ລາຍການທີໜຶ່ງ: ພວກເຂົາພະຍາຍາມເອົາຊື້ໃຈຜູ້ຄົນ

ບົດເສີມ: ຄວາມຈິງເພີ່ມເຕີມໃນການເທດສະໜາພຣະກິດຕິຄຸນ

ຫົວຂໍ້ທີ່ໄດ້ໂອ້ລົມກັນໃນການເຕົ້າໂຮມສອງສາມຄັ້ງກ່ອນໜ້ານີ້ແມ່ນກ່ຽວກັບການປະຕິບັດໜ້າທີ່ຂອງຕົນໃນວິທີທີ່ໄດ້ມາດຕະຖານ ແລະ ພວກເຮົາໄດ້ຈັດປະເພດໜ້າທີ່ທີ່ຜູ້ຄົນຄວນປະຕິບັດ ພ້ອມທັງບຸກຄະລາກອນ. ປະເພດທີ່ສະເພາະເຈາະຈົງມີຫຍັງແດ່? (ປະເພດທີໜຶ່ງຄືຜູ້ເຮັດວຽກຂ່າວປະເສີດ, ປະເພດທີສອງລວມມີຜູ້ນໍາ ແລະ ຜູ້ເຮັດວຽກໃນທຸກລະດັບໃນຄຣິສຕະຈັກ, ປະເພດທີສາມກວມເອົາບຸກຄະລາກອນທີ່ປະຕິບັດໜ້າທີ່ພິເສດຕ່າງໆ, ປະເພດທີສີ່ປະກອບດ້ວຍຜູ້ທີ່ປະຕິບັດໜ້າທີ່ທຳມະດາ, ປະເພດທີຫ້າກ່ຽວຂ້ອງກັບຜູ້ທີ່ປະຕິບັດໜ້າທີ່ໃນເວລາຫວ່າງຂອງພວກເຂົາ ແລະ ປະເພດທີຫົກໝາຍເຖິງຜູ້ທີ່ບໍ່ໄດ້ປະຕິບັດໜ້າທີ່.) ລວມທັງໝົດມີຫົກປະເພດ. ຄັ້ງກ່ອນ ພວກເຮົາໄດ້ໂອ້ລົມກັນກ່ຽວກັບປະເພດທີໜຶ່ງ ເຊິ່ງຕິດພັນກັບຫຼັກການ ແລະ ຄວາມຈິງທີ່ກ່ຽວຂ້ອງກັບໜ້າທີ່ໃນການເທດສະໜາຂ່າວປະເສີດ, ໂດຍກວມເອົາເນື້ອຫາຈາກທຸກດ້ານຂອງການເທດສະໜາຂ່າວປະເສີດ, ລວມທັງຈຸດທີ່ຕ້ອງເອົາໃຈໃສ່, ຫຼັກການ ແລະ ຄວາມຈິງທີ່ກ່ຽວຂ້ອງ ແລະ ຂົງເຂດທີ່ຜູ້ຄົນຄວນລະມັດລະວັງ ພ້ອມທັງຂໍ້ຜິດພາດທີ່ພົບເຫັນທົ່ວໄປ ແລະ ການບິດເບືອນທີ່ເກີດຂຶ້ນໃນຂະບວນການປະຕິບັດໜ້າທີ່ນີ້. ຫຼັງຈາກທີ່ຟັງການເທດສະໜາໃນຫົວຂໍ້ໃດໜຶ່ງແລ້ວ, ພວກເຈົ້າສາມາດສະຫຼຸບຈຸດສຳຄັນທີ່ຢູ່ໃນນັ້ນໄດ້ບໍ? ຖ້າພວກເຈົ້າສາມາດກຳແໜ້ນເນື້ອໃນສຳຄັນຂອງຫົວຂໍ້ໃດໜຶ່ງ, ເອົາຄວາມຈິງທີ່ກ່ຽວຂ້ອງມາໃສ່ໃຈ, ແລ້ວໃນລະຫວ່າງການປະຕິບັດໜ້າທີ່ຂອງພວກເຈົ້າ ກໍຄ່ອຍໆປ່ຽນພວກມັນໃຫ້ກາຍເປັນຄວາມເປັນຈິງຂອງພວກເຈົ້າເອງ, ຊີວິດຂອງພວກເຈົ້າເອງ ແລະ ເສັ້ນທາງແຫ່ງການປະຕິບັດຂອງພວກເຈົ້າເອງ, ແລ້ວພວກເຈົ້າກໍໄດ້ຊຶມຊັບເນື້ອຫາທີ່ເຮົາໄດ້ໂອ້ລົມຢ່າງແທ້ຈິງ. ຖ້າຫຼັງຈາກທີ່ໂອ້ລົມກ່ຽວກັບການເທດສະໜາແລ້ວ, ພວກເຈົ້າມີພຽງແຕ່ແນວຄວາມຄິດທົ່ວໄປ ຫຼື ຈື່ຈຳເຫດການ ແລະ ເລື່ອງລາວບາງຢ່າງໄດ້ ແຕ່ບໍ່ເຂົ້າໃຈວ່າຄວາມຈິງ ແລະ ຫຼັກການທີ່ຢູ່ເບື້ອງຫຼັງວ່າອາດຈະແມ່ນຫຍັງ ແລະ ເປັນຫຍັງຈຶ່ງມີການໂອ້ລົມກ່ຽວກັບສິ່ງເຫຼົ່ານີ້, ສິ່ງນັ້ນນັບວ່າເປັນການມີຄວາມເຂົ້າໃຈໄດ້ບໍ? ສິ່ງນັ້ນນັບວ່າເປັນການເຂົ້າໃຈຄວາມຈິງບໍ? (ບໍ່ນັບ.) ມັນບໍ່ນັບວ່າເປັນການເຂົ້າໃຈຄວາມຈິງ; ນັ້ນກໍຄື ພວກເຈົ້າບໍ່ເຂົ້າໃຈວ່າຄວາມຈິງໃດທີ່ກຳລັງຖືກຖ່າຍທອດ, ພວກເຈົ້າບໍ່ໄດ້ຢັ່ງຮູ້ພວກມັນ ແລະ ພວກເຈົ້າບໍ່ໄດ້ຍອມຮັບພວກມັນ. ແລ້ວພວກເຈົ້າສາມາດເຮັດການສະຫຼຸບໄດ້ບໍ? ມີໃຜສາມາດບອກເຮົາເຖິງຈຸດສຳຄັນຈາກການໂອ້ລົມຄັ້ງກ່ອນຂອງພວກເຮົາໄດ້ບໍ? (ພວກເຮົາໄດ້ແຍກອອກເປັນເຈັດຈຸດ: ທີໜຶ່ງ, ວິທີກຳນົດຜູ້ເຮັດວຽກຂ່າວປະເສີດ; ທີສອງ, ແກ່ນແທ້ຂອງໜ້າທີ່ໃນການເທດສະໜາຂ່າວປະເສີດ; ທີສາມ, ທັດສະນະຄະຕິຂອງຜູ້ຄົນທີ່ມີຕໍ່ໜ້າທີ່ນີ້ ພ້ອມທັງມຸມມອງພາຍໃນຂອງພວກເຂົາ; ທີສີ່, ຫຼັກການຂອງການປະຕິບັດທີ່ສະເພາະເຈາະຈົງສຳລັບການເທດສະໜາຂ່າວປະເສີດ ເຊັ່ນ: ໃຜທີ່ສອດຄ່ອງກັບຫຼັກການສຳລັບການຮັບການເທດສະໜາຂ່າວປະເສີດ ແລະ ໃຜທີ່ບໍ່ສອດຄ່ອງ; ທີຫ້າ, ວິທີປະຕິບັດຕໍ່ຜູ້ທີ່ສອດຄ່ອງກັບຫຼັກການຂອງການຮັບການເທດສະໜາຂ່າວປະເສີດ; ທີຫົກ, ຜົນສະທ້ອນເມື່ອຜູ້ເຮັດວຽກຂ່າວປະເສີດປະຖິ້ມຕຳແໜ່ງຂອງພວກເຂົາ ແລະ ຫຼົບໜີໃນລະຫວ່າງຂະບວນການປະຕິບັດໜ້າທີ່ຂອງພວກເຂົາ; ທີເຈັດ, ການເສຍສະລະຂອງໄພ່ພົນຕະຫຼອດປະຫວັດສາດໃນການເທດສະໜາຂ່າວປະເສີດ ແລະ ວິທີທີ່ພວກເຮົາຄວນທະນຸຖະໜອມໂອກາດໃນປັດຈຸບັນເພື່ອປະຕິບັດໜ້າທີ່ຂອງພວກເຮົາ ແລະ ປະກອບຕົນເອງດ້ວຍຄວາມຈິງຢ່າງໄວວາ.) ການສະຫຼຸບຂອງພວກເຈົ້າໂດຍພື້ນຖານແລ້ວແມ່ນກວມເອົາດ້ານທີ່ສຳຄັນຂອງການໂອ້ລົມຄັ້ງກ່ອນໜ້ານີ້ຂອງພວກເຮົາ, ດີຫຼາຍ. ມີຫຍັງຕົກຫຼົ່ນໄປບໍ? (ຍັງມີອີກຈຸດໜຶ່ງ: ການປ່ຽນແປງມຸມມອງຂອງຜູ້ຄົນເພື່ອໃຫ້ພວກເຂົາເຂົ້າໃຈວ່າ ການເທດສະໜາຂ່າວປະເສີດບໍ່ແມ່ນພຽງແຕ່ໜ້າທີ່ຂອງຜູ້ເຮັດວຽກຂ່າວປະເສີດເທົ່ານັ້ນ ແຕ່ເປັນຄວາມຮັບຜິດຊອບທີ່ທຸກຄົນທີ່ເຊື່ອໃນພຣະເຈົ້າ ແລະ ຕິດຕາມພຣະອົງບໍ່ສາມາດຫຼີກລ່ຽງໄດ້. ນີ້ຄືຄວາມຈິງທີ່ຜູ້ຄົນທີ່ພຣະເຈົ້າເລືອກຕ້ອງກຳແໜ້ນໃຫ້ໄດ້.) ການເທດສະໜາຂ່າວປະເສີດແມ່ນຄວາມຮັບຜິດຊອບ ແລະ ພັນທະຂອງທຸກໆຄົນ, ນີ້ກໍເປັນດ້ານໜຶ່ງຂອງມັນເຊັ່ນກັນ. ພວກເຈົ້າຮູ້ຈຸດປະສົງຂອງການໂອ້ລົມກ່ຽວກັບຄວາມຈິງນີ້ບໍ? ມັນແມ່ນເພື່ອແກ້ໄຂການບ່ຽງເບນໃນຄວາມເຂົ້າໃຈຂອງຜູ້ຄົນ. ພວກເຈົ້າຮູ້ບໍວ່າມີການບ່ຽງເບນໃນດ້ານໃດແດ່? (ຂ້ານ້ອຍບໍ່ຮູ້.) ການບໍ່ຮູ້ພິສູດໃຫ້ເຫັນວ່າ ພວກເຈົ້າບໍ່ເຂົ້າໃຈຄວາມຈິງດ້ານນີ້. ສະນັ້ນ, ເປັນຫຍັງເຮົາຈຶ່ງຈຳເປັນຕ້ອງໂອ້ລົມກ່ຽວກັບຄວາມຈິງຂໍ້ນີ້? ໃນດ້ານບວກ, ມັນເປັນຄວາມຈິງດ້ານໜຶ່ງທີ່ຜູ້ຄົນຄວນເຂົ້າໃຈ. ໃນດ້ານລົບ, ມັນແມ່ນເພື່ອແກ້ໄຂການບ່ຽງເບນທີ່ທຸກຄົນມີໃນຄວາມເຂົ້າໃຈຂອງພວກເຂົາກ່ຽວກັບການເທດສະໜາຂ່າວປະເສີດ.

ຫຼາຍຄົນມີການບ່ຽງເບນໃນຄວາມເຂົ້າໃຈຂອງພວກເຂົາກ່ຽວກັບເລື່ອງການເທດສະໜາຂ່າວປະເສີດນີ້. ບາງຄົນຄິດວ່າ: “ຕອນນີ້ຂ້ອຍກຳລັງປະຕິບັດໜ້າທີ່ພິເສດຢູ່, ສະນັ້ນ ການເທດສະໜາຂ່າວປະເສີດຈຶ່ງບໍ່ມີຫຍັງກ່ຽວຂ້ອງກັບຂ້ອຍ. ມັນບໍ່ແມ່ນເລື່ອງຂອງຂ້ອຍ. ດັ່ງນັ້ນ, ຄວາມຈິງ, ຫຼັກການ ແລະ ຂໍ້ກຳນົດຂອງພຣະເຈົ້າທີ່ຈຳເປັນຕ້ອງເຂົ້າໃຈເພື່ອທີ່ຈະເທດສະໜາຂ່າວປະເສີດນັ້ນຈຶ່ງບໍ່ກ່ຽວຂ້ອງກັບຂ້ອຍ. ຂ້ອຍບໍ່ຈຳເປັນຕ້ອງເຂົ້າໃຈສິ່ງເຫຼົ່ານີ້”. ສະນັ້ນ, ເມື່ອຄວາມຈິງດ້ານນີ້ກ່ຽວກັບການເທດສະໜາຂ່າວປະເສີດກຳລັງຖືກໂອ້ລົມ, ພວກເຂົາກໍບໍ່ໃສ່ໃຈ, ພວກເຂົາບໍ່ໄດ້ພິຈາລະນາຢ່າງຮອບຄອບ ແລະ ພວກເຂົາກໍບໍ່ໃຫ້ຄວາມສົນໃຈ. ເຖິງແມ່ນວ່າພວກເຂົາຈະຟັງ, ພວກເຂົາກໍບໍ່ຮູ້ວ່າມີການໂອ້ລົມກ່ຽວກັບຫຍັງ. ຍັງມີຄົນທີ່ເວົ້າວ່າ: “ຫຼັງຈາກທີ່ເຊື່ອໃນພຣະເຈົ້າແລ້ວ, ຂ້ານ້ອຍກໍເປັນຜູ້ນຳມາໂດຍຕະຫຼອດ. ຂ້ານ້ອຍມີຂີດຄວາມສາມາດ ແລະ ຄວາມສາມາດໃນການເຮັດວຽກ. ຂ້ານ້ອຍເກີດມາເພື່ອເປັນຜູ້ນຳ. ເບິ່ງຄືວ່າໜ້າທີ່ທີ່ພຣະເຈົ້າມອບໃຫ້ຂ້ານ້ອຍ ແລະ ພາລະກິດໃນຊີວິດຂອງຂ້ານ້ອຍກໍຄືການເປັນຜູ້ນຳ”. ໂດຍໄນແລ້ວ, ພວກເຂົາໝາຍຄວາມວ່າ ການເທດສະໜາຂ່າວປະເສີດບໍ່ມີຫຍັງກ່ຽວຂ້ອງກັບພວກເຂົາ. ສະນັ້ນ, ເມື່ອຄວາມຈິງກ່ຽວກັບການເທດສະໜາຂ່າວປະເສີດກຳລັງຖືກໂອ້ລົມ, ພວກເຂົາກໍບໍ່ໄດ້ເອົາຈິງເອົາຈັງກັບມັນ. ເມື່ອຖືກຂໍໃຫ້ສະຫຼຸບສິ່ງທີ່ໄດ້ໂອ້ລົມກັນໃນການເຕົ້າໂຮມຄັ້ງກ່ອນ, ບາງຄົນກໍເປີດເບິ່ງປຶ້ມບັນທຶກຂອງພວກເຂົາເປັນເວລາດົນ ແຕ່ກໍຍັງບໍ່ຮູ້. ເປັນຫຍັງສິ່ງນີ້ຈຶ່ງເກີດຂຶ້ນ? ມັນເປັນຍ້ອນຄວາມຈຳຂອງພວກເຂົາບໍ່ດີບໍ? (ບໍ່ແມ່ນ.) ມັນເປັນຍ້ອນພວກເຂົາມີເລື່ອງຕ້ອງເຮັດຫຼາຍເກີນໄປ ແລະ ສະໝອງຂອງພວກເຂົາກໍເຕັມບໍ? (ບໍ່.) ມັນບໍ່ແມ່ນ. ສິ່ງນີ້ສະແດງໃຫ້ເຫັນວ່າ ທັດສະນະຄະຕິຂອງຜູ້ຄົນທີ່ມີຕໍ່ຄວາມຈິງແມ່ນການເບື່ອໜ່າຍຕໍ່ມັນ ແລະ ບໍ່ຮັກຄວາມຈິງ. ດັ່ງນັ້ນ, ເຮົາຈຶ່ງຕັກເຕືອນທຸກຄົນ ແລະ ໃຫ້ທຸກຄົນຮູ້ວ່າ ການເທດສະໜາຂ່າວປະເສີດບໍ່ແມ່ນຄວາມຮັບຜິດຊອບພິເສດສຳລັບຄົນປະເພດໃດໜຶ່ງ ຫຼື ກຸ່ມຄົນໃດໜຶ່ງ ແຕ່ເປັນຄວາມຮັບຜິດຊອບຂອງທຸກຄົນທີ່ຕິດຕາມພຣະເຈົ້າ. ເປັນຫຍັງຜູ້ຄົນຈຶ່ງຕ້ອງເຂົ້າໃຈຄວາມຈິງຂອງການເທດສະໜາຂ່າວປະເສີດ? ເປັນຫຍັງຜູ້ຄົນຈຶ່ງຈຳເປັນຕ້ອງຮູ້ຄວາມຈິງເຫຼົ່ານີ້? ໃນຖານະທີ່ເປັນສິ່ງທີ່ຖືກສ້າງ, ໃນຖານະໜຶ່ງໃນຜູ້ທີ່ຕິດຕາມພຣະເຈົ້າ, ບໍ່ວ່າຈະມີອາຍຸ, ເພດ ຫຼື ຈະໜຸ່ມ ຫຼື ເຖົ້າສໍ່າໃດກໍຕາມ, ການເທດສະໜາຂ່າວປະເສີດແມ່ນພາລະກິດ ແລະ ຄວາມຮັບຜິດຊອບທີ່ທຸກຄົນຕ້ອງຍອມຮັບ. ຖ້າພາລະກິດນີ້ມາເຖິງເຈົ້າ ແລະ ຮຽກຮ້ອງໃຫ້ເຈົ້າເສຍສະລະຕົນເອງ, ຈ່າຍລາຄາ ຫຼື ແມ່ນແຕ່ສະຫຼະຊີວິດຂອງເຈົ້າ, ເຈົ້າຄວນເຮັດແນວໃດ? ເຈົ້າຄວນຍອມຮັບມັນໃນຖານະທີ່ເປັນໜ້າທີ່ທີ່ຕ້ອງຮັບຜິດຊອບ. ນີ້ຄືຄວາມຈິງ, ມັນຄືສິ່ງທີ່ເຈົ້າຄວນເຂົ້າໃຈ. ນີ້ບໍ່ແມ່ນຫຼັກຄຳສອນທີ່ລຽບງ່າຍ, ມັນຄືຄວາມຈິງ. ເປັນຫຍັງເຮົາຈຶ່ງເວົ້າວ່າມັນຄືຄວາມຈິງ? ເພາະບໍ່ວ່າເວລາຈະປ່ຽນແປງໄປແນວໃດ, ຫຼາຍສິບປີຈະຜ່ານໄປແນວໃດ ຫຼື ສະຖານທີ່ ແລະ ພື້ນທີ່ຈະປ່ຽນແປງໄປແນວໃດກໍຕາມ, ການເທດສະໜາຂ່າວປະເສີດ ແລະ ການເປັນປະຈັກພະຍານໃຫ້ກັບພຣະເຈົ້າຈະເປັນສິ່ງທີ່ເປັນບວກຢູ່ສະເໝີ. ຄວາມໝາຍ ແລະ ຄຸນຄ່າຂອງມັນຈະບໍ່ມີວັນປ່ຽນແປງ: ມັນຈະບໍ່ໄດ້ຮັບອິດທິພົນຈາກການປ່ຽນແປງຂອງເວລາ ຫຼື ສະຖານທີ່ທາງພູມສາດຢ່າງແນ່ນອນ. ການເທດສະໜາຂ່າວປະເສີດ ແລະ ການເປັນປະຈັກພະຍານໃຫ້ກັບພຣະເຈົ້າແມ່ນເປັນນິລັນດອນ ແລະ ໃນຖານະທີ່ເປັນສິ່ງທີ່ຖືກສ້າງ, ເຈົ້າຄວນຍອມຮັບ ແລະ ປະຕິບັດມັນ. ນີ້ຄືຄວາມຈິງທີ່ເປັນນິລັນດອນ. ບາງຄົນເວົ້າວ່າ, “ການເທດສະໜາຂ່າວປະເສີດບໍ່ແມ່ນໜ້າທີ່ທີ່ຂ້ານ້ອຍປະຕິບັດ”. ເຖິງຢ່າງໃດກໍຕາມ, ຄວາມຈິງທີ່ກ່ຽວຂ້ອງກັບການເທດສະໜາຂ່າວປະເສີດນີ້ແມ່ນສິ່ງທີ່ຜູ້ຄົນຄວນເຂົ້າໃຈ, ເພາະມັນເປັນຄວາມຈິງທີ່ກ່ຽວຂ້ອງກັບວິໄສທັດ ແລະ ຜູ້ທີ່ເຊື່ອໃນພຣະເຈົ້າທຸກຄົນຄວນເຂົ້າໃຈມັນ; ມັນເປັນພື້ນຖານສຳລັບຄວາມເຊື່ອໃນພຣະເຈົ້າ ແລະ ເປັນປະໂຫຍດຕໍ່ການເຂົ້າສູ່ຊີວິດ. ຍິ່ງໄປກວ່ານັ້ນ, ບໍ່ວ່າເຈົ້າຈະປະຕິບັດໜ້າທີ່ຫຍັງໃນຄຣິສຕະຈັກກໍຕາມ, ເຈົ້າກໍຈະມີໂອກາດໄດ້ສຳຜັດກັບຜູ້ບໍ່ມີຄວາມເຊື່ອ ແລະ ດັ່ງນັ້ນຈຶ່ງມີຄວາມຮັບຜິດຊອບທີ່ຈະເທດສະໜາຂ່າວປະເສີດໃຫ້ກັບພວກເຂົາ. ເມື່ອເຈົ້າເຂົ້າໃຈຄວາມຈິງຂອງການເທດສະໜາຂ່າວປະເສີດແລ້ວ, ເຈົ້າກໍຈະຮູ້ໃນໃຈຂອງເຈົ້າວ່າ, “ມັນເປັນຄວາມຮັບຜິດຊອບຂອງຂ້ອຍທີ່ຈະປະກາດວຽກງານໃໝ່ຂອງພຣະເຈົ້າ ແລະ ຂ່າວປະເສີດແຫ່ງວຽກງານຂອງພຣະເຈົ້າໃນການຊ່ວຍມະນຸດຊາດໃຫ້ລອດພົ້ນ. ບໍ່ວ່າຈະເປັນເວລາໃດ ຫຼື ສະຖານທີ່ໃດ ແລະ ບໍ່ວ່າຕຳແໜ່ງ ຫຼື ບົດບາດຂອງຂ້ອຍຈະເປັນແນວໃດກໍຕາມ, ຖ້າຂ້ອຍຮັບໃຊ້ເປັນນັກສະແດງ, ຂ້ອຍກໍມີພັນທະທີ່ຈະເທດສະໜາຂ່າວປະເສີດ ແລະ ຖ້າປັດຈຸບັນຂ້ອຍເປັນຜູ້ນຳຄຣິສຕະຈັກ, ຂ້ອຍກໍມີພັນທະທີ່ຈະເທດສະໜາຂ່າວປະເສີດເຊັ່ນກັນ. ບໍ່ວ່າປັດຈຸບັນຂ້ອຍກຳລັງປະຕິບັດໜ້າທີ່ຫຍັງຢູ່ກໍຕາມ, ຂ້ອຍກໍມີພັນທະທີ່ຈະປະກາດຂ່າວປະເສີດແຫ່ງລາຊະອານາຈັກ. ເມື່ອໃດກໍຕາມທີ່ມີໂອກາດ ຫຼື ເວລາຫວ່າງ, ຂ້ອຍກໍຄວນອອກໄປເທດສະໜາຂ່າວປະເສີດ. ນີ້ຄືຄວາມຮັບຜິດຊອບທີ່ຂ້ອຍບໍ່ສາມາດຫຼີກລ່ຽງໄດ້”. ນີ້ຄືສິ່ງທີ່ຄົນສ່ວນໃຫຍ່ຄິດໃນປັດຈຸບັນບໍ? (ບໍ່.) ແລ້ວຄົນສ່ວນໃຫຍ່ຄິດແນວໃດ? “ຕອນນີ້ຂ້ອຍມີໜ້າທີ່ທີ່ຕາຍຕົວແລ້ວ. ຂ້ອຍກຳລັງສຶກສາ ແລະ ຄົ້ນຄວ້າວິຊາຊີບສະເພາະໃດໜຶ່ງ, ເຊິ່ງເປັນສາຂາວິຊາໜຶ່ງ, ສະນັ້ນ ການເທດສະໜາຂ່າວປະເສີດຈຶ່ງບໍ່ມີຫຍັງກ່ຽວຂ້ອງກັບຂ້ອຍ”. ນີ້ຄືທັດສະນະຄະຕິປະເພດໃດ? ມັນຄືທັດສະນະຄະຕິຂອງການຫຼີກລ່ຽງຄວາມຮັບຜິດຊອບ ແລະ ພາລະກິດຂອງຕົນ, ເປັນທັດສະນະຄະຕິທີ່ເປັນລົບ. ຄົນເຫຼົ່ານີ້ບໍ່ໄດ້ຄຳນຶງເຖິງເຈດຕະນາຂອງພຣະເຈົ້າ, ພວກເຂົາກະບົດຕໍ່ພຣະເຈົ້າ. ບໍ່ວ່າເຈົ້າຈະເປັນໃຜກໍຕາມ, ຖ້າເຈົ້າບໍ່ມີພາລະສຳລັບການເທດສະໜາຂ່າວປະເສີດ, ນີ້ບໍ່ແມ່ນສັນຍານທີ່ບົ່ງບອກວ່າເຈົ້າຂາດສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກບໍ? ຖ້າເຈົ້າບໍ່ໄດ້ຮ່ວມມື, ຮັບຜິດຊອບສິ່ງຕ່າງໆ ແລະ ອ່ອນນ້ອມຢ່າງຫ້າວຫັນ, ແລ້ວເຈົ້າກໍກຳລັງເຮັດແບບພໍແລ້ວມືແລ້ວຕີນຢ່າງເສີຍເມີຍ ແລະ ຢ່າງເປັນລົບ, ທັດສະນະຄະຕິນີ້ແມ່ນຍອມຮັບບໍ່ໄດ້. ບໍ່ວ່າເຈົ້າຈະປະຕິບັດໜ້າທີ່ຫຍັງກໍຕາມ, ບໍ່ວ່າມັນຈະກ່ຽວຂ້ອງກັບວິຊາຊີບ ຫຼື ສາຂາວິຊາໃດກໍຕາມ, ໜຶ່ງໃນຜົນໄດ້ຮັບຫຼັກທີ່ເຈົ້າບັນລຸຄວນເປັນຄວາມສາມາດຂອງເຈົ້າໃນການເປັນປະຈັກພະຍານໃຫ້ກັບພຣະເຈົ້າ ແລະ ປະກາດຂ່າວປະເສີດແຫ່ງວຽກງານຂອງພຣະອົງໃນການຊ່ວຍມະນຸດຊາດໃຫ້ລອດພົ້ນ. ນີ້ຄືຂໍ້ກຳນົດຂັ້ນຕໍ່າສຸດສຳລັບສິ່ງທີ່ຖືກສ້າງ. ຖ້າເຈົ້າບໍ່ສາມາດບັນລຸແມ່ນແຕ່ຂໍ້ກຳນົດຂັ້ນຕໍ່າສຸດນີ້ໄດ້, ເຈົ້າໄດ້ຮັບຫຍັງແດ່ຈາກການປະຕິບັດໜ້າທີ່ຂອງເຈົ້າໃນຊ່ວງຫຼາຍປີຂອງການເຊື່ອໃນພຣະເຈົ້າ? ເຈົ້າໄດ້ຮັບຫຍັງແດ່? ເຈົ້າເຂົ້າໃຈເຈດຕະນາຂອງພຣະເຈົ້າບໍ? ເຖິງແມ່ນວ່າເຈົ້າຈະປະຕິບັດໜ້າທີ່ຂອງເຈົ້າມາຫຼາຍປີ ແລະ ມີຄວາມຊຳນານໃນວິຊາຊີບຂອງເຈົ້າແລ້ວ, ຖ້າເຈົ້າບໍ່ສາມາດເວົ້າຫຍັງ ຫຼື ໂອ້ລົມຄວາມຈິງດ້ານໃດໄດ້ເລີຍ ເມື່ອຖືກຂໍໃຫ້ເປັນປະຈັກພະຍານໃຫ້ກັບພຣະເຈົ້າ, ບັນຫາຢູ່ບ່ອນນີ້ແມ່ນຫຍັງ? ບັນຫາກໍຄື ເຈົ້າບໍ່ເຂົ້າໃຈຄວາມຈິງ. ບາງຄົນອາດຈະຮູ້ສຶກວ່າມັນບໍ່ຍຸຕິທຳທີ່ຈະເວົ້າວ່າພວກເຂົາບໍ່ເຂົ້າໃຈຄວາມຈິງ. ພວກເຂົາອາດຈະຄິດວ່າພວກເຂົາມີປະສິດທິຜົນໃນການປະຕິບັດໜ້າທີ່ຂອງພວກເຂົາ ແຕ່ພວກເຂົາບໍ່ເຂົ້າໃຈວິໄສທັດແຫ່ງວຽກງານຂອງພຣະເຈົ້າ ແລະ ເຈດຕະນາຂອງພຣະອົງສຳລັບການຊ່ວຍມະນຸດຊາດໃຫ້ລອດພົ້ນ. ສິ່ງນີ້ນັບວ່າເປັນການເຂົ້າໃຈຄວາມຈິງໄດ້ບໍ? ຢ່າງໜ້ອຍທີ່ສຸດ, ເຈົ້າກໍຍັງບໍ່ໄດ້ສ້າງພື້ນຖານໃນເສັ້ນທາງທີ່ແທ້ຈິງສຳລັບຄວາມເຊື່ອໃນພຣະເຈົ້າຂອງເຈົ້າ. ເຈົ້າບໍ່ແບບຮັບພາລະໃນການປະກາດວຽກງານຂອງພຣະເຈົ້າ ແລະ ຂ່າວປະເສີດແຫ່ງຄວາມລອດພົ້ນຂອງພຣະອົງສຳລັບມະນຸດຊາດ ແລະ ເຈົ້າກໍຂາດວິໄສທັດ, ຄວາມເຂົ້າໃຈ ຫຼື ການຢັ່ງຮູ້ໃດໆ. ແລ້ວເຈົ້າຈະຖືກຖືວ່າເປັນຄົນທີ່ຕິດຕາມພຣະເຈົ້າຢ່າງແທ້ຈິງໄດ້ບໍ? ເຈົ້າໄດ້ສ້າງຄວາມສຳພັນທີ່ປົກກະຕິກັບພຣະເຈົ້າແລ້ວບໍ? ຖ້າເຈົ້າຍັງບໍ່ໄດ້ບັນລຸສິ່ງໃດເລີຍໃນສິ່ງເຫຼົ່ານີ້, ແລ້ວເຈົ້າກໍບໍ່ມີຄວາມເປັນຈິງຄວາມຈິງ.

ຕອນນີ້, ໃຫ້ພວກເຮົາກັບມາທີ່ຫົວຂໍ້ທີ່ພວກເຮົາໄດ້ສົນທະນາກັນກ່ອນໜ້ານີ້. ການເທດສະໜາຂ່າວປະເສີດແມ່ນຄວາມຮັບຜິດຊອບ ແລະ ພັນທະຂອງປະຊາກອນທີ່ພຣະເຈົ້າເລືອກທຸກຄົນ. ເມື່ອໄດ້ໂອ້ລົມກ່ຽວກັບຄວາມຈິງດ້ານນີ້ແລ້ວ, ສິ່ງໜຶ່ງທີ່ທຸກຄົນຄວນເຂົ້າໃຈແມ່ນຫຍັງ? ບໍ່ວ່າຄົນໃດໜຶ່ງຈະຍອມລຳບາກ, ປະຖິ້ມຄອບຄົວ ແລະ ວຽກງານຂອງພວກເຂົາເພື່ອເສຍສະລະເພື່ອພຣະເຈົ້າ ຫຼື ແມ່ນແຕ່ສະຫຼະຊີວິດຂອງພວກເຂົາກໍຕາມ, ໃນຄວາມເປັນຈິງແລ້ວ ສິ່ງເຫຼົ່ານີ້ລ້ວນແຕ່ເປັນສິ່ງທີ່ຜິວເຜີນ. ໃນທີ່ສຸດແລ້ວ ພຣະເຈົ້າຮຽກຮ້ອງຫຍັງຈາກຜູ້ຄົນ? ມັນກໍຄື ເມື່ອວຸດທິພາວະຂອງເຈົ້າເຕີບໃຫຍ່ຂຶ້ນ ແລະ ຊີວິດຂອງເຈົ້າໃຫຍ່ເຕັມສ່ວນ, ເມື່ອເວລາຜ່ານໄປ, ເຈົ້າກໍຄ່ອຍໆເລີ່ມເຂົ້າໃຈຄວາມຈິງຕ່າງໆກ່ຽວກັບວຽກງານຂອງພຣະເຈົ້າ ແລະ ເຈດຕະນາຂອງພຣະອົງໃນການຊ່ວຍມະນຸດຊາດໃຫ້ລອດພົ້ນ. ພາລະຂອງເຈົ້າສຳລັບການເທດສະໜາຂ່າວປະເສີດ ແລະ ການເປັນປະຈັກພະຍານໃຫ້ກັບພຣະເຈົ້າກໍຈະຊັດເຈນຂຶ້ນເລື້ອຍໆ ແລະ ຄວາມຕັ້ງໃຈຂອງເຈົ້າທີ່ຈະແບກຮັບໜ້າທີ່ນີ້ກໍຈະເຂັ້ມແຂງຂຶ້ນ. ຖ້າຜູ້ນຳຄຣິສຕະຈັກຄົນໜຶ່ງເຮັດວຽກມາຫຼາຍປີແລ້ວ ແຕ່ເມື່ອຫຼາຍປີແຫ່ງການນຳພາຄຣິສຕະຈັກຂອງພວກເຂົາຜ່ານໄປ, ພວກເຂົາຮູ້ສຶກມີແຮງຊຸກຍູ້ໜ້ອຍລົງ, ຊາບຊຶ້ງໜ້ອຍລົງ ແລະ ມີພາລະໜ້ອຍລົງເມື່ອເວົ້າເຖິງການເທດສະໜາຂ່າວປະເສີດ, ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາໄດ້ດີສໍ່າໃດ? (ບໍ່ດີ.) ເປັນແນວໃດ? ບັນຫາທີ່ເກີດຂຶ້ນແມ່ນຫຍັງ? ຖ້າພວກເຂົາເກີດມີ ຫຼື ດຳລົງຊີວິດຢູ່ໃນສະພາວະດັ່ງກ່າວ, ຢ່າງໜ້ອຍກໍມີສິ່ງໜຶ່ງທີ່ແນ່ນອນຄື: ຄົນຜູ້ນີ້ບໍ່ໄດ້ໄລ່ຕາມຄວາມຈິງໃນຊ່ວງຫຼາຍປີມານີ້ ແລະ ບໍ່ໄດ້ເຮັດວຽກງານຕົວຈິງໃດໆ. ພວກເຂົາເປັນຄືກັບພະນັກງານລັດຂອງພະຍານາກໃຫຍ່ສີແດງ. ດ້ວຍເຫດນີ້, ພວກເຂົາຈຶ່ງບໍ່ມີພາລະ ແລະ ບໍ່ມີການຢັ່ງຮູ້ສຳລັບການປະກາດພຣະນາມຂອງພຣະເຈົ້າ ແລະ ການເປັນປະຈັກພະຍານໃຫ້ກັບວຽກງານຂອງພຣະອົງ. ນີ້ບໍ່ແມ່ນຈຸດຈົບບໍ? (ແມ່ນແລ້ວ.) ມັນເປັນຈຸດຈົບທີ່ຫຼີກລ່ຽງບໍ່ໄດ້. ບໍ່ວ່າຄົນຜູ້ນີ້ຈະເຮັດວຽກມາຫຼາຍປີສໍ່າໃດກໍຕາມ, ເຖິງແມ່ນວ່າພວກເຂົາຈະຄິດວ່າພວກເຂົາມີວຸດທິພາວະທີ່ຍິ່ງໃຫຍ່, ວ່າພວກເຂົາສາມາດຄຳນຶງເຖິງພາລະຂອງພຣະເຈົ້າ ແລະ ສາມາດຮັບໃຊ້ຕາມເຈດຕະນາຂອງພຣະເຈົ້າໄດ້ ແຕ່ເມື່ອເວົ້າເຖິງການເທດສະໜາຂ່າວປະເສີດ, ພວກເຂົາກໍຖອຍຫຼັງ, ພວກເຂົາບໍ່ຮູ້ວ່າຈະເຮັດແນວໃດ. ເມື່ອພວກເຂົາພົບກັບຄົນທີ່ກະຕືລືລົ້ນຕໍ່ການປາກົດຕົວຂອງພຣະເຈົ້າ ແລະ ມາສະແຫວງຫາ ແລະ ສຶກສາເສັ້ນທາງທີ່ແທ້ຈິງ, ພວກເຂົາກໍປາກກືກ. ພວກເຂົາບໍ່ສາມາດເວົ້າຫຍັງໄດ້ຈັກຄຳ ແລະ ບໍ່ຮູ້ວ່າຈະເລີ່ມຕົ້ນຈາກບ່ອນໃດ. ບັນຫາຢູ່ບ່ອນນີ້ແມ່ນຫຍັງ? ມັນກໍຄື ພວກເຂົາບໍ່ເຂົ້າໃຈຄວາມຈິງ ແລະ ຍັງບໍ່ໄດ້ຮັບຄວາມຈິງ, ສະນັ້ນ ພວກເຂົາຈຶ່ງບໍ່ສາມາດເປັນປະຈັກພະຍານໃຫ້ກັບພຣະເຈົ້າໄດ້. ມີພຽງແຕ່ຜູ້ທີ່ເຂົ້າໃຈຄວາມຈິງເທົ່ານັ້ນທີ່ສາມາດເປັນປະຈັກພະຍານໃຫ້ກັບພຣະເຈົ້າໄດ້. ການເທດສະໜາຂ່າວປະເສີດ ແລະ ການເປັນປະຈັກພະຍານໃຫ້ກັບພຣະເຈົ້າແມ່ນຢູ່ໃນຂອບເຂດໜ້າທີ່ຂອງເຈົ້າ. ຖ້າເຈົ້າເຂົ້າໃຈຄວາມຈິງ, ຖ້າເຈົ້າໄດ້ຮັບຄວາມຈິງແລ້ວ, ເປັນຫຍັງເຈົ້າຈຶ່ງບໍ່ມີຫຍັງຈະເວົ້າເມື່ອເຈົ້າພົບກັບຄົນທີ່ກຳລັງສຶກສາເສັ້ນທາງທີ່ແທ້ຈິງ? ນີ້ບໍ່ແມ່ນບັນຫາບໍ? ພວກເຈົ້າມັກຈະພົບວ່າຕົນເອງຢູ່ໃນສະຖານະການແບບນີ້ບໍ? (ແມ່ນແລ້ວ.) ບັນຫາຢູ່ບ່ອນນີ້ແມ່ນຫຍັງ? ພວກເຈົ້າບໍ່ມີພາລະ. ການບໍ່ມີພາລະເປັນບັນຫາບໍ? ພວກເຈົ້າສາມາດປະຕິບັດໜ້າທີ່ຂອງພວກເຈົ້າໂດຍບໍ່ມີພາລະໄດ້ບໍ? ເຖິງແມ່ນວ່າພວກເຈົ້າຈະປະຕິບັດໜ້າທີ່ຂອງພວກເຈົ້າ, ພວກເຈົ້າສາມາດເຮັດມັນຢ່າງຈົງຮັກພັກດີໄດ້ບໍ? ພວກເຈົ້າສາມາດເຮັດມັນໃນວິທີທີ່ໄດ້ມາດຕະຖານໄດ້ບໍ? ເຖິງແມ່ນວ່າການບໍ່ມີພາລະອາດຈະບໍ່ແມ່ນບັນຫາທີ່ຮ້າຍແຮງເຖິງແກ່ຊີວິດ ແຕ່ມັນກໍຍັງເປັນບັນຫາທີ່ຮ້າຍແຮງ, ເພາະມັນສົ່ງຜົນກະທົບຕໍ່ປະສິດທິຜົນໃນການປະຕິບັດໜ້າທີ່ຂອງພວກເຈົ້າ. ບັນຫານີ້ບໍ່ຈຳເປັນຕ້ອງໄດ້ຮັບການແກ້ໄຂບໍ? (ແມ່ນແລ້ວ, ຈຳເປັນ.) ແລ້ວພວກເຈົ້າຈະແກ້ໄຂເລື່ອງນີ້ແນວໃດ? ພວກເຈົ້າຕ້ອງປ່ຽນມຸມມອງທີ່ຜິດພາດຂອງພວກເຈົ້າກ່ຽວກັບການເທດສະໜາຂ່າວປະເສີດ ແລະ ເຂົ້າໃຈຄວາມຈິງຂອງມັນ. ວຽກງານທັງໝົດທີ່ພວກເຈົ້າກຳລັງມີສ່ວນຮ່ວມໃນປັດຈຸບັນແມ່ນກ່ຽວຂ້ອງໂດຍກົງກັບການເທດສະໜາຂ່າວປະເສີດ ແລະ ຢູ່ໃນຂອບເຂດຂອງການເທດສະໜາຂ່າວປະເສີດ. ມັນມີຈຸດປະສົງເພື່ອເປັນປະຈັກພະຍານໃຫ້ກັບພຣະເຈົ້າ, ເຜີຍແຜ່ວຽກງານຂ່າວປະເສີດ, ເປັນພະຍານໃຫ້ກັບພຣະນາມຂອງພຣະເຈົ້າ ແລະ ປະກາດຂ່າວປະເສີດແຫ່ງວຽກງານຂອງພຣະເຈົ້າໃນການຊ່ວຍມະນຸດຊາດໃຫ້ລອດພົ້ນ, ເພື່ອໃຫ້ຜູ້ຄົນຮັບຮູ້ມັນຫຼາຍຂຶ້ນ ແລະ ຜູ້ຄົນມາຢູ່ຕໍ່ໜ້າພຣະເຈົ້າຫຼາຍຂຶ້ນ, ຍອມຮັບການເອົາຊະນະຂອງພຣະເຈົ້າ, ໄດ້ຮັບຄວາມລອດພົ້ນຂອງພຣະເຈົ້າ ແລະ ໃນທີ່ສຸດ, ຖ້າພວກເຂົາໂຊກດີພໍທີ່ຈະໄດ້ຮັບການເຮັດໃຫ້ສົມບູນຈາກພຣະເຈົ້າ, ນັ້ນກໍຍິ່ງດີຂຶ້ນໄປອີກ. ການທີ່ມີຜູ້ຄົນມາຢູ່ຕໍ່ໜ້າພຣະເຈົ້າຫຼາຍຂຶ້ນໝາຍຄວາມວ່າແນວໃດ ແລະ ຜົນໄດ້ຮັບສຸດທ້າຍທີ່ສິ່ງນີ້ຄວນບັນລຸແມ່ນຫຍັງ? (ເພື່ອເຮັດໃຫ້ຜູ້ຄົນໄດ້ຮັບຄວາມລອດພົ້ນຂອງພຣະເຈົ້າຫຼາຍຂຶ້ນ.) ເປັນຫຍັງຈຶ່ງຄວນບັນລຸເປົ້າໝາຍນີ້? ເພາະມັນເປັນເຈດຕະນາຂອງພຣະເຈົ້າ. ນັ້ນຄືເຫດຜົນທີ່ພວກເຮົາອະທິບາຍຄວາມຈິງເຫຼົ່ານີ້ຢ່າງບໍ່ຮູ້ອິດເມື່ອຍ. ຖ້າມັນບໍ່ມີຫຍັງກ່ຽວຂ້ອງກັບເຈດຕະນາຂອງພຣະເຈົ້າ, ການເວົ້າກ່ຽວກັບສິ່ງເຫຼົ່ານີ້ກໍຈະໄຮ້ປະໂຫຍດ ແລະ ວ່າງເປົ່າ. ເພາະມັນເປັນເຈດຕະນາຂອງພຣະເຈົ້າ, ພວກເຮົາຈຶ່ງເຮັດໃຫ້ມັນຊັດເຈນ ແລະ ຊ່ວຍໃຫ້ທຸກຄົນເຂົ້າໃຈມັນ, ເພື່ອໃຫ້ພວກເຂົາຮູ້ວ່ານີ້ຄືຄວາມຈິງ ແລະ ທຸກຄົນຄວນທຸ່ມເທຄວາມພະຍາຍາມເຂົ້າໃນຄວາມຈິງຂອງການເທດສະໜາຂ່າວປະເສີດນີ້, ເພື່ອໃຫ້ທຸກຄົນມີການຢັ່ງຮູ້ປະເພດນີ້ ແລະ ເກີດມີພາລະປະເພດນີ້.

