ລາຍການທີເຈັດ: ພວກເຂົາຊົ່ວຮ້າຍ, ມີເລ່ຫຼຽມ ແລະ ຫຼອກລວງ (ພາກທີໜຶ່ງ)

ບົດເສີມ: ການຈັດການເຫດການຂອງຜູ້ຕໍ່ຕ້ານພຣະຄຣິສ ໃນປະເທດການາດາ

ແມ່ນຫຍັງຄືສະຖານະການຕອນນີ້ ກັບຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາໃນຄຣິດຕະຈັກການາດາ? ພວກເຈົ້າສາມາດແຍກແຍະຜູ້ຕໍ່ຕ້ານພຣະຄຣິດ ທີ່ຊື່ວ່າ ຢານ ໄດ້ບໍ? ເຈົ້າສາມາດເບິ່ງເຫັນບັນຫາໃນວິທີການເວົ້າ ແລະ ການກະທຳຂອງ ຢານ ບໍ? (ບາງຄັ້ງ, ຂ້ານ້ອຍບໍ່ເຫັນເຖິງບັນຫາໃດໆ, ຂ້ານ້ອຍພຽງແຕ່ຄິດວ່າ ລາວບໍ່ໄດ້ຕິດຕາມວຽກ. ຂ້ານ້ອຍບໍ່ຮູ້ຫຼາຍກ່ຽວກັບເລື່ອງອື່ນ). ຄົນຖັດໄປສາມາດເວົ້າຕໍ່ໄດ້. (ຂ້ານ້ອຍບໍ່ໄດ້ຕິດຕໍ່ກັບ ຢານ ຫຼາຍ. ຂ້ານ້ອຍໄດ້ເຂົ້າຮ່ວມການເຕົ້າໂຮມສອງສາມຄັ້ງກັບລາວ ໃນເມື່ອສອງປີກ່ອນ ແຕ່ຂ້ານ້ອຍບໍ່ໄດ້ຕິດຕໍ່ກັບລາວຫຼັງຈາກນັ້ນ). ລາວເປັນຜູ້ນໍາຂອງຄຣິດຕະຈັກພວກເຈົ້າ, ສະນັ້ນ ເປັນໄປໄດ້ແນວໃດທີ່ບໍ່ມີຜູ້ໃດໃນທີມງານຂອງພວກເຈົ້າຕິດຕໍ່ກັບລາວ? ມັນເປັນເພາະຕອນນີ້ລາວຖືກພົບວ່າມີບັນຫາ ແລະ ພວກເຈົ້າກຳລັງພະຍາຍາມຫຼີກເວັ້ນຈາກຄວາມຮັບຜິດຊອບຂອງພວກເຈົ້າບໍ ຫຼື ພວກເຈົ້າບໍ່ໄດ້ຕິດຕໍ່ກັບລາວແທ້ໆ? ຂ້ານ້ອຍໄດ້ຍິນວ່າ ມີບາງຄົນມີຄວາມສຳພັນທີ່ບໍ່ເໝາະສົມກັບ ຢານ, ເລື່ອງນີ້ແທ້ບໍ? (ແມ່ນແລ້ວ). ພວກເຈົ້າຮັບຮູ້ສິ່ງນີ້ບໍ? (ບໍ່). ສະນັ້ນ, ພວກເຈົ້າກໍຕາບອດຫຼາຍ. ຄົນອື່ນສາມາດເວົ້າຕໍ່ໄດ້. (ຂ້ານ້ອຍຕິດຕໍ່ພົວພັນກັບ ຢານ ຫຼາຍ. ໃນເວລານັ້ນ, ຂ້ານ້ອຍພຽງແຕ່ຄິດວ່າ ລາວຂ້ອນຂ້າງອວດດີ ແລະ ຄິດວ່າຕົນເອງຊອບທຳ ແລະ ລາວມັກຍົກຍ້ອງຕົນເອງ ແລະ ໂອ້ອວດ. ແຕ່ຂ້ານ້ອຍບໍ່ເຄີຍແຍກແຍະວ່າ ລາວມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິດ). ລາວມັກລໍ້ລວງແມ່ຍິງ; ເຈົ້າຮູ້ເລື່ອງນັ້ນບໍ? (ບໍ່. ລາວເວົ້າຢ່າງເຂັ້ມງວດໃນການໂອ້ລົມວ່າ ມັນເປັນສິ່ງບໍ່ດີແທ້ໆ ທີ່ຜູ້ຊາຍ ແລະ ແມ່ຍິງຈະມີພຶດຕິກໍາທີ່ບໍ່ເໝາະສົມທາງເພດ ແລະ ລາວມັກໂອ້ລົມວ່າ ພວກເຮົາຈຳເປັນຕ້ອງຢຸດພຶດຕິກຳດັ່ງກ່າວ. ຂ້ານ້ອຍບໍ່ເຄີຍຄິດວ່າ ລາວຈະເຮັດເລື່ອງແບບນີ້ລັບໆໄດ້.) ຄົນຖັດໄປສາມາດເວົ້າຕໍ່. (ຂ້ານ້ອຍໄດ້ພົວພັນກັບ ຢານ ເປັນເວລາໜຶ່ງປີ ແຕ່ຂ້ານ້ອຍບໍ່ໄດ້ມີຄວາມສໍາພັນທີ່ດີຫຼາຍກັບລາວ ແລະ ພວກເຮົາບໍ່ໄດ້ມີການຮ່ວມມືທີ່ເຂົ້າກັນດີ. ຂ້ານ້ອຍພຽງແຕ່ຕິດຕໍ່ກັບລາວ ເມື່ອສື່ສານກ່ຽວກັບວຽກ ແລະ ບໍ່ໄດ້ຕິດຕໍ່ກັບລາວຫຼາຍນອກຈາກເລື່ອງນັ້ນ. ນັ້ນຄືເຫດຜົນທີ່ຂ້ານ້ອຍບໍ່ສາມາດແຍກລາວໄດ້ຫຼາຍ). ເຈົ້າບໍ່ສາມາດແຍກແຍະລາວໄດ້ຫຼາຍບໍ? ເຈົ້າບໍ່ໄດ້ເຫັນສິ່ງທີ່ກຳລັງເກີດຂຶ້ນ ຫຼື ເຈົ້າບໍ່ໄດ້ແຍກແຍະມັນບໍ? ເປັນໄປໄດ້ແນວໃດທີ່ເຈົ້າບໍ່ສາມາດແຍກແຍະລາວໄດ້ຫຼາຍ? ຜົນຕາມມານີ້ເກີດຂຶ້ນໄດ້ແນວໃດ? (ເພາະເສັ້ນທາງທີ່ຂ້ານ້ອຍຍ່າງຜິດ ແລະ ຂ້ານ້ອຍເຄົາລົບນັບຖື ແລະ ເຝົ້າຕິດຕາມຜູ້ຊາຍທີ່ມີພອນສະຫວັນ. ຢານ ເປັນນັກເວົ້າທີ່ດີຫຼາຍ ແລະ ໃນການໂອ້ລົມທຸກຄັ້ງ ລາວຈະກ່າວເຖິງພຣະທຳຂອງພຣະເຈົ້າ ແລະ ຄຳເທດສະໜາ ແລະ ການໂອ້ລົມຈາກເບື້ອງເທິງ. ມັນເບິ່ງຄືກັບວ່າ ລາວຮູ້ວິທີການແກ້ໄຂບັນຫາ ແລະ ທຸກຄັ້ງທີ່ມີບັນຫາໃນຄຣິດຕະຈັກ, ລາວຈະພະຍາຍາມແກ້ໄຂມັນ). ຖ້າລາວຮູ້ຈັກວິທີການແກ້ໄຂບັນຫາ, ທີມງານຜະລິດຮູບເງົາຂອງຄຣິດຕະຈັກການາດາມີຫຼາຍບັນຫາທີ່ຍັງບໍ່ສາມາດແກ້ໄຂໄດ້ຈົນຮອດຕອນນີ້ໄດ້ແນວໃດ? ເຈົ້າເວົ້າວ່າ ລາວຮູ້ຈັກວິທີການແກ້ໄຂບັນຫາແທ້ໆ ແຕ່ນັ້ນບໍ່ແມ່ນເລື່ອງໄຮ້ສາລະບໍ? ນັ້ນບໍ່ແມ່ນສິ່ງຫຼອກລວງບໍ? (ແມ່ນແລ້ວ). ພວກເຈົ້າຟັງຄຳເທດສະໜາບໍ? ພວກເຈົ້າເຂົ້າຮ່ວມການເຕົ້າໂຮມທຸກອາທິດບໍ? (ແມ່ນແລ້ວ). ແລ້ວພວກເຈົ້າຟັງເຮົາບໍ ເມື່ອເຮົາກ່າວຄຳເທດສະໜາກ່ຽວກັບການແຍກແຍະຜູ້ຕໍ່ຕ້ານພຣະຄຣິດ? (ແມ່ນແລ້ວ). ຫຼັງຈາກທີ່ໄດ້ຟັງເຮົາແລ້ວ, ພວກເຈົ້າກໍເລີ່ມສາມາດແຍກແຍະ ຢານ ໄດ້ບໍ? ພວກເຈົ້າສາມາດເບິ່ງເຫັນບັນຫາໃນວິທີການທີ່ ຢານ ເຮັດສິ່ງຕ່າງໆ ບໍ? ພວກເຈົ້າຟັງຄຳເທດສະໜາ ແລະ ເຕົ້າໂຮມກັນໃນສະຖານທີ່ບ່ອນດຽວກັນກັບຜູ້ຕໍ່ຕ້ານພຣະຄຣິດ ແລະ ພວກເຈົ້າຍັງບໍ່ສາມາດເຫັນຜູ້ຕໍ່ຕ້ານພຣະຄຣິດ ເຊິ່ງເບິ່ງເຫັນໄດ້ຢ່າງຊັດເຈນ, ແລ້ວແມ່ນຫຍັງຄືບັນຫາຢູ່ບ່ອນນີ້? ຢານ ເປັນຜູ້ນໍາໄດ້ສອງປີ ແລະ ຫ້າເດືອນ; ຜູ້ໃດຕິດຕໍ່ກັບລາວຫຼາຍທີ່ສຸດ? ລາວໃຊ້ເວລາໃນທີມງານໃດດົນທີ່ສຸດ? ມີເທົ່າໃດຄົນໃນທີມງານນັ້ນທີ່ສາມາດແຍກແຍະລາວໄດ້? ມີເທົ່າໃດຄົນທີ່ຄົ້ນພົບວ່າ ລາວມີບັນຫາ ແລະ ບໍ່ບອກໃຫ້ຮູ້? ຜູ້ໃດຄົ້ນພົບວ່າ ລາວມີບັນຫາ ແລະ ອອກມາເພື່ອບອກໃຫ້ຮູ້? ພວກເຈົ້າຮູ້ຄຳຕອບສຳລັບຄຳຖາມເຫຼົ່ານີ້ບໍ? (ບໍ່ມີຜູ້ໃດແຍກແຍະສິ່ງທີ່ລາວເປັນແທ້ໆ). ແລ້ວເຈົ້າຄົ້ນພົບໄດ້ແນວໃດວ່າ ລາວເປັນຜູ້ຕໍ່ຕ້ານພຣະຄຣິດໃນພາຍຫຼັງ? (ເອື້ອຍນ້ອງທີ່ມີຄວາມສຳພັນກັບລາວເວົ້າວ່າ ລາວຢູ່ໃນສະພາວະທີ່ບໍ່ດີ ແລະ ເມື່ອພວກເຮົາພະຍາຍາມຮຽນຮູ້ເພີ່ມເຕີມກ່ຽວກັບສະຖານະການດັ່ງກ່າວ, ພວກເຮົາໄດ້ຄົ້ນພົບບັນຫາຂອງ ຢານ ກ່ຽວກັບຄວາມສຳພັນຂອງລາວກັບແມ່ຍິງ). ເອື້ອຍນ້ອງຄົນນັ້ນເຮັດໃຫ້ບັນຫາເປັນທີ່ຮັບຮູ້, ແລ້ວຄົນອື່ນໄດ້ລາຍງານບັນຫານັ້ນບໍ? (ບໍ່).

ຕະຫຼອດເວລາທ ພວກເຮົາໄດ້ໃຊ້ເພື່ອໂອ້ລົມ ແລະ ໄຈ້ແຍກການສະແດງອອກທີ່ຫຼາກຫຼາຍຂອງຜູ້ຕໍ່ຕ້ານພຣະຄຣິດ, ພວກເຈົ້າໄດ້ຄົ້ນພົບບັນຫາອື່ນໆ ກ່ຽວກັບ ຢານ ບໍ? (ໂດຍການໂອ້ລົມກ່ຽວກັບການແຍກແຍະຜູ້ຕໍ່ຕ້ານພຣະຄຣິດ, ຂ້ານ້ອຍໄດ້ຄົ້ນພົບວ່າ ຢານ ເກັ່ງໃນການທຳລາຍຄວາມສຳພັນທີ່ດີລະຫວ່າງຜູ້ຄົນ. ລາວມັກຕັດສິນອ້າຍເອື້ອຍນ້ອງຄົນໃດຄົນໜຶ່ງຢູ່ຕໍ່ໜ້າຂ້ານ້ອຍ ແລະ ຈະສ້າງຄວາມແຕກແຍກໃນຄວາມສຳພັນຂອງຂ້ານ້ອຍກັບເອື້ອຍທີ່ຂ້ານ້ອຍຮ່ວມມືນໍາ ໂດຍເວົ້າວ່າລາວເປັນພຽງຄົນເອົາໃຈຄົນອື່ນ ເຊິ່ງບໍ່ໄດ້ປະຕິບັດຄວາມຈິງເລີຍ ແລະ ອື່ນໆອີກ. ສິ່ງນີ້ເຮັດໃຫ້ຂ້ານ້ອຍມີຄວາມຄິດເຫັນບາງຢ່າງກ່ຽວກັບລາວ ແລະ ເມື່ອເວລາຜ່ານໄປ ຂ້ານ້ອຍກໍບໍ່ສາມາດຮ່ວມມືຢ່າງເປັນນໍ້າໜຶ່ງໃຈດຽວກັນກັບລາວໄດ້). ໃນຄວາມເປັນຈິງ, ພວກເຈົ້າທຸກຄົນມີຄວາມຄິດເຫັນຂອງພວກເຈົ້າກ່ຽວກັບ ຢານ, ແຕ່ບໍ່ມີຜູ້ໃດເວົ້າມັນອອກມາ ຫຼື ລາຍງານລາວ. ພວກເຈົ້າທຸກຄົນລ້ວນເປັນຄົນເອົາໃຈຄົນອື່ນ ທີ່ຈະເຮັດໃຫ້ວຽກງານຂອງຄຣິດຕະຈັກຊັກຊ້າ ແລະ ບໍ່ສົນໃຈເລີຍ. ລາວບໍ່ໄດ້ເຮັດວຽກທີ່ເບື້ອງເທິງໄດ້ຈັດແຈງໃຫ້ລາວ ແລະ ເມື່ອເຫັນເຊັ່ນນີ້ແລ້ວ ພວກເຈົ້າກໍບໍ່ໄດ້ລາຍງານລາວ, ແຕ່ໃນທາງກົງກັນຂ້າມກັບປົກປ້ອງ ແລະ ຕາມໃຈຜູ້ຕໍ່ຕ້ານພຣະຄຣິດຄົນນີ້. ເປັນຫຍັງພວກເຈົ້າຈຶ່ງບໍ່ລາຍງານລາວ? ພວກເຈົ້າຢ້ານທີ່ຈະເຮັດໃຫ້ລາວບໍ່ພໍໃຈບໍ ຫຼື ພວກເຈົ້າເບິ່ງລາວບໍ່ອອກບໍ? (ຂ້ານ້ອຍເບິ່ງລາວບໍ່ອອກ. ນອກຈາກການພົບປະກັບລາວ ໃນບາງຄັ້ງບາງຄາວເມື່ອຂ້ານ້ອຍມີບັນຫາບາງຢ່າງ, ຂ້ານ້ອຍບໍ່ໄດ້ພົວພັນກັບລາວເປັນປົກກະຕິ. ລາວເວົ້າວ່າລາວຫຍຸ້ງຢູ່ກັບວຽກ, ແຕ່ພວກເຮົາບໍ່ຮູ້ວ່າ ລາວເວົ້າຄວາມຈິງ ຫຼື ບໍ່) ບໍ່ຈຳເປັນຕ້ອງສືບສວນສິ່ງທີ່ລາວເຮັດຢູ່ນອກສາຍຕາ; ເຈົ້າຄວນທີ່ຈະສາມາດເບິ່ງອອກເຖິງບາງສິ່ງທີ່ລາວເຮັດຢູ່ຕໍ່ໜ້າເຈົ້າ. ມີການສະແດງອອກບາງຢ່າງ ເມື່ອຜູ້ຕໍ່ຕ້ານພຣະຄຣິດເຮັດສິ່ງຕ່າງໆ. ລາວບໍ່ໄດ້ພຽງແຕ່ສິ່ງຕ່າງໆຢູ່ນອກສາຍຕາ; ເຈົ້າສາມາດຮັບຮູ້ການສະແດງອອກເຫຼົ່ານີ້ດ້ວຍຕົນເອງ. ຖ້າພວກເຈົ້າບໍ່ສາມາດເຫັນການສະແດງອອກເຫຼົ່ານັ້ນ, ແລ້ວພວກເຈົ້າບໍ່ໄດ້ຕາບອດບໍ? (ຕາບອດ). ສະນັ້ນ ຖ້າມີຄົນໃດຄົນໜຶ່ງທີ່ເປັນແບບນີ້ອີກໃນຕອນນີ້, ພວກເຈົ້າຈະສາມາດແຍກແຍະພວກເຂົາໄດ້ບໍ? ຄົນແບບ ຢານ ສາມາດເຮັດວຽກງານຕົວຈິງໄດ້ບໍ? ພວກເຂົາສາມາດໂອ້ລົມຄວາມຈິງ ແລະ ແກ້ໄຂບັນຫາຕ່າງໆໄດ້ບໍ? (ບໍ່). ເປັນຫຍັງພວກເຈົ້າຈຶ່ງເວົ້າວ່າບໍ່? (ໃນເລື່ອງຜົນວຽກ, ຄຣິດຕະຈັກມີຫຼາຍບັນຫາ ເຊິ່ງບໍ່ໄດ້ຮັບການແກ້ໄຂເປັນເວລາດົນ, ຄວາມຄືບໜ້າຂອງວຽກງານທັງໝົດຈຶ່ງຊ້າທີ່ສຸດ ແລະ ຮູບເງົາທີ່ພວກເຮົາຖ່າຍທຳກໍບໍ່ກົງກັບຂໍ້ກຳນົດໃນເຮືອນຂອງພຣະເຈົ້າ). ກ່ອນທີ່ ຢານ ຈະຖືກຈັດການ, ພວກເຈົ້າເຫັນວ່າ ສິ່ງນີ້ຄືບັນຫາບໍ? (ບໍ່). ສະນັ້ນ ພວກເຈົ້າເຂົ້າໃຈຫຍັງແດ່ຫຼັງຈາກທີ່ພວກເຈົ້າໄດ້ຮັບຟັງຄຳເທດສະໜາ? ພວກເຈົ້າບໍ່ສາມາດເຫັນບັນຫາທີ່ຮ້າຍແຮງດັ່ງກ່າວ ແລະ ຫຼັງຈາກນັ້ນ ພວກເຈົ້າກໍພຽງແຕ່ຊອກຫາຂໍ້ອ້າງຢູ່ສະເໝີ ໂດຍເວົ້າວ່າ “ພວກເຮົາບໍ່ໄດ້ພົວພັນກັບລາວ. ພວກເຮົາຈະຮູ້ສິ່ງທີ່ລາວກຳລັງເຮັດຢູ່ນອກສາຍຕາໄດ້ແນວໃດ? ພວກເຮົາເປັນພຽງຜູ້ເຊື່ອທຳມະດາ, ລາວເປັນຜູ້ນໍາ. ພວກເຮົາບໍ່ສາມາດຕິດຕາມລາວຢູ່ສະເໝີ, ສະນັ້ນ ມັນຈຶ່ງສົມເຫດສົມຜົນທີ່ພວກເຮົາຈະບໍ່ສາມາດເບິ່ງລາວອອກ ແລະ ບໍ່ໄດ້ລາຍງານລາວ”. ນີ້ຄືສິ່ງທີ່ພວກເຈົ້າໝາຍຄວາມເຖິງບໍ? (ແມ່ນ). ແມ່ນຫຍັງຄືທຳມະຊາດຂອງສິ່ງນີ້? (ພວກເຮົາກຳລັງພະຍາຍາມຫຼົບຫຼີກຈາກຄວາມຮັບຜິດຊອບຂອງພວກເຮົາ). ສະນັ້ນ ຖ້າພວກເຈົ້າພົບຄົນເຊັ່ນນີ້ໃນອະນາຄົດ, ພວກເຈົ້າຈະຈັດການເລື່ອງດັ່ງກ່າວໃນລັກສະນະນີ້ອີກບໍ? (ບໍ່, ຂ້ານ້ອຍຈະບໍ່ຈັດການເລື່ອງດັ່ງກ່າວໃນລັກສະນະນີ້ອີກ. ຫຼັງຈາກທີ່ຂ້ານ້ອຍພົບເຫັນພວກເຂົາ, ຂ້ານ້ອຍຄວນລາຍງານພວກເຂົາ). ເຮົາບໍ່ແນ່ໃຈວ່າ ເຈົ້າຈະເຮັດແນວນັ້ນ. ມີຄົນໃນຄຣິດຕະຈັກຫຼາຍແຫ່ງທີ່ລາຍງານຜູ້ນໍາປອມ ແລະ ຜູ້ຕໍ່ຕ້ານພຣະຄຣິດ, ແຕ່ບໍ່ມີເລີຍໃນຄຣິດຕະຈັກການາດາ. ຜູ້ຕໍ່ຕ້ານພຣະຄຣິດຄົນນີ້ໄດ້ເຄື່ອນໄຫວມາເປັນເວລາດົນ ແລະ ບໍ່ມີຜູ້ໃດລາຍງານລາວ, ບໍ່ມີຄົນໃດເລີຍລາຍງານລາວ. ເມື່ອບໍ່ດົນມານີ້, ທີມຖ່າຍທຳຮູບເງົາໃນສະຫະລັດໄດ້ສົ່ງໜັງສືເພື່ອລາຍງານຄົນບາງຄົນ. ມັນຖືກຂຽນໃນລັກສະນະທີ່ເປັນລະບຽບ ແລະ ມີຫຼັກການດີ ແລະ ມັນຍັງເຈາະຈົງ ແລະ ຖືກຕ້ອງຫຼາຍອີກດ້ວຍ, ຂຽນບົນພື້ນຖານຂອງຂໍ້ແທ້ຈິງ. ສິ່ງນີ້ສະແດງໃຫ້ເຫັນວ່າ ໃນຄຣິດຕະຈັກທຸກແຫ່ງ ມີບາງຄົນທີ່ສາມາດແຍກແຍະຜູ້ນໍາປອມ ແລະ ຜູ້ຕໍ່ຕ້ານພຣະຄຣິດໄດ້, ນີ້ຄືສິ່ງທີ່ດີ. ບາງຄັ້ງ ຜູ້ນໍາປອມ ແລະ ຜູ້ຕໍ່ຕ້ານພຣະຄຣິດກໍປະຕິບັດວຽກຊົ່ວໄລຍະໜຶ່ງ ແລະ ພວກເຂົາເປີດເຜີຍບັນຫາບາງຢ່າງ. ບາງຄົນພຽງແຕ່ສາມາດເຫັນໄດ້ວ່າມີບັນຫາ, ແຕ່ບໍ່ສາມາດເບິ່ງອອກເຖິງແກ່ນແທ້ ແລະ ຄວາມຈິງຂອງບັນຫາເຫຼົ່ານີ້ ຫຼື ບໍ່ຮູ້ວິທີການແກ້ໄຂພວກມັນ, ສິ່ງນີ້ຍັງກ່ຽວຂ້ອງກັບການບໍ່ມີການແຍກແຍະອີກດ້ວຍ. ເຈົ້າຄວນເຮັດແນວໃດໃນສະຖານະການດັ່ງກ່າວ? ໃນເວລາແບບນີ້, ເຈົ້າຄວນໄປຫາຄົນທີ່ເຂົ້າໃຈຄວາມຈິງ ເພື່ອແຍກແຍະພວກເຂົາ. ຖ້າມີຫຼາຍຄົນທີ່ສາມາດປະຕິບັດຄວາມຮັບຜິດຊອບໄດ້, ທຸກຄົນສະແຫວງຫາ, ໂອ້ລົມ ແລະ ປຶກສາຫາລືກ່ຽວກັບເລື່ອງດັ່ງກ່າວຮ່ວມກັນ, ແລ້ວພວກເຈົ້າທຸກຄົນກໍສາມາດມີຄວາມເປັນເອກະສັນ ແລະ ເບິ່ງອອກເຖິງແກ່ນແທ້ຂອງບັນຫາ ແລະ ຫຼັງຈາກນັ້ນ ພວກເຈົ້າກໍຈະສາມາດແຍກແຍະວ່າ ພວກເຂົາເປັນຜູ້ນໍາປອມ ແລະ ຜູ້ຕໍ່ຕ້ານພຣະຄຣິດ ຫຼື ບໍ່. ມັນບໍ່ຍາກປານໃດທີ່ຈະແກ້ໄຂບັນຫາຂອງຜູ້ນໍາປອມ ແລະ ຜູ້ຕໍ່ຕ້ານພຣະຄຣິດ; ຜູ້ນໍາປອມບໍ່ປະຕິບັດວຽກງານຕົວຈິງ ແລະ ພົບເຫັນໄດ້ງ່າຍ ແລະ ເບິ່ງອອກຢ່າງຊັດເຈນ; ຜູ້ຕໍ່ຕ້ານພຣະຄຣິດລົບກວນ ແລະ ຂັດຂວາງວຽກງານຂອງຄຣິດຕະຈັກ ແລະ ພົບເຫັນໄດ້ງ່າຍ ແລະ ເບິ່ງອອກຢ່າງຊັດເຈນອີກດ້ວຍ. ທຸກສິ່ງນີ້ກ່ຽວຂ້ອງກັບບັນຫາຂອງການລົບກວນຜູ້ຄົນທີ່ພຣະເຈົ້າເລືອກ ທີ່ປະຕິບັດໜ້າທີ່ຂອງພວກເຂົາ ແລະ ພວກເຈົ້າຄວນລາຍງານ ແລະ ເປີດໂປງຄົນດັ່ງກ່າວ, ມີພຽງແຕ່ເຮັດແບບນັ້ນເທົ່ານັ້ນ ເຈົ້າຈຶ່ງສາມາດປ້ອງກັນວຽກງານຄຣິດຕະຈັກຈາກການຖືກເຮັດໃຫ້ຊັກຊ້າ. ການລາຍງານ ແລະ ການເປີດໂປງຜູ້ນໍາປອມ ແລະ ຜູ້ຕໍ່ຕ້ານພຣະຄຣິດຄືວຽກງານສຳຄັນຢ່າງຍິ່ງທີ່ຮັບປະກັນວ່າ ຜູ້ຄົນພຣະເຈົ້າເລືອກສາມາດປະຕິບັດໜ້າທີ່ຂອງພວກເຂົາເປັນຢ່າງດີ ແລະ ຜູ້ຄົນທີ່ພຣະເຈົ້າເລືອກທຸກຄົນແບກຮັບຄວາມຮັບຜິດຊອບນີ້. ບໍ່ວ່າຈະເປັນຜູ້ໃດກໍຕາມ, ຕາບໃດທີ່ພວກເຂົາເປັນຜູ້ນໍາປອມ ຫຼື ຜູ້ຕໍ່ຕ້ານພຣະຄຣິດ, ແລ້ວຜູ້ຄົນທີ່ພຣະເຈົ້າເລືອກກໍຄວນເປີດໂປງພວກເຂົາ ແລະ ເປີດເຜີຍພວກເຂົາຕໍ່ສາທາລະນະ ແລະ ໃນລັກສະນະທີ່ເຈົ້າຈະເຮັດຄວາມຮັບຜິດຊອບຂອງເຈົ້າໃຫ້ສຳເລັດ. ຕາບໃດທີ່ບັນຫາທີ່ລາຍງານເປັນຄວາມຈິງ ແລະ ມີເຫດການຜູ້ນໍາປອມ ຫຼື ຜູ້ຕໍ່ຕ້ານພຣະຄຣິດແທ້ໆ, ເຮືອນຂອງພຣະເຈົ້າຈະຮັບມືໄດ້ທັນເວລາ ແລະ ຕາມຫຼັກການຢູ່ສະເໝີ. ສະນັ້ນ ພວກເຈົ້າໄດ້ເປີດເຜີຍບັນຫາກັບຜູ້ຕໍ່ຕ້ານພຣະຄຣິດ ຢານ ບໍ? ບໍ່, ພວກເຈົ້າບໍ່ໄດ້ເຮັດ. ພວກເຈົ້າຖືກມານຮ້າຍຕົນນີ້ນໍາພາຢ່າງຜິດໆ ແລະ ຍອກຫຼິ້ນເປັນເວລາດົນ, ຄືກັບວ່າພວກເຈົ້າບໍ່ຮັບຮູ້ຫຍັງເລີຍ. ການທີ່ມີຜູ້ຕໍ່ຕ້ານພຣະຄຣິດທີ່ເບິ່ງອອກຢ່າງຊັດເຈນແບບນີ້ຢູ່ຂ້າງເຈົ້າ ແລ້ວເຮັດຕາມອຳເພີໃຈຕະຫຼອດເວລານີ້ ແລະ ພວກເຈົ້າອະນຸຍາດໃຫ້ມັນສືບຕໍ່ເຮັດ ໂດຍບໍ່ມີຜູ້ໃດຄັດຄ້ານ, ພວກເຈົ້າບໍ່ມີການຮັບຮູ້ຫຍັງເລີຍແທ້ໆບໍ? ພວກເຈົ້າດຳລົງຊີວິດຂອງຄຣິດຕະຈັກເປັນປົກກະຕິບໍ? ພວກເຈົ້າສາມາດມີຄວາມສຸກກັບພາລະກິດຂອງພຣະວິນຍານບໍລິສຸດບໍ? ພວກເຈົ້າໄດ້ຮັບຜົນປະໂຫຍດທຸກຄັ້ງທີ່ພວກເຈົ້າເຂົ້າຮ່ວມການເຕົ້າໂຮມບໍ? ພວກເຈົ້າຄວນສາມາດຮູ້ສຶກເຖິງທຸກສິ່ງເຫຼົ່ານີ້. ສິ່ງສຳຄັນທີ່ສຸດກໍຄື ຜູ້ຕໍ່ຕ້ານພຣະຄຣິດ ຢານ ບໍ່ໄດ້ປະຕິບັດວຽກງານຕົວຈິງໃດໆເລີຍ, ລາວເຮັດໃຫ້ວຽກງານການຖ່າຍທຳຮູບເງົາຊັກຊ້າ ແລະ ລາວໄດ້ສ້າງຄວາມວຸ້ນວາຍຢ່າງສິ້ນເຊີງໃນວຽກງານຄຣິສຕະຈັກ. ຄົນໃດກໍຕາມທີ່ມີຫົວໃຈຄວນສາມາດເບິ່ງເຫັນເຖິງສິ່ງເຫຼົ່ານີ້ໄດ້, ແຕ່ບໍ່ມີຜູ້ໃດທ່າມກາງພວກເຈົ້າທີ່ຖອດໜ້າກາກ ຫຼື ລາຍງານຜູ້ຕໍ່ຕ້ານພຣະຄຣິດຄົນນີ້. ມັນເບິ່ງຄືກັບວ່າ ພວກເຈົ້າມັກປະປົນຢູ່ກັບພວກມານຮ້າຍທີ່ສົກກະປົກ ແລະ ວິນຍານທີ່ຊົ່ວຮ້າຍ ແລະ ເຈົ້າບໍ່ມີຄວາມຮັກສຳລັບຄວາມຈິງເລີຍ. ພວກເຈົ້າອາດບໍ່ເຕັມໃຈທີ່ຈະຍອມຮັບສິ່ງນີ້, ແຕ່ມັນຄືຂໍ້ແທ້ຈິງ. ພວກເຈົ້າໄດ້ປະປົນຢູ່ກັບມານຮ້າຍ ແລະ ພວກເຈົ້າຍັງຄິດວ່ານີ້ຄືສິ່ງທີ່ດີ. ພວກເຈົ້າຄິດວ່າ ພວກເຈົ້າບໍ່ຈຳເປັນຕ້ອງອ່ານພຣະທຳຂອງພຣະເຈົ້າ ຫຼື ສະແຫວງຫາຄວາມຈິງອີກຕໍ່ໄປ ແລະ ພຽງແຕ່ສາມາດເຮັດຕາມລະບຽບພິທີ ໃນການປະຕິບັດໜ້າທີ່ຂອງເຈົ້າ; ເຈົ້າຄິດວ່າ ເຈົ້າບໍ່ຈຳເປັນຕ້ອງກັງວົນອີກຕໍ່ໄປກັບການຮັບຄວາມລອດພົ້ນ, ການປະຕິບັດຄວາມຈິງ, ການຍອມອ່ອນນ້ອມຕໍ່ການປັ້ນແຕ່ງ ແລະ ການຈັດແຈງຂອງພຣະເຈົ້າ ຫຼື ການປະຕິບັດໜ້າທີ່ຂອງເຈົ້າເປັນຢ່າງດີ. ເຈົ້າເຊື່ອວ່າ ເຈົ້າສາມາດເຮັດຕາມໃຈເນື້ອໜັງຂອງເຈົ້າ ແລະ ປາສະຈາກຂໍ້ຜູກມັດ ແລະ ເຮັດຫຍັງກໍໄດ້ ໂດຍບໍ່ມີຄວາມຮັບຜິດຊອບ, ເປັນຄືກັບປະຊາຊົນໃນເມືອງໂຊໂດມໃນອະດີດທີ່ກິນ, ດື່ມ, ເຮຮາມີຄວາມສຸກ ແລະ ບໍ່ເຮັດວຽກງານທີ່ເໝາະສົມ, ບໍ່ມີຜູ້ໃດຮັບຜິດຊອບ ແລະ ບໍ່ມີຜູ້ໃດເປີດເຜີຍ ຫຼື ລາຍງານຜູ້ຕໍ່ຕ້ານພຣະຄຣິດ. ສິ່ງນີ້ເຮັດໃຫ້ຄຣິດຕະຈັກບໍ່ມີພາລະກິດຂອງພຣະວິນຍານບໍລິສຸດເປັນເວລາດົນ. ແລ້ວພວກເຈົ້າກໍບໍ່ສົນໃຈ, ພວກເຈົ້າໄດ້ຕົກລົງສູ່ຄວາມເສື່ອມໂຊມ, ບໍ່ແຕກຕ່າງຫຍັງຈາກຜູ້ບໍ່ເຊື່ອ ແລະ ຜູ້ບໍ່ມີຄວາມເຊື່ອ. ພວກເຈົ້າໄດ້ຮັບຟັງຄຳເທດສະໜາເປັນເວລາຫຼາຍປີ ແລະ ແມ່ນແຕ່ຕອນນີ້ ພວກເຈົ້າກໍຍັງບໍ່ສາມາດແຍກແຍະຜູ້ນໍາປອມ ແລະ ຜູ້ຕໍ່ຕ້ານພຣະຄຣິດ, ກົງກັນຂ້າມກັບເຕັມໃຈທີ່ຈະເຂົ້າຮ່ວມກັບຜູ້ຕໍ່ຕ້ານພຣະຄຣິດ ແລະ ກິນໝົດມື້ໂດຍບໍ່ຄິດຈິງຈັງກັບຫຍັງເລີຍ. ພຶດຕິກຳດັ່ງກ່າວກໍພຽງພໍທີ່ຈະສະແດງໃຫ້ເຫັນວ່າ ພວກເຈົ້າບໍ່ແມ່ນຜູ້ເຊື່ອໃນພຣະເຈົ້າຢ່າງແທ້ຈິງ. ຢ່າງທຳອິດ, ພວກເຈົ້າບໍ່ຮັກຄວາມຈິງ ຫຼື ຍອມຮັບຄວາມຈິງ; ຢ່າງທີສອງ, ພວກເຈົ້າບໍ່ມີຄວາມຮູ້ສຶກຮັບຜິດຊອບສຳລັບໜ້າຕໍ່ຂອງພວກເຈົ້າ, ແຮງໄກທີ່ຈະສາມາດເວົ້າໄດ້ວ່າ ພວກເຈົ້າປະຕິບັດມັນຢ່າງຈົງຮັກພັກດີ ແລະ ພວກເຈົ້າພຽງແຕ່ເມີນເສີຍຕໍ່ວຽກງານຂອງຄຣິດຕະຈັກ. ພວກເຈົ້າປາກົດວ່າປະຕິບັດໜ້າທີ່ຂອງພວກເຈົ້າ ແຕ່ພວກເຈົ້າບໍ່ບັນລຸຜົນຫຍັງເລີຍ; ພວກເຈົ້າພຽງແຕ່ເຮັດຕາມລະບຽບພິທີ. ບໍ່ວ່າຜູ້ນໍາປອມ ແລະ ຜູ້ຕໍ່ຕ້ານພຣະຄຣິດຈະລົບກວນ ແລະ ສ້າງຄວາມເສຍຫາຍວຽກງານຂອງຄຣິດຕະຈັກແນວໃດກໍຕາມ, ພວກເຈົ້າກໍບໍ່ຮັບຮູ້ໂດຍສິ້ນເຊີງ ແລະ ມັນບໍ່ໄດ້ລົບກວນພວກເຈົ້າເລີຍ. ມີແຕ່ເມື່ອຜູ້ຕໍ່ຕ້ານພຣະຄຣິດໄດ້ຖືກເປີດເຜີຍຢ່າງສົມບູນເທົ່ານັ້ນ ພວກເຈົ້າຈຶ່ງຮັບຮູ້ວ່າ ພວກເຈົ້າບໍ່ມີການແຍກແຍະ ແລະ ເມື່ອເຮົາຖາມກ່ຽວກັບລາຍລະອຽດ, ພວກເຈົ້າກໍເວົ້າວ່າ “ຂ້ານ້ອຍບໍ່ຮູ້, ຂ້ານ້ອຍບໍ່ໄດ້ຮັບຜິດຊອບ!” ພວກເຈົ້າບໍ່ມີຄວາມຮັບຜິດຊອບຕໍ່ເລື່ອງນັ້ນໂດຍສິ້ນເຊີງ. ພວກເຈົ້າຄິດວ່າ ໂດຍການເວົ້າວ່າເລື່ອງນີ້ຈົບແລ້ວ ແລ້ວພວກເຈົ້າຈະສາມາດຫຼົບໜີຈາກຄວາມຮັບຜິດຊອບຂອງພວກເຈົ້າບໍ? ເຮືອນຂອງພຣະເຈົ້າຈະບໍ່ກວດສອບເບິ່ງມັນອີກຕໍ່ໄປບໍ? ເຮືອນຂອງພຣະເຈົ້າໄດ້ຫົດນໍ້າລ້ຽງດູພວກເຈົ້າຕະຫຼອດເວລານີ້ ແລະ ພວກເຈົ້າໄດ້ຮັບຟັງຄຳເທດສະໜາຢ່າງຫຼວງຫຼາຍ ແລະ ຜົນຮັບແມ່ນຫຍັງ? ມີບັນຫາທີ່ຮ້າຍແຮງນີ້ ນັ້ນກໍຄື ຜູ້ຕໍ່ຕ້ານພຣະຄຣິດປາກົດໃນຄຣິດຕະຈັກ, ແຕ່ພວກເຈົ້າບໍ່ຮັບຮູ້ມັນເລີຍ. ສິ່ງນີ້ສະແດງໃຫ້ເຫັນວ່າ ພວກເຈົ້າບໍ່ໄດ້ກ້າວໜ້າເລີຍ, ພວກເຈົ້າມຶນຊາ ແລະ ໂງ່ຈ້າ ແລະ ພວກເຈົ້າຕາມໃຈເນື້ອໜັງຂອງພວກເຈົ້າ. ພວກເຈົ້າເປັນກອງຄົນຕາຍ, ບໍ່ມີຜູ້ໃດທີ່ມີຊີວິດຢູ່, ບໍ່ມີຜູ້ໃດທີ່ສະແຫວງຫາຄວາມຈິງ, ເປັນຫຼາຍສຸດກໍພຽງແຕ່ກຳມະກອນສອງສາມຄົນ. ການໄດ້ເຊື່ອໃນພຣະເຈົ້າ ແລະ ຮັບຟັງຄຳເທດສະໜາຕະຫຼອດເວລານີ້ ແລ້ວໄປປະປົນຢູ່ກັບຜູ້ຕໍ່ຕ້ານພຣະຄຣິດ, ບໍ່ເປີດໂປງລາວ ຫຼື ລາຍງານລາວ, ແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງພວກເຈົ້າ ແລະ ຄົນທີ່ບໍ່ເຊື່ອໃນພຣະເຈົ້າ? ພວກເຈົ້າຢູ່ກັບຜູ້ຕໍ່ຕ້ານພຣະຄຣິດ, ພວກເຈົ້າບໍ່ແມ່ນຄົນຂອງພຣະເຈົ້າ; ພວກເຈົ້າຕິດຕາມຜູ້ຕໍ່ຕ້ານພຣະຄຣິດ, ພວກເຈົ້າຕິດຕາມຊາຕານ ແລະ ບໍ່ແມ່ນຜູ້ຕິດຕາມພຣະເຈົ້າຢ່າງແນ່ນອນ. ເຖິງແມ່ນວ່າພວກເຈົ້າບໍ່ໄດ້ເຮັດສິ່ງຊົ່ວຮ້າຍເຫຼົ່ານັ້ນ ທີ່ຜູ້ຕໍ່ຕ້ານພຣະຄຣິດໄດ້ເຮັດ, ແຕ່ພວກເຈົ້າຕິດຕາມລາວ ແລະ ປົກປ້ອງລາວ, ເພາະພວກເຈົ້າບໍ່ໄດ້ເປີດໂປງ ຫຼື ລາຍງານລາວ ແລະ ເວົ້າໄຮ້ສາລະ ວ່າບໍ່ໄດ້ພົວພັນກັບຜູ້ຕໍ່ຕ້ານພຣະຄຣິດຫຼາຍປານໃດ ແລະ ພວກເຈົ້າບໍ່ຮູ້ວ່າລາວກຳລັງເຮັດຫຍັງ. ໂດຍການເຮັດເຊັ່ນນີ້, ພວກເຈົ້າບໍ່ໄດ້ປົກປ້ອງຜູ້ຕໍ່ຕ້ານພຣະຄຣິດ ໂດຍຮູ້ດີເຖິງຜົນທີ່ຈະຕາມມາບໍ? ຜູ້ຕໍ່ຕ້ານພຣະຄຣິດເຮັດສິ່ງຊົ່ວຮ້າຍຫຼາຍຢ່າງ ແລະ ເຮັດໃຫ້ວຽກງານຂອງຄຣິດຕະຈັກເປັນອຳມະພາດ, ຂັດຂວາງຊີວິດຄຣິດຕະຈັກໃຫ້ວຸ້ນວາຍໂດຍສິ້ນເຊີງ ແລະ ພວກເຈົ້າກໍຍັງເວົ້າວ່າ ພວກເຈົ້າບໍ່ຮູ້ສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິດກຳລັງເຮັດ, ຜູ້ໃດຈະເຊື່ອສິ່ງນັ້ນໄດ້? ພວກເຈົ້າເຫັນວ່າ ຜູ້ຕໍ່ຕ້ານພຣະຄຣິດກຳລັງລົບກວນ ແລະ ສ້າງຄວາມເສຍຫາຍຕໍ່ວຽກງານຂອງຄຣິດຕະຈັກ ດ້ວຍຕາຂອງພວກເຈົ້າເອງ ແລະ ຍັງເສີຍເມີຍໂດຍສິ້ນເຊີງ ແລະ ບໍ່ໄດ້ຕອບໂຕ້ຫຍັງເລີຍ. ບໍ່ມີຜູ້ໃດເປີດໂປງ ຫຼື ລາຍງານລາວ, ພວກເຈົ້າທຸກຄົນລົ້ມເຫຼວທີ່ຈະປະຕິບັດແມ່ນແຕ່ຄວາມຮັບຜິດຊອບເລັກໆນ້ອຍໆນີ້ ແລະ ພວກເຈົ້າຊ່າງບໍ່ມີຄວາມສຳນຶກ ແລະ ເຫດຜົນເລີຍ! ຄຣິດຕະຈັກຢູ່ສະຖານທີ່ຕ່າງໆສົ່ງໜັງສືລາຍງານ ເພື່ອລາຍງານຜູ້ນໍາປອມ ແລະ ຜູ້ຕໍ່ຕ້ານພຣະຄຣິດຢູ່ເລື້ອຍໆ, ພວກເຈົ້າບໍ່ເຄີຍເຫັນໜັງສືນີ້ບໍ? ມີພຽງແຕ່ຄຣິດຕະຈັກການາດາທີ່ເປັນສະນໍ້າຢຸດນິ້ງທີ່ບໍ່ເຄີຍສຳຜັດກັບເບື້ອງເທິງ ເພື່ອໃຫ້ລາຍງານກ່ຽວກັບສະຖານະການຂອງມັນ. ພວກເຈົ້າເປັນພຽງແຕ່ກຸ່ມຄົນທີ່ຕາຍແລ້ວ, ບໍ່ມີຄົນໃດທີ່ມີຊີວິດຢູ່ເລີຍ! ພຣະເຈົ້າຈະບໍ່ຮັບຮູ້ຄຣິດຕະຈັກດັ່ງກ່າວ ແລະ ຖ້າພວກເຈົ້າບໍ່ກັບໃຈ, ພວກເຈົ້າກໍຈົບແລ້ວ ແລະ ຈະຖືກກຳຈັດຢ່າງສົມບູນ.

ມື້ນີ້ແມ່ນວັນທີ 10 ກໍລະກົດ 2019. ເລີ່ມຕັ້ງແຕ່ມື້ນີ້ເປັນຕົ້ນໄປ, ທີມງານຜະລິດຮູບເງົາການາດາຈະເຂົ້າສູ່ໄລຍະການແຍກສັນໂດດ ແລະ ໄຕ່ຕອງຢ່າງເປັນທາງການ ເປັນເວລາໜຶ່ງປີ. ມີຈັກຄົນໃນທີມງານຜະລິດຮູບເງົາ? (ພຣະເຈົ້າ, ມີ 34 ຄົນໃນທີມງານຜະລິດຮູບເງົາ). ແລ້ວມີຜູ້ນຳຈັກຄົນ? (ສອງຄົນ). ດີ, ສະນັ້ນ ພວກເຈົ້າສອງຄົນຈົ່ງຢືນຂຶ້ນ ແລະ ໃຫ້ເຮົາເບິ່ງພວກເຈົ້າ. ພວກເຈົ້າທີ່ຢູ່ໃນທີມງານຜະລິດຮູບເງົາ, ຈົ່ງຈື່ມື້ນີ້ໄວ້, ວັນທີ 10 ກໍລະກົດ. ເລີ່ມຕັ້ງແຕ່ມື້ນີ້ເປັນຕົ້ນໄປ, ທີມງານຜະລິດຮູບເງົາການາດາຈະຖືກຈັດເຂົ້າໃນກຸ່ມ ຂ ຢ່າງເປັນທາງການເປັນເວລາໜຶ່ງປີ. ຖ້າພວກເຈົ້າກັບໃຈ ແລ້ວພວກເຈົ້າກໍສາມາດກັບຄືນສູ່ຄຣິສຕະຈັກທີ່ເປັນປົກກະຕິໄດ້; ພວກເຮົາຈະເບິ່ງວ່າພຶດຕິກຳຂອງພວກເຈົ້າເປັນແນວໃດໝົດປີນີ້, ຖ້າພວກເຈົ້າສາມາດສືບຕໍ່ປະຕິບັດໜ້າທີ່ຂອງພວກເຈົ້າ ແລະ ພວກເຈົ້າສະແດງການກັບໃຈ, ແລ້ວພວກເຈົ້າກໍສາມາດກັບມາໃຊ້ຊີວິດຄຣິສຕະຈັກໄດ້. ພວກເຈົ້າເຂົ້າໃຈບໍ? (ເຂົ້າໃຈ). ໜ້າທີ່ຂອງພວກເຈົ້າຈະຍັງຄືເກົ່າໃນລະຫວ່າງໄລຍະເວລານີ້. ຖ້າພວກເຈົ້າບາງຄົນບໍ່ຢາກຖືກກຳຈັດອອກ ແລະ ຖືກຂັບໄລ່, ພວກເຈົ້າຄິດແນວໃດກັບການນຳໃຊ້ວິທີການແຍກສັນໂດດ ແລະ ໄຕ່ຕອງນີ້? ພວກເຈົ້າພໍໃຈກັບມັນບໍ? (ພໍໃຈ). ເປັນຫຍັງເຮົາຈຶ່ງໃຫ້ເວລາພວກເຈົ້າໜຶ່ງປີ? (ເພື່ອໃຫ້ໂອກາດພວກເຮົາໃນການກັບໃຈ). ເພື່ອໃຫ້ໂອກາດພວກເຈົ້າໃນການກັບໃຈ. ຖ້າຫຼັງຈາກໜຶ່ງປີ ພຶດຕິກຳຂອງພວກເຈົ້າຍັງໜ້າອັບອາຍ, ປະສິດທິພາບໃນການເຮັດວຽກຂອງພວກເຈົ້າຍັງບໍ່ໄດ້ມາດຕະຖານ, ພວກເຈົ້າຍັງຊັກຊ້າໃນເວລາປະຕິບັດໜ້າທີ່ຂອງພວກເຈົ້າ ແລະ ໜ້າທີ່ຂອງພວກເຈົ້າກໍຍັງວຸ້ນວາຍຄືແຕ່ກ່ອນ, ພວກເຈົ້າບໍ່ມີຄວາມຄືບໜ້າຫຍັງເລີຍໃນວຽກງານວິຊາຊີບ ແລະ ທາງເຂົ້າຂອງຊີວິດຂອງພວກເຈົ້າ ແລະ ພວກເຈົ້າບໍ່ບັນລຸຜົນຫຍັງເລີຍ, ແລ້ວພວກເຈົ້າກໍຈະຖືກແຍກສັນໂດດຕໍ່ໄປອີກເປັນເວລາໜຶ່ງປີ ແລະ ດ້ວຍວິທີນີ້ ໄລຍະເວລາກໍຈະຖືກຂະຫຍາຍອອກໄປປີຕໍ່ປີ. ເມື່ອພວກເຈົ້າມີຄວາມຄືບໜ້າ ນັ້ນກໍຄື ເມື່ອພວກເຈົ້າສາມາດຂຽນບົດຄວາມຄຳພະຍານຈາກປະສົບການບາງຢ່າງ ແລະ ພຶດຕິກຳ, ຄວາມເຂົ້າໃຈ ແລະ ຜົນວຽກຂອງພວກເຈົ້າໄດ້ມາດຕະຖານທັງໝົດແທ້ໆ, ແລ້ວພວກເຈົ້າກໍສາມາດກັບມາໃຊ້ຊີວິດຄຣິສຕະຈັກຕໍ່ໄດ້. ທີມງານອື່ນໆ ໃນຄຣິສຕະຈັກການາດາສາມາດສືບຕໍ່ໃຊ້ຊີວິດຄຣິສຕະຈັກໄດ້. ພວກເຮົາຈະເບິ່ງວ່າທັດສະນະຄະຕິຂອງພວກເຈົ້າຕໍ່ການປະຕິບັດໜ້າທີ່ຂອງພວກເຈົ້າເປັນແນວໃດໃນອະນາຄົດ. ຖ້າພວກເຈົ້າຍັງປະພຶດຕົນຢ່າງໜ້າອັບອາຍ, ແລ້ວທຸກຄົນໃນຄຣິສຕະຈັກການາດາກໍຈະຖືກແຍກສັນໂດດ. ພວກເຈົ້າເຂົ້າໃຈບໍ? (ເຂົ້າໃຈ). ພວກເຈົ້າຄິດແນວໃດກ່ຽວກັບຜົນຂອງການຈັດການເລື່ອງນີ້? (ມັນດີ). ພວກເຈົ້າໝາຍຄວາມວ່າມັນດີແທ້ໆ ບໍ ຫຼື ພວກເຈົ້າພຽງແຕ່ເວົ້າໄປຊື່ໆ? (ມັນດີແທ້ໆ). ດີ, ພວກເຈົ້າພໍໃຈກັບສິ່ງນີ້. ສະນັ້ນ ຄຳເທດສະໜາໃນມື້ນີ້ຈຶ່ງເປັນຄັ້ງສຸດທ້າຍທີ່ພວກເຈົ້າຈະໄດ້ຍິນ. ເຈດຕະນາດັ້ງເດີມຂອງເຮົາແມ່ນເພື່ອແຍກພວກເຈົ້າອອກຢ່າງສົມບູນ ແລະ ກຳຈັດພວກເຈົ້າ ແລະ ບໍ່ອະນຸຍາດໃຫ້ພວກເຈົ້າຟັງຄຳເທດສະໜານີ້. ຄຳເທດສະໜາທັງໝົດຕະຫຼອດຫຼາຍປີທີ່ພວກເຈົ້າໄດ້ຟັງນັ້ນລ້ວນແຕ່ເສຍເວລາລ້າໆ ແລະ ພວກເຈົ້າບໍ່ໄດ້ຮັບຫຍັງເລີຍ, ແລ້ວເປັນຫຍັງພວກເຈົ້າຈຶ່ງຍັງຟັງຢູ່? ເຮົາຮູ້ສຶກເຈັບປວດໃຈຫຼາຍທີ່ເບິ່ງພວກເຈົ້າ! ພວກເຈົ້າທຸກຄົນເບິ່ງຄືວ່າມຶນຊາ ແລະ ໂງ່ຈ້າຫຼາຍ.

ມື້ກ່ອນ ເມື່ອເຮົາໄດ້ສົນທະນາກັບເອື້ອຍນ້ອງຄົນໜຶ່ງໃນຄຣິສຕະຈັກການາດາ, ເຮົາໄດ້ຍິນວ່າສະຖານະການຢູ່ທີ່ນັ້ນມີແຕ່ສຽງຫົວແບບບໍ່ມີສາລະ ແລະ ຄວາມເສື່ອມຊາມຢ່າງຮ້າຍແຮງ, ສຽງດັງຈົນລາວບໍ່ສາມາດພິມ, ຄືກັບວ່າລາວຢູ່ໃນພື້ນທີ່ໃຈກາງເມືອງທີ່ວຸ້ນວາຍ. ຈາກນັ້ນ ເຮົາເລີ່ມຮູ້ສຶກລັງກຽດຕໍ່ສິ່ງນີ້ ແລະ ເຮົາເວົ້າວ່າຄົນໃນຄຣິສຕະຈັກການາດາບໍ່ເຫຼື້ອມໃສ, ລ້ວນແລ້ວແຕ່ເສື່ອມຊາມ, ຄືກັບຜູ້ບໍ່ເຊື່ອ ແລະ ພວກເຂົາບໍ່ໄດ້ສະແຫວງຫາຄວາມຈິງ. ຕໍ່ມາ, ເຮົາໄດ້ໂອ້ລົມກັບຄົນເຫຼົ່ານີ້ກ່ຽວກັບເລື່ອງການຜະລິດຮູບເງົາ ແລະ ພວກເຂົາກໍມຶນຊາຢ່າງສົມບູນ. “ມຶນຊາ” ໝາຍຄວາມວ່າແນວໃດ? ເມື່ອເຮົາກຳລັງເວົ້າກັບພວກເຂົາ, ພວກເຂົາບໍ່ສະແດງປະຕິກິລິຍາ ຫຼື ສີໜ້າໃດໆ ເລີຍ, ຕາຄ້າງຢູ່ກັບບ່ອນ, ຄືກັບວ່າພວກເຂົາຖືກວິນຍານຊົ່ວເຂົ້າສິງ ນັ້ນກໍຄື ພວກເຂົາບໍ່ມີປະຕິກິລິຍາ ຫຼື ທັດສະນະຄະຕິກ່ຽວກັບຫຍັງເລີຍ. ສິ່ງນີ້ບໍ່ໜ້າລັງກຽດບໍ? ເມື່ອຕັດສິນຈາກສະພາວະຈິດໃຈ ແລະ ຮູບລັກສະນະຂອງຄົນເຫຼົ່ານີ້, ບໍ່ມີທີມງານໃດດີເລີຍ, ພວກເຂົາລ້ວນແລ້ວແຕ່ວຸ້ນວາຍ ແລະ ໂດຍສະເພາະຢ່າງຍິ່ງ, ມີເຫດການມົ້ວສຸມທາງເພດເກີດຂຶ້ນໃນທີມງານຜະລິດຮູບເງົາ ແລະ ພວກເຂົາຍັງເວົ້າວ່າພວກເຂົາບໍ່ຮູ້ຫຍັງເລີຍ. ສິ່ງທີ່ພວກເຂົາເວົ້າຖືກຕ້ອງບໍ? ມັນບໍ່ແມ່ນການຫຼອກລວງບໍ? ຄວາມຈິງແລ້ວ, ເລື່ອງຂອງຜູ້ຕໍ່ຕ້ານພຣະຄຣິສ ຢານ ນີ້ໄດ້ຖືກຈັດການໂດຍຜູ້ນໍາ ແລະ ຜູ້ເຮັດວຽກແລ້ວ, ແຕ່ຍ້ອນວ່າມັນຮ້າຍແຮງ ແລະ ໜ້າລັງກຽດຫຼາຍ, ເຮົາຈຶ່ງຕ້ອງແຊກແຊງດ້ວຍຕົນເອງ. ເປັນຫຍັງເຮົາຈຶ່ງຕ້ອງແຊກແຊງ? ຍ້ອນວ່າພວກເຂົາບໍ່ໄດ້ຈັດການມັນຢ່າງເໝາະສົມ. ພວກເຂົາພຽງແຕ່ເວົ້າແບບຜິວເຜີນສອງສາມປະໂຫຍກ, ພວກເຂົາບໍ່ສາມາດແກ້ໄຂບັນຫາໃດໆ ເລີຍ ແລະ ບໍ່ສາມາດໄຈ້ແຍກເລື່ອງດັ່ງກ່າວໄດ້ເລີຍ. ຕອນນີ້ ພວກເຈົ້າມຶນຊາສໍ່າໃດ? ເຈົ້າອາດຈະຖືກເຂັມແທງໃສ່ໜ້າ ແລະ ເລືອດບໍ່ອອກ; ພວກເຈົ້າບໍ່ສາມາດຮູ້ສຶກຫຍັງເລີຍຢ່າງສິ້ນເຊີງ. ຜູ້ນໍາ ແລະ ຜູ້ເຮັດວຽກລ້ວນແຕ່ຖືກລິຮານ, ແຕ່ຫຼັງຈາກນັ້ນ ພວກເຂົາກໍຍັງຄືເກົ່າ ແລະ ບໍ່ປ່ຽນແປງ. ນັ້ນຄືເຫດຜົນທີ່ເຮົາຕ້ອງແຊກແຊງ ແລະ ປ່ຽນແປງ “ການປະຕິບັດ” ຕໍ່ພວກເຈົ້າ. ພວກເຈົ້າໄດ້ຮຽນຮູ້ບົດຮຽນຫຍັງແດ່ຜ່ານເລື່ອງນີ້? ພວກເຈົ້າຮູ້ສຶກບໍ່ສະບາຍໃຈ, ແມ່ນບໍ່? ພວກເຈົ້າຄິດວ່າມັນຍຸຕິທຳບໍທີ່ເຮົາຈັດການສິ່ງຕ່າງໆ ໃນລັກສະນະນີ້? (ຍຸຕິທຳ). ມັນຍຸຕິທຳຢູ່ບ່ອນໃດ? ໃຫ້ເຮົາເວົ້າຢ່າງກົງໄປກົງມາ: ຖ້າເຈົ້າບໍ່ຕິດຕາມເສັ້ນທາງທີ່ຖືກຕ້ອງ ຫຼື ປະຕິບັດຄວາມຈິງ, ຖ້າເຈົ້າຖືທຸງແຫ່ງຄວາມເຊື່ອໃນພຣະເຈົ້າ ແຕ່ຢາກດຳລົງຊີວິດຄືກັບຜູ້ບໍ່ມີຄວາມເຊື່ອ ແລະ ກະທຳຕາມອຳເພີໃຈ, ແລ້ວຄວາມເຊື່ອໃນພຣະເຈົ້າຂອງເຈົ້າກໍບໍ່ມີຄວາມໝາຍ. ເປັນຫຍັງເຮົາຈຶ່ງເວົ້າວ່າມັນບໍ່ມີຄວາມໝາຍ? ຄວາມໝາຍຂອງຄວາມເຊື່ອໃນພຣະເຈົ້າຢູ່ບ່ອນໃດ? ມັນຢູ່ທີ່ການປ່ຽນແປງຢ່າງສົມບູນຂອງເສັ້ນທາງທີ່ຜູ້ຄົນຍ່າງ, ມຸມມອງຕໍ່ຊີວິດຂອງພວກເຂົາ ແລະ ທິດທາງ ແລະ ເປົ້າໝາຍຊີວິດຂອງພວກເຂົາ ຫຼັງຈາກທີ່ພວກເຂົາມາເຊື່ອໃນພຣະເຈົ້າ, ໃນສິ່ງເຫຼົ່ານີ້ກາຍເປັນສິ່ງທີ່ແຕກຕ່າງຢ່າງສິ້ນເຊີງ ຈາກຜູ້ທີ່ບໍ່ເຊື່ອໃນພຣະເຈົ້າ, ຈາກຄົນທາງໂລກ ແລະ ຈາກມານຮ້າຍ ແລະ ເສັ້ນທາງທີ່ຜູ້ເຊື່ອຍ່າງກໍກົງກັນຂ້າມກັບພວກເຂົາຢ່າງສິ້ນເຊີງ. ທິດທາງທີ່ກົງກັນຂ້າມນີ້ແມ່ນຫຍັງ? ມັນຄືການທີ່ເຈົ້າຢາກເປັນຄົນດີ ແລະ ເປັນຜູ້ທີ່ອ່ອນນ້ອມຕໍ່ພຣະເຈົ້າ ແລະ ຜູ້ທີ່ມີລັກສະນະຂອງມະນຸດ. ສະນັ້ນ, ເຈົ້າຈະບັນລຸສິ່ງນີ້ໄດ້ແນວໃດ? ເຈົ້າຄວນເນັ້ນໃສ່ການພະຍາຍາມກ້າວໄປສູ່ຄວາມຈິງ ແລະ ມີພຽງແຕ່ເຮັດແບບນັ້ນເທົ່ານັ້ນ ເຈົ້າຈຶ່ງຈະສາມາດປ່ຽນແປງໄດ້. ຖ້າເຈົ້າບໍ່ສະແຫວງຫາຄວາມຈິງ ຫຼື ປະຕິບັດຄວາມຈິງ, ແລ້ວຄວາມເຊື່ອໃນພຣະເຈົ້າຂອງເຈົ້າກໍບໍ່ມີຄວາມໝາຍ ຫຼື ຄຸນຄ່າ, ຄວາມເຊື່ອຂອງເຈົ້າເປັນພຽງເປືອກນອກທີ່ຫວ່າງເປົ່າ, ເປັນຄຳເວົ້າຊົ່ວຊ້າທີ່ມີເຈດຕະນາຫຼອກລວງ, ເປັນພຽງຄຳເວົ້າທີ່ຫວ່າງເປົ່າ, ໂດຍບໍ່ມີຜົນຫຍັງເລີຍ. ພວກເຈົ້າຄວນໄຕ່ຕອງສິ່ງທີ່ເຮົາກຳລັງເວົ້າຢູ່ທີ່ນີ້. ຄຳເວົ້າເຫຼົ່ານີ້ຄືຄວາມຈິງທີ່ງ່າຍດາຍທີ່ສຸດ ແລະ ເປັນພື້ນຖານທີ່ສຸດ ແລະ ບາງທີພວກເຈົ້າອາດຈະບໍ່ເຄີຍໄຕ່ຕອງພວກມັນມາກ່ອນ. ມັນເປັນແນວນັ້ນບໍ? ຖ້າເຈົ້າເວົ້າວ່າ “ຂ້ານ້ອຍເຊື່ອໃນພຣະເຈົ້າ. ຂ້ານ້ອຍຈະເຮັດສິ່ງທີ່ຂ້ານ້ອຍຄວນເຮັດ, ຂ້ານ້ອຍຈະເຮັດສິ່ງທີ່ຂ້ານ້ອຍຢາກເຮັດ ແລະ ສຳລັບການອ່ອນນ້ອມຕໍ່ພຣະເຈົ້າ, ການອ່ອນນ້ອມຕໍ່ການປັ້ນແຕ່ງ ແລະ ການຈັດແຈງຂອງພຣະເຈົ້າ, ການມີຄວາມຈົງຮັກພັກດີຕໍ່ພຣະເຈົ້າ ແລະ ການເປັນຜູ້ທີ່ມີຄວາມເປັນມະນຸດ, ສິ່ງເຫຼົ່ານັ້ນບໍ່ມີຫຍັງກ່ຽວຂ້ອງກັບຂ້ານ້ອຍ”, ແລ້ວຖ້າສິ່ງເຫຼົ່ານີ້ບໍ່ມີຫຍັງກ່ຽວຂ້ອງກັບເຈົ້າ, ເຈົ້າກຳລັງເຊື່ອໃນພຣະເຈົ້າເພື່ອຫຍັງ? ເປັນຫຍັງເຈົ້າຈຶ່ງເຊື່ອໃນພຣະເຈົ້າ? ເຈົ້າຢາກເຊື່ອໃນພຣະອົງແນວໃດ? ເຈົ້າຢາກເປັນຄົນປະເພດໃດໃນຄວາມເຊື່ອໃນພຣະເຈົ້າຂອງເຈົ້າ? ຖ້າສິ່ງເຫຼົ່ານີ້ບໍ່ມີຫຍັງກ່ຽວຂ້ອງກັບເຈົ້າ, ແລ້ວຄວາມເຊື່ອໃນພຣະເຈົ້າຂອງເຈົ້າກໍບໍ່ມີຄວາມໝາຍເລີຍ. ຖ້າເຈົ້າເຊື່ອໃນພຣະເຈົ້າໂດຍອີງໃສ່ແນວຄິດ ແລະ ຈິນຕະນາການຂອງເຈົ້າຢູ່ສະເໝີ, ເຈົ້າເຮັດສິ່ງຕ່າງໆ ຕາມຄວາມມັກຂອງເຈົ້າຢູ່ສະເໝີ, ເຈົ້າເຮັດທຸກຢ່າງທີ່ເຈົ້າຕ້ອງການ ແລະ ຕາມໃຈເນື້ອໜັງຂອງເຈົ້າ, ແລ້ວຄວາມຄິດ ແລະ ທັດສະນະຂອງເຈົ້າ ແລະ ສິ່ງທີ່ເຈົ້າເຮັດກໍບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງ ແລະ ບໍ່ມີຫຍັງກ່ຽວຂ້ອງກັບສິ່ງທີ່ພຣະເຈົ້າຮຽກຮ້ອງ, ຄວາມເຊື່ອຂອງເຈົ້າໃນພຣະເຈົ້າກໍບໍ່ມີຄວາມໝາຍ ແລະ ບໍ່ຈຳເປັນທີ່ເຈົ້າຈະເຊື່ອຕໍ່ໄປ. ເຖິງແມ່ນວ່າເຈົ້າເຊື່ອຕໍ່ໄປ, ມັນກໍຈະເປັນການເສຍແຮງລ້າໆ ແລະ ພຣະເຈົ້າຈະບໍ່ຊ່ວຍເຈົ້າໃຫ້ລອດພົ້ນ.

ຫົວຂໍ້ນີ້ໜັກໜ່ວງຫຼາຍ ແລະ ພວກເຈົ້າທຸກຄົນຮູ້ສຶກບໍ່ສະບາຍໃຈກ່ຽວກັບການຈັດການເລື່ອງນີ້; ມັນເປັນສິ່ງທີ່ຄາດຄິດບໍ່ເຖິງເລັກນ້ອຍ. ບໍ່ວ່າກໍລະນີໃດກໍຕາມ, ຈະມີເຫດການແບບນີ້ເກີດຂຶ້ນອີກໃນອະນາຄົດ. ຕອນນີ້ພວກເຮົາໄດ້ຈັດການເລື່ອງນີ້ໃນລັກສະນະນີ້ໃນຄັ້ງນີ້, ຖ້າສິ່ງແບບນີ້ເກີດຂຶ້ນອີກໃນອະນາຄົດ, ມັນຈະບໍ່ຖືກຈັດການແບບນີ້, ແຕ່ອາດຖືກຈັດການຢ່າງເຂັ້ມງວດກວ່ານີ້. ບອກເຮົາມາເບິ່ງ, ສິ່ງນີ້ເໝາະສົມບໍ? (ເໝາະສົມ).

ຕໍ່ໄປ, ເຮົາຈະໂອ້ລົມກັນໃນຫົວຂໍ້ທີ່ຜ່ອນຄາຍກວ່າ. ພວກເຈົ້າມັກຟັງເລື່ອງເລົ່າບໍ? (ມັກ). ແລ້ວເຮົາຈະເລົ່າເລື່ອງໜຶ່ງໃຫ້ພວກເຈົ້າຟັງ. ເຮົາຄວນເລົ່າເລື່ອງຫຍັງໃຫ້ພວກເຈົ້າຟັງ? ພວກເຈົ້າຢາກຟັງຫົວຂໍ້ປະເພດໃດ? ພວກເຈົ້າມັກຟັງການເລົ່ານິທານ ຫຼື ສົນທະນາກ່ຽວກັບເຫດການບ້ານເມືອງ, ການເມືອງ ຫຼື ຟັງກ່ຽວກັບປະຫວັດສາດ? ພວກເຮົາຈະບໍ່ເວົ້າກ່ຽວກັບສິ່ງເຫຼົ່ານັ້ນ ຍ້ອນວ່າມັນບໍ່ມີປະໂຫຍດທີ່ຈະເວົ້າກ່ຽວກັບພວກມັນ. ເຮົາຈະເລົ່າເລື່ອງກ່ຽວກັບພຶດຕິກຳຂອງຄົນທີ່ເຊື່ອໃນພຣະເຈົ້າ, ອຸປະນິໄສຂອງຜູ້ຄົນ ແລະ ສະພາວະຕ່າງໆ ທີ່ຜູ້ຄົນປະສົບໃນຊີວິດປະຈຳວັນໃຫ້ພວກເຈົ້າຟັງ.

ພາກເພີ່ມເຕີມ:

ການສົນທະນາກ່ຽວກັບຕົ້ນທຶນ:
“ຊ່າງມັນເຖາະ!”

ມີຄົນຫ້າຄົນກຳລັງສົນທະນາກັນຢູ່ ແລະ ໜຶ່ງໃນນັ້ນຊື່ວ່າ ທ. ມະຫາ ໄດ້ເວົ້າວ່າ: “ໃນສະໄໝທີ່ຂ້ອຍຮຽນຢູ່ມະຫາວິທະຍາໄລ, ຊີວິດໃນວິທະຍາເຂດແມ່ນສິ່ງທີ່ຂ້ອຍຄິດຮອດທີ່ສຸດ. ວິທະຍາເຂດເຕັມໄປດ້ວຍຕົ້ນໄມ້ນາໆຊະນິດ ແລະ ໃນຊ່ວງລະດູໃບໄມ້ປົ່ງ ແລະ ລະດູໃບໄມ້ຫຼົ່ນ, ທິວທັດກໍສວຍງາມຫຼາຍ, ມັນໄດ້ເຮັດໃຫ້ຂ້ອຍຮູ້ສຶກຜ່ອນຄາຍ ແລະ ມີຄວາມສຸກ. ອີກຢ່າງໃນເວລານັ້ນ, ຂ້ອຍຍັງໜຸ່ມ ແລະ ເຕັມໄປດ້ວຍຄວາມປາດຖະໜາ ແລະ ຄວາມໄຮ້ດຽງສາ, ໂດຍບໍ່ມີຄວາມກົດດັນຫຼາຍ. ຊີວິດໃນຊ່ວງສາມປີທີ່ຂ້ອຍຮຽນຢູ່ມະຫາວິທະຍາໄລແມ່ນສະບາຍຫຼາຍ. ຖ້າຂ້ອຍສາມາດຍ້ອນເວລາກັບໄປສິບປີ ຫຼື ຊາວປີ ແລະ ກັບໄປໃຊ້ຊີວິດໃນວິທະຍາເຂດໄດ້, ຂ້ອຍຄິດວ່ານັ້ນຄົງຈະເປັນສິ່ງທີ່ມະຫັດສະຈັນທີ່ສຸດໃນຊີວິດນີ້...” ນີ້ແມ່ນຄົນທຳອິດ, ຜູ້ທີ່ມີຊື່ວ່າ ທ. ມະຫາ. ມະຫາ ໝາຍເຖິງຫຍັງ? ມັນໝາຍເຖິງນັກສຶກສາມະຫາວິທະຍາໄລ; ນີ້ແມ່ນທີ່ມາຂອງຊື່ ທ. ມະຫາ. ຊີວິດອັນມະຫັດສະຈັນຂອງ ທ. ມະຫາ ຍັງບໍ່ທັນໄດ້ຖືກລະນຶກເຖິງ ແລະ ຊື່ນຊົມຢ່າງເຕັມທີ່ ກ່ອນທີ່ ທ. ບັນດິດ ຈະເວົ້າຂຶ້ນມາ, ໂດຍເວົ້າວ່າ: “ຫຼັກສູດສາມປີສາມາດຖືວ່າເປັນຫຼັກສູດມະຫາວິທະຍາໄລໄດ້ບໍ? ນັ້ນແມ່ນຫຼັກສູດວິຊາຊີບ. ປະລິນຍາຕີຢູ່ມະຫາວິທະຍາໄລປົກກະຕິແລ້ວແມ່ນໃຊ້ເວລາສີ່ປີ; ມີພຽງແຕ່ໄລຍະເວລາສີ່ປີເທົ່ານັ້ນທີ່ສາມາດຖືວ່າເປັນຫຼັກສູດມະຫາວິທະຍາໄລໄດ້. ຂ້ອຍຮຽນຢູ່ມະຫາວິທະຍາໄລເປັນເວລາສີ່ປີ. ໃນຊ່ວງເວລາທີ່ຂ້ອຍຮຽນຢູ່ມະຫາວິທະຍາໄລ, ຂ້ອຍພົບວ່າຕະຫຼາດແຮງງານເຕັມໄປດ້ວຍນັກສຶກສາມະຫາວິທະຍາໄລ ແລະ ມັນກໍຍາກທີ່ຈະຊອກຫາວຽກເຮັດໄດ້. ສະນັ້ນ, ກ່ອນທີ່ຂ້ອຍຈະຈົບການສຶກສາ, ຂ້ອຍໄດ້ຄິດກ່ຽວກັບເລື່ອງນີ້ ແລະ ຕັດສິນໃຈຮຽນຕໍ່ປະລິນຍາໂທ. ໃນເວລານັ້ນຍັງບໍ່ມີນັກສຶກສາປະລິນຍາໂທຫຼາຍ ແລະ ການຊອກຫາວຽກກໍຈະເປັນເລື່ອງງ່າຍ. ຕາມທີ່ຄາດໄວ້, ຫຼັງຈາກທີ່ຂ້ອຍຈົບການສຶກສາລະດັບປະລິນຍາໂທ, ຂ້ອຍກໍໄດ້ພົບວຽກທີ່ດີທີ່ມີລາຍໄດ້ດີ ແລະ ຂ້ອຍກໍມີຊີວິດທີ່ດີຫຼາຍ. ນີ້ແມ່ນຜົນໄດ້ຮັບຂອງການເປັນນັກສຶກສາປະລິນຍາໂທ”. ເຈົ້າໄດ້ຮັບຂໍ້ຄວາມຫຍັງຈາກການໄດ້ຍິນເລື່ອງນີ້? ທ. ມະຫາ ຈົບການສຶກສາຈາກຫຼັກສູດວິຊາຊີບ ໃນຂະນະທີ່ ທ. ບັນດິດ ຈົບການສຶກສາຈາກຫຼັກສູດປະລິນຍາໂທ ແລະ ມີລາຍໄດ້ສູງ, ມີຖານະ ແລະ ຄວາມເຄົາລົບນັບຖືໃນສັງຄົມ. ທ. ບັນດິດ ກຳລັງເວົ້າຢ່າງມີຄວາມສຸກ ແລະ ແລ້ວ ທ. ຜູ້ຈັດການ ກໍໄດ້ເວົ້າວ່າ: “ເຈົ້າຍັງໜຸ່ມຢູ່, ທ້າວເອີຍ! ເຈົ້າບໍ່ມີປະສົບການໃດໆໃນສັງຄົມເລີຍ. ມັນບໍ່ສຳຄັນວ່າເຈົ້າຈະຮຽນປະລິນຍາໂທ ຫຼື ປະລິນຍາເອກ, ບໍ່ມີຫຍັງດີໄປກວ່າການເລືອກວິຊາເອກທີ່ດີຢູ່ມະຫາວິທະຍາໄລ. ກ່ອນທີ່ຂ້ອຍຈະເລີ່ມເຂົ້າຮຽນມະຫາວິທະຍາໄລ, ຂ້ອຍໄດ້ຄົ້ນຄວ້າຕະຫຼາດ ແລະ ເຫັນວ່າທຸລະກິດທຸກຂະໜາດຕ້ອງການຄົນທີ່ມີທັກສະດ້ານການຈັດການ, ສະນັ້ນ, ເມື່ອຂ້ອຍເຂົ້າຮຽນມະຫາວິທະຍາໄລ ຂ້ອຍຈຶ່ງເລືອກຮຽນການຈັດການຕະຫຼາດ ແລະ ເມື່ອຂ້ອຍຈົບການສຶກສາ ຂ້ອຍກໍຈະເປັນໜຶ່ງໃນຜູ້ຈັດການລະດັບສູງຂອງບໍລິສັດ ຫຼື ທີ່ຮູ້ຈັກກັນໃນນາມ CEO. ເມື່ອຂ້ອຍຈົບການສຶກສາ, ມັນເປັນຊ່ວງເວລາທີ່ທຸລະກິດຕ່າງໆທຸກຂະໜາດຕ້ອງການຄົນທີ່ມີຄວາມສາມາດພິເສດຄືຂ້ອຍ. ຕະຫຼາດແມ່ນໃຫຍ່ຫຼວງຫຼາຍ ແລະ ເມື່ອຂ້ອຍເລີ່ມສະໝັກວຽກ, ບໍລິສັດຫຼາຍແຫ່ງກໍພະຍາຍາມແຍ່ງຊິງຕົວຂ້ອຍ. ໃນທີ່ສຸດ, ຂ້ອຍກໍສາມາດເລືອກໄດ້ຕາມໃຈ. ຂ້ອຍໄດ້ເລືອກບໍລິສັດຕ່າງປະເທດທີ່ດີທີ່ສຸດ ແລະ ກາຍເປັນຜູ້ຈັດການທີ່ມີລາຍໄດ້ສູງທັນທີ. ພາຍໃນຫ້າປີ ຂ້ອຍໄດ້ຊື້ລົດເປັນຂອງຕົນເອງ. ສະຫຼາດຫຼາຍ, ແມ່ນບໍ? ເຫັນບໍວ່າຂ້ອຍຕັດສິນໃຈເລືອກໄດ້ດີສ່ຳໃດ!” ໃນຂະນະທີ່ ທ. ຜູ້ຈັດການ ກຳລັງເວົ້າຢູ່, ສອງຄົນທີ່ຢູ່ຕໍ່ໜ້າລາວຮູ້ສຶກຕໍ່ຕ້ານຢູ່ໜ້ອຍໜຶ່ງ ແຕ່ພວກເຂົາບໍ່ໄດ້ເວົ້າຫຍັງ. ໃນໃຈຂອງພວກເຂົາ ພວກເຂົາຄິດວ່າ: “ລາວເປັນຜູ້ຈັດການລະດັບສູງ ແລະ ລາວກໍມີວິໄສທັດກວ້າງໄກ. ລາວມີຕົ້ນທຶນຫຼາຍກວ່າພວກເຮົາ. ເຖິງແມ່ນວ່າພວກເຮົາຈະຮູ້ສຶກຕໍ່ຕ້ານຢູ່ໜ້ອຍໜຶ່ງ, ພວກເຮົາກໍຈະບໍ່ເວົ້າຫຍັງ. ພວກເຮົາພຽງແຕ່ຈະຍອມຮັບຄວາມປະລາໄຊ”. ເມື່ອ ທ. ຜູ້ຈັດການ ເວົ້າຈົບແລ້ວ ລາວກໍພໍໃຈໃນຕົວເອງຫຼາຍ, ຄິດວ່າຄົນໜຸ່ມເຫຼົ່ານີ້ບໍ່ມີປະສົບການເທົ່າກັບຕົນເອງ. ໃນຂະນະທີ່ລາວກຳລັງຮູ້ສຶກພໍໃຈຫຼາຍຢູ່ນັ້ນ, ຄົນໜຶ່ງທີ່ຊື່ວ່າ ທ. ລັດຖະກອນ ກໍເລີ່ມເວົ້າຂຶ້ນ. ທ. ລັດຖະກອນ ບໍ່ໄດ້ໃຫ້ຄ່າ ກັບສິ່ງທີ່ສາມຄົນນັ້ນເວົ້າເລີຍ. ລາວໄດ້ຈັບຈອກຊາຂອງລາວຂຶ້ນມາຢ່າງສະບາຍໆ, ຈິບມັນ, ຫຼຽວເບິ່ງຮອບໆ ແລະ ເວົ້າວ່າ: “ທຸກມື້ນີ້ທຸກຄົນເປັນນັກສຶກສາມະຫາວິທະຍາໄລ. ໃຜແດ່ທີ່ບໍ່ສາມາດເຂົ້າຮຽນມະຫາວິທະຍາໄລໄດ້? ການໄປຮຽນມະຫາວິທະຍາໄລພຽງຢ່າງດຽວມັນຍັງບໍ່ພຽງພໍ ແລະ ການເຂົ້າໄປເຮັດທຸລະກິດພຽງຢ່າງດຽວມັນກໍຍັງບໍ່ພຽງພໍເຊັ່ນກັນ. ເຖິງແມ່ນວ່າເຈົ້າເປັນຜູ້ຈັດການລະດັບສູງ, ນັ້ນກໍບໍ່ແມ່ນວຽກທີ່ເຮັດໄດ້ຕະຫຼອດຊີວິດ, ມັນບໍ່ໝັ້ນຄົງ. ສິ່ງສຳຄັນແມ່ນການຊອກຫາວຽກທີ່ໝັ້ນຄົງ ແລະ ແລ້ວເຈົ້າກໍຈະຕັ້ງຕົວໄດ້ໄປຕະຫຼອດຊີວິດ!” ເມື່ອຄົນອື່ນໆໄດ້ຍິນແບບນີ້, ພວກເຂົາກໍໄດ້ເວົ້າວ່າ: “ວຽກທີ່ໝັ້ນຄົງຕະຫຼອດຊີວິດບໍ? ທຸກມື້ນີ້ໃຜເວົ້າກ່ຽວກັບເລື່ອງແບບນັ້ນ? ນັ້ນເປັນເລື່ອງຂອງອະດີດໄປແລ້ວ!” ທ. ລັດຖະກອນ ໄດ້ເວົ້າວ່າ: “ເລື່ອງຂອງອະດີດບໍ? ຮຶ, ພວກເຈົ້າເວົ້າແບບນັ້ນພຽງເພາະວ່າພວກເຈົ້າທຸກຄົນມີວິໄສທັດແຄບ ແລະ ຂາດການຢັ່ງຮູ້! ເມື່ອພວກເຈົ້າໄດ້ວຽກທີ່ໝັ້ນຄົງຕະຫຼອດຊີວິດ, ເຖິງແມ່ນວ່າລາຍໄດ້ຂອງພວກເຈົ້າຈະໜ້ອຍກວ່າໜ້ອຍໜຶ່ງ, ມັນກໍຮັບປະກັນຊີວິດທີ່ໝັ້ນຄົງ ແລະ ເຈົ້າກໍມີສິດອຳນາດ ແລະ ສາມາດເຂົ້າໄປບົງການໄດ້ທຸກເລື່ອງ! ຄົນສ່ວນໃຫຍ່ບໍ່ເຂົ້າໃຈເມື່ອຂ້ອຍສອບເສັງເພື່ອເປັນລັດຖະກອນ ແລະ ຖາມວ່າເປັນຫຍັງຄົນທີ່ຍັງໜຸ່ມຈຶ່ງຢາກເຮັດວຽກໃຫ້ກັບອົງການຂອງລັດຖະບານ. ຫຼັງຈາກທີ່ຂ້ອຍຜ່ານການສອບເສັງເພື່ອເປັນລັດຖະກອນ, ໝູ່ເພື່ອນ ແລະ ຍາດພີ່ນ້ອງທີ່ຕ້ອງການວຽກ ຫຼື ຜູ້ທີ່ກ່ຽວຂ້ອງກັບການດຳເນີນຄະດີທາງກົດໝາຍ ກໍໄດ້ຊອກຫາຂ້ອຍ. ເຫັນບໍນັ້ນແມ່ນສິດອຳນາດອັນຍິ່ງໃຫຍ່, ແມ່ນບໍ? ເຖິງແມ່ນວ່າລາຍໄດ້ຈະບໍ່ດີປານໃດ, ຂ້ອຍກໍໄດ້ຮັບທີ່ຢູ່ອາໄສ ແລະ ລົດ. ສະຫວັດດີການຂອງຂ້ອຍດີກວ່າຂອງພວກເຈົ້າ. ນອກຈາກນີ້, ຂ້ອຍຍັງສາມາດເບີກຄ່າໃຊ້ຈ່າຍຂອງຂ້ອຍຄືນໄດ້ເມື່ອຂ້ອຍອອກໄປກິນເຂົ້າ ແລະ ໄປຊື້ເຄື່ອງ ແລະ ຂ້ອຍຍັງສາມາດເດີນທາງດ້ວຍລົດແທັກຊີ ຫຼື ເຮືອບິນໄດ້ໂດຍບໍ່ເສຍຄ່າອີກດ້ວຍ. ວຽກຂອງພວກເຈົ້າບໍ່ດີພໍ; ພວກເຈົ້າທຸກຄົນມີວຽກທີ່ບໍ່ໝັ້ນຄົງ. ຂ້ອຍເຮັດໄດ້ດີກວ່າພວກເຈົ້າຫຼາຍ!” ຄົນອື່ນໆຮູ້ສຶກບໍ່ສະບາຍໃຈຫຼັງຈາກໄດ້ຍິນລາວເວົ້າແບບນີ້ ແລະ ພວກເຂົາກໍໄດ້ເວົ້າວ່າ: “ເຖິງແມ່ນວ່າສະຫວັດດີການຂອງເຈົ້າຈະດີພໍສົມຄວນ, ແຕ່ເຈົ້າມີຊື່ສຽງທີ່ບໍ່ດີ. ເຈົ້າໄປກັນໂຊກຊັບ ແລະ ປະພຶດຕົນຄືກັບຜູ້ປົກຄອງທີ່ໃຊ້ອໍານາດກົດຂີ່ຂົ່ມເຫັງຢູ່ທຸກບ່ອນ ແລະ ເຈົ້າກໍບໍ່ໄດ້ຮັບໃຊ້ປະຊາຊົນ. ເຈົ້າພຽງແຕ່ທຳຮ້າຍຜູ້ຄົນ ແລະ ເຮັດສິ່ງທີ່ບໍ່ດີທຸກປະເພດ”. ທ. ລັດຖະກອນ ໄດ້ຕອບກັບວ່າ: “ມີຊື່ສຽງບໍ່ດີແລ້ວເປັນຫຍັງ? ຂ້ອຍກໍໄດ້ດິບໄດ້ດີຍ້ອນມັນ!” ທຸກຄົນໄດ້ເລີ່ມສົນທະນາກ່ຽວກັບເລື່ອງນີ້, ຈົນກະທັ່ງໃນທີ່ສຸດຄົນສຸດທ້າຍກໍບໍ່ສາມາດຄວບຄຸມຕົນເອງໄດ້ອີກຕໍ່ໄປ, ລຸກຂຶ້ນຢືນ ແລະ ເວົ້າວ່າ: “ເຫັນບໍ່, ພວກເຈົ້າໄດ້ໄປຮຽນມະຫາວິທະຍາໄລ, ພວກເຈົ້າໄດ້ຮຽນປະລິນຍາໂທ, ພວກເຈົ້າເປັນຜູ້ຈັດການທຸລະກິດລະດັບສູງ, ພວກເຈົ້າເປັນລັດຖະກອນ ແລະ ຂ້ອຍບໍ່ໄດ້ມີປະສົບການຄືກັບທີ່ພວກເຈົ້າມີ. ເຖິງແມ່ນວ່າຂ້ອຍເປັນພຽງຄົນທີ່ບໍ່ສຳຄັນ, ຂ້ອຍກໍຕ້ອງແບ່ງປັນປະສົບການຂອງຂ້ອຍກັບພວກເຈົ້າ. ເມື່ອຂ້ອຍກັບໄປຫາ ‘ແມ່ຜູ້ໃຫ້ຄວາມຮູ້’...” ຄົນອື່ນໆຮູ້ສຶກແປກໃຈ ແລະ ຖາມວ່າ: “‘ແມ່ຜູ້ໃຫ້ຄວາມຮູ້’ ນີ້ແມ່ນຫຍັງ? ການຜ່ານການສອບເສັງເພື່ອເປັນລັດຖະກອນເຮັດໃຫ້ຄົນເປັນລັດຖະກອນ, ການຮຽນປະລິນຍາໂທເຮັດໃຫ້ຄົນເປັນນັກສຶກສາປະລິນຍາໂທ, ການເປັນຜູ້ຈັດການລະດັບສູງຂອງບໍລິສັດເຮັດໃຫ້ຄົນເປັນ CEO, ແລ້ວ ‘ແມ່ຜູ້ໃຫ້ຄວາມຮູ້’ ນີ້ໝາຍເຖິງຫຍັງ? ເຈົ້າສາມາດອະທິບາຍໄດ້ບໍ?” ຄົນນີ້ໄດ້ເວົ້າວ່າ: “ສະນັ້ນ, ພວກເຈົ້າສາມາດໄປຮຽນມະຫາວິທະຍາໄລ, ຮຽນປະລິນຍາໂທ, ເປັນຜູ້ຈັດການທຸລະກິດລະດັບສູງ ແລະ ກາຍເປັນລັດຖະກອນໄດ້, ແຕ່ຂ້ອຍບໍ່ສາມາດກັບໄປໂຮງຮຽນເກົ່າຂອງຂ້ອຍເພື່ອເບິ່ງຮອບໆໄດ້ບໍ?” ພວກເຈົ້າເຫັນບໍ? ລາວໃຈຮ້າຍແລ້ວ. ຄົນທີ່ບໍ່ສຳຄັນຄົນນີ້ມີການສຶກສາໜ້ອຍ ແຕ່ກໍຍັງທະນົງຕົວ. ຄົນອື່ນໆໄດ້ເວົ້າວ່າ: “ພວກເຮົາທຸກຄົນຮູ້ແລ້ວວ່າການກັບໄປໂຮງຮຽນເກົ່າຂອງຕົນເອງແມ່ນຫຍັງ. ເຈົ້າບໍ່ຈຳເປັນຕ້ອງເວົ້າວ່າ ເຈົ້າກັບໄປຫາ ‘ແມ່ຜູ້ໃຫ້ຄວາມຮູ້’ ແລ້ວ. ພຽງແຕ່ເວົ້າວ່າເຈົ້າກັບໄປໂຮງຮຽນເກົ່າຂອງເຈົ້າ”. ແລ້ວຄົນອື່ນໆກໍໄດ້ຖາມລາວວ່າການສຶກສາໃນໂຮງຮຽນເກົ່າຂອງລາວຢູ່ໃນລະດັບໃດ, ມັນເປັນໂຮງຮຽນມັດທະຍົມປາຍ, ວິທະຍາໄລເຕັກນິກ, ມະຫາວິທະຍາໄລ ຫຼື ໂຮງຮຽນປະລິນຍາໂທ. ລາວໄດ້ຕອບກັບ ໂດຍເວົ້າວ່າ: “ຂ້ອຍບໍ່ເຄີຍໄປຮຽນມະຫາວິທະຍາໄລ, ຂ້ອຍບໍ່ເຄີຍຮຽນຕໍ່ປະລິນຍາໂທ ແລະ ຂ້ອຍກໍບໍ່ເຄີຍສອບເສັງເພື່ອເປັນລັດຖະກອນ. ໄປຮຽນແຕ່ໂຮງຮຽນປະຖົມກໍບໍ່ໄດ້ບໍ? ຊ່າງມັນເຖາະ!” ລາວຮູ້ສຶກອັບອາຍ; ລາວໄດ້ເປີດເຜີຍພູມຫຼັງຂອງລາວ ແລະ ມັນກໍບໍ່ສາມາດປິດບັງໄດ້ອີກຕໍ່ໄປ. ລາວໄດ້ສ້າງພາບມາໂດຍຕະຫຼອດ. ໃນການຄົບຫາກັບຄົນອື່ນ, ລາວບໍ່ເຄີຍເປີດເຜີຍລະດັບການສຶກສາຂອງລາວໃຫ້ພວກເຂົາຮູ້. ຕອນນີ້ມັນໄດ້ຖືກເປີດເຜີຍທັງໝົດແລ້ວ, ລາວໄດ້ເສຍໜ້າ ແລະ ລາວກໍຟ້າວແລ່ນໄປທີ່ປະຕູ ແລະ ໜີໄປ. ຄົນອື່ນໆບໍ່ເຂົ້າໃຈວ່າເປັນຫຍັງລາວຈຶ່ງແລ່ນໜີ ແລະ ພວກເຂົາທຸກຄົນກໍເວົ້າພ້ອມກັນວ່າ: “ເຈົ້າບໍ່ໄດ້ຮຽນຈົບແຕ່ໂຮງຮຽນປະຖົມເທົ່ານັ້ນບໍ? ເຈົ້າຈະແລ່ນໜີເພື່ອຫຍັງ? ເຫັນເຈົ້າພາກພູມໃຈກັບມັນຫຼາຍ!” ຂ້ານ້ອຍຈະຈົບເລື່ອງຢູ່ບ່ອນນີ້; ເລື່ອງນີ້ກໍກວມເອົາເນື້ອໃນພໍສົມຄວນແລ້ວ.

ມີຄົນຫ້າຄົນຢູ່ໃນເລື່ອງນີ້. ຫົວຂໍ້ທີ່ພວກເຂົາກຳລັງສົນທະນາກັນຢູ່ແມ່ນຫຍັງ? (ພູມຫຼັງການສຶກສາຂອງພວກເຂົາ) ແລ້ວພູມຫຼັງການສຶກສາມີຄວາມໝາຍແນວໃດແທ້ຕໍ່ຜູ້ຄົນ? (ມັນແມ່ນຖານະທາງສັງຄົມຂອງພວກເຂົາ). ພູມຫຼັງການສຶກສາຂອງຄົນໆໜຶ່ງກ່ຽວຂ້ອງກັບຖານະທາງສັງຄົມຂອງຄົນໆນັ້ນ. ນີ້ແມ່ນຄວາມຈິງທາງວັດຖຸວິໄສ. ສະນັ້ນ, ເປັນຫຍັງຜູ້ຄົນຈຶ່ງຕ້ອງການສົນທະນາກັນກ່ຽວກັບຖານະທາງສັງຄົມຂອງພວກເຂົາ? ເປັນຫຍັງພວກເຂົາຈຶ່ງຕ້ອງການນຳເອົາຖານະທາງສັງຄົມ ແລະ ຕົວຕົນຂອງພວກເຂົາມາເປີດເຜີຍເພື່ອເປັນຫົວຂໍ້ສົນທະນາ? ພວກເຂົາກຳລັງເຮັດຫຍັງ? (ພວກເຂົາກຳລັງອວດອ້າງຕົນເອງ). ສະນັ້ນ, ຫົວຂໍ້ຂອງເລື່ອງນີ້ຄວນຈະເປັນຫຍັງ? (ການປຽບທຽບພູມຫຼັງການສຶກສາ). ຖ້າເລື່ອງນີ້ມີຫົວຂໍ້ວ່າ “ການປຽບທຽບພູມຫຼັງການສຶກສາ”, ມັນຈະບໍ່ກົງໄປກົງມາເກີນໄປບໍ? (ແມ່ນແລ້ວ, ມັນຈະເປັນແບບນັ້ນ. ແລ້ວ “ການອວດອ້າງຖານະ” ເດເປັນແນວໃດ?) ນັ້ນກໍກົງເກີນໄປໜ້ອຍໜຶ່ງ, ມັນບໍ່ມີຄວາມໝາຍແຝງ ແລະ ມັນບໍ່ເລິກເຊິ່ງພໍ. ຈະເປັນແນວໃດຖ້າພວກເຮົາເວົ້າວ່າຫົວຂໍ້ຫຼັກແມ່ນ “ການສົນທະນາກ່ຽວກັບຕົ້ນທຶນ” ແລະ ຫົວຂໍ້ຮອງແມ່ນ “ຊ່າງມັນເຖາະ”? ມັນເປັນຫົວຂໍ້ທີ່ສຽດສີໜ້ອຍໜຶ່ງ, ແມ່ນບໍ? “ການສົນທະນາກ່ຽວກັບຕົ້ນທຶນ” ໝາຍຄວາມວ່າ ທຸກຄົນກຳລັງສົນທະນາກ່ຽວກັບຕົ້ນທຶນຂອງຕົນເອງ, ລວມທັງພູມຫຼັງການສຶກສາ ແລະ ຖານະທາງສັງຄົມຂອງພວກເຂົາ ແລ້ວ “ຊ່າງມັນເຖາະ” ໝາຍຄວາມວ່າແນວໃດ? (ການບໍ່ຍອມຮັບວ່າຄົນອື່ນດີກວ່າ). ແມ່ນແລ້ວ, ມັນມີອຸປະນິໄສປະເພດໜຶ່ງຢູ່ບ່ອນນີ້. ເປັນນັກສຶກສາປະລິນຍາໂທແລ້ວຈັ່ງໃດ? ຮຽນສູງກວ່າຂ້ອຍແລ້ວຈັ່ງໃດ? ບໍ່ມີໃຜຍອມຮັບວ່າຄົນອື່ນດີກວ່າຕົນເອງ. ນີ້ແມ່ນຄວາມໝາຍຂອງການສົນທະນາກ່ຽວກັບຕົ້ນທຶນ. ການສົນທະນາປະເພດນີ້ບໍ່ແມ່ນສິ່ງທີ່ມັກຈະໄດ້ຍິນຢູ່ເລື້ອຍໆ ເມື່ອຢູ່ອ້ອມຂ້າງຄົນອື່ນບໍ? ມີຜູ້ຄົນທີ່ອວດອ້າງຄວາມຮັ່ງມີຂອງຄອບຄົວຂອງພວກເຂົາ, ຜູ້ຄົນທີ່ອວດອ້າງພູມຫຼັງອັນຊົງກຽດຂອງຄອບຄົວຂອງພວກເຂົາ, ຜູ້ຄົນທີ່ອວດອ້າງຄວາມຈິງທີ່ວ່າຈັກກະພັດ ແລະ ຄົນທີ່ມີຊື່ສຽງບາງຄົນໃຊ້ນາມສະກຸນຂອງພວກເຂົາ ແລະ ບາງຄົນກໍເວົ້າກ່ຽວກັບມະຫາວິທະຍາໄລທີ່ພວກເຂົາໄດ້ຈົບການສຶກສາ, ພວກເຂົາມີຄວາມສະຫງ່າລາສີສໍ່າໃດ ແລະ ມີແມ່ນແຕ່ສາວນວດໃນຮ້ານເສີມສວຍເວົ້າວ່າ: “ຂ້ອຍໄດ້ຮຽນການນວດຈາກອາຈານທີ່ມີຊື່ສຽງ, ໄດ້ຮັບການດັດແກ້ຈາກຜູ້ຊ່ຽວຊານ ແລະ ຜ່ານການກວດກາແບບສ່ວນຕົວ. ໃນທີ່ສຸດ, ຂ້ອຍກໍໄດ້ກາຍເປັນນັກນວດບຳບັດມືອາຊີບຊັ້ນໜຶ່ງ ແລະ ຊ່ວງປີ 2000 ກໍແມ່ນຊ່ວງເວລາທີ່ສະຫງ່າລາສີທີ່ສຸດຂອງຂ້ອຍ…” ຄຳວ່າ “ສະຫງ່າລາສີ” ນີ້ຖືກໃຊ້ຜິດບ່ອນ. ແມ່ນແຕ່ສາວນວດໃນອຸດສາຫະກຳບໍລິການກໍຍັງເວົ້າກ່ຽວກັບ “ຊ່ວງເວລາທີ່ສະຫງ່າລາສີທີ່ສຸດ” ຂອງລາວ. ນີ້ແມ່ນການໂອ້ອວດ ແລະ ການອວດອ້າງຂອງລາວແທ້ໆ. ສິ່ງທີ່ພວກເຮົາກໍາລັງເວົ້າກ່ຽວກັບຫົວຂໍ້ນີ້ ຫຼັກໆແລ້ວແມ່ນການສົນທະນາບາງຢ່າງທີ່ມັກໄດ້ຍິນຢູ່ເລື້ອຍໆ, ພຶດຕິກໍາທີ່ມັກເຫັນຢູ່ເລື້ອຍໆ ແລະ ອຸປະນິໄສທີ່ມັກຖືກເປີດເຜີຍຢູ່ເລື້ອຍໆ ເມື່ອຢູ່ອ້ອມຂ້າງກັບຜູ້ຄົນໃນຊີວິດຈິງ. ເປັນຫຍັງຜູ້ຄົນຈຶ່ງເວົ້າກ່ຽວກັບຕົ້ນທຶນແບບນີ້? ອຸປະນິໄສ ຫຼື ແຮງຈູງໃຈອັນໃດທີ່ກໍາລັງເຮັດວຽກຢູ່ບ່ອນນີ້? ສິ່ງທີ່ຖືກເວົ້າເຖິງເຫຼົ່ານີ້ສາມາດຖືວ່າເປັນຄວາມສະຫງ່າລາສີໄດ້ບໍ? ຄວາມສະຫງ່າລາສີບໍ່ກ່ຽວຂ້ອງຫຍັງກັບມັນເລີຍ. ສະນັ້ນແລ້ວ, ຜູ້ຄົນໄດ້ຮັບຜົນປະໂຫຍດຈາກການເວົ້າກ່ຽວກັບສິ່ງດັ່ງກ່າວບໍ? (ບໍ່). ແລ້ວພວກເຈົ້າກໍເວົ້າກ່ຽວກັບສິ່ງເຫຼົ່ານີ້ຄືກັນບໍ? (ເວົ້າ). ພວກເຈົ້າຮູ້ວ່າສິ່ງເຫຼົ່ານີ້ບໍ່ມີຜົນປະໂຫຍດ, ສະນັ້ນ, ເປັນຫຍັງພວກເຈົ້າຈຶ່ງເວົ້າກ່ຽວກັບພວກມັນ? ເປັນຫຍັງຜູ້ຄົນຈຶ່ງມັກເວົ້າກ່ຽວກັບສິ່ງດັ່ງກ່າວ? (ສິ່ງເຫຼົ່ານີ້ແມ່ນຕົ້ນທຶນທີ່ຜູ້ຄົນອວດອ້າງ). ຈຸດປະສົງຂອງການອວດອ້າງພວກມັນແມ່ນຫຍັງ? (ເພື່ອໃຫ້ຄົນອື່ນເທີດທູນ). ມັນເປັນເພາະວ່າບໍ່ມີໃຜຢາກເປັນຄົນທຳມະດາ, ຄົນທີ່ບໍ່ມີຫຍັງພິເສດ. ແມ່ນແຕ່ຄົນທີ່ຮຽນຈົບໂຮງຮຽນປະຖົມກໍຍັງເວົ້າກ່ຽວກັບການກັບໄປຫາ “ແມ່ຜູ້ໃຫ້ຄວາມຮູ້” ຂອງພວກເຂົາເພື່ອເບິ່ງຮອບໆ, ໂດຍປາດຖະໜາທີ່ຈະໃຊ້ພາສາວັນນະຄະດີປະເພດນີ້ເພື່ອຫຼອກລວງ ແລະ ເຮັດໃຫ້ຄົນອື່ນມົວເມົາ ເພື່ອໃຫ້ຄົນອື່ນເຄົາລົບນັບຖືລາວ. ຈຸດປະສົງຂອງການເຮັດໃຫ້ຄົນອື່ນເທີດທູນລາວແມ່ນຫຍັງ? ມັນແມ່ນເພື່ອໃຫ້ລາວສາມາດເປັນຄົນທີ່ເໜືອກວ່າຄົນອື່ນ, ເພື່ອໃຫ້ມີທີ່ຢືນ ແລະ ຕຳແໜ່ງໃນທ່າມກາງຄົນອື່ນ, ເພື່ອໃຫ້ມີແສງລັດສະໝີຢູ່ເທິງຫົວຂອງລາວ, ເພື່ອໃຫ້ສິ່ງທີ່ລາວເວົ້າມີສິດອຳນາດ, ເພື່ອໃຫ້ໄດ້ຮັບການສະໜັບສະໜູນຈາກຄົນອື່ນ ແລະ ເພື່ອໃຫ້ມີກຽດສັກສີ. ຖ້າເຈົ້າໂຍນສິ່ງເຫຼົ່ານີ້ຖິ້ມ ແລະ ເປັນຄົນທຳມະດາ, ຄົນທຳມະດາທີ່ບໍ່ມີຫຍັງພິເສດ, ເຈົ້າຄວນມີຫຍັງ? ກ່ອນອື່ນໝົດ, ເຈົ້າຄວນມີມຸມມອງທີ່ຖືກຕ້ອງ. ມຸມມອງທີ່ຖືກຕ້ອງນີ້ເກີດຂຶ້ນໄດ້ແນວໃດ? ມັນເກີດຂຶ້ນໄດ້ໂດຍການອ່ານພຣະທຳຂອງພຣະເຈົ້າ ແລະ ເຂົ້າໃຈວ່າເຈົ້າຄວນມີທັດສະນະແນວໃດຕໍ່ສິ່ງຕ່າງໆ ທີ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ ແລະ ທີ່ຜູ້ຄົນຄວນມີຢູ່ໃນຄວາມເປັນມະນຸດປົກກະຕິຂອງພວກເຂົາ. ນີ້ແມ່ນມຸມມອງທີ່ຖືກຕ້ອງ. ສະນັ້ນ, ໃນຖານະທີ່ເປັນຄົນທຳມະດາ, ຄົນທີ່ບໍ່ມີຫຍັງພິເສດ ແລະ ຄົນປົກກະຕິ, ມຸມມອງທີ່ເໝາະສົມ ແລະ ຖືກຕ້ອງທີ່ສຸດທີ່ຈະມີຕໍ່ສິ່ງເຫຼົ່ານີ້ທັງໝົດ, ຕໍ່ຖານະທາງສັງຄົມ, ຕົ້ນທຶນທາງສັງຄົມ ຫຼື ພູມຫຼັງຄອບຄົວ ແລະ ສິ່ງອື່ນໆແມ່ນຫຍັງ? ພວກເຈົ້າຮູ້ບໍ? ສົມມຸດວ່າມີບາງຄົນທີ່ໄດ້ເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ, ຜູ້ທີ່ເຊື່ອວ່າຕົນເອງໄດ້ເຂົ້າໃຈຄວາມຈິງຫຼາຍຢ່າງ, ຜູ້ທີ່ເຊື່ອວ່າພວກເຂົາຕິດຕາມຫົນທາງຂອງພຣະເຈົ້າ ແລະ ຈົງຮັກພັກດີຕໍ່ພຣະເຈົ້າ ແລະ ໜ້າທີ່ຂອງພວກເຂົາ, ແຕ່ພວກເຂົາຍັງຖືວ່າຖານະຂອງພວກເຂົາໃນສັງຄົມ ແລະ ໃນທ່າມກາງຜູ້ຄົນ ແລະ ຄຸນຄ່າຂອງພວກເຂົາເປັນສິ່ງທີ່ສໍາຄັນຫຼາຍ ແລະ ພວກເຂົາກໍເທີດທູນສິ່ງເຫຼົ່ານີ້ຢ່າງຍິ່ງ ແລະ ພວກເຂົາຍັງມັກຈະອວດອ້າງຕົ້ນທຶນຂອງພວກເຂົາ, ພູມຫຼັງອັນສະຫງ່າລາສີ ແລະ ຄຸນຄ່າຂອງພວກເຂົາຢູ່ເລື້ອຍໆ, ຄົນປະເພດນີ້ແມ່ນຄົນທີ່ເຂົ້າໃຈຄວາມຈິງແທ້ບໍ? ຊັດເຈນວ່າບໍ່ແມ່ນ. ສະນັ້ນ, ຄົນທີ່ບໍ່ເຂົ້າໃຈຄວາມຈິງແມ່ນຄົນທີ່ຮັກຄວາມຈິງບໍ? (ບໍ່) ບໍ່ແມ່ນ. ຄວາມສຳພັນລະຫວ່າງການສົນທະນາກ່ຽວກັບຕົ້ນທຶນ ແລະ ການທີ່ຄົນໃດຄົນໜຶ່ງເຂົ້າໃຈ ແລະ ຮັກຄວາມຈິງແມ່ນຫຍັງ? ເປັນຫຍັງເຮົາຈຶ່ງເວົ້າວ່າ ຄົນທີ່ເທີດທູນຄຸນຄ່າຂອງຕົນເອງ ແລະ ອວດອ້າງຕົ້ນທຶນຂອງຕົນເອງບໍ່ແມ່ນຄົນທີ່ຮັກ ແລະ ເຂົ້າໃຈຄວາມຈິງ? ຄົນທີ່ຮັກ ແລະ ເຂົ້າໃຈຄວາມຈິງຢ່າງແທ້ຈິງຄວນປະຕິບັດຕໍ່ເລື່ອງຖານະທາງສັງຄົມ, ຕົ້ນທຶນສ່ວນຕົວ ແລະ ຄຸນຄ່າເຫຼົ່ານີ້ແນວໃດ? ມີສິ່ງໃດແດ່ທີ່ລວມຢູ່ໃນຖານະທາງສັງຄົມ? ພູມຫຼັງຄອບຄົວ, ການສຶກສາ, ຊື່ສຽງ, ຄວາມສໍາເລັດໃນສັງຄົມ, ຄວາມສາມາດພິເສດສ່ວນຕົວ ແລະ ເຊື້ອຊາດຂອງເຈົ້າ. ສະນັ້ນ, ເຈົ້າປະຕິບັດຕໍ່ສິ່ງເຫຼົ່ານີ້ແນວໃດ ເພື່ອຢັ້ງຢືນວ່າເຈົ້າເປັນຄົນທີ່ເຂົ້າໃຈຄວາມຈິງ? ຄໍາຖາມນີ້ຄວນຈະຕອບໄດ້ງ່າຍແມ່ນບໍ? ພວກເຈົ້າຄວນຈະເຂົ້າໃຈຫຼາຍຢ່າງກ່ຽວກັບດ້ານນີ້ໃນທາງທິດສະດີ. ເວົ້າຫຍັງກໍໄດ້ທີ່ເຈົ້າໄດ້ຄິດອອກມາ. ຢ່າຄິດວ່າ: “ໂອ້, ຂ້ອຍຍັງບໍ່ທັນໄດ້ຄິດຢ່າງລະອຽດ, ສະນັ້ນ, ຂ້ອຍຈຶ່ງບໍ່ສາມາດເວົ້າຫຍັງໄດ້”. ຖ້າເຈົ້າຍັງບໍ່ທັນໄດ້ຄິດຢ່າງລະອຽດ, ກໍພຽງແຕ່ເວົ້າສິ່ງທີ່ເຈົ້າຄິດໃນຕອນນີ້. ຖ້າເຈົ້າສາມາດເວົ້າໄດ້ເມື່ອເຈົ້າໄດ້ຄິດບາງຢ່າງຢ່າງລະອຽດແລ້ວເທົ່ານັ້ນ, ແລ້ວສິ່ງນັ້ນກໍເອີ້ນວ່າການຂຽນບົດຄວາມ. ຕອນນີ້ພວກເຮົາພຽງແຕ່ກຳລັງສົນທະນາກັນຢູ່; ເຮົາບໍ່ໄດ້ຂໍໃຫ້ເຈົ້າຂຽນບົດຄວາມ. ໃຫ້ເວົ້າຈາກມຸມມອງທາງທິດສະດີກ່ອນ. (ຂ້ານ້ອຍເຂົ້າໃຈຈາກພຣະທຳຂອງພຣະເຈົ້າວ່າ ພຣະເຈົ້າບໍ່ໄດ້ເບິ່ງວ່າຄົນໃດຄົນໜຶ່ງມີການສຶກສາສູງສ່ຳໃດ ຫຼື ຖານະທາງສັງຄົມຂອງພວກເຂົາແມ່ນຫຍັງ, ແຕ່ຫຼັກໆແລ້ວແມ່ນເບິ່ງວ່າພວກເຂົາສະແຫວງຫາຄວາມຈິງ ຫຼື ບໍ່, ພວກເຂົາສາມາດປະຕິບັດຄວາມຈິງໄດ້ ຫຼື ບໍ່ ແລະ ພວກເຂົາອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງ ແລະ ປະຕິບັດໜ້າທີ່ຂອງພວກເຂົາໃຫ້ໄດ້ມາດຕະຖານ ຫຼື ບໍ່. ຖ້າຄົນໃດຄົນໜຶ່ງມີຖານະທາງສັງຄົມສູງ ແລະ ມີການສຶກສາສູງ ແຕ່ພວກເຂົາບໍ່ມີຄວາມເຂົ້າໃຈຝ່າຍວິນຍານ, ພວກເຂົາບໍ່ຍ່າງຕາມເສັ້ນທາງຂອງການສະແຫວງຫາຄວາມຈິງ ແລະ ພວກເຂົາບໍ່ຢຳເກງພຣະເຈົ້າ ຫຼື ຫຼີກລ່ຽງຄວາມຊົ່ວຮ້າຍ, ແລ້ວພວກເຂົາກໍຍັງຈະຖືກກຳຈັດໃນທີ່ສຸດ ແລະ ຈະບໍ່ສາມາດຢືນຢັດຢູ່ໃນເຮືອນຂອງພຣະເຈົ້າໄດ້. ສະນັ້ນ, ພູມຫຼັງການສຶກສາ ແລະ ຖານະຂອງຄົນໆໜຶ່ງຈຶ່ງບໍ່ສໍາຄັນ. ສິ່ງທີ່ສໍາຄັນແມ່ນວ່າຄົນໆໜຶ່ງສະແຫວງຫາຄວາມຈິງ ຫຼື ບໍ່). ດີເລີດ, ນີ້ແມ່ນແນວຄິດທີ່ພື້ນຖານທີ່ສຸດ. ເປັນຫຍັງເຮົາຈຶ່ງເວົ້າວ່າມັນເປັນແນວຄິດທີ່ພື້ນຖານທີ່ສຸດ? ມັນເປັນເພາະວ່າຫົວຂໍ້ເຫຼົ່ານີ້ ແລະ ເນື້ອຫານີ້ ໂດຍພື້ນຖານແລ້ວແມ່ນສິ່ງທີ່ຜູ້ຄົນເວົ້າເຖິງກັນຕາມທຳມະດາ. ມີໃຜມີຄວາມເຂົ້າໃຈທີ່ແຕກຕ່າງກັນບໍ? ໃຫ້ຄົນໃດຄົນໜຶ່ງເວົ້າເພີ່ມເຕີມຈາກສິ່ງທີ່ໄດ້ເວົ້າໄປແລ້ວ. (ຖ້າຄົນໃດຄົນໜຶ່ງສາມາດສະແຫວງຫາຄວາມຈິງໄດ້, ແລ້ວພວກເຂົາກໍສາມາດເຫັນໄດ້ວ່າການສະແຫວງຫາຊື່ສຽງ, ສິ່ງທີ່ໄດ້ຮັບ ແລະ ຖານະແມ່ນການຜູກມັດປະເພດໜຶ່ງ, ເປັນໂສ້ທີ່ພວກເຂົາໃສ່ ແລະ ຍິ່ງພວກເຂົາສະແຫວງຫາສິ່ງເຫຼົ່ານີ້ຫຼາຍເທົ່າໃດ, ພວກເຂົາກໍຍິ່ງຈະຮູ້ສຶກຫວ່າງເປົ່າຫຼາຍຂຶ້ນເທົ່ານັ້ນ ແລະ ພວກເຂົາກໍຈະຍິ່ງປະສົບກັບຄວາມເສຍຫາຍ ແລະ ຄວາມເຈັບປວດ ທີ່ຊື່ສຽງ, ສິ່ງທີ່ໄດ້ຮັບ ແລະ ຖານະ ກໍ່ໃຫ້ເກີດຕໍ່ຜູ້ຄົນຫຼາຍຂຶ້ນເທົ່ານັ້ນ. ເມື່ອພວກເຂົາເຂົ້າໃຈສິ່ງນີ້ ແລະ ພວກເຂົາເຫັນບາງຄົນທີ່ຖືວ່າສິ່ງເຫຼົ່ານີ້ເປັນຕົ້ນທຶນ, ພວກເຂົາຈະຄິດວ່າຄົນປະເພດນີ້ເປັນຄົນທີ່ໜ້າສົງສານແທ້ໆ). (ຄົນທີ່ຮັກ ແລະ ເຂົ້າໃຈຄວາມຈິງຢ່າງແທ້ຈິງຈະວັດແທກຖານະທາງສັງຄົມ ແລະ ຊື່ສຽງ ໂດຍໃຊ້ພຣະທຳຂອງພຣະເຈົ້າ, ພວກເຂົາຈະເບິ່ງສິ່ງທີ່ພຣະເຈົ້າເວົ້າ ແລະ ຮຽກຮ້ອງ, ສິ່ງທີ່ພຣະເຈົ້າຕ້ອງການໃຫ້ຜູ້ຄົນສະແຫວງຫາ, ສິ່ງທີ່ຜູ້ຄົນຈະໄດ້ຮັບໃນທີ່ສຸດຈາກການສະແຫວງຫາສິ່ງເຫຼົ່ານີ້ ແລະ ສິ່ງທີ່ພວກເຂົາໄດ້ຮັບນັ້ນສອດຄ່ອງກັບຜົນໄດ້ຮັບທີ່ພຣະເຈົ້າຫວັງທີ່ຈະເຫັນໃນຜູ້ຄົນ ຫຼື ບໍ່). ພວກເຈົ້າໄດ້ແຕະຕ້ອງມັນແລ້ວຢູ່ບ່ອນນີ້, ແຕ່ສິ່ງທີ່ພວກເຈົ້າເວົ້ານັ້ນມີຄວາມກ່ຽວຂ້ອງກັບຄວາມຈິງຫຼາຍບໍ? ພວກເຈົ້າສາມາດເຮັດການປະເມີນເລື່ອງນີ້ໄດ້ບໍ? ຄົນສ່ວນໃຫຍ່ມີຄວາມຮູ້ທາງດ້ານຄວາມຮູ້ສຶກບາງຢ່າງ ແລະ ຖ້າເຮົາຂໍໃຫ້ພວກເຈົ້າໃຫ້ຄໍາເທດສະໜາ, ມັນກໍຈະເປັນຄໍາເທດສະໜາທີ່ເປັນການຕັກເຕືອນ. ເປັນຫຍັງເຮົາຈຶ່ງເວົ້າວ່າມັນຈະເປັນຄໍາເທດສະໜາທີ່ເປັນການຕັກເຕືອນ? ຄໍາເທດສະໜາທີ່ເປັນການຕັກເຕືອນແມ່ນຄໍາເທດສະໜາທີ່ພວກເຈົ້າເວົ້າສິ່ງຕ່າງໆ ເພື່ອໃຫ້ຄຳແນະນຳ ແລະ ໃຫ້ກຳລັງໃຈແກ່ຜູ້ຄົນ, ມັນບໍ່ສາມາດແກ້ໄຂບັນຫາທີ່ແທ້ຈິງໄດ້. ເຖິງແມ່ນວ່າທຸກປະໂຫຍກອາດຈະຟັງເບິ່ງຄືວ່າຖືກຕ້ອງ ແລະ ມີເຫດຜົນ, ສອດຄ່ອງກັບເຫດຜົນຂອງມະນຸດ ແລະ ຄວາມຕ້ອງການທາງດ້ານເຫດຜົນ, ມັນກໍມີຄວາມກ່ຽວຂ້ອງກັບຄວາມຈິງເລັກໜ້ອຍ, ແຕ່ເປັນພຽງຄວາມຮູ້ທີ່ຕື້ນເຂີນ ແລະ ຄວາມຮູ້ທາງດ້ານການຮັບຮູ້ເລັກໜ້ອຍທີ່ຜູ້ຄົນມີ. ຖ້າເຈົ້າໄດ້ໂອ້ລົມກ່ຽວກັບຄຳເວົ້າເຫຼົ່ານີ້ກັບຄົນອື່ນ, ເຈົ້າຈະສາມາດແກ້ໄຂບັນຫາ ແລະ ຄວາມຫຍຸ້ງຍາກຂອງຜູ້ຄົນທີ່ຕົ້ນເຫດຂອງພວກເຂົາໄດ້ບໍ? ບໍ່, ເຈົ້າຈະບໍ່ສາມາດ ແລະ ນັ້ນແມ່ນເຫດຜົນທີ່ຂ້ານ້ອຍເວົ້າວ່າມັນຈະເປັນຄໍາເທດສະໜາທີ່ເປັນການຕັກເຕືອນ. ຖ້າເຈົ້າບໍ່ສາມາດແກ້ໄຂຄວາມຫຍຸ້ງຍາກ ແລະ ບັນຫາຂອງຜູ້ຄົນທີ່ຕົ້ນເຫດຂອງພວກເຂົາໄດ້, ແລ້ວເຈົ້າກໍບໍ່ໄດ້ກຳລັງແກ້ໄຂບັນຫາຂອງຜູ້ຄົນໂດຍການໃຊ້ຄວາມຈິງ. ຜູ້ທີ່ບໍ່ເຂົ້າໃຈຄວາມຈິງກໍຈະເທີດທູນຄວາມຮູ້, ຊື່ສຽງ ແລະ ຖານະຢູ່ສະເໝີ ແລະ ຈະບໍ່ສາມາດຫຼົບໜີຈາກຂໍ້ຈຳກັດ ແລະ ການຜູກມັດຂອງສິ່ງເຫຼົ່ານີ້ໄດ້.

ລອງໄຕ່ຕອງເບິ່ງ, ພວກເຈົ້າຄວນປະຕິບັດຕໍ່ຄຸນຄ່າ, ຖານະທາງສັງຄົມ ແລະ ພູມຫຼັງຄອບຄົວຂອງມະນຸດແນວໃດ? ທັດສະນະຄະຕິທີ່ຖືກຕ້ອງທີ່ພວກເຈົ້າຄວນມີແມ່ນຫຍັງ? ກ່ອນອື່ນໝົດ, ພວກເຈົ້າຄວນເບິ່ງຈາກພຣະທຳຂອງພຣະເຈົ້າວ່າພຣະອົງຈັດການກັບເລື່ອງນີ້ແນວໃດ; ດ້ວຍວິທີນີ້ເທົ່ານັ້ນ ພວກເຈົ້າຈຶ່ງຈະເຂົ້າໃຈຄວາມຈິງ ແລະ ບໍ່ເຮັດສິ່ງໃດກໍຕາມທີ່ຂັດກັບຄວາມຈິງ ແລ້ວພຣະເຈົ້າເຫັນວ່າພູມຫຼັງຄອບຄົວ, ຖານະທາງສັງຄົມ, ການສຶກສາທີ່ພວກເຂົາໄດ້ຮັບ ແລະ ຄວາມຮັ່ງມີທີ່ພວກເຂົາມີໃນສັງຄົມຂອງຄົນໃດຄົນໜຶ່ງເປັນແນວໃດ? ຖ້າເຈົ້າບໍ່ເບິ່ງສິ່ງຕ່າງໆໂດຍອີງໃສ່ພຣະທຳຂອງພຣະເຈົ້າ ແລະ ບໍ່ສາມາດຢືນຢູ່ຝ່າຍພຣະເຈົ້າ ແລະ ຍອມຮັບສິ່ງຕ່າງໆຈາກພຣະເຈົ້າໄດ້, ແລ້ວວິທີທີ່ເຈົ້າເບິ່ງສິ່ງຕ່າງໆກໍຈະຫ່າງໄກຈາກສິ່ງທີ່ພຣະເຈົ້າຕັ້ງໃຈໄວ້ຢ່າງແນ່ນອນ ຖ້າມັນບໍ່ແຕກຕ່າງກັນຫຼາຍ, ມີຄວາມແຕກຕ່າງພຽງເລັກໜ້ອຍເທົ່ານັ້ນ, ແລ້ວນັ້ນກໍບໍ່ແມ່ນບັນຫາ; ຖ້າວິທີທີ່ເຈົ້າເຂົ້າໃຈສິ່ງຕ່າງໆຂັດກັບສິ່ງທີ່ພຣະເຈົ້າຕັ້ງໃຈໄວ້ຢ່າງສິ້ນເຊີງ, ແລ້ວມັນກໍຂັດກັບຄວາມຈິງ. ເທົ່າທີ່ພຣະເຈົ້າຊົງພິຈາລະນາ, ສິ່ງທີ່ພຣະອົງປະທານໃຫ້ແກ່ຜູ້ຄົນ ແລະ ປະທານໃຫ້ຫຼາຍສໍ່າໃດນັ້ນແມ່ນຂຶ້ນກັບພຣະອົງ ແລະ ຖານະທີ່ຜູ້ຄົນມີໃນສັງຄົມກໍຖືກພຣະເຈົ້າກຳນົດໄວ້ເຊັ່ນດຽວກັນ ແລະ ບໍ່ໄດ້ຖືກສ້າງຂຶ້ນໂດຍບຸກຄົນໃດບຸກຄົນໜຶ່ງຢ່າງແນ່ນອນ. ຖ້າພຣະເຈົ້າເຮັດໃຫ້ຄົນໃດຄົນໜຶ່ງທົນທຸກກັບຄວາມເຈັບປວດ ແລະ ຄວາມທຸກຍາກ, ນັ້ນໝາຍຄວາມວ່າພວກເຂົາບໍ່ມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນບໍ? ຖ້າພວກເຂົາມີຄຸນຄ່າຕໍ່າ ແລະ ຖານະທາງສັງຄົມຕໍ່າ, ພຣະເຈົ້າຈະບໍ່ຊ່ວຍພວກເຂົາໃຫ້ລອດພົ້ນບໍ? ຖ້າພວກເຂົາມີຖານະຕໍ່າໃນສັງຄົມ, ແລ້ວພວກເຂົາມີຖານະຕໍ່າໃນສາຍຕາຂອງພຣະເຈົ້າບໍ? ບໍ່ສະເໝີໄປ. ສິ່ງນີ້ຂຶ້ນກັບຫຍັງ? ມັນຂຶ້ນກັບເສັ້ນທາງທີ່ບຸກຄົນນີ້ຍ່າງ, ການສະແຫວງຫາຂອງພວກເຂົາ ແລະ ທັດສະນະຄະຕິຂອງພວກເຂົາຕໍ່ຄວາມຈິງ ແລະ ພຣະເຈົ້າ. ຖ້າຖານະທາງສັງຄົມຂອງຄົນໃດຄົນໜຶ່ງຕໍ່າຫຼາຍ, ຄອບຄົວຂອງພວກເຂົາຍາກຈົນຫຼາຍ ແລະ ພວກເຂົາມີລະດັບການສຶກສາຕໍ່າ, ແຕ່ພວກເຂົາເຊື່ອໃນພຣະເຈົ້າຢ່າງຈິງໃຈ ແລະ ພວກເຂົາຮັກຄວາມຈິງ ແລະ ສິ່ງທີ່ເປັນບວກ, ແລ້ວໃນສາຍຕາຂອງພຣະເຈົ້າ ຄຸນຄ່າຂອງພວກເຂົາສູງ ຫຼື ຕໍ່າ, ມັນສູງສົ່ງ ຫຼື ຕໍ່າຕ້ອຍ? ພວກເຂົາມີຄ່າ. ເມື່ອເບິ່ງສິ່ງດັ່ງກ່າວຈາກມຸມມອງນີ້, ຄຸນຄ່າຂອງຄົນໃດຄົນໜຶ່ງ, ບໍ່ວ່າຈະສູງ ຫຼື ຕໍ່າ, ສູງສົ່ງ ຫຼື ຕໍ່າຕ້ອຍ, ຂຶ້ນກັບຫຍັງ? ມັນຂຶ້ນກັບວ່າພຣະເຈົ້າເຫັນເຈົ້າເປັນຄົນແນວໃດ. ຖ້າພຣະເຈົ້າເຫັນເຈົ້າເປັນຄົນໆໜຶ່ງທີ່ໄລ່ຕາມຄວາມຈິງ, ແລ້ວເຈົ້າກໍມີຄຸນຄ່າ ແລະ ມີຄ່າ, ເຈົ້າກໍເປັນພາຊະນະທີ່ມີຄຸນຄ່າ. ຖ້າພຣະເຈົ້າເຫັນວ່າເຈົ້າບໍ່ໄດ້ໄລ່ຕາມຄວາມຈິງ ແລະ ເຈົ້າບໍ່ໄດ້ເສຍສະລະຕົນເອງເພື່ອພຣະອົງຢ່າງຈິງໃຈ, ແລ້ວເຈົ້າກໍບໍ່ມີຄຸນຄ່າ ແລະ ບໍ່ມີຄ່າ, ເຈົ້າກໍເປັນພາຊະນະທີ່ຕໍ່າຕ້ອຍ. ບໍ່ວ່າເຈົ້າຈະມີການສຶກສາສູງຊ່ຳໃດ ຫຼື ຖານະຂອງເຈົ້າໃນສັງຄົມສູງຊ່ຳໃດກໍຕາມ, ຖ້າເຈົ້າບໍ່ສະແຫວງຫາ ຫຼື ເຂົ້າໃຈຄວາມຈິງ, ແລ້ວຄຸນຄ່າຂອງເຈົ້າກໍບໍ່ສາມາດສູງໄດ້; ເຖິງແມ່ນວ່າຫຼາຍຄົນສະໜັບສະໜູນເຈົ້າ, ຍົກຍ້ອງເຈົ້າ ແລະ ເທີດທູນບູຊາເຈົ້າ, ເຈົ້າກໍຍັງເປັນຄົນຕໍ່າຊ້າໜ້າລັງກຽດ ແລ້ວເປັນຫຍັງພຣະເຈົ້າຈຶ່ງເບິ່ງຄົນໃນລັກສະນະນີ້? ເປັນຫຍັງຄົນທີ່ “ສູງສົ່ງ” ເຊັ່ນນີ້, ທີ່ມີຖານະສູງໃນສັງຄົມ, ມີຄົນຫຼາຍຄົນຍົກຍໍ ແລະ ຊື່ນຊົມພວກເຂົາ, ແມ່ນແຕ່ກຽດສັກສີຂອງພວກເຂົາກໍສູງສົ່ງ, ຈຶ່ງຖືກພຣະເຈົ້າເບິ່ງວ່າຕໍ່າຕ້ອຍ? ເປັນຫຍັງວິທີທີ່ພຣະເຈົ້າເບິ່ງຜູ້ຄົນຈຶ່ງກົງກັນຂ້າມກັບມຸມມອງທີ່ຜູ້ຄົນມີຕໍ່ຄົນອື່ນຢ່າງສິ້ນເຊີງ? ພຣະເຈົ້າກຳລັງຕັ້ງພຣະອົງເອງຕໍ່ຕ້ານຜູ້ຄົນໂດຍເຈດຕະນາບໍ? ບໍ່ແມ່ນຢ່າງແນ່ນອນ. ມັນເປັນເພາະພຣະເຈົ້າຄືຄວາມຈິງ, ພຣະເຈົ້າຄືຄວາມຊອບທຳ, ໃນຂະນະທີ່ມະນຸດເສື່ອມຊາມ ແລະ ບໍ່ມີຄວາມຈິງ ຫຼື ຄວາມຊອບທຳ ແລະ ພຣະເຈົ້າວັດແທກມະນຸດດ້ວຍມາດຕະຖານຂອງພຣະອົງເອງ ແລະ ມາດຕະຖານການວັດແທກຂອງພຣະອົງກໍຄືຄວາມຈິງ. ການເວົ້າແບບນັ້ນມັນອາດຈະຟັງຄືສິ່ງທີ່ເປັນນາມມະທຳເລັກນ້ອຍ, ສະນັ້ນ ເພື່ອເວົ້າອີກແບບໜຶ່ງ, ມາດຕະຖານການວັດແທກຂອງພຣະເຈົ້າແມ່ນອີງໃສ່ທັດສະນະຄະຕິຂອງຄົນຕໍ່ພຣະເຈົ້າ, ທັດສະນະຄະຕິຂອງພວກເຂົາຕໍ່ຄວາມຈິງ ແລະ ທັດສະນະຄະຕິຂອງພວກເຂົາຕໍ່ສິ່ງທີ່ເປັນບວກ, ສິ່ງນີ້ກໍບໍ່ເປັນນາມມະທຳອີກຕໍ່ໄປ. ສົມມຸດວ່າມີຄົນໃດຄົນໜຶ່ງທີ່ມີຖານະສູງໃນສັງຄົມ, ມີລະດັບການສຶກສາສູງ, ເປັນຜູ້ທີ່ໄດ້ຮັບການສຶກສາ ແລະ ມີກິລິຍາມາລະຍາດທີ່ສູງສົ່ງ, ແລະ ພວກເຂົາມີປະຫວັດຄອບຄົວທີ່ຮຸ່ງເຮືອງ ແລະ ສະຫງ່າງາມເປັນພິເສດ, ແຕ່ມີບັນຫາຢູ່ຢ່າງໜຶ່ງຄື: ພວກເຂົາບໍ່ຮັກສິ່ງທີ່ເປັນບວກ, ພວກເຂົາຮູ້ສຶກລັງກຽດ, ກຽດຊັງ ແລະ ຊັງພຣະເຈົ້າຈາກສ່ວນເລິກຂອງຫົວໃຈ ແລະ ເມື່ອມີສິ່ງໃດກໍຕາມທີ່ກ່ຽວຂ້ອງກັບພຣະເຈົ້າ, ກ່ຽວຂ້ອງກັບຫົວຂໍ້ຂອງພຣະເຈົ້າ ຫຼື ພາລະກິດຂອງພຣະເຈົ້າ, ພວກເຂົາກໍກັດແຂ້ວດ້ວຍຄວາມກຽດຊັງ, ຕາຂອງພວກເຂົາລຸກເປັນໄຟ ແລະ ພວກເຂົາເຖິງກັບຢາກທຳຮ້າຍຄົນອື່ນ ເມື່ອໃດກໍຕາມທີ່ຄົນໃດຄົນໜຶ່ງກ່າວເຖິງຫົວຂໍ້ທີ່ກ່ຽວຂ້ອງກັບພຣະເຈົ້າ ຫຼື ຄວາມຈິງ, ພວກເຂົາກໍຮູ້ສຶກລັງກຽດ ແລະ ເປັນສັດຕູ ແລະ ທຳມະຊາດຄວາມເປັນສັດຂອງພວກເຂົາກໍລະເບີດອອກມາ. ຄົນເຊັ່ນນີ້ມີຄ່າ ຫຼື ໄຮ້ຄຸນຄ່າ? ພູມຫຼັງທາງການສຶກສາຂອງພວກເຂົາ ແລະ ສິ່ງທີ່ເອີ້ນວ່າຖານະທາງສັງຄົມ ແລະ ກຽດສັກສີທາງສັງຄົມຂອງພວກເຂົາມີຄຸນຄ່າເທົ່າໃດໃນສາຍຕາຂອງພຣະເຈົ້າ? ບໍ່ມີຄຸນຄ່າເລີຍ. ພຣະເຈົ້າເບິ່ງຄົນດັ່ງກ່າວແນວໃດ? ພຣະເຈົ້າກຳນົດລັກສະນະຄົນດັ່ງກ່າວແນວໃດ? ຄົນດັ່ງກ່າວຄືມານຮ້າຍ ແລະ ຊາຕານ ແລະ ພວກເຂົາຄືຄົນຕໍ່າຊ້າໜ້າລັງກຽດທີ່ບໍ່ມີຄຸນຄ່າທີ່ສຸດ. ເມື່ອເບິ່ງໃນຕອນນີ້, ແມ່ນຫຍັງຄືພື້ນຖານໃນການກຳນົດຄຸນຄ່າຂອງຄົນໃດຄົນໜຶ່ງວ່າສູງສົ່ງ ຫຼື ຕໍ່າຕ້ອຍ? (ມັນແມ່ນທັດສະນະຄະຕິຂອງພວກເຂົາຕໍ່ພຣະເຈົ້າ, ຄວາມຈິງ ແລະ ສິ່ງທີ່ເປັນບວກ). ຖືກຕ້ອງແລ້ວ. ກ່ອນອື່ນໝົດ, ຄົນເຮົາຕ້ອງເຂົ້າໃຈວ່າທັດສະນະຄະຕິຂອງພຣະເຈົ້າແມ່ນຫຍັງ. ການເຂົ້າໃຈທັດສະນະຄະຕິຂອງພຣະເຈົ້າ ແລະ ການເຂົ້າໃຈຫຼັກການ ແລະ ມາດຕະຖານທີ່ພຣະເຈົ້າໃຊ້ພິພາກສາຜູ້ຄົນ ແລະ ຈາກນັ້ນກໍວັດແທກຜູ້ຄົນໂດຍອີງໃສ່ຫຼັກການ ແລະ ມາດຕະຖານທີ່ພຣະເຈົ້າໃຊ້ປະຕິບັດຕໍ່ຜູ້ຄົນ, ມີພຽງແຕ່ວິທີນີ້ເທົ່ານັ້ນທີ່ຖືກຕ້ອງ, ເໝາະສົມ ແລະ ຍຸຕິທຳທີ່ສຸດ. ຕອນນີ້ພວກເຮົາມີພື້ນຖານໃນການວັດແທກຜູ້ຄົນແລ້ວ, ແລ້ວພວກເຮົາຄວນນຳໄປປະຕິບັດໂດຍສະເພາະແນວໃດ? ຕົວຢ່າງ: ຄົນໃດໜຶ່ງມີການສຶກສາສູງຫຼາຍ ແລະ ເປັນທີ່ນິຍົມໃນທຸກບ່ອນທີ່ພວກເຂົາໄປ, ທຸກຄົນຄິດດີກັບພວກເຂົາ ແລະ ພວກເຂົາເບິ່ງຄືວ່າມີອະນາຄົດທີ່ຍິ່ງໃຫຍ່ໃນສາຍຕາຂອງຄົນອື່ນ. ແລ້ວພວກເຂົາຈະຖືກເບິ່ງວ່າສູງສົ່ງໃນສາຍຕາຂອງພຣະເຈົ້າຢ່າງແນ່ນອນບໍ? (ບໍ່ສະເໝີໄປ). ແລ້ວພວກເຮົາຄວນວັດແທກຄົນຜູ້ນີ້ແນວໃດ? ຄວາມສູງສົ່ງ ແລະ ຄວາມຕໍ່າຕ້ອຍຂອງຄົນບໍ່ໄດ້ອີງໃສ່ຖານະຂອງພວກເຂົາໃນສັງຄົມ ແລະ ທັງບໍ່ໄດ້ອີງໃສ່ປະຫວັດການສຶກສາຂອງພວກເຂົາ ແລ້ວແຮງໄກທີ່ມັນຈະອີງໃສ່ຊົນເຜົ່າຂອງພວກເຂົາ ແລະ ແນ່ນອນວ່າມັນບໍ່ໄດ້ອີງໃສ່ສັນຊາດຂອງພວກເຂົາ, ແລ້ວມັນຕ້ອງອີງໃສ່ຫຍັງ? (ມັນຕ້ອງອີງໃສ່ພຣະທຳຂອງພຣະເຈົ້າ ແລະ ທັດສະນະຄະຕິຂອງຄົນຕໍ່ຄວາມຈິງ ແລະ ພຣະເຈົ້າ). ຖືກຕ້ອງ. ຕົວຢ່າງ: ພວກເຈົ້າມາສະຫະລັດຈາກຈີນແຜ່ນດິນໃຫຍ່ ແລະ ເຖິງແມ່ນວ່າພວກເຈົ້າຈະກາຍເປັນພົນລະເມືອງອາເມຣິກັນໃນມື້ໜຶ່ງ, ຄຸນຄ່າ ແລະ ສະຖານະຂອງພວກເຈົ້າຈະປ່ຽນແປງບໍ? (ບໍ່). ບໍ່, ມັນຈະບໍ່ປ່ຽນ; ເຈົ້າກໍຍັງເປັນເຈົ້າ. ຖ້າເຈົ້າເຊື່ອໃນພຣະເຈົ້າ ແຕ່ບໍ່ສາມາດໄດ້ຮັບຄວາມຈິງ, ເຈົ້າກໍຍັງເປັນປະເພດທີ່ຈະພິນາດ. ຄົນຕື້ນເຂີນບາງຄົນບໍ່ໄດ້ເຊື່ອໃນພຣະເຈົ້າຢ່າງແທ້ຈິງ ຫຼື ໄລ່ຕາມຄວາມຈິງ, ພວກເຂົາຕິດຕາມເລື່ອງທາງໂລກ ແລະ ຫຼັງຈາກທີ່ກາຍເປັນພົນລະເມືອງອາເມຣິກາ, ພວກເຂົາເວົ້າວ່າ “ພວກເຈົ້າຄົນຈີນ” ແລະ “ພວກເຈົ້າທີ່ມາຈາກຈີນແຜ່ນດິນໃຫຍ່”. ບອກເຮົາມາເບິ່ງວ່າ ຄົນດັ່ງກ່າວສູງສົ່ງ ຫຼື ຕໍ່າຕ້ອຍ? (ຕໍ່າຕ້ອຍ). ພວກເຂົາຕໍ່າຕ້ອຍຫຼາຍ! ພວກເຂົາປະຕິບັດຄືກັບວ່າການກາຍເປັນພົນລະເມືອງອາເມຣິກາເຮັດໃຫ້ພວກເຂົາສູງສົ່ງ, ພວກເຂົາບໍ່ຕື້ນເຂີນຫຼາຍບໍ? ພວກເຂົາຕື້ນເຂີນຫຼາຍ. ຖ້າຄົນໃດໜຶ່ງສາມາດປະຕິບັດຕໍ່ຊື່ສຽງ ແລະ ຜົນປະໂຫຍດ, ຖານະທາງສັງຄົມ, ຄວາມຮັ່ງມີ ແລະ ຄວາມສຳເລັດທາງການສຶກສາດ້ວຍຫົວໃຈທີ່ທຳມະດາ, ແນ່ນອນວ່າ ຫົວໃຈທີ່ທຳມະດານີ້ບໍ່ໄດ້ໝາຍຄວາມວ່າເຈົ້າໄດ້ມີປະສົບການກັບສິ່ງເຫຼົ່ານີ້ແລ້ວ ແລະ ກາຍເປັນຄົນທີ່ບໍ່ມີຄວາມຮູ້ສຶກ ແຕ່ມັນໝາຍຄວາມວ່າເຈົ້າມີມາດຕະຖານການວັດແທກ ແລະ ເຈົ້າບໍ່ໄດ້ຖືວ່າສິ່ງເຫຼົ່ານີ້ເປັນສິ່ງທີ່ສຳຄັນທີ່ສຸດໃນຊີວິດຂອງເຈົ້າ ແລະ ມາດຕະຖານ ແລະ ຫຼັກການທີ່ເຈົ້າໃຊ້ວັດແທກ ແລະ ເບິ່ງສິ່ງເຫຼົ່ານີ້, ພ້ອມທັງຄຸນຄ່າທີ່ເຈົ້າຍຶດຖື, ໄດ້ມີການປ່ຽນແປງ ແລະ ເຈົ້າສາມາດຈັດການກັບສິ່ງເຫຼົ່ານີ້ຢ່າງຖືກຕ້ອງ ແລະ ເບິ່ງພວກມັນດ້ວຍຫົວໃຈທີ່ທຳມະດາ, ສິ່ງນີ້ພິສູດຫຍັງ? ມັນພິສູດວ່າເຈົ້າໄດ້ຮັບການປົດປ່ອຍຈາກສິ່ງພາຍນອກ ເຊັ່ນ: ສິ່ງທີ່ເອີ້ນວ່າຖານະທາງສັງຄົມ, ຄຸນຄ່າຂອງມະນຸດ ແລະ ອື່ນໆ. ບາງເທື່ອພວກເຈົ້າອາດຈະຍັງບໍ່ສາມາດບັນລຸສິ່ງນີ້ໄດ້ໃນຕອນນີ້ແຕ່ເມື່ອພວກເຈົ້າສາມາດເຂົ້າໃຈຄວາມຈິງຢ່າງແທ້ຈິງ, ພວກເຈົ້າກໍຈະສາມາດເບິ່ງທະລຸສິ່ງເຫຼົ່ານີ້ໄດ້. ເຮົາຈະຍົກຕົວຢ່າງໃຫ້ພວກເຈົ້າຟັງ. ຄົນໃດໜຶ່ງພົບພີ່ນ້ອງຊາຍເອື້ອຍນ້ອງທີ່ຮັ່ງມີ ແລະ ເຫັນພວກເຂົານຸ່ງເຄື່ອງແບຣນດັງ ແລະ ເບິ່ງຄືດີຮັ່ງມີ ແລະ ພວກເຂົາບໍ່ຮູ້ວ່າຈະເວົ້ານຳພວກເຂົາ ຫຼື ຄົບຫາກັບພວກເຂົາແນວໃດ ແລະ ດັ່ງນັ້ນ ພວກເຂົາຈຶ່ງເຮັດໂຕຕໍ່າຕ້ອຍ, ພວກເຂົາປະຈົບປະແຈງ ແລະ ຍ້ອງຍໍອ້າຍເອື້ອຍນ້ອງທີ່ຮັ່ງມີ ແລະ ປະພຶດຕົນໃນທາງທີ່ໜ້າລັງກຽດ, ນີ້ບໍ່ແມ່ນການທີ່ພວກເຂົາຫຼຸດຄຸນຄ່າຕົນເອງບໍ? ມີບາງສິ່ງທີ່ກຳລັງຄອບງຳພວກເຂົາຢູ່ບ່ອນນີ້. ບາງຄົນເອີ້ນວ່າ “ເອື້ອຍໃຫຍ່” ເມື່ອພວກເຂົາພົບກັບຜູ້ຍິງທີ່ຮັ່ງມີ ແລະ ເອີ້ນວ່າ “ອ້າຍໃຫຍ່” ເມື່ອພວກເຂົາພົບກັບຜູ້ຊາຍທີ່ຮັ່ງມີ. ພວກເຂົາຢາກປະຈົບປະແຈງຄົນເຫຼົ່ານີ້ ແລະ ສະເໜີຕົນເອງຢູ່ສະເໝີ. ເມື່ອພວກເຂົາເຫັນຄົນທີ່ທຸກຍາກ ແລະ ບໍ່ໂດດເດັ່ນ, ຜູ້ທີ່ມາຈາກຊົນນະບົດທີ່ມີລະດັບການສຶກສາຕໍ່າ, ພວກເຂົາກໍດູຖູກຄົນເຫຼົ່ານັ້ນ ແລະ ປະຕິເສດທີ່ຈະໃສ່ໃຈຄົນເຫຼົ່ານັ້ນ ແລະ ທັດສະນະຄະຕິຂອງພວກເຂົາກໍປ່ຽນໄປ. ກະແສສັງຄົມດັ່ງກ່າວເກີດຂຶ້ນໃນຄຣິສຕະຈັກບໍ? ມັນເກີດຂຶ້ນ ແລະ ພວກເຈົ້າບໍ່ສາມາດປະຕິເສດມັນໄດ້, ເພາະມີບາງຄົນໃນທ່າມກາງພວກເຈົ້າທີ່ໄດ້ເປີດເຜີຍພຶດຕິກຳດັ່ງກ່າວ. ບາງຄົນເອີ້ນວ່າ “ອ້າຍໃຫຍ່”, ບາງຄົນເອີ້ນວ່າ “ເອື້ອຍໃຫຍ່” ແລະ ບາງຄົນເອີ້ນວ່າ “ປ້າ”, ກະແສສັງຄົມເຫຼົ່ານີ້ແມ່ນຮ້າຍແຮງ. ເມື່ອຕັດສິນຈາກພຶດຕິກຳຂອງຄົນເຫຼົ່ານີ້, ພວກເຂົາບໍ່ແມ່ນຄົນທີ່ໄລ່ຕາມຄວາມຈິງ ແລະ ພວກເຂົາບໍ່ມີຄວາມຈິງຄວາມເປັນຈິງແມ່ນແຕ່ໜ້ອຍດຽວ. ຄົນປະເພດນີ້ປະກອບເປັນສ່ວນໃຫຍ່ໃນທ່າມກາງພວກເຈົ້າ ແລະ ຖ້າພວກເຂົາບໍ່ປ່ຽນແປງ, ໃນທີ່ສຸດພວກເຂົາທັງໝົດກໍຈະຖືກກຳຈັດ. ເຖິງແມ່ນວ່າມຸມມອງທີ່ຜິດພາດເຫຼົ່ານີ້ບໍ່ໄດ້ສົ່ງຜົນກະທົບຕໍ່ການຍອມຮັບຫົນທາງທີ່ແທ້ຈິງຂອງຜູ້ຄົນ, ພວກມັນກໍສາມາດສົ່ງຜົນກະທົບຕໍ່ທາງເຂົ້າຂອງຊີວິດຂອງຄົນ ແລະ ການປະຕິບັດໜ້າທີ່ຂອງພວກເຂົາ; ຖ້າພວກເຂົາບໍ່ແມ່ນຄົນທີ່ຍອມຮັບຄວາມຈິງ, ພວກເຂົາກໍອາດຈະກໍ່ໃຫ້ເກີດການລົບກວນໃນຄຣິສຕະຈັກ. ຖ້າເຈົ້າສາມາດເຂົ້າໃຈເຈດຕະນາຂອງພຣະເຈົ້າ, ເຈົ້າກໍຈະສາມາດກຳແໜ້ນຫຼັກການ ແລະ ມາດຕະຖານທີ່ໃຊ້ວັດແທກສິ່ງເຫຼົ່ານີ້ໄດ້. ຍັງມີອີກດ້ານໜຶ່ງ ແລະ ນັ້ນກໍຄື ບໍ່ວ່າຄົນໃດໜຶ່ງຈະມີຖານະທາງສັງຄົມ ຫຼື ປະຫວັດການສຶກສາແບບໃດກໍຕາມ ຫຼື ພວກເຂົາມີພື້ນຖານທາງຄອບຄົວແບບໃດກໍຕາມ, ມີຄວາມຈິງໜຶ່ງທີ່ເຈົ້າຕ້ອງຮັບຮູ້ຄື: ຄວາມສຳເລັດທາງການສຶກສາ ແລະ ພື້ນຖານທາງຄອບຄົວຂອງເຈົ້າບໍ່ສາມາດປ່ຽນແປງລັກສະນະຂອງເຈົ້າໄດ້ ແລະ ທັງບໍ່ສາມາດສົ່ງຜົນກະທົບຕໍ່ອຸປະນິໄສຂອງເຈົ້າໄດ້. ມັນບໍ່ແມ່ນແນວນັ້ນບໍ? (ແມ່ນແລ້ວ). ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ບໍ່ວ່າຄົນໃດໜຶ່ງຈະເກີດໃນຄອບຄົວປະເພດໃດ ຫຼື ໄດ້ຮັບການສຶກສາປະເພດໃດຕໍ່ມາ, ບໍ່ວ່າພວກເຂົາຈະກາຍເປັນຄົນທີ່ມີການສຶກສາສູງ ຫຼື ບໍ່ກໍຕາມ ແລະ ບໍ່ວ່າພວກເຂົາຈະເກີດໃນພື້ນຖານທາງສັງຄົມປະເພດໃດກໍຕາມ, ບໍ່ວ່າຖານະທາງສັງຄົມຂອງພວກເຂົາຈະສູງ ຫຼື ຕໍ່າກໍຕາມ, ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາກໍຄືກັນກັບຄົນອື່ນ. ທຸກຄົນຄືກັນ, ນີ້ຄືສິ່ງທີ່ຫຼີກລ່ຽງບໍ່ໄດ້. ຖານະທາງສັງຄົມ ແລະ ຄຸນຄ່າຂອງເຈົ້າບໍ່ສາມາດປ່ຽນແປງຄວາມຈິງທີ່ວ່າເຈົ້າເປັນສະມາຊິກຄົນໜຶ່ງຂອງມະນຸດຊາດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ທັງບໍ່ສາມາດປ່ຽນແປງຄວາມຈິງທີ່ວ່າເຈົ້າເປັນມະນຸດທີ່ເສື່ອມຊາມທີ່ມີອຸປະນິໄສທີ່ເສື່ອມຊາມທີ່ຕໍ່ຕ້ານພຣະເຈົ້າ. ເຮົາໝາຍຄວາມວ່າແນວໃດໂດຍສິ່ງນີ້? ເຮົາໝາຍຄວາມວ່າ ບໍ່ວ່າເຈົ້າຈະເກີດໃນຄອບຄົວທີ່ຮັ່ງມີສໍ່າໃດ ຫຼື ມີການສຶກສາສູງສໍ່າໃດກໍຕາມ, ເຈົ້າກໍຍັງມີອຸປະນິໄສທີ່ເສື່ອມຊາມ; ບໍ່ວ່າເຈົ້າຈະສູງສົ່ງ ຫຼື ຕໍ່າຕ້ອຍ, ຮັ່ງມີ ຫຼື ທຸກຍາກ, ມີຖານະສູງ ຫຼື ຕໍ່າ, ເຈົ້າກໍຍັງເປັນມະນຸດທີ່ເສື່ອມຊາມ. ສະນັ້ນ, ຫຼັງຈາກທີ່ພວກເຈົ້າຍອມຮັບພາລະກິດຂອງພຣະເຈົ້າ, ພວກເຈົ້າທຸກຄົນກໍເທົ່າທຽມກັນ ແລະ ພຣະເຈົ້າກໍຍຸຕິທຳ ແລະ ຊອບທຳຕໍ່ທຸກຄົນ. ນີ້ບໍ່ແມ່ນຄວາມເຂົ້າໃຈທີ່ຜູ້ຄົນຄວນມີບໍ? (ແມ່ນແລ້ວ). ຄົນໃດທີ່ບໍ່ໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ບໍ່ມີອຸປະນິໄສທີ່ເສື່ອມຊາມ ເພາະພວກເຂົາມີຖານະສູງໃນສັງຄົມ ແລະ ເກີດໃນເຊື້ອຊາດທີ່ສູງສົ່ງທີ່ສຸດຂອງມະນຸດຊາດທັງໝົດ? ຄໍາເວົ້ານີ້ສົມເຫດສົມຜົນບໍ່? ຄວາມຈິງນີ້ເຄີຍເກີດຂຶ້ນຕະຫຼອດປະຫວັດສາດຂອງມະນຸດຊາດບໍ? (ບໍ່). ບໍ່, ບໍ່ເຄີຍ. ທີ່ຈິງແລ້ວ, ລວມທັງໂຢບ, ອັບຣາຮາມ ແລະ ບັນດາຜູ້ເຜີຍພຣະວັດຈະນະ ແລະ ໄພ່ພົນໃນສະໄໝບູຮານເຫຼົ່ານັ້ນ, ພ້ອມທັງຊາວອິດສະຣາແອນ, ບໍ່ມີມະນຸດຄົນໃດສາມາດຫຼີກລ່ຽງການດຳລົງຊີວິດຢູ່ກັບຄວາມຈິງທີ່ປະຕິເສດບໍ່ໄດ້ນີ້ຄື: ໃນການດຳລົງຊີວິດໃນໂລກນີ້, ມະນຸດຊາດທັງໝົດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ. ໃນການທີ່ຊາຕານເຮັດໃຫ້ມະນຸດເສື່ອມຊາມ, ມັນບໍ່ສົນໃຈວ່າເຈົ້າຈະມີການສຶກສາສູງຫຼືບໍ່, ປະຫວັດຄອບຄົວຂອງເຈົ້າເປັນແນວໃດ, ນາມສະກຸນຂອງເຈົ້າແມ່ນຫຍັງ ຫຼື ລຳດັບຕະກຸນຂອງເຈົ້າໃຫຍ່ສໍ່າໃດ, ຜົນສຸດທ້າຍກໍຄື: ຖ້າເຈົ້າດຳລົງຊີວິດໃນທ່າມກາງມະນຸດຊາດ, ເຈົ້າກໍໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ. ສະນັ້ນ, ຄວາມຈິງທີ່ວ່າເຈົ້າມີອຸປະນິໄສທີ່ເສື່ອມຊາມແບບຊາຕານ ແລະ ເຈົ້າດຳລົງຊີວິດຢູ່ກັບອຸປະນິໄສທີ່ເສື່ອມຊາມແບບຊາຕານຂອງເຈົ້ານັ້ນ ບໍ່ສາມາດປ່ຽນແປງໄດ້ໂດຍຄຸນຄ່າ ແລະ ປະຫວັດການສຶກສາຂອງເຈົ້າ. ນີ້ບໍ່ແມ່ນຄວາມເຂົ້າໃຈທີ່ຜູ້ຄົນຄວນມີບໍ? (ແມ່ນແລ້ວ). ເມື່ອພວກເຈົ້າເຂົ້າໃຈສິ່ງເຫຼົ່ານີ້ແລ້ວ, ແລ້ວໃນອະນາຄົດ ເມື່ອຄົນໃດໜຶ່ງອວດອ້າງຂອງປະທານ ແລະ ທຶນຮອນຂອງພວກເຂົາ ຫຼື ພວກເຈົ້າຄົ້ນພົບຄົນທີ່ “ເໜືອກວ່າ” ໃນທ່າມກາງພວກເຈົ້າອີກຄັ້ງ, ພວກເຈົ້າຈະປະຕິບັດຕໍ່ພວກເຂົາແນວໃດ? (ຂ້ານ້ອຍຈະປະຕິບັດຕໍ່ພວກເຂົາຕາມພຣະທຳຂອງພຣະເຈົ້າ). ຖືກຕ້ອງ. ເຈົ້າຈະປະຕິບັດຕໍ່ພວກເຂົາຕາມພຣະທຳຂອງພຣະເຈົ້າແນວໃດ? ຖ້າເຈົ້າບໍ່ມີຫຍັງເຮັດ ແລະ ເຈົ້າດູຖູກ ແລະ ເຍາະເຍີ້ຍພວກເຂົາ ໂດຍເວົ້າວ່າ “ເບິ່ງແມ້ວ່າເຈົ້າມີການສຶກສາສູງສໍ່າໃດ, ເຈົ້າກຳລັງອວດອ້າງຫຍັງ? ເຈົ້າກຳລັງເວົ້າກ່ຽວກັບທຶນຮອນຂອງເຈົ້າອີກແລ້ວແຕ່ເຈົ້າສາມາດປະຕິບັດໜ້າທີ່ຂອງເຈົ້າໄດ້ດີບໍ? ບໍ່ວ່າເຈົ້າຈະມີການສຶກສາສູງສໍ່າໃດ, ເຈົ້າກໍຍັງບໍ່ໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມບໍ?” ແລ້ວນີ້ເປັນວິທີທີ່ດີໃນການປະຕິບັດຕໍ່ພວກເຂົາບໍ? ສິ່ງນີ້ບໍ່ສອດຄ່ອງກັບຫຼັກການ ແລະ ມັນບໍ່ແມ່ນສິ່ງທີ່ຄົນທີ່ມີຄວາມເປັນມະນຸດປົກກະຕິຄວນເຮັດ. ແລ້ວເຈົ້າຄວນປະຕິບັດຕໍ່ພວກເຂົາແນວໃດໃນວິທີທີ່ສອດຄ່ອງກັບຫຼັກການ? ເຈົ້າບໍ່ຄວນຕີລາຄາພວກເຂົາສູງເກີນໄປ, ແຕ່ກໍບໍ່ຄວນດູຖູກພວກເຂົາ, ນີ້ບໍ່ແມ່ນການປະນີປະນອມບໍ? (ແມ່ນແລ້ວ). ການປະນີປະນອມຖືກຕ້ອງບໍ? ບໍ່, ບໍ່ແມ່ນ. ເຈົ້າຄວນປະຕິບັດຕໍ່ພວກເຂົາຢ່າງຖືກຕ້ອງ ແລະ ຖ້າເຈົ້າສາມາດໃຊ້ຄວາມຈິງທີ່ເຈົ້າເຂົ້າໃຈເພື່ອຊ່ວຍພວກເຂົາ, ກໍຈົ່ງຊ່ວຍພວກເຂົາ. ຖ້າເຈົ້າບໍ່ສາມາດຊ່ວຍພວກເຂົາ, ແລ້ວຖ້າເຈົ້າເປັນຜູ້ນໍາ ແລະ ເຈົ້າເຫັນວ່າພວກເຂົາເໝາະສົມກັບໜ້າທີ່ໃດໜຶ່ງ, ກໍຈົ່ງໃຫ້ພວກເຂົາປະຕິບັດໜ້າທີ່ນັ້ນ. ຢ່າດູຖູກພວກເຂົາ ເພາະພວກເຂົາມີລະດັບການສຶກສາສູງ ໂດຍຄິດວ່າ “ຮຶ, ການມີການສຶກສາສູງມີປະໂຫຍດຫຍັງ? ເຈົ້າເຂົ້າໃຈຄວາມຈິງບໍ? ຂ້ອຍບໍ່ໄດ້ມີການສຶກສາສູງ ແຕ່ຂ້ອຍກໍຍັງເປັນຜູ້ນໍາ. ຂ້ອຍມີຄວາມສາມາດທີ່ດີ, ຂ້ອຍດີກວ່າເຈົ້າ, ສະນັ້ນ ຂ້ອຍຈະດູຖູກເຈົ້າ ແລະ ເຮັດໃຫ້ເຈົ້າອັບອາຍ!” ນີ້ຄືການເປັນຄົນໃຈດຳ ແລະ ຂາດຄວາມເປັນມະນຸດ. ຄຳວ່າ “ປະຕິບັດຕໍ່ພວກເຂົາຢ່າງຖືກຕ້ອງ” ໝາຍເຖິງຫຍັງ? ມັນໝາຍເຖິງການຈັດການເລື່ອງຕ່າງໆຕາມຫຼັກການຄວາມຈິງ. ຫຼັກການຄວາມຈິງຢູ່ບ່ອນນີ້ແມ່ນຫຍັງ? ມັນຄືການປະຕິບັດຕໍ່ຜູ້ຄົນຢ່າງຍຸຕິທຳ. ຢ່າຕີລາຄາຜູ້ຄົນສູງເກີນໄປ ແລະ ຢ່າເທິດທູນພວກເຂົາ ແລະ ຢ່າເຮັດໂຕຕໍ່າຕ້ອຍຕໍ່ໜ້າພວກເຂົາ ໂດຍຮູ້ສຶກວ່າເຈົ້າຢູ່ໃນລະດັບທີ່ຕໍ່າກວ່າ ແລະ ຢ່າປະຈົບປະແຈງພວກເຂົາເຊັ່ນກັນ, ຢ່າຢຽບຢໍ່າພວກເຂົາ ແລະ ຢ່າດູຖູກພວກເຂົາ; ພວກເຂົາອາດຈະບໍ່ຄິດວ່າຄຸນຄ່າຂອງພວກເຂົາສູງຫຼາຍ ແລະ ອາດຈະບໍ່ໄດ້ອວດອ້າງຕົນເອງ. ມັນຖືກຕ້ອງບໍທີ່ເຈົ້າຈະຢ້ານຢູ່ສະເໝີວ່າພວກເຂົາຈະອວດອ້າງຕົນເອງ ແລະ ດັ່ງນັ້ນຈຶ່ງຢຽບຢໍ່າພວກເຂົາຢູ່ສະເໝີ? ບໍ່, ມັນບໍ່ຖືກຕ້ອງ. ນີ້ຄືການເປັນຄົນໃຈດຳ ແລະ ຂາດຄວາມເປັນມະນຸດ. ຖ້າເຈົ້າບໍ່ເນີ້ງໄປທາງໃດທາງໜຶ່ງຫຼາຍເກີນໄປ, ເຈົ້າກໍເນີ້ງໄປອີກທາງໜຶ່ງຫຼາຍເກີນໄປ. ການປະຕິບັດຕໍ່ຜູ້ຄົນຢ່າງຖືກຕ້ອງ, ການປະຕິບັດຕໍ່ຜູ້ຄົນຢ່າງຍຸຕິທຳ, ນີ້ຄືຫຼັກການ. ຫຼັກການນີ້ຟັງຄືງ່າຍ ແຕ່ມັນບໍ່ງ່າຍທີ່ຈະນຳໄປປະຕິບັດ.

