ລາຍການທີຫົກ: ພວກເຂົາປະພຶດໃນລັກສະນະທີ່ຫຼອກລວງ, ພວກເຂົາເຮັດຕາມອຳເພີໃຈ ແລະ ເປັນຜະເດັດການ, ພວກເຂົາບໍ່ເຄີຍໂອ້ລົມກັບຄົນອື່ນ ແລະ ພວກເຂົາບັງຄັບໃຫ້ຄົນອື່ນເຊື່ອຟັງພວກເຂົາ
ພາກສ່ວນເພີ່ມເຕີມ: ເລື່ອງເລົ່າຂອງ ຕ້າໝິງ ແລະ ສຽວໝິງ
ກ່ອນທີ່ພວກເຮົາຈະເຂົ້າສູ່ຫົວຂໍ້ຫຼັກຂອງການໂອ້ລົມກັນຂອງພວກເຮົາ, ພວກເຮົາມາເລີ່ມໂດຍການເລົ່າເລື່ອງກັນກ່ອນ. ແມ່ນຫຍັງເປັນປະໂຫຍດຂອງການເລົ່າເລື່ອງ? (ພວກມັນງ່າຍຕໍ່ການຈື່ຈໍາ.) ມາຮອດນີ້, ເຮົາໄດ້ເລົ່າເລື່ອງທີ່ຈື່ຈໍາໄດ້ງ່າຍໄປຈັກເລື່ອງແລ້ວ? (ເລື່ອງເລົ່າຂອງຕ້າເປົາ ແລະ ສຽວເປົາ.) “ເລື່ອງເລົ່າຂອງຕ້າເປົາ ແລະ ສຽວເປົາ” ແມ່ນເລື່ອງທີ່ເຮົາໄດ້ເລົ່າໄປໃນຄັ້ງກ່ອນ. (ແລ້ວກໍຍັງມີເລື່ອງ “ການລ່າໜູູ” ແລະ ເລື່ອງເລົ່າ ກ່ຽວກັບ ຜູ້ນຳຍິງ.) ເລື່ອງເລົ່າຈຳນວນໜຶ່ງກໍໄດ້ເລົ່າໄປແລ້ວ. ເປັນຫຍັງເຮົາຈຶ່ງເລົ່າເລື່ອງ? ແທ້ຈິງແລ້ວ, ຈຸດປະສົງກໍແມ່ນເພື່ອປ່ຽນໄປສູ່ຮູບແບບການໂອ້ລົມກ່ຽວກັບຄວາມຈິງບາງຢ່າງ ທີ່ຜູ້ຄົນຄວນເຂົ້າໃຈ ທີ່ມີຄວາມຜ່ອນຄາຍ, ເຂົ້າໃຈງ່າຍຫຼາຍຂື້ນ. ຖ້າຫາກພວກເຈົ້າເຂົ້າໃຈຄວາມຈິງຈາກເລື່ອງທີ່ເຮົາເລົ່າ ແລະ ຄວາມຈິງເຫຼົ່ານີ້ຊ່ວຍເຫຼືອໃນດ້ານຕ່າງໆຂອງທາງເຂົ້າສູ່ຊີວິດ ໃນຊີວິດປະຈຳວັນຂອງພວກເຈົ້າ, ເລື່ອງທີ່ເລົ່ານັ້ນກໍຈະບໍ່ສູນເປົ່າ. ມັນສະແດງໃຫ້ເຫັນວ່າພວກເຈົ້າເຂົ້າໃຈຄວາມຈິງທີ່ຢູ່ໃນເລື່ອງທີ່ເລົ່າຢ່າງແທ້ຈິງ, ວ່າເຈົ້າເຂົ້າໃຈເຖິງດ້ານທີ່ແທ້ຈິງຂອງຄວາມຈິງເຫຼົ່ານີ້, ແທນທີ່ຈະແມ່ນການໄດ້ຍິນພວກມັນເປັນພຽງເລື່ອງເລົ່າເທົ່ານັ້ນ. ຄັ້ງກ່ອນ, ເຮົາໄດ້ເລົ່າເລື່ອງເລົ່າຂອງ ຕ້າເປົາ ແລະ ສຽວເປົາ. ມື້ນີ້, ເຮົາຈະເລົ່າເລື່ອງເລົ່າຂອງ ຕ້າໝິງ ແລະ ສຽວໝິງ. ໃນຂະນະທີ່ພວກເຈົ້າຟັງ, ຈົ່ງພິຈາລະນາວ່າ ແມ່ນສິ່ງໃດທີ່ເລື່ອງເລົ່ານີ້ພະຍາຍາມໃຫ້ພວກເຈົ້າເຂົ້າໃຈແທ້ໆ ແລະ ມັນກ່ຽວຂ້ອງກັບຄວາມຈິງດ້ານໃດ.
ຕ້າໝິງ ແລະ ສຽວໝິງ ເປັນພໍ່ລູກກັນ. ກາລະຄັ້ງໜຶ່ງ, ຕ້າໝິງ ແລະ ລູກຊາຍຂອງລາວ ສຽວໝິງໄດ້ຍອມຮັບພາລະກິດໃໝ່ຂອງພຣະເຈົ້າ. ນີ້ເປັນສິ່ງທີ່ດີບໍ່? (ແມ່ນແລ້ວ.) ມັນເປັນສິ່ງທີ່ດີ. ສຽວໝິງອາຍຸຍັງນ້ອຍ ແລະ ສາມາດອ່ານໜັງສືໄດ້ພຽງເລັກໜ້ອຍ, ດັ່ງນັ້ນ ຕ້າໝິງຈຶ່ງອ່ານພຣະທຳຂອງພຣະເຈົ້າໃຫ້ລາວຟັງທຸກໆມື້ ແລະ ອະທິບາຍພຣະທຳທີ່ສຽວໝິງບໍ່ເຂົ້າໃຈຢ່າງພາກພຽນອົດທົນ. ຫຼັງຈາກຜ່ານໄປໄລຍະໜຶ່ງ, ສຽວໝິງກໍໄດ້ເຂົ້າໃຈຫຼັກຄຳສອນຈໍານວນໜຶ່ງ ກ່ຽວກັບ ວິທີການປະພຶດຕົນ, ພ້ອມທັງຄໍາສັບບາງຄໍາທີ່ລາວບໍ່ເຄີຍພົບພໍ້ ກ່ອນທີ່ຈະໄດ້ມາເຊື່ອໃນພຣະເຈົ້່າ, ເຊັ່ນວ່າ ຄວາມອ່ອນນ້ອມ, ຄວາມເຊື່ອ, ຄວາມຊື່ສັດ, ຄວາມມີເລ່ຫຼ່ຽມ ແລະ ຄຳອື່ນໆ. ຕ້າໝິງພໍໃຈຫຼາຍທີ່ໄດ້ເຫັນຄວາມກ້າວໜ້າຂອງລູກຊາຍຂອງລາວ. ເຖິງຢ່າງໃດກໍຕາມ, ໄລຍະຫຼັງໆມານີ້ ຕ້າໝິງໄດ້ສັງເກດເຫັນວ່າ ບໍ່ວ່າລາວຈະອ່ານພຣະທຳຂອງພຣະເຈົ້າໃຫ້ສຽວໝິງຟັງຫຼາຍປານໃດກໍຕາມ, ຄວາມປະພຶດ ແລະ ຄໍາເວົ້າຂອງລາວ ກໍຍັງບໍ່ມີຄວາມກ້າວໜ້າຫຼາຍປານໃດ. ຕ້າໝິງຈຶ່ງເປັນກະວົນກະວາຍ ແລະ ລາວໄດ້ສ້າງພາລະຂື້ນມາ, ໂດຍຄິດວ່າ: “ຂ້ອຍຈະເຮັດແນວໃດ ເພື່ອໃຫ້ລູກຊາຍຂອງຂ້ອຍເຂົ້າໃຈຄວາມຈິງບາງເລື່ອງ ຈາກການອ່ານພຣະທຳຂອງພຣະເຈົ້າໃຫ້ຟັງ, ສະແດງໃຫ້ເຫັນເຖິງການປ່ຽນແປງບາງຢ່າງ ເພື່ອທີ່ຄົນອື່ນຈະຍອມຮັບລາວ, ຊົມເຊີຍລາວ ແລະ ຍົກຍ້ອງລາວວ່າເປັນເດັກນ້ອຍທີ່ດີ? ຕໍ່ມາ, ຍ້ອນການປະຕິບັດຂອງສຽວໝິງນັ້ນເອງ, ພວກເຂົາກໍຈະຍົກຍ້ອງວ່າການເຊື່ອໃນພຣະເຈົ້ານັ້ນດີ ແລະ ພຣະກິດຕິຄຸນກໍຈະຖືກເທດສອນໃຫ້ຄົນອື່ນຜ່ານຄວາມປ່ຽນແປງຂອງລູກຊາຍຂອງຂ້ອຍ, ນັ້ນຈະດີຂະໜາດໃດ!” ການສ້າງພາລະນີ້ຂື້ນມາ, ເຮັດໃຫ້ຕ້າໝິງໄດ້ຕຶກຕອງຕໍ່ໄປວ່າ: “ຂ້ອຍຈະສາມາດສຶກສາອົບຮົມສຽວໝິງໃຫ້ເຂົ້າໃຈກ່ຽວກັບການປະພຶດຕົນຫຼາຍຂື້ນໄດ້ຢ່າງເໝາະສົມໄດ້ແນວໃດ ເພື່ອທີ່ລາວຈະປະພຶດໄດ້ດີຂື້ນ ແລະ ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ? ສຸດທ້າຍ, ເມື່ອສຽວໝິງກາຍເປັນເດັກດີ ແລະ ທຸກໆຄົນຍົກຍ້ອງລາວ, ຄວາມມີສະຫງ່າລາສີທັງໝົດນີ້ກໍສາມາດຖືກສົ່ງມອບໃຫ້ພຣະເຈົ້າ, ນັ້ນຈະວິເສດຂະໝາດໃດ! ເມື່ອເຖິງຈຸດນັ້ນ, ກ້ອນຫິນໜັກໃນຫົວໃຈຂອງເຮົາກໍຈະຖືກວາງລົງໄດ້”. ພາລະທີ່ຕ້າໝິງຮູ້ສຶກຢູ່ສົມເຫດສົມຜົນບໍ່? ມັນຈະຖືວ່າເປັນການປະຕິບັດໜ້າວຽກທີ່ເໝາະສົມສຳລັບລາວແລ້ວແມ່ນບໍ່? (ແມ່ນແລ້ວ.) ຈາກມຸມມອງນີ້ເອງ, ຈຸດເລີ່ມຂອງລາວແມ່ນຖືກຕ້ອງ, ມັນນັບເປັນສິ່ງທີ່ສົມເຫດສົມຜົນ ແລະ ເປັນໜ້າວຽກທີ່ເໝາະສົມ. ຫົນທາງທີ່ຕ້າໝິງເລືອກໃຫ້ສຽວໝິງຸນັ້ນ ຖືກ ຫຼື ຜິດ? ມັນດີ ຫຼື ຊົ່ວ? ເຮົາມາເບິ່ງນໍາກັນຕໍ່. ຕ້າໝິງ ອະທິຖານ ແລະ ອ້ອນວອນຕໍ່ພຣະເຈົ້າກ່ຽວກັບເລື່ອງນີ້ຢູ່ເລື້ອຍໆ, ແລ້ວໃນທີ່ສຸດ ມື້ໜຶ່ງ, ລາວກໍເກີດມີ “ແຮງບັນດານໃຈ”. “ແຮງບັນດານໃຈ” ຫຍັງ? ຄໍາທີ່ເອີ້ນວ່າ “ແຮງບັນດານໃຈ” ໃນເຄື່ອງໝາຍວົງຢືມ. ເພາະຄໍາວ່າ “ແຮງບັນດານໃຈ” ນີ້ ຢູ່ໃນວົງຢືມ, ຫົນຫາງແບບໃດທີ່ຕ້າໝິງອາດຈະກໍາລັງໝາຍເຖິງ? ພວກເຈົ້າສາມາດຈິນຕະນາການໄດ້ບໍ່ວ່າ ໃນເລື່ອງເລົ່ານີ້ ແມ່ນຫຍັງທີ່ຈະເກີດຂື້ນຕໍ່ໄປ? ມັນບໍ່ຈະແຈ້ງປານໃດ, ແມ່ນບໍ່? ມັນເປັນອີຫຍັງທີ່ເດົາບໍ່ໄດ້ເລີຍ.
ມື້ໝຶ່ງ, ຫຼັງຈາກທີ່ໄດ້ອ່ານພຣະທຳຂອງພຣະເຈົ້າໃຫ້ລູກຊາຍຂອງລາວ, ຕ້າໝິງຖາມສຽວໝິງຢ່າງຈິງຈັງແທ້ໆວ່າ ການເຊື່ອໃນພຣະເຈົ້າແມ່ນດີ ຫຼື ບໍ່. ສຽວໝິງຕອບຢ່າງເຄັ່ງຂຶມວ່າ, “ການເຊື່ອໃນພຣະເຈົ້າແມ່ນດີ. ຄົນທີ່ເຊື່ອໃນພຣະເຈົ້າຈະບໍ່ຂົ່ມເຫງຜູ້ອື່ນ, ບໍ່ພົບພໍ້ກັບໄພພິບັດ, ສາມາດໄປສູ່ສະຫວັນ ແລະ ຈະບໍ່ຖືກສົ່ງລົງໄປນະຮົກຫຼັງຈາກການຕາຍ”. ສຽວໝິງຸຕອບຖືກບໍ່? ຍ້ອນອາຍຸຂອງລາວຍັງນ້ອຍ, ການທີ່ສຽວໝິງສາມາດເວົ້າເລື່ອງນີ້ໄດ້ນັ້ນ ແມ່ນຂ້ອນຂ້າງດີແລ້ວ. ຄວາມເຂົ້າໃຈຂອງລາວ ກ່ຽວກັບການເຊື່ອໃນພຣະເຈົ້າ ແມ່ນລຽບງ່າຍຫຼາຍ, ມັນເປັນພຽງຂັ້ນເບື້ອງຕົ້ນ ແລະ ຕື້ນເຂີນທີ່ສຸດ, ແຕ່ສຳລັບລາວແລ້ວ, ມັນຖືວ່າເລິກເຊິ່ງແລ້ວ. ໄດ້ຍິນແນວນີ້, ຕ້າໝິງຈຶ່ງພໍໃຈ ແລະ ຮູ້ສຶກສະບາຍໃຈ ແລະ ເວົ້າວ່າ, “ດີຫຼາຍ, ລູກໄດ້ກ້າວໜ້າຂື້ນແລ້ວ, ສຽວໝິງ. ມັນເບິ່ງຄືກັບວ່າ ຄວາມເຊື່ອໃນພຣະເຈົ້າຂອງລູກມີພື້ນຖານຂື້ນມາແນ່ແລ້ວ. ພໍ່ພໍໃຈ ແລະ ສະບາຍໃຈຫຼາຍໆ. ແຕ່ການເຊື່ອໃນພຣະເຈົ້າງ່າຍດາຍແບບນັ້ນແທ້ບໍ?” ສຽວໝິງຄິດຕຶກຕອງຢູ່ໜ້ອຍໜຶ່ງ ແລ້ວເວົ້າວ່າ, “ນີ້ບໍ່ແມ່ນພຣະທຳຂອງພຣະເຈົ້າທັງໝົດທີ່ກ່າວແລ້ວບໍ? ຍັງມີຫຍັງຕື່ມອີກບໍ?” ຕ້າໝິງຕອບກັບຢ່າງທັນທີວ່າ: “ຂໍ້ກໍານົດຂອງພຣະເຈົ້າບໍ່ແມ່ນແຕ່ພຽງເທົ່ານີ້. ລູກໄດ້ເຊື່ອໃນພຣະເຈົ້າມາເປັນເວລາດົນແລ້ວ ແລະ ເມື່ອອ້າຍເອື້ອຍນ້ອງມາຢ້ຽມຢາມ, ລູກພັດບໍ່ຮູ້ຮອດທັກທາຍພວກເພິ່ນ. ແຕ່ນີ້ຕໍ່ໄປ, ເມື່ອລູກພົບກັບຜູ້ສູງອາຍຸ, ໃຫ້ເອີ້ນພວກເພິ່ນວ່າ ພໍ່ຕູ້ ແລະ ແມ່ຕູ້; ເມື່ອລູກພົບຜູ້ໃຫຍ່ທີ່ອາຍຸນ້ອຍລົງມາ, ໃຫ້ເອີ້ນພວກເພິ່ນວ່າ ລຸງ(ອາວ), ປ້າ(ອາ) ຫຼື ອ້າຍ ແລະ ເອື້ອຍ. ເມື່ອເຮັດແບບນີ້, ລູກກໍຈະກາຍເປັນເດັກນ້ອຍທີ່ໃຜໆກໍຮັກ ແລະ ພຣະເຈົ້າກໍຮັກແຕ່ເດັກນ້ອຍທີ່ທຸກໆຄົນຮັກເທົ່ານັ້ນ. ຕໍ່ຈາກນີ້ໄປ, ໃຫ້ຟັງພໍ່ ແລະ ເຮັດຕາມທີ່ພໍ່ເວົ້າ; ເມື່ອພໍ່ບອກລູກໃຫ້ເອີ້ນຜູ້ໃດວ່າແນວໃດ, ໃຫ້ລູກເອີ້ນພວກເພິ່ນແບບນັ້ນ”. ສຽວໝິງຈື່ຄຳເວົ້າຂອງພໍ່ຂອງລາວຂື້ນໃຈ, ຮູ້ສຶກວ່າສິ່ງທີ່ພໍ່ຂອງລາວເວົ້ານັ້ນຖືກຕ້ອງ. ພາຍໃນໃຈທີ່ຍັງໜຸ່ມນ້ອຍຂອງລາວ, ລາວເຊື່ອວ່າ ພໍ່ຂອງລາວມີອາຍຸຫຼາຍກວ່າ, ໄດ້ອ່ານພຣະທຳຂອງພຣະເຈົ້າຫຼາຍກວ່າ ແລະ ຮູ້ຫຼາຍກວ່າລາວ. ນອກຈາກນັ້ນ, ພໍ່ຂອງລາວກໍມີຄວາມຫວັງດີຕໍ່ລາວທີ່ສຸດ ແລະ ຈະບໍ່ນຳພາລາວໄປທາງທີ່ຜິດໂດຍແນ່ນອນ, ເພາະສະນັ້ນ ສິ່ງໃດກໍຕາມທີ່ພໍ່ຂອງລາວເວົ້າແມ່ນຕ້ອງຖືກຕ້ອງ. ສຽວໝິງບໍ່ເຂົ້າໃຈວ່າແມ່ນຫຍັງຄືຄວາມຈິງ ແລະ ແມ່ນຫຍັງເປັນຫຼັກຄໍາສອນ, ແຕ່ຢ່າງໜ້ອຍທີ່ສຸດ ລາວກໍຮູ້ວ່າສິ່ງໃດດີ ແລະ ສິ່ງໃດບໍ່ດີ, ສິ່ງໃດຖືກຕ້ອງ ແລະ ສິ່ງໃດຜິດ. ຫຼັງຈາກທີ່ພໍ່ຂອງລາວເວົ້າແລ້ວ, ສຽວໝິງກໍໄດ້ສ້າງພາລະກ່ຽວກັບເລື່ອງນີ້ຂື້ນມາໜ້ອຍໜຶ່ງເຊັ່ນດຽວກັນ. ຕໍ່ມາ, ເມື່ອໃດກໍຕາມທີ່ສຽວໝິງອອກໄປທາງນອກກັບພໍ່ຂອງລາວ ແລະ ພວກເຂົາພົບກັບໃຜກໍຕາມ, ຖ້າຫາກວ່າພໍ່ຂອງລາວບອກໃຫ້ລາວເອີ້ນພວກເພິ່ນວ່າ “ປ້າ(ອາ)”, ລາວກໍຈະເວົ້າວ່າ “ສະບາຍດີ, ປ້າ(ອາ)”; ຖ້າຫາກບອກໃຫ້ເອີ້ນພວກເພິ່ນວ່າ “ລຸງ(ອາວ)”, ລາວກໍຈະເວົ້າວ່າ “ສະບາຍດີ, ລຸງ(ອາວ)”. ໝົດທຸກຄົນຍົກຍ້ອງສຽວໝິງວ່າເປັນເປັນເດັກນ້ອຍທີ່ດີ ເປັນຄົນສຸພາບ ແລະ ພວກເຂົາຕ່າງກໍຊົມເຊີຍ ຕ້າໝິງ ທີ່ລາວລ້ຽງດູລູກຂອງລາວໄດ້ດີ. ສຽວໝິງຂ້ອນຂ້າງພໍໃຈ, ໂດຍຄິດກັບໂຕເອງວ່າ, “ການສັ່ງສອນຂອງພໍ່ແມ່ນດີ; ທຸກຄົນທີ່ຂ້ອຍພົບ ຮັກຂ້ອຍ”. ສຽວໝິງ ຮູ້ສຶກດີໃຈຢູ່ພາຍໃນ ແລະ ພາກພູມໃຈເປັນພິເສດໂດຍຄິດວ່າວິທີທີ່ພໍ່ຂອງລາວຊີ້ນຳລາວແມ່ນດີ ແລະ ຖືກຕ້ອງແທ້ໆ.
ມື້ໜື່ງ, ທັນທີທີ່ສຽວໝິງກັບຈາກໂຮງຮຽນມາຮອດບ້ານ, ລາວຟ້າວໄປຫາພໍ່ຂອງລາວ ແລະ ເວົ້າວ່າ, “ພໍ່ເອີ້ຍ, ໃຫ້ເດົາວ່າເກີດຫຍັງຂື້ນ? ອີ່ຕາຈາງທີ່ຢູ່ຂ້າງບ້ານ ຈັບປາໄດ້ໂຕບັກໃຫຍ່-” ກ່ອນທີ່ລາວຈະເວົ້າຈົບ, ຕ້າໝິງເວົ້າຂັດຂື້ນມາວ່າ: “‘ອີ່ຕາຈາງບໍ’? ລູກເວົ້າແບບນັ້ນໄດ້ແນວໃດ, ສຽວໝິງ? ລູກຍັງເປັນຜູ້ເຊື່ອຢູ່ບໍ? ລູກເອີ້ນເພິ່ນວ່າ ‘ອີ່ຕາຈາງ’ ໄດ້ແນວໃດ? ລູກໄດ້ລືມສິ່ງທີ່ພໍ່ບອກກັບລູກໄປແລ້ວ, ລູກບໍ່ໄດ້ມີຄວາມເຊື່ອໃນພຣະເຈົ້າແທ້, ລູກບໍ່ແມ່ນຜູ້ເຊື່ອທີ່ແທ້ຈິງ. ເບິ່ງ, ພໍ່ຈື່ເລື່ອງນີ້ໄດ້; ພໍ່ສາມາດຊ່ວຍເຫຼືອ ແລະ ຢໍ້າເຕືອນລູກເອງ. ລູກຄວນຈະເອີ້ນເພິ່ນວ່າ ພໍ່ຕູ້ຈາງ, ເຂົ້າໃຈບໍ່?” ສຽວໝິງຄິດເບິ່ງຄືນວ່າ: “ເອີ້ນເພິ່ນວ່າພໍ່ຕູ້ຈາງກໍໄດ້ເຊັ່ນດຽວກັນ”. ລາວຈຶ່ງເວົ້າຕໍ່ໄປວ່າ: “ຄືວ່າ, ພໍ່ຕູ້ຈາງຂ້າງບ້ານຈັບປາໄດ້ໂຕໜຶ່ງ ໃຫຍ່ເທົ່ານີ້! ອີ່ນາຍຈາງຈຶ່ງຕື່ນເຕັ້ນແຮງ!” “ລູກລືມອີກລະບໍ?” ຕ້າໝິງໄດ້ເວົ້າຂື້ນ. “ລູກຍັງບໍ່ເຂົ້າໃຈມັນອີກ, ບັກຫຼ້າ. ພໍ່ຫາກໍບອກລູກໄປວ່າ, ລູກຄວນຈະເອີ້ນເພິ່ນວ່າພໍ່ຕູ້ຈາງ; ນັ້ນກໍໝາຍຄວາມວ່າເມຍຂອງເພິ່ນ, ຜູ້ທີ່ຢູ່ລຸ້ນດຽວກັນ, ຄວນຈະຖືກເອີ້ນວ່າແນວໃດ? ກໍຄວນຈະແມ່ນ ແມ່ຕູ້ຈາງ. ໃຫ້ຈື່ສິ່ງນີ້ໄວ້; ຢ່າໄດ້ເວົ້າວ່າ ອີ່ຕາຈາງ ຫຼື ອີ່ນາຍຈາງອີກ, ຫຼື ບໍ່ດັ່ງນັ້ນຄົນອື່ນຈະຫົວເຍາະເຍີ້ຍພວກເຮົາໄດ້. ແບບນັ້ນຈະບໍ່ເປັນເລື່ອງໜ້າອັບອາຍສໍາລັບພວກເຮົາທີ່ເປັນຜູ້ເຊື່ອບໍ? ພວກເຂົາຈະເວົ້າໃຫ້ໄດ້ວ່າ ພວກເຮົາຫຍາບຄາຍ ແລະ ປະພຶດບໍ່ເໝາະສົມ, ບໍ່ຄືກັບຜູ້ເຊື່ອເລີຍ. ສິ່ງນີ້ບໍ່ໄດ້ສ້າງຄວາມມີສະຫງ່າລາສີໃຫ້ແກ່ພຣະເຈົ້າ”. ໃນຕອນທຳອິດ ສຽວໝິງ ຮູ້ສຶກຕື່ນເຕັ້ນທີ່ຈະເລົ່າເລື່ອງທີ່ອີ່ຕາຈາງຈັບປາໂຕໃຫຍ່ໄດ້ສູ່ພໍ່ຂອງລາວຟັງ, ແຕ່ຫຼັງຈາກທີ່ຖືກພໍ່ຂອງລາວສັ່ງສອນ, ລາວກໍໝົດຄວາມສົນໃຈ ແລະ ບໍ່ຕ້ອງການເວົ້າເຖິງມັນອີກຕໍ່ໄປ. ລາວຫັນຫຼັງກັບ, ຖືເອົາກະເປົາເປ້ຂອງລາວ, ພ້ອມທັງຈົ່ມແລ້ວຍ່າງອອກໄປ: “ພໍ່ຄິດວ່າພໍ່ຮູ້ທຸກຢ່າງກ່ຽວກັບເລື່ອງພໍ່ຕູ້ຈາງ, ແມ່ຕູ້ຈາງນີ້. ແລ້ວມັນກ່ຽວກັບພວກເຮົາແນວໃດ? ເຮັດຄືກັບວ່າມີແຕ່ພໍ່ຜູ້ດຽວທີ່ຕື່ນຮູ້ທາງຈິດວິນຍານ!” ຕ້າໝິງ ຕອບວ່າ: “ກໍແມ່ນ, ຕາມຈິງແລ້ວ, ພໍ່ກໍຕື່ນຮູ້ທາງຈິດວິນຍານ! ສໍາລັບຄົນສ່ວນໃຫຍ່ແລ້ວ, ບໍ່ວ່າພວກເຂົາຈະມີອາຍຸເທົ່າໃດ, ພໍ່ກໍສາມາດບອກເຖິງຄວາມອາວຸໂສຂອງພວກເຂົາໄດ້ ພຽງແຕ່ເບິ່ງຈາກອາຍຸຂອງພວກເຂົາ ແລະ ຮູ້ວ່າພວກເຂົາຄວນຖືກປະຕິບັດແນວໃດ. ພໍ່ເອີ້ນຜູ້ທີ່ມີອາຍຸສູງກວ່າ ວ່າລຸງ ແລະ ປ້າ, ແຕ່ເປັນຫຍັງເຈົ້າຄືໃຊ້ຄໍານໍາໜ້າສໍ່ານີ້ກໍບໍ່ຖືກ? ໃນຖານະເປັນຜູ້ເຊື່ອ, ພວກເຮົາຈຶ່ງບໍ່ອາດທີ່ຈະລືມສິ່ງນີ້ໄດ້; ພວກເຮົາບໍ່ອາດທີ່ຈະເວົ້າຄໍາສັບທີ່ບົ່ງບອກເຖິງລໍາດັບຄວາມອາວຸໂສຜິດໄດ້”. ຫຼັງຈາກທີ່ຖືກຕໍາໜິແບບນີ້, ສຽວໝິງກໍບໍ່ຮູ້ສຶກດີທາງໃນຈິດໃຈ, ແຕ່ເລິກໆແລ້ວ, ລາວກໍຍັງຄົງຄິດວ່າພໍ່ຂອງລາວເວົ້າຖືກຕ້ອງ; ສິ່ງໃດກໍຕາມທີ່ພໍ່ຂອງລາວເຮັດລ້ວນຖືກຕ້ອງ ແລະ ເຖິງແມ່ນວ່າລາວບໍ່ຢາກຈະຍອມຮັບ, ລາວກໍຕ້ອງຍອມຮັບວ່າລາວຜິດ. ແຕ່ນັ້ນເປັນຕົ້ນມາ, ເມື່ອໃດກໍຕາມທີ່ລາວໄດ້ພົບກັບ ອີ່ຕາຈາງ ຫຼື ອີ່ນາຍຈາງ, ລາວກໍຈະເອີ້ນພວກເຂົາວ່າ ພໍ່ຕູ້ຈາງ ແລະ ແມ່ຕູ້ຈາງ. ທຸກໆຢ່າງທີ່ພໍ່ຂອງລາວສອນ ແລະ ປູກຝັງໃຫ້ແກ່ລາວ, ສຽວໝິງກໍ່ຈື່ຈຳເອົາໄວ້ໃນໃຈ. ແລ້ວນີ້ເປັນສິ່ງທີ່ດີ ຫຼື ສິ່ງທີ່ບໍ່ດີ? ຮອດຕອນນີ້, ມັນເບິ່ງຄືວ່າເປັນສິ່ງທີ່ດີ, ບໍ່ແມ່ນບໍ?
ມື້ໜຶ່ງ, ສຽວໝິງ ແລະ ພໍ່ຂອງລາວໄປຍ່າງຫຼິ້ນ ແລະ ເຫັນແມ່ໝູເຖົ້າໂຕໜຶ່ງກຳລັງຍ່າງນຳໜ້າຝູງລູກໝູນ້ອຍຢູ່. ແມ່ໝູ ແລະ ລູກໝູຂອງມັນມີຄວາມສໍາພັນກັນທີ່ໃກ້ຊິດຫຼາຍ. ສຽວໝິງຄິດວ່າທຸກສິ່ງທຸກຢ່າງທີ່ສ້າງໂດຍພຣະເຈົ້າແມ່ນດີ; ບໍ່ວ່າມັນແມ່ນໜູ ຫຼື ໝາ, ພວກມັນທັງໝົດກໍມີສັນຊາດຕະຍານຄວາມເປັນແມ່ ແລະ ຄວນຖືກເຄົາລົບ. ເທື່ອນີ້, ສຽວໝິງບໍ່ໄດ້ເວົ້າຈາຫຍາບຄາຍ ຫຼື ເອີ້ນມັນແບບບໍ່ໄດ້ຄິດວ່າ “ແມ່ໝູເຖົ້າ”. ຍ້ອນຢ້ານທີ່ຈະເຮັດຜິດ ແລະ ເຮັດໃຫ້ພໍ່ຂອງລາວໃຈຮ້າຍ, ລາວຈຶ່ງຖາມຄ່ອຍໆວ່າ, “ພໍ່, ໝູແມ່ໂຕນີ້ອາຍຸຫຼາຍປານໃດແລ້ວ? ລາວໃຫ້ກໍາເນີດລູກໝູນ້ອຍມາຫຼາຍໂຕແທ້ໆ, ລູກຄວນຈະເອີ້ນລາວ່າແນວໃດ?” ຕ້າໜິງຕຶກຕອງຢູ່ໜ້ອຍໜຶ່ງ: “ພວກເຮົາຄວນຈະເອີ້ນລາວວ່າຫຍັງ? ມັນຍາກທີ່ຈະເວົ້າ”. ເມື່ອເຫັນວ່າພໍ່ຂອງລາວກໍາລັງຄິດເໝີລອຍໂດຍບໍ່ມີຄຳຕອບມາໃຫ້, ສຽວໝິງຈຶ່ງຈົ່ມຂື້ນວ່າ: “ພໍ່ບໍ່ໄດ້ອ່ານພຣະທຳຂອງພຣະເຈົ້າມາຫຼາຍບໍ? ພໍ່ກໍອາຍຸຫຼາຍກວ່າລູກຫຼາຍປີນໍາອີກ; ພໍ່ບໍ່ຮູ້ເລື່ອງນີ້ໄດ້ແນວໃດ?” ເມື່ອຖືກສຽວໝິງຍົວະ, ຕ້າໝິງຈຶ່ງກັງວົນໃຈຂື້ນມາໜ້ອຍໜຶ່ງ ແລະ ເວົ້າວ່າ: “ແນວນັ້ນ ພວກເຮົາເອີ້ນລາວວ່າ ‘ແມ່ຕູ້’ ບໍ່?” ກ່ອນທີ່ສຽວໝິງຈະເອີ້ນໃສ່ໂຕໝູ, ຕ້າໝິງ ພິຈາລະນາຄືນໃໝ່ ແລະ ເວົ້າວ່າ: “ພວກເຮົາເອີ້ນລາວວ່າແມ່ຕູ້ບໍ່ໄດ້; ນັ້ນຈະເຮັດໃຫ້ລາວຢູ່ໃນລຸ້ນດຽວກັນກັບແມ່ຕູ້ຂອງລູກ, ບໍ່ແມ່ນບໍ? ການເອີ້ນວ່າຍ່າໝູ ແຮງຮ້າຍກວ່າເກົ່າ, ນັ້ນຈະເຮັດໃຫ້ລາວຢູ່ໃນລຸ້ນດຽວກັນກັບແມ່ຂອງພໍ່. ເພາະວ່າລາວໄດ້ໃຫ້ກຳເນີດແກ່ລູກໝູເປັນຈໍານວນຫຼາຍໂຕ, ພວກເຮົາບໍ່ສາມາດປະລະຕົວຕົນ ຫຼື ສະຖານະຂອງລາວ, ແລະ ພວກເຮົາບໍ່ສາມາດທີ່ຈະບອກເຖິງລຸ້ນຂອງລາວແບບຜິດໆໄດ້, ພວກເຮົາຄວນເອີ້ນລາວວ່າ ‘ປ້າໝູ’”. ໄດ້ຍິນແນວນີ້, ສຽວໝິງຈຶ່ງກົ້ມໂຕລົງດ້ວຍຄວາມເຄົາລົບໄປທີ່ໂຕໝູ ແລ້ວເວົ້າຂື້ນວ່າ, “ສະບາຍດີ, ປ້າໝູ”. ແມ່ໝູສະດຸ້ງ ແລະ ແມ່ໝູທີ່ຕົກໃຈຢ້ານ ແລະ ລູກໝູທັງໝົດຈຶ່ງແລ່ນໜີໄປຢ່າງໄວວາ. ເຫັນແນວນີ້, ສຽວໝິງຈຶ່ງສົງໄສວ່າລາວເອີ້ນຄໍານໍາໜ້າແມ່ໝູບໍ່ຖືກຕ້ອງບໍ່. ຕ້າໝິງເວົ້າວ່າ, “ແມ່ໝູຕ້ອງດີໃຈ ແລະ ຕື່ນເຕັ້ນ ຈຶ່ງຕອບສະໜອງແນວນີ້. ໃນອະນາຄົດ, ເມື່ອພວກເຮົາພົບພໍ້ສະຖານະການເຊັ່ນນີ້, ບໍ່ວ່າຄົນອື່ນໆຈະເວົ້າ ຫຼື ເຮັດແນວໃດກໍຕາມ, ພວກເຮົາຄວນສືບຕໍ່ປະພຶດແບບນີ້. ຈົ່ງເປັນຄົນສຸພາບ ແລະ ປະຕິບັດຕາມບັນທັດຖານທາງສັງຄົມ; ແມ່ນແຕ່ໝູກໍຈະພໍໃຈເມື່ອເຫັນແບບນັ້ນ”. ຈາກເລື່ອງນີ້, ສຽວໝິງໄດ້ຮຽນຮູ້ສິ່ງໃໝ່ໆບາງຢ່າງ. ລາວຮຽນຮູ້ຫຍັງ? ລາວເວົ້າວ່າ, “ພຣະເຈົ້າສ້າງສິ່ງທັງປວງ; ຕາບໃດທີ່ສິ່ງມີຊີວິດທັງໝົດເຄົາລົບເຊິ່ງກັນ ແລະ ກັນ, ສຸພາບ, ເຂົ້າໃຈຄວາມອາວຸໂສ ແລະ ເຄົາລົບຜູ້ສູງອາຍຸ ແລະ ເອັນດູຜູ້ໜຸ່ມນ້ອຍ, ເມື່ອນັ້ນສິ່ງມີຊີວິດທັງໝົດກໍສາມາດຢູ່ຮ່ວມກັນຢ່າງສາມັກຄີປອງດອງ”. ຕອນນີ້ສຽວໝິງເຂົ້າໃຈຫຼັກຄໍາສອນນີ້ແລ້ວ. ເມື່ອໄດ້ຍິນແນວນີ້, ພໍ່ຂອງລາວຍົກຍ້ອງສຽວໝິງວ່າເປັນເດັກນ້ອຍທີ່ບອກສອນງ່າຍແທ້ໆ. ຕັ້ງແຕ່ນັ້ນມາ, ສຽວໝິງ ຈຶ່ງກາຍເປັນຜູ້ທີ່ຈະເລີນ ແລະ ສຸພາບຍິ່ງກວ່າເກົ່າ. ບໍ່ວ່າລາວຈະໄປໃສ, ລາວກໍປະພຶດໂຕດີ ແລະ ໂດດເດັ່ນໃນກຸ່ມຝູງຊົນ. ລາວບໍ່ແມ່ນ “ເດັກດີ” ບໍ? ລາວແມ່ນ “ເດັກດີ” ໃນເຄື່ອງໝາຍວົງຢືມ. ນັ້ນກໍໄດ້ພາພວກເຮົາມາເຖິງຈຸດຈົບຂອງເລື່ອງເລົ່ານີ້.
ເຈົ້າຄິດແນວໃດກັບເລື່ອງເລົ່ານີ້? ມັນຂ້ອນຂ້າງເພີດເພີນບໍ່ແມ່ນບໍ? ເລື່ອງເລົ່ານີ້ເກີດຂື້ນມາໄດ້ແນວໃດ? ມັນມີທີ່ມາຈາກ ຄໍາເວົ້າ, ການກະທຳ, ການພຶດຕິກໍາ, ແນວຄິ, ແລະ ທັດສະນະຄະຕິຂອງຜູ້ຄົນໃນຊີວິດຈິງ, ພວກມັນອັດແໜ້ນຢູ່ໃນເລື່ອງເລົ່າສັ້ນໆເລື່ອງນີ້. ເລື່ອງເລົ່ານີ້ກໍາລັງເວົ້າເຖິງບັນຫາຫຍັງ? ພວກເຈົ້າສາມາດສັງເກດເຫັນບັນຫາໃດແດ່ທີ່ເກີດຂື້ນກັບຕ້າໝິງໃນເລື່ອງເລົ່າ? ແລ້ວຂອງສຽວໝິງເດ? ແກ່ນແທ້ຂອງບັນຫາຂອງຕ້າໝິງແມ່ນຫຍັງ? ກ່ອນອື່ນໝົດ, ຈົ່ງຄິດກ່ຽວກັບມັນ: ສິ່ງທີ່ຕ້າໝິງໄດ້ສະຫຼຸບ ແລະ ປະຕິບັດ ມີສ່ວນໃດບໍ່ທີ່ກົງກັນກັບຄວາມຈິງບໍ? (ບໍ່ມີ.) ແລ້ວລາວປະຕິບັດສິ່ງໃດ? (ແນວຄິດ ແລະ ການຈິນຕະນາການ.) ແນວຄິດ ແລະ ຈິນຕະນາການເຫຼົ່ານີ້ມາຈາກໃສ? (ວັດທະນະທຳດັ້ງເດີມ.) ຮາກເຫງົ້າແມ່ນວັດທະນະທຳດັ້ງເດີມ; ແນວຄິດ ແລະ ຈິນຕະນາການຂອງລາວ ແມ່ນຜົນຜະລິດຂອງການສົ່ງຕໍ່, ການຈໍາກັດເງື່ອນໄຂ ແລະ ການສຶກສາຂອງວັດທະນະທຳດັ້ງເດີມ. ລາວຖືເອົາສິ່ງທີ່ລາວເຊື່ອວ່າດີທີ່ສຸດ, ເປັນປະໂຫຍດທີ່ສຸດ, ເປັນອົງປະກອບທີ່ເປັນແກ່ນສານຂອງວັດທະນະທຳດັ້ງເດີມ, ນໍາສະເໜີພວກມັນຄືນໃໝ່ ແລະ ປ່ຽນພວກມັນເປັນສິ່ງທີ່ລາວເຊື່ອວ່າເປັນຄວາມຈິງ ເພື່ອໃຫ້ລູກຊາຍຂອງລາວໄດ້ປະຕິບັດ. ສາມາດຖືໄດ້ບໍ່ວ່າ ເລື່ອງເລົ່ານີ້ຈະແຈ້ງ ແລະ ເຂົ້າໃຈໄດ້ງ່າຍ? (ແມ່ນແລ້ວ.) ຈົ່ງແບ່ງປັນສິ່ງທີ່ພວກເຈົ້າເຂົ້າໃຈ ແລະ ສິ່ງທີ່ພວກເຈົ້າສາມາດຢັ່ງຮູ້ຈາກການຟັງເລື່ອງເລົ່ານີ້. (ຫຼັງຈາກຟັງແລ້ວ, ເຮົາຮູ້ສຶກວ່າ ບັນຫາຂອງຕ້າໝິງແມ່ນລາວບໍ່ເຄີຍພະຍາຍາມເຂົ້າໃຈພຣະທຳຂອງພຣະເຈົ້າ, ເຖິງວ່າລາວຈະເຊື່ອໃນພຣະເຈົ້າແລ້ວກໍຕາມ. ລາວເຊື່ອໃນພຣະເຈົ້າ ໂດຍອີງໃສ່ແນວຄິດແບບດັ້ງເດີມຂອງຜູ້ຄົນ, ໂດຍຄິດວ່າຖ້າລາວປະຕິບັດຕາມບັນທັດຖານທີ່ຜິວເຜີນເຫຼົ່ານັ້ນ, ພຣະເຈົ້າກໍຈະພໍໃຈ. ລາວບໍ່ໄດ້ສະແຫວງຫາ ຫຼື ຕຶກຕອງເຖິງສິ່ງທີ່ພຣະເຈົ້າຮຽກຮ້ອງຈາກຜູ້ຄົນຈາກໃນພຣະທຳຂອງພຣະເຈົ້າ ແລະ ຄົນຜູ້ໜຶ່ງຄວນດໍາລົງຊີວິດຕາມຄວາມເປັນມະນຸດຕາມປົກກະຕິຄືແນວໃດ.) ຕ້າໝິງໃຊ້ຊີວິດໂດຍອີງໄສສິ່ງໃດ? (ແນວຄິດ ແລະ ຈິນຕະນາການ.) ການໃຊ້ຊີວິດໂດຍອີງໄສແນວຄິດ ແລະ ຈິນຕະນາການ ແມ່ນຊ່ວງເວລາທີ່ວ່າງເປົ່າ; ແທ້ຈິງແລ້ວ, ລາວໃຊ້ຊີວິດດ້ວຍວັດທະນະທຳດັ້ງເດີມ ແລະ ລາວປະຕິບັດຕໍ່ວັດທະນະທຳດັ້ງເດີມເປັນດັ່ງຄວາມຈິງ. ລາວໃຊ້ຊີວິດດ້ວຍວັດທະນະທຳດັ້ງເດີມ, ມີລາຍລະອຽດຫຍັງແດ່ ທີ່ກ່ຽວຂ້ອງກັບສິ່ງນີ້? ເປັນຫຍັງລາວຈຶ່ງຕ້ອງການໃຫ້ສຽວໝິງເອີ້ນຜູ້ຄົນດ້ວຍຄໍານໍາໜ້າສະເພາະ? (ໃນຂັ້ນຜິວເຜີນ, ລາວເວົ້າວ່າມັນນຳຄວາມມີສະຫງ່າລາສີມາໃຫ້ພຣະເຈົ້າຜ່ານການກະທຳທີ່ດີເຫຼົ່ານີ້, ແຕ່ໃນຄວາມເປັນຈິງແລ້ວ, ລາວຕ້ອງການຕອບສະໜອງຄວາມທະນົງຕົວຂອງຕົນເອງ, ເພື່ອໃຫ້ຖືກຍົກຍ້ອງວ່າມີຄວາມສາມາດສຶກສາອົບຮົມລູກຂອງຕົນໄດ້ໄດ້ດີ.) ແມ່ນແລ້ວ, ນັ້ນແມ່ນເຈດຕະນາຂອງລາວ. ການສຶກສາອົບຮົມຂອງລາວບໍ່ແມ່ນເພື່ອເຮັດໃຫ້ລູກຂອງລາວເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ; ມັນເປັນການເຮັດໃຫ້ລູກຂອງລາວເຮັດໃນສິ່ງທີ່ຈະເພີ່ມຄວາມມີສະຫງ່າລາສີໃຫ້ແກ່ລາວ, ເພື່ອຕອບສະໜອງຄວາມທະນົງຕົວຂອງໂຕລາວເອງ. ນີ້ກໍເປັນອີກບັນຫາໜຶ່ງ. ມີບັນຫາກ່ຽວກັບການເນັ້ນໃສ່ການປະດັບຕົບແຕ່ງ ແລະ ການສ້າງພາບພົດໃຫ້ຕົນເອງຜ່ານການປະພຶດຕົນຢູ່ຕະຫຼອດເວລາ ຫຼື ບໍ່? (ມີ.) ສິ່ງນີ້ຊີ້ໃຫ້ເຫັນເຖິງບັນຫາກ່ຽວກັບຫົນທາງທີ່ລາວເລືອກຍ່າງ ແລະ ນີ້ແມ່ນບັນຫາທີ່ຮ້າຍແຮງທີ່ສຸດ. ແມ່ນຫຍັງເປັນຈຸດປະສົງຂອງການເນັ້ນໃສ່ການການສ້າງພາບພົດການປະພຶດຂອງຄົນຜູ້ໜຶ່ງຢູ່ຕະຫຼອດເວລາ? ມັນແມ່ນເພື່ອໃຫ້ໄດ້ຮັບການຍອມຮັບຈາກຜູ້ຄົນ, ເພື່ອໃຫ້ຜູ້ຄົນຍ້ອງຍໍ ແລະ ສັນລະເສີນຕົນເອງ. ທຳມະຊາດຂອງສິ່ງນີ້ແມ່ນຫຍັງ? ມັນແມ່ນຄວາມໜ້າຊື່ໃຈຄົດ, ມັນເປັນວິທີການຂອງພວກຟາຣີຊາຍ. ບັນດາຜູ້ທີ່ເນັ້ນໃສ່ແຕ່ການປະພຶດດີແຕ່ພຽງເປືອກນອກ, ຜູ້ທີ່ເນັ້ນໃສ່ແຕ່ການການສ້າງພາບພົດການປະພຶດຂອງພວກເຂົາ, ຜູ້ທີ່ໃຊ້ຄວາມພະຍາຍາມໄປກັບການປະພຶດຂອງພວກເຂົາ, ພວກເຂົາເຂົ້າໃຈຄວາມຈິງບໍ? (ບໍ່.) ພວກເຂົາອ່ານພຣະທຳຂອງພຣະເຈົ້າກໍຫຼາຍ ແລະ ໄດ້ໃຊ້ຄວາມພະຍາຍາມໄປແນ່ແລ້ວ, ແລ້ວເປັນຫຍັງພວກເຂົາຈຶ່ງບໍ່ເຂົ້າໃຈຄວາມຈິງ? ພວກເຂົາບໍ່ເຂົ້າໃຈວ່າການຄຸ້ມຄອງຂອງພຣະເຈົ້າ ແລະ ຄວາມລອດພົ້ນຂອງມະນຸດ ມີເປົ້າໝາຍເພື່ອໃຫ້ຜູ້ຄົນເຂົ້າໃຈຄວາມຈິງ, ເພື່ອເຮັດໃຫ້ຜູ້ຄົນສົມບູນ ແລະ ເພື່ອເຮັດໃຫ້ພວກເຂົາປະສົບກັບການປ່ຽນແປງຂອງອຸປະນິໄສ, ພວກເຂົາບໍ່ເຂົ້າໃຈມັນ. ພວກເຂົາຄິດວ່າ, “ບໍ່ວ່າເຮົາຈະອ່ານພຣະທຳຂອງພຣະເຈົ້າຫຼາຍປານໃດກໍຕາມ, ເຮົາຈະສະຫຼຸບເອົາຄໍາເວົ້າ, ການກະທຳ ແລະ ການປະພຶດບາງຢ່າງ ທີ່ຜູ້ຄົນເຫັນດີນຳໄດ້ງ່າຍ, ທີ່ພວກເຂົາຮູ້ຄຸນຄ່າ ແລະ ທີ່ພວກເຂົາຈະໃຫ້ການຊົມເຊີຍ ແລະ ຕໍ່ຈາກນັັ້ນ ເຮົາກໍຈະໃຊ້ຊີວິດຕາມສິ່ງເຫຼົ່ານີ້ ແລະ ຮັກສາພວກມັນໄວ້ຢ່າງໜຽວແໜ້ນໃນຊີວິດຈິງ. ນີ້ແມ່ນສິ່ງທີ່ຜູ້ເຊື່ອແທ້ຈິງຄວນເຮັດ”.
ພວກເຈົ້າມີບັນຫາທີ່ຄ້າຍຄືກັນກັບຕ້າໝິງບໍ່? ນອກຈາກດ້ານທີ່ຊັດເຈນ ທີ່ຫາກໍສົນທະນາກັນ, ເຊັ່ນ: ການປະຕິບັດຕາມບັນທັດຖານທາງສັງຄົມ, ການໃຫ້ຄວາມໃສ່ໃຈກັບຄວາມອາວຸໂສ, ການເຄົາລົບຜູ້ເຖົ້າຜູ້ແກ່ ແລະ ການເບິ່ງແຍງຄົນໜຸ່ມນ້ອຍ ແລະ ການຮັກສາລໍາດັບຄວາມເໝາະສົມລະຫວ່າງຜູ້ໃຫຍ່ ແລະ ເດັກນ້ອຍ, ມີການປະພຶດ, ແນວຄິດ, ມຸມມອງ, ຫຼື ຄວາມເຂົ້າໃຈອື່ນໆ ທີ່ຄ້າຍຄືກັນບໍ່? ພວກເຈົ້າເອງຮູ້ຈັກທີ່ວິທີກວດສອບເລິກລົງ ແລະ ໄຈ້ແຍກເບິ່ງບັນຫາເຫຼົ່ານີ້ບໍ່? ຍົກຕົວຢ່າງ, ເມື່ອຢູ່ໃນໂບດ, ຖ້າມີບຸກຄົນໃດ ທີ່ອາວຸໂສກວ່າ ຫຼື ເຊື່ອໃນພຣະເຈົ້າມາເປັນເວລາຫຼາຍປີ, ເຈົ້າກໍຕ້ອງການທີ່ຈະໃຫ້ກຽດພວກເພິ່ນສະເໝີ. ເຈົ້າປ່ອຍໃຫ້ພວກເພິ່ນເວົ້າຈົນຈົບ, ບໍ່ເວົ້າຂັດພວກເພິ່ນ ເຖິງແມ່ນວ່າພວກເພິ່ນຈະເວົ້າບໍ່ເຂົ້າເລື່ອງ ແລະ ເຖິງແມ່ນວ່າເວລານັ້ນພວກເພິ່ນເຮັດບາງຢ່າງທີ່ບໍ່ຖືກຕ້ອງ ແລະ ຈໍາເປັນຕ້ອງຖືກລິຮານ, ເຈົ້າກໍຍັງພະຍາຍາມຮັກສາໜ້າຂອງພວກເພິ່ນ ແລະ ຫຼີກລ່ຽງການຕິຕຽນພວກເພິ່ນຕໍ່ໜ້າຄົນອື່ນໆ, ໂດຍຄິດວ່າ ບໍ່ວ່າການກະທໍາຂອງພວກເພິ່ນອາດຈະບໍ່ມີເຫດມີຜົນ ຫຼື ຮ້າຍແຮງພຽງໃດ, ທຸກໆຄົນກໍຍັງຕ້ອງໃຫ້ອະໄພ ແລະ ທົນພວກເພິ່ນໃຫ້ໄດ້. ເຈົ້າຍັງສອນຄົນອື່ນອີກເລື້ອຍໆວ່າ: “ພວກເຮົາຄວນໃຫ້ກຽດແກ່ຜູ້ໃຫຍ່ແນ່ ແລະ ບໍ່ທໍາລາຍສັກສີຂອງພວກເພິ່ນ. ພວກເຮົາເປັນຜູ້ນ້ອຍຂອງພວກເພິ່ນ”. ຄໍາວ່າ “ຜູ້ນ້ອຍ” ນີ້ມາຈາກໃສ? (ວັດທະນະທໍາດັ້ງເດີມ.) ມັນມາຈາກແນວຄິດທາງວັດທະນະທໍາດັ້ງເດີມ. ພ້ອມດຽວກັນນັ້ນ, ບັນຍາກາດໃດໜຶ່ງໄດ້ເກີດຂຶ້ນຢູ່ໃນໂບດ ເຊິ່ງເປັນບ່ອນທີ່ຜູ້ຄົນໄດ້ພົບປະກັບບັນດາອ້າຍເອື້ອຍນ້ອງທີ່ອາວຸໂສກວ່າ, ເອີ້ນພວກເພິ່ນຢ່າງອົບອຸ່ນ ໃນຖານະ “ອ້າຍໃຫຍ່”, “ເອື້ອຍໃຫຍ່”, “ປ້າ(ອາ)”, ຫຼື “ອ້າຍ”, ຄືກັບວ່າທຸກໆຄົນເປັນສ່ວນໜຶ່ງຂອງຄອບຄົວໃຫຍ່; ຜູ້ຄົນທີ່ມີອາຍຸສູງກວ່າເຫຼົ່ານີ້ຖືກສະແດງຄວາມເຄົາລົບຫຼາຍເປັນພິເສດ, ເຊິ່ງຈະສ້າງຄວາມປະທັບໃຈໄວ້ໃນຈິດໃຈຂອງຄົນອື່ນໆທີ່ອາຍຸນ້ອຍກວ່າໂດຍບໍ່ຕັ້ງໃຈ. ອົງປະກອບຂອງວັດທະນະທໍາດັ້ງເດີມເຫຼົ່ານີ້ຝັງຮາກເລິກຢູ່ໃນແນວຄິດ ແລະ ກະດູກຂອງຄົນຈີນ, ຫຼາຍເທົ່າທີ່ພວກມັນຈະແຜ່ຂະຫຍາຍ ແລະ ຫຼໍ່ຫຼອມບັນຍາກາດຂອງຊີວິດພາຍໃນໂບດຢ່າງຕໍ່ເນື່ອງ. ຍ້ອນວ່າຜູ້ຄົນຖືກຈໍາກັດ ແລະ ຄວບຄຸມດ້ວຍແນວຄວາມຄິດເຫຼົ່ານີ້ຢູ່ເລື້ອຍໆ, ພວກເຂົາຈຶ່ງບໍ່ພຽງເຫັນດີຕໍ່ສິ່ງເຫຼົ່ານີ້ເປັນການສ່ວນຕົວ, ພະຍາຍາມຢ່າງໜັກ ໃນການປະພຶດ ແລະ ຝຶກຝົນໃນທິດທາງນີ້, ແຕ່ຍັງຮັບຮອງການກະທໍາໃນແບບດຽວກັນຂອງຄົນອື່ນ, ແນະນຳພວກເຂົາໃຫ້ປະຕິບັດຕາມອີກດ້ວຍ. ວັດທະນະທໍາດັ້ງເດີມບໍ່ແມ່ນຄວາມຈິງ; ນີ້ເປັນສິ່ງທີ່ແນ່ນອນ. ແຕ່ມັນພຽງພໍ ທີ່ຈະເຮັດໃຫ້ຜູ້ຄົນຮູ້ໄດ້ຢ່າງງ່າຍດາຍວ່າມັນບໍ່ແມ່ນຄວາມຈິງບໍ? ທີ່ວ່າມັນບໍ່ແມ່ນຄວາມຈິງ ແມ່ນດ້ານໜຶ່ງ; ເປັນຫຍັງພວກເຮົາຈຶ່ງຄວນໄຈ້ແຍກມັນ? ຮາກເຫງົ້າຂອງມັນແມ່ນຫຍັງ? ແກ່ນແທ້ຂອງບັນຫາຢູ່ບ່ອນໃດ? ຄົນຜູ້ໜຶ່ງຈະປ່ອຍວາງສິ່ງເຫຼົ່ານີ້ໄດ້ແນວໃດ? ການໄຈ້ແຍກວັດທະນະທໍາດັ້ງເດີມເຫຼົ່ານີ້ເປັນຈຸດປະສົງຂອງການສ້າງຄວາມເຂົ້າໃຈໃໝ່ທັງໝົດ ກ່ຽວກັບທິດສະດີ, ແນວຄິດ ແລະ ມຸມມອງດ້ານນີ້ ເລິກລົງໄປໃນຫົວໃຈຂອງເຈົ້າ. ແລ້ວຈະບັນລຸຄວາມເຂົ້າໃຈໃໝ່ທັງໝົດນີ້ໄດ້ແນວໃດ? ທໍາອິດ, ເຈົ້າຕ້ອງຮູ້ວ່າວັດທະນະທໍາດັ້ງເດີມນີ້ມີຕົ້ນກໍາເນີດມາຈາກຊາຕານ. ແລ້ວຊາຕານປູກຝັງອົງປະກອບຂອງວັດທະນະທໍາດັ້ງເດີມເຫຼົ່ານີ້ໃນໂຕຂອງມະນຸດໄດ້ແນວໃດ? ໃນແຕ່ລະຍຸກສະໄໝ, ຊາຕານໃຊ້ບຸກຄົນແບບຢ່າງທີ່ມີຊື່ສຽງ ແລະ ຜູ້ຄົນທີ່ຍິ່ງໃຫຍ່ບາງຄົນ ໃນການເຜີຍແຜ່ແນວຄິດເຫຼົ່ານີ້, ສິ່ງເຫຼົ່ານີ້ທີ່ເອີ້ນວ່າຄໍາເວົ້າ ແລະ ທິດສະດີ. ຕໍ່ມາ, ແນວຄິດເຫຼົ່ານີ້ກໍຄ່ອຍໆຖືກຈັດໃຫ້ເປັນລະບົບລະບຽບ ແລະ ເຮັດໃຫ້ເປັນຮູບປະທໍາ, ເຂົ້າໃກ້ຊີວິດຂອງຜູ້ຄົນຫຼາຍກວ່າທີ່ເຄີຍ ແລະ ທ້າຍທີ່ສຸດພວກມັນກໍກາຍເປັນທີ່ຮູ້ແຜ່ຫຼາຍຂອງຜູ້ຄົນ; ແນວຄິດ, ຄໍາເວົ້າ, ແລະ ທິດສະດີແບບຊາຕານເຫຼົ່ານີ້ຖືກປູກຝັງໄວ້ໃນຈິດໃຈຂອງຜູ້ຄົນເທື່ອລະເລັກລະໜ້ອຍ. ພາຍຫຼັງການຖືກປູກຝັງ, ຜູ້ຄົນກໍຈະພິຈາລະນາແນວຄິດ ແລະ ທິດສະດີທີ່ມາຈາກຊາຕານເຫຼົ່ານີ້ ວ່າເປັນສິ່ງທີ່ມີປະໂຫຍດທີ່ສຸດ ທີ່ພວກເຂົາຄວນປະຕິບັດຕາມ ແລະ ຍຶດຖື. ຕໍ່ມາ ຊາຕານກໍຈະໃຊ້ສິ່ງເຫຼົ່ານີ້ເພື່ອກັກຂັງ ແລະ ຄວບຄຸມຈິດໃຈຂອງຜູ້ຄົນ. ຜູ້ຄົນຈາກລຸ້ນສູ່ລຸ້ນ ຖືກສັ່ງສອນ, ຈໍາກັດ ແລະ ຄວບຄຸມພາຍໃຕ້ສະຖານະການເຊັ່ນນີ້ມາຕະຫຼອດຈົນມາຮອດປະຈຸບັນ. ລຸ້ນຄົນເຫຼົ່ານີ້ທັງໝົດເຊື່ອວ່າວັດທະນະທໍາດັ້ງເດີມເປັນສິ່ງທີ່ດີ ແລະ ຖືກຕ້ອງ. ບໍ່ມີໃຜທີ່ໄຈ້ແຍກຕົ້ນກໍາເນີດ ຫຼື ແຫຼ່ງທີ່ມາຂອງສິ່ງທີ່ເອີ້ນວ່າ ສິ່ງທີ່ດີ ແລະ ສິ່ງທີ່ຖືກຕ້ອງ, ນີ້ເປັນສິ່ງທີ່ເຮັດໃຫ້ບັນຫານີ້ຮ້າຍແຮງ. ແມ່ນແຕ່ຜູ້ເຊື່ອບາງຄົນທີ່ອ່ານພຣະທໍາຂອງພຣະເຈົ້າມາເປັນເວລາຫຼາຍປີ ກໍຍັງຄິດວ່າສິ່ງເຫຼົ່ານີ້ເປັນສິ່ງທີ່ຖືກຕ້ອງ ແລະ ມີປະໂຫຍດ, ຂະໜາດທີ່ວ່າພວກເຂົາເຊື່ອວ່າສິ່ງເຫຼົ່ານີ້ສາມາດແທນທີ່ຄວາມຈິງ, ສາມາດແທນທີ່ພຣະທໍາຂອງພຣະເຈົ້າໄດ້. ຮ້າຍແຮງໄປກວ່ານັ້ນ, ບາງຄົນຄິດໄປວ່າ, “ມັນບໍ່ສໍາຄັນວ່າພວກເຮົາໄດ້ອ່ານພຣະທໍາຂອງພຣະເຈົ້າໄປຫຼາຍເທົ່າໃດ, ສໍາລັບການຢູ່ຮ່ວມກັບຜູ້ຄົນນັ້ນ, ສິ່ງທີ່ເອີ້ນວ່າແນວຄິດດັ້ງເດີມ ແລະ ອົງປະກອບດັ້ງເດີມຂອງວັດທະນະທໍາ ເຊັ່ນ: ຄວາມເຊື່ອຟັງສາມປະການ ແລະ ຄຸນນະທໍາສີ່ປະການ, ພ້ອມທັງແນວຄິດເຊັ່ນ: ຄວາມມີເມດຕາ, ຄວາມຊອບທຳ, ຄວາມເໝາະສົມ, ປັນຍາ ແລະ ຄວາມເຊື່ອໃຈ ບໍ່ສາມາດຖືກລະຖີ້ມໄດ້. ນີ້ກໍເພາະວ່າພວກມັນແມ່ນຖືກສົ່ງຜ່ານມາຈາກບັນພະບູລຸດຂອງພວກເຮົາ, ຜູ້ທີ່ເປັນນັກປາດ. ພວກເຮົາບໍ່ສາມາດຕໍ່ຕ້ານການສັ່ງສອນຂອງບັນພະບູລຸດຂອງພວກເຮົາພຽງເພາະວ່າພວກເຮົາເຊື່ອໃນພຣະເຈົ້າ ແລະ ພວກເຮົາບໍ່ສາມາດປ່ຽນ ຫຼື ລະຖີ້ມການສັ່ງສອນຂອງບັນພະບູລຸດຂອງພວກເຮົາ ແລະ ຜູ້ທີ່ເປັນນັກປາດບູຮານເຫຼົ່ານັ້ນໄດ້”. ແນວຄິດ ແລະ ການຮັບຮູ້ເຊັ່ນນີ້ ມີຢູ່ໃນໃຈຂອງໝົດທຸກຄົນ. ພວກເຂົາທຸກຄົນຍັງຄົງຖືກຄວບຄຸມ ແລະ ຈໍາກັດໄວ້ໂດຍອົງປະກອບຂອງວັດທະນະທຳດັ້ງເດີມເຫຼົ່ານີ້ໂດຍບໍ່ຮູ້ສຶກໂຕ. ຍົກຕົວຢ່າງ, ເມື່ອເດັກນ້ອຍເຫັນເຈົ້າ ໃນຊ່ວງອາຍຸຊາວປີ ແລະ ເອີ້ນເຈົ້າວ່າ “ລຸງ(ອາວ)”, ເຈົ້າກໍຮູ້ສຶກດີໃຈ ແລະ ພໍໃຈ. ຖ້າຫາກພວກເຂົາເອີ້ນຊື່ຂອງເຈົ້າໂດຍກົງ, ເຈົ້າກໍຈະຮູ້ສຶກບໍ່ສະບາຍໃຈ, ໂດຍຄິດວ່າເດັກນ້ອຍຜູ້ນີ້ບໍ່ສຸພາບ ແລະ ຄວນຈະຖືກຕໍານິ ແລະ ທັດສະນະຄະຕິຂອງເຈົ້າກໍປ່ຽນໄປ. ໃນຄວາມເປັນຈິງແລ້ວ, ບໍ່ວ່າພວກເຂົາຈະເອີ້ນເຈົ້າວ່າ ລຸງ(ອາວ) ຫຼື ດ້ວຍຊື່ຂອງເຈົ້າ, ມັນບໍ່ໄດ້ມີຜົນຫຍັງຈັກໜ້ອຍຕໍ່ຄວາມຊື່ສັດຂອງເຈົ້າເລີຍ. ແລ້ວ ເປັນຫຍັງເຈົ້າຈຶ່ງບໍ່ດີໃຈເມື່ອພວກເຂົາບໍ່ໄດ້ເອີ້ນເຈົ້າວ່າລຸງ(ອາວ)? ມັນເປັນຍ້ອນວ່າເຈົ້າຖືກຄອບງຳ ແລະ ໄດ້ຮັບອິດທິພົນຈາກວັດທະນະທຳດັ້ງເດີມ; ມັນຢັ່ງຮາກລົງເລິກໃນຈິດໃຈຂອງເຈົ້າກ່ອນໜ້ານັ້ນໄປແລ້ວ ແລະ ກາຍເປັນມາດຕະຖານຂັ້ນພື້ນຖານທີ່ສຸດຂອງເຈົ້າໃນການປະຕິບັດຕໍ່ກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ແລະ ສຳລັບການປະເມີນ ແລະ ຕັດສິນທຸກສິ່ງທຸກຢ່າງ. ເມື່ອມາດຕະຖານຂອງເຈົ້າຜິດ, ທຳມະຊາດຂອງການກະທໍາຂອງເຈົ້າຈະຖືກຕ້ອງບໍ່? ມັນບໍ່ສາມາດເປັນໄປໄດ້ຢ່າງແນ່ນອນ. ຖ້າຫາກວັດແທກດ້ວຍຄວາມຈິງ, ເຈົ້າຈະຈັດການເລື່ອງນີ້ແນວໃດ? ເຈົ້າຈະສົນໃຈວ່າຄົນອື່ນເອີ້ນເຈົ້າແນວໃດບໍ່? (ບໍ່.) ເວັ້ນແຕ່ວ່າ ຖ້າຫາກພວກເຂົາດູຖູກ ຫຼື ເຮັດໃຫ້ເຈົ້າເສຍກຽດ, ໃນກໍລະນີນັ້ນ ເຈົ້າຈະຮູ້ສຶກບໍ່ສະບາຍໃຈຢ່າງແນ່ນອນ; ນີ້ແມ່ນການສະແດງອອກຕາມປົກກະຕິຂອງມະນຸດ. ເຖິງຢ່າງໃດກໍ່ຕາມ, ຖ້າຫາກວ່າມາດຕະຖານໃນການປະເມີນວັດແທກຂອງເຈົ້າແມ່ນພຣະທຳຂອງພຣະເຈົ້າ, ຄວາມຈິງ ຫຼື ວັດທະນະທຳທີ່ມາຈາກພຣະເຈົ້າ, ແລ້ວບໍ່ກ່ຽວວ່າຜູ້ຄົນຈະເອີ້ນເຈົ້າດ້ວຍຊື່ຂອງເຈົ້າ ຫຼື “ລຸງ(ອາວ)” ຫຼື “ອ້າຍ”, ເຈົ້າກໍຈະບໍ່ມີປະຕິກິລິຍາຕອບໂຕ້ໃດໆແທ້ໆ. ໃນເລື່ອງນີ້, ເຈົ້າກໍສາມາດປະຕິບັດຕາມທໍານຽມທ້ອງຖິ່ນ. ຕົວຢ່າງ, ໃນປະເທດຈີນ, ເມື່ອມີໃຜຜູ້ໜຶ່ງເອີ້ນເຈົ້າວ່າ “ລຸງ(ອາວ)”, ເຈົ້າກໍຮູ້ສຶກວ່າພວກເຂົາກໍາລັງມີຄວາມເຄົາລົບຕໍ່ເຈົ້າ. ແຕ່ຖ້າຫາກເຈົ້າໄປປະເທດຕາເວັນຕົກ ແລະ ໃຜຜູ້ໜຶ່ງເອີ້ນເຈົ້າວ່າ “ລຸງ(ອາວ)”, ເຈົ້າກໍຈະຮູ້ສຶກແປກໆ; ເຈົ້າອາດຈະຢາກໃຫ້ຖືກເອີ້ນດ້ວຍຊື່ຂອງເຈົ້າ, ຮູ້ສຶກວ່ານີ້ເປັນຮູບແບບຂອງການເຄົາລົບ. ໃນປະເທດຈີນ, ຖ້າຫາກຄົນໃດຄົນໜຶ່ງທີ່ມີອາຍຸນ້ອຍກວ່າເຈົ້າຫຼາຍ ເອີ້ນເຈົ້າດ້ວຍຊື່ຂອງເຈົ້າ, ເຈົ້າອາດຈະຮູ້ບໍ່ດີໃຈສຸດໆ, ຮູ້ສຶກວ່າພວກເຂົາບໍ່ໃຫ້ຄວາມສໍາຄັນກັບຄວາມອາວຸໂສ; ເຈົ້າອາດຮູ້ສຶກອັບອາຍຂາຍໜ້າຫຼາຍ ແລະ ເຈົ້າອາດຮູ້ສຶກໃຈຮ້າຍ ແລະ ແມ່ນແຕ່ກ່າວປະນາມຄົນຜູ້ນີ້. ນີ້ບໍ່ໄດ້ສະແດງໃຫ້ເຫັນວ່າ ການຄິດໃນທາງນີ້ມີບັນຫາບໍ? ນີ້ເປັນບັນຫາທີ່ເຮົາຕ້ອງການເວົ້າເຖິງ.