ຄຳຖາມຕໍ່ໄປກໍຄື, ເປັນຫຍັງພວກເຮົາຈຶ່ງຄວນໃຫ້ຜູ້ຄົນຈຳນວນຫຼາຍຂຶ້ນ ເຂົ້າໃຈເຈດຕະນາຂອງພຣະເຈົ້າ ເພື່ອໃຫ້ພວກເຂົາສາມາດເທດສະໜາຂ່າວປະເສີດ ແລະ ປະຕິບັດໜ້າທີ່ຂອງພວກເຂົາໃຫ້ສຳເລັດ? ເປັນຫຍັງຈຶ່ງຄວນເຮັດສິ່ງນີ້? ບາງຄົນອາດຈະເວົ້າວ່າ “ພຣະເຈົ້າຕ້ອງການໃຫ້ທຸກຄົນຖືກຊ່ວຍໃຫ້ລອດພົ້ນ ແລະ ບໍ່ຕ້ອງການໃຫ້ຜູ້ໃດທົນທຸກກັບການລົງໂທດສູ່ອະເວຈີ, ສະນັ້ນ ພວກເຮົາຄວນໃຫ້ຜູ້ຄົນຈຳນວນຫຼາຍຂຶ້ນຍອມຮັບພາລະກິດຂອງພຣະເຈົ້າ”. ຄຳເວົ້ານີ້ຖືກຕ້ອງ ແຕ່ມັນບໍ່ແມ່ນຄຳຕອບທີ່ເປັນແກ່ນແທ້ສຳລັບຄຳຖາມ. ແລ້ວຄຳຕອບທີ່ເປັນແກ່ນແທ້ສຳລັບຄຳຖາມນີ້ແມ່ນຫຍັງ? ພວກເຈົ້າຮູ້ບໍ? (ພຣະເຈົ້າຕ້ອງການຮັບເອົາກຸ່ມຄົນທີ່ມີຈິດໜຶ່ງໃຈດຽວກັນກັບພຣະອົງ.) ພຣະເຈົ້າຕ້ອງການຮັບເອົາກຸ່ມຄົນທີ່ມີຈິດໜຶ່ງໃຈດຽວກັນກັບພຣະອົງ ແລະ ສິ່ງນີ້ຕ້ອງບັນລຸໄດ້ຜ່ານການເຜີຍແຜ່ຂ່າວປະເສີດ. ສິ່ງທີ່ພວກເຮົາກຳລັງເວົ້າເຖິງໃນຕອນນີ້ກໍຄືການເທດສະໜາຂ່າວປະເສີດຢ່າງກວ້າງຂວາງ. ມີຄວາມແຕກຕ່າງລະຫວ່າງການເທດສະໜາຂ່າວປະເສີດຢ່າງກວ້າງຂວາງ ແລະ ການຮັບເອົາກຸ່ມຄົນບໍ? (ມີ.) ແລ້ວຈຸດປະສົງຂອງການເທດສະໜາຂ່າວປະເສີດຢ່າງກວ້າງຂວາງແມ່ນຫຍັງ? (ເພື່ອຊ່ວຍຜູ້ຄົນໃຫ້ລອດພົ້ນໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ຈະຫຼາຍໄດ້.) ການຊ່ວຍຜູ້ຄົນໃຫ້ລອດພົ້ນໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ຈະຫຼາຍໄດ້ແມ່ນຫຼັກການແຫ່ງຄວາມລອດພົ້ນຂອງພຣະເຈົ້າ ແຕ່ບໍ່ແມ່ນຄຳຕອບສຳລັບຄຳຖາມນີ້. ນັບຕັ້ງແຕ່ເວລາທີ່ວຽກງານນີ້ເລີ່ມຕົ້ນຂຶ້ນ, ເຮົາໄດ້ເວົ້າຊໍ້າແລ້ວຊໍ້າອີກວ່າໃນຄັ້ງນີ້, ພຣະເຈົ້າໄດ້ສະເດັດມາເພື່ອປະຕິບັດວຽກງານ ເພື່ອເລີ່ມຕົ້ນຍຸກໃໝ່, ເພື່ອນຳຍຸກໃໝ່ມາ ແລະ ສິ້ນສຸດຍຸກເກົ່າ, ເພື່ອນຳ ຍຸກແຫ່ງລາຊະອານາຈັກມາ ແລະ ສິ້ນສຸດຍຸກແຫ່ງພຣະຄຸນ. ທຸກຄົນທີ່ຍອມຮັບວຽກງານຂອງພຣະເຈົ້າໃນຍຸກສຸດທ້າຍໄດ້ເປັນພະຍານເຖິງຄວາມຈິງຂໍ້ນີ້. ພຣະເຈົ້າໄດ້ປະຕິບັດວຽກງານໃໝ່, ສະແດງຄວາມຈິງເພື່ອພິພາກສາມະນຸດຊາດ, ເຮັດໃຫ້ບໍລິສຸດ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນ. ຂ່າວປະເສີດແຫ່ງລາຊະອານາຈັກໄດ້ເລີ່ມເຜີຍແຜ່ໄປໃນຫຼາຍປະເທດ. ມະນຸດຊາດນີ້ໄດ້ອອກມາຈາກຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນແລ້ວ. ພວກເຂົາບໍ່ໄດ້ອ່ານພຣະຄຳພີອີກຕໍ່ໄປ, ພວກເຂົາບໍ່ໄດ້ດຳລົງຊີວິດຢູ່ພາຍໃຕ້ໄມ້ກາງແຂນອີກຕໍ່ໄປ ແລະ ພວກເຂົາບໍ່ໄດ້ເອີ້ນຫາພຣະນາມຂອງພຣະຜູ້ຊ່ວຍໃຫ້ລອດພົ້ນພຣະເຢຊູອີກຕໍ່ໄປ. ແຕ່ກົງກັນຂ້າມ ພວກເຂົາອະທິຖານໃນພຣະນາມຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ໃນເວລາດຽວກັນກໍຍອມຮັບພຣະທຳໃນປັດຈຸບັນຂອງພຣະເຈົ້າວ່າເປັນຫຼັກການ, ວິທີການ ແລະ ເປົ້າໝາຍແຫ່ງການຢູ່ລອດໃນຊີວິດຂອງພວກເຂົາ. ໃນຄວາມໝາຍນີ້, ຄົນເຫຼົ່ານີ້ບໍ່ໄດ້ເຂົ້າສູ່ຍຸກໃໝ່ແລ້ວບໍ? (ແມ່ນແລ້ວ.) ພວກເຂົາໄດ້ເຂົ້າສູ່ຍຸກໃໝ່ແລ້ວ. ແລ້ວຍຸກທີ່ຜູ້ຄົນຈຳນວນຫຼາຍກວ່ານັ້ນ, ຜູ້ທີ່ຍັງບໍ່ທັນຍອມຮັບຂ່າວປະເສີດໃນຍຸກສຸດທ້າຍ ແລະ ພຣະທຳໃໝ່ຂອງພຣະເຈົ້າ, ຍັງຄົງດຳລົງຊີວິດຢູ່ແມ່ນຍຸກໃດ? ພວກເຂົາຍັງຄົງດຳລົງຊີວິດຢູ່ໃນຍຸກແຫ່ງພຣະຄຸນ. ຕອນນີ້, ແມ່ນຫຍັງຄືຄວາມຮັບຜິດຊອບຂອງພວກເຈົ້າ? ມັນຄືການນຳພວກເຂົາອອກຈາກຍຸກແຫ່ງພຣະຄຸນ ແລະ ເຂົ້າສູ່ຍຸກໃໝ່. ພວກເຈົ້າສາມາດປະຕິບັດພຣະບັນຊາຂອງພຣະເຈົ້າໃຫ້ສຳເລັດໂດຍພຽງແຕ່ອະທິຖານຫາພຣະເຈົ້າ ແລະ ເອີ້ນຫາພຣະນາມຂອງພຣະອົງໄດ້ບໍ? ການເທດສະໜາພຣະທຳຂອງພຣະເຈົ້າພຽງສອງສາມຂໍ້ນັ້ນພຽງພໍບໍ? ມັນບໍ່ພຽງພໍຢ່າງແນ່ນອນ. ສິ່ງນີ້ຮຽກຮ້ອງໃຫ້ພວກເຈົ້າທຸກຄົນມີພາລະທີ່ຈະຮັບເອົາພຣະບັນຊານີ້ໃນການເທດສະໜາຂ່າວປະເສີດ, ເພື່ອເຜີຍແຜ່ພຣະທຳຂອງພຣະເຈົ້າຢ່າງກວ້າງຂວາງ, ເພື່ອຖ່າຍທອດພຣະທຳຂອງພຣະເຈົ້າໃນຫຼາຍວິທີທາງ ແລະ ເພື່ອປະກາດ ແລະ ເຜີຍແຜ່ຂ່າວປະເສີດແຫ່ງລາຊະອານາຈັກ. ການເຜີຍແຜ່ໝາຍຄວາມວ່າແນວໃດ? ມັນໝາຍເຖິງການຖ່າຍທອດພຣະທຳຂອງພຣະເຈົ້າໃຫ້ກັບຜູ້ທີ່ຍັງບໍ່ທັນຍອມຮັບພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ, ເພື່ອໃຫ້ຜູ້ຄົນຮູ້ຫຼາຍຂຶ້ນວ່າພຣະເຈົ້າໄດ້ປະຕິບັດວຽກງານໃໝ່ ແລະ ຈາກນັ້ນກໍເປັນປະຈັກພະຍານກ່ຽວກັບພຣະທຳຂອງພຣະເຈົ້າໃຫ້ກັບພວກເຂົາ, ເພື່ອໃຊ້ປະສົບການຂອງພວກເຈົ້າໃນການເປັນປະຈັກພະຍານໃຫ້ກັບວຽກງານຂອງພຣະເຈົ້າ ແລະ ນຳພາພວກເຂົາເຂົ້າສູ່ຍຸກໃໝ່ເຊັ່ນກັນ, ດ້ວຍວິທີນີ້ ພວກເຂົາກໍຈະເຂົ້າສູ່ຍຸກໃໝ່ຄືກັນກັບພວກເຈົ້າ. ເຈດຕະນາຂອງພຣະເຈົ້າແມ່ນຊັດເຈນ. ມັນບໍ່ພຽງແຕ່ເພື່ອໃຫ້ພວກເຈົ້າຜູ້ທີ່ໄດ້ຍິນພຣະທຳຂອງພຣະອົງ, ຍອມຮັບພຣະທຳເຫຼົ່ານັ້ນ ແລະ ຕິດຕາມພຣະອົງເທົ່ານັ້ນທີ່ຈະເຂົ້າສູ່ຍຸກໃໝ່ ແຕ່ພຣະອົງຈະນຳພາມະນຸດຊາດທັງປວງເຂົ້າສູ່ຍຸກໃໝ່ນີ້. ນີ້ຄືເຈດຕະນາຂອງພຣະເຈົ້າ ແລະ ມັນຄືຄວາມຈິງທີ່ທຸກຄົນທີ່ຕິດຕາມພຣະເຈົ້າໃນປັດຈຸບັນຄວນເຂົ້າໃຈ. ພຣະເຈົ້າບໍ່ໄດ້ກຳລັງນຳພາກຸ່ມຄົນ, ກຸ່ມນ້ອຍໆ ຫຼື ຊົນຊາດນ້ອຍໆເຂົ້າສູ່ຍຸກໃໝ່ ແຕ່ພຣະອົງຕັ້ງໃຈທີ່ຈະນຳພາມະນຸດຊາດທັງປວງເຂົ້າສູ່ຍຸກໃໝ່. ຈະສາມາດບັນລຸເປົ້າໝາຍນີ້ໄດ້ແນວໃດ? (ໂດຍການເທດສະໜາຂ່າວປະເສີດຢ່າງກວ້າງຂວາງ.) ແນ່ນອນ, ມັນຕ້ອງບັນລຸໄດ້ໂດຍການເທດສະໜາຂ່າວປະເສີດຢ່າງກວ້າງຂວາງ, ໂດຍນຳໃຊ້ວິທີການ ແລະ ຊ່ອງທາງຕ່າງໆເພື່ອເທດສະໜາຂ່າວປະເສີດຢ່າງກວ້າງຂວາງ. ການເວົ້າກ່ຽວກັບການເທດສະໜາຂ່າວປະເສີດຢ່າງກວ້າງຂວາງນັ້ນເປັນເລື່ອງງ່າຍ ແຕ່ຄວນເຮັດໃຫ້ສຳເລັດຢ່າງສະເພາະເຈາະຈົງໄດ້ແນວໃດ? (ມັນຮຽກຮ້ອງໃຫ້ມີການຮ່ວມມືຈາກມະນຸດ.) ຖືກຕ້ອງ, ສິ່ງນີ້ຮຽກຮ້ອງໃຫ້ມີການຮ່ວມມືຈາກມະນຸດ. ຖ້າຜູ້ຄົນຍຶດຕິດກັບສິ່ງເກົ່າໆບາງຢ່າງໃນໃຈຂອງພວກເຂົາຢູ່ສະເໝີ, ເກັບຊ່ອນອົງປະກອບທີ່ບິດເບືອນບາງຢ່າງໄວ້ຢູ່ສະເໝີ, ຍຶດໝັ້ນກັບກົດລະບຽບ ແລະ ການປະຕິບັດເກົ່າໆ ແຕ່ບໍ່ເອົາຈິງເອົາຈັງກັບວຽກງານຂ່າວປະເສີດ ແລະ ບໍ່ຍອມຮັບພຣະບັນຊາຂອງພຣະເຈົ້າ, ໂດຍຖືວ່າວຽກງານຂ່າວປະເສີດບໍ່ກ່ຽວຂ້ອງກັບພວກເຂົາ, ພຣະເຈົ້າຈະສາມາດສົ່ງເສີມ ແລະ ນຳໃຊ້ຄົນແບບນັ້ນໄດ້ບໍ? ພວກເຂົາສາມາດມີຄຸນສົມບັດທີ່ຈະດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າໄດ້ບໍ? ພວກເຂົາສາມາດໄດ້ຮັບການຮັບຮອງຈາກພຣະເຈົ້າໄດ້ບໍ? ບໍ່ໄດ້ຢ່າງແນ່ນອນ. ດັ່ງນັ້ນ, ເຮົາຈຶ່ງຕ້ອງແນະນຳພວກເຈົ້າກ່ຽວກັບວິທີຄິດຂອງພວກເຈົ້າ, ໂດຍຈົດບັນທຶກຈຸດໃດທີ່ພວກເຈົ້າບໍ່ເຂົ້າໃຈ ແລະ ອະທິບາຍຄວາມຈິງທີ່ກ່ຽວຂ້ອງຢ່າງບໍ່ຮູ້ອິດເມື່ອຍ ຈົນກວ່າພວກເຈົ້າຈະເຂົ້າໃຈພວກມັນ. ບໍ່ວ່າພວກເຈົ້າຈະມຶນຊາ ແລະ ໂງ່ຈ້າສໍ່າໃດກໍຕາມ, ເຮົາກໍຕ້ອງສືບຕໍ່ເວົ້າກັບພວກເຈົ້າ ແລະ ເຮັດໃຫ້ພວກເຈົ້າເຂົ້າໃຈວ່ານີ້ຄືເຈດຕະນາຂອງພຣະເຈົ້າ, ນີ້ຄືໜ້າທີ່ທີ່ພວກເຈົ້າຕ້ອງປະຕິບັດ ແລະ ມັນຄືພາລະກິດ ແລະ ພັນທະຂອງພວກເຈົ້າໃນຊາດນີ້. ຖ້າເຈົ້າບໍ່ໃສ່ໃຈໃນສິ່ງທີ່ເຮົາເວົ້າ ຫຼື ບໍ່ເຂົ້າໃຈມັນ, ເຮົາກໍຕ້ອງສືບຕໍ່ເວົ້າ. ເຖິງແມ່ນວ່າເຈົ້າຈະເບື່ອໜ່າຍ, ເຮົາກໍຕ້ອງເວົ້າຕໍ່ໄປຈົນກວ່າເຈົ້າຈະເຂົ້າໃຈຄວາມຈິງ. ຄວາມຈິງແມ່ນຫຍັງ? ຄວາມຈິງຄືສິ່ງທີ່ພຣະເຈົ້າສະແດງອອກ, ມັນຄືເຈດຕະນາຂອງພຣະເຈົ້າ, ຂໍ້ກຳນົດຂອງພຣະເຈົ້າສຳລັບມະນຸດຊາດ ແລະ ຄວາມເປັນຈິງຄວາມຈິງທີ່ຜູ້ຄົນໃນຍຸກໃໝ່ຕ້ອງມີ. ຜູ້ຄົນຄວນປະຕິບັດຕໍ່ເຈດຕະນາຂອງພຣະເຈົ້າແນວໃດ? ພວກເຂົາຄວນຍອມຮັບພວກມັນຢ່າງບໍ່ມີຂໍ້ຈຳກັດ ແລະ ຢ່າງເດັດຂາດ, ຈາກນັ້ນກໍອ່ອນນ້ອມຖ່ອມຕົນ ແລະ ໃຫ້ການຮ່ວມມື, ດ້ວຍເຫດນີ້ຈຶ່ງເປັນການປະຕິບັດຕາມເຈດຕະນາຂອງພຣະເຈົ້າ. ນີ້ຄືພັນທະຂອງຄົນຜູ້ໜຶ່ງ. ພວກເຈົ້າເຂົ້າໃຈບໍ ເມື່ອເຮົາເວົ້າແບບນີ້? ບາງຄົນອາດຈະເວົ້າວ່າ “ໂອ້ຍ, ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນຍອມຮັບພຣະບັນຊາຂອງພຣະອົງ ແຕ່ມັນກ່ຽວຂ້ອງຫຍັງກັບບຸກຄົນທີ່ບໍ່ສຳຄັນຄືກັບພວກຂ້ານ້ອຍ?” ພວກເຈົ້າຄິດວ່າມັນກ່ຽວຂ້ອງຫຍັງກັບພວກເຂົາບໍ? (ແມ່ນແລ້ວ, ກ່ຽວຂ້ອງ.) ມັນກ່ຽວຂ້ອງຫຍັງກັບພວກເຂົາ? ໃຫ້ເຮົາອະທິບາຍ. ພຣະເຈົ້າຄືພຣະຜູ້ສ້າງ ແລະ ມະນຸດຄືສິ່ງທີ່ຖືກສ້າງຂອງພຣະອົງ. ຄວາມສຳພັນລະຫວ່າງ “ຜູ້ສ້າງ” ແລະ “ຜູ້ຖືກສ້າງ” ແມ່ນຫຍັງ? ມັນຄືຄວາມສຳພັນລະຫວ່າງການກະທຳ ແລະ ການຖືກກະທຳ, ລະຫວ່າງການສ້າງ ແລະ ການຖືກສ້າງ. ໃນເມື່ອເຈົ້າໄດ້ຮັບຮູ້ເຈດຕະນາຂອງພຣະຜູ້ສ້າງແລ້ວ, ເຈົ້າຄວນຕອບສະໜອງດ້ວຍທັດສະນະຄະຕິແບບໃດ? (ຍອມຮັບພວກມັນ ແລະ ຮ່ວມມືດ້ວຍສຸດກຳລັງຂອງຂ້ານ້ອຍ.) ຖືກຕ້ອງ, ເຈົ້າຄວນອ່ອນນ້ອມຕໍ່ພວກມັນ ແລະ ຍອມຮັບພວກມັນ, ໂດຍຮ່ວມມືດ້ວຍສຸດກຳລັງຂອງເຈົ້າ, ບໍ່ວ່າຈະຕ້ອງເສຍສະລະຫຍັງກໍຕາມ. ການຮ່ວມມືນີ້ລວມເຖິງການສະແຫວງຫາຄວາມຈິງບໍ? ມັນລວມເຖິງການເຂົ້າໃຈຄວາມຈິງບໍ? ມັນລວມເຖິງທັງສອງຢ່າງ. ໃນເມື່ອເຈົ້າເຂົ້າໃຈຂໍ້ກຳນົດ ແລະ ພຣະບັນຊາຂອງພຣະເຈົ້າ, ສິ່ງເຫຼົ່ານີ້ກໍກ່ຽວຂ້ອງກັບພາລະກິດຂອງເຈົ້າ, ພວກມັນຄືໜ້າທີ່ຂອງເຈົ້າ, ໃນເມື່ອເຈົ້າຮູ້ສິ່ງນີ້ແລ້ວ, ເຈົ້າກໍຄວນຍອມຮັບມັນ. ນີ້ຄືສິ່ງທີ່ຄົນທີ່ມີສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກຄວນເຮັດ. ຖ້າເຈົ້າຮູ້ຂໍ້ກຳນົດ ແລະ ພຣະບັນຊາຂອງພຣະເຈົ້າ ແຕ່ບໍ່ສາມາດຍອມຮັບພວກມັນໄດ້, ແລ້ວເຈົ້າກໍປາສະຈາກທັງສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກ ແລະ ເຈົ້າກໍບໍ່ສົມຄວນຖືກເອີ້ນວ່າມະນຸດ. ບາງຄົນອາດຈະຍັງບໍ່ເຂົ້າໃຈ, ໂດຍຄິດວ່າ “ເຈດຕະນາຂອງພຣະເຈົ້າກ່ຽວຂ້ອງຫຍັງກັບພວກເຮົາ?” ຖ້າເຈດຕະນາຂອງພຣະເຈົ້າບໍ່ມີຫຍັງກ່ຽວຂ້ອງກັບເຈົ້າ, ແລ້ວເຈົ້າກໍບໍ່ແມ່ນຜູ້ຕິດຕາມພຣະເຈົ້າ ຫຼື ສະມາຊິກໃນເຮືອນຂອງພຣະເຈົ້າ. ຕົວຢ່າງ: ພໍ່ແມ່ຂອງເຈົ້າໄດ້ໃຫ້ກຳເນີດເຈົ້າ ແລະ ລ້ຽງດູເຈົ້າມາຫຼາຍປີ, ເຈົ້າໄດ້ກິນອາຫານຂອງພວກເພິ່ນ, ອາໄສຢູ່ໃນເຮືອນຂອງພວກເພິ່ນ ແລະ ໃຊ້ເງິນຂອງພວກເພິ່ນ. ແຕ່ເມື່ອມີບັນຫາຢູ່ເຮືອນ ແລະ ເຈົ້າເວົ້າວ່າມັນບໍ່ມີຫຍັງກ່ຽວຂ້ອງກັບເຈົ້າ, ເຈົ້າບໍ່ສົນໃຈມັນ ແລ້ວກໍແລ່ນໜີໄປ, ນີ້ແມ່ນຄົນຕ່ຳຊ້າປະເພດໃດ? ການເວົ້າວ່າເຈົ້າເປັນຄົນນອກນັ້ນຟັງເບິ່ງຄືດີ ແຕ່ໃນຄວາມເປັນຈິງແລ້ວ, ເຈົ້າເປັນຄົນຕ່ຳຊ້າທີ່ກະບົດ, ເປັນສັດເດຍລະສານໃນຄາບມະນຸດ, ຕໍ່າຊ້າກວ່າສັດເດຍລະສານ. ເຈດຕະນາຂອງພຣະເຈົ້ານັ້ນຊັດເຈນສຳລັບເຈົ້າແລ້ວ ແລະ ພຣະເຈົ້າກ່າວວ່າ “ພວກເຈົ້າໄດ້ຍອມຮັບວຽກງານຂັ້ນຕອນນີ້ແລ້ວ ແລະ ເຮົາກໍໄດ້ມອບພຣະທຳເຫຼົ່ານີ້ໃຫ້ພວກເຈົ້າກ່ອນແລ້ວ, ເພື່ອໃຫ້ພວກເຈົ້າໄດ້ຍິນພວກມັນກ່ອນ ແລະ ພວກເຈົ້າກໍໄດ້ຍິນພວກມັນ, ເຂົ້າໃຈພວກມັນ ແລະ ຢັ່ງຮູ້ພວກມັນແລ້ວ. ຕອນນີ້, ເຮົາກໍຈະບອກພວກເຈົ້າເຖິງເຈດຕະນາຂອງເຮົາ ແລະ ຂໍ້ກຳນົດຂອງເຮົາສຳລັບພວກເຈົ້າເຊັ່ນກັນ. ພວກເຈົ້າຄວນປະກາດວຽກງານຂອງເຮົາ, ພຣະທຳຂອງເຮົາ ແລະ ສິ່ງທີ່ເຮົາກຳລັງຈະເຮັດໃຫ້ສຳເລັດ ເພື່ອໃຫ້ມະນຸດຊາດທັງປວງໄດ້ຍິນສຽງຂອງເຮົາ, ພວກເຈົ້າຄວນເຜີຍແຜ່ຂ່າວປະເສີດແຫ່ງລາຊະອານາຈັກຂອງເຮົາ ເພື່ອໃຫ້ມະນຸດຊາດທັງປວງຍອມຮັບພາລະກິດຂອງພຣະເຈົ້າຢ່າງໄວວາ ແລະ ເຂົ້າສູ່ຍຸກແຫ່ງລາຊະອານາຈັກ. ນີ້ຄືເຈດຕະນາ ແລະ ຂໍ້ກຳນົດຂອງພຣະເຈົ້າ”. ເຈົ້າຄວນໄຕ່ຕອງແນວໃດເມື່ອໄດ້ຍິນສິ່ງນີ້? ເຈົ້າຄວນມີທັດສະນະຄະຕິແບບໃດ? ເຈົ້າຄວນເລືອກແນວໃດ? ເຈົ້າຄວນປະຕິບັດໜ້າທີ່ທີ່ສິ່ງທີ່ຖືກສ້າງຄວນປະຕິບັດໃຫ້ສຳເລັດແນວໃດ? ບາງຄົນອາດຈະຮູ້ສຶກວ່າພາລະນັ້ນໜັກໜ່ວງ ແຕ່ພຽງແຕ່ຄວາມຮູ້ສຶກນັ້ນບໍ່ພຽງພໍ, ເຈົ້າຕ້ອງການການກະທຳ ແລະ ຄວາມເຂົ້າໃຈທີ່ແທ້ຈິງ. ເຈົ້າຄວນອະທິຖານຕໍ່ພຣະເຈົ້າແບບນີ້: “ໂອ້ ພຣະເຈົ້າ, ພຣະອົງໄດ້ມອບໝາຍຄວາມຮັບຜິດຊອບໃນການເທດສະໜາຂ່າວປະເສີດໃຫ້ກັບຂ້ານ້ອຍ, ນີ້ຄືການຍົກຍ້ອງຂອງພຣະອົງ. ເຖິງແມ່ນວ່າຂ້ານ້ອຍຈະເຂົ້າໃຈຄວາມຈິງໜ້ອຍເກີນໄປ, ຂ້ານ້ອຍກໍເຕັມໃຈທີ່ຈະເຮັດໃຫ້ດີທີ່ສຸດເພື່ອປະຕິບັດການພຣະບັນຊານີ້ໃຫ້ສຳເລັດ. ຂ້ານ້ອຍໄດ້ຍິນການເທດສະໜາຫຼາຍຢ່າງ ແລະ ໄດ້ເຂົ້າໃຈຄວາມຈິງບາງຢ່າງ, ທັງໝົດນີ້ຄືພອນຂອງພຣະອົງ ແລະ ຕອນນີ້ຂ້ານ້ອຍກໍມີຄວາມຮັບຜິດຊອບນີ້ທີ່ຈະເປັນປະຈັກພະຍານໃຫ້ກັບພຣະທຳ ແລະ ວຽກງານຂອງພຣະເຈົ້າ, ເພື່ອປະຕິບັດພຣະບັນຊານີ້ໃຫ້ສຳເລັດ”. ນັ້ນແມ່ນຖືກຕ້ອງ, ເມື່ອຜູ້ຄົນມີຫົວໃຈແຫ່ງການອ່ອນນ້ອມຕໍ່ພຣະເຈົ້າ, ພຣະອົງກໍຈະນຳພາພວກເຂົາ. ພຣະເຈົ້າໄດ້ບອກຜູ້ຄົນຢ່າງຊັດເຈນແລ້ວ ແລະ ກ່າວວ່າ ການປະກາດຂ່າວປະເສີດຂອງພຣະເຈົ້າແມ່ນພັນທະ ແລະ ຄວາມຮັບຜິດຊອບທີ່ບໍ່ມີໃຜສາມາດຫຼີກລ່ຽງໄດ້. ມັນເປັນໜ້າທີ່ຕະຫຼອດຊີວິດ, ເປັນໜ້າທີ່ຂອງສິ່ງທີ່ຖືກສ້າງທຸກຄົນ. ພຣະທຳເຫຼົ່ານີ້ມີຄຳສັ່ງຈາກພຣະເຈົ້າບໍ? ພວກມັນມີການຕັກເຕືອນຂອງພຣະອົງບໍ? (ແມ່ນແລ້ວ, ມີ.) ພວກມັນມີເຈດຕະນາຂອງພຣະເຈົ້າບໍ? (ມີ.) ພວກມັນມີຄວາມຈິງທີ່ຜູ້ຄົນຄວນເຂົ້າໃຈບໍ? (ມີ.) ມີຫຼັກການ ແລະ ເສັ້ນທາງແຫ່ງການປະຕິບັດຢູ່ບ່ອນນີ້ທີ່ຄົນຜູ້ໜຶ່ງສາມາດປະຕິບັດຕາມໄດ້ບໍ? (ມີ.) ເຮົາໄດ້ກ່າວເຖິງທັງໝົດຈັກຈຸດ? (ສີ່ຈຸດ: ທີໜຶ່ງຄືຄຳສັ່ງ ແລະ ການຕັກເຕືອນຂອງພຣະເຈົ້າ. ທີສອງຄືເຈດຕະນາຂອງພຣະເຈົ້າ. ທີສາມຄືຄວາມຈິງທີ່ພວກເຮົາຄວນເຂົ້າໃຈ. ທີສີ່ຄືຫຼັກການ ແລະ ເສັ້ນທາງແຫ່ງການປະຕິບັດທີ່ຄົນຜູ້ໜຶ່ງຄວນປະຕິບັດຕາມ.) ຖືກຕ້ອງ, ເຮົາໄດ້ກ່າວເຖິງສີ່ຈຸດນີ້ທັງໝົດ. ຕໍ່ໄປ, ໃຫ້ພວກເຮົາໂອ້ລົມກ່ຽວກັບເນື້ອໃນສະເພາະຂອງແຕ່ລະຈຸດ.

ລາຍການທີໜຶ່ງຄືຄຳສັ່ງຂອງພຣະເຈົ້າ. ຄຳສັ່ງຂອງພຣະເຈົ້າແມ່ນຫຍັງ? (ເພື່ອເຜີຍແຜ່ຂ່າວປະເສີດແຫ່ງລາຊະອານາຈັກ.) ມັນກໍຄືການເທດສະໜາຂ່າວປະເສີດແຫ່ງລາຊະອານາຈັກຢ່າງກວ້າງຂວາງ. ລາຍການທີສອງຄືເຈດຕະນາຂອງພຣະເຈົ້າ. ເຈດຕະນາຂອງພຣະເຈົ້າແມ່ນຫຍັງ? ມັນຄືການໃຫ້ຜູ້ຄົນຮູ້ຫຼາຍຂຶ້ນວ່າພຣະເຈົ້າໄດ້ສະເດັດມາແລ້ວ, ວ່າພຣະອົງກຳລັງປະຕິບັດວຽກງານໃໝ່, ວ່າພຣະເຈົ້າຕັ້ງໃຈທີ່ຈະປ່ຽນແປງຍຸກສະໄໝ ເພື່ອສິ້ນສຸດຍຸກເກົ່າ ແລະ ເພື່ອນຳພາມະນຸດຊາດເຂົ້າສູ່ຍຸກໃໝ່. ນີ້ຄືເຈດຕະນາຂອງພຣະເຈົ້າ, ບໍ່ແມ່ນບໍ? ຄົນຜູ້ໜຶ່ງສາມາດເວົ້າໄດ້ບໍວ່າເຈດຕະນາຂອງພຣະເຈົ້າຄືການເຜີຍແຜ່ຂ່າວປະເສີດ? ມັນບໍ່ໄດ້ງ່າຍດາຍແບບນັ້ນ. ການເຜີຍແຜ່ຂ່າວປະເສີດມີຈຸດປະສົງ ແລະ ຜົນໄດ້ຮັບສຸດທ້າຍ, ສິ່ງນັ້ນຄວນເປັນຫຍັງ? (ເພື່ອໃຫ້ຜູ້ຄົນຫຼາຍຂຶ້ນຮູ້ ວ່າພຣະເຈົ້າໄດ້ສະເດັດມາແລ້ວ, ພຣະອົງກຳລັງປະຕິບັດວຽກງານໃໝ່ ແລະ ພຣະອົງຕັ້ງໃຈທີ່ຈະສິ້ນສຸດຍຸກເກົ່າ ແລະ ນຳພາມະນຸດຊາດທັງປວງເຂົ້າສູ່ຍຸກໃໝ່.) ຖືກຕ້ອງເລີຍ, ເພື່ອນຳພາມະນຸດຊາດທັງປວງເຂົ້າສູ່ຍຸກໃໝ່. ສິ່ງນີ້ມີຜົນກະທົບແນວໃດຕໍ່ມະນຸດຊາດ? ມະນຸດຊາດເຂົ້າສູ່ຍຸກໃໝ່, ຍຸກນີ້ຖືກປ່ຽນແປງ. ແລ້ວເຈດຕະນາຂອງພຣະເຈົ້າແມ່ນຫຍັງ? ກະລຸນາເວົ້າຊໍ້າອີກຄັ້ງ. (ພຣະເຈົ້າຕັ້ງໃຈທີ່ຈະປ່ຽນແປງຍຸກສະໄໝ, ເພື່ອສິ້ນສຸດຍຸກເກົ່າ ແລະ ນຳພາມະນຸດຊາດເຂົ້າສູ່ຍຸກໃໝ່.) ພວກເຈົ້າບໍ່ສາມາດໃຫ້ສິ່ງໃດສິ່ງໜຶ່ງຕົກຫຼົ່ນ ໄດ້, ພວກເຈົ້າຈົດບັນທຶກມັນໄວ້ໝົດແລ້ວບໍ? (ແມ່ນແລ້ວ.) ລາຍການທີສາມຄືຄວາມຈິງທີ່ຜູ້ຄົນຄວນເຂົ້າໃຈ. ຄວາມຈິງນີ້ຄວນເປັນຫຍັງ? (ການເທດສະໜາຂ່າວປະເສີດແມ່ນໜ້າທີ່ ແລະ ຄວາມຮັບຜິດຊອບຂອງສິ່ງທີ່ຖືກສ້າງທຸກຄົນ.) ນັ້ນຄືຄວາມຈິງ. ພາຍໃນຄວາມຈິງນີ້, ສິ່ງທີ່ຜູ້ຄົນຄວນເຮັດກໍຄືການຍອມຮັບໜ້າທີ່ໃນການເທດສະໜາຂ່າວປະເສີດ ແລະ ຈາກນັ້ນກໍຊອກຫາຫຼັກການ ແລະ ເສັ້ນທາງແຫ່ງການປະຕິບັດພາຍໃນຄຳເວົ້ານີ້. ຄຳເວົ້ານີ້ຄືຄວາມຈິງສຳລັບຜູ້ຄົນ. ຄຳເວົ້ານັ້ນແມ່ນຫຍັງ? (ການເທດສະໜາຂ່າວປະເສີດແມ່ນໜ້າທີ່ ແລະ ຄວາມຮັບຜິດຊອບຂອງສິ່ງທີ່ຖືກສ້າງທຸກຄົນ.) ມັນຄວນເປັນໜ້າທີ່ ແລະ ພາລະກິດ. ພວກເຈົ້າເຂົ້າໃຈໜ້າທີ່ ແລະ ພາລະກິດແນວໃດ? ໜ້າທີ່ຄືຄວາມຮັບຜິດຊອບທີ່ຄົນຜູ້ໜຶ່ງຄວນປະຕິບັດໃຫ້ສຳເລັດ ແລະ ຄວາມຮັບຜິດຊອບທີ່ຄົນຜູ້ໜຶ່ງຄວນປະຕິບັດໃຫ້ສຳເລັດກໍຄືໜ້າທີ່ຂອງພວກເຂົາເຊັ່ນກັນ. ແຕ່ພາລະກິດນັ້ນແຕກຕ່າງກັນ, ພາລະກິດນັ້ນຍິ່ງໃຫຍ່ກວ່າ, ເໝາະສົມກວ່າ, ມີຄວາມໝາຍທີ່ເລິກເຊິ່ງກວ່າ ແລະ ມີນໍ້າໜັກຫຼາຍກວ່າຄວາມຮັບຜິດຊອບ. ພວກເຈົ້າຈົດບັນທຶກສິ່ງນີ້ໄວ້ແລ້ວບໍ? (ແມ່ນແລ້ວ.) ຕອນນີ້, ເຮົາໄດ້ສັງເກດເຫັນບາງຢ່າງ, ເນື້ອໃນທັງໝົດເຫຼົ່ານີ້ທີ່ພວກເຮົາກຳລັງໂອ້ລົມກັນຈຳເປັນຕ້ອງຖືກບັນທຶກໄວ້ເປັນລາຍລັກອັກສອນ ກ່ອນທີ່ພວກເຈົ້າຈະເຂົ້າໃຈພວກມັນແຈ້ງ. ຖ້າພວກເຈົ້າບໍ່ຈົດບັນທຶກພວກມັນໄວ້, ພຽງແຕ່ຟັງແບບນີ້, ມັນກໍຈະບໍ່ຫຼົງເຫຼືອຢູ່ໃນຄວາມຊົງຈຳເລີຍ. ສິ່ງນີ້ບົ່ງບອກເຖິງຫຍັງ? ມັນສະແດງໃຫ້ເຫັນວ່າຜູ້ຄົນບໍ່ເຂົ້າໃຈຄວາມຈິງ, ພວກເຂົາພຽງແຕ່ກຳແໜ້ນຫຼັກຄຳສອນເລັກນ້ອຍ ແລະ ຮູ້ຈັກຄຳນິຍາມ, ແນວຄວາມຄິດ ແລະ ໂຄງຮ່າງຂອງຄວາມຈິງບາງຢ່າງ. ເມື່ອເວົ້າເຖິງລາຍລະອຽດສະເພາະຂອງຄວາມຈິງເຫຼົ່ານີ້, ວິທີປະຕິບັດພວກມັນ ແລະ ນຳໃຊ້ພວກມັນ, ພວກເຂົາກໍບໍ່ຮູ້ເລື່ອງເລີຍ, ບໍ່ແມ່ນບໍ? ສຳລັບພວກເຈົ້າສ່ວນໃຫຍ່ແລ້ວ, ການເວົ້າກ່ຽວກັບຫຼັກຄຳສອນເປັນເວລາສອງ ຫຼື ສາມຊົ່ວໂມງນັ້ນບໍ່ແມ່ນເລື່ອງຍາກ ແຕ່ເມື່ອເວົ້າເຖິງການນຳໃຊ້ຄວາມຈິງເພື່ອແກ້ໄຂສະພາວະ, ໂດຍໃຊ້ຫຼັກການ ແລະ ເສັ້ນທາງແຫ່ງການປະຕິບັດທີ່ພວກເຈົ້າໄດ້ມີປະສົບການ ແລະ ເຂົ້າໃຈ, ນັ້ນຄືສິ່ງທີ່ຍາກ. ບັນຫາຢູ່ບ່ອນນີ້ແມ່ນຫຍັງ? ການບໍ່ເຂົ້າໃຈຄວາມຈິງ, ບໍ່ແມ່ນບໍ? ຕອນນີ້, ໃຫ້ພວກເຮົາໄປທີ່ລາຍການທີສີ່. ລາຍການທີສີ່ແມ່ນຫຍັງ? (ຫຼັກການ ແລະ ເສັ້ນທາງແຫ່ງການປະຕິບັດທີ່ຄົນຜູ້ໜຶ່ງຄວນປະຕິບັດຕາມ.) ຫຼັກການ ແລະ ເສັ້ນທາງເຫຼົ່ານີ້ຖືກກຳນົດແນວໃດ? ພວກມັນຖືກກຳນົດໂດຍອີງໃສ່ສອງສິ່ງ: ໜຶ່ງຄືເຈດຕະນາຂອງພຣະເຈົ້າ ແລະ ອີກໜຶ່ງຄືຄວາມຈິງ. ສອງສິ່ງນີ້ຄືສິ່ງທີ່ຜູ້ຄົນຕ້ອງເຂົ້າໃຈ. ຕົວຢ່າງ: ຖ້າເຈົ້າລັງເລທີ່ຈະເທດສະໜາຂ່າວປະເສີດເມື່ອເຈົ້າຖືກຂໍໃຫ້ເຮັດເຊັ່ນນັ້ນ ແຕ່ພຣະເຈົ້າຊົງກ່າວວ່າການເທດສະໜາຂ່າວປະເສີດຄືເຈດຕະນາຂອງພຣະອົງ, ເຈົ້າຄວນເຮັດແນວໃດ? ຫຼັກການແຫ່ງການປະຕິບັດຂອງເຈົ້າຄວນເປັນແນວໃດ? ທັດສະນະຄະຕິຂອງເຈົ້າຄວນເປັນແນວໃດ? ເຈົ້າຄວນອ່ອນນ້ອມ ແລະ ຍອມຮັບມັນຢ່າງຄົບຖ້ວນ, ໂດຍບໍ່ປະຕິເສດ, ໂດຍບໍ່ມີການວິເຄາະ ຫຼື ການກວດສອບ, ໂດຍບໍ່ຖາມເຫດຜົນ. ນີ້ຄືການອ່ອນນ້ອມທີ່ແທ້ຈິງ. ມັນເປັນຫຼັກການທີ່ສຳຄັນທີ່ຕ້ອງປະຕິບັດຕາມໃນການປະຕິບັດຄວາມຈິງ. ເມື່ອພວກເຮົາເວົ້າກ່ຽວກັບເຈດຕະນາຂອງພຣະເຈົ້າໃນລັກສະນະທີ່ເປັນການກຳນົດ, ໂດຍທົ່ວໄປແລ້ວມັນໝາຍເຖິງຫຍັງ? ໂດຍພື້ນຖານແລ້ວ ເຈດຕະນາຂອງພຣະເຈົ້າຄືຄວາມປາຖະໜາຂອງພຣະເຈົ້າ, ຈຸດປະສົງ, ແຫຼ່ງທີ່ມາ ແລະ ຈຸດເລີ່ມຕົ້ນສຳລັບການກະທຳຂອງພຣະອົງ. ໃນຄຳສັບຝ່າຍວິນຍານ, ມັນຖືກເອີ້ນວ່າ “ເຈດຕະນາ” ຫຼື “ວິໄສທັດ” ຂອງພຣະອົງ. ເມື່ອພຣະເຈົ້າເປີດເຜີຍເຈດຕະນາຂອງພຣະອົງໃຫ້ເຈົ້າຮູ້, ພຣະອົງກໍໃຫ້ທິດທາງທົ່ວໄປແກ່ເຈົ້າ, ໂດຍໃຫ້ເຈົ້າຮູ້ວ່າພຣະອົງຕັ້ງໃຈຈະເຮັດຫຍັງ. ເຖິງຢ່າງໃດກໍຕາມ, ຖ້າພຣະເຈົ້າບໍ່ໄດ້ໃຫ້ລາຍລະອຽດ ຫຼື ຫຼັກການສະເພາະ, ເຈົ້າຮູ້ເສັ້ນທາງ ແລະ ທິດທາງທີ່ແນ່ນອນໃນການປະຕິບັດບໍ? ເຈົ້າຈະບໍ່ຮູ້. ນັ້ນຄືເຫດຜົນທີ່ວ່າ ເມື່ອເຮົາບອກໃຫ້ຜູ້ຄົນເຮັດບາງສິ່ງບາງຢ່າງ, ຜູ້ທີ່ມີສະໝອງ, ຜູ້ທີ່ມີຫົວໃຈ ແລະ ວິນຍານ, ກໍຈະຊອກຫາລາຍລະອຽດ ແລະ ວິທີການເຮັດຢ່າງສະເພາະເຈາະຈົງໃນທັນທີ ຫຼັງຈາກທີ່ຍອມຮັບມັນ. ຜູ້ທີ່ບໍ່ມີສະໝອງ, ບໍ່ມີຫົວໃຈ ແລະ ວິນຍານ ອາດຈະຄິດວ່າມັນງ່າຍ ແລະ ຟ້າວລົງມືເຮັດໂດຍບໍ່ລໍຖ້າລາຍລະອຽດເພີ່ມເຕີມ. ນີ້ຄືຄວາມໝາຍຂອງການບໍ່ມີສະໝອງ ແລະ ການເຮັດວຽກຢ່າງຫຼັບຫູຫຼັບຕາ. ເມື່ອເຈົ້າໄດ້ຮັບພຣະບັນຊາຈາກພຣະເຈົ້າ ແລະ ຕັ້ງເປົ້າທີ່ຈະປະຕິບັດໜ້າທີ່ຂອງເຈົ້າໃຫ້ສຳເລັດ ແລະ ເຮັດພາລະກິດຂອງເຈົ້າໃຫ້ສຳເລັດ, ກ່ອນອື່ນ ເຈົ້າຕ້ອງເຂົ້າໃຈເຈດຕະນາຂອງພຣະເຈົ້າ. ເຈົ້າຈຳເປັນຕ້ອງຮູ້ວ່າພຣະບັນຊານີ້ມາຈາກພຣະເຈົ້າ, ວ່າມັນເປັນເຈດຕະນາຂອງພຣະອົງ ແລະ ເຈົ້າຄວນຍອມຮັບມັນ, ຄຳນຶງເຖິງມັນ ແລະ ທີ່ສຳຄັນກວ່ານັ້ນກໍຄື ອ່ອນນ້ອມຕໍ່ພຣະບັນຊານັ້ນ. ອັນທີສອງຄື ເຈົ້າຄວນສະແຫວງຫາວ່າຄວາມຈິງໃດທີ່ເຈົ້າຈຳເປັນຕ້ອງເຂົ້າໃຈເພື່ອປະຕິບັດໜ້າທີ່ນີ້, ຫຼັກການໃດທີ່ເຈົ້າຄວນປະຕິບັດຕາມ ແລະ ວິທີການປະຕິບັດໃນວິທີທີ່ເປັນປະໂຫຍດຕໍ່ປະຊາກອນທີ່ພຣະເຈົ້າເລືອກ ແລະ ວຽກງານຂອງເຮືອນຂອງພຣະເຈົ້າ. ສິ່ງເຫຼົ່ານີ້ຄືຫຼັກການແຫ່ງການປະຕິບັດ. ຫຼັງຈາກທີ່ເຂົ້າໃຈເຈດຕະນາຂອງພຣະເຈົ້າແລ້ວ, ເຈົ້າຄວນສະແຫວງຫາ ແລະ ເຂົ້າໃຈຄວາມຈິງທີ່ກ່ຽວຂ້ອງກັບການປະຕິບັດໜ້າທີ່ນີ້ໂດຍທັນທີ ແລະ ຫຼັງຈາກທີ່ເຂົ້າໃຈຄວາມຈິງແລ້ວ, ກໍໃຫ້ກວດສອບຫຼັກການ ແລະ ເສັ້ນທາງແຫ່ງການປະຕິບັດຄວາມຈິງເຫຼົ່ານີ້. “ຫຼັກການ” ໝາຍເຖິງຫຍັງ? ໂດຍສະເພາະແລ້ວ, ຫຼັກການໝາຍເຖິງສິ່ງທີ່ການບັນລຸເປົ້າໝາຍ ຫຼື ການສ້າງຜົນໄດ້ຮັບຕ້ອງອີງໃສ່ ເມື່ອປະຕິບັດຄວາມຈິງ. ຕົວຢ່າງ: ຖ້າເຈົ້າໄດ້ຮັບມອບໝາຍໃຫ້ຊື້ສິ່ງຂອງໃດໜຶ່ງ, ຫຼັກການແຫ່ງການປະຕິບັດສະເພາະເຈາະຈົງແມ່ນຫຍັງ? ກ່ອນອື່ນໝົດ, ເຈົ້າຈຳເປັນຕ້ອງເຂົ້າໃຈຂໍ້ກຳນົດສະເພາະ ແລະ ຮູບແບບຂອງສິ່ງຂອງທີ່ຈະຊື້, ມາດຕະຖານຄຸນນະພາບທີ່ມັນຕ້ອງບັນລຸ ແລະ ລາຄາເໝາະສົມ ຫຼື ບໍ່. ໃນຂະບວນການສະແຫວງຫາ, ເຈົ້າກໍຈະໄດ້ຮັບຄວາມຊັດເຈນກ່ຽວກັບຫຼັກການແຫ່ງການປະຕິບັດທີ່ສະເພາະເຈາະຈົງ. ຫຼັກການເຫຼົ່ານີ້ໃຫ້ມາດຕະຖານ ແລະ ຂອບເຂດແກ່ເຈົ້າ, ເຈົ້າກໍຈະບໍ່ມີບັນຫາຫຍັງ ຕາບໃດທີ່ເຈົ້າຍັງຢູ່ໃນຂອບເຂດນີ້. ເມື່ອເຈົ້າເຂົ້າໃຈຫຼັກການພື້ນຖານກ່ຽວກັບຂໍ້ກຳນົດສະເພາະ, ຄຸນນະພາບ ແລະ ລາຄາຂອງສິ່ງຂອງແລ້ວ, ມັນກໍສະແດງໃຫ້ເຫັນວ່າເຈົ້າໄດ້ກຳແໜ້ນມາດຕະຖານທີ່ຈຳເປັນສຳລັບໜ້າວຽກນີ້ແລ້ວ. ມັນໝາຍຄວາມວ່າ ໂດຍພື້ນຖານແລ້ວ ເຈົ້າໄດ້ຮຽນຮູ້ວິທີການປະຕິບັດແລ້ວ. ຄົນຜູ້ໜຶ່ງຕ້ອງກຳແໜ້ນຫຼັກການເພື່ອທີ່ຈະປະຕິບັດຄວາມຈິງ: ຫຼັກການຄືກຸນແຈສຳຄັນ, ເປັນອົງປະກອບທີ່ເປັນພື້ນຖານທີ່ສຸດ. ເມື່ອເຈົ້າກຳແໜ້ນຫຼັກການພື້ນຖານໃນການປະຕິບັດໜ້າທີ່ຂອງເຈົ້າແລ້ວ, ມັນກໍສະແດງໃຫ້ເຫັນວ່າເຈົ້າເຂົ້າໃຈມາດຕະຖານທີ່ຈຳເປັນສຳລັບການປະຕິບັດໜ້າທີ່ນັ້ນ. ການຊຳນານໃນຫຼັກການເຫຼົ່ານີ້ເທົ່າກັບການຮູ້ວິທີປະຕິບັດຄວາມຈິງ. ສະນັ້ນ, ຄວາມສາມາດໃນການປະຕິບັດນີ້ຖືກສ້າງຂຶ້ນບົນພື້ນຖານໃດ? ມັນຢູ່ບົນພື້ນຖານຂອງການເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ຄວາມຈິງ. ມັນຖືວ່າເປັນການເຂົ້າໃຈຄວາມຈິງບໍ ຖ້າເຈົ້າຮູ້ພຽງແຕ່ປະໂຫຍກດຽວຂອງສິ່ງທີ່ພຣະເຈົ້າຮຽກຮ້ອງ? ບໍ່, ມັນບໍ່ແມ່ນ. ຕ້ອງບັນລຸມາດຕະຖານໃດແດ່ຈຶ່ງຈະຖືວ່າເປັນການເຂົ້າໃຈຄວາມຈິງ? ເຈົ້າຕ້ອງເຂົ້າໃຈຄວາມໝາຍ ແລະ ຄຸນຄ່າຂອງການປະຕິບັດໜ້າທີ່ຂອງເຈົ້າ ແລະ ເມື່ອເຈົ້າຊັດເຈນກ່ຽວກັບສອງດ້ານນີ້ແລ້ວ, ເຈົ້າກໍເຂົ້າໃຈຄວາມຈິງຂອງການປະຕິບັດໜ້າທີ່ຂອງເຈົ້າແລ້ວ. ຍິ່ງໄປກວ່ານັ້ນ, ຫຼັງຈາກທີ່ເຂົ້າໃຈຄວາມຈິງແລ້ວ, ເຈົ້າຍັງຕ້ອງກຳແໜ້ນຫຼັກການໃນການປະຕິບັດໜ້າທີ່ຂອງເຈົ້າ ແລະ ເສັ້ນທາງແຫ່ງການປະຕິບັດອີກດ້ວຍ. ເມື່ອເຈົ້າສາມາດກຳແໜ້ນ ແລະ ນຳໃຊ້ຫຼັກການໃນການປະຕິບັດໜ້າທີ່ຂອງເຈົ້າ ແລະ ບາງຄັ້ງກໍນຳໃຊ້ສະຕິປັນຍາເລັກນ້ອຍ, ເຈົ້າກໍສາມາດຮັບປະກັນປະສິດທິຜົນຂອງການປະຕິບັດໜ້າທີ່ຂອງເຈົ້າໄດ້. ໂດຍການກຳແໜ້ນຫຼັກການເຫຼົ່ານີ້ ແລະ ກະທຳຕາມຫຼັກການດັ່ງກ່າວ, ເຈົ້າກໍສາມາດປະຕິບັດຄວາມຈິງໄດ້. ຖ້າເຈົ້າປະຕິບັດໜ້າທີ່ຂອງເຈົ້າໂດຍບໍ່ເຈືອປົນເຈດຕະນາໃດໆຂອງມະນຸດ, ຖ້າເຈົ້າເຮັດມັນໂດຍການອ່ອນນ້ອມຕໍ່ຂໍ້ກຳນົດຂອງພຣະເຈົ້າຢ່າງເດັດຂາດ ແລະ ຕາມການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ, ໂດຍສອດຄ່ອງກັບພຣະທຳຂອງພຣະເຈົ້າຢ່າງຄົບຖ້ວນ, ແລ້ວເຈົ້າກໍໄດ້ປະຕິບັດໜ້າທີ່ຂອງເຈົ້າຢ່າງຄົບຖ້ວນຈົນໄດ້ມາດຕະຖານ ແລະ ເຖິງແມ່ນວ່າອາດຈະມີຄວາມຄາດເຄື່ອນບາງຢ່າງໃນຜົນໄດ້ຮັບເມື່ອທຽບກັບຂໍ້ກຳນົດຂອງພຣະເຈົ້າ, ສິ່ງນີ້ກໍຍັງນັບວ່າເປັນການບັນລຸຂໍ້ກຳນົດຂອງພຣະເຈົ້າ. ຖ້າເຈົ້າປະຕິບັດໜ້າທີ່ຂອງເຈົ້າໃຫ້ສອດຄ່ອງກັບຫຼັກການຢ່າງຄົບຖ້ວນ, ຖ້າເຈົ້າຈົງຮັກພັກດີ, ທັງໝົດນີ້ແມ່ນເຮັດຈົນສຸດຄວາມສາມາດຂອງເຈົ້າ, ແລ້ວການປະຕິບັດໜ້າທີ່ຂອງເຈົ້າກໍສອດຄ່ອງກັບເຈດຕະນາຂອງພຣະເຈົ້າຢ່າງຄົບຖ້ວນ. ເຈົ້າໄດ້ປະຕິບັດໜ້າທີ່ຂອງເຈົ້າໃນຖານະສິ່ງທີ່ຖືກສ້າງດ້ວຍສຸດຫົວໃຈ, ສຸດຈິດ ແລະ ສຸດກຳລັງຂອງເຈົ້າແລ້ວ, ເຊິ່ງເປັນຜົນໄດ້ຮັບທີ່ບັນລຸໄດ້ໂດຍການປະຕິບັດຄວາມຈິງ. ຕອນນີ້, ເພື່ອກຳແໜ້ນຫຼັກການ ແລະ ເສັ້ນທາງແຫ່ງການປະຕິບັດ, ກ່ອນອື່ນ ເຈົ້າຄວນເຂົ້າໃຈຫຍັງເພື່ອບັນລຸຜົນໄດ້ຮັບນີ້? (ກ່ອນອື່ນໝົດ, ພວກເຮົາຄວນເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ຈາກນັ້ນກໍຍອມຮັບ ແລະ ອ່ອນນ້ອມຕໍ່ເຈດຕະນາດັ່ງກ່າວຢ່າງຄົບຖ້ວນ ແລະ ໂດຍບໍ່ມີການປະຕິເສດ.) ນີ້ຄືສິ່ງທີ່ຜູ້ຄົນຄວນມີໃນແງ່ຂອງການປະຕິບັດ ແລະ ທັດສະນະຄະຕິ. ຕໍ່ໄປຄວນເຂົ້າໃຈຫຍັງ? ເຈົ້າຄວນເຂົ້າໃຈຄວາມຈິງ ແລະ ລາຍລະອຽດພາຍໃນຄວາມຈິງກໍປະກອບເປັນຫຼັກການ ແລະ ເສັ້ນທາງ. ເພື່ອກຳແໜ້ນຫຼັກການ ແລະ ເສັ້ນທາງແຫ່ງການປະຕິບັດທີ່ເຈົ້າຄວນປະຕິບັດຕາມ, ສິ່ງທຳອິດທີ່ເຈົ້າຕ້ອງເຂົ້າໃຈກໍຄືເຈດຕະນາຂອງພຣະເຈົ້າ, ຕາມດ້ວຍຄວາມຈິງ. ນີ້ຄືສອງຈຸດຫຼັກ ແລະ ສິ່ງອື່ນໆທັງໝົດກໍປະກອບດ້ວຍເນື້ອໃນລະອຽດທີ່ຢູ່ພາຍໃນສິ່ງເຫຼົ່ານີ້.

