູ້ຄົນແມ່ນບໍ່ສາມາດປ່ຽນແປງໄດ້, ສະນັ້ນ ຖ້າເຈົ້າມີຄວາມສຸກກັບຄວາມເສື່ອມຊາມ, ແລ້ວຈຸດຈົບທີ່ຫຼີກລ່ຽງບໍ່ໄດ້ຂອງເຈົ້າກໍຄືການຖືກລົງໂທດ. ມັນບໍ່ສຳຄັນວ່າເຈົ້າຈະຕິດຕາມພຣະເຈົ້າມາຈັກປີແລ້ວ; ຖ້າເຈົ້າປາຖະໜາທີ່ຈະເສື່ອມຊາມ, ພຣະເຈົ້າກໍຈະບໍ່ບັງຄັບໃຫ້ເຈົ້າກັບໃຈ. ມັນແມ່ນເຈົ້າເອງທີ່ເຕັມໃຈທີ່ຈະຕິດຕາມຊາຕານ, ທີ່ຈະຖືກຊາຕານທຳລາຍ ແລະ ເຮັດໃຫ້ຫຼົງຜິດ ແລະ ດັ່ງນັ້ນ ໃນທີ່ສຸດແລ້ວ ມັນກໍແມ່ນເຈົ້າເອງທີ່ຈະຕ້ອງແບກຮັບຜົນສະທ້ອນ. ບາງຄົນຮູ້ສຶກເສຍໃຈນໍາຄົນແບບນີ້ ແລະ ສູນເສຍຄວາມເມດຕາໄປລ້າໆໃນການຊ່ວຍເຫຼືອພວກເຂົາ, ແຕ່ບໍ່ວ່າຄົນເຫຼົ່ານັ້ນຈະຕັກເຕືອນພວກເຂົາແນວໃດກໍຕາມ, ພວກເຂົາກໍຈະບໍ່ຫັນກັບຄືນມາ. ມັນເກີດຫຍັງຂຶ້ນຢູ່ນີ້? ຄວາມຈິງກໍຄື ພຣະເຈົ້າບໍ່ໄດ້ຊ່ວຍຄົນແບບນີ້ໃຫ້ລອດພົ້ນ; ພຣະອົງບໍ່ຕ້ອງການພວກເຂົາ. ມະນຸດຈະເຮັດຫຍັງກັບເລື່ອງນັ້ນໄດ້? ມັນເປັນເຫດຜົນທີ່ຢູ່ເບື້ອງຫຼັງ. ແຕ່ເມື່ອຜູ້ຄົນບໍ່ສາມາດເຫັນສະຖານະການໄດ້ຢ່າງຊັດເຈນ, ພວກເຂົາກໍຄວນເຮັດສິ່ງທີ່ພວກເຂົາຄວນເຮັດ ແລະ ປະຕິບັດພັນທະ ແລະ ຄວາມຮັບຜິດຊອບທີ່ພວກເຂົາຄວນປະຕິບັດ. ສ່ວນຜົນໄດ້ຮັບທີ່ຈະມາຈາກການປະຕິບັດວຽກງານເຫຼົ່ານີ້, ພວກເຂົາຕ້ອງຫວັງເພິ່ງການນໍາພາຂອງພຣະເຈົ້າ. ພວກເຈົ້າບໍ່ໄດ້ມີຄວາມເຂົ້າໃຈບາງຢ່າງກ່ຽວກັບປະໂຫຍກທີ່ວ່າ “ພຣະເຈົ້າເປັນພຣະເຈົ້າທີ່ກຽດຊັງສິ່ງຊົ່ວຮ້າຍ” ຜ່ານລາຍລະອຽດເຫຼົ່ານີ້ທີ່ເຮົາໄດ້ເວົ້າເຖິງບໍ? ນີ້ແມ່ນດ້ານໜຶ່ງຂອງມັນ, ທີ່ວ່າພຣະເຈົ້າບໍ່ຕ້ອງການຜູ້ທີ່ມີມົນທິນຈາກວິນຍານຊົ່ວຮ້າຍ. ເຫດຜົນທີ່ພຣະເຈົ້າບໍ່ຕ້ອງການພວກເຂົາແມ່ນຫຍັງ? ຖ້າເຈົ້າໄດ້ເລືອກຊາຕານແລ້ວ, ພຣະເຈົ້າຍັງຈະຕ້ອງການເຈົ້າໄດ້ແນວໃດ? ຖ້າເຈົ້າໄດ້ເລືອກຊາຕານແລ້ວ, ພຣະເຈົ້າຍັງຈະມີຄວາມເມດຕາ ແລະ ກະຕຸ້ນຫົວໃຈຂອງເຈົ້າເພື່ອເຮັດໃຫ້ເຈົ້າກັບຄືນມາໄດ້ແນວໃດ? ພຣະເຈົ້າສາມາດເຮັດແບບນັ້ນໄດ້ບໍ? ພຣະອົງສາມາດເຮັດໄດ້ຫຼາຍກວ່ານັ້ນ, ແຕ່ພຣະອົງເລືອກທີ່ຈະບໍ່ເຮັດວຽກງານນີ້ ເພາະອຸປະນິໄສຂອງພຣະອົງຊອບທຳ ແລະ ເພາະວ່າພຣະອົງເປັນພຣະເຈົ້າທີ່ກຽດຊັງສິ່ງຊົ່ວຮ້າຍ.
ຄັ້ງທີ່ແລ້ວ, ການໂອ້ລົມຂອງພວກເຮົາໄດ້ເນັ້ນໃສ່ເລື່ອງທີ່ວ່າ ການສະແດງອອກຫຼັກຂອງແກ່ນແທ້ທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສຄື ຄວາມບໍ່ເປັນມິດ ແລະ ຄວາມລັງກຽດຂອງພວກເຂົາຕໍ່ທຸກສິ່ງທີ່ເປັນບວກ ແລະ ຄວາມຈິງ. ມື້ນີ້ ເຮົາຈະໂອ້ລົມຈາກອີກມຸມມອງໜຶ່ງ, ເຊິ່ງກໍຄື ຜູ້ຕໍ່ຕ້ານພຣະຄຣິສຮັກທຸກສິ່ງທີ່ກົງກັນຂ້າມກັບສິ່ງທີ່ເປັນບວກ. ແລ້ວສິ່ງນັ້ນແມ່ນຫຍັງ? (ສິ່ງທີ່ເປັນລົບ.) ແມ່ນແລ້ວ, ມັນຄືສິ່ງທີ່ເປັນລົບ, ນັ້ນກໍຄື ທຸກສິ່ງທີ່ຝ່າຝືນ, ຂັດແຍ້ງ ແລະ ບໍ່ສອດຄ່ອງກັບຄວາມຈິງ. ຜູ້ຕໍ່ຕ້ານພຣະຄຣິສບໍ່ມັກສິ່ງທີ່ເປັນບວກ, ສະນັ້ນ ມັນຕ້ອງມີບາງສິ່ງທີ່ພວກເຂົາມັກ, ແມ່ນບໍ? ແລ້ວສິ່ງທີ່ພວກເຂົາມັກແມ່ນຫຍັງ? ພວກເຂົາມັກການຫຼອກລວງ ແລະ ຄຳເວົ້າຕົວະ, ພ້ອມທັງແຜນການ, ກົນອຸບາຍ ແລະ ຍຸດທະວິທີ. ມີຜູ້ຕໍ່ຕ້ານພຣະຄຣິສຄົນໃດທີ່ອ່ານສາມສິບຫົກກົນລະຍຸດໃນເວລາຫວ່າງຂອງພວກເຂົາບໍ? ເຮົາຄິດວ່າມີ. ເຈົ້າຄິດວ່າເຮົາອ່ານສາມສິບຫົກກົນລະຍຸດບໍ? ເຮົາບໍ່ໄດ້ອ່ານມັນ. ເຮົາບໍ່ໄດ້ສຶກສາມັນ. ການອ່ານມັນຈະມີປະໂຫຍດຫຍັງ? ການອ່ານມັນເຮັດໃຫ້ເຮົາປວດຮາກ ແລະ ພະອືດພະອົມ. ພວກເຈົ້າຮູ້ສຶກແນວໃດຫຼັງຈາກທີ່ໄດ້ອ່ານສາມສິບຫົກກົນລະຍຸດ? ມັນບໍ່ໄດ້ເຮັດໃຫ້ພວກເຈົ້າຮູ້ສຶກລັງກຽດມະນຸດຊາດທີ່ຊົ່ວຊ້າຫຼາຍຂຶ້ນບໍ? ພວກເຈົ້າປະສົບກັບຄວາມຮູ້ສຶກນີ້ບໍ? ຍິ່ງພວກເຈົ້າອ່ານມັນຫຼາຍເທົ່າໃດ, ພວກເຈົ້າກໍຍິ່ງຮູ້ສຶກລັງກຽດຫຼາຍຂຶ້ນເທົ່ານັ້ນ. ພວກເຈົ້າຮູ້ສຶກວ່າຄົນຜູ້ນີ້ຊົ່ວຮ້າຍເກີນໄປ! ມັນຄຸ້ມຄ່າບໍທີ່ຈະຕ້ອງໃຊ້ກົນລະຍຸດສຳລັບທຸກເລື່ອງເລັກໆນ້ອຍໆ, ທີ່ຈະຕ້ອງເຮັດເຖິງຂະໜາດນັ້ນ, ທີ່ຈະນອນບໍ່ຫຼັບໃນຕອນກາງຄືນ ຫຼື ກິນບໍ່ໄດ້ໃນຕອນກາງເວັນ ແລະ ຕ້ອງລະດົມສະໝອງເພື່ອຄິດຫາວິທີຕໍ່ສູ້? ຜູ້ຕໍ່ຕ້ານພຣະຄຣິສບາງຄົນອາດຈະສຶກສາສາມສິບຫົກກົນລະຍຸດໃນເວລາຫວ່າງຂອງພວກເຂົາ ແລະ ປະຊັນໄຫວພິບຂອງພວກເຂົາກັບຄົນອື່ນ ແລະ ກັບພຣະເຈົ້າ. ພວກເຂົາເພີດເພີນກັບຄຳເວົ້າຕົວະ, ການຫຼອກລວງ, ກົນອຸບາຍ, ແຜນການ, ພ້ອມທັງຍຸດທະວິທີ ແລະ ຍຸດທະສາດ, ແຕ່ພວກເຂົາມັກຄວາມຍຸຕິທຳ ແລະ ຄວາມຊອບທຳຂອງພຣະເຈົ້າບໍ? ຄຳທີ່ມີຄວາມໝາຍກົງກັນຂ້າມກັບຄວາມຍຸຕິທຳ ແລະ ຄວາມຊອບທຳແມ່ນຫຍັງ? (ຄວາມຊົ່ວຊ້າ ແລະ ຄວາມຂີ້ຮ້າຍ.) ຄວາມຊົ່ວຊ້າ ແລະ ຄວາມຂີ້ຮ້າຍ. ພວກເຂົາມັກສິ່ງທີ່ຂີ້ຮ້າຍ, ທຸກສິ່ງທີ່ບໍ່ຊອບທຳ ແລະ ບໍ່ຍຸຕິທຳ, ທຸກສິ່ງທີ່ບໍ່ເປັນທຳ ແລະ ບໍ່ເໝາະສົມ. ຕົວຢ່າງ: ການທີ່ຜູ້ຄົນໄລ່ຕາມຄວາມຈິງເປັນສິ່ງທີ່ຖືກຕ້ອງ, ຜູ້ຕໍ່ຕ້ານພຣະຄຣິສນິຍາມສິ່ງນີ້ແນວໃດ? ພວກເຂົາເວົ້າວ່າ “ຜູ້ທີ່ໄລ່ຕາມຄວາມຈິງແມ່ນຄົນໂງ່! ການດຳລົງຊີວິດຈະມີຄຸນຄ່າຫຍັງ ຖ້າຄົນເຮົາບໍ່ໄດ້ດຳລົງຊີວິດໃນແບບທີ່ຕົນເອງຕ້ອງການ? ຜູ້ຄົນຕ້ອງດຳລົງຊີວິດເພື່ອຕົນເອງ ແລະ ສຳລັບຜູ້ທີ່ດຳລົງຊີວິດເພື່ອຄວາມຈິງ ແລະ ເພື່ອຄວາມຍຸຕິທຳ, ຄົນເຫຼົ່ານັ້ນລ້ວນແລ້ວແຕ່ເປັນຄົນໂງ່!” ນັ້ນຄືມຸມມອງຂອງພວກເຂົາ. ຄັນຊັ້ນ, ພວກເຂົາສາມາດເຮັດສິ່ງທີ່ຍຸຕິທຳໄດ້ບໍ? ພວກເຂົາເຮັດບໍ່ໄດ້. ພວກເຂົາສາມາດລຸກຂຶ້ນ ແລະ ເວົ້າອອກມາໄດ້ບໍ ເມື່ອມີສິ່ງຕ່າງໆເກີດຂຶ້ນໃນຄຣິສຕະຈັກ ເຊິ່ງລົບກວນ ແລະ ຂັດຂວາງວຽກງານຂອງຄຣິສຕະຈັກ? ພວກເຂົາບໍ່ພຽງແຕ່ບໍ່ລຸກຂຶ້ນເທົ່ານັ້ນ, ແຕ່ພວກເຂົາຍັງຂົບຂັນຢ່າງລັບໆ ແລະ ມີຄວາມສຸກກັບຄວາມໂຊກຮ້າຍນີ້, ພວກເຂົາເປັນພວກເຊື້ອຊົ່ວ. ພວກເຂົາບໍ່ເຄີຍກັງວົນກ່ຽວກັບເລື່ອງວຽກງານຂອງເຮືອນຂອງພຣະເຈົ້າ, ທັງບໍ່ເຄີຍລຸກຂຶ້ນ ແລະ ເຮັດສິ່ງໃດເພື່ອປົກປ້ອງຜູ້ຄົນທີ່ພຣະເຈົ້າເລືອກ. ຜູ້ທີ່ຮູ້ສຶກຂົບຂັນຢ່າງລັບໆ ແລະ ເຮັດໃຫ້ເຮືອນຂອງພຣະເຈົ້າເປັນເລື່ອງຕະຫຼົກ ເມື່ອພວກເຂົາເຫັນຄົນຊົ່ວຮ້າຍເຮັດສິ່ງທີ່ຊົ່ວຮ້າຍ ແລະ ຄົນບໍ່ດີກົດຂີ່ຂົ່ມເຫັງຄຣິສຕະຈັກ, ພວກເຂົາເປັນຄົນປະເພດໃດ? ພວກເຂົາເປັນບຸກຄົນທີ່ຊົ່ວຊ້າ. ແລ້ວຜູ້ນໍາທີ່ສາມາດໃຫ້ທີ່ພັກພິງແກ່ຄົນຊົ່ວຮ້າຍເຫຼົ່ານີ້ເປັນຄົນປະເພດໃດ? ພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາຈະບໍ່ຍອມໃຫ້ຜົນປະໂຫຍດຂອງຕົນເອງໄດ້ຮັບຄວາມເສຍຫາຍ, ແຕ່ພວກເຂົາພັດບໍ່ສະທົກສະທ້ານເລີຍ ເມື່ອຜົນປະໂຫຍດຂອງຄຣິສຕະຈັກໄດ້ຮັບຄວາມເສຍຫາຍ ແລະ ພວກເຂົາກໍບໍ່ໂສກເສົ້າເລີຍ. ເມື່ອຢູ່ລັບຫຼັງຄົນອື່ນ ພວກເຂົາເຖິງຂັ້ນດີໃຈທີ່ພວກເຂົາບໍ່ໄດ້ສູນເສຍຫຍັງເລີຍ. ນີ້ຄືຄວາມຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ.