ແຕ່ລະປະເທດ ແລະ ແຕ່ລະເຊື້ອຊາດມີວັດທະນະທຳດັ້ງເດີມຂອງຕົນເອງ. ພວກເຮົາວິພາກວິຈານວັດທະນະທຳດັ້ງເດີມທັງໝົດບໍ? ມີວັດທະນະທຳໜຶ່ງທີ່ບໍ່ຄວນຖືກວິຈານ. ພວກເຈົ້າສາມາດບອກໄດ້ບໍວ່າວັດທະນະທຳນັ້ນແມ່ນຫຍັງ? ເຮົາຈະຍົກຕົວຢ່າງໃຫ້ພວກເຈົ້າ. ພຣະເຈົ້າສ້າງອາດາມ; ແມ່ນໃຜທີ່ຕັ້ງຊື່ໃຫ້ວ່າອາດາມ? (ພຣະເຈົ້າ.) ສະນັ້ນ, ພຣະເຈົ້າສ້າງມະນຸດຊາດ ແລະ ເມື່ອປະຕິສໍາພັນກັບພວກເຂົາ, ພຣະອົງກໍເອີ້ນຜູ້ຄົນວ່າແນວໃດ? (ໂດຍການເອີ້ນຊື່ຂອງພວກເຂົາ.) ແມ່ນແລ້ວ, ພຣະອົງເອີ້ນພວກເຂົາດ້ວຍຊື່. ພຣະເຈົ້າມອບຊື່ໃຫ້ແກ່ເຈົ້າ ແລະ ຊື່ນີ້ມີຄວາມໝາຍໃນສາຍຕາຂອງພຣະເຈົ້າ; ມັນເປັນນາມ, ເປັນຄໍາເອີ້ນແທນ. ເມື່ອພຣະເຈົ້າມອບນາມໃຫ້ແກ່ເຈົ້າ, ພຣະອົງກໍເອີ້ນເຈົ້າດ້ວຍນາມນີ້. ນີ້ບໍ່ແມ່ນຮູບແບບຂອງການເຄົາລົບບໍ? (ແມ່ນ.) ນີ້ແມ່ນຮູບແບບຂອງການເຄົາລົບທີ່ດີທີ່ສຸດ, ການເຄົາລົບທີ່ສອດຄ່ອງກັບຄວາມຈິງທີ່ສຸດ ແລະ ເປັນບວກທີ່ສຸດ. ນີ້ແມ່ນມາດຕະຖານສໍາລັບການເຄົາລົບຜູ້ຄົນ ແລະ ມັນມາຈາກພຣະເຈົ້າ. ນີ້ບໍ່ແມ່ນຮູບແບບຂອງວັດທະນະທຳບໍ? (ແມ່ນແລ້ວ.) ພວກເຮົາຄວນສົ່ງເສີມວັດທະນະທໍານີ້ບໍ? (ຄວນ.) ສິ່ງນີ້ມາຈາກພຣະເຈົ້າ; ພຣະເຈົ້າເອີ້ນຊື່ບຸກຄົນໂດຍກົງ. ພຣະເຈົ້າມອບຊື່ໃຫ້ແກ່ເຈົ້າ, ໃຫ້ນາມແກ່ເຈົ້າ ແລະ ຕໍ່ຈາກນັ້ນ ກໍໃຊ້ນາມນີ້ເພື່ອເປັນຕົວແທນໃຫ້ເຈົ້າ ແລະ ເອີ້ນເຈົ້າ. ນີ້ແມ່ນວິທີທີ່ພຣະເຈົ້າປະຕິບັດຕໍ່ຜູ້ຄົນ. ເມື່ອພຣະເຈົ້າສ້າງບຸກຄົນທີສອງ, ພຣະອົງປະຕິບັດຕໍ່ນາງແນວໃດ? ພຣະເຈົ້າມອບໃຫ້ອາດາມຕັ້ງຊື່ໃຫ້ນາງ. ອາດາມຕັ້ງຊື່ນາງວ່າ ເອວາ. ພຣະເຈົ້າເອີ້ນນາງດ້ວຍຊື່ນີ້ບໍ? ພຣະອົງເອີ້ນ. ດັ່ງນັ້ນ, ນີ້ຈຶ່ງແມ່ນວັດທະນະທຳທີ່ມາຈາກພຣະເຈົ້າ. ພຣະເຈົ້າມອບນາມໃຫ້ແກ່ສິ່ງທີ່ຖືກສ້າງແຕ່ລະສິ່ງ ແລະ ເມື່ອພຣະອົງເອີ້ນຫານາມນັ້ນ, ທັງມະນຸດ ແລະ ພຣະເຈົ້າຕ່າງກໍຮູ້ວ່າໝາຍເຖິງໃຜ. ສິ່ງນີ້ແມ່ນເອີ້ນວ່າຄວາມເຄົາລົບ, ສິ່ງນີ້ແມ່ນເອີ້ນວ່າຄວາມເທົ່າທຽມ, ສິ່ງນີ້ແມ່ນມາດຕະຖານເພື່ອວັດແທກວ່າບຸກຄົນຜູ້ໜຶ່ງເປັນຄົນສຸພາບ, ວ່າໃນຄວາມເປັນມະນຸດຂອງເຂົາມີຄວາມເຂົ້າໃຈກ່ຽວກັບມາລະຍາດ. ຖືກຕ້ອງບໍ? (ຖືກແລ້ວ.) ມັນຖືກຕ້ອງແທ້ໆ. ໃນພຣະຄໍາພີ, ບໍ່ວ່າມັນຈະບັນທຶກເຫດການໃດໜຶ່ງ ຫຼື ເຊື້ອສາຍວົງຕະກູນ, ບຸກຄົນທັງໝົດມີຊື່, ພວກເຂົາມີນາມ. ເຖິງຢ່າງໃດກໍຕາມ, ມີສິ່ງໜຶ່ງທີ່ເຮົາບໍ່ໝັ້ນໃຈວ່າພວກເຈົ້າໄດ້ສັງເກດບໍ່: ພຣະຄຳພີບໍ່ໄດ້ໃຊ້ຄໍາເອີ້ນແທນ ເຊັ່ນ: ພໍ່ຕູ້, ແມ່ຕູ້, ອາວ, ອາ, ລຸງ, ປ້າ ແລະ ອື່ນໆ; ພຣະຄຳພີໃຊ້ນາມຂອງຜູ້ຄົນໄປເລີຍ. ພວກເຈົ້າໄດ້ຮຽນຮູ້ຫຍັງຈາກສິ່ງນີ້, ສິ່ງທີ່ພຣະເຈົ້າໄດ້ກຳນົດໃຫ້ຜູ້ຄົນ, ບໍ່ວ່າຈະເປັນກົດລະບຽບ ຫຼື ພຣະບັນຍັດ ເຊິ່ງຕາມຄວາມເຂົ້າໃຈຂອງມະນຸດ ມັນແມ່ນຮີດຄອງປະເພນີຊະນິດໜຶ່ງທີ່ຖືກສົ່ງຕໍ່ໆກັນມາໃນກຸ່ມຄົນ. ແລ້ວແມ່ນຫຍັງແມ່ນຮີດຄອງປະເພນີທີ່ໄດ້ຖືກສົ່ງຕໍ່ມາຈາກພຣະເຈົ້າ? ມັນແມ່ນສິ່ງໃດໜຶ່ງທີ່ຜູ້ຄົນຄວນປະຕິບັດຕາມ: ບໍ່ຈໍາເປັນຕ້ອງມີຄໍານຳໜ້າຕາມຖານະສູງຕໍ່າ. ໃນສາຍຕາຂອງພຣະເຈົ້າ, ບໍ່ມີຄໍານໍາໜ້າສໍາລັບວົງຕະກູນທີ່ສັບຊ້ອນເຫຼົ່ານີ້ ເຊັ່ນ: ພໍ່ຕູ້, ແມ່ຕູ້, ລຸງ, ອາວ, ປ້າ, ອາ ແລະ ອື່ນໆ. ເປັນຫຍັງມະນຸດຈຶ່ງກັງວົນກັບຄໍານຳໜ້າ ແລະ ຄໍາເອີ້ນແທນຕາມຖານະສູງຕໍ່າເຫຼົ່ານີ້? ມັນໝາຍຄວາມວ່າແນວໃດ? ພຣະເຈົ້າລັງກຽດສິ່ງເຫຼົ່ານີ້ທີ່ສຸດ. ມັນມັກເປັນພວກຂອງຊາຕານທີ່ກັງວົນກັບສິ່ງເຫຼົ່ານີ້. ຕາມວັດທະນະທຳດັ້ງເດີມນີ້, ມີຄວາມຈິງຢ່າງໜຶ່ງທີ່ເປັນຈິງແທ້ໆກ່ຽວກັບພຣະເຈົ້າ: ພຣະເຈົ້າສ້າງມະນຸດທັງໝົດ ແລະ ພຣະອົງຮູ້ແຈ່ມແຈ້ງວ່າຄົນຜູ້ໜຶ່ງອາດມີຄອບຄົວ ແລະ ລູກຫຼານຫຼາຍປານໃດ; ບໍ່ຈຳເປັນຕ້ອງມີລໍາດັບຖານະສູງຕໍ່າ. ພຣະເຈົ້າພຽງແຕ່ເວົ້າວ່າ ຈົ່ງບັນລຸໝາກຜົນ ແລະ ເພີ່ມທະວີຜົນສໍາເລັດ ເພື່ອເຮັດໃຫ້ວົງຕະກູນຂອງເຈົ້າຈະເລີນຮຸ່ງເຮືອງ. ນັ້ນແມ່ນທັງໝົດທີ່ເຈົ້າຈຳເປັນຕ້ອງຈື່. ຄົນແຕ່ລະລຸ້ນມີລູກຫຼານຫຼາຍປານໃດ ແລະ ລູກຫຼານເຫຼົ່ານັ້ນມີລູກຫຼານອີກຈັກຄົນ. ມັນມີພຽງແຕ່ເທົ່ານັ້ນ, ບໍ່ຈໍາເປັນຕ້ອງມີລໍາດັບຖານະສູງຕໍ່າ. ຄົນລຸ້ນຕໍ່ມາບໍ່ຈໍາເປັນຕ້ອງຮູ້ວ່າໃຜແມ່ນບັນພະບູລຸດຂອງພວກເຂົາ ແລະ ພວກເຂົາບໍ່ຈໍາເປັນຕ້ອງສ້າງຫໍ ຫຼື ວິຫານຂອງບັນພະບູລຸດ ແລ້ວແຮງໄກທີ່ຈະຖວາຍເຄື່ອງສັກກາລະ ຫຼື ກາບໄຫວ້ພວກເຂົາ. ພຣະຄຳພີບັນທຶກວ່າຜູ້ເຊື່ອໃນພຣະເຈົ້າ ແລະ ຕິດຕາມພຣະອົງທັງໝົດ, ບັນດາຜູ້ທີ່ເຊື່ອໃນພຣະເຢໂຮວາ ຕ່າງກໍຖວາຍເຄື່ອງສັກກາລະຢູ່ຕໍ່ໜ້າແທ່ນບູຊາ. ທຸກຄົນໃນວົງຕະກູນມາຢູ່ຕໍ່ໜ້າພຣະເຈົ້າ ແລະ ຖວາຍເຄື່ອງສັກກາລະ. ສິ່ງນີ້ບໍ່ຄືກັນກັບຄົນຈີນ, ທີ່ທຸກໆຕະກູນຈະມີຫໍບູຊາບັນພະບຸລຸດທີ່ເຕັມໄປດ້ວຍປ້າຍຊື່ຂອງພໍ່ຕູ້ທຽດ, ພໍ່ຕູ້ທວດ, ແມ່ຕູ້ທວດ. ໃນສະຖານທີ່ ທີ່ພຣະເຈົ້າເລີ່ມຕົ້ນພາລະກິດຂອງພຣະອົງຄັ້ງທຳອິດ, ສິ່ງເຫຼົ່ານີ້ບໍ່ໄດ້ມີຢູ່. ເຖິງຢ່າງໃດກໍຕາມ, ສະຖານທີ່ອື່ນໆທີ່ຫ່າງໄກຈາກສະຖານທີ່ປະຕິບັດພາລະກິດຂອງພຣະເຈົ້າ ກໍຖືກຄວບຄຸມໂດຍຊາຕານ ແລະ ວິນຍານຊົ່ວຮ້າຍ. ໃນປະເທດແຫ່ງພຸດທະສາສະໜາເຫຼົ່ານີ້, ຂໍ້ປະຕິບັດຂອງຊາຕານເຫຼົ່ານີ້ໄດ້ຈະເລີນຮຸ່ງເຮືອງ. ຢູ່ທີ່ນັ້ນ, ຜູ້ຄົນຕ້ອງກາບໄຫວ້ບັນພະບຸລຸດຂອງຕົນ ແລະ ທຸກສິ່ງທຸກຢ່າງຕ້ອງລາຍງານຕໍ່ວົງຕະກູນ, ທຸກສິ່ງທຸກຢ່າງຕ້ອງຖືກບອກຕໍ່ບັນພະບຸລຸດຂອງວົງຕະກູນ; ເຖິງແມ່ນວ່າຂີ້ເຖົ່າຂອງບັນພະບຸລຸດຈະບໍ່ຫຼົງເຫຼືອຢູ່ແລ້ວກໍຕາມ, ຄົນລຸ້ນຫຼັງກໍຍັງຕ້ອງໄດ້ຈູດທູບ ແລະ ກົ້ມຫົວເຄົາລົບ. ໃນສະໄໝໃໝ່, ບາງຄົນທີ່ໄດ້ສຳຜັດກັບແນວຄິດວັດທະນະທຳຕາເວັນຕົກຫຼາຍກວ່າ ແລະ ໃໝ່ກວ່າ ແລະ ໄດ້ຫຼຸດພົ້ນອອກຈາກພັນທະນາການຂອງວົງຕະກູນແບບດັ້ງເດີມ ກໍບໍ່ເຕັມໃຈທີ່ຈະຢູ່ໃນວົງຕະກູນເຊັ່ນນັ້ນ. ພວກເຂົາຮູ້ສຶກຖືກຄວບຄຸມຢ່າງເຄັ່ງຄັດ ແລະ ເຂັ້ມງວດຈາກວົງຕະກູນເຊັ່ນນັ້ນ ໂດຍທີ່ຜູ້ເຖົ້າຜູ້ແກ່ໃນວົງຕະກູນເຂົ້າມາແຊກແຊງໃນເກືອບທຸກເລື່ອງ ໂດຍສະເພາະເມື່ອເປັນເລື່ອງຂອງການແຕ່ງງານ. ໃນປະເທດຈີນ, ສິ່ງເຫຼົ່ານີ້ບໍ່ແມ່ນເລື່ອງແປກ. ຊາຕານເຮັດໃຫ້ຄົນເຮົາເນັ້ນໃສ່ແຕ່ຄວາມອາວຸໂສ ແລະ ແນວຄິດນີ້ເບິ່ງຄືວ່າພ້ອມຖືກຍອມຮັບໄດ້ໂດຍຜູ້ຄົນທີ່ເຊື່ອວ່າ: “ແຕ່ລະລຸ້ນຄົນມີລຳດັບຊັ້ນ; ຄົນທີ່ຢູ່ຊັ້ນເທິງສຸດແມ່ນບັນພະບຸລຸດຂອງພວກເຮົາ. ເມື່ອໃດທີ່ຄຳວ່າ ‘ບັນພະບຸລຸດ’ ຖືກກ່າວຂຶ້ນມາ, ຜູ້ຄົນຄວນຄູ້ເຂົ່າ ແລະ ກາບໄຫວ້ພວກເພິ່ນຄືກັບພຣະເຈົ້າ”. ຕັ້ງແຕ່ໄວເດັກນ້ອຍ, ຄົນຜູ້ໜຶ່ງໄດ້ຮັບອິດທິພົນ, ຖືກຈໍາກັດ ແລະ ຖືກລ້ຽງດູໂດຍວົງຕະກູນຂອງເຂົາໃນລັກສະນະນີ້; ຈິດໃຈທີ່ຍັງໜຸ່ມນ້ອຍຂອງພວກເຂົາຖືກປູກຝັງແນວຄິດຢ່າງໜຶ່ງຄື: ຄົນເຮົາບໍ່ສາມາດຢູ່ໃນໂລກນີ້ໄດ້ໂດຍບໍ່ມີວົງຕະກູນ ແລະ ການອອກຈາກວົງຕະກູນ ຫຼື ການຫຼຸດພົ້ນອອກຈາກຄວາມຜູກພັນຂອງວົງຕະກູນ ແມ່ນການກະທຳຜິດທາງສິນທຳຢ່າງຮ້າຍແຮງ. ການກະທຳຜິດທາງສິນທຳຢ່າງຮ້າຍແຮງນັ້ນ ໝາຍເຖິງຫຍັງ? ມັນໝາຍຄວາມວ່າຖ້າເຈົ້າບໍ່ເຊື່ອຟັງວົງຕະກູນຂອງເຈົ້າ, ເຈົ້າແມ່ນລູກທີ່ບໍ່ກະຕັນຍູ ແລະ ການບໍ່ກະຕັນຍູໝາຍຄວາມວ່າເຈົ້າບໍ່ແມ່ນມະນຸດ. ດັ່ງນັ້ນ, ຜູ້ຄົນສ່ວນຫຼາຍຈຶ່ງບໍ່ກ້າທີ່ຈະທຳລາຍໂສ້ຄ້ອງຂອງວົງຕະກູນເຫຼົ່ານີ້. ຄົນຈີນຖືກຈໍາກັດ, ໄດ້ຮັບອິດທິພົນ ແລະ ຖືກຄວບຄຸມຢ່າງຮ້າຍແຮງໂດຍລໍາດັບຖານະສູງຕໍ່າ ພ້ອມທັງແນວຄິດເຊັ່ນ: ຄວາມເຊື່ອຟັງສາມປະການ ແລະ ຄຸນນະທຳສີ່ປະການ ແລະ ສາຍສຳພັນພື້ນຖານສາມຢ່າງ ແລະ ຄຸນງາມຄວາມດີຫ້າປະການ. ຄົນໜຸ່ມທີ່ບໍ່ເອີ້ນຜູ້ອາວຸໂສຕາມຄວາມເໝາະສົມວ່າ ລຸງ, ປ້າ, ພໍ່ຕູ້ ຫຼື ແມ່ຕູ້ມັກຈະຖືກກ່າວຫາວ່າຫຍາບຄາຍ ແລະ ບໍ່ມີວັດທະນະທຳຢູ່ເລື້ອຍໆ. ນີ້ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ເຈົ້າຖືກນັບວ່າເປັນຄົນຕໍ່າຕ້ອຍໃນກຸ່ມເຊື້ອຊາດນີ້, ໃນສັງຄົມນີ້ ເພາະເຈົ້າບໍ່ເຮັດຕາມມາດຕະຖານທາງສັງຄົມ, ເຈົ້າບໍ່ມີວັດທະນະທຳ ແລະ ເຈົ້າບໍ່ມີຄ່າ. ຄົນອື່ນແຕ່ງໂຕດີ, ຊ່ຽວຊານໃນການສ້າງພາບພົດ ແລະ ເວົ້າຈາມີມາລະຍາດ ແລະ ສະຫງ່າງາມ; ພວກເຂົາປາກຫວານ ໃນຂະນະທີ່ເຈົ້າບໍ່ຮູ້ຈັກແມ່ນແຕ່ເອີ້ນໃຜວ່າລຸງ ຫຼື ປ້າ. ຜູ້ຄົນຈະເວົ້າວ່າເຈົ້າບໍ່ມີວັດທະນະທຳ ແລະ ດູໝິ່ນເຈົ້າ ບໍ່ວ່າເຈົ້າຈະໄປທາງໃດ. ນີ້ແມ່ນປະເພດແນວຄວາມຄິດທີ່ຄົນຈີນຖືກປູກຝັງ. ເດັກນ້ອຍບາງຄົນທີ່ບໍ່ຮູ້ວິທີເອີ້ນຄົນອື່ນຈະຖືກດ່າຢ່າງຮຸນແຮງ ຫຼື ແມ່ນແຕ່ຖືກຕີໂດຍພໍ່ແມ່ຂອງພວກເຂົາ. ໃນຂະນະທີ່ຕີລູກ, ພໍ່ແມ່ບາງຄົນກໍຈະເວົ້າວ່າ “ເຈົ້າຫຍາບຄາຍ, ບໍ່ມີຄ່າ ແລະ ບໍ່ມີວັດທະນະທຳ; ຂ້ອຍໜ້າຈະຕີເຈົ້າໃຫ້ຕາຍ! ເຈົ້າບໍ່ເຮັດຫຍັງ ນອກຈາກເຮັດໃຫ້ຂ້ອຍຂາຍໜ້າ, ເຮັດໃຫ້ຂ້ອຍເສຍໜ້າຕໍ່ໜ້າຄົນອື່ນ!” ພຽງແຕ່ຍ້ອນເດັກນ້ອຍບໍ່ຮູ້ວິທີເອີ້ນຄົນອື່ນ, ພໍ່ແມ່ກໍເຮັດໃຫ້ເລື່ອງໃຫຍ່ເກີນຄວາມຈິງເພື່ອຮັກສາໜ້າຕາຂອງຕົນເອງ ແລະ ຕີລູກຢ່າງຮຸນແຮງ. ນີ້ແມ່ນພຶດຕິກຳແບບໃດ? ນີ້ແມ່ນເລື່ອງໄຮ້ສາລະໂດຍສິ້ນເຊິງ! ພວກເຈົ້າຈະໄດ້ຮັບຮູ້ເລື່ອງເຫຼົ່ານີ້ບໍ ຖ້າເຮົາບໍ່ໄດ້ໂອ້ລົມກັນແບບນີ້? ຜ່ານປະກົດການທີ່ເຈົ້າສັງເກດເຫັນໃນຊີວິດຈິງ ຫຼື ຜ່ານການອ່ານພຣະທຳຂອງພຣະເຈົ້າ ຫຼື ຜ່ານປະສົບການຂອງເຈົ້າເອງ, ເຈົ້າຈະສາມາດຄ່ອຍເຫັນແຈ້ງໃນເລື່ອງລາວຕ່າງໆເຫຼົ່ານີ້ເທື່ອລະໜ້ອຍ ແລ້ວປ່ຽນທິດທາງຊີວິດຂອງເຈົ້າ ໂດຍການປ່ຽນທິດທາງຂອງຫົນທາງທີ່ເຈົ້າຍ່າງໄປໄດ້ບໍ? ຖ້າພວກເຈົ້າເຮັດບໍ່ໄດ້, ຄວາມເຂົ້າໃຈຂອງພວກເຈົ້າກໍຂາດແຄນ. ໃນທຸກໆເລື່ອງ, ການໃຊ້ພຣະທຳຂອງພຣະເຈົ້າ, ພາລະກິດຂອງພຣະເຈົ້າ ແລະ ຄວາມຕ້ອງການຂອງພຣະເຈົ້າເປັນມາດຕະຖານ ແມ່ນວິທີການທີ່ຖືກຕ້ອງທີ່ສຸດ, ມັນບໍ່ມີຂໍ້ຜິດພາດແມ່ນແຕ່ຢ່າງດຽວ. ສິ່ງນີ້ບໍ່ມີຂໍ້ສົງໄສ. ສິ່ງໃດກໍຕາມທີ່ມາຈາກຊາຕານ, ບໍ່ວ່າຈະສອດຄ່ອງກັບຄວາມຄິດ ຫຼື ຄວາມມັກຂອງມະນຸດຫຼາຍປານໃດ, ບໍ່ວ່າຈະເບິ່ງດີສໍ່າໃດກໍຕາມ, ມັນກໍບໍ່ແມ່ນຄວາມຈິງ ແຕ່ເປັນຂອງປອມ.
ຈຸດປະສົງຂອງການເລົ່າເລື່ອງນີ້ ແມ່ນເພື່ອໃຫ້ພວກເຈົ້າເຫັນແສງສະຫວ່າງ, ເພື່ອເຮັດໃຫ້ພວກເຈົ້າເຂົ້າໃຈວ່າຄວາມຈິງແມ່ນຫຍັງ, ມະນຸດໄດ້ຮັບສິ່ງໃດຈາກການເຊື່ອໃນພຣະເຈົ້າ, ມັນມີຄວາມໝາຍແນວໃດສຳລັບພຣະເຈົ້າໃນການເຮັດໃຫ້ຄົນປ່ຽນແປງອຸປະນິໄສ ແລະ ໄດ້ຮັບຄວາມຈິງ ແລະ ຄວາມຈິງທີ່ພຣະເຈົ້າໄດ້ກ່າວໄວ້ ແລະ ຄວາມຕ້ອງການຂອງພຣະອົງ ມີຄວາມກ່ຽວຂ້ອງກັບສິ່ງທີ່ຄົນເຮົາອາດຮັບຮູ້ໄດ້ ຫຼື ຄວາມຄິດ, ທັດສະນະ ແລະ ຄວາມເຂົ້າໃຈຕ່າງໆ ທີ່ເກີດຂຶ້ນໂດຍຜ່ານການສຶກສາ ແລະ ການຈໍາກັດໂດຍສະພາບແວດລ້ອມຂອງຊາດ ແລະ ສັງຄົມຂອງຄົນໆໜຶ່ງ. ພວກເຈົ້າຄວນໄຈ້ແຍກເລື່ອງເຫຼົ່ານີ້ດ້ວຍໂຕຂອງພວກເຈົ້າເອງເຊັ່ນກັນ. ມື້ນີ້, ຕົວຢ່າງຂອງພວກເຮົາໄດ້ກວມເອົາພຽງແຕ່ດ້ານດຽວເທົ່ານັ້ນ. ຄວາມຈິງແລ້ວ, ໃນໃຈຂອງທຸກຄົນ, ບໍ່ຂາດແຄນສິ່ງຕ່າງໆທີ່ມາຈາກວັດທະນະທຳດັ້ງເດີມ. ບາງຄົນເວົ້າວ່າ: “ເມື່ອພວກເຮົາຕັ້ງໃຈລະຖິ້ມລໍາດັບຖານະສູງຕໍ່າ, ມັນໝາຍຄວາມວ່າຂ້ອຍສາມາດເອີ້ນພໍ່ແມ່ຂອງຂ້ອຍດ້ວຍຊື່ຂອງພວກເພິ່ນໄດ້ບໍ?” ແບບນີ້ໄດ້ບໍ? ຖ້າເຈົ້າເອີ້ນພໍ່ແມ່ຂອງເຈົ້າວ່າ ແມ່ ແລະ ພໍ່, ມັນໝາຍຄວາມວ່າເຈົ້າຍັງກໍາລັງສົນໃຈໄປທີ່ລໍາດັບຖານະສູງຕໍ່າ ແລະ ໄດ້ກັບຄືນສູ່ວັດທະນະທຳດັ້ງເດີມບໍ? ບໍ່ແມ່ນ. ພໍ່ແມ່ຄວນຖືກເອີ້ນຕາມສິ່ງທີ່ຄວນຈະເປັນ; ການເອີ້ນພວກເພິ່ນວ່າ ແມ່ ແລະ ພໍ່ ແມ່ນວິທີທີ່ພຣະເຈົ້າໃຫ້ຜູ້ຄົນເອີ້ນພວກເພິ່ນ. ນີ້ແມ່ນວິທີທີ່ພວກເພິ່ນຄວນຖືກເອີ້ນ; ມັນຄືກັນກັບວິທີທີ່ພໍ່ແມ່ເຈົ້າເອີ້ນເຈົ້າວ່າ “ລູກ”, “ລູກຊາຍ” ຫຼື “ລູກສາວ”. ແລ້ວພວກເຈົ້າຄວນເຂົ້າໃຈເຖິງສິ່ງໃດເປັນຫຼັກ ຈາກການເລົ່າເລື່ອງຄັ້ງນີ້ຂອງເຮົາ? ມັນກໍາລັງເວົ້າເຖິງບັນຫາໃດເປັນຫຼັກ? (ມາດຕະຖານຂອງພວກເຮົາສຳລັບການຕັດສິນສິ່ງຕ່າງໆຕ້ອງປ່ຽນ; ທຸກສິ່ງຄວນຖືກຕັດສິນຕາມພຣະທຳ ແລະ ຂໍ້ກໍານົດຂອງພຣະເຈົ້າ.) ຖືກຕ້ອງແລ້ວ. ຢ່າຫຼັບຫູຫຼັບຕາສ້າງສິ່ງຕ່າງໆຂຶ້ນມາເອງ. ຜູ້ຄົນມັກຈະສ້າງ “ຄວາມຈິງ” ຂອງຕົນເອງຂຶ້ນ. ເມື່ອໃດກໍຕາມທີ່ພວກເຂົາຕ້ອງການເຮັດບາງສິ່ງ, ພວກເຂົາຈະສ້າງຂໍ້ໂຕ້ແຍ່ງ ແລະ ທິດສະດີຕ່າງໆຂຶ້ນມາ ແລ້ວກໍານົດວິທີການ ແລະ ເຮັດມັນໂດຍບໍ່ຄໍານຶງເຖິງຄວາມຖືກຕ້ອງຂອງມັນ. ພວກເຂົາເຮັດແບບນີ້ເປັນເວລາຫຼາຍປີ, ຍຶດໝັ້ນຢ່າງໜຽວແໜ້ນໂດຍບໍ່ຄໍານຶງເຖິງວ່າມັນຈະເກີດຜົນແນວໃດຂຶ້ນ ແຕ່ຍັງຮູ້ສຶກວ່າຕົນເອງມີເມດຕາ, ຊອບທຳ ແລະ ໃຈດີ. ພວກເຂົາຄິດວ່າສິ່ງທີ່ພວກເຂົາດໍາລົງຊີວິດຕາມແມ່ນດີ ແລະ ນີ້ເຮັດໃຫ້ພວກເຂົາໄດ້ຮັບຄໍາຍ້ອງຍໍ ແລະ ການນັບຖື ແລະ ໃນທີ່ສຸດພວກເຂົາກໍຄິດຫຼາຍຂື້ນເລື້ອຍໆວ່າຕົນເອງຍິ່ງໃຫຍ່. ຜູ້ຄົນບໍ່ເຄີຍຕຶກຕອງ, ບໍ່ພະຍາຍາມເຂົ້າໃຈ ຫຼື ສະແຫວງຫາວ່າຂໍ້ກໍານົດຂອງພຣະເຈົ້າສຳລັບແຕ່ລະເລື່ອງແມ່ນຫຍັງ, ສິ່ງໃດຄືຫຼັກການຂອງການກະທໍາສຳລັບການເຮັດແຕ່ລະສິ່ງ ແລະ ວ່າພວກເຂົາໄດ້ສະແດງຄວາມຈົງຮັກພັກດີຕໍ່ການມອບໝາຍຂອງພຣະເຈົ້າໃນຂະບວນການຂອງການເຮັດໜ້າທີ່ຂອງພວກເຂົາ ຫຼື ບໍ່. ພວກເຂົາບໍ່ຕຶກຕອງສິ່ງເຫຼົ່ານີ້; ພວກເຂົາພຽງແຕ່ຕຶກຕອງເລື່ອງທີ່ບິດເບືອນ ແລະ ຊົ່ວຮ້າຍເຫຼົ່ານັ້ນ. ນີ້ບໍ່ແມ່ນການມີສ່ວນຮ່ວມໃນຄວາມຊົ່ວຮ້າຍບໍ? (ແມ່ນແລ້ວ.) ໃຜກໍຕາມທີ່ພາຍນອກສຸພາບອ່ອນໂຍນ, ປະພຶດຖືກຕ້ອງ, ໄດ້ຮັບການສຶກສາ ແລະ ປະຕິບັດຕາມມາດຕະຖານທາງສັງຄົມ, ເວົ້າແຕ່ເລື່ອງຄວາມເມດຕາ, ຄວາມຊອບທຳ, ຄວາມເໝາະສົມ, ປັນຍາ ແລະ ຄວາມເຊື່ອໃຈ ແລະ ຜູ້ທີ່ເວົ້າຈາຢ່າງມີລະບຽບຮຽບຮ້ອຍ ແລະ ເວົ້າສິ່ງທີ່ຟັງມ່ວນຫູ, ໃຫ້ສັງເກດເບິ່ງວ່າຄົນເຊັ່ນນັ້ນປະຕິບັດຄວາມຈິງ ຫຼື ບໍ່. ຖ້າພວກເຂົາບໍ່ເຄີຍປະຕິບັດຄວາມຈິງ, ພວກເຂົາກໍເປັນໄດ້ພຽງຄົນໜ້າຊື່ໃຈຄົດທີ່ທຳທ່າເຮັດດີ; ພວກເຂົາຄືກັນກັບຕ້າໝິງ ແລະ ບໍ່ແຕກຕ່າງກັນແມ່ນແຕ່ໜ້ອຍດຽວ. ຄົນປະເພດໃດເປັນຄົນທີ່ເນັ້ນໃສ່ພຽງແຕ່ການມີການປະພຶດດີ ແລະ ໃຊ້ມັນເພື່ອຫຼອກລວງຄົນອື່ນໃຫ້ຍ້ອງຍໍ ແລະ ນັບຖືພວກເຂົາ? (ຄົນໜ້າຊື່ໃຈຄົດ.) ຄົນເຫຼົ່ານີ້ມີຄວາມເຂົ້າໃຈທາງດ້ານຈິດວິນຍານບໍ? (ບໍ່ມີ.) ຄົນທີ່ບໍ່ມີຄວາມເຂົ້າໃຈທາງດ້ານຈິດວິນຍານສາມາດປະຕິບັດຄວາມຈິງໄດ້ບໍ? (ບໍ່ໄດ້.) ເປັນຫຍັງພວກເຂົາຈຶ່ງບໍ່ສາມາດເຮັດໄດ້? (ພວກເຂົາບໍ່ເຂົ້າໃຈວ່າຄວາມຈິງແມ່ນຫຍັງ, ດັ່ງນັ້ນພວກເຂົາມີການປະພຶດທີ່ດີພຽງພາຍນອກເທົ່ານັ້ນ ແລະ ສິ່ງທີ່ຜູ້ຄົນເຫັນວ່າດີເທົ່າກັບຄວາມຈິງ ແລະ ປະຕິບັດຕາມພວກມັນ.) ນັ້ນບໍ່ແມ່ນປະເດັນຫຼັກ. ບໍ່ສໍາຄັນວ່າມີຄວາມຈິງຫຼາຍປານໃດທີ່ພວກເຂົາບໍ່ເຂົ້າໃຈ, ພວກເຂົາຍັງບໍ່ຮູ້ຫຼັກການທີ່ຊັດເຈນບາງປະການໃນການເຮັດສິ່ງຕ່າງໆບໍ? ເມື່ອເຈົ້າບອກພວກເຂົາເຖິງວິທີປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາບໍ່ສາມາດເຂົ້າໃຈໄດ້ບໍ? ຄົນເຊັ່ນນັ້ນມີລັກສະນະຢ່າງໜຶ່ງ: ພວກເຂົາບໍ່ມີເຈດຕະນາທີ່ຈະປະຕິບັດຄວາມຈິງ. ບໍ່ສໍາຄັນວ່າເຈົ້າຈະເວົ້າຫຍັງ, ພວກເຂົາຈະບໍ່ຟັງເຈົ້າ; ພວກເຂົາພຽງແຕ່ເຮັດ ແລະ ເວົ້າຕາມໃຈພວກເຂົາ. ຊ່ວງທີ່ຜ່ານມາ ພວກເຮົາໄດ້ເວົ້າເລື້ອຍໆກ່ຽວກັບລັກສະນະຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິດ. ຈົ່ງເບິ່ງຄົນທີ່ຢູ່ອ້ອມຂ້າງເຈົ້າ: ເບິ່ງຜູ້ທີ່ສະແດງໃຫ້ເຫັນການປ່ຽນແປງບາງຢ່າງ ແລະ ຜູ້ທີ່ການປະພຶດ ແລະ ຫຼັກການໃນການເຮັດສິ່ງຕ່າງໆຂອງເຂົາບໍ່ປ່ຽນແປງເລີຍ, ຜູ້ທີ່ຫົວໃຈຂອງເຂົາບໍ່ປ່ຽນແປງ ບໍ່ວ່າເຈົ້າຈະໂອ້ລົມກັບພວກເຂົາແນວໃດກໍຕາມ ແລະ ຜູ້ທີ່ຍັງບໍ່ປ່ຽນແປງ ຫຼື ມີເຈດຕະນາທີ່ຈະປ່ຽນແປງ ແລະ ສືບຕໍ່ເຮັດສິ່ງຕ່າງໆຕາມໃຈມັກ ເຖິງແມ່ນວ່າພວກເຂົາຈະສາມາດເຊື່ອມໂຍງເນື້ອໃນຂອງການໂອ້ລົມຂອງເຈົ້າກັບພວກເຂົາໄດ້ກໍຕາມ. ພວກເຈົ້າເຄີຍພົບພໍ້ຄົນເຊັ່ນນີ້ບໍ? ພວກເຈົ້າເຄີຍພົບ, ບໍ່ແມ່ນບໍ? ເປັນຫຍັງຜູ້ນຳ ແລະ ຜູ້ເຮັດວຽກບາງຄົນຈຶ່ງຖືກປົດຕຳແໜ່ງ? ມັນແມ່ນເພາະວ່າພວກເຂົາບໍ່ປະຕິບັດຄວາມຈິງ, ພວກເຂົາບໍ່ໄດ້ເຮັດວຽກທີ່ແທ້ຈິງ. ພວກເຂົາເຂົ້າໃຈຫຼັກຄຳສອນທັງໝົດ ແລະ ພວກເຂົາກໍຍັງຄົງຢູ່ໃນເສັ້ນທາງຂອງພວກເຂົາ. ບໍ່ວ່າເຈົ້າຈະໂອ້ລົມຫຼັກການຄວາມຈິງແນວໃດກໍຕາມ, ພວກເຂົາກໍຍັງມີກົດເກນຂອງພວກເຂົາເອງ, ຍຶດໝັ້ນກັບຄວາມຄິດເຫັນຂອງພວກເຂົາເອງ ແລະ ບໍ່ຟັງໃຜ. ພວກເຂົາພຽງແຕ່ເຮັດຕາມໃຈພວກເຂົາ. ເຈົ້າເວົ້າຢ່າງໜຶ່ງ, ພວກເຂົາເຮັດອີກຢ່າງໜຶ່ງ. ຜູ້ນຳ ແລະ ຜູ້ເຮັດວຽກແບບນີ້ຄວນຖືກປົດຕຳແໜ່ງ, ຖືກບໍ່? (ຖືກແລ້ວ.) ພວກເຂົາສົມຄວນແລ້ວແທ້ໆ. ຄົນເຫຼົ່ານີ້ຢູ່ໃນເສັ້ນທາງໃດ? (ເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິດ.) ເມື່ອເວລາຜ່ານໄປດົນພໍ, ການຍ່າງຢູ່ເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິດຈະເຮັດໃຫ້ພວກເຂົາກາຍເປັນຜູ້ຕໍ່ຕ້ານພຣະຄຣິດເອງ. ມັນເປັນພຽງແຕ່ເລື່ອງຂອງໄລຍະເວລາເທົ່ານັ້ນ. ບໍ່ວ່າເຈົ້າຈະໂອ້ລົມຄວາມຈິງກັບພວກເຂົາແນວໃດກໍຕາມ, ຖ້າພວກເຂົາຍັງບໍ່ຍອມຮັບມັນ ແລະ ບໍ່ປ່ຽນແປງເລີຍ, ມັນກໍເປັນບັນຫາແທ້ໆ ແລະ ພວກເຂົາກໍໄດ້ກາຍເປັນຜູ້ຕໍ່ຕ້ານພຣະຄຣິດໄປແລ້ວ.
ແຮງບັນດານໃຈທີ່ຍິ່ງໃຫຍ່ທີ່ສຸດທີ່ພວກເຈົ້າໄດ້ຮັບຈາກເລື່ອງທີ່ເລົ່າໃນມື້ນີ້ແມ່ນຫຍັງ? ມັນເປັນເລື່ອງງ່າຍທີ່ຜູ້ຄົນຈະອອກນອກເສັ້ນທາງ. ເປັນຫຍັງມັນຈຶ່ງເປັນເລື່ອງງ່າຍທີ່ຜູ້ຄົນຈະຫຼົງທາງ? ຢ່າງທຳອິດ, ຜູ້ຄົນມີອຸປະນິໄສທີ່ຊົ່ວຮ້າຍ; ຢ່າງທີສອງ, ບໍ່ວ່າຈະມີອາຍຸເທົ່າໃດກໍຕາມ ຄວາມຄິດ ແລະ ເລິກລົງໄປພາຍໃນຫົວໃຈຂອງຜູ້ຄົນບໍ່ໄດ້ເປັນຜ້າທີ່ຂາວສະອາດ. ແລ້ວເລື່ອງເລົ່ານີ້ໃຫ້ຂໍ້ຄິດຫຍັງແນ່ແກ່ພວກເຈົ້າ? ມັນເປັນເລື່ອງງ່າຍທີ່ຜູ້ຄົນຈະຫຼົງທາງ. ນັ້ນແມ່ນຢ່າງທໍາອິດ. ຢ່າງທີສອງ, ຜູ້ຄົນມັກທີ່ຈະເຮັດຕາມສິ່ງທີ່ຕົນເອງເຊື່ອວ່າດີ ແລະ ຖືກ ຄືກັບວ່າມັນເປັນຄວາມຈິງ ໂດຍຖືເອົາຄວາມຮູ້ທາງພຣະຄຳພີ ແລະ ຫຼັກຄຳສອນທາງຈິດວິນຍານວ່າເປັນພຣະທຳຂອງພຣະເຈົ້າເພື່ອປະຕິບັດຕາມ. ຫຼັງຈາກເຂົ້າໃຈສອງບັນຫານີ້ແລ້ວ, ພວກເຈົ້າມີຄວາມເຂົ້າໃຈ, ແນວຄິດ ຫຼື ແບບແຜນໃໝ່ໆແນວໃດ ສໍາລັບເສັ້ນທາງທີ່ເຈົ້າຄວນຍ່າງໄປໃນອະນາຄົດ ແລະ ສໍາລັບແຕ່ລະໜ້າວຽກທີ່ເຈົ້າຕ້ອງເຮັດໃນອະນາຄົດ? (ເມື່ອເຮັດສິ່ງຕ່າງໆໃນອະນາຄົດ, ພວກເຮົາບໍ່ຄວນເຮັດຕາມສິ່ງທີ່ພວກເຮົາເຊື່ອວ່າຖືກຕ້ອງ. ທຳອິດ, ພວກເຮົາຄວນພິຈາລະນາວ່າ ຄວາມຄິດຂອງພວກເຮົາສອດຄ່ອງກັບສິ່ງທີ່ພຣະເຈົ້າປາດຖະໜາ ຫຼື ບໍ່ ແລະ ພວກມັນສອດຄ່ອງກັບຂໍ້ກໍານົດຂອງພຣະເຈົ້າ ຫຼື ບໍ່. ພວກເຮົາຄວນຊອກຫາຫຼັກການຂອງການປະຕິບັດໃນພຣະທໍາຂອງພຣະເຈົ້າ ແລ້ວກໍປະຕິບັດຕາມ. ມີພຽງແຕ່ວິທີນີ້ທີ່ສາມາດຮັບປະກັນວ່າ ພວກເຮົາກໍາລັງປະຕິບັດຄວາມຈິງ ແລະ ເສັ້ນທາງທີ່ພວກເຮົາກໍາລັງຍ່າງຕາມຄວາມເຊື່ອໃນພຣະເຈົ້າຂອງພວກເຮົານັ້ນຖືກຕ້ອງ.) ພວກເຈົ້າຕ້ອງໃຊ້ຄວາມພະຍາຍາມກ່ຽວກັບພຣະທໍາຂອງພຣະເຈົ້າ. ຈົ່ງຢຸດການຄາດເດົາເອົາເອງຂອງເຈົ້າ. ເຈົ້າບໍ່ມີຄວາມເຂົ້າໃຈທາງຈິດວິນຍານ; ເຈົ້າຂາດຄວາມສາມາດ; ແລະ ເຖິງວ່າແນວຄິດທີ່ເຈົ້າສ້າງຂື້ນມາຈະຍິ່ງໃຫຍ່ປານໃດ, ພວກມັນກໍບໍ່ແມ່ນຄວາມຈິງ. ເຖິງແມ່ນວ່າເຈົ້າຈະໝັ້ນໃຈວ່າ ສິ່ງທີ່ເຈົ້າໄດ້ເຮັດໄປນັ້ນບໍ່ມີຂໍ້ບົກຜ່ອງ ແລະ ຖືກຕ້ອງແລ້ວ, ເຈົ້າກໍຍັງຄວນນໍາເອົາມັນໄປໂອ້ລົມກັນ ແລະ ກວດສອບກັບບັນດາອ້າຍເອື້ອຍນ້ອງ ຫຼື ນໍາໄປມັນປຽບທຽບກັບພຣະທໍາທີ່ກ່ຽວຂ້ອງຂອງພຣະເຈົ້າ. ເຈົ້າສາມາດບັນລຸໄດ້ໜຶ່ງຮ້ອຍເປີເຊັນໂດຍບໍ່ມີຂໍ້ບົກຜ່ອງດ້ວຍວິທີນີ້ບໍ? ບໍ່ຈໍາເປັນ; ເຈົ້າອາດຈະຍັງອອກນອກເສັ້ນທາງໜ້ອຍໜຶ່ງໃນການປະຕິບັດຂອງເຈົ້າ ເວັ້ນເສຍແຕ່ເຈົ້າຈະເຂົ້າໃຈຫຼັກການຄວາມຈິງ ແລະ ແຫຼ່ງທີ່ມາຂອງສິ່ງທີ່ພຣະເຈົ້າໄດ້ກ່າວໄວ້ຢ່າງຄົບຖ້ວນແລ້ວ. ນັ້ນແມ່ນດ້ານໜຶ່ງ. ດ້ານທີສອງແມ່ນຫຍັງ? ເມື່ອຜູ້ຄົນອອກຫ່າງຈາກພຣະທໍາຂອງພຣະເຈົ້າ, ບໍ່ວ່າການກະທໍາຂອງພວກເຂົາອາດເບິ່ງຄ້າຍຄືວ່າສົມເຫດສົມຜົນ ຫຼື ເປັນຕາເຫັນດີນໍາເທົ່າໃດ, ພວກມັນກໍບໍ່ສາມາດແທນທີ່ຄວາມຈິງໄດ້. ສິ່ງໃດທີ່ບໍ່ສາມາດແທນທີ່ຄວາມຈິງໄດ້ ບໍ່ແມ່ນຄວາມຈິງ ແລະ ບໍ່ແມ່ນສິ່ງທີ່ເປັນບວກ. ມັນແມ່ນຫຍັງ ຖ້າມັນບໍ່ແມ່ນສິ່ງທີ່ເປັນບວກ? ມັນບໍ່ແມ່ນສິ່ງໃດໜຶ່ງທີ່ເຮັດໃຫ້ພຣະເຈົ້າເພິ່ງພໍໃຈຢ່າງແນ່ນອນ ແລະ ບໍ່ແມ່ນສິ່ງທີ່ສອດຄ່ອງກັບຄວາມຈິງ; ມັນແມ່ນສິ່ງໃດໜຶ່ງທີ່ພຣະເຈົ້າປະນາມ. ແມ່ນຫຍັງເປັນຜົນທີ່ຈະຕາມມາ ຖ້າເຈົ້າເຮັດໃນສິ່ງໃດໜຶ່ງທີ່ພຣະເຈົ້າປະນາມ? ເຈົ້າຈະເຮັດໃຫ້ພຣະເຈົ້າກຽດຊັງເຈົ້າ. ທຸກສິ່ງທີ່ບໍ່ໄດ້ມາຈາກພຣະເຈົ້າເປັນສິ່ງທີ່ເປັນລົບ, ພວກມັນມາຈາກຊາຕານ. ຄົນຈໍານວນໜຶ່ງອາດບໍ່ເຂົ້າໃຈເລື່ອງນີ້; ປ່ອຍໃຫ້ມັນຄ່ອຍໆເກີດຂື້ນເມື່ອເຈົ້າມີປະສົບການ.
ໃນມື້ນີ້, ພວກເຮົາໄດ້ມີການວິພາກວິຈານສິ່ງໜຶ່ງຢ່າງຈິງຈັງ; ພວກເຮົາກໍາລັງວິພາກວິຈານຫຍັງ? ເລື່ອງລາວຂອງການເອີ້ນແມ່ໝູເຖົ້າວ່າ ປ້າໝູ, ແມ່ນບໍ? ການເອີ້ນໝູໂຕໜຶ່ງວ່າ “ປ້າໝູ” ເປັນເລື່ອງໜ້າອັບອາຍບໍ? (ແມ່ນແລ້ວ.) ມັນເປັນເລື່ອງໜ້າອັບອາຍ. ຜູ້ຄົນຕ້ອງການມີຄໍານໍາໜ້າທີ່ເປັນການໃຫ້ກຽດຢູ່ຕະຫຼອດເວລາ. “ກຽດຕິຍົດ” ນີ້ແມ່ນຈາກໃສ? “ກຽດຕິຍົດ” ນີ້ສື່ເຖິງຫຍັງ? ມັນກ່ຽວກັບຄວາມອາວຸໂສບໍ? (ແມ່ນແລ້ວ.) ຄວາມຕ້ອງການໃຫ້ຖືວ່າເປັນຜູ້ທີ່ອາວຸໂສກວ່າຢູ່ຕະຫຼອດເວລາ, ການເນັ້ນໃສ່ແຕ່ຄວາມອາວຸໂສຢູ່ຕະຫຼອດເວລາ. ນີ້ເປັນສິ່ງທີ່ດີບໍ? (ບໍ່ດີ.) ເປັນຫຍັງການເນັ້ນໃສ່ແຕ່ຄວາມອາວຸໂສຈຶ່ງບໍ່ດີ? ເຈົ້າຄວນວິເຄາະວ່າສິ່ງໃດແມ່ນຄວາມສໍາຄັນຂອງການເນັ້ນໃສ່ແຕ່ຄວາມອາວຸໂສ. ມັນງ່າຍດາຍຫຼາຍທີ່ຈະເວົ້າແບບນີ້: “ພຣະເຈົ້າບໍ່ອະນຸຍາດໃຫ້ຜູ້ຄົນເນັ້ນໃສ່ແຕ່ຄວາມອາວຸໂສ, ແລ້ວເປັນຫຍັງເຈົ້າຈຶ່ງກໍາລັງສົນທະນາກັນກ່ຽວກັບມັນຢ່າງບໍ່ມີຄວາມໝາຍ? ເຈົ້າກໍາລັງເວົ້າສິ່ງທີ່ບໍ່ມີສາລະ ໃນຂະນະທີ່ເຮັດທໍາທ່າເປັນຜູ້ທີ່ຈະເລີນແລ້ວ. ເຈົ້າບໍ່ເຄີຍພິຈາລະນາເຖິງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ໃນຂະນະທີ່ກໍາລັງເຮັດໜ້າທີ່ຂອງເຈົ້າ ແລະ ທໍລະຍົດຕໍ່ພວກມັນຢູ່ຕະຫຼອດເວລາ. ເມື່ອມີສິ່ງໃດໜຶ່ງກ່ຽວຂ້ອງກັບຜົນປະໂຫຍດຂອງເຈົ້າເອງ, ເຈົ້າກໍບໍ່ລັງເລທີ່ຈະທໍລະຍົດຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ເຈົ້າກຳລັງພະຍາຍາມຫຼອກລວງໃຜໂດຍການທຳທ່າເປັນຄົນດີ? ເຈົ້າຄູ່ຄວນທີ່ຈະຖືກຖືວ່າເປັນຄົນດີບໍ?” ການເວົ້າແບບນີ້ສາມາດຍອມຮັບໄດ້ບໍ? (ໄດ້.) ຄວນເວົ້າວ່າແນວໃດ ເພື່ອອາດຈະເຮັດໃຫ້ມັນຮຸນແຮງຂຶ້ນ? “ເຈົ້າກໍາລັງໄບ່ຫຍັງຢູ່? ເຈົ້າເປັນພຽງໝູໂງ່, ເປັນຄົນປຶກທີ່ບໍ່ເຂົ້າໃຈຄວາມຈິງຫຍັງເລີຍ. ເຈົ້າກໍາລັງວາງທ່າເປັນສິ່ງໃດຢູ່? ເຈົ້າໄດ້ຮັບການສຶກສາ, ເຈົ້າມີວັດທະນະທໍາ ແລະ ເຈົ້າເຊື່ອໃນພຣະເຈົ້າ. ເຈົ້າໄດ້ອ່ານພຣະທໍາຂອງພຣະເຈົ້າມາກໍຫຼາຍ ແລະ ເຈົ້າກໍຍັງຄິດວ່າເຈົ້າເຊື່ອໃນພຣະເຈົ້າດີພໍສົມຄວນ. ແຕ່ໃນທ້າຍທີ່ສຸດ, ເຈົ້າຮອດບໍ່ຮູ້ວ່າການປະຕິບັດຄວາມຈິງໝາຍເຖິງຫຍັງ. ເຈົ້າບໍ່ເປັນພຽງໝູໂງ່ໂຕໜຶ່ງ, ເປັນຄົນຈ້າແທ້ໆຊັ້ນບໍ?” ນັ້ນກໍແມ່ນເລື່ອງລາວທັງໝົດຂອງເລື່ອງເລົ່ານີ້. ບັດນີ້ ໃຫ້ພວກເຮົາກັບຄືນມາຫາຫົວຂໍ້ຫຼັກຂອງການສົນທະນາກັນເຖາະ.
ການໄຈ້ແຍກພຶດຕິກຳທີ່ຄົດໂກງ, ເຮັດຕາມອຳເພີໃຈ ແລະ ເປັນຜະເດັດການຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ວິທີທີ່ພວກເຂົາບັງຄັບໃຫ້ຜູ້ຄົນເຊື່ອຟັງພວກເຂົາ
I. ການໄຈ້ແຍກພຶດຕິກຳທີ່ຄົດໂກງຂອງຜູ້ຕໍ່ຕ້ານພຣະຄຣິສ
ຄັ້ງທີ່ແລ້ວ ພວກເຮົາໄດ້ໂອ້ລົມກ່ຽວກັບຂໍ້ທີຫ້າຂອງການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສ, ນັ້ນກໍຄື ພວກເຂົາເຮັດໃຫ້ຜູ້ຄົນຫຼົງຜິດ, ຊັກຈູງ, ຂົ່ມຂູ່ ແລະ ຄວບຄຸມຜູ້ຄົນ. ມື້ນີ້ ພວກເຮົາຈະໂອ້ລົມກ່ຽວກັບຂໍ້ທີຫົກ, ນັ້ນກໍຄື ພວກເຂົາປະພຶດໃນລັກສະນະທີ່ຄົດໂກງ, ພວກເຂົາເຮັດຕາມອຳເພີໃຈ ແລະ ເປັນຜະເດັດການ, ພວກເຂົາບໍ່ເຄີຍໂອ້ລົມກັບຄົນອື່ນ ແລະ ພວກເຂົາບັງຄັບໃຫ້ຄົນອື່ນເຊື່ອຟັງພວກເຂົາ. ມັນມີຄວາມແຕກຕ່າງບໍ ລະຫວ່າງຂໍ້ນີ້ ແລະ ຂໍ້ທີຫ້າ? ໃນແງ່ຂອງອຸປະນິໄສແລ້ວ, ມັນບໍ່ມີຄວາມແຕກຕ່າງທີ່ສຳຄັນ; ການກະທຳຂອງທັງສອງຂໍ້ນີ້ລ້ວນແລ້ວແຕ່ກ່ຽວກັບການຍຶດອຳນາດ ແລະ ການເຮັດຕາມອຳເພີໃຈ ແລະ ເປັນຜະເດັດການ. ອຸປະນິໄສທັງສອງຢ່າງນີ້ລ້ວນແລ້ວແຕ່ຊົ່ວຊ້າ, ອວດດີ, ຫົວແຂງ ແລະ ໂຫດຮ້າຍ; ອຸປະນິໄສແມ່ນຄືກັນ. ເຖິງຢ່າງໃດກໍຕາມ, ຂໍ້ທີຫົກໄດ້ເນັ້ນໃຫ້ເຫັນເຖິງການສະແດງອອກທີ່ໂດດເດັ່ນອີກຢ່າງໜຶ່ງຂອງຜູ້ຕໍ່ຕ້ານພຣະຄຣິສ, ເຊິ່ງກໍຄືການກະທຳຂອງພວກເຂົານັ້ນຄົດໂກງ, ສິ່ງນີ້ກ່ຽວຂ້ອງກັບທຳມະຊາດໃນການກະທຳຂອງຜູ້ຕໍ່ຕ້ານພຣະຄຣິສ. ຕອນນີ້ ໃຫ້ພວກເຮົາສົນທະນາກ່ຽວກັບຄຳວ່າ “ຄົດໂກງ” ກ່ອນ. ໃນທາງຜິວເຜີນແລ້ວ, ຄຳວ່າ “ຄົດໂກງ” ເປັນຄຳສັບໃນທາງລົບ ຫຼື ທາງບວກ? ຖ້າຄົນໃດຄົນໜຶ່ງເຮັດບາງສິ່ງທີ່ຄົດໂກງ, ສິ່ງນັ້ນດີ ຫຼື ບໍ່ດີ? (ບໍ່ດີ.) ຖ້າຄົນໃດຄົນໜຶ່ງຖືກເວົ້າໃຫ້ວ່າກະທຳການຢ່າງຄົດໂກງ, ຄົນຜູ້ນີ້ດີ ຫຼື ບໍ່ດີ? ເຫັນໄດ້ຢ່າງຊັດເຈນວ່າ ຄວາມປະທັບໃຈ ແລະ ຄວາມຮູ້ສຶກຂອງຜູ້ຄົນກໍຄື ຄົນທີ່ກະທຳການຢ່າງຄົດໂກງນັ້ນເປັນຄົນຂີ້ຮ້າຍທີ່ບໍ່ມີປະໂຫຍດຫຍັງເລີຍ. ຖ້າຄົນໃດຄົນໜຶ່ງພົບກັບບາງສິ່ງທີ່ຄົດໂກງ, ມັນເປັນສາເຫດໃຫ້ເກີດຄວາມສຸກ ຫຼື ມັນເຮັດໃຫ້ພວກເຂົາຮູ້ສຶກຂົນລຸກ? (ມັນໜ້າຂົນລຸກ.) ສິ່ງນີ້ບໍ່ແມ່ນສິ່ງທີ່ດີເລີຍ. ສະຫຼຸບແລ້ວ, ຄຳວ່າ “ຄົດໂກງ” ໃນທາງຜິວເຜີນແລ້ວເປັນຄຳສັບໃນທາງລົບ, ບໍ່ວ່າຈະອະທິບາຍເຖິງການກະທຳນັ້ນເອງ ຫຼື ວິທີການກະທຳຂອງຄົນໃດຄົນໜຶ່ງ, ມັນກໍບໍ່ມີຫຍັງທີ່ເປັນບວກເລີຍ; ມັນເປັນລົບຢ່າງແນ່ນອນ. ຕອນນີ້ ໃຫ້ພວກເຮົາອະທິບາຍກ່ອນວ່າການສະແດງອອກຂອງຄວາມຄົດໂກງນັ້ນແມ່ນຫຍັງ. ເປັນຫຍັງມັນຈຶ່ງຖືກເອີ້ນວ່າຄົດໂກງ ແລະ ບໍ່ແມ່ນເລ່ຫຼ່ຽມ? ຄຳວ່າ “ຄົດໂກງ” ມີຄວາມໝາຍແຝງພິເສດຫຍັງແດ່ຢູ່ນີ້? ຄວາມຄົດໂກງນັ້ນເລິກເຊິ່ງກວ່າການຫຼອກລວງ. ມັນບໍ່ໄດ້ໃຊ້ເວລາດົນກວ່າ ແລະ ມັນບໍ່ໄດ້ຍາກກວ່າບໍ ສຳລັບຜູ້ຄົນທີ່ຈະເບິ່ງທະລຸຄົນທີ່ກະທຳການຢ່າງຄົດໂກງ? (ແມ່ນແລ້ວ.) ສິ່ງນີ້ເຫັນໄດ້ຢ່າງຊັດເຈນ. ສະນັ້ນ, ຈົ່ງໃຊ້ຄຳເວົ້າທີ່ພວກເຈົ້າທຸກຄົນສາມາດເຂົ້າໃຈໄດ້ເພື່ອອະທິບາຍຄຳວ່າ “ຄົດໂກງ”. ຄຳວ່າ “ຄົດໂກງ” ຢູ່ນີ້ໝາຍເຖິງແຝງຊົ່ວ ແລະ ເຈົ້າເລ່ ແລະ ມັນໝາຍເຖິງພຶດຕິກຳທີ່ຜິດປົກກະຕິ. ຄວາມຜິດປົກກະຕິນີ້ໝາຍເຖິງການຖືກເຊື່ອງຊ້ອນໄວ້ຢ່າງເລິກເຊິ່ງ ແລະ ບໍ່ສາມາດຢັ່ງເຖິງໄດ້ສຳລັບຄົນທົ່ວໄປ, ເຊິ່ງບໍ່ສາມາດເຫັນໄດ້ວ່າຄົນດັ່ງກ່າວກຳລັງຄິດ ຫຼື ກຳລັງເຮັດຫຍັງຢູ່. ເວົ້າອີກຢ່າງໜຶ່ງກໍຄື ວິທີການ, ແຮງຈູງໃຈ ແລະ ຈຸດເລີ່ມຕົ້ນໃນການກະທຳຂອງຄົນປະເພດນີ້ແມ່ນຍາກທີ່ຈະຢັ່ງເຖິງເປັນພິເສດ ແລະ ບາງຄັ້ງພຶດຕິກຳຂອງພວກເຂົາກໍຍັງເປັນແບບລັບໆລໍ້ໆ ແລະ ມີລັບລົມຄົມໃນອີກດ້ວຍ. ສະຫຼຸບແລ້ວ, ມັນມີຄຳສັບໜຶ່ງທີ່ສາມາດອະທິບາຍເຖິງການສະແດງອອກ ແລະ ສະພາວະທີ່ແທ້ຈິງຂອງຄວາມຄົດໂກງຂອງຄົນໃດຄົນໜຶ່ງ, ເຊິ່ງກໍຄື “ການຂາດຄວາມໂປ່ງໃສ” ເຮັດໃຫ້ພວກເຂົາບໍ່ສາມາດຢັ່ງເຖິງໄດ້ ແລະ ຍາກທີ່ຈະເຂົ້າໃຈໄດ້ສຳລັບຄົນອື່ນ. ການກະທຳຂອງຜູ້ຕໍ່ຕ້ານພຣະຄຣິສມີທຳມະຊາດນີ້, ນັ້ນກໍຄື ເມື່ອເຈົ້າຮັບຮູ້ ແລະ ຮູ້ສຶກວ່າເຈດຕະນາຂອງພວກເຂົາໃນການເຮັດບາງສິ່ງບາງຢ່າງບໍ່ໄດ້ກົງໄປກົງມາ, ເຈົ້າກໍຈະຮູ້ສຶກວ່າມັນຂ້ອນຂ້າງເປັນຕາຢ້ານ, ແຕ່ໃນໄລຍະສັ້ນ ຫຼື ດ້ວຍເຫດຜົນບາງຢ່າງ ເຈົ້າກໍຍັງບໍ່ສາມາດເບິ່ງທະລຸແຮງຈູງໃຈ ແລະ ເຈດຕະນາຂອງພວກເຂົາໄດ້ ແລະ ເຈົ້າກໍພຽງແຕ່ຮູ້ສຶກໂດຍບໍ່ຮູ້ຕົວວ່າການກະທຳຂອງພວກເຂົານັ້ນຄົດໂກງ. ເປັນຫຍັງພວກເຂົາຈຶ່ງເຮັດໃຫ້ເຈົ້າຮູ້ສຶກແບບນີ້? ໃນດ້ານໜຶ່ງ, ມັນເປັນເພາະວ່າບໍ່ມີໃຜສາມາດຢັ່ງຮູ້ເຖິງແກ່ນແທ້ຂອງສິ່ງທີ່ພວກເຂົາເວົ້າ ຫຼື ເຮັດໄດ້. ອີກດ້ານໜຶ່ງກໍຄື ພວກເຂົາມັກຈະເວົ້າແບບອ້ອມຄ້ອມ, ນໍາພາເຈົ້າໄປໃນທາງທີ່ຜິດ, ຈົນໃນທີ່ສຸດກໍເຮັດໃຫ້ເຈົ້າບໍ່ແນ່ໃຈວ່າຄຳເວົ້າໃດຂອງພວກເຂົາເປັນຄວາມຈິງ ແລະ ຄຳເວົ້າໃດເປັນຄວາມຕົວະ ແລະ ຄຳເວົ້າຂອງພວກເຂົາໝາຍຄວາມວ່າແນວໃດກັນແທ້. ເມື່ອພວກເຂົາຕົວະ, ເຈົ້າຄິດວ່າມັນເປັນຄວາມຈິງ; ເຈົ້າບໍ່ຮູ້ວ່າຄຳເວົ້າໃດເປັນຄວາມຈິງ ຫຼື ເປັນຄວາມຕົວະ ແລະ ເຈົ້າກໍມັກຈະຮູ້ສຶກວ່າເຈົ້າຖືກຫຼອກລວງ ແລະ ຖືກຕົ້ມຕຸ໋ນ. ເປັນຫຍັງຄວາມຮູ້ສຶກນີ້ຈຶ່ງເກີດຂຶ້ນ? ມັນເປັນເພາະວ່າຄົນດັ່ງກ່າວບໍ່ເຄີຍກະທຳການຢ່າງໂປ່ງໃສ; ເຈົ້າບໍ່ສາມາດເຫັນໄດ້ຢ່າງຊັດເຈນວ່າພວກເຂົາກຳລັງເຮັດຫຍັງ ຫຼື ພວກເຂົາກຳລັງຫຍຸ້ງຢູ່ກັບຫຍັງ, ເຊິ່ງເຮັດໃຫ້ເຈົ້າສົງໄສໃນຕົວພວກເຂົາຢ່າງຫຼີກລ່ຽງບໍ່ໄດ້. ໃນທີ່ສຸດ ເຈົ້າກໍເຫັນວ່າອຸປະນິໄສຂອງພວກເຂົານັ້ນເລ່ຫຼ່ຽມ, ແຝງຊົ່ວ ແລະ ຍັງຊົ່ວຊ້າອີກດ້ວຍ. ຄຳວ່າ “ຄົດໂກງ” ນັ້ນເຂົ້າໃຈຍາກ ແລະ ຟັງເບິ່ງຄືວ່າຜິດປົກກະຕິຫຼາຍສຳລັບຜູ້ຄົນ, ແຕ່ເປັນຫຍັງຈຶ່ງອະທິບາຍມັນດ້ວຍວະລີທີ່ຮຽບງ່າຍເຊັ່ນ “ການຂາດຄວາມໂປ່ງໃສ”? ມັນມີຄວາມໝາຍແຝງຢູ່ໃນວະລີນີ້. ຄວາມໝາຍແຝງນີ້ແມ່ນຫຍັງ? ມັນກໍຄື ຜູ້ຕໍ່ຕ້ານພຣະຄຣິສມັກຈະສະແດງພາບລວງຕາໃຫ້ເຈົ້າເຫັນເມື່ອພວກເຂົາຕ້ອງການເຮັດບາງສິ່ງບາງຢ່າງ, ເຮັດໃຫ້ມັນຍາກສຳລັບເຈົ້າທີ່ຈະເບິ່ງທະລຸພວກເຂົາ. ຕົວຢ່າງ: ຖ້າຜູ້ຕໍ່ຕ້ານພຣະຄຣິສຕ້ອງການຕົບແກ້ມຊ້າຍຂອງເຈົ້າ, ພວກເຂົາກໍຈະທຳທ່າເລັງໄປທີ່ແກ້ມຂວາຂອງເຈົ້າ. ເມື່ອເຈົ້າຫຼົບເພື່ອປົກປ້ອງແກ້ມຂວາຂອງເຈົ້າ, ພວກເຂົາກໍຈະຕົບແກ້ມຊ້າຍຂອງເຈົ້າໄດ້ສຳເລັດ, ດ້ວຍເຫດນັ້ນ ພວກເຂົາຈຶ່ງບັນລຸເປົ້າໝາຍຂອງພວກເຂົາ. ນີ້ຄືຄວາມຄົດໂກງ ແລະ ການເຕັມໄປດ້ວຍກົນອຸບາຍ, ທຸກຄົນທີ່ມີປະຕິສຳພັນ ແລະ ກ່ຽວຂ້ອງກັບພວກເຂົາລ້ວນແລ້ວແຕ່ຢູ່ໃນການຄິດໄລ່ຂອງພວກເຂົາ. ເປັນຫຍັງພວກເຂົາຈຶ່ງຄິດໄລ່ຢູ່ສະເໝີ? ນອກເໜືອຈາກການຕ້ອງການຄວບຄຸມຜູ້ຄົນ ແລະ ຄອບຄອງພື້ນທີ່ໃນຫົວໃຈຂອງຜູ້ຄົນແລ້ວ, ພວກເຂົາຍັງຕ້ອງການເກັບກ່ຽວຜົນປະໂຫຍດຈາກທຸກຄົນອີກດ້ວຍ. ນອກຈາກນີ້, ເຈົ້າຍັງສາມາດຄົ້ນພົບອຸປະນິໄສທີ່ຊົ່ວຊ້າປະເພດໜຶ່ງໄດ້ໃນຄົນດັ່ງກ່າວ: ພວກເຂົາມັກຈະກັ່ນແກ້ງຄົນອື່ນເປັນພິເສດ ຫຼື ໃຊ້ຈຸດແຂງຂອງຕົນເອງເພື່ອເຍາະເຍີ້ຍຈຸດອ່ອນຂອງຄົນອື່ນ ແລະ ພວກເຂົາກໍມີຄວາມສຸກໃນການປັ່ນຫົວຜູ້ຄົນ. ນີ້ຄືການສະແດງອອກເຖິງຄວາມຊົ່ວຊ້າຂອງພວກເຂົາ. ໃນທາງໂລກແລ້ວ, ຄົນດັ່ງກ່າວຖືວ່າເປັນຄົນສະຫຼາດແກມໂກງ. ຄົນທຳມະດາຄິດວ່າ “ມີແຕ່ຜູ້ໃຫຍ່ເທົ່ານັ້ນແຫຼະທີ່ສາມາດສະຫຼາດແກມໂກງໄດ້. ຄົນໜຸ່ມສາວບໍ່ມີປະສົບການ ຫຼື ຄວາມສະຫຼາດທາງໂລກ, ແລ້ວພວກເຂົາຈະສະຫຼາດແກມໂກງໄດ້ແນວໃດ?” ຄຳເວົ້ານີ້ຖືກຕ້ອງບໍ? ບໍ່, ມັນບໍ່ຖືກຕ້ອງ. ອຸປະນິໄສທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ຂຶ້ນຢູ່ກັບອາຍຸ; ພວກເຂົາເກີດມາພ້ອມກັບອຸປະນິໄສນີ້. ມັນພຽງແຕ່ເປັນຍ້ອນວ່າ ເມື່ອພວກເຂົາຍັງໜຸ່ມ ແລະ ມີປະສົບການໜ້ອຍ, ການມີສ່ວນຮ່ວມໃນກົນອຸບາຍດັ່ງກ່າວຂອງພວກເຂົາອາດຈະເປັນຂັ້ນພື້ນຖານຫຼາຍກວ່າ ແລະ ບໍ່ຄ່ອຍມີຄວາມແນບນຽນ. ເມື່ອພວກເຂົາອາຍຸຫຼາຍຂຶ້ນ, ພວກເຂົາກໍຈະປິດບັງໄດ້ຢ່າງແນບນຽນ, ຄືກັບກະສັດມານຮ້າຍເຖົ້າເຫຼົ່ານັ້ນ ເຊິ່ງການກະທຳຂອງພວກເຂົາຖືກປິດບັງໄວ້ຢ່າງແໜ້ນໜາ ແລະ ຍາກທີ່ຈະເຂົ້າໃຈໄດ້ຢ່າງສິ້ນເຊີງສຳລັບຄົນສ່ວນໃຫຍ່.
ເຮົາຫາກໍໄດ້ອະທິບາຍຄຳວ່າ “ຄົດໂກງ” ໄປແບບຄ່າວໆ, ສະນັ້ນ ຕອນນີ້ໃຫ້ພວກເຮົາໂອ້ລົມກ່ຽວກັບສະພາວະ ແລະ ການສະແດງອອກສະເພາະຂອງຄວາມຄົດໂກງ. ສິ່ງນີ້ບໍ່ຄຸ້ມຄ່າທີ່ຈະໂອ້ລົມບໍ? ຖ້າພວກເຮົາບໍ່ໂອ້ລົມກ່ຽວກັບມັນ, ພວກເຈົ້າຈະສາມາດແຍກແຍະພວກເຂົາໄດ້ບໍ? ພວກເຈົ້າຈະສາມາດເບິ່ງທະລຸພວກເຂົາໄດ້ບໍ? (ບໍ່ໄດ້.) ມັນບໍ່ແມ່ນວ່າພວກເຈົ້າບໍ່ສາມາດແຍກແຍະ ຫຼື ເບິ່ງທະລຸພວກເຂົາໄດ້ຢ່າງສິ້ນເຊີງ; ບາງຄັ້ງ ເຈົ້າຈະຮູ້ສຶກວ່າຄົນໃດຄົນໜຶ່ງນັ້ນມີເລ່ຫຼ່ຽມຫຼາຍ, ມີເລ່ຫຼ່ຽມຫຼາຍຈົນສຸດທ້າຍເຈົ້າກໍເຮັດຕາມຄຳສັ່ງຂອງພວກເຂົາ ແມ່ນແຕ່ຫຼັງຈາກທີ່ພວກເຂົາທໍລະຍົດເຈົ້າແລ້ວ ແລະ ເຈົ້າຕ້ອງລະມັດລະວັງພວກເຂົາ. ສະນັ້ນ, ຜູ້ຕໍ່ຕ້ານພຣະຄຣິສເຮັດຫຍັງແດ່ ແລະ ພວກເຂົາເປີດເຜີຍຄຳເວົ້າ ແລະ ການກະທຳໃດແດ່ໃນການປະຕິບັດຕໍ່ອ້າຍເອື້ອຍນ້ອງ ແລະ ຜູ້ຄົນທີ່ຢູ່ອ້ອມຂ້າງພວກເຂົາ ເຊິ່ງສະແດງໃຫ້ເຫັນວ່າພວກເຂົາເຮັດສິ່ງຕ່າງໆໃນລັກສະນະທີ່ຄົດໂກງ ແລະ ດ້ວຍອຸປະນິໄສທີ່ຊົ່ວຊ້າ? ສິ່ງນີ້ຄຸ້ມຄ່າທີ່ຈະໂອ້ລົມ. ເມື່ອອະທິບາຍແຕ່ຄຳວ່າ “ຄົດໂກງ”, ໂດຍທົ່ວໄປແລ້ວ ຜູ້ຄົນກໍພົບວ່າມັນຂ້ອນຂ້າງງ່າຍດາຍ; ການກວດເບິ່ງວັດຈະນານຸກົມກໍອາດຈະພຽງພໍແລ້ວທີ່ຈະເຂົ້າໃຈຄວາມໝາຍຂອງມັນ. ແຕ່ເມື່ອເວົ້າເຖິງການກະທຳ, ພຶດຕິກຳ ແລະ ອຸປະນິໄສໃດຂອງຜູ້ຄົນທີ່ກ່ຽວຂ້ອງກັບຄຳນີ້ ແລະ ເປັນການສະແດງອອກ ແລະ ສະພາວະທີ່ເປັນຮູບປະທຳຂອງຄຳນີ້, ມັນກໍຈະກາຍເປັນເລື່ອງທີ່ຕ້ອງໃຊ້ຄວາມພະຍາຍາມ ແລະ ເຂົ້າໃຈຍາກຫຼາຍຂຶ້ນ, ແມ່ນບໍ? ກ່ອນອື່ນ ຈົ່ງຄິດກ່ຽວກັບຜູ້ຄົນ ຫຼື ຜູ້ຕໍ່ຕ້ານພຣະຄຣິສທີ່ສະເພາະເຈາະຈົງທີ່ພວກເຈົ້າເຄີຍພົບ ແລະ ພົບພໍ້. ການກະທຳໃດຂອງພວກເຂົາທີ່ເຮັດໃຫ້ເຈົ້າຮູ້ສຶກວ່າທຳມະຊາດຂອງການກະທຳນີ້ກ່ຽວຂ້ອງກັບຄວາມຄົດໂກງ ຫຼື ຄຳເວົ້າ, ການກະທຳ ແລະ ພຶດຕິກຳໃນຊີວິດປະຈຳວັນໃດຂອງພວກເຂົາທີ່ກ່ຽວຂ້ອງກັບສິ່ງນີ້? (ຂ້ານ້ອຍເຄີຍພົບກັບຜູ້ຕໍ່ຕ້ານພຣະຄຣິສຄົນໜຶ່ງທີ່ເຫັນໄດ້ຢ່າງຊັດເຈນວ່າຕ້ອງການຍາດແຍ່ງສະຖານະ ແລະ ເປັນຜູ້ນໍາ, ແຕ່ລາວພັດບອກອ້າຍເອື້ອຍນ້ອງວ່າ “ພວກເຮົາຈຳເປັນຕ້ອງລາຍງານຜູ້ນໍາປອມ ແລະ ຜູ້ເຮັດວຽກປອມ. ມີພຽງແຕ່ການເຮັດແບບນີ້ເທົ່ານັ້ນ ພວກເຮົາຈຶ່ງຈະສາມາດມີພາລະກິດຂອງພຣະວິນຍານບໍລິສຸດໄດ້. ຖ້າພວກເຮົາບໍ່ລາຍງານ ແລະ ເປີດໂປງຜູ້ນໍາປອມ, ພວກເຮົາກໍຈະບໍ່ສາມາດໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດ. ພວກເຮົາຕ້ອງຢືນຢັດເພື່ອຮ່ວມກັນປົກປ້ອງວຽກງານຂອງຄຣິສຕະຈັກ”. ໂດຍກະທຳການພາຍໃຕ້ປ້າຍຂອງການປົກປ້ອງວຽກງານຂອງຄຣິສຕະຈັກ, ລາວໄດ້ຊອກຫາວິທີທີ່ຈະຈັບຜິດຜູ້ນໍາ ແລະ ຜູ້ເຮັດວຽກ, ເຮັດໃຫ້ບັນຫາເລັກໆນ້ອຍໆກາຍເປັນເລື່ອງໃຫຍ່ ແລະ ຍຸຍົງອ້າຍເອື້ອຍນ້ອງໃຫ້ລາຍງານຜູ້ນໍາ ແລະ ຜູ້ເຮັດວຽກ. ເປົ້າໝາຍຂອງລາວກໍຄືການໂຄ່ນລົ້ມຜູ້ນໍາ ແລະ ຜູ້ເຮັດວຽກ ເພື່ອທີ່ລາວຈະໄດ້ມີໂອກາດກາຍເປັນຜູ້ນໍາເອງ. ອ້າຍເອື້ອຍນ້ອງຫຼາຍຄົນບໍ່ໄດ້ແຍກແຍະເລື່ອງນີ້ ແລະ ຖືກລາວເຮັດໃຫ້ຫຼົງຜິດ. ແທນທີ່ຈະແຍກແຍະບັນຫາໂດຍອີງໃສ່ຫຼັກການ, ພວກເຂົາພັດສວຍໂອກາດຈາກບັນຫາເລັກໆນ້ອຍໆບາງຢ່າງ ແລະ ຄວາມເສື່ອມຊາມທີ່ຖືກເປີດເຜີຍຂອງຜູ້ນໍາ ແລະ ຜູ້ເຮັດວຽກເພື່ອກ່າວໂທດພວກເຂົາ, ຕິດປ້າຍໃຫ້ພວກເຂົາ ແລະ ເຮັດໃຫ້ເລື່ອງນ້ອຍກາຍເປັນເລື່ອງໃຫຍ່, ເຊິ່ງເຮັດໃຫ້ຄຣິສຕະຈັກຕົກຢູ່ໃນຄວາມວຸ່ນວາຍ.) ບອກເຮົາມາເບິ່ງ, ສິ່ງນີ້ແມ່ນຄວາມຄົດໂກງບໍ? (ແມ່ນແລ້ວ.) ມັນແມ່ນສິ່ງນັ້ນແທ້ໆ. ເປັນຫຍັງມັນຈຶ່ງຄົດໂກງ? ລາວຊູປ້າຍແຫ່ງຄວາມຍຸຕິທຳເພື່ອບັນລຸເປົ້າໝາຍທີ່ບໍ່ໄດ້ເປີດເຜີຍຂອງລາວ, ໃນເວລາດຽວກັນກໍຊຸກຍູ້ໃຫ້ຄົນອື່ນກະທຳ, ໃນຂະນະທີ່ລາວເອງບໍ່ໄດ້ສະແດງຕົວ ແລະ ຍັງຄົງເຊື່ອງຕົວຢູ່ເພື່ອສັງເກດເບິ່ງຜົນໄດ້ຮັບ. ຖ້າສິ່ງຕ່າງໆໄດ້ຜົນ, ມັນກໍຍິ່ງດີ ແລະ ຖ້າມັນບໍ່ໄດ້ຜົນ, ກໍຈະບໍ່ມີໃຜເບິ່ງທະລຸລາວໄດ້, ເພາະລາວໄດ້ເຊື່ອງຊ້ອນໄວ້ຢ່າງເລິກເຊິ່ງ. ນີ້ຄືຄວາມຄົດໂກງ, ນີ້ຄືຮູບແບບໜຶ່ງຂອງການສະແດງອອກຂອງມັນ. ລາວຈະບໍ່ໃຫ້ເຈົ້າຮູ້ຄວາມຄິດທີ່ແທ້ຈິງທີ່ຢູ່ເລິກໆໃນໃຈຂອງລາວ ແລະ ຖ້າເຈົ້າສາມາດຄາດເດົາໄດ້ແມ່ນແຕ່ໜ້ອຍດຽວ, ລາວກໍຈະຟ້າວຫາຂໍ້ອ້າງ ແລະ ຂໍ້ໂຕ້ແຍ້ງສາລະພັດມາປົກປິດພວກມັນ ແລະ ແກ້ຕົວໃນທຸກວິຖີທາງ, ໂດຍຢ້ານວ່າຜູ້ຄົນຈະເບິ່ງທະລຸເຖິງຄວາມຈິງ. ລາວຕັ້ງໃຈເຮັດໃຫ້ເລື່ອງຕ່າງໆຊັບຊ້ອນ; ນີ້ຄືຄວາມຄົດໂກງ. ມີໃຜອີກບໍ? (ເມື່ອສອງສາມປີກ່ອນ, ກຸ່ມຜູ້ຕໍ່ຕ້ານພຣະຄຣິສກຸ່ມໜຶ່ງໄດ້ປາກົດຕົວຂຶ້ນໃນຄຣິສຕະຈັກຂອງພວກເຮົາ ແລະ ໄດ້ເຂົ້າຄວບຄຸມ, ເຊິ່ງເຮັດໃຫ້ວຽກງານຂອງຄຣິສຕະຈັກເປັນອຳມະພາດ. ເບື້ອງເທິງໄດ້ສົ່ງຄົນມາຮັບຊ່ວງວຽກງານຕໍ່, ແຕ່ກຸ່ມຜູ້ຕໍ່ຕ້ານພຣະຄຣິສກຸ່ມນີ້ໄດ້ກະທຳການພາຍໃຕ້ສາກບັງໜ້າ, ໂດຍກ່າວວ່າ “ພວກເຮົາມີຜູ້ນໍາຂອງພວກເຮົາເອງ ແລະ ພວກເຮົາບໍ່ຍອມຮັບຜູ້ນໍາທີ່ຖືກຍົກຍ້າຍມາຈາກສະຖານທີ່ອື່ນ; ພວກເຮົາສາມາດຈັດການວຽກງານດ້ວຍຕົນເອງໄດ້”. ຜົນກໍຄື ຫຼາຍຄົນຖືກເຮັດໃຫ້ຫຼົງຜິດ ແລະ ຟັງຜູ້ຕໍ່ຕ້ານພຣະຄຣິສ, ໂດຍປະຕິເສດທີ່ຈະຍອມຮັບຜູ້ນໍາທີ່ເບື້ອງເທິງຈັດແຈງ. ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ເຖິງກັບກັກຂັງຜູ້ນໍາທີ່ເບື້ອງເທິງສົ່ງມາໄວ້ໃນສະຖານທີ່ແຫ່ງໜຶ່ງ, ໂດຍຫ້າມບໍ່ໃຫ້ພວກເຂົາມີປະຕິສຳພັນກັບອ້າຍເອື້ອຍນ້ອງ ແລະ ເຮັດໃຫ້ມັນເປັນໄປບໍ່ໄດ້ສຳລັບພວກເຂົາທີ່ຈະຍື່ນມືເຂົ້າຊ່ວຍວຽກງານຂອງຄຣິສຕະຈັກ ຫຼື ຈັດຕັ້ງປະຕິບັດວຽກງານໃດໆ.) ນີ້ເປັນສິ່ງທີ່ຄົດໂກງຢ່າງຮ້າຍກາດຂອງຜູ້ຕໍ່ຕ້ານພຣະຄຣິສ, ແຮງຈູງໃຈທີ່ພວກເຂົາເຊື່ອງຊ້ອນໄວ້ແມ່ນຫຍັງ? ພວກເຂົາຕ້ອງການຄວບຄຸມຄຣິສຕະຈັກ ແລະ ສ້າງຕັ້ງອານາຈັກເອກະລາດຂອງພວກເຂົາເອງ. ນີ້ຄືສິ່ງທີ່ຄົດໂກງ; ນີ້ຄືສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດ.