ປະເພດທີໜຶ່ງທີ່ກ່ຽວຂ້ອງກັບຜູ້ທີ່ປະຕິບັດໜ້າທີ່ຂອງພວກເຂົາໃນການເທດສະໜາຂ່າວປະເສີດຈະຈົບລົງຊົ່ວຄາວຢູ່ບ່ອນນີ້. ມື້ນີ້, ເຮົາໄດ້ເພີ່ມເຕີມອີກເລັກນ້ອຍເພື່ອເປັນບົດເສີມເພື່ອເປັນການກະຕຸ້ນເຕືອນສຳລັບຫົວຂໍ້ຫຼັກທີ່ໄດ້ໂອ້ລົມກັນໃນຄັ້ງກ່ອນ. ໃນເວລາດຽວກັນ, ມັນກໍເຮັດໜ້າທີ່ເປັນຄຳເຕືອນເພື່ອເຮັດໃຫ້ທຸກຄົນຮັບຮູ້ເຖິງຄວາມສຳຄັນຂອງຄວາມຈິງຂໍ້ນີ້, ເພື່ອໃຫ້ທຸກໜ້າວຽກທີ່ເຈົ້າກຳລັງມີສ່ວນຮ່ວມໃນປັດຈຸບັນ ແລະ ທຸກໜ້າທີ່ທີ່ເຈົ້າປະຕິບັດລ້ວນແຕ່ມຸ່ງເນັ້ນໄປສູ່ທິດທາງ ແລະ ເປົ້າໝາຍນີ້ ແລະ ດຳເນີນການບົນພື້ນຖານນີ້, ເຊິ່ງທັງໝົດລ້ວນແຕ່ກ່ຽວຂ້ອງກັບການເທດສະໜາຂ່າວປະເສີດ. ເຖິງແມ່ນວ່າເຈົ້າຈະບໍ່ໄດ້ຢູ່ແນວໜ້າໃນການມີປະຕິສຳພັນກັບຜູ້ທີ່ອາດຈະໄດ້ຮັບຂ່າວປະເສີດກໍຕາມ ແຕ່ໜ້າທີ່ທັງໝົດທີ່ເຈົ້າກຳລັງປະຕິບັດຢູ່ໃນປັດຈຸບັນກໍສາມາດເວົ້າໄດ້ວ່າກ່ຽວຂ້ອງກັບວຽກງານຂ່າວປະເສີດ. ບົນພື້ນຖານນີ້, ທຸກຄົນບໍ່ຄວນມີຄວາມເຂົ້າໃຈທີ່ຊັດເຈນຂຶ້ນ ແລະ ໄດ້ຮັບແສງເຍືອງທາງຫຼາຍຂຶ້ນກ່ຽວກັບຄວາມຈິງທີ່ກ່ຽວຂ້ອງກັບການເທດສະໜາຂ່າວປະເສີດບໍ? (ແມ່ນແລ້ວ.) ໂດຍຜ່ານບົດເສີມຂອງມື້ນີ້, ພວກເຈົ້າໄດ້ຮັບມຸມມອງທີ່ຊັດເຈນກ່ຽວກັບນໍ້າໜັກ ແລະ ຄວາມສຳຄັນຂອງໜ້າທີ່ໃນການເທດສະໜາຂ່າວປະເສີດແລ້ວບໍ? (ແມ່ນແລ້ວ.) ຖ້າເປັນແນວນັ້ນ, ແມ່ນຫຍັງຄືທັດສະນະຄະຕິທີ່ເໝາະສົມ ແລະ ສົມຄວນທີ່ສຸດທີ່ຈະມີຕໍ່ຄວາມຈິງນີ້ໃນອະນາຄົດ? ການເຜີຍແຜ່ຂ່າວປະເສີດຄືເຈດຕະນາຂອງພຣະເຈົ້າ. ພຣະເຈົ້າຕັ້ງໃຈທີ່ຈະນຳຈຸດຈົບມາສູ່ຍຸກເກົ່ານີ້ ແລະ ນຳພາຜູ້ຄົນຈຳນວນຫຼາຍຂຶ້ນມາຢູ່ຕໍ່ໜ້າພຣະອົງ, ອອກຈາກຍຸກເກົ່າ ແລະ ເຂົ້າສູ່ຍຸກໃໝ່. ນີ້ຄືເຈດຕະນາຂອງພຣະເຈົ້າ ແລະ ມັນຄືສິ່ງທີ່ທຸກຄົນຄວນເຂົ້າໃຈ. ບາງຄົນອາດຈະເວົ້າວ່າ “ຂ້ານ້ອຍເຂົ້າໃຈ ແຕ່ຂ້ານ້ອຍບໍ່ສາມາດປຸກລະດົມຄວາມກະຕືລືລົ້ນທີ່ຈຳເປັນເພື່ອເທດສະໜາຂ່າວປະເສີດໄດ້ ແລະ ຂ້ານ້ອຍກໍບໍ່ມີໃຈທີ່ຈະເຮັດສ່ວນຂອງຂ້ານ້ອຍ”. ບັນຫາຢູ່ບ່ອນນີ້ແມ່ນຫຍັງ? (ການຂາດຄວາມເປັນມະນຸດ.) ຖືກຕ້ອງ. ເຈົ້າຍອມຮັບວ່າຕົນເອງເປັນສິ່ງທີ່ຖືກສ້າງ ແລະ ເປັນຜູ້ຕິດຕາມຂອງພຣະເຈົ້າ ແຕ່ເມື່ອເວົ້າເຖິງເຈດຕະນາຂອງພຣະເຈົ້າທີ່ພຣະອົງມັກຈະຕັກເຕືອນທຸກຄົນ, ເຈດຕະນາອັນຮີບດ່ວນຂອງພຣະອົງທີ່ອະທິບາຍຢ່າງຊັດເຈນໃຫ້ທຸກຄົນຟັງ, ຖ້າເຈົ້າບໍ່ໃສ່ໃຈ ແລະ ບໍ່ສົນໃຈ, ນັ້ນເຮັດໃຫ້ເຈົ້າເປັນຄົນປະເພດໃດ? ມັນເປັນການສະແດງອອກເຖິງການຂາດຄວາມເປັນມະນຸດ. ເຈົ້າຕ້ອງການຍົກຍ້ອງພຣະເຈົ້າວ່າເປັນຜູ້ຍິ່ງໃຫຍ່ ແລະ ເວົ້າວ່າພຣະອົງຄືພຣະເຈົ້າຂອງເຈົ້າ ແລະ ພຣະຜູ້ເປັນເຈົ້າຂອງເຈົ້າ ແຕ່ເມື່ອເວົ້າເຖິງເຈດຕະນາຂອງພຣະເຈົ້າ, ເຈົ້າພັດບໍ່ສະແດງຄວາມສົນໃຈແມ່ນແຕ່ໜ້ອຍດຽວ, ບໍ່ມີການຄຳນຶງເຖິງໃດໆເລີຍ. ນີ້ຄືການຂາດຄວາມເປັນມະນຸດ ແລະ ຄົນແບບນັ້ນກໍເປັນຄົນທີ່ບໍ່ມີຫົວໃຈ. ຫົວຂໍ້ນີ້ຈົບລົງພຽງເທົ່ານີ້.

ຄຳນິຍາມກ່ຽວກັບຜູ້ນຳ ແລະ ຜູ້ເຮັດວຽກ ແລະ ເຫດຜົນສຳລັບການແຕ່ງຕັ້ງພວກເຂົາ

ຕໍ່ໄປ, ໃຫ້ພວກເຮົາໂອ້ລົມກັນກ່ຽວກັບໝວດທີສອງ: ຜູ້ທີ່ປະຕິບັດໜ້າທີ່ຂອງຜູ້ນຳ ແລະ ຜູ້ເຮັດວຽກ. ເຖິງແມ່ນວ່າມີຈຳນວນໜ້ອຍ, ຄົນພວກນັ້ນກໍມີບົດບາດສຳຄັນໃນແງ່ຂອງທຳມະຊາດຂອງວຽກງານຂອງພວກເຂົາ. ໜ້າທີ່ຂອງຜູ້ນຳ ແລະ ຜູ້ເຮັດວຽກກ່ຽວຂ້ອງກັບຄວາມຈິງຫຼາຍຢ່າງເຊັ່ນກັນ, ແມ່ນແຕ່ມີຄວາມຈິງຫຼາຍກວ່າການເທດສະໜາຂ່າວປະເສີດ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ໜ້າທີ່ເຫຼົ່ານີ້ມີຂອບເຂດທີ່ກວ້າງຂວາງຫຼາຍ. ດ້ານໜຶ່ງຂອງໜ້າທີ່ເຫຼົ່ານີ້ຄືການເຜີຍແຜ່ວຽກງານຂ່າວປະເສີດອອກສູ່ພາຍນອກ ແລະ ອີກດ້ານໜຶ່ງຄືການຫົດນ້ຳ ແລະ ການສະໜອງໃຫ້ແກ່ປະຊາກອນທີ່ພຣະເຈົ້າເລືອກຢູ່ພາຍໃນ, ການຈັດການຊີວິດຄຣິສຕະຈັກໃຫ້ດີ ພ້ອມທັງການຈັດການເລື່ອງຕ່າງໆຂອງຄຣິສຕະຈັກ ແລະ ການແກ້ໄຂບັນຫາທຸກປະເພດ. ເຊິ່ງເວົ້າໄດ້ວ່າ ຜູ້ນຳ ແລະ ຜູ້ເຮັດວຽກຕ້ອງເຂົ້າໃຈຄວາມຈິງໃຫ້ຫຼາຍຂຶ້ນ ແລະ ມີຂໍ້ກຳນົດທີ່ເຂັ້ມງວດກວ່າເກົ່າສຳລັບພວກເຂົາກ່ຽວກັບຫຼັກການປະຕິບັດບາງຢ່າງ ແລະ ຄວາມສຳພັນຂອງພວກເຂົາກັບພຣະເຈົ້າກໍຕ້ອງໃກ້ຊິດກັນຍິ່ງກວ່າ. ການເປັນຜູ້ນຳ ຫຼື ຜູ້ເຮັດວຽກກ່ຽວຂ້ອງກັບການປະຕິບັດ ແລະ ການເຂົ້າສູ່ຄວາມຈິງໃນດ້ານຕ່າງໆ, ເສັ້ນທາງທີ່ຜູ້ຄົນຍ່າງ ພ້ອມທັງດ້ານອື່ນໆອີກຫຼາຍຢ່າງ. ເມື່ອປຽບທຽບກັບການປະຕິບັດໜ້າທີ່ໃນການເທດສະໜາຂ່າວປະເສີດ, ການເປັນຜູ້ນຳ ຫຼື ຜູ້ເຮັດວຽກແມ່ນກ່ຽວຂ້ອງກັບການເຂົ້າສູ່ຊີວິດຢ່າງໃກ້ຊິດກວ່າ ແລະ ຍັງຮຽກຮ້ອງໃຫ້ບັນລຸການປ່ຽນແປງອຸປະນິໄສອີກດ້ວຍ. ນີ້ໝາຍຄວາມວ່າ ຄວາມຈິງຕ່າງໆທີ່ກ່ຽວຂ້ອງກັບວິທີການເຮັດວຽກງານຂອງຜູ້ນຳໃຫ້ດີນັ້ນມີຈຳນວນຫຼາຍກວ່າ ແລະ ມີຂອບເຂດທີ່ກວ້າງກວ່າ. ແຕ່ບໍ່ວ່າຈະມີຫຼາຍສໍ່າໃດກໍຕາມ, ພວກມັນກໍຍັງຖືກຈັດຢູ່ໃນຫົວຂໍ້ຫຼັກໆຈຳນວນໜຶ່ງ, ສະນັ້ນ ໃຫ້ພວກເຮົາໂອ້ລົມກັນໄປເທື່ອລະຂໍ້, ເທື່ອລະຈຸດ ແລະ ພວກເຈົ້າກໍຈະຄ່ອຍໆເຂົ້າໃຈພວກມັນ. ໃຫ້ພວກເຮົາເລີ່ມຕົ້ນໂດຍການໂອ້ລົມກ່ຽວກັບຄຳນິຍາມຂອງຜູ້ນຳ ແລະ ຜູ້ເຮັດວຽກ. ເປັນຫຍັງຈຶ່ງຈຳເປັນຕ້ອງໃຫ້ນິຍາມພວກເຂົາ? ຄຳນິຍາມແມ່ນເທົ່າກັບການກຳນົດຕຳແໜ່ງຂອງບາງສິ່ງບາງຢ່າງ, ນັ້ນກໍຄື ມັນບອກໃຫ້ຜູ້ຄົນຮູ້ເຖິງທຳມະຊາດ ແລະ ຂອບເຂດຄວາມຮັບຜິດຊອບຂອງໜ້າທີ່ເຫຼົ່ານີ້ ພ້ອມທັງຊື່ເອີ້ນຂອງພວກເຂົາ, ເວົ້າອີກຢ່າງໜຶ່ງກໍຄື ສິ່ງທີ່ໃຊ້ເອີ້ນພວກເຂົາ. ໂດຍການໃຫ້ນິຍາມໜ້າທີ່ເຫຼົ່ານີ້ຢ່າງຖືກຕ້ອງ, ຜູ້ຄົນສາມາດມີຄວາມຊັດເຈນໃນຈິດໃຈກ່ຽວກັບຕຳແໜ່ງທີ່ຄົນໝວດນີ້ມີຢູ່ໃນຈິດໃຈຂອງພຣະເຈົ້າ, ສິ່ງທີ່ພຣະອົງຮຽກຮ້ອງຈາກພວກເຂົາ ແລະ ຂໍ້ກຳນົດທີ່ພຣະອົງມີສຳລັບການປະຕິບັດໜ້າທີ່ເຫຼົ່ານີ້ຂອງພວກເຂົາ, ເສັ້ນທາງໃດທີ່ພວກເຂົາຄວນຍ່າງ ແລະ ຫຼັກການໃດທີ່ພວກເຂົາຄວນປະຕິບັດ. ບໍ່ວ່າພວກເຂົາຈະໜຸ່ມ ຫຼື ເຖົ້າ, ມີຕຳແໜ່ງທີ່ສູງສົ່ງ ແລະ ມີກຽດ ຫຼື ມີຕຳແໜ່ງທີ່ຕ່ຳຕ້ອຍ ແລະ ດ້ອຍຄ່າ ແລະ ບໍ່ວ່າພູມຫຼັງຂອງພວກເຂົາຈະເປັນແນວໃດກໍຕາມ, ບໍ່ວ່າໃນກໍລະນີໃດກໍຕາມ ພຣະເຈົ້າກໍມີມາດຕະຖານທີ່ຈຳເປັນສຳລັບຄົນດັ່ງກ່າວ. ເວົ້າອີກຢ່າງໜຶ່ງກໍຄື ມີຄວາມຈິງທີ່ຜູ້ທີ່ປະຕິບັດໜ້າທີ່ດັ່ງກ່າວຕ້ອງເຂົ້າໃຈ; ມີຫຼັກການຄວາມຈິງທີ່ພວກເຂົາຄວນກຳແໜ້ນ ແລະ ປະຕິບັດ ແລະ ມີເສັ້ນທາງໃດໜຶ່ງທີ່ພວກເຂົາຄວນຍ່າງຕາມ. ສະນັ້ນ, ຜູ້ທີ່ຖືກເລືອກຈາກທ່າມກາງຜູ້ຕິດຕາມຂອງພຣະເຈົ້າໃຫ້ນຳພາ ແລະ ເຮັດວຽກ ໂດຍປົກກະຕິແລ້ວຖືກນິຍາມວ່າແນວໃດ? ຄຳນິຍາມທີ່ແນ່ນອນແມ່ນຫຍັງ? ຜູ້ຄົນເຊື່ອວ່າຄຳນິຍາມນັ້ນແມ່ນຫຍັງ? ແລ້ວຄົນດັ່ງກ່າວມີຕຳແໜ່ງໃດແທ້ໃນໃຈຂອງຄົນອື່ນ? ສິ່ງນີ້ບໍ່ກ່ຽວຂ້ອງກັບການກຳນົດຕົວຕົນ ແລະ ສະຖານະຂອງຄົນດັ່ງກ່າວບໍ? ຄົນອື່ນກຳນົດຕຳແໜ່ງຂອງຄົນກຸ່ມນີ້ໃນໃຈຂອງພວກເຂົາແນວໃດ? ເປັນອັກຄະສາວົກບໍ? ບໍ່ແມ່ນ. ເປັນສາວົກບໍ? ກໍບໍ່ແມ່ນສາວົກເຊັ່ນກັນ. ມີໃຜເອີ້ນພວກເຂົາວ່າຜູ້ລ້ຽງແກະບໍ? (ມີ.) “ຜູ້ລ້ຽງແກະ” ເປັນຊື່ເອີ້ນທີ່ເໝາະສົມບໍ? (ມັນບໍ່ເໝາະສົມ.) ເປັນຫຍັງຈຶ່ງບໍ່ເໝາະສົມ? (ມັນເປັນຕຳແໜ່ງທີ່ຜິດ.) ຜູ້ຄົນມີຄວາມສາມາດທີ່ຈະຮັບບົດບາດເປັນຜູ້ລ້ຽງແກະໄດ້ບໍ? (ບໍ່.) ເນື່ອງຈາກພວກເຂົາບໍ່ແມ່ນອັກຄະສາວົກ ຫຼື ສາວົກ ແລະ “ຜູ້ລ້ຽງແກະ” ກໍບໍ່ເໝາະສົມເຊັ່ນກັນ, ແລ້ວຊື່ທີ່ເໝາະສົມທີ່ສຸດສຳລັບຜູ້ທີ່ປະຕິບັດໜ້າທີ່ເຫຼົ່ານີ້ແມ່ນຫຍັງແທ້? ຄຳສັບທີ່ເໝາະສົມກວ່າແມ່ນຫຍັງ? (ຄົນຍາມ.) “ຄົນຍາມ” ເໝາະສົມບໍ? ເຮົາບໍ່ເຫັນຄວາມແຕກຕ່າງໃດໆລະຫວ່າງຊື່ເອີ້ນນີ້ກັບ “ຜູ້ລ້ຽງແກະ”. ມັນເປັນຊື່ທີ່ຟັງເບິ່ງຍິ່ງໃຫຍ່ ແຕ່ວຽກງານທີ່ຄົນເຫຼົ່ານີ້ເຮັດແມ່ນຂ້ອນຂ້າງເລັກນ້ອຍ. ບໍ່ມີຊື່ເອີ້ນໃດໃນຊື່ເຫຼົ່ານີ້ທີ່ເໝາະສົມ. ສະນັ້ນ, ໂດຍອີງໃສ່ທຳມະຊາດຂອງໜ້າທີ່ທີ່ຄົນເຫຼົ່ານີ້ປະຕິບັດ, ຊື່ເອີ້ນ ແລະ ຄຳນິຍາມທີ່ເໝາະສົມກວ່າແມ່ນຫຍັງ? ຫຼັກການສຳລັບການນິຍາມຄົນດັ່ງກ່າວແມ່ນຫຍັງ? ຄຳນິຍາມຕ້ອງກົງກັບທຳມະຊາດຂອງວຽກງານຂອງພວກເຂົາ ພ້ອມທັງຕົວຕົນ ແລະ ສະຖານະຂອງພວກເຂົາ ແລະ ມັນຕ້ອງພໍດີ ແລະ ບໍ່ຍິ່ງໃຫຍ່ເກີນໄປ. ຖ້າພວກເຮົານິຍາມຄົນເຫຼົ່ານີ້ວ່າເປັນ “ອັກຄະສາວົກ”, ມັນຈະຍິ່ງໃຫຍ່ເກີນໄປບໍ? (ແມ່ນແລ້ວ.) ຫຼື ວ່າ “ຄົນຍາມ” ເດ? (ນັ້ນຍິ່ງໃຫຍ່ກວ່າອີກ.) ເຈົ້າມີຄວາມສາມາດທີ່ຈະເຝົ້າຍາມຜູ້ຄົນບໍ? ຖ້າບໍ່, ເຈົ້າກໍບໍ່ແມ່ນຄົນຍາມ. ແລ້ວ “ຜູ້ລ້ຽງແກະ” ເດ? “ຜູ້ລ້ຽງແກະ” ໝາຍເຖິງຫຍັງ? (ຄົນທີ່ເບິ່ງແຍງຝູງແກະ.) ມັນໝາຍເຖິງຄົນທີ່ເບິ່ງແຍງ ແລະ ເຝົ້າຍາມຝູງແກະ. ຄວາມຈິງແລ້ວ ຊື່ນີ້ກໍເໝາະສົມກັບກຸ່ມນີ້, ພຽງແຕ່ອີງໃສ່ທຳມະຊາດຂອງວຽກງານຂອງພວກເຂົາ. ເຖິງຢ່າງໃດກໍຕາມ, ເມື່ອພິຈາລະນາເຖິງສິ່ງທີ່ຜູ້ຄົນສາມາດແບກຮັບໄດ້ໃນທຸກມື້ນີ້, ສິ່ງທີ່ພວກເຂົາສາມາດບັນລຸໄດ້ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ຊື່ເອີ້ນ “ຜູ້ລ້ຽງແກະ” ເໝາະສົມບໍ? (ບໍ່.) ມັນຍິ່ງໃຫຍ່ເກີນໄປໜ້ອຍໜຶ່ງ. ພວກເຂົາບໍ່ມີຄວາມສາມາດໃນເລື່ອງນີ້ ແລະ ມັນກໍບໍ່ກົງກັບທຳມະຊາດ ຫຼື ຂອບເຂດຂອງວຽກງານທີ່ຜູ້ຄົນເຮັດໃນທຸກມື້ນີ້. ເຫັນໄດ້ຊັດເຈນວ່າ ຊື່ເອີ້ນນີ້ບໍ່ເໝາະສົມກັບພວກເຂົາ. ແລ້ວວິທີທີ່ເໝາະສົມທີ່ສຸດໃນການນິຍາມຄົນໝວດນີ້ແມ່ນຫຍັງ? (ໃນຖານະຜູ້ນຳ ແລະ ຜູ້ເຮັດວຽກ.) ວະລີນີ້ຂ້ອນຂ້າງເໝາະສົມ.

ແມ່ນຫຍັງຄືສາເຫດຂອງການເກີດຂຶ້ນຂອງຄົນໝວດທີ່ເປັນຜູ້ນຳ ແລະ ຜູ້ເຮັດວຽກ? ພວກເຂົາເກີດຂຶ້ນມາໄດ້ແນວໃດ? ເວົ້າໃນແງ່ກວ້າງ, ພວກເຂົາເປັນທີ່ຕ້ອງການສຳລັບວຽກງານຂອງພຣະເຈົ້າ; ເວົ້າໃນແງ່ແຄບ, ພວກເຂົາເປັນທີ່ຕ້ອງການສຳລັບວຽກງານຂອງຄຣິສຕະຈັກ, ພວກເຂົາເປັນທີ່ຕ້ອງການໂດຍປະຊາກອນທີ່ພຣະເຈົ້າເລືອກ. ບໍ່ວ່າຕົວຕົນ ຫຼື ສະຖານະຂອງພວກເຂົາຈະເປັນແນວໃດ ແລະ ບໍ່ວ່າພວກເຂົາຈະມີບົດບາດຫຍັງກໍຕາມ, ພວກເຂົາກໍເທົ່າທຽມກັບສະມາຊິກທຳມະດາຂອງປະຊາກອນທີ່ພຣະເຈົ້າເລືອກ; ຕົວຕົນ ແລະ ສະຖານະຂອງພວກເຂົາຕໍ່ໜ້າພຣະເຈົ້າແມ່ນຄືກັນ. ເຖິງແມ່ນວ່າຄຳວ່າ “ຜູ້ນຳ ແລະ ຜູ້ເຮັດວຽກ” ຈະມີຢູ່ໃນຄຣິສຕະຈັກ ແລະ ເຖິງແມ່ນວ່າບຸກຄົນເຫຼົ່ານີ້ຈະເປັນ “ຜູ້ນຳ” ແລະ “ຜູ້ເຮັດວຽກ” ທີ່ປະຕິບັດໜ້າທີ່ແຕກຕ່າງຈາກອ້າຍເອື້ອຍນ້ອງຂອງພວກເຂົາກໍຕາມ, ຊື່ເອີ້ນຂອງພວກເຂົາໃນຖານະ “ສິ່ງທີ່ຖືກສ້າງ” ຕໍ່ໜ້າພຣະເຈົ້າກໍຍັງຄົງຄືເກົ່າ; ຕົວຕົນນີ້ຈະບໍ່ປ່ຽນແປງ. ຄວາມແຕກຕ່າງລະຫວ່າງຜູ້ນຳ ແລະ ຜູ້ເຮັດວຽກ ແລະ ສະມາຊິກທຳມະດາຂອງປະຊາກອນທີ່ພຣະເຈົ້າເລືອກແມ່ນພຽງແຕ່ລັກສະນະພິເສດໃນໜ້າທີ່ທີ່ພວກເຂົາປະຕິບັດເທົ່ານັ້ນ. ລັກສະນະພິເສດນີ້ສະແດງອອກໃນບົດບາດຄວາມເປັນຜູ້ນຳຂອງພວກເຂົາເປັນຫຼັກ. ຕົວຢ່າງ: ບໍ່ວ່າຄຣິສຕະຈັກຈະມີຄົນຫຼາຍສໍ່າໃດກໍຕາມ, ຜູ້ນຳກໍຄືຫົວໜ້າ. ສະນັ້ນ ຜູ້ນຳຄົນນີ້ມີບົດບາດຫຍັງໃນທ່າມກາງສະມາຊິກ? ພວກເຂົານຳພາປະຊາກອນທີ່ພຣະເຈົ້າເລືອກທັງໝົດໃນຄຣິສຕະຈັກ. ສະນັ້ນ ພວກເຂົາມີຜົນກະທົບແນວໃດຕໍ່ທົ່ວທັງຄຣິສຕະຈັກ? ຖ້າຜູ້ນຳຄົນນີ້ຍ່າງໃນເສັ້ນທາງທີ່ຜິດ, ທຸກຄົນໃນຄຣິສຕະຈັກກໍຈະຕິດຕາມພວກເຂົາໄປໃນເສັ້ນທາງທີ່ຜິດ, ເຊິ່ງຈະມີຜົນກະທົບຢ່າງໃຫຍ່ຫຼວງຕໍ່ປະຊາກອນທີ່ພຣະເຈົ້າເລືອກທັງໝົດໃນຄຣິສຕະຈັກ. ຍົກຕົວຢ່າງໂປໂລ. ລາວໄດ້ນຳພາຄຣິສຕະຈັກຫຼາຍແຫ່ງທີ່ລາວໄດ້ກໍ່ຕັ້ງຂຶ້ນ ແລະ ປະຊາກອນທີ່ພຣະເຈົ້າເລືອກ. ເມື່ອໂປໂລຫຼົງທາງ, ຄຣິສຕະຈັກ ແລະ ປະຊາກອນທີ່ພຣະເຈົ້າເລືອກທີ່ລາວນຳພາກໍຫຼົງທາງເຊັ່ນກັນ. ສະນັ້ນ, ເມື່ອຜູ້ນຳຍ່າງໃນເສັ້ນທາງທີ່ບ່ຽງເບນຂອງພວກເຂົາເອງ, ພວກເຂົາບໍ່ແມ່ນຄົນດຽວທີ່ໄດ້ຮັບຜົນກະທົບ, ຄຣິສຕະຈັກ ແລະ ປະຊາກອນທີ່ພຣະເຈົ້າເລືອກທີ່ພວກເຂົານຳພາກໍໄດ້ຮັບຜົນກະທົບເຊັ່ນກັນ. ຖ້າຜູ້ນຳເປັນຄົນທີ່ຖືກຕ້ອງ, ເປັນຜູ້ທີ່ກຳລັງຍ່າງໃນເສັ້ນທາງທີ່ຖືກຕ້ອງ ແລະ ໄລ່ຕາມ ແລະ ປະຕິບັດຄວາມຈິງ, ແລ້ວຜູ້ຄົນທີ່ພວກເຂົານຳພາກໍຈະກິນ ແລະ ດື່ມພຣະທໍາຂອງພຣະເຈົ້າຢ່າງເປັນປົກກະຕິ ແລະ ສະແຫວງຫາຄວາມຈິງຢ່າງເປັນປົກກະຕິ ແລະ ໃນເວລາດຽວກັນ, ປະສົບການຊີວິດ ແລະ ຄວາມຄືບໜ້າຂອງຜູ້ນຳກໍຈະເປັນທີ່ປະຈັກແກ່ຄົນອື່ນ ແລະ ຈະສົ່ງຜົນກະທົບຕໍ່ຄົນອື່ນ. ສະນັ້ນ, ເສັ້ນທາງທີ່ຖືກຕ້ອງທີ່ຜູ້ນຳຄວນຍ່າງແມ່ນຫຍັງ? ມັນຄືການທີ່ສາມາດນຳພາຄົນອື່ນໃຫ້ເຂົ້າໃຈຄວາມຈິງ ແລະ ເຂົ້າສູ່ຄວາມຈິງ ແລະ ນຳພາຄົນອື່ນມາຢູ່ຕໍ່ໜ້າພຣະເຈົ້າ. ເສັ້ນທາງທີ່ບໍ່ຖືກຕ້ອງແມ່ນຫຍັງ? ມັນຄືການໄລ່ຕາມສະຖານະ, ຊື່ສຽງ ແລະ ຜົນປະໂຫຍດ, ການໂອ້ອວດຕົນເອງຢູ່ເລື້ອຍໆ ແລະ ການເປັນພະຍານໃຫ້ກັບຕົນເອງ, ໂດຍບໍ່ເຄີຍເປັນພະຍານໃຫ້ກັບພຣະເຈົ້າເລີຍ. ສິ່ງນີ້ມີຜົນກະທົບແນວໃດຕໍ່ປະຊາກອນທີ່ພຣະເຈົ້າເລືອກ? (ມັນນຳພາພວກເຂົາມາຢູ່ຕໍ່ໜ້າຕົນເອງ.) ພວກເຂົາຈະຫຼົງທາງໄປໄກຈາກພຣະເຈົ້າ ແລະ ຕົກຢູ່ພາຍໃຕ້ການຄວບຄຸມຂອງຜູ້ນຳຄົນນີ້. ຖ້າເຈົ້ານຳພາຜູ້ຄົນມາຢູ່ຕໍ່ໜ້າເຈົ້າ, ແລ້ວເຈົ້າກໍກຳລັງນຳພາພວກເຂົາມາຢູ່ຕໍ່ໜ້າຄົນທີ່ເສື່ອມຊາມ ແລະ ເຈົ້າກຳລັງນຳພາພວກເຂົາມາຢູ່ຕໍ່ໜ້າຊາຕານ, ບໍ່ແມ່ນພຣະເຈົ້າ. ມີພຽງແຕ່ການນຳພາຜູ້ຄົນມາຢູ່ຕໍ່ໜ້າຄວາມຈິງເທົ່ານັ້ນຈຶ່ງເປັນການນຳພາພວກເຂົາມາຢູ່ຕໍ່ໜ້າພຣະເຈົ້າ. ຜູ້ນຳ ແລະ ຜູ້ເຮັດວຽກ, ບໍ່ວ່າພວກເຂົາຈະຍ່າງໃນເສັ້ນທາງທີ່ຖືກຕ້ອງ ຫຼື ເສັ້ນທາງທີ່ຜິດກໍຕາມ, ລ້ວນແຕ່ມີອິດທິພົນໂດຍກົງຕໍ່ປະຊາກອນທີ່ພຣະເຈົ້າເລືອກ. ເມື່ອພວກເຂົາຍັງບໍ່ທັນເຂົ້າໃຈຄວາມຈິງ, ປະຊາກອນທີ່ພຣະເຈົ້າເລືອກສ່ວນໃຫຍ່ກໍຈະຕິດຕາມຢ່າງຫຼັບຫູຫຼັບຕາ. ຜູ້ນຳອາດຈະເປັນຄົນດີ ແລະ ພວກເຂົາກໍຈະຕິດຕາມ; ຜູ້ນຳອາດຈະເປັນຄົນບໍ່ດີ ແລະ ພວກເຂົາກໍຈະຕິດຕາມເຊັ່ນກັນ, ພວກເຂົາບໍ່ໄດ້ແຍກແຍະ. ພວກເຂົາຕິດຕາມຕາມທີ່ຖືກນຳພາ, ໂດຍບໍ່ສົນໃຈວ່າຜູ້ນຳຈະເປັນໃຜ. ສະນັ້ນ ມັນຈຶ່ງສຳຄັນຫຼາຍທີ່ຄຣິສຕະຈັກຕ້ອງເລືອກຄົນດີມາເປັນຜູ້ນຳຂອງພວກເຂົາ. ເສັ້ນທາງທີ່ແຕ່ລະຄົນທີ່ເຊື່ອໃນພຣະເຈົ້າຍ່າງນັ້ນແມ່ນກ່ຽວຂ້ອງໂດຍກົງກັບເສັ້ນທາງທີ່ຜູ້ນຳຂອງພວກເຂົາຍ່າງ ແລະ ສາມາດໄດ້ຮັບອິດທິພົນຈາກຜູ້ນຳ ແລະ ຜູ້ເຮັດວຽກເຫຼົ່ານັ້ນໃນລະດັບທີ່ແຕກຕ່າງກັນ. ໃຫ້ພວກເຮົາເລີ່ມຕົ້ນໂດຍການໂອ້ລົມກັນຕາມສອງແນວທາງນີ້ກ່ຽວກັບຄວາມຈິງຕ່າງໆທີ່ກ່ຽວຂ້ອງກັບໜ້າທີ່ຂອງຜູ້ນຳ ແລະ ຜູ້ເຮັດວຽກ, ນັ້ນກໍຄື ເສັ້ນທາງທີ່ຖືກຕ້ອງໃນດ້ານໜຶ່ງ ແລະ ເສັ້ນທາງທີ່ບໍ່ຖືກຕ້ອງໃນອີກດ້ານໜຶ່ງ. ໃນສອງຢ່າງນີ້ ພວກເຮົາຄວນໂອ້ລົມກ່ຽວກັບອັນໃດກ່ອນ? (ເສັ້ນທາງທີ່ບໍ່ຖືກຕ້ອງ.) ເປັນຫຍັງພວກເຈົ້າຈຶ່ງເລືອກສິ່ງນີ້? ການໂອ້ລົມກ່ຽວກັບເສັ້ນທາງທີ່ຖືກຕ້ອງກ່ອນ ຫຼື ເສັ້ນທາງທີ່ບໍ່ຖືກຕ້ອງກ່ອນ ອັນໃດດີກວ່າກັນ? (ອັນທີ່ບໍ່ຖືກຕ້ອງ.) ຄວາມຈິງແລ້ວ ທັງສອງຢ່າງກໍຖືກຕ້ອງ, ແຕ່ການທີ່ພວກເຮົາຈະໂອ້ລົມກ່ຽວກັບອັນໃດກ່ອນນັ້ນຈະມີຜົນກະທົບທີ່ແຕກຕ່າງກັນ. ຖ້າພວກເຮົາເລີ່ມຕົ້ນດ້ວຍການໂອ້ລົມກ່ຽວກັບເສັ້ນທາງທີ່ບໍ່ຖືກຕ້ອງ, ຜູ້ຄົນກໍຈະສາມາດຄົ້ນພົບກ່ຽວກັບເສັ້ນທາງທີ່ຖືກຕ້ອງໄດ້ຫຼາຍຂຶ້ນພາຍໃນເສັ້ນທາງທີ່ບໍ່ຖືກຕ້ອງນັ້ນ ແລະ ຍັງຄົ້ນພົບສິ່ງທີ່ເປັນລົບ ຫຼື ການຮັບຮູ້ຫຼາຍຢ່າງ ເຊິ່ງພວກເຂົາສາມາດໃຊ້ເພື່ອຕັກເຕືອນຕົນເອງໄດ້. ພວກເຂົາສາມາດໄດ້ຮັບບາງສິ່ງທີ່ເປັນບວກຈາກສິ່ງນີ້ ແລະ ຖ້າຫຼັງຈາກນັ້ນພວກເຮົາສືບຕໍ່ໂອ້ລົມກ່ຽວກັບເສັ້ນທາງທີ່ຖືກຕ້ອງ, ຜູ້ຄົນກໍຈະສາມາດເຂົ້າໃຈສິ່ງທີ່ເປັນບວກໃນລະດັບທີ່ເລິກເຊິ່ງກວ່າ ແລະ ໄວຂຶ້ນກວ່າເກົ່າ. ໂດຍພື້ນຖານແລ້ວ, ວິທີການນີ້ແມ່ນໃຊ້ໄດ້ຜົນ ແລະ ມັນກໍເປັນປະໂຫຍດຕໍ່ຜູ້ຄົນ. ສະນັ້ນ ໃຫ້ພວກເຮົາເລີ່ມຕົ້ນໂດຍການໂອ້ລົມກ່ຽວກັບເສັ້ນທາງທີ່ບໍ່ຖືກຕ້ອງ.

