ລາຍການທີສີ່: ພວກເຂົາຍົກສູງ ແລະ ເປັນພະຍານກ່ຽວກັບພວກເຂົາເອງ
ບົດເສີມ: ການລ່າໜູ
ເມື່ອບໍ່ດົນມານີ້, ເຮົາໄດ້ຍິນເລື່ອງໃໝ່ເລື່ອງໜຶ່ງ. ໃຫ້ຟັງ ແລະ ຄິດເບິ່ງວ່າເລື່ອງນີ້ກ່ຽວຂ້ອງກັບພຶດຕິກຳ ແລະ ອຸປະນິໄສຂອງຜູ້ຄົນແນວໃດ, ເລື່ອງນີ້ແມ່ນກ່ຽວກັບຫຍັງ ແລະ ມັນສະແດງໃຫ້ເຫັນເຖິງບັນຫາປະເພດໃດ. ຫຼັງຈາກທີ່ຄົນຈີນບາງຄົນມາຍັງອາເມລິກາ, ນອກເໜືອຈາກການເຫັນວ່າສະພາບແວດລ້ອມ ແລະ ບັນຍາກາດທາງສັງຄົມຢູ່ທີ່ນີ້ແຕກຕ່າງ ຈາກປະເທດຈີນຫຼາຍແລ້ວ, ຍັງມີອີກສິ່ງໜຶ່ງທີ່ພວກເຂົາເຫັນວ່າໜ້າສົນໃຈຢ່າງຍິ່ງ. ນັ້ນກໍຄືໃນປະເທດນີ້ ບໍ່ພຽງແຕ່ຜູ້ຄົນມີອິດສະລະ ແຕ່ສິ່ງທີ່ມີຊີວິດ ແລະ ສັດທຸກປະເພດກໍມີອິດສະລະຫຼາຍເຊັ່ນກັນ ແລະ ບໍ່ມີໃຜທຳຮ້າຍພວກມັນ. ແນ່ນອນວ່າອິດສະລະພາບຂອງມະນຸດແມ່ນຜົນຜະລິດຂອງລະບົບທາງສັງຄົມ, ແລ້ວແມ່ນຫຍັງທີ່ນຳມາເຊິ່ງອິດສະລະພາບໃຫ້ແກ່ສິ່ງທີ່ມີຊີວິດ ແລະ ສັດທຸກປະເພດ? ສິ່ງນີ້ກ່ຽວຂ້ອງກັບລະບົບທາງສັງຄົມບໍ? (ແມ່ນແລ້ວ.) ມັນກ່ຽວຂ້ອງກັບວິທີທີ່ລະບົບທາງສັງຄົມ ແລະ ນະໂຍບາຍຂອງລັດຖະບານທີ່ປົກປ້ອງ ແລະ ຄຸ້ມຄອງສະພາບແວດລ້ອມທາງທຳມະຊາດທັງໝົດ. ຢູ່ທີ່ນີ້, ສັດປ່າມີຢູ່ທົ່ວທຸກຫົນແຫ່ງ ແລະ ສາມາດພົບເຫັນໄດ້ທົ່ວໄປ. ຕົວຢ່າງ: ຄົນເຮົາສາມາດເຫັນຫ່ານປ່າກິນຫຍ້າຢູ່ທົ່ງຫຍ້າຂ້າງທາງຫຼວງ ແລະ ມີສວນສາທາລະນະ, ທົ່ງຫຍ້າ ແລະ ປ່າໄມ້ບາງແຫ່ງທີ່ຄົນເຮົາສາມາດເຫັນກວາງ, ໝີ ຫຼື ໝາປ່າ, ຕະຫຼອດຈົນໄກ່ງວງ, ໄກ່ຟ້າ ແລະ ນົກທຸກຊະນິດ ແລະ ສັດປ່າອື່ນໆ. ແມ່ນຫຍັງຄືຄວາມປະທັບໃຈທຳອິດທີ່ຜູ້ຄົນມີ ເມື່ອພວກເຂົາເຫັນພາບເຊັ່ນນີ້? (ພວກເຂົາຮູ້ສຶກວ່າພວກເຂົາໄດ້ເຫັນທຳມະຊາດ.) ແລ້ວ ພວກເຂົາມີຄວາມຮູ້ສຶກແບບໃດເມື່ອພວກເຂົາເຫັນທຳມະຊາດ? ພວກເຂົາຈະບໍ່ເວົ້າບໍວ່າ: “ເບິ່ງປະເທດແຫ່ງນີ້ຂອງພວກເຂົາແມ. ບໍ່ພຽງແຕ່ຜູ້ຄົນມີອິດສະລະ, ແມ່ນແຕ່ສັດຢູ່ທີ່ນີ້ກໍມີອິດສະລະ. ການໄດ້ບັງເກີດໃໝ່ເປັນສັດໃນສະຖານທີ່ແຫ່ງນີ້ກໍຍັງດີກວ່າການເປັນຄົນຢູ່ໃນປະເທດຈີນ, ເພາະຢູ່ທີ່ນີ້ແມ່ນແຕ່ສັດກໍມີອິດສະລະ ແລະ ບໍ່ມີໃຜທາລຸນພວກມັນ”? ພວກເຂົາບໍ່ມີຄວາມຮູ້ສຶກເຊັ່ນນັ້ນບໍ? (ພວກເຂົາມີ.) ສຳລັບຜູ້ທີ່ຢູ່ທີ່ນີ້ມາເປັນເວລາດົນນານ, ສິ່ງເຫຼົ່ານີ້ກໍກາຍເປັນເລື່ອງທຳມະດາ ແລະ ບໍ່ແມ່ນເລື່ອງແປກຫຍັງເລີຍ; ພວກເຂົາຄິດວ່າສິ່ງເຫຼົ່ານີ້ເປັນເລື່ອງປົກກະຕິຫຼາຍ. ແຕ່ສຳລັບບາງຄົນ, ຫຼັງຈາກທີ່ພວກເຂົາຄຸ້ນເຄີຍກັບສະພາບແວດລ້ອມແບບນີ້ແລ້ວ, ແນວຄິດເອົາຈິງເອົາຈັງບາງຢ່າງກໍເລີ່ມເກີດຂຶ້ນໃນຕົວພວກເຂົາ: “ສັດເຫຼົ່ານີ້ລ້ວນແຕ່ມີອິດສະລະຫຼາຍ ແລະ ບໍ່ມີໃຜຕິດຕາມກວດກາ ຫຼື ເຝົ້າເບິ່ງພວກມັນ, ແລ້ວຂ້ອຍສາມາດຈັບພວກມັນກິນໄດ້ບໍ? ຄົງຈະດີຫຼາຍຖ້າຂ້ອຍສາມາດກິນພວກມັນໄດ້ ແຕ່ຂ້ອຍບໍ່ສາມາດເຮັດຕາມອຳເພີໃຈໄດ້ ໃນກໍລະນີທີ່ພວກມັນຖືກປົກປ້ອງໄວ້ໂດຍກົດໝາຍ. ຂ້ອຍຕ້ອງໄປສືບເບິ່ງເລື່ອງນີ້ກ່ອນ”. ຫຼັງຈາກກວດເບິ່ງຂໍ້ມູນແລ້ວ, ພວກເຂົາກໍເຫັນວ່າກົດໝາຍລະບຸໄວ້ຢ່າງຊັດເຈນວ່າສັດປ່າໄດ້ຮັບການປົກປ້ອງຢ່າງທົ່ວເຖິງໂດຍກົດໝາຍແຫ່ງຊາດ ແລະ ຜູ້ຄົນບໍ່ສາມາດລ່າ ແລະ ຂ້າພວກມັນໄດ້ຕາມໃຈໄດ້. ຖ້າຜູ້ຄົນຕ້ອງການລ່າສັດ, ພວກເຂົາຕ້ອງເຮັດເຊັ່ນນັ້ນພາຍໃນເຂດລ່າສັດທີ່ລັດກຳນົດ; ພວກເຂົາກໍຍັງຕ້ອງມີໃບອະນຸຍາດ ແລະ ອາດຈະຕ້ອງຈ່າຍຄ່າທຳນຽມສຳລັບສັດທີ່ພວກເຂົາຈັບໄດ້. ສະຫຼຸບສັ້ນໆກໍຄື, ກົດໝາຍປົກປ້ອງສັດປ່າເຫຼົ່ານີ້ ແລະ ມີຂໍ້ກຳນົດທີ່ຊັດເຈນກ່ຽວກັບພວກມັນ. ບາງຄົນບໍ່ສາມາດເຂົ້າໃຈກົດໝາຍວ່າດ້ວຍການປົກປ້ອງສັດປ່າ ແລະ ພວກເຂົາກໍໄຕ່ຕອງວ່າ: “ມີອາຫານແຊບຈາກປ່າຫຼາຍຂະໜາດນີ້, ແຕ່ລັດຖະບານບໍ່ອະນຸຍາດໃຫ້ພວກເຮົາຈັບ ແລະ ກິນພວກມັນໄດ້ຕາມໃຈ. ຊ່າງເປັນຕາໜ້າເສຍດາຍແທ້ໆ! ຢູ່ປະເທດຈີນ, ບໍ່ມີໃຜສົນໃຈເລື່ອງນີ້: ‘ຖ້າບໍ່ມີໃຜລາຍງານ, ເຈົ້າໜ້າທີ່ກໍຈະບໍ່ສືບສວນ’. ຕາບໃດທີ່ບໍ່ມີໃຜຮູ້, ເຈົ້າກໍສາມາດຈັບສັດມາກິນໄດ້. ແຕ່ເຈົ້າບໍ່ສາມາດເຮັດແບບນີ້ໄດ້ໃນປະເທດປະຊາທິປະໄຕ. ຢູ່ທີ່ນີ້ມີກົດລະບຽບທາງກົດໝາຍ ແລະ ຂ້ອຍບໍ່ສາມາດເຮັດຕາມໃຈເທິງທີ່ດິນຂອງຄົນອື່ນໄດ້. ແຕ່ສັດເຫຼົ່ານີ້ລ້ວນແຕ່ເປັນສັດປ່າ; ຊ່າງເປັນຕາໜ້າເສຍດາຍທີ່ພວກເຮົາສາມາດເບິ່ງພວກມັນໄດ້ເທົ່ານັ້ນ ແຕ່ກິນພວກມັນບໍ່ໄດ້! ຂ້ອຍຕ້ອງຄິດຫາຫົນທາງ. ຂ້ອຍຈະກິນສັດປ່ານີ້ໄດ້ແນວໃດໂດຍບໍ່ໃຫ້ໃຜສັງເກດເຫັນ ແລະ ບໍ່ຜິດກົດໝາຍ?” ບາງຄົນກໍຄິດຫາເລ່ລ່ຽມ ແລະ ເວົ້າວ່າ: “ຖ້າຂ້ອຍເຮັດກົງແລ້ວເອົາອາຫານແຊບໆໃສ່ໄວ້ເພື່ອລໍ້ສັດ, ຈັບສັດນ້ອຍໆຈຳນວນໜຶ່ງເຊັ່ນ ກະຕ່າຍປ່າ ແລ້ວຊອກຫາສະຖານທີ່ລັບຕາຄົນເພື່ອຂ້າ ແລະ ກິນພວກມັນ, ຂ້ອຍກໍຄົງຈະບໍ່ໄດ້ລະເມີດກົດໝາຍ, ແມ່ນບໍ່? ສັດນ້ອຍໆເຫຼົ່ານັ້ນບໍ່ໄດ້ຖືກປົກປ້ອງໂດຍລັດ ແລະ ກົດໝາຍກໍບໍ່ມີຂໍ້ກຳນົດສະເພາະກ່ຽວກັບພວກມັນ. ຖ້າຂ້ອຍເຮັດແບບນີ້, ຂ້ອຍກໍສາມາດກິນສັດປ່າໄດ້ ແລະ ຍັງຮັບປະກັນໄດ້ວ່າຂ້ອຍບໍ່ໄດ້ລະເມີດກົດໝາຍ. ມັນເປັນການດີກັບທັງສອງຝ່າຍ”. ຫຼັງຈາກທີ່ພວກເຂົາມີແນວຄິດນີ້, ພວກເຂົາກໍປະກອບກົງ ແລະ ເລີ່ມການລ່າ. ບໍ່ຮອດສອງມື້, ມີໜູໂຕໜຶ່ງເຂົ້າມາໃນກົງ ແລະ ພວກເຂົາກໍຟ້າວຟັ່ງຂ້າ ແລະ ກິນມັນ ໂດຍຮູ້ສຶກວ່ານີ້ຄືສັດປ່າທີ່ແທ້ຈິງ! ພວກເຂົາໄດ້ຂໍ້ສະຫຼຸບຫຍັງຫຼັງຈາກກິນມັນແລ້ວ? “ສັດປ່າມີລົດຊາດແຊບດີ. ແຕ່ນີ້ຕໍ່ໄປຂ້ອຍຈະຄິດຫາວິທີອື່ນໆເພື່ອຈະໄດ້ກິນສັດປ່າປະເພດອື່ນໆ. ຂ້ອຍບໍ່ຢ້ານທີ່ຈະກິນພວກມັນ ຕາບໃດທີ່ຂ້ອຍບໍ່ໄດ້ລະເມີດກົດໝາຍ”. ເລື່ອງກໍຈົບລົງພຽງເທົ່ານີ້.
ບາງຄົນຖາມວ່າ “ເລື່ອງນີ້ເປັນເລື່ອງຈິງ ຫຼື ເລື່ອງທີ່ແຕ່ງຂຶ້ນ?” ສຳລັບຕອນນີ້, ຢ່າຟ້າວກັງວົນວ່າມັນເປັນເລື່ອງຈິງ ຫຼື ຖືກແຕ່ງຂຶ້ນ ແລະ ວ່າມັນເກີດຂຶ້ນຈິງ ຫຼື ບໍ່. ພຽງແຕ່ຄິດເບິ່ງວ່າຄົນທີ່ເຮັດສິ່ງແບບນີ້ມີບັນຫາຫຍັງໂດຍອີງໃສ່ເລື່ອງນີ້. ການເຮັດສິ່ງແບບນີ້ເປັນຄວາມຜິດພາດທີ່ຮ້າຍແຮງບໍ? ມັນຖືວ່າເປັນການລະເມີດກົດໝາຍບໍ? ມັນຖືວ່າເປັນການຂັດຕໍ່ຄວາມຍຸຕິທຳທາງສິນທຳບໍ? (ແມ່ນແລ້ວ.) ມັນຂັດຕໍ່ຄວາມຍຸຕິທຳທາງສິນທຳ ຫຼື ຂັດຕໍ່ຄວາມເປັນມະນຸດ ຫຼື ຂັດຕໍ່ສິ່ງອື່ນບໍ? ກ່ອນອື່ນ, ໃຫ້ບອກເຮົາມາເບິ່ງວ່າ: ພຶດຕິກຳແບບນີ້ສົມຄວນໄດ້ຮັບການຍ້ອງຍໍ ຫຼື ການປະນາມບໍ? ພວກເຈົ້າເລືອກຝ່າຍໃດ? (ການປະນາມ.) ບໍ່ວ່າມັນຈະຂັດຕໍ່ຄວາມຍຸຕິທຳທາງສິນທຳ, ຂັດຕໍ່ກົດໝາຍ ຫຼື ຂັດຕໍ່ຄວາມເປັນມະນຸດກໍຕາມ, ໃນກໍລະນີໃດກໍແລ້ວແຕ່, ພຶດຕິກຳແບບນີ້ກໍເປັນສິ່ງທີ່ບໍ່ດີ ແລະ ມັນບໍ່ແມ່ນພຶດຕິກຳຂອງຄົນທີ່ມີຄວາມເປັນມະນຸດ. ແລ້ວມັນແມ່ນຫຍັງ? ອຸປະນິໄສ ຫຼື ພຶດຕິກຳແບບນີ້ເປັນບັນຫາທີ່ຮ້າຍແຮງບໍ? ຕາມມາດຕະຖານຂອງພວກເຈົ້າ, ພວກເຈົ້າຈະຕັດສິນເລື່ອງນີ້ແນວໃດ? ໃນຊີວິດປະຈຳວັນ ແລະ ໃນທ່າມກາງກຸ່ມຄົນທັງໝົດ, ພຶດຕິກຳແບບນີ້ມີຢູ່ທົ່ວໄປບໍ? (ມີ.) ມັນບໍ່ແມ່ນການກະທຳທີ່ເລ່ລ່ຽມ ຫຼື ຊົ່ວຮ້າຍຢ່າງໃຫຍ່ຫຼວງ ແຕ່ມັນກໍບໍ່ສົມຄວນ ແລະ ມັນບໍ່ແມ່ນການສະແດງອອກທີ່ຄົນທີ່ມີຄວາມເປັນມະນຸດປົກກະຕິຄວນຈະມີ. ແທ້ຈິງແລ້ວ, ນີ້ແມ່ນການສະແດງອອກປະເພດໃດ? ລອງຈັດປະເພດມັນເບິ່ງ. ນີ້ແມ່ນພຶດຕິກຳແບບໃດ? ມັນຄວນໄດ້ຮັບການສົ່ງເສີມບໍ? (ບໍ່.) ມັນບໍ່ສົມຄວນໄດ້ຮັບການສົ່ງເສີມ ແລະ ບໍ່ໄດ້ຮັບການຍ້ອງຍໍຈາກຜູ້ຄົນ, ສະນັ້ນ ມັນຄວນຖືກປະນາມ ແລະ ເປັນທີ່ກຽດຊັງ. ພຶດຕິກຳແບບນີ້ມີຢູ່ທົ່ວໄປ, ມັນມັກຈະປາກົດໃນທ່າມກາງກຸ່ມຄົນທັງໝົດ ແລະ ໃນຊີວິດປະຈຳວັນ, ມັນຖືກພົບເຫັນຢູ່ເລື້ອຍໆ ແລະ ມີຄົນທີ່ເຮັດສິ່ງແບບນີ້ຢູ່ເລື້ອຍໆ. ແລ້ວມັນບໍ່ສົມຄວນທີ່ຈະຍົກຂຶ້ນມາໂອ້ລົມກັນບໍ ເພື່ອເຮັດໃຫ້ແຕ່ລະຄົນມີຄຳນິຍາມທີ່ຖືກຕ້ອງກ່ຽວກັບເລື່ອງນີ້ ແລະ ດີທີ່ສຸດກໍຈະໄດ້ຢູ່ໃຫ້ຫ່າງຈາກພຶດຕິກຳແບບນີ້? ແບບນັ້ນຈະບໍ່ດີບໍ? (ດີ.) ຊັ້ນໃຫ້ນິຍາມມັນເລີຍ. ນີ້ແມ່ນພຶດຕິກຳປະເພດໃດ? ມັນແມ່ນຄວາມອວດດີບໍ? ມັນແມ່ນຄວາມຫົວແຂງບໍ? ມັນແມ່ນຄວາມຫຼອກລວງບໍ? (ບໍ່.) ມັນແມ່ນຄວາມຊົ່ວຮ້າຍບໍ? (ໜ້ອຍໜຶ່ງ.) ມັນຂ້ອນຂ້າງໃກ້ຄຽງກັບສິ່ງນັ້ນ. ໃນບັນດາຄຳສັບທີ່ພວກເຈົ້າໄດ້ຮຽນຮູ້ ແລະ ເຂົ້າໃຈ, ມີຄຳໃດທີ່ສາມາດນິຍາມພຶດຕິກຳປະເພດນີ້ໄດ້ບໍ? (ຕ່ຳຊ້າ.) ຕ່ຳຊ້າ, ມັນກໍມີລັກສະນະນີ້ຢູ່ໜ້ອຍໜຶ່ງ. ຄຳສັບນີ້ມີພຶດຕິກຳ ແລະ ແກ່ນແທ້ປະເພດນີ້ຢູ່ໃນຕົວ ແຕ່ສະຫຼຸບມັນບໍ່ໄດ້ທັງໝົດ ແລະ ຄົບຖ້ວນ. ພຶດຕິກຳນີ້ບໍ່ສາມາດຖືວ່າເປັນການກະທຳທີ່ມີເຈດຕະນາຮ້າຍໄດ້ ເພາະວ່າຖ້າການຂ້າໜູເປັນການກະທຳທີ່ມີເຈດຕະນາຮ້າຍ ແລ້ວການກຳຈັດໜູກໍຈະກາຍເປັນສິ່ງທີ່ບໍ່ດີ. ການກຳຈັດໜູເປັນສິ່ງທີ່ດີ; ໜູທຳຮ້າຍຜູ້ຄົນ, ສະນັ້ນ ມັນຈຶ່ງຖືກຕ້ອງທີ່ຈະກຳຈັດພວກມັນ. ແຕ່ມັນບໍ່ມີຄວາມແຕກຕ່າງລະຫວ່າງການກຳຈັດພວກມັນ ແລະ ການກິນພວກມັນບໍ? (ມີ.) ແລ້ວຈະສາມາດສະຫຼຸບພຶດຕິກຳນີ້ໄດ້ແນວໃດ? ພວກເຈົ້າຄິດເຖິງຄຳສັບໃດແດ່ທີ່ກ່ຽວຂ້ອງກັບພຶດຕິກຳແບບນີ້? (ໜ້າລັງກຽດ.) (ລັກສະນະຕ່ຳຕ້ອຍ.) ລັກສະນະຕ່ຳຕ້ອຍ, ຕ່ຳຊ້າ ແລະ ໜ້າລັງກຽດ. ໃນຊີວິດປະຈຳວັນ, ຄຳສັບໃດທີ່ໃຊ້ເພື່ອສະຫຼຸບພຶດຕິກຳທີ່ຕ່ຳຕ້ອຍ ແລະ ການບໍ່ໃສ່ໃຈໜ້າທີ່ວຽກງານຂອງຕົນ? (ຄົນພານ.) ຄຳວ່າ “ຄົນພານ” ສະຫຼຸບພຶດຕິກຳປະເພດນີ້ໄດ້ຢ່າງຖືກຕ້ອງ ແລະ ເລິກເຊິ່ງ. ເປັນຫຍັງມັນຈຶ່ງຖືກນິຍາມວ່າ “ຄົນພານ”? ຖ້າເວົ້າວ່າມັນເປັນການກະທຳທີ່ຕ່ຳຊ້າ, ເຫັນແກ່ຕົວ ຫຼື ໜ້າລັງກຽດ, ນັ້ນກໍເປັນພຽງການສະແດງອອກປະເພດໜຶ່ງທີ່ຖືກເປີດເຜີຍໂດຍຄົນພານ. “ຄວາມເປັນຄົນພານ” ມີຄວາມໝາຍຫຼາຍຢ່າງ, ເຊັ່ນ: ຄວາມຕ່ຳຊ້າ, ຄວາມຊົ່ວຊາມ, ຄວາມໜ້າລັງກຽດ, ຄວາມເຫັນແກ່ຕົວ, ການຜິດສິນທຳ, ການບໍ່ປະພຶດຕົນໃຫ້ເໝາະສົມ, ການບໍ່ເປີດເຜີຍ ຫຼື ຊື່ກົງໃນການກະທໍາຂອງຕົນ ແຕ່ກະທຳແບບຈອບລັກ ແລະ ເຮັດແຕ່ສິ່ງທີ່ບໍ່ເໝາະສົມ. ສິ່ງເຫຼົ່ານີ້ແມ່ນພຶດຕິກຳ ແລະ ການສະແດງອອກຕ່າງໆຂອງຄົນພານ. ຕົວຢ່າງ: ຖ້າຄົນປົກກະຕິຕ້ອງການເຮັດບາງສິ່ງ, ຕາບໃດທີ່ມັນເໝາະສົມ, ພວກເຂົາກໍຈະເຮັດມັນຢ່າງເປີດເຜີຍ ແລະ ຖ້າມັນລະເມີດກົດໝາຍ ພວກເຂົາກໍຈະລົ້ມເລີກ ແລະ ບໍ່ເຮັດມັນ. ຄົນພານບໍ່ຄືກັນ; ພວກເຂົາຈະບັນລຸເປົ້າໝາຍຂອງພວກເຂົາໂດຍບໍ່ເລືອກວິທີການ ແລະ ມີກົນອຸບາຍເພື່ອຕອບໂຕ້ຂໍ້ຈຳກັດຂອງກົດໝາຍ. ພວກເຂົາຫຼີກລ່ຽງກົດໝາຍ ແລະ ສະແຫວງຫາວິທີທາງເພື່ອບັນລຸເປົ້າໝາຍຂອງພວກເຂົາ ໂດຍບໍ່ຄຳນຶງວ່າການກະທຳເຊັ່ນນັ້ນສອດຄ່ອງກັບຈັນຍາບັນ, ສິນທຳ ຫຼື ຄວາມເປັນມະນຸດ ຫຼື ບໍ່ ແລະ ໂດຍບໍ່ຄຳນຶງວ່າແມ່ນຫຍັງແມ່ນຜົນທີ່ຈະຕາມມາ. ພວກເຂົາບໍ່ສົນໃຈສິ່ງໃດສິ່ງໜຶ່ງເຫຼົ່ານີ້ເລີຍ ແລະ ສະແຫວງຫາພຽງແຕ່ການບັນລຸເປົ້າໝາຍຂອງພວກເຂົາໂດຍວິທີໃດກໍຕາມທີ່ເປັນໄປໄດ້. ນີ້ຄື “ຄວາມເປັນຄົນພານ”. ຄົນພານມີຄວາມຊື່ກົງ ຫຼື ສັກສີຢູ່ບໍ? (ບໍ່.) ພວກເຂົາເປັນຄົນສູງສົ່ງ ຫຼື ຕ່ຳຕ້ອຍ? (ຕ່ຳຕ້ອຍ.) ພວກເຂົາຕ່ຳຕ້ອຍໃນດ້ານໃດ? (ການປະພຶດຕົນຂອງພວກເຂົາບໍ່ມີພື້ນຖານທາງສິນທຳ.) ແມ່ນແລ້ວ, ຄົນປະເພດນີ້ບໍ່ມີພື້ນຖານ ຫຼື ຫຼັກການໃນການປະພຶດຕົນຂອງພວກເຂົາ; ພວກເຂົາບໍ່ພິຈາລະນາເຖິງຜົນທີ່ຈະຕາມມາ ແລະ ພຽງແຕ່ເຮັດຕາມອຳເພີໃຈ. ພວກເຂົາບໍ່ສົນໃຈກົດໝາຍ, ບໍ່ສົນໃຈສິນທຳ, ບໍ່ສົນໃຈວ່າຈິດສຳນຶກຂອງພວກເຂົາຈະຍອມຮັບການກະທຳຂອງພວກເຂົາໄດ້ ຫຼື ບໍ່ ຫຼືວ່າ ໃຜຈະປະນາມ, ຕັດສິນ ຫຼື ກ່າວໂທດພວກເຂົາ. ພວກເຂົາບໍ່ໃສ່ໃຈຕໍ່ສິ່ງທັງໝົດນີ້ ແລະ ບໍ່ສົນໃຈ ຕາບໃດທີ່ພວກເຂົາໄດ້ຮັບຜົນປະໂຫຍດ ແລະ ເພີດເພີນກັບຕົນເອງ. ວິທີການເຮັດສິ່ງຕ່າງໆຂອງພວກເຂົາແມ່ນຊົ່ວຊາມ, ຄວາມຄິດຂອງພວກເຂົາກໍໜ້າລັງກຽດ ແລະ ທັງສອງຢ່າງກໍເປັນຕາໜ້າອັບອາຍ. ນີ້ຄືຄວາມໝາຍຂອງການເປັນຄົນພານ. ຄຳວ່າ “ຄົນພານ” ສາມາດຖືກແທນທີ່ດ້ວຍການສະແດງອອກຂອງອຸປະນິໄສຫຼາຍໆຢ່າງເຫຼົ່ານັ້ນທີ່ພວກເຮົາໄດ້ເວົ້າເຖິງກ່ອນໜ້ານີ້ໄດ້ບໍ? ນັ້ນຄົງຈະບໍ່ໄດ້ຜົນແທ້ໆ. ຄຳວ່າ “ຄົນພານ” ແມ່ນຂ້ອນຂ້າງພິເສດ, ແລ້ວຄົນພານແມ່ນຄົນປະເພດພິເສດບໍ? ພວກເຂົາບໍ່ແມ່ນ. ພວກເຈົ້າມີຄວາມເປັນຄົນພານໃນຕົວພວກເຈົ້າບໍ່? (ມີ.) ການສະແດງອອກທີ່ສະເພາະເຈາະຈົງຂອງສິ່ງນີ້ແມ່ນຫຍັງ? (ບາງຄັ້ງຫຼັງຈາກທີ່ຜູ້ຄົນລ້າງໜ້າຂອງພວກເຂົາ, ພວກເຂົາກໍປ່ອຍໃຫ້ມີນ້ຳເປີະເປື້ອນຢູ່ເຕັມໂຕະ ແລະ ບໍ່ເຊັດມັນອອກ. ແລ້ວເມື່ອຜູ້ຄົນກິນເຂົ້າແລ້ວ, ພວກເຂົາກໍບໍ່ທຳຄວາມສະອາດເມັດເຂົ້າ ແລະ ນ້ຳແກງຜັກອອກຈາກໂຕະ. ເມື່ອເສື້ອຜ້າຂອງພວກເຂົາເປື້ອນ, ພວກເຂົາກໍພຽງແຕ່ຖິ້ມພວກມັນໄວ້ຂ້າງໃດຂ້າງໜຶ່ງໂດຍບໍ່ພັບມ້ຽນພວກມັນ. ຂ້ານ້ອຍຄິດວ່າສິ່ງເຫຼົ່ານີ້ກໍເປັນການສະແດງອອກຂອງຄວາມເປັນຄົນພານເຊັ່ນກັນ.) ທີ່ຈິງແລ້ວ, ສິ່ງເຫຼົ່ານີ້ລ້ວນແຕ່ເປັນລາຍລະອຽດນ້ອຍໆຂອງຊີວິດປະຈຳວັນ ແລະ ການບໍ່ຮັກສາຄວາມສະອາດບໍ່ແມ່ນຄວາມເປັນຄົນພານຢ່າງແທ້ຈິງ, ມັນກ່ຽວຂ້ອງກັບການດຳເນີນຊີວິດທີ່ເປັນຄວາມເປັນມະນຸດຂອງຄົນຜູ້ໜຶ່ງ. ຖ້າຄົນຜູ້ໜຶ່ງບໍ່ເຮັດສິ່ງທີ່ເປັນປະໂຫຍດຕໍ່ຄົນອື່ນເມື່ອຢູ່ຮ່ວມກຸ່ມ ແລະ ຖ້າຄົນຜູ້ໜຶ່ງບໍ່ໄດ້ຮັບການລ້ຽງດູມາຢ່າງເໝາະສົມ ຫຼື ບໍ່ມີມາລະຍາດ ແລະ ເຮັດໃຫ້ຄົນອື່ນບໍ່ພໍໃຈ ແລະ ເຮັດໃຫ້ຄົນອື່ນລັງກຽດພວກເຂົາ ແລະ ບໍ່ຮູ້ຈັກປະຕິບັດຕາມກົດລະບຽບ ຫຼື ລະບົບຂອງສະຖານທີ່ໃດກໍຕາມທີ່ພວກເຂົາໄປ ແລະ ຂາດຄວາມຮັບຮູ້ໃນເລື່ອງນີ້, ຄັນຊັ້ນຄວາມເປັນມະນຸດຂອງພວກເຂົາບໍ່ໄດ້ຂາດບາງສິ່ງໄປບໍ? (ແມ່ນແລ້ວ.) ມັນຂາດຫຍັງໄປ? ມັນຂາດເຫດຜົນ. ຄົນແບບນີ້ບໍ່ໄດ້ຂາດສັກສີບໍ? (ແມ່ນແລ້ວ.) ພວກເຂົາບໍ່ມີສັກສີ, ບໍ່ມີຄວາມຊື່ກົງ ແລະ ຖືກລ້ຽງດູມາບໍ່ດີ. ສິ່ງນີ້ກ່ຽວຂ້ອງກັບພື້ນຖານຂອງການປະພຶດຕົນ ແລະ ການດຳເນີນຊີວິດທີ່ເປັນຄວາມເປັນມະນຸດທີ່ປົກກະຕິ. ຖ້າຄົນຜູ້ໜຶ່ງບໍ່ສາມາດບັນລຸແມ່ນແຕ່ມາດຕະຖານເຫຼົ່ານີ້, ແລ້ວພວກເຂົາຈະສາມາດປະຕິບັດຄວາມຈິງໄດ້ແນວໃດ? ພວກເຂົາຈະສາມາດໃຫ້ສະຫງ່າລາສີແກ່ພຣະເຈົ້າໄດ້ແນວໃດ? ພວກເຂົາຈະສາມາດກະທຳຕາມຫຼັກການຄວາມຈິງໄດ້ແນວໃດ? ພວກເຂົາຢູ່ຫ່າງໄກຫຼາຍຈາກການເຮັດສິ່ງໃດສິ່ງໜຶ່ງເຫຼົ່ານີ້. ຄົນປະເພດນີ້ບໍ່ມີຈິດສຳນຶກ ຫຼື ເຫດຜົນ, ມັນງ່າຍທີ່ຈະຈັດການພວກເຂົາບໍ? ມັນງ່າຍທີ່ພວກເຂົາຈະປ່ຽນແປງບໍ? ມັນບໍ່ແມ່ນເລື່ອງງ່າຍຢ່າງແນ່ນອນ. ແລ້ວພວກເຂົາຈະປ່ຽນແປງໄດ້ແນວໃດ? ສິ່ງນີ້ຈະຂຶ້ນກັບທຸກຄົນທີ່ຕິດຕາມກວດກາ, ຫ້າມປາມ ແລະ ຊຸກຍູ້ພວກເຂົາ. ໃນກໍລະນີທີ່ຮ້າຍແຮງ, ທຸກຄົນຕ້ອງລຸກຂຶ້ນເພື່ອຕຳໜິພວກເຂົາ. ເປົ້າໝາຍຂອງການຕຳໜິນີ້ແມ່ນຫຍັງ? ມັນແມ່ນເພື່ອຊ່ວຍເຫຼືອພວກເຂົາ, ເພື່ອຊ່ວຍໃຫ້ພວກເຂົາປະພຶດຕົນຢ່າງເໝາະສົມ ແລະ ເພື່ອຢຸດຢັ້ງພວກເຂົາຈາກການເຮັດສິ່ງທີ່ໜ້າອັບອາຍ ແລະ ບໍ່ສຸພາບ. ສະນັ້ນ, ແທ້ຈິງແລ້ວຄວາມເປັນຄົນພານໝາຍເຖິງຫຍັງ? ອາການ ແລະ ການສະແດງອອກຫຼັກຂອງມັນແມ່ນຫຍັງ? ໃຫ້ເບິ່ງວ່າການສະຫຼຸບຂອງເຮົາຖືກຕ້ອງ ຫຼື ບໍ່. ຄົນພານທຽບເທົ່າກັບຫຍັງ? ພວກເຂົາທຽບເທົ່າກັບສັດປ່າທີ່ບໍ່ໄດ້ຖືກຝຶກ, ຖືກລ້ຽງດູມາບໍ່ດີ ແລະ ການສະແດງອອກຫຼັກຂອງສິ່ງນີ້ແມ່ນຄວາມອວດດີ, ຄວາມປ່າເຖື່ອນ, ການຂາດການຢັບຢັ້ງໃຈ, ການກະທຳທີ່ບໍ່ຄິດໜ້າຄິດຫຼັງ, ການບໍ່ຍອມຮັບຄວາມຈິງແມ່ນແຕ່ໜ້ອຍດຽວ, ຕະຫຼອດຈົນການເຮັດຕາມອຳເພີໃຈຕົນເອງ, ການບໍ່ຟັງໃຜ ຫຼື ການບໍ່ອະນຸຍາດໃຫ້ໃຜຈັດການພວກເຂົາ, ຄວາມກ້າທີ່ຈະຕໍ່ຕ້ານທຸກຄົນ ແລະ ການບໍ່ໃຫ້ກຽດຄົນອື່ນ. ບອກເຮົາມາເບິ່ງ, ການສະແດງອອກຕ່າງໆຂອງຄວາມເປັນຄົນພານນັ້ນຮ້າຍແຮງບໍ? (ຮ້າຍແຮງ.) ຢ່າງໜ້ອຍທີ່ສຸດ, ອຸປະນິໄສຂອງຄວາມອວດດີ, ການຂາດເຫດຜົນ ແລະ ການກະທຳທີ່ບໍ່ຄິດໜ້າຄິດຫຼັງນີ້ກໍຮ້າຍແຮງຫຼາຍ. ເຖິງແມ່ນວ່າຄົນແບບນີ້ຈະເບິ່ງຄືວ່າບໍ່ໄດ້ເຮັດສິ່ງທີ່ຕັດສິນ ຫຼື ຕໍ່ຕ້ານພຣະເຈົ້າ, ຍ້ອນອຸປະນິໄສທີ່ອວດດີຂອງພວກເຂົາ, ມັນກໍເປັນໄປໄດ້ສູງທີ່ພວກເຂົາຈະເຮັດຄວາມຊົ່ວ ແລະ ຕໍ່ຕ້ານພຣະອົງ. ການກະທຳ ຂອງພວກເຂົາທັງໝົດແມ່ນການເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ເມື່ອບຸກຄົນໃດໜຶ່ງກາຍເປັນຄົນພານເຖິງຈຸດໃດໜຶ່ງ, ພວກເຂົາກໍຈະກາຍເປັນໂຈນ ແລະ ມານຮ້າຍ ແລະ ໂຈນ ແລະ ມານຮ້າຍຈະບໍ່ມີວັນຍອມຮັບຄວາມຈິງ, ພວກເຂົາມີແຕ່ຈະຖືກທຳລາຍເທົ່ານັ້ນ.
ການເວົ້າກ່ຽວກັບເລື່ອງນີ້ມີຄຸນຄ່າບໍ? (ມີ.) ເຖິງແມ່ນວ່າເລື່ອງນີ້ຈະບໍ່ໄດ້ກ່າວເຖິງທຳມະຊາດ-ແກ່ນແທ້ ຫຼື ອຸປະນິໄສຂອງມະນຸດ ແຕ່ມັນກໍກ່ຽວຂ້ອງກັບພຶດຕິກຳຂອງມະນຸດ, ເຊິ່ງກໍບໍ່ໄດ້ແຕກຕ່າງ ຫຼື ຫ່າງໄກຈາກແກ່ນແທ້ຂອງມະນຸດຫຼາຍ. ເລື່ອງນີ້ຄວນຈະຖືກເອີ້ນວ່າແນວໃດ? ເຮົາມາຕັ້ງຊື່ໃຫ້ມັນມີລັກສະນະເປັນຄຳອຸປະມາ ແລະ ບໍ່ໃຫ້ມັນກົງໄປກົງມາເກີນໄປ. (ການລ່າໜູ.) “ການລ່າໜູ” ເປັນຊື່ທີ່ດີພໍສົມຄວນ. ຄົນຜູ້ໜຶ່ງຈັບໜູໄດ້ດ້ວຍວິທີທີ່ “ຖືກຕ້ອງຕາມກົດໝາຍທຸກປະການ” ແລະ ເວົ້າວ່າ: “ຂ້ອຍຈະເຮັດແນວໃດໄດ້? ມັນແລ່ນເຂົ້າມາໃນນີ້ ແລະ ຂ້ອຍກໍອີຕົນມັນ. ອີກຢ່າງ, ມັນກໍບາດເຈັບ. ຖ້າມັນແລ່ນກັບອອກໄປ, ມັນກໍຈະຕາຍ ແລະ ສັດອື່ນໆກໍຈະກິນມັນຢູ່ດີ, ສະນັ້ນ ເປັນຫຍັງຂ້ອຍຈຶ່ງບໍ່ກິນມັນເອງ? ແບບນັ້ນມັນຈະບໍ່ຖືກຕ້ອງຕາມກົດໝາຍທຸກປະການບໍ?” ເພື່ອທີ່ຈະໄດ້ກິນໜູໂຕນັ້ນ, ລາວກໍສ້າງຂໍ້ອ້າງ ແລະ ຫາເຫດຜົນຕ່າງໆນາໆ, ແລ້ວກໍກິນມັນຢ່າງສະບາຍໃຈ. ນີ້ຄືຄວາມເປັນຄົນພານ. ມັນບໍ່ແມ່ນວ່າຄົນໃນອາເມລິກາຈະບໍ່ສາມາດກິນຊີ້ນໄດ້, ສະນັ້ນ ມັນຈຶ່ງບໍ່ຄຸ້ມຄ່າທີ່ຈະຜ່ານຜ່າຄວາມຫຍຸ້ງຍາກ ແລະ ໃຊ້ຄວາມພະຍາຍາມທັງໝົດນັ້ນເພື່ອເຮັດສິ່ງແບບນີ້. ນີ້ຄືສິ່ງທີ່ຄົນພານເຮັດ. ຄົນປົກກະຕິເຮັດສິ່ງແບບນີ້ບໍ? ຄົນທີ່ມີຄວາມເປັນມະນຸດ ແລະ ຄວາມຊື່ກົງເຮັດສິ່ງແບບນີ້ບໍ? (ບໍ່.) ເປັນຫຍັງພວກເຂົາຈຶ່ງບໍ່ເຮັດ? ສິ່ງນີ້ກ່ຽວຂ້ອງກັບຄວາມຊື່ກົງ. ຜູ້ທີ່ເປັນໂຈນໂດຍສັນດານນັ້ນ ມັກຈະລັກເລັກຂະໂມຍນ້ອຍ ແລະ ເຮັດສິ່ງທີ່ໜ້າອັບອາຍຢູ່ສະເໝີ. ພວກເຂົາຂາດເຂີນບາງສິ່ງຢູ່ເຮືອນບໍ? ບໍ່ຈຳເປັນ. ເນື່ອງຈາກພວກເຂົາເປັນຄົນພານ, ພວກເຂົາຈຶ່ງຕ້ອງລັກ, ອາໄສການລັກເພື່ອຕອບສະໜອງຄວາມມັກສ່ວນຕົວ ແລະ ອຸປະນິໄສທີ່ໂລບມາກບໍ່ມີທີ່ສິ້ນສຸດຂອງພວກເຂົາ. ການເຮັດສິ່ງເຫຼົ່ານີ້ເຮັດໃຫ້ພວກເຂົາສະບາຍໃຈ. ຖ້າພວກເຂົາບໍ່ໄດ້ເຮັດສິ່ງແບບນີ້, ພວກເຂົາກໍຈະຮູ້ສຶກເສົ້າໃຈ. ນີ້ຄືຄວາມເປັນຄົນພານ. ບັດນີ້, ເຮົາຈະຈົບເລື່ອງນີ້ໄວ້ ແລະ ກ້າວເຂົ້າສູ່ຫົວຂໍ້ຫຼັກ.
ກ່ອນທີ່ເຮົາຈະເວົ້າກ່ຽວກັບຫົວຂໍ້ຫຼັກ, ກ່ອນອື່ນ ໃຫ້ເຮົາມາໄຕ່ຕອງກ່ຽວກັບເນື້ອໃນຂອງການໂອ້ລົມຄັ້ງທີ່ຜ່ານມາຂອງພວກເຮົາ. ໜ້າທີ່ທີ່ຜູ້ຄົນທີ່ພຣະເຈົ້າເລືອກປະຕິບັດນັ້ນ ສາມາດແບ່ງອອກເປັນຫົກໝວດໃຫຍ່. ພວກເຮົາໄດ້ໂອ້ລົມກ່ຽວກັບໝວດທີໜຶ່ງຈົບແລ້ວ, ເຊິ່ງແມ່ນຜູ້ຄົນທີ່ປະຕິບັດໜ້າທີ່ປະກາດຂ່າວປະເສີດ. ໝວດທີສອງແມ່ນຜູ້ທີ່ປະຕິບັດໜ້າທີ່ຂອງຜູ້ນໍາ ແລະ ຜູ້ເຮັດວຽກໃນຄຣິສຕະຈັກໃນລະດັບຕ່າງໆ. ສະມາຊິກຂອງໝວດນີ້ໂດຍພື້ນຖານແລ້ວສາມາດແບ່ງອອກເປັນສອງປະເພດຫຼັກ ແລະ ຄັ້ງທີ່ຜ່ານມາພວກເຮົາໄດ້ເວົ້າກ່ຽວກັບໜຶ່ງໃນປະເພດເຫຼົ່ານີ້, ຄື ພວກຕໍ່ຕ້ານພຣະຄຣິດ. ພວກຕໍ່ຕ້ານພຣະຄຣິດເຮັດວຽກແນວໃດ, ພວກເຂົາມີການສະແດງອອກອັນໃດ ແລະ ສິ່ງໃດທີ່ພວກເຂົາເຮັດທີ່ສາມາດກຳນົດລັກສະນະຂອງພວກເຂົາວ່າເປັນພວກຕໍ່ຕ້ານພຣະຄຣິດ, ພວກເຮົາໄດ້ຈັດປະເພດການສະແດງອອກ ແລະ ອຸປະນິໄສເຫຼົ່ານີ້ຂອງພວກຕໍ່ຕ້ານພຣະຄຣິດ. ມີຂໍ້ສະເພາະເຈາະຈົງອັນໃດແດ່? (ຂໍ້ທີໜຶ່ງ: ພວກເຂົາພະຍາຍາມຊະນະໃຈຂອງຜູ້ຄົນ; ຂໍ້ທີສອງ: ພວກເຂົາໂຈມຕີ ແລະ ກີດກັນຜູ້ທີ່ບໍ່ເຫັນດີ; ຂໍ້ທີສາມ: ພວກເຂົາກີດກັນ ແລະ ໂຈມຕີຜູ້ທີ່ສະແຫວງຫາຄວາມຈິງ; ຂໍ້ທີສີ່: ພວກເຂົາເຊີດຊູ ແລະ ເປັນພະຍານກ່ຽວກັບພວກເຂົາເອງ; ຂໍ້ທີຫ້າ: ພວກເຂົານໍາພາຢ່າງຜິດໆ, ຊັກຈູງ, ຂົ່ມຂູ່ ແລະ ຄວບຄຸມຜູ້ຄົນ.) ຄັ້ງທີ່ຜ່ານມາ, ໄດ້ສະຫຼຸບຫ້າຂໍ້ ແລະ ພວກເຈົ້າກໍໄດ້ບັນທຶກໄວ້ທັງໝົດແລ້ວ. ບັດນີ້ ໃຫ້ບັນທຶກຂໍ້ຕໍ່ໄປ. ຂໍ້ທີຫົກ: ພວກເຂົາປະພຶດຕົນໃນທາງທີ່ເລ່ຫຼ່ຽມ, ພວກເຂົາໃຊ້ອຳເພີໃຈ ແລະ ເຜັດການ, ພວກເຂົາບໍ່ເຄີຍໂອ້ລົມກັບຄົນອື່ນ ແລະ ພວກເຂົາບັງຄັບໃຫ້ຄົນອື່ນເຊື່ອຟັງພວກເຂົາ; ຂໍ້ທີເຈັດ: ພວກເຂົາຊົ່ວຮ້າຍ, ເລິກແລບ ແລະ ເລ່ຫຼ່ຽມ; ຂໍ້ທີແປດ: ພວກເຂົາຈະໃຫ້ຄົນອື່ນຍອມອ່ອນນ້ອມຕໍ່ພວກເຂົາເທົ່ານັ້ນ, ບໍ່ແມ່ນຕໍ່ຄວາມຈິງ ຫຼື ພຣະເຈົ້າ; ຂໍ້ທີເກົ້າ: ພວກເຂົາເຮັດໜ້າທີ່ຂອງພວກເຂົາພຽງເພື່ອເຮັດໃຫ້ຕົນເອງໂດດເດັ່ນ ແລະ ຕອບສະໜອງຜົນປະໂຫຍດ ແລະ ຄວາມທະເຍີທະຍານຂອງຕົນເອງ; ພວກເຂົາບໍ່ເຄີຍຄຳນຶງເຖິງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ພວກເຂົາແມ່ນແຕ່ທໍລະຍົດຕໍ່ຜົນປະໂຫຍດເຫຼົ່ານັ້ນ, ໂດຍແລກປ່ຽນມັນກັບກຽດສັກສີສ່ວນຕົວ; ຂໍ້ທີສິບ: ພວກເຂົາດູຖູກຄວາມຈິງ, ລະເມີດຫຼັກການຢ່າງເປີດແປນ ແລະ ເມີນເສີຍຕໍ່ການຈັດແຈງຂອງເຮືອນຂອງພຣະເຈົ້າ; ຂໍ້ທີສິບເອັດ: ພວກເຂົາບໍ່ຍອມຮັບການຖືກລິຮານ, ທັງບໍ່ມີທ່າທີກັບໃຈເມື່ອພວກເຂົາກະທຳຜິດໃດໆ, ແຕ່ກົງກັນຂ້າມເຜີຍແຜ່ແນວຄິດ ແລະ ຕັດສິນພຣະເຈົ້າຢ່າງເປີດເຜີຍ; ຂໍ້ທີສິບສອງ: ພວກເຂົາຕ້ອງການຖອນຕົວເມື່ອພວກເຂົາບໍ່ມີສະຖານະ ຫຼື ບໍ່ມີຄວາມຫວັງທີ່ຈະໄດ້ຮັບພຣະພອນ; ຂໍ້ທີສິບສາມ: ພວກເຂົາຄວບຄຸມການເງິນຂອງຄຣິສຕະຈັກ ເຊັ່ນດຽວກັນກັບການຄວບຄຸມຈິດໃຈຂອງຜູ້ຄົນ; ຂໍ້ທີສິບສີ່: ພວກເຂົາປະຕິບັດຕໍ່ເຮືອນຂອງພຣະເຈົ້າຄືກັບອານາເຂດສ່ວນຕົວຂອງຕົນເອງ; ຂໍ້ທີສິບຫ້າ: ພວກເຂົາບໍ່ເຊື່ອໃນການມີຢູ່ຂອງພຣະເຈົ້າ ແລະ ພວກເຂົາປະຕິເສດແກ່ນແທ້ຂອງພຣະຄຣິດ. ມີທັງໝົດ 15 ຂໍ້ ແລະ ທັງໝົດລ້ວນແຕ່ໄຈ້ແຍກ ແລະ ເປີດໂປງການສະແດງອອກຕ່າງໆຂອງພວກຕໍ່ຕ້ານພຣະຄຣິດ. 15 ຂໍ້ນີ້ໂດຍພື້ນຖານແລ້ວແມ່ນສະຫຼຸບພຶດຕິກຳ, ການສະແດງອອກ ແລະ ອຸປະນິໄສປະເພດຕ່າງໆທີ່ພວກຕໍ່ຕ້ານພຣະຄຣິດມີ. ບາງຂໍ້ເບິ່ງຄືວ່າເປັນພຶດຕິກຳພາຍນອກ, ແຕ່ເບື້ອງຫຼັງພຶດຕິກຳເຫຼົ່ານີ້ແມ່ນອຸປະນິໄສ-ແກ່ນແທ້ທີ່ຢູ່ເບື້ອງເລິກຂອງພວກຕໍ່ຕ້ານພຣະຄຣິດ. ໃນແງ່ຂອງຄວາມໝາຍຕາມຕົວອັກສອນ, 15 ຂໍ້ນີ້ບໍ່ແມ່ນເຂົ້າໃຈງ່າຍບໍ? ຂໍ້ຄວາມທັງໝົດຖືກຂຽນດ້ວຍພາສາທຳມະດາ ແລະ ໃນດ້ານໜຶ່ງ, ມັນກໍເຂົ້າໃຈງ່າຍ, ໃນຂະນະທີ່ນອກຈາກນັ້ນ, ສິ່ງທີ່ແຕ່ລະຂໍ້ສະຫຼຸບກໍກ່ຽວຂ້ອງກັບການສະແດງອອກ, ການເປີດເຜີຍ ແລະ ແກ່ນແທ້ຂອງມະນຸດ. ທຸກຂໍ້ແມ່ນອຸປະນິໄສປະເພດໜຶ່ງ; ມັນບໍ່ແມ່ນພຶດຕິກຳ ຫຼື ຄວາມຄິດທີ່ເກີດຂຶ້ນຊົ່ວຄາວ. ອຸປະນິໄສແມ່ນຫຍັງ? ຄົນເຮົາຈະອະທິບາຍໄດ້ແນວໃດວ່າອຸປະນິໄສແມ່ນຫຍັງ? ອຸປະນິໄສແມ່ນເມື່ອ, ບໍ່ວ່າຄົນຜູ້ໜຶ່ງຈະໄປໃສກໍຕາມ, ຄວາມຄິດ, ແນວຄິດ, ຫຼັກການໃນການເຮັດສິ່ງຕ່າງໆ, ວິທີການດຳເນີນງານ ແລະ ເປົ້າໝາຍທີ່ພວກເຂົາກຳລັງສະແຫວງຫານັ້ນ ບໍ່ປ່ຽນແປງໄປພ້ອມກັບການປ່ຽນແປງຂອງເວລາ ແລະ ສະຖານທີ່ທາງພູມສາດ. ຖ້າວິທີການເຮັດສິ່ງຕ່າງໆຂອງຄົນຜູ້ໜຶ່ງຫາຍໄປທັນທີທີ່ສະພາບແວດລ້ອມຂອງພວກເຂົາປ່ຽນແປງ, ນີ້ບໍ່ແມ່ນການເປີດເຜີຍຂອງອຸປະນິໄສທີ່ເສື່ອມຊາມ, ແຕ່ເປັນພຶດຕິກຳທີ່ເກີດຂຶ້ນຊົ່ວຄາວ. ອຸປະນິໄສທີ່ແທ້ຈິງໝາຍເຖິງຫຍັງ? (ມັນສາມາດຄອບງຳຄົນຜູ້ໜຶ່ງໄດ້ທຸກເວລາ ແລະ ທຸກສະຖານທີ່.) ແມ່ນແລ້ວ, ມັນສາມາດຄອບງຳຄຳເວົ້າ ແລະ ການກະທຳຂອງຄົນຜູ້ໜຶ່ງໄດ້ໂດຍບໍ່ຄຳນຶງເຖິງເວລາ ແລະ ສະຖານທີ່, ໂດຍບໍ່ມີຂໍ້ຈຳກັດ ຫຼື ອິດທິພົນຕາມເງື່ອນໄຂ; ນັ້ນຄືແກ່ນແທ້. ແກ່ນແທ້ແມ່ນສິ່ງທີ່ຄົນຜູ້ໜຶ່ງເພິ່ງພາເພື່ອຄວາມຢູ່ລອດ; ມັນຈະບໍ່ປ່ຽນແປງຂຶ້ນກັບການປ່ຽນແປງຂອງເວລາ, ສະຖານທີ່ ຫຼື ປັດໄຈພາຍນອກອື່ນໆ. ນີ້ຄືແກ່ນແທ້ຂອງຄົນຜູ້ໜຶ່ງ. ບາງຄົນເວົ້າວ່າ: “ຂ້ານ້ອຍມີການສະແດງອອກທັງ 15 ຢ່າງນີ້ຂອງພວກຕໍ່ຕ້ານພຣະຄຣິດທີ່ພຣະອົງໄດ້ສະຫຼຸບໄວ້ບໍ່ຫຼາຍກໍໜ້ອຍ, ແຕ່ຂ້ານ້ອຍບໍ່ໄດ້ສະແຫວງຫາສະຖານະ ແລະ ຂ້ານ້ອຍກໍບໍ່ໄດ້ເກີດມາມີຄວາມທະເຍີທະຍານໃດໆ. ນອກຈາກນີ້, ຕອນນີ້ຂ້ານ້ອຍກໍບໍ່ໄດ້ແບກຮັບຄວາມຮັບຜິດຊອບໃດໆ. ຂ້ານ້ອຍບໍ່ແມ່ນຜູ້ນໍາ ຫຼື ຜູ້ເຮັດວຽກ ແລະ ຂ້ານ້ອຍກໍບໍ່ມັກເປັນຈຸດສົນໃຈ, ສະນັ້ນ ທຳມະຊາດ-ແກ່ນແທ້ຂອງພວກຕໍ່ຕ້ານພຣະຄຣິດບໍ່ກ່ຽວຂ້ອງກັບຂ້ານ້ອຍບໍ? ຖ້າມັນບໍ່ກ່ຽວຂ້ອງ, ແລ້ວມັນບໍ່ແມ່ນຄວາມຈິງບໍທີ່ວ່າຂ້ານ້ອຍບໍ່ຈຳເປັນຕ້ອງຟັງການໂອ້ລົມເຫຼົ່ານີ້ ຫຼື ຍົກຕົວເອງຂຶ້ນມາປຽບທຽບກັບສິ່ງເຫຼົ່ານີ້?” ມັນເປັນແບບນັ້ນບໍ? (ບໍ່.) ແລ້ວຄົນເຮົາຄວນປະຕິບັດຕໍ່ການສະແດງອອກເຫຼົ່ານີ້ຂອງພວກຕໍ່ຕ້ານພຣະຄຣິດແນວໃດ? ຄົນເຮົາຄວນປະຕິບັດຕໍ່ຄວາມຈິງທີ່ຖືກໂອ້ລົມກ່ຽວກັບການສະແດງອອກເຫຼົ່ານີ້ແນວໃດ? ຄົນເຮົາຕ້ອງເຂົ້າໃຈຄວາມຈິງ ແລະ ຮູ້ຈັກຕົນເອງພາຍໃນການໂອ້ລົມເຫຼົ່ານີ້, ຈາກນັ້ນກໍຊອກຫາເສັ້ນທາງທີ່ຖືກຕ້ອງ ແລະ ມີຫຼັກການໃນການປະຕິບັດໜ້າທີ່ ແລະ ການຮັບໃຊ້ພຣະເຈົ້າຂອງພວກເຂົາ. ດ້ວຍວິທີນີ້ເທົ່ານັ້ນທີ່ພວກເຂົາຈະສາມາດຫຼຸດພົ້ນຈາກເສັ້ນທາງຂອງພວກຕໍ່ຕ້ານພຣະຄຣິດ ແລະ ເລີ່ມເດີນເທິງເສັ້ນທາງແຫ່ງການຖືກເຮັດໃຫ້ສົມບູນ. ຖ້າພວກເຈົ້າສາມາດເຊື່ອມໂຍງການສະແດງອອກເຫຼົ່ານີ້ຂອງພວກຕໍ່ຕ້ານພຣະຄຣິດເຂົ້າກັບຕົນເອງໄດ້, ແລ້ວສິ່ງນີ້ກໍຈະເປັນຄຳເຕືອນ, ເປັນສິ່ງເຕືອນໃຈ, ເປັນການເປີດໂປງ ແລະ ເປັນການພິພາກສາສຳລັບພວກເຈົ້າ. ຖ້າພວກເຈົ້າບໍ່ສາມາດເຊື່ອມໂຍງພວກມັນເຂົ້າກັບຕົນເອງໄດ້, ແຕ່ພວກເຈົ້າສາມາດຮູ້ສຶກໄດ້ວ່າພວກເຈົ້າກໍມີສະພາວະທີ່ຄ້າຍຄືກັນ, ແລ້ວພວກເຈົ້າກໍຄວນພະຍາຍາມໄຕ່ຕອງ ແລະ ຮູ້ຈັກຕົນເອງໃຫ້ຫຼາຍຂຶ້ນ ແລະ ສະແຫວງຫາຄວາມຈິງເພື່ອແກ້ໄຂສະພາວະເຫຼົ່ານັ້ນ. ດ້ວຍວິທີນີ້, ພວກເຈົ້າກໍຈະສາມາດຄ່ອຍໆປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຈົ້າ ແລະ ຫຼີກລ້ຽງການເດີນຕາມເສັ້ນທາງຂອງພວກຕໍ່ຕ້ານພຣະຄຣິດໄດ້.
ການໄຈ້ແຍກວິທີທີ່ຜູ້ຕໍ່ຕ້ານພຣະຄຣິສຍົກຍ້ອງ ແລະ ເປັນພະຍານກ່ຽວກັບຕົນເອງ
ການໂອ້ລົມໃນມື້ນີ້ແມ່ນກ່ຽວກັບຂໍ້ທີສີ່ຂອງການສະແດງອອກຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສ: ການຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງ. ການຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງ, ການໂອ້ອວດຕົນເອງ, ການພະຍາຍາມເຮັດໃຫ້ຜູ້ຄົນຕີລາຄາພວກເຂົາສູງ ແລະ ເຄົາລົບບູຊາພວກເຂົາ, ມະນຸດຊາດທີ່ເສື່ອມຊາມລ້ວນແຕ່ສາມາດເຮັດສິ່ງເຫຼົ່ານີ້ໄດ້. ນີ້ຄືວິທີທີ່ຜູ້ຄົນມີປະຕິກິລິຍາຕອບສະໜອງຕາມສັນຊາດຕະຍານ ເມື່ອພວກເຂົາຖືກທຳມະຊາດແບບຊາຕານຂອງພວກເຂົາຄວບຄຸມ ແລະ ມັນເປັນເລື່ອງທຳມະດາສຳລັບມະນຸດຊາດທີ່ເສື່ອມຊາມທຸກຄົນ. ໂດຍປົກກະຕິແລ້ວ ຜູ້ຄົນຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງແນວໃດ? ພວກເຂົາບັນລຸເປົ້າໝາຍໃນການເຮັດໃຫ້ຄົນອື່ນຕີລາຄາພວກເຂົາສູງ ແລະ ເຄົາລົບບູຊາພວກເຂົາໄດ້ແນວໃດ? ພວກເຂົາເປັນພະຍານເຖິງການທີ່ພວກເຂົາໄດ້ເຮັດວຽກງານຫຼາຍສໍ່າໃດ, ພວກເຂົາໄດ້ທົນທຸກຫຼາຍສໍ່າໃດ, ພວກເຂົາໄດ້ສະລະຕົນຫຼາຍສໍ່າໃດ ແລະ ພວກເຂົາໄດ້ຈ່າຍລາຄາໄປຫຼາຍສໍ່າໃດ. ພວກເຂົາຍົກຍ້ອງຕົນເອງໂດຍການເວົ້າກ່ຽວກັບຜົນງານຂອງພວກເຂົາ ເພື່ອໃຫ້ໄດ້ຮັບຕຳແໜ່ງທີ່ສູງຂຶ້ນ, ໜັກແໜ້ນຂຶ້ນ ແລະ ໝັ້ນຄົງຂຶ້ນໃນໃຈຂອງຄົນອື່ນ ແລະ ດ້ວຍເຫດນັ້ນຈຶ່ງເຮັດໃຫ້ຜູ້ຄົນຈຳນວນຫຼາຍຂຶ້ນຊື່ນຊົມ, ຕີລາຄາພວກເຂົາສູງ, ອິດສາ ແລະ ເຖິງກັບເຄົາລົບບູຊາ, ເຄົາລົບນັບຖື ແລະ ຕິດຕາມພວກເຂົາ. ເພື່ອບັນລຸເປົ້າໝາຍນີ້, ຜູ້ຄົນເຮັດຫຼາຍສິ່ງຫຼາຍຢ່າງທີ່ເປັນພະຍານໃຫ້ພຣະເຈົ້າຢູ່ພາຍນອກ ແຕ່ໂດຍແກ່ນແທ້ແລ້ວແມ່ນການຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງ. ພວກເຂົາມີຄວາມສຳນຶກໃນການກະທຳແບບນີ້ບໍ? ພວກເຂົາຢູ່ເໜືອຂອບເຂດຂອງຄວາມມີເຫດຜົນ ແລະ ບໍ່ມີຄວາມລະອາຍ. ພວກເຂົາເປັນພະຍານຢ່າງບໍ່ຮູ້ຈັກຢາງອາຍເຖິງສິ່ງທີ່ພວກເຂົາໄດ້ເຮັດເພື່ອພຣະເຈົ້າ ແລະ ພວກເຂົາໄດ້ທົນທຸກເພື່ອພຣະອົງຫຼາຍສໍ່າໃດ. ພວກເຂົາເຖິງກັບໂອ້ອວດພອນສະຫວັນ, ຄວາມສາມາດພິເສດ, ປະສົບການ, ທັກສະພິເສດຂອງພວກເຂົາ, ເຕັກນິກທີ່ສະຫຼາດຂອງພວກເຂົາສຳລັບການກະທຳທາງໂລກ, ວິທີການທີ່ພວກເຂົາໃຊ້ເພື່ອປັ່ນຫົວຜູ້ຄົນ ແລະ ອື່ນໆ. ໜຶ່ງໃນວິທີການຂອງພວກເຂົາສຳລັບການຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງກໍຄືການໂອ້ອວດຕົນເອງ ແລະ ດູຖູກຄົນອື່ນ. ພວກເຂົາຍັງປິດບັງ ແລະ ສ້າງພາບລັກໃຫ້ຕົນເອງ, ເຊື່ອງຄວາມອ່ອນແອ, ຂໍ້ບົກພ່ອງ ແລະ ຄວາມຂາດຕົກບົກພ່ອງຂອງພວກເຂົາຈາກຜູ້ຄົນ ແລະ ສະແດງໃຫ້ຜູ້ຄົນເຫັນພຽງແຕ່ດ້ານທີ່ໂດດເດັ່ນຂອງພວກເຂົາເທົ່ານັ້ນ. ພວກເຂົາເຖິງກັບບໍ່ກ້າບອກຄົນອື່ນເມື່ອພວກເຂົາຮູ້ສຶກເປັນລົບ ແລະ ຂາດຄວາມກ້າຫານທີ່ຈະເປີດໃຈ ແລະ ໂອ້ລົມກັບຄົນອື່ນ. ເມື່ອພວກເຂົາເຮັດບາງສິ່ງບາງຢ່າງຜິດພາດ, ພວກເຂົາກໍເຮັດສຸດຄວາມສາມາດເພື່ອປິດບັງ ແລະ ປົກປິດມັນໄວ້. ພວກເຂົາບໍ່ເຄີຍກ່າວເຖິງຄວາມເສຍຫາຍທີ່ພວກເຂົາໄດ້ກໍ່ໃຫ້ເກີດກັບວຽກງານຂອງຄຣິສຕະຈັກໃນລະຫວ່າງການປະຕິບັດໜ້າທີ່ຂອງພວກເຂົາເລີຍ. ເຖິງຢ່າງໃດກໍຕາມ, ເມື່ອພວກເຂົາໄດ້ສ້າງຜົນງານເລັກນ້ອຍ ຫຼື ບັນລຸຄວາມສຳເລັດເລັກນ້ອຍ, ພວກເຂົາກໍຟ້າວໂອ້ອວດມັນ. ພວກເຂົາປາຖະໜາຢ່າງຍິ່ງທີ່ຈະໃຫ້ຄົນທັງໂລກຮູ້ວ່າພວກເຂົາມີຄວາມສາມາດສໍ່າໃດ, ຂີດຄວາມສາມາດຂອງພວກເຂົາສູງສໍ່າໃດ, ພວກເຂົາພິເສດສໍ່າໃດ ແລະ ພວກເຂົາດີກວ່າຄົນປົກກະຕິຫຼາຍສໍ່າໃດ. ສິ່ງເຫຼົ່ານີ້ບໍ່ແມ່ນວິທີການຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງບໍ? ການຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງແມ່ນສິ່ງທີ່ຄົນທີ່ມີສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກເຮັດບໍ? ມັນບໍ່ແມ່ນ. ແລ້ວເມື່ອຜູ້ຄົນເຮັດສິ່ງນີ້ ໂດຍປົກກະຕິແລ້ວອຸປະນິໄສໃດທີ່ຖືກເປີດເຜີຍອອກມາ? ຄວາມອວດດີ. ນີ້ຄືໜຶ່ງໃນອຸປະນິໄສຫຼັກທີ່ຖືກເປີດເຜີຍອອກມາ, ຕາມມາດ້ວຍຄວາມເລ່ລ່ຽມ ເຊິ່ງກ່ຽວຂ້ອງກັບການເຮັດທຸກສິ່ງທຸກຢ່າງທີ່ເປັນໄປໄດ້ເພື່ອເຮັດໃຫ້ຄົນອື່ນຕີລາຄາພວກເຂົາສູງ. ຄຳເວົ້າຂອງພວກເຂົາແມ່ນຮັດກຸມຢ່າງສິ້ນເຊີງ ແລະ ມີແຮງຈູງໃຈ ແລະ ແຜນການຢ່າງຊັດເຈນ, ພວກເຂົາກຳລັງໂອ້ອວດຕົນເອງ ແຕ່ພວກເຂົາກໍຍັງຕ້ອງການປິດບັງຂໍ້ເທັດຈິງນີ້ໄວ້. ຜົນໄດ້ຮັບຈາກສິ່ງທີ່ພວກເຂົາເວົ້າກໍຄື ຜູ້ຄົນຖືກເຮັດໃຫ້ຮູ້ສຶກວ່າພວກເຂົາດີກວ່າຄົນອື່ນ, ບໍ່ມີໃຜທຽບເທົ່າພວກເຂົາ, ທຸກຄົນດ້ອຍກວ່າພວກເຂົາ. ແລ້ວຜົນໄດ້ຮັບນີ້ບໍ່ໄດ້ບັນລຸຜ່ານວິທີການທີ່ບໍ່ຊື່ກົງບໍ? ອຸປະນິໄສໃດທີ່ຢູ່ເບື້ອງຫຼັງວິທີການດັ່ງກ່າວ? ແລ້ວມັນມີອົງປະກອບໃດໆຂອງຄວາມຊົ່ວຊ້າບໍ? (ມີ.) ນີ້ຄືອຸປະນິໄສທີ່ຊົ່ວຊ້າປະເພດໜຶ່ງ. ສາມາດເຫັນໄດ້ວ່າວິທີການເຫຼົ່ານີ້ທີ່ພວກເຂົາໃຊ້ແມ່ນຖືກຊີ້ນໍາໂດຍອຸປະນິໄສທີ່ເລ່ລ່ຽມ. ແລ້ວເປັນຫຍັງເຮົາຈຶ່ງເວົ້າວ່າມັນຊົ່ວຊ້າ? ສິ່ງນີ້ມີຄວາມກ່ຽວຂ້ອງແນວໃດກັບຄວາມຊົ່ວຊ້າ? ພວກເຈົ້າຄິດແນວໃດ: ພວກເຂົາສາມາດເປີດເຜີຍກ່ຽວກັບເປົ້າໝາຍຂອງພວກເຂົາໃນການຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງໄດ້ບໍ? ພວກເຂົາບໍ່ສາມາດເຮັດໄດ້. ແຕ່ມັນມີຄວາມປາຖະໜາຢູ່ໃນສ່ວນເລິກຂອງຫົວໃຈຂອງພວກເຂົາຢູ່ສະເໝີ ແລະ ສິ່ງທີ່ພວກເຂົາເວົ້າ ແລະ ເຮັດກໍແມ່ນເພື່ອສະໜັບສະໜູນຄວາມປາຖະໜານັ້ນ ແລະ ເປົ້າໝາຍ ແລະ ແຮງຈູງໃຈຂອງສິ່ງທີ່ພວກເຂົາເວົ້າ ແລະ ເຮັດກໍຖືກປິດບັງໄວ້ເປັນຄວາມລັບຫຼາຍ. ຕົວຢ່າງ: ພວກເຂົາຈະໃຊ້ການຫັນເຫຄວາມສົນໃຈ ຫຼື ວິທີການທີ່ບໍ່ໂປ່ງໃສບາງຢ່າງເພື່ອບັນລຸເປົ້າໝາຍເຫຼົ່ານີ້. ຄວາມລັບດັ່ງກ່າວບໍ່ໄດ້ມີທໍາມະຊາດທີ່ຄົດໂກງບໍ? ຄວາມຄົດໂກງດັ່ງກ່າວບໍ່ສາມາດເອີ້ນວ່າຊົ່ວຊ້າໄດ້ບໍ? (ສາມາດ.) ມັນສາມາດເອີ້ນວ່າຊົ່ວຊ້າໄດ້ແທ້ໆ ແລະ ມັນເລິກເຊິ່ງກວ່າຄວາມເລ່ລ່ຽມ. ພວກເຂົາໃຊ້ວິທີການ ຫຼື ວິທີທາງບາງຢ່າງເພື່ອບັນລຸເປົ້າໝາຍຂອງພວກເຂົາ. ອຸປະນິໄສນີ້ຄືຄວາມເລ່ລ່ຽມ. ເຖິງຢ່າງໃດກໍຕາມ, ຄວາມທະເຍີທະຍານ ແລະ ຄວາມປາຖະໜາທີ່ຢູ່ໃນສ່ວນເລິກຂອງຫົວໃຈຂອງພວກເຂົາທີ່ຢາກໃຫ້ຜູ້ຄົນຕິດຕາມ, ເຄົາລົບນັບຖື ແລະ ເຄົາລົບບູຊາພວກເຂົາຢູ່ສະເໝີນັ້ນ ມັກຈະຊີ້ນໍາພວກເຂົາໃຫ້ຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງ ແລະ ເຮັດສິ່ງເຫຼົ່ານີ້ໂດຍບໍ່ເລືອກວິທີການ ແລະ ບໍ່ຮູ້ຈັກຢາງອາຍ. ອຸປະນິໄສນີ້ແມ່ນຫຍັງ? ສິ່ງນີ້ຍົກລະດັບຂຶ້ນສູ່ລະດັບຂອງຄວາມຊົ່ວຊ້າ. ຄວາມຊົ່ວຊ້າແມ່ນຫຼາຍກວ່າພຽງແຕ່ຄວາມໃຈແຄບທຳມະດາ ຫຼື ການມີເລ່ລ່ຽມ ແລະ ການເວົ້າຕົວະ. ຖ້າຄົນໃດຄົນໜຶ່ງສາມາດຍົກລະດັບຈາກຄວາມເສື່ອມຊາມທຳມະດາຂຶ້ນສູ່ລະດັບຂອງຄວາມຊົ່ວຊ້າ, ສິ່ງນີ້ບໍ່ໄດ້ໝາຍຄວາມວ່າພວກເຂົາເສື່ອມຊາມຢ່າງເລິກເຊິ່ງກວ່າບໍ? (ແມ່ນແລ້ວ.) ແລ້ວຈົ່ງອະທິບາຍລະດັບຂອງຄວາມຊົ່ວຊ້າ, ວິທີທີ່ເໝາະສົມໃນການເວົ້າເຖິງມັນແມ່ນຫຍັງ? ເປັນຫຍັງຄົນເຮົາຈຶ່ງຍົກລະດັບຈາກຄວາມເສື່ອມຊາມທຳມະດາໄປສູ່ຄວາມຊົ່ວຊ້າ? ພວກເຈົ້າສາມາດເຫັນເລື່ອງນີ້ຢ່າງຊັດເຈນບໍ? ຄວາມແຕກຕ່າງລະຫວ່າງຄວາມເລ່ລ່ຽມ ແລະ ຄວາມຊົ່ວຊ້າແມ່ນຫຍັງ? ໃນແງ່ຂອງວິທີທີ່ພວກມັນສະແດງອອກ, ຄວາມຊົ່ວຊ້າ ແລະ ຄວາມເລ່ລ່ຽມແມ່ນມີຄວາມກ່ຽວຂ້ອງກັນຢ່າງໃກ້ຊິດ ແຕ່ຄວາມຊົ່ວຊ້າແມ່ນຮ້າຍແຮງກວ່າ, ມັນຄືຄວາມເລ່ລ່ຽມທີ່ຖືກນໍາໄປສູ່ຈຸດສູງສຸດ. ຖ້າຄົນໃດຄົນໜຶ່ງຖືກກ່າວວ່າມີອຸປະນິໄສທີ່ຊົ່ວຊ້າ, ແລ້ວຄົນຜູ້ນີ້ກໍບໍ່ໄດ້ມີເລ່ລ່ຽມແບບທຳມະດາ, ເພາະຄວາມເລ່ລ່ຽມແບບທຳມະດາອາດຈະໝາຍຄວາມວ່າພວກເຂົາເປັນຄົນທີ່ມັກເວົ້າຕົວະຈົນເປັນນິໄສ ຫຼື ບໍ່ຊື່ສັດປານໃດໃນການກະທຳຂອງພວກເຂົາ, ໃນຂະນະທີ່ຄວາມຊົ່ວຊ້າແມ່ນຮ້າຍແຮງກວ່າ ແລະ ຢູ່ໃນລະດັບທີ່ເລິກເຊິ່ງກວ່າຄວາມເລ່ລ່ຽມ. ຄວາມເລ່ລ່ຽມຂອງຄົນທີ່ມີອຸປະນິໄສທີ່ຊົ່ວຊ້າແມ່ນຮ້າຍກາດກວ່າ ແລະ ຮ້າຍແຮງກວ່າຄົນທົ່ວໄປ ແລະ ວິທີການ ແລະ ວິທີທາງໃນການເຮັດສິ່ງຕ່າງໆຂອງພວກເຂົາ ພ້ອມທັງຄວາມເຈົ້າເລ່ທີ່ຢູ່ເບື້ອງຫຼັງການກະທຳຂອງພວກເຂົາ ລ້ວນແລ້ວແຕ່ມີຄວາມສະຫຼາດແກມໂກງ ແລະ ເປັນຄວາມລັບຫຼາຍກວ່າ ແລະ ຄົນສ່ວນໃຫຍ່ບໍ່ສາມາດເບິ່ງທະລຸພວກເຂົາໄດ້. ນີ້ຄືສິ່ງທີ່ຄວາມຊົ່ວຊ້າເປັນ.