ການສະແດງອອກຫຼັກຂອງຜູ້ຕໍ່ຕ້ານພຣະຄຣິສທີ່ກະທຳການຢ່າງຄົດໂກງແມ່ນຫຍັງ? ຢ່າງໜຶ່ງຄື ການຂາດຄວາມໂປ່ງໃສ ແລະ ອີກຢ່າງໜຶ່ງຄື ພວກເຂົາມີກົນອຸບາຍທີ່ບໍ່ສາມາດບອກໃຜໄດ້ຢ່າງລັບໆ. ຖ້າພວກເຂົາເປີດເຜີຍແຜນການ ແລະ ເຈດຕະນາຂອງພວກເຂົາໃຫ້ທຸກຄົນຮູ້, ພວກເຂົາຈະສາມາດເຮັດໃຫ້ສິ່ງເຫຼົ່ານັ້ນກາຍເປັນຈິງໄດ້ບໍ? ບໍ່ໄດ້ຢ່າງແນ່ນອນ. ເປັນຫຍັງຄົນທີ່ໃຊ້ວິທີການທີ່ຄົດໂກງຈຶ່ງເຮັດສິ່ງຕ່າງໆດ້ວຍວິທີນີ້? ຈຸດປະສົງທີ່ຢູ່ເບື້ອງຫຼັງການກະທຳເຫຼົ່ານີ້ແມ່ນຫຍັງ? ຈົນເຖິງຕອນນີ້, ສິ່ງທີ່ພວກເຈົ້າຄິດເຖິງມີພຽງແຕ່ການຄວບຄຸມຄຣິສຕະຈັກເທົ່ານັ້ນ, ແຕ່ບາງເລື່ອງກໍບໍ່ໄດ້ກ່ຽວຂ້ອງກັບການຄວບຄຸມຄຣິສຕະຈັກ ຫຼື ການຄວບຄຸມທຸກຄົນ. ການເຮັດໃຫ້ຜູ້ຄົນໃນຄຣິສຕະຈັກ ຫຼື ໃນພາກພື້ນໜຶ່ງຫຼົງຜິດນັ້ນເປັນເລື່ອງທີ່ຂ້ອນຂ້າງໃຫຍ່, ແລ້ວຈຸດປະສົງທີ່ຢູ່ເບື້ອງຫຼັງພຶດຕິກຳ ແລະ ການກະທຳທີ່ເລັກນ້ອຍກວ່າຂອງຜູ້ຕໍ່ຕ້ານພຣະຄຣິສໃນເວລາປົກກະຕິແມ່ນຫຍັງ? ມັນກໍຄືການຫຼອກໃຊ້ຜູ້ຄົນ ແລະ ເຮັດໃຫ້ຜູ້ຄົນອອກເຫື່ອແຮງເພື່ອພວກເຂົາ ເພື່ອຕອບສະໜອງຜົນປະໂຫຍດຂອງພວກເຂົາ ແລະ ເພື່ອຈຸດປະສົງຂອງພວກເຂົາເອງ. ໃນຂະນະທີ່ພຣະເຈົ້າຈັດວາງຜູ້ຄົນ ແລະ ມີອໍານາດສູງສຸດເໜືອຊະຕາກຳຂອງພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສກໍປາຖະໜາທີ່ຈະກຳນົດຊະຕາກຳຂອງຜູ້ຄົນ ແລະ ບົງການພວກເຂົາເຊັ່ນກັນ. ແຕ່ຖ້າພວກເຂົາເວົ້າໂດຍກົງວ່າພວກເຂົາປາຖະໜາທີ່ຈະບົງການເຈົ້າ, ເຈົ້າຈະເຫັນດີນຳບໍ? ຖ້າພວກເຂົາເວົ້າວ່າພວກເຂົາປາຖະໜາທີ່ຈະສັ່ງການເຈົ້າຄືກັບທາດ, ເຈົ້າຈະເຫັນດີນຳບໍ? ຖ້າພວກເຂົາເວົ້າວ່າພວກເຂົາເປັນຜູ້ນໍາ ແລະ ເຈົ້າຕ້ອງຟັງພວກເຂົາ, ເຈົ້າຈະເຫັນດີນຳບໍ? ເຈົ້າຈະບໍ່ເຫັນດີນຳຢ່າງແນ່ນອນ. ສະນັ້ນ, ພວກເຂົາຈຶ່ງຕ້ອງຫັນໄປໃຊ້ວິທີການທີ່ຜິດປົກກະຕິບາງຢ່າງ ເພື່ອໃຫ້ເຈົ້າຖືກພວກເຂົາຫຼອກໃຊ້ໂດຍບໍ່ຮູ້ຕົວ; ສິ່ງນີ້ເອີ້ນວ່າສິ່ງທີ່ຄົດໂກງ. ຕົວຢ່າງ: ພະຍານາກໃຫຍ່ສີແດງດຳເນີນການໃນລັກສະນະທີ່ຄົດໂກງ, ໂດຍການໃຊ້ຂໍ້ອ້າງທີ່ເບິ່ງຄືວ່າຖືກຕ້ອງຕາມກົດໝາຍເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ. ມັນດຳເນີນການຍຶດຊັບສິນຂອງເຈົ້າຂອງທີ່ດິນ ແລະ ນາຍທຶນແນວໃດ? ມັນໄດ້ສ້າງນະໂຍບາຍເປັນລາຍລັກອັກສອນທີ່ລະບຸວ່າຊັບສິນທັງໝົດທີ່ມີມູນຄ່າເກີນຈຳນວນທີ່ກຳນົດໄວ້ຈະຕ້ອງຖືກມອບໃຫ້ລັດບໍ? ມັນຈະໄດ້ຜົນບໍ ຖ້າມັນປະກາດເລື່ອງນີ້ຢ່າງເປີດເຜີຍ? (ມັນຈະບໍ່ໄດ້ຜົນ.) ເນື່ອງຈາກວ່າມັນຈະບໍ່ໄດ້ຜົນ, ແລ້ວມັນເຮັດແນວໃດ? ມັນຕ້ອງຊອກຫາວິທີທີ່ທຸກຄົນເຊື່ອວ່າຖືກຕ້ອງ ເພື່ອຍຶດ ແລະ ຢຶດຄອງຊັບສິນຂອງເຈົ້າຂອງທີ່ດິນ ແລະ ນາຍທຶນຢ່າງມີເຫດຜົນ. ສິ່ງນີ້ເຮັດໃຫ້ເຈົ້າຂອງທີ່ດິນ ແລະ ນາຍທຶນໝົດອຳນາດ, ເຮັດໃຫ້ລັດຮັ່ງມີຂຶ້ນ ແລະ ເຮັດໃຫ້ການປົກຄອງຂອງມັນໝັ້ນຄົງ. ພະຍານາກໃຫຍ່ສີແດງເຮັດແບບນັ້ນໄດ້ແນວໃດ? (ໂດຍການໂຈມຕີເຈົ້າຂອງທີ່ດິນ ແລະ ແບ່ງປັນທີ່ດິນຄືນໃໝ່.) ມັນຊູປ້າຍຂອງ “ການໂຈມຕີເຈົ້າຂອງທີ່ດິນ ແລະ ແບ່ງປັນທີ່ດິນຄືນໃໝ່” ແລະ “ຄວາມສະເໝີພາບສຳລັບທຸກຄົນ” ແລະ ຈາກນັ້ນກໍແຕ່ງເລື່ອງຕ່າງໆເຊັ່ນ “ເດັກຍິງຜົມຂາວ” ເພື່ອໃສ່ຮ້າຍ ແລະ ກ່າວໂທດເຈົ້າຂອງທີ່ດິນ ແລະ ນາຍທຶນທັງໝົດ. ມັນໃຊ້ອຳນາດຂອງຫາງສຽງສັງຄົມ ແລະ ການໂຄສະນາຊວນເຊື່ອເພື່ອປູກຝັງແນວຄິດທີ່ຄາດເຄື່ອນເຫຼົ່ານີ້ໃຫ້ກັບຜູ້ຄົນ, ເຮັດໃຫ້ຄົນທີ່ບໍ່ຮູ້ເລື່ອງທຸກຄົນຄິດວ່າເຈົ້າຂອງທີ່ດິນ ແລະ ນາຍທຶນເປັນຄົນບໍ່ດີ ແລະ ບໍ່ເທົ່າທຽມກັບມວນຊົນຊາວຜູ້ອອກແຮງງານ, ຕອນນີ້ ປະຊາຊົນເປັນເຈົ້າຂອງປະເທດຂອງພວກເຂົາເອງແລ້ວ, ລັດເປັນຂອງປະຊາຊົນ, ບຸກຄົນຈຳນວນໜ້ອຍເຫຼົ່ານີ້ບໍ່ຄວນເປັນເຈົ້າຂອງຄວາມຮັ່ງມີຫຼາຍຂະໜາດນັ້ນ ແລະ ມັນຄວນຈະຖືກຍຶດ ແລະ ແບ່ງປັນໃຫ້ທຸກຄົນຄືນໃໝ່. ພາຍໃຕ້ການຍຸຍົງຂອງອຸດົມການ ແລະ ທິດສະດີທີ່ເອີ້ນວ່າດີ, ຖືກຕ້ອງ ແລະ ເຂົ້າຂ້າງຄົນທຸກຍາກເຫຼົ່ານີ້, ຜູ້ຄົນຈຶ່ງຖືກເຮັດໃຫ້ຫຼົງຜິດ ແລະ ຖືກປິດຫູປິດຕາ ແລະ ພວກເຂົາກໍເລີ່ມຕໍ່ສູ້ກັບມະຫາເສດຖີໃນທ້ອງຖິ່ນ ແລະ ໂຈມຕີເຈົ້າຂອງທີ່ດິນ ແລະ ນາຍທຶນ. ແລ້ວຜົນສຸດທ້າຍແມ່ນຫຍັງ? ເຈົ້າຂອງທີ່ດິນ ແລະ ນາຍທຶນບາງຄົນເຫຼົ່ານີ້ຖືກທຸບຕີຈົນຕາຍ, ບາງຄົນຖືກເຮັດໃຫ້ພິການ ແລະ ບາງຄົນກໍຫຼົບໜີໄປໄກ. ສະຫຼຸບແລ້ວ, ຜົນສຸດທ້າຍກໍຄື ພະຍານາກໃຫຍ່ສີແດງໄດ້ໃນສິ່ງທີ່ມັນຕ້ອງການ. ມວນຊົນທີ່ໂງ່ຈ້າ ແລະ ບໍ່ຮູ້ເລື່ອງເຫຼົ່ານີ້ຖືກຊີ້ແນະເທື່ອລະໜ້ອຍພາຍໃຕ້ການຕົ້ມຕຸ໋ນດັ່ງກ່າວ ເພື່ອບັນລຸເປົ້າໝາຍທີ່ມານຮ້າຍເຫຼົ່ານີ້ຕ້ອງການ. ໃນທຳນອງດຽວກັນ, ຜູ້ຕໍ່ຕ້ານພຣະຄຣິສກໍນໍາໃຊ້ວິທີການທີ່ຄົດໂກງດັ່ງກ່າວເມື່ອພວກເຂົາເຮັດສິ່ງຕ່າງໆເຊັ່ນກັນ. ຕົວຢ່າງ: ເມື່ອຜູ້ຕໍ່ຕ້ານພຣະຄຣິສຮ່ວມມືກັບຄົນທີ່ຢູ່ໃນບົດບາດຜູ້ນໍາ ແລະ ເຫັນວ່າຄົນຜູ້ນີ້ມີຄວາມຮູ້ສຶກຍຸຕິທຳ, ເຂົ້າໃຈຄວາມຈິງ ແລະ ສາມາດແຍກແຍະພວກເຂົາໄດ້, ພວກເຂົາກໍເລີ່ມຮູ້ສຶກບໍ່ແນ່ໃຈວ່າ: “ຄົນຜູ້ນີ້ຈະທຳລາຍຂ້ອຍຢູ່ລັບຫຼັງບໍ? ລາວກຳລັງວາງແຜນຫຍັງຢູ່ເບື້ອງຫຼັງບໍ? ເປັນຫຍັງຂ້ອຍຈຶ່ງບໍ່ສາມາດຢັ່ງເຖິງລາວໄດ້? ລາວຢູ່ຝ່າຍຂ້ອຍ ຫຼື ບໍ່? ລາວຈະລາຍງານຂ້ອຍຕໍ່ເບື້ອງເທິງບໍ?” ດ້ວຍຄວາມຄິດເຫຼົ່ານີ້ຢູ່ໃນໃຈ, ພວກເຂົາກໍເລີ່ມກັງວົນວ່າສະຖານະຂອງພວກເຂົາບໍ່ປອດໄພ, ແມ່ນບໍ? ແລ້ວພວກເຂົາຈະເຮັດແນວໃດຕໍ່ໄປ? ພວກເຂົາຈະທໍລະມານຄົນຜູ້ນັ້ນໂດຍກົງບໍ? ຜູ້ຕໍ່ຕ້ານພຣະຄຣິສບາງຄົນຈະທໍລະມານຄົນປະເພດນັ້ນຢ່າງເປີດເຜີຍ, ແຕ່ປະເພດທີ່ຄົດໂກງຈະບໍ່ເຮັດໂດຍກົງ. ແຕ່ກົງກັນຂ້າມ, ພວກເຂົາຈະເລີ່ມຕົ້ນດ້ວຍການລົມກັບອ້າຍເອື້ອຍນ້ອງທີ່ອ່ອນແອກວ່າ, ເບົາປັນຍາ ແລະ ບໍ່ມີການແຍກແຍະຈຳນວນໜຶ່ງ, ໂດຍການຕັ້ງຄຳຖາມ ແລະ ຢັ່ງເຊີງພວກເຂົາຢ່າງງຽບໆວ່າ: “ຄົນຜູ້ນັ້ນຄົນຜູ້ນີ້ເປັນຜູ້ເຊື່ອມາເປັນເວລາຫຼາຍກວ່າສິບປີແລ້ວ, ສະນັ້ນ ຄວາມເຊື່ອຂອງລາວກໍຄວນຈະມີພື້ນຖານບາງຢ່າງ, ແມ່ນບໍ?” ບາງຄົນອາດຈະຕອບວ່າ: “ລາວມີພື້ນຖານຫຼາຍພໍສົມຄວນ. ໃນເວລາຫຼາຍປີທີ່ເຊື່ອໃນພຣະເຈົ້ານັ້ນ, ລາວໄດ້ປະຖິ້ມຄອບຄົວ ແລະ ອາຊີບຂອງລາວ; ຄວາມເຊື່ອຂອງລາວມີຫຼາຍກວ່າພວກເຮົາ. ການຮ່ວມມືກັບລາວໜ້າຈະເປັນຜົນດີສຳລັບເຈົ້າ”. ຜູ້ຕໍ່ຕ້ານພຣະຄຣິສກໍຈະເວົ້າວ່າ: “ແມ່ນແລ້ວ, ມັນກໍດີຢູ່, ແຕ່ລາວບໍ່ເຄີຍຄຸກຄີກັບອ້າຍເອື້ອຍນ້ອງຄົນອື່ນໆເລີຍ. ລາວເບິ່ງຄືວ່າບໍ່ຄ່ອຍມັກເຂົ້າສັງຄົມປານໃດ”. ອີກຄົນໜຶ່ງອາດຈະເວົ້າເສີມວ່າ: “ນັ້ນບໍ່ແມ່ນຄວາມຈິງ, ລາວໄລ່ຕາມຄວາມຈິງຫຼາຍກວ່າພວກເຮົາ. ພວກເຮົາມັກຈະລົມກັນ, ແຕ່ສ່ວນໃຫຍ່ແລ້ວລາວຈະໃຊ້ເວລາໄປກັບການອ່ານພຣະທຳຂອງພຣະເຈົ້າ, ຟັງຄຳເທດສະໜາ ແລະ ຮຽນຮູ້ເພງສັນລະເສີນ ແລະ ເມື່ອລາວຢູ່ກັບພວກເຮົາ ລາວກໍຈະໂອ້ລົມພຣະທຳຂອງພຣະເຈົ້າ”. ເມື່ອໄດ້ຍິນຄຳເຫັນທີ່ເປັນຜົນດີ ແລະ ເປັນການຍອມຮັບກ່ຽວກັບຄົນຜູ້ນີ້, ຜູ້ຕໍ່ຕ້ານພຣະຄຣິສກໍຈະຮູ້ສຶກວ່າພວກເຂົາບໍ່ສາມາດເວົ້າຫຍັງໄດ້ຫຼາຍໄປກວ່ານີ້, ສະນັ້ນ ພວກເຂົາຈຶ່ງປ່ຽນຫົວຂໍ້, ໂດຍກ່າວວ່າ: “ລາວເຊື່ອໃນພຣະເຈົ້າມາເປັນເວລາຫຼາຍປີແລ້ວ ແລະ ມີປະສົບການຫຼາຍກວ່າພວກເຮົາ. ພວກເຮົາຄວນຈະມີປະຕິສຳພັນກັບລາວໃຫ້ຫຼາຍຂຶ້ນໃນອະນາຄົດ ແລະ ບໍ່ໃຫ້ແຍກລາວອອກໄປ”. ເມື່ອໄດ້ຍິນແນວນັ້ນ, ຄົນອື່ນໆກໍຍັງບໍ່ທັນໄດ້ແຍກແຍະຫຍັງເລີຍ. ເມື່ອເຫັນວ່າຄົນສ່ວນໃຫຍ່ເວົ້າເຖິງຄົນຜູ້ນັ້ນໃນທາງທີ່ດີ, ຜູ້ຕໍ່ຕ້ານພຣະຄຣິສ ເຊິ່ງບໍ່ສາມາດບັນລຸແຮງຈູງໃຈຂອງພວກເຂົາໄດ້, ຈຶ່ງບໍ່ໄດ້ເວົ້າຫຍັງກ່ຽວກັບເລື່ອງນີ້ອີກ. ຕໍ່ມາ, ຜູ້ຕໍ່ຕ້ານພຣະຄຣິສກໍໄປຫາຄົນອີກກຸ່ມໜຶ່ງ ແລະ ຖາມວ່າ: “ພວກເຈົ້າເຄີຍເຫັນຄົນຜູ້ນັ້ນຄົນຜູ້ນີ້ອ່ານພຣະທຳຂອງພຣະເຈົ້າບໍ? ຂ້ອຍມີຄວາມຮູ້ສຶກວ່າລາວມັກຈະໂອ້ລົມກັບຄົນອື່ນ ແລະ ເບິ່ງຄືວ່າຫຍຸ້ງຢູ່ແຕ່ພາຍນອກສະເໝີ; ເປັນຫຍັງລາວຈຶ່ງບໍ່ເຄີຍອ່ານພຣະທຳຂອງພຣະເຈົ້າເລີຍ?” ຄົນກຸ່ມນີ້ມີຄວາມເຂົ້າໃຈຫຼາຍກວ່າ ແລະ ພວກເຂົາກໍເຂົ້າໃຈຄວາມໝາຍແຝງ ແລະ ຄິດວ່າ “ເບິ່ງຄືວ່າມີຄວາມຂັດແຍ້ງກັນລະຫວ່າງສອງຄົນນີ້; ພວກເຂົາກຳລັງພະຍາຍາມໃຫ້ພວກເຮົາກັ່ນແກ້ງຄົນຜູ້ນັ້ນ ແລະ ກີດກັນລາວອອກໄປ”. ສະນັ້ນ, ພວກເຂົາຈຶ່ງຕອບວ່າ: “ແມ່ນແລ້ວ, ລາວມັກຈະຫຍຸ້ງຢູ່ກັບວຽກງານທີ່ບໍ່ສຳຄັນຢູ່ສະເໝີ, ມັກຈະຄິດກ່ຽວກັບຜູ້ຄົນ ແລະ ສິ່ງຕ່າງໆຫຼາຍເກີນໄປ. ລາວບໍ່ຄ່ອຍອ່ານພຣະທຳຂອງພຣະເຈົ້າ ແລະ ໃນໂອກາດທີ່ລາວອ່ານ ລາວກໍມັກຈະນອນຫຼັບ; ຂ້ອຍສັງເກດເຫັນມັນຫຼາຍຄັ້ງແລ້ວ”. ຈາກການໂອ້ລົມຂອງພວກເຂົາກັບຄົນກຸ່ມທຳອິດ ແລະ ກຸ່ມທີສອງ, ອຸປະນິໄສປະເພດໃດທີ່ປາກົດຢູ່ໃນຄຳເວົ້າຂອງຜູ້ຕໍ່ຕ້ານພຣະຄຣິສ? ມັນບໍ່ຊົ່ວຊ້າບໍ? (ແມ່ນແລ້ວ.) ທຳມະຊາດ ແລະ ວິທີການໃນການກະທຳຂອງພວກເຂົາແມ່ນຫຍັງ? ພວກມັນຄົດໂກງ. ຄົນກຸ່ມທຳອິດບໍ່ຮູ້ວ່າຜູ້ຕໍ່ຕ້ານພຣະຄຣິສກຳລັງພະຍາຍາມເຮັດຫຍັງ, ໃນຂະນະທີ່ຄົນກຸ່ມທີສອງເຫັນແວວວ່າມັນກຳລັງເກີດຫຍັງຂຶ້ນ ແລະ ຈາກນັ້ນກໍເອີອໍໄປນຳສິ່ງທີ່ພວກເຂົາເວົ້າ. ເມື່ອເຫັນວ່າຄົນກຸ່ມທີສອງເຮັດຕາມສິ່ງທີ່ພວກເຂົາເວົ້າ ແລະ ສາມາດຖືກຊັກຈູງໄດ້, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງຕ້ອງການໃຊ້ຄົນກຸ່ມນີ້ເພື່ອກຳຈັດຄູ່ຮ່ວມງານຂອງພວກເຂົາ. ຄວາມຄິດນີ້ແມ່ນຄົດໂກງ. ຫຼັງຈາກການຊັກຊວນທຸກຮູບແບບ, ຄົນກຸ່ມທີສອງກໍຖືກເຮັດໃຫ້ຫຼົງຜິດ ແລະ ຖືກຊັກຈູງ ແລະ ກ່າວວ່າ: “ເນື່ອງຈາກຄົນຜູ້ນັ້ນບໍ່ສອດຄ່ອງກັບຫຼັກການ ແລະ ເງື່ອນໄຂໃນການເປັນຜູ້ນໍາຄຣິສຕະຈັກ, ຂ້ອຍຄິດວ່າພວກເຮົາບໍ່ຄວນລົງຄະແນນສຽງໃຫ້ລາວໃນຄັ້ງຕໍ່ໄປ, ແມ່ນບໍ?” ຄົນກຸ່ມນີ້ມີເລ່ຫຼ່ຽມຫຼາຍ ແລະ ຫຼັງຈາກທີ່ພວກເຂົາເວົ້າ ພວກເຂົາກໍສັງເກດເບິ່ງທັດສະນະຄະຕິຂອງຜູ້ຕໍ່ຕ້ານພຣະຄຣິສ. ຜູ້ຕໍ່ຕ້ານພຣະຄຣິສກ່າວວ່າ: “ເຮັດແບບນັ້ນບໍ່ໄດ້; ມັນຈະບໍ່ຍຸຕິທຳ. ນີ້ຄືເຮືອນຂອງພຣະເຈົ້າ, ບໍ່ແມ່ນສັງຄົມ!” ເມື່ອໄດ້ຍິນແນວນັ້ນ, ພວກເຂົາກໍຖາມວ່າ: “ມັນຈະບໍ່ໄດ້ຜົນແທ້ໆບໍ? ແລ້ວພວກເຮົາຄວນເຮັດແນວໃດ? ຄັນຊັ້ນ ພວກເຮົາຈະລົງຄະແນນສຽງໃຫ້ລາວໃນຄັ້ງຕໍ່ໄປ”. ຜູ້ຕໍ່ຕ້ານພຣະຄຣິສກໍຟ້າວເວົ້າທັນທີວ່າ “ການເລືອກລາວກໍຈະບໍ່ໄດ້ຜົນຄືກັນ”. ເຫັນບໍ? ບໍ່ວ່າພວກເຂົາຈະເວົ້າຫຍັງ, ມັນກໍບໍ່ຖືກຕ້ອງ; ນີ້ຄືບັນຫາ. ຄວາມຈິງແລ້ວ, ຜູ້ຕໍ່ຕ້ານພຣະຄຣິສພຽງແຕ່ຕ້ອງການນໍາພາຄົນເຫຼົ່ານີ້ໄປສູ່ເສັ້ນທາງຂອງພວກເຂົາ, ໂດຍການຂຸດຂຸມພາງໃຫ້ພວກເຂົາຕົກລົງໄປ. ໃນທີ່ສຸດ ຫຼັງຈາກທີ່ໄດ້ຟັງສິ່ງນັ້ນສິ່ງນີ້, ຄົນເຫຼົ່ານີ້ກໍຄາດເດົາເຈດຕະນາຂອງຜູ້ຕໍ່ຕ້ານພຣະຄຣິສໄດ້: “ໃຫ້ພວກເຮົາຈັດການເລືອກຕັ້ງທີ່ຍຸຕິທຳກໍແລ້ວກັນ. ລາວບໍ່ມີຫຍັງດີປານໃດ, ສະນັ້ນ ລາວອາດຈະບໍ່ຖືກເລືອກຢູ່ແລ້ວ”. ຜູ້ຕໍ່ຕ້ານພຣະຄຣິສກໍຮູ້ສຶກພໍໃຈ. ລອງເບິ່ງແມ: ນີ້ຄືໝາປ່າ ແລະ ໝາຈອກຈຳນວນໜຶ່ງ ແລະ ພວກມັນກໍກຳລັງລວມຕົວກັນເພື່ອຮ່ວມມືກັນເຮັດສິ່ງທີ່ບໍ່ດີ. ນີ້ຄືຫຼັກການ ແລະ ທຳມະຊາດຂອງການກະທຳທີ່ຜູ້ຕໍ່ຕ້ານພຣະຄຣິສ ແລະ ກອງກຳລັງທີ່ຕິດຕາມພວກເຂົາໃນຄຣິສຕະຈັກໄດ້ປະຕິບັດ; ນີ້ຄືການສະແດງອອກຂອງພວກເຂົາ. ຜູ້ຄົນທີ່ຕິດຕາມຜູ້ຕໍ່ຕ້ານພຣະຄຣິສກ່າວວ່າ “ຄັນຊັ້ນ ໃຫ້ພວກເຮົາລົງຄະແນນສຽງເຖີດ. ນອກຈາກນີ້, ລາວກໍບໍ່ໄດ້ເກັ່ງປານໃດ; ຖ້າພວກເຮົາລົງຄະແນນສຽງ, ລາວອາດຈະບໍ່ຖືກເລືອກດ້ວຍຊໍ້າ”. ມັນມີບາງຢ່າງທີ່ໜ້າສົງໄສຢູ່ນີ້ບໍ? ພວກເຂົາກຳລັງວາງແຜນບາງຢ່າງຢູ່ບໍ? ພວກເຂົາໄດ້ກວດພົບເບາະແສຈາກຄຳເວົ້າຂອງກັນ ແລະ ກັນແລ້ວ, ແຕ່ບໍ່ມີໃຜເວົ້າໂດຍກົງວ່າຈະເຮັດແນວໃດ; ມັນມີຄວາມເຂົ້າໃຈກັນຢ່າງງຽບໆລະຫວ່າງພວກເຂົາ ແລະ ທຸກຄົນກໍເຂົ້າໃຈ. ໃນທາງຜິວເຜີນແລ້ວ, ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ສັ່ງການໃຜໂດຍກົງວ່າບໍ່ໃຫ້ເລືອກຄູ່ຮ່ວມງານຂອງພວກເຂົາ ແລະ ຜູ້ຄົນທີ່ຢູ່ໃຕ້ບັງຄັບບັນຊາຂອງພວກເຂົາກໍບໍ່ໄດ້ເວົ້າວ່າ “ພວກເຮົາຈະບໍ່ເລືອກລາວ; ພວກເຮົາຈະເລືອກເຈົ້າ”. ເປັນຫຍັງພວກເຂົາຈຶ່ງບໍ່ເວົ້າມັນອອກມາຢ່າງເປີດເຜີຍ? ມັນເປັນເພາະວ່າບໍ່ມີຝ່າຍໃດຕ້ອງການໃຫ້ອີກຝ່າຍໜຶ່ງຈັບຜິດໄດ້. ສິ່ງນີ້ບໍ່ຄົດໂກງບໍ? ມັນຄືຄວາມຊົ່ວຊ້າຢ່າງແທ້ຈິງ. ພວກເຂົາຟັງນໍ້າສຽງໃນການເວົ້າຂອງກັນ ແລະ ກັນ, ແຕ່ບໍ່ມີໃຜເວົ້າໂດຍກົງ ແລະ ໃນທີ່ສຸດ ພວກເຂົາກໍບັນລຸຂໍ້ຕົກລົງຮ່ວມກັນ. ສິ່ງນີ້ເອີ້ນວ່າການສົນທະນາແບບຊາຕານ. ໃນບັນດາພວກເຂົາ, ມັນມີ “ຄົນເບົາປັນຍາ” ຄົນໜຶ່ງ ເຊິ່ງຫຼັງຈາກທີ່ໄດ້ຟັງແລ້ວກໍຍັງບໍ່ເຂົ້າໃຈ ແລະ ຖາມຄົນອື່ນໆວ່າພວກເຂົາຈະລົງຄະແນນສຽງໃຫ້ຄົນຜູ້ນັ້ນ ຫຼື ບໍ່. ຜູ້ຕໍ່ຕ້ານພຣະຄຣິສຕອບແນວໃດ? ຖ້າພວກເຂົາເວົ້າວ່າ “ຈົ່ງເຮັດຕາມທີ່ເຈົ້າເຫັນສົມຄວນເຖີດ”, ມັນກໍຈະຊັດເຈນເກີນໄປ. ຄຳຕອບດັ່ງກ່າວມີທຳມະຊາດຂອງການຂົ່ມຂູ່ ແລະ ການຊັກຈູງ; ຄົນຊົ່ວຊ້າບໍ່ເວົ້າແບບນີ້. ແຕ່ກົງກັນຂ້າມ, ພວກເຂົາເວົ້າວ່າ: “ເຮືອນຂອງພຣະເຈົ້າບໍ່ມີການຈັດແຈງວຽກງານບໍ? ຈົ່ງລົງຄະແນນສຽງໃຫ້ຜູ້ທີ່ເຈົ້າຄວນເລືອກ; ຖ້າຄົນໃດຄົນໜຶ່ງບໍ່ຄວນຖືກເລືອກ, ກໍຢ່າລົງຄະແນນສຽງໃຫ້ພວກເຂົາ”. ນີ້ບໍ່ແມ່ນການເວົ້າແບບກຳກວມບໍ? ພວກເຂົາໃຊ້ຂໍ້ອ້າງທີ່ເບິ່ງຄືວ່າຖືກຕ້ອງ, ໂດຍກ່າວວ່າ: “ເຈົ້າຕ້ອງກະທຳການຕາມຫຼັກການ; ເຈົ້າບໍ່ສາມາດຟັງຂ້ອຍໄດ້. ສິ່ງທີ່ຂ້ອຍເວົ້າບໍ່ສຳຄັນ. ຂ້ອຍບໍ່ແມ່ນຫຼັກການ; ພຣະທຳຂອງພຣະເຈົ້າຄືຫຼັກການ”. “ຄົນເບົາປັນຍາ” ໄດ້ຍິນແນວນັ້ນ ແລະ ຄິດວ່າ “ຖ້າພວກເຮົາຕ້ອງກະທຳການຕາມຫຼັກການ, ຄັນຊັ້ນ ຂ້ອຍກໍຈະລົງຄະແນນສຽງໃຫ້ລາວ”. ເມື່ອເຫັນວ່າຄົນຜູ້ນີ້ໂງ່ຈ້າ ແລະ ອາດຈະທຳລາຍແຜນການຂອງພວກເຂົາ, ກຸ່ມຄົນດັ່ງກ່າວກໍຮ່ວມກັນໂຍນພວກເຂົາອອກໄປ, ໂດຍບໍ່ອະນຸຍາດໃຫ້ “ຄົນເບົາປັນຍາ” ຢູ່ຮ່ວມກັບພວກເຂົາ. ໃນທີ່ສຸດ ເມື່ອ “ຄົນເບົາປັນຍາ” ຍັງຄົງຖາມວ່າພວກເຂົາຄວນລົງຄະແນນສຽງໃຫ້ຄົນຜູ້ນັ້ນ ຫຼື ບໍ່, ບາງຄົນກໍເວົ້າວ່າ: “ເອົາໄວ້ລົມກັນເທື່ອໜ້າ. ພວກເຮົາຈະຕັດສິນໃຈໂດຍອີງໃສ່ຜົນງານຂອງລາວ”. ມັນມີຄວາມເດັດຂາດໃນຄຳເວົ້າເຫຼົ່ານີ້ບໍ? ມັນມີອົງປະກອບຂອງຄວາມຊື່ສັດບໍ? (ບໍ່ມີ.) ແລ້ວມັນມີຫຍັງຢູ່ໃນຄຳເວົ້າເຫຼົ່ານີ້ກັນແທ້? ຄຳເວົ້າເຫຼົ່ານີ້ສື່ເຖິງອຸປະນິໄສທີ່ຊົ່ວຊ້າຂອງພວກເຂົາ, ພ້ອມທັງແຮງຈູງໃຈ, ເຈດຕະນາ ແລະ ເປົ້າໝາຍທີ່ບໍ່ໄດ້ເປີດເຜີຍຂອງພວກເຂົາ. ພວກມັນລວມເຖິງການສົມຮູ້ຮ່ວມຄິດຢ່າງລັບໆໃນໝູ່ພວກເຂົາເອງ, ເຊິ່ງກໍຄືໝາປ່າ ແລະ ໝາຈອກ ເພື່ອກຳຈັດຄົນທີ່ເປັນໜາມຍອກເອິກຂອງຜູ້ຕໍ່ຕ້ານພຣະຄຣິສ. ເປັນຫຍັງຄົນກຸ່ມນີ້ຈຶ່ງສາມາດກະທຳການແບບນີ້ໄດ້? ນອກເໜືອຈາກການຖືກຄວບຄຸມໂດຍອຸປະນິໄສທີ່ຊົ່ວຊ້າຂອງພວກເຂົາແລ້ວ, ເຫດຜົນທີ່ພວກເຂົາສາມາດເຮັດເຊັ່ນນັ້ນໄດ້ກໍຄື ຜູ້ບັງຄັບບັນຊາຂອງພວກເຂົາ, ເຊິ່ງກໍຄືຜູ້ຕໍ່ຕ້ານພຣະຄຣິສ ບໍ່ມັກຄົນຜູ້ນັ້ນ. ຖ້າພວກເຂົາລົງຄະແນນສຽງໃຫ້ລາວ ແລະ ຜູ້ຕໍ່ຕ້ານພຣະຄຣິສຮັບຮູ້, ຜົນທີ່ຕາມມາກໍຈະບໍ່ດີ. ສະນັ້ນ, ສຳລັບພວກເຂົາແລ້ວ ສິ່ງທີ່ຮີບດ່ວນ ແລະ ສຳຄັນທີ່ສຸດທີ່ຕ້ອງເຮັດ, ສິ່ງທີ່ເປັນປະໂຫຍດທີ່ສຸດທີ່ຕ້ອງເຮັດ ກໍຄືການບໍ່ລົງຄະແນນສຽງໃຫ້ຄົນຜູ້ນັ້ນ. ພວກເຂົາທຸກຄົນຟັງຜູ້ຕໍ່ຕ້ານພຣະຄຣິສ; ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະເວົ້າຫຍັງ, ບໍ່ວ່າຄຳເວົ້າຂອງພວກເຂົາຈະຫັນໄປໃນທິດທາງໃດ, ຄົນເຫຼົ່ານີ້ກໍຈະຕິດຕາມ, ໂດຍປະຖິ້ມຫຼັກການຄວາມຈິງ ແລະ ພຣະທຳຂອງພຣະເຈົ້າ. ເຈົ້າເຫັນບໍວ່າ ຕາບໃດທີ່ຜູ້ຕໍ່ຕ້ານພຣະຄຣິສປາກົດຕົວຂຶ້ນ, ມັນກໍຈະມີຜູ້ທີ່ເຊື່ອຟັງພວກເຂົາຢ່າງຫຼີກລ່ຽງບໍ່ໄດ້. ຕາບໃດທີ່ຜູ້ຕໍ່ຕ້ານພຣະຄຣິສກະທຳການ, ມັນກໍຈະມີຄົນໄປນຳພວກເຂົາ ແລະ ຕິດຕາມພວກເຂົາ, ບໍ່ມີຜູ້ຕໍ່ຕ້ານພຣະຄຣິສຄົນໃດທີ່ກະທຳການພຽງລຳພັງ ແລະ ຢູ່ໂດດດ່ຽວ.
ສິ່ງທີ່ຫາກໍໄດ້ສົນທະນາກັນໄປນັ້ນແມ່ນໜຶ່ງໃນການສະແດງອອກເຖິງວິທີທີ່ຜູ້ຕໍ່ຕ້ານພຣະຄຣິສກະທຳການຢ່າງຄົດໂກງ. ຄວາມຄົດໂກງທີ່ກ່າວເຖິງຢູ່ນີ້ໝາຍເຖິງການທີ່ຜູ້ຕໍ່ຕ້ານພຣະຄຣິສມີຈຸດປະສົງ ແລະ ແຮງຈູງໃຈຂອງພວກເຂົາເອງໃນສິ່ງທີ່ພວກເຂົາເຮັດ, ແຕ່ພວກເຂົາຈະບໍ່ບອກເຈົ້າ ແລະ ບໍ່ໃຫ້ເຈົ້າເຫັນມັນ. ເມື່ອເຈົ້າຄົ້ນພົບມັນ, ພວກເຂົາກໍຈະພະຍາຍາມຢ່າງສຸດຄວາມສາມາດເພື່ອປົກປິດມັນ, ໂດຍການໃຊ້ວິທີການຕ່າງໆເພື່ອເຮັດໃຫ້ເຈົ້າຫຼົງຜິດ, ເພື່ອປ່ຽນແປງການຮັບຮູ້ຂອງເຈົ້າທີ່ມີຕໍ່ພວກເຂົາ. ນີ້ຄືດ້ານທີ່ຄົດໂກງຂອງຜູ້ຕໍ່ຕ້ານພຣະຄຣິສ. ຖ້າແຮງຈູງໃຈຂອງພວກເຂົາຖືກເປີດໂປງໄດ້ງ່າຍ, ຖືກເຜີຍແຜ່ຢ່າງກວ້າງຂວາງ ແລະ ແບ່ງປັນໃຫ້ທຸກຄົນ, ເຮັດໃຫ້ຜູ້ຄົນໄດ້ຮັບຮູ້, ສິ່ງນັ້ນຈະຄົດໂກງບໍ? ສິ່ງນັ້ນຈະບໍ່ຄົດໂກງ; ແລ້ວມັນຈະເປັນຫຍັງ? (ໂງ່ຈ້າ.) ບໍ່ແມ່ນຄວາມໂງ່ຈ້າ, ມັນຈະເປັນຄວາມອວດດີຈົນເຖິງຂັ້ນສູນເສຍຄວາມມີເຫດຜົນ. ຜູ້ຕໍ່ຕ້ານພຣະຄຣິສມີຄວາມຄົດໂກງໃນພຶດຕິກຳຂອງພວກເຂົາ. ພວກເຂົາຄົດໂກງແນວໃດ? ພວກເຂົາປະພຶດໃນລັກສະນະທີ່ອາໄສການຫຼອກລວງຢູ່ສະເໝີ ແລະ ຄຳເວົ້າຂອງພວກເຂົາກໍບໍ່ໄດ້ເປີດເຜີຍຫຍັງເລີຍ, ສະນັ້ນ ມັນຈຶ່ງຍາກສຳລັບຜູ້ຄົນທີ່ຈະຢັ່ງເຖິງເຈດຕະນາ ແລະ ເປົ້າໝາຍຂອງພວກເຂົາ. ນັ້ນຄືຄວາມຄົດໂກງ. ພວກເຂົາບໍ່ໄດ້ດ່ວນສະຫຼຸບຫຍັງຢ່າງງ່າຍດາຍໃນສິ່ງໃດກໍຕາມທີ່ພວກເຂົາເວົ້າ ຫຼື ເຮັດ; ພວກເຂົາເຮັດໃຫ້ຜູ້ທີ່ຢູ່ໃຕ້ບັງຄັບບັນຊາ ແລະ ຜູ້ຟັງຂອງພວກເຂົາສາມາດຮັບຮູ້ເຖິງເຈດຕະນາຂອງພວກເຂົາໄດ້ ແລະ ເມື່ອຄົນເຫຼົ່ານັ້ນເຂົ້າໃຈຜູ້ຕໍ່ຕ້ານພຣະຄຣິສແລ້ວ, ພວກເຂົາກໍຈະກະທຳການຕາມຄວາມຕັ້ງໃຈ ແລະ ແຮງຈູງໃຈຂອງພວກເຂົາ ແລະ ປະຕິບັດຕາມຄຳສັ່ງຂອງພວກເຂົາ. ຖ້າວຽກງານໜຶ່ງສຳເລັດ, ຜູ້ຕໍ່ຕ້ານພຣະຄຣິສກໍຈະມີຄວາມສຸກ. ຖ້າມັນບໍ່ສຳເລັດ, ກໍຈະບໍ່ມີໃຜສາມາດຊອກຫາສິ່ງໃດມາຈັບຜິດພວກເຂົາໄດ້ ຫຼື ຢັ່ງເຖິງແຮງຈູງໃຈ, ເຈດຕະນາ ຫຼື ເປົ້າໝາຍທີ່ຢູ່ເບື້ອງຫຼັງສິ່ງທີ່ພວກເຂົາເຮັດໄດ້. ຄວາມຄົດໂກງໃນສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດນັ້ນຢູ່ໃນແຜນການທີ່ປິດບັງໄວ້ ແລະ ເປົ້າໝາຍທີ່ເປັນຄວາມລັບ, ເຊິ່ງທັງໝົດນີ້ກໍເພື່ອຫຼອກລວງ, ປັ່ນຫົວ ແລະ ຄວບຄຸມທຸກຄົນ. ນີ້ຄືແກ່ນແທ້ຂອງພຶດຕິກຳທີ່ຄົດໂກງ. ຄວາມຄົດໂກງບໍ່ແມ່ນພຽງແຕ່ການຕົວະ ຫຼື ການເຮັດສິ່ງທີ່ບໍ່ດີແບບງ່າຍໆເທົ່ານັ້ນ; ແຕ່ກົງກັນຂ້າມ, ມັນກ່ຽວຂ້ອງກັບເຈດຕະນາ ແລະ ເປົ້າໝາຍທີ່ໃຫຍ່ກວ່າ ເຊິ່ງຄົນທຳມະດາບໍ່ສາມາດຢັ່ງເຖິງໄດ້. ຖ້າເຈົ້າເຮັດບາງສິ່ງທີ່ເຈົ້າບໍ່ຕ້ອງການໃຫ້ໃຜຮູ້ ແລະ ເວົ້າຕົວະ, ສິ່ງນັ້ນນັບວ່າເປັນຄວາມຄົດໂກງບໍ? (ບໍ່.) ນັ້ນເປັນພຽງການຫຼອກລວງ ແລະ ມັນຍັງບໍ່ທັນເຖິງຂັ້ນຂອງຄວາມຄົດໂກງ. ສິ່ງໃດທີ່ເຮັດໃຫ້ຄວາມຄົດໂກງເລິກເຊິ່ງກວ່າການຫຼອກລວງ? (ຜູ້ຄົນບໍ່ສາມາດຢັ່ງເຖິງມັນໄດ້.) ມັນຍາກສຳລັບຜູ້ຄົນທີ່ຈະຢັ່ງເຖິງມັນ. ນັ້ນຄືສ່ວນໜຶ່ງຂອງມັນ. ມີຫຍັງອີກບໍ? (ຜູ້ຄົນບໍ່ມີສິ່ງໃດທີ່ຈະຈັບຜິດຄົນທີ່ຄົດໂກງໄດ້.) ຖືກຕ້ອງແລ້ວ. ປະເດັນກໍຄື ມັນຍາກສຳລັບຜູ້ຄົນທີ່ຈະຊອກຫາສິ່ງໃດມາຈັບຜິດພວກເຂົາ. ເຖິງແມ່ນວ່າບາງຄົນຈະຮູ້ວ່າຄົນຜູ້ນັ້ນເຮັດສິ່ງທີ່ບໍ່ດີ, ພວກເຂົາກໍບໍ່ສາມາດກຳນົດໄດ້ວ່າພວກເຂົາເປັນຄົນດີ ຫຼື ຄົນບໍ່ດີ, ເປັນຄົນຊົ່ວຮ້າຍ ຫຼື ເປັນຜູ້ຕໍ່ຕ້ານພຣະຄຣິສ. ຜູ້ຄົນບໍ່ສາມາດເບິ່ງທະລຸພວກເຂົາໄດ້, ແຕ່ກັບຄິດວ່າພວກເຂົາເປັນຄົນດີ ແລະ ສາມາດຖືກພວກເຂົາເຮັດໃຫ້ຫຼົງຜິດໄດ້. ນັ້ນຄືຄວາມຄົດໂກງ. ໂດຍທົ່ວໄປແລ້ວ ຜູ້ຄົນມັກຈະເວົ້າຕົວະ ແລະ ວາງແຜນການເລັກໆນ້ອຍໆ. ນັ້ນເປັນພຽງການຫຼອກລວງ. ແຕ່ຜູ້ຕໍ່ຕ້ານພຣະຄຣິສນັ້ນແຝງຊົ່ວຫຼາຍກວ່າຄົນມີເລ່ຫຼ່ຽມທົ່ວໄປ. ພວກເຂົາເປັນຄືກັບກະສັດມານຮ້າຍ; ບໍ່ມີໃຜສາມາດຢັ່ງເຖິງສິ່ງທີ່ພວກເຂົາເຮັດໄດ້. ພວກເຂົາສາມາດເຮັດສິ່ງທີ່ຊົ່ວຮ້າຍຫຼາຍຢ່າງໃນນາມຂອງຄວາມຍຸຕິທຳ ແລະ ພວກເຂົາທຳຮ້າຍຜູ້ຄົນ, ແຕ່ຜູ້ຄົນກໍຍັງຍົກຍ້ອງສັນລະເສີນພວກເຂົາ. ສິ່ງນີ້ເອີ້ນວ່າຄວາມຄົດໂກງ.
ໃນອະດີດ, ເຄີຍມີເຫດການໜຶ່ງທີ່ຜູ້ນໍາຄົນໜຶ່ງໄດ້ຮັບແຈ້ງກ່ຽວກັບແຜນການເຮັດວຽກບາງຢ່າງຂອງເຮືອນຂອງພຣະເຈົ້າ ໃນລະຫວ່າງການຕິດຕໍ່ ແລະ ການໂອ້ລົມກັບເບື້ອງເທິງ. ໃນເວລານັ້ນ, ການຈັດແຈງວຽກງານຍັງບໍ່ທັນໄດ້ຖືກປະກາດອອກມາຢ່າງເປັນທາງການເທື່ອ. ຫຼັງຈາກກັບມາ, ລາວກໍເລີ່ມໂອ້ອວດ, ແຕ່ເຈົ້າເບິ່ງບໍ່ອອກວ່າມັນເປັນການໂອ້ອວດ. ລາວກຳລັງເວົ້າຢ່າງຈິງຈັງໃນລະຫວ່າງການເຕົ້າໂຮມ ແລະ ທັນໃດນັ້ນ ໃນລະຫວ່າງການໂອ້ລົມຂອງລາວ, ລາວກໍໄດ້ເວົ້າບາງສິ່ງທີ່ບໍ່ເຄີຍມີໃຜໄດ້ຍິນມາກ່ອນວ່າ: “ຈົນເຖິງຕອນນີ້, ແຕ່ລະຂັ້ນຕອນໃນພາລະກິດຂອງພຣະເຈົ້າໄດ້ສຳເລັດແລ້ວ ແລະ ຜູ້ຄົນກໍມີຄວາມໝັ້ນຄົງໂດຍພື້ນຖານແລ້ວ. ເລີ່ມຕັ້ງແຕ່ເດືອນໜ້າເປັນຕົ້ນໄປ, ພວກເຮົາຈະເຜີຍແຜ່ພຣະກິດຕິຄຸນ, ສະນັ້ນ ພວກເຮົາຈຶ່ງຈຳເປັນຕ້ອງສ້າງຕັ້ງທີມງານພຣະກິດຕິຄຸນ. ທີມງານພຣະກິດຕິຄຸນຄວນຖືກສ້າງຕັ້ງຂຶ້ນແນວໃດ? ມັນມີລາຍລະອຽດບາງຢ່າງຢູ່ໃນເລື່ອງນີ້....” ເມື່ອຄົນອື່ນໄດ້ຍິນແນວນັ້ນ, ພວກເຂົາກໍຄິດວ່າ “ຄຳເວົ້າເຫຼົ່ານີ້ມາຈາກໃສ? ເບື້ອງເທິງຍັງບໍ່ທັນໄດ້ປະກາດການຈັດແຈງວຽກງານໃດໆອອກມາເທື່ອ. ລາວຮູ້ໄດ້ແນວໃດ? ລາວຕ້ອງມີຕາທິບແນ່ນອນ!” ພວກເຂົາກຳລັງບູຊາລາວຢູ່, ແມ່ນບໍ? ທັດສະນະຄະຕິຂອງຜູ້ຄົນທີ່ມີຕໍ່ລາວກໍປ່ຽນໄປໃນທັນທີ. ສິ່ງທີ່ລາວເຮັດທັງໝົດກໍຄືການກ່າວເຖິງການສ້າງຕັ້ງທີມງານພຣະກິດຕິຄຸນ ແຕ່ຫຼັງຈາກນັ້ນລາວກໍບໍ່ໄດ້ເຮັດວຽກງານສະເພາະໃດໆເລີຍ, ລາວພຽງແຕ່ຮ້ອງຄຳຂວັນທີ່ວ່າງເປົ່າ. ແນ່ນອນວ່າ ລາວມີຈຸດປະສົງໃນການຮ້ອງຄຳຂວັນທີ່ວ່າງເປົ່າ; ລາວກຳລັງໂອ້ອວດຕົນເອງ, ຕ້ອງການໃຫ້ຜູ້ຄົນຍົກຍ້ອງລາວ, ເພື່ອບູຊາລາວ. ຫຼັງຈາກນັ້ນບໍ່ດົນ, ການຈັດແຈງວຽກງານຈາກເບື້ອງເທິງກໍຖືກປະກາດອອກມາ. ເມື່ອອ້າຍເອື້ອຍນ້ອງເຫັນມັນ, ພວກເຂົາກໍປະຫຼາດໃຈ ແລະ ເວົ້າວ່າ “ເຫຼືອເຊື່ອແທ້ໆ! ນີ້ບໍ່ແມ່ນຄຳທຳນາຍບໍ? ເຈົ້າຮູ້ກ່ຽວກັບເລື່ອງນີ້ໄດ້ແນວໃດ? ເຈົ້າເຂົ້າໃຈຄວາມຈິງໄດ້ດີກວ່າພວກເຮົາ; ວຸດທິພາວະຂອງເຈົ້າໃຫຍ່ກວ່າ. ວຸດທິພາວະຂອງພວກເຮົານ້ອຍເກີນໄປ. ເມື່ອເຖິງເວລາທີ່ຈະເທດສະໜາພຣະກິດຕິຄຸນ, ເຈົ້າກໍໄດ້ບອກພວກເຮົາແລ້ວ, ໃນຂະນະທີ່ພວກເຮົາມຶນຊາ ແລະ ບໍ່ຮູ້ຕົວ. ເບິ່ງແມ, ສິ່ງທີ່ເຈົ້າໂອ້ລົມນັ້ນບໍ່ສອດຄ່ອງກັບການຈັດແຈງວຽກງານຈາກເບື້ອງເທິງບໍ? ມັນເປັນຄວາມບັງເອີນທີ່ກົງກັນ ແລະ ຕອນນີ້ມັນກໍໄດ້ຮັບການຢັ້ງຢືນແລ້ວ”. ຜ່ານເຫດການນີ້, ທຸກຄົນຍິ່ງບູຊາລາວຫຼາຍຂຶ້ນ ແລະ ບໍ່ແມ່ນແບບທຳມະດາ, ແຕ່ດ້ວຍການອ່ອນນ້ອມຢ່າງສົມບູນ, ເກືອບຈະເຖິງຂັ້ນຄຸເຂົ່າ ແລະ ກົ້ມຂາບຕໍ່ໜ້າລາວ. ຄົນສ່ວນໃຫຍ່ບໍ່ຮູ້ກ່ຽວກັບເລື່ອງນີ້; ຖ້າລາວບໍ່ເວົ້າອອກມາດ້ວຍຕົນເອງ, ກໍຈະບໍ່ມີໃຜຮູ້, ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ຮູ້. ມັນເປັນເລື່ອງທີ່ຊັດເຈນຫຼາຍ ແລະ ລາວກໍບໍ່ໄດ້ເປີດເຜີຍໃຫ້ໃຜຮູ້, ແຕ່ເລືອກທີ່ຈະຫຼອກລວງພວກເຂົາຢ່າງໜ້າດ້ານໆແທນ. ພຶດຕິກຳນີ້ຖືວ່າຄົດໂກງບໍ? (ແມ່ນແລ້ວ.) ເປັນຫຍັງລາວຈຶ່ງຫຼອກລວງຄົນອື່ນແບບນີ້? ເປັນຫຍັງລາວຈຶ່ງສາມາດປະພຶດ ແລະ ກະທຳການໃນລັກສະນະນີ້ໄດ້? ຄວາມຈິງແລ້ວລາວກຳລັງຄິດຫຍັງຢູ່ໃນໃຈຂອງລາວ? ລາວຕ້ອງການໃຫ້ຜູ້ຄົນເຫັນວ່າລາວແຕກຕ່າງ, ເພື່ອໃຫ້ຄິດວ່າລາວບໍ່ແມ່ນຄົນທຳມະດາ. ສິ່ງນີ້ແມ່ນສິ່ງທີ່ຄວນພົບເຫັນໃນຄວາມເປັນມະນຸດທີ່ປົກກະຕິບໍ? (ບໍ່.) ການກະທຳຂອງຄົນດັ່ງກ່າວນັ້ນໜ້າລັງກຽດ ແລະ ໜ້າດ້ານ. ເຈົ້າຈະຖືວ່າສິ່ງນີ້ຄົດໂກງບໍ? (ແມ່ນແລ້ວ.) ນອກເໜືອຈາກຄວາມຄົດໂກງແລ້ວ, ມັນກໍຍັງໜ້າລັງກຽດອີກດ້ວຍ.
ໃນທ່າມກາງຜູ້ຕໍ່ຕ້ານພຣະຄຣິສ, ມີຄົນປະເພດໜຶ່ງທີ່ບໍ່ເຄີຍມີໃຜໄດ້ຍິນວ່າພວກເຂົາເວົ້າຫຍັງຜິດ ຫຼື ເຫັນວ່າພວກເຂົາເຮັດຫຍັງຜິດເລີຍ; ສິ່ງທີ່ພວກເຂົາເຮັດ ແລະ ວິທີທີ່ພວກເຂົາປະຕິບັດນັ້ນ ໂດຍທົ່ວໄປແລ້ວຖືວ່າເປັນສິ່ງທີ່ດີ ແລະ ໄດ້ຮັບການຍອມຮັບຈາກທຸກຄົນ. ພວກເຂົາມັກຈະມີຮອຍຍິ້ມ, ມີໃບໜ້າຄືກັບໄພ່ພົນທີ່ມີຄວາມເມດຕາ, ບໍ່ເຄີຍລິຮານໃຜເລີຍ. ບໍ່ວ່າຜູ້ຄົນຈະເຮັດຫຍັງຜິດພາດກໍຕາມ, ພວກເຂົາກໍຈະອົດທົນກັບສິ່ງເຫຼົ່ານັ້ນດ້ວຍຫົວໃຈທີ່ໃຫ້ອະໄພຄືກັບຫົວໃຈຂອງແມ່ທີ່ເຕັມໄປດ້ວຍຄວາມຮັກສະເໝີ. ພວກເຂົາບໍ່ເຄີຍຈັດການກັບຄົນເຫຼົ່ານັ້ນໃນຄຣິສຕະຈັກທີ່ລະເມີດກົດການປົກຄອງ, ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ ຫຼື ເຮັດການກະທຳທີ່ຊົ່ວຮ້າຍ. ມັນເປັນເພາະວ່າພວກເຂົາບໍ່ສາມາດເບິ່ງເຫັນ ຫຼື ແຍກແຍະສິ່ງເຫຼົ່ານີ້ໄດ້ບໍ? ບໍ່, ບໍ່ແມ່ນທັງສອງຢ່າງ; ພວກເຂົາສາມາດເບິ່ງເຫັນ ແລະ ແຍກແຍະສິ່ງເຫຼົ່ານັ້ນໄດ້, ແຕ່ໃນໃຈຂອງພວກເຂົາ, ພວກເຂົາເຊື່ອວ່າຖ້າຄົນເຫຼົ່ານີ້ຖືກຊຳລະລ້າງອອກໄປ ແລະ ຄຣິສຕະຈັກກາຍເປັນຄຣິສຕະຈັກທີ່ສະຫງົບສຸກ, ເຕັມໄປດ້ວຍຄົນຊື່ສັດ, ຄົນທີ່ໄລ່ຕາມຄວາມຈິງ ແລະ ຄົນທີ່ເສຍສະລະຕົນເອງເພື່ອພຣະເຈົ້າຢ່າງຈິງໃຈເທົ່ານັ້ນ, ແລ້ວຕົວພວກເຂົາເອງກໍຈະຖືກແຍກແຍະໄດ້ງ່າຍ ແລະ ອາດຈະບໍ່ສາມາດມີບ່ອນຢືນໃນຄຣິສຕະຈັກໄດ້ອີກຕໍ່ໄປ. ດັ່ງນັ້ນ, ພວກເຂົາຈຶ່ງເກັບຄົນເຫຼົ່ານີ້ໄວ້ໃກ້ຕົວ, ປ່ອຍໃຫ້ຜູ້ເຮັດຄວາມຊົ່ວສືບຕໍ່ເຮັດຄວາມຊົ່ວ, ປ່ອຍໃຫ້ຄົນຂີ້ຕົວະສືບຕໍ່ຕົວະ ແລະ ປ່ອຍໃຫ້ຜູ້ລົບກວນສືບຕໍ່ລົບກວນ, ໂດຍຮັບປະກັນຜ່ານການລົບກວນເຫຼົ່ານີ້ວ່າຄຣິສຕະຈັກຈະບໍ່ມີວັນສະຫງົບສຸກ ແລະ ດ້ວຍເຫດນັ້ນ ຈຶ່ງເຮັດໃຫ້ສະຖານະຂອງພວກເຂົາເອງມີຄວາມໝັ້ນຄົງ. ສະນັ້ນ, ທັນທີທີ່ມີຄົນຈະຖືກຂັບໄລ່ອອກ, ຖືກຈັດການ, ຖືກແຍກຕົວອອກ ຫຼື ຖືກປົດອອກຈາກຕຳແໜ່ງຂອງພວກເຂົາ, ພວກເຂົາຈະເວົ້າວ່າແນວໃດ? “ພວກເຮົາຕ້ອງໃຫ້ໂອກາດຜູ້ຄົນໃນການກັບໃຈ. ໃຜແດ່ທີ່ບໍ່ມີຂໍ້ບົກພ່ອງ ຫຼື ຄວາມເສື່ອມຊາມ? ໃຜແດ່ທີ່ບໍ່ເຄີຍເຮັດຜິດພາດ? ພວກເຮົາຕ້ອງຮຽນຮູ້ຄວາມອົດທົນ”. ອ້າຍເອື້ອຍນ້ອງໄຕ່ຕອງເລື່ອງນີ້ແລ້ວເວົ້າວ່າ “ພວກຂ້ານ້ອຍມີຄວາມອົດທົນຕໍ່ຜູ້ທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ ແລະ ມີການກະທຳຜິດ ຫຼື ຜູ້ທີ່ໂງ່ຈ້າ ແລະ ເບົາປັນຍາ, ແຕ່ພວກຂ້ານ້ອຍຈະບໍ່ອົດທົນກັບຄົນຊົ່ວຮ້າຍ. ລາວເປັນຄົນຊົ່ວຮ້າຍ”. ຜູ້ຕໍ່ຕ້ານພຣະຄຣິສຕອບວ່າ “ລາວເປັນຄົນຊົ່ວຮ້າຍໄດ້ແນວໃດ? ລາວພຽງແຕ່ເວົ້າຄຳເວົ້າທີ່ຮຸນແຮງເປັນບາງຄັ້ງຄາວ; ນັ້ນບໍ່ແມ່ນສິ່ງທີ່ຊົ່ວຮ້າຍ. ຄົນທີ່ກໍ່ການຄາດຕະກຳ ແລະ ວາງເພີງໃນໂລກ, ພວກເຂົາຕ່າງຫາກທີ່ເປັນຄົນຊົ່ວຮ້າຍທີ່ແທ້ຈິງ”. ແຕ່ຜູ້ຕໍ່ຕ້ານພຣະຄຣິສຄິດແນວໃດແທ້? “ລາວເປັນຄົນຊົ່ວຮ້າຍບໍ? ລາວຊົ່ວຮ້າຍຄືກັບຂ້ອຍບໍ? ເຈົ້າຍັງບໍ່ທັນໄດ້ເຫັນສິ່ງທີ່ຂ້ອຍເຮັດ, ເຈົ້າຍັງບໍ່ຮູ້ວ່າຂ້ອຍກຳລັງຄິດຫຍັງຢູ່ພາຍໃນ. ຖ້າພວກເຈົ້າຮູ້, ພວກເຈົ້າຈະບໍ່ຊຳລະລ້າງຂ້ອຍອອກໄປບໍ? ຄິດຈະຊຳລະລ້າງລາວອອກໄປບໍ? ບໍ່ມີທາງ! ຂ້ອຍຈະບໍ່ຍອມໃຫ້ເຈົ້າຈັດການກັບລາວ. ໃຜກໍຕາມທີ່ພະຍາຍາມ, ຂ້ອຍຈະຄຽດແຄ້ນໃຫ້ພວກເຂົາ, ຂ້ອຍຈະສ້າງຄວາມຫຍຸ້ງຍາກໃຫ້ພວກເຂົາ! ໃຜກໍຕາມທີ່ພະຍາຍາມຈັດການກັບລາວ, ຂ້ອຍຈະຂັບໄລ່ອອກ!” ແຕ່ພວກເຂົາຈະເວົ້າສິ່ງນີ້ອອກມາແບບດັງໆບໍ? ບໍ່, ພວກເຂົາຈະບໍ່ເວົ້າ. ແລ້ວພວກເຂົາຈະເຮັດຫຍັງ? ກ່ອນອື່ນ ພວກເຂົາຈະເຮັດໃຫ້ສະຖານະການສະຫງົບລົງ, ເຮັດໃຫ້ສະພາບການມີຄວາມໝັ້ນຄົງ, ສະແດງໃຫ້ເຫັນວ່າພວກເຂົາເອງມີຄວາມສາມາດໃນການນໍາພາຄຣິສຕະຈັກ ແລະ ສາມາດສ້າງຄວາມສົມດຸນໃຫ້ກັບກອງກຳລັງຕ່າງໆໄດ້ ເພື່ອໃຫ້ຄຣິສຕະຈັກຂາດພວກເຂົາບໍ່ໄດ້. ດ້ວຍວິທີນີ້, ຕຳແໜ່ງຂອງພວກເຂົາກໍຈະໝັ້ນຄົງ, ບໍ່ແມ່ນບໍ? ເມື່ອຕຳແໜ່ງຂອງພວກເຂົາໝັ້ນຄົງແລ້ວ, ແຫຼ່ງທຳມາຫາກິນຂອງພວກເຂົາກໍຈະຖືກຮັກສາໄວ້, ບໍ່ແມ່ນບໍ? ນີ້ຄືສິ່ງທີ່ເອີ້ນວ່າຄວາມຄົດໂກງ. ນັ້ນຄືເຫດຜົນທີ່ຄົນສ່ວນໃຫຍ່ບໍ່ສາມາດເບິ່ງທະລຸບຸກຄົນດັ່ງກ່າວໄດ້. ເປັນຫຍັງຈຶ່ງບໍ່ໄດ້? ພວກເຂົາບໍ່ເຄີຍເວົ້າຄວາມຈິງ ແລະ ພວກເຂົາກໍບໍ່ໄດ້ກະທຳການຢ່າງຊະຊາຍ. ບໍ່ວ່າເບື້ອງເທິງຈະຂໍໃຫ້ພວກເຂົາເຮັດຫຍັງກໍຕາມ, ພວກເຂົາກໍຈະເຮັດພໍເປັນພິທີ; ບໍ່ວ່າຈະຕ້ອງແຈກຢາຍໜັງສືຫຍັງກໍຕາມ, ພວກເຂົາກໍຈະສົ່ງມັນອອກໄປ; ພວກເຂົາຮັກສາການເຕົ້າໂຮມສອງສາມຄັ້ງຕໍ່ອາທິດ ແລະ ບໍ່ຜູກຂາດການໂອ້ລົມໃນລະຫວ່າງການເຕົ້າໂຮມ. ໃນດ້ານຜິວເຜີນ, ທຸກສິ່ງທຸກຢ່າງເບິ່ງຄືວ່າສົມບູນແບບ ແລະ ບໍ່ມີຂໍ້ບົກພ່ອງ, ບໍ່ເຫຼືອບ່ອນໃຫ້ວິພາກວິຈານເລີຍ. ແຕ່ມີສິ່ງໜຶ່ງທີ່ພວກເຈົ້າສາມາດແຍກແຍະໄດ້: ພວກເຂົາບໍ່ເຄີຍຈັດການກັບຄົນຊົ່ວຮ້າຍເລີຍ. ແຕ່ກົງກັນຂ້າມ, ພວກເຂົາປົກປ້ອງຄົນເຫຼົ່ານັ້ນ, ປົກປິດ ແລະ ແກ້ຕ່າງໃຫ້ຄົນເຫຼົ່ານັ້ນຢູ່ສະເໝີ. ນີ້ບໍ່ແມ່ນສິ່ງທີ່ຄົດໂກງບໍ? ດ້ານທີ່ຄົດໂກງໃນພຶດຕິກຳຂອງພວກເຂົາຢູ່ນີ້ແມ່ນຫຍັງ, ຈຸດສຸມແມ່ນຫຍັງ? ສິ່ງເຫຼົ່ານີ້ຕ້ອງເຮັດໃຫ້ຊັດເຈນ. ພວກເຂົາບໍ່ເຄີຍເວົ້າຄວາມຈິງ, ມັກຈະເວົ້າຕົວະເພື່ອຫຼອກລວງເຮືອນຂອງພຣະເຈົ້າຢູ່ສະເໝີ. ພວກເຂົາເຫັນຄົນຊົ່ວຮ້າຍເຮັດສິ່ງທີ່ຊົ່ວຮ້າຍ ແຕ່ບໍ່ຈັດການກັບພວກເຂົາ, ມັກຈະເຮັດໃຫ້ເລື່ອງລາວສະຫງົບລົງ ແລະ ປະຕິບັດຄວາມອົດກັ້ນ ແລະ ຄວາມອົດທົນຢູ່ສະເໝີ. ແຮງຈູງໃຈຂອງພວກເຂົາໃນການເຮັດສິ່ງເຫຼົ່ານີ້ແມ່ນຫຍັງ? ມັນແມ່ນເພື່ອຊ່ວຍໃຫ້ຜູ້ຄົນເສີມສ້າງຈຸດແຂງຂອງກັນ ແລະ ກັນ ແລະ ມີຄວາມອົດທົນຕໍ່ກັນ ແລະ ກັນຢ່າງແທ້ຈິງບໍ? (ບໍ່.) ແລ້ວຈຸດປະສົງຂອງພວກເຂົາແມ່ນຫຍັງ? ພວກເຂົາຕ້ອງການເຮັດໃຫ້ອິດທິພົນຂອງພວກເຂົາເອງເຂັ້ມແຂງຂຶ້ນ, ເພື່ອເຮັດໃຫ້ສະຖານະຂອງພວກເຂົາໝັ້ນຄົງ. ເມື່ອພວກເຂົາຮູ້ວ່າຄົນຊົ່ວຮ້າຍຖືກຊຳລະລ້າງອອກໄປ, ພວກເຂົາກໍຈະເປັນຄົນຕໍ່ໄປທີ່ຈະຕ້ອງໄປ; ນີ້ຄືສິ່ງທີ່ພວກເຂົາຢ້ານ. ສະນັ້ນ, ພວກເຂົາຈຶ່ງເກັບຄົນຊົ່ວຮ້າຍໄວ້ໃກ້ຕົວ; ຕາບໃດທີ່ຄົນເຫຼົ່ານັ້ນຍັງຢູ່, ສະຖານະຂອງຜູ້ຕໍ່ຕ້ານພຣະຄຣິສກໍຈະປອດໄພ. ຖ້າຄົນຊົ່ວຮ້າຍຖືກຊຳລະລ້າງອອກໄປ, ຜູ້ຕໍ່ຕ້ານພຣະຄຣິສກໍຈະຈົບສິ້ນ. ຄົນຊົ່ວຮ້າຍຄືຄັນຮົ່ມປົກປ້ອງຂອງພວກເຂົາ, ເປັນໂລ່ຂອງພວກເຂົາ. ສະນັ້ນ, ບໍ່ວ່າໃຜຈະເປີດໂປງຄົນຊົ່ວຮ້າຍ ຫຼື ສະເໜີວ່າພວກເຂົາຄວນຖືກຊຳລະລ້າງອອກໄປ, ພວກເຂົາກໍຈະບໍ່ເຫັນດີ, ໂດຍເວົ້າວ່າ “ພວກເຂົາຍັງສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້, ພວກເຂົາຍັງສາມາດຖວາຍເງິນໄດ້; ຢ່າງໜ້ອຍທີ່ສຸດ ພວກເຂົາກໍຍັງສາມາດອອກເຫື່ອແຮງໄດ້!” ພວກເຂົາຫາເຫດຜົນ ແລະ ຂໍ້ອ້າງເພື່ອມາປົກປ້ອງຄົນຊົ່ວຮ້າຍ ແລະ ໂດຍປົກກະຕິແລ້ວ ຄົນທີ່ບໍ່ມີຄວາມສາມາດໃນການແຍກແຍະກໍບໍ່ສາມາດເບິ່ງເຫັນເຈດຕະນາທີ່ປະສົງຮ້າຍທີ່ເຊື່ອງຊ້ອນຢູ່ພາຍໃນຕົວພວກເຂົາໄດ້, ພວກເຂົາບໍ່ສາມາດແຍກແຍະມັນໄດ້.
ມີຕົວຢ່າງອື່ນອີກບໍທີ່ການກະທຳທີ່ຄົດໂກງຂອງຜູ້ຕໍ່ຕ້ານພຣະຄຣິສໄດ້ສ້າງຄວາມປະທັບໃຈທີ່ເລິກເຊິ່ງໃຫ້ກັບພວກເຈົ້າ? ໃຫ້ບາງຄົນແບ່ງປັນເບິ່ງ. (ມີເອື້ອຍນ້ອງຄົນໜຶ່ງທີ່ເປັນຜູ້ຮັບຜິດຊອບຂອງທີມງານພຣະກິດຕິຄຸນ ແລະ ໃນທຸກໆເດືອນ ລາວກໍສາມາດຮັບເອົາຜູ້ຄົນໄດ້ຈຳນວນໜຶ່ງ, ເຊິ່ງບາງຄົນກໍເປັນຜູ້ບໍ່ມີຄວາມເຊື່ອ. ຜູ້ຕໍ່ຕ້ານພຣະຄຣິສໄດ້ຕີຄວາມໝາຍຂອງການຈັດແຈງວຽກງານນອກບໍລິບົດ, ໂດຍເວົ້າວ່າ ການເທດສະໜາພຣະກິດຕິຄຸນຄວນຈະມຸ່ງເປົ້າໄປທີ່ຄົນໃນນິກາຍຕ່າງໆເປັນຫຼັກ, ໂດຍໃຫ້ຜູ້ບໍ່ມີຄວາມເຊື່ອເປັນເປົ້າໝາຍສຳຮອງ ແລະ ຖ້າຈຸດສຸມຫຼັກແມ່ນຜູ້ບໍ່ມີຄວາມເຊື່ອ, ມັນກໍເປັນການລະເມີດການຈັດແຈງວຽກງານຢ່າງຮ້າຍແຮງ. ລາວເຖິງກັບໃຊ້ພຣະທຳຂອງພຣະເຈົ້າຈາກ “ຄຳເຕືອນເຖິງຜູ້ຄົນທີ່ບໍ່ປະຕິບັດຄວາມຈິງ” ເພື່ອໄຈ້ແຍກພຶດຕິກຳນີ້. ຈາກນັ້ນ ລາວກໍໃຫ້ທຸກຄົນລົງຄະແນນສຽງ, ໂດຍຖາມວ່າ “ຄົນແບບນີ້ຍັງສາມາດເປັນຜູ້ຮັບຜິດຊອບໄດ້ຢູ່ບໍ?” ໃນເວລານັ້ນ, ຫຼາຍຄົນໃນຄຣິສຕະຈັກເປັນຜູ້ເຊື່ອໃໝ່ພຽງໜຶ່ງ ຫຼື ສອງປີ ແລະ ບໍ່ສາມາດແຍກແຍະໄດ້, ສະນັ້ນ ພວກເຂົາຈຶ່ງຮູ້ສຶກວ່າການລະເມີດການຈັດແຈງວຽກງານນັ້ນເປັນເລື່ອງຮ້າຍແຮງ ແລະ ເຫັນດີໃຫ້ປົດເອື້ອຍນ້ອງຄົນນັ້ນອອກ. ເອື້ອຍນ້ອງຄົນນັ້ນກາຍເປັນຄົນທີ່ຄິດລົບຫຼາຍໃນເວລານັ້ນ; ຫຼັງຈາກທີ່ຖືກຜູ້ຕໍ່ຕ້ານພຣະຄຣິສຄົນນີ້ໄຈ້ແຍກ ແລະ ກ່າວໂທດ, ລາວກໍຮູ້ສຶກວ່າຕົວລາວເອງເປັນຜູ້ຕໍ່ຕ້ານພຣະຄຣິສ, ຈະຕ້ອງຖືກພຣະເຈົ້າກຳຈັດຢ່າງແນ່ນອນ ແລະ ລາວກໍກາຍເປັນຄົນຄິດລົບຢ່າງໜັກ, ຈົນບໍ່ຢາກມີຊີວິດຢູ່ຕໍ່ໄປ. ຍິ່ງໄປກວ່ານັ້ນ, ຜູ້ຕໍ່ຕ້ານພຣະຄຣິສຄົນນີ້ຍັງໄດ້ກັກເກັບບົດເທດສະໜາ ແລະ ການໂອ້ລົມບາງຢ່າງຈາກເບື້ອງເທິງໄວ້, ບໍ່ຍອມໃຫ້ພວກຂ້ານ້ອຍຟັງ. ລາວອ້າງວ່າການໂອ້ລົມຈາກເບື້ອງເທິງນັ້ນຮຸນແຮງຫຼາຍ ແລະ ວ່າພວກຂ້ານ້ອຍ ໃນຖານະທີ່ເປັນຜູ້ເຊື່ອໃໝ່ທີ່ມີວຸດທິພາວະນ້ອຍ, ຈະເກີດຄວາມຄິດຫຼົງຜິດຫຼັງຈາກທີ່ໄດ້ຟັງ. ໃນດ້ານຜິວເຜີນ, ມັນເບິ່ງຄືວ່າລາວກຳລັງເບິ່ງແຍງພວກຂ້ານ້ອຍ, ແຕ່ໃນຄວາມເປັນຈິງແລ້ວ ລາວຢ້ານວ່າຖ້າພວກຂ້ານ້ອຍຟັງບົດເທດສະໜາຈາກເບື້ອງເທິງ, ພວກຂ້ານ້ອຍຈະສາມາດແຍກແຍະລາວໄດ້ ແລະ ຈາກນັ້ນ ລາວກໍຈະບໍ່ສາມາດຄວບຄຸມພວກຂ້ານ້ອຍໄດ້. ລາວໃຊ້ວິທີການທີ່ເບິ່ງຄືວ່າສົມເຫດສົມຜົນເຫຼົ່ານີ້ເພື່ອທໍລະມານ ແລະ ຫຼອກລວງຜູ້ຄົນ, ເຮັດໃຫ້ເບິ່ງຄືວ່າສິ່ງທີ່ລາວເຮັດນັ້ນສົມເຫດສົມຜົນ ແລະ ເປັນໄປຕາມການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ.) ເຫດການນີ້ສາມາດອະທິບາຍໄດ້ຢ່າງແນ່ນອນວ່າຄົດໂກງ. ການປະຕິບັດທີ່ສະເໝີຕົ້ນສະເໝີປາຍຂອງໃຜກໍຕາມທີ່ເປັນຜູ້ຕໍ່ຕ້ານພຣະຄຣິສນັ້ນຄືກັນສະເໝີ, ບໍ່ແຕກຕ່າງກັນແມ່ນແຕ່ໜ້ອຍດຽວ, ໂດຍມີເຈດຕະນາດຽວກັນ ແລະ ມຸ່ງເປົ້າໄປທີ່ເປົ້າໝາຍດຽວກັນໃນທຸກສິ່ງທີ່ພວກເຂົາເຮັດ. ສິ່ງນີ້ບໍ່ໄດ້ພິສູດບໍວ່າ ຜູ້ຕໍ່ຕ້ານພຣະຄຣິສເປັນຜີຮ້າຍ ແລະ ວິນຍານຊົ່ວຮ້າຍຢ່າງແທ້ຈິງ? (ພິສູດ.) ແນ່ນອນທີ່ສຸດ. ການອະທິບາຍເຖິງການກະທຳຂອງຜູ້ຕໍ່ຕ້ານພຣະຄຣິສ, ເຊິ່ງກໍຄືຜີຮ້າຍ ແລະ ວິນຍານຊົ່ວຮ້າຍເຫຼົ່ານີ້ວ່າຄົດໂກງນັ້ນແມ່ນເໝາະສົມຢ່າງຍິ່ງ ແລະ ບໍ່ແມ່ນການເວົ້າເກີນຈິງເລີຍ.
ຫຼັງຈາກຕົວຢ່າງເຫຼົ່ານີ້, ພວກເຈົ້າຄວນໄດ້ຮັບຄວາມເຂົ້າໃຈທີ່ເລິກເຊິ່ງບາງຢ່າງແລ້ວ; ພວກເຈົ້າເລີ່ມມີຄວາມສາມາດໃນການແຍກແຍະບາງຢ່າງກ່ຽວກັບການກະທຳທີ່ຄົດໂກງຂອງຜູ້ຕໍ່ຕ້ານພຣະຄຣິສແລ້ວບໍ? ສິ່ງໃດກໍຕາມທີ່ກ່ຽວຂ້ອງກັບພຶດຕິກຳທີ່ຄົດໂກງ ໂດຍມີເຈດຕະນາ ແລະ ແຮງຈູງໃຈທີ່ເຊື່ອງໄວ້, ບໍ່ແມ່ນການກະທຳຂອງຄົນປົກກະຕິ, ບໍ່ແມ່ນການກະທຳຂອງຄົນຊື່ສັດ ແລະ ແນ່ນອນວ່າບໍ່ແມ່ນການກະທຳຂອງຄົນທີ່ໄລ່ຕາມຄວາມຈິງ. ສິ່ງທີ່ພວກເຂົາເຮັດນັ້ນແມ່ນການປະຕິບັດຄວາມຈິງບໍ? ພວກເຂົາກຳລັງປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າບໍ? (ບໍ່.) ແລ້ວພວກເຂົາກຳລັງເຮັດຫຍັງ? ພວກເຂົາກຳລັງຂັດຂວາງ ແລະ ທຳລາຍວຽກງານຂອງຄຣິສຕະຈັກ, ກຳລັງເຮັດສິ່ງທີ່ຊົ່ວຮ້າຍ; ພວກເຂົາບໍ່ໄດ້ຕິດຕາມເສັ້ນທາງຂອງພຣະເຈົ້າ ແລະ ພວກເຂົາກໍບໍ່ໄດ້ປົກປ້ອງວຽກງານຂອງເຮືອນຂອງພຣະເຈົ້າ. ສິ່ງທີ່ພວກເຂົາເຮັດບໍ່ແມ່ນວຽກງານຂອງຄຣິສຕະຈັກ; ພວກເຂົາພຽງແຕ່ໃຊ້ຂໍ້ອ້າງໃນການເຮັດວຽກງານຂອງຄຣິສຕະຈັກເພື່ອໄລ່ຕາມເປົ້າໝາຍຂອງພວກເຂົາເອງ, ເຊິ່ງໂດຍພື້ນຖານແລ້ວແມ່ນການປົກປ້ອງຜົນປະໂຫຍດສ່ວນຕົວຂອງພວກເຂົາ ແລະ ຜົນປະໂຫຍດຂອງຊາຕານ. ມີຕົວຢ່າງອື່ນອີກບໍ? (ໃນປີ 2015, ມີການມອບໝາຍການຈັດແຈງວຽກງານຈາກເບື້ອງເທິງ ໂດຍແນະນຳໃຫ້ພວກຂ້ານ້ອຍໃຊ້ບົດຄວາມຈາກ “ຜູ້ທີ່ຕື່ນຮູ້” ເພື່ອໂອ້ລົມກ່ຽວກັບການແຍກແຍະຜູ້ນຳປອມ ແລະ ການຈຳແນກລະຫວ່າງຄຣິສຕະຈັກທີ່ແທ້ຈິງ ແລະ ຄຣິສຕະຈັກປອມ. ມີຜູ້ນຳຄົນໜຶ່ງໃນຄຣິສຕະຈັກທີ່ຫາກໍຖືກປົດອອກ, ເຊິ່ງເວົ້າວ່າພວກຂ້ານ້ອຍເປັນຜູ້ເຊື່ອໃນພຣະເຈົ້າໃໝ່ ແລະ ມີວຸດທິພາວະນ້ອຍ ແລະ ວ່າພວກຂ້ານ້ອຍເຂົ້າໃຈການຈັດແຈງວຽກງານຂອງເບື້ອງເທິງຢ່າງຜິວເຜີນເກີນໄປ. ການກະທຳຂອງພຣະເຈົ້ານັ້ນບໍ່ສາມາດຢັ່ງເຖິງໄດ້ ແລະ ເບື້ອງເທິງໄດ້ມອບໝາຍການຈັດແຈງນີ້ດ້ວຍຄວາມໝາຍທີ່ເລິກເຊິ່ງກວ່າ. ລາວຍັງເວົ້າອີກວ່າ “ກ່ຽວກັບຄວາມຈິງໃນການແຍກແຍະຜູ້ນຳປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສ, ເບື້ອງເທິງໄດ້ໃຫ້ການໂອ້ລົມຢ່າງຫຼວງຫຼາຍໃນເມື່ອກ່ອນ ແລະ ໄດ້ອະທິບາຍມັນຢ່າງຊັດເຈນຫຼາຍ. ຖ້າມັນເປັນພຽງເລື່ອງກ່ຽວກັບການແຍກແຍະຜູ້ນຳປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສ, ມັນຈະມີຄວາມຈຳເປັນບໍທີ່ຈະຕ້ອງມອບໝາຍການຈັດແຈງວຽກງານອື່ນອີກ?” ຫຼັງຈາກນັ້ນ, ລາວໄດ້ຍົກເອົາບາງພາກສ່ວນນອກບໍລິບົດຈາກການຈັດແຈງວຽກງານ, ບົດເທດສະໜາ ແລະ ການໂອ້ລົມໃນອະດີດຈາກເບື້ອງເທິງ ໂດຍໂຮມເອກະສານຫຼາຍສິບພັນຄຳເພື່ອເຮັດໃຫ້ອ້າຍເອື້ອຍນ້ອງຫຼົງຜິດ, ເຊິ່ງນຳພາພວກຂ້ານ້ອຍໃຫ້ໄປແຍກແຍະ “ຜູ້ທີ່ຕື່ນຮູ້” ແທນ. ໃນເວລານັ້ນ, ພວກຂ້ານ້ອຍຖືກເຮັດໃຫ້ຫຼົງຜິດ ແລະ ບໍ່ໄດ້ສຸມໃສ່ການແຍກແຍະຜູ້ນຳປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສ. ຕໍ່ມາ, ຄົນຜູ້ນີ້ຖືກເປີດເຜີຍວ່າເປັນຜູ້ຕໍ່ຕ້ານພຣະຄຣິສ. ລາວຢ້ານວ່າຖ້າທຸກຄົນເລີ່ມແຍກແຍະຜູ້ນຳປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາກໍຈະຄົ້ນພົບການກະທຳທີ່ຊົ່ວຮ້າຍຂອງລາວ ແລະ ແຍກແຍະລາວ, ສະນັ້ນ ລາວຈຶ່ງຕັ້ງໃຈນຳພາພວກຂ້ານ້ອຍຢ່າງຜິດໆໃຫ້ໄປແຍກແຍະ “ຜູ້ທີ່ຕື່ນຮູ້” ແທນ.) ນີ້ຄືກົນອຸບາຍ, ເປັນຍຸດທະວິທີໃນການນຳພາຢ່າງຜິດໆ, ເປັນການສ້າງການຫັນເຫຄວາມສົນໃຈເພື່ອປ່ຽນຈຸດສຸມຂອງພວກເຈົ້າ ເພື່ອບໍ່ໃຫ້ມີໃຜມາສົນໃຈລາວ. ວິທີການນີ້ຟັງແລ້ວຄຸ້ນເຄີຍບໍ? ເມື່ອພະຍານາກໃຫຍ່ສີແດງຜະເຊີນກັບວິກິດການເຊັ່ນ: ຄວາມວຸ່ນວາຍພາຍໃນລະບົບການເມືອງຂອງມັນ ຫຼື ປະຊາຊົນວາງແຜນນັດຢຸດເຮັດວຽກ ຫຼື ກໍ່ກະບົດ, ມັນກໍໃຊ້ຍຸດທະວິທີດຽວກັນນີ້, ນັ້ນກໍຄື ການຫັນເຫຄວາມສົນໃຈ. ມັນໃຊ້ວິທີການນີ້ເລື້ອຍໆ. ເມື່ອໃດກໍຕາມທີ່ເກີດວິກິດການ, ມັນກໍຈະຍຸຍົງໃຫ້ເກີດຄວາມຕື່ນຕົກໃຈກ່ຽວກັບສົງຄາມ, ສົ່ງເສີມຄວາມຮັກຊາດ, ຈາກນັ້ນກໍສາຍຮູບເງົາກ່ຽວກັບສົງຄາມຕໍ່ຕ້ານ ແລະ ຄວາມຮັກຊາດຢ່າງບໍ່ຢຸດຢັ້ງ ຫຼື ເຜີຍແຜ່ຂ່າວປອມເພື່ອປຸກລະດົມຄວາມຮູ້ສຶກຊາດນິຍົມເພື່ອຫັນເຫຄວາມສົນໃຈ. ພະຍານາກໃຫຍ່ສີແດງເຮັດສິ່ງເຫຼົ່ານີ້ດ້ວຍແຮງຈູງໃຈແອບແຝງ ໂດຍປິດບັງເປົ້າໝາຍທີ່ບໍ່ໄດ້ເວົ້າອອກມາໄວ້. ສິ່ງນີ້ເອີ້ນວ່າພຶດຕິກຳທີ່ຄົດໂກງ. ໃຜຄືບັນພະບຸລຸດຂອງຜູ້ຕໍ່ຕ້ານພຣະຄຣິສ? ມັນຄືພະຍານາກໃຫຍ່ສີແດງ, ເຊິ່ງກໍຄືມານຮ້າຍ. ທຳມະຊາດໃນການກະທຳຂອງພວກເຂົາແມ່ນຄືກັນທຸກປະການ, ຄືກັບວ່າພວກເຂົາກຳລັງສົມຮູ້ຮ່ວມຄິດກັນ. ກົນອຸບາຍ ແລະ ວິທີການຂອງຜູ້ຕໍ່ຕ້ານພຣະຄຣິສມາຈາກໃສ? ພວກມັນຖືກສອນໂດຍບັນພະບຸລຸດຂອງພວກເຂົາ, ເຊິ່ງກໍຄືມານຮ້າຍຊາຕານ. ຊາຕານສະຖິດຢູ່ໃນຕົວພວກເຂົາ, ສະນັ້ນ ການປະຕິບັດການໃນລັກສະນະທີ່ຄົດໂກງຈຶ່ງເປັນເລື່ອງທີ່ປົກກະຕິຫຼາຍສຳລັບພວກເຂົາ; ມັນເປີດເຜີຍຢ່າງຄົບຖ້ວນວ່າພວກເຂົາມີທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສ.