ກົນອຸບາຍທີ່ຜູ້ຕໍ່ຕ້ານພຣະຄຣິສໃຊ້ເພື່ອຄວບຄຸມຜູ້ຄົນ

ເມື່ອຄົນໃດໜຶ່ງຖືກເລືອກໃຫ້ເປັນຜູ້ນຳ ຫຼື ຜູ້ເຮັດວຽກ ແລະ ໄດ້ເລີ່ມປະຕິບັດໜ້າທີ່ຂອງພວກເຂົາແລ້ວ, ພວກເຂົາຄວນວາງໂຕແບບໃດໜຶ່ງບໍ? ບາງຄົນຖາມວ່າ, “ວາງໂຕແບບໃດ? ພວກເຂົາຄວນຂີ່ເມກ ຫຼື ສັ່ງລົມສັ່ງຝົນບໍ?” ທັງສອງຢ່າງລ້ວນແຕ່ບໍ່ຖືກຕ້ອງ. ເຖິງແມ່ນວ່າພວກເຂົາບໍ່ຄວນຂີ່ເມກ ຫຼື ສັ່ງລົມສັ່ງຝົນ ແລະ ແນ່ນອນວ່າພວກເຂົາບໍ່ຄວນຢືນຮ້ອງປ່າວປະກາດຢູ່ບ່ອນສູງ, ເນື່ອງຈາກພວກເຂົາເປັນມະນຸດທີ່ເສື່ອມຊາມເຊິ່ງມີອຸປະນິໄສທີ່ເສື່ອມຊາມ ແລະ ແກ່ນແທ້ຂອງຊາຕານ, ໃນຊ່ວງເວລາດັ່ງກ່າວ ທຸກຄົນກໍຮູ້ສຶກເຖິງພະລັງທີ່ຮຸນແຮງຢູ່ເລິກໆພາຍໃນຕົວພວກເຂົາ. ພວກເຂົາທຸກຄົນລ້ວນແຕ່ມີຄວາມທະເຍີທະຍານອັນສູງສົ່ງ ແລະ ຮູ້ສຶກເຖິງແຮງຊຸກຍູ້ທີ່ຈະປະສົບຄວາມສຳເລັດໃນໜ້າທີ່ການງານຂອງພວກເຂົາ, ເພື່ອໂອ້ອວດທັກສະຂອງພວກເຂົາ, ເພື່ອສ້າງຄວາມໂດດເດັ່ນ ແລະ ເພື່ອທຸ່ມເທຢ່າງສຸດກຳລັງ. ໃນຕອນນີ້ ໃຫ້ພວກເຮົາຢ່າຟ້າວໂອ້ລົມກັນວ່າແຮງຊຸກຍູ້ປະເພດນີ້ຖືກ ຫຼື ຜິດ. ເມື່ອຄົນໃດໜຶ່ງຖືກເລືອກໃຫ້ເປັນຜູ້ນຳ ຫຼື ຜູ້ເຮັດວຽກ, ພວກເຂົາກໍເກັບຊ່ອນຄວາມຮູ້ສຶກທີ່ຊັບຊ້ອນຫຼາຍໄວ້ເລິກໆພາຍໃນຕົວພວກເຂົາ. ທີ່ເຮົາວ່າຊັບຊ້ອນນັ້ນໝາຍຄວາມວ່າແນວໃດ? ບາງຄົນເຊື່ອວ່າມັນບໍ່ແມ່ນເລື່ອງງ່າຍເລີຍທີ່ຈະຖືກເລືອກໃຫ້ເປັນຜູ້ນຳ ແລະ ເຖິງແມ່ນວ່າພວກເຂົາຈະບໍ່ແນ່ໃຈວ່າພວກເຂົາສາມາດເຮັດວຽກໄດ້ດີ ຫຼື ບໍ່ ແລະ ບໍ່ຮູ້ວ່າເສັ້ນທາງໃນອະນາຄົດຂອງພວກເຂົາຈະເປັນແນວໃດກໍຕາມ, ທຳມະຊາດດັ້ງເດີມຂອງພວກເຂົາກໍຄື ພວກເຂົາດີໃຈຫຼາຍສຳລັບໂອກາດນີ້, ມີຄວາມສຸກຫຼາຍທີ່ຈະຮັບເອົາຄວາມຮັບຜິດຊອບອັນມີກຽດ ແລະ ພາລະອັນໜັກໜ່ວງນີ້. ນອກຈາກນີ້, ຢູ່ເລິກໆແລ້ວ, ພວກເຂົາກໍຮູ້ສຶກພໍໃຈໃນຕົນເອງ ແລະ ໂຊກດີເລັກໜ້ອຍ. ພວກເຂົາຮູ້ສຶກໂຊກດີກ່ຽວກັບຫຍັງ? ພວກເຂົາເຊື່ອວ່າ, “ຂ້ອຍຖືກເລືອກຈາກທ່າມກາງຄົນອື່ນໆຫຼາຍສິບຄົນ, ຂ້ອຍຕ້ອງໂດດເດັ່ນ ແລະ ມີຄວາມສາມາດຫຼາຍແນ່ນອນ. ຂ້ອຍຕ້ອງດີກວ່າຄົນທຳມະດາ ແລະ ມີຄວາມສາມາດໃນການຢັ່ງຮູ້ທີ່ດີກວ່າ ແລະ ມີຄວາມເຂົ້າໃຈຝ່າຍວິນຍານຫຼາຍກວ່າຄົນສ່ວນໃຫຍ່. ຂ້ອຍໄດ້ເຊື່ອໃນພຣະເຈົ້າມາຫຼາຍປີແລ້ວ ແລະ ຂ້ອຍກໍໄດ້ເສຍສະລະ ແລະ ອອກແຮງໄປຫຼາຍແລ້ວ. ຂໍ້ເທັດຈິງພິສູດໃຫ້ເຫັນວ່າ ຂ້ອຍມີຄຸນສົມບັດທີ່ຈະເປັນຜູ້ນຳໃນຄຣິສຕະຈັກ, ນຳພາຜູ້ຄົນໃຫ້ເຂົ້າສູ່ພຣະທຳຂອງພຣະເຈົ້າ ແລະ ເຂົ້າໃຈຄວາມຈິງ. ມີຄົນຕັ້ງຫຼາຍຄົນທີ່ສະຫຼາດກວ່າ, ມີການສຶກສາສູງກວ່າ ແລະ ເວົ້າເກັ່ງກວ່າຂ້ອຍ, ແລ້ວເປັນຫຍັງຂ້ອຍຈຶ່ງຖືກເລືອກແທນທີ່ຈະເປັນພວກເຂົາ? ມັນສະແດງໃຫ້ເຫັນວ່າຂ້ອຍມີຄວາມສາມາດ ແລະ ມີຄວາມເປັນມະນຸດທີ່ດີ. ນີ້ຄືພຣະຄຸນຂອງພຣະເຈົ້າ”. ນີ້ຄືຄວາມຄິດໃນໃຈຂອງພວກເຂົາ. ຄຳວ່າ “ພຣະຄຸນຂອງພຣະເຈົ້າ” ຖືກຕື່ມໃສ່ໃນຕອນທ້າຍ, ແຕ່ຄວາມຈິງແລ້ວ ຄວາມຄິດທີ່ແທ້ຈິງ ແລະ ຄວາມເຂົ້າໃຈທີ່ແທ້ຈິງຂອງພວກເຂົາແມ່ນຢູ່ໃນຕອນຕົ້ນຂອງຄວາມຄິດໃນໃຈຂອງພວກເຂົາ. ພວກເຂົາຄິດວ່າ, “ເຖິງແມ່ນວ່າຂ້ອຍຈະບໍ່ໄດ້ແຂ່ງຂັນ ຫຼື ຍາດແຍ່ງເພື່ອສິ່ງນີ້, ຂ້ອຍກໍຍັງຖືກເລືອກ. ແລ້ວຕອນນີ້ຂ້ອຍຄວນເຮັດແນວໃດ? ຂ້ອຍຈະເຮັດໃຫ້ທຸກຄົນຜິດຫວັງບໍ່ໄດ້, ຂ້ອຍຕ້ອງທຸ່ມເທຢ່າງສຸດກຳລັງ!” ແລ້ວພວກເຂົາທຸ່ມເທຢ່າງສຸດກຳລັງແນວໃດ? ມື້ທຳອິດໃນການເຮັດວຽກຂອງພວກເຂົາ, ພວກເຂົາເອີ້ນຜູ້ຮັບຜິດຊອບຂອງແຕ່ລະກຸ່ມມາເຕົ້າໂຮມກັນ ແລະ ພວກເຂົາກໍມີການວາງໂຕ ແລະ ພະລັງງານບາງຢ່າງໃນຕົວພວກເຂົາ. ພະລັງງານແບບໃດ? ພວກເຂົາເຮັດວຽກຢ່າງວ່ອງໄວ ແລະ ເດັດຂາດ ແລະ ເວົ້າຄຳໃດຄຳນັ້ນ, ໂດຍກະຕືລືລົ້ນທີ່ຈະສ້າງຜົນງານໃນຕອນເລີ່ມຕົ້ນໃຫ້ເປັນທີ່ປະທັບໃຈ. ກ່ອນອື່ນ, ພວກເຂົາພະຍາຍາມສະແດງໃຫ້ທຸກຄົນເຫັນວ່າພວກເຂົາມີຄວາມສາມາດສໍ່າໃດ, ຈາກນັ້ນພວກເຂົາກໍພະຍາຍາມເຮັດໃຫ້ຜູ້ຄົນແຍກແຍະ ແລະ ປະຖິ້ມຜູ້ນຳຄົນກ່ອນຂອງພວກເຂົາ. ພວກເຂົາເວົ້າວ່າ: “ມື້ນີ້, ກ່ອນອື່ນ ໃຫ້ພວກເຮົາໃຊ້ເວລາຈັກໜ້ອຍເພື່ອໄຈ້ແຍກຜູ້ນຳຄົນກ່ອນຂອງຂ້ອຍ, ຕົວຢ່າງ: ວິທີທີ່ລາວບີບຄັ້ນຜູ້ຄົນ, ວຽກງານດ້ານໃດທີ່ລາວມີຂໍ້ບົກຜ່ອງ ຫຼື ລະເລີຍ ແລະ ອື່ນໆ, ພວກເຮົາສາມາດໂອ້ລົມກ່ຽວກັບສິ່ງທັງໝົດເຫຼົ່ານີ້ໄດ້. ເມື່ອພວກເຮົາໂອ້ລົມກັນຈົບແລ້ວ ແລະ ພວກເຈົ້າມີການແຍກແຍະທີ່ຊັດເຈນກ່ຽວກັບຜູ້ນຳຄົນກ່ອນ, ສາມາດປະຖິ້ມລາວ, ບໍ່ຖືກລາວບີບຄັ້ນອີກຕໍ່ໄປ ແລະ ບໍ່ອາໄລອາວອນລາວອີກຕໍ່ໄປ, ແລ້ວພວກເຈົ້າຈຶ່ງຈະຖືວ່າເປັນຜູ້ທີ່ມີຄວາມເຂົ້າໃຈ ແລະ ເປັນຜູ້ທີ່ຈົງຮັກພັກດີ ແລະ ເຊື່ອຟັງຕໍ່ພຣະເຈົ້າ. ໃນການເຕົ້າໂຮມມື້ນີ້ ພວກເຮົາຈະເລີ່ມຕົ້ນດ້ວຍການວິພາກວິຈານຜູ້ນຳປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສຄົນກ່ອນ. ໃຫ້ພວກເຮົາເປີດໂປງລາວກັນເທາະ”. ເພື່ອເປັນການຕອບກັບ, ທຸກຄົນເວົ້າວ່າພວກເຂົາໄດ້ໂອ້ລົມກ່ຽວກັບເລື່ອງນີ້ແລ້ວ ແລະ ໄດ້ແຍກແຍະແລ້ວວ່າຜູ້ນຳຄົນກ່ອນເປັນຜູ້ນຳປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສ, ສະນັ້ນ ຈຶ່ງບໍ່ມີຫຍັງໃຫ້ພວກເຂົາເປີດໂປງອີກ. ແຕ່ຜູ້ນຳຄົນໃໝ່ເຫຼົ່ານີ້ບໍ່ເຫັນດີ ແລະ ພວກເຂົາກໍເລີ່ມຊີ້ຕົວຜູ້ຄົນ ແລະ ໃຫ້ພວກເຂົາໂອ້ລົມ. ການໂອ້ລົມຂອງບາງຄົນບໍ່ເປັນທີ່ພໍໃຈຂອງພວກເຂົາ, ສະນັ້ນ ພວກເຂົາຈຶ່ງຂໍໃຫ້ໜຶ່ງໃນອ້າຍເອື້ອຍນ້ອງທີ່ໃກ້ຊິດກັບຜູ້ນຳຄົນກ່ອນທີ່ສຸດເປີດໂປງ ແລະ ໄຈ້ແຍກລາວ, ແຕ່ຫຼັງຈາກທີ່ໄດ້ຍິນການໂອ້ລົມນີ້, ຜູ້ນຳຄົນໃໝ່ເຫຼົ່ານີ້ກໍຄິດວ່າ, “ຄົນນີ້ບໍ່ມີການແຍກແຍະຜູ້ນຳຄົນກ່ອນຂອງຂ້ອຍ ແລະ ລາວກໍຍັງບໍ່ໄດ້ປະຖິ້ມຜູ້ນຳຄົນນັ້ນເຊັ່ນກັນ. ເບິ່ງຄືວ່າຜູ້ນຳຄົນກ່ອນຍັງມີບ່ອນຢູ່ໃນໃຈຂອງຄົນນີ້. ແບບນັ້ນບໍ່ໄດ້ເດັດຂາດ; ມື້ນີ້ຂ້ອຍຕ້ອງຄິດຫາວິທີເພື່ອເປີດໂປງຜູ້ນຳຄົນກ່ອນຂອງຂ້ອຍຢ່າງສິ້ນເຊີງ”. ຫຼັງຈາກນັ້ນ, ພວກເຂົາກໍເອີ້ນຄົນທີ່ມີຄວາມສຳພັນທີ່ບໍ່ດີທີ່ສຸດກັບຜູ້ນຳຄົນກ່ອນໃຫ້ລຸກຂຶ້ນ ແລະ ເປີດໂປງລາວ. ເມື່ອຄົນນັ້ນໄດ້ເປີດໂປງຜູ້ນຳຄົນກ່ອນແລ້ວ, ພວກເຂົາກໍພໍໃຈ ແລະ ຄິດວ່າຄົນນີ້ສົມຄວນໄດ້ຮັບການບົ່ມເພາະ. ແລ້ວພວກເຂົາຕ້ອງການບົ່ມເພາະຫຍັງ? ພວກເຂົາຕ້ອງການບົ່ມເພາະຜູ້ສົມຮູ້ຮ່ວມຄິດ, ເພື່ອບົ່ມເພາະກຳລັງຂອງພວກເຂົາເອງ. ນີ້ຄືສິ່ງທີ່ເກີດຂຶ້ນໃນການເຕົ້າໂຮມຄັ້ງທຳອິດ. ແລ້ວພວກເຂົາສາມາດບັນລຸເປົ້າໝາຍຂອງພວກເຂົາໄດ້ບໍ ຫຼັງຈາກການເຕົ້າໂຮມຄັ້ງນີ້? ບໍ່ໄດ້ຢ່າງສິ້ນເຊີງ ຫຼື ໄວປານນັ້ນ. ພວກເຂົາກຳລັງວາງແຜນຮ້າຍຫຍັງຢູ່ໃນໃຈຂອງພວກເຂົາ? “ບໍ່ມີຫຍັງຍາກທີ່ຈະຢັ່ງເຖິງໄປກວ່າຈິດໃຈຂອງມະນຸດ ແລະ ບໍ່ມີຫຍັງຊົ່ວຮ້າຍໄປກວ່ານີ້ອີກແລ້ວ. ຂ້ອຍຕ້ອງສືບຫາໃຫ້ແນ່ໃຈວ່າແຕ່ລະຄົນຄິດແນວໃດກັບຜູ້ນຳຄົນກ່ອນຂອງຂ້ອຍ ແລະ ຂ້ອຍຕ້ອງຊັດເຈນວ່າພວກເຂົາຄິດແນວໃດກັບຂ້ອຍ, ພວກເຂົາຮູ້ກ່ຽວກັບອະດີດຂອງຂ້ອຍ ຫຼື ບໍ່ ແລະ ພວກເຂົາຮູ້ຕື້ນເລິກໜາບາງກ່ຽວກັບຂ້ອຍ ຫຼື ບໍ່ ແລະ ໃນທີ່ສຸດກໍສະແດງໃຫ້ພວກເຂົາທຸກຄົນເຫັນວ່າ ຂ້ອຍບໍ່ແມ່ນຄົນທີ່ຈະມາມີເລື່ອງນຳໄດ້. ແຕ່ຂ້ອຍຕ້ອງເລືອກວິທີການ ແລະ ກົນລະຍຸດຂອງຂ້ອຍຢ່າງລະມັດລະວັງ. ຂ້ອຍບໍ່ສາມາດເປີດໂປງເຈດຕະນາຂອງຂ້ອຍໄດ້; ຂ້ອຍຕ້ອງເຊື່ອງພວກມັນໄວ້”. ແລ້ວຄວາມຄິດ, ວິທີການເຮັດວຽກ ແລະ ແຮງຈູງໃຈເຫຼົ່ານີ້ທັງໝົດ ມາຈາກໃສ? ມັນມາຈາກທຳມະຊາດແບບຊາຕານຂອງພວກເຂົາ. ພວກເຈົ້າມີການສະແດງອອກເຊັ່ນນັ້ນບໍ? ໃນມື້ທີ່ພວກເຈົ້າຖືກເລືອກໃຫ້ເປັນຜູ້ນຳ ຫຼື ຜູ້ເຮັດວຽກ, ພວກເຈົ້າອາດຈະເລີ່ມຕົ້ນດ້ວຍການເຕືອນຕົນເອງບໍ່ໃຫ້ຍ່າງໃນເສັ້ນທາງທີ່ຜິດ, ບໍ່ໃຫ້ຍ່າງໃນເສັ້ນທາງຂອງຜູ້ນຳປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສ. ພວກເຈົ້າອາດຈະບອກຕົນເອງວ່າ ພວກເຈົ້າຕ້ອງປ່ອຍວາງສະຖານະ ແລະ ບໍ່ເຮັດວຽກເພື່ອເຫັນແກ່ຊື່ສຽງ, ຜົນປະໂຫຍດ ຫຼື ສະຖານະຂອງພວກເຈົ້າເອງ ຫຼື ຖືກນຳພາໂດຍຄວາມປາຖະໜາໃນຂະນະທີ່ພວກເຈົ້າເຮັດວຽກ ແລະ ປ່ຽນມາເຮັດວຽກໜັກເພື່ອປະຕິບັດໜ້າທີ່ຂອງພວກເຈົ້າ ແລະ ຈົງຮັກພັກດີຕໍ່ພຣະເຈົ້າ. ແຕ່ເມື່ອເວລາຜ່ານໄປ, ກໍມີຄົນທີ່ຫ້າມໃຈຕົນເອງບໍ່ໄດ້ ແລະ ທັນທີທີ່ພວກເຂົາເວົ້າ ຫຼື ກະທຳ, ເປົ້າໝາຍຂອງພວກເຂົາກໍຈະແຈ້ງຫຼາຍ, ພວກເຂົາພະຍາຍາມເຮັດໃຫ້ສະຖານະຂອງພວກເຂົາເອງໝັ້ນຄົງ ແລະ ຊື້ໃຈຜູ້ຄົນໃນທັນທີ. ທັນທີທີ່ຄົນໃດໜຶ່ງເປີດເຜີຍໃຫ້ເຫັນເຖິງຄວາມບໍ່ພໍໃຈ ຫຼື ການຕໍ່ຕ້ານແມ່ນແຕ່ໜ້ອຍດຽວ, ມັນກໍເຮັດໃຫ້ພວກເຂົາຜິດໃຈ ແລະ ເຖິງແມ່ນວ່າພວກເຂົາອາດຈະບໍ່ກີດກັນ ຫຼື ໂຈມຕີຄົນນັ້ນຢ່າງເປີດເຜີຍ, ແຕ່ຢູ່ເລິກໆແລ້ວ ພວກເຂົາກໍຮູ້ສຶກລັງກຽດຄົນໆນັ້ນຫຼາຍ. ພວກເຂົາສະແດງຄວາມຮູ້ສຶກລັງກຽດນີ້ອອກມາແນວໃດ? (ພວກເຂົາບໍ່ສົນໃຈຄົນນັ້ນ.) ການບໍ່ສົນໃຈພວກເຂົາແມ່ນການສະແດງອອກທີ່ງຽບໆ, ແລ້ວຄວາມລັງກຽດນັ້ນກ່ຽວຂ້ອງກັບການກະທຳສະເພາະໃດແດ່? ຕົວຢ່າງ: ພວກເຂົາຈັດໃຫ້ຄົນທີ່ພວກເຂົາມັກນັ່ງຢູ່ຕໍ່ໜ້າພວກເຂົາໃນການເຕົ້າໂຮມ ແລະ ພວກເຂົາກໍຫາເຫດຜົນເພື່ອຈັດໃຫ້ຄົນທີ່ພວກເຂົາບໍ່ມັກໄປນັ່ງຢູ່ທາງຂ້າງ. ນີ້ແມ່ນການໂຈມຕີບໍ? (ແມ່ນແລ້ວ.) ນີ້ຄືຈຸດເລີ່ມຕົ້ນການໂຈມຕີຂອງພວກເຂົາ. ພວກເຂົາກຳລັງລົງມືກະທຳ, ແມ່ນບໍ? (ແມ່ນແລ້ວ.) ການກະທຳນັ້ນຮ້າຍແຮງ ແລະ ໜັກໜ່ວງກວ່າຄຳເວົ້າ ຫຼື ຄວາມຄິດ. ເປັນຫຍັງພວກມັນຈຶ່ງໜັກໜ່ວງກວ່າ? ການຄິດບາງສິ່ງບາງຢ່າງແຕ່ບໍ່ລົງມືເຮັດ, ສິ່ງນີ້ມາຈາກຈິດໃຈ ແລະ ຄວາມຄິດຂອງຄົນເຮົາ. ແຕ່ທັນທີທີ່ມີການກະທຳ, ມັນກໍກາຍເປັນຂໍ້ເທັດຈິງ. ເມື່ອມັນກາຍເປັນພຶດຕິກຳ, ມັນບໍ່ພຽງແຕ່ເປັນອຸປະນິໄສທີ່ເສື່ອມຊາມຂອງຊາຕານເທົ່ານັ້ນ ແຕ່ຍັງເປັນການກະທຳທີ່ຊົ່ວຮ້າຍອີກດ້ວຍ. ຫຼັງຈາກທີ່ຜູ້ຄົນຖືກເລືອກໃຫ້ເປັນຜູ້ນຳ, ພວກເຂົາກໍນຳເອົາຄວາມຕ້ອງການ, ຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາເອງເຂົ້າມາໃນວຽກງານທີ່ພວກເຂົາເຮັດ ແລະ ໜ້າທີ່ທີ່ພວກເຂົາປະຕິບັດ. ແຕ່ການສະແດງອອກທີ່ຄືກັນເຊິ່ງມະນຸດທຸກຄົນທີ່ມີອຸປະນິໄສທີ່ເສື່ອມຊາມຂອງຊາຕານມີນັ້ນແມ່ນຫຍັງ? ພວກເຂົາທຸກຄົນມີຫຍັງທີ່ຄືກັນ? ພວກເຂົາພະຍາຍາມຍຶດອຳນາດ ແລະ ເຮັດໃຫ້ສະຖານະຂອງພວກເຂົາເອງໝັ້ນຄົງ. ພວກເຂົາພະຍາຍາມຍຶດອຳນາດດ້ວຍວິທີໃດ? ກ່ອນອື່ນ, ພວກເຂົາສັງເກດເບິ່ງໃນກຸ່ມວ່າໃຜກຳລັງພະຍາຍາມປະຈົບປະແຈງພວກເຂົາ ແລະ ເຂົ້າໃກ້ພວກເຂົາ. ຈາກນັ້ນ, ພວກເຂົາກໍເຂົ້າໃກ້ຄົນເຫຼົ່ານັ້ນຢ່າງຫ້າວຫັນ ແລະ ບໍ່ວ່າຈະຜ່ານການຍົກຍໍປໍ້ປັ້ນ ຫຼື ຜ່ານການໃຫ້ຜົນປະໂຫຍດເລັກໆນ້ອຍໆ, ພວກເຂົາກໍສ້າງຄວາມສຳພັນແບບລັບໆ ແລະ ເອົາໃຈຄົນເຫຼົ່ານັ້ນ, ເພື່ອໃຫ້ຄົນເຫຼົ່ານີ້ເຊິ່ງພວກເຂົາມີຄວາມມັກ, ຜົນປະໂຫຍດ ແລະ ຄວາມທະເຍີທະຍານອັນບ້າບິ່ນທີ່ຄືກັນ ຫຼື ມີທຳມະຊາດດຽວກັນນັ້ນ ກາຍເປັນຜູ້ຕິດຕາມທີ່ຈົງຮັກພັກດີຢ່າງສຸດຂີດຂອງພວກເຂົາ ແລະ ຮ່ວມກຳລັງກັບພວກເຂົາ. ແລ້ວເປົ້າໝາຍຂອງພວກເຂົາໃນການເຮັດໃຫ້ຄົນເຫຼົ່ານີ້ມາຮ່ວມກຳລັງກັບພວກເຂົາແມ່ນຫຍັງ? ເພື່ອເຮັດໃຫ້ສະຖານະຂອງພວກເຂົາໝັ້ນຄົງ ແລະ ຂະຫຍາຍຂອບເຂດກຳລັງຂອງພວກເຂົາ. ເມື່ອພວກເຂົາຍຶດອຳນາດໄດ້ແລ້ວ, ມັນບໍ່ພຽງແຕ່ເປັນເລື່ອງຂອງການທີ່ພວກເຂົາເປັນຜູ້ຕັດສິນໃຈຂັ້ນສຸດທ້າຍ ແລ້ວກໍຈົບໄປເທົ່ານັ້ນ, ພວກເຂົາຍັງຕ້ອງການໃຫ້ມີຄົນມາຕິດຕາມພວກເຂົາ, ສະໜັບສະໜູນພວກເຂົາ ແລະ ເວົ້າແທນພວກເຂົາຫຼາຍຂຶ້ນ, ເພື່ອວ່າເຖິງແມ່ນວ່າພວກເຂົາຈະເວົ້າບາງສິ່ງທີ່ຜິດ, ເຮັດສິ່ງທີ່ບໍ່ດີ ຫຼື ໂຈມຕີ ແລະ ຈຳກັດຜູ້ຄົນ, ກໍຍັງຈະມີຄົນທີ່ເຮັດຕາມທີ່ພວກເຂົາເວົ້າ ແລະ ເຫັນດີນຳພວກເຂົາ. ນີ້ຄືເປົ້າໝາຍຂອງພວກເຂົາ. ຈາກນັ້ນ, ຖ້າມື້ໜຶ່ງເບື້ອງເທິງຄົ້ນພົບບັນຫາຂອງພວກເຂົາ ແລະ ປົດພວກເຂົາອອກ, ກໍຍັງຈະມີຄົນທີ່ເຮັດສຸດຄວາມສາມາດເພື່ອເວົ້າແທນພວກເຂົາ, ຜູ້ທີ່ອອກມາປົກປ້ອງພວກເຂົາ ແລະ ພະຍາຍາມປົກປ້ອງຊື່ສຽງຂອງພວກເຂົາ. ແລ້ວພວກເຂົາກຳລັງໃຊ້ວິທີການໃດສຳລັບການກະທຳເຫຼົ່ານີ້ຂອງພວກເຂົາເພື່ອໃຫ້ບັນລຸຜົນຮັບແບບນີ້? ການຊື້ໃຈຜູ້ຄົນ. ພວກເຂົາໃຊ້ວິທີການຊື້ໃຈຜູ້ຄົນເພື່ອເຮັດໃຫ້ສະຖານະຂອງພວກເຂົາໝັ້ນຄົງ ແລະ ຂະຫຍາຍຂອບເຂດກຳລັງຂອງພວກເຂົາ. ນີ້ຄືໜຶ່ງໃນວິທີການທີ່ຜູ້ຕໍ່ຕ້ານພຣະຄຣິສໃຊ້ເພື່ອຍຶດອຳນາດ.

ເມື່ອເວົ້າເຖິງກົນອຸບາຍທີ່ຜູ້ຕໍ່ຕ້ານພຣະຄຣິສໃຊ້ເພື່ອເຮັດໃຫ້ສະຖານະຂອງພວກເຂົາໝັ້ນຄົງ, ອັນທຳອິດຄືການຊື້ໃຈຜູ້ຄົນ ແລະ ອັນທີສອງຄືການໂຈມຕີ ແລະ ກີດກັນຜູ້ທີ່ບໍ່ເຫັນດີ. ການຊື້ໃຈຜູ້ຄົນໝາຍຄວາມວ່າ ພວກເຂົາໃຊ້ວິທີການຊື້ໃຈຜູ້ຄົນກັບຜູ້ທີ່ປະຈົບປະແຈງພວກເຂົາ, ຜູ້ທີ່ເຂົ້າໃກ້ພວກເຂົາ, ຜູ້ທີ່ໄວ້ໃຈພວກເຂົາ ແລະ ຜູ້ທີ່ຕິດຕາມພວກເຂົາບໍ່ວ່າພວກເຂົາຈະຖືກ ຫຼື ຜິດກໍຕາມ. ການໂຈມຕີ ແລະ ກີດກັນຜູ້ທີ່ບໍ່ເຫັນດີໝາຍຄວາມວ່າ ພວກເຂົາຖືວ່າທຸກຄົນທີ່ເຂົ້າໃຈຄວາມຈິງ ແລະ ດ້ວຍເຫດນັ້ນຈຶ່ງເປັນຜູ້ທີ່ສາມາດແຍກແຍະພວກເຂົາໄດ້, ບໍ່ຍອມຕິດຕາມພວກເຂົາ ແລະ ຢູ່ຫ່າງຈາກພວກເຂົານັ້ນ ເປັນສັດຕູ. ພວກເຂົາປະຕິບັດຕໍ່ຄົນເຫຼົ່ານີ້ຄືກັບຕະປູແທງຕາ ແລະ ສ້ຽນໜາມແທງຂ້າງ ແລະ ເຕັກນິກທີ່ພວກເຂົາໃຊ້ກັບຄົນເຫຼົ່ານີ້ກໍຄືການໂຈມຕີ ແລະ ກີດກັນພວກເຂົາ. ຕົວຢ່າງ: ສົມມຸດວ່າຜູ້ຕໍ່ຕ້ານພຣະຄຣິສສັງເກດເຫັນວ່າທຸກຄັ້ງທີ່ພວກເຂົາໂອ້ລົມ, ຜູ້ຄົນມີຄວາມກະຕືລືລົ້ນຫຼາຍ, ໂດຍບາງຄົນກໍຈົດບັນທຶກ ຫຼື ບັນທຶກສຽງພວກເຂົາໄວ້ໃນເຄື່ອງບັນທຶກສຽງ. ມີພຽງນ້ອງສາວໜຸ່ມຄົນດຽວທີ່ບໍ່ເຄີຍຈົດບັນທຶກ ຫຼື ເວົ້າຫຍັງເລີຍ. ສະນັ້ນ, ພວກເຂົາຈຶ່ງຄິດໃນໃຈວ່າ: “ລາວມີບັນຫາກັບຂ້ອຍບໍ? ຫຼື ລາວຄິດວ່າຂ້ອຍໂອ້ລົມບໍ່ດີບໍ? ຍິ່ງໄປກວ່ານັ້ນ, ທຸກຄັ້ງທີ່ຂ້ອຍມາຮອດ, ຄົນອື່ນໆກໍທັກທາຍຂ້ອຍ ແລະ ງຶກຫົວໃຫ້ຂ້ອຍຢ່າງເປັນມິດ, ຫຍິ້ນນໍ້າໃຫ້ຂ້ອຍ ແລະ ຫາບ່ອນນັ່ງໃຫ້ຂ້ອຍ, ແຕ່ລາວບໍ່ເຄີຍປະຕິບັດຕໍ່ຂ້ອຍແບບນັ້ນເລີຍ. ເບິ່ງຄືວ່າລາວບໍ່ຍອມຕໍ່ຂ້ອຍ, ຂ້ອຍຕ້ອງຄິດຫາວິທີ ແລະ ຫາໂອກາດເພື່ອສັ່ງສອນລາວຈັກໜ້ອຍ! ຂ້ອຍຄວນຊອກຫາໂອກາດແບບໃດ? ຂ້ອຍຈະຈັດແຈງໃຫ້ລາວໄປຈັດການກັບບາງສິ່ງທີ່ລາວຈະເຮັດໄດ້ບໍ່ດີຢ່າງແນ່ນອນ, ນັ້ນຈະເຮັດໃຫ້ຂ້ອຍມີເຫດຜົນທີ່ຈະຕຳນິລາວໄດ້. ນີ້ຄືໂອກາດທີ່ດີທີ່ສຸດຂອງຂ້ອຍທີ່ຈະເຮັດໃຫ້ລາວຍອມຕໍ່ຂ້ອຍ”. ຫຼັງຈາກນັ້ນ, ພວກເຂົາກໍຈັດແຈງໃຫ້ນ້ອງສາວຄົນນີ້ໄປເຮັດວຽກໃນບ່ອນທີ່ເປັນອັນຕະລາຍ. ພວກເຂົາຄິດວ່າ: “ຂ້ອຍຈະໃຫ້ລາວໄປເທດສະໜາຂ່າວປະເສີດໃຫ້ກັບສິດຍາພິບານທາງສາສະໜາທີ່ເຖົ້າຄົນໜຶ່ງ, ເຊິ່ງເປັນຄົນທີ່ມັກມາກໃນກາມເລັກໜ້ອຍ ແລະ ບໍ່ຍອມຮັບຄວາມຈິງ. ມາເບິ່ງກັນວ່າລາວຈະສາມາດປ່ຽນໃຈລາວໄດ້ບໍ. ລາວຈະມີຫຍັງມາແກ້ຕົວ ຖ້າລາວເຮັດບໍ່ໄດ້? ຖ້າລາວບໍ່ຍອມຕໍ່ຂ້ອຍ, ຂ້ອຍຈະໄລ່ລາວໜີ!” ຈາກນັ້ນ, ພວກເຂົາກໍເວົ້າກັບລາວວ່າ: “ຕອນນີ້ອ້າຍເອື້ອຍນ້ອງຄົນອື່ນໆສ່ວນໃຫຍ່ຍົກຍ້ອງເຈົ້າຫຼາຍ. ເຈົ້າໄດ້ເຊື່ອໃນພຣະເຈົ້າມາຫຼາຍປີແລ້ວ ແລະ ເຈົ້າກໍເຂົ້າໃຈຄວາມຈິງຫຼາຍຢ່າງ. ມີສິດຍາພິບານທາງສາສະໜາຄົນໜຶ່ງທີ່ຮູ້ຈັກພຣະຄຳພີເປັນຢ່າງດີ ແລະ ເຈົ້າກໍເປັນຄົນທີ່ເໝາະສົມທີ່ສຸດທີ່ຈະໄປເທດສະໜາຂ່າວປະເສີດໃຫ້ກັບລາວ”. ເມື່ອນ້ອງສາວໄປພົບກັບສິດຍາພິບານ, ສິດຍາພິບານເຫັນວ່າລາວຍັງໜຸ່ມ ແລະ ງາມ, ຈຶ່ງເກີດຄວາມມັກໃນຕົວນ້ອງສາວ ແລະ ສິດຍາພິບານຄົນນັ້ນກໍເຖິງກັບລວນລາມລາວ. ຫຼັງຈາກທີ່ລາວກັບມາ, ນ້ອງສາວບອກວ່າລາວບໍ່ຢາກກັບໄປອີກແລ້ວ, ເຊິ່ງຜູ້ຕໍ່ຕ້ານພຣະຄຣິສກໍຕອບວ່າ: “ຄຣິສຕະຈັກໄດ້ມອບໝາຍໃຫ້ເຈົ້າໄປເທດສະໜາຂ່າວປະເສີດໃຫ້ກັບລາວ. ນີ້ຄືໜ້າທີ່ຂອງເຈົ້າ, ເຈົ້າຕ້ອງໄປ!” ເມື່ອໄດ້ຍິນແນວນັ້ນ, ນ້ອງສາວກໍບໍ່ມີທາງເລືອກອື່ນນອກຈາກຕ້ອງເຊື່ອຟັງ ແລະ ຜົນກໍຄື ລາວຮ້ອງໄຫ້ຫຼັງຈາກການໄປຢ້ຽມຢາມແຕ່ລະຄັ້ງ. ຜູ້ນຳຄົນນີ້ສາມາດເຮັດສິ່ງດັ່ງກ່າວໄດ້ເພື່ອໂຈມຕີ ແລະ ແກ້ແຄ້ນຄົນອື່ນ. ນີ້ແມ່ນຄົນປະເພດໃດ? ຄົນຊົ່ວຮ້າຍ. ຖ້າພວກເຂົາເປັນຜູ້ຍິງ, ພວກເຂົາຈະໄປໃນສະຖານະການແບບນີ້ບໍ? (ບໍ່.) ບໍ່ໄປຢ່າງແນ່ນອນ. ພວກເຂົາຈະຫຼີກລ່ຽງມັນຫຼາຍກວ່າໃຜ. ພວກເຂົາເບິ່ງວ່າໃຜເຮັດໃຫ້ພວກເຂົາບໍ່ພໍໃຈ, ໃຜທີ່ລັງແກໄດ້ງ່າຍ, ໃຜທີ່ບໍ່ຍອມຕໍ່ພວກເຂົາ ແລະ ບໍ່ປະຈົບປະແຈງພວກເຂົາ, ຈາກນັ້ນກໍຫາໂອກາດເພື່ອວາງແຜນຮ້າຍຕໍ່ຄົນເຫຼົ່ານີ້ ແລະ ແກ້ແຄ້ນພວກເຂົາ. ບອກເຮົາເບິ່ງ, ເມື່ອຄົນໃດໜຶ່ງມີເຈດຕະນາທີ່ບໍ່ດີ ແລະ ຊົ່ວຮ້າຍ, ພວກເຂົາຈະບໍ່ສາມາດເຮັດສິ່ງທີ່ໜ້າຢ້ານກົວທຸກປະເພດໄດ້ບໍ? ແລ້ວເຈດຕະນາທີ່ບໍ່ດີ ແລະ ຊົ່ວຮ້າຍເຫຼົ່ານີ້ເກີດຂຶ້ນມາໄດ້ແນວໃດ? ໜຶ່ງໃນເຫດຜົນຫຼັກກໍຄື ແກ່ນແທ້ທຳມະຊາດຂອງພວກເຂົານັ້ນບໍ່ດີ ແລະ ປະສົງຮ້າຍຫຼາຍເກີນໄປ ແລະ ອີກເຫດຜົນໜຶ່ງກໍຄື ພວກເຂົາບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າ. ເມື່ອຜູ້ຄົນບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າ, ກໍບໍ່ມີສິ່ງໃດທີ່ພວກເຂົາບໍ່ກ້າເຮັດ; ພວກເຂົາຈະບໍ່ພຽງແຕ່ທຳຮ້າຍຄົນອື່ນເທົ່ານັ້ນ, ພວກເຂົາຍັງສາມາດເຮັດສິ່ງຕ່າງໆເຊັ່ນ: ການຕັດສິນ ແລະ ການຫັກຫຼັງພຣະເຈົ້າ, ການທຳຮ້າຍຜູ້ຄົນນັ້ນເປັນເລື່ອງງ່າຍໆສຳລັບພວກເຂົາ. ພວກເຂົາຈະບໍ່ຄິດວ່າມັນເປັນເລື່ອງໃຫຍ່ ບໍ່ວ່າພວກເຂົາຈະທຳຮ້າຍຄົນອື່ນຫຼາຍສໍ່າໃດກໍຕາມ; ພວກເຂົາບໍ່ມີຄວາມເຫັນອົກເຫັນໃຈຕໍ່ຄົນອື່ນ ແລະ ມີຄວາມປະສົງຮ້າຍຫຼາຍໃນແກ່ນແທ້ຂອງພວກເຂົາ. ແລ້ວເປົ້າໝາຍຂອງຜູ້ຕໍ່ຕ້ານພຣະຄຣິສຄົນນີ້ແມ່ນຫຍັງ ເມື່ອພວກເຂົາຍູ້ນ້ອງສາວໜຸ່ມຄົນນີ້ລົງສູ່ຂຸມໄຟ? ພວກເຂົາບໍ່ໄດ້ເຮັດສິ່ງນີ້ເພື່ອເທດສະໜາຂ່າວປະເສີດ ແລະ ຮັບເອົາຜູ້ຄົນ; ມັນເປັນພຽງການທໍລະມານລາວເທົ່ານັ້ນ. ພວກເຂົາທໍລະມານຄົນປະເພດໃດ? ຖ້າເປັນຄົນທີ່ຍອມຕາມພວກເຂົາ ແລະ ເຊື່ອຟັງພວກເຂົາ, ພວກເຂົາຈະທໍລະມານຄົນນັ້ນບໍ? ບໍ່, ພວກເຂົາຈະບໍ່ທໍລະມານ. ແລ້ວເປັນຫຍັງນ້ອງສາວຄົນນັ້ນຈຶ່ງຖືກປະຕິບັດແບບນັ້ນ? (ເພາະວ່າລາວບໍ່ຍອມຕໍ່ພວກເຂົາ.) ເພາະວ່າລາວບໍ່ຍອມຕໍ່ພວກເຂົາ, ບໍ່ປະຈົບປະແຈງພວກເຂົາ, ບໍ່ເຮັດຕາມທີ່ພວກເຂົາບອກ ຫຼື ບໍ່ຖືວ່າພວກເຂົາສຳຄັນ ແລະ ກັບລັງກຽດພວກເຂົາແທນ, ລາວຈຶ່ງຖືກປະຕິບັດແບບນີ້ ແລະ ໄດ້ຮັບອັນຕະລາຍເປັນຜົນຕາມມາ. ເມື່ອຜູ້ຕໍ່ຕ້ານພຣະຄຣິສທຳຮ້າຍຜູ້ຄົນດ້ວຍວິທີນີ້, ໂດຍທົ່ວໄປແລ້ວ ຜູ້ທີ່ມີວຸດທິພາວະໜ້ອຍ ແລະ ບໍ່ເຂົ້າໃຈຄວາມຈິງ ຈະມີປະຕິກິລິຍາແນວໃດ? ພວກເຂົາຈະຄິດໃນໃຈວ່າ: “ເຈົ້າໜ້າທີ່ທ້ອງຖິ່ນມີອຳນາດຄວບຄຸມຫຼາຍກວ່າເຈົ້າໜ້າທີ່ລັດ. ຕອນນີ້, ພວກເຮົາຢູ່ພາຍໃຕ້ການຄວບຄຸມຂອງຄົນຜູ້ນີ້, ສະນັ້ນ ພວກເຮົາຄວນເຮັດຕາມທີ່ລາວບອກ ແລະ ໄປທຸກບ່ອນທີ່ລາວາບອກໃຫ້ພວກເຮົາໄປ. ບໍ່ວ່າຄົນອື່ນຈະປະຕິບັດຕໍ່ລາວແນວໃດກໍຕາມ, ນັ້ນກໍຄືວິທີທີ່ພວກເຮົາຄວນປະຕິບັດຕໍ່ຄົນເຫຼົ່ານັ້ນ. ພວກເຮົາຕ້ອງເຂົ້າກັບກຸ່ມໃຫ້ໄດ້. ພວກເຮົາຄວນປະຈົບປະແຈງລາວໃນວິທີດຽວກັນກັບທີ່ຄົນອື່ນເຮັດ ແລະ ພວກເຮົາຄວນເຮັດໃຫ້ດີກວ່າ ແລະ ເອົາໃຈໃສ່ຫຼາຍກວ່າຄົນອື່ນ. ມີພຽງວິທີນີ້ເທົ່ານັ້ນທີ່ພວກເຮົາຈະສາມາດເຮັດໃຫ້ຜູ້ນຳຄົນນີ້ບໍ່ມາຍຸ່ງກັບພວກເຮົາ. ຜູ້ນຳຄົນນີ້ເອົາໃຈຍາກ, ພວກເຮົາບໍ່ຄວນໄປຫຍຸ້ງກັບລາວ!” ແລະ ນີ້ບໍ່ແມ່ນຜົນຮັບທີ່ຜູ້ຕໍ່ຕ້ານພຣະຄຣິສຕ້ອງການເຫັນຢ່າງແນ່ນອນບໍ? (ແມ່ນແລ້ວ.) ໃນເລື່ອງນີ້, ພວກເຂົາໄດ້ບັນລຸເປົ້າໝາຍຂອງພວກເຂົາແລ້ວ. ນີ້ບໍ່ຄືກັນກັບເຕັກນິກທີ່ຊາຕານໃຊ້ເພື່ອຂົ່ມເຫັງຜູ້ຄົນບໍ? (ແມ່ນແລ້ວ.) ສິ່ງນີ້ສະແດງໃຫ້ເຫັນຫຍັງ? ສະແດງໃຫ້ເຫັນວ່າການກະທຳຂອງພວກເຂົາເປັນຕົວແທນຂອງຊາຕານ. ພວກເຂົາໄດ້ກາຍເປັນຊ່ອງທາງ ແລະ ຕົວແທນຂອງຊາຕານ; ພວກເຂົາກະທຳໃນນາມຂອງມັນ. ການປະຕິບັດໜ້າທີ່ດ້ວຍວິທີນັ້ນເປັນການປະຕິບັດໜ້າທີ່ຢ່າງແທ້ຈິງບໍ? ມັນເປັນການຮັບໃຊ້ພຣະເຈົ້າບໍ? (ບໍ່.) ຜູ້ນຳດັ່ງກ່າວບໍ່ສົມຄວນຖືກເອີ້ນວ່າຜູ້ນຳ, ພວກເຂົາເປັນຄົນຊົ່ວຮ້າຍ ແລະ ເປັນຊາຕານ.

ທັນທີທີ່ຜູ້ຕໍ່ຕ້ານພຣະຄຣິສກາຍເປັນຜູ້ນຳ, ສິ່ງທຳອິດທີ່ພວກເຂົາເຮັດກໍຄືພະຍາຍາມຊື້ໃຈຜູ້ຄົນ, ເຮັດໃຫ້ຜູ້ຄົນເຊື່ອພວກເຂົາ, ໄວ້ວາງໃຈພວກເຂົາ ແລະ ສະໜັບສະໜູນພວກເຂົາ. ເມື່ອສະຖານະຂອງພວກເຂົາໝັ້ນຄົງແລ້ວ, ພວກເຂົາກໍເລີ່ມກາຍເປັນຄົນຜິດປົກກະຕິ. ເພື່ອປົກປ້ອງສະຖານະ ແລະ ອຳນາດຂອງພວກເຂົາ, ພວກເຂົາກໍເລີ່ມໂຈມຕີ ແລະ ກີດກັນຜູ້ບໍ່ເຫັນດີ. ສຳລັບຜູ້ບໍ່ເຫັນດີ, ໂດຍສະເພາະຜູ້ທີ່ໄລ່ຕາມຄວາມຈິງນັ້ນ, ພວກເຂົາຈະລອງທຸກວິທີທາງ ໂດຍນຳໃຊ້ວິທີການທີ່ໜັກແໜ້ນ, ແມ່ນຍຳ ແລະ ບໍ່ລົດລະ ເພື່ອປາບປາມ ແລະ ໂຈມຕີຜູ້ບໍ່ເຫັນດີ, ເພື່ອທໍລະມານຄົນເຫຼົ່ານັ້ນ. ເມື່ອພວກເຂົາໄດ້ໂຄ່ນລົ້ມ ແລະ ໃສ່ຮ້າຍປ້າຍສີຜູ້ໃດກໍຕາມທີ່ຄຸກຄາມສະຖານະຂອງພວກເຂົາເທົ່ານັ້ນ ພວກເຂົາຈຶ່ງຈະຮູ້ສຶກສະບາຍໃຈ. ຜູ້ຕໍ່ຕ້ານພຣະຄຣິສທຸກຄົນລ້ວນແຕ່ເປັນແບບນີ້. ແມ່ນຫຍັງຄືຈຸດປະສົງຂອງພວກເຂົາໃນການນຳໃຊ້ກົນລະຍຸດຫຼາຍຢ່າງເຫຼົ່ານີ້ເພື່ອຊື້ໃຈ ແລະ ປາບປາມຜູ້ຄົນ? ເປົ້າໝາຍຂອງພວກເຂົາແມ່ນເພື່ອຍາດເອົາອຳນາດ, ເພື່ອເຮັດໃຫ້ສະຖານະຂອງພວກເຂົາໝັ້ນຄົງ, ເພື່ອເຮັດໃຫ້ຫຼົງຜິດ ແລະ ຄວບຄຸມຜູ້ຄົນ. ເຈດຕະນາ ແລະ ແຮງຈູງໃຈຂອງພວກເຂົາເປັນຕົວແທນໃຫ້ກັບຫຍັງ? ພວກເຂົາປາຖະໜາທີ່ຈະສ້າງຕັ້ງອານາຈັກທີ່ເປັນເອກະລາດຂອງພວກເຂົາເອງ, ພວກເຂົາຕ້ອງການຢືນຢູ່ຝ່າຍກົງກັນຂ້າມກັບພຣະເຈົ້າ. ແກ່ນແທ້ດັ່ງກ່າວແມ່ນຮ້າຍແຮງຍິ່ງກວ່າອຸປະນິໄສທີ່ເສື່ອມຊາມ: ຄວາມທະເຍີທະຍານທີ່ບ້າຄັ່ງ ແລະ ແຜນການທີ່ຫຼອກລວງຂອງຊາຕານໄດ້ຖືກເປີດໂປງຢ່າງສິ້ນເຊີງ. ນີ້ບໍ່ແມ່ນພຽງແຕ່ບັນຫາຂອງການເປີດເຜີຍອຸປະນິໄສທີ່ເສື່ອມຊາມເທົ່ານັ້ນ. ຕົວຢ່າງ: ເມື່ອຜູ້ຄົນອວດດີ ແລະ ຖືຕົນວ່າຊອບທຳເລັກນ້ອຍ ຫຼື ບາງຄັ້ງກໍມີເລ່ຫຼ່ຽມ ແລະ ມັກຕົວະເລັກນ້ອຍ, ສິ່ງເຫຼົ່ານີ້ເປັນພຽງການເປີດເຜີຍຂອງອຸປະນິໄສທີ່ເສື່ອມຊາມເທົ່ານັ້ນ. ໃນຂະນະດຽວກັນ ທຸກສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດກໍເພື່ອຊື້ໃຈຜູ້ຄົນ, ເພື່ອໂຈມຕີ ແລະ ກີດກັນຜູ້ບໍ່ເຫັນດີ, ເພື່ອເຮັດໃຫ້ສະຖານະຂອງພວກເຂົາໝັ້ນຄົງ, ເພື່ອຍຶດອຳນາດ ແລະ ເພື່ອຄວບຄຸມຜູ້ຄົນ. ທຳມະຊາດຂອງການກະທຳເຫຼົ່ານີ້ແມ່ນຫຍັງ? ພວກເຂົາກຳລັງປະຕິບັດຄວາມຈິງບໍ? ພວກເຂົາກຳລັງນຳພາປະຊາກອນທີ່ພຣະເຈົ້າເລືອກໃຫ້ເຂົ້າສູ່ພຣະທຳຂອງພຣະເຈົ້າ ແລະ ມາຢູ່ຕໍ່ໜ້າພຣະເຈົ້າບໍ? (ບໍ່.) ແລ້ວພວກເຂົາກຳລັງເຮັດຫຍັງ? ພວກເຂົາກຳລັງຍາດແຍ່ງປະຊາກອນທີ່ພຣະເຈົ້າເລືອກໄປຈາກພຣະເຈົ້າ, ຍາດແຍ່ງຫົວໃຈຂອງຜູ້ຄົນ ແລະ ພະຍາຍາມສ້າງຕັ້ງອານາຈັກທີ່ເປັນເອກະລາດຂອງພວກເຂົາເອງ. ໃຜຄວນມີບ່ອນຢູ່ໃນໃຈຂອງຜູ້ຄົນ? ພຣະເຈົ້າຄວນມີບ່ອນຢູ່. ແຕ່ທຸກສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດນັ້ນກົງກັນຂ້າມກັບສິ່ງນີ້ຢ່າງສິ້ນເຊີງ. ພວກເຂົາບໍ່ອະນຸຍາດໃຫ້ພຣະເຈົ້າ ຫຼື ຄວາມຈິງມີບ່ອນຢູ່ໃນໃຈຂອງຜູ້ຄົນ; ກົງກັນຂ້າມ ພວກເຂົາຕ້ອງການໃຫ້ມະນຸດ, ຕົວພວກເຂົາເອງໃນຖານະຜູ້ນຳ ແລະ ຊາຕານມີບ່ອນຢູ່ໃນໃຈຂອງຜູ້ຄົນ. ທັນທີທີ່ພວກເຂົາຄົ້ນພົບວ່າພວກເຂົາບໍ່ມີບ່ອນຢູ່ໃນໃຈຂອງຄົນໃດໜຶ່ງ, ຄົນຜູ້ນັ້ນບໍ່ໄດ້ປະຕິບັດຕໍ່ພວກເຂົາຄືກັບຜູ້ນຳ, ພວກເຂົາກໍຈະບໍ່ພໍໃຈຢ່າງຍິ່ງ ແລະ ອາດຈະພະຍາຍາມປາບປາມ ແລະ ທໍລະມານຄົນຜູ້ນັ້ນ. ທຸກສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດ ແລະ ເວົ້າລ້ວນແຕ່ໝູນອ້ອມສະຖານະ ແລະ ຊື່ສຽງຂອງພວກເຂົາ ແລະ ມີຈຸດປະສົງເພື່ອເຮັດໃຫ້ຜູ້ຄົນຍົກຍ້ອງພວກເຂົາ, ເພື່ອເຮັດໃຫ້ຜູ້ຄົນອິດສາ ແລະ ນະມັດສະການພວກເຂົາ ຈົນເຖິງຂັ້ນເຮັດໃຫ້ຜູ້ຄົນຢ້ານກົວພວກເຂົາ. ພວກເຂົາຕ້ອງການເຮັດໃຫ້ປະຊາກອນທີ່ພຣະເຈົ້າເລືອກປະຕິບັດຕໍ່ພວກເຂົາຄືກັບພຣະເຈົ້າ ໂດຍຄິດວ່າ “ບໍ່ວ່າຂ້ອຍຈະຢູ່ໃນຄຣິສຕະຈັກໃດກໍຕາມ, ຜູ້ຄົນຕ້ອງຟັງຂ້ອຍ, ພວກເຂົາຕ້ອງເຮັດຕາມຄຳສັ່ງຂອງຂ້ອຍ. ບໍ່ວ່າໃຜຈະລາຍງານບັນຫາໃດໃຫ້ເບື້ອງເທິງກໍຕາມ, ມັນຕ້ອງຜ່ານຂ້ອຍ, ພວກເຂົາໄດ້ຮັບອະນຸຍາດໃຫ້ລາຍງານຕໍ່ຂ້ອຍເທົ່ານັ້ນ ແລະ ບໍ່ໃຫ້ລາຍງານໂດຍກົງຕໍ່ເບື້ອງເທິງ. ຖ້າໃຜເວົ້າວ່າ ‘ບໍ່’ ກັບຂ້ອຍ, ຂ້ອຍກໍຈະລົງໂທດພວກເຂົາ, ເພື່ອໃຫ້ທຸກຄົນທີ່ເຫັນຂ້ອຍຮູ້ສຶກຢ້ານກົວ, ຫວາດຫວັ່ນ ແລະ ສັ່ນສະທ້ານໃນໃຈຂອງພວກເຂົາ. ຍິ່ງໄປກວ່ານັ້ນ, ຖ້າຂ້ອຍອອກຄຳສັ່ງ ຫຼື ຢືນຢັນບາງສິ່ງ, ຕ້ອງບໍ່ມີໃຜກ້າບໍ່ເຫັນດີ; ບໍ່ວ່າຂ້ອຍຈະເວົ້າຫຍັງກໍຕາມ, ຜູ້ຄົນກໍຕ້ອງເຊື່ອຟັງ. ພວກເຂົາຕ້ອງຟັງຂ້ອຍຢ່າງເດັດຂາດ, ພວກເຂົາຕ້ອງເຊື່ອຟັງຂ້ອຍໃນທຸກສິ່ງ ແລະ ຂ້ອຍຕ້ອງເປັນຄົນຕັດສິນໃຈຢູ່ທີ່ນັ້ນ”. ນີ້ຄືນໍ້າສຽງທີ່ຜູ້ຕໍ່ຕ້ານພຣະຄຣິສເວົ້າຢ່າງແທ້ຈິງ, ນີ້ຄືສຽງຂອງຜູ້ຕໍ່ຕ້ານພຣະຄຣິສ, ນີ້ຄືວິທີທີ່ຜູ້ຕໍ່ຕ້ານພຣະຄຣິສພະຍາຍາມວາງອຳນາດເໜືອຄຣິສຕະຈັກ. ຖ້າປະຊາກອນທີ່ພຣະເຈົ້າເລືອກເຮັດຕາມທີ່ພວກເຂົາເວົ້າ ແລະ ເຊື່ອຟັງພວກເຂົາ, ຄຣິສຕະຈັກດັ່ງກ່າວຈະບໍ່ກາຍເປັນອານາຈັກຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ພວກເຂົາເວົ້າວ່າ “ການຈັດແຈງວຽກງານທີ່ອອກໂດຍເບື້ອງເທິງຕ້ອງໄດ້ຮັບການກວດສອບຈາກຂ້ອຍ, ຂ້ອຍຕ້ອງຮັບຜິດຊອບຕໍ່ພວກເຈົ້າ, ຂ້ອຍຕ້ອງເປັນຄົນທີ່ວິເຄາະຜິດ ແລະ ຖືກ, ຜົນໄດ້ຮັບຕ້ອງຖືກຕັດສິນໂດຍຂ້ອຍ. ພວກເຈົ້າບໍ່ມີວຸດທິພາວະພຽງພໍ ແລະ ພວກເຈົ້າບໍ່ມີຄຸນສົມບັດພຽງພໍ. ຂ້ອຍເປັນຜູ້ນຳຂອງຄຣິສຕະຈັກ ແລະ ທຸກຢ່າງຂຶ້ນຢູ່ກັບຂ້ອຍ”. ຄົນທີ່ເວົ້າສິ່ງເຫຼົ່ານີ້ບໍ່ໄດ້ກຳລັງອວດດີຢ່າງຍິ່ງບໍ? ພວກເຂົາອວດດີຫຼາຍຈົນຂາດຄວາມສຳນຶກຢ່າງແທ້ຈິງ! ພວກເຂົາບໍ່ໄດ້ກຳລັງພະຍາຍາມສ້າງຕັ້ງອານາຈັກທີ່ເປັນເອກະລາດຂອງພວກເຂົາເອງບໍ? ຄົນປະເພດໃດທີ່ມີແນວໂນ້ມທີ່ຈະພະຍາຍາມສ້າງຕັ້ງອານາຈັກຂອງພວກເຂົາເອງ? ພວກເຂົາບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິສທີ່ແທ້ຈິງບໍ? ທຸກສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເວົ້າ ແລະ ເຮັດບໍ່ແມ່ນເພື່ອປົກປ້ອງສະຖານະຂອງພວກເຂົາເອງບໍ? ພວກເຂົາບໍ່ໄດ້ກຳລັງພະຍາຍາມເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ຄວບຄຸມຜູ້ຄົນບໍ? ເປັນຫຍັງພວກເຂົາຈຶ່ງຖືກເອີ້ນວ່າຜູ້ຕໍ່ຕ້ານພຣະຄຣິສ? ຄວາມໝາຍຂອງຄຳວ່າ “ຕໍ່ຕ້ານ” ແມ່ນຫຍັງ? ມັນໝາຍເຖິງສິ່ງທີ່ກົງກັນຂ້າມ ແລະ ຄວາມກຽດຊັງ. ມັນໝາຍເຖິງຄວາມເປັນປໍລະປັກຕໍ່ພຣະຄຣິສ, ຄວາມເປັນປໍລະປັກຕໍ່ຄວາມຈິງ ແລະ ຄວາມເປັນປໍລະປັກຕໍ່ພຣະເຈົ້າ. “ຄວາມເປັນປໍລະປັກ” ໝາຍຄວາມວ່າແນວໃດ? ມັນໝາຍເຖິງການຢືນຢູ່ຝ່າຍກົງກັນຂ້າມ, ປະຕິບັດຕໍ່ເຈົ້າຄືກັບສັດຕູ, ຄືກັບວ່າເຕັມໄປດ້ວຍຄວາມກຽດຊັງອັນໃຫຍ່ຫຼວງ ແລະ ເລິກເຊິ່ງ; ມັນໝາຍເຖິງການຢູ່ກົງກັນຂ້າມກັບເຈົ້າຢ່າງສິ້ນເຊີງ. ນັ້ນຄືຄວາມຄິດທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ພຣະເຈົ້າ. ຄົນແບບນີ້ທີ່ກຽດຊັງພຣະເຈົ້າມີທັດສະນະຄະຕິແນວໃດຕໍ່ຄວາມຈິງ? ພວກເຂົາສາມາດຮັກຄວາມຈິງໄດ້ບໍ? ພວກເຂົາສາມາດຍອມຮັບຄວາມຈິງໄດ້ບໍ? ບໍ່ໄດ້ຢ່າງແນ່ນອນ. ສະນັ້ນ, ຄົນທີ່ຢືນຢູ່ຝ່າຍກົງກັນຂ້າມກັບພຣະເຈົ້າກໍຄືຄົນທີ່ກຽດຊັງຄວາມຈິງ. ສິ່ງທຳອິດທີ່ສະແດງອອກໃນຕົວພວກເຂົາກໍຄືຄວາມເບື່ອໜ່າຍຕໍ່ຄວາມຈິງ ແລະ ຄວາມກຽດຊັງຕໍ່ຄວາມຈິງ. ທັນທີທີ່ພວກເຂົາໄດ້ຍິນຄວາມຈິງ ຫຼື ພຣະທຳຂອງພຣະເຈົ້າ, ກໍຈະມີຄວາມກຽດຊັງໃນໃຈຂອງພວກເຂົາ ແລະ ເມື່ອໃຜກໍຕາມອ່ານພຣະທຳຂອງພຣະເຈົ້າໃຫ້ພວກເຂົາຟັງ, ສີໜ້າທີ່ຄຽດແຄ້ນ ແລະ ໃຈຮ້າຍກໍຈະປາກົດຂຶ້ນເທິງໃບໜ້າຂອງພວກເຂົາ, ຄືກັນກັບຕອນທີ່ອ່ານພຣະທຳຂອງພຣະເຈົ້າໃຫ້ຜີຮ້າຍຟັງ ເມື່ອຜູ້ຄົນກຳລັງເທດສະໜາຂ່າວປະເສີດ. ໃນໃຈຂອງພວກເຂົາ, ຄົນທີ່ເບື່ອໜ່າຍຕໍ່ຄວາມຈິງ ແລະ ກຽດຊັງຄວາມຈິງຈະຮູ້ສຶກເບື່ອໜ່າຍທີ່ສຸດຕໍ່ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ, ທັດສະນະຄະຕິຂອງພວກເຂົາຄືການຕໍ່ຕ້ານ ແລະ ພວກເຂົາເຖິງຂັ້ນກຽດຊັງໃຜກໍຕາມທີ່ອ່ານພຣະທຳຂອງພຣະເຈົ້າໃຫ້ພວກເຂົາຟັງ ຫຼື ໂອ້ລົມຄວາມຈິງໃຫ້ພວກເຂົາຟັງ, ພວກເຂົາເຖິງຂັ້ນປະຕິບັດຕໍ່ຄົນຜູ້ນັ້ນຄືກັບສັດຕູ. ພວກເຂົາຮູ້ສຶກເບື່ອໜ່າຍຢ່າງຍິ່ງຕໍ່ຄວາມຈິງຕ່າງໆ ແລະ ຕໍ່ສິ່ງທີ່ເປັນບວກ. ຄວາມຈິງທັງໝົດເຊັ່ນ: ການອ່ອນນ້ອມຕໍ່ພຣະເຈົ້າ, ການປະຕິບັດໜ້າທີ່ຂອງຕົນຢ່າງຈົງຮັກພັກດີ, ການເປັນຄົນຊື່ສັດ, ການສະແຫວງຫາຄວາມຈິງໃນທຸກສິ່ງ ແລະ ອື່ນໆ, ພວກເຂົາມີຄວາມປາຖະໜາ ຫຼື ຄວາມຮັກຈາກໃຈຈິງແມ່ນແຕ່ໜ້ອຍດຽວບໍ? ບໍ່, ບໍ່ມີແມ່ນແຕ່ໜ້ອຍດຽວ. ສະນັ້ນ, ຍ້ອນແກ່ນແທ້ທຳມະຊາດປະເພດນີ້ທີ່ພວກເຂົາມີ, ພວກເຂົາຈຶ່ງຢືນຢູ່ຝ່າຍກົງກັນຂ້າມກັບພຣະເຈົ້າ ແລະ ຄວາມຈິງໂດຍກົງແລ້ວ. ໂດຍບໍ່ຕ້ອງສົງໄສເລີຍ, ຄົນແບບນີ້ບໍ່ໄດ້ຮັກຄວາມຈິງ ຫຼື ສິ່ງທີ່ເປັນບວກໃດໆຈາກສ່ວນເລິກໃນຈິດໃຈ; ຈາກສ່ວນເລິກໃນຈິດໃຈແລ້ວ ພວກເຂົາເຖິງຂັ້ນຮູ້ສຶກເບື່ອໜ່າຍຕໍ່ຄວາມຈິງ ແລະ ກຽດຊັງມັນ. ຕົວຢ່າງ: ຄົນທີ່ຢູ່ໃນຕຳແໜ່ງຜູ້ນຳຕ້ອງສາມາດຍອມຮັບຄວາມຄິດເຫັນທີ່ແຕກຕ່າງກັນຂອງອ້າຍເອື້ອຍນ້ອງ, ພວກເຂົາຕ້ອງສາມາດເປີດໃຈ ແລະ ເປີດເຜີຍຕົນເອງຕໍ່ອ້າຍເອື້ອຍນ້ອງ ແລະ ສາມາດຍອມຮັບການຕຳນິຂອງພວກເຂົາ ແລະ ພວກເຂົາຕ້ອງບໍ່ຍຶດຕິດກັບສະຖານະຂອງພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິສຈະເວົ້າແນວໃດກ່ຽວກັບວິທີການປະຕິບັດທີ່ຖືກຕ້ອງທັງໝົດເຫຼົ່ານີ້? ພວກເຂົາຈະເວົ້າວ່າ “ຖ້າຂ້ອຍຮັບຟັງຄວາມຄິດເຫັນຂອງອ້າຍເອື້ອຍນ້ອງ, ແລ້ວຂ້ອຍຍັງຈະເປັນຜູ້ນຳຢູ່ບໍ? ຂ້ອຍຍັງຈະມີສະຖານະ ແລະ ຊື່ສຽງຢູ່ບໍ? ຖ້າຂ້ອຍບໍ່ມີຊື່ສຽງ, ແລ້ວຂ້ອຍຈະເຮັດວຽກຫຍັງໄດ້?” ນີ້ຄືປະເພດອຸປະນິໄສ ທີ່ຜູ້ຕໍ່ຕ້ານພຣະຄຣິສມີຢ່າງແທ້ຈິງ; ພວກເຂົາບໍ່ຍອມຮັບຄວາມຈິງແມ່ນແຕ່ໜ້ອຍດຽວ ແລະ ຍິ່ງວິທີການປະຕິບັດຖືກຕ້ອງຫຼາຍສໍ່າໃດ ພວກເຂົາກໍຍິ່ງຕໍ່ຕ້ານມັນຫຼາຍສໍ່ານັ້ນ. ພວກເຂົາບໍ່ຍອມຮັບວ່າການກະທຳຕາມຫຼັກການຄືການປະຕິບັດຄວາມຈິງ. ພວກເຂົາຄິດວ່າການປະຕິບັດຄວາມຈິງແມ່ນຫຍັງ? ພວກເຂົາຄິດວ່າພວກເຂົາຕ້ອງໃຊ້ການວາງແຜນຊົ່ວ, ເລ່ຫຼ່ຽມ ແລະ ຄວາມຮຸນແຮງກັບທຸກຄົນ ແທນທີ່ຈະເພິ່ງພາພຣະທຳຂອງພຣະເຈົ້າ, ຄວາມຈິງ ແລະ ຄວາມຮັກ. ທຸກວິທີການ ແລະ ເສັ້ນທາງຂອງພວກເຂົາລ້ວນແຕ່ຊົ່ວຊ້າ. ທັງໝົດນີ້ລ້ວນແຕ່ເປັນຕົວແທນໃຫ້ກັບແກ່ນແທ້ທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສຢ່າງສິ້ນເຊີງ. ແຮງຈູງໃຈ, ຄວາມຄິດເຫັນ, ມຸມມອງ ແລະ ເຈດຕະນາທີ່ພວກເຂົາມັກຈະເປີດເຜີຍລ້ວນແຕ່ເປັນອຸປະນິໄສແຫ່ງຄວາມເບື່ອໜ່າຍ ແລະ ຄວາມກຽດຊັງຕໍ່ຄວາມຈິງ ເຊິ່ງເປັນແກ່ນແທ້ທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສ. ແລ້ວການຢືນຢູ່ຝ່າຍກົງກັນຂ້າມກັບຄວາມຈິງ ແລະ ກັບພຣະເຈົ້າໝາຍຄວາມວ່າແນວໃດ? ມັນໝາຍເຖິງການກຽດຊັງຄວາມຈິງ ແລະ ສິ່ງທີ່ເປັນບວກ. ຕົວຢ່າງ: ເມື່ອມີຄົນເວົ້າວ່າ “ໃນຖານະສິ່ງທີ່ຖືກສ້າງ, ຄົນເຮົາຄວນປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງ. ບໍ່ວ່າພຣະເຈົ້າຈະກ່າວຫຍັງກໍຕາມ, ຜູ້ຄົນກໍຄວນອ່ອນນ້ອມ ເພາະພວກເຮົາເປັນສິ່ງທີ່ຖືກສ້າງ”, ຜູ້ຕໍ່ຕ້ານພຣະຄຣິສຄິດແນວໃດ? “ອ່ອນນ້ອມບໍ? ມັນກໍບໍ່ຜິດທີ່ຂ້ອຍເປັນສິ່ງທີ່ຖືກສ້າງ ແຕ່ເມື່ອເວົ້າເຖິງການອ່ອນນ້ອມ, ນັ້ນກໍຂຶ້ນຢູ່ກັບສະຖານະການ. ກ່ອນອື່ນໝົດ ມັນຕ້ອງມີຜົນປະໂຫຍດບາງຢ່າງສຳລັບຂ້ອຍ, ຂ້ອຍຕ້ອງບໍ່ເສຍປຽບ ແລະ ຜົນປະໂຫຍດຂອງຂ້ອຍຕ້ອງມາກ່ອນ. ຖ້າມີລາງວັນ ຫຼື ພອນອັນຍິ່ງໃຫຍ່ໃຫ້ໄດ້ຮັບ ແລ້ວຂ້ອຍກໍສາມາດອ່ອນນ້ອມໄດ້ ແຕ່ຖ້າບໍ່ມີລາງວັນ ແລະ ບໍ່ມີຈຸດໝາຍປາຍທາງ, ເປັນຫຍັງຂ້ອຍຈຶ່ງຕ້ອງອ່ອນນ້ອມ? ຂ້ອຍບໍ່ສາມາດອ່ອນນ້ອມໄດ້”. ນີ້ຄືທັດສະນະຄະຕິຂອງການບໍ່ຍອມຮັບຄວາມຈິງ. ການອ່ອນນ້ອມຂອງພວກເຂົາຕໍ່ພຣະເຈົ້າ ມີເງື່ອນໄຂ ແລະ ຖ້າເງື່ອນໄຂຂອງພວກເຂົາບໍ່ໄດ້ຮັບການຕອບສະໜອງ, ບໍ່ພຽງແຕ່ພວກເຂົາຈະບໍ່ອ່ອນນ້ອມເທົ່ານັ້ນ ພວກເຂົາຍັງມີແນວໂນ້ມທີ່ຈະຕອບໂຕ້ ແລະ ຕໍ່ຕ້ານພຣະເຈົ້າອີກດ້ວຍ. ຕົວຢ່າງ: ພຣະເຈົ້າຂໍໃຫ້ຜູ້ຄົນເປັນຄົນຊື່ສັດ ແຕ່ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ເຊື່ອວ່າມີພຽງແຕ່ຄົນໂງ່ເທົ່ານັ້ນທີ່ພະຍາຍາມເປັນຄົນຊື່ສັດ ແລະ ຄົນສະຫຼາດຈະບໍ່ພະຍາຍາມເປັນຄົນຊື່ສັດ. ແມ່ນຫຍັງຄືແກ່ນແທ້ຂອງທັດສະນະຄະຕິດັ່ງກ່າວ? ມັນຄືຄວາມກຽດຊັງຕໍ່ຄວາມຈິງ. ນັ້ນຄືແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ແກ່ນແທ້ຂອງພວກເຂົາກຳນົດວ່າພວກເຂົາຍ່າງໃນເສັ້ນທາງໃດ ແລະ ເສັ້ນທາງທີ່ພວກເຂົາຍ່າງກໍກຳນົດທຸກສິ່ງທີ່ພວກເຂົາເຮັດ. ເມື່ອຜູ້ຕໍ່ຕ້ານພຣະຄຣິສມີແກ່ນແທ້ທຳມະຊາດແຫ່ງຄວາມກຽດຊັງຕໍ່ຄວາມຈິງ ແລະ ຕໍ່ພຣະເຈົ້າ, ພວກເຂົາມີແນວໂນ້ມທີ່ຈະພະຍາຍາມຊື້ໃຈຜູ້ຄົນ, ໂຈມຕີ ແລະ ກີດກັນຜູ້ບໍ່ເຫັນດີ ແລະ ທໍລະມານຜູ້ຄົນ. ຈຸດປະສົງທີ່ພວກເຂົາພະຍາຍາມບັນລຸໃນການເຮັດສິ່ງເຫຼົ່ານີ້ແມ່ນເພື່ອໃຊ້ອຳນາດ, ເພື່ອຄວບຄຸມປະຊາກອນທີ່ພຣະເຈົ້າເລືອກ ແລະ ເພື່ອສ້າງຕັ້ງອານາຈັກທີ່ເປັນເອກະລາດຂອງພວກເຂົາເອງ. ສຳລັບເລື່ອງນີ້ແມ່ນບໍ່ມີຂໍ້ສົງໄສເລີຍ. ບຸກຄົນໃດກໍຕາມທີ່ເມື່ອພວກເຂົາມີສະຖານະແລ້ວ ບໍ່ສາມາດອ່ອນນ້ອມຕໍ່ພຣະເຈົ້າຢ່າງເດັດຂາດ ແລະ ບໍ່ສາມາດຕິດຕາມພຣະເຈົ້າ ຫຼື ໄລ່ຕາມຄວາມຈິງໄດ້, ຄົນຜູ້ນັ້ນກໍຄືຜູ້ຕໍ່ຕ້ານພຣະຄຣິສ.