ພວກເຮົາຫາກໍເວົ້າເຖິງຜູ້ຕໍ່ຕ້ານພຣະຄຣິສວ່າ ພວກເຂົາເບື່ອໜ່າຍຄວາມຈິງ, ພວກເຂົາມັກສິ່ງທີ່ບໍ່ຊອບທຳ ແລະ ຊົ່ວຊ້າ, ໄລ່ຕາມຜົນປະໂຫຍດ ແລະ ພຣະພອນ, ບໍ່ເຄີຍປ່ອຍວາງເຈດຕະນາ ແລະ ຄວາມປາຖະໜາຂອງພວກເຂົາທີ່ຈະໄດ້ຮັບພຣະພອນ ແລະ ພະຍາຍາມເຮັດການແລກປ່ຽນກັບພຣະເຈົ້າຢູ່ສະເໝີ. ດັ່ງນັ້ນ, ເລື່ອງນີ້ຄວນຖືກແຍກແຍະ ແລະ ກຳນົດລັກສະນະແນວໃດ? ຖ້າພວກເຮົາຈະເອີ້ນມັນວ່າ ການເຫັນຜົນປະໂຫຍດສຳຄັນກວ່າທຸກສິ່ງ, ນັ້ນກໍຄົງຈະເບົາເກີນໄປ. ມັນຄືກັນກັບທີ່ໂປໂລຍອມຮັບວ່າລາວມີໜາມໃນເນື້ອໜັງຂອງລາວ ແລະ ລາວຄວນເຮັດວຽກເພື່ອໄຖ່ບາບຂອງລາວ, ແຕ່ໃນທີ່ສຸດ ລາວກໍຍັງປາຖະໜາທີ່ຈະໄດ້ຮັບມົງກຸດແຫ່ງຄວາມຊອບທຳ. ທຳມະຊາດຂອງສິ່ງນີ້ແມ່ນຫຍັງ? (ຄວາມໂຫດຮ້າຍ.) ມັນເປັນອຸປະນິໄສທີ່ໂຫດຮ້າຍປະເພດໜຶ່ງ. ແຕ່ທຳມະຊາດຂອງສິ່ງນີ້ແມ່ນຫຍັງ? (ການເຮັດການແລກປ່ຽນກັບພຣະເຈົ້າ.) ມັນມີທຳມະຊາດແບບນີ້. ລາວຊອກຫາຜົນປະໂຫຍດໃນທຸກສິ່ງທີ່ລາວເຮັດ, ໂດຍປະຕິບັດຕໍ່ທຸກສິ່ງຄືກັບການແລກປ່ຽນຊື້ຂາຍ. ມັນມີຄຳເວົ້າໜຶ່ງໃນທ່າມກາງຜູ້ບໍ່ມີຄວາມເຊື່ອວ່າ “ບໍ່ມີຫຍັງທີ່ໄດ້ມາລ້າໆ”. ຜູ້ຕໍ່ຕ້ານພຣະຄຣິສກໍມີຕັກກະນີ້ເຊັ່ນກັນ, ໂດຍຄິດວ່າ “ຖ້າຂ້ອຍເຮັດວຽກໃຫ້ເຈົ້າ, ເຈົ້າຈະໃຫ້ຫຍັງຂ້ອຍເປັນການຕອບແທນ? ຂ້ອຍຈະໄດ້ຮັບຜົນປະໂຫຍດຫຍັງ?” ທຳມະຊາດນີ້ຄວນຖືກສະຫຼຸບແນວໃດ? ມັນຄືການຖືກຂັບເຄື່ອນໂດຍຜົນປະໂຫຍດ, ການເຫັນຜົນປະໂຫຍດສຳຄັນກວ່າທຸກສິ່ງ ແລະ ການເຫັນແກ່ຕົວ ແລະ ໜ້າລັງກຽດ. ນີ້ຄືແກ່ນແທ້ທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາເຊື່ອໃນພຣະເຈົ້າພຽງເພື່ອຈຸດປະສົງໃນການໄດ້ຮັບຜົນປະໂຫຍດ ແລະ ພຣະພອນເທົ່ານັ້ນ. ເຖິງແມ່ນວ່າພວກເຂົາຈະທົນທຸກບາງຢ່າງ ຫຼື ຈ່າຍລາຄາບາງຢ່າງ, ມັນກໍລ້ວນແລ້ວແຕ່ເພື່ອເຮັດການແລກປ່ຽນກັບພຣະເຈົ້າ. ເຈດຕະນາ ແລະ ຄວາມປາຖະໜາຂອງພວກເຂົາທີ່ຈະໄດ້ຮັບພຣະພອນ ແລະ ລາງວັນນັ້ນຍິ່ງໃຫຍ່ ແລະ ພວກເຂົາກໍຍຶດໝັ້ນກັບມັນຢ່າງໜຽວແໜ້ນ. ພວກເຂົາບໍ່ຍອມຮັບຄວາມຈິງຫຼາຍຢ່າງທີ່ພຣະເຈົ້າໄດ້ສະແດງອອກມາເລີຍ, ໃນຫົວໃຈຂອງພວກເຂົາ ພວກເຂົາຄິດຢູ່ສະເໝີວ່າການເຊື່ອໃນພຣະເຈົ້າແມ່ນເພື່ອການໄດ້ຮັບພຣະພອນ ແລະ ການຮັບປະກັນຈຸດໝາຍປາຍທາງທີ່ດີ, ວ່າສິ່ງນີ້ຄືຫຼັກການສູງສຸດ ແລະ ບໍ່ມີສິ່ງໃດສາມາດເໜືອກວ່າມັນໄດ້. ພວກເຂົາຄິດວ່າຜູ້ຄົນບໍ່ຄວນເຊື່ອໃນພຣະເຈົ້າ ຖ້າບໍ່ແມ່ນເພື່ອເຫັນແກ່ການໄດ້ຮັບພຣະພອນ ແລະ ຖ້າບໍ່ແມ່ນເພື່ອເຫັນແກ່ພຣະພອນ, ການເຊື່ອໃນພຣະເຈົ້າກໍຈະບໍ່ມີຄວາມໝາຍ ຫຼື ຄຸນຄ່າ, ມັນຈະສູນເສຍຄວາມໝາຍ ແລະ ຄຸນຄ່າຂອງມັນ. ຄົນອື່ນປູກຝັງແນວຄວາມຄິດເຫຼົ່ານີ້ໃສ່ຜູ້ຕໍ່ຕ້ານພຣະຄຣິສບໍ? ພວກມັນມາຈາກການສຶກສາ ຫຼື ອິດທິພົນຂອງຄົນອື່ນບໍ? ບໍ່, ພວກມັນຖືກກຳນົດໂດຍແກ່ນແທ້ທຳມະຊາດດັ່ງເດີມຂອງຜູ້ຕໍ່ຕ້ານພຣະຄຣິສເອງ, ເຊິ່ງເປັນສິ່ງທີ່ບໍ່ມີໃຜສາມາດປ່ຽນແປງໄດ້. ເຖິງແມ່ນວ່າພຣະເຈົ້າທີ່ບັງເກີດເປັນມະນຸດຈະກ່າວພຣະທຳຫຼາຍຢ່າງໃນມື້ນີ້, ຜູ້ຕໍ່ຕ້ານພຣະຄຣິສກໍຈະບໍ່ຍອມຮັບພຣະທຳເຫຼົ່ານັ້ນເລີຍ, ແຕ່ກັບຕໍ່ຕ້ານ ແລະ ກ່າວໂທດພຣະທຳເຫຼົ່ານັ້ນແທນ. ທຳມະຊາດຂອງການທີ່ພວກເຂົາເບື່ອໜ່າຍຄວາມຈິງ ແລະ ກຽດຊັງຄວາມຈິງນັ້ນບໍ່ມີວັນປ່ຽນແປງໄດ້. ຖ້າພວກເຂົາບໍ່ສາມາດປ່ຽນແປງໄດ້, ສິ່ງນີ້ບົ່ງບອກເຖິງຫຍັງ? ມັນບົ່ງບອກວ່າທຳມະຊາດຂອງພວກເຂົານັ້ນຊົ່ວຊ້າ. ນີ້ບໍ່ແມ່ນບັນຫາຂອງການໄລ່ຕາມ ຫຼື ບໍ່ໄລ່ຕາມຄວາມຈິງ; ນີ້ຄືອຸປະນິໄສທີ່ຊົ່ວຊ້າ, ມັນຄືການຮ້ອງໂວຍວາຍຕໍ່ພຣະເຈົ້າ ແລະ ການເປັນສັດຕູກັບພຣະເຈົ້າຢ່າງໜ້າດ້ານໆ. ນີ້ຄືແກ່ນແທ້ທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສ; ມັນຄືໃບໜ້າທີ່ແທ້ຈິງຂອງພວກເຂົາ. ໃນເມື່ອຜູ້ຕໍ່ຕ້ານພຣະຄຣິສສາມາດຮ້ອງໂວຍວາຍຕໍ່ພຣະເຈົ້າ ແລະ ຕໍ່ຕ້ານພຣະເຈົ້າຢ່າງໜ້າດ້ານໆ, ອຸປະນິໄສຂອງພວກເຂົາແມ່ນຫຍັງ? ມັນຄືຄວາມຊົ່ວຊ້າ. ເປັນຫຍັງເຮົາຈຶ່ງເວົ້າວ່າມັນຊົ່ວຊ້າ? ຜູ້ຕໍ່ຕ້ານພຣະຄຣິສກ້າທີ່ຈະຕໍ່ຕ້ານພຣະເຈົ້າ ແລະ ຮ້ອງໂວຍວາຍຕໍ່ພຣະອົງເພື່ອເຫັນແກ່ການໄດ້ຮັບພຣະພອນ ແລະ ເພື່ອຊື່ສຽງ, ຜົນປະໂຫຍດ ແລະ ສະຖານະ. ເປັນຫຍັງພວກເຂົາຈຶ່ງກ້າເຮັດແບບນີ້? ໃນສ່ວນເລິກຂອງຫົວໃຈຂອງພວກເຂົາ ມັນມີພະລັງຢ່າງໜຶ່ງ, ອຸປະນິໄສທີ່ຊົ່ວຊ້າທີ່ຄວບຄຸມພວກເຂົາຢູ່, ດັ່ງນັ້ນ ພວກເຂົາຈຶ່ງສາມາດກະທຳການຢ່າງບໍ່ມີຢາງອາຍ, ໂຕ້ຖຽງກັບພຣະເຈົ້າ ແລະ ຮ້ອງໂວຍວາຍຕໍ່ພຣະອົງ. ກ່ອນທີ່ພຣະເຈົ້າຈະກ່າວວ່າພຣະອົງຈະບໍ່ໃຫ້ມົງກຸດແກ່ພວກເຂົາ, ກ່ອນທີ່ພຣະເຈົ້າຈະເອົາຈຸດໝາຍປາຍທາງຂອງພວກເຂົາໄປ, ອຸປະນິໄສທີ່ຊົ່ວຊ້າຂອງພວກເຂົາກໍລະເບີດອອກມາຈາກພາຍໃນຫົວໃຈຂອງພວກເຂົາ ແລະ ພວກເຂົາກໍເວົ້າວ່າ “ຖ້າເຈົ້າບໍ່ໃຫ້ມົງກຸດ ແລະ ຈຸດໝາຍປາຍທາງແກ່ຂ້ອຍ, ຂ້ອຍຈະຂຶ້ນໄປສະຫວັນຊັ້ນສາມ ແລະ ໂຕ້ຖຽງກັບເຈົ້າ!” ຖ້າບໍ່ແມ່ນຍ້ອນອຸປະນິໄສທີ່ຊົ່ວຊ້າຂອງພວກເຂົາ, ພວກເຂົາຈະໄປເອົາພະລັງແບບນັ້ນມາຈາກໃສ? ຄົນສ່ວນໃຫຍ່ສາມາດຮວບຮວມພະລັງແບບນັ້ນໄດ້ບໍ? ເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງບໍ່ເຊື່ອວ່າພຣະທຳຂອງພຣະເຈົ້າຄືຄວາມຈິງ? ເປັນຫຍັງພວກເຂົາຈຶ່ງຍຶດຕິດກັບຄວາມປາຖະໜາຂອງພວກເຂົາທີ່ຈະໄດ້ຮັບພຣະພອນຢ່າງໜຽວແໜ້ນ? ນີ້ບໍ່ແມ່ນຄວາມຊົ່ວຊ້າຂອງພວກເຂົາອີກຄັ້ງບໍ? (ແມ່ນແລ້ວ.) ພຣະພອນທີ່ພຣະເຈົ້າສັນຍາວ່າຈະມອບໃຫ້ຜູ້ຄົນນັ້ນໄດ້ກາຍເປັນຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາຕັ້ງໃຈທີ່ຈະໄດ້ຮັບສິ່ງເຫຼົ່ານັ້ນ, ແຕ່ພວກເຂົາບໍ່ຢາກຕິດຕາມຫົນທາງຂອງພຣະເຈົ້າ ແລະ ພວກເຂົາກໍບໍ່ຮັກຄວາມຈິງ. ແຕ່ພວກເຂົາກັບໄລ່ຕາມພຣະພອນ, ລາງວັນ ແລະ ມົງກຸດແທນ. ແມ່ນແຕ່ກ່ອນທີ່ພຣະເຈົ້າຈະກ່າວວ່າພຣະອົງຈະບໍ່ມອບສິ່ງເຫຼົ່ານີ້ໃຫ້ພວກເຂົາ, ພວກເຂົາກໍຢາກຕໍ່ສູ້ກັບພຣະເຈົ້າແລ້ວ. ຕັກກະຂອງພວກເຂົາແມ່ນຫຍັງ? “ຖ້າຂ້ອຍບໍ່ສາມາດໄດ້ຮັບພຣະພອນ ແລະ ລາງວັນ, ຂ້ອຍຈະໂຕ້ຖຽງກັບເຈົ້າ, ຂ້ອຍຈະຕໍ່ຕ້ານເຈົ້າ ແລະ ຂ້ອຍຈະເວົ້າວ່າເຈົ້າບໍ່ແມ່ນພຣະເຈົ້າ!” ພວກເຂົາບໍ່ໄດ້ກຳລັງຂົ່ມຂູ່ພຣະເຈົ້າໂດຍການເວົ້າສິ່ງດັ່ງກ່າວບໍ? ພວກເຂົາບໍ່ໄດ້ກຳລັງພະຍາຍາມໂຄ່ນລົ້ມພຣະອົງບໍ? ພວກເຂົາເຖິງຂັ້ນກ້າທີ່ຈະປະຕິເສດອຳນາດສູງສຸດຂອງພຣະເຈົ້າເໜືອທຸກສິ່ງ. ຕາບໃດທີ່ການກະທຳຂອງພຣະເຈົ້າບໍ່ສອດຄ່ອງກັບຄວາມປະສົງຂອງພວກເຂົາ, ພວກເຂົາກໍກ້າທີ່ຈະປະຕິເສດວ່າພຣະເຈົ້າຄືພຣະຜູ້ສ້າງ, ພຣະເຈົ້າທີ່ແທ້ຈິງອົງດຽວ. ນີ້ບໍ່ແມ່ນອຸປະນິໄສຂອງຊາຕານບໍ? ນີ້ບໍ່ແມ່ນຄວາມຊົ່ວຊ້າຂອງຊາຕານບໍ? ມັນມີຄວາມແຕກຕ່າງຫຍັງບໍລະຫວ່າງວິທີທີ່ຜູ້ຕໍ່ຕ້ານພຣະຄຣິສກະທຳກັບທັດສະນະຄະຕິຂອງຊາຕານທີ່ມີຕໍ່ພຣະເຈົ້າ? ທັງສອງແນວທາງນີ້ສາມາດເທົ່າທຽມກັນໄດ້ຢ່າງສົມບູນ. ຜູ້ຕໍ່ຕ້ານພຣະຄຣິສປະຕິເສດທີ່ຈະຍອມຮັບອຳນາດສູງສຸດຂອງພຣະເຈົ້າເໜືອທຸກສິ່ງ ແລະ ພວກເຂົາຢາກຍາດເອົາພຣະພອນ, ລາງວັນ ແລະ ມົງກຸດໄປຈາກມືຂອງພຣະເຈົ້າ. ນີ້ແມ່ນອຸປະນິໄສປະເພດໃດ? ພວກເຂົາປາຖະໜາທີ່ຈະກະທຳການ ແລະ ຍຶດເອົາສິ່ງຕ່າງໆແບບນີ້ບົນພື້ນຖານຫຍັງ? ພວກເຂົາສາມາດຮວບຮວມພະລັງແບບນັ້ນໄດ້ແນວໃດ? ເຫດຜົນສຳລັບເລື່ອງນີ້ສາມາດສະຫຼຸບໄດ້ໃນຕອນນີ້ວ່າ: ນີ້ຄືຄວາມຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ. ຜູ້ຕໍ່ຕ້ານພຣະຄຣິສບໍ່ຮັກຄວາມຈິງ, ແຕ່ພວກເຂົາກໍຍັງຢາກໄດ້ຮັບພຣະພອນ ແລະ ມົງກຸດ ແລະ ຢາກຍາດເອົາລາງວັນເຫຼົ່ານີ້ໄປຈາກມືຂອງພຣະເຈົ້າ. ນີ້ບໍ່ແມ່ນການຊອກຫາຄວາມຕາຍບໍ? ພວກເຂົາຮູ້ຕົວບໍວ່າພວກເຂົາກຳລັງຊອກຫາຄວາມຕາຍ? (ພວກເຂົາບໍ່ຮູ້ຕົວ.) ພວກເຂົາອາດຈະມີຄວາມຮູ້ສຶກລາງໆວ່າ ການໄດ້ຮັບລາງວັນນັ້ນເປັນໄປບໍ່ໄດ້, ດັ່ງນັ້ນ ພວກເຂົາຈຶ່ງເວົ້າປະໂຫຍກໜຶ່ງກ່ອນວ່າ “ຖ້າຂ້ອຍບໍ່ສາມາດໄດ້ຮັບພຣະພອນ, ຂ້ອຍຈະຂຶ້ນໄປສະຫວັນຊັ້ນສາມ ແລະ ໂຕ້ຖຽງກັບພຣະເຈົ້າ!” ພວກເຂົາຄາດການໄວ້ແລ້ວວ່າ ມັນຈະເປັນໄປບໍ່ໄດ້ສຳລັບພວກເຂົາທີ່ຈະໄດ້ຮັບພຣະພອນ. ເຖິງຢ່າງໃດກໍຕາມ, ຊາຕານໄດ້ຮ້ອງໂວຍວາຍຕໍ່ພຣະເຈົ້າຢູ່ກາງອາກາດມາເປັນເວລາຫຼາຍປີ, ແລ້ວພຣະເຈົ້າໃຫ້ຫຍັງແກ່ມັນ? ຄຳເວົ້າດຽວຂອງພຣະເຈົ້າທີ່ມີຕໍ່ມັນກໍຄື: “ຫຼັງຈາກພາລະກິດສຳເລັດແລ້ວ, ເຮົາຈະໂຍນເຈົ້າລົງໄປໃນຂຸມເລິກ. ເຈົ້າສົມຄວນຢູ່ໃນຂຸມເລິກ!” ນີ້ຄື “ຄຳສັນຍາ” ດຽວຂອງພຣະເຈົ້າທີ່ມີຕໍ່ຊາຕານ. ມັນບໍ່ບິດເບືອນບໍທີ່ມັນຍັງປາຖະໜາລາງວັນ? ນີ້ຄືຄວາມຊົ່ວຊ້າ. ແກ່ນແທ້ດັ່ງເດີມຂອງຜູ້ຕໍ່ຕ້ານພຣະຄຣິສເປັນປໍລະປັກຕໍ່ພຣະເຈົ້າ ແລະ ຜູ້ຕໍ່ຕ້ານພຣະຄຣິສເອງກໍບໍ່ຮູ້ວ່າເປັນຫຍັງຈຶ່ງເປັນແບບນີ້. ຫົວໃຈຂອງພວກເຂົາຈົດຈໍ່ຢູ່ພຽງແຕ່ການໄດ້ຮັບພຣະພອນ ແລະ ມົງກຸດເທົ່ານັ້ນ. ເມື່ອໃດກໍຕາມທີ່ມີສິ່ງໃດກ່ຽວຂ້ອງກັບຄວາມຈິງ ຫຼື ພຣະເຈົ້າ, ການຕໍ່ຕ້ານ ແລະ ຄວາມໂກດຮ້າຍກໍຈະເກີດຂຶ້ນພາຍໃນພວກເຂົາ. ນີ້ຄືຄວາມຊົ່ວຊ້າ. ຄົນປົກກະຕິອາດຈະບໍ່ສາມາດເຂົ້າໃຈຄວາມຮູ້ສຶກພາຍໃນຂອງຜູ້ຕໍ່ຕ້ານພຣະຄຣິສໄດ້; ມັນຂ້ອນຂ້າງຍາກສຳລັບຜູ້ຕໍ່ຕ້ານພຣະຄຣິສ. ຜູ້ຕໍ່ຕ້ານພຣະຄຣິສມີຄວາມທະເຍີທະຍານທີ່ຍິ່ງໃຫຍ່, ພວກເຂົາເກັບກຳພະລັງທີ່ຊົ່ວຊ້າອັນຍິ່ງໃຫຍ່ໄວ້ພາຍໃນພວກເຂົາ ແລະ ຄວາມປາຖະໜາອັນຍິ່ງໃຫຍ່ສຳລັບພຣະພອນ. ພວກເຂົາສາມາດຖືກອະທິບາຍວ່າມີຄວາມປາຖະໜາອັນຮ້ອນແຮງ. ແຕ່ເຮືອນຂອງພຣະເຈົ້າໂອ້ລົມຄວາມຈິງຢ່າງຕໍ່ເນື່ອງ, ມັນຕ້ອງເຈັບປວດ ແລະ ຍາກຫຼາຍສຳລັບພວກເຂົາທີ່ຈະໄດ້ຍິນມັນ. ພວກເຂົາຝືນໃຈຕົນເອງ ແລະ ທຳທ່າເຮັດຢ່າງຫຼວງຫຼາຍເພື່ອທີ່ຈະອົດທົນກັບມັນ. ນີ້ບໍ່ແມ່ນພະລັງທີ່ຊົ່ວຊ້າປະເພດໜຶ່ງບໍ? ຖ້າຄົນທຳມະດາບໍ່ຮັກຄວາມຈິງ, ພວກເຂົາກໍຈະພົບວ່າຊີວິດຄຣິສຕະຈັກນັ້ນບໍ່ໜ້າສົນໃຈ ແລະ ເຖິງຂັ້ນຮູ້ສຶກລັງກຽດມັນ. ການອ່ານພຣະທຳຂອງພຣະເຈົ້າ ແລະ ການໂອ້ລົມຄວາມຈິງຈະໃຫ້ຄວາມຮູ້ສຶກຄືກັບຄວາມທຸກທໍລະມານຫຼາຍກວ່າຄວາມສຸກສຳລັບພວກເຂົາ. ຄັນຊັ້ນ, ຜູ້ຕໍ່ຕ້ານພຣະຄຣິສສາມາດອົດທົນກັບມັນໄດ້ແນວໃດ? ມັນເປັນເພາະວ່າຄວາມປາຖະໜາຂອງພວກເຂົາສຳລັບພຣະພອນນັ້ນຍິ່ງໃຫຍ່ຫຼາຍ ຈົນມັນບັງຄັບໃຫ້ພວກເຂົາຕ້ອງຝືນໃຈຕົນເອງ ແລະ ອົດທົນກັບມັນຢ່າງບໍ່ເຕັມໃຈ. ຍິ່ງໄປກວ່ານັ້ນ, ພວກເຂົາລັກລອບເຂົ້າໄປໃນເຮືອນຂອງພຣະເຈົ້າເພື່ອເຮັດໜ້າທີ່ເປັນຄົນຮັບໃຊ້ຂອງຊາຕານ ແລະ ອຸທິດຕົນເອງເພື່ອເຮັດໃຫ້ເກີດການຂັດຂວາງ ແລະ ການລົບກວນຕໍ່ວຽກງານຂອງຄຣິສຕະຈັກ. ພວກເຂົາເຊື່ອວ່ານີ້ຄືພາລະກິດຂອງພວກເຂົາ ແລະ ຈົນກວ່າພວກເຂົາຈະເຮັດວຽກງານແຫ່ງການຕໍ່ຕ້ານພຣະເຈົ້າໃຫ້ສຳເລັດ, ພວກເຂົາກໍຈະຮູ້ສຶກບໍ່ສະບາຍໃຈ ແລະ ຮູ້ສຶກວ່າພວກເຂົາໄດ້ເຮັດໃຫ້ຊາຕານຜິດຫວັງ. ສິ່ງນີ້ຖືກກຳນົດໂດຍທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສ.
ຜູ້ຕໍ່ຕ້ານພຣະຄຣິສມີຄວາມມັກໃນສະຖານະຢ່າງຊັດເຈນ ແລະ ທຸກຄົນກໍຮູ້ເລື່ອງນີ້. ພວກເຂົາມັກສະຖານະໃນລະດັບໃດ? ການສະແດງອອກຂອງເລື່ອງນີ້ແມ່ນຫຍັງ? ກ່ອນອື່ນໝົດ, ພວກເຂົາ ສວຍທຸກໂອກາດ ເພື່ອໄຕ່ເຕົ້າ ຂຶ້ນໄປ, ບໍ່ວ່າຈະເປັນຜ່ານວິທີການປະຈົບປະແຈງ ຫຼື ການຫຼອກລວງຫຼື ໂດຍການເຮັດສິ່ງທີ່ດີ ເພື່ອຊື້ໃຈຜູ້ຄົນ. ບໍ່ວ່າຈະເປັນກໍລະນີໃດກໍຕາມ, ເມື່ອໃດກໍຕາມທີ່ມີໂອກາດທີ່ຈະໄຕ່ເຕົ້າ ຂຶ້ນໄປ, ພວກເຂົາກໍຈະຄວ້າເອົາມັນໄວ້. ເມື່ອພວກເຂົາໄດ້ຮັບສະຖານະ, ພວກເຂົາກໍທະນຸຖະໜອມມັນຍິ່ງກວ່າແຕ່ກ່ອນ. ເມື່ອຄົນປົກກະຕິໄດ້ຮັບສະຖານະ, ພວກເຂົາຈະມີຢາງອາຍ ແລະ ຢັບຢັ້ງຕົນເອງໄດ້ເລັກນ້ອຍ. ຍິ່ງໄປກວ່ານັ້ນ, ຕຳແໜ່ງຂອງຜູ້ນຳ ຫຼື ຜູ້ເຮັດວຽກໃນເຮືອນຂອງພຣະເຈົ້າແມ່ນໜ້າທີ່. ມັນບໍ່ແມ່ນສະຖານະ ຫຼື ຍົດຖາບັນດາສັກທາງການ, ມັນແມ່ນໜ້າທີ່. ບາງຄັ້ງ ຄົນປົກກະຕິເຫຼົ່ານີ້ອາດຈະເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງພວກເຂົາອອກມາເລັກນ້ອຍໂດຍການອວດອ້າງ, ໂດຍຄິດວ່າຕອນນີ້ພວກເຂົາຢູ່ໃນຕຳແໜ່ງທາງການແລ້ວ. ຄົນປົກກະຕິເຫັນວ່າການປະພຶດແບບນີ້ໃນບາງໂອກາດ ກໍພໍຈະຍອມຮັບໄດ້, ແຕ່ຖ້າພວກເຂົາເຮັດມັນເປັນປະຈຳ, ພວກເຂົາຈະຮູ້ສຶກລັງກຽດຕົນເອງ ແລະ ຢ້ານວ່າອ້າຍເອື້ອຍນ້ອງຂອງພວກເຂົາຈະສັງເກດເຫັນ. ພວກເຂົາມີກຽດສັກສີ ແລະ ມີຢາງອາຍ, ດັ່ງນັ້ນ ພວກເຂົາຈຶ່ງຢັບຢັ້ງຕົນເອງເລັກນ້ອຍ. ຫຼັງຈາກທີ່ເຂົ້າໃຈຄວາມຈິງແລ້ວ, ພວກເຂົາກໍຄ່ອຍໆໃຫ້ຄວາມສຳຄັນກັບສະຖານະໜ້ອຍລົງ. ສິ່ງນີ້ຈະມີຜົນກະທົບທາງບວກແນວໃດແລະ ມັນຈະນໍາເອົາຜົນໄດ້ຮັບທີ່ດີແນວໃດມາໃຫ້? ມັນຈະເຮັດໃຫ້ພວກເຂົາສາມາດປະຕິບັດໜ້າທີ່ຂອງພວກເຂົາດ້ວຍຈິດໃຈທີ່ສະຫງົບ. ບໍ່ວ່າບົດບາດໃນປັດຈຸບັນຂອງພວກເຂົາຈະເປັນແນວໃດ, ພວກເຂົາກໍຈະຖືວ່າມັນເປັນໜ້າທີ່. ໃນເມື່ອພວກເຂົາຖືກເລືອກໃຫ້ນໍາພາ ແລະ ການນໍາພາກໍເປັນທັງພາລະ ແລະ ໜ້າທີ່ສຳລັບມະນຸດໃນເວລາດຽວກັນ, ກ່ອນອື່ນພວກເຂົາຕ້ອງເຂົ້າໃຈວ່າສິ່ງໃດແດ່ທີ່ຕົກຢູ່ໃນຂອບເຂດຂອງໜ້າທີ່ນີ້. ເມື່ອເຈົ້າບໍ່ໄດ້ຢູ່ໃນບົດບາດຜູ້ນໍາ, ເຈົ້າບໍ່ຈຳເປັນຕ້ອງກັງວົນກ່ຽວກັບບາງເລື່ອງ ແລະ ເຈົ້າກໍບໍ່ມີພາລະໃດໆແທ້ໆ. ແຕ່ເມື່ອເຈົ້າຮັບບົດບາດຜູ້ນໍາ, ເຈົ້າກໍຈຳເປັນຕ້ອງຄິດຫາວິທີທີ່ຈະປະຕິບັດ ວຽກງານຂອງເຈົ້າໃຫ້ດີ ແລະ ວິທີທີ່ຈະປະຕິບັດໜ້າທີ່ຂອງເຈົ້າໃຫ້ສອດຄ່ອງກັບຫຼັກການ ແລະ ການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ. ຜູ້ທີ່ໄລ່ຕາມຄວາມຈິງສາມາດກ້າວໄປໃນທິດທາງທີ່ເປັນບວກແບບນີ້ໄດ້. ຄັນຊັ້ນ, ແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງຜູ້ຕໍ່ຕ້ານພຣະຄຣິສກັບຜູ້ທີ່ໄລ່ຕາມຄວາມຈິງໃນແງ່ຂອງວິທີທີ່ພວກເຂົາເຂົ້າຫາສະຖານະ? ຜູ້ຕໍ່ຕ້ານພຣະຄຣິສຫຼົງໄຫຼ, ໄລ່ຕາມ, ທະນຸຖະໜອມ ແລະ ຈັດການສະຖານະຂອງພວກເຂົາ. ພວກເຂົາຄິດ ເຖິງສະຖານະຂອງພວກເຂົາ ຕະຫຼອດເວລາ. ສະຖານະປຽບເໝືອນຊີວິດຂອງພວກເຂົາ. ຖ້າຄົນອື່ນບໍ່ນັບຖືພວກເຂົາ ຫຼື ຖ້າພວກເຂົາບັງເອີນເວົ້າບາງຢ່າງຜິດໄປ ແລະ ຄົນອື່ນດູຖູກພວກເຂົາ ແລະ ພວກເຂົາ ກໍເສຍ ບ່ອນຢືນໃນຫົວໃຈຂອງຄົນອື່ນ, ພວກເຂົາກໍຈະຮູ້ສຶກກັງວົນໃຈກັບສະຖານະຂອງພວກເຂົາຢູ່ຕະຫຼອດເວລາ ແລະ ກາຍເປັນຄົນທີ່ລະມັດລະວັງຢ່າງສຸດຂີດໃນວິທີການທີ່ພວກເຂົາ ກະທຳ ແລະເວົ້າ. ບໍ່ວ່າເຈົ້າຈະໂອ້ລົມກ່ຽວກັບການໄລ່ຕາມຄວາມຈິງແນວໃດກໍຕາມ, ພວກເຂົາກໍຈະບໍ່ສາມາດເຂົ້າໃຈມັນໄດ້. ສິ່ງດຽວທີ່ພວກເຂົາສາມາດເຂົ້າໃຈໄດ້ແມ່ນຫຍັງ? “ຂ້ອຍຈະປະຕິບັດ ‘ຕຳແໜ່ງ’ ນີ້ໃຫ້ດີ ແລະ ກະທຳການຄືກັບເຈົ້າໜ້າທີ່ໄດ້ແນວໃດ?” ມັນມີການສະແດງອອກທີ່ສະເພາະເຈາະຈົງບາງຢ່າງຂອງສິ່ງນີ້. ຕົວຢ່າງ: ເມື່ອຜູ້ນໍາຄຣິສຕະຈັກຖ່າຍຮູບໝູ່ກັບອ້າຍເອື້ອຍນ້ອງຫຼາຍກວ່າ 20 ຄົນ, ຄົນທີ່ມີກຽດສັກສີ ແລະ ມີຢາງອາຍຈະເລືອກນັ່ງຢູ່ໃສ? ພວກເຂົາຈະຊອກຫານັ່ງຢູ່ມຸມທາງຂ້າງ. ແລ້ວປົກກະຕິ ຜູ້ຕໍ່ຕ້ານພຣະຄຣິສນັ່ງຢູ່ໃສ? (ທາງກາງ.) ການທີ່ພວກເຂົານັ່ງທາງກາງແມ່ນສິ່ງທີ່ທຸກຄົນຕ້ອງການ ຫຼື ເປັນຄວາມປາຖະໜາສ່ວນຕົວຂອງພວກເຂົາ? (ມັນເປັນຄວາມປາຖະໜາສ່ວນຕົວຂອງພວກເຂົາ.) ບາງຄັ້ງ ມັນອາດຈະເປັນຍ້ອນວ່າທຸກຄົນປະບ່ອນທາງກາງໄວ້ໃຫ້ພວກເຂົາ, ໂດຍບັງຄັບໃຫ້ພວກເຂົາຢູ່ໃນຕຳແໜ່ງໃຈກາງ ແລະ ໃນ ໃຈຂອງພວກເຂົາພວກເຂົາກໍຮູ້ສຶກພໍໃຈກັບຕົນເອງຫຼາຍ: “ເບິ່ງແມວ່າທຸກຄົນສະໜັບສະໜູນຂ້ອຍຫຼາຍສໍ່າໃດ! ຂ້ອຍຕ້ອງນັ່ງຢູ່ບ່ອນນີ້. ຈາກສິ່ງນີ້ ຂ້ອຍສາມາດເຫັນໄດ້ວ່າຂ້ອຍມີບ່ອນຢືນ ໃນຫົວໃຈຂອງທຸກຄົນ. ພວກເຂົາຂາດຂ້ອຍບໍ່ໄດ້!” ພວກເຂົາຮູ້ສຶກມີຄວາມສຸກ ແລະ ພໍໃຈພໍສົມຄວນ. ຖ້າພວກເຂົາບໍ່ມັກຄວາມຄິດທີ່ທຸກຄົນປະບ່ອນທາງກາງໄວ້ໃຫ້ພວກເຂົາ, ເປັນຫຍັງພວກເຂົາຈຶ່ງໄປນັ່ງຢູ່ບ່ອນນັ້ນ? ມັນເຫັນໄດ້ຊັດເຈນວ່າພວກເຂົາເພີດເພີນກັບຕຳແໜ່ງຂອງພວກເຂົາໃນຊ່ວງເວລານັ້ນຢ່າງເຕັມທີ່ ແລະ ຄວາມຮູ້ສຶກທີ່ຕຳແໜ່ງນັ້ນນໍາມາໃຫ້. ພວກເຂົາຕ້ອງການ ແລະ ທະນຸຖະໜອມຄວາມຮູ້ສຶກຂອງຊ່ວງເວລານັ້ນແທ້ໆ, ເຊິ່ງເປັນເຫດຜົນທີ່ພວກເຂົາບໍ່ປະຕິເສດຕຳແໜ່ງນັ້ນ. ຜູ້ນໍາຄົນນີ້ນັ່ງຢູ່ທາງກາງພໍດີ, ອ້ອມຮອບໄປດ້ວຍຜູ້ຄົນ ອີກຫຼາຍສິບຄົນ ແລະ ພວກເຂົາເຖິງຂັ້ນ ໃຊ້ເບາະຮອງນັ່ງເພື່ອເຮັດໃຫ້ຕົນເອງໂດດເດັ່ນ. ພວກເຂົາຄິດວ່າ “ການມີຄວາມສູງເທົ່າກັບຄົນອື່ນນັ້ນມັນ ໃຊ້ການບໍ່ໄດ້. ສິ່ງນີ້ຈະສະແດງຄວາມໂດດເດັ່ນຂອງຂ້ອຍໃນຖານະຜູ້ນໍາໄດ້ແນວໃດ? ຂ້ອຍຈຳເປັນຕ້ອງຍົກຕົວເອງໃຫ້ສູງຂຶ້ນເລັກນ້ອຍ, ນັ່ງຢູ່ທາງກາງ, ແລ້ວຂ້ອຍກໍຈະເປັນທີ່ສັງເກດເຫັນຢ່າງຊັດເຈນ. ນີ້ຄືການຮູ້ຈັກບ່ອນນັ່ງທີ່ຖືກຕ້ອງ. ເມື່ອຜູ້ຄົນເບິ່ງຮູບ, ສິ່ງທຳອິດທີ່ພວກເຂົາຈະເຫັນກໍຄືຂ້ອຍ. ພວກເຂົາຈະເວົ້າວ່າ ‘ນີ້ຄືຜູ້ນໍາຂອງພວກເຮົາ ຊື່ນັ້ນຊື່ນີ້’. ຊ່າງສະຫງ່າລາສີແທ້ໆ! ຮູບນີ້ຈະຄົງຢູ່ເປັນເວລາຫຼາຍປີ. ຖ້າຜູ້ຄົນບໍ່ສາມາດເຫັນຂ້ອຍ ແລະ ພວກເຂົາຄ່ອຍໆລືມ ຂ້ອຍໄປ, ແລ້ວການທີ່ຂ້ອຍເປັນຜູ້ນໍາຈະມີປະໂຫຍດຫຍັງ?” ນີ້ຄືວິທີທີ່ພວກເຂົາທະນຸຖະໜອມສະຖານະຂອງພວກເຂົາຢ່າງສູງສົ່ງ.
ມີຢູ່ເທື່ອໜຶ່ງ, ເຮົາໄດ້ຊອກຫາຄົນຈຳນວນໜຶ່ງຈາກຄຣິສຕະຈັກແຫ່ງໜຶ່ງເພື່ອຮຽນຮູ້ກ່ຽວກັບສະຖານະການຢູ່ ບ່ອນນັ້ນ. ຫຼັງຈາກທີ່ພວກເຂົາເປີດເບິ່ງວິດີໂອ, ພວກເຂົາທຸກຄົນກໍນັ່ງລົງຕໍ່ໜ້າກ້ອງໂດຍປະບ່ອນວ່າງໄວ້ທາງກາງ. ເຮົາບໍ່ເຂົ້າໃຈວ່າເປັນຫຍັງ ແລະ ໄດ້ແນະນໍາໃຫ້ພວກເຂົາຫຍັບເຂົ້າໃກ້ທາງກາງຕື່ມອີກ ເພາະກອບຂອງກ້ອງບໍ່ໄດ້ໃຫຍ່ປານນັ້ນ ແລະ ພວກເຂົາກໍເບິ່ງຄືວ່າອຶດອັດໃຈ ທີ່ເຫັນໜ້າພຽງເຄິ່ງດຽວ. ຫຼັງຈາກນັ້ນ, ພວກເຂົາກໍຫຍັບເຂົ້າໄປທາງກາງເລັກນ້ອຍ, ແຕ່ຍັງປະບ່ອນນັ່ງວ່າງໄວ້ທາງກາງ. ເຮົາຈົ່ມກັບຕົວ ເອງວ່າ “ເປັນຫຍັງຈຶ່ງບໍ່ມີໃຜນັ່ງທາງກາງ? ມັນຄືກັບວ່າມີພຣະພຸດທະຮູບທີ່ສັກສິດບາງອົງຢູ່ບ່ອນນັ້ນ, ເປັນຫຍັງຈຶ່ງບໍ່ມີໃຜກ້າໄປນັ່ງບ່ອນນັ້ນ?” ຈາກນັ້ນ, ຜູ້ຊາຍທີ່ຂ້ອນຂ້າງຕຸ້ຍຄົນໜຶ່ງກໍຍ່າງເຂົ້າມາ ແລະ ນັ່ງລົງ ທາງກາງພໍດີ, ເບິ່ງຄືກັບ “ພຣະພຸດທະຮູບ” ທີ່ສັກສິດ, ອ້ວນທ້ວນສົມບູນ. ປາກົດວ່າບ່ອນນັ່ງທາງກາງນັ້ນຖືກສະຫງວນ ໄວ້ໃຫ້ລາວ. ພວກເຈົ້າເດົາໄດ້ບໍວ່າຄົນນີ້ແມ່ນໃຜ? (ຜູ້ນໍາ.) ຖືກຕ້ອງ, ລາວນັ່ງຢູ່ທາງກາງພໍດີ. ນັ້ນຄືສັນຍະ ລັກຂອງສະຖານະ. ເມື່ອມານຮ້າຍຕົນນີ້ມາຮອດ, ໂດຍເບິ່ງຄືກັບພຣະພຸດທະຮູບ ແລະ ນັ່ງລົງບ່ອນນັ້ນ, ລາວຄອບຄອງຈຸດນັ້ນຢ່າງເປັນທຳມະຊາດ, ຄືກັບວ່າມັນເປັນບ່ອນທີ່ຖືກຕ້ອງຂອງລາວ. ທຸກຄົນຍິນດີຫຼາຍກວ່າທີ່ໄດ້ ນັ່ງຢູ່ສອງຂ້າງ, ໂດຍເບິ່ງລາວດ້ວຍຄວາມ ຮັກແພງເປັນພິເສດ, ຄືກັບວ່າພວກເຂົາ “ເຂົ້າໃຈ” ລາວຢ່າງຫຼວງຫຼາຍ. ມັນໃຫ້ຄວາມຮູ້ສຶກຄືກັບວ່າພວກເຂົາເປັນພວກ ເລຍແຄ່ງເລຍຂາ, ໂດຍເວົ້າວ່າ “ໂອ້, ໃນທີ່ສຸດເຈົ້າກໍມາຮອດແລ້ວ. ພວກເຮົາ ຖ້າເຈົ້າ ດົນແລ້ວ”. ໃນຂະນະທີ່ເຮົາກຳລັງເວົ້າຢູ່, ບໍ່ມີໃຜສົນໃຈຟັງເລີຍ; ພວກເຂົາກຳລັງລໍຖ້າຜູ້ນໍາ. “ພຣະພຸດທະຮູບ” ທີ່ສັກສິດອົງນີ້ຕ້ອງອອກມາກ່ອນ. ຖ້າລາວບໍ່ອອກມາ, ເຮົາກໍເວົ້າຕໍ່ບໍ່ໄດ້. ລາວສາມາດນັ່ງຢູ່ບ່ອນນັ້ນ ແລະ ນັ່ງຢູ່ບ່ອນນັ້ນຢ່າງເປັນທຳມະຊາດໄດ້ແນວໃດ? ສິ່ງນີ້ກ່ຽວຂ້ອງ ກັບຄວາມມັກ, ບຸລິມະສິດ ແລະ ການ ໄລ່ຕາມປົກກະຕິຂອງລາວບໍ? (ກ່ຽວຂ້ອງ.) ປົກກະຕິແລ້ວ ຄົນເຫຼົ່ານີ້ຈະສະແດງພາບແບບໃດອອກມາ? ຈົ່ງໃຊ້ຈິນຕະນາການຂອງພວກເຈົ້າ ແລະ ຄິດເບິ່ງ. ເມື່ອຜູ້ນໍາຄົນນີ້ຈັດການເຕົ້າໂຮມ ຫຼື ຍ່າງເຂົ້າໄປໃນຫ້ອງທີ່ຜູ້ຄົນກຳລັງປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາປະຕິບັດຕໍ່ລາວແນວໃດ? ມັນຄືກັບວ່າລາວເປັນບັນພະບຸລຸດ ຫຼື ພຣະພຸດທະຮູບ: ພວກເຂົາຟ້າວ ຊອກບ່ອນນັ່ງໃຫ້ລາວ ແລະ ບ່ອນນັ່ງປະທານຕ້ອງຖືກສະຫງວນ ໄວ້ໃຫ້ລາວ. ມັນຈະເປັນຫຍັງບໍຖ້າພວກເຂົາບໍ່ສະຫງວນ ມັນໄວ້ໃຫ້ລາວ? ອີງຕາມປະກົດການທີ່ເຮົາເຫັນໃນກ້ອງໃນຕອນນັ້ນ, ມັນອາດຈະບໍ່ດີປານໃດ ຖ້າພວກເຂົາບໍ່ປະບ່ອນນັ່ງປະທານໄວ້ໃຫ້ລາວ, ມັນໄດ້ກາຍເປັນກົດລະບຽບ, ກົດລະບຽບທີ່ບໍ່ໄດ້ຂຽນໄວ້ເປັນລາຍລັກອັກສອນ. ເມື່ອ “ພຣະພຸດທະຮູບ” ມາຮອດ, ລາວຕ້ອງໄດ້ຮັບບ່ອນນັ່ງຫຼັກທັນທີ. ຖ້າ “ພຣະພຸດທະຮູບ” ບໍ່ຢູ່ບ່ອນນັ້ນ, ບ່ອນນັ່ງປະທານກໍຕ້ອງປະວ່າງໄວ້. ນັ້ນຄືສິ່ງທີ່ເອີ້ນວ່າສະຖານະ. ມີໃຜໃນພວກເຈົ້າທີ່ປະພຶດແບບນີ້ ແລະ ຖືວ່າສະຖານະສູງກວ່າທຸກສິ່ງທຸກຢ່າງບໍ? ພວກເຈົ້າສັງເກດເຫັນຫຍັງຈາກເຫດການທີ່ເຮົາຫາກໍບັນຍາຍໄປ? ຕ່າງຄົນຕ່າງກໍປະຕິບັດຕໍ່ສະຖານະແຕກຕ່າງກັນໄປ. ຜູ້ທີ່ຮັກຄວາມຈິງຖືວ່າສະຖານະຂອງພວກເຂົາເປັນໜ້າທີ່, ໂດຍເຫັນຄຸນຄ່າຂອງພຣະບັນຊາຂອງພຣະເຈົ້າໃນຫົວໃຈຂອງພວກເຂົາ. ພວກເຂົາຍອມຮັບໜ້າທີ່ຂອງພວກເຂົາ ແຕ່ບໍ່ໄດ້ຢືນຢັນສະຖານະຂອງພວກເຂົາ. ບາງຄົນເຫັນວ່າສະຖານະເປັນພາລະ, ພວກເຂົາເຊື່ອວ່າມັນເປັນພາລະເພີ່ມເຕີມທີ່ນໍາຄວາມກົດດັນ, ຂໍ້ຈຳກັດ ແລະ ແມ່ນແຕ່ບັນຫາມາໃຫ້ພວກເຂົາ. ເຖິງຢ່າງໃດກໍຕາມ, ຜູ້ທີ່ນະມັດສະການສະຖານະປະຕິບັດຕໍ່ສະຖານະຄືກັບການເປັນເຈົ້າໜ້າທີ່ ແລະ ເພີດເພີນກັບຜົນປະໂຫຍດຂອງມັນຢູ່ສະເໝີ. ພວກເຂົາຢູ່ບໍ່ໄດ້ຖ້າບໍ່ມີສະຖານະ. ເມື່ອພວກເຂົາໄດ້ຮັບມັນ, ພວກເຂົາກໍເຕັມໃຈທີ່ຈະເສຍສະລະທຸກສິ່ງທຸກຢ່າງ, ລວມທັງຊີວິດ ແລະ ຄວາມນັບຖືຕົວ ເອງຂອງພວກເຂົາເພື່ອມັນ, ພວກເຂົາເຖິງຂັ້ນ ເຕັມໃຈທີ່ຈະຂາຍຮ່າງກາຍຂອງພວກເຂົາເພື່ອມັນ. ສິ່ງນີ້ບໍ່ຊົ່ວຊ້າບໍ? (ແມ່ນແລ້ວ.) ນີ້ເອີ້ນວ່າຄວາມຊົ່ວຊ້າ. ສະຖານະໃນສາຍຕາຂອງພວກເຂົາແມ່ນຫຍັງ? ມັນຄືເສັ້ນທາງ ແລະ ວິທີການທີ່ຈະຢູ່ເໜືອ ຄົນອື່ນ ແລະ ເປັນວິທີການສຳລັບການປ່ຽນແປງຕົວຕົນ, ຊະຕາກຳ ແລະ ຈຸດຢືນຂອງພວກເຂົາໃນທ່າມກາງຜູ້ຄົນ. ສະນັ້ນ, ພວກເຂົາຈຶ່ງໃຫ້ຄຸນຄ່າກັບສະຖານະສູງຫຼາຍ. ເມື່ອພວກເຂົາໄດ້ຮັບມັນ ແລະ ຜູ້ຄົນຟັງພວກເຂົາ, ເຊື່ອຟັງພວກເຂົາ, ຕາມໃຈພວກເຂົາ ແລະ ປະຈົບປະແຈງພວກເຂົາໃນທຸກເລື່ອງ, ແທນທີ່ຈະຮູ້ສຶກລັງກຽດ ສິ່ງເຫຼົ່າ ນີ້, ພວກເຂົາກັບພົບຄວາມສຸກຢ່າງສຸດຂີດໃນມັນ. ຄືກັບຜູ້ນໍາຄົນນັ້ນທີ່ນັ່ງບ່ອນນັ່ງທາງກາງ, ທ່າທາງຂອງລາວຜ່ອນຄາຍ ແລະ ສະບາຍຫຼາຍ ແລະ ມີຄວາມຮູ້ສຶກຍິນດີ ແລະ ເພີດເພີນກັບມັນຢ່າງຍິ່ງ. ສິ່ງນີ້ບໍ່ຊົ່ວຊ້າບໍ? ຖ້າຄົນໃດຄົນໜຶ່ງເພີດເພີນເປັນພິເສດກັບຄວາມຮູ້ສຶກເໜືອກວ່າທັງໝົດ ແລະ ຜົນປະໂຫຍດທັງໝົດທີ່ສະຖານະນໍາມາໃຫ້ ແລະ ໄລ່ຕາມແລະ ທະນຸຖະໜອມສິ່ງເຫຼົ່ານີ້ເປັນພິເສດ, ໂດຍບໍ່ເຕັມໃຈທີ່ຈະປ່ອຍວາງພວກມັນ, ແລ້ວຄົນຜູ້ນັ້ນກໍຊົ່ວຊ້າຢ່າງສຸດຂີດ. ເປັນຫຍັງເຮົາຈຶ່ງເວົ້າວ່າພວກເຂົາຊົ່ວຊ້າຢ່າງສຸດຂີດ? ເມື່ອເວົ້າເຖິງຜູ້ທີ່ຍ້ອງຍໍ, ເວົ້າຄຳເວົ້າທີ່ ຟັງມ່ວນຫູ ແລະ ໃຫ້ຄຳຊົມເຊີຍແກ່ຄົນທີ່ມີສະຖານະ, ສິ່ງທີ່ພວກເຂົາກຳລັງເວົ້າຢູ່ແມ່ນຫຍັງ? ພວກເຂົາກຳລັງເປັ່ງຄຳເວົ້າທີ່ບໍ່ຈິງອອກມາ, ຄຳເວົ້າທີ່ບໍ່ມີຢາງອາຍ, ຄຳເວົ້າທີ່ໜ້າຂີ້ດຽດ ແລະ ໜ້າປວດຮາກ ແລະ ຄຳເວົ້າທີ່ເປັນການຫຼອກລວງແລະ ແມ່ນແຕ່ບາງສິ່ງທີ່ຟັງຂີນຫູ. ຕົວຢ່າງ: ສົມມຸດວ່າຄົນທີ່ມີສະຖານະມີລູກຊາຍທີ່ຂີ້ຮ້າຍແທ້ໆ, ມີໜ້າແຫຼມ ແລະ ແກ້ມຄືລີງ, ຄົນປະຈົບປະແຈງເຫຼົ່ານັ້ນເວົ້າບໍວ່າລາວຂີ້ຮ້າຍ? ພວກເຂົາເວົ້າວ່າແນວໃດ? (ລາວຫຼໍ່ແທ້ໆ.) ມັນພຽງພໍບໍສຳລັບພວກເຂົາທີ່ຈະເວົ້າພຽງແຕ່ ວ່າ “ລາວຫຼໍ່ແທ້ໆ”? ພວກເຂົາຕ້ອງເວົ້າບາງຢ່າງທີ່ໜ້າຂີ້ດຽດເຊັ່ນ: “ລາວມີໜ້າຜາກກວ້າງ ແລະ ຄາງມົນ. ລາວມີໃບໜ້າຂອງຄົນທີ່ຈະຮັ່ງມີ ແລະມີສະຖານະສູງໃນອະນາຄົດ!” ເຖິງແມ່ນວ່າມັນຈະເຫັນໄດ້ຊັດເຈນວ່າມັນບໍ່ແມ່ນແນວນັ້ນ, ພວກເຂົາກໍຍັງກ້າທີ່ຈະເປັ່ງຄຳຕົວະເຫຼົ່ານີ້ອອກມາຢ່າງເປີດເຜີຍ. ເມື່ອເຈົ້າໜ້າທີ່ຄົນນັ້ນໄດ້ຍິນສິ່ງນີ້, ພວກເຂົາກໍຮູ້ສຶກ ປິຕິຍິນດີ, ພວກເຂົາມັກຟັງສິ່ງເຫຼົ່ານີ້, ພວກເຂົາເພີດເພີນກັບການຟັງພວກມັນ. ພວກເຂົາມັກຟັງພວກມັນຫຼາຍສໍ່າໃດ? ຖ້າບໍ່ມີໃຜເວົ້າຄຳເວົ້າທີ່ໜ້າຊື່ໃຈຄົດເຫຼົ່ານີ້, ຄຳເວົ້າຍ້ອງຍໍ ແລະ ຄຳເວົ້າທີ່ເປັນການຫຼອກລວງ ເຫຼົ່ານີ້ຕໍ່ໜ້າພວກເຂົາ, ຖ້າບໍ່ມີໃຜເວົ້າຄຳເວົ້າທີ່ບໍ່ຈິງ ແລະ ໜ້າຂີ້ດຽດໃດໆເພື່ອເຮັດໃຫ້ພວກເຂົາມີຄວາມສຸກ ແລະ ພໍໃຈ, ພວກເຂົາກໍຈະພົບວ່າຊີວິດນັ້ນບໍ່ໜ້າສົນໃຈ. ສິ່ງນີ້ບໍ່ຊົ່ວຊ້າບໍ? (ແມ່ນແລ້ວ.) ນີ້ຄືຄວາມຊົ່ວຊ້າຢ່າງສຸດຂີດ. ເມື່ອພວກເຂົາເວົ້າຕົວະດ້ວຍຕົວ ເອງ, ນັ້ນກໍໜ້າປວດຮາກພໍສົມຄວນແລ້ວ, ແຕ່ພວກເຂົາຍັງເພີດເພີນກັບການທີ່ມີຄົນຂີ້ຕົວະຄົນອື່ນ ມາຢູ່ອ້ອມຮອບພວກເຂົາຄືກັບຝູງແມງວັນທີ່ສົ່ງກິ່ນເໝັນ ແລະ ພວກເຂົາກໍບໍ່ເຄີຍເບື່ອໜ່າຍກັບສິ່ງນີ້. ພວກເຂົາຮັກໃຜກໍຕາມທີ່ມີວາທະສິນ, ຜູ້ທີ່ເກັ່ງໃນການຍ້ອງຍໍ ແລະ ປະຈົບປະແຈງ ແລະ ຜູ້ທີ່ເວົ້າແບບອ້ອມຄ້ອມ, ພວກເຂົາເກັບຄົນເຫຼົ່ານີ້ໄວ້ໃກ້ຕົວ ແລະ ຈັດວາງພວກເຂົາໄວ້ໃນຕຳແໜ່ງທີ່ສຳຄັນ. ຜູ້ນໍາແບບນັ້ນບໍ່ໄດ້ຕົກຢູ່ໃນອັນຕະລາຍບໍ? ພວກເຂົາຈະສາມາດເຮັດວຽກງານຫຍັງໃຫ້ສຳເລັດໄດ້ແດ່? ຄຣິສຕະຈັກຈະບໍ່ຈົບ ສິ້ນບໍ ຖ້າມັນຕົກຢູ່ພາຍໃຕ້ການຄວບຄຸມຂອງພວກເຂົາ? ມັນຍັງຈະມີພາລະກິດຂອງພຣະວິນຍານບໍລິສຸດ ຢູ່ບໍ?
ເຮົາໄດ້ຍິນວ່າ ຜູ້ນໍາບາງຄົນມັກກິນ. ເມື່ອພວກເຂົາເຄີຍອາໄສຢູ່ກັບອ້າຍເອື້ອຍນ້ອງທີ່ບໍ່ຊຳນານໃນການແຕ່ງກິນ ແລະ ບໍ່ໄດ້ກະກຽມອາຫານທີ່ດີ, ພວກເຂົາຈະຊອກຫາເຈົ້າພາບທີ່ຮູ້ຈັກວິທີປະຈົບປະແຈງ ແລະ ເອົາໃຈພວກເຂົາ ແລະ ຜູ້ທີ່ຈະກະກຽມອາຫານທີ່ແຊບຊ້ອຍເປັນພິເສດໃຫ້ພວກເຂົາທຸກໆມື້. ໃນແຕ່ລະມື້, ຜູ້ນໍາຈະກິນ ແລະ ດື່ມຢ່າງເຕັມທີ່ຕາມໃຈມັກ, ໂດຍກ່າວວ່າ: “ຂອບພຣະຄຸນພຣະເຈົ້າ, ພວກເຮົາໄດ້ເພີດເພີນກັບງານລ້ຽງຂອງພຣະເຈົ້າທຸກມື້. ນີ້ຄືພຣະຄຸນຂອງພຣະເຈົ້າຢ່າງແທ້ຈິງ!” ຄົນແບບນັ້ນກຳລັງຕົກຢູ່ໃນອັນຕະລາຍ. ເຖິງແມ່ນວ່າພວກເຂົາຍັງບໍ່ທັນເປັນຜູ້ຕໍ່ຕ້ານພຣະຄຣິສເທື່ອ, ພຶດຕິກຳຂອງພວກເຂົາກໍໄດ້ເປີດເຜີຍແລ້ວວ່າ ພວກເຂົາມີແກ່ນແທ້ທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ອຸປະນິໄສທີ່ຊົ່ວຊ້າ ແລະ ຍັງສະແດງໃຫ້ເຫັນອີກວ່າ ປັດຈຸບັນນີ້ ພວກເຂົາກຳລັງຍ່າງຢູ່ໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ. ບໍ່ວ່າພວກເຂົາຈະກາຍເປັນຜູ້ຕໍ່ຕ້ານພຣະຄຣິສ ຫຼື ບໍ່ວ່າພວກເຂົາຈະເປັນຜູ້ຕໍ່ຕ້ານພຣະຄຣິສ ຫຼື ບໍ່ນັ້ນ ກໍຂຶ້ນຢູ່ກັບເສັ້ນທາງທີ່ພວກເຂົາເລືອກໃນພາຍພາກໜ້າ. ມັນຂ້ອນຂ້າງເຫັນໄດ້ຢ່າງຊັດເຈນວ່າ ປັດຈຸບັນນີ້ ພວກເຂົາກຳລັງຍ່າງຢູ່ໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ອຸປະນິໄສ-ແກ່ນແທ້ຂອງພວກເຂົາກໍສອດຄ່ອງກັບຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ນີ້ແມ່ນຍ້ອນວ່າພວກເຂົາມັກສິ່ງທີ່ເປັນລົບ ແລະ ບໍ່ມັກສິ່ງທີ່ເປັນບວກ. ພວກເຂົາດູຖູກສິ່ງທີ່ເປັນບວກ, ກ່າວໂທດ ແລະ ປະຕິເສດສິ່ງເຫຼົ່ານັ້ນຢູ່ໃນໃຈ. ພວກເຂົາຍອມຮັບສິ່ງໃດ? ການຕີສອງໜ້າ, ຄຳເວົ້າຕົວະ ແລະ ທຸກສິ່ງທີ່ກ່ຽວຂ້ອງກັບສິ່ງທີ່ເປັນລົບ. ເມື່ອເຮົາໄປຮອດສະຖານທີ່ແຫ່ງໜຶ່ງ, ບາງຄົນກໍເວົ້າວ່າ: “ເຈົ້າເບິ່ງບໍ່ຄ່ອຍສະບາຍ, ພັກຜ່ອນຈັກໜ້ອຍກ່ອນ”. ບໍ່ວ່າເຮົາຈະຮູ້ສຶກສະບາຍດີ ຫຼື ບໍ່ ແລະ ເມື່ອໃດທີ່ເຮົາຕ້ອງການພັກຜ່ອນ, ເຮົາຮູ້ສິ່ງເຫຼົ່ານີ້ດ້ວຍຕົວເຮົາເອງ. ເຈົ້າບໍ່ຈຳເປັນຕ້ອງທຳທ່າສະຫຼາດ ແລະ ເຈົ້າກໍບໍ່ຈຳເປັນຕ້ອງອວດວ່າເຈົ້າສະຫຼາດສໍ່າໃດ. ເຮົາບໍ່ຍອມຮັບສິ່ງນີ້, ເຮົາລັງກຽດມັນ. ເຮົາມັກຄົນປະເພດໃດ? ຜູ້ທີ່ສາມາດໂອ້ລົມໄດ້ທັນທີເມື່ອມີບາງຢ່າງເກີດຂຶ້ນ ແລະ ເວົ້າຄວາມໃນໃຈຂອງພວກເຂົາຕໍ່ເຮົາ. ເຮົາໂອ້ລົມກັບເຈົ້າເພື່ອແກ້ໄຂຄວາມຫຍຸ້ງຍາກຂອງເຈົ້າ ແລະ ເຈົ້າກໍສາມາດໃກ້ຊິດກັບເຮົາໄດ້ຫຼາຍຂຶ້ນ. ຢ່າກັງວົນກັບການເອົາໃຈ ແລະ ພະຍາຍາມເຮັດໃຫ້ເຮົາພໍໃຈ, ນັ້ນເປັນສິ່ງທີ່ໜ້າລັງກຽດຢ່າງຍິ່ງ! ຄົນແບບນີ້ຄວນຢູ່ຫ່າງໆຈາກເຮົາ, ເພາະເຮົາເຫັນວ່າພວກເຂົາໜ້າລັງກຽດ. ເຮົາກຳນົດລັກສະນະເຈົ້າວ່າເປັນແມງວັນ ຫຼື ສັດຕູພືດທີ່ໜ້າລຳຄານ. ຈົ່ງຢູ່ຫ່າງໆ! ບາງຄົນເວົ້າວ່າ “ເຈົ້າບໍ່ຕ້ອງການໃຜຜູ້ໜຶ່ງຢູ່ຂ້າງກາຍເຈົ້າເພື່ອຮັບໃຊ້ເຈົ້າບໍ?” ໃນມຸມມອງຂອງເຈົ້າ, ອີງຕາມຕົວຕົນ ແລະ ສະຖານະຂອງເຮົາ, ມັນຄວນມີການປະຕິບັດ ແລະ ການຮັບໃຊ້ທີ່ສອດຄ່ອງກັນ. ແຕ່ເຮົາບໍ່ຕ້ອງການສິ່ງນັ້ນ. ເຈົ້າຕ້ອງບໍ່ເຮັດສິ່ງເຫຼົ່ານີ້, ເຂົ້າໃຈບໍ? ເຮົາຮູ້ສຶກຂີ້ດຽດ ແລະ ລັງກຽດສິ່ງເຫຼົ່ານີ້. ຖ້າໃນໃຈຂອງເຈົ້າມີຄວາມຄຳນຶງເຖິງເຮົາ ແລະ ຫ່ວງໃຍເຮົາຢ່າງແທ້ຈິງ, ມັນກໍມີວິທີທີ່ເໝາະສົມຫຼາຍວິທີທີ່ຈະເຮັດເຊັ່ນນັ້ນ. ຕົວຢ່າງ: ຖ້າເຮົາບອກໃຫ້ເຈົ້າເຮັດບາງຢ່າງ, ເຈົ້າກໍຈະເຮັດຕາມຢ່າງເຊື່ອຟັງ ແລະ ເມື່ອເຈົ້າພົບກັບຄວາມຫຍຸ້ງຍາກ, ເຈົ້າກໍສາມາດປຶກສາກັບເຮົາໄດ້ທັນທີ. ເຖິງຢ່າງໃດກໍຕາມ, ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ, ຢ່າຮຽນແບບວິທີທີ່ຜູ້ບໍ່ເຊື່ອປະຈົບປະແຈງຜູ້ທີ່ມີຕຳແໜ່ງ, ໂດຍການເວົ້າຄຳຍ້ອງຍໍທີ່ຟັງເບິ່ງດີຫຼາຍຢ່າງ, ເຮົາບໍ່ມັກຟັງສິ່ງເຫຼົ່ານັ້ນ. ເຫັນໄດ້ຊັດເຈນວ່າເຮົາບໍ່ສູງ, ແຕ່ເຈົ້າກໍຍັງຢືນຢັນທີ່ຈະເວົ້າວ່າ “ເຈົ້າອາດຈະບໍ່ສູງ, ແຕ່ເຈົ້າກໍສູງກວ່າພວກເຮົາ”. ເຮົາບໍ່ມັກຟັງສິ່ງນັ້ນ, ສະນັ້ນ ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ, ຢ່າເວົ້າສິ່ງນັ້ນກັບເຮົາ; ເຈົ້າກຳລັງເວົ້າກັບຄົນຜິດແລ້ວ. ຜູ້ຕໍ່ຕ້ານພຣະຄຣິສມັກຟັງຄຳເວົ້າປະເພດນີ້. ຕົວຢ່າງ: ພວກເຂົາຖາມອ້າຍເອື້ອຍນ້ອງທີ່ຢູ່ພາຍໃຕ້ພວກເຂົາວ່າ: “ຂ້ອຍເບິ່ງຕຸ້ຍບໍ?” ແລະ ບາງຄົນກໍເວົ້າວ່າ: “ເຖິງແມ່ນວ່າເຈົ້າຈະຕຸ້ຍ, ເຈົ້າກໍເບິ່ງດີກວ່າພວກເຮົາ”. “ຄັນຊັ້ນ ຂ້ອຍຈ່ອຍບໍ?” “ເຖິງແມ່ນວ່າເຈົ້າຈະຈ່ອຍ, ເຈົ້າກໍເບິ່ງດີຫຼາຍ. ບໍ່ວ່າແນວໃດກໍຕາມ, ເຈົ້າກໍຄືກັບນາງແບບແຟຊັນເລີຍ; ໃສ່ຫຍັງກໍເບິ່ງດີໄປໝົດ”. ເມື່ອຜູ້ຕໍ່ຕ້ານພຣະຄຣິສໄດ້ຍິນສິ່ງນີ້, ພວກເຂົາກໍຮູ້ສຶກດີໃຈ ແລະ ຖືວ່າເຈົ້າເປັນສະຫາຍ ແລະ ພັນທະມິດຂອງພວກເຂົາ. ສິ່ງທັງໝົດເຫຼົ່ານີ້ທີ່ຜູ້ຕໍ່ຕ້ານພຣະຄຣິສມັກນັ້ນໜ້າລັງກຽດ ແລະ ຊົ່ວຊ້າ, ຈະເອີ້ນສິ່ງເຫຼົ່ານີ້ວ່າຊົ່ວຊ້າໄດ້ດ້ວຍເຫດຜົນອື່ນໃດອີກ? ຜູ້ຕໍ່ຕ້ານພຣະຄຣິສຮັກອົງປະກອບຂອງຄວາມເປັນມະນຸດປົກກະຕິເຊັ່ນ: ສະຕິຮູ້ສຶກຜິດຊອບ, ເຫດຜົນ, ຢາງອາຍ ແລະ ກຽດສັກສີ, ພ້ອມທັງການແຍກແຍະລະຫວ່າງຄວາມດີ ແລະ ຄວາມຊົ່ວ, ສີດຳ ແລະ ສີຂາວ ແລະ ຖືກ ແລະ ຜິດ, ໃນບັນດາສິ່ງອື່ນໆໃນຄວາມເປັນມະນຸດປົກກະຕິບໍ? ຜູ້ຕໍ່ຕ້ານພຣະຄຣິສຮັກຄົນທີ່ມີຢາງອາຍບໍ? ພວກເຂົາຮັກຄົນທີ່ມີກຽດສັກສີບໍ? ພວກເຂົາຮັກຜູ້ທີ່ບໍ່ມີຢາງອາຍ, ຜູ້ທີ່ສາມາດເວົ້າດ້ວຍລັກສະນະທີ່ຫວານຈົນລ່ຽນ ໂດຍບໍ່ມີຄວາມຮັບຮູ້ໃດໆ ແລະ ບໍ່ມີຄວາມອັບອາຍ. ພວກເຂົາບໍ່ມີຢາງອາຍບໍ? ຍິ່ງຄຳເວົ້າຂອງເຈົ້າຫວານຈົນລ່ຽນຫຼາຍສໍ່າໃດ, ພວກເຂົາກໍຈະຍິ່ງມີຄວາມສຸກຫຼາຍສໍ່ານັ້ນ. ເມື່ອເບິ່ງຄວາມມັກຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ທັດສະນະຄະຕິຂອງພວກເຂົາຕໍ່ສິ່ງຕ່າງໆ, ພ້ອມທັງການເລືອກ ແລະ ທິດທາງຂອງພວກເຂົາ, ມັນເຫັນໄດ້ຢ່າງຊັດເຈນວ່າ ຄວາມຊົ່ວຊ້າຂອງພວກເຂົາບໍ່ມີຂອບເຂດ. ບໍ່ຕ້ອງເວົ້າເຖິງຜູ້ທີ່ເຂົ້າໃຈຄວາມຈິງເລີຍ, ແມ່ນແຕ່ຄົນທີ່ມີຄວາມຮູ້ສຶກຍຸຕິທຳພຽງເລັກນ້ອຍໃນສັງຄົມກໍບໍ່ຊື່ນຊົມພຶດຕິກຳແບບນັ້ນ. ເຈົ້າເຫັນບໍວ່າ ບາງຄົນໃນວົງການເຈົ້າໜ້າທີ່ພະຍາຍາມຢ່າງສຸດຂີດທີ່ຈະເອົາໃຈຜູ້ທີ່ມີຕຳແໜ່ງ. ພວກເຂົາໃຫ້ທຸກຢ່າງທີ່ຜູ້ມີຕຳແໜ່ງຕ້ອງການ, ເຖິງຂັ້ນຍົກເມຍຂອງຕົນເອງໃຫ້, ພວກເຂົາບໍ່ມີກຽດສັກສີບໍ? (ພວກເຂົາບໍ່ມີ.) ຍິ່ງໄປກວ່ານັ້ນ, ເຈົ້າໜ້າທີ່ບາງຄົນກໍມີຄວາມສຳພັນແບບເພດດຽວກັນ ແລະ ບາງຄົນທີ່ເປັນເພດດຽວກັນກັບເຈົ້າໜ້າທີ່ເຫຼົ່ານີ້ກໍຈະມີຄວາມໃກ້ຊິດກັບພວກເຂົາ, ການເຮັດເຊັ່ນນັ້ນ ເຖິງແມ່ນວ່າສ່ວນຕົວແລ້ວພວກເຂົາຈະບໍ່ຢາກເຮັດກໍຕາມ. ພວກເຈົ້າສາມາດເຮັດສິ່ງດັ່ງກ່າວໄດ້ບໍ? (ບໍ່, ພວກເຮົາເຮັດບໍ່ໄດ້.) ແຕ່ພວກເຂົາເຮັດໄດ້. ພວກເຂົາບໍ່ມີບັນທັດຖານທາງສິນລະທຳ, ບໍ່ມີຢາງອາຍ, ບໍ່ມີຄວາມຮັບຮູ້ດ້ານສະຕິຮູ້ສຶກຜິດຊອບ, ບໍ່ມີເຫດຜົນ, ນັ້ນຄືເຫດຜົນທີ່ພວກເຂົາເຮັດສິ່ງເຫຼົ່ານີ້. ເຈົ້າບໍ່ສາມາດເວົ້າສິ່ງທີ່ພວກເຂົາເວົ້າໄດ້ເລີຍ ຖ້າເຈົ້າຖືກບັງຄັບໃຫ້ສະແດງເປັນບົດໃນລະຄອນ; ຄົນເຫຼົ່ານີ້ຫວານລ່ຽນເອົາໃຈຍິ່ງກວ່ານັກສະແດງເທິງເວທີອີກ. ການທີ່ເຮົາເວົ້າວ່າ ນັກສະແດງເທິງເວທີ, ເຮົາໝາຍຄວາມວ່າແນວໃດ? ເຮົາໝາຍເຖິງຜູ້ທີ່ບໍ່ສົນໃຈ ແລະ ບໍ່ຮູ້ສຶກອາຍ ເມື່ອພວກເຂົາຖືກເບິ່ງ ຫຼື ຖືກຢ້ຽມຢາມໃນຂະນະທີ່ເປືອຍກາຍ. ຄົນແບບນັ້ນຖືກເອີ້ນວ່າ ນັກສະແດງເທິງເວທີ. ດ້ວຍຄຳເວົ້າທີ່ໜ້າຂີ້ດຽດ ແລະ ໜ້າລັງກຽດຂອງພວກເຂົາ ແລະ ຄວາມມັກໃນສິ່ງທີ່ຊົ່ວຊ້າ. ສະນັ້ນ, ຄົນປະຈົບປະແຈງເຫຼົ່ານີ້ຈຶ່ງຮ້າຍແຮງຍິ່ງກວ່າ ນັກສະແດງເທິງເວທີເຫຼົ່ານັ້ນອີກ. ນັກສະແດງເຫຼົ່ານັ້ນພຽງແຕ່ຂາຍຮ່າງກາຍຂອງພວກເຂົາ, ແຕ່ຄົນຊົ່ວຊ້າກຸ່ມນີ້ທີ່ຮູ້ຈັກກັນໃນນາມ ຜູ້ຕໍ່ຕ້ານພຣະຄຣິສ ຂາຍຫຍັງ? ພວກເຂົາຂາຍຈິດວິນຍານຂອງພວກເຂົາ. ພວກເຂົາຄືກຸ່ມມານຮ້າຍທີ່ຊົ່ວຮ້າຍ ເກີນກວ່າທີ່ຈະໄດ້ຮັບການໄຖ່ບາບ. ນັ້ນຄືເຫດຜົນທີ່ວ່າ ການເວົ້າຄວາມຈິງກັບຄົນເຫຼົ່ານີ້ກໍປຽບເໝືອນການເອົາໄຂ່ມຸກໃຫ້ໝູ, ມັນເປັນໄປບໍ່ໄດ້ເລີຍທີ່ພວກເຂົາຈະຮັກຄວາມຈິງ. ນີ້ຄືວິທີທີ່ພວກເຂົາເຂົ້າຫາສະຖານະ, ເພີດເພີນກັບຄວາມຮູ້ສຶກເໜືອກວ່າ ແລະ ຄວາມຮູ້ສຶກດີອື່ນໆທີ່ມາພ້ອມກັບມັນ. ຄວາມຮູ້ສຶກຕ່າງໆທີ່ໄດ້ມາຈາກຄວາມເພີດເພີນນີ້ແມ່ນຫຍັງ? ພວກມັນເປັນສິ່ງທີ່ເປັນບວກ ຫຼື ເປັນລົບ? ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນສິ່ງທີ່ເປັນລົບ. ເມື່ອພວກເຂົາໄດ້ຮັບສະຖານະ, ພວກເຂົາກໍຄາດຫວັງທີ່ຈະເພີດເພີນກັບການທີ່ຜູ້ຄົນຍ້ອງຍໍພວກເຂົາ, ເອົາໃຈພວກເຂົາ ແລະ ຕາມໃຈຜົນປະໂຫຍດຂອງພວກເຂົາ. ພວກເຂົາຍັງຢາກເພີດເພີນກັບການປະຕິບັດທີ່ພິເສດອີກດ້ວຍ, ອາຫານ, ທີ່ພັກ ແລະ ສິ່ງຂອງທີ່ພວກເຂົາໃຊ້ ລ້ວນແລ້ວແຕ່ຕ້ອງພິເສດ ແລະ ພວກເຂົາກໍຕ້ອງແຕກຕ່າງຈາກຄົນອື່ນໃນທຸກໆຢ່າງ. ຮ່າງກາຍຂອງເຈົ້ານັ້ນແຕກຕ່າງຈາກຄົນອື່ນແທ້ໆບໍ? ເມື່ອຜູ້ຕໍ່ຕ້ານພຣະຄຣິສໄດ້ຮັບສະຖານະ, ພວກເຂົາກໍເຊື່ອວ່າຕົນເອງສູງສົ່ງ ແລະ ພິເສດ, ຄືກັບວ່າບໍ່ມີສະຖານທີ່ໃດໃນໂລກທີ່ສາມາດຮອງຮັບພວກເຂົາໄດ້ອີກຕໍ່ໄປ, ພວກເຂົາຕ້ອງນັ່ງເທິງບັນລັງ ແລະ ໃຫ້ຜູ້ຄົນຖວາຍເຄື່ອງບູຊາໃຫ້ແກ່ພວກເຂົາ. ນັ້ນບໍ່ແມ່ນຄວາມຈິງບໍ? ບອກເຮົາມາເບິ່ງ, ຄວາມຄິດເຫຼົ່ານີ້ແມ່ນຄວາມຄິດທີ່ຄົນປົກກະຕິມັກຈະຄິດບໍ? ບໍ່ວ່າພວກເຂົາຈະມີສະຖານະ ຫຼື ບໍ່, ຄົນປົກກະຕິອາດຈະມີຄວາມປາຖະໜາ ແລະ ຄວາມຕ້ອງການບາງຢ່າງຕໍ່ມັນ, ແຕ່ເນື່ອງຈາກພວກເຂົາມີຢາງອາຍ, ມີສະຕິຮູ້ສຶກຜິດຊອບ ແລະ ມີເຫດຜົນ, ນອກເໜືອຈາກການມີຄວາມເຂົ້າໃຈຄວາມຈິງແລ້ວໃນຕອນນີ້, ຄວາມຍຶດຕິດກັບສະຖານະຂອງພວກເຂົາຈຶ່ງຫຼຸດລົງ ແລະ ຈາງຫາຍໄປ. ຍິ່ງໄປກວ່ານັ້ນ, ພວກເຂົາສາມາດໃຫ້ຄວາມສຳຄັນໜ້ອຍລົງຕໍ່ຜົນປະໂຫຍດທີ່ມາພ້ອມກັບສະຖານະ ແລະ ຖ້າພວກເຂົາສາມາດເຫັນວ່າຜົນປະໂຫຍດທີ່ມັນນໍາມານັ້ນບໍ່ສຳຄັນ, ພວກເຂົາກໍສາມາດຮູ້ສຶກລັງກຽດຄຳຍ້ອງຍໍ ແລະ ຄຳເວົ້າຫວານໆຂອງຄົນອື່ນ, ການປະຈົບປະແຈງ ແລະ ພຶດຕິກຳອື່ນໆດັ່ງກ່າວ ແລະ ສາມາດຢູ່ຫ່າງໆ ຫຼື ເຖິງຂັ້ນຫັນຫຼັງໃຫ້ ແລະ ປະຖິ້ມສິ່ງດັ່ງກ່າວ. ແຕ່ຜູ້ຕໍ່ຕ້ານພຣະຄຣິສສາມາດປະຖິ້ມ ຫຼື ປ່ອຍວາງສິ່ງເຫຼົ່ານີ້ໄດ້ບໍ? ບໍ່ໄດ້ຢ່າງແນ່ນອນ. ຖ້າເຈົ້າຂໍໃຫ້ພວກເຂົາປ່ອຍວາງສິ່ງເຫຼົ່ານີ້, ມັນກໍປຽບເໝືອນເຈົ້າກຳລັງຂໍຊີວິດຂອງພວກເຂົາ. ຖ້າບໍ່ດັ່ງນັ້ນ, ເປັນຫຍັງບາງຄົນຈຶ່ງເວົ້າວ່າ “ຂ້ອຍຈະບໍ່ເຊື່ອອີກຕໍ່ໄປ, ຂ້ອຍຈະບໍ່ມີຊີວິດຢູ່ຕໍ່ໄປ, ຊີວິດບໍ່ມີຄ່າທີ່ຈະຢູ່”, ທັນທີທີ່ພວກເຂົາສູນເສຍສະຖານະຂອງພວກເຂົາ? ມັນມີບາງຢ່າງເກີດຂຶ້ນຢູ່ນີ້, ບໍ່ແມ່ນບໍ? ເປັນຫຍັງສະຖານະຈຶ່ງສຳຄັນຕໍ່ພວກເຂົາຂະໜາດນັ້ນ? ພວກເຂົາບໍ່ສາມາດດຳລົງຊີວິດທີ່ລຽບງ່າຍ ແລະ ທຳມະດາໄດ້; ພວກເຂົາຕ້ອງມີສະຖານະ, ພວກເຂົາຕ້ອງຢືນຢູ່ເໜືອມວນຊົນ ແລະ ເພີດເພີນກັບການເຄົາລົບນັບຖື, ການບູຊາ ແລະ ການຍົກຍ້ອງຂອງຄົນອື່ນ, ພ້ອມທັງຄຳເວົ້າຕົວະທີ່ມີເຈດຕະນາຕາມໃຈ, ຫຼອກລວງ ແລະ ຍ້ອງຍໍພວກເຂົາ. ພວກເຂົາຢາກເພີດເພີນກັບສິ່ງເຫຼົ່ານີ້. ຄົນທີ່ມີຄວາມເປັນມະນຸດປົກກະຕິເຕັມໃຈທີ່ຈະເພີດເພີນກັບສິ່ງດັ່ງກ່າວບໍ? ແນ່ນອນວ່າບໍ່; ມັນເຮັດໃຫ້ພວກເຂົາຮູ້ສຶກບໍ່ສະບາຍໃຈ. ເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງມັກເພີດເພີນກັບສິ່ງເຫຼົ່ານີ້? ມັນເປັນຍ້ອນວ່າພວກເຂົາມີອຸປະນິໄສແບບຊາຕານຢູ່ໃນຕົວພວກເຂົາ. ມີພຽງແຕ່ພວກດຽວກັນກັບຊາຕານເທົ່ານັ້ນທີ່ໄລ່ຕາມສິ່ງເຫຼົ່ານີ້ ແລະ ມີຄວາມຕ້ອງການດັ່ງກ່າວ. ຄົນປົກກະຕິອາດຈະເພີດເພີນກັບສິ່ງເຫຼົ່ານີ້ຊົ່ວຄາວ, ແຕ່ພວກເຂົາຈະພົບວ່າມັນບໍ່ມີຄວາມໝາຍ ແລະ ເຖິງຂັ້ນເບື່ອໜ່າຍ ແລະ ຈາກນັ້ນກໍຢູ່ຫ່າງຈາກສິ່ງເຫຼົ່ານັ້ນທັງໝົດ. ແຕ່ບາງຄົນກໍດື້ດ້ານປະຕິເສດທີ່ຈະປ່ອຍວາງສິ່ງເຫຼົ່ານີ້. ຕົວຢ່າງ: ເປັນຫຍັງດາລາຮູບເງົາບາງຄົນຈຶ່ງບໍ່ເຄີຍລາອອກຈາກວົງການຮູບເງົາ, ເຖິງແມ່ນວ່າຈະມີອາຍຸຫຼາຍແລ້ວ? ມັນເປັນຍ້ອນວ່າ ຖ້າບໍ່ມີລັດສະໝີນັ້ນ, ບໍ່ມີຜູ້ຄົນອ້ອມຮອບພວກເຂົາ, ພວກເຂົາກໍຈະພົບວ່າຊີວິດຈືດຊືດ. ພວກເຂົາຮູ້ສຶກວ່າທ້ອງຟ້າບໍ່ເປັນສີຟ້າຄືເກົ່າ, ຊີວິດຂອງພວກເຂົາບໍ່ມີທິດທາງ ແລະ ມັນກາຍເປັນສິ່ງທີ່ບໍ່ມີຄວາມໝາຍ ແລະ ບໍ່ມີຄຸນຄ່າ. ພວກເຂົາຮູ້ສຶກວ່າຊີວິດທັງໝົດຂອງພວກເຂົາກາຍເປັນສິ່ງທີ່ອ້າງວ້າງ, ສະນັ້ນ ພວກເຂົາຈຶ່ງຕ້ອງກັບໄປສູ່ວົງການຮູບເງົາ ເພື່ອຫວນຄືນຄວາມຮູ້ສຶກຂອງການເປັນດາລາ. ຜູ້ຕໍ່ຕ້ານພຣະຄຣິສກໍມີຄຸນລັກສະນະດຽວກັນກັບພວກເຂົາ: ພວກເຂົາມີອຸປະນິໄສ ແລະ ແກ່ນແທ້ທີ່ຊົ່ວຊ້າເຊັ່ນດຽວກັນ. ເມື່ອຜູ້ຕໍ່ຕ້ານພຣະຄຣິສໄດ້ຮັບສະຖານະ, ພວກເຂົາກໍອວດມັນໄປທົ່ວທຸກຫົນທຸກແຫ່ງ, ເຖິງຂັ້ນຮັບບົດບາດໃຊ້ອຳນາດໃນເຮືອນຂອງພວກເຂົາ ແລະ ເຮັດໃຫ້ສະມາຊິກໃນຄອບຄົວຂອງພວກເຂົາເຊື່ອຟັງພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິສມີອຸປະນິໄສ ແລະ ແກ່ນແທ້ທີ່ຊົ່ວຊ້າ ແລະ ພວກເຂົາປະຕິບັດຕໍ່ສະຖານະດ້ວຍຄວາມຮັກໄຄ່ເປັນພິເສດ, ພະຍາຍາມຢ່າງສຸດຂີດທີ່ຈະສະແດງມັນອອກມາ ແລະ ອວດມັນ. ສິ່ງນີ້ສະແດງຫຍັງໃຫ້ພວກເຮົາເຫັນ? ຄົນເຫຼົ່ານີ້ມີຢາງອາຍບໍ? ພວກເຂົາບໍ່ມີ. ພວກເຂົາໄດ້ຮັບສະຖານະ ແລະ ຄິດວ່າຕົວຕົນຂອງພວກເຂົາປ່ຽນໄປແລ້ວ ແລະ ແມ່ນແຕ່ຄວາມສຳພັນຂອງພວກເຂົາກັບພໍ່ແມ່ກໍປ່ຽນໄປ. ມັນມີບັນຫາຢູ່ນີ້, ບໍ່ແມ່ນບໍ? ມັນຜິດປົກກະຕິ! ການທີ່ພວກເຂົາສາມາດຖືທັດສະນະຄະຕິແບບນັ້ນຕໍ່ສະຖານະໄດ້ ແມ່ນຫຼັກຖານປະເພດໜຶ່ງທີ່ເປີດໂປງແກ່ນແທ້ທີ່ຊົ່ວຊ້າຂອງພວກເຂົາ.