(ພຣະເຈົ້າ, ຂ້ານ້ອຍຢາກແບ່ງປັນຕົວຢ່າງໜຶ່ງ. ກໍລະນີຂອງຜູ້ຕໍ່ຕ້ານພຣະຄຣິສນີ້ເກີດຂຶ້ນໃນເຂດສິດຍາພິບານຈີຈິນ. ປະມານຊ່ວງລະດູໃບໄມ້ປົ່ງຂອງປີ 2012. ຜູ້ຕໍ່ຕ້ານພຣະຄຣິສທີ່ຊື່ວ່າ ອານ ໄດ້ເຜີຍແຜ່ຄວາມຄິດທີ່ຄາດເຄື່ອນຫຼາຍຢ່າງໃນຄຣິສຕະຈັກຕ່າງໆ ແລະ ເຖິງກັບຂຽນປຶ້ມນ້ອຍຫົວໜຶ່ງທີ່ມີຊື່ວ່າ “ສິ່ງທີ່ພຣະເຈົ້າໃສ່ໃຈທີ່ສຸດກ່ອນທີ່ຈະອອກຈາກແຜ່ນດິນໂລກ”, ເຊິ່ງລາວໄດ້ແຈກຢາຍຢ່າງເປັນສ່ວນຕົວໃຫ້ກັບທຸກຄຣິສຕະຈັກ. ລາວອ້າງວ່າສິ່ງທີ່ພຣະເຈົ້າໃສ່ໃຈທີ່ສຸດກ່ອນທີ່ຈະຈາກໄປກໍຄື ປະຊາກອນທີ່ພຣະເຈົ້າເລືອກຈະຟັງຄົນທີ່ພຣະວິນຍານບໍລິສຸດຊົງນຳໃຊ້ຫຼັງຈາກທີ່ພຣະອົງຈາກໄປ ຫຼື ບໍ່, ສະນັ້ນ ພວກຂ້ານ້ອຍຈຶ່ງຄວນເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ຕອນນີ້ ພຽງແຕ່ອ່ານບົດເທດສະໜາ, ການໂອ້ລົມ ແລະ ການຈັດແຈງວຽກງານຂອງຄົນທີ່ພຣະວິນຍານບໍລິສຸດຊົງນຳໃຊ້ກໍພຽງພໍແລ້ວ, ເຊິ່ງມາແທນທີ່ຄວາມຈຳເປັນໃນການກິນ ແລະ ດື່ມພະທໍາຂອງພຣະເຈົ້າ. ຜົນກໍຄື ອ້າຍເອື້ອຍນ້ອງຫຼາຍຄົນຖືກເຮັດໃຫ້ຫຼົງຜິດ; ພວກເຂົາຢຸດກິນ ແລະ ດື່ມພະທໍາຂອງພຣະເຈົ້າ, ເຊິ່ງເປັນເປົ້າໝາຍທີ່ຜູ້ຕໍ່ຕ້ານພຣະຄຣິສພະຍາຍາມບັນລຸ. ຄວາມແຝງຊົ່ວຂອງຜູ້ຕໍ່ຕ້ານພຣະຄຣິສຢູ່ບ່ອນທີ່ວ່າ ພາຍໃຕ້ຂໍ້ອ້າງຂອງການເປັນປະຈັກພະຍານໃຫ້ຄົນທີ່ພຣະວິນຍານບໍລິສຸດຊົງນຳໃຊ້, ລາວໄດ້ນຳພາຜູ້ຄົນໃຫ້ອອກຫ່າງຈາກພຣະທຳຂອງພຣະເຈົ້າ ໂດຍການປະຖິ້ມການກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ, ໃນຂະນະດຽວກັນກໍເຮັດໃຫ້ຜູ້ຄົນຮູ້ສຶກວ່າລາວເຂົ້າໃຈຫົວໃຈຂອງພຣະເຈົ້າຢ່າງເລິກເຊິ່ງ. ລາວໄດ້ຄິດເຖິງສິ່ງທີ່ພຣະເຈົ້າໃສ່ໃຈກ່ອນທີ່ຈະຈາກໄປ, ສະນັ້ນ ຜູ້ຄົນຈຶ່ງໃຫ້ຄວາມເຄົາລົບນັບຖືລາວຢ່າງສູງ ແລະ ນະມັດສະການລາວ.) ເປັນຫຍັງລາວຈຶ່ງຍົກຍໍຄົນທີ່ພຣະວິນຍານບໍລິສຸດຊົງນຳໃຊ້? ຄົນທີ່ພຣະວິນຍານບໍລິສຸດຊົງນຳໃຊ້ເປັນມະນຸດ ແລະ ລາວກໍເຊັ່ນກັນ. ໂດຍການຍົກຍໍຄົນທີ່ພຣະວິນຍານບໍລິສຸດຊົງນຳໃຊ້, ຄວາມຈິງແລ້ວ ລາວກຳລັງເຮັດໃຫ້ຜູ້ຄົນນະມັດສະການ ແລະ ຍົກຍໍລາວ; ນັ້ນຄືເປົ້າໝາຍຂອງລາວ. ພວກເຮົາບໍ່ສາມາດພຽງແຕ່ຕັດສິນວ່າສິ່ງທີ່ລາວເວົ້ານັ້ນຖືກ ຫຼື ຜິດ; ພວກເຮົາຈຳເປັນຕ້ອງເບິ່ງຜົນສະທ້ອນ ແລະ ຈຸດປະສົງທີ່ຄຳເວົ້າຂອງລາວບັນລຸໄດ້; ນັ້ນຄືສິ່ງທີ່ສຳຄັນ. ສະນັ້ນ, ຈຸດປະສົງຂອງລາວໃນການຍົກຍໍຄົນທີ່ພຣະວິນຍານບໍລິສຸດຊົງນຳໃຊ້ນັ້ນ ຄວາມຈິງແລ້ວແມ່ນເພື່ອຍົກຍໍຕົນເອງ; ນັ້ນຄືເປົ້າໝາຍຂອງລາວ. ລາວຮູ້ວ່າການຍົກຍໍຄົນທີ່ພຣະວິນຍານບໍລິສຸດຊົງນຳໃຊ້ຈະບໍ່ມີໃຜຄັດຄ້ານຢ່າງແນ່ນອນ ແລະ ຜູ້ຄົນກໍຈະເຫັນດີກັບລາວ ແລະ ຍົກຍໍລາວ. ແຕ່ຖ້າລາວຍົກຍໍ ແລະ ເປັນປະຈັກພະຍານໃຫ້ຕົນເອງໂດຍກົງ, ຜູ້ຄົນກໍອາດຈະເປີດໂປງ, ແຍກແຍະ ແລະ ປະຕິເສດລາວ. ດັ່ງນັ້ນ, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງໃຊ້ຍຸດທະວິທີໃນການຍົກຍໍຄົນທີ່ພຣະວິນຍານບໍລິສຸດຊົງນຳໃຊ້ ເພື່ອບັນລຸການຍົກຍໍຕົນເອງ ແລະ ການເປັນປະຈັກພະຍານໃຫ້ຕົນເອງ; ນີ້ຄືຄວາມແຝງຊົ່ວຂອງຜູ້ຕໍ່ຕ້ານພຣະຄຣິສ. ການກະທຳຂອງຜູ້ຕໍ່ຕ້ານພຣະຄຣິສ ອານ ນັ້ນຄົດໂກງຫຼາຍ, ຜູ້ຄົນຖືກການກະທຳເຫຼົ່ານັ້ນເຮັດໃຫ້ຫຼົງຜິດໄດ້ງ່າຍ, ນີ້ຄືເຫດການຂອງຜູ້ຕໍ່ຕ້ານພຣະຄຣິສທີ່ເປັນແບບຢ່າງ. ປະຊາກອນທີ່ພຣະເຈົ້າເລືອກຄວນຮຽນຮູ້ທີ່ຈະແຍກແຍະຈາກກໍລະນີຂອງຜູ້ຕໍ່ຕ້ານພຣະຄຣິສນີ້, ເຂົ້າໃຈດ້ານທີ່ຄົດໂກງຂອງຜູ້ຕໍ່ຕ້ານພຣະຄຣິສ, ພ້ອມທັງວິທີການ ແລະ ວິທີທາງທົ່ວໄປທີ່ພວກເຂົາໃຊ້ເພື່ອບັນລຸຜົນໃນການເຮັດໃຫ້ຜູ້ຄົນຫຼົງຜິດ. ການເຂົ້າໃຈສິ່ງເຫຼົ່ານີ້ເປັນປະໂຫຍດຢ່າງຍິ່ງສຳລັບຜູ້ຄົນໃນການແຍກແຍະຜູ້ຕໍ່ຕ້ານພຣະຄຣິສ. ມີໃຜອີກບໍທີ່ມີຕົວຢ່າງມາແບ່ງປັນ?
(ພຣະເຈົ້າ, ຂ້ານ້ອຍກໍມີກໍລະນີຂອງຜູ້ຕໍ່ຕ້ານພຣະຄຣິສມາແບ່ງປັນເຊັ່ນກັນ. ເຫດການນີ້ເກີດຂຶ້ນໃນເຂດສິດຍາພິບານເຫີໜານ. ປະມານປີ 2011, ຜູ້ຕໍ່ຕ້ານພຣະຄຣິສທີ່ຊື່ວ່າ ຢູ, ເຊິ່ງເປັນຜູ້ນຳປອມທີ່ຖືກປົດອອກແລ້ວ, ໄດ້ຖືກຄຣິສຕະຈັກມອບໝາຍໃຫ້ຮັບຜິດຊອບວຽກງານການຊຳລະລ້າງ ເພາະລາວມີພອນສະຫວັນ ແລະ ປະສົບການເຮັດວຽກບາງຢ່າງ. ໃນເວລານັ້ນ, ມີການມອບໝາຍການຈັດແຈງວຽກງານຈາກເບື້ອງເທິງ ເພື່ອເປີດໂປງ ແລະ ກຳຈັດຜູ້ນຳປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສໃຫ້ໝົດໄປ. ຢູ ເຊິ່ງເປັນຄົນທີ່ມັກສະຖານະ, ເຫັນວ່າສິ່ງນີ້ເປັນໂອກາດໃນການກັບຄືນມາ. ພາຍໃຕ້ຂໍ້ອ້າງຂອງການຈັດຕັ້ງປະຕິບັດການຈັດແຈງວຽກງານ, ລາວໄດ້ໂອ້ລົມກັບອ້າຍເອື້ອຍນ້ອງຢ່າງຕໍ່ເນື່ອງ ເພື່ອໃຫ້ຕິດຕາມກະແສພາລະກິດຂອງພຣະວິນຍານບໍລິສຸດ ແລະ ສຸມໃສ່ການແຍກແຍະຜູ້ນຳປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສ. ເຖິງຢ່າງໃດກໍຕາມ, ລາວບໍ່ໄດ້ໂອ້ລົມກ່ຽວກັບຫຼັກການໃນການແຍກແຍະພວກເຂົາເລີຍ ແຕ່ພັດນຳພາພວກຂ້ານ້ອຍໃຫ້ໄປສຸມຄວາມສົນໃຈໃສ່ຜູ້ນຳ ແລະ ຜູ້ເຮັດວຽກແທນ. ໃນທຸກໆການເຕົ້າໂຮມ, ລາວຈະຂໍໃຫ້ອ້າຍເອື້ອຍນ້ອງເວົ້າກ່ຽວກັບການປະຕິບັດງານຂອງຜູ້ນຳ ແລະ ຜູ້ເຮັດວຽກ. ຫຼັງຈາກທີ່ພວກຂ້ານ້ອຍເວົ້າແລ້ວ, ລາວກໍຈະຈັບຜິດການບ່ຽງເບນບາງຢ່າງໃນວຽກງານຂອງພວກເຂົາ ແລະ ອຸປະນິໄສທີ່ເສື່ອມຊາມທີ່ພວກເຂົາເປີດເຜີຍອອກມາ ໂດຍຍົກລະດັບທຳມະຊາດຂອງບັນຫາເຫຼົ່ານີ້ໃຫ້ຮ້າຍແຮງຂຶ້ນ, ຮຽກພວກເຂົາໂດຍກົງວ່າເປັນຜູ້ນຳປອມ ແລະ ປົດພວກເຂົາອອກ. ຫຼັງຈາກນັ້ນ, ລາວກໍຈະເປັນປະຈັກພະຍານໃຫ້ອ້າຍເອື້ອຍນ້ອງຢ່າງຕໍ່ເນື່ອງກ່ຽວກັບວິທີທີ່ລາວກຳຈັດຜູ້ນຳປອມ ແລະ ຜູ້ເຮັດວຽກເຫຼົ່ານີ້, ເຮັດໃຫ້ພວກເຂົາຮູ້ສຶກວ່າລາວມີຄວາມສາມາດໃນການແຍກແຍະ ແລະ ມີຄວາມສາມາດໃນການເຮັດວຽກ. ໃນຄວາມເປັນຈິງແລ້ວ, ລາວມີເປົ້າໝາຍທີ່ຈະໃຊ້ການປົດຜູ້ນຳ ແລະ ຜູ້ເຮັດວຽກເຫຼົ່ານີ້ເປັນໂອກາດເພື່ອເຮັດໃຫ້ລາວກັບຄືນມາ ແລະ ສືບຕໍ່ເປັນຜູ້ນຳ. ເມື່ອອ້າຍເອື້ອຍນ້ອງຖືກ ຢູ ເຮັດໃຫ້ຫຼົງຜິດ, ເມື່ອອ້າຍເອື້ອຍນ້ອງເຫັນຄວາມເສື່ອມຊາມທີ່ຜູ້ນຳ ແລະ ຜູ້ເຮັດວຽກເປີດເຜີຍອອກມາ ແລະ ການບ່ຽງເບນໃນວຽກງານຂອງພວກເຂົາ, ອ້າຍເອື້ອຍນ້ອງກໍເລີ່ມສົງໄສວ່າພວກເຂົາເປັນຜູ້ນຳປອມ ຫຼື ບໍ່ ແລະ ເຖິງກັບຕັ້ງຄຳຖາມຕໍ່ຜູ້ນຳຂອງຄຣິສຕະຈັກໃນທຸກລະດັບ, ຈົນເຮັດໃຫ້ບໍ່ສາມາດຮ່ວມມືກັບວຽກງານຂອງຜູ້ນຳ ແລະ ຜູ້ເຮັດວຽກໄດ້ຕາມປົກກະຕິ. ຜູ້ນຳ ແລະ ຜູ້ເຮັດວຽກຫຼາຍຄົນທີ່ມີວຸດທິພາວະນ້ອຍກໍຖືກບີບຄັ້ນຢ່າງໜັກໜ່ວງເຊັ່ນກັນ ໂດຍດຳລົງຊີວິດຢູ່ໃນສະພາວະຂອງຄວາມເປັນລົບ ແລະ ຄວາມລະມັດລະວັງ, ບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ຕາມປົກກະຕິ, ເຊິ່ງນຳໄປສູ່ຄວາມວຸ່ນວາຍໃນຄຣິສຕະຈັກ. ໃນເວລານັ້ນ, ຫຼາຍຄົນນະມັດສະການຜູ້ຕໍ່ຕ້ານພຣະຄຣິສຄົນນີ້ ແລະ ຄຣິສຕະຈັກປະມານສິບກວ່າແຫ່ງກໍຖືກເຮັດໃຫ້ຫຼົງຜິດ ແລະ ຖືກຄວບຄຸມໂດຍຜູ້ຕໍ່ຕ້ານພຣະຄຣິສຄົນນີ້. ແມ່ນແຕ່ຫຼັງຈາກທີ່ຜູ້ຕໍ່ຕ້ານພຣະຄຣິສຄົນນີ້ຖືກເປີດເຜີຍ, ບາງຄົນກໍຍັງບໍ່ສາມາດແຍກແຍະລາວໄດ້ ໂດຍເຊື່ອວ່າລາວກຳລັງປົກປ້ອງວຽກງານຂອງຄຣິສຕະຈັກ ແລະ ບາງຄົນກໍເຖິງກັບອອກໜ້າປົກປ້ອງລາວ.) ມັນເກີດຫຍັງຂຶ້ນກັບອ້າຍເອື້ອຍນ້ອງເຫຼົ່ານັ້ນທີ່ຖືກເຮັດໃຫ້ຫຼົງຜິດໃນພາຍຫຼັງ? (ຜ່ານການໂອ້ລົມ ແລະ ການຊ່ວຍເຫຼືອ, ບາງຄົນກໍໄດ້ຮັບຄວາມສາມາດໃນການແຍກແຍະກ່ຽວກັບຜູ້ຕໍ່ຕ້ານພຣະຄຣິສ ແລະ ຖືກຊ່ວຍໃຫ້ລອດພົ້ນ, ໃນຂະນະທີ່ບາງຄົນ, ບໍ່ວ່າຄົນອື່ນຈະໂອ້ລົມກັບພວກເຂົາແນວໃດກໍຕາມ, ພວກເຂົາກໍຍັງຄົງດື້ດ້ານ ແລະ ຕັ້ງໃຈທີ່ຈະຕິດຕາມຜູ້ຕໍ່ຕ້ານພຣະຄຣິສ ແລະ ໃນທີ່ສຸດຄົນເຫຼົ່ານີ້ກໍຖືກກຳຈັດ.) ຕອນນີ້ ຄົນສ່ວນໃຫຍ່ແຍກແຍະຜູ້ຕໍ່ຕ້ານພຣະຄຣິສຄົນນີ້ໄດ້ແລ້ວບໍ? (ຕອນນີ້ ພວກເຂົາມີຄວາມສາມາດໃນການແຍກແຍະບາງຢ່າງແລ້ວ.) ຜູ້ທີ່ຍັງຄົງດື້ດ້ານ ແລະ ບໍ່ສາມາດປ່ຽນແປງໄດ້ນັ້ນສົມຄວນທີ່ຈະພິນາດ; ນີ້ຄືຈຸດຈົບຂອງການຕິດຕາມຜູ້ຕໍ່ຕ້ານພຣະຄຣິສ.
ພວກເຮົາຫາກໍໄດ້ໂອ້ລົມກ່ຽວກັບການສະແດງອອກຕ່າງໆຂອງການກະທຳທີ່ຄົດໂກງຂອງຜູ້ຕໍ່ຕ້ານພຣະຄຣິສ. ຕອນນີ້ ໃຫ້ພວກເຮົາເຮັດບົດສະຫຼຸບ: ແກ່ນແທ້ ແລະ ອຸປະນິໄສທີ່ສະແດງອອກໂດຍພຶດຕິກຳດັ່ງກ່າວຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງ? (ຄວາມຊົ່ວຊ້າ.) ມັນເປັນອຸປະນິໄສທີ່ມີລັກສະນະຫຼັກເປັນຄວາມຊົ່ວຊ້າ. ແລ້ວພວກເຮົາສາມາດເວົ້າໄດ້ບໍວ່າ ຄົນທີ່ມີອຸປະນິໄສທີ່ຊົ່ວຊ້າມັກຈະກະທຳການຢ່າງຄົດໂກງ ແລະ ຄົນທີ່ກະທຳການຢ່າງຄົດໂກງມີອຸປະນິໄສທີ່ຊົ່ວຊ້າຫຼາຍ? (ສາມາດເວົ້າໄດ້.) ນີ້ເປັນການໃຫ້ເຫດຜົນທາງຕັກກະບໍ? ເຖິງແມ່ນວ່າໃນດ້ານຜິວເຜີນມັນຈະເບິ່ງຄືວ່າເປັນການໃຫ້ເຫດຜົນບາງຢ່າງ ແຕ່ໃນຄວາມເປັນຈິງແລ້ວ ສິ່ງຕ່າງໆກໍເປັນແບບນີ້ແທ້ໆ, ນັ້ນກໍຄື ຄົນທີ່ມີອຸປະນິໄສທີ່ຊົ່ວຊ້າມັກຈະປະຕິບັດການໃນວິທີທາງທີ່ຄົດໂກງ. ແກ່ນແທ້ທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສທີ່ກະທຳການຢ່າງຄົດໂກງນັ້ນມີຕົ້ນກຳເນີດມາຈາກຊາຕານ; ມັນຂ້ອນຂ້າງຊັດເຈນວ່າພວກເຂົາຄ້າຍຄືກັບມານຮ້າຍ ແລະ ຊາຕານ. ໂດຍການສັງເກດເບິ່ງວິທີທີ່ຜູ້ຕໍ່ຕ້ານພຣະຄຣິສກະທຳການ, ເຈົ້າກໍຈະສາມາດເຂົ້າໃຈໄດ້ວ່າ ມານຮ້າຍ ແລະ ຊາຕານປະຕິບັດການແນວໃດ. ມານຮ້າຍ ແລະ ຊາຕານທີ່ແທ້ຈິງ ແລະ ພະຍານາກໃຫຍ່ສີແດງກະທຳການຢ່າງຮຸນແຮງກວ່ານີ້ອີກ. ແມ່ນແຕ່ຜູ້ຕໍ່ຕ້ານພຣະຄຣິສທຳມະດາກໍຍັງສາມາດກະທຳການຢ່າງຄົດໂກງໄດ້ຂະໜາດນີ້, ດ້ວຍກົນອຸບາຍທີ່ສະຫຼາດຫຼັກແຫຼມແບບນັ້ນ, ເວົ້າໂດຍບໍ່ປ່ອຍຊ່ອງຫວ່າງໃດໆໄວ້ເລີຍ, ເຮັດໃຫ້ມັນເປັນໄປບໍ່ໄດ້ເລີຍທີ່ໃຜຈະສາມາດຫາຂໍ້ບົກພ່ອງ ຫຼື ຈັບຜິດພວກເຂົາໄດ້. ແລ້ວມານຮ້າຍເຖົ້າ ແລະ ຊາຕານຈະຍິ່ງຫຼາຍກວ່ານີ້ສໍ່າໃດ! ເມື່ອພິຈາລະນາຈາກມຸມມອງຂອງພຶດຕິກຳທີ່ຄົດໂກງຂອງຜູ້ຕໍ່ຕ້ານພຣະຄຣິສ, ຄົນທຳມະດາທີ່ບໍ່ມີສະຖານະ, ຄົນທີ່ບໍ່ຄ່ອຍສື່ສານ ຫຼື ເປີດໃຈກັບຄົນອື່ນ, ຄົນທີ່ກະທຳການໂດຍບໍ່ມີຄວາມໂປ່ງໃສ ແລະ ບໍ່ຕ້ອງການໃຫ້ຄົນອື່ນຮູ້ວ່າພວກເຂົາກຳລັງຄິດຫຍັງຢູ່ ຫຼື ກຳລັງພິຈາລະນາທີ່ຈະເຮັດຫຍັງຢູ່ເລິກໆຂ້າງໃນ ແລະ ເຈດຕະນາຂອງພວກເຂົາໃນການກະທຳ, ຜູ້ທີ່ປິດບັງຕົນເອງໄວ້ຢ່າງເລິກເຊິ່ງ ແລະ ປົກປິດໄວ້ຢ່າງແໜ້ນໜາ, ຄຳເວົ້າ ແລະ ການກະທຳຂອງພວກເຂົາຈະບໍ່ມີຮ່ອງຮອຍຂອງຄວາມຄົດໂກງເຊັ່ນກັນບໍ? ຖ້າຄົນດັ່ງກ່າວບໍ່ຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສ, ແລ້ວພວກເຂົາກໍກຳລັງຍ່າງຢູ່ໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສຢ່າງແນ່ນອນ. ສິ່ງນີ້ເປັນສິ່ງທີ່ແນ່ນອນ. ຜູ້ທີ່ຍ່າງຢູ່ໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ, ຖ້າພວກເຂົາບໍ່ຍອມຮັບການຖືກລິຮານ ແລະ ບໍ່ໃສ່ໃຈຄຳແນະນຳຂອງຄົນອື່ນ ແລະ ຍິ່ງໄປກວ່ານັ້ນຄືບໍ່ຍອມຮັບຄວາມຈິງ, ເມື່ອພວກເຂົາໄດ້ຮັບສະຖານະ, ພວກເຂົາກໍຈະກາຍເປັນຜູ້ຕໍ່ຕ້ານພຣະຄຣິສຢ່າງຫຼີກລ່ຽງບໍ່ໄດ້; ມັນເປັນພຽງເລື່ອງຂອງເວລາເທົ່ານັ້ນ. ຖ້າບາງຄົນມີອຸປະນິໄສທີ່ຊົ່ວຊ້າແບບນັ້ນ ແລະ ເຄີຍຍ່າງຢູ່ໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ ໂດຍສະແດງໃຫ້ເຫັນເຖິງຄວາມຄ້າຍຄືກັນບາງຢ່າງກັບຜູ້ຕໍ່ຕ້ານພຣະຄຣິສ ແຕ່ຫຼັງຈາກທີ່ຍອມຮັບການຖືກລິຮານແລ້ວ, ພວກເຂົາກໍກັບໃຈ, ສາມາດຍອມຮັບຄວາມຈິງ, ປະຖິ້ມເສັ້ນທາງກ່ອນໜ້ານີ້ຂອງພວກເຂົາ ແລະ ສາມາດຫັນກັບມາປະຕິບັດຄວາມຈິງໄດ້, ຜົນໄດ້ຮັບຈະເປັນແນວໃດ? ການປ່ຽນແປງດັ່ງກ່າວຈະເຮັດໃຫ້ພວກເຂົາອອກຫ່າງຈາກເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສຫຼາຍຂຶ້ນ, ເຮັດໃຫ້ພວກເຂົາເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນການເຊື່ອໃນພຣະເຈົ້າໄດ້ງ່າຍຂຶ້ນ ແລະ ຈາກນັ້ນພວກເຂົາກໍຈະມີຄວາມຫວັງທີ່ຈະຖືກຊ່ວຍໃຫ້ລອດພົ້ນ. ນັ້ນຄືທັງໝົດສຳລັບການໂອ້ລົມກ່ຽວກັບການສະແດງອອກຂອງວິທີທີ່ຜູ້ຕໍ່ຕ້ານພຣະຄຣິສກະທຳການຢ່າງຄົດໂກງ; ການສະແດງອອກຕໍ່ໄປທີ່ຈະໂອ້ລົມກັນກໍຄື ວິທີທີ່ພວກເຂົາເຮັດຕາມອຳເພີໃຈ ແລະ ເປັນຜະເດັດການ.
II. ການໄຈ້ແຍກພຶດຕິກຳທີ່ເຮັດຕາມອຳເພີໃຈ ແລະ ເປັນຜະເດັດການຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ວິທີທີ່ພວກເຂົາບັງຄັບໃຫ້ຜູ້ຄົນເຊື່ອຟັງພວກເຂົາ
ຜູ້ຕໍ່ຕ້ານພຣະຄຣິສກະທຳການດ້ວຍວິທີການທີ່ເຮັດຕາມອຳເພີໃຈ ແລະ ເປັນຜະເດັດການ, ບໍ່ເຄີຍໂອ້ລົມ ຫຼື ປຶກສາຫາລືກັບຄົນອື່ນ, ເຮັດຕາມໃຈມັກ ແລະ ບັງຄັບໃຫ້ຄົນອື່ນເຊື່ອຟັງພວກເຂົາ. ສາມາດເວົ້າໄດ້ວ່າ ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະເຮັດຫຍັງກໍຕາມ, ບໍ່ວ່າພວກເຂົາຈະເຮັດການຈັດແຈງ ຫຼື ການຕັດສິນໃຈໃດໆກໍຕາມ, ພວກເຂົາກໍບໍ່ໂອ້ລົມກັບຄົນອື່ນ, ບໍ່ບັນລຸຂໍ້ຕົກລົງຮ່ວມກັນ, ບໍ່ສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາ ແລະ ບໍ່ສະແຫວງຫາຫຼັກການທີ່ຄວນນຳໃຊ້ໃນການປະຕິບັດໜ້າທີ່ຂອງພວກເຂົາ. ຍິ່ງໄປກວ່ານັ້ນ, ພວກເຂົາບໍ່ອະນຸຍາດໃຫ້ຜູ້ຄົນເຂົ້າໃຈວ່າເປັນຫຍັງພວກເຂົາຈຶ່ງເຮັດສິ່ງຕ່າງໆໃນວິທີການໃດໜຶ່ງ, ປ່ອຍໃຫ້ຜູ້ຄົນສັບສົນ ແລະ ຈຳເປັນຕ້ອງຟັງພວກເຂົາ. ຖ້າມີຄົນບໍ່ເຂົ້າໃຈ ແລະ ຖາມພວກເຂົາກ່ຽວກັບເລື່ອງນີ້, ຜູ້ຕໍ່ຕ້ານພຣະຄຣິສກໍບໍ່ເຕັມໃຈທີ່ຈະໂອ້ລົມ ຫຼື ອະທິບາຍ. ຜູ້ຕໍ່ຕ້ານພຣະຄຣິສຕ້ອງການຮັກສາສະຖານະການແບບໃດໄວ້ໃນເລື່ອງນີ້? ບໍ່ມີໃຜໄດ້ຮັບອະນຸຍາດໃຫ້ຮູ້ລາຍລະອຽດ; ບໍ່ມີໃຜມີສິດທີ່ຈະໄດ້ຮັບແຈ້ງໃຫ້ຊາບ. ພວກເຂົາເຮັດທຸກຢ່າງຕາມທີ່ພວກເຂົາຕ້ອງການ ແລະ ສິ່ງທີ່ພວກເຂົາຄິດວ່າຖືກຕ້ອງກໍຕ້ອງໄດ້ຮັບການຈັດຕັ້ງປະຕິບັດຢ່າງຄົບຖ້ວນ. ຄົນອື່ນບໍ່ມີສິດທີ່ຈະຕັ້ງຄຳຖາມ, ຍິ່ງບໍ່ມີຄຸນສົມບັດທີ່ຈະຮ່ວມມືກັບຜູ້ຕໍ່ຕ້ານພຣະຄຣິສ. ຄົນອື່ນມີພຽງແຕ່ບົດບາດໃນການເຊື່ອຟັງ ແລະ ອ່ອນນ້ອມເທົ່ານັ້ນ. ຜູ້ຕໍ່ຕ້ານພຣະຄຣິສເບິ່ງເລື່ອງນີ້ແນວໃດ? “ໃນເມື່ອພວກເຈົ້າເລືອກຂ້ອຍເປັນຜູ້ນຳ, ພວກເຈົ້າກໍຢູ່ພາຍໃຕ້ການຄຸ້ມຄອງຂອງຂ້ອຍ ແລະ ຕ້ອງຟັງຂ້ອຍ. ຖ້າພວກເຈົ້າບໍ່ຢາກຟັງຂ້ອຍ, ແລ້ວພວກເຈົ້າກໍບໍ່ຄວນເລືອກຂ້ອຍ. ຖ້າພວກເຈົ້າເລືອກຂ້ອຍ, ພວກເຈົ້າກໍຕ້ອງຟັງຂ້ອຍ. ຂ້ອຍເປັນຜູ້ຕັດສິນໃຈຂັ້ນສຸດທ້າຍໃນທຸກສິ່ງ!” ໃນສາຍຕາຂອງພວກເຂົາ, ຄວາມສຳພັນລະຫວ່າງພວກເຂົາ ແລະ ອ້າຍເອື້ອຍນ້ອງແມ່ນຫຍັງ? ພວກເຂົາແມ່ນຜູ້ທີ່ອອກຄຳສັ່ງ. ອ້າຍເອື້ອຍນ້ອງບໍ່ສາມາດວິເຄາະຜິດຊອບຊົ່ວດີ, ບໍ່ສາມາດສອບຖາມ ແລະ ບໍ່ໄດ້ຮັບອະນຸຍາດໃຫ້ກ່າວຫາ, ແຍກແຍະ, ຕັ້ງຄຳຖາມ ຫຼື ສົງໄສພວກເຂົາ; ສິ່ງເຫຼົ່ານີ້ລ້ວນແຕ່ຖືກຫ້າມ. ຜູ້ຕໍ່ຕ້ານພຣະຄຣິສພຽງແຕ່ຕ້ອງສະເໜີແຜນການ, ຄຳຖະແຫຼງ ແລະ ວິທີການ, ແລ້ວທຸກຄົນກໍຕ້ອງຕົບມືຊົມເຊີຍ ແລະ ເຫັນດີນຳໂດຍບໍ່ມີການຕັ້ງຄຳຖາມ. ນີ້ບໍ່ແມ່ນການບີບບັງຄັບເລັກນ້ອຍບໍ? ນີ້ແມ່ນກົນລະຍຸດປະເພດໃດ? ມັນຄືການເຮັດຕາມອຳເພີໃຈ ແລະ ເປັນຜະເດັດການ. ນີ້ແມ່ນອຸປະນິໄສປະເພດໃດ? (ໂຫດຮ້າຍ.) ໃນທາງຜິວເຜີນ, ຄໍາວ່າ “ເຮັດຕາມອຳເພີໃຈ” ໝາຍເຖິງການຕັດສິນໃຈພຽງຄົນດຽວ, ເປັນຜູ້ຕັດສິນໃຈຂັ້ນສຸດທ້າຍ ແລະ ຄໍາວ່າ “ເປັນຜະເດັດການ” ໝາຍຄວາມວ່າ ຫຼັງຈາກທີ່ຕັດສິນ ຫຼື ຕັດສິນໃຈດ້ວຍຕົນເອງແລ້ວ, ທຸກຄົນຕ້ອງປະຕິບັດຕາມ ໂດຍບໍ່ມີສິດທີ່ຈະມີຄວາມຄິດເຫັນ ຫຼື ຄຳເວົ້າທີ່ແຕກຕ່າງ ຫຼື ແມ່ນແຕ່ການຕັ້ງຄຳຖາມ. ການເຮັດຕາມອຳເພີໃຈ ແລະ ເປັນຜະເດັດການໝາຍຄວາມວ່າ ເມື່ອປະເຊີນກັບສະຖານະການໃດໜຶ່ງ, ພວກເຂົາໄຕ່ຕອງ ແລະ ພິຈາລະນາມັນດ້ວຍຕົນເອງ ກ່ອນທີ່ຈະຕັດສິນໃຈວ່າຈະເຮັດຫຍັງ. ພວກເຂົາຕັດສິນໃຈດ້ວຍຕົນເອງຢູ່ເບື້ອງຫຼັງກ່ຽວກັບວິທີການເຮັດສິ່ງຕ່າງໆ ໂດຍປາສະຈາກການປະກອບສ່ວນຂອງຄົນອື່ນ; ແມ່ນແຕ່ເພື່ອນຮ່ວມງານ, ຜູ້ຮ່ວມງານ ຫຼື ຜູ້ນຳລະດັບສູງກວ່າຂອງພວກເຂົາເອງກໍບໍ່ສາມາດແຊກແຊງໄດ້, ນີ້ຄືຄວາມໝາຍຂອງການເຮັດຕາມອຳເພີໃຈ ແລະ ເປັນຜະເດັດການ. ບໍ່ວ່າພວກເຂົາຈະປະເຊີນກັບສະຖານະການໃດກໍຕາມ, ຜູ້ທີ່ກະທຳການໃນລັກສະນະນີ້ມັກຈະດຳເນີນການໂດຍການຄິດທົບທວນສິ່ງຕ່າງໆໃນໃຈຂອງພວກເຂົາ ແລະ ຄິດຢ່າງໜັກໃນການພິຈາລະນາຢູ່ສະເໝີ, ບໍ່ເຄີຍປຶກສາຫາລືກັບຄົນອື່ນເລີຍ. ພວກເຂົາຄິດແບບນັ້ນແບບນີ້ຢູ່ໃນຫົວຂອງພວກເຂົາ, ແຕ່ສິ່ງທີ່ພວກເຂົາກຳລັງຄິດແທ້ໆນັ້ນ ບໍ່ມີໃຜຮູ້. ເປັນຫຍັງຈຶ່ງບໍ່ມີໃຜຮູ້? ເພາະວ່າພວກເຂົາບໍ່ເວົ້າອອກມາ. ບາງຄົນອາດຈະຄິດວ່າມັນເປັນພຽງຍ້ອນວ່າພວກເຂົາເປັນຄົນບໍ່ມັກເວົ້າ, ແຕ່ນັ້ນເປັນຄວາມຈິງແທ້ບໍ? ນີ້ບໍ່ແມ່ນເລື່ອງຂອງບຸກຄະລິກະພາບ, ແຕ່ມັນເປັນການເລືອກໂດຍເຈດຕະນາທີ່ຈະປິດບັງຄົນອື່ນ. ພວກເຂົາຕ້ອງການເຮັດສິ່ງຕ່າງໆດ້ວຍຕົນເອງ, ພວກເຂົາມີການຄິດໄລ່ຂອງພວກເຂົາເອງ. ພວກເຂົາກຳລັງຄິດໄລ່ຫຍັງຢູ່? ການຄິດໄລ່ຂອງພວກເຂົາກ່ຽວຂ້ອງກັບຜົນປະໂຫຍດສ່ວນຕົວ, ສະຖານະ, ຊື່ສຽງ, ຜົນປະໂຫຍດ ແລະ ກຽດຕິຍົດຂອງພວກເຂົາເອງ. ພວກເຂົາໄຕ່ຕອງວ່າຈະກະທຳການແນວໃດໃຫ້ເປັນປະໂຫຍດຕໍ່ຕົນເອງ, ຈະປົກປ້ອງສະຖານະ ແລະ ຊື່ສຽງຂອງພວກເຂົາຈາກອັນຕະລາຍໄດ້ແນວໃດ, ຈະກະທຳການແນວໃດໂດຍບໍ່ໃຫ້ຄົນອື່ນເບິ່ງພວກເຂົາອອກ ແລະ ສິ່ງທີ່ສຳຄັນກໍຄື ຈະປິດບັງການກະທຳຂອງພວກເຂົາຈາກເບື້ອງເທິງໄດ້ແນວໃດ, ໂດຍຫວັງວ່າໃນທີ່ສຸດຈະໄດ້ຮັບຜົນປະໂຫຍດໂດຍບໍ່ເປີດເຜີຍຂໍ້ບົກພ່ອງໃດໆໃຫ້ໃຜເຫັນ. ພວກເຂົາຄິດວ່າ “ຖ້າຂ້ອຍພາດພັ້ງພຽງຊົ່ວຄາວ ແລະ ເວົ້າບາງຢ່າງຜິດໄປ, ທຸກຄົນກໍຈະເບິ່ງຂ້ອຍອອກ. ຖ້າມີຄົນປາກບອນ ແລະ ລາຍງານຂ້ອຍຕໍ່ເບື້ອງເທິງ, ເບື້ອງເທິງກໍອາດຈະປົດຂ້ອຍອອກ ແລະ ຂ້ອຍກໍຈະສູນເສຍສະຖານະຂອງຂ້ອຍ. ນອກຈາກນີ້, ຖ້າຂ້ອຍໂອ້ລົມກັບຄົນອື່ນຢູ່ສະເໝີ, ຄວາມສາມາດທີ່ຈຳກັດຂອງຂ້ອຍຈະບໍ່ປະຈັກແກ່ທຸກຄົນບໍ? ຄົນອື່ນຈະດູຖູກຂ້ອຍບໍ?” ບາດນີ້ ບອກເຮົາມາເບິ່ງ, ຖ້າພວກເຂົາຖືກເບິ່ງອອກແທ້ໆ, ນັ້ນຈະເປັນສິ່ງທີ່ດີ ຫຼື ບໍ່ດີ? ຄວາມຈິງແລ້ວ, ສຳລັບຜູ້ທີ່ໄລ່ຕາມຄວາມຈິງ, ສຳລັບຄົນຊື່ສັດ, ການຖືກເບິ່ງອອກ ແລະ ເສຍໜ້າ ຫຼື ຊື່ສຽງບາງສ່ວນນັ້ນບໍ່ໄດ້ສຳຄັນຫຍັງຫຼາຍ. ພວກເຂົາເບິ່ງຄືວ່າບໍ່ຄ່ອຍກັງວົນກັບສິ່ງເຫຼົ່ານີ້ຫຼາຍປານໃດ; ພວກເຂົາເບິ່ງຄືວ່າບໍ່ຄ່ອຍໃສ່ໃຈກັບພວກມັນຢ່າງເປີດເຜີຍ ແລະ ບໍ່ໄດ້ໃຫ້ຄວາມສຳຄັນກັບພວກມັນຫຼາຍເກີນໄປ. ແຕ່ຜູ້ຕໍ່ຕ້ານພຣະຄຣິສນັ້ນກົງກັນຂ້າມຢ່າງສິ້ນເຊີງ; ພວກເຂົາບໍ່ໄລ່ຕາມຄວາມຈິງ ແລະ ພວກເຂົາຖືວ່າສະຖານະຂອງພວກເຂົາ ແລະ ມຸມມອງ ແລະ ທັດສະນະຄະຕິຂອງຄົນອື່ນທີ່ມີຕໍ່ພວກເຂົານັ້ນສຳຄັນກວ່າຊີວິດຂອງພວກເຂົາເອງ. ການຂໍໃຫ້ພວກເຂົາເວົ້າສິ່ງທີ່ຢູ່ໃນໃຈ ຫຼື ຄວາມຈິງນັ້ນເປັນເລື່ອງທີ່ຍາກລຳບາກຢ່າງຍິ່ງ; ແມ່ນແຕ່ການສະເໜີຜົນປະໂຫຍດຫຼາຍຢ່າງກໍອາດຈະບໍ່ພຽງພໍ. ຖ້າພວກເຂົາຖືກຂໍໃຫ້ເປີດເຜີຍຄວາມລັບ ຫຼື ເລື່ອງສ່ວນຕົວຂອງພວກເຂົາ, ນັ້ນກໍຈະຍິ່ງຍາກຂຶ້ນໄປອີກ, ພວກເຂົາອາດຈະບໍ່ຍອມເຮັດ ເຖິງແມ່ນວ່າຈະຕ້ອງແລກດ້ວຍຊີວິດຂອງພວກເຂົາກໍຕາມ. ນີ້ແມ່ນທຳມະຊາດປະເພດໃດ? ຄົນແບບນັ້ນສາມາດຍອມຮັບຄວາມຈິງໄດ້ບໍ? ພວກເຂົາສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນໄດ້ບໍ? ແນ່ນອນວ່າບໍ່ໄດ້. ໃນທີ່ສຸດແລ້ວ, “ສັນດານຂຸດໄດ້ ແຕ່ແກ້ບໍ່ໄດ້”.
ຜູ້ຕໍ່ຕ້ານພຣະຄຣິສໃຫ້ຄວາມສຳຄັນເປັນພິເສດຕໍ່ຄຸນຄ່າຂອງຕົນເອງ, ສະຖານະ, ໜ້າຕາ ແລະ ທຸກສິ່ງທີ່ສາມາດຮັກສາອຳນາດຂອງພວກເຂົາໄວ້ໄດ້. ເຈົ້າໂອ້ລົມກັບພວກເຂົາ, ໂດຍກ່າວວ່າ “ໃນການເຮັດວຽກງານຂອງຄຣິສຕະຈັກ, ບໍ່ວ່າຈະເປັນເລື່ອງພາຍນອກ ຫຼື ການບໍລິຫານພາຍໃນ, ການປັບປ່ຽນບຸກຄະລາກອນ ຫຼື ສິ່ງອື່ນໃດກໍຕາມ, ເຈົ້າຕ້ອງໂອ້ລົມກັບອ້າຍເອື້ອຍນ້ອງ. ຂັ້ນຕອນທຳອິດໃນການຮຽນຮູ້ທີ່ຈະຮ່ວມມືກັບຄົນອື່ນກໍຄືການຮຽນຮູ້ທີ່ຈະໂອ້ລົມ. ການໂອ້ລົມບໍ່ແມ່ນການເວົ້າເລື່ອງໄຮ້ສາລະ ຫຼື ການສະແດງອອກແຕ່ຄວາມເປັນລົບ ຫຼື ການກະບົດຕໍ່ພຣະເຈົ້າຂອງເຈົ້າເອງ. ເຈົ້າບໍ່ຄວນລະບາຍຄວາມເປັນລົບ ຫຼື ສະພາວະທີ່ກະບົດຂອງເຈົ້າເພື່ອສົ່ງຜົນກະທົບຕໍ່ຄົນອື່ນ. ຈຸດສຳຄັນຄືການໂອ້ລົມກ່ຽວກັບວິທີການຊອກຫາຫຼັກການໃນພຣະທຳຂອງພຣະເຈົ້າ ແລະ ເຂົ້າໃຈຄວາມຈິງ”. ເຖິງຢ່າງໃດກໍຕາມ, ບໍ່ວ່າເຈົ້າຈະໂອ້ລົມຄວາມຈິງແນວໃດກໍຕາມ, ມັນກໍບໍ່ສາມາດເຮັດໃຫ້ພວກເຂົາຫວັ່ນໄຫວ ຫຼື ເຮັດໃຫ້ພວກເຂົາປ່ຽນແປງຫຼັກການ ແລະ ທິດທາງໃນວິທີການທີ່ພວກເຂົາດຳເນີນການ ແລະ ປະພຶດຕົນໄດ້. ນີ້ແມ່ນອຸປະນິໄສປະເພດໃດ? ເວົ້າແບບເບົາໆກໍຄື ມັນແມ່ນຄວາມຫົວແຂງ. ເວົ້າແບບຮຸນແຮງກໍຄື ມັນແມ່ນຄວາມໂຫດຮ້າຍ. ຄວາມຈິງແລ້ວ, ການເອີ້ນມັນວ່າຄວາມໂຫດຮ້າຍນັ້ນເໝາະສົມແລ້ວ. ລອງພິຈາລະນາເບິ່ງໝາປ່າທີ່ຄາບແກະໄວ້ໃນປາກຂອງມັນ ແລະ ກຳລັງເພີດເພີນກັບເຫຍື່ອຂອງມັນ. ຖ້າເຈົ້າເຈລະຈາກັບມັນ, ໂດຍກ່າວວ່າ “ຂ້ອຍຈະເອົາກະຕ່າຍໃຫ້ເຈົ້າແທນ ແລະ ເຈົ້າກໍປ່ອຍແກະໄປ, ຕົກລົງບໍ?” ມັນຈະບໍ່ເຫັນດີນຳ. ເຈົ້າເວົ້າວ່າ “ຂ້ອຍຈະເອົາງົວໃຫ້ເຈົ້າ, ເປັນແນວໃດ?” ມັນຈະບໍ່ເຫັນດີນຳຢ່າງແນ່ນອນ. ມັນຈະກິນແກະກ່ອນ ແລ້ວຈຶ່ງຈະໄປກິນງົວ. ມັນບໍ່ພໍໃຈກັບພຽງແຕ່ຕົວດຽວ, ມັນຕ້ອງການທັງສອງ. ນີ້ແມ່ນອຸປະນິໄສປະເພດໃດ? (ໂລບມາກໂລພາ ແລະ ໂຫດຮ້າຍຢ່າງຍິ່ງ.) ມັນໂຫດຮ້າຍເກີນໄປແລ້ວ! ໃນທຳນອງດຽວກັນ, ກ່ຽວກັບອຸປະນິໄສທີ່ໂຫດຮ້າຍຢ່າງຍິ່ງຂອງຜູ້ຕໍ່ຕ້ານພຣະຄຣິສ, ການໂອ້ລົມຄວາມຈິງ, ການລິຮານ ຫຼື ການໃຫ້ຄຳແນະນຳພວກເຂົານັ້ນບໍ່ໄດ້ຜົນ. ບໍ່ມີສິ່ງໃດສາມາດປ່ຽນແປງການໄລ່ຕາມສະຖານະທີ່ຝັງຮາກເລິກຂອງພວກເຂົາ ຫຼື ຄວາມປາຖະໜາຂອງພວກເຂົາທີ່ຈະຄວບຄຸມຄົນອື່ນໄດ້, ເວັ້ນເສຍແຕ່ວ່າເຈົ້າຈະດຶງດູດພວກເຂົາດ້ວຍສະຖານະທີ່ສູງກວ່າ ຫຼື ຜົນປະໂຫຍດທີ່ຫຼາຍກວ່າ. ຖ້າບໍ່ດັ່ງນັ້ນ, ເຫຍື່ອທີ່ຢູ່ໃນປາກຂອງພວກເຂົາແລ້ວ, ພວກເຂົາຈະບໍ່ຍອມປ່ອຍໄປຢ່າງເດັດຂາດ. ການປະຕິເສດທີ່ຈະປ່ອຍໄປຢ່າງເດັດຂາດນີ້ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ເມື່ອພວກເຂົາມີສະຖານະໃດໜຶ່ງແລ້ວ, ພວກເຂົາກໍຈະໃຊ້ໂອກາດນີ້ເພື່ອສະແດງ ແລະ ໂອ້ອວດຕົນເອງຢ່າງແຂງຂັນ. ໂອ້ອວດຫຍັງ? ຄວາມສາມາດພິເສດ ແລະ ພອນສະຫວັນຕ່າງໆຂອງພວກເຂົາ, ພູມຫຼັງ, ການສຶກສາ, ຄຸນຄ່າ ແລະ ສະຖານະຂອງພວກເຂົາໃນສັງຄົມ, ໂດຍການໂອ້ອວດ ແລະ ອວດອ້າງວ່າພວກເຂົາມີຄວາມສາມາດ ແລະ ຊຳນານສໍ່າໃດ, ພວກເຂົາສາມາດປັ່ນຫົວ ແລະ ບົງການຜູ້ຄົນໄດ້ແນວໃດ, ພວກເຂົາສາມາດຂັບເຄື່ອນຜູ້ຄົນໄດ້ແນວໃດ. ຜູ້ທີ່ບໍ່ມີຄວາມຈິງ ຫຼື ຄວາມສາມາດໃນການແຍກແຍະ, ເມື່ອໄດ້ຍິນສິ່ງນີ້, ກໍຈະຮູ້ສຶກວ່າຜູ້ຕໍ່ຕ້ານພຣະຄຣິສດັ່ງກ່າວນັ້ນໜ້າປະທັບໃຈຫຼາຍ. ພວກເຂົາເອງຮູ້ສຶກຕໍ່າຕ້ອຍ ແລະ ພວກເຂົາກໍເຕັມໃຈທີ່ຈະອ່ອນນ້ອມຕໍ່ການຄວບຄຸມຂອງຜູ້ຕໍ່ຕ້ານພຣະຄຣິສ.
ຜູ້ຕໍ່ຕ້ານພຣະຄຣິສບາງຄົນມີຄວາມເຈົ້າເລ່ ແລະ ເລິກເຊິ່ງໃນການວາງແຜນຂອງພວກເຂົາເປັນພິເສດ. ພວກເຂົາຍຶດໝັ້ນໃນປັດຊະຍາແບບຊາຕານອັນສູງສຸດ, ນັ້ນກໍຄື ການບໍ່ຄ່ອຍເວົ້າໃນສະຖານະການໃດໆ ແລະ ບໍ່ສະແດງຈຸດຢືນຂອງພວກເຂົາເອງຢ່າງງ່າຍດາຍໃນສະຖານະການໃດໆທີ່ພວກເຂົາປະເຊີນ, ໂດຍຈະເວົ້າກໍຕໍ່ເມື່ອຖືກບັງຄັບໃຫ້ເຮັດແນວນັ້ນແທ້ໆເທົ່ານັ້ນ. ພວກເຂົາພຽງແຕ່ສັງເກດການກະທຳຂອງທຸກຄົນຢ່າງຕັ້ງໃຈ, ຄືກັບວ່າຈຸດປະສົງຂອງພວກເຂົາແມ່ນເພື່ອເຂົ້າໃຈຢ່າງຖ່ອງແທ້ ແລະ ເບິ່ງຄົນອ້ອມຂ້າງອອກ ກ່ອນທີ່ຈະເວົ້າ ຫຼື ກະທຳການ. ກ່ອນອື່ນ ພວກເຂົາລະບຸວ່າໃຜສາມາດເປັນເຫຍື່ອຂອງພວກເຂົາ ແລະ ກາຍເປັນຜູ້ຊ່ວຍຂອງພວກເຂົາໄດ້ ແລະ ໃຜທີ່ພວກເຂົາຈຳເປັນຕ້ອງລະວັງໃນຖານະທີ່ເປັນ “ສັດຕູທາງການເມືອງ”. ບາງຄັ້ງພວກເຂົາກໍບໍ່ເວົ້າ ຫຼື ສະແດງຈຸດຢືນ, ໂດຍຍັງຄົງມິດງຽບຢູ່, ແຕ່ພວກເຂົາກຳລັງໄຕ່ຕອງ ແລະ ຄິດໄລ່ຢູ່ພາຍໃນ. ຄົນເຫຼົ່ານີ້ມີຄວາມເຈົ້າເລ່ໃນໃຈ ແລະ ບໍ່ຄ່ອຍເວົ້າອອກມາ. ພວກເຈົ້າຈະເວົ້າບໍວ່າຄົນແບບນັ້ນຊົ່ວຮ້າຍຫຼາຍ? ຖ້າພວກເຂົາບໍ່ຄ່ອຍເວົ້າອອກມາ, ເຈົ້າຈະແຍກແຍະພວກເຂົາໄດ້ແນວໃດ? ມັນງ່າຍບໍທີ່ຈະເບິ່ງພວກເຂົາອອກ? ມັນຍາກຫຼາຍ. ຫົວໃຈຂອງຄົນແບບນັ້ນເຕັມໄປດ້ວຍປັດຊະຍາແບບຊາຕານຢ່າງສິ້ນເຊີງ. ສິ່ງນີ້ບໍ່ຄົດໂກງບໍ? ຜູ້ຕໍ່ຕ້ານພຣະຄຣິສເຊື່ອວ່າ ຖ້າພວກເຂົາມັກຈະເວົ້າອອກມາຢູ່ສະເໝີ ແລະ ສະແດງມຸມມອງຂອງພວກເຂົາ ແລະ ໂອ້ລົມກັບຄົນອື່ນ, ທຸກຄົນກໍຈະເບິ່ງພວກເຂົາອອກ. ພວກເຂົາຈະຄິດວ່າຜູ້ຕໍ່ຕ້ານພຣະຄຣິສຂາດຄວາມເລິກເຊິ່ງ, ເປັນພຽງຄົນທຳມະດາ ແລະ ຈະບໍ່ເຄົາລົບພວກເຂົາ. ການສູນເສຍຄວາມເຄົາລົບໝາຍຄວາມວ່າແນວໃດສຳລັບຜູ້ຕໍ່ຕ້ານພຣະຄຣິສ? ມັນໝາຍເຖິງການສູນເສຍສະຖານະທີ່ໄດ້ຮັບການຍົກຍ້ອງຂອງພວກເຂົາໃນໃຈຂອງຄົນອື່ນ ແລະ ສະແດງໃຫ້ເຫັນວ່າພວກເຂົານັ້ນທຳມະດາ, ໂງ່ຈ້າ ແລະ ສາມັນສໍ່າໃດ. ນີ້ຄືສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສບໍ່ຫວັງທີ່ຈະເຫັນ. ສະນັ້ນ, ເມື່ອພວກເຂົາເຫັນຄົນອື່ນໃນຄຣິສຕະຈັກເປີດເຜີຍຕົນເອງຢູ່ສະເໝີ ແລະ ຍອມຮັບຄວາມເປັນລົບຂອງພວກເຂົາ, ການກະບົດຕໍ່ພຣະເຈົ້າ, ຄວາມຜິດພາດທີ່ພວກເຂົາໄດ້ເຮັດໃນມື້ວານນີ້ ຫຼື ຄວາມເຈັບປວດທີ່ທົນບໍ່ໄດ້ທີ່ພວກເຂົາຮູ້ສຶກຈາກການບໍ່ຊື່ສັດໃນມື້ນີ້, ຜູ້ຕໍ່ຕ້ານພຣະຄຣິສກໍຖືວ່າຄົນເຫຼົ່ານີ້ໂງ່ຈ້າ ແລະ ໄຮ້ດຽງສາ. ພວກເຂົາບໍ່ເຄີຍຍອມຮັບສິ່ງດັ່ງກ່າວດ້ວຍຕົນເອງ, ໂດຍເຊື່ອງຊ້ອນຄວາມຄິດຂອງພວກເຂົາໄວ້. ບາງຄົນເວົ້າໜ້ອຍຍ້ອນຂີດຄວາມສາມາດຕ່ຳ ຫຼື ຄວາມຄິດທີ່ຮຽບງ່າຍ, ຂາດຄວາມຄິດທີ່ຊັບຊ້ອນ, ແຕ່ເມື່ອຜູ້ຕໍ່ຕ້ານພຣະຄຣິສເວົ້າໜ້ອຍ, ມັນບໍ່ແມ່ນຍ້ອນເຫດຜົນດຽວກັນ. ມັນເປັນບັນຫາຂອງອຸປະນິໄສ. ພວກເຂົາບໍ່ຄ່ອຍເວົ້າເມື່ອພົບປະກັບຄົນອື່ນ ແລະ ບໍ່ສະແດງມຸມມອງຂອງພວກເຂົາເອງຢ່າງງ່າຍດາຍກ່ຽວກັບສິ່ງທີ່ຄົນອື່ນກຳລັງເວົ້າເຖິງ. ເປັນຫຍັງພວກເຂົາຈຶ່ງບໍ່ສະແດງມຸມມອງຂອງພວກເຂົາ? ກ່ອນອື່ນໝົດ ພວກເຂົາຂາດຄວາມຈິງຢ່າງແນ່ນອນ ແລະ ບໍ່ສາມາດເບິ່ງສິ່ງຕ່າງໆອອກ. ຖ້າພວກເຂົາເວົ້າ, ພວກເຂົາກໍອາດຈະເຮັດຜິດພາດ ແລະ ຖືກເບິ່ງອອກ. ພວກເຂົາຢ້ານການຖືກດູຖູກ, ສະນັ້ນ ພວກເຂົາຈຶ່ງທຳທ່າມິດງຽບ ແລະ ທຳທ່າວ່າມີຄວາມເລິກເຊິ່ງ, ເຮັດໃຫ້ມັນຍາກສຳລັບຄົນອື່ນທີ່ຈະຢັ່ງເຖິງພວກເຂົາ ແລະ ເຖິງກັບເຮັດໃຫ້ຄົນອື່ນຄິດວ່າພວກເຂົາມີສະຕິປັນຍາ ແລະ ໂດດເດັ່ນ. ດ້ວຍວິທີນີ້, ຜູ້ຄົນຈຶ່ງບໍ່ກ້າປະເມີນຜູ້ຕໍ່ຕ້ານພຣະຄຣິສຕໍ່າເກີນໄປ ແລະ ເມື່ອເຫັນພາຍນອກທີ່ເບິ່ງຄືວ່າສະຫງົບ ແລະ ໃຈເຢັນຂອງພວກເຂົາ, ຜູ້ຄົນກໍຍິ່ງໃຫ້ຄວາມເຄົາລົບນັບຖືພວກເຂົາຢ່າງສູງ, ໂດຍບໍ່ກ້າທີ່ຈະດູຖູກພວກເຂົາຢ່າງເດັດຂາດ. ນີ້ຄືດ້ານທີ່ຄົດໂກງ ແລະ ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາບໍ່ສະແດງມຸມມອງຂອງພວກເຂົາຢ່າງງ່າຍດາຍ ເພາະວ່າມຸມມອງສ່ວນໃຫຍ່ຂອງພວກເຂົາບໍ່ສອດຄ່ອງກັບຄວາມຈິງ, ແຕ່ເປັນຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງມະນຸດ, ເຊິ່ງບໍ່ເໝາະສົມຢ່າງຍິ່ງທີ່ຈະນຳອອກມາເປີດເຜີຍ. ສະນັ້ນ, ພວກເຂົາຈຶ່ງຍັງຄົງມິດງຽບ. ຢູ່ພາຍໃນ ພວກເຂົາຍັງຫວັງທີ່ຈະໄດ້ຮັບແສງສະຫວ່າງບາງຢ່າງ ເຊິ່ງພວກເຂົາສາມາດປ່ອຍອອກມາເພື່ອເຮັດໃຫ້ຄົນອື່ນໃຫ້ຄວາມເຄົາລົບນັບຖືພວກເຂົາຢ່າງສູງ, ແຕ່ເນື່ອງຈາກພວກເຂົາຂາດສິ່ງນີ້, ພວກເຂົາຈຶ່ງຢູ່ຢ່າງງຽບໆ ແລະ ເຊື່ອງຊ້ອນໃນລະຫວ່າງການໂອ້ລົມຄວາມຈິງ, ໂດຍເຊື່ອງຕົວຢູ່ໃນເງົາມືດຄືກັບຜີທີ່ກຳລັງລໍຖ້າໂອກາດ. ເມື່ອພວກເຂົາພົບວ່າຄົນອື່ນກຳລັງເວົ້າເຖິງແສງສະຫວ່າງ, ພວກເຂົາກໍຄິດຫາວິທີທີ່ຈະເຮັດໃຫ້ມັນກາຍເປັນຂອງພວກເຂົາເອງ, ໂດຍສະແດງມັນອອກມາໃນອີກຮູບແບບໜຶ່ງເພື່ອໂອ້ອວດ. ນີ້ຄືຄວາມເຈົ້າເລ່ຂອງຜູ້ຕໍ່ຕ້ານພຣະຄຣິສ. ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ພວກເຂົາກໍພະຍາຍາມທີ່ຈະໂດດເດັ່ນ ແລະ ເໜືອກວ່າຄົນອື່ນ, ເພາະມີພຽງແຕ່ຕອນນັ້ນເທົ່ານັ້ນທີ່ພວກເຂົາຮູ້ສຶກພໍໃຈ. ຖ້າພວກເຂົາບໍ່ມີໂອກາດ, ກ່ອນອື່ນ ພວກເຂົາຈະເກັບຕົວງຽບໆ ແລະ ເກັບມຸມມອງຂອງພວກເຂົາໄວ້ກັບຕົວເອງ. ນີ້ຄືຄວາມເຈົ້າເລ່ຂອງຜູ້ຕໍ່ຕ້ານພຣະຄຣິສ. ຕົວຢ່າງ: ເມື່ອມີບົດເທດສະໜາຖືກສົ່ງອອກມາຈາກເຮືອນຂອງພຣະເຈົ້າ, ບາງຄົນເວົ້າວ່າມັນເບິ່ງຄືວ່າເປັນພຣະທຳຂອງພຣະເຈົ້າ ແລະ ຄົນອື່ນໆຄິດວ່າມັນເບິ່ງຄືວ່າເປັນການໂອ້ລົມຈາກເບື້ອງເທິງຫຼາຍກວ່າ. ຄົນທີ່ບໍ່ມີເລ່ຫຼ່ຽມປານໃດຈະເວົ້າສິ່ງທີ່ຢູ່ໃນໃຈຂອງພວກເຂົາ, ແຕ່ຜູ້ຕໍ່ຕ້ານພຣະຄຣິສ, ເຖິງແມ່ນວ່າພວກເຂົາຈະມີຄວາມຄິດເຫັນກ່ຽວກັບເລື່ອງນີ້, ພວກເຂົາກໍຈະເຊື່ອງຊ້ອນມັນໄວ້. ພວກເຂົາສັງເກດ ແລະ ກຽມພ້ອມທີ່ຈະເຮັດຕາມມຸມມອງຂອງຄົນສ່ວນໃຫຍ່, ແຕ່ໃນຄວາມເປັນຈິງແລ້ວ ພວກເຂົາເອງກໍບໍ່ສາມາດເຂົ້າໃຈມັນໄດ້ຢ່າງຖ່ອງແທ້. ຄົນທີ່ສະຫຼາດແກມໂກງ ແລະ ເຈົ້າເລ່ແບບນັ້ນຈະສາມາດເຂົ້າໃຈຄວາມຈິງ ຫຼື ມີຄວາມສາມາດໃນການແຍກແຍະທີ່ແທ້ຈິງໄດ້ບໍ? ຄົນທີ່ບໍ່ເຂົ້າໃຈຄວາມຈິງຈະສາມາດເບິ່ງສິ່ງໃດອອກໄດ້? ພວກເຂົາບໍ່ສາມາດເບິ່ງສິ່ງໃດອອກເລີຍ. ບາງຄົນບໍ່ສາມາດເບິ່ງສິ່ງຕ່າງໆອອກ ແຕ່ກໍທຳທ່າວ່າມີຄວາມເລິກເຊິ່ງ. ຄວາມຈິງແລ້ວ, ພວກເຂົາຂາດຄວາມສາມາດໃນການແຍກແຍະ ແລະ ຢ້ານວ່າຄົນອື່ນຈະເບິ່ງພວກເຂົາອອກ. ທັດສະນະຄະຕິທີ່ຖືກຕ້ອງໃນສະຖານະການດັ່ງກ່າວຄື: “ພວກເຮົາບໍ່ສາມາດເບິ່ງເລື່ອງນີ້ອອກ. ໃນເມື່ອພວກເຮົາບໍ່ຮູ້, ພວກເຮົາກໍບໍ່ຄວນເວົ້າແບບຊະຊາຍ. ການເວົ້າຜິດສາມາດສົ່ງຜົນກະທົບທາງລົບໄດ້. ຂ້ອຍຈະລໍຖ້າເບິ່ງວ່າເບື້ອງເທິງຈະເວົ້າແນວໃດ”. ນັ້ນບໍ່ແມ່ນການເວົ້າຢ່າງຊື່ສັດບໍ? ມັນເປັນພາສາທີ່ຮຽບງ່າຍຫຼາຍ, ແຕ່ເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງບໍ່ເວົ້າມັນ? ພວກເຂົາບໍ່ຕ້ອງການໃຫ້ໃຜເບິ່ງອອກ. ພວກເຂົາຮູ້ລະດັບຂອງຕົນເອງ, ແຕ່ຢ່າງລັບໆແລ້ວ ພວກເຂົາຍັງຄົງມີເຈດຕະນາທີ່ໜ້າລັງກຽດ, ນັ້ນກໍຄື ການເຮັດໃຫ້ຄົນອື່ນໃຫ້ຄວາມເຄົາລົບນັບຖືພວກເຂົາຢ່າງສູງ. ນີ້ບໍ່ແມ່ນສິ່ງທີ່ໜ້າລັງກຽດທີ່ສຸດບໍ? ຫຼັງຈາກທີ່ທຸກຄົນໄດ້ເວົ້າແລ້ວ, ເມື່ອເຫັນວ່າຄົນສ່ວນໃຫຍ່ເວົ້າວ່າມັນເປັນພຣະທຳຂອງພຣະເຈົ້າ ແລະ ຄົນສ່ວນໜ້ອຍເວົ້າວ່າມັນບໍ່ແມ່ນ, ຜູ້ຕໍ່ຕ້ານພຣະຄຣິສກໍຮູ້ສຶກວ່າບົດເທດສະໜານັ້ນອາດຈະບໍ່ແມ່ນພຣະທຳຂອງພຣະເຈົ້າເຊັ່ນກັນ, ແຕ່ພວກເຂົາບໍ່ໄດ້ກ່າວອອກມາຢ່າງຊັດເຈນ. ພວກເຂົາເວົ້າວ່າ “ຂ້ອຍບໍ່ສາມາດຟ້າວຕັດສິນເລື່ອງນີ້ໄດ້, ຂ້ອຍຈະໄປຕາມຄົນສ່ວນໃຫຍ່”. ພວກເຂົາບໍ່ຍອມຮັບການຂາດຄວາມເຂົ້າໃຈທີ່ເລິກເຊິ່ງຂອງພວກເຂົາເອງ, ແຕ່ກັບໃຊ້ຄຳເວົ້ານີ້ເພື່ອອຳພາງ ແລະ ປິດບັງ, ໂດຍຄິດຢູ່ຕະຫຼອດເວລາວ່າພວກເຂົາມີສະຕິປັນຍາຫຼາຍ, ວິທີການຂອງພວກເຂົານັ້ນຍອດຢ້ຽມ. ຈາກນັ້ນ, ສອງມື້ຕໍ່ມາ, ເມື່ອເຮືອນຂອງພຣະເຈົ້າປະກາດວ່າບົດເທດສະໜານັ້ນເປັນພຣະທຳຂອງພຣະເຈົ້າ, ຜູ້ຕໍ່ຕ້ານພຣະຄຣິສກໍເວົ້າທັນທີວ່າ “ເຫັນບໍ, ຂ້ອຍບອກເຈົ້າວ່າແນວໃດ? ຂ້ອຍຮູ້ວ່າມັນເປັນພຣະທຳຂອງພຣະເຈົ້າຕັ້ງແຕ່ຕົ້ນແລ້ວ, ແຕ່ຂ້ອຍກັງວົນກ່ຽວກັບຄວາມອ່ອນແອຂອງພວກເຈົ້າທີ່ບໍ່ຮັບຮູ້ພຣະທຳເຫຼົ່ານັ້ນ, ສະນັ້ນ ຂ້ອຍຈຶ່ງບໍ່ສາມາດເວົ້າມັນອອກມາໄດ້. ຖ້າຂ້ອຍເວົ້າວ່າມັນເປັນພຣະທຳຂອງພຣະເຈົ້າ, ຂ້ອຍກໍຄົງຈະກ່າວໂທດພວກເຈົ້າ, ບໍ່ແມ່ນບໍ? ພວກເຈົ້າຈະໂສກເສົ້າສໍ່າໃດ! ຂ້ອຍຈະສະບາຍໃຈໄດ້ແນວໃດເມື່ອຮູ້ວ່າພວກເຈົ້າອ່ອນແອສໍ່າໃດ? ແລ້ວຂ້ອຍຈະເປັນຜູ້ນຳປະເພດໃດ?” ຊ່າງເປັນຜູ້ຊ່ຽວຊານໃນການປອມຕົວແທ້ໆ! ມັນມີເຈດຕະນາ ແລະ ຈຸດປະສົງຢູ່ເບື້ອງຫຼັງທຸກສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເວົ້າ. ເມື່ອໃດກໍຕາມທີ່ພວກເຂົາເປີດປາກ, ມັນກໍເພື່ອໂອ້ອວດກ່ຽວກັບຕົນເອງ, ເພື່ອອວດອ້າງຄວາມສຳເລັດຂອງພວກເຂົາ, ການກະທຳທີ່ດີໃນອະດີດ ແລະ ຄວາມສະຫງ່າລາສີໃນອະດີດ. ເມື່ອໃດກໍຕາມທີ່ພວກເຂົາເວົ້າ, ມັນກໍກ່ຽວກັບສິ່ງເຫຼົ່ານີ້. ຜູ້ທີ່ບໍ່ສາມາດເບິ່ງພວກເຂົາອອກກໍຈະຍົກຍ້ອງບູຊາພວກເຂົາ, ໃນຂະນະທີ່ຜູ້ທີ່ສາມາດເບິ່ງພວກເຂົາອອກກໍຈະພົບວ່າພວກເຂົານັ້ນແຝງຊົ່ວ ແລະ ເລ່ຫຼ່ຽມຢ່າງຍິ່ງ. ຜູ້ຕໍ່ຕ້ານພຣະຄຣິສບໍ່ເຄີຍຍອມຮັບຂໍ້ບົກພ່ອງຂອງຕົນເອງເລີຍ. ຜູ້ຕໍ່ຕ້ານພຣະຄຣິສດຳເນີນການຢ່າງລັບໆ ແລະ ເວົ້າຈາແບບກຳກວມ. ສິ່ງທີ່ພວກເຂົາເວົ້າສ່ວນໃຫຍ່ແມ່ນເລື່ອງໄຮ້ສາລະ ແລະ ພວກເຂົາກໍບໍ່ສາມາດເບິ່ງສິ່ງໃດອອກ ຫຼື ເຂົ້າໃຈຄວາມຈິງໃດໆເລີຍ. ຮ້າຍແຮງໄປກວ່ານັ້ນ, ພວກເຂົາທຳທ່າເຮັດວ່າເຂົ້າໃຈຄວາມຈິງທັງໆທີ່ບໍ່ເຂົ້າໃຈຫຍັງເລີຍ ແລະ ຕ້ອງການມີສ່ວນຮ່ວມໃນທຸກສິ່ງທຸກຢ່າງ, ຕ້ອງການຕັດສິນໃຈ ແລະ ເປັນຜູ້ຕັດສິນໃຈຂັ້ນສຸດທ້າຍໃນທຸກເລື່ອງ, ໂດຍປ່ອຍໃຫ້ຄົນອ້ອມຂ້າງບໍ່ມີສິດທີ່ຈະຮູ້ຫຍັງເລີຍ. ໃນທີ່ສຸດແລ້ວ ສິ່ງນີ້ຈະນຳໄປສູ່ສະຖານະການແບບໃດ? ທຸກຄົນທີ່ຮ່ວມມືກັບພວກເຂົາ ຫຼື ປະຕິບັດໜ້າທີ່ຮ່ວມກັບພວກເຂົາຈະຮູ້ສຶກວ່າ ເຖິງແມ່ນວ່າໃນທາງຜິວເຜີນພວກເຂົາເບິ່ງຄືວ່າຈົງຮັກພັກດີ ແລະ ເຕັມໃຈທີ່ຈະຈ່າຍລາຄາ, ແຕ່ຄວາມຈິງແລ້ວມັນບໍ່ແມ່ນແນວນັ້ນເລີຍ. ແມ່ນແຕ່ຜູ້ທີ່ໃກ້ຊິດກັບຜູ້ຕໍ່ຕ້ານພຣະຄຣິສມາເປັນເວລາຫຼາຍປີກໍບໍ່ສາມາດເບິ່ງອອກວ່າພວກເຂົາກຳລັງຄິດຫຍັງຢູ່ ຫຼື ຮູ້ວ່າພວກເຂົາມີຄວາມສາມາດຫຍັງແທ້. ຄົນສ່ວນໃຫຍ່ບໍ່ສາມາດເບິ່ງພວກເຂົາອອກໄດ້. ສິ່ງທີ່ພວກເຂົາເວົ້າລ້ວນແຕ່ເປັນຄວາມຂີ້ຕົວະ ແລະ ຄຳເວົ້າທີ່ວ່າງເປົ່າ, ເປັນຄຳເວົ້າທີ່ໜ້າໄຫວ້ຫຼັງຫຼອກ ແລະ ຫຼອກລວງ. ພວກເຂົາຕ້ອງການມີສ່ວນຮ່ວມໃນທຸກສິ່ງທຸກຢ່າງ ແລະ ເປັນຜູ້ຕັດສິນໃຈທັງໝົດ, ແຕ່ເມື່ອພວກເຂົາຕັດສິນໃຈແລ້ວ, ພວກເຂົາກໍບໍ່ຮັບຜິດຊອບຕໍ່ຜົນກະທົບທີ່ອາດຈະເກີດຂຶ້ນ ແລະ ພວກເຂົາກໍຫາເຫດຜົນມາແກ້ຕົວໃຫ້ກັບພຶດຕິກຳນີ້. ຫຼັງຈາກທີ່ຕັດສິນໃຈແລ້ວ, ພວກເຂົາກໍປ່ອຍໃຫ້ຄົນອື່ນເຮັດວຽກ, ໃນຂະນະທີ່ພວກເຂົາຫັນໄປແຊກແຊງໃນເລື່ອງອື່ນໆ. ສຳລັບເລື່ອງທີ່ວ່າວຽກເດີມນັ້ນໄດ້ຮັບການຕິດຕາມ ຫຼື ບໍ່, ມັນໄດ້ຮັບການຈັດຕັ້ງປະຕິບັດ ຫຼື ບໍ່, ປະສິດທິຜົນຂອງການປະຕິບັດເປັນແນວໃດ, ຄົນສ່ວນໃຫຍ່ມີຄວາມຄິດເຫັນແນວໃດກ່ຽວກັບວິທີການນັ້ນ, ມັນທຳລາຍຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ຫຼື ບໍ່ ຫຼື ອ້າຍເອື້ອຍນ້ອງມີຄວາມສາມາດໃນການແຍກແຍະກ່ຽວກັບເລື່ອງນີ້ ຫຼື ບໍ່, ພວກເຂົາບໍ່ສົນໃຈ, ເຮັດຄືກັບວ່າມັນບໍ່ແມ່ນເລື່ອງຂອງພວກເຂົາ, ມັນບໍ່ມີຫຍັງກ່ຽວຂ້ອງກັບພວກເຂົາ. ພວກເຂົາບໍ່ສະແດງຄວາມໃສ່ໃຈແມ່ນແຕ່ໜ້ອຍດຽວ. ສິ່ງດຽວທີ່ພວກເຂົາສົນໃຈແມ່ນຫຍັງ? ພວກເຂົາສົນໃຈພຽງແຕ່ເລື່ອງທີ່ພວກເຂົາສາມາດໂອ້ອວດ ແລະ ໄດ້ຮັບການຊື່ນຊົມຈາກຄົນອື່ນເທົ່ານັ້ນ. ພວກເຂົາບໍ່ເຄີຍພາດໂອກາດທີ່ຈະເຮັດເຊັ່ນນັ້ນ. ໃນວຽກງານຂອງພວກເຂົາ, ພວກເຂົາບໍ່ເຮັດຫຍັງເລີຍນອກຈາກອອກຄຳສັ່ງ ແລະ ບັງຄັບໃຊ້ກົດລະບຽບ. ພວກເຂົາມີຄວາມສາມາດແຕ່ໃນການໃຊ້ອຳນາດ ແລະ ບົງການຜູ້ຄົນ, ໃນຂະນະທີ່ພໍໃຈໃນຕົນເອງ ແລະ ຄິດວ່າພວກເຂົາປະສົບຄວາມສຳເລັດໃນວຽກງານຂອງພວກເຂົາ. ພວກເຂົາບໍ່ຮູ້ຕົວເລີຍກ່ຽວກັບຜົນສະທ້ອນຂອງວິທີການເຮັດວຽກຂອງພວກເຂົາ. ພວກເຂົາກຳລັງທຳຮ້າຍປະຊາກອນທີ່ພຣະເຈົ້າເລືອກ, ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນໃນວຽກງານຂອງຄຣິສຕະຈັກ. ພວກເຂົາກຳລັງຂັດຂວາງການປະຕິບັດຄວາມປະສົງຂອງພຣະເຈົ້າ ແລະ ພະຍາຍາມສ້າງອານາຈັກທີ່ເປັນເອກະລາດຂອງພວກເຂົາເອງ.
