ລາຍການທີສອງ: ພວກເຂົາໂຈມຕີ ແລະ ກີດກັນຜູ້ຄັດຄ້ານ

ພວກເຮົາໄດ້ໂອ້ລົມກ່ຽວກັບການເອົາຊະນະໃຈຜູ້ຄົນຈົບແລ້ວ ເຊິ່ງເປັນການສະແດງອອກປະການທຳອິດຂອງວິທີທີ່ຜູ້ຕໍ່ຕ້ານພຣະຄຣິສຄວບຄຸມຜູ້ຄົນ ແລະ ຕອນນີ້ພວກເຮົາຈະໂອ້ລົມກ່ຽວກັບການສະແດງອອກປະການທີສອງ. ວິທີທີສອງທີ່ຜູ້ຕໍ່ຕ້ານພຣະຄຣິສໃຊ້ເພື່ອຄວບຄຸມຜູ້ຄົນກໍຄື ການໂຈມຕີ ແລະ ກີດກັນຜູ້ຄັດຄ້ານ. ວິທີທຳອິດກ່ຽວຂ້ອງກັບການເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ການເອົາຊະນະໃຈຂອງພວກເຂົາ; ເມື່ອເບິ່ງພາຍນອກແລ້ວ ຄົນແບບນີ້ ຈະເບິ່ງຄືວ່າເວົ້າຈາອ່ອນຫວານຫຼາຍ ແລະ ສອດຄ່ອງກັບຄວາມຄິດຫຼົງຜິດຂອງມະນຸດ ແລະ ບໍ່ກໍ່ໃຫ້ເກີດອັນຕະລາຍໃດໆຕໍ່ຄົນອື່ນ; ພວກເຂົາຈະຂ້ອນຂ້າງເປັນຄົນມີໄຫວພິບ ແລະ ບໍ່ຊັດເຈນ; ຄົນອື່ນບໍ່ສາມາດເຫັນເຈດຕະນາທີ່ຊົ່ວຮ້າຍາ ແລະ ການສະແດງອອກທີ່ປະສົງຮ້າຍ, ນອງເລືອດ ແລະ ມັກຕໍ່ ສູ້ຂອງພວກເຂົາ; ແລະ ພວກເຂົາບໍ່ໃຊ້ອັນໃດເລີຍນອກຈາກວິທີການທີ່ມີເລ່ຫຼ່ຽມ. ວິທີທີສອງ, ການໂຈມຕີ ແລະ ກີດກັນຜູ້ຄັດຄ້ານ ແມ່ນເຫັນໄດ້ຊັດເຈນກວ່າ. ຈາກຄວາມໝາຍຂອງຄຳວ່າ “ໂຈມຕີ ແລະ ກີດກັນ”, ຄົນເຮົາສາມາດບອກໄດ້ວ່າພວກມັນບໍ່ແມ່ນຄຳສັບໃນແງ່ບວກ ແຕ່ເປັນຄຳສັບໃນແງ່ລົບ. ວິທີການໂຈມຕີ ແລະ ກີດກັນນີ້ແມ່ນສິ່ງທີ່ເປີດເຜີຍຕໍ່ສາທາລະນະຢ່າງຈະແຈ້ງ ແລະ ທຸກຄົນສາມາດເຫັນໄດ້. ມັນກໍຄືກັບແມ່ຍິງປາກຈັດທີ່ຮ້າຍດ່າກັນຢູ່ຕາມຖະໜົນ, ເປີດໂປງຂໍ້ບົກຜ່ອງຂອງກັນແລະກັນ, ຄຳເວົ້າຂອງພວກເຂົາກົງໄປກົງມາ ແລະ ຊັດເຈນ, ທຸກຄົນທີ່ໄດ້ຍິນກໍລ້ວນແຕ່ເຂົ້າໃຈ. ຄຳເວົ້າເຫຼົ່ານັ້ນມີຄວາມກ້າວຮ້າວໃນລະດັບໜຶ່ງ, ບໍ່ໄດ້ສະແດງຄວາມອົດກັ້ນ ແຕ່ຊໍ້າພັດເປັນການລິເລີ່ມທີ່ຈະໂຈມຕີ. ການທີ່ຜູ້ຕໍ່ຕ້ານພຣະຄຣິສກົດຂີ່ຜູ້ຄົນຢ່າງເປີດເຜີຍ, ການກີດກັນຜູ້ຄົນ, ການໂຈມຕີຜູ້ຄົນ ແລະ ການເປີດໂປງບັນຫາຂອງຜູ້ຄົນ ລ້ວນແລ້ວແຕ່ມີເປົ້າໝາຍ. ໂດຍບໍ່ຕ້ອງສົງໄສເລີຍ, ພວກເຂົາໃຊ້ວິທີການດັ່ງກ່າວນີ້ເພື່ອແນໃສ່ຜູ້ທີ່ໄລ່ຕາມຄວາມຈິງ ແລະ ສາມາດແຍກແຍະພວກເຂົາໄດ້. ໂດຍການທຳລາຍຄົນເຫຼົ່ານີ້, ພວກເຂົາກໍບັນລຸເປົ້າໝາຍໃນການເສີມສ້າງສະຖານະຂອງພວກເຂົາເອງ. ການໂຈມຕີ ແລະ ກີດກັນຜູ້ຄົນແບບນີ້ແມ່ນມີທຳມະຊາດທີ່ປະສົງຮ້າຍ. ມີຄວາມກ້າວຮ້າວໃນພາສາ ແລະ ວິທີການເວົ້າຂອງພວກເຂົາເຊັ່ນ: ການເປີດໂປງ, ການກ່າວໂທດ, ການໃສ່ຮ້າຍປ້າຍສີ ແລະ ການໝິ່ນປະໝາດທີ່ຊົ່ວຮ້າຍ. ພວກເຂົາເຖິງກັບບິດເບືອນຂໍ້ເທັດຈິງ, ເວົ້າເຖິງສິ່ງທີ່ເປັນບວກຄືກັບວ່າພວກມັນເປັນສິ່ງທີ່ເປັນລົບ ແລະ ສິ່ງທີ່ເປັນລົບຄືກັບວ່າພວກມັນເປັນສິ່ງທີ່ເປັນບວກ. ການປີ້ນຂາວເປັນດຳ ແລະ ການເຮັດໃຫ້ສັບສົນລະຫວ່າງສິ່ງທີ່ຖືກ ແລະ ສິ່ງທີ່ຜິດແບບນີ້ ເຮັດໃຫ້ຜູ້ຕໍ່ຕ້ານພຣະຄຣິສບັນລຸເປົ້າໝາຍໃນການເອົາຊະນະຜູ້ຄົນ ແລະ ທຳລາຍຊື່ສຽງຂອງພວກເຂົາ. ແນວຄິດແບບໃດທີ່ກໍ່ໃຫ້ເກີດການໂຈມຕີ ແລະ ກີດກັນຜູ້ຄັດຄ້ານນີ້? ສ່ວນໃຫຍ່ແລ້ວ, ມັນມາຈາກແນວຄິດທີ່ອິດສາ. ໃນອຸປະນິໄສທີ່ໂຫດຮ້າຍ, ຄວາມອິດສານຳມາເຊິ່ງຄວາມກຽດຊັງຢ່າງຮຸນແຮງ ແລະ ຍ້ອນຄວາມອິດສາຂອງພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງໂຈມຕີ ແລະ ກີດກັນຜູ້ຄົນ. ໃນສະຖານະການແບບນີ້, ຖ້າຜູ້ຕໍ່ຕ້ານພຣະຄຣິສຖືກເປີດໂປງ, ຖືກລາຍງານ, ສູນເສຍສະຖານະຂອງພວກເຂົາ ແລະ ໄດ້ຮັບຄວາມເສຍຫາຍ, ພວກເຂົາກໍຈະຕໍ່ຕ້ານ ແລະ ບໍ່ພໍໃຈ ແລະ ມັນກໍຈະຍິ່ງງ່າຍຂຶ້ນສຳລັບພວກເຂົາທີ່ຈະກາຍເປັນຄົນທີ່ຄິດປອງຮ້າຍຢ່າງຮຸນແຮງ. ການຄິດປອງຮ້າຍແມ່ນແນວຄິດປະເພດໜຶ່ງ ແລະ ມັນກໍເປັນອຸປະນິໄສທີ່ເສື່ອມຊາມປະເພດໜຶ່ງເຊັ່ນກັນ. ເມື່ອຜູ້ຕໍ່ຕ້ານພຣະຄຣິສເຫັນວ່າສິ່ງທີ່ຄົນໃດໜຶ່ງເຮັດນັ້ນສ້າງຄວາມເສຍຫາຍໃຫ້ກັບພວກເຂົາ, ຄົນອື່ນມີຄວາມສາມາດຫຼາຍກວ່າພວກເຂົາ ຫຼື ຄຳເວົ້າ ແລະ ຂໍ້ສະເໜີຂອງຄົນໃດໜຶ່ງດີກວ່າ ຫຼື ສະຫຼາດກວ່າຂອງພວກເຂົາ ແລະ ທຸກຄົນກໍເຫັນດີກັບຄຳເວົ້າ ແລະ ຂໍ້ສະເໜີຂອງຄົນນັ້ນ, ຜູ້ຕໍ່ຕ້ານພຣະຄຣິສກໍຈະຮູ້ສຶກວ່າສະຖານະຂອງພວກເຂົາຖືກຄຸກຄາມ, ຄວາມອິດສາ ແລະ ຄວາມກຽດຊັງກໍຈະເກີດຂຶ້ນໃນໃຈຂອງພວກເຂົາ ແລະ ພວກເຂົາກໍຈະໂຈມຕີ ແລະ ແກ້ແຄ້ນ. ເມື່ອແກ້ແຄ້ນ, ໂດຍທົ່ວໄປແລ້ວ ຜູ້ຕໍ່ຕ້ານພຣະຄຣິສຈະໂຈມຕີເປົ້າໝາຍຂອງພວກເຂົາກ່ອນ. ພວກເຂົາເປັນຝ່າຍລິເລີ່ມໃນການໂຈມຕີ ແລະ ທຳລາຍຜູ້ຄົນ, ຈົນກວ່າອີກຝ່າຍຈະຍອມຈຳນົນ. ເມື່ອນັ້ນພວກເຂົາຈຶ່ງຈະຮູ້ສຶກວ່າພວກເຂົາໄດ້ລະບາຍຄວາມຄຽດແຄ້ນອອກມາ. ຍັງມີການສະແດງອອກອື່ນອີກບໍທີ່ກ່ຽວກັບການໂຈມຕີ ແລະ ກີດກັນຜູ້ຄົນ? (ການດູຖູກຄົນອື່ນ.) ການດູຖູກຄົນອື່ນແມ່ນໜຶ່ງໃນວິທີທີ່ມັນສະແດງອອກ; ບໍ່ວ່າເຈົ້າຈະເຮັດວຽກໄດ້ດີສໍ່າໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສກໍຍັງຈະດູຖູກເຈົ້າ ຫຼື ກ່າວໂທດເຈົ້າ, ຈົນກວ່າເຈົ້າຈະເປັນຄົນຄິດລົບ ແລະ ອ່ອນແອ ແລະ ບໍ່ສາມາດຢືນຢັດໄດ້. ແລ້ວພວກເຂົາກໍຈະມີຄວາມສຸກ ແລະ ພວກເຂົາກໍຈະບັນລຸເປົ້າໝາຍຂອງພວກເຂົາ. ການກ່າວໂທດເປັນສ່ວນໜຶ່ງຂອງຄວາມໝາຍໃນການດູຖູກຄົນອື່ນບໍ? (ແມ່ນແລ້ວ.) ຜູ້ຕໍ່ຕ້ານພຣະຄຣິສກ່າວໂທດຜູ້ຄົນແນວໃດ? ພວກເຂົາເຮັດເລື່ອງນ້ອຍໃຫ້ເປັນເລື່ອງໃຫຍ່. ຕົວຢ່າງ: ເຈົ້າໄດ້ເຮັດບາງສິ່ງທີ່ບໍ່ໄດ້ເປັນບັນຫາຫຍັງເລີຍ, ແຕ່ພວກເຂົາຕ້ອງການເຮັດໃຫ້ມັນເປັນເລື່ອງໃຫຍ່ເພື່ອໂຈມຕີເຈົ້າ. ສະນັ້ນ, ພວກເຂົາຈຶ່ງຄິດຫາທຸກວິທີທາງເພື່ອໃຊ້ສິ່ງນີ້ເປັນຂໍ້ອ້າງໃນການຕໍ່ຕ້ານເຈົ້າ ແລະ ກ່າວໂທດເຈົ້າໂດຍການເຮັດເລື່ອງນ້ອຍໃຫ້ເປັນເລື່ອງໃຫຍ່, ຈົນເຮັດໃຫ້ຄົນອື່ນທີ່ຟັງຄິດວ່າສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເວົ້ານັ້ນມີເຫດຜົນ ແລະ ຄິດວ່າເຈົ້າເຮັດບາງສິ່ງທີ່ຜິດ. ດ້ວຍເຫດນີ້, ຜູ້ຕໍ່ຕ້ານພຣະຄຣິສກໍບັນລຸເປົ້າໝາຍຂອງພວກເຂົາແລ້ວ. ນີ້ຄືການກ່າວໂທດ, ການໂຈມຕີ ແລະ ການກີດກັນຜູ້ຄັດຄ້ານ. ການກີດກັນໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າໃນໃຈຂອງພວກເຂົາ ພວກເຂົາຮູ້ວ່າສິ່ງທີ່ເຈົ້າເຮັດນັ້ນຖືກຕ້ອງ ແຕ່ພວກເຂົາອິດສາ ແລະ ກຽດຊັງເຈົ້າ, ຕັ້ງໃຈພະຍາຍາມໂຈມຕີເຈົ້າ, ສະນັ້ນ ພວກເຂົາຈຶ່ງເວົ້າວ່າສິ່ງທີ່ເຈົ້າເຮັດນັ້ນຜິດ. ຈາກນັ້ນ ພວກເຂົາກໍຈະໃຊ້ມຸມມອງ ແລະ ຄວາມເຊື່ອຜິດໆຂອງພວກເຂົາເອງເພື່ອໂຕ້ແຍ້ງເອົາຊະນະເຈົ້າ, ໂດຍເວົ້າໃນລັກສະນະທີ່ໂນ້ມນ້າວຈິດໃຈ ເພື່ອໃຫ້ທຸກຄົນທີ່ຟັງຮູ້ສຶກວ່າສິ່ງທີ່ພວກເຂົາເວົ້ານັ້ນຖືກຕ້ອງ ແລະ ເວົ້າໄດ້ດີ; ຈາກນັ້ນ, ຄົນທັງໝົດເຫຼົ່ານັ້ນກໍຈະເຫັນດີກັບພວກເຂົາ ແລະ ຈະຢືນຢູ່ຂ້າງພວກເຂົາເພື່ອຕໍ່ຕ້ານເຈົ້າ. ຜູ້ຕໍ່ຕ້ານພຣະຄຣິສໃຊ້ສິ່ງນີ້ເພື່ອໂຈມຕີເຈົ້າ, ເພື່ອເຮັດໃຫ້ເຈົ້າຄິດລົບ ແລະ ອ່ອນແອ. ດ້ວຍເຫດນີ້, ພວກເຂົາກໍບັນລຸເປົ້າໝາຍຂອງພວກເຂົາໃນການໂຈມຕີ ແລະ ກີດກັນຜູ້ຄັດຄ້ານ. ການກີດກັນຜູ້ຄັດຄ້ານບາງຄັ້ງກໍສາມາດເກີດຂຶ້ນໃນຮູບແບບຂອງການໂຕ້ຖຽງກັນແບບເຊິ່ງໜ້າ ຫຼື ບາງຄັ້ງກໍເປັນການຕັດສິນຄົນໃດໜຶ່ງ, ການຍຸແຍງ, ການໃສ່ຮ້າຍປ້າຍສີພວກເຂົາ ແລະ ການແຕ່ງເລື່ອງກ່ຽວກັບພວກເຂົາລັບຫຼັງພວກເຂົາ. ຕົວຢ່າງ: ເມື່ອຜູ້ຕໍ່ຕ້ານພຣະຄຣິສຕ້ອງການກີດກັນຜູ້ຄັດຄ້ານ, ກ່ອນອື່ນ ພວກເຂົາຈະຊອກຫາວ່າຜູ້ຄັດຄ້ານມີສາຍສຳພັນທີ່ດີກັບໃຜ. ຈາກນັ້ນ, ພວກເຂົາກໍໄປຫາຄົນນັ້ນ ແລະ ເວົ້າວ່າ: “ເຈົ້າຮູ້ບໍ, ຄົນນັ້ນເວົ້າວ່າເຈົ້າຂາດຂີດຄວາມສາມາດ, ມີຄວາມສາມາດໃນການຢັ່ງຮູ້ທີ່ບໍ່ດີ ແລະ ບໍ່ມີຄວາມເຂົ້າໃຈຝ່າຍວິນຍານ ແລະ ປະຕິບັດໜ້າທີ່ຂອງເຈົ້າໂດຍບໍ່ມີຫຼັກການ. ຂ້ອຍໄດ້ໂຕ້ຖຽງກັບພວກເຂົາ ເພາະຂ້ອຍຄິດວ່າທີ່ຈິງແລ້ວເຈົ້າກໍເປັນຄົນດີພໍສົມຄວນ”. ຫຼັງຈາກທີ່ສ້າງຄວາມແຕກແຍກແບບນີ້ແລ້ວ, ຄວາມສຳພັນລະຫວ່າງສອງຄົນນີ້ກໍປ່ຽນໄປໃນທາງທີ່ຮ້າຍແຮງກວ່າເກົ່າ. ຜູ້ຕໍ່ຕ້ານພຣະຄຣິສຢູ່ຂ້າງນອກ, ສືບຕໍ່ຕື່ມເຊື້ອໄຟແຫ່ງຄວາມແຕກແຍກ ຈົນກວ່າຄວາມສຳພັນຈະພັງທະລາຍລົງຢ່າງສິ້ນເຊີງ. ດ້ວຍວິທີນີ້, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງສ້າງຄວາມແຕກແຍກລະຫວ່າງຜູ້ຄົນ ແລະ ຜູ້ຄັດຄ້ານ, ເຮັດໃຫ້ຜູ້ຄົນຮັກສາໄລຍະຫ່າງຈາກຜູ້ຄັດຄ້ານ ເພື່ອບັນລຸເປົ້າໝາຍໃນການເຮັດໃຫ້ພວກເຂົາແຍກອອກຈາກກັນ. ພວກເຂົາສືບຕໍ່ຊອກຫາໂອກາດເພື່ອຫາຂໍ້ອ້າງໃນການຕໍ່ຕ້ານຜູ້ຄັດຄ້ານ, ຈົນກວ່າພວກເຂົາຈະພ່າຍແພ້ ແລະ ຊື່ສຽງຂອງພວກເຂົາຖືກທຳລາຍ. ຜູ້ຕໍ່ຕ້ານພຣະຄຣິສເຫັນວ່າສິ່ງນີ້ເປັນການໂຄ່ນລົ້ມຄູ່ແຂ່ງ ເພື່ອບໍ່ໃຫ້ຄົນຜູ້ນີ້ກາຍເປັນໄພຄຸກຄາມຕໍ່ສະຖານະຂອງພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິສເຊື່ອວ່າມັນເປັນການດີທີ່ສຸດທີ່ຈະປາບຜູ້ຄັດຄ້ານ, ແຕ່ຖ້າພວກເຂົາບໍ່ສາມາດຖືກປາບໄດ້ ຜູ້ຕໍ່ຕ້ານພຣະຄຣິສກໍຈະເຮັດທຸກວິທີທາງເພື່ອແຍກດ່ຽວ ແລະ ຈາກນັ້ນກໍກີດກັນພວກເຂົາ. ຖ້າພວກເຂົາບໍ່ສາມາດຖືກກີດກັນໄດ້, ຜູ້ຕໍ່ຕ້ານພຣະຄຣິສກໍຈະສືບຕໍ່ແຍກດ່ຽວພວກເຂົາ, ຈົນໃນທີ່ສຸດກໍປາບພວກເຂົາ ແລະ ເຮັດໃຫ້ພວກເຂົາຮ້ອງຂໍຄວາມເມດຕາ. ຜູ້ຕໍ່ຕ້ານພຣະຄຣິສຊັກຈູງ ແລະ ນຳໃຊ້ກຳລັງບາງຢ່າງເພື່ອໂຈມຕີຜູ້ທີ່ໄລ່ຕາມຄວາມຈິງ ຫຼື ຜູ້ທີ່ມີຄວາມຄິດເຫັນບໍ່ສອດຄ່ອງກັບພວກເຂົາ. ພວກເຂົາມ້າງເພຄຣິສຕະຈັກ ແລະ ແບ່ງມັນອອກເປັນກຸ່ມຍ່ອຍ ແລະ ໃນທີ່ສຸດຄຣິສຕະຈັກກໍຖືກແບ່ງອອກເປັນສອງ ຫຼື ສາມກຸ່ມ ຄືກຸ່ມທີ່ເຊື່ອຟັງພວກເຂົາ, ກຸ່ມທີ່ບໍ່ເຊື່ອຟັງພວກເຂົາ ແລະ ກຸ່ມທີ່ເປັນກາງ. ພາຍໃຕ້ການນຳພາທີ່ “ສະຫຼາດຫຼັກແຫຼມ” ຂອງພວກເຂົາ, ຄົນທີ່ເຊື່ອຟັງພວກເຂົາກໍນັບມື້ນັບຫຼາຍຂຶ້ນ ແລະ ຄົນທີ່ບໍ່ເຊື່ອຟັງພວກເຂົາກໍນັບມື້ນັບໜ້ອຍລົງ. ຜູ້ຄົນຍອມຈຳນົນຕໍ່ພວກເຂົາຫຼາຍຂຶ້ນ ແລະ ຜູ້ທີ່ມີຄວາມຄິດເຫັນແຕກຕ່າງຈາກຜູ້ຕໍ່ຕ້ານພຣະຄຣິສກໍຈະກາຍເປັນຄົນໂດດດ່ຽວ ແລະ ບໍ່ກ້າເວົ້າຫຍັງ. ຄົນທີ່ສາມາດແຍກແຍະ ຫຼື ຕໍ່ຕ້ານພວກເຂົາກໍນັບມື້ນັບໜ້ອຍລົງ ແລະ ດ້ວຍວິທີນີ້, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງຄ່ອຍໆເຂົ້າຄວບຄຸມຄົນສ່ວນໃຫຍ່ໃນຄຣິສຕະຈັກ, ໂດຍເຂົ້າຮັບຕຳແໜ່ງທີມີອຳນາດໄດ້. ນີ້ຄືເປົ້າໝາຍທີ່ຜູ້ຕໍ່ຕ້ານພຣະຄຣິສມຸ້ງຫວັງໄວ້. ເມື່ອຈັດການກັບຜູ້ທີ່ມີຄວາມຄິດເຫັນແຕກຕ່າງຈາກພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສຈະບໍ່ສະແດງຄວາມອົດກັ້ນເລີຍ. ພວກເຂົາຄິດວ່າ: “ເຖິງແມ່ນວ່າເຈົ້າຈະມີຄວາມຄິດເຫັນທີ່ແຕກຕ່າງ, ເຈົ້າກໍຕ້ອງອ່ອນນ້ອມຕໍ່ການນຳພາຂອງຂ້ອຍ, ເພາະຕອນນີ້ຂ້ອຍເປັນຄົນຕັດສິນຊີ້ຂາດແຕ່ພຽງຜູ້ດຽວ. ເຈົ້າຢູ່ພາຍໃຕ້ຂ້ອຍ. ຖ້າເຈົ້າເປັນມັງກອນ, ເຈົ້າກໍຕ້ອງຂົດຕົວໄວ້; ຖ້າເປັນເສືອ, ເຈົ້າກໍຕ້ອງໝອບລົງ; ບໍ່ວ່າເຈົ້າຈະມີຄວາມສາມາດຫຍັງກໍຕາມ, ຕາບໃດທີ່ຂ້ອຍຍັງຢູ່ບ່ອນນີ້, ເຈົ້າກໍລືມເລື່ອງການໄດ້ປຽບ ຫຼື ການສ້າງບັນຫາໄປໄດ້ເລີຍ!” ນີ້ຄືເປົ້າໝາຍທີ່ຜູ້ຕໍ່ຕ້ານພຣະຄຣິສຕັ້ງໄວ້ ນັ້ນກໍຄືການຄວບຄຸມຄຣິສຕະຈັກ ແລະ ຄວບຄຸມປະຊາກອນທີ່ພຣະເຈົ້າເລືອກໄວ້ແຕ່ພຽງຝ່າຍດຽວ.

