ລາຍການທີສາມ: ພວກເຂົາກີດກັນ ແລະ ໂຈມຕີຄົນທີ່ໄລ່ຕາມຄວາມຈິງ

ວິທີການທີສາມທີ່ຜູ້ຕໍ່ຕ້ານພຣະຄຣິສໃຊ້ເພື່ອຄວບຄຸມຜູ້ຄົນກໍຄື: ພວກເຂົາກີດກັນ ແລະ ໂຈມຕີຄົນທີ່ໄລ່ຕາມຄວາມຈິງ. ບາງຄົນຮັກສິ່ງທີ່ເປັນບວກ, ຮັກຄວາມຍຸຕິທຳ ແລະ ຄວາມສະຫວ່າງ, ຮັກການໂອ້ລົມກ່ຽວກັບຄວາມຈິງ. ພວກເຂົາມັກຈະຊອກຫາອ້າຍເອື້ອຍນ້ອງທີ່ໄລ່ຕາມ ແລະ ສະແຫວງຫາຄວາມຈິງເພື່ອໂອ້ລົມນຳຢູ່ເລື້ອຍໆ. ຜູ້ຕໍ່ຕ້ານພຣະຄຣິສເຫັນແລ້ວກໍຮູ້ສຶກໃຈຮ້າຍ. ສຳລັບພວກເຂົາແລ້ວ, ທຸກຄົນທີ່ໄລ່ຕາມຄວາມຈິງຄືກັນກັບເຂັມແທງຕາ ແລະ ໜາມແທງໃຈຂອງພວກເຂົາ; ພວກເຂົາຈະເຮັດໃຫ້ທຸກຄົນທີ່ໄລ່ຕາມຄວາມຈິງຕົກເປັນເປົ້າໝາຍຂອງການໂຈມຕີ, ການກີດກັນ ແລະ ການທຳຮ້າຍຂອງພວກເຂົາ. ແນ່ນອນວ່າ ຜູ້ຕໍ່ຕ້ານພຣະຄຣິສຈະບໍ່ພຽງແຕ່ໂຈມຕີຄົນເຫຼົ່ານີ້ດ້ວຍກົນລະຍຸດທີ່ໂຫດຮ້າຍ ແລະ ປ່າເຖື່ອນ ເຊິ່ງຊັດເຈນພໍທີ່ຜູ້ຄົນຈະເບິ່ງທະລຸໄດ້ເທົ່ານັ້ນ. ພວກເຂົາຈະນຳໃຊ້ວິທີການໂອ້ລົມຄວາມຈິງ ແລະ ໃຊ້ຄຳເວົ້າ ແລະ ຫຼັກຄຳສອນສອງສາມຄຳເພື່ອຕັດສິນ ແລະ ໂຈມຕີຜູ້ຄົນ. ສິ່ງນີ້ເຮັດໃຫ້ຜູ້ຄົນຄິດວ່າສິ່ງທີ່ພວກເຂົາກຳລັງເຮັດນັ້ນເໝາະສົມ ແລະ ສົມເຫດສົມຜົນ, ຄິດວ່າພວກເຂົາກຳລັງຊ່ວຍເຫຼືອ ແລະ ບໍ່ມີຫຍັງຜິດປົກກະຕິໃນສິ່ງທີ່ພວກເຂົາກຳລັງເຮັດເລີຍ. ວິທີການທີ່ “ເໝາະສົມ ແລະ ສົມເຫດສົມຜົນ” ຂອງພວກເຂົາເຫຼົ່ານີ້ແມ່ນຫຍັງ? (ພວກເຂົາອ້າງອີງພຣະທຳຂອງພຣະເຈົ້າເພື່ອຕັດສິນຜູ້ຄົນ ແລະ ໂຈມຕີພວກເຂົາ.) ຖືກຕ້ອງແລ້ວ, ພວກເຂົາອ້າງອີງພຣະທຳຂອງພຣະເຈົ້າເພື່ອເປີດໂປງຜູ້ຄົນ ແລະ ຕັດສິນຜູ້ຄົນ. ນັ້ນຄືວິທີການທີ່ພົບເລື້ອຍທີ່ສຸດຂອງພວກເຂົາ. ເບິ່ງພາຍນອກແລ້ວ ວິທີການເວົ້າແບບນີ້ເບິ່ງຄືວ່າຍຸຕິທຳ, ສົມເຫດສົມຜົນ ແລະ ຂ້ອນຂ້າງເໝາະສົມ ແຕ່ຢູ່ພາຍໃນນັ້ນ ເຈດຕະນາຂອງພວກເຂົາບໍ່ແມ່ນເພື່ອຊ່ວຍເຫຼືອຄົນອື່ນໃຫ້ໄດ້ຮັບຜົນປະໂຫຍດ ແຕ່ເພື່ອເປີດໂປງພວກເຂົາ, ຕັດສິນພວກເຂົາ, ກ່າວໂທດພວກເຂົາ ແລະ ຫຼຸດຄຸນຄ່າຂອງພວກເຂົາລົງ. ນັ້ນຄືສິ່ງທີ່ພວກເຂົາຕ້ອງການເຮັດໃຫ້ສຳເລັດຢ່າງແທ້ຈິງ. ສະນັ້ນ ບັນຫາຈຶ່ງຢູ່ທີ່ຈຸດເລີ່ມຕົ້ນຂອງພວກເຂົາ. ຄົນທີ່ມີສາຍຕາແຫຼມຄົມສາມາດເຫັນໄດ້ວ່າພວກເຂົາເຮັດສິ່ງນີ້ກໍຍ້ອນວ່າຄົນເຫຼົ່ານັ້ນໄລ່ຕາມ ແລະ ຮັກຄວາມຈິງ ແລະ ພວກເຂົາກາຍເປັນໄພຄຸກຄາມຕໍ່ຜູ້ຕໍ່ຕ້ານພຣະຄຣິສ. ແລ້ວໄພຄຸກຄາມນັ້ນແມ່ນຫຍັງ? ຄວາມຮັກທີ່ພວກເຂົາມີຕໍ່ຄວາມຈິງເປັນອຸປະສັກຕໍ່ຜູ້ຕໍ່ຕ້ານພຣະຄຣິສໃນທາງໃດ? (ພວກເຂົາສາມາດເບິ່ງທະລຸ ແລະ ແຍກແຍະຜູ້ຕໍ່ຕ້ານພຣະຄຣິສໄດ້.) ຖືກຕ້ອງແລ້ວ. ໄພຄຸກຄາມທີ່ໃຫຍ່ທີ່ສຸດທີ່ຜູ້ຮັກຄວາມຈິງເຫຼົ່ານີ້ມີຕໍ່ຜູ້ຕໍ່ຕ້ານພຣະຄຣິສກໍຄື ພວກເຂົາສາມາດແຍກແຍະສິ່ງທີ່ບໍ່ດີໃດໆກໍຕາມທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດ ບໍ່ວ່າມັນຈະເປັນສິ່ງໃດກໍຕາມ; ພວກເຂົາສາມາດເບິ່ງທະລຸເຖິງແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ມີແນວໂນ້ມທີ່ຈະເປີດໂປງ, ລາຍງານ ແລະ ນຳຜູ້ຕໍ່ຕ້ານພຣະຄຣິສມາສູ່ຄວາມສະຫວ່າງໄດ້ທຸກທີ່ທຸກເວລາ ແລ້ວຈາກນັ້ນກໍກ່າວໂທດ ແລະ ປະຖິ້ມພວກເຂົາ ແລະ ສະລ້າງພວກເຂົາອອກຈາກຄຣິສຕະຈັກ. ຖ້າສິ່ງນັ້ນເກີດຂຶ້ນ, ພວກເຂົາກໍຈະສູນເສຍສະຖານະ ແລະ ອຳນາດຂອງພວກເຂົາໄປຕະຫຼອດການ ແລະ ຄວາມຫວັງທີ່ຈະໄດ້ຮັບພອນຂອງພວກເຂົາກໍຈະຖືກທຳລາຍຢ່າງສິ້ນເຊີງ. ນັ້ນຄືເຫດຜົນທີ່ວ່າສຳລັບຜູ້ຕໍ່ຕ້ານພຣະຄຣິສແລ້ວ ຄົນທີ່ໄລ່ຕາມຄວາມຈິງເຫຼົ່ານີ້ຄືໄພຄຸກຄາມທີ່ໃຫຍ່ທີ່ສຸດນອກເໜືອຈາກຜູ້ຄັດຄ້ານ.

ນອກເໜືອຈາກວິທີການທີ່ເບິ່ງຄືວ່າເໝາະສົມຈາກພາຍນອກ ເຊັ່ນການໃຊ້ການໂອ້ລົມກ່ຽວກັບພຣະທຳຂອງພຣະເຈົ້າເພື່ອໂຈມຕີຜູ້ຄົນທີ່ໄລ່ຕາມຄວາມຈິງ ແລະ ເພື່ອຕັດສິນພວກເຂົາແລ້ວ ຜູ້ຕໍ່ຕ້ານພຣະຄຣິສກໍຍັງຈະໃຊ້ມາດຕະການທີ່ຮຸນແຮງຕໍ່ພວກເຂົາອີກດ້ວຍ. ມາດຕະການທີ່ຮຸນແຮງເຫຼົ່ານັ້ນແມ່ນຫຍັງ? ຕົວຢ່າງ: ພວກເຂົາຈະຈັບຜິດການກະທໍາຜິດຊົ່ວຄາວຂອງຜູ້ນຳ ຫຼື ຜູ້ເຮັດວຽກ; ໂດຍບໍ່ສົນໃຈບໍລິບົດຂອງມັນ, ບໍ່ສົນວ່າຄົນນັ້ນໄດ້ຮັບຄວາມຮູ້ຈາກມັນ ແລະ ສາມາດກັບໃຈໄດ້ ຫຼື ບໍ່ ແລະ ບໍ່ສົນວ່າພວກເຂົາເປັນຄົນທີ່ໄລ່ຕາມຄວາມຈິງ ຫຼື ບໍ່, ພວກເຂົາຈະຂະຫຍາຍຄວາມຜິດນັ້ນໃຫ້ໃຫຍ່ຂຶ້ນເພື່ອຕັດສິນຄົນນັ້ນ ແລະ ກ່າວໂທດພວກເຂົາ ແລະ ເພື່ອຄັດພວກເຂົາອອກ. ຜູ້ຕໍ່ຕ້ານພຣະຄຣິສຄິດວ່າເພື່ອຈະກຳຈັດຫຍ້າ ເຈົ້າຕ້ອງຖອນຮາກຖອນໂຄນ ສະນັ້ນ ພວກເຂົາຈຶ່ງຄັດຄົນດັ່ງກ່າວອອກຈາກຄຣິສຕະຈັກ ເພື່ອພວກເຂົາຈະບໍ່ເປັນໄພຄຸກຄາມຕໍ່ສະຖານະຂອງຜູ້ຕໍ່ຕ້ານພຣະຄຣິສ. ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສທຸກຄົນລ້ວນແຕ່ເກັ່ງໃນການຈັບຜິດສິ່ງທີ່ສາມາດນຳມາໃຊ້ຕໍ່ຕ້ານຜູ້ນຳ ແລະ ຜູ້ເຮັດວຽກ ແລະ ເມື່ອພວກເຂົາເຮັດໄດ້ແລ້ວ ພວກເຂົາກໍຈະກ່າວໂທດຄົນເຫຼົ່ານັ້ນວ່າເປັນຜູ້ນຳປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສ. ນີ້ບໍ່ແມ່ນຂໍ້ກ່າວຫາເລັກນ້ອຍເລີຍ! ຜູ້ນຳ ແລະ ຜູ້ເຮັດວຽກຖືກເລືອກໂດຍປະຊາກອນທີ່ພຣະເຈົ້າເລືອກ; ເປັນຫຍັງເຈົ້າຈຶ່ງມັກຈະຈັບຜິດສິ່ງຕ່າງໆເພື່ອນຳມາໃຊ້ຕໍ່ຕ້ານພວກເຂົາຢູ່ສະເໝີ? ເປົ້າໝາຍຂອງເຈົ້າໃນການຫາຂໍ້ຮ້ອງຮຽນນັ້ນແມ່ນຫຍັງ? ແມ່ນຍ້ອນວ່າເຈົ້າຕ້ອງການແທນທີ່ພວກເຂົາໃນຖານະຜູ້ນຳບໍ? ເມື່ອບຸກຄົນຊົ່ວຮ້າຍໄດ້ກ່າວຫາຜູ້ນຳ ຫຼື ຜູ້ເຮັດວຽກດ້ວຍຄວາມຜິດຖານເປັນຜູ້ນຳປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສ, ຖ້າພວກເຂົາສາມາດຍົກຕົວຢ່າງຕົວຈິງ ແລະ ເຮັດໃຫ້ປະຊາກອນທີ່ພຣະເຈົ້າເລືອກຄິດວ່າມັນກົງກັບຄວາມເປັນຈິງແລ້ວ ນັ້ນກໍຈະກາຍເປັນບັນຫາໃຫຍ່. ຜູ້ນຳ ຫຼື ຜູ້ເຮັດວຽກຄົນນັ້ນອາດຈະຖືກຄັດອອກຈາກຄຣິສຕະຈັກໄດ້ຢ່າງງ່າຍດາຍ. ການເປັນຜູ້ນຳປອມ ຫຼື ຜູ້ຕໍ່ຕ້ານພຣະຄຣິສເປັນຄວາມຜິດທີ່ຮ້າຍແຮງຫຼາຍ ຈົນເມື່ອຄວາມຜິດນັ້ນຖືກພິສູດແລ້ວ ຜູ້ຖືກກ່າວຫາກໍຈະຖືກກ່າວໂທດ ແລະ ຊ່ວງເວລາຂອງພວກເຂົາໃນຖານະຜູ້ເຊື່ອໃນພຣະເຈົ້າກໍຈະສິ້ນສຸດລົງ. ສິ່ງນັ້ນຈະທຳລາຍພວກເຂົາຢ່າງແທ້ຈິງ, ແມ່ນບໍ່? ນັ້ນຊ່າງເປັນສິ່ງທີ່ຊົ່ວຮ້າຍຫຼາຍ! ຍິ່ງໄປກວ່ານັ້ນ, ຖ້າຜູ້ຕໍ່ຕ້ານພຣະຄຣິສສວຍໂອກາດເຮັດໃຫ້ຕົນເອງຖືກເລືອກເປັນຜູ້ນຳ ແລະ ເຂົ້າຄວບຄຸມຄຣິສຕະຈັກ, ແລ້ວປະຊາກອນທີ່ພຣະເຈົ້າເລືອກຈະບໍ່ຕົກຢູ່ພາຍໃຕ້ການຄວບຄຸມຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ຄຣິສຕະຈັກນັ້ນຈະບໍ່ກາຍເປັນອານາຈັກຂອງຜູ້ຕໍ່ຕ້ານພຣະຄຣິສບໍ? (ແມ່ນແລ້ວ.) ນີ້ຄືອັນຕະລາຍທີ່ຮ້າຍແຮງ! ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສມີວິທີການອື່ນໆໃນການໂຈມຕີ ແລະ ກີດກັນຄົນທີ່ໄລ່ຕາມຄວາມຈິງອີກບໍ? ບໍ່ມີບາງຄົນທີ່ສົ່ງອ້າຍເອື້ອຍນ້ອງທີ່ໄລ່ຕາມຄວາມຈິງໄປເຮັດວຽກໃນສະຖານທີ່ທີ່ເປັນອັນຕະລາຍທີ່ສຸດ ເພື່ອຍຶດອຳນາດ ແລະ ຮັກສາສະຖານະຂອງຕົນອງໄວ້ໃຫ້ໝັ້ນຄົງບໍ? ພວກເຂົາເວົ້າວ່າ “ມີຄຣິສຕະຈັກທີ່ຫາກໍສ້າງຕັ້ງຂຶ້ນໃໝ່ເຊິ່ງມີອ້າຍເອື້ອຍນ້ອງທີ່ເປັນຜູ້ເຊື່ອໃໝ່ຢູ່ເປັນຈຳນວນຫຼາຍ. ພວກເຂົາບໍ່ມີຮາກຖານ ແລະ ພວກເຂົາກໍຂາດສະຕິປັນຍາ. ພວກເຂົາຕ້ອງການຄົນທີ່ເຂົ້າໃຈຄວາມຈິງເພື່ອມາຫົດນໍ້າພວກເຂົາ ແລະ ສະໜອງໃຫ້ແກ່ພວກເຂົາ. ເຈົ້າເຂົ້າໃຈຄວາມຈິງກ່ຽວກັບນິມິດ; ຜູ້ມາໃໝ່ເຫຼົ່ານັ້ນຕ້ອງການຄົນແບບເຈົ້າເພື່ອໄປຫົດນໍ້າພວກເຂົາ. ບໍ່ມີໃຜອື່ນທີ່ເໝາະສົມແລ້ວ”. ແລະ ດ້ວຍເຫດນັ້ນ ຜູ້ຕໍ່ຕ້ານພຣະຄຣິສຈຶ່ງສົ່ງໄພຄຸກຄາມທີ່ເຊື່ອງຊ້ອນອັນຮ້າຍແຮງນັ້ນອອກໄປ. ໃນຄວາມເປັນຈິງແລ້ວ ພວກເຂົາກຳລັງເຮັດສິ່ງນີ້ເພື່ອໃຫ້ຄົນນັ້ນນຳພາຄຣິສຕະຈັກນັ້ນ ແລະ ສະໜອງໃຫ້ແກ່ມັນຢ່າງແທ້ຈິງບໍ? (ບໍ່ແມ່ນ.) ບໍ່ແມ່ນເລີຍ; ພວກເຂົາກຳລັງເຮັດມັນກໍຍ້ອນວ່າສະຖານທີ່ນັ້ນເປັນສະພາບແວດລ້ອມທີ່ເປັນປໍລະປັກ ແລະ ເປັນອັນຕະລາຍ. ພວກເຂົາສົ່ງບຸກຄົນນັ້ນໄປເຮັດວຽກງານຂອງຄຣິສຕະຈັກໃນສະຖານທີ່ທີ່ເປັນອັນຕະລາຍ, ດ້ວຍຄວາມຄາດຫວັງຢ່າງແຮງກ້າວ່າພວກເຂົາຈະຖືກຈັບໄປໂດຍພະຍານາກໃຫຍ່ສີແດງ. ຖ້າບຸກຄົນນັ້ນຖືກຈັບ, ກໍຈະບໍ່ມີໃຜເຫຼືອຢູ່ເພື່ອຂົ່ມຂູ່ສະຖານະຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ພວກເຂົາກໍສາມາດເຂົ້າຄວບຄຸມຄຣິສຕະຈັກໄດ້. ນີ້ບໍ່ແມ່ນກົນລະຍຸດຂອງພວກເຂົາບໍ? ພວກເຂົາສົ່ງບຸກຄົນນັ້ນອອກໄປໂດຍອ້າງວ່າພວກເຂົາເໝາະສົມຫຼາຍສຳລັບການຫົດນໍ້າໃຫ້ກັບຜູ້ມາໃໝ່ ແລະ ດ້ວຍເຫດນັ້ນ ຈຶ່ງບໍ່ມີໃຜສາມາດເຫັນເຈດຕະນາທີ່ຊົ່ວຮ້າຍຂອງພວກເຂົາໄດ້. ນັ້ນບໍ່ແມ່ນຄວາມສະຫຼາດຂອງພວກເຂົາບໍ? ແລະ ອ້າຍເອື້ອຍນ້ອງກໍພາກັນຄິດວ່າຜູ້ຕໍ່ຕ້ານພຣະຄຣິສນັ້ນສະຫຼາດ ແລະ ມີສະຕິປັນຍາໃນການຈັດແຈງສິ່ງຕ່າງໆ, ຄິດວ່າພວກເຂົາເປັນຄົນທີ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ, ແຕ່ຜົນປາກົດວ່າຜູ້ຕໍ່ຕ້ານພຣະຄຣິສກຳລັງຫຼອກລວງ ແລະ ປິດຕາພວກເຂົາຢູ່. ວິທີການຂອງຜູ້ຕໍ່ຕ້ານພຣະຄຣິສນີ້ເບິ່ງຄືວ່າຂ້ອນຂ້າງເປີດເຜີຍ; ບໍ່ມີໃຜສາມາດເຫັນໄດ້ຢ່າງຊັດເຈນວ່າມີຫຍັງເກີດຂຶ້ນແທ້ໆ ແລະ ທຸກຄົນກໍລ້ວນແຕ່ຖືກເຮັດໃຫ້ຫຼົງຜິດ. ຄົນເຫຼົ່ານັ້ນທີ່ຖືກເຮັດໃຫ້ຫຼົງຜິດຄິດວ່າສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສກຳລັງເຮັດນັ້ນຍຸຕິທຳ ແລະ ສົມເຫດສົມຜົນ, ຄິດວ່າພວກເຂົາກຳລັງເຮັດມັນຍ້ອນຄວາມເປັນຫ່ວງເປັນໄຍຕໍ່ວຽກງານ, ແຕ່ບໍ່ມີໃຜສາມາດເບິ່ງທະລຸເຖິງເຈດຕະນາຂອງພວກເຂົາໄດ້. ຜູ້ຕໍ່ຕ້ານພຣະຄຣິສນັ້ນຊົ່ວຊ້າ, ແມ່ນບໍ່? ບ່ອນໃດກໍຕາມທີ່ມີອັນຕະລາຍ, ນັ້ນຄືບ່ອນທີ່ພວກເຂົາບັງຄັບໃຫ້ເຈົ້າໄປ, ໂດຍເວົ້າກັບຕົນເອງວ່າ “ເຈົ້າບໍ່ໄດ້ໄລ່ຕາມຄວາມຈິງບໍ? ແລະ ເຈົ້າບໍ່ໄດ້ຕໍ່ຕ້ານຂ້ອຍບໍ? ເຈົ້າບໍ່ມັກຈະແຍກແຍະຂ້ອຍ ແລະ ຈັບຜິດສິ່ງຕ່າງໆເພື່ອນຳມາໃຊ້ຕໍ່ຕ້ານຂ້ອຍຢູ່ສະເໝີບໍ? ດີແລ້ວ: ຂ້ອຍຈະໃຊ້ໂອກາດນີ້ເພື່ອກຳຈັດເຈົ້າອອກໄປຈາກທີ່ນີ້. ມັນຈະເປັນການດີທີ່ສຸດຖ້າເຈົ້າຖືກຈັບ, ເຈົ້າຈະບໍ່ມີວັນລຸກຂຶ້ນຢືນໄດ້ອີກເລີຍ!” ເປັນທີ່ແນ່ນອນວ່າ ຄົນສ່ວນໃຫຍ່ທີ່ຜູ້ຕໍ່ຕ້ານພຣະຄຣິສໃສ່ຮ້າຍ ແລະ ຂົ່ມເຫັງໃນຄຣິສຕະຈັກແມ່ນຜູ້ທີ່ມີຄວາມມຸ້ງໝັນໃນການໄລ່ຕາມຫຼາຍກວ່າ. ຜູ້ຕໍ່ຕ້ານພຣະຄຣິສເບິ່ງຄົນເຫຼົ່ານີ້ແນວໃດໃນຂະນະທີ່ພວກເຂົາກຳລັງຖືກຂົ່ມເຫັງ ແລະ ຖືກກີດກັນ? ພວກເຂົາເວົ້າກັບຕົນເອງວ່າ “ຄົນເຫຼົ່ານີ້ມັກຈະຟັງການເທດສະໜາຢູ່ສະເໝີ; ພວກເຂົາເຂົ້າໃຈຄວາມຈິງບາງຢ່າງ. ຂ້ອຍຈະບໍ່ຍອມໃຫ້ພວກເຂົາຟັງກໍບໍ່ໄດ້: ການເທດສະໜາຖືກສົ່ງອອກໄປໃຫ້ທຸກຄົນໄດ້ຍິນ, ສະນັ້ນ ຈຶ່ງບໍ່ມີທາງທີ່ຈະຫາເຫດຜົນມາອ້າງເພື່ອບໍ່ໃຫ້ພວກເຂົາຟັງໄດ້. ແຕ່ສົມມຸດວ່າຂ້ອຍອະນຸຍາດໃຫ້ພວກເຂົາຟັງ, ເນື່ອງຈາກຫຼາຍສິ່ງທີ່ເວົ້າໃນການເທດສະໜາເຫຼົ່ານັ້ນເປັນການເປີດໂປງຜູ້ນຳປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສ, ມັນຈະເປັນຜົນດີຕໍ່ຂ້ອຍບໍ ຖ້າພວກເຂົາໄດ້ຍິນຫຼາຍພໍ ແລະ ໄດ້ຮັບຄວາມເຂົ້າໃຈ ແລະ ການແຍກແຍະ? ບໍ່ຊ້າກໍໄວ ຂ້ອຍກໍຈະຕ້ອງລົງຈາກຕຳແໜ່ງຜູ້ນຳຂອງຂ້ອຍ, ແມ່ນບໍ່? ແບບນັ້ນບໍ່ໄດ້ເດັດຂາດ. ຂ້ອຍຕ້ອງລົງມືກ່ອນ”. ເມື່ອຜູ້ຕໍ່ຕ້ານພຣະຄຣິສມີເຈດຕະນາແບບນັ້ນ, ພວກເຂົາກໍລົງມືປະຕິບັດ. ຖ້າພວກເຂົາບໍ່ເຂົ້າໃຈຄວາມຈິງ ກໍຄົງມີຄົນສ່ວນນ້ອຍທີ່ສາມາດລະບຸຕົວຜູ້ຕໍ່ຕ້ານພຣະຄຣິສໄດ້. ເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງສາມາດລອຍນວນໄປໄດ້, ໃນຂະນະທີ່ຄົນທີ່ໄລ່ຕາມຄວາມຈິງກັບກາຍເປັນຜູ້ເຄາະຮ້າຍ? ມີເຫດຜົນໜຶ່ງທີ່ມີຢູ່ຢ່າງແນ່ນອນ: ຄົນເຫຼົ່ານັ້ນອາດຈະມີຄວາມຮັກຕໍ່ຄວາມຈິງ ແລະ ຕໍ່ສິ່ງທີ່ເປັນບວກຢູ່ໃນໃຈ ແລະ ພວກເຂົາອາດຈະມີຄວາມປາຖະໜາບາງຢ່າງທີ່ຈະໄລ່ຕາມຄວາມຈິງ, ແຕ່ພວກເຂົາພຽງແຕ່ຂີ້ຢ້ານເກີນໄປ. ພວກເຂົາບໍ່ເຂົ້າໃຈຄວາມຈິງ, ຂາດການແຍກແຍະ ແລະ ໂງ່ຈ້າຫຼາຍ; ພວກເຂົາບໍ່ສາມາດເບິ່ງທະລຸເຖິງແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສໄດ້ ແລະ ພວກເຂົາບໍ່ເຄີຍກ້າທີ່ຈະເປີດໂປງຜູ້ຕໍ່ຕ້ານພຣະຄຣິສ, ເຊິ່ງປ່ອຍໃຫ້ຜູ້ຕໍ່ຕ້ານພຣະຄຣິສລົງມືກ່ອນ ແລະ ທຳຮ້າຍພວກເຂົາດ້ວຍສິ່ງນັ້ນ. ຖ້ານັ້ນຄືຜົນທີ່ພວກເຂົາໄດ້ຮັບ ຫຼື ນັ້ນຄືສິ່ງທີ່ພວກເຂົາຕ້ອງພົບພໍ້, ມັນເກີດຂຶ້ນໄດ້ແນວໃດ? ພວກເຂົາຈະບໍ່ຖືກທຳຮ້າຍຢ່າງໂຫດຮ້າຍປ່າເຖື່ອນໂດຍຜູ້ຕໍ່ຕ້ານພຣະຄຣິສບໍ? (ພວກເຂົາຈະຖືກທໍາຮ້າຍ.) ຄົນທີ່ໄລ່ຕາມຄວາມຈິງຄວນໄດ້ຮັບບົດຮຽນຫຍັງຈາກສິ່ງນີ້? ທັດສະນະຄະຕິທີ່ຜູ້ຄົນຄວນມີໃນແງ່ຂອງວິທີການປະຕິບັດຕໍ່ຜູ້ນຳ ຫຼື ຜູ້ເຮັດວຽກແມ່ນຫຍັງ? ຖ້າສິ່ງທີ່ຜູ້ນຳ ຫຼື ຜູ້ເຮັດວຽກເຮັດນັ້ນຖືກຕ້ອງ ແລະ ສອດຄ່ອງກັບຄວາມຈິງ, ເຈົ້າກໍສາມາດເຊື່ອຟັງພວກເຂົາໄດ້; ຖ້າສິ່ງທີ່ພວກເຂົາເຮັດນັ້ນຜິດ ແລະ ບໍ່ສອດຄ່ອງກັບຄວາມຈິງ, ເຈົ້າກໍບໍ່ຄວນເຊື່ອຟັງພວກເຂົາ ແລະ ເຈົ້າສາມາດເປີດໂປງພວກເຂົາ, ຕໍ່ຕ້ານພວກເຂົາ ແລະ ສະເໜີຄວາມຄິດເຫັນທີ່ແຕກຕ່າງໄດ້. ຖ້າພວກເຂົາບໍ່ສາມາດເຮັດວຽກງານຕົວຈິງໄດ້ ຫຼື ເຮັດການກະທຳທີ່ຊົ່ວຮ້າຍທີ່ກໍ່ໃຫ້ເກີດການລົບກວນຕໍ່ວຽກງານຂອງຄຣິສຕະຈັກ ແລະ ຖືກເປີດເຜີຍວ່າເປັນຜູ້ນຳປອມ, ຜູ້ເຮັດວຽກປອມ ຫຼື ຜູ້ຕໍ່ຕ້ານພຣະຄຣິສ, ເຈົ້າກໍສາມາດແຍກແຍະ, ເປີດໂປງ ແລະ ລາຍງານພວກເຂົາໄດ້. ເຖິງຢ່າງໃດກໍຕາມ, ປະຊາກອນທີ່ພຣະເຈົ້າເລືອກບາງຄົນບໍ່ເຂົ້າໃຈຄວາມຈິງ ແລະ ຂີ້ຢ້ານເປັນພິເສດ; ພວກເຂົາຢ້ານການຖືກກົດຂີ່ ແລະ ຖືກທໍລະມານໂດຍຜູ້ນຳປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສ, ສະນັ້ນ ພວກເຂົາຈຶ່ງບໍ່ກ້າຍຶດໝັ້ນໃນຫຼັກການ. ພວກເຂົາເວົ້າວ່າ “ຖ້າຜູ້ນຳໄລ່ຂ້ອຍອອກ, ຂ້ອຍກໍຈົບກັນ; ຖ້າລາວໃຫ້ທຸກຄົນເປີດໂປງ ຫຼື ປະຖິ້ມຂ້ອຍ, ຂ້ອຍກໍຈະບໍ່ສາມາດເຊື່ອໃນພຣະເຈົ້າໄດ້ອີກຕໍ່ໄປ. ຖ້າຂ້ອຍຖືກຂັບໄລ່ອອກຈາກຄຣິສຕະຈັກ, ພຣະເຈົ້າກໍຈະບໍ່ຕ້ອງການຂ້ອຍ ແລະ ຈະບໍ່ຊ່ວຍໃຫ້ຂ້ອຍລອດພົ້ນ ແລະ ຄວາມເຊື່ອຂອງຂ້ອຍຈະບໍ່ສູນເປົ່າບໍ?” ຄວາມຄິດແບບນັ້ນບໍ່ເລື່ອງທີ່ໜ້າຫົວຂັວນບໍ? ຄົນແບບນັ້ນມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າບໍ? ຜູ້ນຳປອມ ຫຼື ຜູ້ຕໍ່ຕ້ານພຣະຄຣິສຈະເປັນຕົວແທນຂອງພຣະເຈົ້າບໍ ເມື່ອພວກເຂົາຂັບໄລ່ເຈົ້າອອກ? ເມື່ອຜູ້ນຳປອມ ຫຼື ຜູ້ຕໍ່ຕ້ານພຣະຄຣິສທໍລະມານ ແລະ ຂັບໄລ່ເຈົ້າອອກ, ນີ້ແມ່ນການກະທຳຂອງຊາຕານ ແລະ ບໍ່ມີຫຍັງກ່ຽວຂ້ອງກັບພຣະເຈົ້າເລີຍ; ເມື່ອຜູ້ຄົນຖືກກຳຈັດອອກ ຫຼື ຖືກຂັບໄລ່ອອກຈາກຄຣິສຕະຈັກ, ສິ່ງນີ້ຈະສອດຄ່ອງກັບເຈດຕະນາຂອງພຣະເຈົ້າກໍຕໍ່ເມື່ອມີການຕັດສິນໃຈຮ່ວມກັນລະຫວ່າງຄຣິສຕະຈັກ ແລະ ປະຊາກອນທີ່ພຣະເຈົ້າເລືອກທັງໝົດ ແລະ ເມື່ອການຄັດອອກ ຫຼື ການຂັບໄລ່ອອກນັ້ນສອດຄ່ອງກັບການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ ແລະ ຫຼັກການຄວາມຈິງແຫ່ງພຣະທຳຂອງພຣະເຈົ້າຢ່າງຄົບຖ້ວນ. ການຖືກຂັບໄລ່ອອກໂດຍຜູ້ນຳປອມ ຫຼື ຜູ້ຕໍ່ຕ້ານພຣະຄຣິສຈະໝາຍຄວາມວ່າເຈົ້າບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ແນວໃດ? ນີ້ຄືການຂົ່ມເຫັງຂອງຊາຕານ ແລະ ຜູ້ຕໍ່ຕ້ານພຣະຄຣິສ ແລະ ບໍ່ໄດ້ໝາຍຄວາມວ່າເຈົ້າຈະບໍ່ຖືກຊ່ວຍໃຫ້ລອດພົ້ນໂດຍພຣະເຈົ້າ. ບໍ່ວ່າເຈົ້າຈະສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ ຫຼື ບໍ່ນັ້ນແມ່ນຂຶ້ນຢູ່ກັບພຣະເຈົ້າ. ບໍ່ມີມະນຸດຄົນໃດມີຄຸນສົມບັດທີ່ຈະຕັດສິນວ່າເຈົ້າສາມາດຖືກຊ່ວຍໃຫ້ລອດພົ້ນໂດຍພຣະເຈົ້າໄດ້ ຫຼື ບໍ່. ເຈົ້າຕ້ອງຊັດເຈນກ່ຽວກັບເລື່ອງນີ້. ແລະ ການຖືວ່າການຖືກຂັບໄລ່ອອກຂອງເຈົ້າໂດຍຜູ້ນຳປອມ ຫຼື ຜູ້ຕໍ່ຕ້ານພຣະຄຣິສເປັນການຖືກຂັບໄລ່ອອກໂດຍພຣະເຈົ້າ, ນີ້ບໍ່ແມ່ນການເຂົ້າໃຈພຣະເຈົ້າຜິດບໍ? ແມ່ນແລ້ວ ແລະ ນີ້ບໍ່ພຽງແຕ່ເປັນການເຂົ້າໃຈພຣະເຈົ້າຜິດເທົ່ານັ້ນ, ແຕ່ຍັງເປັນການກະບົດຕໍ່ພຣະເຈົ້າອີກດ້ວຍ. ມັນຍັງເປັນການໝິ່ນປະໝາດພຣະເຈົ້າໃນລະດັບໜຶ່ງອີກດ້ວຍ. ແລະ ການເຂົ້າໃຈພຣະເຈົ້າຜິດດ້ວຍວິທີນີ້ບໍ່ແມ່ນຄວາມໂງ່ຈ້າ ແລະ ເບົາປັນຍາບໍ? ເມື່ອຜູ້ນຳປອມ ຫຼື ຜູ້ຕໍ່ຕ້ານພຣະຄຣິສຂັບໄລ່ເຈົ້າອອກ, ເປັນຫຍັງເຈົ້າຈຶ່ງບໍ່ສະແຫວງຫາຄວາມຈິງ? ເປັນຫຍັງເຈົ້າຈຶ່ງບໍ່ຊອກຫາຄົນທີ່ເຂົ້າໃຈຄວາມຈິງເພື່ອໃຫ້ໄດ້ຮັບການແຍກແຍະບາງຢ່າງ? ແລະ ເປັນຫຍັງເຈົ້າຈຶ່ງບໍ່ລາຍງານເລື່ອງນີ້ຕໍ່ເບື້ອງເທິງ? ສິ່ງນີ້ພິສູດວ່າເຈົ້າບໍ່ເຊື່ອວ່າຄວາມຈິງມີອຳນາດສູງສຸດໃນເຮືອນຂອງພຣະເຈົ້າ, ມັນສະແດງໃຫ້ເຫັນວ່າເຈົ້າບໍ່ມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ, ວ່າເຈົ້າບໍ່ແມ່ນຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ. ຖ້າເຈົ້າໄວ້ວາງໃຈໃນຄວາມຊົງລິດອໍານາດຍິ່ງໃຫຍ່ຂອງພຣະເຈົ້າ, ເປັນຫຍັງເຈົ້າຈຶ່ງຢ້ານການແກ້ແຄ້ນຂອງຜູ້ນຳປອມ ຫຼື ຜູ້ຕໍ່ຕ້ານພຣະຄຣິສ? ພວກເຂົາສາມາດກຳນົດຊະຕາກຳຂອງເຈົ້າໄດ້ບໍ? ຖ້າເຈົ້າສາມາດແຍກແຍະໄດ້ ແລະ ພົບວ່າການກະທຳຂອງພວກເຂົາຂັດກັບຄວາມຈິງ, ເປັນຫຍັງຈຶ່ງບໍ່ໂອ້ລົມກັບປະຊາກອນທີ່ພຣະເຈົ້າເລືອກທີ່ເຂົ້າໃຈຄວາມຈິງ? ເຈົ້າມີປາກ, ແລ້ວເປັນຫຍັງເຈົ້າຈຶ່ງບໍ່ກ້າເວົ້າອອກມາ? ເປັນຫຍັງເຈົ້າຈຶ່ງຢ້ານຜູ້ນຳປອມ ຫຼື ຜູ້ຕໍ່ຕ້ານພຣະຄຣິສຫຼາຍຂະໜາດນັ້ນ? ສິ່ງນີ້ພິສູດວ່າເຈົ້າເປັນຄົນຂີ້ຢ້ານ, ເປັນຄົນບໍ່ໄດ້ເລື່ອງ, ເປັນໝາຮັບໃຊ້ຂອງຊາຕານ. ຖ້າເມື່ອຖືກຂົ່ມຂູ່ໂດຍຜູ້ນຳປອມ ຫຼື ຜູ້ຕໍ່ຕ້ານພຣະຄຣິສ ເຈົ້າບໍ່ກ້າລາຍງານພວກເຂົາຕໍ່ເບື້ອງເທິງ, ສິ່ງນີ້ສະແດງໃຫ້ເຫັນວ່າເຈົ້າຖືກຜູກມັດໂດຍຊາຕານແລ້ວ ແລະ ເຈົ້າມີຈິດໃຈດຽວກັນກັບພວກເຂົາ; ນີ້ບໍ່ແມ່ນການຕິດຕາມຊາຕານບໍ? ຄົນແບບນີ້ຈະເປັນໜຶ່ງໃນປະຊາກອນທີ່ພຣະເຈົ້າເລືອກໄດ້ແນວໃດ? ເວົ້າແບບງ່າຍໆເລີຍ ພວກເຂົາເປັນພຽງພວກເສດເດນ. ທຸກຄົນທີ່ມີຈິດໃຈດຽວກັນກັບຜູ້ນຳປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສຈະບໍ່ມີວັນເປັນຄົນດີໄດ້ເລີຍ; ພວກເຂົາແມ່ນຜູ້ເຮັດຄວາມຊົ່ວ. ຄົນແບບນີ້ເກີດມາເພື່ອເປັນລູກສະໝຸນຂອງມານຮ້າຍ, ພວກເຂົາເປັນໝາຮັບໃຊ້ຂອງຊາຕານ ແລະ ພວກເຂົາບໍ່ສົມຄວນໄດ້ຮັບການໄຖ່ບາບ. ທຸກຄົນທີ່ບໍ່ກ້າເປີດໂປງຜູ້ຕໍ່ຕ້ານພຣະຄຣິສເມື່ອເຫັນພວກເຂົາເຮັດຄວາມຊົ່ວ, ຜູ້ທີ່ຢ້ານການລ່ວງເກີນຜູ້ຕໍ່ຕ້ານພຣະຄຣິສ, ຜູ້ທີ່ເຖິງກັບປົກປ້ອງ ແລະ ເຊື່ອຟັງພວກເຂົາ, ພວກເຂົາບໍ່ແມ່ນຄົນທີ່ໂງ່ຈ້າ ແລະ ເບົາປັນຍາບໍ? ຖ້າເຈົ້າຮູ້ຈັກຫຼັກການຄວາມຈິງຢ່າງຄົບຖ້ວນແຕ່ກໍຍັງລະເມີດພວກມັນ ແລະ ເຖິງກັບສ້າງພັນທະມິດ ແລະ ຈັບກຸ່ມກັບຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສ, ເຈົ້າບໍ່ໄດ້ກຳລັງເຮັດໜ້າທີ່ເປັນຜູ້ສົມຮູ້ຮ່ວມຄິດ ແລະ ລູກສະໝຸນຂອງຊາຕານບໍ? ສະນັ້ນ ມັນບໍ່ສົມຄວນແລ້ວບໍ ເມື່ອໃນທີ່ສຸດເຈົ້າຖືກຈັດການໃນຖານະຄົນຊົ່ວຮ້າຍ ແລະ ຜູ້ສົມຮູ້ຮ່ວມຄິດຂອງຜູ້ຕໍ່ຕ້ານພຣະຄຣິສ? ຖ້າເຈົ້າເຊື່ອໃນພຣະເຈົ້າ ແຕ່ແທນທີ່ຈະຕິດຕາມພຣະເຈົ້າ ເຈົ້າພັດຕິດຕາມຜູ້ຕໍ່ຕ້ານພຣະຄຣິສ ໂດຍເຮັດໜ້າທີ່ເປັນໜຶ່ງໃນລູກສະໝຸນ ຫຼື ຜູ້ສົມຮູ້ຮ່ວມຄິດຂອງພວກເຂົາ, ແລ້ວເຈົ້າບໍ່ໄດ້ກຳລັງຂຸດຂຸມຝັງສົບຂອງຕົນເອງ ແລະ ນຳຄວາມພິນາດມາສູ່ຕົນເອງບໍ? ຖ້າເຈົ້າເຊື່ອໃນພຣະເຈົ້າ ແຕ່ແທນທີ່ຈະອ່ອນນ້ອມຕໍ່ພຣະເຈົ້າ ເຈົ້າພັດຍອມຈຳນົນ ແລະ ເພິ່ງພາສັດຕູຂອງພຣະເຈົ້າ ເຊິ່ງກໍຄືຜູ້ຕໍ່ຕ້ານພຣະຄຣິສ ແລະ ຜົນກໍຄືເຈົ້າຖືກບົງການ ແລະ ຖືກທຳຮ້າຍໂດຍຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້, ແລ້ວເຈົ້າກໍເປັນຜູ້ຫາເລື່ອງໃສ່ຕົວເອງ. ມັນບໍ່ສົມຄວນແລ້ວບໍ? ຖ້າເຈົ້າປະຕິບັດຕໍ່ຜູ້ຕໍ່ຕ້ານພຣະຄຣິສໃນຖານະນາຍຂອງເຈົ້າ, ໃນຖານະຜູ້ນຳຂອງເຈົ້າ, ໃນຖານະບ່ອນອີງຂອງເຈົ້າ, ແລ້ວເຈົ້າກໍກຳລັງລີ້ໄພໃນຊາຕານ, ເຈົ້າກຳລັງຕິດຕາມຊາຕານ ເຊິ່ງໝາຍຄວາມວ່າເຈົ້າໄດ້ຫຼົງທາງ ແລະ ເລືອກເສັ້ນທາງທີ່ຜິດ ແລະ ກ້າວເຂົ້າສູ່ເສັ້ນທາງທີ່ບໍ່ມີວັນຫວນກັບ. ເຈົ້າຄວນມີທັດສະນະຄະຕິແນວໃດຕໍ່ຜູ້ຕໍ່ຕ້ານພຣະຄຣິສ? ເຈົ້າຄວນເປີດໂປງພວກເຂົາ ແລະ ຕໍ່ສູ້ກັບພວກເຂົາ. ຖ້າມີພຽງແຕ່ໜຶ່ງ ຫຼື ສອງຄົນໃນພວກເຈົ້າ ແລະ ພວກເຈົ້າອ່ອນແອເກີນກວ່າທີ່ຈະປະເຊີນໜ້າກັບຜູ້ຕໍ່ຕ້ານພຣະຄຣິສພຽງລຳພັງ, ພວກເຈົ້າກໍຄວນຮ່ວມມືກັບຫຼາຍໆຄົນທີ່ເຂົ້າໃຈຄວາມຈິງເພື່ອລາຍງານ ແລະ ເປີດໂປງຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ ແລະ ຄວນສືບຕໍ່ເຮັດຈົນກວ່າພວກເຂົາຈະຖືກຄັດອອກ. ຂ້ອຍໄດ້ຍິນວ່າໃນຊ່ວງສອງປີທີ່ຜ່ານມາ, ປະຊາກອນທີ່ພຣະເຈົ້າເລືອກໃນບາງເຂດສິດຍາພິບານໃນຈີນແຜ່ນດິນໃຫຍ່ໄດ້ຮ່ວມມືກັນເພື່ອປົດຜູ້ນຳປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສອອກຈາກຕຳແໜ່ງ; ຜູ້ນຳປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສບາງຄົນເຖິງກັບເປັນຫົວໜ້າກຸ່ມຕັດສິນໃຈ ແຕ່ພວກເຂົາກໍຍັງຖືກປົດອອກໂດຍປະຊາກອນທີ່ພຣະເຈົ້າເລືອກຢູ່ດີ. ປະຊາກອນທີ່ພຣະເຈົ້າເລືອກບໍ່ຈຳເປັນຕ້ອງລໍຖ້າການອະນຸມັດຈາກເບື້ອງເທິງ; ໂດຍອີງໃສ່ຫຼັກການຄວາມຈິງ ພວກເຂົາສາມາດລະບຸຕົວຜູ້ນຳປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ໄດ້ ເຊິ່ງເປັນຜູ້ທີ່ບໍ່ໄດ້ເຮັດວຽກງານຕົວຈິງ ແລະ ມັກຈະທໍລະມານອ້າຍເອື້ອຍນ້ອງຢູ່ສະເໝີ, ຜູ້ທີ່ກະທຳການຢ່າງບ້າບິ່ນ ແລະ ລົບກວນວຽກງານຂອງເຮືອນຂອງພຣະເຈົ້າ ແລະ ໄດ້ຈັດການກັບພວກເຂົາຢ່າງທັນທ່ວງທີ. ບາງຄົນຖືກຂັບໄລ່ອອກຈາກກຸ່ມຕັດສິນໃຈ, ບາງຄົນຖືຄັດອອກຈາກຄຣິສຕະຈັກ ເຊິ່ງເປັນສິ່ງທີ່ດີຫຼາຍ! ສິ່ງນີ້ສະແດງໃຫ້ເຫັນວ່າປະຊາກອນທີ່ພຣະເຈົ້າເລືອກໄດ້ກ້າວເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຂອງການເຊື່ອໃນພຣະເຈົ້າແລ້ວ. ປະຊາກອນທີ່ພຣະເຈົ້າເລືອກບາງຄົນໄດ້ເຂົ້າໃຈຄວາມຈິງແລ້ວ ແລະ ຕອນນີ້ກໍມີວຸດທິພາວະເລັກນ້ອຍ, ພວກເຂົາບໍ່ຖືກຄວບຄຸມ ແລະ ຫຼອກລວງໂດຍຊາຕານອີກຕໍ່ໄປ, ພວກເຂົາກ້າທີ່ຈະລຸກຂຶ້ນຢືນ ແລະ ຕໍ່ສູ້ກັບອຳນາດທີ່ຊົ່ວຮ້າຍຂອງຊາຕານ. ສິ່ງນີ້ຍັງສະແດງໃຫ້ເຫັນວ່າອຳນາດຂອງຜູ້ນຳປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສໃນຄຣິສຕະຈັກບໍ່ໄດ້ເປັນຝ່າຍໄດ້ປຽບອີກຕໍ່ໄປ. ສະນັ້ນ ພວກເຂົາຈຶ່ງບໍ່ກ້າທີ່ຈະສະແດງອອກຢ່າງໂຈ່ງແຈ້ງໃນຄຳເວົ້າ ແລະ ການກະທຳຂອງພວກເຂົາອີກຕໍ່ໄປ. ທັນທີທີ່ພວກເຂົາເປີດເຜີຍທາດແທ້ຂອງພວກເຂົາ, ກໍຈະມີຄົນຢູ່ທີ່ນັ້ນເພື່ອຄວບຄຸມດູແລພວກເຂົາ, ແຍກແຍະພວກເຂົາ ແລະ ປະຕິເສດພວກເຂົາ. ນັ້ນໝາຍຄວາມວ່າ ໃນໃຈຂອງຜູ້ທີ່ເຂົ້າໃຈຄວາມຈິງຢ່າງແທ້ຈິງແລ້ວ, ສະຖານະ, ຊື່ສຽງ ແລະ ອຳນາດຂອງມະນຸດບໍ່ໄດ້ມີບົດບາດສຳຄັນອີກຕໍ່ໄປ. ຄົນແບບນັ້ນບໍ່ໄດ້ໃຫ້ຄວາມສຳຄັນກັບສິ່ງເຫຼົ່ານັ້ນ. ເມື່ອຄົນໃດໜຶ່ງສາມາດສະແຫວງຫາຄວາມຈິງ ແລະ ໂອ້ລົມກ່ຽວກັບມັນຢ່າງຈິງຈັງ ແລະ ເມື່ອພວກເຂົາເລີ່ມປະເມີນຄືນ ແລະ ໄຕ່ຕອງກ່ຽວກັບເສັ້ນທາງທີ່ຜູ້ເຊື່ອໃນພຣະເຈົ້າຄວນຍ່າງ ແລະ ວິທີທີ່ພວກເຂົາຄວນປະຕິບັດຕໍ່ຜູ້ນຳ ແລະ ຜູ້ເຮັດວຽກ ແລະ ພວກເຂົາເລີ່ມຄິດໄຕ່ຕອງວ່າໃຜກັນແທ້ທີ່ຜູ້ຄົນຄວນຕິດຕາມ, ພຶດຕິກຳໃດຄືການຕິດຕາມມະນຸດ ແລະ ພຶດຕິກຳໃດຄືການຕິດຕາມພຣະເຈົ້າ ແລ້ວຈາກນັ້ນ ຫຼັງຈາກທີ່ໄດ້ຄົ້ນຫາຄວາມຈິງເຫຼົ່ານີ້ ແລະ ມີປະສົບການກັບພວກມັນເປັນເວລາຫຼາຍປີ, ເມື່ອພວກເຂົາໄດ້ມາເຂົ້າໃຈຄວາມຈິງບາງຢ່າງ ແລະ ມີການແຍກແຍະໂດຍບໍ່ຮູ້ຕົວ, ພວກເຂົາກໍຈະໄດ້ຮັບວຸດທິພາວະເລັກນ້ອຍ. ການທີ່ສາມາດສະແຫວງຫາຄວາມຈິງໃນທຸກສິ່ງກໍຄືການໄດ້ກ້າວເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຂອງການເຊື່ອໃນພຣະເຈົ້າ.