“ການເຮັດຕາມອຳເພີໃຈ ແລະ ເປັນຜະເດັດການ, ບໍ່ເຄີຍໂອ້ລົມກັບຄົນອື່ນ ແລະ ບັງຄັບໃຫ້ຄົນອື່ນເຊື່ອຟັງພວກເຂົາ”, ແກ່ນແທ້ຂອງພຶດຕິກຳນີ້ຂອງຜູ້ຕໍ່ຕ້ານພຣະຄຣິສບົ່ງບອກເຖິງຫຍັງເປັນຫຼັກ? ອຸປະນິໄສຂອງພວກເຂົາຊົ່ວຊ້າ ແລະ ໂຫດຮ້າຍ ແລະ ພວກເຂົາມີຄວາມປາຖະໜາທີ່ຈະຄວບຄຸມຄົນອື່ນຢ່າງແຮງກ້າເປັນພິເສດ, ເຊິ່ງເກີນຂອບເຂດຄວາມມີເຫດຜົນຂອງມະນຸດທີ່ປົກກະຕິ. ນອກຈາກນີ້, ຄວາມເຂົ້າໃຈ ຫຼື ມຸມມອງ ແລະ ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ໜ້າທີ່ທີ່ພວກເຂົາປະຕິບັດແມ່ນຫຍັງ? ສິ່ງນີ້ແຕກຕ່າງຈາກຜູ້ທີ່ປະຕິບັດໜ້າທີ່ຂອງພວກເຂົາຢ່າງແທ້ຈິງແນວໃດ? ຜູ້ທີ່ປະຕິບັດໜ້າທີ່ຂອງພວກເຂົາຢ່າງແທ້ຈິງຈະສະແຫວງຫາຫຼັກການໃນສິ່ງທີ່ພວກເຂົາເຮັດ, ເຊິ່ງເປັນຂໍ້ກຳນົດພື້ນຖານ. ແຕ່ຜູ້ຕໍ່ຕ້ານພຣະຄຣິສເຂົ້າໃຈໜ້າທີ່ທີ່ພວກເຂົາປະຕິບັດແນວໃດ? ອຸປະນິໄສ ແລະ ແກ່ນແທ້ໃດທີ່ຖືກເປີດເຜີຍໃນການປະຕິບັດໜ້າທີ່ຂອງພວກເຂົາ? ພວກເຂົາຢືນຢູ່ໃນຕຳແໜ່ງທີ່ສູງ ແລະ ວາງທ່າຂົ່ມຜູ້ທີ່ຢູ່ຕ່ຳກວ່າພວກເຂົາ. ເມື່ອພວກເຂົາຖືກເລືອກໃຫ້ນຳພາ, ພວກເຂົາກໍເລີ່ມເບິ່ງຕົນເອງວ່າເປັນບຸກຄົນທີ່ມີສະຖານະ ແລະ ຕົວຕົນ. ພວກເຂົາບໍ່ຍອມຮັບໜ້າທີ່ຂອງພວກເຂົາຈາກພຣະເຈົ້າ. ເມື່ອໄດ້ຮັບຕຳແໜ່ງໃດໜຶ່ງ, ພວກເຂົາກໍຮູ້ສຶກວ່າສະຖານະຂອງພວກເຂົານັ້ນສຳຄັນ, ອຳນາດຂອງພວກເຂົານັ້ນຍິ່ງໃຫຍ່ ແລະ ຕົວຕົນຂອງພວກເຂົານັ້ນບໍ່ຄືໃຜ, ເຊິ່ງເຮັດໃຫ້ພວກເຂົາສາມາດດູຖູກຄົນອື່ນຈາກຕຳແໜ່ງທີ່ສູງຂອງພວກເຂົາໄດ້. ໃນເວລາດຽວກັນ, ພວກເຂົາຄິດວ່າພວກເຂົາສາມາດອອກຄຳສັ່ງ ແລະ ເຮັດຕາມຄວາມຄິດຂອງພວກເຂົາເອງໄດ້ ແລະ ພວກເຂົາເຖິງຂັ້ນຄິດວ່າບໍ່ຈຳເປັນຕ້ອງມີຄວາມກັງວົນໃດໆກ່ຽວກັບການເຮັດສິ່ງນີ້. ພວກເຂົາຄິດວ່າພວກເຂົາສາມາດໃຊ້ໂອກາດໃນການປະຕິບັດໜ້າທີ່ເພື່ອຕອບສະໜອງຄວາມຢາກມີສິດອຳນາດຂອງພວກເຂົາ, ເພື່ອຕອບສະໜອງຄວາມປາຖະໜາ ແລະ ຄວາມທະເຍີທະຍານຂອງພວກເຂົາທີ່ຈະປົກຄອງ ແລະ ນຳພາຄົນອື່ນດ້ວຍອຳນາດ. ສາມາດເວົ້າໄດ້ວ່າ ພວກເຂົາຮູ້ສຶກວ່າໃນທີ່ສຸດພວກເຂົາກໍມີໂອກາດທີ່ຈະມີສິດອຳນາດທີ່ບໍ່ມີໃຜກ້າທ້າທາຍ. ບາງຄົນເວົ້າວ່າ: “ການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສຄືການເຮັດຕາມອຳເພີໃຈ ແລະ ເປັນຜະເດັດການ ແລະ ບໍ່ເຄີຍໂອ້ລົມກັບຄົນອື່ນ. ເຖິງແມ່ນວ່າຜູ້ນຳຂອງພວກເຮົາກໍມີອຸປະນິໄສ ແລະ ການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສ, ແຕ່ພວກເຂົາກໍມັກຈະໂອ້ລົມກັບພວກເຮົາ!” ນັ້ນໝາຍຄວາມວ່າພວກເຂົາບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິສບໍ? ບາງຄັ້ງ ຜູ້ຕໍ່ຕ້ານພຣະຄຣິສກໍສາມາດທຳທ່າໄດ້. ຫຼັງຈາກທີ່ໂອ້ລົມກັບທຸກຄົນຮອບໜຶ່ງ ແລະ ເຂົ້າໃຈ ແລະ ກຳແໜ້ນຄວາມຄິດຂອງທຸກຄົນແລ້ວ (ລະບຸວ່າໃຜທີ່ສອດຄ່ອງກັບພວກເຂົາ ແລະ ໃຜທີ່ບໍ່ສອດຄ່ອງ), ພວກເຂົາກໍຈັດປະເພດຄົນເຫຼົ່ານັ້ນ. ໃນເລື່ອງຕ່າງໆໃນອະນາຄົດ, ພວກເຂົາຈະສື່ສານກັບຜູ້ທີ່ມີຄວາມສຳພັນທີ່ດີ ແລະ ເຂົ້າກັບພວກເຂົາໄດ້ເທົ່ານັ້ນ. ຜູ້ທີ່ບໍ່ສອດຄ່ອງກັບພວກເຂົາມັກຈະຖືກປິດບັງກ່ຽວກັບເລື່ອງສ່ວນໃຫຍ່ ແລະ ພວກເຂົາອາດຈະເຖິງຂັ້ນກັກໜັງສືພຣະທຳຂອງພຣະເຈົ້າໄວ້ບໍ່ໃຫ້ພວກເຂົາ. ພວກເຈົ້າເຄີຍກະທຳການໃນລັກສະນະນີ້ບໍ, ການເຮັດຕາມອຳເພີໃຈ ແລະ ເປັນຜະເດັດການ, ບໍ່ເຄີຍໂອ້ລົມກັບຄົນອື່ນ? ການເຮັດຕາມອຳເພີໃຈ ແລະ ເປັນຜະເດັດການນັ້ນເກີດຂຶ້ນຢ່າງແນ່ນອນ, ແຕ່ນີ້ບໍ່ຈຳເປັນຕ້ອງເປັນກໍລະນີສຳລັບການບໍ່ເຄີຍໂອ້ລົມກັບຄົນອື່ນ. ບາງຄັ້ງ ເຈົ້າອາດຈະໂອ້ລົມ. ເຖິງຢ່າງໃດກໍຕາມ, ຫຼັງຈາກທີ່ໂອ້ລົມແລ້ວ, ສິ່ງຕ່າງໆກໍຍັງຄົງດຳເນີນໄປຕາມທີ່ເຈົ້າເວົ້າ. ບາງຄົນຄິດວ່າ: “ເຖິງແມ່ນວ່າພວກເຮົາຈະໂອ້ລົມກັນ, ຄວາມຈິງແລ້ວ ຂ້ອຍໄດ້ກຳນົດແຜນການໄວ້ດົນແລ້ວ. ຂ້ອຍໂອ້ລົມກັບເຈົ້າພຽງແຕ່ພໍເປັນພິທີ, ພຽງແຕ່ເພື່ອໃຫ້ເຈົ້າຮູ້ວ່າຂ້ອຍມີຫຼັກການໃນສິ່ງທີ່ຂ້ອຍເຮັດ. ເຈົ້າຄິດວ່າຂ້ອຍບໍ່ຮູ້ລະດັບຂອງເຈົ້າບໍ? ໃນທີ່ສຸດແລ້ວ, ເຈົ້າກໍຍັງຈະຕ້ອງຟັງຂ້ອຍ ແລະ ເຮັດຕາມວິທີຂອງຂ້ອຍຢູ່ດີ”. ຄວາມຈິງແລ້ວ, ພວກເຂົາໄດ້ຕັດສິນໃຈໃນໃຈຂອງພວກເຂົາມາດົນແລ້ວ. ພວກເຂົາເຊື່ອວ່າ “ຂ້ອຍມີວາທະສິນ ແລະ ສາມາດບິດເບືອນຂໍ້ໂຕ້ແຍ້ງໃດໆໃຫ້ເປັນປະໂຫຍດຕໍ່ຂ້ອຍເອງໄດ້. ບໍ່ມີໃຜສາມາດເວົ້າຊະນະຂ້ອຍໄດ້, ສະນັ້ນ ໂດຍທຳມະຊາດແລ້ວ, ທ່າອ່ຽງກໍຈະເປັນໄປຕາມການນຳພາຂອງຂ້ອຍ”. ພວກເຂົາໄດ້ເຮັດການຄິດໄລ່ຂອງພວກເຂົາໄວ້ລ່ວງໜ້າດົນແລ້ວ. ສະຖານະການປະເພດນີ້ມີຢູ່ຈິງບໍ? ການເຮັດຕາມອຳເພີໃຈ ແລະ ເປັນຜະເດັດການບໍ່ແມ່ນພຶດຕິກຳທີ່ຖືກເປີດເຜີຍໂດຍບັງເອີນເປັນບາງຄັ້ງບາງຄາວ. ມັນຖືກຄວບຄຸມໂດຍອຸປະນິໄສບາງຢ່າງ. ມັນອາດຈະເບິ່ງຄືວ່າບໍ່ແມ່ນການເຮັດຕາມອຳເພີໃຈ ແລະ ເປັນຜະເດັດການຈາກວິທີການເວົ້າ ຫຼື ການກະທຳຂອງພວກເຂົາ, ແຕ່ຈາກອຸປະນິໄສ ແລະ ທຳມະຊາດຂອງການກະທຳຂອງພວກເຂົາ, ພວກເຂົາເຮັດຕາມອຳເພີໃຈ ແລະ ເປັນຜະເດັດການຢ່າງແທ້ຈິງ. ພວກເຂົາເຮັດພໍເປັນພິທີ ແລະ “ຮັບຟັງ” ຄວາມຄິດເຫັນຂອງຄົນອື່ນ, ອະນຸຍາດໃຫ້ຄົນອື່ນເວົ້າ, ເຮັດໃຫ້ພວກເຂົາຮັບຮູ້ເຖິງລາຍລະອຽດຂອງສະຖານະການ, ສົນທະນາກ່ຽວກັບສິ່ງທີ່ພຣະທຳຂອງພຣະເຈົ້າຮຽກຮ້ອງ. ແຕ່ພວກເຂົາໃຊ້ຄຳເວົ້າ ຫຼື ວາທະສິນບາງຢ່າງເພື່ອຊີ້ແນະຄົນອື່ນໃຫ້ບັນລຸຂໍ້ຕົກລົງຮ່ວມກັນກັບພວກເຂົາ. ແລ້ວຜົນສຸດທ້າຍແມ່ນຫຍັງ? ທຸກສິ່ງທຸກຢ່າງພັດທະນາໄປຕາມແຜນການຂອງພວກເຂົາ. ນີ້ຄືດ້ານທີ່ແຝງຊົ່ວຂອງພວກເຂົາ. ສິ່ງນີ້ຍັງຖືກເອີ້ນວ່າການບັງຄັບໃຫ້ຄົນອື່ນເຊື່ອຟັງພວກເຂົາ, ມັນເປັນການບີບບັງຄັບແບບ “ອ່ອນໂຍນ” ປະເພດໜຶ່ງ. ພວກເຂົາຄິດວ່າ “ເຈົ້າບໍ່ຟັງ, ແມ່ນບໍ? ເຈົ້າບໍ່ເຂົ້າໃຈ, ແມ່ນບໍ? ໃຫ້ຂ້ອຍອະທິບາຍ”. ໃນການອະທິບາຍ, ພວກເຂົາເວົ້າອ້ອມຄ້ອມ, ໂດຍນຳພາຄົນອື່ນເຂົ້າສູ່ເຫດຜົນຂອງພວກເຂົາ. ຫຼັງຈາກທີ່ນຳພາພວກເຂົາໄປມາ, ຜູ້ຄົນກໍຟັງ ແລະ ຄິດວ່າ “ສິ່ງທີ່ເຈົ້າເວົ້ານັ້ນຖືກຕ້ອງ. ພວກເຮົາຈະປະຕິບັດຕາມທີ່ເຈົ້າເວົ້າ, ບໍ່ຈຳເປັນຕ້ອງຈິງຈັງຫຼາຍອີກຕໍ່ໄປ”, ແລ້ວຜູ້ຕໍ່ຕ້ານພຣະຄຣິສກໍພໍໃຈ. ຄົນສ່ວນໃຫຍ່ບໍ່ສາມາດແຍກແຍະຄຳເວົ້າຂອງຜູ້ຕໍ່ຕ້ານພຣະຄຣິສໄດ້. ພວກເຈົ້າມີຄວາມສາມາດໃນການແຍກແຍະບໍ? ເຈົ້າຄວນເຮັດແນວໃດເມື່ອປະເຊີນກັບສະຖານະການດັ່ງກ່າວ? ຕົວຢ່າງ: ເມື່ອປະເຊີນກັບເລື່ອງໃດໜຶ່ງ, ເຈົ້າຮູ້ສຶກວ່າມີບັນຫາ. ເຈົ້າບໍ່ສາມາດຊີ້ບອກບັນຫາທີ່ແນ່ນອນໄດ້ໃນຕອນນັ້ນ, ແຕ່ເຈົ້າຮູ້ສຶກວ່າເຈົ້າກຳລັງຖືກບັງຄັບໃຫ້ເຊື່ອຟັງ. ແລ້ວເຈົ້າຄວນເຮັດແນວໃດ? ເຈົ້າຄວນຊອກຫາຫຼັກການທີ່ກ່ຽວຂ້ອງ, ສະແຫວງຫາການຊີ້ແນະຈາກເບື້ອງເທິງ ຫຼື ໂອ້ລົມກັບຄົນທີ່ກ່ຽວຂ້ອງ. ນອກຈາກນີ້, ຜູ້ທີ່ເຂົ້າໃຈຄວາມຈິງກໍສາມາດສົນທະນາ ແລະ ໂອ້ລົມກ່ຽວກັບເລື່ອງນີ້ຮ່ວມກັນໄດ້. ບາງຄັ້ງ ວຽກງານ ແລະ ການຊີ້ແນະຂອງພຣະວິນຍານບໍລິສຸດຈະຊ່ວຍໃຫ້ເຈົ້າເຂົ້າໃຈບັນຫາໃນຂໍ້ສະເໜີ ຫຼື ທິດສະດີທີ່ຜູ້ຕໍ່ຕ້ານພຣະຄຣິສສະເໜີ ຫຼື ຜູ້ທີ່ຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ, ພ້ອມທັງເຈດຕະນາແອບແຝງຂອງພວກເຂົາ. ຜ່ານການໂອ້ລົມເຊິ່ງກັນ ແລະ ກັນ, ເຈົ້າອາດຈະເຂົ້າໃຈໄດ້. ແຕ່ບາງທີເຈົ້າອາດຈະບໍ່ໂອ້ລົມ, ແຕ່ກັບຄິດວ່າ “ນີ້ບໍ່ແມ່ນບັນຫາໃຫຍ່, ປ່ອຍໃຫ້ລາວເຮັດຕາມໃຈມັກ. ເຖິງໃນທີ່ສຸດແລ້ວ, ຂ້ອຍກໍບໍ່ແມ່ນຜູ້ຮັບຜິດຊອບຫຼັກ, ຂ້ອຍບໍ່ຈຳເປັນຕ້ອງໄປຫຍຸ້ງກັບເລື່ອງເຫຼົ່ານີ້. ຂ້ອຍຈະບໍ່ຮັບຜິດຊອບຖ້າມີບາງສິ່ງບາງຢ່າງຜິດພາດ. ລາວຈະເປັນຜູ້ແບກຮັບມັນເອງ”. ນີ້ແມ່ນພຶດຕິກຳປະເພດໃດ? ນີ້ຄືການບໍ່ຈົງຮັກພັກດີຕໍ່ໜ້າທີ່ຂອງເຈົ້າ. ການບໍ່ຈົງຮັກພັກດີຕໍ່ໜ້າທີ່ຂອງເຈົ້າບໍ່ແມ່ນການທໍລະຍົດຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າບໍ? ນີ້ກໍຄືກັບຢູດາ! ເມື່ອຫຼາຍຄົນປະເຊີນກັບອຳນາດທີ່ກົດຂີ່, ກໍຈົບລົງດ້ວຍການປະນີປະນອມ ແລະ ເຮັດຕາມຜູ້ທີ່ໃຊ້ອຳນາດນີ້, ເຊິ່ງເປັນການສະແດງອອກເຖິງການບໍ່ຈົງຮັກພັກດີຕໍ່ໜ້າທີ່ຂອງພວກເຂົາ. ບໍ່ວ່າເຈົ້າຈະປະເຊີນກັບຜູ້ຕໍ່ຕ້ານພຣະຄຣິສ ຫຼື ຄົນທີ່ກະທຳການຢ່າງຊະຊາຍ ແລະ ບັງຄັບໃຫ້ເຈົ້າເຊື່ອຟັງພວກເຂົາກໍຕາມ, ເຈົ້າຄວນເລືອກທີ່ຈະຍຶດໝັ້ນໃນຫຼັກການໃດ? ເຈົ້າຄວນຕິດຕາມເສັ້ນທາງໃດ? ຖ້າເຈົ້າຮູ້ສຶກວ່າສິ່ງທີ່ເຈົ້າກຳລັງເຮັດນັ້ນບໍ່ໄດ້ຂັດແຍ້ງ ຫຼື ບ່ຽງເບນໄປຈາກພຣະທຳຂອງພຣະເຈົ້າ ແລະ ການຈັດແຈງວຽກງານ, ເຈົ້າກໍຕ້ອງຢືນຢັດຢ່າງໝັ້ນຄົງ. ການຍຶດໝັ້ນໃນຄວາມຈິງແມ່ນສິ່ງທີ່ຖືກຕ້ອງ ແລະ ໄດ້ຮັບການອະນຸມັດຈາກພຣະເຈົ້າ, ແຕ່ການກົ້ມຫົວ ແລະ ປະນີປະນອມຕໍ່ຊາຕານ, ຕໍ່ກອງກຳລັງທີ່ຊົ່ວຊ້າ, ຕໍ່ຄົນຊົ່ວຮ້າຍ, ແມ່ນພຶດຕິກຳຂອງການທໍລະຍົດ. ມັນເປັນການກະທຳທີ່ຊົ່ວຮ້າຍ, ເຊິ່ງພຣະເຈົ້າກຽດຊັງ ແລະ ສາບແຊ່ງ. ເມື່ອຜູ້ຕໍ່ຕ້ານພຣະຄຣິສພົບກັບຄົນທີ່ໂຕ້ຖຽງກັບພວກເຂົາ, ພວກເຂົາມັກຈະເວົ້າວ່າ “ຂ້ອຍເປັນຜູ້ຕັດສິນໃຈຂັ້ນສຸດທ້າຍໃນເລື່ອງນີ້ ແລະ ມັນຕ້ອງເຮັດຕາມວິທີຂອງຂ້ອຍ. ຖ້າມີບາງສິ່ງບາງຢ່າງຜິດພາດ, ຂ້ອຍຈະຮັບຜິດຊອບເອງ!” ຄຳເວົ້ານີ້ສະແດງເຖິງອຸປະນິໄສປະເພດໃດ? ຄົນທີ່ເວົ້າ ແລະ ປະຕິບັດແບບນີ້ສາມາດມີຄວາມເປັນມະນຸດທີ່ປົກກະຕິໄດ້ບໍ? ເປັນຫຍັງພວກເຂົາຈຶ່ງບັງຄັບໃຫ້ຄົນອື່ນເຊື່ອຟັງພວກເຂົາ? ເປັນຫຍັງພວກເຂົາຈຶ່ງບໍ່ສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາເມື່ອມັນເກີດຂຶ້ນ? ເປັນຫຍັງພວກເຂົາຈຶ່ງບໍ່ສາມາດກຳນົດຫຼັກການຂອງການປະຕິບັດຄວາມຈິງໄດ້? ສິ່ງນີ້ພິສູດວ່າພວກເຂົາຂາດຄວາມຈິງ. ພວກເຈົ້າສາມາດແຍກແຍະບັນຫາໃນຄຳເວົ້ານີ້ໄດ້ບໍ? ການເວົ້າສິ່ງດັ່ງກ່າວກໍພຽງພໍທີ່ຈະພິສູດແລ້ວວ່າພວກເຂົາມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ. ນີ້ຄືພຶດຕິກຳຂອງຜູ້ຕໍ່ຕ້ານພຣະຄຣິສ. ເຖິງຢ່າງໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສທີ່ເຈົ້າເລ່ກວ່າ, ຍ້ອນຢ້ານວ່າຈະຖືກຄົນອື່ນແຍກແຍະ, ຈຶ່ງຕ້ອງເວົ້າບາງສິ່ງທີ່ທຸກຄົນເຫັນດີນຳ ແລະ ເບິ່ງຄືວ່າຖືກຕ້ອງ ເພື່ອບັນລຸເປົ້າໝາຍຂອງພວກເຂົາໃນການເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ສ້າງຈຸດຢືນທີ່ໝັ້ນຄົງ. ຈາກນັ້ນ, ພວກເຂົາກໍຈະໄຕ່ຕອງວ່າຈະຄວບຄຸມປະຊາກອນທີ່ພຣະເຈົ້າເລືອກໄດ້ແນວໃດ.
ການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສໃນການເຮັດຕາມອຳເພີໃຈ ແລະ ເປັນຜະເດັດການຄວນຈະມີຫຼາຍ, ເພາະວ່າພຶດຕິກຳ, ອຸປະນິໄສ ແລະ ຄຸນນະພາບປະເພດນີ້ສາມາດເຫັນໄດ້ໃນຄົນທີ່ເສື່ອມຊາມທຸກຄົນ, ຍິ່ງບໍ່ຕ້ອງເວົ້າເຖິງຜູ້ຕໍ່ຕ້ານພຣະຄຣິສເລີຍ. ພວກເຈົ້າສາມາດຄິດເຖິງບາງຕົວຢ່າງທີ່ພວກເຈົ້າເຮັດຕາມອຳເພີໃຈ ແລະ ເປັນຜະເດັດການໄດ້ບໍ? ຕົວຢ່າງ: ຖ້າມີຄົນເວົ້າວ່າເຈົ້າເບິ່ງດີເມື່ອໄວ້ຜົມສັ້ນ ແລະ ເຈົ້າຕອບວ່າ “ຜົມສັ້ນມັນດີບ່ອນໃດ? ຂ້ອຍມັກຜົມຍາວ ແລະ ຂ້ອຍຈະເຮັດຕາມໃຈຂ້ອຍ”, ນີ້ແມ່ນການເຮັດຕາມອຳເພີໃຈ ແລະ ເປັນຜະເດັດການບໍ? (ບໍ່.) ນັ້ນເປັນພຽງຄວາມມັກສ່ວນຕົວ, ເປັນສ່ວນໜຶ່ງຂອງຄວາມເປັນມະນຸດທີ່ປົກກະຕິ. ບາງຄົນມັກໃສ່ແວ່ນຕາເຖິງແມ່ນວ່າສາຍຕາຂອງພວກເຂົາຈະບໍ່ໄດ້ສັ້ນກໍຕາມ. ຖ້າມີຄົນມາຕັດສິນພວກເຂົາ, ໂດຍເວົ້າວ່າ “ເຈົ້າພຽງແຕ່ພະຍາຍາມເຮັດໃຫ້ຕົວເອງເບິ່ງດີ, ຄວາມຈິງແລ້ວເຈົ້າບໍ່ຈຳເປັນຕ້ອງໃສ່ແວ່ນຕາ!” ແລະ ພວກເຂົາກໍຕອບວ່າ “ແລ້ວມັນໜັກຫົວໃຜ? ແນວໃດຂ້ອຍກໍຈະໃສ່ມັນ!” ນີ້ແມ່ນການເຮັດຕາມອຳເພີໃຈ ແລະ ເປັນຜະເດັດການບໍ? ບໍ່, ນີ້ແມ່ນຄວາມມັກສ່ວນຕົວ, ຢ່າງຫຼາຍທີ່ສຸດກໍເປັນພຽງການເອົາແຕ່ໃຈ ແລະ ມັນກໍບໍ່ໄດ້ກ່ຽວຂ້ອງກັບບັນຫາໃດໆກ່ຽວກັບອຸປະນິໄສຂອງພວກເຂົາ. ພວກເຂົາອາດຈະເຊົາໃສ່ແວ່ນຕາຫຼັງຈາກຜ່ານໄປສອງສາມມື້ ຖ້າພວກເຂົາຮູ້ສຶກຢາກເຊົາ. ແລ້ວສິ່ງໃດທີ່ປະກອບເປັນການເຮັດຕາມອຳເພີໃຈ ແລະ ເປັນຜະເດັດການເປັນຫຼັກ? ມັນກ່ຽວຂ້ອງກັບເສັ້ນທາງທີ່ຄົນເຮົາເລືອກຍ່າງ, ອຸປະນິໄສຂອງພວກເຂົາ, ພ້ອມທັງຫຼັກການ ແລະ ແຮງຈູງໃຈທີ່ຢູ່ເບື້ອງຫຼັງການກະທຳຂອງພວກເຂົາເປັນຫຼັກ. ຕົວຢ່າງ: ໃນຊີວິດແຕ່ງງານທີ່ຜົວມັກລົດ ແລະ ຄອບຄົວມີເງິນພຽງແຕ່ 20.000 ຢວນ ແລະ ຜົວກໍຢືມເງິນຈາກທຸກບ່ອນທີ່ລາວສາມາດຢືມໄດ້ເພື່ອໄປຊື້ລົດໃນລາຄາ 200.000 ຢວນ ໂດຍບໍ່ຈຳເປັນ, ເຮັດໃຫ້ຄອບຄົວບໍ່ມີເງິນຊື້ອາຫານ ແລະ ເມຍກໍບໍ່ຮູ້ເລື່ອງການຊື້ນີ້ເລີຍ, ຜົວຄົນນີ້ກຳລັງເຮັດຕາມອຳເພີໃຈ ແລະ ເປັນຜະເດັດການບໍ? ນີ້ແມ່ນການເຮັດຕາມອຳເພີໃຈ ແລະ ເປັນຜະເດັດການຢ່າງແທ້ຈິງ. ການເຮັດຕາມອຳເພີໃຈ ແລະ ເປັນຜະເດັດການໝາຍເຖິງການບໍ່ຄຳນຶງເຖິງຄວາມຮູ້ສຶກ, ຄວາມຄິດ, ຄວາມຄິດເຫັນ, ທັດສະນະຄະຕິ ຫຼື ມຸມມອງຂອງຄົນອື່ນ, ໂດຍສົນໃຈແຕ່ຕົນເອງເທົ່ານັ້ນ. ເວົ້າງ່າຍໆກໍຄື ໃນຊີວິດປະຈຳວັນ ມັນໝາຍເຖິງການຕອບສະໜອງຄວາມສຸກ ແລະ ຄວາມປາຖະໜາທາງເນື້ອໜັງຂອງຕົນເອງ, ການຕອບສະໜອງຄວາມເຫັນແກ່ຕົວຂອງຕົນເອງ ແລະ ເມື່ອມັນກ່ຽວຂ້ອງກັບໜ້າທີ່, ມັນໝາຍເຖິງການຕອບສະໜອງຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງຕົນເອງທີ່ຈະໄລ່ຕາມສະຖານະ ແລະ ອຳນາດ. ນີ້ຄືຕົວຢ່າງ: ຄຣິສຕະຈັກມີເຮືອນຢູ່ຫຼັງໜຶ່ງ ແລະ ຈຳເປັນຕ້ອງສ້າງຖະໜົນຢູ່ຂ້າງມັນ. ຄວາມກວ້າງທີ່ເໝາະສົມຂອງຖະໜົນຄວນຖືກກຳນົດໂດຍຂະໜາດຂອງເຮືອນ ແລະ ເດີ່ນບ້ານ, ໂດຍແນໃສ່ທັງຄວາມສວຍງາມ ແລະ ການໃຊ້ງານ. ເນື່ອງຈາກພື້ນທີ່ອັນກວ້າງໃຫຍ່ຂອງເຮືອນ ແລະ ເດີ່ນບ້ານນີ້, ຖະໜົນຈຶ່ງຈຳເປັນຕ້ອງກວ້າງຢ່າງໜ້ອຍສອງແມັດ. ຜູ້ຮັບຜິດຊອບເວົ້າວ່າ: “ຂ້ອຍຕັດສິນໃຈແລ້ວ, ພວກເຮົາຈະເຮັດໃຫ້ມັນກວ້າງໜຶ່ງແມັດ”. ຄົນອື່ນເວົ້າວ່າ “ມີຄົນເຂົ້າອອກຫຼາຍຄົນທຸກມື້ ແລະ ບາງຄັ້ງພວກເຮົາກໍຕ້ອງແບກເຄື່ອງຂອງ. ໜຶ່ງແມັດນັ້ນໃຊ້ບໍ່ໄດ້ແນ່ນອນ, ມັນແຄບເກີນໄປ”. ແຕ່ຜູ້ຮັບຜິດຊອບຍັງຄົງຢືນຢັດໃນມຸມມອງຂອງຕົນເອງ ແລະ ບໍ່ເປີດຮັບການສົນທະນາ. ຫຼັງຈາກທີ່ສ້າງສຳເລັດແລ້ວ, ທຸກຄົນກໍເຫັນວ່າຖະໜົນແຄບເກີນໄປ. ມັນບໍ່ເຂົ້າກັບເຮືອນ ແລະ ເດີ່ນບ້ານ ແລະ ໃຊ້ງານຈິງບໍ່ໄດ້. ມັນຈຳເປັນຕ້ອງເຮັດໃໝ່, ເຊິ່ງນຳໄປສູ່ວຽກງານທີ່ຕ້ອງເຮັດຄືນ. ຈາກນັ້ນ ທຸກຄົນກໍຈົ່ມວ່າຄົນຜູ້ນີ້. ຄວາມຈິງແລ້ວ, ກ່ອນທີ່ການສ້າງຖະໜົນຈະເລີ່ມຕົ້ນ, ບາງຄົນກໍໄດ້ສະເໜີຂໍ້ຄັດຄ້ານ, ແຕ່ຄົນຜູ້ນີ້ບໍ່ເຫັນດີ ແລະ ຢືນຢັດໃນມຸມມອງຂອງຕົນເອງ, ໂດຍບັງຄັບໃຫ້ຄົນອື່ນປະຕິບັດຕາມຄວາມປາຖະໜາຂອງຕົນເອງ, ເຊິ່ງນຳໄປສູ່ຜົນສະທ້ອນດັ່ງກ່າວ. ເປັນຫຍັງຄົນຜູ້ນີ້ຈຶ່ງບໍ່ສາມາດຍອມຮັບຄຳແນະນຳຂອງຄົນອື່ນໄດ້? ເມື່ອມີຄວາມຄິດເຫັນທີ່ແຕກຕ່າງກັນ, ເປັນຫຍັງພວກເຂົາຈຶ່ງບໍ່ສາມາດພິຈາລະນາທຸກດ້ານ ແລະ ຊອກຫາວິທີການທີ່ຖືກຕ້ອງໄດ້? ຖ້າບໍ່ມີໃຜໃຫ້ປຶກສາຫາລືນຳ, ຈະຕັດສິນໃຈດ້ວຍຕົນເອງກໍບໍ່ເປັນຫຍັງ, ແຕ່ຕອນນີ້ມີຄົນໃຫ້ປຶກສາຫາລືນຳ ແລະ ແມ່ນແຕ່ມີຄຳແນະນຳທີ່ດີກວ່າ, ເປັນຫຍັງພວກເຂົາຈຶ່ງບໍ່ສາມາດຍອມຮັບພວກມັນໄດ້? ນີ້ແມ່ນອຸປະນິໄສປະເພດໃດ? ມີຄວາມເປັນໄປໄດ້ຢ່າງໜ້ອຍສອງຢ່າງ: ຢ່າງໜຶ່ງຄື ຄົນຜູ້ນັ້ນເປັນຄົນບໍ່ຄິດ, ເປັນຄົນເບົາປັນຍາ. ອີກຢ່າງໜຶ່ງຄື ອຸປະນິໄສຂອງພວກເຂົາອວດດີ ແລະ ຖືຕົນວ່າຊອບທຳເກີນໄປ, ໂດຍຮູ້ສຶກວ່າຕົນເອງຖືກຕ້ອງຢູ່ສະເໝີ, ບໍ່ສາມາດຍອມຮັບສິ່ງທີ່ຄົນອື່ນເວົ້າໄດ້ ບໍ່ວ່າມັນຈະຖືກຕ້ອງສໍ່າໃດກໍຕາມ. ນີ້ຄືຄວາມອວດດີຫຼາຍຈົນເຮັດໃຫ້ສູນເສຍຄວາມສຳນຶກ. ເລື່ອງງ່າຍໆແບບນີ້ໄດ້ເປີດເຜີຍອຸປະນິໄສຂອງພວກເຂົາ. ຄວາມອວດດີທີ່ຫຼາຍເກີນໄປນຳໄປສູ່ການສູນເສຍຄວາມມີເຫດຜົນ. ການຂາດຄວາມມີເຫດຜົນໝາຍຄວາມວ່າແນວໃດ? ສິ່ງໃດທີ່ຂາດຄວາມມີເຫດຜົນ? ສັດເດຍລະສານຂາດຄວາມມີເຫດຜົນ. ຖ້າຄົນໃດຄົນໜຶ່ງຂາດຄວາມມີເຫດຜົນ, ພວກເຂົາກໍບໍ່ຕ່າງຫຍັງຈາກສັດເດຍລະສານ. ຈິດໃຈຂອງພວກເຂົາຂາດຄວາມສາມາດໃນການຕັດສິນ ແລະ ມັນບໍ່ມີຄວາມມີເຫດຜົນ. ຖ້າຄົນໃດຄົນໜຶ່ງກາຍເປັນຄົນອວດດີຫຼາຍຈົນສູນເສຍຄວາມສຳນຶກ ແລະ ພວກເຂົາຂາດຄວາມມີເຫດຜົນ, ພວກເຂົາບໍ່ຄ້າຍຄືກັບສັດເດຍລະສານບໍ? (ຄ້າຍຄື.) ພວກເຂົາເປັນແບບນັ້ນແທ້ໆ. ການຂາດຄວາມມີເຫດຜົນຂອງມະນຸດໝາຍຄວາມວ່າພວກເຂົາບໍ່ແມ່ນມະນຸດ. ຜູ້ຕໍ່ຕ້ານພຣະຄຣິສມີຄວາມມີເຫດຜົນດັ່ງກ່າວບໍ? (ບໍ່.) ຜູ້ຕໍ່ຕ້ານພຣະຄຣິສຍິ່ງຂາດມັນຫຼາຍກວ່າ. ພວກເຂົາຮ້າຍແຮງກວ່າສັດເດຍລະສານ, ພວກເຂົາແມ່ນມານຮ້າຍ. ຄືກັບຕອນທີ່ພຣະເຢໂຮວາເວົ້າກັບຊາຕານວ່າ ເຈົ້າມາຈາກບ່ອນໃດ? ຄຳຖາມຂອງພຣະເຈົ້າຊັດເຈນຫຼາຍແທ້ໆ. ພຣະເຈົ້າໄດ້ສື່ສານຂໍ້ຄວາມຫຍັງ? (ພຣະອົງກຳລັງຖາມຊາຕານວ່າມັນມາຈາກໃສ.) ປະໂຫຍກນີ້ຈົບລົງດ້ວຍເຄື່ອງໝາຍຄຳຖາມຢ່າງຊັດເຈນ. ມັນເປັນຄຳຖາມ, ເຊິ່ງອ້າງອີງເຖິງ “ຊາຕານ” ດ້ວຍຄຳຕົວຕັ້ງ “ເຈົ້າ”: “ເຈົ້າມາຈາກໃສ?” ໄວຍາກອນນັ້ນເໝາະສົມ ແລະ ຄຳຖາມຂອງພຣະເຈົ້າກໍເຂົ້າໃຈໄດ້ງ່າຍ. ຊາຕານຕອບແນວໃດ? (ແລ້ວຊາຕານກໍຕອບພຣະເຢໂຮວາ ແລະ ເວົ້າວ່າ ໄປໆມາໆ ແລະ ຍ່າງຂຶ້ນໆລົງໆເທິງແຜ່ນດິນໂລກ (ໂຢບ 1:7).) ນີ້ຄືຄຳເວົ້າທີ່ໂດ່ງດັງຂອງຊາຕານ. ຄຳຕອບຂອງຊາຕານສະແດງໃຫ້ເຫັນເຖິງຄວາມມີເຫດຜົນໃດໆບໍ? (ບໍ່.) ມັນຂາດຄວາມມີເຫດຜົນ. ເມື່ອພຣະເຈົ້າຖາມມັນອີກຄັ້ງວ່າມັນມາຈາກໃສ, ມັນກໍເວົ້າຄຳຕອບເດີມຊໍ້າອີກ, ຄືກັບວ່າມັນບໍ່ສາມາດເຂົ້າໃຈພຣະທຳຂອງພຣະເຈົ້າໄດ້. ຜູ້ຄົນສາມາດເຂົ້າໃຈສິ່ງທີ່ຊາຕານເວົ້າໄດ້ບໍ? ຄຳເວົ້າຂອງມັນມີຄວາມມີເຫດຜົນໃດໆບໍ? (ບໍ່.) ມັນຂາດຄວາມມີເຫດຜົນ. ແລ້ວມັນຈະສາມາດເຂົ້າໃຈຄວາມຈິງໄດ້ບໍ? ແມ່ນແຕ່ກັບຄຳຖາມທີ່ງ່າຍດາຍແບບນັ້ນຈາກພຣະເຈົ້າ, ມັນກໍຍັງຕອບໃນລັກສະນະນັ້ນ. ມັນຍິ່ງບໍ່ສາມາດເຂົ້າໃຈຄວາມຈິງທີ່ພຣະເຈົ້າກ່າວໄດ້ເລີຍ. ສາມາດເວົ້າໄດ້ວ່າ ຜູ້ຕໍ່ຕ້ານພຣະຄຣິສກໍຂາດຄວາມມີເຫດຜົນເຊັ່ນກັນ. ຜູ້ທີ່ກະທຳການຢ່າງຄົດໂກງ, ຜູ້ທີ່ບໍ່ສາມາດເຂົ້າໃຈພຣະທຳຂອງພຣະເຈົ້າ ຫຼື ຄວາມຈິງ ລ້ວນແຕ່ບໍ່ມີເຫດຜົນ. ບໍ່ວ່າເຈົ້າຈະເວົ້າກ່ຽວກັບການປະຕິບັດຄວາມຈິງ, ການກະທຳຕາມຫຼັກການ ແລະ ການສະແຫວງຫາຫຼັກການ ແລະ ການໂອ້ລົມກັບຄົນອື່ນໃນຂະນະທີ່ປະຕິບັດໜ້າທີ່ຂອງຕົນຫຼາຍສໍ່າໃດ, ເຊິ່ງພວກເຂົາບອກວ່າພວກເຂົາເຂົ້າໃຈ ແລະ ຮູ້, ແຕ່ເມື່ອເຖິງເວລາລົງມືເຮັດ, ພວກເຂົາກໍບໍ່ເອົາຄຳເວົ້າຂອງເຈົ້າມາໃສ່ໃຈ ແລະ ເຮັດທຸກສິ່ງທຸກຢ່າງຕາມທີ່ພວກເຂົາຕ້ອງການ. ນີ້ຄືທຳມະຊາດຂອງຜີຮ້າຍ! ຜູ້ທີ່ມີທຳມະຊາດຂອງຜີຮ້າຍດັ່ງກ່າວບໍ່ເຂົ້າໃຈຄວາມຈິງ ແລະ ຂາດຄວາມມີເຫດຜົນ. ດ້ານທີ່ບໍ່ມີເຫດຜົນ ແລະ ໜ້າບໍ່ອາຍທີ່ສຸດຂອງພວກເຂົາແມ່ນຫຍັງ? ພຣະເຈົ້າສ້າງມະນຸດຂຶ້ນ ແລະ ພຣະເຈົ້າເລືອກຜູ້ຄົນ ແລະ ນຳພວກເຂົາມາຢູ່ຕໍ່ໜ້າພຣະອົງເພື່ອຈຸດປະສົງຫຍັງ? ມັນກໍເພື່ອເຮັດໃຫ້ຜູ້ຄົນໃສ່ໃຈ ແລະ ເຂົ້າໃຈພຣະທຳຂອງພຣະເຈົ້າ, ເພື່ອຍ່າງໃນເສັ້ນທາງທີ່ຖືກຕ້ອງໃນຊີວິດດັ່ງທີ່ພຣະເຈົ້າຊີ້ນຳ ແລະ ໃນທີ່ສຸດກໍເພື່ອໃຫ້ສາມາດແຍກແຍະຜິດຊອບຊົ່ວດີ, ສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບໄດ້. ນີ້ຄືເຈດຕະນາຂອງພຣະເຈົ້າ. ດ້ວຍວິທີນີ້, ຜູ້ທີ່ຕິດຕາມພຣະເຈົ້າກໍຈະດີຂຶ້ນເລື້ອຍໆ. ແລ້ວຜູ້ຕໍ່ຕ້ານພຣະຄຣິສບໍ່ມີເຫດຜົນເຖິງລະດັບໃດ? ພວກເຂົາຄິດວ່າ “ພຣະເຈົ້າ, ເຈົ້ານຳຜູ້ຄົນມາຢູ່ຕໍ່ໜ້າເຈົ້າ, ສະນັ້ນ ຂ້ອຍກໍຈະເຮັດແບບດຽວກັນ. ເຈົ້າສາມາດເລືອກຜູ້ຄົນ ແລະ ຈັດວາງ ແລະ ມີອຳນາດສູງສຸດເໜືອພວກເຂົາ, ສະນັ້ນ ຂ້ອຍກໍຈະເຮັດແບບດຽວກັນ. ເຈົ້າສາມາດເຮັດໃຫ້ຜູ້ຄົນອ່ອນນ້ອມ ແລະ ຟັງເຈົ້າໄດ້, ເຈົ້າອອກຄຳສັ່ງໂດຍກົງ ແລະ ໃຫ້ພວກເຂົາເຮັດຕາມທີ່ເຈົ້າກ່າວ, ສະນັ້ນ ຂ້ອຍກໍຈະເຮັດແບບດຽວກັນ”. ນີ້ບໍ່ແມ່ນການຂາດຄວາມມີເຫດຜົນບໍ? (ແມ່ນແລ້ວ.) ການຂາດຄວາມມີເຫດຜົນບໍ່ໄດ້ໝາຍຄວາມວ່າພວກເຂົາບໍ່ມີຄວາມຮູ້ສຶກລະອາຍບໍ? (ແມ່ນແລ້ວ.) ຜູ້ຄົນເປັນຂອງເຈົ້າບໍ? ພວກເຂົາຄວນຕິດຕາມເຈົ້າບໍ? ເປັນຫຍັງພວກເຂົາຈຶ່ງຄວນຟັງເຈົ້າ? ເຈົ້າເປັນພຽງໜຶ່ງໃນສິ່ງທີ່ຖືກສ້າງອັນນ້ອຍນິດ, ເຈົ້າຈະປາຖະໜາທີ່ຈະຢູ່ເໜືອທຸກສິ່ງໄດ້ແນວໃດ? ນີ້ບໍ່ແມ່ນການຂາດຄວາມມີເຫດຜົນບໍ? (ແມ່ນແລ້ວ.)
ບາງຄົນໂຊກດີພໍທີ່ຖືກເລືອກໃຫ້ເປັນຜູ້ນຳໃນຄຣິສຕະຈັກ, ແຕ່ໃນຄວາມເປັນຈິງແລ້ວ ຂີດຄວາມສາມາດ ແລະ ວຸດທິພາວະຂອງພວກເຂົາແມ່ນບໍ່ໄດ້ມາດຕະຖານ. ການເປັນຜູ້ນຳແມ່ນການຍົກຍ້ອງຂອງພຣະເຈົ້າ ແຕ່ພວກເຂົາບໍ່ໄດ້ຮັບຮູ້ແບບນັ້ນ. ກົງກັນຂ້າມ, ພວກເຂົາຄິດວ່າ “ໃນຖານະທີ່ເປັນຜູ້ນຳ, ຂ້ອຍດີກວ່າ ແລະ ສູງສົ່ງກວ່າຄົນອື່ນ; ຂ້ອຍບໍ່ແມ່ນຄົນທຳມະດາອີກຕໍ່ໄປ. ໃນຂະນະທີ່ພວກເຈົ້າທຸກຄົນຈຳເປັນຕ້ອງກົ້ມຂາບ ແລະ ນະມັດສະການຕໍ່ໜ້າພຣະເຈົ້າຢ່າງເຊື່ອຟັງ, ຂ້ອຍບໍ່ຈຳເປັນຕ້ອງເຮັດ, ເພາະວ່າຂ້ອຍແຕກຕ່າງຈາກພວກເຈົ້າ; ພວກເຈົ້າແມ່ນສິ່ງທີ່ຖືກສ້າງ ແຕ່ຂ້ອຍບໍ່ແມ່ນ”. ແລ້ວເຈົ້າແມ່ນຫຍັງ? ເຈົ້າບໍ່ແມ່ນເນື້ອໜັງ ແລະ ເລືອດຄືກັນບໍ? ເຈົ້າແຕກຕ່າງຈາກຄົນອື່ນແນວໃດ? ຄວາມແຕກຕ່າງນັ້ນຢູ່ທີ່ຄວາມໜ້າດ້ານຂອງເຈົ້າ; ເຈົ້າຂາດຄວາມຮູ້ສຶກເຖິງກຽດຕິຍົດ ແລະ ຄວາມມີເຫດຜົນ, ເຈົ້າທຽບກັບໝາໂຕໜຶ່ງກໍບໍ່ໄດ້ດ້ວຍຊ້ຳ. ເຈົ້າເຮັດຕາມອຳເພີໃຈ ແລະ ເປັນຜະເດັດການ, ໂດຍບໍ່ສົນໃຈຄຳແນະນຳໃດໆຈາກຄົນອື່ນ, ນັ້ນຄືຄວາມແຕກຕ່າງ. ບໍ່ວ່າຂີດຄວາມສາມາດຂອງພວກເຂົາເອງຈະຕໍ່າສໍ່າໃດ ຫຼື ປະສິດທິພາບໃນການເຮັດສິ່ງຕ່າງໆຂອງພວກເຂົາຈະຕໍ່າສໍ່າໃດກໍຕາມ, ພວກເຂົາກໍຍັງຄິດວ່າພວກເຂົາຢູ່ເໜືອຄົນທົ່ວໄປ, ໂດຍເຊື່ອວ່າພວກເຂົາມີຄວາມສາມາດ ແລະ ພອນສະຫວັນ. ດັ່ງນັ້ນ, ພວກເຂົາຈຶ່ງບໍ່ປຶກສາຫາລືກັບຄົນອື່ນເພື່ອໃຫ້ບັນລຸຂໍ້ຕົກລົງຮ່ວມກັນ ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ໂດຍຄິດວ່າພວກເຂົາມີຄຸນສົມບັດ ຫຼື ມີຄວາມສາມາດຢ່າງເດັດຂາດທີ່ຈະຄວບຄຸມທຸກສິ່ງທຸກຢ່າງ. ນີ້ບໍ່ແມ່ນຄວາມອວດດີທີ່ນຳໄປສູ່ການສູນເສຍເຫດຜົນບໍ? ນີ້ບໍ່ແມ່ນຄວາມໜ້າດ້ານທີ່ໄຮ້ຢາງອາຍບໍ? (ແມ່ນແລ້ວ.) ກ່ອນທີ່ຈະກາຍເປັນຜູ້ນຳ, ພວກເຂົາປະພຶດຕົນໂດຍການໜີບຫາງໄວ້ຫວ່າງຂາຂອງພວກເຂົາ; ພວກເຂົາເຊື່ອວ່າພວກເຂົາມີພອນສະຫວັນ ແລະ ຄວາມສາມາດ ແລະ ມີຄວາມທະເຍີທະຍານບາງຢ່າງໃນການກະທຳຂອງພວກເຂົາ ແຕ່ພຽງແຕ່ຂາດໂອກາດເທົ່ານັ້ນ. ເມື່ອພວກເຂົາກາຍເປັນຜູ້ນຳ, ພວກເຂົາກໍແຍກຕົນເອງອອກຈາກອ້າຍເອື້ອຍນ້ອງ, ໂດຍຖືເອົາຕຳແໜ່ງທີ່ສູງສົ່ງກວ່າ. ພວກເຂົາເລີ່ມເຮັດຕົວສູງສົ່ງ, ໂດຍສະແດງທາດແທ້ຂອງພວກເຂົາອອກມາ; ພວກເຂົາເລີ່ມຄິດວ່າພວກເຂົາສາມາດບັນລຸສິ່ງທີ່ຍິ່ງໃຫຍ່ໄດ້, ໂດຍເຊື່ອວ່າ “ເຮືອນຂອງພຣະເຈົ້າເລືອກຄົນທີ່ຖືກຕ້ອງແລ້ວ; ຂ້ອຍແມ່ນຄົນທີ່ມີຄວາມສາມາດພິເສດແທ້ໆ, ຄຳແທ້ຍ່ອມເປັ່ງປະກາຍໃນທີ່ສຸດ. ເບິ່ງຂ້ອຍຕອນນີ້ແມ: ພຣະເຈົ້າໄດ້ຮັບຮູ້ຂ້ອຍແລ້ວ, ແມ່ນບໍ?” ນີ້ບໍ່ໜ້າລັງກຽດບໍ? (ໜ້າລັງກຽດ.) ເຈົ້າເປັນພຽງໜຶ່ງໃນສິ່ງທີ່ຖືກສ້າງທີ່ທຳມະດາ; ບໍ່ວ່າພອນສະຫວັນ ຫຼື ຄວາມສາມາດພິເສດຂອງເຈົ້າຈະຍິ່ງໃຫຍ່ສໍ່າໃດກໍຕາມ, ອຸປະນິໄສທີ່ເສື່ອມຊາມຂອງເຈົ້າກໍຄືກັນກັບຄົນທຸກຄົນ. ຖ້າເຈົ້າຄິດວ່າເຈົ້າພິເສດບໍ່ຄືໃຜ ແລະ ຖືວ່າຕົນເອງສູງສົ່ງກວ່າ, ຕ້ອງການທີ່ຈະຢູ່ເໜືອທຸກຄົນ, ເພື່ອໃຫ້ຢູ່ເໜືອທຸກສິ່ງທຸກຢ່າງ, ແລ້ວເຈົ້າກໍເຂົ້າໃຈຜິດແລ້ວ. ຍ້ອນຄວາມເຂົ້າໃຈຜິດນີ້, ເຈົ້າຈຶ່ງເຮັດຕາມອຳເພີໃຈ ແລະ ເປັນຜະເດັດການ, ໂດຍບໍ່ມີການໂອ້ລົມ ຫຼື ປຶກສາຫາລືກັບຄົນອື່ນ ແລະ ເຈົ້າເຖິງກັບປາຖະໜາທີ່ຈະເພີດເພີນກັບການເຊື່ອຟັງ ແລະ ການຍິນຍອມຂອງຄົນອື່ນທີ່ມີຕໍ່ເຈົ້າ, ເຊິ່ງເປັນສິ່ງທີ່ຜິດ. ຄວາມຜິດພາດນັ້ນຢູ່ບ່ອນໃດ? (ຢູ່ທີ່ການຖືເອົາສະຖານະທີ່ຜິດ.) ເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງຢືນຢູ່ໃນສະຖານະທີ່ຜິດຢູ່ສະເໝີ? ມີສິ່ງໜຶ່ງທີ່ແນ່ນອນ, ເຊິ່ງພວກເຈົ້າອາດຈະຍັງບໍ່ທັນຮູ້ສຶກຕົວ: ມີບາງສິ່ງທີ່ເພີ່ມເຕີມເຂົ້າມາໃນຄວາມເປັນມະນຸດຂອງພວກເຂົາເມື່ອທຽບກັບຄົນອື່ນ; ພວກເຂົາມັກຈະມີຄວາມເຂົ້າໃຈຜິດບາງຢ່າງຢູ່ສະເໝີ. ຄວາມເຂົ້າໃຈຜິດນີ້ເກີດຂຶ້ນໄດ້ແນວໃດ? ມັນບໍ່ໄດ້ຖືກມອບໃຫ້ໂດຍພຣະເຈົ້າ ແຕ່ຖືກມອບໃຫ້ໂດຍຊາຕານ. ທຸກສິ່ງທຸກຢ່າງທີ່ພວກເຂົາເຮັດ, ທຸກສິ່ງທຸກຢ່າງທີ່ພວກເຂົາເປີດເຜີຍ ແລະ ສະແດງອອກ, ບໍ່ແມ່ນສັນຊາດຕະຍານທີ່ຢູ່ໃນຂອບເຂດປົກກະຕິຂອງຄວາມເປັນມະນຸດ ແຕ່ຖືກຂັບເຄື່ອນໂດຍພະລັງພາຍນອກ. ເປັນຫຍັງຈຶ່ງເວົ້າວ່າການກະທຳຂອງພວກເຂົາຄົດໂກງ ແລະ ຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາບໍ່ສາມາດຄວບຄຸມໄດ້? ຄວາມປາຖະໜາຂອງພວກເຂົາທີ່ຈະຄວບຄຸມຜູ້ຄົນນັ້ນໄດ້ເກີນຂີດຈຳກັດແລ້ວ. ການເກີນຂີດຈຳກັດໝາຍຄວາມວ່າແນວໃດ? ມັນໝາຍເຖິງການໃຊ້ທຸກວິທີທາງ, ໂດຍຢູ່ເໜືອຄວາມມີເຫດຜົນ ແລະ ຄວາມຮູ້ສຶກລະອາຍ; ມັນບໍ່ສາມາດກົດດັນໄວ້ໄດ້, ຄືກັບສະປິງ, ມັນອາດຈະຢູ່ທາງລຸ່ມຊົ່ວຄາວເມື່ອເຈົ້າກົດມັນລົງ ແຕ່ເມື່ອເຈົ້າປ່ອຍມື, ມັນກໍຈະເດັ້ງກັບຂຶ້ນມາ. ນີ້ບໍ່ແມ່ນການຖືກຄອບງຳໂດຍຄວາມປາຖະໜາ ແລະ ຖືກຂັບເຄື່ອນໄປສູ່ຄວາມຫຼົງໄຫຼບໍ? ມັນບໍ່ແມ່ນການເວົ້າເກີນຈິງເລີຍ.
ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະກຳອຳນາດຢູ່ໃນຄຣິສຕະຈັກໃດກໍຕາມ, ຄຣິສຕະຈັກນັ້ນກໍບໍ່ສາມາດເອີ້ນວ່າຄຣິສຕະຈັກໄດ້ອີກຕໍ່ໄປ. ຜູ້ທີ່ເຄີຍປະສົບກັບສິ່ງນີ້ຄວນຈະມີຄວາມຮູ້ສຶກເຖິງມັນ. ມັນບໍ່ແມ່ນບັນຍາກາດແຫ່ງຄວາມສະຫງົບ, ຄວາມຍິນດີ ແລະ ການຍົກລະດັບຮ່ວມກັນ ແຕ່ເປັນບັນຍາກາດແຫ່ງຄວາມວຸ່ນວາຍທີ່ບໍ່ລົງຮອຍກັນ. ທຸກຄົນຮູ້ສຶກກະວົນກະວາຍ ແລະ ບໍ່ສະບາຍໃຈເປັນພິເສດ, ບໍ່ສາມາດຮູ້ສຶກເຖິງຄວາມສະຫງົບໃນໃຈຂອງພວກເຂົາ, ຄືກັບວ່າໄພພິບັດໃຫຍ່ບາງຢ່າງກຳລັງຈະເກີດຂຶ້ນ. ຄຳເວົ້າ ແລະ ການກະທຳຂອງຜູ້ຕໍ່ຕ້ານພຣະຄຣິສນຳມາເຊິ່ງບັນຍາກາດທີ່ເຮັດໃຫ້ຈິດໃຈຂອງຜູ້ຄົນມືດມົວ, ໂດຍສູນເສຍຄວາມສາມາດໃນການແຍກແຍະສິ່ງທີ່ເປັນບວກອອກຈາກສິ່ງທີ່ເປັນລົບ. ນອກຈາກນີ້, ການຖືກຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ຫຼົງຜິດເປັນເວລາດົນນານເຮັດໃຫ້ຈິດໃຈຂອງຜູ້ຄົນຫ່າງເຫີນຈາກພຣະເຈົ້າ, ນຳໄປສູ່ຄວາມສຳພັນທີ່ບໍ່ປົກກະຕິກັບພຣະເຈົ້າ, ຄືກັນກັບຜູ້ຄົນໃນສາສະໜາທີ່ເຊື່ອໃນພຣະເຈົ້າພຽງແຕ່ໃນນາມ ແຕ່ໃນໃຈຂອງພວກເຂົາບໍ່ມີບ່ອນຫວ່າງໃຫ້ພຣະອົງເລີຍ. ຍັງມີບັນຫາທີ່ແທ້ຈິງອີກຢ່າງໜຶ່ງ, ນັ້ນກໍຄື ເມື່ອຜູ້ຕໍ່ຕ້ານພຣະຄຣິສກຳອຳນາດ, ມັນຈະກໍ່ໃຫ້ເກີດການແບ່ງແຍກ ແລະ ຄວາມວຸ່ນວາຍພາຍໃນຄຣິສຕະຈັກ. ຜູ້ທີ່ຮັກຄວາມຈິງຈະບໍ່ຮູ້ສຶກເຖິງຄວາມເພີດເພີນ ຫຼື ການປົດປ່ອຍໃນການເຕົ້າໂຮມ ແລະ ດ້ວຍເຫດນັ້ນ ຈຶ່ງຕ້ອງການອອກຈາກຄຣິສຕະຈັກເພື່ອໄປເຊື່ອໃນພຣະເຈົ້າຢູ່ບ້ານ. ເມື່ອພຣະວິນຍານບໍລິສຸດເຮັດພາລະກິດໃນຄຣິສຕະຈັກ, ບໍ່ວ່າຜູ້ຄົນຈະເຂົ້າໃຈຄວາມຈິງ ຫຼື ບໍ່ກໍຕາມ, ທຸກຄົນກໍຈະຮ່ວມແຮງຮ່ວມໃຈກັນ, ໂດຍສ້າງບັນຍາກາດທີ່ສະຫງົບ ແລະ ໝັ້ນຄົງຫຼາຍຂຶ້ນ, ປາສະຈາກຄວາມວຸ່ນວາຍ. ເຖິງຢ່າງໃດກໍຕາມ, ເມື່ອໃດກໍຕາມທີ່ຜູ້ຕໍ່ຕ້ານພຣະຄຣິສລົງມືກະທຳ, ພວກເຂົາກໍຈະນຳມາເຊິ່ງບັນຍາກາດທີ່ກະວົນກະວາຍ ແລະ ແປກປະຫຼາດ. ການເຂົ້າແຊກແຊງຂອງພວກເຂົານຳໄປສູ່ການເກີດມີຝັກຝ່າຍ, ໂດຍຜູ້ຄົນກາຍເປັນຄົນທີ່ລະແວງສົງໄສກັນ ແລະ ກັນ, ຕັດສິນກັນ ແລະ ກັນ ແລະ ໂຈມຕີກັນ ແລະ ກັນ, ທຳລາຍກັນ ແລະ ກັນຢູ່ລັບຫຼັງ. ເຫັນໄດ້ຢ່າງຊັດເຈນວ່າ ຜູ້ຕໍ່ຕ້ານພຣະຄຣິສມີບົດບາດຫຍັງ? ພວກເຂົາແມ່ນຄົນຮັບໃຊ້ຂອງຊາຕານ. ຜົນສະທ້ອນຂອງການກະທຳຂອງຜູ້ຕໍ່ຕ້ານພຣະຄຣິສກໍຄື: ປະການທີໜຶ່ງຄື ການຕັດສິນ, ຄວາມສົງໄສ ແລະ ການລະແວງປ້ອງກັນເຊິ່ງກັນ ແລະ ກັນໃນທ່າມກາງອ້າຍເອື້ອຍນ້ອງ; ປະການທີສອງຄື ການລຶບລ້າງຂອບເຂດລະຫວ່າງຍິງ ແລະ ຊາຍ, ເຊິ່ງຄ່ອຍໆນຳໄປສູ່ການພົວພັນທີ່ບໍ່ເໝາະສົມ ແລະ ປະການທີສາມຄື ໃນໃຈຂອງພວກເຂົາ, ຜູ້ຄົນກາຍເປັນຄົນທີ່ບໍ່ຊັດເຈນກ່ຽວກັບນິມິດ ແລະ ພວກເຂົາກໍຢຸດໃຫ້ຄວາມສຳຄັນກັບການປະຕິບັດຄວາມຈິງ. ພວກເຂົາບໍ່ຮູ້ອີກຕໍ່ໄປວ່າຈະກະທຳການໃຫ້ສອດຄ່ອງກັບຫຼັກການຄວາມຈິງແນວໃດ. ຄວາມເຂົ້າໃຈກ່ຽວກັບຫຼັກຄຳສອນພຽງເລັກນ້ອຍທີ່ພວກເຂົາເຄີຍມີກໍສູນເສຍໄປ, ຈິດໃຈຂອງພວກເຂົາກາຍເປັນມືດມົວ ແລະ ພວກເຂົາກໍຕິດຕາມຜູ້ຕໍ່ຕ້ານພຣະຄຣິສຢ່າງຫຼັບຫູຫຼັບຕາ, ໂດຍໃຫ້ຄວາມສຳຄັນພຽງແຕ່ການແລ່ນວຸ້ນເຮັດວຽກງານທີ່ຜິວເຜີນເທົ່ານັ້ນ. ບາງຄົນສາມາດຮູ້ສຶກໄດ້ວ່າການຕິດຕາມຜູ້ຕໍ່ຕ້ານພຣະຄຣິສນັ້ນບໍ່ໄດ້ນຳໄປສູ່ຫຍັງເລີຍ; ຖ້າພຽງແຕ່ຜູ້ທີ່ໄລ່ຕາມຄວາມຈິງສາມາດເຕົ້າໂຮມ ແລະ ປະຕິບັດໜ້າທີ່ຂອງພວກເຂົາຮ່ວມກັນໄດ້, ມັນຈະນຳມາເຊິ່ງຄວາມຍິນດີຫຼາຍສໍ່າໃດ! ເມື່ອຜູ້ຕໍ່ຕ້ານພຣະຄຣິສກຳອຳນາດໃນຄຣິສຕະຈັກ, ພຣະວິນຍານບໍລິສຸດກໍຈະຢຸດເຮັດພາລະກິດ ແລະ ຄວາມມືດກໍຈະປົກຄຸມອ້າຍເອື້ອຍນ້ອງ. ການເຊື່ອໃນພຣະເຈົ້າ ແລະ ການປະຕິບັດໜ້າທີ່ກາຍເປັນສິ່ງທີ່ຈືດຊືດ. ຖ້າສິ່ງນີ້ຍັງດຳເນີນຕໍ່ໄປເປັນເວລາດົນນານ, ອ້າຍເອື້ອຍນ້ອງສ່ວນໃຫຍ່ຈະບໍ່ຖືກພຣະເຈົ້າກຳຈັດບໍ?
ມື້ນີ້, ໃນດ້ານໜຶ່ງ, ພວກເຮົາໄດ້ໄຈ້ແຍກການສະແດງອອກຂອງພຶດຕິກຳທີ່ເຮັດຕາມອຳເພີໃຈ ແລະ ເປັນຜະເດັດການຂອງຜູ້ຕໍ່ຕ້ານພຣະຄຣິສ. ໃນອີກດ້ານໜຶ່ງ, ໂດຍການໄຈ້ແຍກການສະແດງອອກເຫຼົ່ານີ້, ທຸກຄົນກໍໄດ້ຮັບຮູ້ວ່າ ເຖິງແມ່ນວ່າເຈົ້າຈະບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິສ, ແຕ່ການມີການສະແດງອອກດັ່ງກ່າວກໍເຊື່ອມໂຍງເຈົ້າເຂົ້າກັບຄຸນລັກສະນະຂອງຜູ້ຕໍ່ຕ້ານພຣະຄຣິສ. ການກະທຳໃນລັກສະນະທີ່ເຮັດຕາມອຳເພີໃຈ ແລະ ເປັນຜະເດັດການເປັນການສະແດງອອກຂອງຄວາມເປັນມະນຸດທີ່ປົກກະຕິບໍ? ບໍ່ແມ່ນຢ່າງແນ່ນອນ; ເຫັນໄດ້ຢ່າງຊັດເຈນວ່າ ນີ້ຄືການສະແດງອອກຂອງອຸປະນິໄສທີ່ເສື່ອມຊາມ. ບໍ່ວ່າສະຖານະຂອງເຈົ້າຈະສູງສົ່ງສໍ່າໃດ ຫຼື ເຈົ້າຈະສາມາດປະຕິບັດໜ້າທີ່ໄດ້ຫຼາຍສໍ່າໃດກໍຕາມ, ຖ້າເຈົ້າສາມາດຮຽນຮູ້ທີ່ຈະໂອ້ລົມກັບຄົນອື່ນໄດ້, ແລ້ວເຈົ້າກໍກຳລັງຍຶດໝັ້ນໃນຫຼັກການຄວາມຈິງ, ເຊິ່ງເປັນຂໍ້ກຳນົດຂັ້ນຕໍ່າສຸດ. ເປັນຫຍັງຈຶ່ງເວົ້າວ່າການຮຽນຮູ້ທີ່ຈະໂອ້ລົມກັບຄົນອື່ນເທົ່າກັບການຍຶດໝັ້ນໃນຫຼັກການ? ຖ້າເຈົ້າສາມາດຮຽນຮູ້ທີ່ຈະໂອ້ລົມໄດ້, ມັນກໍພິສູດວ່າເຈົ້າບໍ່ໄດ້ຖືວ່າສະຖານະຂອງເຈົ້າເປັນເຄື່ອງມືຫາລ້ຽງຊີບ ຫຼື ຖືວ່າມັນສຳຄັນເກີນໄປ. ບໍ່ວ່າສະຖານະຂອງເຈົ້າຈະສູງສົ່ງສໍ່າໃດກໍຕາມ, ເຈົ້າກໍກຳລັງປະຕິບັດໜ້າທີ່ຂອງເຈົ້າ. ການກະທຳຂອງເຈົ້າແມ່ນເຮັດເພື່ອເຫັນແກ່ການປະຕິບັດໜ້າທີ່ຂອງເຈົ້າ, ບໍ່ແມ່ນເພື່ອສະຖານະ. ໃນເວລາດຽວກັນ, ເມື່ອປະເຊີນກັບບັນຫາ, ຖ້າເຈົ້າສາມາດຮຽນຮູ້ທີ່ຈະໂອ້ລົມ ແລະ ບໍ່ວ່າຈະເປັນກັບອ້າຍເອື້ອຍນ້ອງທຳມະດາ ຫຼື ຜູ້ທີ່ເຈົ້າຮ່ວມມືນຳກໍຕາມ, ເຈົ້າສາມາດສະແຫວງຫາ ແລະ ໂອ້ລົມກັບພວກເຂົາໄດ້, ສິ່ງນີ້ພິສູດໃຫ້ເຫັນຫຍັງ? ມັນສະແດງໃຫ້ເຫັນວ່າເຈົ້າມີທັດສະນະຄະຕິໃນການສະແຫວງຫາ ແລະ ການອ່ອນນ້ອມຕໍ່ຄວາມຈິງ, ເຊິ່ງໃນເບື້ອງຕົ້ນມັນສະທ້ອນໃຫ້ເຫັນເຖິງທັດສະນະຄະຕິຂອງເຈົ້າທີ່ມີຕໍ່ພຣະເຈົ້າ ແລະ ຄວາມຈິງ. ຍິ່ງໄປກວ່ານັ້ນ, ການປະຕິບັດໜ້າທີ່ຂອງເຈົ້າແມ່ນຄວາມຮັບຜິດຊອບຂອງເຈົ້າ ແລະ ການສະແຫວງຫາຄວາມຈິງໃນວຽກງານຂອງເຈົ້າແມ່ນເສັ້ນທາງທີ່ເຈົ້າຄວນຕິດຕາມ. ສຳລັບວິທີທີ່ຄົນອື່ນຕອບສະໜອງຕໍ່ການຕັດສິນໃຈຂອງເຈົ້າ, ພວກເຂົາຈະສາມາດອ່ອນນ້ອມໄດ້ ຫຼື ບໍ່ ຫຼື ພວກເຂົາຈະອ່ອນນ້ອມແນວໃດນັ້ນ, ມັນກໍເປັນເລື່ອງຂອງພວກເຂົາ ແຕ່ການທີ່ເຈົ້າຈະສາມາດປະຕິບັດໜ້າທີ່ຂອງເຈົ້າໄດ້ຢ່າງເໝາະສົມ ແລະ ໄດ້ມາດຕະຖານ ຫຼື ບໍ່ນັ້ນເປັນເລື່ອງຂອງເຈົ້າ. ເຈົ້າຕ້ອງເຂົ້າໃຈຫຼັກການຂອງການປະຕິບັດໜ້າທີ່; ມັນບໍ່ກ່ຽວກັບການອ່ອນນ້ອມຕໍ່ບຸກຄົນໃດໜຶ່ງ ແຕ່ເປັນການອ່ອນນ້ອມຕໍ່ຫຼັກການຄວາມຈິງ. ຖ້າເຈົ້າຮູ້ສຶກວ່າເຈົ້າເຂົ້າໃຈຫຼັກການຄວາມຈິງ ແລະ ຜ່ານການໂອ້ລົມກັບທຸກຄົນ, ບັນລຸຂໍ້ຕົກລົງຮ່ວມກັນທີ່ທຸກຄົນເຫັນດີວ່າເໝາະສົມ ແຕ່ມີບາງຄົນທີ່ດື້ດ້ານ ແລະ ຕ້ອງການສ້າງບັນຫາ, ຄວນເຮັດແນວໃດໃນສະຖານະການດັ່ງກ່າວ? ໃນກໍລະນີນີ້, ຄົນສ່ວນໜ້ອຍຄວນເຮັດຕາມຄົນສ່ວນໃຫຍ່. ເນື່ອງຈາກຄົນສ່ວນໃຫຍ່ໄດ້ບັນລຸຂໍ້ຕົກລົງຮ່ວມກັນແລ້ວ, ເປັນຫຍັງພວກເຂົາຈຶ່ງອອກມາສ້າງບັນຫາ? ພວກເຂົາຕັ້ງໃຈທີ່ຈະສ້າງຄວາມເສຍຫາຍບໍ? ພວກເຂົາສາມາດສະແດງຄວາມຄິດເຫັນຂອງພວກເຂົາເພື່ອໃຫ້ທຸກຄົນແຍກແຍະຄວາມຄິດເຫັນເຫຼົ່ານັ້ນໄດ້ ແລະ ຖ້າທຸກຄົນເວົ້າວ່າຄວາມຄິດເຫັນຂອງພວກເຂົາບໍ່ສອດຄ່ອງກັບຫຼັກການ ແລະ ຟັງບໍ່ຂຶ້ນ, ແລ້ວພວກເຂົາກໍຄວນປະຖິ້ມມຸມມອງຂອງຄົນເຫຼົ່ານັ້ນ ແລະ ຢຸດຍຶດໝັ້ນກັບພວກມັນ. ຫຼັກການໃນການຈັດການກັບເລື່ອງນີ້ແມ່ນຫຍັງ? ຄົນເຮົາຄວນຍຶດໝັ້ນໃນສິ່ງທີ່ຖືກຕ້ອງ ແລະ ບໍ່ບັງຄັບໃຫ້ຄົນອື່ນເຊື່ອຟັງສິ່ງທີ່ຜິດ. ເຂົ້າໃຈບໍ? ຄວາມຈິງແລ້ວ, ກ່ອນທີ່ຜູ້ຕໍ່ຕ້ານພຣະຄຣິສຈະສະແດງພຶດຕິກຳ ແລະ ການປະຕິບັດທີ່ເຮັດຕາມອຳເພີໃຈ ແລະ ເປັນຜະເດັດການນີ້, ພວກເຂົາກໍມີແຜນການຂອງພວກເຂົາເອງຢູ່ໃນໃຈແລ້ວ. ການເຮັດຕາມອຳເພີໃຈ ແລະ ເປັນຜະເດັດການບໍ່ໄດ້ໝາຍເຖິງການເຮັດສິ່ງທີ່ຖືກຕ້ອງ ຫຼື ການປະຕິບັດຄວາມຈິງຢ່າງແນ່ນອນ. ມັນໝາຍເຖິງການເຮັດສິ່ງທີ່ຜິດ ແລະ ສິ່ງທີ່ລະເມີດຄວາມຈິງ, ການຕິດຕາມເສັ້ນທາງທີ່ຜິດ ແລະ ການຕັດສິນໃຈທີ່ຜິດພາດ ໃນຂະນະທີ່ຍັງເຮັດໃຫ້ຄົນອື່ນເຊື່ອຟັງຕົນຢ່າງແນ່ນອນ. ນີ້ຄືສິ່ງທີ່ເອີ້ນວ່າການເຮັດຕາມອຳເພີໃຈ ແລະ ເປັນຜະເດັດການ. ຖ້າບາງສິ່ງບາງຢ່າງຖືກຕ້ອງ ແລະ ສອດຄ່ອງກັບຄວາມຈິງ, ແລ້ວມັນກໍຕ້ອງຖືກຍຶດໝັ້ນ. ນີ້ບໍ່ແມ່ນການເຮັດຕາມອຳເພີໃຈ ແລະ ເປັນຜະເດັດການ; ນີ້ຄືການຍຶດໝັ້ນໃນຫຼັກການ. ສອງສິ່ງນີ້ຄວນຖືກແຍກແຍະອອກຈາກກັນ. ສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດຕາມອຳເພີໃຈ ແລະ ເປັນຜະເດັດການໂດຍຫຼັກໆແລ້ວໝາຍເຖິງຫຍັງ? (ການເຮັດສິ່ງທີ່ບໍ່ສອດຄ່ອງກັບຫຼັກການ ຫຼື ຄວາມຈິງ ແລະ ຍັງເຮັດໃຫ້ຄົນອື່ນເຮັດຕາມ.) ຖືກຕ້ອງ, ບໍ່ວ່າສະຖານະການໃດຈະເກີດຂຶ້ນ ຫຼື ບັນຫາໃດກຳລັງຖືກຈັດການ, ພວກເຂົາກໍບໍ່ສະແຫວງຫາຫຼັກການຄວາມຈິງ ແຕ່ຕັດສິນໃຈໂດຍອີງໃສ່ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາເອງ. ພວກເຂົາຮູ້ຢູ່ໃນໃຈວ່າການເຮັດເຊັ່ນນັ້ນຂັດກັບຫຼັກການ ແຕ່ກໍຍັງຕ້ອງການໃຫ້ຄົນອື່ນຮັບຟັງ ແລະ ອ່ອນນ້ອມ. ນີ້ຄືແນວທາງການປະຕິບັດທີ່ສະເໝີຕົ້ນສະເໝີປາຍຂອງຜູ້ຕໍ່ຕ້ານພຣະຄຣິສ.