ການທີ່ຜູ້ຕໍ່ຕ້ານພຣະຄຣິສຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງນັ້ນແຕກຕ່າງຈາກຄົນທົ່ວໄປທີ່ເຮັດແບບດຽວກັນແນວໃດ? ຄົນທົ່ວໄປມັກຈະໂອ້ອວດ ແລະ ອວດອ້າງເພື່ອເຮັດໃຫ້ຜູ້ຄົນຕີລາຄາພວກເຂົາສູງ ແລະ ກໍຈະມີການສະແດງອອກຂອງອຸປະນິໄສ ແລະ ສະພາວະເຫຼົ່ານີ້ເຊັ່ນກັນ, ແລ້ວການທີ່ຜູ້ຕໍ່ຕ້ານພຣະຄຣິສຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງນັ້ນແຕກຕ່າງຈາກຄົນປົກກະຕິທີ່ເຮັດແບບດຽວກັນແນວໃດ? ຄວາມແຕກຕ່າງຢູ່ບ່ອນໃດ? ເຈົ້າຕ້ອງຊັດເຈນໃນເລື່ອງນີ້, ຢ່າລວມເອົາການສະແດງອອກທັງໝົດຂອງການຍົກຍ້ອງ ຫຼື ການໂອ້ອວດຕົນເອງເປັນບາງຄັ້ງຄາວເຂົ້າໃນໝວດໝູ່ຂອງຜູ້ຕໍ່ຕ້ານພຣະຄຣິສ. ນີ້ບໍ່ແມ່ນຂໍ້ຜິດພາດທາງແນວຄິດບໍ? (ແມ່ນແລ້ວ.) ແລ້ວຈະແຍກແຍະເລື່ອງນີ້ໃຫ້ຊັດເຈນໄດ້ແນວໃດ? ຄວາມແຕກຕ່າງຢູ່ບ່ອນໃດ? ຖ້າເຈົ້າສາມາດກ່າວເລື່ອງນີ້ໄດ້ຢ່າງຊັດເຈນ, ເຈົ້າກໍສາມາດເຂົ້າໃຈຢ່າງຖ່ອງແທ້ວ່າແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງ. ລອງເວົ້າເບິ່ງດຸ. (ວິທີການເຮັດສິ່ງຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນລີ້ລັບຫຼາຍກວ່າ; ພວກເຂົາໃຊ້ວິທີການບາງຢ່າງທີ່ເບິ່ງຄືວ່າເໝາະສົມຫຼາຍເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ. ພວກເຂົາເບິ່ງຄືວ່າກຳລັງເວົ້າກ່ຽວກັບເລື່ອງທີ່ເໝາະສົມ, ແຕ່ກ່ອນທີ່ເຈົ້າຈະຮູ້ຕົວ, ພວກເຂົາກໍເລີ່ມຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງ ໂດຍທີ່ບໍ່ມີໃຜຮູ້ສຶກຕົວ. ວິທີການຂອງພວກເຂົາແມ່ນຂ້ອນຂ້າງລີ້ລັບ.) ວິທີການທີ່ຂ້ອນຂ້າງລີ້ລັບ, ນີ້ຄືການແຍກແຍະພວກເຂົາຜ່ານວິທີທີ່ພວກເຂົາຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງ. ມີຫຍັງອີກບໍ? ບອກເຮົາມາເບິ່ງ, ຄວາມແຕກຕ່າງໃນທາງທໍາມະຊາດລະຫວ່າງການຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງຢ່າງມີສະຕິ ແລະ ການເຮັດເຊັ່ນນັ້ນຢ່າງບໍ່ມີສະຕິແມ່ນຫຍັງ? (ເຈດຕະນາແຕກຕ່າງກັນ.) ນີ້ບໍ່ແມ່ນບ່ອນທີ່ຄວາມແຕກຕ່າງຢູ່ບໍ? (ແມ່ນແລ້ວ.) ເມື່ອຄົນທົ່ວໄປທີ່ມີອຸປະນິໄສທີ່ເສື່ອມຊາມຍົກຍ້ອງ ແລະ ອວດອ້າງຕົນເອງ, ມັນກໍເປັນພຽງການໂອ້ອວດເທົ່ານັ້ນ. ເມື່ອພວກເຂົາໄດ້ໂອ້ອວດແລ້ວ, ເລື່ອງນັ້ນກໍຈົບລົງ ແລະ ພວກເຂົາບໍ່ສົນໃຈວ່າຄົນອື່ນຈະຕີລາຄາພວກເຂົາສູງ ຫຼື ຕໍ່າ. ເຈດຕະນາຂອງພວກເຂົາບໍ່ໄດ້ຊັດເຈນເກີນໄປ, ມັນເປັນພຽງອຸປະນິໄສທີ່ຄວບຄຸມພວກເຂົາ, ເປັນການເປີດເຜີຍຂອງອຸປະນິໄສ. ມັນກໍມີພຽງເທົ່ານັ້ນ. ມັນງ່າຍບໍທີ່ຈະປ່ຽນແປງອຸປະນິໄສປະເພດນີ້? ຖ້າຄົນດັ່ງກ່າວໄລ່ຕາມຄວາມຈິງ, ພວກເຂົາກໍຈະສາມາດປ່ຽນແປງໄດ້ເທື່ອລະໜ້ອຍ ເມື່ອພວກເຂົາປະສົບກັບການຖືກລິຮານ, ຖືກພິພາກສາ ແລະ ຖືກລົງທັນ. ພວກເຂົາຈະຄ່ອຍໆມີຄວາມຮູ້ສຶກລະອາຍ ແລະ ຄວາມມີເຫດຜົນຫຼາຍຂຶ້ນ ແລະ ພວກເຂົາຈະສະແດງພຶດຕິກຳປະເພດນີ້ໜ້ອຍລົງເລື້ອຍໆ. ພວກເຂົາຈະກ່າວໂທດພຶດຕິກຳປະເພດນີ້ ແລະ ພວກເຂົາຈະຢັບຢັ້ງ ແລະ ຄວບຄຸມຕົນເອງ. ນີ້ຄືການຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງຢ່າງບໍ່ມີສະຕິ. ເຖິງແມ່ນວ່າອຸປະນິໄສທີ່ຢູ່ພາຍໃນການຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງຢ່າງມີສະຕິ ແລະ ການເຮັດເຊັ່ນນັ້ນຢ່າງບໍ່ມີສະຕິຈະຄືກັນ, ແຕ່ທໍາມະຊາດຂອງທັງສອງແມ່ນແຕກຕ່າງກັນ. ພວກມັນແຕກຕ່າງກັນໃນທາງທໍາມະຊາດແນວໃດ? ການຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງຢ່າງມີສະຕິແມ່ນເຮັດດ້ວຍເຈດຕະນາ. ຄົນທີ່ເຮັດສິ່ງນີ້ບໍ່ໄດ້ເວົ້າແບບຊະຊາຍ, ທຸກຄັ້ງທີ່ພວກເຂົາຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງ, ພວກເຂົາກຳລັງປິດບັງເຈດຕະນາບາງຢ່າງ ແລະ ເປົ້າໝາຍທີ່ປິດບັງໄວ້ ແລະ ພວກເຂົາເຮັດສິ່ງປະເພດນີ້ດ້ວຍຄວາມທະເຍີທະຍານ ແລະ ຄວາມປາຖະໜາແບບຊາຕານ. ຈາກພາຍນອກ, ມັນເບິ່ງຄືວ່າເປັນການສະແດງອອກປະເພດດຽວກັນ. ໃນທັງສອງກໍລະນີ, ຜູ້ຄົນກຳລັງຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງ, ແຕ່ພຣະເຈົ້າກຳນົດການຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງຢ່າງບໍ່ມີສະຕິແນວໃດ? ເປັນການເປີດເຜີຍຂອງອຸປະນິໄສທີ່ເສື່ອມຊາມ. ແລ້ວພຣະເຈົ້າກຳນົດການຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງຢ່າງມີສະຕິແນວໃດ? ເປັນຄົນທີ່ຕ້ອງການເຮັດໃຫ້ຜູ້ຄົນຫຼົງຜິດ, ມີເຈດຕະນາທີ່ຈະເຮັດໃຫ້ຜູ້ຄົນຕີລາຄາພວກເຂົາສູງ, ເຄົາລົບບູຊາພວກເຂົາ, ເຄົາລົບນັບຖືພວກເຂົາ ແລະ ຈາກນັ້ນກໍຕິດຕາມພວກເຂົາ. ການກະທຳຂອງພວກເຂົາແມ່ນການເຮັດໃຫ້ຫຼົງຜິດໂດຍທໍາມະຊາດ. ສະນັ້ນ, ທັນທີທີ່ພວກເຂົາມີເຈດຕະນາທີ່ຈະເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ເພື່ອຄອບຄອງຜູ້ຄົນ ເພື່ອໃຫ້ຜູ້ຄົນຕິດຕາມ ແລະ ເຄົາລົບບູຊາພວກເຂົາ, ພວກເຂົາກໍຈະໃຊ້ວິທີການ ແລະ ວິທີທາງບາງຢ່າງໃນເວລາເວົ້າ ແລະ ກະທຳການ ເຊິ່ງສາມາດເຮັດໃຫ້ຜູ້ທີ່ບໍ່ເຂົ້າໃຈຄວາມຈິງ ແລະ ຂາດຮາກຖານທີ່ເລິກເຊິ່ງຫຼົງຜິດ ແລະ ຖືກນໍາພາຢ່າງຜິດໆໄດ້ງ່າຍ. ຄົນດັ່ງກ່າວບໍ່ພຽງແຕ່ຂາດຄວາມສາມາດໃນການແຍກແຍະເທົ່ານັ້ນ, ກົງກັນຂ້າມ, ພວກເຂົາຄິດວ່າສິ່ງທີ່ຄົນຜູ້ນີ້ເວົ້າແມ່ນຖືກຕ້ອງ ແລະ ພວກເຂົາອາດຈະເຄົາລົບນັບຖື ແລະ ຕີລາຄາພວກເຂົາສູງ ແລະ ເມື່ອເວລາຜ່ານໄປ ພວກເຂົາກໍຈະເຄົາລົບບູຊາ ແລະ ເຖິງກັບຕິດຕາມຄົນເຫຼົ່ານັ້ນ. ປະກົດການທີ່ພົບເຫັນໄດ້ທົ່ວໄປທີ່ສຸດໃນຊີວິດປະຈຳວັນກໍຄື ຄົນໃດຄົນໜຶ່ງເບິ່ງຄືວ່າເຂົ້າໃຈບົດເທດສະໜາໄດ້ດີພໍສົມຄວນຫຼັງຈາກທີ່ໄດ້ຍິນມັນ, ແຕ່ຕໍ່ມາເມື່ອມີບາງສິ່ງບາງຢ່າງເກີດຂຶ້ນກັບພວກເຂົາ, ພວກເຂົາກໍບໍ່ຮູ້ວິທີແກ້ໄຂມັນ. ພວກເຂົາໄປຢູ່ຕໍ່ໜ້າພຣະເຈົ້າເພື່ອສະແຫວງຫາ, ແຕ່ສິ່ງນີ້ກໍບໍ່ເກີດດອກອອກຜົນ ແລະ ໃນທີ່ສຸດ ພວກເຂົາກໍຕ້ອງໄປຫາຜູ້ນໍາຂອງພວກເຂົາເພື່ອສອບຖາມກ່ຽວກັບເລື່ອງນີ້ ແລະ ຂໍວິທີແກ້ໄຂຈາກຄົນເຫຼົ່ານັ້ນ. ທຸກຄັ້ງທີ່ມີບາງສິ່ງບາງຢ່າງເກີດຂຶ້ນກັບພວກເຂົາ, ພວກເຂົາກໍຕ້ອງການຂໍໃຫ້ຜູ້ນໍາຂອງພວກເຂົາແກ້ໄຂມັນ. ມັນຄືກັບການສູບຝິ່ນທີ່ກາຍເປັນສິ່ງເສບຕິດ ແລະ ກາຍເປັນຄວາມເຄີຍຊິນສຳລັບບາງຄົນ ແລະ ເມື່ອເຖິງເວລາ ພວກເຂົາກໍຈະບໍ່ສາມາດຢູ່ຕໍ່ໄປໄດ້ຖ້າບໍ່ໄດ້ສູບມັນ. ສະນັ້ນ, ການທີ່ຜູ້ຕໍ່ຕ້ານພຣະຄຣິສຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງຈຶ່ງກາຍເປັນຢາເສບຕິດຊະນິດໜຶ່ງຢ່າງບໍ່ຮູ້ຕົວສຳລັບຜູ້ທີ່ມີວຸດທິພາວະຕ່ຳ, ບໍ່ມີຄວາມສາມາດໃນການແຍກແຍະ, ໂງ່ຈ້າ ແລະ ເບົາປັນຍາ. ເມື່ອໃດກໍຕາມທີ່ມີບາງສິ່ງບາງຢ່າງເກີດຂຶ້ນກັບພວກເຂົາ, ພວກເຂົາກໍຈະໄປຖາມຜູ້ຕໍ່ຕ້ານພຣະຄຣິສກ່ຽວກັບເລື່ອງນັ້ນ ແລະ ຖ້າຜູ້ຕໍ່ຕ້ານພຣະຄຣິສບໍ່ອອກຄຳສັ່ງ, ພວກເຂົາກໍບໍ່ກ້າທີ່ຈະດຳເນີນການໃດໆ, ເຖິງແມ່ນວ່າທຸກຄົນຈະໄດ້ໂອ້ລົມກັນຈົນຈົບ ແລະ ບັນລຸຂໍ້ຕົກລົງຮ່ວມກັນໃນເລື່ອງນັ້ນແລ້ວກໍຕາມ. ພວກເຂົາຢ້ານທີ່ຈະຂັດກັບຄວາມປະສົງຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ຖືກກົດຂີ່, ສະນັ້ນ ໃນທຸກໆເລື່ອງ ພວກເຂົາຈຶ່ງກ້າລົງມືເຮັດກໍຕໍ່ເມື່ອຜູ້ຕໍ່ຕ້ານພຣະຄຣິສໄດ້ເວົ້າແລ້ວເທົ່ານັ້ນ. ເຖິງແມ່ນວ່າພວກເຂົາຈະເຂົ້າໃຈຫຼັກການຄວາມຈິງຢ່າງຊັດເຈນແລ້ວ, ພວກເຂົາກໍບໍ່ກ້າຕັດສິນໃຈ ຫຼື ຈັດການກັບເລື່ອງນັ້ນ, ກົງກັນຂ້າມ ພວກເຂົາລໍຖ້າ “ນາຍ” ທີ່ພວກເຂົາເຄົາລົບນັບຖືເພື່ອໃຫ້ຄຳຕັດສິນ ແລະ ການຕັດສິນໃຈຂັ້ນສຸດທ້າຍ. ຖ້ານາຍຂອງພວກເຂົາບໍ່ເວົ້າຫຍັງ, ຜູ້ໃດກໍຕາມທີ່ກຳລັງຈັດການກັບເລື່ອງນັ້ນກໍຈະຮູ້ສຶກບໍ່ແນ່ໃຈວ່າພວກເຂົາຄວນເຮັດແນວໃດ. ຄົນເຫຼົ່ານີ້ບໍ່ໄດ້ຖືກພິດບໍ? (ພວກເຂົາຖືກແລ້ວ.) ນີ້ຄືຄວາມໝາຍຂອງການຖືກພິດ. ເພື່ອໃຫ້ພວກເຂົາຖືກພິດຢ່າງເລິກເຊິ່ງຂະໜາດນີ້, ຜູ້ຕໍ່ຕ້ານພຣະຄຣິສຕ້ອງເຮັດວຽກງານຫຼາຍສໍ່າໃດ ແລະ ຜູ້ຕໍ່ຕ້ານພຣະຄຣິສຈຳເປັນຕ້ອງວາງຢາພິດພວກເຂົາຫຼາຍສໍ່າໃດ? ຖ້າຜູ້ຕໍ່ຕ້ານພຣະຄຣິສໄຈ້ແຍກຕົນເອງ ແລະ ຮູ້ຈັກຕົນເອງຢູ່ເລື້ອຍໆ ແລະ ມັກຈະເປີດເຜີຍຄວາມອ່ອນແອ, ຄວາມຜິດພາດ ແລະ ການກະທໍາຜິດຂອງພວກເຂົາຢ່າງເປີດເຜີຍໃຫ້ຜູ້ຄົນເຫັນ, ແລ້ວທຸກຄົນຍັງຈະເຄົາລົບບູຊາພວກເຂົາແບບນີ້ຢູ່ບໍ? ບໍ່ຢ່າງແນ່ນອນ. ເບິ່ງຄືວ່າຜູ້ຕໍ່ຕ້ານພຣະຄຣິສໄດ້ທຸ່ມເທຄວາມພະຍາຍາມຢ່າງຫຼວງຫຼາຍໃນການຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງ ເຊິ່ງນັ້ນຄືເຫດຜົນທີ່ພວກເຂົາບັນລຸ “ຄວາມສຳເລັດ” ເຊັ່ນນັ້ນ. ນີ້ຄືຜົນໄດ້ຮັບທີ່ພວກເຂົາຕ້ອງການ. ຖ້າບໍ່ມີພວກເຂົາ ກໍຈະບໍ່ມີໃຜຮູ້ວິທີປະຕິບັດໜ້າທີ່ຂອງຕົນເອງຢ່າງເໝາະສົມ ແລະ ທຸກຄົນກໍຈະບໍ່ຮູ້ວ່າຈະເຮັດແນວໃດຢ່າງສິ້ນເຊີງ. ເຫັນໄດ້ຊັດເຈນວ່າ ໃນຂະນະທີ່ຄວບຄຸມຄົນເຫຼົ່ານີ້, ຜູ້ຕໍ່ຕ້ານພຣະຄຣິສໄດ້ລອບວາງຢາພິດພວກເຂົາຢ່າງຫຼວງຫຼາຍ ແລະ ໄດ້ທຸ່ມເທຄວາມພະຍາຍາມຢ່າງຫຼວງຫຼາຍ! ຖ້າພວກເຂົາພຽງແຕ່ກ່າວຄຳເວົ້າບໍ່ເທົ່າໃດຄຳ, ຄົນເຫຼົ່ານີ້ຍັງຈະຖືກພວກເຂົາບີບຄັ້ນແບບນີ້ຢູ່ບໍ? ບໍ່ຢ່າງແນ່ນອນ. ເມື່ອຜູ້ຕໍ່ຕ້ານພຣະຄຣິສສາມາດບັນລຸເປົ້າໝາຍຂອງພວກເຂົາໃນການເຮັດໃຫ້ຜູ້ຄົນເຄົາລົບບູຊາພວກເຂົາ ແລະ ເຄົາລົບນັບຖືພວກເຂົາ ແລະ ເຊື່ອຟັງພວກເຂົາໃນທຸກໆເລື່ອງ, ແລ້ວພວກເຂົາບໍ່ໄດ້ເຮັດຫຼາຍສິ່ງຫຼາຍຢ່າງ ແລະ ກ່າວຄຳເວົ້າຫຼາຍຄຳທີ່ຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງບໍ? ຜົນໄດ້ຮັບທີ່ພວກເຂົາບັນລຸຈາກການເຮັດສິ່ງນີ້ແມ່ນຫຍັງ? ນັ້ນກໍຄື ຜູ້ຄົນຈະຂາດເສັ້ນທາງ ແລະ ບໍ່ສາມາດດຳເນີນຊີວິດຕໍ່ໄປໄດ້ຖ້າບໍ່ມີພວກເຂົາ, ມັນຄືກັບວ່າທ້ອງຟ້າຈະຖະຫຼົ່ມລົງມາ ແລະ ໜ່ວຍໂລກຈະຢຸດໝູນຖ້າບໍ່ມີພວກເຂົາ ແລະ ການເຊື່ອໃນພຣະເຈົ້າກໍຈະບໍ່ມີຄຸນຄ່າ ຫຼື ຄວາມໝາຍ ແລະ ການຟັງບົດເທດສະໜາກໍຈະໄຮ້ປະໂຫຍດ. ມັນຍັງເປັນການທີ່ຜູ້ຄົນຮູ້ສຶກວ່າພວກເຂົາມີຄວາມຫວັງບາງຢ່າງໃນຊີວິດຂອງພວກເຂົາເມື່ອຜູ້ຕໍ່ຕ້ານພຣະຄຣິສຢູ່ໃກ້ໆ ແລະ ຈະສູນເສຍຄວາມຫວັງທັງໝົດຖ້າຜູ້ຕໍ່ຕ້ານພຣະຄຣິສຕາຍໄປ. ຄົນເຫຼົ່ານີ້ບໍ່ໄດ້ຖືກຊາຕານຈັບໄປບໍ? (ພວກເຂົາຖືກແລ້ວ.) ແລ້ວຄົນແບບນີ້ບໍ່ສົມຄວນໄດ້ຮັບສິ່ງນັ້ນບໍ? (ພວກເຂົາສົມຄວນແລ້ວ.) ເປັນຫຍັງພວກເຮົາຈຶ່ງເວົ້າວ່າພວກເຂົາສົມຄວນແລ້ວ? ພຣະເຈົ້າຄືຜູ້ທີ່ເຈົ້າເຊື່ອ, ແລ້ວເປັນຫຍັງເຈົ້າຈຶ່ງເຄົາລົບບູຊາ ແລະ ຕິດຕາມຜູ້ຕໍ່ຕ້ານພຣະຄຣິສ, ປ່ອຍໃຫ້ພວກເຂົາບີບຄັ້ນ ແລະ ຄວບຄຸມເຈົ້າໃນທຸກບາດກ້າວ? ນອກຈາກນີ້, ບໍ່ວ່າຄົນເຮົາຈະກຳລັງປະຕິບັດໜ້າທີ່ຫຍັງກໍຕາມ, ເຮືອນຂອງພຣະເຈົ້າກໍໄດ້ສະໜອງຫຼັກການ ແລະ ກົດລະບຽບທີ່ຊັດເຈນໃຫ້ແກ່ຜູ້ຄົນແລ້ວ. ຖ້າມີຄວາມຫຍຸ້ງຍາກທີ່ຄົນເຮົາບໍ່ສາມາດແກ້ໄຂໄດ້ດ້ວຍຕົນເອງ, ພວກເຂົາກໍຄວນສະແຫວງຫາຈາກຄົນທີ່ເຂົ້າໃຈຄວາມຈິງ ແລະ ສະແຫວງຫາຈາກເບື້ອງເທິງໃນເລື່ອງທີ່ຮ້າຍແຮງກວ່າ. ແຕ່ເຈົ້າບໍ່ພຽງແຕ່ບໍ່ສະແຫວງຫາຄວາມຈິງເທົ່ານັ້ນ, ກົງກັນຂ້າມ ເຈົ້າພັດເຄົາລົບບູຊາ ແລະ ເຄົາລົບນັບຖືຜູ້ຄົນ ໂດຍເຊື່ອໃນສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ເວົ້າ. ດ້ວຍເຫດນີ້ ເຈົ້າຈຶ່ງກາຍເປັນຂີ້ຂ້າຂອງຊາຕານ, ແລ້ວເຈົ້າບໍ່ມີໃຜໃຫ້ຖິ້ມໂທດໃສ່ນອກຈາກຕົວເຈົ້າເອງບໍ? ເຈົ້າບໍ່ສົມຄວນໄດ້ຮັບສິ່ງນີ້ບໍ? ການຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງແມ່ນພຶດຕິກຳ ແລະ ການສະແດງອອກທີ່ມີຮ່ວມກັນໃນທ່າມກາງຜູ້ຕໍ່ຕ້ານພຣະຄຣິສ ແລະ ມັນເປັນໜຶ່ງໃນການສະແດງອອກທີ່ພົບເຫັນໄດ້ທົ່ວໄປທີ່ສຸດ. ລັກສະນະຫຼັກຂອງວິທີທີ່ຜູ້ຕໍ່ຕ້ານພຣະຄຣິສຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງແມ່ນຫຍັງ? ມັນແຕກຕ່າງຈາກວິທີທີ່ຄົນທົ່ວໄປຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງແນວໃດ? ນັ້ນກໍຄື ຜູ້ຕໍ່ຕ້ານພຣະຄຣິສມີເຈດຕະນາຂອງພວກເຂົາເອງຢູ່ເບື້ອງຫຼັງການກະທຳນີ້ ແລະ ບໍ່ໄດ້ເຮັດມັນຢ່າງບໍ່ມີສະຕິຢ່າງແນ່ນອນ. ກົງກັນຂ້າມ, ພວກເຂົາມີເຈດຕະນາ, ຄວາມປາຖະໜາ ແລະ ຄວາມທະເຍີທະຍານຢູ່ໃນໃຈ ແລະ ຜົນສະທ້ອນຂອງການທີ່ພວກເຂົາເປັນພະຍານໃຫ້ຕົນເອງດ້ວຍວິທີນີ້ແມ່ນເປັນຕາຢ້ານເກີນກວ່າຈະຄິດເຖິງ, ພວກເຂົາສາມາດເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ຄວບຄຸມຜູ້ຄົນໄດ້.
ໃຫ້ເຮົາຍົກຕົວຢ່າງໜຶ່ງ. ພວກເຈົ້າສາມາດຄິດເບິ່ງວ່າການສະແດງອອກ ແລະ ອຸປະນິໄສປະເພດນີ້ກ່ຽວຂ້ອງກັບການຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງ ຫຼື ບໍ່. ຄັ້ງໜຶ່ງ ມີຜູ້ນຳຄົນໜຶ່ງທີ່ໄດ້ເຮັດວຽກງານຂອງຄຣິສຕະຈັກໃນສະຖານທີ່ແຫ່ງໜຶ່ງເປັນເວລາສອງ ຫຼື ສາມປີ. ລາວໄດ້ເດີນທາງໄປຢ້ຽມຢາມຄຣິສຕະຈັກຕ່າງໆ ແລະ ໃນທີ່ສຸດລາວກໍໄດ້ລົງຫຼັກປັກຖານຢູ່ທີ່ນັ້ນ. ການທີ່ລາວລົງຫຼັກປັກຖານໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າຄົນສ່ວນໃຫຍ່ຮູ້ຈັກລາວ ແລະ ຕີລາຄາລາວສູງ ແລະ ລາວກໍຂ້ອນຂ້າງມີຊື່ສຽງໃນສະຖານທີ່ນັ້ນ. ທັນທີທີ່ຜູ້ຄົນເຫັນລາວ, ພວກເຂົາກໍຈະຕ້ອນຮັບລາວ, ສະເໜີບ່ອນນັ່ງໃຫ້ລາວ ແລະ ເອົາຂອງກິນແຊບໆໃຫ້ລາວ. ບໍ່ມີສຽງຄັດຄ້ານ, ບໍ່ມີໃຜຕໍ່ຕ້ານລາວ; ທຸກຄົນຂ້ອນຂ້າງຄຸ້ນເຄີຍກັບຜູ້ນຳຄົນນີ້ ແລະ ໃນສ່ວນເລິກແລ້ວ ພວກເຂົາທຸກຄົນກໍຂ້ອນຂ້າງເຫັນດີກັບວິທີທີ່ລາວເຮັດສິ່ງຕ່າງໆ ແລະ ຍອມຮັບການນຳພາຂອງລາວ. ບໍ່ແນ່ໃຈວ່າຜູ້ນຳຄົນນັ້ນໄດ້ເຮັດວຽກງານຫຼາຍສໍ່າໃດຢູ່ທີ່ນັ້ນ, ລາວໄດ້ເວົ້າຫຼາຍສໍ່າໃດ ຫຼື ລາວໄດ້ເວົ້າກ່ຽວກັບຫຍັງ; ລາຍລະອຽດເຫຼົ່ານີ້ບໍ່ເປັນທີ່ຮູ້ຈັກ, ແຕ່ສະຫຼຸບແລ້ວ ຄົນສ່ວນໃຫຍ່ຂ້ອນຂ້າງເຫັນດີກັບການນຳພາຂອງລາວ. ຫຼັງຈາກເວລາຜ່ານໄປໄລຍະໜຶ່ງ, ຜູ້ນຳຄົນນັ້ນກໍເວົ້າວ່າ: “ອ້າຍເອື້ອຍນ້ອງຢູ່ທີ່ນີ້ລ້ວນແຕ່ເປັນຜູ້ທີ່ເຊື່ອຟັງ ແລະ ອ່ອນນ້ອມ ແລະ ສິ່ງຕ່າງໆກໍດຳເນີນໄປດ້ວຍດີໃນຄຣິສຕະຈັກໃນທຸກໆດ້ານ. ແຕ່ໜ້າເສຍດາຍ, ມີສິ່ງໜຶ່ງທີ່ບໍ່ໜ້າພໍໃຈປານໃດ, ນັ້ນກໍຄືສະພາບແວດລ້ອມຢູ່ທີ່ນີ້ແມ່ນຮ້າຍແຮງຫຼາຍ. ຖ້າສະພາບແວດລ້ອມເໝາະສົມ, ພວກເຮົາກໍຈະຊອກຫາມື້ທີ່ອາກາດດີ ແລະ ມີແສງແດດ ເພື່ອໄປສວນສາທາລະນະຂະໜາດໃຫຍ່ສຳລັບການເຕົ້າໂຮມຄັ້ງໃຫຍ່ທີ່ມີຄົນນັບພັນຄົນ ແລະ ພວກເຮົາຈະເຜີຍແຜ່ຄວາມຈິງໂດຍໃຊ້ໄມໂຄຣໂຟນ ແລະ ຊຸດລຳໂພງຂະໜາດໃຫຍ່ ແລະ ເຮັດໃຫ້ຜູ້ຄົນຈຳນວນຫຼາຍຂຶ້ນມາເຊື່ອໃນພຣະເຈົ້າ. ແລ້ວວຽກງານຂອງພວກເຮົາຈະບໍ່ເກີດດອກອອກຜົນບໍ?” ຫຼັງຈາກທີ່ໄດ້ຍິນສິ່ງນີ້, ທຸກຄົນກໍເວົ້າວ່າ “ອາແມນ” ແລະ ເຫັນດີກັບມັນ. ບອກເຮົາມາເບິ່ງ, ມັນມີບັນຫາກັບວະລີທີ່ວ່າ “ພວກເຮົາຈະເຜີຍແຜ່ຄວາມຈິງ” ບໍ? (ມີ.) ບັນຫາແມ່ນຫຍັງ? (ຜູ້ນຳກຳລັງປະຕິບັດຕໍ່ຕົນເອງຄືກັບວ່າເປັນພຣະເຈົ້າ.) ພວກເຈົ້າທຸກຄົນຮັບຮູ້ວ່າມັນມີບັນຫາ, ແຕ່ຄົນເບົາປັນຍາທີ່ຢູ່ທີ່ນັ້ນບໍ່ໄດ້ຮັບຮູ້. ພວກເຂົາເຖິງກັບຕອບສະໜອງຕໍ່ປະໂຫຍກນີ້ດ້ວຍຄຳວ່າ “ອາແມນ”! ຄວາມຈິງຖືກເຜີຍແຜ່ໂດຍຜູ້ນຳຄົນນີ້ບໍ? ລາວແມ່ນໃຜ? ລາວເປັນພຽງຜູ້ນຳທຳມະດາ; ລາວເຮັດວຽກງານໄດ້ສອງສາມປີ ແລ້ວກໍເລີ່ມຄິດວ່າລາວເໜືອກວ່າຄົນອື່ນ ແລະ ລືມໄປວ່າລາວແມ່ນໃຜ ແລະ ເຖິງກັບຕ້ອງການສະແດງຄວາມຈິງອອກມາ, ນັ້ນຄົງຈະເປັນວຽກງານທີ່ຍາກລຳບາກສຳລັບລາວ. ສິ່ງນີ້ພິສູດໃຫ້ເຫັນຫຍັງ? ມັນພິສູດໃຫ້ເຫັນວ່າລາວບໍ່ຮູ້ວ່າລາວແມ່ນໃຜ ແລະ ບໍ່ຮູ້ວ່າລາວກຳລັງປະຕິບັດໜ້າທີ່ຫຍັງ. ເນື່ອງຈາກລາວມີອຸປະນິໄສປະເພດນີ້, ມີພາກສ່ວນໃດໃນວຽກງານ ຫຼື ຄຳເວົ້າປົກກະຕິຂອງລາວທີ່ສອດຄ່ອງກັບຄວາມຈິງບໍ? ວຽກງານ ແລະ ຄຳເວົ້າປົກກະຕິຂອງລາວເຕັມໄປດ້ວຍຄຳເວົ້າທີ່ໄຮ້ສາລະ ແລະ ຄຳເວົ້າມານຮ້າຍຢ່າງແນ່ນອນ ແລະ ບໍ່ສາມາດບັນລຸຜົນຂອງການສະໜອງ ແລະ ການຫົດນ້ຳຄຣິສຕະຈັກໄດ້ຢ່າງເດັດຂາດ. ລາວບໍ່ຮູ້ວ່າຄວາມຈິງແມ່ນຫຍັງ, ຍິ່ງບໍ່ຕ້ອງເວົ້າເຖິງວ່າການສະແດງຄວາມຈິງໝາຍຄວາມວ່າແນວໃດ. ຫຼັງຈາກທີ່ເຮັດວຽກຢູ່ບ່ອນໃດບ່ອນໜຶ່ງພຽງແຕ່ສອງສາມປີ, ລາວກໍຮູ້ສຶກວ່າລາວມີຊື່ສຽງ ແລະ ຜົນງານເລັກນ້ອຍ, ແລ້ວລາວກໍລືມໄປວ່າລາວແມ່ນໃຜ, ຮູ້ສຶກດີກັບຕົນເອງຫຼາຍ ແລະ ຕ້ອງການສະແດງຄວາມຈິງອອກມາ. ການມີຄວາມຫຼົງຜິດແບບນີ້ບໍ່ໜ້າລັງກຽດບໍ? ຄວາມຫຼົງຜິດນີ້ມາຈາກໃສ? ລາວມີຄວາມຜິດປົກກະຕິທາງຈິດ ຫຼື ມັນເປັນພຽງອາລົມຊົ່ວວູບ? ລາວໄດ້ເຮັດວຽກງານເລັກນ້ອຍ, ບໍ່ມີໃຜໃນຄຣິສຕະຈັກທ້ອງຖິ່ນຕໍ່ຕ້ານລາວ ແລະ ທຸກສິ່ງທຸກຢ່າງເບິ່ງຄືວ່າດຳເນີນໄປຢ່າງລ່ຽນໄຫຼສຳລັບລາວ, ສະນັ້ນ ລາວຈຶ່ງເຊື່ອວ່າທຸກສິ່ງທຸກຢ່າງເປັນຜົນມາຈາກວຽກງານທີ່ລາວໄດ້ເຮັດ ແລະ ທັນໃດນັ້ນກໍຮູ້ສຶກວ່າລາວສາມາດຮັບເອົາຄວາມດີຄວາມຊອບສຳລັບສິ່ງນັ້ນໄດ້. ລາວຄິດວ່າ “ຖ້າຂ້ອຍສາມາດເຮັດວຽກງານທີ່ສຳຄັນຂະໜາດນີ້ໄດ້, ຂ້ອຍບໍ່ແມ່ນພຣະເຈົ້າບໍ? ແລ້ວຖ້າຂ້ອຍເປັນພຣະເຈົ້າ, ຕອນນີ້ຂ້ອຍກໍກຳລັງຖືກບີບຄັ້ນຢ່າງໜັກ, ຖ້າສະພາບແວດລ້ອມພາຍນອກດີກວ່ານີ້, ຂ້ອຍກໍຈະສາມາດສະແດງຄວາມຈິງອອກມາໄດ້!” ຄວາມຄິດນີ້ຜຸດຂຶ້ນມາໃນຫົວຂອງລາວຢ່າງກະທັນຫັນ. ສະໝອງຂອງລາວມີບາງຢ່າງຜິດປົກກະຕິ, ບໍ່ແມ່ນບໍ? (ແມ່ນແລ້ວ.) ສະໝອງຂອງລາວມີບາງຢ່າງຜິດປົກກະຕິແທ້ໆ. ລາວບໍ່ໄດ້ຂາດຄວາມສຳນຶກບໍ? ການກະທຳ ແລະ ຄຳເວົ້າຂອງຊາຕານ ແລະ ຜູ້ຕໍ່ຕ້ານພຣະຄຣິສສາມາດມີຄວາມສຳນຶກຂອງຄວາມເປັນມະນຸດທີ່ປົກກະຕິໄດ້ບໍ? ພວກເຂົາບໍ່ສາມາດມີໄດ້ຢ່າງແນ່ນອນ. ຜູ້ນຳຄົນນີ້ໄດ້ເຮັດວຽກງານເລັກນ້ອຍ ແລະ ໄດ້ຮັບຜົນຮັບບາງຢ່າງ, ແລ້ວທັນໃດນັ້ນກໍລືມໄປວ່າລາວເປັນມະນຸດ. ການທີ່ລາວສາມາດກ່າວຄຳເວົ້າທີ່ໄຮ້ເຫດຜົນດັ່ງກ່າວອອກມາໄດ້ນັ້ນ ບໍ່ກ່ຽວຂ້ອງກັບອຸປະນິໄສຂອງລາວບໍ? (ກ່ຽວຂ້ອງ.) ມັນກ່ຽວຂ້ອງແນວໃດ? ພາຍໃນອຸປະນິໄສຂອງລາວ, ລາວເຕັມໃຈທີ່ຈະເປັນຜູ້ຕິດຕາມບໍ? ລາວຮູ້ບໍວ່າລາວເປັນພຽງຜູ້ຕິດຕາມທຳມະດາຂອງພຣະເຈົ້າ? ລາວບໍ່ຮູ້ຢ່າງແນ່ນອນ. ລາວເຊື່ອວ່າສະຖານະ ແລະ ອັດຕະລັກຂອງລາວນັ້ນເປັນທີ່ໜ້າເຄົາລົບນັບຖືຢ່າງຍິ່ງ ແລະ ເໜືອກວ່າຄົນອື່ນ. ພວກເຈົ້າບໍ່ຄຸ້ນເຄີຍກັບພຶດຕິກຳປະເພດນີ້ ແລະ ທໍາມະຊາດຂອງມັນບໍ? ເປັນຫຍັງຊາຕານຈຶ່ງຖືກໂຍນລົງມາກາງອາກາດ? (ມັນຕ້ອງການມີຖານະເທົ່າທຽມກັບພຣະເຈົ້າ.) ນັ້ນກໍຄື ມັນຕ້ອງການມີຖານະເທົ່າທຽມກັບພຣະເຈົ້າ. ຍ້ອນວ່າຊາຕານບໍ່ຮູ້ຈັກຕຳແໜ່ງຂອງມັນເອງໃນຈັກກະວານ, ບໍ່ຮູ້ວ່າມັນແມ່ນໃຜ ແລະ ບໍ່ຮູ້ຈັກຖານະຂອງມັນເອງ, ເມື່ອພຣະເຈົ້າອະນຸຍາດໃຫ້ຊາຕານຍ່າງໃນພື້ນທີ່ດຽວກັນກັບພຣະອົງ, ຊາຕານກໍເລີ່ມຄິດວ່າມັນເປັນພຣະເຈົ້າ. ມັນຕ້ອງການເຮັດໃນສິ່ງທີ່ພຣະເຈົ້າເຮັດ, ມັນຕ້ອງການເປັນຕົວແທນຂອງພຣະອົງ, ແທນທີ່ພຣະອົງ ແລະ ປະຕິເສດການມີຢູ່ຂອງພຣະອົງ ແລະ ດ້ວຍເຫດນີ້ ມັນຈຶ່ງຖືກໂຍນລົງມາກາງອາກາດ. ຜູ້ຕໍ່ຕ້ານພຣະຄຣິສກໍເຮັດສິ່ງດຽວກັນ, ທໍາມະຊາດຂອງການກະທຳຂອງພວກເຂົາກໍຄືກັນ ແລະ ພວກເຂົາກໍມີແຫຼ່ງກຳເນີດດຽວກັນກັບຊາຕານ. ສຳລັບຜູ້ຕໍ່ຕ້ານພຣະຄຣິສ, ການສະແດງອອກດັ່ງກ່າວບໍ່ແມ່ນການເປີດເຜີຍເປັນບາງຄັ້ງຄາວ ຫຼື ເປັນຜົນມາຈາກອາລົມຊົ່ວວູບ, ມັນເປັນການຄອບງຳຂອງທຳມະຊາດແບບຊາຕານຂອງພວກເຂົາ ແລະ ເປັນການເປີດເຜີຍຕາມທຳມະຊາດຂອງອຸປະນິໄສແບບຊາຕານຂອງພວກເຂົາຢ່າງແນ່ນອນ. ທໍາມະຊາດຂອງການສະແດງອອກຂອງຜູ້ນຳທີ່ເຮົາຫາກໍເວົ້າເຖິງແມ່ນຫຍັງ? (ມັນແມ່ນທໍາມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສ.) ເປັນຫຍັງພວກເຮົາຈຶ່ງສົນທະນາກ່ຽວກັບການສະແດງອອກນີ້ສຳລັບຫົວຂໍ້ການຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງ? ທໍາມະຊາດຂອງການສະແດງອອກນີ້ກ່ຽວຂ້ອງກັບການຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງແນວໃດ? ທໍາມະຊາດຂອງຄຳເວົ້າທີ່ວ່າ “ເຜີຍແຜ່ຄວາມຈິງ” ທີ່ລາວເວົ້າແມ່ນຫຍັງ? ເປັນຫຍັງເຮົາຈຶ່ງເວົ້າວ່າຄຳເວົ້າເຫຼົ່ານີ້ກ່ຽວຂ້ອງກັບການຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງ? (ຜູ້ນຳເຊື່ອວ່າລາວສາມາດສະໜອງຄວາມຈິງໃຫ້ແກ່ຜູ້ຄົນໄດ້.) ນັ້ນຄືສິ່ງທີ່ລາວໝາຍເຖິງ. ເມື່ອລາວເວົ້າສິ່ງດັ່ງກ່າວ, ຜູ້ຄົນທີ່ໄດ້ຍິນກໍຄິດວ່າ “ເຈົ້າມີທ່າທາງທີ່ໜ້າປະທັບໃຈຫຼາຍ ແລະ ເຈົ້າສາມາດເວົ້າດ້ວຍນໍ້າສຽງແບບນີ້ໄດ້, ນີ້ບໍ່ແມ່ນນໍ້າສຽງປະເພດທີ່ພຣະເຈົ້າຄວນເວົ້າບໍ? ນີ້ບໍ່ແມ່ນທ່າທາງທີ່ໜ້າປະທັບໃຈ ແລະ ຄວາມໃຈກວ້າງປະເພດທີ່ພຣະເຈົ້າຄວນມີບໍ?” ຜູ້ນຳຄົນນີ້ບໍ່ໄດ້ບັນລຸເປົ້າໝາຍໃນການຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງແລ້ວບໍ? ລາວໄດ້ເຮັດໃຫ້ຜູ້ຄົນເກີດຄວາມຮູ້ສຶກເຄົາລົບ, ເຄົາລົບບູຊາ ແລະ ຊື່ນຊົມຕໍ່ລາວຢ່າງບໍ່ຮູ້ຕົວ. ມັນບໍ່ແມ່ນແນວນັ້ນບໍ? (ແມ່ນແລ້ວ.) ນີ້ຄືຮູບລັກສະນະທີ່ໜ້າກຽດຊັງຂອງຜູ້ຕໍ່ຕ້ານພຣະຄຣິສ; ນີ້ຄືຜູ້ຕໍ່ຕ້ານພຣະຄຣິສທີ່ຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງຢ່າງແນບນຽນ.
ມີການສະແດງອອກອື່ນຂອງການຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງອີກບໍ? ພວກເຈົ້າທຸກຄົນຄວນໄຕ່ຕອງກ່ຽວກັບຕົນເອງໃນເລື່ອງນີ້. ພວກເຈົ້າຈະເຮັດສິ່ງດັ່ງກ່າວເຊັ່ນການເປັນພະຍານໃຫ້ຕົນເອງບໍ? ເຈົ້າສາມາດຖືກຢັບຢັ້ງໂດຍສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກຂອງເຈົ້າ ແລະ ປ້ອງກັນຕົນເອງຈາກການເຮັດສິ່ງທີ່ໜ້າອັບອາຍດັ່ງກ່າວໄດ້ບໍ? ຖ້າເຈົ້າສາມາດຢັບຢັ້ງຕົນເອງໄດ້, ສິ່ງນີ້ກໍພິສູດໃຫ້ເຫັນວ່າເຈົ້າມີຄວາມມີເຫດຜົນ, ເຈົ້າແຕກຕ່າງຈາກຜູ້ຕໍ່ຕ້ານພຣະຄຣິສ. ຖ້າເຈົ້າບໍ່ມີຄວາມມີເຫດຜົນນີ້ ແລະ ເຈົ້າມີຄວາມທະເຍີທະຍານ ແລະ ຄວາມປາຖະໜາປະເພດນີ້ ແລະ ຍັງສາມາດເຮັດສິ່ງດັ່ງກ່າວເຊັ່ນການເປັນພະຍານໃຫ້ຕົນເອງໄດ້, ແລ້ວເຈົ້າກໍຄືກັນກັບຜູ້ຕໍ່ຕ້ານພຣະຄຣິສ. ສະນັ້ນ, ກໍລະນີຂອງພວກເຈົ້າເປັນແນວໃດ? ພວກເຈົ້າກະທຳການດ້ວຍຄວາມຢັບຢັ້ງບໍ? ຖ້າເຈົ້າມີຫົວໃຈທີ່ຢຳເກງພຣະເຈົ້າ, ມີຄວາມຮູ້ສຶກລະອາຍ ແລະ ຄວາມມີເຫດຜົນ, ແລ້ວເຖິງແມ່ນວ່າເຈົ້າປາຖະໜາທີ່ຈະເຮັດສິ່ງເຫຼົ່ານີ້, ເຈົ້າກໍຈະຄິດວ່າພວກມັນຈະລ່ວງເກີນພຣະເຈົ້າ ແລະ ຖືກພຣະອົງລັງກຽດ ແລະ ຈາກນັ້ນເຈົ້າກໍຈະສາມາດຢັບຢັ້ງຕົນເອງໄດ້ ແລະ ຈະບໍ່ກ້າເປັນພະຍານໃຫ້ຕົນເອງ. ຖ້າເຈົ້າຢັບຢັ້ງຕົນເອງໜຶ່ງຄັ້ງ ແລະ ຈາກນັ້ນກໍສອງຄັ້ງ, ຫຼັງຈາກເວລາຜ່ານໄປໄລຍະໜຶ່ງ ແນວຄິດເຫຼົ່ານີ້, ເຈດຕະນາ ແລະ ຄວາມຄິດເຫຼົ່ານີ້ກໍຈະຄ່ອຍໆເລີ່ມຫຼຸດລົງເທື່ອລະເລັກເທື່ອລະໜ້ອຍ. ເຈົ້າຈະມີຄວາມສາມາດໃນການແຍກແຍະແນວຄິດເຫຼົ່ານີ້ ແລະ ຮູ້ສຶກວ່າພວກມັນໜ້າລັງກຽດ ແລະ ໜ້າຂີ້ດຽດ, ແຮງກະຕຸ້ນ ແລະ ຄວາມປາຖະໜາຂອງເຈົ້າທີ່ຈະເຮັດສິ່ງດັ່ງກ່າວກໍຈະຫຼຸດລົງ ແລະ ເຈົ້າກໍຈະສາມາດຢັບຢັ້ງຕົນເອງ ແລະ ຄວບຄຸມຕົນເອງໄດ້ເທື່ອລະໜ້ອຍ ຈົນເຖິງຂັ້ນທີ່ແນວຄິດເຫຼົ່ານີ້ຈະເກີດຂຶ້ນໜ້ອຍລົງເລື້ອຍໆ. ຖ້າເຈົ້າຮັບຮູ້ເຖິງພວກມັນແຕ່ບໍ່ສາມາດຢັບຢັ້ງຕົນເອງໄດ້ ແລະ ເຈົ້າມີເຈດຕະນາທີ່ຊັດເຈນຫຼາຍຢູ່ໃນໃຈ, ພຽງແຕ່ຕ້ອງການເຮັດໃຫ້ຜູ້ຄົນເຄົາລົບບູຊາເຈົ້າ ແລະ ເຈົ້າຮູ້ສຶກບໍ່ພໍໃຈຖ້າບໍ່ມີໃຜເຄົາລົບບູຊາ ຫຼື ຕິດຕາມເຈົ້າ ແລະ ເຕັມໄປດ້ວຍຄວາມກຽດຊັງ ແລະ ຕ້ອງການເຮັດບາງສິ່ງບາງຢ່າງ ແລະ ສາມາດເປັນພະຍານໃຫ້ຕົນເອງ ແລະ ໂອ້ອວດຕົນເອງຢ່າງບໍ່ມີຢາງອາຍ, ແລ້ວເຈົ້າກໍຄືຜູ້ຕໍ່ຕ້ານພຣະຄຣິສ. ກໍລະນີຂອງພວກເຈົ້າເປັນແນວໃດ? (ເມື່ອຂ້ານ້ອຍຮັບຮູ້ເຖິງພວກມັນ, ຂ້ານ້ອຍກໍສາມາດຢັບຢັ້ງຕົນເອງໄດ້.) ເຈົ້າເພິ່ງພາຫຍັງເພື່ອຢັບຢັ້ງຕົນເອງ? (ຂ້ານ້ອຍເພິ່ງພາການມີຄວາມຮູ້ບາງຢ່າງກ່ຽວກັບພຣະເຈົ້າ ແລະ ການມີຫົວໃຈທີ່ຢຳເກງພຣະເຈົ້າ.) ຖ້າຄົນໃດຄົນໜຶ່ງມີຫົວໃຈທີ່ຢຳເກງພຣະເຈົ້າ, ພວກເຂົາກໍສາມາດຢັບຢັ້ງໄດ້. ການຢັບຢັ້ງບໍ່ໄດ້ບັນລຸໂດຍການອົດກັ້ນຕົນເອງ ຫຼື ການຂັດຂວາງຕົນເອງ, ແຕ່ເປັນຜົນທີ່ບັນລຸຜ່ານການເຂົ້າໃຈຄວາມຈິງ ແລະ ການຢຳເກງພຣະເຈົ້າ. ຄົນເຮົາຢັບຢັ້ງຕົນເອງໂດຍຜ່ານຄວາມມີເຫດຜົນ ແລະ ຄວາມຮັບຮູ້ ແລະ ໃນເວລາດຽວກັນ ຄົນເຮົາກໍຢັບຢັ້ງຍ້ອນວ່າຄົນເຮົາມີຫົວໃຈທີ່ຢຳເກງພຣະເຈົ້າເລັກນ້ອຍ ແລະ ຢ້ານທີ່ຈະລ່ວງເກີນພຣະອົງ. ຖ້າຄວາມມີເຫດຜົນຂອງເຈົ້າບໍ່ສາມາດຢັບຢັ້ງເຈົ້າໄດ້ ແລະ ເຈົ້າຍັງບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າອີກດ້ວຍ ແລະ ຖ້າເຈົ້າບໍ່ຮູ້ສຶກລະອາຍເມື່ອເປັນພະຍານໃຫ້ຕົນເອງ ແລະ ປາຖະໜາທີ່ຈະສືບຕໍ່ເຮັດເຊັ່ນນັ້ນ ໂດຍບໍ່ຍອມແພ້ຈົນກວ່າເຈົ້າຈະບັນລຸເປົ້າໝາຍຂອງເຈົ້າ, ແລ້ວທໍາມະຊາດຂອງສິ່ງນີ້ກໍແຕກຕ່າງອອກໄປ, ເຈົ້າຄືຜູ້ຕໍ່ຕ້ານພຣະຄຣິສ.
ວິທີການ ແລະ ການສະແດງອອກທີ່ຜູ້ຕໍ່ຕ້ານພຣະຄຣິສມີສຳລັບການຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງນັ້ນມີຫຼາກຫຼາຍ. ບາງຢ່າງກ່ຽວຂ້ອງກັບການທີ່ຜູ້ຕໍ່ຕ້ານພຣະຄຣິສຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງໂດຍກົງ ແລະ ເວົ້າກ່ຽວກັບຂໍ້ດີທັງໝົດຂອງພວກເຂົາ, ໃນຂະນະທີ່ບາງຢ່າງກ່ຽວຂ້ອງກັບການທີ່ພວກເຂົາຊອກຫາວິທີໃຊ້ຄຳເວົ້າ ຫຼື ວິທີການທາງອ້ອມເພື່ອເຮັດໃຫ້ຜູ້ຄົນຕີລາຄາພວກເຂົາສູງຢ່າງແນບນຽນ ແລະ ບັນລຸເປົ້າໝາຍຂອງພວກເຂົາໃນການເຮັດໃຫ້ຜູ້ຄົນເຄົາລົບນັບຖື, ເຄົາລົບບູຊາ ແລະ ຕິດຕາມພວກເຂົາ ແລະ ເຖິງກັບມີຖານະໃນໃຈຂອງຜູ້ຄົນ, ນີ້ຄືທໍາມະຊາດຂອງພຶດຕິກຳດັ່ງກ່າວ. ອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສໃນການຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງນັ້ນແຕກຕ່າງຈາກຄົນທົ່ວໄປໃນແງ່ຂອງທໍາມະຊາດ, ຜົນໄດ້ຮັບທີ່ມັນກໍ່ໃຫ້ເກີດ, ພ້ອມທັງວິທີທີ່ມັນສະແດງອອກ ແລະ ເຈດຕະນາ ແລະ ເປົ້າໝາຍທີ່ຢູ່ເບື້ອງຫຼັງ. ຍິ່ງໄປກວ່ານັ້ນ, ຄົນທີ່ຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງພຽງແຕ່ເວົ້າກ່ຽວກັບຂໍ້ດີທັງໝົດຂອງພວກເຂົາບໍ? ບາງຄັ້ງ ພວກເຂົາກໍເວົ້າກ່ຽວກັບດ້ານທີ່ບໍ່ດີຂອງພວກເຂົາເຊັ່ນກັນ, ແຕ່ພວກເຂົາກຳລັງໄຈ້ແຍກ ແລະ ພະຍາຍາມຮູ້ຈັກຕົນເອງຢ່າງແທ້ຈິງບໍ ເມື່ອພວກເຂົາເຮັດສິ່ງນີ້? (ບໍ່.) ແລ້ວຄົນເຮົາຈະຄົ້ນພົບໄດ້ແນວໃດວ່າການຮູ້ຈັກຕົນເອງຂອງພວກເຂົາບໍ່ແທ້ຈິງ ແລະ ມັນຖືກເຈືອປົນ ແລະ ມີເຈດຕະນາຢູ່ເບື້ອງຫຼັງ? ຄົນເຮົາຈະເບິ່ງທະລຸເລື່ອງນີ້ໄດ້ແນວໃດ? ຈຸດສຳຄັນຢູ່ນີ້ກໍຄື ໃນຂະນະດຽວກັນກັບທີ່ພວກເຂົາກຳລັງພະຍາຍາມຮູ້ຈັກຕົນເອງ ແລະ ເປີດເຜີຍຄວາມອ່ອນແອ, ຂໍ້ບົກພ່ອງ, ຄວາມຂາດຕົກບົກພ່ອງ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ພວກເຂົາກໍກຳລັງຊອກຫາຂໍ້ອ້າງ ແລະ ເຫດຜົນເພື່ອປົດເປື້ອງຄວາມຜິດຂອງພວກເຂົາເຊັ່ນກັນ. ພວກເຂົາບອກຜູ້ຄົນຢ່າງແນບນຽນວ່າ “ທຸກຄົນລ້ວນແຕ່ສາມາດເຮັດຜິດພາດໄດ້, ບໍ່ແມ່ນພຽງແຕ່ຂ້ອຍເທົ່ານັ້ນ. ພວກເຈົ້າທຸກຄົນກໍສາມາດເຮັດຜິດພາດໄດ້ເຊັ່ນກັນ. ຄວາມຜິດພາດທີ່ຂ້ອຍເຮັດນັ້ນສາມາດໃຫ້ອະໄພໄດ້; ມັນເປັນຄວາມຜິດພາດເລັກນ້ອຍ. ຖ້າພວກເຈົ້າເຮັດຜິດພາດແບບດຽວກັນນີ້, ມັນກໍຈະເປັນກໍລະນີທີ່ຮ້າຍແຮງກວ່າຂອງຂ້ອຍຫຼາຍ, ເພາະວ່າພວກເຈົ້າຈະບໍ່ໄຕ່ຕອງຕົນເອງ ແລະ ໄຈ້ແຍກຕົນເອງ. ເຖິງແມ່ນວ່າຂ້ອຍຈະເຮັດຜິດພາດ, ຂ້ອຍກໍຍັງດີກວ່າພວກເຈົ້າ ແລະ ມີຄວາມມີເຫດຜົນ ແລະ ຄວາມສຸດຈະລິດຫຼາຍກວ່າ”. ເມື່ອທຸກຄົນໄດ້ຍິນສິ່ງນີ້, ພວກເຂົາກໍຄິດວ່າ “ເຈົ້າເວົ້າຖືກຕ້ອງແລ້ວ. ເຈົ້າເຂົ້າໃຈຄວາມຈິງຫຼາຍ ແລະ ມີວຸດທິພາວະແທ້ໆ. ເມື່ອເຈົ້າເຮັດຜິດພາດ, ເຈົ້າສາມາດໄຕ່ຕອງຕົນເອງ ແລະ ໄຈ້ແຍກຕົນເອງໄດ້; ເຈົ້າດີກວ່າພວກເຮົາຫຼາຍ. ຖ້າພວກເຮົາເຮັດຜິດພາດ, ພວກເຮົາກໍຈະບໍ່ໄຕ່ຕອງຕົນເອງ ແລະ ພະຍາຍາມຮູ້ຈັກຕົນເອງ ແລະ ຍ້ອນຄວາມຢ້ານກົວຕໍ່ຄວາມອັບອາຍ ພວກເຮົາຈຶ່ງບໍ່ກ້າທີ່ຈະໄຈ້ແຍກຕົນເອງ. ເຈົ້າມີວຸດທິພາວະ ແລະ ຄວາມກ້າຫານຫຼາຍກວ່າພວກເຮົາ”. ຄົນເຫຼົ່ານີ້ເຮັດຜິດພາດ ແຕ່ພວກເຂົາກໍຍັງໄດ້ຮັບການຕີລາຄາສູງຈາກຄົນອື່ນ ແລະ ຍົກຍ້ອງຕົນເອງ, ນີ້ຄືອຸປະນິໄສປະເພດໃດ? ຜູ້ຕໍ່ຕ້ານພຣະຄຣິສບາງຄົນເກັ່ງເປັນພິເສດໃນການເສແສ້ງ, ການຫຼອກລວງຜູ້ຄົນ ແລະ ການສ້າງພາບລັກ. ເມື່ອພວກເຂົາພົບກັບຄົນທີ່ເຂົ້າໃຈຄວາມຈິງ, ພວກເຂົາກໍເລີ່ມເວົ້າກ່ຽວກັບການຮູ້ຈັກຕົນເອງຂອງພວກເຂົາ ແລະ ຍັງເວົ້າວ່າພວກເຂົາເປັນມານຮ້າຍ ແລະ ເປັນຊາຕານ, ຄວາມເປັນມະນຸດຂອງພວກເຂົາບໍ່ດີ ແລະ ພວກເຂົາສົມຄວນຖືກສາບແຊ່ງອີກດ້ວຍ. ສົມມຸດວ່າເຈົ້າຖາມພວກເຂົາວ່າ “ໃນເມື່ອເຈົ້າເວົ້າວ່າເຈົ້າເປັນມານຮ້າຍ ແລະ ເປັນຊາຕານ, ເຈົ້າໄດ້ເຮັດການກະທຳທີ່ຊົ່ວຮ້າຍຫຍັງແດ່?” ພວກເຂົາກໍຈະເວົ້າວ່າ: “ຂ້ອຍບໍ່ໄດ້ເຮັດຫຍັງເລີຍ, ແຕ່ຂ້ອຍເປັນມານຮ້າຍ. ແລ້ວຂ້ອຍບໍ່ພຽງແຕ່ເປັນມານຮ້າຍເທົ່ານັ້ນ; ຂ້ອຍຍັງເປັນຊາຕານອີກດ້ວຍ!” ຈາກນັ້ນ ເຈົ້າກໍຖາມພວກເຂົາວ່າ “ໃນເມື່ອເຈົ້າເວົ້າວ່າເຈົ້າເປັນມານຮ້າຍ ແລະ ເປັນຊາຕານ, ເຈົ້າໄດ້ເຮັດການກະທຳທີ່ຊົ່ວຮ້າຍຫຍັງແດ່ຂອງມານຮ້າຍ ແລະ ຊາຕານ ແລະ ເຈົ້າໄດ້ຕໍ່ຕ້ານພຣະເຈົ້າແນວໃດ? ເຈົ້າສາມາດບອກຄວາມຈິງກ່ຽວກັບສິ່ງທີ່ຊົ່ວຮ້າຍທີ່ເຈົ້າໄດ້ເຮັດໄດ້ບໍ?” ພວກເຂົາກໍຈະເວົ້າວ່າ: “ຂ້ອຍບໍ່ໄດ້ເຮັດສິ່ງທີ່ຊົ່ວຮ້າຍຫຍັງເລີຍ!” ຈາກນັ້ນ ເຈົ້າກໍກົດດັນຕື່ມອີກ ແລະ ຖາມວ່າ “ຖ້າເຈົ້າບໍ່ໄດ້ເຮັດສິ່ງທີ່ຊົ່ວຮ້າຍຫຍັງເລີຍ, ແລ້ວເປັນຫຍັງເຈົ້າຈຶ່ງເວົ້າວ່າເຈົ້າເປັນມານຮ້າຍ ແລະ ເປັນຊາຕານ? ເຈົ້າພະຍາຍາມຈະບັນລຸຫຍັງໂດຍການເວົ້າແບບນີ້?” ເມື່ອເຈົ້າຈິງຈັງກັບພວກເຂົາແບບນີ້, ພວກເຂົາກໍບໍ່ມີຫຍັງຈະເວົ້າ. ຄວາມຈິງແລ້ວ, ພວກເຂົາໄດ້ເຮັດສິ່ງທີ່ບໍ່ດີຫຼາຍຢ່າງ, ແຕ່ພວກເຂົາຈະບໍ່ບອກຂໍ້ເທັດຈິງກ່ຽວກັບເລື່ອງນີ້ກັບເຈົ້າຢ່າງແນ່ນອນ. ພວກເຂົາຈະພຽງແຕ່ເວົ້າຄຳເວົ້າທີ່ໃຫຍ່ໂຕ ແລະ ພົ່ນຫຼັກຄຳສອນບາງຢ່າງອອກມາເພື່ອເວົ້າເຖິງການຮູ້ຈັກຕົນເອງຂອງພວກເຂົາໃນລັກສະນະທີ່ວ່າງເປົ່າ. ເມື່ອເວົ້າເຖິງວິທີທີ່ພວກເຂົາຊັກຈູງຜູ້ຄົນຢ່າງສະເພາະເຈາະຈົງ, ຫຼອກລວງຜູ້ຄົນ, ໃຊ້ຜູ້ຄົນໂດຍອີງໃສ່ຄວາມຮູ້ສຶກຂອງພວກເຂົາເອງ, ລົ້ມເຫຼວທີ່ຈະຖືເອົາຜົນປະໂຫຍດຂອງເຮືອນຂອງພຣະເຈົ້າຢ່າງຈິງຈັງ, ຂັດກັບການຈັດແຈງວຽກງານ, ຫຼອກລວງເບື້ອງເທິງ, ປິດບັງສິ່ງຕ່າງໆຈາກອ້າຍເອື້ອຍນ້ອງ ແລະ ພວກເຂົາໄດ້ທຳລາຍຜົນປະໂຫຍດຂອງເຮືອນຂອງພຣະເຈົ້າຫຼາຍສໍ່າໃດ, ພວກເຂົາຈະບໍ່ເວົ້າເຖິງຂໍ້ເທັດຈິງເຫຼົ່ານີ້ແມ່ນແຕ່ຄຳດຽວ. ນີ້ຄືການຮູ້ຈັກຕົນເອງຢ່າງແທ້ຈິງບໍ? (ບໍ່.) ໃນການເວົ້າວ່າພວກເຂົາເປັນມານຮ້າຍ ແລະ ເປັນຊາຕານ, ພວກເຂົາບໍ່ໄດ້ກຳລັງເສແສ້ງວ່າຮູ້ຈັກຕົນເອງເພື່ອຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງບໍ? ນີ້ບໍ່ແມ່ນວິທີການທີ່ພວກເຂົາໃຊ້ບໍ? (ແມ່ນແລ້ວ.) ຄົນທົ່ວໄປບໍ່ສາມາດເບິ່ງທະລຸວິທີການນີ້ໄດ້. ເມື່ອຜູ້ນຳບາງຄົນຖືກປົດອອກ, ບໍ່ດົນຫຼັງຈາກນັ້ນ ພວກເຂົາກໍຈະຖືກເລືອກຕັ້ງໃໝ່ ແລະ ເມື່ອເຈົ້າຖາມເຖິງເຫດຜົນສຳລັບເລື່ອງນີ້, ບາງຄົນກໍເວົ້າວ່າ: “ຜູ້ນຳຄົນນັ້ນມີຂີດຄວາມສາມາດທີ່ດີ. ລາວຮູ້ວ່າລາວເປັນມານຮ້າຍ ແລະ ເປັນຊາຕານ. ມີໃຜອີກບໍທີ່ມີລະດັບຄວາມຮູ້ດັ່ງກ່າວ? ມີພຽງແຕ່ຄົນທີ່ໄລ່ຕາມຄວາມຈິງຢ່າງແທ້ຈິງເທົ່ານັ້ນທີ່ມີຄວາມຮູ້ນັ້ນ. ບໍ່ມີໃຜໃນພວກເຮົາທີ່ສາມາດໄດ້ຮັບຄວາມຮູ້ນັ້ນກ່ຽວກັບຕົນເອງ; ຄົນທົ່ວໄປບໍ່ມີວຸດທິພາວະນັ້ນ. ດ້ວຍເຫດຜົນນີ້, ທຸກຄົນຈຶ່ງເລືອກລາວອີກຄັ້ງ”. ມັນເກີດຫຍັງຂຶ້ນຢູ່ນີ້? ຄົນເຫຼົ່ານີ້ຖືກເຮັດໃຫ້ຫຼົງຜິດແລ້ວ. ຜູ້ນຳຄົນນີ້ຮູ້ວ່າລາວເປັນມານຮ້າຍ ແລະ ເປັນຊາຕານ ແຕ່ລາວກໍຍັງຖືກທຸກຄົນເລືອກ, ສະນັ້ນ ການທີ່ລາວເວົ້າວ່າລາວເປັນມານຮ້າຍ ແລະ ເປັນຊາຕານນັ້ນມີຜົນກະທົບ ແລະ ຜົນສະທ້ອນແນວໃດຕໍ່ຜູ້ຄົນ? (ມັນເຮັດໃຫ້ຜູ້ຄົນຕີລາຄາລາວສູງ.) ຖືກຕ້ອງແລ້ວ, ມັນເຮັດໃຫ້ຜູ້ຄົນຕີລາຄາລາວສູງຂຶ້ນ. ຜູ້ບໍ່ມີຄວາມເຊື່ອເອີ້ນວິທີການນີ້ວ່າ “ຖອຍເພື່ອຈະກ້າວໄປຂ້າງໜ້າ”. ສິ່ງນີ້ໝາຍຄວາມວ່າ ເພື່ອເຮັດໃຫ້ຜູ້ຄົນຕີລາຄາພວກເຂົາສູງຂຶ້ນ, ກ່ອນອື່ນ ພວກເຂົາຈະເວົ້າສິ່ງທີ່ບໍ່ດີກ່ຽວກັບຕົນເອງ ເພື່ອໃຫ້ຄົນອື່ນເຊື່ອວ່າພວກເຂົາສາມາດເປີດໃຈ ແລະ ຮູ້ຈັກຕົນເອງ, ພວກເຂົາມີຄວາມເລິກເຊິ່ງ ແລະ ວິໄສທັດ ແລະ ມີຄວາມເຂົ້າໃຈທີ່ຖ່ອງແທ້ ແລະ ຍ້ອນສິ່ງນີ້ ທຸກຄົນຈຶ່ງເຄົາລົບບູຊາພວກເຂົາຫຼາຍຂຶ້ນ. ແລ້ວຜົນຂອງການທີ່ທຸກຄົນເຄົາລົບບູຊາພວກເຂົາຫຼາຍຂຶ້ນແມ່ນຫຍັງ? ເມື່ອເຖິງເວລາທີ່ຈະເລືອກຜູ້ນຳອີກຄັ້ງ, ພວກເຂົາກໍຍັງຖືກພິຈາລະນາວ່າເປັນຄົນທີ່ສົມບູນແບບສຳລັບບົດບາດນັ້ນ. ວິທີການນີ້ບໍ່ສະຫຼາດຫຼາຍບໍ? ຖ້າພວກເຂົາບໍ່ໄດ້ເວົ້າກ່ຽວກັບການຮູ້ຈັກຕົນເອງຂອງພວກເຂົາແບບນີ້ ແລະ ບໍ່ໄດ້ເວົ້າວ່າພວກເຂົາເປັນມານຮ້າຍ ແລະ ເປັນຊາຕານ ແລະ ພຽງແຕ່ເປັນຄົນຄິດລົບແທນ, ເມື່ອຄົນອື່ນເຫັນສິ່ງນີ້, ພວກເຂົາກໍຈະເວົ້າວ່າ “ທັນທີທີ່ເຈົ້າຖືກປົດອອກ ແລະ ສູນເສຍສະຖານະຂອງເຈົ້າ, ເຈົ້າກໍກາຍເປັນຄົນຄິດລົບ. ເຈົ້າເຄີຍສອນພວກເຮົາບໍ່ໃຫ້ເປັນຄົນຄິດລົບ, ແຕ່ຕອນນີ້ຄວາມເປັນລົບຂອງເຈົ້າຮ້າຍແຮງກວ່າຂອງພວກເຮົາອີກ. ພວກເຮົາຈະບໍ່ເລືອກເຈົ້າ”. ບໍ່ມີໃຜຕີລາຄາຜູ້ນຳຄົນນີ້ສູງ. ເຖິງແມ່ນວ່າທຸກຄົນຈະຍັງຂາດຄວາມສາມາດໃນການແຍກແຍະຄົນເຫຼົ່ານັ້ນ, ແຕ່ຢ່າງໜ້ອຍພວກເຂົາກໍຈະບໍ່ເລືອກຄົນເຫຼົ່ານັ້ນໃຫ້ເປັນຜູ້ນຳອີກຄັ້ງ ແລະ ຄົນຜູ້ນີ້ກໍຈະບໍ່ບັນລຸເປົ້າໝາຍຂອງລາວໃນການເຮັດໃຫ້ຄົນອື່ນຕີລາຄາລາວສູງ. ແຕ່ຜູ້ນຳຄົນນີ້ເປັນຝ່າຍລິເລີ່ມ ໂດຍກ່າວວ່າ: “ຂ້ອຍເປັນມານຮ້າຍ ແລະ ເປັນຊາຕານ; ຂໍໃຫ້ພຣະເຈົ້າສາບແຊ່ງຂ້ອຍ ແລະ ສົ່ງຂ້ອຍໄປນະຮົກຂຸມທີສິບແປດ ແລະ ບໍ່ອະນຸຍາດໃຫ້ຂ້ອຍກັບມາເກີດໃໝ່ຕະຫຼອດໄປ!” ບາງຄົນຮູ້ສຶກສົງສານລາວເມື່ອໄດ້ຍິນສິ່ງນີ້ ແລະ ເວົ້າວ່າ: “ຜູ້ນຳຂອງພວກເຮົາໄດ້ທົນທຸກຫຼາຍ. ໂອ້, ພວກເຂົາຖືກປະຕິບັດຢ່າງບໍ່ຍຸຕິທຳສໍ່າໃດ! ຖ້າພຣະເຈົ້າບໍ່ອະນຸຍາດໃຫ້ລາວເປັນຜູ້ນຳ, ແລ້ວພວກເຮົາກໍຈະເລືອກຕັ້ງລາວ”. ທຸກຄົນສະໜັບສະໜູນຜູ້ນຳຄົນນີ້ເຖິງຂະໜາດນັ້ນ, ແລ້ວພວກເຂົາບໍ່ໄດ້ຖືກເຮັດໃຫ້ຫຼົງຜິດບໍ? ເຈດຕະນາເດີມຂອງຄຳເວົ້າຂອງລາວໄດ້ຮັບການຢືນຢັນແລ້ວ ເຊິ່ງພິສູດໃຫ້ເຫັນວ່າລາວກຳລັງເຮັດໃຫ້ຜູ້ຄົນຫຼົງຜິດດ້ວຍວິທີນີ້ແທ້ໆ. ບາງຄັ້ງ ຊາຕານກໍເຮັດໃຫ້ຜູ້ຄົນຫຼົງຜິດໂດຍການຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງ ແລະ ບາງຄັ້ງ ມັນກໍສາມາດຍອມຮັບຄວາມຜິດພາດຂອງມັນໃນທາງອ້ອມເມື່ອມັນບໍ່ມີທາງເລືອກອື່ນ, ແຕ່ມັນລ້ວນແລ້ວແຕ່ເປັນການສ້າງພາບລັກ ແລະ ເປົ້າໝາຍຂອງມັນກໍຄືເພື່ອໃຫ້ໄດ້ຮັບຄວາມເຫັນອົກເຫັນໃຈ ແລະ ຄວາມເຂົ້າໃຈຈາກຜູ້ຄົນ. ມັນເຖິງກັບຈະເວົ້າວ່າ “ບໍ່ມີໃຜສົມບູນແບບ. ທຸກຄົນລ້ວນແຕ່ມີອຸປະນິໄສທີ່ເສື່ອມຊາມ ແລະ ທຸກຄົນກໍສາມາດເຮັດຜິດພາດໄດ້. ຕາບໃດທີ່ຄົນເຮົາສາມາດແກ້ໄຂຄວາມຜິດພາດຂອງຕົນເອງໄດ້, ພວກເຂົາກໍເປັນຄົນດີ”. ເມື່ອຜູ້ຄົນໄດ້ຍິນສິ່ງນີ້, ພວກເຂົາກໍຮູ້ສຶກວ່າມັນຖືກຕ້ອງ ແລະ ສືບຕໍ່ເຄົາລົບບູຊາ ແລະ ຕິດຕາມຊາຕານ. ວິທີການຂອງຊາຕານກໍຄືການຍອມຮັບຄວາມຜິດພາດຂອງມັນຢ່າງຫ້າວຫັນ ແລະ ຍົກຍ້ອງຕົນເອງຢ່າງແນບນຽນ ແລະ ຍົກລະດັບຕຳແໜ່ງຂອງມັນໃນໃຈຂອງຜູ້ຄົນ, ເພື່ອໃຫ້ຜູ້ຄົນຍອມຮັບທຸກສິ່ງທຸກຢ່າງກ່ຽວກັບມັນ, ແມ່ນແຕ່ຂໍ້ຜິດພາດຂອງມັນ ແລະ ຈາກນັ້ນກໍໃຫ້ອະໄພຂໍ້ຜິດພາດເຫຼົ່ານີ້, ຄ່ອຍໆລືມພວກມັນໄປ ແລະ ໃນທີ່ສຸດກໍຍອມຮັບຊາຕານຢ່າງສົມບູນ, ກາຍເປັນຜູ້ທີ່ຈົງຮັກພັກດີຕໍ່ມັນຈົນວັນຕາຍ, ບໍ່ເຄີຍຈາກໄປ ຫຼື ປະຖິ້ມມັນ ແລະ ຕິດຕາມມັນຈົນເຖິງທີ່ສຸດ. ນີ້ບໍ່ແມ່ນວິທີການເຮັດສິ່ງຕ່າງໆຂອງຊາຕານບໍ? ນີ້ຄືວິທີທີ່ຊາຕານກະທຳການ ແລະ ຜູ້ຕໍ່ຕ້ານພຣະຄຣິສກໍໃຊ້ວິທີການປະເພດນີ້ເຊັ່ນກັນເມື່ອພວກເຂົາກະທຳການ ເພື່ອບັນລຸຄວາມທະເຍີທະຍານ ແລະ ເປົ້າໝາຍຂອງພວກເຂົາໃນການເຮັດໃຫ້ຜູ້ຄົນເຄົາລົບບູຊາ ແລະ ຕິດຕາມພວກເຂົາ. ຜົນສະທ້ອນທີ່ສິ່ງນີ້ນໍາໄປສູ່ແມ່ນຄືກັນ ແລະ ບໍ່ແຕກຕ່າງຈາກຜົນສະທ້ອນຂອງການທີ່ຊາຕານເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ເສື່ອມຊາມເລີຍ.
ເມື່ອບາງຄົນເວົ້າເຖິງຄວາມຮູ້ຈັກຕົນເອງຂອງພວກເຂົາ, ພວກເຂົາພັນລະນາຕົນເອງວ່າເປັນຄົນທີ່ໃຊ້ການບໍ່ໄດ້ເລີຍ ແລະ ບໍ່ມີຄ່າຫຍັງເລີຍ, ເຖິງກັບເວົ້າວ່າພວກເຂົາເປັນມານຮ້າຍ ແລະ ເປັນຊາຕານ, ພວກເຂົາສົມຄວນຖືກສາບແຊ່ງ ແລະ ພວກເຂົາຈະບໍ່ຈົ່ມວ່າເລີຍ ຖ້າພຣະເຈົ້າກຳຈັດພວກເຂົາ. ເຖິງຢ່າງໃດກໍຕາມ, ຄົນເຫຼົ່ານີ້ບໍ່ມີຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບແກ່ນແທ້ທຳມະຊາດ ຫຼື ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ພວກເຂົາບໍ່ສາມາດບອກເລົ່າຫຍັງກ່ຽວກັບສະພາບການທີ່ແທ້ຈິງຂອງພວກເຂົາໄດ້ເລີຍ. ກົງກັນຂ້າມ, ພວກເຂົາພະຍາຍາມໃຊ້ພາບລັກຈອມປອມເພື່ອເຮັດໃຫ້ຄົນອື່ນຫຼົງຜິດ ແລະ ໃຊ້ວິທີການ ແລະ ວິທີທາງໃນການເປັນຝ່າຍຍອມຮັບຄວາມຜິດພາດຂອງພວກເຂົາເອງຢ່າງຫ້າວຫັນ ແລະ “ຖອຍເພື່ອຈະກ້າວໄປຂ້າງໜ້າ” ເພື່ອປິດບັງ ແລະ ຫຼອກລວງຜູ້ຄົນ ແລ້ວເຮັດໃຫ້ຜູ້ຄົນມີຄວາມຄິດທີ່ດີຕໍ່ພວກເຂົາ. ນີ້ຄືການປະຕິບັດຂອງຜູ້ຕໍ່ຕ້ານພຣະຄຣິສ. ຄັ້ງຕໍ່ໄປທີ່ພວກເຈົ້າພົບກັບຄົນແບບນີ້, ພວກເຈົ້າຄວນປະຕິບັດຕໍ່ພວກເຂົາແນວໃດ? (ສອບຖາມລາຍລະອຽດຢ່າງເລິກເຊິ່ງ.) ຖືກຕ້ອງແລ້ວ, ພວກເຈົ້າຕ້ອງຮຽນຮູ້ທີ່ຈະສືບສວນບັນຫາ ແລະ ສອບຖາມລາຍລະອຽດຢ່າງເລິກເຊິ່ງ. ແລ້ວພວກເຈົ້າຄວນສືບສວນເລິກເຊິ່ງສໍ່າໃດ? ຈົ່ງເຮັດຈົນກວ່າພວກເຂົາຈະຂໍຄວາມເມດຕາ ແລະ ເວົ້າວ່າ “ຂ້ອຍຈະບໍ່ເຮັດໃຫ້ພວກເຈົ້າຫຼົງຜິດອີກຕໍ່ໄປ. ເຖິງແມ່ນວ່າພວກເຈົ້າຈະເລືອກຂ້ອຍໃຫ້ເປັນຜູ້ນຳຂອງພວກເຈົ້າ, ຂ້ອຍກໍຈະບໍ່ຮັບບົດບາດນັ້ນ”. ຈົ່ງເວົ້າກັບພວກເຂົາວ່າ “ພວກເຮົາຈະບໍ່ມີທາງຖືກເຈົ້າເຮັດໃຫ້ຫຼົງຜິດ ຫຼື ເລືອກເຈົ້າໃຫ້ເປັນຜູ້ນຳຂອງພວກເຮົາອີກຕໍ່ໄປ, ສະນັ້ນ ເຊົາຝັນໄດ້ແລ້ວ!” ແບບນີ້ດີບໍ? ທຸກຄົນທີ່ເວົ້າໂອ້ອວດເກີນຈິງກ່ຽວກັບຄວາມຮູ້ຈັກຕົນເອງຂອງພວກເຂົາ ແລະ ເຖິງກັບສາບແຊ່ງຕົນເອງ ໂດຍທີ່ບໍ່ມີຄຳເວົ້າໃດຟັງເບິ່ງເປັນຄວາມຈິງເລີຍນັ້ນ ລ້ວນແຕ່ເປັນຄົນຝ່າຍວິນຍານແບບຈອມປອມ ແລະ ເປັນຄົນໜ້າຊື່ໃຈຄົດ ແລະ ຄຳເວົ້າທັງໝົດຂອງພວກເຂົາກໍລ້ວນແຕ່ເປັນການເຮັດໃຫ້ຫຼົງຜິດ. ມັນມີລັກສະນະໜຶ່ງ ແລະ ລາຍລະອຽດສອງສາມຢ່າງໃນຄຳເວົ້າຂອງຄົນດັ່ງກ່າວທີ່ເຈົ້າຕ້ອງສາມາດແຍກແຍະໄດ້. ຕົວຢ່າງ: ບອກເຮົາມາເບິ່ງ, ຖ້າຄົນໃດຄົນໜຶ່ງຖືກຂໍໃຫ້ຂຽນຄຳປະຕິຍານສຳລັບການເກັບຮັກສາເຄື່ອງຖວາຍໃຫ້ປອດໄພ, ປະໂຫຍກທຳອິດຂອງຄຳປະຕິຍານຄວນເວົ້າວ່າແນວໃດ? ຄົນທີ່ມີຄວາມມີເຫດຜົນ ແລະ ຄວາມເປັນມະນຸດຈະຂຽນແນວໃດ? ພວກເຂົາຈະໃຊ້ນໍ້າສຽງ ແລະ ການເລືອກໃຊ້ຄຳເວົ້າແບບໃດເພື່ອຢືນຢູ່ໃນຕຳແໜ່ງທີ່ເໝາະສົມຂອງພວກເຂົາ ແລະ ສະແດງທັດສະນະຄະຕິຂອງພວກເຂົາອອກມາ? ເມື່ອຄົນທຳມະດາເວົ້າ, ທຸກຄົນສາມາດຮັບຮູ້ໄດ້ວ່າພວກເຂົາກຳລັງເວົ້າຢ່າງເປັນປົກກະຕິ ແຕ່ບຸກຄົນທີ່ມີຄວາມທະເຍີທະຍານເຊິ່ງເປັນຄົນຊົ່ວຮ້າຍ ຫຼື ຜູ້ຕໍ່ຕ້ານພຣະຄຣິສຈະມີນໍ້າສຽງສະເພາະເມື່ອພວກເຂົາເວົ້າ ເຊິ່ງແຕກຕ່າງຈາກຄົນທົ່ວໄປ. ຕົວຢ່າງ: ພວກເຂົາເວົ້າວ່າ “ຖ້າຂ້ອຍ, ຊື່ນັ້ນຊື່ນີ້, ສໍ້ໂກງເຄື່ອງຖວາຍຂອງພຣະເຈົ້າແມ່ນແຕ່ກີບດຽວ, ຂໍໃຫ້ຂ້ອຍຕາຍຢ່າງທຸກທໍລະມານ, ຂໍໃຫ້ຂ້ອຍຖືກລົດຕຳຕາຍ!” ນີ້ແມ່ນນໍ້າສຽງປະເພດໃດ? ພວກເຂົາເລີ່ມຕົ້ນດ້ວຍຄຳວ່າ “ຂ້ອຍ” ໂດຍໃຊ້ນໍ້າສຽງທີ່ອວດອ້າງທີ່ສຸດ ເຊິ່ງແຮງຈູງໃຈທີ່ຢູ່ເບື້ອງຫຼັງນໍ້າສຽງ ແລະ ວິທີການເວົ້າຂອງພວກເຂົາສາມາດສັງເກດເຫັນໄດ້ຈາກຄຳເວົ້າທີ່ພວກເຂົາໃຊ້ໂດຍກົງ. ຄຳທຳອິດຄື “ຂ້ອຍ”, ພວກເຂົາໃຊ້ນໍ້າສຽງທີ່ອວດອ້າງທີ່ສຸດ ແລະ ລະດັບສຽງທີ່ສູງແບບນັ້ນ, ນີ້ບໍ່ແມ່ນຄຳປະຕິຍານທີ່ອວດອ້າງບໍ? ຄຳປະຕິຍານປະເພດນີ້ເອີ້ນວ່າຫຍັງ? ມັນເອີ້ນວ່າການອວດອ້າງ ແລະ ໜ້າຊື່ໃຈຄົດ. ການຂຽນຄຳປະຕິຍານດ້ວຍຄວາມແຂງກະດ້າງແບບນັ້ນ, ນີ້ແມ່ນອຸປະນິໄສປະເພດໃດ? ນີ້ຄືຄຳປະຕິຍານ, ແລ້ວເຈົ້າກຳລັງປະຕິຍານຕໍ່ໃຜ? ເຈົ້າກຳລັງປະຕິຍານຕໍ່ພຣະເຈົ້າ, ແລ້ວຄົນປົກກະຕິຄວນເວົ້າແນວໃດໃນກໍລະນີນີ້? ພວກເຂົາຄວນເວົ້າໃນລັກສະນະທີ່ຖ່ອມຕົວ, ຢືນຢູ່ໃນຕຳແໜ່ງທີ່ເໝາະສົມຂອງພວກເຂົາ, ອະທິຖານຕໍ່ພຣະເຈົ້າ ແລະ ເວົ້າຈາກໃຈ. ພວກເຂົາບໍ່ຄວນໃຊ້ຄຳເວົ້າທີ່ອວດອ້າງ ຫຼື ແຂງກະດ້າງ. ຄົນດັ່ງກ່າວເປັນຄົນແຂງກະດ້າງຫຼາຍແມ່ນແຕ່ຕອນທີ່ໃຫ້ຄຳປະຕິຍານ, ອຸປະນິໄສແບບຊາຕານຂອງພວກເຂົາຊ່າງຮ້າຍແຮງແທ້ໆ! ມັນຍາກທີ່ຈະບອກວ່າຄຳປະຕິຍານຂອງພວກເຂົາເປັນຈິງ ຫຼື ປອມ. ສິ່ງທີ່ພວກເຂົາໝາຍເຖິງກໍຄື: “ເຈົ້າບໍ່ໄວ້ໃຈຂ້ອຍບໍ? ເຈົ້າຢ້ານວ່າຂ້ອຍຈະເອົາປຽບເຮືອນຂອງພຣະເຈົ້າ, ຢ້ານວ່າຂ້ອຍຈະລັກເຄື່ອງຖວາຍບໍ? ເຈົ້າໃຊ້ຂ້ອຍ ແຕ່ເຈົ້າບໍ່ໄວ້ໃຈຂ້ອຍ ແລະ ເຈົ້າຂໍໃຫ້ຂ້ອຍໃຫ້ຄຳປະຕິຍານ, ຄັນຊັ້ນ ຂ້ອຍກໍຈະໃຫ້ຄຳປະຕິຍານ, ເຈົ້າຄອຍເບິ່ງກໍແລ້ວກັນວ່າຂ້ອຍກ້າໃຫ້ຄຳປະຕິຍານນີ້ ຫຼື ບໍ່! ຂ້ອຍບໍ່ເຊື່ອວ່າຂ້ອຍຈະສາມາດເຮັດສິ່ງແບບນັ້ນໄດ້”. ນີ້ແມ່ນທັດສະນະຄະຕິປະເພດໃດ? ນີ້ຄືຄວາມແຂງກະດ້າງ ແລະ ຄວາມບໍ່ຢ້ານກົວສິ່ງໃດ. ພວກເຂົາເຖິງກັບມີຄວາມກ້າທີ່ຈະຮ້ອງໂວຍວາຍຕໍ່ຕ້ານພຣະເຈົ້າ ແລະ ໃຊ້ຄຳປະຕິຍານເພື່ອແກ້ຕົວໃຫ້ຕົນເອງ ແລະ ເຮັດໃຫ້ຜູ້ຄົນຫຼົງຜິດ. ນີ້ຄືການຢຳເກງພຣະເຈົ້າບໍ? ມັນບໍ່ມີຄວາມເຫຼື້ອມໃສໃນສິ່ງນີ້ເລີຍແມ່ນແຕ່ໜ້ອຍດຽວ. ຄົນປະເພດນີ້ຄືຊາຕານ ແລະ ຜູ້ຕໍ່ຕ້ານພຣະຄຣິສ; ນີ້ຄືວິທີທີ່ຜູ້ຕໍ່ຕ້ານພຣະຄຣິສເວົ້າ. ການໃຫ້ຄຳປະຕິຍານດ້ວຍຄວາມໝາຍແຝງຂອງການຮ້ອງໂວຍວາຍ, ນີ້ແມ່ນອຸປະນິໄສປະເພດໃດ? ຄົນປະເພດນີ້ຍັງຈະສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ຢູ່ບໍ? ພວກເຈົ້າເຄີຍພົບຄົນປະເພດນີ້ມາກ່ອນບໍ? ພວກເຈົ້າບໍ່ຮູ້ວິທີແຍກແຍະການສະແດງອອກ, ການເປີດເຜີຍ ຫຼື ອຸປະນິໄສເຫຼົ່ານີ້ທີ່ພວກເຂົາສະແດງອອກມາ, ແມ່ນບໍ? ບາງຄົນເຖິງກັບເຊື່ອວ່າຄົນປະເພດນີ້ມີຄວາມຄິດທີ່ຊັດເຈນ, ມີຄວາມເຂົ້າໃຈຝ່າຍວິນຍານ, ຊື່ສັດ ແລະ ຈົງຮັກພັກດີຕໍ່ພຣະເຈົ້າ. ນີ້ບໍ່ແມ່ນຄວາມໂງ່ຈ້າບໍ? ນີ້ບໍ່ແມ່ນການຂາດຄວາມສາມາດໃນການແຍກແຍະບໍ? ພຶດຕິກຳ ແລະ ອຸປະນິໄສທີ່ຮ້າຍແຮງນີ້ສາມາດເຫັນໄດ້ຈາກຄວາມໝາຍຕາມຕົວອັກສອນ ແລະ ການເລືອກໃຊ້ຄຳເວົ້າໃນຄຳປະຕິຍານຂອງພວກເຂົາ ແຕ່ຜູ້ຄົນກໍຍັງຄິດວ່າຜູ້ຕໍ່ຕ້ານພຣະຄຣິສຄົນນີ້ຂ້ອນຂ້າງດີ. ຄົນເຫຼົ່ານີ້ເຂົ້າໃຈຄວາມຈິງບໍ? ເບິ່ງຄືວ່າທຸກສິ່ງທຸກຢ່າງທີ່ພວກເຈົ້າທຸກຄົນເຂົ້າໃຈກໍຄືຫຼັກຄຳສອນ, ພວກເຈົ້າສາມາດເວົ້າໄດ້ພຽງແຕ່ກ່ຽວກັບຫຼັກຄຳສອນ ແລະ ເວົ້າຄຳເວົ້າທີ່ວ່າງເປົ່າ ແລະ ພວກເຈົ້າບໍ່ມີຄວາມສາມາດໃນການແຍກແຍະເມື່ອເວົ້າເຖິງເລື່ອງ ແລະ ບັນຫາສະເພາະ. ໃນອະນາຄົດ, ຖ້າພວກເຈົ້າພົບກັບເລື່ອງປະເພດນີ້, ພວກເຈົ້າຈະມີຄວາມສາມາດໃນການແຍກແຍະບໍ? (ມີ, ພວກເຮົາຈະມີ.) ຄົນທີ່ຂຽນຄຳປະຕິຍານດັ່ງກ່າວລ້ວນແຕ່ເປັນສັດເດຍລະສານ ແລະ ພວກເຂົາທຸກຄົນລ້ວນແຕ່ຂາດຄວາມເປັນມະນຸດ. ພວກເຈົ້າເຄີຍເຫັນຄຳປະຕິຍານປະເພດນີ້ມາກ່ອນບໍ? ພວກເຈົ້າເຄີຍຂຽນຄຳປະຕິຍານແບບນີ້ມາກ່ອນບໍ? (ເຄີຍ.) ມັນມີນໍ້າສຽງແບບດຽວກັນ ແລະ ການເລີ່ມຕົ້ນແບບດຽວກັນກັບອັນນີ້ບໍ? (ມັນບໍ່ໄດ້ກົງໄປກົງມາປານນັ້ນ.) ຄັນຊັ້ນ ທຳມະຊາດຂອງມັນຄືກັນບໍ? (ຄືກັນ.) ທຳມະຊາດຂອງມັນແມ່ນຄືກັນ. ການໃຫ້ຄຳປະຕິຍານບໍ່ຄືກັບການເຂົ້າສູ່ສະໜາມຮົບ ເຊິ່ງຮຽກຮ້ອງໃຫ້ມີຈິດໃຈແຫ່ງການເສຍສະລະຕົນເອງຢ່າງກ້າຫານ. ມັນບໍ່ໄດ້ຮຽກຮ້ອງໃຫ້ມີຈິດໃຈປະເພດນັ້ນ. ເມື່ອໃຫ້ຄຳປະຕິຍານຕໍ່ພຣະເຈົ້າ, ເຈົ້າຕ້ອງຄິດກ່ຽວກັບມັນຢ່າງຮອບຄອບ ແລະ ເຂົ້າໃຈວ່າເປັນຫຍັງເຈົ້າຈຶ່ງຈຳເປັນຕ້ອງຂຽນຄຳປະຕິຍານນີ້ ແລະ ເຈົ້າກຳລັງໃຫ້ຄຳປະຕິຍານ ແລະ ໃຫ້ຄຳໝັ້ນສັນຍານີ້ຕໍ່ໃຜ. ສິ່ງທີ່ພຣະເຈົ້າຕ້ອງການຄືທັດສະນະຄະຕິຂອງຄົນເຮົາ, ບໍ່ແມ່ນຄວາມຮຶກເຫີມປະເພດໜຶ່ງ. ຄວາມຮຶກເຫີມຂອງເຈົ້ານັ້ນແຂງກະດ້າງ ແລະ ມັນເປັນການຮ້ອງໂວຍວາຍ; ມັນເປັນການສະແດງອອກເຖິງອຸປະນິໄສທີ່ອວດດີຂອງຊາຕານ. ມັນບໍ່ແມ່ນຄວາມເຫຼື້ອມໃສ ແລະ ບໍ່ແມ່ນການສະແດງອອກທີ່ສິ່ງທີ່ຖືກສ້າງຄວນມີ ແລະ ຍິ່ງບໍ່ແມ່ນຕຳແໜ່ງທີ່ສິ່ງທີ່ຖືກສ້າງຄວນຢືນຢູ່. ຄົນທີ່ມີການສະແດງອອກນີ້ບໍ່ໄດ້ຮັບອິດທິພົນຈາກລັດທິວິລະຊົນແຫ່ງຊາດບໍ? ມັນກ່ຽວຂ້ອງກັບສິ່ງນີ້ບໍ? ຜູ້ຄົນຖືກເບື່ອພິດເລິກເຊິ່ງເກີນໄປ, ທັນທີທີ່ພວກເຂົາຂຽນຄຳປະຕິຍານ ຫຼື ຄຳໝັ້ນສັນຍາ, ພວກເຂົາກໍຄິດເຖິງບຸກຄົນທີ່ມີຊື່ສຽງທັງໝົດຕະຫຼອດທຸກຍຸກທຸກສະໄໝທີ່ຈົງຮັກພັກດີຕໍ່ປະເທດຊາດ ແລະ ປະຊາຊົນຂອງພວກເຂົາ. ບຸກຄົນທີ່ມີຊື່ສຽງເຫຼົ່ານັ້ນເປັນສ່ວນໜຶ່ງໃນກຸ່ມຂອງຊາຕານ ແລະ ພວກເຂົາກະທຳການໂດຍບໍ່ເລືອກວິທີການເພື່ອເຮັດໃຫ້ຕົນເອງໂດດເດັ່ນ ແລະ ເປັນພະຍານໃຫ້ຕົນເອງ ແລະ ເພື່ອທີ່ຈະຄອບຄອງພື້ນທີ່ໃນໃຈຂອງຜູ້ຄົນ ແລະ ປະໄວ້ເຊິ່ງຊື່ສຽງທີ່ດີໃຫ້ຕົນເອງ ເພື່ອທີ່ພວກເຂົາຈະໄດ້ຖືກຈາລຶກໄວ້ໃນປະຫວັດສາດ ແລະ ໄດ້ຮັບຊື່ສຽງທີ່ດີເຊິ່ງຈະຄົງຢູ່ຕະຫຼອດໄປ. ຄົນລຸ້ນຫຼັງປະເມີນສິ່ງນີ້ວ່າເປັນການທີ່ພວກເຂົາມີຄວາມອຸທິດຕົນຢ່າງໂງ່ຈ້າຕໍ່ປະເທດຊາດຂອງພວກເຂົາ; ເຈົ້າຄິດວ່າພວກເຂົາໂງ່ຈ້າຢ່າງແທ້ຈິງບໍ? ຄວາມຈິງແລ້ວຄວາມໂງ່ຈ້ານີ້ແມ່ນຫຍັງ? ມັນຄືການປະຕິບັດທີ່ທໍລະຍົດ, ຊົ່ວຊ້າທີ່ສຸດ ແລະ ມີເຈດຕະນາສ່ວນຕົວຢູ່ພາຍໃນນັ້ນ. ມັນບໍ່ແມ່ນຄວາມໂງ່ຈ້າ ແລະ ແນ່ນອນວ່າ ມັນບໍ່ແມ່ນຄວາມອຸທິດຕົນ, ມັນຄືຄວາມຊົ່ວຊ້າ.
ພວກເຮົາໄດ້ດຳເນີນການໂອ້ລົມກັນຢ່າງຫຼວງຫຼາຍແລ້ວກ່ຽວກັບຫົວຂໍ້ຂອງຜູ້ຕໍ່ຕ້ານພຣະຄຣິສທີ່ເປັນພະຍານໃຫ້ຕົນເອງ. ຍັງມີບັນຫາອື່ນທີ່ກ່ຽວຂ້ອງກັບຫົວຂໍ້ນີ້ທີ່ພວກເຈົ້າຍັງບໍ່ເຂົ້າໃຈຢ່າງຖ່ອງແທ້ຢູ່ບໍ? ບາງຄົນເປັນພະຍານໃຫ້ຕົນເອງໂດຍໃຊ້ພາສາ ແລະ ກ່າວຄຳເວົ້າບາງຢ່າງທີ່ໂອ້ອວດຕົນເອງ ໃນຂະນະທີ່ຄົນອື່ນໃຊ້ພຶດຕິກຳ. ການສະແດງອອກຂອງຄົນທີ່ໃຊ້ພຶດຕິກຳເພື່ອເປັນພະຍານໃຫ້ຕົນເອງມີຫຍັງແດ່? ຈາກພາຍນອກ, ພວກເຂົາເຮັດພຶດຕິກຳບາງຢ່າງທີ່ຂ້ອນຂ້າງສອດຄ່ອງກັບຄວາມຄິດຫຼົງຜິດຂອງຜູ້ຄົນ ເຊິ່ງດຶງດູດຄວາມສົນໃຈຂອງຜູ້ຄົນ ແລະ ຖືກຜູ້ຄົນເບິ່ງວ່າສູງສົ່ງຫຼາຍ ແລະ ຂ້ອນຂ້າງສອດຄ່ອງກັບມາດຕະຖານທາງສິນທຳ. ພຶດຕິກຳເຫຼົ່ານີ້ເຮັດໃຫ້ຜູ້ຄົນຄິດວ່າພວກເຂົາມີກຽດ, ພວກເຂົາມີຄວາມສຸດຈະລິດ, ພວກເຂົາຮັກພຣະເຈົ້າແທ້ໆ, ມີຄວາມເຫຼື້ອມໃສຫຼາຍ ແລະ ມີຫົວໃຈທີ່ຢຳເກງພຣະເຈົ້າແທ້ໆ ແລະ ພວກເຂົາເປັນຄົນທີ່ໄລ່ຕາມຄວາມຈິງ. ພວກເຂົາມັກຈະສະແດງພຶດຕິກຳທີ່ດີພາຍນອກບາງຢ່າງເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ, ສິ່ງນີ້ບໍ່ໄດ້ມີກິ່ນອາຍຂອງການຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງບໍ? ໂດຍປົກກະຕິແລ້ວ ຜູ້ຄົນຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງດ້ວຍຄຳເວົ້າ ໂດຍໃຊ້ຄຳເວົ້າທີ່ຊັດເຈນເພື່ອສະແດງໃຫ້ເຫັນວ່າພວກເຂົາແຕກຕ່າງຈາກຄົນທົ່ວໄປແນວໃດ ແລະ ພວກເຂົາມີຄວາມຄິດເຫັນທີ່ສະຫຼາດກວ່າຄົນອື່ນແນວໃດ ເພື່ອເຮັດໃຫ້ຜູ້ຄົນຕີລາຄາພວກເຂົາສູງ ແລະ ເຄົາລົບນັບຖືພວກເຂົາ. ເຖິງຢ່າງໃດກໍຕາມ, ມັນມີບາງວິທີການທີ່ບໍ່ກ່ຽວຂ້ອງກັບຄຳເວົ້າທີ່ຊັດເຈນ ເຊິ່ງຜູ້ຄົນໃຊ້ການປະຕິບັດພາຍນອກແທນເພື່ອເປັນພະຍານວ່າພວກເຂົາດີກວ່າຄົນອື່ນ. ການປະຕິບັດປະເພດເຫຼົ່ານີ້ຖືກຄິດມາເປັນຢ່າງດີ, ພວກມັນມາພ້ອມກັບແຮງຈູງໃຈ ແລະ ເຈດຕະນາບາງຢ່າງ ແລະ ພວກມັນມີຈຸດປະສົງຫຼາຍ. ພວກມັນຖືກສ້າງພາບ ແລະ ຕົກແຕ່ງເພື່ອໃຫ້ສິ່ງທີ່ຜູ້ຄົນເຫັນຄືພຶດຕິກຳ ແລະ ການປະຕິບັດບາງຢ່າງທີ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງມະນຸດ ເຊິ່ງມີຄວາມສູງສົ່ງ, ມີຄວາມເຫຼື້ອມໃສ ແລະ ສອດຄ່ອງກັບຄວາມມີມາລະຍາດແບບໄພ່ພົນ ແລະ ເຖິງກັບຮັກພຣະເຈົ້າ, ຢຳເກງພຣະເຈົ້າ ແລະ ສອດຄ່ອງກັບຄວາມຈິງ. ສິ່ງນີ້ບັນລຸເປົ້າໝາຍດຽວກັນໃນການຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງ ແລະ ເຮັດໃຫ້ຜູ້ຄົນຕີລາຄາພວກເຂົາສູງ ແລະ ເຄົາລົບບູຊາພວກເຂົາ. ພວກເຈົ້າເຄີຍພົບ ຫຼື ເຫັນສິ່ງດັ່ງກ່າວບໍ? ພວກເຈົ້າມີການສະແດງອອກເຫຼົ່ານີ້ບໍ? ສິ່ງເຫຼົ່ານີ້ ແລະ ຫົວຂໍ້ນີ້ທີ່ເຮົາກຳລັງໂອ້ລົມຢູ່ນີ້ຫ່າງໄກຈາກຊີວິດຈິງບໍ? ຄວາມຈິງແລ້ວ ພວກມັນບໍ່ໄດ້ຫ່າງໄກເລີຍ. ເຮົາຈະຍົກຕົວຢ່າງທີ່ງ່າຍດາຍຫຼາຍຢ່າງໜຶ່ງ. ເມື່ອບາງຄົນປະຕິບັດໜ້າທີ່ຂອງພວກເຂົາ, ຈາກພາຍນອກ ພວກເຂົາເບິ່ງຄືວ່າຫຍຸ້ງຫຼາຍ; ພວກເຂົາຕັ້ງໃຈສືບຕໍ່ເຮັດວຽກໃນເວລາທີ່ຄົນອື່ນກຳລັງກິນເຂົ້າ ຫຼື ນອນ ແລະ ເມື່ອຄົນອື່ນເລີ່ມປະຕິບັດໜ້າທີ່ຂອງຕົນ, ພວກເຂົາກໍໄປກິນເຂົ້າ ຫຼື ນອນ. ຈຸດປະສົງຂອງພວກເຂົາໃນການເຮັດແບບນີ້ແມ່ນຫຍັງ? ພວກເຂົາຕ້ອງການດຶງດູດຄວາມສົນໃຈ ແລະ ສະແດງໃຫ້ທຸກຄົນເຫັນວ່າພວກເຂົາຫຍຸ້ງກັບການປະຕິບັດໜ້າທີ່ຂອງພວກເຂົາຫຼາຍຈົນບໍ່ມີເວລາກິນເຂົ້າ ຫຼື ນອນ. ພວກເຂົາຄິດວ່າ “ພວກເຈົ້າບໍ່ໄດ້ແບກຮັບພາລະແທ້ໆ. ພວກເຈົ້າກະຕືລືລົ້ນໃນການກິນ ແລະ ນອນຂະໜາດນັ້ນໄດ້ແນວໃດ? ພວກຄົນບໍ່ໄດ້ເລື່ອງ! ເບິ່ງຂ້ອຍແມ, ຂ້ອຍກຳລັງເຮັດວຽກໃນຂະນະທີ່ພວກເຈົ້າທຸກຄົນກຳລັງກິນເຂົ້າ ແລະ ຂ້ອຍກໍຍັງເຮັດວຽກໃນຕອນກາງຄືນເມື່ອພວກເຈົ້ານອນຫຼັບ. ພວກເຈົ້າຈະສາມາດທົນທຸກແບບນີ້ໄດ້ບໍ? ຂ້ອຍສາມາດອົດທົນກັບຄວາມທຸກທໍລະມານນີ້ໄດ້; ຂ້ອຍກຳລັງເປັນແບບຢ່າງດ້ວຍພຶດຕິກຳຂອງຂ້ອຍ”. ພວກເຈົ້າຄິດແນວໃດກ່ຽວກັບພຶດຕິກຳ ແລະ ການສະແດງອອກປະເພດນີ້? ຄົນເຫຼົ່ານີ້ບໍ່ໄດ້ຕັ້ງໃຈເຮັດສິ່ງນີ້ບໍ? ບາງຄົນຕັ້ງໃຈເຮັດສິ່ງເຫຼົ່ານີ້, ແລ້ວນີ້ແມ່ນພຶດຕິກຳປະເພດໃດ? ຄົນເຫຼົ່ານີ້ຕ້ອງການເປັນຄົນທີ່ແຕກຕ່າງ; ພວກເຂົາຕ້ອງການແຕກຕ່າງຈາກຄົນທົ່ວໄປ ແລະ ສະແດງໃຫ້ຜູ້ຄົນເຫັນວ່າພວກເຂົາຫຍຸ້ງກັບການປະຕິບັດໜ້າທີ່ຂອງພວກເຂົາຕະຫຼອດຄືນ, ພວກເຂົາສາມາດອົດທົນກັບຄວາມທຸກທໍລະມານໄດ້ເປັນພິເສດ. ດ້ວຍວິທີນີ້, ທຸກຄົນກໍຈະຮູ້ສຶກສົງສານພວກເຂົາເປັນພິເສດ ແລະ ສະແດງຄວາມເຫັນອົກເຫັນໃຈຕໍ່ພວກເຂົາເປັນພິເສດ ໂດຍຄິດວ່າພວກເຂົາມີພາລະອັນໜັກໜ່ວງຢູ່ເທິງບ່າຂອງພວກເຂົາ ຈົນເຖິງຂັ້ນທີ່ພວກເຂົາມີວຽກລົ້ນມື ແລະ ຫຍຸ້ງເກີນກວ່າທີ່ຈະກິນເຂົ້າ ຫຼື ນອນ. ແລ້ວຖ້າພວກເຂົາບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້, ທຸກຄົນກໍຈະອ້ອນວອນຕໍ່ພຣະເຈົ້າເພື່ອພວກເຂົາ, ຂໍຮ້ອງພຣະເຈົ້າເພື່ອພວກເຂົາ ແລະ ອະທິຖານເພື່ອພວກເຂົາ. ໃນການເຮັດແບບນີ້, ຄົນເຫຼົ່ານີ້ກຳລັງໃຊ້ພຶດຕິກຳ ແລະ ການປະຕິບັດທີ່ດີທີ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງມະນຸດເຊັ່ນ: ການອົດທົນກັບຄວາມລຳບາກ ແລະ ການຈ່າຍລາຄາ ເພື່ອຫຼອກລວງຄົນອື່ນ ແລະ ຍາດເອົາຄວາມເຫັນອົກເຫັນໃຈ ແລະ ຄຳຍ້ອງຍໍຂອງພວກເຂົາດ້ວຍການຫຼອກລວງ. ແລ້ວຜົນສຸດທ້າຍຂອງສິ່ງນີ້ແມ່ນຫຍັງ? ທຸກຄົນທີ່ໄດ້ມີປະຕິສຳພັນກັບພວກເຂົາ ແລະ ເຫັນວ່າພວກເຂົາຈ່າຍລາຄາກໍຈະເວົ້າເປັນສຽງດຽວກັນວ່າ “ຜູ້ນຳຂອງພວກເຮົາແມ່ນຜູ້ທີ່ມີຄວາມສາມາດທີ່ສຸດ, ຜູ້ທີ່ສາມາດອົດທົນກັບຄວາມທຸກທໍລະມານ ແລະ ຈ່າຍລາຄາໄດ້ຫຼາຍທີ່ສຸດ!” ແລ້ວພວກເຂົາບໍ່ໄດ້ບັນລຸຈຸດປະສົງຂອງພວກເຂົາໃນການເຮັດໃຫ້ຜູ້ຄົນຫຼົງຜິດບໍ? ແລ້ວມື້ໜຶ່ງ, ເຮືອນຂອງພຣະເຈົ້າກໍເວົ້າວ່າ “ຜູ້ນຳຂອງພວກເຈົ້າບໍ່ໄດ້ເຮັດວຽກງານຕົວຈິງ. ພວກເຂົາເຮັດໃຫ້ຕົນເອງຫຍຸ້ງ ແລະ ເຮັດວຽກໂດຍບໍ່ມີຈຸດປະສົງ; ພວກເຂົາກະທຳການຢ່າງຊະຊາຍ ແລະ ພວກເຂົາເຮັດຕາມອຳເພີໃຈ ແລະ ເປັນຜະເດັດການ. ພວກເຂົາເຮັດໃຫ້ວຽກງານຂອງຄຣິສຕະຈັກຫຍຸ້ງເຫຍີງ, ພວກເຂົາບໍ່ໄດ້ເຮັດວຽກງານໃດໆທີ່ພວກເຂົາຄວນເຮັດ, ພວກເຂົາບໍ່ໄດ້ປະຕິບັດວຽກງານຂ່າວປະເສີດ ຫຼື ວຽກການຜະລິດຮູບເງົາ ແລະ ຊີວິດຄຣິສຕະຈັກກໍຫຍຸ້ງເຫຍີງເຊັ່ນກັນ. ອ້າຍເອື້ອຍນ້ອງບໍ່ເຂົ້າໃຈຄວາມຈິງ, ພວກເຂົາບໍ່ມີການເຂົ້າສູ່ຊີວິດ ແລະ ພວກເຂົາກໍບໍ່ສາມາດຂຽນບົດຄວາມຄຳພະຍານໄດ້. ສິ່ງທີ່ໜ້າສົງສານທີ່ສຸດກໍຄື ພວກເຂົາບໍ່ສາມາດແຍກແຍະແມ່ນແຕ່ຜູ້ນຳປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສໄດ້. ຜູ້ນຳປະເພດນີ້ບໍ່ມີຄວາມສາມາດເລີຍ; ພວກເຂົາເປັນຜູ້ນຳປອມທີ່ຄວນຖືກປົດອອກ!” ພາຍໃຕ້ສະຖານະການເຫຼົ່ານີ້, ມັນຈະງ່າຍບໍທີ່ຈະປົດພວກເຂົາອອກ? ມັນອາດຈະຍາກ. ເນື່ອງຈາກອ້າຍເອື້ອຍນ້ອງທຸກຄົນລ້ວນແຕ່ເຫັນດີນຳພວກເຂົາ ແລະ ສະໜັບສະໜູນພວກເຂົາ, ຖ້າມີໃຜພະຍາຍາມປົດຜູ້ນຳຄົນນີ້ອອກ, ອ້າຍເອື້ອຍນ້ອງກໍຈະປະທ້ວງ ແລະ ສະເໜີຄຳຮ້ອງຂໍຕໍ່ເບື້ອງເທິງເພື່ອຮັກສາພວກເຂົາໄວ້. ເປັນຫຍັງຈຶ່ງມີຜົນຮັບແບບນີ້? ເພາະວ່າຜູ້ນຳປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສຄົນນີ້ໃຊ້ພຶດຕິກຳທີ່ດີພາຍນອກເຊັ່ນ: ການອົດທົນກັບຄວາມລຳບາກ ແລະ ການຈ່າຍລາຄາ ພ້ອມທັງຄຳເວົ້າທີ່ຟັງແລ້ວມ່ວນຫູເພື່ອເຮັດໃຫ້ຜູ້ຄົນຊາບຊຶ້ງ, ຊື້ໃຈ ແລະ ເຮັດໃຫ້ຜູ້ຄົນຫຼົງຜິດ. ເມື່ອພວກເຂົາໄດ້ໃຊ້ພາບລັກທີ່ຈອມປອມເຫຼົ່ານີ້ເພື່ອເຮັດໃຫ້ຜູ້ຄົນຫຼົງຜິດແລ້ວ, ທຸກຄົນກໍຈະເວົ້າເຂົ້າຂ້າງພວກເຂົາ ແລະ ຂາດພວກເຂົາບໍ່ໄດ້. ພວກເຂົາຮູ້ຢ່າງຊັດເຈນວ່າຜູ້ນຳຄົນນີ້ບໍ່ໄດ້ເຮັດວຽກງານຕົວຈິງຫຼາຍປານໃດ ແລະ ພວກເຂົາບໍ່ໄດ້ນຳພາປະຊາກອນທີ່ພຣະເຈົ້າເລືອກໃຫ້ເຂົ້າໃຈຄວາມຈິງ ແລະ ໄດ້ຮັບການເຂົ້າສູ່ຊີວິດ ແຕ່ຄົນເຫຼົ່ານີ້ກໍຍັງສະໜັບສະໜູນພວກເຂົາ, ເຫັນດີນຳພວກເຂົາ ແລະ ຕິດຕາມພວກເຂົາ ໂດຍບໍ່ສົນໃຈເລີຍວ່າພວກເຂົາຈະບໍ່ໄດ້ຮັບຄວາມຈິງ ແລະ ຊີວິດ. ຍິ່ງໄປກວ່ານັ້ນ, ເນື່ອງຈາກການຖືກຜູ້ນຳຄົນນີ້ເຮັດໃຫ້ຫຼົງຜິດ, ຄົນເຫຼົ່ານີ້ທຸກຄົນຈຶ່ງເຄົາລົບບູຊາພວກເຂົາ, ບໍ່ຍອມຮັບຜູ້ນຳຄົນອື່ນນອກຈາກພວກເຂົາ ແລະ ເຖິງກັບບໍ່ຕ້ອງການພຣະເຈົ້າອີກຕໍ່ໄປ. ພວກເຂົາບໍ່ໄດ້ກຳລັງປະຕິບັດຕໍ່ຜູ້ນຳຄົນນີ້ຄືກັບພຣະເຈົ້າບໍ? ຖ້າເຮືອນຂອງພຣະເຈົ້າເວົ້າວ່າຄົນຜູ້ນີ້ບໍ່ໄດ້ເຮັດວຽກງານຕົວຈິງ ແລະ ພວກເຂົາເປັນຜູ້ນຳປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສ, ຜູ້ຄົນໃນຄຣິສຕະຈັກຂອງພວກເຂົາກໍຈະປະທ້ວງ ແລະ ລຸກຂຶ້ນກະບົດ. ບອກເຮົາມາເບິ່ງ, ຜູ້ຕໍ່ຕ້ານພຣະຄຣິສຄົນນີ້ໄດ້ເຮັດໃຫ້ຄົນເຫຼົ່ານັ້ນຫຼົງຜິດເຖິງລະດັບໃດແລ້ວ? ຖ້າມັນເປັນວຽກງານຂອງພຣະວິນຍານບໍລິສຸດ, ແລ້ວສະພາບຂອງຜູ້ຄົນກໍຈະມີແຕ່ດີຂຶ້ນເທົ່ານັ້ນ ແລະ ພວກເຂົາຈະເຂົ້າໃຈຄວາມຈິງຫຼາຍຂຶ້ນ, ອ່ອນນ້ອມຕໍ່ພຣະເຈົ້າຫຼາຍຂຶ້ນ, ມີພື້ນທີ່ໃຫ້ພຣະເຈົ້າໃນໃຈຂອງພວກເຂົາຫຼາຍຂຶ້ນ ແລະ ແຍກແຍະຜູ້ນຳປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສໄດ້ເກັ່ງຂຶ້ນ. ຈາກມຸມມອງນີ້, ສະຖານະການທີ່ພວກເຮົາຫາກໍໂອ້ລົມກັນໄປນັ້ນ ບໍ່ແມ່ນວຽກງານຂອງພຣະວິນຍານບໍລິສຸດຢ່າງແນ່ນອນ, ມີພຽງແຕ່ຜູ້ຕໍ່ຕ້ານພຣະຄຣິສ ແລະ ວິນຍານຊົ່ວຮ້າຍເທົ່ານັ້ນທີ່ສາມາດເຮັດໃຫ້ຜູ້ຄົນຫຼົງຜິດເຖິງລະດັບນັ້ນໄດ້ ຫຼັງຈາກທີ່ເຮັດວຽກມາໄດ້ໄລຍະໜຶ່ງ. ຫຼາຍຄົນຖືກຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ເຮັດໃຫ້ຫຼົງຜິດ ແລະ ຖືກຄວບຄຸມ ແລະ ໃນໃຈຂອງພວກເຂົາ ພວກເຂົາມີພື້ນທີ່ໃຫ້ແຕ່ຜູ້ຕໍ່ຕ້ານພຣະຄຣິສ ແລະ ບໍ່ມີພື້ນທີ່ໃຫ້ພຣະເຈົ້າ. ນີ້ຄືຜົນສຸດທ້າຍທີ່ບັນລຸໄດ້ໂດຍຜູ້ຕໍ່ຕ້ານພຣະຄຣິສທີ່ຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງຜ່ານພຶດຕິກຳທີ່ດີພາຍນອກ. ພວກເຂົາໃຊ້ພຶດຕິກຳທີ່ດີພາຍນອກໃນການອົດທົນກັບຄວາມລຳບາກ ແລະ ການຈ່າຍລາຄາເພື່ອຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງ ເຊິ່ງເປັນໜຶ່ງໃນວິທີການທີ່ຜູ້ຕໍ່ຕ້ານພຣະຄຣິສໃຊ້ເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ຄວບຄຸມຜູ້ຄົນ. ຕອນນີ້ ພວກເຈົ້າເຫັນເລື່ອງນີ້ຢ່າງຊັດເຈນແລ້ວ, ແມ່ນບໍ? ການທີ່ຜູ້ຕໍ່ຕ້ານພຣະຄຣິສທີ່ໃຊ້ພຶດຕິກຳທີ່ດີພາຍນອກໃນການອົດທົນກັບຄວາມລຳບາກ ແລະ ການຈ່າຍລາຄາເພື່ອເຮັດໃຫ້ຜູ້ຄົນຫຼົງຜິດນັ້ນ ບໍ່ແມ່ນເລື່ອງທີ່ເຈົ້າເລ່ ແລະ ແຝງຊົ່ວຫຼາຍບໍ? ແລ້ວບາງຄັ້ງພວກເຈົ້າກໍເຮັດສິ່ງເຫຼົ່ານີ້ຄືກັນ, ແມ່ນບໍ? ບາງຄົນດື່ມກາເຟເພື່ອເພີ່ມພະລັງງານໃນຕອນກາງຄືນ ເພື່ອກຽມພ້ອມທີ່ຈະນອນເດິກເພື່ອປະຕິບັດໜ້າທີ່ຂອງພວກເຂົາ. ອ້າຍເອື້ອຍນ້ອງກໍເປັນຫ່ວງສຸຂະພາບຂອງພວກເຂົາ ແລະ ຕົ້ມຊຸບໄກ່ໃຫ້ພວກເຂົາກິນ. ເມື່ອພວກເຂົາກິນຊຸບໝົດແລ້ວ, ຄົນເຫຼົ່ານີ້ກໍເວົ້າວ່າ “ຂອບພຣະຄຸນພຣະເຈົ້າ! ຂ້ອຍໄດ້ຮັບຄວາມເພີດເພີນກັບພຣະຄຸນຂອງພຣະເຈົ້າແລ້ວ. ຂ້ອຍບໍ່ສົມຄວນໄດ້ຮັບສິ່ງນີ້. ຕອນນີ້ຂ້ອຍກິນຊຸບໄກ່ນີ້ໝົດແລ້ວ, ຂ້ອຍຕ້ອງມີປະສິດທິພາບຫຼາຍຂຶ້ນໃນການປະຕິບັດໜ້າທີ່ຂອງຂ້ອຍ!” ໃນຄວາມເປັນຈິງແລ້ວ, ພວກເຂົາສືບຕໍ່ປະຕິບັດໜ້າທີ່ຂອງພວກເຂົາໃນວິທີດຽວກັນກັບທີ່ພວກເຂົາມັກຈະເຮັດ ໂດຍບໍ່ໄດ້ເພີ່ມປະສິດທິພາບຂອງພວກເຂົາເລີຍແມ່ນແຕ່ໜ້ອຍດຽວ. ພວກເຂົາບໍ່ໄດ້ກຳລັງເສແສ້ງບໍ? ພວກເຂົາກຳລັງເສແສ້ງ ແລະ ພຶດຕິກຳປະເພດນີ້ກໍເປັນການຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງຢ່າງແນບນຽນເຊັ່ນກັນ; ຜົນທີ່ມັນບັນລຸໄດ້ກໍຄືການເຮັດໃຫ້ຜູ້ຄົນເຫັນດີນຳພວກເຂົາ, ຕີລາຄາພວກເຂົາສູງ ແລະ ກາຍເປັນຜູ້ຕິດຕາມທີ່ຈົງຮັກພັກດີຂອງພວກເຂົາ. ຖ້າຜູ້ຄົນມີຄວາມຄິດແບບນີ້, ພວກເຂົາບໍ່ໄດ້ລືມພຣະເຈົ້າແລ້ວບໍ? ພວກເຂົາບໍ່ມີພຣະເຈົ້າຢູ່ໃນໃຈຂອງພວກເຂົາອີກຕໍ່ໄປ, ແລ້ວໃຜຄືຄົນທີ່ພວກເຂົາຄິດເຖິງທັງກາງເວັນ ແລະ ກາງຄືນ? ມັນກໍຄື “ຜູ້ນຳທີ່ດີ” ຂອງພວກເຂົາ, “ຜູ້ເປັນທີ່ຮັກ” ຂອງພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິສບາງຄົນສະແດງຄວາມຮັກແພງຕໍ່ຄົນສ່ວນໃຫຍ່ຫຼາຍຢູ່ພາຍນອກ ແລະ ພວກເຂົາໃຊ້ວິທີການຕ່າງໆເມື່ອພວກເຂົາເວົ້າ ເພື່ອໃຫ້ຜູ້ຄົນເຫັນວ່າພວກເຂົາມີຄວາມຮັກແພງ ແລະ ເຕັມໃຈທີ່ຈະເຂົ້າໃກ້ພວກເຂົາຫຼາຍຂຶ້ນ. ພວກເຂົາຍິ້ມແຍ້ມແຈ່ມໃສໃຫ້ກັບທຸກຄົນທີ່ເຂົ້າໃກ້ພວກເຂົາ ແລະ ມີປະຕິສຳພັນກັບພວກເຂົາ ແລະ ພວກເຂົາເວົ້າກັບຄົນດັ່ງກ່າວດ້ວຍນໍ້າສຽງທີ່ສຸພາບອ່ອນໂຍນຫຼາຍ. ເຖິງແມ່ນວ່າພວກເຂົາຈະເຫັນວ່າອ້າຍເອື້ອຍນ້ອງບາງຄົນບໍ່ມີຫຼັກການໃນການກະທຳຂອງພວກເຂົາ ແລະ ດ້ວຍເຫດນີ້ຈຶ່ງທຳລາຍຜົນປະໂຫຍດຂອງຄຣິສຕະຈັກ, ພວກເຂົາກໍບໍ່ໄດ້ລິຮານຄົນເຫຼົ່ານັ້ນເລີຍແມ່ນແຕ່ໜ້ອຍດຽວ, ພວກເຂົາພຽງແຕ່ຕັກເຕືອນ ແລະ ປອບໃຈ ແລະ ເວົ້າຈາຫວ່ານລ້ອມຄົນເຫຼົ່ານັ້ນໃນຂະນະທີ່ຄົນເຫຼົ່ານັ້ນປະຕິບັດໜ້າທີ່ຂອງຕົນ, ພວກເຂົາເວົ້າຈາຫວ່ານລ້ອມແລ້ວຫວ່ານລ້ອມອີກຈົນກວ່າຄົນເຫຼົ່ານັ້ນຈະນຳພາທຸກຄົນມາຢູ່ຕໍ່ໜ້າພວກເຂົາ. ຜູ້ຄົນຄ່ອຍໆຊາບຊຶ້ງກັບຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້; ທຸກຄົນເຫັນດີນຳຫົວໃຈທີ່ເຕັມໄປດ້ວຍຄວາມຮັກຂອງພວກເຂົາຫຼາຍ ແລະ ເອີ້ນພວກເຂົາວ່າເປັນຄົນທີ່ຮັກພຣະເຈົ້າ. ໃນທີ່ສຸດ, ທຸກຄົນກໍເຄົາລົບບູຊາພວກເຂົາ ແລະ ສະແຫວງຫາການໂອ້ລົມຂອງພວກເຂົາໃນທຸກເລື່ອງ ໂດຍບອກຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ເຖິງຄວາມຄິດ ແລະ ຄວາມຮູ້ສຶກທີ່ເລິກເຊິ່ງທີ່ສຸດຂອງພວກເຂົາທັງໝົດ ຈົນເຖິງຂັ້ນທີ່ພວກເຂົາບໍ່ອະທິຖານຕໍ່ພຣະເຈົ້າ ຫຼື ສະແຫວງຫາຄວາມຈິງໃນພຣະທຳຂອງພຣະເຈົ້າອີກຕໍ່ໄປ. ຄົນເຫຼົ່ານີ້ບໍ່ໄດ້ຖືກຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ເຮັດໃຫ້ຫຼົງຜິດບໍ? ນີ້ຄືອີກວິທີການໜຶ່ງທີ່ຜູ້ຕໍ່ຕ້ານພຣະຄຣິສໃຊ້ເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ. ເມື່ອພວກເຈົ້າມີພຶດຕິກຳ ແລະ ການປະຕິບັດເຫຼົ່ານີ້ ຫຼື ມີເຈດຕະນາເຫຼົ່ານີ້, ພວກເຈົ້າຮູ້ສຶກຕົວບໍວ່າມັນມີບັນຫາຢູ່ພາຍໃນສິ່ງນີ້? ແລ້ວເມື່ອເຈົ້າຮູ້ສຶກຕົວເຖິງສິ່ງນີ້, ເຈົ້າສາມາດປ່ຽນແປງທິດທາງການກະທຳຂອງເຈົ້າໄດ້ບໍ? ຖ້າເຈົ້າສາມາດໄຕ່ຕອງກ່ຽວກັບຕົນເອງ ແລະ ຮູ້ສຶກສຳນຶກຜິດຢ່າງແທ້ຈິງ ເມື່ອເຈົ້າຮູ້ສຶກຕົວ ແລະ ກວດສອບວ່າພຶດຕິກຳ, ການປະຕິບັດ ຫຼື ເຈດຕະນາຂອງເຈົ້າມີບັນຫາ, ສິ່ງນີ້ກໍພິສູດວ່າເຈົ້າໄດ້ຫັນປ່ຽນທິດທາງຂອງເຈົ້າແລ້ວ. ຖ້າເຈົ້າຮັບຮູ້ເຖິງບັນຫາຂອງເຈົ້າ ແຕ່ພຽງແຕ່ປ່ອຍໃຫ້ມັນຜ່ານໄປ ແລະ ກະທຳການຕາມເຈດຕະນາຂອງເຈົ້າເອງ, ຕົກຕ່ຳລົງໄປເລື້ອຍໆຈົນກວ່າເຈົ້າຈະໄປເຖິງຈຸດທີ່ເຈົ້າບໍ່ສາມາດຖອນຕົວອອກມາໄດ້ອີກຕໍ່ໄປ, ແລ້ວເຈົ້າກໍຍັງບໍ່ໄດ້ຫັນປ່ຽນທິດທາງຂອງເຈົ້າ ແລະ ເຈົ້າກຳລັງຕັ້ງຕົວເປັນປໍລະປັກກັບພຣະເຈົ້າຢ່າງຕັ້ງໃຈ, ຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງ ແລະ ຫຼົງທາງອອກຈາກເສັ້ນທາງທີ່ແທ້ຈິງ. ນີ້ແມ່ນອຸປະນິໄສປະເພດໃດ? ມັນຄືອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ. ມັນຮ້າຍແຮງບໍ? (ຮ້າຍແຮງ.) ມັນຮ້າຍແຮງສໍ່າໃດ? ຜົນຮັບຂອງຄົນທີ່ໃຊ້ວິທີການທີ່ແຝງຊົ່ວ ແລະ ເລ່ລ່ຽມຫຼາຍຂຶ້ນ ໂດຍໃຊ້ການອົດທົນກັບຄວາມລຳບາກ ແລະ ການຈ່າຍລາຄາເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ, ພະຍາຍາມເຮັດໃຫ້ພວກເຂົາເຄົາລົບບູຊາ ແລະ ຕິດຕາມຕົນເອງ ກໍຄືກັນກັບຄົນທີ່ຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງຢ່າງເປີດເຜີຍ, ມັນມີທໍາມະຊາດດຽວກັນ. ບໍ່ວ່າເຈົ້າຈະໃຊ້ວິທີການໃດເພື່ອຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງ, ບໍ່ວ່າຈະເປັນຄຳເວົ້າທີ່ຊັດເຈນ ຫຼື ພຶດຕິກຳທີ່ດີທີ່ຂ້ອນຂ້າງຊັດເຈນບາງຢ່າງ, ມັນກໍມີທໍາມະຊາດດຽວກັນທັງໝົດ. ມັນມີລັກສະນະຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ລັກສະນະຂອງການຕໍ່ສູ້ກັບພຣະເຈົ້າເພື່ອຍາດແຍ່ງປະຊາກອນທີ່ພຣະອົງເລືອກ. ບໍ່ວ່າການສະແດງອອກຂອງເຈົ້າຈະຢູ່ໃນຮູບແບບໃດ ຫຼື ເຈົ້າຈະໃຊ້ວິທີການໃດກໍຕາມ, ຕາບໃດທີ່ເຈດຕະນາຂອງເຈົ້າບໍ່ປ່ຽນແປງ ແລະ ຜົນທີ່ຕາມມາກໍຄືກັນ, ແລ້ວມັນກໍມີທໍາມະຊາດດຽວກັນທັງໝົດ. ດັ່ງນັ້ນຈຶ່ງເຫັນໄດ້ຊັດເຈນວ່າ ຜູ້ຕໍ່ຕ້ານພຣະຄຣິສນັ້ນມີເລ່ລ່ຽມຫຼາຍ. ພວກເຂົາບໍ່ຮັກ ຫຼື ໄລ່ຕາມຄວາມຈິງ, ແຕ່ສາມາດໃຊ້ການອົດທົນກັບຄວາມລຳບາກ ແລະ ການຈ່າຍລາຄາເປັນວິທີການເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ, ນີ້ຄືຄວາມຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ.