ຜູ້ຕໍ່ຕ້ານພຣະຄຣິສເຮັດສິ່ງໃດແດ່ໃນຂະນະທີ່ປະຕິບັດໜ້າທີ່ຂອງຜູ້ນຳ? ພວກເຮົາຫາກໍໂອ້ລົມກ່ຽວກັບວິທີທີ່ພວກເຂົາພະຍາຍາມຊື້ໃຈຜູ້ຄົນ ພ້ອມທັງໂຈມຕີ ແລະ ກີດກັນຜູ້ບໍ່ເຫັນດີນຳ ແຕ່ຜູ້ຕໍ່ຕ້ານພຣະຄຣິສມີການສະແດງອອກທີ່ພົບເຫັນໄດ້ທົ່ວໄປອີກຢ່າງໜຶ່ງ ນັ້ນກໍຄື ທັດສະນະຄະຕິຂອງພວກເຂົາຕໍ່ຜູ້ທີ່ໄລ່ຕາຄວາມຈິງແມ່ນຫຍັງ? (ຄວາມກຽດຊັງ.) ແລ້ວສິ່ງນັ້ນເຮັດໃຫ້ພວກເຂົາເຮັດຫຍັງ? ພວກເຂົາພຽງແຕ່ກຽດຊັງຄົນເຫຼົ່ານັ້ນ ແລ້ວກໍຈົບສໍ່ານັ້ນບໍ? ບໍ່, ພວກເຂົາຊອກຫາວິທີເພື່ອກີດກັນ ແລະ ປາບປາມຄົນເຫຼົ່ານັ້ນ. ພວກເຂົາໂຈມຕີ ແລະ ກີດກັນຜູ້ບໍ່ເຫັນດີ. ຜູ້ບໍ່ເຫັນດີເຫຼົ່ານີ້ອາດຈະເປັນຄົນທີ່ເບົາປັນຍາເລັກນ້ອຍ, ຜູ້ທີ່ບໍ່ຮູ້ວິທີປະຈົບປະແຈງຄົນອື່ນ ຫຼື ນຳໃຊ້ປັດຊະຍາສຳລັບການກະທຳທາງໂລກ. ພວກເຂົາຍັງອາດຈະເປັນຄົນທີ່ຂ້ອນຂ້າງກະຕືລືລົ້ນ ແລະ ເປັນຜູ້ທີ່ໄລ່ຕາມຄວາມຈິງຫຼາຍພໍສົມຄວນ. ສະນັ້ນ, ກົນລະຍຸດທີສາມຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງ? ພວກເຂົາກີດກັນ ແລະ ໂຈມຕີຄົນທີ່ໄລ່ຕາມຄວາມຈິງ. ຍັງມີອີກຢ່າງໜຶ່ງຄື: ພວກເຂົາພະຍາຍາມຮັບປະກັນບ່ອນຢູ່ສຳລັບຕົວພວກເຂົາເອງໃນໃຈຂອງຜູ້ຄົນ. ສິ່ງນີ້ເອີ້ນວ່າຫຍັງ? (ການຍຶດຄອງຫົວໃຈຂອງຜູ້ຄົນ.) ນີ້ຄືສິ່ງທີ່ພວກເຂົາກຳລັງພະຍາຍາມບັນລຸ. ພວກເຂົາໃຊ້ວິທີການໃດເພື່ອເຮັດສິ່ງນີ້? (ພວກເຂົາຍົກຍ້ອງຕົນເອງ ແລະ ເປັນພະຍານໃຫ້ກັບຕົນເອງ.) ແລ້ວແມ່ນຫຍັງຄືຈຸດປະສົງຂອງຜູ້ຕໍ່ຕ້ານພຣະຄຣິສໃນການຍົກຍ້ອງຕົນເອງ ແລະ ເປັນພະຍານໃຫ້ກັບຕົນເອງ? ມັນກໍເພື່ອຍຶດຄອງຫົວໃຈຂອງຜູ້ຄົນ ແລະ ຄວບຄຸມພວກເຂົາ. ໂດຍປົກກະຕິແລ້ວ ຜູ້ຄົນມັກຈະເວົ້າກ່ຽວກັບເລື່ອງປະເພດໃດ ເມື່ອພວກເຂົາຍົກຍ້ອງ ແລະ ເປັນພະຍານໃຫ້ກັບຕົນເອງ? ສິ່ງໜຶ່ງກໍຄືການເວົ້າກ່ຽວກັບຄຸນສົມບັດຂອງພວກເຂົາ. ຕົວຢ່າງ: ບາງຄົນເວົ້າກ່ຽວກັບວິທີທີ່ພວກເຂົາໄດ້ຈັດຕ້ອນຮັບຜູ້ນຳຄຣິສຕະຈັກລະດັບສູງບາງຄົນ. ບາງຄົນເຖິງກັບເວົ້າວ່າ “ຂ້ອຍໄດ້ຈັດຕ້ອນຮັບພຣະເຈົ້າເອງ ແລະ ພຣະອົງກໍດີຕໍ່ຂ້ອຍຫຼາຍ, ຂ້ອຍຈະຖືກເຮັດໃຫ້ສົມບູນຢ່າງແນ່ນອນ”. ພວກເຂົາໝາຍຄວາມວ່າແນວໃດໂດຍການເວົ້າແບບນີ້? (ພວກເຂົາກຳລັງພະຍາຍາມເຮັດໃຫ້ຜູ້ຄົນຍົກຍ້ອງພວກເຂົາ.) ພວກເຂົາມີຈຸດປະສົງໃນການເວົ້າສິ່ງເຫຼົ່ານີ້. ຄົນອື່ນເວົ້າວ່າ “ຂ້ອຍໄດ້ຕິດຕໍ່ກັບເບື້ອງເທິງ, ພວກເຂົາມີຄວາມຄິດເຫັນທີ່ດີຫຼາຍຕໍ່ຂ້ອຍ ແລະ ຊຸກຍູ້ໃຫ້ຂ້ອຍເຮັດວຽກໜັກໃນການໄລ່ຕາມຂອງຂ້ອຍ”. ຄວາມຈິງແລ້ວ ບໍ່ມີໃຜຮູ້ເລີຍວ່າເບື້ອງເທິງຄິດແນວໃດກັບພວກເຂົາ. ບາງຄົນເວົ້າເກີນຈິງແທ້ໆ ແລະ ບາງຄັ້ງກໍເຖິງກັບແຕ່ງເລື່ອງຂຶ້ນມາ. ພວກເຂົາຈະບໍ່ຮູ້ວ່າຕ້ອງເຮັດແນວໃດ ຖ້າມີກຸ່ມຄົນມາລວມຕົວກັນເພື່ອກວດສອບ ແລະ ພິສູດເລື່ອງລາວຂອງພວກເຂົາ. ເບື້ອງເທິງອາດຈະເວົ້າກັບຄົນໃດໜຶ່ງວ່າ “ເຈົ້າມີຄວາມສາມາດທີ່ດີ ແລະ ເຈົ້າມີຄວາມສາມາດໃນການຢັ່ງຮູ້. ເຈົ້າຄວນຝຶກຂຽນຄຳພະຍານຈາກປະສົບການຂອງເຈົ້າອອກມາ. ເມື່ອເຈົ້າມີປະສົບການຊີວິດ ເຈົ້າກໍສາມາດກາຍເປັນຜູ້ນຳໄດ້”. ຄວາມໝາຍແຝງຢູ່ບ່ອນນີ້ແມ່ນຫຍັງ? ເຖິງແມ່ນວ່າຄົນຜູ້ນີ້ຈະເປັນຄົນທີ່ມີຄວາມສາມາດພິເສດ ແຕ່ລາວກໍຍັງຈຳເປັນຕ້ອງຝຶກຝົນ ແລະ ປະສົບກັບສິ່ງຕ່າງໆເປັນໄລຍະເວລາໜຶ່ງ. ເມື່ອຄົນຜູ້ນັ້ນໂອ້ອວດ ແລະ ອວດອ້າງກ່ອນທີ່ຈະໄດ້ຮັບການຝຶກຝົນ ຫຼື ໄດ້ຮັບປະສົບການ, ທຳມະຊາດຂອງສິ່ງນີ້ແມ່ນຫຍັງ? ລາວກຳລັງອວດດີ ແລະ ທະນົງໂຕ ແລະ ຂາດຄວາມສຳນຶກ, ແມ່ນບໍ? ເຖິງແມ່ນວ່າອ້າຍນ້ອງທີ່ຢູ່ເບື້ອງເທິງຈະເວົ້າວ່າຄົນຜູ້ນີ້ມີຂີດຄວາມສາມາດ ແລະ ລາວເປັນຄົນທີ່ມີຄວາມສາມາດພິເສດ, ນີ້ກໍເປັນພຽງການໃຫ້ກຳລັງໃຈ ຫຼື ການປະເມີນລາວເທົ່ານັ້ນ. ແມ່ນຫຍັງຄືຈຸດປະສົງຂອງຄົນຜູ້ນັ້ນໃນການໄປໂອ້ອວດແບບນີ້ຢູ່ທົ່ວທຸກບ່ອນ? ມັນກໍເພື່ອເຮັດໃຫ້ຜູ້ຄົນຍົກຍ້ອງລາວ, ເພື່ອເຮັດໃຫ້ຄົນອື່ນນະມັດສະການລາວ. ສິ່ງທີ່ພວກເຂົາກຳລັງເວົ້າກໍຄື “ເບິ່ງແມ, ອ້າຍນ້ອງທີ່ຢູ່ເບື້ອງເທິງຍົກຍ້ອງຂ້ອຍ, ແລ້ວເປັນຫຍັງເຈົ້າຈຶ່ງບໍ່ຍົກຍ້ອງຂ້ອຍ? ຕອນນີ້ຂ້ອຍໄດ້ບອກເຈົ້າເລື່ອງນີ້ແລ້ວ, ເຈົ້າກໍຄວນຍົກຍ້ອງຂ້ອຍເຊັ່ນກັນ”. ນີ້ຄືຈຸດປະສົງທີ່ພວກເຂົາປາຖະໜາທີ່ຈະບັນລຸ. ຍັງມີຄົນທີ່ເວົ້າວ່າ “ຂ້ອຍເຄີຍເປັນຜູ້ນຳ. ຂ້ອຍເຄີຍເປັນຜູ້ນຳຂອງຂົງເຂດ, ຂອງເມືອງ, ຂອງຄຣິສຕະຈັກ, ຂ້ອຍຕົກຕໍ່າລົງເລື້ອຍໆ ແລະ ປີນຂຶ້ນໄປເລື້ອຍໆ, ຂ້ອຍຖືກເລື່ອນຕຳແໜ່ງ ແລະ ຖືກຫຼຸດຕຳແໜ່ງຫຼາຍຄັ້ງ. ຈົນໃນທີ່ສຸດ ສະຫວັນກໍຊາບຊຶ້ງກັບຄວາມຈິງໃຈຂອງຂ້ອຍ ແລະ ມື້ນີ້ ຂ້ອຍກໍໄດ້ເປັນຜູ້ນຳລະດັບສູງອີກຄັ້ງ. ແລ້ວຂ້ອຍກໍບໍ່ເຄີຍຄິດລົບອີກເລີຍ”. ເມື່ອເຈົ້າຖາມພວກເຂົາວ່າເປັນຫຍັງພວກເຂົາຈຶ່ງບໍ່ເຄີຍຮູ້ສຶກຄິດລົບ, ພວກເຂົາກໍຕອບວ່າ “ຂ້ອຍມີຄວາມເຊື່ອວ່າຄຳແທ້ຍ່ອມເປັ່ງປະກາຍໃນທີ່ສຸດ”. ນີ້ຄືຂໍ້ສະຫຼຸບທີ່ພວກເຂົາຄິດໄດ້. ນີ້ແມ່ນຄວາມເປັນຈິງຄວາມຈິງບໍ? (ບໍ່.) ແລ້ວມັນແມ່ນຫຍັງ ຖ້າມັນບໍ່ແມ່ນຄວາມເປັນຈິງຄວາມຈິງ? ມັນເປັນທິດສະດີທີ່ແປກປະຫຼາດ; ພວກເຮົາຍັງສາມາດເວົ້າໄດ້ອີກວ່າມັນເປັນຄວາມເຊື່ອຜິດໆ. ຜົນສະທ້ອນອັນໃດທີ່ອາດຈະເກີດຂຶ້ນຈາກການທີ່ພວກເຂົາເວົ້າແບບນີ້? ບາງຄົນອາດຈະເວົ້າວ່າ “ຄົນຜູ້ນີ້ໄລ່ຕາມຄວາມຈິງແທ້ໆ. ລາວບໍ່ໄດ້ກາຍເປັນຄົນຄິດລົບຫຼັງຈາກທີ່ຖືກເລື່ອນຕຳແໜ່ງ ແລະ ຖືກຫຼຸດຕຳແໜ່ງຫຼາຍຄັ້ງ. ແລະ ຕອນນີ້ລາວກໍໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ນຳອີກຄັ້ງ, ຄຳແທ້ຍ່ອມເປັ່ງປະກາຍແທ້ໆ. ມັນເປັນພຽງເລື່ອງຂອງເວລາເທົ່ານັ້ນກ່ອນທີ່ລາວຈະຖືກເຮັດໃຫ້ສົມບູນ”. ນີ້ບໍ່ແມ່ນສິ່ງທີ່ຄົນຜູ້ນັ້ນຕັ້ງເປົ້າໝາຍໄວ້ບໍ? ໃນຄວາມເປັນຈິງແລ້ວ ນີ້ຄືສິ່ງທີ່ລາວຕັ້ງເປົ້າໝາຍໄວ້ຢ່າງແທ້ຈິງ. ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະເວົ້າດ້ວຍວິທີໃດກໍຕາມ, ມັນກໍເພື່ອເຮັດໃຫ້ຜູ້ຄົນຍົກຍ້ອງພວກເຂົາ ແລະ ນະມັດສະການພວກເຂົາຢູ່ສະເໝີ, ເພື່ອຍຶດຄອງບ່ອນໃດໜຶ່ງໃນໃຈຂອງຜູ້ຄົນ, ເຖິງຂັ້ນຍຶດເອົາຕຳແໜ່ງຂອງພຣະເຈົ້າຢູ່ບ່ອນນັ້ນ, ສິ່ງເຫຼົ່ານີ້ລ້ວນແຕ່ເປັນເປົ້າໝາຍທີ່ຜູ້ຕໍ່ຕ້ານພຣະຄຣິສປາຖະໜາທີ່ຈະບັນລຸ ເມື່ອພວກເຂົາເປັນພະຍານໃຫ້ກັບຕົນເອງ. ເມື່ອໃດກໍຕາມທີ່ແຮງຈູງໃຈທີ່ຢູ່ເບື້ອງຫຼັງສິ່ງທີ່ຜູ້ຄົນເວົ້າ, ເທດສະໜາ ແລະ ໂອ້ລົມແມ່ນເພື່ອເຮັດໃຫ້ຄົນອື່ນຍົກຍ້ອງພວກເຂົາ ແລະ ນະມັດສະການພວກເຂົາ, ພຶດຕິກຳດັ່ງກ່າວກໍຄືການຍົກຍ້ອງ ແລະ ເປັນພະຍານໃຫ້ກັບຕົນເອງ ແລະ ມັນຖືກເຮັດເພື່ອຍຶດຄອງບ່ອນຢູ່ໃນໃຈຂອງຄົນອື່ນ. ເຖິງແມ່ນວ່າວິທີການທີ່ຄົນເຫຼົ່ານີ້ເວົ້າຈະບໍ່ຄືກັນທັງໝົດ ແຕ່ພວກມັນກໍມີຜົນໃນການເປັນພະຍານໃຫ້ກັບຕົນເອງ ແລະ ເຮັດໃຫ້ຄົນອື່ນນະມັດສະການພວກເຂົາ ບໍ່ຫຼາຍກໍໜ້ອຍ. ພຶດຕິກຳດັ່ງກ່າວມີຢູ່ໃນຜູ້ນຳ ແລະ ຜູ້ເຮັດວຽກເກືອບທຸກຄົນໃນລະດັບທີ່ແຕກຕ່າງກັນ. ຖ້າພວກເຂົາໄປເຖິງຈຸດໜຶ່ງທີ່ພວກເຂົາບໍ່ສາມາດຢຸດຕົນເອງໄດ້ ແລະ ພົບວ່າມັນຍາກທີ່ຈະຢັບຢັ້ງຕົນເອງ ແລະ ພວກເຂົາມີເຈດຕະນາ ແລະ ເປົ້າໝາຍທີ່ຊັດເຈນ ແລະ ແຮງກ້າເປັນພິເສດ, ໂດຍຕ້ອງການເຮັດໃຫ້ຜູ້ຄົນປະຕິບັດຕໍ່ພວກເຂົາຄືກັບວ່າພວກເຂົາເປັນພຣະເຈົ້າ ຫຼື ຮູບເຄົາລົບ ເພື່ອທີ່ພວກເຂົາຈະສາມາດບີບຄັ້ນ ແລະ ຄວບຄຸມຄົນອື່ນໄດ້ ແລະ ເຮັດໃຫ້ຄົນອື່ນເຊື່ອຟັງ ແລະ ນະມັດສະການພວກເຂົາ, ແລ້ວທຳມະຊາດຂອງສິ່ງທັງໝົດນີ້ກໍຄືການຍົກຍ້ອງ ແລະ ການເປັນພະຍານໃຫ້ກັບຕົນເອງ ແລະ ມັນກໍມີຄຸນລັກສະນະຂອງຜູ້ຕໍ່ຕ້ານພຣະຄຣິສຢູ່ໃນນັ້ນ. ໂດຍປົກກະຕິແລ້ວ ຜູ້ຄົນໃຊ້ວິທີການໃດເພື່ອຍົກຍ້ອງ ແລະ ເປັນພະຍານໃຫ້ກັບຕົນເອງ? (ພວກເຂົາເວົ້າກ່ຽວກັບຜົນງານ ແລະ ປະສົບການ.) ການເວົ້າກ່ຽວກັບຜົນງານ ແລະ ປະສົບການປະກອບມີຫຍັງແດ່? ການເວົ້າກ່ຽວກັບວ່າພວກເຂົາເຊື່ອໃນພຣະເຈົ້າມາດົນປານໃດແລ້ວ, ພວກເຂົາໄດ້ທົນທຸກຫຼາຍປານໃດ, ພວກເຂົາຈ່າຍລາຄາໄປຫຼາຍປານໃດ, ພວກເຂົາເຮັດວຽກງານໄປຫຼາຍປານໃດ, ພວກເຂົາແລ່ນໄປມາຫຼາຍປານໃດ ພ້ອມທັງພວກເຂົາໄດ້ຮັບຜູ້ຄົນຫຼາຍປານໃດ ແລະ ພວກເຂົາອົດທົນຕໍ່ຄວາມອັບອາຍຫຼາຍປານໃດໃນຂະນະທີ່ເທດສະໜາຂ່າວປະເສີດ. ບາງຄົນຍັງມັກຈະເວົ້າກ່ຽວກັບວ່າພວກເຂົາຖືກຈັບກຸມ ຫຼື ຖືກຂັງຄຸກຈັກຄັ້ງ ໂດຍບໍ່ເຄີຍຫັກຫຼັງຄຣິສຕະຈັກ ຫຼື ອ້າຍເອື້ອຍນ້ອງເລີຍ, ຍຶດໝັ້ນໃນການເປັນພະຍານຂອງພວກເຂົາ ແລະ ອື່ນໆ; ສິ່ງເຫຼົ່ານີ້ລ້ວນແຕ່ເປັນການເວົ້າກ່ຽວກັບຜົນງານ ແລະ ປະສົບການ. ພາຍໃຕ້ສາກບັງໜ້າຂອງການເຮັດວຽກງານຂອງຄຣິສຕະຈັກ, ພວກເຂົາພົວພັນກັບກິດຈະການຂອງພວກເຂົາເອງ, ເຮັດໃຫ້ສະຖານະຂອງພວກເຂົາໝັ້ນຄົງ ແລະ ສ້າງພາບລັກທີ່ດີໃນໃຈຂອງຜູ້ຄົນ. ໃນເວລາດຽວກັນ ພວກເຂົາກໍໃຊ້ວິທີການ ແລະ ເລ່ຫຼ່ຽມທຸກຮູບແບບເພື່ອຊື້ໃຈຜູ້ຄົນ, ເຖິງຂັ້ນໂຈມຕີ ແລະ ກີດກັນໃຜກໍຕາມທີ່ມີມຸມມອງແຕກຕ່າງຈາກພວກເຂົາ, ໂດຍສະເພາະແມ່ນການເຮັດທຸກຢ່າງທີ່ພວກເຂົາສາມາດເຮັດໄດ້ເພື່ອກີດກັນ ແລະ ປາບປາມຜູ້ທີ່ໄລ່ຕາມຄວາມຈິງ ແລະ ຍຶດໝັ້ນໃນຫຼັກການ. ສ່ວນວ່າສຳລັບຜູ້ທີ່ໂງ່ຈ້າ ແລະ ບໍ່ຮູ້ເລື່ອງ ແລະ ເບົາປັນຍາໃນຄວາມເຊື່ອຂອງພວກເຂົາ ພ້ອມທັງຜູ້ທີ່ຫາກໍເຊື່ອໃນພຣະເຈົ້າໄດ້ບໍ່ດົນ ແລະ ມີວຸດທິພາວະໜ້ອຍ, ພວກເຂົາໃຊ້ວິທີການໃດກັບຄົນເຫຼົ່ານີ້? ພວກເຂົາເຮັດໃຫ້ຫຼົງຜິດ, ຊັກຈູງ ແລະ ເຖິງຂັ້ນຂົ່ມຂູ່ພວກເຂົາ, ໂດຍໃຊ້ວິທີການເຫຼົ່ານີ້ເພື່ອບັນລຸເປົ້າໝາຍຂອງພວກເຂົາໃນການເຮັດໃຫ້ສະຖານະຂອງພວກເຂົາໝັ້ນຄົງ. ສິ່ງເຫຼົ່ານີ້ລ້ວນແຕ່ເປັນພຶດຕິກຳຂອງຜູ້ຕໍ່ຕ້ານພຣະຄຣິສ.