ເມື່ອວຽກງານການເຜີຍແຜ່ພຣະກິດຕິຄຸນເລີ່ມຕົ້ນຂຶ້ນທຳອິດ, ບາງຄົນໄດ້ນຳເອົາໜັງສື ພຣະທຳປາກົດໃນເນື້ອໜັງ ໄປຍັງແວດວົງສາສະໜາເພື່ອເທດສະໜາພຣະກິດຕິຄຸນ. ຫຼັງຈາກທີ່ຄົນໃນສາສະໜາໄດ້ອ່ານພຣະທຳຂອງພຣະເຈົ້າທີ່ເປີດເຜີຍຄວາມລຶກລັບ, ໂອ້ລົມກ່ຽວກັບນິມິດ ແລະ ສົນທະນາກ່ຽວກັບການເຂົ້າສູ່ຊີວິດ, ທຸກຄົນຕ່າງກໍເວົ້າວ່າພວກມັນດີຫຼາຍ. ເຖິງຢ່າງໃດກໍຕາມ, ພວກເຂົາພົບວ່າພຣະທຳແຫ່ງການພິພາກສາ ແລະ ການເປີດໂປງບາງຂໍ້ກ່ຽວກັບຜູ້ຄົນນັ້ນມີການເລືອກໃຊ້ຄຳສັບທີ່ຮຸນແຮງເກີນໄປ. ພວກເຂົາຮູ້ສຶກຄືກັບວ່າພວກເຂົາກຳລັງຖືກດ່າ ແລະ ບໍ່ສາມາດຍອມຮັບມັນໄດ້, ໂດຍກ່າວວ່າ “ພຣະເຈົ້າສາມາດກ່າວໃນລັກສະນະທີ່ດ່າຜູ້ຄົນໄດ້ບໍ? ພຣະທຳເຫຼົ່ານີ້ຢ່າງດີທີ່ສຸດກໍເບິ່ງຄືວ່າຂຽນໂດຍຄົນທີ່ມີສະຕິປັນຍາ”. ຜູ້ຮັບຜິດຊອບໃນການເທດສະໜາພຣະກິດຕິຄຸນກ່າວວ່າ ລາວມີວິທີແກ້ໄຂ. ຕໍ່ມາ, ລາວໄດ້ປ່ຽນແປງທຸກພາກສ່ວນໃນພຣະທຳຂອງພຣະເຈົ້າທີ່ບໍ່ສອດຄ່ອງກັບຄວາມຄິດຫຼົງຜິດ, ຈິນຕະນາການ ແລະ ລົດນິຍົມຂອງຜູ້ຄົນ, ພ້ອມທັງພຣະທຳເຫຼົ່ານັ້ນທີ່ລາວຢ້ານວ່າຈະເຮັດໃຫ້ຜູ້ຄົນພັດທະນາຄວາມຄິດຫຼົງຜິດຫຼັງຈາກທີ່ໄດ້ອ່ານພວກມັນ. ຕົວຢ່າງ: ພຣະທຳທີ່ພຣະເຈົ້າໃຊ້ເພື່ອເປີດໂປງທຳມະຊາດຂອງມະນຸດເຊັ່ນ: “ຍິງໂສເພນີ”, “ໂສເພນີ”, “ຄົນຊົ່ວຊ້າ” ແລະ ວະລີຕ່າງໆເຊັ່ນ: “ຖືກໂຍນລົງໄປໃນນະຮົກ” ແລະ “ຖືກໂຍນລົງໄປໃນທະເລສາບແຫ່ງໄຟ ແລະ ມາດ”, ລ້ວນແລ້ວແຕ່ຖືກລຶບອອກ. ສະຫຼຸບແລ້ວ, ພຣະທຳໃດກໍຕາມທີ່ສາມາດກໍ່ໃຫ້ເກີດຄວາມຄິດຫຼົງຜິດ ຫຼື ຄວາມເຂົ້າໃຈຜິດໄດ້ງ່າຍລ້ວນແຕ່ຖືກລຶບອອກທັງໝົດ. ບອກເຮົາມາເບິ່ງ, ຫຼັງຈາກທີ່ລຶບພຣະທຳແຫ່ງການພິພາກສາ, ການກ່າວໂທດ ແລະ ການສາບແຊ່ງເຫຼົ່ານີ້ອອກຈາກພຣະທຳຂອງພຣະເຈົ້າແລ້ວ, ພວກມັນຍັງຄົງເປັນພຣະທຳດັ້ງເດີມຂອງພຣະເຈົ້າຢູ່ບໍ? (ບໍ່.) ພວກມັນຍັງຄົງເປັນພຣະທຳທີ່ພຣະເຈົ້າສະແດງອອກໃນພາລະກິດແຫ່ງການພິພາກສາຂອງພຣະອົງຢູ່ບໍ? “ຊາຍເຖົ້າ” ຄົນນີ້ບໍ່ໄດ້ປຶກສາຫາລືກັບໃຜເລີຍ ແລະ ໄດ້ລຶບພຣະທຳຫຼາຍຂໍ້ຂອງພຣະເຈົ້າທີ່ຮຸນແຮງເປັນພິເສດກ່ຽວກັບການຫຼໍ່ຫຼອມ ແລະ ການເປີດໂປງອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ, ໂດຍສະເພາະຂໍ້ທີ່ກ່ຽວຂ້ອງກັບຊ່ວງເວລາຂອງການທົດສອບຜູ້ຮັບໃຊ້. ຕໍ່ມາ, ເມື່ອຄົນໃນສາສະໜາໄດ້ອ່ານສະບັບທີ່ຖືກແກ້ໄຂແລ້ວ, ພວກເຂົາກໍເວົ້າວ່າ “ບໍ່ເລວເລີຍ, ພວກເຮົາສາມາດເຊື່ອໃນພຣະເຈົ້າແບບນີ້ໄດ້” ແລະ ພວກເຂົາກໍຍອມຮັບມັນ. ຊາຍເຖົ້າຄົນນີ້ຄິດໃນໃຈວ່າ “ເບິ່ງແມວ່າຂ້ອຍສະຫຼາດສໍ່າໃດ! ມັນບໍ່ສະຫຼາດເລີຍທີ່ພຣະທຳຂອງພຣະເຈົ້າຈະຮຸນແຮງເກີນໄປ. ກັບຄົນເຫຼົ່ານັ້ນ, ມັນເປັນເລື່ອງຂອງການເວົ້າຈາຫວ່ານລ້ອມພວກເຂົາ, ເຈົ້າຈະເວົ້າສິ່ງທີ່ອາດຈະຖືກເຂົ້າໃຈຜິດວ່າເປັນການດ່າໄດ້ແນວໃດ? ນັ້ນບໍ່ສະຫຼາດເລີຍ! ຂ້ອຍໄດ້ເຮັດການປ່ຽນແປງບາງຢ່າງ ແລະ ເບິ່ງແມວ່າມີຫຍັງເກີດຂຶ້ນ: ແມ່ນແຕ່ສິດຍາພິບານໃນສາສະໜາກໍຍັງເຕັມໃຈທີ່ຈະເຊື່ອ ແລະ ຜູ້ຄົນກໍຍອມຮັບມັນຫຼາຍຂຶ້ນເລື້ອຍໆ. ເປັນແນວໃດ? ຂ້ອຍບໍ່ມີສະຕິປັນຍາບໍ? ຂ້ອຍບໍ່ສະຫຼາດບໍ? ນັ້ນບໍ່ໜ້າປະທັບໃຈຫຼາຍບໍ?” ຜົນຂອງການປ່ຽນແປງຂອງລາວເຮັດໃຫ້ລາວຮູ້ສຶກພາກພູມໃຈໃນຕົວເອງຢ່າງຍິ່ງ. ເຖິງຢ່າງໃດກໍຕາມ, ຄົນໃນສາສະໜາບາງຄົນທີ່ເຂົ້າມາໃນຄຣິສຕະຈັກພົບວ່າພຣະທຳຂອງພຣະເຈົ້າທີ່ພວກເຂົາໄດ້ອ່ານນັ້ນຖືກປ່ຽນແປງ ແລະ ແຕກຕ່າງຈາກຂໍ້ຄວາມຕົ້ນສະບັບໃນຄຣິສຕະຈັກ ແລະ ບັນຫານີ້ກໍຖືກຍົກຂຶ້ນມາ. ຕໍ່ມາ, ກໍພົບວ່າຊາຍເຖົ້າຄົນນີ້ໄດ້ປ່ຽນແປງເນື້ອໃນຂອງພຣະທຳຂອງພຣະເຈົ້າ. ພວກເຈົ້າຄິດແນວໃດກ່ຽວກັບສິ່ງທີ່ຊາຍເຖົ້າຄົນນີ້ໄດ້ເຮັດ? ບໍ່ຕ້ອງເວົ້າເຖິງສິ່ງອື່ນເລີຍ ພຽງແຕ່ເວົ້າວ່າ: ພຣະທຳເຫຼົ່ານັ້ນບໍ່ແມ່ນຂອງເຈົ້າ, ເຈົ້າບໍ່ມີສິດທີ່ຈະປ່ຽນແປງພວກມັນ. ເຖິງແມ່ນວ່າມັນຈະເປັນບົດຄວາມ ຫຼື ໜັງສືທີ່ຂຽນໂດຍມະນຸດກໍຕາມ, ຖ້າເຈົ້າຕ້ອງການເຮັດການປ່ຽນແປງ, ກ່ອນອື່ນ ເຈົ້າຕ້ອງໄດ້ຮັບການຍິນຍອມຈາກຜູ້ຂຽນຕົ້ນສະບັບກ່ອນ. ຖ້າພວກເຂົາຕົກລົງເຫັນດີ, ເຈົ້າກໍສາມາດເຮັດການປ່ຽນແປງໄດ້. ຖ້າພວກເຂົາບໍ່ຕົກລົງເຫັນດີ, ເຈົ້າກໍບໍ່ສາມາດປ່ຽນແປງໄດ້ແມ່ນແຕ່ຄຳດຽວຢ່າງເດັດຂາດ. ສິ່ງນີ້ເອີ້ນວ່າການເຄົາລົບຜູ້ຂຽນ ແລະ ຜູ້ອ່ານ. ຖ້າຜູ້ຂຽນຂາດພະລັງງານທີ່ຈະເຮັດການດັດແກ້ ແລະ ມອບອຳນາດໃຫ້ເຈົ້າ, ໂດຍບອກວ່າເຈົ້າສາມາດປ່ຽນແປງຫຍັງກໍໄດ້ ຕາບໃດທີ່ມັນຍັງຄົງຮັກສາຄວາມໝາຍຕົ້ນສະບັບໄວ້ ແລະ ບັນລຸຜົນທີ່ຕ້ອງການ, ແລ້ວເຈົ້າຈະສາມາດເຮັດການປ່ຽນແປງໄດ້ບໍ? (ໄດ້.) ຖ້າຜູ້ຂຽນໄດ້ໃຫ້ການຍິນຍອມ ຫຼື ການມອບອຳນາດຂອງພວກເຂົາແລ້ວ, ແລ້ວກໍສາມາດເຮັດການປ່ຽນແປງໄດ້. ພຶດຕິກຳປະເພດນີ້ເອີ້ນວ່າຫຍັງ? ມັນເປັນສິ່ງທີ່ມີເຫດຜົນ, ຖືກຕ້ອງຕາມຫຼັກການ ແລະ ເໝາະສົມ, ແມ່ນບໍ? ແຕ່ຈະເປັນແນວໃດຖ້າຜູ້ຂຽນບໍ່ໄດ້ຕົກລົງເຫັນດີ ແລະ ເຈົ້າປ່ຽນແປງມັນໂດຍບໍ່ໄດ້ຮັບການອະນຸຍາດຈາກພວກເຂົາ? ສິ່ງນັ້ນເອີ້ນວ່າຫຍັງ? (ການເຮັດແບບຊະຊາຍ ແລະ ຕາມໃຈມັກ.) ນັ້ນເອີ້ນວ່າການເຮັດແບບຊະຊາຍ ແລະ ຕາມໃຈມັກ, ເຮັດຕາມອຳເພີໃຈ ແລະ ເປັນຜະເດັດການ. ບາດນີ້, ຊາຍເຖົ້າຄົນນີ້ໄດ້ປ່ຽນແປງຫຍັງ? (ພຣະທຳຂອງພຣະເຈົ້າ.) ພຣະທຳດັ້ງເດີມຂອງພຣະເຈົ້າ, ເຊິ່ງແຝງໄປດ້ວຍອາລົມ, ອຸປະນິໄສ ແລະ ເຈດຕະນາຂອງພຣະເຈົ້າທີ່ມີຕໍ່ມະນຸດຊາດ. ພຣະທຳຂອງພຣະເຈົ້າມີຄວາມໝາຍໃນວິທີທີ່ພວກມັນຖືກກ່າວອອກມາ. ເຈົ້າຮູ້ເຖິງອາລົມ, ຈຸດປະສົງ ແລະ ຜົນທີ່ຕ້ອງການທີ່ຢູ່ເບື້ອງຫຼັງແຕ່ລະຄຳທີ່ພຣະເຈົ້າກ່າວອອກມາບໍ? ຖ້າເຈົ້າບໍ່ສາມາດຢັ່ງເຖິງມັນໄດ້, ເປັນຫຍັງຈຶ່ງເຮັດການປ່ຽນແປງຢ່າງຫຼັບຫູຫຼັບຕາ? ແຕ່ລະປະໂຫຍກທີ່ພຣະເຈົ້າກ່າວອອກມາ, ການເລືອກໃຊ້ຄຳສັບ, ນໍ້າສຽງ ແລະ ບັນຍາກາດ, ອາລົມ ແລະ ຄວາມຮູ້ສຶກທີ່ພວກມັນເຮັດໃຫ້ຜູ້ຄົນຮູ້ສຶກ, ລ້ວນແລ້ວແຕ່ຖືກສ້າງຂຶ້ນ ແລະ ພິຈາລະນາຢ່າງລະມັດລະວັງ. ພຣະເຈົ້າມີຄວາມຮອບຄອບ ແລະ ສະຕິປັນຍາ. ຊາຍເຖົ້າຄົນນີ້ຄິດແນວໃດ? ລາວຖືວ່າວິທີການກ່າວຂອງພຣະເຈົ້າເປັນສິ່ງທີ່ບໍ່ສະຫຼາດ. ນັ້ນຄືວິທີທີ່ລາວເບິ່ງພາລະກິດຂອງພຣະເຈົ້າ. ລາວເຊື່ອວ່າ “ຄົນໃນສາສະໜາທີ່ປາຖະໜາພຽງແຕ່ຢາກກິນເຂົ້າຈີ່ຈົນອີ່ມນັ້ນຈຳເປັນຕ້ອງຖືກເວົ້າຈາຫວ່ານລ້ອມ ແລະ ປະຕິບັດດ້ວຍຄວາມຮັກ ແລະ ຄວາມເມດຕາ. ພຣະທຳບໍ່ສາມາດຮຸນແຮງແບບນັ້ນໄດ້. ຖ້າພວກມັນຮຸນແຮງເກີນໄປ, ພວກເຮົາຈະເທດສະໜາພຣະກິດຕິຄຸນໄດ້ແນວໃດ? ແລ້ວພຣະກິດຕິຄຸນຍັງຈະສາມາດເຜີຍແຜ່ໄດ້ຢູ່ບໍ?” ພຣະເຈົ້າບໍ່ຮູ້ກ່ຽວກັບເລື່ອງນີ້ບໍ? (ຮູ້.) ພຣະເຈົ້າຮູ້ດີຫຼາຍ. ແລ້ວເປັນຫຍັງພຣະອົງຈຶ່ງຍັງກ່າວໃນລັກສະນະນີ້? ນີ້ຄືອຸປະນິໄສຂອງພຣະເຈົ້າ. ອຸປະນິໄສຂອງພຣະເຈົ້າແມ່ນຫຍັງ? ຄືການກ່າວໃນວິທີທາງຂອງພຣະອົງ, ບໍ່ວ່າເຈົ້າຈະເຊື່ອ ຫຼື ບໍ່ກໍຕາມ. ຖ້າເຈົ້າເຊື່ອ, ເຈົ້າກໍເປັນໜຶ່ງໃນແກະຂອງພຣະເຈົ້າ; ຖ້າເຈົ້າບໍ່ເຊື່ອ, ເຈົ້າກໍເປັນໝາປ່າ. ພຣະທຳຂອງພຣະເຈົ້າເປີດໂປງເຈົ້າ ແລະ ດ່າເຈົ້າໜ້ອຍໜຶ່ງ ແລ້ວເຈົ້າກໍປະຕິເສດທີ່ຈະຍອມຮັບວ່າເຈົ້າເປັນຜູ້ເຊື່ອໃນພຣະເຈົ້າບໍ? ແມ່ນຫຍັງ, ເຈົ້າບໍ່ແມ່ນສິ່ງທີ່ຖືກສ້າງຂອງພຣະເຈົ້າອີກຕໍ່ໄປແລ້ວບໍ? ພຣະເຈົ້າຢຸດເປັນພຣະເຈົ້າແລ້ວບໍ? ຖ້າເຈົ້າສາມາດປະຕິເສດພຣະເຈົ້າຍ້ອນສິ່ງນີ້ໄດ້, ແລ້ວເຈົ້າກໍເປັນຄົນຊົ່ວຮ້າຍ, ເປັນມານຮ້າຍ. ພຣະເຈົ້າບໍ່ຊ່ວຍຄົນແບບນັ້ນໃຫ້ລອດພົ້ນ, ສະນັ້ນ ຄຣິສຕະຈັກກໍບໍ່ຄວນບັງຄັບ ຫຼື ເວົ້າຈາຫວ່ານລ້ອມເພື່ອຮັບເອົາພວກເຂົາ. ບາງຄົນເວົ້າວ່າ: “ເຖິງແມ່ນວ່າພຣະເຈົ້າຈະດ່າຂ້ອຍ, ຂ້ອຍກໍເຕັມໃຈຢ່າງມີຄວາມສຸກ. ຖ້າພຣະອົງເປັນພຣະເຈົ້າ, ພຣະອົງກໍສາມາດຊ່ວຍຂ້ອຍໃຫ້ລອດພົ້ນໄດ້. ຖ້າພຣະອົງຕີຂ້ອຍ, ມັນກໍສົມຄວນແລ້ວ. ຖ້າພຣະອົງເອີ້ນຂ້ອຍວ່າຄົນເບົາປັນຍາ, ແລ້ວນັ້ນກໍຄືສິ່ງທີ່ຂ້ອຍເປັນ ແລະ ເຖິງກັບເບົາປັນຍາຍິ່ງກວ່ານັ້ນອີກ; ຖ້າພຣະອົງເອີ້ນຂ້ອຍວ່າຍິງໂສເພນີ, ເຖິງແມ່ນວ່າຂ້ອຍເບິ່ງຄືວ່າບໍ່ໄດ້ເຮັດໃນສິ່ງທີ່ຍິງໂສເພນີເຮັດກໍຕາມ ແຕ່ໃນເມື່ອພຣະເຈົ້າກ່າວແບບນັ້ນ, ຂ້ອຍກໍຮັບຮູ້ ແລະ ຍອມຮັບມັນ”. ພວກເຂົາມີຄວາມເຊື່ອ, ການຮັບຮູ້ ແລະ ການຍອມຮັບທີ່ຮຽບງ່າຍທີ່ສຸດ ແລະ ມີຫົວໃຈທີ່ຢຳເກງພຣະເຈົ້າທີ່ຮຽບງ່າຍທີ່ສຸດ. ພຣະເຈົ້າຕ້ອງການຮັບເອົາຄົນແບບນັ້ນ. ບາງຄົນພົບວ່າພຣະທຳຂອງພຣະເຈົ້າຮຸນແຮງ ແລະ ສຽດແທງເກີນໄປ, ໂດຍຮູ້ສຶກວ່າພວກເຂົາຈະບໍ່ໄດ້ຮັບພຣະພອນ ແລະ ດ້ວຍເຫດນັ້ນ ຈຶ່ງບໍ່ຢາກເຊື່ອອີກຕໍ່ໄປ. ພວກເຂົາຄິດວ່າ “ເຖິງແມ່ນວ່າເຈົ້າຈະເປັນພຣະເຈົ້າ, ຂ້ອຍກໍຈະບໍ່ເຊື່ອໃນຕົວເຈົ້າ. ຖ້າເຈົ້າເວົ້າແບບນີ້, ຂ້ອຍຈະບໍ່ຕິດຕາມເຈົ້າ”. ຊັ້ນກໍໄປໃຫ້ພົ້ນ! ຖ້າເຈົ້າບໍ່ຍອມຮັບພຣະເຈົ້າດ້ວຍຊໍ້າ, ພຣະເຈົ້າຈະຮັບຮູ້ວ່າເຈົ້າເປັນສິ່ງທີ່ຖືກສ້າງຂອງພຣະອົງໄດ້ແນວໃດ? ນັ້ນເປັນໄປບໍ່ໄດ້! ພຣະທຳຂອງພຣະເຈົ້າຖືກວາງໄວ້ຢູ່ນີ້ແລ້ວ; ຈະເຊື່ອພວກມັນ ຫຼື ບໍ່, ມັນກໍເປັນການຕັດສິນໃຈຂອງເຈົ້າ. ຖ້າເຈົ້າບໍ່ເຊື່ອ, ຊັ້ນກໍຍ່າງໜີໄປເລີຍ. ເຈົ້າຈະພາດໂອກາດ. ຖ້າເຈົ້າເຊື່ອ, ເຈົ້າກໍຈະມີຄວາມຫວັງອັນຮິບຮີ່ສຳລັບຄວາມລອດພົ້ນ. ນີ້ບໍ່ຍຸຕິທຳບໍ? (ຍຸຕິທຳ.) ແຕ່ຊາຍເຖົ້າຄົນນີ້ຄິດແບບນີ້ບໍ? ລາວສາມາດເບິ່ງທະລຸຄວາມຄິດຂອງພຣະເຈົ້າໄດ້ບໍ? (ບໍ່.) ລາວບໍ່ໂງ່ຈ້າບໍ? ຄົນທີ່ບໍ່ມີຄວາມເຂົ້າໃຈຝ່າຍວິນຍານມັກຈະເຮັດການກະທຳທີ່ໂງ່ຈ້າແບບນັ້ນ. ລາວເຫັນວ່າພຣະເຈົ້າເປັນສິ່ງທີ່ບໍ່ສຳຄັນ ແລະ ຮຽບງ່າຍຫຼາຍ, ໂດຍຄິດວ່າຄວາມຄິດຂອງພຣະເຈົ້າບໍ່ໄດ້ສູງສົ່ງໄປກວ່າຄວາມຄິດຂອງມະນຸດຫຼາຍປານໃດ. ລາວມັກຈະເວົ້າເຖິງຄວາມຄິດຂອງພຣະເຈົ້າທີ່ສູງສົ່ງກວ່າຄວາມຄິດຂອງມະນຸດ, ໂດຍເທດສະໜາຫຼັກຄຳສອນອັນຍິ່ງໃຫຍ່ເຫຼົ່ານີ້ໃນຊ່ວງເວລາປົກກະຕິ ແຕ່ເມື່ອຕ້ອງປະເຊີນກັບສະຖານະການຕົວຈິງ, ລາວກໍລືມຄຳເວົ້າເຫຼົ່ານີ້ໄປຈົນໝົດ, ໂດຍຮູ້ສຶກວ່າພຣະທຳເຫຼົ່ານີ້ຂອງພຣະເຈົ້າເບິ່ງບໍ່ຄືກັບສິ່ງທີ່ພຣະເຈົ້າຈະກ່າວອອກມາ. ໃນໃຈຂອງລາວ, ລາວບໍ່ໄດ້ຮັບຮູ້ພຣະທຳເຫຼົ່ານີ້ຂອງພຣະເຈົ້າ, ສະນັ້ນ ລາວຈຶ່ງບໍ່ສາມາດຍອມຮັບພວກມັນໄດ້. ໃນຂະນະທີ່ພຣະກິດຕິຄຸນກຳລັງຖືກເທດສະໜາ, ລາວກໍສວຍໂອກາດປ່ຽນແປງພຣະທຳຂອງພຣະເຈົ້າຢ່າງໄວວາ, ເຖິງກັບຢູ່ພາຍໃຕ້ຂໍ້ອ້າງຂອງ “ການເທດສະໜາພຣະກິດຕິຄຸນຢ່າງມີປະສິດທິຜົນ ແລະ ຮັບເອົາຜູ້ຄົນໃຫ້ຫຼາຍຂຶ້ນ”. ໃນທີ່ສຸດແລ້ວ ເຮົາໄດ້ກຳນົດລັກສະນະພຶດຕິກຳຂອງລາວແນວໃດ? ວ່າເປັນການບິດເບືອນພຣະທຳຂອງພຣະເຈົ້າ. ການບິດເບືອນໝາຍຄວາມວ່າແນວໃດ? ມັນໝາຍເຖິງການເພີ່ມ, ການຕັດອອກ ຫຼື ການປ່ຽນແປງຄວາມໝາຍຕົ້ນສະບັບຕາມອຳເພີໃຈ, ການປ່ຽນແປງຄວາມໝາຍທີ່ຜູ້ຂຽນຕັ້ງໃຈໄວ້, ການບໍ່ສົນໃຈເຈດຕະນາ ແລະ ຈຸດປະສົງເບື້ອງຕົ້ນຂອງຜູ້ຂຽນໃນການກ່າວ ແລ້ວກໍປ່ຽນແປງພວກມັນແບບສຸ່ມສີ່ສຸ່ມຫ້າ. ສິ່ງນີ້ເອີ້ນວ່າການບິດເບືອນ. ລາວມີຫົວໃຈທີ່ຢຳເກງພຣະເຈົ້າບໍ? (ບໍ່.) ຊ່າງບັງອາດແທ້ໆ! ນີ້ແມ່ນສິ່ງທີ່ມະນຸດຈະເຮັດບໍ? (ບໍ່.) ມັນເປັນການກະທຳຂອງມານຮ້າຍ, ບໍ່ແມ່ນຂອງມະນຸດ. ເຈົ້າບໍ່ສາມາດປ່ຽນແປງຄຳເວົ້າຂອງຄົນທຳມະດາແບບຊະຊາຍໄດ້ດ້ວຍຊໍ້າ; ເຈົ້າຕ້ອງເຄົາລົບຄວາມຄິດເຫັນຂອງຜູ້ຂຽນ. ຖ້າເຈົ້າຕ້ອງການເຮັດການປ່ຽນແປງ, ເຈົ້າຈຳເປັນຕ້ອງແຈ້ງໃຫ້ພວກເຂົາຮູ້ລ່ວງໜ້າ ແລະ ໄດ້ຮັບການຍິນຍອມຈາກພວກເຂົາ ແລະ ຫຼັງຈາກທີ່ໄດ້ຮັບການອະນຸຍາດຈາກພວກເຂົາແລ້ວເທົ່ານັ້ນ ເຈົ້າຈຶ່ງຈະສາມາດເຮັດການດັດແກ້ຕາມຄວາມຄິດເຫັນຂອງພວກເຂົາໄດ້. ສິ່ງນີ້ເອີ້ນວ່າການເຄົາລົບ. ເມື່ອເວົ້າເຖິງພຣະເຈົ້າ, ສິ່ງທີ່ຕ້ອງການນັ້ນມີຫຼາຍກວ່າການເຄົາລົບ! ຖ້າແມ່ນແຕ່ປະໂຫຍກດຽວໃນພຣະທຳຂອງພຣະເຈົ້າຖືກພິມຜິດ, ຖ້າມັນຂາດແມ່ນແຕ່ຄຳນຳໜ້ານາມທາງໄວຍາກອນພຽງຄຳດຽວ, ເຈົ້າກໍຕ້ອງຖາມວ່າມັນສາມາດຍອມຮັບໄດ້ ຫຼື ບໍ່; ຖ້າບໍ່ໄດ້, ເຈົ້າກໍຕ້ອງພິມໜ້ານັ້ນໃໝ່. ສິ່ງນີ້ຮຽກຮ້ອງໃຫ້ມີທັດສະນະຄະຕິທີ່ຈິງຈັງ ແລະ ມີຄວາມຮັບຜິດຊອບຫຼາຍ; ສິ່ງນີ້ເອີ້ນວ່າການມີຫົວໃຈທີ່ຢຳເກງພຣະເຈົ້າ. ຊາຍເຖົ້າຄົນນີ້ມີຫົວໃຈແບບນັ້ນບໍ? (ບໍ່.) ລາວບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າ. ລາວຖືວ່າພຣະເຈົ້າຕໍ່າຕ້ອຍກວ່າລາວ; ລາວຊ່າງບັງອາດຢ່າງເຖິງທີ່ສຸດ. ຄົນແບບນັ້ນຄວນຖືກຂັບໄລ່ອອກ.
ເຫດການທີ່ຄ້າຍຄືກັນນີ້ຫາກໍເກີດຂຶ້ນເມື່ອບໍ່ດົນມານີ້. ບາງຄົນໄດ້ໃຊ້ຂໍ້ອ້າງໃນການເທດສະໜາພຣະກິດຕິຄຸນ ແລະ ການຮັບເອົາຜູ້ຄົນໃຫ້ຫຼາຍຂຶ້ນມາເປັນເຫດຜົນເພື່ອປ່ຽນແປງພຣະທຳຂອງພຣະເຈົ້າແບບຊະຊາຍອີກຄັ້ງ. ຄັ້ງນີ້ມັນດີກວ່າຄັ້ງກ່ອນເລັກໜ້ອຍ; ໃນກໍລະນີກ່ອນໜ້ານີ້, ມັນຖືກເຮັດຕາມອຳເພີໃຈ ແລະ ເປັນຜະເດັດການ, ໂດຍບໍ່ມີການໂອ້ລົມກັບຄົນອື່ນ, ກະທຳການແບບສຸ່ມສີ່ສຸ່ມຫ້າ ແລະ ບິດເບືອນພຣະທຳຂອງພຣະເຈົ້າຢ່າງຊະຊາຍໂດຍບໍ່ສົນໃຈໃຜ. ຄັ້ງນີ້, ພວກເຂົາໄດ້ຖາມເບື້ອງເທິງກ່ອນ, ໂດຍກ່າວວ່າ “ຜູ້ຄົນຈາກຊົນເຜົ່າໃດໜຶ່ງບໍ່ສາມາດຍອມຮັບບາງຄຳສັບໃນພຣະທຳຂອງພຣະເຈົ້າໄດ້. ພວກເຮົາໄດ້ຄິດຫາກົນລະຍຸດທີ່ຈະຕັດອອກ ຫຼື ປ່ຽນແປງຄຳສັບເຫຼົ່ານັ້ນ ແລະ ພາກສ່ວນຂອງຄຳກ່າວ ຫຼື ຂໍ້ຄວາມໃນພຣະທຳຂອງພຣະເຈົ້າທີ່ພວກເຂົາບໍ່ສາມາດຍອມຮັບໄດ້ ແລ້ວກໍເທດສະໜາໃຫ້ພວກເຂົາຟັງດ້ວຍພຣະທຳຂອງພຣະເຈົ້າສະບັບທີ່ຖືກປັບແຕ່ງມາເປັນພິເສດ. ແລ້ວພວກເຂົາຈະບໍ່ເຊື່ອບໍ?” ເບິ່ງນັ້ນແມ; ພວກເຂົາຊ່າງບັງອາດແທ້ໆ. ນີ້ແມ່ນພຶດຕິກຳປະເພດໃດ? ຖ້າປະຕິບັດດ້ວຍຄວາມຜ່ອນຜັນ, ຄົນແບບນັ້ນກໍອາດຈະຖືກຖືວ່າເປັນຄົນໂງ່ຈ້າ ແລະ ບໍ່ຮູ້ເລື່ອງ ແລະ ຍັງໜຸ່ມເກີນໄປ; ພວກເຂົາອາດຈະພຽງແຕ່ຖືກບອກບໍ່ໃຫ້ເຮັດແບບນັ້ນອີກ. ແຕ່ຖ້າພວກເຮົາກຳນົດລັກສະນະທຳມະຊາດຂອງສິ່ງທີ່ພວກເຂົາໄດ້ເຮັດ, ພວກເຂົາກຳລັງປ່ຽນແປງພຣະທຳຂອງພຣະເຈົ້າແບບຊະຊາຍເພື່ອເຮັດໃຫ້ຊາຕານພໍໃຈ. ສິ່ງນີ້ເອີ້ນວ່າຫຍັງ? ນີ້ຄືພຶດຕິກຳຂອງຢູດາ, ຂອງຜູ້ທໍລະຍົດ ແລະ ຄົນຫັກຫຼັງ, ທີ່ຂາຍພຣະຜູ້ເປັນເຈົ້າເພື່ອກຽດສັກສີ. ພວກເຂົາບິດເບືອນພຣະທຳຂອງພຣະເຈົ້າ, ເຮັດໃຫ້ພວກມັນເປັນຕາໜ້າຟັງ ແລະ ເປັນທີ່ຍອມຮັບຂອງຜູ້ຄົນຫຼາຍຂຶ້ນເພື່ອເຮັດໃຫ້ພວກເຂົາພໍໃຈ ແລະ ເຮັດໃຫ້ພວກເຂົາຍອມຮັບພຣະກິດຕິຄຸນ, ສິ່ງນີ້ເທົ່າກັບຫຍັງ? ເຖິງແມ່ນວ່າຈະບໍ່ມີໃຜໃນໂລກນີ້ເຊື່ອຈັກຄົນ, ພຣະທຳຂອງພຣະເຈົ້າຈະຢຸດເປັນພຣະທຳຂອງພຣະເຈົ້າບໍ? ທຳມະຊາດຂອງພຣະທຳຂອງພຣະເຈົ້າຈະປ່ຽນແປງບໍ? (ບໍ່.) ພຣະທຳຂອງພຣະເຈົ້າເປັນຄວາມຈິງເມື່ອພວກເຂົາຍອມຮັບພວກມັນເທົ່ານັ້ນ ແລະ ຖ້າພວກເຂົາບໍ່ຍອມຮັບ, ພຣະທຳຂອງພຣະອົງກໍບໍ່ແມ່ນຄວາມຈິງບໍ? ທຳມະຊາດຂອງພຣະທຳຂອງພຣະເຈົ້າສາມາດປ່ຽນແປງຍ້ອນສິ່ງນີ້ໄດ້ບໍ? ບໍ່ໄດ້ຢ່າງແນ່ນອນ. ຄວາມຈິງກໍຄືຄວາມຈິງ; ຖ້າເຈົ້າບໍ່ຍອມຮັບມັນ, ເຈົ້າກໍຈະພິນາດ! ບາງຄົນທີ່ເທດສະໜາພຣະກິດຕິຄຸນຄິດວ່າ “ພວກເຂົາຊ່າງໜ້າສົງສານແທ້ໆທີ່ບໍ່ຍອມຮັບ! ພວກເຂົາຊ່າງເປັນຄົນທີ່ຍິ່ງໃຫຍ່ ແລະ ສູງສົ່ງສໍ່າໃດ. ພຣະເຈົ້າຮັກ ແລະ ເມດຕາພວກເຂົາຫຼາຍ, ພວກເຮົາຈະບໍ່ສະແດງຄວາມຮັກຕໍ່ພວກເຂົາໄດ້ແນວໃດ? ໃຫ້ພວກເຮົາປ່ຽນແປງພຣະທຳຂອງພຣະເຈົ້າເພື່ອໃຫ້ພວກເຂົາສາມາດຍອມຮັບໄດ້. ຄົນເຫຼົ່ານັ້ນຍອດຢ້ຽມສໍ່າໃດ ແລະ ພຣະເຈົ້າດີ ແລະ ເມດຕາຕໍ່ພວກເຂົາສໍ່າໃດ. ພວກເຮົາຄວນຄຳນຶງເຖິງເຈດຕະນາຂອງພຣະເຈົ້າ!” ນີ້ບໍ່ແມ່ນການເສແສ້ງບໍ? (ແມ່ນແລ້ວ.) ຄົນຫຼອກລວງອີກຄົນໜຶ່ງ, ຜູ້ທີ່ບໍ່ເຂົ້າໃຈຄວາມຈິງສາມາດເຮັດໄດ້ພຽງແຕ່ສິ່ງທີ່ໂງ່ຈ້າເທົ່ານັ້ນ! ໄດ້ມີການກ່າວໄວ້ແລ້ວວ່າຄົນທີ່ບິດເບືອນພຣະທຳຂອງພຣະເຈົ້າໄດ້ຖືກຈັດການ ແລະ ຂັບໄລ່ອອກ ແລ້ວຕອນນີ້ກໍມີຄົນທີ່ຕ້ອງການບິດເບືອນພວກມັນອີກຄັ້ງ. ພວກເຂົາພະຍາຍາມບັນລຸຫຍັງ? ນີ້ບໍ່ແມ່ນການຂາຍພຣະຜູ້ເປັນເຈົ້າເພື່ອກຽດສັກສີບໍ? (ແມ່ນແລ້ວ.) ນີ້ຄືການຂາຍພຣະຜູ້ເປັນເຈົ້າເພື່ອກຽດສັກສີ, ເພື່ອເຮັດໃຫ້ຊາຕານພໍໃຈ. ພຣະທຳຂອງພຣະເຈົ້າບໍ່ສຳພັນກັບຊີວິດຈິງບໍ? ພວກມັນບໍ່ສາມາດຖືກນຳສະເໜີຢ່າງເປີດເຜີຍໄດ້ບໍ? ເຈົ້າບໍ່ຮັບຮູ້ວ່າພວກມັນເປັນຄວາມຈິງບໍ? ຖ້າເຈົ້າບໍ່ຮັບຮູ້ພວກມັນ, ແລ້ວເປັນຫຍັງເຈົ້າຈຶ່ງຍັງເຊື່ອ? ຖ້າເຈົ້າບໍ່ສາມາດຍອມຮັບຄວາມຈິງໄດ້, ການເຊື່ອໃນພຣະເຈົ້າຈະມີປະໂຫຍດຫຍັງ? ມັນເປັນໄປບໍ່ໄດ້ທີ່ຈະບັນລຸຄວາມລອດພົ້ນແບບນີ້. ບໍ່ວ່າພຣະເຈົ້າຈະກ່າວແນວໃດ, ບໍ່ວ່າພຣະອົງຈະໃຊ້ຄຳສັບໃດທີ່ບໍ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງເຈົ້າ, ພຣະອົງກໍຍັງຄົງເປັນພຣະເຈົ້າ ແລະ ແກ່ນແທ້ຂອງພຣະອົງກໍບໍ່ປ່ຽນແປງ. ບໍ່ວ່າເຈົ້າຈະເວົ້າຈາເປັນຕາໜ້າຟັງສໍ່າໃດ, ບໍ່ວ່າເຈົ້າຈະເຮັດຫຍັງ, ບໍ່ວ່າເຈົ້າຈະຄິດວ່າເຈົ້າເປັນຄົນໃຈດີ, ມີເມດຕາ ຫຼື ມີຄວາມຮັກສໍ່າໃດກໍຕາມ, ເຈົ້າກໍຍັງຄົງເປັນມະນຸດ, ເປັນມະນຸດທີ່ເສື່ອມຊາມ. ເຈົ້າປະຕິເສດທີ່ຈະຮັບຮູ້ພຣະທຳຂອງພຣະເຈົ້າວ່າເປັນຄວາມຈິງ ແລະ ພະຍາຍາມປ່ຽນແປງພຣະທຳຂອງພຣະເຈົ້າເພື່ອເຮັດໃຫ້ຊາຕານພໍໃຈ. ນີ້ແມ່ນພຶດຕິກຳປະເພດໃດ? ມັນໜ້າລັງກຽດ! ເຮົາຄິດວ່າຫຼັງຈາກການໂອ້ລົມກ່ອນໜ້ານີ້ກ່ຽວກັບທຳມະຊາດຂອງການບິດເບືອນພຣະທຳຂອງພຣະເຈົ້າ, ບັນຫາດັ່ງກ່າວຈະບໍ່ເກີດຂຶ້ນໃນການເທດສະໜາພຣະກິດຕິຄຸນອີກໃນຕອນນີ້. ແຕ່ບໍ່ໜ້າເຊື່ອ, ຍັງມີຄົນທີ່ກ້າບິດເບືອນ ແລະ ມີຄວາມຄິດແບບນັ້ນຢູ່. ທັດສະນະຄະຕິຂອງຄົນເຫຼົ່ານີ້ທີ່ມີຕໍ່ພຣະທຳຂອງພຣະເຈົ້າແມ່ນຫຍັງ? (ການບໍ່ຢຳເກງ.) ພວກເຂົາເຮັດແບບຊະຊາຍຢ່າງເຖິງທີ່ສຸດ! ໃນໃຈຂອງພວກເຂົາ, ພຣະທຳຂອງພຣະເຈົ້ານັ້ນເບົາຄືກັບຂົນນົກ, ພວກມັນບໍ່ມີຄວາມສຳຄັນຫຍັງເລີຍ. ພວກເຂົາຄິດວ່າ “ພຣະທຳຂອງພຣະເຈົ້າສາມາດຖືກວາງໄວ້ໃນຮູບແບບໃດກໍໄດ້; ຂ້ອຍສາມາດປ່ຽນແປງພຣະທຳຂອງພຣະອົງໄດ້ຕາມທີ່ຂ້ອຍຕ້ອງການ. ມັນດີກວ່າທີ່ຈະເຮັດໃຫ້ພວກມັນສອດຄ່ອງກັບຄວາມຄິດຫຼົງຜິດ ແລະ ລົດນິຍົມຂອງມະນຸດ. ນັ້ນຄືສິ່ງທີ່ພຣະທຳຂອງພຣະເຈົ້າຄວນຈະເປັນ!” ຜູ້ທີ່ເຮັດສິ່ງຕ່າງໆເຊັ່ນການບິດເບືອນພຣະທຳຂອງພຣະເຈົ້າສາມາດຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາກະທຳການຢ່າງຊະຊາຍ ແລະ ປາສະຈາກການຄິດ, ບິດເບືອນແບບສຸ່ມສີ່ສຸ່ມຫ້າ; ພວກເຂົາເຮັດຕາມອຳເພີໃຈ ແລະ ເປັນຜະເດັດການ ແລະ ມີອຸປະນິໄສ ແລະ ຄຸນລັກສະນະດຽວກັນກັບຜູ້ຕໍ່ຕ້ານພຣະຄຣິສຄົນອື່ນໆ. ແລ້ວຍັງມີອີກຈຸດໜຶ່ງ: ຄວາມຄິດ ແລະ ການກະທຳທຳອິດຂອງພວກເຂົາແມ່ນຫຍັງເມື່ອພວກເຂົາປະເຊີນກັບອັນຕະລາຍ ຫຼື ເມື່ອຜົນປະໂຫຍດຂອງພວກເຂົາເອງຖືກທຳລາຍ? ພວກເຂົາເລືອກຫຍັງ? ພວກເຂົາເລືອກທີ່ຈະທໍລະຍົດຜົນປະໂຫຍດຂອງພຣະເຈົ້າ ແລະ ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເພື່ອປົກປ້ອງຕົນເອງ. ຜູ້ທີ່ບິດເບືອນພຣະທຳຂອງພຣະເຈົ້າ, ພວກເຂົາເຮັດແນວນັ້ນເພື່ອເທດສະໜາພຣະກິດຕິຄຸນຢ່າງມີປະສິດທິຜົນແທ້ໆບໍ? ແຮງຈູງໃຈແອບແຝງທີ່ຢູ່ເບື້ອງຫຼັງສິ່ງທີ່ເອີ້ນວ່າປະສິດທິຜົນຂອງພວກເຂົາແມ່ນຫຍັງ? ພວກເຂົາຕ້ອງການອວດອ້າງພອນສະຫວັນ ແລະ ຄວາມສາມາດຂອງພວກເຂົາ, ເຮັດໃຫ້ຜູ້ຄົນເຫັນວ່າ “ເບິ່ງແມວ່າຂ້ອຍມີຄວາມສາມາດສໍ່າໃດ! ເຫັນບໍວ່າການເທດສະໜາພຣະກິດຕິຄຸນມີປະສິດທິຜົນສໍ່າໃດຫຼັງຈາກການດັດແກ້ຂອງຂ້ອຍ? ພວກເຈົ້າບໍ່ມີທັກສະແບບດຽວກັນ, ພວກເຈົ້າຈະບໍ່ກ້າຄິດແບບນັ້ນດ້ວຍຊໍ້າ. ເບິ່ງແມ, ດ້ວຍຄວາມຄິດ ແລະ ການກະທຳຂອງຂ້ອຍ, ເຫັນຜົນທີ່ຂ້ອຍບັນລຸໄດ້ບໍ?” ຄົນເຫຼົ່ານີ້ບໍ່ສົນໃຈພຣະທຳຂອງພຣະເຈົ້າ ແລະ ບິດເບືອນພວກມັນເພື່ອຕອບສະໜອງຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາເອງທີ່ຈະໄລ່ຕາມຊື່ສຽງ ແລະ ສະຖານະ. ພວກເຂົາບໍ່ມີລັກສະນະຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ການກຳນົດລັກສະນະຂອງພວກເຂົາວ່າເປັນຜູ້ຕໍ່ຕ້ານພຣະຄຣິສນັ້ນບໍ່ແມ່ນສິ່ງທີ່ບໍ່ຍຸຕິທຳເລີຍ.
ການສະແດງອອກອີກຢ່າງໜຶ່ງຂອງການເຮັດຕາມອຳເພີໃຈ ແລະ ຄວາມເປັນຜະເດັດການຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງ? ພວກເຂົາບໍ່ເຄີຍໂອ້ລົມຄວາມຈິງກັບອ້າຍເອື້ອຍນ້ອງ ແລະ ພວກເຂົາກໍບໍ່ແກ້ໄຂບັນຫາຕົວຈິງຂອງຜູ້ຄົນເລີຍ. ກົງກັນຂ້າມ, ພວກເຂົາພຽງແຕ່ເທດສະໜາຄຳເວົ້າ ແລະ ຫຼັກຄຳສອນເພື່ອສັ່ງສອນຜູ້ຄົນ ແລະ ເຖິງກັບບັງຄັບໃຫ້ຄົນອື່ນເຊື່ອຟັງພວກເຂົາ. ແລ້ວທັດສະນະຄະຕິ ແລະ ວິທີການຂອງພວກເຂົາທີ່ມີຕໍ່ເບື້ອງເທິງ ແລະ ຕໍ່ພຣະເຈົ້າເດ? ມັນບໍ່ມີຫຍັງນອກຈາກການຫຼອກລວງ ແລະ ການຕີສອງໜ້າ. ບໍ່ວ່າຈະມີບັນຫາໃດໆພາຍໃນຄຣິສຕະຈັກ, ພວກເຂົາກໍບໍ່ເຄີຍລາຍງານຫຍັງໃຫ້ເບື້ອງເທິງຮູ້. ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ພວກເຂົາກໍບໍ່ເຄີຍສອບຖາມເບື້ອງເທິງ. ມັນເບິ່ງຄືວ່າພວກເຂົາບໍ່ມີບັນຫາໃດໆທີ່ຕ້ອງການການໂອ້ລົມ ຫຼື ການຊີ້ນຳຈາກເບື້ອງເທິງ, ທຸກສິ່ງທຸກຢ່າງທີ່ພວກເຂົາເຮັດແມ່ນເຮັດແບບລັບໆ ແລະ ປິດບັງ ແລະ ຢູ່ເບື້ອງຫຼັງ. ສິ່ງນີ້ເອີ້ນວ່າການບົງການແບບມີເລ່ຫຼ່ຽມ, ບ່ອນທີ່ພວກເຂົາປາຖະໜາທີ່ຈະເປັນຜູ້ຕັດສິນໃຈຂັ້ນສຸດທ້າຍ ແລະ ເປັນຜູ້ຕັດສິນໃຈ. ເຖິງຢ່າງໃດກໍຕາມ, ບາງຄັ້ງ ພວກເຂົາກໍປິດບັງຕົວຕົນ, ໂດຍຍົກເອົາເລື່ອງເລັກໆນ້ອຍໆມາສອບຖາມເບື້ອງເທິງ, ເຮັດຕົວເປັນຄົນທີ່ໄລ່ຕາມຄວາມຈິງ, ເຮັດໃຫ້ເບື້ອງເທິງເຂົ້າໃຈຜິດວ່າພວກເຂົາສະແຫວງຫາຄວາມຈິງໃນທຸກສິ່ງທຸກຢ່າງດ້ວຍຄວາມລະມັດລະວັງຢ່າງທີ່ສຸດ. ໃນຄວາມເປັນຈິງແລ້ວ, ພວກເຂົາບໍ່ເຄີຍສະແຫວງຫາການຊີ້ແນະໃນເລື່ອງສຳຄັນໃດໆເລີຍ, ໂດຍຕັດສິນໃຈພຽງຝ່າຍດຽວ ແລະ ປິດບັງບໍ່ໃຫ້ເບື້ອງເທິງຮູ້. ຖ້າມີບັນຫາໃດໆເກີດຂຶ້ນ, ພວກເຂົາກໍຍິ່ງມີແນວໂນ້ມທີ່ຈະບໍ່ລາຍງານມັນ, ໂດຍຢ້ານວ່າມັນອາດຈະສົ່ງຜົນກະທົບຕໍ່ອຳນາດ, ສະຖານະ ຫຼື ຊື່ສຽງຂອງພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິສເຮັດຕາມອຳເພີໃຈ ແລະ ເປັນຜະເດັດການ; ພວກເຂົາບໍ່ເຄີຍໂອ້ລົມກັບຄົນອື່ນ ແລະ ບັງຄັບໃຫ້ຄົນອື່ນເຊື່ອຟັງພວກເຂົາ. ເວົ້າງ່າຍໆກໍຄື ການສະແດງອອກຫຼັກຂອງພຶດຕິກຳນີ້ແມ່ນການພົວພັນກັບກິດຈະການຂອງຕົວເອງ; ການບົ່ມເພາະອິດທິພົນ, ກຸ່ມຄົນສ່ວນຕົວ ແລະ ເສັ້ນສາຍຂອງພວກເຂົາ; ການໄລ່ຕາມກິດຈະການຂອງພວກເຂົາເອງ ແລະ ຈາກນັ້ນພວກເຂົາກໍເຮັດທຸກຢ່າງຕາມທີ່ພວກເຂົາພໍໃຈ, ເຮັດສິ່ງທີ່ເປັນປະໂຫຍດຕໍ່ຕົນເອງ ແລະ ກະທຳການໂດຍປາສະຈາກຄວາມໂປ່ງໃສ. ຄວາມປາຖະໜາ ແລະ ຄວາມຕ້ອງການຂອງຜູ້ຕໍ່ຕ້ານພຣະຄຣິສທີ່ຈະໃຫ້ຄົນອື່ນອ່ອນນ້ອມຕໍ່ພວກເຂົານັ້ນແຮງກ້າເປັນພິເສດ; ພວກເຂົາຄາດຫວັງໃຫ້ຜູ້ຄົນເຊື່ອຟັງພວກເຂົາຄືກັບນາຍພານທີ່ເຮັດໃຫ້ໝາລ່າເນື້ອຂອງລາວເຊື່ອຟັງຄຳສັ່ງຂອງລາວ, ໂດຍບໍ່ອະນຸຍາດໃຫ້ມີການແຍກແຍະຜິດ ຫຼື ຖືກ, ໂດຍຮຽກຮ້ອງໃຫ້ມີການຍິນຍອມ ແລະ ການອ່ອນນ້ອມຢ່າງເດັດຂາດ.
ການສະແດງອອກອີກຢ່າງໜຶ່ງຂອງການເຮັດຕາມອຳເພີໃຈ ແລະ ຄວາມເປັນຜະເດັດການຂອງຜູ້ຕໍ່ຕ້ານພຣະຄຣິສ ສາມາດສັງເກດເຫັນໄດ້ໃນສະຖານະການຕໍ່ໄປນີ້. ຕົວຢ່າງ: ຖ້າຜູ້ນຳຂອງຄຣິສຕະຈັກໃດໜຶ່ງເປັນຜູ້ຕໍ່ຕ້ານພຣະຄຣິສ ແລະ ຖ້າຜູ້ນຳ ແລະ ຜູ້ເຮັດວຽກລະດັບສູງຕັ້ງໃຈທີ່ຈະຊອກຮູ້ ແລະ ແຊກແຊງໃນວຽກງານຂອງຄຣິສຕະຈັກນັ້ນ, ຜູ້ຕໍ່ຕ້ານພຣະຄຣິສຄົນນີ້ຈະເຫັນດີບໍ? ບໍ່ມີທາງຢ່າງແນ່ນອນ. ລາວຄວບຄຸມຄຣິສຕະຈັກໃນລະດັບໃດ? ປຽບເໝືອນປ້ອມປາການທີ່ບໍ່ສາມາດເຈາະເຂົ້າໄປໄດ້ ເຊິ່ງແມ່ນແຕ່ເຂັມກໍແທງບໍ່ເຂົ້າ ຫຼື ນໍ້າກໍຊຶມບໍ່ຜ່ານ, ລາວບໍ່ອະນຸຍາດໃຫ້ຄົນອື່ນເຂົ້າມາມີສ່ວນຮ່ວມ ຫຼື ສອບຖາມ. ເມື່ອລາວຮູ້ວ່າຜູ້ນຳ ແລະ ຜູ້ເຮັດວຽກກຳລັງມາເພື່ອຊອກຮູ້ກ່ຽວກັບວຽກງານ, ລາວກໍເວົ້າກັບອ້າຍເອື້ອຍນ້ອງວ່າ “ຂ້ອຍບໍ່ຮູ້ວ່າຈຸດປະສົງຂອງຄົນເຫຼົ່ານີ້ໃນການມາແມ່ນຫຍັງ. ພວກເຂົາບໍ່ເຂົ້າໃຈສະຖານະການຕົວຈິງຂອງຄຣິສຕະຈັກຂອງພວກເຮົາ. ຖ້າພວກເຂົາເຂົ້າມາແຊກແຊງ, ພວກເຂົາອາດຈະລົບກວນວຽກງານຂອງຄຣິສຕະຈັກຂອງພວກເຮົາ”. ນັ້ນຄືວິທີທີ່ລາວເຮັດໃຫ້ອ້າຍເອື້ອຍນ້ອງຫຼົງຜິດ. ເມື່ອຜູ້ນຳ ແລະ ຜູ້ເຮັດວຽກມາຮອດ, ລາວກໍຊອກຫາເຫດຜົນ ແລະ ຂໍ້ອ້າງຕ່າງໆ ເພື່ອປ້ອງກັນບໍ່ໃຫ້ອ້າຍເອື້ອຍນ້ອງຕິດຕໍ່ກັບພວກເຂົາ, ໃນຂະນະທີ່ຕ້ອນຮັບຜູ້ນຳ ແລະ ຜູ້ເຮັດວຽກຢ່າງໜ້າຊື່ໃຈຄົດ, ໂດຍກັກບໍລິເວນພວກເຂົາໄວ້ໃນສະຖານທີ່ແຫ່ງໜຶ່ງພາຍໃຕ້ຂໍ້ອ້າງໃນການຮັບປະກັນຄວາມປອດໄພຂອງພວກເຂົາ; ແຕ່ໃນຄວາມເປັນຈິງແລ້ວ, ມັນແມ່ນເພື່ອປ້ອງກັນບໍ່ໃຫ້ພວກເຂົາພົບກັບອ້າຍເອື້ອຍນ້ອງ ແລະ ຊອກຮູ້ກ່ຽວກັບສະຖານະການຈາກພວກເຂົາ. ເມື່ອຜູ້ນຳ ແລະ ຜູ້ເຮັດວຽກສອບຖາມກ່ຽວກັບສະຖານະການຂອງວຽກງານ, ຜູ້ຕໍ່ຕ້ານພຣະຄຣິສກໍເຮັດການຫຼອກລວງໂດຍການສ້າງພາບລວງຕາ; ລາວຫຼອກລວງຜູ້ທີ່ຢູ່ເບື້ອງເທິງ ແລະ ປິດບັງຄວາມຈິງຈາກຜູ້ທີ່ຢູ່ເບື້ອງລຸ່ມ, ຕົບແຕ່ງຄຳເວົ້າຂອງລາວ ແລະ ເວົ້າເກີນຈິງກ່ຽວກັບປະສິດທິຜົນຂອງວຽກງານເພື່ອຫຼອກລວງພວກເຂົາ. ເມື່ອຜູ້ນຳ ແລະ ຜູ້ເຮັດວຽກສະເໜີໃຫ້ພົບກັບອ້າຍເອື້ອຍນ້ອງຂອງຄຣິສຕະຈັກ, ລາວກໍຕອບວ່າ “ຂ້ອຍຍັງບໍ່ໄດ້ຈັດແຈງຫຍັງເລີຍ! ເຈົ້າບໍ່ໄດ້ແຈ້ງໃຫ້ຂ້ອຍຮູ້ກ່ອນທີ່ຈະມາ. ຖ້າເຈົ້າແຈ້ງ, ຂ້ອຍກໍຄົງຈະຈັດແຈງໃຫ້ອ້າຍເອື້ອຍນ້ອງບາງຄົນມາພົບເຈົ້າ. ແຕ່ເນື່ອງຈາກສະພາບແວດລ້ອມທີ່ເປັນປໍລະປັກໃນປັດຈຸບັນ, ເພື່ອເຫດຜົນດ້ານຄວາມປອດໄພ, ມັນດີກວ່າທີ່ພວກເຈົ້າຈະບໍ່ພົບກັບອ້າຍເອື້ອຍນ້ອງ”. ເຖິງແມ່ນວ່າຄຳເວົ້າຂອງລາວຟັງເບິ່ງຄືວ່າມີເຫດຜົນ, ແຕ່ຄົນທີ່ມີຄວາມສາມາດໃນການແຍກແຍະກໍສາມາດກວດພົບບັນຫາໄດ້ວ່າ: “ລາວບໍ່ຕ້ອງການໃຫ້ຜູ້ນຳ ແລະ ຜູ້ເຮັດວຽກພົບກັບອ້າຍເອື້ອຍນ້ອງ ເພາະລາວຢ້ານຖືກເປີດໂປງ, ຢ້ານວ່າຂໍ້ບົກພ່ອງ ແລະ ການບ່ຽງເບນໃນວຽກງານຂອງລາວຈະຖືກເປີດເຜີຍ”. ຜູ້ຕໍ່ຕ້ານພຣະຄຣິສຄວບຄຸມອ້າຍເອື້ອຍນ້ອງຂອງຄຣິສຕະຈັກຢ່າງແໜ້ນໜາ. ຖ້າຜູ້ນຳ ແລະ ຜູ້ເຮັດວຽກບໍ່ມີຄວາມຮັບຜິດຊອບ, ພວກເຂົາກໍສາມາດຖືກຫຼອກລວງ ແລະ ຖືກຕົ້ມຕຸ໋ນໂດຍຜູ້ຕໍ່ຕ້ານພຣະຄຣິສໄດ້ຢ່າງງ່າຍດາຍ. ສະຖານະການຕົວຈິງຂອງອ້າຍເອື້ອຍນ້ອງຂອງຄຣິສຕະຈັກ, ຄວາມຫຍຸ້ງຍາກຂອງພວກເຂົາທີ່ຍັງບໍ່ທັນໄດ້ຮັບການແກ້ໄຂ, ການໂອ້ລົມ ແລະ ການເທດສະໜາຂອງເບື້ອງເທິງ ແລະ ໜັງສືພຣະທຳຂອງພຣະເຈົ້າຖືກສົ່ງເຖິງອ້າຍເອື້ອຍນ້ອງຢ່າງທັນເວລາ ຫຼື ບໍ່, ໂຄງການວຽກງານຕ່າງໆຂອງຄຣິສຕະຈັກມີຄວາມຄືບໜ້າແນວໃດ, ມີການບ່ຽງເບນ ຫຼື ບັນຫາ ຫຼື ບໍ່, ສິ່ງທັງໝົດເຫຼົ່ານີ້ຜູ້ນຳ ແລະ ຜູ້ເຮັດວຽກຈະບໍ່ຮູ້ເລີຍ. ອ້າຍເອື້ອຍນ້ອງກໍບໍ່ຮູ້ເຖິງການຈັດແຈງວຽກງານໃໝ່ໃດໆໃນເຮືອນຂອງພຣະເຈົ້າເຊັ່ນກັນ; ດ້ວຍເຫດນັ້ນ, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງຄວບຄຸມຄຣິສຕະຈັກຢ່າງສົມບູນ, ຜູກຂາດອຳນາດ ແລະ ເປັນຜູ້ຕັດສິນໃຈຂັ້ນສຸດທ້າຍໃນທຸກເລື່ອງ. ອ້າຍເອື້ອຍນ້ອງຂອງຄຣິສຕະຈັກບໍ່ມີໂອກາດທີ່ຈະຕິດຕໍ່ກັບຜູ້ນຳ ແລະ ຜູ້ເຮັດວຽກລະດັບສູງ ແລະ ຍ້ອນບໍ່ຮູ້ຄວາມຈິງຕາມຂໍ້ເທັດຈິງ, ພວກເຂົາຈຶ່ງຖືກເຮັດໃຫ້ຫຼົງຜິດ ແລະ ຖືກຄວບຄຸມໂດຍຜູ້ຕໍ່ຕ້ານພຣະຄຣິສ. ຜູ້ນຳ ແລະ ຜູ້ເຮັດວຽກທີ່ມາກວດກາເຫຼົ່ານີ້, ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະເວົ້າແນວໃດກໍຕາມ, ພວກເຂົາກໍຂາດຄວາມສາມາດໃນການແຍກແຍະ ແລະ ຍັງຄິດວ່າຜູ້ຕໍ່ຕ້ານພຣະຄຣິສກຳລັງເຮັດວຽກໄດ້ດີ, ໂດຍມອບຄວາມໄວ້ວາງໃຈຢ່າງເຕັມທີ່ໃຫ້ກັບລາວ. ສິ່ງນີ້ເທົ່າກັບການມອບໝາຍປະຊາກອນທີ່ພຣະເຈົ້າເລືອກໄວ້ໃນການດູແລຂອງຜູ້ຕໍ່ຕ້ານພຣະຄຣິສ. ຖ້າໃນເວລາທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ຜູ້ຄົນຫຼົງຜິດ, ຜູ້ນຳ ແລະ ຜູ້ເຮັດວຽກບໍ່ສາມາດແຍກແຍະ, ບໍ່ມີຄວາມຮັບຜິດຊອບ ແລະ ບໍ່ຮູ້ວິທີຈັດການກັບມັນ, ສິ່ງນີ້ບໍ່ແມ່ນການຂັດຂວາງວຽກງານຂອງຄຣິສຕະຈັກ ແລະ ທຳຮ້າຍປະຊາກອນທີ່ພຣະເຈົ້າເລືອກບໍ? ຜູ້ນຳ ແລະ ຜູ້ເຮັດວຽກແບບນັ້ນ, ພວກເຂົາບໍ່ແມ່ນຜູ້ນຳ ແລະ ຜູ້ເຮັດວຽກປອມບໍ? ກ່ຽວກັບຄຣິສຕະຈັກທີ່ຖືກຄວບຄຸມໂດຍຜູ້ຕໍ່ຕ້ານພຣະຄຣິສ, ຜູ້ນຳ ແລະ ຜູ້ເຮັດວຽກຕ້ອງແຊກແຊງ ແລະ ສອບຖາມ ແລະ ພວກເຂົາຈຳເປັນຕ້ອງຈັດການ ແລະ ກຳຈັດຜູ້ຕໍ່ຕ້ານພຣະຄຣິສໂດຍທັນທີ, ສິ່ງນີ້ແມ່ນບໍ່ມີຂໍ້ສົງໄສເລີຍ. ຖ້າມີຜູ້ນຳປອມທີ່ບໍ່ໄດ້ເຮັດວຽກງານຕົວຈິງ ແລະ ເມີນເສີຍຕໍ່ການທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ປະຊາກອນທີ່ພຣະເຈົ້າເລືອກຫຼົງຜິດ, ປະຊາກອນທີ່ພຣະເຈົ້າເລືອກກໍຄວນເປີດໂປງຜູ້ນຳ ແລະ ຜູ້ເຮັດວຽກປອມເຫຼົ່ານີ້, ລາຍງານພວກເຂົາ, ປົດພວກເຂົາອອກຈາກຕຳແໜ່ງ ແລະ ແທນທີ່ພວກເຂົາດ້ວຍຜູ້ນຳທີ່ດີ. ນີ້ຄືວິທີດຽວທີ່ຈະແກ້ໄຂບັນຫາທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ຜູ້ຄົນຫຼົງຜິດໄດ້ຢ່າງສິ້ນເຊີງ. ບາງຄົນອາດຈະເວົ້າວ່າ “ຜູ້ນຳ ແລະ ຜູ້ເຮັດວຽກແບບນັ້ນອາດຈະມີຂີດຄວາມສາມາດທີ່ຕໍ່າ ແລະ ຂາດຄວາມສາມາດໃນການແຍກແຍະ, ເຊິ່ງເປັນເຫດຜົນທີ່ພວກເຂົາລົ້ມເຫຼວໃນການຈັດການ ແລະ ແກ້ໄຂບັນຫາຂອງຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາບໍ່ໄດ້ຕັ້ງໃຈເຮັດ; ພວກເຂົາບໍ່ຄວນໄດ້ຮັບໂອກາດອີກຄັ້ງບໍ?” ສຳລັບຜູ້ນຳທີ່ເບົາປັນຍາແບບນັ້ນ, ບໍ່ຄວນໃຫ້ໂອກາດອີກຕໍ່ໄປ. ຖ້າໃຫ້ໂອກາດອີກຄັ້ງ, ພວກເຂົາກໍມີແຕ່ຈະສືບຕໍ່ທຳຮ້າຍປະຊາກອນທີ່ພຣະເຈົ້າເລືອກເທົ່ານັ້ນ. ນີ້ກໍເພາະວ່າພວກເຂົາບໍ່ແມ່ນຄົນທີ່ໄລ່ຕາມຄວາມຈິງ; ພວກເຂົາຂາດຈິດສຳນຶກ ແລະ ເຫດຜົນ ແລະ ບໍ່ມີຫຼັກການໃນການກະທຳຂອງພວກເຂົາ, ພວກເຂົາເປັນຄົນທີ່ໜ້າລັງກຽດທີ່ຄວນຖືກກຳຈັດ! ໃນໄລຍະສອງປີທີ່ຜ່ານມາ, ອ້າຍເອື້ອຍນ້ອງບາງຄົນໃນບາງຄຣິສຕະຈັກໄດ້ຮ່ວມມືກັນເພື່ອປົດຜູ້ນຳປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສທີ່ບໍ່ໄດ້ເຮັດວຽກງານຕົວຈິງແບບນັ້ນອອກ, ໂດຍໃຫ້ພວກເຂົາຖືກປົດອອກ ແລະ ຖືກກຳຈັດ. ນັ້ນບໍ່ແມ່ນສິ່ງທີ່ດີບໍ? (ແມ່ນແລ້ວ.) ເຮົາຮູ້ສຶກຍິນດີທີ່ໄດ້ຍິນຂ່າວດີແບບນັ້ນ; ມັນເປັນຫຼັກຖານທີ່ດີທີ່ສຸດທີ່ສະແດງໃຫ້ເຫັນວ່າປະຊາກອນທີ່ພຣະເຈົ້າເລືອກກຳລັງເຕີບໂຕໃນຊີວິດ ແລະ ເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຂອງການເຊື່ອໃນພຣະເຈົ້າ. ສິ່ງນີ້ສະແດງໃຫ້ເຫັນວ່າຜູ້ຄົນໄດ້ຮັບຄວາມສາມາດໃນການແຍກແຍະ ແລະ ວຸດທິພາວະບາງຢ່າງແລ້ວ ແລະ ບໍ່ຖືກຄວບຄຸມໂດຍຜູ້ນຳປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສ, ຜີຮ້າຍອີກຕໍ່ໄປ. ຜູ້ນຳປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສທຳມະດາບໍ່ສາມາດເຮັດໃຫ້ຫຼົງຜິດ ຫຼື ຄວບຄຸມປະຊາກອນທີ່ພຣະເຈົ້າເລືອກໄດ້ອີກຕໍ່ໄປ, ເຊິ່ງພວກເຂົາບໍ່ຖືກບີບຄັ້ນໂດຍສະຖານະ ຫຼື ອຳນາດອີກຕໍ່ໄປ. ພວກເຂົາມີຄວາມກ້າຫານທີ່ຈະແຍກແຍະ ແລະ ເປີດໂປງຜູ້ນຳປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສ, ກ້າທີ່ຈະຂັບໄລ່ ແລະ ປົດພວກເຂົາອອກ. ຄວາມຈິງແລ້ວ, ບໍ່ວ່າຈະເປັນຜູ້ນຳ ແລະ ຜູ້ເຮັດວຽກ ຫຼື ຄົນທຳມະດາໃນທ່າມກາງປະຊາກອນທີ່ພຣະເຈົ້າເລືອກ, ພວກເຂົາທຸກຄົນລ້ວນແຕ່ມີສະຖານະເທົ່າທຽມກັນຕໍ່ໜ້າພຣະເຈົ້າ, ແຕກຕ່າງກັນພຽງແຕ່ໃນໜ້າທີ່ຂອງພວກເຂົາເທົ່ານັ້ນ. ໃນເຮືອນຂອງພຣະເຈົ້າ, ບໍ່ມີຄວາມແຕກຕ່າງທາງສະຖານະ, ມີພຽງແຕ່ຄວາມແຕກຕ່າງໃນໜ້າທີ່ ແລະ ຄວາມຮັບຜິດຊອບເທົ່ານັ້ນ. ເມື່ອປະເຊີນໜ້າກັບຜູ້ນຳປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສທີ່ລົບກວນວຽກງານຂອງຄຣິສຕະຈັກ, ທັງຜູ້ນຳ ແລະ ຜູ້ເຮັດວຽກ ແລະ ປະຊາກອນທີ່ພຣະເຈົ້າເລືອກຄວນເປີດໂປງ ແລະ ລາຍງານພວກເຂົາ, ຈັດການກັບພວກເຂົາໂດຍທັນທີ, ຂັບໄລ່ຜູ້ຕໍ່ຕ້ານພຣະຄຣິສອອກຈາກຄຣິສຕະຈັກ. ຄວາມຮັບຜິດຊອບນີ້ແມ່ນຄືກັນ ແລະ ທຸກຄົນມີຮ່ວມກັນ.