ບາງຄົນເວົ້າເຖິງທິດສະດີທີ່ໄຮ້ສາລະ ແລະ ຂໍ້ໂຕ້ແຍ້ງທີ່ເປັນນາມມະທຳບາງຢ່າງ ເພື່ອເຮັດໃຫ້ຜູ້ຄົນຄິດວ່າພວກເຂົາເປັນຄົນສະຫຼາດ ແລະ ມີຄວາມຮູ້ ແລະ ການກະທຳຂອງພວກເຂົາກໍເລິກເຊິ່ງຫຼາຍ ແລະ ດ້ວຍເຫດນີ້ຈຶ່ງບັນລຸຈຸດປະສົງຂອງພວກເຂົາໃນການເຮັດໃຫ້ຜູ້ຄົນເຄົາລົບບູຊາພວກເຂົາ. ນັ້ນກໍຄື ພວກເຂົາຕ້ອງການມີສ່ວນຮ່ວມ ແລະ ສະເໜີຄວາມຄິດເຫັນຂອງພວກເຂົາໃນທຸກເລື່ອງຢູ່ສະເໝີ ແລະ ເຖິງແມ່ນວ່າທຸກຄົນຈະຕັດສິນໃຈຂັ້ນສຸດທ້າຍໄປແລ້ວກໍຕາມ, ຖ້າພວກເຂົາບໍ່ພໍໃຈກັບມັນ, ພວກເຂົາກໍຈະພົ່ນແນວຄິດທີ່ສູງສົ່ງບາງຢ່າງອອກມາເພື່ອໂອ້ອວດ. ນີ້ບໍ່ແມ່ນວິທີການຍົກຍ້ອງຕົນເອງ ແລະ ເປັນພະຍານໃຫ້ຕົນເອງບໍ? ສຳລັບບາງເລື່ອງ, ຄວາມຈິງແລ້ວ ທຸກຄົນໄດ້ໂອ້ລົມກັນແລ້ວ, ປຶກສາຫາລືກັນແລ້ວ, ພົບຫຼັກການແລ້ວ ແລະ ຕັດສິນໃຈກ່ຽວກັບແຜນການປະຕິບັດແລ້ວ, ແຕ່ພວກເຂົາບໍ່ຍອມຮັບການຕັດສິນໃຈນັ້ນ ແລະ ຂັດຂວາງສິ່ງຕ່າງໆຢ່າງບໍ່ສົມເຫດສົມຜົນ ໂດຍເວົ້າວ່າ “ແບບນັ້ນບໍ່ໄດ້ດອກ. ພວກເຈົ້າບໍ່ໄດ້ພິຈາລະນາເລື່ອງນີ້ຢ່າງຮອບດ້ານ. ນອກເໜືອຈາກສອງສາມດ້ານທີ່ພວກເຮົາໄດ້ໂອ້ລົມກັນແລ້ວ, ຂ້ອຍຍັງຄິດເຖິງອີກດ້ານໜຶ່ງນຳ”. ໃນຄວາມເປັນຈິງແລ້ວ, ດ້ານທີ່ພວກເຂົາຄິດເຖິງນັ້ນເປັນພຽງທິດສະດີທີ່ໄຮ້ສາລະບາງຢ່າງ; ພວກເຂົາພຽງແຕ່ຈັບຜິດໃນເລື່ອງເລັກໆນ້ອຍໆ. ພວກເຂົາຮູ້ດີວ່າພວກເຂົາກຳລັງຈັບຜິດໃນເລື່ອງເລັກໆນ້ອຍໆ ແລະ ເຮັດໃຫ້ສິ່ງຕ່າງໆຍາກສຳລັບຄົນອື່ນ, ແຕ່ພວກເຂົາກໍຍັງເຮັດມັນ. ຈຸດປະສົງຂອງພວກເຂົາໃນເລື່ອງນີ້ແມ່ນຫຍັງ? ມັນແມ່ນເພື່ອສະແດງໃຫ້ຜູ້ຄົນເຫັນວ່າພວກເຂົາແຕກຕ່າງ, ພວກເຂົາສະຫຼາດກວ່າຄົນອື່ນ. ສິ່ງທີ່ພວກເຂົາໝາຍເຖິງກໍຄື “ແລ້ວນີ້ຄືລະດັບທີ່ພວກເຈົ້າທຸກຄົນຢູ່ບໍ? ຂ້ອຍຕ້ອງສະແດງໃຫ້ພວກເຈົ້າເຫັນວ່າຂ້ອຍຢູ່ໃນລະດັບທີ່ສູງກວ່າ”. ໂດຍປົກກະຕິແລ້ວ ພວກເຂົາຈະບໍ່ສົນໃຈສິ່ງທີ່ຄົນອື່ນເວົ້າ, ແຕ່ທັນທີທີ່ມີເລື່ອງສຳຄັນເກີດຂຶ້ນ, ພວກເຂົາກໍເລີ່ມເຮັດໃຫ້ສິ່ງຕ່າງໆວຸ່ນວາຍ. ຄົນປະເພດນີ້ເອີ້ນວ່າຫຍັງ? ໃນພາສາປາກເວົ້າ, ພວກເຂົາຖືກເອີ້ນວ່າຄົນມັກຈັບຜິດ ແລະ ຄົນບໍ່ດີ. ວິທີການທົ່ວໄປຂອງຄົນມັກຈັບຜິດແມ່ນຫຍັງ? ພວກເຂົາເພີດເພີນກັບການພົ່ນແນວຄິດທີ່ສູງສົ່ງ ແລະ ມີສ່ວນຮ່ວມໃນການປະຕິບັດທີ່ຊົ່ວຊ້າ ແລະ ຄົດໂກງບາງຢ່າງ. ຖ້າເຈົ້າຂໍໃຫ້ພວກເຂົາສະເໜີແຜນການປະຕິບັດທີ່ຖືກຕ້ອງ, ພວກເຂົາກໍຈະບໍ່ສາມາດສ້າງມັນຂຶ້ນມາໄດ້ ແລະ ຖ້າເຈົ້າຂໍໃຫ້ພວກເຂົາຈັດການກັບເລື່ອງທີ່ຈິງຈັງບາງຢ່າງ, ພວກເຂົາກໍຈະບໍ່ສາມາດເຮັດໄດ້. ພວກເຂົາເຮັດແຕ່ສິ່ງທີ່ຊົ່ວຊ້າເທົ່ານັ້ນ ແລະ ພວກເຂົາມັກຈະຕ້ອງການໃຫ້ຜູ້ຄົນ “ປະຫຼາດໃຈ” ແລະ ໂອ້ອວດຄວາມສາມາດຂອງພວກເຂົາຢູ່ສະເໝີ. ປະໂຫຍກນັ້ນເວົ້າວ່າແນວໃດເກາະ? “ຍິງຊະລາທາລິບສະຕິກ ເພື່ອສະແດງລິດເດດໃຫ້ເຈົ້າເບິ່ງ”. ສິ່ງນີ້ໝາຍຄວາມວ່າພວກເຂົາຕ້ອງການໂອ້ອວດຄວາມສາມາດຂອງພວກເຂົາຢູ່ສະເໝີ ແລະ ບໍ່ວ່າພວກເຂົາຈະສາມາດໂອ້ອວດພວກມັນໄດ້ດີ ຫຼື ບໍ່ກໍຕາມ, ພວກເຂົາກໍຕ້ອງການໃຫ້ຜູ້ຄົນຮູ້ວ່າ “ຂ້ອຍໂດດເດັ່ນກວ່າພວກເຈົ້າ. ພວກເຈົ້າທຸກຄົນລ້ວນແຕ່ບໍ່ໄດ້ເລື່ອງ, ພວກເຈົ້າເປັນພຽງມະນຸດທຳມະດາ, ເປັນຄົນທຳມະດາ. ຂ້ອຍນັ້ນພິເສດ ແລະ ເໜືອກວ່າ. ຂ້ອຍຈະສະເໜີແນວຄິດຂອງຂ້ອຍເພື່ອເຮັດໃຫ້ພວກເຈົ້າແປກໃຈ ແລ້ວພວກເຈົ້າກໍຈະໄດ້ເຫັນວ່າຂ້ອຍເໜືອກວ່າ ຫຼື ບໍ່”. ນີ້ບໍ່ແມ່ນການເຮັດໃຫ້ສິ່ງຕ່າງໆວຸ່ນວາຍບໍ? ພວກເຂົາຕັ້ງໃຈເຮັດໃຫ້ສິ່ງຕ່າງໆວຸ່ນວາຍ. ນີ້ແມ່ນພຶດຕິກຳປະເພດໃດ? ພວກເຂົາກຳລັງກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ. ສິ່ງທີ່ພວກເຂົາໝາຍເຖິງກໍຄືສິ່ງນີ້: ຂ້ອຍຍັງບໍ່ໄດ້ສະແດງໃຫ້ເຫັນວ່າຂ້ອຍສະຫຼາດສໍ່າໃດໃນເລື່ອງນີ້, ສະນັ້ນ ບໍ່ວ່າຜົນປະໂຫຍດຂອງໃຜຈະໄດ້ຮັບຄວາມເສຍຫາຍ ແລະ ບໍ່ວ່າຄວາມພະຍາຍາມຂອງໃຜຈະສູນເປົ່າກໍຕາມ, ຂ້ອຍກໍຈະທຳລາຍສິ່ງນີ້ຈົນກວ່າທຸກຄົນຈະເຊື່ອວ່າຂ້ອຍເໜືອກວ່າ, ມີຄວາມສາມາດ ແລະ ເກັ່ງກາດ. ເມື່ອນັ້ນເທົ່ານັ້ນ ຂ້ອຍຈຶ່ງຈະປ່ອຍໃຫ້ເລື່ອງນີ້ດຳເນີນຕໍ່ໄປໂດຍບໍ່ມີການຂັດຂວາງ. ຄົນບໍ່ດີແບບນີ້ມີຢູ່ແທ້ບໍ? ພວກເຈົ້າເຄີຍເຮັດສິ່ງປະເພດນີ້ມາກ່ອນບໍ? (ເຄີຍ. ບາງຄັ້ງ ຄົນອື່ນໄດ້ປຶກສາຫາລືກ່ຽວກັບເລື່ອງໃດໜຶ່ງສຳເລັດແລ້ວ ແລະ ພົບແຜນການທີ່ເໝາະສົມແລ້ວ, ແຕ່ເນື່ອງຈາກພວກເຂົາບໍ່ໄດ້ແຈ້ງໃຫ້ຂ້ອຍຮູ້ໃນລະຫວ່າງຂະບວນການຕັດສິນໃຈ, ຂ້ອຍຈຶ່ງຕັ້ງໃຈຈັບຜິດມັນ.) ເມື່ອເຈົ້າເຮັດສິ່ງນີ້, ໃນໃຈຂອງເຈົ້າຮູ້ບໍວ່າມັນຖືກ ຫຼື ຜິດ? ເຈົ້າຮູ້ບໍວ່າທໍາມະຊາດຂອງບັນຫານີ້ຮ້າຍແຮງ, ມັນກຳລັງກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ? (ຂ້ອຍບໍ່ຮູ້ສຶກຕົວເຖິງສິ່ງນີ້ໃນເວລານັ້ນ, ແຕ່ຜ່ານການຖືກລິຮານຢ່າງໜັກໜ່ວງໂດຍອ້າຍເອື້ອຍນ້ອງຂອງຂ້ອຍ ແລະ ໂດຍການກິນ ແລະ ດື່ມພຣະທໍາຂອງພຣະເຈົ້າກ່ຽວກັບການພິພາກສາ ແລະ ການລົງທັນ, ຂ້ອຍຈຶ່ງເຫັນວ່າບັນຫານີ້ມີທໍາມະຊາດທີ່ຮ້າຍແຮງ, ມັນກຳລັງຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ ແລະ ເປັນພຶດຕິກຳແບບຊາຕານປະເພດໜຶ່ງ.) ໃນເມື່ອເຈົ້າຮັບຮູ້ວ່າມັນຮ້າຍແຮງສໍ່າໃດ, ເມື່ອມີສິ່ງທີ່ຄ້າຍຄືກັນເກີດຂຶ້ນກັບເຈົ້າຫຼັງຈາກນັ້ນ, ເຈົ້າສາມາດປ່ຽນແປງໄດ້ເລັກນ້ອຍ ແລະ ມີການເຂົ້າສູ່ບາງຢ່າງໃນແງ່ຂອງວິທີການຂອງເຈົ້າບໍ? (ສາມາດ. ເມື່ອຂ້ອຍເປີດເຜີຍຄວາມຄິດ ແລະ ແນວຄິດດັ່ງກ່າວອອກມາ, ຂ້ອຍກໍຮູ້ສຶກຕົວວ່າມັນເປັນອຸປະນິໄສແບບຊາຕານ, ຂ້ອຍບໍ່ສາມາດເຮັດສິ່ງຕ່າງໆດ້ວຍວິທີນັ້ນໄດ້ ແລະ ຂ້ອຍສາມາດອະທິຖານຕໍ່ພຣະເຈົ້າຢ່າງມີສະຕິ ແລະ ກະບົດຕໍ່ຄວາມຄິດ ແລະ ແນວຄິດທີ່ບໍ່ຖືກຕ້ອງເຫຼົ່ານັ້ນ.) ເຈົ້າສາມາດປ່ຽນແປງໄດ້ບາງສ່ວນ. ເມື່ອເຈົ້າມີບັນຫາຄວາມເສື່ອມຊາມດັ່ງກ່າວ, ເຈົ້າຕ້ອງສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາເຫຼົ່ານັ້ນ, ຢັບຢັ້ງຕົນເອງ ແລະ ອະທິຖານຕໍ່ພຣະເຈົ້າ. ເມື່ອເຈົ້າຄິດວ່າຄົນອື່ນເບິ່ງເຈົ້າດ້ວຍຄວາມດູຖູກ, ພວກເຂົາບໍ່ຕີລາຄາເຈົ້າສູງ ຫຼື ບໍ່ຖືວ່າເຈົ້າສຳຄັນ ແລະ ດ້ວຍເຫດນັ້ນ ເຈົ້າຈຶ່ງປາຖະໜາທີ່ຈະກໍ່ໃຫ້ເກີດການລົບກວນ, ເມື່ອເຈົ້າມີຄວາມຄິດນີ້ ເຈົ້າຕ້ອງຮູ້ສຶກຕົວວ່າມັນບໍ່ໄດ້ມາຈາກຄວາມເປັນມະນຸດທີ່ປົກກະຕິ ແຕ່ມາຈາກອຸປະນິໄສແບບຊາຕານ ແລະ ຖ້າເຈົ້າຍັງເປັນແບບນີ້ຕໍ່ໄປ, ມັນກໍຈະມີບັນຫາ ແລະ ເຈົ້າກໍມີແນວໂນ້ມທີ່ຈະລ່ວງເກີນອຸປະນິໄສຂອງພຣະເຈົ້າ. ກ່ອນອື່ນ ເຈົ້າຕ້ອງຮູ້ຈັກຢັບຢັ້ງຕົນເອງ ແລ້ວຈຶ່ງມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານຕໍ່ພຣະອົງ ແລະ ຫັນປ່ຽນທິດທາງຂອງເຈົ້າ. ເມື່ອຜູ້ຄົນດຳລົງຊີວິດຢູ່ພາຍໃນຄວາມຄິດຂອງພວກເຂົາເອງ, ພາຍໃນອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ບໍ່ມີສິ່ງໃດທີ່ພວກເຂົາເຮັດທີ່ສອດຄ່ອງກັບຄວາມຈິງ ຫຼື ສາມາດເຮັດໃຫ້ພຣະເຈົ້າພໍພຣະໄທໄດ້; ທຸກສິ່ງທຸກຢ່າງທີ່ພວກເຂົາເຮັດລ້ວນແຕ່ເປັນປໍລະປັກຕໍ່ພຣະອົງ. ຕອນນີ້ ພວກເຈົ້າສາມາດຮັບຮູ້ຂໍ້ເທັດຈິງນີ້ໄດ້ແລ້ວ, ແມ່ນບໍ? ການຕ້ອງການຍາດແຍ່ງຊື່ສຽງ ແລະ ຜົນປະໂຫຍດຢູ່ສະເໝີ ແລະ ບໍ່ລັງເລທີ່ຈະຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກເພື່ອໃຫ້ໄດ້ມາເຊິ່ງຊື່ສຽງ ແລະ ສະຖານະ ແມ່ນການສະແດງອອກທີ່ຊັດເຈນທີ່ສຸດຂອງຜູ້ຕໍ່ຕ້ານພຣະຄຣິສ. ຄວາມຈິງແລ້ວ, ທຸກຄົນລ້ວນແຕ່ມີການສະແດງອອກເຫຼົ່ານີ້, ແຕ່ຖ້າເຈົ້າສາມາດຮັບຮູ້ ແລະ ຍອມຮັບສິ່ງນີ້ ແລ້ວຫັນປ່ຽນທິດທາງຂອງເຈົ້າ ໂດຍມີທັດສະນະຄະຕິແຫ່ງການກັບໃຈຢ່າງແທ້ຈິງຕໍ່ໜ້າພຣະເຈົ້າ ແລະ ປ່ຽນແປງວິທີການ, ພຶດຕິກຳ ແລະ ອຸປະນິໄສຂອງເຈົ້າ, ແລ້ວເຈົ້າກໍຄືຄົນທີ່ກຳລັງໄລ່ຕາມຄວາມຈິງ. ຖ້າເຈົ້າບໍ່ຍອມຮັບບັນຫາທີ່ແທ້ຈິງເຫຼົ່ານີ້, ເຈົ້າກໍຍ່ອມບໍ່ມີທັດສະນະຄະຕິແຫ່ງການກັບໃຈຢ່າງແນ່ນອນ ແລະ ເຈົ້າກໍບໍ່ແມ່ນຄົນທີ່ໄລ່ຕາມຄວາມຈິງ. ຖ້າເຈົ້າຍັງຍຶດໝັ້ນທີ່ຈະຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ຍ່າງຕາມເສັ້ນທາງນີ້ໄປຈົນເຖິງທີ່ສຸດ ແລະ ເຈົ້າຍັງຄິດວ່າສິ່ງນີ້ບໍ່ແມ່ນບັນຫາ ແລະ ບໍ່ເຕັມໃຈທີ່ຈະກັບໃຈ ໂດຍຍຶດໝັ້ນທີ່ຈະກະທຳການໃນວິທີນີ້ ແລະ ຍາດແຍ່ງຊື່ສຽງ ແລະ ຜົນປະໂຫຍດກັບຜູ້ນຳ ແລະ ຜູ້ເຮັດວຽກ, ຢືນຢັດທີ່ຈະໂດດເດັ່ນກວ່າຄົນອື່ນ, ໂດດເດັ່ນຈາກຝູງຊົນ ແລະ ດີກວ່າຄົນອື່ນ ບໍ່ວ່າເຈົ້າຈະຢູ່ໃນກຸ່ມໃດກໍຕາມ, ແລ້ວເຈົ້າກໍມີບັນຫາແລ້ວ! ຖ້າເຈົ້າຍັງສືບຕໍ່ໄລ່ຕາມຊື່ສຽງ ແລະ ສະຖານະ ແລະ ດື້ດ້ານປະຕິເສດທີ່ຈະກັບໃຈ, ແລ້ວເຈົ້າກໍຄືຜູ້ຕໍ່ຕ້ານພຣະຄຣິສ ແລະ ຖືກກຳນົດໃຫ້ຖືກລົງໂທດໃນທີ່ສຸດ. ພຣະທຳຂອງພຣະເຈົ້າ, ຄວາມຈິງ ພ້ອມທັງສະຕິຮູ້ສຶກຜິດຊອບ ແລະ ເຫດຜົນທີ່ບໍ່ມີຜົນຕໍ່ເຈົ້າ ແລະ ເຈົ້າຈະຕ້ອງພົບກັບຈຸດຈົບຂອງຜູ້ຕໍ່ຕ້ານພຣະຄຣິສຢ່າງແນ່ນອນ. ເຈົ້າບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ ແລະ ເຈົ້າກໍບໍ່ສາມາດແກ້ໄຂໄດ້ອີກແລ້ວ! ການທີ່ຜູ້ຄົນຈະສາມາດໄດ້ຮັບຄວາມລອດພົ້ນ ແລະ ກ້າວເຂົ້າສູ່ເສັ້ນທາງແຫ່ງການຢຳເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍໄດ້ ຫຼື ບໍ່ນັ້ນ ແມ່ນຂຶ້ນຢູ່ກັບວ່າພວກເຂົາມີການສະແດງອອກເຖິງການກັບໃຈຢ່າງແທ້ຈິງ ຫຼັງຈາກທີ່ໄດ້ມາຮູ້ຈັກຕົນເອງ ຫຼື ບໍ່ ແລະ ທັດສະນະຄະຕິທີ່ພວກເຂົາມີຕໍ່ຄວາມຈິງ ພ້ອມທັງເສັ້ນທາງທີ່ພວກເຂົາເລືອກ. ຖ້າເຈົ້າບໍ່ປະຖິ້ມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ ແຕ່ເລືອກທີ່ຈະຕອບສະໜອງຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງເຈົ້າເອງແທນ ໂດຍຝ່າຝືນຄວາມຈິງຢ່າງເປີດເຜີຍ ແລະ ຕັ້ງຕົວເປັນປໍລະປັກກັບພຣະເຈົ້າ, ແລ້ວເຈົ້າກໍບໍ່ສາມາດແກ້ໄຂໄດ້ອີກແລ້ວ. ຖ້າຄົນໃດຄົນໜຶ່ງບໍ່ຮູ້ຈັກຢ້ານກົວ ບໍ່ວ່າຄວາມຜິດພາດຂອງພວກເຂົາຈະໃຫຍ່ຫຼວງສໍ່າໃດ ຫຼື ພວກເຂົາເຮັດການກະທຳທີ່ຊົ່ວຮ້າຍຫຼາຍສໍ່າໃດກໍຕາມ ແລະ ພວກເຂົາບໍ່ຮູ້ສຶກຜິດ ແລະ ຍັງຄົງແກ້ຕົວໃຫ້ກັບຕົນເອງ ໂດຍບໍ່ຮູ້ສຶກສຳນຶກຜິດເລີຍແມ່ນແຕ່ໜ້ອຍດຽວ, ແລ້ວພວກເຂົາກໍຄືຜູ້ຕໍ່ຕ້ານພຣະຄຣິສ ແລະ ມານຮ້າຍຢ່າງແທ້ຈິງ. ຖ້າຄົນໃດຄົນໜຶ່ງພຽງແຕ່ມີການສະແດງອອກຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສ, ແຕ່ພວກເຂົາສາມາດຍອມຮັບຄວາມຜິດພາດຂອງພວກເຂົາ, ຫັນປ່ຽນ ແລະ ມີຫົວໃຈແຫ່ງຄວາມສຳນຶກຜິດ, ແລ້ວສິ່ງນີ້ກໍມີທໍາມະຊາດແຕກຕ່າງຈາກຜູ້ຕໍ່ຕ້ານພຣະຄຣິສ ແລະ ເປັນອີກເລື່ອງໜຶ່ງຢ່າງສິ້ນເຊີງ. ສະນັ້ນ, ຈຸດສຳຄັນທີ່ວ່າຄົນໃດຄົນໜຶ່ງຈະສາມາດໄດ້ຮັບຄວາມລອດພົ້ນໄດ້ ຫຼື ບໍ່ນັ້ນ ແມ່ນຂຶ້ນຢູ່ກັບວ່າພວກເຂົາສາມາດໄຕ່ຕອງກ່ຽວກັບຕົນເອງໄດ້ ຫຼື ບໍ່, ພວກເຂົາມີຫົວໃຈແຫ່ງການກັບໃຈ ຫຼື ບໍ່ ແລະ ພວກເຂົາສາມາດກ້າວເຂົ້າສູ່ເສັ້ນທາງແຫ່ງການໄລ່ຕາມຄວາມຈິງໄດ້ ຫຼື ບໍ່.
ຂໍ້ທີສີ່, ການຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງ ແມ່ນວິທີການທີ່ເຮັດເປັນປະຈຳຂອງຜູ້ຕໍ່ຕ້ານພຣະຄຣິສ. ພວກເຈົ້າສາມາດແຍກແຍະວິທີການ, ເສັ້ນທາງ ແລະ ວິທີທີ່ຊັດເຈນ ເຊິ່ງຜູ້ຕໍ່ຕ້ານພຣະຄຣິສໃຊ້ເພື່ອຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງ, ແຕ່ພວກເຈົ້າສາມາດແຍກແຍະພຶດຕິກຳ ແລະ ການສະແດງອອກທີ່ເຊື່ອງຊ້ອນກວ່ານັ້ນໄດ້ບໍ? ເມື່ອເວົ້າເຖິງສິ່ງທີ່ຊັດເຈນເຊັ່ນ: ການໃຊ້ຄຳເວົ້າເພື່ອຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງ, ພວກເຈົ້າກໍເປີດເຜີຍສິ່ງເຫຼົ່ານີ້, ພວກເຈົ້າກໍເຄີຍເຫັນຄົນອື່ນເປີດເຜີຍສິ່ງເຫຼົ່ານີ້ເຊັ່ນກັນ ແລະ ພວກເຈົ້າກໍສາມາດແຍກແຍະສິ່ງເຫຼົ່ານັ້ນໄດ້. ແຕ່ຖ້າບໍ່ມີການໃຊ້ຄຳເວົ້າ ແລະ ມີພຽງແຕ່ການສະແດງອອກທາງພຶດຕິກຳ, ພວກເຈົ້າຍັງຈະສາມາດແຍກແຍະສິ່ງເຫຼົ່ານັ້ນໄດ້ຢູ່ບໍ? ສາມາດເວົ້າໄດ້ວ່າ ຄົນສ່ວນໃຫຍ່ບໍ່ສາມາດເຮັດໄດ້. ແລ້ວລັກສະນະຂອງພຶດຕິກຳທີ່ຜູ້ຕໍ່ຕ້ານພຣະຄຣິສຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງແມ່ນຫຍັງ? ແນ່ນອນວ່າ ພຶດຕິກຳຂອງພວກເຂົາສອດຄ່ອງກັບຄວາມຄິດຫຼົງຜິດ, ຈິນຕະນາການ, ສິນທຳ, ສະຕິຮູ້ສຶກຜິດຊອບ ແລະ ຄວາມຮູ້ສຶກຂອງມະນຸດ. ມີຫຍັງອີກບໍ? (ມັນເຮັດໃຫ້ເກີດຄວາມເຫັນດີ ແລະ ການເຄົາລົບບູຊາ.) ມັນເຮັດໃຫ້ເກີດຄວາມເຫັນດີ ແລະ ການເຄົາລົບບູຊາ; ນີ້ຄືຜົນໄດ້ຮັບທີ່ມັນສ້າງຂຶ້ນ. ຖ້າພວກເຮົາເບິ່ງຈາກມຸມມອງຂອງຜົນໄດ້ຮັບ, ພຶດຕິກຳນີ້ມີຄຸນສົມບັດທີ່ເຮັດໃຫ້ຫຼົງຜິດຢ່າງແທ້ຈິງ. ຈາກມຸມມອງຂອງທໍາມະຊາດຂອງການກະທຳນີ້, ມັນມີຈຸດປະສົງທີ່ຊັດເຈນຫຼາຍ. ຕົວຢ່າງ: ເມື່ອຄົນໃດຄົນໜຶ່ງເຈັບປ່ວຍ, ຖ້າພວກເຂົາຕ້ອງການເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ເຮັດໃຫ້ຜູ້ຄົນຕີລາຄາພວກເຂົາສູງ, ແລ້ວພວກເຂົາຈະກິນຢາຕໍ່ໜ້າຜູ້ຄົນ ຫຼື ຕອນທີ່ບໍ່ມີໃຜຢູ່? (ຕໍ່ໜ້າຜູ້ຄົນ.) ນີ້ບໍ່ແມ່ນການມີເຈດຕະນາຢູ່ເບື້ອງຫຼັງບໍ? ສິ່ງນີ້ໝາຍຄວາມວ່າພວກເຂົາມີຈຸດປະສົງທີ່ຊັດເຈນຫຼາຍ. ຈຸດປະສົງທີ່ແທ້ຈິງຂອງພວກເຂົາໃນການກິນຢາແບບນີ້ແມ່ນຫຍັງ? ພວກເຂົາຕ້ອງການເອົາຄວາມດີຄວາມຊອບໃຫ້ຕົນເອງໂດຍການເຮັດສິ່ງນີ້ ແລະ ບອກເຈົ້າວ່າ “ເບິ່ງແມ, ຂ້ອຍອິດເມື່ອຍຫຼາຍຈາກການປະຕິບັດໜ້າທີ່ຂອງຂ້ອຍຈົນຂ້ອຍເຈັບປ່ວຍ, ແຕ່ຂ້ອຍກໍຍັງບໍ່ໄດ້ຈົ່ມ ຫຼື ຫຼັ່ງນ້ຳຕາແມ່ນແຕ່ຢົດດຽວ. ຂ້ອຍກຳລັງປິ່ນປົວອາການເຈັບປ່ວຍຂອງຂ້ອຍ, ແຕ່ຂ້ອຍກໍຍັງສາມາດຍຶດໝັ້ນໃນການປະຕິບັດໜ້າທີ່ຂອງຂ້ອຍໃນຂະນະທີ່ຂ້ອຍກຳລັງກິນຢາ”. ໃນຄວາມເປັນຈິງແລ້ວ, ອາການເຈັບປ່ວຍນີ້ອາດຈະບໍ່ໄດ້ເກີດຈາກການເຮັດໃຫ້ຕົນເອງອິດເມື່ອຍຈາກການປະຕິບັດໜ້າທີ່ຂອງພວກເຂົາ ຫຼື ຫຼັງຈາກທີ່ພວກເຂົາມາເຊື່ອໃນພຣະເຈົ້າ. ພວກເຂົາພຽງແຕ່ພະຍາຍາມໃຊ້ພຶດຕິກຳທຸກປະເພດເພື່ອສົ່ງຂໍ້ຄວາມເຖິງຜູ້ຄົນ, ນັ້ນກໍຄື ພວກເຂົາກຳລັງອົດທົນກັບຄວາມທຸກທໍລະມານ ແລະ ຈ່າຍລາຄາ, ພວກເຂົາໄດ້ທົນທຸກຫຼາຍໃນສະພາບແວດລ້ອມນີ້ ແຕ່ບໍ່ໄດ້ຈົ່ມແມ່ນແຕ່ຄັ້ງດຽວ ແລະ ຍັງຄົງປະຕິບັດໜ້າທີ່ຂອງພວກເຂົາຢ່າງຫ້າວຫັນ ແລະ ພວກເຂົາມີຄວາມຕັ້ງໃຈທີ່ຈະແບກຮັບຄວາມທຸກທໍລະມານ. ສິ່ງນີ້ກຳລັງບອກຜູ້ຄົນທາງອ້ອມວ່າແນວໃດ? ຄວາມຈົງຮັກພັກດີຂອງພວກເຂົາຕໍ່ພຣະເຈົ້ານັ້ນບໍ່ສາມາດສົງໄສໄດ້. ສິ່ງທີ່ພວກເຂົາຕ້ອງການສະແດງອອກກໍຄື ພວກເຂົາມີຄວາມຈົງຮັກພັກດີ ແລະ ເຕັມໃຈທີ່ຈະຈ່າຍລາຄາ. ນີ້ບໍ່ແມ່ນຮູບແບບໜຶ່ງຂອງການຍົກຍ້ອງຕົນເອງຢ່າງແນບນຽນບໍ? ຖ້າພວກເຂົາມີເຫດຜົນ, ພວກເຂົາກໍຈະບໍ່ຍົກເລື່ອງນີ້ຂຶ້ນມາ, ພວກເຂົາຈະອະທິຖານຕໍ່ພຣະເຈົ້າໃນຕອນທີ່ບໍ່ມີໃຜຢູ່ ໂດຍສະແດງຄວາມຕັ້ງໃຈຂອງພວກເຂົາ ແລະ ພະຍາຍາມຮູ້ຈັກຕົນເອງ ຫຼື ພວກເຂົາກໍພຽງແຕ່ກິນຢາຕາມປົກກະຕິ. ສະຫຼຸບແລ້ວ, ພວກເຂົາຈະບໍ່ໃຊ້ພຶດຕິກຳພາຍນອກເຫຼົ່ານີ້ເພື່ອບອກຜູ້ຄົນວ່າພວກເຂົາກຳລັງທົນທຸກ, ພວກເຂົາກຳລັງປະຕິບັດໜ້າທີ່ຂອງພວກເຂົາຢ່າງຈົງຮັກພັກດີ ແລະ ພວກເຂົາຄວນໄດ້ຮັບລາງວັນ. ພວກເຂົາຈະບໍ່ມີເຈດຕະນາເຫຼົ່ານີ້. ເຖິງຢ່າງໃດກໍຕາມ, ຖ້າພວກເຂົາກະທຳການໃນວິທີທີ່ເປັນການໂອ້ອວດເປັນພິເສດ ໂດຍຕ້ອງການເຮັດໃຫ້ຜູ້ຄົນຕີລາຄາພວກເຂົາສູງ ແລະ ຍ້ອງຍໍພວກເຂົາ, ແລ້ວສິ່ງນີ້ກໍມີຈຸດປະສົງທີ່ຊັດເຈນຫຼາຍ. ແລ້ວຈຸດປະສົງຂອງພວກເຂົາແມ່ນຫຍັງ? ມັນຄືການບັນລຸຜົນໄດ້ຮັບໃນການຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງຜ່ານຂໍ້ຄວາມທີ່ພວກເຂົາສົ່ງເຖິງຜູ້ຄົນ. ຖ້າພວກເຂົາມີຄວາມຈົງຮັກພັກດີ, ພຣະເຈົ້າກໍຈະຮູ້ເລື່ອງນີ້, ແລ້ວເປັນຫຍັງພວກເຂົາຈຶ່ງຕ້ອງໂອ້ອວດກ່ຽວກັບເລື່ອງນີ້ໃຫ້ຄົນອື່ນຟັງ ແລະ ເຮັດໃຫ້ທຸກຄົນຮູ້ກ່ຽວກັບມັນ? ເປົ້າໝາຍຂອງພວກເຂົາໃນການເຮັດໃຫ້ທຸກຄົນຮູ້ກ່ຽວກັບມັນແມ່ນຫຍັງ? ມັນຄືການເຮັດໃຫ້ຜູ້ຄົນຕີລາຄາພວກເຂົາສູງ. ຖ້າພວກເຂົາບໍ່ມີເປົ້າໝາຍນີ້, ພວກເຂົາກໍຈະກະທຳການໂດຍບໍ່ມີເຈດຕະນາ ແລະ ຄົນອື່ນກໍຈະບໍ່ເຫັນພວກເຂົາເຮັດສິ່ງເຫຼົ່ານີ້. ຖ້າພວກເຂົາມີຈຸດປະສົງທີ່ຊັດເຈນຫຼາຍ, ພວກເຂົາກໍຈະຊັ່ງຊາເບິ່ງຄວາມສຳຄັນຂອງການກະທຳຂອງພວກເຂົາ ແລະ ເຮັດໃຫ້ເປັນເລື່ອງໃຫຍ່ ແລະ ໃສ່ໃຈກັບເວລາ ແລະ ສະຖານທີ່ ໂດຍລໍຖ້າຈົນກວ່າທຸກຄົນຈະຢູ່ອ້ອມຂ້າງເພື່ອຂໍໃຫ້ຄົນໃດຄົນໜຶ່ງເອົາຢາມາໃຫ້ພວກເຂົາ, ເປີດເຜີຍມັນຢ່າງເປີດເຜີຍ ແລະ ຢ່າງໃຫຍ່ໂຕ. ມັນມີຈຸດປະສົງທີ່ຊັດເຈນຫຼາຍສຳລັບສິ່ງນີ້. ຖ້າພວກເຂົາບໍ່ມີເປົ້າໝາຍນີ້, ພວກເຂົາກໍຈະລໍຖ້າຈົນກວ່າບໍ່ມີໃຜຢູ່ເພື່ອຈະກິນຢາຂອງພວກເຂົາ. ຄວາມເຕັມໃຈຂອງເຈົ້າທີ່ຈະອົດທົນກັບຄວາມທຸກທໍລະມານ ແລະ ຈ່າຍລາຄານັ້ນກ່ຽວຂ້ອງກັບຄວາມສຳພັນຂອງເຈົ້າກັບພຣະເຈົ້າ; ເຈົ້າບໍ່ຈຳເປັນຕ້ອງສະແດງໃຫ້ຄົນອື່ນເຫັນ ແລະ ຮັບຮູ້. ຖ້າເຈົ້າສະແດງໃຫ້ຄົນອື່ນເຫັນ, ພວກເຂົາສາມາດໃຫ້ຫຍັງແກ່ເຈົ້າໄດ້? ນອກເໜືອຈາກການໄດ້ຮັບຄວາມເຫັນອົກເຫັນໃຈ ແລະ ການຍ້ອງຍໍຈາກພວກເຂົາແລ້ວ, ຍັງມີສິ່ງອື່ນອີກບໍທີ່ເຈົ້າສາມາດໄດ້ຮັບຈາກພວກເຂົາ? ບໍ່, ບໍ່ມີຫຍັງເລີຍ. ເມື່ອເຈົ້າອົດທົນກັບຄວາມທຸກທໍລະມານບາງຢ່າງ ແລະ ຈ່າຍລາຄາບາງຢ່າງໃນການປະຕິບັດໜ້າທີ່ຂອງເຈົ້າ, ໃນດ້ານໜຶ່ງ ສິ່ງເຫຼົ່ານີ້ແມ່ນສິ່ງທີ່ເຈົ້າຄວນເຮັດ ແລະ ເປັນສິ່ງທີ່ເຈົ້າເຕັມໃຈທີ່ຈະເຮັດ ແລະ ເຈົ້າກຳລັງປະຕິບັດໜ້າທີ່ຂອງເຈົ້າເອງ. ໃນອີກດ້ານໜຶ່ງ ພວກມັນຄືການສະແດງອອກທີ່ເຈົ້າຄວນສະແດງຕໍ່ພຣະຜູ້ສ້າງໃນຖານະສິ່ງທີ່ຖືກສ້າງ, ແລ້ວເປັນຫຍັງເຈົ້າຈຶ່ງຄວນປ່າວປະກາດພວກມັນ? ເມື່ອເຈົ້າປ່າວປະກາດພວກມັນ, ພວກມັນກໍກາຍເປັນສິ່ງທີ່ໜ້າລັງກຽດ; ແລ້ວທໍາມະຊາດຂອງພຶດຕິກຳດັ່ງກ່າວກາຍເປັນແນວໃດ? ມັນປ່ຽນເປັນການຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງ ແລະ ເຮັດໃຫ້ຄົນອື່ນຫຼົງຜິດ, ທໍາມະຊາດນັ້ນກໍປ່ຽນໄປ. ຕົວຢ່າງ: ບາງຄົນມັກຈະເກົາຫົວຕໍ່ໜ້າຄົນອື່ນສະເໝີ ແລະ ເມື່ອມີຄົນຖາມພວກເຂົາກ່ຽວກັບເລື່ອງນີ້, ພວກເຂົາກໍເວົ້າວ່າ “ຂ້ອຍບໍ່ໄດ້ສະຜົມມາຫຼາຍກວ່າ 10 ມື້ແລ້ວ, ຂ້ອຍໄດ້ພົບປະກັບຜູ້ທີ່ອາດຈະໄດ້ຮັບພຣະກິດຕິຄຸນຢ່າງຕໍ່ເນື່ອງ. ມື້ກ່ອນຂ້ອຍພະຍາຍາມຫາເວລາເພື່ອສະຜົມ, ແຕ່ກໍມີຜູ້ທີ່ອາດຈະໄດ້ຮັບພຣະກິດຕິຄຸນມາສຶກສາເບິ່ງ ແລະ ຂ້ອຍກໍບໍ່ສາມາດໜີໄປໄດ້”. ໃນຄວາມເປັນຈິງແລ້ວ, ພວກເຂົາຕັ້ງໃຈບໍ່ສະຜົມເພື່ອເຮັດໃຫ້ຜູ້ຄົນຮູ້ສຶກວ່າພວກເຂົາຫຍຸ້ງຫຼາຍໃນການປະຕິບັດໜ້າທີ່ຂອງພວກເຂົາ. ສິ່ງນີ້ເອີ້ນວ່າການສ້າງພາບ. ເປົ້າໝາຍຂອງພວກເຂົາໃນການສ້າງພາບແມ່ນຫຍັງ? ມັນຄືການເຮັດໃຫ້ຜູ້ຄົນຕີລາຄາພວກເຂົາສູງ ແລະ ທໍາມະຊາດຂອງພຶດຕິກຳນີ້ກໍຄືການຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງ. ແມ່ນແຕ່ກັບເລື່ອງເລັກໆນ້ອຍໆແບບນີ້, ພວກເຂົາກໍບໍ່ປ່ອຍຜ່ານ, ພວກເຂົາຍັງຕ້ອງການເຮັດໃຫ້ເປັນເລື່ອງໃຫຍ່ ໂດຍປ່ຽນມັນໃຫ້ເປັນຊັບພະຍາກອນທີ່ມີຄ່າປະເພດໜຶ່ງ ເຊິ່ງພວກເຂົາສາມາດໃຊ້ເພື່ອໂອ້ອວດ, ຕອບສະໜອງຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາ ແລະ ບັນລຸເປົ້າໝາຍຂອງພວກເຂົາໃນການເຮັດໃຫ້ຜູ້ຄົນຕີລາຄາພວກເຂົາສູງ ແລະ ເຄົາລົບບູຊາພວກເຂົາ. ສິ່ງນີ້ບໍ່ໜ້າອັບອາຍບໍ? ມັນໜ້າອັບອາຍ ແລະ ໜ້າລັງກຽດ. ສິ່ງທັງໝົດເຫຼົ່ານີ້ມາຈາກໃສ? ພວກມັນມາຈາກອຸປະນິໄສທີ່ເສື່ອມຊາມຂອງຊາຕານ ເຊິ່ງພາຍໃນນັ້ນມີການເສແສ້ງ, ຄວາມເລ່ລ່ຽມ, ຄວາມຊົ່ວຊ້າ ແລະ ຄວາມທະເຍີທະຍານ. ຄົນແບບນີ້ຄິດເຖິງພາບລັກ, ສະຖານະ ແລະ ຊື່ສຽງຂອງພວກເຂົາຢູ່ຕະຫຼອດເວລາ. ພວກເຂົາບໍ່ປ່ອຍໃຫ້ສິ່ງໃດຜ່ານໄປ, ພວກເຂົາມັກຈະຊອກຫາວິທີທາງເພື່ອປ່ຽນສິ່ງເຫຼົ່ານັ້ນໃຫ້ເປັນຕົ້ນທຶນ, ເປັນຊັບພະຍາກອນທີ່ພວກເຂົາສາມາດໃຊ້ເພື່ອເຮັດໃຫ້ຜູ້ຄົນຕີລາຄາພວກເຂົາສູງ ແລະ ເຄົາລົບບູຊາພວກເຂົາ. ໃນທີ່ສຸດ, ເມື່ອພວກເຂົາບັນລຸເປົ້າໝາຍຂອງພວກເຂົາ, ພວກເຂົາກໍເຮັດຄືກັບວ່າພວກເຂົາບໍ່ສົນໃຈມັນ. ນີ້ກໍເປັນຮູບລັກສະນະຈອມປອມປະເພດໜຶ່ງເຊັ່ນກັນ ແລະ ຢູ່ພາຍໃນນັ້ນ ຄວາມຈິງແລ້ວພວກເຂົາກຳລັງລັກດີໃຈ ແລະ ພໍໃຈກັບຕົນເອງ. ສິ່ງນີ້ບໍ່ຍິ່ງໜ້າລັງກຽດກວ່າບໍ? ມັນຊັດເຈນວ່າພວກເຂົາມີສະຖານະທີ່ສູງຫຼາຍຢູ່ແລ້ວ, ທຸກຄົນນັບຖືພວກເຂົາ, ເຄົາລົບນັບຖືພວກເຂົາ, ເຊື່ອຟັງພວກເຂົາ ແລະ ຕິດຕາມພວກເຂົາ, ແຕ່ພາຍນອກ ພວກເຂົາຍັງເສແສ້ງວ່າພວກເຂົາບໍ່ມັກສະຖານະ. ສິ່ງນີ້ຍິ່ງໜ້າຊື່ໃຈຄົດຫຼາຍຂຶ້ນໄປອີກ. ໃນທີ່ສຸດ, ທຸກຄົນກໍຖືກພວກເຂົາເຮັດໃຫ້ຫຼົງຜິດ ແລະ ເວົ້າວ່າພວກເຂົາເກີດມາໂດຍບໍ່ມີຄວາມທະເຍີທະຍານໃດໆ, ພວກເຂົາເປັນຄົນທີ່ລົງມືເຮັດຈິງ. ຄວາມຈິງແລ້ວ, ການທົດສອບເລັກນ້ອຍກໍສາມາດເປີດເຜີຍສິ່ງນີ້ໄດ້: ຖ້າພວກເຂົາຖືກປົດອອກຈາກສະຖານະຂອງພວກເຂົາ, ພວກເຂົາກໍຈະຢຸດປະຕິບັດໜ້າທີ່ຂອງພວກເຂົາທັນທີ. ມັນຈະໄວຂະໜາດນັ້ນເລີຍ; ເລື່ອງເລັກນ້ອຍພຽງເລື່ອງດຽວກໍຈະເປີດເຜີຍຄວາມທະເຍີທະຍານຂອງພວກເຂົາ. ສິ່ງເຫຼົ່ານີ້ຄືພຶດຕິກຳ ແລະ ວິທີການທີ່ອຸປະນິໄສທີ່ເສື່ອມຊາມຂອງຊາຕານນຳອອກມາໃນຕົວຜູ້ຄົນ ພ້ອມທັງສະພາວະທີ່ໜ້າລັງກຽດຕ່າງໆຂອງຜູ້ຄົນ. ຈາກການສະແດງອອກເຫຼົ່ານີ້, ສາມາດເຫັນໄດ້ວ່າຜູ້ຄົນມັກສະຖານະ ແລະ ຕ້ອງການຄອບຄອງພື້ນທີ່ໃນຫົວໃຈຂອງຄົນອື່ນ. ພວກເຂົາຕ້ອງການຄອບຄອງຫົວໃຈຂອງຄົນອື່ນ, ເອົາຊະນະໃຈຄົນອື່ນ ແລະ ເຮັດໃຫ້ຄົນອື່ນເຄົາລົບບູຊາ, ເຄົາລົບນັບຖື ແລະ ເຖິງກັບຕິດຕາມພວກເຂົາ, ດ້ວຍເຫດນັ້ນຈຶ່ງເຂົ້າແທນທີ່ຕຳແໜ່ງຂອງພຣະເຈົ້າໃນຫົວໃຈຂອງຄົນອື່ນ. ນີ້ຄືຄວາມປາຖະໜາທີ່ທຸກຄົນມີມາຕັ້ງແຕ່ເກີດ. ແລ້ວສິ່ງນີ້ພິສູດໃຫ້ເຫັນຫຍັງ? ໃນຊີວິດຂອງຜູ້ຄົນ, ສິ່ງທີ່ຄວບຄຸມພວກເຂົາກໍຄືອຸປະນິໄສຂອງຊາຕານ. ໃນທ່າມກາງມະນຸດຊາດທີ່ເສື່ອມຊາມ, ບໍ່ມີໃຜຈັກຄົນທີ່ບໍ່ມັກສະຖານະ, ແມ່ນແຕ່ຄົນໂງ່ກໍຢາກເປັນເຈົ້າເປັນນາຍ ແລະ ແມ່ນແຕ່ຄົນຫົວຊ້າກໍຢາກຈັດການຄົນອື່ນ. ທຸກຄົນມັກສະຖານະ ແລະ ທຸກຄົນເຮັດສິ່ງຕ່າງໆເພື່ອເຫັນແກ່ສະຖານະ ແລະ ແຂ່ງຂັນກັບພຣະເຈົ້າເພື່ອຍາດເອົາສະຖານະ. ທຸກຄົນມີພຶດຕິກຳ ແລະ ວິທີການປະເພດນີ້ ພ້ອມທັງອຸປະນິໄສປະເພດນີ້. ສະນັ້ນ, ເມື່ອພວກເຮົາເປີດໂປງຜູ້ຕໍ່ຕ້ານພຣະຄຣິສທີ່ຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງ, ພວກເຮົາກໍກຳລັງເປີດໂປງອຸປະນິໄສທີ່ເສື່ອມຊາມຂອງທຸກຄົນເຊັ່ນກັນ. ເປົ້າໝາຍຂອງການເປີດໂປງສິ່ງນີ້ແມ່ນຫຍັງ? ມັນຄືການເຮັດໃຫ້ຜູ້ຄົນເຂົ້າໃຈວ່າ ພຶດຕິກຳ ແລະ ການສະແດງອອກຂອງການຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງເຫຼົ່ານີ້ ບໍ່ແມ່ນສິ່ງທີ່ຄວາມເປັນມະນຸດທີ່ປົກກະຕິຄວນມີ, ແຕ່ເປັນການເປີດເຜີຍອຸປະນິໄສທີ່ເສື່ອມຊາມ ແລະ ເປັນສິ່ງທີ່ເປັນລົບ, ເປັນສິ່ງທີ່ໜ້າລັງກຽດ. ບໍ່ວ່າວິທີການຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງຂອງເຈົ້າຈະແນບນຽນສໍ່າໃດກໍຕາມ ແລະ ບໍ່ວ່າການກະທຳຂອງເຈົ້າຈະເຊື່ອງຊ້ອນສໍ່າໃດກໍຕາມ, ບໍ່ມີສິ່ງໃດໃນສິ່ງເຫຼົ່ານີ້ທີ່ເປັນສິ່ງທີ່ຄວາມເປັນມະນຸດທີ່ປົກກະຕິຄວນມີ ແລະ ພວກມັນລ້ວນແຕ່ຖືກພຣະເຈົ້າກຽດຊັງ, ກ່າວໂທດ ແລະ ສາບແຊ່ງ. ສະນັ້ນ, ຜູ້ຄົນທຸກຄົນຄວນປະຖິ້ມວິທີການເຫຼົ່ານີ້. ການຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງບໍ່ແມ່ນສັນຊາດຕະຍານທີ່ພຣະເຈົ້າສ້າງມາໃຫ້ມະນຸດ, ແຕ່ມັນເປັນໜຶ່ງໃນການເປີດເຜີຍທີ່ເປັນແບບສະບັບທີ່ສຸດຂອງອຸປະນິໄສທີ່ເສື່ອມຊາມຂອງຊາຕານ ແລະ ຍິ່ງໄປກວ່ານັ້ນ ມັນເປັນໜຶ່ງໃນອຸປະນິໄສ ແລະ ວິທີການທີ່ເປັນແບບສະບັບ ແລະ ສະເພາະເຈາະຈົງທີ່ສຸດຂອງແກ່ນແທ້ທີ່ເສື່ອມຊາມຂອງຊາຕານ.
ການໂອ້ລົມກ່ຽວກັບຕົວຢ່າງສະເພາະບາງຢ່າງເປັນປະໂຫຍດສຳລັບພວກເຈົ້າໃນແງ່ຂອງການເຂົ້າໃຈການສະແດງອອກຕ່າງໆຂອງການຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງ, ບໍ່ວ່າຈະເປັນວິທີການເວົ້າ ແລະ ການກະທຳທີ່ຊັດເຈນ ຫຼື ເຊື່ອງຊ້ອນກວ່ານັ້ນ ຫຼື ບໍ່? (ແມ່ນແລ້ວ, ມັນເປັນປະໂຫຍດ.) ມັນຊ່ວຍໃນເລື່ອງຫຍັງ? ມັນຊ່ວຍໃຫ້ຜູ້ຄົນແຍກແຍະຕົນເອງ ແລະ ຄົນອື່ນ. ສະພາວະ, ການສະແດງອອກ ແລະ ການເປີດເຜີຍເຫຼົ່ານີ້ທີ່ເຮົາກຳລັງເວົ້າເຖິງລ້ວນແຕ່ເປັນສິ່ງທີ່ພວກເຈົ້າສະແດງອອກຢູ່ເລື້ອຍໆ ແລະ ພວກເຈົ້າຄວນນຳເອົາສະພາວະຂອງພວກເຈົ້າເອງມາປຽບທຽບກັບສິ່ງເຫຼົ່ານັ້ນ ເພື່ອໃຫ້ເຂົ້າໃຈວ່າແທ້ຈິງແລ້ວພວກເຈົ້າແມ່ນຫຍັງ, ແທ້ຈິງແລ້ວຊີວິດທີ່ພວກເຈົ້າເພິ່ງພາ ແລະ ອາໄສເພື່ອຄວາມຢູ່ລອດນັ້ນແມ່ນຫຍັງ, ແທ້ຈິງແລ້ວມີຫຍັງຢູ່ພາຍໃນຊີວິດນີ້, ແທ້ຈິງແລ້ວອຸປະນິໄສເຫຼົ່ານີ້ຄວບຄຸມໃຫ້ຜູ້ຄົນເຮັດຫຍັງ ແລະ ພວກມັນຄວບຄຸມໃຫ້ຜູ້ຄົນດຳເນີນຊີວິດທີ່ເປັນແນວໃດ. ຜ່ານການເຂົ້າໃຈພຶດຕິກຳ, ການສະແດງອອກ, ວິທີການ ແລະ ອຸປະນິໄສທີ່ສະເພາະເຈາະຈົງເຫຼົ່ານີ້, ຜູ້ຄົນສາມາດຄ່ອຍໆໄຈ້ແຍກ ແລະ ຮູ້ຈັກຕົນເອງ, ແກ່ນແທ້ຂອງພວກເຂົາເອງ ແລະ ທຳມະຊາດຂອງພວກເຂົາທີ່ຕໍ່ຕ້ານພຣະເຈົ້າ ແລະ ດ້ວຍເຫດນັ້ນຈຶ່ງປະຖິ້ມວິທີການເຫຼົ່ານີ້, ມາຢູ່ຕໍ່ໜ້າພຣະເຈົ້າ ແລະ ຫັນປ່ຽນຕົນເອງຢ່າງແທ້ຈິງ ແລະ ປະຕິບັດຕາມຄວາມຈິງ ແລະ ດຳເນີນຊີວິດທີ່ເປັນຄວາມຈິງ. ບາງຄົນເວົ້າວ່າ “ໃນເມື່ອການຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງເປັນວິທີການທີ່ບໍ່ສອດຄ່ອງກັບຄວາມຈິງ ແລະ ເປັນຂອງຊາຕານ ແລະ ຜູ້ຕໍ່ຕ້ານພຣະຄຣິສ, ຖ້າຂ້ອຍບໍ່ເວົ້າ ຫຼື ບໍ່ເຮັດຫຍັງເລີຍ, ນັ້ນບໍ່ໄດ້ໝາຍຄວາມວ່າຂ້ອຍບໍ່ໄດ້ກຳລັງຍົກຍ້ອງ ຫຼື ເປັນພະຍານໃຫ້ຕົນເອງບໍ?” ສິ່ງນີ້ບໍ່ຖືກຕ້ອງ. ແລ້ວການກະທຳແບບໃດທີ່ບໍ່ແມ່ນການຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງ? ຖ້າເຈົ້າໂອ້ອວດ ແລະ ເປັນພະຍານໃຫ້ຕົນເອງກ່ຽວກັບເລື່ອງໃດໜຶ່ງ, ເຈົ້າກໍຈະບັນລຸຜົນໄດ້ຮັບໃນການເຮັດໃຫ້ຄົນບາງຄົນຕີລາຄາເຈົ້າສູງ ແລະ ເຄົາລົບບູຊາເຈົ້າ. ແຕ່ຖ້າເຈົ້າເປີດເຜີຍຕົນເອງຢ່າງເປີດແປນ ແລະ ແບ່ງປັນຄວາມຮູ້ຈັກຕົນເອງຂອງເຈົ້າກ່ຽວກັບເລື່ອງດຽວກັນນັ້ນ, ທໍາມະຊາດຂອງສິ່ງນີ້ກໍຈະແຕກຕ່າງກັນ. ນີ້ບໍ່ແມ່ນຄວາມຈິງບໍ? ການເປີດເຜີຍຕົນເອງຢ່າງເປີດແປນ ແລະ ການແບ່ງປັນຄວາມຮູ້ຈັກຕົນເອງແມ່ນສິ່ງທີ່ຄວາມເປັນມະນຸດທີ່ປົກກະຕິຄວນມີ. ມັນເປັນສິ່ງທີ່ເປັນບວກ. ຖ້າເຈົ້າຮູ້ຈັກຕົນເອງຢ່າງແທ້ຈິງ ແລະ ເວົ້າກ່ຽວກັບສະພາວະຂອງເຈົ້າຢ່າງຖືກຕ້ອງ, ຈິງໃຈ ແລະ ຊັດເຈນ; ຖ້າເຈົ້າແບ່ງປັນຄວາມຮູ້ທີ່ອີງໃສ່ພຣະທຳຂອງພຣະເຈົ້າຢ່າງສິ້ນເຊີງ; ຖ້າຜູ້ທີ່ຟັງເຈົ້າໄດ້ຮັບການເສີມສ້າງ ແລະ ໄດ້ຮັບຜົນປະໂຫຍດຈາກມັນ ແລະ ຖ້າເຈົ້າເປັນພະຍານໃຫ້ວຽກງານຂອງພຣະເຈົ້າ ແລະ ຖວາຍກຽດແດ່ພຣະອົງ, ນັ້ນກໍຄືການເປັນພະຍານໃຫ້ພຣະເຈົ້າ. ຖ້າຜ່ານການເປີດເຜີຍຕົນເອງຢ່າງເປີດແປນ, ເຈົ້າເວົ້າຫຼາຍກ່ຽວກັບຈຸດແຂງຂອງເຈົ້າ ແລະ ວິທີທີ່ເຈົ້າໄດ້ທົນທຸກ ແລະ ຈ່າຍລາຄາ ແລະ ຍຶດໝັ້ນໃນການເປັນພະຍານຂອງເຈົ້າ ແລະ ຜົນກໍຄື ຜູ້ຄົນຕີລາຄາເຈົ້າສູງ ແລະ ເຄົາລົບບູຊາເຈົ້າ, ແລ້ວນັ້ນກໍຄືການເປັນພະຍານໃຫ້ຕົນເອງ. ເຈົ້າຈຳເປັນຕ້ອງສາມາດແຍກແຍະລະຫວ່າງການສະແດງອອກສອງຢ່າງນີ້. ຕົວຢ່າງ: ການເລົ່າເຖິງວິທີທີ່ເຈົ້າອ່ອນແອ ແລະ ເປັນລົບເມື່ອປະເຊີນກັບການທົດສອບ ແລະ ວິທີທີ່ຫຼັງຈາກອະທິຖານ ແລະ ສະແຫວງຫາຄວາມຈິງແລ້ວ, ໃນທີ່ສຸດເຈົ້າກໍເຂົ້າໃຈເຈດຕະນາຂອງພຣະເຈົ້າ, ໄດ້ຮັບຄວາມເຊື່ອ ແລະ ຍຶດໝັ້ນໃນການເປັນພະຍານຂອງເຈົ້າ, ນັ້ນຄືການຍົກຍ້ອງ ແລະ ເປັນພະຍານໃຫ້ພຣະເຈົ້າ. ມັນບໍ່ແມ່ນການໂອ້ອວດ ແລະ ເປັນພະຍານໃຫ້ຕົນເອງຢ່າງເດັດຂາດ. ສະນັ້ນ, ບໍ່ວ່າເຈົ້າກຳລັງໂອ້ອວດ ແລະ ເປັນພະຍານໃຫ້ຕົນເອງ ຫຼື ບໍ່ ໂດຍຫຼັກແລ້ວແມ່ນຂຶ້ນຢູ່ກັບວ່າເຈົ້າກຳລັງເວົ້າກ່ຽວກັບປະສົບການຈິງຂອງເຈົ້າ ຫຼື ບໍ່ ແລະ ເຈົ້າບັນລຸຜົນໃນການເປັນພະຍານໃຫ້ພຣະເຈົ້າ ຫຼື ບໍ່; ມັນຍັງຈຳເປັນຕ້ອງເບິ່ງວ່າເຈດຕະນາ ແລະ ເປົ້າໝາຍຂອງເຈົ້າແມ່ນຫຍັງອີກດ້ວຍ ເມື່ອເຈົ້າເວົ້າເຖິງຄຳພະຍານຈາກປະສົບການຂອງເຈົ້າ. ການເຮັດເຊັ່ນນັ້ນຈະເຮັດໃຫ້ງ່າຍຕໍ່ການແຍກແຍະການສະແດງອອກສອງຢ່າງນີ້. ຖ້າເຈົ້າມີເຈດຕະນາທີ່ຖືກຕ້ອງເມື່ອເຈົ້າແບ່ງປັນຄຳພະຍານ, ແລ້ວເຖິງແມ່ນວ່າຜູ້ຄົນຈະຕີລາຄາເຈົ້າສູງ ແລະ ເຄົາລົບບູຊາເຈົ້າ, ນັ້ນກໍບໍ່ແມ່ນບັນຫາໃຫຍ່. ຖ້າເຈົ້າມີເຈດຕະນາທີ່ຜິດ, ແລ້ວເຖິງແມ່ນວ່າຈະບໍ່ມີໃຜຕີລາຄາເຈົ້າສູງ ຫຼື ເຄົາລົບບູຊາເຈົ້າ, ມັນກໍຍັງເປັນບັນຫາ ແລະ ຖ້າຜູ້ຄົນຕີລາຄາເຈົ້າສູງ ແລະ ເຄົາລົບບູຊາເຈົ້າ, ແລ້ວນັ້ນກໍຍິ່ງເປັນບັນຫາຫຼາຍຂຶ້ນໄປອີກ. ສະນັ້ນ, ເຈົ້າບໍ່ສາມາດເບິ່ງພຽງແຕ່ຜົນໄດ້ຮັບເພື່ອຕັດສິນວ່າຄົນໃດຄົນໜຶ່ງກຳລັງຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງ ຫຼື ບໍ່. ເຈົ້າຕ້ອງເບິ່ງເຈດຕະນາຂອງພວກເຂົາເປັນຫຼັກ; ມັນຖືກຕ້ອງແລ້ວທີ່ຈະແຍກແຍະລະຫວ່າງການສະແດງອອກສອງຢ່າງນີ້ໂດຍອີງໃສ່ເຈດຕະນາ. ຖ້າເຈົ້າພຽງແຕ່ພະຍາຍາມແຍກແຍະສິ່ງນີ້ໂດຍອີງໃສ່ຜົນໄດ້ຮັບ, ເຈົ້າກໍຈະມີແນວໂນ້ມທີ່ຈະກ່າວຫາຄົນດີຢ່າງຜິດໆ. ບາງຄົນແບ່ງປັນຄຳພະຍານທີ່ຈິງໃຈເປັນພິເສດ ແລະ ດ້ວຍເຫດນັ້ນຄົນອື່ນຈຶ່ງຕີລາຄາພວກເຂົາສູງ ແລະ ເຄົາລົບບູຊາພວກເຂົາ, ເຈົ້າສາມາດເວົ້າໄດ້ບໍວ່າຄົນເຫຼົ່ານັ້ນກຳລັງເປັນພະຍານໃຫ້ຕົນເອງ? ບໍ່, ເຈົ້າບໍ່ສາມາດເວົ້າໄດ້. ມັນບໍ່ມີບັນຫາກັບຄົນເຫຼົ່ານັ້ນ, ຄຳພະຍານທີ່ພວກເຂົາແບ່ງປັນ ແລະ ໜ້າທີ່ທີ່ພວກເຂົາປະຕິບັດນັ້ນເປັນປະໂຫຍດຕໍ່ຄົນອື່ນ ແລະ ມີພຽງແຕ່ຄົນໂງ່ຈ້າ ແລະ ບໍ່ຮູ້ເລື່ອງທີ່ມີຄວາມເຂົ້າໃຈທີ່ບິດເບືອນເທົ່ານັ້ນທີ່ເຄົາລົບບູຊາພວກເຂົາ. ຈຸດສຳຄັນໃນການແຍກແຍະວ່າຜູ້ຄົນກຳລັງຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງ ຫຼື ບໍ່ ແມ່ນຢູ່ທີ່ການເບິ່ງເຈດຕະນາຂອງຜູ້ເວົ້າ. ຖ້າເຈດຕະນາຂອງເຈົ້າແມ່ນເພື່ອສະແດງໃຫ້ທຸກຄົນເຫັນຄວາມເສື່ອມຊາມທີ່ເຈົ້າໄດ້ເປີດເຜີຍ ແລະ ວິທີທີ່ເຈົ້າໄດ້ປ່ຽນແປງ ແລະ ເພື່ອເຮັດໃຫ້ພວກເຂົາໄດ້ຮັບຜົນປະໂຫຍດຈາກສິ່ງນີ້, ແລ້ວຄຳເວົ້າຂອງເຈົ້າກໍຈິງຈັງ ແລະ ເປັນຄວາມຈິງ ແລະ ສອດຄ່ອງກັບຂໍ້ເທັດຈິງ. ເຈດຕະນາແບບນັ້ນແມ່ນຖືກຕ້ອງ ແລະ ເຈົ້າບໍ່ໄດ້ກຳລັງໂອ້ອວດ ຫຼື ເປັນພະຍານໃຫ້ຕົນເອງ. ຖ້າເຈດຕະນາຂອງເຈົ້າແມ່ນເພື່ອສະແດງໃຫ້ທຸກຄົນເຫັນວ່າເຈົ້າມີປະສົບການຈິງ ແລະ ເຈົ້າໄດ້ປ່ຽນແປງ ແລະ ມີຄວາມເປັນຈິງຄວາມຈິງ ເພື່ອໃຫ້ພວກເຂົາຕີລາຄາເຈົ້າສູງ ແລະ ເຄົາລົບບູຊາເຈົ້າ, ແລ້ວເຈດຕະນານີ້ກໍບໍ່ຖືກຕ້ອງ. ນັ້ນຄືການໂອ້ອວດ ແລະ ເປັນພະຍານໃຫ້ຕົນເອງ. ຖ້າຄຳພະຍານຈາກປະສົບການທີ່ເຈົ້າເວົ້າເຖິງນັ້ນເປັນສິ່ງຈອມປອມ, ມີສິ່ງເຈືອປົນ ແລະ ມີເຈດຕະນາທີ່ຈະຫຼອກລວງຜູ້ຄົນ ເພື່ອຢຸດພວກເຂົາບໍ່ໃຫ້ເຫັນສະພາວະທີ່ແທ້ຈິງຂອງເຈົ້າ ແລະ ເພື່ອປ້ອງກັນບໍ່ໃຫ້ເຈດຕະນາ, ຄວາມເສື່ອມຊາມ, ຄວາມອ່ອນແອ ຫຼື ຄວາມເປັນລົບຂອງເຈົ້າຖືກເປີດເຜີຍຕໍ່ຄົນອື່ນ, ແລ້ວການເວົ້າແບບນີ້ກໍຄືການຫຼອກລວງ ແລະ ເຮັດໃຫ້ຜູ້ຄົນຫຼົງຜິດ. ນີ້ຄືການເປັນພະຍານເທັດ, ນີ້ຄືຄວາມພະຍາຍາມທີ່ຈະຫຼອກລວງພຣະເຈົ້າ, ມັນຄືການນຳຄວາມອັບອາຍມາສູ່ພຣະເຈົ້າ ແລະ ມັນຄືສິ່ງທີ່ພຣະເຈົ້າກຽດຊັງທີ່ສຸດ. ມັນມີຄວາມແຕກຕ່າງທີ່ຊັດເຈນລະຫວ່າງສະພາວະເຫຼົ່ານີ້ ແລະ ພວກມັນທັງໝົດສາມາດຖືກແຍກແຍະໄດ້ໂດຍອີງໃສ່ເຈດຕະນາ. ຖ້າເຈົ້າສາມາດແຍກແຍະຄົນອື່ນ, ເຈົ້າກໍຈະສາມາດເບິ່ງທະລຸເຖິງສະພາວະຂອງພວກເຂົາ ແລະ ຈາກນັ້ນເຈົ້າກໍຈະສາມາດແຍກແຍະຕົນເອງ ແລະ ເບິ່ງທະລຸເຖິງສະພາວະຂອງເຈົ້າເອງເຊັ່ນກັນ.
ຫຼັງຈາກທີ່ໄດ້ຟັງການເທດສະໜາເຫຼົ່ານີ້ທັງໝົດແລ້ວ, ບາງຄົນກໍຍັງສືບຕໍ່ຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງຄືກັບທີ່ພວກເຂົາເຄີຍເຮັດມາກ່ອນ. ພວກເຈົ້າຄວນປະຕິບັດຕໍ່ຄົນແບບນັ້ນແນວໃດ? ຈົ່ງແຍກແຍະພວກເຂົາ, ເປີດໂປງພວກເຂົາ ແລະ ຢູ່ຫ່າງຈາກພວກເຂົາ. ຖ້າຄຳເວົ້າຂອງພວກເຂົາມີຄຸນຄ່າເພື່ອເປັນບ່ອນອີງ, ເຈົ້າກໍສາມາດຮັບເອົາຄຳເວົ້າເຫຼົ່ານັ້ນໄດ້, ແຕ່ຖ້າພວກມັນບໍ່ມີຄຸນຄ່າເພື່ອເປັນບ່ອນອີງເລີຍ, ເຈົ້າກໍຄວນປະຖິ້ມພວກເຂົາ ແລະ ບໍ່ຮັບອິດທິພົນຈາກພວກເຂົາ. ຖ້າຄົນເຫຼົ່ານັ້ນເປັນຜູ້ນຳ ກໍຈົ່ງເປີດໂປງພວກເຂົາ, ລາຍງານພວກເຂົາ, ປະຖິ້ມພວກເຂົາ ແລະ ບໍ່ຍອມຮັບການນຳພາຂອງພວກເຂົາ. ຈົ່ງເວົ້າແບບນີ້: “ເຈົ້າມັກຈະເປັນພະຍານ ແລະ ຍົກຍ້ອງຕົນເອງສະເໝີ, ເຈົ້າເຮັດໃຫ້ພວກເຮົາຕາຍໃຈ ແລະ ຄວບຄຸມພວກເຮົາສະເໝີ ແລະ ເຈົ້າເຮັດໃຫ້ພວກເຮົາຫຼົງຜິດ. ພວກເຮົາທຸກຄົນໄດ້ຫ່າງເຫີນຈາກພຣະເຈົ້າຫຼາຍຂຶ້ນ ແລະ ພວກເຮົາບໍ່ມີແມ່ນແຕ່ພຣະເຈົ້າຢູ່ໃນຫົວໃຈຂອງພວກເຮົາ, ມັນມີພຽງແຕ່ເຈົ້າເທົ່ານັ້ນ. ຕອນນີ້ພວກເຮົາຈະລຸກຂຶ້ນ ແລະ ປະຖິ້ມເຈົ້າ”. ພວກເຈົ້າຕ້ອງເຮັດແບບນີ້, ພວກເຈົ້າຕ້ອງຄວບຄຸມດູແລເຊິ່ງກັນ ແລະ ກັນ ໂດຍຄວບຄຸມດູແລທັງຕົວພວກເຈົ້າເອງ ແລະ ຄົນອື່ນ. ພວກເຈົ້າບໍ່ເຄີຍເກົາຫົວຕໍ່ໜ້າຄົນອື່ນເລື້ອຍໆ ຫຼື ບອກຜູ້ຄົນວ່າພວກເຈົ້າບໍ່ໄດ້ກິນເຂົ້າຫຼາຍຄາບ ທັງທີ່ຄວາມຈິງແລ້ວພວກເຈົ້າກິນເຂົ້າໜົມຫຼາຍຢ່າງຢູ່ລັບຫຼັງພວກເຂົາບໍ? ໃນບາງຄັ້ງ ເມື່ອສະພາບແວດລ້ອມບໍ່ເອື້ອອຳນວຍ, ມັນເປັນເລື່ອງປົກກະຕິທີ່ຜູ້ຄົນຈະບໍ່ອາບນ້ຳເປັນເວລາໜຶ່ງເດືອນ ຫຼື ບໍ່ໄດ້ອາບນ້ຳ ຫຼື ບໍ່ໄດ້ສະຜົມ ເພາະວ່າພວກເຂົາຫຍຸ້ງກັບວຽກຫຼາຍເກີນໄປ. ສິ່ງເຫຼົ່ານີ້ລ້ວນແຕ່ເປັນເລື່ອງປົກກະຕິ ແລະ ພວກມັນຄືລາຄາທີ່ຜູ້ຄົນຄວນຈ່າຍ. ພວກມັນບໍ່ແມ່ນເລື່ອງໃຫຍ່, ຢ່າເຮັດໃຫ້ເລື່ອງເລັກນ້ອຍກາຍເປັນເລື່ອງໃຫຍ່. ຖ້າມີຄົນເຮັດໃຫ້ເລື່ອງເຫຼົ່ານີ້ກາຍເປັນເລື່ອງໃຫຍ່ກວ່າຄວາມເປັນຈິງແທ້ໆ ໂດຍຕັ້ງໃຈເກົາຫົວຕໍ່ໜ້າຄົນອື່ນ ແລະ ເວົ້າວ່າພວກເຂົາບໍ່ໄດ້ສະຜົມມາຫຼາຍມື້ແລ້ວ, ຕັ້ງໃຈກິນຢາຕໍ່ໜ້າຄົນອື່ນ ຫຼື ເສແສ້ງວ່າພວກເຂົາອິດເມື່ອຍ ແລະ ມີສະພາບຮ່າງກາຍທີ່ອ່ອນແອຫຼາຍ, ແລ້ວທຸກຄົນກໍຄວນລຸກຂຶ້ນເພື່ອເປີດໂປງພວກເຂົາ ແລະ ສະແດງຄວາມບໍ່ພໍໃຈຕໍ່ພວກເຂົາ. ດ້ວຍວິທີນີ້, ຄົນທີ່ບໍ່ມີຄວາມລະອາຍຄົນນີ້ກໍຈະຖືກຈຳກັດ. ພວກເຂົາກຳລັງໜ້າຊື່ໃຈຄົດ, ພວກເຂົາກຳລັງສ້າງພາບໃຫ້ຄົນອື່ນເຫັນ ແລະ ພວກເຂົາຍັງພະຍາຍາມເຮັດໃຫ້ຜູ້ຄົນສະແດງຄວາມເຫັນດີຕໍ່ພຶດຕິກຳຂອງພວກເຂົາ ເພື່ອໃຫ້ແນມເບິ່ງພວກເຂົາດ້ວຍຄວາມອິດສາ, ຄວາມຊື່ນຊົມ ແລະ ຄວາມຍົກຍ້ອງ. ພວກເຂົາບໍ່ໄດ້ກຳລັງຫຼອກລວງຜູ້ຄົນບໍ? ວິທີການເຫຼົ່ານີ້ແມ່ນຄືກັນກັບຕອນທີ່ພວກຟາຣີຊາຍຖືພຣະຄຳພີ ແລະ ອະທິຖານຕໍ່ພຣະເຈົ້າຢູ່ຕາມມຸມຖະໜົນ. ພວກມັນບໍ່ມີຫຍັງແຕກຕ່າງຈາກສິ່ງນີ້ເລີຍ. ທັນທີທີ່ມີຄົນກ່າວເຖິງພວກຟາຣີຊາຍທີ່ຖືພຣະຄຳພີ ແລະ ຢືນຢູ່ຕາມມຸມຖະໜົນເພື່ອອ່ານພຣະຄຳພີ ຫຼື ອະທິຖານ, ຄົນເຫຼົ່ານີ້ກໍຄິດວ່າ “ນັ້ນເປັນຕາໜ້າອັບອາຍເກີນໄປ. ຂ້ອຍຈະບໍ່ເຮັດສິ່ງແບບນັ້ນດອກ”. ແຕ່ພວກເຂົາພັດຕັ້ງໃຈກິນຢາ ຫຼື ເກົາຫົວຕໍ່ໜ້າຄົນອື່ນ ໂດຍບໍ່ຮູ້ວ່າສິ່ງທີ່ພວກເຂົາກຳລັງເຮັດນັ້ນມີທໍາມະຊາດດຽວກັນ. ພວກເຂົາບໍ່ສາມາດເບິ່ງທະລຸເຖິງສິ່ງນີ້ໄດ້. ຕໍ່ໄປ, ເມື່ອພວກເຈົ້າພົບພໍ້ກັບເລື່ອງແບບນີ້, ພວກເຈົ້າຕ້ອງຮຽນຮູ້ທີ່ຈະແຍກແຍະ ແລະ ເປີດໂປງຄົນແບບນີ້ ໂດຍເປີດໂປງຄວາມໜ້າຊື່ໃຈຄົດທັງໝົດຂອງພວກເຂົາ, ແລ້ວພວກເຂົາກໍຈະບໍ່ກ້າເຮັດແບບນັ້ນອີກ. ພວກເຈົ້າຕ້ອງກົດດັນພວກເຂົາໜ້ອຍໜຶ່ງ ແລະ ເຮັດໃຫ້ພວກເຂົາຄິດວ່າວິທີການ, ພຶດຕິກຳ ແລະ ອຸປະນິໄສດັ່ງກ່າວເປັນສິ່ງທີ່ໜ້າອັບອາຍ ແລະ ຖືກທຸກຄົນລັງກຽດຢ່າງຍິ່ງ. ຖ້າຜູ້ຄົນລັງກຽດພວກເຂົາຫຼາຍຂະໜາດນັ້ນ, ພຣະເຈົ້າລັງກຽດພວກເຂົາບໍ? ພຣະອົງຍິ່ງລັງກຽດພວກເຂົາຫຼາຍກວ່ານັ້ນອີກ. ແທ້ຈິງແລ້ວ, ເຈົ້າບໍ່ແມ່ນຫຍັງເລີຍ. ເຈົ້າໜ້າສົມເພດພໍແລ້ວ, ເຖິງແມ່ນວ່າເຈົ້າຈະບໍ່ຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງກໍຕາມ, ສະນັ້ນ ຖ້າເຈົ້າໜ້າສົມເພດຂະໜາດນັ້ນແລ້ວຍັງຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງອີກ, ສິ່ງນີ້ຈະບໍ່ເຮັດໃຫ້ຜູ້ຄົນລັງກຽດບໍ? ເຈົ້າບໍ່ເຄີຍປະຕິບັດໜ້າທີ່ຂອງເຈົ້າຢ່າງຈົງຮັກພັກດີ, ເຈົ້າບໍ່ເຄີຍກະທຳການດ້ວຍຫຼັກການ ແລະ ເຈົ້າບໍ່ໄດ້ບັນລຸຂໍ້ກຳນົດຂອງພຣະເຈົ້າໃນດ້ານໃດເລີຍ. ເຈົ້າກໍຕົກຢູ່ໃນຄວາມຫຍຸ້ງຍາກຢູ່ແລ້ວ, ສະນັ້ນ ຖ້າເຈົ້າຍັງຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງອີກ, ແລ້ວສິ່ງຕ່າງໆຈະບໍ່ຍິ່ງຍາກລຳບາກສຳລັບເຈົ້າຂຶ້ນໄປອີກບໍ? ເຈົ້າຈະຍິ່ງຫ່າງໄກຈາກຂໍ້ກຳນົດຂອງພຣະເຈົ້າຫຼາຍຂຶ້ນ ແລະ ຍິ່ງຫ່າງໄກຈາກການບັນລຸມາດຕະຖານສຳລັບການໄດ້ຮັບຄວາມລອດພົ້ນຫຼາຍຂຶ້ນໄປອີກ.