ເລື່ອງແບບນີ້ເກີດຂຶ້ນເລື້ອຍໆໃນຄຣິສຕະຈັກ: ອ້າຍເອື້ອຍນ້ອງບາງຄົນຟັງການເທດສະໜາ ແລະ ການໂອ້ລົມ ເຊິ່ງເບື້ອງເທິງກ່າວວ່າ ຖ້າຜູ້ນຳ ຫຼື ຜູ້ເຮັດວຽກເຮັດບາງສິ່ງທີ່ລະເມີດການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ, ປະຊາກອນທີ່ພຣະເຈົ້າເລືອກກໍມີສິດທີ່ຈະລາຍງານເລື່ອງນັ້ນ. ຫຼັງຈາກທີ່ໄດ້ຍິນແບບນີ້ແລ້ວ ແລະ ສາມາດແຍກແຍະໄດ້ວ່າຜູ້ນຳໃນຄຣິສຕະຈັກຂອງພວກເຂົາກຳລັງເຮັດວຽກໃນວິທີທີ່ບໍ່ສອດຄ່ອງກັບການຈັດແຈງວຽກງານ, ພວກເຂົາບາງຄົນກໍຕັດສິນໃຈວ່າ ພວກເຂົາຕ້ອງການລາຍງານຜູ້ນຳ. ຈາກນັ້ນ ຜູ້ນຳກໍຮູ້ເລື່ອງນີ້ ແລະ ຄິດກັບຕົນເອງວ່າ “ປາກົດວ່າຍັງມີຄົນທີ່ກ້າລາຍງານຂ້ອຍ. ພວກເຂົາກ້າດີແນວໃດ! ຄົນເຫຼົ່ານີ້ແມ່ນໃຜ?” ຫຼັງຈາກນັ້ນ ລາວກໍສືບສວນສະມາຊິກຫຼາຍສິບຄົນຂອງຄຣິສຕະຈັກ. ລາວສືບສວນລະອຽດສໍ່າໃດ? ລາວກວດເບິ່ງອາຍຸຂອງທຸກຄົນ, ພວກເຂົາເຊື່ອໃນພຣະເຈົ້າມາດົນປານໃດແລ້ວ, ພວກເຂົາເຄີຍປະຕິບັດໜ້າທີ່ຫຍັງໃນອະດີດ, ໜ້າທີ່ປັດຈຸບັນຂອງພວກເຂົາແມ່ນຫຍັງ, ພວກເຂົາຕິດຕໍ່ກັບໃຜ, ພວກເຂົາສາມາດຕິດຕໍ່ກັບເບື້ອງເທິງໄດ້ ຫຼື ບໍ່ ແລະ ອື່ນໆ. ລາວກວດເບິ່ງເລື່ອງທັງໝົດນີ້, ໂດຍທຸ່ມເທຄວາມພະຍາຍາມຢ່າງຫຼາຍໃນການເຮັດສິ່ງນັ້ນ. ຫຼັງຈາກທີ່ການສືບສວນຢ່າງລະອຽດຂອງລາວສຳເລັດລົງ, ລາວກໍຄົ້ນພົບວ່າຄົນສອງສາມຄົນເບິ່ງຄືວ່າໜ້າສົງໄສ, ສະນັ້ນ ໃນລະຫວ່າງການເຕົ້າໂຮມຄັ້ງຕໍ່ໄປ, ຜູ້ນຳກໍເທດສະໜາໂດຍແນເປົ້າໃສ່ເລື່ອງນີ້ໂດຍສະເພາະ. ລາວເວົ້າວ່າ “ຜູ້ຄົນຕ້ອງມີສະຕິຮູ້ສຶກຜິດຊອບ. ໃນສັດທາທີ່ພວກເຂົາມີໃນພຣະເຈົ້າ, ໃຜເປັນຜູ້ນຳພາເຈົ້າມາຈົນເຖິງຕອນນີ້? ຕອນນີ້ເຈົ້າເຂົ້າໃຈຄວາມຈິງຫຼາຍຢ່າງ; ຖ້າຂ້ອຍບໍ່ຈັດການເຕົ້າໂຮມ ແລະ ໂອ້ລົມກັບເຈົ້າ, ເຈົ້າຈະສາມາດເຂົ້າໃຈຄວາມຈິງເຫຼົ່ານີ້ໄດ້ບໍ? ຄຣິສຕະຈັກຂອງພວກເຮົາໄດ້ນຳພາຜູ້ຄົນເຂົ້າມາຢ່າງຫຼວງຫຼາຍໂດຍການເທດສະໜາຂ່າວປະເສີດໃຫ້ພວກເຂົາ ແລະ ວຽກງານຂ່າວປະເສີດຂອງພວກເຮົາກໍມີຄວາມຄືບໜ້າຢ່າງຫຼວງຫຼາຍ. ຖ້າຂ້ອຍບໍ່ໄດ້ຢູ່ທີ່ນີ້ເພື່ອຊີ້ນໍາມັນ, ພວກເຈົ້າຈະສາມາດນຳພາໃຜເຂົ້າມາໄດ້ບໍ? ແລ້ວພວກເຈົ້າຕ້ອງຂອບໃຈໃຜສຳລັບສິ່ງທັງໝົດນີ້?” ບາງຄົນໄຕ່ຕອງເລື່ອງນີ້ ແລະ ຄິດວ່າ “ພຣະເຈົ້າຄືຜູ້ທີ່ຂ້ອຍຄວນຂອບໃຈ; ມະນຸດໄດ້ມີການປະກອບສ່ວນຫຍັງແດ່?” ແຕ່ຈາກນັ້ນຜູ້ນຳກໍເວົ້າຕໍ່ໄປວ່າ “ຖ້າຂ້ອຍບໍ່ໄດ້ນຳເອົາໜັງສືພຣະທຳຂອງພຣະເຈົ້າເຫຼົ່ານີ້ກັບມາໃຫ້ພວກເຈົ້າ, ພວກເຈົ້າຈະສາມາດຫາພວກມັນມາໄດ້ບໍ? ຖ້າບໍ່ມີຂ້ອຍຈັດການເຕົ້າໂຮມ, ພວກເຈົ້າຈະສາມາດມາລວມຕົວກັນໄດ້ບໍ? ຜູ້ຄົນຕ້ອງມີສະຕິຮູ້ສຶກຜິດຊອບ! ສະນັ້ນ, ຖ້າເຈົ້າມີສະຕິຮູ້ສຶກຜິດຊອບ, ເຈົ້າຄວນເຮັດແນວໃດ? ເມື່ອຜູ້ນຳຂອງເຈົ້າເຮັດຜິດພາດເລັກນ້ອຍເປັນບາງຄັ້ງຄາວ, ເຈົ້າກໍບໍ່ຄວນສືບສວນມັນຢ່າງລະອຽດເກີນໄປ. ໂດຍການຈັບຜິດຂໍ້ບົກຜ່ອງຂອງພວກເຂົາ ແລະ ບໍ່ຍອມປ່ອຍວາງພວກມັນ, ເຈົ້າກຳລັງພະຍາຍາມກໍ່ກະບົດຕໍ່ພວກເຂົາບໍ? ຖ້າມີເລື່ອງເລັກນ້ອຍເກີດຂຶ້ນ, ພວກເຮົາກໍຄວນຈັດການມັນພາຍໃນ. ການຍື່ນລາຍງານມີປະໂຫຍດຫຍັງ? ຄົນທີ່ລາຍງານເລື່ອງຕ່າງໆເປັນຄົນທີ່ບໍ່ມີຄວາມສາມາດ ແລະ ມີວຸດທິພາວະໜ້ອຍ. ມັນເໝາະສົມບໍທີ່ຈະລາຍງານທຸກຢ່າງໃຫ້ເບື້ອງເທິງຮູ້? ເບື້ອງເທິງຈະມີເວລາແກ້ໄຂບັນຫາແບບນີ້ໄດ້ແນວໃດ? ຖ້າຕ້ອງແກ້ໄຂພວກມັນ, ແລ້ວຜູ້ນຳຄຣິສຕະຈັກກໍຈະເປັນຜູ້ແກ້ໄຂພວກມັນເອງ. ເລື່ອງຕ່າງໆບໍ່ສາມາດປຶກສາຫາລືກັນເປັນການພາຍໃນໄດ້ບໍ? ເຈົ້າຕ້ອງລາຍງານທຸກຢ່າງໃຫ້ເບື້ອງເທິງບໍ? ນີ້ຈະບໍ່ເປັນພຽງການລົບກວນເບື້ອງເທິງບໍ? ຟັງເດີ, ຖ້າເຈົ້າລາຍງານບາງສິ່ງໃຫ້ຂ້ອຍ, ຂ້ອຍຈະຊອກຫາວິທີແກ້ໄຂບັນຫາຢ່າງໃຈເຢັນ ແລະ ເປັນມິດ ໂດຍບໍ່ລິຮານເຈົ້າ. ແຕ່ເຈົ້າຮູ້ບໍວ່າທັດສະນະຄະຕິຂອງເບື້ອງເທິງຈະເປັນແນວໃດ ຖ້າເຈົ້າລາຍງານໃຫ້ພວກເຂົາ? ເບື້ອງເທິງບໍ່ແມ່ນຜູ້ທີ່ຈະມາລໍ້ຫຼິ້ນນຳໄດ້, ພວກເຂົາປຽບເໝືອນສິງ ແລະ ນົກອິນຊີ. ຄົນທີ່ມີວຸດທິພາວະໜ້ອຍຄືກັບພວກເຮົາສາມາດໄປເຖິງລະດັບຂອງພວກເຂົາໄດ້ບໍ? ຈະບໍ່ມີຫຍັງດີເກີດຂຶ້ນຈາກການທີ່ເຈົ້າລາຍງານບັນຫາໃຫ້ເບື້ອງເທິງ; ເຈົ້າຈະຕ້ອງຖືກລິຮານຢ່າງແນ່ນອນ. ເລື່ອງນີ້ເຄີຍເກີດຂຶ້ນກັບຂ້ອຍຫຼາຍຄັ້ງແລ້ວ; ຄົນທີ່ມີວຸດທິພາວະໜ້ອຍຄືກັບເຈົ້າຈະສາມາດຮັບມືກັບມັນໄດ້ແນວໃດ? ເຈົ້າອາດຈະເຖິງຂັ້ນຢຸດເຊື່ອ ແລະ ໃຜຈະເປັນຜູ້ຮັບຜົນສະທ້ອນຈາກສິ່ງນັ້ນ? ຖ້າເຈົ້າຕ້ອງການລາຍງານບາງສິ່ງ, ເຈົ້າກໍຈະຕ້ອງຮັບຜົນສະທ້ອນນັ້ນ. ເມື່ອເວລານັ້ນມາເຖິງ ແລະ ເຈົ້າຖືກລິຮານ ແລະ ກາຍເປັນຄົນຄິດລົບ ແລະ ອ່ອນແອ, ຢ່າມາຖິ້ມໂທດໃສ່ຂ້ອຍເດີ. ຖ້າເຈົ້າຕ້ອງການຍື່ນລາຍງານ, ຂ້ອຍກໍຈະບໍ່ຫ້າມເຈົ້າ. ເຊີນເຮັດເລີຍ; ຂ້ອຍຈະເບິ່ງວ່າໃຜເປັນຄົນລາຍງານ!” ຈະມີໃຜກ້າລາຍງານບໍ ເມື່ອຜູ້ນຳຄົນນີ້ກຳລັງຂົ່ມຂູ່ແບບນີ້? (ບໍ່ມີ.) ບາງຄົນກໍຢາກຈະລາຍງານ ແຕ່ພວກເຂົາກໍຢ້ານເກີນໄປ. ຄົນເຫຼົ່ານີ້ບໍ່ແມ່ນຄົນທີ່ບໍ່ມີຫຍັງດີບໍ? ພວກເຂົາຢ້ານຫຍັງ? ພວກເຂົາຢ້ານຜູ້ນຳຫຼາຍຂະໜາດນັ້ນໄດ້ແນວໃດ? ເຖິງແມ່ນວ່າຜູ້ນຳຄົນນັ້ນຕ້ອງການທໍລະມານພວກເຂົາຈົນຕາຍ, ຊີວິດຂອງພວກເຂົາກໍບໍ່ໄດ້ຢູ່ໃນກຳມືຂອງຜູ້ນຳຄົນນັ້ນ; ຜູ້ນຳຄົນນັ້ນຈະກ້າທໍລະມານພວກເຂົາໂດຍບໍ່ໄດ້ຮັບອະນຸຍາດຈາກພຣະເຈົ້າໄດ້ແນວໃດ? ຫຼັງຈາກຄຳເວົ້າທີ່ໜ້າຢ້ານກົວສອງສາມຄຳຈາກຜູ້ນຳຄົນນັ້ນ, ກໍມີຄົນທີ່ຢ້ານເກີນກວ່າຈະຍື່ນລາຍງານແທ້ໆ; ພວກເຂົາຈະຄິດກັບຕົນເອງວ່າ “ພຣະເຈົ້າບໍ່ໄດ້ປາກົດໃຫ້ເຫັນຢູ່ບ່ອນໃດເລີຍ. ເບື້ອງເທິງຈະຈັດການກັບຜູ້ນຳບໍ ຖ້າຂ້ອຍຍື່ນລາຍງານ? ຈະເປັນແນວໃດຖ້າພວກເຂົາບໍ່ຈັດການເດ, ຜູ້ນຳຈະແກ້ແຄ້ນຂ້ອຍບໍ? ແລ້ວຂ້ອຍຍັງຈະສາມາດປະຕິບັດໜ້າທີ່ຂອງຂ້ອຍຕາມປົກກະຕິໄດ້ຢູ່ບໍ? ຖ້າເປັນແນວນັ້ນ ຂ້ອຍຕ້ອງບໍ່ຍື່ນລາຍງານ. ນອກຈາກນີ້, ເລື່ອງນີ້ກໍບໍ່ແມ່ນທຸລະຂອງຂ້ອຍ. ບໍ່ມີໃຜລາຍງານມັນເລີຍ, ແລ້ວເປັນຫຍັງຂ້ອຍຈຶ່ງຕ້ອງລາຍງານ?” ພວກເຂົາຈະຫົດຖອຍ ໂດຍບໍ່ກ້າຍື່ນລາຍງານ. ຜູ້ຕໍ່ຕ້ານພຣະຄຣິສມີແນວໂນ້ມທີ່ຈະສະແດງຄວາມເມດຕາຕໍ່ຄົນແບບນີ້ບໍ? (ບໍ່.) ພວກເຂົາຈະເຮັດແນວໃດກັບຄົນເຫຼົ່ານັ້ນ? ຫຼັງຈາກທີ່ພວກເຂົາຮູ້ຊັດເຈນແລ້ວວ່າໃຜກຳລັງວາງແຜນທີ່ຈະລາຍງານພວກເຂົາ, ໃຜທີ່ບໍ່ເປັນນໍ້າໜຶ່ງໃຈດຽວກັບພວກເຂົາ, ພວກເຂົາກໍຈະເລີ່ມຄິດວ່າ: “ເຈົ້າມັກຈະວາງແຜນບາງຢ່າງຢູ່ສະເໝີ; ເຈົ້າມັກຈະຢາກເວົ້າໂອ້ອວດດ້ວຍຄວາມຄິດທີ່ຟັງເບິ່ງສູງສົ່ງຢູ່ສະເໝີ, ເຈົ້າມັກຈະຊອກຫາວິທີກໍ່ກວນຢູ່ສະເໝີ, ຢາກລາຍງານບັນຫາຂອງຂ້ອຍຢູ່ສະເໝີ, ນີ້ມັນເກີນໄປແລ້ວ! ເຈົ້າຊອກຫາໂອກາດທີ່ຈະຕິດຕໍ່ກັບເບື້ອງເທິງຢູ່ສະເໝີ ເພື່ອທີ່ເຈົ້າຈະສາມາດລາຍງານສະຖານະການຂອງຂ້ອຍໃຫ້ພວກເຂົາຟັງ. ຕອນນີ້ເຈົ້າກຳລັງຖອຍໜີ, ເຈົ້າບໍ່ກ້າລາຍງານ; ແຕ່ໃຜຈະຮູ້, ຖ້າເຈົ້າພົບໂອກາດທີ່ເໝາະສົມ, ເຈົ້າກໍອາດຈະຍັງລາຍງານຂ້ອຍຢູ່. ໂອ້, ຂ້ອຍຈະຈັດການກັບເຈົ້າ!” ສະນັ້ນ, ຜູ້ຕໍ່ຕ້ານພຣະຄຣິສກໍຈະຊອກຫາຂໍ້ອ້າງ ແລະ ໂອກາດເພື່ອວິພາກວິຈານຄົນເຫຼົ່ານັ້ນ, ເພື່ອເຮັດໃຫ້ອ້າຍເອື້ອຍນ້ອງຮູ້ສຶກລັງກຽດພວກເຂົາ. ຈາກນັ້ນ ພວກເຂົາກໍຈະຄິດຫາວິທີການທຸກຮູບແບບເພື່ອຈັບຜິດພວກເຂົາ, ເພື່ອສ້າງບັນຫາໃຫ້ພວກເຂົາ ແລະ ເຮັດໃຫ້ຊື່ສຽງຂອງພວກເຂົາເສື່ອມເສຍ. ແລ້ວຄົນເຫຼົ່ານັ້ນຄິດແນວໃດກັບຕົນເອງໃນພາຍຫຼັງ? “ນີ້ມັນຮ້າຍແຮງຫຼາຍ! ຂ້ອຍບໍ່ເຊື່ອຟັງຜູ້ນໍາ, ຂ້ອຍພະຍາຍາມລາຍງານລາວຢ່າງຫຼັບຫູຫຼັບຕາ ແລະ ຕອນນີ້ຂ້ອຍກໍຖືກເຮັດໃຫ້ທົນທຸກ. ຂ້ອຍຕ້ອງຈື່ບົດຮຽນນີ້ໄວ້: ຂ້ອຍຕ້ອງບໍ່ລ່ວງເກີນຜູ້ນຳຢ່າງເດັດຂາດ! ຕອນນີ້, ຜູ້ນຳຄົນນີ້ຄືຜູ້ທີ່ຕັດສິນໃຈ. ຖ້າພວກເຂົາເວົ້າວ່າ ‘ຕາເວັນອອກ’, ຂ້ອຍກໍບໍ່ສາມາດເວົ້າວ່າ ‘ຕາເວັນຕົກ’ ໄດ້; ຖ້າພວກເຂົາເວົ້າວ່າ ‘ໜຶ່ງ’, ຂ້ອຍກໍບໍ່ສາມາດເວົ້າວ່າ ‘ສອງ’ ໄດ້. ຂ້ອຍຕ້ອງເຮັດທຸກຢ່າງທີ່ຜູ້ນຳບອກໃຫ້ຂ້ອຍເຮັດ. ຂ້ອຍຕ້ອງບໍ່ຕິດຕໍ່ເບື້ອງເທິງເພື່ອລາຍງານບັນຫາຢ່າງເດັດຂາດ. ນີ້ເປັນເລື່ອງທີ່ຮ້າຍແຮງແທ້ໆ! ຂ້ອຍຖືກຜູ້ນຳເຮັດໃຫ້ທົນທຸກ ແລະ ເບື້ອງເທິງກໍບໍ່ຮູ້ເລື່ອງນີ້, ໃຜຈະອອກໜ້າແທນຂ້ອຍ? ດັ່ງທີ່ພວກເຂົາເວົ້າກັນວ່າ ‘ເຈົ້າໜ້າທີ່ທ້ອງຖິ່ນມີອຳນາດຄວບຄຸມຫຼາຍກວ່າເຈົ້າໜ້າທີ່ລັດ!’” ຄົນເຫຼົ່ານີ້ໄດ້ກາຍເປັນຄົນຄິດລົບແລ້ວ. ພວກເຂົາບໍ່ເຊື່ອວ່າຄວາມຈິງປົກຄອງໃນເຮືອນຂອງພຣະເຈົ້າ, ແຮງໄກທີ່ພວກເຂົາຈະເຊື່ອວ່າພຣະເຈົ້າມີອຳນາດສູງສຸດເໜືອທຸກສິ່ງ. ພວກເຂົາຍັງມີພຣະເຈົ້າຢູ່ໃນໃຈຂອງພວກເຂົາຢູ່ບໍ? ບໍ່, ພວກເຂົາບໍ່ມີພຣະເຈົ້າຢູ່ໃນໃຈຂອງພວກເຂົາ. ພວກເຂົາຂາດສັດທາທີ່ແທ້ຈິງໃນພຣະເຈົ້າ, ພວກເຂົາຕ້ອງການລາຍງານບັນຫາ ແຕ່ພວກເຂົາກໍຢ້ານຄົນຊົ່ວຮ້າຍຄົນນັ້ນ, ພວກເຂົາບໍ່ມີຄວາມສາມາດໃນການແຍກແຍະກຳລັງທີ່ຊົ່ວຊ້າເລີຍແມ່ນແຕ່ໜ້ອຍດຽວ, ພວກເຂົາຖືກຄົນຊົ່ວຮ້າຍຄົນນັ້ນເຮັດໃຫ້ທົນທຸກໃນສະຖານທີ່ທີ່ພວກເຂົາກຳອຳນາດ ແລະ ພວກເຂົາກໍໄດ້ກາຍເປັນຄົນທີ່ບໍ່ມີຫຍັງດີ. ເດີມທີພວກເຂົາມີຄວາມຮູ້ສຶກຍຸຕິທຳເລັກນ້ອຍ ເຊິ່ງເປັນຄຸນລັກສະນະທີ່ໜ້າປາຖະໜາ ແຕ່ຍ້ອນພວກເຂົາບໍ່ເຂົ້າໃຈຄວາມຈິງ ແລະ ບໍ່ຮູ້ວິທີປະຕິບັດຕາມຫຼັກການ, ພວກເຂົາຈຶ່ງຖືກຄົນຊົ່ວຮ້າຍ, ຜູ້ນຳປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສຄົນນັ້ນທຸບທຳລາຍ ຈົນເຖິງຂັ້ນທີ່ພວກເຂົາສູນເສຍສັດທາທັງໝົດ; ພວກເຂົາບໍ່ຮູ້ວິທີເພິ່ງພາພຣະເຈົ້າເພື່ອສະແຫວງຫາຄວາມຈິງ ຫຼື ປະຕິບັດໂດຍອີງໃສ່ສະຕິປັນຍາ. ຕອນນີ້ ພວກເຂົາກາຍເປັນຄົນຂີ້ຢ້ານ ແລະ ຫວາດຫວັ່ນເມື່ອໃດກໍຕາມທີ່ພວກເຂົາເຫັນຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາຢ້ານຫຼາຍສໍ່າໃດ? ພວກເຂົາຄິດວ່າ “ຄົນຊົ່ວຮ້າຍກຳອຳນາດໃນໂລກນີ້. ບໍ່ວ່າຂ້ອຍຈະຢູ່ໃນກຸ່ມໃດກໍຕາມ, ຂ້ອຍຕ້ອງປະພຶດຕົວໃຫ້ດີ. ຂ້ອຍຂາດຄວາມດຸຮ້າຍ ແລະ ຄວາມກ້າຫານແບບນັ້ນ, ສະນັ້ນ ບໍ່ວ່າຂ້ອຍຈະໄປໃສ, ຂ້ອຍກໍຈະຕ້ອງເຕັມໃຈອົດທົນຕໍ່ການຖືກປະຕິບັດທີ່ບໍ່ດີ ແລະ ເຕັມໃຈເຊື່ອຟັງຄົນອື່ນ, ຂ້ອຍຕ້ອງປະຕິບັດຕໍ່ພວກເຂົາຄືກັບບັນພະບຸລຸດຂອງຂ້ອຍ. ຖ້າພວກເຂົາເວົ້າວ່າ ‘ຕາເວັນອອກ’, ຂ້ອຍກໍບໍ່ສາມາດເວົ້າວ່າ ‘ຕາເວັນຕົກ’ ໄດ້. ຂ້ອຍບໍ່ສາມາດສະແດງຄວາມຄິດເຫັນທີ່ແຕກຕ່າງກັນໄດ້, ຂ້ອຍບໍ່ສາມາດຍື່ນລາຍງານກ່ຽວກັບບັນຫາຂອງຄົນອື່ນໄດ້ ແລະ ຂ້ອຍບໍ່ສາມາດເຂົ້າໄປຫຍຸ້ງກ່ຽວກັບເລື່ອງຂອງຄົນອື່ນໄດ້. ຂ້ອຍເຮັດໄດ້ພຽງແຕ່ສຸມໃສ່ການເຊື່ອໃນພຣະເຈົ້າເທົ່ານັ້ນ. ຂ້ອຍຕ້ອງບໍ່ລ່ວງເກີນຜູ້ນຳ ແລະ ຜູ້ເຮັດວຽກ, ຕ້ອງບໍ່ຍຶດໝັ້ນໃນຫຼັກການຄວາມຈິງ, ຕ້ອງບໍ່ປາຖະໜາຫາຄວາມສະຫວ່າງ ຫຼື ຕ້ອງບໍ່ຮັກຄວາມຍຸຕິທຳຢ່າງເດັດຂາດ, ບໍ່ມີຄວາມສະຫວ່າງ ຫຼື ຄວາມຍຸຕິທຳໃນໂລກນີ້. ຂ້ອຍ ຈະພຽງແຕ່ສຸມໃສ່ການອົດທົນຈົນເຖິງທີ່ສຸດ ແລະ ຈື່ໄວ້ວ່າບໍ່ວ່າຂ້ອຍຈະໄປໃສໃນອະນາຄົດ ກໍຕ້ອງໃຫ້ຄວາມສຳຄັນກັບການຮັກສາຄວາມສະຫງົບສະເໝີ!” ນີ້ຄືຂໍ້ສະຫຼຸບທີ່ພວກເຂົາຄິດໄດ້. ພວກເຂົາບໍ່ໄດ້ຖືກຜູ້ຕໍ່ຕ້ານພຣະຄຣິສຄົນນັ້ນເອົາຊະນະບໍ? (ແມ່ນແລ້ວ.) ສິ່ງໃດທີ່ຢືນຢັນເລື່ອງນີ້? ຫຼັງຈາກທີ່ຖືກຜູ້ຕໍ່ຕ້ານພຣະຄຣິສຄົນນັ້ນປາບປາມ, ພວກເຂົາກໍຢ້ານຈົນເສຍຂວັນ, ພວກເຂົາຢ້ານເກີນກວ່າຈະເວົ້າ ຫຼື ເຮັດຫຍັງ. ພວກເຂົາໄດ້ສູນເສຍສັດທາທີ່ແທ້ຈິງຂອງພວກເຂົາ ແລະ ບໍ່ປະຕິບັດໜ້າທີ່ຂອງພວກເຂົາຢ່າງຈົງຮັກພັກດີອີກຕໍ່ໄປ; ໃນໃຈຂອງພວກເຂົາ, ແປວໄຟນ້ອຍໆແຫ່ງຄວາມຮັກຕໍ່ຄວາມຍຸຕິທຳຂອງພວກເຂົາໄດ້ຖືກມອດລົງແລ້ວ; ພວກເຂົາຖືກຜູ້ຕໍ່ຕ້ານພຣະຄຣິສຄົນນັ້ນເອົາຊະນະ ແລະ ທຸບທຳລາຍຢ່າງສິ້ນເຊີງ. ພວກເຂົາບໍ່ແມ່ນຄົນທີ່ບໍ່ມີຫຍັງດີບໍ? ພວກເຂົາບໍ່ແມ່ນຄົນຂີ້ຂາດຕາຂາວບໍ? (ແມ່ນແລ້ວ.) ເຈົ້າບອກໄດ້ແນວໃດ? ຖ້າເຈົ້າຖາມພວກເຂົາວ່າ “ຄົນນັ້ນຄົນນີ້ຢູ່ຄຣິສຕະຈັກຂອງພວກເຈົ້າເປັນແນວໃດແດ່?” ພວກເຂົາກໍຈະຕອບວ່າ “ກໍດີຢູ່”. ຖ້າເຈົ້າເວົ້າວ່າ “ແລ້ວຜູ້ນໍາຄຣິສຕະຈັກຄົນໃໝ່ທີ່ພວກເຈົ້າທຸກຄົນເລືອກເດ ເປັນແນວໃດ; ເຈົ້າຮູ້ຈັກພວກເຂົາບໍ?” ພວກເຂົາກໍຈະຕອບວ່າ “ຂ້ອຍບໍ່ຄ່ອຍລຶ້ງເຄີຍກັບພວກເຂົາປານໃດ”. ຖ້າເຈົ້າຖາມວ່າ “ຕອນນີ້ຊີວິດຄຣິສຕະຈັກຢູ່ທີ່ນັ້ນເປັນແນວໃດແດ່? ມີໃຜກໍ່ໃຫ້ເກີດການລົບກວນບໍ?” ພວກເຂົາກໍຈະເວົ້າວ່າ “ມັນກໍດີ, ມັນກໍເປັນໄປດ້ວຍດີ”. ບໍ່ວ່າເຈົ້າຈະຖາມຫຍັງພວກເຂົາກໍຕາມ, ພວກເຂົາກໍຈະຕອບພຽງແຕ່ຄຳເວົ້າສອງສາມຄຳເຫຼົ່ານີ້. ນີ້ບໍ່ແມ່ນຍ້ອນວ່າພວກເຂົາຖືກເຮັດໃຫ້ຢ້ານກົວບໍ? ເປັນຫຍັງພວກເຂົາຈຶ່ງຢ້ານກົວຂະໜາດນີ້? ມັນເປັນເພາະວ່າພວກເຂົາບໍ່ຮູ້ຈັກຄວາມຊອບທຳຂອງພຣະເຈົ້າ; ພວກເຂົາບໍ່ສາມາດເບິ່ງທະລຸເຖິງຄວາມຊົ່ວຊ້າ, ຄວາມໂຫດຮ້າຍ, ຄວາມໂຫດຫ້ຽມ ແລະ ຄວາມມືດຂອງຊາຕານໄດ້; ພວກເຂົາບໍ່ຮູ້ວ່າການທີ່ຄວາມຈິງປົກຄອງນັ້ນໝາຍຄວາມວ່າແນວໃດ, ທັງບໍ່ຮູ້ວ່າມັນມີຄວາມສຳຄັນແນວໃດ, ດັ່ງນັ້ນ ພວກເຂົາຈຶ່ງຢ້ານກົວ. ສະນັ້ນ, ບໍ່ວ່າເຈົ້າຈະຖາມຫຍັງກໍຕາມ, ຄຳຕອບຂອງພວກເຂົາກໍຈະຄຸມເຄືອ ແລະ ບໍ່ຊັດເຈນ; ເຈົ້າຈະບໍ່ໄດ້ຮັບຄຳຕອບກ່ຽວກັບສິ່ງທີ່ກຳລັງເກີດຂຶ້ນແທ້ໆໃນຄຣິສຕະຈັກຈາກພວກເຂົາ ຫຼື ບໍ່ຮູ້ວ່າພວກເຂົາກຳລັງຄິດຫຍັງຢູ່ຂ້າງໃນແທ້ໆ. ພວກເຂົາຈະປິດບັງຕົວເອງຢ່າງມິດຊິດ, ເຈົ້າຈະບໍ່ແນ່ໃຈດ້ວຍຊໍ້າວ່າພວກເຂົາກຳລັງເວົ້າເລື່ອງຫຍັງ. ພວກເຂົາຈະບໍ່ເວົ້າຫຍັງກ່ຽວກັບບັນຫາທີ່ມີຢູ່ໃນຄຣິສຕະຈັກ ຫຼື ຜູ້ນຳ ແລະ ຜູ້ເຮັດວຽກເປັນແນວໃດ ແລະ ເຈົ້າຈະບໍ່ໄດ້ຮຽນຮູ້ຫຍັງເລີຍກ່ຽວກັບຄວາມຫຍຸ້ງຍາກທີ່ປະຊາກອນທີ່ພຣະເຈົ້າເລືອກກຳລັງປະເຊີນຢູ່. ເຈົ້າຈະບໍ່ພົບສິ່ງເຫຼົ່ານີ້ເລີຍ, ພວກເຂົາຈະສົນທະນາກັບເຈົ້າໃນລັກສະນະນີ້ເທົ່ານັ້ນ. ແລ້ວເຈົ້າຈະຮູ້ສຶກແນວໃດໃນຂະນະທີ່ເຈົ້າຟັງພວກເຂົາ? ເຈົ້າຈະຮູ້ສຶກວ່າມີບາງສິ່ງບາງຢ່າງຂວາງກັ້ນລະຫວ່າງຫົວໃຈຂອງພວກເຈົ້າທັງສອງ. ຄວາມຄິດຂອງພວກເຂົາກໍຄື: “ຢ່າສະແຫວງຫາທີ່ຈະຮຽນຮູ້ຫຍັງກ່ຽວກັບຂ້ອຍ, ຂ້ອຍບໍ່ຕ້ອງການເປີດເຜີຍຂໍ້ມູນໃດໆ ຫຼື ສິ່ງທີ່ກຳລັງເກີດຂຶ້ນແທ້ໆໃຫ້ເຈົ້າຮູ້. ຢູ່ໃຫ້ຫ່າງຈາກຂ້ອຍ; ຖ້າເຈົ້າພະຍາຍາມ ແລະ ຊອກຫາວ່າກຳລັງເກີດຫຍັງຂຶ້ນໃນຄຣິສຕະຈັກຈາກຂ້ອຍ, ນັ້ນກໍສະແດງວ່າເຈົ້າກຳລັງພະຍາຍາມສ້າງບັນຫາໃຫ້ຂ້ອຍ ແລະ ຂັດຂວາງສະພາບແວດລ້ອມການດຳລົງຊີວິດ, ກິດຈະວັດ ແລະ ສະຖານະການໃນປັດຈຸບັນຂອງຂ້ອຍ. ຢ່າເຂົ້າມາຫຍຸ້ງກ່ຽວກັບດ້ານໃດໜຶ່ງໃນຊີວິດຂອງຂ້ອຍ; ປ່ອຍໃຫ້ຂ້ອຍຈັດການເລື່ອງເຫຼົ່ານີ້ເອງ”. ພວກເຂົາຢ້ານວ່າຜູ້ຕໍ່ຕ້ານພຣະຄຣິສຈະເຮັດໃຫ້ພວກເຂົາທົນທຸກ ຫຼື ແກ້ແຄ້ນພວກເຂົາ ແລະ ພວກເຂົາກໍຢ້ານທີ່ຈະລາຍງານບັນຫາໃດໆກ່ຽວກັບຄຣິສຕະຈັກຂອງພວກເຂົາ. ນີ້ບໍ່ແມ່ນການຍອມຈຳນົນຕໍ່ຜູ້ຕໍ່ຕ້ານພຣະຄຣິສຄົນນັ້ນບໍ? ພວກເຂົາບໍ່ໄດ້ຖືກຜູ້ຕໍ່ຕ້ານພຣະຄຣິສຄົນນັ້ນເຮັດໃຫ້ຫຼົງຜິດ ແລະ ຖືກຄວບຄຸມບໍ? (ແມ່ນແລ້ວ.) ມັນກໍເຮັດໃຫ້ຜູ້ຕໍ່ຕ້ານພຣະຄຣິສຄົນນັ້ນພໍໃຈທີ່ໄດ້ເຫັນສິ່ງນີ້. ພວກເຂົາໄດ້ທໍລະມານຜູ້ຄົນຈົນເຖິງຈຸດທີ່ພວກເຂົາບໍ່ກ້າລາຍງານບັນຫາຂອງພວກເຂົາອີກຕໍ່ໄປ, ສະນັ້ນ ຜູ້ຕໍ່ຕ້ານພຣະຄຣິສຈຶ່ງມີອຳນາດຄວບຄຸມຄຣິສຕະຈັກຢ່າງໜັກແໜ້ນ. ມີຄົນຈຳນວນຫຼາຍໃນຄຣິສຕະຈັກທີ່ຖືກຜູ້ຕໍ່ຕ້ານພຣະຄຣິສຄວບຄຸມໃນລັກສະນະນີ້ບໍ? ພວກເຈົ້າເອງເຄີຍຫ້າມບໍ່ໃຫ້ໃຜລາຍງານບັນຫາບໍ? ເຈົ້າອາດຈະເຄີຍເຮັດ ແຕ່ບໍ່ຮູ້ຕົວ ຫຼື ເຈົ້າອາດຈະເຮັດໃນອະນາຄົດ. ສະນັ້ນ, ການທີ່ຜູ້ຄົນຖືກຜູ້ຕໍ່ຕ້ານພຣະຄຣິສຊື້ໃຈ ແລະ ຄວບຄຸມສາມາດຖືວ່າເປັນບັນຫາໄດ້ບໍ? (ແມ່ນແລ້ວ.) ບາງຄົນເວົ້າວ່າ: “ບາງຄົນໃນຄຣິສຕະຈັກຢ້ານຜູ້ຕໍ່ຕ້ານພຣະຄຣິສ ແຕ່ພວກເຂົາບໍ່ໄດ້ເຊື່ອໃນຜູ້ຕໍ່ຕ້ານພຣະຄຣິສຄົນນັ້ນ ຫຼື ຕິດຕາມຜູ້ຕໍ່ຕ້ານພຣະຄຣິສຄົນນັ້ນ, ແຮງໄກທີ່ພວກເຂົາຈະຮັບໃຊ້ຜູ້ຕໍ່ຕ້ານພຣະຄຣິສຄົນນັ້ນ. ພຽງແຕ່ວ່າພວກເຂົາຖືກຜູ້ຕໍ່ຕ້ານພຣະຄຣິສຄົນນັ້ນບີບຄັ້ນເລັກນ້ອຍ ແລະ ຊັກຊ້າໃນການເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຂອງການເຊື່ອໃນພຣະເຈົ້າ. ເປັນຫຍັງພຣະອົງຈຶ່ງກ່າວວ່ານີ້ເປັນບັນຫາ?” ໃນດ້ານໜຶ່ງ, ໂດຍການເບິ່ງວິທີການທີ່ຜູ້ຕໍ່ຕ້ານພຣະຄຣິສໃຊ້ເພື່ອຊື້ໃຈ ແລະ ຄວບຄຸມຜູ້ຄົນ, ເຈົ້າຄວນຈະສາມາດເຫັນໄດ້ວ່າແກ່ນແທ້ທຳມະຊາດຂອງພວກເຂົາຄືແກ່ນແທ້ຂອງຊາຕານ; ມັນເປັນປໍລະປັກຕໍ່ຄວາມຈິງ ແລະ ຕໍ່ພຣະເຈົ້າ. ຜູ້ຕໍ່ຕ້ານພຣະຄຣິສຕ້ອງການຍາດແຍ່ງຜູ້ຄົນໄປຈາກພຣະເຈົ້າ, ເພື່ອຍາດແຍ່ງເອົາປະຊາກອນທີ່ພຣະອົງເລືອກ. ໃນອີກດ້ານໜຶ່ງ, ວິທີການ ແລະ ແນວທາງທີ່ຜູ້ຕໍ່ຕ້ານພຣະຄຣິສດຳເນີນການສາມາດສົ່ງຜົນກະທົບຕໍ່ຜູ້ທີ່ໂງ່ຈ້າ, ຜູ້ທີ່ບໍ່ຮູ້ເລື່ອງ, ຜູ້ທີ່ສັບສົນ ແລະ ບໍ່ເຂົ້າໃຈຄວາມຈິງໄດ້ຢ່າງແທ້ຈິງ. ພວກເຂົາສາມາດເຮັດໃຫ້ຄົນເຫຼົ່ານັ້ນຫຼົງຜິດໄດ້ຢ່າງແທ້ຈິງ, ເຮັດໃຫ້ພວກເຂົາປະພຶດຕົວພາຍໃຕ້ການຄວບຄຸມຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ເຮັດໃຫ້ພວກເຂົາຕ້ອງປຶກສາຜູ້ຕໍ່ຕ້ານພຣະຄຣິສ ແລະ ປະຕິບັດຕາມພວກເຂົາໃນທຸກສິ່ງ. ຜູ້ຕໍ່ຕ້ານພຣະຄຣິສບໍ່ພຽງແຕ່ປິດປາກຄົນເຫຼົ່ານີ້ເທົ່ານັ້ນ; ພວກເຂົາຍັງຄວບຄຸມການກະທຳຂອງພວກເຂົາ, ສົ່ງອິດທິພົນຕໍ່ຄວາມຄິດ ແລະ ແນວຄວາມຄິດຂອງພວກເຂົາ ແລະ ສົ່ງຜົນກະທົບຕໍ່ທິດທາງທີ່ພວກເຂົາຍ່າງໄປອີກດ້້ວຍ. ສິ່ງເຫຼົ່ານີ້ຄືຜົນກະທົບ ແລະ ຜົນສະທ້ອນທີ່ການກະທຳຂອງຜູ້ຕໍ່ຕ້ານພຣະຄຣິສນຳມາສູ່ຜູ້ທີ່ໂງ່ຈ້າ ແລະ ຜູ້ທີ່ບໍ່ຮູ້ເລື່ອງ.

ຂ້ອຍຫາກໍເວົ້າກ່ຽວກັບຄວາມຈິງຕ່າງໆທີ່ກ່ຽວຂ້ອງກັບການປະຕິບັດໜ້າທີ່ຂອງຜູ້ນຳ ຫຼື ຜູ້ເຮັດວຽກ. ຂ້ອຍຍັງໄດ້ເປີດໂປງບັນຫາບາງຢ່າງທີ່ຜູ້ນຳ ແລະ ຜູ້ເຮັດວຽກມີ, ໂດຍຫຼັກໆແລ້ວແມ່ນສຸມໃສ່ການສະແດງອອກຂອງຄົນປະເພດທີ່ຮ້າຍແຮງທີ່ສຸດ, ແລ້ວຄົນປະເພດນັ້ນແມ່ນໃຜ? (ຜູ້ຕໍ່ຕ້ານພຣະຄຣິສ.) ແມ່ນຫຍັງຄືການສະແດງອອກທີ່ພົບເຫັນໄດ້ທົ່ວໄປເຊິ່ງຜູ້ຕໍ່ຕ້ານພຣະຄຣິສທຸກຄົນມີ? ພວກເຂົາພະຍາຍາມຍຶດອຳນາດໃຫ້ກັບຕົນເອງ ແລະ ຄວບຄຸມຄຣິສຕະຈັກ. ຄວາມປາຖະໜາໃນອຳນາດຂອງພວກເຂົາເໜືອກວ່າສິ່ງອື່ນໃດ; ອຳນາດຄືຊີວິດຂອງພວກເຂົາ, ຄືຮາກຖານຂອງພວກເຂົາ; ມັນຄືຫົວຂໍ້, ທິດທາງ ແລະ ເປົ້າໝາຍທີ່ທຸກສິ່ງທີ່ພວກເຂົາເຮັດໃນຊີວິດໝູນອ້ອມມັນ. ສະນັ້ນ, ການກະທຳຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ອຸປະນິໄສທີ່ພວກເຂົາເປີດເຜີຍອອກມາຈຶ່ງຄືກັນກັບກົນລະຍຸດທີ່ຊາຕານໃຊ້ເພື່ອເຮັດໃຫ້ຫຼົງຜິດ, ຊື້ໃຈ ແລະ ຄວບຄຸມຜູ້ຄົນ. ສາມາດເວົ້າໄດ້ວ່າ ທຸກສິ່ງທີ່ຄົນປະເພດນີ້ເຮັດນັ້ນເຮັດໃຫ້ພວກເຂົາເປັນພຽງບ່ອນລະບາຍ, ເປັນຕົວແທນ ແລະ ເປັນການສະແດງອອກຂອງຊາຕານເທົ່ານັ້ນ; ເປົ້າໝາຍຫຼັກຂອງທຸກການກະທຳ ແລະ ທຸກພຶດຕິກຳຂອງພວກເຂົາກໍຄືການຄອບຄອງອຳນາດ. ແລ້ວພວກເຂົາພະຍາຍາມຄວບຄຸມໃຜ? ມັນກໍຄືຜູ້ຄົນທີ່ພວກເຂົານຳພາ, ຜູ້ທີ່ຕິດຕາມພຣະເຈົ້າ, ມັນກໍຄືຜູ້ຄົນທີ່ຢູ່ພາຍໃຕ້ຂອບເຂດອຳນາດຂອງພວກເຂົາ, ຜູ້ທີ່ພວກເຂົາສາມາດຄວບຄຸມໄດ້. ກ່ອນໜ້ານີ້ໜ້ອຍໜຶ່ງ, ພວກເຮົາຍັງໄດ້ໂອ້ລົມກ່ຽວກັບກົນລະຍຸດທີ່ຜູ້ຕໍ່ຕ້ານພຣະຄຣິສໃຊ້ເພື່ອຄວບຄຸມຜູ້ຄົນ. ຂໍ້ທຳອິດ ແມ່ນເພື່ອຊື້ໃຈຜູ້ຄົນ; ຂໍ້ທີສອງແມ່ນເພື່ອໂຈມຕີ ແລະ ກີດກັນຜູ້ບໍ່ເຫັນດີ; ຂໍ້ທີສາມເພື່ອກີດກັນ ແລະ ໂຈມຕີຄົນທີ່ໄລ່ຕາມຄວາມຈິງ; ຂໍ້ທີສີ່ແມ່ນເພື່ອຍົກຍ້ອງ ແລະ ເປັນພະຍານກ່ຽວກັບຕົນເອງຢູ່ສະເໝີ; ແລະ ຂໍ້ທີຫ້າແມ່ນເພື່ອເຮັດໃຫ້ຫຼົງຜິດ, ດຶງດູດ, ຂົ່ມຂູ່ ແລະ ຄວບຄຸມຜູ້ຄົນ. ການສະແດງອອກທີ່ສຳຄັນທັງຫ້າຂໍ້ນີ້ລ້ວນແຕ່ເປັນກົນລະຍຸດ ແລະ ວິທີການພື້ນຖານທີ່ຜູ້ຕໍ່ຕ້ານພຣະຄຣິສນຳໃຊ້ ເພື່ອໃຫ້ໄດ້ມາເຊິ່ງອຳນາດ ແລະ ຄອບຄອງ ແລະ ຄວບຄຸມຜູ້ຄົນ. ສິ່ງເຫຼົ່ານີ້ຄືໝວດໝູ່ໃຫຍ່. ຕໍ່ໄປ, ພວກເຮົາຈະໄຈ້ແຍກ ແລະ ໂອ້ລົມກ່ຽວກັບໝວດໝູ່ໃຫຍ່ເຫຼົ່ານີ້ໃນລາຍລະອຽດທີ່ຫຼາຍຂຶ້ນ.

ການໄຈ້ແຍກວິທີທີ່ຜູ້ຕໍ່ຕ້ານພຣະຄຣິສພະຍາຍາມຊື້ໃຈຜູ້ຄົນ

ກ. ການດຶງດູດຜູ້ຄົນດ້ວຍຜົນປະໂຫຍດນ້ອຍໆ

ເຕັກນິກທຳອິດທີ່ຜູ້ຕໍ່ຕ້ານພຣະຄຣິສໃຊ້ເພື່ອຄວບຄຸມຜູ້ຄົນກໍຄືການຊື້ໃຈພວກເຂົາ. ມີຈັກວິທີໃນການຊື້ໃຈຜູ້ຄົນ? ວິທີໜຶ່ງກໍຄືການຊັກຈູງພວກເຂົາດ້ວຍຜົນປະໂຫຍດເລັກໆນ້ອຍໆ. ບາງຄັ້ງຜູ້ຕໍ່ຕ້ານພຣະຄຣິສກໍໃຫ້ສິ່ງດີໆບາງຢ່າງແກ່ຜູ້ຄົນ, ບາງຄັ້ງພວກເຂົາກໍຍ້ອງຍໍພວກເຂົາ, ບາງຄັ້ງພວກເຂົາກໍໃຫ້ຄຳສັນຍາເລັກໆນ້ອຍໆແກ່ພວກເຂົາ. ແລວ້ໃນບາງຄັ້ງ ຜູ້ຕໍ່ຕ້ານພຣະຄຣິສເຫັນວ່າໜ້າທີ່ບາງຢ່າງສາມາດເຮັດໃຫ້ຜູ້ຄົນກ້າວເຂົ້າສູ່ຄວາມໂດດເດັ່ນ ຫຼື ຄົນອື່ນຄິດວ່າໜ້າທີ່ເຫຼົ່ານີ້ສາມາດນຳຜົນປະໂຫຍດມາສູ່ຜູ້ໃດກໍຕາມທີ່ປະຕິບັດໜ້າທີ່ເຫຼົ່ານັ້ນ ແລະ ເຮັດໃຫ້ທຸກຄົນເຄົາລົບນັບຖືພວກເຂົາ ແລ້ວພວກເຂົາກໍມອບໝາຍໜ້າທີ່ເຫຼົ່ານີ້ໃຫ້ກັບຜູ້ທີ່ພວກເຂົາຕ້ອງການຊື້ໃຈ. “ຜົນປະໂຫຍດເລັກໆນ້ອຍໆ” ລວມມີຫຼາຍສິ່ງ: ບາງຄັ້ງກໍເປັນສິ່ງຂອງທາງວັດຖຸ; ບາງຄັ້ງກໍເປັນສິ່ງທີ່ຈັບຕ້ອງບໍ່ໄດ້; ບາງຄັ້ງກໍເປັນຄຳເວົ້າທີ່ໜ້າພໍໃຈເຊິ່ງຜູ້ຄົນຢາກໄດ້ຍິນ. ຕົວຢ່າງ: ຄົນໃດໜຶ່ງກາຍເປັນຄົນອ່ອນແອເມື່ອມີບາງສິ່ງບາງຢ່າງເກີດຂຶ້ນກັບລາວ, ແລະ ສູນເສຍແຮງຈູງໃຈໃນໜ້າທີ່ຂອງລາວ, ແລະ ເມື່ອລາວເອົາຄວາມອ່ອນແອຂອງລາວນີ້ມາທຽບກັບພຣະທຳຂອງພຣະເຈົ້າ, ລາວກໍຮັບຮູ້ວ່າມັນຄືຄວາມບໍ່ຈົງຮັກພັກດີຕໍ່ພຣະເຈົ້າ, ເປັນຄວາມບໍ່ເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງຕົນ, ເປັນການຂາດການອ່ອນນ້ອມທີ່ແທ້ຈິງ ແລະ ລາວກໍຮູ້ສຶກຖືກຕຳນິຢ່າງໜັກ. ເມື່ອຜູ້ນຳເຫັນສິ່ງນີ້ກໍອາດຈະເວົ້າວ່າ “ເຈົ້າມີວຸດທິພາວະພຽງເລັກນ້ອຍເທົ່ານັ້ນ. ພຣະເຈົ້າຈະບໍ່ເບິ່ງເລື່ອງນີ້ໃນລັກສະນະນັ້ນ. ເຈົ້າຫາກໍເຊື່ອໄດ້ພຽງໄລຍະເວລາສັ້ນໆ. ເຈົ້າບໍ່ສາມາດຄາດຫວັງຈາກຕົນເອງຫຼາຍເກີນໄປ. ເລື່ອງແບບນີ້ຕ້ອງໃຊ້ເວລາ, ເຈົ້າບໍ່ສາມາດຮີບຮ້ອນໄດ້. ພຣະເຈົ້າບໍ່ໄດ້ມີຂໍ້ກຳນົດທີ່ສູງສຳລັບຜູ້ຄົນ ແລະ ສຳລັບເຈົ້າເຊິ່ງເປັນຄົນທີ່ຫາກໍເຊື່ອໃນພຣະເຈົ້າໄດ້ພຽງໄລຍະເວລາສັ້ນໆ, ການອ່ອນແອເລັກນ້ອຍໃນບາງຄັ້ງກໍເປັນເລື່ອງປົກກະຕິ ແລະ ເຈົ້າບໍ່ຄວນກັງວົນກ່ຽວກັບເລື່ອງນັ້ນ”. ສິ່ງນີ້ໝາຍຄວາມວ່າ ບໍ່ມີຫຍັງຕ້ອງກັງວົນໃນການອ່ອນແອ, ຍິ່ງບໍ່ຕ້ອງກັງວົນໃນການສືບຕໍ່ອ່ອນແອ ແລະ ທັງໝົດນີ້ຄືຄວາມເປັນລົບທີ່ປົກກະຕິ ແລະ ພຣະເຈົ້າກໍບໍ່ຈື່ຈຳມັນ. ບາງຄົນມີອາລົມອ່ອນໄຫວເກີນໄປ ແລະ ພວກເຂົາມັກຈະຖືກບີບຄັ້ນໂດຍຄວາມຮູ້ສຶກຂອງພວກເຂົາຢູ່ສະເໝີໃນເວລາປະຕິບັດໜ້າທີ່ຂອງພວກເຂົາ ແລ້ວຜູ້ນຳຂອງພວກເຂົາກໍເວົ້າວ່າ “ນີ້ເປັນຍ້ອນວຸດທິພາວະທີ່ຍັງນ້ອຍຂອງພວກເຈົ້າ, ມັນບໍ່ເປັນຫຍັງດອກ”. ບາງຄົນຂີ້ຄ້ານ ແລະ ບໍ່ຈົງຮັກພັກດີໃນໜ້າທີ່ຂອງພວກເຂົາ ແຕ່ຜູ້ນຳຂອງພວກເຂົາກໍບໍ່ໄດ້ຕຳນິພວກເຂົາ, ກົງກັນຂ້າມ ລາວພັດເວົ້າສິ່ງທີ່ຟັງເບິ່ງດີເຊິ່ງຄົນເຫຼົ່ານັ້ນຢາກໄດ້ຍິນໃນທຸກໂອກາດ ເພື່ອເຮັດໃຫ້ພວກເຂົາພໍໃຈ ແລະ ຖືກພວກເຂົາເອີ້ນວ່າເປັນຄົນດີ ພ້ອມທັງສະແດງໃຫ້ພວກເຂົາເຫັນວ່າລາວເຂົ້າໃຈ ແລະ ມີຄວາມຮັກຫຼາຍສໍ່າໃດ. ຄົນເຫຼົ່ານັ້ນຄິດວ່າ “ຜູ້ນຳຂອງພວກເຮົາປຽບເໝືອນແມ່ທີ່ເຕັມໄປດ້ວຍຄວາມຮັກ. ລາວມີຄວາມຮັກຕໍ່ພວກເຮົາຢ່າງແທ້ຈິງ, ລາວເປັນຕົວແທນຂອງພຣະເຈົ້າແທ້ໆ. ລາວມາຈາກພຣະເຈົ້າແທ້ໆ!” ຄວາມໝາຍແຝງທີ່ບໍ່ໄດ້ເວົ້າເຖິງໃນສິ່ງນີ້ກໍຄື ຜູ້ນຳຂອງພວກເຂົາສາມາດເຮັດໜ້າທີ່ເປັນກະບອກສຽງຂອງພຣະເຈົ້າ, ລາວສາມາດເປັນຕົວແທນຂອງພຣະເຈົ້າໄດ້. ນີ້ຄືເປົ້າໝາຍຂອງຜູ້ນຳຄົນນີ້ບໍ? ບາງທີມັນອາດຈະບໍ່ຊັດເຈນປານນັ້ນ ແຕ່ໜຶ່ງໃນເປົ້າໝາຍຂອງລາວແມ່ນເຫັນໄດ້ຢ່າງຊັດເຈນ: ລາວຢາກໃຫ້ຜູ້ຄົນເວົ້າວ່າລາວເປັນຜູ້ນຳທີ່ຍອດຢ້ຽມ, ຄຳນຶງເຖິງຄົນອື່ນ, ເຫັນອົກເຫັນໃຈຕໍ່ຄວາມອ່ອນແອຂອງຜູ້ຄົນ ແລະ ເຂົ້າໃຈຈິດໃຈຂອງພວກເຂົາເປັນຢ່າງດີ. ເມື່ອຜູ້ນຳຄຣິສຕະຈັກບາງຄົນເຫັນອ້າຍ ຫຼື ເອື້ອຍນ້ອງປະຕິບັດໜ້າທີ່ຂອງພວກເຂົາແບບພໍແລ້ວມືແລ້ວຕີນ, ພວກເຂົາກໍບໍ່ໄດ້ຕຳນິພວກເຂົາ ທັງທີ່ພວກເຂົາຄວນເຮັດ. ເມື່ອພວກເຂົາເຫັນຢ່າງຊັດເຈນວ່າຜົນປະໂຫຍດຂອງເຮືອນຂອງພຣະເຈົ້າກຳລັງໄດ້ຮັບຄວາມເສຍຫາຍ, ພວກເຂົາກໍບໍ່ສົນໃຈກັບສິ່ງນີ້ ຫຼື ມີການສອບຖາມໃດໆ ແລະ ພວກເຂົາກໍບໍ່ເຮັດໃຫ້ຄົນອື່ນຂຸ່ນເຄືອງໃຈແມ່ນແຕ່ໜ້ອຍດຽວ. ໃນຄວາມເປັນຈິງແລ້ວ, ພວກເຂົາບໍ່ໄດ້ສະແດງຄວາມເຫັນອົກເຫັນໃຈຕໍ່ຄວາມອ່ອນແອຂອງຜູ້ຄົນຢ່າງແທ້ຈິງ; ກົງກັນຂ້າມ, ເຈດຕະນາ ແລະ ເປົ້າໝາຍຂອງພວກເຂົາແມ່ນເພື່ອຊື້ໃຈຜູ້ຄົນ. ພວກເຂົາຮູ້ດີວ່າ: “ຕາບໃດທີ່ຂ້ອຍເຮັດແບບນີ້ ແລະ ບໍ່ເຮັດໃຫ້ໃຜຂຸ່ນເຄືອງໃຈ, ພວກເຂົາກໍຈະຄິດວ່າຂ້ອຍເປັນຜູ້ນຳທີ່ດີ. ພວກເຂົາຈະມີຄວາມຄິດເຫັນທີ່ດີ ແລະ ຍົກຍ້ອງຂ້ອຍ. ພວກເຂົາຈະຍອມຮັບຂ້ອຍ ແລະ ມັກຂ້ອຍ”. ພວກເຂົາບໍ່ສົນໃຈວ່າຜົນປະໂຫຍດຂອງເຮືອນຂອງພຣະເຈົ້າຈະໄດ້ຮັບຄວາມເສຍຫາຍຫຼາຍສໍ່າໃດ ຫຼື ການເຂົ້າສູ່ຊີວິດຂອງປະຊາກອນທີ່ພຣະເຈົ້າເລືອກຈະໄດ້ຮັບຄວາມສູນເສຍຫຼາຍສໍ່າໃດ ຫຼື ຊີວິດຄຣິສຕະຈັກຂອງພວກເຂົາຈະຖືກລົບກວນຫຼາຍສໍ່າໃດ, ພວກເຂົາພຽງແຕ່ຍຶດໝັ້ນໃນປັດຊະຍາແບບຊາຕານຂອງພວກເຂົາ ແລະ ບໍ່ເຮັດໃຫ້ໃຜຂຸ່ນເຄືອງໃຈ. ບໍ່ເຄີຍມີການຕຳນິຕົນເອງໃນໃຈຂອງພວກເຂົາເລີຍ. ເມື່ອພວກເຂົາເຫັນຄົນໃດໜຶ່ງກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ, ຢ່າງຫຼາຍທີ່ສຸດພວກເຂົາກໍອາດຈະເວົ້າກັບພວກເຂົາສອງສາມຄຳກ່ຽວກັບເລື່ອງນີ້, ເຮັດໃຫ້ບັນຫານັ້ນເບິ່ງຄືວ່າເປັນເລື່ອງນ້ອຍ ແລ້ວກໍປ່ອຍມັນໄປ. ພວກເຂົາຈະບໍ່ໂອ້ລົມກ່ຽວກັບຄວາມຈິງ ຫຼື ຊີ້ໃຫ້ເຫັນເຖິງແກ່ນແທ້ຂອງບັນຫາໃຫ້ຄົນນັ້ນຮູ້, ຍິ່ງໄປກວ່ານັ້ນ ພວກເຂົາຈະບໍ່ໄຈ້ແຍກສະພາວະຂອງພວກເຂົາ ແລະ ພວກເຂົາຈະບໍ່ມີທາງໂອ້ລົມວ່າເຈດຕະນາຂອງພຣະເຈົ້າແມ່ນຫຍັງ. ຜູ້ນຳປອມບໍ່ເຄີຍເປີດໂປງ ຫຼື ໄຈ້ແຍກຂໍ້ຜິດພາດທີ່ຜູ້ຄົນມັກຈະເຮັດ ຫຼື ອຸປະນິໄສທີ່ເສື່ອມຊາມທີ່ຜູ້ຄົນມັກຈະເປີດເຜີຍອອກມາ. ພວກເຂົາບໍ່ໄດ້ແກ້ໄຂບັນຫາທີ່ແທ້ຈິງໃດໆ ແຕ່ກົງກັນຂ້າມ ພວກເຂົາມັກຈະປ່ອຍໃຫ້ເຮັດຕາມໃຈຕໍ່ການປະຕິບັດທີ່ຜິດພາດຂອງຜູ້ຄົນ ແລະ ການເປີດເຜີຍຄວາມເສື່ອມຊາມຢູ່ສະເໝີ ແລະ ບໍ່ວ່າຜູ້ຄົນຈະຄິດລົບ ຫຼື ອ່ອນແອສໍ່າໃດກໍຕາມ, ພວກເຂົາກໍບໍ່ໄດ້ເອົາຈິງເອົາຈັງກັບສິ່ງນີ້ເລີຍ. ພວກເຂົາພຽງແຕ່ເທດສະໜາຄຳເວົ້າ ແລະ ຫຼັກຄຳສອນບາງຢ່າງ ແລະ ເວົ້າຄຳຕັກເຕືອນສອງສາມຄຳເພື່ອຈັດການກັບສະຖານະການແບບພໍແລ້ວມືແລ້ວຕີນ, ໂດຍພະຍາຍາມຮັກສາຄວາມຖືກຕ້ອງປອງດອງກັນໄວ້. ຜົນກໍຄື ປະຊາກອນທີ່ພຣະເຈົ້າເລືອກບໍ່ຮູ້ວິທີໄຕ່ຕອງ ແລະ ຮູ້ຈັກຕົນເອງ, ບໍ່ມີການແກ້ໄຂສຳລັບອຸປະນິໄສທີ່ເສື່ອມຊາມໃດໆທີ່ພວກເຂົາເປີດເຜີຍ ແລະ ພວກເຂົາດຳລົງຊີວິດຢູ່ທ່າມກາງຄຳເວົ້າ ແລະ ຫຼັກຄຳສອນ, ຄວາມຄິດຫຼົງຜິດ ແລະ ຈິນຕະນາການ, ໂດຍປາສະຈາກການເຂົ້າສູ່ຊີວິດໃດໆ. ພວກເຂົາເຖິງກັບເຊື່ອໃນໃຈວ່າ “ຜູ້ນຳຂອງພວກເຮົາມີຄວາມເຂົ້າໃຈຕໍ່ຄວາມອ່ອນແອຂອງພວກເຮົາຫຼາຍກວ່າພຣະເຈົ້າຊໍ້າ. ວຸດທິພາວະຂອງພວກເຮົາຍັງນ້ອຍເກີນໄປທີ່ຈະບັນລຸຂໍ້ກຳນົດຂອງພຣະເຈົ້າ. ພວກເຮົາພຽງແຕ່ຕ້ອງປະຕິບັດຕາມຂໍ້ກຳນົດຂອງຜູ້ນຳຂອງພວກເຮົາ; ໂດຍການອ່ອນນ້ອມຕໍ່ຜູ້ນຳຂອງພວກເຮົາ, ພວກເຮົາກໍກຳລັງອ່ອນນ້ອມຕໍ່ພຣະເຈົ້າ. ຖ້າມີມື້ໜຶ່ງທີ່ເບື້ອງເທິງປົດຜູ້ນຳຂອງພວກເຮົາອອກ, ພວກເຮົາກໍຈະສົ່ງສຽງຂອງພວກເຮົາໃຫ້ໄດ້ຍິນ; ເພື່ອຮັກສາຜູ້ນຳຂອງພວກເຮົາໄວ້ ແລະ ຢຸດບໍ່ໃຫ້ລາວຖືກປົດອອກ, ພວກເຮົາຈະເຈລະຈາກັບເບື້ອງເທິງ ແລະ ບັງຄັບໃຫ້ເພິ່ນຕົກລົງຕາມຄວາມຮຽກຮ້ອງຕ້ອງການຂອງພວກເຮົາ. ນີ້ຄືວິທີທີ່ພວກເຮົາຈະເຮັດໃນສິ່ງທີ່ຖືກຕ້ອງຕໍ່ຜູ້ນຳຂອງພວກເຮົາ”. ເມື່ອຜູ້ຄົນມີຄວາມຄິດແບບນັ້ນໃນໃຈຂອງພວກເຂົາ, ເມື່ອພວກເຂົາໄດ້ສ້າງຄວາມສຳພັນແບບນັ້ນກັບຜູ້ນຳຂອງພວກເຂົາ ແລະ ຄວາມເພິ່ງພາອາໄສ, ຄວາມເຫຼື້ອມໃສ, ແລະ ການນະມັດສະການປະເພດນີ້ໄດ້ເກີດຂຶ້ນໃນໃຈຂອງພວກເຂົາທີ່ມີຕໍ່ຜູ້ນຳຂອງພວກເຂົາ, ພວກເຂົາກໍຈະມີຄວາມສັດທາໃນຕົວຜູ້ນຳຄົນນີ້ຫຼາຍຂຶ້ນເລື້ອຍໆ ແລະ ຢາກຟັງຄຳເວົ້າຂອງຜູ້ນຳຢູ່ສະເໝີ ແທນທີ່ຈະສະແຫວງຫາຄວາມຈິງໃນພຣະທຳຂອງພຣະເຈົ້າ. ຜູ້ນຳແບບນັ້ນເກືອບຈະເຂົ້າແທນທີ່ພຣະເຈົ້າໃນໃຈຂອງຜູ້ຄົນແລ້ວ. ຖ້າຜູ້ນຳເຕັມໃຈທີ່ຈະຮັກສາຄວາມສຳພັນແບບນັ້ນກັບປະຊາກອນທີ່ພຣະເຈົ້າເລືອກ, ຖ້າພວກເຂົາໄດ້ຮັບຄວາມຮູ້ສຶກເພີດເພີນຈາກສິ່ງນີ້ໃນໃຈຂອງພວກເຂົາ ແລະ ເຊື່ອວ່າປະຊາກອນທີ່ພຣະເຈົ້າເລືອກຄວນປະຕິບັດຕໍ່ພວກເຂົາແບບນີ້, ແລ້ວກໍບໍ່ມີຄວາມແຕກຕ່າງລະຫວ່າງຜູ້ນຳຄົນນີ້ກັບໂປໂລ, ພວກເຂົາໄດ້ກ້າວເຂົ້າສູ່ເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສແລ້ວ ແລະ ປະຊາກອນທີ່ພຣະເຈົ້າເລືອກກໍໄດ້ຖືກຜູ້ຕໍ່ຕ້ານພຣະຄຣິສຄົນນີ້ເຮັດໃຫ້ຫຼົງທາງໄປແລ້ວ ແລະ ຂາດຄວາມສາມາດໃນການແຍກແຍະຢ່າງສິ້ນເຊີງ. ໃນຄວາມເປັນຈິງແລ້ວ, ຜູ້ນຳຄົນນັ້ນບໍ່ມີຄວາມເປັນຈິງຄວາມຈິງ ແລະ ລາວກໍບໍ່ໄດ້ແບກຮັບພາລະໃດໆເລີຍກ່ຽວກັບການເຂົ້າສູ່ຊີວິດຂອງປະຊາກອນທີ່ພຣະເຈົ້າເລືອກ. ລາວເຮັດໄດ້ພຽງແຕ່ເທດສະໜາຄຳເວົ້າ ແລະ ຫຼັກຄຳສອນ ແລະ ຮັກສາຄວາມສຳພັນຂອງລາວກັບຄົນອື່ນເທົ່ານັ້ນ. ລາວເກັ່ງໃນການອວດອ້າງໂດຍໃຊ້ວິທີການທີ່ໜ້າຊື່ໃຈຄົດ, ຄຳເວົ້າ ແລະ ການກະທຳຂອງລາວສອດຄ່ອງກັບຄວາມຄິດຫຼົງຜິດຂອງຜູ້ຄົນ ແລະ ດ້ວຍເຫດນັ້ນ ລາວຈຶ່ງເຮັດໃຫ້ຜູ້ຄົນຫຼົງຜິດ. ລາວບໍ່ຮູ້ວິທີໂອ້ລົມກ່ຽວກັບຄວາມຈິງ ຫຼື ຮູ້ຈັກຕົນເອງ ແລະ ສິ່ງນີ້ເຮັດໃຫ້ມັນເປັນໄປບໍ່ໄດ້ທີ່ລາວຈະນຳພາຄົນອື່ນໃຫ້ເຂົ້າສູ່ຄວາມເປັນຈິງຄວາມຈິງ. ລາວເຮັດວຽກພຽງແຕ່ເພື່ອເຫັນແກ່ຊື່ສຽງ ແລະ ສະຖານະ ແລະ ລາວເວົ້າພຽງແຕ່ຄຳເວົ້າທີ່ຟັງເບິ່ງດີເພື່ອຫຼອກລວງເອົາໃຈຜູ້ຄົນ, ເຮັດໃຫ້ຜູ້ຄົນນະມັດສະການ ແລະ ເຫຼື້ອມໃສລາວ, ເຊິ່ງສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ວຽກງານຂອງຄຣິສຕະຈັກ ແລະ ການເຂົ້າສູ່ຊີວິດຂອງປະຊາກອນທີ່ພຣະເຈົ້າເລືອກ ພ້ອມທັງເຮັດໃຫ້ສິ່ງເຫຼົ່ານີ້ຊັກຊ້າ. ຄົນແບບນີ້ບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິສບໍ? ບາງຄົນກະທຳໃນວິທີດຽວກັນກັບຜູ້ຕໍ່ຕ້ານພຣະຄຣິສ ແຕ່ເມື່ອພວກເຂົາເຫັນຜູ້ຕໍ່ຕ້ານພຣະຄຣິສຖືກເປີດເຜີຍ, ພວກເຂົາກໍສາມາດເອົາຕົນເອງໄປປຽບທຽບກັບຜູ້ຕໍ່ຕ້ານພຣະຄຣິສຄົນນັ້ນໄດ້. ພວກເຂົາຮູ້ສຶກວ່າເສັ້ນທາງທີ່ພວກເຂົາກຳລັງຍ່າງຢູ່ກໍເປັນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສເຊັ່ນກັນ, ພວກເຂົາຄວນຢຸດຕົນເອງກ່ອນທີ່ຈະພົບກັບໄພພິບັດ ແລະ ກັບໃຈຕໍ່ພຣະເຈົ້າໃນທັນທີ ແລະ ເຊົາໃສ່ໃຈກັບສະຖານະ ແລະ ພາບລັກສ່ວນຕົວຂອງພວກເຂົາ; ພວກເຂົາຄິດວ່າພວກເຂົາຄວນຍົກຍ້ອງ ແລະ ເປັນພະຍານເຖິງພຣະເຈົ້າໃນທຸກສິ່ງ ແລະ ເຮັດໃຫ້ຜູ້ຄົນມີບ່ອນສຳລັບພຣະເຈົ້າໃນໃຈຂອງພວກເຂົາ ແລະ ຍົກຍ້ອງພຣະອົງວ່າເປັນຜູ້ຍິ່ງໃຫຍ່, ພວກເຂົາຮູ້ສຶກວ່າມີພຽງແຕ່ການເຮັດເຊັ່ນນັ້ນ ພວກເຂົາຈຶ່ງຈະຮູ້ຈັກຄວາມສະຫງົບສຸກທີ່ແທ້ຈິງໃນໃຈຂອງພວກເຂົາ. ມີພຽງແຕ່ຄົນທີ່ເຮັດແບບນີ້ເທົ່ານັ້ນຈຶ່ງເປັນຄົນທີ່ຮັກ ແລະ ສາມາດຍອມຮັບຄວາມຈິງໄດ້. ຖ້າຄົນໃດໜຶ່ງມີທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສ, ລາວກໍຈະຮູ້ສຶກບໍ່ສະບາຍໃຈໃນໃຈຂອງລາວເຊັ່ນກັນ ເມື່ອລາວໄດ້ຍິນພຣະທຳທີ່ເປີດໂປງຜູ້ຕໍ່ຕ້ານພຣະຄຣິສ ແຕ່ລາວຈະບໍ່ສາມາດຍອມຮັບການພິພາກສາ ແລະ ການລົງທັນແຫ່ງພຣະທຳຂອງພຣະເຈົ້າ ຫຼື ເປີດເຜີຍ ແລະ ຕີແຜ່ອຸປະນິໄສທີ່ເສື່ອມຊາມຂອງລາວໄດ້. ສິ່ງນີ້ສະແດງໃຫ້ເຫັນວ່າລາວບໍ່ສາມາດຍອມຮັບຄວາມຈິງໄດ້ ແລະ ການກັບໃຈທີ່ແທ້ຈິງກໍເປັນໄປບໍ່ໄດ້ສຳລັບລາວ. ລາວຈະຍັງຄົງຍຶດໝັ້ນໃນການຮັກສາສະຖານະຂອງລາວ, ເພີດເພີນກັບຜົນປະໂຫຍດຈາກສະຖານະ ແລະ ເພີດເພີນກັບການທີ່ປະຊາກອນທີ່ພຣະເຈົ້າເລືອກນະມັດສະການ ແລະ ເຫຼື້ອມໃສລາວ. ສິ່ງນີ້ເຮັດໃຫ້ຜູ້ທີ່ຖືກລາວເຮັດໃຫ້ຫຼົງຜິດ ຫຼົງທາງໄປຈາກເສັ້ນທາງທີ່ແທ້ຈິງ ແລະ ຈາກພຣະທຳຂອງພຣະເຈົ້າ; ພວກເຂົາຫຼີກໜີຈາກພຣະເຈົ້າ ແລະ ຫັນໄປຕິດຕາມຄົນນັ້ນແທນ. ແຕ່ຄົນນັ້ນກໍບໍ່ໄດ້ໄຕ່ຕອງກ່ຽວກັບຕົນເອງເລີຍ. ໂດຍບໍ່ຮູ້ຕົວວ່າລາວໄດ້ຕົກຢູ່ໃນອັນຕະລາຍແລ້ວ, ລາວຍັງຄົງຄິດວ່າຕົນເອງດີຫຼາຍ ແລະ ສືບຕໍ່ເຮັດໃຫ້ຄົນອື່ນຫຼົງຜິດ ແລະ ຊື້ໃຈພວກເຂົາ. ຕາບໃດທີ່ຜູ້ຄົນໃສ່ໃຈໃນສິ່ງທີ່ລາວເວົ້າ ແລະ ເຊື່ອຟັງລາວ ແລ້ວບໍ່ວ່າຄົນເຫຼົ່ານັ້ນຈະເຮັດພໍແລ້ວມືແລ້ວຕີນ ຫຼື ບໍ່ມີຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ຂອງພວກເຂົາສໍ່າໃດກໍຕາມ, ລາວກໍຈະເຮັດເປັນບໍ່ຮູ້ບໍ່ເຫັນ. ຍິ່ງໄປກວ່ານັ້ນ, ລາວຈະຍິນດີໃນການເພີດເພີນກັບການທີ່ຄົນໂງ່ຈ້າ ແລະ ເບົາປັນຍາເຫຼົ່ານັ້ນນະມັດສະການ ແລະ ເຫຼື້ອມໃສລາວ ແລະ ເຖິງກັບໃຫ້ການປົກປ້ອງພວກເຂົາ, ໂດຍບໍ່ອະນຸຍາດໃຫ້ໃຜມາເປີດໂປງ ຫຼື ແຍກແຍະພວກເຂົາໄດ້. ໃນການເຮັດເຊັ່ນນີ້, ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ກຳລັງສ້າງຕັ້ງອານາຈັກທີ່ເປັນເອກະລາດສຳລັບຕົນເອງບໍ? ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ເຮັດວຽກງານຕົວຈິງ, ລາວບໍ່ໄດ້ໂອ້ລົມກ່ຽວກັບຄວາມຈິງເພື່ອແກ້ໄຂບັນຫາ, ລາວບໍ່ໄດ້ຊີ້ນຳຜູ້ຄົນໃນການກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ ແລະ ເຂົ້າສູ່ຄວາມເປັນຈິງຄວາມຈິງ. ລາວເຮັດວຽກພຽງແຕ່ເພື່ອສະຖານະ, ຊື່ສຽງ ແລະ ຜົນປະໂຫຍດເທົ່ານັ້ນ, ລາວສົນໃຈພຽງແຕ່ການຍົກຊູຕົນເອງ, ປົກປ້ອງຕຳແໜ່ງທີ່ລາວມີໃນໃຈຂອງຜູ້ຄົນ ແລະ ເຮັດໃຫ້ທຸກຄົນນະມັດສະການລາວ, ເຫຼື້ອມໃສລາວ ແລະ ຕິດຕາມລາວຢູ່ຕະຫຼອດເວລາ; ສິ່ງເຫຼົ່ານີ້ຄືເປົ້າໝາຍທີ່ລາວຕ້ອງການບັນລຸ. ນີ້ຄືວິທີທີ່ຜູ້ຕໍ່ຕ້ານພຣະຄຣິສພະຍາຍາມຊື້ໃຈຜູ້ຄົນ ແລະ ຄວບຄຸມປະຊາກອນທີ່ພຣະເຈົ້າເລືອກ, ວິທີການເຮັດວຽກແບບນີ້ບໍ່ຊົ່ວຊ້າບໍ? ມັນຊ່າງໜ້າລັງກຽດແທ້ໆ! ລາວເຮັດວຽກແບບນີ້ໄລຍະໜຶ່ງ, ເຮັດໃຫ້ຜູ້ຄົນມີຄວາມຮູ້ສຶກທີ່ດີຕໍ່ລາວ, ໄວ້ວາງໃຈລາວ, ເພິ່ງພາອາໄສລາວ ແຕ່ຜົນທີ່ຕາມມາແມ່ນຫຍັງ? ຄົນເຫຼົ່ານັ້ນບໍ່ພຽງແຕ່ບໍ່ສາມາດເຂົ້າໃຈຄວາມຈິງ, ພວກເຂົາບໍ່ພຽງແຕ່ລົ້ມເຫຼວທີ່ຈະກ້າວໜ້າໃນການເຂົ້າສູ່ຊີວິດຂອງພວກເຂົາເທົ່ານັ້ນ ແຕ່ກົງກັນຂ້າມ ພວກເຂົາພັດຮັບເອົາຜູ້ຕໍ່ຕ້ານພຣະຄຣິສເປັນພໍ່ແມ່ທາງວິນຍານຂອງພວກເຂົາ, ເປັນຕົວແທນຂອງພຣະເຈົ້າ, ໂດຍປ່ອຍໃຫ້ຜູ້ຕໍ່ຕ້ານພຣະຄຣິສເຂົ້າແທນທີ່ສະຖານະຂອງພຣະເຈົ້າໃນໃຈຂອງພວກເຂົາ. ເມື່ອຄົນໃດໜຶ່ງມີບັນຫາ, ລາວກໍບໍ່ມາຢູ່ຕໍ່ໜ້າພຣະເຈົ້າອີກຕໍ່ໄປ ແລະ ບໍ່ວ່າລາວຈະພົບພໍ້ກັບບັນຫາໃດກໍຕາມ, ລາວກໍບໍ່ອະທິຖານຕໍ່ພຣະເຈົ້າ ຫຼື ເພິ່ງພາພຣະອົງ, ທັງບໍ່ສະແຫວງຫາຄວາມຈິງໃນພຣະທຳຂອງພຣະອົງ. ກົງກັນຂ້າມ, ລາວພັດໄປຖາມຜູ້ນຳຄົນນີ້ກ່ຽວກັບເລື່ອງນັ້ນ. ລາວຂໍໃຫ້ຜູ້ນຳຊີ້ທາງໃຫ້ລາວ ແລະ ລາວກໍຍິ່ງແນມເບິ່ງຜູ້ນຳຄົນນີ້ ແລະ ເພິ່ງພາຜູ້ນຳຫຼາຍຂຶ້ນເລື້ອຍໆ. ລາວບໍ່ຮູ້ວິທີສະແຫວງຫາພຣະເຈົ້າ ແລະ ລາວບໍ່ຮູ້ວິທີແນມເບິ່ງພຣະອົງ ແລະ ເພິ່ງພາພຣະອົງ, ຍິ່ງບໍ່ຕ້ອງເວົ້າເຖິງວິທີການກະທຳຕາມຄວາມຈິງ ແລະ ຕາມຫຼັກການ. ບໍ່ວ່າມີຫຍັງເກີດຂຶ້ນກັບລາວ, ລາວກໍລໍຖ້າຢ່າງໃຈຈົດໃຈຈໍ່ເພື່ອໃຫ້ຜູ້ນຳເປັນຜູ້ຕັດສິນໃຈກ່ຽວກັບເລື່ອງນັ້ນ. ລາວເຮັດທຸກຢ່າງທີ່ຜູ້ນຳບອກໃຫ້ລາວເຮັດ ແລະ ລາວປະຕິບັດຕາມທຸກການຊີ້ນຳຂອງຜູ້ນຳ. ໂດຍການນຳພາຜູ້ຄົນມາເຖິງຈຸດນີ້, ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ກຳລັງເຮັດໃຫ້ພວກເຂົາຫຼົງຜິດ ແລະ ຄວບຄຸມພວກເຂົາຢູ່ບໍ? ເປັນຫຍັງປະຊາກອນທີ່ພຣະເຈົ້າເລືອກຈຶ່ງບໍ່ສະແຫວງຫາຄວາມຈິງຈາກພຣະເຈົ້າເມື່ອມີສິ່ງຕ່າງໆເກີດຂຶ້ນກັບພວກເຂົາ? ເປັນຫຍັງປະຊາກອນທີ່ພຣະເຈົ້າເລືອກຈຶ່ງເຊື່ອຟັງສິ່ງທີ່ຜູ້ນຳຂອງພວກເຂົາເວົ້າຢ່າງຫຼັບຫູຫຼັບຕາ, ໂດຍບໍ່ກວດສອບຄຳເວົ້າຂອງລາວ ຫຼື ໃຊ້ການແຍກແຍະ? ເປັນຫຍັງປະຊາກອນທີ່ພຣະເຈົ້າເລືອກຈຶ່ງສາມາດອ່ອນນ້ອມຕໍ່ຄຳເວົ້າຂອງຜູ້ນຳຂອງພວກເຂົາໄດ້ທັນທີທີ່ໄດ້ຍິນ ແຕ່ບໍ່ສາມາດເຮັດແບບນີ້ກັບພຣະທຳຂອງພຣະເຈົ້າໄດ້? ພວກເຂົາກຳລັງສະແຫວງຫາຄວາມຕ້ອງການຂອງຜູ້ນຳຂອງພວກເຂົາ ແທນທີ່ຈະສະແຫວງຫາເຈດຕະນາຂອງພຣະເຈົ້າ; ພວກເຂົາກຳລັງຟັງຄຳເວົ້າຂອງຜູ້ນຳຂອງພວກເຂົາ ແທນທີ່ຈະຟັງພຣະທຳຂອງພຣະເຈົ້າ ແລະ ແທນທີ່ຈະສະແຫວງຫາ ແລະ ອ່ອນນ້ອມຕໍ່ຄວາມຈິງ. ພວກເຂົາເພິ່ງພາຜູ້ນຳຂອງພວກເຂົາໃນການກະທຳ, ພ້ອມທັງໃຫ້ລາວສະໜັບສະໜູນພວກເຂົາ, ເວົ້າແທນພວກເຂົາ ແລະ ຕັດສິນໃຈແທນພວກເຂົາ ແທນທີ່ຈະເພິ່ງພາພຣະເຈົ້າ, ແນມເບິ່ງພຣະອົງ ແລະ ອ່ອນນ້ອມຕໍ່ພຣະອົງ. ຜູ້ທີ່ຖືກເອີ້ນວ່າຜູ້ນຳເຫຼົ່ານີ້ບໍ່ໄດ້ຍຶດຄອງຕຳແໜ່ງໃດໜຶ່ງໃນໃຈຂອງຜູ້ຄົນແລ້ວບໍ? ນີ້ຄືຜົນທີ່ຕາມມາຂອງການທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ຫຼອກລວງເອົາໃຈພວກເຂົາ.