ຜູ້ຕໍ່ຕ້ານພຣະຄຣິສເຮັດຕາມອຳເພີໃຈ ແລະ ເປັນຜະເດັດການ, ບໍ່ເຄີຍໂອ້ລົມກັບຄົນອື່ນ ແລະ ຕ້ອງເປັນຜູ້ຕັດສິນໃຈຂັ້ນສຸດທ້າຍໃນທຸກເລື່ອງ, ບັນຫາທັງໝົດເຫຼົ່ານີ້ບໍ່ໄດ້ປາກົດໃຫ້ເຫັນຢ່າງຊັດເຈນບໍ? ການໂອ້ລົມກັບຄົນອື່ນ ແລະ ການສະແຫວງຫາຫຼັກການບໍ່ແມ່ນພຽງແຕ່ພິທີການ ຫຼື ຂັ້ນຕອນທີ່ຜິວເຜີນ; ຈຸດປະສົງແມ່ນຫຍັງ? (ເພື່ອປະຕິບັດໜ້າທີ່ຂອງຕົນດ້ວຍຫຼັກການ ແລະ ເພື່ອໃຫ້ມີເສັ້ນທາງໃນການປະຕິບັດໜ້າທີ່ເຫຼົ່ານັ້ນ.) ຖືກຕ້ອງແລ້ວ; ມັນແມ່ນເພື່ອໃຫ້ສາມາດມີຫຼັກການ ແລະ ເສັ້ນທາງໃນການປະຕິບັດໜ້າທີ່ຂອງຕົນ. ກ່ອນອື່ນ ເຈົ້າຕ້ອງເຂົ້າໃຈວ່າ ມີພຽງແຕ່ການສະແຫວງຫາຄວາມຈິງໃນພຣະທຳຂອງພຣະເຈົ້າ ແລະ ການເຂົ້າໃຈຫຼັກການເທົ່ານັ້ນ ຄົນເຮົາຈຶ່ງຈະສາມາດປະຕິບັດໜ້າທີ່ຂອງຕົນໄດ້ຢ່າງມີປະສິດທິຜົນ. ຖ້າເຈົ້າໂອ້ລົມຄວາມຈິງເພື່ອແກ້ໄຂບັນຫາ, ຄວນໃຊ້ວິທີການໃດ? ບຸກຄົນໃດທີ່ຈຳເປັນຕ້ອງມີສ່ວນຮ່ວມ? ຄວນເລືອກບຸກຄົນທີ່ຖືກຕ້ອງ; ເຈົ້າຄວນໂອ້ລົມກັບບາງຄົນທີ່ມີຂີດຄວາມສາມາດທີ່ດີ ເຊິ່ງສາມາດເຂົ້າໃຈຄວາມຈິງໄດ້ເປັນຫຼັກ, ເພາະສິ່ງນີ້ຈະນຳໄປສູ່ຜົນໄດ້ຮັບທີ່ມີປະສິດທິຜົນ. ມັນເປັນສິ່ງຈຳເປັນ. ຖ້າເຈົ້າເລືອກຄົນເບົາປັນຍາທີ່ມີຂີດຄວາມສາມາດທີ່ຕໍ່າ ເຊິ່ງຂາດເຫດຜົນ, ສຳລັບພວກເຂົາແລ້ວ ບໍ່ວ່າຈະມີການສົນທະນາຫຼາຍປານໃດກໍບໍ່ສາມາດເຮັດໃຫ້ພວກເຂົາເຂົ້າໃຈ ຫຼື ບັນລຸຄວາມຈິງໄດ້, ແລ້ວເຖິງແມ່ນວ່າຈະມີການໂອ້ລົມຄວາມຈິງຢ່າງຫຼວງຫຼາຍ, ມັນກໍຈະບໍ່ໃຫ້ຜົນໄດ້ຮັບໃດໆ. ບໍ່ວ່າຈະມີບັນຫາໃດເກີດຂຶ້ນໃນຄຣິສຕະຈັກ, ປະຊາກອນທີ່ພຣະເຈົ້າເລືອກມີສິດທີ່ຈະໄດ້ຮັບແຈ້ງ ແລະ ຄວນຮູ້ສະຖານະການຂອງວຽກງານຂອງຄຣິສຕະຈັກ ແລະ ບັນຫາທີ່ມີຢູ່. ຖ້າຜູ້ນຳ ແລະ ຜູ້ເຮັດວຽກຫຼອກລວງຜູ້ທີ່ຢູ່ເບື້ອງເທິງ ແລະ ປິດບັງຄວາມຈິງຈາກຜູ້ທີ່ຢູ່ເບື້ອງລຸ່ມ, ໂດຍນຳໃຊ້ວິທີການທີ່ມີຈຸດປະສົງເພື່ອເຮັດໃຫ້ຄົນອື່ນສັບສົນ, ປະຊາກອນທີ່ພຣະເຈົ້າເລືອກກໍມີສິດທີ່ຈະເປີດໂປງ ແລະ ລາຍງານພວກເຂົາ ຫຼື ນຳສະຖານະການນັ້ນໄປແຈ້ງຜູ້ທີ່ຢູ່ລະດັບສູງກວ່າ. ສິ່ງນີ້ຍັງເປັນໜ້າທີ່ ແລະ ພັນທະຂອງປະຊາກອນທີ່ພຣະເຈົ້າເລືອກອີກດ້ວຍ. ຜູ້ນຳປອມບາງຄົນເຮັດຕາມອຳເພີໃຈ ແລະ ເປັນຜະເດັດການ, ຄວບຄຸມປະຊາກອນທີ່ພຣະເຈົ້າເລືອກໃນຄຣິສຕະຈັກ. ສິ່ງນີ້ຄືການຕໍ່ຕ້ານ ແລະ ຂັດຂວາງພຣະເຈົ້າ, ມັນເປັນການປະຕິບັດທີ່ສະເໝີຕົ້ນສະເໝີປາຍຂອງຜູ້ຕໍ່ຕ້ານພຣະຄຣິສ. ຖ້າປະຊາກອນທີ່ພຣະເຈົ້າເລືອກບໍ່ເປີດໂປງ ແລະ ລາຍງານເລື່ອງນີ້ ແລະ ວຽກງານຂອງຄຣິສຕະຈັກຖືກຂັດຂວາງ ຫຼື ຢຸດສະງັກ, ມັນບໍ່ແມ່ນພຽງແຕ່ຜູ້ນຳ ແລະ ຜູ້ເຮັດວຽກເທົ່ານັ້ນທີ່ຈະຕ້ອງແບກຮັບຄວາມຮັບຜິດຊອບ, ແຕ່ຍັງລວມເຖິງປະຊາກອນທີ່ພຣະເຈົ້າເລືອກນຳອີກ, ເພາະວ່າມັນແມ່ນປະຊາກອນທີ່ພຣະເຈົ້າເລືອກທີ່ຈະຕ້ອງທົນທຸກ ເມື່ອຜູ້ນຳປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສກຳອຳນາດໃນຄຣິສຕະຈັກ, ເຊິ່ງອາດຈະທຳລາຍໂອກາດຂອງພວກເຂົາໃນການໄດ້ຮັບຄວາມລອດພົ້ນ. ສະນັ້ນ, ປະຊາກອນທີ່ພຣະເຈົ້າເລືອກຈຶ່ງມີສິດ ແລະ ຄວາມຮັບຜິດຊອບທີ່ຈະລາຍງານ ແລະ ເປີດໂປງຜູ້ນຳປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສ, ເຊິ່ງເປັນປະໂຫຍດຕໍ່ວຽກງານຂອງຄຣິສຕະຈັກ ແລະ ການເຂົ້າສູ່ຊີວິດຂອງປະຊາກອນທີ່ພຣະເຈົ້າເລືອກ. ຜູ້ນຳ ແລະ ຜູ້ເຮັດວຽກບາງຄົນເວົ້າວ່າ: “ພວກເຈົ້າທຸກຄົນເວົ້າວ່າຂ້ອຍເຮັດຕາມອຳເພີໃຈ ແລະ ເປັນຜະເດັດການ, ແມ່ນບໍ? ຄັ້ງນີ້ຂ້ອຍຈະບໍ່ເປັນແບບນັ້ນ. ຂ້ອຍຈະໃຫ້ທຸກຄົນສະແດງຄວາມຄິດເຫັນຂອງພວກເຂົາ. ມື້ໜຶ່ງ, ສອງມື້, ຂ້ອຍຈະລໍຖ້າດົນປານໃດກໍໄດ້ເພື່ອໃຫ້ພວກເຈົ້າເວົ້າອອກມາ”. ບາງຄັ້ງ ເມື່ອປະເຊີນກັບບັນຫາພິເສດບາງຢ່າງ, ການໂຕ້ຖຽງກັນກໍດຳເນີນໄປເປັນເວລາຫຼາຍມື້ໂດຍບໍ່ມີຂໍ້ສະຫຼຸບ ແລະ ພວກເຂົາກໍພຽງແຕ່ລໍຖ້າຕໍ່ໄປ. ພວກເຂົາລໍຖ້າຈົນກວ່າທຸກຄົນຈະບັນລຸຄວາມເຫັນດີເຫັນພ້ອມກ່ອນທີ່ຈະດຳເນີນວຽກງານຕໍ່ໄປ. ວຽກງານຖືກຊັກຊ້າໄປຫຼາຍປານໃດຍ້ອນສິ່ງນີ້? ມັນເຮັດໃຫ້ສິ່ງຕ່າງໆຊັກຊ້າໄປຫຼາຍ; ສິ່ງນີ້ເປັນການສະແດງອອກຢ່າງຊັດເຈນເຖິງຄວາມໄຮ້ຄວາມຮັບຜິດຊອບ. ຜູ້ນຳ ຫຼື ຜູ້ເຮັດວຽກຈະສາມາດຈັດການວຽກງານຂອງຄຣິສຕະຈັກຢ່າງມີປະສິດທິຜົນໄດ້ແນວໃດ ຖ້າພວກເຂົາບໍ່ສາມາດຕັດສິນໃຈໄດ້? ໃນວຽກງານຂອງຄຣິສຕະຈັກ, ໃນຂະນະທີ່ຜູ້ນຳ ແລະ ຜູ້ເຮັດວຽກມີສິດອຳນາດໃນການຕັດສິນໃຈ, ອ້າຍເອື້ອຍນ້ອງກໍມີສິດທີ່ຈະໄດ້ຮັບແຈ້ງ. ເຖິງຢ່າງໃດກໍຕາມ, ໃນທີ່ສຸດແລ້ວ ມັນກໍແມ່ນຜູ້ນຳ ແລະ ຜູ້ເຮັດວຽກທີ່ຕ້ອງເປັນຜູ້ຕັດສິນໃຈ. ຖ້າຜູ້ນຳ ຫຼື ຜູ້ເຮັດວຽກບໍ່ສາມາດຕັດສິນໃຈໄດ້, ແລ້ວຂີດຄວາມສາມາດຂອງພວກເຂົາກໍຕໍ່າເກີນໄປ ແລະ ພວກເຂົາກໍບໍ່ເໝາະສົມສຳລັບບົດບາດຜູ້ນຳ. ເຖິງແມ່ນວ່າພວກເຂົາຈະເປັນຜູ້ນຳ, ພວກເຂົາກໍບໍ່ສາມາດເຮັດວຽກງານຕົວຈິງ ຫຼື ປະຕິບັດໜ້າທີ່ຂອງພວກເຂົາໃນວິທີທີ່ໄດ້ມາດຕະຖານ. ຜູ້ນຳ ແລະ ຜູ້ເຮັດວຽກບາງຄົນໂຕ້ຖຽງກັນກ່ຽວກັບບັນຫາດຽວເປັນເວລາດົນນານ, ບໍ່ສາມາດຕັດສິນໃຈໄດ້ ແລະ ໃນທີ່ສຸດ ກໍພຽງແຕ່ເຮັດຕາມຜູ້ໃດກໍຕາມທີ່ພວກເຂົາເຫັນວ່າມີທ່າທີທີ່ແຂງກ້າກວ່າ. ວິທີການນີ້ມີຫຼັກການບໍ? (ບໍ່.) ພວກເຂົາເປັນຜູ້ນຳປະເພດໃດ? ພວກເຂົາເປັນພຽງຄົນເບົາປັນຍາ. ຖ້າເຈົ້າເວົ້າວ່າ “ຜູ້ຕໍ່ຕ້ານພຣະຄຣິສເຮັດຕາມອຳເພີໃຈ ແລະ ເປັນຜະເດັດການ ແລະ ຂ້ອຍຢ້ານທີ່ຈະກາຍເປັນຄົນແບບນັ້ນ; ຂ້ອຍບໍ່ປາຖະໜາທີ່ຈະຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ. ຂ້ອຍຈະລໍຖ້າໃຫ້ທຸກຄົນສະແດງຄວາມຄິດເຫັນຂອງພວກເຂົາ ແລະ ຈາກນັ້ນຂ້ອຍຈະສະຫຼຸບ ແລະ ຄິດຫາວິທີການທີ່ເປັນກາງສຳລັບການຕັດສິນໃຈ”, ສິ່ງນັ້ນຍອມຮັບໄດ້ບໍ? (ບໍ່.) ເປັນຫຍັງຈຶ່ງບໍ່? ຖ້າຜົນໄດ້ຮັບບໍ່ສອດຄ່ອງກັບຫຼັກການຄວາມຈິງ, ເຖິງແມ່ນວ່າເຈົ້າຈະດຳເນີນການໃນລັກສະນະນີ້, ມັນຈະມີປະສິດທິຜົນໄດ້ບໍ? ມັນຈະເຮັດໃຫ້ພຣະເຈົ້າພໍໃຈບໍ? ຖ້າມັນບໍ່ມີປະສິດທິຜົນ ແລະ ບໍ່ເຮັດໃຫ້ພຣະເຈົ້າພໍໃຈ, ແລ້ວບັນຫາກໍຮ້າຍແຮງ. ການບໍ່ກະທຳການຕາມຫຼັກການຄວາມຈິງ, ການໄຮ້ຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ຂອງເຈົ້າ, ການເຮັດພໍແລ້ວມືແລ້ວຕີນ ແລະ ການເຮັດສິ່ງຕ່າງໆຕາມປັດຊະຍາຂອງຊາຕານແມ່ນການບໍ່ຈົງຮັກພັກດີຕໍ່ພຣະເຈົ້າ. ມັນຄືການຫຼອກລວງພຣະເຈົ້າ! ເພື່ອຫຼີກລ່ຽງການຖືກສົງໄສ ຫຼື ຖືກຕັດສິນວ່າເປັນຜູ້ຕໍ່ຕ້ານພຣະຄຣິສ, ເຈົ້າຫຼີກລ່ຽງຄວາມຮັບຜິດຊອບທີ່ເຈົ້າຄວນປະຕິບັດໃຫ້ສຳເລັດ ແລະ ນຳໃຊ້ວິທີການ “ປະນີປະນອມ” ຂອງປັດຊະຍາຂອງຊາຕານ. ດ້ວຍເຫດນັ້ນ, ເຈົ້າຈຶ່ງທຳຮ້າຍປະຊາກອນທີ່ພຣະເຈົ້າເລືອກ ແລະ ສົ່ງຜົນກະທົບຕໍ່ວຽກງານຂອງຄຣິສຕະຈັກ. ສິ່ງນີ້ບໍ່ແມ່ນການບໍ່ມີຫຼັກການບໍ? ມັນບໍ່ແມ່ນການເຫັນແກ່ຕົວ ແລະ ໜ້າລັງກຽດບໍ? ໃນຖານະທີ່ເປັນຜູ້ນຳ ຫຼື ຜູ້ເຮັດວຽກ, ເຈົ້າຕ້ອງເວົ້າ ແລະ ກະທຳການດ້ວຍຫຼັກການ, ປະຕິບັດໜ້າທີ່ຂອງເຈົ້າໃຫ້ສຳເລັດໃຫ້ມີຜົນໄດ້ຮັບ ແລະ ປະສິດທິພາບ. ເຈົ້າຄວນກະທຳການໃນວິທີໃດກໍຕາມທີ່ເປັນປະໂຫຍດຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ ແລະ ສອດຄ່ອງກັບຫຼັກການຄວາມຈິງ. ຕົວຢ່າງ: ສິ່ງຂອງສຳລັບຄຣິສຕະຈັກຕ້ອງຖືກຊື້ໂດຍຄຳນຶງເຖິງຜົນໄດ້ຮັບຕົວຈິງ. ສິ່ງຂອງເຫຼົ່ານັ້ນຄວນມີລາຄາທີ່ສົມເຫດສົມຜົນ ແລະ ໃຊ້ງານໄດ້ຈິງ. ຖ້າເຈົ້າໃຊ້ຈ່າຍເງິນຢ່າງຊະຊາຍໂດຍບໍ່ມີຫຼັກການ, ມັນກໍສາມາດເຮັດໃຫ້ເກີດຄວາມເສຍຫາຍຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ຕໍ່ເຄື່ອງຖວາຍຂອງພຣະເຈົ້າ. ພວກເຈົ້າຈະຈັດການກັບສະຖານະການແບບນັ້ນແນວໃດ? (ສະແຫວງຫາການຊີ້ແນະຈາກເບື້ອງເທິງ.) ການສະແຫວງຫາການຊີ້ແນະຈາກເບື້ອງເທິງແມ່ນວິທີໜຶ່ງ. ນອກຈາກນີ້, ຢ່າຂີ້ຄ້ານ. ຈົ່ງຄົ້ນຄວ້າຢ່າງລະອຽດ, ສອບຖາມຢ່າງກວ້າງຂວາງ, ຖາມຄົນອ້ອມຂ້າງໃຫ້ຫຼາຍຂຶ້ນ, ເຂົ້າໃຈລາຍລະອຽດ ແລະ ກຽມຕົວຢ່າງພຽງພໍ; ບາງທີເມື່ອນັ້ນຈຶ່ງຈະສາມາດຊອກຫາວິທີແກ້ໄຂທີ່ຂ້ອນຂ້າງເໝາະສົມໄດ້. ຖ້າເຈົ້າບໍ່ເຮັດວຽກພື້ນຖານນີ້ ແລະ ກະທຳການຢ່າງບໍ່ໃສ່ໃຈໂດຍບໍ່ເຂົ້າໃຈລາຍລະອຽດ, ເຊິ່ງສົ່ງຜົນໃຫ້ເກີດການສິ້ນເປືອງເງິນຈຳນວນຫຼາຍ, ສິ່ງນັ້ນເອີ້ນວ່າຫຍັງ? ມັນເອີ້ນວ່າການເຮັດພໍແລ້ວມືແລ້ວຕີນ. ບາງຄົນປະຕິບັດໜ້າທີ່ຂອງພວກເຂົາໃນລັກສະນະນີ້, ຂາດຄວາມໂປ່ງໃສໃນສິ່ງທີ່ພວກເຂົາເຮັດ. ພວກເຂົາລາຍງານພຽງແຕ່ເຄິ່ງໜຶ່ງຂອງສິ່ງທີ່ພວກເຂົາຄວນລາຍງານ, ປິດບັງສ່ວນທີ່ເຫຼືອໄວ້ ເພາະພວກເຂົາຮູ້ສຶກວ່າການມີຄວາມໂປ່ງໃສຢ່າງສົມບູນຈະນຳບັນຫາມາສູ່ຕົນເອງ ແລະ ພວກເຂົາຈະຖືກຮຽກຮ້ອງໃຫ້ດຳເນີນການຄົ້ນຄວ້າ ແລະ ປັບປຸງເພີ່ມເຕີມ. ສະນັ້ນ, ພວກເຂົາຈຶ່ງພຽງແຕ່ປິດບັງສະຖານະການຕົວຈິງ ແລະ ລາຍລະອຽດຈາກຄົນອື່ນ, ເຮັດວຽກງານໃຫ້ສຳເລັດຢ່າງໄວວາ ແລະ ຈາກນັ້ນກໍຂໍໃຫ້ເຮືອນຂອງພຣະເຈົ້າຈ່າຍເງິນໃຫ້. ແຕ່ເມື່ອກວດກາເບິ່ງ, ວຽກງານນັ້ນບໍ່ໄດ້ມາດຕະຖານ ແລະ ຕ້ອງໄດ້ເຮັດໃໝ່ ແລະ ເງິນກໍຍິ່ງຖືກສິ້ນເປືອງໄປຫຼາຍກວ່າເກົ່າ. ສິ່ງນີ້ບໍ່ແມ່ນການທຳຮ້າຍເຮືອນຂອງພຣະເຈົ້າບໍ? ສິ່ງນີ້ບໍ່ແມ່ນພຶດຕິກຳຂອງຢູດາບໍ? (ແມ່ນແລ້ວ.) ພຶດຕິກຳຂອງຢູດາກ່ຽວຂ້ອງກັບການທໍລະຍົດຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າຢ່າງສະເພາະເຈາະຈົງ. ເມື່ອປະເຊີນກັບສະຖານະການຕ່າງໆ, ຄົນແບບນັ້ນຈະເຂົ້າຂ້າງຄົນທີ່ຢູ່ພາຍນອກຄຣິສຕະຈັກ, ໂດຍຄຳນຶງເຖິງແຕ່ເນື້ອໜັງຂອງຕົນເອງ ແລະ ບໍ່ຄິດເຖິງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເລີຍ. ພວກເຂົາມີຄວາມຈົງຮັກພັກດີຕໍ່ພຣະເຈົ້າບໍ? (ບໍ່.) ບໍ່ມີຄວາມຈົງຮັກພັກດີແມ່ນແຕ່ໜ້ອຍດຽວ. ພວກເຂົາມີຄວາມສຸກໃນການທໍລະຍົດຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ທຳຮ້າຍວຽກງານຂອງຄຣິສຕະຈັກ, ສິ່ງນີ້ຄືພຶດຕິກຳຂອງຢູດາ. ຍັງມີອີກສະຖານະການໜຶ່ງ: ໜ້າທີ່ບາງຢ່າງກ່ຽວຂ້ອງກັບຄວາມຮູ້ສະເພາະທາງ ຫຼື ຄວາມຊ່ຽວຊານໃນຂົງເຂດອື່ນໆທີ່ທຸກຄົນອາດຈະບໍ່ຄຸ້ນເຄີຍ. ໃນກໍລະນີດັ່ງກ່າວ, ເຈົ້າຕ້ອງບໍ່ຫຼີກລ່ຽງບັນຫາ. ໃນຍຸກທີ່ມີຂໍ້ມູນຂ່າວສານຢ່າງຫຼວງຫຼາຍນີ້, ເຈົ້າບໍ່ຄວນຂີ້ຄ້ານ ແຕ່ຄວນຄົ້ນຫາຂໍ້ມູນ ແລະ ຂ່າວສານທີ່ກ່ຽວຂ້ອງຢ່າງຫ້າວຫັນ. ໂດຍເລີ່ມຕົ້ນຈາກການໄດ້ຮັບຂໍ້ມູນພື້ນຖານທີ່ສຸດ, ເຈົ້າຈະໄດ້ຮັບຄວາມເຂົ້າໃຈພື້ນຖານກ່ຽວກັບວິຊາຊີບ ຫຼື ຂົງເຂດນັ້ນ ແລະ ຈາກນັ້ນກໍຄ່ອຍໆຮຽນຮູ້ກ່ຽວກັບດ້ານຕ່າງໆເພີ່ມເຕີມພາຍໃນຂອບເຂດຂອງຂົງເຂດນັ້ນ, ບໍ່ວ່າຈະເປັນຂໍ້ມູນ ຫຼື ຄຳສັບສະເພາະທາງຕ່າງໆ, ເຮັດໃຫ້ຕົວເຈົ້າເອງຄຸ້ນເຄີຍກັບມັນໃນເບື້ອງຕົ້ນ. ຫຼັງຈາກທີ່ບັນລຸລະດັບນີ້ແລ້ວ, ມັນຈະບໍ່ເປັນປະໂຫຍດຫຼາຍກວ່າບໍສຳລັບການປະຕິບັດໜ້າທີ່ຂອງເຈົ້າຢ່າງຈົງຮັກພັກດີ ແລະ ໃນວິທີທີ່ໄດ້ມາດຕະຖານ? (ແມ່ນແລ້ວ.) ແລ້ວຈຸດປະສົງຂອງວຽກງານການກະກຽມທັງໝົດນີ້ໃນເວລາທີ່ປະຕິບັດໜ້າທີ່ຂອງເຈົ້າແມ່ນຫຍັງ? ການຄົ້ນຄວ້າ, ການເຂົ້າໃຈລາຍລະອຽດ ແລະ ຈາກນັ້ນກໍຊອກຫາວິທີແກ້ໄຂທີ່ເປັນໄປໄດ້ຜ່ານການໂອ້ລົມ ແລະ ການສົນທະນາຢ່າງຈິງຈັງ ລ້ວນແຕ່ເປັນສ່ວນໜຶ່ງຂອງການກະກຽມສຳລັບການປະຕິບັດໜ້າທີ່ຂອງເຈົ້າໃນວິທີທີ່ໄດ້ມາດຕະຖານ. ການເຮັດການກະກຽມເຫຼົ່ານີ້ໃຫ້ດີສະແດງໃຫ້ເຫັນເຖິງຄວາມຈົງຮັກພັກດີໃນການປະຕິບັດໜ້າທີ່ຂອງຕົນ; ມັນຍັງເປີດເຜີຍໃຫ້ເຫັນຜູ້ທີ່ເຮັດພໍແລ້ວມືແລ້ວຕີນອີກດ້ວຍ. ແລ້ວທັດສະນະຄະຕິຂອງຜູ້ບໍ່ເຊື່ອ ແລະ ຜູ້ທີ່ບໍ່ໄດ້ເສຍສະລະຕົນເພື່ອພຣະເຈົ້າຢ່າງແທ້ຈິງໃນເວລາທີ່ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາເດເປັນແນວໃດ? ພວກເຂົາເຮັດພໍແລ້ວມືແລ້ວຕີນຢ່າງສິ້ນເຊີງ; ບໍ່ວ່າພວກເຂົາຈະຊື້ຫຍັງໃຫ້ຄຣິສຕະຈັກ, ພວກເຂົາກໍໃຊ້ຈ່າຍເງິນຢ່າງຊະຊາຍຕາມຄວາມປາຖະໜາຂອງພວກເຂົາເອງ, ໂດຍບໍ່ສະແຫວງຫາການຊີ້ແນະຈາກເບື້ອງເທິງ, ໂດຍຄິດວ່າພວກເຂົາເຂົ້າໃຈທຸກຢ່າງ. ດ້ວຍເຫດນັ້ນ, ພວກເຂົາຈຶ່ງສິ້ນເປືອງເງິນຂອງເຮືອນຂອງພຣະເຈົ້າ. ພວກເຂົາບໍ່ແມ່ນຄົນຜານເງິນ, ຕົວນຳຄວາມຈິບຫາຍບໍ? ພວກເຂົາເຮັດໃຫ້ເກີດຄວາມເສຍຫາຍຕໍ່ເຄື່ອງຖວາຍຂອງພຣະເຈົ້າ ແລະ ບໍ່ຮູ້ຕົວດ້ວຍຊໍ້າວ່າພວກເຂົາກຳລັງເຮັດຄວາມຊົ່ວ ແລະ ຕໍ່ຕ້ານພຣະເຈົ້າ; ຫົວໃຈຂອງພວກເຂົາບໍ່ຮູ້ສຶກສຳນຶກຜິດແມ່ນແຕ່ໜ້ອຍດຽວ. ພຽງແຕ່ເມື່ອປະຊາກອນທີ່ພຣະເຈົ້າເລືອກເປີດໂປງ ແລະ ແຍກແຍະພວກເຂົາ ແລະ ພວກເຂົາຖືກລົງຄະແນນສຽງໃຫ້ຖືກຄັດອອກ ແລະ ຂັບໄລ່ອອກ, ພວກເຂົາຈຶ່ງໄດ້ຮັບຄວາມຮັບຮູ້ບາງຢ່າງ ແລະ ເລີ່ມເສຍໃຈ. ພວກເຂົາບໍ່ຮູ້ເລີຍວ່າການກະທຳຂອງພວກເຂົາຈະສົ່ງຜົນສະທ້ອນທີ່ຮ້າຍແຮງແບບນັ້ນ, ແທ້ຈິງແລ້ວ ພວກເຂົາຈະບໍ່ຫຼັ່ງນໍ້າຕາຈົນກວ່າພວກເຂົາຈະເຫັນໂລງສົບຂອງຕົນເອງ! ຄົນແບບນັ້ນສ່ວນໃຫຍ່ເປັນຄົນໂງ່ຈ້າທີ່ຂາດສະຕິປັນຍາ, ແຕ່ພວກເຂົາກໍຍັງປາຖະໜາທີ່ຈະເປັນຜູ້ນຳ ແລະ ຜູ້ເຮັດວຽກ ແລະ ປະຕິບັດວຽກງານໃຫ້ເຮືອນຂອງພຣະເຈົ້າ. ພວກເຂົາຄືກັບໝູທີ່ທາລິບສະຕິກ, ໜ້າດ້ານຢ່າງສິ້ນເຊີງ. ຄົນເຫຼົ່ານີ້ແມ່ນຜູ້ບໍ່ເຊື່ອ; ບໍ່ວ່າພວກເຂົາຈະເຊື່ອມາຫຼາຍປີປານໃດກໍຕາມ, ພວກເຂົາກໍບໍ່ເຂົ້າໃຈຄວາມຈິງເລີຍ. ແຕ່ພວກເຂົາກໍຍັງຢາກເປັນຜູ້ນຳ ແລະ ຜູ້ເຮັດວຽກໃນເຮືອນຂອງພຣະເຈົ້າຢູ່ສະເໝີ, ຢາກກຳອຳນາດ ແລະ ເປັນຜູ້ຕັດສິນໃຈຂັ້ນສຸດທ້າຍຢູ່ສະເໝີ, ພວກເຂົາບໍ່ໜ້າດ້ານທີ່ສຸດບໍ? ເປັນຫຍັງຄົນແບບນັ້ນຈຶ່ງຖືກຖືວ່າເປັນຜູ້ບໍ່ເຊື່ອ? ນັ້ນກໍເພາະວ່າ ເຖິງແມ່ນວ່າຈະເຊື່ອໃນພຣະເຈົ້າມາເປັນເວລາຫຼາຍປີ ແລະ ໄດ້ຍິນການເທດສະໜາມາຫຼາຍຄັ້ງ, ພວກເຂົາກໍບໍ່ເຂົ້າໃຈຄວາມຈິງໃດໆ ແລະ ບໍ່ສາມາດນຳເອົາຄວາມຈິງໃດໆມາປະຕິບັດໄດ້, ເຊິ່ງເຮັດໃຫ້ພວກເຂົາກາຍເປັນຜູ້ບໍ່ເຊື່ອ. ມີໃຜໃນພວກເຈົ້າທີ່ສະແດງພຶດຕິກຳເຫຼົ່ານີ້ບໍ? ຜູ້ທີ່ສະແດງ, ຈົ່ງຍົກມືຂຶ້ນ. ພວກເຈົ້າທຸກຄົນບໍ? ຖ້າເປັນແນວນັ້ນ ພວກເຈົ້າທຸກຄົນກໍເປັນຜູ້ບໍ່ເຊື່ອ ແລະ ນັ້ນກໍເປັນບັນຫາທີ່ຮ້າຍແຮງ. ຜູ້ທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈ, ຖ້າພວກເຂົາຟັງການເທດສະໜາຢ່າງສະໝໍ່າສະເໝີ, ພວກເຂົາກໍຈະເຂົ້າໃຈຄວາມຈິງບາງຢ່າງ ແລະ ມີຄວາມຄືບໜ້າບາງຢ່າງ, ກາຍເປັນຄົນທີ່ໜ້າເຊື່ອຖືຫຼາຍຂຶ້ນໃນຄຳເວົ້າ ແລະ ການກະທຳຂອງພວກເຂົາ. ຖ້າຄົນໃດຄົນໜຶ່ງຟັງການເທດສະໜາເປັນເວລາຫຼາຍປີໂດຍບໍ່ມີຄວາມຄືບໜ້າໃດໆ, ພວກເຂົາກໍເປັນຄົນເບົາປັນຍາ, ເປັນສັດເດຍລະສານ, ເປັນຜູ້ບໍ່ເຊື່ອ. ພາຍໃນສາມຫາຫ້າປີຂອງການເຊື່ອໃນພຣະເຈົ້າຂອງບາງຄົນ, ກໍເຂົ້າໃຈຫຼາຍພໍສົມຄວນ ແລະ ສາມາດສະແຫວງຫາຄວາມຈິງໃນຄຳເວົ້າ ແລະ ການກະທຳຂອງພວກເຂົາ. ຖ້າພວກເຂົາສັງເກດເຫັນຂໍ້ບົກພ່ອງໃນການປະຕິບັດໜ້າທີ່ຂອງພວກເຂົາ ຫຼື ເຮັດໃຫ້ເກີດຄວາມເສຍຫາຍບາງຢ່າງຕໍ່ເຮືອນຂອງພຣະເຈົ້າ, ພວກເຂົາກໍຈະຮູ້ສຶກທຸກໃຈ, ຕຳໜິຕົນເອງ ແລະ ກຽດຊັງຕົນເອງ; ພວກເຂົາຮູ້ສຶກວ່າຄວາມຜິດພາດຊົ່ວຄາວ, ການຂາດຄວາມຈົງຮັກພັກດີ, ຄວາມຂີ້ຄ້ານ ຫຼື ການເພີດເພີນກັບຄວາມສະດວກສະບາຍທາງເນື້ອໜັງຂອງພວກເຂົາໄດ້ນຳໄປສູ່ຂໍ້ບົກພ່ອງທີ່ຮ້າຍແຮງແບບນັ້ນ ແລະ ເຮັດໃຫ້ເກີດຄວາມເສຍຫາຍອັນໃຫຍ່ຫຼວງແບບນັ້ນ ແລະ ພວກເຂົາກໍກຽດຊັງຕົນເອງຍ້ອນສິ່ງນີ້. ຄົນແບບນັ້ນທີ່ມີຫົວໃຈສຳນຶກຜິດມີຄວາມເປັນມະນຸດຢູ່ບາງສ່ວນ ແລະ ສາມາດບັນລຸເຖິງຈຸດທີ່ຈະໄດ້ຮັບຄວາມລອດພົ້ນ. ຫຼັງຈາກທີ່ໄດ້ຟັງການເທດສະໜາມາເປັນເວລາຫຼາຍປີ, ຖ້າຄົນໃດຄົນໜຶ່ງຍັງບໍ່ເຂົ້າໃຈຄວາມຈິງໃດໆ, ຍັງຄົງເຮັດຜິດພາດໃນການປະຕິບັດໜ້າທີ່ຂອງພວກເຂົາ, ສ້າງບັນຫາໃຫ້ກັບເຮືອນຂອງພຣະເຈົ້າຢູ່ສະເໝີ ແລະ ເຮັດໃຫ້ເກີດຄວາມເສຍຫາຍຕໍ່ວຽກງານຂອງຄຣິສຕະຈັກ ແລະ ຂາດແມ່ນແຕ່ຫົວໃຈທີ່ສຳນຶກຜິດ, ແລ້ວຄົນແບບນັ້ນກໍບໍ່ມີຄວາມເປັນມະນຸດເລີຍ, ພວກເຂົາຕໍ່າຊ້າກວ່າໝູ ແລະ ໝາ. ພວກເຂົາຍັງຈະສາມາດປະຕິບັດໜ້າທີ່ຂອງພວກເຂົາຢ່າງເໝາະສົມໄດ້ຢູ່ບໍ? ເຖິງແມ່ນວ່າພວກເຂົາຈະປະຕິບັດໜ້າທີ່, ມັນກໍເປັນການເຮັດພໍແລ້ວມືແລ້ວຕີນ ແລະ ຈະບໍ່ໄດ້ຮັບການອະນຸມັດຈາກພຣະເຈົ້າ.
ບາງຄົນມັກຈະເອີ້ນເຮືອນຂອງພຣະເຈົ້າວ່າ “ຄອບຄົວຂອງພວກເຮົາ” ຢູ່ສະເໝີເມື່ອພວກເຂົາເວົ້າ, ໂດຍຍົກຄຳວ່າ “ຄອບຄົວຂອງພວກເຮົາ” ຂຶ້ນມາເວົ້າໃນການສົນທະນາຢູ່ສະເໝີ. ພວກເຂົາເວົ້າມັນໄດ້ຢ່າງມ່ວນຫູແທ້ໆ! “ຄອບຄົວຂອງພວກເຮົາ” ທີ່ພວກເຂົາເວົ້າເຖິງນີ້ແມ່ນຫຍັງ? ມີພຽງແຕ່ເຮືອນຂອງພຣະເຈົ້າ, ຄອບຄົວຂອງພຣະເຈົ້າ ແລະ ຄຣິສຕະຈັກເທົ່ານັ້ນ. ມັນເໝາະສົມບໍທີ່ຈະເວົ້າວ່າ “ຄອບຄົວຂອງພວກເຮົາ” ຢູ່ສະເໝີ? ສຳລັບເຮົາແລ້ວ ມັນຮູ້ສຶກບໍ່ເໝາະສົມເລີຍ. ຄຳວ່າ “ຄອບຄົວຂອງພວກເຮົາ” ສາມາດໃຊ້ໄດ້, ແຕ່ມັນຈະເໝາະສົມກໍຕໍ່ເມື່ອສິ່ງທີ່ເວົ້າອອກມານັ້ນສອດຄ່ອງກັບຄວາມເປັນຈິງ. ຖ້າເຈົ້າບໍ່ແມ່ນຄົນທີ່ໄລ່ຕາມຄວາມຈິງ, ຖ້າເຈົ້າມັກຈະປະຕິບັດໜ້າທີ່ຂອງເຈົ້າແບບພໍແລ້ວມືແລ້ວຕີນ, ບໍ່ປົກປ້ອງວຽກງານຂອງຄຣິສຕະຈັກເລີຍ, ບໍ່ຈິງຈັງກັບວຽກງານຂອງຄຣິສຕະຈັກເລີຍ ແລະ ເຈົ້າຍັງເອົາແຕ່ເວົ້າວ່າ “ຄອບຄົວຂອງພວກເຮົາ”, ແລ້ວສິ່ງນັ້ນກໍບໍ່ເໝາະສົມ. ມັນມີຮ່ອງຮອຍຂອງຄວາມຂີ້ຕົວະ ແລະ ການເສແສ້ງ, ເຊິ່ງກໍ່ໃຫ້ເກີດຄວາມລັງກຽດ ແລະ ຄວາມກຽດຊັງ; ເຖິງຢ່າງໃດກໍຕາມ, ຖ້າເຈົ້າເປັນຄົນທີ່ມີຄວາມເປັນຈິງຄວາມຈິງຢ່າງແທ້ຈິງ ແລະ ປົກປ້ອງວຽກງານຂອງຄຣິສຕະຈັກ, ແລ້ວການເອີ້ນເຮືອນຂອງພຣະເຈົ້າວ່າ “ຄອບຄົວຂອງພວກເຮົາ” ກໍເປັນສິ່ງທີ່ຍອມຮັບໄດ້. ມັນຟັງເບິ່ງຈິງໃຈສຳລັບຄົນອື່ນ, ປາສະຈາກຄວາມຂີ້ຕົວະ ແລະ ພວກເຂົາກໍຈະເບິ່ງເຈົ້າເປັນອ້າຍ ຫຼື ເອື້ອຍນ້ອງ, ມັກ ແລະ ຊື່ນຊົມເຈົ້າ. ຖ້າເຈົ້າບໍ່ຮັກຄວາມຈິງໃນໃຈຂອງເຈົ້າ, ທັງບໍ່ຍອມຮັບຄວາມຈິງ ແລະ ບໍ່ມີຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ຂອງເຈົ້າ, ແລ້ວກໍຢ່າເອີ້ນເຮືອນຂອງພຣະເຈົ້າວ່າ “ຄອບຄົວຂອງພວກເຮົາ”. ເຈົ້າຄວນໄລ່ຕາມຄວາມຈິງຢ່າງຈິງຈັງ, ປະຕິບັດໜ້າທີ່ຂອງເຈົ້າໃຫ້ດີ ແລະ ສາມາດປົກປ້ອງວຽກງານຂອງຄຣິສຕະຈັກ ເພື່ອໃຫ້ປະຊາກອນທີ່ພຣະເຈົ້າເລືອກຮູ້ສຶກວ່າເຈົ້າເປັນສ່ວນໜຶ່ງຂອງເຮືອນຂອງພຣະເຈົ້າ. ແລ້ວເມື່ອເຈົ້າເວົ້າວ່າ “ຄອບຄົວຂອງພວກເຮົາ”, ມັນກໍຈະໃຫ້ຄວາມຮູ້ສຶກໃກ້ຊິດແກ່ຄົນອື່ນ, ໂດຍປາສະຈາກຄວາມຮູ້ສຶກລັງກຽດໃດໆ, ເພາະວ່າໃນໃຈຂອງເຈົ້າ, ເຈົ້າຖືວ່າເຮືອນຂອງພຣະເຈົ້າເປັນບ້ານຂອງເຈົ້າເອງຢ່າງແທ້ຈິງ ແລະ ໃນການປະຕິບັດໜ້າທີ່ຂອງເຈົ້າ, ເຈົ້າກໍມີຄວາມຮັບຜິດຊອບ ແລະ ປົກປ້ອງວຽກງານຂອງຄຣິສຕະຈັກຢ່າງແທ້ຈິງ. ເມື່ອເຈົ້າເວົ້າວ່າ “ຄອບຄົວຂອງພວກເຮົາ”, ມັນກໍຟັງເບິ່ງສົມຄວນໄດ້ຮັບຢ່າງເຕັມທີ່, ໂດຍບໍ່ມີຮ່ອງຮອຍຂອງຄວາມຂີ້ຕົວະເລີຍ. ຖ້າຄົນໃດຄົນໜຶ່ງບໍ່ສະແດງຄວາມຮັບຜິດຊອບຕໍ່ວຽກງານຂອງຄຣິສຕະຈັກ, ປະຕິບັດໜ້າທີ່ໃດກໍຕາມທີ່ພວກເຂົາມີແບບພໍແລ້ວມືແລ້ວຕີນ, ບໍ່ແມ່ນແຕ່ຈະໃສ່ໃຈເກັບສິ່ງຂອງຂຶ້ນຈາກພື້ນ, ທຳຄວາມສະອາດຫ້ອງທີ່ເປິເປື້ອນ ຫຼື ກວາດຫິມະ ຫຼື ຈັດເດີ່ນບ້ານໃຫ້ເປັນລະບຽບໃນລະດູໜາວ, ເບິ່ງແລ້ວບໍ່ຄືກັບສະມາຊິກຂອງເຮືອນຂອງພຣະເຈົ້າ ແຕ່ຄືກັບຄົນນອກຫຼາຍກວ່າ, ຄົນແບບນັ້ນມີຄຸນສົມບັດທີ່ຈະເອີ້ນເຮືອນຂອງພຣະເຈົ້າວ່າ “ຄອບຄົວຂອງພວກເຮົາ” ບໍ? ພວກເຂົາເປັນພຽງຜູ້ອອກເຫື່ອແຮງ, ເປັນຜູ້ເຮັດວຽກຊົ່ວຄາວ, ເປັນຄົນທີ່ບໍ່ມີຊີວິດເຊິ່ງເປັນຂອງຊາຕານ, ບໍ່ໄດ້ເປັນຂອງເຮືອນຂອງພຣະເຈົ້າເລີຍ. ແລ້ວພວກເຂົາກໍຍັງມັກຈະເອີ້ນເຮືອນຂອງພຣະເຈົ້າວ່າ “ຄອບຄົວຂອງພວກເຮົາ” ຢ່າງໜ້າດ້ານ, ເວົ້າມັນທຸກຄັ້ງທີ່ພວກເຂົາອ້າປາກ, ເວົ້າມັນດ້ວຍຄວາມສະໜິດສະໜົມແບບນັ້ນ, ເອີ້ນອ້າຍເອື້ອຍນ້ອງດ້ວຍຄວາມອົບອຸ່ນຢ່າງຍິ່ງ, ແຕ່ພວກເຂົາບໍ່ໄດ້ຈັດການກັບວຽກງານຕົວຈິງໃດໆເລີຍ. ເມື່ອພວກເຂົາຮັບຜິດຊອບວຽກງານ, ພວກເຂົາກໍເຮັດຜິດພາດ, ເຊິ່ງກໍ່ໃຫ້ເກີດຄວາມເສຍຫາຍຕໍ່ເຮືອນຂອງພຣະເຈົ້າ. ພວກເຂົາບໍ່ແມ່ນພຽງແຕ່ຄົນໜ້າຊື່ໃຈຄົດບໍ? ຄົນແບບນັ້ນຕໍ່າຊ້າຢ່າງສິ້ນເຊີງ, ຂາດຈິດສຳນຶກ ຫຼື ເຫດຜົນໃດໆ. ຄຸນສົມບັດພື້ນຖານທີ່ສຸດທີ່ຄົນເຮົາຄວນມີໃນຖານະຜູ້ເຊື່ອໃນພຣະເຈົ້າກໍຄືຈິດສຳນຶກ ແລະ ເຫດຜົນ ແລະ ພວກເຂົາຍັງຄວນສາມາດຍອມຮັບຄວາມຈິງໄດ້ອີກດ້ວຍ. ຖ້າພວກເຂົາບໍ່ມີແມ່ນແຕ່ຈິດສຳນຶກ ແລະ ເຫດຜົນ ແລະ ບໍ່ຍອມຮັບຄວາມຈິງເລີຍ, ພວກເຂົາຍັງສົມຄວນທີ່ຈະເອີ້ນເຮືອນຂອງພຣະເຈົ້າວ່າ “ຄອບຄົວຂອງພວກເຮົາ” ຢູ່ບໍ? ພວກເຂົາເປັນພຽງຜູ້ເຮັດວຽກຊົ່ວຄາວ ແລະ ຜູ້ອອກເຫື່ອແຮງ; ພວກເຂົາເປັນຂອງຊາຕານ ແລະ ບໍ່ຄ່ອຍມີຫຍັງກ່ຽວຂ້ອງກັບເຮືອນຂອງພຣະເຈົ້າ. ພຣະເຈົ້າບໍ່ຍອມຮັບຄົນແບບນັ້ນ; ໃນສາຍຕາຂອງພຣະອົງ, ພວກເຂົາຄືຄົນຊົ່ວຮ້າຍ. ຫຼາຍຄົນເຊື່ອໃນພຣະເຈົ້າ ແຕ່ບໍ່ໄລ່ຕາມຄວາມຈິງເລີຍ, ສະແດງຄວາມເສີຍເມີຍຕໍ່ກິດຈະການຂອງເຮືອນຂອງພຣະເຈົ້າ. ພວກເຂົາເມີນເສີຍຕໍ່ບັນຫາທີ່ພວກເຂົາພົບພໍ້, ລະເລີຍຄວາມຮັບຜິດຊອບຂອງພວກເຂົາ, ຢູ່ຫ່າງຈາກອ້າຍເອື້ອຍນ້ອງທີ່ກຳລັງປະສົບກັບຄວາມຫຍຸ້ງຍາກ ແລະ ບໍ່ສະແດງຄວາມກຽດຊັງຕໍ່ຜູ້ທີ່ເຮັດສິ່ງທີ່ບໍ່ດີ ແລະ ທຳຮ້າຍຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ຫຼື ທຳລາຍວຽກງານຂອງຄຣິສຕະຈັກ. ພວກເຂົາຂາດຄວາມຮັບຮູ້ໃນເລື່ອງຜິດຊອບຊົ່ວດີທີ່ສຳຄັນ; ບໍ່ວ່າຈະມີຫຍັງເກີດຂຶ້ນໃນເຮືອນຂອງພຣະເຈົ້າກໍບໍ່ກ່ຽວຂ້ອງກັບພວກເຂົາ. ພວກເຂົາປະຕິບັດຕໍ່ເຮືອນຂອງພຣະເຈົ້າຄືກັບບ້ານຂອງພວກເຂົາເອງບໍ? ເຫັນໄດ້ຊັດເຈນວ່າບໍ່. ຄົນເຫຼົ່ານີ້ບໍ່ມີຄຸນສົມບັດທີ່ຈະເອີ້ນເຮືອນຂອງພຣະເຈົ້າວ່າ “ຄອບຄົວຂອງພວກເຮົາ”; ຜູ້ທີ່ເຮັດແບບນັ້ນເປັນພຽງຄົນໜ້າຊື່ໃຈຄົດ. ຄົນປະເພດໃດທີ່ມີຄຸນສົມບັດທີ່ຈະເວົ້າວ່າ “ຄອບຄົວຂອງພວກເຮົາ”? ເມື່ອບໍ່ດົນມານີ້, ເຮົາໄດ້ສັງເກດເຫັນວ່າບາງຄົນກໍບໍ່ເລວແທ້ໆ, ເຖິງແມ່ນວ່າ ແນ່ນອນວ່າພວກເຂົາຈະເປັນຄົນສ່ວນໜ້ອຍກໍຕາມ. ພວກເຮົາຈະຍັງບໍ່ເວົ້າໃນຕອນນີ້ກ່ຽວກັບວ່າພວກເຂົາເຂົ້າໃຈຄວາມຈິງຫຼາຍປານໃດ ຫຼື ຂະໜາດຂອງວຸດທິພາວະ ຫຼື ຄວາມເຊື່ອຂອງພວກເຂົາ, ແຕ່ຄົນເຫຼົ່ານີ້ເຊື່ອໃນພຣະເຈົ້າຢ່າງແທ້ຈິງ, ສາມາດຮັບຜິດຊອບວຽກງານຕົວຈິງໄດ້ ແລະ ມີຄວາມຮັບຜິດຊອບຢ່າງແທ້ຈິງໃນໜ້າທີ່ໃດກໍຕາມທີ່ພວກເຂົາປະຕິບັດ, ພວກເຂົາມີລັກສະນະຂອງຄວາມເປັນມະນຸດຢູ່ບາງສ່ວນ. ມີພຽງແຕ່ຄົນແບບນັ້ນເທົ່ານັ້ນທີ່ສາມາດຖືວ່າເປັນສ່ວນໜຶ່ງຂອງເຮືອນຂອງພຣະເຈົ້າຢ່າງແທ້ຈິງ. ເມື່ອພວກເຂົາເວົ້າວ່າ “ຄອບຄົວຂອງພວກເຮົາ”, ມັນກໍຮູ້ສຶກອົບອຸ່ນ ແລະ ອອກມາຈາກໃຈຢ່າງແທ້ຈິງ. ຕົວຢ່າງ: ຄຣິສຕະຈັກຕ້ອງການໂຕະໜ່ວຍໜຶ່ງ, ເຊິ່ງຈະມີລາຄາຫົກ ຫຼື ເຈັດຮ້ອຍໂດລາຖ້າຊື້. ອ້າຍເອື້ອຍນ້ອງບາງຄົນເວົ້າວ່າ “ນັ້ນແພງເກີນໄປ. ພວກເຮົາສາມາດປະຢັດເງິນໄດ້ຫຼາຍໂດຍການຊື້ໄມ້ ແລະ ເຮັດມັນດ້ວຍຕົວພວກເຮົາເອງ. ມັນກໍຈະໃຊ້ງານໄດ້ດີຄືກັນ, ໂດຍບໍ່ມີຄວາມແຕກຕ່າງໃດໆ”. ຫຼັງຈາກທີ່ໄດ້ຍິນສິ່ງນີ້, ເຮົາຮູ້ສຶກແນວໃດໃນໃຈຂອງເຮົາ? ເຮົາຮູ້ສຶກຕື້ນຕັນໃຈເລັກໜ້ອຍ: “ຄົນເຫຼົ່ານີ້ກໍບໍ່ເລວ; ພວກເຂົາຮູ້ຈັກປະຢັດເງິນໃຫ້ກັບເຮືອນຂອງພຣະເຈົ້າ”. ຄົນແບບນັ້ນດີກວ່າຫຼາຍເມື່ອທຽບກັບຜູ້ທີ່ຜານເຄື່ອງຖວາຍ, ຢ່າງໜ້ອຍພວກເຂົາກໍຍັງມີຈິດສຳນຶກ ແລະ ເຫດຜົນຢູ່ບາງສ່ວນ ແລະ ມີຄວາມຮູ້ສຶກຂອງຄວາມເປັນມະນຸດຢູ່ເລັກໜ້ອຍ. ບາງຄົນເຮັດໃຫ້ເກີດຄວາມເສຍຫາຍຫຼາຍຮ້ອຍ ຫຼື ຫຼາຍພັນໂດລາຕໍ່ເຮືອນຂອງພຣະເຈົ້າໂດຍບໍ່ມີຄວາມຮັບຮູ້ໃດໆ, ເຖິງຂັ້ນເວົ້າວ່າມັນບໍ່ແມ່ນເລື່ອງຂອງພວກເຂົາ, ໂດຍບໍ່ຮູ້ສຶກຜິດໃນໃຈຂອງພວກເຂົາເລີຍ. ໃນທາງກົງກັນຂ້າມ, ມີຄົນອື່ນທີ່ເວົ້າວ່າ “ເຖິງແມ່ນວ່າການປະຢັດເງິນໄດ້ສິບ ຫຼື ແປດໂດລາກໍຄຸ້ມຄ່າແລ້ວ. ພວກເຮົາກໍບໍ່ຄວນໃຊ້ຈ່າຍເງິນຢ່າງບໍ່ຈຳເປັນກັບສິ່ງທີ່ພວກເຮົາສາມາດແກ້ໄຂໄດ້ດ້ວຍຕົວພວກເຮົາເອງ. ພວກເຮົາຄວນປະຢັດໃນບ່ອນທີ່ພວກເຮົາສາມາດປະຢັດໄດ້. ບໍ່ຈຳເປັນຕ້ອງໃຊ້ຈ່າຍເງິນທີ່ບໍ່ຈຳເປັນຕ້ອງໃຊ້. ມັນເປັນສິ່ງທີ່ຖືກຕ້ອງແລ້ວທີ່ພວກເຮົາຈະອົດທົນກັບຄວາມຍາກລຳບາກ ແລະ ການເຮັດວຽກໜັກເລັກໜ້ອຍ”. ມີພຽງແຕ່ຜູ້ທີ່ສາມາດເວົ້າສິ່ງດັ່ງກ່າວໄດ້ເທົ່ານັ້ນທີ່ເປັນຄົນທີ່ມີຈິດສຳນຶກ ແລະ ເຫດຜົນ, ມີຄວາມເປັນມະນຸດທີ່ປົກກະຕິ ແລະ ສອດຄ່ອງກັບເຮືອນຂອງພຣະເຈົ້າຢ່າງແທ້ຈິງ. ຄົນເຫຼົ່ານີ້ສາມາດເອີ້ນເຮືອນຂອງພຣະເຈົ້າວ່າ “ຄອບຄົວຂອງພວກເຮົາ” ໄດ້ຢ່າງຖືກຕ້ອງ ເພາະພວກເຂົາຄຳນຶງເຖິງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ບາງຄົນບໍ່ຄິດເຖິງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເລີຍ. ມັນແມ່ນຍ້ອນວ່າພວກເຂົາບໍ່ສາມາດຄຳນຶງເຖິງສິ່ງເຫຼົ່ານີ້ບໍ? ເມື່ອເວົ້າເຖິງຊີວິດຂອງພວກເຂົາເອງ, ພວກເຂົາປະຢັດມັດທະຍັດຫຼາຍ, ຂີ້ຖີ່ແມ່ນແຕ່ເງິນກີບດຽວ, ຢາກຊື້ແຕ່ສິ່ງຂອງທີ່ຖືກທີ່ສຸດ ແລະ ໃຊ້ງານໄດ້ຈິງທີ່ສຸດຢູ່ສະເໝີ, ປະຢັດໃນທຸກບ່ອນທີ່ພວກເຂົາສາມາດປະຢັດໄດ້, ເຖິງຂັ້ນຕໍ່ລອງລາຄາ, ຄິດໄລ່ຢ່າງລະອຽດ, ເຫັນໄດ້ຊັດເຈນວ່າພວກເຂົາເກັ່ງໃນການຈັດການຊີວິດຂອງພວກເຂົາເອງ. ແຕ່ເມື່ອເວົ້າເຖິງການເຮັດສິ່ງຕ່າງໆໃຫ້ກັບເຮືອນຂອງພຣະເຈົ້າ, ພວກເຂົາພັດບໍ່ໄດ້ກະທຳການແບບນີ້. ພວກເຂົາໃຊ້ຈ່າຍຢ່າງຟຸມເຟືອຍເມື່ອໃຊ້ເງິນຂອງເຮືອນຂອງພຣະເຈົ້າ, ໃຊ້ຈ່າຍມັນຕາມທີ່ພວກເຂົາພໍໃຈ, ຄືກັບວ່າການບໍ່ໃຊ້ຈ່າຍມັນຈະເປັນການສິ້ນເປືອງ. ນີ້ບໍ່ແມ່ນສັນຍານຂອງລັກສະນະທີ່ຕໍ່າຊ້າບໍ? ຄົນແບບນັ້ນເຫັນແກ່ຕົວຢ່າງຍິ່ງ, ບໍ່ຄຳນຶງເຖິງເຮືອນຂອງພຣະເຈົ້າເລີຍ, ສະແຫວງຫາພຽງແຕ່ເພື່ອຕອບສະໜອງຕົນເອງເທົ່ານັ້ນ. ພວກເຂົາຫວັງທີ່ຈະແຊກຊຶມເຂົ້າໄປໃນອານາຈັກສະຫວັນ ແລະ ໄດ້ຮັບພອນອັນຍິ່ງໃຫຍ່ດ້ວຍຕົ້ນທຶນທີ່ໜ້ອຍທີ່ສຸດ. ຄົນທີ່ເຫັນແກ່ຕົວ ແລະ ໜ້າລັງກຽດແບບນັ້ນຍັງຄົງມີຄວາມທະເຍີທະຍານ ແລະ ຄວາມປາຖະໜາອັນຍິ່ງໃຫຍ່ແບບນັ້ນ; ສິ່ງນີ້ສະແດງໃຫ້ເຫັນເຖິງຄວາມບົກພ່ອງທີ່ຮ້າຍແຮງໃນລັກສະນະຂອງພວກເຂົາ!
ຕອນນີ້ ພວກເຮົາໄດ້ໂອ້ລົມກັນຢ່າງຄົບຖ້ວນໂດຍພື້ນຖານແລ້ວບໍ ກ່ຽວກັບການສະແດງອອກນີ້ຂອງຜູ້ຕໍ່ຕ້ານພຣະຄຣິສ ທີ່ວ່າພວກເຂົາປະພຶດຕົນຢ່າງຄົດໂກງ ແລະ ເຮັດຕາມອຳເພີໃຈ ແລະ ເປັນຜະເດັດການ? (ແມ່ນແລ້ວ.) ຄັນຊັ້ນ ໃຫ້ພວກເຮົາສະຫຼຸບກັນ. ການທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດສິ່ງຕ່າງໆຢ່າງຄົດໂກງ ແລະ ການທີ່ພວກເຂົາເຮັດຕາມອຳເພີໃຈ ແລະ ເປັນຜະເດັດການ ແມ່ນພຶດຕິກຳສອງຢ່າງທີ່ແຕກຕ່າງກັນ ແຕ່ມີຄວາມສຳຄັນເທົ່າທຽມກັນ ແລະ ເກີດຂຶ້ນພ້ອມກັນ ເຊິ່ງພົບເຫັນໄດ້ທົ່ວໄປໃນທ່າມກາງພວກເຂົາ. ການສະແດງອອກນີ້ເປີດໂປງອຸປະນິໄສຫຼັກສອງຢ່າງຂອງຜູ້ຕໍ່ຕ້ານພຣະຄຣິສ, ນັ້ນກໍຄື ຄວາມຊົ່ວຊ້າ ແລະ ຄວາມໂຫດຮ້າຍ; ພວກເຂົາທັງຊົ່ວຊ້າ ແລະ ໂຫດຮ້າຍ. ບາງຄັ້ງ ເຈົ້າອາດຈະບໍ່ເຫັນດ້ານທີ່ໂຫດຮ້າຍຂອງພວກເຂົາ, ແຕ່ເຈົ້າສາມາດເຫັນດ້ານທີ່ຊົ່ວຊ້າຂອງພວກເຂົາໄດ້. ພວກເຂົາອາດຈະກະທຳການຢ່າງອ່ອນໂຍນ, ເຮັດໃຫ້ຍາກທີ່ຈະເຫັນພຶດຕິກຳທີ່ບັງຄັບ ຫຼື ປ່າເຖື່ອນໃດໆຂອງພວກເຂົາ. ພວກເຂົາບໍ່ໄດ້ສະແດງຄວາມຮ້າຍກາດອອກມາໃຫ້ເຫັນພາຍນອກ ທັງບໍ່ໄດ້ບັງຄັບໃຫ້ເຈົ້າເຮັດຫຍັງ, ແຕ່ພວກເຂົາວາງກັບດັກເຈົ້າຜ່ານວິທີການທີ່ຊົ່ວຊ້າອື່ນໆ, ດຶງເຈົ້າເຂົ້າສູ່ການຄວບຄຸມຂອງພວກເຂົາ, ເຮັດໃຫ້ເຈົ້າຮັບໃຊ້ຈຸດປະສົງຂອງພວກເຂົາ ແລະ ດ້ວຍເຫດນັ້ນ ເຈົ້າຈຶ່ງຖືກພວກເຂົາຫຼອກໃຊ້. ໂດຍບໍ່ຮູ້ຕົວ, ເຈົ້າກໍຕົກເຂົ້າໄປໃນກັບດັກຂອງພວກເຂົາ, ຍອມຈຳນົນຕໍ່ການບົງການ ແລະ ການປັ່ນຫົວຂອງພວກເຂົາຢ່າງເຕັມໃຈ. ເປັນຫຍັງພວກເຂົາຈຶ່ງສາມາດເຮັດໃຫ້ເກີດຜົນສະທ້ອນແບບນັ້ນໄດ້? ຜູ້ຕໍ່ຕ້ານພຣະຄຣິສມັກຈະໃຊ້ຄຳເວົ້າ ແລະ ຂໍ້ຄວາມທີ່ຖືກຕ້ອງເພື່ອສັ່ງສອນ ແລະ ມີອິດທິພົນຕໍ່ເຈົ້າ, ຍຸຍົງໃຫ້ເຈົ້າເຮັດບາງສິ່ງ, ເຮັດໃຫ້ເຈົ້າຮູ້ສຶກວ່າທຸກສິ່ງທຸກຢ່າງທີ່ພວກເຂົາເວົ້ານັ້ນຖືກຕ້ອງ, ເຈົ້າຄວນປະຕິບັດຕາມມັນ ແລະ ເຈົ້າຄວນເຮັດແບບນີ້, ຖ້າບໍ່ດັ່ງນັ້ນ ເຈົ້າຈະຮູ້ສຶກຄືກັບວ່າເຈົ້າກຳລັງຕໍ່ຕ້ານຄວາມຈິງ, ເຈົ້າຈະຮູ້ສຶກວ່າການບໍ່ເຊື່ອຟັງພວກເຂົາໝາຍເຖິງການກະບົດຕໍ່ພຣະເຈົ້າ. ໃນການເຮັດເຊັ່ນນັ້ນ, ເຈົ້າຈຶ່ງເຊື່ອຟັງພວກເຂົາຢ່າງເຕັມໃຈ. ແລ້ວຜົນສຸດທ້າຍຂອງສິ່ງນີ້ແມ່ນຫຍັງ? ເຖິງແມ່ນວ່າຜູ້ຄົນຈະເຮັດຕາມຄຳເວົ້າຂອງພວກເຂົາ ແລະ ປະຕິບັດສິ່ງທີ່ພວກເຂົາເວົ້າ, ພວກເຂົາເຂົ້າໃຈຄວາມຈິງບໍ? ຄວາມສຳພັນຂອງພວກເຂົາກັບພຣະເຈົ້ານັບມື້ນັບໃກ້ຊິດຂຶ້ນ ຫຼື ນັບມື້ນັບຫ່າງເຫີນອອກໄປ? ເມື່ອປະເຊີນກັບສະຖານະການຕ່າງໆ, ຜູ້ຄົນບໍ່ພຽງແຕ່ລົ້ມເຫຼວທີ່ຈະມາຢູ່ຕໍ່ໜ້າພຣະເຈົ້າ ແລະ ອະທິຖານຕໍ່ພຣະອົງເທົ່ານັ້ນ, ແຕ່ຍັງບໍ່ຮູ້ວິທີສະແຫວງຫາຫຼັກການຄວາມຈິງໃນພຣະທຳຂອງພຣະເຈົ້າ ທັງບໍ່ຮູ້ວິທີກຳແໜ້ນເຈດຕະນາ ແລະ ຂໍ້ກຳນົດຂອງພຣະເຈົ້າອີກດ້ວຍ. ກົງກັນຂ້າມ, ພວກເຂົາພັດເວົ້າຄຳເວົ້າທີ່ບໍ່ໜ້າເຊື່ອວ່າ: “ຂ້ານ້ອຍເຊື່ອໃນພຣະເຈົ້າມາຫຼາຍປີແລ້ວ, ໂດຍອາໄສຜູ້ນຳເປັນຫຼັກສຳລັບການສະໜັບສະໜູນ ແລະ ການລ້ຽງດູ. ບໍ່ວ່າຈະມີຫຍັງເກີດຂຶ້ນ, ຕາບໃດທີ່ຜູ້ນຳໃຫ້ການໂອ້ລົມ, ມັນກໍມີຫົນທາງກ້າວໄປຂ້າງໜ້າ. ຖ້າບໍ່ມີຜູ້ນຳ, ມັນກໍເປັນໄປບໍ່ໄດ້ເລີຍ”. ພວກເຂົາເຊື່ອໃນພຣະເຈົ້າມາຫຼາຍປີແລ້ວ ແລະ ວຸດທິພາວະຂອງພວກເຂົາກໍມີພຽງສໍ່ານີ້, ຍັງບໍ່ສາມາດເຮັດຫຍັງໄດ້ຖ້າບໍ່ມີຜູ້ນຳ. ນັ້ນບໍ່ໜ້າສົມເພດບໍ? ຄວາມໝາຍທີ່ແຝງຢູ່ນີ້ແມ່ນຫຍັງ? ຄວາມໝາຍແຝງກໍຄື ພວກເຂົາບໍ່ຮູ້ວິທີອະທິຖານຕໍ່ພຣະເຈົ້າ, ເພິ່ງພາພຣະເຈົ້າ, ຫວັງເພິ່ງພຣະເຈົ້າ ຫຼື ກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ. ສິ່ງທັງໝົດເຫຼົ່ານີ້ຕ້ອງໄດ້ຮັບການສະໜັບສະໜູນຈາກຜູ້ນຳເພື່ອໃຫ້ພວກເຂົາເຂົ້າໃຈ; ຜູ້ນຳສາມາດແທນທີ່ພຣະເຈົ້າທີ່ພວກເຂົາເຊື່ອໄດ້. ສາມາດເວົ້າໄດ້ວ່າ ຄວາມເຊື່ອໃນພຣະເຈົ້າຂອງຄົນແບບນັ້ນ ຄວາມຈິງແລ້ວແມ່ນຄວາມເຊື່ອໃນຜູ້ນຳຂອງພວກເຂົາ. ພວກເຂົາຟັງທຸກສິ່ງທຸກຢ່າງທີ່ຜູ້ນຳເວົ້າ ແລະ ເຊື່ອທຸກສິ່ງທຸກຢ່າງທີ່ພວກເຂົາເວົ້າ. ໃຜກັນແທ້ທີ່ພວກເຂົາກຳລັງເຊື່ອ, ຕິດຕາມ ແລະ ເຊື່ອຟັງ, ພຣະເຈົ້າ ຫຼື ຜູ້ນຳ? ສິ່ງນີ້ບໍ່ຄືກັບຄົນໃນສາສະໜາທີ່ເຊື່ອໃນພຣະຜູ້ເປັນເຈົ້າແຕ່ໃນນາມ, ແຕ່ໃນຄວາມເປັນຈິງແລ້ວ ພວກເຂົາເຊື່ອ, ຕິດຕາມ ແລະ ໄວ້ວາງໃຈໃນສິດຍາພິບານຂອງພວກເຂົາບໍ? ສິ່ງນີ້ບໍ່ແມ່ນການຖືກຄວບຄຸມໂດຍມະນຸດບໍ? ເຈົ້າບູຊາຜູ້ນຳ, ຟັງພວກເຂົາໃນທຸກເລື່ອງ. ນີ້ຄືການເຊື່ອ ແລະ ການຕິດຕາມມະນຸດ, ການຖືກບີບຄັ້ນ ແລະ ຖືກຄວບຄຸມໂດຍຜູ້ຄົນ. ພຣະເຈົ້າໄດ້ກ່າວຢ່າງຊັດເຈນຫຼາຍແລ້ວ ແຕ່ເຈົ້າກໍຍັງບໍ່ສາມາດເຂົ້າໃຈພຣະທຳຂອງພຣະອົງ ທັງບໍ່ຮູ້ວິທີປະຕິບັດພຣະທຳເຫຼົ່ານັ້ນ, ແຕ່ເຈົ້າພັດເຂົ້າໃຈມານຮ້າຍ ແລະ ຊາຕານ ຫຼັງຈາກທີ່ພວກມັນເວົ້າພຽງສອງສາມຄຳບໍ? ສິ່ງທີ່ເຈົ້າເຂົ້າໃຈແທ້ໆນັ້ນແມ່ນຫຍັງ? ບາງຄັ້ງ ເຈົ້າເຂົ້າໃຈກົດລະບຽບ ຫຼື ຫຼັກຄຳສອນ, ສິ່ງນັ້ນນັບວ່າເປັນການເຂົ້າໃຈຄວາມຈິງບໍ? (ບໍ່.) ນັ້ນບໍ່ແມ່ນການເຂົ້າໃຈຄວາມຈິງ; ມັນຄືການຖືກເຮັດໃຫ້ຫຼົງຜິດ. ມັນເປັນແບບນັ້ນແທ້ໆ.
ໃນການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສທີ່ປະພຶດຕົນຢ່າງຄົດໂກງ ແລະ ເຮັດຕາມອຳເພີໃຈ ແລະ ເປັນຜະເດັດການ, ອຸປະນິໄສຫຼັກຂອງພວກເຂົາຄືຄວາມຊົ່ວຊ້າ ແລະ ຄວາມໂຫດຮ້າຍ. ຄວາມຊົ່ວຊ້າຂອງພວກເຂົາສະແດງອອກຢູ່ໃສ? ມັນສະແດງອອກໃນພຶດຕິກຳທີ່ຄົດໂກງຂອງພວກເຂົາ. ແລ້ວຄວາມໂຫດຮ້າຍຂອງພວກເຂົາສະແດງອອກຢູ່ໃສ? (ໃນການເຮັດຕາມອຳເພີໃຈ ແລະ ເປັນຜະເດັດການ.) ໂດຍຫຼັກແລ້ວ ມັນສະແດງອອກໃນການທີ່ພວກເຂົາເຮັດຕາມອຳເພີໃຈ ແລະ ເປັນຜະເດັດການ ແລະ ໃນການບັງຄັບໃຫ້ຄົນອື່ນເຊື່ອຟັງພວກເຂົາ; ການບັງຄັບຂອງພວກເຂົາສື່ເຖິງອຸປະນິໄສທີ່ໂຫດຮ້າຍ. ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນອ່ອນນ້ອມຕໍ່ພຣະອົງ ແລະ ຕໍ່ຄວາມຈິງ. ວິທີການເຮັດພາລະກິດຂອງພຣະເຈົ້າແມ່ນຫຍັງ? ຫຼັງຈາກທີ່ພຣະເຈົ້າສະແດງພຣະທຳຂອງພຣະອົງ, ພຣະອົງບອກຜູ້ຄົນວ່າ ສິ່ງທີ່ສຳຄັນທີ່ສຸດໃນການເຊື່ອໃນພຣະເຈົ້າກໍຄື ພວກເຂົາຄວນອ່ອນນ້ອມຕໍ່ຄວາມຈິງ ແລະ ພຣະທຳຂອງພຣະເຈົ້າ. ເຈົ້າຮູ້ຄວາມຈິງນີ້, ຮູ້ວ່າວະລີນີ້ຖືກຕ້ອງ, ແຕ່ກ່ຽວກັບວ່າເຈົ້າຈະອ່ອນນ້ອມ ຫຼື ບໍ່ ແລະ ເຈົ້າຈະອ່ອນນ້ອມແນວໃດ, ທັດສະນະຄະຕິຂອງພຣະເຈົ້າແມ່ນຫຍັງ? ເຈົ້າມີເຈດຈຳນົງເສລີ, ມີສິດທີ່ຈະເລືອກ. ຖ້າເຈົ້າຢາກອ່ອນນ້ອມ, ເຈົ້າກໍອ່ອນນ້ອມ; ຖ້າເຈົ້າບໍ່ຢາກອ່ອນນ້ອມ, ເຈົ້າກໍບໍ່ຈຳເປັນຕ້ອງເຮັດ. ເຖິງຢ່າງໃດກໍຕາມ, ສຳລັບຜົນສະທ້ອນທີ່ການບໍ່ອ່ອນນ້ອມອາດຈະນຳມາໃຫ້ນັ້ນ, ສິ່ງທີ່ພຣະເຈົ້າກວດສອບໃນຕົວຜູ້ຄົນ ແລະ ຂໍ້ສະຫຼຸບຂອງພຣະອົງກ່ຽວກັບພວກເຂົາແມ່ນຫຍັງ, ພຣະເຈົ້າບໍ່ໄດ້ເຮັດຫຍັງເພີ່ມເຕີມໃນເລື່ອງເຫຼົ່ານີ້. ພຣະອົງບໍ່ໄດ້ຕັກເຕືອນເຈົ້າ, ຂົ່ມຂູ່ເຈົ້າ ຫຼື ບັງຄັບເຈົ້າ, ເຮັດໃຫ້ເຈົ້າຕ້ອງຈ່າຍລາຄາ ຫຼື ລົງໂທດເຈົ້າສຳລັບສິ່ງນັ້ນ. ພຣະເຈົ້າບໍ່ໄດ້ກະທຳການແບບນັ້ນ. ໃນຊ່ວງເວລາທີ່ພຣະເຈົ້າກຳລັງຊ່ວຍຜູ້ຄົນໃຫ້ລອດພົ້ນ, ເມື່ອພຣະອົງກຳລັງສະແດງພຣະທຳເພື່ອລ້ຽງດູມະນຸດ, ພຣະເຈົ້າອະນຸຍາດໃຫ້ຜູ້ຄົນເຮັດຜິດພາດ, ຍ່າງໃນເສັ້ນທາງທີ່ຜິດ ແລະ ອະນຸຍາດໃຫ້ຜູ້ຄົນກະບົດຕໍ່ພຣະອົງ ແລະ ເຮັດສິ່ງທີ່ໂງ່ຈ້າ. ແຕ່ຜ່ານພຣະທຳຂອງພຣະອົງ ແລະ ວິທີການເຮັດພາລະກິດບາງຢ່າງຂອງພຣະອົງ, ພຣະເຈົ້າຄ່ອຍໆເຮັດໃຫ້ຜູ້ຄົນເຂົ້າໃຈວ່າຂໍ້ກຳນົດຂອງພຣະອົງແມ່ນຫຍັງ, ຄວາມຈິງແມ່ນຫຍັງ ແລະ ອັນໃດຖືກ ແລະ ອັນໃດຜິດ, ຕົວຢ່າງ: ຜ່ານການລິຮານ, ການຕີສອນ ແລະ ການລົງວິໄນ ພ້ອມທັງຜ່ານການຕັກເຕືອນ. ບາງຄັ້ງ ພຣະອົງກໍປະທານພຣະຄຸນບາງຢ່າງໃຫ້ແກ່ເຈົ້າ, ດົນໃຈເຈົ້າຢູ່ພາຍໃນ ຫຼື ປະທານການໃຫ້ແສງເຍືອງທາງ ແລະ ຄວາມຮູ້ແຈ້ງບາງຢ່າງແກ່ເຈົ້າ, ເຮັດໃຫ້ເຈົ້າຮູ້ວ່າອັນໃດຖືກ ແລະ ອັນໃດຜິດ, ຂໍ້ກຳນົດຂອງພຣະເຈົ້າແມ່ນຫຍັງກັນແທ້, ມະນຸດຄວນຈະຢູ່ຕຳແໜ່ງໃດ ແລະ ຜູ້ຄົນຄວນປະຕິບັດຫຍັງ. ໃນຂະນະທີ່ເຮັດໃຫ້ເຈົ້າເຂົ້າໃຈ, ພຣະອົງກໍໃຫ້ທາງເລືອກແກ່ເຈົ້າເຊັ່ນກັນ. ຖ້າເຈົ້າເວົ້າວ່າ “ຂ້ານ້ອຍຈະກະບົດ, ຂ້ານ້ອຍຈະເອົາແຕ່ໃຈ, ຂ້ານ້ອຍບໍ່ຢາກເລືອກສິ່ງທີ່ຖືກຕ້ອງ, ຂ້ານ້ອຍບໍ່ຢາກຈົງຮັກພັກດີ, ຂ້ານ້ອຍພຽງແຕ່ຢາກກະທຳການແບບນີ້!”, ແລ້ວໃນທີ່ສຸດ ເຈົ້າກໍຕ້ອງຮັບຜິດຊອບຕໍ່ຈຸດໝາຍປາຍທາງ ແລະ ຜົນສຸດທ້າຍຂອງເຈົ້າເອງ. ເຈົ້າຕ້ອງຮັບຜິດຊອບຕໍ່ການກະທຳຂອງເຈົ້າ ແລະ ຈ່າຍລາຄາ; ພຣະເຈົ້າບໍ່ໄດ້ເຮັດຫຍັງໃນເລື່ອງນີ້. ພຣະເຈົ້າຍຸຕິທຳ ແລະ ຊອບທຳ. ຖ້າເຈົ້າກະທຳການຕາມຂໍ້ກຳນົດຂອງພຣະອົງ ແລະ ເປັນຄົນທີ່ອ່ອນນ້ອມຕໍ່ພຣະເຈົ້າ ຫຼື ໃນທາງກົງກັນຂ້າມ ຖ້າເຈົ້າບໍ່ກະທຳການຕາມຂໍ້ກຳນົດຂອງພຣະເຈົ້າ ແລະ ບໍ່ແມ່ນຄົນທີ່ອ່ອນນ້ອມຕໍ່ພຣະເຈົ້າ, ແລ້ວໃນທັງສອງກໍລະນີ, ບໍ່ວ່າຈຸດໝາຍປາຍທາງຂອງເຈົ້າຈະຢູ່ໃສ, ພຣະເຈົ້າກໍໄດ້ກຳນົດມັນໄວ້ລ່ວງໜ້າດົນແລ້ວ. ພຣະເຈົ້າບໍ່ຈຳເປັນຕ້ອງເຮັດຫຍັງເພີ່ມເຕີມ. ມັນບໍ່ແມ່ນວ່າ ຖ້າເຈົ້າບໍ່ກະທຳການຕາມຂໍ້ກຳນົດຂອງພຣະເຈົ້າໃນມື້ນີ້, ພຣະອົງກໍຈະລົງວິໄນ, ຕີສອນ ຫຼື ລົງໂທດເຈົ້າ, ນຳເອົາໄພພິບັດມາສູ່ເຈົ້າ, ພຣະເຈົ້າບໍ່ໄດ້ເຮັດພາລະກິດແບບນັ້ນ. ສຳລັບພຣະເຈົ້າແລ້ວ, ພຣະອົງຮຽກຮ້ອງໃຫ້ຜູ້ຄົນອ່ອນນ້ອມພຽງເພື່ອໃຫ້ພວກເຂົາເຂົ້າໃຈຄວາມຈິງກ່ຽວກັບການອ່ອນນ້ອມ; ບໍ່ມີອົງປະກອບຂອງ “ການບັງຄັບ” ເລີຍ. ພຣະເຈົ້າບໍ່ໄດ້ບັງຄັບໃຫ້ຜູ້ຄົນອ່ອນນ້ອມ ຫຼື ປະຕິບັດຄວາມຈິງດ້ານນີ້. ສະນັ້ນ, ໃນວິທີການຂອງພຣະເຈົ້າ, ບໍ່ວ່າພຣະອົງຈະຈັດວາງຜູ້ຄົນ, ມີອຳນາດສູງສຸດເໜືອຊະຕາກຳຂອງພວກເຂົາ, ນຳພາພວກເຂົາ ຫຼື ຈັດຕຽມຄວາມຈິງໃຫ້ກັບພວກເຂົາ ຫຼື ບໍ່, ຂໍ້ສັນນິຖານຂອງການກະທຳເຫຼົ່ານີ້ກໍບໍ່ໄດ້ອີງໃສ່ການບັງຄັບ ທັງບໍ່ແມ່ນຄວາມຈຳເປັນ. ຖ້າເຈົ້າກະທຳການຕາມພຣະທຳຂອງພຣະເຈົ້າ, ເຈົ້າກໍຈະຄ່ອຍໆເຂົ້າໃຈຄວາມຈິງຫຼາຍຂຶ້ນເລື້ອຍໆ ແລະ ສະພາວະຂອງເຈົ້າຕໍ່ໜ້າພຣະເຈົ້າກໍຈະສືບຕໍ່ດີຂຶ້ນ, ເຈົ້າຈະຮັກສາສະພາວະທີ່ດີໄວ້ ແລະ ພຣະເຈົ້າກໍຈະໃຫ້ຄວາມຮູ້ແຈ້ງແກ່ເຈົ້າໃນດ້ານຕ່າງໆຂອງຊີວິດປະຈຳວັນທີ່ເຈົ້າບໍ່ເຂົ້າໃຈເຊັ່ນກັນ. ເຖິງຢ່າງໃດກໍຕາມ, ຖ້າເຈົ້າບໍ່ປະຕິບັດຄວາມຈິງ, ບໍ່ອ່ອນນ້ອມຕໍ່ພຣະເຈົ້າ ແລະ ບໍ່ເຕັມໃຈທີ່ຈະໄລ່ຕາມຄວາມຈິງ, ສິ່ງທີ່ເຈົ້າຈະໄດ້ຮັບກໍຈະມີຈຳກັດຫຼາຍ. ນີ້ຄືຄວາມແຕກຕ່າງຢ່າງຊັດເຈນລະຫວ່າງສອງສິ່ງນີ້. ພຣະເຈົ້າບໍ່ໄດ້ສະແດງຄວາມລຳອຽງ; ພຣະອົງຍຸຕິທຳຕໍ່ທຸກຄົນ. ບາງຄົນເວົ້າວ່າ: “ຂ້ານ້ອຍຈະບໍ່ປະຕິບັດບໍ ຖ້າພຣະເຈົ້າພຽງແຕ່ບັງຄັບຂ້ານ້ອຍ?” ພຣະເຈົ້າບໍ່ໄດ້ບັງຄັບຜູ້ຄົນ; ນັ້ນຄືສິ່ງທີ່ຊາຕານເຮັດ. ພຣະເຈົ້າບໍ່ໄດ້ເຮັດພາລະກິດແບບນັ້ນ. ຖ້າເຈົ້າສາມາດອ່ອນນ້ອມຕໍ່ພຣະເຈົ້າໄດ້ກໍຕໍ່ເມື່ອຖືກບັງຄັບເທົ່ານັ້ນ, ສິ່ງນັ້ນເຮັດໃຫ້ເຈົ້າເປັນຄົນແບບໃດ? ເຈົ້າກຳລັງອ່ອນນ້ອມຕໍ່ພຣະເຈົ້າແທ້ໆບໍ? ນັ້ນບໍ່ແມ່ນປະເພດຂອງການອ່ອນນ້ອມທີ່ພຣະເຈົ້າປາຖະໜາ. ການອ່ອນນ້ອມທີ່ພຣະເຈົ້າກ່າວເຖິງນັ້ນແມ່ນການທີ່, ໂດຍອີງໃສ່ການເຂົ້າໃຈຄວາມຈິງ, ຄົນເຮົາເຕັມໃຈປະຕິບັດພຣະທຳຂອງພຣະເຈົ້າອອກມາຈາກຈິດສຳນຶກ ແລະ ເຫດຜົນ. ນີ້ຄືຄວາມໝາຍທີ່ແທ້ຈິງຂອງການອ່ອນນ້ອມ. ມັນບໍ່ກ່ຽວຂ້ອງກັບການບັງຄັບ, ການຈຳກັດ, ການຂົ່ມຂູ່ ຫຼື ຮູບແບບໃດໆຂອງການຜູກມັດ ຫຼື ການຄວບຄຸມ. ສະນັ້ນ, ເມື່ອເຈົ້າຮູ້ສຶກຖືກຜູກມັດ ຫຼື ຖືກບີບຄັ້ນເປັນພິເສດໃນເລື່ອງໃດໜຶ່ງ, ແນ່ນອນວ່າ ມັນບໍ່ແມ່ນພາລະກິດຂອງພຣະເຈົ້າ. ໃນດ້ານໜຶ່ງ, ມັນອາດຈະມາຈາກຄວາມຄິດຂອງມະນຸດ ຫຼື ການຢັ່ງຮູ້ທີ່ບິດເບືອນ ແລະ ຂໍ້ຈຳກັດທີ່ກຳນົດຂຶ້ນເອງ. ໃນອີກດ້ານໜຶ່ງ, ມັນອາດຈະເປັນຄົນອື່ນທີ່ພະຍາຍາມບີບຄັ້ນເຈົ້າ, ໂດຍໃຊ້ກົດລະບຽບ ຫຼື ຂໍ້ໂຕ້ແຍ້ງ ຫຼື ທິດສະດີບາງຢ່າງທີ່ຟັງເບິ່ງຄືວ່າຖືກຕ້ອງເພື່ອບີບຄັ້ນເຈົ້າ, ເຊິ່ງນຳໄປສູ່ການທີ່ເຈົ້າພັດທະນາການບິດເບືອນບາງຢ່າງໃນຄວາມຄິດຂອງເຈົ້າ. ສິ່ງນີ້ບົ່ງບອກເຖິງບັນຫາໃນຄວາມເຂົ້າໃຈຂອງເຈົ້າ. ຖ້າເຈົ້າຮູ້ສຶກອ່ອນນ້ອມຕໍ່ພຣະເຈົ້າຢ່າງເຕັມໃຈ ແລະ ຢ່າງມີຄວາມສຸກ, ສິ່ງນີ້ກໍມາຈາກພາລະກິດຂອງພຣະວິນຍານບໍລິສຸດ ແລະ ມາຈາກຄວາມເປັນມະນຸດທີ່ແທ້ຈິງ, ຈາກຈິດສຳນຶກ ແລະ ເຫດຜົນເຊັ່ນກັນ.
ໃນເຮືອນຂອງພຣະເຈົ້າ, ມີບາງຄົນທີ່ບໍ່ອ່ອນນ້ອມຕໍ່ຄວາມຈິງ, ບໍ່ອ່ອນນ້ອມຕໍ່ການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ ແລະ ບໍ່ອ່ອນນ້ອມຕໍ່ການຈັດແຈງຂອງຄຣິສຕະຈັກ. ເຮືອນຂອງພຣະເຈົ້າຈັດການກັບເລື່ອງນີ້ແນວໃດ? ມີວິທີການບັງຄັບຈັດຕັ້ງປະຕິບັດໃດໆທີ່ຖືກນຳໃຊ້ເພື່ອແກ້ໄຂເລື່ອງນີ້ບໍ? ຖ້າຜູ້ນຳບໍ່ເຮັດວຽກງານຕົວຈິງ, ບໍ່ເຮັດວຽກຕາມການຈັດແຈງວຽກງານ ແລະ ບໍ່ປະຕິບັດຄວາມຈິງ ຫຼື ບໍ່ສາມາດເຮັດວຽກງານຕົວຈິງໄດ້, ເຮືອນຂອງພຣະເຈົ້າຈັດການກັບຄົນຜູ້ນັ້ນແນວໃດ? (ເຮືອນຂອງພຣະເຈົ້າປົດພວກເຂົາອອກ.) ພວກເຂົາຖືກປົດອອກໂດຍກົງ, ແຕ່ພວກເຂົາຖືກຂັບໄລ່ອອກບໍ? (ບໍ່.) ຜູ້ທີ່ບໍ່ໄດ້ເຮັດຄວາມຊົ່ວບໍ່ໄດ້ຖືກຂັບໄລ່ອອກ. ສຳລັບອ້າຍເອື້ອຍນ້ອງທຳມະດາ, ຖ້າພວກເຂົາຖືກຈັດແຈງໃຫ້ປະຕິບັດໜ້າທີ່ໃດໜຶ່ງ ແລະ ພວກເຂົາປະຕິເສດ, ສິ່ງນີ້ຖືວ່າເປັນການບໍ່ອ່ອນນ້ອມບໍ? ຖ້າພວກເຂົາບໍ່ໄປ, ກໍສາມາດຊອກຫາຄົນອື່ນໄປແທນໄດ້; ຈະມີໃຜຖືກບັງຄັບໃຫ້ປະຕິບັດໜ້າທີ່ບໍ? (ບໍ່ມີ.) ບໍ່ມີການບັງຄັບ. ຖ້າຜ່ານການໂອ້ລົມຄວາມຈິງແລ້ວ ພວກເຂົາເຕັມໃຈທີ່ຈະຍອມຮັບ ແລະ ອ່ອນນ້ອມ, ແລ້ວນັ້ນກໍບໍ່ເປັນຫຍັງ. ສິ່ງນີ້ບໍ່ຖືວ່າເປັນການບັງຄັບ; ມັນເປັນການຈັດແຈງໃຫ້ພວກເຂົາປະຕິບັດໜ້າທີ່ນີ້ພາຍໃຕ້ເງື່ອນໄຂຂອງຄວາມຍິນຍອມ ແລະ ຄວາມເຕັມໃຈສ່ວນຕົວຂອງພວກເຂົາ. ຕົວຢ່າງ: ບາງຄົນມັກແຕ່ງກິນ, ແຕ່ຖືກຈັດແຈງໃຫ້ທຳຄວາມສະອາດ ແລະ ພວກເຂົາເວົ້າວ່າ “ຖ້າຂ້ອຍຖືກຂໍໃຫ້ທຳຄວາມສະອາດ, ຂ້ອຍກໍຈະທຳຄວາມສະອາດ. ຂ້ອຍອ່ອນນ້ອມຕໍ່ການຈັດແຈງຂອງເຮືອນຂອງພຣະເຈົ້າ”. ມີການບັງຄັບຢູ່ນີ້ບໍ? ມີການບັງຄັບທີ່ຂັດກັບຄວາມປະສົງຂອງໃຜບາງຄົນບໍ? (ບໍ່ມີ.) ສິ່ງນີ້ຖືກຈັດແຈງພາຍໃຕ້ຄວາມເຕັມໃຈ ແລະ ການອ່ອນນ້ອມຂອງພວກເຂົາ ໂດຍບໍ່ໄດ້ເຮັດໃຫ້ໃຜລຳບາກໃຈ ຫຼື ບັງຄັບໃຫ້ໃຜປະຕິບັດບາງສິ່ງ. ອາດຈະມີກໍລະນີທີ່ວ່າ ສຳລັບໜ້າທີ່ໃດໜຶ່ງທີ່ບໍ່ສາມາດຊອກຫາໃຜໄດ້ຊົ່ວຄາວ ແລະ ເຈົ້າຖືກຈັດແຈງໃຫ້ເຮັດແທນຊົ່ວຄາວ; ໂດຍສ່ວນຕົວແລ້ວ ເຈົ້າອາດຈະບໍ່ເຕັມໃຈ, ແຕ່ນີ້ຄືຄວາມຈຳເປັນສຳລັບວຽກງານ, ມັນເປັນກໍລະນີພິເສດ. ເຈົ້າເປັນສະມາຊິກໃນເຮືອນຂອງພຣະເຈົ້າ, ເຈົ້າກິນອາຫານຈາກເຮືອນຂອງພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງເຈົ້າຢູ່ທີ່ນັ້ນ, ໃນເມື່ອເຈົ້າຍອມຮັບວ່າຕົນເອງເປັນຄົນທີ່ເຊື່ອ ແລະ ຕິດຕາມພຣະເຈົ້າ, ເຈົ້າບໍ່ສາມາດກະບົດຕໍ່ເນື້ອໜັງຂອງເຈົ້າໃນເລື່ອງເລັກນ້ອຍນີ້ໄດ້ບໍ? ສິ່ງນີ້ບໍ່ໄດ້ຖືວ່າເປັນການອ່ອນນ້ອມ ຫຼື ຄວາມຍາກລຳບາກດ້ວຍຊໍ້າ; ມັນເປັນພຽງຊົ່ວຄາວເທົ່ານັ້ນ, ມັນບໍ່ໄດ້ຂໍໃຫ້ເຈົ້າປະຕິບັດໜ້າທີ່ນີ້ໃນໄລຍະຍາວ. ບາງຄົນຈົ່ມວ່າວຽກງານທີ່ພວກເຂົາຖືກຂໍໃຫ້ເຮັດນັ້ນເປິເປື້ອນ ແລະ ອິດເມື່ອຍ ແລະ ພວກເຂົາກໍບໍ່ເຕັມໃຈທີ່ຈະເຮັດວຽກງານນັ້ນ. ຖ້າພວກເຂົາຍົກເລື່ອງນີ້ຂຶ້ນມາ, ພວກເຂົາກໍຄວນຖືກປ່ຽນໜ້າທີ່ໂດຍທັນທີ. ເຖິງຢ່າງໃດກໍຕາມ, ຖ້າພວກເຂົາພຽງແຕ່ສະແດງອອກທາງຄຳເວົ້າເທົ່ານັ້ນ ແຕ່ຄວາມຈິງແລ້ວເຕັມໃຈທີ່ຈະອ່ອນນ້ອມ ແລະ ເຕັມໃຈທີ່ຈະທົນທຸກ, ແລ້ວພວກເຂົາກໍຄວນປະຕິບັດໜ້າທີ່ຂອງພວກເຂົາຕໍ່ໄປ. ວິທີການນີ້ເໝາະສົມບໍ? (ເໝາະສົມ.) ຫຼັກການນີ້ຖືກຕ້ອງບໍ? (ຖືກຕ້ອງ.) ເຮືອນຂອງພຣະເຈົ້າບໍ່ບັງຄັບຜູ້ຄົນໃຫ້ຂັດກັບຄວາມປະສົງຂອງພວກເຂົາຢ່າງເດັດຂາດ. ຍັງມີອີກສະຖານະການໜຶ່ງທີ່ບາງຄົນ, ບໍ່ວ່າພວກເຂົາຈະປະຕິບັດໜ້າທີ່ຫຍັງກໍຕາມ, ພວກເຂົາກໍຂີ້ຄ້ານ, ບໍ່ມີຄວາມຮັບຜິດຊອບ ແລະ ຂາດຄວາມຈົງຮັກພັກດີ. ບາງຄັ້ງ ພວກເຂົາເຖິງກັບເຮັດສິ່ງທີ່ບໍ່ດີຢ່າງລັບໆ. ເມື່ອພວກເຂົາປະຕິບັດໜ້າທີ່ຂອງພວກເຂົາໄດ້ບໍ່ດີ, ພວກເຂົາກໍແກ້ຕົວ, ໂດຍອ້າງວ່າໜ້າທີ່ນັ້ນບໍ່ເໝາະສົມກັບພວກເຂົາ, ບໍ່ແມ່ນສິ່ງທີ່ພວກເຂົາຖະໜັດ ຫຼື ພວກເຂົາບໍ່ເຂົ້າໃຈຂົງເຂດທີ່ກ່ຽວຂ້ອງ. ແຕ່ໃນຄວາມເປັນຈິງແລ້ວ, ທຸກຄົນເຫັນຢ່າງຊັດເຈນວ່າ ຄວາມລົ້ມເຫຼວໃນການປະຕິບັດໃຫ້ດີຂອງພວກເຂົາບໍ່ແມ່ນຍ້ອນເຫດຜົນເຫຼົ່ານີ້. ຄວນຈັດການກັບຄົນແບບນີ້ແນວໃດ? ຖ້າພວກເຂົາຂໍໄປປະຕິບັດໜ້າທີ່ຢູ່ບ່ອນອື່ນ, ຄວນເຫັນດີໃຫ້ໄປບໍ? (ບໍ່.) ແລ້ວຄວນເຮັດແນວໃດ? ຄົນແບບນີ້ບໍ່ເໝາະສົມສຳລັບການປະຕິບັດໜ້າທີ່; ພວກເຂົາເຮັດມັນຢ່າງຝືນໃຈ ແລະ ປາສະຈາກທັດສະນະຄະຕິທີ່ເໝາະສົມ, ສະນັ້ນ ຄວນໃຫ້ພວກເຂົາອອກໄປ. ຍັງມີຄົນອີກປະເພດໜຶ່ງທີ່ກາຍເປັນຄົນຫຼາຍເລື່ອງ ແລະ ຕໍ່ຕ້ານທັນທີທີ່ພວກເຂົາຖືກບອກໃຫ້ປະຕິບັດໜ້າທີ່. ພວກເຂົາບໍ່ເຕັມໃຈ ແລະ ຝືນໃຈຢ່າງຍິ່ງ, ພະຍາຍາມອົດກັ້ນຄວາມບໍ່ພໍໃຈຂອງພວກເຂົາໄວ້ຢ່າງຍາກລຳບາກ, ໂດຍຄິດວ່າ “ຂ້ອຍພຽງແຕ່ຈະຢູ່ຊື່ໆຢູ່ບ່ອນນີ້ ແລະ ໃຊ້ຊີວິດໄປວັນໆຈັກສອງສາມປີ, ໃຜຈະຮູ້ວ່າຫຼັງຈາກນັ້ນຂ້ອຍຈະໄປຈົບລົງຢູ່ໃສ!” ຄົນທີ່ມີເຈດຕະນາແບບນີ້ບໍ່ຄວນໄດ້ຮັບອະນຸຍາດໃຫ້ປະຕິບັດໜ້າທີ່ ແລະ ເຖິງແມ່ນວ່າພວກເຂົາຕ້ອງການປະຕິບັດໜ້າທີ່ອື່ນ, ມັນກໍບໍ່ໄດ້ຮັບອະນຸຍາດ. ກໍລະນີແບບນີ້ຕ້ອງຖືກຈັດການດ້ວຍການບັງຄັບ. ເປັນຫຍັງຈຶ່ງເປັນແນວນີ້? ເພາະວ່າແກ່ນແທ້ຂອງພວກເຂົາຖືກເບິ່ງອອກແລ້ວ, ຜູ້ທີ່ເຂົ້າໃຈພວກເຂົາເວົ້າວ່າພວກເຂົາເປັນຜູ້ບໍ່ເຊື່ອ; ຄົນອ້ອມຂ້າງພວກເຂົາກໍເວົ້າວ່າພວກເຂົາບໍ່ເໝາະສົມກັບການປະຕິບັດໜ້າທີ່. ຄົນແບບນີ້ແມ່ນຜູ້ບໍ່ມີຄວາມເຊື່ອ ແລະ ພວກເຂົາຕ້ອງຖືກຊຳລະລ້າງອອກໄປ. ຖ້າບໍ່ດັ່ງນັ້ນ, ພວກເຂົາກໍມີແຕ່ກໍ່ໃຫ້ເກີດການລົບກວນ, ເຮັດການກະທຳທີ່ຊົ່ວຮ້າຍ ແລະ ທຳຮ້າຍປະຊາກອນທີ່ພຣະເຈົ້າເລືອກພາຍໃນຄຣິສຕະຈັກ, ເຊິ່ງເປັນສິ່ງທີ່ຍອມຮັບບໍ່ໄດ້ຢ່າງເດັດຂາດ. ກໍລະນີດັ່ງກ່າວຄວນຖືກຈັດການຕາມຫຼັກການກ່ຽວກັບວິທີປະຕິບັດຕໍ່ຜູ້ທີ່ປະຕິບັດໜ້າທີ່ໃນຄຣິສຕະຈັກ; ຄວາມບໍ່ເຕັມໃຈຂອງພວກເຂົາບໍ່ແມ່ນປັດໄຈທີ່ຈະຕ້ອງຄຳນຶງເຖິງ. ນີ້ແມ່ນການບັງຄັບບໍ? ນີ້ບໍ່ແມ່ນການບັງຄັບ; ນີ້ຄືການເຮັດຕາມຫຼັກການ, ປົກປ້ອງຜົນປະໂຫຍດ ແລະ ວຽກງານຂອງເຮືອນຂອງພຣະເຈົ້າ. ມັນກ່ຽວກັບການຊຳລະລ້າງຜູ້ບໍ່ເຊື່ອ ແລະ ຜູ້ທີ່ພຽງແຕ່ຢູ່ທີ່ນັ້ນເພື່ອເກາະກິນໃນເຮືອນຂອງພຣະເຈົ້າອອກໄປ. ຖ້າເຈົ້າຕ້ອງການເກາະກິນ, ກໍໃຫ້ໄປເຮັດຢູ່ບ່ອນອື່ນ, ບໍ່ແມ່ນຢູ່ບ່ອນນີ້. ເຮືອນຂອງພຣະເຈົ້າບໍ່ແມ່ນບ້ານພັກຄົນຊະລາ; ມັນບໍ່ໄດ້ຮອງຮັບຄົນຂີ້ຄ້ານ. ເຂົ້າໃຈບໍ?