ຈຸດປະສົງຫຼັກຂອງຜູ້ຕໍ່ຕ້ານພຣະຄຣິສເມື່ອພວກເຂົາໂຈມຕີ ແລະ ກີດກັນຜູ້ຄັດຄ້ານແມ່ນຫຍັງ? ພວກເຂົາສະແຫວງຫາທີ່ຈະສ້າງສະຖານະການໃນຄຣິສຕະຈັກ ບ່ອນທີ່ບໍ່ມີສຽງໃດກົງກັນຂ້າມກັບສຽງຂອງພວກເຂົາເອງ, ບ່ອນທີ່ອຳນາດ ແລະ ສະຖານະຄວາມເປັນຜູ້ນຳຂອງພວກເຂົາເປັນສິ່ງເດັດຂາດ, ບ່ອນທີ່ຄຳເວົ້າຂອງພວກເຂົາເປັນສິ່ງເດັດຂາດ ແລະ ທຸກຄົນຕ້ອງເຊື່ອຟັງ ແລະ ບ່ອນທີ່ເຖິງແມ່ນວ່າຄົນໃດໜຶ່ງຈະມີຄວາມຄິດເຫັນທີ່ແຕກຕ່າງອອກໄປ, ພວກເຂົາກໍຕ້ອງບໍ່ສະແດງມັນອອກມາ ແຕ່ຕ້ອງເກັບມັນໄວ້ໃຫ້ເໜົ່າເໝັນຢູ່ໃນໃຈຂອງພວກເຂົາ. ໃຜກໍຕາມທີ່ກ້າບໍ່ເຫັນດີກັບພວກເຂົາຢ່າງເປີດເຜີຍກໍຈະກາຍເປັນສັດຕູຂອງພວກເຂົາ ແລະ ພວກເຂົາຈະໃຊ້ທຸກວິທີທາງທີ່ເປັນໄປໄດ້ເພື່ອທໍລະມານຄົນເຫຼົ່ານັ້ນ ແລະ ປາຖະໜາຢ່າງແຮງກ້າທີ່ຈະເຮັດໃຫ້ຄົນເຫຼົ່ານັ້ນຫາຍສາບສູນ. ນີ້ຄືໜຶ່ງໃນວິທີທີ່ຜູ້ຕໍ່ຕ້ານພຣະຄຣິສໂຈມຕີ ແລະ ກີດກັນຜູ້ຄັດຄ້ານ, ເພື່ອຮັກສາສະຖານະຂອງພວກເຂົາໃຫ້ໝັ້ນຄົງ ແລະ ປົກປ້ອງອຳນາດຂອງພວກເຂົາ. ພວກເຂົາຄິດວ່າ: “ມັນບໍ່ເປັນຫຍັງທີ່ເຈົ້າຈະມີຄວາມຄິດເຫັນທີ່ແຕກຕ່າງ, ແຕ່ເຈົ້າຈະທ່ຽວໄປເວົ້າຕາມໃຈມັກບໍ່ໄດ້, ແຮງໄກທີ່ຈະມາທຳລາຍອຳນາດ ແລະ ສະຖານະຂອງຂ້ອຍ. ຖ້າເຈົ້າມີຂໍ້ໂຕ້ແຍ້ງ, ເຈົ້າສາມາດເວົ້າກັບຂ້ອຍເປັນການສ່ວນຕົວໄດ້. ຖ້າເຈົ້າເວົ້າມັນຕໍ່ໜ້າທຸກຄົນ ແລະ ເຮັດໃຫ້ຂ້ອຍເສຍໜ້າ, ເຈົ້າກໍກຳລັງຫາເລື່ອງໃສ່ຕົວ ແລະ ຂ້ອຍກໍຈະຕ້ອງຈັດການກັບເຈົ້າ!” ນີ້ແມ່ນອຸປະນິໄສປະເພດໃດ? ຜູ້ຕໍ່ຕ້ານພຣະຄຣິສບໍ່ອະນຸຍາດໃຫ້ຄົນອື່ນເວົ້າຢ່າງມີອິດສະຫຼະ. ຖ້າຄົນອື່ນມີຂໍ້ໂຕ້ແຍ້ງຕໍ່ຜູ້ຕໍ່ຕ້ານພຣະຄຣິສ ຫຼື ມີຄວາມຄິດເຫັນກ່ຽວກັບສິ່ງອື່ນໃດ, ພວກເຂົາບໍ່ສາມາດຍົກມັນຂຶ້ນມາເວົ້າຢ່າງມີອິດສະຫຼະໄດ້; ພວກເຂົາຕ້ອງຄຳນຶງເຖິງສັກສີຂອງຜູ້ຕໍ່ຕ້ານພຣະຄຣິສ. ຖ້າບໍ່ດັ່ງນັ້ນ, ຜູ້ຕໍ່ຕ້ານພຣະຄຣິສກໍຈະປະຕິບັດຕໍ່ພວກເຂົາຄືກັບສັດຕູ, ໂດຍໂຈມຕີ ແລະ ກີດກັນພວກເຂົາ. ນີ້ແມ່ນທຳມະຊາດປະເພດໃດ? ມັນແມ່ນທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສ. ແລ້ວເປັນຫຍັງພວກເຂົາຈຶ່ງເຮັດແບບນີ້? ພວກເຂົາບໍ່ອະນຸຍາດໃຫ້ຄຣິສຕະຈັກມີສຽງອື່ນໃດທີ່ແຕກຕ່າງ, ພວກເຂົາບໍ່ອະນຸຍາດໃຫ້ມີຜູ້ຄັດຄ້ານຄົນໃດໃນຄຣິສຕະຈັກ ແລະ ພວກເຂົາບໍ່ອະນຸຍາດໃຫ້ປະຊາກອນທີ່ພຣະເຈົ້າເລືອກໂອ້ລົມກ່ຽວກັບຄວາມຈິງ ແລະ ແຍກແຍະຜູ້ຄົນຢ່າງເປີດເຜີຍ. ສິ່ງທີ່ພວກເຂົາຢ້ານທີ່ສຸດກໍຄືການຖືກຜູ້ຄົນເປີດໂປງ ແລະ ຖືກແຍກແຍະໄດ້; ພວກເຂົາຕ້ອງການຮັບປະກັນວ່າອຳນາດຂອງພວກເຂົາ ແລະ ສະຖານະທີ່ພວກເຂົາມີໃນໃຈຂອງຜູ້ຄົນນັ້ນໄດ້ຮັບການເສີມສ້າງໃຫ້ໝັ້ນຄົງຢູ່ສະເໝີ ແລະ ບໍ່ມີວັນຖືກທຳລາຍ. ພວກເຂົາບໍ່ສາມາດທົນຕໍ່ສິ່ງໃດກໍຕາມທີ່ຄຸກຄາມ ຫຼື ສົ່ງຜົນກະທົບຕໍ່ສັກສີ, ຊື່ສຽງ ຫຼື ຈຸດຢືນ ແລະ ຄຸນຄ່າຂອງພວກເຂົາໃນຖານະຜູ້ນຳໄດ້. ນີ້ບໍ່ແມ່ນການສະແດງອອກເຖິງທຳມະຊາດທີ່ປະສົງຮ້າຍຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ຍ້ອນບໍ່ພໍໃຈກັບອຳນາດທີ່ພວກເຂົາມີຢູ່ແລ້ວ, ພວກເຂົາຈຶ່ງຕ້ອງການເສີມສ້າງ ແລະ ຮັກສາມັນໄວ້ໃຫ້ໝັ້ນຄົງ ແລະ ດ້ວຍເຫດນັ້ນຈຶ່ງສາມາດປົກຄອງໄດ້ຕະຫຼອດໄປ. ພວກເຂົາບໍ່ພຽງແຕ່ຕ້ອງການຄວບຄຸມພຶດຕິກຳຂອງຄົນອື່ນເທົ່ານັ້ນ ແຕ່ຍັງລວມເຖິງຈິດໃຈຂອງພວກເຂົາອີກດ້ວຍ. ວິທີການເຫຼົ່ານີ້ທີ່ຜູ້ຕໍ່ຕ້ານພຣະຄຣິສໃຊ້ແມ່ນເພື່ອປົກປ້ອງອຳນາດ ແລະ ສະຖານະຂອງພວກເຂົາຢ່າງສິ້ນເຊີງ ແລະ ເປັນຜົນມາຈາກຄວາມປາຖະໜາຂອງພວກເຂົາທີ່ຈະກໍາອຳນາດໄວ້ທັງໝົດ. ຖ້າຜູ້ຕໍ່ຕ້ານພຣະຄຣິສສະແດງອອກຢ່າງເປີດເຜີຍ ແລະ ກົງໄປກົງມາ ແລະ ສອດຄ່ອງກັບຄວາມຈິງ, ແລ້ວເປັນຫຍັງພວກເຂົາຈຶ່ງຢ້ານຄົນອື່ນເວົ້າອອກມາ, ໃຫ້ຂໍ້ສະເໜີທີ່ແຕກຕ່າງ ແລະ ເປີດໂປງພວກເຂົາ? ມັນເປັນເພາະວ່າພວກເຂົາມີແຮງຈູງໃຈທີ່ຊົ່ວຮ້າຍ ແລະ ມີສະຕິຮູ້ສຶກຜິດຊອບທີ່ເຕັມໄປດ້ວຍຄວາມຮູ້ສຶກຜິດໃນໃຈ. ຜູ້ຕໍ່ຕ້ານພຣະຄຣິສຮູ້ວ່າພວກເຂົາໄດ້ເຮັດສິ່ງທີ່ຊົ່ວຮ້າຍຫຼາຍຢ່າງ ແລະ ເມື່ອພວກເຂົາຖືກເປີດໂປງ, ມັນບໍ່ພຽງແຕ່ຈະຍາກທີ່ຈະຮັກສາສະຖານະຂອງພວກເຂົາໄວ້ເທົ່ານັ້ນ ແຕ່ຍັງຈະມີອັນຕະລາຍຈາກການຖືກກຳຈັດອອກ ຫຼື ຖືກຂັບໄລ່ອອກນໍາອີກ. ສະນັ້ນ, ພວກເຂົາຈຶ່ງພະຍາຍາມຢ່າງສຸດຄວາມສາມາດໃນການບີບຄັ້ນ ແລະ ຈຳກັດຄົນອື່ນ, ປ້ອງກັນບໍ່ໃຫ້ພວກເຂົາໂອ້ລົມກ່ຽວກັບຄວາມຈິງ ແລະ ໃຊ້ການແຍກແຍະ. ໂດຍສະເພາະຢ່າງຍິ່ງ, ຜູ້ທີ່ມີຄວາມຮູ້ສຶກຍຸຕິທຳຢ່າງແຮງກ້າ ຫຼື ຜູ້ທີ່ກ້າເປີດໂປງຄົນຊົ່ວຮ້າຍແມ່ນໜາມຍອກເອິກຂອງຜູ້ຕໍ່ຕ້ານພຣະຄຣິສ, ເປັນສິ່ງທີ່ສ້າງຄວາມລຳຄານໃຫ້ກັບພວກເຂົາຢູ່ສະເໝີ. ຜູ້ຕໍ່ຕ້ານພຣະຄຣິສຄິດວ່າ ຖ້າຜູ້ທີ່ມີຄວາມຮູ້ສຶກຍຸຕິທຳຖືກທຸບຕີຈົນຍອມຈຳນົນ ແລະ ຖືກເຮັດໃຫ້ເສຍຊື່ສຽງ, ກໍຈະບໍ່ມີໃຜກ້າເປີດໂປງພວກເຂົາອີກຕໍ່ໄປ ແລະ ຈະບໍ່ມີສຽງຄັດຄ້ານອີກຕໍ່ໄປ, ເຊິ່ງເຮັດໃຫ້ຜູ້ຕໍ່ຕ້ານພຣະຄຣິສມີຄວາມຮູ້ສຶກປອດໄພ. ນີ້ຄືກົນອຸບາຍທີ່ໃຊ້ເປັນປະຈຳຂອງຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາຈະບໍ່ຍອມປ່ອຍມືຈາກອຳນາດຢ່າງເດັດຂາດ ແລະ ຈະບໍ່ເຄີຍຢຸດຢັ້ງຄວາມພະຍາຍາມຂອງພວກເຂົາໃນການເສີມສ້າງມັນໃຫ້ໝັ້ນຄົງ, ທຸກໆປະໂຫຍກທີ່ພວກເຂົາເວົ້າ ແລະ ທຸກສິ່ງທີ່ພວກເຂົາເຮັດແມ່ນແນໃສ່ການປົກປ້ອງອຳນາດ ແລະ ສະຖານະຂອງພວກເຂົາ. ສິ່ງນີ້ເປັນຄວາມຈິງໂດຍສະເພາະເມື່ອມີຜູ້ຄັດຄ້ານປາກົດຕົວ ແລະ ຜູ້ຕໍ່ຕ້ານພຣະຄຣິສໄດ້ຍິນວ່າຜູ້ຄັດຄ້ານໄດ້ເວົ້າບາງສິ່ງກ່ຽວກັບພວກເຂົາ ຫຼື ວິຈານພວກເຂົາລັບຫຼັງ. ໃນກໍລະນີນີ້, ພວກເຂົາຈະແກ້ໄຂເລື່ອງນີ້ໃຫ້ສໍາເລັດໃນເວລາອັນສັ້ນ, ເຖິງແມ່ນວ່າມັນຈະໝາຍເຖິງການອົດນອນໜຶ່ງຄືນ ແລະ ອົດອາຫານໜຶ່ງມື້ກໍຕາມ. ເປັນຫຍັງພວກເຂົາຈຶ່ງສາມາດທຸ່ມເທຄວາມພະຍາຍາມຫຼາຍຂະໜາດນັ້ນໄດ້? ມັນເປັນເພາະວ່າພວກເຂົາຮູ້ສຶກວ່າສະຖານະຂອງພວກເຂົາກຳລັງຕົກຢູ່ໃນອັນຕະລາຍ, ມັນໄດ້ຖືກທ້າທາຍ. ພວກເຂົາຮູ້ສຶກວ່າ ຖ້າພວກເຂົາບໍ່ລົງມືເຮັດແບບນັ້ນ, ອຳນາດ ແລະ ສະຖານະຂອງພວກເຂົາກໍຈະຕົກຢູ່ໃນອັນຕະລາຍ, ເມື່ອການກະທຳທີ່ຊົ່ວຮ້າຍ ແລະ ພຶດຕິກຳທີ່ໜ້າອັບອາຍຂອງພວກເຂົາຖືກເປີດໂປງ, ພວກເຂົາບໍ່ພຽງແຕ່ຈະບໍ່ສາມາດຮັກສາສະຖານະ ແລະ ອຳນາດຂອງພວກເຂົາໄວ້ໄດ້ເທົ່ານັ້ນ ແຕ່ຍັງຈະຖືກກຳຈັດອອກ ຫຼື ຖືກຂັບໄລ່ອອກຈາກຄຣິສຕະຈັກນໍາອີກ. ນັ້ນຄືເຫດຜົນທີ່ພວກເຂົາຟ້າວຟັ່ງຢ່າງຮ້ອນຮົນໃນການຄິດຫາວິທີທາງເພື່ອປິດບັງເລື່ອງນີ້ ແລະ ກຳຈັດໄພອັນຕະລາຍທີ່ເຊື່ອງຊ້ອນທັງໝົດສຳລັບພວກເຂົາ. ນີ້ຄືວິທີດຽວທີ່ພວກເຂົາສາມາດຮັກສາສະຖານະຂອງພວກເຂົາໄວ້ໄດ້. ສຳລັບພວກຕໍ່ຕ້ານພຣະຄຣິສແລ້ວ, ສະຖານະຄືລົມຫາຍໃຈແຫ່ງຊີວິດຂອງພວກເຂົາ. ທັນທີທີ່ພວກເຂົາໄດ້ຍິນວ່າຄົນໃດໜຶ່ງກຳລັງຈະເປີດໂປງ ຫຼື ລາຍງານພວກເຂົາ, ພວກເຂົາກໍຈະຫວາດກົວ ແລະ ບໍ່ສະບາຍໃຈ, ຢ້ານວ່າມື້ອື່ນ ພວກເຂົາຈະສູນເສຍສະຖານະຂອງພວກເຂົາ ແລະ ຈະບໍ່ໄດ້ເພີດເພີນກັບການມີສິດທິພິເສດທີ່ສະຖານະນຳມາໃຫ້ພວກເຂົາອີກຕໍ່ໄປ, ພ້ອມທັງຜົນປະໂຫຍດຈາກສະຖານະ. ພວກເຂົາຢ້ານວ່າຈະບໍ່ມີໃຜເຊື່ອຟັງ ຫຼື ຕິດຕາມພວກເຂົາອີກຕໍ່ໄປ, ຈະບໍ່ມີໃຜມາປະຈົບປະແຈງ ຫຼື ເຮັດຕາມຄຳສັ່ງຂອງພວກເຂົາອີກຕໍ່ໄປ. ແຕ່ສິ່ງທີ່ພວກເຂົາບໍ່ສາມາດທົນໄດ້ທີ່ສຸດກໍຄື ບໍ່ພຽງແຕ່ພວກເຂົາຈະສູນເສຍສະຖານະ ແລະ ອຳນາດຂອງພວກເຂົາເທົ່ານັ້ນ ແຕ່ພວກເຂົາອາດຈະຖືກກຳຈັດອອກ ຫຼື ຖືກຂັບໄລ່ອອກນໍາອີກ. ຖ້າສິ່ງນັ້ນເກີດຂຶ້ນ, ຜົນປະໂຫຍດ ແລະ ຄວາມຮູ້ສຶກຂອງການມີສິດທິພິເສດທັງໝົດທີ່ສະຖານະ ແລະ ອຳນາດໄດ້ມອບໃຫ້ພວກເຂົາ ພ້ອມທັງຄວາມຫວັງສຳລັບພອນ ແລະ ລາງວັນທັງໝົດທີ່ໄດ້ຮັບຈາກການເຊື່ອໃນພຣະເຈົ້າກໍຈະສູນເສຍໄປໃນພິບຕາ. ຄວາມເປັນໄປໄດ້ນີ້ຄືສິ່ງທີ່ຍາກທີ່ສຸດສຳລັບພວກເຂົາທີ່ຈະທົນຮັບໄດ້. ເມື່ອພວກເຂົາສູນເສຍຜົນປະໂຫຍດ ແລະ ຄວາມຮູ້ສຶກຂອງການມີສິດທິພິເສດທີ່ອຳນາດ ແລະ ສະຖານະຂອງພວກເຂົາມອບໃຫ້, ວັນເວລາທີ່ດີຂອງພວກເຂົາກໍຈະສິ້ນສຸດລົງ. ນອກຈາກນີ້, ຍ້ອນໄດ້ເຮັດການກະທຳທີ່ຊົ່ວຮ້າຍຫຼາຍຢ່າງ, ພວກເຂົາກໍຈະພົບວ່າຕົນເອງຕົກຢູ່ໃນຄວາມຫາຍະນະ, ລໍຖ້າການລົງໂທດຂອງພຣະເຈົ້າ.

ຜູ້ຄັດຄ້ານແມ່ນຫຍັງ? ໃຜແມ່ນຄົນທີ່ຜູ້ຕໍ່ຕ້ານພຣະຄຣິສເບິ່ງວ່າເປັນຜູ້ຄັດຄ້ານ? ຢ່າງໜ້ອຍທີ່ສຸດ, ພວກເຂົາຄືຜູ້ທີ່ບໍ່ຖືວ່າຜູ້ຕໍ່ຕ້ານພຣະຄຣິສເປັນຜູ້ນຳຢ່າງຈິງຈັງ, ເຊິ່ງໝາຍຄວາມວ່າພວກເຂົາບໍ່ໄດ້ເຄົາລົບນັບຖື ຫຼື ນະມັດສະການພວກເຂົາ ແຕ່ປະຕິບັດຕໍ່ພວກເຂົາຄືກັບຄົນທຳມະດາ. ນັ້ນຄືປະເພດໜຶ່ງ. ຈາກນັ້ນກໍມີຜູ້ທີ່ຮັກຄວາມຈິງ, ໄລ່ຕາມຄວາມຈິງ, ໄລ່ຕາມການປ່ຽນແປງໃນອຸປະນິໄສຂອງພວກເຂົາ ແລະ ໄລ່ຕາມຄວາມຮັກທີ່ມີຕໍ່ພຣະເຈົ້າ; ພວກເຂົາຍ່າງໃນເສັ້ນທາງທີ່ແຕກຕ່າງຈາກເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ພວກເຂົາກໍເປັນຜູ້ຄັດຄ້ານໃນສາຍຕາຂອງຜູ້ຕໍ່ຕ້ານພຣະຄຣິສ. ມີຄົນອື່ນອີກບໍ? (ຜູ້ທີ່ມັກໃຫ້ຂໍ້ສະເໜີແກ່ຜູ້ຕໍ່ຕ້ານພຣະຄຣິສຢູ່ສະເໝີ ແລະ ຜູ້ທີ່ກ້າເປີດໂປງພວກເຂົາ.) ໃຜກໍຕາມທີ່ກ້າໃຫ້ຂໍ້ສະເໜີແກ່ຜູ້ຕໍ່ຕ້ານພຣະຄຣິສ ແລະ ເປີດໂປງພວກເຂົາ ຫຼື ຜູ້ທີ່ມີມຸມມອງແຕກຕ່າງຈາກພວກເຂົາ ລ້ວນແລ້ວແຕ່ຖືກພວກເຂົາເບິ່ງວ່າເປັນຜູ້ຄັດຄ້ານ ແລະ ຍັງມີອີກປະເພດໜຶ່ງ ນັ້ນກໍຄື ຜູ້ທີ່ມີຄວາມສາມາດ ແລະ ພອນສະຫວັນທຽບເທົ່າກັບຜູ້ຕໍ່ຕ້ານພຣະຄຣິສ, ຜູ້ທີ່ມີຄວາມສາມາດໃນການປາກເວົ້າ ແລະ ການກະທຳຄ້າຍຄືກັບພວກເຂົາ ຫຼື ຜູ້ທີ່ພວກເຂົາເຫັນວ່າຢູ່ເໜືອກວ່າພວກເຂົາ ແລະ ສາມາດແຍກແຍະພວກເຂົາໄດ້. ສຳລັບຜູ້ຕໍ່ຕ້ານພຣະຄຣິສແລ້ວ, ສິ່ງນີ້ເປັນເລື່ອງທີ່ຍອມຮັບບໍ່ໄດ້, ເປັນໄພຄຸກຄາມຕໍ່ສະຖານະຂອງພວກເຂົາ. ຄົນດັ່ງກ່າວຄືຜູ້ຄັດຄ້ານທີ່ໃຫຍ່ທີ່ສຸດຂອງຜູ້ຕໍ່ຕ້ານພຣະຄຣິສ. ຜູ້ຕໍ່ຕ້ານພຣະຄຣິສບໍ່ກ້າປະໝາດຄົນດັ່ງກ່າວ ຫຼື ຫຼຸດຜ່ອນຄວາມລະມັດລະວັງລົງແມ່ນແຕ່ໜ້ອຍດຽວ. ພວກເຂົາຖືວ່າຄົນເຫຼົ່ານີ້ເປັນໜາມຍອກເອິກ, ເປັນສິ່ງທີ່ສ້າງຄວາມລຳຄານຢູ່ຕະຫຼອດເວລາ, ພວກເຂົາເຝົ້າລະວັງ ແລະ ປ້ອງກັນຄົນເຫຼົ່ານີ້ຢູ່ຕະຫຼອດເວລາ ແລະ ຫຼີກລ່ຽງພວກເຂົາໃນທຸກສິ່ງທີ່ພວກເຂົາເຮັດ. ໂດຍສະເພາະເມື່ອຜູ້ຕໍ່ຕ້ານພຣະຄຣິສເຫັນວ່າຜູ້ຄັດຄ້ານກຳລັງຈະແຍກແຍະ ແລະ ເປີດໂປງພວກເຂົາ, ຄວາມຕື່ນຕົກໃຈເປັນພິເສດກໍຈະເຂົ້າຄອບງຳພວກເຂົາ; ພວກເຂົາຟ້າວຟັ່ງຢ່າງຮ້ອນຮົນທີ່ຈະກີດກັນ ແລະ ໂຈມຕີຜູ້ຄັດຄ້ານດັ່ງກ່າວ, ເຖິງຂັ້ນວ່າພວກເຂົາຈະພໍໃຈກໍຕໍ່ເມື່ອໄດ້ກຳຈັດຜູ້ຄັດຄ້ານນັ້ນອອກຈາກຄຣິສຕະຈັກແລ້ວເທົ່ານັ້ນ. ດ້ວຍແນວຄິດດັ່ງກ່າວ ແລະ ຫົວໃຈທີ່ເຕັມໄປດ້ວຍສິ່ງເຫຼົ່ານີ້, ພວກເຂົາສາມາດເຮັດຫຍັງໄດ້ແດ່? ພວກເຂົາຈະປະຕິບັດຕໍ່ອ້າຍເອື້ອຍນ້ອງເຫຼົ່ານີ້ຄືກັບສັດຕູ ແລະ ຄິດຫາວິທີທາງເພື່ອທຳລາຍ ແລະ ກຳຈັດພວກເຂົາຖິ້ມບໍ? ພວກເຂົາຈະເຮັດຢ່າງແນ່ນອນ. ພວກເຂົາຈະຄິດຈົນຫົວໝຸນເພື່ອຫາວິທີທາງປາບຜູ້ຄັດຄ້ານ ແລະ ເຮັດທຸກວິທີທາງເພື່ອເອົາຊະນະພວກເຂົາ, ແມ່ນບໍ່? ການປາບຜູ້ຄັດຄ້ານໝາຍຄວາມວ່າຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ທຸກຄົນເຊື່ອຟັງພວກເຂົາ, ເຮັດໃຫ້ບໍ່ມີໃຜກ້າເວົ້າສິ່ງອື່ນໃດ ຫຼື ມີຄວາມຄິດເຫັນທີ່ແຕກຕ່າງ, ແຮງໄກທີ່ຈະກ້າເປີດໂປງພວກເຂົາ. ການເອົາຊະນະຜູ້ຄັດຄ້ານໝາຍຄວາມວ່າຜູ້ຕໍ່ຕ້ານພຣະຄຣິສໃສ່ຮ້າຍ ແລະ ກ່າວໂທດພວກເຂົາ, ສ້າງພາບພົດທີ່ຜິດໆຂຶ້ນມາເພື່ອເຮັດໃຫ້ຜູ້ຄັດຄ້ານກາຍເປັນຄົນໂງ່ ແລະ ຖືກລິຮານ, ເຮັດໃຫ້ຊື່ສຽງຂອງພວກເຂົາຕົກຕໍ່າລົງເຖິງທີ່ສຸດ. ການເຮັດແບບນີ້ບໍ່ແມ່ນຮູບແບບທີ່ໃຫຍ່ທີ່ສຸດຂອງການກະທຳທີ່ຊົ່ວຮ້າຍບໍ? ມັນບໍ່ໄດ້ລ່ວງເກີນອຸປະນິໄສຂອງພຣະເຈົ້າບໍ? ຜູ້ຕໍ່ຕ້ານພຣະຄຣິສມີເລ່ຫຼ່ຽມ ແລະ ວິທີການຫຼາຍຢ່າງສຳລັບການໂຈມຕີ ແລະ ກີດກັນຜູ້ຄັດຄ້ານ. ນອກເໜືອຈາກການປະເຊີນໜ້າ ແລະ ການໂຕ້ແຍ້ງຢ່າງເປີດເຜີຍແລ້ວ, ເຄື່ອງມືທີ່ມີອານຸພາບທີ່ສຸດຂອງພວກເຂົາກ່ຽວຂ້ອງກັບການຊັກຊວນ ແລະ ການຮັບເອົາຜູ້ຄັດຄ້ານ, ເຮັດໃຫ້ພວກເຂົາທັງໝົດເຊື່ອຟັງພວກເຂົາ. ຖ້າຜູ້ຄັດຄ້ານບໍ່ເຊື່ອຟັງ, ຜູ້ຕໍ່ຕ້ານພຣະຄຣິສກໍຈະກົດຂີ່ພວກເຂົາ, ຂົ່ມເຫັງພວກເຂົາ ແລະ ທຳລາຍຊື່ສຽງຂອງພວກເຂົາ, ໃນວິທີດຽວກັນກັບທີ່ຜູ້ບໍ່ມີຄວາມເຊື່ອຈັດການກັບຄູ່ແຂ່ງທາງການເມືອງ. ນີ້ຄືຄວາມຊົ່ວຊ້າ ແລະ ຄວາມໂຫດຮ້າຍຂອງຜູ້ຕໍ່ຕ້ານພຣະຄຣິສ. ແຕ່ບາງຄັ້ງ, ຜູ້ຕໍ່ຕ້ານພຣະຄຣິສກໍຈະໃຊ້ວິທີການທີ່ອ່ອນໂຍນເພື່ອຊັກຊວນຜູ້ຄົນ. ຕົວຢ່າງ: ຖ້າມີຜູ້ຄັດຄ້ານທີ່ມີຄວາມຄິດເຫັນບໍ່ສອດຄ່ອງກັບພວກເຂົາ, ພວກເຂົາກໍຈະເບິ່ງວ່າຄົນນັ້ນມັກຫຍັງ ແລະ ຈຸດອ່ອນຂອງພວກເຂົາຢູ່ໃສ, ໂດຍໃຊ້ວິທີການທີ່ຕໍ່າຊ້າທຸກປະເພດເພື່ອປາບພວກເຂົາ. ຫຼື ພວກເຂົາຈະທຳທ່າອ່ອນນ້ອມ ແລະ ຍອມຮັບຄວາມຜິດພາດຂອງພວກເຂົາຕໍ່ໜ້າຜູ້ຄັດຄ້ານ ຫຼື ເຮັດທຸກວິທີທາງເພື່ອນຳເອົາຜົນປະໂຫຍດມາໃຫ້ຜູ້ຄັດຄ້ານ ແລະ ເຮັດໃຫ້ພວກເຂົາພໍໃຈ ຫຼື ບາງເທື່ອອາດຈະໃຫ້ໝູ່ສະໜິດຂອງພວກເຂົາໄປຊັກຊວນຜູ້ຄັດຄ້ານ ແລະ ຈາກນັ້ນ, ພວກເຂົາກໍທຳທ່າວ່າພວກເຂົາກຳລັງໂອ້ລົມກ່ຽວກັບຄວາມຈິງກັບຜູ້ຄັດຄ້ານນັ້ນ, ໂດຍເວົ້າວ່າ: “ການທີ່ພວກເຮົາຈັບຄູ່ກັນເຮັດວຽກງານຂອງຄຣິສຕະຈັກແມ່ນສົມບູນແບບຫຼາຍ; ພວກເຮົາສາມາດແບ່ງປັນຄຣິສຕະຈັກນີ້ຄົນລະເຄິ່ງໃນອະນາຄົດ. ເຖິງແມ່ນວ່າຂ້ອຍຈະເປັນຜູ້ນຳ, ຂ້ອຍກໍຈະຟັງທຸກໆຂໍ້ສະເໜີທີ່ເຈົ້າມີ. ຄວາມຈິງແລ້ວ, ແມ່ນຂ້ອຍທີ່ຈະເປັນຜູ້ຮ່ວມມືກັບເຈົ້າ”. ຖ້າຜູ້ຄັດຄ້ານເປັນຄົນທີ່ບໍ່ເຂົ້າໃຈຄວາມຈິງ, ມັນກໍຈະງ່າຍສຳລັບຜູ້ຕໍ່ຕ້ານພຣະຄຣິສທີ່ຈະຮັບເອົາພວກເຂົາ. ຜູ້ທີ່ເຂົ້າໃຈຄວາມຈິງຈະເບິ່ງທະລຸສິ່ງນີ້ ແລະ ເວົ້າວ່າ, “ຄົນນີ້ເປັນຄົນທີ່ມີເລ່ຫຼ່ຽມແທ້ໆ; ພວກເຂົາບໍ່ໄດ້ໂຈມຕີຢ່າງເປີດເຜີຍ ແຕ່ໃຊ້ກົນອຸບາຍ, ແທນທີ່ຈະໃຊ້ວິທີການທີ່ແຂງກະດ້າງ ພວກເຂົາພັດເຂົ້າມາແບບອ່ອນໂຍນ”. ສຳລັບຜູ້ຕໍ່ຕ້ານພຣະຄຣິສແລ້ວ, ຜູ້ຄັດຄ້ານຄືໄພຄຸກຄາມຕໍ່ສະຖານະ ແລະ ອຳນາດຂອງພວກເຂົາ. ໃຜກໍຕາມທີ່ຄຸກຄາມສະຖານະ ແລະ ອຳນາດຂອງພວກເຂົາ, ບໍ່ວ່າຈະເປັນໃຜກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສກໍຈະເຮັດທຸກວິທີທາງເພື່ອ “ຈັດການ” ກັບພວກເຂົາ. ຖ້າຄົນເຫຼົ່ານີ້ບໍ່ສາມາດຖືກປາບ ຫຼື ຖືກຮັບເອົາໄດ້ຢ່າງແທ້ຈິງ, ຜູ້ຕໍ່ຕ້ານພຣະຄຣິສກໍຈະທຳລາຍພວກເຂົາ ຫຼື ກຳຈັດພວກເຂົາອອກ. ໃນທີ່ສຸດ, ຜູ້ຕໍ່ຕ້ານພຣະຄຣິສກໍຈະບັນລຸເປົ້າໝາຍຂອງພວກເຂົາໃນການມີອຳນາດເດັດຂາດ ແລະ ເຮັດທຸກຢ່າງຕາມໃຈຕົນເອງ. ນີ້ຄືໜຶ່ງໃນເຕັກນິກທີ່ຜູ້ຕໍ່ຕ້ານພຣະຄຣິສໃຊ້ເປັນນິໄສເພື່ອຮັກສາສະຖານະ ແລະ ອຳນາດຂອງພວກເຂົາ ນັ້ນກໍຄື ພວກເຂົາໂຈມຕີ ແລະ ກີດກັນຜູ້ຄັດຄ້ານ.