ການທີ່ປະຊາກອນທີ່ພຣະເຈົ້າເລືອກສາມາດແຍກແຍະ ແລະ ປະຕິເສດຜູ້ນຳປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສໄດ້ນັ້ນຖືເປັນສິ່ງທີ່ດີ, ເປັນເລື່ອງທີ່ດີ. ຜູ້ນຳບາງຄົນບໍ່ສາມາດເຮັດວຽກງານຕົວຈິງໄດ້; ສິ່ງທີ່ພວກເຂົາເຮັດມີພຽງແຕ່ການກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ ຈົນເຮັດໃຫ້ບໍ່ມີຄວາມສະຫງົບສຸກໃນຊີວິດຂອງຄຣິສຕະຈັກ. ອ້າຍເອື້ອຍນ້ອງທຸກຄົນຮູ້ສຶກບໍ່ພໍໃຈກັບພວກເຂົາ ແລະ ໃນທີ່ສຸດ ພວກເຂົາກໍປະຕິເສດຄົນເຫຼົ່ານັ້ນ. ພວກເຂົາເຮັດແບບນີ້ຖືກຕ້ອງບໍ? (ຖືກຕ້ອງແລ້ວ.) ຍັງມີຄົນອື່ນໆທີ່ຖືກເລືອກໃຫ້ເປັນຜູ້ນຳ ແລະ ໃນຕອນທຳອິດ ອ້າຍເອື້ອຍນ້ອງກໍເວົ້າວ່າ “ນັ້ນຄືຄົນທີ່ພວກເຮົາເລືອກ, ສະນັ້ນ ພວກເຮົາຈຳເປັນຕ້ອງຮ່ວມມືກັບວຽກງານຂອງພວກເຂົາ”. ຫຼັງຈາກນັ້ນໄລຍະໜຶ່ງ ພວກເຂົາກໍກາຍເປັນຕົວເລືອກທີ່ຜິດພາດ: ພວກເຂົາມີຄວາມກະຕືລືລົ້ນໃນຄວາມເຊື່ອທີ່ພວກເຂົາມີຕໍ່ພຣະເຈົ້າ ແຕ່ພວກເຂົາບໍ່ມີຄວາມເຂົ້າໃຈຝ່າຍວິນຍານ. ພວກເຂົາມັກຈະບິດເບືອນ ແລະ ອວດດີ ແລະ ຖືຕົນວ່າຊອບທຳ; ພວກເຂົາບໍ່ປຶກສາຫາລືເລື່ອງຕ່າງໆກັບຄົນອື່ນ ແລະ ພວກເຂົາບໍ່ເຮັດຫຍັງຕາມຫຼັກການເລີຍ ແຕ່ພຽງແຕ່ກະທຳການຢ່າງບ້າບິ່ນ. ສິ່ງນີ້ນຳໄປສູ່ການລະເມີດດ້ານຄວາມປອດໄພ; ອ້າຍເອື້ອຍນ້ອງຂອງຄຣິສຕະຈັກຖືກຈັບກຸມຢູ່ເລື້ອຍໆ ແລະ ວຽກງານຂອງຄຣິສຕະຈັກກໍໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ. ຜູ້ນຳບໍ່ພຽງແຕ່ບໍ່ໄຕ່ຕອງກ່ຽວກັບຕົນເອງເທົ່ານັ້ນ ແຕ່ຍັງຫາເຫດຜົນມາອ້າງໃຫ້ກັບຕົນເອງ, ໂຕ້ແຍ້ງເພື່ອປົກປ້ອງຕົນເອງ ແລະ ປັດຄວາມຮັບຜິດຊອບອີກດ້ວຍ. ໃນທີ່ສຸດ ກຸ່ມຄົນກໍປົດພວກເຂົາອອກຈາກຕຳແໜ່ງ. ເຈົ້າຄິດວ່າພວກເຂົາຈັດການກັບສະຖານະການນັ້ນດ້ວຍວິທີທີ່ຖືກຕ້ອງບໍ? (ຖືກຕ້ອງ.) ຖືກຕ້ອງແລ້ວແທ້ໆ! ແລະ ທັນທີຫຼັງຈາກທີ່ຈັດການກັບຄົນນັ້ນແລ້ວ ພວກເຂົາກໍເລືອກຄົນອື່ນຂຶ້ນມາແທນ ແລະ ຫຼັງຈາກນັ້ນໄລຍະໜຶ່ງ ມັນກໍເປັນທີ່ຊັດເຈນສຳລັບທຸກຄົນວ່າຄົນຜູ້ນີ້ດີກວ່າຜູ້ນຳປອມຄົນນັ້ນຫຼາຍ ເຊິ່ງພິສູດໃຫ້ເຫັນວ່າກຸ່ມຄົນມີການແຍກແຍະ ແລະ ໄດ້ເຕີບໂຕຂຶ້ນ. ນີ້ຄືຂະບວນການທີ່ປະຊາກອນທີ່ພຣະເຈົ້າເລືອກເຕີບໂຕໃນຊີວິດ. ມັນເປັນເລື່ອງປົກກະຕິຫຼາຍ. ເຈົ້າຄິດບໍວ່າເມື່ອຜູ້ຄົນຟັງການເທດສະໜາມາຫຼາຍປີ ພວກເຂົາທຸກຄົນກໍຈະມີການແຍກແຍະຫຼາຍຂຶ້ນ ແລະ ເລືອກຜູ້ນຳ ແລະ ຜູ້ເຮັດວຽກທຸກຄົນໄດ້ຢ່າງຖືກຕ້ອງ, ບໍ່ວ່າພວກເຂົາຈະເລືອກໃຜ ຄົນນັ້ນຈະດໍາລົງຕຳແໜ່ງໄດ້ຕະຫຼອດບໍ? ມັນເປັນແບບນັ້ນບໍ? (ບໍ່.) ເມື່ອຜູ້ຄົນບໍ່ເຂົ້າໃຈຫຼັກການຄວາມຈິງ ຈຸດສຸມຂອງພວກເຂົາໃນການເລືອກຜູ້ນຳກໍມັກຈະຢູ່ທີ່ການເລືອກຄົນທີ່ຫົວໄວ, ຄົນທີ່ເວົ້າເກັ່ງ, ຄົນທີ່ມີພອນສະຫວັນ. ຈົນກວ່າຄົນນັ້ນຈະຖືກເປີດເຜີຍວ່າເປັນຜູ້ນຳປອມ ຫຼື ຜູ້ຕໍ່ຕ້ານພຣະຄຣິສຫຼັງຈາກທີ່ຢູ່ໃນຕຳແໜ່ງໄດ້ໄລຍະໜຶ່ງ ຜູ້ຄົນຈຶ່ງເລີ່ມພັດທະນາການແຍກແຍະ; ຫຼັງຈາກນັ້ນ ພວກເຂົາກໍຈະບໍ່ເລືອກຄົນແບບນັ້ນອີກ. ແລ້ວໃຜກັນແທ້ທີ່ຄວນຖືກເລືອກ ເມື່ອເລືອກຜູ້ນຳ ແລະ ຜູ້ເຮັດວຽກ? ບໍ່ມີກົດລະບຽບທີ່ຕາຍຕົວ. ມັນຂຶ້ນຢູ່ກັບວ່າຄົນນັ້ນເປັນຄົນທີ່ເໝາະສົມ ຫຼື ບໍ່ ແລະ ພວກເຂົາໄລ່ຕາມຄວາມຈິງ ຫຼື ບໍ່. ບໍ່ວ່າໃນກໍລະນີໃດກໍຕາມ ຖ້າຄົນໃດໜຶ່ງເປັນຄົນຊົ່ວຮ້າຍ ຫຼື ຜູ້ຕໍ່ຕ້ານພຣະຄຣິສ ເຈົ້າກໍຕ້ອງບໍ່ເລືອກພວກເຂົາ ບໍ່ວ່າພວກເຂົາຈະເປັນຄົນປະເພດໃດກໍຕາມ. ຖ້າເຈົ້າເຮັດແບບນັ້ນ ເຈົ້າກໍຈະກຳລັງຂຸດຂຸມຝັງຕົນເອງ. ມັນບໍ່ແມ່ນແບບນັ້ນບໍ? (ແມ່ນແລ້ວ.)

ກັບມາທີ່ຫົວຂໍ້ທີ່ພວກເຮົາຫາກໍເວົ້າເຖິງ ເຊິ່ງກໍຄືການທີ່ຜູ້ຕໍ່ຕ້ານພຣະຄຣິສໂຈມຕີ ແລະ ກີດກັນຄົນທີ່ໄລ່ຕາມາຄວາມຈິງ: ໂດຍພື້ນຖານແລ້ວ ພວກເຮົາໄດ້ເວົ້າໃນສິ່ງທີ່ຄວນເວົ້າກ່ຽວກັບເລື່ອງນັ້ນໄປແລ້ວ, ແມ່ນບໍ່? ຜູ້ຕໍ່ຕ້ານພຣະຄຣິສກີດກັນ ແລະ ໂຈມຕີຄົນທີ່ໄລ່ຕາມຄວາມຈິງແນວໃດ? ພວກເຂົາມັກຈະໃຊ້ວິທີການທີ່ຄົນອື່ນເຫັນວ່າສົມເຫດສົມຜົນ ແລະ ເໝາະສົມ, ເຖິງກັບໃຊ້ການໂຕ້ຖຽງກ່ຽວກັບຄວາມຈິງເພື່ອຈັບຈຸດອ່ອນ ເພື່ອໂຈມຕີ, ກ່າວໂທດ ແລະ ເຮັດໃຫ້ຄົນອື່ນຫຼົງຜິດ. ຕົວຢ່າງເຊັ່ນ: ຜູ້ຕໍ່ຕ້ານພຣະຄຣິສຄິດວ່າຖ້າຄູ່ຮ່ວມງານຂອງພວກເຂົາເປັນຄົນທີ່ໄລ່ຕາມຄວາມຈິງ, ພວກເຂົາກໍສາມາດຂົ່ມຂູ່ສະຖານະຂອງພວກເຂົາໄດ້ ແລະ ດ້ວຍເຫດນັ້ນ ຜູ້ຕໍ່ຕ້ານພຣະຄຣິສຈຶ່ງຈະເທດສະໜາທີ່ສູງສົ່ງ ແລະ ສົນທະນາກ່ຽວກັບທິດສະດີຝ່າຍວິນຍານເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ເຮັດໃຫ້ຜູ້ຄົນຍົກຍ້ອງພວກເຂົາ. ດ້ວຍວິທີນັ້ນ ພວກເຂົາສາມາດຫຼຸດຄຸນຄ່າ ແລະ ກົດຂີ່ຄູ່ຮ່ວມງານ ແລະ ເພື່ອນຮ່ວມງານຂອງພວກເຂົາ ແລະ ເຮັດໃຫ້ຜູ້ຄົນຮູ້ສຶກວ່າເຖິງແມ່ນວ່າຄູ່ຮ່ວມງານຂອງຜູ້ນຳຂອງພວກເຂົາຈະເປັນຄົນທີ່ໄລ່ຕາມຄວາມຈິງ, ແຕ່ພວກເຂົາກໍບໍ່ທຽບເທົ່າກັບຜູ້ນຳຂອງພວກເຂົາໃນແງ່ຂອງຂີດຄວາມສາມາດ ແລະ ພອນສະຫວັນ. ບາງຄົນເຖິງກັບເວົ້າວ່າ “ການເທດສະໜາຂອງຜູ້ນຳຂອງພວກເຮົາແມ່ນສູງສົ່ງຫຼາຍ ແລະ ບໍ່ມີໃຜສາມາດທຽບໄດ້”. ສຳລັບຜູ້ຕໍ່ຕ້ານພຣະຄຣິສແລ້ວ, ການໄດ້ຍິນຄຳຄິດເຫັນແບບນັ້ນເປັນສິ່ງທີ່ໜ້າພໍໃຈຢ່າງຍິ່ງ. ພວກເຂົາຄິດໃນໃຈວ່າ “ເຈົ້າເປັນຄູ່ຮ່ວມງານຂອງຂ້ອຍ, ເຈົ້າບໍ່ມີຄວາມເປັນຈິງຄວາມຈິງບາງຢ່າງບໍ? ເປັນຫຍັງເຈົ້າຈຶ່ງບໍ່ສາມາດເວົ້າດ້ວຍຄວາມຄ່ອງແຄ້ວ ແລະ ສູງສົ່ງຄືກັບທີ່ຂ້ອຍເຮັດໄດ້? ຕອນນີ້ເຈົ້າຖືກເຮັດໃຫ້ອັບອາຍຢ່າງໜັກແລ້ວ. ເຈົ້າຂາດຄວາມສາມາດ ແຕ່ກໍຍັງກ້າທີ່ຈະມາແຂ່ງກັບຂ້ອຍ!” ນັ້ນຄືສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສກຳລັງຄິດ. ເປົ້າໝາຍຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງ? ພວກເຂົາກຳລັງພະຍາຍາມທຸກວິທີທາງທີ່ເປັນໄປໄດ້ເພື່ອກົດຂີ່, ຫຼຸດຄຸນຄ່າ ແລະ ຍົກຕົນເອງໃຫ້ສູງກວ່າຄົນອື່ນ. ນີ້ຄືວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ທຸກຄົນທີ່ໄລ່ຕາມຄວາມຈິງ ຫຼື ຮ່ວມມືກັບພວກເຂົາ. ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະເຮັດຫຍັງກໍຕາມ, ມັນລ້ວນແຕ່ເນັ້ນໃສ່ອຳນາດ ແລະ ສະຖານະຂອງພວກເຂົາເອງ ແລະ ມີຈຸດປະສົງເພື່ອໃຫ້ໄດ້ຮັບຄວາມເຄົາລົບ ແລະ ການຍົກຍ້ອງຈາກຄົນອື່ນ. ພວກເຂົາບໍ່ຍອມໃຫ້ໃຜເໜືອກວ່າພວກເຂົາ; ໃຜກໍຕາມທີ່ດີກວ່າພວກເຂົາກໍຈະຕ້ອງຖືກພວກເຂົາຫຼຸດຄຸນຄ່າ, ກີດກັນ ແລະ ກົດຂີ່ຢ່າງແນ່ນອນ. ຜູ້ຕໍ່ຕ້ານພຣະຄຣິສມີແຮງຈູງໃຈ ແລະ ເປົ້າໝາຍຢູ່ເບື້ອງຫຼັງທຸກວິທີທາງທີ່ພວກເຂົາໃຊ້ຕໍ່ຕ້ານຄົນທີ່ໄລ່ຕາມຄວາມຈິງ. ແທນທີ່ຈະສະແຫວງຫາການປົກປ້ອງວຽກງານຂອງເຮືອນພຣະເຈົ້າ, ຈຸດປະສົງຂອງພວກເຂົາແມ່ນເພື່ອປົກປ້ອງອຳນາດ ແລະ ສະຖານະຂອງພວກເຂົາເອງ ພ້ອມທັງຕຳແໜ່ງ ແລະ ພາບລັກຂອງພວກເຂົາໃນໃຈຂອງປະຊາກອນທີ່ພຣະເຈົ້າເລືອກ. ວິທີການ ແລະ ພຶດຕິກຳຂອງພວກເຂົາເປັນການຂັດຂວາງ ແລະ ການລົບກວນຕໍ່ວຽກງານຂອງເຮືອນພຣະເຈົ້າ ແລະ ພວກມັນຍັງມີຜົນກະທົບທີ່ທຳລາຍຕໍ່ຊີວິດຂອງຄຣິສຕະຈັກອີກດ້ວຍ. ນີ້ບໍ່ແມ່ນການສະແດງອອກທີ່ພົບເລື້ອຍທີ່ສຸດຂອງການກະທຳທີ່ຊົ່ວຮ້າຍຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ນອກເໜືອຈາກການກະທຳທີ່ຊົ່ວຮ້າຍເຫຼົ່ານີ້ແລ້ວ, ຜູ້ຕໍ່ຕ້ານພຣະຄຣິສຍັງເຮັດບາງສິ່ງທີ່ໜ້າລັງກຽດຍິ່ງກວ່ານັ້ນ ເຊິ່ງກໍຄືພວກເຂົາມັກຈະພະຍາຍາມຄິດຫາວິທີຈັບຈຸດອ່ອນຂອງຄົນທີ່ໄລ່ຕາມຄວາມຈິງຢູ່ສະເໝີ. ຕົວຢ່າງເຊັ່ນ: ຖ້າບາງຄົນເຄີຍລ່ວງປະເວນີ ຫຼື ກໍ່ການກະທໍາຜິດອື່ນໆ, ຜູ້ຕໍ່ຕ້ານພຣະຄຣິສກໍຈະຈັບຜິດສິ່ງເຫຼົ່ານີ້ເພື່ອເປັນຂໍ້ອ້າງໃນການໂຈມຕີພວກເຂົາ, ຊອກຫາໂອກາດເພື່ອດູຖູກ, ເປີດໂປງ ແລະ ໃສ່ຮ້າຍພວກເຂົາ, ຕິດປ້າຍໃຫ້ພວກເຂົາເພື່ອທຳລາຍຄວາມກະຕືລືລົ້ນຂອງພວກເຂົາໃນການປະຕິບັດໜ້າທີ່ຂອງພວກເຂົາ ເພື່ອໃຫ້ພວກເຂົາຮູ້ສຶກຄິດລົບ. ຜູ້ຕໍ່ຕ້ານພຣະຄຣິສຍັງເຮັດໃຫ້ປະຊາກອນທີ່ພຣະເຈົ້າເລືອກຈຳແນກພວກເຂົາ, ຫຼີກລ່ຽງພວກເຂົາ ແລະ ປະຕິເສດພວກເຂົາ ເພື່ອໃຫ້ຄົນທີ່ໄລ່ຕາມຄວາມຈິງຖືກແຍກດ່ຽວ. ໃນທີ່ສຸດ ເມື່ອທຸກຄົນທີ່ໄລ່ຕາມຄວາມຈິງຮູ້ສຶກຄິດລົບ ແລະ ອ່ອນແອ, ບໍ່ຫ້າວຫັນໃນການປະຕິບັດໜ້າທີ່ຂອງພວກເຂົາອີກຕໍ່ໄປ ແລະ ບໍ່ເຕັມໃຈທີ່ຈະເຂົ້າຮ່ວມການເຕົ້າໂຮມ, ເປົ້າໝາຍຂອງຜູ້ຕໍ່ຕ້ານພຣະຄຣິສກໍສຳເລັດ. ເນື່ອງຈາກຄົນທີ່ໄລ່ຕາມຄວາມຈິງບໍ່ໄດ້ເປັນໄພຄຸກຄາມຕໍ່ສະຖານະ ແລະ ອຳນາດຂອງພວກເຂົາອີກຕໍ່ໄປ ແລະ ບໍ່ມີໃຜກ້າທີ່ຈະລາຍງານ ຫຼື ເປີດໂປງພວກເຂົາອີກຕໍ່ໄປ, ຜູ້ຕໍ່ຕ້ານພຣະຄຣິສກໍສາມາດຮູ້ສຶກສະບາຍໃຈໄດ້. ຄົນທີ່ຜູ້ຕໍ່ຕ້ານພຣະຄຣິສກຽດຊັງທີ່ສຸດໃນຄຣິສຕະຈັກກໍຄືຄົນທີ່ໄລ່ຕາມຄວາມຈິງ, ໂດຍສະເພາະຄົນທີ່ມີຄວາມຮູ້ສຶກຍຸຕິທຳເຊິ່ງກ້າທີ່ຈະເປີດໂປງ ແລະ ລາຍງານຜູ້ນຳປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສ. ຜູ້ຕໍ່ຕ້ານພຣະຄຣິສເບິ່ງຄົນແບບນັ້ນວ່າເປັນດັ່ງເຂັມແທງຕາ ແລະ ໜາມແທງໃຈຂອງພວກເຂົາ. ຖ້າບັງເອີນພວກເຂົາເຫັນຄົນທີ່ໄລ່ຕາມຄວາມຈິງ ແລະ ເຕັມໃຈປະຕິບັດໜ້າທີ່ຂອງພວກເຂົາ, ຄວາມຄຽດແຄ້ນ ແລະ ຄວາມເປັນປໍລະປັກກໍຈະເກີດຂຶ້ນໃນໃຈຂອງພວກເຂົາ ໂດຍປາສະຈາກຄວາມຮັກແມ່ນແຕ່ໜ້ອຍດຽວ. ຜູ້ຕໍ່ຕ້ານພຣະຄຣິສຈະບໍ່ພຽງແຕ່ບໍ່ຊ່ວຍເຫຼືອ ຫຼື ສະໜັບສະໜູນຄົນທີ່ໄລ່ຕາມຄວາມຈິງ ໂດຍບໍ່ສົນໃຈຄວາມຫຍຸ້ງຍາກຂອງພວກເຂົາ ຫຼື ວ່າພວກເຂົາອາດຈະອ່ອນແອ ແລະ ຄິດລົບສໍ່າໃດກໍຕາມ, ພວກເຂົາຈະບໍ່ພຽງແຕ່ປ່ອຍປະລະເລີຍມັນເທົ່ານັ້ນ. ແຕ່ພວກເຂົາຈະແອບມີຄວາມສຸກກັບເລື່ອງນັ້ນ ແລະ ຖ້າຄົນໃດໜຶ່ງເຄີຍກ່າວຫາພວກເຂົາ ຫຼື ເປີດໂປງພວກເຂົາ, ພວກເຂົາກໍຈະສວຍໂອກາດຢຽບຊໍ້າໃນຕອນທີ່ຄົນນັ້ນກໍາລັງຕົກຕໍ່າ, ໂດຍກ່າວຫາພວກເຂົາດ້ວຍຄວາມຜິດທຸກຮູບແບບເພື່ອສັ່ງສອນພວກເຂົາ, ເພື່ອກ່າວໂທດພວກເຂົາ, ເພື່ອເຮັດໃຫ້ພວກເຂົາບໍ່ມີທາງໄປ ແລະ ໃນທີ່ສຸດກໍເພື່ອເຮັດໃຫ້ພວກເຂົາຄິດລົບຈົນບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້. ຈາກນັ້ນ ຜູ້ຕໍ່ຕ້ານພຣະຄຣິສກໍຈະພູມໃຈໃນຕົນເອງ ແລະ ເລີ່ມດີໃຈບົນຄວາມທຸກຂອງຄົນນັ້ນ. ສິ່ງປະເພດນີ້ຄືສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເກັ່ງທີ່ສຸດ; ການກີດກັນ, ການໂຈມຕີ ແລະ ການກ່າວໂທດຄົນທີ່ໄລ່ຕາມຄວາມຈິງຄືຄວາມຊ່ຽວຊານທີ່ຍິ່ງໃຫຍ່ທີ່ສຸດຂອງພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິສຄິດແນວໃດຈຶ່ງເຮັດໃຫ້ພວກເຂົາສາມາດເຮັດຄວາມຊົ່ວຮ້າຍແບບນັ້ນໄດ້? “ຖ້າຄົນທີ່ໄລ່ຕາມຄວາມຈິງເຫຼົ່ານັ້ນຟັງການເທດສະໜາຢູ່ເລື່ອຍໆ, ມື້ໜຶ່ງພວກເຂົາອາດຈະເບິ່ງທະລຸການກະທຳຂອງຂ້ອຍ ແລະ ຈາກນັ້ນ ພວກເຂົາກໍຈະເປີດໂປງຂ້ອຍ ແລະ ແທນທີ່ຂ້ອຍຢ່າງແນ່ນອນ. ໃນຂະນະທີ່ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາ, ສະຖານະ, ກຽດຕິຍົດ ແລະ ຊື່ສຽງຂອງຂ້ອຍກໍຕົກຢູ່ພາຍໃຕ້ໄພຄຸກຄາມ. ມັນຈະດີກວ່າທີ່ຈະລົງມືກ່ອນ, ຊອກຫາໂອກາດເພື່ອຈັບຈຸດອ່ອນເພື່ອລົບກວນ ແລະ ກ່າວໂທດພວກເຂົາ ແລະ ເຮັດໃຫ້ພວກເຂົາຄິດລົບ ເພື່ອໃຫ້ພວກເຂົາໝົດຄວາມປາຖະໜາທີ່ຈະປະຕິບັດໜ້າທີ່ຂອງພວກເຂົາ. ຂ້ອຍຍັງຈະຍຸຍົງໃຫ້ເກີດຄວາມຂັດແຍ້ງລະຫວ່າງຜູ້ນຳ ແລະ ຜູ້ເຮັດວຽກ ແລະ ຄົນທີ່ໄລ່ຕາມຄວາມຈິງ ເພື່ອໃຫ້ຜູ້ນຳ ແລະ ຜູ້ເຮັດວຽກລັງກຽດພວກເຂົາ, ຕີຕົວອອກຫ່າງຈາກພວກເຂົາ ແລະ ບໍ່ໃຫ້ຄຸນຄ່າ ຫຼື ສົ່ງເສີມພວກເຂົາອີກຕໍ່ໄປ. ດ້ວຍວິທີນັ້ນ ພວກເຂົາກໍຈະບໍ່ມີຄວາມປາຖະໜາທີ່ຈະໄລ່ຕາມຄວາມຈິງ ຫຼື ປະຕິບັດໜ້າທີ່ຂອງພວກເຂົາອີກຕໍ່ໄປ. ມັນຈະດີທີ່ສຸດຖ້າຄົນທີ່ໄລ່ຕາມຄວາມຈິງເຫຼົ່ານັ້ນຍັງຄົງຄິດລົບ”. ນີ້ຄືເປົ້າໝາຍທີ່ຜູ້ຕໍ່ຕ້ານພຣະຄຣິສປາຖະໜາທີ່ຈະເຮັດໃຫ້ສຳເລັດ. ເມື່ອຜູ້ຕໍ່ຕ້ານພຣະຄຣິສ ຫຼື ຄົນຊົ່ວຮ້າຍໃຊ້ກົນອຸບາຍໃສ່ຮ້າຍເຈົ້າ, ກ່າວໂທດເຈົ້າ ແລະ ເຮັດໃຫ້ເຈົ້າອັບອາຍ, ເຈົ້າສາມາດແຍກແຍະສິ່ງທີ່ກຳລັງເກີດຂຶ້ນໄດ້ບໍ? ເຈົ້າສາມາດເບິ່ງທະລຸກົນອຸບາຍຂອງຊາຕານໄດ້ບໍ? ເຈົ້າຕ້ອງຮູ້ຈັກແຍກແຍະຄື: “ສິ່ງທີ່ພວກເຂົາເວົ້າຟັງເບິ່ງຄືວ່າຂ້ອນຂ້າງຖືກຕ້ອງ, ແຕ່ເປັນຫຍັງຫຼັງຈາກທີ່ໄດ້ຟັງແລ້ວ ຂ້ອຍຈຶ່ງຮູ້ສຶກຄິດລົບ? ເປັນຫຍັງຂ້ອຍຈຶ່ງບໍ່ຢາກປະຕິບັດໜ້າທີ່ຂອງຂ້ອຍອີກຕໍ່ໄປ? ເປັນຫຍັງຂ້ອຍຈຶ່ງມີຄວາມລະແວງສົງໄສກ່ຽວກັບພຣະເຈົ້າ? ສິ່ງທີ່ພວກເຂົາເວົ້າມີບັນຫາບໍ? ເປັນຫຍັງມັນຈຶ່ງມີຜົນກະທົບທາງລົບ? ເປັນຫຍັງຫຼັງຈາກທີ່ໄດ້ຟັງແລ້ວ ຂ້ອຍຈຶ່ງມີຄວາມເຂົ້າໃຈຜິດ ແລະ ຄວາມຄິດຫຼົງຜິດກ່ຽວກັບພຣະເຈົ້າ ແລະ ບໍ່ປາຖະໜາທີ່ຈະອ່ອນນ້ອມອີກຕໍ່ໄປ? ເປັນຫຍັງຂ້ອຍຈຶ່ງບໍ່ມີຄວາມກະຕືລືລົ້ນ ແລະ ຄວາມຕັ້ງໃຈທີ່ຈະສະຫຼະຕົນເພື່ອພຣະເຈົ້າຄືແຕ່ກ່ອນອີກຕໍ່ໄປ? ແລະ ທັນໃດນັ້ນ ຂ້ອຍກໍມີຄວາມລະແວງສົງໄສບາງຢ່າງກ່ຽວກັບພາລະກິດຂອງພຣະເຈົ້າ, ຂ້ອຍຮູ້ສຶກວ່ານິມິດຂອງຂ້ອຍບໍ່ຊັດເຈນ. ຂ້ອຍບໍ່ຮູ້ວ່າການປະຕິບັດໜ້າທີ່ຂອງຂ້ອຍແບບນີ້ແມ່ນເພື່ອຫຍັງ ແລະ ຂ້ອຍຮູ້ສຶກວ່າຂ້ອຍບໍ່ມີຫຍັງເປັນຜົນສຳເລັດເລີຍສຳລັບຫຼາຍປີທີ່ຂ້ອຍໄດ້ເຊື່ອໃນພຣະເຈົ້າ ແລະ ຄວາມຍາກລຳບາກທີ່ຂ້ອຍໄດ້ຜ່ານຜ່າ. ຕອນນີ້ມີຄວາມມືດບາງຢ່າງຢູ່ໃນໃຈຂອງຂ້ອຍ”. ນັ້ນເປັນສິ່ງທີ່ຜິດປົກກະຕິເລັກນ້ອຍ. ເປັນຫຍັງການໄດ້ຍິນຄຳເວົ້າທີ່ເບິ່ງຄືວ່າຖືກຕ້ອງຈາກພາຍນອກຈຶ່ງນຳໄປສູ່ຜົນສະທ້ອນແບບນັ້ນ? ເຈົ້າບໍ່ຮູ້ສຶກບໍວ່າຄຳເວົ້າເຫຼົ່ານັ້ນມີບາງຢ່າງຜິດປົກກະຕິ? ແລ້ວຄຳເວົ້າປະເພດໃດທີ່ເຮັດໃຫ້ເກີດປະຕິກິລິຍາແບບນັ້ນໃນຕົວເຈົ້າເມື່ອເຈົ້າໄດ້ຍິນພວກມັນ? ຄຳເວົ້າປະເພດໃດທີ່ເຮັດໃຫ້ເຈົ້າຂາດຄວາມໄວ້ວາງໃຈຕໍ່ພຣະເຈົ້າເມື່ອເຈົ້າໄດ້ຍິນພວກມັນ? ກ່ອນອື່ນໝົດ, ມີສິ່ງໜຶ່ງທີ່ແນ່ນອນ: ຄຳເວົ້າທັງໝົດຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນເຮັດໃຫ້ຫຼົງຜິດ; ຄືກັບງູ, ພວກມັນລ້ວນແຕ່ລໍ້ລວງຜູ້ຄົນໃຫ້ເຮັດບາບ ແລະ ໃຫ້ຕີຕົວອອກຫ່າງຈາກພຣະເຈົ້າ ແລະ ປະຕິເສດພຣະອົງ. ບໍ່ມີຄຳເວົ້າໃດຂອງພວກມັນທີ່ຈະສະໜອງໃຫ້ແກ່ຜູ້ຄົນ ຫຼື ຊ່ວຍເຫຼືອຜູ້ຄົນໄດ້. ຄຳເວົ້າຂອງພວກມັນມາຈາກໃສ? ມາຈາກຊາຕານ ແລະ ມານຮ້າຍ. ພວກເຈົ້າມີການແຍກແຍະບໍ ເມື່ອເວົ້າເຖິງຄຳເວົ້າທີ່ຜູ້ຕໍ່ຕ້ານພຣະຄຣິສໃຊ້ເພື່ອໂຈມຕີ ແລະ ກ່າວໂທດຄົນທີ່ໄລ່ຕາມຄວາມຈິງ? ສິ່ງດຽວທີ່ຜູ້ຕໍ່ຕ້ານພຣະຄຣິສຢ້ານກໍຄືຜູ້ຄົນທີ່ໄລ່ຕາມຄວາມຈິງ. ພວກເຂົາຢ້ານການທີ່ຜູ້ຄົນອ່ອນນ້ອມຕໍ່ພຣະເຈົ້າ, ຢ້ານການທີ່ຜູ້ຄົນລຸກຂຶ້ນເພື່ອຕິດຕາມພຣະເຈົ້າ ແລະ ຮັບເອົາໜ້າທີ່ຂອງສິ່ງທີ່ຖືກສ້າງ; ພວກເຂົາຢ້ານການທີ່ຜູ້ຄົນມາຢູ່ຕໍ່ໜ້າພຣະເຈົ້າ ແລະ ສະແຫວງຫາຄວາມຈິງ. ນີ້ຄືສິ່ງທີ່ພວກເຂົາຢ້ານທີ່ສຸດ. ນີ້ກໍຍ້ອນວ່າທັນທີທີ່ປະຊາກອນທີ່ພຣະເຈົ້າເລືອກກ້າວເຂົ້າສູ່ເສັ້ນທາງແຫ່ງການໄລ່ຕາມຄວາມຈິງ, ການເຕີບໂຕໃນຊີວິດຂອງພວກເຂົາກໍຈະໄວຂຶ້ນ ແລະ ເມື່ອເປັນເຊັ່ນນັ້ນ, ພວກເຂົາກໍຈະມີຄວາມເຕີບໂຕຫຼາຍຂຶ້ນເລື້ອຍໆ ແລະ ເມື່ອຄວາມຈິງມີອຳນາດສູງສຸດໃນໃຈຂອງຜູ້ຄົນ ແລະ ກາຍເປັນຊີວິດຂອງພວກເຂົາ, ນັ້ນກໍຈະເປັນມື້ສຸດທ້າຍຂອງຜູ້ຕໍ່ຕ້ານພຣະຄຣິສ: ຈາກນັ້ນ ພວກເຂົາກໍຈະປະເຊີນກັບການຖືກກ່າວໂທດ, ຖືກເປີດເຜີຍ ແລະ ຖືກກຳຈັດ ແລະ ຖືກກໍາຈັດຢ່າງສິ້ນເຊີງ. ນັ້ນຄືເຫດຜົນທີ່ວ່າສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສກຽດຊັງທີ່ສຸດກໍຄືຄົນທີ່ໄລ່ຕາມຄວາມຈິງ. ໃນສາຍຕາຂອງຜູ້ຕໍ່ຕ້ານພຣະຄຣິສ, ຄົນທີ່ໄລ່ຕາມຄວາມຈິງຄືສັດຕູທີ່ໜ້າກຽດຊັງ, ເປັນເປົ້າໝາຍສຳລັບການໂຈມຕີ ແລະ ການບີບບັງຄັບຂອງພວກເຂົາ ພ້ອມທັງສຳລັບຄວາມກຽດຊັງ ແລະ ການປະຖິ້ມຂອງພວກເຂົາ, ສຳລັບການທຳຮ້າຍ ແລະ ການຂົ່ມເຫັງຂອງພວກເຂົາ ແລະ ຍິ່ງໄປກວ່ານັ້ນ ພວກເຂົາເປັນເປົ້າໝາຍທີ່ຈະຖືກເຮັດໃຫ້ຫຼົງຜິດ. ຜູ້ຕໍ່ຕ້ານພຣະຄຣິສບໍ່ມີວິທີທີ່ຈະເຮັດໃຫ້ຫຼົງຜິດ, ຄວບຄຸມ ຫຼື ຜູກມັດໃຈຂອງຄົນທີ່ໄລ່ຕາມຄວາມຈິງ ແລະ ພວກເຂົາບໍ່ສາມາດກີດກັນ ແລະ ໂຈມຕີພວກເຂົາຢ່າງເປີດເຜີຍແບບຊຸ່ມສີ່ຊຸ່ມຫ້າໄດ້, ສະນັ້ນ ສິ່ງດຽວທີ່ເຫຼືອສຳລັບພວກເຂົາກໍຄືການເວົ້າໃນສິ່ງທີ່ຖືກຕ້ອງ ແລະ ໜ້າຟັງ, ໂດຍໃຊ້ກົນລະຍຸດທີ່ອ່ອນໂຍນເພື່ອດຶງຜູ້ຄົນລົງມາຢູ່ໃນລະດັບດຽວກັນກັບພວກເຂົາ ແລະ ຖ້າຄົນເຫຼົ່ານັ້ນບໍ່ຕິດຕາມພວກເຂົາ ແລະ ບໍ່ສາມາດເປັນປະໂຫຍດຕໍ່ພວກເຂົາໄດ້, ພວກເຂົາກໍຈະໃຊ້ກົນລະຍຸດທີ່ຊົ່ວຊ້າທຸກຮູບແບບເພື່ອກີດກັນພວກເຂົາ, ເພື່ອເຮັດໃຫ້ພວກເຂົາຄິດລົບ ແລະ ອ່ອນແອ ແລະ ເຖິງກັບເຮັດໃຫ້ພວກເຂົາບໍ່ເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງພວກເຂົາອີກຕໍ່ໄປ ແລະ ໃນທີ່ສຸດ ກໍເພື່ອໃຫ້ລະຖິ້ມພຣະເຈົ້າ. ນີ້ຄືໜຶ່ງໃນການກະທຳທີ່ຊົ່ວຮ້າຍຫຼັກໆຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ມັນເປັນອີກລັກສະນະໜຶ່ງທີ່ໂດດເດັ່ນຂອງແກ່ນແທ້ທຳມະຊາດຂອງພວກເຂົາ. ລັກສະນະທຳມະຊາດຂອງພວກເຂົານັ້ນແມ່ນຫຍັງ? ຄວາມມີເລ່ຫຼ່ຽມຂອງພວກເຂົາ, ຄວາມເຈົ້າເລ່ຂອງພວກເຂົາ, ຄວາມປະສົງຮ້າຍຂອງພວກເຂົາ. ເພື່ອບັນລຸຄວາມທະເຍີທະຍານ ແລະ ເປົ້າໝາຍຂອງພວກເຂົາໃນການກຳອຳນາດໃນຄຣິສຕະຈັກ, ຜູ້ຕໍ່ຕ້ານພຣະຄຣິສມັກຈະຫັນໄປໃຊ້ການເຮັດໃຫ້ຫຼົງຜິດ, ການກີດກັນ ແລະ ການໂຈມຕີຄົນທີ່ໄລ່ຕາມຄວາມຈິງຢູ່ສະເໝີ. ພວກເຂົາເຮັດສິ່ງນີ້ເພື່ອບັນລຸເປົ້າໝາຍທີ່ບໍ່ສາມາດບອກໃຜໄດ້ຂອງພວກເຂົາ, ເຮັດໃຫ້ທຸກຄົນທີ່ໄລ່ຕາມຄວາມຈິງຄິດລົບ ແລະ ອ່ອນແອ, ເຢັນຊາໃນຄວາມເຊື່ອຂອງພວກເຂົາ, ໂດຍເຮັດໃຫ້ເກີດຄວາມເຂົ້າໃຈຜິດກ່ຽວກັບພຣະເຈົ້າໃນຕົວພວກເຂົາ. ເພາະທັນທີທີ່ຄວາມເຂົ້າໃຈຜິດກ່ຽວກັບພຣະເຈົ້າ ແລະ ການຈົ່ມວ່າພຣະອົງເກີດຂຶ້ນໃນຄົນເຫຼົ່ານີ້, ພວກເຂົາກໍຈະບໍ່ໄລ່ຕາມຄວາມຈິງອີກຕໍ່ໄປ ແລະ ພວກເຂົາກໍຈະບໍ່ເຕັມໃຈປະຕິບັດໜ້າທີ່ຂອງພວກເຂົາອີກດ້ວຍ ແລະ ດັ່ງນັ້ນ, ພວກເຂົາກໍຈະຕີຕົວອອກຫ່າງຈາກພຣະເຈົ້າ ແລະ ນັ້ນໝາຍຄວາມວ່າແນວໃດສຳລັບຜູ້ຕໍ່ຕ້ານພຣະຄຣິສ? ກ່ອນອື່ນໝົດ, ມັນໝາຍຄວາມວ່າຈະບໍ່ມີໃຜມາຂົ່ມຂູ່ຕຳແໜ່ງຂອງພວກເຂົາ; ອັນທີສອງ, ທັນທີທີ່ບຸກຄົນທີ່ຄິດບວກເຫຼົ່ານີ້ຄິດລົບ ແລະ ອ່ອນແອ ແລະ ຕີຕົວອອກຫ່າງຈາກພຣະເຈົ້າ, ຜູ້ຕໍ່ຕ້ານພຣະຄຣິສກໍສາມາດມີອິດສະຫຼະເຕັມທີ່ໃນຄຣິສຕະຈັກເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ບີບຄັ້ນພວກເຂົາ ແລະ ເພື່ອຄວບຄຸມປະຊາກອນທີ່ພຣະເຈົ້າເລືອກ, ເພື່ອໃຫ້ພວກເຂົາຕິດຕາມພວກເຂົາ, ສະໜັບສະໜູນພວກເຂົາ ແລະ ກົ້ມຫົວຮັບໃຊ້ພວກເຂົາ. ດັ່ງນັ້ນ, ເປົ້າໝາຍຂອງຜູ້ຕໍ່ຕ້ານພຣະຄຣິສກໍສຳເລັດ. ໃນການເຮັດສິ່ງນີ້, ຜູ້ຕໍ່ຕ້ານພຣະຄຣິສກຳລັງປະຕິບັດໜ້າທີ່ຂອງພວກເຂົາບໍ? (ບໍ່.) ແລ້ວທຳມະຊາດຂອງທຸກສິ່ງທີ່ພວກເຂົາເຮັດແມ່ນຫຍັງ? (ພວກເຂົາກຳລັງເຮັດຄວາມຊົ່ວຮ້າຍ.) “ການເຮັດຄວາມຊົ່ວຮ້າຍ” ເປັນວິທີການເວົ້າທີ່ກວ້າງໆພໍສົມຄວນ; ເວົ້າໃຫ້ສະເພາະເຈາະຈົງກໍຄື, ພວກເຂົາກຳລັງລົບກວນ ແລະ ຂັດຂວາງຜູ້ຄົນ, ກີດກັນພວກເຂົາຈາກການຍ່າງໃນເສັ້ນທາງແຫ່ງການໄລ່ຕາມຄວາມຈິງ ແລະ ການຖືກຊ່ວຍໃຫ້ລອດພົ້ນໂດຍພຣະເຈົ້າ. ເມື່ອຜູ້ຕໍ່ຕ້ານພຣະຄຣິສເຫັນຄົນທີ່ໄລ່ຕາມຄວາມຈິງ, ພວກເຂົາກໍຕາຮ້ອນ; ພວກເຂົາກຽດຊັງຄົນເຫຼົ່ານັ້ນ. ຄວາມກຽດຊັງນັ້ນໄປໄກສໍ່າໃດ? ເມື່ອພວກເຂົາເຫັນຄົນທີ່ໄລ່ຕາມຄວາມຈິງ ແລະ ຕິດຕາມພຣະຄຣິສ, ບໍ່ຕິດຕາມ ຫຼື ນະມັດສະການພວກເຂົາ ແລະ ບໍ່ໄດ້ຢູ່ໃນເສັ້ນທາງດຽວກັນກັບພວກເຂົາ, ພວກເຂົາກໍຈະໂຈມຕີ, ກີດກັນ ແລະ ກົດຂີ່ບຸກຄົນນັ້ນ, ດ້ວຍຄວາມຢາກທີ່ຈະເຮັດໃຫ້ບຸກຄົນນັ້ນຫາຍໄປ. ນັ້ນຄືລະດັບຄວາມກຽດຊັງຂອງພວກເຂົາ. ສະຫຼຸບແລ້ວ, ໂດຍອີງໃສ່ການສະແດງອອກເຫຼົ່ານີ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ພວກເຮົາອາດຈະກຳນົດໄດ້ວ່າພວກເຂົາບໍ່ໄດ້ກຳລັງປະຕິບັດໜ້າທີ່ຂອງຜູ້ນຳ, ເພາະວ່າພວກເຂົາບໍ່ໄດ້ນຳພາຜູ້ຄົນໃນການກິນ ແລະ ດື່ມພະທໍາຂອງພຣະເຈົ້າ ຫຼື ໂອ້ລົມກ່ຽວກັບຄວາມຈິງ ແລະ ພວກເຂົາບໍ່ໄດ້ຫົດນໍ້າ ຫຼື ຄໍ້າຊູຜູ້ຄົນ ເພື່ອໃຫ້ພວກເຂົາໄດ້ຮັບຄວາມຈິງ. ແຕ່ກົງກັນຂ້າມ, ພວກເຂົາຂັດຂວາງ ແລະ ລົບກວນຊີວິດຂອງຄຣິສຕະຈັກ, ຍົກເລີກ ແລະ ທຳລາຍວຽກງານຂອງຄຣິສຕະຈັກ ແລະ ຂັດຂວາງຜູ້ຄົນໃນເສັ້ນທາງແຫ່ງການໄລ່ຕາມຄວາມຈິງ ແລະ ການໄດ້ຮັບຄວາມລອດພົ້ນ. ພວກເຂົາຕ້ອງການນຳພາປະຊາກອນທີ່ພຣະເຈົ້າເລືອກໄປໃນທາງທີ່ຜິດ ແລະ ເຮັດໃຫ້ພວກເຂົາສູນເສຍໂອກາດທີ່ຈະໄດ້ຮັບຄວາມລອດພົ້ນ. ນີ້ຄືເປົ້າໝາຍສູງສຸດທີ່ຜູ້ຕໍ່ຕ້ານພຣະຄຣິສຕ້ອງການເຮັດໃຫ້ສຳເລັດໂດຍການຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ.