ເມື່ອມີບາງສິ່ງບາງຢ່າງເກີດຂຶ້ນກັບບາງຄົນ ແລະ ເຈົ້າບອກໃຫ້ພວກເຂົາອະທິຖານຕໍ່ພຣະເຈົ້າ, ພວກເຂົາກໍເວົ້າວ່າວຸດທິພາວະຂອງພວກເຂົາຍັງນ້ອຍເກີນໄປ ແລະ ບໍ່ຮູ້ວ່າຈະສະແຫວງຫາແນວໃດ. ຖ້າເຈົ້າບອກໃຫ້ພວກເຂົາກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ພວກເຂົາກໍເວົ້າວ່າພວກເຂົາບໍ່ມີຂີດຄວາມສາມາດ ແລະ ບໍ່ສາມາດໄດ້ຮັບແສງສະຫວ່າງທີ່ຍິ່ງໃຫຍ່ໄດ້. ຖ້າເຈົ້າບອກໃຫ້ພວກເຂົາຟັງການເທດສະໜາ, ພວກເຂົາກໍເວົ້າວ່າເນື້ອໃນຂອງການເທດສະໜານັ້ນສູງສົ່ງ ແລະ ເລິກເຊິ່ງເກີນໄປສຳລັບພວກເຂົາ, ມັນເກີນຄວາມສາມາດຂອງພວກເຂົາ. ພວກເຂົາເຊື່ອວ່າ ຖ້າຄົນໃດໜຶ່ງມີຂີດຄວາມສາມາດຕໍ່າ ແລະ ມີຄວາມອ່ອນແອ ແລະ ລາວບໍ່ເກັ່ງໃນທຸກໆດ້ານ, ລາວກໍຈຳເປັນຕ້ອງໄປຊອກຫາຜູ້ນຳ. ສົມມຸດວ່າເຈົ້າຖາມພວກເຂົາວ່າ “ເປັນຫຍັງພວກເຈົ້າຈຶ່ງຈຳເປັນຕ້ອງໄປຊອກຫາຜູ້ນຳ? ເປັນຫຍັງພວກເຈົ້າຈຶ່ງບໍ່ສະແຫວງຫາພຣະເຈົ້າ ແລະ ມາຢູ່ຕໍ່ໜ້າພຣະອົງ?” ພວກເຂົາກໍເວົ້າວ່າ “ມັນຍາກຫຼາຍສຳລັບຜູ້ຄົນທີ່ຈະມາຢູ່ຕໍ່ໜ້າພຣະເຈົ້າ: ພວກເຮົາມີຄວາມຄິດຫຼົງຜິດ, ຂີດຄວາມສາມາດຂອງພວກເຮົາກໍຕໍ່າ ແລະ ພວກເຮົາກໍຫົວຊ້າ ແລະ ມຶນຊາ. ພຣະທຳຂອງພຣະເຈົ້າບໍ່ໄດ້ກົງໄປກົງມາສະເໝີໄປ ແລະ ບໍ່ມີຕົວຢ່າງໃດໆໃນພຣະທຳຂອງພຣະອົງເພື່ອສະແດງໃຫ້ເຫັນວ່າພຣະທຳເຫຼົ່ານັ້ນໝາຍເຖິງຫຍັງ. ຜູ້ນຳຂອງພວກເຮົາພຽງແຕ່ບອກພວກເຮົາໂດຍກົງວ່າຕ້ອງເຮັດຫຍັງ, ໃນວິທີທີ່ກົງໄປກົງມາແທ້ໆ, ຄືກັບໜຶ່ງບວກໜຶ່ງເທົ່າກັບສອງ. ເມື່ອເວົ້າເຖິງການອ່ານພຣະທຳຂອງພຣະເຈົ້າ, ຖ້າຂ້ອຍສາມາດອ່ານອອກສຽງໄດ້, ນັ້ນກໍຖືວ່າດີຫຼາຍແລ້ວ ແຕ່ຂ້ອຍບໍ່ຮູ້ເລີຍວ່າພຣະທຳເຫຼົ່ານັ້ນໝາຍເຖິງຫຍັງ ແລະ ຂ້ອຍບໍ່ຮູ້ວ່າພຣະເຈົ້າຮຽກຮ້ອງຫຍັງຈາກມະນຸດ ຫຼື ຈະປະຕິບັດແນວໃດໃຫ້ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ຂ້ອຍບໍ່ມີທາງຊອກຫາຄຳຕອບໄດ້ເລີຍ. ໃນເມື່ອຂ້ອຍເປັນຄົນທີ່ມີຂີດຄວາມສາມາດຕໍ່າ, ເປັນຄົນທີ່ມີວຸດທິພາວະຍັງນ້ອຍ, ເປັນຄົນມຶນຊາ ແລະ ໂງ່ຈ້າ, ຜູ້ທີ່ບໍ່ສາມາດເບິ່ງທະລຸສິ່ງໃດໄດ້, ຂ້ອຍຈຶ່ງຕ້ອງຖາມຜູ້ນຳຂອງພວກເຮົາກ່ຽວກັບທຸກສິ່ງທີ່ເກີດຂຶ້ນ ແລະ ໃຫ້ລາວເປັນຜູ້ຕັດສິນໃຈ. ຜູ້ນຳຂອງພວກເຮົາສາມາດຊອກຫາຄຳຕອບໃຫ້ຂ້ອຍໄດ້; ຂ້ອຍພຽງແຕ່ເຮັດຕາມທຸກຢ່າງທີ່ລາວບອກໃຫ້ຂ້ອຍເຮັດ. ຂ້ອຍກໍເປັນຄົນແບບນີ້ແຫຼະ, ເປັນຄົນຊື່ໆ ແລະ ເຊື່ອຟັງ”. “ການເປັນຄົນຊື່ໆ ແລະ ເຊື່ອຟັງນັ້ນບໍ່ມີຫຍັງຜິດ ແຕ່ຜູ້ນຳຂອງພວກເຈົ້າມີຄວາມເປັນຈິງຄວາມຈິງຢ່າງແທ້ຈິງບໍ? ລາວເປັນຄົນທີ່ອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງບໍ? ຖ້າສິ່ງດຽວທີ່ລາວສາມາດເຮັດໄດ້ຄືການເທດສະໜາຄຳເວົ້າ ແລະ ຫຼັກຄຳສອນ ແລະ ລາວບໍ່ແມ່ນຄົນທີ່ອ່ອນນ້ອມຕໍ່ພຣະເຈົ້າ ແລ້ວການທີ່ເຈົ້າອ່ອນນ້ອມຕໍ່ລາວໝາຍຄວາມວ່າເຈົ້າກຳລັງອ່ອນນ້ອມຕໍ່ພຣະເຈົ້າບໍ?” ພວກເຂົາກໍເວົ້າວ່າ “ຜູ້ນຳຂອງພວກເຮົາມີຂີດຄວາມສາມາດສູງ ແລະ ທຸກສິ່ງທີ່ລາວເວົ້າລ້ວນແຕ່ຖືກຕ້ອງ. ນັ້ນກໍພິສູດໃຫ້ເຫັນວ່າລາວເຂົ້າໃຈຄວາມຈິງ ແລະ ລາວສອດຄ່ອງກັບເຈດຕະນາຂອງພຣະເຈົ້າ”. ມີການໃຫ້ເຫດຜົນທາງຕັກກະເລັກນ້ອຍໃນສິ່ງທີ່ພວກເຂົາກຳລັງເວົ້າ, ບໍ່ແມ່ນບໍ? ມັນລ້ວນແຕ່ອີງໃສ່ຄວາມຮູ້ສຶກສ່ວນຕົວຂອງພວກເຂົາ. ຂີດຄວາມສາມາດຂອງພວກເຂົາຕໍ່າ ແລະ ພວກເຂົາຂາດຄວາມສາມາດໃນການແຍກແຍະ, ສະນັ້ນ ຖ້າມີບາງສິ່ງບາງຢ່າງຜິດປົກກະຕິເກີດຂຶ້ນກັບຜູ້ນຳຂອງພວກເຂົາແທ້ໆ, ພວກເຂົາກໍຈະບໍ່ສາມາດເບິ່ງເຫັນມັນໄດ້. ຄົນສ່ວນໃຫຍ່ໂງ່ຈ້າ, ເບົາປັນຍາ ແລະ ມີຂີດຄວາມສາມາດຕໍ່າ ແຕ່ໃຫ້ພວກເຮົາປະເຫດຜົນນັ້ນໄວ້ກ່ອນໃນຕອນນີ້. ເມື່ອເບິ່ງໃນມຸມມອງຂອງຜູ້ນຳ, ຖ້າຜູ້ຄົນມີການສະແດງອອກເຫຼົ່ານີ້, ມີຄວາມເພິ່ງພາອາໄສຕໍ່ຜູ້ນຳຂອງພວກເຂົາແບບນັ້ນ ແລະ ມີມຸມມອງ ແລະ ທັດສະນະຄະຕິແບບນີ້ຕໍ່ລາວ, ສິ່ງນັ້ນບໍ່ມີຄວາມກ່ຽວຂ້ອງບາງຢ່າງກັບກົນລະຍຸດ ແລະ ວິທີການຂອງຜູ້ນຳໃນການຊື້ໃຈຜູ້ຄົນບໍ? (ມີ.) ມີຄວາມກ່ຽວຂ້ອງຫຼາຍສໍ່າໃດ? ມັນກ່ຽວຂ້ອງໂດຍກົງກັບວິທີການເຮັດວຽກຂອງຜູ້ນຳບໍ? ພວກເຮົາສາມາດເວົ້າໄດ້ຢ່າງແນ່ນອນວ່າມີຄວາມກ່ຽວຂ້ອງໂດຍກົງ ແລະ ຢ່າງແທ້ຈິງ, ສິ່ງເຫຼົ່ານີ້ກ່ຽວຂ້ອງກັນໜຶ່ງຮ້ອຍເປີເຊັນ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ມີຜູ້ນຳຫຼາຍຄົນທີ່ໃນແງ່ຂອງຄວາມຕັ້ງໃຈສ່ວນຕົວຂອງພວກເຂົາແລ້ວ ແມ່ນຢາກນຳພາຜູ້ຄົນມາຢູ່ຕໍ່ໜ້າພຣະເຈົ້າ ແຕ່ຍ້ອນພວກເຂົາບໍ່ເຂົ້າໃຈຄວາມຈິງ ຫຼື ບໍ່ຮູ້ວິທີແກ້ໄຂບັນຫາຕົວຈິງຕ່າງໆ, ພວກເຂົາຈຶ່ງສາມາດຈັດການໄດ້ພຽງແຕ່ໜ້າວຽກດ້ານການບໍລິຫານ ແລະ ວຽກງານທົ່ວໄປບາງຢ່າງເທົ່ານັ້ນ ແລະ ອວດອ້າງເພື່ອໃຫ້ຜູ້ຄົນເຄົາລົບນັບຖືພວກເຂົາ, ພວກເຂົາຈຶ່ງກ້າວເຂົ້າສູ່ເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສໂດຍບໍ່ຮູ້ຕົວ. ຜູ້ນຳເຫຼົ່ານີ້ໃຊ້ວິທີການ ແລະ ວິທີທາງຂອງຕົນເອງເພື່ອພະຍາຍາມຊື້ໃຈຜູ້ຄົນຢູ່ສະເໝີ ແລະ ເພື່ອຄວບຄຸມຈິດໃຈ, ພຶດຕິກຳ ແລະ ຄວາມຄິດຂອງຜູ້ຄົນ, ເພື່ອໃຫ້ຜູ້ຄົນເຮັດຕາມສິ່ງທີ່ຜູ້ນຳເວົ້າຢູ່ສະເໝີທັງໃນການກະທຳ, ໃນການປະຕິບັດຄວາມຈິງ ແລະ ໃນທຸກດ້ານຂອງການປະຕິບັດໜ້າທີ່ຂອງຕົນ. ຖ້າຜູ້ຄົນອ່ອນນ້ອມຕໍ່ຜູ້ຕໍ່ຕ້ານພຣະຄຣິສ ແລະ ບໍ່ໄດ້ອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງ, ຖ້າພວກເຂົາອ່ອນນ້ອມຕໍ່ຜູ້ຕໍ່ຕ້ານພຣະຄຣິສຫຼາຍກວ່າທີ່ພວກເຂົາອ່ອນນ້ອມຕໍ່ພຣະເຈົ້າ ແລະ ການປະຕິບັດໜ້າທີ່ຂອງພວກເຂົາກໍບໍ່ເກີດຜົນໃດໆເລີຍ ແລະ ພວກເຂົາກໍບໍ່ໄດ້ປະຕິບັດໜ້າທີ່ຂອງມະນຸດໄດ້ດີ ແລ້ວຄົນແບບນັ້ນແມ່ນຜູ້ທີ່ຈະໄດ້ຮັບຄວາມລອດພົ້ນບໍ? ຜູ້ຄົນມີເສັ້ນທາງແຫ່ງການປະຕິບັດທີ່ “ຖືກຕ້ອງ” ສຳລັບການເຊື່ອຟັງ ແລະ ການຈົງຮັກພັກດີຕໍ່ຜູ້ນຳ ແລະ ຜູ້ເຮັດວຽກ ແຕ່ພວກເຂົາບໍ່ໄດ້ປະຕິບັດຢ່າງຖືກຕ້ອງຊໍ້າ ເມື່ອເວົ້າເຖິງການອ່ອນນ້ອມຕໍ່ພຣະເຈົ້າ ແລະ ການຈົງຮັກພັກດີຕໍ່ພຣະອົງ, ບໍ່ມີໃຜໂອ້ລົມກ່ຽວກັບເລື່ອງນີ້ ແລະ ບໍ່ມີໃຜປະຕິບັດວຽກງານຕົວຈິງໃນດ້ານນີ້. ຜູ້ຄົນລ້ວນແຕ່ມັກເວົ້າ ແລະ ກະທຳເພື່ອເຫັນແກ່ສະຖານະ ແລະ ຊື່ສຽງຂອງພວກເຂົາເອງ ແລະ ພວກເຂົາໃຊ້ຄວາມຄິດຢ່າງໜັກ ແລະ ເຮັດວຽກຈົນລືມກິນລືມນອນ ເພື່ອເຮັດໃຫ້ປະຊາກອນທີ່ພຣະເຈົ້າເລືອກເຊື່ອຟັງ ແລະ ນະມັດສະການພວກເຂົາ. ເຫັນໄດ້ຊັດເຈນວ່າ ພວກເຂົາເຮັດທັງໝົດນີ້ກໍເພື່ອບັນລຸເປົ້າໝາຍຂອງພວກເຂົາໃນການກຳອຳນາດໃນຄຣິສຕະຈັກໃນຖານະຜູ້ນຳ ຫຼື ຜູ້ເຮັດວຽກ. ແມ່ນຫຍັງຄືເຫດຜົນສຳລັບສິ່ງນີ້? ມັນກໍຄືມະນຸດຊາດທີ່ເສື່ອມຊາມທັງໝົດມີອຸປະນິໄສດຽວກັນ ແລະ ມີຄວາມມັກຄືກັນ. ເມື່ອຄົນໃດໜຶ່ງຊີ້ບອກເສັ້ນທາງໃຫ້ເຈົ້າ ແລະ ເຈົ້າກໍເຕັມໃຈຫຼາຍທີ່ຈະປະຕິບັດຕາມ, ນັ້ນບໍ່ໄດ້ໝາຍຄວາມວ່າເຈົ້າກຳລັງປະຕິບັດຄວາມຈິງ, ມັນໝາຍຄວາມວ່າເຈົ້າກຳລັງເຮັດຕາມສິ່ງທີ່ຄົນນັ້ນເວົ້າ ແລະ ເຊື່ອຟັງລາວ. ແລ້ວເປັນຫຍັງຜູ້ຄົນຈຶ່ງບໍ່ເຕັມໃຈທີ່ຈະມາຢູ່ຕໍ່ໜ້າພຣະເຈົ້າ ຫຼື ສະແຫວງຫາພຣະອົງ? ເພາະວ່າບໍ່ມີສິ່ງໃດທີ່ສອດຄ່ອງກັບຄວາມຈິງໃນຄວາມເປັນມະນຸດຂອງຄົນເຮົາ. ສິ່ງທີ່ຜູ້ຄົນມັກ, ສິ່ງທີ່ພວກເຂົາປາຖະໜາ ແລະ ສິ່ງທີ່ພວກເຂົາເກັບໄວ້ໃນໃຈລ້ວນແຕ່ກົງກັນຂ້າມກັບຄວາມຈິງ, ຂັດແຍ້ງກັບຄວາມຈິງ. ສະນັ້ນ, ຖ້າເຈົ້າຂໍໃຫ້ຄົນໃດໜຶ່ງສະແຫວງຫາຄວາມຈິງເມື່ອມີບາງສິ່ງບາງຢ່າງເກີດຂຶ້ນກັບລາວ, ລາວກໍຈະພົບວ່າມັນຍາກກວ່າການບິນໄປດວງຈັນອີກແຕ່ຖ້າເຈົ້າຂໍໃຫ້ລາວເອົາໃຈໃສ່ຄົນໃດໜຶ່ງ, ລາວກໍຈະພົບວ່າມັນງ່າຍກວ່າຫຼາຍ. ເຫັນໄດ້ຊັດເຈນວ່າ ຜູ້ຕໍ່ຕ້ານພຣະຄຣິສໄດ້ຮັບຜົນຢ່າງໄວວາ ເມື່ອພວກເຂົາໃຊ້ເຕັກນິກການຊື້ໃຈຜູ້ຄົນເພື່ອຄວບຄຸມຜູ້ຄົນ. ພຽງແຕ່ສະແດງຄຳຄິດເຫັນທີ່ເວົ້າອອກມາລອຍໆ, ພວກເຂົາກໍສາມາດເຮັດໃຫ້ຄົນໃດໜຶ່ງມີຄວາມຄິດເຫັນທີ່ດີຕໍ່ພວກເຂົາໄດ້; ພຽງແຕ່ຄຳເຫັນທຳມະດາທີ່ແຝງໄປດ້ວຍເຈດຕະນາ ຫຼື ມຸມມອງບາງຢ່າງ, ພວກເຂົາກໍສາມາດເຮັດໃຫ້ຄົນໃດໜຶ່ງເບິ່ງພວກເຂົາໃນມຸມມອງໃໝ່, ໃນແງ່ໃໝ່ໄດ້. ສິ່ງນີ້ເປີດເຜີຍໃຫ້ເຫັນຢ່າງຊັດເຈນວ່າສິ່ງທີ່ຢູ່ພາຍໃນຜູ້ຄົນແມ່ນຫຍັງກັນແທ້. ສິ່ງນີ້ໝາຍຄວາມວ່າ ຖ້າເຈົ້າບໍ່ໄລ່ຕາມຄວາມຈິງ ແລະ ກົງກັນຂ້າມພັດຍ່າງໃນເສັ້ນທາງແຫ່ງການໄລ່ຕາມສະຖານະ ແລະ ອຳນາດ, ຜົນກະທົບ ແລະ ຜົນທີ່ຕາມມາທີ່ທຸກສິ່ງທີ່ເຈົ້າເຮັດຈະມີຜົນຕໍ່ສະມາຊິກຄົນໃດກໍຕາມຂອງມະນຸດຊາດທີ່ເສື່ອມຊາມ ກໍຄືການເຮັດໃຫ້ພວກເຂົາຫັນຫຼັງໃຫ້ກັບເສັ້ນທາງທີ່ແທ້ຈິງ, ຫຼີກໜີຈາກຄວາມຈິງ, ຫຼີກໜີຈາກພຣະເຈົ້າ ແລະ ປະຕິເສດພຣະເຈົ້າ. ນັ້ນຄືຜົນທີ່ຕາມມາພຽງຢ່າງດຽວ, ເປັນຜົນສຸດທ້າຍພຽງຢ່າງດຽວ. ສິ່ງນີ້ແມ່ນເຫັນໄດ້ຢ່າງຊັດເຈນ.

ການສະແດງອອກທຳອິດຂອງການທີ່ຜູ້ຕໍ່ຕ້ານພຣະຄຣິສພະຍາຍາມຊື້ໃຈຜູ້ຄົນກໍຄືການຊັກຈູງຜູ້ຄົນດ້ວຍຜົນປະໂຫຍດເລັກໆນ້ອຍໆ. ຜົນປະໂຫຍດເລັກໆນ້ອຍໆບໍ່ຈຳເປັນຕ້ອງເປັນສິ່ງຂອງທາງວັດຖຸສະເໝີໄປ; ມັນກວມເອົາຂອບເຂດທີ່ກວ້າງຂວາງ. ບາງຄັ້ງກໍເປັນຄຳເວົ້າທີ່ຄຳນຶງເຖິງຄົນອື່ນ; ບາງຄັ້ງກໍເປັນການຕອບສະໜອງຄວາມປາຖະໜາ ຫຼື ຄວາມມັກຂອງຄົນໃດໜຶ່ງ; ແລະ ບາງຄັ້ງກໍເປັນການຢັ່ງເບິ່ງຄວາມຄິດຂອງຄົນໃດໜຶ່ງ ແລະ ເວົ້າສິ່ງທີ່ຟັງເບິ່ງດີເຊິ່ງຄົນນັ້ນຢາກໄດ້ຍິນ, ເພື່ອເຮັດໃຫ້ຄົນນັ້ນຄິດວ່າຜູ້ນຳຂອງລາວເປັນຄົນດີຫຼາຍ ແລະ ເຂົ້າໃຈຫຼາຍ. ເວົ້າອີກຢ່າງໜຶ່ງກໍຄື ຜູ້ຕໍ່ຕ້ານພຣະຄຣິສໄດ້ສະແດງຄວາມອົດກັ້ນ, ຄວາມຮັກ, ຄວາມອົບອຸ່ນ ແລະ ສິ່ງທີ່ເອີ້ນວ່າການຄຳນຶງເຖິງຄົນອື່ນຢ່າງຫຼວງຫຼາຍ ເພື່ອປົກປິດຄວາມທະເຍີທະຍານທີ່ເຊື່ອງຊ້ອນຢູ່ຂອງພວກເຂົາໃນການຄວບຄຸມຜູ້ຄົນ. ຕົວຢ່າງ: ຖ້າອ້າຍເອື້ອຍນ້ອງໄດ້ບໍລິຈາກສິ່ງດີໆບາງຢ່າງ, ພວກເຂົາກໍອາດຈະແບ່ງປັນສິ່ງເຫຼົ່ານັ້ນສອງສາມຢ່າງໃຫ້ກັບຜູ້ໃດກໍຕາມທີ່ພວກເຂົາມີຄວາມສຳພັນທີ່ດີນຳ. ພວກເຂົາໃຊ້ຜົນປະໂຫຍດເລັກໆນ້ອຍໆເຫຼົ່ານີ້ເພື່ອຊື້ໃຈຜູ້ຄົນ ແລະ ຕິດສິນບົນພວກເຂົາ. ຖ້າມີວຽກທີ່ບໍ່ຮຽກຮ້ອງຫຍັງຫຼາຍໃນຄຣິສຕະຈັກ, ເປັນວຽກທີ່ບໍ່ກ່ຽວຂ້ອງກັບການປະເຊີນກັບສະພາບອາກາດ ແລະ ສາມາດເຮັດໃຫ້ຄົນໃດໜຶ່ງກ້າວເຂົ້າສູ່ຄວາມໂດດເດັ່ນໄດ້, ພວກເຂົາກໍຈະໃຫ້ຜູ້ໃດກໍຕາມທີ່ພວກເຂົາມີຄວາມສຳພັນທີ່ດີນຳໄປເຮັດວຽກນັ້ນ. ເປັນຫຍັງພວກເຂົາຈຶ່ງສາມາດເຮັດສິ່ງນີ້ໄດ້? ສ່ວນໜຶ່ງກໍຄື ພວກເຂົາບໍ່ໄດ້ຮັກຄວາມຈິງໂດຍກຳເນີດ ແລະ ກະທຳໂດຍປາສະຈາກຫຼັກການ. ອີກສ່ວນໜຶ່ງກໍຄື ພວກເຂົາສະຫງວນໜ້າທີ່ທີ່ດີນີ້ໄວ້ສຳລັບຜູ້ທີ່ພວກເຂົາມີຄວາມສຳພັນທີ່ດີນຳ ແລ້ວກໍເວົ້າສິ່ງທີ່ຟັງເບິ່ງດີບາງຢ່າງກັບພວກເຂົາ, ເພື່ອໃຫ້ຄົນເຫຼົ່ານັ້ນຮູ້ສຶກຂອບໃຈພວກເຂົາ. ໃນການເຮັດເຊັ່ນນັ້ນ, ພວກເຂົາກໍບັນລຸເປົ້າໝາຍຂອງພວກເຂົາໃນການຊື້ໃຈຄົນເຫຼົ່ານີ້. ກົນລະຍຸດນີ້ບໍ່ແມ່ນພຽງແຕ່ການໃຫ້ສິ່ງຂອງເລັກໆນ້ອຍໆ ແລະ ເວົ້າຄຳຫວານໆຢູ່ບ່ອນນັ້ນບ່ອນນີ້ເທົ່ານັ້ນ, ມັນມີເຈດຕະນາ, ມີເປົ້າໝາຍຢູ່ໃນນັ້ນ. ແລ້ວເປົ້າໝາຍນັ້ນແມ່ນຫຍັງ? ມັນມີຈຸດປະສົງເພື່ອເຮັດໃຫ້ຜູ້ຄົນມີການປະເມີນທີ່ດີຕໍ່ພວກເຂົາໃນໃຈຂອງຜູ້ຄົນ. ຖ້າມີກຸ່ມຄົນສິບຄົນ, ພວກເຂົາກໍຈະເລີ່ມຕົ້ນດ້ວຍການປະເມີນພວກເຂົາວ່າ: “ໃນສິບຄົນນີ້, ມີສອງຄົນທີ່ເກັ່ງໃນການປະຈົບປະແຈງຜູ້ຄົນ. ຂ້ອຍບໍ່ຈຳເປັນຕ້ອງສົນໃຈພວກເຂົາ ແລະ ພວກເຂົາກໍຈະປະຈົບປະແຈງຂ້ອຍຄືເກົ່າ. ຈາກນັ້ນ, ມີຄົນເບົາປັນຍາສອງຄົນ; ຖ້າຂ້ອຍໃຫ້ຜົນປະໂຫຍດພິເສດບາງຢ່າງແກ່ພວກເຂົາ ພວກເຂົາຈະເຮັດຕາມທີ່ຂ້ອຍເວົ້າ. ອີກສອງຄົນເປັນຄົນທີ່ມີຂີດຄວາມສາມາດບາງຢ່າງ; ຕາບໃດທີ່ຂ້ອຍເທດສະໜາຄຳເທດສະໜາທີ່ສູງສົ່ງສອງສາມເລື່ອງ ແລະ ເວົ້າຄຳເວົ້າທີ່ໜ້າປະທັບໃຈບາງຢ່າງກັບພວກເຂົາ, ພວກເຂົາກໍຈະຍອມຕໍ່ຂ້ອຍ. ຈາກນັ້ນ, ມີສາມຄົນທີ່ເບິ່ງຄືວ່າໄລ່ຕາມຄວາມຈິງ, ສະນັ້ນ ພວກເຂົາກໍຈະຮັບມືຍາກໜ້ອຍໜຶ່ງ. ຂ້ອຍຈຳເປັນຕ້ອງອ່ານສະຖານະການຕົວຈິງຂອງພວກເຂົາໃຫ້ຊັດເຈນ, ເບິ່ງວ່າພວກເຂົາຕ້ອງການຫຍັງ ແລ້ວກໍຕອບສະໜອງໃຫ້ພວກເຂົາ. ຖ້າມີໃຜໃນພວກເຂົາບໍ່ເຊື່ອເລື່ອງນີ້ ແລະ ບໍ່ເຊື່ອຟັງຂ້ອຍ, ໃນທີ່ສຸດຂ້ອຍກໍຈະຈັດການກັບພວກເຂົາ ແລະ ຄັດພວກເຂົາອອກ. ເຖິງແມ່ນວ່າຄົນສຸດທ້າຍຈະຕໍ່ຕ້ານຂ້ອຍ, ລາວກໍສາມາດສ້າງບັນຫາໃຫ້ຂ້ອຍໄດ້ພຽງເລັກນ້ອຍເທົ່ານັ້ນ ແລະ ລາວກໍຈະຮັບມືໄດ້ງ່າຍ”. ພຽງແຕ່ກວາດສາຍຕາເບິ່ງ, ພວກເຂົາກໍສາມາດກຳນົດໄດ້ວ່າໃຜໃນກຸ່ມທີ່ພວກເຂົາສາມາດຮັບມືໄດ້ ແລະ ໃຜທີ່ພວກເຂົາບໍ່ສາມາດຮັບມືໄດ້. ພວກເຂົາສາມາດຮູ້ເລື່ອງນີ້ໄດ້ໄວຂະໜາດນີ້ໄດ້ແນວໃດ? ພວກເຂົາສາມາດເຮັດສິ່ງນີ້ໄດ້ກໍຍ້ອນວ່າໃຈຂອງພວກເຂົາເຕັມໄປດ້ວຍການເມືອງ ແລະ ປັດຊະຍາແບບຊາຕານ. ຫຼັກການແຫ່ງພຶດຕິກຳຂອງພວກເຂົາ ແລະ ວິທີການປະພຶດຕົນ ແລະ ການມີປະຕິສຳພັນກັບຄົນອື່ນຂອງພວກເຂົາ ບໍ່ແມ່ນກ່ຽວກັບການເຂົ້າກັນໄດ້ຢ່າງເປັນມິດກັບຜູ້ຄົນ ຫຼື ການມີຄວາມສຳພັນລະຫວ່າງບຸກຄົນທີ່ປົກກະຕິ, ພວກມັນບໍ່ແມ່ນກ່ຽວກັບການຊ່ວຍເຫຼືອ ຫຼື ການສະໜອງໃຫ້ແກ່ຄົນອື່ນ ຫຼື ການສັ່ງສອນພວກເຂົາ ຫຼື ກ່ຽວກັບການມີສ່ວນຮ່ວມກັບຄົນອື່ນຢ່າງເທົ່າທຽມກັນ ຫຼື ການໃຊ້ຫຼັກການຄວາມຈິງເພື່ອຈັດການກັບເລື່ອງຕ່າງໆ ແລະ ຈັດການກັບຄົນອື່ນ. ພວກເຂົາບໍ່ມີຫຼັກການເຫຼົ່ານີ້ແມ່ນແຕ່ໜ້ອຍດຽວຢ່າງແທ້ຈິງ. ແລ້ວແມ່ນຫຍັງຄືຫຼັກການຂອງພວກເຂົາ? “ແຕ່ລະຄົນເບິ່ງຂ້ອຍແນວໃດໃນໃຈຂອງພວກເຂົາ? ຂ້ອຍບໍ່ຈຳເປັນຕ້ອງສົນໃຈຜູ້ທີ່ຍົກຍ້ອງຂ້ອຍ, ຜູ້ທີ່ມີຂ້ອຍຢູ່ໃນໃຈຂອງພວກເຂົາ ແລະ ຜູ້ທີ່ຢ້ານຂ້ອຍ, ເຄົາລົບຂ້ອຍ ແລະ ຢຳເກງຂ້ອຍ. ສິ່ງນັ້ນສິ່ງນີ້ຄືສິ່ງທີ່ຂ້ອຍຄວນເຮັດຕໍ່ໄປກັບຜູ້ທີ່ບໍ່ຢຳເກງຂ້ອຍ ແລະ ສິ່ງນັ້ນສິ່ງນີ້ຄືສິ່ງທີ່ຂ້ອຍຄວນເຮັດກ່ຽວກັບຜູ້ທີ່ຢຳເກງຂ້ອຍ ແຕ່ຍັງບໍ່ທັນຍອມຕໍ່ຂ້ອຍເທື່ອ. ແລ້ວສຳລັບຜູ້ທີ່ໂດຍທົ່ວໄປແລ້ວບໍ່ຄ່ອຍໃສ່ໃຈຄົນອື່ນຫຼາຍປານໃດ, ສິ່ງນັ້ນສິ່ງນີ້ຄືສິ່ງທີ່ຂ້ອຍຄວນເຮັດກ່ຽວກັບພວກເຂົາ”. ພວກເຂົາມີຂັ້ນຕອນການປະຕິບັດເປັນແຕ່ລະຂັ້ນຕອນເພື່ອຄວບຄຸມຜູ້ຄົນ. ເປັນຫຍັງພວກເຂົາຈຶ່ງສ້າງຂັ້ນຕອນ ແລະ ຄວາມຄິດເຫຼົ່ານີ້ຂຶ້ນມາ? ເພາະວ່າຄວາມປາຖະໜາໃນອຳນາດໃນໃຈຂອງພວກເຂົາແມ່ນບໍ່ສາມາດຄວບຄຸມໄດ້. ຖ້າພວກເຂົາຕ້ອງເຂົ້າກັນໄດ້ຢ່າງເປັນມິດກັບຜູ້ຄົນໃນກຸ່ມ, ພວກເຂົາກໍຈະຮູ້ສຶກບໍ່ສົມຫວັງ ແລະ ບໍ່ມີກຽດເລີຍ. ແລ້ວແມ່ນຫຍັງຄືເປົ້າໝາຍຂອງພວກເຂົາ? ເພື່ອເຮັດໃຫ້ທຸກຄົນມີບ່ອນສຳລັບພວກເຂົາຢູ່ໃນໃຈ, ຖ້າບໍ່ແມ່ນອັນດັບທຳອິດ ກໍເປັນອັນດັບສອງ ແລະ ຖ້າບໍ່ແມ່ນອັນດັບສອງ ກໍເປັນອັນດັບສາມ. ການມີປະຕິສຳພັນກັບຄົນອື່ນບົນພື້ນຖານທີ່ເທົ່າທຽມກັນນັ້ນແມ່ນໃຊ້ບໍ່ໄດ້ເລີຍ. ໃນຖານະຜູ້ນຳ, ຄົນເຫຼົ່ານີ້ສາມາດໃສ່ໃຈກັບຄວາມຄິດເຫັນທີ່ແຕກຕ່າງກັນຂອງຄົນອື່ນໄດ້ບໍ? ພວກເຂົາບໍ່ສາມາດເຮັດໄດ້. ທຸກສິ່ງທີ່ພວກເຂົາເຮັດນັ້ນໝູນວຽນຢູ່ກັບຫຍັງ? (ອຳນາດ.) ທຸກສິ່ງທີ່ພວກເຂົາເຮັດນັ້ນໝູນວຽນຢູ່ກັບອຳນາດ. ພວກເຂົາເຮັດສິ່ງໃດແດ່ທີ່ໝູນວຽນຢູ່ກັບອຳນາດ? ກ່ອນອື່ນ, ພວກເຂົາຢັ່ງເບິ່ງເຂົ້າໄປໃນໃຈຂອງເຈົ້າ ແລະ ກຳແໜ້ນມັນ; ນັ້ນກໍຄື ກ່ອນອື່ນ ພວກເຂົາຕິດສິນບົນເຈົ້າ ແລະ ເຮັດໃຫ້ເຈົ້າເປີດໃຈກັບພວກເຂົາ, ພວກເຂົາເອົາຄວາມຮູ້ສຶກທີ່ແທ້ຈິງຂອງເຈົ້າອອກມາຈາກເຈົ້າ ແລະ ຄົ້ນຫາຄວາມຄິດເຫັນທີ່ແທ້ຈິງຂອງເຈົ້າທີ່ມີຕໍ່ພວກເຂົາ. ເມື່ອກຳແໜ້ນສິ່ງນີ້ໄດ້ແລ້ວ, ພວກເຂົາກໍປັບວິທີການຂອງພວກເຂົາໃຫ້ເຂົ້າກັບແຕ່ລະສະຖານະການ, ໂດຍກະທຳໃນແຕ່ລະກໍລະນີເປັນລາຍບຸກຄົນ. ພວກເຂົາຕ້ອງການຄວບຄຸມຈິດໃຈຂອງຜູ້ຄົນ ແລະ ເມື່ອພວກເຂົາພົບຄົນທີ່ບໍ່ມີໃຈດຽວກັນກັບພວກເຂົາ, ຄົນທີ່ບໍ່ຢຳເກງພວກເຂົາ, ຄົນທີ່ບໍ່ຈົງຮັກພັກດີຕໍ່ພວກເຂົາ, ແລ້ວນັ້ນກໍຄືເວລາທີ່ພວກເຂົາຈະໂຈມຕີ ແລະ ທໍລະມານຄົນໆນັ້ນ. ສະນັ້ນ, ແຮງຈູງໃຈຂອງຜູ້ຕໍ່ຕ້ານພຣະຄຣິສໃນການຊື້ໃຈຜູ້ຄົນກໍຄືອຳນາດ. ແລ້ວວິທີການ ແລະ ເຕັກນິກທີ່ພວກເຂົາໃຊ້ເພື່ອໃຫ້ໄດ້ມາເຊິ່ງອຳນາດແມ່ນຫຍັງ? ພວກເຂົາເຂົ້າໃຈ, ກຳແໜ້ນ ແລະ ຄວບຄຸມຈິດໃຈຂອງຜູ້ຄົນຢ່າງຖີ່ຖ້ວນ. ຄວາມຄິດຂອງຜູ້ຄົນຖືກຄວບຄຸມໂດຍຫຍັງ? ໂດຍຈິດໃຈ ແລະ ທຳມະຊາດຂອງພວກເຂົາ. ເມື່ອຈິດໃຈຂອງຄົນໃດໜຶ່ງຖືກຄວບຄຸມໂດຍຜູ້ຕໍ່ຕ້ານພຣະຄຣິສ, ແນວຄວາມຄິດ ແລະ ຄວາມຄິດຂອງຄົນນັ້ນກໍບໍ່ໜ້າເປັນຫ່ວງອີກຕໍ່ໄປ. ເມື່ອຜູ້ຕໍ່ຕ້ານພຣະຄຣິສຄວບຄຸມຈິດໃຈຂອງຄົນໃດໜຶ່ງແລ້ວ, ພວກເຂົາກໍຄວບຄຸມຄົນນັ້ນໄດ້ທັງໝົດ.