ຕົ້ນກຳເນີດຂອງວິທີການ, ການສະແດງອອກ, ແຮງຈູງໃຈໃນການກະທຳ ແລະ ແຫຼ່ງທີ່ມາຂອງການກະທຳໃນການໂຈມຕີ ແລະ ກີດກັນຜູ້ຄັດຄ້ານຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງ? (ຊາຕານ.) ເວົ້າສະເພາະເຈາະຈົງກໍຄື, ພວກມັນມາຈາກຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງມະນຸດ ແລະ ມາຈາກທຳມະຊາດຂອງຊາຕານ. ແລ້ວເປົ້າໝາຍຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງ? ເປົ້າໝາຍຂອງພວກເຂົາແມ່ນການຍຶດອຳນາດ, ຄວບຄຸມຈິດໃຈຂອງຜູ້ຄົນ ແລະ ເພີດເພີນກັບຜົນປະໂຫຍດຈາກສະຖານະຂອງພວກເຂົາ. ນີ້ແມ່ນສິ່ງທີ່ເຮັດໃຫ້ເປັນຜູ້ຕໍ່ຕ້ານພຣະຄຣິສທີ່ແທ້ຈິງ. ຈາກມຸມມອງຂອງສອງລາຍການ ຄືການເອົາຊະນະໃຈຜູ້ຄົນ ແລະ ການໂຈມຕີ ແລະ ກີດກັນຜູ້ຄັດຄ້ານ, ຜູ້ຕໍ່ຕ້ານພຣະຄຣິສຕີຄວາມໝາຍຂອງຄຳວ່າ “ຜູ້ນຳ” ແລະ ບົດບາດທີ່ຜູ້ນຳປະຕິບັດແນວໃດ? ພວກເຂົາເຊື່ອວ່າຜູ້ນຳຄືຜູ້ທີ່ມີອຳນາດ ແລະ ສະຖານະ, ພວກເຂົາມີອຳນາດໃນການສັ່ງການ, ຊັກຈູງ, ເຮັດໃຫ້ຫຼົງຜິດ, ຂົ່ມຂູ່ ແລະ ຄວບຄຸມຜູ້ຄົນທີ່ພວກເຂົານຳພາ. ນີ້ຄືວິທີທີ່ພວກເຂົາເຂົ້າໃຈຄຳວ່າ “ຜູ້ນຳ”. ສະນັ້ນ, ເມື່ອພວກເຂົາຢູ່ໃນບົດບາດຜູ້ນຳ, ພວກເຂົາກໍນຳໃຊ້ກົນອຸບາຍເຫຼົ່ານີ້ເຂົ້າໃນວຽກງານຂອງພວກເຂົາ ແລະ ນີ້ຄືວິທີທີ່ພວກເຂົາປະຕິບັດໜ້າທີ່ຂອງຕົນເອງ. ແລ້ວພວກເຂົາກຳລັງເຮັດຫຍັງແທ້ໆ ເມື່ອພວກເຂົາປະຕິບັດໜ້າທີ່ຂອງພວກເຂົາ? ສາມາດເວົ້າໄດ້ຢ່າງໝັ້ນໃຈວ່າ ພວກເຂົາກຳລັງເຮັດການກະທຳທີ່ຊົ່ວຮ້າຍ ແລະ ເວົ້າໃຫ້ຊັດເຈນກໍຄື ພວກເຂົາກຳລັງສ້າງອານາຈັກເອກະລາດຂອງພວກເຂົາເອງ, ຍາດແຍ່ງຜູ້ຄົນທີ່ຖືກເລືອກ, ຈິດໃຈຂອງຜູ້ຄົນ ແລະ ສະຖານະກັບພຣະເຈົ້າ. ພວກເຂົາຕ້ອງການແທນທີ່ສະຖານະຂອງພຣະເຈົ້າໃນໃຈຂອງຜູ້ຄົນ, ເພື່ອເຮັດໃຫ້ຜູ້ຄົນນະມັດສະການພວກເຂົາ. ພວກເຈົ້າມັກຈະມີເຈດຕະນາ ແລະ ແຮງຈູງໃຈດັ່ງກ່າວ ແລະ ສະແດງພຶດຕິກຳ ແລະ ການປະຕິບັດດັ່ງກ່າວອອກມາເລື້ອຍໆບໍ່ແມ່ນບໍ? ພວກເຈົ້າບໍ່ໄດ້ເປີດເຜີຍອຸປະນິໄສແບບຊາຕານເຫຼົ່ານີ້ອອກມາເລື້ອຍໆບໍ? (ພວກຂ້ານ້ອຍເປີດເຜີຍ.) ການເປີດເຜີຍອຸປະນິໄສແບບຊາຕານເຫຼົ່ານີ້ສາມາດຮ້າຍແຮງໄດ້ສໍ່າໃດ? ມັນມາຮອດຈຸດທີ່ພວກເຈົ້າບໍ່ສາມາດຄວບຄຸມຕົນເອງໄດ້ແລ້ວບໍ? ເມື່ອສິ່ງນີ້ເກີດຂຶ້ນ, ພວກເຈົ້າສາມາດມີຄວາມຮັບຮູ້, ການຢັບຢັ້ງ ແລະ ການຄວບຄຸມຕົນເອງແດ່ບໍ? (ມີ.) ບອກເຮົາມາເບິ່ງ, ມີໃຜແດ່ທີ່ບໍ່ປາຖະໜາອຳນາດເລີຍ? ມີໃຜແດ່ທີ່ບໍ່ມັກອຳນາດ? ມີໃຜແດ່ທີ່ບໍ່ໂລບມາກຢາກໄດ້ຜົນປະໂຫຍດຈາກສະຖານະ? ບໍ່, ບໍ່ມີເລີຍ. ເຫດຜົນສຳລັບສິ່ງນີ້ແມ່ນຫຍັງ? ມັນເປັນເພາະວ່າຜູ້ຄົນລ້ວນແຕ່ຖືກເຮັດໃຫ້ເສື່ອມຊາມໂດຍຊາຕານ; ພວກເຂົາທຸກຄົນລ້ວນແຕ່ມີທຳມະຊາດແບບຊາຕານ. ສິ່ງໜຶ່ງທີ່ທຸກຄົນມີຄືກັນກໍຄື ພວກເຂົາມັກອຳນາດ, ສະຖານະ ແລະ ການເພີດເພີນກັບຜົນປະໂຫຍດຈາກສະຖານະ. ນີ້ແມ່ນລັກສະນະທີ່ທຸກຄົນມີຮ່ວມກັນ. ແລ້ວເປັນຫຍັງບາງຄົນຈຶ່ງຖືກຖືວ່າເປັນຜູ້ຕໍ່ຕ້ານພຣະຄຣິສ, ໃນຂະນະທີ່ຄົນອື່ນພຽງແຕ່ເປີດເຜີຍອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ ຫຼື ຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ? ຄວາມແຕກຕ່າງລະຫວ່າງສອງກຸ່ມນີ້ແມ່ນຫຍັງ? ກ່ອນອື່ນ, ເຮົາຈະເວົ້າກ່ຽວກັບຄວາມແຕກຕ່າງໃນຄວາມເປັນມະນຸດຂອງພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິສມີຄວາມເປັນມະນຸດບໍ? ຄວາມແຕກຕ່າງລະຫວ່າງຄວາມເປັນມະນຸດຂອງຜູ້ທີ່ຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ຜູ້ຕໍ່ຕ້ານພຣະຄຣິສເອງແມ່ນຫຍັງ? (ຜູ້ຕໍ່ຕ້ານພຣະຄຣິສບໍ່ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ, ພວກເຂົາບໍ່ມີຄວາມເປັນມະນຸດ, ໃນຂະນະທີ່ຄົນທີ່ຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສຍັງຄົງມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຢູ່ໜ້ອຍໜຶ່ງ. ພວກເຂົາຍັງສາມາດຍອມຮັບຄວາມຈິງ ແລະ ຍອມຮັບການພິພາກສາ ແລະ ການລົງທັນຂອງພຣະເຈົ້າ ແລະ ຍັງສະແດງໃຫ້ເຫັນເຖິງການກັບໃຈຢ່າງແທ້ຈິງ.) ການສະແດງໃຫ້ເຫັນເຖິງການກັບໃຈແມ່ນຈຸດໜຶ່ງຂອງຄວາມແຕກຕ່າງ. ຜູ້ຕໍ່ຕ້ານພຣະຄຣິສຮູ້ຈັກກັບໃຈບໍ? (ບໍ່, ພວກເຂົາບໍ່ຮູ້.) ຜູ້ຕໍ່ຕ້ານພຣະຄຣິສບໍ່ຍອມຮັບຄວາມຈິງແມ່ນແຕ່ໜ້ອຍດຽວ; ເຖິງແມ່ນວ່າພວກເຂົາຈະຈົນຕາແຈ, ພວກເຂົາກໍຈະບໍ່ກັບໃຈ. ພວກເຂົາຈະບໍ່ມີວັນຮູ້ຈັກຕົນເອງເລີຍ. ເມື່ອເວົ້າເຖິງຄວາມເປັນມະນຸດ, ຍັງມີອີກວິທີໜຶ່ງທີ່ຄົນທີ່ຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສແຕກຕ່າງຈາກຜູ້ຕໍ່ຕ້ານພຣະຄຣິສ, ເຊິ່ງກໍຄືຄວາມແຕກຕ່າງລະຫວ່າງຄົນດີທົ່ວໄປ ແລະ ຄົນຊົ່ວຮ້າຍ. ຄົນດີເວົ້າ ແລະ ເຮັດສິ່ງຕ່າງໆດ້ວຍສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ, ສ່ວນຄົນຊົ່ວຮ້າຍບໍ່ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ. ເມື່ອຄົນຊົ່ວຮ້າຍເຮັດສິ່ງທີ່ບໍ່ດີ ແລະ ຖືກເປີດໂປງ, ພວກເຂົາກໍຈະບໍ່ຍອມອ່ອນຂໍ້ ແລະ ເວົ້າວ່າ: “ຫຶ, ເຖິງແມ່ນວ່າທຸກຄົນຈະຮູ້, ພວກເຂົາຈະເຮັດຫຍັງໄດ້? ຂ້ອຍຈະເຮັດທຸກຢ່າງທີ່ຂ້ອຍຕ້ອງການ! ຂ້ອຍບໍ່ສົນໃຈວ່າໃຜຈະເປີດໂປງ ຫຼື ວິຈານຂ້ອຍ. ໃຜຈະສາມາດເຮັດຫຍັງຂ້ອຍໄດ້ແທ້ໆ?” ບໍ່ວ່າຄົນຊົ່ວຮ້າຍຈະເຮັດສິ່ງທີ່ບໍ່ດີຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ຮູ້ສຶກລະອາຍ. ເມື່ອຄົນທຳມະດາເຮັດສິ່ງທີ່ບໍ່ດີ, ພວກເຂົາກໍຕ້ອງການປິດບັງ ແລະ ປົກປິດມັນໄວ້. ຖ້າໃນທີ່ສຸດມີຄົນມາເປີດໂປງພວກເຂົາ, ພວກເຂົາກໍຈະຮູ້ສຶກລະອາຍໃຈເກີນກວ່າທີ່ຈະປະເຊີນໜ້າກັບໃຜ ແລະ ເຖິງກັບບໍ່ຢາກມີຊີວິດຢູ່ຕໍ່ໄປ ແລະ ພວກເຂົາກໍເວົ້າວ່າ: “ໂອ້ຍ, ຂ້ອຍເຮັດສິ່ງແບບນີ້ລົງໄປໄດ້ແນວໃດ? ຂ້ອຍຊ່າງບໍ່ຮູ້ຈັກອາຍແທ້ໆ!” ພວກເຂົາຮູ້ສຶກສຳນຶກຜິດຢ່າງຍິ່ງ ແລະ ເຖິງກັບສາບແຊ່ງຕົນເອງ, ໂດຍສາບານວ່າພວກເຂົາຈະບໍ່ເຮັດສິ່ງແບບນີ້ອີກ. ພຶດຕິກຳປະເພດນີ້ເປັນຂໍ້ພິສູດວ່າພວກເຂົາມີຄວາມຮູ້ສຶກລະອາຍ, ວ່າພວກເຂົາຍັງຄົງມີຄວາມເປັນມະນຸດຢູ່ໜ້ອຍໜຶ່ງ. ຄົນທີ່ບໍ່ມີຄວາມລະອາຍບໍ່ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ ແລະ ຄົນຊົ່ວຮ້າຍທຸກຄົນລ້ວນແຕ່ບໍ່ມີຄວາມລະອາຍ. ບໍ່ວ່າຄົນຊົ່ວຮ້າຍຈະເຮັດການກະທຳທີ່ບໍ່ດີປະເພດໃດກໍຕາມ, ມັນກໍຈະບໍ່ເຮັດໃຫ້ໜ້າຂອງພວກເຂົາແດງ ຫຼື ຫົວໃຈຂອງພວກເຂົາເຕັ້ນແຮງ ແລະ ພວກເຂົາກໍຍັງຈະປົກປ້ອງການກະທຳຂອງພວກເຂົາຢ່າງບໍ່ຢ້ານກົວ, ບິດເບືອນສິ່ງທີ່ເປັນລົບໃຫ້ກາຍເປັນສິ່ງທີ່ເປັນບວກ ແລະ ເວົ້າເຖິງການກະທຳທີ່ບໍ່ດີຄືກັບວ່າພວກມັນເປັນສິ່ງທີ່ດີ. ຄົນປະເພດນີ້ມີຄວາມຮູ້ສຶກລະອາຍບໍ? (ບໍ່ມີ.) ຖ້າພວກເຂົາມີທັດສະນະຄະຕິແບບນີ້, ແລ້ວພວກເຂົາຈະກັບໃຈຢ່າງແທ້ຈິງໃນອະນາຄົດບໍ? ບໍ່, ພວກເຂົາພຽງແຕ່ຈະສືບຕໍ່ປະຕິບັດຕົວຄືກັບທີ່ພວກເຂົາເຄີຍເຮັດມາ. ນີ້ໝາຍຄວາມວ່າພວກເຂົາບໍ່ມີຄວາມລະອາຍ ແລະ ການບໍ່ມີຄວາມລະອາຍໝາຍເຖິງການບໍ່ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ. ຄົນທີ່ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຈະຮູ້ສຶກລະອາຍເກີນກວ່າທີ່ຈະປະເຊີນໜ້າກັບໃຜໄດ້ ຫຼັງຈາກທີ່ພວກເຂົາຖືກເປີດໂປງວ່າເຮັດສິ່ງທີ່ບໍ່ດີ ແລະ ພວກເຂົາກໍຈະບໍ່ເຮັດສິ່ງນີ້ອີກເລີຍ. ເປັນຫຍັງຈຶ່ງເປັນແບບນີ້? ມັນເປັນເພາະວ່າພວກເຂົາຮູ້ສຶກວ່ານີ້ເປັນສິ່ງທີ່ໜ້າລະອາຍທີ່ຈະເຮັດ ແລະ ເຕັມໄປດ້ວຍຄວາມລະອາຍເກີນກວ່າທີ່ຈະປະເຊີນໜ້າກັບໃຜໄດ້; ມີຄວາມຮູ້ສຶກລະອາຍໃນຄວາມເປັນມະນຸດຂອງພວກເຂົາ. ນີ້ບໍ່ແມ່ນມາດຕະຖານຂັ້ນຕໍ່າສຸດສຳລັບຄວາມເປັນມະນຸດທີ່ປົກກະຕິບໍ? (ແມ່ນແລ້ວ.) ຄົນທີ່ບໍ່ຮູ້ສຶກລະອາຍເລີຍຍັງສາມາດຖືກເອີ້ນວ່າມະນຸດໄດ້ຢູ່ບໍ? ພວກເຂົາບໍ່ສາມາດຖືກເອີ້ນວ່າເປັນມະນຸດໄດ້. ຄົນທີ່ບໍ່ຮູ້ສຶກລະອາຍໃຈມີຈິດໃຈທີ່ປົກກະຕິບໍ? (ບໍ່ມີ.) ພວກເຂົາບໍ່ມີຈິດໃຈທີ່ປົກກະຕິ, ແຮງໄກທີ່ຈະມີຄວາມຮັກຕໍ່ສິ່ງທີ່ເປັນບວກ. ສຳລັບພວກເຂົາແລ້ວ, ການມີສະຕະຮູ້ສຶກຜິດຊອບ ແລະ ເຫດຜົນເປັນມາດຕະຖານທີ່ສູງເກີນໄປ, ເຊິ່ງເປັນສິ່ງທີ່ພວກເຂົາບໍ່ສາມາດບັນລຸໄດ້. ຕອນນີ້, ຄວາມແຕກຕ່າງພື້ນຖານທີ່ສຸດລະຫວ່າງຜູ້ຕໍ່ຕ້ານພຣະຄຣິສ ແລະ ຜູ້ທີ່ຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງ? ເມື່ອຄົນທີ່ມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສຖືກຄົນອື່ນເປີດໂປງເລື່ອງການຍາດແຍ່ງສະຖານະກັບພຣະເຈົ້າ, ພວກເຂົາກໍຈະບໍ່ຄິດວ່າພວກເຂົາເຮັດຜິດ. ຕໍ່ມາ, ບໍ່ພຽງແຕ່ພວກເຂົາຈະບໍ່ຮຽນຮູ້ບົດຮຽນຂອງພວກເຂົາ ແລະ ຫັນກັບມາຫາພຣະເຈົ້າເທົ່ານັ້ນ, ແຕ່ໃນທາງກົງກັນຂ້າມ, ທັນທີທີ່ພວກເຂົາມີໂອກາດໄດ້ຮັບເລືອກຕັ້ງເປັນຜູ້ນຳ ຫຼື ຜູ້ເຮັດວຽກ, ພວກເຂົາກໍຈະສືບຕໍ່ຍາດແຍ່ງສະຖານະກັບພຣະເຈົ້າ, ໂດຍສືບຕໍ່ເຮັດຄືກັບແຕ່ກ່ອນ, ຍອມຕາຍດີກວ່າທີ່ຈະກັບໃຈ. ຄົນເຫຼົ່ານີ້ມີຄວາມມີເຫດຜົນແດ່ບໍ? (ພວກເຂົາບໍ່ມີ.) ແລ້ວຄົນທີ່ບໍ່ມີຄວາມມີເຫດຜົນຮູ້ສຶກລະອາຍແດ່ບໍ? (ພວກເຂົາບໍ່ຮູ້ສຶກ.) ຄົນດັ່ງກ່າວບໍ່ມີຄວາມມີເຫດຜົນ ແລະ ບໍ່ມີຄວາມຮູ້ສຶກລະອາຍ. ເມື່ອຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິ, ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນໄດ້ຍິນຄົນອື່ນເວົ້າວ່າຕົນເອງກຳລັງຍາດແຍ່ງສະຖານະກັບພຣະເຈົ້າ, ພວກເຂົາກໍຈະຄິດວ່າ: “ໂອ້, ນີ້ເປັນເລື່ອງທີ່ຮ້າຍແຮງຫຼາຍ! ຂ້ອຍເປັນຜູ້ຕິດຕາມພຣະເຈົ້າ! ຂ້ອຍຈະຍາດແຍ່ງສະຖານະກັບພຣະອົງໄດ້ແນວໃດ? ການຍາດແຍ່ງສະຖານະກັບພຣະເຈົ້າຊ່າງເປັນສິ່ງທີ່ໜ້າລະອາຍແທ້ໆ! ຂ້ອຍຊ່າງກາຍເປັນຄົນທີ່ມຶນຊາ, ໂງ່ຈ້າ ແລະ ບໍ່ມີເຫດຜົນແທ້ໆທີ່ເຮັດແບບນີ້! ຂ້ອຍເຮັດສິ່ງແບບນີ້ໄດ້ແນວໃດ?” ພວກເຂົາຈະຮູ້ສຶກອັບອາຍ ແລະ ລະອາຍຕໍ່ສິ່ງທີ່ພວກເຂົາໄດ້ເຮັດ ແລະ ເມື່ອພົບກັບສະຖານະການທີ່ຄ້າຍຄືກັນ, ຄວາມຮູ້ສຶກລະອາຍຂອງພວກເຂົາກໍຈະຢັບຢັ້ງພຶດຕິກຳຂອງພວກເຂົາ. ແກ່ນແທ້ທຳມະຊາດຂອງທຸກຄົນຄືແກ່ນແທ້ທຳມະຊາດຂອງຊາຕານ, ແຕ່ຜູ້ທີ່ມີເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິຈະມີຄວາມຮູ້ສຶກລະອາຍ ແລະ ພຶດຕິກຳຂອງພວກເຂົາກໍຈະຖືກຢັບຢັ້ງ. ເມື່ອຄວາມເຂົ້າໃຈຄວາມຈິງຂອງຄົນໃດໜຶ່ງຄ່ອຍໆເລິກເຊິ່ງຂຶ້ນ ແລະ ເມື່ອຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບພຣະເຈົ້າ ແລະ ການອ່ອນນ້ອມຕໍ່ຄວາມຈິງຂອງພວກເຂົາເລິກເຊິ່ງຂຶ້ນ, ຄວາມຮູ້ສຶກລະອາຍນີ້ກໍຈະບໍ່ເປັນເກນຂັ້ນຕໍ່າສຸດອີກຕໍ່ໄປ. ພວກເຂົາຈະຖືກຢັບຢັ້ງໂດຍຄວາມຈິງ ແລະ ໂດຍຫົວໃຈທີ່ຢຳເກງພຣະເຈົ້າຂອງພວກເຂົາຫຼາຍຂຶ້ນເລື້ອຍໆ. ພວກເຂົາຈະສືບຕໍ່ປັບປຸງຕົນເອງ ແລະ ກະທຳສອດຄ່ອງກບຄວາມຈິງຫຼາຍຂຶ້ນເລື້ອຍໆ. ເຖິງຢ່າງໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສຈະໄລ່ຕາມຄວາມຈິງບໍ? ພວກເຂົາຈະບໍ່ໄລ່ຕາມຢ່າງແນ່ນອນ. ພວກເຂົາບໍ່ມີເຫດຜົນຂອງມະນຸດທີ່ປົກກະຕິ, ບໍ່ຮູ້ວ່າການໄລ່ຕາມຄວາມຈິງໝາຍຄວາມວ່າແນວໃດ ແລະ ເບື່ອໜ່າຍຄວາມຈິງ ແລະ ບໍ່ມີຄວາມຮັກຕໍ່ມັນແມ່ນແຕ່ໜ້ອຍດຽວ, ແລ້ວພວກເຂົາຈະໄລ່ຕາມຄວາມຈິງໄດ້ແນວໃດ? ການໄລ່ຕາມຄວາມຈິງເປັນຄວາມຕ້ອງການຂອງຄວາມເປັນມະນຸດທີ່ປົກກະຕິ; ມີພຽງແຕ່ຜູ້ທີ່ຫິວໂຫຍ ແລະ ກະຫາຍຄວາມຊອບທຳເທົ່ານັ້ນທີ່ຈະຮັກຄວາມຈິງ ແລະ ໄລ່ຕາມມັນ. ຜູ້ທີ່ບໍ່ມີຄວາມເປັນມະນຸດທີ່ປົກກະຕິຈະບໍ່ມີວັນໄລ່ຕາມຄວາມຈິງ.