ກ່ອນໜ້ານີ້, ຜູ້ນໍາຄົນໜຶ່ງກຳລັງຈະຍ້າຍໄປຢູ່ບ່ອນໃດບ່ອນໜຶ່ງ. ເຮົາໄດ້ບອກລາວວ່າ ລາວສາມາດພາຫົວໜ້າທີມ ແລະ ສະມາຊິກທີມທີ່ກ່ຽວຂ້ອງໄປນຳໄດ້ ເພາະວິທີນັ້ນມັນຈະສະດວກສຳລັບພວກເຂົາທີ່ຈະປຶກສາຫາລືກ່ຽວກັບວຽກງານຮ່ວມກັນ. ສິ່ງທີ່ເຮົາເວົ້ານັ້ນເຂົ້າໃຈບໍ່ຍາກ, ຄົນເຮົາຈະເຂົ້າໃຈທັນທີທີ່ໄດ້ຍິນ. ໃນທີ່ສຸດ, ບຸກຄະລາກອນທີ່ກ່ຽວຂ້ອງທີ່ລາວພາໄປນຳນັ້ນກໍມີ “ຄຸນສົມບັດ” ທີ່ຂ້ອນຂ້າງໂດດເດັ່ນ: ບາງຄົນເອົານຳ້ມາໃຫ້ລາວ, ບາງຄົນລ້າງຕີນ ແລະ ຖູຫຼັງໃຫ້ລາວ, ພວກເຂົາທັງໝົດລ້ວນແຕ່ເປັນພວກປະຈົບປະແຈງ. ຜູ້ນໍາຄົນນີ້ໜ້າລັງກຽດສໍ່າໃດ? ມີຄົນໜຶ່ງທີ່ເປັນພະຍາດຕິດຕໍ່ ທີ່ໄດ້ປະຈົບປະແຈງ ແລະ ຍ້ອງຍໍລາວທຸກມື້, ຕິດຕາມລາວໄປທົ່ວ ແລະ ຮັບໃຊ້ລາວ. ລາວເຖິງຂັ້ນເຕັມໃຈສ່ຽງທີ່ຈະຕິດພະຍາດນີ້ ເພື່ອທີ່ລາວຈະສາມາດເພີດເພີນກັບຄວາມຮູ້ສຶກທີ່ຖືກປະຈົບປະແຈງ. ໃນທີ່ສຸດ, ເພາະວ່າຄົນທີ່ເປັນພະຍາດຕິດຕໍ່ນີ້ໄດ້ກັບມາມີອາການເປັນພະຍາດອີກຄັ້ງຫຼັງຈາກທີ່ພວກເຂົາຍ້າຍໄປ, ຜູ້ນຳປອມຄົນນີ້ກໍຖືກເປີດເຜີຍເຊັ່ນກັນ. ສະນັ້ນ, ບໍ່ວ່າຜູ້ຄົນຈະເຂົ້າໃຈຄວາມຈິງ ຫຼື ບໍ່ກໍຕາມ, ພວກເຂົາຈະຕ້ອງບໍ່ເຮັດສິ່ງທີ່ບໍ່ດີຢ່າງເດັດຂາດ, ບໍ່ເຮັດສິ່ງຕ່າງໆໂດຍອາໄສຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາ ແລະ ບໍ່ມີແນວຄິດແບບສວຍໂອກາດ, ເພາະພຣະເຈົ້າຊົງກວດສອບຈິດໃຈຂອງມະນຸດ ແລະ ກວດສອບທົ່ວທັງແຜ່ນດິນໂລກຢ່າງລະອຽດ. ຄຳວ່າ “ທົ່ວທັງແຜ່ນດິນໂລກ” ລວມມີຫຍັງແດ່? ມັນລວມທັງສິ່ງທີ່ເປັນວັດຖຸ ແລະ ສິ່ງທີ່ບໍ່ເປັນວັດຖຸ. ຢ່າພະຍາຍາມວັດແທກພຣະເຈົ້າ, ສິດອຳນາດຂອງພຣະເຈົ້າ ຫຼື ຄວາມຊົງລິດທານຸພາບອັນສູງສຸດຂອງພຣະເຈົ້າໂດຍໃຊ້ສະໝອງຂອງເຈົ້າເອງ. ຜູ້ຄົນເປັນສິ່ງທີ່ຖືກສ້າງ ແລະ ຊີວິດຂອງພວກເຂົາກໍນ້ອຍນິດ, ພວກເຂົາຈະສາມາດວັດແທກຄວາມຍິ່ງໃຫຍ່ຂອງພຣະຜູ້ສ້າງໄດ້ແນວໃດ? ພວກເຂົາຈະສາມາດວັດແທກຄວາມຊົງລິດທານຸພາບອັນສູງສຸດ ແລະ ສະຕິປັນຍາຂອງພຣະຜູ້ສ້າງໃນການສ້າງສັບພະທຸກສິ່ງ ແລະ ອຳນາດສູງສຸດເໜືອສັບພະທຸກສິ່ງຂອງພຣະອົງໄດ້ແນວໃດ? ເຈົ້າຈະຕ້ອງບໍ່ເຮັດສິ່ງທີ່ໂງ່ຈ້າ ຫຼື ເຮັດຄວາມຊົ່ວຢ່າງເດັດຂາດ. ການເຮັດຄວາມຊົ່ວຈະນໍາມາເຊິ່ງຜົນກຳສະໜອງຢ່າງຫຼີກລ່ຽງບໍ່ໄດ້ ແລະ ເມື່ອມື້ໜຶ່ງພຣະເຈົ້າເປີດເຜີຍເຈົ້າ, ເຈົ້າຈະໄດ້ຮັບຜົນກຳສະໜອງຮ້າຍແຮງກວ່າທີ່ເຈົ້າໄດ້ຄິດໄວ້ ແລະ ໃນມື້ນັ້ນເຈົ້າຈະຮ້ອງໄຫ້ ແລະ ກັດແຂ້ວ. ເຈົ້າຕ້ອງປະພຶດຕົນດ້ວຍການຮັບຮູ້ຕົວເອງ. ໃນບາງເລື່ອງ, ກ່ອນທີ່ພຣະເຈົ້າຈະເປີດເຜີຍເຈົ້າ, ມັນຈະເປັນການດີກວ່າທີ່ເຈົ້າຈະປຽບທຽບຕົນເອງກັບພຣະທຳຂອງພຣະເຈົ້າ, ໄຕ່ຕອງຕົນເອງ ແລະ ນຳເອົາສິ່ງທີ່ຖືກຝັງໄວ້ອອກມາເປີດເຜີຍ, ຄົ້ນພົບບັນຫາຂອງຕົນເອງ ແລະ ຈາກນັ້ນກໍສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາເຫຼົ່ານັ້ນ, ຢ່າລໍຖ້າໃຫ້ພຣະເຈົ້າເປີດເຜີຍເຈົ້າ. ເມື່ອພຣະເຈົ້າໄດ້ເປີດເຜີຍເຈົ້າແລ້ວ, ມັນບໍ່ໄດ້ເຮັດໃຫ້ເຈົ້າຕົກຢູ່ໃນທ່າຮັບບໍ? ໃນເວລານັ້ນ, ເຈົ້າກໍໄດ້ກະທຳການຝ່າຝືນແລ້ວ. ຈາກການທີ່ພຣະເຈົ້າກວດສອບເຈົ້າຢ່າງລະອຽດຈົນເຖິງການທີ່ເຈົ້າຖືກເປີດເຜີຍ, ຄຸນຄ່າຂອງເຈົ້າ ແລະ ຄວາມຄິດເຫັນຂອງພຣະເຈົ້າຕໍ່ເຈົ້າອາດຈະມີການປ່ຽນແປງຢ່າງໃຫຍ່ຫຼວງ. ນີ້ເປັນເພາະວ່າ ໃນຂະນະທີ່ພຣະເຈົ້າກຳລັງກວດສອບເຈົ້າຢູ່ນັ້ນ, ພຣະອົງກໍຍັງໃຫ້ໂອກາດເຈົ້າ ແລະ ມອບຄວາມຫວັງຂອງພຣະອົງໄວ້ກັບເຈົ້າ, ຈົນເຖິງເວລາທີ່ເຈົ້າຖືກເປີດເຜີຍ. ຈາກການທີ່ພຣະເຈົ້າມອບຄວາມຫວັງຂອງພຣະອົງໄວ້ກັບຄົນໃດຄົນໜຶ່ງ ຈົນເຖິງການທີ່ຄວາມຫວັງຂອງພຣະອົງບໍ່ເປັນຈິງໃນທີ່ສຸດ, ອາລົມຂອງພຣະເຈົ້າຈະເປັນແນວໃດ? ມັນຈະຫຼຸດລົງຢ່າງມະຫາສານ. ແລ້ວຜົນທີ່ຈະຕາມມາສຳລັບເຈົ້າຈະເປັນແນວໃດ? ໃນກໍລະນີທີ່ບໍ່ຮ້າຍແຮງ, ເຈົ້າອາດຈະກາຍເປັນສິ່ງທີ່ພຣະເຈົ້າກຽດຊັງ ແລະ ເຈົ້າຈະຖືກພັກໄວ້. ຄຳວ່າ “ພັກໄວ້” ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ເຈົ້າຈະຖືກເກັບໄວ້ ແລະ ສັງເກດການ. ແລ້ວຜົນທີ່ຈະຕາມມາໃນກໍລະນີທີ່ຮ້າຍແຮງກວ່ານັ້ນຈະເປັນແນວໃດ? ພຣະເຈົ້າຈະກ່າວວ່າ: “ຄົນຜູ້ນີ້ເປັນໄພພິບັດ ແລະ ບໍ່ສົມຄວນແມ່ນແຕ່ຈະຮັບໃຊ້. ເຮົາຈະບໍ່ຊ່ວຍຄົນຜູ້ນີ້ໃຫ້ລອດພົ້ນຢ່າງເດັດຂາດ!” ເມື່ອພຣະເຈົ້າສ້າງແນວຄວາມຄິດນີ້ຂຶ້ນມາ, ເຈົ້າກໍຈະບໍ່ມີຈຸດຈົບໃດໆອີກຕໍ່ໄປ ແລະ ເມື່ອສິ່ງນັ້ນເກີດຂຶ້ນ, ເຈົ້າສາມາດກົ້ມຂາບຈົນເລືອດອອກກໍບໍ່ມີປະໂຫຍດຫຍັງ ເພາະພຣະເຈົ້າໄດ້ໃຫ້ໂອກາດເຈົ້າພຽງພໍແລ້ວ ແຕ່ເຈົ້າບໍ່ເຄີຍສໍານຶກຜິດ ແລະ ເຈົ້າກໍໄດ້ເຮັດເກີນໄປແລ້ວ. ສະນັ້ນ, ບໍ່ວ່າເຈົ້າຈະມີບັນຫາຫຍັງ ຫຼື ເປີດໂປງຄວາມເສື່ອມຊາມໃດກໍຕາມ, ເຈົ້າຄວນໄຕ່ຕອງ ແລະ ຮູ້ຈັກຕົນເອງໃນແສງສະຫວ່າງຂອງພຣະທຳຂອງພຣະເຈົ້າສະເໝີ ຫຼື ຂໍໃຫ້ອ້າຍເອື້ອຍນ້ອງຊີ້ບອກສິ່ງເຫຼົ່ານີ້ໃຫ້ເຈົ້າ. ສິ່ງທີ່ສຳຄັນທີ່ສຸດກໍຄື ເຈົ້າຄວນຍອມຮັບການກວດສອບຢ່າງລະອຽດຂອງພຣະເຈົ້າ, ມາຢູ່ຕໍ່ໜ້າພຣະເຈົ້າ ແລະ ຂໍໃຫ້ພຣະອົງໃຫ້ຄວາມສະຫວ່າງ ແລະ ແສງເຍືອງທາງແກ່ເຈົ້າ. ບໍ່ວ່າເຈົ້າຈະໃຊ້ວິທີໃດກໍຕາມ, ການຄົ້ນພົບບັນຫາແຕ່ຫົວທີ ແລະ ຈາກນັ້ນກໍແກ້ໄຂບັນຫາເຫຼົ່ານັ້ນແມ່ນຜົນທີ່ໄດ້ຈາກການໄຕ່ຕອງຕົນເອງ ແລະ ນີ້ແມ່ນສິ່ງທີ່ດີທີ່ສຸດທີ່ເຈົ້າສາມາດເຮັດໄດ້. ເຈົ້າຈະຕ້ອງບໍ່ລໍຖ້າຈົນກວ່າພຣະເຈົ້າຈະເປີດເຜີຍ ແລະ ກຳຈັດເຈົ້າກ່ອນທີ່ເຈົ້າຈະຮູ້ສຶກສຳນຶກຜິດ ເພາະມັນຈະຊ້າເກີນໄປທີ່ຈະເສຍໃຈ! ເມື່ອພຣະເຈົ້າເປີດເຜີຍຄົນໃດຄົນໜຶ່ງ, ພຣະອົງຊົງພິໂລດຢ່າງຍິ່ງ ຫຼື ມີພຣະເມດຕາຢ່າງລົ້ນເຫຼືອບໍ? ສິ່ງນີ້ຍາກທີ່ຈະເວົ້າ, ມັນເປັນສິ່ງທີ່ບໍ່ມີໃຜຮູ້ຈັກ ແລະ ເຮົາຈະບໍ່ໃຫ້ຄໍາໝັ້ນສັນຍານີ້ແກ່ເຈົ້າ, ເສັ້ນທາງທີ່ເຈົ້າຍ່າງນັ້ນແມ່ນຂຶ້ນກັບເຈົ້າເອງ. ພວກເຈົ້າຮູ້ບໍ່ວ່າຄວາມຮັບຜິດຊອບຂອງເຮົາແມ່ນຫຍັງ? ເຮົາກຳລັງບອກພວກເຈົ້າທຸກສິ່ງທີ່ເຮົາຕ້ອງເວົ້າ, ທຸກຄຳທີ່ເຮົາຄວນເວົ້າ, ໂດຍບໍ່ປະໄວ້ແມ່ນແຕ່ຄຳດຽວ. ບໍ່ວ່າເຮົາຈະໃຊ້ວິທີໃດກໍຕາມ, ບໍ່ວ່າຈະເປັນຄຳເວົ້າທີ່ເປັນການຂຽນ, ການເລົ່າເລື່ອງ ຫຼື ການຜະລິດລາຍການນ້ອຍໆ, ໃນກໍລະນີໃດກໍຕາມ, ເຮົາກຳລັງຖ່າຍທອດຄວາມຈິງທີ່ພຣະເຈົ້າຕ້ອງການໃຫ້ພວກເຈົ້າເຂົ້າໃຈຜ່ານວິທີການຕ່າງໆ, ໃນຂະນະດຽວກັນກໍແຈ້ງໃຫ້ພວກເຈົ້າຮູ້ເຖິງບັນຫາທີ່ເຮົາສາມາດເຫັນໄດ້. ຂ້າພະເຈົ້າກຳລັງເຕືອນ, ເຕືອນສະຕິ ແລະ ຕັກເຕືອນພວກເຈົ້າ ແລະ ມອບການສະໜອງ, ການຊ່ວຍເຫຼືອ ແລະ ການສະໜັບສະໜູນບາງຢ່າງໃຫ້ແກ່ພວກເຈົ້າ. ບາງຄັ້ງເຮົາກໍເວົ້າສິ່ງທີ່ຮຸນແຮງເຊັ່ນກັນ. ນີ້ແມ່ນຄວາມຮັບຜິດຊອບຂອງເຮົາ ແລະ ມັນຂຶ້ນກັບເຈົ້າວ່າຈະໄປທາງທີ່ເຫຼືອແນວໃດ. ເຈົ້າບໍ່ຈຳເປັນຕ້ອງກວດສອບຄຳເວົ້າ ແລະ ສີໜ້າຂອງເຮົາ ແລະ ເຈົ້າບໍ່ຕ້ອງຕັ້ງໃຈສັງເກດວ່າຄວາມຄິດເຫັນຂອງເຮົາຕໍ່ເຈົ້າເປັນແນວໃດ, ມັນບໍ່ຈຳເປັນທີ່ເຈົ້າຈະຕ້ອງເຮັດສິ່ງເຫຼົ່ານີ້. ຈຸດຈົບຂອງເຈົ້າໃນອະນາຄົດຈະເປັນແນວໃດນັ້ນບໍ່ມີຫຍັງກ່ຽວຂ້ອງກັບເຮົາ; ມັນກ່ຽວຂ້ອງກັບສິ່ງທີ່ເຈົ້າໄລ່ຕາມດ້ວຍຕົນເອງເທົ່ານັ້ນ. ມື້ນີ້, ເຮົາຈະເປີດອົກ ແລະ ເວົ້າຢ່າງກົງໄປກົງມາ, ເຮົາຈະເວົ້າຢ່າງຊັດເຈນທັງໝົດ. ພວກເຈົ້າໄດ້ຍິນ ແລະ ເຂົ້າໃຈທຸກຄຳ ແລະ ທຸກປະໂຫຍກທີ່ເຮົາໄດ້ເວົ້າ ແລະ ສິ່ງທີ່ເຮົາຕ້ອງເວົ້າ, ສິ່ງທີ່ເຮົາຄວນເວົ້າ ແລະ ສິ່ງທີ່ເຮົາໄດ້ເວົ້າໃນອະດີດແລ້ວບໍ? ບໍ່ມີສິ່ງໃດທີ່ເປັນນາມມະທຳກ່ຽວກັບສິ່ງທີ່ເຮົາເວົ້າ, ບໍ່ມີສິ່ງໃດທີ່ພວກເຈົ້າບໍ່ເຂົ້າໃຈ; ພວກເຈົ້າທຸກຄົນກໍໄດ້ເຂົ້າໃຈແລ້ວ, ແລ້ວດ້ວຍເຫດນັ້ນ, ຄວາມຮັບຜິດຊອບຂອງເຮົາກໍຖືວ່າໄດ້ສຳເລັດແລ້ວ. ຢ່າຄິດວ່າເຮົາຍັງຕ້ອງເຝົ້າເບິ່ງພວກເຈົ້າ ຫຼັງຈາກທີ່ເຮົາເວົ້າຈົບແລ້ວ ແລະ ຮັບຜິດຊອບຕໍ່ພວກເຈົ້າ, ຄອຍປະຄັບປະຄອງຈົນເຖິງທີ່ສຸດ. ພວກເຈົ້າທຸກຄົນໄດ້ເຊື່ອໃນພຣະເຈົ້າມາຫຼາຍປີແລ້ວ, ພວກເຈົ້າທຸກຄົນເປັນຜູ້ໃຫຍ່ແລ້ວ ແລະ ບໍ່ແມ່ນເດັກນ້ອຍ. ເມື່ອພວກເຈົ້າເຮັດສິ່ງຕ່າງໆ ພວກເຈົ້າມີຜູ້ນໍາທີ່ຈະຮັບຜິດຊອບຕໍ່ພວກເຈົ້າ, ນັ້ນບໍ່ແມ່ນຄວາມຮັບຜິດຊອບຂອງເຮົາ. ເຮົາມີຂອບເຂດວຽກງານຂອງເຮົາ, ຂອບເຂດຄວາມຮັບຜິດຊອບຂອງເຮົາ; ເຮົາບໍ່ຈໍາເປັນຕ້ອງເຮັດ ແລະ ມັນກໍເປັນໄປບໍ່ໄດ້ທີ່ເຮົາຈະຕິດຕາມພວກເຈົ້າແຕ່ລະຄົນ ແລະ ຄອຍກວດກາ ແລະ ຊຸກຍູ້ພວກເຈົ້າຢູ່ຕະຫຼອດ, ເຮົາບໍ່ມີພັນທະທີ່ຈະຕ້ອງເຮັດແບບນັ້ນ. ສ່ວນສິ່ງທີ່ພວກເຈົ້າໄລ່ຕາມ, ສິ່ງທີ່ພວກເຈົ້າເວົ້າ ແລະ ເຮັດໃນຍາມສ່ວນຕົວ ແລະ ເສັ້ນທາງທີ່ພວກເຈົ້າຕິດຕາມ, ສິ່ງເຫຼົ່ານີ້ບໍ່ມີຫຍັງກ່ຽວຂ້ອງກັບເຮົາ. ເປັນຫຍັງເຮົາຈຶ່ງເວົ້າວ່າສິ່ງເຫຼົ່ານີ້ບໍ່ມີຫຍັງກ່ຽວຂ້ອງກັບເຮົາ? ຖ້າພວກເຈົ້າສາມາດປະຕິບັດໜ້າທີ່ຂອງພວກເຈົ້າໃນເຮືອນຂອງພຣະເຈົ້າຢ່າງເໝາະສົມ ແລະ ຖືກຕ້ອງ, ເຮືອນຂອງພຣະເຈົ້າກໍຈະຮັບຜິດຊອບຕໍ່ພວກເຈົ້າຈົນເຖິງທີ່ສຸດ. ຖ້າພວກເຈົ້າເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງພວກເຈົ້າ, ຍອມເສຍສະຫຼະ, ຍອມຮັບຄວາມຈິງ ແລະ ປະຕິບັດຕາມຫຼັກການ, ແລ້ວເຮືອນຂອງພຣະເຈົ້າຈະນໍາພາພວກເຈົ້າ, ສະໜອງໃຫ້ພວກເຈົ້າ ແລະ ລ້ຽງດູພວກເຈົ້າ; ຖ້າພວກເຈົ້າບໍ່ເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງພວກເຈົ້າ ແລະ ປາຖະໜາທີ່ຈະອອກໄປເຮັດວຽກ ແລະ ຫາເງິນ, ປະຕູຂອງເຮືອນຂອງພຣະເຈົ້າກໍເປີດກວ້າງ ແລະ ພວກເຈົ້າຈະໄດ້ຮັບການສົ່ງອອກຢ່າງອົບອຸ່ນ. ເຖິງຢ່າງໃດກໍຕາມ, ຖ້າພວກເຈົ້າກໍ່ການລົບກວນ, ເຮັດຄວາມຊົ່ວ ແລະ ສ້າງບັນຫາໃນເຮືອນຂອງພຣະເຈົ້າ, ແລ້ວບໍ່ວ່າຜູ້ທີ່ເຮັດຄວາມຊົ່ວຈະເປັນໃຜກໍຕາມ, ເຮືອນຂອງພຣະເຈົ້າມີພຣະດໍາລັດ ແລະ ການຈັດແຈງວຽກງານ ແລະ ພວກເຈົ້າກໍຈະຖືກຈັດການຕາມຫຼັກການເຫຼົ່ານີ້. ພວກເຈົ້າເຂົ້າໃຈບໍ? ພວກເຈົ້າທຸກຄົນໄດ້ເຊື່ອໃນພຣະເຈົ້າມາຫຼາຍປີແລ້ວ, ພວກເຈົ້າໄດ້ອ່ານພຣະທຳຂອງພຣະເຈົ້າມາຫຼາຍແລ້ວ ແລະ ໄດ້ເຂົ້າຮ່ວມການເຕົ້າໂຮມ ແລະ ຟັງຄຳເທດສະໜາຕະຫຼອດຫຼາຍປີມານີ້, ແລ້ວເປັນຫຍັງພວກເຈົ້າຈຶ່ງບໍ່ສໍານຶກຜິດ ຫຼື ປ່ຽນແປງຕົນເອງແມ່ນແຕ່ໜ້ອຍດຽວ? ມີຫຼາຍຄົນທີ່ໄດ້ຟັງຄຳເທດສະໜາມາຫຼາຍປີ ແລະ ເຂົ້າໃຈຄວາມຈິງບາງຢ່າງ ແຕ່ພວກເຂົາກໍຍັງບໍ່ໄດ້ສໍານຶກຜິດ, ພວກເຂົາຍັງຄົງປະຕິບັດໜ້າທີ່ຂອງພວກເຂົາແບບພໍແລ້ວມືແລ້ວຕີນ ແລະ ຄົນເຫຼົ່ານີ້ກໍເປັນຄົນທີ່ຕົກຢູ່ໃນອັນຕະລາຍ. ໃຫ້ເຮົາບອກສິ່ງທີ່ເປັນຈິງບາງຢ່າງແກ່ພວກເຈົ້າ: ຢ່າຄາດຫວັງວ່າເຮົາຈະຕ້ອງເຝົ້າເບິ່ງພວກເຈົ້າ, ດູແລພວກເຈົ້າ ແລະ ສອນພວກເຈົ້າແບບຄອຍປະຄັບປະຄອງຢູ່ສະເໝີ ເພື່ອທີ່ພວກເຈົ້າຈະສາມາດເຮັດບາງສິ່ງບາງຢ່າງທີ່ເປັນຈິງ ແລະ ມີປະສິດທິຜົນໄດ້. ຖ້າເຮົາບໍ່ເບິ່ງພວກເຈົ້າ ຫຼື ກວດກາພວກເຈົ້າ ແລະ ຊຸກຍູ້ພວກເຈົ້າ ແລະ ພວກເຈົ້າກໍກາຍເປັນຄົນທີ່ເຮັດພໍແລ້ວມືແລ້ວຕີນ ແລະ ຄວາມຄືບໜ້າຂອງວຽກງານຊັກຊ້າ, ແລ້ວພວກເຈົ້າກໍຈະຈົບສິ້ນ. ສິ່ງນີ້ສະແດງໃຫ້ເຫັນວ່າ ພວກເຈົ້າປະຕິບັດໜ້າທີ່ຂອງພວກເຈົ້າ ໂດຍບໍ່ມີຄວາມຈົງຮັກພັກດີແມ່ນແຕ່ໜ້ອຍດຽວ ແລະ ລ້ວນແຕ່ເປັນຜູ້ອອກເຫື່ອແຮງ. ໃຫ້ເຮົາບອກພວກເຈົ້າ, ພາລະໜ້າທີ່ຂອງເຮົາໄດ້ສຳເລັດແລ້ວ ແລະ ເຮົາກໍບໍ່ມີພັນທະທີ່ຈະຕ້ອງດູແລພວກເຈົ້າ. ນີ້ເປັນເພາະວ່າພຣະວິນຍານບໍລິສຸດກຳລັງເຮັດວຽກ ແລະ ກວດສອບພວກເຈົ້າຢ່າງລະອຽດໃນເລື່ອງເຫຼົ່ານີ້ຢູ່; ສິ່ງທີ່ເຮົາຄວນເຮັດກໍໄດ້ເຮັດແລ້ວ, ສິ່ງທີ່ເຮົາຄວນເວົ້າກໍໄດ້ເວົ້າແລ້ວ, ເຮົາໄດ້ຍຶດໝັ້ນໃນພາລະໜ້າທີ່ຂອງເຮົາ, ເຮົາໄດ້ເຮັດຄວາມຮັບຜິດຊອບຂອງເຮົາສຳເລັດແລ້ວ ແລະ ສິ່ງທີ່ເຫຼືອຢູ່ກໍຄືໃຫ້ພວກເຈົ້າຮັບຜິດຊອບຕໍ່ການກະທຳ ແລະ ພຶດຕິກຳຂອງພວກເຈົ້າເອງ. ຖ້າພວກເຈົ້າບໍ່ຍອມຮັບຄວາມຈິງ ແຕ່ເຮັດພໍແລ້ວມືແລ້ວຕີນຢູ່ຕະຫຼອດ ແລະ ບໍ່ເຄີຍຄິດທີ່ຈະສຳນຶກຜິດ, ແລ້ວການລົງໂທດຂອງພວກເຈົ້າ ແລະ ການຖືກກຳຈັດຂອງພວກເຈົ້າກໍຈະບໍ່ມີຫຍັງກ່ຽວຂ້ອງກັບເຮົາ.

ດ້ານໜຶ່ງຂອງເລື່ອງທີ່ເຮົາຫາກໍເລົ່າໄປນັ້ນ ແມ່ນເວົ້າເຖິງວິທີເບິ່ງຖານະທາງສັງຄົມ, ຄຸນຄ່າ, ພູມຫຼັງຄອບຄົວ ແລະ ພູມຫຼັງທາງການສຶກສາຂອງຜູ້ຄົນ ແລະ ອື່ນໆ, ແລ້ວມາດຕະຖານ ແລະ ຫຼັກການໃນການເບິ່ງສິ່ງເຫຼົ່ານີ້ແມ່ນຫຍັງ; ອີກດ້ານໜຶ່ງແມ່ນວິທີປະຕິບັດຕໍ່ສິ່ງເຫຼົ່ານີ້ ແລະ ວິທີເບິ່ງທະລຸເຖິງແກ່ນແທ້ຂອງພວກມັນ. ເມື່ອເຈົ້າໄດ້ເບິ່ງທະລຸເຖິງແກ່ນແທ້ຂອງສິ່ງເຫຼົ່ານີ້ແລ້ວ, ເຖິງແມ່ນວ່າພວກມັນອາດຈະຍັງຄົງຢູ່ໃນໃຈຂອງເຈົ້າ, ເຈົ້າກໍຈະບໍ່ຖືກພວກມັນລະງັບ ແລະ ຈະບໍ່ດຳລົງຊີວິດໂດຍອີງໃສ່ພວກມັນ. ເມື່ອເຈົ້າເຫັນຜູ້ບໍ່ມີຄວາມເຊື່ອອວດອ້າງປະຫວັດອັນຮຸ່ງເຮືອງຂອງພວກເຂົາທີ່ໄດ້ເຂົ້າຮຽນມະຫາວິທະຍາໄລ ແລະ ຮຽນຈົບປະລິນຍາໂທ ຫຼື ປະລິນຍາເອກ, ແລ້ວມຸມມອງ ແລະ ທັດສະນະຄະຕິຂອງເຈົ້າຈະເປັນແນວໃດ? ຖ້າເຈົ້າເວົ້າວ່າ: “ການຮຽນປະລິນຍາຕີຢູ່ມະຫາວິທະຍາໄລບໍ່ແມ່ນເລື່ອງໃຫຍ່. ຂ້ອຍຮຽນຈົບປະລິນຍາໂທມາຫຼາຍປີແລ້ວ”, ຖ້າເຈົ້າມີແນວຄິດແບບນີ້, ແລ້ວນັ້ນກໍຈະເປັນບັນຫາສຳລັບເຈົ້າ ແລະ ມັນສະແດງໃຫ້ເຫັນວ່າເຈົ້າບໍ່ໄດ້ປ່ຽນແປງຫຼາຍໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ. ຖ້າພວກເຂົາຖາມເຈົ້າວ່າພູມຫຼັງທາງການສຶກສາຂອງເຈົ້າເປັນແນວໃດ ແລ້ວເຈົ້າຕອບວ່າ: “ຂ້ອຍຮຽນບໍ່ຈົບແມ່ນແຕ່ຊັ້ນປະຖົມ ແລະ ບໍ່ສາມາດແມ່ນແຕ່ຂຽນບົດຄວາມໄດ້”, ແລ້ວພວກເຂົາເຫັນວ່າເຈົ້າເປັນຄົນທີ່ບໍ່ມີຫຍັງ ແລະ ເລີ່ມບໍ່ສົນໃຈເຈົ້າ, ແລ້ວແບບນັ້ນກໍດີເລີຍບໍ່ແມ່ນບໍ? ເຈົ້າສາມາດປະຢັດເວລາເພື່ອອ່ານພຣະທຳຂອງພຣະເຈົ້າໄດ້ຫຼາຍຂຶ້ນ ແລະ ປະຕິບັດໜ້າທີ່ຂອງເຈົ້າໄດ້ຫຼາຍຂຶ້ນ ແລະ ນີ້ຄືສິ່ງທີ່ຖືກຕ້ອງທີ່ຄວນເຮັດ. ການນິນທາກັບຜູ້ບໍ່ມີຄວາມເຊື່ອ ແລະ ຜູ້ບໍ່ເຊື່ອມີປະໂຫຍດຫຍັງ? ຖ້າເຈົ້າບອກວ່າເຈົ້າມີລະດັບການສຶກສາຕໍ່າ ແລະ ບໍ່ມີຖານະໃນສັງຄົມ, ແລ້ວມີບາງຄົນດູຖູກເຈົ້າ, ເຈົ້າຈະເຮັດແນວໃດ? ຢ່າເອົາມັນມາໃສ່ໃຈ ແລະ ຢ່າຮູ້ສຶກຖືກລະງັບ, ປ່ອຍໃຫ້ພວກເຂົາເວົ້າໄປ, ປ່ອຍໃຫ້ພວກເຂົາເວົ້າຫຍັງກໍຕາມທີ່ພວກເຂົາຕ້ອງການ, ມັນບໍ່ສຳຄັນຫຍັງຕໍ່ເຈົ້າເລີຍ. ຕາບໃດທີ່ມັນບໍ່ເຮັດໃຫ້ການສະແຫວງຫາຄວາມຈິງໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າຊັກຊ້າ, ແລ້ວນັ້ນກໍບໍ່ເປັນຫຍັງ. ອັນທີ່ຈິງແລ້ວ ນີ້ເປັນຫົວຂໍ້ເລັກນ້ອຍ ແຕ່ໃນຊີວິດປະຈຳວັນ, ຜ່ານສິ່ງຕ່າງໆທີ່ຜູ້ຄົນສະແດງອອກ, ມັນກໍສາມາດເຫັນໄດ້ວ່າຜູ້ຄົນໃຫ້ຄວາມສຳຄັນຢ່າງຍິ່ງຕໍ່ສິ່ງທີ່ເປັນຕົ້ນທຶນເຫຼົ່ານີ້ ແລະ ພວກເຂົາກໍເອົາພວກມັນໄວ້ໃນໃຈສະເໝີ. ສິ່ງນີ້ບໍ່ພຽງແຕ່ສາມາດສົ່ງຜົນກະທົບຕໍ່ຄຳເວົ້າ ແລະ ການປະພຶດຕົວຂອງຜູ້ຄົນ ແຕ່ມັນຍັງສາມາດສົ່ງຜົນກະທົບຕໍ່ທາງເຂົ້າຂອງຊີວິດຂອງພວກເຂົາ ແລະ ການເລືອກເສັ້ນທາງທີ່ຖືກຕ້ອງຂອງການເຊື່ອໃນພຣະເຈົ້າຂອງພວກເຂົາອີກດ້ວຍ. ເອົາລະ, ເຮົາຈະບໍ່ເວົ້າກ່ຽວກັບຫົວຂໍ້ປະເພດນີ້ອີກ. ໃຫ້ພວກເຮົາກັບຄືນສູ່ຫົວຂໍ້ທີ່ພວກເຮົາໄດ້ໂອ້ລົມກັນໃນຄັ້ງທີ່ຜ່ານມາ ແລະ ສືບຕໍ່ໂອ້ລົມກັນ ແລະ ໄຈ້ແຍກການສະແດງອອກຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສ.

ການໄຈ້ແຍກວິທີທີ່ຜູ້ຕໍ່ຕ້ານພຣະຄຣິສເປັນຄົນຊົ່ວຊ້າ, ແຝງຊົ່ວ ແລະ ເລ່ຫຼ່ຽມ

I. ການໄຈ້ແຍກຄວາມບໍ່ເປັນມິດ ແລະ ຄວາມກຽດຊັງຂອງຜູ້ຕໍ່ຕ້ານພຣະຄຣິສຕໍ່ສິ່ງທີ່ເປັນບວກ ແລະ ຄວາມຈິງ

ພວກເຮົາໄດ້ໄຈ້ແຍກການສະແດງອອກທີຫົກຂອງຜູ້ຕໍ່ຕ້ານພຣະຄຣິສຈົບແລ້ວ ແລະ ຕອນນີ້ ພວກເຮົາຈະເລີ່ມໄຈ້ແຍກການສະແດງອອກທີເຈັດ: ວິທີທີ່ຜູ້ຕໍ່ຕ້ານພຣະຄຣິສເປັນຄົນຊົ່ວຊ້າ, ແຝງຊົ່ວ ແລະ ເລ່ຫຼ່ຽມ. ບາງຄົນເວົ້າວ່າ “ໃນເມື່ອພວກເຮົາກຳລັງໄຈ້ແຍກ ແລະ ເປີດໂປງຜູ້ຕໍ່ຕ້ານພຣະຄຣິສ, ການເວົ້າວ່າພວກເຂົາເປັນຄົນຊົ່ວຊ້າ, ແຝງຊົ່ວ ແລະ ເລ່ຫຼ່ຽມນັ້ນບໍ່ເບົາເກີນໄປບໍ? ໃຜແດ່ທີ່ບໍ່ມີອຸປະນິໄສທີ່ຊົ່ວຊ້າ ຫຼື ເລ່ຫຼ່ຽມແມ່ນແຕ່ໜ້ອຍດຽວ? ຄົນທຳມະດາທຸກຄົນລ້ວນແລ້ວແຕ່ມີອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້, ດ້ວຍເຫດນັ້ນ ຖ້າພວກເຮົາເປີດໂປງ ແລະ ໄຈ້ແຍກຜູ້ຕໍ່ຕ້ານພຣະຄຣິສໃນລັກສະນະນີ້, ນັ້ນຈະບໍ່ໝາຍຄວາມວ່າທຸກຄົນກໍເປັນຜູ້ຕໍ່ຕ້ານພຣະຄຣິສບໍ?” ມີໃຜໃນພວກເຈົ້າຄິດແບບນີ້ບໍ? ຖ້າມີໃຜໃນພວກເຈົ້າຄິດແບບນີ້ແທ້, ພວກເຈົ້າກໍຄິດຜິດແລ້ວ. ມັນມີຄວາມແຕກຕ່າງລະຫວ່າງຄວາມຊົ່ວຊ້າ, ຄວາມແຝງຊົ່ວ ແລະ ຄວາມເລ່ຫຼ່ຽມຂອງຜູ້ຕໍ່ຕ້ານພຣະຄຣິສກັບການເປີດເຜີຍອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້ໃນຄົນທຳມະດາບໍ? ມັນມີຄວາມແຕກຕ່າງຢ່າງແນ່ນອນ, ຖ້າບໍ່ດັ່ງນັ້ນ ພວກເຮົາກໍຄົງຈະບໍ່ລວມເອົາອຸປະນິໄສເຫຼົ່ານີ້ໄວ້ໃນການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສ. ມື້ນີ້, ກ່ອນອື່ນ ເຮົາຈະໂອ້ລົມກ່ຽວກັບຄວາມແຕກຕ່າງນີ້ເປັນຫຼັກ, ກ່ອນທີ່ຈະປ່ຽນໄປເວົ້າກ່ຽວກັບຕົວຢ່າງຕົວຈິງ ແລະ ການສະແດງອອກທີ່ສະເພາະເຈາະຈົງບາງຢ່າງຂອງອຸປະນິໄສທີ່ຊົ່ວຊ້າ, ແຝງຊົ່ວ ແລະ ເລ່ຫຼ່ຽມຂອງຜູ້ຕໍ່ຕ້ານພຣະຄຣິສ. ມັນງ່າຍທີ່ຈະເຂົ້າໃຈຄວາມໝາຍຕາມຕົວອັກສອນຂອງຄຳວ່າ “ຊົ່ວຊ້າ”, “ແຝງຊົ່ວ” ແລະ “ເລ່ຫຼ່ຽມ”. ຄວາມຍາກແມ່ນຢູ່ທີ່ການແຍກແຍະຄວາມແຕກຕ່າງທາງດ້ານແກ່ນແທ້ລະຫວ່າງການສະແດງອອກປະເພດເຫຼົ່ານີ້ໃນຜູ້ຕໍ່ຕ້ານພຣະຄຣິສ ແລະ ໃນຄົນທຳມະດາ, ເຫດຜົນທີ່ພວກເຮົາກຳນົດລັກສະນະຂອງຄົນປະເພດທີ່ມີອຸປະນິໄສ ແລະ ແກ່ນແທ້ທີ່ເສື່ອມຊາມເຫຼົ່ານີ້ວ່າເປັນຜູ້ຕໍ່ຕ້ານພຣະຄຣິສ ແລະ ຄວາມແຕກຕ່າງທາງດ້ານແກ່ນແທ້ລະຫວ່າງຜູ້ຕໍ່ຕ້ານພຣະຄຣິສ ແລະ ມະນຸດຊາດທີ່ເສື່ອມຊາມທຳມະດາແມ່ນຫຍັງ. ກ່ອນອື່ນ ຜູ້ຕໍ່ຕ້ານພຣະຄຣິສເປັນປໍລະປັກຕໍ່ຄວາມຈິງ ແລະ ພຣະເຈົ້າຢ່າງເປີດເຜີຍ; ພວກເຂົາຍາດຊີງຜູ້ຄົນທີ່ພຣະເຈົ້າເລືອກ, ສະຖານະຂອງພຣະອົງ ແລະ ຈິດໃຈຂອງຜູ້ຄົນກັບພຣະເຈົ້າ ແລະ ພວກເຂົາເຖິງກັບເຮັດສິ່ງຕ່າງໆອ້ອມຂ້າງຜູ້ຄົນທີ່ພຣະເຈົ້າເລືອກ ເພື່ອຊະນະໃຈພວກເຂົາ ແລະ ເພື່ອນໍາພາພວກເຂົາຢ່າງຜິດໆ ແລະ ເຮັດໃຫ້ພວກເຂົາດ້ານຊາ. ສະຫຼຸບແລ້ວ, ທໍາມະຊາດຂອງການກະທຳ ແລະ ພຶດຕິກຳຂອງຜູ້ຕໍ່ຕ້ານພຣະຄຣິສ, ບໍ່ວ່າຈະຢ່າງເປີດເຜີຍ ຫຼື ຢ່າງລັບໆ, ກໍເປັນປໍລະປັກຕໍ່ພຣະເຈົ້າສະເໝີ. ເປັນຫຍັງເຮົາຈຶ່ງເວົ້າວ່າມັນເປັນປໍລະປັກຕໍ່ພຣະເຈົ້າ? ກໍຍ້ອນວ່າພວກເຂົາຮູ້ດີວ່າພຣະທຳຂອງພຣະເຈົ້າຄືຄວາມຈິງ ແລະ ພຣະອົງຄືພຣະເຈົ້າ, ແຕ່ພວກເຂົາກໍຍັງຕໍ່ຕ້ານພຣະອົງ ແລະ ບໍ່ຍອມຮັບຄວາມຈິງ ບໍ່ວ່າຈະມີການໂອ້ລົມກ່ຽວກັບມັນແນວໃດກໍຕາມ. ຕົວຢ່າງ: ຜູ້ຕໍ່ຕ້ານພຣະຄຣິສບາງຄົນຊັກຈູງບາງຄົນເຂົ້າມາ ແລະ ນໍາພາພວກເຂົາຢ່າງຜິດໆ ແລະ ຄວບຄຸມພວກເຂົາ. ພວກເຂົາເຮັດໃຫ້ຄົນເຫຼົ່ານີ້ເຊື່ອຟັງພວກເຂົາ ແລະ ຕິດຕາມພວກເຂົາ ແລະ ຈາກນັ້ນ ພວກເຂົາກໍຫຼອກເອົາໜັງສື ແລະ ວັດຖຸທຸກປະເພດຈາກຄຣິສຕະຈັກ ແລະ ຕັ້ງຄຣິສຕະຈັກຂອງຕົນເອງ ແລະ ສ້າງອານາຈັກຂອງຕົນເອງ, ເພື່ອທີ່ພວກເຂົາຈະໄດ້ເພີດເພີນກັບການຖືກຕິດຕາມ ແລະ ການຖືກນະມັດສະການໂດຍຜູ້ຕິດຕາມຂອງພວກເຂົາ, ຫຼັງຈາກນັ້ນ ພວກເຂົາກໍເລີ່ມອາໄສຄຣິສຕະຈັກຫາກິນ. ພຶດຕິກຳແບບນີ້ຄືການທີ່ພວກເຂົາຍາດຊີງຜູ້ຄົນທີ່ພຣະເຈົ້າເລືອກກັບພຣະອົງຢ່າງຊັດເຈນ, ນີ້ບໍ່ແມ່ນລັກສະນະຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ມັນບໍ່ຍຸຕິທຳບໍທີ່ຈະກຳນົດລັກສະນະຂອງຄົນເຫຼົ່ານີ້ວ່າເປັນຜູ້ຕໍ່ຕ້ານພຣະຄຣິສ ໂດຍອີງໃສ່ລັກສະນະທີ່ຊັດເຈນນີ້? ມັນບໍ່ແມ່ນເລື່ອງທີ່ບໍ່ຍຸຕິທຳເລີຍ, ການວາງລັກສະນະນີ້ແມ່ນຖືກຕ້ອງທີ່ສຸດ! ຍັງມີຜູ້ຕໍ່ຕ້ານພຣະຄຣິສບາງຄົນທີ່ສ້າງພັກສ້າງພວກພາຍໃນຄຣິສຕະຈັກ ແລະ ທຳລາຍຄຣິສຕະຈັກ. ພວກເຂົາສ້າງກອງກຳລັງຂອງຕົນເອງພາຍໃນຄຣິສຕະຈັກຢູ່ສະເໝີ ແລະ ກີດກັນຜູ້ທີ່ບໍ່ເຫັນດີກັບພວກເຂົາ. ຈາກນັ້ນ ພວກເຂົາກໍເກັບຜູ້ທີ່ຟັງ ແລະ ຕິດຕາມພວກເຂົາໄວ້ຂ້າງກາຍ ເພື່ອສ້າງກອງກຳລັງຂອງຕົນເອງ ແລະ ເຮັດໃຫ້ທຸກຄົນເຮັດຕາມສິ່ງທີ່ພວກເຂົາເວົ້າ. ນີ້ບໍ່ແມ່ນການທີ່ພວກເຂົາສ້າງອານາຈັກຂອງຕົນເອງບໍ? ບໍ່ວ່າການຈັດແຈງວຽກງານ ຫຼື ຂໍ້ກຳນົດຂອງເບື້ອງເທິງຈະເປັນແນວໃດກໍຕາມ, ພວກເຂົາກໍປະຕິເສດທີ່ຈະປະຕິບັດຕາມ ແລະ ກັບເຮັດຕາມວິທີຂອງຕົນເອງແທນ, ໂດຍນໍາພາຜູ້ຕິດຕາມຂອງພວກເຂົາໃຫ້ຕໍ່ຕ້ານເບື້ອງເທິງຢ່າງເປີດເຜີຍ. ຕົວຢ່າງ: ເຮືອນຂອງພຣະເຈົ້າຮຽກຮ້ອງໃຫ້ໄລ່ຜູ້ນໍາ ແລະ ຜູ້ເຮັດວຽກທີ່ບໍ່ສາມາດເຮັດວຽກງານຕົວຈິງໄດ້ອອກໂດຍທັນທີ. ແຕ່ຜູ້ຕໍ່ຕ້ານພຣະຄຣິສຈະຄິດວ່າ: “ເຖິງແມ່ນວ່າຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນຈະບໍ່ສາມາດເຮັດວຽກງານຕົວຈິງໄດ້, ແຕ່ພວກເຂົາກໍສະໜັບສະໜູນ ແລະ ເຫັນດີກັບຂ້ອຍ ແລະ ຂ້ອຍກໍໄດ້ບົ່ມເພາະພວກເຂົາແລ້ວ. ບໍ່ມີທາງທີ່ເບື້ອງເທິງຈະໄລ່ຄົນເຫຼົ່ານີ້ອອກ, ເວັ້ນເສຍແຕ່ວ່າພວກເຂົາຈະກຳຈັດຂ້ອຍອອກກ່ອນ”. ບອກເຮົາມາເບິ່ງ, ຄຣິສຕະຈັກນັ້ນບໍ່ໄດ້ຢູ່ພາຍໃຕ້ການຄວບຄຸມຂອງຜູ້ຕໍ່ຕ້ານພຣະຄຣິສຄົນນັ້ນບໍ? ການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າຜ່ານຜູ້ຕໍ່ຕ້ານພຣະຄຣິສໄປບໍ່ໄດ້ ແລະ ບໍ່ສາມາດຖືກຈັດຕັ້ງປະຕິບັດໄດ້. ເມື່ອມີການອອກຄຳສັ່ງການຈັດແຈງວຽກງານເປັນເວລາດົນນານ ແລະ ທຸກຄຣິສຕະຈັກກໍໄດ້ລາຍງານກັບຄືນກ່ຽວກັບວິທີທີ່ພວກເຂົາຈັດຕັ້ງປະຕິບັດ, ຕົວຢ່າງ: ຜູ້ໃດໄດ້ຖືກປັບປ່ຽນການມອບໝາຍໜ້າທີ່ ຫຼື ຖືກໄລ່ອອກຍ້ອນສະຖານະການໃດ, ຜູ້ຕໍ່ຕ້ານພຣະຄຣິສພັດບໍ່ເຄີຍລາຍງານຫຍັງກັບຄືນເລີຍ ແລະ ບໍ່ເຄີຍປັບປ່ຽນການມອບໝາຍໜ້າທີ່ຂອງຜູ້ໃດເລີຍ. ບາງຄົນເຮັດໜ້າທີ່ຂອງຕົນແບບພໍແລ້ວມືແລ້ວຕີນຢູ່ສະເໝີ, ເຊິ່ງສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ວຽກງານຂອງຄຣິສຕະຈັກ, ແຕ່ຜູ້ຕໍ່ຕ້ານພຣະຄຣິສກໍບໍ່ໄດ້ປັບປ່ຽນການມອບໝາຍໜ້າທີ່ຂອງພວກເຂົາ. ເຖິງແມ່ນວ່າຕອນທີ່ເບື້ອງເທິງບອກຜູ້ຕໍ່ຕ້ານພຣະຄຣິສໂດຍກົງໃຫ້ໄລ່ຄົນເຫຼົ່ານີ້ອອກ, ເວລາກໍຜ່ານໄປດົນນານໂດຍທີ່ບໍ່ມີຄຳຕອບຈາກພວກເຂົາ. ບໍ່ມີບັນຫາຢູ່ນີ້ບໍ? ເມື່ອເບື້ອງເທິງຂໍໃຫ້ພວກເຂົາຈັດຕັ້ງປະຕິບັດການຈັດແຈງວຽກງານ ຫຼື ພະຍາຍາມສອບຖາມກ່ຽວກັບບາງສິ່ງບາງຢ່າງ, ພວກເຂົາກໍພົບທາງຕັນຢູ່ທີ່ຜູ້ຕໍ່ຕ້ານພຣະຄຣິສ. ອ້າຍເອື້ອຍນ້ອງໃນຄຣິສຕະຈັກບໍ່ຮູ້ຫຍັງກ່ຽວກັບເລື່ອງນີ້ເລີຍ, ພວກເຂົາບໍ່ໄດ້ຮັບຂໍ້ຄວາມໃດໆ ແລະ ພວກເຂົາກໍຖືກຕັດຂາດຈາກເບື້ອງເທິງ, ຄຣິສຕະຈັກຢູ່ພາຍໃຕ້ການຄວບຄຸມຂອງຄົນນັ້ນແຕ່ພຽງຜູ້ດຽວຢ່າງສົມບູນ. ທໍາມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສທີ່ກະທຳແບບນີ້ແມ່ນຫຍັງ? ນີ້ຄືການທີ່ຜູ້ຕໍ່ຕ້ານພຣະຄຣິສຍຶດຄອງຄຣິສຕະຈັກ. ຜູ້ຕໍ່ຕ້ານພຣະຄຣິສສ້າງພັກສ້າງພວກໃນຄຣິສຕະຈັກ, ພວກເຂົາສ້າງອານາຈັກຂອງຕົນເອງ, ພວກເຂົາຕໍ່ຕ້ານເຮືອນຂອງພຣະເຈົ້າ ແລະ ພວກເຂົາທຳຮ້າຍຜູ້ຄົນທີ່ພຣະເຈົ້າເລືອກ. ຜູ້ຄົນສູນເສຍພາລະກິດຂອງພຣະວິນຍານບໍລິສຸດ, ພວກເຂົາບໍ່ສາມາດຮູ້ສຶກເຖິງການສະຖິດຢູ່ຂອງພຣະເຈົ້າ, ບໍ່ມີຄວາມສະຫງົບສຸກ ຫຼື ຄວາມປິຕິຍິນດີ, ພວກເຂົາສູນເສຍຄວາມເຊື່ອໃນພຣະເຈົ້າ ແລະ ພວກເຂົາບໍ່ປະຕິບັດໜ້າທີ່ຂອງຕົນຢ່າງຫ້າວຫັນອີກຕໍ່ໄປ. ພວກເຂົາເຖິງກັບກາຍເປັນຄົນຄິດລົບ ແລະ ເສື່ອມຊາມ ແລະ ຊີວິດຂອງພວກເຂົາກໍຢຸດຊະງັກ. ສິ່ງທັງໝົດນີ້ແມ່ນຜົນຂອງການທີ່ຜູ້ຕໍ່ຕ້ານພຣະຄຣິສນໍາພາຜູ້ຄົນຢ່າງຜິດໆ ແລະ ຄວບຄຸມພວກເຂົາ. ຕອນນີ້, ໃນທຸກເຂດສິດຍາພິບານໃນຈີນແຜ່ນດິນໃຫຍ່, ຜູ້ນໍາປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສຈໍານວນໜຶ່ງໄດ້ຖືກເປີດໂປງ ແລະ ຖືກໄລ່ອອກແລ້ວ. ໃນບັນດາພວກເຂົາ, ມີຜູ້ນໍາປອມ ແລະ ຜູ້ເຮັດວຽກປອມບາງຄົນທີ່ບໍ່ໄດ້ເຮັດວຽກງານຕົວຈິງ. ພວກເຂົາທຸກຄົນລ້ວນແລ້ວແຕ່ມີການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ພວກເຂົາທຸກຄົນລ້ວນແລ້ວແຕ່ມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ, ແຕ່ພວກເຂົາຍັງໄປບໍ່ເຖິງລະດັບຂອງການເປັນຜູ້ຕໍ່ຕ້ານພຣະຄຣິສ, ດັ່ງນັ້ນ ພວກເຂົາຈຶ່ງພຽງແຕ່ຖືກໄລ່ອອກ. ເຖິງຢ່າງໃດກໍຕາມ, ບາງຄົນຕັດສິນໃຈທຸກຢ່າງດ້ວຍຕົນເອງ, ພວກເຂົາມີສິດຂາດໃນທຸກເລື່ອງ, ພວກເຂົາລະເມີດການຈັດແຈງວຽກງານຢ່າງສົມບູນ ແລະ ກະທຳຕາມວິທີຂອງຕົນເອງ ແລະ ດັ່ງນັ້ນ ພວກເຂົາຈຶ່ງຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສ ແລະ ຖືກຂັບໄລ່ອອກ. ວິທີການເປີດໂປງ ແລະ ຈັດການກັບຜູ້ນໍາປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສແບບນີ້ແມ່ນດີຫຼາຍ! ເຮົາຮູ້ສຶກດີໃຈຫຼາຍເມື່ອເຫັນຈົດໝາຍລາຍງານເຫຼົ່ານີ້, ຍ້ອນມັນສະແດງໃຫ້ເຫັນວ່າຜູ້ຄົນທີ່ພຣະເຈົ້າເລືອກບາງຄົນໄດ້ເຂົ້າໃຈຄວາມຈິງເລັກນ້ອຍ ຫຼັງຈາກທີ່ໄດ້ຟັງການເທດສະໜາມາຫຼາຍປີ. ເປັນຫຍັງເຮົາຈຶ່ງເວົ້າວ່າພວກເຂົາໄດ້ເຂົ້າໃຈຄວາມຈິງເລັກນ້ອຍ? ກໍຍ້ອນວ່າຫຼັງຈາກທີ່ພວກເຂົາໄດ້ຟັງການເທດສະໜາເຫຼົ່ານີ້ແລ້ວ, ພວກເຂົາສາມາດເຊື່ອມໂຍງ ແລະ ນໍາໃຊ້ມັນກັບບາງເລື່ອງທີ່ພວກເຂົາພົບພໍ້ໃນຊີວິດ. ຫຼັງຈາກທີ່ພວກເຂົາຟັງຄວາມຈິງເຫຼົ່ານີ້ຈົບແລ້ວ, ພວກເຂົາອາດຈະຍັງບໍ່ເຂົ້າໃຈຢ່າງແທ້ຈິງໃນຕອນນັ້ນ, ແຕ່ພາຍຫຼັງ ພວກເຂົາກໍເລີ່ມມີຄວາມສາມາດໃນການແຍກແຍະຜູ້ຄົນ ແລະ ເຫດການຕ່າງໆ. ພວກເຂົາເລີ່ມມີຫຼັກການ ແລະ ມາດຕະຖານທີ່ຈະສາມາດວັດແທກຜູ້ທີ່ຕັດສິນໃຈທຸກຢ່າງໄດ້ດ້ວຍຕົນເອງ, ຜູ້ທີ່ບໍ່ເຮັດວຽກງານຕົວຈິງ, ຜູ້ທີ່ບໍ່ສາມາດແກ້ໄຂບັນຫາຕົວຈິງ, ຜູ້ທີ່ປະຕິບັດໜ້າທີ່ຂອງຕົນແບບພໍແລ້ວມືແລ້ວຕີນ ແລະ ບໍ່ແບກຮັບພາລະ ແລະ ຜູ້ທີ່ບໍ່ມີຄວາມຮູ້ສຶກຮັບຜິດຊອບ. ນີ້ບໍ່ແມ່ນຄວາມຄືບໜ້າບໍ? ນີ້ຄືຄວາມຄືບໜ້າ. ມັນບໍ່ສາມາດເວົ້າໄດ້ວ່າພວກເຂົາມີຄວາມເຕີບໂຕ, ພວກເຂົາພຽງແຕ່ເຂົ້າໃຈຄວາມຈິງເລັກນ້ອຍ. ຜູ້ຄົນທີ່ພຣະເຈົ້າເລືອກເລີ່ມມີຄວາມສາມາດໃນການແຍກແຍະບາງຢ່າງກ່ຽວກັບຜູ້ນໍາປອມ, ຜູ້ຕໍ່ຕ້ານພຣະຄຣິສ ແລະ ບາງຄົນທີ່ບໍ່ເຮັດວຽກງານຕົວຈິງ ແລະ ບໍ່ມີຄວາມສາມາດໃນວຽກງານຂອງພວກເຂົາ, ນີ້ບໍ່ແມ່ນສິ່ງທີ່ດີບໍ? ນີ້ແມ່ນສິ່ງທີ່ດີ; ມັນສະແດງໃຫ້ເຫັນວ່າຜູ້ຄົນທີ່ພຣະເຈົ້າເລືອກເຂົ້າໃຈຄວາມຈິງ ແລະ ມີຄວາມສາມາດໃນການແຍກແຍະ ແລະ ພວກເຂົາສາມາດຢືນຢູ່ຝ່າຍພຣະເຈົ້າ ແລະ ປົກປ້ອງວຽກງານຂອງຄຣິສຕະຈັກ, ນີ້ແມ່ນສິ່ງທີ່ຄວນຄ່າແກ່ການສະເຫຼີມສະຫຼອງ. ມັນເປັນໄປບໍ່ໄດ້ທີ່ຜູ້ຕໍ່ຕ້ານພຣະຄຣິສຈະນໍາພາຜູ້ທີ່ເຂົ້າໃຈຄວາມຈິງຢ່າງຜິດໆ. ພວກເຂົາອາດຈະສາມາດນໍາພາຜູ້ທີ່ບໍ່ເຂົ້າໃຈຄວາມຈິງ ແລະ ບໍ່ມີຄວາມສາມາດໃນການແຍກແຍະຢ່າງຜິດໆໄດ້ຊົ່ວຄາວ, ແຕ່ຈະດົນປານໃດ? ເຮົາເຊື່ອໝັ້ນວ່າ ຍິ່ງຜູ້ຄົນເຂົ້າໃຈຄວາມຈິງຫຼາຍສໍ່າໃດ ແລະ ມີຄວາມເຊື່ອໃນພຣະເຈົ້າຫຼາຍສໍ່າໃດ, ເວລາທີ່ພວກເຂົາຈະປະຕິເສດ ແລະ ຖອດຖິ້ມພັນທະນາການ ແລະ ຂໍ້ຈຳກັດຂອງຜູ້ຕໍ່ຕ້ານພຣະຄຣິສກໍຈະຍິ່ງສັ້ນລົງເທົ່ານັ້ນ. ສະນັ້ນ, ມັນຍັງຈຳເປັນສຳລັບພວກເຮົາທີ່ຈະຕ້ອງໂອ້ລົມກ່ຽວກັບການສະແດງອອກທີ່ລະອຽດຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສ, ຖ້າບໍ່ດັ່ງນັ້ນ ຖ້າຜູ້ຄົນຖືກນໍາພາຢ່າງຜິດໆ ແລະ ຖືກຜູ້ຕໍ່ຕ້ານພຣະຄຣິສຄວບຄຸມ, ມັນກໍຈະເປັນເລື່ອງທີ່ຍາກຫຼາຍສຳລັບພວກເຂົາທີ່ຈະໄດ້ຮັບຄວາມລອດພົ້ນ.