ປະຊາກອນທີ່ພຣະເຈົ້າເລືອກຄວນປະຕິບັດຕໍ່ຜູ້ຕໍ່ຕ້ານພຣະຄຣິສແນວໃດ? ພວກເຂົາຕ້ອງແຍກແຍະ, ເປີດໂປງ, ລາຍງານ ແລະ ລັງກຽດຜູ້ຕໍ່ຕ້ານພຣະຄຣິສ. ມີພຽງແຕ່ຕອນນັ້ນ ຈຶ່ງຈະສາມາດຮັບປະກັນໄດ້ວ່າ ຈະຕິດຕາມພຣະເຈົ້າໄປຈົນເຖິງທີ່ສຸດ ແລະ ເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຂອງຄວາມເຊື່ອໃນພຣະເຈົ້າ. ຜູ້ຕໍ່ຕ້ານພຣະຄຣິສບໍ່ແມ່ນຜູ້ນຳຂອງເຈົ້າ, ບໍ່ວ່າພວກເຂົາຈະເຮັດໃຫ້ຄົນອື່ນຫຼົງຜິດຈົນເລືອກພວກເຂົາເປັນຜູ້ນຳກໍຕາມ. ຢ່າຍອມຮັບພວກເຂົາ ແລະ ຢ່າຍອມຮັບການນຳພາຂອງພວກເຂົາ, ເຈົ້າຕ້ອງແຍກແຍະ ແລະ ລັງກຽດພວກເຂົາ, ເພາະວ່າພວກເຂົາບໍ່ສາມາດຊ່ວຍເຈົ້າໃຫ້ເຂົ້າໃຈຄວາມຈິງ, ທັງບໍ່ສາມາດສະໜັບສະໜູນ ຫຼື ສະໜອງໃຫ້ແກ່ເຈົ້າໄດ້. ເຫຼົ່ານີ້ຄືຂໍ້ເທັດຈິງ. ຖ້າພວກເຂົາບໍ່ສາມາດນຳພາເຈົ້າເຂົ້າສູ່ຄວາມເປັນຈິງຄວາມຈິງໄດ້, ພວກເຂົາກໍບໍ່ເໝາະສົມທີ່ຈະເປັນຜູ້ນຳ ຫຼື ຜູ້ເຮັດວຽກ. ຖ້າພວກເຂົາບໍ່ສາມາດນຳພາເຈົ້າໃຫ້ເຂົ້າໃຈຄວາມຈິງ ແລະ ມີປະສົບການຕໍ່ກັບວຽກງານຂອງພຣະເຈົ້າ, ພວກເຂົາກໍຄືຜູ້ທີ່ຕໍ່ຕ້ານພຣະເຈົ້າ ແລະ ເຈົ້າຄວນແຍກແຍະ, ເປີດໂປງ ແລະ ລັງກຽດພວກເຂົາ. ທຸກສິ່ງທີ່ພວກເຂົາເຮັດກໍເພື່ອເຮັດໃຫ້ເຈົ້າຫຼົງຜິດຈົນຕິດຕາມພວກເຂົາ ແລະ ເຮັດໃຫ້ເຈົ້າເຂົ້າຮ່ວມກຸ່ມຂອງພວກເຂົາ ເພື່ອທຳລາຍ ແລະ ລົບກວນວຽກງານຂອງຄຣິສຕະຈັກ, ເພື່ອດຶງເຈົ້າໃຫ້ເດີນໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສຄືກັບທີ່ພວກເຂົາເຮັດ. ພວກເຂົາຕ້ອງການລາກເຈົ້າລົງນະຮົກ! ຖ້າເຈົ້າບໍ່ສາມາດເບິ່ງອອກວ່າພວກເຂົາເປັນຄົນແບບໃດ ແລະ ເຊື່ອວ່າໃນເມື່ອພວກເຂົາເປັນຜູ້ນຳຂອງເຈົ້າ ເຈົ້າກໍຄວນເຊື່ອຟັງພວກເຂົາ ແລະ ຍອມອ່ອນຂໍ້ໃຫ້ພວກເຂົາ, ແລ້ວເຈົ້າກໍຄືຄົນທີ່ທໍລະຍົດທັງຄວາມຈິງ ແລະ ພຣະເຈົ້າ ແລະ ຄົນແບບນັ້ນກໍບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້. ຖ້າເຈົ້າປາຖະໜາທີ່ຈະໄດ້ຮັບຄວາມລອດພົ້ນ, ເຈົ້າບໍ່ພຽງແຕ່ຕ້ອງຜ່ານຜ່າອຸປະສັກຂອງພະຍານາກໃຫຍ່ສີແດງ ແລະ ບໍ່ພຽງແຕ່ຕ້ອງສາມາດແຍກແຍະພະຍານາກໃຫຍ່ສີແດງເພື່ອເບິ່ງທະລຸເຖິງໃບໜ້າທີ່ໜ້າກຽດຊັງຂອງມັນ ແລະ ກະບົດຕໍ່ມັນຢ່າງສິ້ນເຊີງເທົ່ານັ້ນ, ແຕ່ຍັງມີອຸປະສັກຂອງຜູ້ຕໍ່ຕ້ານພຣະຄຣິສທີ່ເຈົ້າຕ້ອງຜ່ານຜ່າໄປໃຫ້ໄດ້ອີກດ້ວຍ. ໃນຄຣິສຕະຈັກ, ຜູ້ຕໍ່ຕ້ານພຣະຄຣິສບໍ່ພຽງແຕ່ເປັນສັດຕູຂອງພຣະເຈົ້າເທົ່ານັ້ນ ແຕ່ຍັງເປັນສັດຕູຂອງປະຊາກອນທີ່ພຣະເຈົ້າເລືອກອີກດ້ວຍ. ຖ້າເຈົ້າບໍ່ສາມາດແຍກແຍະຜູ້ຕໍ່ຕ້ານພຣະຄຣິສໄດ້, ເຈົ້າກໍມີແນວໂນ້ມທີ່ຈະຖືກເຮັດໃຫ້ຫຼົງຜິດ ແລະ ຖືກດຶງດູດເອົາໄປ, ຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ຖືກສາບແຊ່ງ ແລະ ຖືກລົງໂທດໂດຍພຣະເຈົ້າ. ຖ້າສິ່ງນັ້ນເກີດຂຶ້ນ, ຄວາມເຊື່ອໃນພຣະເຈົ້າຂອງເຈົ້າກໍລົ້ມເຫຼວຢ່າງສິ້ນເຊີງ. ຜູ້ຄົນຕ້ອງມີຫຍັງແດ່ຈຶ່ງຈະໄດ້ຮັບຄວາມລອດພົ້ນ? ກ່ອນອື່ນໝົດ, ພວກເຂົາຕ້ອງເຂົ້າໃຈຄວາມຈິງຫຼາຍປະການ ແລະ ສາມາດແຍກແຍະແກ່ນແທ້, ອຸປະນິໄສ ແລະ ເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ. ນີ້ຄືວິທີດຽວທີ່ຈະຮັບປະກັນວ່າຈະບໍ່ນະມັດສະການ ຫຼື ຕິດຕາມມະນຸດໃນຂະນະທີ່ເຊື່ອໃນພຣະເຈົ້າ ແລະ ເປັນວິທີດຽວທີ່ຈະຕິດຕາມພຣະເຈົ້າໄປຈົນເຖິງທີ່ສຸດ. ມີພຽງແຕ່ຄົນທີ່ສາມາດແຍກແຍະຜູ້ຕໍ່ຕ້ານພຣະຄຣິສໄດ້ເທົ່ານັ້ນ ຈຶ່ງຈະສາມາດເຊື່ອ, ຕິດຕາມ ແລະ ເປັນພະຍານໃຫ້ກັບພຣະເຈົ້າຢ່າງແທ້ຈິງ. ແລ້ວບາງຄົນກໍຈະເວົ້າວ່າ “ຂ້ອຍຈະເຮັດແນວໃດ ຖ້າປັດຈຸບັນຂ້ອຍບໍ່ມີຄວາມຈິງສຳລັບສິ່ງນັ້ນ?” ເຈົ້າຕ້ອງຮີບຟ້າວປະກອບຕົນເອງດ້ວຍຄວາມຈິງ; ເຈົ້າຕ້ອງຮຽນຮູ້ທີ່ຈະເບິ່ງທະລຸຜູ້ຄົນ ແລະ ສິ່ງຕ່າງໆ. ການແຍກແຍະຜູ້ຕໍ່ຕ້ານພຣະຄຣິສບໍ່ແມ່ນເລື່ອງງ່າຍ ແລະ ຮຽກຮ້ອງໃຫ້ມີຄວາມສາມາດໃນການເບິ່ງເຫັນແກ່ນແທ້ຂອງພວກເຂົາຢ່າງຊັດເຈນ ແລະ ເບິ່ງທະລຸເຖິງແຜນການ, ກົນອຸບາຍ, ເຈດຕະນາ ແລະ ເປົ້າໝາຍທີ່ຢູ່ເບື້ອງຫຼັງທຸກສິ່ງທີ່ພວກເຂົາເຮັດ. ດ້ວຍວິທີນັ້ນ ເຈົ້າຈະບໍ່ຖືກພວກເຂົາເຮັດໃຫ້ຫຼົງຜິດ ຫຼື ຄວບຄຸມ ແລະ ເຈົ້າສາມາດຢືນຢັດຢ່າງໝັ້ນຄົງ, ໄລ່ຕາມຄວາມຈິງຢ່າງປອດໄພ ແລະ ໝັ້ນໃຈ ແລະ ຢືນຢັດໃນເສັ້ນທາງແຫ່ງການໄລ່ຕາມຄວາມຈິງ ແລະ ການໄດ້ຮັບຄວາມລອດພົ້ນ. ຖ້າເຈົ້າບໍ່ສາມາດຜ່ານຜ່າອຸປະສັກຂອງຜູ້ຕໍ່ຕ້ານພຣະຄຣິສໄດ້, ແລ້ວກໍສາມາດເວົ້າໄດ້ວ່າ ເຈົ້າກຳລັງຕົກຢູ່ໃນອັນຕະລາຍອັນໃຫຍ່ຫຼວງ ແລະ ເຈົ້າມີແນວໂນ້ມທີ່ຈະຖືກຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ຫຼົງຜິດ ແລະ ຈັບຕົວໄປ ແລະ ຕົກຢູ່ພາຍໃຕ້ອິດທິພົນຂອງຊາຕານ. ມັນເປັນໄປໄດ້ວ່າມີບາງຄົນໃນທ່າມກາງພວກເຈົ້າທີ່ຂັດຂວາງ ແລະ ເປັນອຸປະສັກຕໍ່ຜູ້ທີ່ໄລ່ຕາມຄວາມຈິງ ແລະ ພວກເຂົາກໍຄືສັດຕູຂອງຄົນເຫຼົ່ານັ້ນ. ພວກເຈົ້າຍອມຮັບສິ່ງນີ້ບໍ? ມີບາງຄົນທີ່ບໍ່ກ້າປະເຊີນໜ້າກັບຂໍ້ເທັດຈິງນີ້, ທັງບໍ່ກ້າຍອມຮັບວ່າມັນເປັນຂໍ້ເທັດຈິງ. ແຕ່ການທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ຜູ້ຄົນຫຼົງຜິດນັ້ນເກີດຂຶ້ນແທ້ໃນຄຣິສຕະຈັກ ແລະ ເກີດຂຶ້ນເລື້ອຍໆ; ມັນພຽງແຕ່ເປັນຍ້ອນຜູ້ຄົນບໍ່ສາມາດແຍກແຍະມັນໄດ້. ຖ້າເຈົ້າບໍ່ສາມາດຜ່ານການທົດສອບນີ້ ເຊິ່ງກໍຄືການທົດສອບຂອງຜູ້ຕໍ່ຕ້ານພຣະຄຣິສ, ແລ້ວເຈົ້າກໍຈະຖືກຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ຫຼົງຜິດ ແລະ ຄວບຄຸມ ຫຼື ຖືກພວກເຂົາເຮັດໃຫ້ທົນທຸກ, ທໍລະມານ, ຖືກຂັບໄລ່, ຖືກກົດຂີ່ ແລະ ຖືກຂົ່ມເຫັງ. ໃນທີ່ສຸດ, ຊີວິດອັນນ້ອຍນິດຂອງເຈົ້າກໍຈະທົນຢູ່ໄດ້ບໍ່ດົນ ແລະ ຈະຫ່ຽວແຫ້ງໄປ; ເຈົ້າຈະບໍ່ມີຄວາມເຊື່ອໃນພຣະເຈົ້າອີກຕໍ່ໄປ ແລະ ເຈົ້າຈະເວົ້າວ່າ “ພຣະເຈົ້າບໍ່ຊອບທຳເລີຍ! ພຣະເຈົ້າຢູ່ໃສ? ບໍ່ມີຄວາມຍຸຕິທຳ ຫຼື ແສງສະຫວ່າງໃນໂລກນີ້ ແລະ ບໍ່ມີສິ່ງທີ່ເອີ້ນວ່າຄວາມລອດພົ້ນຂອງພຣະເຈົ້າສຳລັບມະນຸດຊາດດອກ. ພວກເຮົາສູ້ໃຊ້ເວລາແຕ່ລະມື້ໄປເຮັດວຽກ ແລະ ຫາເງິນຍັງຈະດີກວ່າ!” ເຈົ້າປະຕິເສດພຣະເຈົ້າ, ເຈົ້າຫຼົງທາງໄປຈາກພຣະເຈົ້າ ແລະ ບໍ່ເຊື່ອວ່າພຣະອົງມີຢູ່ຈິງອີກຕໍ່ໄປ; ຄວາມຫວັງໃດໆທີ່ເຈົ້າຈະໄດ້ຮັບຄວາມລອດພົ້ນກໍສູນສິ້ນໄປຢ່າງສິ້ນເຊີງ. ສະນັ້ນ, ຖ້າເຈົ້າຕ້ອງການໄປເຖິງຈຸດທີ່ເຈົ້າສາມາດໄດ້ຮັບຄວາມລອດພົ້ນ, ການທົດສອບທຳອິດທີ່ເຈົ້າຕ້ອງຜ່ານກໍຄືການສາມາດຮັບຮູ້ ແລະ ເບິ່ງທະລຸຊາຕານ ແລະ ເຈົ້າຍັງຕ້ອງມີຄວາມກ້າຫານທີ່ຈະລຸກຂຶ້ນ ແລະ ເປີດໂປງ ແລະ ປະຖິ້ມຊາຕານ. ແລ້ວຊາຕານຢູ່ໃສ? ຊາຕານຢູ່ຄຽງຂ້າງເຈົ້າ ແລະ ຢູ່ອ້ອມຕົວເຈົ້າ; ມັນອາດຈະອາໄສຢູ່ພາຍໃນຫົວໃຈຂອງເຈົ້າດ້ວຍຊໍ້າ. ຖ້າເຈົ້າກຳລັງດຳລົງຊີວິດຢູ່ພາຍໃນອຸປະນິໄສແບບຊາຕານ, ກໍສາມາດເວົ້າໄດ້ວ່າ ເຈົ້າເປັນຂອງຊາຕານ. ເຈົ້າບໍ່ສາມາດເບິ່ງເຫັນ ຫຼື ສຳຜັດກັບຊາຕານ ແລະ ວິນຍານຊົ່ວຮ້າຍຂອງໂລກຝ່າຍວິນຍານໄດ້, ແຕ່ຊາຕານ ແລະ ມານຮ້າຍທີ່ມີຊີວິດ ເຊິ່ງມີຕົວຕົນຢູ່ໃນຊີວິດຈິງນັ້ນມີຢູ່ທຸກຫົນທຸກແຫ່ງ. ບຸກຄົນໃດກໍຕາມທີ່ເບື່ອໜ່າຍຕໍ່ຄວາມຈິງລ້ວນແຕ່ເປັນຄົນຊົ່ວຮ້າຍ ແລະ ຜູ້ນຳ ຫຼື ຜູ້ເຮັດວຽກຄົນໃດກໍຕາມທີ່ບໍ່ຍອມຮັບຄວາມຈິງກໍຄືຜູ້ຕໍ່ຕ້ານພຣະຄຣິສ ຫຼື ຜູ້ນຳປອມ. ຄົນແບບນັ້ນບໍ່ແມ່ນຊາຕານ ແລະ ມານຮ້າຍທີ່ມີຊີວິດບໍ? ຄົນເຫຼົ່ານີ້ອາດຈະເປັນຄົນທີ່ເຈົ້ານະມັດສະການ ແລະ ເຄົາລົບນັບຖື; ພວກເຂົາອາດຈະເປັນຄົນທີ່ນຳພາເຈົ້າ ຫຼື ຄົນທີ່ເຈົ້າຊື່ນຊົມ, ໄວ້ວາງໃຈ, ເພິ່ງພາ ແລະ ຕັ້ງຄວາມຫວັງໄວ້ໃນໃຈຂອງເຈົ້າມາເປັນເວລາດົນນານ. ເຖິງຢ່າງໃດກໍຕາມແຕ່ ໃນຄວາມເປັນຈິງແລ້ວ, ພວກເຂົາຄືສິ່ງກີດຂວາງທີ່ຢືນຂວາງທາງເຈົ້າ ແລະ ຂັດຂວາງເຈົ້າຈາກການໄລ່ຕາມຄວາມຈິງ ແລະ ການໄດ້ຮັບຄວາມລອດພົ້ນ; ພວກເຂົາຄືຜູ້ນຳປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາສາມາດເຂົ້າຄວບຄຸມຊີວິດຂອງເຈົ້າ ແລະ ເສັ້ນທາງທີ່ເຈົ້າຍ່າງ ແລະ ພວກເຂົາສາມາດທຳລາຍໂອກາດຂອງເຈົ້າທີ່ຈະໄດ້ຮັບຄວາມລອດພົ້ນ. ຖ້າເຈົ້າລົ້ມເຫຼວທີ່ຈະແຍກແຍະພວກເຂົາ ແລະ ເບິ່ງທະລຸພວກເຂົາ, ແລ້ວໃນທຸກເວລາ, ເຈົ້າກໍອາດຈະຖືກເຮັດໃຫ້ຫຼົງຜິດ ແລະ ຖືກຈັບຕົວໄປ. ດັ່ງນັ້ນ, ເຈົ້າຈຶ່ງຕົກຢູ່ໃນອັນຕະລາຍອັນໃຫຍ່ຫຼວງ. ຖ້າເຈົ້າບໍ່ສາມາດປົດປ່ອຍຕົນເອງອອກຈາກອັນຕະລາຍນີ້ໄດ້, ເຈົ້າກໍຄືເຄື່ອງບູຊາຂອງຊາຕານ. ບໍ່ວ່າຈະເວົ້າແນວໃດກໍຕາມ, ຄົນທີ່ຖືກເຮັດໃຫ້ຫຼົງຜິດ ແລະ ຖືກຄວບຄຸມ ຈົນກາຍເປັນຜູ້ຕິດຕາມຂອງຜູ້ຕໍ່ຕ້ານພຣະຄຣິສນັ້ນ ຈະບໍ່ມີວັນໄດ້ຮັບຄວາມລອດພົ້ນຢ່າງເດັດຂາດ. ເພາະວ່າພວກເຂົາບໍ່ຮັກ ຫຼື ໄລ່ຕາມຄວາມຈິງ, ມັນຈຶ່ງເປັນຜົນທີ່ຫຼີກລ່ຽງບໍ່ໄດ້ທີ່ພວກເຂົາຈະຖືກເຮັດໃຫ້ຫຼົງຜິດ ແລະ ຕິດຕາມຜູ້ຕໍ່ຕ້ານພຣະຄຣິສ.