ມີຜູ້ຕໍ່ຕ້ານພຣະຄຣິສບາງຄົນທີ່ເຊື່ອງຕົວເອງໄດ້ຢ່າງແນບນຽນຫຼາຍ, ພຽງແຕ່ຍິ້ມໂດຍບໍ່ເວົ້າຫຍັງເມື່ອພວກເຂົາເຫັນບາງສິ່ງ, ຮັກສາຄວາມງຽບໃນຫຼາຍໆເລື່ອງ, ທຳທ່າວ່າເລິກເຊິ່ງ ແລະ ບໍ່ສະແດງຈຸດຢືນໃດໆ. ເມື່ອເຈົ້າພົວພັນກັບພວກເຂົາໃນຕອນທຳອິດ, ມັນບໍ່ແມ່ນເລື່ອງງ່າຍທີ່ຈະເບິ່ງພວກເຂົາອອກ; ເຈົ້າອາດຈະເຖິງກັບຄິດວ່າພວກເຂົາເປັນຄົນທີ່ມີແກ່ນສານ ແລະ ໂດດເດັ່ນດ້ວຍຊ້ຳ. ເຈົ້າຈະແຍກແຍະຜູ້ຕໍ່ຕ້ານພຣະຄຣິສແບບນັ້ນໄດ້ແນວໃດ? ເຈົ້າຕ້ອງເອົາໃຈໃສ່ຢ່າງໃກ້ຊິດ ແລະ ສັງເກດເບິ່ງວ່າພວກເຂົາມັກຫຍັງແທ້ໆ, ພວກເຂົາເນັ້ນໃສ່ຫຍັງ, ພວກເຂົາສົນໃຈຫຍັງ ແລະ ພວກເຂົາພົວພັນກັບໃຜ. ໂດຍການສັງເກດດ້ານຕ່າງໆເຫຼົ່ານີ້, ເຈົ້າກໍຈະສາມາດເຂົ້າໃຈພວກເຂົາໄດ້. ນອກຈາກນີ້, ຍັງມີສິ່ງໜຶ່ງທີ່ພວກເຈົ້າທຸກຄົນຈຳເປັນຕ້ອງຮັບຮູ້ຄື: ບໍ່ວ່າຜູ້ນຳ ຫຼື ຜູ້ເຮັດວຽກຈະຢູ່ລະດັບໃດກໍຕາມ, ຖ້າພວກເຈົ້າເຄົາລົບບູຊາພວກເຂົາຍ້ອນພວກເຂົາເຂົ້າໃຈຄວາມຈິງພຽງເລັກໜ້ອຍ ແລະ ມີພອນສະຫວັນສອງສາມຢ່າງ ແລະ ເຊື່ອວ່າພວກເຂົາມີຄວາມເປັນຈິງຄວາມຈິງ ແລະ ສາມາດຊ່ວຍເຫຼືອເຈົ້າໄດ້ ແລະ ຖ້າເຈົ້າເຄົາລົບ ແລະ ເພິ່ງພາພວກເຂົາໃນທຸກສິ່ງ ແລະ ຜ່ານສິ່ງນີ້ ເຈົ້າພະຍາຍາມທີ່ຈະບັນລຸຄວາມລອດພົ້ນ, ແລ້ວນັ້ນກໍຄືຄວາມໂງ່ຈ້າ ແລະ ຄວາມເບົາປັນຍາຂອງເຈົ້າ. ໃນທີ່ສຸດແລ້ວ, ມັນກໍຈະສູນເປົ່າ ເພາະວ່າແຫຼ່ງທີ່ມາຂອງຈຸດເລີ່ມຕົ້ນຂອງເຈົ້ານັ້ນກໍຜິດແລ້ວ. ບໍ່ວ່າຄົນໃດຄົນໜຶ່ງຈະເຂົ້າໃຈຄວາມຈິງຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ສາມາດແທນທີ່ພຣະຄຣິສໄດ້ ແລະ ບໍ່ວ່າຄົນໃດຄົນໜຶ່ງຈະມີພອນສະຫວັນຫຼາຍສໍ່າໃດກໍຕາມ, ສິ່ງນີ້ກໍບໍ່ໄດ້ໝາຍຄວາມວ່າພວກເຂົາມີຄວາມຈິງ, ສະນັ້ນ ໃຜກໍຕາມທີ່ເຄົາລົບບູຊາ, ເຄົາລົບ ແລະ ຕິດຕາມຄົນອື່ນ ໃນທີ່ສຸດແລ້ວພວກເຂົາທຸກຄົນກໍຈະຖືກກຳຈັດ ແລະ ຖືກກ່າວໂທດ. ຜູ້ທີ່ເຊື່ອໃນພຣະເຈົ້າສາມາດເຄົາລົບ ແລະ ຕິດຕາມພຣະເຈົ້າໄດ້ເທົ່ານັ້ນ. ບໍ່ວ່າຜູ້ນຳ ແລະ ຜູ້ເຮັດວຽກຈະຢູ່ຕຳແໜ່ງໃດກໍຕາມ, ພວກເຂົາກໍຍັງເປັນພຽງຄົນທຳມະດາ. ຖ້າເຈົ້າເບິ່ງພວກເຂົາວ່າເປັນຜູ້ບັງຄັບບັນຊາໂດຍກົງຂອງເຈົ້າ, ຖ້າເຈົ້າຮູ້ສຶກວ່າພວກເຂົາເໜືອກວ່າເຈົ້າ, ພວກເຂົາມີຄວາມສາມາດຫຼາຍກວ່າເຈົ້າ ແລະ ພວກເຂົາຄວນນຳພາເຈົ້າ, ພວກເຂົາເໜືອກວ່າຄົນອື່ນໃນທຸກໆດ້ານ, ແລ້ວເຈົ້າກໍຄິດຜິດແລ້ວ, ນັ້ນຄືຄວາມຫຼົງຜິດ. ແລ້ວຄວາມຫຼົງຜິດນີ້ຈະນຳຜົນສະທ້ອນອັນໃດມາສູ່ເຈົ້າ? ມັນຈະນຳພາເຈົ້າໄປປະເມີນຜູ້ນຳຂອງເຈົ້າດ້ວຍຂໍ້ກຳນົດທີ່ບໍ່ສອດຄ່ອງກັບຄວາມເປັນຈິງ ແລະ ບໍ່ສາມາດປະຕິບັດຕໍ່ບັນຫາ ແລະ ຂໍ້ບົກພ່ອງທີ່ພວກເຂົາມີໄດ້ຢ່າງຖືກຕ້ອງໂດຍບໍ່ຮູ້ຕົວ; ໃນເວລາດຽວກັນ, ເຈົ້າກໍຈະຖືກດຶງດູດຢ່າງເລິກເຊິ່ງຕໍ່ໄຫວພິບ, ພອນສະຫວັນ ແລະ ຄວາມສາມາດພິເສດຂອງພວກເຂົາໂດຍທີ່ເຈົ້າບໍ່ຮູ້ຕົວອີກດ້ວຍ, ກວ່າເຈົ້າຈະຮູ້ຕົວ, ເຈົ້າກໍກຳລັງເຄົາລົບບູຊາພວກເຂົາແລ້ວ ແລະ ພວກເຂົາກໍເປັນພຣະເຈົ້າຂອງເຈົ້າ. ຕັ້ງແຕ່ຕອນທີ່ພວກເຂົາເລີ່ມກາຍເປັນແບບຢ່າງຂອງເຈົ້າ, ເປັນສິ່ງທີ່ເຈົ້າເຄົາລົບບູຊາ, ຈົນເຖິງຕອນທີ່ເຈົ້າກາຍເປັນໜຶ່ງໃນຜູ້ຕິດຕາມຂອງພວກເຂົາ, ເສັ້ນທາງນັ້ນແມ່ນເສັ້ນທາງທີ່ຈະນຳພາເຈົ້າອອກຫ່າງຈາກພຣະເຈົ້າໂດຍບໍ່ຮູ້ຕົວ. ແລ້ວເຖິງແມ່ນວ່າເຈົ້າຈະຄ່ອຍໆອອກຫ່າງຈາກພຣະເຈົ້າ, ເຈົ້າກໍຍັງຈະເຊື່ອວ່າເຈົ້າກຳລັງຕິດຕາມພຣະເຈົ້າ, ເຈົ້າຢູ່ໃນເຮືອນຂອງພຣະອົງ, ເຈົ້າຢູ່ຕໍ່ໜ້າພຣະອົງ, ແຕ່ໃນຄວາມເປັນຈິງແລ້ວ ເຈົ້າໄດ້ຖືກຄົນຮັບໃຊ້ຂອງຊາຕານ, ຜູ້ຕໍ່ຕ້ານພຣະຄຣິສຈັບເປັນຊະເລີຍແລ້ວ. ເຈົ້າຈະບໍ່ຮູ້ສຶກເຖິງມັນດ້ວຍຊໍ້າ. ນີ້ຄືສະພາວະທີ່ເປັນອັນຕະລາຍຫຼາຍ. ການແກ້ໄຂບັນຫານີ້, ໃນດ້ານໜຶ່ງແມ່ນຮຽກຮ້ອງໃຫ້ມີຄວາມສາມາດໃນການແຍກແຍະແກ່ນແທ້ທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ຄວາມສາມາດໃນການເບິ່ງທະລຸເຖິງໃບໜ້າທີ່ໜ້າກຽດຊັງຂອງຄວາມກຽດຊັງຄວາມຈິງ ແລະ ການຕໍ່ຕ້ານພຣະເຈົ້າຂອງຜູ້ຕໍ່ຕ້ານພຣະຄຣິສ; ເຊັ່ນດຽວກັນ, ມັນກໍຮຽກຮ້ອງໃຫ້ມີຄວາມຄຸ້ນເຄີຍກັບເຕັກນິກທີ່ຜູ້ຕໍ່ຕ້ານພຣະຄຣິສມັກໃຊ້ໃນການເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ຕິດກັບດັກຜູ້ຄົນ ພ້ອມທັງວິທີການທີ່ພວກເຂົາເຮັດສິ່ງຕ່າງໆ. ອີກດ້ານໜຶ່ງກໍຄື ພວກເຈົ້າຕ້ອງໄລ່ຕາມຄວາມຮູ້ກ່ຽວກັບອຸປະນິໄສ ແລະ ແກ່ນແທ້ຂອງພຣະເຈົ້າ. ມັນຕ້ອງຊັດເຈນສຳລັບເຈົ້າວ່າ ມີພຽງແຕ່ພຣະຄຣິສເທົ່ານັ້ນທີ່ເປັນຄວາມຈິງ, ເປັນເສັ້ນທາງ ແລະ ຊີວິດ, ການເຄົາລົບບູຊາບຸກຄົນໃດໜຶ່ງຈະນຳເອົາມະຫາໄພ ແລະ ຄວາມໂຊກຮ້າຍມາສູ່ເຈົ້າ. ເຈົ້າຕ້ອງເຊື່ອໝັ້ນວ່າ ມີພຽງແຕ່ພຣະຄຣິສເທົ່ານັ້ນທີ່ສາມາດຊ່ວຍຜູ້ຄົນໃຫ້ລອດພົ້ນໄດ້ ແລະ ເຈົ້າຕ້ອງຕິດຕາມ ແລະ ອ່ອນນ້ອມຕໍ່ພຣະຄຣິສດ້ວຍຄວາມເຊື່ອທີ່ເດັດດ່ຽວ. ເສັ້ນທາງນີ້ເທົ່ານັ້ນທີ່ເປັນເສັ້ນທາງທີ່ຖືກຕ້ອງຂອງຊີວິດມະນຸດ. ບາງຄົນອາດຈະເວົ້າວ່າ: “ເອີ, ຂ້ອຍມີເຫດຜົນຂອງຂ້ອຍໃນການເຄົາລົບບູຊາຜູ້ນຳ, ໃນໃຈຂອງຂ້ອຍ, ໂດຍທຳມະຊາດແລ້ວ ຂ້ອຍເຄົາລົບບູຊາໃຜກໍຕາມທີ່ມີຄວາມສາມາດພິເສດ. ຂ້ອຍເຄົາລົບບູຊາຜູ້ນຳຄົນໃດກໍຕາມທີ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງຂ້ອຍ”. ເປັນຫຍັງເຈົ້າຈຶ່ງຍັງຢືນຢັດທີ່ຈະເຄົາລົບບູຊາມະນຸດ ທັງໆທີ່ເຈົ້າເຊື່ອໃນພຣະເຈົ້າ? ໃນທີ່ສຸດແລ້ວ, ແມ່ນໃຜກັນແທ້ທີ່ຈະຊ່ວຍໃຫ້ເຈົ້າລອດພົ້ນ? ແມ່ນໃຜກັນແທ້ທີ່ຮັກເຈົ້າ ແລະ ປົກປ້ອງເຈົ້າຢ່າງແທ້ຈິງ, ເຈົ້າເບິ່ງບໍ່ເຫັນແທ້ໆບໍ? ຖ້າເຈົ້າເຊື່ອໃນພຣະເຈົ້າ ແລະ ຕິດຕາມພຣະເຈົ້າ, ເຈົ້າກໍຄວນໃສ່ໃຈພຣະທຳຂອງພຣະອົງ ແລະ ຖ້າຄົນໃດຄົນໜຶ່ງເວົ້າ ແລະ ກະທຳການໄດ້ຢ່າງຖືກຕ້ອງ ແລະ ມັນສອດຄ່ອງກັບຫຼັກການຄວາມຈິງ, ກໍພຽງແຕ່ອ່ອນນ້ອມຕໍ່ຄວາມຈິງ, ມັນບໍ່ໄດ້ງ່າຍດາຍແບບນັ້ນບໍ? ເປັນຫຍັງເຈົ້າຈຶ່ງຕ່ຳຊ້າຂະໜາດນັ້ນ? ເປັນຫຍັງເຈົ້າຈຶ່ງຢືນຢັດທີ່ຈະຊອກຫາຄົນທີ່ເຈົ້າເຄົາລົບບູຊາເພື່ອຕິດຕາມ? ເປັນຫຍັງເຈົ້າຈຶ່ງມັກເປັນທາດຂອງຊາຕານ? ເປັນຫຍັງຈຶ່ງບໍ່ເປັນຜູ້ຮັບໃຊ້ຂອງຄວາມຈິງແທນ? ໃນເລື່ອງນີ້, ມັນສະແດງໃຫ້ເຫັນວ່າຄົນໆໜຶ່ງມີເຫດຜົນ ແລະ ກຽດສັກສີ ຫຼື ບໍ່. ເຈົ້າຄວນເລີ່ມຕົ້ນທີ່ຕົວເຈົ້າເອງ: ຈົ່ງປະກອບຕົນເອງດ້ວຍຄວາມຈິງທຸກປະເພດ, ສາມາດລະບຸວິທີການຕ່າງໆທີ່ເລື່ອງລາວ ແລະ ຜູ້ຄົນທີ່ແຕກຕ່າງກັນສະແດງອອກ, ຮູ້ວ່າທຳມະຊາດພຶດຕິກຳຂອງຜູ້ຄົນຕ່າງໆແມ່ນຫຍັງ ແລະ ພວກເຂົາເປີດເຜີຍອຸປະນິໄສຫຍັງແດ່, ຮຽນຮູ້ທີ່ຈະຈຳແນກແກ່ນແທ້ຂອງຄົນປະເພດຕ່າງໆ, ໃຫ້ຊັດເຈນວ່າຄົນປະເພດໃດທີ່ຢູ່ອ້ອມຕົວເຈົ້າ, ເຈົ້າເປັນຄົນປະເພດໃດ ແລະ ຜູ້ນຳຂອງເຈົ້າເປັນຄົນປະເພດໃດ. ເມື່ອເຈົ້າເບິ່ງເຫັນສິ່ງທັງໝົດນີ້ໄດ້ຢ່າງຊັດເຈນແລ້ວ, ເຈົ້າກໍຈະສາມາດປະຕິບັດຕໍ່ຜູ້ຄົນດ້ວຍວິທີທີ່ຖືກຕ້ອງ, ຕາມຫຼັກການຄວາມຈິງ: ຖ້າພວກເຂົາເປັນອ້າຍເອື້ອຍນ້ອງ, ເຈົ້າກໍຈະປະຕິບັດຕໍ່ພວກເຂົາດ້ວຍຄວາມຮັກ; ຖ້າພວກເຂົາບໍ່ແມ່ນອ້າຍເອື້ອຍນ້ອງ ແຕ່ເປັນຄົນຊົ່ວຮ້າຍ, ຜູ້ຕໍ່ຕ້ານພຣະຄຣິສ ຫຼື ຜູ້ບໍ່ເຊື່ອ, ເຈົ້າກໍຈະຮັກສາໄລຍະຫ່າງຂອງເຈົ້າ ແລະ ປະຖິ້ມພວກເຂົາ. ແລ້ວຖ້າພວກເຂົາເປັນຄົນທີ່ມີຄວາມເປັນຈິງຄວາມຈິງ, ເຖິງແມ່ນວ່າເຈົ້າອາດຈະຊື່ນຊົມພວກເຂົາ, ເຈົ້າກໍຈະບໍ່ເຄົາລົບບູຊາພວກເຂົາ. ບໍ່ມີໃຜສາມາດແທນທີ່ພຣະຄຣິສໄດ້; ມີພຽງແຕ່ພຣະຄຣິສເທົ່ານັ້ນທີ່ເປັນພຣະເຈົ້າຜູ້ຊົງສໍາພັນກັບຊີວິດຈິງ. ມີພຽງແຕ່ພຣະຄຣິສເທົ່ານັ້ນທີ່ສາມາດຊ່ວຍຜູ້ຄົນໃຫ້ລອດພົ້ນໄດ້ ແລະ ມີພຽງແຕ່ການຕິດຕາມພຣະຄຣິສເທົ່ານັ້ນ ເຈົ້າຈຶ່ງຈະສາມາດໄດ້ຮັບຄວາມຈິງ ແລະ ຊີວິດໄດ້. ຖ້າເຈົ້າສາມາດເບິ່ງເຫັນສິ່ງເຫຼົ່ານີ້ໄດ້ຢ່າງຊັດເຈນ, ແລ້ວເຈົ້າກໍມີວຸດທິພາວະ ແລະ ຈະບໍ່ຖືກຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ຫຼົງຜິດໄດ້ງ່າຍໆ ແລະ ເຈົ້າກໍບໍ່ຈຳເປັນຕ້ອງຢ້ານການຖືກຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ຫຼົງຜິດ.
ບາງຄົນກາຍເປັນຄົນທີ່ກັງວົນເມື່ອພວກເຂົາເຫັນຜູ້ຕໍ່ຕ້ານພຣະຄຣິສບາງຄົນຖືກເປີດເຜີຍ ແລະ ຖືກກຳຈັດ, ໂດຍເວົ້າວ່າ: “ເຖິງແມ່ນວ່າຜູ້ຕໍ່ຕ້ານພຣະຄຣິສເບິ່ງຄືວ່າບໍ່ແມ່ນຄົນຊົ່ວຮ້າຍຈາກພາຍນອກ, ແຕ່ເປັນຫຍັງເມື່ອແຍກແຍະສິ່ງທີ່ພວກເຂົາເຮັດ, ພວກເຂົາຈຶ່ງກາຍເປັນຄົນທີ່ຊົ່ວຮ້າຍຫຼາຍ? ເບິ່ງຄືວ່າຜູ້ຕໍ່ຕ້ານພຣະຄຣິສເປັນຄົນຄົດໂກງຫຼາຍແທ້ໆ. ແຕ່ຂ້ອຍມີຂີດຄວາມສາມາດຕໍ່າ ແລະ ຖ້າຂ້ອຍພົບກັບຜູ້ຕໍ່ຕ້ານພຣະຄຣິສແບບນັ້ນອີກ, ຂ້ອຍຢ້ານວ່າຂ້ອຍຈະບໍ່ສາມາດແຍກແຍະພວກເຂົາໄດ້. ຂ້ອຍຄວນລະວັງຜູ້ຕໍ່ຕ້ານພຣະຄຣິສແນວໃດ?” ເຖິງແມ່ນວ່າເຈົ້າຈະມີຂີດຄວາມສາມາດຕໍ່າ, ເຈົ້າກໍບໍ່ຈຳເປັນຕ້ອງກັງວົນກ່ຽວກັບການຖືກເຮັດໃຫ້ຫຼົງຜິດຢູ່ສະເໝີ ຫຼື ຄິດຢູ່ສະເໝີວ່າຈະລະວັງພວກເຂົາແນວໃດ. ເຈົ້າພຽງແຕ່ຕ້ອງເນັ້ນໃສ່ການເຂົ້າໃຈຄວາມຈິງ, ອ່ານພຣະທຳຂອງພຣະເຈົ້າໃຫ້ຫຼາຍຂຶ້ນ ແລະ ເມື່ອເຈົ້າມີເວລາ ກໍໃຫ້ໄຕ່ຕອງຢ່າງຈິງຈັງກ່ຽວກັບການກະທຳທີ່ຊົ່ວຮ້າຍທີ່ຜູ້ຕໍ່ຕ້ານພຣະຄຣິສໄດ້ເຮັດ, ໂດຍຖາມຕົວເອງວ່າ “ຄວາມຊົ່ວຮ້າຍຂອງພວກເຂົາຢູ່ໃສ? ແຫຼ່ງທີ່ມາຂອງການເຮັດຄວາມຊົ່ວຮ້າຍແບບນັ້ນແມ່ນຫຍັງ? ຄົນທຳມະດາສາມາດເຮັດຄວາມຊົ່ວຮ້າຍແບບນັ້ນໄດ້ບໍ? ຜູ້ທີ່ເຂົ້າໃຈຄວາມຈິງແຍກແຍະພວກເຂົາແນວໃດ? ເຮົາແຍກແຍະພວກເຂົາແນວໃດ?” ເມື່ອເຈົ້າເບິ່ງເຫັນແກ່ນແທ້ຂອງຜູ້ຄົນຢ່າງຊັດເຈນຜ່ານພຣະທຳຂອງພຣະເຈົ້າ, ເຈົ້າກໍຈະເຂົ້າໃຈທຸກຢ່າງ. ໃນຂະນະທີ່ເຈົ້າໄຕ່ຕອງກ່ຽວກັບສິ່ງເຫຼົ່ານີ້ຢູ່ສະເໝີ, ເຈົ້າກໍຈະຮຽນຮູ້ທີ່ຈະແຍກແຍະໂດຍບໍ່ຮູ້ຕົວ ແລະ ໂດຍທຳມະຊາດແລ້ວ ເຈົ້າກໍຈະສາມາດແຍກແຍະໄດ້ເມື່ອປະເຊີນໜ້າກັບຜູ້ຕໍ່ຕ້ານພຣະຄຣິສທີ່ພະຍາຍາມເຮັດໃຫ້ຜູ້ຄົນຫຼົງຜິດອີກຄັ້ງ. ສິ່ງນີ້ຮຽກຮ້ອງໃຫ້ຜ່ານປະສົບການຢ່າງຫຼວງຫຼາຍ; ມັນບໍ່ແມ່ນສິ່ງທີ່ເຈົ້າສາມາດຮຽນຮູ້ໄດ້ພຽງແຕ່ຈາກການຟັງການເທດສະໜາໃຫ້ຫຼາຍຂຶ້ນ. ມັນຄືກັບການໄດ້ຮັບປະສົບການໃນສັງຄົມຫຼັງຈາກທີ່ຖືກເອົາປຽບຫຼາຍເກີນໄປ ຫຼື ເສຍປຽບຫຼາຍເກີນໄປ, ຄືກັບຄຳເວົ້າທີ່ວ່າ “ຜິດພາດໜຶ່ງຄັ້ງ ກໍໄດ້ບົດຮຽນໜຶ່ງຢ່າງ”. ມັນເປັນແນວຄິດດຽວກັນ. ໃນການເຊື່ອໃນພຣະເຈົ້າຂອງພວກເຮົາ, ສິ່ງສຳຄັນຄືການເຂົ້າໃຈຄວາມຈິງ. ຍິ່ງເຈົ້າເຂົ້າໃຈຄວາມຈິງຫຼາຍສໍ່າໃດ, ເຈົ້າກໍຍິ່ງຈະເບິ່ງທະລຸສິ່ງຕ່າງໆໄດ້ຫຼາຍສໍ່ານັ້ນ. ຖ້າເຈົ້າບໍ່ເຂົ້າໃຈຄວາມຈິງໃດໆເລີຍ, ເຖິງແມ່ນວ່າເຈົ້າຈະມີຄວາມຮູ້ ມັນກໍໄຮ້ປະໂຫຍດ. ດ້ວຍຄວາມຮູ້ພຽງຢ່າງດຽວ, ເຈົ້າບໍ່ສາມາດເບິ່ງທະລຸຫຍັງໄດ້ເລີຍ; ມຸມມອງຂອງເຈົ້າກໍຄືກັນກັບມຸມມອງຂອງຄົນທາງໂລກ ແລະ ບໍ່ວ່າເຈົ້າຈະອອກຄວາມຄິດເຫັນຫຍັງກໍຕາມ ມັນກໍຈະເປັນເລື່ອງໄຮ້ສາລະ ແລະ ຄວາມຄາດເຄື່ອນ. ຢ່າກັງວົນຖ້າເຈົ້າບໍ່ສາມາດເບິ່ງທະລຸບາງຄົນໄດ້ໃນຕອນນີ້. ເມື່ອເຈົ້າເຂົ້າໃຈຄວາມຈິງ, ເຈົ້າກໍຈະໄດ້ຮັບຄວາມສາມາດໃນການແຍກແຍະໂດຍທຳມະຊາດ. ສຳລັບຕອນນີ້, ພຽງແຕ່ເນັ້ນໃສ່ການປະຕິບັດໜ້າທີ່ຂອງຕົນເອງໃຫ້ດີ, ກິນ ແລະ ດື່ມພຣະທໍາຂອງພຣະເຈົ້າໃຫ້ຫຼາຍຂຶ້ນ ແລະ ໄຕ່ຕອງກ່ຽວກັບຄວາມຈິງໃຫ້ຫຼາຍຂຶ້ນ. ເມື່ອວັນທີ່ເຈົ້າເຂົ້າໃຈຄວາມຈິງມາເຖິງ, ເຈົ້າກໍຈະສາມາດແຍກແຍະຜູ້ຄົນໄດ້. ພຽງແຕ່ການສັງເກດເບິ່ງພຶດຕິກຳຂອງຄົນໃດຄົນໜຶ່ງ, ເຈົ້າກໍຈະຮູ້ຢູ່ໃນໃຈວ່າມີຫຍັງເກີດຂຶ້ນກັບພວກເຂົາ; ພຽງແຕ່ການຟັງຄົນໃດຄົນໜຶ່ງລາຍງານກ່ຽວກັບບັນຫາບາງຢ່າງ, ເຈົ້າກໍຈະສາມາດເບິ່ງທະລຸເຖິງແກ່ນແທ້ຂອງບັນຫານັ້ນໄດ້ ແລະ ພຽງແຕ່ການໄດ້ຍິນຄວາມຄິດ ແລະ ມຸມມອງຂອງຄົນໃດຄົນໜຶ່ງ, ເຈົ້າກໍຈະຮູ້ວຸດທິພາວະຂອງພວກເຂົາ. ໂດຍບໍ່ຕ້ອງໃຊ້ຄວາມພະຍາຍາມຫຼາຍ, ເຈົ້າກໍຈະສາມາດເຂົ້າໃຈທຸກສິ່ງທຸກຢ່າງກ່ຽວກັບເລື່ອງລາວ ຫຼື ບຸກຄົນໃດໜຶ່ງ, ນີ້ຄືຜົນໄດ້ຮັບຂອງການເຂົ້າໃຈຄວາມຈິງ. ເຖິງຢ່າງໃດກໍຕາມ, ຖ້າເຈົ້າບໍ່ໄລ່ຕາມຄວາມຈິງ, ແຕ່ພັດເພິ່ງພາຈິນຕະນາການຂອງເຈົ້າເພື່ອປະເມີນຜູ້ຄົນ, ເຄົາລົບບູຊາພວກເຂົາ, ເພິ່ງພາພວກເຂົາ ແລະ ປະຈົບປະແຈງພວກເຂົາຢ່າງຫຼັບຫູຫຼັບຕາ ແລະ ຖ້າເຈົ້າບໍ່ຕິດຕາມເສັ້ນທາງແຫ່ງການໄລ່ຕາມຄວາມຈິງ, ແລ້ວຜົນສຸດທ້າຍຈະເປັນແນວໃດ? ໃຜກໍສາມາດເຮັດໃຫ້ເຈົ້າຫຼົງຜິດໄດ້; ເຈົ້າຈະບໍ່ສາມາດເບິ່ງທະລຸໃຜໄດ້ເລີຍ, ແມ່ນແຕ່ຜູ້ຕໍ່ຕ້ານພຣະຄຣິສທີ່ເຫັນໄດ້ຢ່າງຊັດເຈນທີ່ສຸດກໍຕາມ. ພວກເຂົາຈະປັ່ນຫົວເຈົ້າຄືກັບຄົນໂງ່ ແລະ ເຈົ້າກໍຍັງຈະຊື່ນຊົມພວກເຂົາຍ້ອນຄວາມສາມາດຂອງພວກເຂົາ, ໂດຍວົນວຽນຢູ່ອ້ອມຂ້າງພວກເຂົາທຸກມື້. ຖ້າເປັນແນວນັ້ນ, ເຈົ້າກໍເປັນຄົນເບົາປັນຍາຢ່າງແທ້ຈິງ ແລະ ສາມາດເວົ້າໄດ້ຢ່າງຊັດເຈນວ່າ ເຈົ້າເຊື່ອໃນພຣະເຈົ້າທີ່ເລື່ອນລອຍ, ບໍ່ແມ່ນພຣະເຈົ້າຜູ້ຊົງສໍາພັນກັບຊີວິດຈິງ ແລະ ເຈົ້າກໍບໍ່ແມ່ນຄົນທີ່ໄລ່ຕາມຄວາມຈິງຢ່າງແນ່ນອນ.
ເຖິງແມ່ນວ່າຫຼັງຈາກທີ່ໄດ້ຟັງການເທດສະໜາຫຼາຍຄັ້ງກ່ຽວກັບການແຍກແຍະຜູ້ຕໍ່ຕ້ານພຣະຄຣິສ, ບາງຄົນກໍຍັງບໍ່ສາມາດແຍກແຍະຜູ້ຕໍ່ຕ້ານພຣະຄຣິສໄດ້. ພວກເຂົາພຽງແຕ່ເຂົ້າໃຈວິທີການແຍກແຍະບາງຢ່າງ ແຕ່ຂາດປະສົບການຈິງ. ເມື່ອພວກເຂົາປະເຊີນໜ້າກັບການກະທຳທີ່ຊົ່ວຮ້າຍຂອງຜູ້ຕໍ່ຕ້ານພຣະຄຣິສຢ່າງແທ້ຈິງ, ພວກເຂົາກໍລົ້ມເຫຼວທີ່ຈະແຍກແຍະຜູ້ຕໍ່ຕ້ານພຣະຄຣິສອີກຄັ້ງ. ເຖິງແມ່ນວ່າພວກເຂົາຈະບໍ່ສາມາດແຍກແຍະຜູ້ຕໍ່ຕ້ານພຣະຄຣິສໄດ້ຫຼັງຈາກທີ່ຟັງການເທດສະໜາ, ແຕ່ພວກເຂົາກໍປຽບທຽບຕົນເອງກັບສິ່ງທີ່ພວກເຂົາໄດ້ຍິນ ແລະ ເລີ່ມຮູ້ສຶກຫຼາຍຂຶ້ນວ່າພວກເຂົາເປັນຄືກັບຜູ້ຕໍ່ຕ້ານພຣະຄຣິສ. ໃນທີ່ສຸດ, ພວກເຂົາກໍເລີ່ມເຊື່ອວ່າຕົວພວກເຂົາເອງເປັນຜູ້ຕໍ່ຕ້ານພຣະຄຣິສ. ບໍ່ມີຫຍັງຜິດປົກກະຕິກ່ຽວກັບການແຍກແຍະປະເພດນີ້. ພວກເຂົາຮັບຮູ້ລາຍລະອຽດໃນການແຍກແຍະຜູ້ຕໍ່ຕ້ານພຣະຄຣິສຢ່າງຄົບຖ້ວນ, ແຕ່ພວກເຂົາພຽງແຕ່ຂາດຫຼັກການໃນການກຳນົດລັກສະນະ. ນີ້ບໍ່ແມ່ນບັນຫາໃຫຍ່; ມັນສະແດງໃຫ້ເຫັນວ່າການຟັງການເທດສະໜາຂອງພວກເຂົານັ້ນມີປະສິດທິຜົນ. ເຖິງແມ່ນວ່າພວກເຂົາຍັງບໍ່ທັນໄດ້ແຍກແຍະຜູ້ຕໍ່ຕ້ານພຣະຄຣິສທີ່ແທ້ຈິງ, ແຕ່ພວກເຂົາກໍໄດ້ແຍກແຍະຕົນເອງແລ້ວ, ເຊິ່ງກໍເປັນສິ່ງທີ່ດີເຊັ່ນກັນ. ກ່ອນອື່ນ ພວກເຂົາຊ່ວຍຕົນເອງໃຫ້ລອດພົ້ນ ແລະ ຫຼີກລ່ຽງການກາຍເປັນຜູ້ຕໍ່ຕ້ານພຣະຄຣິສ, ເຊິ່ງເປັນຜົນໄດ້ຮັບທີ່ເກີດດອກອອກຜົນຂອງການຟັງການເທດສະໜາເຫຼົ່ານີ້ທີ່ເປີດໂປງຜູ້ຕໍ່ຕ້ານພຣະຄຣິສ. ການທີ່ສາມາດແຍກແຍະຕົນເອງວ່າເປັນຜູ້ຕໍ່ຕ້ານພຣະຄຣິສໄດ້ນັ້ນບໍ່ແມ່ນເລື່ອງງ່າຍ; ການແຍກແຍະດັ່ງກ່າວກ່ຽວຂ້ອງກັບການສັງເກດຢ່າງລະອຽດ ແລະ ເຮົາເຊື່ອວ່າສິ່ງນີ້ຖືວ່າມີຄວາມສາມາດໃນການແຍກແຍະແລ້ວ. ການແຍກແຍະຕົນເອງໃນຕອນນີ້ເປັນສິ່ງທີ່ດີ; ມັນຍັງບໍ່ຊ້າເກີນໄປທີ່ຈະເຮັດເຊັ່ນນັ້ນ. ຖ້າເຈົ້າໄດ້ເຮັດຄວາມຊົ່ວ ຫຼື ກໍ່ໃຫ້ເກີດໄພພິບັດ ແລ້ວຈຶ່ງຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສ, ມັນກໍຄົງຈະຊ້າເກີນໄປແລ້ວ. ຖ້າເຈົ້າມີຄວາມສາມາດໃນການແຍກແຍະກ່ຽວກັບຕົນເອງໃນຕອນນີ້, ຢ່າງຫຼາຍທີ່ສຸດ ມັນກໍໝາຍຄວາມວ່າເຈົ້າສະແດງຄຸນລັກສະນະທີ່ຄ້າຍຄືກັບຜູ້ຕໍ່ຕ້ານພຣະຄຣິສ, ເຈົ້າກຳລັງຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ເຈົ້າໄດ້ເລືອກເສັ້ນທາງທີ່ຜິດ, ເຈົ້າສາມາດຖືກກຳນົດລັກສະນະດ້ວຍວິທີນີ້ເທົ່ານັ້ນ. ມັນຍັງມີເວລາທີ່ຈະປ່ຽນເສັ້ນທາງ, ແຕ່ມັນຈະເປັນອັນຕະລາຍຖ້າເຈົ້າເລືອກທີ່ຈະບໍ່ເຮັດ. ຫົວຂໍ້ກ່ຽວກັບການແຍກແຍະຜູ້ຕໍ່ຕ້ານພຣະຄຣິສໄດ້ຖືກໂອ້ລົມກັນມາຫຼາຍຄັ້ງແລ້ວ ແລະ ມາຮອດຕອນນີ້ ບາງຄົນກໍສາມາດແຍກແຍະໄດ້ແທ້ໆ. ພວກເຂົາສາມາດລະບຸອຸປະນິໄສແບບຜູ້ຕໍ່ຕ້ານພຣະຄຣິສຂອງພວກເຂົາເອງທີ່ພວກເຂົາເປີດເຜີຍອອກມາ, ເຊິ່ງເປັນຜົນໄດ້ຮັບ ແລະ ພິສູດວ່າພວກເຂົາໄດ້ຮັບຄວາມສາມາດໃນການແຍກແຍະແລ້ວ. ຖ້າພວກເຂົາສາມາດຈຳແນກເພີ່ມເຕີມລະຫວ່າງຜູ້ທີ່ມີແກ່ນແທ້ທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ຜູ້ທີ່ມີພຽງແຕ່ອຸປະນິໄສແບບຜູ້ຕໍ່ຕ້ານພຣະຄຣິສ, ແລ້ວພວກເຂົາກໍຈະຊຳນານໃນການແຍກແຍະຢ່າງສົມບູນ. ນີ້ຄືສິ່ງທີ່ສາມາດບັນລຸໄດ້ໃນໄວໆນີ້, ສະນັ້ນ ຈຶ່ງບໍ່ຈຳເປັນຕ້ອງກັງວົນ. ຖ້າຜູ້ຄົນສາມາດແຍກແຍະອຸປະນິໄສແບບຜູ້ຕໍ່ຕ້ານພຣະຄຣິສຂອງພວກເຂົາເອງ, ຮັບຮູ້ວ່າພວກເຂົາກຳລັງຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ ຫຼື ບໍ່ ແລະ ເຂົ້າໃຈວ່າແກ່ນແທ້ທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງ, ແລ້ວພວກເຂົາກໍໄດ້ຮຽນຮູ້ວິທີແຍກແຍະຜູ້ຕໍ່ຕ້ານພຣະຄຣິສແລ້ວ. ການທີ່ສາມາດແຍກແຍະຜູ້ຕໍ່ຕ້ານພຣະຄຣິສໄດ້ນັ້ນບໍ່ແມ່ນກ່ຽວກັບວ່າຄົນໆໜຶ່ງເຊື່ອໃນພຣະເຈົ້າມາຈັກປີແລ້ວ, ແຕ່ກ່ຽວກັບວ່າຄົນໆໜຶ່ງສາມາດພະຍາຍາມເພື່ອຄວາມຈິງ ແລະ ເຂົ້າໃຈມັນໄດ້ ຫຼື ບໍ່. ບາງຄົນເຊື່ອໃນພຣະເຈົ້າມາຫຼາຍປີແລ້ວ ແລະ ໄດ້ຟັງການເທດສະໜາຫຼາຍຄັ້ງກ່ຽວກັບການເປີດໂປງຜູ້ຕໍ່ຕ້ານພຣະຄຣິສ, ແຕ່ອຸປະນິໄສ ແລະ ການສະແດງອອກແບບຜູ້ຕໍ່ຕ້ານພຣະຄຣິສຂອງພວກເຂົາກໍບໍ່ໄດ້ປ່ຽນແປງເລີຍ. ບໍ່ວ່າເຮົາຈະໂອ້ລົມຄວາມຈິງແນວໃດກໍຕາມ, ພວກເຂົາກໍຍັງຄົງບໍ່ຮັບຮູ້. ພວກເຂົາອາດຈະເຫັນດີກັບເນື້ອໃນຂອງການໂອ້ລົມໃນຕອນນັ້ນ, ແຕ່ເມື່ອເວົ້າເຖິງການລົງມືເຮັດ ຫຼື ການປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາກໍກັບໄປເປັນຄືເກົ່າ. ສິ່ງນີ້ບໍ່ເປັນບັນຫາ ແລະ ເປັນອັນຕະລາຍສຳລັບຄົນແບບນັ້ນບໍ? ມັນເປັນອັນຕະລາຍຫຼາຍ! ບໍ່ວ່າເຮົາຈະໂອ້ລົມແນວໃດກໍຕາມ, ບໍ່ວ່າພວກເຂົາຈະຮູ້ສຶກຕຳໜິຕົນເອງ ຫຼື ເສຍໃຈຫຼາຍສໍ່າໃດໃນຕອນທີ່ຟັງເຮົາ, ຫຼັງຈາກນັ້ນພວກເຂົາກໍບໍ່ປ່ຽນແປງເລີຍ. ພວກເຂົາບໍ່ໄຕ່ຕອງວ່າເປັນຫຍັງພວກເຂົາຈຶ່ງມັກສົ່ງເສີມ ແລະ ບົ່ມເພາະຄົນທີ່ປະຈົບປະແຈງຢູ່ສະເໝີ, ທັງບໍ່ໄຕ່ຕອງວ່າເປັນຫຍັງພວກເຂົາຈຶ່ງປະຕິບັດຕໍ່ຄົນອື່ນໂດຍບໍ່ອີງໃສ່ຫຼັກການ, ແຕ່ອີງຕາມການເຮັດຕາມອຳເພີໃຈຂອງພວກເຂົາເອງ. ພວກເຂົາບໍ່ຮູ້ສຶກລັງກຽດຄົນທີ່ພວກເຂົາມັກ, ເຖິງແມ່ນວ່າຄົນເຫຼົ່ານັ້ນຈະຊົ່ວຮ້າຍ ຫຼື ບໍ່ດີກໍຕາມ ແລະ ຍັງສືບຕໍ່ສົ່ງເສີມ ແລະ ນຳໃຊ້ພວກເຂົາ. ຍິ່ງໄປກວ່ານັ້ນ ພວກເຂົາບໍ່ໄຕ່ຕອງວ່າເປັນຫຍັງພວກເຂົາຈຶ່ງບໍ່ໄລ່ຕາມຄວາມຈິງເລີຍ ແລະ ໄດ້ກ້າວເຂົ້າສູ່ເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ. ການທີ່ໄດ້ເຮັດຄວາມຊົ່ວຫຼາຍຂະໜາດນັ້ນໂດຍປາສະຈາກການໄຕ່ຕອງ ຫຼື ການປ່ຽນແປງທີ່ແທ້ຈິງນັ້ນເປັນສິ່ງທີ່ອັນຕະລາຍ. ໃນການເຕົ້າໂຮມເມື່ອບໍ່ດົນມານີ້, ການໂອ້ລົມແມ່ນກ່ຽວກັບການເປີດໂປງອຸປະນິໄສ ແລະ ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສນັ້ນມີຄວາມເຊື່ອງຊ້ອນ ແລະ ຊົ່ວຊ້າກວ່າອຸປະນິໄສທີ່ເສື່ອມຊາມທີ່ພົບເຫັນໄດ້ທົ່ວໄປ. ຜູ້ຕໍ່ຕ້ານພຣະຄຣິສເບື່ອໜ່າຍຄວາມຈິງ, ພວກເຂົາກຽດຊັງຄວາມຈິງ ແລະ ບໍ່ສາມາດຍອມຮັບຄວາມຈິງ ຫຼື ການພິພາກສາ ແລະ ການລົງທັນຂອງພຣະເຈົ້າໄດ້ຢ່າງເດັດຂາດ. ແລ້ວຜົນໄດ້ຮັບ ແລະ ຈຸດຈົບຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງ? ພວກເຂົາຈະຖືກກຳຈັດຢ່າງແນ່ນອນ. ພຣະເຈົ້າກຳນົດລັກສະນະຂອງຜູ້ຕໍ່ຕ້ານພຣະຄຣິສແນວໃດ? ໃນຖານະທີ່ເປັນຜູ້ທີ່ກຽດຊັງຄວາມຈິງ ແລະ ຕໍ່ຕ້ານພຣະເຈົ້າ, ພວກເຂົາຄືສັດຕູຂອງພຣະເຈົ້າ! ການຕໍ່ຕ້ານຄວາມຈິງ, ການກຽດຊັງພຣະເຈົ້າ ແລະ ການກຽດຊັງສິ່ງທີ່ເປັນບວກທັງໝົດ, ສິ່ງນີ້ບໍ່ແມ່ນຄວາມອ່ອນແອ ຫຼື ຄວາມໂງ່ຈ້າຊົ່ວຄາວທີ່ພົບເຫັນໃນຄົນທຳມະດາ, ທັງບໍ່ແມ່ນການເປີດເຜີຍຄວາມຄິດ ແລະ ມຸມມອງທີ່ບໍ່ຖືກຕ້ອງເຊິ່ງເກີດຈາກການຈັບໃຈຄວາມທີ່ບິດເບືອນຊົ່ວຄາວ; ນີ້ບໍ່ແມ່ນບັນຫາ. ບັນຫາກໍຄື ພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິສ, ເປັນສັດຕູຂອງພຣະເຈົ້າ, ກຽດຊັງສິ່ງທີ່ເປັນບວກທັງໝົດ ແລະ ຄວາມຈິງທັງໝົດ; ພວກເຂົາມີລັກສະນະທີ່ເປັນບຸກຄົນທີ່ກຽດຊັງ ແລະ ຕໍ່ຕ້ານພຣະເຈົ້າ. ພຣະເຈົ້າເບິ່ງຄົນທີ່ມີລັກສະນະແບບນັ້ນແນວໃດ? ພຣະເຈົ້າບໍ່ຊ່ວຍພວກເຂົາໃຫ້ລອດພົ້ນ! ຄົນເຫຼົ່ານີ້ລັງກຽດ ແລະ ກຽດຊັງຄວາມຈິງ, ພວກເຂົາມີແກ່ນແທ້ທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສ. ພວກເຈົ້າເຂົ້າໃຈສິ່ງນີ້ບໍ? ສິ່ງທີ່ຖືກເປີດໂປງຢູ່ນີ້ຄືຄວາມຊົ່ວຊ້າ, ຄວາມໂຫດຮ້າຍ ແລະ ຄວາມກຽດຊັງຕໍ່ຄວາມຈິງ. ມັນເປັນອຸປະນິໄສແບບຊາຕານທີ່ຮ້າຍແຮງທີ່ສຸດໃນບັນດາອຸປະນິໄສທີ່ເສື່ອມຊາມ, ໂດຍສະແດງໃຫ້ເຫັນເຖິງຄຸນລັກສະນະທີ່ໂດດເດັ່ນ ແລະ ເປັນແກ່ນສານທີ່ສຸດຂອງຊາຕານ, ບໍ່ແມ່ນອຸປະນິໄສທີ່ເສື່ອມຊາມທີ່ຖືກເປີດເຜີຍໂດຍມະນຸດຊາດທີ່ເສື່ອມຊາມທຳມະດາ. ຜູ້ຕໍ່ຕ້ານພຣະຄຣິສເປັນກອງກໍາລັງທີ່ເປັນປໍລະປັກຕໍ່ພຣະເຈົ້າ. ພວກເຂົາສາມາດລົບກວນ ແລະ ຄວບຄຸມຄຣິສຕະຈັກ ແລະ ພວກເຂົາມີຄວາມສາມາດທີ່ຈະຮື້ຖອນ ແລະ ຂັດຂວາງວຽກງານຄຸ້ມຄອງຂອງພຣະເຈົ້າ. ນີ້ບໍ່ແມ່ນສິ່ງທີ່ຄົນທຳມະດາທີ່ມີອຸປະນິໄສທີ່ເສື່ອມຊາມສາມາດເຮັດໄດ້; ມີພຽງແຕ່ຜູ້ຕໍ່ຕ້ານພຣະຄຣິສເທົ່ານັ້ນທີ່ສາມາດເຮັດການກະທຳດັ່ງກ່າວໄດ້. ຢ່າປະເມີນເລື່ອງນີ້ຕໍ່າເກີນໄປ.
ຄົນຊົ່ວຮ້າຍລ້ວນແຕ່ມີອຸປະນິໄສທີ່ຊົ່ວຊ້າ. ຄວາມຊົ່ວຊ້າບາງຢ່າງຖືກສະແດງອອກຜ່ານອຸປະນິໄສທີ່ໂຫດຮ້າຍເຊັ່ນ: ການຂົ່ມເຫັງຄົນບໍ່ມີເລ່ຫຼ່ຽມຢູ່ເລື້ອຍໆ, ການປະຕິບັດຕໍ່ພວກເຂົາດ້ວຍວິທີທີ່ສຽດສີ ຫຼື ປະຊົດປະຊັນ, ການເຮັດໃຫ້ພວກເຂົາກາຍເປັນຕົວຕະຫຼົກຢູ່ສະເໝີ ແລະ ເອົາປຽບພວກເຂົາ. ຄົນຊົ່ວຮ້າຍຈະກົ້ມຫົວປະຈົບປະແຈງເມື່ອພວກເຂົາເຫັນຄົນຊົ່ວຮ້າຍອີກຄົນໜຶ່ງ, ແຕ່ເມື່ອພວກເຂົາເຫັນຄົນທີ່ອ່ອນແອ, ພວກເຂົາກໍຈະຢຽບຍໍ່າຄົນທີ່ອ່ອນແອ ແລະ ໃຊ້ອຳນາດບາດໃຫຍ່. ຄົນເຫຼົ່ານີ້ເປັນຄົນທີ່ໂຫດຮ້າຍ ແລະ ຊົ່ວຊ້າຢ່າງຍິ່ງ. ໃຜກໍຕາມທີ່ຂົ່ມເຫັງ ຫຼື ກົດຂີ່ຊາວຄຣິສແມ່ນມານຮ້າຍທີ່ປອມຕົວມາເປັນຄົນ; ພວກເຂົາເປັນສັດເດຍລະສານທີ່ບໍ່ມີຈິດວິນຍານ ແລະ ເປັນມານຮ້າຍທີ່ຊົ່ວຮ້າຍທີ່ກັບຊາດມາເກີດ. ຖ້າມີຄົນໃນທ່າມກາງກຸ່ມຄົນຊົ່ວຮ້າຍທີ່ບໍ່ຂົ່ມເຫັງຄົນບໍ່ມີເລ່ຫຼ່ຽມ, ບໍ່ທຳຮ້າຍຊາວຄຣິສຢ່າງໂຫດຮ້າຍ, ຜູ້ທີ່ພຽງແຕ່ປົດປ່ອຍຄວາມໂກດຮ້າຍຂອງພວກເຂົາໃສ່ຜູ້ທີ່ທຳຮ້າຍຜົນປະໂຫຍດສ່ວນຕົວຂອງພວກເຂົາເທົ່ານັ້ນ, ແລ້ວຄົນເຫຼົ່ານີ້ກໍຖືວ່າເປັນຄົນດີໃນທ່າມກາງຜູ້ບໍ່ມີຄວາມເຊື່ອ. ແຕ່ຄວາມຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສແຕກຕ່າງກັນແນວໃດ? ສ່ວນໃຫຍ່ຄວາມຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສສະແດງອອກໃນຄວາມມັກການຕໍ່ສູ້ເປັນພິເສດຂອງພວກເຂົາ. ພວກເຂົາກ້າທີ່ຈະຕໍ່ສູ້ກັບສະຫວັນ, ຕໍ່ສູ້ກັບແຜ່ນດິນໂລກ ແລະ ຕໍ່ສູ້ກັບຄົນອື່ນ. ພວກເຂົາບໍ່ພຽງແຕ່ບໍ່ຍອມໃຫ້ຄົນອື່ນມາຂົ່ມເຫັງພວກເຂົາເທົ່ານັ້ນ, ແຕ່ພວກເຂົາຍັງຂົ່ມເຫັງ ແລະ ທໍລະມານຄົນອື່ນອີກດ້ວຍ. ໃນທຸກໆມື້, ພວກເຂົາຄິດຫາວິທີທີ່ຈະທໍລະມານຜູ້ຄົນ. ຖ້າພວກເຂົາອິດສາໃຜບາງຄົນ ຫຼື ກຽດຊັງໃຜບາງຄົນ, ພວກເຂົາກໍຈະບໍ່ມີວັນປ່ອຍມັນໄປ. ນີ້ຄືວິທີການຕ່າງໆທີ່ຜູ້ຕໍ່ຕ້ານພຣະຄຣິສຊົ່ວຊ້າ. ຄວາມຊົ່ວຊ້ານີ້ສະແດງອອກຢູ່ໃສອີກ? ມັນສາມາດເຫັນໄດ້ໃນວິທີການເຮັດສິ່ງຕ່າງໆທີ່ຄົດໂກງຂອງພວກເຂົາ, ຄົນທີ່ມີສະໝອງແດ່, ມີຄວາມຮູ້ແດ່ ແລະ ມີປະສົບການທາງສັງຄົມແດ່, ກໍຍັງພົບວ່າມັນຍາກທີ່ຈະຢັ່ງເຖິງພວກເຂົາ. ພວກເຂົາເຮັດສິ່ງຕ່າງໆດ້ວຍວິທີການທີ່ຄົດໂກງເປັນພິເສດ ແລະ ສິ່ງນີ້ກໍຍົກລະດັບຂຶ້ນເປັນຄວາມຊົ່ວຊ້າ; ມັນບໍ່ແມ່ນການຫຼອກລວງແບບທຳມະດາ. ພວກເຂົາສາມາດຫຼິ້ນເລ່ຫຼ່ຽມ ແລະ ໃຊ້ກົນອຸບາຍ ແລະ ເຮັດເຊັ່ນນັ້ນໃນລະດັບທີ່ສູງກວ່າຄົນສ່ວນໃຫຍ່. ຄົນສ່ວນໃຫຍ່ບໍ່ສາມາດແຂ່ງຂັນກັບພວກເຂົາໄດ້ ແລະ ບໍ່ສາມາດຮັບມືກັບພວກເຂົາໄດ້. ນີ້ຄືຜູ້ຕໍ່ຕ້ານພຣະຄຣິສ. ເປັນຫຍັງເຮົາຈຶ່ງເວົ້າວ່າຄົນທຳມະດາບໍ່ສາມາດຮັບມືກັບພວກເຂົາໄດ້? ເພາະວ່າຄວາມຊົ່ວຊ້າຂອງພວກເຂົານັ້ນຮ້າຍແຮງຫຼາຍ ຈົນພວກເຂົາມີອຳນາດອັນມະຫາສານໃນການເຮັດໃຫ້ຜູ້ຄົນຫຼົງຜິດ. ພວກເຂົາສາມາດຄິດຫາວິທີການທຸກຮູບແບບເພື່ອເຮັດໃຫ້ຜູ້ຄົນເຄົາລົບບູຊາພວກເຂົາ ແລະ ຕິດຕາມພວກເຂົາ. ພວກເຂົາຍັງສາມາດສວຍໃຊ້ຄົນທຸກປະເພດເພື່ອລົບກວນ ແລະ ທຳລາຍວຽກງານຂອງຄຣິສຕະຈັກ. ໃນສະຖານະການດັ່ງກ່າວ, ເຮືອນຂອງພຣະເຈົ້າຈຶ່ງໂອ້ລົມກ່ຽວກັບການສະແດງອອກ, ອຸປະນິໄສ ແລະ ແກ່ນແທ້ທຸກຮູບແບບຂອງຜູ້ຕໍ່ຕ້ານພຣະຄຣິສຊໍ້າແລ້ວຊໍ້າອີກ, ເພື່ອໃຫ້ຜູ້ຄົນສາມາດແຍກແຍະພວກເຂົາໄດ້. ສິ່ງນີ້ເປັນສິ່ງທີ່ຈຳເປັນ. ບາງຄົນບໍ່ເຂົ້າໃຈ ແລະ ເວົ້າວ່າ “ເປັນຫຍັງຈຶ່ງໂອ້ລົມກ່ຽວກັບວິທີແຍກແຍະຜູ້ຕໍ່ຕ້ານພຣະຄຣິສຢູ່ສະເໝີ?” ເພາະວ່າຜູ້ຕໍ່ຕ້ານພຣະຄຣິສເກັ່ງເກີນໄປໃນການເຮັດໃຫ້ຜູ້ຄົນຫຼົງຜິດ. ພວກເຂົາສາມາດເຮັດໃຫ້ຄົນຈຳນວນຫຼາຍຫຼົງຜິດ, ຄືກັບໂລກລະບາດທີ່ຮ້າຍແຮງເຖິງຕາຍ, ເຊິ່ງຜ່ານການຕິດຕໍ່ຂອງມັນກໍສາມາດທຳຮ້າຍ ແລະ ຂ້າຄົນຈຳນວນຫຼາຍໄດ້ໃນການລະບາດພຽງຄັ້ງດຽວ; ມັນຕິດຕໍ່ກັນໄດ້ງ່າຍຫຼາຍ ແລະ ແຜ່ລາມໄປເປັນວົງກວ້າງ ແລະ ອັດຕາການຕິດເຊື້ອ ແລະ ການເສຍຊີວິດຂອງມັນກໍສູງຫຼາຍ. ສິ່ງເຫຼົ່ານີ້ບໍ່ແມ່ນຜົນສະທ້ອນທີ່ຮ້າຍແຮງບໍ? ຖ້າເຮົາບໍ່ໂອ້ລົມແບບນີ້ກັບພວກເຈົ້າ, ພວກເຈົ້າຈະສາມາດຫຼຸດພົ້ນຈາກການຖືກເຮັດໃຫ້ຫຼົງຜິດ ແລະ ຖືກບີບຄັ້ນໂດຍຜູ້ຕໍ່ຕ້ານພຣະຄຣິສໄດ້ບໍ? ພວກເຈົ້າຈະສາມາດຫັນມາຫາພຣະເຈົ້າ ແລະ ອ່ອນນ້ອມຕໍ່ພຣະອົງຢ່າງແທ້ຈິງໄດ້ບໍ? ສິ່ງນີ້ຍາກຫຼາຍ. ເມື່ອຄົນທຳມະດາເປີດເຜີຍອຸປະນິໄສທີ່ອວດດີອອກມາ, ຢ່າງຫຼາຍທີ່ສຸດ ມັນກໍເຮັດໃຫ້ຄົນອື່ນເຫັນພຶດຕິກຳທີ່ໜ້າລັງກຽດຂອງຄວາມອວດດີຂອງພວກເຂົາ. ບາງຄັ້ງພວກເຂົາກໍໂອ້ອວດ, ບາງຄັ້ງພວກເຂົາກໍສະແດງຕົວ ແລະ ອວດອ້າງຕົນເອງ ແລະ ບາງຄັ້ງພວກເຂົາກໍມັກສະແດງສະຖານະຂອງພວກເຂົາ ແລະ ສັ່ງສອນຄົນອື່ນ. ແຕ່ສິ່ງນີ້ເປັນກໍລະນີດຽວກັນກັບຜູ້ຕໍ່ຕ້ານພຣະຄຣິສບໍ? ຈາກພາຍນອກ, ພວກເຂົາອາດຈະເບິ່ງຄືວ່າບໍ່ໄດ້ສະແດງສະຖານະຂອງພວກເຂົາ ຫຼື ມັກມັນ, ພວກເຂົາອາດຈະເບິ່ງຄືວ່າບໍ່ເຄີຍສົນໃຈໃນສະຖານະ, ແຕ່ເລິກໆຢູ່ຂ້າງໃນ ພວກເຂົາມີຄວາມປາຖະໜາອັນແຮງກ້າຕໍ່ມັນ. ມັນຄືກັບຈັກກະພັດບາງອົງ ຫຼື ຫົວໜ້າໂຈນບາງຄົນຂອງຜູ້ບໍ່ມີຄວາມເຊື່ອ: ເມື່ອຕໍ່ສູ້ເພື່ອດິນແດນຂອງພວກເຂົາ, ພວກເຂົາກໍທົນທຸກກັບຄວາມລຳບາກຮ່ວມກັບເພື່ອນຮ່ວມທາງຂອງພວກເຂົາ, ເບິ່ງຄືວ່າຖ່ອມຕົວ ແລະ ບໍ່ມີຄວາມທະເຍີທະຍານ. ແຕ່ເຈົ້າເຄີຍເຫັນຄວາມປາຖະໜາທີ່ເຊື່ອງຊ້ອນໄວ້ເລິກໆໃນໃຈຂອງພວກເຂົາບໍ? ເປັນຫຍັງພວກເຂົາຈຶ່ງສາມາດອົດທົນກັບຄວາມລຳບາກດັ່ງກ່າວໄດ້? ມັນຄືຄວາມປາຖະໜາຂອງພວກເຂົາທີ່ຄໍ້າຊູພວກເຂົາໄວ້. ພວກເຂົາເກັບຄວາມທະເຍີທະຍານອັນຍິ່ງໃຫຍ່ໄວ້ຂ້າງໃນ, ພ້ອມທີ່ຈະອົດທົນກັບຄວາມທຸກທໍລະມານໃດໆ ຫຼື ຕໍ່ຕ້ານການໃສ່ຮ້າຍປ້າຍສີ, ການໝິ່ນປະໝາດ, ການລ່ວງເກີນ ແລະ ການດູຖູກໃດໆ ເພື່ອທີ່ມື້ໜຶ່ງພວກເຂົາຈະໄດ້ຂຶ້ນຄອງບັນລັງ. ສິ່ງນີ້ບໍ່ຄົດໂກງບໍ? ພວກເຂົາສາມາດໃຫ້ໃຜຮູ້ກ່ຽວກັບຄວາມທະເຍີທະຍານນີ້ໄດ້ບໍ? (ບໍ່.) ພວກເຂົາປິດບັງມັນ ແລະ ປົກປິດມັນໄວ້. ສິ່ງທີ່ເຫັນໄດ້ຈາກພາຍນອກຄື ຄົນທີ່ສາມາດອົດທົນໃນສິ່ງທີ່ຄົນອື່ນອົດທົນບໍ່ໄດ້, ຜູ້ທີ່ສາມາດທົນຄວາມລຳບາກທີ່ທົນບໍ່ໄດ້, ຜູ້ທີ່ເບິ່ງຄືວ່າໜຽວແໜ້ນ, ບໍ່ມີຄວາມທະເຍີທະຍານ, ຕິດດິນ ແລະ ດີກັບຄົນອ້ອມຂ້າງ. ແຕ່ໃນມື້ທີ່ພວກເຂົາຂຶ້ນຄອງບັນລັງ ແລະ ໄດ້ຮັບອຳນາດທີ່ແທ້ຈິງ, ເພື່ອລວມສິດອຳນາດຂອງພວກເຂົາ ແລະ ປ້ອງກັນການຍຶດອຳນາດ, ພວກເຂົາກໍຂ້າທຸກຄົນທີ່ເຄີຍທົນທຸກ ແລະ ຕໍ່ສູ້ຄຽງຂ້າງພວກເຂົາ. ພຽງແຕ່ເມື່ອຄວາມຈິງຖືກເປີດເຜີຍເທົ່ານັ້ນ ຜູ້ຄົນຈຶ່ງຮູ້ວ່າພວກເຂົາເຈົ້າເລ່ຫຼາຍສໍ່າໃດ. ເມື່ອເຈົ້າເບິ່ງກັບໄປ ແລະ ເຫັນວ່າທຸກສິ່ງທີ່ພວກເຂົາເຮັດນັ້ນຖືກຂັບເຄື່ອນໂດຍຄວາມທະເຍີທະຍານ, ເຈົ້າກໍຈະຄົ້ນພົບວ່າອຸປະນິໄສຂອງພວກເຂົາຄືຄວາມຊົ່ວຊ້າ. ນີ້ຄືກົນລະຍຸດຫຍັງ? ມັນຄືຄວາມຄົດໂກງ. ນີ້ຄືອຸປະນິໄສຂອງວິທີທີ່ຜູ້ຕໍ່ຕ້ານພຣະຄຣິສດຳເນີນການ. ຜູ້ຕໍ່ຕ້ານພຣະຄຣິສ ແລະ ກະສັດມານຮ້າຍທີ່ກຳອຳນາດທາງການແມ່ນເປັນຄົນປະເພດດຽວກັນ; ພວກເຂົາຈະບໍ່ທົນທຸກ ແລະ ອົດທົນໃນຄຣິສຕະຈັກໂດຍບໍ່ມີເຫດຜົນຢ່າງເດັດຂາດ ຖ້າພວກເຂົາບໍ່ໄດ້ຮັບອຳນາດ ແລະ ສະຖານະ. ເວົ້າອີກຢ່າງໜຶ່ງກໍຄື ຄົນເຫຼົ່ານີ້ບໍ່ພໍໃຈຢ່າງແນ່ນອນທີ່ຈະເປັນພຽງຜູ້ຕິດຕາມທຳມະດາ, ປະນີປະນອມໃນເຮືອນຂອງພຣະເຈົ້າໃນຖານະຜູ້ເຄົາລົບບູຊາພຣະເຈົ້າທຳມະດາ ຫຼື ປະຕິບັດໜ້າທີ່ບາງຢ່າງຢ່າງງຽບໆໂດຍບໍ່ມີໃຜຮູ້ຈັກ; ພວກເຂົາຈະບໍ່ເຕັມໃຈທີ່ຈະເຮັດສິ່ງນີ້ຢ່າງແນ່ນອນ. ຖ້າຄົນທີ່ມີສະຖານະຖືກປົດອອກຍ້ອນພວກເຂົາຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ພວກເຂົາຄິດວ່າ “ຕອນນີ້ ເມື່ອບໍ່ມີສະຖານະແລ້ວ, ຂ້ອຍກໍພຽງແຕ່ຈະເຮັດຕົວເປັນຄົນທຳມະດາຢ່າງກົງໄປກົງມາ, ປະຕິບັດໜ້າທີ່ໃດກໍຕາມທີ່ຂ້ອຍສາມາດປະຕິບັດໄດ້; ຂ້ອຍຍັງສາມາດເຊື່ອໃນພຣະເຈົ້າໄດ້ດີຄືເກົ່າເຖິງແມ່ນວ່າຈະບໍ່ມີສະຖານະ”, ພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິສບໍ? ບໍ່, ຄົນຜູ້ນີ້ເຄີຍຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ, ເຄີຍເລືອກເສັ້ນທາງທີ່ຜິດຍ້ອນຄວາມໂງ່ຈ້າຊົ່ວຄາວ, ແຕ່ພວກເຂົາບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິສ. ຜູ້ຕໍ່ຕ້ານພຣະຄຣິສທີ່ແທ້ຈິງຈະເຮັດແນວໃດ? ຖ້າພວກເຂົາສູນເສຍສະຖານະຂອງພວກເຂົາ, ພວກເຂົາກໍຈະບໍ່ເຊື່ອອີກຕໍ່ໄປ. ບໍ່ພຽງແຕ່ເທົ່ານັ້ນ, ແຕ່ພວກເຂົາຍັງຈະຄິດຫາວິທີການຕ່າງໆເພື່ອເຮັດໃຫ້ຄົນອື່ນຫຼົງຜິດ, ເຮັດໃຫ້ຄົນອື່ນເຄົາລົບບູຊາ ແລະ ຕິດຕາມພວກເຂົາ, ເພື່ອບັນລຸຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາທີ່ຈະມີອຳນາດ. ນີ້ຄືຄວາມແຕກຕ່າງລະຫວ່າງຜູ້ທີ່ຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ຜູ້ຕໍ່ຕ້ານພຣະຄຣິສທີ່ແທ້ຈິງ. ພວກເຮົາແຍກແຍະ ແລະ ໄຈ້ແຍກອຸປະນິໄສ-ແກ່ນແທ້ ແລະ ການສະແດງອອກເຫຼົ່ານີ້ຂອງຜູ້ຕໍ່ຕ້ານພຣະຄຣິສ ເພາະວ່າທຳມະຊາດຂອງບັນຫານີ້ຮ້າຍແຮງຫຼາຍ. ຄົນສ່ວນໃຫຍ່ບໍ່ສາມາດແຍກແຍະຜູ້ຕໍ່ຕ້ານພຣະຄຣິສໄດ້. ບໍ່ຕ້ອງເວົ້າເຖິງອ້າຍເອື້ອຍນ້ອງທຳມະດາເລີຍ, ແມ່ນແຕ່ຜູ້ນຳ ແລະ ຜູ້ເຮັດວຽກບາງຄົນທີ່ຄິດວ່າພວກເຂົາເຂົ້າໃຈຄວາມຈິງບາງຢ່າງກໍຍັງບໍ່ຊຳນານໃນການແຍກແຍະຜູ້ຕໍ່ຕ້ານພຣະຄຣິສຢ່າງສົມບູນ. ມັນຍາກທີ່ຈະບອກວ່າພວກເຂົາຊຳນານຫຼາຍສໍ່າໃດ, ເຊິ່ງສະແດງໃຫ້ເຫັນວ່າວຸດທິພາວະຂອງພວກເຂົານ້ອຍເກີນໄປ. ມີພຽງແຕ່ຜູ້ທີ່ສາມາດແຍກແຍະຜູ້ຕໍ່ຕ້ານພຣະຄຣິສໄດ້ຢ່າງຖືກຕ້ອງເທົ່ານັ້ນ ຈຶ່ງຈະເປັນຄົນທີ່ມີວຸດທິພາວະຢ່າງແທ້ຈິງ.
ບັນຫາໃຫຍ່ທີ່ພວກເຈົ້າທຸກຄົນກຳລັງປະເຊີນຢູ່ໃນຕອນນີ້ແມ່ນຫຍັງ? ຄົນສ່ວນໃຫຍ່ບໍ່ສາມາດແຍກແຍະໄດ້ ແລະ ຖືກຜູ້ນຳປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ຫຼົງຜິດໄດ້ງ່າຍ, ເຊິ່ງເປັນສິ່ງທີ່ອັນຕະລາຍຫຼາຍຖ້າບໍ່ໄດ້ຮັບການແກ້ໄຂ. ສະນັ້ນ, ເຮົາຈຶ່ງຮຽກຮ້ອງໃຫ້ພວກເຈົ້າຮຽນຮູ້ທີ່ຈະຈຳແນກຄົນປະເພດຕ່າງໆ. ແຍກແຍະວ່າອຸປະນິໄສໃດທີ່ພຶດຕິກຳ ແລະ ຄຳເວົ້າຕ່າງໆຂອງຜູ້ຄົນສະແດງອອກ ແລະ ອີງໃສ່ສິ່ງເຫຼົ່ານີ້ ກໍໃຫ້ແຍກແຍະແກ່ນແທ້ຂອງຄົນຜູ້ນັ້ນ. ນອກຈາກນີ້, ພວກເຈົ້າຈຳເປັນຕ້ອງສາມາດຈຳແນກລະຫວ່າງສິ່ງທີ່ເປັນຄວາມເປັນຈິງຄວາມຈິງ ແລະ ສິ່ງທີ່ເປັນພຽງຄຳເວົ້າ ແລະ ຫຼັກຄຳສອນ. ຖ້າພວກເຈົ້າບໍ່ສາມາດແຍກແຍະສິ່ງເຫຼົ່ານີ້ໄດ້, ແລ້ວພວກເຈົ້າກໍຈະບໍ່ສາມາດເຂົ້າສູ່ຄວາມເປັນຈິງຄວາມຈິງໄດ້. ເຈົ້າຈະມີເສັ້ນທາງເພື່ອເຂົ້າສູ່ຄວາມເປັນຈິງໂດຍປາສະຈາກຄວາມສາມາດໃນການແຍກແຍະໄດ້ແນວໃດ? ຜູ້ນຳ ແລະ ຜູ້ເຮັດວຽກບາງຄົນພຽງແຕ່ເວົ້າຄຳເວົ້າ ແລະ ຫຼັກຄຳສອນເທົ່ານັ້ນ, ໂດຍຄິດວ່າການເຂົ້າໃຈຄຳເວົ້າ ແລະ ຫຼັກຄຳສອນໝາຍຄວາມວ່າພວກເຂົາມີຄວາມເປັນຈິງ. ສະນັ້ນ, ໃນຂະນະທີ່ເວົ້າຄຳເວົ້າ ແລະ ຫຼັກຄຳສອນ, ພວກເຂົາກໍຮູ້ສຶກພໍໃຈ ແລະ ຄິດວ່າຕົນເອງຖືກຕ້ອງ, ກາຍເປັນຄົນທີ່ກະຕືລືລົ້ນຫຼາຍຂຶ້ນເລື້ອຍໆ. ແຕ່ເມື່ອການລອງໃຈມາເຖິງພວກເຂົາ, ພວກເຂົາກໍລົ້ມລົງ ແລະ ບໍ່ຮູ້ຊໍ້າວ່າພວກເຂົາລົ້ມລົງໄດ້ແນວໃດ, ພວກເຂົາກໍຍັງເວົ້າວ່າ “ເປັນຫຍັງພຣະເຈົ້າຈຶ່ງບໍ່ປົກປ້ອງຂ້ອຍ?” ນີ້ບໍ່ແມ່ນຄວາມລົ້ມເຫຼວທີ່ໜ້າອັບອາຍຂາຍໜ້າຢ່າງຍິ່ງບໍ? ສະນັ້ນ, ຜູ້ນຳ ແລະ ຜູ້ເຮັດວຽກບາງຄົນຈຶ່ງມັກຈະເວົ້າກ່ຽວກັບຄຳເວົ້າ ແລະ ຫຼັກຄຳສອນຢູ່ສະເໝີ, ພວກເຈົ້າສາມາດແຍກແຍະເລື່ອງນີ້ໄດ້ບໍ? (ບໍ່ໄດ້.) ບາງຄັ້ງ ເຮົາໄດ້ຍິນຈາກອ້າຍເອື້ອຍນ້ອງບາງຄົນວ່າ ຜູ້ນຳບາງຄົນພຽງແຕ່ເວົ້າກ່ຽວກັບຄຳເວົ້າ ແລະ ຫຼັກຄຳສອນ ແລະ ບໍ່ເໝາະສົມທີ່ຈະເປັນຜູ້ນຳ ແລະ ພວກເຂົາກໍຂໍໃຫ້ປົດຜູ້ນຳເຫຼົ່ານັ້ນອອກ. ເຖິງຢ່າງໃດກໍຕາມ, ຫຼັງຈາກທີ່ພວກເຂົາຖືກຂໍໃຫ້ເລືອກຕັ້ງຜູ້ນຳຄົນໃໝ່, ຄົນສ່ວນໃຫຍ່ກໍຂາດຄວາມສາມາດໃນການແຍກແຍະ ແລະ ຜູ້ນຳ ແລະ ຜູ້ເຮັດວຽກທີ່ຖືກເລືອກຕັ້ງກໍຍັງເປັນຜູ້ທີ່ເວົ້າພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນ ໂດຍບໍ່ມີຄວາມເປັນຈິງຫຼາຍປານໃດ. ນີ້ຄືບັນຫາທີ່ຮ້າຍແຮງຫຼາຍ, ເປັນບັນຫາທີ່ຍາກຫຼາຍ. ເມື່ອພວກເຈົ້າຟັງພຣະທຳແຫ່ງການໂອ້ລົມຂອງເຮົາກ່ຽວກັບເລື່ອງເຫຼົ່ານີ້, ພວກເຈົ້າສາມາດແຍກແຍະຄວາມແຕກຕ່າງໃດໆຈາກສິ່ງທີ່ຜູ້ນຳທຳມະດາເວົ້າໄດ້ບໍ? ຖ້າເຈົ້າສາມາດແຍກແຍະຄວາມແຕກຕ່າງໄດ້, ແລ້ວເຈົ້າກໍຮູ້ວ່າຄວາມເປັນຈິງຄວາມຈິງແມ່ນຫຍັງ. ຖ້າເຈົ້າບໍ່ສາມາດແຍກແຍະມັນໄດ້ ແລະ ຄິດວ່າມັນຄືກັນໝົດ, ໂດຍຄິດວ່າ “ພວກເຮົາກໍໄດ້ຮຽນຮູ້ທີ່ຈະເວົ້າພຣະທຳຂອງພຣະເຈົ້າເຊັ່ນກັນ ແລະ ສິ່ງທີ່ພວກເຮົາເວົ້າກໍຄືກັນກັບສິ່ງທີ່ພຣະເຈົ້າກ່າວ”, ແລ້ວນັ້ນກໍເປັນບັນຫາແລ້ວ. ມັນພິສູດວ່າເຈົ້າບໍ່ເຂົ້າໃຈຄວາມຈິງເລີຍ, ຮູ້ພຽງແຕ່ວິທີຮຽນແບບພຣະທຳຂອງພຣະເຈົ້າ ແລະ ທ່ອງຈຳພວກມັນເລັກໜ້ອຍເທົ່ານັ້ນ, ໂດຍທີ່ບໍ່ໄດ້ເຂົ້າໃຈຄວາມຈິງຢ່າງແທ້ຈິງ. ຜູ້ຕໍ່ຕ້ານພຣະຄຣິສສ່ວນໃຫຍ່ມີພອນສະຫວັນ ແລະ ວາທະສິນບາງຢ່າງ, ເຊິ່ງເຮັດໃຫ້ພວກເຂົາມີຕົ້ນທຶນໃນການເຮັດໃຫ້ຜູ້ຄົນຫຼົງຜິດ. ບວກກັບອຸປະນິໄສທີ່ຊົ່ວຊ້າ ແລະ ວິທີການບົງການໃນຄຳເວົ້າ ແລະ ການກະທຳຂອງພວກເຂົາ, ພວກເຂົາຈຶ່ງສາມາດເຮັດໃຫ້ຜູ້ຄົນຫຼົງຜິດໄດ້ຢ່າງແທ້ຈິງ. ຖ້າພວກເຈົ້າພຽງແຕ່ສາມາດເວົ້າຄຳເວົ້າ ແລະ ຫຼັກຄຳສອນ ແລະ ບໍ່ສາມາດແຍກແຍະໄດ້ວ່າຄວາມເປັນຈິງຄວາມຈິງແມ່ນຫຍັງ, ພວກເຈົ້າກໍພຽງແຕ່ຈະຖືກຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ຫຼົງຜິດເທົ່ານັ້ນ. ນີ້ຄືສິ່ງທີ່ຢູ່ເໜືອການຄວບຄຸມຂອງພວກເຈົ້າ! ສຳລັບຜູ້ທີ່ບໍ່ເຂົ້າໃຈຄວາມຈິງ, ມັນເປັນໄປບໍ່ໄດ້ທີ່ຈະບໍ່ຖືກຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ຫຼົງຜິດ, ບໍ່ວ່າພວກເຂົາຈະປາຖະໜາແນວໃດກໍຕາມ. ການຫຼຸດພົ້ນຈາກອິດທິພົນຂອງຊາຕານບໍ່ແມ່ນເລື່ອງງ່າຍເລີຍ, ແມ່ນບໍ?
ວັນທີ 11 ມິຖຸນາ 2019