ເຮົາຫາກໍໄດ້ອະທິບາຍການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ເຫດຜົນໃນການກຳນົດລັກສະນະຂອງຄົນເຫຼົ່ານັ້ນວ່າເປັນຜູ້ຕໍ່ຕ້ານພຣະຄຣິສແບບງ່າຍໆໄປແລ້ວ. ແລ້ວຄວາມແຕກຕ່າງລະຫວ່າງການສະແດງອອກເຖິງຄວາມຊົ່ວຊ້າ, ຄວາມແຝງຊົ່ວ ແລະ ຄວາມເລ່ຫຼ່ຽມຂອງຜູ້ຕໍ່ຕ້ານພຣະຄຣິສກັບອຸປະນິໄສທີ່ເສື່ອມຊາມຂອງຄົນທຳມະດາແມ່ນຫຍັງ? ພວກເຈົ້າເຂົ້າໃຈເລື່ອງນີ້ບໍ? ເຮົາຈະເລົ່າເລື່ອງໜຶ່ງໃຫ້ພວກເຈົ້າຟັງ ແລະ ເລື່ອງນີ້ກ່ຽວຂ້ອງກັບຄວາມຊົ່ວຊ້າ, ຄວາມແຝງຊົ່ວ ແລະ ຄວາມເລ່ຫຼ່ຽມຢ່າງແນ່ນອນ. ພຣະທຳໂຢບໃນພຣະຄຳພີໄດ້ບັນທຶກບົດສົນທະນາລະຫວ່າງພຣະເຈົ້າ ແລະ ຊາຕານ. ພຣະເຢໂຮວາເວົ້າກັບຊາຕານວ່າ ເຈົ້າມາຈາກບ່ອນໃດ? (ໂຢບ 1:7.) ແລ້ວຊາຕານຕອບວ່າແນວໃດ? (ແລະ ຊາຕານກໍຕອບພຣະເຢໂຮວາ ແລະ ກ່າວວ່າ ໄປໆມາໆ ແລະ ຍ່າງຂຶ້ນໆລົງໆເທິງແຜ່ນດິນໂລກ. [ໂຢບ 1:7].) ຈົນເຖິງປັດຈຸບັນ, ຜູ້ຄົນກໍຍັງບໍ່ເຂົ້າໃຈວ່າສິ່ງທີ່ຊາຕານເວົ້ານີ້ໝາຍເຖິງຫຍັງ, ມັນເປັນການສະແດງອອກເຖິງອຸປະນິໄສຂອງມັນ. ເປັນຫຍັງຜູ້ຄົນຈຶ່ງບໍ່ເຂົ້າໃຈວ່າຊາຕານໝາຍເຖິງຫຍັງ? ກໍຍ້ອນວ່າເຈົ້າຍັງບໍ່ຮູ້ວ່າຊາຕານມາຈາກໃສກັນແທ້. ມີບັນຫາຫຍັງກັບສິ່ງທີ່ຊາຕານເວົ້າ? ມັນມີອຸປະນິໄສປະເພດໜຶ່ງຢູ່ນີ້ ແລະ ນັ້ນກໍຄືອຸປະນິໄສທີ່ຊົ່ວຊ້າ. ໃຫ້ເຮົາເວົ້າກ່ຽວກັບປະໂຫຍກນັ້ນຈົບພຽງເທົ່ານີ້ກ່ອນ ແລະ ມາວິເຄາະສິ່ງທີ່ເກີດຂຶ້ນຫຼັງຈາກນັ້ນ. ຊາຕານມາຢູ່ຕໍ່ໜ້າພຣະເຈົ້າ ແລະ ຫຼັງຈາກທີ່ມັນໄດ້ຕອບຄຳຖາມຂອງພຣະອົງແລ້ວ, ພຣະເຢໂຮວາກໍກ່າວກັບຊາຕານວ່າ ເຈົ້າເຄີຍຄຳນຶງເຖິງໂຢບຜູ້ຮັບໃຊ້ຂອງເຮົາບໍ ບໍ່ມີໃຜທີ່ຄືກັບລາວໃນແຜ່ນດິນໂລກ ເຊິ່ງເປັນມະນຸດທີ່ສົມບູນ ແລະ ຊື່ສັດ, ຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ? (ໂຢບ 1:8.) ຄົນປົກກະຕິຈະມີປະຕິກິລິຍາແນວໃດ ເມື່ອໄດ້ຍິນວ່າພຣະເຈົ້າກ່າວແບບນີ້? (ພວກເຂົາຄົງຢາກເຫັນວ່າໂຢບປະຕິບັດຕົນແນວໃດ.) ຜູ້ຄົນຄົງຈະຄິດທັນທີວ່າ “ໂຢບຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ ແລະ ລາວເປັນຄົນທີ່ສົມບູນ. ຂ້ອຍຊົມເຊີຍລາວແທ້ໆ!” ຄວາມຊົມເຊີຍນີ້ມາຈາກໃສ? ມັນເກີດມາຈາກຄວາມປາຖະໜາ, ຄວາມຮັກ ແລະ ຄວາມໂຫຍຫາຕໍ່ສິ່ງທີ່ເປັນບວກພາຍໃນຄວາມເປັນມະນຸດທີ່ປົກກະຕິ. ເຖິງຢ່າງໃດກໍຕາມ, ຖ້າເຈົ້າບໍ່ຮັກຄວາມຈິງ, ເຈົ້າຈະສະແດງອອກແນວໃດ ເມື່ອເຈົ້າໄດ້ຍິນຄຳເວົ້າເຫຼົ່ານີ້? (ຄວາມດູແຄນ.) ເຈົ້າຈະດູແຄນຄຳເວົ້າເຫຼົ່ານີ້ ແລະ ບໍ່ສົນໃຈພວກມັນ. ຈາກນັ້ນ ບາງຄົນກໍຄິດວ່າ “ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍບໍ? ຄວາມຢຳເກງນີ້ແມ່ນຫຍັງ? ‘ຫຼີກເວັ້ນສິ່ງຊົ່ວຮ້າຍ’ ໝາຍຄວາມວ່າແນວໃດ? ທຸກມື້ນີ້ຈະໄປຊອກຫາຄົນທີ່ສົມບູນໄດ້ຢູ່ໃສ?” ພວກເຂົາເບິ່ງຄືວ່າບໍ່ຮູ້ສຶກຫຍັງເລີຍ ຫຼັງຈາກທີ່ພວກເຂົາໄດ້ຍິນຄຳເວົ້າເຫຼົ່ານີ້, ສະນັ້ນ ພວກເຂົາມີຫົວໃຈທີ່ໂຫຍຫາ ແລະ ປາຖະໜາຕໍ່ສິ່ງເຫຼົ່ານີ້ບໍ? (ບໍ່.) ພວກເຂົາຕ້ອງການສິ່ງເຫຼົ່ານີ້ບໍ? (ບໍ່.) ພວກເຂົາປາຖະໜາທີ່ຈະສະແຫວງຫາເພື່ອທຳຄວາມເຂົ້າໃຈວ່າລາຍລະອຽດພາຍໃນນີ້ແມ່ນຫຍັງແທ້ໆບໍ? ພວກເຂົາມີຄວາມປາຖະໜານີ້ບໍ? ບໍ່, ພວກເຂົາບໍ່ມີ; ໃນໃຈຂອງພວກເຂົາ, ພວກເຂົາບໍ່ຢາກຮູ້. ຍັງມີຄົນອີກປະເພດໜຶ່ງທີ່ມີປະຕິກິລິຍາຜິດປົກກະຕິ ເມື່ອພວກເຂົາໄດ້ຍິນພຣະເຈົ້າກ່າວວ່າ ໂຢບຢຳເກງພຣະອົງ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ ແລະ ລາວເປັນຄົນທີ່ສົມບູນ. ພວກເຂົາເວົ້າວ່າ “ຫື? ໂຢບຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ ແລະ ລາວເປັນຄົນທີ່ສົມບູນ, ມີຄົນແບບນັ້ນຢູ່ແທ້ບໍ? ເຮັດໃຫ້ຂ້ອຍເບິ່ງດຸວ່າລາວສົມບູນແນວໃດ, ຂ້ອຍບໍ່ເຊື່ອດອກ!” ຄົນແບບນີ້, ຜູ້ທີ່ມີຄວາມຄິດ ແລະ ການສະແດງອອກແບບນີ້, ເຊື່ອ ແລະ ຍອມຮັບຄຳເວົ້າທີ່ພຣະເຈົ້າກ່າວຢ່າງແທ້ຈິງບໍ? (ບໍ່.) ພວກເຂົາບໍ່ໄດ້ເຊື່ອ ຫຼື ຍອມຮັບຄຳເວົ້າເຫຼົ່ານັ້ນຢ່າງແທ້ຈິງເລີຍ. ຢ່າງທີໜຶ່ງ, ມີຈຸດໜຶ່ງທີ່ແນ່ນອນ: ພວກເຂົາບໍ່ຍອມຮັບວ່າສິ່ງທີ່ພຣະເຈົ້າກ່າວນັ້ນເປັນຄວາມຈິງ, ເຊື່ອຖືໄດ້ ແລະ ຖືກຕ້ອງ, ພວກເຂົາບໍ່ຖືວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ, ເປັນພຣະທຳຂອງພຣະຜູ້ສ້າງ ແລະ ເປັນຄວາມຈິງອັນສູງສົ່ງສຳລັບມະນຸດຊາດທັງປວງ. ໃນເມື່ອພວກເຂົາບໍ່ຖືວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ, ພວກເຂົາຖືວ່າພຣະເຈົ້າເປັນແນວໃດ? ໃນເມື່ອພວກເຂົາປະຕິເສດພຣະທຳຂອງພຣະເຈົ້າ, ພວກເຂົາຈະຍອມຮັບວ່າພຣະເຈົ້າເປັນພຣະເຈົ້າໄດ້ບໍ? ແນ່ນອນວ່າບໍ່ໄດ້, ຍ້ອນວ່າພວກເຂົາປະຕິເສດພຣະທຳຂອງພຣະເຈົ້າ, ປະຕິເສດມຸມມອງຂອງພຣະເຈົ້າ ແລະ ປະຕິເສດຄຳກ່າວຂອງພຣະເຈົ້າ, ເຊິ່ງຄວາມໝາຍໂດຍໄນກໍຄື ພວກເຂົາປະຕິເສດການມີຕົວຕົນຂອງພຣະເຈົ້າ ແລະ ປະຕິເສດວ່າພຣະອົງເປັນຄວາມເປັນຈິງຂອງສິ່ງທີ່ເປັນບວກທັງໝົດ. ນີ້ແມ່ນສິ່ງທີ່ແນ່ນອນ. ຍັງມີອີກຈຸດໜຶ່ງ: ຄົນແບບນີ້ມີທັດສະນະຄະຕິແນວໃດຕໍ່ຄວາມຈິງທີ່ພຣະເຈົ້າສະແດງອອກ ແລະ ຕໍ່ສິ່ງທີ່ເປັນບວກ ແລະ ເປັນລົບ, ແລ້ວອຸປະນິໄສຫຍັງທີ່ຢູ່ເບື້ອງຫຼັງທັດສະນະຄະຕິຂອງພວກເຂົາ? ພວກເຂົາມີມຸມມອງແນວໃດຕໍ່ໂຢບ? “ນັ້ນເປັນໄປບໍ່ໄດ້! ຍັງຈະມີໃຜແບບນັ້ນຢູ່ໃນໂລກນີ້ອີກບໍ? ນີ້ກໍເປັນພຽງວັດຖຸບູຮານທາງປະຫວັດສາດ. ຄົນແບບນັ້ນບໍ່ຄວນຈະມີຊີວິດຢູ່ໃນໂລກນີ້. ມີພຽງແຕ່ຜູ້ທີ່ເຈົ້າເລ່ ແລະ ຊົ່ວ, ຊົ່ວຊ້າ ແລະ ຊົ່ວຮ້າຍເທົ່ານັ້ນທີ່ຄວນມີຊີວິດຢູ່. ຄົນຄືໂຢບຄວນຈະຕາຍໄປ, ບໍ່ຄວນມີຊີວິດຢູ່!” ນີ້ແມ່ນອຸປະນິໄສຫຍັງ? (ຄວາມຊົ່ວຊ້າ.) ນີ້ຄືຄວາມຊົ່ວຊ້າຂອງຊາຕານ. ຕອນນີ້ມີໃຜແດ່ໃນທ່າມກາງມະນຸດຊາດທີ່ມີອຸປະນິໄສທີ່ຊົ່ວຊ້າຄືກັນກັບຊາຕານຢ່າງແທ້ຈິງ? ຄົນປະເພດໃດທີ່ເມື່ອໄດ້ຍິນພຣະເຈົ້າກ່າວວ່າ “ໂຢບຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ ແລະ ລາວເປັນມະນຸດທີ່ສົມບູນ” ແລ້ວພັດບໍ່ເຊື່ອ, ປະຕິເສດທີ່ຈະຍອມຮັບມັນ, ຮູ້ສຶກລັງກຽດ ແລະ ຂີ້ດຽດ ແລະ ເຖິງກັບມີຄຳສາບແຊ່ງເກີດຂຶ້ນໃນໃຈຂອງພວກເຂົາ? ພວກເຮົາສາມາດເວົ້າໄດ້ບໍວ່າຄົນທີ່ກໍ່ໃຫ້ເກີດສິ່ງດັ່ງກ່າວແມ່ນຄົນປະເພດດຽວກັນກັບຊາຕານ? (ໄດ້.) ຄັນຊັ້ນ, ມັນເກີນໄປບໍທີ່ຈະກຳນົດລັກສະນະຂອງຄົນເຫຼົ່ານີ້ວ່າເປັນຜູ້ຕໍ່ຕ້ານພຣະຄຣິສ? (ບໍ່.) ເມື່ອພຣະເຈົ້າກ່າວກັບຊາຕານຢ່າງຊັດເຈນ ແລະ ຢ່າງເຄັ່ງຂຶມວ່າ “ໂຢບຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ ແລະ ລາວເປັນມະນຸດທີ່ສົມບູນ”, ທັດສະນະຄະຕິຂອງຊາຕານແມ່ນຫຍັງ? ມັນສົງໄສຄວາມຈິງນີ້. ດ້ານໜຶ່ງຂອງສິ່ງນີ້ກໍຄື ຊາຕານສົງໄສວ່າໂຢບເປັນຄົນແບບນັ້ນແທ້ບໍ ແລະ ບໍ່ຄິດວ່າມັນເປັນໄປໄດ້. ນີ້ກໍຍ້ອນວ່າຊາຕານນັ້ນຊົ່ວຊ້າ ແລະ ເຊື່ອວ່າທຸກສິ່ງນັ້ນຊົ່ວຊ້າ; ມັນບໍ່ເຊື່ອວ່າຈະມີໃຜໃນທ່າມກາງມະນຸດຊາດທີ່ດີເລີດປານນັ້ນ, ຜູ້ທີ່ພຣະເຈົ້າສາມາດເບິ່ງວ່າສົມບູນຢ່າງແທ້ຈິງ, ຊາຕານບໍ່ເຊື່ອຄວາມຈິງນີ້. ອີກດ້ານໜຶ່ງກໍຄື ເມື່ອພຣະເຈົ້າຄົ້ນພົບຄົນດີຄືກັບໂຢບ, ຊາຕານຮູ້ສຶກແນວໃດໃນໃຈຂອງມັນ? ຢ່າງທີໜຶ່ງ, ໃນລະດັບທີ່ຜິວເຜີນທີ່ສຸດ, ມັນຮູ້ສຶກອິດສາ ໂດຍຄິດວ່າ “ຈະມີມະນຸດທີ່ສົມບູນໄດ້ແນວໃດ? ຂ້ອຍບໍ່ໄດ້ເຮັດໃຫ້ມະນຸດຊາດທັງປວງເສື່ອມຊາມແລ້ວບໍ? ມະນຸດທຸກຄົນລ້ວນແລ້ວແຕ່ຄືກັນກັບຂ້ອຍ, ພວກເຂົາທຸກຄົນໄດ້ທໍລະຍົດເຈົ້າແລ້ວ. ພວກເຂົາຈະຕິດຕາມເຈົ້າໄດ້ແນວໃດ?” ຖ້າພວກເຮົາແປມັນເປັນພາສາມະນຸດ, ນີ້ຄືຄວາມຄິດຂອງມັນ. ຊາຕານບໍ່ເຊື່ອວ່າສິ່ງນີ້ເປັນໄປໄດ້ ແລະ ມີສອງສ່ວນທີ່ເຮັດໃຫ້ມັນບໍ່ເຊື່ອວ່າສິ່ງນີ້ເປັນໄປໄດ້: ສ່ວນທີໜຶ່ງແມ່ນ ຊາຕານປາຖະໜາໃຫ້ໂຢບບໍ່ມີຕົວຕົນ, ໃນຂະນະທີ່ສ່ວນທີສອງແມ່ນ ຊາຕານຄິດວ່າ “ເຖິງແມ່ນວ່າລາວຈະມີຕົວຕົນ, ຂ້ອຍກໍຈະທຳລາຍລາວ”. ນີ້ບໍ່ແມ່ນຄວາມຊົ່ວຊ້າຂອງຊາຕານບໍ? (ແມ່ນ.) ນີ້ຄືຄວາມຊົ່ວຊ້າຂອງຊາຕານ. ມັນບໍ່ຕ້ອງການໃຫ້ຄົນດີຢ່າງແທ້ຈິງ, ຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍມາຢູ່ຕໍ່ໜ້າພຣະເຈົ້າ, ມັນບໍ່ຕ້ອງການໃຫ້ຄົນຄືໂຢບມີຊີວິດຢູ່ໃນໂລກ, ມັນບໍ່ຕ້ອງການໃຫ້ຄົນແບບນີ້ມີຕົວຕົນ ແລະ ຍິ່ງໄປກວ່ານັ້ນ ມັນບໍ່ຕ້ອງການໃຫ້ຄົນແບບນີ້ເກີດຂຶ້ນມາ, ນີ້ຄືຄວາມຊົ່ວຊ້າຂອງຊາຕານ. ແຫຼ່ງກຳເນີດຄວາມຊົ່ວຊ້າຂອງຊາຕານແມ່ນຫຍັງ? ອຸປະນິໄສ-ແກ່ນແທ້ຂອງມັນແມ່ນຊົ່ວຊ້າ. ນອກຈາກນີ້, ຊາຕານຍັງເປັນປໍລະປັກຕໍ່ສິ່ງທີ່ເປັນບວກທັງໝົດ. “ສິ່ງທີ່ເປັນບວກທັງໝົດ” ລວມມີຫຍັງແດ່? ມັນລວມມີຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ ແລະ ເປັນຄົນທີ່ສົມບູນ. ໂດຍການເປັນປໍລະປັກຕໍ່ໂຢບ, ຊາຕານບໍ່ໄດ້ເປັນປໍລະປັກຕໍ່ພຣະເຈົ້າບໍ? (ເປັນ.) ນີ້ຄືຄວາມເປັນຈິງ. ໃນຂະນະທີ່ຊາຕານເປັນປໍລະປັກຕໍ່ໂຢບ, ມັນກໍກຽດຊັງພຣະເຈົ້າເຊັ່ນກັນ. ມັນບໍ່ຕ້ອງການໃຫ້ໃຜນະມັດສະການພຣະເຈົ້າ, ສິ່ງນີ້ຄົງຈະເຮັດໃຫ້ມັນມີຄວາມສຸກທີ່ສຸດ ແລະ ນີ້ຄືຄວາມປາຖະໜາອັນຍິ່ງໃຫຍ່ທີ່ສຸດຂອງມັນ. ແລ້ວຄວາມຈິງທັງໝົດນີ້ກໍກາຍເປັນສິ່ງທີ່ກົງກັນຂ້າມຢ່າງສິ້ນເຊີງກັບສິ່ງທີ່ມັນຫວັງໄວ້, ສິ່ງທີ່ມັນຢາກເຫັນ ແລະ ສິ່ງທີ່ມັນໂຫຍຫາ. ສິ່ງທີ່ປະເສີດປານນັ້ນໄດ້ເກີດຂຶ້ນຕໍ່ໜ້າຕໍ່ຕາຂອງມັນ, ແຕ່ຄວາມຊົ່ວຊ້າຂອງມັນ, ຄວາມໂຫດຮ້າຍຂອງມັນ, ກັບເຮັດໃຫ້ມັນມີບົດສົນທະນາອີກຢ່າງໜຶ່ງຕໍ່ໜ້າພຣະເຈົ້າ, ເຊິ່ງແມ່ນບົດສົນທະນາຕໍ່ໄປນີ້ລະຫວ່າງມັນກັບພຣະເຈົ້າ. ມີໃຜຮູ້ຂໍ້ຄວາມຕົ້ນສະບັບບໍ? (“ແລ້ວຊາຕານກໍຕອບພຣະເຢໂຮວາ ແລະ ເວົ້າວ່າ ໂຢບຢຳເກງພຣະເຈົ້າຍ້ອນບໍ່ຫວັງຜົນຫຍັງບໍ? (ໂຢບ 1:9)”.) ຊາຕານບໍ່ໄດ້ເວົ້າອອກມາໂດຍກົງ, ມັນມີກັບດັກເຊື່ອງຢູ່ໃນຄຳເວົ້າຂອງມັນ. ມັນເວົ້າວ່າ “ໂຢບຢຳເກງພຣະເຈົ້າຍ້ອນບໍ່ຫວັງຜົນຫຍັງບໍ?” ເພື່ອໃຫ້ເຈົ້າຄິດກ່ຽວກັບມັນ. ບອກເຮົາມາເບິ່ງ, ພຣະເຈົ້າຮູ້ບໍວ່າສິ່ງທີ່ຊາຕານເວົ້ານີ້ໝາຍເຖິງຫຍັງ? (ຮູ້.) ພຣະເຈົ້າຮູ້. ພຣະເຈົ້າຮູ້ຈັກຊາຕານຢ່າງທະລຸປຸໂປ່ງ ແລະ ສາມາດເຫັນເລື່ອງນີ້ຢ່າງຊັດເຈນທີ່ສຸດ. ທັນທີທີ່ມັນເວົ້າວ່າ “ໂຢບຢຳເກງພຣະເຈົ້າຍ້ອນບໍ່ຫວັງຜົນຫຍັງບໍ?” ພຣະເຈົ້າກໍຮູ້ວ່າມັນຈະເຮັດຫຍັງ. ເມື່ອພຣະເຈົ້າເຫັນວ່າມັນຢາກເຮັດບາງສິ່ງບາງຢ່າງ, ພຣະອົງກໍຮູ້ວ່າໂອກາດໄດ້ມາເຖິງແລ້ວ, ເວລາທີ່ພຣະອົງຈະໃຊ້ຊາຕານເພື່ອລອງໃຈໂຢບໄດ້ມາເຖິງແລ້ວ. ດັ່ງນັ້ນ, ຜູ້ໃດໃນພວກເຂົາທີ່ມີສະຕິປັນຍາ? (ພຣະເຈົ້າ.) ຊາຕານບໍ່ຮູ້ເລື່ອງນີ້ ແລະ ຄິດວ່າ “ພຣະເຈົ້າບໍ່ໄດ້ອະນຸຍາດໃຫ້ຂ້ອຍແຕະຕ້ອງໂຢບບໍ່ແມ່ນບໍ? ຂ້ອຍບໍ່ຄິດເລີຍວ່າຕອນນີ້ພຣະອົງຈະຍິນຍອມ”. ພວກເຮົາຈະຈົບເລື່ອງໄວ້ພຽງເທົ່ານີ້. ທຸກຄົນຄົງຈະຮູ້ແລ້ວວ່າຈະເກີດຫຍັງຂຶ້ນຕໍ່ໄປ.

ຕອນນີ້ ໃຫ້ເຮົາໄຈ້ແຍກການສະແດງອອກ ແລະ ອຸປະນິໄສຂອງຊາຕານໃນສິ່ງທີ່ມັນເວົ້າ, ພ້ອມທັງແຮງຈູງໃຈ ແລະ ເຈດຕະນາທີ່ແທ້ຈິງຂອງມັນໃນການເວົ້າສິ່ງນີ້. ຢ່າງທີໜຶ່ງ, ຊາຕານບໍ່ເຊື່ອສິ່ງທີ່ພຣະເຈົ້າກ່າວ, ນັ້ນກໍຄື ມັນມີທັດສະນະຄະຕິທີ່ສົງໄສຕໍ່ເນື້ອໃນ ແລະ ຂໍ້ເທັດຈິງຂອງພຣະທຳທີ່ພຣະເຈົ້າໄດ້ກ່າວ. ໃນເວລາດຽວກັນກັບການສົງໄສໃນສິ່ງທີ່ພຣະເຈົ້າກ່າວ, ມັນຢາກໃຊ້ອຸບາຍບາງຢ່າງເພື່ອປະຕິເສດສິ່ງທີ່ພຣະເຈົ້າກ່າວ, ແຕ່ມັນບໍ່ສາມາດປະຕິເສດໄດ້ໂດຍກົງ. ຄວາມຊົ່ວຊ້າຂອງຊາຕານຢູ່ບ່ອນໃດ? ມັນຢູ່ບ່ອນທີ່ມັນໃຊ້ອຸບາຍທີ່ເລ່ຫຼ່ຽມຍິ່ງກວ່ານັ້ນອີກ ໂດຍເວົ້າໃນໃຈຂອງມັນວ່າ “ຂ້ອຍຈະບໍ່ປະຕິເສດເຈົ້າໂດຍກົງ. ຂ້ອຍຈະເຮັດໃຫ້ເຈົ້າອະນຸຍາດໃຫ້ຂ້ອຍທຳຮ້າຍໂຢບ ແລະ ຈາກນັ້ນ ກໍຈະເຮັດໃຫ້ລາວປະຕິເສດເຈົ້າ. ນີ້ຈະເປັນຜົນໄດ້ຮັບທີ່ດີທີ່ສຸດ. ແລ້ວເຈົ້າຈະບໍ່ລົ້ມເຫຼວບໍ?” ນີ້ຄືເປົ້າໝາຍຂອງມັນ. ຊາຕານໄດ້ເປີດເຜີຍອຸປະນິໄສຫຍັງໃນບົດສົນທະນາຂອງມັນກັບພຣະເຈົ້າ ແລະ ໃນຄວາມຄິດຂອງມັນ? ອຸປະນິໄສນັ້ນຊົ່ວຊ້າຢ່າງຊັດເຈນ. ຄວາມແຕກຕ່າງລະຫວ່າງຄວາມຊົ່ວຊ້າຂອງຊາຕານ ແລະ ຄວາມຊົ່ວຊ້າຂອງມະນຸດຊາດທີ່ເສື່ອມຊາມທຳມະດາແມ່ນຫຍັງ? ຊາຕານກຳລັງສະແດງບົດບາດຫຍັງຢູ່ນີ້? ມັນບໍ່ໄດ້ໄປຊອກຫາໂຢບໂດຍກົງເພື່ອເຮັດໃຫ້ລາວປະຕິເສດພຣະເຈົ້າ. ຖ້າໂຢບໂຕ້ຕອບຄືນ, ມັນກໍຈະອັບອາຍຂາຍໜ້າ, ດັ່ງນັ້ນ ຊາຕານຈຶ່ງບໍ່ໄດ້ກະທຳໃນລັກສະນະນັ້ນ. ແລ້ວຊາຕານໄດ້ເຮັດຫຍັງ? ແຮງຈູງໃຈຂອງຊາຕານ ແລະ ວິທີການ ແລະ ຍຸດທະວິທີຂອງມັນໃນການເຮັດສິ່ງທີ່ມັນເຮັດແມ່ນຫຍັງແທ້? (ຢືມມືຄົນອື່ນຂ້າຄົນ.) ເຈົ້າປະເມີນຊາຕານຕໍ່າເກີນໄປແທ້ໆ; ມະນຸດບໍ່ສາມາດຢັ່ງເຖິງຄວາມຊົ່ວຊ້າຂອງມັນໄດ້. ສິ່ງທີ່ເປັນບວກທີ່ຍຸຕິທຳ ແລະ ປະເສີດທັງໝົດໃນໂລກບໍ່ແມ່ນສິ່ງທີ່ປະເສີດສຳລັບຊາຕານ, ມັນຕ້ອງການເຮັດໃຫ້ສິ່ງເຫຼົ່ານີ້ທັງໝົດຊົ່ວຊ້າ ແລະ ບໍ່ສະອາດ. ຄວາມແຕກຕ່າງທີ່ໃຫຍ່ທີ່ສຸດລະຫວ່າງຊາຕານ ແລະ ມະນຸດທີ່ເສື່ອມຊາມແມ່ນຫຍັງ? ຄວາມແຕກຕ່າງທີ່ໃຫຍ່ທີ່ສຸດກໍຄື ມັນຮູ້ດີວ່າພຣະເຈົ້າເປັນຄວາມຈິງ, ພຣະເຈົ້າມີສະຕິປັນຍາ ແລະ ສິດອໍານາດ ແລະ ພຣະເຈົ້າເປັນແຫຼ່ງກຳເນີດຂອງສິ່ງທີ່ເປັນບວກທັງໝົດ, ແຕ່ມັນກໍຍັງບໍ່ຍອມຮັບສິ່ງເຫຼົ່ານີ້ ແລະ ກົງກັນຂ້າມ ມັນກັບຮູ້ສຶກລັງກຽດ, ຂີ້ດຽດ, ກຽດຊັງ ແລະ ເຖິງກັບສາບແຊ່ງສິ່ງເຫຼົ່ານີ້ທັງໝົດ. ເຖິງຢ່າງໃດກໍຕາມ, ມະນຸດທີ່ເສື່ອມຊາມມັກຈະຖືກຊາຕານນໍາພາຢ່າງຜິດໆຢູ່ເລື້ອຍໆ ແລະ ພວກເຂົາກໍບໍ່ຮູ້ວ່າສິ່ງທີ່ເປັນບວກແມ່ນຫຍັງ ຫຼື ສິ່ງໃດທີ່ຍຸຕິທຳ ແລະ ຍິ່ງບໍ່ຮູ້ວ່າຄວາມຈິງແມ່ນຫຍັງ ຫຼື ພຣະເຈົ້າຮຽກຮ້ອງຫຍັງ. ເຖິງແມ່ນວ່າພວກເຂົາຈະເປີດເຜີຍອຸປະນິໄສທີ່ເສື່ອມຊາມບາງຢ່າງ, ແຕ່ອຸປະນິໄສທີ່ເສື່ອມຊາມທີ່ຊົ່ວຊ້າ ແລະ ເລ່ຫຼ່ຽມເຫຼົ່ານີ້ຖືກເປີດເຜີຍໃນຂະນະທີ່ຜູ້ຄົນຍັງໂງ່ຈ້າ, ບໍ່ຮູ້, ດ້ານຊາ, ຕາບອດ ແລະ ຖືກຫຼອກ ແລະ ບໍ່ເຂົ້າໃຈຄວາມຈິງ, ໃນຂະນະທີ່ຊາຕານຮູ້ທັງຮູ້ແຕ່ກໍຍັງເຮັດຜິດ. ເປັນຫຍັງພວກເຮົາຈຶ່ງເອີ້ນມັນວ່າຊາຕານ? ກໍຍ້ອນວ່າມັນສາມາດເຫັນທຸກສິ່ງທີ່ພຣະເຈົ້າກະທຳໃນໂລກຝ່າຍວິນຍານ ແລະ ທົ່ວທັງຈັກກະວານໄດ້ ແລະ ໃນຂະນະທີ່ເປັນພະຍານຕໍ່ສິ່ງທັງໝົດນີ້, ມັນກໍຍັງປະຕິເສດວ່າພຣະເຈົ້າມີຕົວຕົນ, ປະຕິເສດວ່າພຣະເຈົ້າເປັນຄວາມຈິງ ແລະ ປະຕິເສດຄວາມຈິງທີ່ວ່າພຣະເຈົ້າມີອໍານາດສູງສຸດເໜືອມະນຸດຊາດທັງປວງ. ບໍ່ວ່າຈະມີຜູ້ຄົນຕິດຕາມພຣະເຈົ້າຫຼາຍປານໃດກໍຕາມ, ບໍ່ວ່າພາລະກິດທີ່ພຣະເຈົ້າເຮັດຈະຍິ່ງໃຫຍ່ສໍ່າໃດ, ສິດອໍານາດທີ່ພຣະເຈົ້າໃຊ້ຈະຍິ່ງໃຫຍ່ສໍ່າໃດ ຫຼື ພຣະເຈົ້າຈະຊົງລິດທານຸພາບສູງສຸດສໍ່າໃດກໍຕາມ, ຊາຕານກໍຍັງປະຕິເສດສິ່ງທັງໝົດນີ້ ແລະ ເຮັດໃຫ້ມະນຸດຊາດດ້ານຊາ, ຕາບອດ ແລະ ເສື່ອມຊາມຢ່າງບໍ່ຮູ້ຈັກອັບອາຍ, ໂດຍໃຊ້ອຸບາຍທຸກປະເພດເພື່ອນໍາພາມະນຸດຊາດຢ່າງຜິດໆ ແລະ ເຮັດໃຫ້ມະນຸດຊາດຕິດຕາມມັນ. ສິ່ງທີ່ເຮົາຫາກໍເວົ້າໄປວ່າຄືການສະແດງອອກຫຼັກຂອງຄວາມຊົ່ວຊ້າຂອງຊາຕານແມ່ນຫຍັງ? ມັນຊ່ຽວຊານໃນການຂັດຂືນພຣະເຈົ້າ, ມັນບໍ່ຍອມຮັບສິ່ງທີ່ພຣະເຈົ້າກ່າວ ບໍ່ວ່າພຣະທຳຂອງພຣະອົງຈະຖືກຕ້ອງສໍ່າໃດກໍຕາມ, ມັນບໍ່ຍອມຮັບວ່າພຣະທຳຂອງພຣະອົງເປັນສິ່ງທີ່ເປັນບວກ ແລະ ເປັນຄວາມຈິງ ແລະ ມັນປ່ຽນຂາວເປັນດຳ. ຕົວຢ່າງ: ພຣະເຈົ້າໃຫ້ຜູ້ຄົນບັນທຶກປະຫວັດສາດການສ້າງມະນຸດຂອງພຣະອົງ ແລະ ນອກຈາກບັນທຶກຂໍ້ເທັດຈິງກ່ຽວກັບການສ້າງມະນຸດຂອງພຣະເຈົ້າແລ້ວ, ມັນກໍຍັງມີຮ່ອງຮອຍຂອງຫຼັກຖານທີ່ສາມາດພົບເຫັນໄດ້. ແລ້ວຊາຕານໄດ້ເຮັດຫຍັງ? ມັນໄດ້ສ້າງ “ທິດສະດີວິວັດທະນາການຂອງດັກວິນ” ຂຶ້ນມາ ແລະ ເວົ້າວ່າມະນຸດວິວັດທະນາການມາຈາກລີງ, ມັນໄດ້ແຕ້ມຮູບທີ່ສະແດງໃຫ້ເຫັນວ່າລີງຄ່ອຍໆວິວັດທະນາການຈາກສິ່ງທີ່ມີຊີວິດສີ່ຂາມາເປັນຄົນສອງຂາທີ່ຍ່າງຕົວຊື່, ໂດຍສ້າງຄວາມເຊື່ອທີ່ຜິດໆ ແລະ ຄວາມເຂົ້າໃຈຜິດນີ້ຂຶ້ນມາ. ຜົນກໍຄື ເຖິງແມ່ນວ່າຕອນນີ້ບາງຄົນຈະປະຕິເສດທິດສະດີວິວັດທະນາການ, ແຕ່ຫຼາຍຄົນກໍຍັງບໍ່ເຊື່ອວ່າມະນຸດມາຈາກພຣະເຈົ້າ. ນີ້ບໍ່ແມ່ນຄວາມຊົ່ວຊ້າຂອງຊາຕານບໍ? (ແມ່ນ.) ນີ້ຄືຄວາມຊົ່ວຊ້າຂອງຊາຕານ. ບໍ່ວ່າພາລະກິດທີ່ມັນເຫັນພຣະເຈົ້າກະທຳດ້ວຍຕາຂອງມັນເອງຈະຍິ່ງໃຫຍ່ສໍ່າໃດກໍຕາມ, ຊາຕານກໍຍັງເປັນປໍລະປັກ ແລະ ຕໍ່ຕ້ານພຣະເຈົ້າຈົນເຖິງທີ່ສຸດ. ທຸກໆມື້ທີ່ພຣະເຈົ້າບໍ່ໄດ້ທຳລາຍຊາຕານ ຫຼື ຈັດການກັບມັນ, ມັນກໍຍັງຕໍ່ຕ້ານພຣະອົງຢູ່ສະເໝີ. ນີ້ຄືຈຸດທີ່ຄວາມຊົ່ວຊ້າຂອງຊາຕານດຳລົງຢູ່ ແລະ ຕົ້ນເຫດຂອງສິ່ງນີ້ກໍຄື ອຸປະນິໄສແກ່ນແທ້ຂອງມັນນັ້ນຊົ່ວຊ້າ.

ໃນບົດສົນທະນາລະຫວ່າງຊາຕານ ແລະ ພຣະເຈົ້າໃນພຣະທຳໂຢບ, ມັນມີການເຊື່ອມໂຍງລະຫວ່າງການສະແດງອອກຂອງຊາຕານ ແລະ ການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສບໍ? (ມີ.) ການເຊື່ອມໂຍງຫຍັງ? ເປັນຫຍັງເຮົາຈຶ່ງເວົ້າເຖິງຂໍ້ຄວາມນີ້? ຄວາມຊົ່ວຊ້າ, ຄວາມແຝງຊົ່ວ ແລະ ຄວາມເລ່ຫຼ່ຽມຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຫົວຂໍ້ທີ່ພວກເຈົ້າມັກຈະພົບເຫັນເລື້ອຍໆ ແລະ ສິ່ງເຫຼົ່ານີ້ກໍຍັງເປັນການສະແດງອອກຕົວຈິງທີ່ພວກເຈົ້າເຫັນຢູ່ເປັນປະຈຳອີກດ້ວຍ, ແລ້ວເປັນຫຍັງເຮົາຈຶ່ງແຍກການສະແດງອອກເຫຼົ່ານີ້ຂອງຜູ້ຕໍ່ຕ້ານພຣະຄຣິສອອກມາເປັນຫົວຂໍ້ດຽວເພື່ອໄຈ້ແຍກ? ພວກເຮົາຫາກໍເວົ້າກ່ຽວກັບຄວາມຊົ່ວຊ້າຂອງຊາຕານ ແລະ ວິທີທີ່ມັນຕັ້ງຕົວເປັນປໍລະປັກຕໍ່ພຣະເຈົ້າໂດຍສະເພາະ, ແລ້ວຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ເຮັດແບບນີ້ຄືກັນບໍ? (ພວກເຂົາເຮັດ.) ການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງ? ຫຼັງຈາກທີ່ຜູ້ຕໍ່ຕ້ານພຣະຄຣິສໄດ້ຟັງການເທດສະໜາ, ພວກເຂົາຮູ້ວ່າການເທດສະໜານັ້ນດີ ແລະ ພວກເຂົາສາມາດເຂົ້າໃຈຄຳເວົ້າເຫຼົ່ານັ້ນ. ນອກຈາກນັ້ນ, ພວກເຂົາຍັງມີຄວາມສາມາດໃນລະດັບໃດໜຶ່ງ ແລະ ເມື່ອພວກເຂົາເຂົ້າໃຈຄຳເວົ້າເຫຼົ່ານັ້ນແລ້ວ, ພວກເຂົາກໍພະຍາຍາມຈື່ຈຳ ແລະ ພະຍາຍາມທ່ອງຈຳສິ່ງທີ່ພວກເຂົາມັກ ແລະ ສິ່ງທີ່ສອດຄ່ອງກັບແນວຄິດຂອງພວກເຂົາເອງໄວ້ໃນໃຈ. ຈາກນັ້ນ, ບົນພື້ນຖານນີ້, ພວກເຂົາກໍປຸງແຕ່ງ ແລະ ສ້າງການເທດສະໜາຂອງຕົນເອງຂຶ້ນມາ, ເຊິ່ງຄົນອື່ນຄິດວ່າດີຫຼາຍເມື່ອໄດ້ຟັງ. ເຖິງຢ່າງໃດກໍຕາມ, ນີ້ບໍ່ແມ່ນການສະແດງອອກຫຼັກຂອງຄວາມຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ; ແລ້ວການສະແດງອອກຫຼັກຂອງພວກເຂົາແມ່ນຫຍັງ? ຄົນແບບນີ້ສາມາດເຂົ້າໃຈຄວາມຈິງໄດ້, ສະນັ້ນ ບອກເຮົາມາເບິ່ງ, ພວກເຂົາມີຄວາມສາມາດໃນການແຍກແຍະລະຫວ່າງຖືກກັບຜິດບໍ? (ມີ.) ແມ່ນແລ້ວ, ພວກເຂົາມີ, ພວກເຂົາບໍ່ໄດ້ໂງ່. ຕົວຢ່າງ: ພວກເຂົາມັກຈະພົວພັນກັບອ້າຍເອື້ອຍນ້ອງ ແລະ ພວກເຂົາຮູ້ຢູ່ໃນໃຈວ່າຜູ້ໃດສະແຫວງຫາຄວາມຈິງ ແລະ ຜູ້ໃດບໍ່ສະແຫວງຫາ. ພວກເຂົາຮູ້ຢູ່ໃນໃຈວ່າຜູ້ໃດສາມາດອຸທິດຕົນ ແລະ ເສຍສະລະສິ່ງຕ່າງໆໄດ້, ຜູ້ໃດສາມາດປະຕິບັດໜ້າທີ່ຂອງຕົນຢ່າງຈົງຮັກພັກດີ ແລະ ຜູ້ໃດສາມາດເລືອກທີ່ຈະປະຕິບັດຄວາມຈິງ ແລະ ກະທຳຕາມຫຼັກການຢ່າງແນ່ນອນ ເມື່ອພວກເຂົາພົບພໍ້ກັບເລື່ອງທົ່ວໄປ. ແຕ່ພວກເຂົາສາມາດປະຕິບັດຕໍ່ຄົນດັ່ງກ່າວຢ່າງຍຸຕິທຳໄດ້ບໍ? (ບໍ່.) ພວກເຂົາປະຕິບັດຕໍ່ຜູ້ຄົນໃນລັກສະນະທີ່ກ່ຽວຂ້ອງກັບການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສແນວໃດ? ຕົວຢ່າງ: ຄົນໃດຄົນໜຶ່ງບໍ່ໄດ້ເປັນໄພຂົ່ມຂູ່ຕໍ່ພວກເຂົາ ແລະ ພວກເຂົາກໍຄິດວ່າ “ເຈົ້າສະແຫວງຫາຄວາມຈິງ ແລະ ຄວາມສາມາດຂອງເຈົ້າກໍດີກວ່າຂອງຂ້ອຍ, ແຕ່ຂ້ອຍຈະບໍ່ສົ່ງເສີມເຈົ້າ. ການທີ່ຂ້ອຍບໍ່ສົ່ງເສີມເຈົ້າບໍ່ໄດ້ໝາຍຄວາມວ່າຂ້ອຍຈະບໍ່ສົນໃຈເຈົ້າ. ຖ້າເຈົ້າປະຈົບປະແຈງຂ້ອຍ, ຂ້ອຍກໍຈະເກັບເຈົ້າໄວ້ຂ້າງກາຍ. ຖ້າເຈົ້າບໍ່ເຄີຍປະຈົບປະແຈງຂ້ອຍ ແລະ ຊື່ສັດຢູ່ສະເໝີ, ເຮັດສິ່ງຕ່າງໆຢ່າງເປັນທຳ ແລະ ຍຶດໝັ້ນໃນຫຼັກການຢູ່ສະເໝີ, ເຈົ້າກໍຈະສາມາດແຍກແຍະສິ່ງທີ່ບໍ່ດີທີ່ຂ້ອຍເຮັດ ແລະ ເບິ່ງຂ້ອຍຢ່າງທະລຸປຸໂປ່ງ ແລະ ເຈົ້າກໍຈະໂອ້ລົມຄວາມຈິງກັບຂ້ອຍເພື່ອໃຫ້ຂ້ອຍກັບໃຈ ແລະ ສິ່ງນັ້ນກໍຈະເຮັດໃຫ້ຂ້ອຍອັບອາຍຫຼາຍເກີນໄປ. ຖ້າເຈົ້າບໍ່ເຂົ້າມາແຊກແຊງຂ້ອຍ, ກໍບໍ່ເປັນຫຍັງ. ແຕ່ຖ້າເຈົ້າເຂົ້າມາແຊກແຊງຂ້ອຍຢູ່ສະເໝີ, ຂ້ອຍກໍຈະກຳຈັດເຈົ້າ!” ນີ້ຄືແຜນການທີ່ພວກເຂົາມີ ແລະ ພວກເຂົາຄິດໄລ່ແບບນີ້ຢູ່ໃນໃຈ. ນີ້ແມ່ນອຸປະນິໄສຫຍັງ? ພວກເຂົາມີສອງອຸປະນິໄສ: ຄວາມໂຫດຮ້າຍ ແລະ ຄວາມຊົ່ວຊ້າ. ນີ້ຄືວິທີທີ່ພວກເຂົາຄິດ ກ່ອນທີ່ພວກເຂົາຈະກະທຳສິ່ງດັ່ງກ່າວ ແລະ ເຮັດໃຫ້ຄົນນັ້ນທົນທຸກ, ນີ້ຄືຄວາມຊົ່ວຊ້າ. ພວກເຂົາຮູ້ດີວ່າຄົນນັ້ນສະແຫວງຫາຄວາມຈິງ ແລະ ມີຄວາມຮູ້ສຶກຍຸຕິທຳ, ແຕ່ພວກເຂົາພັດບໍ່ສົ່ງເສີມຄົນນັ້ນ, ພວກເຂົາບໍ່ເຂົ້າໃກ້ຄົນນັ້ນ ແລະ ໃນໃຈຂອງພວກເຂົາ ພວກເຂົາກໍຮູ້ສຶກລະວັງຕົວ ແລະ ລັງກຽດຄົນນັ້ນ, ນີ້ແມ່ນອຸປະນິໄສຫຍັງ? ນີ້ຄືຄວາມຊົ່ວຊ້າ. ຄວາມຊົ່ວຊ້ານີ້ໝາຍເຖິງຫຍັງ? ມັນບໍ່ແມ່ນວ່າຜູ້ຕໍ່ຕ້ານພຣະຄຣິສບໍ່ເຂົ້າໃຈວ່າສິ່ງທີ່ເປັນບວກແມ່ນຫຍັງ ແລະ ສິ່ງທີ່ເປັນລົບແມ່ນຫຍັງ; ພວກເຂົາຮູ້ວ່າເສັ້ນທາງທີ່ຖືກຕ້ອງແມ່ນຫຍັງ, ພຽງແຕ່ພວກເຂົາບໍ່ຍ່າງຕາມເສັ້ນທາງນັ້ນ, ພວກເຂົາບໍ່ປະຕິບັດຄວາມຈິງ, ພວກເຂົາບໍ່ຟັງໃຜເລີຍ ແລະ ພວກເຂົາເລືອກເສັ້ນທາງແຫ່ງຄວາມຊົ່ວຊ້າ. ຕົວຢ່າງ: ຜູ້ຍິງບາງຄົນບໍ່ເຕັມໃຈທີ່ຈະເປັນຜູ້ຍິງທີ່ມີສິນທຳທີ່ດີ ແລະ ດຳເນີນຊີວິດທີ່ເໝາະສົມ ແລະ ຖືກຕ້ອງ, ແຕ່ກົງກັນຂ້າມ ຕ້ອງແລ່ນໄປທີ່ຊ່ອງໂສເພນີ. ທຸກມື້ນີ້ບໍ່ມີໃຜຊັກຈູງພວກເຂົາ ຫຼື ບັງຄັບພວກເຂົາ, ແລ້ວເປັນຫຍັງຕ້ອງແລ່ນໄປທີ່ຊ່ອງໂສເພນີ? ກໍຍ້ອນວ່າພວກເຂົາຊົ່ວຊ້າ ແລະ ເກີດມາເພື່ອເປັນສິ່ງດັ່ງກ່າວ. ຜູ້ຕໍ່ຕ້ານພຣະຄຣິສກໍເປັນຄົນທີ່ໄຮ້ຄ່າປະເພດນີ້ ແລະ ພວກເຮົາກໍໄຈ້ແຍກພວກເຂົາ ແລະ ກຳນົດລັກສະນະຂອງພວກເຂົາວ່າເປັນຜູ້ຕໍ່ຕ້ານພຣະຄຣິສ ຍ້ອນວ່າຄວາມຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສບໍ່ມີວັນທີ່ຈະກາຍເປັນຄວາມຊື່ສັດ ແລະ ຄວາມດີຂອງຄົນປົກກະຕິໄດ້, ນີ້ຄືຄວາມແຕກຕ່າງລະຫວ່າງພວກເຂົາ ແລະ ຄົນປົກກະຕິທີ່ມີອຸປະນິໄສທີ່ເສື່ອມຊາມ. ບໍ່ວ່າພວກເຂົາຈະຖືກລິຮານ ຫຼື ຄຣິສຕະຈັກຈະໃຊ້ມາດຕະການທາງການບໍລິຫານເພື່ອລົງໂທດພວກເຂົາ ຫຼື ອ້າຍເອື້ອຍນ້ອງຈະລຸກຂຶ້ນມາຕໍ່ຕ້ານ ແລະ ເປີດໂປງພວກເຂົາ, ມັນກໍບໍ່ມີຫຍັງທີ່ຈະສາມາດປ່ຽນແປງເຈດຕະນາເດີມ ແລະ ຫຼັກການທີ່ພວກເຂົາໃຊ້ໃນການກະທຳໄດ້, ສິ່ງນີ້ບໍ່ມີທາງເກີດຂຶ້ນໄດ້. ບໍ່ມີໃຜສາມາດປ່ຽນແປງພວກເຂົາໄດ້, ບໍ່ມີໃຜສາມາດເຮັດໃຫ້ຈິດໃຈຂອງພວກເຂົາຫວັ່ນໄຫວ ແລະ ເຮັດໃຫ້ພວກເຂົາປະຖິ້ມມຸມມອງ ຫຼື ຫຼັກການໃນການປະພຶດຕົນຂອງພວກເຂົາໄດ້; ເຈົ້າບໍ່ສາມາດປ່ຽນແປງພວກເຂົາໄດ້, ພວກເຂົາຄືຜູ້ຕໍ່ຕ້ານພຣະຄຣິສ. ເຈົ້າຄິດວ່າຜູ້ຕໍ່ຕ້ານພຣະຄຣິສຊົ່ວຊ້າຫຼາຍຈົນພວກເຂົາບໍ່ຮູ້ວ່າອັນໃດດີ ແລະ ອັນໃດບໍ່ດີບໍ? ພວກເຂົາຮູ້. ເມື່ອຜູ້ຕໍ່ຕ້ານພຣະຄຣິສລາຍງານບັນຫາ ຫຼື ເຮັດບົດລາຍງານວຽກງານຕໍ່ເບື້ອງເທິງ, ພວກເຂົາຂຽນຄຳເວົ້າທີ່ມ່ວນຫູ ແລະ ເມື່ອເຈົ້າອ່ານບົດລາຍງານເຫຼົ່ານີ້ ເຈົ້າກໍຄິດວ່າຄົນນີ້ຕ້ອງມີຄວາມສາມາດທີ່ດີ. ເຖິງຢ່າງໃດກໍຕາມ, ເມື່ອເຈົ້າຮູ້ສະຖານະການຕົວຈິງໃນພື້ນທີ່, ເຈົ້າກໍຈະພົບວ່າພວກເຂົາລະເມີດການຈັດແຈງວຽກງານໃນວຽກງານຂອງພວກເຂົາຢູ່ສະເໝີ, ພວກເຂົາກົດຂີ່ຜູ້ທີ່ສະແຫວງຫາຄວາມຈິງ ແລະ ພວກເຂົາລົບກວນວຽກງານຂອງຄຣິສຕະຈັກ, ພວກເຂົາຄືຜູ້ຕໍ່ຕ້ານພຣະຄຣິສ. ຜູ້ຕໍ່ຕ້ານພຣະຄຣິສບາງຄົນໄດ້ຂຽນຄຳເຫັນໄວ້ໃນເວັບໄຊຂອງຄຣິສຕະຈັກຂອງພວກເຮົາ ແລະ ເມື່ອເຈົ້າບໍ່ຮູ້ພູມຫຼັງ ຫຼື ທີ່ມາຂອງພວກເຂົາ, ເຈົ້າກໍຈະເຫັນພຽງແຕ່ການສະແດງອອກທີ່ຄ່ອງແຄ້ວໃນຄຳເຫັນຂອງພວກເຂົາ, ດ້ວຍປະໂຫຍກທີ່ຂຽນຂຶ້ນຢ່າງຊັດເຈນເປັນພິເສດ ແລະ ຮູບແບບການຂຽນທີ່ດີ ແລະ ເຈົ້າກໍຄິດວ່າຄົນນີ້ມີຄວາມສາມາດທີ່ດີ. ພຽງແຕ່ຫຼັງຈາກທີ່ເຈົ້າຊອກຮູ້ກ່ຽວກັບພວກເຂົາເທົ່ານັ້ນ ເຈົ້າຈຶ່ງຈະຮູ້ວ່າພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາໄດ້ເຮັດຄວາມຊົ່ວຫຼາຍຢ່າງ ແລະ ຖືກຂັບໄລ່ອອກຈາກຄຣິສຕະຈັກເມື່ອສາມປີກ່ອນ. ພວກເຂົາໂພສຂໍ້ຄວາມລົງໃນເວັບໄຊຂອງເຮືອນຂອງພຣະເຈົ້າຢ່າງຕໍ່ເນື່ອງ ເພື່ອໃຫ້ເບື້ອງເທິງສົນໃຈ, ເພື່ອວ່າພວກເຂົາຈະໄດ້ຮັບການສົ່ງເສີມ ແລະ ໄດ້ຮັບໂອກາດໃນການແກ້ໄຂ; ມັນເປັນແບບນີ້ແຫຼະ. ບອກເຮົາມາເບິ່ງ, ຜູ້ຕໍ່ຕ້ານພຣະຄຣິສຢາກໄດ້ຮັບພອນບໍ? (ຢາກ.) ພວກເຂົາຢາກໄດ້ແທ້ໆ; ພວກເຂົາຢ້ານຄວາມຕາຍ ແລະ ຢ້ານທີ່ຈະພິນາດ.

ການສະແດງອອກຕົ້ນຕໍຂອງຄວາມຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງ? ມັນຄືການທີ່ພວກເຂົາຮູ້ຢ່າງຊັດເຈນວ່າສິ່ງໃດຖືກ ແລະ ສິ່ງໃດສອດຄ່ອງກັບຄວາມຈິງ, ແຕ່ເມື່ອເຖິງເວລາທີ່ພວກເຂົາເຮັດສິ່ງໃດສິ່ງໜຶ່ງ, ພວກເຂົາຈະເລືອກພຽງແຕ່ສິ່ງທີ່ລະເມີດຫຼັກການ ແລະ ຂັດກັບຄວາມຈິງ ແລະ ສິ່ງທີ່ຕອບສະໜອງຜົນປະໂຫຍດ ແລະ ສະຖານະຂອງພວກເຂົາເອງເທົ່ານັ້ນ, ນີ້ຄືການສະແດງອອກຕົ້ນຕໍຂອງອຸປະນິໄສທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ. ບໍ່ວ່າພວກເຂົາຈະເຂົ້າໃຈຄຳເວົ້າ ແລະ ຫຼັກຄຳສອນຫຼາຍສໍ່າໃດ, ພາສາທີ່ພວກເຂົາໃຊ້ໃນການເທດສະໜາຈະຟັງມ່ວນຫູສໍ່າໃດ ຫຼື ພວກເຂົາຈະເບິ່ງຄືວ່າມີຄວາມເຂົ້າໃຈຝ່າຍວິນຍານໃນສາຍຕາຂອງຄົນອື່ນຫຼາຍສໍ່າໃດກໍຕາມ, ເມື່ອພວກເຂົາເຮັດສິ່ງຕ່າງໆ, ພວກເຂົາກໍເລືອກພຽງແຕ່ຫຼັກການດຽວ ແລະ ວິທີການດຽວເທົ່ານັ້ນ, ນັ້ນກໍຄືການຂັດກັບຄວາມຈິງ, ເພື່ອປົກປ້ອງຜົນປະໂຫຍດຂອງພວກເຂົາເອງ ແລະ ເພື່ອຕໍ່ຕ້ານຄວາມຈິງຈົນເຖິງທີ່ສຸດຢ່າງຮ້ອຍສ່ວນຮ້ອຍ, ນີ້ຄືຫຼັກການ ແລະ ວິທີການທີ່ພວກເຂົາເລືອກໃຊ້ໃນການກະທຳ. ນອກຈາກນີ້, ພຣະເຈົ້າ ແລະ ຄວາມຈິງທີ່ພວກເຂົາຈິນຕະນາການຢູ່ໃນໃຈຂອງພວກເຂົາແມ່ນຫຍັງກັນແທ້? ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ຄວາມຈິງເປັນພຽງແຕ່ການຢາກເວົ້າ ແລະ ເທດສະໜາກ່ຽວກັບມັນ, ແຕ່ບໍ່ຢາກນໍາມັນໄປປະຕິບັດ. ພວກເຂົາພຽງແຕ່ເວົ້າກ່ຽວກັບມັນ ໂດຍຕ້ອງການໄດ້ຮັບການຍົກຍ້ອງຢ່າງສູງຈາກຜູ້ຄົນທີ່ພຣະເຈົ້າເລືອກ ແລະ ຈາກນັ້ນກໍໃຊ້ສິ່ງນີ້ເພື່ອຍຶດຕຳແໜ່ງຜູ້ນໍາຄຣິສຕະຈັກ ແລະ ບັນລຸເປົ້າໝາຍຂອງພວກເຂົາໃນການຄວບຄຸມຜູ້ຄົນທີ່ພຣະເຈົ້າເລືອກ. ພວກເຂົາໃຊ້ການເທດສະໜາຫຼັກຄຳສອນເພື່ອບັນລຸເປົ້າໝາຍຂອງພວກເຂົາ, ນີ້ບໍ່ແມ່ນການທີ່ພວກເຂົາສະແດງຄວາມດູໝິ່ນຕໍ່ຄວາມຈິງ, ລໍ້ຫຼິ້ນກັບຄວາມຈິງ ແລະ ຢຽບຍໍ່າຄວາມຈິງບໍ? ການທີ່ພວກເຂົາປະຕິບັດຕໍ່ຄວາມຈິງໃນລັກສະນະນີ້ ພວກເຂົາບໍ່ໄດ້ລ່ວງເກີນອຸປະນິໄສຂອງພຣະເຈົ້າບໍ? ພວກເຂົາພຽງແຕ່ໃຊ້ຄວາມຈິງ. ໃນໃຈຂອງພວກເຂົາ, ຄວາມຈິງຄືຄຳຂວັນ, ຄືຄຳເວົ້າທີ່ສູງສົ່ງບາງຢ່າງ, ເຊິ່ງພວກເຂົາສາມາດໃຊ້ມັນເພື່ອນໍາພາຜູ້ຄົນຢ່າງຜິດໆ ແລະ ຊື້ໃຈພວກເຂົາໄດ້, ເຊິ່ງມັນສາມາດຕອບສະໜອງຄວາມກະຫາຍຂອງຜູ້ຄົນທີ່ມີຕໍ່ສິ່ງທີ່ມະຫັດສະຈັນໄດ້. ພວກເຂົາຄິດວ່າບໍ່ມີໃຜໃນໂລກນີ້ທີ່ສາມາດປະຕິບັດຄວາມຈິງ ຫຼື ດໍາເນີນຊີວິດທີ່ເປັນຄວາມຈິງໄດ້, ສິ່ງນີ້ໃຊ້ການບໍ່ໄດ້, ມັນເປັນໄປບໍ່ໄດ້ ແລະ ມີພຽງແຕ່ສິ່ງທີ່ທຸກຄົນຍອມຮັບ ແລະ ໃຊ້ການໄດ້ເທົ່ານັ້ນຈຶ່ງຈະເປັນຄວາມຈິງ. ເຖິງແມ່ນວ່າພວກເຂົາຈະເວົ້າກ່ຽວກັບຄວາມຈິງ, ແຕ່ໃນໃຈຂອງພວກເຂົາ ພວກເຂົາບໍ່ໄດ້ຍອມຮັບວ່າມັນເປັນຄວາມຈິງ. ພວກເຮົາຈະທົດສອບເລື່ອງນີ້ໄດ້ແນວໃດ? (ພວກເຂົາບໍ່ໄດ້ປະຕິບັດຄວາມຈິງ.) ພວກເຂົາບໍ່ເຄີຍປະຕິບັດຄວາມຈິງເລີຍ; ນີ້ແມ່ນດ້ານໜຶ່ງ. ແລ້ວອີກດ້ານໜຶ່ງທີ່ສຳຄັນແມ່ນຫຍັງ? ເມື່ອພວກເຂົາພົບພໍ້ກັບສິ່ງຕ່າງໆໃນຊີວິດຈິງ, ຫຼັກຄຳສອນທີ່ພວກເຂົາເຂົ້າໃຈນັ້ນບໍ່ສາມາດໃຊ້ການໄດ້ເລີຍ. ພວກເຂົາເບິ່ງຄືວ່າມີຄວາມເຂົ້າໃຈຝ່າຍວິນຍານຢ່າງແທ້ຈິງ, ພວກເຂົາເທດສະໜາຫຼັກຄຳສອນແລ້ວຫຼັກຄຳສອນເລົ່າ, ແຕ່ເມື່ອພວກເຂົາພົບພໍ້ກັບບັນຫາ, ວິທີການຂອງພວກເຂົາກໍບິດເບືອນ. ເຖິງແມ່ນວ່າພວກເຂົາຈະບໍ່ສາມາດປະຕິບັດຄວາມຈິງໄດ້, ແຕ່ສິ່ງທີ່ພວກເຂົາເຮັດ ຢ່າງໜ້ອຍກໍຕ້ອງສອດຄ່ອງກັບແນວຄິດ ແລະ ຈິນຕະນາການຂອງມະນຸດ, ສອດຄ່ອງກັບມາດຕະຖານ ແລະ ລົດນິຍົມຂອງມະນຸດ ແລະ ຢ່າງໜ້ອຍກໍຕ້ອງຜ່ານເກນໃນສາຍຕາຂອງຄົນອື່ນ. ດ້ວຍວິທີນີ້, ຕຳແໜ່ງຂອງພວກເຂົາກໍຈະໝັ້ນຄົງ. ເຖິງຢ່າງໃດກໍຕາມ ໃນຊີວິດຈິງ, ສິ່ງທີ່ພວກເຂົາເຮັດນັ້ນບິດເບືອນຢ່າງບໍ່ໜ້າເຊື່ອ ແລະ ພຽງແຕ່ແນມເບິ່ງບາດດຽວກໍພໍທີ່ຈະບອກໄດ້ແລ້ວວ່າພວກເຂົາບໍ່ເຂົ້າໃຈຄວາມຈິງ. ເປັນຫຍັງພວກເຂົາຈຶ່ງບໍ່ເຂົ້າໃຈຄວາມຈິງ? ໃນໃຈຂອງພວກເຂົາ, ພວກເຂົາເບື່ອໜ່າຍຕໍ່ຄວາມຈິງ, ພວກເຂົາບໍ່ຍອມຮັບຄວາມຈິງ, ພວກເຂົາເພີດເພີນກັບການເຮັດສິ່ງຕ່າງໆຕາມປັດຊະຍາຂອງຊາຕານ, ພວກເຂົາຢາກຈັດການເລື່ອງຕ່າງໆໂດຍໃຊ້ອຸບາຍຂອງມະນຸດຢູ່ສະເໝີ ແລະ ຖ້າພວກເຂົາສາມາດໂນ້ມນ້າວຄົນອື່ນ ແລະ ໄດ້ຮັບຊື່ສຽງໂດຍການຈັດການເລື່ອງເຫຼົ່ານີ້, ນັ້ນກໍພຽງພໍແລ້ວສຳລັບພວກເຂົາ. ຖ້າຜູ້ຕໍ່ຕ້ານພຣະຄຣິສໄດ້ຍິນຄົນໃດຄົນໜຶ່ງເທດສະໜາທິດສະດີທີ່ຫວ່າງເປົ່າ ເມື່ອພວກເຂົາໄປສະຖານທີ່ແຫ່ງໜຶ່ງ, ພວກເຂົາກໍຕື່ນເຕັ້ນຫຼາຍ, ແຕ່ຖ້າມີຄົນຢູ່ບ່ອນນັ້ນເທດສະໜາຄວາມຈິງຄວາມເປັນຈິງ ແລະ ລົງເລິກໃນລາຍລະອຽດເຊັ່ນ: ສະພາວະຕ່າງໆຂອງຜູ້ຄົນ, ພວກເຂົາກໍມັກຈະຮູ້ສຶກວ່າຜູ້ເວົ້າກຳລັງຕຳນິພວກເຂົາ ແລະ ແທງໃຈຂອງພວກເຂົາ ແລະ ດັ່ງນັ້ນ ພວກເຂົາຈຶ່ງຮູ້ສຶກລັງກຽດ ແລະ ບໍ່ຢາກຟັງ. ຖ້າພວກເຂົາຖືກຂໍໃຫ້ໂອ້ລົມກ່ຽວກັບວ່າສະພາວະຂອງພວກເຂົາເປັນແນວໃດໃນໄລຍະມໍ່ໆມານີ້, ພວກເຂົາໄດ້ມີຄວາມຄືບໜ້າຫຍັງບໍ ແລະ ພວກເຂົາໄດ້ພົບພໍ້ກັບຄວາມຫຍຸ້ງຍາກໃດໆໃນການປະຕິບັດໜ້າທີ່ຂອງພວກເຂົາ ຫຼື ບໍ່, ພວກເຂົາກໍບໍ່ມີຫຍັງຈະເວົ້າ. ຖ້າເຈົ້າສືບຕໍ່ໂອ້ລົມກ່ຽວກັບຄວາມຈິງໃນດ້ານນີ້, ພວກເຂົາກໍຈະນອນຫຼັບ; ພວກເຂົາບໍ່ມັກຟັງກ່ຽວກັບມັນ. ຍັງມີບາງຄົນທີ່ໂນ້ມຕົວມາທາງໜ້າເມື່ອເຈົ້າລົມຫຼິ້ນກັບພວກເຂົາອີກດ້ວຍ, ແຕ່ທັນທີທີ່ພວກເຂົາໄດ້ຍິນຄົນໃດຄົນໜຶ່ງໂອ້ລົມກ່ຽວກັບຄວາມຈິງ, ພວກເຂົາກໍຈະໄປເຊື່ອງຕົວຢູ່ແຈ ແລະ ນອນຫຼັບ, ພວກເຂົາບໍ່ມີຄວາມຮັກຕໍ່ຄວາມຈິງເລີຍ. ພວກເຂົາບໍ່ມີຄວາມຮັກຕໍ່ຄວາມຈິງໃນລະດັບໃດ? ໃນລະດັບເບົາ, ພວກເຂົາບໍ່ສົນໃຈມັນ ແລະ ມັນກໍພຽງພໍແລ້ວສຳລັບພວກເຂົາທີ່ຈະເປັນຜູ້ອອກເຫື່ອແຮງ; ໃນລະດັບຮ້າຍແຮງ, ພວກເຂົາເບື່ອໜ່າຍຕໍ່ຄວາມຈິງ, ພວກເຂົາຮູ້ສຶກລັງກຽດຄວາມຈິງເປັນພິເສດ ແລະ ພວກເຂົາບໍ່ສາມາດຍອມຮັບມັນໄດ້. ຖ້າຄົນປະເພດນີ້ເປັນຜູ້ນໍາ, ພວກເຂົາກໍເປັນຜູ້ຕໍ່ຕ້ານພຣະຄຣິສ; ຖ້າພວກເຂົາເປັນຜູ້ຕິດຕາມທົ່ວໄປ, ພວກເຂົາກໍຍັງຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ພວກເຂົາເປັນຜູ້ສືບທອດຂອງຜູ້ຕໍ່ຕ້ານພຣະຄຣິສ. ຈາກພາຍນອກ, ພວກເຂົາເບິ່ງຄືວ່າມີສະຕິປັນຍາ ແລະ ມີພອນສະຫວັນ, ພ້ອມທັງມີສັກກະຍາພາບທີ່ດີ, ແຕ່ທຳມະຊາດ-ແກ່ນແທ້ຂອງພວກເຂົາແມ່ນຂອງຜູ້ຕໍ່ຕ້ານພຣະຄຣິສ, ນີ້ຄືສິ່ງທີ່ມັນເປັນ. ການພິພາກສາເຫຼົ່ານີ້ອີງໃສ່ຫຍັງ? ທັງໝົດນີ້ແມ່ນອີງໃສ່ທັດສະນະຄະຕິຂອງຄົນເຫຼົ່ານີ້ທີ່ມີຕໍ່ຄວາມຈິງ ແລະ ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ສິ່ງທີ່ເປັນບວກ. ນີ້ແມ່ນດ້ານທີ່ກ່ຽວຂ້ອງກັບວິທີການທີ່ຜູ້ຄົນເຂົ້າຫາຄວາມຈິງ. ອີກດ້ານໜຶ່ງກໍຄື ຫຼາຍຄັ້ງທີ່ຜູ້ຄົນບໍ່ໄດ້ຜະເຊີນໜ້າກັບຄວາມຈິງໂດຍກົງ, ບາງສິ່ງບໍ່ໄດ້ກ່ຽວຂ້ອງກັບຄວາມຈິງ, ຜູ້ຄົນຄິດບໍ່ອອກວ່າກ່ຽວຂ້ອງກັບຄວາມຈິງດ້ານໃດ ແລະ ດັ່ງນັ້ນ ໃຜຄືຜູ້ທີ່ຜູ້ຄົນຜະເຊີນໜ້າໂດຍກົງ? ຜູ້ທີ່ພວກເຂົາຜະເຊີນໜ້າໂດຍກົງຄືພຣະເຈົ້າ. ແລ້ວຄົນເຫຼົ່ານີ້ປະຕິບັດຕໍ່ພຣະເຈົ້າແນວໃດ? ພວກເຂົາສະແດງອຸປະນິໄສທີ່ຊົ່ວຊ້າຂອງພວກເຂົາໃນການສະແດງອອກໃດແດ່? ພວກເຂົາມີການອະທິຖານທີ່ແທ້ຈິງ ແລະ ການພົວພັນທີ່ແທ້ຈິງກັບພຣະເຈົ້າບໍ? ພວກເຂົາມີທັດສະນະຄະຕິທີ່ຊື່ສັດບໍ? ພວກເຂົາມີຄວາມເຊື່ອທີ່ແທ້ຈິງບໍ? (ບໍ່.) ພວກເຂົາເພິ່ງພາພຣະເຈົ້າຢ່າງແທ້ຈິງ ແລະ ມອບໝາຍຕົນເອງໃຫ້ກັບພຣະເຈົ້າຢ່າງແທ້ຈິງບໍ? ພວກເຂົາຢໍາເກງພຣະເຈົ້າຢ່າງແທ້ຈິງບໍ? (ບໍ່.) ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນເລື່ອງທີ່ແທ້ຈິງ ແລະ ບໍ່ແມ່ນຄຳເວົ້າທີ່ມ່ວນຫູແຕ່ຫວ່າງເປົ່າ ຫຼື ຄຳເວົ້າທີ່ຊໍ້າຊາກຢ່າງແນ່ນອນ. ຖ້າເຈົ້າບໍ່ເຂົ້າໃຈວ່າຄຳເວົ້າເຫຼົ່ານີ້ເປັນເລື່ອງທີ່ແທ້ຈິງ, ແລ້ວເຈົ້າກໍບໍ່ມີຄວາມເຂົ້າໃຈຝ່າຍວິນຍານ. ໃຫ້ເຮົາຍົກຕົວຢ່າງກ່ຽວກັບການສະແດງອອກຂອງຄົນແບບນີ້ໃຫ້ພວກເຈົ້າຟັງ. ບາງຄົນກຳມື ແລະ ສາບານໃນການເຕົ້າໂຮມ ໂດຍກ່າວວ່າ “ຂ້ານ້ອຍຈະບໍ່ແຕ່ງງານຕາບໃດທີ່ຂ້ານ້ອຍຍັງມີຊີວິດຢູ່, ຂ້ານ້ອຍຈະລາອອກຈາກວຽກ ແລະ ຂ້ານ້ອຍຈະປະຖິ້ມທຸກສິ່ງທຸກຢ່າງ ແລະ ຕິດຕາມພຣະເຈົ້າຈົນເຖິງທີ່ສຸດ!” ເມື່ອພວກເຂົາຮ້ອງໂຮຈົບແລ້ວ ແລະ ກຳລັງຈະເສຍສະລະຕົນເອງເພື່ອພຣະເຈົ້າ, ພວກເຂົາກໍໄຕ່ຕອງວ່າ “ຂ້ອຍຈະໄດ້ຮັບພຣະພອນຈາກພຣະເຈົ້າຫຼາຍຂຶ້ນໄດ້ແນວໃດ? ຂ້ອຍຕ້ອງເຮັດບາງສິ່ງບາງຢ່າງໃຫ້ພຣະເຈົ້າເຫັນ”. ເຖິງຢ່າງໃດກໍຕາມ, ພວກເຂົາໄດ້ຍິນພຣະເຈົ້າກ່າວວ່າພຣະອົງບໍ່ຮັກຄົນຄືພວກເຂົາ ແລະ ພວກເຂົາກໍຄິດວ່າ “ບາດນີ້ຂ້ອຍຈະເຮັດແນວໃດ? ຂ້ອຍຈະຢູ່ຫ່າງຈາກພຣະເຈົ້າ ເພື່ອບໍ່ໃຫ້ພຣະເຈົ້າເຫັນຂ້ອຍ”. ນີ້ແມ່ນສະພາວະປະເພດໃດ? (ລະວັງຕົວ.) ພວກເຂົາຫຼີກລ່ຽງພຣະເຈົ້າເພື່ອລະວັງຕົວຕໍ່ພຣະອົງ. ແລ້ວອຸປະນິໄສໃດທີ່ຢູ່ພາຍໃນການລະວັງຕົວຂອງພວກເຂົາ? ຄວາມຊົ່ວຊ້າ. ພວກເຂົາລະວັງຕົວຕໍ່ພຣະເຈົ້າຢູ່ສະເໝີເມື່ອພວກເຂົາເຮັດສິ່ງຕ່າງໆ, ພວກເຂົາຢ້ານວ່າພຣະເຈົ້າຈະເບິ່ງທະລຸພວກເຂົາ ແລະ ພວກເຂົາບໍ່ຍອມຮັບການກວດສອບຂອງພຣະເຈົ້າ, ນີ້ແມ່ນຄວາມເຊື່ອໃນພຣະເຈົ້າບໍ? ນີ້ບໍ່ແມ່ນການທີ່ພວກເຂົາຕໍ່ຕ້ານພຣະເຈົ້າບໍ? ນີ້ຄືສະພາວະທີ່ເປັນລົບຫຼາຍ, ມັນບໍ່ປົກກະຕິ. ເຖິງແມ່ນວ່າພວກເຂົາຈະຍັງສາມາດໄປກິນ ແລະ ດື່ມພຣະທຳຂອງພຣະເຈົ້າໄດ້, ແຕ່ທັນທີທີ່ພວກເຂົາໄດ້ຍິນພຣະເຈົ້າກ່າວພຣະທຳເພື່ອພິພາກສາ ແລະ ເປີດໂປງຜູ້ຄົນ, ພວກເຂົາກໍແລ່ນໜີ ຫຼື ບໍ່ກໍຟ້າວສ້າງພາບລວງຕາ ແລະ ຊອກຫາວິທີທາງປະນີປະນອມເພື່ອປົກປິດພວກເຂົາເອງ. ພວກເຂົາພະຍາຍາມຢ່າງໜັກເພື່ອເຊື່ອງຕົວເອງ ແລະ ເຮັດທຸກວິທີທາງເພື່ອຫຼົບຫຼີກ ແລະ ລະວັງຕົວ, ໃນຂະນະດຽວກັນກໍຕໍ່ສູ້ກັບພຣະເຈົ້າໃນໃຈຂອງພວກເຂົາຢູ່ສະເໝີ. ພວກເຂົາບໍ່ໄດ້ສະແຫວງຫາເຈດຕະນາຂອງພຣະເຈົ້າ ແລະ ບໍ່ໄດ້ສະແຫວງຫາຄວາມຈິງໃນສິ່ງທີ່ພວກເຂົາເຮັດ. ແທນທີ່ຈະເປັນແນວນັ້ນ, ພວກເຂົາຢາກຈະສະແດງໃຫ້ເຫັນຫຼາຍຂຶ້ນວ່າພວກເຂົາສາມາດຍອມຮັບຄວາມຈິງ ແລະ ອ່ອນນ້ອມຕໍ່ພຣະເຈົ້າໂດຍບໍ່ມີການຈົ່ມວ່າ, ໂດຍພະຍາຍາມເອົາຊະນະການຍອມຮັບຂອງທຸກຄົນຜ່ານພາບລວງຕາ ແລະ ຄວາມຈອມປອມ. ສຳລັບສິ່ງທີ່ພຣະເຈົ້າກ່າວ, ສິ່ງທີ່ພຣະອົງຮຽກຮ້ອງຈາກຄົນດັ່ງກ່າວ ແລະ ວິທີທີ່ພຣະອົງປະເມີນ ແລະ ກຳນົດຄົນດັ່ງກ່າວ, ພວກເຂົາກໍບໍ່ໄດ້ສົນໃຈເລື່ອງເຫຼົ່ານັ້ນ ແລະ ພວກເຂົາກໍບໍ່ຢາກຮູ້. ພວກເຂົາບໍ່ໄດ້ມີຄວາມຊັດເຈນໃນໃຈຂອງພວກເຂົາເລີຍວ່າພຣະເຈົ້າແມ່ນໃຜກັນແທ້, ແຕ່ທຸກຢ່າງກັບເປັນຈິນຕະນາການ ແລະ ການພິພາກສາ. ເມື່ອພຣະເຈົ້າເຮັດສິ່ງທີ່ຂັດກັບແນວຄິດຂອງພວກເຂົາ, ພວກເຂົາກໍຈະກ່າວໂທດສິ່ງນັ້ນໃນໃຈຂອງພວກເຂົາ. ເຖິງແມ່ນວ່າພວກເຂົາຈະເວົ້າວ່າພວກເຂົາເຊື່ອໃນພຣະເຈົ້າ, ແຕ່ໃຈຂອງພວກເຂົາກັບເຕັມໄປດ້ວຍຄວາມສົງໄສ. ນີ້ຄືອຸປະນິໄສທີ່ຊົ່ວຊ້າຂອງຜູ້ຄົນ.

ຜູ້ຕໍ່ຕ້ານພຣະຄຣິສບາງຄົນມັກຈະພະຍາຍາມທົດສອບພຣະເຈົ້າຢູ່ເລື້ອຍໆ. ພວກເຂົາຍ່າງໄປບາດກ້າວໜຶ່ງ, ສັງເກດເບິ່ງສະຖານະການ, ແລ້ວກໍຍ່າງໄປອີກບາດກ້າວໜຶ່ງ; ເວົ້າງ່າຍໆກໍຄື ພວກເຂົາມີທັດສະນະຄະຕິແບບ “ຍ່າງໄປເບິ່ງໄປ”. “ຍ່າງໄປເບິ່ງໄປ” ໝາຍຄວາມວ່າແນວໃດ? ໃຫ້ເຮົາຍົກຕົວຢ່າງໃຫ້ພວກເຈົ້າຟັງ. ຕົວຢ່າງ: ຄົນໃດຄົນໜຶ່ງລາອອກຈາກວຽກຂອງພວກເຂົາ ແລ້ວພວກເຂົາກໍອະທິຖານຕໍ່ໜ້າພຣະເຈົ້າ ໂດຍກ່າວວ່າ “ໂອ້ ພຣະເຈົ້າ, ຂ້ານ້ອຍບໍ່ມີວຽກເຮັດແລ້ວ. ໃນອະນາຄົດ ຂ້ານ້ອຍຈະເພິ່ງພາພຣະອົງໃຫ້ລ້ຽງດູຂ້ານ້ອຍ. ຂ້ານ້ອຍມອບໝາຍທຸກສິ່ງທຸກຢ່າງໄວ້ໃນມືຂອງພຣະອົງ. ຂ້ານ້ອຍອຸທິດຊີວິດຂອງຂ້ານ້ອຍໃຫ້ແກ່ພຣະອົງ”. ເມື່ອພວກເຂົາອະທິຖານຈົບແລ້ວ, ພວກເຂົາກໍລໍຖ້າເບິ່ງວ່າພຣະເຈົ້າຈະປະທານພຣະພອນຫຍັງໃຫ້ແກ່ພວກເຂົາ ຫຼື ບໍ່, ພຣະອົງຈະປະທານການເປີດເຜີຍທີ່ເໜືອທຳມະຊາດ ຫຼື ພຣະຄຸນທີ່ຍິ່ງໃຫຍ່ກວ່າໃຫ້ແກ່ພວກເຂົາ ຫຼື ບໍ່, ຢ່າງໜ້ອຍພວກເຂົາກໍຈະໄດ້ຮັບຫຼາຍກວ່າ ແລະ ມີຄວາມເພີດເພີນທີ່ດີກວ່າຕອນທີ່ເຮັດວຽກຂອງພວກເຂົາໃນໂລກ ຫຼື ບໍ່. ນີ້ຄືການທີ່ພວກເຂົາທົດສອບພຣະເຈົ້າ. ການອະທິຖານ ແລະ ການອຸທິດຕົນນີ້ແມ່ນຫຍັງ? (ມັນຄືການແລກປ່ຽນ.) ມັນບໍ່ມີອຸປະນິໄສທີ່ຊົ່ວຊ້າຢູ່ໃນການແລກປ່ຽນນີ້ບໍ? (ມີ.) ວິທີການຂອງພວກເຂົາຄືການເລີ່ມຕົ້ນໂດຍການສະເໜີສິ່ງເລັກນ້ອຍເພື່ອດຶງດູດເອົາສິ່ງທີ່ມີຄ່າຫຼາຍກວ່າ, ໂດຍການຂໍພຣະຄຸນ ແລະ ພຣະພອນຈາກພຣະເຈົ້າ, ນີ້ຄືເປົ້າໝາຍຂອງພວກເຂົາ. ບາງຄົນເວົ້າວ່າ “ສະຖານະການໃນປະເທດຈີນນັ້ນຮ້າຍແຮງຫຼາຍ. ສະຖານະການທີ່ມັງກອນແດງທີ່ຍິ່ງໃຫຍ່ຈັບກຸມຜູ້ຄົນກໍນັບມື້ນັບຮ້າຍແຮງຂຶ້ນ. ມັນອັນຕະລາຍແມ່ນແຕ່ສຳລັບຄົນສອງຄົນທີ່ຈະເຕົ້າໂຮມກັນ, ອັນຕະລາຍແມ່ນແຕ່ສຳລັບຄອບຄົວທີ່ມີສີ່ຄົນທີ່ຈະເຕົ້າໂຮມກັນ. ມັນອັນຕະລາຍຫຼາຍທີ່ຈະເຊື່ອໃນພຣະເຈົ້າໃນສະຖານະການແບບນີ້ໃນປະເທດຈີນ. ຖ້າມີສິ່ງໃດຜິດພາດເກີດຂຶ້ນແທ້ໆ, ພວກເຮົາຈະຍັງໄດ້ຮັບຄວາມລອດພົ້ນຢູ່ບໍ? ພວກເຮົາຈະບໍ່ເຊື່ອຢ່າງເສຍເວລາລ້າໆບໍ?” ພວກເຂົາເລີ່ມຄິດວ່າ “ຂ້ອຍຕ້ອງຄິດຫາວິທີອອກຈາກປະເທດ. ເມື່ອສະຖານະການຍັງດີກ່ອນໜ້ານີ້, ຂ້ອຍໂລບມາກຢາກໄດ້ຄວາມສະບາຍ ແລະ ບໍ່ຢາກອອກຈາກປະເທດຈີນ. ມັນດີຫຼາຍທີ່ໄດ້ເຕົ້າໂຮມກັບຄອບຄົວ ແລະ ຂ້ອຍກໍຍັງສາມາດເຊື່ອໃນພຣະເຈົ້າ ແລະ ຮັບພຣະພອນໄດ້; ມັນເປັນສະຖານະການທີ່ໄດ້ປະໂຫຍດທັງສອງຝ່າຍ. ຕອນນີ້ສິ່ງຕ່າງໆເລີ່ມບໍ່ດີແລ້ວ, ໄພພິບັດໄດ້ມາເຖິງແລ້ວ ແລະ ຂ້ອຍກໍຕ້ອງຮີບອອກຈາກປະເທດຈີນ. ຂ້ອຍຍັງສາມາດປະຕິບັດໜ້າທີ່ຂອງຂ້ອຍໄດ້ເມື່ອຂ້ອຍອອກຈາກປະເທດແລ້ວ ແລະ ໂດຍການປະຕິບັດໜ້າທີ່ຂອງຂ້ອຍ ຂ້ອຍກໍຈະມີໂອກາດທີ່ຈະໄດ້ຮັບພຣະພອນ”. ໃນທີ່ສຸດ, ພວກເຂົາກໍໜີອອກຈາກປະເທດ. ນີ້ແມ່ນຫຍັງ? ນີ້ຄືການສວຍໂອກາດ. ທຸກຄົນສາມາດເປັນຄົນຄິດໄລ່ໄດ້ ແລະ ທຸກຄົນກໍມີແນວຄິດແບບແລກປ່ຽນ, ນີ້ບໍ່ແມ່ນສິ່ງທີ່ຊົ່ວຊ້າບໍ? ມີຄົນແບບນີ້ຢູ່ໃນທ່າມກາງພວກເຈົ້າບໍ? ໃນໃຈຂອງພວກເຂົາ, ພວກເຂົາເວົ້າວ່າ “ຖ້າຂ້ອຍຖືກຂົ່ມເຫັງໃນໂລກ, ພໍ່ແມ່ ແລະ ຄອບຄົວຂອງຂ້ອຍກໍສາມາດປົກປ້ອງຂ້ອຍໄດ້. ຖ້າຂ້ອຍຖືກຈັບກຸມຍ້ອນຄວາມເຊື່ອໃນພຣະເຈົ້າຂອງຂ້ອຍ, ພຣະເຈົ້າຈະຮັກສາຂ້ອຍໃຫ້ປອດໄພບໍ? ເບິ່ງຄືວ່ານັ້ນເປັນເລື່ອງຍາກທີ່ຈະຮູ້ໄດ້ຢ່າງແນ່ນອນ. ແລ້ວຂ້ອຍຄວນຈະເຮັດແນວໃດ ຖ້າຂ້ອຍບໍ່ສາມາດຮູ້ເລື່ອງນັ້ນໄດ້ຢ່າງແນ່ນອນ? ພໍ່ແມ່ຂອງຂ້ອຍບໍ່ສາມາດປົກປ້ອງຂ້ອຍໄດ້ຢ່າງແນ່ນອນ. ເມື່ອຄົນໃດຄົນໜຶ່ງຖືກຈັບກຸມຍ້ອນຄວາມເຊື່ອໃນພຣະເຈົ້າຂອງພວກເຂົາ, ຄົນທົ່ວໄປກໍບໍ່ສາມາດຊ່ວຍພວກເຂົາໄດ້ ແລະ ຖ້າຂ້ອຍທົນຕໍ່ການທໍລະມານທີ່ໂຫດຮ້າຍ ແລະ ຄວາມທຸກທໍລະມານໃນມືຂອງມັງກອນແດງທີ່ຍິ່ງໃຫຍ່ບໍ່ໄດ້ ແລະ ຂ້ອຍກາຍເປັນຢູດາ, ຊີວິດນ້ອຍໆຂອງຂ້ອຍຈະບໍ່ຖືກທຳລາຍບໍ? ທາງທີ່ດີທີ່ສຸດ ຂ້ອຍຄວນອອກຈາກປະເທດ ແລະ ໄປເຊື່ອໃນພຣະເຈົ້າຢູ່ຕ່າງປະເທດ”. ມີໃຜທີ່ຄິດແບບນີ້ບໍ? ຕ້ອງມີແນ່ນອນ, ແມ່ນບໍ? ແລ້ວມີໃຜເວົ້າບໍວ່າ “ເຈົ້າໃສ່ຮ້າຍພວກຂ້ານ້ອຍ ແລະ ພວກຂ້ານ້ອຍກໍບໍ່ໄດ້ຄິດແບບນັ້ນ” ຄົນແບບນີ້ບໍ່ແມ່ນຄົນສ່ວນໜ້ອຍຢ່າງແນ່ນອນ ແລະ ເມື່ອເຖິງເວລາ ເຈົ້າກໍຈະເຫັນ ແລະ ເຂົ້າໃຈເອງ.

ລັກສະນະຕົ້ນຕໍຂອງຄວາມຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງ? ຢ່າງທີໜຶ່ງແມ່ນ ພວກເຂົາບໍ່ຍອມຮັບສິ່ງທີ່ເປັນບວກ, ພວກເຂົາບໍ່ຍອມຮັບວ່າມີສິ່ງທີ່ເອີ້ນວ່າຄວາມຈິງ ແລະ ພວກເຂົາຄິດວ່າທິດສະດີທີ່ຊົ່ວຮ້າຍ ແລະ ຄວາມເຊື່ອທີ່ຜິດໆຂອງພວກເຂົາ ແລະ ສິ່ງທີ່ເປັນລົບທີ່ຊົ່ວຊ້າຂອງພວກເຂົານັ້ນແມ່ນຄວາມຈິງ, ນີ້ແມ່ນການສະແດງອອກຢ່າງໜຶ່ງຂອງຄວາມຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ. ຕົວຢ່າງ: ບາງຄົນເວົ້າວ່າ “ຄວາມສຸກຂອງຄົນເຮົາຢູ່ໃນມືຂອງຕົນເອງ” ແລະ “ມີພຽງແຕ່ການມີອຳນາດເທົ່ານັ້ນ ຄົນເຮົາຈຶ່ງຈະມີທຸກສິ່ງທຸກຢ່າງ”, ນີ້ຄືຕັກກະຂອງຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາເຊື່ອວ່າ ເມື່ອມີອຳນາດ ກໍຈະມີຄົນມາປະຈົບປະແຈງ ແລະ ຍ້ອງຍໍພວກເຂົາ, ມີຄົນມາໃຫ້ຂອງຂວັນ ແລະ ປະຈົບພວກເຂົາ, ພ້ອມທັງມີຜົນປະໂຫຍດຈາກສະຖານະທຸກປະເພດ ແລະ ຄວາມເພີດເພີນທຸກປະເພດ; ພວກເຂົາເຊື່ອວ່າພວກເຂົາບໍ່ຈຳເປັນຕ້ອງຖືກໃຜກົດຂີ່ ຫຼື ຖືກໃຜນໍາພາອີກຕໍ່ໄປ ແລະ ພວກເຂົາກໍສາມາດນໍາພາຄົນອື່ນໄດ້, ນີ້ຄືສິ່ງທີ່ພວກເຂົາໃຫ້ຄວາມສຳຄັນສູງສຸດ. ເຈົ້າຄິດແນວໃດກັບການຄິດໄລ່ແບບນີ້ຂອງພວກເຂົາ? ມັນບໍ່ຊົ່ວຊ້າບໍ? (ແມ່ນ.) ຜູ້ຕໍ່ຕ້ານພຣະຄຣິສໃຊ້ຕັກກະຂອງຊາຕານ ແລະ ທິດສະດີທີ່ຊົ່ວຮ້າຍ ແລະ ຄວາມເຊື່ອທີ່ຜິດໆຂອງພວກເຂົາແທນທີ່ຄວາມຈິງ, ນີ້ແມ່ນດ້ານໜຶ່ງຂອງຄວາມຊົ່ວຊ້າຂອງພວກເຂົາ. ກ່ອນອື່ນໝົດ ພວກເຂົາບໍ່ຍອມຮັບຄວາມຈິງ, ພວກເຂົາບໍ່ຍອມຮັບວ່າມີສິ່ງທີ່ເປັນບວກ ແລະ ພວກເຂົາບໍ່ຍອມຮັບຄວາມຖືກຕ້ອງຂອງສິ່ງທີ່ເປັນບວກ. ຍິ່ງໄປກວ່ານັ້ນ, ເຖິງແມ່ນວ່າບາງຄົນຈະຍອມຮັບວ່າມີສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບຢູ່ໃນໂລກນີ້, ແຕ່ພວກເຂົາເຂົ້າຫາສິ່ງທີ່ເປັນບວກ ແລະ ການມີຢູ່ຂອງຄວາມຈິງແນວໃດ? ພວກເຂົາຍັງບໍ່ຮັກມັນ, ຊີວິດທີ່ພວກເຂົາເລືອກ ແລະ ເສັ້ນທາງທີ່ພວກເຂົາຍ່າງໃນຄວາມເຊື່ອໃນພຣະເຈົ້າຂອງພວກເຂົາຍັງຄົງເປັນລົບ ແລະ ຂັດກັບຄວາມຈິງ. ພວກເຂົາປົກປ້ອງພຽງແຕ່ຜົນປະໂຫຍດຂອງພວກເຂົາເອງເທົ່ານັ້ນ. ບໍ່ວ່າຈະເປັນສິ່ງທີ່ເປັນບວກ ຫຼື ສິ່ງທີ່ເປັນລົບ, ຕາບໃດທີ່ມັນສາມາດປົກປ້ອງຜົນປະໂຫຍດຂອງພວກເຂົາເອງໄດ້, ມັນກໍຖືກຕ້ອງ ແລະ ສູງສົ່ງທີ່ສຸດ. ນີ້ບໍ່ແມ່ນອຸປະນິໄສທີ່ຊົ່ວຊ້າບໍ? ຍັງມີອີກດ້ານໜຶ່ງ: ຄົນແບບນີ້ທີ່ມີແກ່ນແທ້ທີ່ຊົ່ວຊ້າ ໂດຍທຳມະຊາດແລ້ວແມ່ນດູໝິ່ນຄວາມຖ່ອມຕົວ ແລະ ການເຊື່ອງຕົວຂອງພຣະເຈົ້າ, ຄວາມຊື່ສັດ ແລະ ຄວາມດີຂອງພຣະເຈົ້າ; ພວກເຂົາດູໝິ່ນສິ່ງທີ່ເປັນບວກເຫຼົ່ານີ້ໂດຍທຳມະຊາດ. ຕົວຢ່າງ: ໃຫ້ເບິ່ງເຮົາ, ເຮົາບໍ່ໄດ້ເປັນຄົນທຳມະດາຫຼາຍບໍ? ເຮົາເປັນຄົນທຳມະດາ, ເປັນຫຍັງພວກເຈົ້າຈຶ່ງບໍ່ກ້າເວົ້າອອກມາ? ເຮົາເອງກໍຍອມຮັບວ່າເຮົາເປັນຄົນທຳມະດາ. ເຮົາບໍ່ເຄີຍຄິດວ່າຕົວເຮົາເອງເປັນຄົນພິເສດ ຫຼື ຍິ່ງໃຫຍ່ເລີຍ. ເຮົາກໍເປັນພຽງຄົນທຳມະດາຄົນໜຶ່ງ; ເຮົາໄດ້ຍອມຮັບຄວາມຈິງນີ້ສະເໝີ ແລະ ເຮົາກໍກ້າທີ່ຈະຜະເຊີນໜ້າກັບຄວາມຈິງນີ້. ເຮົາບໍ່ຢາກເປັນຍອດມະນຸດ ຫຼື ຄົນທີ່ຍິ່ງໃຫຍ່ເລີຍ, ນັ້ນຈະເມື່ອຍສໍ່າໃດ! ບາງຄົນດູຖູກຄົນທຳມະດາທີ່ເຮົາເປັນຢູ່ນີ້ ແລະ ມັກຈະມີແນວຄິດກ່ຽວກັບເຮົາຢູ່ສະເໝີ. ເມື່ອຜູ້ທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງມາຢູ່ຕໍ່ໜ້າເຮົາ, ພວກເຂົາກໍຍັງມາດ້ວຍຄວາມຢໍາເກງ, ບໍ່ວ່າພາຍນອກຂອງເຮົາຈະເບິ່ງເປັນແນວໃດກໍຕາມ. ແລ້ວກໍມີບາງຄົນທີ່ເຖິງແມ່ນວ່າຈະເວົ້າກັບເຮົາຢ່າງສຸພາບຮຽບຮ້ອຍ, ແຕ່ກໍມີທັດສະນະຄະຕິທີ່ດູໝິ່ນຕໍ່ເຮົາຢູ່ໃນໃຈຂອງພວກເຂົາ ແລະ ເຮົາສາມາດບອກໄດ້ຈາກນໍ້າສຽງຂອງພວກເຂົາ ແລະ ຈາກທ່າທາງການເຄື່ອນໄຫວຮ່າງກາຍຂອງພວກເຂົາ. ເຖິງແມ່ນວ່າບາງຄັ້ງພວກເຂົາຈະເບິ່ງຄືວ່າມີຄວາມເຄົາລົບຫຼາຍ, ແຕ່ບໍ່ວ່າເຮົາຈະເວົ້າຫຍັງກັບພວກເຂົາ ພວກເຂົາກໍມັກຈະຕອບດ້ວຍຄຳວ່າ “ບໍ່” ສະເໝີ ໂດຍມັກຈະປະຕິເສດສິ່ງທີ່ເຮົາເວົ້າຢູ່ຕະຫຼອດ. ຕົວຢ່າງ: ເຮົາເວົ້າວ່າ ມື້ນີ້ອາກາດຮ້ອນຫຼາຍ ແລະ ພວກເຂົາກໍເວົ້າວ່າ “ບໍ່ແມ່ນ. ມື້ວານນີ້ຕ່າງຫາກທີ່ຮ້ອນແທ້ໆ”. ພວກເຂົາປະຕິເສດສິ່ງທີ່ເຮົາເວົ້າ, ແມ່ນບໍ? ບໍ່ວ່າເຈົ້າຈະເວົ້າຫຍັງກັບພວກເຂົາກໍຕາມ, ພວກເຂົາກໍມັກຈະປະຕິເສດມັນສະເໝີ. ມີຄົນແບບນີ້ຢູ່ອ້ອມຂ້າງບໍ? (ມີ.) ເຮົາເວົ້າວ່າ “ອາຫານມື້ນີ້ເຄັມແທ້. ໃສ່ເກືອຫຼາຍໂພດ ຫຼື ໃສ່ສະອິວຫຼາຍໂພດບໍ?” ແລະ ພວກເຂົາກໍເວົ້າວ່າ “ບໍ່ແມ່ນທັງສອງຢ່າງ. ໃສ່ນໍ້າຕານຫຼາຍໂພດຫັນຕິ”. ບໍ່ວ່າເຮົາຈະເວົ້າຫຍັງ, ພວກເຂົາກໍຈະປະຕິເສດມັນ, ດັ່ງນັ້ນ ເຮົາຈຶ່ງບໍ່ເວົ້າຫຍັງອີກ, ພວກເຮົາເວົ້າກັນບໍ່ຖືກຄໍ ແລະ ພວກເຮົາກໍກຳລັງເວົ້າຄົນລະພາສາກັນ. ຈາກນັ້ນກໍມີບາງຄົນທີ່ເມື່ອພວກເຂົາໄດ້ຍິນເຮົາເວົ້າກ່ຽວກັບຄວາມເຊື່ອໃນພຣະເຈົ້າ, ພວກເຂົາກໍເວົ້າວ່າ “ເຈົ້າຊ່ຽວຊານໃນການເວົ້າກ່ຽວກັບເລື່ອງນີ້, ດັ່ງນັ້ນ ຂ້ອຍຈະຟັງ”. ຖ້າເຮົາເວົ້າກ່ຽວກັບສິ່ງໃດກໍຕາມທີ່ເປັນເລື່ອງພາຍນອກໜ້ອຍໜຶ່ງ, ພວກເຂົາກໍບໍ່ຢາກຟັງອີກຕໍ່ໄປ, ຄືກັບວ່າເຮົາບໍ່ຮູ້ຫຍັງເລີຍກ່ຽວກັບເລື່ອງພາຍນອກ. ມັນບໍ່ເປັນຫຍັງທີ່ພວກເຂົາຈະບໍ່ສົນໃຈເຮົາ, ເຮົາຢາກຢູ່ແບບງຽບໆ. ເຮົາບໍ່ຕ້ອງການໃຫ້ໃຜມາສົນໃຈເຮົາ, ເຮົາພຽງແຕ່ເຮັດໃນສິ່ງທີ່ເຮົາຄວນເຮັດ. ເຮົາມີຄວາມຮັບຜິດຊອບຂອງເຮົາ ແລະ ເຮົາມີວິຖີຊີວິດຂອງເຮົາ. ບອກເຮົາມາເບິ່ງ, ທັດສະນະຄະຕິເຫຼົ່ານີ້ທີ່ຜູ້ຄົນມີສະແດງໃຫ້ເຫັນເຖິງຫຍັງ? ພວກເຂົາເຫັນວ່າເຮົາເບິ່ງບໍ່ຄືກັບຄົນທີ່ຍິ່ງໃຫຍ່ ຫຼື ຄົນທີ່ມີຄວາມສາມາດ ແລະ ເຫັນວ່າເຮົາເວົ້າ ແລະ ກະທຳຄືກັບຄົນທຳມະດາ ແລະ ດັ່ງນັ້ນ ພວກເຂົາຈຶ່ງຄິດວ່າ “ເປັນຫຍັງເຈົ້າຈຶ່ງບໍ່ຄືກັບພຣະເຈົ້າ? ເບິ່ງຂ້ອຍແມ. ຖ້າຂ້ອຍເປັນພຣະເຈົ້າ, ຂ້ອຍຈະຄືກັບພຣະອົງທີ່ສຸດ”. ມັນບໍ່ແມ່ນເລື່ອງຂອງການຄື ຫຼື ບໍ່ຄືກັບພຣະເຈົ້າ. ມັນແມ່ນເຈົ້າເອງທີ່ຮຽກຮ້ອງໃຫ້ເຮົາຄືກັບພຣະເຈົ້າ, ເຮົາບໍ່ເຄີຍເວົ້າວ່າເຮົາຄືກັບພຣະອົງ ແລະ ເຮົາກໍບໍ່ເຄີຍຢາກຄືກັບພຣະອົງ; ເຮົາພຽງແຕ່ເຮັດໃນສິ່ງທີ່ເຮົາຄວນເຮັດ. ຖ້າເຮົາໄປບ່ອນໃດບ່ອນໜຶ່ງ ແລະ ບາງຄົນບໍ່ຈື່ເຮົາ, ນັ້ນກໍດີຫຼາຍແລ້ວ, ເພາະມັນຊ່ວຍປະຢັດບັນຫາໃຫ້ເຮົາ. ເຈົ້າເຫັນບໍ, ອົງພຣະເຢຊູເຈົ້າໄດ້ເທດສະໜາ ແລະ ເຮັດພາລະກິດໃນແຂວງຢູດາຢ່າງຫຼວງຫຼາຍໃນຕອນນັ້ນ ແລະ ບໍ່ວ່າພວກສາວົກທີ່ຕິດຕາມພຣະອົງຈະມີອຸປະນິໄສທີ່ເສື່ອມຊາມແນວໃດກໍຕາມ, ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະອົງກໍເປັນຄືກັບທັດສະນະຄະຕິຂອງມະນຸດທີ່ມີຕໍ່ພຣະເຈົ້າ, ຄວາມສຳພັນຂອງພວກເຂົາແມ່ນຄວາມສຳພັນທີ່ປົກກະຕິ. ແຕ່ກໍຍັງມີບາງຄົນທີ່ເວົ້າເຖິງອົງພຣະເຢຊູເຈົ້າວ່າ “ລາວບໍ່ແມ່ນລູກຊາຍຂອງຊ່າງໄມ້ບໍ?” ແລະ ເຖິງກັບມີບາງຄົນທີ່ຕິດຕາມພຣະອົງມາເປັນເວລາດົນນານແລ້ວ ແຕ່ກໍຍັງມີທັດສະນະຄະຕິແບບນີ້ຢູ່ຕະຫຼອດ. ນີ້ຄືສິ່ງທີ່ພຣະເຈົ້າທີ່ບັງເກີດເປັນມະນຸດມັກຈະຜະເຊີນຢູ່ເລື້ອຍໆໃນການກາຍເປັນມະນຸດທຳມະດາ ແລະ ປົກກະຕິ ແລະ ມັນກໍເປັນເຫດການປົກກະຕິທີ່ເກີດຂຶ້ນໄດ້ທົ່ວໄປ. ບາງຄົນມີຄວາມກະຕືລືລົ້ນຫຼາຍເມື່ອພວກເຂົາໄດ້ພົບເຮົາຄັ້ງທຳອິດ ແລະ ເມື່ອເຮົາຈາກໄປ ພວກເຂົາກໍນອນຂວໍ້າລົງ ແລະ ຮ້ອງໄຫ້, ແຕ່ສິ່ງນີ້ໃຊ້ການບໍ່ໄດ້ໃນລະຫວ່າງການພົວພັນຕົວຈິງ ແລະ ຫຼາຍຄັ້ງເຮົາກໍຕ້ອງອົດທົນກັບມັນ. ເປັນຫຍັງເຮົາຈຶ່ງຕ້ອງອົດທົນກັບມັນ? ຍ້ອນວ່າບາງຄົນໂງ່ຈ້າ, ບາງຄົນກໍບໍ່ສາມາດສັ່ງສອນໄດ້, ບາງຄົນຈຳເປັນຕ້ອງເປັນຜູ້ໃຫ້ບໍລິການ ແລະ ບາງຄົນກໍບໍ່ຟັງເຫດຜົນທັງປວງເລີຍ. ນັ້ນຄືເຫດຜົນທີ່ບາງຄັ້ງເຮົາຕ້ອງອົດທົນ ແລະ ບາງຄັ້ງກໍມີບາງຄົນທີ່ເຮົາບໍ່ສາມາດອະນຸຍາດໃຫ້ເຂົ້າໃກ້ເຮົາໄດ້; ຄົນເຫຼົ່ານີ້ໜ້າລັງກຽດເກີນໄປ ແລະ ພວກເຂົາມີອຸປະນິໄສທີ່ເປັນປໍລະປັກ. ເປັນປໍລະປັກແນວໃດ? ຕົວຢ່າງ: ເຮົາເຫັນໝານ້ອຍໂຕໜຶ່ງທີ່ເບິ່ງເປັນຕາໜ້າຮັກຫຼາຍ ແລະ ເຮົາກໍເວົ້າວ່າ “ເອີ້ນມັນວ່າ ຮວາເໝົາ ເທາະ”. ແລ້ວຄົນສ່ວນໃຫຍ່ມີທັດສະນະຄະຕິແນວໃດຕໍ່ຊື່ນີ້? ມັນເປັນພຽງແຕ່ຊື່ ແລະ ຍ້ອນວ່າເຮົາຄິດຊື່ນັ້ນອອກກ່ອນ, ນັ້ນຈຶ່ງເປັນຊື່ທີ່ໝາໂຕນັ້ນຈະຖືກເອີ້ນ; ມັນເປັນພຽງເລື່ອງທຳມະດາຫຼາຍ. ແຕ່ບາງຄົນທີ່ມີອຸປະນິໄສທີ່ເປັນປໍລະປັກຈະບໍ່ເອີ້ນມັນດ້ວຍຊື່ນັ້ນ ແລະ ພວກເຂົາກໍເວົ້າວ່າ “ຮວາເໝົາ ແມ່ນຊື່ແບບໃດ! ຂ້ອຍບໍ່ເຄີຍໄດ້ຍິນໝາໂຕໃດຊື່ ຮວາເໝົາ ມາກ່ອນ. ຢ່າເອີ້ນມັນແນວນັ້ນ, ພວກເຮົາຄວນຕັ້ງຊື່ພາສາອັງກິດໃຫ້ມັນ”. ເຮົາເວົ້າວ່າ “ເຮົາບໍ່ຄ່ອຍເກັ່ງເລື່ອງການຕັ້ງຊື່ພາສາອັງກິດ, ດັ່ງນັ້ນ ພວກເຈົ້າຢາກເອີ້ນມັນວ່າແນວໃດກໍເອີ້ນໂລດ ແລະ ເຮົາຈະຍອມຕາມການຕັດສິນໃຈຂອງພວກເຈົ້າ”. ເປັນຫຍັງເຮົາຈຶ່ງຍອມຕາມການຕັດສິນໃຈຂອງພວກເຂົາ? ນີ້ເປັນເລື່ອງເລັກນ້ອຍ, ແລ້ວເປັນຫຍັງຕ້ອງມາຖຽງກັນກ່ຽວກັບມັນ? ບາງຄົນບໍ່ຍອມ ແລະ ຕ້ອງຖຽງກັນກ່ຽວກັບເລື່ອງດັ່ງກ່າວແທນ. ພຽງແຕ່ຍ້ອນວ່າເຮົາຍອມ, ນັ້ນບໍ່ໄດ້ໝາຍຄວາມວ່າເຮົາເຊື່ອວ່າເຮົາເຮັດຜິດ; ມັນເປັນພຽງຫຼັກການທີ່ເຮົາໃຊ້ປະພຶດຕົນ ແລະ ກະທຳ. ພຽງແຕ່ຍ້ອນວ່າເຮົາບໍ່ຖຽງກັບເຈົ້າ, ນັ້ນບໍ່ໄດ້ໝາຍຄວາມວ່າເຮົາຢ້ານເຈົ້າ. ເຮົາບໍ່ຖຽງ, ແຕ່ເຮົາຮູ້ຢູ່ໃນໃຈຂອງເຮົາແລ້ວວ່າເຈົ້າເປັນຜູ້ບໍ່ເຊື່ອ ແລະ ເຮົາຍິນດີທີ່ຈະພົວພັນກັບໝາດີກວ່າຈະມາພົວພັນກັບຄົນຄືເຈົ້າ. ນອກເໜືອຈາກຄົນຈໍານວນໜ້ອຍທີ່ເຮົາຕ້ອງພົວພັນນຳພາຍໃນຂອບເຂດວົງຈອນຊີວິດຂອງເຮົາແລ້ວ, ຜູ້ຄົນທີ່ເຮົາຈະພົວພັນນຳຄືອ້າຍເອື້ອຍນ້ອງ, ຜູ້ຄົນໃນເຮືອນຂອງພຣະເຈົ້າ, ນີ້ຄືຫຼັກການຂອງເຮົາ. ເຮົາບໍ່ພົວພັນກັບຜູ້ບໍ່ມີຄວາມເຊື່ອແມ່ນແຕ່ຄົນດຽວ; ເຮົາບໍ່ຈຳເປັນຕ້ອງເຮັດແນວນັ້ນ. ເຖິງຢ່າງໃດກໍຕາມ, ຖ້າມີຜູ້ບໍ່ເຊື່ອຢູ່ໃນເຮືອນຂອງພຣະເຈົ້າທີ່ເປັນມິດກັບເຮືອນຂອງພຣະເຈົ້າ, ພວກເຂົາກໍສາມາດເປັນເພື່ອນຂອງຄຣິສຕະຈັກໄດ້. ບໍ່ວ່າພວກເຂົາຈະຊ່ວຍເຫຼືອຄຣິສຕະຈັກ ຫຼື ອອກເຫື່ອແຮງ ແລະ ຈັດການເລື່ອງບາງເລື່ອງໃຫ້ຄຣິສຕະຈັກ, ຄຣິສຕະຈັກກໍສາມາດຕ້ອນຮັບພວກເຂົາໄດ້, ແຕ່ເຮົາຈະບໍ່ພົວພັນກັບພວກເຂົາຄືກັບທີ່ເຮົາພົວພັນກັບອ້າຍເອື້ອຍນ້ອງ; ເຮົາຫຍຸ້ງກັບພາລະກິດຂອງເຮົາຫຼາຍ ແລະ ເຮົາບໍ່ມີເວລາທີ່ຈະມາຈັດການກັບເລື່ອງດັ່ງກ່າວ. ບາງຄົນທີ່ເຊື່ອໃນພຣະເຈົ້າມາເປັນເວລາຫຼາຍປີຄວນຈະມີແນວຄິດບາງຢ່າງກ່ຽວກັບພາລະກິດຂອງພຣະເຈົ້າ, ພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ການທີ່ພຣະເຈົ້າຊ່ວຍຜູ້ຄົນໃຫ້ລອດພົ້ນ, ແຕ່ພວກເຂົາກັບບໍ່ມີຫົວໃຈທີ່ຢໍາເກງພຣະເຈົ້າເລີຍ. ພວກເຂົາເປັນຄືກັບຜູ້ບໍ່ມີຄວາມເຊື່ອ ແລະ ບໍ່ໄດ້ປ່ຽນແປງເລີຍ. ບອກເຮົາມາເບິ່ງ, ຄົນເຫຼົ່ານີ້ແມ່ນໂຕຫຍັງ? ພວກເຂົາແມ່ນມານຮ້າຍໂດຍກຳເນີດ, ແມ່ນສັດຕູຂອງພຣະເຈົ້າ. ເມື່ອການຄົບຫາກັບຜູ້ທີ່ເປັນຊາຕານ ແລະ ມານຮ້າຍເລິກເຊິ່ງຂຶ້ນ, ທັງໝົດນັ້ນກໍຈະກາຍເປັນຄວາມຫາຍະນະ ແລະ ໄພພິບັດ.

ພວກເຈົ້າທຸກຄົນອາດຈະເຄີຍມີປະສົບການຈາກຊີວິດປະຈຳວັນຂອງພວກເຈົ້າແລ້ວວ່າ ບໍ່ວ່າເຈົ້າຈະເຂົ້າຮ່ວມກັບກຸ່ມຄົນໃດກໍຕາມ, ມັນມັກຈະມີຄົນທີ່ບໍ່ມັກເຈົ້າຢູ່ສະເໝີ ແລະ ເຖິງແມ່ນວ່າເຈົ້າຈະບໍ່ໄດ້ຍຸຍົງ ຫຼື ເຮັດໃຫ້ພວກເຂົາບໍ່ພໍໃຈ, ພວກເຂົາກໍຈະເວົ້າພື້ນເຈົ້າ, ພິພາກສາເຈົ້າ ແລະ ໃສ່ຮ້າຍເຈົ້າ. ເຈົ້າຈະບໍ່ຮູ້ເລີຍວ່າມັນເກີດຫຍັງຂຶ້ນ, ແຕ່ພວກເຂົາກໍບໍ່ມັກເຈົ້າ, ພວກເຂົາເຂົ້າກັບເຈົ້າບໍ່ໄດ້ ແລະ ຢາກຂົ່ມເຫັງເຈົ້າ, ສະຖານະການນີ້ແມ່ນຫຍັງ? ເຈົ້າບໍ່ຮູ້ເລີຍວ່າເຈົ້າໄດ້ເຮັດຫຍັງໃຫ້ພວກເຂົາບໍ່ພໍໃຈ, ແຕ່ດ້ວຍເຫດຜົນບາງຢ່າງທີ່ບໍ່ຮູ້ສາເຫດ ເຈົ້າກັບຖືກພວກເຂົາຂົ່ມເຫັງ. ມີຄົນຊົ່ວຮ້າຍແບບນີ້ບໍ? (ມີ.) ພວກເຂົາແມ່ນຄູ່ປໍລະປັກຂອງເຈົ້າ ແລະ ສາມາດອະທິບາຍໄດ້ວ່າມັນເປັນແບບນັ້ນເທົ່ານັ້ນ. ກ່ອນທີ່ເຈົ້າຈະໄດ້ພົວພັນກັບພວກເຂົາດ້ວຍຊໍ້າ, ພວກເຂົາກໍຮູ້ສຶກບໍ່ມັກເຈົ້າໃນທັນທີ ແລະ ຄິດຫາວິທີທີ່ຈະທຳຮ້າຍເຈົ້າ, ພວກເຂົາບໍ່ແມ່ນຄູ່ປໍລະປັກທີ່ຮ້າຍກາດຂອງເຈົ້າບໍ? (ແມ່ນ, ພວກເຂົາແມ່ນ.) ເຈົ້າຈະສາມາດເຂົ້າກັນໄດ້ດີກັບຄູ່ປໍລະປັກທີ່ຮ້າຍກາດບໍ? ເຈົ້າຈະສາມາດຍ່າງໃນເສັ້ນທາງດຽວກັນໄດ້ບໍ? ບໍ່ໄດ້ຢ່າງແນ່ນອນ. ແລ້ວເຈົ້າຈະປະທະ ແລະ ຖຽງກັບຄົນແບບນັ້ນບໍ? (ບໍ່, ຂ້ານ້ອຍຈະບໍ່ຖຽງກັບພວກເຂົາ.) ເປັນຫຍັງຈຶ່ງບໍ່ຖຽງ? ກໍຍ້ອນວ່າພວກເຂົາບໍ່ມີເຫດຜົນ. ໂດຍທຳມະຊາດແລ້ວ ບາງຄົນແມ່ນເບື່ອໜ່າຍ ແລະ ລັງກຽດຕໍ່ສິ່ງທີ່ເປັນບວກ, ສິ່ງທີ່ຖືກຕ້ອງ, ສິ່ງທີ່ຂ້ອນຂ້າງດີໃນທ່າມກາງມະນຸດຊາດ, ນັ້ນກໍຄື ສິ່ງທີ່ເປັນບວກທີ່ຜູ້ຄົນຂ້ອນຂ້າງປາຖະໜາ ແລະ ມັກ; ອຸປະນິໄສທີ່ຊັດເຈນຢ່າງໜຶ່ງທີ່ຄົນແບບນີ້ມີກໍຄືຄວາມຊົ່ວຊ້າ, ພວກເຂົາເປັນຄົນຊົ່ວຊ້າ. ຕົວຢ່າງ: ຜູ້ຊາຍຄົນໜຶ່ງຊອກຫາແຟນ ແລະ ຄິດວ່າ “ບໍ່ວ່າລາວຈະຂີ້ຮ້າຍ ຫຼື ງາມ, ຕາບໃດທີ່ລາວມີຄຸນນະທຳ ແລະ ເປັນຄົນດີ ແລະ ສາມາດໃຊ້ຊີວິດຮ່ວມກັນໄດ້, ນັ້ນກໍພຽງພໍແລ້ວ. ໂດຍສະເພາະໃນແງ່ຂອງຜູ້ຍິງທີ່ມີຄວາມເປັນມະນຸດ ແລະ ຄວາມເຊື່ອ, ບໍ່ວ່າເຮົາຈະຮັ່ງມີ ຫຼື ທຸກຍາກ, ຂີ້ຮ້າຍ ຫຼື ຫຼໍ່ ຫຼື ເຮົາຈະເຈັບປ່ວຍ, ລາວກໍຈະຍັງໝັ້ນຄົງ ແລະ ທຸ່ມເທທັງກາຍທັງໃຈເພື່ອຢູ່ຄຽງຂ້າງຂ້ອຍຕະຫຼອດໄປ”. ຄົນສຸພາບຮຽບຮ້ອຍມັກຈະມີທັດສະນະຄະຕິແບບນີ້. ຄົນປະເພດໃດທີ່ບໍ່ມັກ ຫຼື ບໍ່ເຫັນດີນຳກັບທັດສະນະຄະຕິແບບນີ້? (ຄົນຊົ່ວຊ້າ.) ຄັນຊັ້ນ ບອກເຮົາມາເບິ່ງ, ຄົນຊົ່ວຊ້າມີທັດສະນະຄະຕິແບບໃດ? ພວກເຂົາມີປະຕິກິລິຍາແນວໃດເມື່ອພວກເຂົາໄດ້ຍິນຄຳເວົ້າເຫຼົ່ານີ້? ພວກເຂົາຫົວຂວັນໃສ່ເຈົ້າ ໂດຍເວົ້າວ່າ “ຄົນໂງ່ເອີ້ຍ. ນີ້ມັນຍຸກໃດແລ້ວ? ແລ້ວເຈົ້າກຳລັງຊອກຫາຄົນແບບນັ້ນຢູ່ບໍ? ເຈົ້າຄວນຊອກຫາຜູ້ຍິງທີ່ຮັ່ງມີ ແລະ ງາມຕ່າງຫາກ!” ຜູ້ຊາຍທຳມະດາແຕ່ງງານກັບຜູ້ຍິງທີ່ສຸພາບຮຽບຮ້ອຍ ແລະ ມີຄຸນນະທຳ ແລະ ພວກເຂົາໃຊ້ຊີວິດທີ່ເໝາະສົມ ແລະ ຖືກຕ້ອງຮ່ວມກັນກັບຄອບຄົວທີ່ເປັນປຶກແຜ່ນ ແລະ ມີຄວາມສຸກ; ພວກເຂົາປະພຶດຕົນຢ່າງສະອາດໃນຊີວິດ. ຄົນຊົ່ວຊ້າຄິດແບບນີ້ບໍ? (ບໍ່.) ພວກເຂົາເວົ້າວ່າ “ໃນໂລກທຸກມື້ນີ້, ຜູ້ຊາຍຄົນໜຶ່ງຈະຍັງຖືກເອີ້ນວ່າຜູ້ຊາຍໄດ້ບໍ ຖ້າລາວບໍ່ມີແຟນສິບກວ່າຄົນ ແລະ ມີເມຍຫຼາຍຄົນ? ຖ້າລາວບໍ່ມີ, ນັ້ນກໍເປັນການໃຊ້ຊີວິດຢ່າງສູນເປົ່າ!” ພວກເຂົາທຸກຄົນລ້ວນແລ້ວແຕ່ມີທັດສະນະຄະຕິແບບນີ້. ເຈົ້າເວົ້າກັບພວກເຂົາວ່າ “ຈົ່ງຊອກຫາຜູ້ຍິງທີ່ສຸພາບຮຽບຮ້ອຍ, ມີຄຸນນະທຳ ແລະ ເປັນຄົນດີ, ໂດຍສະເພາະຜູ້ທີ່ມີຄວາມເປັນມະນຸດ ແລະ ຄວາມເຊື່ອ”, ແຕ່ສິ່ງນີ້ເປັນສິ່ງທີ່ຍອມຮັບໄດ້ສຳລັບພວກເຂົາບໍ? (ບໍ່.) ພວກເຂົາຫົວຂວັນໃສ່ເຈົ້າ ແລະ ເວົ້າວ່າ “ເຈົ້ານີ້ມັນໂງ່ຫຼາຍ! ບໍ່ມີໃຜສົນໃຈເລື່ອງຂອງຄົນອື່ນໃນໂລກທຸກມື້ນີ້ດອກ, ທຸກຄົນລ້ວນແຕ່ໃຊ້ຊີວິດຢ່າງປົດປ່ອຍ ແລະ ມີອິດສະລະ. ໂດຍສະເພາະເມື່ອເຈົ້າອອກຈາກປະເທດຈີນ ແລະ ໄປປະເທດຕາເວັນຕົກ, ມັນຍິ່ງມີອິດສະລະຫຼາຍກວ່າ ໂດຍທີ່ບໍ່ມີໃຜມາຄອຍຄວບຄຸມເຈົ້າ. ເປັນຫຍັງເຈົ້າຈຶ່ງເຂັ້ມງວດກັບຕົນເອງແທ້? ເຈົ້ານີ້ມັນໂງ່ຫຼາຍ!” ນີ້ຄືທັດສະນະຄະຕິທີ່ພວກເຂົາມີ. ແລ້ວພວກເຂົາຮູ້ສຶກແນວໃດເມື່ອເຈົ້າເວົ້າກັບພວກເຂົາກ່ຽວກັບສິ່ງທີ່ເປັນບວກ, ກ່ຽວກັບສິ່ງທີ່ເປັນບວກທີ່ມະຫັດສະຈັນທີ່ສຸດຂອງມະນຸດທີ່ກ່ຽວຂ້ອງຄວາມຈິງ ແລະ ຄວາມຍຸຕິທຳ? ພວກເຂົາຮູ້ສຶກລັງກຽດ ແລະ ພວກເຂົາກໍດ່າເຈົ້າຢູ່ໃນໃຈ. ເມື່ອພວກເຂົາຮູ້ວ່າເຈົ້າເປັນຄົນປະເພດນີ້, ໃຈຂອງພວກເຂົາກໍຈະລະວັງຕົວຕໍ່ເຈົ້າ ແລະ ພວກເຂົາກໍຈະຫຼີກລ່ຽງເຈົ້າ. ຄົນທີ່ບໍ່ແມ່ນປະເພດດຽວກັນ ຍ່ອມບໍ່ຍ່າງໃນເສັ້ນທາງດຽວກັນ. ພວກເຂົາຮູ້ວ່າເຈົ້າຮູ້ສຶກລັງກຽດຕໍ່ຄົນຄືພວກເຂົາ ແລະ ພວກເຂົາກໍດູຖູກຄົນຄືເຈົ້າຢູ່ໃນໃຈຂອງພວກເຂົາ. ພວກເຂົາບໍ່ຢາກເວົ້າກັບເຈົ້າກ່ຽວກັບວ່າພວກເຂົາແຕ່ງຕົວ ແລະ ຫຼິ້ນມ່ວນກັບຄົນອື່ນຫຼາຍສໍ່າໃດ. ພວກເຂົາຢ້ານວ່າເຈົ້າຈະໂອ້ລົມກ່ຽວກັບຄວາມຈິງກັບພວກເຂົາ ແລະ ພະຍາຍາມເຮັດໃຫ້ພວກເຂົາຍ່າງໃນເສັ້ນທາງທີ່ຖືກຕ້ອງ ແລະ ພວກເຂົາກໍຮູ້ສຶກລັງກຽດຢ່າງສຸດຂີດ; ເວົ້າອີກຢ່າງໜຶ່ງກໍຄື ໃນສ່ວນເລິກຂອງຫົວໃຈຂອງພວກເຂົາ, ພວກເຂົາດູຖູກສິ່ງທີ່ເປັນບວກທັງໝົດ. ສະນັ້ນ, ຖ້າພວກເຈົ້າພົບພໍ້ຄົນດັ່ງກ່າວ ເມື່ອພວກເຈົ້າກຳລັງເທດສະໜາພຣະກິດຕິຄຸນ, ແລ້ວພວກເຈົ້າບໍ່ສາມາດເທດສະໜາໃຫ້ພວກເຂົາໄດ້. ເຖິງແມ່ນວ່າພວກເຈົ້າຈະເທດສະໜາ ແລະ ພວກເຂົາມາເຊື່ອ, ພວກເຂົາກໍຍັງເປັນຜູ້ຕໍ່ຕ້ານພຣະຄຣິສ ແລະ ບໍ່ສາມາດໄດ້ຮັບຄວາມລອດພົ້ນໄດ້. ເປັນຫຍັງພວກເຈົ້າຈຶ່ງສາມາດນັ່ງຢູ່ບ່ອນນີ້ ແລະ ຟັງຄຳເທດສະໜາຂອງເຮົາໄດ້? ມັນບໍ່ແມ່ນຍ້ອນວ່າພວກເຈົາມີຫົວໃຈທີ່ຮັກຄວາມຈິງເລັກນ້ອຍຢູ່ບໍ? ຕາບໃດທີ່ເຈົ້າມີພຣະວິນຍານບໍລິສຸດເຮັດພາລະກິດຢູ່ໃນຕົວເຈົ້າ ໃນຂະນະທີ່ເຮົາກຳລັງເວົ້າກັບພວກເຈົ້າ, ເຈົ້າກໍຈະຮູ້ສຶກຕື້ນຕັນໃຈ ແລະ ໄດ້ຮັບການໜູນໃຈຢູ່ໃນໃຈຂອງເຈົ້າ ແລະ ເຈົ້າກໍຈະປາຖະໜາທີ່ຈະອຸທິດຕົນເອງ, ທົນທຸກ ແລະ ເສຍສະລະຕົນເອງໃນການສະແຫວງຫາຄວາມຍຸຕິທຳ, ຄວາມຈິງ ແລະ ຄວາມລອດພົ້ນ. ທັນທີທີ່ຄົນຊົ່ວຊ້າເຫຼົ່ານັ້ນໄດ້ຍິນຄົນໃດຄົນໜຶ່ງເວົ້າກ່ຽວກັບການເສຍສະລະຕົນເອງເພື່ອຄວາມຍຸຕິທຳ, ເພື່ອຄວາມຈິງ ແລະ ເພື່ອພຣະເຈົ້າ, ພວກເຂົາກໍຮູ້ສຶກວ່າຄຳເວົ້າເຫຼົ່ານີ້ຫວ່າງເປົ່າ, ພວກມັນເປັນພຽງຄຳຂວັນ, ພວກມັນເກີນຄວາມເຂົ້າໃຈ ແລະ ພວກເຂົາກໍດູຖູກຄົນດັ່ງກ່າວ. ສະນັ້ນ, ເມື່ອພວກເຈົ້າພົບພໍ້ຄົນຊົ່ວຊ້າເຫຼົ່ານີ້, ຢ່າໂອ້ລົມກ່ຽວກັບສິ່ງໃດກັບພວກເຂົາ, ພວກເຈົ້າບໍ່ແມ່ນຄົນປະເພດດຽວກັນກັບພວກເຂົາ, ສະນັ້ນ ຈົ່ງຢູ່ຫ່າງໆໄວ້. ເມື່ອເຮົາພົບພໍ້ຄົນດັ່ງກ່າວ ແລະ ເຫັນວ່າພວກເຂົາມີທັດສະນະຄະຕິແບບນີ້ຕໍ່ເຮົາ ແລະ ເວົ້າດ້ວຍນໍ້າສຽງແບບນີ້, ແລ້ວເຮົາຄວນລິຮານພວກເຂົາ ແລະ ສັ່ງສອນພວກເຂົາບໍ? (ບໍ່, ນັ້ນບໍ່ຈຳເປັນ.) ມັນບໍ່ຈຳເປັນ, ບໍ່ຈຳເປັນຕ້ອງສົນໃຈພວກເຂົາ, ບໍ່ຈຳເປັນຕ້ອງຕອບໂຕ້ພວກເຂົາ. ເຈົ້າສາມາດປ່ຽນແປງພວກເຂົາໂດຍການຕອບໂຕ້ພວກເຂົາໄດ້ບໍ? ເຈົ້າບໍ່ສາມາດປ່ຽນແປງພວກເຂົາໄດ້. ພຽງແຕ່ວາງພວກເຂົາໄວ້ຂ້າງໆ ແລະ ປ່ອຍໄວ້ແບບນັ້ນ; ຄົນແບບນີ້ຈະເຊື່ອໃນພຣະເຈົ້າໄດ້ບໍ່ດົນ. ຢ່າງທີໜຶ່ງ: ພວກເຂົາບໍ່ຮັກຄວາມຈິງ; ຢ່າງທີສອງ: ພວກເຂົາລັງກຽດສິ່ງທີ່ເປັນບວກ; ຢ່າງທີສາມ: ພວກເຂົາດູຖູກພຣະເຈົ້າ, ພວກເຂົາຖືວ່າອຸປະນິໄສຂອງພຣະເຈົ້າ ແລະ ທຸກສິ່ງທີ່ໜ້າຮັກກ່ຽວກັບພຣະເຈົ້ານັ້ນຕໍ່າຕ້ອຍທີ່ສຸດ ແລະ ໜ້າດູໝິ່ນທີ່ສຸດ, ສິ່ງເຫຼົ່ານີ້ກຳນົດວ່າພວກເຂົາຈະບໍ່ມີວັນໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າ. ບໍ່ວ່າຄົນດັ່ງກ່າວຈະຢູ່ໃສ, ບໍ່ວ່າພວກເຂົາຈະເປັນຄົນບໍ່ມີເລ່ຫຼ່ຽມ ຫຼື ເຈົ້າເລ່, ການທີ່ພວກເຂົາມີການສະແດງອອກເຫຼົ່ານີ້ກໍໄດ້ກຳນົດແລ້ວວ່າ ມັນມີຄວາມຊົ່ວຊ້າບາງຢ່າງຢູ່ໃນອຸປະນິໄສຂອງພວກເຂົາຢ່າງແນ່ນອນ.

ບ່ອນໃດກໍຕາມທີ່ຜູ້ຕໍ່ຕ້ານພຣະຄຣິສກຳອຳນາດ, ຊີວິດຄຣິສຕະຈັກ ແລະ ຜົນທີ່ຜູ້ຄົນທີ່ພຣະເຈົ້າເລືອກບັນລຸໄດ້ຈາກການປະຕິບັດໜ້າທີ່ຂອງພວກເຂົາກໍຈະບໍ່ດີ ແລະ ວຽກງານຂອງເຮືອນຂອງພຣະເຈົ້າກໍຈະຖືກຂັດຂວາງ, ດັ່ງນັ້ນ ຖ້າຜູ້ຕໍ່ຕ້ານພຣະຄຣິສບໍ່ຖືກຈຳແນກ ແລະ ຖືກຂັບໄລ່ອອກ, ວຽກງານຂອງຄຣິສຕະຈັກກໍຈະໄດ້ຮັບຄວາມເສຍຫາຍຢ່າງໃຫຍ່ຫຼວງ ແລະ ຜູ້ຄົນທີ່ພຣະເຈົ້າເລືອກຈໍານວນຫຼາຍກໍຈະຖືກທຳຮ້າຍ! ໂດຍຫຼັກແລ້ວ ຜູ້ນໍາປອມແມ່ນບໍ່ສາມາດເຮັດວຽກງານຕົວຈິງໄດ້ ແລະ ເມື່ອພວກເຂົາຈັດການວຽກງານທົ່ວໄປບາງຢ່າງ, ພວກເຂົາກໍເຮັດໃຫ້ມີຄວາມຄືບໜ້າທີ່ຊັກຊ້າ ແລະ ບໍ່ມີປະສິດທິຜົນ. ຍິ່ງໄປກວ່ານັ້ນ, ພວກເຂົາບໍ່ຮູ້ວິທີທີ່ຈະເພາະປູກ ແລະ ນໍາໃຊ້ຄົນດີມີຄວາມສາມາດດີ ທີ່ໄລ່ຕາມຄວາມຈິງ. ແລ້ວຜູ້ຕໍ່ຕ້ານພຣະຄຣິສເດ? ເມື່ອຜູ້ຕໍ່ຕ້ານພຣະຄຣິສກຳອຳນາດ, ພວກເຂົາເຮັດສິ່ງຕ່າງໆພຽງແຕ່ເພື່ອເຫັນແກ່ຊື່ສຽງ, ຜົນປະໂຫຍດ ແລະ ສະຖານະຂອງຕົນເອງເທົ່ານັ້ນ, ພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງເລີຍ ແລະ ພວກເຂົາຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກໂດຍກົງ, ຜູ້ຕໍ່ຕ້ານພຣະຄຣິສມຸ່ງເນັ້ນໃສ່ການທຳລາຍໂດຍສະເພາະ ແລະ ບໍ່ຕ່າງຫຍັງກັບຊາຕານເລີຍ. ຖ້າຜູ້ຕໍ່ຕ້ານພຣະຄຣິສເຫັນບາງຄົນທີ່ຮັກ ແລະ ໄລ່ຕາມຄວາມຈິງ, ພວກເຂົາກໍຮູ້ສຶກບໍ່ສະບາຍໃຈ. ຄວາມບໍ່ສະບາຍໃຈນີ້ມາຈາກໃສ? ມັນມາຈາກອຸປະນິໄສທີ່ຊົ່ວຊ້າຂອງພວກເຂົາ, ນັ້ນກໍຄື ພາຍໃນທໍາມະຊາດຂອງພວກເຂົາມີອຸປະນິໄສທີ່ຊົ່ວຊ້າທີ່ກຽດຊັງຄວາມຍຸຕິທຳ, ກຽດຊັງສິ່ງທີ່ເປັນບວກ, ກຽດຊັງຄວາມຈິງ ແລະ ຕໍ່ຕ້ານພຣະເຈົ້າ. ນັ້ນຄືເຫດຜົນທີ່ວ່າ ເມື່ອພວກເຂົາເຫັນຄົນໃດຄົນໜຶ່ງໄລ່ຕາມຄວາມຈິງ, ພວກເຂົາກໍຈະເວົ້າວ່າ “ການສຶກສາຂອງເຈົ້າບໍ່ໄດ້ສູງ ແລະ ໜ້າຕາຂອງເຈົ້າກໍບໍ່ໄດ້ໂດດເດັ່ນ, ແຕ່ເຈົ້າກໍຍັງໄລ່ຕາມຄວາມຈິງຢ່າງແທ້ຈິງ”. ສິ່ງນີ້ສະແດງໃຫ້ເຫັນເຖິງທັດສະນະຄະຕິແບບໃດ? ນີ້ຄືການດູຖູກ. ຕົວຢ່າງ: ອ້າຍເອື້ອຍນ້ອງບາງຄົນມີພອນສະຫວັນ ຫຼື ທັກສະພິເສດບາງຢ່າງ ແລະ ຕ້ອງການປະຕິບັດໜ້າທີ່ທີ່ກ່ຽວຂ້ອງ. ຄວາມຈິງແລ້ວ ສິ່ງນີ້ເໝາະສົມໃນແງ່ຂອງເງື່ອນໄຂຕ່າງໆຂອງພວກເຂົາ, ແຕ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ອ້າຍເອື້ອຍນ້ອງດັ່ງກ່າວແນວໃດ? ພວກເຂົາຄິດໃນໃຈວ່າ “ຖ້າເຈົ້າຢາກປະຕິບັດໜ້າທີ່ນີ້, ກ່ອນອື່ນ ເຈົ້າຕ້ອງເຂົ້າມາຕີສະນິດກັບຂ້ອຍ ແລະ ເປັນພັກພວກດຽວກັນກັບຂ້ອຍ ແລະ ເມື່ອນັ້ນຂ້ອຍຈຶ່ງຈະອະນຸຍາດໃຫ້ເຈົ້າປະຕິບັດໜ້າທີ່ນີ້. ຖ້າບໍ່ດັ່ງນັ້ນ ກໍຢ່າຫວັງເລີຍ!” ນີ້ບໍ່ແມ່ນວິທີທີ່ຜູ້ຕໍ່ຕ້ານພຣະຄຣິສກະທຳບໍ? ເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງລັງກຽດຜູ້ທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈ, ຜູ້ທີ່ມີຄວາມຮູ້ສຶກຍຸຕິທຳ ແລະ ມີຄວາມເປັນມະນຸດ ແລະ ຜູ້ທີ່ພະຍາຍາມໄລ່ຕາມຄວາມຈິງ? ເປັນຫຍັງພວກເຂົາຈຶ່ງຂັດແຍ້ງກັບຄົນດັ່ງກ່າວຢູ່ສະເໝີ? ເມື່ອພວກເຂົາເຫັນຜູ້ຄົນໄລ່ຕາມຄວາມຈິງ ແລະ ປະພຶດຕົນດີ, ຜູ້ທີ່ບໍ່ເຄີຍຄິດລົບ ແລະ ມີເຈດຕະນາດີ, ພວກເຂົາກໍຮູ້ສຶກບໍ່ສະບາຍໃຈ. ເມື່ອຜູ້ຕໍ່ຕ້ານພຣະຄຣິສເຫັນຜູ້ຄົນກະທຳຢ່າງເປັນທຳ, ຜູ້ທີ່ສາມາດປະຕິບັດໜ້າທີ່ຂອງພວກເຂົາຕາມຫຼັກການໄດ້, ຜູ້ທີ່ສາມາດນໍາເອົາຄວາມຈິງໄປປະຕິບັດໄດ້ເມື່ອພວກເຂົາເຂົ້າໃຈມັນ, ພວກເຂົາກໍຈະໂກດຮ້າຍຫຼາຍ, ພວກເຂົາພະຍາຍາມທຸກວິທີທາງເພື່ອທີ່ຈະທໍລະມານຄົນເຫຼົ່ານັ້ນ ແລະ ພວກເຂົາກໍພະຍາຍາມສ້າງຄວາມຫຍຸ້ງຍາກໃຫ້ຄົນເຫຼົ່ານັ້ນ. ຖ້າຄົນໃດຄົນໜຶ່ງເບິ່ງທະລຸທໍາມະຊາດ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ເບິ່ງທະລຸຄວາມແຝງຊົ່ວ ແລະ ຄວາມຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ປາຖະໜາທີ່ຈະເປີດໂປງ ແລະ ລາຍງານພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສຈະເຮັດແນວໃດ? ຜູ້ຕໍ່ຕ້ານພຣະຄຣິສຈະຄິດຫາທຸກວິທີທາງທີ່ພວກເຂົາສາມາດເຮັດໄດ້ ເພື່ອກຳຈັດໜາມຍອກຕາ ແລະ ສ້ຽນໜາມໃນເນື້ອໜັງຂອງພວກເຂົາ ແລະ ພວກເຂົາກໍຈະຍຸຍົງອ້າຍເອື້ອຍນ້ອງທັງຫຼາຍໃຫ້ປະຖິ້ມຄົນນີ້. ອ້າຍ ຫຼື ເອື້ອຍນ້ອງທຳມະດາທີ່ບໍ່ມີຊື່ສຽງ ແລະ ບໍ່ມີສະຖານະໃນຄຣິສຕະຈັກ; ພວກເຂົາມີພຽງແຕ່ຄວາມສາມາດໃນການແຍກແຍະບາງຢ່າງກ່ຽວກັບຜູ້ຕໍ່ຕ້ານພຣະຄຣິສຄົນນີ້ ແລະ ບໍ່ໄດ້ເປັນໄພຂົ່ມຂູ່ຕໍ່ຜູ້ຕໍ່ຕ້ານພຣະຄຣິສຄົນນີ້ເລີຍ. ແລ້ວເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງບໍ່ມັກພວກເຂົາ ແລະ ປະຕິບັດຕໍ່ຄົນນີ້ຄືກັບວ່າພວກເຂົາເປັນໜາມຍອກຕາ ແລະ ສ້ຽນໜາມໃນເນື້ອໜັງຂອງພວກເຂົາຢູ່ສະເໝີ? ຄົນນີ້ຂັດຂວາງທາງຂອງຜູ້ຕໍ່ຕ້ານພຣະຄຣິສແນວໃດ? ເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງບໍ່ສາມາດຍອມຮັບຄົນດັ່ງກ່າວໄດ້? ກໍຍ້ອນວ່າພາຍໃນຜູ້ຕໍ່ຕ້ານພຣະຄຣິສມີອຸປະນິໄສທີ່ຊົ່ວຊ້າ. ພວກເຂົາບໍ່ສາມາດທົນຕໍ່ຜູ້ຄົນທີ່ໄລ່ຕາມຄວາມຈິງ ຫຼື ຕິດຕາມເສັ້ນທາງທີ່ຖືກຕ້ອງໄດ້. ພວກເຂົາຕັ້ງຕົນເປັນສັດຕູກັບຜູ້ໃດກໍຕາມທີ່ຢາກຍ່າງຕາມເສັ້ນທາງທີ່ຖືກຕ້ອງ ແລະ ຈົງໃຈສ້າງຄວາມຫຍຸ້ງຍາກໃຫ້ເຈົ້າ ແລະ ພວກເຂົາຈະພະຍາຍາມທຸກວິທີທາງເພື່ອທີ່ຈະກຳຈັດເຈົ້າ ຫຼື ບໍ່ດັ່ງນັ້ນ ພວກເຂົາກໍຈະກົດຂີ່ເຈົ້າ ເພື່ອໃຫ້ເຈົ້າກາຍເປັນຄົນຄິດລົບ ແລະ ອ່ອນແອ ຫຼື ພວກເຂົາຈະຊອກຫາຈຸດອ່ອນຂອງເຈົ້າ ແລະ ກະຈາຍຂ່າວໄປທົ່ວ ເພື່ອໃຫ້ຄົນອື່ນປະຖິ້ມເຈົ້າ ແລະ ຈາກນັ້ນພວກເຂົາກໍຈະມີຄວາມສຸກ. ຖ້າເຈົ້າບໍ່ຟັງພວກເຂົາ ຫຼື ບໍ່ເຮັດຕາມສິ່ງທີ່ພວກເຂົາເວົ້າ ແລະ ເຈົ້າຍັງສືບຕໍ່ໄລ່ຕາມຄວາມຈິງ, ຍ່າງຕາມເສັ້ນທາງທີ່ຖືກຕ້ອງ ແລະ ເປັນຄົນດີຕໍ່ໄປ, ພວກເຂົາກໍຈະຮູ້ສຶກບໍ່ສະບາຍໃຈ ແລະ ພວກເຂົາກໍຮູ້ສຶກອຶດອັດ ແລະ ບໍ່ສະບາຍໃຈທີ່ເຫັນເຈົ້າປະຕິບັດໜ້າທີ່ຂອງເຈົ້າ. ນີ້ແມ່ນເລື່ອງຫຍັງ? ເຈົ້າໄດ້ເຮັດໃຫ້ພວກເຂົາບໍ່ພໍໃຈບໍ? ບໍ່, ເຈົ້າບໍ່ໄດ້ເຮັດ. ເປັນຫຍັງພວກເຂົາຈຶ່ງປະຕິບັດຕໍ່ເຈົ້າແບບນັ້ນ ໃນເມື່ອເຈົ້າບໍ່ໄດ້ເຮັດຫຍັງໃຫ້ພວກເຂົາ ຫຼື ທຳລາຍຜົນປະໂຫຍດຂອງພວກເຂົາໃນທາງໃດເລີຍ? ສິ່ງນີ້ສະແດງໃຫ້ເຫັນພຽງແຕ່ວ່າ ທໍາມະຊາດຂອງສິ່ງປະເພດນີ້ ເຊິ່ງກໍຄືຜູ້ຕໍ່ຕ້ານພຣະຄຣິສແມ່ນຊົ່ວຊ້າ ແລະ ພວກເຂົາຕໍ່ຕ້ານຄວາມຍຸຕິທຳ, ສິ່ງທີ່ເປັນບວກ ແລະ ຄວາມຈິງໂດຍທໍາມະຊາດ. ຖ້າເຈົ້າຖາມພວກເຂົາວ່າເກີດຫຍັງຂຶ້ນກັນແທ້, ພວກເຂົາເອງກໍຍັງບໍ່ຮູ້ດ້ວຍຊໍ້າ; ພວກເຂົາພຽງແຕ່ຈົງໃຈສ້າງຄວາມຫຍຸ້ງຍາກໃຫ້ເຈົ້າ. ຖ້າເຈົ້າບອກໃຫ້ເຮັດສິ່ງຕ່າງໆດ້ວຍວິທີໜຶ່ງ, ພວກເຂົາກໍຕ້ອງເຮັດດ້ວຍອີກວິທີໜຶ່ງ; ຖ້າເຈົ້າບອກວ່າຜູ້ໃດຜູ້ໜຶ່ງບໍ່ຄ່ອຍເກັ່ງປານໃດ, ພວກເຂົາກໍຈະບອກວ່າຄົນນັ້ນເກັ່ງຫຼາຍ; ຖ້າເຈົ້າບອກວ່ານີ້ເປັນວິທີທີ່ດີຫຼາຍໃນການເທດສະໜາພຣະກິດຕິຄຸນ, ພວກເຂົາກໍຈະບອກວ່າມັນບໍ່ດີ; ຖ້າເຈົ້າບອກວ່າເອື້ອຍນ້ອງຜູ້ທີ່ຫາກໍເຊື່ອໃນພຣະເຈົ້າໄດ້ພຽງໜຶ່ງ ຫຼື ສອງປີໄດ້ກາຍເປັນຄົນຄິດລົບ ແລະ ອ່ອນແອ ແລະ ຄວນໄດ້ຮັບການຊ່ວຍເຫຼືອ, ພວກເຂົາກໍຈະເວົ້າວ່າ “ບໍ່ຈຳເປັນ, ລາວເຂັ້ມແຂງກວ່າເຈົ້າອີກ”. ສະຫຼຸບແລ້ວ, ພວກເຂົາຂັດແຍ້ງກັບເຈົ້າຢູ່ສະເໝີ ແລະ ຈົງໃຈກະທຳສິ່ງທີ່ກົງກັນຂ້າມກັບເຈົ້າ. ຫຼັກການຂອງພວກເຂົາສຳລັບການຂັດແຍ້ງກັບເຈົ້າແມ່ນຫຍັງ? ມັນກໍຄື ສິ່ງໃດກໍຕາມທີ່ເຈົ້າເວົ້າວ່າຖືກ, ພວກເຂົາກໍຈະເວົ້າວ່າຜິດ ແລະ ສິ່ງໃດກໍຕາມທີ່ເຈົ້າເວົ້າວ່າຜິດ, ພວກເຂົາກໍຈະເວົ້າວ່າຖືກ. ມີຫຼັກການຄວາມຈິງໃດໆໃນການກະທຳຂອງພວກເຂົາບໍ? ບໍ່ມີເລີຍ. ພວກເຂົາພຽງແຕ່ຕ້ອງການໃຫ້ເຈົ້າຂາຍໜ້າ, ຕ້ອງການປະຈານເຈົ້າ, ຕ້ອງການໂຄ່ນລົ້ມເຈົ້າ, ຕ້ອງການຕີເຈົ້າໃຫ້ລົ້ມລົງ ເພື່ອບໍ່ໃຫ້ເຈົ້າສາມາດເງີຍຫົວຂຶ້ນໄດ້, ເພື່ອບໍ່ໃຫ້ເຈົ້າໄລ່ຕາມຄວາມຈິງອີກຕໍ່ໄປ, ເພື່ອໃຫ້ເຈົ້າກາຍເປັນຄົນອ່ອນແອ ແລະ ບໍ່ເຊື່ອອີກຕໍ່ໄປ ແລະ ຈາກນັ້ນເປົ້າໝາຍຂອງພວກເຂົາກໍຈະບັນລຸຜົນ ແລະ ພວກເຂົາກໍດີໃຈຈົນເນື້ອເຕັ້ນ. ເກີດຫຍັງຂຶ້ນຢູ່ນີ້? ນີ້ຄືແກ່ນແທ້ທີ່ຊົ່ວຊ້າຂອງຄົນປະເພດທີ່ເປັນຜູ້ຕໍ່ຕ້ານພຣະຄຣິສ. ຖ້າພວກເຂົາເຫັນອ້າຍເອື້ອຍນ້ອງທັງຫຼາຍສັນລະເສີນພຣະເຈົ້າ ແລະ ເປັນພະຍານໃຫ້ພຣະເຈົ້າ ແລະ ບໍ່ສົນໃຈພວກເຂົາເລີຍ, ພວກເຂົາມີຄວາມສຸກບໍ? ບໍ່, ພວກເຂົາບໍ່ມີຄວາມສຸກ. ພວກເຂົາຮູ້ສຶກແນວໃດ? ພວກເຂົາຮູ້ສຶກອິດສາ. ໂດຍທົ່ວໄປແລ້ວ ເມື່ອຜູ້ຄົນໄດ້ຍິນຄົນໃດຄົນໜຶ່ງສັນລະເສີນຄົນອື່ນ, ປະຕິກິລິຍາປົກກະຕິຂອງພວກເຂົາກໍຄື “ຂ້ອຍກໍເກັ່ງພໍສົມຄວນຄືກັນ; ເປັນຫຍັງຈຶ່ງບໍ່ສັນລະເສີນຂ້ອຍນຳ?” ພວກເຂົາມີຄວາມຄິດອັນເລັກນ້ອຍນີ້, ແຕ່ເມື່ອພວກເຂົາໄດ້ຍິນຄົນໃດຄົນໜຶ່ງເປັນພະຍານໃຫ້ພຣະເຈົ້າ, ພວກເຂົາກໍຄິດວ່າ “ລາວມີປະສົບການແບບນັ້ນ ແລະ ເປັນພະຍານແບບນັ້ນ ແລະ ທຸກຄົນກໍຍອມຮັບລາວ. ລາວມີຄວາມເຂົ້າໃຈນີ້; ເປັນຫຍັງຂ້ອຍຈຶ່ງບໍ່ມີຄວາມເຂົ້າໃຈນີ້?” ພວກເຂົາອິດສາ ແລະ ຍ້ອງຍໍຄົນນີ້. ຜູ້ຕໍ່ຕ້ານພຣະຄຣິສມີລັກສະນະສະເພາະຢ່າງໜຶ່ງ: ເມື່ອພວກເຂົາໄດ້ຍິນຄົນໃດຄົນໜຶ່ງເປັນພະຍານໃຫ້ພຣະເຈົ້າ, ໂດຍເວົ້າວ່າ “ນີ້ຄືການກະທຳຂອງພຣະເຈົ້າ, ນີ້ຄືການລົງວິໄນຂອງພຣະເຈົ້າ, ສິ່ງເຫຼົ່ານີ້ຄືການກະທຳຂອງພຣະເຈົ້າ, ການຈັດແຈງຂອງພຣະເຈົ້າ ແລະ ຂ້ອຍເຕັມໃຈທີ່ຈະອ່ອນນ້ອມ”, ຜູ້ຕໍ່ຕ້ານພຣະຄຣິສກໍຮູ້ສຶກບໍ່ພໍໃຈ ແລະ ຄິດວ່າ “ເຈົ້າເວົ້າວ່າທຸກຢ່າງແມ່ນການກະທຳຂອງພຣະເຈົ້າ. ເຈົ້າເຄີຍເຫັນບໍວ່າພຣະເຈົ້າປົກຄອງເໜືອສິ່ງໃດ? ເຈົ້າເຄີຍຮູ້ສຶກບໍວ່າພຣະເຈົ້າຈັດແຈງສິ່ງໃດ? ເປັນຫຍັງຂ້ອຍຈຶ່ງບໍ່ຮູ້ຫຍັງກ່ຽວກັບເລື່ອງນີ້ເລີຍ?” ດ້ານໜຶ່ງກໍຄື ພວກເຂົາເປັນຄືກັບຊາຕານໃນວິທີທີ່ມັນປະຕິບັດຕໍ່ການທີ່ພຣະເຈົ້າຮັບຮອງໂຢບ. ຜູ້ຕໍ່ຕ້ານພຣະຄຣິສມີຄວາມຄິດຈິດໃຈດຽວກັນກັບຊາຕານ ເມື່ອພຣະເຈົ້າໄດ້ຮັບຄົນໃດຄົນໜຶ່ງ, ນັ້ນກໍຄື ພວກເຂົາມີອຸປະນິໄສຂອງຊາຕານ. ອີກດ້ານໜຶ່ງກໍຄື ຖ້າຄົນໃດຄົນໜຶ່ງເຂົ້າໃຈຄວາມຈິງ ແລະ ມີຄວາມສາມາດໃນການແຍກແຍະກ່ຽວກັບຜູ້ຕໍ່ຕ້ານພຣະຄຣິສ ແລະ ພວກເຂົາບໍ່ໄດ້ຕິດຕາມຜູ້ຕໍ່ຕ້ານພຣະຄຣິສ ແຕ່ປະຕິເສດພວກເຂົາແທນ, ແລ້ວຜູ້ຕໍ່ຕ້ານພຣະຄຣິສກໍຈະມີຈິດໃຈທີ່ຄຽດແຄ້ນຢ່າງຮຸນແຮງ ແລະ ຄິດວ່າ “ຂ້ອຍບໍ່ສາມາດຮັບເອົາຄົນນີ້ໄດ້ເລີຍ, ດັ່ງນັ້ນ ຂ້ອຍຈະທຳລາຍລາວໃຫ້ສິ້ນຊາກ!” ດັ່ງນັ້ນ, ເມື່ອໂຢບພົບພໍ້ກັບການທົດສອບ, ພຣະເຈົ້າກໍເວົ້າກັບຊາຕານວ່າ “ເບິ່ງແມ ລາວຢູ່ໃນມືຂອງເຈົ້າແລ້ວ; ແຕ່ຈົ່ງໄວ້ຊີວິດຂອງລາວ”. ຖ້າພຣະເຈົ້າບໍ່ໄດ້ກ່າວຄຳນີ້, ຊາຕານຈະສະແດງຄວາມເມດຕາບໍ? (ບໍ່.) ນີ້ເປັນສິ່ງທີ່ແນ່ນອນ; ມັນຈະບໍ່ສະແດງຄວາມເມດຕາຢ່າງແນ່ນອນ.

ຜູ້ຕໍ່ຕ້ານພຣະຄຣິສມີທັດສະນະຄະຕິແນວໃດຕໍ່ອ້າຍເອື້ອຍນ້ອງທີ່ສະແຫວງຫາ ແລະ ຮັກຄວາມຈິງ, ຜູ້ທີ່ມີຄວາມເຊື່ອ ແລະ ຜູ້ທີ່ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຈົງຮັກພັກດີໃນລະດັບໃດໜຶ່ງ? ແລ້ວພວກເຂົາມີທັດສະນະຄະຕິແນວໃດຕໍ່ບາງຄົນທີ່ເວົ້າກ່ຽວກັບປະສົບການຊີວິດ ເພື່ອເປັນພະຍານໃຫ້ພຣະເຈົ້າ ແລະ ຜູ້ທີ່ມັກໂອ້ລົມກ່ຽວກັບຄວາມຈິງກັບອ້າຍເອື້ອຍນ້ອງ? (ພວກເຂົາຮູ້ສຶກອິດສາ ແລະ ກຽດຊັງ.) ທັດສະນະຄະຕິຂອງພວກເຂົາຂຶ້ນກັບຫຍັງ? ມັນຂຶ້ນກັບອຸປະນິໄສທີ່ຊົ່ວຊ້າຂອງພວກເຂົາ. ດັ່ງນັ້ນ, ເມື່ອເຈົ້າເຫັນພວກເຂົາກົດຂີ່ຄົນໃດຄົນໜຶ່ງໂດຍບໍ່ມີເຫດຜົນ, ກຽດຊັງຄົນໃດຄົນໜຶ່ງ ແລະ ເຮັດໃຫ້ບາງຄົນທົນທຸກຢູ່ເລື້ອຍໆ, ແລ້ວເຈົ້າກໍຈະຮູ້ວ່າບໍ່ມີໃຜສາມາດປ່ຽນແປງອຸປະນິໄສທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສໄດ້ ແລະ ມັນຝັງຮາກເລິກ ແລະ ເປັນມາແຕ່ກຳເນີດ. ຈາກຈຸດນີ້, ສາມາດເຫັນໄດ້ວ່າ ຄົນເຫຼົ່ານີ້ທີ່ເປັນຜູ້ຕໍ່ຕ້ານພຣະຄຣິສບໍ່ມີທາງທີ່ຈະໄດ້ຮັບຄວາມລອດພົ້ນ. ພວກເຂົາບໍ່ອະນຸຍາດໃຫ້ອ້າຍເອື້ອຍນ້ອງເປັນພະຍານໃຫ້ພຣະເຈົ້າ, ແລ້ວພວກເຂົາເອງສາມາດເປັນພະຍານໃຫ້ພຣະເຈົ້າໄດ້ບໍ? (ບໍ່.) ພວກເຂົາກຽດຊັງຫຼາຍເມື່ອຄົນອື່ນເປັນພະຍານໃຫ້ພຣະເຈົ້າ ຈົນພວກເຂົາຂົບແຂ້ວ, ດັ່ງນັ້ນ ບອກເຮົາມາເບິ່ງ ພວກເຂົາສາມາດເປັນພະຍານໃຫ້ພຣະເຈົ້າໄດ້ບໍ? ພວກເຂົາບໍ່ມີຄວາມສາມາດທີ່ຈະເປັນພະຍານໃຫ້ພຣະເຈົ້າຢ່າງສິ້ນເຊີງ. ບາງຄົນເວົ້າວ່າ “ນັ້ນບໍ່ຖືກຕ້ອງ, ຜູ້ຕໍ່ຕ້ານພຣະຄຣິສບາງຄົນເປັນພະຍານໃຫ້ພຣະເຈົ້າໄດ້ດີຫຼາຍ ແລະ ອ້າຍເອື້ອຍນ້ອງກໍຮ້ອງໄຫ້ເມື່ອພວກເຂົາໄດ້ຍິນ”. ນີ້ແມ່ນຄຳພະຍານປະເພດໃດ? ພວກເຈົ້າຕ້ອງຟັງ “ຄຳພະຍານ” ປະເພດນີ້ ເພື່ອກຳນົດວ່າມັນເປັນຄຳພະຍານທີ່ແທ້ຈິງ ຫຼື ບໍ່. ສົມມຸດວ່າມີຄົນໃດຄົນໜຶ່ງທີ່ມີວຽກເຮັດງານທຳທີ່ດີ ແລະ ມີຄອບຄົວທີ່ດີ ແລະ ໂດຍການຊົງນໍາຂອງພຣະເຈົ້າ, ພວກເຂົາໄດ້ປະຖິ້ມວຽກງານ ແລະ ຄອບຄົວທີ່ດີຂອງພວກເຂົາ ແລະ ທຸ່ມເທທັງກາຍ ແລະ ໃຈຂອງພວກເຂົາໃນການເສຍສະລະເພື່ອພຣະເຈົ້າ; ເຖິງແມ່ນວ່າພວກເຂົາຈະຮູ້ສຶກໂສກເສົ້າໃນໃຈ, ແຕ່ພວກເຂົາກໍຍັງປະຖິ້ມທຸກຢ່າງ. ອ້າຍເອື້ອຍນ້ອງເວົ້າກັບພວກເຂົາວ່າ “ເຈົ້າບໍ່ຮູ້ສຶກອ່ອນແອແດ່ບໍ?” ພວກເຂົາຕອບວ່າ “ແມ່ນ, ໜ້ອຍໜຶ່ງ, ແຕ່ການທີ່ຂ້ອຍສາມາດປະຖິ້ມຄອບຄົວ ແລະ ວຽກງານຂອງຂ້ອຍໄດ້ນັ້ນ, ນັ້ນບໍ່ແມ່ນການກະທຳຂອງພຣະເຈົ້າທັງໝົດບໍ? ຂ້ອຍເຄີຍຫາເງິນໄດ້ສອງ ຫຼື ສາມພັນຕໍ່ມື້ ແລະ ຫຼາຍສິບພັນຕໍ່ເດືອນ ແລະ ຂ້ອຍກໍເປັນເຈົ້າຂອງຊັບສິນຫຼາຍຢ່າງ. ຫຼັງຈາກທີ່ຂ້ອຍໄດ້ມາເຊື່ອໃນພຣະເຈົ້າ, ເພື່ອທີ່ຈະປະຕິບັດໜ້າທີ່ຂອງຂ້ອຍ, ຂ້ອຍໄດ້ມອບຊັບສິນຂອງຂ້ອຍໃຫ້ຄົນອື່ນເບິ່ງແຍງ”. ຄົນອື່ນກໍຖາມວ່າ “ເຈົ້າບໍ່ໄດ້ຈັດການຊັບສິນຂອງເຈົ້າເລີຍບໍ ຫຼັງຈາກທີ່ມອບໃຫ້ຄົນອື່ນແລ້ວ? ຕອນນີ້ເຈົ້າບໍ່ໄດ້ເປັນເຈົ້າຂອງສ່ວນໃດສ່ວນໜຶ່ງຂອງມັນແລ້ວບໍ? ເຈົ້າປ່ອຍວາງຊັບສິນຂອງເຈົ້າໄດ້ແນວໃດ?” ພວກເຂົາກໍຕອບວ່າ “ມັນເປັນການກະທຳຂອງພຣະເຈົ້າ”. ສິ່ງນີ້ບໍ່ໄດ້ເລື່ອນລອຍເກີນໄປບໍ? (ແມ່ນແລ້ວ.) ພວກມັນເປັນພຽງຄຳເວົ້າທີ່ຫວ່າງເປົ່າ. ຍິ່ງໄປກວ່ານັ້ນ, ການທີ່ພວກເຂົາເວົ້າວ່າລາຍໄດ້ຂອງພວກເຂົາສູງສໍ່າໃດນັ້ນ ມັນບໍ່ແມ່ນພວກເຂົາກຳລັງໂອ້ອວດບໍ? ເປັນຫຍັງພວກເຂົາຈຶ່ງເວົ້າແບບນີ້? ພວກເຂົາກຳລັງເປັນພະຍານວ່າພວກເຂົາໄດ້ປະຖິ້ມຫຼາຍສໍ່າໃດ. ພວກເຂົາກຳລັງເປັນພະຍານໃຫ້ພຣະເຈົ້າບໍ? ພວກເຂົາກຳລັງເປັນພະຍານໃຫ້ປະຫວັດສາດທີ່ “ສະຫງ່າລາສີ” ເລັກໆນ້ອຍໆຂອງພວກເຂົາ, ລາຄາທີ່ພວກເຂົາໄດ້ຈ່າຍ ແລະ ສິ່ງທີ່ພວກເຂົາໄດ້ເສຍສະລະໃນອະດີດ, ຈໍານວນທີ່ພວກເຂົາໄດ້ອຸທິດ ແລະ ການທີ່ພວກເຂົາບໍ່ມີຄຳຈົ່ມວ່າກ່ຽວກັບພຣະເຈົ້າ. ມີສ່ວນໃດແດ່ໃນສິ່ງນີ້ທີ່ເປັນພະຍານໃຫ້ພຣະເຈົ້າ? ເຈົ້າບໍ່ໄດ້ເຫັນສິ່ງທີ່ພຣະເຈົ້າໄດ້ກະທຳໃນສິ່ງທັງໝົດນີ້ເລີຍ, ແມ່ນບໍ? ມັນບໍ່ແມ່ນຄວາມຈິງທີ່ພວກເຂົາເປັນພະຍານໃຫ້ພຣະເຈົ້າ; ເຫັນໄດ້ຢ່າງຊັດເຈນວ່າພວກເຂົາກຳລັງເປັນພະຍານໃຫ້ຕົນເອງ, ແຕ່ພວກເຂົາກັບເວົ້າວ່າພວກເຂົາກຳລັງເປັນພະຍານໃຫ້ພຣະເຈົ້າ! ນີ້ບໍ່ແມ່ນການຫຼອກລວງບໍ? ພວກເຂົາທຳທ່າວ່າເປັນພະຍານໃຫ້ພຣະເຈົ້າ ເພື່ອທີ່ຈະເປັນພະຍານໃຫ້ຕົນເອງ, ນີ້ບໍ່ແມ່ນຄວາມໜ້າຊື່ໃຈຄົດບໍ? ແລ້ວເປັນຫຍັງບາງຄົນຈຶ່ງຮູ້ສຶກຕື້ນຕັນໃຈຫຼາຍ ແລະ ຮ້ອງໄຫ້ຕະຫຼອດເມື່ອພວກເຂົາໄດ້ຍິນມັນ? ມີຄົນໂງ່ຈ້າທຸກປະເພດແທ້ໆ! ເມື່ອໃຜກໍຕາມເວົ້າເຖິງການເປັນພະຍານໃຫ້ພຣະເຈົ້າ, ຜູ້ຕໍ່ຕ້ານພຣະຄຣິສກໍຕ້ອງເວົ້າກ່ຽວກັບສິ່ງເລັກໆນ້ອຍໆທີ່ພວກເຂົາໄດ້ເຮັດ, ສິ່ງເລັກໆນ້ອຍໆທີ່ພວກເຂົາໄດ້ອຸທິດ ແລະ ເວລາອັນເລັກນ້ອຍທີ່ພວກເຂົາໄດ້ໃຊ້ໃນການເສຍສະລະຕົນເອງ ແລະ ເມື່ອເວລາຜ່ານໄປ, ຜູ້ຄົນກໍເຊົາສົນໃຈ ແລະ ດັ່ງນັ້ນ ພວກເຂົາຈຶ່ງຫາເລື່ອງໃໝ່ໆມາເວົ້າ ແລະ ດ້ວຍວິທີນີ້ ພວກເຂົາຈຶ່ງເປັນພະຍານໃຫ້ຕົນເອງ. ຖ້າມີໃຜກໍຕາມດີກວ່າພວກເຂົາ ແລະ ສາມາດໂອ້ລົມໄດ້ດີກວ່າພວກເຂົາ, ໂດຍການນໍາເອົາແສງສະຫວ່າງແຫ່ງຄວາມຈິງອອກມາ, ພວກເຂົາກໍຈະຮູ້ສຶກອຶດອັດໃຈ. ພວກເຂົາຮູ້ສຶກອຶດອັດໃຈຍ້ອນຄວາມພະຍາຍາມຂອງພວກເຂົາກ່ຽວກັບຄວາມຈິງນັ້ນດ້ອຍກວ່າຄົນອື່ນ ແລະ ພວກເຂົາມັກເອົາຊະນະບໍ? ບໍ່, ພວກເຂົາຈະບໍ່ອະນຸຍາດໃຫ້ໃຜດີກວ່າພວກເຂົາ, ພວກເຂົາທົນບໍ່ໄດ້ທີ່ຈະເຫັນຄົນອື່ນດີກວ່າພວກເຂົາ ແລະ ຕ້ອງແມ່ນພວກເຂົາເທົ່ານັ້ນທີ່ດີກວ່າຄົນອື່ນຈຶ່ງຈະໄດ້. ນີ້ບໍ່ແມ່ນຄວາມຊົ່ວຊ້າບໍ? ຖ້າຄົນອື່ນດີກວ່າເຈົ້າ ແລະ ເຂົ້າໃຈຄວາມຈິງຫຼາຍກວ່າເຈົ້າ, ແລ້ວເຈົ້າກໍຄວນຮຽນຮູ້ຈາກພວກເຂົາ, ນີ້ບໍ່ແມ່ນສິ່ງທີ່ດີບໍ? ນີ້ແມ່ນສິ່ງທີ່ທຸກຄົນຄວນຈະປິຕິຍິນດີນຳ. ຕົວຢ່າງ: ມີໂຢບ, ຊາຍຄົນນັ້ນໃນທ່າມກາງຜູ້ຕິດຕາມພຣະເຈົ້າໃນປະຫວັດສາດຂອງມະນຸດ. ນີ້ເປັນສິ່ງທີ່ສະຫງ່າລາສີທີ່ເກີດຂຶ້ນໃນວຽກງານການຄຸ້ມຄອງຫົກພັນປີຂອງພຣະເຈົ້າ ຫຼື ມັນເປັນສິ່ງທີ່ໜ້າອັບອາຍ? (ມັນເປັນສິ່ງທີ່ສະຫງ່າລາສີ.) ມັນເປັນສິ່ງທີ່ສະຫງ່າລາສີ. ເຈົ້າຄວນມີທັດສະນະຄະຕິແນວໃດຕໍ່ເລື່ອງນີ້? ເຈົ້າຄວນມີມຸມມອງແນວໃດ? ເຈົ້າຄວນຈະດີໃຈເພື່ອພຣະເຈົ້າ ແລະ ສະເຫຼີມສະຫຼອງພຣະອົງ, ສັນລະເສີນລິດອໍານາດຂອງພຣະເຈົ້າ, ສັນລະເສີນທີ່ພຣະເຈົ້າໄດ້ຮັບຄວາມສະຫງ່າລາສີ, ນີ້ເປັນສິ່ງທີ່ດີ. ມັນເປັນສິ່ງທີ່ດີຫຼາຍ, ແຕ່ບາງຄົນກໍຍັງຮູ້ສຶກລັງກຽດ ແລະ ກຽດຊັງມັນ. ນີ້ບໍ່ແມ່ນການທີ່ພວກເຂົາເປັນຄົນຊົ່ວຊ້າບໍ? ເວົ້າກັນຕາມຕົງ, ມັນແມ່ນການທີ່ພວກເຂົາເປັນຄົນຊົ່ວຊ້າ ແລະ ສິ່ງນີ້ເກີດມາຈາກອຸປະນິໄສທີ່ຊົ່ວຊ້າຂອງພວກເຂົາ.

ອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຊົ່ວຊ້າ; ພວກເຂົາບໍ່ພຽງແຕ່ບໍ່ຍອມຮັບຄວາມຈິງເທົ່ານັ້ນ, ແຕ່ພວກເຂົາຍັງສາມາດຕໍ່ຕ້ານພຣະເຈົ້າ, ສ້າງອານາຈັກຂອງຕົນເອງ ແລະ ເປັນປໍລະປັກກັບພຣະເຈົ້າຢ່າງເດັດຂາດ, ນີ້ຄືອຸປະນິໄສທີ່ຊົ່ວຊ້າ. ພວກເຈົ້າມີຄວາມເຂົ້າໃຈກ່ຽວກັບອຸປະນິໄສທີ່ຊົ່ວຊ້າບໍ? ຄົນສ່ວນໃຫຍ່ອາດຈະບໍ່ຮູ້ວິທີແຍກແຍະສິ່ງເຫຼົ່ານີ້, ດັ່ງນັ້ນ ໃຫ້ເຮົາຍົກຕົວຢ່າງ. ໂດຍປົກກະຕິແລ້ວ ບາງຄົນຈະປະພຶດຕົນເປັນປົກກະຕິຫຼາຍພາຍໃຕ້ສະຖານະການທົ່ວໄປ: ພວກເຂົາເວົ້າລົມກັບຄົນອື່ນ ແລະ ພົວພັນກັບຄົນອື່ນຢ່າງເປັນປົກກະຕິ, ພວກເຂົາເບິ່ງຄືກັບຄົນປົກກະຕິ ແລະ ພວກເຂົາບໍ່ໄດ້ເຮັດສິ່ງໃດທີ່ບໍ່ດີ. ເຖິງຢ່າງໃດກໍຕາມ, ເມື່ອພວກເຂົາມາຮ່ວມການເຕົ້າໂຮມ ແລະ ອ່ານພຣະທຳຂອງພຣະເຈົ້າ ແລະ ໂອ້ລົມກ່ຽວກັບຄວາມຈິງ, ບາງຄົນໃນພວກເຂົາບໍ່ເຕັມໃຈທີ່ຈະຟັງ, ບາງຄົນກໍງ່ວງນອນ, ບາງຄົນກໍຮູ້ສຶກລັງກຽດຕໍ່ສິ່ງນັ້ນ ແລະ ເຫັນວ່າມັນຍາກທີ່ຈະທົນໄດ້, ພວກເຂົາບໍ່ຢາກໄດ້ຍິນມັນ ແລະ ບາງຄົນກໍນອນຫຼັບໂດຍບໍ່ຮູ້ຕົວ ແລະ ກາຍເປັນຄົນທີ່ບໍ່ຮັບຮູ້ຫຍັງເລີຍ, ເກີດຫຍັງຂຶ້ນຢູ່ນີ້? ເປັນຫຍັງປາກົດການທີ່ຜິດປົກກະຕິຈໍານວນຫຼາຍຈຶ່ງສະແດງອອກມາ ເມື່ອຄົນໃດຄົນໜຶ່ງເລີ່ມໂອ້ລົມກ່ຽວກັບຄວາມຈິງ? ບາງຄົນໃນພວກເຂົາຢູ່ໃນສະພາວະທີ່ຜິດປົກກະຕິ, ແຕ່ບາງຄົນກໍເປັນຄົນຊົ່ວຊ້າ. ຄວາມເປັນໄປໄດ້ທີ່ພວກເຂົາຖືກວິນຍານຮ້າຍເຂົ້າສິງນັ້ນບໍ່ສາມາດຕັດອອກໄດ້ ແລະ ບາງຄັ້ງຜູ້ຄົນກໍບໍ່ສາມາດເຂົ້າໃຈສິ່ງນີ້ໄດ້ຢ່າງຖີ່ຖ້ວນ ຫຼື ແຍກແຍະມັນໄດ້ຢ່າງຊັດເຈນ. ຜູ້ຕໍ່ຕ້ານພຣະຄຣິສມີວິນຍານຮ້າຍຢູ່ໃນຕົວຂອງພວກເຂົາ. ຖ້າເຈົ້າຖາມພວກເຂົາວ່າເປັນຫຍັງພວກເຂົາຈຶ່ງເປັນປໍລະປັກຕໍ່ຄວາມຈິງ, ພວກເຂົາກໍຈະເວົ້າວ່າພວກເຂົາບໍ່ໄດ້ເປັນປໍລະປັກຕໍ່ຄວາມຈິງ ແລະ ປະຕິເສດຢ່າງຫົວແຂງທີ່ຈະຍອມຮັບມັນ, ທັງໆທີ່ໃນຄວາມເປັນຈິງແລ້ວ ພວກເຂົາຮູ້ຢູ່ໃນໃຈວ່າພວກເຂົາບໍ່ຮັກຄວາມຈິງ. ເມື່ອບໍ່ມີໃຜອ່ານພຣະທຳຂອງພຣະເຈົ້າ, ພວກເຂົາກໍເຂົ້າກັບຄົນອື່ນໄດ້ຄືກັບວ່າພວກເຂົາເປັນຄົນປົກກະຕິ ແລະ ເຈົ້າກໍບໍ່ຮູ້ວ່າມີສິ່ງໃດຢູ່ໃນຕົວພວກເຂົາ. ເຖິງຢ່າງໃດກໍຕາມ, ເມື່ອມີຄົນອ່ານພຣະທຳຂອງພຣະເຈົ້າ, ພວກເຂົາກໍບໍ່ຢາກຟັງ ແລະ ຄວາມລັງກຽດກໍເກີດຂຶ້ນໃນໃຈຂອງພວກເຂົາ. ນີ້ຄືທໍາມະຊາດຂອງພວກເຂົາທີ່ຖືກເປີດໂປງອອກມາ, ພວກເຂົາຄືວິນຍານຮ້າຍ; ພວກເຂົາເປັນສິ່ງປະເພດນີ້. ພຣະທຳຂອງພຣະເຈົ້າໄດ້ເປີດໂປງແກ່ນແທ້ຂອງຄົນເຫຼົ່ານີ້ ຫຼື ກະທົບໃສ່ຈຸດເຈັບຂອງພວກເຂົາບໍ? ບໍ່ແມ່ນທັງສອງຢ່າງ. ເມື່ອພວກເຂົາເຂົ້າຮ່ວມການເຕົ້າໂຮມ, ພວກເຂົາບໍ່ຢາກຟັງໃຜກໍຕາມທີ່ອ່ານພຣະທຳຂອງພຣະເຈົ້າ, ນີ້ບໍ່ແມ່ນການທີ່ພວກເຂົາເປັນຄົນຊົ່ວຊ້າບໍ? ຄຳວ່າ “ການເປັນຄົນຊົ່ວຊ້າ” ໝາຍເຖິງຫຍັງ? ມັນໝາຍເຖິງການເປັນປໍລະປັກຕໍ່ຄວາມຈິງ, ສິ່ງທີ່ເປັນບວກ ແລະ ຄົນທີ່ເປັນບວກໂດຍບໍ່ມີເຫດຜົນ; ແມ່ນແຕ່ຕົວພວກເຂົາເອງກໍບໍ່ຮູ້ວ່າເຫດຜົນແມ່ນຫຍັງ, ພວກເຂົາພຽງແຕ່ຕ້ອງກະທຳແບບນັ້ນ. ນີ້ຄືຄວາມໝາຍຂອງການເປັນຄົນຊົ່ວຊ້າ ແລະ ເວົ້າແບບພາສາຊາວບ້ານກໍຄື ມັນຄືຄວາມຊົ່ວຊ້ານັ້ນເອງ. ຜູ້ຕໍ່ຕ້ານພຣະຄຣິສບາງຄົນເວົ້າວ່າ “ພຽງແຕ່ມີຄົນເລີ່ມອ່ານພຣະທຳຂອງພຣະເຈົ້າ ຂ້ອຍກໍບໍ່ຢາກຟັງແລ້ວ. ພຽງແຕ່ໄດ້ຍິນຄົນໃດຄົນໜຶ່ງເປັນພະຍານໃຫ້ພຣະເຈົ້າ ຂ້ອຍກໍຮູ້ສຶກລັງກຽດ ແລະ ແມ່ນແຕ່ຂ້ອຍເອງກໍບໍ່ຮູ້ວ່າເປັນຫຍັງ. ເມື່ອຂ້ອຍເຫັນຄົນໃດຄົນໜຶ່ງຮັກ ແລະ ສະແຫວງຫາຄວາມຈິງ, ຂ້ອຍກໍເຂົ້າກັບພວກເຂົາບໍ່ໄດ້, ຂ້ອຍຢາກຕັ້ງຕົນເປັນສັດຕູກັບພວກເຂົາ, ຂ້ອຍຢາກດ່າພວກເຂົາຕະຫຼອດ, ຂ້ອຍຢາກທຳຮ້າຍພວກເຂົາລັບຫຼັງ ແລະ ເອົາໃຫ້ຕາຍ”. ແມ່ນແຕ່ພວກເຂົາເອງກໍບໍ່ຮູ້ວ່າເປັນຫຍັງພວກເຂົາຈຶ່ງຮູ້ສຶກແບບນີ້, ນີ້ຄືການທີ່ພວກເຂົາເປັນຄົນຊົ່ວຊ້າ. ເຫດຜົນທີ່ແທ້ຈິງສຳລັບສິ່ງນີ້ແມ່ນຫຍັງ? ຜູ້ຕໍ່ຕ້ານພຣະຄຣິສພຽງແຕ່ບໍ່ມີຈິດວິນຍານຂອງຄົນປົກກະຕິຢູ່ໃນຕົວພວກເຂົາ, ພວກເຂົາພຽງແຕ່ບໍ່ມີຄວາມເປັນມະນຸດປົກກະຕິ, ເມື່ອວິເຄາະເຖິງທີ່ສຸດແລ້ວ ມັນກໍເປັນແບບນີ້. ຖ້າຄົນປົກກະຕິໄດ້ຍິນພຣະເຈົ້າກ່າວຢ່າງຊັດເຈນ ແລະ ແຈ່ມແຈ້ງກ່ຽວກັບຄວາມຈິງດ້ານຕ່າງໆ, ພວກເຂົາກໍຈະຄິດວ່າ “ໃນຍຸກທີ່ຊົ່ວຊ້າ ແລະ ລາມົກເຊັ່ນນີ້, ເຊິ່ງແຍກຖືກແຍກຜິດບໍ່ໄດ້ ແລະ ດີກັບຊົ່ວປົນເປກັນ, ມັນຊ່າງລ້ຳຄ່າ ແລະ ຫາຍາກຫຼາຍທີ່ຈະໄດ້ຍິນຄວາມຈິງຫຼາຍສໍ່າໃດ ແລະ ຖ້ອຍຄຳທີ່ປະເສີດເຊັ່ນນີ້!” ເປັນຫຍັງມັນຈຶ່ງລ້ຳຄ່າ? ພຣະທຳຂອງພຣະເຈົ້າປຸກຄວາມປາຖະໜາ ແລະ ແຮງບັນດານໃຈຂອງຜູ້ທີ່ມີທັງຫົວໃຈ ແລະ ຈິດວິນຍານ. ແຮງບັນດານໃຈຫຍັງ? ພວກເຂົາປາຖະໜາຄວາມຍຸຕິທຳ ແລະ ສິ່ງທີ່ເປັນບວກ, ພວກເຂົາປາຖະໜາທີ່ຈະດຳເນີນຊີວິດຢູ່ຕໍ່ໜ້າພຣະເຈົ້າ, ປາຖະໜາໃຫ້ມີຄວາມເປັນທຳ ແລະ ຄວາມຊອບທຳໃນໂລກ ແລະ ປາຖະໜາໃຫ້ພຣະເຈົ້າສະເດັດມາ ແລະ ກຳອຳນາດເໜືອໂລກ, ນີ້ຄືສຽງຮ້ອງຂອງທຸກຄົນທີ່ຮັກຄວາມຈິງ. ເຖິງຢ່າງໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສປາຖະໜາສິ່ງເຫຼົ່ານີ້ບໍ? (ບໍ່.) ຜູ້ຕໍ່ຕ້ານພຣະຄຣິສປາຖະໜາສິ່ງໃດ? “ຖ້າຂ້ອຍມີອຳນາດ, ຂ້ອຍຈະທຳລາຍທຸກຄົນທີ່ຂ້ອຍບໍ່ມັກ! ເມື່ອມີຄົນໃດຄົນໜຶ່ງເປັນພະຍານວ່າພຣະຄຣິສຄືພຣະເຈົ້າທີ່ປາກົດຕົວ ແລະ ເຮັດພາລະກິດ, ພຣະເຈົ້າເປັນຜູ້ຊົງອຳນາດສູງສຸດເໜືອມະນຸດຊາດ ແລະ ພຣະທຳຂອງພຣະເຈົ້າແມ່ນຄວາມຈິງ, ເປັນຄຳຄົມຊີວິດທີ່ສູງສົ່ງທີ່ສຸດຂອງມະນຸດຊາດ ແລະ ເປັນພື້ນຖານສຳລັບການຢູ່ລອດຂອງມະນຸດ, ຂ້ອຍກໍຮູ້ສຶກລັງກຽດ, ກຽດຊັງ ແລະ ຂ້ອຍບໍ່ຢາກໄດ້ຍິນມັນ!” ນີ້ຄືສິ່ງທີ່ຢູ່ໃນສ່ວນເລິກຂອງຜູ້ຕໍ່ຕ້ານພຣະຄຣິສ. ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ມີອຸປະນິໄສແບບນີ້ບໍ? ຕາບໃດທີ່ມີຄົນນະມັດສະການພວກເຂົາ, ນັບຖືພວກເຂົາ ແລະ ຕິດຕາມພວກເຂົາ, ແລ້ວພວກເຂົາກໍເປັນສ່ຽວຮັກສ່ຽວແພງ, ພວກເຂົາເປັນພັກພວກດຽວກັນ; ຖ້າຄົນໃດຄົນໜຶ່ງໂອ້ລົມກ່ຽວກັບຄວາມຈິງ ແລະ ເປັນພະຍານໃຫ້ພຣະເຈົ້າຢູ່ສະເໝີ, ແລ້ວຜູ້ຕໍ່ຕ້ານພຣະຄຣິສກໍຈະຫຼີກລ່ຽງພວກເຂົາ ແລະ ຮູ້ສຶກລັງກຽດພວກເຂົາ ແລະ ເຖິງຂັ້ນໂຈມຕີ, ກີດກັນ ແລະ ທໍລະມານພວກເຂົາ, ນີ້ຄືຄວາມຊົ່ວຊ້າ. ເມື່ອພວກເຮົາເວົ້າກ່ຽວກັບຄວາມຊົ່ວຊ້າ, ມັນໝາຍເຖິງແຜນການທີ່ເຈົ້າເລ່ຂອງຊາຕານສະເໝີ; ສິ່ງທີ່ຊາຕານເຮັດນັ້ນຊົ່ວຊ້າ, ສິ່ງທີ່ມັງກອນແດງທີ່ຍິ່ງໃຫຍ່ເຮັດນັ້ນຊົ່ວຊ້າ, ສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດນັ້ນຊົ່ວຊ້າ ແລະ ເມື່ອພວກເຮົາເວົ້າວ່າພວກເຂົາເປັນຄົນຊົ່ວຊ້າ, ມັນໝາຍເຖິງການທີ່ພວກເຂົາເປັນປໍລະປັກຕໍ່ທຸກສິ່ງທີ່ເປັນບວກ ແລະ ຕໍ່ຕ້ານຄວາມຈິງ ແລະ ພຣະເຈົ້າໂດຍສະເພາະ, ນີ້ຄືຄວາມຊົ່ວຊ້າ ແລະ ອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ.

ຈົ່ງຄິດເບິ່ງວ່າ ພວກເຈົ້າເຄີຍພົບພໍ້ ແລະ ຊອກຮູ້ກ່ຽວກັບຜູ້ຕໍ່ຕ້ານພຣະຄຣິສຄົນໃດແດ່ທີ່ມີອຸປະນິໄສທີ່ຊົ່ວຊ້າແບບນີ້. ເຮົາເຄີຍພົບກັບຜູ້ຍິງທີ່ຮ້າຍກາດຄົນໜຶ່ງ ເຊິ່ງມີຄວາມເປັນມະນຸດທີ່ໂຫດຮ້າຍອຳມະຫິດຫຼາຍ. ເມື່ອໃດກໍຕາມທີ່ເຮືອນຂອງພຣະເຈົ້າເທດສະໜາກ່ຽວກັບຄວາມຫາຍະນະໃຫຍ່ທີ່ໃກ້ຈະມາເຖິງ, ເວລາເຫຼືອບໍ່ຫຼາຍແລ້ວ, ອ້າຍເອື້ອຍນ້ອງຄວນກຽມການກະທໍາທີ່ດີແນວໃດ, ພວກເຂົາຄວນພະຍາຍາມສະແຫວງຫາຄວາມຈິງແນວໃດ, ພວກເຂົາຄວນປະຕິບັດໜ້າທີ່ຂອງຕົນໃຫ້ດີເພື່ອຕອບສະໜອງເຈດຕະນາຂອງພຣະເຈົ້າແນວໃດ ແລະ ພວກເຂົາບໍ່ຄວນປ່ອຍໃຫ້ຕົນເອງມີຄວາມເສຍໃຈແນວໃດ, ເມື່ອໃດກໍຕາມທີ່ເຮືອນຂອງພຣະເຈົ້າເທດສະໜາເລື່ອງເຫຼົ່ານີ້, ຜູ້ຍິງຄົນນີ້ກໍຈະດ່າຢູ່ໃນໃຈ ແລະ ຄິດວ່າ “ວັນສິ້ນໂລກບໍ? ຊີວິດກໍດີຢູ່ແລ້ວເດ. ມັນອາດຈະເປັນວັນສິ້ນໂລກສຳລັບເຈົ້າ, ແຕ່ມັນບໍ່ແມ່ນວັນສິ້ນໂລກສຳລັບຂ້ອຍ! ເຖິງແມ່ນວ່າຄວາມຫາຍະນະໃຫຍ່ຈະມາເຖິງ, ຂ້ອຍກໍຍັງຄວນຈະມີຊີວິດຢູ່. ຖ້າໃຜຈະຕ້ອງຕາຍ, ກໍເປັນພວກເຈົ້ານັ້ນແຫຼະທີ່ຈະຕ້ອງຕາຍ!” ຜູ້ຍິງຄົນນີ້ພານບໍ? ເມື່ອໃດກໍຕາມທີ່ມີຄົນໂອ້ລົມກ່ຽວກັບຄວາມຈິງດ້ານນີ້, ລາວກໍຈະພານ ແລະ ຄວາມລັງກຽດກໍຈະເກີດຂຶ້ນໃນໃຈຂອງລາວ ແລະ ລາວຈະຄິດວ່າ “ຊີວິດຂອງຂ້ອຍກໍດີຢູ່ແລ້ວ! ຂ້ອຍມີເງິນຫຼາຍ, ຂ້ອຍມີລົດ, ມີເຮືອນ, ຂ້ອຍມີລາຍໄດ້ສູງ, ຂ້ອຍເປັນຄົນໃຫຍ່ຄົນໂຕໃນທ້ອງຖິ່ນ ແລະ ບໍ່ມີໃຜກ້າລ່ວງເກີນຂ້ອຍ. ເງື່ອນໄຂການດຳລົງຊີວິດຂອງຂ້ອຍກໍດີຫຼາຍ, ຖ້າຄວາມຫາຍະນະໃຫຍ່ມາເຖິງ, ຂ້ອຍຈະບໍ່ເສຍຜົນປະໂຫຍດບໍ? ຂ້ອຍຍັງບໍ່ພ້ອມທີ່ຈະຕາຍເທື່ອ!” ລາວມີມຸມມອງແນວໃດຕໍ່ວຽກງານຂອງພຣະເຈົ້າ ແລະ ການທີ່ພຣະເຈົ້າຕ້ອງການທຳລາຍໂລກທີ່ຊົ່ວຊ້າ ແລະ ມະນຸດຊາດທີ່ຊົ່ວຊ້ານີ້? (ລາວເປັນປໍລະປັກຕໍ່ສິ່ງເຫຼົ່ານັ້ນ.) ບໍ່ວ່າພຣະເຈົ້າຈະເຮັດຫຍັງກໍຕາມ, ຖ້າມັນກ່ຽວຂ້ອງກັບຜົນປະໂຫຍດຂອງລາວ, ຖ້າມັນທຳລາຍຜົນປະໂຫຍດຂອງລາວ, ລາວກໍຈະກຽດຊັງມັນ ແລະ ເປັນປໍລະປັກຕໍ່ມັນ ແລະ ລາວກໍຈະບໍ່ເຫັນດີນຳ, ໂດຍຄິດວ່າ “ສິ່ງທີ່ເຈົ້າກຳລັງເຮັດນັ້ນມັນຜິດ!” ແລະ ລາວກໍຈະປະຕິເສດການກະທຳຂອງພຣະເຈົ້າທັນທີ. ຍິ່ງໄປກວ່ານັ້ນ, ສິ່ງທີ່ຊົ່ວຊ້າທີ່ສຸດກ່ຽວກັບລາວກໍຄື ລາວບໍ່ມັກໃຫ້ຄວາມເປັນທຳ ແລະ ຄວາມຊອບທຳກຳອຳນາດ; ບໍ່ວ່າໃຜຈະກຳອຳນາດ, ເຖິງແມ່ນວ່າຈະເປັນພຣະເຈົ້າກຳອຳນາດ ແລະ ມີຄວາມເປັນທຳ ແລະ ຄວາມຊອບທຳ, ຖ້າມັນທຳລາຍຜົນປະໂຫຍດຂອງລາວ, ນັ້ນກໍໃຊ້ບໍ່ໄດ້ ເພາະຜົນປະໂຫຍດຂອງລາວສຳຄັນຕໍ່ລາວຫຼາຍກວ່າພຣະເຈົ້າ. ການກະທຳຂອງລາວບໍ່ແມ່ນທຳມະຊາດຂອງຜີຮ້າຍບໍ? ແລ້ວເມື່ອທຳມະຊາດຂອງຜີຮ້າຍສະແດງອອກມາ, ນັ້ນບໍ່ແມ່ນທໍາມະຊາດດຽວກັນກັບຕອນທີ່ວິນຍານຮ້າຍເຂົ້າສິງຄົນໃດຄົນໜຶ່ງ ແລະ ພວກເຂົາເວົ້າວ່າພວກເຂົາບໍ່ຢາກໄດ້ຍິນພຣະທຳຂອງພຣະເຈົ້າບໍ? (ແມ່ນແລ້ວ.) ເມື່ອໃດກໍຕາມທີ່ມີຄົນອ່ານພຣະທຳຂອງພຣະເຈົ້າ, ວິນຍານຮ້າຍຕົນນັ້ນກໍຈະບອກວ່າມັນບໍ່ຢາກໄດ້ຍິນ. ເມື່ອໃດກໍຕາມທີ່ມີອ້າຍ ຫຼື ເອື້ອຍນ້ອງໂອ້ລົມກ່ຽວກັບວັນຂອງພຣະເຈົ້າທີ່ໃກ້ຈະມາເຖິງ ຫຼື ຄວາມຫາຍະນະໃຫຍ່ທີ່ໃກ້ຈະມາເຖິງ, ຜູ້ຍິງທີ່ປາກຮ້າຍຄົນນີ້ກໍຈະກຽດຊັງມັນ ແລະ ດ່າມັນຢູ່ໃນໃຈ. ເປັນຫຍັງລາວຈຶ່ງດ່າມັນ? ຖ້າພຣະເຈົ້າສະເດັດມາທຳລາຍໂລກ, ລາວກໍຈະສູນເສຍຊັບສິນທັງໝົດຂອງລາວ ເມື່ອມີສິ່ງໃດກະທົບໃສ່ຜົນປະໂຫຍດຂອງລາວ, ລາວກໍຈະດ່າມັນ. ດັ່ງນັ້ນ, ການດ່າຂອງລາວຈຶ່ງເປັນທໍາມະຊາດດຽວກັນກັບວິນຍານຮ້າຍທີ່ເວົ້າວ່າມັນບໍ່ຢາກໄດ້ຍິນພຣະທຳຂອງພຣະເຈົ້າ. ພວກເຂົາມີລັກສະນະຮ່ວມກັນຢ່າງໜຶ່ງ, ນັ້ນກໍຄື ເມື່ອໃດກໍຕາມທີ່ມີຄົນເວົ້າເຖິງຄວາມຈິງ, ເປີດໂປງສ່ວນເລິກຂອງຈິດວິນຍານຂອງພວກເຂົາ, ເປີດໂປງຄວາມຂີ້ຮ້າຍ, ຄວາມຊົ່ວຊ້າ ແລະ ຄວາມແຝງຊົ່ວຂອງພວກເຂົາ, ແລ້ວຄວາມກຽດຊັງ, ການຕໍ່ຕ້ານ ແລະ ການເປັນປໍລະປັກກໍເກີດຂຶ້ນໃນໃຈຂອງພວກເຂົາ ແລະ ຈາກນັ້ນພວກເຂົາກໍຈະດ່າ ແລະ ສາບແຊ່ງ, ນີ້ຄືລັກສະນະຂອງວິນຍານຮ້າຍ. ຈາກພາຍນອກ, ຜູ້ຍິງທີ່ປາກຮ້າຍຄົນນີ້ເວົ້າ ແລະ ກະທຳຄືກັບຄົນປົກກະຕິ ແລະ ບໍ່ຄືກັບວ່າລາວຖືກຜີຮ້າຍເຂົ້າສິງ, ແຕ່ທໍາມະຊາດຂອງການກະທຳຂອງລາວກໍຄືກັນກັບຜີຮ້າຍຕົນນັ້ນ. ເມື່ອພວກເຈົ້າມີໂອກາດ, ພວກເຈົ້າສາມາດຖາມຄົນຮັ່ງມີໃນຄຣິສຕະຈັກວ່າ “ເມື່ອວັນຂອງພຣະເຈົ້າມາເຖິງ ແລະ ຄວາມຫາຍະນະໃຫຍ່ມາເຖິງ ແລະ ຊັບສິນຂອງຄອບຄົວຂອງເຈົ້າສູນເສຍໄປໝົດ, ເຈົ້າຈະຮູ້ສຶກເສຍໃຈບໍ? ເຈົ້າລໍຄອຍໃຫ້ວັນຂອງພຣະເຈົ້າມາເຖິງບໍ? ເຈົ້າລໍຄອຍໃຫ້ພຣະເຈົ້າກຳອຳນາດ ແລະ ໃຫ້ຄວາມເປັນທຳ ແລະ ຄວາມຊອບທຳກຳອຳນາດບໍ? ເຈົ້າລໍຄອຍໃຫ້ພຣະເຈົ້າທຳລາຍລ້າງມະນຸດຊາດທີ່ຊົ່ວຊ້ານີ້ຢ່າງໄວວາບໍ, ເຖິງແມ່ນວ່າເຈົ້າຈະຖືກທຳລາຍລ້າງໄປນຳກໍຕາມ? ເຈົ້າເຕັມໃຈໃຫ້ສິ່ງນີ້ເກີດຂຶ້ນບໍ?” ເບິ່ງວ່າທັດສະນະຂອງພວກເຂົາເປັນແນວໃດ. ບາງຄົນຈະເຕັມໃຈໃຫ້ສິ່ງນີ້ເກີດຂຶ້ນ ແລະ ບາງຄົນຈະບໍ່ເຕັມໃຈ. ເມື່ອເອົາໂລກທັງໝົດ, ຈັກກະວານທັງໝົດ, ວັດຖຸສິ່ງຂອງທັງໝົດທີ່ພຣະເຈົ້າປົກຄອງ, ພວກເຮົາບໍ່ໄດ້ເວົ້າເຖິງສິ່ງທີ່ບໍ່ແມ່ນວັດຖຸຢູ່ນີ້, ເວົ້າສະເພາະສິ່ງທີ່ຢູ່ໃນຂອບເຂດຂອງວັດຖຸເທົ່ານັ້ນ: ຊັບສິນຂອງຄອບຄົວ, ລົດ, ເຮືອນ, ເງິນ ແລະ ອື່ນໆ, ເມື່ອເອົາສິ່ງເຫຼົ່ານີ້ມາລວມເຂົ້າກັນແລ້ວ, ພວກມັນຈະມີຄ່າເທົ່າກັບເມັດຊາຍເມັດໜຶ່ງໃນພຣະຫັດຂອງພຣະເຈົ້າບໍ? (ບໍ່.) ເຖິງຢ່າງໃດກໍຕາມ, ເມື່ອຜູ້ຄົນໄດ້ສິ່ງເຫຼົ່ານີ້ມາ, ພວກເຂົາກໍບໍ່ຢາກປ່ອຍວາງພວກມັນ ແລະ ຮູ້ສຶກວ່າພວກເຂົາມີຕົ້ນທຶນທີ່ຈະຕໍ່ສູ້ກັບພຣະເຈົ້າ, ໂດຍເວົ້າວ່າ “ຖ້າເຈົ້າເອົາຊັບສິນຂອງຄອບຄົວຂອງຂ້ອຍໄປ ແລ້ວຂ້ອຍກໍຈະກຽດຊັງເຈົ້າ, ຂ້ອຍຈະຕໍ່ຕ້ານເຈົ້າ ແລະ ຂ້ອຍກໍຈະບໍ່ຍອມຮັບວ່າເຈົ້າແມ່ນພຣະເຈົ້າ!” ການທີ່ພຣະເຈົ້າເປັນພຣະເຈົ້າ ຫຼື ບໍ່ນັ້ນ ຂຶ້ນກັບການຍອມຮັບຂອງເຈົ້າບໍ? (ບໍ່.) ເຈົ້າມີຕົ້ນທຶນທີ່ຈະຕໍ່ສູ້ກັບພຣະເຈົ້າດ້ວຍຊັບສິນຂອງຄອບຄົວພຽງເລັກນ້ອຍນັ້ນບໍ? ເຈົ້າຊ່າງໂງ່ຈ້າຫຼາຍ! ເພັດແມ່ນສິ່ງທີ່ມີຄ່າທີ່ສຸດໃນໂລກ. ເມື່ອຄົນທົ່ວໄປເຫັນເພັດໜຶ່ງກະລັດ, ພວກເຂົາກໍຈະປະຫຼາດໃຈ ແລະ ເວົ້າວ່າ “ເພັດໃຫຍ່ປານນີ້! ມັນຕ້ອງມີຄ່າເປັນໝື່ນ ຫຼື ສອງໝື່ນໂດລາສະຫະລັດ!” ພວກເຂົາຄິດວ່າເພັດນັ້ນມີຄ່າຫຼາຍ. ແຕ່ຈາກນັ້ນ ເຮົາກໍໄດ້ຍິນຂ່າວລາຍງານວ່າ ມີດາວເຄາະດວງໜຶ່ງທີ່ຢູ່ບໍ່ໄກຈາກໂລກ ເຊິ່ງເຮັດດ້ວຍເພັດທັງໝົດ ແລະ ທັນໃດນັ້ນ ເຮົາກໍຮູ້ສຶກຕົວເຖິງຄວາມຈິງບາງຢ່າງ: ຜູ້ຄົນມີວິໄສທັດແຄບຫຼາຍ. ເມື່ອເຈົ້າເຫັນເພັດສ່ອງແສງປະກາຍ, ເຈົ້າກໍມັກມັນຫຼາຍ ແລະ ຄິດວ່າມັນເປັນສິ່ງທີ່ດີ, ແຕ່ເມື່ອເຈົ້າໄດ້ຍິນວ່າມີດາວເຄາະທັງດວງທີ່ເຮັດດ້ວຍເພັດ, ແລ້ວມຸມມອງຂອງເຈົ້າແມ່ນຫຍັງ? ມຸມມອງຂອງເຈົ້າກ່ຽວກັບເພັດກໍຈະປ່ຽນໄປ. ນັ້ນກໍຄື ເມື່ອເຈົ້າໄດ້ຍິນຂໍ້ມູນອື່ນ, ວິໄສທັດຂອງເຈົ້າກໍຈະກວ້າງຂຶ້ນທັນທີ, ເຈົ້າບໍ່ໄດ້ເຫັນພຽງແຕ່ພື້ນທີ່ນ້ອຍໆ ທີ່ຢູ່ຕໍ່ໜ້າເຈົ້າອີກຕໍ່ໄປ, ເຈົ້າຈະບໍ່ແມ່ນກົບໃນກະລາອີກຕໍ່ໄປ, ຍ້ອນວ່າປະລິມານຂໍ້ມູນທີ່ເຈົ້າມີນັ້ນໄດ້ເພີ່ມຂຶ້ນ ແລະ ການຮັບຮູ້ຂອງເຈົ້າກໍໄດ້ປ່ຽນໄປ ແລະ ເຕີບໃຫຍ່ຂຶ້ນ. ການດຳລົງຊີວິດຢູ່ໃນໂລກນີ້, ໃນຂະນະທີ່ຜູ້ຄົນພົບພໍ້ກັບທຸກສິ່ງທີ່ເກີດຂຶ້ນກັບພວກເຂົາ ແລະ ສະພາບແວດລ້ອມທີ່ແຕກຕ່າງກັນຢູ່ສະເໝີ, ວິໄສທັດຂອງພວກເຂົາກໍຈະປ່ຽນແປງຢູ່ສະເໝີ, ໃນຂະນະດຽວກັນ ມຸມມອງຂອງພວກເຂົາກໍຈະໄດ້ຮັບການປ່ຽນແປງໃໝ່ຢູ່ສະເໝີ. ນີ້ເປັນເລື່ອງປົກກະຕິ ແລະ ມັນເປັນຂະບວນການທີ່ພຣະເຈົ້າເຮັດໃຫ້ຜູ້ຄົນມີຄວາມຄືບໜ້າເທື່ອລະກ້າວໃນຊີວິດນີ້ ແລະ ມີຄວາມຄືບໜ້າຢ່າງຕໍ່ເນື່ອງໃນຄວາມເຂົ້າໃຈທີ່ເລິກເຊິ່ງ, ໃນມຸມມອງ, ໃນຄວາມເຂົ້າໃຈກ່ຽວກັບໂລກທັງໝົດ ແລະ ກ່ຽວກັບພາລະກິດຂອງພຣະເຈົ້າ. ດັ່ງນັ້ນ, ຕອນນີ້ພວກເຈົ້າໄດ້ຟັງເຮົາເລົ່າເລື່ອງນີ້ແລ້ວ, ພວກເຈົ້າຄວນປະຕິບັດຕໍ່ມັນແນວໃດ? ພວກເຈົ້າຄວນຈະຄິດບໍວ່າ “ໂອ້, ຄົນໃນໂລກຊ່າງໂງ່ຈ້າຫຼາຍ, ພວກເຂົາຂາດຄວາມເຂົ້າໃຈທີ່ເລິກເຊິ່ງ ແລະ ຮູ້ໜ້ອຍຫຼາຍ!”? ນັ້ນກໍຄື ມຸມມອງ ແລະ ຄວາມເຂົ້າໃຈຂອງເຈົ້າກ່ຽວກັບຈັກກະວານທັງໝົດ, ກ່ຽວກັບມະນຸດຊາດທັງໝົດ, ກ່ຽວກັບຊັບພະສິ່ງທັງປວງທີ່ພຣະເຈົ້າບັນຊາ, ກ່ຽວກັບທຸກສິ່ງທີ່ພຣະເຈົ້າບັນຊາ, ອາດຈະຄືກັນກັບຄວາມເຂົ້າໃຈທີ່ເລິກເຊິ່ງຂອງເຈົ້າກ່ຽວກັບເພັດເມັດນ້ອຍໆ ເຊິ່ງຄ່າຂອງມັນຖືກປຽບທຽບກັບດາວເຄາະດວງໜຶ່ງ, ແມ່ນບໍ? (ແມ່ນແລ້ວ.) ພວກເຮົາສາມາດສະຫຼຸບຫຍັງໄດ້ຈາກສິ່ງນີ້? ໃນໂລກນີ້, ບໍ່ວ່າຄົນໃດຄົນໜຶ່ງຈະປະສົບຜົນສຳເລັດຫຍັງກໍຕາມ, ມີຊື່ສຽງຫຍັງກໍຕາມ, ພວກເຂົາໄດ້ສະແດງຜົນງານຢ່າງສະຫງ່າງາມສໍ່າໃດກໍຕາມ, ພວກເຂົາຕ້ອງບໍ່ໂອ້ອວດ, ເພາະມະນຸດຊາດຊ່າງຕ່ຳຕ້ອຍຫຼາຍ ແລະ ບໍ່ມີຄ່າຫຍັງຈັກດີ້! ພຣະເຈົ້າໄດ້ກຽມເພັດຈໍານວນໜຶ່ງໄວ້ໃນໂລກ ແລະ ຜູ້ຄົນກໍໄດ້ຍາດຊີງກັນເພື່ອສິ່ງເຫຼົ່ານັ້ນ. ຜູ້ຄົນບໍ່ຮູ້ບໍວ່າມີດາວເຄາະຈັກດວງຢູ່ໃນພຣະຫັດຂອງພຣະເຈົ້າທີ່ມີສິ່ງທີ່ດີກວ່າເພັດ? ຜູ້ຄົນບໍ່ໜ້າສົງສານບໍ? (ແມ່ນແລ້ວ.) ນີ້ຄືວິທີທີ່ຜູ້ຄົນໜ້າສົງສານ; ຜູ້ຄົນຊ່າງໂງ່ຈ້າຫຼາຍ.

ຜູ້ຕໍ່ຕ້ານພຣະຄຣິສຄວບຄຸມຕົນເອງບໍ່ໄດ້ທີ່ຈະຕໍ່ຕ້ານພຣະເຈົ້າ; ພວກເຂົາກຽດຊັງຄວາມຈິງ ແລະ ສິ່ງທີ່ເປັນບວກໂດຍທໍາມະຊາດ ແລະ ພວກເຂົາບໍ່ສາມາດແມ່ນແຕ່ຈະປ່ອຍໃຫ້ຜູ້ທີ່ສະແຫວງຫາຄວາມຈິງ ແລະ ຮັກສິ່ງທີ່ເປັນບວກຢູ່ຕາມລຳພັງໄດ້, ແຕ່ກົງກັນຂ້າມ ພວກເຂົາກ່າວໂທດ, ກົດຂີ່ ແລະ ກີດກັນຄົນດັ່ງກ່າວ. ສ່ວນຜູ້ທີ່ສົມຮູ້ຮ່ວມຄິດກັບພວກເຂົາ, ພວກເຂົາກໍຜູກມັດເຂົ້າກັນໂດຍທໍາມະຊາດ, ປົກປ້ອງກັນ ແລະ ກັນ, ໃຫ້ບ່ອນລີ້ໄພແກ່ກັນ ແລະ ກັນ ແລະ ເລຍແຂ່ງເລຍຂາກັນ. ຈາກສິ່ງນີ້, ພວກເຮົາສາມາດເຫັນໄດ້ວ່າ ຄົນເຫຼົ່ານີ້ທີ່ເປັນຜູ້ຕໍ່ຕ້ານພຣະຄຣິສແມ່ນວິນຍານຮ້າຍ ແລະ ຜີຮ້າຍທີ່ບໍ່ບໍລິສຸດມາເກີດໃໝ່ ແລະ ພວກເຂົາບໍ່ມີຄວາມເປັນມະນຸດປົກກະຕິ. ບໍ່ວ່າພວກເຂົາຈະເຂົ້າໃຈຄວາມຈິງທີ່ພວກເຂົາໄດ້ຍິນຫຼາຍສໍ່າໃດກໍຕາມ ຫຼື ພວກເຂົາເທດສະໜາຄຳເວົ້າ ແລະ ຫຼັກຄຳສອນໄດ້ຢ່າງຊັດເຈນສໍ່າໃດກໍຕາມ, ເມື່ອເຖິງເວລາທີ່ຕ້ອງນໍາໄປປະຕິບັດ, ສິ່ງດຽວທີ່ພວກເຂົາເລືອກເຮັດກໍຄືການຝ່າຝືນຄວາມຈິງ ແລະ ຕໍ່ຕ້ານພຣະເຈົ້າ ແລະ ປົກປ້ອງສະຖານະ ແລະ ຜົນປະໂຫຍດຂອງຕົນເອງ, ນີ້ຄືຄວາມຊົ່ວຊ້າຂອງພວກເຂົາ. ພວກເຂົາຊົ່ວຊ້າທີ່ສຸດໃນດ້ານໃດ? ມັນກໍຄືການທີ່ພວກເຂົາກຽດຊັງຄວາມຈິງ; ພວກເຂົາກຽດຊັງຄວາມຈິງໂດຍບໍ່ມີຄຳອະທິບາຍ ຫຼື ເຫດຜົນ. ຖ້າເຈົ້າຖາມພວກເຂົາວ່າເປັນຫຍັງພວກເຂົາຈຶ່ງກຽດຊັງຄວາມຈິງ, ພວກເຂົາອາດຈະບໍ່ສາມາດອະທິບາຍໄດ້, ແຕ່ທຸກການກະທຳຂອງພວກເຂົາແຝງໄວ້ດ້ວຍອຸປະນິໄສ ແລະ ວິທີການຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ທຸກການກະທຳຂອງພວກເຂົານໍາພາຜູ້ຄົນຢ່າງຜິດໆ ແລະ ຜູກມັດຜູ້ຄົນ, ລົບກວນ ແລະ ຂັດຂວາງວຽກງານຂອງເຮືອນຂອງພຣະເຈົ້າ, ນີ້ຄືຜົນຂອງທຸກການກະທຳຂອງພວກເຂົາ. ຈົ່ງປຽບທຽບ ແລະ ເບິ່ງຜູ້ນໍາ ແລະ ຜູ້ເຮັດວຽກທຸກລະດັບ ຫຼື ອ້າຍເອື້ອຍນ້ອງທຳມະດາທີ່ຢູ່ອ້ອມຂ້າງພວກເຈົ້າ, ຜູ້ທີ່ພວກເຈົ້າຮູ້ຈັກ ແລະ ພົວພັນນຳ ເພື່ອເບິ່ງວ່າມີໃຜໃນພວກເຂົາກຽດຊັງອ້າຍເອື້ອຍນ້ອງທີ່ສະແຫວງຫາຄວາມຈິງໂດຍບໍ່ມີເຫດຜົນ ແລະ ຢາກໂຈມຕີ ແລະ ກີດກັນຄົນເຫຼົ່ານີ້ຢູ່ສະເໝີ ຫຼື ບໍ່. ພວກເຂົາເອງກໍຮູ້ວ່າມັນບໍ່ຖືກຕ້ອງ ແຕ່ກໍຄວບຄຸມຕົນເອງບໍ່ໄດ້, ຕໍ່ໜ້າເວົ້າຄຳເວົ້າທີ່ມ່ວນຫູໃຫ້ອ້າຍເອື້ອຍນ້ອງເຫຼົ່ານີ້ຟັງ ແຕ່ລັບຫຼັງພັດເຮັດສິ່ງທີ່ແຕກຕ່າງກັນຢ່າງສິ້ນເຊີງ, ໂດຍເຜີຍໃບໜ້າຂອງຜີຮ້າຍອອກມາ ແລະ ເລີ່ມຕໍ່ຕ້ານພວກເຂົາ. ຖ້ານີ້ບໍ່ແມ່ນຄວາມຊົ່ວຊ້າ, ແລ້ວມັນແມ່ນຫຍັງ? ສິ່ງທີ່ໜ້າລັງກຽດທີ່ສຸດກ່ຽວກັບຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງ? ພວກເຂົາມັກເວົ້າສິ່ງທີ່ຖືກຕ້ອງ ເພື່ອນໍາພາຜູ້ຄົນທີ່ພຣະເຈົ້າເລືອກ ແລະ ຜູ້ຄົນທີ່ຢູ່ອ້ອມຂ້າງພວກເຂົາຢ່າງຜິດໆ ແລະ ເຖິງຂັ້ນຕົບຕາ ແລະ ຫຼອກລວງເບື້ອງເທິງ ແລະ ຍິ່ງໄປກວ່ານັ້ນ, ພວກເຂົາຕ້ອງການຫຼອກລວງພຣະເຈົ້າ ແລະ ໃຫ້ໄດ້ຮັບຄວາມໄວ້ວາງໃຈຈາກຜູ້ຄົນໂດຍການໃຊ້ຄຳເວົ້າທີ່ມ່ວນຫູ ແລະ ຈາກນັ້ນກໍອາລະວາດ, ກະທຳການຢ່າງບ້າບິ່ນ ແລະ ເຮັດຕາມອຳເພີໃຈໃນເຮືອນຂອງພຣະເຈົ້າ. ພວກເຂົາຮູ້ວິທີເວົ້າໃຫ້ຖືກ, ວິທີເວົ້າໃຫ້ຜິດ ແລະ ພວກເຂົາຮູ້ວ່າພວກເຂົາຄວນກະທຳແນວໃດ, ບໍ່ຄວນກະທຳແນວໃດ, ອັນໃດແມ່ນຫຼັກການ, ອັນໃດບໍ່ແມ່ນຫຼັກການ, ການຝ່າຝືນຫຼັກການແມ່ນຫຍັງ ແລະ ການກະທຳຕາມຫຼັກການແມ່ນຫຍັງ. ພວກເຂົາບໍ່ໄດ້ສັບສົນກ່ຽວກັບສິ່ງເຫຼົ່ານີ້ຢູ່ໃນໃຈຂອງພວກເຂົາ ແລະ ບາງຄົນກໍຮູ້ສິ່ງເຫຼົ່ານີ້ຢ່າງຊັດເຈນ ແລະ ແຈ່ມແຈ້ງຫຼາຍ, ແຕ່ບໍ່ວ່າພວກເຂົາຈະເຂົ້າໃຈ ແລະ ຮູ້ຫຼັກການຢ່າງຊັດເຈນສໍ່າໃດກໍຕາມ, ເມື່ອພວກເຂົາເຮັດສິ່ງຕ່າງໆ ພວກເຂົາກໍບໍ່ປະຕິບັດຄວາມຈິງເລີຍ ແລະ ພວກເຂົາເຮັດສິ່ງທີ່ບໍ່ດີຢ່າງເຕັມທີ່ຕາມຄວາມປາຖະໜາຂອງຕົນເອງ. ສິ່ງນີ້ກຳນົດທໍາມະຊາດຂອງພວກເຂົາວ່າເປັນແບບຊາຕານ ແລະ ຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາບໍ່ພຽງແຕ່ເບື່ອໜ່າຍຄວາມຈິງ ແລະ ກຽດຊັງຄວາມຈິງເທົ່ານັ້ນ, ແຕ່ພວກເຂົາຍັງກຽດຊັງ ແລະ ກ່າວໂທດສິ່ງທີ່ເປັນບວກຢູ່ເລື້ອຍໆ. ເປັນຫຍັງມັງກອນແດງທີ່ຍິ່ງໃຫຍ່ຈຶ່ງກຽດຊັງຄວາມຈິງ ແລະ ພຣະເຈົ້າ? ສິ່ງນີ້ຖືກກຳນົດໂດຍທໍາມະຊາດແບບຊາຕານຂອງມັນທັງໝົດ. ອ້າຍເອື້ອຍນ້ອງບາງຄົນຖືກຂົ່ມເຫັງ ແລະ ຖືກໄລ່ລ່າຫຼາຍຈົນພວກເຂົາບໍ່ສາມາດກັບຄືນບ້ານຂອງພວກເຂົາໄດ້ ແລະ ພວກມານຮ້າຍ ແລະ ຊາຕານເຫຼົ່ານັ້ນກໍເວົ້າວ່າ “ຄົນພວກນີ້ບໍ່ໄດ້ດຳເນີນຊີວິດຢ່າງປົກກະຕິອີກຕໍ່ໄປ; ພວກເຂົາໄດ້ປະຖິ້ມຄອບຄົວຂອງພວກເຂົາ”. ຄວາມຈິງແລ້ວ, ພວກເຂົາກັບບ້ານບໍ່ໄດ້ ຍ້ອນວ່າພວກເຂົາກຳລັງຖືກຂົ່ມເຫັງໂດຍມັງກອນແດງທີ່ຍິ່ງໃຫຍ່. ເຫດການແບບນີ້ເກີດຂຶ້ນເລື້ອຍໆ. ພວກເຈົ້າເຄີຍໄດ້ຍິນເລື່ອງອື່ນອີກບໍ? (ມັງກອນແດງທີ່ຍິ່ງໃຫຍ່ເວົ້າວ່າ ຖ້າຜູ້ຄົນອ່ານພຣະທຳຂອງພຣະເຈົ້າຫຼາຍເກີນໄປ ແລ້ວພວກເຂົາກໍຈະຖືກລ້າງສະໝອງ.) ມັງກອນແດງທີ່ຍິ່ງໃຫຍ່ເວົ້າວ່າ “ຜູ້ຄົນຖືກລ້າງສະໝອງໂດຍພຣະທຳຂອງພຣະເຈົ້າ; ພວກເຂົາກາຍເປັນພວກຄັ່ງພຣະເຈົ້າ”. ນີ້ຄືການປີ້ນຂາວເປັນດຳ. ເຫັນໄດ້ຢ່າງຊັດເຈນວ່າ ມັງກອນແດງທີ່ຍິ່ງໃຫຍ່ນັ້ນແຫຼະທີ່ເຮັດໃຫ້ຜູ້ຄົນເສື່ອມຊາມ ແລະ ລ້າງສະໝອງຜູ້ຄົນ, ແຕ່ມັນກັບບິດເບືອນ ແລະ ເວົ້າວ່າພຣະທຳຂອງພຣະເຈົ້າລ້າງສະໝອງຜູ້ຄົນ, ພວກມານຮ້າຍເຫຼົ່ານີ້ຊ່າງຊົ່ວຊ້າຫຼາຍ! ມັງກອນແດງທີ່ຍິ່ງໃຫຍ່ອ້າງເອົາການກະທຳທີ່ດີທັງໝົດທີ່ຄົນອື່ນເຮັດມາເປັນຂອງຕົນເອງ ແລະ ໂທດຄົນອື່ນສຳລັບສິ່ງທີ່ບໍ່ດີທີ່ມັນເຮັດ. ຜູ້ຕໍ່ຕ້ານພຣະຄຣິສກໍເຮັດແບບດຽວກັນ; ວິທີການຂອງພວກເຂົາແມ່ນຄືກັນກັບວິທີການຂອງມັງກອນແດງທີ່ຍິ່ງໃຫຍ່ ແລະ ຊາຕານຢ່າງແນ່ນອນ. ພວກເຂົາແມ່ນຄົນຮັບໃຊ້ຂອງຊາຕານຢ່າງແທ້ຈິງ!