ຄົນທີ່ຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນແຕກຕ່າງຈາກຜູ້ຕໍ່ຕ້ານພຣະຄຣິສທີ່ແທ້ຈິງ. ບາງຄົນເຫັນວ່າພວກເຂົາເຕັມໄປດ້ວຍອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ພວກເຂົາໄລ່ຕາມ ແລະ ຫວງແຫນຊື່ສຽງ, ຜົນປະໂຫຍດ ແລະ ສະຖານະຢ່າງເລິກເຊິ່ງ ແລະ ບໍ່ເຄີຍສາມາດປ່ອຍວາງໄດ້ເລີຍ. ພວກເຂົາເຊື່ອຢ່າງໜັກແໜ້ນວ່າພວກເຂົາມີທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້. ຖ້າເຈົ້າບໍ່ຮູ້ຈັກຕົນເອງຢ່າງແທ້ຈິງ ແລະ ບໍ່ຮູ້ວ່າເຈົ້າເປັນຜູ້ຕໍ່ຕ້ານພຣະຄຣິສ ຫຼື ຄົນຊົ່ວຮ້າຍ, ແລ້ວເຈົ້າກໍຄວນໄຕ່ຕອງວ່າເຈົ້າມີຄວາມສຳນຶກ ຫຼື ຄວາມຮູ້ສຶກລະອາຍແດ່ ຫຼື ບໍ່. ຖ້າເຈົ້າບໍ່ມີ, ຄັນຊັ້ນເຈົ້າກໍກຳລັງຕົກຢູ່ໃນອັນຕະລາຍ ແລະ ສາມາດເວົ້າໄດ້ວ່າເຈົ້າມີແກ່ນແທ້ທຳມະຊາດຂອງຄົນຊົ່ວຮ້າຍ ຫຼື ຜູ້ຕໍ່ຕ້ານພຣະຄຣິສ. ເຖິງແມ່ນວ່າຕອນນີ້ເຈົ້າຈະບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິສ, ເຈົ້າກໍອາດຈະກາຍເປັນຜູ້ຕໍ່ຕ້ານພຣະຄຣິສໃນອະນາຄົດ. ສິ່ງທີ່ຜູ້ທີ່ບໍ່ໄລ່ຕາມຄວາມຈິງບໍ່ເຕັມໃຈທີ່ຈະເຮັດທີ່ສຸດກໍຄື ການໄຕ່ຕອງ ແລະ ຮູ້ຈັກຕົນເອງ. ພວກເຂົາເວົ້າວ່າ: “ຂ້ອຍບໍ່ສົນໃຈວ່າໃຜຈະເວົ້າວ່າຂ້ອຍເປັນຜູ້ຕໍ່ຕ້ານພຣະຄຣິສ. ໃຜແດ່ທີ່ບໍ່ມັກຊື່ສຽງ, ຜົນປະໂຫຍດ ແລະ ສະຖານະ? ໃຜກໍຕາມທີ່ເວົ້າວ່າພວກເຂົາບໍ່ມັກຊື່ສຽງ, ຜົນປະໂຫຍດ ແລະ ສະຖານະແມ່ນກຳລັງຕົວະ. ໃຜຈະສາມາດມີສະຖານະແລ້ວບໍ່ເພີດເພີນກັບຜົນປະໂຫຍດຂອງມັນໄດ້? ມີພຽງແຕ່ຄົນໂງ່ເທົ່ານັ້ນທີ່ຈະເປັນແບບນັ້ນ. ການທີ່ສາມາດເພີດເພີນກັບຜົນປະໂຫຍດຈາກສະຖານະໄດ້, ນັ້ນເອີ້ນວ່າຄວາມສາມາດ!” ຄົນປະເພດໃດທີ່ເວົ້າສິ່ງແບບນີ້? ມັນບໍ່ແມ່ນຄົນທີ່ເບື່ອໜ່າຍຄວາມຈິງບໍ? ຄົນປະເພດນີ້ຫົວແຂງຢ່າງດື້ດ້ານ, ພວກເຂົາສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ບໍ? ພວກເຂົາບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ຢ່າງແນ່ນອນ, ເພາະວ່າພຣະເຈົ້າບໍ່ຊ່ວຍຄົນຊົ່ວຮ້າຍໃຫ້ລອດພົ້ນ; ຄົນແບບນີ້ເປັນພວກດຽວກັບຊາຕານ, ພວກເຂົາເປັນສັດເດຍລະສານ. ບາງຄົນບໍ່ຮູ້ວ່າພວກເຂົາສາມາດເປັນເປົ້າໝາຍແຫ່ງຄວາມລອດພົ້ນຂອງພຣະເຈົ້າໄດ້ ຫຼື ບໍ່. ໃນກໍລະນີນີ້, ເມື່ອພຣະທຳຂອງພຣະເຈົ້າເປີດໂປງແກ່ນແທ້ທຳມະຊາດຂອງເຈົ້າ ແລະ ອຸປະນິໄສທີ່ເສື່ອມຊາມຂອງເຈົ້າ, ຈົ່ງສັງເກດເບິ່ງວ່າເຈົ້າສາມາດຮັບຮູ້ສິ່ງນີ້ ແລະ ຮູ້ສຶກລະອາຍຢູ່ພາຍໃນ ຫຼື ບໍ່ ແລະ ເຈົ້າຄິດວ່າສິ່ງທີ່ພຣະເຈົ້າເປີດໂປງນັ້ນຄືຕົວຕົນທີ່ແທ້ຈິງຂອງເຈົ້າ ຫຼື ບໍ່, ເຊິ່ງຈາກນັ້ນກໍຈະເຮັດໃຫ້ເຈົ້າຮູ້ສຶກລະອາຍ ແລະ ຮູ້ສຶກຄືກັບວ່າເຈົ້າບໍ່ມີບ່ອນລີ້ຊ່ອນຕົວເອງ. ຖ້າເຈົ້າມີຄວາມຮູ້ສຶກລະອາຍນີ້, ຖ້າເຈົ້າມີຄວາມຮັບຮູ້ນີ້, ນີ້ກໍເປັນສິ່ງທີ່ດີ. ເຖິງກັບມີບາງຄົນທີ່ເວົ້າວ່າ: “ພຣະທຳຂອງພຣະເຈົ້າໄດ້ເປີດໂປງຂ້ອຍຢ່າງສິ້ນເຊີງ. ຂ້ອຍຮູ້ສຶກລະອາຍໃຈເກີນກວ່າທີ່ຈະປະເຊີນໜ້າກັບໃຜ ແລະ ບໍ່ມີບ່ອນໃດໃຫ້ຂ້ອຍລີ້ຊ່ອນເລີຍ. ຂ້ອຍຄິດວ່າຂ້ອຍຄວນຖືກສົ່ງໄປນະຮົກ, ຂ້ອຍບໍ່ສົມຄວນໄດ້ຮັບຄວາມລອດພົ້ນຂອງພຣະເຈົ້າ. ຄວາມເປັນລົບຂອງຂ້ອຍມີຫຼາຍຈົນຂ້ອຍບໍ່ຄິດວ່າຂ້ອຍສົມຄວນທີ່ຈະມີຊີວິດຢູ່ດ້ວຍຊໍ້າ. ຂ້ອຍຄວນຈະຕາຍໆໄປຊະໃຫ້ມັນຈົບໆໄປ”. ການຮູ້ສຶກແບບນີ້ເປັນສິ່ງທີ່ດີ ຫຼື ສິ່ງທີ່ບໍ່ດີ? ມັນເປັນສິ່ງທີ່ດີ. ບາງຄົນບໍ່ເຂົ້າໃຈ ແລະ ເວົ້າວ່າ: “ສິ່ງນີ້ຈະເປັນສິ່ງທີ່ດີໄດ້ແນວໃດ?” (ມັນສະແດງໃຫ້ເຫັນວ່າຄົນຜູ້ນີ້ມີຄວາມຮູ້ສຶກລະອາຍ.) ມັນບໍ່ໄດ້ຖືກກຳນົດໂດຍຄວາມລະອາຍ. ກ່ອນອື່ນໝົດ, ການມີຄວາມຮູ້ສຶກແບບນີ້ໝາຍຄວາມວ່າຢ່າງໜ້ອຍເຈົ້າກໍເຂົ້າໃຈພຣະທຳຂອງພຣະເຈົ້າ. ອັນທີສອງ, ພື້ນຖານສຳລັບການຮູ້ຈັກຕົນເອງຂອງເຈົ້າແມ່ນຫຍັງ? (ການຍອມຮັບພຣະທຳຂອງພຣະເຈົ້າ.) ຖືກຕ້ອງແລ້ວ. ເຈົ້າຍອມຮັບວ່າພຣະທຳຂອງພຣະເຈົ້າຄືຄວາມຈິງ, ເຊິ່ງໝາຍຄວາມວ່າເຈົ້າກຳລັງໃຊ້ພຣະທຳຂອງພຣະເຈົ້າເປັນມາດຕະຖານເພື່ອປະເມີນວ່າເຈົ້າສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ ຫຼື ບໍ່ ແລະ ເຈົ້າເປັນຄົນປະເພດໃດ, ເຈົ້າໄດ້ເຮັດໃຫ້ພຣະທຳຂອງພຣະອົງເປັນມາດຕະຖານສຳລັບການປະເມີນຕົນເອງແລ້ວ. ສິ່ງນີ້ພິສູດວ່າເຈົ້າມີຄວາມເຊື່ອທີ່ແທ້ຈິງໃນພຣະທຳເຫຼົ່ານັ້ນ. ມີພຽງແຕ່ເມື່ອເຈົ້າມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າເທົ່ານັ້ນ ເຈົ້າຈຶ່ງຈະສາມາດຖືວ່າພຣະທຳຂອງພຣະອົງເປັນຄວາມຈິງ, ເປັນມາດຕະຖານສຳລັບການປະເມີນຕົນເອງ. ຜູ້ທີ່ເຮັດແບບນີ້ມີໂອກາດທີ່ຈະຖືກຊ່ວຍໃຫ້ລອດພົ້ນ, ມັນບໍ່ໄດ້ງ່າຍດາຍພຽງແຕ່ວ່າຄົນໃດໜຶ່ງມີຄວາມຮູ້ສຶກລະອາຍ ຫຼື ບໍ່.

ສຳລັບການສະແດງອອກນີ້ ນັ້ນກໍຄື ພວກຕໍ່ຕ້ານພຣະຄຣິສໂຈມຕີ ແລະ ກີດກັນຜູ້ຄັດຄ້ານ, ພວກເຮົາໄດ້ສົນທະນາກ່ຽວກັບຄຳນິຍາມຂອງຄຳວ່າ “ຜູ້ຄັດຄ້ານ” ແລ້ວ. ແລ້ວຄົນປະເພດໃດທີ່ຕົກຢູ່ໃນຂອບເຂດຂອງຄຳນີ້? ໂດຍຫຼັກໆແລ້ວແມ່ນຜູ້ທີ່ມີມຸມມອງຕໍ່ສິ່ງຕ່າງໆແຕກຕ່າງຈາກຜູ້ຕໍ່ຕ້ານພຣະຄຣິສ ແລະ ຜູ້ທີ່ຍ່າງໃນເສັ້ນທາງທີ່ແຕກຕ່າງຈາກພວກເຂົາ. ໃນສາຍຕາຂອງຜູ້ຕໍ່ຕ້ານພຣະຄຣິສ, ຄົນເຫຼົ່ານີ້ລ້ວນແຕ່ກາຍເປັນຜູ້ຄັດຄ້ານ ແລະ ພວກເຂົາກໍເປັນເປົ້າໝາຍໃນການໂຈມຕີຂອງຜູ້ຕໍ່ຕ້ານພຣະຄຣິສ. ຜູ້ຕໍ່ຕ້ານພຣະຄຣິສເຊື່ອວ່າການໂຈມຕີ ແລະ ກີດກັນຜູ້ຄັດຄ້ານເປັນສິ່ງທີ່ສົມເຫດສົມຜົນຢ່າງສົມບູນ, ວ່າມັນເປັນການປົກປ້ອງວຽກງານຂອງເຮືອນຂອງພຣະເຈົ້າ ແລະ ປົກປ້ອງຊີວິດຄຣິສຕະຈັກ, ທັງທີ່ໃນຄວາມເປັນຈິງແລ້ວ ມັນເປັນວິທີການ ແລະ ວິທີທາງໃນການປົກປ້ອງສະຖານະ ແລະ ອຳນາດຂອງພວກເຂົາເອງ. ມັນບໍ່ໄດ້ເປັນການຮັບໃຊ້ເພື່ອປົກປ້ອງວຽກງານຂອງເຮືອນຂອງພຣະເຈົ້າເລີຍ, ແຮງໄກທີ່ຈະຮັກສາຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຊີວິດຄຣິສຕະຈັກສຳລັບຜູ້ຄົນທີ່ພຣະເຈົ້າເລືອກ. ຜູ້ຄັດຄ້ານບາງຄົນທີ່ກ່າວເຖິງຢູ່ທີ່ນີ້ແມ່ນຜູ້ທີ່ໄລ່ຕາມຄວາມຈິງ. ພວກເຮົາສາມາດໝັ້ນໃຈໃນສິ່ງນີ້ໄດ້ ເພາະວ່າຜູ້ຕໍ່ຕ້ານພຣະຄຣິສຕໍ່ຕ້ານຜູ້ທີ່ໄລ່ຕາມຄວາມຈິງ ແລະ ມີພຽງແຕ່ຜູ້ທີ່ໄລ່ຕາມຄວາມຈິງເທົ່ານັ້ນທີ່ສາມາດແຍກແຍະຜູ້ຕໍ່ຕ້ານພຣະຄຣິສໄດ້.

ວັນທີ 22 ມັງກອນ 2019

ຕໍ່ໄປ: ລາຍການທີສາມ: ພວກເຂົາກີດກັນ ແລະ ໂຈມຕີຄົນທີ່ໄລ່ຕາມຄວາມຈິງ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້