ບອກເຮົາມາເບິ່ງ, ທໍາມະຊາດຂອງບັນຫາການຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງແມ່ນຫຍັງ? ຊາຕານໄດ້ເຮັດໃຫ້ຜູ້ຄົນເສື່ອມຊາມເຖິງຂະໜາດນີ້; ຄວາມເປັນມະນຸດ ແລະ ເຫດຜົນຂອງພວກເຂົາບໍ່ປົກກະຕິອີກຕໍ່ໄປແລ້ວ, ແມ່ນແນວນັ້ນບໍ? ພວກເຈົ້າໄດ້ສະແດງການສະແດງອອກຂອງການຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງໃນການປະຕິບັດໜ້າທີ່ຂອງພວກເຈົ້າບໍ? ໃຜສາມາດເວົ້າກ່ຽວກັບເລື່ອງນີ້ໄດ້? (ຂ້ານ້ອຍໄດ້ສະແດງການສະແດງອອກແບບນັ້ນ. ເມື່ອຂ້ານ້ອຍກຳລັງປະຕິບັດໜ້າທີ່ຂອງຂ້ານ້ອຍຈົນເດິກດື່ນທ່ຽງຄືນ, ຂ້ານ້ອຍຈະສົ່ງຂໍ້ຄວາມເຂົ້າໄປໃນກຸ່ມເຕົ້າໂຮມ ເພື່ອໃຫ້ຄົນອື່ນຮູ້ວ່າຂ້ານ້ອຍຍັງບໍ່ໄດ້ນອນໃນເວລານີ້ ແລະ ເພື່ອໃຫ້ພວກເຂົາຄິດວ່າຂ້ານ້ອຍສາມາດອົດທົນກັບຄວາມທຸກທໍລະມານ ແລະ ຈ່າຍລາຄາໄດ້. ຂ້ານ້ອຍເຄີຍເຮັດແບບນີ້ດ້ວຍຕົນເອງ ແລະ ກໍມັກຈະເຫັນຄົນອື່ນເຮັດແບບນີ້ເຊັ່ນກັນ.) ເບິ່ງຄືວ່າມີຄົນແບບນັ້ນຫຼາຍ ແລະ ພວກເຂົາກໍບໍ່ແມ່ນຄົນກຸ່ມນ້ອຍ. ການເຮັດສິ່ງແບບນັ້ນບໍ່ແມ່ນສິ່ງທີ່ບໍ່ຈຳເປັນບໍ? ມັນຊ່າງໂງ່ຈ້າສິ້ນດີ! ມີໃຜອີກບໍທີ່ຢາກເວົ້າບາງສິ່ງບາງຢ່າງ? (ຂ້ານ້ອຍໄດ້ສະແດງການສະແດງອອກແບບນັ້ນ. ເມື່ອຂ້ານ້ອຍເຫັນວ່າມີບັນຫາບາງຢ່າງໃນວຽກງານຂອງຄຣິສຕະຈັກ, ຂ້ານ້ອຍກໍຈະລົງມືແກ້ໄຂພວກມັນ ໂດຍສ້າງພາບລວງຕາໃຫ້ຜູ້ຄົນເຫັນວ່າຂ້ານ້ອຍມີຄວາມກະຕືລືລົ້ນຫຼາຍ, ແຕ່ສ່ວນໃຫຍ່ແລ້ວ ຂ້ານ້ອຍບໍ່ໄດ້ເຮັດຫຍັງເລີຍຫຼັງຈາກທີ່ເວົ້າອອກໄປ. ການກະທຳຂອງຂ້ານ້ອຍບໍ່ມີຄວາມຄືບໜ້າ ແລະ ບໍ່ມີປະສິດທິພາບ ແລະ ໃນທີ່ສຸດບັນຫາກໍບໍ່ໄດ້ຮັບການແກ້ໄຂ ແລະ ເລື່ອງນັ້ນກໍຖືກປ່ອຍປະລະເລີຍ. ຂ້ານ້ອຍໃຊ້ຄວາມກະຕືລືລົ້ນພາຍນອກຂອງຂ້ານ້ອຍເພື່ອຫຼອກລວງຜູ້ຄົນ ແລະ ປົກປິດຂໍ້ເທັດຈິງທີ່ວ່າຂ້ານ້ອຍບໍ່ໄດ້ປະຕິບັດຄວາມຈິງ.) ເຈົ້າກຳລັງກ່າວຄຳເວົ້າທີ່ວ່າງເປົ່າ, ເວົ້າໃຫຍ່ ແລະ ບໍ່ໄດ້ລົງມືເຮັດຕົວຈິງ. ເຈົ້າເຮັດໃຫ້ຜູ້ຄົນເຫັນຄວາມຫ້າວຫັນຂອງເຈົ້າ, ຄືກັບວ່າເຈົ້າກຳລັງປະຕິບັດຄວາມຈິງ, ແຕ່ເມື່ອຮອດເວລາທີ່ຕ້ອງເຮັດບາງສິ່ງບາງຢ່າງ, ເຈົ້າພັດບໍ່ໄດ້ເຮັດມັນຢ່າງຕິດດິນ ແລະ ພຽງແຕ່ຮ້ອງຄຳຂວັນເທົ່ານັ້ນ. ໃນທີ່ສຸດ, ເຈົ້າກໍເລີ່ມຕົ້ນຢ່າງໃຫຍ່ໂຕ ແຕ່ຈົບລົງແບບບໍ່ເປັນທ່າ ໂດຍປ່ອຍໃຫ້ເລື່ອງນັ້ນບໍ່ສຳເລັດ. ການສະແດງອອກແບບນັ້ນກໍເປັນການເຮັດໃຫ້ຫຼົງຜິດເຊັ່ນກັນ. ແລ້ວໃນອະນາຄົດ, ເມື່ອມີສິ່ງທີ່ຄ້າຍຄືກັນເກີດຂຶ້ນກັບເຈົ້າ, ເຈົ້າຈະແຍກແຍະໃນເລື່ອງນີ້ໄດ້ບໍ? (ຕອນນີ້ຂ້ານ້ອຍສາມາດແຍກແຍະມັນໄດ້ໃນລະດັບໜຶ່ງແລ້ວ.) ແລ້ວເຈົ້າມີການຊີ້ນໍາສຳລັບການຫັນປ່ຽນເສັ້ນທາງຂອງເຈົ້າບໍ? ຖ້າມີສິ່ງແບບນັ້ນເກີດຂຶ້ນກັບເຈົ້າອີກ, ເຈົ້າສາມາດປະຕິບັດຕາມສອງຂັ້ນຕອນນີ້: ຂັ້ນຕອນທຳອິດຄື ການປະເມີນວ່າເຈົ້າສາມາດຈັດການກັບເລື່ອງນີ້ໄດ້ແທ້ ຫຼື ບໍ່. ຖ້າເຈົ້າສາມາດເຮັດໄດ້, ເຈົ້າກໍຄວນລົງມືເຮັດມັນຢ່າງຈິງຈັງ ແລະ ຢ່າງເປັນຮູບປະທຳ. ຂັ້ນຕອນທີສອງຄື ການອະທິຖານຕໍ່ໜ້າພຣະເຈົ້າ ແລະ ຂໍໃຫ້ພຣະອົງຊີ້ແນະເຈົ້າໃນເລື່ອງນີ້ ແລະ ເມື່ອເຈົ້າລົງມືປະຕິບັດ ເຈົ້າຍັງຈຳເປັນຕ້ອງຍອມຮັບການຄວບຄຸມດູແລຂອງທຸກຄົນອີກດ້ວຍ ໃນຂະນະດຽວກັນກໍມີຄວາມຕັ້ງໃຈທີ່ຈະເຮັດສ່ວນຂອງເຈົ້າ ແລະ ຮ່ວມມືກັບທຸກຄົນເພື່ອເຮັດວຽກງານນີ້ໃຫ້ສຳເລັດ. ຖ້າເຈົ້າຮຽນຮູ້ທີ່ຈະເຮັດສິ່ງຕ່າງໆໄປຕາມຂັ້ນຕອນ ແລະ ເຮັດວຽກຢ່າງຕິດດິນ, ແລ້ວເຈົ້າກໍຈະແກ້ໄຂບັນຫານີ້ໄດ້. ຖ້າເຈົ້າມັກຈະກ່າວຄຳເວົ້າທີ່ວ່າງເປົ່າ, ເວົ້າໃຫຍ່, ເວົ້າໂອ້ອວດ, ພຽງແຕ່ເຮັດພໍເປັນພິທີຢ່າງຜິວເຜີນເມື່ອເຈົ້າເຮັດບາງສິ່ງບາງຢ່າງ ແລະ ບໍ່ຕິດດິນເລີຍ, ແລ້ວເຈົ້າກໍເປັນຄົນບໍ່ໄດ້ເລື່ອງ. ໃນເມື່ອເຈົ້າສາມາດເຫັນວ່າມີບັນຫາໃນວຽກງານຂອງຄຣິສຕະຈັກ ແລະ ສາມາດສະເໜີວິທີແກ້ໄຂບັນຫານັ້ນໄດ້, ສິ່ງນີ້ກໍພິສູດວ່າເຈົ້າອາດຈະມີສັກກະຍະພາບ ແລະ ອາດຈະມີຄວາມສາມາດໃນການເຮັດວຽກເພື່ອຈັດການກັບເລື່ອງນີ້. ສິ່ງດຽວກໍຄືມີບັນຫາກັບອຸປະນິໄສຂອງເຈົ້າ, ເຈົ້າກະທຳການດ້ວຍຄວາມມຸທະລຸ, ບໍ່ເຕັມໃຈທີ່ຈະຈ່າຍລາຄາ ແລະ ສຸມໃສ່ແຕ່ການຮ້ອງຄຳຂວັນທີ່ວ່າງເປົ່າເທົ່ານັ້ນ. ເມື່ອເຈົ້າຄົ້ນພົບບັນຫາ, ກ່ອນອື່ນ ໃຫ້ເບິ່ງວ່າເຈົ້າສາມາດແກ້ໄຂມັນໄດ້ ຫຼື ບໍ່ ແລະ ຖ້າເຈົ້າສາມາດເຮັດໄດ້ ກໍຈົ່ງຮັບເອົາວຽກງານນີ້ ແລະ ເຮັດໃຫ້ສຳເລັດຈົນເຖິງທີ່ສຸດ ໂດຍແກ້ໄຂບັນຫາ, ປະຕິບັດ ແລະ ບັນລຸຄວາມຮັບຜິດຊອບຂອງເຈົ້າ ແລະ ລາຍງານເລື່ອງນີ້ຕໍ່ພຣະເຈົ້າ. ນີ້ຄືຄວາມໝາຍຂອງການປະຕິບັດໜ້າທີ່ຂອງເຈົ້າ ແລະ ການກະທຳ ແລະ ການປະພຶດຕົນຢ່າງຕິດດິນ. ຖ້າເຈົ້າບໍ່ສາມາດແກ້ໄຂບັນຫານີ້ໄດ້ ກໍຈົ່ງລາຍງານໃຫ້ຜູ້ນຳຂອງເຈົ້າຮູ້ ແລະ ເບິ່ງວ່າໃຜເໝາະສົມທີ່ສຸດທີ່ຈະຈັດການກັບເລື່ອງນີ້. ກ່ອນອື່ນ ເຈົ້າຕ້ອງບັນລຸຄວາມຮັບຜິດຊອບຂອງເຈົ້າ; ດ້ວຍວິທີນີ້, ເຈົ້າກໍຈະຍຶດໝັ້ນໃນໜ້າທີ່ຂອງເຈົ້າ ແລະ ຢືນຢູ່ໃນຕຳແໜ່ງທີ່ຖືກຕ້ອງ. ຫຼັງຈາກທີ່ເຈົ້າຄົ້ນພົບບັນຫາ, ຖ້າເຈົ້າບໍ່ສາມາດແກ້ໄຂມັນໄດ້ ແຕ່ສາມາດລາຍງານມັນໄດ້, ແລ້ວເຈົ້າກໍໄດ້ບັນລຸຄວາມຮັບຜິດຊອບທຳອິດຂອງເຈົ້າແລ້ວ. ຖ້າເຈົ້າຮູ້ສຶກວ່ານີ້ຄືໜ້າທີ່ທີ່ເຈົ້າຄວນປະຕິບັດ ແລະ ເຈົ້າສາມາດເຮັດວຽກງານນີ້ໄດ້, ແລ້ວເຈົ້າກໍຄວນສະແຫວງຫາຄວາມຊ່ວຍເຫຼືອຈາກອ້າຍເອື້ອຍນ້ອງຂອງເຈົ້າ ໂດຍກ່ອນອື່ນໃຫ້ໂອ້ລົມກ່ຽວກັບຫຼັກການ ແລະ ກຳນົດແຜນການ ແລະ ຈາກນັ້ນກໍຮ່ວມມືກັນຢ່າງກົມກຽວເພື່ອເຮັດເລື່ອງນີ້ໃຫ້ສຳເລັດ. ນີ້ຄືຄວາມຮັບຜິດຊອບທີສອງຂອງເຈົ້າ. ຖ້າເຈົ້າສາມາດແບກຮັບຄວາມຮັບຜິດຊອບທັງສອງຢ່າງນີ້ໄດ້, ແລ້ວເຈົ້າກໍຈະປະຕິບັດໜ້າທີ່ຂອງເຈົ້າໄດ້ດີ ແລະ ເຈົ້າກໍຈະເປັນສິ່ງທີ່ຖືກສ້າງທີ່ໄດ້ມາດຕະຖານ. ໜ້າທີ່ຂອງຜູ້ຄົນປະກອບດ້ວຍສອງດ້ານນີ້ເທົ່ານັ້ນ. ຖ້າເຈົ້າສາມາດແບກຮັບສິ່ງທີ່ເຈົ້າເຫັນ ແລະ ສາມາດເຮັດໄດ້ ໂດຍປະຕິບັດໜ້າທີ່ຂອງເຈົ້າໃຫ້ດີ, ແລ້ວເຈົ້າກໍສອດຄ່ອງກັບເຈດຕະນາຂອງພຣະເຈົ້າ.
ຍັງມີການສະແດງອອກອື່ນຂອງການຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງອີກບໍ? (ຂ້ານ້ອຍມີການສະແດງອອກແບບນັ້ນໃນຊ່ວງບໍ່ດົນມານີ້. ເມື່ອຂ້ານ້ອຍກຳລັງປະຕິບັດໜ້າທີ່ຂອງຂ້ານ້ອຍ, ຂ້ານ້ອຍເຮັດໃຫ້ຕົນເອງຫຍຸ້ງຢູ່ກັບສິ່ງຕ່າງໆໝົດມື້ ແລະ ມີບັນຫາບາງຢ່າງໃນຄຣິສຕະຈັກທີ່ຂ້ານ້ອຍບໍ່ໄດ້ແກ້ໄຂຢ່າງເປັນຮູບປະທຳ ແຕ່ພັດຈັດການແບບພໍແລ້ວມືແລ້ວຕີນ. ເຖິງຢ່າງໃດກໍຕາມ, ບາງຄົນເຫັນວ່າຂ້ານ້ອຍຫຍຸ້ງຢູ່ກັບການປະຕິບັດໜ້າທີ່ຂອງຂ້ານ້ອຍທຸກມື້, ດັ່ງນັ້ນພວກເຂົາຈຶ່ງຕີລາຄາຂ້ານ້ອຍສູງ ແລະ ຊື່ນຊົມຂ້ານ້ອຍ. ພຶດຕິກຳນີ້ບໍ່ໄດ້ມີອົງປະກອບຂອງການຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງເຊັ່ນກັນບໍ? ຂ້ານ້ອຍບໍ່ສາມາດເບິ່ງເລື່ອງນີ້ໄດ້ຢ່າງຊັດເຈນ ແລະ ມັກຈະຮູ້ສຶກຖືກບີບຄັ້ນເລັກໜ້ອຍ.) ນີ້ຄືການເປັນພະຍານໃຫ້ຕົນເອງບໍ? ຖ້າເຈົ້າຫຍຸ້ງຢູ່ກັບການປະຕິບັດໜ້າທີ່ຂອງເຈົ້າ, ສາມາດອົດທົນກັບຄວາມທຸກທໍລະມານ ແລະ ບໍ່ຈົ່ມວ່າ ແລະ ປະຊາກອນທີ່ພຣະເຈົ້າເລືອກຕີລາຄາເຈົ້າສູງ ແລະ ຊື່ນຊົມເຈົ້າ, ສິ່ງນີ້ກໍເປັນເລື່ອງປົກກະຕິ ແລະ ບໍ່ໄດ້ເກີດຈາກການເປັນພະຍານໃຫ້ຕົນເອງ. ເຈົ້າພຽງແຕ່ຫຍຸ້ງຢູ່ກັບການປະຕິບັດໜ້າທີ່ຂອງເຈົ້າ ແລະ ບໍ່ໄດ້ໂອ້ອວດ ຫຼື ອວດອ້າງຕົນເອງ ແລະ ເຈົ້າບໍ່ໄດ້ເວົ້າກ່ຽວກັບປະສົບການແຫ່ງຄວາມທຸກທໍລະມານຂອງເຈົ້າຢູ່ຕະຫຼອດ, ດັ່ງນັ້ນສິ່ງນີ້ຈຶ່ງບໍ່ກ່ຽວຂ້ອງກັບການເປັນພະຍານໃຫ້ຕົນເອງ. ເຖິງຢ່າງໃດກໍຕາມ, ຫຼາຍຄົນເບິ່ງຄືວ່າຫຍຸ້ງຢູ່ພາຍນອກເມື່ອປະຕິບັດໜ້າທີ່ຂອງພວກເຂົາ, ທັງທີ່ໃນຄວາມເປັນຈິງແລ້ວ ວຽກງານຂອງພວກເຂົາບໍ່ໄດ້ສ້າງຜົນໄດ້ຮັບໃດໆ ແລະ ພວກເຂົາກໍບໍ່ໄດ້ແກ້ໄຂບັນຫາໃດໆເລີຍ. ພຣະເຈົ້າຮັບຮອງຜູ້ຄົນທີ່ຫຍຸ້ງໃນລັກສະນະນັ້ນບໍ? ຖ້າເຈົ້າຫຍຸ້ງໝົດມື້ກັບບັນຫາງ່າຍໆທີ່ຄົນທີ່ເຂົ້າໃຈຄວາມຈິງ ແລະ ກຳແໜ້ນຫຼັກການອາດຈະແກ້ໄຂໄດ້ພາຍໃນສອງຊົ່ວໂມງ ແລະ ເຈົ້າຮູ້ສຶກອິດເມື່ອຍຫຼາຍ ແລະ ຄິດວ່າເຈົ້າໄດ້ທົນທຸກຫຼາຍ, ແລ້ວເຈົ້າບໍ່ໄດ້ກຳລັງເຮັດໃຫ້ຕົນເອງຫຍຸ້ງໂດຍບໍ່ມີປະໂຫຍດ ແລະ ພຽງແຕ່ແລ່ນໄປມາໂດຍບໍ່ມີຈຸດປະສົງບໍ? ເຈົ້າສາມາດໄດ້ຮັບການຮັບຮອງຈາກພຣະເຈົ້າຈາກການປະຕິບັດໜ້າທີ່ຂອງເຈົ້າດ້ວຍວິທີນີ້ບໍ? (ບໍ່ໄດ້.) ເຈົ້າກຳລັງເຮັດວຽກຢ່າງບໍ່ມີປະສິດທິພາບເກີນໄປ! ກ່ຽວກັບເລື່ອງນີ້, ເຈົ້າຕ້ອງສະແຫວງຫາຫຼັກການຄວາມຈິງ. ບາງຄັ້ງ ຜູ້ຄົນມີວຽກຫຼາຍ ແລະ ຫຍຸ້ງແທ້ໆ ເຊິ່ງເປັນເລື່ອງປົກກະຕິ, ແຕ່ບາງຄັ້ງພວກເຂົາກໍບໍ່ມີຫຍັງໃຫ້ເຮັດຫຼາຍ ແຕ່ກໍຍັງຫຍຸ້ງຢູ່. ສິ່ງນີ້ເກີດຈາກຫຍັງ? ເຫດຜົນໜຶ່ງກໍຄື ວຽກງານຂອງເຈົ້າບໍ່ໄດ້ຮັບການວາງແຜນ ແລະ ຈັດແຈງຢ່າງສົມເຫດສົມຜົນ. ເຈົ້າຕ້ອງກຳແໜ້ນໜ້າທີ່ວຽກງານທີ່ສຳຄັນ, ວາງແຜນ ແລະ ຈັດແຈງພວກມັນຢ່າງສົມເຫດສົມຜົນ ແລະ ປະຕິບັດໜ້າທີ່ຂອງເຈົ້າດ້ວຍປະສິດທິພາບທີ່ສູງຂຶ້ນ. ການແລ່ນໄປມາໂດຍບໍ່ມີຈຸດປະສົງ ແລະ ການເຮັດໃຫ້ຕົນເອງຫຍຸ້ງໂດຍສູນເປົ່າຈະບໍ່ໄດ້ຮັບການຮັບຮອງຈາກພຣະເຈົ້າ. ອີກສະຖານະການໜຶ່ງກໍຄື ເມື່ອເຈດຕະນາຂອງເຈົ້າແມ່ນເພື່ອເຮັດໃຫ້ຜູ້ຄົນຄິດວ່າເຈົ້າຫຍຸ້ງ ແລະ ເຈົ້າໃຊ້ວິທີການ ແລະ ຮູບລັກສະນະຈອມປອມນີ້ເພື່ອຫຼອກລວງຄົນອື່ນ. ເມື່ອໃດກໍຕາມທີ່ພວກເຂົາເຕົ້າໂຮມກັນ, ຜູ້ນຳ ແລະ ຜູ້ເຮັດວຽກບາງຄົນບໍ່ໄດ້ແກ້ໄຂບັນຫາຕົວຈິງ ແຕ່ພັດກ່າວຄຳເວົ້າທີ່ບໍ່ມີຈຸດປະສົງ, ອອກນອກເລື່ອງຢ່າງບໍ່ຢຸດຢັ້ງ ແລະ ເວົ້າໄປເລື້ອຍໂດຍບໍ່ເຂົ້າເຖິງປະເດັນສຳຄັນ. ວິທີການຫຍຸ້ງແບບນີ້ ເຊິ່ງບໍ່ພະຍາຍາມເພື່ອປະສິດທິພາບ ຫຼື ຄວາມຄືບໜ້າ ເອີ້ນວ່າການເຮັດໃຫ້ຕົນເອງຫຍຸ້ງໂດຍບໍ່ມີປະໂຫຍດ. ແລ້ວນີ້ຄືທັດສະນະຄະຕິປະເພດໃດ? ມັນຄືການເຮັດວຽກແບບພໍເປັນພິທີ, ເຮັດພໍແລ້ວມືແລ້ວຕີນ, ຂ້າເວລາ ແລະ ໃນທີ່ສຸດກໍຍັງຄິດວ່າ “ບໍ່ວ່າຄົນອື່ນຈະຄິດແນວໃດ ຫຼື ພຣະເຈົ້າຈະຄິດແນວໃດກໍຕາມ, ຕາບໃດທີ່ສະຕິຮູ້ສຶກຜິດຊອບຂອງຂ້ອຍແຈ່ມແຈ້ງ ຂ້ອຍກໍຈະບໍ່ເປັນຫຍັງ. ຢ່າງໜ້ອຍຂ້ອຍກໍບໍ່ໄດ້ຢູ່ລ້າໆ, ຢ່າງໜ້ອຍຂ້ອຍກໍບໍ່ໄດ້ກິນເຂົ້າລ້າໆ”. ຈາກພາຍນອກ, ມັນອາດຈະເບິ່ງຄືວ່າເຈົ້າບໍ່ໄດ້ຢູ່ລ້າໆ, ເຈົ້າບໍ່ໄດ້ກິນເຂົ້າລ້າໆ, ທຸກໆມື້ເຈົ້າບໍ່ໄດ້ເຂົ້າຮ່ວມການເຕົ້າໂຮມກໍປະຕິບັດໜ້າທີ່ຂອງເຈົ້າ ແລະ ທຸກສິ່ງທຸກຢ່າງທີ່ເຈົ້າກຳລັງເຮັດນັ້ນກ່ຽວຂ້ອງກັບວຽກງານຂອງຄຣິສຕະຈັກ, ແຕ່ໃນຄວາມເປັນຈິງແລ້ວ ເລິກໆໃນໃຈເຈົ້າຮູ້ດີວ່າສິ່ງທີ່ເຈົ້າກຳລັງເຮັດນັ້ນບໍ່ມີປະໂຫຍດ ຫຼື ບໍ່ມີຄຸນຄ່າເລີຍ ແລະ ເຈົ້າພຽງແຕ່ເຮັດພໍເປັນພິທີເທົ່ານັ້ນ. ສິ່ງນີ້ເປັນບັນຫາ. ແລ້ວເຈົ້າປະຕິບັດໜ້າທີ່ຂອງເຈົ້າໄດ້ດີສໍ່າໃດ? ເຈົ້າຮູ້ດີຢູ່ແລ້ວວ່າເຈົ້າມີບັນຫາ, ແຕ່ເຈົ້າພັດບໍ່ສະແຫວງຫາຄວາມຈິງເພື່ອແກ້ໄຂມັນ, ນີ້ຄືການເຮັດພໍແລ້ວມືແລ້ວຕີນ, ຕາຍດ້ານ ແລະ ຫົວແຂງ. ຜົນສະທ້ອນຂອງການເຮັດພໍແລ້ວມືແລ້ວຕີນ ແລະ ການເຮັດໃຫ້ເວລາຊັກຊ້າໃນການປະຕິບັດໜ້າທີ່ຂອງເຈົ້າແມ່ນຫຍັງ? ເຈົ້າຈະບໍ່ໄດ້ຮັບການຮັບຮອງຈາກພຣະເຈົ້າຢ່າງແນ່ນອນ, ເພາະວ່າເຈົ້າບໍ່ໄດ້ກະທຳການດ້ວຍຫຼັກການ ຫຼື ປະສິດທິພາບ ແລະ ການປະຕິບັດໜ້າທີ່ຂອງເຈົ້າແບບນີ້ແມ່ນການອອກເຫື່ອແຮງລ້ວນໆ. ຖ້າເຈົ້າຖືກລິຮານ ແລະ ໄດ້ຮັບການຊ່ວຍເຫຼືອ ແຕ່ກໍຍັງບໍ່ກັບໃຈ ແລະ ເຈົ້າເຖິງກັບຈົ່ມວ່າ ແລະ ເປັນລົບ ແລະ ຂີ້ຄ້ານໃນຂະນະທີ່ເຮັດວຽກ, ແລ້ວເຈົ້າກໍພຽງແຕ່ສາມາດຖືກກຳຈັດເທົ່ານັ້ນ. ສະນັ້ນ, ຖ້າເຈົ້າບໍ່ໄລ່ຕາມຄວາມຈິງເພື່ອແກ້ໄຂບັນຫາການເຮັດພໍແລ້ວມືແລ້ວຕີນ, ບໍ່ວ່າເຈົ້າຈະປະຕິບັດໜ້າທີ່ຂອງເຈົ້າດົນປານໃດ ມັນກໍຈະບໍ່ມີປະໂຫຍດ ແລະ ເຈົ້າກໍຈະບໍ່ບັນລຸມາດຕະຖານສຳລັບການປະຕິບັດໜ້າທີ່ຂອງເຈົ້າດ້ວຍຄວາມຈົງຮັກພັກດີ. ບັນຫານີ້ຄຸ້ມຄ່າແກ່ການໄຕ່ຕອງ. ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນກະທຳການດ້ວຍຫຼັກການ, ໃຫ້ພວກເຂົາປະຕິບັດຄວາມຈິງ ແລະ ໃຫ້ພວກເຂົາເປັນຄົນຊື່ສັດ. ຖ້າຄົນໃດຄົນໜຶ່ງສາມາດເຂົ້າສູ່ຄວາມຈິງເຫຼົ່ານີ້, ແລ້ວພວກເຂົາກໍຈະບັນລຸຜົນໄດ້ຮັບໃນການປະຕິບັດໜ້າທີ່ຂອງພວກເຂົາ ແລະ ຢ່າງໜ້ອຍທີ່ສຸດ ພວກເຂົາກໍຈະສາມາດກະທຳການດ້ວຍຫຼັກການ. ພື້ນຖານ ແລະ ຈຸດສຳຄັນໃນການເພີ່ມປະສິດທິພາບຂອງຄົນໃດຄົນໜຶ່ງແມ່ນຢູ່ບ່ອນນີ້. ຖ້າຄົນໃດຄົນໜຶ່ງບໍ່ມີຫຼັກການຄວາມຈິງ, ແລ້ວບໍ່ວ່າພວກເຂົາຈະຫຍຸ້ງກັບການປະຕິບັດໜ້າທີ່ຂອງພວກເຂົາຫຼາຍສໍ່າໃດ ແລະ ບໍ່ວ່າພວກເຂົາຈະເຮັດວຽກດົນປານໃດໃນແຕ່ລະມື້, ພວກເຂົາກໍຈະບໍ່ເຫັນຜົນໄດ້ຮັບທີ່ແທ້ຈິງ. ເມື່ອຕັດສິນວ່າຜູ້ຄົນປະຕິບັດໜ້າທີ່ຂອງພວກເຂົາດ້ວຍຄວາມຈົງຮັກພັກດີ ຫຼື ບໍ່, ພຣະເຈົ້າບໍ່ໄດ້ເບິ່ງວ່າພວກເຂົາປະຕິບັດໜ້າທີ່ຂອງພວກເຂົາດົນປານໃດ, ແຕ່ເບິ່ງທີ່ຜົນໄດ້ຮັບຕົວຈິງ ແລະ ປະສິດທິພາບໃນການເຮັດວຽກຂອງພວກເຂົາ ແລະ ເບິ່ງວ່າພວກເຂົາກຳລັງກະທຳການດ້ວຍຫຼັກການ ແລະ ສອດຄ່ອງກັບຄວາມຈິງ ຫຼື ບໍ່. ເວົ້າງ່າຍໆກໍຄື ພຣະອົງເບິ່ງວ່າຜູ້ຄົນມີຄຳພະຍານຈາກປະສົບການທີ່ແທ້ຈິງ ແລະ ການເຂົ້າສູ່ຊີວິດໃນການປະຕິບັດໜ້າທີ່ຂອງພວກເຂົາ ຫຼື ບໍ່. ຖ້າຜູ້ຄົນບໍ່ມີຄວາມເປັນຈິງຄວາມຈິງໃດໆເລີຍ, ແລ້ວພວກເຂົາກໍເປັນພຽງຜູ້ອອກແຮງງານ, ແຕ່ຖ້າພວກເຂົາສາມາດປະຕິບັດຄວາມຈິງ ແລະ ກະທຳການດ້ວຍຫຼັກການ, ແລ້ວນັ້ນກໍເປັນສັນຍານວ່າພວກເຂົາກຳລັງປະຕິບັດໜ້າທີ່ຂອງພວກເຂົາໃນຖານະປະຊາຊົນຂອງພຣະເຈົ້າ. ຜ່ານການປຽບທຽບນີ້, ສາມາດເຂົ້າໃຈໄດ້ວ່າ ມີພຽງແຕ່ຜູ້ທີ່ໄດ້ມາດຕະຖານໃນການປະຕິບັດໜ້າທີ່ຂອງພວກເຂົາເທົ່ານັ້ນທີ່ເປັນປະຊາຊົນຂອງພຣະເຈົ້າ. ຜູ້ທີ່ບໍ່ໄດ້ມາດຕະຖານໃນໜ້າທີ່ຂອງພວກເຂົາ, ຜູ້ທີ່ເຮັດພໍແລ້ວມືແລ້ວຕີນຢູ່ສະເໝີ ແມ່ນຜູ້ອອກແຮງງານ. ຖ້າຄົນໃດຄົນໜຶ່ງສາມາດເຂົ້າໃຈຄວາມຈິງ ແລະ ກະທຳການດ້ວຍຫຼັກການ, ແລ້ວການປະຕິບັດໜ້າທີ່ໃດໆກໍຈະບໍ່ເປັນບັນຫາສຳລັບພວກເຂົາ ແລະ ຕາບໃດທີ່ພວກເຂົາຄຳທາງໄປໄລຍະໜຶ່ງ, ໃນທີ່ສຸດພວກເຂົາກໍຈະປະຕິບັດໜ້າທີ່ຂອງພວກເຂົາໃນວິທີທີ່ໄດ້ມາດຕະຖານ. ສຳລັບຜູ້ທີ່ມີຂີດຄວາມສາມາດຕໍ່າເກີນໄປ ຫຼື ຜູ້ທີ່ເຮັດພໍແລ້ວມືແລ້ວຕີນຢູ່ສະເໝີ, ມັນກໍຈະເປັນເລື່ອງຍາກສຳລັບພວກເຂົາທີ່ຈະຕອບສະໜອງຂໍ້ກຳນົດ ແລະ ການປະຕິບັດໜ້າທີ່ຂອງພວກເຂົາກໍບໍ່ມີຫຍັງຫຼາຍໄປກວ່າການອອກເຫື່ອແຮງ. ສຳລັບຄົນເບົາປັນຍາ, ຄົນໂງ່ຈ້າ ແລະ ຄົນທີ່ມີຄວາມເປັນມະນຸດທີ່ບໍ່ດີ ເຊິ່ງບໍ່ເຮັດວຽກທີ່ເໝາະສົມ, ບໍ່ຍອມຮັບຄວາມຈິງບໍ່ວ່າມັນຈະຖືກໂອ້ລົມແນວໃດກໍຕາມ ແລະ ສືບຕໍ່ກະທຳການຢ່າງຊະຊາຍ, ພວກເຂົາກໍມີແຕ່ຈະຖືກກຳຈັດ ແລະ ປ່ອຍໃຫ້ເຊື່ອໃນພຣະເຈົ້າຕາມທີ່ພວກເຂົາຕ້ອງການ. ສະນັ້ນ, ຖ້າຄົນໃດຄົນໜຶ່ງບໍ່ປະຕິບັດໜ້າທີ່ຂອງພວກເຂົາດ້ວຍຫຼັກການ ແລະ ແລ່ນໄປມາໂດຍບໍ່ມີຈຸດປະສົງ ແລະ ເຮັດໃຫ້ຕົນເອງຫຍຸ້ງໂດຍບໍ່ມີປະໂຫຍດທຸກມື້, ແລ້ວພວກເຂົາກໍຕ້ອງຟ້າວສະແຫວງຫາຄວາມຈິງເພື່ອແກ້ໄຂສິ່ງນີ້ ແລະ ກະທຳການດ້ວຍຫຼັກການ. ພວກເຂົາຄວນສາມາດປະຕິບັດໜ້າທີ່ຂອງພວກເຂົາຕາມປົກກະຕິທຸກມື້ ແລະ ບໍ່ພຽງແຕ່ພໍໃຈເມື່ອພວກເຂົາໄດ້ເຮັດວຽກເປັນເວລາດົນ ໂດຍໃຫ້ຄວາມສຳຄັນກັບປະສິດທິພາບ ແລະ ການສ້າງຜົນງານທີ່ສຳເລັດສົມບູນ, ມີພຽງແຕ່ຄົນແບບນັ້ນເທົ່ານັ້ນທີ່ເປັນຄົນທີ່ໄດ້ຮັບການຮັບຮອງຈາກພຣະເຈົ້າ ແລະ ເປັນຜູ້ທີ່ປະຕິບັດໜ້າທີ່ຂອງພວກເຂົາຢ່າງຈົງຮັກພັກດີ.
ທຸກມື້ນີ້ ມີຫຼາຍຄົນທີ່ຕິດຕາມພຣະເຈົ້າ ແລະ ກຳລັງປະຕິບັດໜ້າທີ່ຂອງພວກເຂົາເອງ ແຕ່ມີສ່ວນໜຶ່ງໃນພວກເຂົາທີ່ບໍ່ເຄີຍໄລ່ຕາມຄວາມຈິງ ແລະ ເມື່ອປະຕິບັດໜ້າທີ່ຂອງພວກເຂົາ ພວກເຂົາກໍມັກຈະກະທຳການຕາມອຳເພີໃຈ ແລະ ຕາມຄວາມປາຖະໜາຂອງພວກເຂົາເອງສະເໝີ ໂດຍເຮັດທຸກສິ່ງທຸກຢ່າງທີ່ພວກເຂົາຕ້ອງການ. ພວກເຂົາບໍ່ໄດ້ເຮັດຜິດຢ່າງໃຫຍ່ຫຼວງ ແຕ່ພວກເຂົາເຮັດຜິດເລັກໆນ້ອຍໆຢູ່ຕະຫຼອດເວລາ ໂດຍສະເພາະແມ່ນເບິ່ງຄືວ່າຫຍຸ້ງຢູ່ທຸກມື້, ແຕ່ໃນຄວາມເປັນຈິງແລ້ວ ພວກເຂົາເກືອບຈະບໍ່ໄດ້ຈັດການກັບວຽກງານທີ່ເໝາະສົມເລີຍ ແລະ ພຽງແຕ່ປ່ອຍເວລາໃຫ້ຜ່ານໄປລ້າໆ. ນອກຈາກນັ້ນ, ຄົນໆໜຶ່ງຍັງສາມາດເວົ້າໄດ້ອີກວ່າ ພວກເຂົາພຽງແຕ່ເຮັດວຽກຂອງພວກເຂົາເພື່ອໃຫ້ຜ່ານໄປວັນໆເທົ່ານັ້ນ. ຄົນແບບນັ້ນບໍ່ໄດ້ກຳລັງຕົກຢູ່ໃນອັນຕະລາຍບໍ? ຖ້າຄົນໃດຄົນໜຶ່ງປະຕິບັດຕໍ່ໜ້າທີ່ຂອງພວກເຂົາ ແລະ ປະຕິບັດຕໍ່ພຣະບັນຊາຂອງພຣະເຈົ້າດ້ວຍທັດສະນະຄະຕິທີ່ບໍ່ເຄົາລົບແບບນັ້ນຢູ່ສະເໝີ, ມັນຈະມີຜົນຕາມມາແບບໃດ? ການເຮັດວຽກຢ່າງບໍ່ມີປະສິດທິຜົນ ແລະ ການຖືກປົດອອກຈາກໜ້າທີ່ຂອງຕົນນັ້ນເປັນຜົນຕາມມາທີ່ບໍ່ໜັກໜ່ວງ. ຖ້າຄົນໃດຄົນໜຶ່ງເຮັດການກະທຳທີ່ຊົ່ວຮ້າຍຕ່າງໆ ພວກເຂົາກໍຄວນຖືກຄັດອອກ ແລະ ພຣະເຈົ້າກໍຈະມອບຄົນແບບນັ້ນໃຫ້ກັບຊາຕານ. ການຖືກມອບໃຫ້ກັບຊາຕານໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າພຣະເຈົ້າຈະບໍ່ເບິ່ງແຍງພວກເຂົາອີກຕໍ່ໄປ, ພຣະເຈົ້າຈະບໍ່ຊ່ວຍພວກເຂົາໃຫ້ລອດພົ້ນ ແລະ ພວກເຂົາຈະເລີ່ມຍ່າງໃນເສັ້ນທາງທີ່ຜິດ ແລ້ວຈາກນັ້ນກໍຈະຖືກລົງໂທດ. ພວກເຈົ້າເຂົ້າໃຈສິ່ງນີ້ແລ້ວ, ແມ່ນບໍ? ຕອນນີ້ແມ່ນເວລາທີ່ພຣະເຈົ້າເປີດເຜີຍຜູ້ຄົນ ແລະ ຖ້າເຈົ້າບໍ່ໄດ້ຍ່າງໃນເສັ້ນທາງທີ່ຖືກຕ້ອງເປັນການຊົ່ວຄາວ, ແລ້ວພຣະເຈົ້າກໍຈະໃຊ້ສະພາບແວດລ້ອມທີ່ສໍາພັນກັບຊີວິດຈິງເພື່ອໃຫ້ໂອກາດເຈົ້າໃນການຮັບຮູ້ບັນຫາຂອງເຈົ້າ. ເຖິງຢ່າງໃດກໍຕາມ, ຫຼັງຈາກທີ່ເຈົ້າຮູ້ວ່າພຣະເຈົ້າໄດ້ໃຫ້ເວລາເຈົ້າພໍສົມຄວນເພື່ອໄຕ່ຕອງ, ພຣະເຈົ້າກຳລັງໃຫ້ໂອກາດສຸດທ້າຍແກ່ເຈົ້າ, ຖ້າເຈົ້າຍັງບໍ່ຫັນກັບຄືນມາ ແລະ ຍັງສືບຕໍ່ປະຕິບັດໜ້າທີ່ຂອງເຈົ້າພໍແລ້ວມືແລ້ວຕີນຢ່າງດື້ດ້ານ, ແລ້ວພຣະເຈົ້າກໍຈະລົງມືກະທຳການ. ເມື່ອພຣະເຈົ້າຕັ້ງໃຈທີ່ຈະທຳລາຍເມືອງນີເນເວ, ພຣະອົງໄດ້ເຮັດແບບນັ້ນທັນທີເລີຍບໍ? ພຣະອົງບໍ່ໄດ້ເຮັດແບບນັ້ນ. ບາດກ້າວທຳອິດຂອງພຣະເຈົ້າເມື່ອພຣະອົງລົງມືກະທຳການແມ່ນຫຍັງ? ກ່ອນອື່ນ ພຣະອົງໄດ້ແຈ້ງໃຫ້ໂຢນາຮູ້ ແລະ ບອກລາວຢ່າງຊັດເຈນວ່າຂະບວນການທັງໝົດຈະເປັນແນວໃດ ແລະ ເຈດຕະນາຂອງພຣະອົງແມ່ນຫຍັງ. ຫຼັງຈາກນີ້, ໂຢນາກໍໄປທີ່ເມືອງນີເນເວ ແລະ ຍ່າງໄປທົ່ວເມືອງ ໂດຍປະກາດວ່າ “ເມື່ອຮອດສີ່ສິບມື້ ແລ້ວນະຄອນນີນາເວຈະຖືກໂຄ່ນລົ້ມ” (ໂຢນາ 3:4). ຂໍ້ຄວາມນີ້ໄດ້ໄປເຖິງຫູຂອງທຸກຄົນ; ທັງຍິງ ແລະ ຊາຍ, ທັງຄົນໜຸ່ມ ແລະ ຄົນເຖົ້າ ແລະ ຜູ້ຄົນຈາກທຸກສາຂາອາຊີບກໍລ້ວນແຕ່ໄດ້ຍິນກ່ຽວກັບມັນ, ມັນເປັນທີ່ຮູ້ຈັກກັນໃນທຸກຄົວເຮືອນ ແລະ ແມ່ນແຕ່ກະສັດຂອງພວກເຂົາກໍໄດ້ຍິນຂ່າວນີ້. ເປັນຫຍັງພຣະເຈົ້າຈຶ່ງກະທຳການໃນລັກສະນະນັ້ນ? ໂດຍການເບິ່ງເລື່ອງນີ້, ຄົນເຮົາສາມາດເຫັນໄດ້ວ່າ ບໍ່ວ່າພຣະອົງຈະຊ່ວຍຜູ້ຄົນໃຫ້ລອດພົ້ນ, ເປີດເຜີຍຜູ້ຄົນ ຫຼື ລົງໂທດພວກເຂົາກໍຕາມ, ວິທີທີ່ພຣະອົງປະຕິບັດຕໍ່ຜູ້ຄົນລ້ວນແຕ່ມີຂັ້ນຕອນ ແລະ ຫຼັກການ. ພຣະອົງບໍ່ໄດ້ກະທຳການຕາມອາລົມຊົ່ວວູບ ໂດຍທຳລາຍຄົນໃດຄົນໜຶ່ງໃນທັນທີ ເມື່ອພຣະອົງບໍ່ພໍໃຈທ່າທີຂອງພວກເຂົາ. ກົງກັນຂ້າມ ພຣະອົງປ່ອຍໃຫ້ເວລາຜ່ານໄປໄລຍະໜຶ່ງ. ຈຸດປະສົງຂອງພຣະອົງໃນການປ່ອຍໃຫ້ເວລາຜ່ານໄປນີ້ແມ່ນຫຍັງ? (ເພື່ອໃຫ້ຜູ້ຄົນກັບໃຈ.) ມັນແມ່ນເພື່ອໃຫ້ຊາວເມືອງນີເນເວຮູ້ວ່າພຣະອົງກຳລັງຈະເຮັດຫຍັງ, ເພື່ອໃຫ້ພວກເຂົາໄຕ່ຕອງ ແລະ ຄ່ອຍໆເຂົ້າໃຈເຈດຕະນາຂອງພຣະອົງ ແລະ ເລີ່ມຫັນກັບຄືນມາເທື່ອລະໜ້ອຍ. ມັນມີຂະບວນການໃນການທີ່ຜູ້ຄົນຈະຮັບຮູ້ສິ່ງນີ້ ແລະ 40 ມື້ນີ້ກໍຄືເວລາທີ່ພຣະເຈົ້າໄດ້ມອບໃຫ້ຜູ້ຄົນເພື່ອຫັນກັບຄືນມາ. ຖ້າພວກເຂົາຍັງບໍ່ຫັນກັບຄືນມາຫຼັງຈາກ 40 ມື້ ແລະ ບໍ່ໄດ້ສາລະພາບຄວາມບາບຂອງພວກເຂົາຕໍ່ພຣະອົງ, ແລ້ວພຣະເຈົ້າກໍຈະເຮັດໃຫ້ເລື່ອງນີ້ສຳເລັດຕາມທີ່ພຣະອົງກ່າວວ່າພຣະອົງຈະເຮັດ. ນີ້ກໍຍ້ອນວ່າພຣະເຈົ້າຈິງຈັງກັບສິ່ງທີ່ພຣະອົງກ່າວ ແລະ ສິ່ງທີ່ພຣະອົງກ່າວກໍຈະສຳເລັດ, ບໍ່ມີຄວາມຈອມປອມໃນພຣະທຳເຫຼົ່ານີ້. ແລ້ວປະຕິກິລິຍາຂອງຊາວເມືອງນີເນເວເມື່ອພວກເຂົາໄດ້ຮັບຂ່າວນີ້ແມ່ນຫຍັງ? ພວກເຂົານຸ່ງຫົ່ມຜ້າກະສອບ ແລະ ນັ່ງເທິງກອງຂີ້ເຖົ່າໃນທັນທີເລີຍບໍ? ບໍ່, ມັນມີຂະບວນການ. ໃນຕອນເລີ່ມຕົ້ນ, ຜູ້ຄົນອາດຈະສົງໄສວ່າ: “ພຣະເຈົ້າກຳລັງຈະທຳລາຍພວກເຮົາ; ພຣະອົງໄດ້ກ່າວແບບນັ້ນແທ້ບໍ? ພວກເຮົາໄດ້ເຮັດຫຍັງຜິດ?” ຫຼັງຈາກນີ້, ທຸກຄົວເຮືອນກໍແຈ້ງໃຫ້ກັນ ແລະ ກັນຮູ້ກ່ຽວກັບເລື່ອງນີ້ ແລະ ສົນທະນາກັນ. ພວກເຂົາຮູ້ສຶກວ່າວິກິດການໄດ້ມາເຖິງແລ້ວ ແລະ ພວກເຂົາກຳລັງຢູ່ທີ່ທາງແຍກແຫ່ງຄວາມເປັນ ແລະ ຄວາມຕາຍ. ແລ້ວພວກເຂົາຄວນເຮັດແນວໃດ? ພວກເຂົາຄວນສາລະພາບ ແລະ ກັບໃຈ ຫຼື ສົງໄສ ແລະ ຕໍ່ຕ້ານ? ຖ້າພວກເຂົາເລືອກທີ່ຈະສົງໄສ ແລະ ຕໍ່ຕ້ານຢ່າງແທ້ຈິງ, ຜົນຕາມມາກໍຄືພວກເຂົາຈະຖືກທຳລາຍຫຼັງຈາກ 40 ມື້ ແຕ່ຖ້າພວກເຂົາສາລະພາບຄວາມບາບຂອງພວກເຂົາ ແລະ ຫັນກັບຄືນມາ, ພວກເຂົາກໍຍັງຈະມີທາງລອດ. ຫຼັງຈາກທີ່ສົນທະນາເລື່ອງນີ້ໃນທຸກລະດັບເປັນເວລາຫຼາຍມື້, ປະຊາຊົນຈຳນວນໜ້ອຍທີ່ສຸດກໍສາມາດມີທ່າທີສາລະພາບຄວາມບາບຂອງພວກເຂົາ ແລະ ຫັນກັບຄືນມາ. ພວກເຂົາສາມາດກົ້ມຂາບລົງນະມັດສະການ, ຖວາຍເຄື່ອງບູຊາ ຫຼື ສະແດງພຶດຕິກຳ ແລະ ການສະແດງອອກບາງຢ່າງທີ່ດີ. ແຕ່ມີບຸກຄົນສຳຄັນທີ່ສຸດຄົນໜຶ່ງທີ່ໄດ້ຊ່ວຍເມືອງນີ້ໄວ້, ຄົນຜູ້ນີ້ແມ່ນໃຜ? ນັ້ນກໍຄືກະສັດເມືອງນີເນເວ. ເພິ່ນໄດ້ອອກຄຳສັ່ງໃຫ້ທົ່ວປະເທດ, ຕັ້ງແຕ່ກະສັດລົງໄປຈົນເຖິງສາມັນຊົນທີ່ຕ່ຳຕ້ອຍທີ່ສຸດ, ໃຫ້ນຸ່ງຫົ່ມຜ້າກະສອບ ແລະ ນັ່ງເທິງກອງຂີ້ເຖົ່າ, ໃຫ້ສາລະພາບຄວາມບາບຂອງພວກເຂົາ ແລະ ກັບໃຈມາຫາພຣະເຈົ້າເຢໂຮວາ. ຫຼັງຈາກທີ່ອອກຄຳສັ່ງແບບນັ້ນແລ້ວ, ຍັງມີໃຜໃນເມືອງທີ່ກ້າບໍ່ເຮັດຕາມບໍ? ກະສັດມີອຳນາດປະເພດນີ້. ຖ້າເພິ່ນໃຊ້ອຳນາດທີ່ເພິ່ນມີເພື່ອເຮັດສິ່ງທີ່ບໍ່ດີບາງຢ່າງ, ແລ້ວປະຊາຊົນໃນປະເທດກໍຈະຕ້ອງທົນທຸກກັບໄພພິບັດອັນໃຫຍ່ຫຼວງ ແຕ່ເພິ່ນພັດໃຊ້ອຳນາດນີ້ເພື່ອເຮັດສິ່ງທີ່ດີ, ສິ່ງທີ່ເປັນການນະມັດສະການພຣະເຈົ້າ ແລະ ຫັນກັບຄືນມາຫາພຣະອົງ ແລະ ເມືອງກໍຖືກຮັກສາໄວ້, ປະຊາຊົນທົ່ວປະເທດກໍຖືກຊ່ວຍໃຫ້ລອດພົ້ນ ແລະ ພວກເຂົາກໍມີຄວາມຫວັງທີ່ຈະໄດ້ຮັບການອະໄພ. ສິ່ງນີ້ບໍ່ໄດ້ຖືກຕັດສິນໃຈໂດຍຄວາມຄິດພຽງຢ່າງດຽວຂອງກະສັດອົງນີ້ບໍ? ຖ້າເພິ່ນເວົ້າວ່າ “ບໍ່ວ່າພວກເຈົ້າຈະເຕັມໃຈຈະກັບໃຈ ຫຼື ບໍ່ກໍຕາມ, ຂ້ອຍກໍຈະບໍ່ເຮັດ; ພວກເຈົ້າກໍຈັດການກັນເອງສາ. ຂ້ອຍບໍ່ເຊື່ອໃນເລື່ອງແບບນີ້ ແລະ ຂ້ອຍກໍບໍ່ໄດ້ເຮັດຄວາມຊົ່ວຮ້າຍໃດໆ. ຍິ່ງໄປກວ່ານັ້ນ, ຂ້ອຍມີສະຖານະ, ແລ້ວພຣະເຈົ້າຈະເຮັດຫຍັງຂ້ອຍໄດ້? ພຣະອົງສາມາດປົດຂ້ອຍອອກຈາກບັນລັງໄດ້ບໍ? ຖ້າເມືອງຖືກທຳລາຍ ກໍປ່ອຍໃຫ້ມັນເປັນໄປ. ຖ້າບໍ່ມີສາມັນຊົນເຫຼົ່ານີ້ ຂ້ອຍກໍຍັງຈະເປັນກະສັດຄືເກົ່າ!” ມັນຈະເປັນແນວໃດຖ້າເພິ່ນມີແນວຄິດແບບນັ້ນ, ມີຄວາມຄິດແບບນັ້ນ? ແລ້ວສາມັນຊົນທີ່ຖືກຊ່ວຍໃຫ້ລອດພົ້ນກໍຈະໜ້ອຍລົງຫຼາຍ ແລະ ໃນທີ່ສຸດພຣະເຈົ້າກໍອາດຈະເລືອກນຳເອົາຜູ້ທີ່ເຕັມໃຈກັບໃຈອອກມາ. ຫຼັງຈາກທີ່ພຣະອົງນຳພວກເຂົາອອກມາແລ້ວ, ຜູ້ທີ່ຍອມຕາຍດີກວ່າທີ່ຈະກັບໃຈກໍຈະຖືກທຳລາຍໄປພ້ອມກັບເມືອງ ແລະ ແນ່ນອນວ່າກະສັດກໍຈະຢູ່ໃນທ່າມກາງພວກເຂົາເຊັ່ນກັນ. ແລ້ວສຳລັບຜູ້ທີ່ເຕັມໃຈກັບໃຈ, ພວກເຂົາກໍຈະສາມາດມີຊີວິດຢູ່ຕໍ່ໄປໄດ້ ຫຼັງຈາກທີ່ພຣະເຈົ້ານຳພວກເຂົາອອກຈາກເມືອງ. ແຕ່ສິ່ງທີ່ດີທີ່ສຸດກ່ຽວກັບເລື່ອງນີ້ກໍຄື ກະສັດເມືອງນີເນເວສາມາດເປັນຜູ້ນຳພາໃນການນຸ່ງຫົ່ມຜ້າກະສອບ ແລະ ນັ່ງເທິງກອງຂີ້ເຖົ່າ ພ້ອມທັງບອກສາມັນຊົນໃນເມືອງ, ບໍ່ວ່າພວກເຂົາຈະເປັນຍິງ ຫຼື ຊາຍ, ໜຸ່ມ ຫຼື ເຖົ້າ, ບໍ່ວ່າພວກເຂົາຈະເປັນໃຜ, ບໍ່ວ່າຈະເປັນເຈົ້າໜ້າທີ່ລະດັບສູງ ຫຼື ຊາວນາລະດັບຕ່ຳສໍ່າໃດ, ຕັ້ງແຕ່ຊົນຊັ້ນສູງໄປຈົນເຖິງພົນລະເຮືອນທຳມະດາ, ພວກເຂົາທຸກຄົນຕ້ອງນຸ່ງຫົ່ມຜ້າກະສອບ ແລະ ນັ່ງເທິງກອງຂີ້ເຖົ່າ ແລະ ຄຸເຂົ່າລົງຕໍ່ໜ້າພຣະເຈົ້າເຢໂຮວາເພື່ອນະມັດສະການ, ກົ້ມຂາບ ແລະ ສາລະພາບຄວາມບາບຂອງພວກເຂົາ, ສະແດງທັດສະນະຄະຕິຂອງພວກເຂົາໃນການຫັນກັບຄືນມາ, ຫັນໜີຈາກຫົນທາງທີ່ຊົ່ວຮ້າຍຂອງພວກເຂົາ ແລະ ປະຖິ້ມຄວາມຊົ່ວຮ້າຍໃນມືຂອງພວກເຂົາ, ກັບໃຈຕໍ່ພຣະເຈົ້າ ແລະ ອະທິຖານຂໍບໍ່ໃຫ້ພຣະອົງທຳລາຍພວກເຂົາ. ກະສັດເມືອງນີເນເວໄດ້ເປັນຜູ້ນຳພາໃນການກັບໃຈ ແລະ ສາລະພາບຄວາມບາບຂອງເພິ່ນຕໍ່ພຣະເຈົ້າ ແລະ ການເຮັດເຊັ່ນນັ້ນກໍໄດ້ຊ່ວຍປະຊາກອນທັງໝົດຂອງເມືອງໄວ້ ໂດຍມີຫຼາຍຄົນໄດ້ຮັບຜົນປະໂຫຍດໄປພ້ອມກັບເພິ່ນ. ໂດຍການເປັນຜູ້ນຳພາໃນການເຮັດສິ່ງນີ້, ອຳນາດຂອງເພິ່ນຈຶ່ງມີຄຸນຄ່າ. ການທີ່ກະສັດອົງນີ້ນຳພາປະຊາຊົນຂອງເພິ່ນໃຫ້ຫັນກັບຄືນມາຕໍ່ໜ້າພຣະເຈົ້ານັ້ນເປັນສິ່ງທີ່ພຣະເຈົ້າຈື່ຈຳ.
ການໂອ້ລົມກ່ຽວກັບເນື້ອຫາຂອງການທີ່ຜູ້ຕໍ່ຕ້ານພຣະຄຣິສຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງຢ່າງລະອຽດແບບນີ້ ມີຜົນປະໂຫຍດຫຍັງຕໍ່ພວກເຈົ້າບໍ? ການໂອ້ລົມຊໍ້າແລ້ວຊໍ້າອີກແບບນີ້, ການຍົກຕົວຢ່າງ, ການເລົ່າເລື່ອງ, ການໃຊ້ວິທີການ ແລະ ຄຳສັບຕ່າງໆເພື່ອອະທິບາຍ ແລະ ໃຫ້ນິຍາມມັນ, ຖ້າຜູ້ຄົນຍັງບໍ່ເຂົ້າໃຈ, ແລ້ວພວກເຂົາກໍຂາດຄວາມເຂົ້າໃຈຝ່າຍວິນຍານຢ່າງແທ້ຈິງ ແລະ ຄົນແບບນີ້ກໍບໍ່ສາມາດຖືກໄຖ່ໃຫ້ລອດພົ້ນໄດ້ແລ້ວ. ຈຸດປະສົງຂອງການໂອ້ລົມຢ່າງລະອຽດແບບນີ້ແມ່ນຫຍັງ? ມັນແມ່ນເພື່ອຮັບປະກັນວ່າ ຫຼັງຈາກທີ່ຜູ້ຄົນໄດ້ຍິນຄຳເວົ້າເຫຼົ່ານີ້, ສິ່ງທີ່ພວກເຂົາເຂົ້າໃຈ ແລະ ຍອມຮັບນັ້ນ ບໍ່ແມ່ນຫຼັກຄຳສອນ, ບໍ່ແມ່ນຄວາມໝາຍຕາມຕົວອັກສອນ ແລະ ບໍ່ແມ່ນການສະແດງອອກບາງຢ່າງ ແຕ່ເປັນຄວາມຈິງກ່ຽວກັບວ່າສິ່ງຕ່າງໆເປັນແນວໃດ ພ້ອມທັງຄວາມຈິງ ແລະ ຫຼັກການບາງຢ່າງທີ່ກ່ຽວຂ້ອງກັບແກ່ນແທ້ຂອງຜູ້ຄົນ, ການມີຊີວິດຢູ່ຂອງຜູ້ຄົນ ແລະ ຊີວິດຂອງຜູ້ຄົນ. ຖ້າພວກເຈົ້າສາມາດນຳເອົາຄຳເວົ້າເຫຼົ່ານີ້ ຫຼື ຕົວຢ່າງເຫຼົ່ານີ້ທີ່ເຮົາໄດ້ເວົ້າເຖິງ ມາປຽບທຽບໃສ່ກັບສະພາວະຕົວຈິງຂອງພວກເຈົ້າເອງ ຫຼື ສິ່ງທີ່ພວກເຈົ້າເປີດເຜີຍໃນຊີວິດຂອງພວກເຈົ້າເອງ, ແລ້ວພວກເຈົ້າກໍຈະສາມາດເຂົ້າໃຈຄວາມຈິງ ແລະ ເປັນຄົນທີ່ມີຄວາມເຂົ້າໃຈຝ່າຍວິນຍານ. ການນຳມາປຽບທຽບໃສ່ໝາຍຄວາມວ່າ ການເຊື່ອມໂຍງແຕ່ລະຕົວຢ່າງ ແລະ ເລື່ອງລາວທີ່ຖືກສົນທະນາເຂົ້າກັບສະພາວະຂອງເຈົ້າ ແລະ ການເຊື່ອມໂຍງແຕ່ລະດ້ານຂອງຄວາມຈິງທີ່ຖືກໂອ້ລົມເຂົ້າກັບສະພາວະຂອງເຈົ້າເອງ ແລະ ການເປີດເຜີຍຂອງເຈົ້າເອງ. ຖ້າເຈົ້າຮູ້ວິທີເຊື່ອມໂຍງສິ່ງເຫຼົ່ານີ້ເຂົ້າກັນ ແລະ ນຳໃຊ້ສິ່ງນີ້, ແລ້ວເຈົ້າກໍມີຄວາມເຂົ້າໃຈຝ່າຍວິນຍານ, ເຈົ້າມີຄວາມຫວັງທີ່ຈະເຂົ້າສູ່ຄວາມເປັນຈິງຄວາມຈິງ ແລະ ເຈົ້າສາມາດເຂົ້າໃຈຄວາມຈິງ. ຖ້າເຈົ້າບໍ່ເຂົ້າໃຈ ບໍ່ວ່າຈະເວົ້າຫຍັງກໍຕາມ, ຖ້າເຈົ້າບໍ່ສາມາດເຊື່ອມໂຍງເລື່ອງເຫຼົ່ານີ້ເຂົ້າກັບຕົວເຈົ້າເອງ, ຖ້າເຈົ້າຮູ້ສຶກວ່າ ບໍ່ວ່າເຈົ້າຈະໄດ້ຍິນຫຍັງກໍຕາມ ມັນກໍບໍ່ມີຫຍັງກ່ຽວຂ້ອງກັບສິ່ງທີ່ເຈົ້າເປີດເຜີຍ ແລະ ກັບແກ່ນແທ້ທໍາມະຊາດຂອງເຈົ້າເອງ ແລະ ຖ້າເຈົ້າບໍ່ສາມາດຊອກຫາຄວາມກ່ຽວຂ້ອງກັນໄດ້, ແລ້ວເຈົ້າກໍເປັນຄົນທີ່ໂງ່ຈ້າຢ່າງສິ້ນເຊີງ ແລະ ບໍ່ສາມາດຮັບເອົາຫຍັງເຂົ້າຫົວຂອງເຈົ້າໄດ້ເລີຍ; ເຈົ້າຂາດຄວາມເຂົ້າໃຈຝ່າຍວິນຍານ. ຄົນແບບນີ້ທີ່ຂາດຄວາມເຂົ້າໃຈຝ່າຍວິນຍານແມ່ນເໝາະສຳລັບການອອກເຫື່ອແຮງເທົ່ານັ້ນ ແລະ ບໍ່ສາມາດເຂົ້າສູ່ຄວາມເປັນຈິງຄວາມຈິງໄດ້. ຜູ້ທີ່ຕ້ອງການໄດ້ຮັບຄວາມລອດພົ້ນຕ້ອງເຂົ້າສູ່ຄວາມເປັນຈິງຄວາມຈິງ ແລະ ເພື່ອເຂົ້າສູ່ຄວາມເປັນຈິງຄວາມຈິງ ຄົນເຮົາຕ້ອງເຂົ້າໃຈຄຳເວົ້າເຫຼົ່ານີ້ ແລະ ເຂົ້າໃຈເລື່ອງລາວ ແລະ ສະຖານະການເຫຼົ່ານີ້ທີ່ເຮົາໄດ້ເວົ້າເຖິງ ພ້ອມທັງແຕ່ລະເລື່ອງ, ແຕ່ລະປະເພດຂອງການເປີດເຜີຍ ແລະ ແກ່ນແທ້ຂອງຄົນແຕ່ລະປະເພດ ພ້ອມທັງການສະແດງອອກ ແລະ ສະພາວະຂອງພວກເຂົາແມ່ນຫຍັງ ແລະ ສາມາດນຳເອົາສິ່ງທັງໝົດເຫຼົ່ານີ້ມາປຽບທຽບໃສ່ກັບຕົນເອງໄດ້. ມີພຽງແຕ່ວິທີນີ້ເທົ່ານັ້ນທີ່ພວກເຂົາຈະສາມາດເຂົ້າໃຈຄວາມຈິງໄດ້; ຖ້າພວກເຂົາບໍ່ບັນລຸເຖິງຈຸດນີ້, ແລ້ວພວກເຂົາກໍບໍ່ສາມາດເຂົ້າໃຈມັນໄດ້. ມັນຄ້າຍຄືກັບເວລາທີ່ຜູ້ຄົນລ້ຽງໄກ່, ຖ້າຄົນໃດຄົນໜຶ່ງລ້ຽງໄກ່ເປັນເວລາເຄິ່ງປີ ແລະ ມັນກໍຍັງບໍ່ອອກໄຂ່, ສາມາດເວົ້າໄດ້ບໍວ່າໄກ່ໂຕນີ້ບໍ່ອອກໄຂ່? (ບໍ່.) ຖ້າເຈົ້າຂອງລ້ຽງໄກ່ໂຕນີ້ມາເປັນເວລາສາມປີແລ້ວ ແລະ ໄດ້ເກືອເມັດພືດ ແລະ ຜັກ ແຕ່ບໍ່ວ່າມັນຈະກິນຫຍັງ ມັນກໍຍັງບໍ່ອອກໄຂ່, ແລ້ວມັນສາມາດເວົ້າໄດ້ບໍວ່າໄກ່ໂຕນີ້ບໍ່ອອກໄຂ່? (ເວົ້າໄດ້.) ແລ້ວເມື່ອເວົ້າເຖິງຜູ້ຄົນ, ບາງຄົນໃນພວກເຂົາກໍບໍ່ເຂົ້າໃຈ ບໍ່ວ່າພວກເຂົາຈະຟັງການເທດສະໜາຫຍັງກໍຕາມ ແລະ ບໍ່ວ່າເຈົ້າຈະໂອ້ລົມກ່ຽວກັບຄວາມຈິງໃຫ້ພວກເຂົາຟັງແນວໃດກໍຕາມ. ນີ້ຄືຄົນທີ່ບໍ່ມີຄວາມເຂົ້າໃຈຝ່າຍວິນຍານ. ມີຄົນອີກປະເພດໜຶ່ງ, ປະເພດທີ່ສາມາດເຂົ້າໃຈສິ່ງທີ່ພວກເຂົາໄດ້ຍິນ ແຕ່ບໍ່ນຳໄປປະຕິບັດ, ບໍ່ຫັນກັບຄືນມາ. ຄົນປະເພດນີ້ແມ່ນຈົບສິ້ນແລ້ວ ແລະ ກໍຄືກັນກັບຊາວເມືອງໂຊໂດມ ເຊິ່ງຖືກກຳນົດໃຫ້ເປັນເປົ້າໝາຍແຫ່ງການທຳລາຍລ້າງ. ຜູ້ຕໍ່ຕ້ານພຣະຄຣິສຈັດຢູ່ໃນຄົນປະເພດນີ້; ພວກເຂົາຈະບໍ່ຫັນກັບຄືນມາ ບໍ່ວ່າເຈົ້າຈະໂອ້ລົມກ່ຽວກັບຄວາມຈິງແນວໃດກໍຕາມ. ນີ້ເປັນພຽງອຸປະນິໄສທີ່ຫົວແຂງບໍ? (ບໍ່.) ພວກເຂົາມີແກ່ນແທ້ທໍາມະຊາດທີ່ຕໍ່ຕ້ານພຣະເຈົ້າ ແລະ ເປັນປໍລະປັກຕໍ່ຄວາມຈິງ ແລະ ສຳລັບຄົນແບບນັ້ນ ມັນເປັນໄປບໍ່ໄດ້ເລີຍທີ່ພວກເຂົາຈະເຂົ້າໃຈຄວາມຈິງ. ພວກເຂົາຕັ້ງຕົວເປັນສັດຕູກັບຄວາມຈິງ, ຕໍ່ຕ້ານຄວາມຈິງ ແລະ ພຣະເຈົ້າ ແລະ ເປັນປໍລະປັກຕໍ່ສິ່ງທີ່ເປັນບວກ, ສະນັ້ນ ເມື່ອເຈົ້າໂອ້ລົມກ່ຽວກັບຄວາມຈິງ, ພວກເຂົາບໍ່ໄດ້ປະຕິບັດຕໍ່ມັນໃນຖານະຄວາມຈິງເລີຍ ແຕ່ຖືວ່າມັນເປັນທິດສະດີ, ວິຊາການ ຫຼື ຫຼັກຄຳສອນປະເພດໜຶ່ງ. ຫຼັງຈາກທີ່ພວກເຂົາຟັງການໂອ້ລົມ, ພວກເຂົາກໍເກັບມັນໄວ້ໃນໃຈຂອງພວກເຂົາ ເພື່ອທີ່ວ່າຫຼັງຈາກນີ້ ພວກເຂົາຈະສາມາດໂອ້ອວດ ແລະ ຫາຜົນປະໂຫຍດສ່ວນຕົວ, ສະຖານະ ພ້ອມທັງຊື່ສຽງ ແລະ ຜົນປະໂຫຍດຂອງພວກເຂົາເອງ. ນີ້ຄືຈຸດປະສົງຂອງພວກເຂົາ. ບໍ່ວ່າເຈົ້າຈະໂອ້ລົມກ່ຽວກັບຄວາມຈິງແນວໃດກໍຕາມ ແລະ ບໍ່ວ່າເຈົ້າຈະສົນທະນາກ່ຽວກັບຕົວຢ່າງໃດກໍຕາມ, ເຈົ້າກໍບໍ່ສາມາດດັດສ້າງພວກເຂົາໄດ້ ແລະ ເຈົ້າບໍ່ສາມາດພິກປີ້ນເຈດຕະນາຂອງພວກເຂົາ ຫຼື ປ່ຽນແປງວິທີທີ່ພວກເຂົາເຮັດສິ່ງຕ່າງໆໄດ້. ພວກເຂົາເປັນຄົນທີ່ບໍ່ໄລ່ຕາມຄວາມຈິງ. ຄົນທີ່ບໍ່ຍອມຮັບ ແລະ ປະຕິບັດຄວາມຈິງຫຼັງຈາກທີ່ໄດ້ຍິນມັນ ບໍ່ສາມາດຖືກປ່ຽນແປງໂດຍຄວາມຈິງໄດ້ ແລະ ພຣະເຈົ້າຈະບໍ່ຊ່ວຍຄົນແບບນັ້ນໃຫ້ລອດພົ້ນ. ໂດຍພື້ນຖານແລ້ວ ຄົນປະເພດນີ້ສາມາດຖືກກຳນົດລັກສະນະວ່າເປັນຄົນທີ່ເປັນປໍລະປັກຕໍ່ຄວາມຈິງ ແລະ ເວົ້າໃຫ້ສະເພາະເຈາະຈົງກວ່ານັ້ນກໍຄື ພວກເຂົາແມ່ນຜູ້ຕໍ່ຕ້ານພຣະຄຣິສ. ນີ້ຄືຄວາມແຕກຕ່າງລະຫວ່າງຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນທຳມະດາ.
ບາງຄົນມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ມັກຈະເປີດເຜີຍອຸປະນິໄສທີ່ເສື່ອມຊາມບາງຢ່າງ, ແຕ່ໃນຂະນະດຽວກັນກັບທີ່ມີການເປີດເຜີຍດັ່ງກ່າວ ພວກເຂົາກໍຍັງໄຕ່ຕອງ ແລະ ຮູ້ຈັກຕົນເອງອີກດ້ວຍ ພ້ອມທັງສາມາດຍອມຮັບ ແລະ ປະຕິບັດຄວາມຈິງ ແລະ ຫຼັງຈາກເວລາຜ່ານໄປໄລຍະໜຶ່ງ ກໍສາມາດເຫັນການປ່ຽນແປງໃນຕົວພວກເຂົາໄດ້. ພວກເຂົາແມ່ນເປົ້າໝາຍທີ່ອາດຈະໄດ້ຮັບຄວາມລອດພົ້ນ. ມີບາງຄົນທີ່ພາຍນອກເບິ່ງຄືວ່າສາມາດປະຖິ້ມສິ່ງຕ່າງໆ, ສະລະຕົນ, ທົນທຸກກັບຄວາມລຳບາກ ແລະ ຈ່າຍລາຄາ, ແຕ່ໃນແກ່ນແທ້ທໍາມະຊາດຂອງພວກເຂົາແລ້ວ ພວກເຂົາເບື່ອໜ່າຍຄວາມຈິງ ແລະ ກຽດຊັງມັນ. ເມື່ອເຈົ້າໂອ້ລົມກ່ຽວກັບຄວາມຈິງກັບພວກເຂົາ, ພວກເຂົາກໍເບື່ອໜ່າຍມັນ ແລະ ຕໍ່ຕ້ານ. ພວກເຂົາເຫງົານອນ ແລະ ຫຼັບໄປໃນລະຫວ່າງການເຕົ້າໂຮມ ແລະ ການຟັງເທດສະໜາ. ພວກເຂົາຮູ້ສຶກວ່າມັນໜ້າເບື່ອ ແລະ ເຖິງແມ່ນວ່າພວກເຂົາຈະເຂົ້າໃຈສິ່ງທີ່ພວກເຂົາກຳລັງໄດ້ຍິນ, ພວກເຂົາກໍບໍ່ນຳໄປປະຕິບັດ. ມີຄົນອື່ນທີ່ເບິ່ງຄືວ່າຕັ້ງໃຈຟັງການເທດສະໜາ ແຕ່ຫົວໃຈຂອງພວກເຂົາບໍ່ໄດ້ຫິວກະຫາຍຄວາມຈິງ ແລະ ທັດສະນະຄະຕິທີ່ພວກເຂົາມີຕໍ່ພຣະທຳຂອງພຣະເຈົ້າກໍຄື ພວກເຂົາປະເມີນພຣະທຳເຫຼົ່ານັ້ນວ່າເປັນຄວາມຮູ້ ຫຼື ທິດສະດີຝ່າຍວິນຍານປະເພດໜຶ່ງ. ດ້ວຍເຫດນັ້ນ ບໍ່ວ່າພວກເຂົາຈະເປັນຜູ້ເຊື່ອມາຈັກປີແລ້ວກໍຕາມ ຫຼື ພວກເຂົາຈະໄດ້ອ່ານພຣະທຳຂອງພຣະເຈົ້າມາຫຼາຍສໍ່າໃດກໍຕາມ ຫຼື ພວກເຂົາຈະໄດ້ຟັງການເທດສະໜາມາຫຼາຍສໍ່າໃດກໍຕາມ ກໍບໍ່ມີການປ່ຽນແປງໃນມຸມມອງຂອງພວກເຂົາຕໍ່ການໄລ່ຕາມສະຖານະ ແລະ ການຍົກຍ້ອງອຳນາດ ຫຼື ໃນທັດສະນະຄະຕິຂອງພວກເຂົາທີ່ເບື່ອໜ່າຍຄວາມຈິງ, ກຽດຊັງຄວາມຈິງ ແລະ ຕໍ່ຕ້ານພຣະເຈົ້າ. ພວກເຂົາແມ່ນຜູ້ຕໍ່ຕ້ານພຣະຄຣິສທີ່ເປັນແບບສະບັບ. ຖ້າເຈົ້າເປີດໂປງພວກເຂົາໂດຍເວົ້າວ່າ “ສິ່ງທີ່ເຈົ້າກຳລັງເຮັດຄືການພະຍາຍາມເອົາຊະນະໃຈຜູ້ຄົນ ແລະ ເມື່ອເຈົ້າຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງ, ເຈົ້າກໍກຳລັງເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ຍາດແຍ່ງສະຖານະກັບພຣະເຈົ້າ. ສິ່ງເຫຼົ່ານີ້ຄືການກະທຳຂອງຊາຕານ ແລະ ຜູ້ຕໍ່ຕ້ານພຣະຄຣິສ”, ພວກເຂົາສາມາດຍອມຮັບການກ່າວໂທດດັ່ງກ່າວໄດ້ບໍ? ບໍ່ໄດ້ຢ່າງແນ່ນອນ. ພວກເຂົາຄິດແນວໃດ? “ຂ້ອຍເຮັດຖືກແລ້ວທີ່ກະທຳການແບບນີ້, ສະນັ້ນ ນີ້ຄືວິທີທີ່ຂ້ອຍກະທຳການ. ບໍ່ວ່າເຈົ້າຈະກ່າວໂທດຂ້ອຍແນວໃດກໍຕາມ, ບໍ່ວ່າເຈົ້າຈະເວົ້າຫຍັງກໍຕາມ ແລະ ບໍ່ວ່າມັນຈະເບິ່ງຄືວ່າຖືກຕ້ອງສໍ່າໃດກໍຕາມ, ຂ້ອຍກໍຈະບໍ່ຍອມປະຖິ້ມວິທີການເຮັດສິ່ງຕ່າງໆແບບນີ້, ຄວາມປາຖະໜານີ້, ການໄລ່ຕາມນີ້”. ດັ່ງນັ້ນ ມັນຈຶ່ງຖືກຕັດສິນແລ້ວວ່າ: ຄົນເຫຼົ່ານີ້ຄືຜູ້ຕໍ່ຕ້ານພຣະຄຣິສ. ບໍ່ມີສິ່ງໃດທີ່ເຈົ້າເວົ້າສາມາດປ່ຽນແປງມຸມມອງ, ເຈດຕະນາ, ແຜນການ, ຄວາມທະເຍີທະຍານ ຫຼື ຄວາມປາຖະໜາຂອງພວກເຂົາໄດ້. ນີ້ຄືແກ່ນແທ້ທໍາມະຊາດທີ່ເປັນແບບສະບັບຂອງຜູ້ຕໍ່ຕ້ານພຣະຄຣິສ; ບໍ່ມີໃຜສາມາດປ່ຽນແປງພວກເຂົາໄດ້. ບໍ່ວ່າຜູ້ຄົນຈະໂອ້ລົມກ່ຽວກັບຄວາມຈິງກັບພວກເຂົາແນວໃດກໍຕາມ ຫຼື ຈະໃຊ້ພາສາ ຫຼື ຄຳເວົ້າໃດກໍຕາມ, ບໍ່ວ່າຈະເປັນເວລາ, ສະຖານທີ່ ຫຼື ບໍລິບົດໃດກໍຕາມ ກໍບໍ່ມີສິ່ງໃດສາມາດປ່ຽນແປງພວກເຂົາໄດ້. ບໍ່ວ່າສະພາບແວດລ້ອມຂອງພວກເຂົາຈະປ່ຽນແປງໄປແນວໃດກໍຕາມ, ບໍ່ວ່າຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຢູ່ອ້ອມຮອບພວກເຂົາຈະປ່ຽນແປງໄປແນວໃດກໍຕາມ ແລະ ບໍ່ວ່າຍຸກສະໄໝຈະປ່ຽນແປງໄປແນວໃດກໍຕາມ ຫຼື ພຣະເຈົ້າຈະສະແດງໝາຍສຳຄັນ ແລະ ການອັດສະຈັນທີ່ຍິ່ງໃຫຍ່ສໍ່າໃດກໍຕາມ, ພຣະເຈົ້າຈະປະທານພຣະຄຸນໃຫ້ພວກເຂົາຫຼາຍສໍ່າໃດກໍຕາມ ຫຼື ແມ່ນແຕ່ພຣະເຈົ້າຈະລົງໂທດພວກເຂົາແນວໃດກໍຕາມ, ວິທີທີ່ພວກເຂົາເບິ່ງສິ່ງຕ່າງໆ ແລະ ແຜນການຂອງພວກເຂົາກໍຈະບໍ່ມີວັນປ່ຽນແປງ ແລະ ຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາທີ່ຈະຍາດແຍ່ງອຳນາດກໍຈະບໍ່ມີວັນປ່ຽນແປງ. ວິທີການປະພຶດຕົນ ແລະ ການມີປະຕິສຳພັນກັບຄົນອື່ນຂອງພວກເຂົາຈະບໍ່ມີວັນປ່ຽນແປງ, ທັດສະນະຄະຕິຂອງພວກເຂົາໃນການກຽດຊັງຄວາມຈິງ ແລະ ພຣະເຈົ້າກໍຈະບໍ່ມີວັນປ່ຽນແປງເຊັ່ນກັນ. ເມື່ອຄົນອື່ນຊີ້ໃຫ້ເຫັນວ່າສິ່ງທີ່ພວກເຂົາກຳລັງເຮັດຄືການຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງ ແລະ ພະຍາຍາມເຮັດໃຫ້ຜູ້ຄົນຫຼົງຜິດ, ພວກເຂົາກໍປ່ຽນວິທີການເວົ້າຂອງພວກເຂົາໄປເປັນວິທີທີ່ຄົນອື່ນບໍ່ສາມາດຈັບຜິດ ຫຼື ແຍກແຍະໄດ້. ພວກເຂົາໃຊ້ວິທີການທີ່ເລ່ລ່ຽມຫຼາຍຂຶ້ນເພື່ອສືບຕໍ່ດຳເນີນກິດຈະການຂອງຕົວເອງ ແລະ ບັນລຸເປົ້າໝາຍຂອງພວກເຂົາໃນການປົກຄອງ ແລະ ຄວບຄຸມປະຊາກອນທີ່ພຣະເຈົ້າເລືອກ. ນີ້ຄືສິ່ງທີ່ສະແດງອອກໃນຕົວຜູ້ຕໍ່ຕ້ານພຣະຄຣິສ ແລະ ມັນເກີດຈາກແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ເຖິງແມ່ນວ່າພຣະເຈົ້າຈະບອກພວກເຂົາວ່າພວກເຂົາຈະຖືກລົງໂທດ, ຈຸດຈົບຂອງພວກເຂົາມາເຖິງແລ້ວ, ພວກເຂົາຖືກສາບແຊ່ງ, ສິ່ງນີ້ຈະສາມາດປ່ຽນແປງແກ່ນແທ້ຂອງພວກເຂົາໄດ້ບໍ? ມັນສາມາດປ່ຽນແປງທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ຄວາມຈິງໄດ້ບໍ? ມັນສາມາດປ່ຽນແປງຄວາມຮັກທີ່ພວກເຂົາມີຕໍ່ສະຖານະ ພ້ອມທັງຊື່ສຽງ ແລະ ຜົນປະໂຫຍດໄດ້ບໍ? ມັນບໍ່ສາມາດເຮັດໄດ້. ການປ່ຽນຜູ້ຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມໃຫ້ກາຍເປັນຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິເຊິ່ງນະມັດສະການພຣະເຈົ້າແມ່ນວຽກງານຂອງພຣະເຈົ້າ; ມັນສາມາດບັນລຸໄດ້. ແຕ່ມັນເປັນໄປໄດ້ບໍທີ່ຈະປ່ຽນຜີຮ້າຍ, ຄົນທີ່ສວມໃສ່ໜັງມະນຸດແຕ່ມີແກ່ນແທ້ແບບຊາຕານ ແລະ ເປັນປໍລະປັກຕໍ່ພຣະເຈົ້າ ໃຫ້ກາຍເປັນຄົນປົກກະຕິ? ນັ້ນເປັນໄປບໍ່ໄດ້ເລີຍ. ພຣະເຈົ້າບໍ່ໄດ້ເຮັດວຽກງານປະເພດນີ້; ຄົນເຫຼົ່ານີ້ບໍ່ໄດ້ລວມຢູ່ໃນທ່າມກາງຜູ້ທີ່ພຣະເຈົ້າຊ່ວຍໃຫ້ລອດພົ້ນ. ແລ້ວພຣະເຈົ້າຕັດສິນຄົນແບບນັ້ນແນວໃດ? ພວກເຂົາເປັນຂອງຊາຕານ. ພວກເຂົາບໍ່ແມ່ນເປົ້າໝາຍແຫ່ງການເລືອກ ຫຼື ຄວາມລອດພົ້ນຂອງພຣະເຈົ້າ; ພຣະເຈົ້າບໍ່ຕ້ອງການຄົນແບບນັ້ນ. ບໍ່ວ່າພວກເຂົາຈະເຊື່ອໃນພຣະເຈົ້າມາດົນສໍ່າໃດກໍຕາມ, ພວກເຂົາຈະທົນທຸກມາຫຼາຍສໍ່າໃດກໍຕາມ ຫຼື ພວກເຂົາຈະເຮັດຫຍັງສຳເລັດມາກໍຕາມ, ແຜນການຂອງພວກເຂົາກໍຈະບໍ່ປ່ຽນແປງ. ພວກເຂົາຈະບໍ່ຍອມປະຖິ້ມຄວາມທະເຍີທະຍານ ຫຼື ຄວາມປາຖະໜາຂອງພວກເຂົາ, ຍິ່ງບໍ່ຕ້ອງເວົ້າເຖິງວ່າພວກເຂົາຈະຍອມປະຖິ້ມແຮງຈູງໃຈ ແລະ ຄວາມຢາກຂອງພວກເຂົາທີ່ຈະຍາດແຍ່ງສະຖານະ ແລະ ຍາດແຍ່ງຜູ້ຄົນກັບພຣະເຈົ້າ. ຄົນແບບນັ້ນຄືຜູ້ຕໍ່ຕ້ານພຣະຄຣິສຢ່າງແທ້ຈິງ.
ບາງຄົນເວົ້າວ່າ “ຜູ້ຕໍ່ຕ້ານພຣະຄຣິສເຮັດຄວາມຊົ່ວ ແລະ ຕໍ່ຕ້ານພຣະເຈົ້າຍ້ອນຄວາມເບົາປັນຍາຊົ່ວຄາວ, ບໍ່ແມ່ນບໍ? ຖ້າພຣະເຈົ້າຈະສະແດງໝາຍສຳຄັນ ແລະ ການອັດສະຈັນບາງຢ່າງ ຫຼື ລົງໂທດພວກເຂົາເລັກໜ້ອຍ, ເພື່ອໃຫ້ພວກເຂົາສາມາດເຫັນພຣະເຈົ້າ, ແລ້ວພວກເຂົາຈະບໍ່ສາມາດຍອມຮັບ ແລະ ອ່ອນນ້ອມຕໍ່ພຣະເຈົ້າໄດ້ບໍ? ແລ້ວພວກເຂົາຈະບໍ່ສາມາດຍອມຮັບ ແລະ ຮັບຮູ້ວ່າພຣະເຈົ້າຄືຄວາມຈິງ ແລະ ບໍ່ຍາດແຍ່ງສະຖານະກັບພຣະເຈົ້າອີກຕໍ່ໄປໄດ້ບໍ? ມັນບໍ່ແມ່ນຍ້ອນວ່າພວກເຂົາບໍ່ມີຄວາມເຊື່ອ ເພາະພວກເຂົາບໍ່ໄດ້ເຫັນພຣະເຈົ້າສະແດງໝາຍສຳຄັນ ແລະ ການອັດສະຈັນໃດໆ ຫຼື ເຫັນຮ່າງກາຍຝ່າຍວິນຍານຂອງພຣະເຈົ້າ, ດ້ວຍເຫດນັ້ນ ພວກເຂົາຈຶ່ງອ່ອນແອຫຼາຍ, ແລ້ວພວກເຂົາກໍຖືກຊາຕານຫຼອກລວງບໍ?” ບໍ່, ມັນບໍ່ແມ່ນແນວນັ້ນ. ຄວາມທະເຍີທະຍານ, ຄວາມປາຖະໜາ ແລະ ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສນັ້ນແຕກຕ່າງກັນຢ່າງສິ້ນເຊີງ ແລະ ຕ່າງຈາກຄົນທີ່ຖືກຫຼອກລວງ ແລະ ໂງ່ຈ້າຊົ່ວຄາວ ພ້ອມທັງບໍ່ເຂົ້າໃຈຄວາມຈິງ. ຜູ້ຕໍ່ຕ້ານພຣະຄຣິສມີທຳມະຊາດແບບຊາຕານຕິດຕົວມາແຕ່ກຳເນີດ ແລະ ພວກເຂົາເບື່ອໜ່າຍຄວາມຈິງ ພ້ອມທັງກຽດຊັງຄວາມຈິງມາຕັ້ງແຕ່ເກີດ. ພວກເຂົາຄືຊາຕານທີ່ບໍ່ສາມາດຢູ່ຮ່ວມກັບພຣະເຈົ້າໄດ້ ເຊິ່ງຕໍ່ຕ້ານພຣະເຈົ້າ ແລະ ຍາດແຍ່ງກັບພຣະເຈົ້າຈົນເຖິງທີ່ສຸດ ແລະ ພວກເຂົາຄືຊາຕານທີ່ມີຊີວິດເຊິ່ງສວມໃສ່ໜັງມະນຸດ. ຄົນແບບນັ້ນຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສຕາມແກ່ນແທ້ທໍາມະຊາດຂອງພວກເຂົາ, ແລ້ວພວກເຂົາສາມາດມີບົດບາດຫຍັງ ແລະ ພວກເຂົາສາມາດເຮັດສິ່ງໃດໄດ້ແດ່ໃນເຮືອນຂອງພຣະເຈົ້າ? ພວກເຂົາຂັດຂວາງ, ລົບກວນ, ທຳລາຍ ແລະ ມ້າງເພວຽກງານຂອງພຣະເຈົ້າ. ຄົນເຫຼົ່ານີ້ອົດບໍ່ໄດ້ທີ່ຈະເຮັດສິ່ງເຫຼົ່ານີ້ໃນເຮືອນຂອງພຣະເຈົ້າ. ນີ້ຄືສິ່ງທີ່ພວກເຂົາເປັນ, ພວກເຂົາມີທຳມະຊາດແບບຊາຕານ ແລະ ມັນກໍຄືກັບໝາປ່າທີ່ເຂົ້າໄປໃນຝູງແກະ ໂດຍຕັ້ງໃຈທີ່ຈະກິນແກະ, ນີ້ຄືຈຸດປະສົງພຽງໜຶ່ງດຽວຂອງພວກເຂົາ. ເວົ້າຈາກອີກມຸມມອງໜຶ່ງ, ເປັນຫຍັງພຣະເຈົ້າຈຶ່ງອະນຸຍາດໃຫ້ຄົນເຫຼົ່ານີ້ປາກົດຕົວໃນເຮືອນຂອງພຣະອົງ? ມັນກໍເພື່ອໃຫ້ປະຊາກອນທີ່ພຣະເຈົ້າເລືອກສາມາດເຕີບໂຕໃນການແຍກແຍະ. ຜູ້ຄົນສາມາດເຫັນໄດ້ຢ່າງຊັດເຈນບໍວ່າມານຮ້າຍຊາຕານເປັນສິ່ງປະເພດໃດ, ແກ່ນແທ້ຂອງຄຳເວົ້າ ແລະ ການກະທຳຂອງມັນແມ່ນຫຍັງ, ອຸປະນິໄສທີ່ມັນເປີດເຜີຍແມ່ນຫຍັງ ຫຼື ມັນເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ຕໍ່ຕ້ານພຣະເຈົ້າໃນໂລກແນວໃດ? ເມື່ອມີການກ່າວເຖິງມານຮ້າຍຊາຕານ, ຜູ້ຄົນກໍບໍ່ສາມາດບອກໄດ້ຢ່າງຊັດເຈນວ່າມັນຄືມານຮ້າຍ ຫຼື ຊາຕານກັນແທ້; ພວກເຂົາຮູ້ສຶກວ່າມັນເປັນນາມມະທຳ ແລະ ວ່າງເປົ່າ, ມັນບໍ່ເປັນຮູບປະທຳພໍ. ພວກເຂົາຖາມວ່າ “ຊາຕານຢູ່ໃສ?” ຄຳຕອບກໍຄື “ຢູ່ໃນອາກາດ”. “ແລ້ວຊາຕານໃຫຍ່ສໍ່າໃດ? ມັນສະແດງການອັດສະຈັນຫຍັງແດ່ຢ່າງສະເພາະເຈາະຈົງ? ມັນຕໍ່ຕ້ານພຣະເຈົ້າແນວໃດຢ່າງສະເພາະເຈາະຈົງ? ແກ່ນແທ້ທໍາມະຊາດຂອງມັນແມ່ນຫຍັງ?” ພວກເຂົາຮູ້ສຶກວ່າມັນເປັນນາມມະທຳ, ຄຸມເຄືອ ແລະ ວ່າງເປົ່າຫຼາຍ. ເຖິງຢ່າງໃດກໍຕາມ, ຜ່ານການສະແດງອອກ ແລະ ການເປີດເຜີຍຂອງຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາກໍສາມາດນຳເອົາສິ່ງເຫຼົ່ານີ້ມາປຽບທຽບໃສ່ກັບສິ່ງທີ່ຊາຕານເຮັດ ແລະ ແກ່ນແທ້ທໍາມະຊາດຂອງມັນ ແລ້ວທຸກສິ່ງທຸກຢ່າງກໍຈະກາຍເປັນຮູບປະທຳ ແລະ ບໍ່ເປັນນາມມະທຳ ຫຼື ວ່າງເປົ່າອີກຕໍ່ໄປ. ເມື່ອທຸກສິ່ງທຸກຢ່າງກາຍເປັນຮູບປະທຳແລ້ວ, ຜູ້ຄົນກໍຈະສາມາດໄດ້ຍິນມັນເວົ້າ, ເຫັນພຶດຕິກຳຂອງມັນ ແລະ ແຍກແຍະແກ່ນແທ້ທໍາມະຊາດຂອງມັນຢ່າງຕັ້ງໃຈ. ດ້ວຍວິທີນີ້, ພວກເຂົາຈະບໍ່ຮູ້ສຶກບໍວ່າແກ່ນແທ້ຂອງມານຮ້າຍຊາຕານທີ່ພຣະເຈົ້າກ່າວເຖິງນັ້ນກາຍເປັນຮູບປະທຳ ແລະ ເປັນຈິງຫຼາຍຂຶ້ນ ແລະ ພວກເຂົາສາມາດນຳເອົາມັນມາປຽບທຽບໃສ່ກັບການສະແດງອອກຕົວຈິງໃນທາງປະຕິບັດໄດ້? ບາງຄົນມີວຸດທິພາວະທີ່ຍັງບໍ່ເຕີບໃຫຍ່ ແລະ ບໍ່ເຂົ້າໃຈຄວາມຈິງ ແລະ ຍ້ອນຄວາມໂງ່ຈ້າຊົ່ວຄາວບາງຢ່າງ ພວກເຂົາຈຶ່ງຖືກຜູ້ຕໍ່ຕ້ານພຣະຄຣິສຫຼອກລວງ ແລະ ເຮັດໃຫ້ຫຼົງຜິດ, ດ້ວຍເຫດນັ້ນ ພວກເຂົາຈຶ່ງຈາກໄປເປັນເວລາປະມານໜຶ່ງປີ. ເມື່ອພວກເຂົາກັບຄືນມາເຮືອນຂອງພຣະເຈົ້າ, ພວກເຂົາກໍຮັບຮູ້ວ່າການຕິດຕາມຊາຕານນັ້ນໃຫ້ຄວາມຮູ້ສຶກທີ່ບໍ່ດີເລີຍ. ເມື່ອຄົນເຫຼົ່ານີ້ເລີ່ມຕິດຕາມຜູ້ຕໍ່ຕ້ານພຣະຄຣິສໃນຕອນທຳອິດ, ພວກເຂົາຮູ້ສຶກວ່າພວກເຂົາມີເຫດຜົນພຽງພໍ ແລະ ມີຄວາມໝັ້ນໃຈຫຼາຍ ໂດຍເວົ້າວ່າ “ເບື້ອງເທິງບໍ່ຕ້ອງການໃຫ້ພວກເຮົາຕິດຕາມຜູ້ຕໍ່ຕ້ານພຣະຄຣິສ ແຕ່ພວກເຮົາກໍຈະຕິດຕາມພວກເຂົາຢູ່ດີ ແລະ ມື້ໜຶ່ງຈະພິສູດໄດ້ວ່າພວກເຮົາຖືກຕ້ອງ!” ຜົນຂອງສິ່ງນີ້ກໍຄື ຫຼັງຈາກເວລາຜ່ານໄປໄລຍະໜຶ່ງ, ພວກເຂົາກໍຮູ້ສຶກວ່າພວກເຂົາໄດ້ສູນເສຍວຽກງານຂອງພຣະວິນຍານບໍລິສຸດ, ພວກເຂົາບໍ່ສາມາດຮູ້ສຶກເຖິງການຢືນຢັນໃດໆໃນໃຈຂອງພວກເຂົາໄດ້ເລີຍ. ສຳລັບພວກເຂົາແລ້ວ, ມັນຮູ້ສຶກຄືກັບວ່າພຣະເຈົ້າບໍ່ໄດ້ຢູ່ກັບພວກເຂົາອີກຕໍ່ໄປ, ຄວາມເຊື່ອຂອງພວກເຂົາໄດ້ສູນເສຍຄວາມໝາຍ ແລະ ທິດທາງຂອງມັນໄປ ແລະ ພວກເຂົາກໍຄ່ອຍໆມີຄວາມສາມາດໃນການແຍກແຍະຜູ້ຕໍ່ຕ້ານພຣະຄຣິສຫຼາຍຂຶ້ນເລື້ອຍໆ. ກ່ອນໜ້ານີ້ ພວກເຂົາຄິດວ່າຜູ້ຕໍ່ຕ້ານພຣະຄຣິສເຂົ້າໃຈຄວາມຈິງຢ່າງແທ້ຈິງ ແລະ ໂດຍການຕິດຕາມຜູ້ຕໍ່ຕ້ານພຣະຄຣິສ ພວກເຂົາຈະບໍ່ມີທາງຜິດພາດໃນຄວາມເຊື່ອຂອງພວກເຂົາ ແຕ່ຕອນນີ້ພວກເຂົາເຫັນວ່າຜູ້ຕໍ່ຕ້ານພຣະຄຣິສມີບັນຫາຮ້າຍແຮງ, ຜູ້ຕໍ່ຕ້ານພຣະຄຣິສເວົ້າຄືກັບວ່າພວກເຂົາເຂົ້າໃຈຄວາມຈິງ, ແຕ່ພວກເຂົາພັດບໍ່ເຄີຍປະຕິບັດຄວາມຈິງ, ນີ້ຄືຂໍ້ເທັດຈິງ. ພວກເຂົາເຫັນວ່າພວກເຂົາໄດ້ຕິດຕາມຜູ້ຕໍ່ຕ້ານພຣະຄຣິສມາເປັນເວລາດົນນານ ແລະ ບໍ່ໄດ້ຮັບຄວາມຈິງໃດໆເລີຍ ແລະ ມັນເປັນອັນຕະລາຍຫຼາຍແທ້ໆທີ່ຈະສືບຕໍ່ຕິດຕາມຜູ້ຕໍ່ຕ້ານພຣະຄຣິສ, ດ້ວຍເຫດນັ້ນ ພວກເຂົາຈຶ່ງຮູ້ສຶກເສຍໃຈ, ພວກເຂົາປະຕິເສດຜູ້ຕໍ່ຕ້ານພຣະຄຣິສ ແລະ ພວກເຂົາກໍເຕັມໃຈທີ່ຈະກັບຄືນມາເຮືອນຂອງພຣະເຈົ້າ. ເມື່ອເຮືອນຂອງພຣະເຈົ້າໄດ້ຮັບຄົນແບບນັ້ນກັບຄືນມາ, ຄົນເຫຼົ່ານັ້ນກໍຖືກຂໍໃຫ້ເລົ່າປະສົບການຂອງພວກເຂົາ ແລະ ພວກເຂົາກໍເວົ້າວ່າ “ຜູ້ຕໍ່ຕ້ານພຣະຄຣິສຄົນນັ້ນເກັ່ງຫຼາຍໃນການເຮັດໃຫ້ຜູ້ຄົນຫຼົງຜິດ. ໃນຕອນນັ້ນ, ພວກເຂົາເບິ່ງຄືວ່າເປັນຄົນທີ່ຖືກຕ້ອງ ບໍ່ວ່າຂ້ອຍຈະຄິດເຖິງພວກເຂົາແນວໃດກໍຕາມ ແຕ່ຜົນກໍຄືຂ້ອຍບໍ່ໄດ້ຮັບຫຍັງເລີຍ, ບໍ່ເຂົ້າໃຈຄວາມຈິງໃດໆເລີຍ ແລະ ບໍ່ມີແມ່ນແຕ່ຮ່ອງຮອຍຂອງຄວາມເປັນຈິງຄວາມຈິງເລີຍ ຫຼັງຈາກທີ່ຕິດຕາມພວກເຂົາມາເປັນເວລາຫຼາຍກວ່າໜຶ່ງປີ. ຂ້ອຍເສຍເວລາອັນມີຄ່າໄປລ້າໆ. ຂ້ອຍໄດ້ຮັບຄວາມສູນເສຍອັນໃຫຍ່ຫຼວງຫຼາຍແທ້ໆ!” ປະສົບການແຫ່ງຄວາມລົ້ມເຫຼວນີ້ກາຍເປັນຄວາມຊົງຈຳທີ່ເລິກເຊິ່ງທີ່ສຸດຂອງພວກເຂົາ. ຫຼັງຈາກທີ່ພວກເຂົາກັບຄືນມາເຮືອນຂອງພຣະເຈົ້າ, ຍິ່ງພວກເຂົາຟັງການເທດສະໜາຫຼາຍເທົ່າໃດ, ພວກເຂົາກໍຍິ່ງເຂົ້າໃຈຄວາມຈິງຫຼາຍຂຶ້ນ ແລະ ຫົວໃຈຂອງພວກເຂົາກໍຍິ່ງສະຫວ່າງສະໄຫວຫຼາຍຂຶ້ນເທົ່ານັ້ນ. ເມື່ອພວກເຂົາຄິດກັບໄປເຖິງເວລາທີ່ພວກເຂົາໃຊ້ໄປໃນການຕິດຕາມຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານັ້ນ ແລະ ເຫັນວ່າພວກເຂົາໄດ້ຮັບຄວາມສູນເສຍແນວໃດ, ພວກເຂົາກໍຮູ້ສຶກວ່າຜູ້ຕໍ່ຕ້ານພຣະຄຣິສຄືຊາຕານຢ່າງແທ້ຈິງ ແລະ ໂດຍພື້ນຖານແລ້ວແມ່ນປາສະຈາກຄວາມຈິງເລີຍ, ມີພຽງພຣະເຈົ້າເທົ່ານັ້ນທີ່ເປັນຄວາມຈິງ ແລະ ພວກເຂົາກໍບໍ່ກ້າທີ່ຈະຕິດຕາມມະນຸດຄົນອື່ນອີກຕໍ່ໄປ. ເມື່ອຮອດເວລາທີ່ຈະຕ້ອງເລືອກຕັ້ງຜູ້ນຳອີກຄັ້ງ, ພວກເຂົາກໍລົງຄະແນນສຽງຂອງພວກເຂົາຢ່າງລະມັດລະວັງທີ່ສຸດ ໂດຍຄິດວ່າ “ຖ້າຂ້ອຍລົງຄະແນນສຽງໃຫ້ກັບຄົນນັ້ນຄົນນີ້, ຂ້ອຍອາດຈະກຳລັງຊ່ວຍໃຫ້ຜູ້ຕໍ່ຕ້ານພຣະຄຣິສຖືກເລືອກ. ຖ້າຂ້ອຍບໍ່ລົງຄະແນນສຽງໃຫ້ພວກເຂົາ, ນັ້ນກໍອາດຈະປ້ອງກັນບໍ່ໃຫ້ຜູ້ຕໍ່ຕ້ານພຣະຄຣິສຖືກເລືອກ. ຂ້ອຍຕ້ອງລະມັດລະວັງ ແລະ ປະເມີນຜູ້ຄົນຕາມຫຼັກການ”. ຕອນນີ້ການກະທຳຂອງພວກເຂົາບໍ່ໄດ້ອີງໃສ່ຫຼັກການ ແລະ ມາດຕະຖານບໍ? (ອີງໃສ່, ພວກເຂົາອີງໃສ່ສິ່ງເຫຼົ່ານັ້ນ.) ນີ້ຄືສິ່ງທີ່ດີ. ບາງຄົນຖືກຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ຫຼົງຜິດ ແລະ ເວົ້າວ່າ “ເປັນຫຍັງເລື່ອງນີ້ຈຶ່ງເກີດຂຶ້ນກັບພວກເຮົາ? ພວກເຮົາຖືກພຣະເຈົ້າປະຖິ້ມແລ້ວບໍ? ພຣະອົງບໍ່ສົນໃຈພວກເຮົາອີກຕໍ່ໄປແລ້ວບໍ?” ໃນສະຖານະການແບບນັ້ນ, ເຈົ້າຈະຍິນຍອມບໍ ຖ້າພຣະເຈົ້າບອກເຈົ້າບໍ່ໃຫ້ຕິດຕາມຜູ້ຕໍ່ຕ້ານພຣະຄຣິສ? ບໍ່, ເຈົ້າຈະບໍ່ຍິນຍອມ. ເຈົ້າຍັງຈະຢືນຢັດທີ່ຈະຕິດຕາມພວກເຂົາ ແລະ ສິ່ງດຽວທີ່ພຣະເຈົ້າສາມາດເຮັດໄດ້ກໍຄືການອະນຸຍາດໃຫ້ເຈົ້າເຮັດແບບນັ້ນ ແລ້ວຈາກນັ້ນກໍສອນບົດຮຽນໃຫ້ເຈົ້າໂດຍໃຊ້ຂໍ້ເທັດຈິງ. ຫຼັງຈາກທີ່ຕິດຕາມຜູ້ຕໍ່ຕ້ານພຣະຄຣິສມາໄລຍະໜຶ່ງ, ທັນໃດນັ້ນເຈົ້າກໍໄດ້ສະຕິ ແລະ ເຫັນວ່າເຈົ້າໄດ້ຮັບຄວາມສູນເສຍໃນຊີວິດຂອງເຈົ້າ ແລະ ເມື່ອນັ້ນເທົ່ານັ້ນເຈົ້າຈຶ່ງຮູ້ສຶກສຳນຶກຜິດ ແລະ ເຕັມໃຈທີ່ຈະປະຕິເສດຜູ້ຕໍ່ຕ້ານພຣະຄຣິສ ແລະ ກັບຄືນມາຢູ່ຕໍ່ໜ້າພຣະເຈົ້າອີກຄັ້ງ. ໂຊກດີສຳລັບເຈົ້າທີ່ພຣະເຈົ້າຊົງອົດກັ້ນ ແລະ ເມດຕາ ແລະ ພຣະອົງຍັງຕ້ອງການເຈົ້າ. ຖ້າພຣະອົງບໍ່ຕ້ອງການ, ແລ້ວເຈົ້າກໍຄົງຈະຈົບສິ້ນຢ່າງສິ້ນເຊີງ, ເຈົ້າຈະບໍ່ມີໂອກາດທີ່ຈະໄດ້ຮັບຄວາມລອດພົ້ນອີກຕໍ່ໄປ, ມັນບໍ່ມີຈຸດຈົບທີ່ດີໃນການຕິດຕາມຜູ້ຕໍ່ຕ້ານພຣະຄຣິສເລີຍ.
ເຈົ້າຕ້ອງເບິ່ງຜູ້ຕໍ່ຕ້ານພຣະຄຣິສໃຫ້ຊັດເຈນ ແລະ ຮັບຮູ້ພວກເຂົາຢ່າງຖືກຕ້ອງ. ເຈົ້າຕ້ອງຮູ້ວິທີແຍກແຍະການສະແດງອອກຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ໃນຂະນະດຽວກັນ ເຈົ້າຄວນຮູ້ຢ່າງຊັດເຈນວ່າມີຫຼາຍສິ່ງຫຼາຍຢ່າງທີ່ແກ່ນແທ້ທໍາມະຊາດຂອງເຈົ້າເອງມີຄືກັນກັບຜູ້ຕໍ່ຕ້ານພຣະຄຣິສ. ນີ້ກໍຍ້ອນວ່າພວກເຈົ້າທຸກຄົນລ້ວນແຕ່ເປັນຂອງມະນຸດຊາດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ຄວາມແຕກຕ່າງພຽງຢ່າງດຽວກໍຄື ຜູ້ຕໍ່ຕ້ານພຣະຄຣິສຢູ່ພາຍໃຕ້ການຄວບຄຸມຂອງຊາຕານຢ່າງສິ້ນເຊີງ ແລະ ພວກເຂົາໄດ້ກາຍເປັນຜູ້ສົມຮູ້ຮ່ວມຄິດຂອງຊາຕານ ພ້ອມທັງເວົ້າໃນນາມຂອງມັນ. ເຈົ້າກໍເປັນຂອງມະນຸດຊາດທີ່ເສື່ອມຊາມເຊັ່ນກັນ ແຕ່ເຈົ້າສາມາດຍອມຮັບຄວາມຈິງ ແລະ ມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ. ເຖິງຢ່າງໃດກໍຕາມ, ມີຫຼາຍສິ່ງຫຼາຍຢ່າງໃນແງ່ຂອງແກ່ນແທ້ທີ່ເຈົ້າມີຄືກັນກັບຜູ້ຕໍ່ຕ້ານພຣະຄຣິສ ແລະ ວິທີການ ພ້ອມທັງແຜນການຂອງເຈົ້າກໍຄືກັນ. ພຽງແຕ່ວ່າ ເມື່ອເຈົ້າໄດ້ຍິນຄວາມຈິງ ແລະ ໄດ້ຟັງການເທດສະໜາ, ເຈົ້າກໍສາມາດປ່ຽນແປງເສັ້ນທາງໄດ້ ແລະ ການທີ່ສາມາດປ່ຽນແປງເສັ້ນທາງໄດ້ນັ້ນກຳນົດວ່າເຈົ້າມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ, ນີ້ຄືຄວາມແຕກຕ່າງລະຫວ່າງເຈົ້າ ແລະ ຜູ້ຕໍ່ຕ້ານພຣະຄຣິສ. ດັ່ງນັ້ນ, ເມື່ອເຮົາກຳລັງເປີດໂປງຜູ້ຕໍ່ຕ້ານພຣະຄຣິສ, ເຈົ້າກໍຄວນປຽບທຽບ ແລະ ຮັບຮູ້ວ່າສິ່ງໃດແດ່ທີ່ເຈົ້າ ແລະ ຜູ້ຕໍ່ຕ້ານພຣະຄຣິສມີຄືກັນ ແລະ ການສະແດງອອກ, ອຸປະນິໄສ ແລະ ແງ່ມຸມໃດຂອງແກ່ນແທ້ທີ່ເຈົ້າມີຄືກັນກັບພວກເຂົາ. ໂດຍການເຮັດແບບນີ້, ແລ້ວເຈົ້າຈະບໍ່ສາມາດຮູ້ຈັກຕົນເອງໄດ້ດີຂຶ້ນບໍ? ຖ້າເຈົ້າຮູ້ສຶກຕໍ່ຕ້ານຢູ່ສະເໝີ ໂດຍເຊື່ອວ່າເຈົ້າບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິສ, ຮູ້ສຶກກຽດຊັງຜູ້ຕໍ່ຕ້ານພຣະຄຣິສຢ່າງຮຸນແຮງ ແລະ ບໍ່ເຕັມໃຈທີ່ຈະປຽບທຽບສິ່ງນີ້ ຫຼື ໄຕ່ຕອງກ່ຽວກັບຕົນເອງ ແລະ ເຂົ້າໃຈວ່າເຈົ້າກຳລັງຕິດຕາມເສັ້ນທາງໃດ, ແລ້ວຜົນຕາມມາຈະເປັນແນວໃດ? ດ້ວຍອຸປະນິໄສແບບຊາຕານ, ເຈົ້າມີແນວໂນ້ມສູງທີ່ຈະກາຍເປັນຜູ້ຕໍ່ຕ້ານພຣະຄຣິສ. ນີ້ກໍຍ້ອນວ່າບໍ່ມີຜູ້ຕໍ່ຕ້ານພຣະຄຣິສຄົນໃດທີ່ຕັ້ງໃຈສະແຫວງຫາທີ່ຈະກາຍເປັນຜູ້ຕໍ່ຕ້ານພຣະຄຣິສ ແລ້ວກໍກາຍເປັນຜູ້ຕໍ່ຕ້ານພຣະຄຣິສ; ມັນເປັນຍ້ອນວ່າພວກເຂົາບໍ່ໄລ່ຕາມຄວາມຈິງ ແລະ ແນ່ນອນວ່າໃນທີ່ສຸດພວກເຂົາກໍຕິດຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ. ທຸກຄົນໃນໂລກສາສະໜາທີ່ບໍ່ຮັກຄວາມຈິງລ້ວນແຕ່ເປັນຜູ້ຕໍ່ຕ້ານພຣະຄຣິສ, ບໍ່ແມ່ນບໍ? ທຸກຄົນທີ່ບໍ່ໄຕ່ຕອງ ແລະ ບໍ່ເຂົ້າໃຈແກ່ນແທ້ທໍາມະຊາດຂອງພວກເຂົາເອງ ແລະ ຜູ້ທີ່ເຊື່ອໃນພຣະເຈົ້າຕາມຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາ ລ້ວນແຕ່ເປັນຜູ້ຕໍ່ຕ້ານພຣະຄຣິສ. ເມື່ອເຈົ້າໄດ້ກ້າວເຂົ້າສູ່ເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ, ເມື່ອເຈົ້າໄດ້ຮັບສະຖານະ ແລະ ບວກກັບຂໍ້ເທັດຈິງທີ່ວ່າເຈົ້າມີພອນສະຫວັນ ແລະ ການຮຽນຮູ້ບາງຢ່າງ ແລະ ທຸກຄົນກໍຊື່ນຊົມເຈົ້າ, ແລ້ວເມື່ອເວລາທີ່ເຈົ້າໃຊ້ໃນການເຮັດວຽກຍາວນານຂຶ້ນ, ເຈົ້າກໍຈະມີບ່ອນຢືນໃນໃຈຂອງຜູ້ຄົນ. ເມື່ອວຽກງານທີ່ເຈົ້າຮັບຜິດຊອບມີຂອບເຂດກວ້າງຂຶ້ນ, ເຈົ້າກໍຈະນຳພາຜູ້ຄົນຫຼາຍຂຶ້ນເລື້ອຍໆ, ເຈົ້າກໍຈະໄດ້ຮັບຕົ້ນທຶນຫຼາຍຂຶ້ນເລື້ອຍໆ, ແລ້ວເຈົ້າກໍຈະກາຍເປັນໂປໂລຢ່າງແທ້ຈິງ. ທັງໝົດນີ້ຂຶ້ນຢູ່ກັບເຈົ້າບໍ? ເຈົ້າບໍ່ມີແຜນທີ່ຈະຕິດຕາມເສັ້ນທາງນີ້ ແຕ່ເປັນຫຍັງເຈົ້າຈຶ່ງກ້າວເຂົ້າສູ່ເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສໂດຍບໍ່ຮູ້ຕົວ? ເຫດຜົນສຳຄັນຢ່າງໜຶ່ງສຳລັບເລື່ອງນີ້ກໍຄື ຖ້າເຈົ້າບໍ່ໄລ່ຕາມຄວາມຈິງ, ເຈົ້າກໍຈະໄລ່ຕາມສະຖານະ ແລະ ຊື່ສຽງຢ່າງແນ່ນອນ, ເຈົ້າຈະດຳເນີນກິດຈະການຂອງຕົວເອງ, ຈົນໃນທີ່ສຸດ ເຈົ້າກໍຈະຕິດຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສໂດຍບໍ່ຮູ້ຕົວ. ຖ້າຄົນທີ່ກຳລັງຕິດຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສບໍ່ປ່ຽນແປງເສັ້ນທາງໃຫ້ທັນເວລາ, ແລ້ວເມື່ອພວກເຂົາໄດ້ຮັບສະຖານະ ພວກເຂົາກໍມີຄວາມເປັນໄປໄດ້ສູງທີ່ຈະກາຍເປັນຜູ້ຕໍ່ຕ້ານພຣະຄຣິສ, ຜົນຮັບນີ້ແມ່ນຫຼີກລ່ຽງບໍ່ໄດ້. ຖ້າພວກເຂົາບໍ່ສາມາດເບິ່ງເລື່ອງນີ້ໄດ້ຢ່າງຊັດເຈນ, ແລ້ວພວກເຂົາກໍກຳລັງຕົກຢູ່ໃນອັນຕະລາຍ, ເພາະທຸກຄົນລ້ວນແຕ່ມີອຸປະນິໄສທີ່ເສື່ອມຊາມ ແລະ ທຸກຄົນລ້ວນແຕ່ຮັກຊື່ສຽງ ແລະ ສະຖານະ; ຖ້າພວກເຂົາບໍ່ຮັກຄວາມຈິງ, ແລ້ວພວກເຂົາກໍມີແນວໂນ້ມສູງທີ່ຈະລົ້ມລົງຍ້ອນຊື່ສຽງ ແລະ ສະຖານະ. ຖ້າປາສະຈາກການພິພາກສາ ແລະ ການລົງທັນຂອງພຣະເຈົ້າ, ທຸກຄົນກໍຈະຕິດຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ລົ້ມລົງຍ້ອນຊື່ສຽງ ແລະ ສະຖານະ ແລະ ນີ້ຄືສິ່ງທີ່ບໍ່ມີໃຜສາມາດປະຕິເສດໄດ້. ເຈົ້າເວົ້າວ່າ “ຂ້ອຍພຽງແຕ່ມີການເປີດເຜີຍເຫຼົ່ານີ້ເປັນບາງຄັ້ງບາງຄາວ, ພວກມັນເປັນພຽງການສະແດງອອກຊົ່ວຄາວເທົ່ານັ້ນ. ເຖິງແມ່ນວ່າຂ້ອຍຈະມີແກ່ນແທ້ດຽວກັນກັບຜູ້ຕໍ່ຕ້ານພຣະຄຣິສ, ຂ້ອຍກໍຍັງແຕກຕ່າງຈາກຜູ້ຕໍ່ຕ້ານພຣະຄຣິສ ເພາະຂ້ອຍບໍ່ມີຄວາມທະເຍີທະຍານອັນຍິ່ງໃຫຍ່ຄືກັບພວກເຂົາ. ນອກຈາກນີ້, ໃນຂະນະທີ່ຂ້ອຍກຳລັງປະຕິບັດໜ້າທີ່ຂອງຂ້ອຍ, ຂ້ອຍກໍໄຕ່ຕອງກ່ຽວກັບຕົນເອງຢູ່ສະເໝີ, ຮູ້ສຶກສຳນຶກຜິດ ແລະ ສະແຫວງຫາຄວາມຈິງ ພ້ອມທັງຂ້ອຍກໍກະທຳການຕາມຫຼັກການຄວາມຈິງ. ຖ້າຕັດສິນຈາກພຶດຕິກຳຂອງຂ້ອຍ, ຂ້ອຍບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິສ ແລະ ຂ້ອຍກໍບໍ່ປາຖະໜາທີ່ຈະເປັນ, ດັ່ງນັ້ນ ຂ້ອຍຈຶ່ງບໍ່ມີທາງກາຍເປັນຜູ້ຕໍ່ຕ້ານພຣະຄຣິສໄດ້”. ຕອນນີ້ເຈົ້າອາດຈະບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິສ ແຕ່ເຈົ້າສາມາດຮັບປະກັນໄດ້ບໍວ່າເຈົ້າຈະບໍ່ຕິດຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ກາຍເປັນຜູ້ຕໍ່ຕ້ານພຣະຄຣິສ? ເຈົ້າສາມາດໃຫ້ການຮັບປະກັນແບບນັ້ນໄດ້ບໍ? ບໍ່, ເຈົ້າບໍ່ສາມາດເຮັດໄດ້. ແລ້ວເຈົ້າຈະໃຫ້ການຮັບປະກັນແບບນັ້ນໄດ້ແນວໃດ? ມີພຽງວິທີດຽວເທົ່ານັ້ນທີ່ຈະເຮັດສິ່ງນີ້ໄດ້ກໍຄືການໄລ່ຕາມຄວາມຈິງ. ແລ້ວເຈົ້າຄວນໄລ່ຕາມຄວາມຈິງແນວໃດ? ເຈົ້າມີວິທີທີ່ຈະເຮັດສິ່ງນີ້ບໍ? ກ່ອນອື່ນ ເຈົ້າຕ້ອງຍອມຮັບຂໍ້ເທັດຈິງທີ່ວ່າເຈົ້າມີອຸປະນິໄສ-ແກ່ນແທ້ດຽວກັນກັບຜູ້ຕໍ່ຕ້ານພຣະຄຣິສ. ເຖິງແມ່ນວ່າຕອນນີ້ເຈົ້າຈະບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິສ, ສຳລັບເຈົ້າແລ້ວສິ່ງທີ່ຮ້າຍແຮງເຖິງຕາຍ ແລະ ເປັນອັນຕະລາຍທີ່ສຸດແມ່ນຫຍັງ? ມັນກໍຄືການທີ່ເຈົ້າມີແກ່ນແທ້ທໍາມະຊາດດຽວກັນກັບຜູ້ຕໍ່ຕ້ານພຣະຄຣິສ. ສິ່ງນີ້ເປັນສິ່ງທີ່ດີສຳລັບເຈົ້າບໍ? (ບໍ່.) ມັນບໍ່ດີຢ່າງແນ່ນອນ. ສິ່ງນີ້ເປັນສິ່ງທີ່ຮ້າຍແຮງເຖິງຕາຍສຳລັບເຈົ້າ. ດັ່ງນັ້ນ, ໃນຂະນະທີ່ເຈົ້າກຳລັງຟັງການເທດສະໜາເຫຼົ່ານີ້ທີ່ເປີດໂປງການສະແດງອອກຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສ, ຢ່າຄິດວ່າສິ່ງເຫຼົ່ານີ້ບໍ່ມີຫຍັງກ່ຽວຂ້ອງກັບເຈົ້າ; ນີ້ຄືທັດສະນະຄະຕິທີ່ຜິດພາດ. ແລ້ວເຈົ້າຄວນມີທັດສະນະຄະຕິແບບໃດເພື່ອຍອມຮັບຂໍ້ເທັດຈິງ ແລະ ການສະແດງອອກເຫຼົ່ານີ້? ຈົ່ງປຽບທຽບຕົວເຈົ້າເອງກັບພວກເຂົາ, ຍອມຮັບວ່າເຈົ້າມີແກ່ນແທ້ທໍາມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສ ແລ້ວຈາກນັ້ນກໍກວດສອບຕົວເຈົ້າເອງເພື່ອຊອກຫາວ່າການສະແດງອອກ ແລະ ການເປີດເຜີຍໃດຂອງເຈົ້າທີ່ຄືກັນກັບຂອງຜູ້ຕໍ່ຕ້ານພຣະຄຣິສ. ກ່ອນອື່ນ ຈົ່ງຍອມຮັບຂໍ້ເທັດຈິງນີ້, ຢ່າພະຍາຍາມປິດບັງຕົວເຈົ້າເອງ ຫຼື ປົກປິດທາດແທ້ຂອງເຈົ້າໄວ້. ເສັ້ນທາງທີ່ເຈົ້າຍ່າງຄືເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ, ດັ່ງນັ້ນ ມັນຈຶ່ງສອດຄ່ອງກັບຂໍ້ເທັດຈິງທີ່ຈະເວົ້າວ່າເຈົ້າເປັນຜູ້ຕໍ່ຕ້ານພຣະຄຣິສ; ພຽງແຕ່ວ່າເຮືອນຂອງພຣະເຈົ້າຍັງບໍ່ທັນໄດ້ກຳນົດລັກສະນະຂອງເຈົ້າແບບນັ້ນ ແລະ ກຳລັງໃຫ້ໂອກາດເຈົ້າໃນການກັບໃຈ ກໍເທົ່ານັ້ນເອງ. ເຈົ້າເຂົ້າໃຈບໍ? ກ່ອນອື່ນ ຈົ່ງຍອມຮັບ ແລະ ຮັບຮູ້ຂໍ້ເທັດຈິງນີ້, ແລ້ວສິ່ງທີ່ເຈົ້າຕ້ອງເຮັດກໍຄືການມາຢູ່ຕໍ່ໜ້າພຣະເຈົ້າ ແລະ ຂໍໃຫ້ພຣະອົງລົງວິໄນເຈົ້າ ແລະ ຄວບຄຸມເຈົ້າໄວ້. ຢ່າໜີຈາກແສງສະຫວ່າງແຫ່ງການສະຖິດຢູ່ຂອງພຣະເຈົ້າ ຫຼື ໜີຈາກການປົກປ້ອງຂອງພຣະອົງ ແລະ ດ້ວຍວິທີນີ້ ເຈົ້າກໍຈະຖືກຄວບຄຸມໂດຍສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງເຈົ້າ ເມື່ອເຈົ້າເຮັດສິ່ງຕ່າງໆ ແລະ ເຈົ້າກໍຈະມີພຣະທຳຂອງພຣະເຈົ້າເພື່ອສ່ອງສະຫວ່າງແກ່ເຈົ້າ, ນຳພາເຈົ້າ ແລະ ຄວບຄຸມເຈົ້າໄວ້. ຍິ່ງໄປກວ່ານັ້ນ, ເຈົ້າຈະມີວຽກງານຂອງພຣະວິນຍານບໍລິສຸດເພື່ອຊີ້ແນະເຈົ້າ, ເພື່ອຈັດວາງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຢູ່ອ້ອມຮອບເຈົ້າໃຫ້ເປັນການຕັກເຕືອນສຳລັບເຈົ້າ ແລະ ເພື່ອລົງວິໄນເຈົ້າ. ພຣະເຈົ້າຕັກເຕືອນເຈົ້າແນວໃດ? ພຣະເຈົ້າກະທຳການໃນຫຼາຍວິທີ. ບາງຄັ້ງ ພຣະເຈົ້າຈະເຮັດໃຫ້ເຈົ້າມີຄວາມຮູ້ສຶກທີ່ຊັດເຈນໃນໃຈຂອງເຈົ້າ ເຊິ່ງຊ່ວຍໃຫ້ເຈົ້າຮັບຮູ້ຢ່າງຊັດເຈນວ່າເຈົ້າຈຳເປັນຕ້ອງຖືກຄວບຄຸມໄວ້, ເຈົ້າບໍ່ສາມາດກະທຳການຕາມອຳເພີໃຈໄດ້, ຖ້າເຈົ້າກະທຳການຜິດພາດ ແລ້ວເຈົ້າກໍຈະນຳຄວາມອັບອາຍມາສູ່ພຣະເຈົ້າ ແລະ ເຮັດໃຫ້ຕົວເຈົ້າເອງຂາຍໜ້າ, ດ້ວຍເຫດນັ້ນ ເຈົ້າຈຶ່ງຢັບຢັ້ງຕົວເຈົ້າເອງ. ນີ້ບໍ່ແມ່ນພຣະເຈົ້າກຳລັງປົກປ້ອງເຈົ້າບໍ? ນີ້ຄືວິທີການໜຶ່ງ. ບາງຄັ້ງ ພຣະເຈົ້າຈະຕຳນິເຈົ້າຢູ່ພາຍໃນຕົວເຈົ້າ ແລະ ໃຫ້ຄຳເວົ້າທີ່ຊັດເຈນແກ່ເຈົ້າ ເພື່ອບອກເຈົ້າວ່າການກະທຳແບບນັ້ນເປັນສິ່ງທີ່ໜ້າອັບອາຍ, ພຣະອົງລັງກຽດມັນ, ມັນຖືກສາບແຊ່ງ, ນັ້ນກໍຄື ພຣະອົງໃຊ້ຄຳເວົ້າທີ່ຊັດເຈນເພື່ອຕຳນິເຈົ້າ ເພື່ອໃຫ້ເຈົ້າປຽບທຽບກັບຕົວເຈົ້າເອງ. ຈຸດປະສົງຂອງພຣະເຈົ້າໃນການຕຳນິເຈົ້າດ້ວຍວິທີນີ້ແມ່ນຫຍັງ? ພຣະອົງເຮັດແບບນັ້ນເພື່ອເຮັດໃຫ້ສະຕິຮູ້ສຶກຜິດຊອບຂອງເຈົ້າຮູ້ສຶກເຖິງບາງສິ່ງບາງຢ່າງ ແລະ ເມື່ອເຈົ້າຮູ້ສຶກເຖິງບາງສິ່ງບາງຢ່າງ ເຈົ້າກໍຈະພິຈາລະນາເຖິງຜົນກະທົບ, ຜົນຕາມມາ ແລະ ຄວາມຮູ້ສຶກລະອາຍຂອງເຈົ້າເອງ ແລ້ວເຈົ້າກໍຈະຢັບຢັ້ງການກະທຳ ແລະ ການປະຕິບັດຂອງເຈົ້າ. ເມື່ອເຈົ້າມີປະສົບການແບບນີ້ຫຼາຍຄັ້ງ, ເຈົ້າກໍຈະພົບວ່າ ເຖິງແມ່ນວ່າອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້ຈະຢັ່ງຮາກເລິກຢູ່ພາຍໃນຕົວຜູ້ຄົນກໍຕາມ, ເມື່ອຜູ້ຄົນສາມາດຍອມຮັບຄວາມຈິງ ແລະ ເຫັນຄວາມຈິງກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເອງຢ່າງຊັດເຈນ, ພວກເຂົາກໍສາມາດຕັ້ງໃຈກະບົດຕໍ່ເນື້ອໜັງຂອງພວກເຂົາໄດ້; ເມື່ອຜູ້ຄົນສາມາດປະຕິບັດຄວາມຈິງໄດ້, ອຸປະນິໄສແບບຊາຕານຂອງພວກເຂົາກໍຈະຖືກເຮັດໃຫ້ບໍລິສຸດ ແລະ ຖືກປ່ຽນແປງ. ອຸປະນິໄສແບບຊາຕານຂອງມະນຸດບໍ່ແມ່ນສິ່ງທີ່ບໍ່ສາມາດທຳລາຍໄດ້ ຫຼື ບໍ່ສາມາດປ່ຽນແປງໄດ້, ເມື່ອເຈົ້າສາມາດຍອມຮັບຄວາມຈິງ ແລະ ປະຕິບັດຄວາມຈິງ, ອຸປະນິໄສແບບຊາຕານຂອງເຈົ້າກໍຈະຖືກທຳລາຍ ແລະ ຖືກແທນທີ່ຢ່າງເປັນທຳມະຊາດ. ເມື່ອເຈົ້າໄດ້ຊີມຄວາມຫວານຊື່ນໃນການປະຕິບັດຄວາມຈິງ, ເຈົ້າກໍຈະຄິດວ່າ “ກ່ອນໜ້ານີ້ຂ້ອຍຊ່າງບໍ່ຮູ້ຈັກອາຍເລີຍ. ບໍ່ວ່າຄຳເວົ້າຂອງຂ້ອຍຈະໜ້າດ້ານສໍ່າໃດ ຫຼື ຂ້ອຍຈະຍົກຍ້ອງຕົນເອງເພື່ອໃຫ້ຄົນອື່ນເຄົາລົບບູຊາຂ້ອຍແນວໃດກໍຕາມ, ຂ້ອຍກໍບໍ່ຮູ້ສຶກອາຍ ແລະ ບໍ່ມີຄວາມຮູ້ສຶກຕົວໃດໆຫຼັງຈາກນັ້ນ. ຕອນນີ້ຂ້ອຍຮູ້ສຶກວ່າການກະທຳແບບນັ້ນເປັນສິ່ງທີ່ຜິດ ແລະ ຂ້ອຍກໍຂາຍໜ້າ ພ້ອມທັງຮູ້ສຶກຄືກັບວ່າມີຫຼາຍສາຍຕາກຳລັງຈັບຈ້ອງມາທີ່ຂ້ອຍ”. ນີ້ຄືການກະທຳຂອງພຣະເຈົ້າ. ພຣະອົງໃຫ້ຄວາມຮູ້ສຶກແກ່ເຈົ້າ ແລະ ເຈົ້າກໍຈະຮູ້ສຶກຄືກັບວ່າເຈົ້າກຳລັງຕຳນິຕົວເຈົ້າເອງ ແລ້ວເຈົ້າກໍຈະບໍ່ເຮັດຄວາມຊົ່ວ ຫຼື ຍຶດຕິດກັບເສັ້ນທາງຂອງເຈົ້າເອງ. ໂດຍບໍ່ຮູ້ຕົວ, ວິທີການຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງຂອງເຈົ້າກໍໜ້ອຍລົງເລື້ອຍໆ, ເຈົ້າຢັບຢັ້ງຕົນເອງຫຼາຍຂຶ້ນເລື້ອຍໆ ແລະ ເຈົ້າຮູ້ສຶກຫຼາຍຂຶ້ນເລື້ອຍໆວ່າ ໂດຍການກະທຳແບບນີ້ ຫົວໃຈຂອງເຈົ້າກໍສະຫງົບ ແລະ ສະຕິຮູ້ສຶກຜິດຊອບຂອງເຈົ້າກໍສະຫງົບສຸກ, ນີ້ຄືການດຳລົງຊີວິດຢູ່ໃນແສງສະຫວ່າງ ແລະ ບໍ່ຈຳເປັນຕ້ອງວິຕົກກັງວົນ ຫຼື ໃຊ້ຄຳເວົ້າຕົວະ ຫຼື ຄຳເວົ້າທີ່ຟັງແລ້ວມ່ວນຫູເພື່ອປິດບັງຕົວເຈົ້າເອງອີກຕໍ່ໄປ. ໃນອະດີດ, ເຈົ້າເວົ້າຕົວະ ແລະ ປົກປິດຄຳເວົ້າຕົວະທຸກມື້ເພື່ອປົກປ້ອງຊື່ສຽງຂອງເຈົ້າ. ທຸກຄັ້ງທີ່ເຈົ້າເວົ້າຄຳຕົວະ, ເຈົ້າກໍຕ້ອງປົກປິດຄຳເວົ້າຕົວະນັ້ນ ໂດຍຢ້ານຫຼາຍວ່າຈະຖືກຈັບໄດ້. ຜົນຂອງສິ່ງນີ້ກໍຄື ເຈົ້າເວົ້າຄຳຕົວະຫຼາຍຂຶ້ນເລື້ອຍໆ ແລະ ຕໍ່ມາກໍຕ້ອງທຸ່ມເທຄວາມພະຍາຍາມຢ່າງຫຼາຍ ແລະ ຄິດຈົນປວດຫົວເພື່ອປົກປິດຄຳເວົ້າຕົວະຂອງເຈົ້າ; ເຈົ້າກຳລັງດຳລົງຊີວິດທີ່ບໍ່ຄືທັງມະນຸດ ຫຼື ຜີຮ້າຍ ແລະ ມັນກໍເມື່ອຍຫຼາຍ! ຕອນນີ້ ເຈົ້າກຳລັງສະແຫວງຫາທີ່ຈະເປັນຄົນຊື່ສັດ ແລະ ເຈົ້າສາມາດເປີດໃຈຂອງເຈົ້າ ພ້ອມທັງເວົ້າສິ່ງທີ່ເປັນຈິງໄດ້. ບໍ່ຈຳເປັນທີ່ເຈົ້າຈະຕ້ອງເວົ້າຄຳຕົວະ ແລະ ປົກປິດຄຳເວົ້າຕົວະຂອງເຈົ້າທຸກມື້, ເຈົ້າບໍ່ໄດ້ຕົກຢູ່ພາຍໃຕ້ການບີບຄັ້ນຂອງຄຳເວົ້າຕົວະອີກຕໍ່ໄປ, ເຈົ້າທົນທຸກໜ້ອຍລົງຫຼາຍ, ເຈົ້າດຳລົງຊີວິດທີ່ຜ່ອນຄາຍ, ເປັນອິດສະຫຼະ ແລະ ຖືກປົດປ່ອຍຫຼາຍຂຶ້ນເລື້ອຍໆ, ໃນສ່ວນເລິກໃນໃຈຂອງເຈົ້າ ເຈົ້າເພີດເພີນກັບຄວາມຮູ້ສຶກແຫ່ງຄວາມສະຫງົບ ແລະ ຄວາມຍິນດີ, ເຈົ້າກຳລັງໄດ້ຊີມຄວາມຫວານຊື່ນຂອງຊີວິດນີ້. ແລ້ວໃນຂະນະທີ່ເຈົ້າກຳລັງໄດ້ຊີມຄວາມຫວານຊື່ນຂອງຊີວິດນີ້, ພາຍໃນຈິດໃຈຂອງເຈົ້າກໍບໍ່ມີເລ່ລ່ຽມ, ຊົ່ວຊ້າ ຫຼື ຈອມປອມອີກຕໍ່ໄປ. ແຕ່ຕອນນີ້ເຈົ້າພັດເຕັມໃຈທີ່ຈະມາຢູ່ຕໍ່ໜ້າພຣະເຈົ້າ, ເຈົ້າອະທິຖານຕໍ່ພຣະເຈົ້າ ແລະ ສະແຫວງຫາຄວາມຈິງເມື່ອເຈົ້າມີບັນຫາ, ເຈົ້າສາມາດປຶກສາຫາລືກັບຄົນອື່ນໄດ້ເມື່ອເຈົ້າມີບັນຫາ ແລະ ເຈົ້າບໍ່ກະທຳການພຽງຝ່າຍດຽວ ຫຼື ຕາມອຳເພີໃຈອີກຕໍ່ໄປ. ເຈົ້າຮູ້ສຶກຫຼາຍຂຶ້ນເລື້ອຍໆວ່າ ວິທີທີ່ເຈົ້າເຄີຍເຮັດສິ່ງຕ່າງໆນັ້ນໜ້າລັງກຽດ ແລະ ເຈົ້າບໍ່ຕ້ອງການເຮັດສິ່ງຕ່າງໆແບບນັ້ນອີກຕໍ່ໄປ. ແຕ່ເຈົ້າພັດກະທຳການໃນວິທີໃດກໍຕາມທີ່ສອດຄ່ອງກັບຄວາມຈິງ, ກັບເຫດຜົນ ແລະ ກັບເຈດຕະນາຂອງພຣະເຈົ້າ; ວິທີທີ່ເຈົ້າກະທຳການໄດ້ປ່ຽນແປງໄປແລ້ວ. ເມື່ອເຈົ້າສາມາດບັນລຸສິ່ງເຫຼົ່ານີ້ໄດ້, ນັ້ນບໍ່ໄດ້ໝາຍຄວາມວ່າເຈົ້າໄດ້ອອກຈາກເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສແລ້ວບໍ? ແລ້ວເມື່ອເຈົ້າໄດ້ອອກຈາກເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສແລ້ວ, ນັ້ນບໍ່ໄດ້ໝາຍຄວາມວ່າເຈົ້າໄດ້ກ້າວເຂົ້າສູ່ເສັ້ນທາງແຫ່ງຄວາມລອດພົ້ນແລ້ວບໍ? ເມື່ອເຈົ້າໄດ້ກ້າວເຂົ້າສູ່ເສັ້ນທາງແຫ່ງຄວາມລອດພົ້ນ ແລະ ມັກຈະມາຢູ່ຕໍ່ໜ້າພຣະເຈົ້າ, ທັດສະນະຄະຕິ, ເຈດຕະນາ, ມຸມມອງ, ເປົ້າໝາຍໃນຊີວິດ ແລະ ທິດທາງໃນຊີວິດຂອງເຈົ້າກໍບໍ່ເປັນປໍລະປັກຕໍ່ພຣະເຈົ້າອີກຕໍ່ໄປ, ເຈົ້າເລີ່ມຮັກສິ່ງທີ່ເປັນບວກ ແລະ ເຈົ້າເລີ່ມຮັກຄວາມຍຸຕິທຳ, ຄວາມຊອບທຳ ແລະ ຄວາມຈິງ. ເມື່ອສິ່ງນີ້ເກີດຂຶ້ນ, ສ່ວນເລິກໃນໃຈ ແລະ ຄວາມຄິດຂອງເຈົ້າກໍເລີ່ມປ່ຽນແປງ. ເມື່ອເຈົ້າໄດ້ກ້າວເຂົ້າສູ່ເສັ້ນທາງແຫ່ງຄວາມລອດພົ້ນແລ້ວ, ເຈົ້າຍັງຈະສາມາດກາຍເປັນຜູ້ຕໍ່ຕ້ານພຣະຄຣິສໄດ້ອີກບໍ? ເຈົ້າຍັງຈະສາມາດຕໍ່ຕ້ານພຣະເຈົ້າໂດຍຕັ້ງໃຈໄດ້ອີກບໍ? ບໍ່, ເຈົ້າບໍ່ສາມາດເຮັດໄດ້ ແລະ ຕອນນີ້ເຈົ້າກໍພົ້ນຈາກອັນຕະລາຍແລ້ວ. ມີພຽງແຕ່ການເຂົ້າສູ່ສະພາວະນີ້ເທົ່ານັ້ນ ຜູ້ຄົນຈຶ່ງຈະຢູ່ໃນເສັ້ນທາງທີ່ຖືກຕ້ອງຂອງຄວາມເຊື່ອໃນພຣະເຈົ້າ ແລະ ມີພຽງແຕ່ການສະແຫວງຫາ ແລະ ຍອມຮັບຄວາມຈິງດ້ວຍວິທີນີ້ເທົ່ານັ້ນ ພວກເຂົາຈຶ່ງຈະສາມາດປະຖິ້ມບັນຫາ, ການຄວບຄຸມ ແລະ ການລົບກວນທີ່ເກີດຈາກທຳມະຊາດແບບຊາຕານ ແລະ ທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສຂອງພວກເຂົາໄດ້. ຕອນນີ້ເຈົ້າໄດ້ກ້າວເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນຊີວິດແຫ່ງການໄລ່ຕາມຄວາມຈິງແລ້ວບໍ? ຖ້າຍັງບໍ່ທັນໄດ້ກ້າວເຂົ້າສູ່ ກໍຈົ່ງຮີບຮ້ອນ ແລະ ພະຍາຍາມຢ່າງໜັກເພື່ອເຂົ້າສູ່ເສັ້ນທາງນັ້ນ. ຖ້າເຈົ້າບໍ່ສາມາດເຂົ້າສູ່ເສັ້ນທາງແຫ່ງການໄລ່ຕາມຄວາມຈິງໄດ້, ເຈົ້າກໍຍັງຈະດຳລົງຊີວິດຢູ່ໃນອັນຕະລາຍ, ທຸກຄົນທີ່ຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສລ້ວນແຕ່ຕົກຢູ່ໃນອັນຕະລາຍທີ່ຈະຖືກກຳຈັດໄດ້ທຸກເວລາ.