ບາງຄົນຄິດວ່າພວກເຂົາເປັນຄົນທີ່ໄລ່ຕາມຄວາມຈິງ ແລະ ເວົ້າວ່າພວກເຂົາສາມາດແຍກແຍະຜູ້ຕໍ່ຕ້ານພຣະຄຣິສໄດ້. ພວກເຂົາກຳລັງຕີລາຄາຕົນເອງສູງເກີນໄປ, ແມ່ນບໍ່? ຖ້າເຈົ້າພົບກັບຜູ້ຕໍ່ຕ້ານພຣະຄຣິສທີ່ສະແດງອອກຢ່າງຈະແຈ້ງ, ຄົນທີ່ເຜີຍຂ້ຽວເລັບອອກມາ, ມີຄວາມເປັນມະນຸດທີ່ບໍ່ດີ ແລະ ໄດ້ກະທຳການທີ່ຊົ່ວຮ້າຍບາງຢ່າງ, ແນ່ນອນວ່າ ເຈົ້າກໍສາມາດຮັບຮູ້ພວກເຂົາໄດ້ໂດຍທໍາມະຊາດ. ແຕ່ຖ້າເຈົ້າພົບກັບຜູ້ຕໍ່ຕ້ານພຣະຄຣິສທີ່ເບິ່ງຄືວ່າເຄັ່ງຄັດໃນສາສະໜາ, ຜູ້ທີ່ເວົ້າຈາອ່ອນຫວານຫຼາຍ ແລະ ເບິ່ງຄືວ່າເປັນຄົນດີ ເຊິ່ງເປັນຜູ້ຕໍ່ຕ້ານພຣະຄຣິສທີ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງຜູ້ຄົນ, ເຈົ້າຍັງກ້າອ້າງວ່າເຈົ້າສາມາດເບິ່ງທະລຸພວກເຂົາໄດ້ຢ່າງແທ້ຈິງບໍ? ເຈົ້າກ້າກຳນົດລັກສະນະຂອງພວກເຂົາວ່າເປັນຜູ້ຕໍ່ຕ້ານພຣະຄຣິສບໍ? ຖ້າເຈົ້າບໍ່ສາມາດແຍກແຍະພວກເຂົາໄດ້, ເຈົ້າກໍຈະຊື່ນຊົມພວກເຂົາ ແລະ ມີຄວາມຮູ້ສຶກທີ່ດີຕໍ່ພວກເຂົາຢ່າງແນ່ນອນ, ໃນກໍລະນີນີ້ ພຶດຕິກຳຂອງພວກເຂົາ, ຄວາມຄິດເຫັນ ແລະ ມຸມມອງຂອງພວກເຂົາ, ການກະທຳຂອງພວກເຂົາ, ແມ່ນແຕ່ຄວາມເຂົ້າໃຈຕໍ່ຄວາມຈິງຂອງພວກເຂົາ ກໍຈະມີອິດທິພົນຕໍ່ເຈົ້າຢ່າງແນ່ນອນ. ສິ່ງເຫຼົ່ານີ້ຈະມີອິດທິພົນຕໍ່ເຈົ້າໃນລະດັບໃດ? ເຈົ້າຈະອິດສາຜູ້ຕໍ່ຕ້ານພຣະຄຣິສ, ຮຽນແບບພວກເຂົາ, ເຮັດຕາມພວກເຂົາ, ຕິດຕາມພວກເຂົາ, ເຊິ່ງຈະສົ່ງຜົນກະທົບຕໍ່ການເຂົ້າສູ່ຊີວິດຂອງເຈົ້າ; ມັນຈະສົ່ງຜົນກະທົບຕໍ່ການໄລ່ຕາມຄວາມຈິງ ແລະ ການເຂົ້າສູ່ຄວາມເປັນຈິງຂອງເຈົ້າ, ມັນຈະສົ່ງຜົນກະທົບຕໍ່ທັດສະນະຄະຕິທີ່ເຈົ້າມີຕໍ່ພຣະເຈົ້າ ແລະ ມັນຈະສົ່ງຜົນກະທົບຕໍ່ການທີ່ເຈົ້າອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງ ແລະ ຕິດຕາມພຣະເຈົ້າໄປຈົນເຖິງທີ່ສຸດ ຫຼື ບໍ່. ໃນທີ່ສຸດ ຜູ້ຕໍ່ຕ້ານພຣະຄຣິສກໍຈະກາຍເປັນບຸກຄົນຕົ້ນແບບຂອງເຈົ້າ, ພວກເຂົາຈະມີບ່ອນຢູ່ພາຍໃນໃຈຂອງເຈົ້າ ແລະ ເຈົ້າຈະບໍ່ສາມາດລົບໜີຈາກພວກເຂົາໄດ້. ເມື່ອເຈົ້າຖືກເຮັດໃຫ້ຫຼົງຜິດຈົນເຖິງລະດັບນີ້, ເຈົ້າກໍມີຄວາມຫວັງພຽງເລັກໜ້ອຍທີ່ຈະໄດ້ຮັບຄວາມລອດພົ້ນ, ເພາະວ່າຄວາມສຳພັນຂອງເຈົ້າກັບພຣະເຈົ້າໄດ້ຖືກທຳລາຍແລ້ວ, ເຈົ້າໄດ້ສູນເສຍຄວາມສຳພັນທີ່ປົກກະຕິກັບພຣະເຈົ້າ ແລະ ກຳລັງຕົກຢູ່ໃນຂອບເຫວແຫ່ງອັນຕະລາຍ. ແລ້ວສິ່ງນີ້ເປັນໄພພິບັດ ຫຼື ເປັນພອນສຳລັບເຈົ້າ? ແນ່ນອນວ່າມັນຄືໄພພິບັດ; ມັນບໍ່ແມ່ນພອນຢ່າງເດັດຂາດ. ເຖິງແມ່ນວ່າ ໃນເລື່ອງເລັກໆນ້ອຍໆ, ຜູ້ຕໍ່ຕ້ານພຣະຄຣິສບາງຄົນສາມາດຊ່ວຍເຫຼືອເຈົ້າ ແລະ ເປັນປະໂຫຍດຕໍ່ເຈົ້າ ຫຼື ບໍ່ດັ່ງນັ້ນກໍສາມາດເທດສະໜາຄຳເວົ້າ ແລະ ຫຼັກຄຳສອນເພື່ອໃຫ້ຄວາມຮູ້ແຈ້ງແກ່ເຈົ້າ, ແຕ່ເມື່ອເຈົ້າຖືກພວກເຂົາເຮັດໃຫ້ຫຼົງຜິດ, ນະມັດສະການພວກເຂົາ ແລະ ຕິດຕາມພວກເຂົາແລ້ວ, ເຈົ້າກໍຈະຕົກຢູ່ໃນບັນຫາ. ເຈົ້າຈະນຳຄວາມຈິບຫາຍມາສູ່ຕົນເອງ ແລະ ສູນເສຍໂອກາດຂອງເຈົ້າທີ່ຈະໄດ້ຮັບຄວາມລອດພົ້ນ. ບາງຄົນເວົ້າວ່າ “ພວກເຂົາບໍ່ແມ່ນຊາຕານ ຫຼື ຄົນຊົ່ວຮ້າຍ, ພວກເຂົາເບິ່ງຄືກັບຄົນຝ່າຍວິນຍານ, ຄົນທີ່ໄລ່ຕາມຄວາມຈິງ”. ຄຳເວົ້າເຫຼົ່ານີ້ແມ່ນຄວາມຈິງບໍ? (ບໍ່ແມ່ນ.) ເປັນຫຍັງຈຶ່ງບໍ່? ສຳລັບຄົນໃດກໍຕາມທີ່ໄລ່ຕາມຄວາມຈິງຢ່າງແທ້ຈິງ, ອິດທິພົນ ຫຼື ຜົນປະໂຫຍດຈາກການນຳພາ, ການຊ່ວຍເຫຼືອ ແລະ ການສະໜອງຂອງພວກເຂົາແມ່ນເພື່ອພາເຈົ້າມາຢູ່ຕໍ່ໜ້າພຣະເຈົ້າ ເພື່ອໃຫ້ເຈົ້າສາມາດສະແຫວງຫາພຣະທຳຂອງພຣະອົງ ແລະ ຄວາມຈິງ ແລະ ເຈົ້າກໍມາຢູ່ຕໍ່ໜ້າພຣະເຈົ້າ ແລະ ຮຽນຮູ້ທີ່ຈະເພິ່ງພາພຣະອົງ ແລະ ສະແຫວງຫາພຣະອົງ ແລະ ຄວາມສຳພັນຂອງເຈົ້າກັບພຣະອົງກໍໃກ້ຊິດກັນຫຼາຍຂຶ້ນເລື້ອຍໆ. ໃນທາງກົງກັນຂ້າມ, ຈະເກີດຫຍັງຂຶ້ນ ຖ້າຄວາມສຳພັນຂອງເຈົ້າກັບຜູ້ຕໍ່ຕ້ານພຣະຄຣິສໃກ້ຊິດກັນຫຼາຍຂຶ້ນເລື້ອຍໆ, ຈົນກວ່າເຈົ້າຈະເຊື່ອຟັງຄຳສັ່ງຂອງພວກເຂົາທຸກຢ່າງ? ເຈົ້າຈະຫຼົງທາງໄປສູ່ເສັ້ນທາງທີ່ຜິດ ແລະ ນຳຄວາມຈິບຫາຍມາສູ່ຕົນເອງ. ເມື່ອເຈົ້າມີຄວາມສຳພັນທີ່ໃກ້ຊິດກັບຜູ້ຕໍ່ຕ້ານພຣະຄຣິສ, ຄວາມສຳພັນຂອງເຈົ້າກັບພຣະເຈົ້າກໍຈະຫ່າງເຫີນ. ແລ້ວຜົນສະທ້ອນຂອງສິ່ງນີ້ແມ່ນຫຍັງ? ພວກເຂົາຈະນຳພາເຈົ້າມາຢູ່ຕໍ່ໜ້າພວກເຂົາ ແລະ ເຈົ້າກໍຈະຫ່າງເຫີນຈາກພຣະເຈົ້າ. ຖ້າເຈົ້າມີບຸກຄົນຕົ້ນແບບຢູ່ໃນໃຈຂອງເຈົ້າ, ເມື່ອເຈົ້າເລີ່ມມີຄວາມຄິດຫຼົງຜິດກ່ຽວກັບພຣະທຳ ແລະ ວຽກງານຂອງພຣະເຈົ້າ ຫຼື ເມື່ອພຣະທຳຂອງພຣະເຈົ້າເປີດໂປງບຸກຄົນຕົ້ນແບບຂອງເຈົ້າ, ເຈົ້າກໍຈະກະບົດຕໍ່ພຣະເຈົ້າໃນທັນທີ ແລະ ອາດເຖິງຂັ້ນຕໍ່ຕ້ານ ແລະ ທໍລະຍົດພຣະເຈົ້າ; ເຈົ້າຈະຢືນຢູ່ຂ້າງບຸກຄົນຕົ້ນແບບຂອງເຈົ້າ ແລະ ຕໍ່ຕ້ານພຣະເຈົ້າ. ສິ່ງນີ້ເກີດຂຶ້ນເລື້ອຍໆ. ເມື່ອຜູ້ນຳປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສບາງຄົນຖືກປົດອອກ ຫຼື ຖືກຂັບໄລ່, ຜູ້ສົມຮູ້ຮ່ວມຄິດ ແລະ ລູກນ້ອງຂອງພວກເຂົາກໍເລີ່ມອອກໜ້າແທນພວກເຂົາ ແລະ ຈົ່ມວ່າ; ບາງຄົນເຖິງຂັ້ນກາຍເປັນຄົນຄິດລົບ ແລະ ຢຸດເຊື່ອໃນພຣະເຈົ້າ. ສິ່ງນີ້ເປັນເລື່ອງທຳມະດາ, ແມ່ນບໍ່? ແລ້ວເປັນຫຍັງພວກເຂົາຈຶ່ງຢຸດເຊື່ອ? ພວກເຂົາເວົ້າວ່າ “ຜູ້ນຳຂອງພວກເຮົາຖືກປົດອອກ ແລະ ຖືກຂັບໄລ່ແລ້ວ, ແລ້ວຂ້ອຍທີ່ເປັນພຽງຜູ້ເຊື່ອທຳມະດາຈະມີຄວາມຫວັງຫຍັງ?” ນີ້ບໍ່ແມ່ນເລື່ອງໄຮ້ສາລະບໍ? ຄຳເວົ້າຂອງພວກເຂົາບົ່ງບອກວ່າພວກເຂົາຕິດຕາມຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາຖືກຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ຫຼົງຜິດຢ່າງສິ້ນເຊີງ. ແລ້ວຜົນສະທ້ອນຂອງການທີ່ພວກເຂົາຖືກເຮັດໃຫ້ຫຼົງຜິດແມ່ນຫຍັງ? ຜູ້ຕໍ່ຕ້ານພຣະຄຣິສໄດ້ກາຍເປັນບຸກຄົນຕົ້ນແບບທີ່ພວກເຂົານະມັດສະການ; ຜູ້ຕໍ່ຕ້ານພຣະຄຣິສໄດ້ກາຍເປັນຄືກັບບັນພະບຸລຸດຂອງພວກເຂົາ: ພວກເຂົາຈະບໍ່ໜີໄປໄດ້ແນວໃດ, ໃນເມື່ອບັນພະບຸລຸດຂອງພວກເຂົາຖືກຂັບໄລ່? ພວກເຂົາຟັງແຕ່ຜູ້ຕໍ່ຕ້ານພຣະຄຣິສເທົ່ານັ້ນ ແລະ ພວກເຂົາຢູ່ພາຍໃຕ້ການຄວບຄຸມຂອງຜູ້ຕໍ່ຕ້ານພຣະຄຣິສຢ່າງສິ້ນເຊີງ. ພວກເຂົາຄິດວ່າທຸກສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເວົ້າ ແລະ ເຮັດນັ້ນຖືກຕ້ອງ ແລະ ຄວນໄດ້ຮັບການຍອມຮັບ ແລະ ອ່ອນນ້ອມຕໍ່ສິ່ງນັ້ນໃນຖານະຄວາມຈິງ, ດັ່ງນັ້ນ ພວກເຂົາຈຶ່ງບໍ່ຍອມໃຫ້ຜູ້ໃດໃນເຮືອນຂອງພຣະເຈົ້າເປີດໂປງ ແລະ ກ່າວໂທດຜູ້ຕໍ່ຕ້ານພຣະຄຣິສ. ເມື່ອຜູ້ຕໍ່ຕ້ານພຣະຄຣິສຖືກຂັບໄລ່ໂດຍເຮືອນຂອງພຣະເຈົ້າ, ຜູ້ທີ່ຕິດຕາມຜູ້ຕໍ່ຕ້ານພຣະຄຣິສກໍພາຕົນເອງອອກຈາກຄຣິສຕະຈັກ; ດັ່ງຄຳທີ່ວ່າ “ຕົ້ນໄມ້ລົ້ມ ລີງກໍແຕກກະຈາຍ”. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ຜູ້ຕໍ່ຕ້ານພຣະຄຣິສ ແລະ ຜູ້ຕິດຕາມຂອງພວກເຂົາຄືຄົນຮັບໃຊ້ຂອງຊາຕານ, ເຊິ່ງມາເພື່ອຂັດຂວາງ ແລະ ລົບກວນວຽກງານຂອງພຣະເຈົ້າ. ເມື່ອພວກເຂົາຖືກເປີດເຜີຍງ, ຖືກເປີດໂປງ ແລະ ຖືກລັງກຽດໂດຍປະຊາກອນທີ່ພຣະເຈົ້າເລືອກ, ຄວາມເຊື່ອໃນພຣະເຈົ້າຂອງພວກເຂົາກໍມາເຖິງຈຸດຈົບ. ຜູ້ຕິດຕາມຜູ້ຕໍ່ຕ້ານພຣະຄຣິສລ້ວນແຕ່ມີລັກສະນະໜຶ່ງທີ່ສາມາດແຍກແຍະໄດ້ຢ່າງຊັດເຈນ ນັ້ນກໍຄື: ບໍ່ມີຄຳເວົ້າຂອງໃຜເຂົ້າຫູພວກເຂົາ; ພວກເຂົາເອົາໃຈໃສ່ແຕ່ຜູ້ຕໍ່ຕ້ານພຣະຄຣິສເທົ່ານັ້ນ. ເມື່ອພວກເຂົາຖືກຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ຫຼົງຜິດ, ພວກເຂົາກໍຢຸດຟັງພຣະທຳຂອງພຣະເຈົ້າ ແລະ ພວກເຂົາຮັບຮູ້ພຽງແຕ່ຜູ້ຕໍ່ຕ້ານພຣະຄຣິສວ່າເປັນພຣະຜູ້ເປັນເຈົ້າຂອງພວກເຂົາ. ໃນເລື່ອງນີ້, ພວກເຂົາບໍ່ໄດ້ຖືກເຮັດໃຫ້ຫຼົງຜິດບໍ, ພວກເຂົາບໍ່ໄດ້ກຳລັງຖືກຄວບຄຸມບໍ? ມີພຽງແຕ່ຜູ້ຕິດຕາມຜູ້ຕໍ່ຕ້ານພຣະຄຣິສເທົ່ານັ້ນທີ່ຈະພະຍາຍາມປົກປ້ອງຜູ້ຕໍ່ຕ້ານພຣະຄຣິສ. ເມື່ອຜູ້ຕໍ່ຕ້ານພຣະຄຣິສຖືກເປີດໂປງ ແລະ ຖືກເປີດເຜີຍ, ຜູ້ຄົນທີ່ຕິດຕາມພວກເຂົາກໍເກີດຄວາມກັງວົນແທນພວກເຂົາ, ພວກເຂົາຫຼັ່ງນໍ້າຕາເພື່ອຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາຈົ່ມວ່າແທນພວກເຂົາ ແລະ ພະຍາຍາມປົກປ້ອງພວກເຂົາ. ໃນຊ່ວງເວລາດັ່ງກ່າວ ພວກເຂົາໄດ້ລືມພຣະເຈົ້າແລ້ວ ແລະ ບໍ່ອະທິຖານຕໍ່ພຣະເຈົ້າ ຫຼື ສະແຫວງຫາຄວາມຈິງອີກຕໍ່ໄປ; ທຸກສິ່ງທີ່ພວກເຂົາເຮັດກໍຄືການປົກປ້ອງຜູ້ຕໍ່ຕ້ານພຣະຄຣິສ ແລະ ໃຊ້ຄວາມຄິດຢ່າງໜັກເພື່ອພວກເຂົາ; ພວກເຂົາບໍ່ຮັບຮູ້ພຣະເຈົ້າອີກຕໍ່ໄປດ້ວຍຊໍ້າ. ພວກເຂົາເຊື່ອໃນພຣະເຈົ້າຢ່າງແທ້ຈິງບໍ? ແທ້ຈິງແລ້ວ ພວກເຂົາເຊື່ອໃນໃຜກັນແທ້? ສິ່ງນີ້ຊັດເຈນຢ່າງເຫັນໄດ້ຊັດແລ້ວ. ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະເວົ້າ ຫຼື ເຮັດຫຍັງກໍຕາມ, ພວກເຂົາມີພຽງເປົ້າໝາຍດຽວຄື: ການນຳພາຜູ້ຄົນ, ການເປັນພຣະຜູ້ເປັນເຈົ້າຂອງພວກເຂົາ ແລະ ພວກເຂົາຕ້ອງການໃຫ້ທຸກຄົນຕິດຕາມ ແລະ ເຊື່ອຟັງພວກເຂົາຢ່າງງົມງວາຍ ແລະ ໃນທີ່ສຸດກໍປະຕິບັດຕໍ່ພວກເຂົາຄືກັບພຣະເຈົ້າ. ສິ່ງນີ້ແຕກຕ່າງຫຍັງຈາກເສັ້ນທາງທີ່ໂປໂລຍ່າງ? ເມື່ອວຽກງານຂອງໂປໂລມາເຖິງຈຸດສິ້ນສຸດ, ລາວໄດ້ເວົ້າຄຳເວົ້າທີ່ຢູ່ໃນໃຈຂອງລາວ; ໂປໂລກ່າວວ່າ ສຳລັບລາວແລ້ວ ການມີຊີວິດຢູ່ກໍຄືພຣະຄຣິສ ແລະ ເປົ້າໝາຍຂອງລາວໃນການເວົ້າສິ່ງນີ້ກໍເພື່ອເຮັດໃຫ້ທຸກຄົນທີ່ເຊື່ອໃນອົງພຣະຜູ້ເປັນເຈົ້າເອົາລາວເປັນແບບຢ່າງ, ຕິດຕາມລາວ ແລະ ປະຕິບັດຕໍ່ລາວຄືກັບພຣະເຈົ້າ. ນີ້ຄືເປົ້າໝາຍຂອງໂປໂລໃນການເວົ້າຄຳເວົ້າເຫຼົ່ານີ້, ແມ່ນບໍ່? ແລະ ຖ້າວຽກງານຂອງຜູ້ຕໍ່ຕ້ານພຣະຄຣິສໄປເຖິງຈຸດທີ່ຜູ້ຄົນນະມັດສະການ ແລະ ເຊື່ອຟັງພວກເຂົາຢ່າງແທ້ຈິງ, ພຣະເຈົ້າກໍຈະບໍ່ມີບ່ອນຢູ່ພາຍໃນໃຈຂອງຄົນເຫຼົ່ານີ້ອີກຕໍ່ໄປ; ຫົວໃຈຂອງພວກເຂົາຈະຖືກຜູ້ຕໍ່ຕ້ານພຣະຄຣິສຍຶດຄອງໄປ. ນີ້ຄືຜົນສະທ້ອນ. ເຈົ້າເວົ້າວ່າເຈົ້າບໍ່ກັງວົນກ່ຽວກັບການຖືກຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ຫຼົງຜິດ, ວ່າເຈົ້າບໍ່ຢ້ານທີ່ຈະຕິດຕາມຜູ້ຕໍ່ຕ້ານພຣະຄຣິສ, ແຕ່ການອ້າງສິ່ງນີ້ກໍບໍ່ມີປະໂຫຍດຫຍັງ. ນີ້ຄືຄຳເວົ້າທີ່ເບົາປັນຍາ. ນີ້ກໍເພາະວ່າ ຖ້າເຈົ້າບໍ່ໄລ່ຕາມຄວາມຈິງ ແລະ ມັກຈະນະມັດສະການ ແລະ ຕິດຕາມມະນຸດຢູ່ສະເໝີ, ແລ້ວໂດຍບໍ່ຮູ້ຕົວ, ເຈົ້າກໍຈະຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ. ການເຊື່ອໃນພຣະເຈົ້າມາຫຼາຍປີ ແຕ່ປາສະຈາກຄຳພະຍານຈາກປະສົບການ ແລະ ບໍ່ພຽງແຕ່ບໍ່ໄດ້ຮັບຄວາມຈິງ ແລະ ຊີວິດເທົ່ານັ້ນ, ແຕ່ຍັງກາຍເປັນຄົນທີ່ຕໍ່ຕ້ານພຣະເຈົ້າ: ນີ້ຄືຜົນສະທ້ອນສູງສຸດຂອງການຕິດຕາມຜູ້ຕໍ່ຕ້ານພຣະຄຣິສ ແລະ ມັນເປັນສິ່ງທີ່ເຈົ້າບໍ່ສາມາດກໍາຈັດອອກຈາກຕົນເອງໄດ້, ມັນເປັນຂໍ້ເທັດຈິງທີ່ປ່ຽນແປງບໍ່ໄດ້. ມັນກໍຄືກັບຕອນທີ່ຄົນໃດໜຶ່ງສຳຜັດກັບກະແສໄຟຟ້າ: ພວກເຂົາຈະຖືກໄຟຟ້າຊັອດຢ່າງແນ່ນອນ. ບາງຄົນອາດຈະເວົ້າວ່າ “ຂ້ອຍບໍ່ເຊື່ອສິ່ງນັ້ນ; ຂ້ອຍບໍ່ຢ້ານ” ແຕ່ນີ້ເປັນເລື່ອງທີ່ວ່າເຈົ້າເຊື່ອມັນ ຫຼື ເຈົ້າຢ້ານມັນບໍ? ລອງສຳຜັດກັບກະແສໄຟຟ້າເບິ່ງດຸ ແລ້ວປັບ! ເຈົ້າກໍຈະຖືກໄຟຟ້າຊັອດ. ການບໍ່ເຊື່ອມັນຈະບໍ່ຊ່ວຍຫຍັງເລີຍ. ການບໍ່ເຊື່ອມັນຄືຄວາມໂງ່ຈ້າ; ມັນເປັນຄຳເວົ້າທີ່ໄຮ້ຄວາມຮັບຜິດຊອບ. ດັ່ງນັ້ນ, ບໍ່ວ່າເຈົ້າຈະເຕັມໃຈຕິດຕາມຜູ້ຕໍ່ຕ້ານພຣະຄຣິສ ຫຼື ບໍ່ກໍຕາມ, ຖ້າເຈົ້າບໍ່ໄລ່ຕາມຄວາມຈິງ ແລະ ຄວາມພະຍາຍາມຂອງເຈົ້າມຸ່ງເປົ້າໄປທີ່ຊື່ສຽງ, ຜົນປະໂຫຍດ ແລະ ສະຖານະຢູ່ສະເໝີ, ເຈົ້າກໍໄດ້ເລີ່ມຕົ້ນໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສແລ້ວ. ຜົນສະທ້ອນນີ້ຈະຄ່ອຍໆສະແດງອອກມາເທື່ອລະໜ້ອຍ, ຄືກັບສິ່ງເສດເຫຼືອທີ່ຟູຂຶ້ນມາເທິງໜ້ານໍ້າ. ສິ່ງນີ້ເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້. ສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດກໍຄືການນຳພາຜູ້ຄົນມາຢູ່ຕໍ່ໜ້າພວກເຂົາ, ພວກເຂົາເຮັດໃຫ້ຄົນເຫຼົ່ານັ້ນຍອມຮັບການຄວບຄຸມ ແລະ ການບົງການຂອງພວກເຂົາ, ແທນທີ່ຈະຍອມຮັບການຈັດວາງ ແລະ ການຈັດແຈງຂອງພຣະເຈົ້າ ຫຼື ອ່ອນນ້ອມຕໍ່ອຳນາດສູງສຸດຂອງພຣະເຈົ້າ. ຜູ້ຕໍ່ຕ້ານພຣະຄຣິສຕ້ອງການໂນ້ມນ້າວຜູ້ຄົນ, ພວກເຂົາຕ້ອງການຮັບເອົາຄົນເຫຼົ່ານັ້ນ, ເປົ້າໝາຍຂອງພວກເຂົາຄືການຄວບຄຸມປະຊາກອນທີ່ພຣະເຈົ້າເລືອກທັງໝົດ, ເພື່ອຄວບຄຸມປະຊາກອນທີ່ພຣະເຈົ້າເລືອກໄວ້ໃນກຳມືຂອງພວກເຂົາ; ພວກເຂົາຄືຜູ້ຄ້າມະນຸດ. ແລ້ວຜູ້ຕໍ່ຕ້ານພຣະຄຣິສໃຊ້ຫຍັງເພື່ອບັນລຸເປົ້າໝາຍຂອງພວກເຂົາໃນການຄວບຄຸມຜູ້ຄົນ? ພວກເຂົາໃຊ້ຫຼັກຄຳສອນຝ່າຍວິນຍານທີ່ຜູ້ຄົນນະມັດສະການ, ພວກເຂົາໃຊ້ທິດສະດີທີ່ເບິ່ງຄືວ່າຖືກແຕ່ຜິດ, ພວກເຂົາສວຍໂອກາດຈາກຈິດໃຈທີ່ເສື່ອມຊາມຂອງຜູ້ຄົນໃນການນະມັດສະການທິດສະດີ ເພື່ອເວົ້າຈາໄຮ້ສາລະ ແລະ ຕົກແຕ່ງຄຳເວົ້າ, ເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ. ສະຫຼຸບແລ້ວ, ທຸກສິ່ງທີ່ພວກເຂົາເວົ້າກໍເປັນພຽງຄຳເວົ້າ ແລະ ຫຼັກຄຳສອນ, ເປັນທິດສະດີທີ່ວ່າງເປົ່າ, ເປັນສິ່ງທີ່ເບິ່ງຄືວ່າຖືກແຕ່ຜິດ ແລະ ຂັດແຍ້ງກັບຄວາມຈິງ. ຖ້າຜູ້ຄົນບໍ່ເຂົ້າໃຈຄວາມຈິງ, ພວກເຂົາກໍຈະຖືກເຮັດໃຫ້ຫຼົງຜິດຢ່າງແນ່ນອນ; ຢ່າງໜ້ອຍທີ່ສຸດ, ພວກເຂົາກໍຈະຖືກເຮັດໃຫ້ຫຼົງຜິດໄປໄລຍະໜຶ່ງກ່ອນທີ່ຈະໄດ້ສະຕິ. ເມື່ອພວກເຂົາໄດ້ສະຕິ ກໍຄືຕອນທີ່ຜູ້ຕໍ່ຕ້ານພຣະຄຣິສຖືກເປີດໂປງທາດແທ້, ເຊິ່ງໃນເວລານັ້ນ ພວກເຂົາຈະຮູ້ສຶກເສຍໃຈຢ່າງສຸດຊຶ້ງ. ຜູ້ຄົນທີ່ຕິດຕາມຜູ້ຕໍ່ຕ້ານພຣະຄຣິສໄດ້ສູນເສຍວຽກງານຂອງພຣະວິນຍານບໍລິສຸດໄປດົນແລ້ວ; ນີ້ກໍເພາະວ່າພວກເຂົານະມັດສະການຄົນຕົ້ນແບບໃນໃຈຂອງພວກເຂົາ, ຕິດຕາມມະນຸດ ແລະ ພວກເຂົາຖືກພຣະເຈົ້າລັງກຽດ ແລະ ພຣະອົງໄດ້ວາງພວກເຂົາໄວ້ຂ້າງໜຶ່ງເພື່ອເປີດເຜີຍພວກເຂົາ. ສະນັ້ນ, ມັນຈຶ່ງເປັນອັນຕະລາຍຢ່າງຍິ່ງທີ່ຈະຕິດຕາມຜູ້ຕໍ່ຕ້ານພຣະຄຣິສ; ຄືກັນກັບຜູ້ຕໍ່ຕ້ານພຣະຄຣິສ, ຜູ້ຄົນທີ່ຕິດຕາມຜູ້ຕໍ່ຕ້ານພຣະຄຣິສກໍເປັນທີ່ກຽດຊັງທີ່ສຸດສຳລັບພຣະເຈົ້າ. ແລ້ວເປົ້າໝາຍຂອງພຣະເຈົ້າໃນການວາງຄົນເຫຼົ່ານີ້ໄວ້ຂ້າງໜຶ່ງແມ່ນຫຍັງ? ມັນກໍເພື່ອລໍຖ້າໃຫ້ປະຊາກອນທີ່ພຣະເຈົ້າເລືອກໄດ້ສະຕິ, ເພື່ອໃຫ້ສາມາດແຍກແຍະ ແລະ ເປີດໂປງຜູ້ຕໍ່ຕ້ານພຣະຄຣິສ ແລະ ເພື່ອປະຕິເສດຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ຢ່າງສິ້ນເຊີງ, ເຊິ່ງໃນເວລານັ້ນ ວາລະສຸດທ້າຍຂອງຜູ້ຕໍ່ຕ້ານພຣະຄຣິສກໍຈະມາເຖິງ. ທຸກສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດນັ້ນບໍ່ເປັນອັນຕະລາຍຕໍ່ຜູ້ຄົນບໍ? ພວກເຂົາບໍ່ໄລ່ຕາມຄວາມຈິງ ແລະ ພະຍາຍາມເຮັດໃຫ້ປະຊາກອນທີ່ພຣະເຈົ້າເລືອກຫຼົງຜິດ ແລະ ຄວບຄຸມພວກເຂົາ, ພວກເຂົາບໍ່ຍອມໃຫ້ຜູ້ຄົນໄລ່ຕາມຄວາມຈິງ, ພວກເຂົາບໍ່ອ່ອນນ້ອມຕໍ່ວຽກງານຂອງພຣະເຈົ້າ ແລະ ພະຍາຍາມເຮັດໃຫ້ປະຊາກອນທີ່ພຣະເຈົ້າເລືອກຫຼົງຜິດຈົນຕິດຕາມພວກເຂົາ, ທັງໝົດນີ້ສະແດງໃຫ້ເຫັນວ່າ ຜູ້ຕໍ່ຕ້ານພຣະຄຣິສບໍ່ມີຫົວໃຈທີ່ຢຳເກງ ແລະ ອ່ອນນ້ອມຕໍ່ພຣະເຈົ້າເລີຍ ທັງບໍ່ມີຄວາມຮັກຕໍ່ຄວາມຈິງ. ກົງກັນຂ້າມ, ພວກເຂົາຄິດຫາທຸກວິທີທາງທີ່ພວກເຂົາສາມາດເຮັດໄດ້ເພື່ອຍາດແຍ່ງສະຖານະ ແລະ ອຳນາດໃຫ້ກັບຕົນເອງ ເພື່ອຕໍ່ຕ້ານພຣະເຈົ້າ ແລະ ຍາດແຍ່ງປະຊາກອນທີ່ພຣະເຈົ້າເລືອກໄປຈາກພຣະເຈົ້າ, ໃນທີ່ສຸດກໍສ້າງອານາຈັກຂອງພວກເຂົາເອງເພື່ອຕໍ່ຕ້ານພຣະເຈົ້າ, ເຊິ່ງທັງໝົດນີ້ສະແດງໃຫ້ເຫັນວ່າ ຜູ້ຕໍ່ຕ້ານພຣະຄຣິສຄືສັດຕູຕົວສຳຄັນຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ເປັນເປົ້າໝາຍແຫ່ງການທຳລາຍລ້າງຂອງພຣະເຈົ້າຢ່າງແທ້ຈິງ. ບໍ່ມີສິ່ງໃດໃນຄວາມເຊື່ອໃນພຣະເຈົ້າຂອງຜູ້ຄົນທີ່ຈະເປັນອັນຕະລາຍໄປກວ່າການທີ່ພວກເຂົາຖືກຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ຫຼົງຜິດ ແລະ ຄວບຄຸມ. ຖ້າຜູ້ຄົນໄດ້ເລີ່ມຕິດຕາມຜູ້ຕໍ່ຕ້ານພຣະຄຣິສແລ້ວ, ຖ້າພວກເຂົາຢູ່ຝ່າຍຜູ້ຕໍ່ຕ້ານພຣະຄຣິສຢ່າງສິ້ນເຊີງແລ້ວ, ພວກເຂົາກໍຄືຄົນທີ່ໄດ້ທໍລະຍົດພຣະເຈົ້າ ແລະ ກຳລັງຕໍ່ຕ້ານພຣະເຈົ້າ, ເຊິ່ງໃນກໍລະນີນີ້ ຜົນໄດ້ຮັບຂອງພວກເຂົາກໍເປັນທີ່ຊັດເຈນຢູ່ແລ້ວ.