ພຣະເຈົ້າຄືພຣະຜູ້ສ້າງ ແລະ ຕົວຕົນ ແລະ ສະຖານະຂອງພຣະອົງແມ່ນສູງສົ່ງ. ພຣະເຈົ້າມີສິດອໍານາດ, ສະຕິປັນຍາ ແລະ ລິດທານຸພາບ ແລະ ພຣະອົງມີອຸປະນິໄສ ແລະ ສິ່ງທີ່ພຣະອົງມີ ແລະ ເປັນຂອງພຣະອົງເອງ. ມີໃຜຮູ້ບໍວ່າພຣະເຈົ້າໄດ້ເຮັດພາລະກິດຢູ່ທ່າມກາງມະນຸດຊາດ ແລະ ສິ່ງທີ່ຖືກສ້າງທັງປວງມາເປັນເວລາຈັກປີແລ້ວ? ຈໍານວນປີທີ່ແນ່ນອນທີ່ພຣະເຈົ້າໄດ້ເຮັດພາລະກິດ ແລະ ຄຸ້ມຄອງມະນຸດຊາດທັງປວງນັ້ນບໍ່ມີໃຜຮູ້; ບໍ່ມີໃຜສາມາດບອກຕົວເລກທີ່ຊັດເຈນໄດ້ ແລະ ພຣະເຈົ້າກໍບໍ່ໄດ້ລາຍງານເລື່ອງເຫຼົ່ານີ້ຕໍ່ມະນຸດຊາດ. ເຖິງຢ່າງໃດກໍຕາມ, ຖ້າຊາຕານເຮັດບາງຢ່າງແບບນີ້, ມັນຈະລາຍງານບໍ? ມັນຈະລາຍງານຢ່າງແນ່ນອນ. ມັນຢາກອວດຕົວມັນເອງເພື່ອເຮັດໃຫ້ຜູ້ຄົນຫຼົງຜິດຫຼາຍຂຶ້ນ ແລະ ເຮັດໃຫ້ຜູ້ຄົນຮູ້ເຖິງຜົນງານຂອງມັນຫຼາຍຂຶ້ນ. ເປັນຫຍັງພຣະເຈົ້າຈຶ່ງບໍ່ລາຍງານເລື່ອງເຫຼົ່ານີ້? ມັນມີດ້ານທີ່ຖ່ອມຕົວ ແລະ ລີ້ລັບຕໍ່ແກ່ນແທ້ຂອງພຣະເຈົ້າ. ສິ່ງທີ່ກົງກັນຂ້າມກັບການຖ່ອມຕົວ ແລະ ລີ້ລັບແມ່ນຫຍັງ? ມັນຄືການອວດດີ ແລະ ການສະແດງຕົນເອງ. ບໍ່ວ່າພາລະກິດທີ່ພຣະເຈົ້າເຮັດຈະຍິ່ງໃຫຍ່ສໍ່າໃດກໍຕາມ, ພຣະອົງພຽງແຕ່ບອກຜູ້ຄົນໃນສິ່ງທີ່ພວກເຂົາສາມາດກຳແໜ້ນ ແລະ ເຂົ້າໃຈໄດ້, ພໍໃຈທີ່ຈະໃຫ້ຜູ້ຄົນໄດ້ຮັບຄວາມຮູ້, ໃຫ້ຮູ້ຈັກແກ່ນແທ້ຂອງພຣະອົງຜ່ານພາລະກິດທີ່ພຣະອົງເຮັດ. ສິ່ງນີ້ໃຫ້ຜົນປະໂຫຍດຫຍັງແກ່ຜູ້ຄົນ? ສິ່ງນີ້ບັນລຸຜົນໄດ້ຮັບຫຍັງ? ມັນແມ່ນຍ້ອນວ່າຜູ້ຄົນຕ້ອງຮູ້ເລື່ອງເຫຼົ່ານີ້ເພື່ອບູຊາພຣະເຈົ້າບໍ? ຄວາມຈິງແລ້ວບໍ່ແມ່ນແນວນັ້ນ. ການທີ່ຜູ້ຄົນສາມາດບູຊາພຣະເຈົ້າໄດ້ຄືຜົນໄດ້ຮັບສຸດທ້າຍຕາມຈຸດປະສົງ, ແຕ່ເຈດຕະນາດັ່ງເດີມຂອງພຣະເຈົ້າໃນການໃຫ້ຜູ້ຄົນຮູ້ເລື່ອງເຫຼົ່ານີ້ແມ່ນຫຍັງ? ມັນແມ່ນຫຼັງຈາກທີ່ພວກເຂົາຮູ້ເລື່ອງເຫຼົ່ານີ້, ຫຼັງຈາກທີ່ພວກເຂົາເຂົ້າໃຈວິທີທີ່ພຣະເຈົ້າຄຸ້ມຄອງມະນຸດຊາດ ແລະ ວິທີທີ່ພຣະອົງມີອຳນາດສູງສຸດເໜືອ ແລະ ຈັດວາງມະນຸດຊາດ ເພື່ອເຮັດໃຫ້ພວກເຂົາສາມາດອ່ອນນ້ອມຕໍ່ອຳນາດສູງສຸດຂອງພຣະເຈົ້າ, ບໍ່ຕໍ່ຕ້ານໂດຍເປົ່າປະໂຫຍດອີກຕໍ່ໄປ ແລະ ບໍ່ອອກນອກເສັ້ນທາງອີກຕໍ່ໄປ, ດ້ວຍວິທີນີ້, ຜູ້ຄົນຈະທົນທຸກໜ້ອຍລົງຫຼາຍ. ໂດຍການດຳລົງຊີວິດຕາມທຳມະຊາດ ແລະ ດຳລົງຢູ່ຕາມວິທີທາງ ແລະ ກົດເກນທີ່ພຣະເຈົ້າຈັດກຽມໄວ້ໃຫ້ ແລະ ຕາມຂໍ້ກຳນົດຂອງພຣະອົງ ແລະ ຫຼັກການທີ່ພຣະອົງມອບໃຫ້, ເຈົ້າຈະບໍ່ຕົກຢູ່ໃນກໍາມືຂອງຊາຕານອີກຕໍ່ໄປ ແລະ ເຈົ້າກໍຈະບໍ່ຖືກເຮັດໃຫ້ເສື່ອມຊາມ ແລະ ຖືກຢຽບຢໍ່າເປັນຄັ້ງທີສອງ. ໃນທາງກົງກັນຂ້າມ, ເຈົ້າຈະມີຊີວິດຢູ່ຕະຫຼອດໄປພາຍໃນກົດລະບຽບທີ່ພຣະເຈົ້າສ້າງຂຶ້ນ, ດໍາເນີນຊີວິດທີ່ມີຄວາມເໝືອນມະນຸດ ແລະ ໃນຖານະສິ່ງທີ່ຖືກສ້າງ ແລະ ໄດ້ຮັບການເບິ່ງແຍງ ແລະ ການປົກປ້ອງຈາກພຣະເຈົ້າ. ນີ້ຄືເຈດຕະນາດັ່ງເດີມ ແລະ ຈຸດປະສົງຂອງພາລະກິດຂອງພຣະເຈົ້າ. ສະນັ້ນ, ດ້ວຍພາລະກິດອັນຍິ່ງໃຫຍ່ທີ່ພຣະເຈົ້າໄດ້ເຮັດ, ພຣະອົງເຄີຍອວດມັນບໍ? ພຣະອົງເຄີຍບອກຜູ້ຄົນໃນສິ່ງທີ່ພຣະອົງໄດ້ເຮັດບໍ? ພຣະອົງບໍ່ເຄີຍ. ຫຼາຍຄົນບໍ່ຮູ້ວ່າພຣະເຈົ້າໄດ້ເຮັດຫຍັງແດ່ ຫຼື ສິ່ງໃດທີ່ພຣະເຈົ້າໄດ້ເຮັດ ແລະ ສິ່ງໃດທີ່ພຣະເຈົ້າບໍ່ໄດ້ເຮັດ. ໃນຄວາມເປັນຈິງແລ້ວ, ພຣະເຈົ້າໄດ້ເຮັດຫຼາຍຢ່າງ, ແຕ່ພຣະອົງບໍ່ເຄີຍປະກາດເລື່ອງເຫຼົ່ານີ້ຕໍ່ມະນຸດຊາດ. ພຣະເຈົ້າບໍ່ໄດ້ປະກາດເລື່ອງເຫຼົ່ານີ້ຕໍ່ມະນຸດຊາດ; ສິ່ງທີ່ເຈົ້າຕ້ອງເຮັດກໍຄືການຮູ້ຢ່າງຈະແຈ້ງໃນສິ່ງທີ່ເຈົ້າຄວນຮູ້. ໃນອະນາຄົດ, ມະນຸດຊາດຈະສາມາດດຳລົງຢູ່ເທິງແຜ່ນດິນໂລກໄດ້ຕາມປົກກະຕິ ແລະ ຍອມຮັບການນໍາພາຂອງພຣະເຈົ້າ ແລະ ເມື່ອພຣະເຈົ້າມາຮອດທ່າມກາງມະນຸດຊາດ, ຜູ້ຄົນກໍຈະສາມາດມີປະຕິສຳພັນປົກກະຕິກັບພຣະເຈົ້າ, ຮັບເອົາພຣະອົງ, ບູຊາພຣະອົງ, ຟັງພຣະທຳຂອງພຣະອົງ ແລະ ບໍ່ຍ່າງໄປກັບຊາຕານອີກຕໍ່ໄປ. ດ້ວຍວິທີນີ້ ອານາຈັກຂອງພຣະເຈົ້າຈະປາກົດຂຶ້ນເທິງແຜ່ນດິນໂລກ ແລະ ເທິງແຜ່ນດິນໂລກກໍຈະມີກຸ່ມຄົນທີ່ສາມາດບູຊາພຣະອົງ, ກຸ່ມຄົນທີ່ສາມາດຟັງພຣະທຳຂອງພຣະອົງ ແລະ ນໍາເອົາພຣະທຳເຫຼົ່ານັ້ນໄປປະຕິບັດ. ພາລະກິດຂອງພຣະເຈົ້າກໍຈະສຳເລັດລົງ; ມັນພຽງພໍແລ້ວທີ່ຈະບັນລຸຜົນໄດ້ຮັບນີ້. ສະນັ້ນ, ເມື່ອພຣະເຈົ້າເຮັດສິ່ງໃດກໍຕາມ, ຖ້າເຈົ້າບໍ່ເຂົ້າໃຈ ຫຼື ບໍ່ຮູ້ກ່ຽວກັບມັນ, ພຣະເຈົ້າຈະບໍ່ອະທິບາຍໃຫ້ເຈົ້າຟັງ. ເປັນຫຍັງພຣະອົງຈຶ່ງຈະບໍ່ອະທິບາຍ? ມັນບໍ່ຈຳເປັນທີ່ຈະຕ້ອງເຮັດແນວນັ້ນ. ມັນມີຫຼາຍສິ່ງທີ່ເຈົ້າບໍ່ເຂົ້າໃຈ ແລະ ພຣະເຈົ້າກໍຈະບໍ່ເປີດເຜີຍຄວາມລຶກລັບບາງຢ່າງໃຫ້ເຈົ້າຮູ້ ເພື່ອເຮັດໃຫ້ເຈົ້າຮູ້ເລື່ອງເຫຼົ່ານີ້ ຫຼື ເຂົ້າໃຈຕົວຕົນ ແລະ ແກ່ນແທ້ຂອງພຣະອົງ ຫຼື ເຂົ້າໃຈລິດທານຸພາບຂອງພຣະອົງ. ພຣະເຈົ້າບໍ່ໄດ້ເຮັດພາລະກິດນີ້. ປັດຈຸບັນນີ້ ພຣະເຈົ້າສຸມໃສ່ເຮັດຫຍັງ? ພຣະອົງສຸມໃສ່ການເຮັດໃຫ້ຜູ້ຄົນເຂົ້າໃຈຄວາມຈິງ. ເມື່ອເຈົ້າເຂົ້າໃຈຄວາມຈິງແລ້ວ, ເຈົ້າກໍຈະຮູ້ຈັກພຣະເຈົ້າ, ມີພື້ນຖານສຳລັບຊີວິດຂອງເຈົ້າ ແລະ ສາມາດອ່ອນນ້ອມ ແລະ ບູຊາພຣະເຈົ້າໃນອະນາຄົດ ແລະ ເຈົ້າຍັງຈະສາມາດແຍກແຍະ ແລະ ປະຖິ້ມຊາຕານໄດ້, ບໍ່ຖືກມັນເຮັດໃຫ້ຫຼົງຜິດ ຫຼື ເຮັດຕາມມັນອີກຕໍ່ໄປ, ແລ້ວພາລະກິດຂອງພຣະອົງກໍຈະສຳເລັດ. ສຳລັບຄວາມລຶກລັບເຫຼົ່ານັ້ນ, ມະນຸດຊາດຈະມີໂອກາດເຂົ້າໃຈພວກມັນໃນອະນາຄົດ, ແຕ່ຄວາມລຶກລັບຂອງການກະທຳຂອງພຣະເຈົ້ານັ້ນກວ້າງໃຫຍ່ໄພສານຢ່າງບໍ່ໜ້າເຊື່ອ ແລະ ເຖິງແມ່ນວ່າພຣະເຈົ້າຈະເປີດເຜີຍໃຫ້ເຈົ້າຮູ້ ມັນກໍບໍ່ໄດ້ໝາຍຄວາມວ່າເຈົ້າຈະເຂົ້າໃຈ. ເຖິງແມ່ນວ່າເຈົ້າຈະໄດ້ສຳຜັດກັບພວກມັນ, ເຈົ້າກໍອາດຈະບໍ່ສາມາດຢັ່ງຮູ້ ຫຼື ກຳແໜ້ນພວກມັນໄດ້. ເປັນຫຍັງຈຶ່ງເປັນແນວນີ້? ມັນເປັນຍ້ອນວ່າມັນມີໄລຍະຫ່າງລະຫວ່າງສິ່ງທີ່ຖືກສ້າງ ແລະ ພຣະເຈົ້າ, ລະຫວ່າງຄວາມຄິດຂອງມະນຸດ ແລະ ຄວາມຄິດຂອງພຣະເຈົ້າ. ຕົວຢ່າງ: ເຈົ້າອາດຈະຮູ້ວ່າຮຸ້ງກິນນໍ້າເປັນສັນຍານແຫ່ງພັນທະສັນຍາລະຫວ່າງພຣະເຈົ້າ ແລະ ມະນຸດຊາດ, ແຕ່ເຈົ້າຮູ້ບໍວ່າຮຸ້ງກິນນໍ້າເກີດຂຶ້ນໄດ້ແນວໃດ? ຖ້າພຣະເຈົ້າອະທິບາຍຄວາມລຶກລັບນີ້ໃຫ້ເຈົ້າຟັງ, ເຈົ້າຈະເຂົ້າໃຈບໍ? ເຈົ້າຈະບໍ່ເຂົ້າໃຈ, ສະນັ້ນ ພຣະເຈົ້າຈຶ່ງບໍ່ບອກເຈົ້າ. ມັນຈະເປັນພາລະໃຫ້ແກ່ເຈົ້າຖ້າພຣະອົງບອກ, ເນື່ອງຈາກເຈົ້າຈະຕ້ອງສຶກສາ ແລະ ວິເຄາະມັນ, ເຊິ່ງຈະເປັນເລື່ອງທີ່ຫຍຸ້ງຍາກ. ສະນັ້ນ, ພຣະເຈົ້າຈຶ່ງບໍ່ເວົ້າຫຍັງຫຼາຍກ່ຽວກັບຄວາມລຶກລັບ. ແຕ່ມະນຸດ ຜູ້ຊຶ່ງເປັນຂອງຊາຕານຈະສາມາດປິດປາກງຽບໄດ້ບໍ ຖ້າລາວຮູ້ກ່ຽວກັບຄວາມລຶກລັບເຫຼົ່ານີ້? ບໍ່ໄດ້ຢ່າງແນ່ນອນ. ນີ້ຄືຈຸດທີ່ແກ່ນແທ້ຂອງພວກເຂົາແຕກຕ່າງກັນ. ພຣະເຈົ້າອະທິບາຍຫຼາຍສິ່ງທີ່ພຣະອົງໄດ້ເປີດເຜີຍຕໍ່ມະນຸດຊາດເປັນເວລາຫຼາຍປີ ແຕ່ຜູ້ຄົນບໍ່ສາມາດເຂົ້າໃຈໄດ້ຈັກເທື່ອບໍ? ພຣະອົງເຮັດສິ່ງທີ່ເໜືອທຳມະຊາດບໍ? ບໍ່, ພຣະອົງບໍ່ເຮັດ. ມະນຸດຊາດຖືກສ້າງຂຶ້ນໂດຍພຣະເຈົ້າ ແລະ ພຣະເຈົ້າຮູ້ວ່າຜູ້ຄົນສາມາດເຂົ້າໃຈໄດ້ຫຼາຍສໍ່າໃດ ແລະ ພວກເຂົາສາມາດເຂົ້າໃຈມັນໄດ້ໃນລະດັບໃດ. ສິ່ງເຫຼົ່ານີ້ຖືກວາງໄວ້ຕໍ່ໜ້າຕໍ່ຕາຂອງຜູ້ຄົນ, ແຕ່ຖ້າມັນບໍ່ຈຳເປັນສຳລັບພວກເຂົາທີ່ຈະເຂົ້າໃຈ, ມັນກໍບໍ່ຈຳເປັນທີ່ຈະຕ້ອງໃຫ້ຄວາມຮູ້ແຈ້ງແກ່ພວກເຂົາ ຫຼື ຍັດຍຽດສິ່ງເຫຼົ່ານີ້ໃຫ້ຜູ້ຄົນ ແລະ ເຮັດໃຫ້ພວກມັນກາຍເປັນພາລະສຳລັບພວກເຂົາ, ສະນັ້ນ ພຣະເຈົ້າຈຶ່ງບໍ່ເຮັດພາລະກິດແບບນັ້ນ. ດ້ວຍເຫດນັ້ນ, ມັນຈຶ່ງມີຫຼັກການໃນການກະທຳຂອງພຣະເຈົ້າ. ວິທີການທີ່ພຣະອົງປະຕິບັດຕໍ່ມະນຸດຊາດແມ່ນການທະນຸຖະໜອມ, ການຄໍານຶງເຖິງ ແລະ ຄວາມຮັກ. ພຣະເຈົ້າຕ້ອງການສິ່ງທີ່ດີທີ່ສຸດສຳລັບຜູ້ຄົນ, ນີ້ຄືແຫຼ່ງກຳເນີດ ແລະ ເຈດຕະນາດັ່ງເດີມທີ່ຢູ່ເບື້ອງຫຼັງການກະທຳທັງໝົດຂອງພຣະເຈົ້າ. ໃນທາງກົງກັນຂ້າມ, ຊາຕານອວດຕົວມັນເອງ, ບັງຄັບສິ່ງຕ່າງໆໃຫ້ຜູ້ຄົນ, ເຮັດໃຫ້ພວກເຂົາບູຊາມັນ ແລະ ຖືກມັນເຮັດໃຫ້ຫຼົງຜິດ ແລະ ນໍາພາພວກເຂົາໄປສູ່ຄວາມເສື່ອມຊາມ, ເພື່ອໃຫ້ພວກເຂົາຄ່ອຍໆກາຍເປັນມານຮ້າຍທີ່ມີຊີວິດ ແລະ ມຸ່ງໜ້າໄປສູ່ຄວາມພິນາດ. ແຕ່ເມື່ອເຈົ້າເຊື່ອໃນພຣະເຈົ້າ, ຖ້າເຈົ້າເຂົ້າໃຈ ແລະ ໄດ້ຮັບຄວາມຈິງ, ແລ້ວເຈົ້າກໍຈະສາມາດຫຼົບໜີຈາກອິດທິພົນຂອງຊາຕານ ແລະ ບັນລຸຄວາມລອດພົ້ນໄດ້, ເຈົ້າຈະບໍ່ປະເຊີນກັບຜົນໄດ້ຮັບຂອງການຖືກທຳລາຍ. ຊາຕານທົນບໍ່ໄດ້ທີ່ຈະເຫັນຜູ້ຄົນໄດ້ດີ ແລະ ມັນບໍ່ສົນໃຈວ່າຜູ້ຄົນຈະຢູ່ ຫຼື ຕາຍ; ມັນສົນໃຈພຽງແຕ່ຕົວມັນເອງ, ຜົນປະໂຫຍດຂອງມັນເອງ ແລະ ຄວາມສຸກຂອງມັນເອງ ແລະ ມັນຂາດຄວາມຮັກ, ຄວາມເມດຕາ, ຄວາມອົດທົນ ແລະ ການໃຫ້ອະໄພ. ຊາຕານບໍ່ມີຄຸນລັກສະນະເຫຼົ່ານີ້; ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ມີສິ່ງທີ່ເປັນບວກເຫຼົ່ານີ້. ພຣະເຈົ້າໄດ້ເຮັດພາລະກິດຈຳນວນມະຫາສານຕໍ່ມະນຸດ, ແຕ່ພຣະອົງເຄີຍເວົ້າກ່ຽວກັບມັນບໍ? ພຣະອົງເຄີຍອະທິບາຍມັນບໍ? ພຣະອົງເຄີຍປະກາດມັນບໍ? ບໍ່, ພຣະອົງບໍ່ເຄີຍ. ບໍ່ວ່າຜູ້ຄົນຈະເຂົ້າໃຈພຣະເຈົ້າຜິດແນວໃດກໍຕາມ, ພຣະອົງກໍບໍ່ອະທິບາຍ. ໃນມຸມມອງຂອງພຣະເຈົ້າ, ບໍ່ວ່າເຈົ້າຈະມີອາຍຸຫົກສິບ ຫຼື ແປດສິບປີ, ຄວາມເຂົ້າໃຈຂອງເຈົ້າກ່ຽວກັບພຣະເຈົ້າກໍມີຂີດຈຳກັດຫຼາຍ ແລະ ອີງຕາມສິ່ງທີ່ເຈົ້າຮູ້ພຽງເລັກນ້ອຍນັ້ນ, ເຈົ້າກໍຍັງເປັນເດັກນ້ອຍ. ພຣະເຈົ້າບໍ່ຖືສາເຈົ້າດອກ; ເຈົ້າຍັງເປັນເດັກນ້ອຍທີ່ຍັງບໍ່ທັນໃຫຍ່ເຕັມຕົວ. ມັນບໍ່ສຳຄັນວ່າບາງຄົນອາດຈະມີຊີວິດຢູ່ມາຫຼາຍປີ ແລະ ຮ່າງກາຍຂອງພວກເຂົາສະແດງໃຫ້ເຫັນເຖິງຄວາມເຖົ້າຄວາມແກ່; ຄວາມເຂົ້າໃຈຂອງພວກເຂົາກ່ຽວກັບພຣະເຈົ້າຍັງເປັນແບບເດັກນ້ອຍ ແລະ ຜິວເຜີນຫຼາຍ. ພຣະເຈົ້າບໍ່ຖືສາເຈົ້າດອກ, ຖ້າເຈົ້າບໍ່ເຂົ້າໃຈ, ເຈົ້າກໍຄືບໍ່ເຂົ້າໃຈ. ນັ້ນຄືຄວາມສາມາດ ແລະ ຂີດຄວາມສາມາດຂອງເຈົ້າ ແລະ ມັນບໍ່ສາມາດປ່ຽນແປງໄດ້. ພຣະເຈົ້າຈະບໍ່ບັງຄັບສິ່ງໃດໃຫ້ເຈົ້າ. ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນເປັນພະຍານໃຫ້ພຣະອົງ, ແຕ່ພຣະອົງເຄີຍເປັນພະຍານໃຫ້ພຣະອົງເອງບໍ? (ບໍ່.) ໃນທາງກົງກັນຂ້າມ, ຊາຕານຢ້ານວ່າຜູ້ຄົນຈະບໍ່ຮູ້ກ່ຽວກັບສິ່ງທີ່ນ້ອຍທີ່ສຸດທີ່ມັນເຮັດ. ຜູ້ຕໍ່ຕ້ານພຣະຄຣິສກໍບໍ່ຕ່າງກັນ: ພວກເຂົາໂອ້ອວດກ່ຽວກັບທຸກສິ່ງເລັກໆນ້ອຍໆທີ່ພວກເຂົາເຮັດຕໍ່ໜ້າທຸກຄົນ. ເມື່ອໄດ້ຍິນພວກເຂົາ, ເບິ່ງຄືວ່າພວກເຂົາກຳລັງເປັນພະຍານໃຫ້ພຣະເຈົ້າ, ແຕ່ຖ້າເຈົ້າຟັງດີໆ ເຈົ້າຈະພົບວ່າພວກເຂົາບໍ່ໄດ້ເປັນພະຍານໃຫ້ພຣະເຈົ້າ, ແຕ່ກຳລັງອວດຕົວເອງ, ຍົກຍ້ອງຕົນເອງ. ເຈດຕະນາ ແລະ ແກ່ນແທ້ທີ່ຢູ່ເບື້ອງຫຼັງສິ່ງທີ່ພວກເຂົາເວົ້າແມ່ນເພື່ອຍາດຊີງຜູ້ຄົນທີ່ພຣະເຈົ້າເລືອກ ແລະ ສະຖານະກັບພຣະເຈົ້າ. ພຣະເຈົ້າຖ່ອມຕົວ ແລະ ລີ້ລັບ ແລະ ຊາຕານອວດຕົວມັນເອງ. ມັນມີຄວາມແຕກຕ່າງກັນບໍ? ການອວດຕົວເອງທຽບກັບຄວາມຖ່ອມຕົວ ແລະ ຄວາມລີ້ລັບ: ອັນໃດຄືສິ່ງທີ່ເປັນບວກ? (ຄວາມຖ່ອມຕົວ ແລະ ຄວາມລີ້ລັບ.) ຊາຕານສາມາດຖືກອະທິບາຍວ່າຖ່ອມຕົວໄດ້ບໍ? (ບໍ່.) ເປັນຫຍັງ? ເມື່ອຕັດສິນຈາກແກ່ນແທ້ທຳມະຊາດທີ່ຊົ່ວຊ້າຂອງມັນ, ມັນຄືຂີ້ເຫຍື້ອທີ່ໄຮ້ຄ່າ; ມັນຈະຜິດປົກກະຕິຖ້າຊາຕານບໍ່ອວດຕົວມັນເອງ. ຊາຕານຈະຖືກເອີ້ນວ່າ “ຖ່ອມຕົວ” ໄດ້ແນວໃດ? “ຄວາມຖ່ອມຕົວ” ຖືກກ່າວເຖິງພຣະເຈົ້າ. ຕົວຕົນ, ແກ່ນແທ້ ແລະ ອຸປະນິໄສຂອງພຣະເຈົ້າແມ່ນສູງສົ່ງ ແລະ ມີກຽດ, ແຕ່ພຣະອົງບໍ່ເຄີຍອວດຕົວເອງ. ພຣະເຈົ້າຖ່ອມຕົວ ແລະ ລີ້ລັບ, ສະນັ້ນ ຜູ້ຄົນຈຶ່ງບໍ່ເຫັນສິ່ງທີ່ພຣະອົງໄດ້ເຮັດ, ແຕ່ໃນຂະນະທີ່ພຣະອົງເຮັດພາລະກິດໃນຄວາມມິດງຽບດັ່ງກ່າວ, ມະນຸດຊາດກໍໄດ້ຮັບການຈັດຫາ, ການລ້ຽງດູ ແລະ ການນໍາພາຢ່າງບໍ່ຢຸດຢັ້ງ ແລະ ທັງໝົດນີ້ຖືກຈັດວາງໂດຍພຣະເຈົ້າ. ມັນບໍ່ແມ່ນຄວາມລີ້ລັບ ແລະ ຄວາມຖ່ອມຕົວບໍ ທີ່ພຣະເຈົ້າບໍ່ເຄີຍປະກາດເລື່ອງເຫຼົ່ານີ້, ບໍ່ເຄີຍກ່າວເຖິງພວກມັນ? ພຣະເຈົ້າຖ່ອມຕົວຢ່າງແທ້ຈິງ ກໍຍ້ອນວ່າພຣະອົງສາມາດເຮັດສິ່ງເຫຼົ່ານີ້ໄດ້ ແຕ່ບໍ່ເຄີຍກ່າວເຖິງ ຫຼື ປະກາດພວກມັນ ແລະ ບໍ່ໂຕ້ຖຽງກັບຜູ້ຄົນກ່ຽວກັບພວກມັນ. ເຈົ້າມີສິດຫຍັງທີ່ຈະເວົ້າເຖິງຄວາມຖ່ອມຕົວ ໃນເມື່ອເຈົ້າບໍ່ສາມາດເຮັດສິ່ງດັ່ງກ່າວໄດ້? ເຈົ້າບໍ່ໄດ້ເຮັດສິ່ງເຫຼົ່ານັ້ນເລີຍ, ແຕ່ຍັງຢືນຢັນທີ່ຈະອ້າງເອົາຜົນງານເພື່ອສິ່ງເຫຼົ່ານັ້ນ, ນີ້ເອີ້ນວ່າການບໍ່ມີຢາງອາຍ. ໃນການນໍາພາມະນຸດຊາດ, ພຣະເຈົ້າປະຕິບັດພາລະກິດອັນຍິ່ງໃຫຍ່ດັ່ງກ່າວ ແລະ ພຣະອົງປົກຄອງທົ່ວທັງຈັກກະວານ. ສິດອໍານາດ ແລະ ລິດທານຸພາບຂອງພຣະອົງກວ້າງໃຫຍ່ໄພສານ, ແຕ່ພຣະອົງບໍ່ເຄີຍກ່າວວ່າ “ລິດທານຸພາບຂອງເຮົາພິເສດເໜືອສິ່ງທໍາມະດາ”. ພຣະອົງຍັງຄົງລີ້ລັບຢູ່ໃນທ່າມກາງສິ່ງທັງປວງ, ປົກຄອງທຸກສິ່ງ, ລ້ຽງດູ ແລະ ຈັດຫາໃຫ້ມະນຸດຊາດ, ອະນຸຍາດໃຫ້ມະນຸດຊາດທັງປວງດຳລົງຢູ່ຕໍ່ໄປຈາກຮຸ່ນສູ່ຮຸ່ນ. ຍົກຕົວຢ່າງ: ອາກາດ ແລະ ແສງແດດ ຫຼື ວັດຖຸສິ່ງຂອງທັງໝົດທີ່ຈຳເປັນສຳລັບການດຳລົງຢູ່ຂອງມະນຸດເທິງແຜ່ນດິນໂລກ, ສິ່ງເຫຼົ່ານັ້ນລ້ວນແລ້ວແຕ່ໄຫຼອອກມາຢ່າງບໍ່ຢຸດຢັ້ງ. ການທີ່ພຣະເຈົ້າຈັດຫາໃຫ້ມະນຸດນັ້ນເປັນສິ່ງທີ່ບໍ່ຕ້ອງສົງໄສເລີຍ. ຖ້າຊາຕານເຮັດບາງສິ່ງທີ່ດີ, ມັນຈະປິດປາກງຽບ ແລະ ຍັງຄົງເປັນວິລະບູລຸດທີ່ບໍ່ມີໃຜຮູ້ຈັກບໍ? ບໍ່ມີທາງ. ມັນຄືກັບວ່າ ມີຜູ້ຕໍ່ຕ້ານພຣະຄຣິສບາງຄົນໃນຄຣິສຕະຈັກທີ່ເຄີຍປະຕິບັດວຽກງານທີ່ເປັນອັນຕະລາຍມາກ່ອນ, ຜູ້ທີ່ໄດ້ເສຍສະລະສິ່ງຕ່າງໆ ແລະ ອົດທົນກັບຄວາມທຸກທໍລະມານ, ຜູ້ທີ່ອາດຈະເຖິງຂັ້ນເຄີຍເຂົ້າຄຸກ; ຍັງມີບາງຄົນທີ່ເຄີຍປະກອບສ່ວນໃນດ້ານໜຶ່ງຂອງວຽກງານຂອງເຮືອນຂອງພຣະເຈົ້າ. ພວກເຂົາບໍ່ເຄີຍລືມສິ່ງເຫຼົ່ານີ້, ພວກເຂົາຄິດວ່າພວກເຂົາສົມຄວນໄດ້ຜົນງານຈາກມັນໄປຕະຫຼອດຊີວິດ, ພວກເຂົາຄິດວ່າສິ່ງເຫຼົ່ານີ້ຄືຕົ້ນທຶນຕະຫຼອດຊີວິດຂອງພວກເຂົາ, ເຊິ່ງສະແດງໃຫ້ເຫັນວ່າຜູ້ຄົນນັ້ນເລັກນ້ອຍສໍ່າໃດ! ຜູ້ຄົນນັ້ນເລັກນ້ອຍຢ່າງແທ້ຈິງ ແລະ ຊາຕານກໍບໍ່ມີຢາງອາຍ.
ບອກເຮົາມາເບິ່ງ, ຖ້າຜູ້ຕໍ່ຕ້ານພຣະຄຣິສມີສະຖານະເທົ່າທຽມກັບພຣະເຈົ້າ, ພວກເຂົາຈະຕ້ອງກິນ ແລະ ນຸ່ງຫຍັງ? ພວກເຂົາຈະຕ້ອງກິນອາຫານທີ່ດີທີ່ສຸດ ແລະ ນຸ່ງເຄື່ອງຍີ່ຫໍ້ທີ່ດີທີ່ສຸດ, ແມ່ນບໍ? ສະນັ້ນ, ກ່ຽວກັບຄວາມຕ້ອງການດ້ານວັດຖຸສິ່ງຂອງຂອງພວກເຂົາ, ບອກເຮົາມາເບິ່ງ, ພວກເຂົາບໍ່ມີມາດຕະຖານບາງຢ່າງບໍ? ເມື່ອພວກເຂົາໄປບ່ອນໃດບ່ອນໜຶ່ງ, ພວກເຂົາຕ້ອງນັ່ງເຮືອບິນໄປ. ເມື່ອພວກເຂົາໄປຮອດບ່ອນນັ້ນ, ອ້າຍເອື້ອຍນ້ອງທຳມະດາສາມາດຮັບຕ້ອນພວກເຂົາຢູ່ເຮືອນໄດ້ບໍ? ເຖິງແມ່ນວ່າຈະເຮັດໄດ້, ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານັ້ນກໍຈະບໍ່ພັກຢູ່ກັບພວກເຂົາ, ພວກເຂົາຕ້ອງພັກຢູ່ໂຮງແຮມລະດັບສູງ. ຜູ້ຕໍ່ຕ້ານພຣະຄຣິສບໍ່ພິຖີພິຖັນຫຼາຍກ່ຽວກັບມາດຕະຖານຂອງພວກເຂົາບໍ? ສຳລັບກຽດຕິຍົດ, ຄວາມເພີດເພີນ ແລະ ຄວາມຈອງຫອງທີ່ສະຖານະຈະນໍາມາໃຫ້ພວກເຂົາ, ພວກເຂົາສາມາດປະຖິ້ມສິ່ງເຫຼົ່ານີ້ໄດ້ບໍ? ຕາບໃດທີ່ພວກເຂົາມີເງື່ອນໄຂ ແລະ ໂອກາດທີ່ເໝາະສົມ, ພວກເຂົາກໍຈະກອບໂກຍເອົາສິ່ງເຫຼົ່ານີ້ຢ່າງເຕັມທີ່ ແລະ ເພີດເພີນກັບພວກມັນ. ຫຼັກການຂອງພວກເຂົາແມ່ນຫຍັງ? ຕາບໃດທີ່ພວກເຂົາມີສະຖານະ, ພວກເຂົາກໍສາມາດຫາເງິນມາໄດ້ ແລະ ນຸ່ງເຄື່ອງຍີ່ຫໍ້ດັງ ແລະ ໃສ່ເຄື່ອງປະດັບຍີ່ຫໍ້ດັງ. ພວກເຂົາບໍ່ຢາກນຸ່ງເຄື່ອງທຳມະດາ; ພວກເຂົາຕ້ອງນຸ່ງເຄື່ອງຍີ່ຫໍ້ທີ່ມີຊື່ສຽງ. ກາລະວັດ, ຊຸດສາກົນ, ເສື້ອເຊີດ, ກະດຸມແຂນເສື້ອ, ສາຍຄໍຄຳ ແລະ ສາຍແອວຂອງພວກເຂົາ, ທຸກຢ່າງລ້ວນແຕ່ເປັນຍີ່ຫໍ້ດັງ. ນີ້ບໍ່ແມ່ນສັນຍານທີ່ດີເລີຍ, ແລ້ວອ້າຍເອື້ອຍນ້ອງບໍ່ໄດ້ທົນທຸກຍ້ອນສິ່ງນີ້ບໍ? ເງິນທີ່ອ້າຍເອື້ອຍນ້ອງຖວາຍໃຫ້ຖືກຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ໃຊ້ເພື່ອຊື້ສິນຄ້າຍີ່ຫໍ້ດັງ. ນີ້ບໍ່ແມ່ນຄວາມຊົ່ວຮ້າຍອັນໃຫຍ່ຫຼວງທີ່ພວກເຂົາໄດ້ເຮັດບໍ? ມັນບໍ່ໄດ້ເກີດຈາກຄວາມຊົ່ວຊ້າຂອງພວກເຂົາບໍ? ສິ່ງເຫຼົ່ານີ້ຄືປະເພດຂອງສິ່ງທີ່ພວກເຂົາສາມາດເຮັດໄດ້. ເຄີຍມີຄົນຜູ້ໜຶ່ງທີ່ແຕ່ງກາຍສຸພາບ ເມື່ອລາວຮັບບົດບາດຜູ້ນໍາທຳອິດ, ໂດຍມີເຄື່ອງນຸ່ງພຽງແຕ່ສາມຫາຫ້າຊຸດທີ່ບໍ່ແມ່ນຍີ່ຫໍ້ດັງ ຫຼື ລະດັບສູງ. ຫຼັງຈາກທີ່ເປັນຜູ້ນໍາມາໄດ້ສອງສາມປີ, ຍ້ອນລາວບໍ່ໄດ້ເຮັດວຽກງານຕົວຈິງໃດໆ, ລາວຈຶ່ງຖືກໄລ່ອອກ. ເມື່ອລາວຈາກໄປ, ລາວໄດ້ຂົນເອົາສິ່ງຂອງໄປເຕັມລົດ: ເຄື່ອງນຸ່ງຍີ່ຫໍ້ດັງ, ກະເປົາ, ສິ່ງຂອງດີໆທຸກປະເພດ. ລາວບໍ່ໄດ້ຫາເງິນໃນຖານະຜູ້ນໍາ, ແລ້ວສິ່ງຂອງເຫຼົ່ານີ້ມາຈາກໃສ? ພວກມັນມາຈາກສະຖານະຂອງລາວ. ຖ້າລາວປະຕິເສດເມື່ອຄົນອື່ນຊື້ສິ່ງຂອງເຫຼົ່ານີ້ໃຫ້ລາວ, ອ້າຍເອື້ອຍນ້ອງຈະຍັງຢືນຢັນທີ່ຈະຊື້ໃຫ້ລາວບໍ? ເລື່ອງແບບນັ້ນຈະເກີດຂຶ້ນໄດ້ບໍ? ຖ້າລາວບໍ່ຕ້ອງການສິ່ງຂອງເຫຼົ່ານີ້, ອ້າຍເອື້ອຍນ້ອງກໍຈະບໍ່ຊື້ໃຫ້ລາວ. ບັນຫາຢູ່ນີ້ແມ່ນຫຍັງ? ລາວບີບບັງຄັບ ແລະ ກອບໂກຍເອົາສິນຄ້າເຫຼົ່ານີ້ຢ່າງໂລບມາກ. ໃນດ້ານໜຶ່ງ, ລາວບີບບັງຄັບເອົາຈາກອ້າຍເອື້ອຍນ້ອງ ແລະ ໃນອີກດ້ານໜຶ່ງ, ລາວຊື້ພວກມັນດ້ວຍຕົນເອງ. ຍິ່ງໄປກວ່ານັ້ນ, ລາວປ່ອຍໃຫ້ອ້າຍເອື້ອຍນ້ອງຊື້ສິ່ງຂອງເຫຼົ່ານີ້ໃຫ້ລາວ ແລະ ຖ້າໃຜປະຕິເສດ, ລາວກໍຈະທໍລະມານພວກເຂົາ ແລະ ເຮັດໃຫ້ພວກເຂົາພົບກັບຄວາມຍາກລຳບາກ. ເຫດຜົນສອງສາມປະການນີ້ລ້ວນແລ້ວແຕ່ເຂົ້າມາມີບົດບາດ. ໃນທີ່ສຸດ, ລາວກໍໄດ້ຮັບ “ຜົນການເກັບກ່ຽວທີ່ອຸດົມສົມບູນ” ແລະ ກາຍເປັນຄົນຮັ່ງມີ. ພວກເຈົ້າອິດສາຜູ້ນໍາແບບນີ້ບໍ? ຖ້າພວກເຈົ້າມີໂອກາດ, ພວກເຈົ້າຈະສາມາດຮັ່ງມີແບບນີ້ໄດ້ຄືກັນບໍ? ໃຫ້ເຮົາບອກເຈົ້າເດີ້, ມັນບໍ່ດີດອກທີ່ຈະຮັ່ງມີແບບນີ້, ມັນຈະມີຜົນສະທ້ອນຕາມມາ! ເມື່ອຄົນໃດຄົນໜຶ່ງກາຍເປັນຜູ້ນໍາ, ພວກເຂົາຢ້ານວ່າສິ່ງເຫຼົ່ານີ້ຈະເກີດຂຶ້ນກັບພວກເຂົາເອງ. ພວກເຂົາຄິດວ່າສິ່ງລໍ້ໃຈຈະຍິ່ງໃຫຍ່ເກີນໄປ, ມັນຈະຍາກທີ່ຈະຫຼີກລ່ຽງ ຫຼື ຮັບມືກັບສິ່ງລໍ້ໃຈເຫຼົ່ານີ້ ແລະ ມັນຈະງ່າຍທີ່ຈະຕົກຢູ່ໃນສິ່ງເຫຼົ່ານັ້ນ. ແຕ່ບາງຄົນກໍບໍ່ສົນໃຈ ແລະ ຄິດວ່າ “ເລື່ອງນີ້ເປັນເລື່ອງປົກກະຕິ. ໃຜຈະຮັບຕຳແໜ່ງໂດຍບໍ່ເພີດເພີນກັບສິ່ງເຫຼົ່ານີ້? ຈະຮັບຕຳແໜ່ງແຕ່ທຳອິດໄປເພື່ອຫຍັງ? ນັ້ນຄືຈຸດປະສົງຫຼັກ!” ນີ້ແມ່ນສຽງປະເພດໃດ? ມັນຄືສຽງຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນເຫຼົ່ານີ້ກໍກຳລັງຕົກຢູ່ໃນອັນຕະລາຍ.