ຕອນນີ້ພວກເຮົາໄດ້ໂອ້ລົມກ່ຽວກັບການສະແດງອອກທີ່ຊົ່ວຊ້າ, ແຝງຊົ່ວ ແລະ ເລ່ຫຼ່ຽມຂອງຜູ້ຕໍ່ຕ້ານພຣະຄຣິສຈົບໄປແລ້ວແມ່ນບໍ? ສິ່ງທີ່ເຮົາໄດ້ໂອ້ລົມໃນມື້ນີ້ແຕກຕ່າງ ແລະ ເປັນຈິງຫຼາຍກວ່າສິ່ງທີ່ພວກເຈົ້າສາມາດເຂົ້າໃຈຕາມຕົວອັກສອນແມ່ນບໍ? ໃນຊຸມປີມໍ່ໆມານີ້ ເຮືອນຂອງພຣະເຈົ້າໄດ້ຜະລິດວິດີໂອຫຼາຍຢ່າງ ແລະ ລວມທັງເພງສັນລະເສີນ ແລະ ຮູບເງົາບາງເລື່ອງ ແລະ ອື່ນໆ, ທັງໝົດນັ້ນລ້ວນແລ້ວແຕ່ໄດ້ຖືກອັບໂຫຼດລົງທາງອອນລາຍ. ຜູ້ຕໍ່ຕ້ານພຣະຄຣິສຄົນໜຶ່ງໃນປະເທດຈີນແຜ່ນດິນໃຫຍ່ເຫັນສິ່ງເຫຼົ່ານີ້ທາງອອນລາຍ ແລະ ເວົ້າວ່າ “ພວກເຈົ້າຜະລິດລາຍການເຫຼົ່ານີ້ຢູ່ຕ່າງປະເທດ ແລະ ພວກເຮົາກໍສາມາດເຮັດສິ່ງນີ້ໃນປະເທດຈີນໄດ້ເຊັ່ນກັນ”. ຈາກນັ້ນ ລາວກໍເລີ່ມຮັບສະໝັກຄົນ, ຊອກຫາຄົນກຸ່ມໜຶ່ງ ແລະ ສ້າງຕັ້ງຄະນະປະສານສຽງໃນປະເທດຂອງມັງກອນແດງທີ່ຍິ່ງໃຫຍ່. ໃນທີ່ສຸດ, ຄົນເຫຼົ່ານີ້ກໍຖືກຈັບກຸມ. ເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງຕ້ອງເຮັດແບບນີ້? ລາວມີຈຸດປະສົງບໍ? (ມີ.) ຈຸດປະສົງຂອງລາວແມ່ນຫຍັງ? (ຄວບຄຸມຜູ້ຄົນ.) ມັນບໍ່ແມ່ນເລື່ອງງ່າຍດາຍຄືກັບວ່າລາວຢາກຄວບຄຸມຜູ້ຄົນ. ລາວຕ້ອງການສ້າງພັກພວກຂອງຕົນເອງ. ແນວຄວາມຄິດຂອງລາວກໍຄື “ເຮືອນຂອງພຣະເຈົ້າສາມາດມີຄະນະປະສານສຽງໄດ້, ຂ້ອຍກໍມີໄດ້ເຊັ່ນກັນ! ຖ້າຂ້ອຍເຮັດສຳເລັດ, ຂ້ອຍກໍຈະມີພັກພວກຂອງຕົນເອງ. ພຽງແຕ່ຂ້ອຍໂບກມືເທື່ອດຽວ, ຄົນຫຼາຍຄົນກໍຈະມາ!” ດ້ວຍວິທີນີ້, ລາວຈຶ່ງສາມາດແທນທີ່ຄຣິສຕະຈັກຂອງພຣະເຈົ້າໄດ້. ນີ້ບໍ່ແມ່ນຈຸດປະສົງທີ່ລາວຕ້ອງການບັນລຸບໍ? ແຕ່ຜົນກໍຄື ມັງກອນແດງທີ່ຍິ່ງໃຫຍ່ໄດ້ປາບປາມ ແລະ ແຜນການທີ່ຄິດເຂົ້າຂ້າງຕົນເອງຂອງລາວກໍລົ້ມເຫຼວ. ເຮືອນຂອງພຣະເຈົ້າປະຕິບັດວຽກງານນີ້ພາຍໃຕ້ເງື່ອນໄຂຂອງການຮັບປະກັນຄວາມປອດໄພ. ເງື່ອນໄຂນີ້ມີສຳລັບລາວບໍ ໃນປະເທດທີ່ຖືກປົກຄອງໂດຍມັງກອນແດງທີ່ຍິ່ງໃຫຍ່? ເງື່ອນໄຂນີ້ບໍ່ມີຢູ່ສຳລັບລາວ, ແຕ່ລາວກໍຍັງຢາກອວດອ້າງ. ລາວອວດອ້າງຕົນເອງບໍ່ໄດ້ດີປານໃດ ແລະ ໃນທີ່ສຸດ ສິ່ງຕ່າງໆກໍຜິດພາດສຳລັບລາວ. ເມື່ອສອງສາມປີກ່ອນ, ມີຄົນອີກກຸ່ມໜຶ່ງໄດ້ຜະລິດລາຍການ ແລະ ເອົາລົງທາງອອນລາຍ. ພວກເຂົາຮ້ອງເພງທຳນອງເກົ່າປະກອບກັບການເຕັ້ນ ແລະ ນຸ່ງຊຸດກະໂປງລາຍດອກໄມ້ແບບຊົນເຜົ່າສ່ວນນ້ອຍ. ມັນເປັນແບບດັ້ງເດີມ ແລະ ຫຼ້າສະໄໝເກີນໄປ. ບອກເຮົາມາເບິ່ງ, ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ພຽງແຕ່ກໍ່ໃຫ້ເກີດການລົບກວນບໍ່ແມ່ນບໍ? (ແມ່ນ.) ຄົນທີ່ບໍ່ເຊື່ອ ແລະ ຜູ້ທີ່ນັບຖືສາສະໜາບໍ່ຮູ້ສະຖານະການຕົວຈິງ ແລະ ເຊື່ອວ່າສິ່ງເຫຼົ່ານີ້ຖືກເຮັດໂດຍຄຣິສຕະຈັກແທ້ໆ. ຜູ້ຕໍ່ຕ້ານພຣະຄຣິສມັກຈະເຮັດສິ່ງທີ່ໂງ່ຈ້າສະເໝີ; ພວກເຂົາບໍ່ພຽງແຕ່ຊົ່ວຊ້າເທົ່ານັ້ນ, ແຕ່ພວກເຂົາຍັງໂງ່ຈ້າອີກດ້ວຍ. ເປັນຫຍັງພວກເຂົາຈຶ່ງໂງ່ຈ້າ? ກໍຍ້ອນວ່າພວກເຂົາຊົ່ວຊ້າຫຼາຍຈົນກາຍເປັນຄົນໂງ່ຍ້ອນຄວາມຊົ່ວຊ້າບໍ? ບໍ່. ບໍ່ວ່າຄົນໃດຄົນໜຶ່ງຈະມີຄວາມສາມາດໃນລະດັບໃດກໍຕາມ, ຖ້າພວກເຂົາເຂົ້າໃຈຄວາມຈິງບາງຢ່າງ, ແລ້ວເຖິງແມ່ນວ່າພວກເຂົາຈະບໍ່ມີຫົນທາງທີ່ຈະກ້າວໄປຂ້າງໜ້າ ເມື່ອພວກເຂົາເຮັດສິ່ງຕ່າງໆ ແລະ ບໍ່ຮູ້ວ່າສິ່ງໃດເໝາະສົມ ຫຼື ບໍ່ເໝາະສົມສຳລັບພວກເຂົາທີ່ຈະເຮັດ, ພວກເຂົາກໍມີຂີດຂັ້ນຕໍ່າຢູ່ໃນໃຈຂອງພວກເຂົາ: ພວກເຂົາຈະບໍ່ກະທຳຢ່າງບໍ່ຢັ້ງຄິດ ຫຼື ຢ່າງມືດບອດ. ມັນເປັນແບບນີ້ບໍ່ແມ່ນບໍ? (ແມ່ນ, ມັນເປັນແບບນີ້.) ເຖິງຢ່າງໃດກໍຕາມ, ຄົນເຫຼົ່ານັ້ນທີ່ບໍ່ເຂົ້າໃຈຄວາມຈິງ ແລະ ຜູ້ທີ່ອວດດີຫຼາຍຈົນບໍ່ມີເຫດຜົນກໍຈະກະທຳຕາມອຳເພີໃຈ. ການທີ່ພວກເຂົາກະທຳຕາມອຳເພີໃຈໝາຍຄວາມວ່າແນວໃດ? ຄົນແບບນີ້ບໍ່ມີຄວາມຮູ້ສຶກເຖິງເຫດຜົນ ແລະ ຄົນທີ່ບໍ່ມີຄວາມຮູ້ສຶກເຖິງເຫດຜົນກໍຈະບໍ່ສາມາດພິຈາລະນາບັນຫາຕ່າງໆໄດ້. ເຮົາໝາຍຄວາມວ່າແນວໃດໂດຍຄຳວ່າ “ພິຈາລະນາ”? ເຮົາໝາຍເຖິງສິ່ງທີ່ຕ້ອງເຮັດໃນໄລຍະເລີ່ມຕົ້ນ, ສິ່ງທີ່ຕ້ອງກະກຽມ, ສິ່ງທີ່ຈຳເປັນເມື່ອລົງມືເຮັດ, ເປັນຫຍັງລາຍການນີ້ຈຶ່ງຕ້ອງຖືກສ້າງຂຶ້ນ ແລະ ຫຼັງຈາກທີ່ລາຍການຖືກຜະລິດແລ້ວ, ຈະມີຈັກຄົນທີ່ໄດ້ຮັບຜົນກະທົບ, ຈະມີຈັກຄົນທີ່ໄດ້ຮັບການເສີມສ້າງ ແລະ ມັນຈະມີຜົນສະທ້ອນ ຫຼື ຂໍ້ເສຍໃດໆ ຫຼື ບໍ່, ທັງໝົດນີ້ຕ້ອງໄດ້ຮັບການປະເມີນ. ຂະບວນການປະເມີນນີ້ເອີ້ນວ່າ “ການພິຈາລະນາ”. ຄົນໂງ່ຈ້າເຫຼົ່ານີ້ສາມາດພິຈາລະນາສິ່ງຕ່າງໆໄດ້ບໍ? (ບໍ່.) ຄົນທີ່ບໍ່ສາມາດພິຈາລະນາບັນຫາຕ່າງໆໄດ້ກໍຄືຄົນທີ່ບໍ່ມີຄວາມມີເຫດຜົນ; ພວກເຂົາມີຄວາມເຂົ້າໃຈກ່ຽວກັບຄວາມຈິງບໍ? ແນ່ນອນວ່າບໍ່ມີ. ຖ້າຄົນໃດຄົນໜຶ່ງເຂົ້າໃຈຄວາມຈິງບາງຢ່າງແທ້ໆ, ຄວາມຮູ້ສຶກເຖິງເຫດຜົນຂອງພວກເຂົາກໍຈະຈະແຈ້ງຫຼາຍຂຶ້ນ ແລະ ສົມເຫດສົມຜົນຫຼາຍຂຶ້ນ. ພວກເຂົາສາມາດມີຄວາມຈະແຈ້ງຫຼາຍຂຶ້ນກ່ຽວກັບວ່າສິ່ງໃດເປັນບວກ, ສິ່ງໃດເປັນລົບ, ສິ່ງໃດຖືກ, ສິ່ງໃດຜິດ ແລະ ຫຼັກການດັ່ງກ່າວຢູ່ໃນຂອບເຂດໃດ; ນັ້ນກໍຄື ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ບໍ່ວ່າພວກເຂົາຈະເຮັດສິ່ງທີ່ດີ ຫຼື ບໍ່ດີ, ພວກເຂົາກໍມີມາດຕະຖານຢູ່ໃນໃຈຂອງພວກເຂົາ. ຕົວຢ່າງ: ຖ້າຄົນໃດຄົນໜຶ່ງບອກໃຫ້ເຈົ້າໄປແລ່ນແກ້ຜ້າຢູ່ຕາມຖະໜົນ, ເຈົ້າຈະໄປເຮັດບໍ? (ບໍ່.) ເຈົ້າຈະໄປເຮັດບໍ ຖ້າມີຄົນໃດຄົນໜຶ່ງມາຕີເຈົ້າ? ເຈົ້າຈະໄປເຮັດບໍ ຖ້າມີຄົນໃດຄົນໜຶ່ງເອົາເງິນໃຫ້ເຈົ້າໜຶ່ງໝື່ນຢວນ? (ມັນເປັນເລື່ອງທີ່ໜ້າອັບອາຍ. ຂ້ານ້ອຍເຮັດບໍ່ໄດ້.) ການທີ່ຮູ້ວ່າມັນເປັນເລື່ອງທີ່ໜ້າອັບອາຍ, ນີ້ຄືການຄິດແບບໜຶ່ງ, ການຕັດສິນແບບໜຶ່ງ ແລະ ທັດສະນະຄະຕິແບບໜຶ່ງທີ່ເກີດຂຶ້ນຈາກຄວາມມີເຫດຜົນ, ນັ້ນກໍຄື ມີພຽງແຕ່ຄວາມມີເຫດຜົນນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດມີຄວາມຄິດ ແລະ ທັດສະນະຄະຕິແບບນີ້ໄດ້. ສະນັ້ນ, ບໍ່ວ່າເຈົ້າຈະຖືກລໍ້ລວງດ້ວຍເງິນ ຫຼື ຖືກທໍລະມານຢ່າງໂຫດຮ້າຍ ແລະ ຖືກເຮັດໃຫ້ທົນທຸກ, ບໍ່ວ່າເຈົ້າຈະຖືກບັງຄັບແນວໃດກໍຕາມ, ເຈົ້າກໍຍັງຈະບໍ່ໄປເຮັດມັນ, ແລ້ວເຈົ້າກໍຈະບໍ່ໄດ້ຮັບຜົນກະທົບເລີຍ ແລະ ເຈົ້າກໍຈະຢືນຢັດຢ່າງໝັ້ນຄົງໄດ້. ຜູ້ຕໍ່ຕ້ານພຣະຄຣິສບໍ່ເຂົ້າໃຈຄວາມຈິງ ແລະ ນັ້ນຄືເຫດຜົນທີ່ພວກເຂົາບໍ່ມີແນວຄວາມຄິດກ່ຽວກັບສິ່ງໃດເລີຍທີ່ພວກເຂົາເຮັດ. ຄຳວ່າ “ແນວຄວາມຄິດ” ໝາຍຄວາມວ່າແນວໃດໃນທີ່ນີ້? ມັນໝາຍຄວາມວ່າພວກເຂົາບໍ່ຮູ້ວ່າຈະເຮັດແນວໃດເພື່ອເປັນພະຍານໃຫ້ພຣະເຈົ້າ. ຜູ້ຕໍ່ຕ້ານພຣະຄຣິສຄົນນີ້ເຊື່ອວ່າລາວມີຫົວໃຈທີ່ມີຄວາມຮັກຢ່າງມະຫາສານ, ລາວໄດ້ຮວບຮວມກຸ່ມຄົນເພື່ອສ້າງວິດີໂອຄະນະປະສານສຽງ ແລະ ລົງເອີຍດ້ວຍການໃຊ້ເງິນຈໍານວນຫຼາຍ ແລະ ເຮັດໃຫ້ຕົນເອງຕົກຢູ່ໃນຄວາມສ່ຽງ. ສະຖານະການໃນປະເທດຈີນແຜ່ນດິນໃຫຍ່ນັ້ນຮ້າຍແຮງກວ່າຢູ່ຕ່າງປະເທດ, ແລ້ວຖ້າມີບາງຢ່າງຜິດພາດເດ? ລາວໄດ້ພິຈາລະນາເລື່ອງນີ້ບໍ? ລາວອາດຈະໄດ້ພິຈາລະນາສະຖານະການໃນລະດັບໃດໜຶ່ງ, ແຕ່ລາວບໍ່ຮູ້ວ່າຈະສ້າງລາຍການໃດ ຫຼື ຈະບັນລຸຜົນໄດ້ຮັບແບບໃດ, ລາວບໍ່ເຂົ້າໃຈເລີຍ. ເປັນຫຍັງລາວຈຶ່ງບໍ່ເຂົ້າໃຈ? ລາວບໍ່ມີຄວາມມີເຫດຜົນນີ້. ຄວາມມີເຫດຜົນເກີດຂຶ້ນມາໄດ້ແນວໃດ? ມີພຽງແຕ່ຜ່ານການເຂົ້າໃຈຄວາມຈິງເທົ່ານັ້ນ ເຫດຜົນຂອງຜູ້ຄົນຈຶ່ງຈະຄ່ອຍໆຈະແຈ້ງ ແລະ ສົມເຫດສົມຜົນຫຼາຍຂຶ້ນ. ຜູ້ຕໍ່ຕ້ານພຣະຄຣິສມີທຳມະຊາດທີ່ກຽດຊັງຄວາມຈິງ, ໂດຍທຳມະຊາດແລ້ວ ພວກເຂົາຕໍ່ຕ້ານສິ່ງທີ່ເປັນບວກ ແລະ ໃນສ່ວນເລິກຂອງຫົວໃຈຂອງພວກເຂົາ ພວກເຂົາບໍ່ມີວັນທີ່ຈະຮັກຄວາມຈິງໄດ້, ແລ້ວພວກເຂົາສາມາດເຂົ້າໃຈຄວາມຈິງໄດ້ບໍ? (ບໍ່.) ຖ້າພວກເຂົາບໍ່ສາມາດເຂົ້າໃຈຄວາມຈິງໄດ້, ພວກເຂົາຈະສາມາດມີຄວາມຄິດຂອງຄວາມເປັນມະນຸດປົກກະຕິໄດ້ບໍ? ພວກເຂົາບໍ່ມີທາງທີ່ຈະມີສິ່ງນີ້ໄດ້. ຄົນທີ່ບໍ່ມີຄວາມຄິດຂອງຄວາມເປັນມະນຸດປົກກະຕິຈະມີຄວາມມີເຫດຜົນບໍ? ບໍ່, ພວກເຂົາບໍ່ມີ. ເມື່ອຜູ້ຕໍ່ຕ້ານພຣະຄຣິສເຮັດ ແລະ ເວົ້າບາງຢ່າງ, ມຸມມອງຂອງພວກເຂົາ ແລະ ສິ່ງທັງໝົດທີ່ພວກເຂົາເຮັດນັ້ນກໍບໍ່ແຕກຕ່າງຫຍັງກັບສິ່ງທີ່ມານຮ້າຍ ແລະ ວິນຍານຮ້າຍເຮັດ. ເປັນຫຍັງເຮົາຈຶ່ງເວົ້າວ່າມັນບໍ່ມີຄວາມແຕກຕ່າງ? ຕົວຢ່າງ: ຄົນຜູ້ໜຶ່ງມັກເທດສະໜາ ແລະ ອວດອ້າງຕົນເອງເປັນພິເສດ, ສະນັ້ນ ລາວຈຶ່ງຊອກຫາຄົນມາຟັງລາວເທດສະໜາຢູ່ສະເໝີ. ເຖິງແມ່ນວ່າຜູ້ຄົນຈະບໍ່ມັກຟັງລາວ, ລາວກໍຍັງເທດສະໜາຢູ່; ເມື່ອຄົນອື່ນຮູ້ສຶກລັງກຽດລາວ, ລາວກໍເບິ່ງບໍ່ອອກ ແລະ ລາວກໍບໍ່ໄດ້ພະຍາຍາມສັງເກດພວກເຂົາເລີຍ, ລາວບໍ່ເຫັນສິ່ງທີ່ຄົນອື່ນຕ້ອງການ ແລະ ລາວພຽງແຕ່ຕອບສະໜອງຄວາມຕ້ອງການຂອງຕົນເອງເທົ່ານັ້ນ. ນີ້ບໍ່ແມ່ນເລື່ອງທີ່ໜ້າອັບອາຍບໍ? ມັນເປັນເລື່ອງທີ່ໜ້າອັບອາຍ ແລະ ລາວກໍບໍ່ມີຄວາມມີເຫດຜົນເລີຍ. ມີຄວາມແຕກຕ່າງຫຍັງບໍ ລະຫວ່າງການຂາດຄວາມມີເຫດຜົນນີ້ ກັບຄຳເວົ້າ ແລະ ການກະທຳຕາມອຳເພີໃຈ ແລະ ບໍ່ຢັ້ງຄິດຂອງຄົນທີ່ຖືກຊາຕານ ແລະ ວິນຍານຮ້າຍເຂົ້າສິງ? ເຖິງແມ່ນວ່າລາວອາດຈະເບິ່ງບໍ່ຄືກັບຄົນປ່ວຍທາງຈິດທີ່ແລ່ນແກ້ຜ້າຢ່າງບ້າຄັ່ງໄປຕາມຖະໜົນ, ແຕ່ເຈົ້າກໍສາມາດເຫັນໄດ້ວ່າລາວກະທຳໂດຍບໍ່ມີຄວາມມີເຫດຜົນ. ເມື່ອລາວຖືກຂໍໃຫ້ໄປຫົດນ້ຳອ້າຍເອື້ອຍນ້ອງຈໍານວນໜຶ່ງ ຫຼື ໄປເທດສະໜາພຣະກິດຕິຄຸນ ຫຼື ປະຕິບັດໜ້າທີ່ບາງຢ່າງ, ລາວກໍບໍ່ມີຫຼັກການເລີຍ ແລະ ພຽງແຕ່ກະທຳຢ່າງບໍ່ຢັ້ງຄິດຕາມທີ່ລາວຕ້ອງການ. ມີບາງຄົນທີ່ເທດສະໜາພຣະກິດຕິຄຸນມາເປັນເວລາ 20 ປີ ໂດຍບໍ່ໄດ້ຮັບເອົາຄົນມາແມ່ນແຕ່ຄົນດຽວ, ແຕ່ພວກເຂົາກໍຍັງຢາກເປັນຜູ້ນໍາ. ຍັງມີຄົນແບບນີ້ຢູ່ບໍ? ມີ, ມີຢູ່. ພວກເຂົາບໍ່ມີຫຼັກການຫຍັງເລີຍ, ພວກເຂົາເຮັດໃຫ້ທຸກຢ່າງທີ່ພວກເຂົາເຮັດຍຸ່ງເຫຍີງ ແລະ ພວກເຂົາກໍຍັງຢາກເປັນຜູ້ນໍາ ແລະ ນໍາພາຄົນອື່ນ, ມີຄົນແບບນີ້ຫຼາຍຢ່າງແນ່ນອນ. ພວກເຂົາເຊື່ອໃນພຣະເຈົ້າມາເປັນເວລາຫຼາຍປີ, ພວກເຂົາໄດ້ອ່ານພຣະທຳຂອງພຣະເຈົ້າມາຫຼາຍ ແລະ ພວກເຂົາໄດ້ຟັງການເທດສະໜາມາຫຼາຍ, ແຕ່ພວກເຂົາບໍ່ເຂົ້າໃຈຄວາມຈິງເລີຍ. ແລ້ວການຂາດຄວາມເຂົ້າໃຈຂອງພວກເຂົາກ່ຽວຂ້ອງກັບຫຍັງ? ສາເຫດອັນໃດທີ່ພາໃຫ້ພວກເຂົາບໍ່ເຂົ້າໃຈ? ກໍຍ້ອນວ່າພວກເຂົາຂາດຄວາມສາມາດ ແລະ ຄວາມສາມາດໃນການຢັ່ງຮູ້ຫຼາຍເກີນໄປບໍ ຫຼື ວ່າລັກສະນະຂອງພວກເຂົາບໍ່ດີ ແລະ ພວກເຂົາບໍ່ຮັກຄວາມຈິງ? (ມັນກ່ຽວຂ້ອງກັບແກ່ນແທ້ຂອງພວກເຂົາ.) ເປັນຫຍັງມັນຈຶ່ງກ່ຽວຂ້ອງກັບແກ່ນແທ້ຂອງພວກເຂົາ? (ກໍຍ້ອນວ່າແກ່ນແທ້ຂອງພວກເຂົາຊົ່ວຊ້າ, ພວກເຂົາບໍ່ສາມາດຮັບເອົາພາລະກິດຂອງພຣະວິນຍານບໍລິສຸດໄດ້ ແລະ ພຣະເຈົ້າກໍບໍ່ໄດ້ເຮັດພາລະກິດໃນຄົນແບບນີ້, ສະນັ້ນ ບໍ່ວ່າພວກເຂົາຈະກິນ ແລະ ດື່ມພຣະທຳຂອງພຣະເຈົ້າແນວໃດກໍຕາມ, ພວກເຂົາກໍຈະບໍ່ມີວັນເຂົ້າໃຈຄວາມຈິງໄດ້.) ນີ້ແມ່ນສາເຫດພາວະວິໄສ. ແນ່ນອນວ່າສາເຫດພາວະວິໄສກໍຄື ພຣະວິນຍານບໍລິສຸດບໍ່ໄດ້ເຮັດພາລະກິດໃນຕົວພວກເຂົາ ແລະ ດັ່ງນັ້ນ ພວກເຂົາຈຶ່ງບໍ່ສາມາດເຂົ້າໃຈຫຍັງໄດ້ເລີຍ, ສິ່ງນີ້ໃຊ້ໄດ້ກັບທຸກຄົນ. ມັນຍັງມີສາເຫດອັດຕະວິໄສອີກດ້ວຍ, ແລ້ວມັນແມ່ນຫຍັງ? (ຄົນແບບນີ້ກຽດຊັງຄວາມຈິງ.) ແລ້ວຄົນທີ່ກຽດຊັງຄວາມຈິງຖືວ່າຄວາມຈິງເປັນແນວໃດ? (ເປັນສິ່ງທີ່ກົງກັນຂ້າມກັບພວກເຂົາ.) ພວກເຂົາຖືວ່າມັນເປັນສິ່ງທີ່ກົງກັນຂ້າມກັບພວກເຂົາ; ນັ້ນແມ່ນດ້ານໜຶ່ງ. ມີຫຍັງອີກບໍ? ພວກເຂົາສາມາດຢັ່ງຮູ້ດ້ານທີ່ເປັນຈິງຂອງຄວາມຈິງໄດ້ບໍ? ບໍ່ມີທາງ. ຖ້າພວກເຂົາບໍ່ສາມາດຢັ່ງຮູ້ໄດ້ແມ່ນແຕ່ລະດັບນີ້, ແລ້ວບອກເຮົາມາເບິ່ງ, ພວກເຂົາຈະສາມາດເຂົ້າໃຈຄວາມຈິງໄດ້ບໍ? ບໍ່ມີທາງ, ພວກເຂົາຈະບໍ່ສາມາດເຂົ້າໃຈຄວາມຈິງໄດ້. ສາເຫດພາວະວິໄສກໍຄື ຄົນແບບນີ້ບໍ່ສາມາດຮັບເອົາພາລະກິດຂອງພຣະວິນຍານບໍລິສຸດໄດ້ ແລະ ພຣະເຈົ້າກໍບໍ່ໄດ້ໃຫ້ຄວາມຮູ້ແຈ້ງແກ່ພວກເຂົາ. ສາເຫດອັດຕະວິໄສກໍຄື ພວກເຂົາເປັນປໍລະປັກຕໍ່ພຣະເຈົ້າ, ຕໍ່ຄວາມຈິງ ແລະ ຕໍ່ສິ່ງທີ່ເປັນບວກ ແລະ ບໍ່ມີສິ່ງທີ່ເປັນບວກໃດໆເປັນສິ່ງທີ່ເປັນບວກສຳລັບພວກເຂົາ. ແລ້ວພວກເຂົາເຊື່ອໃນໃຈວ່າສິ່ງໃດເປັນສິ່ງທີ່ເປັນບວກ? ພວກມັນແມ່ນສິ່ງຕ່າງໆທີ່ຊາຕານສົ່ງເສີມ ເຊິ່ງເປັນສິ່ງທີ່ຊົ່ວຊ້າ, ວ່າງເປົ່າ ແລະ ເລື່ອນລອຍທັງໝົດ. ແລ້ວຄົນຊົ່ວຊ້າເຫຼົ່ານີ້ທີ່ກຽດຊັງຄວາມຈິງຈະສາມາດເຂົ້າໃຈຄວາມຈິງໄດ້ບໍ? ພວກເຂົາບໍ່ມີວັນທີ່ຈະເຂົ້າໃຈມັນໄດ້ ຍ້ອນວ່າພວກເຂົາບໍ່ຍອມຮັບມັນ. ຕອນນີ້, ບອກເຮົາມາເບິ່ງ, ມັນມີປະໂຫຍດຫຍັງບໍທີ່ຈະໂອ້ລົມກ່ຽວກັບຄວາມຈິງກັບຄົນແບບນີ້? ພວກເຂົາຈະເຕັມໃຈຟັງບໍ ເມື່ອເຈົ້າອ່ານພຣະທຳຂອງພຣະເຈົ້າໃຫ້ພວກເຂົາຟັງ? ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ບໍ່ເຊື່ອ ແລະ ຜີຮ້າຍ, ແລ້ວພວກເຂົາຈະຟັງພຣະທຳຂອງພຣະເຈົ້າໄດ້ແນວໃດ? ບາງຄົນບໍ່ສາມາດເບິ່ງທະລຸເລື່ອງນີ້ໄດ້ ແລະ ເວົ້າວ່າ “ເປັນຫຍັງພວກເຂົາຈຶ່ງບໍ່ເຂົ້າໃຈ ເມື່ອຂ້ານ້ອຍໂອ້ລົມກ່ຽວກັບຄວາມຈິງກັບພວກເຂົາ? ພວກເຂົາບໍ່ແມ່ນມະນຸດບໍ?” ເຈົ້າຮູ້ສຶກສັບສົນ ແລະ ເຈົ້າບໍ່ສາມາດສື່ສານກັບພວກເຂົາໄດ້. ຄຳເວົ້າຂອງຄົນບາງຄົນທີ່ເຈົ້າພຽງແຕ່ບໍ່ສາມາດຟັງໄດ້ ແລະ ສິ່ງທີ່ພວກເຂົາເຮັດນັ້ນກໍໄຮ້ສາລະຢ່າງສິ້ນເຊີງ, ຄົນເຫຼົ່ານີ້ແມ່ນຄົນທີ່ບໍ່ເຊື່ອ, ຜີຮ້າຍ ແລະ ພວກເຂົາເວົ້າບໍ່ຟັງຄວາມ. ເປັນຫຍັງເຮົາຈຶ່ງເວົ້າຄຳວ່າ “ເວົ້າບໍ່ຟັງຄວາມ”? ເຈົ້າເຊື່ອວ່າພຣະເຈົ້າມີຢູ່ຈິງ ແລະ ພຣະເຈົ້າມີອຳນາດສູງສຸດເໜືອທຸກສິ່ງ, ສິ່ງເຫຼົ່ານີ້ບໍ່ແມ່ນສິ່ງທີ່ເປັນບວກບໍ? (ແມ່ນ.) ແລ້ວຄົນເຫຼົ່ານີ້ເຊື່ອແນວໃດ? “ນີ້ຄືວິທີທີ່ພຣະເຈົ້າມີອຳນາດສູງສຸດເໜືອທຸກສິ່ງບໍ? ພຣະອົງກໍບໍ່ເທົ່າໃດ”. ພວກເຂົາບໍ່ແມ່ນເວົ້າບໍ່ຟັງຄວາມບໍ? (ແມ່ນ.) ບໍ່ມີທາງທີ່ຈະສື່ສານກັບຄົນແບບນີ້ໄດ້; ພວກເຂົາເປັນຄົນອີກປະເພດໜຶ່ງ, ເປັນສັດເດຍລະສານ, ເວົ້າບໍ່ຟັງຄວາມ. ສັດເດຍລະສານຈະບໍ່ມີວັນເຂົ້າໃຈວ່າສິ່ງທີ່ເປັນບວກແມ່ນຫຍັງ ຫຼື ຄວາມຈິງແມ່ນຫຍັງ, ສະນັ້ນ ມັນຈຶ່ງບໍ່ມີທາງທີ່ຈະສື່ສານກັບພວກມັນໄດ້. ຄວາມຈິງທີ່ວ່າເຈົ້າບໍ່ສາມາດສື່ສານກັບພວກເຂົາໄດ້ນັ້ນບໍ່ແມ່ນບັນຫາຂອງເວລາ ຫຼື ເຈົ້າໃຊ້ຄວາມພະຍາຍາມຢ່າງໜັກ ຫຼື ບໍ່ ຫຼື ເຈົ້າໃຊ້ຄວາມພະຍາຍາມຫຼາຍປານໃດ, ແຕ່ມັນເປັນຍ້ອນວ່າພວກເຂົາບໍ່ສາມາດເຂົ້າໃຈໄດ້ເລີຍ, ແລ້ວຍັງມີຫຍັງອີກທີ່ຈະເວົ້າກັບພວກເຂົາ? ມີຫຍັງຢູ່ໃນຄົນເຫຼົ່ານີ້ກັນແທ້? ບໍ່ມີຄວາມຊື່ສັດ, ບໍ່ມີຄວາມຊື່ຕົງ ແລະ ບໍ່ມີຄວາມດີຢູ່ໃນໃຈຂອງພວກເຂົາເລີຍ, ມີແຕ່ຄວາມຊົ່ວຊ້າ, ພວກເຂົາເຕັມໄປດ້ວຍຄວາມຊົ່ວຊ້າ. ນີ້ຄືເຫດຜົນທີ່ຄົນເຫຼົ່ານີ້ເວົ້າບໍ່ຟັງຄວາມ ແລະ ເກີນກວ່າທີ່ຈະຊ່ວຍໃຫ້ລອດພົ້ນໄດ້.

ເມື່ອປຽບທຽບການຫຼອກລວງ ແລະ ຄວາມແຝງຊົ່ວກັບອຸປະນິໄສແຫ່ງຄວາມຊົ່ວຊ້າ, ລະດັບຂອງພວກມັນແມ່ນຂ້ອນຂ້າງເບົາກວ່າ ແລະ ຕື້ນກວ່າ. ຖ້າລະດັບນັ້ນຕື້ນ, ແລ້ວເປັນຫຍັງເຮົາຈຶ່ງກ່າວເຖິງພວກມັນໃນທີ່ນີ້? ຜູ້ຕໍ່ຕ້ານພຣະຄຣິສກະທຳ ແລະ ເວົ້າຢ່າງເລ່ຫຼ່ຽມ, ຢ່າງບໍ່ມີທີ່ມາທີ່ໄປ ແລະ ຢ່າງບໍ່ຊັດເຈນ, ເຮັດໃຫ້ຄົນອື່ນຮູ້ສຶກວ່າພວກເຂົາແຝງຊົ່ວ ແລະ ເລ່ຫຼ່ຽມ ແລະ ຄົນທຳມະດາບໍ່ສາມາດກຳແໜ້ນຄວາມຈິງທັງໝົດກ່ຽວກັບພວກເຂົາໄດ້. ພວກເຂົາກະທຳ ແລະ ເວົ້າຢ່າງເລ່ຫຼ່ຽມ ແລະ ບໍ່ສາມາດເຂົ້າກັນໄດ້ກັບຄົນທີ່ບໍ່ເລ່ຫຼ່ຽມ, ຄົນຊື່ສັດ ແລະ ຜູ້ທີ່ໄລ່ຕາມຄວາມຈິງ. ກົງກັນຂ້າມ, ພວກເຂົາມັກຈະຫຼອກໃຊ້ ແລະ ໃຊ້ປະໂຫຍດຈາກຄົນເຫຼົ່ານັ້ນ. ໂດຍທີ່ຄົນເຫຼົ່ານັ້ນບໍ່ຮູ້ຕົວເລີຍ, ຄົນເຫຼົ່ານີ້ຖືກຜູ້ຕໍ່ຕ້ານພຣະຄຣິສຫຼອກໃຊ້ ແລະ ຫຼອກລວງ ແລະ ເຖິງຂັ້ນຖືກພວກເຂົາໃຊ້ປະໂຫຍດ. ແນ່ນອນວ່າ ພຶດຕິກຳ ແລະ ວິທີການເຫຼົ່ານີ້ທີ່ຜູ້ຕໍ່ຕ້ານພຣະຄຣິສໃຊ້ນັ້ນບໍ່ໄດ້ເປັນອັນຕະລາຍຕໍ່ຜູ້ຄົນປານໃດ. ສິ່ງທີ່ກໍ່ໃຫ້ເກີດອັນຕະລາຍຢ່າງໃຫຍ່ຫຼວງຕໍ່ຜູ້ຄົນແມ່ນຫຍັງ? ມັນແມ່ນອຸປະນິໄສທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ມັນແມ່ນການນໍາພາຢ່າງຜິດໆ, ການຄວບຄຸມ ແລະ ການກົດຂີ່ຜູ້ຄົນທີ່ເກີດຂຶ້ນຈາກອຸປະນິໄສທີ່ຊົ່ວຊ້ານີ້ ເຊິ່ງຮ້າຍແຮງຍິ່ງກວ່າ. ຜູ້ຕໍ່ຕ້ານພຣະຄຣິສມີແຮງຈູງໃຈ ແລະ ເຈດຕະນາທີ່ພວກເຂົາບໍ່ສາມາດບອກຄົນອື່ນໄດ້ສະເໝີ ເມື່ອເວົ້າເຖິງການກະທຳຂອງພວກເຂົາ. ພວກເຂົາຈະບໍ່ມີວັນອຸທິດ ຫຼື ເສຍສະລະສິ່ງໃດໂດຍບໍ່ມີເຫດຜົນ ແລະ ພວກເຂົາກໍຈະບໍ່ເຮັດສິ່ງໃດເພື່ອໃຜ ຫຼື ເພື່ອເຮືອນຂອງພຣະເຈົ້າ ໂດຍບໍ່ມີເຫດຜົນ ຫຼື ບໍ່ມີສິ່ງຕອບແທນ. ເບື້ອງຫຼັງທຸກການກະທຳ ແລະ ຄຳເວົ້າຂອງພວກເຂົາມີແຮງຈູງໃຈ ແລະ ເຈດຕະນາ ແລະ ທັນທີທີ່ເຈດຕະນາ ແລະ ແຮງຈູງໃຈຂອງພວກເຂົາຖືກເປີດໂປງ ຫຼື ຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາຖືກທຳລາຍ, ພວກເຂົາກໍຈະຊອກຫາໂອກາດທີ່ຈະຖອນຕົວ. ໃນໃຈຂອງພວກເຂົາ, ພວກເຂົາຄິດວ່າ “ມັນບໍ່ຄຸ້ມຄ່າເລີຍທີ່ຈະອຸທິດ ຫຼື ເສຍສະລະຕົນເອງໂດຍບໍ່ມີເຫດຜົນ, ມັນບໍ່ຄຸ້ມຄ່າກັບເວລາຂອງຂ້ອຍ. ຄົນເຮົາຕ້ອງໄດ້ຮັບບາງສິ່ງບາງຢ່າງຈາກການເຊື່ອໃນພຣະເຈົ້າ. ຖ້າຄົນໃດຄົນໜຶ່ງເສຍສະລະຕົນເອງເພື່ອພຣະເຈົ້າໂດຍບໍ່ຫວັງຜົນຕອບແທນ, ນັ້ນກໍເປັນເລື່ອງທີ່ໂງ່ຈ້າ”. ຕັກກະຂອງພວກເຂົາກໍຄື: “ບໍ່ມີຫຍັງທີ່ໄດ້ມາລ້າໆ”. ພວກເຂົາກຳນົດລັກສະນະຂອງຈິດສຳນຶກ ແລະ ເຫດຜົນ, ພຶດຕິກຳ ແລະ ການກະທຳທີ່ດີທີ່ຄົນປົກກະຕິຄວນມີ ແລະ ຄວນເຮັດນັ້ນວ່າເປັນເລື່ອງໂງ່ ແລະ ໂງ່ຈ້າ. ສິ່ງນີ້ບໍ່ແມ່ນຄວາມຊົ່ວຊ້າບໍ? (ແມ່ນ.) ສິ່ງນີ້ຊົ່ວຊ້າຢ່າງບໍ່ໜ້າເຊື່ອ. ຕົວຢ່າງ: ເຮືອນຂອງພຣະເຈົ້າເຮັດການຈັດແຈງວຽກງານບາງຢ່າງ ແລະ ໃຫ້ການດູແລບາງຢ່າງສຳລັບຊີວິດຂອງອ້າຍເອື້ອຍນ້ອງທີ່ປະຕິບັດໜ້າທີ່ຂອງຕົນ, ແຕ່ຜູ້ຕໍ່ຕ້ານພຣະຄຣິສຂັດຂວາງສິ່ງເຫຼົ່ານັ້ນຈາກພາຍໃນ. ຈຸດປະສົງຂອງຜູ້ຕໍ່ຕ້ານພຣະຄຣິສໃນການຂັດຂວາງສິ່ງເຫຼົ່ານັ້ນແມ່ນຫຍັງ? ຖ້າການຈັດແຈງວຽກງານມາຈາກຜູ້ຕໍ່ຕ້ານພຣະຄຣິສ ແລະ ເມື່ອຮູ້ແບບນີ້ ອ້າຍເອື້ອຍນ້ອງຈະຮູ້ສຶກເປັນໜີ້ບຸນຄຸນຕໍ່ພວກເຂົາ, ແລ້ວຜູ້ຕໍ່ຕ້ານພຣະຄຣິສກໍຈະເປັນຜູ້ນໍາພາເຮັດ. ຖ້າອ້າຍເອື້ອຍນ້ອງບໍ່ຮູ້ວ່າໃຜເປັນຜູ້ຈັດແຈງວຽກງານ ແລະ ຄິດວ່າເຮືອນຂອງພຣະເຈົ້າເປັນຜູ້ເຮັດ ແລະ ພວກເຂົາຂອບພຣະຄຸນພຣະເຈົ້າ, ຜູ້ຕໍ່ຕ້ານພຣະຄຣິສຈະປະຕິບັດຕາມບໍ? ບໍ່ມີທາງ. ການຈັດແຈງວຽກງານຈະຢຸດຢູ່ທີ່ຜູ້ຕໍ່ຕ້ານພຣະຄຣິສ ແລະ ຈະບໍ່ຖືກຈັດຕັ້ງປະຕິບັດ. ມັນເປັນປະໂຫຍດຕໍ່ອ້າຍເອື້ອຍນ້ອງທີ່ເຮືອນຂອງພຣະເຈົ້າອອກການຈັດແຈງວຽກງານເຫຼົ່ານີ້ ແລະ ວຽກງານພຣະກິດຕິຄຸນກໍຈະເຜີຍແຜ່ໄດ້ດີຂຶ້ນ; ນີ້ເປັນເລື່ອງໃຫຍ່ທີ່ກ່ຽວຂ້ອງກັບພາລະກິດຂອງພຣະເຈົ້າ, ແລ້ວຜູ້ທີ່ເຮັດໜ້າທີ່ເປັນຜູ້ນໍາຄວນຈັດຕັ້ງປະຕິບັດການຈັດແຈງວຽກງານເຫຼົ່ານີ້ແນວໃດ? ພວກເຂົາຄວນເຮັດທຸກຢ່າງທີ່ສາມາດເຮັດໄດ້ ເພື່ອຈັດຕັ້ງປະຕິບັດສິ່ງເຫຼົ່ານີ້ໃຫ້ດີ ແລະ ເຮັດວຽກງານໃຫ້ສຳເລັດ. ເຖິງຢ່າງໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສບາງຄົນຂັດຂວາງມັນຈາກພາຍໃນ ແລະ ບໍ່ຈັດຕັ້ງປະຕິບັດວຽກງານເປັນເວລາສອງປີ. ເຫດຜົນສຳລັບເລື່ອງນີ້ແມ່ນຫຍັງ? ນີ້ຄືຊາຕານທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ. ຄຣິສຕະຈັກບາງແຫ່ງຖືກລົບກວນ ແລະ ຄວບຄຸມໂດຍຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຮ້າຍ ແລະ ອ້າຍເອື້ອຍນ້ອງທີ່ປະຕິບັດໜ້າທີ່ຂອງຕົນກໍບໍ່ໄດ້ຮັບການດູແລ. ສິ່ງນີ້ເຮັດໃຫ້ຜູ້ຕໍ່ຕ້ານພຣະຄຣິສດີໃຈ ແລະ ໃນໃຈຂອງພວກເຂົາ ພວກເຂົາກໍຄິດວ່າ “ມັນພຽງພໍແລ້ວສຳລັບຂ້ອຍທີ່ຈະເປັນຜູ້ໄດ້ຮັບຜົນປະໂຫຍດຈາກສິ່ງທີ່ປະເສີດແບບນີ້ ແລະ ຜົນປະໂຫຍດທີ່ມະຫາສານແບບນີ້. ອ້າຍເອື້ອຍນ້ອງທຸກຄົນຈະເປັນຜູ້ໄດ້ຮັບຜົນປະໂຫຍດໄດ້ແນວໃດ?” ການທີ່ອ້າຍເອື້ອຍນ້ອງໄດ້ຮັບຜົນປະໂຫຍດຈະສົ່ງຜົນກະທົບຕໍ່ຜູ້ຕໍ່ຕ້ານພຣະຄຣິສໃນທາງໃດແດ່? ມັນຈະບໍ່ສົ່ງຜົນກະທົບຕໍ່ພວກເຂົາເລີຍ. ພວກເຂົາຈະໄດ້ຮັບຜົນປະໂຫຍດ, ທຸກຄົນຈະໄດ້ຮັບຜົນປະໂຫຍດ ແລະ ນັ້ນກໍຈະເປັນເລື່ອງທີ່ດີຫຼາຍ! ຈົ່ງຄິດເຖິງສະຖານະການໂດຍລວມ: ເຈົ້າບໍ່ຄວນຂັດຂວາງສິ່ງນີ້ ແລະ ບໍ່ຄວນກັກມັນໄວ້, ແຕ່ຄວນຈັດຕັ້ງປະຕິບັດມັນຢ່າງມີຄວາມສຸກ. ນັ້ນບໍ່ແມ່ນເລື່ອງປົກກະຕິບໍ? (ແມ່ນ.) ນີ້ຄືໜ້າທີ່ທີ່ຄົນຜູ້ໜຶ່ງຄວນປະຕິບັດ ແລະ ມັນແມ່ນຄວາມຮັບຜິດຊອບຂອງເຈົ້າ. ດ້ານໜຶ່ງກໍຄື ມັນບໍ່ໄດ້ເຮັດໃຫ້ເຈົ້າສູນເສຍຫຍັງເລີຍ, ໃນຂະນະທີ່ອີກດ້ານໜຶ່ງກໍຄື: ທຸກຄົນບໍ່ໄດ້ປາຖະໜາໃຫ້ວຽກງານພຣະກິດຕິຄຸນເຜີຍແຜ່ອອກໄປບໍ? (ພວກເຮົາປາຖະໜາ.) ເມື່ອພວກເຂົາເຫັນອ້າຍເອື້ອຍນ້ອງເພີດເພີນກັບພຣະຄຸນຂອງພຣະເຈົ້າ, ພວກເຂົາອິດສາບໍ? ພວກເຂົາອິດສາຫຍັງ? ຜູ້ຕໍ່ຕ້ານພຣະຄຣິສບໍ່ແມ່ນຜີຮ້າຍບໍ? ແລ້ວເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງບໍ່ຈັດຕັ້ງປະຕິບັດວຽກງານ? ມັນເປັນຍ້ອນວ່າພວກເຂົາອິດສາ. ພວກເຂົາໄດ້ພິຈາລະນາບໍວ່າ ການຈັດຕັ້ງປະຕິບັດວຽກງານຈະເປັນປະໂຫຍດຕໍ່ການເຜີຍແຜ່ວຽກງານພຣະກິດຕິຄຸນ? (ບໍ່, ພວກເຂົາບໍ່ໄດ້ພິຈາລະນາ.) ມັນສົ່ງຜົນກະທົບຕໍ່ຜົນປະໂຫຍດຂອງພວກເຂົາບໍ? ມັນກ່ຽວຂ້ອງຫຍັງກັບພວກເຂົາ? ມັນບໍ່ກ່ຽວຂ້ອງຫຍັງກັບພວກເຂົາເລີຍ, ແຕ່ພວກເຂົາກໍຍັງບໍ່ຈັດຕັ້ງປະຕິບັດມັນ ແລະ ນີ້ກໍຄືການທີ່ພວກເຂົາເປັນຄົນຊົ່ວຊ້າ. ພວກເຂົາເປັນມານຮ້າຍທີ່ມີຊີວິດ ແລະ ຄວນຖືກສາບແຊ່ງ! ດ້ວຍເລື່ອງດັ່ງກ່າວທີ່ກ່ຽວຂ້ອງກັບວຽກງານຂອງເຮືອນຂອງພຣະເຈົ້າ ແລະ ຜູ້ຄົນຈໍານວນຫຼາຍທີ່ປະຕິບັດໜ້າທີ່ຂອງຕົນ, ພວກເຂົາບໍ່ໄດ້ພິຈາລະນາເຖິງຜົນສະທ້ອນເລີຍ. ຖ້າພວກເຂົາມີເຈດຕະນາດີພຽງເລັກນ້ອຍ, ພວກເຂົາກໍຄົງຈະເຮັດບໍ່ລົງ. ເປັນຫຍັງພວກເຂົາຈຶ່ງກະທຳແບບນີ້? ນີ້ຄືການຂາດສິນທໍາ ແລະ ມັນຄືຄວາມຊົ່ວຊ້າ. ພວກເຈົ້າເຮັດສິ່ງດັ່ງກ່າວບໍ? ຖ້າພວກເຈົ້າສາມາດເຮັດສິ່ງດັ່ງກ່າວໄດ້, ແລ້ວພວກເຈົ້າກໍບໍ່ແຕກຕ່າງຫຍັງກັບຜູ້ຕໍ່ຕ້ານພຣະຄຣິສ ແລະ ພວກເຈົ້າກໍເປັນມານຮ້າຍທີ່ມີຊີວິດເຊັ່ນກັນ. ພວກເຈົ້າຕ້ອງບໍ່ເຮັດສິ່ງດັ່ງກ່າວ! ມັນຍັງມີຜູ້ຕໍ່ຕ້ານພຣະຄຣິສບາງຄົນທີ່ເຫັນວ່າມີຄົນຊົ່ວຮ້າຍຢູ່ໃນຄຣິສຕະຈັກອີກດ້ວຍ ເຊິ່ງມັກຈະລົບກວນວຽກງານຄຣິສຕະຈັກ, ຜູ້ທີ່ອາລະວາດຢູ່ໃນຄຣິສຕະຈັກ, ແຕ່ພວກເຂົາກໍເພີກເສີຍຕໍ່ສິ່ງນັ້ນ. ເມື່ອພວກເຂົາຖືກຂໍໃຫ້ຈັດການກັບຄົນດັ່ງກ່າວ, ພວກເຂົາກໍຍູ້ຄວາມຮັບຜິດຊອບ ແລະ ເລື່ອນການຈັດການກັບຄົນເຫຼົ່ານັ້ນອອກໄປ. ພວກເຂົາບໍ່ໄດ້ພິຈາລະນາເຖິງຜົນປະໂຫຍດຂອງອ້າຍເອື້ອຍນ້ອງ; ພວກເຂົາຄິດພຽງແຕ່ວ່າຊື່ສຽງຂອງຕົນເອງຈະບໍ່ເສຍຫາຍ ແລະ ກໍເທົ່ານັ້ນ. ພວກເຂົາຄິດວ່າ “ຂ້ອຍຖືກແຕ່ງຕັ້ງໃຫ້ເປັນຜູ້ນໍາ, ສະນັ້ນ ຂ້ອຍຕ້ອງເປັນຜູ້ຕັດສິນໃຈຂັ້ນສຸດທ້າຍ. ຂ້ອຍມີອຳນາດ ແລະ ສິດອໍານາດຢ່າງເດັດຂາດ. ຖ້າຂ້ອຍຂັບໄລ່ຜູ້ໃດກໍຕາມທີ່ເຈົ້າບອກໃຫ້ຂັບໄລ່, ແລ້ວນັ້ນກໍຈະສະແດງໃຫ້ເຫັນວ່າຂ້ອຍບໍ່ມີອຳນາດຫຍັງເລີຍ. ຂ້ອຍຕ້ອງເຮັດໃຫ້ອ້າຍເອື້ອຍນ້ອງຮູ້ວ່າ ຄົນເຫຼົ່ານີ້ຢູ່ພາຍໃຕ້ການດູແລຂອງຂ້ອຍ ແລະ ເປັນລູກນ້ອງຂອງຂ້ອຍ”. ພວກເຂົາກຳລັງຕໍ່ຕ້ານໃຜ? (ພຣະເຈົ້າ.) ການຕໍ່ຕ້ານພຣະເຈົ້າບໍ່ແມ່ນຄວາມຊົ່ວຊ້າບໍ? ນີ້ຄືຄວາມຊົ່ວຊ້າ. ເຈົ້າຮູ້ບໍວ່າ ມະນຸດແມ່ນສິ່ງໃດກັນແທ້? ພຣະເຈົ້າປະທານລົມຫາຍໃຈໃຫ້ເຈົ້າ ແລະ ຖ້າເຈົ້າບໍ່ຮູ້ເລື່ອງທີ່ສຳຄັນແບບນີ້, ນັ້ນບໍ່ໄດ້ເຮັດໃຫ້ເຈົ້າເປັນຄົນໂງ່ບໍ? ພຣະເຈົ້າສາມາດຢຸດຊີວິດຂອງເຈົ້າໄດ້ທຸກເມື່ອ, ແຕ່ເຈົ້າກໍຍັງຕັ້ງຕົວເປັນສັດຕູກັບພຣະເຈົ້າຢ່າງເອົາເປັນເອົາຕາຍ, ນີ້ຄືຄວາມຊົ່ວຊ້າ ແລະ ເຈົ້າເປັນມານຮ້າຍທີ່ມີຊີວິດ! ສະນັ້ນ, ດ້ານໜຶ່ງກໍຄື ພວກເຈົ້າຕ້ອງໄລ່ຕາມຄວາມຈິງ ແລະ ບໍ່ຍ່າງຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ; ນອກຈາກນີ້, ພວກເຈົ້າຕ້ອງຮູ້ວິທີແຍກແຍະຜູ້ຕໍ່ຕ້ານພຣະຄຣິສ. ຖ້າພວກເຈົ້າພົບພໍ້ກັບຜູ້ຕໍ່ຕ້ານພຣະຄຣິສ, ພວກເຈົ້າຄວນສັງເກດພວກເຂົາຢ່າງໃກ້ຊິດ ແລະ ຖ້າພວກເຈົ້າເຫັນພວກເຂົາກຳລັງຈະເຮັດສິ່ງທີ່ບໍ່ດີ, ກໍໃຫ້ຢຸດພວກເຂົາທັນທີ ແລະ ຮ່ວມແຮງຮ່ວມໃຈກັບອ້າຍເອື້ອຍນ້ອງເພື່ອເປີດໂປງພວກເຂົາ, ໄຈ້ແຍກພວກເຂົາ, ປະຕິເສດພວກເຂົາ ແລະ ຂັບໄລ່ພວກເຂົາ. ເມື່ອບໍ່ດົນມານີ້ ເຮົາໄດ້ຍິນຂ່າວກ່ຽວກັບອ້າຍເອື້ອຍນ້ອງໄວໜຸ່ມຈໍານວນໜຶ່ງໃນຄຣິສຕະຈັກແຫ່ງໜຶ່ງທີ່ໄດ້ຮ່ວມມືກັນເພື່ອປົດຜູ້ນໍາປອມ. ເຮົາເວົ້າວ່າຄົນໜຸ່ມເຫຼົ່ານີ້ມີຄວາມກ້າວໜ້າ, ພວກເຂົາບໍ່ໄດ້ດຳເນີນຊີວິດໂດຍປັດຊະຍາຂອງຊາຕານ, ພວກເຂົາສາມາດປະຕິບັດຄວາມຈິງ ແລະ ກະທຳຕາມຫຼັກການ ແລະ ພວກເຂົາກໍດີກວ່າຄົນສ່ວນໃຫຍ່ຫຼາຍ. ຄົນສ່ວນໃຫຍ່ມີປັດຊະຍາສຳລັບການກະທຳທາງໂລກ, ແຕ່ຖືກວາງຢາພິດຢ່າງເລິກເຊິ່ງໂດຍຊາຕານ ແລະ ຍັງບໍ່ທັນຫຼຸດພົ້ນຈາກອິດທິພົນຂອງຊາຕານເທື່ອ. ການທີ່ສາມາດກຳຈັດຜູ້ນໍາປອມສະແດງໃຫ້ເຫັນວ່າ ຄົນຜູ້ໜຶ່ງເຂົ້າໃຈຄວາມຈິງບາງຢ່າງ ແລະ ສາມາດປົກປັກຮັກສາວຽກງານຂອງເຮືອນຂອງພຣະເຈົ້າໄດ້, ນີ້ເປັນເລື່ອງທີ່ດີ. ສິ່ງນີ້ສະແດງໃຫ້ເຫັນວ່າ ຄົນຜູ້ໜຶ່ງໄດ້ເຕີບໃຫຍ່ໃນຊີວິດ ແລະ ສາມາດປະຕິບັດໜ້າທີ່ຂອງຕົນໄດ້ເປັນຢ່າງດີ.

ຜ່ານການໂອ້ລົມ ແລະ ການເປີດໂປງໃນມື້ນີ້ກ່ຽວກັບດ້ານຕ່າງໆຂອງແກ່ນແທ້ຂອງຄວາມຊົ່ວຊ້າ, ຄວາມແຝງຊົ່ວ ແລະ ການຫຼອກລວງຂອງຜູ້ຕໍ່ຕ້ານພຣະຄຣິສ, ພ້ອມທັງການສະແດງອອກຕ່າງໆຂອງພວກເຂົາ, ພວກເຮົາເຫັນວ່າ ຜູ້ຕໍ່ຕ້ານພຣະຄຣິສນັ້ນເປັນປໍລະປັກຕໍ່ພຣະເຈົ້າໂດຍທຳມະຊາດ. ບາງຄົນເວົ້າວ່າ “ເຖິງແມ່ນວ່າຂ້ານ້ອຍຈະມີອຸປະນິໄສແບບຜູ້ຕໍ່ຕ້ານພຣະຄຣິສ, ແຕ່ຂ້ານ້ອຍກໍບໍ່ໄດ້ມີທຳມະຊາດ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ຂ້ານ້ອຍກໍຈະບໍ່ມີວັນພັດທະນາໄປເປັນຜູ້ຕໍ່ຕ້ານພຣະຄຣິສ”. ເຈົ້າຄິດແນວໃດກ່ຽວກັບທັດສະນະຄະຕິນີ້? ເຖິງແມ່ນວ່າເຈົ້າຈະບໍ່ມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ແຕ່ເຈົ້າມີການສະແດງອອກ ແລະ ການເປີດເຜີຍເຫຼົ່ານີ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ເຈົ້າໃຊ້ຊີວິດທີ່ເປັນໃນແບບທີ່ຜູ້ຕໍ່ຕ້ານພຣະຄຣິສໃຊ້ຊີວິດ ແລະ ເຈົ້າມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ, ດ້ວຍເຫດນັ້ນ ເຈົ້າຈຶ່ງຕົກຢູ່ໃນອັນຕະລາຍຂອງການຍ່າງຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ. ດ້ວຍສະຖານະ, ອິດທິພົນ ແລະ ຕົ້ນທຶນ, ມັນຈະເປັນພຽງເວລາຊົ່ວພິບຕາເທົ່ານັ້ນ ກ່ອນທີ່ເຈົ້າຈະກາຍເປັນຜູ້ຕໍ່ຕ້ານພຣະຄຣິສ ແລະ ນັ້ນກໍຄືຄວາມຈິງ. ເຈດຕະນາຂອງເຮົາໃນການເວົ້າສິ່ງນີ້ແມ່ນຫຍັງ? ເຮົາເວົ້າສິ່ງນີ້ເພື່ອສັ່ນກະດິ່ງເຕືອນພວກເຈົ້າ ແລະ ບອກຄວາມຈິງຂໍ້ໜຶ່ງແກ່ພວກເຈົ້າ: ທັນທີທີ່ຄົນໃດຄົນໜຶ່ງເລີ່ມຍ່າງຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ, ມັນກໍມີຄວາມເປັນໄປໄດ້ສອງຢ່າງ. ຢ່າງທີໜຶ່ງກໍຄື ເຈົ້າຈະຄົ້ນພົບມັນໄດ້ທັນເວລາ, ປ່ຽນທິດທາງ, ໄຕ່ຕອງຕົນເອງ, ກັບໃຈ ແລະ ສາມາດອ່ອນນ້ອມຕໍ່ການຈັດວາງ ແລະ ການຈັດແຈງຂອງພຣະເຈົ້າໄດ້. ນີ້ຄືຄວາມເປັນໄປໄດ້ທີ່ດີທີ່ສຸດ ແລະ ເຈົ້າກໍຈະມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ. ເຖິງຢ່າງໃດກໍຕາມ, ຖ້າເຈົ້າບໍ່ສາມາດຍ່າງຕາມເສັ້ນທາງໃນການໄລ່ຕາມຄວາມຈິງ, ແລ້ວທັນທີທີ່ເຈົ້າໄດ້ກະທຳຄວາມຊົ່ວຮ້າຍຢ່າງຫຼວງຫຼາຍ ແລະ ຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສ, ຜົນສະທ້ອນນັ້ນຮ້າຍແຮງເກີນກວ່າທີ່ຈະຄາດຄິດໄດ້. ພວກເຈົ້າເຂົ້າໃຈບໍ? (ເຂົ້າໃຈ.) ດີແລ້ວທີ່ພວກເຈົ້າເຂົ້າໃຈ. ເຮົາໝາຍຄວາມວ່າແນວໃດໂດຍສິ່ງນີ້? ເຮົາໝາຍຄວາມວ່າ ຖ້າເຈົ້າມີການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສ, ເຈົ້າຍັງມີໂອກາດທີ່ຈະກັບຕົວ ແລະ ມີໂອກາດທີ່ຈະກັບໃຈ, ແຕ່ທັນທີທີ່ເຈົ້າໄດ້ກາຍເປັນຜູ້ຕໍ່ຕ້ານພຣະຄຣິສ, ແລ້ວເຈົ້າກໍຕົກຢູ່ໃນອັນຕະລາຍ. ສະນັ້ນ, ເມື່ອເຈົ້າຄົ້ນພົບວ່າເຈົ້າມີການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສ, ເຈົ້າຄວນປ່ຽນເສັ້ນທາງ, ສະແຫວງຫາຄວາມຈິງ ແລະ ແກ້ໄຂບັນຫານີ້; ຢ່າຖືວ່າເລື່ອງນີ້ເປັນເລື່ອງເລັກນ້ອຍ. ຖ້າບໍ່ດັ່ງນັ້ນ, ເມື່ອເຈົ້າມີອຳນາດ ແລະ ໂອກາດ, ເຈົ້າກໍຈະກະທຳຄວາມຊົ່ວຮ້າຍຢ່າງບໍ່ຢັ້ງຄິດ ແລະ ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຕໍ່ວຽກງານຂອງຄຣິສຕະຈັກ. ເຈົ້າຈະບໍ່ສາມາດແບກຮັບຜົນສະທ້ອນໄດ້ ແລະ ມັນກໍມີແນວໂນ້ມສູງທີ່ຈະສົ່ງຜົນກະທົບຕໍ່ຜົນສຸດທ້າຍ ແລະ ຈຸດໝາຍປາຍທາງຂອງເຈົ້າ.

ມື້ນີ້, ເຮົາໄດ້ອະທິບາຍຢ່າງຊັດເຈນກ່ຽວກັບຄວາມແຕກຕ່າງທີ່ສຳຄັນລະຫວ່າງອຸປະນິໄສທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ອຸປະນິໄສທີ່ຊົ່ວຊ້າຂອງຄົນທົ່ວໄປ. ຕອນນີ້ພວກເຈົ້າເຂົ້າໃຈແລ້ວບໍ? ມະນຸດທີ່ເສື່ອມຊາມລ້ວນແລ້ວແຕ່ມີອຸປະນິໄສທີ່ຊົ່ວຊ້າ ແລະ ພວກເຂົາທຸກຄົນກໍລ້ວນແລ້ວແຕ່ມີການເປີດເຜີຍ ແລະ ການສະແດງອອກຂອງອຸປະນິໄສທີ່ຊົ່ວຊ້າ. ເຖິງຢ່າງໃດກໍຕາມ, ອຸປະນິໄສທີ່ຊົ່ວຊ້າຂອງຄົນທົ່ວໄປ ແລະ ອຸປະນິໄສທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສນັ້ນແຕກຕ່າງກັນ. ເຖິງແມ່ນວ່າຄົນທົ່ວໄປຈະມີອຸປະນິໄສທີ່ຊົ່ວຊ້າ, ແຕ່ໃນໃຈຂອງພວກເຂົາ ພວກເຂົາກະຫາຍຄວາມຈິງ ແລະ ຮັກຄວາມຈິງ ແລະ ໃນລະຫວ່າງຂະບວນການແຫ່ງຄວາມເຊື່ອໃນພຣະເຈົ້າ ແລະ ການປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາສາມາດຍອມຮັບຄວາມຈິງໄດ້. ເຖິງແມ່ນວ່າຄວາມຈິງທີ່ພວກເຂົາສາມາດນໍາໄປປະຕິບັດໄດ້ນັ້ນຈະມີຈຳກັດ, ແຕ່ພວກເຂົາກໍຍັງສາມາດປະຕິບັດໄດ້ບາງສ່ວນ ແລະ ດ້ວຍເຫດນັ້ນ ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຈຶ່ງສາມາດເຮັດໃຫ້ບໍລິສຸດ ແລະ ປ່ຽນແປງຢ່າງແທ້ຈິງເທື່ອລະເລັກເທື່ອລະນ້ອຍໄດ້ ແລະ ໃນທີ່ສຸດ ພວກເຂົາກໍສາມາດອ່ອນນ້ອມຕໍ່ພຣະເຈົ້າໂດຍພື້ນຖານ ແລະ ບັນລຸຄວາມລອດພົ້ນໄດ້. ໃນທາງກົງກັນຂ້າມ, ຜູ້ຕໍ່ຕ້ານພຣະຄຣິສນັ້ນບໍ່ໄດ້ຮັກຄວາມຈິງເລີຍ, ພວກເຂົາບໍ່ເຄີຍຍອມຮັບຄວາມຈິງ ແລະ ພວກເຂົາກໍບໍ່ເຄີຍນໍາເອົາຄວາມຈິງໄປປະຕິບັດ. ພວກເຈົ້າຄວນພະຍາຍາມສັງເກດ ແລະ ແຍກແຍະຕາມສິ່ງທີ່ເຮົາເວົ້າຢູ່ນີ້; ບໍ່ວ່າຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກໃນຄຣິສຕະຈັກ ຫຼື ອ້າຍເອື້ອຍນ້ອງທົ່ວໄປ, ຈົ່ງເບິ່ງວ່າພວກເຂົາສາມາດນໍາເອົາຄວາມຈິງທີ່ຢູ່ໃນຂອບເຂດທີ່ພວກເຂົາສາມາດເຂົ້າໃຈໄດ້ນັ້ນໄປປະຕິບັດໄດ້ ຫຼື ບໍ່. ຕົວຢ່າງ: ສົມມຸດວ່າຄົນໃດຄົນໜຶ່ງເຂົ້າໃຈຫຼັກການຄວາມຈິງ, ແຕ່ເມື່ອເຖິງເວລາທີ່ຈະນໍາໄປປະຕິບັດ, ພວກເຂົາກັບບໍ່ນໍາໄປປະຕິບັດເລີຍ ແລະ ພວກເຂົາເຮັດສິ່ງທີ່ພວກເຂົາຢາກເຮັດ ແລະ ກະທຳຕາມອຳເພີໃຈ, ນີ້ຄືຄວາມຊົ່ວຊ້າ ແລະ ມັນຍາກທີ່ຈະຊ່ວຍຄົນແບບນີ້ໃຫ້ລອດພົ້ນ. ບາງຄົນບໍ່ເຂົ້າໃຈຄວາມຈິງຢ່າງແທ້ຈິງ, ແຕ່ໃນໃຈຂອງພວກເຂົາ ພວກເຂົາຢາກສະແຫວງຫາວ່າຈະເຮັດສິ່ງໃດແທ້ຈຶ່ງຈະສອດຄ່ອງກັບເຈດຕະນາຂອງພຣະເຈົ້າ ແລະ ສອດຄ່ອງກັບຄວາມຈິງ. ໃນສ່ວນເລິກຂອງຫົວໃຈຂອງພວກເຂົາ, ພວກເຂົາປາຖະໜາທີ່ຈະບໍ່ຝ່າຝືນຄວາມຈິງ. ພຽງແຕ່ຍ້ອນວ່າພວກເຂົາບໍ່ເຂົ້າໃຈຄວາມຈິງ ພວກເຂົາຈຶ່ງເວົ້າ ແລະ ກະທຳໃນລັກສະນະທີ່ລະເມີດຫຼັກການ, ພວກເຂົາເຮັດຜິດພາດ ແລະ ເຖິງຂັ້ນເຮັດສິ່ງທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ, ທໍາມະຊາດຂອງສິ່ງນີ້ແມ່ນຫຍັງ? ທໍາມະຊາດຂອງສິ່ງນີ້ບໍ່ໄດ້ກ່ຽວຂ້ອງກັບການເຮັດຄວາມຊົ່ວ; ມັນເກີດຂຶ້ນຍ້ອນຄວາມໂງ່ຈ້າ ແລະ ຄວາມບໍ່ຮູ້. ພວກເຂົາເຮັດສິ່ງເຫຼົ່ານີ້ຍ້ອນວ່າພວກເຂົາບໍ່ເຂົ້າໃຈຄວາມຈິງທັງໝົດ, ຍ້ອນວ່າພວກເຂົາບໍ່ສາມາດບັນລຸຫຼັກການຄວາມຈິງໄດ້ ແລະ ຍ້ອນວ່າອີງຕາມແນວຄິດ ແລະ ຈິນຕະນາການຂອງພວກເຂົາ, ພວກເຂົາຄິດວ່າມັນຖືກຕ້ອງທີ່ຈະເຮັດສິ່ງເຫຼົ່ານັ້ນ ແລະ ດັ່ງນັ້ນ ພວກເຂົາຈຶ່ງກະທຳໃນລັກສະນະນັ້ນ ແລະ ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງກຳນົດລັກສະນະຂອງພວກເຂົາວ່າໂງ່ຈ້າ ແລະ ບໍ່ຮູ້, ຂາດຄວາມສາມາດ; ມັນບໍ່ແມ່ນກໍລະນີທີ່ວ່າພວກເຂົາເຂົ້າໃຈຄວາມຈິງ ແລ້ວຝ່າຝືນມັນຢ່າງຕັ້ງໃຈ. ສຳລັບຜູ້ນໍາ ແລະ ຜູ້ເຮັດວຽກທີ່ເຮັດສິ່ງຕ່າງໆຕາມແນວຄິດ ແລະ ຈິນຕະນາການຂອງຕົນເອງຢູ່ສະເໝີ ແລະ ຜູ້ທີ່ມັກຂັດຂວາງວຽກງານຂອງເຮືອນຂອງພຣະເຈົ້າ ຍ້ອນວ່າພວກເຂົາບໍ່ເຂົ້າໃຈຄວາມຈິງ, ພວກເຈົ້າຕ້ອງປະຕິບັດການຈັດຕັ້ງການຊີ້ນໍາ ແລະ ການຢັບຢັ້ງ ແລະ ປະຕິບັດການໂອ້ລົມກ່ຽວກັບຄວາມຈິງໃຫ້ຫຼາຍຂຶ້ນເພື່ອແກ້ໄຂບັນຫາ. ຖ້າຄວາມສາມາດຂອງຄົນໃດຄົນໜຶ່ງຕໍ່າເກີນໄປ ແລະ ພວກເຂົາບໍ່ສາມາດເຂົ້າໃຈຫຼັກການຄວາມຈິງໄດ້, ແລ້ວກໍເຖິງເວລາທີ່ຈະໄລ່ພວກເຂົາອອກໃນຖານະຜູ້ນໍາປອມ. ຖ້າພວກເຂົາເຂົ້າໃຈຄວາມຈິງ ແຕ່ຝ່າຝືນຄວາມຈິງຢ່າງຕັ້ງໃຈ, ແລ້ວພວກເຂົາກໍຕ້ອງຖືກລິຮານ. ຖ້າພວກເຂົາຍັງຄົງບໍ່ສາມາດຍອມຮັບຄວາມຈິງໄດ້ຕະຫຼອດເວລາ ແລະ ບໍ່ສະແດງການກັບໃຈ, ແລ້ວພວກເຂົາກໍຕ້ອງຖືກຈັດການໃນຖານະຄົນຊົ່ວຮ້າຍ ແລະ ພວກເຂົາຄວນຖືກກຳຈັດອອກ. ເຖິງຢ່າງໃດກໍຕາມ, ທໍາມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສນັ້ນຮ້າຍແຮງກວ່າທໍາມະຊາດຂອງຄົນຊົ່ວຮ້າຍ ຫຼື ຜູ້ນໍາປອມຫຼາຍ ຍ້ອນວ່າຜູ້ຕໍ່ຕ້ານພຣະຄຣິສຕັ້ງໃຈລົບກວນວຽກງານຂອງຄຣິສຕະຈັກຢ່າງເຈດຕະນາ. ເຖິງແມ່ນວ່າພວກເຂົາຈະເຂົ້າໃຈຄວາມຈິງ, ພວກເຂົາກໍບໍ່ປະຕິບັດມັນ, ພວກເຂົາບໍ່ຟັງໃຜເລີຍ ແລະ ຖ້າພວກເຂົາຟັງ, ພວກເຂົາກໍບໍ່ຍອມຮັບສິ່ງທີ່ພວກເຂົາໄດ້ຍິນ. ເຖິງແມ່ນວ່າພາຍນອກພວກເຂົາເບິ່ງຄືວ່າຍອມຮັບມັນ, ແຕ່ພວກເຂົາຕໍ່ຕ້ານມັນຢູ່ໃນສ່ວນເລິກຂອງຫົວໃຈຂອງພວກເຂົາ ແລະ ເມື່ອເຖິງເວລາທີ່ຈະລົງມືກະທຳ, ພວກເຂົາກໍຍັງກະທຳຕາມຄວາມມັກຂອງຕົນເອງໂດຍບໍ່ຄໍານຶງເຖິງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເລີຍ. ເມື່ອຢູ່ກັບຄົນອື່ນ, ພວກເຂົາເວົ້າຄຳເວົ້າຂອງມະນຸດບາງຢ່າງ ແລະ ມີຄວາມເໝືອນມະນຸດບາງຢ່າງ, ແຕ່ເມື່ອພວກເຂົາກະທຳຢູ່ລັບຫຼັງຜູ້ຄົນ, ທໍາມະຊາດຂອງຜີຮ້າຍຂອງພວກເຂົາກໍປາກົດອອກມາ, ຄົນເຫຼົ່ານີ້ຄືຜູ້ຕໍ່ຕ້ານພຣະຄຣິສ. ເມື່ອພວກເຂົາໄດ້ຮັບສະຖານະ, ບາງຄົນກໍເຮັດຄວາມຊົ່ວທຸກຢ່າງ ແລະ ກາຍເປັນຜູ້ຕໍ່ຕ້ານພຣະຄຣິສ. ບາງຄົນບໍ່ມີສະຖານະ, ແຕ່ທຳມະຊາດ-ແກ່ນແທ້ຂອງພວກເຂົາກໍຄືກັນກັບຜູ້ຕໍ່ຕ້ານພຣະຄຣິສ, ເຈົ້າສາມາດເວົ້າໄດ້ບໍວ່າພວກເຂົາເປັນຄົນດີ? ທັນທີທີ່ພວກເຂົາໄດ້ຮັບສະຖານະ, ພວກເຂົາກໍເຮັດຄວາມຊົ່ວທຸກຢ່າງ, ພວກເຂົາຄືຜູ້ຕໍ່ຕ້ານພຣະຄຣິສ.