ໃນຂະນະທີ່ຄົນສ່ວນໃຫຍ່ກຳລັງປະຕິບັດໜ້າທີ່ຂອງຕົນ, ພວກເຂົາກໍກຳລັງຕໍ່ສູ້ກັບອຸປະນິໄສແບບຜູ້ຕໍ່ຕ້ານພຣະຄຣິສຂອງພວກເຂົາເອງ, ອິດເມື່ອຍຈາກການຕໍ່ສູ້ເພື່ອຊື່ສຽງ, ສະຖານະ, ເງິນ ແລະ ຜົນປະໂຫຍດ, ອິດເມື່ອຍທັງຈິດໃຈ ແລະ ຮ່າງກາຍ. ແລ້ວບັນຫານີ້ຈະສາມາດແກ້ໄຂໄດ້ເມື່ອໃດ? ມີພຽງແຕ່ການໄລ່ຕາມຄວາມຈິງ ແລະ ສາມາດຍອມຮັບຄວາມຈິງເທົ່ານັ້ນ ເຈົ້າຈຶ່ງຈະສາມາດປະຖິ້ມຄວາມບີບຄັ້ນ ແລະ ການຜູກມັດແຫ່ງແກ່ນແທ້ທໍາມະຊາດແບບຜູ້ຕໍ່ຕ້ານພຣະຄຣິສຂອງເຈົ້າໄດ້ເທື່ອລະໜ້ອຍ ແລະ ເຮັດໃຫ້ອຸປະນິໄສແບບຊາຕານຂອງເຈົ້າອ່ອນແອລົງ ແລະ ຫາຍໄປເທື່ອລະໜ້ອຍ ແລະ ດ້ວຍການເຮັດເຊັ່ນນັ້ນ ເຈົ້າກໍຈະມີຄວາມຫວັງທີ່ຈະປົດປ່ອຍຕົນເອງໃຫ້ເປັນອິດສະຫຼະຈາກອຳນາດຂອງຊາຕານ. ພວກເຈົ້າເຄີຍຮ້ອງໄຫ້ຢ່າງງຽບໆຍ້ອນສິ່ງເຫຼົ່ານີ້ ໂດຍຮູ້ສຶກວ່າພວກເຈົ້າບໍ່ມີວັນປ່ຽນແປງໄດ້, ບໍ່ມີວັນຮັກຄວາມຈິງ ແລະ ບໍ່ມີວັນຈັດການສິ່ງຕ່າງໆຕາມຫຼັກການຄວາມຈິງ ແລະ ກຽດຊັງຕົນເອງຫຼາຍຈົນພວກເຈົ້າຕົບໜ້າຕົນເອງ ແລະ ຮ້ອງໄຫ້ຢ່າງຂົມຂື່ນບໍ? ພວກເຈົ້າເຄີຍເຮັດແບບນີ້ຫຼາຍຄັ້ງບໍ? ຖ້າຄົນໃດຄົນໜຶ່ງບໍ່ໄດ້ເຮັດແບບນີ້ຫຼາຍຄັ້ງ, ນັ້ນບໍ່ໄດ້ເຮັດໃຫ້ພວກເຂົາມຶນຊາບໍ? ຄົນດັ່ງກ່າວບໍ່ມີວັນຮັບຮູ້ໄດ້ວ່າພວກເຂົາເສື່ອມຊາມ ແລະ ພວກເຂົາຍັງເຊື່ອວ່າພວກເຂົາເຮັດວຽກໄດ້ດີ, ພວກເຂົາມີຂີດຄວາມສາມາດ ແລະ ຄວາມສາມາດພິເສດ, ພວກເຂົາເຂົ້າໃຈຄວາມຈິງຫຼາຍຢ່າງ ແລະ ພວກເຂົາສາມາດຈັດການຫຼາຍສິ່ງຫຼາຍຢ່າງຕາມຫຼັກການ ໂດຍຮູ້ສຶກໝັ້ນໃຈຫຼາຍ. ຄົນດັ່ງກ່າວແມ່ນມຶນຊາ, ພວກເຂົາຄິດວ່າພວກເຂົາເກັ່ງ ແລະ ສິ່ງນີ້ກໍເປັນອັນຕະລາຍຫຼາຍສຳລັບພວກເຂົາ! ຕອນນີ້ ພວກເຈົ້າສາມາດຮັບຮູ້ໄດ້ຢ່າງແທ້ຈິງບໍວ່າ ວຸດທິພາວະຂອງພວກເຈົ້າຕ່ຳເກີນໄປ, ພວກເຈົ້າຍັງຫ່າງໄກຈາກການປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຈົ້າ ແລະ ພວກເຈົ້າຍັງຢູ່ໃນເຂດອັນຕະລາຍ? ຄົນທີ່ບໍ່ໄລ່ຕາມຄວາມຈິງຈະບໍ່ມີການຮັບຮູ້ນີ້ ແລະ ຄົນທີ່ບໍ່ມີວຽກງານຂອງພຣະວິນຍານບໍລິສຸດກໍເຊັ່ນກັນ. ຄົນສ່ວນໃຫຍ່ແມ່ນຢູ່ໃນສະພາບທີ່ງົງງວຍ ແລະ ມຶນງົງ ໂດຍຄິດວ່າ ຕາບໃດທີ່ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາຢ່າງເປັນລະບຽບ ແລະ ບໍ່ເຮັດຄວາມຊົ່ວ, ແລ້ວພວກເຂົາກໍບໍ່ໄດ້ກຳລັງຕິດຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ຕາບໃດທີ່ພວກເຂົາບໍ່ເຮັດຄວາມຊົ່ວທຸກຮູບແບບ ແລ້ວພວກເຂົາກໍບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິສ. ຍ້ອນສິ່ງນີ້, ສ່ວນໃຫຍ່ແລ້ວ ພວກເຂົາຈຶ່ງຢູ່ໃນສະພາວະທີ່ມຶນຊາ, ມັກຈະຮູ້ສຶກພໍໃຈກັບຕົນເອງ ໂດຍຄິດວ່າພວກເຂົາເກັ່ງ ແລະ ພວກເຂົາຈະໄດ້ຮັບຄວາມລອດພົ້ນໃນໄວໆນີ້ ແລະ ເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສກໍບໍ່ມີຫຍັງກ່ຽວຂ້ອງກັບພວກເຂົາ. ຄຳອະທິຖານປະຈຳວັນຂອງພວກເຈົ້າສາມາດນຳໃຊ້ເພື່ອປະເມີນວ່າ ເຈົ້າຢູ່ໃນສະພາວະນີ້ ຫຼື ບໍ່. ພວກເຈົ້າອະທິຖານຫຍັງ ເມື່ອພວກເຈົ້າມາຢູ່ຕໍ່ໜ້າພຣະເຈົ້າໃນແຕ່ລະມື້? ຖ້າໃນແຕ່ລະມື້ ເຈົ້າເວົ້າວ່າ “ໂອ ພຣະເຈົ້າ, ຂ້ານ້ອຍຮັກພຣະອົງ! ໂອ ພຣະເຈົ້າ, ຂ້ານ້ອຍເຕັມໃຈທີ່ຈະອ່ອນນ້ອມຕໍ່ພຣະອົງ! ໂອ ພຣະເຈົ້າ, ຂ້ານ້ອຍເຕັມໃຈທີ່ຈະປະຕິບັດພຣະບັນຊາທີ່ພຣະອົງໄດ້ມອບໃຫ້ຂ້ານ້ອຍໃຫ້ສຳເລັດ! ຂ້ານ້ອຍສາມາດປະຕິບັດໜ້າທີ່ຂອງຂ້ານ້ອຍຢ່າງຈົງຮັກພັກດີ ແລະ ຂ້ານ້ອຍມີຄວາມຕັ້ງໃຈທີ່ຈະຕອບສະໜອງພຣະອົງ ແລະ ຖືກເຮັດໃຫ້ສົມບູນໂດຍພຣະອົງ. ບໍ່ວ່າຂ້ານ້ອຍຈະມີການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສແບບໃດກໍຕາມ ຫຼື ຂ້ານ້ອຍຮູ້ຈັກຕົນເອງໜ້ອຍພຽງໃດກໍຕາມ, ພຣະອົງກໍຍັງຮັກຂ້ານ້ອຍ ແລະ ປາຖະໜາທີ່ຈະຊ່ວຍຂ້ານ້ອຍໃຫ້ລອດພົ້ນ”, ແລ້ວນີ້ແມ່ນການສະແດງອອກແບບໃດ? ນີ້ຄືຄວາມມຶນຊາ, ເຈົ້າສະແດງອອກພຽງແຕ່ຄວາມຕັ້ງໃຈ ແລະ ເຈົ້າບໍ່ມີຄວາມເຂົ້າໃຈກ່ຽວກັບແກ່ນແທ້ທໍາມະຊາດຂອງເຈົ້າເອງເລີຍ. ເຈົ້າຢູ່ໃນໄລຍະທີ່ກະຕືລືລົ້ນ ແລະ ເຈົ້າຍັງຫ່າງໄກຫຼາຍຈາກການມີຄວາມເປັນຈິງຄວາມຈິງ. ຕ້ອງໃຊ້ເວລາຫຼາຍປານໃດ ກວ່າພວກເຈົ້າຈະສາມາດກ່າວຄຳອະທິຖານທີ່ແທ້ຈິງໄດ້ຈັກໜຶ່ງຄັ້ງ, ເພື່ອເວົ້າສິ່ງທີ່ຢູ່ໃນໃຈຂອງພວກເຈົ້າຕໍ່ພຣະເຈົ້າ, ເພື່ອບອກພຣະອົງເຖິງສະຖານະການຕົວຈິງຂອງພວກເຈົ້າ, ເພື່ອຮູ້ສຶກເຖິງຄວາມສະຫງົບ ແລະ ຄວາມຍິນດີໃນໃຈຂອງພວກເຈົ້າ ແລະ ເພື່ອຮູ້ສຶກວ່າພວກເຈົ້າກຳລັງດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າຢ່າງແທ້ຈິງ? ບອກເຮົາມາເບິ່ງ, ຕ້ອງໃຊ້ເວລາຫຼາຍປານໃດ ກວ່າພວກເຈົ້າຈະສາມາດເຮັດສິ່ງນີ້ໄດ້ຈັກໜຶ່ງຄັ້ງ? ໜຶ່ງເດືອນ, ສອງເດືອນ, ຫົກເດືອນ ຫຼື ໜຶ່ງປີ? ຖ້າພວກເຈົ້າບໍ່ເຄີຍກ່າວຄຳອະທິຖານທີ່ແທ້ຈິງເລີຍຈັກຄັ້ງ ແລະ ພວກເຈົ້າຍັງຄົງອະທິຖານຄືກັບທີ່ຜູ້ຄົນໃນໂລກທາງສາສະໜາອະທິຖານ ໂດຍເວົ້າຢູ່ສະເໝີວ່າພວກເຈົ້າຮັກພຣະເຈົ້າ, ສະແດງຄວາມຕັ້ງໃຈຂອງພວກເຈົ້າຢູ່ສະເໝີ, ກ່າວແຕ່ຄຳເວົ້າເດີມໆຢູ່ສະເໝີ, ແລ້ວພວກເຈົ້າກໍຂາດແຄນຫຼາຍເກີນໄປ ແລະ ພວກເຈົ້າກໍບໍ່ມີຄວາມເປັນຈິງຄວາມຈິງເລີຍ. ໂດຍປົກກະຕິແລ້ວ, ຄົນທີ່ເຊື່ອໃນພຣະເຈົ້າມາເປັນເວລາສາມປີ ຫຼື ຫ້າປີຈະບໍ່ເວົ້າສິ່ງທີ່ໄຮ້ດຽງສາ ແລະ ໂງ່ຈ້າແບບນັ້ນ ເມື່ອພວກເຂົາມາຢູ່ຕໍ່ໜ້າພຣະເຈົ້າ, ເພາະວ່າພວກເຂົາໝັ້ນໃຈວ່າພວກເຂົາຈະຕິດຕາມພຣະເຈົ້າ ແລະ ພວກເຂົາກໍມີຄວາມເຊື່ອເຊັ່ນກັນ ແລະ ພວກເຂົາກໍເຂົ້າໃຈຄວາມຈິງແຫ່ງນິມິດກ່ຽວກັບວຽກງານຂອງພຣະເຈົ້າ, ເຈດຕະນາຂອງພຣະເຈົ້າ, ແຜນການຄຸ້ມຄອງຂອງພຣະເຈົ້າ ແລະ ຈຸດປະສົງໃນວຽກງານຂອງພຣະເຈົ້າຢ່າງແຈ່ມແຈ້ງແລ້ວ. ພວກເຂົາອະທິຖານເພື່ອຫຍັງເປັນສ່ວນໃຫຍ່ ເມື່ອພວກເຂົາມາຢູ່ຕໍ່ໜ້າພຣະເຈົ້າ? ສິ່ງໜຶ່ງກໍຄືການຮູ້ຈັກຕົນເອງ ແລະ ອີກສິ່ງໜຶ່ງກໍຄືການກ່າວຄຳເວົ້າທີ່ແທ້ຈິງບາງຢ່າງ: ໂອ ພຣະເຈົ້າ, ມື້ນີ້ຂ້ານ້ອຍມີຄວາມຫຍຸ້ງຍາກບາງຢ່າງ, ຂ້ານ້ອຍໄດ້ເຮັດບາງສິ່ງບາງຢ່າງທີ່ບົກຜ່ອງຕໍ່ພຣະອົງ, ຂ້ານ້ອຍມີຂໍ້ບົກຜ່ອງໃນບາງເລື່ອງ ແລະ ຂ້ານ້ອຍຂໍໃຫ້ພຣະອົງປົກປ້ອງຂ້ານ້ອຍ ແລະ ນໍາພາ, ໃຫ້ຄວາມຮູ້ແຈ້ງ ແລະ ໃຫ້ແສງເຍືອງທາງແກ່ຂ້ານ້ອຍ. ຄົນຜູ້ນີ້ເລີ່ມເວົ້າສິ່ງທີ່ຂ້ອນຂ້າງແທ້ຈິງບາງຢ່າງທີ່ກ່ຽວຂ້ອງກັບຄວາມເປັນຈິງຄວາມຈິງ ແລະ ພວກເຂົາບໍ່ເວົ້າການສະແດງອອກເຖິງຄວາມຕັ້ງໃຈ ແລະ ຄຳຂວັນເຫຼົ່ານັ້ນ ເຊິ່ງຄົນທີ່ກະຕືລືລົ້ນທີ່ຫາກໍເລີ່ມເຊື່ອມັກເວົ້າອີກຕໍ່ໄປ. ເປັນຫຍັງພວກເຂົາຈຶ່ງບໍ່ເວົ້າສິ່ງເຫຼົ່ານີ້? ພວກເຂົາຮູ້ສຶກວ່າມັນບໍ່ມີປະໂຫຍດຫຍັງທີ່ຈະເວົ້າສິ່ງດັ່ງກ່າວ, ສິ່ງດັ່ງກ່າວບໍ່ສາມາດຕອບສະໜອງຄວາມຕ້ອງການພາຍໃນຂອງພວກເຂົາສຳລັບຄວາມຈິງ ຫຼື ຄວາມຕ້ອງການຂອງພວກເຂົາສຳລັບການເຂົ້າສູ່ຊີວິດໄດ້. ບໍ່ວ່າເຈົ້າຈະເຊື່ອມາຈັກປີກໍຕາມ, ບໍ່ວ່າເຈົ້າຈະເຮັດພໍເປັນພິທີ ຫຼື ມາຢູ່ຕໍ່ໜ້າພຣະເຈົ້າດ້ວຍຄວາມຈິງໃຈ ເມື່ອອະທິຖານຕໍ່ພຣະອົງກໍຕາມ, ໃນສິບມື້ ມີຈັກມື້ທີ່ເຈົ້າກ່າວຄຳເວົ້າທີ່ວ່າງເປົ່າ ແລະ ຄຳເວົ້າຕິດປາກເຫຼົ່ານັ້ນ? ບາງຄົນອາດຈະເວົ້າວ່າມື້ໜຶ່ງ, ແລ້ວອີກເກົ້າມື້ທີ່ເຫຼືອເດ ພວກເຂົາອະທິຖານຫຍັງ? ຖ້າຄຳອະທິຖານຂອງພວກເຂົາກ່ຽວຂ້ອງກັບໜ້າທີ່ ແລະ ການເຂົ້າສູ່ຊີວິດ, ນັ້ນກໍດີແລ້ວ ແລະ ສິ່ງນີ້ກໍສະແດງໃຫ້ເຫັນວ່າ ພວກເຂົາກຳລັງແບກຮັບພາລະບາງຢ່າງຕໍ່ຄວາມຈິງ, ຕໍ່ພຣະທຳຂອງພຣະເຈົ້າ ແລະ ຕໍ່ໜ້າທີ່ຂອງພວກເຂົາເອງ ແລະ ພວກເຂົາບໍ່ມຶນຊາອີກຕໍ່ໄປ. ເຮົາໝາຍຄວາມວ່າແນວໃດທີ່ວ່າ “ພວກເຂົາບໍ່ມຶນຊາອີກຕໍ່ໄປ”? ເຮົາໝາຍຄວາມວ່າ ເມື່ອມີການກ່າວເຖິງເລື່ອງທີ່ກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມ ແລະ ສະພາວະຕ່າງໆຂອງຜູ້ຄົນ, ພວກເຂົາກໍຮູ້ສຶກເຖິງບາງສິ່ງບາງຢ່າງ ແລະ ມີການຮູ້ຈັກ ແລະ ພວກເຂົາກໍສາມາດເຂົ້າໃຈໄດ້ເຊັ່ນກັນ. ພວກເຂົາສາມາດບັນລຸຄວາມເຂົ້າໃຈ ແລະ ການຈັບໃຈຄວາມໄດ້ ແລະ ພວກເຂົາກໍເຂົ້າໃຈເລື່ອງເຫຼົ່ານີ້ ບໍ່ວ່າຈະອະທິບາຍແນວໃດກໍຕາມ ແລະ ເກືອບຈະກ້າວໄປພ້ອມກັບສິ່ງເຫຼົ່ານັ້ນ, ສິ່ງນີ້ສະແດງໃຫ້ເຫັນວ່າ ພວກເຂົາໄດ້ຮັບວຸດທິພາວະບາງຢ່າງແລ້ວ. ຄົນທີ່ມຶນຊາສະແດງການສະແດງອອກແບບໃດ? ໃນແຕ່ລະມື້ ພວກເຂົາດຳລົງຊີວິດແບບນັ້ນ, ບໍ່ພະຍາຍາມ ແລະ ບໍ່ມີຄວາມຄືບໜ້າ ແລະ ນັ້ນຄືເຫດຜົນທີ່ພວກເຂົາມັກຈະເວົ້າແຕ່ສິ່ງເດີມໆຢູ່ສະເໝີ ເມື່ອພວກເຂົາອະທິຖານຕໍ່ພຣະເຈົ້າ. ພວກເຂົາບໍ່ເຂົ້າໃຈການເຂົ້າສູ່ຊີວິດເລີຍ, ພວກເຂົາບໍ່ມີຄວາມເຂົ້າໃຈຝ່າຍວິນຍານ, ພວກເຂົາບໍ່ຮູ້ສຶກຫຍັງເລີຍ, ພວກເຂົາບໍ່ມີປະຕິກິລິຍາຫຍັງເລີຍ ບໍ່ວ່າພວກເຂົາຈະຟັງການເທດສະໜາຫຼາຍປານໃດກໍຕາມ ແລະ ບໍ່ວ່າຄວາມຈິງຈະຖືກໂອ້ລົມແນວໃດກໍຕາມ ພວກເຂົາກໍຮູ້ສຶກວ່າມັນລ້ວນແຕ່ໜ້າເບື່ອ ແລະ ມັນກໍລ້ວນແຕ່ມີຄວາມໝາຍຄືກັນ. ແລ້ວພວກເຂົາມີຫຍັງທີ່ຈະເວົ້າກັບພຣະເຈົ້າບໍ? ສິ່ງທີ່ຜູ້ຄົນຈະອະທິຖານ ແລະ ເວົ້າ ເມື່ອພວກເຂົາມາຢູ່ຕໍ່ໜ້າພຣະເຈົ້າ ແມ່ນຂຶ້ນຢູ່ກັບຄຳເວົ້າໃນໃຈຂອງພວກເຂົາທີ່ພວກເຂົາຕ້ອງການເວົ້າກັບພຣະເຈົ້າ ແລະ ພວກເຂົາຮູ້ສຶກວ່າພວກເຂົາຈຳເປັນຕ້ອງເວົ້າສິ່ງເຫຼົ່ານີ້ກັບພຣະເຈົ້າຢ່າງແນ່ນອນ. ໃນໃຈຂອງເຈົ້າ, ຢ່າງໜ້ອຍເຈົ້າຕ້ອງມີຄວາມເຂົ້າໃຈຂອງເຈົ້າກ່ຽວກັບຂໍ້ກຳນົດຂອງພຣະເຈົ້າ, ຄວາມຫຍຸ້ງຍາກທີ່ເຈົ້າຜະເຊີນ ແລະ ວິທີທີ່ເຈົ້າຄວນຕອບສະໜອງຂໍ້ກຳນົດຂອງພຣະເຈົ້າ. ຖ້າບໍ່ມີຫຍັງໃນໃຈຂອງເຈົ້າເລີຍ ແລະ ສິ່ງດຽວທີ່ເຈົ້າສາມາດເຮັດໄດ້ກໍຄືການກ່າວຄຳເວົ້າທີ່ຟັງແລ້ວມ່ວນຫູ ພ້ອມທັງຄຳຂວັນ ແລະ ຫຼັກຄຳສອນບາງຢ່າງ ແລະ ພຽງແຕ່ເຮັດພໍເປັນພິທີ, ແລ້ວນັ້ນກໍບໍ່ແມ່ນການອະທິຖານ. ຖ້າເຈົ້າໄດ້ໃຫ້ຄຳໝັ້ນສັນຍາຢ່າງໜັກແໜ້ນມາຕະຫຼອດຫຼາຍປີເຫຼົ່ານັ້ນ ແຕ່ບໍ່ໄດ້ເຮັດສິ່ງທີ່ເປັນຮູບປະທຳເລີຍ ແລະ ໃນທີ່ສຸດ ເຈົ້າກໍຍັງມີແນວໂນ້ມທີ່ຈະທໍລະຍົດພຣະເຈົ້າ, ປະຕິເສດພຣະເຈົ້າ ແລະ ຖອນຕົວອອກໄປໄດ້ທຸກເວລາ, ແລ້ວສິ່ງນີ້ກໍສະແດງໃຫ້ເຫັນວ່າເຈົ້າບໍ່ມີວຸດທິພາວະ. ຖ້າໃນຕອນນີ້ ເມື່ອພວກເຈົ້າມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ, ພວກເຈົ້າກໍສາມາດຮັກສາຄວາມສຳພັນຂອງພວກເຈົ້າກັບພຣະເຈົ້າໃຫ້ກ່ຽວຂ້ອງກັບຂໍ້ກຳນົດຂອງພຣະເຈົ້າ ແລະ ການປ່ຽນແປງອຸປະນິໄສຂອງພວກເຈົ້າເອງເປັນສ່ວນໃຫຍ່, ແລ້ວຄວາມສຳພັນຂອງເຈົ້າກັບພຣະເຈົ້າກໍຈະຖືກສ້າງຕັ້ງຂຶ້ນ, ເຈົ້າຈະບໍ່ຕິດຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ນີ້ໝາຍຄວາມວ່າເຈົ້າໄດ້ກ້າວເຂົ້າສູ່ເສັ້ນທາງທີ່ຖືກຕ້ອງແຫ່ງຄວາມເຊື່ອໃນພຣະເຈົ້າແລ້ວ.
ຕອນນີ້ ພວກເຈົ້າເຂົ້າໃຈຢ່າງແຈ່ມແຈ້ງແລ້ວບໍກ່ຽວກັບການສະແດງອອກຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສທີ່ຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງ ພ້ອມທັງຄຳນິຍາມກ່ຽວກັບທຳມະຊາດຂອງພຶດຕິກຳດັ່ງກ່າວ? ມັນມີຄວາມແຕກຕ່າງກັນບໍລະຫວ່າງການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ການສະແດງອອກແຫ່ງອຸປະນິໄສທີ່ເສື່ອມຊາມຂອງຄົນທຳມະດາ? ພວກເຈົ້າສາມາດເຮັດການປຽບທຽບໄດ້ບໍ ເມື່ອຜະເຊີນກັບບັນຫາຢ່າງແທ້ຈິງ? ພວກເຈົ້າສາມາດຖືວ່າການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສເປັນການສະແດງອອກຂອງຄົນທີ່ເສື່ອມຊາມທຳມະດາ ແລະ ຖືວ່າການສະແດງອອກຂອງຄົນທີ່ເສື່ອມຊາມທຳມະດາເປັນການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສໄດ້ບໍ? ພວກເຈົ້າຄວນແຍກແຍະລະຫວ່າງສອງສິ່ງນີ້ແນວໃດ? ການຕັດສິນອຸປະນິໄສຂອງຄົນໃດຄົນໜຶ່ງຜ່ານການສະແດງອອກ ແລະ ການເປີດເຜີຍທີ່ສະເໝີຕົ້ນສະເໝີປາຍຂອງພວກເຂົາ ແລະ ການຕັດສິນແກ່ນແທ້ຂອງພວກເຂົາຈາກອຸປະນິໄສຂອງພວກເຂົາ ແມ່ນວິທີທີ່ຖືກຕ້ອງໃນການກຳນົດລັກສະນະຂອງພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິສບໍ່ຍອມຮັບຄວາມຈິງ ຫຼື ຍົກຍ້ອງພຣະເຈົ້າ; ພວກເຂົາພຽງແຕ່ຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງ. ການສະແດງອອກນີ້ແມ່ນຊັດເຈນ ແລະ ໂດດເດັ່ນຢ່າງຍິ່ງ ແລະ ມັນຖືກຄວບຄຸມໂດຍທຳມະຊາດແບບຊາຕານຂອງພວກເຂົາຢ່າງສິ້ນເຊີງ. ເຖິງແມ່ນວ່າຄົນທຳມະດາກໍຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງເຊັ່ນກັນ, ເມື່ອເຈົ້າໂອ້ລົມກ່ຽວກັບຄວາມຈິງກັບພວກເຂົາ, ພວກເຂົາສາມາດຍອມຮັບມັນ ແລະ ຍອມຮັບວ່າພຣະເຈົ້າຄືຄວາມຈິງ ແລະ ພວກເຂົາກໍສາມາດຍອມຮັບຄວາມຈິງໄດ້, ພຽງແຕ່ການປ່ຽນແປງບໍ່ໄດ້ເກີດຂຶ້ນຢ່າງໄວວາ ຫຼື ງ່າຍດາຍສຳລັບພວກເຂົາ, ນີ້ຄືຄວາມແຕກຕ່າງລະຫວ່າງຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນທຳມະດາ. ເມື່ອເວົ້າແບບນີ້ແລ້ວ, ມັນກາຍເປັນເລື່ອງງ່າຍທີ່ຈະແຍກແຍະລະຫວ່າງພວກເຂົາບໍ? ຜູ້ຕໍ່ຕ້ານພຣະຄຣິສມີລັກສະນະສະເພາະຄື: ເມື່ອພວກເຂົາບໍ່ຮັກຄວາມຈິງ ຫຼື ປະຕິເສດຄວາມຈິງ, ພວກເຂົາປະຕິເສດມັນໂດຍກົງບໍ? (ບໍ່.) ພວກເຂົາໃຊ້ວິທີການໃດເພື່ອປະຕິເສດຄວາມຈິງ ເພື່ອໃຫ້ເຈົ້າເຫັນວ່າພວກເຂົາບໍ່ຍອມຮັບຄວາມຈິງ? ພວກເຂົາຈະໃຊ້ການເວົ້າແກ້ຕົວແບບມີເລ່ລ່ຽມເພື່ອໂຕ້ແຍ້ງເຈົ້າ ໂດຍເວົ້າວ່າສິ່ງທີ່ເຈົ້າກຳລັງໂອ້ລົມນັ້ນບໍ່ແມ່ນຄວາມຈິງ ແລະ ມີພຽງແຕ່ສິ່ງທີ່ພວກເຂົາໂອ້ລົມເທົ່ານັ້ນທີ່ເປັນຄວາມຈິງ. ຕົວຢ່າງ: ພວກເຂົາເປັນພະຍານໃຫ້ຕົນເອງ ແລະ ມີຄົນເປີດໂປງພວກເຂົາ ແລະ ຫຼັງຈາກນັ້ນ ພວກເຂົາສະແດງການສະແດງອອກແບບໃດທີ່ເຮັດໃຫ້ຄົນອື່ນສາມາດຢືນຢັນໄດ້ວ່າພວກເຂົາບໍ່ຮັກ ຫຼື ບໍ່ຍອມຮັບຄວາມຈິງ? ການເວົ້າແກ້ຕົວແບບມີເລ່ລ່ຽມ ແລະ ການພະຍາຍາມແກ້ຕົວໃຫ້ຕົນເອງແມ່ນຢ່າງໜຶ່ງ ແລະ ຍັງມີການປົກປິດຄວາມຈິງຂໍ້ເທັດຈິງ ແລະ ຄວາມຈິງຂໍ້ເທັດຈິງນັ້ນກໍຄືເຈດຕະນາຂອງພວກເຂົາ. ເຈດຕະນາຂອງພວກເຂົາຄືການເປັນພະຍານໃຫ້ຕົນເອງ ເພື່ອໃຫ້ຄົນອື່ນຍົກຍ້ອງພວກເຂົາຢ່າງສູງ. ພວກເຂົາຈະບໍ່ໃຫ້ເຈົ້າຮູ້ເຈດຕະນາຂອງພວກເຂົາ; ພວກເຂົາພຽງແຕ່ຈະເວົ້າສິ່ງທີ່ຫຼອກລວງ ແລະ ຟັງແລ້ວມ່ວນຫູ, ເວົ້າແກ້ຕົວແບບມີເລ່ລ່ຽມ, ຫຼອກລວງເຈົ້າ, ເຮັດໃຫ້ເຈົ້າສັບສົນ, ເພື່ອວ່າໃນທີ່ສຸດ ເຈົ້າຈະເວົ້າວ່າພວກເຂົາບໍ່ໄດ້ກຳລັງເປັນພະຍານໃຫ້ຕົນເອງ, ແລ້ວພວກເຂົາກໍຈະບັນລຸເປົ້າໝາຍຂອງພວກເຂົາ. ພວກເຂົາເວົ້າສິ່ງທີ່ຫຼອກລວງ ແລະ ຟັງແລ້ວມ່ວນຫູ, ເວົ້າແກ້ຕົວແບບມີເລ່ລ່ຽມ, ຫຼອກລວງຜູ້ຄົນ, ພວກເຂົາບໍ່ຍອມຮັບວ່າພວກເຂົາກຳລັງເປັນພະຍານໃຫ້ຕົນເອງ, ພວກເຂົາບໍ່ຍອມຮັບການທີ່ເຈົ້າເປີດໂປງພວກເຂົາ, ພວກເຂົາບໍ່ຍອມຮັບຄຳຕຳນິຂອງເຈົ້າ, ຍິ່ງບໍ່ຕ້ອງເວົ້າເຖິງການທີ່ພວກເຂົາຈະຍອມຮັບການກຳນົດລັກສະນະທີ່ເປັນຂໍ້ເທັດຈິງນີ້. ພວກເຂົາບໍ່ຍອມຮັບສິ່ງນີ້ເລີຍ ແລະ ເຖິງກັບຫາຂໍ້ອ້າງ ໂດຍເວົ້າວ່າ “ນັ້ນບໍ່ແມ່ນຂ້ອຍກຳລັງເປັນພະຍານໃຫ້ຕົນເອງ. ມັນມີເຫດຜົນ ແລະ ບໍລິບົດທີ່ຂ້ອຍເວົ້າແບບນັ້ນ. ການເວົ້າສິ່ງທີ່ບໍ່ເໝາະສົມສອງສາມຢ່າງໃນສະຖານະການນັ້ນແມ່ນເປັນເລື່ອງປົກກະຕິຢ່າງສິ້ນເຊີງ ແລະ ບໍ່ແມ່ນບັນຫາ. ມັນສາມາດຖືວ່າເປັນການເປັນພະຍານໃຫ້ຕົນເອງໄດ້ບໍ? ຍິ່ງໄປກວ່ານັ້ນ, ຂ້ອຍໄດ້ເຮັດວຽກທັງໝົດນີ້ ແລະ ເຖິງແມ່ນວ່າຂ້ອຍຈະບໍ່ໄດ້ບັນລຸຜົນສຳເລັດຫຍັງເລີຍ ຂ້ອຍກໍໄດ້ອົດທົນກັບຄວາມລຳບາກ. ມັນບໍ່ແມ່ນເລື່ອງໃຫຍ່ຫຍັງ ຖ້າມີບາງຄົນຍົກຍ້ອງຂ້ອຍຢ່າງສູງ ແລະ ເຄົາລົບບູຊາຂ້ອຍ”. ພວກເຂົາບໍ່ຄິດວ່າພຶດຕິກຳທີ່ໜ້າອັບອາຍດັ່ງກ່າວ, ການກະທຳທີ່ໜ້າລັງກຽດດັ່ງກ່າວ ເປັນເລື່ອງໃຫຍ່, ນີ້ແມ່ນທັດສະນະຄະຕິຂອງການຍອມຮັບຄວາມຈິງບໍ? ພວກເຂົາບໍ່ຮູ້ສຶກລະອາຍໃຈຍ້ອນການກະທຳທີ່ຊົ່ວຮ້າຍເຫຼົ່ານີ້ ແລະ ເຖິງກັບຄິດວ່າຕົນເອງເກັ່ງ, ນີ້ຄືແກ່ນແທ້ຂອງຄົນຊົ່ວຮ້າຍ. ຜູ້ຕໍ່ຕ້ານພຣະຄຣິສເຊື່ອວ່າການຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງນັ້ນເໝາະສົມຢ່າງສິ້ນເຊີງ ແລະ ເປັນສິ່ງທີ່ພວກເຂົາຄວນເຮັດ. ພວກເຂົາຄິດວ່າ “ຂ້ອຍເຮັດມັນກໍເພາະວ່າຂ້ອຍມີຄວາມສາມາດນີ້, ຄົນອື່ນຄູ່ຄວນທີ່ຈະເຮັດມັນບໍ? ຂ້ອຍໄດ້ຮັບການສະໜັບສະໜູນຈາກທຸກຄົນ, ຂ້ອຍໄດ້ທຸ່ມເທຄວາມພະຍາຍາມຢ່າງຫຼວງຫຼາຍໃນການເຮັດວຽກງານຂອງຄຣິສຕະຈັກ, ຂ້ອຍໄດ້ສ້າງການປະກອບສ່ວນອັນຍິ່ງໃຫຍ່ໃຫ້ເຮືອນຂອງພຣະເຈົ້າ ແລະ ແບກຮັບຄວາມສ່ຽງຫຼາຍຂະໜາດນີ້! ມັນຍຸຕິທຳບໍ ຖ້າເຈົ້າບໍ່ໃຫ້ລາງວັນ ແລະ ບໍ່ໃຫ້ຜົນປະໂຫຍດຫຍັງແກ່ຂ້ອຍ? ພຣະເຈົ້າບໍ່ຊອບທຳບໍ? ພຣະອົງບໍ່ຕອບແທນແຕ່ລະຄົນຕາມການກະທຳຂອງພວກເຂົາບໍ? ຖ້າເປັນແນວນັ້ນ, ຂ້ອຍບໍ່ສົມຄວນໄດ້ຮັບການສະໜັບສະໜູນຈາກທຸກຄົນຍ້ອນການສ້າງການປະກອບສ່ວນທັງໝົດນີ້ ແລະ ການແບກຮັບຄວາມສ່ຽງທັງໝົດນີ້ບໍ?” ພວກເຂົາຄິດວ່າພວກເຂົາຕ້ອງໄດ້ຮັບບາງສິ່ງບາງຢ່າງເປັນການຕອບແທນສຳລັບການປະຕິບັດໜ້າທີ່ຂອງພວກເຂົາ ແລະ ລາງວັນຂັ້ນຕໍ່າສຸດກໍຄວນເປັນການສະໜັບສະໜູນຈາກທຸກຄົນ ແລະ ການສາມາດເພີດເພີນກັບຄວາມຈົງຮັກພັກດີ, ກຽດຕິຍົດ ແລະ ຜົນປະໂຫຍດທີ່ພວກເຂົາສົມຄວນໄດ້ຮັບ. ນີ້ແມ່ນທັດສະນະຄະຕິຂອງການຍອມຮັບຄວາມຈິງບໍ? (ບໍ່.) ແລ້ວຄວາມຈິງຢູ່ນີ້ແມ່ນຫຍັງ? ຕົວຢ່າງ: ເຈົ້າເວົ້າກັບພວກເຂົາວ່າ “ບໍ່ວ່າພວກເຂົາຈະທົນທຸກຫຼາຍປານໃດກໍຕາມ, ຜູ້ຄົນກໍລ້ວນແຕ່ເປັນສິ່ງທີ່ຖືກສ້າງ ແລະ ພວກເຂົາຄວນທົນທຸກເພາະພວກເຂົາມີອຸປະນິໄສທີ່ເສື່ອມຊາມ. ການທົນທຸກໃນຂະນະທີ່ປະຕິບັດໜ້າທີ່ຂອງຕົນເປັນພຽງວິທີໜຶ່ງທີ່ຜູ້ຄົນທົນທຸກ. ບໍ່ວ່າພວກເຮົາຈະມີຄວາມສາມາດຫຼາຍປານໃດ ຫຼື ມີພອນສະຫວັນຫຍັງກໍຕາມ, ພວກເຮົາກໍບໍ່ຄວນຄາດຫວັງລາງວັນໃດໆ ຫຼື ພະຍາຍາມເຮັດຂໍ້ຕົກລົງກັບພຣະເຈົ້າ”. ນີ້ບໍ່ແມ່ນຄວາມຈິງບໍ? ນີ້ຄືຄວາມຈິງທີ່ເປັນພື້ນຖານທີ່ສຸດທີ່ສິ່ງທີ່ຖືກສ້າງຄວນເຂົ້າໃຈ. ເຖິງຢ່າງໃດກໍຕາມ, ຄວາມຈິງນີ້ສາມາດພົບເຫັນໄດ້ໃນປັດຊະຍາການດໍາລົງຊີວິດທາງໂລກຂອງພວກເຂົາ ພ້ອມທັງໃນຄວາມຄິດ ແລະ ມຸມມອງຂອງພວກເຂົາບໍ? (ບໍ່.) ພວກເຂົາຍອມຮັບຄວາມຈິງນີ້ບໍ ເມື່ອພວກເຂົາໄດ້ຍິນມັນ? ບໍ່, ພວກເຂົາບໍ່ຍອມຮັບ. ທັດສະນະຄະຕິຂອງພວກເຂົາແມ່ນຫຍັງ? ພວກເຂົາເຊື່ອວ່າການຢູ່ໃນເຮືອນຂອງພຣະເຈົ້າກໍຄືກັບການຢູ່ໃນໂລກ, ພວກເຂົາຕ້ອງໄດ້ຮັບລາງວັນຕາມແຮງງານຂອງພວກເຂົາ, ພວກເຂົາຕ້ອງໄດ້ຮັບບາງສິ່ງບາງຢ່າງສຳລັບການປະຕິບັດໜ້າທີ່ຂອງພວກເຂົາ ແລະ ຖ້າພວກເຂົາແບກຮັບຄວາມສ່ຽງບາງຢ່າງ ແລ້ວພວກເຂົາກໍຄວນໄດ້ຮັບຜົນປະໂຫຍດ ແລະ ພຣະຄຸນທີ່ພວກເຂົາສົມຄວນໄດ້ຮັບ. ການປະຕິບັດໜ້າທີ່ຂອງຕົນແມ່ນຄວາມຮັບຜິດຊອບ ແລະ ພັນທະຂອງທຸກຄົນ ແລະ ຄ່າຕອບແທນບໍ່ໄດ້ກ່ຽວຂ້ອງກັບເລື່ອງນີ້. ຜູ້ຕໍ່ຕ້ານພຣະຄຣິສຍອມຮັບຄວາມຈິງນີ້ບໍ? ທັດສະນະຄະຕິຂອງພວກເຂົາແມ່ນຫຍັງ? ພວກເຂົາດູຖູກ ແລະ ຕໍ່ຕ້ານ ໂດຍເວົ້າວ່າ “ພວກເຈົ້າຄົນໂງ່, ພວກເຈົ້າເຖິງກັບຍອມຮັບສິ່ງນີ້! ນັ້ນແມ່ນຄວາມຈິງບໍ? ນັ້ນບໍ່ແມ່ນຄວາມຈິງ, ນັ້ນເປັນພຽງການຫຼອກລວງຜູ້ຄົນ. ຄວາມຍຸຕິທຳ ແລະ ຄວາມສະເໝີພາບໃນທ່າມກາງຜູ້ຄົນ, ນັ້ນແຫຼະຄືຄວາມຈິງ!” ນີ້ແມ່ນຄຳເວົ້າປະເພດໃດ? ນີ້ຄືເຫດຜົນ ພ້ອມທັງຄຳສອນທີ່ຊົ່ວຮ້າຍ ແລະ ແນວຄິດທີ່ຫຼອກລວງຂອງຊາຕານ. ແລ້ວພວກເຂົາສາມາດເຮັດໃຫ້ຜູ້ທີ່ບໍ່ເຂົ້າໃຈຄວາມຈິງຫຼົງຜິດໄດ້ບໍ? ພວກເຂົາສາມາດເຮັດໃຫ້ຄົນເຫຼົ່ານັ້ນຫຼົງຜິດໄດ້ຢ່າງງ່າຍດາຍ! ບາງຄົນອ່ອນແອ, ພວກເຂົາບໍ່ເຂົ້າໃຈຄວາມຈິງທີ່ກ່ຽວຂ້ອງກັບການປະຕິບັດໜ້າທີ່ຂອງຕົນ ບວກກັບພວກເຂົາຂາດຂີດຄວາມສາມາດ ແລະ ຄວາມສາມາດໃນການຈັບໃຈຄວາມ ແລະ ພວກເຂົາບໍ່ມີຄວາມເຊື່ອຫຼາຍປານໃດ ແລະ ເມື່ອພວກເຂົາໄດ້ຍິນສິ່ງດັ່ງກ່າວ ພວກເຂົາກໍຮູ້ສຶກວ່າມັນມີເຫດຜົນຢ່າງສົມບູນ ແລະ ພວກເຂົາຄິດວ່າ “ແມ່ນແທ້ໆ. ຂ້ອຍຈະໂງ່ຂະໜາດນັ້ນໄດ້ແນວໃດ? ໃນທີ່ສຸດ ມື້ນີ້ຂ້ອຍກໍໄດ້ພົບກັບຄົນທີ່ເຂົ້າໃຈແລ້ວ. ສິ່ງທີ່ພວກເຂົາເວົ້ານັ້ນຖືກຕ້ອງ!” ຄົນເຫຼົ່ານີ້ພຽງແຕ່ຟັງ ແລະ ຍອມຮັບສິ່ງທີ່ຟັງເບິ່ງຄືວ່າມີເຫດຜົນ ແລະ ສອດຄ່ອງກັບຄວາມຄິດຫຼົງຜິດຂອງພວກເຂົາ; ພວກເຂົາບໍ່ໄດ້ປະຕິບັດຕໍ່ພຣະທຳຂອງພຣະເຈົ້າຕາມຫຼັກການທີ່ວ່າພຣະທຳຂອງພຣະເຈົ້າຄືຄວາມຈິງ. ບໍ່ວ່າພຣະທຳຂອງພຣະເຈົ້າຈະສອດຄ່ອງກັບຄວາມຮູ້ສຶກຂອງຜູ້ຄົນ, ກັບຄວາມຄິດ ແລະ ເຫດຜົນຂອງຜູ້ຄົນ, ກັບຮີດຄອງປະເພນີ ແລະ ນິໄສຂອງຜູ້ຄົນ ຫຼື ວັດທະນະທຳດັ້ງເດີມຂອງຜູ້ຄົນ ຫຼື ບໍ່ກໍຕາມ, ພຣະທຳຂອງພຣະເຈົ້າແມ່ນຄຳຕັດສິນຂັ້ນສຸດທ້າຍ ແລະ ທຸກໆຖ້ອຍຄຳຂອງພຣະທຳເຫຼົ່ານັ້ນ ຕັ້ງແຕ່ຕົ້ນຈົນຈົບ ແມ່ນຄວາມຈິງ. ພຣະທຳຂອງພຣະເຈົ້າບໍ່ຕ້ອງການໃຫ້ຜູ້ໃດມາຕັ້ງຄຳຖາມ ຫຼື ວິເຄາະພຣະທຳເຫຼົ່ານັ້ນ ແລະ ບໍ່ວ່າມວນມະນຸດທັງປວງຈະເຊື່ອວ່າພຣະທຳເຫຼົ່ານັ້ນຖືກ ຫຼື ຜິດກໍຕາມ ຫຼື ບໍ່ວ່າຜູ້ໃດຈະສາມາດຍອມຮັບພຣະທຳເຫຼົ່ານັ້ນໄດ້ ຫຼື ບໍ່ກໍຕາມ, ພຣະທຳຂອງພຣະເຈົ້າກໍເປັນຄວາມຈິງຕະຫຼອດໄປ. ພຣະທຳຂອງພຣະເຈົ້າບໍ່ຈຳເປັນຕ້ອງຜ່ານການທົດສອບຂອງການເວລາ ແລະ ບໍ່ຈຳເປັນຕ້ອງໃຫ້ມວນມະນຸດມາກວດສອບພຣະທຳເຫຼົ່ານັ້ນຜ່ານປະສົບການ, ພຣະທຳຂອງພຣະເຈົ້າຄືຄວາມຈິງ. ນີ້ຄືສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສຄິດບໍ? ພວກເຂົາຄິດວ່າ “ພຣະເຈົ້າຕ້ອງມີເຫດຜົນ! ຄວາມຊອບທຳຂອງພຣະເຈົ້າໝາຍຄວາມວ່າແນວໃດ? ມັນບໍ່ແມ່ນວ່າຜູ້ທີ່ທົນທຸກຫຼາຍ ແລະ ມີຄວາມສາມາດສູງຈະໄດ້ຮັບລາງວັນອັນຍິ່ງໃຫຍ່ ແລະ ຜູ້ທີ່ທົນທຸກໜ້ອຍ, ຜູ້ທີ່ບໍ່ມີຄວາມສາມາດຫຼາຍ ແລະ ຜູ້ທີ່ບໍ່ໄດ້ສ້າງການປະກອບສ່ວນຫຍັງຈະໄດ້ຮັບລາງວັນໜ້ອຍບໍ?” ພຣະເຈົ້າກ່າວແບບນີ້ບໍ? (ບໍ່.) ພຣະເຈົ້າບໍ່ໄດ້ກ່າວແບບນີ້. ພຣະເຈົ້າກ່າວວ່າແນວໃດ? ພຣະເຈົ້າກ່າວວ່າການປະຕິບັດໜ້າທີ່ຂອງຕົນແມ່ນໜ້າທີ່ອັນສັກສິດຂອງທຸກຄົນ, ການປະຕິບັດໜ້າທີ່ຂອງຕົນມາພ້ອມກັບຫຼັກການຂອງມັນເອງ, ທຸກຄົນຄວນປະຕິບັດໜ້າທີ່ຂອງພວກເຂົາໃຫ້ສອດຄ່ອງກັບຫຼັກການຄວາມຈິງ ແລະ ນີ້ຄືສິ່ງທີ່ສິ່ງທີ່ຖືກສ້າງຄວນເຮັດ. ມັນມີການກ່າວເຖິງຄ່າຕອບແທນຢູ່ນີ້ບໍ? ມັນມີການກ່າວເຖິງລາງວັນບໍ? (ບໍ່.) ມັນບໍ່ມີການກ່າວເຖິງຄ່າຕອບແທນ ຫຼື ລາງວັນ, ມັນເປັນພັນທະ. ຄຳວ່າ “ພັນທະ” ໝາຍຄວາມວ່າແນວໃດ? ພັນທະແມ່ນສິ່ງທີ່ຜູ້ຄົນຄວນເຮັດ, ເປັນສິ່ງທີ່ການໄດ້ຮັບລາງວັນຕາມແຮງງານຂອງຕົນບໍ່ສາມາດນຳມາໃຊ້ໄດ້. ພຣະເຈົ້າບໍ່ເຄີຍກຳນົດວ່າຜູ້ທີ່ປະຕິບັດໜ້າທີ່ຂອງພວກເຂົາຫຼາຍຄວນໄດ້ຮັບລາງວັນອັນຍິ່ງໃຫຍ່ ແລະ ຜູ້ທີ່ປະຕິບັດໜ້າທີ່ຂອງພວກເຂົາໜ້ອຍ ຫຼື ປະຕິບັດໃນວິທີທີ່ບໍ່ດີຄວນໄດ້ຮັບລາງວັນໜ້ອຍ, ພຣະເຈົ້າບໍ່ເຄີຍກ່າວສິ່ງດັ່ງກ່າວ. ແລ້ວພຣະທຳຂອງພຣະເຈົ້າກ່າວວ່າແນວໃດ? ພຣະເຈົ້າກ່າວວ່າການປະຕິບັດໜ້າທີ່ຂອງຕົນແມ່ນໜ້າທີ່ອັນສັກສິດຂອງທຸກຄົນ ແລະ ມັນເປັນສິ່ງທີ່ສິ່ງທີ່ຖືກສ້າງຄວນເຮັດ, ນີ້ຄືຄວາມຈິງ. ນີ້ຄືວິທີທີ່ຜູ້ຕໍ່ຕ້ານພຣະຄຣິສເຂົ້າໃຈມັນບໍ? ພວກເຂົາປະຕິບັດຕໍ່ພຣະທຳເຫຼົ່ານີ້ຂອງພຣະເຈົ້າແນວໃດ? ພວກເຂົາຈະປະຕິບັດຕໍ່ພຣະທຳເຫຼົ່ານັ້ນໃນວິທີທີ່ແຕກຕ່າງອອກໄປ. ຈາກມຸມມອງຜົນປະໂຫຍດຂອງພວກເຂົາເອງ, ພວກເຂົາຈະມີການຕີຄວາມໝາຍພຣະທຳຂອງພຣະເຈົ້າທີ່ບິດເບືອນ. ເວົ້າໃຫ້ຊັດເຈນກໍຄື ສິ່ງທີ່ພວກເຂົາເຮັດແມ່ນການບິດເບືອນພຣະທຳຂອງພຣະເຈົ້າ ໂດຍໃຊ້ວິທີການ ແລະ ຄວາມເຂົ້າໃຈຂອງພວກເຂົາເອງເພື່ອປ່ຽນພຣະທຳ ແລະ ຄວາມຈິງຂອງພຣະເຈົ້າໃຫ້ກາຍເປັນການຕີຄວາມໝາຍອີກແບບໜຶ່ງ. ແລ້ວທຳມະຊາດຂອງການຕີຄວາມໝາຍດັ່ງກ່າວແມ່ນຫຍັງ? ມັນເປັນປະໂຫຍດຕໍ່ພວກເຂົາ, ມັນສາມາດເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ມັນສາມາດຍຸຍົງ ແລະ ລໍ້ລວງຜູ້ຄົນໄດ້. ພວກເຂົາປ່ຽນພຣະທຳຂອງພຣະເຈົ້າໃຫ້ກາຍເປັນວິທີການເວົ້າຂອງພວກເຂົາ, ຄືກັບວ່າພຣະທຳເຫຼົ່ານັ້ນເປັນຄວາມຈິງທີ່ພວກເຂົາກຳລັງສະແດງອອກ ແລະ ຫຼັງຈາກທີ່ພຣະເຈົ້າໄດ້ກ່າວບາງສິ່ງບາງຢ່າງແລ້ວ ພວກເຂົາກໍຕ້ອງປ່ຽນວິທີທີ່ພຣະເຈົ້າກ່າວ ແລະ ຫຼັກການແຫ່ງພຣະທຳຂອງພຣະເຈົ້າໃຫ້ກາຍເປັນວິທີການຂອງພວກເຂົາເອງ. ມັນຍັງຄົງເປັນຄວາມຈິງຢູ່ບໍ ຫຼັງຈາກທີ່ພວກເຂົາໄດ້ປ່ຽນມັນໃຫ້ກາຍເປັນວິທີການຂອງພວກເຂົາເອງ? ບໍ່, ມັນບໍ່ແມ່ນ, ມັນເປັນແນວຄິດທີ່ຫຼອກລວງ ແລະ ຄຳສອນທີ່ຊົ່ວຮ້າຍ. ພວກເຈົ້າສາມາດແຍກແຍະເລື່ອງນີ້ໄດ້ບໍ? (ໄດ້, ໃນລະດັບໜຶ່ງ.) ຫຼັງຈາກທີ່ໄດ້ຟັງການເທດສະໜາມາຫຼາຍ, ບາງຄົນກໍໄດ້ຮັບຄວາມສາມາດໃນການແຍກແຍະບາງຢ່າງ. ແລ້ວແກ່ນແທ້ຂອງການຕໍ່ຕ້ານ ແລະ ການປະຕິເສດຄວາມຈິງຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງ? (ມັນຄືການບິດເບືອນ ແລະ ການມີການຕີຄວາມໝາຍພຣະທຳຂອງພຣະເຈົ້າທີ່ບິດເບືອນ.) ແລ້ວເຈດຕະນາຂອງພວກເຂົາໃນການບິດເບືອນ ແລະ ການມີການຕີຄວາມໝາຍພຣະທຳຂອງພຣະເຈົ້າທີ່ບິດເບືອນແມ່ນຫຍັງ? ມັນກໍເພື່ອໃຫ້ຜູ້ຄົນບໍ່ຍອມຮັບຄວາມຈິງ ແລະ ຫັນໄປຍອມຮັບແນວຄິດທີ່ຫຼອກລວງ ແລະ ຄຳສອນທີ່ຊົ່ວຮ້າຍຂອງພວກເຂົາແທນ. ພວກເຂົາບິດເບືອນຄວາມຈິງຕາມຄວາມຄິດ ແລະ ເຫດຜົນຂອງພວກເຂົາ, ຜົນປະໂຫຍດ ແລະ ມຸມມອງຂອງພວກເຂົາ ແລະ ຄວາມຄິດຫຼົງຜິດຂອງພວກເຂົາ. ຈາກນັ້ນ ສິ່ງນີ້ກໍເປັນປະໂຫຍດຕໍ່ພວກເຂົາ ແລະ ພວກເຂົາຍັງສາມາດຍຸຍົງ ແລະ ເຮັດໃຫ້ບາງຄົນທີ່ໂງ່ຈ້າ ແລະ ເບົາປັນຍາ ແລະ ຜູ້ທີ່ບໍ່ເຂົ້າໃຈຄວາມຈິງຫຼົງຜິດໄດ້. ຄຳເວົ້າຂອງພວກເຂົາອາດຈະເບິ່ງຄືວ່າຖືກຕ້ອງສຳລັບເຈົ້າ ເມື່ອເຈົ້າໄດ້ຍິນເປັນຄັ້ງທຳອິດ, ແຕ່ຖ້າເຈົ້າວິເຄາະພວກມັນຢ່າງລະມັດລະວັງ, ເຈົ້າກໍຈະພົບຄວາມທະເຍີທະຍານ ແລະ ແຜນການຂອງຊາຕານທີ່ແອບແຝງຢູ່ພາຍໃນພວກມັນ. ຈຸດປະສົງຂອງຄວາມທະເຍີທະຍານ ແລະ ແຜນການຂອງພວກເຂົາແມ່ນຫຍັງ? ຈຸດປະສົງຂອງພວກເຂົາຄືການສ້າງຜົນປະໂຫຍດໃຫ້ຕົນເອງ, ເພື່ອເຮັດໃຫ້ວິທີການເຮັດສິ່ງຕ່າງໆ ແລະ ພຶດຕິກຳຂອງພວກເຂົາເອງມີເຫດຜົນ, ເພື່ອເຮັດໃຫ້ຜູ້ຄົນມີການປະເມີນທີ່ດີກ່ຽວກັບພວກເຂົາ, ເພື່ອປ່ຽນພຶດຕິກຳທີ່ບໍ່ດີ ແລະ ຊົ່ວຮ້າຍຂອງພວກເຂົາໃຫ້ກາຍເປັນພຶດຕິກຳ ແລະ ວິທີການເຮັດສິ່ງຕ່າງໆທີ່ເໝາະສົມ ເຊິ່ງສອດຄ່ອງກັບຄວາມຈິງ. ດ້ວຍວິທີນີ້, ພວກເຂົາເຊື່ອວ່າຜູ້ຄົນຈະບໍ່ປະຕິເສດພວກເຂົາ ແລະ ພຣະເຈົ້າຈະບໍ່ກ່າວໂທດພວກເຂົາ. ພວກເຂົາອາດຈະສາມາດເຮັດໃຫ້ຄົນອື່ນຫຼົງຜິດ ເພື່ອໃຫ້ຜູ້ຄົນບໍ່ປະຕິເສດພວກເຂົາ, ແຕ່ພວກເຂົາສາມາດເຮັດໃຫ້ພຣະເຈົ້າບໍ່ກ່າວໂທດພວກເຂົາໄດ້ບໍ? ມະນຸດສາມາດປ່ຽນແປງແກ່ນແທ້ຂອງພຣະເຈົ້າໄດ້ບໍ? (ບໍ່.) ນີ້ຄືຈຸດທີ່ຜູ້ຕໍ່ຕ້ານພຣະຄຣິສໂງ່ຈ້າທີ່ສຸດ. ພວກເຂົາຕ້ອງການໃຊ້ຄຳເວົ້າທີ່ຫວ່ານລ້ອມ ແລະ “ສະໝອງທີ່ສະຫຼາດ” ຂອງພວກເຂົາເພື່ອຄິດຫາແນວຄິດທີ່ຫຼອກລວງ ແລະ ຄຳສອນທີ່ຊົ່ວຮ້າຍບາງຢ່າງເພື່ອບິດເບືອນຄວາມຈິງ ເພື່ອໃຫ້ຄຳເວົ້າຂອງພວກເຂົາສາມາດມີເຫດຜົນ ແລະ ດ້ວຍເຫດນັ້ນຈຶ່ງປະຕິເສດພຣະຄຳຂອງພຣະເຈົ້າ ແລະ ປະຕິເສດການມີຢູ່ຂອງຄວາມຈິງ, ນີ້ບໍ່ແມ່ນພວກເຂົາກຳລັງຄິດຜິດບໍ? ພວກເຂົາສາມາດບັນລຸເປົ້າໝາຍຂອງພວກເຂົາໄດ້ບໍ? (ບໍ່.) ບາງຄົນຖາມວ່າ ຈະສາມາດເຮັດຫຍັງໄດ້ແດ່ ເມື່ອຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ບາງຄົນຫຼົງຜິດ. ຖ້າຄົນດັ່ງກ່າວຖືກເຮັດໃຫ້ຫຼົງຜິດຢ່າງແທ້ຈິງ ແລະ ບໍ່ສາມາດປ່ຽນແປງເສັ້ນທາງໄດ້, ແລ້ວສິ່ງນີ້ກໍໝາຍຄວາມວ່າພວກເຂົາຖືກເປີດເຜີຍ ແລະ ຖືກກຳຈັດ ແລະ ມັນກໍສົມຄວນແລ້ວ. ນີ້ຄືການທີ່ພວກເຂົາຖືກກຳນົດໃຫ້ພິນາດ ແລະ ບໍ່ສາມາດຫຼົບໜີໄດ້; ພວກເຂົາຖືກກຳນົດໃຫ້ຕາຍ ແລະ ພຣະເຈົ້າບໍ່ເຄີຍວາງແຜນທີ່ຈະຊ່ວຍຄົນແບບພວກເຂົາໃຫ້ລອດພົ້ນ. ພວກເຂົາເຂົ້າມາໃນຄຣິສຕະຈັກພາຍໃຕ້ຂໍ້ອ້າງທີ່ຫຼອກລວງ ແລະ ອອກເຫື່ອແຮງບາງຢ່າງ ແລະ ເພີດເພີນກັບພຣະຄຸນບາງຢ່າງ ແລະ ເມື່ອພຣະເຈົ້າບໍ່ຕ້ອງການພວກເຂົາອີກຕໍ່ໄປ, ພຣະອົງກໍມອບພວກເຂົາໃຫ້ຊາຕານ. ມັນບັງເອີນທີ່ພວກເຂົາໄດ້ຍິນຄຳສອນທີ່ຊົ່ວຮ້າຍ ແລະ ແນວຄິດທີ່ຫຼອກລວງ ແລະ ເມື່ອໄດ້ຍິນມັນ ພວກເຂົາກໍຕົບມື ແລະ ໃຫ້ການອະນຸມັດຂອງພວກເຂົາ ແລະ ຈາກນັ້ນພວກເຂົາກໍອອກໄປຕິດຕາມຊາຕານ. ນີ້ແມ່ນຫຍັງ? ນີ້ຄືການໃຊ້ຊາຕານເພື່ອຮັບໃຊ້. ມີຂໍ້ພຣະຄຳພີໃນໜັງສືນິມິດທີ່ກ່າວວ່າ “ຄົນທີ່ບໍ່ຊອບທຳ ກໍ່ປ່ອຍໃຫ້ເຂົາບໍ່ຊອບທຳຕໍ່ໄປ: ແລະ ຄົນທີ່ສົກກະປົກ ກໍ່ປ່ອຍໃຫ້ເຂົາສົກກະປົກຕໍ່ໄປ: ແລະ ຄົນທີ່ຊອບທຳ ກໍ່ປ່ອຍໃຫ້ເຂົາຊອບທຳຕໍ່ໄປ: ແລະ ຄົນທີ່ບໍລິສຸດ ກໍ່ປ່ອຍໃຫ້ເຂົາບໍລິສຸດຕໍ່ໄປ” (ພຣະນິມິດ 22:11). ສິ່ງນີ້ໝາຍເຖິງການທີ່ຜູ້ຄົນຖືກຈັດຕາມປະເພດຂອງພວກເຂົາເອງ. ເມື່ອເວົ້າເຖິງຄົນເຫຼົ່ານັ້ນທີ່ຕິດຕາມຜູ້ຕໍ່ຕ້ານພຣະຄຣິສ, ນີ້ເປັນພຽງຄວາມບໍ່ລະມັດລະວັງຊົ່ວຄາວໃນສ່ວນຂອງພວກເຂົາບໍ? ມັນເປັນຍ້ອນພຣະເຈົ້າບໍ່ໄດ້ຄອຍເຝົ້າເບິ່ງບໍ? ນີ້ຄືການທີ່ພວກເຂົາຖືກກຳນົດໃຫ້ຕາຍ! ຫຼັງຈາກທີ່ຄົບຫາກັບຄົນດັ່ງກ່າວເປັນໄລຍະເວລາໜຶ່ງ, ເຈົ້າກໍຈະເຫັນວ່າພວກເຂົາບໍ່ສົມຄວນທີ່ຈະຖືກຊ່ວຍໃຫ້ລອດພົ້ນ, ພວກເຂົາຕ່ຳຊ້າເກີນໄປ! ຖ້າຕັດສິນຈາກລັກສະນະຂອງພວກເຂົາ ແລະ ການໄລ່ຕາມຄວາມຈິງຂອງພວກເຂົາ, ທຳມະຊາດຂອງພວກເຂົານັ້ນຊົ່ວຊ້າ ແລະ ເບື່ອໜ່າຍຄວາມຈິງ ແລະ ພວກເຂົາບໍ່ສົມຄວນທີ່ຈະຖືກຊ່ວຍໃຫ້ລອດພົ້ນ, ພວກເຂົາບໍ່ສົມຄວນໄດ້ຮັບການສືບທອດພຣະຄຸນອັນຍິ່ງໃຫຍ່ດັ່ງກ່າວຈາກພຣະເຈົ້າ. ຖ້າພຣະເຈົ້າບໍ່ປະທານພຣະຄຸນນີ້ໃຫ້ພວກເຂົາ, ແລ້ວພວກເຂົາກໍຈະບໍ່ໄດ້ຮັບມັນ ແລະ ດັ່ງນັ້ນ ວິທີທີ່ຖືກຕ້ອງທີ່ສຸດໃນການສະຫຼຸບພວກເຂົາດ້ວຍສາມຄຳກໍຄື “ຖືກກຳນົດໃຫ້ຕາຍ”.
ການຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງແມ່ນການສະແດງອອກຕົ້ນຕໍຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ການກຳນົດລັກສະນະແກ່ນແທ້ຂອງພວກເຂົາຕາມການສະແດງອອກນີ້ແມ່ນເໝາະສົມ ແລະ ເປັນຮູບປະທຳຫຼາຍ, ມັນບໍ່ແມ່ນການກຳນົດລັກສະນະທີ່ວ່າງເປົ່າ. ໂດຍການເບິ່ງເຈດຕະນາ, ຄວາມທະເຍີທະຍານ, ການເປີດເຜີຍແກ່ນແທ້ຂອງພວກເຂົາ ແລະ ເປົ້າໝາຍທີ່ສະເໝີຕົ້ນສະເໝີປາຍໃນການກະທຳຂອງພວກເຂົາ, ຄົນເຮົາສາມາດເຫັນໄດ້ວ່າ ການຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງແມ່ນການສະແດງອອກທີ່ເປັນລັກສະນະສະເພາະຂອງຜູ້ຕໍ່ຕ້ານພຣະຄຣິສ. ມີຜູ້ຕໍ່ຕ້ານພຣະຄຣິສຄົນໃດແດ່ທີ່ບໍ່ເຄີຍຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງເລີຍ? (ບໍ່ມີ.) ເປັນຫຍັງຈຶ່ງບໍ່ມີ? ເພາະວ່າຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົານັ້ນໃຫຍ່ຫຼວງຫຼາຍ ແລະ ພວກເຂົາບໍ່ສາມາດຄວບຄຸມພວກມັນໄດ້. ບໍ່ວ່າພວກເຂົາຈະດຳລົງຊີວິດຢູ່ໃນທ່າມກາງກຸ່ມຄົນໃດກໍຕາມ, ຖ້າບໍ່ມີໃຜຍົກຍ້ອງ ແລະ ເຄົາລົບບູຊາພວກເຂົາ, ພວກເຂົາກໍຈະຮູ້ສຶກວ່າຊີວິດບໍ່ມີຄຸນຄ່າ ຫຼື ຄວາມໝາຍຫຍັງເລີຍ, ນັ້ນຄືເຫດຜົນທີ່ພວກເຂົາກະຕືລືລົ້ນຫຼາຍທີ່ຈະຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງ ເພື່ອບັນລຸເປົ້າໝາຍຂອງພວກເຂົາ. ພວກເຂົາດຳລົງຊີວິດເພື່ອໃຫ້ໂດດເດັ່ນກວ່າຄົນອື່ນ ແລະ ຕ້ອງການໃຫ້ຜູ້ຄົນເຄົາລົບບູຊາ ແລະ ຕິດຕາມພວກເຂົາ ແລະ ເຖິງແມ່ນວ່າຄົນເຫຼົ່ານັ້ນຈະເປັນຄືກັບແມງວັນທີ່ໜ້າລຳຄານ ແລະ ໜ້າລັງກຽດ ຫຼື ກຸ່ມຂໍທານກໍຕາມ, ພວກເຂົາກໍບໍ່ສົນໃຈ. ຕາບໃດທີ່ມີຄົນເຄົາລົບບູຊາ ແລະ ຕິດຕາມພວກເຂົາ, ພວກເຂົາກໍຮູ້ສຶກສະບາຍໃຈ. ຖ້າພວກເຂົາສາມາດໄດ້ຮັບສຽງຕົບມືຢ່າງບ້າຄັ່ງຈາກແຟນຄລັບຄືກັບທີ່ນັກຮ້ອງທີ່ມີຊື່ສຽງໄດ້ຮັບ, ພວກເຂົາກໍຈະມີຄວາມສຸກຫຼາຍ, ພວກເຂົາມັກເພີດເພີນກັບສິ່ງນັ້ນ, ນີ້ຄືທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສ. ບໍ່ວ່າຄົນປະເພດໃດຈະຕິດຕາມ ຫຼື ເຄົາລົບບູຊາພວກເຂົາກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສກໍມັກຄົນເຫຼົ່ານັ້ນທັງໝົດ. ເຖິງແມ່ນວ່າຄົນທີ່ຕິດຕາມພວກເຂົາຈະຕ່ຳຊ້າ ແລະ ໜ້າລັງກຽດທີ່ສຸດກໍຕາມ, ເຖິງແມ່ນວ່າຄົນເຫຼົ່ານັ້ນຈະເປັນສັດເດຍລະສານກໍຕາມ, ຕາບໃດທີ່ຄົນເຫຼົ່ານັ້ນຍົກຍ້ອງພວກເຂົາ ແລະ ຕອບສະໜອງຄວາມທະເຍີທະຍານ ແລະ ຄວາມປາຖະໜາສຳລັບສະຖານະຂອງພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສກໍບໍ່ສົນໃຈ. ແລ້ວຜູ້ຕໍ່ຕ້ານພຣະຄຣິສສາມາດຢຸດຕົນເອງຈາກການຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງ ແລະ ການໂອ້ອວດໃນທຸກບ່ອນທີ່ພວກເຂົາໄປໄດ້ບໍ? (ບໍ່ໄດ້.) ນີ້ຄືແກ່ນແທ້ຂອງພວກເຂົາ. ບອກເຮົາມາເບິ່ງ, ຄົນທີ່ຕິດຕາມພຣະເຈົ້າຢ່າງແທ້ຈິງແມ່ນຄົນປະເພດໃດ? ໃນທ່າມກາງມວນມະນຸດ, ມີຄົນປະເພດໜຶ່ງທີ່ພຣະເຈົ້າຕ້ອງການເລືອກ ແລະ ຊ່ວຍໃຫ້ລອດພົ້ນ ແລະ ຄົນເຫຼົ່ານີ້ຕ້ອງມີສະຕິຮູ້ສຶກຜິດຊອບ, ຄວາມສຳນຶກ ແລະ ຄວາມລະອາຍໃຈໃນລະດັບຂັ້ນຕໍ່າສຸດ. ຜູ້ທີ່ດີກວ່ານີ້ເລັກໜ້ອຍແມ່ນສາມາດຮັກຄວາມຈິງ, ຮັກສິ່ງທີ່ເປັນບວກ ແລະ ຮັກຄວາມຍຸຕິທຳ ແລະ ຄວາມຊອບທຳຂອງພຣະເຈົ້າ; ພວກເຂົາສາມາດກຽດຊັງຄວາມຊົ່ວຊ້າ, ພວກເຂົາຮູ້ສຶກຄຽດແຄ້ນເມື່ອພວກເຂົາເຫັນສິ່ງທີ່ບໍ່ຍຸຕິທຳ ຫຼື ຊົ່ວຊ້າ ແລະ ເຖິງແມ່ນວ່າພວກເຂົາຈະບໍ່ສາມາດເຮັດຫຍັງກັບສິ່ງເຫຼົ່ານີ້ໄດ້ກໍຕາມ, ພວກເຂົາກໍຍັງກຽດຊັງພວກມັນ, ຢ່າງໜ້ອຍທີ່ສຸດ ຄົນເຫຼົ່ານີ້ກໍຄືຄົນທີ່ພຣະເຈົ້າຕ້ອງການ. ສຳລັບຜູ້ທີ່ບໍ່ມີຄວາມເປັນມະນຸດ ແລະ ແກ່ນແທ້ນີ້, ພຣະເຈົ້າບໍ່ຕ້ອງການພວກເຂົາ, ບໍ່ວ່າພວກເຂົາຈະເວົ້າກ່ຽວກັບຄວາມດີຂອງພຣະເຈົ້າ ຫຼື ຄວາມຍິ່ງໃຫຍ່ຂອງພຣະເຈົ້າຫຼາຍປານໃດກໍຕາມ. ຕົວຢ່າງ: ພວກຟາຣີຊາຍໃນສາສະໜາຍົກຍ້ອງພຣະເຈົ້າ ແລະ ເປັນພະຍານໃຫ້ພຣະເຈົ້າດ້ວຍທິດສະດີທີ່ວ່າງເປົ່າ ແລະ ຄຳເວົ້າທີ່ຜິວເຜີນແບບເດີມໆ ແລະ ພວກເຂົາກໍບໍ່ເບື່ອທີ່ຈະເວົ້າພວກມັນ ເຖິງແມ່ນວ່າຈະຜ່ານໄປສອງພັນປີແລ້ວກໍຕາມ. ຕອນນີ້ ພຣະເຈົ້າກຳລັງສະແດງຄວາມຈິງຫຼາຍຢ່າງ ແຕ່ພວກເຂົາບໍ່ສາມາດເຫັນພວກມັນໄດ້, ພວກເຂົາເບິ່ງຂ້າມພວກມັນ ແລະ ບາງຄົນເຖິງກັບກ່າວໂທດ ແລະ ໝິ່ນປະໝາດພວກມັນ. ສິ່ງນີ້ເປີດເຜີຍພວກເຂົາຢ່າງສິ້ນເຊີງ ແລະ ພຣະເຈົ້າໄດ້ກຳນົດລັກສະນະຂອງພວກເຂົາວ່າເປັນພວກຟາຣີຊາຍທີ່ໜ້າຊື່ໃຈຄົດມາດົນແລ້ວ ເຊິ່ງທຸກຄົນລ້ວນແຕ່ເປັນສ່ວນໜຶ່ງໃນກຸ່ມຂອງຊາຕານ; ພຣະເຈົ້າໄດ້ກຳນົດລັກສະນະຂອງພວກເຂົາວ່າເປັນຜີຮ້າຍ ແລະ ຊາຕານ, ເປັນໝູ ແລະ ໝາ. ເມື່ອຜູ້ຕໍ່ຕ້ານພຣະຄຣິສມາຮອດໃນກຸ່ມຄົນດັ່ງກ່າວ ແລະ ເຫັນວ່າມີໜ້ອຍຄົນຫຼາຍທີ່ສາມາດເຂົ້າໃຈຄວາມຈິງ, ບໍ່ມີໃຜໃນພວກເຂົາທີ່ມີຄວາມສາມາດໃນການແຍກແຍະ ຫຼື ຄວາມສາມາດພິເສດເລີຍ, ພວກເຂົາກໍຟ້າວສວຍໂອກາດນີ້ເພື່ອໂອ້ອວດ. ບາງຄົນໂອ້ອວດວ່າພວກເຂົາເຄີຍຖືກຮັບເຂົ້າຮຽນໃນມະຫາວິທະຍາໄລລະດັບໂລກສອງແຫ່ງໃນເວລາດຽວກັນ ແລະ ໃນທີ່ສຸດກໍບໍ່ໄດ້ໄປຮຽນ ເພາະວ່າພວກເຂົາຫັນມາເຊື່ອໃນພຣະເຈົ້າ ແລະ ຍອມຮັບພຣະບັນຊາຂອງພຣະອົງ. ຫຼັງຈາກທີ່ໄດ້ຍິນພວກເຂົາເວົ້າແບບນີ້, ບາງຄົນກໍເລີ່ມຍົກຍ້ອງພວກເຂົາຢ່າງສູງ. ຖ້າເຈົ້າບໍ່ເຂົ້າໃຈຄວາມຈິງ ແລະ ຖ້າສິ່ງທີ່ເຈົ້າຮັກ ແລະ ມຸມມອງຕໍ່ໂລກຂອງເຈົ້າຄືກັນກັບຂອງຄົນທາງໂລກ, ເຈົ້າກໍຈະເຄົາລົບບູຊາຄົນແບບນີ້ ແລະ ນັ້ນຄືເຫດຜົນທີ່ວ່າ ເມື່ອຜູ້ຕໍ່ຕ້ານພຣະຄຣິສເວົ້າສິ່ງດັ່ງກ່າວ, ເຈົ້າກໍຈະຖືກພວກເຂົາເຮັດໃຫ້ຫຼົງຜິດ ແລະ ຫຼອກລວງ. ຜູ້ຕໍ່ຕ້ານພຣະຄຣິສຍົກຍ້ອງຕົນເອງຢ່າງແນບນຽນດ້ວຍວິທີນີ້ ແລະ ຄົນໂງ່ຈ້າເຫຼົ່ານັ້ນທີ່ບໍ່ມີຄວາມສາມາດໃນການແຍກແຍະກໍຖືກພວກເຂົາເຮັດໃຫ້ຫຼົງຜິດ. ໃນທີ່ສຸດ ຜູ້ຕໍ່ຕ້ານພຣະຄຣິສກໍຮູ້ສຶກມີຄວາມສຸກຫຼາຍ ໂດຍຄິດວ່າບໍ່ມີໃຜທີ່ຢູ່ພາຍໃຕ້ພວກເຂົາເປັນຄົນທຳມະດາ, ທັງທີ່ໃນຄວາມເປັນຈິງແລ້ວ ຄົນເຫຼົ່ານັ້ນລ້ວນແຕ່ເປັນພຽງກຸ່ມຄົນເບົາປັນຍາ ແລະ ຄົນທີ່ບໍ່ມີປະໂຫຍດຫຍັງເລີຍ. ຜູ້ທີ່ບໍ່ມີຄວາມສາມາດໃນການຈັບໃຈຄວາມຄວາມຈິງລ້ວນແຕ່ສາມາດຖືກຊາຕານ ແລະ ຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ຫຼົງຜິດໄດ້. ເມື່ອພວກເຂົາໄດ້ຍິນຊາຕານ ແລະ ຜູ້ຕໍ່ຕ້ານພຣະຄຣິສເວົ້າ, ພວກເຂົາກໍຮູ້ສຶກວ່າມັນກົງກັບຄວາມຄິດ ແລະ ລົດນິຍົມຂອງພວກເຂົາເອງແທ້ໆ, ສະນັ້ນ ພວກເຂົາຈຶ່ງມັກຟັງມັນ. ພວກເຂົາບໍ່ສາມາດໃຊ້ຄວາມຄິດທີ່ປົກກະຕິເພື່ອຕັດສິນກ່ຽວກັບສິ່ງທີ່ພວກເຂົາກຳລັງຟັງຢູ່ ແລະ ພວກເຂົາກໍຈະບໍ່ຊອກຫາຄົນທີ່ເຂົ້າໃຈຄວາມຈິງເພື່ອມາຊ່ວຍພວກເຂົາແຍກແຍະສິ່ງດັ່ງກ່າວ; ຕາບໃດທີ່ພວກເຂົາຮູ້ສຶກວ່າສິ່ງທີ່ພວກເຂົາກຳລັງຟັງຢູ່ນັ້ນຟັງເບິ່ງຄືວ່າມີເຫດຜົນ, ພວກເຂົາກໍຈະເຕັມໃຈຍອມຮັບມັນ ແລະ ດັ່ງນັ້ນ ພວກເຂົາຈຶ່ງຖືກເຮັດໃຫ້ຫຼົງຜິດໂດຍບໍ່ຮູ້ຕົວເລີຍ. ຖ້າຜູ້ທີ່ມີຄວາມສາມາດໃນການຈັບໃຈຄວາມຄວາມຈິງ ແລະ ມີຄວາມສາມາດໃນການແຍກແຍະໄດ້ຍິນຜູ້ຕໍ່ຕ້ານພຣະຄຣິສເວົ້າ, ພວກເຂົາກໍຈະຮູ້ວ່າຄົນເຫຼົ່ານັ້ນກຳລັງພະຍາຍາມເຮັດໃຫ້ຄົນອື່ນຫຼົງຜິດ ແລະ ພວກເຂົາກໍຈະປະຕິເສດຄົນເຫຼົ່ານັ້ນ. ຄົນເບົາປັນຍາເຫຼົ່ານັ້ນທີ່ຂາດຄວາມສາມາດໃນການແຍກແຍະຈະເຊື່ອວ່າຜູ້ຕໍ່ຕ້ານພຣະຄຣິສມີຄວາມຮູ້, ມີຂີດຄວາມສາມາດທີ່ດີ ແລະ ມີອະນາຄົດ. ພວກເຂົາຈະເບິ່ງສິ່ງຕ່າງໆໃນວິທີນີ້ ແລະ ຖືກເຮັດໃຫ້ຫຼົງຜິດໂດຍປະກົດການທີ່ຜິວເຜີນບາງຢ່າງ; ພວກເຂົາຈະບໍ່ຮູ້ວ່າຫຼັກການຄວາມຈິງແມ່ນຫຍັງ ແລະ ພວກເຂົາກໍຈະອອກໄປຕິດຕາມຊາຕານ. ຄົນດັ່ງກ່າວບໍ່ໄດ້ກໍ່ໃຫ້ເກີດຄວາມພິນາດຂອງພວກເຂົາເອງຍ້ອນຄວາມໂງ່ຈ້າ ແລະ ຄວາມເບົາປັນຍາຂອງພວກເຂົາບໍ? ມັນກໍເປັນແບບນີ້ແຫຼະ. ຖ້າເຈົ້າມີຄວາມສາມາດໃນການແຍກແຍະກ່ຽວກັບການສະແດງອອກຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສທີ່ມັກຈະຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງຢູ່ເລື້ອຍໆ ຫຼື ວິທີການຕ່າງໆຂອງພວກເຂົາໃນການເຮັດເຊັ່ນນັ້ນ ແລະ ເຈົ້າສາມາດຕັດສິນຈຸດປະສົງ ແລະ ເຈດຕະນາທີ່ຢູ່ເບື້ອງຫຼັງຄຳເວົ້າຂອງພວກເຂົາໄດ້, ແລ້ວມັນກໍຈະງ່າຍສຳລັບເຈົ້າທີ່ຈະເບິ່ງທະລຸເຖິງແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ຈາກນັ້ນ ເຈົ້າກໍຈະສາມາດປະຕິເສດ ແລະ ສາບແຊ່ງພວກເຂົາໄດ້ໃນທັນທີ ແລະ ບໍ່ໄປພົບພວກເຂົາອີກເລີຍ. ເປັນຫຍັງເຈົ້າຈຶ່ງຈະເຮັດແບບນີ້? ເພາະວ່າເມື່ອເຈົ້າເຫັນຜູ້ຕໍ່ຕ້ານພຣະຄຣິສເວົ້າ ແລະ ກະທຳການ, ເຈົ້າກໍຈະລັງກຽດ ແລະ ກຽດຊັງພວກເຂົາ, ເຈົ້າຈະຮູ້ສຶກຂີ້ດຽດຄືກັບວ່າເຈົ້າກຳລັງເບິ່ງແມງວັນ ແລະ ຈະຕ້ອງຂັບໄລ່ພວກມັນອອກໄປໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້. ສະນັ້ນ, ເມື່ອເຈົ້າມີຄວາມສາມາດໃນການແຍກແຍະກ່ຽວກັບການກະທຳ ແລະ ພຶດຕິກຳຂອງຜູ້ຕໍ່ຕ້ານພຣະຄຣິສແລ້ວ, ເຈົ້າກໍຄວນເປີດໂປງພວກເຂົາໃນທັນທີ ເພື່ອໃຫ້ຄົນອື່ນສາມາດແຍກແຍະພວກເຂົາໄດ້ ແລະ ຈາກນັ້ນກໍຂັບໄລ່ພວກເຂົາອອກຈາກຄຣິສຕະຈັກຕາມຫຼັກການ. ພວກເຈົ້າກ້າເຮັດແບບນີ້ບໍ? ຖ້າປະຊາກອນທີ່ພຣະເຈົ້າເລືອກສາມາດເຮັດແບບນີ້ໄດ້, ມັນກໍສະແດງໃຫ້ເຫັນວ່າວຸດທິພາວະຂອງພວກເຂົາໄດ້ເຕີບໃຫຍ່ຂຶ້ນແລ້ວ ແລະ ພວກເຂົາກໍສາມາດຄຳນຶງເຖິງເຈດຕະນາຂອງພຣະເຈົ້າ ແລະ ປົກປ້ອງວຽກງານຂອງເຮືອນຂອງພຣະເຈົ້າໄດ້. ເມື່ອປະຊາກອນທີ່ພຣະເຈົ້າເລືອກເຂົ້າໃຈຄວາມຈິງ ແລະ ມີຄວາມສາມາດໃນການແຍກແຍະ, ຜູ້ຕໍ່ຕ້ານພຣະຄຣິສກໍຈະບໍ່ມີຈຸດຢືນໃນຄຣິສຕະຈັກ ຫຼື ໃນເຮືອນຂອງພຣະເຈົ້າອີກຕໍ່ໄປ.