ນັ້ນຄືສິ່ງທີ່ພວກເຮົາໄດ້ໂອ້ລົມກັນບໍ່ຫຼາຍກໍໜ້ອຍກ່ຽວກັບວິທີທີ່ຜູ້ຕໍ່ຕ້ານພຣະຄຣິສກີດກັນ ແລະ ໂຈມຕີຜູ້ທີ່ໄລ່ຕາມຄວາມຈິງ. ຈຸດປະສົງ ແລະ ເຈດຕະນາຂອງພວກເຂົາໃນການກີດກັນ ແລະ ໂຈມຕີຜູ້ທີ່ໄລ່ຕາມຄວາມຈິງ ແລະ ທັດສະນະຄະຕິ, ວິທີການ ແລະ ເຕັກນິກທີ່ພວກເຂົາໃຊ້ປະຕິບັດຕໍ່ຜູ້ທີ່ໄລ່ຕາມຄວາມຈິງ ພ້ອມທັງແນວທາງການປະຕິບັດຕໍ່ຜູ້ຕໍ່ຕ້ານພຣະຄຣິສທີ່ຜູ້ໄລ່ຕາມຄວາມຈິງຄວນມີ, ພວກເຮົາໄດ້ໂອ້ລົມກັນໜ້ອຍໜຶ່ງກ່ຽວກັບແຕ່ລະດ້ານເຫຼົ່ານີ້ ເຖິງແມ່ນວ່າຍັງບໍ່ທັນຄົບຖ້ວນກໍຕາມ. ການໂອ້ລົມໃນອະນາຄົດອາດຈະຍັງກ່າວເຖິງຄວາມຈິງໃນຂົງເຂດເຫຼົ່ານີ້ ຕາມຄວາມເໝາະສົມກັບສະຖານະການສະເພາະ ແລະ ກໍລະນີສະເພາະ. ເມື່ອໂອ້ລົມກ່ຽວກັບເນື້ອຫາທີ່ສະເພາະເຈາະຈົງດັ່ງກ່າວ, ຜູ້ຟັງການເທດສະໜາຕ້ອງມີທັດສະນະຄະຕິແບບໃດ? ພວກເຂົາຕ້ອງຈົດຈໍ່, ເຮັດໃຫ້ຕົນເອງສະຫງົບຢູ່ຕໍ່ໜ້າພຣະເຈົ້າ ແລະ ບໍ່ວອກແວກ, ເພາະວ່າຄວາມຈິງແຕ່ລະດ້ານມີຄຳກ່າວ ແລະ ຄຳນິຍາມທີ່ສະເພາະເຈາະຈົງ ແລະ ແຕ່ລະດ້ານກໍມີເນື້ອຫາ ແລະ ຫຼັກການຂອງການປະຕິບັດທີ່ສະເພາະເຈາະຈົງ. ຍິ່ງໄປກວ່ານັ້ນ ພວກເຮົາຈະເວົ້າຈາກຫຼາຍມຸມມອງ ແລະ ໃນຫຼາຍວິທີທາງກ່ຽວກັບສິ່ງທີ່ເປັນແນວຄິດເຊິ່ງກ່ຽວຂ້ອງກັບຄວາມຈິງພາຍໃນແຕ່ລະເນື້ອຫາ ພ້ອມທັງຄວາມຈິງທີ່ຜູ້ຄົນຄວນເຂົ້າໃຈ ແລະ ເສັ້ນທາງທີ່ພວກເຂົາຄວນປະຕິບັດ. ທັງໝົດນີ້ຈຳເປັນຕ້ອງໄດ້ຮັບການໂອ້ລົມ ແລະ ໄຕ່ຕອງຈົນເຖິງຈຸດທີ່ຊັດເຈນ ກ່ອນທີ່ມັນຈະເກີດຜົນ. ຕອນນີ້ພວກເຮົາເຫັນແລ້ວວ່າ ຜ່ານການໂອ້ລົມຢ່າງລະອຽດຂອງພວກເຮົາ, ຫຼັກການຄວາມຈິງທີ່ກ່ຽວຂ້ອງກັບການປະຕິບັດໜ້າທີ່ຂອງຕົນນັ້ນບໍ່ໄດ້ງ່າຍດາຍຄືກັບທີ່ຜູ້ຄົນຄິດ. ການເຂົ້າໃຈຄວາມຈິງເປັນຄວາມຫຍຸ້ງຍາກທີ່ແທ້ຈິງສຳລັບຜູ້ທີ່ບໍ່ມີຄວາມສາມາດໃນການຈັບໃຈຄວາມ. ການເຂົ້າໃຈຄວາມຈິງກໍຄືກັບການເຂົ້າຮຽນໃນມະຫາວິທະຍາໄລ ເຊິ່ງມີຄວາມຫຍຸ້ງຍາກໃນລະດັບໜຶ່ງ, ແຕ່ຄົນເຮົາຈະບໍ່ຮູ້ສຶກວ່າມັນຍາກ ຖ້າພວກເຂົາມີຄວາມສາມາດໃນການຈັບໃຈຄວາມ. ຕາບໃດທີ່ຄົນເຮົາສາມາດເຂົ້າໃຈຄວາມຈິງຫຼັງຈາກທີ່ໄດ້ຍິນມັນ, ພວກເຂົາກໍຈະມີເສັ້ນທາງໃຫ້ປະຕິບັດຕາມຢ່າງເປັນທຳມະຊາດ ແລະ ຍິ່ງພວກເຂົາຝຶກຝົນໃນການປະຕິບັດຄວາມຈິງຫຼາຍສໍ່າໃດ ເສັ້ນທາງໃນການປະຕິບັດຂອງພວກເຂົາກໍຈະຍິ່ງກວ້າງຂຶ້ນສໍ່ານັ້ນ ແລະ ພວກເຂົາກໍຈະຈັບໃຈຄວາມຂອງຫຼັກການໄດ້ຢ່າງຊັດເຈນຍິ່ງຂຶ້ນ. ໃນທາງກົງກັນຂ້າມ, ຖ້າເຈົ້າບໍ່ຟັງການໂອ້ລົມທີ່ລະອຽດດັ່ງກ່າວ ແລະ ເຂົ້າໃຈພຽງແຕ່ສິ່ງທີ່ເປັນພາບລວມ ແລະ ເປັນແນວຄວາມຄິດ, ເຈົ້າກໍຈະເຮັດຫຍັງບໍ່ຖືກເມື່ອເວົ້າເຖິງການປະຕິບັດ. ເມື່ອເຈົ້າສະແຫວງຫາຫຼັກການຄວາມຈິງ, ມັນຈະເບິ່ງຄືວ່າບໍ່ວ່າເຈົ້າຈະຫັນໄປທາງໃດກໍຜິດໄປໝົດ ແລະ ເຈົ້າຈະຮູ້ສຶກວ່າບໍ່ສາມາດຈັບໃຈຄວາມພວກມັນໄດ້ຢ່າງຖືກຕ້ອງ ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ. ແຕ່ຕອນນີ້ ດ້ວຍຄຳນິຍາມ ແລະ ຂໍ້ກຳນົດທີ່ເປັນຮູບປະທຳດັ່ງກ່າວ, ເມື່ອຂອບເຂດຖືກຮັດແຄບລົງ ແລະ ຄວາມຈິງຖືກເຮັດໃຫ້ສະເພາະເຈາະຈົງ, ເຈົ້າກໍຈະມີອິດສະຫຼະຫຼາຍຂຶ້ນເມື່ອເຈົ້າເລີ່ມຕົ້ນປະຕິບັດຄວາມຈິງອີກຄັ້ງ ເພາະວ່າມັນມີຄວາມລະອຽດ. ຕົວຢ່າງ: ສົມມຸດວ່າເຮົາຂໍໃຫ້ເຈົ້າໄປຊື້ປຶ້ມບັນທຶກຫົວໜຶ່ງ. ຖ້າເຮົາພຽງແຕ່ໃຫ້ຂໍ້ກຳນົດພື້ນຖານແກ່ເຈົ້າເຊັ່ນ: ຂະໜາດ, ຄວາມໜາ ແລະ ລາຄາຂອງມັນ, ມັນອາດຈະຮຽກຮ້ອງໃຫ້ເຈົ້າຕ້ອງໃຊ້ຄວາມພະຍາຍາມບາງຢ່າງເພື່ອທີ່ຈະກຳຈັບໃຈຄວາມການເຫຼົ່ານີ້ ແລະ ນຳພວກມັນໄປປະຕິບັດ. ແຕ່ຖ້າເຮົາບອກເຈົ້າເຖິງສິ່ງຕ່າງໆເຊັ່ນ: ສີທີ່ສະເພາະເຈາະຈົງຂອງປຶ້ມບັນທຶກ, ຂະໜາດ, ຈຳນວນໜ້າ, ຮູບແບບທີ່ສະເພາະເຈາະຈົງ ແລະ ຄຸນນະພາບຂອງເຈ້ຍ, ແລ້ວເມື່ອຖືກບອກລາຍລະອຽດດັ່ງກ່າວ, ຫຼັກການທີ່ເຈົ້າຈັບໃຈຄວາມຈະບໍ່ເປັນຮູບປະທຳຫຼາຍຂຶ້ນບໍ? ແລະ ຖ້າເຮົາລະບຸໃຫ້ສະເພາະເຈາະຈົງຍິ່ງຂຶ້ນ ໂດຍການໃຫ້ເຈ້ຍແຜ່ນໜຶ່ງແກ່ເຈົ້າ ແລະ ຂໍໃຫ້ເຈົ້າໄປຊື້ປຶ້ມບັນທຶກທີ່ມີຄຸນນະພາບ, ຄວາມໜາ, ສີ ພ້ອມທັງຂະໜາດ ແລະ ຈຳນວນຂອງຕາຕະລາງທີ່ຄືກັນອ້ອຍຕ້ອຍ ຫຼື ຖ້າເຮົາໃຫ້ຂໍ້ກຳນົດກ່ຽວກັບຄວາມຄາດເຄື່ອນທີ່ຍອມຮັບໄດ້ສຳລັບແຕ່ລະລັກສະນະ, ເມື່ອເຈົ້າໄປຊື້ມັນ, ຂອບເຂດຂອງທາງເລືອກຈະບໍ່ແຄບລົງບໍ? (ມັນຈະແຄບລົງ.) ຫຼັກການທີ່ກ່ຽວຂ້ອງຈະບໍ່ເປັນຮູບປະທຳຫຼາຍຂຶ້ນ ແລະ ງ່າຍຂຶ້ນສຳລັບເຈົ້າເມື່ອເຈົ້າປະຕິບັດບໍ? ສິ່ງນີ້ຈະຊ່ວຍເຫຼືອ ຫຼື ເປັນອຸປະສັກຕໍ່ເຈົ້າເມື່ອເວົ້າເຖິງການປະຕິບັດຂອງເຈົ້າ? (ມັນຈະເປັນການຊ່ວຍເຫຼືອ.) ໃນຄວາມເປັນຈິງແລ້ວ ມັນຄວນຈະເປັນການຊ່ວຍເຫຼືອ, ເພາະວ່າຄວາມຈິງດ້ານຕ່າງໆໄດ້ຖືກກ່າວຢ່າງເປັນຮູບປະທຳ ແລະ ລະອຽດຫຼາຍຂຶ້ນ ຈົນເຖິງລາຍລະອຽດຂອງວິທີການປະຕິບັດຕໍ່ເລື່ອງສະເພາະໃດໜຶ່ງ, ການສະແດງອອກທີ່ສະເພາະເຈາະຈົງ ແລະ ລາຍລະອຽດຂອງວິທີການປະຕິບັດ ເຊິ່ງທັງໝົດນີ້ໄດ້ຖືກບອກໃຫ້ເຈົ້າຮູ້ຢ່າງຄົບຖ້ວນແລ້ວ. ຖ້າເຈົ້າຍັງບໍ່ສາມາດນຳມັນໄປປະຕິບັດໄດ້, ແລ້ວເຈົ້າກໍບໍ່ມີຄວາມສາມາດໃດໆເລີຍທີ່ຈະຈັບໃຈຄວາມຄວາມຈິງ.

ບໍ່ວ່າປັດຈຸບັນພວກເຈົ້າຈະມີຄວາມສາມາດໃນການຈັບໃຈຄວາມຄວາມຈິງ ຫຼື ບໍ່ນັ້ນ ແມ່ນເປັນສິ່ງສຳຄັນຕໍ່ການທີ່ພວກເຈົ້າຈະສາມາດໄດ້ຮັບຄວາມຈິງ ແລະ ຖືກເຮັດໃຫ້ສົມບູນ ຫຼື ບໍ່. ຕອນນີ້ ເຮົາໄດ້ມາໄກເຖິງຂັ້ນແບ່ງຄວາມຈິງທີ່ກ່ຽວຂ້ອງກັບການປະຕິບັດໜ້າທີ່ທີ່ໄດ້ມາດຕະຖານອອກເປັນຫົກປະເພດ ຕາມບຸກຄະລາກອນທີ່ປະຕິບັດແຕ່ລະໜ້າທີ່; ແຕ່ລະປະເພດເຫຼົ່ານັ້ນຍັງຖືກແບ່ງອອກເປັນໝວດໝູ່ທີ່ສະເພາະເຈາະຈົງ ແລະ ພາຍໃນແຕ່ລະໝວດໝູ່ກໍມີພາກສ່ວນຍ່ອຍຂອງການໂອ້ລົມຢ່າງລະອຽດ. ໃນກໍລະນີຂອງພວກເຈົ້າ, ການເທດສະໜາປະເພດນີ້ ແລະ ການໂອ້ລົມກ່ຽວກັບຄວາມຈິງດັ່ງກ່າວເຮັດໃຫ້ພວກເຈົ້າເຂົ້າໃຈຄວາມຈິງໄດ້ດີຂຶ້ນ ແລະ ເຮັດໃຫ້ພວກເຈົ້າມີຫຼັກການໃນການປະຕິບັດຫຼາຍຂຶ້ນ ຫຼື ມັນເຮັດໃຫ້ຊອກຫາຫຼັກການໄດ້ຍາກຂຶ້ນ? (ພວກເຮົາມີຫຼັກການຫຼາຍຂຶ້ນຍ້ອນສິ່ງນີ້.) ມັນຄວນຈະນຳພາພວກເຈົ້າໄປສູ່ຄວາມເຂົ້າໃຈທີ່ຫຼາຍຂຶ້ນ ແລະ ເມື່ອເປັນເຊັ່ນນັ້ນ ການເທດສະໜາຢ່າງລະອຽດຂອງເຮົາກໍຄວນຈະເປັນປະໂຫຍດຕໍ່ພວກເຈົ້າ. ມັນຄວນຈະເຮັດໃຫ້ພວກເຈົ້າມີຄວາມຊັດເຈນຫຼາຍຂຶ້ນ, ບໍ່ແມ່ນມີຄວາມສັບສົນຫຼາຍຂຶ້ນ. ມັນຂຶ້ນຢູ່ກັບວ່າຄົນໃດໜຶ່ງມີຄວາມສາມາດໃນການຈັບໃຈຄວາມຄວາມຈິງ ຫຼື ບໍ່. ຖ້າຄົນໃດໜຶ່ງເປັນຄົນທີ່ມີຂີດຄວາມສາມາດດີຢ່າງແທ້ຈິງ ເຊິ່ງມີຄວາມເຂົ້າໃຈຝ່າຍວິນຍານ, ພວກເຂົາກໍຈະຮູ້ສຶກມີຄວາມຈະແຈ້ງຫຼາຍຂຶ້ນເລື້ອຍໆ; ຖ້າຄົນໃດໜຶ່ງມີຂີດຄວາມສາມາດຕໍ່າ ແລະ ຂາດຄວາມເຂົ້າໃຈຝ່າຍວິນຍານ, ພວກເຂົາກໍຈະບໍ່ສາມາດເຂົ້າໃຈມັນໄດ້ ແລະ ພວກເຂົາກໍຈະຍິ່ງສັບສົນຫຼາຍຂຶ້ນເລື້ອຍໆ. ບາງຄົນອາດຈະເວົ້າວ່າ “ຂ້ອຍເຄີຍຮູ້ສຶກວ່າຂ້ອຍເຂົ້າໃຈໜ້ອຍໜຶ່ງ ແຕ່ຕອນນີ້ ຍິ່ງຂ້ອຍໄດ້ຍິນຫຼາຍເທົ່າໃດ ຂ້ອຍກໍຍິ່ງສັບສົນຫຼາຍຂຶ້ນເທົ່ານັ້ນ ຄືກັບວ່າບໍ່ມີຫຍັງຢູ່ພາຍໃນຕົວຂ້ອຍອີກແລ້ວ. ມັນເກີດຫຍັງຂຶ້ນກັບເລື່ອງນັ້ນ?” ຖ້າການເວົ້າກ່ຽວກັບການເຂົ້າສູ່ຊີວິດລົງເລິກໃນລາຍລະອຽດຫຼາຍເກີນໄປ, ມັນກໍຍາກທີ່ຜູ້ຄົນຈະເຂົ້າໃຈມັນ ຖ້າພວກເຂົາຂາດປະສົບການ ແລະ ມີຂີດຄວາມສາມາດຕໍ່າ. ຍິ່ງການເວົ້າມີຄວາມລະອຽດຫຼາຍເທົ່າໃດ, ຄົນທີ່ມີຂີດຄວາມສາມາດຕໍ່າກໍຍິ່ງມີແນວໂນ້ມທີ່ຈະມຶນງົງຫຼາຍຂຶ້ນເທົ່ານັ້ນ. ເປັນຫຍັງພວກເຂົາຈຶ່ງມີແນວໂນ້ມທີ່ຈະມຶນງົງ? ມີຫຼາຍເງື່ອນໄຂໃນເລື່ອງນີ້. ຢ່າງໜຶ່ງກໍຄື ຄົນດັ່ງກ່າວຂາດຄວາມເຂົ້າໃຈຝ່າຍວິນຍານ. ພວກເຂົາບໍ່ເຂົ້າໃຈຄວາມຈິງ ເຊິ່ງນັ້ນກໍຄື ພວກເຂົາບໍ່ເຂົ້າໃຈວ່າຄວາມຈິງແມ່ນຫຍັງ ຫຼື ສະພາວະທີ່ສະເພາະເຈາະຈົງແມ່ນຫຍັງ. ພວກເຂົາບໍ່ເຂົ້າໃຈສິ່ງເຫຼົ່ານີ້. ສະພາບນີ້ຄືການຂາດຄວາມສາມາດໃນການຈັບໃຈຄວາມຄວາມຈິງ. ສຳລັບຄົນດັ່ງກ່າວ, ມີພຽງມາດຕະການສຸດທ້າຍພຽງຢ່າງດຽວທີ່ຈະຕ້ອງເຮັດຄື: ການບອກພວກເຂົາຢ່າງສະເພາະເຈາະຈົງວ່າພວກເຂົາຄວນເຮັດແນວໃດເມື່ອມີສິ່ງຕ່າງໆເກີດຂຶ້ນກັບພວກເຂົາ ຄືກັນກັບການຕັ້ງໂປຣແກຣມໃຫ້ຫຸ່ນຍົນປະຕິບັດຕາມຄຳສັ່ງຕາມທີ່ຕ້ອງການ. ມັນພຽງພໍແລ້ວທີ່ຈະໃຫ້ພວກເຂົາຮັກສາກົດລະບຽບຕ່າງໆໄວ້. ວິທີການນີ້ສາມາດສ້າງຜົນຮັບໃນຄົນດັ່ງກ່າວໄດ້; ບໍ່ມີວິທີອື່ນສຳລັບພວກເຂົາແລ້ວ. ຕອນນີ້ ເຮົາກຳລັງໃຊ້ມາດຕະການສຸດທ້າຍນີ້ ໂດຍເວົ້າໃນລາຍລະອຽດທີ່ຫຼາຍທີ່ສຸດ ເຊິ່ງລົງເລິກເຖິງສິ່ງທີ່ເປັນຮູບປະທຳທີ່ສຸດ. ເຮັດວຽກລົງເລິກເຖິງສິ່ງທີ່ເປັນຮູບປະທຳທີ່ສຸດ. ບາງຄົນເວົ້າວ່າພວກເຂົາຍັງບໍ່ເຂົ້າໃຈ, ດັ່ງນັ້ນ ເຮົາຈຶ່ງຈະບອກພວກເຂົາຢ່າງສະເພາະເຈາະຈົງເຖິງວິທີການປະຕິບັດ ແລະ ຈັດການກັບສິ່ງໃດກໍຕາມທີ່ເຂົ້າມາໃນເສັ້ນທາງຂອງພວກເຂົາ. ເຮົາກຳລັງໃຫ້ພວກເຂົາຮັກສາກົດລະບຽບ; ນີ້ຄືທັງໝົດທີ່ເຮົາສາມາດເຮັດໄດ້ ເພາະວ່າພວກເຂົາບໍ່ມີຄວາມສາມາດໃນການຈັບໃຈຄວາມຄວາມຈິງ. ສະພາວະຂອງທຸກຄົນບໍ່ໄດ້ຄືກັນໄປໝົດ ແຕ່ຄວາມແຕກຕ່າງນັ້ນກໍພຽງໜ້ອຍດຽວ. ຖ້າພວກເຈົ້າຈະໃຫ້ເຮົາເວົ້າຢ່າງສະເພາະເຈາະຈົງ ແລະ ຊັດເຈນກັບພວກເຈົ້າກ່ຽວກັບແຕ່ລະສະພາວະເທື່ອລະຢ່າງ, ເຮົາກໍຄົງຈະຍາກທີ່ຈະເວົ້າເຖິງພວກມັນທັງໝົດ ເພາະວ່າມີພວກເຈົ້າຫຼາຍຄົນເກີນໄປທີ່ມີຂີດຄວາມສາມາດຕໍ່າ. ມັນຈຳເປັນສຳລັບພວກເຈົ້າທີ່ມີຄວາມເຂົ້າໃຈຝ່າຍວິນຍານ ແລະ ມີຄວາມສາມາດໃນການຈັບໃຈຄວາມຄວາມຈິງ ທີ່ຈະຕ້ອງເຮັດວຽກງານໃນສ່ວນນັ້ນ. ເຮົາໄດ້ເຮັດວຽກງານຂອງເຮົາຢ່າງທົ່ວເຖິງແລ້ວ. ນັ້ນຄືທັງໝົດທີ່ສາມາດຮວບຮວມໄດ້; ເຮົາໄດ້ເຮັດທຸກຢ່າງທີ່ເຮົາສາມາດເຮັດໄດ້ແລ້ວ. ວຽກງານທັງໝົດທີ່ເຮັດ ແລະ ພຣະທຳທັງໝົດທີ່ກ່າວໂດຍພຣະເຈົ້າທີ່ບັງເກີດເປັນມະນຸດນັ້ນ ເປັນສິ່ງທີ່ຄົນທຳມະດາສາມາດເຂົ້າໃຈ ແລະ ເຂົ້າເຖິງໄດ້. ນັ້ນຄືຂອບເຂດຂອງສິ່ງທີ່ສາມາດເຮັດໄດ້ກັບຜູ້ຄົນທີ່ມີຄວາມຄິດ ແລະ ການຕອບສະໜອງຂອງຄວາມເປັນມະນຸດທີ່ປົກກະຕິ. ບາງຄົນຖາມວ່າ “ພຣະເຈົ້າຈະບໍ່ສະແດງຄວາມອັດສະຈັນບໍ?” ພຣະເຈົ້າບໍ່ໄດ້ສະແດງຄວາມອັດສະຈັນ; ທັງໝົດນີ້ຈຳເປັນຕ້ອງເຮັດໃນວິທີທາງທີ່ແທ້ຈິງ ແລະ ສຳພັນກັບຊີວິດຈິງ. ມັນກໍຄືກັນກັບວຽກງານສາມຂັ້ນຕອນຂອງພຣະເຈົ້າ: ເລີ່ມຕົ້ນດ້ວຍການປະກາດໃຊ້ພຣະບັນຍັດຂອງພຣະອົງຕໍ່ມະນຸດຊາດ ເພື່ອນຳພາພວກເຂົາໃນຊີວິດຂອງພວກເຂົາ, ຈາກນັ້ນກໍໄປສູ່ການຄຶງເທິງໄມ້ກາງແຂນ ແລະ ການເຮັດວຽກງານຂອງການໄຖ່ບາບ ແລະ ຈາກນັ້ນກໍໄປສູ່ຍຸກສຸດທ້າຍ ເຊິ່ງການບັງເກີດເປັນມະນຸດຂອງພຣະເຈົ້າໄດ້ສະແດງຄວາມຈິງທັງໝົດທີ່ຊ່ວຍມະນຸດຊາດໃຫ້ລອດພົ້ນ. ແຕ່ລະຂັ້ນຕອນລ້ວນແຕ່ເຮັດໃນວິທີທາງທີ່ແທ້ຈິງ ແລະ ສຳພັນກັບຊີວິດຈິງ ໂດຍການກ່າວ ແລະ ການເຮັດວຽກງານແບບຊ່ອງໜ້າກັບມະນຸດ. ບໍ່ມີຄວາມອັດສະຈັນໃນສິ່ງນັ້ນ. ຄວາມອັດສະຈັນທີ່ຍິ່ງໃຫຍ່ທີ່ສຸດກໍຄື ພຣະເຈົ້າເອງຊົງກ່າວ ແລະ ເຮັດວຽກງານດ້ວຍພຣະອົງເອງ ແລະ ບໍ່ວ່າພຣະອົງຈະໃຊ້ວິທີການໃດກໍຕາມ ໃນທີ່ສຸດພຣະອົງກໍຈະເຮັດໃຫ້ຄົນກຸ່ມໜຶ່ງສົມບູບ ແລະ ຮັບເອົາພວກເຂົາ. ສິ່ງນີ້ຈະສຳເລັດຢ່າງແນ່ນອນ; ມັນເປັນພຽງເລື່ອງຂອງເວລາເທົ່ານັ້ນ. ນີ້ຄືໝາຍສຳຄັນ ແລະ ສິ່ງມະຫັດສະຈັນທີ່ຍິ່ງໃຫຍ່ທີ່ສຸດ ແລະ ພຣະເຈົ້າຈະບໍ່ໃຊ້ວິທີການເໜືອທຳມະຊາດອື່ນໃດ ເພື່ອເຮັດໃຫ້ຄວາມຈິງເຂົ້າໄປໃນຫົວໃຈຂອງມະນຸດ. ຕອນນີ້ ຄວາມຈິງເຫຼົ່ານີ້ໄດ້ຖືກໂອ້ລົມຢ່າງລະອຽດແລ້ວ, ຖ້າເຈົ້າມີຄວາມສາມາດໃນການຈັບໃຈຄວາມ ແລະ ເປັນຄົນທີ່ໄລ່ຕາມຄວາມຈິງຢ່າງແທ້ຈິງ, ແລ້ວຖ້າເຈົ້າໃສ່ໃຈຢ່າງແທ້ຈິງ ແລະ ໃຊ້ຄວາມພະຍາຍາມຈັກໜ້ອຍ, ມັນກໍເປັນໄປບໍ່ໄດ້ທີ່ເຈົ້າຈະບໍ່ເຂົ້າໃຈຄວາມຈິງ ຫຼື ຫຼັກການຂອງການປະຕິບັດ. ມີບາງຄົນທີ່ເວົ້າວ່າພວກເຂົາຮັກຄວາມຈິງ ແຕ່ຫຼັງຈາກທີ່ໄດ້ຍິນການເທດສະໜາມາຫຼາຍປີ, ເປັນຫຍັງພວກເຂົາຈຶ່ງຍັງບໍ່ເຂົ້າໃຈມັນ? ມີສອງຄວາມເປັນໄປໄດ້. ຢ່າງໜຶ່ງກໍຄື ພວກເຂົາຂາດຄວາມເຂົ້າໃຈຝ່າຍວິນຍານຢ່າງສິ້ນເຊີງ ແລະ ບໍ່ສາມາດຈັບໃຈຄວາມຄວາມຈິງໄດ້; ອີກຢ່າງໜຶ່ງກໍຄື ພວກເຂົາບໍ່ໄດ້ຮັກຄວາມຈິງຢ່າງແທ້ຈິງ ແລະ ບໍ່ເຄີຍໃຊ້ຄວາມພະຍາຍາມໃນການໄລ່ຕາມມັນເລີຍ. ນີ້ຄືສອງເຫດຜົນທີ່ເປັນໄປໄດ້. ບາງຄົນເວົ້າວ່າພວກເຂົາບໍ່ເຂົ້າໃຈຄວາມຈິງ ເພາະວ່າພວກເຂົາເຊື່ອໃນພຣະເຈົ້າໄດ້ບໍ່ດົນ ແລະ ຍັງບໍ່ໄດ້ຍິນການເທດສະໜາຫຼາຍ ແລະ ບໍ່ມີປະສົບການຫຼາຍ. ນີ້ກໍເປັນອີກເຫດຜົນໜຶ່ງ. ເຖິງຢ່າງໃດກໍຕາມ, ຖ້າເຈົ້າເປັນຄົນທີ່ຮັກຄວາມຈິງຢ່າງແທ້ຈິງ, ແລ້ວເມື່ອປີແຫ່ງຄວາມເຊື່ອໃນພຣະເຈົ້າຂອງເຈົ້າເພີ່ມຂຶ້ນ, ຄວາມເຂົ້າໃຈຕໍ່ຄວາມຈິງຂອງເຈົ້າກໍຈະຍິ່ງເຕີບໃຫຍ່ຂຶ້ນ ແລະ ວຸດທິພາວະຝ່າຍວິນຍານຂອງເຈົ້າກໍຈະຍິ່ງເຕີບໃຫຍ່ຂຶ້ນ.

ໃນການໂອ້ລົມຄວາມຈິງດ້ານໃດກໍຕາມ, ມັນຕ້ອງໃຊ້ຫຼາຍກວ່າພຽງສອງສາມຄຳເວົ້າເພື່ອອະທິບາຍມັນໃຫ້ຄົບຖ້ວນ ໃນວິທີທາງທີ່ສາມາດແກ້ໄຂບັນຫາໄດ້. ສຳລັບຜູ້ຄົນໃນປັດຈຸບັນ, ສິ່ງທົ່ວໄປກໍເປັນພຽງຫຼັກຄຳສອນ, ເປັນພຽງທິດສະດີ. ສະນັ້ນ, ເຮົາຈະເຮັດແນວໃດເພື່ອໃຫ້ຜູ້ຄົນເຂົ້າໃຈ ແລະ ເຮັດໃຫ້ພວກເຂົາສາມາດປ່ຽນສິ່ງນັ້ນໃຫ້ກາຍເປັນຫຼັກການຂອງການປະຕິບັດຂອງພວກເຂົາ ຫຼັງຈາກທີ່ພວກເຂົາຍອມຮັບມັນແລ້ວ? ເຮົາຕ້ອງເວົ້າໃຫ້ສະເພາະເຈາະຈົງ ແລະ ລະອຽດຫຼາຍຂຶ້ນ. ບໍ່ວ່າເຮົາຈະກຳລັງເລົ່າເລື່ອງ ຫຼື ໂອ້ລົມຄວາມຈິງ ຫຼື ເວົ້າເຖິງການປະຕິບັດກໍຕາມ, ໂດຍລວມແລ້ວ ພວກມັນຕ້ອງລະອຽດ ແລະ ສະເພາະເຈາະຈົງຫຼາຍຂຶ້ນ. ການເວົ້າທີ່ສະເພາະເຈາະຈົງນັ້ນເປັນປະໂຫຍດຕໍ່ພວກເຈົ້າ. ສະນັ້ນ, ເຮົາຈຶ່ງຕ້ອງໃຊ້ຄວາມຄິດຢ່າງໜັກຢູ່ສະເໝີເພື່ອຄິດຫາເລື່ອງລາວ ແລະ ຕົວຢ່າງສຳລັບພວກເຈົ້າ ເພື່ອໃຫ້ພວກເຈົ້າເຂົ້າໃຈຫຼາຍຂຶ້ນອີກໜ້ອຍໜຶ່ງ. ເຮົາເຮັດໃຫ້ຄວາມຈິງທັງໝົດເຫຼົ່ານີ້ເປັນຮູບປະທຳໃນເຫດການແລ້ວເຫດການເລົ່າ ແລະ ເຮົາລວມເອົາຄວາມຈິງທີ່ເຮົາໂອ້ລົມເຂົ້າກັບທຸກເຫດການທີ່ເຮົາເລົ່າ ເພື່ອໃຫ້ພວກເຈົ້າມີພາບໃນໃຈຂອງພວກເຈົ້າ ເພື່ອໃຊ້ປຽບທຽບກັບຕົວພວກເຈົ້າເອງ ເພື່ອເບິ່ງວ່າພວກເຈົ້າເຄີຍກະທຳໃນລັກສະນະນັ້ນ ຫຼື ຈະກະທຳຄືກັບຄົນແບບນັ້ນ ຫຼື ເຄີຍຄິດໃນລັກສະນະນັ້ນ ຫຼື ເຄີຍຕິດຢູ່ໃນສະພາວະແບບນັ້ນ ຫຼື ບໍ່. ໃນຂະນະທີ່ພວກເຈົ້າຟັງຄວາມຈິງເຫຼົ່ານີ້, ເຮົາເຮັດໃຫ້ພວກເຈົ້າມີຄວາມຮູ້ສຶກທີ່ເປັນພາບຂອງພວກມັນຢ່າງຕໍ່ເນື່ອງ ຄືກັບວ່າພວກເຈົ້າໄດ້ເຂົ້າໄປຢູ່ໃນເຫດການນັ້ນແທ້ໆ. ນີ້ຄືເຫດຜົນທີ່ເຮົາເລົ່າເລື່ອງ ແລະ ຍົກຕົວຢ່າງ. ມີບາງຄົນທີ່ເລີ່ມບໍ່ມີຄວາມອົດທົນທັນທີທີ່ພວກເຂົາໄດ້ຍິນເລື່ອງລາວເລີ່ມຕົ້ນ. “ເລື່ອງອື່ນອີກແລ້ວບໍ? ຂ້ອຍເປັນເດັກນ້ອຍອາຍຸສາມປີບໍ?” ເຈົ້າອາດຈະມີອາຍຸບໍ່ໜ້ອຍແລ້ວ ແຕ່ໃນເສັ້ນທາງແຫ່ງການເຊື່ອໃນພຣະເຈົ້າ ແລະ ການໄລ່ຕາມຄວາມຈິງ, ເຈົ້າອາດຈະມີອາຍຸໜ້ອຍກວ່າສາມປີດ້ວຍຊໍ້າ. ນັ້ນຄືຄວາມຈິງຂອງເລື່ອງນີ້. ສະນັ້ນ, ການປະຕິບັດຕໍ່ພວກເຈົ້າຄືກັບເດັກນ້ອຍອາຍຸຕໍ່າກວ່າສາມປີຈຶ່ງບໍ່ແມ່ນການດູຖູກພວກເຈົ້າ ແລະ ມັນກໍບໍ່ແມ່ນສິ່ງທີ່ເກີນກວ່າເຫດເລີຍ; ຕາມທີ່ເຮົາເຫັນ, ມັນເປັນການຕີລາຄາພວກເຈົ້າສູງເກີນໄປດ້ວຍຊໍ້າ. ເມື່ອເດັກນ້ອຍອາຍຸສາມປີໄດ້ຍິນຜູ້ໃຫຍ່ບອກວ່າມີດຕັດນັ້ນຄົມ ແລະ ຫ້າມຈັບ, ພວກເຂົາກໍຈະຈື່ຈຳສິ່ງນີ້ໄວ້ເປັນຫຼັກການ. ພວກເຂົາຈະບໍ່ຈັບພວກມັນ ແລະ ຈະບໍ່ຈັບແມ່ນແຕ່ເຄື່ອງມື ຫຼື ໃບມີດທີ່ຄ້າຍຄືກັບພວກມັນ. ພວກເຂົາຮູ້ວ່າພວກມັນທັງໝົດລ້ວນແຕ່ຄົມ; ພວກເຂົາຮູ້ວ່າພວກເຂົາຕ້ອງກຳແໜ້ນຫຼັກການນີ້. ແລ້ວຜູ້ຄົນຈະສາມາດຄົ້ນພົບຫຼັກການໃນບາງສິ່ງທີ່ພວກເຂົາໄດ້ມີປະສົບການຢ່າງຕໍ່ເນື່ອງຫຼາຍຄັ້ງໃນການປະຕິບັດຂອງພວກເຂົາໄດ້ບໍ? ນັ້ນກໍຄື ເຈົ້າສາມາດເຂົ້າໃຈເຈດຕະນາທີ່ຢູ່ເບື້ອງຫຼັງການກະທຳຂອງພຣະເຈົ້າ, ຂໍ້ຮຽກຮ້ອງທີ່ພຣະອົງມີຕໍ່ເຈົ້າ ແລະ ມາດຕະຖານທີ່ຈຳເປັນຂອງພຣະອົງໃນເລື່ອງໃດໜຶ່ງແມ່ນຫຍັງ ຫຼື ບໍ່? ຖ້າອີງຕາມສະຕິປັນຍາຂອງຄົນປົກກະຕິ, ເຈົ້າກໍຄວນຈະສາມາດເຂົ້າໃຈສິ່ງເຫຼົ່ານີ້ໄດ້. ແລ້ວສະຖານະການໃດແດ່ທີ່ຜູ້ຄົນບໍ່ເຂົ້າໃຈພວກມັນ, ບໍ່ວ່າເຮົາຈະເວົ້າຫຍັງກໍຕາມ? ກ່ອນອື່ນໝົດ, ເຫດຜົນຫຼັກທີ່ສິ່ງນີ້ເກີດຂຶ້ນກໍຄືແມ່ນກ່ຽວຂ້ອງກັບສະພາບແວດລ້ອມທີ່ວຸ້ນວາຍທີ່ຜູ້ຄົນອາໄສຢູ່, ເຊິ່ງມີເລື່ອງນ້ອຍໆ ແລະ ເລື່ອງທີ່ເປັນພາລະຫຼາຍຢ່າງໃຫ້ຕ້ອງຈັດການ ຈົນຜູ້ຄົນບໍ່ມີອາລົມທີ່ຈະອ່ານອະທິຖານພຣະທຳຂອງພຣະເຈົ້າຢ່າງລະອຽດ; ພວກເຂົາບໍ່ໄດ້ໃຊ້ຄວາມພະຍາຍາມໃດໆເພື່ອຄວາມຈິງເລີຍ. ນີ້ຄືດ້ານໜຶ່ງຂອງເຫດຜົນ; ອີກດ້ານໜຶ່ງກໍຄື ຄວາມຫິວກະຫາຍ ແລະ ຄວາມຮັກທີ່ຜູ້ຄົນມີຕໍ່ຄວາມຈິງນັ້ນມີໜ້ອຍຫຼາຍ ຈົນຖ້າຄະແນນເຕັມແມ່ນສິບ, ລະດັບຄວາມຮັກທີ່ພວກເຈົ້າມີຕໍ່ຄວາມຈິງໃນປັດຈຸບັນກໍຄົງຈະໄດ້ຄະແນນພຽງແຕ່ສາມ ຫຼື ຫ້າຢ່າງຫຼາຍທີ່ສຸດ. ສະນັ້ນ, ເຫດຜົນສ່ວນໃຫຍ່ທີ່ຜູ້ຄົນບໍ່ເຂົ້າໃຈຄວາມຈິງ ແລະ ບໍ່ໄດ້ຮັບມັນໃນທີ່ສຸດກໍຄື ພວກເຂົາບໍ່ໄດ້ໃຊ້ຄວາມພະຍາຍາມ ແລະ ພວກເຂົາກໍບໍ່ໄດ້ໃສ່ໃຈກັບມັນ ແລະ ໃນໃຈຂອງພວກເຂົາ, ພວກເຂົາບໍ່ໄດ້ຮັກຄວາມຈິງຫຼາຍຂະໜາດນັ້ນເລີຍ. ຄວາມຮັກທີ່ຜູ້ຄົນມີຕໍ່ຄວາມຈິງນັ້ນມີລະດັບທີ່ບໍ່ພຽງພໍ. ມັນເປັນພຽງຄວາມສົນໃຈໜ້ອຍໜຶ່ງ; ມັນບໍ່ໄດ້ຍົກລະດັບຂຶ້ນເປັນຄວາມຮັກ. ມັນເປັນພຽງເພາະວ່າຜູ້ຄົນໄດ້ທົນທຸກກັບຄວາມລົ້ມເຫຼວ ແລະ ຄວາມທຸກຍາກລຳບາກຫຼາຍຢ່າງໃນໂລກ ຈົນພວກເຂົາບໍ່ສາມາດດຳລົງຊີວິດຕໍ່ໄປໄດ້ ແລະ ເພາະວ່າພວກເຂົາໄດ້ເຫັນພຣະເຈົ້າກຳລັງເຮັດວຽກງານຊ່ວຍຜູ້ຄົນໃຫ້ລອດພົ້ນ ແລະ ໂອ້ລົມຄວາມຈິງໃນແຕ່ລະມື້ ພ້ອມທັງຄວາມອຸດົມສົມບູນຂອງທຸກສິ່ງທີ່ພຣະອົງສະໜອງໃຫ້ແກ່ມະນຸດ, ພວກເຂົາຈຶ່ງຮູ້ສຶກວ່າພຣະເຈົ້າເປັນຜູ້ທີ່ດີ ແລະ ເຕັມໃຈທີ່ຈະອ່ານພຣະທຳຂອງພຣະອົງ ແລະ ພະຍາຍາມກ້າວໄປສູ່ຄວາມຈິງ. ນັ້ນຄືຄວາມສົນໃຈໜ້ອຍໜຶ່ງທີ່ພວກເຂົາມີ. ຫົວໃຈຂອງຜູ້ຄົນໃຊ້ເວລາສ່ວນໃຫຍ່ໄປກັບຫຍັງ? ພວກເຂົາລ້ວນແຕ່ຫຍຸ້ງກ່ຽວກັບເລື່ອງນ້ອຍໆຫຼາຍຢ່າງ, ຖືກຄອບງຳໂດຍບັນຫາທຸກປະເພດກ່ຽວກັບຄວາມສຳພັນທາງອາລົມ, ຄວາມສຳພັນລະຫວ່າງບຸກຄົນ, ສະຖານະ ແລະ ຄວາມທະນົງຕົວ ແລະ ກະແສຂອງສັງຄົມ. ແມ່ນແຕ່ມີບາງຄົນທີ່ໃຊ້ເວລາ ແລະ ພະລັງງານຂອງພວກເຂົາຫຼາຍກວ່າໄປກັບອາຫານ, ເຄື່ອງນຸ່ງ, ການແຕ່ງກາຍ ແລະ ຄວາມເພີດເພີນທາງເນື້ອໜັງຂອງພວກເຂົາ. ພວກເຂົາສູນເສຍວັນເວລາທີ່ລໍ້າຄ່າຢ່າງແທ້ຈິງໄປກັບສິ່ງເຫຼົ່ານີ້ ແລະ ພວກເຂົາກໍຍ້ອງຍໍມັນວ່າ “ຂ້ອຍກຳລັງສະລະຕົນເພື່ອພຣະເຈົ້າ!” ໃນທີ່ສຸດ, ໃນຕອນທ້າຍ, ພວກເຂົາເບິ່ງຍ້ອນກັບໄປ ແລະ ເຫັນວ່າພຣະເຈົ້າໄດ້ກ່າວພຣະທຳຫຼາຍຢ່າງ ແລະ ເຮັດວຽກງານມາເປັນເວລາດົນນານ ແຕ່ພວກເຂົາກໍຍັງບໍ່ໄດ້ຮັບຄວາມຈິງ. ນີ້ບໍ່ແມ່ນຍ້ອນວ່າພຣະເຈົ້າບໍ່ໄດ້ປະທານມັນໃຫ້ກັບພວກເຂົາ ແຕ່ຍ້ອນວ່າພວກເຂົາບໍ່ໄດ້ຍອມຮັບຄວາມຈິງດ້ວຍຫົວໃຈຂອງພວກເຂົາ ຫຼື ໃຊ້ຄວາມພະຍາຍາມເພື່ອຄວາມຈິງ ເຖິງແມ່ນວ່າພວກເຂົາຈະເຫັນພຣະເຈົ້າສະແດງມັນອອກມາຫຼາຍກໍຕາມ. ນັ້ນຄືສິ່ງທີ່ເຮັດໃຫ້ພວກເຂົາບໍ່ໄດ້ຮັບຄວາມຈິງ ແລະ ຊີວິດໃນຫຼາຍປີແຫ່ງຄວາມເຊື່ອໃນພຣະເຈົ້າຂອງພວກເຂົາ ແລະ ຖືກກຳຈັດໃນທີ່ສຸດ.

ວັນທີ 22 ມັງກອນ 2019

ກ່ອນນີ້: ລາຍການທີສອງ: ພວກເຂົາໂຈມຕີ ແລະ ກີດກັນຜູ້ຄັດຄ້ານ

ຕໍ່ໄປ: ລາຍການທີຫົກ: ພວກເຂົາປະພຶດໃນລັກສະນະທີ່ຫຼອກລວງ, ພວກເຂົາເຮັດຕາມອຳເພີໃຈ ແລະ ເປັນຜະເດັດການ, ພວກເຂົາບໍ່ເຄີຍໂອ້ລົມກັບຄົນອື່ນ ແລະ ພວກເຂົາບັງຄັບໃຫ້ຄົນອື່ນເຊື່ອຟັງພວກເຂົາ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້