ມີໃຜໃນພວກເຈົ້າບໍທີ່ພົບວ່າຕົນເອງເປັນໜໍ່ແໜງຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ຮູ້ສຶກວ່າທັນທີທີ່ເຈົ້າໄດ້ຮັບສະຖານະ, ແລ້ວເຈົ້າຈະກາຍເປັນຜູ້ຕໍ່ຕ້ານພຣະຄຣິສຢ່າງແນ່ນອນຮ້ອຍສ່ວນຮ້ອຍ? ຖ້າເປັນແນວນັ້ນ, ເມື່ອຄົນອື່ນເລືອກເຈົ້າໃຫ້ເປັນຜູ້ນໍາ, ເຈົ້າຕ້ອງບໍ່ຍອມໃຫ້ພວກເຂົາເລືອກເຈົ້າຢ່າງເດັດຂາດ ແລະ ຄວນເວົ້າວ່າ “ຂ້ອຍຂໍສະລະສິດ. ກະລຸນາຢ່າເລືອກຂ້ອຍ. ຖ້າພວກເຈົ້າເລືອກຂ້ອຍ, ແລ້ວຂ້ອຍກໍຈົບກັນ”. ສິ່ງນີ້ເອີ້ນວ່າການມີການຮັບຮູ້ຕົວເອງ. ການບໍ່ມີສະຖານະຄືການປົກປ້ອງເຈົ້າ. ໃນຖານະຜູ້ຕິດຕາມທົ່ວໄປ, ເຈົ້າອາດຈະບໍ່ມີໂອກາດເຮັດຄວາມຊົ່ວທີ່ຮ້າຍແຮງ ແລະ ຄວາມເປັນໄປໄດ້ທີ່ເຈົ້າຈະຖືກລົງໂທດກໍອາດຈະເປັນສູນ. ເຖິງຢ່າງໃດກໍຕາມ, ທັນທີທີ່ເຈົ້າໄດ້ຮັບສະຖານະ, ຄວາມເປັນໄປໄດ້ທີ່ເຈົ້າຈະເຮັດຄວາມຊົ່ວກໍຄືຮ້ອຍສ່ວນຮ້ອຍ ເຊັ່ນດຽວກັນກັບຄວາມເປັນໄປໄດ້ທີ່ເຈົ້າຈະຖືກລົງໂທດ ແລະ ຈາກນັ້ນມັນກໍຈະຈົບກັນສຳລັບເຈົ້າ ແລະ ເຈົ້າຈະທຳລາຍໂອກາດໃດໆກໍຕາມທີ່ເຈົ້າອາດຈະມີເພື່ອບັນລຸຄວາມລອດພົ້ນຢ່າງສິ້ນເຊີງ. ຖ້າເຈົ້າມີຄວາມທະເຍີທະຍານ ແລະ ຄວາມປາຖະໜາ, ແລ້ວເຈົ້າກໍຄວນຮີບອະທິຖານຕໍ່ພຣະເຈົ້າ, ສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາ, ເພິ່ງພາພຣະເຈົ້າ ແລະ ປະຕິບັດການຢັບຢັ້ງຕົວເອງ ແລະ ຢ່າຢືນຢັນສະຖານະຂອງເຈົ້າ, ແລ້ວເຈົ້າກໍຈະສາມາດປະຕິບັດໜ້າທີ່ຂອງເຈົ້າໄດ້ຢ່າງປົກກະຕິ. ຖ້າເຈົ້າຈົດຈໍ່ຢູ່ກັບຕຳແໜ່ງທາງການ ແລະ ຢືນຢັນສະຖານະຂອງເຈົ້າຢູ່ສະເໝີ ແລະ ເຈົ້າບໍ່ໃສ່ໃຈໃນການປະຕິບັດໜ້າທີ່ຂອງເຈົ້າ, ແລ້ວເຈົ້າກໍເປັນຄົນຫຼອກລວງ ແລະ ຕ້ອງຖືກກຳຈັດ. ເມື່ອເຈົ້າຍອມຮັບໜ້າທີ່, ຢ່າຈົດຈໍ່ຢູ່ກັບສະຖານະ; ເຈົ້າຄວນປະຕິບັດໜ້າທີ່ຂອງເຈົ້າໃຫ້ດີເທົ່ານັ້ນ, ການຈັດການສິ່ງຕ່າງໆໃຫ້ດີນັ້ນເປັນຈິງຍິ່ງກວ່າສິ່ງອື່ນໃດ. ຖ້າເຈົ້າສາມາດປະຕິບັດໜ້າທີ່ຂອງເຈົ້າໄດ້ດີ, ແລ້ວເຈົ້າຈະບໍ່ເຮັດໃຫ້ພຣະເຈົ້າພໍໃຈບໍ? ສຳລັບພວກເຈົ້າແລ້ວ, ນີ້ຄືວິທີສຸດທ້າຍທີ່ພວກເຈົ້າຈະສາມາດຫຼີກລ່ຽງການເຮັດຄວາມຊົ່ວໄດ້. ມັນເປັນສິ່ງທີ່ດີ ຫຼື ເປັນສິ່ງທີ່ບໍ່ດີທີ່ຈະຈຳກັດພວກເຈົ້າຢູ່ສະເໝີ ແລະ ບໍ່ອະນຸຍາດໃຫ້ພວກເຈົ້າໄດ້ຮັບສະຖານະ? (ມັນເປັນສິ່ງທີ່ດີ.) ແລ້ວເປັນຫຍັງບາງຄົນຈຶ່ງຍັງພະຍາຍາມຢ່າງໜັກເພື່ອແຍ່ງຊິງສະຖານະໃນລະຫວ່າງການເລືອກຕັ້ງ? ຄົນດັ່ງກ່າວມີຄວາມທະເຍີທະຍານຫຼາຍເກີນໄປ. ມັນບໍ່ປົກກະຕິທີ່ຜູ້ຄົນຈະມີຄວາມທະເຍີທະຍານຫຼາຍເກີນໄປ, ພວກເຂົາກຳລັງເຮັດສິ່ງທີ່ຊົ່ວຊ້າ. ມີເອື້ອຍນ້ອງໄວໜຸ່ມຫຼາຍຄົນ ເຊິ່ງທັງໝົດລ້ວນແຕ່ຢູ່ໃນໄວຊາວປີທີ່ຢາກມີຕຳແໜ່ງທາງການ ແລະ ຮັກສະຖານະຫຼາຍ. ຖ້າພວກເຂົາບໍ່ຖືກເລືອກໃຫ້ເປັນຜູ້ນໍາ, ແລ້ວພວກເຂົາກໍໜ້າບຶ້ງ ແລະ ບໍ່ກິນເຂົ້າ. ເຖິງແມ່ນວ່າພວກເຂົາເບິ່ງຄືວ່າເປັນເດັກນ້ອຍເລັກນ້ອຍ, ແຕ່ໃນແງ່ຂອງຄວາມຕັ້ງໃຈຂອງພວກເຂົາ, ສິ່ງຕ່າງໆຈະຮ້າຍແຮງຢ່າງຍິ່ງເມື່ອພວກເຂົາອາຍຸຫຼາຍຂຶ້ນ ແລະ ພວກເຂົາຈະກາຍເປັນໂຕການ, ແມ່ນບໍ? ຜູ້ຍິງບາງຄົນໄດ້ຍິນວ່າຄັ້ງໜຶ່ງເຄີຍມີຜູ້ຍິງຄົນໜຶ່ງໄດ້ກາຍເປັນຈັກກະພັດ ແລະ ພວກເຂົາກໍຮູ້ສຶກອິດສາຢ່າງບໍ່ໜ້າເຊື່ອ ໂດຍປາຖະໜາວ່າພວກເຂົາຈະເປັນຜູ້ຍິງຄົນນັ້ນ. ພວກເຂົາບໍ່ຢາກເປັນຄົນທຳມະດາ ແລະ ໃນຄວາມເຊື່ອໃນພຣະເຈົ້າຂອງພວກເຂົາ ພວກເຂົາບໍ່ຢາກເປັນພຽງຜູ້ຕິດຕາມທົ່ວໄປ. ຄວາມປາຖະໜາຂອງພວກເຂົາລຸກໄໝ້ຢູ່ໃນໃຈຂອງພວກເຂົາຢູ່ສະເໝີ ແລະ ທັນທີທີ່ມີໂອກາດໃຫ້ພວກເຂົາສະແດງຕົວ, ພວກເຂົາກໍຄວ້າມັນໄວ້. ພວກເຂົາບໍ່ຢາກບັນລຸໜ້າທີ່ຂອງພວກເຂົາໃນລັກສະນະທີ່ປະພຶດດີ, ບັນລຸຄວາມຮັບຜິດຊອບຂອງພວກເຂົາ, ໃສ່ໃຈໃນການໄລ່ຕາມຄວາມຈິງ ຫຼື ອ່ອນນ້ອມຕໍ່ການຈັດວາງ ແລະ ການຈັດແຈງຂອງພຣະເຈົ້າ. ພວກເຂົາບໍ່ມັກການໄລ່ຕາມຄວາມຈິງ ແລະ ການປະຕິບັດໜ້າທີ່ຂອງພວກເຂົາໃນລັກສະນະນີ້ ແລະ ພວກເຂົາບໍ່ຢາກດຳເນີນຊີວິດທີ່ລຽບງ່າຍແບບນັ້ນ, ນີ້ເປັນບັນຫາສຳລັບພວກເຂົາ. ມີໃຜໃນພວກເຈົ້າທີ່ເປັນແບບນີ້ບໍ? ຍົກຕົວຢ່າງ: ຜູ້ຍິງທີ່ມັກປະພຶດຕົນສຳສ່ອນ; ບໍ່ວ່າຜົວຂອງລາວຈະດີຕໍ່ລາວສໍ່າໃດ ຫຼື ລາວຈະມີເງິນຫຼາຍສໍ່າໃດ, ລາວກໍບໍ່ສາມາດຮັກສາຫົວໃຈຂອງຜູ້ຍິງຄົນນັ້ນໄດ້ເລີຍ. ຜູ້ຍິງບາງຄົນມີລູກຫຼາຍຄົນແລ້ວ ແລະ ຍັງພະຍາຍາມຍົວະຜູ້ຊາຍຢ່າງບໍ່ຢາກອາຍ ແລະ ບໍ່ມີຜູ້ຊາຍຄົນໃດສາມາດຈັບຕາເບິ່ງພວກເຂົາໄດ້, ນີ້ຄືການເປັນຄົນຊົ່ວຊ້າ. ພະລັງງານທີ່ຊົ່ວຊ້ານີ້ມາຈາກໃສ? (ມັນມາຈາກພາຍໃນທໍາມະຊາດຂອງພວກເຂົາ.) ແລ້ວທໍາມະຊາດຂອງພວກເຂົາເກີດຂຶ້ນໄດ້ແນວໃດ? ພວກເຂົາມີວິນຍານທີ່ບໍ່ບໍລິສຸດອາໄສຢູ່ໃນຕົວພວກເຂົາ ແລະ ພວກເຂົາຄືການກັບມາເກີດໃໝ່ຂອງວິນຍານທີ່ບໍ່ບໍລິສຸດ. ເຖິງແມ່ນວ່າເລື່ອງຕ່າງໆໃນໂລກຝ່າຍວິນຍານຈະສັບສົນ, ແຕ່ບໍ່ວ່າພວກມັນຈະສັບສົນສໍ່າໃດກໍຕາມ, ຕາບໃດທີ່ຄົນໃດຄົນໜຶ່ງເຂົ້າໃຈຄວາມຈິງ ແລະ ສາມາດພິຈາລະນາເລື່ອງເຫຼົ່ານີ້ຕາມພຣະທຳຂອງພຣະເຈົ້າໄດ້, ຄົນຜູ້ນັ້ນກໍຈະສາມາດມີຄວາມສາມາດໃນການແຍກແຍະ ແລະ ສິ່ງນີ້ເອີ້ນວ່າການເບິ່ງທະລຸໂລກຝ່າຍວິນຍານໂດຍກົງ. ເມື່ອເຈົ້າເຂົ້າໃຈຄວາມຈິງ, ແລ້ວເຈົ້າກໍຈະສາມາດເຫັນສິ່ງຕ່າງໆໄດ້ຢ່າງແຫຼມຄົມ ແລະ ຖືກຕ້ອງ, ຄວາມຄິດຂອງເຈົ້າກໍຈະວ່ອງໄວ ແລະ ຊັດເຈນ ແລະ ຫົວໃຈຂອງເຈົ້າກໍຈະສະຫວ່າງສະໄຫວ. ຖ້າເຈົ້າບໍ່ເຂົ້າໃຈຄວາມຈິງ, ແລ້ວຫົວໃຈຂອງເຈົ້າກໍຈະສັບສົນຢູ່ສະເໝີ, ເຈົ້າຈະບໍ່ຮູ້ຫຍັງເລີຍໃນໃຈຂອງເຈົ້າກ່ຽວກັບສິ່ງທີ່ເຈົ້າກຳລັງເຮັດ ແລະ ເຈົ້າກໍຈະເປັນຄືກັບຄົນໂງ່ທີ່ຢ້ານໜ້າຢ້ານຫຼັງ. ເຈົ້າຈະຢ້ານວ່າເຈົ້າກຳລັງອວດຕົວເອງຖ້າເຈົ້າເຮັດຫຼາຍ ແລະ ຢ້ານວ່າເຈົ້າຈະບໍ່ໄດ້ບັນລຸຄວາມຮັບຜິດຊອບຂອງເຈົ້າຖ້າເຈົ້າບໍ່ເຮັດມັນ; ເຈົ້າຈະຢູ່ໃນສະພາວະແບບນັ້ນສະເໝີ. ນີ້ເປັນຍ້ອນວ່າເຈົ້າເຂົ້າໃຈຄວາມຈິງໜ້ອຍເກີນໄປ. ການສະແດງອອກຢ່າງທຳອິດຂອງຄົນທີ່ເຂົ້າໃຈຄວາມຈິງໜ້ອຍເກີນໄປແມ່ນຫຍັງ? ພວກເຂົາດຳເນີນຊີວິດທີ່ຕ່ຳຊ້າ ແລະ ໄຮ້ປະໂຫຍດ. ຫຼັງຈາກທີ່ຖືກຜູ້ຕໍ່ຕ້ານພຣະຄຣິສຫຼິ້ນ, ຂົ່ມເຫັງ ແລະ ໂຍນໄປໂຍນມາ, ໃນມື້ທີ່ພວກເຂົາຕື່ນຂຶ້ນ, ພວກເຂົາກໍຈະຮັບຮູ້ວ່າພວກເຂົາເຄີຍແລ່ນນໍາຜູ້ຕໍ່ຕ້ານພຣະຄຣິສແນວໃດ ໂດຍຮັບໃຊ້ ແລະ ເຮັດວຽກໃຫ້ພວກເຂົາ, ແຕ່ຍັງເວົ້າວ່າຜູ້ຕໍ່ຕ້ານພຣະຄຣິສຮັກ ແລະ ຈົງຮັກພັກດີຕໍ່ພຣະເຈົ້າ. ຕອນນີ້ພວກເຂົາຈຶ່ງເຫັນວ່າພວກເຂົາໃຊ້ຄຳເວົ້າເຫຼົ່ານີ້ຜິດທັງໝົດ. ນີ້ບໍ່ແມ່ນເລື່ອງທີ່ໄຮ້ປະໂຫຍດຫຼາຍບໍ? (ແມ່ນ.) ເປັນຫຍັງມັນຈຶ່ງໄຮ້ປະໂຫຍດ? ສິ່ງນີ້ເກີດຂຶ້ນຍ້ອນພວກເຂົາບໍ່ເຂົ້າໃຈຄວາມຈິງ ແລະ ພວກເຂົາກໍໄດ້ຮັບສິ່ງທີ່ສົມຄວນໄດ້ຮັບ! ຖ້າເຈົ້າເຂົ້າໃຈຄວາມຈິງ, ແລ້ວເຈົ້າກໍຈະສາມາດມີຄວາມສາມາດໃນການແຍກແຍະກ່ຽວກັບຜູ້ຕໍ່ຕ້ານພຣະຄຣິສ ແລະ ເບິ່ງທະລຸພວກເຂົາໄດ້ ແລະ ຈາກນັ້ນເຈົ້າກໍຈະສາມາດເປີດໂປງ ແລະ ຂັບໄລ່ພວກເຂົາອອກໄປໄດ້. ແລ້ວເຈົ້າຈະຍັງຖືກພວກເຂົານໍາພາຢ່າງຜິດໆ ແລະ ຕິດຕາມພວກເຂົາຕໍ່ໄປບໍ? ແນ່ນອນວ່າບໍ່. ຍິ່ງໄປກວ່ານັ້ນ, ເຈົ້າໄດ້ຟັງຄຳເທດສະໜາມາຫຼາຍແລ້ວ, ເຮືອນຂອງພຣະເຈົ້າໄດ້ຫົດນ້ຳເຈົ້າ ແລະ ບົ່ມເພາະເຈົ້າມາຫຼາຍປີແລ້ວ, ສະນັ້ນ ຖ້າເຈົ້າບໍ່ເຂົ້າໃຈຄວາມຈິງໃດໆເລີຍ, ຖ້າເຈົ້າບໍ່ສາມາດແຍກແຍະຜູ້ຕໍ່ຕ້ານພຣະຄຣິສ ແລະ ເຈົ້າບໍ່ໄດ້ບັນລຸແມ່ນແຕ່ຄວາມຮັບຜິດຊອບທີ່ເຈົ້າຄວນບັນລຸ ແລະ ຈົບລົງດ້ວຍການແລ່ນນໍາຜູ້ຕໍ່ຕ້ານພຣະຄຣິສ ແລະ ກາຍເປັນຜູ້ສົມຮູ້ຮ່ວມຄິດຂອງພວກເຂົາ, ແລ້ວນັ້ນບໍ່ໄດ້ເຮັດໃຫ້ເຈົ້າເປັນຄົນໄຮ້ປະໂຫຍດບໍ? ຄົນແບບນີ້ບໍ່ໜ້າເວດທະນາບໍ? ຖ້າເຈົ້າຕິດຕາມພຣະເຈົ້າພຽງແຕ່ໃນນາມ ແຕ່ເຈົ້າຖືກນໍາພາຢ່າງຜິດໆ ແລະ ຖືກດຶງເຂົ້າມາໂດຍຜູ້ຕໍ່ຕ້ານພຣະຄຣິສ, ເຈົ້າຕິດຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສມາເປັນເວລາຫຼາຍປີ ແລະ ເຈົ້າຢາກຈະກັບມາແຕ່ບໍ່ມີຄວາມກ້າທີ່ຈະປະເຊີນໜ້າກັບອ້າຍເອື້ອຍນ້ອງຂອງເຈົ້າ, ແລ້ວນັ້ນບໍ່ແມ່ນວິທີການດຳເນີນຊີວິດທີ່ໄຮ້ປະໂຫຍດບໍ? ບໍ່ວ່າເຈົ້າຈະເສຍໃຈສໍ່າໃດກໍຕາມ, ມັນກໍບໍ່ມີປະໂຫຍດ. ມັນເປັນຄວາມຜິດຂອງໃຜທີ່ເຈົ້າບໍ່ເຂົ້າໃຈຄວາມຈິງ? ເຈົ້າໂທດໃຜບໍ່ໄດ້ດອກນອກຈາກຕົວເຈົ້າເອງ.

ພວກເຮົາໄດ້ໂອ້ລົມກ່ຽວກັບການສະແດງອອກຕ່າງໆທັງໝົດເຈັດຢ່າງຂອງຜູ້ຕໍ່ຕ້ານພຣະຄຣິສແລ້ວ. ສຳລັບການສະແດງອອກຢ່າງລະອຽດທີ່ເຮົາໄດ້ເວົ້າເຖິງໃນແຕ່ລະຢ່າງ, ສຳລັບແກ່ນແທ້ທີ່ເຮົາໄດ້ໄຈ້ແຍກ ເຊັ່ນດຽວກັນກັບສະຖານະການຕ່າງໆທີ່ເຮົາໄດ້ໂອ້ລົມກັນນັ້ນ, ບໍ່ມີສິ່ງໃດເລີຍທີ່ຖືກປັ້ນແຕ່ງຂຶ້ນມາຈາກຄວາມວ່າງເປົ່າ, ແຕ່ລ້ວນມີຫຼັກຖານ ແລະ ອີງໃສ່ຄວາມເປັນຈິງ. ເຖິງຢ່າງໃດກໍຕາມ, ມັນມີຈຸດໜຶ່ງຄື: ຖ້າຫຼັງຈາກທີ່ພວກເຈົ້າໄດ້ຟັງສິ່ງເຫຼົ່ານີ້ແລ້ວ ພວກເຈົ້າບໍ່ສາມາດທຽບໃສ່ໄດ້ເລີຍເມື່ອພວກເຈົ້າພົບພໍ້ກັບສິ່ງທີ່ເປັນຈິງ, ສິ່ງນີ້ສະແດງໃຫ້ເຫັນຫຍັງ? ຢ່າງທີໜຶ່ງ, ມັນສະແດງໃຫ້ເຫັນວ່າພວກເຈົ້າຂາດຄວາມເຂົ້າໃຈຝ່າຍວິນຍານ ແລະ ເຖິງແມ່ນວ່າບາງຄັ້ງພວກເຈົ້າຈະມີຄວາມເຂົ້າໃຈຝ່າຍວິນຍານບາງຢ່າງ, ມັນກໍເປັນພຽງການເຂົ້າໃຈແບບເຄິ່ງໆກາງໆ, ບໍ່ແມ່ນຄວາມເຂົ້າໃຈຝ່າຍວິນຍານທີ່ສົມບູນ; ຢ່າງທີສອງ, ມັນສະແດງໃຫ້ເຫັນວ່າພວກເຈົ້າບໍ່ຮັກຄວາມຈິງ ແລະ ບໍ່ໃຫ້ຄວາມສຳຄັນກັບຄວາມຈິງ; ຢ່າງທີສາມ, ມັນສະແດງໃຫ້ເຫັນວ່າພວກເຈົ້າຂາດຄວາມສາມາດຫຼາຍເກີນໄປ ແລະ ຂາດຄວາມສາມາດໃນການຢັ່ງຮູ້ຢ່າງສິ້ນເຊີງ. ເຮົາໄດ້ເວົ້າຫຼາຍຢ່າງເພື່ອເປີດໂປງຜູ້ຕໍ່ຕ້ານພຣະຄຣິສ, ແຕ່ເຈົ້າບໍ່ເຂົ້າໃຈຫຍັງເລີຍ. ເຈົ້າອາດຈະຄິດວ່າເຈົ້າເຂົ້າໃຈໃນເວລານັ້ນ, ແຕ່ພາຍຫຼັງມັນກໍກັບກາຍເປັນເລື່ອງທີ່ບໍ່ຊັດເຈນ ແລະ ສິ່ງນີ້ສະແດງໃຫ້ເຫັນວ່າເຈົ້າຍັງບໍ່ເຂົ້າໃຈມັນ. ເປັນຫຍັງເຈົ້າຈຶ່ງບໍ່ເຂົ້າໃຈ? ສິ່ງນີ້ກ່ຽວຂ້ອງກັບການຢັ່ງຮູ້ບໍ? ເມື່ອເຮົາໄດ້ອະທິບາຍສິ່ງຕ່າງໆໃນລະດັບນີ້ແລ້ວ ແລະ ເຈົ້າຍັງບໍ່ເຂົ້າໃຈ, ນີ້ໝາຍຄວາມວ່າເຈົ້າຂາດຄວາມສາມາດໃນການຢັ່ງຮູ້ຫຼາຍເກີນໄປ ແລະ ເຈົ້າກໍບໍ່ມີຄວາມສາມາດໃດໆທີ່ຈະຢັ່ງຮູ້ຄວາມຈິງຢ່າງແທ້ຈິງເລີຍ. ສິ່ງທີ່ເຮົາເວົ້າຖືກຕ້ອງບໍ? ມັນເປັນແບບນັ້ນ. ມີບາງຄົນໃນພວກເຈົ້າທີ່ຟັງຄຳເທດສະໜາມາເປັນເວລາ 10 ຫຼື 20 ປີແລ້ວ ແລະ ພວກເຈົ້າກໍຍັງບໍ່ເຂົ້າໃຈຄວາມຈິງ. ພວກເຮົາຈະອະທິບາຍເລື່ອງນີ້ແນວໃດ? ມັນມີພຽງສອງຄວາມເປັນໄປໄດ້ເທົ່ານັ້ນ: ຢ່າງໜຶ່ງຄື ພວກເຈົ້າບໍ່ມີຄວາມເຂົ້າໃຈຝ່າຍວິນຍານ, ຂາດຄວາມສາມາດ ແລະ ບໍ່ສາມາດເຂົ້າໃຈຄວາມຈິງໄດ້; ອີກຢ່າງໜຶ່ງຄື ເຖິງແມ່ນວ່າພວກເຈົ້າຈະມີຄວາມເຂົ້າໃຈຝ່າຍວິນຍານ, ແຕ່ພວກເຈົ້າບໍ່ຮັກຄວາມຈິງ ແລະ ບໍ່ສົນໃຈໃນຄວາມຈິງ. ຖ້າໜຶ່ງໃນສອງຄວາມເປັນໄປໄດ້ນີ້ເກີດຂຶ້ນກັບເຈົ້າ, ແລ້ວເຈົ້າກໍຈະບໍ່ສາມາດເຂົ້າໃຈຄວາມຈິງໄດ້. ຖ້າຄວາມເປັນໄປໄດ້ທັງສອງຢ່າງນີ້ເກີດຂຶ້ນກັບເຈົ້າ, ແລ້ວເຈົ້າກໍເປັນຄືກັບຄົນຕາບອດທີ່ເປັນພະຍາດຕາ ເຊິ່ງໝົດຫົນທາງປົວແລ້ວ. ເຮົາໄດ້ໂອ້ລົມພຣະທຳເຫຼົ່ານີ້ທັງໝົດແລ້ວ, ແຕ່ພວກເຈົ້າກໍຍັງບໍ່ສາມາດປຽບທຽບກັບຕົນເອງໄດ້ຢ່າງເໝາະສົມ ແລະ ບໍ່ຮູ້ວ່າເຮົາໝາຍເຖິງຫຍັງ. ສິ່ງນັ້ນບອກຫຍັງກ່ຽວກັບຄວາມສາມາດໃນການຢັ່ງຮູ້ຂອງພວກເຈົ້າ? ມັນບໍ່ຕໍ່າເກີນໄປບໍ? ຖ້າພວກເຈົ້າຂີ້ຄ້ານຫຼາຍກວ່ານີ້, ໂລບມາກຢາກໄດ້ຄວາມສະດວກສະບາຍ, ບໍ່ມີຄວາມຮັກຕໍ່ຄວາມຈິງ, ມີຄວາມມັກສ່ວນຕົວ ແລະ ຖືກເຮັດໃຫ້ເສຍສະມາທິໂດຍສິ່ງພາຍນອກ, ພຣະທຳເຫຼົ່ານີ້ກໍຈະມີຜົນຕໍ່ພວກເຈົ້າໜ້ອຍລົງເລື້ອຍໆ ແລະ ຜົນຂອງພຣະທຳເຫຼົ່ານັ້ນກໍຈະຫຼຸດລົງຢ່າງຫຼວງຫຼາຍ, ມັນເປັນແບບນັ້ນ. ໃນຄວາມເປັນຈິງແລ້ວ, ຜູ້ຕໍ່ຕ້ານພຣະຄຣິສນັ້ນແຍກແຍະໄດ້ງ່າຍຫຼາຍ. ດ້ານໜຶ່ງຄືການເຮັດໃຫ້ວິທີການທີ່ພວກເຂົາໃຊ້ເຮັດສິ່ງຕ່າງໆນັ້ນຊັດເຈນ, ໃນຂະນະທີ່ອີກດ້ານໜຶ່ງຄືການເບິ່ງວ່າອຸປະນິໄສຂອງພວກເຂົາແມ່ນຫຍັງ, ທິດທາງໃນຊີວິດ ແລະ ມຸມມອງກ່ຽວກັບການມີຊີວິດຢູ່ຂອງພວກເຂົາແມ່ນຫຍັງ, ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ອ້າຍເອື້ອຍນ້ອງ, ຕໍ່ໜ້າທີ່, ຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ຕໍ່ພຣະເຈົ້າ, ຕໍ່ຄວາມຈິງ ແລະ ຕໍ່ສິ່ງທີ່ເປັນບວກແມ່ນຫຍັງ ແລະ ຫຼັກການສຳລັບການກະທຳຂອງພວກເຂົາແມ່ນຫຍັງ. ຜ່ານດ້ານເຫຼົ່ານີ້, ໂດຍພື້ນຖານແລ້ວ ເຈົ້າກໍຈະສາມາດກຳນົດລັກສະນະຂອງພວກເຂົາໄດ້. ມັນຍັງມີຄວາມຈຳເປັນທີ່ຈະຕ້ອງສັງເກດ ແລະ ຊອກຮູ້ກ່ຽວກັບພວກເຂົາຕື່ມອີກດົນບໍ? ບໍ່. ຜູ້ຕໍ່ຕ້ານພຣະຄຣິສບໍ່ພຽງແຕ່ພົວພັນກັບການສຳສ່ອນ ແລະ ການກົດຂີ່ຂົ່ມເຫັງຜູ້ຄົນເທົ່ານັ້ນ. ພວກເຂົາມີທໍາມະຊາດແບບຊາຕານ ແລະ ສາມາດເຮັດໄດ້ທຸກຢ່າງ. ຖ້າຫຼັງຈາກທີ່ໄດ້ຟັງຄຳເທດສະໜາເຫຼົ່ານີ້ແລ້ວ, ເຈົ້າບໍ່ສາມາດແຍກແຍະອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ບອກໄດ້ວ່າສິ່ງທີ່ພວກເຂົາກຳລັງເປີດເຜີຍນັ້ນຄືອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ, ແລ້ວເຈົ້າເຂົ້າໃຈສິ່ງໃດແດ່ບໍ? ເຈົ້າຈື່ຫຼັກຄຳສອນໄດ້, ແຕ່ເຈົ້າບໍ່ສາມາດທຽບໃສ່ກັບສິ່ງໃດໄດ້ເລີຍ ແລະ ເມື່ອປະເຊີນໜ້າກັບຄວາມເປັນຈິງ ຫຼັກຄຳສອນຂອງເຈົ້າກໍອ່ອນແອ ແລະ ບໍ່ມີປະສິດທິຜົນ ແລະ ສິ່ງນີ້ພິສູດວ່າເຈົ້າຍັງບໍ່ເຂົ້າໃຈ. ຖ້າເຈົ້າເຂົ້າໃຈໃນເວລານັ້ນ ແລະ ພາຍຫຼັງໄດ້ປະຕິບັດການອ່ານພ້ອມອະທິຖານ, ຖ້າເຈົ້າໂອ້ລົມກ່ຽວກັບສິ່ງເຫຼົ່ານີ້ກັບອ້າຍເອື້ອຍນ້ອງເລື້ອຍໆ, ເຈົ້າໃສ່ໃຈ ແລະ ຕຶກຕອງຄວາມຈິງເຫຼົ່ານີ້ ແລະ ເຈົ້າອະທິຖານຕໍ່ໜ້າພຣະເຈົ້າເລື້ອຍໆ, ແລ້ວເຈົ້າກໍຈະໄດ້ຮັບຫຼາຍຂຶ້ນ. ເຖິງຢ່າງໃດກໍຕາມ, ຖ້າເຈົ້າໂລບມາກຢາກໄດ້ຄວາມສະດວກສະບາຍໃນໜ້າທີ່ຂອງເຈົ້າ, ຫຍໍ້ທໍ້, ເຈົ້າບໍ່ມີພາລະ ແລະ ເຈົ້າມີຄວາມມັກສ່ວນຕົວ, ເອົາແຕ່ໃຈ, ເຈົ້າບໍ່ຮັກຄວາມຈິງຢ່າງແທ້ຈິງ, ເຈົ້າຕິດຕາມກະແສຂອງໂລກ ແລະ ຖືກສິ່ງພາຍນອກດຶງດູດ, ແລ້ວເຈົ້າກໍຈະບໍ່ສາມາດປະຕິບັດໜ້າທີ່ຂອງເຈົ້າໄດ້ດີ. ໃນທີ່ສຸດ ຄວາມຈິງເຫຼົ່ານີ້ທີ່ພວກເຮົາໄດ້ໂອ້ລົມກັນກໍຈະບໍ່ມີຜົນຫຍັງກັບເຈົ້າ, ສິ່ງທີ່ຈະເຫຼືອຢູ່ກໍຄືຄຳເວົ້າ ແລະ ຫຼັກຄຳສອນ ແລະ ນັ້ນກໍຈະໝາຍຄວາມວ່າເຈົ້າໄດ້ຟັງທັງໝົດນັ້ນໂດຍບໍ່ໄດ້ປະໂຫຍດຫຍັງເລີຍ. ພວກເຈົ້າຟັງການໂອ້ລົມເຫຼົ່ານີ້ອີກຄັ້ງໃນພາຍຫຼັງບໍ? (ຟັງ.) ພວກເຈົ້າສາມາດຟັງໄດ້ຈັກເທື່ອ? ມັນມີຜົນທີ່ແຕກຕ່າງກັນບໍໃນແຕ່ລະເທື່ອທີ່ພວກເຈົ້າຟັງ? ພວກເຈົ້າຕຶກຕອງກ່ຽວກັບມັນໃນພາຍຫຼັງບໍ? ພວກເຈົ້າເຫຼືອຄວາມປະທັບໃຈຫຍັງແດ່ຫຼັງຈາກຕຶກຕອງກ່ຽວກັບມັນ? ສຳລັບເຈົ້າແລ້ວ, ຄຳເທດສະໜາເຫຼົ່ານີ້ສາມາດກາຍເປັນຫຼັກການແຫ່ງການປະຕິບັດ ແລະ ເກນສຳລັບເຈົ້າໃນການແຍກແຍະຜູ້ຄົນ ແລະ ສິ່ງຕ່າງໆໃນຊີວິດຂອງເຈົ້າໄດ້ບໍ? (ຂ້ານ້ອຍສາມາດປຽບທຽບອຸປະນິໄສ ແລະ ການສະແດງອອກທີ່ຊັດເຈນບາງຢ່າງຂອງຜູ້ຕໍ່ຕ້ານພຣະຄຣິສກັບຕົວຂ້ານ້ອຍເອງໄດ້, ນັ້ນກໍຄື ສິ່ງທີ່ຂ້ານ້ອຍເວົ້າ ແລະ ເຮັດ ເຊິ່ງມີເຈດຕະນາຢ່າງຊັດເຈນທີ່ຈະລໍ້ລວງຈິດໃຈຄົນອື່ນ ແລະ ຂ້ານ້ອຍຈະຄິດເຖິງພຣະທຳແຫ່ງການເປີດໂປງຂອງພຣະເຈົ້າ ແລະ ຮູ້ວ່າທໍາມະຊາດຂອງການກະທຳຂອງຂ້ານ້ອຍຄືການລໍ້ລວງຈິດໃຈຄົນອື່ນ ແລະ ຂ້ານ້ອຍຕ້ອງການບັນລຸຈຸດປະສົງບາງຢ່າງ. ເຖິງຢ່າງໃດກໍຕາມ, ຂ້ານ້ອຍກໍຍັງຂາດແຄນຫຼາຍເມື່ອເວົ້າເຖິງການແຍກແຍະຜູ້ຄົນ ແລະ ຂ້ານ້ອຍກໍບໍ່ໄດ້ປຽບທຽບພຣະທຳຂອງພຣະເຈົ້າກັບຄົນອ້ອມຂ້າງຂ້ານ້ອຍຢ່າງຕັ້ງໃຈ.) ບອກເຮົາມາເບິ່ງ, ຖ້າເຈົ້າຢາກເຫັນຕົວເອງຢ່າງຊັດເຈນ ເຈົ້າຈະໃຊ້ແວ່ນ ຫຼື ບວກນໍ້າທີ່ຂຸ່ນ? (ແວ່ນ.) ຜົນປະໂຫຍດຂອງການເບິ່ງໃນແວ່ນແມ່ນຫຍັງ? ເຈົ້າສາມາດເຫັນຕົວເອງໄດ້ຊັດເຈນຂຶ້ນ. ສະນັ້ນ, ມັນຈຶ່ງມີຂີດຈຳກັດຫຼາຍຖ້າເຈົ້າສາມາດແຍກແຍະໄດ້ພຽງແຕ່ຕົວເຈົ້າເອງ; ເຈົ້າຕ້ອງຮຽນຮູ້ທີ່ຈະແຍກແຍະຄົນອື່ນເຊັ່ນກັນ. ການແຍກແຍະຄົນອື່ນບໍ່ແມ່ນການຕັ້ງໃຈກຳນົດລັກສະນະຂອງພວກເຂົາວ່າເປັນຜູ້ຕໍ່ຕ້ານພຣະຄຣິສ, ແຕ່ແມ່ນການມີຫຼັກການສຳລັບການວັດແທກ ແລະ ການແຍກແຍະຄຳເວົ້າ ແລະ ການກະທຳຂອງຄົນປະເພດຕ່າງໆ. ສິ່ງນີ້ເປັນປະໂຫຍດຕໍ່ຕົນເອງ ແລະ ໃນການເຮັດສິ່ງນີ້ ຄົນເຮົາຍັງສາມາດປະຕິບັດຕໍ່ຜູ້ຄົນຢ່າງຖືກຕ້ອງຕາມຫຼັກການ ເຊິ່ງເປັນປະໂຫຍດສຳລັບການບັນລຸການຮ່ວມມືທີ່ປອງດອງກັນ ເມື່ອປະຕິບັດໜ້າທີ່ຂອງຕົນກັບຄົນອື່ນ. ເຖິງຢ່າງໃດກໍຕາມ, ສິ່ງທີ່ຄົນເຮົາສາມາດບັນລຸໄດ້ໂດຍການອາໄສພຽງແຕ່ການຮູ້ຈັກຕົນເອງນັ້ນມີຜົນທີ່ຈຳກັດ. ເຈົ້າບໍ່ສາມາດຈົດຈໍ່ພຽງແຕ່ການຮູ້ຈັກຕົນເອງເມື່ອໄລ່ຕາມຄວາມຈິງ. ເຈົ້າຍັງຕ້ອງຈົດຈໍ່ກັບການນໍາເອົາຄວາມຈິງໄປປະຕິບັດ ເພື່ອບັນລຸຜົນຂອງການອ່ອນນ້ອມຕໍ່ພຣະເຈົ້າອີກດ້ວຍ. ໂດຍການຈົດຈໍ່ພຽງດ້ານດຽວ ເຈົ້າຈະບໍ່ມີວັນບັນລຸຄວາມເຂົ້າໃຈຄວາມຈິງຢ່າງສົມບູນ ຫຼື ເຂົ້າສູ່ຄວາມຈິງຄວາມເປັນຈິງໄດ້ ແລະ ເຈົ້າກໍຈະບໍ່ເຕີບໃຫຍ່ໃນຊີວິດ. ສິ່ງນີ້ເກືອບຈະຄືກັນກັບການເຂົ້າໃຈພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນ ແລະ ເຈົ້າກໍຈະບໍ່ສາມາດຮູ້ຈັກພຣະເຈົ້າໄດ້. ຜູ້ທີ່ເຂົ້າໃຈຄວາມຈິງຢ່າງແທ້ຈິງສາມາດເບິ່ງທະລຸທຸກສິ່ງໄດ້. ພວກເຂົາບໍ່ພຽງແຕ່ຮູ້ຈັກຕົນເອງເທົ່ານັ້ນ, ແຕ່ພວກເຂົາຍັງສາມາດແຍກແຍະຄົນອື່ນໄດ້ອີກດ້ວຍ ແລະ ພວກເຂົາກໍສາມາດເບິ່ງທະລຸຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທຸກປະເພດ. ມີພຽງແຕ່ວິທີນີ້ເທົ່ານັ້ນ ຄົນເຮົາຈຶ່ງຈະສາມາດປະຕິບັດໜ້າທີ່ຂອງຕົນໃຫ້ໄດ້ມາດຕະຖານ ແລະ ຖືກພຣະເຈົ້ານໍາໃຊ້.

ຜ່ານການໂອ້ລົມໃນມື້ນີ້ກ່ຽວກັບການສະແດງອອກຂອງອຸປະນິໄສທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ, ພວກເຈົ້າໄດ້ຮັບຄວາມເຂົ້າໃຈທີ່ເລິກເຊິ່ງກວ່າເກົ່າ ແລະ ໃໝ່ກວ່າເກົ່າແນວໃດແດ່ກ່ຽວກັບອຸປະນິໄສທີ່ຊົ່ວຊ້າ? ຈົ່ງໂອ້ລົມກ່ຽວກັບເລື່ອງນີ້. (ພຣະເຈົ້າ, ສິ່ງທີ່ເຮັດໃຫ້ຂ້ານ້ອຍສະເທືອນໃຈທີ່ສຸດໃນມື້ນີ້ແມ່ນ ການທີ່ພຣະເຈົ້າກ່າວວ່າ ຖ້າພວກເຮົາກະທຳຄືກັບຜູ້ຕໍ່ຕ້ານພຣະຄຣິສ ແລະ ຕັ້ງໃຈຂັດຂວາງ ແລະ ລົບກວນວຽກງານຂອງເຮືອນຂອງພຣະເຈົ້າຢ່າງເຈດຕະນາ, ແລ້ວພວກເຮົາກໍຄືມານຮ້າຍທີ່ມີຊີວິດ. ພຣະເຈົ້າໄດ້ເວົ້າກ່ຽວກັບຄົນບາງຄົນທີ່ທົນບໍ່ໄດ້ທີ່ຈະເຫັນຄົນອື່ນດີກວ່າຕົນເອງ ແລະ ຂ້ານ້ອຍໄດ້ໄຕ່ຕອງຕົນເອງ ແລະ ຮັບຮູ້ແລ້ວວ່າຂ້ານ້ອຍມີຈິດໃຈທີ່ມັກແຂ່ງຂັນເອົາຊະນະທີ່ຮ້າຍແຮງເປັນພິເສດ ແລະ ເມື່ອຂ້ານ້ອຍເຫັນວ່າຄົນທີ່ຂ້ານ້ອຍປະຕິບັດໜ້າທີ່ນຳນັ້ນມີຈຸດແຂງຫຼາຍກວ່າຂ້ານ້ອຍ, ຂ້ານ້ອຍກໍຮູ້ສຶກບໍ່ພໍໃຈ ແລະ ຂ້ານ້ອຍຢາກເອົາຊະນະພວກເຂົາສະເໝີ. ຂ້ານ້ອຍຮູ້ສຶກວ່າສະພາວະຂອງຂ້ານ້ອຍນັ້ນຄືກັນກັບສະພາວະຂອງມານຮ້າຍທີ່ມີຊີວິດທີ່ພຣະເຈົ້າໄດ້ເປີດໂປງ ແລະ ຂ້ານ້ອຍເຫັນວ່າທໍາມະຊາດຂອງເລື່ອງນີ້ຮ້າຍແຮງກວ່າທີ່ຂ້ານ້ອຍໄດ້ຈິນຕະນາການໄວ້ ແລະ ມັນເຮັດໃຫ້ຂ້ານ້ອຍຢ້ານ. ຂ້ານ້ອຍບໍ່ເຄີຍເຂົ້າໃຈເລື່ອງນີ້ຢ່າງເລິກເຊິ່ງມາກ່ອນ ແລະ ຕອນນີ້ເມື່ອຂ້ານ້ອຍເຫັນວ່າອຸປະນິໄສທີ່ເສື່ອມຊາມຂອງຂ້ານ້ອຍຮ້າຍແຮງສໍ່າໃດ, ຂ້ານ້ອຍກໍຮູ້ສຶກເສຍໃຈຫຼາຍ.) ຕອນນີ້ເຈົ້າກໍຮັບຮູ້ມັນແລ້ວ. ອຸປະນິໄສທີ່ເສື່ອມຊາມຂອງມະນຸດນັ້ນບໍ່ໄດ້ງ່າຍດາຍຄືກັບການເປີດເຜີຍພຽງຊົ່ວຄາວ; ມັນມີຮາກເຫງົ້າ ແລະ ສິ່ງຕ່າງໆທີ່ເຮັດໃຫ້ມັນຍາກສຳລັບເຈົ້າທີ່ຈະຖອດຖິ້ມມັນ, ມັນຄວບຄຸມເຈົ້າຢູ່ສະເໝີ, ເຮັດໃຫ້ເຈົ້າເປີດເຜີຍຄວາມເສື່ອມຊາມອອກມາຢ່າງຫຼວງຫຼາຍຈົນບໍ່ສາມາດຄວບຄຸມຕົນເອງໄດ້. ຜູ້ຄົນບໍ່ສາມາດອະທິບາຍໄດ້ຢ່າງຊັດເຈນວ່າເປັນຫຍັງພວກເຂົາຈຶ່ງເປັນແບບນີ້ ແລະ ພວກເຂົາກໍບໍ່ສາມາດຄວບຄຸມມັນໄດ້, ສິ່ງເຫຼົ່ານີ້ຄືອຸປະນິໄສຂອງມະນຸດ. ການທີ່ຄົນໃດຄົນໜຶ່ງສາມາດເຂົ້າໃຈອຸປະນິໄສທີ່ເສື່ອມຊາມແບບນີ້ໄດ້ຢ່າງຊັດເຈນນັ້ນຄືດ້ານໜຶ່ງຂອງຄວາມກ້າວໜ້າ. ເມື່ອເວົ້າເຖິງອຸປະນິໄສທີ່ເສື່ອມຊາມແບບນີ້, ຖ້າເຈົ້າສາມາດສະແຫວງຫາຄວາມຈິງ ແລະ ເບິ່ງທະລຸເຖິງແກ່ນແທ້ຂອງມັນ, ຖ້າເຈົ້າສາມາດຍອມຮັບການພິພາກສາ, ການທົດສອບ ແລະ ການຫຼໍ່ຫຼອມຂອງພຣະເຈົ້າໄດ້, ຖ້າໃນການເຮັດເຊັ່ນນັ້ນ ເຈົ້າສາມາດບັນລຸສະພາວະທີ່ເຈົ້າປະຕິບັດຄວາມຈິງ ແລະ ອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງໄດ້, ແລ້ວອຸປະນິໄສທີ່ເສື່ອມຊາມນີ້ກໍສາມາດປ່ຽນແປງໄດ້, ນີ້ຄືການທີ່ເຈົ້າເລີ່ມປະຕິບັດຄວາມຈິງບົນພື້ນຖານຂອງການເຂົ້າໃຈຄວາມຈິງ. ຕອນນີ້ມັນຍາກຫຼາຍສຳລັບພວກເຈົ້າສ່ວນໃຫຍ່ທີ່ຈະປະຕິບັດການຢັບຢັ້ງຕົວເອງ ເມື່ອພວກເຈົ້າເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງພວກເຈົ້າ ແລະ ສິ່ງນີ້ກໍໝາຍຄວາມວ່າພວກເຈົ້າຍັງບໍ່ທັນໄດ້ເລີ່ມປະຕິບັດຄວາມຈິງ; ສິ່ງເລັກນ້ອຍທີ່ພວກເຈົ້າເຮັດໃນການປະຕິບັດໜ້າທີ່ຂອງພວກເຈົ້ານັ້ນສ່ວນຫຼາຍແມ່ນອີງໃສ່ຄວາມສົນໃຈສ່ວນຕົວ, ຄວາມມັກ ແລະ ແມ່ນແຕ່ຄວາມຫົວຮ້ອນ ແລະ ສິ່ງນີ້ກໍບໍ່ຄ່ອຍກ່ຽວຂ້ອງກັບການປ່ຽນແປງອຸປະນິໄສ, ແມ່ນບໍ? (ແມ່ນ.) ດີຫຼາຍ, ເຈົ້າຮູ້ສຶກສະເທືອນໃຈ. ມີໃຜຢາກເວົ້າອີກບໍ? (ຫຼັງຈາກທີ່ໄດ້ຟັງການໂອ້ລົມຂອງພຣະເຈົ້າໃນມື້ນີ້, ຂ້ານ້ອຍຮູ້ສຶກສະເທືອນໃຈຫຼາຍ. ຂ້ານ້ອຍເຄີຍຄິດວ່າຄວາມຊົ່ວຊ້າໝາຍເຖິງການເວົ້າຢ່າງເລ່ຫຼ່ຽມ, ບໍ່ເວົ້າຢ່າງກົງໄປກົງມາ ແລະ ສ້າງພາບ ແລະ ຫຼອກລວງຄົນອື່ນຢູ່ສະເໝີ. ແຕ່ການໄດ້ຟັງພຣະເຈົ້າໄຈ້ແຍກໃນມື້ນີ້ວ່າອຸປະນິໄສທີ່ຊົ່ວຊ້າແມ່ນຫຍັງ, ຕອນນີ້ຂ້ານ້ອຍຈຶ່ງຮູ້ວ່າຄວາມຊົ່ວຊ້າໝາຍເຖິງການຕໍ່ຕ້ານ ແລະ ການຂັດຂືນຄວາມຈິງ ແລະ ສິ່ງທີ່ເປັນບວກ ແລະ ຖ້າຄົນໃດຄົນໜຶ່ງຂັດຂືນ ແລະ ຕໍ່ຕ້ານຄວາມຈິງ ແລະ ສິ່ງທີ່ເປັນບວກ, ແລ້ວນັ້ນກໍຄືອຸປະນິໄສທີ່ຊົ່ວຊ້າຂອງພວກເຂົາ. ຂ້ານ້ອຍເຄີຍມີຄວາມເຂົ້າໃຈທີ່ຕື້ນເຂີນກ່ຽວກັບອຸປະນິໄສທີ່ຊົ່ວຊ້າ, ແຕ່ຕອນນີ້ເມື່ອຂ້ານ້ອຍໄດ້ຍິນການໂອ້ລົມຂອງພຣະເຈົ້າ, ຂ້ານ້ອຍກໍມີຄວາມເຂົ້າໃຈໃໝ່. ຍິ່ງໄປກວ່ານັ້ນ, ສິ່ງທີ່ເຮັດໃຫ້ຂ້ານ້ອຍຕົກໃຈຫຼາຍກໍຄື ການທີ່ພຣະເຈົ້າກ່າວວ່າ ທີມງານຜະລິດຮູບເງົາປະເທດການາດາຈະຖືກຈັດເຂົ້າໃນກຸ່ມ B ເປັນເວລາໜຶ່ງປີ. ຂ້ານ້ອຍຕົກໃຈຫຼາຍທີ່ໄດ້ຍິນເລື່ອງນີ້ ແລະ ຈາກການຈັດການເລື່ອງນີ້ຂອງພຣະເຈົ້າ ຂ້ານ້ອຍກໍສາມາດເຫັນອຸປະນິໄສທີ່ຊອບທຳຂອງພຣະເຈົ້າ. ຂ້ານ້ອຍເຫັນວ່າບໍ່ມີຄົນຈັກຄົນໃນທີມງານນັ້ນທີ່ປະຕິບັດຄວາມຈິງ ແລະ ສິ່ງນີ້ກໍໄດ້ກໍ່ໃຫ້ເກີດອຸປະສັກຢ່າງໃຫຍ່ຫຼວງຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ ແລະ ມັນເຮັດໃຫ້ຂ້ານ້ອຍຮູ້ສຶກຄຽດແຄ້ນແທ້ໆ. ຄົນໃນທີມງານຂອງພວກເຮົາກໍຢູ່ໃນສະພາວະທີ່ຄ້າຍຄືກັນໃນໄລຍະມໍ່ໆມານີ້, ນັ້ນກໍຄື ການບໍ່ມີພາລະຕໍ່ໜ້າທີ່ຂອງພວກເຮົາ. ເມື່ອປະລິມານວຽກງານຂອງພວກເຮົາເບົາລົງກວ່າແຕ່ກ່ອນ, ພວກເຮົາກໍບໍ່ໄດ້ວາງແຜນທີ່ຊັດເຈນສຳລັບໜ້າທີ່ຂອງພວກເຮົາ ແລະ ເຮັດແບບອືດອາດຍືດຍາດໃນໜ້າທີ່ຂອງພວກເຮົາໃຫ້ຜ່ານໄປໃນແຕ່ລະມື້. ຜ່ານການຟັງການໂອ້ລົມຂອງພຣະເຈົ້າໃນມື້ນີ້, ຂ້ານ້ອຍເຫັນວ່າຖ້າຄົນໃດຄົນໜຶ່ງບໍ່ປະຕິບັດຄວາມຈິງ ຫຼື ໄລ່ຕາມຄວາມກ້າວໜ້າໃນໜ້າທີ່ຂອງຕົນ ແລະ ຖ້າຄົນໃດຄົນໜຶ່ງບໍ່ຈິງຈັງກັບຄວາມຈິງ, ແລ້ວພຣະເຈົ້າກໍຈະລັງກຽດທັດສະນະຄະຕິແບບນີ້ທີ່ມີຕໍ່ການປະຕິບັດໜ້າທີ່. ຂ້ານ້ອຍຍັງຮັບຮູ້ອີກວ່າພວກເຮົາຕ້ອງເຫັນຄຸນຄ່າຂອງເວລາ ແລະ ໂອກາດໃນການປະຕິບັດໜ້າທີ່ຂອງພວກເຮົາ. ຖ້າພວກເຮົາບໍ່ເຫັນຄຸນຄ່າຂອງໜ້າທີ່ຂອງພວກເຮົາ, ແລ້ວເມື່ອເວລາທີ່ພຣະເຈົ້າລໍຖ້າພວກເຮົາ ແລະ ໂອກາດທີ່ພຣະເຈົ້າປະທານໃຫ້ພວກເຮົາຖືກໃຊ້ໄປຢ່າງສິ້ນເປືອງ, ຄວາມໂກດຮ້າຍຂອງພຣະເຈົ້າກໍຈະຖືກເທລົງມາໃສ່ຜູ້ຄົນ ແລະ ມັນກໍຈະສາຍເກີນໄປທີ່ຈະເສຍໃຈ.) ເບິ່ງຄືວ່າພວກເຈົ້າຕ້ອງໄດ້ຮັບແຮງກົດດັນບາງຢ່າງ, ແມ່ນບໍ? (ແມ່ນ.) ດີຫຼາຍ. ນີ້ຄືບັນຫາທີ່ແທ້ຈິງ ແລະ ເມື່ອພວກເຈົ້າເຕົ້າໂຮມກັນ ພວກເຈົ້າຕ້ອງໂອ້ລົມກັນກ່ຽວກັບວິທີແກ້ໄຂບັນຫານີ້. ພວກເຈົ້າຕ້ອງໂອ້ລົມກັນເປັນໄລຍະ ແລະ ສະຫຼຸບຜົນ ແລະ ຊອກຫາແຜນການໃໝ່. ທຸກຄົນລ້ວນແຕ່ມີພາລະກິດໃນຊີວິດນີ້ ລວມທັງເຮົານຳ ແລະ ຖ້າພວກເຂົາບໍ່ດຳເນີນຊີວິດເພື່ອພາລະກິດຂອງພວກເຂົາ, ແລ້ວການດຳເນີນຊີວິດໃນຊີວິດນີ້ຂອງພວກເຂົາກໍບໍ່ມີຄຸນຄ່າ. ຖ້າການດຳເນີນຊີວິດຂອງເຈົ້າບໍ່ມີຄຸນຄ່າ, ແລ້ວຊີວິດຂອງເຈົ້າກໍບໍ່ມີຄ່າ. ເປັນຫຍັງເຮົາຈຶ່ງເວົ້າວ່າມັນບໍ່ມີຄ່າ? ເຈົ້າຈະດຳເນີນຊີວິດຄືກັບຄົນທີ່ຕາຍທັງເປັນ; ເຈົ້າຈະບໍ່ສົມຄວນທີ່ຈະມີຊີວິດຢູ່. ຖ້າເຈົ້າບໍ່ບັນລຸຄວາມຮັບຜິດຊອບຂອງເຈົ້າ ແລະ ເຮັດພາລະກິດຂອງເຈົ້າໃຫ້ສຳເລັດ, ແລ້ວເຈົ້າກໍບໍ່ສົມຄວນທີ່ຈະເພີດເພີນກັບທຸກສິ່ງທີ່ພຣະເຈົ້າປະທານໃຫ້ເຈົ້າ. ສິ່ງນີ້ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າພຣະເຈົ້າສາມາດເອົາທຸກສິ່ງທຸກຢ່າງໄປຈາກເຈົ້າໄດ້ທຸກເວລາ. ພຣະເຈົ້າສາມາດປະທານໃຫ້ ແລະ ພຣະເຈົ້າກໍສາມາດເອົາຄືນໄດ້. ມັນເປັນແບບນັ້ນ. ຄວາມຈິງແລ້ວ, ທຸກຄົນທີ່ຢູ່ທີ່ນີ້ໃນຕອນນີ້ລ້ວນແຕ່ມີພາລະກິດ, ພຽງແຕ່ພວກເຈົ້າທຸກຄົນມີວຽກງານທີ່ແຕກຕ່າງກັນທີ່ຕ້ອງປະຕິບັດ. ຄົນທີ່ບໍ່ເຊື່ອກໍມີພາລະກິດເຊັ່ນກັນ. ພາລະກິດຂອງພວກເຂົາຄືການເຮັດໃຫ້ໂລກນີ້ປັ່ນປ່ວນ ແລະ ເຮັດໃຫ້ສັງຄົມວຸ່ນວາຍ ເພື່ອໃຫ້ຜູ້ຄົນດຳເນີນຊີວິດດ້ວຍຄວາມເຈັບປວດຫຼາຍຂຶ້ນເລື້ອຍໆ ແລະ ຕາຍທ່າມກາງໄພພິບັດຕ່າງໆ. ພາລະກິດຂອງພວກເຈົ້າຄືການຮ່ວມມືກັບພາລະກິດຂອງພຣະເຈົ້າ ເພື່ອເຜີຍແຜ່ພຣະກິດຕິຄຸນ ແລະ ພາລະກິດໃໝ່ຂອງພຣະເຈົ້າ ແລະ ໃນເວລາດຽວກັນ ພວກເຈົ້າກໍສາມາດເຂົ້າໃຈຄວາມຈິງ ແລະ ບັນລຸຄວາມລອດພົ້ນໄດ້, ນີ້ຄືສິ່ງທີ່ມີຄວາມສຸກທີ່ສຸດ. ບໍ່ມີສິ່ງໃດໃນປະຫວັດສາດຂອງມະນຸດທີ່ຈະມີຄວາມສຸກ ຫຼື ໂຊກດີໄປກວ່ານີ້ອີກແລ້ວ. ບໍ່ມີສິ່ງໃດສຳຄັນໄປກວ່ານີ້; ນີ້ຄືສິ່ງທີ່ຍິ່ງໃຫຍ່ທີ່ສຸດໃນຊີວິດ ແລະ ມັນເປັນສິ່ງທີ່ຍິ່ງໃຫຍ່ທີ່ສຸດໃນປະຫວັດສາດຂອງມະນຸດ. ທັນທີທີ່ເຈົ້າປະຖິ້ມພາລະກິດຂອງເຈົ້າ ແລະ ລະເລີຍໜ້າທີ່ ແລະ ຄວາມຮັບຜິດຊອບຂອງເຈົ້າ, ຊີວິດຂອງເຈົ້າກໍຈະບໍ່ມີຄຸນຄ່າ ແລະ ການມີຊີວິດຢູ່ກໍຈະບໍ່ມີຄວາມໝາຍສຳລັບເຈົ້າ. ມັນອາດຈະເປັນໄປໄດ້ວ່າເຈົ້າຍັງບໍ່ທັນຕາຍ ແລະ ເຈົ້າຈະດຳເນີນຊີວິດທີ່ເຫຼືອຂອງເຈົ້າຢູ່ໃນໂລກນີ້ຕໍ່ໄປ, ແຕ່ການມີຊີວິດຢູ່ນັ້ນຈະບໍ່ມີຄວາມໝາຍ ຫຼື ຄຸນຄ່າສຳລັບເຈົ້າເລີຍ. ສົມມຸດວ່າມີຄົນຜູ້ໜຶ່ງທີ່ບໍ່ເຄີຍໄດ້ຍິນຄວາມຈິງ ຫຼື ຫົນທາງຂອງພຣະເຈົ້າ ກັບອີກຄົນຜູ້ໜຶ່ງທີ່ເຄີຍຮູ້ວ່າແຜນການຄຸ້ມຄອງຂອງພຣະເຈົ້າແມ່ນຫຍັງ ແລະ ເຂົ້າໃຈຫົນທາງຂອງພຣະເຈົ້າ, ແຕ່ໃນທີ່ສຸດກໍບໍ່ໄດ້ຮັບຄວາມຈິງ ຫຼື ຊີວິດ, ບອກເຮົາມາເບິ່ງ, ເມື່ອຄົນທັງສອງດຳເນີນຊີວິດຢູ່ໃນໂລກ ພວກເຂົາຈະມີຄວາມຮູ້ສຶກແບບດຽວກັນບໍໃນສ່ວນເລິກຂອງຫົວໃຈຂອງພວກເຂົາ? (ບໍ່.) ຄົນທີ່ບໍ່ເຊື່ອບໍ່ຮູ້ພາລະກິດຂອງພວກເຂົາ; ພວກເຂົາບໍ່ມີຄວາມສຳນຶກໃນພາລະກິດ. ເຈົ້າຮູ້ວ່າພາລະກິດຂອງເຈົ້າມາຈາກໃສ, ເຈົ້າຮູ້ວ່າພຣະເຈົ້າຄືພຣະຜູ້ສ້າງ, ເປັນຜູ້ຊົງອຳນາດສູງສຸດເໜືອທຸກສິ່ງ, ເຈົ້າຮູ້ວ່າມະນຸດມາຈາກພຣະເຈົ້າ ແລະ ຄວນກັບຄືນໄປຫາພຣະອົງ, ເມື່ອຮູ້ທັງໝົດນີ້ແລ້ວ ເຈົ້າຍັງຈະສາມາດດຳເນີນຊີວິດຢ່າງສະຫງົບສຸກໃນໂລກນີ້ໄດ້ອີກບໍ? ເຈົ້າຍັງຈະສາມາດໃຊ້ຊີວິດແບບຢູ່ໄປມື້ໆຢ່າງສະບາຍໃຈໄດ້ອີກບໍ? ບໍ່, ເຈົ້າເຮັດບໍ່ໄດ້. ໃນເມື່ອພຣະເຈົ້າໄດ້ມອບພາລະກິດນີ້ໃຫ້ເຈົ້າແລ້ວ, ເຈົ້າກໍຄວນແບກຮັບຄວາມຮັບຜິດຊອບໃນການເທດສະໜາພຣະກິດຕິຄຸນ, ເປັນພະຍານໃຫ້ພຣະເຈົ້າຕໍ່ຄົນອື່ນ, ບັນລຸຄວາມຮັບຜິດຊອບທັງໝົດທີ່ມະນຸດຄວນບັນລຸ, ອຸທິດຄວາມຈິງທີ່ເຈົ້າເຂົ້າໃຈ ແລະ ຄຳພະຍານຈາກປະສົບການຂອງເຈົ້າ ເພື່ອໃຫ້ທຸກຄົນໄດ້ຮັບຜົນປະໂຫຍດ, ແລ້ວພຣະເຈົ້າກໍຈະພໍໃຈ. ສິ່ງທີ່ຜູ້ຄົນສາມາດເຮັດໄດ້ ທີ່ຈິງແລ້ວກໍຄືສິ່ງເຫຼົ່ານີ້. ຕາບໃດທີ່ເຈົ້າສາມາດທົນທຸກໄດ້ເລັກນ້ອຍ, ຈ່າຍລາຄາບາງຢ່າງ ແລະ ເພີດເພີນກັບຄວາມສະດວກສະບາຍໃຫ້ໜ້ອຍລົງ, ແລ້ວເຈົ້າກໍຈະສາມາດບັນລຸສິ່ງເຫຼົ່ານີ້ໄດ້. ດ້ວຍວິທີນີ້, ຜົນສຸດທ້າຍຂອງເຈົ້າກໍຈະແຕກຕ່າງຈາກຜົນສຸດທ້າຍຂອງຄົນທີ່ບໍ່ເຊື່ອ ແລະ ເຈົ້າກໍຈະມີຄຸນຄ່າທີ່ແຕກຕ່າງໃນສາຍຕາຂອງພຣະເຈົ້າ, ນີ້ເປັນສິ່ງທີ່ຫາໄດ້ຍາກຫຼາຍ! ພຣະເຈົ້າປະທານພຣະພອນນີ້ໃຫ້ເຈົ້າ ແລະ ຖ້າເຈົ້າບໍ່ຮູ້ຈັກເຫັນຄຸນຄ່າມັນ, ແລ້ວເຈົ້າກໍເປັນຄົນທີ່ກະບົດຢ່າງຮ້າຍແຮງ. ໃນເມື່ອເຈົ້າໄດ້ເລືອກເສັ້ນທາງແຫ່ງຄວາມເຊື່ອໃນພຣະເຈົ້ານີ້ແລ້ວ, ຢ່າລັງເລໃຈໃນເລື່ອງນີ້ເລີຍ, ແຕ່ຈົ່ງເຮັດໃຫ້ຈິດໃຈຂອງເຈົ້າສະຫງົບລົງຢ່າງຕັ້ງໃຈ ແລະ ປະຕິບັດໜ້າທີ່ຂອງເຈົ້າໃຫ້ດີ. ຢ່າປ່ອຍໃຫ້ຕົນເອງຕ້ອງມາເສຍໃຈພາຍຫຼັງ. ເຖິງແມ່ນວ່າຕອນນີ້ເຈົ້າຈະຍັງບໍ່ທັນສາມາດບັນລຸສະຖານະຂອງເປໂຕ ແລະ ບໍ່ທັນໄດ້ປະຕິບັດການກະທຳທີ່ຊອບທຳຄືກັບໂຢບ, ກໍຈົ່ງພະຍາຍາມປະຕິບັດໜ້າທີ່ຂອງເຈົ້າໃນລັກສະນະທີ່ໄດ້ມາດຕະຖານ. “ການປະຕິບັດໜ້າທີ່ໃນລັກສະນະທີ່ໄດ້ມາດຕະຖານ” ໝາຍຄວາມວ່າແນວໃດ? ມັນໝາຍເຖິງການປະຕິບັດໜ້າທີ່ຂອງເຈົ້າຕາມຫຼັກການຄວາມຈິງ ແລະ ການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ ໂດຍບໍ່ເຈົ້າເລ່ ຫຼື ຂີ້ຄ້ານ, ໂດຍບໍ່ເຊື່ອງເຈດຕະນາແອບແຝງໃດໆ ຫຼື ກັກສິ່ງໃດໄວ້, ແຕ່ເຮັດທຸກສິ່ງທຸກຢ່າງທີ່ເຈົ້າສາມາດເຮັດໄດ້ແທນ, ແລ້ວເຈົ້າກໍຈະປະຕິບັດໜ້າທີ່ຂອງເຈົ້າໃນລັກສະນະທີ່ໄດ້ມາດຕະຖານ. ພຣະເຈົ້າບໍ່ໄດ້ຮຽກຮ້ອງຫຍັງຫຼາຍຈາກຜູ້ຄົນ, ແມ່ນບໍ? (ແມ່ນ.) ສິ່ງນີ້ບັນລຸໄດ້ງ່າຍບໍ? ນີ້ຄືສິ່ງທີ່ຢູ່ໃນຂອບເຂດຂອງຄວາມເປັນມະນຸດ ແລະ ເຈົ້າກໍຄວນຈະສາມາດບັນລຸມັນໄດ້. ມີຄຳຖາມຫຍັງອີກບໍ? ຖ້າບໍ່ມີ, ແລ້ວພວກເຮົາກໍສາມາດຈົບການໂອ້ລົມໃນມື້ນີ້ໄວ້ພຽງເທົ່ານີ້.

ວັນທີ 10 ກໍລະກົດ 2019

ຕໍ່ໄປ: ລາຍການທີເກົ້າ: ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາພຽງແຕ່ເພື່ອເຮັດໃຫ້ຕົນເອງໂດດເດັ່ນ ແລະ ຕອບສະໜອງຜົນປະໂຫຍດ ແລະ ຄວາມທະເຍີທະຍານຂອງພວກເຂົາເອງ; ພວກເຂົາບໍ່ເຄີຍພິຈາລະນາຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເລີຍ ແລະ ເຖິງກັບທໍລະຍົດຕໍ່ຜົນປະໂຫຍດເຫຼົ່ານັ້ນເພື່ອແລກເອົາກຽດຕິຍົດສ່ວນຕົວ (ພາກທີໜຶ່ງ)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້