ບໍ່ວ່າຈະເປັນໂອກາດໃດກໍຕາມ, ຕາບໃດທີ່ຜູ້ຕໍ່ຕ້ານພຣະຄຣິສມີໂອກາດ, ພວກເຂົາກໍຈະໂອ້ອວດ ແລະ ເປັນພະຍານໃຫ້ຕົນເອງ ແລະ ຕາບໃດທີ່ມີຄົນເຄົາລົບບູຊາພວກເຂົາ ແລະ ເບິ່ງພວກເຂົາດ້ວຍສາຍຕາທີ່ຊື່ນຊົມ, ອິດສາ ແລະ ເຄົາລົບນັບຖື, ພວກເຂົາກໍຈະມີຄວາມສຸກ, ພວກເຂົາບໍ່ສົນໃຈວ່າຄົນເຫຼົ່ານັ້ນແມ່ນໃຜ. ພວກເຂົາມີມາດຕະຖານທີ່ພວກເຂົາຮຽກຮ້ອງຈາກຜູ້ທີ່ຕິດຕາມ, ເຄົາລົບບູຊາ ແລະ ເຄົາລົບນັບຖືພວກເຂົາບໍ? (ບໍ່ມີ.) ບໍ່ວ່າຄົນເຫຼົ່ານັ້ນຈະເປັນຄົນໂງ່, ຄົນປັນຍາອ່ອນ, ຄົນຊົ່ວຮ້າຍ ຫຼື ຜູ້ບໍ່ເຊື່ອ, ບໍ່ວ່າຄົນເຫຼົ່ານັ້ນຈະເປັນຄົນປະເພດໃດກໍຕາມ, ແມ່ນແຕ່ລວມເຖິງຄົນທີ່ຄວນຖືກຄັດອອກ ແລະ ຖືກກຳຈັດ, ຕາບໃດທີ່ຄົນເຫຼົ່ານັ້ນສາມາດຕິດຕາມ, ເຄົາລົບບູຊາ ແລະ ຍົກຍ້ອງພວກເຂົາ, ແລ້ວຜູ້ຕໍ່ຕ້ານພຣະຄຣິສກໍຍອມຮັບຄົນເຫຼົ່ານັ້ນ, ພວກເຂົາມັກຄົນເຫຼົ່ານັ້ນຫຼາຍ ແລະ ຊັກຊວນຄົນເຫຼົ່ານັ້ນມາຢູ່ຝ່າຍພວກເຂົາ ແລະ ປົກປ້ອງຄົນເຫຼົ່ານັ້ນ. ຜູ້ຕໍ່ຕ້ານພຣະຄຣິສຖືວ່າຄົນເຫຼົ່ານັ້ນເປັນແກະຂອງພວກເຂົາ, ເປັນຊັບສິນສ່ວນຕົວຂອງພວກເຂົາ ແລະ ພວກເຂົາບໍ່ອະນຸຍາດໃຫ້ຄົນອື່ນຍົກຍ້າຍ, ເປີດໂປງ ຫຼື ຈັດການກັບຄົນເຫຼົ່ານັ້ນ. ບໍ່ວ່າຄົນເຫຼົ່ານັ້ນຈະປະຈົບປະແຈງ ແລະ ເອົາອົກເອົາໃຈຜູ້ຕໍ່ຕ້ານພຣະຄຣິສແນວໃດກໍຕາມ, ບໍ່ວ່າພວກເຂົາຈະເວົ້າສິ່ງທີ່ໜ້າລັງກຽດ ແລະ ໜ້າຂີ້ດຽດແນວໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສກໍຈະເພີດເພີນກັບມັນທັງໝົດ. ມັນດີທັງໝົດສຳລັບຜູ້ຕໍ່ຕ້ານພຣະຄຣິສ ຕາບໃດທີ່ຄົນເຫຼົ່ານັ້ນຍົກຍໍປໍປັ້ນພວກເຂົາ. ທຸກສິ່ງທຸກຢ່າງທີ່ຜູ້ຕໍ່ຕ້ານພຣະຄຣິສເວົ້າ ແລະ ເຮັດແມ່ນເພື່ອໃຫ້ຄົນອື່ນນັບຖືພວກເຂົາຢ່າງສູງ, ມັກພວກເຂົາ ແລະ ຕິດຕາມພວກເຂົາ ແລະ ບໍ່ວ່າຄົນທີ່ຕິດຕາມພວກເຂົາຈະເຮັດສິ່ງທີ່ບໍ່ດີຫຼາຍສໍ່າໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສກໍຈະບໍ່ສືບສວນຄົນເຫຼົ່ານັ້ນ ແລະ ພວກເຂົາກໍຈະບໍ່ໃສ່ໃຈ ບໍ່ວ່າຄວາມເປັນມະນຸດຂອງຄົນເຫຼົ່ານັ້ນຈະແຝງຊົ່ວ ແລະ ປະສົງຮ້າຍສໍ່າໃດກໍຕາມ. ຕາບໃດທີ່ຄົນເຫຼົ່ານັ້ນຕິດຕາມ ແລະ ເຄົາລົບບູຊາພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສກໍຈະມັກຄົນເຫຼົ່ານັ້ນ ແລະ ຕາບໃດທີ່ຄົນເຫຼົ່ານັ້ນສາມາດຮັກສາອຳນາດ ແລະ ສະຖານະຂອງຜູ້ຕໍ່ຕ້ານພຣະຄຣິສໄວ້ໄດ້ ແລະ ບໍ່ຂັດຂືນ ຫຼື ຕໍ່ຕ້ານພວກເຂົາ, ແລ້ວຜູ້ຕໍ່ຕ້ານພຣະຄຣິສກໍຈະຮູ້ສຶກເພິ່ງພໍໃຈຢ່າງຍິ່ງ, ນັ້ນຄືສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເປັນ. ໃນທາງກົງກັນຂ້າມ, ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ຄົນທີ່ມັກເປີດໂປງພວກເຂົາ ແລະ ຜູ້ທີ່ຂັດຂວາງພວກເຂົາຈາກການຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງ ແລະ ຜູ້ທີ່ດູຖູກພວກເຂົາທີ່ເຮັດເຊັ່ນນັ້ນ, ພ້ອມທັງຜູ້ທີ່ໂອ້ລົມກ່ຽວກັບຄວາມຈິງກັບພວກເຂົາ, ຜູ້ທີ່ສາມາດເບິ່ງທະລຸເຖິງແກ່ນແທ້ຂອງບັນຫາຂອງພວກເຂົາ ແລະ ຜູ້ທີ່ມີຄວາມສາມາດໃນການແຍກແຍະພວກເຂົາຢ່າງແທ້ຈິງແນວໃດ? ພວກເຂົາໃຈຮ້າຍຍ້ອນຄວາມອັບອາຍໃນທັນທີ ແລະ ພວກເຂົາລະແວດລະວັງ, ກີດກັນ ແລະ ໂຈມຕີຄົນເຫຼົ່ານັ້ນ, ໃນທີ່ສຸດກໍພະຍາຍາມທຸກວິທີທາງທີ່ເປັນໄປໄດ້ເພື່ອແຍກຄົນທີ່ສາມາດແຍກແຍະ ແລະ ຕໍ່ຕ້ານພວກເຂົາໃຫ້ຢູ່ໂດດດ່ຽວ. ເຫດຜົນທີ່ຢູ່ເບື້ອງຫຼັງການເຮັດສິ່ງນີ້ຂອງພວກເຂົາແມ່ນຫຍັງ? ມັນເປັນເພາະວ່າ ເມື່ອພວກເຂົາກຳລັງຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງຢູ່, ພວກເຂົາກໍມັກຈະຄິດວ່າຄົນເຫຼົ່ານັ້ນເປັນສິ່ງທີ່ຂັດຫູຂັດຕາ ແລະ ເປັນໜາມຍອກເອິກຂອງພວກເຂົາ ແລະ ຄົນເຫຼົ່ານັ້ນຈະແຍກແຍະ ແລະ ປະຕິເສດພວກເຂົາ, ເປີດໂປງພວກເຂົາ ແລະ ທຳລາຍແຜນການຂອງພວກເຂົາ. ທັນທີທີ່ພວກເຂົາເຫັນຄົນເຫຼົ່ານັ້ນ, ຜູ້ຕໍ່ຕ້ານພຣະຄຣິສກໍຈະຮູ້ສຶກບໍ່ສະບາຍໃຈໃນໃຈຂອງພວກເຂົາ ແລະ ຢາກຈັດການກັບຄົນເຫຼົ່ານັ້ນຢູ່ສະເໝີ ໂດຍຄິດວ່າຕາບໃດທີ່ພວກເຂົາສາມາດຈັດການກັບຄົນເຫຼົ່ານັ້ນໄດ້, ແລ້ວເມື່ອພວກເຂົາຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງອີກຄັ້ງ ກໍຈະບໍ່ມີໃຜມາເປີດໂປງ ຫຼື ຂັດຂວາງພວກເຂົາ ແລະ ພວກເຂົາກໍຈະສາມາດເຮັດຄວາມຊົ່ວໄດ້ຢ່າງກຳເລີບເສີບສານ. ນີ້ຄືຫຼັກການທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດ. ບໍ່ວ່າຄົນປະເພດໃດຈະຍົກຍໍປໍປັ້ນ, ຍ້ອງຍໍ ຫຼື ຍົກຍ້ອງພວກເຂົາ, ບໍ່ວ່າສິ່ງທີ່ຄົນເຫຼົ່ານັ້ນເວົ້າຈະສອດຄ່ອງກັບຂໍ້ເທັດຈິງ ຫຼື ບໍ່, ເຖິງແມ່ນວ່າຄົນເຫຼົ່ານັ້ນກຳລັງເວົ້າຕົວະຢູ່ກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສກໍຈະເຕັມໃຈຍອມຮັບຄົນເຫຼົ່ານັ້ນ, ພວກເຂົາຈະເພີດເພີນກັບການຟັງຄົນເຫຼົ່ານັ້ນ ແລະ ພວກເຂົາຈະມັກຄົນເຫຼົ່ານັ້ນຈາກສ່ວນເລິກຂອງຫົວໃຈຂອງພວກເຂົາ. ພວກເຂົາບໍ່ສົນໃຈວ່າຄົນເຫຼົ່ານັ້ນມີບັນຫາຫຍັງ ແລະ ເຖິງແມ່ນວ່າພວກເຂົາຈະຄົ້ນພົບບັນຫາກັບຄົນເຫຼົ່ານັ້ນ, ພວກເຂົາກໍຈະປິດບັງ, ປົກປິດໄວ້ ແລະ ບໍ່ເວົ້າອອກມາແມ່ນແຕ່ຄຳດຽວ. ຕາບໃດທີ່ຜູ້ຕໍ່ຕ້ານພຣະຄຣິສມີຄົນເຫຼົ່ານັ້ນຢູ່ຄຽງຂ້າງພວກເຂົາ, ຕິດຕາມ ແລະ ຍົກຍໍປໍປັ້ນພວກເຂົາ, ພວກເຂົາກໍຈະເພີດເພີນກັບມັນ. ນີ້ຄືວິທີທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດສິ່ງຕ່າງໆ. ພວກເຈົ້າສາມາດເຮັດສິ່ງເຫຼົ່ານີ້ທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດໄດ້ບໍ? ຕົວຢ່າງ: ສົມມຸດວ່າພວກເຈົ້າເປັນຜູ້ນຳ ແລະ ຜູ້ເຮັດວຽກໃນຄຣິສຕະຈັກ, ເປັນຄົນທີ່ມີສະຖານະ ແລະ ຈຸດຢືນໃນທ່າມກາງປະຊາກອນທີ່ພຣະເຈົ້າເລືອກ. ຖ້າອ້າຍເອື້ອຍນ້ອງນັບຖືເຈົ້າຢ່າງສູງ, ຍົກຍໍປໍປັ້ນເຈົ້າ, ປະຈົບປະແຈງເຈົ້າ ແລະ ຍ້ອງຍໍເຈົ້າເລື້ອຍໆ ໂດຍເວົ້າວ່າເຈົ້າເທດສະໜາໄດ້ດີ, ເຈົ້າໜ້າຕາດີ ແລະ ສຳລັບພວກເຂົາແລ້ວ ເຈົ້າເປັນຜູ້ນຳທີ່ດີທີ່ສຸດ, ເຈົ້າຈະຮູ້ສຶກແນວໃດ? ເຈົ້າຈະສາມາດແຍກແຍະເຈດຕະນາທີ່ຢູ່ເບື້ອງຫຼັງຄຳເວົ້າຂອງພວກເຂົາໄດ້ບໍ? ເຈົ້າຈະສາມາດປະຕິເສດ ແລະ ຫຼີກລ່ຽງຄົນແບບນັ້ນໄດ້ບໍ? ຖ້າບໍ່ສາມາດເຮັດໄດ້, ແລ້ວເຈົ້າກໍກຳລັງຕົກຢູ່ໃນອັນຕະລາຍ. ເຈົ້າຮູ້ຢ່າງຊັດເຈນວ່າເຈົ້າບໍ່ໄດ້ໜ້າຕາດີປານນັ້ນ, ເຈົ້າບໍ່ສາມາດໂອ້ລົມກ່ຽວກັບຄວາມເປັນຈິງຄວາມຈິງໄດ້ ແຕ່ເຈົ້າກໍຍັງຮູ້ສຶກມີຄວາມສຸກເມື່ອໄດ້ຍິນຄົນຍົກຍໍປໍປັ້ນເຈົ້າແບບນີ້ ແລະ ຢາກເຂົ້າໃກ້ ແລະ ສົ່ງເສີມຄົນແບບນັ້ນຢູ່ສະເໝີ, ນັ້ນບໍ່ໄດ້ໝາຍຄວາມວ່າເຈົ້າກຳລັງມີບັນຫາບໍ? ສິ່ງນີ້ໝາຍຄວາມວ່າເຈົ້າກຳລັງຕົກຢູ່ໃນອັນຕະລາຍ.
ເມື່ອຜູ້ນຳ ແລະ ຜູ້ເຮັດວຽກກຳລັງເຮັດວຽກ, ບາງຄັ້ງພວກເຂົາກໍໄດ້ຮັບຄວາມຮູ້ແຈ້ງ ແລະ ແສງເຍືອງທາງຈາກພຣະວິນຍານບໍລິສຸດ, ພວກເຂົາສາມາດເວົ້າເຖິງປະສົບການທີ່ແທ້ຈິງບາງຢ່າງ ແລະ ຕາມທຳມະຊາດແລ້ວພວກເຂົາກໍຈະມີຄົນທີ່ນັບຖືພວກເຂົາຢ່າງສູງ ແລະ ເຄົາລົບບູຊາພວກເຂົາ, ຕາມທຳມະຊາດແລ້ວພວກເຂົາຈະມີຄົນທີ່ຕິດຕາມພວກເຂົາ, ຕິດສອຍຫ້ອຍຕາມພວກເຂົາເໝືອນດັ່ງເງົາຕາມຕົວ. ໃນເວລາແບບນີ້, ພວກເຂົາຄວນປະຕິບັດຕໍ່ສິ່ງເຫຼົ່ານີ້ແນວໃດ? ທຸກຄົນລ້ວນແຕ່ມີຄວາມມັກຂອງຕົນເອງ, ທຸກຄົນລ້ວນແຕ່ມີຄວາມທະນົງໂຕ. ຖ້າຜູ້ຄົນໄດ້ຍິນຄົນໃດຄົນໜຶ່ງເວົ້າຊື່ນຊົມ ແລະ ຍົກຍໍປໍປັ້ນພວກເຂົາ, ພວກເຂົາກໍຈະເພີດເພີນກັບມັນຢ່າງຍິ່ງ. ນີ້ເປັນຄວາມຮູ້ສຶກທີ່ປົກກະຕິ ແລະ ບໍ່ແມ່ນເລື່ອງໃຫຍ່. ເຖິງຢ່າງໃດກໍຕາມ, ຖ້າພວກເຂົາສົ່ງເສີມຄົນທີ່ສາມາດຍ້ອງຍໍສັນລະເສີນພວກເຂົາຢ່າງຫຼວງຫຼາຍ ແລະ ປະຈົບປະແຈງພວກເຂົາ ແລະ ພວກເຂົານຳໃຊ້ຄົນແບບນີ້ໃນວຽກງານທີ່ສຳຄັນບາງຢ່າງ, ນັ້ນກໍເປັນອັນຕະລາຍ. ນີ້ກໍເພາະວ່າຄົນທີ່ມັກປະຈົບປະແຈງ ແລະ ຍ້ອງຍໍສັນລະເສີນຄົນອື່ນຢ່າງຫຼວງຫຼາຍລ້ວນແຕ່ມີເລ່ລ່ຽມ ແລະ ຫຼອກລວງຢ່າງຍິ່ງ ແລະ ພວກເຂົາບໍ່ແມ່ນຄົນຊື່ສັດ ຫຼື ຈິງໃຈ. ທັນທີທີ່ຄົນແບບນັ້ນໄດ້ຮັບສະຖານະ, ພວກເຂົາກໍບໍ່ມີປະໂຫຍດຫຍັງຕໍ່ການເຂົ້າສູ່ຊີວິດຂອງປະຊາກອນທີ່ພຣະເຈົ້າເລືອກ ຫຼື ຕໍ່ວຽກງານຂອງຄຣິສຕະຈັກ. ຄົນເຫຼົ່ານີ້ມີເລ່ລ່ຽມ ແລະ ພວກເຂົາເກັ່ງທີ່ສຸດໃນການເຮັດໃຫ້ສິ່ງຕ່າງໆເສຍຫາຍ. ຄົນທີ່ຂ້ອນຂ້າງຊື່ກົງເຫຼົ່ານັ້ນຈະບໍ່ຍ້ອງຍໍສັນລະເສີນຄົນອື່ນຢ່າງຫຼວງຫຼາຍຈັກເທື່ອ. ເຖິງແມ່ນວ່າພວກເຂົາຈະເຫັນດີນຳເຈົ້າໃນໃຈຂອງພວກເຂົາ, ພວກເຂົາກໍຈະບໍ່ເວົ້າມັນອອກມາ ແລະ ຖ້າພວກເຂົາຄົ້ນພົບວ່າເຈົ້າມີຂໍ້ບົກພ່ອງ ຫຼື ເຈົ້າໄດ້ເຮັດບາງສິ່ງບາງຢ່າງທີ່ຜິດພາດ, ແລ້ວພວກເຂົາກໍຈະຊີ້ບອກມັນໃຫ້ເຈົ້າຮູ້. ເຖິງຢ່າງໃດກໍຕາມ, ບາງຄົນບໍ່ມັກຄົນທີ່ກົງໄປກົງມາ ແລະ ເມື່ອມີຄົນຊີ້ບອກຂໍ້ບົກພ່ອງຂອງພວກເຂົາ ຫຼື ຕຳນິພວກເຂົາ, ພວກເຂົາກໍຈະກົດຂີ່ ແລະ ກີດກັນຄົນຜູ້ນັ້ນ ແລະ ເຖິງກັບຈະຈັບຜິດຂໍ້ບົກພ່ອງ ແລະ ຈຸດອ່ອນຂອງຄົນຜູ້ນັ້ນເພື່ອຕັດສິນ ແລະ ກ່າວໂທດຄົນຜູ້ນັ້ນຢູ່ຕະຫຼອດເວລາ. ການເຮັດແບບນີ້ກໍເທົ່າກັບວ່າພວກເຂົາກຳລັງກົດຂີ່ ແລະ ທຳຮ້າຍຄົນດີ, ບໍ່ແມ່ນບໍ? ການເຮັດສິ່ງຕ່າງໆແບບນີ້ ແລະ ການຂົ່ມເຫັງຄົນດີແບບນັ້ນແມ່ນສິ່ງທີ່ພຣະເຈົ້າລັງກຽດທີ່ສຸດ. ການຂົ່ມເຫັງຄົນດີເປັນສິ່ງທີ່ຊົ່ວຊ້າທີ່ສຸດທີ່ຈະເຮັດ! ແລ້ວຖ້າຄົນໃດຄົນໜຶ່ງຂົ່ມເຫັງຄົນດີເປັນຈຳນວນຫຼວງຫຼາຍ, ພວກເຂົາກໍຄືມານຮ້າຍ. ຜູ້ນຳ ແລະ ຜູ້ເຮັດວຽກຄວນປະຕິບັດຕໍ່ທຸກຄົນຢ່າງຍຸຕິທຳ ແລະ ດ້ວຍຄວາມຮັກ ແລະ ພວກເຂົາຄວນຈັດການເລື່ອງຕ່າງໆຕາມຫຼັກການ. ໂດຍສະເພາະເມື່ອເຈົ້າມີຄົນມາປະຈົບປະແຈງ ແລະ ເອົາອົກເອົາໃຈເຈົ້າ, ວົນວຽນຢູ່ອ້ອມຕົວເຈົ້າ, ເຈົ້າຕ້ອງປະຕິບັດຕໍ່ພວກເຂົາຢ່າງຖືກຕ້ອງ, ຊ່ວຍເຫຼືອພວກເຂົາດ້ວຍຄວາມຮັກ ແລະ ເຮັດໃຫ້ພວກເຂົາປະຕິບັດໜ້າທີ່ທີ່ເໝາະສົມຂອງພວກເຂົາ ແລະ ບໍ່ປະຈົບປະແຈງຜູ້ຄົນຄືກັບທີ່ຜູ້ບໍ່ມີຄວາມເຊື່ອເຮັດ. ຈົ່ງສະແດງຈຸດຢືນ ແລະ ມຸມມອງຂອງເຈົ້າໃຫ້ຊັດເຈນ, ເຮັດໃຫ້ພວກເຂົາຮູ້ສຶກອັບອາຍ ແລະ ລະອາຍໃຈ ເພື່ອທີ່ພວກເຂົາຈະບໍ່ເຮັດມັນອີກ. ຖ້າເຈົ້າສາມາດຍຶດໝັ້ນໃນຫຼັກການ ແລະ ປະຕິບັດຕໍ່ຜູ້ຄົນຢ່າງຍຸຕິທຳ, ແລ້ວພວກຕົວຕະຫຼົກທີ່ໜ້າລັງກຽດເຫຼົ່ານີ້ເຊິ່ງເປັນພວກດຽວກັນກັບຊາຕານຈະບໍ່ຮູ້ສຶກອັບອາຍບໍ? ສິ່ງນີ້ຈະເຮັດໃຫ້ຊາຕານຮູ້ສຶກອັບອາຍ ແລະ ມັນຈະເຮັດໃຫ້ພຣະເຈົ້າພໍໃຈ. ຜູ້ທີ່ມັກປະຈົບປະແຈງຄົນອື່ນເຊື່ອວ່າຜູ້ນຳ ແລະ ຜູ້ເຮັດວຽກລ້ວນແຕ່ມັກຄົນທີ່ປະຈົບປະແຈງພວກເຂົາ ແລະ ເມື່ອໃດກໍຕາມທີ່ມີຄົນເວົ້າສິ່ງທີ່ປະຈົບປະແຈງ ຫຼື ເອົາອົກເອົາໃຈພວກເຂົາ, ຄວາມທະນົງໂຕ ແລະ ຄວາມປາຖະໜາໃນສະຖານະຂອງພວກເຂົາກໍຈະໄດ້ຮັບການຕອບສະໜອງ. ຄົນທີ່ຮັກຄວາມຈິງບໍ່ມັກສິ່ງເຫຼົ່ານີ້ທັງໝົດ ແລະ ພວກເຂົາລັງກຽດມັນຫຼາຍ ແລະ ຂີ້ດຽດມັນທັງໝົດ. ມີພຽງແຕ່ຜູ້ນຳປອມເທົ່ານັ້ນທີ່ເພີດເພີນກັບການຖືກປະຈົບປະແຈງ. ເຮືອນຂອງພຣະເຈົ້າອາດຈະບໍ່ຍົກຍ້ອງ ຫຼື ສັນລະເສີນພວກເຂົາ ແຕ່ຖ້າປະຊາກອນທີ່ພຣະເຈົ້າເລືອກຍົກຍ້ອງ ແລະ ສັນລະເສີນພວກເຂົາ, ພວກເຂົາກໍຈະຮູ້ສຶກພໍໃຈຫຼາຍ ແລະ ພວກເຂົາກໍເພີດເພີນກັບມັນຢ່າງຍິ່ງ ແລະ ໃນທີ່ສຸດພວກເຂົາກໍໄດ້ຮັບການປອບໃຈບາງຢ່າງຈາກມັນ. ຜູ້ຕໍ່ຕ້ານພຣະຄຣິສຍິ່ງເພີດເພີນກັບການຖືກປະຈົບປະແຈງຫຼາຍກວ່ານັ້ນອີກ ແລະ ສິ່ງທີ່ພວກເຂົາເພີດເພີນທີ່ສຸດກໍຄືເມື່ອຄົນແບບນີ້ເຂົ້າໃກ້ພວກເຂົາ ແລະ ວົນວຽນຢູ່ອ້ອມຕົວພວກເຂົາ. ນີ້ບໍ່ແມ່ນເລື່ອງທີ່ຫຍຸ້ງຍາກບໍ? ນີ້ຄືສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເປັນ. ພວກເຂົາມັກໃຫ້ຄົນມາຍ້ອງຍໍ ແລະ ຍົກຍ້ອງພວກເຂົາ, ເຄົາລົບບູຊາ ແລະ ຕິດຕາມພວກເຂົາ, ໃນຂະນະທີ່ຜູ້ທີ່ໄລ່ຕາມຄວາມຈິງ ແລະ ຜູ້ທີ່ຂ້ອນຂ້າງຊື່ກົງບໍ່ມັກສິ່ງເຫຼົ່ານີ້ເລີຍ. ເຈົ້າຕ້ອງເຂົ້າໃກ້ຄົນທີ່ສາມາດເວົ້າຄວາມຈິງກັບເຈົ້າໄດ້. ການມີຄົນແບບນີ້ຢູ່ຄຽງຂ້າງເຈົ້າແມ່ນເປັນປະໂຫຍດຢ່າງຍິ່ງຕໍ່ເຈົ້າ. ໂດຍສະເພາະຢ່າງຍິ່ງ, ການມີຄົນດີແບບນັ້ນຢູ່ອ້ອມຕົວເຈົ້າເຊັ່ນ: ຜູ້ທີ່ເມື່ອພວກເຂົາຄົ້ນພົບບັນຫາກັບເຈົ້າ, ພວກເຂົາກໍມີຄວາມກ້າຫານທີ່ຈະຕຳນິເຈົ້າ ແລະ ເປີດໂປງເຈົ້າ, ສິ່ງນີ້ສາມາດປ້ອງກັນບໍ່ໃຫ້ເຈົ້າຫຼົງທາງໄດ້. ພວກເຂົາບໍ່ສົນໃຈວ່າສະຖານະຂອງເຈົ້າຈະສູງສໍ່າໃດ ແລະ ທັນທີທີ່ພວກເຂົາຄົ້ນພົບວ່າເຈົ້າໄດ້ເຮັດບາງສິ່ງບາງຢ່າງທີ່ຂັດກັບຫຼັກການຄວາມຈິງ, ພວກເຂົາກໍຈະຕຳນິ ແລະ ເປີດໂປງເຈົ້າຖ້າຈຳເປັນ. ມີພຽງແຕ່ຄົນແບບນັ້ນເທົ່ານັ້ນທີ່ເປັນຄົນຊື່ກົງ, ຄົນທີ່ມີຄວາມຮູ້ສຶກຍຸຕິທຳ. ບໍ່ວ່າພວກເຂົາຈະເປີດໂປງ ແລະ ຕຳນິເຈົ້າແນວໃດກໍຕາມ, ມັນລ້ວນແຕ່ເປັນປະໂຫຍດຕໍ່ເຈົ້າ ແລະ ມັນລ້ວນແຕ່ເປັນການກຳກັບດູແລເຈົ້າ ແລະ ຊຸກຍູ້ເຈົ້າໃຫ້ກ້າວໄປຂ້າງໜ້າ. ເຈົ້າຕ້ອງເຂົ້າໃກ້ຄົນແບບນັ້ນ. ດ້ວຍການມີຄົນແບບນັ້ນຢູ່ຄຽງຂ້າງເພື່ອຊ່ວຍເຫຼືອເຈົ້າ, ເຈົ້າກໍຈະປອດໄພຫຼາຍຂຶ້ນ, ນີ້ຄືສິ່ງທີ່ເອີ້ນວ່າການມີການປົກປ້ອງຂອງພຣະເຈົ້າ. ການມີຄົນທີ່ເຂົ້າໃຈຄວາມຈິງ ແລະ ຍຶດໝັ້ນໃນຫຼັກການຢູ່ຄຽງຂ້າງເຈົ້າທຸກມື້ເພື່ອກຳກັບດູແລເຈົ້າ ແມ່ນເປັນປະໂຫຍດຕໍ່ເຈົ້າຫຼາຍໃນການປະຕິບັດໜ້າທີ່ ແລະ ເຮັດວຽກງານຂອງເຈົ້າໃຫ້ດີ. ເຈົ້າຕ້ອງບໍ່ເອົາຄົນທີ່ມີເລ່ລ່ຽມ, ຫຼອກລວງ ທີ່ມາປະຈົບປະແຈງ ແລະ ຍົກຍໍປໍປັ້ນເຈົ້າມາເປັນຜູ້ຊ່ວຍຂອງເຈົ້າຢ່າງເດັດຂາດ. ການມີຄົນແບບນີ້ຕິດຢູ່ກັບເຈົ້າກໍປຽບເໝືອນການມີແມງວັນທີ່ເໝັນຄາວມາຕອມເຈົ້າ, ເຈົ້າຈະໄດ້ຮັບເຊື້ອແບັກທີເຣຍ ແລະ ເຊື້ອໄວຣັສຫຼາຍຢ່າງ! ຄົນແບບນັ້ນມີແນວໂນ້ມທີ່ຈະລົບກວນເຈົ້າ ແລະ ສົ່ງຜົນກະທົບຕໍ່ວຽກງານຂອງເຈົ້າ, ພວກເຂົາສາມາດເຮັດໃຫ້ເຈົ້າຕົກຢູ່ໃນການລອງໃຈ ແລະ ຫຼົງທາງໄດ້ ແລະ ພວກເຂົາສາມາດນຳເອົາຄວາມຫາຍະນະ ແລະ ໄພພິບັດມາສູ່ເຈົ້າໄດ້. ເຈົ້າຕ້ອງຢູ່ໃຫ້ຫ່າງຈາກພວກເຂົາ, ຍິ່ງໄກເທົ່າໃດກໍຍິ່ງດີ ແລະ ຖ້າເຈົ້າສາມາດແຍກແຍະໄດ້ວ່າພວກເຂົາມີແກ່ນແທ້ຂອງຜູ້ບໍ່ເຊື່ອ ແລະ ຄັດພວກເຂົາອອກຈາກຄຣິສຕະຈັກໄດ້, ນັ້ນກໍຍິ່ງດີກວ່າ. ເມື່ອຄົນຊື່ກົງທີ່ໄລ່ຕາມຄວາມຈິງເຫັນວ່າເຈົ້າມີບັນຫາ, ພວກເຂົາກໍຈະບອກຄວາມຈິງກັບເຈົ້າ ໂດຍບໍ່ສົນໃຈວ່າສະຖານະຂອງເຈົ້າຈະເປັນແນວໃດ, ເຈົ້າຈະປະຕິບັດຕໍ່ພວກເຂົາແນວໃດ ແລະ ເຖິງແມ່ນວ່າເຈົ້າຈະປົດພວກເຂົາອອກກໍຕາມ. ພວກເຂົາຈະບໍ່ພະຍາຍາມປົກປິດມັນ ຫຼື ເວົ້າອ້ອມຄ້ອມຈັກເທື່ອ. ມັນເປັນປະໂຫຍດຫຼາຍທີ່ຈະມີຄົນແບບນີ້ຢູ່ອ້ອມຕົວເຈົ້າຫຼາຍຂຶ້ນ! ເມື່ອເຈົ້າເຮັດບາງສິ່ງບາງຢ່າງທີ່ຂັດກັບຫຼັກການ, ພວກເຂົາກໍຈະເປີດໂປງເຈົ້າ, ໃຫ້ຄຳຄິດເຫັນກ່ຽວກັບບັນຫາຂອງເຈົ້າ ແລະ ຊີ້ບອກບັນຫາ ແລະ ຂໍ້ຜິດພາດຂອງເຈົ້າຢ່າງກົງໄປກົງມາ ແລະ ຊື່ສັດ. ພວກເຂົາຈະບໍ່ພະຍາຍາມຊ່ວຍຮັກສາໜ້າເຈົ້າ ແລະ ພວກເຂົາຈະບໍ່ໃຫ້ໂອກາດເຈົ້າເພື່ອຫຼີກລ່ຽງຄວາມອັບອາຍຕໍ່ໜ້າຄົນຈຳນວນຫຼາຍອີກດ້ວຍ. ເຈົ້າຄວນປະຕິບັດຕໍ່ຄົນແບບນັ້ນແນວໃດ? ເຈົ້າຄວນທໍລະມານພວກເຂົາ ຫຼື ເຂົ້າໃກ້ພວກເຂົາ? (ເຂົ້າໃກ້ພວກເຂົາ.) ຖືກຕ້ອງແລ້ວ. ເຈົ້າຄວນເປີດໃຈຂອງເຈົ້າ ແລະ ໂອ້ລົມກັບພວກເຂົາ ໂດຍກ່າວວ່າ “ທີ່ເຈົ້າຊີ້ບອກບັນຫາໃຫ້ຂ້ອຍນັ້ນແມ່ນຖືກຕ້ອງແລ້ວ. ໃນເວລານັ້ນ, ຂ້ອຍເຕັມໄປດ້ວຍຄວາມທະນົງໂຕ ແລະ ຄວາມຄິດກ່ຽວກັບສະຖານະ. ຂ້ອຍຮູ້ສຶກວ່າຂ້ອຍໄດ້ເປັນຜູ້ນຳມາຫຼາຍປີແລ້ວ, ແຕ່ເຈົ້າບໍ່ພຽງແຕ່ບໍ່ພະຍາຍາມຊ່ວຍຂ້ອຍຮັກສາໜ້າເທົ່ານັ້ນ ແຕ່ເຈົ້າຍັງຊີ້ບອກບັນຫາຂອງຂ້ອຍຕໍ່ໜ້າຄົນຈຳນວນຫຼາຍອີກດ້ວຍ, ດັ່ງນັ້ນ ຂ້ອຍຈຶ່ງບໍ່ສາມາດຍອມຮັບມັນໄດ້. ເຖິງຢ່າງໃດກໍຕາມ, ຕອນນີ້ຂ້ອຍເຫັນແລ້ວວ່າສິ່ງທີ່ຂ້ອຍໄດ້ເຮັດນັ້ນຂັດກັບຫຼັກການ ແລະ ຄວາມຈິງແທ້ໆ ແລະ ຂ້ອຍບໍ່ຄວນເຮັດແບບນັ້ນເລີຍ. ການມີຕຳແໜ່ງເປັນຜູ້ນຳນັ້ນສຳຄັນຫຍັງ? ນີ້ບໍ່ແມ່ນພຽງແຕ່ໜ້າທີ່ຂອງຂ້ອຍບໍ? ພວກເຮົາທຸກຄົນລ້ວນແຕ່ກຳລັງປະຕິບັດໜ້າທີ່ຂອງພວກເຮົາ ແລະ ພວກເຮົາທຸກຄົນລ້ວນແຕ່ມີສະຖານະເທົ່າທຽມກັນ. ຄວາມແຕກຕ່າງພຽງຢ່າງດຽວກໍຄືຂ້ອຍແບກຮັບຄວາມຮັບຜິດຊອບຫຼາຍກວ່າໜ້ອຍໜຶ່ງ ກໍເທົ່ານັ້ນເອງ. ຖ້າເຈົ້າຄົ້ນພົບບັນຫາໃດໆໃນອະນາຄົດ ກໍຈົ່ງເວົ້າໃນສິ່ງທີ່ເຈົ້າຄວນເວົ້າ ແລະ ຈະບໍ່ມີຄວາມບາດໝາງສ່ວນຕົວລະຫວ່າງພວກເຮົາ. ຖ້າພວກເຮົາມີຄວາມເຂົ້າໃຈກ່ຽວກັບຄວາມຈິງແຕກຕ່າງກັນ, ແລ້ວພວກເຮົາກໍສາມາດໂອ້ລົມນຳກັນໄດ້. ໃນເຮືອນຂອງພຣະເຈົ້າ ແລະ ຕໍ່ໜ້າພຣະເຈົ້າ ແລະ ຄວາມຈິງ, ພວກເຮົາຈະເປັນໜຶ່ງດຽວກັນ, ບໍ່ຫ່າງເຫີນກັນ”. ນີ້ຄືທັດສະນະຄະຕິຂອງການປະຕິບັດ ແລະ ການຮັກຄວາມຈິງ. ເຈົ້າຄວນເຮັດແນວໃດຖ້າເຈົ້າປາຖະໜາທີ່ຈະຢູ່ໃຫ້ຫ່າງຈາກເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ? ເຈົ້າຄວນເປັນຝ່າຍລິເລີ່ມທີ່ຈະເຂົ້າໃກ້ຄົນທີ່ຮັກຄວາມຈິງ, ຄົນທີ່ຊື່ກົງ, ເຂົ້າໃກ້ຄົນທີ່ສາມາດຊີ້ບອກບັນຫາຂອງເຈົ້າ, ຜູ້ທີ່ສາມາດເວົ້າຄວາມຈິງ ແລະ ຕຳນິເຈົ້າເມື່ອພວກເຂົາຄົ້ນພົບບັນຫາຂອງເຈົ້າ ແລະ ໂດຍສະເພາະຄົນທີ່ສາມາດລິຮານເຈົ້າເມື່ອພວກເຂົາຄົ້ນພົບບັນຫາຂອງເຈົ້າ, ຄົນເຫຼົ່ານີ້ຄືຄົນທີ່ເປັນປະໂຫຍດຕໍ່ເຈົ້າທີ່ສຸດ ແລະ ເຈົ້າຄວນເຫັນຄຸນຄ່າຂອງພວກເຂົາ. ຖ້າເຈົ້າກີດກັນ ແລະ ກຳຈັດຄົນດີແບບນັ້ນ, ແລ້ວເຈົ້າກໍຈະສູນເສຍການປົກປ້ອງຂອງພຣະເຈົ້າ ແລະ ໄພພິບັດກໍຈະຄ່ອຍໆມາເຖິງເຈົ້າ. ດ້ວຍການເຂົ້າໃກ້ຄົນດີ ແລະ ຄົນທີ່ເຂົ້າໃຈຄວາມຈິງ, ເຈົ້າກໍຈະມີຄວາມສະຫງົບ ແລະ ຄວາມຍິນດີ ແລະ ເຈົ້າກໍຈະສາມາດປ້ອງກັນໄພພິບັດໄດ້. ດ້ວຍການເຂົ້າໃກ້ຄົນຊົ່ວຊ້າ, ຄົນບໍ່ມີຢາງອາຍ ແລະ ຄົນທີ່ປະຈົບປະແຈງເຈົ້າ, ເຈົ້າກໍຈະຕົກຢູ່ໃນອັນຕະລາຍ. ເຈົ້າບໍ່ພຽງແຕ່ຈະຖືກຫຼອກລວງ ແລະ ຕົກຫຼຸມພາງໄດ້ງ່າຍເທົ່ານັ້ນ ແຕ່ໄພພິບັດອາດຈະມາເຖິງເຈົ້າໄດ້ທຸກເວລາ. ເຈົ້າຕ້ອງຮູ້ວ່າຄົນປະເພດໃດສາມາດເປັນປະໂຫຍດຕໍ່ເຈົ້າໄດ້ຫຼາຍທີ່ສຸດ, ນັ້ນກໍຄືຜູ້ທີ່ສາມາດຕັກເຕືອນເຈົ້າເມື່ອເຈົ້າເຮັດບາງສິ່ງບາງຢ່າງຜິດພາດ ຫຼື ເມື່ອເຈົ້າຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງ ແລະ ເຮັດໃຫ້ຄົນອື່ນຫຼົງຜິດ, ນັ້ນຄືຄົນທີ່ສາມາດເປັນປະໂຫຍດຕໍ່ເຈົ້າໄດ້ຫຼາຍທີ່ສຸດ. ການເຂົ້າໃກ້ຄົນແບບນັ້ນຄືເສັ້ນທາງທີ່ຖືກຕ້ອງທີ່ຈະກ້າວເດີນ. ພວກເຈົ້າສາມາດເຮັດສິ່ງນີ້ໄດ້ບໍ? ຖ້າຄົນໃດຄົນໜຶ່ງເວົ້າບາງສິ່ງບາງຢ່າງທີ່ທຳລາຍຊື່ສຽງຂອງເຈົ້າ ແລະ ເຈົ້າໃຊ້ເວລາຕະຫຼອດຊີວິດທີ່ເຫຼືອຂອງເຈົ້າເພື່ອຄຽດແຄ້ນພວກເຂົາ ໂດຍກ່າວວ່າ “ເປັນຫຍັງເຈົ້າຈຶ່ງເປີດໂປງຂ້ອຍ? ຂ້ອຍບໍ່ເຄີຍປະຕິບັດບໍ່ດີຕໍ່ເຈົ້າເລີຍ. ເປັນຫຍັງເຈົ້າຈຶ່ງຕ້ອງສ້າງຄວາມຫຍຸ້ງຍາກໃຫ້ຂ້ອຍຢູ່ສະເໝີ?” ແລ້ວເຈົ້າກໍເກັບຄວາມແຄ້ນໄວ້ໃນໃຈຂອງເຈົ້າ, ເກີດຄວາມບາດໝາງຂຶ້ນ ແລະ ເຈົ້າຄິດຢູ່ສະເໝີວ່າ “ຂ້ອຍເປັນຜູ້ນຳ, ຂ້ອຍມີອັດຕະລັກ ແລະ ສະຖານະນີ້ ແລະ ຂ້ອຍຈະບໍ່ອະນຸຍາດໃຫ້ເຈົ້າເວົ້າແບບນັ້ນ”, ແລ້ວນີ້ຄືການສະແດງອອກປະເພດໃດ? ມັນຄືການບໍ່ຍອມຮັບຄວາມຈິງ ແລະ ການຕັ້ງຕົນເປັນປໍລະປັກກັບຄົນອື່ນ. ມັນຄືການເປັນຄົນທີ່ບໍ່ມີເຫດຜົນໃນລະດັບໜຶ່ງ. ນີ້ບໍ່ແມ່ນຄວາມຄິດກ່ຽວກັບສະຖານະຂອງເຈົ້າທີ່ກຳລັງສ້າງບັນຫາບໍ? ສິ່ງນີ້ສະແດງໃຫ້ເຫັນວ່າອຸປະນິໄສທີ່ເສື່ອມຊາມຂອງເຈົ້າຮ້າຍແຮງເກີນໄປ. ຜູ້ທີ່ມີຄວາມຄິດກ່ຽວກັບສະຖານະຢູ່ສະເໝີຄືຄົນທີ່ມີອຸປະນິໄສແບບຜູ້ຕໍ່ຕ້ານພຣະຄຣິສທີ່ຮ້າຍແຮງ. ຖ້າພວກເຂົາຍັງເຮັດຄວາມຊົ່ວນຳອີກ, ແລ້ວພວກເຂົາກໍຈະຖືກເປີດເຜີຍ ແລະ ຖືກກຳຈັດຢ່າງໄວວາ. ມັນເປັນອັນຕະລາຍຫຼາຍສຳລັບຜູ້ຄົນທີ່ຈະປະຕິເສດ ແລະ ບໍ່ຍອມຮັບຄວາມຈິງ! ການມີຄວາມປາຖະໜາທີ່ຈະຍາດແຍ່ງສະຖານະຢູ່ສະເໝີ ແລະ ການຕ້ອງການເພີດເພີນກັບຜົນປະໂຫຍດຈາກສະຖານະຄືສັນຍານຂອງອັນຕະລາຍ. ເມື່ອຫົວໃຈຂອງຄົນເຮົາຖືກບີບຄັ້ນໂດຍສະຖານະຢູ່ສະເໝີ, ຄົນເຮົາຍັງຈະສາມາດປະຕິບັດຄວາມຈິງ ແລະ ຈັດການສິ່ງຕ່າງໆຕາມຫຼັກການໄດ້ຢູ່ບໍ? ຖ້າຄົນໃດຄົນໜຶ່ງບໍ່ສາມາດປະຕິບັດຄວາມຈິງໄດ້ ແລະ ກະທຳການເພື່ອເຫັນແກ່ຊື່ສຽງ, ຜົນປະໂຫຍດ ແລະ ສະຖານະຢູ່ສະເໝີ ແລະ ໃຊ້ອຳນາດຂອງພວກເຂົາເພື່ອເຮັດສິ່ງຕ່າງໆຢູ່ສະເໝີ, ແລ້ວພວກເຂົາບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິສທີ່ຊັດເຈນເຊິ່ງກຳລັງສະແດງທາດແທ້ຂອງພວກເຂົາອອກມາບໍ?
ການສະແດງອອກຕ່າງໆເຊັ່ນ: ການຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງ ແມ່ນການສະແດງອອກທີ່ພົບເຫັນໄດ້ທົ່ວໄປທີ່ສຸດຂອງຜູ້ຕໍ່ຕ້ານພຣະຄຣິສ. ບໍ່ວ່າຈະເປັນໃນຊີວິດປະຈຳວັນ ຫຼື ໃນວິທີທີ່ພວກເຂົາມີປະຕິສຳພັນກັບຄົນອື່ນ ແລະ ຈັດການກັບສິ່ງຕ່າງໆ ຫຼື ບໍ່ວ່າຈະເປັນໃນຊີວິດຄຣິສຕະຈັກ, ການສະແດງອອກເຫຼົ່ານີ້ກໍສາມາດເຫັນໄດ້ສະເໝີ, ເພາະວ່າການສະແດງອອກເຫຼົ່ານີ້ຄືການເປີດເຜີຍອຸປະນິໄສທີ່ເສື່ອມຊາມ. ຕົວຢ່າງ: ຄວາມຈິງທີ່ກ່ຽວຂ້ອງກັບວິທີທີ່ຄົນເຮົາປະຕິບັດຕໍ່ໜ້າທີ່ຂອງຕົນ, ວິທີທີ່ຄົນເຮົາປະຕິບັດຕໍ່ຄົນອື່ນ ແລະ ວິທີທີ່ຄົນເຮົາແຍກແຍະຄົນອື່ນ ແມ່ນຄວາມຈິງທີ່ພວກເຮົາໄດ້ໂອ້ລົມກັນແລ້ວ. ເປັນເພາະວ່າພວກເຈົ້າຮູ້ຈັກການສະແດງອອກທີ່ເປັນຮູບປະທຳຂອງສິ່ງເຫຼົ່ານີ້ໃນຊີວິດປະຈຳວັນຂອງພວກເຈົ້າ ແຕ່ພວກເຈົ້າບໍ່ສາມາດຮັບຮູ້ວ່າພວກມັນເປັນບັນຫາ, ແມ່ນບໍ? ຫຼື ເປັນເພາະວ່າພວກເຈົ້າຍັງບໍ່ໄດ້ເລີ່ມຕົ້ນການເຂົ້າສູ່ໂດຍແນໃສ່ບັນຫາສະເພາະເຫຼົ່ານີ້, ແມ່ນບໍ? ຖ້າພວກເຈົ້າບໍ່ເລີ່ມຕົ້ນດ້ວຍອຸປະນິໄສ ຫຼື ບາງຄັ້ງພວກເຈົ້າສະແດງການສະແດງອອກເຫຼົ່ານີ້ອອກມາ ແຕ່ບໍ່ຮູ້ວ່າພວກມັນເປັນບັນຫາທາງອຸປະນິໄສ ຫຼື ບໍ່, ດ້ວຍເຫດນັ້ນ ພວກເຈົ້າຈຶ່ງບໍ່ໃສ່ໃຈພວກມັນ, ແລ້ວພວກເຈົ້າກໍຍັງຫ່າງໄກຈາກການບັນລຸການປ່ຽນແປງທາງອຸປະນິໄສຫຼາຍ. ຖ້າເຈົ້າບໍ່ສາມາດຮັບຮູ້ວ່າການສະແດງອອກເຫຼົ່ານີ້ຄືການທີ່ເຈົ້າຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງ, ຖ້າເຈົ້າບໍ່ຮູ້ວ່າການສະແດງອອກເຫຼົ່ານີ້ກຳລັງຖືກຄວບຄຸມໂດຍອຸປະນິໄສທີ່ເສື່ອມຊາມຂອງເຈົ້າ ແລະ ເຈົ້າຖືວ່າພວກມັນເປັນລັກສະນະນິໄສປະເພດໜຶ່ງ ຫຼື ເປັນວິທີການເຮັດສິ່ງຕ່າງໆທີ່ຕິດໂຕມາແຕ່ເກີດ ຫຼື ເປັນການຮັບຮູ້ ແລະ ຫຼຸດຄວາມສຳຄັນຂອງພວກມັນລົງ ແລະ ເຈົ້າບໍ່ຖືວ່າພວກມັນເປັນການເປີດເຜີຍອຸປະນິໄສທີ່ເສື່ອມຊາມ ແລະ ແກ່ນແທ້ທີ່ເສື່ອມຊາມຂອງເຈົ້າ, ແລ້ວເຈົ້າກໍຈະພົບວ່າມັນຍາກທີ່ຈະປ່ຽນແປງອຸປະນິໄສທີ່ເສື່ອມຊາມທີ່ກ່ຽວຂ້ອງນັ້ນ. ສິ່ງທີ່ຜູ້ຄົນສາມາດຮັບຮູ້ໄດ້ວ່າກ່ຽວຂ້ອງກັບອຸປະນິໄສ, ບໍ່ວ່າຈະເປັນວິທີການເຮັດສິ່ງຕ່າງໆ ຫຼື ສະພາວະທີ່ພວກເຂົາກຳລັງເປັນຢູ່, ບໍ່ວ່າຈະເປັນພຶດຕິກຳພາຍນອກ ຫຼື ຄຳເວົ້າ ແລະ ການກ່າວຂອງພວກເຂົາ, ບໍ່ວ່າຈະເປັນຄວາມຄິດ ແລະ ມຸມມອງຂອງພວກເຂົາ ຫຼື ຄວາມເຂົ້າໃຈຂອງພວກເຂົາກ່ຽວກັບເລື່ອງໃດໜຶ່ງ, ຕາບໃດທີ່ມັນກ່ຽວຂ້ອງກັບອຸປະນິໄສ-ແກ່ນແທ້, ແລ້ວພວກເຂົາກໍຄວນຖືວ່າມັນເປັນການສະແດງອອກ ຫຼື ການເປີດເຜີຍແກ່ນແທ້ທຳມະຊາດຂອງມະນຸດຢູ່ສະເໝີ ແລະ ດ້ວຍວິທີນີ້ ຄວາມເຂົ້າໃຈຂອງພວກເຂົາຈະບໍ່ກວ້າງຂວາງຂຶ້ນບໍ? ພວກເຂົາບໍ່ຄວນພຽງແຕ່ເຂົ້າໃຈສິ່ງທີ່ໃຫຍ່ໂຕເຊັ່ນ: ການທີ່ຄົນໃດຄົນໜຶ່ງຕໍ່ຕ້ານພຣະເຈົ້າ, ບໍ່ຮັກຄວາມຈິງ, ໂລບມາກໃນສະຖານະ ຫຼື ການທີ່ຄົນໃດຄົນໜຶ່ງເຮັດໃຫ້ຜູ້ຄົນຫຼົງຜິດດ້ວຍສິ່ງທີ່ພວກເຂົາເວົ້າ, ແຕ່ຄວນເຂົ້າໃຈທຸກສິ່ງທຸກຢ່າງຕັ້ງແຕ່ສິ່ງເລັກໆນ້ອຍໆເຊັ່ນ: ແນວຄິດ ແລະ ເຈດຕະນາສະເພາະ, ໄປຈົນເຖິງສິ່ງທີ່ໃຫຍ່ໂຕເຊັ່ນ: ຂໍ້ໂຕ້ແຍ້ງ ຫຼື ຄຳກ່າວ. ເຮົາຫາກໍກ່າວເຖິງຫົກສິ່ງລວມກັນ ເຊິ່ງໃນນັ້ນມີຄວາມຄິດ ແລະ ມຸມມອງ ພ້ອມທັງຄວາມເຂົ້າໃຈຂອງຄົນໃດຄົນໜຶ່ງກ່ຽວກັບເລື່ອງໃດໜຶ່ງ. ຄວາມຄິດ ແລະ ມຸມມອງຄືສິ່ງທີ່ມີຢູ່ໃນຈິດສຳນຶກ ແລະ ຄວາມຄິດຂອງຄົນໃດຄົນໜຶ່ງ. ຄວາມເຂົ້າໃຈຄືສິ່ງທີ່ໄດ້ຮັບການຮັບຮູ້ແລ້ວ ແລະ ເປັນສິ່ງທີ່ຄົນເຮົາສາມາດສ້າງເປັນຄຳເວົ້າ ແລະ ຄຳກ່າວທີ່ເປັນຮູບປະທຳໄດ້. ຈາກນັ້ນກໍມີພຶດຕິກຳ ແລະ ພາສາ. ລວມທັງໝົດນີ້ຄືສີ່ສິ່ງ. ຍັງມີຄຳກ່າວ ແລະ ຂໍ້ໂຕ້ແຍ້ງອີກດ້ວຍ. ຄຳກ່າວ ແລະ ຂໍ້ໂຕ້ແຍ້ງກົງກັນຂ້າມກັບຫຍັງ? (ເຈດຕະນາ ແລະ ແນວຄິດ.) ແນວຄິດຄືສິ່ງທີ່ຂ້ອນຂ້າງຄຸມເຄືອເຊິ່ງເກີດຂຶ້ນໃນຈິດໃຈໂດຍບໍ່ຮູ້ຕົວ. ພວກມັນຍັງບໍ່ທັນໄດ້ຖືກກຳນົດວ່າຖືກ ຫຼື ຜິດ, ເຈົ້າພຽງແຕ່ຄິດເຖິງພວກມັນ ແລະ ພວກມັນຍັງບໍ່ທັນເປັນຮູບເປັນຮ່າງຢູ່ພາຍໃນຕົວເຈົ້າ, ໃນຂະນະທີ່ຂໍ້ໂຕ້ແຍ້ງທີ່ເວົ້າອອກມາແມ່ນເປັນຮູບເປັນຮ່າງແລ້ວ. ລວມທັງໝົດມີສາມກຸ່ມ ແລະ ຫົກສິ່ງ. ຈົ່ງຖືເອົາຫົກສິ່ງນີ້ເປັນເສັ້ນທາງໃນການໄຈ້ແຍກແກ່ນແທ້ຂອງອຸປະນິໄສທີ່ເສື່ອມຊາມຂອງພວກເຈົ້າ ແລະ ບັນລຸການປ່ຽນແປງທາງອຸປະນິໄສ, ຕັ້ງແຕ່ນີ້ເປັນຕົ້ນໄປ ຈົ່ງເລີ່ມຕົ້ນຮູ້ຈັກອຸປະນິໄສທີ່ເສື່ອມຊາມ ແລະ ແກ່ນແທ້ທີ່ເສື່ອມຊາມຂອງພວກເຈົ້າເອງຈາກຫົກສິ່ງນີ້ ແລະ ດ້ວຍວິທີນີ້ ພວກເຈົ້າກໍຈະຮູ້ຈັກຕົນເອງຢ່າງແທ້ຈິງ.
ຫຼັງຈາກທີ່ໄດ້ຟັງການໂອ້ລົມໃນມື້ນີ້ແລ້ວ ພວກເຈົ້າຈຳເປັນຕ້ອງໃຊ້ເວລາຈັກໜ້ອຍເພື່ອຍ່ອຍສິ່ງທີ່ພວກເຈົ້າໄດ້ຍິນບໍ? ເມື່ອພວກເຈົ້າເຕົ້າໂຮມກັນ ພວກເຈົ້າສາມາດໂອ້ລົມກ່ຽວກັບແສງສະຫວ່າງບາງຢ່າງ ຫຼື ປຽບທຽບໃສ່ກັບຕົວພວກເຈົ້າເອງບົນພື້ນຖານນີ້ໄດ້ບໍ? ນີ້ຄືສິ່ງທີ່ສຳຄັນ ແລະ ມັນເປັນປະໂຫຍດຕໍ່ພວກເຈົ້າທີ່ສຸດ. ເມື່ອພວກເຈົ້າເຕົ້າໂຮມກັນ ພວກເຈົ້າຈຳເປັນຕ້ອງໂອ້ລົມ, ແລກປ່ຽນແນວຄິດ ແລະ ສົນທະນາກ່ຽວກັບປະສົບການ ແລະ ຄວາມເຂົ້າໃຈຂອງພວກເຈົ້າ, ສິ່ງນີ້ມີປະສິດທິຜົນທີ່ສຸດ. ກ່ອນໜ້ານີ້ພວກເຮົາເຄີຍໃຊ້ຄຳວ່າ “ໄຕ່ຕອງ” ຢູ່ສະເໝີ. ໃນພາສາປາກເວົ້າ ພວກເຮົາເວົ້າວ່າ “ຄ້ຽວເອື້ອງ”. ສິ່ງນີ້ໝາຍເຖິງການອ່ານໃຫ້ຫຼາຍຂຶ້ນ, ອ່ານອະທິຖານໃຫ້ຫຼາຍຂຶ້ນ, ຄິດໃຫ້ຫຼາຍຂຶ້ນ ແລະ ສະແຫວງຫາໃຫ້ຫຼາຍຂຶ້ນ, ນຳເອົາສິ່ງທີ່ພວກເຈົ້າເຂົ້າໃຈໃນເວລານັ້ນ ພ້ອມທັງສິ່ງທີ່ພວກເຈົ້າບໍ່ເຂົ້າໃຈ ແລະ ຖືວ່າເປັນຫຼັກຄຳສອນ, ຈຸດສຳຄັນ, ຈຸດທີ່ທຸກຄົນເຂົ້າໃຈຜິດ ແລະ ຈຸດທີ່ພວກເຈົ້າຍັງບໍ່ທັນເຂົ້າໃຈ ມາເນັ້ນໃສ່ທັງໝົດໃນການໂອ້ລົມ, ນີ້ຄືຄວາມໝາຍຂອງຄຳວ່າ “ການຄ້ຽວເອື້ອງ”. ດ້ວຍວິທີນີ້, ຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບລາຍລະອຽດຂອງຄວາມຈິງເຫຼົ່ານີ້, ຄວາມແຕກຕ່າງຕ່າງໆລະຫວ່າງຄວາມຈິງ ແລະ ຄຳນິຍາມຂອງຄວາມຈິງແຕ່ລະຢ່າງຈະກາຍເປັນສິ່ງທີ່ຊັດເຈນ ແລະ ຖືກຕ້ອງຫຼາຍຂຶ້ນເລື້ອຍໆ. ພວກເຈົ້າຄິດວ່າຄວາມຈິງຕ່າງໆທີ່ພວກເຈົ້າໄດ້ເຂົ້າໃຈ ແລະ ປະຕິບັດໃນຊຸມປີມໍ່ໆມານີ້ກາຍເປັນສິ່ງທີ່ຄຸມເຄືອຫຼາຍຂຶ້ນ ຫຼື ຊັດເຈນຫຼາຍຂຶ້ນເມື່ອປຽບທຽບກັບແຕ່ກ່ອນ? (ຊັດເຈນຫຼາຍຂຶ້ນ.) ແລ້ວໃນຊຸມປີມານີ້, ມີການປ່ຽນແປງອັນໃຫຍ່ຫຼວງໃດໆໃນເສັ້ນທາງແຫ່ງຄວາມເຊື່ອໃນພຣະເຈົ້າຂອງພວກເຈົ້າ, ທິດທາງໃນການປະພຶດຕົນຂອງພວກເຈົ້າ ພ້ອມທັງເຈດຕະນາ, ແຮງຈູງໃຈ ແລະ ແຮງຂັບເຄື່ອນທີ່ຢູ່ເບື້ອງຫຼັງການປະຕິບັດໜ້າທີ່ຂອງພວກເຈົ້າບໍ? (ຫຼັງຈາກທີ່ໄດ້ຮັບການຕີສອນ ແລະ ການລົງວິໄນບາງຢ່າງຈາກພຣະເຈົ້າ ພ້ອມທັງການກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ, ຂ້ານ້ອຍຮູ້ສຶກວ່າມີການປ່ຽນແປງບາງຢ່າງ.) ການທີ່ມີການປ່ຽນແປງນັ້ນແມ່ນຖືກຕ້ອງແລ້ວ ແລະ ມັນຄືສິ່ງທີ່ຄວນຈະເກີດຂຶ້ນ. ບາງຄົນກໍເມີນເສີຍມາໂດຍຕະຫຼອດ ແລະ ບໍ່ໄດ້ປ່ຽນແປງເລີຍແມ່ນແຕ່ໜ້ອຍດຽວຫຼັງຈາກທີ່ໄດ້ຟັງຄຳເທດສະໜາມາຫຼາຍ. ພວກເຂົາບໍ່ຊາບຊຶ້ງໃນສ່ວນເລິກຂອງຫົວໃຈຂອງພວກເຂົາ, ນັ້ນກໍຄື ບໍ່ມີການເຕົ້າໂຮມ ຫຼື ການໂອ້ລົມໃດໆທີ່ສາມາດປ່ຽນແປງທິດທາງທີ່ພວກເຂົາກຳລັງກ້າວໄປໄດ້, ພວກເຂົາຊ່າງມຶນຊາ ແລະ ປັນຍາທຶບແທ້ໆ! ຕອນນີ້ເສັ້ນທາງໄປສູ່ການໄດ້ຮັບຄວາມລອດພົ້ນຄວນຈະຊັດເຈນຂຶ້ນເລື້ອຍໆ ແລະ ຜູ້ທີ່ມີປະສົບການກໍເຫັນໄດ້ຢ່າງຊັດເຈນ ແລະ ແຈ່ມແຈ້ງເຖິງວິທີທີ່ພຣະເຈົ້າຊ່ວຍມະນຸດໃຫ້ລອດພົ້ນ ພ້ອມທັງຈຸດປະສົງຂອງພຣະອົງໃນການເຮັດເຊັ່ນນັ້ນ. ຖ້າຫຼັງຈາກທີ່ເຊື່ອໃນພຣະເຈົ້າມາຫຼາຍປີ ເຈົ້າຍັງບໍ່ຮູ້ວ່າພຣະເຈົ້າຊ່ວຍຜູ້ຄົນໃຫ້ລອດພົ້ນແນວໃດ ແລະ ພຣະອົງເຮັດໃຫ້ພວກເຂົາບໍລິສຸດຈາກຄວາມເສື່ອມຊາມແນວໃດ, ນັ້ນກໍສະແດງວ່າເຈົ້າບໍ່ມີຄວາມເຂົ້າໃຈກ່ຽວກັບຄວາມຈິງເລີຍແມ່ນແຕ່ໜ້ອຍດຽວ ແລະ ບໍ່ມີຄວາມເຂົ້າໃຈກ່ຽວກັບວຽກງານຂອງພຣະເຈົ້າເລີຍແມ່ນແຕ່ໜ້ອຍດຽວ. ຄົນແບບນັ້ນເຊື່ອແບບງົມງວຍ, ບໍ່ແມ່ນບໍ?
ວັນທີ 20 ມີນາ 2019