ເຮົາເຮັດວຽກມາໄດ້ເກືອບສາມສິບປີແລ້ວ. ເຮົາເຄີຍບີບບັງຄັບເອົາສິ່ງໃດຈາກໃຜບໍ? ຕົວຢ່າງ: ຖ້າເຮົາເຫັນຄົນໃດຄົນໜຶ່ງໃສ່ເຄື່ອງປະດັບທີ່ສວຍງາມ, ເຮົາເຄີຍບີບບັງຄັບເອົາມັນຈາກພວກເຂົາໂດຍການສົ່ງຂໍ້ຄວາມໄປວ່າ “ເອົາເຄື່ອງປະດັບຂອງເຈົ້າມາໃຫ້ເຮົາ; ມັນບໍ່ເໝາະກັບເຈົ້າ. ເຄື່ອງປະດັບຄຳ ແລະ ເງິນມີໄວ້ສຳລັບຄົນທີ່ມີສະຖານະ ແລະ ຜູ້ທີ່ບໍ່ມີສະຖານະບໍ່ຄວນໃສ່ມັນ” ບໍ? ເລື່ອງນີ້ເຄີຍເກີດຂຶ້ນບໍ? ມັນບໍ່ເຄີຍເກີດຂຶ້ນ. ເຖິງແມ່ນວ່າອ້າຍເອື້ອຍນ້ອງບາງຄົນມີເງິນເລັກໜ້ອຍ ແລະ ຊື້ເສື້ອໜັງ ຫຼື ບາງສິ່ງບາງຢ່າງໃຫ້ເຮົາ, ເຮົາກໍສົ່ງມັນຄືນສະເໝີ. ມັນບໍ່ແມ່ນວ່າເຮົາບໍ່ມັກມັນ; ມັນເປັນພຽງແຕ່ວ່າເຮົາບໍ່ໄດ້ໃຊ້ສິ່ງດັ່ງກ່າວ. ຕໍ່ມາ, ເຮົາໄດ້ຄິດກ່ຽວກັບມັນວ່າ: “ເຮົາຄວນຈັດການກັບສິ່ງເຫຼົ່ານີ້ແນວໃດໃຫ້ເໝາະສົມ? ເຮົາຄວນເຮັດແນວໃດເພື່ອຫຼີກລ່ຽງການເຮັດໃຫ້ຄົນທີ່ຊື້ພວກມັນຮູ້ສຶກເສຍໃຈ?” ເຮົາໄດ້ນໍາເອົາສິ່ງຂອງເຫຼົ່ານີ້ໄປໃຫ້ຄຣິສຕະຈັກ ເພື່ອໃຫ້ອ້າຍເອື້ອຍນ້ອງສາມາດແຈກຢາຍພວກມັນຕາມຫຼັກການ. ຖ້າໃຜເຕັມໃຈທີ່ຈະຊື້ສິ່ງຂອງທີ່ມີຄ່ານັ້ນ, ຄຣິສຕະຈັກກໍຈະຂາຍໃຫ້ໃນລາຄາຜ່ອນຜັນ. ມັນບໍ່ແມ່ນເລື່ອງຂອງການຫາເງິນ; ມັນເປັນເລື່ອງຂອງການຈັດການສິ່ງຕ່າງໆໃນວິທີທີ່ເໝາະສົມສຳລັບທັງສອງຝ່າຍ. ບໍ່ມີໃຜຄວນໄດ້ຮັບສິ່ງຂອງເຫຼົ່ານີ້ໂດຍບໍ່ເສຍຄ່າ ເພາະວ່າແຕ່ເດີມພວກມັນບໍ່ໄດ້ມີໄວ້ໃຫ້ເຈົ້າ. ສິ່ງຂອງເຫຼົ່ານີ້ມີຈຳກັດ ແລະ ບໍ່ສາມາດແຈກຢາຍໃຫ້ທຸກຄົນໄດ້ຢ່າງເທົ່າທຽມກັນ ແລະ ມັນກໍບໍ່ເໝາະສົມທີ່ຈະມອບໃຫ້ໃຜຄົນໃດຄົນໜຶ່ງ. ສະນັ້ນ, ທາງເລືອກດຽວກໍຄືໃຫ້ຜູ້ທີ່ມີເງິນ ແລະ ເຕັມໃຈທີ່ຈະຊື້ພວກມັນ ດຳເນີນການຊື້ພວກມັນໄດ້ເລີຍ. ພວກມັນລາຄາຖືກກວ່າສິ່ງທີ່ຂາຍຢູ່ຕະຫຼາດຢ່າງແນ່ນອນ, ສະນັ້ນ ມັນຈຶ່ງເປັນຄວາມໂປດປານຈາກເຮືອນຂອງພຣະເຈົ້າ. ເຮົາມີສິດທີ່ຈະເຮັດແບບນີ້. ນັ້ນເປັນຍ້ອນວ່າ ທັນທີທີ່ສິ່ງໃດສິ່ງໜຶ່ງຖືກມອບໃຫ້ເຮົາ, ມັນກໍກາຍເປັນຂອງເຮົາ ແລະ ເຮົາມີສິດທີ່ຈະຈັດການກັບມັນຕາມທີ່ເຮົາເຫັນສົມຄວນ. ມັນບໍ່ມີຫຍັງກ່ຽວຂ້ອງກັບຜູ້ທີ່ຊື້ມັນມາກ່ອນອີກຕໍ່ໄປ. ໂດຍການຈັດການເລື່ອງຕ່າງໆດ້ວຍວິທີນີ້, ເຮົາໄດ້ຄໍານຶງເຖິງຄວາມຮູ້ສຶກພາກພູມໃຈຂອງຄົນຜູ້ນັ້ນແລ້ວ. ມັນບໍ່ຄວນມີຂໍ້ໂຕ້ແຍ້ງໃດໆ, ເນື່ອງຈາກວິທີການນີ້ເໝາະສົມທຸກປະການ. ອ້າຍເອື້ອຍນ້ອງຫຼາຍຄົນໄດ້ຊື້ສິ່ງຂອງໃຫ້ເຮົາ. ເຮົາບໍ່ໄດ້ມອບໝາຍໃຫ້ພວກເຂົາຊື້ສິ່ງຂອງໃຫ້ເຮົາ, ຢ່າວ່າແຕ່ຮຽກຮ້ອງໃຫ້ພວກເຂົາເຮັດເລີຍ. ພວກເຂົາມີນ້ຳໃຈທີ່ຈະເຮັດສິ່ງນີ້, ເຊິ່ງເຮົາກໍຮູ້ສຶກຂອບໃຈ, ແຕ່ມີຫຼາຍສິ່ງທີ່ເຮົາບໍ່ສາມາດຮັບໄວ້ໄດ້ ເພາະວ່າເຮົາບໍ່ຕ້ອງການພວກມັນ. ນີ້ຄືບັນຫາທີ່ເປັນຈິງ. ສິ່ງທີ່ເຮົາເວົ້ານັ້ນເໝາະສົມບໍ? (ເໝາະສົມ.) ການຈັດການຂອງເຮົາກໍເໝາະສົມເຊັ່ນກັນບໍ? (ເໝາະສົມ.) ຍັງມີອ້າຍເອື້ອຍນ້ອງບາງຄົນທີ່ຮູ້ວ່າເຮົາເປັນຄົນຂີ້ຫນາວ ແລະ ບໍ່ກິນອາຫານເຢັນ, ສະນັ້ນ ພວກເຂົາຈຶ່ງຊື້ຢາປົວ “ກະເພາະເຢັນ” ມາໃຫ້ເຮົາ. ເຖິງຢ່າງໃດກໍຕາມ, ເຮົາຮູ້ສຶກບໍ່ຄ່ອຍດີຫຼັງຈາກກິນຢາເຫຼົ່ານັ້ນ, ຮ່າງກາຍຂອງເຮົາບໍ່ສາມາດທົນກັບການທົດລອງແບບນັ້ນໄດ້, ສະນັ້ນ ມັນຈຶ່ງມີຢາຫຼາຍຊະນິດທີ່ເຮົາຕ້ອງລະມັດລະວັງ. ພວກເຈົ້າຕ້ອງເຂົ້າໃຈເລື່ອງນີ້. ອ້າຍເອື້ອຍນ້ອງບາງຄົນຍັງໄດ້ຊື້ຜະລິດຕະພັນອາຫານເສີມບາງຢ່າງເຊັ່ນ: ໂສມພູເຂົາ, ໂສມແດງ ແລະ ຢາບໍາລຸງປະເພດອື່ນໆ. ເຮົາບໍ່ສາມາດກິນພວກມັນໄດ້ເລີຍ. ຍ້ອນຫຍັງ? ຍ້ອນວ່າພວກມັນບໍ່ເໝາະກັບເຮົາ. ມັນບໍ່ແມ່ນວ່າເຮົາດູຖູກສິ່ງທີ່ອ້າຍເອື້ອຍນ້ອງຊື້ໃຫ້ເຮົາ ຫຼື ບ່ອນທີ່ຊື້ພວກມັນມາ; ມັນເປັນພຽງແຕ່ວ່າເຮົາບໍ່ສາມາດໃຊ້ພວກມັນໄດ້; ເຮົາບໍ່ສາມາດໃຊ້ພວກມັນໄດ້. ບໍ່ແມ່ນຂອງດີທຸກຢ່າງຈະເໝາະສົມສຳລັບທຸກຄົນ. ມັນມີຂອງດີຫຼາຍຢ່າງຢູ່ບ່ອນນັ້ນ ແລະ ຖ້າເຈົ້າກິນຂອງດີບາງຢ່າງ ແລະ ມັນເຮັດໃຫ້ເກີດປະຕິກິລິຍາທາງລົບ ຫຼື ອາການແພ້, ແລ້ວມັນກໍບໍ່ແມ່ນຂອງດີສຳລັບເຈົ້າ. ສະນັ້ນ, ເລື່ອງນີ້ຄວນໄດ້ຮັບການຈັດການແນວໃດ? ມັນຈະເປັນການດີທີ່ສຸດທີ່ຈະໃຫ້ຜູ້ທີ່ເໝາະສົມກັບມັນເປັນຜູ້ໃຊ້. ສະນັ້ນ, ໃຫ້ເຮົາບອກພວກເຈົ້າເດີ້, ບໍ່ວ່າໃຜຈະໃຊ້ເງິນຊື້ສິ່ງຂອງໃຫ້ເຮົາກໍຕາມ, ຈົ່ງຈື່ຄຳເວົ້າເຫຼົ່ານີ້ໄວ້, ຢ່າຊື້ພວກມັນ. ຖ້າເຮົາຕ້ອງການບາງຢ່າງ, ເຮົາຈະບອກເຈົ້າໂດຍກົງ ແລະ ເຮົາກໍຈະບໍ່ເກງໃຈກ່ຽວກັບເລື່ອງນັ້ນ. ເຂົ້າໃຈບໍ? ແຕ່ເມື່ອພວກເຈົ້ານໍາສິ່ງຂອງເຫຼົ່ານີ້ມາໃຫ້ເຮົາ ແລະ ເຮົາບອກວ່າເຮົາບໍ່ຕ້ອງການພວກມັນ ຫຼື ພວກມັນບໍ່ເໝາະສົມ, ນັ້ນກໍບໍ່ແມ່ນການທີ່ເຮົາເກງໃຈພວກເຈົ້າເຊັ່ນກັນ. ມັນບໍ່ແມ່ນຄວາມຈອມປອມ ຫຼື ໜ້າຊື່ໃຈຄົດ. ທຸກສິ່ງທີ່ເຮົາເວົ້າແມ່ນຄວາມຈິງ; ມັນເປັນຄວາມຈິງທັງໝົດ. ກະລຸນາ ຢ່າຕີຄວາມໝາຍແຝງເມື່ອເຮົາເວົ້າ. ເມື່ອເຮົາເວົ້າວ່າເຮົາບໍ່ຕ້ອງການມັນ, ມັນກໍໝາຍຄວາມວ່າເຮົາບໍ່ຕ້ອງການມັນ. ເມື່ອເຮົາເວົ້າວ່າເຮົາບໍ່ສາມາດໃຊ້ມັນໄດ້, ມັນກໍໝາຍຄວາມວ່າເຮົາບໍ່ສາມາດໃຊ້ມັນໄດ້. ບໍ່ວ່າພວກເຈົ້າຈະເຮັດຫຍັງກໍຕາມ, ຢ່າເສຍເວລາຄິດກ່ຽວກັບການຊື້ສິ່ງຂອງ ຫຼື ໃຊ້ເງິນໂດຍເປົ່າປະໂຫຍດ. ຢ່າຄິດວ່າຂອງດີທຸກຢ່າງຄວນມອບໃຫ້ພຣະເຈົ້າ, ເຈົ້າຈະຮູ້ໄດ້ແນວໃດວ່າເຮົາຕ້ອງການພວກມັນ ຫຼື ບໍ່? ຖ້າເຮົາບໍ່ຕ້ອງການພວກມັນ, ເຈົ້າບໍ່ໄດ້ຊື້ພວກມັນມາໂດຍເສຍເງິນລ້າໆບໍ? ຖ້າເຈົ້າຢາກຊື້ບາງຢ່າງໃຫ້ເຮົາຢ່າງແທ້ຈິງ, ແລ້ວໃຫ້ເຮົາບອກເຈົ້າເດີ້, ຢ່າຊື້ຫຍັງໃຫ້ເຮົາ. ຖ້າເຈົ້າບອກວ່າເຈົ້າຊື້ມັນມາເພື່ອໃຫ້ເຮົາແບ່ງປັນກັບທຸກຄົນ, ແລ້ວກໍບໍ່ເປັນຫຍັງ, ເຮົາສາມາດສົ່ງຕໍ່ມັນໃຫ້ໄດ້. ເມື່ອເວົ້າເຖິງວິທີທີ່ເຮົາປະຕິບັດຕໍ່ສິ່ງດັ່ງກ່າວ ແລະ ວິທີທີ່ເຮົາປະຕິບັດຕໍ່ຊັບສົມບັດທາງວັດຖຸທີ່ສະຖານະ ແລະ ຕຳແໜ່ງນໍາມາໃຫ້, ນີ້ຄືທັດສະນະຄະຕິຂອງເຮົາ. ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ເລື່ອງເຫຼົ່ານີ້ໃນລັກສະນະດຽວກັນບໍ? (ບໍ່, ພວກເຂົາບໍ່ເຮັດ.) ປະການທຳອິດ, ພວກເຂົາບໍ່ປະຕິເສດສິ່ງໃດເລີຍຢ່າງແນ່ນອນ, ຍິ່ງຫຼາຍເທົ່າໃດ ກໍຍິ່ງດີເທົ່ານັ້ນ. ບໍ່ວ່າໃຜຈະສົ່ງຂອງຂວັນໃຫ້ພວກເຂົາ ຫຼື ພວກມັນແມ່ນຫຍັງ, ພວກເຂົາກໍຮັບເອົາໝົດ. ປະການທີສອງ, ພວກເຂົາບີບບັງຄັບເອົາບາງຢ່າງຈາກຜູ້ຄົນຢ່າງບໍ່ຕ້ອງສົງໄສ ແລະ ສຸດທ້າຍ, ພວກເຂົາເອົາບາງຢ່າງໄວ້ໃຫ້ຕົນເອງ. ນີ້ຄືສິ່ງທີ່ພວກເຂົາສະແຫວງຫາ ແລະ ສິ່ງທີ່ພວກເຂົາຕ້ອງການ; ມັນຄືສິ່ງທີ່ສະຖານະທີ່ພວກເຂົາໄລ່ຕາມນໍາມາໃຫ້ພວກເຂົາ.
ກ່ຽວກັບແກ່ນແທ້ທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ, ອີງຕາມການໂອ້ລົມຂອງພວກເຮົາທັງຄັ້ງກ່ອນ ແລະ ມື້ນີ້, ພວກເຈົ້າສາມາດສະຫຼຸບດ້ວຍປະໂຫຍກດຽວທີ່ເປີດເຜີຍແກ່ນແທ້ທີ່ຊົ່ວຊ້ານີ້ໄດ້ບໍ? ຄຸນລັກສະນະທີ່ຍິ່ງໃຫຍ່ທີ່ສຸດຂອງຄວາມຊົ່ວຊ້າໃນຜູ້ຕໍ່ຕ້ານພຣະຄຣິສແມ່ນສິ່ງນີ້: ພວກເຂົາກ່າວໂທດທຸກສິ່ງທີ່ເປັນບວກ, ທຸກສິ່ງທີ່ຍຸຕິທຳ ແລະ ສອດຄ່ອງກັບຄວາມຈິງ ແລະ ທຸກສິ່ງທີ່ຖືວ່າງົດງາມໃນທ່າມກາງມະນຸດຊາດ. ພວກເຂົາກຽດຊັງ ແລະ ເບື່ອໜ່າຍສິ່ງເຫຼົ່ານີ້. ໃນທາງກົງກັນຂ້າມ, ທຸກສິ່ງທີ່ເປັນລົບ ແລະ ທຸກສິ່ງທີ່ຖືກກ່າວໂທດ ແລະ ຖືກຜູ້ທີ່ມີສະຕິຮູ້ສຶກຜິດຊອບດູຖູກ ແລະ ເຫດຜົນ ແລະ ຄວາມຮູ້ສຶກຍຸຕິທຳ ແມ່ນສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສຊື່ນຊົມຢ່າງແທ້ຈິງ. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ພວກເຂົາໄລ່ຕາມ ແລະ ທະນຸຖະໜອມ. ຍັງມີອີກປະໂຫຍກໜຶ່ງທີ່ສາມາດສະຫຼຸບເລື່ອງນີ້ໄດ້: ຜູ້ຕໍ່ຕ້ານພຣະຄຣິສກຽດຊັງທຸກສິ່ງທີ່ເປັນບວກທີ່ມາຈາກພຣະເຈົ້າ ແລະ ກຽດຊັງສິ່ງທີ່ພຣະເຈົ້າຮັກ, ແຕ່ພັດຮັກສິ່ງທີ່ພຣະເຈົ້າລັງກຽດ ແລະ ກ່າວໂທດຢ່າງແທ້ຈິງ. ນີ້ຄືຄວາມຊົ່ວຊ້າໃນຜູ້ຕໍ່ຕ້ານພຣະຄຣິສ. ຄຸນລັກສະນະຫຼັກຂອງຄວາມຊົ່ວຊ້ານີ້ແມ່ນຫຍັງ? ມັນແມ່ນການທີ່ພວກເຂົາມີຄວາມມັກເປັນພິເສດສຳລັບທຸກສິ່ງທີ່ຂີ້ຮ້າຍ ແລະ ເປັນລົບ, ໃນຂະນະທີ່ລັງກຽດ ແລະ ສະແດງຄວາມບໍ່ເປັນມິດຕໍ່ທຸກສິ່ງທີ່ງົດງາມ, ເປັນບວກ ແລະ ສອດຄ່ອງກັບຄວາມຈິງ. ນັ້ນຄືຄວາມຊົ່ວຊ້າ. ພວກເຈົ້າເຂົ້າໃຈແລ້ວ, ແມ່ນບໍ? ການໂອ້ລົມໃນມື້ນີ້ກ່ຽວຂ້ອງກັບຫົວຂໍ້ “ສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສຮັກ”. ພວກເຮົາຍັງໄດ້ຍົກຕົວຢ່າງບາງຢ່າງອີກດ້ວຍ, ບາງຕົວຢ່າງກໍເປັນແບບຢ່າງຫຼາຍກວ່າຕົວຢ່າງອື່ນ, ແຕ່ທັງໝົດກໍລ້ວນແລ້ວແຕ່ສາມາດໃຊ້ເປັນຫຼັກຖານເພື່ອອະທິບາຍແກ່ນແທ້ທຳມະຊາດທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສໄດ້. ຕໍ່ໄປ, ສິ່ງທີ່ພວກເຈົ້າຕ້ອງເຮັດຫຼັງຈາກນີ້ກໍຄືການໄຕ່ຕອງ ແລະ ໂອ້ລົມກ່ຽວກັບສິ່ງທີ່ຊົ່ວຊ້າ ຫຼື ສິ່ງທີ່ເປັນບວກອັນໃດທີ່ພວກເຈົ້າເຫັນ ແລະ ເຂົ້າໃຈ, ສິ່ງທີ່ເປັນລົບອັນໃດທີ່ຜູ້ຕໍ່ຕ້ານພຣະຄຣິສຮັກ, ສິ່ງທີ່ເປັນບວກອັນໃດທີ່ພວກເຂົາກຽດຊັງ ແລະ ສິ່ງໃດທີ່ພວກເຈົ້າສາມາດເຂົ້າໃຈ, ພ້ອມທັງສິ່ງທີ່ພວກເຈົ້າເຫັນ ແລະ ປະສົບ. ຜູ້ຕໍ່ຕ້ານພຣະຄຣິສ ແລະ ມະນຸດທີ່ເສື່ອມຊາມທົ່ວໄປລ້ວນແຕ່ມີບັນຫາບາງຢ່າງຮ່ວມກັນກ່ຽວກັບອຸປະນິໄສ ແລະ ແກ່ນແທ້ຂອງພວກເຂົາ ແລະ ໃນຂະນະທີ່ຄວາມຮຸນແຮງຂອງຄວາມຄ້າຍຄືກັນເຫຼົ່ານີ້ອາດຈະແຕກຕ່າງກັນ, ແກ່ນແທ້ຂອງອຸປະນິໄສຂອງພວກເຂົາແມ່ນຄືກັນ. ເສັ້ນທາງທີ່ພວກເຂົາຍ່າງ ແລະ ເປົ້າໝາຍທີ່ພວກເຂົາໄລ່ຕາມກໍອາດຈະແຕກຕ່າງກັນເຊັ່ນກັນ, ແຕ່ພວກເຂົາເປີດເຜີຍແກ່ນແທ້ຂອງອຸປະນິໄສທີ່ເສື່ອມຊາມອັນດຽວກັນຫຼາຍຢ່າງ. ສະນັ້ນ, ການເປີດໂປງດ້ານຕ່າງໆຂອງແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສຈຶ່ງເປັນປະໂຫຍດສຳລັບຄົນທີ່ເສື່ອມຊາມທຸກຄົນ. ຖ້າຜູ້ຄົນທີ່ພຣະເຈົ້າເລືອກສາມາດແຍກແຍະແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສໄດ້, ພວກເຂົາກໍສາມາດຮັບປະກັນໄດ້ວ່າ ພວກເຂົາຈະບໍ່ຖືກຄົນເຫຼົ່ານັ້ນເຮັດໃຫ້ຫຼົງຜິດ ແລະ ຈະບໍ່ບູຊາ ຫຼື ຕິດຕາມຄົນເຫຼົ່ານັ້ນເຊັ່ນກັນ.
ວັນທີ 7 ສິງຫາ 2019