ຂ. ການອວດອ້າງຈຸດແຂງຂອງພວກເຂົາເພື່ອໃຫ້ຜູ້ຄົນນັບຖືບູຊາພວກເຂົາ

ນອກເໜືອຈາກການໃຊ້ຜົນປະໂຫຍດເລັກໆນ້ອຍໆ ເຊິ່ງພວກເຮົາຫາກໍໂອ້ລົມກັນໄປແລ້ວ, ຍັງມີເຕັກນິກອື່ນໃດອີກແດ່ທີ່ພວກຜູ້ຕໍ່ຕ້ານພຣະຄຣິສມັກຈະໃຊ້ ຫຼື ໃຊ້ເປັນປະຈຳເພື່ອຊື້ໃຈຜູ້ຄົນ? ຕົວຢ່າງ: ສົມມຸດວ່າທຸກຄົນມີຄວາມປະທັບໃຈທີ່ບໍ່ດີຕໍ່ຜູ້ນໍາຄົນໜຶ່ງ. ຜູ້ຄົນຄິດວ່າຜູ້ນໍາຄົນນີ້ຂາດພອນສະຫວັນ, ລາວສາມາດເວົ້າໄດ້ພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນເທົ່ານັ້ນ ແລະ ລາວບໍ່ມີຄວາມເຂົ້າໃຈຢ່າງແທ້ຈິງກ່ຽວກັບຄວາມຈິງ. ຖ້າຜູ້ນໍາຄົນນັ້ນພົບວ່າຜູ້ຄົນມີຄວາມປະທັບໃຈແບບນີ້ຕໍ່ລາວ, ລາວຈະພະຍາຍາມຢ່າງສຸດຄວາມສາມາດເພື່ອປົກປິດຂໍ້ບົກຜ່ອງ ແລະ ຂໍ້ຜິດພາດເຫຼົ່ານີ້ບໍ? (ແມ່ນແລ້ວ.) ລາວຈະເຮັດແນວໃດ? ລາວຈະເວົ້າສິ່ງໃດແດ່? ການທຳທ່າເປີດໃຈກໍເປັນດ້ານໜຶ່ງຂອງສິ່ງນີ້. ມີຫຍັງອີກບໍ? (ການແກ້ຕົວ.) ການແກ້ຕົວກໍເປັນວິທີການໜຶ່ງໃນການປົກປິດເຊັ່ນກັນ. ນອກຈາກນີ້, ຜູ້ນໍາອາດຈະໃຊ້ຈຸດແຂງຂອງຕົນ ແລະ ສິ່ງທີ່ຄົນອື່ນເບິ່ງວ່າຍິ່ງໃຫຍ່ເພື່ອປົກປິດຈຸດອ່ອນຂອງຕົນ. ນີ້ເປັນເຕັກນິກທີ່ພົບເຫັນໄດ້ທົ່ວໄປບໍ? (ແມ່ນແລ້ວ.) ຕົວຢ່າງ: ມີຄົນໜຶ່ງເວົ້າວ່າ “ຂ້ອຍຫາກໍເຊື່ອໃນພຣະເຈົ້າໄດ້ພຽງໄລຍະເວລາສັ້ນໆ, ແລ້ວເປັນຫຍັງຂ້ອຍຈຶ່ງຖືກເລືອກໃຫ້ເປັນຜູ້ນໍາ? ມັນເປັນເພາະວ່າຂ້ອຍເຄີຍບໍລິຫານບໍລິສັດໃນໂລກພາຍນອກ ແລະ ພະນັກງານຂອງພວກເຮົາກໍເພີ່ມຂຶ້ນຈາກ 10 ຄົນເປັນ 200 ຄົນ, ເຊິ່ງສະແດງໃຫ້ເຫັນວ່າຂ້ອຍມີຄວາມສາມາດໃນການເປັນຜູ້ນໍາ. ເຖິງແມ່ນວ່າເຮືອນຂອງພຣະເຈົ້າຈະບໍ່ໃຫ້ຄວາມສຳຄັນກັບເລື່ອງດັ່ງກ່າວ, ຄວາມສາມາດນີ້ກໍເປັນປະໂຫຍດໃນບາງສະຖານະການ, ແມ່ນບໍ?” ຫຼັງຈາກທີ່ໄດ້ຍິນສິ່ງນີ້, ຄົນອື່ນໆກໍບໍ່ເຫັນດີນຳ, ສະນັ້ນ ຄົນຜູ້ນີ້ຈຶ່ງສືບຕໍ່ການສະແດງຂອງລາວ ໂດຍເວົ້າວ່າ “ຕົວຢ່າງ: ຖ້າເຈົ້າລົມກັບພະນັກງານຂອງເຈົ້າ ແຕ່ພວກເຂົາບໍ່ຟັງ, ເຈົ້າຄວນເຮັດແນວໃດ? ພວກເຂົາຈະຟັງເຈົ້າ ເມື່ອເຈົ້າບັນລຸຜົນໄດ້ຮັບທີ່ດີ. ຂ້ອຍໄດ້ວາງຫຼັກຖານຂອງຂ້ອຍອອກມາແລ້ວ: ບໍລິສັດຂອງຂ້ອຍໄດ້ເຂົ້າຕະຫຼາດຫຼັກຊັບແລ້ວ!” ໃນຕອນທຳອິດ, ບາງຄົນອາດຈະເວົ້າວ່ານີ້ຄືພອນສະຫວັນ, ນີ້ຄືວິທີທີ່ຜູ້ບໍ່ມີຄວາມເຊື່ອເຮັດສິ່ງຕ່າງໆ, ແຕ່ກໍມີວິທີການ ແລະ ຜົນໄດ້ຮັບຢ່າງແທ້ຈິງຕໍ່ວິທີທີ່ຄົນຜູ້ນີ້ກະທຳ, ສະນັ້ນ ບາງຄົນຈຶ່ງປ່ຽນຈາກການສົງໄສລາວມາເປັນການໄວ້ວາງໃຈລາວ, ຈົນເລີ່ມນັບຖືບູຊາລາວໂດຍບໍ່ຮູ້ຕົວເທື່ອລະເລັກເທື່ອລະນ້ອຍ ໃນຂະນະທີ່ລາວກະທຳ. ນອກຈາກນີ້, ຄົນຜູ້ນີ້ຍັງເຮັດໃຫ້ຄົນອື່ນຫຼົງຜິດ ແລະ ປົກປິດຂໍ້ບົກຜ່ອງຂອງຕົນເອງ; ຫົວໃຈຂອງຜູ້ຄົນຖືກລາວຊື້ເອົາໄປໂດຍທີ່ພວກເຂົາບໍ່ຮູ້ຕົວ, ພວກເຂົາຖືກລາວເຮັດໃຫ້ຫຼົງຜິດ ແລະ ພວກເຂົາກໍກົ້ມຫົວໃຫ້ລາວ. ນີ້ບໍ່ແມ່ນເຕັກນິກບໍ? (ແມ່ນແລ້ວ.) ມັນແມ່ນຫຍັງ? ມັນຄືການພະຍາຍາມຢ່າງສຸດຄວາມສາມາດເພື່ອອວດອ້າງຄວາມຊ່ຽວຊານ ແລະ ພອນສະຫວັນຂອງຕົນ ແລະ ໂອ້ອວດກ່ຽວກັບຄວາມສາມາດ ແລະ ທັກສະຂອງຕົນ. ຈຸດປະສົງຂອງການກະທຳເຫຼົ່ານີ້ແມ່ນຫຍັງ? ມັນກໍເພື່ອຊື້ໃຈຄົນອື່ນເຊັ່ນກັນ. ເພື່ອທີ່ຈະຊື້ໃຈຄົນອື່ນ, ນອກເໜືອຈາກການມອບສິ່ງດີໆບາງຢ່າງໃຫ້ແລ້ວ, ພວກເຂົາຍັງຕ້ອງເຮັດໃຫ້ຄົນອື່ນເຄົາລົບນັບຖືພວກເຂົາອີກດ້ວຍ. ຖ້າພວກເຂົາເປັນພຽງຄົນທຳມະດາ ຫຼື ເປັນຄົນທີ່ບໍ່ມີການສຶກສາທີ່ບໍ່ໄດ້ຮຽນໜັງສືຫຼາຍ, ໃຜຈະມາເຄົາລົບນັບຖືພວກເຂົາ? ສະນັ້ນ, ຄົນຜູ້ນີ້ຈຶ່ງຕັ້ງໃຈອວດໃບປະກາດສະນີຍະບັດຂອງຕົນ, ເຮັດໃຫ້ຜູ້ຄົນຮູ້ວ່າຕົນມີລະດັບການສຶກສາຂັ້ນສູງ ແລະ ມີວຸດທິການສຶກສາຂັ້ນສູງ ແລະ ດ້ວຍເຫດນັ້ນ ລາວຈຶ່ງເຮັດໃຫ້ບາງຄົນຫຼົງຜິດ. ພວກເຂົາພະຍາຍາມຢ່າງສຸດຄວາມສາມາດເພື່ອອວດອ້າງພອນສະຫວັນ, ຄວາມຊ່ຽວຊານ ແລະ ຄວາມສາມາດຂອງພວກເຂົາ ເພື່ອເຮັດໃຫ້ຄົນອື່ນມີຄວາມຄິດເຫັນທີ່ດີ ແລະ ມີຄວາມປະທັບໃຈທີ່ດີຕໍ່ພວກເຂົາ ແລະ ເພື່ອໃຫ້ຜູ້ຄົນມັກຈະຄິດເຖິງ ຫຼື ມີແຮງກະຕຸ້ນທີ່ຈະຂໍຄຳແນະນຳຈາກພວກເຂົາໃນຂະນະທີ່ເຮັດສິ່ງຕ່າງໆ. ທຸກສິ່ງທີ່ພວກເຂົາເຮັດເພື່ອບັນລຸເປົ້າໝາຍນີ້ ບໍ່ແມ່ນກົນລະຍຸດໃນການຊື້ໃຈຜູ້ຄົນເຊັ່ນກັນບໍ? ສິ່ງເຫຼົ່ານີ້ຄືການສະແດງອອກສອງຢ່າງຂອງຜູ້ຕໍ່ຕ້ານພຣະຄຣິສໃນການຊື້ໃຈຜູ້ຄົນ. ຢ່າງທຳອິດຄືການໃຊ້ຜົນປະໂຫຍດເລັກໆນ້ອຍໆ. ຢ່າງທີສອງຄືການອວດອ້າງຄວາມສາມາດ ແລະ ພອນສະຫວັນຂອງພວກເຂົາເອງ, ເວົ້າອີກຢ່າງໜຶ່ງກໍຄື ສິ່ງທີ່ເຮັດໃຫ້ພວກເຂົາເໜືອກວ່າ ແລະ ໃຊ້ວິທີການນີ້ເພື່ອເອົາຊະນະຄົນອື່ນໆ ເພື່ອໃຫ້ພວກເຂົາໂດດເດັ່ນຈາກຝູງຊົນ ແລະ ເພື່ອໃຫ້ທຸກຄົນເຄົາລົບນັບຖືພວກເຂົາ, ຊື່ນຊົມພວກເຂົາ, ເຕັມໃຈມາຢູ່ຕໍ່ໜ້າພວກເຂົາເພື່ອເຮັດຕາມຄຳສັ່ງຂອງພວກເຂົາ ແລະ ຍອມຮັບການນໍາພາຂອງພວກເຂົາ ແລະ ເຖິງກັບເຕັມໃຈຍອມຮັບ ແລະ ເຊື່ອຟັງການຈັດແຈງທັງໝົດຂອງພວກເຂົາ. ນີ້ບໍ່ແມ່ນຮູບແບບໜຶ່ງຂອງການໂຈມຕີທາງຈິດຕະວິທະຍາບໍ? (ແມ່ນແລ້ວ.) ການຊື້ໃຈຄົນອື່ນເປັນການໂຈມຕີທາງຈິດຕະວິທະຍາປະເພດໜຶ່ງ. “ການໂຈມຕີທາງຈິດຕະວິທະຍາ” ໝາຍຄວາມວ່າແນວໃດ? ມັນຄືວິທີການທີ່ຊາຕານຍຶດຄອງ ແລະ ຄວບຄຸມຫົວໃຈຂອງຜູ້ຄົນ. ພຣະເຈົ້າກວດສອບສ່ວນເລິກໃນຫົວໃຈຂອງມະນຸດ. ພຣະອົງເອົາຊະນະ ແລະ ຮັບເອົາຫົວໃຈຂອງຜູ້ຄົນ. ແລ້ວເປັນຫຍັງວະລີທີ່ວ່າ “ຮັບເອົາຫົວໃຈຂອງຜູ້ຄົນ” ຈຶ່ງບໍ່ຖືກນໍາໃຊ້ເມື່ອອ້າງອີງເຖິງຊາຕານ ແລະ ຜູ້ຕໍ່ຕ້ານພຣະຄຣິສ? ນີ້ກໍຍ້ອນວ່າຊາຕານ ແລະ ຜູ້ຕໍ່ຕ້ານພຣະຄຣິສໃຊ້ເຕັກນິກທີ່ຜິດປົກກະຕິ ແລະ ຊົ່ວຊ້າເພື່ອຍຶດເອົາ, ເຮັດໃຫ້ຫຼົງຜິດ, ຊັກຈູງ ແລະ ຄວບຄຸມຫົວໃຈຂອງຜູ້ຄົນ ເພື່ອໃຫ້ຜູ້ຄົນອົດບໍ່ໄດ້ທີ່ຈະມີຄວາມຄິດເຫັນທີ່ດີຕໍ່ພວກເຂົາ ແລະ ເຄົາລົບນັບຖື ແລະ ຊື່ນຊົມພວກເຂົາຢ່າງເລິກເຊິ່ງ.

ພວກເຮົາຫາກໍໂອ້ລົມກັນກ່ຽວກັບສອງກົນລະຍຸດໃນການຊື້ໃຈຜູ້ຄົນ. ຍັງມີກົນລະຍຸດທີ່ເປັນລັກສະນະສະເພາະອັນໃດອີກແດ່? ຖ້າພວກເຈົ້າບໍ່ເຄີຍປະສົບກັບກົນລະຍຸດ ແລະ ວິທີການທີ່ຜູ້ຕໍ່ຕ້ານພຣະຄຣິສໃຊ້ເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ບີບຄັ້ນຜູ້ຄົນ, ພວກເຈົ້າກໍອາດຈະເບິ່ງທີ່ຕົວພວກເຈົ້າເອງເພື່ອເບິ່ງວ່າພວກເຈົ້າປຽບທຽບໄດ້ແນວໃດ. ຈົ່ງເບິ່ງວ່າພວກເຈົ້າມີການສະແດງອອກເຫຼົ່ານີ້ຢູ່ໃນຕົວພວກເຈົ້າ ຫຼື ບໍ່. ທຸກຄົນທີ່ດຳລົງຊີວິດຢູ່ທ່າມກາງອຸປະນິໄສທີ່ເສື່ອມຊາມລ້ວນແຕ່ມີສິ່ງເຫຼົ່ານີ້. ການມອບຜົນປະໂຫຍດເລັກໆນ້ອຍໆໃຫ້, ການເຮັດໃຫ້ຜູ້ຄົນຫຼົງຜິດ, ການຊັກຈູງຜູ້ຄົນ, ສິ່ງເຫຼົ່ານີ້ບໍ່ແມ່ນສິ່ງທີ່ພວກເຈົ້າມັກຈະເຮັດບໍ? ແລ້ວການພະຍາຍາມຢ່າງສຸດຄວາມສາມາດເພື່ອອວດອ້າງພອນສະຫວັນ ແລະ ຈຸດແຂງຂອງພວກເຈົ້າ, ນັ້ນກໍບໍ່ແມ່ນສິ່ງທີ່ພວກເຈົ້າມັກຈະເຮັດເຊັ່ນກັນບໍ? (ແມ່ນແລ້ວ.) ໂດຍສະເພາະຢ່າງຍິ່ງ ເມື່ອພວກເຈົ້າເຮັດບາງສິ່ງທີ່ຂັດກັບຄວາມຈິງ, ເມື່ອຈຸດອ່ອນ ແລະ ຂໍ້ຜິດພາດຂອງພວກເຈົ້າຖືກເປີດໂປງ ແລະ ແມ່ນແຕ່ເມື່ອພວກເຈົ້າຖືກລິຮານ ແລະ ເສຍໜ້າຢ່າງແທ້ຈິງ ແລະ ຊື່ສຽງທຸກສິ່ງທຸກຢ່າງຂອງພວກເຈົ້າຖືກກວາດລ້າງໄປ, ພວກເຈົ້າບໍ່ໄດ້ເຮັດສິ່ງຕ່າງໆເຊັ່ນ: ການໃຊ້ວິທີການ ແລະ ເຕັກນິກເຫຼົ່ານີ້ເພື່ອແກ້ໄຂສະຖານະການ ແລະ ເພື່ອຟື້ນຟູຕຳແໜ່ງ ແລະ ຊື່ສຽງຂອງພວກເຈົ້າໃນຫົວໃຈຂອງຜູ້ຄົນບໍ? (ພວກເຮົາກໍເຮັດສິ່ງຕ່າງໆແບບນີ້ເຊັ່ນກັນ.) ເມື່ອພວກເຈົ້າເຮັດສິ່ງເຫຼົ່ານີ້, ພວກເຈົ້າມີຄວາມສຳນຶກໃດໆ ຫຼື ບໍ່ ແລະ ຮູ້ສຶກວ່ານີ້ຄືເສັ້ນທາງທີ່ຜິດ ແລະ ພວກເຈົ້າບໍ່ສາມາດເຮັດສິ່ງນີ້ໄດ້ບໍ? ພວກເຈົ້າຮູ້ສຶກຕຳນິຕົນເອງບໍ? ພວກເຈົ້າມັກຈະມຶນຊາຕໍ່ມັນບໍ ຫຼື ວ່າພວກເຈົ້າມີການຕຳນິຕົນເອງ ແຕ່ກໍຍັງຕ້ອງເຮັດສິ່ງເຫຼົ່ານີ້ຢູ່ດີ ໂດຍທີ່ພວກເຈົ້າອົດບໍ່ໄດ້ ເພາະວ່າຊື່ສຽງ ແລະ ພາບລັກຂອງພວກເຈົ້າມີຄວາມສຳຄັນຕໍ່ພວກເຈົ້າຫຼາຍບໍ? ມັນແມ່ນອັນໃດກັນແທ້? (ພວກເຮົາເຮັດສິ່ງເຫຼົ່ານັ້ນໂດຍທີ່ອົດບໍ່ໄດ້.) ພວກເຈົ້າເຮັດສິ່ງເຫຼົ່ານັ້ນໂດຍທີ່ອົດບໍ່ໄດ້, ຖ້າເປັນແນວນັ້ນ ພວກເຈົ້າຮູ້ສຶກຕຳນິຕົນເອງບໍ? ຫຼື ພວກເຈົ້າບໍ່ຮູ້ສຶກຫຍັງເລີຍ ແຕ່ກັບຖືເບົາກັບສິ່ງເຫຼົ່ານັ້ນຫຼັງຈາກທີ່ພວກເຈົ້າໄດ້ເຮັດພວກມັນໄປແລ້ວ ແລະ ສືບຕໍ່ກິນ ແລະ ນອນຄືກັບທີ່ພວກເຈົ້າເຄີຍເຮັດມາກ່ອນບໍ? (ພວກເຮົາຮູ້ສຶກຕຳນິຕົນເອງ.) ຖ້າພວກເຈົ້າຮູ້ສຶກຕຳນິຕົນເອງເລັກໜ້ອຍ, ນັ້ນກໍບໍ່ໄດ້ຮ້າຍແຮງປານໃດ. ມັນພິສູດໃຫ້ເຫັນວ່າຄວາມມຶນຊາຂອງພວກເຈົ້າລົງເລິກໄປພຽງສໍ່າໃດສໍ່າໜຶ່ງເທົ່ານັ້ນ, ພວກເຈົ້າຍັງຄົງມີຄວາມສຳນຶກຢູ່. ຄົນທີ່ມີຄວາມສຳນຶກມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ; ສ່ວນຜູ້ທີ່ບໍ່ມີຄວາມສຳນຶກກໍບໍ່ມີຄວາມເປັນມະນຸດ, ສະນັ້ນ ພວກເຂົາຈຶ່ງຕົກຢູ່ໃນອັນຕະລາຍ.

ຄ. ການໃຊ້ການສ້າງພາບເພື່ອນໍາພາຜູ້ຄົນໃນທາງທີ່ຜິດ ແລະ ເພື່ອໃຫ້ເປັນທີ່ມັກຂອງພວກເຂົາ

ຍັງມີເຕັກນິກອື່ນໃດອີກແດ່ທີ່ຜູ້ຕໍ່ຕ້ານພຣະຄຣິສມັກຈະໃຊ້ເປັນປະຈຳເພື່ອຊື້ໃຈຜູ້ຄົນ? ມີອີກສະຖານະການໜຶ່ງ, ນັ້ນກໍຄື ບໍ່ວ່າພວກຜູ້ຕໍ່ຕ້ານພຣະຄຣິສຈະເຮັດຫຍັງກໍຕາມ, ພວກເຂົາບໍ່ໄດ້ເຮັດສິ່ງນັ້ນຕໍ່ໜ້າພຣະເຈົ້າ ແຕ່ເຮັດຕໍ່ໜ້າຜູ້ຄົນ. ເປົ້າໝາຍຂອງພວກເຂົາໃນການເຮັດສິ່ງນັ້ນແມ່ນຫຍັງ? (ເພື່ອຊັກຈູງຜູ້ຄົນ.) ມັນແມ່ນເພື່ອຊັກຈູງໃຈຂອງຜູ້ຄົນ. ໃນທາງຜິວເຜີນແລ້ວ, ພວກເຂົາເຕັມໃຈທີ່ຈະທົນທຸກ ແລະ ຈ່າຍລາຄາຫຼາຍກວ່າຄົນອື່ນ; ພວກເຂົາເບິ່ງຄືວ່າມີຄວາມເປັນຝ່າຍວິນຍານຫຼາຍກວ່າຄົນອື່ນ, ຈົງຮັກພັກດີຕໍ່ພຣະເຈົ້າຫຼາຍກວ່າ ແລະ ຈິງຈັງກັບໜ້າທີ່ຂອງພວກເຂົາຫຼາຍກວ່າ. ແຕ່ເມື່ອບໍ່ມີໃຜຢູ່ທີ່ນັ້ນເພື່ອເຝົ້າເບິ່ງພວກເຂົາ, ພວກເຂົາກໍບໍ່ໄດ້ກະທຳແບບນັ້ນ. ມັນບໍ່ແມ່ນເຈດຕະນາທີ່ແທ້ຈິງຂອງພວກເຂົາທີ່ຈະກະທຳແບບນັ້ນ; ກົງກັນຂ້າມ, ພວກເຂົາມີແຮງຈູງໃຈແອບແຝງ. ພວກເຂົາປະພຶດແບບນັ້ນຕໍ່ໜ້າຄົນອື່ນ ເພື່ອໃຫ້ຄົນເຫຼົ່ານັ້ນເຫັນວ່າພວກເຂົາກະທຳໄດ້ດີສໍ່າໃດ ແລະ ພວກເຂົາກຳລັງປະຕິບັດໜ້າທີ່ຂອງພວກເຂົາດ້ວຍຄວາມຈົງຮັກພັກດີຫຼາຍສໍ່າໃດ, ເຊິ່ງໃນຄວາມເປັນຈິງແລ້ວ ຄວາມຈົງຮັກພັກດີບໍ່ແມ່ນແຮງຈູງໃຈພາຍໃນຂອງພວກເຂົາຢ່າງເດັດຂາດ. ຈຸດປະສົງຂອງພວກເຂົາແມ່ນເພື່ອເຮັດໃຫ້ຜູ້ຄົນເຫັນວ່າພວກເຂົາເປັນຄົນຈົງຮັກພັກດີ ແລະ ມີຄວາມຮັບຜິດຊອບ. ພວກເຂົາເຮັດໃຫ້ຄົນອື່ນເຊື່ອໝັ້ນຢ່າງສິ້ນເຊີງໂດຍການຈ່າຍລາຄາດ້ວຍວິທີນີ້. ດ້ວຍເຫດນັ້ນ, ຄົນອື່ນຈຶ່ງເຕັມໃຈທີ່ຈະຍອມຮັບການນໍາພາຂອງພວກເຂົາ ແລະ ໃຫ້ອະໄພພວກເຂົາ ບໍ່ວ່າພວກເຂົາຈະເຮັດຜິດພາດຫຍັງກໍຕາມ. ນີ້ແມ່ນພຶດຕິກຳປະເພດໃດ? ນີ້ຄືການໃຊ້ການສ້າງພາບເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ. “ການສ້າງພາບ” ຢູ່ທີ່ນີ້ໝາຍຄວາມວ່າແນວໃດ? ມັນໝາຍເຖິງພຶດຕິກຳທີ່ດີ ແລະ ການກະທຳທີ່ເບິ່ງຄືວ່າສອດຄ່ອງກັບຄວາມຈິງ. ການໃຊ້ການສ້າງພາບທີ່ເບິ່ງຄືວ່າສອດຄ່ອງກັບຄວາມຈິງເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ເພື່ອໃຫ້ໄດ້ຮັບການຍອມຮັບຈາກພວກເຂົາ, ສິ່ງນີ້ສະຫຼຸບເຖິງລັກສະນະຂອງພຶດຕິກຳນີ້, ແມ່ນບໍ? ເປົ້າໝາຍຂອງພວກເຂົາກໍຄືການເຮັດໃຫ້ເປັນທີ່ຍອມຮັບຈາກຜູ້ຄົນໃນທີ່ສຸດ. ເມື່ອຜູ້ຄົນມີການຍອມຮັບຜູ້ຕໍ່ຕ້ານພຣະຄຣິສແລ້ວ, ພວກເຂົາກໍຈະຮູ້ສຶກເຄົາລົບນັບຖືພວກເຂົາໃນລະດັບໜຶ່ງ, ຜູ້ຕໍ່ຕ້ານພຣະຄຣິສຈະຍຶດຄອງຕຳແໜ່ງໃດໜຶ່ງໃນໃຈຂອງພວກເຂົາໂດຍການໃຊ້ວິທີການນີ້. ຕົວຢ່າງ: ມີຄົນປະເພດໜຶ່ງທີ່ເຕັມໃຈຈ່າຍລາຄາໃນການປະຕິບັດໜ້າທີ່ຂອງພວກເຂົາ, ສ່ວນໃຫຍ່ແລ້ວແມ່ນອາໄສປະສົບການໃນການກະທຳຂອງພວກເຂົາ ແລະ ໂດຍພື້ນຖານແລ້ວແມ່ນບໍ່ໄດ້ລະເມີດຫຼັກການສຳຄັນໃດໆ, ແຕ່ເມື່ອເຈົ້າໂອ້ລົມກັບພວກເຂົາກ່ຽວກັບການສະແຫວງຫາຫຼັກການຄວາມຈິງ, ພວກເຂົາເວົ້າວ່າແນວໃດ? “ບໍ່ຈຳເປັນຕ້ອງໂອ້ລົມກ່ຽວກັບເລື່ອງນີ້ກັບຂ້ອຍ. ຂ້ອຍມີສິ່ງເຫຼົ່ານີ້ຢູ່ໃນໃຈໝົດແລ້ວ!” ເມື່ອພວກເຂົາພົບກັບບັນຫາຢ່າງແທ້ຈິງ, ພວກເຂົາບໍ່ພຽງແຕ່ບໍ່ສະແຫວງຫາເທົ່ານັ້ນ, ພວກເຂົາຍັງປະຕິເສດທີ່ຈະຟັງຄຳແນະນຳຂອງຄົນອື່ນ, ແຮງໄກທີ່ຈະຮັບຟັງຄວາມຄິດເຫັນຂອງຄົນອື່ນ; ພວກເຂົາພຽງແຕ່ເຮັດໃນສິ່ງທີ່ພວກເຂົາຄິດວ່າດີ. ເມື່ອພວກເຂົາຈ່າຍລາຄາ, ເມື່ອການກະທຳຂອງພວກເຂົາເຮັດໃຫ້ພວກເຂົາເບິ່ງຄືວ່າວ່ອງໄວ ແລະ ເດັດຂາດ ແລະ ມີສິດອຳນາດບາງຢ່າງ, ຄົນອື່ນເບິ່ງພວກເຂົາແນວໃດໃນໃຈຂອງພວກເຂົາ? ພວກເຂົາມີການຍອມຮັບພວກເຂົາ ຫຼື ບໍ່? ຈາກມຸມມອງຂອງຄົນອື່ນ, ພວກເຂົາບໍ່ໄດ້ລະເມີດຄວາມຈິງໃນທາງທີ່ຊັດເຈນໃດໆ ແລະ ພວກເຂົາກໍມີຄວາມຊຳນານຫຼາຍໃນວິທີທີ່ພວກເຂົາເຮັດສິ່ງຕ່າງໆ. ລະດັບ “ຄວາມຈົງຮັກພັກດີ” ຂອງພວກເຂົາ ແລະ ປະສົບການຂອງພວກເຂົາໃນການປະຕິບັດໜ້າທີ່ຂອງພວກເຂົາແມ່ນພຽງພໍທີ່ຈະເຮັດໃຫ້ຄົນອື່ນເຊື່ອໝັ້ນໄດ້. ຜູ້ຄົນຄິດວ່າ “ເບິ່ງພວກເຂົາແມ: ພວກເຂົາເຊື່ອໃນພຣະເຈົ້າໄດ້ຫຼາຍປີແລ້ວ ແລະ ພວກເຂົາກໍມີປະສົບການໃນການປະຕິບັດໜ້າທີ່ນີ້. ພວກເຂົາມີປະສົບການຫຼາຍ. ພວກເຮົາບໍ່ສາມາດເຮັດແບບນັ້ນໄດ້”. ເມື່ອຜູ້ຄົນມີມຸມມອງທີ່ເປັນບວກຕໍ່ພວກເຂົາແບບນັ້ນ, ພວກເຂົາມີນໍ້າໜັກຫຼາຍ ຫຼື ໜ້ອຍໃນໃຈຂອງຄົນເຫຼົ່ານັ້ນ? (ຫຼາຍ.) ຫຼາຍ; ພວກເຂົາມີນໍ້າໜັກໃນໃຈຂອງພວກເຂົາ. ບາງຄົນບໍ່ເຄີຍສະແຫວງຫາຄວາມຈິງ, ສ່ວນໜຶ່ງແມ່ນຍ້ອນວ່າພວກເຂົາຂາດຄວາມເຂົ້າໃຈຝ່າຍວິນຍານ ແລະ ອີກສ່ວນໜຶ່ງແມ່ນຍ້ອນວ່າພວກເຂົາບໍ່ມີຄວາມສົນໃຈໃນຄວາມຈິງ ແລະ ບໍ່ຮັກຄວາມຈິງເລີຍ ແລະ ບໍ່ມີຄວາມເຂົ້າໃຈຢ່າງສິ້ນເຊີງເລີຍວ່າຫຼັກການຄວາມຈິງແມ່ນຫຍັງ. ພວກເຂົາອາໄສພຽງແຕ່ຄວາມກະຕືລືລົ້ນຊົ່ວຄາວຂອງພວກເຂົາ, ເຈດຕະນາດີຂອງພວກເຂົາເອງ ແລະ ປະສົບການຫຼາຍປີຂອງພວກເຂົາເພື່ອປະຕິບັດໜ້າທີ່ຂອງຕົນ. ເຖິງຢ່າງໃດກໍຕາມ, ພວກເຂົາບໍ່ປາຖະໜາທີ່ຈະໃຫ້ຄົນອື່ນຮູ້ສິ່ງເຫຼົ່ານີ້, ສະນັ້ນ ພວກເຂົາຈຶ່ງພະຍາຍາມຢ່າງສຸດຄວາມສາມາດເພື່ອທຸ່ມເທຄວາມພະຍາຍາມຢ່າງຫຼວງຫຼາຍ ແລະ ຈ່າຍລາຄາ. ຖ້າມີໃຜຄົ້ນພົບວ່າພວກເຂົາຂາດຄວາມເຂົ້າໃຈຝ່າຍວິນຍານ ຫຼື ວ່າພວກເຂົາບໍ່ເຂົ້າໃຈຄວາມຈິງ ແລະ ເຮັດສິ່ງຕ່າງໆໂດຍບໍ່ມີຫຼັກການ, ພວກເຂົາກໍຈະສ້າງຜົນງານບາງຢ່າງໃຫ້ຜູ້ຄົນເຫັນຢ່າງໄວວາ. ພວກເຂົາເວົ້າວ່າ “ເບິ່ງແມວ່າຂ້ອຍມີຄວາມເຂົ້າໃຈຝ່າຍວິນຍານຢ່າງແທ້ຈິງ ຫຼື ບໍ່. ເບິ່ງແມ; ເບິ່ງວ່າຂ້ອຍກະທຳດ້ວຍຫຼັກການຢ່າງແທ້ຈິງ ຫຼື ບໍ່, ຂ້ອຍເຂົ້າໃຈຄວາມຈິງຢ່າງແທ້ຈິງ ຫຼື ບໍ່”. ໃນຂະນະທີ່ພວກເຂົາກະທຳແບບນີ້, ກໍມີຜູ້ຄົນຈຳນວນບໍ່ໜ້ອຍຖືກພວກເຂົາເຮັດໃຫ້ຫຼົງຜິດ. ພວກເຂົາເວົ້າວ່າ “ຄົນເຫຼົ່ານັ້ນມີປະສົບການໃນການປະຕິບັດໜ້າທີ່ຂອງພວກເຂົາ ແລະ ເຂົ້າໃຈຫຼັກການ; ພວກເຮົາຕ່າງຫາກທີ່ເປັນຄົນບໍ່ເຂົ້າໃຈ”. “ພວກເຮົາຕ່າງຫາກທີ່ເປັນຄົນບໍ່ເຂົ້າໃຈ”, ຄຳເວົ້ານີ້ເປີດເຜີຍໃຫ້ເຫັນຫຍັງ? ມັນເປີດເຜີຍໃຫ້ເຫັນວ່າໃນສ່ວນເລິກແລ້ວ, ພວກເຂົາຍອມຮັບພຶດຕິກຳທີ່ດີພາຍນອກຂອງຄົນເຫຼົ່ານັ້ນ. ການຮັບຮອງນີ້ທຽບເທົ່າກັບຫຍັງ? ມັນທຽບເທົ່າກັບການຄິດວ່າພວກເຂົາເປັນຄົນທີ່ປະຕິບັດຄວາມຈິງ, ເປັນຄົນທີ່ຮັກພຣະເຈົ້າ ແລະ ເປັນຄົນທີ່ໄດ້ຮັບການເຮັດໃຫ້ສົມບູນຈາກພຣະເຈົ້າ. ການທີ່ຄົນອື່ນປະເມີນພວກເຂົາໃນລັກສະນະນີ້ ບໍ່ເທົ່າກັບວ່າພວກເຂົາຍຶດຄອງຕຳແໜ່ງໃດໜຶ່ງໃນໃຈຂອງຜູ້ຄົນບໍ? ໃຫ້ເວົ້າຢ່າງສະເພາະເຈາະຈົງກວ່ານັ້ນກໍຄື ສາມາດເວົ້າໄດ້ວ່າພວກເຂົາມີຊື່ສຽງພໍສົມຄວນ. ແລ້ວຊື່ສຽງນີ້ນຳຫຍັງມາໃຫ້ພວກເຂົາ? ມັນເຮັດໃຫ້ຄົນອື່ນມຸ່ງຫວັງໃນຕົວພວກເຂົາ, ເຄົາລົບນັບຖືພວກເຂົາ ແລະ ເຖິງກັບເພິ່ງພາພວກເຂົາ. ຄົນອື່ນເພິ່ງພາພວກເຂົາແນວໃດ? ທັນທີທີ່ຄົນອື່ນມີບັນຫາ, ຄົນເຫຼົ່ານັ້ກໍຈະໄປຊອກຫາພວກເຂົາທັນທີ. ສົມມຸດວ່າມີຄົນເວົ້າວ່າ “ນີ້ເປັນບັນຫາໃຫຍ່ ແລະ ພວກເຮົາກໍບໍ່ເຂົ້າໃຈມັນ; ພວກເຮົາຄວນຖາມເບື້ອງເທິງ, ແມ່ນບໍ?” ຈາກນັ້ນ ບາງຄົນກໍຈະເວົ້າວ່າ “ບໍ່ຈຳເປັນ. ພວກເຮົາພຽງແຕ່ຖາມຜູ້ນໍາຂອງພວກເຮົາກໍໄດ້. ຜູ້ນໍາຂອງພວກເຮົາເຂົ້າໃຈທຸກຢ່າງ”. ທຸກຄົນມີຄວາມຄິດຢູ່ໃນຫົວວ່າ ຜູ້ນໍາ ແລະ ຜູ້ເຮັດວຽກຫຍຸ້ງຢູ່ກັບວຽກງານຂອງພວກເຂົາເປັນສ່ວນໃຫຍ່ ແລະ ບໍ່ໄດ້ເຮັດຄວາມຊົ່ວ ແລະ ດ້ວຍເຫດນັ້ນ ຈຶ່ງຄິດວ່າພວກເຂົາເປັນຄົນທີ່ເຂົ້າໃຈຄວາມຈິງ ແລະ ກະທຳດ້ວຍຫຼັກການຢ່າງແນ່ນອນ. ພວກເຈົ້າຄິດແນວໃດກັບຄວາມຮູ້ສຶກນີ້? ຖ້າໂດຍທາງພາຍນອກແລ້ວ ຄົນໃດໜຶ່ງບໍ່ໄດ້ເຮັດຄວາມຊົ່ວ, ນັ້ນໝາຍຄວາມວ່າພວກເຂົາເຂົ້າໃຈຄວາມຈິງບໍ? ບໍ່ຈຳເປັນສະເໝີໄປ. ຄວາມເຂົ້າໃຈຄວາມຈິງຂອງທຸກຄົນລ້ວນແຕ່ມີຂີດຈຳກັດ. ຖ້າເຈົ້າເຊື່ອວ່າຜູ້ນໍາເຂົ້າໃຈທຸກຢ່າງ, ກໍຢ່າອະທິຖານຕໍ່ພຣະເຈົ້າ, ບໍ່ສະແຫວງຫາຈາກພຣະອົງ ຫຼື ບໍ່ສະແຫວງຫາພາຍໃນພຣະທຳຂອງພຣະອົງ, ບໍ່ວ່າເຈົ້າຈະມີບັນຫາຫຍັງກໍຕາມ ແຕ່ຈົ່ງໄປຫາຜູ້ນໍາໂດຍກົງເພື່ອຖາມກ່ຽວກັບບັນຫາດັ່ງກ່າວ, ສິ່ງນີ້ຈະບໍ່ເຮັດໃຫ້ສິ່ງຕ່າງໆຊັກຊ້າບໍ? ຖ້າເຈົ້າມັກຈະເຮັດຕາມສິ່ງທີ່ຜູ້ນໍາເວົ້າຢູ່ສະເໝີ, ມຸ່ງຫວັງໃນຕົວພວກເຂົາຢູ່ສະເໝີ, ແລ້ວບາງສິ່ງບາງຢ່າງກໍອາດຈະຜິດພາດ ແລະ ເຈົ້າກໍອາດຈະນຳຄວາມເສຍຫາຍມາສູ່ວຽກງານຂອງຄຣິສຕະຈັກໄດ້. ນີ້ຄືເຫດຜົນທີ່ວ່າ ການເຄົາລົບບູຊາ ແລະ ການມຸ່ງຫວັງໃນຕົວຜູ້ຄົນນັ້ນເປັນວິທີທີ່ງ່າຍທີ່ສຸດທີ່ຈະຫຼົງທາງ ແລະ ເຮັດຜິດພາດ, ເຊິ່ງນຳຄວາມເສຍຫາຍມາສູ່ຊີວິດຂອງເຈົ້າເອງ ແລະ ຕໍ່ເຮືອນຂອງພຣະເຈົ້າ ແລະ ວຽກງານຂອງຄຣິສຕະຈັກ.

ມີການສະແດງອອກຫຼັກສາມຢ່າງຂອງຜູ້ຕໍ່ຕ້ານພຣະຄຣິສໃນການຊື້ໃຈຜູ້ຄົນ: ຢ່າງທຳອິດຄືການຊັກຈູງຜູ້ຄົນດ້ວຍຜົນປະໂຫຍດເລັກໆນ້ອຍໆ; ຢ່າງທີສອງຄືການອວດອ້າງຈຸດແຂງ, ພອນສະຫວັນ ແລະ ຄວາມສາມາດຂອງພວກເຂົາ; ຢ່າງທີສາມຄືການໃຊ້ການສ້າງພາບເພື່ອນໍາພາຜູ້ຄົນໃຫ້ຫຼົງຜິດ ແລະ ເພື່ອໃຫ້ເປັນທີ່ຍອມຮັບຂອງພວກເຂົາ. ການສະແດງອອກເຫຼົ່ານີ້ສາມາດພົບເຫັນໄດ້ໃນທຸກຄົນ. ບາງຄົນມັກຈະເປີດເຜີຍເລື່ອງຊຸບຊິບນິນທາບາງຢ່າງທີ່ຄົນອື່ນບໍ່ຮູ້, ເວົ້າກ່ຽວກັບຫົວຂໍ້ທຸກປະເພດ ຫຼື ແບ່ງປັນຄວາມຄິດເຫັນທີ່ເປັນເອກະລັກ ແລະ ຊ່ຽວຊານບາງຢ່າງ. ສິ່ງນີ້ເອີ້ນວ່າຫຍັງ? ມີຄຳສຸພາສິດສອງວັກທີ່ກ່າວວ່າ: “ຍິງຊະລາທາລິບສະຕິກ ເພື່ອສະແດງລິດເດດໃຫ້ເຈົ້າເບິ່ງ”. ຄົນເຫຼົ່ານີ້ຕ້ອງການສະແດງທັກສະຂອງພວກເຂົາ ແລະ ໄດ້ຮັບຄວາມເຄົາລົບນັບຖືຈາກຜູ້ຄົນຢູ່ສະເໝີ. ເຖິງຢ່າງໃດກໍຕາມ ບາງຄັ້ງພວກເຂົາກໍເຮັດສິ່ງນີ້ໄດ້ບໍ່ດີ ແລະ ຜູ້ຄົນກໍເຫັນຂໍ້ບົກຜ່ອງໃນຕົວພວກເຂົາ, ດ້ວຍເຫດນັ້ນ ພວກເຂົາຈຶ່ງເຮັດທຸກຢ່າງທີ່ສາມາດເຮັດໄດ້ເພື່ອແກ້ໄຂສະຖານະການ ແລະ ໂຕ້ແຍ້ງເພື່ອຫາທາງອອກໃຫ້ກັບຕົນເອງ. ບໍ່ວ່າພວກເຂົາໄດ້ເຮັດສິ່ງໃດກໍຕາມທີ່ຂັດກັບສະຕິຮູ້ສຶກຜິດຊອບຂອງພວກເຂົາ ແລະ ຄວາມຈິງ ຫຼື ທີ່ບໍ່ກ່ຽວຂ້ອງກັບການປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາບໍ່ເຄີຍຮູ້ຈັກຍອມຮັບຜິດ ຫຼື ໄຕ່ຕອງກ່ຽວກັບຕົນເອງ ແລະ ກັບໃຈເລີຍ ແລະ ພວກເຂົາກໍບໍ່ເຄີຍຮັບຮູ້ເລີຍວ່າບັນຫານີ້ຮ້າຍແຮງສໍ່າໃດ. ກົງກັນຂ້າມ, ພວກເຂົາຄິດຢ່າງໜັກ ແລະ ຄິດຈົນປວດຫົວເພື່ອຫາວິທີໂຕ້ແຍ້ງໃນນາມຂອງພວກເຂົາເອງ ແລະ ເຮັດໃຫ້ສິ່ງຕ່າງໆດີຂຶ້ນ. ພວກເຂົາຮ້ອນຮົນທີ່ຈະບັນລຸເປົ້າໝາຍຂອງພວກເຂົາ, ຈົນເຖິງຂັ້ນທີ່ພວກເຂົາບໍ່ສາມາດກິນ ຫຼື ນອນໄດ້, ໂດຍຢ້ານວ່າຈຸດຢືນທີ່ດີຂອງພວກເຂົາໃນສາຍຕາຂອງຄົນອື່ນອາດຈະຕົກຕໍ່າລົງຢ່າງກະທັນຫັນ ແລະ ຮ້າຍແຮງ. ຕົວຢ່າງ: ບາງຄົນຄິດວ່າການຂຽນຂອງພວກເຂົາດີ, ພວກເຂົາເປັນນັກຂຽນທີ່ມີທັກສະ; ບາງຄົນກໍຄິດວ່າພວກເຂົາເປັນຜູ້ນໍາທີ່ດີ, ພວກເຂົາເປັນເສົາຫຼັກທີ່ຄໍ້າຊູຄຣິສຕະຈັກ; ສ່ວນຄົນອື່ນໆກໍຄິດວ່າພວກເຂົາເປັນຄົນດີ. ທັນທີທີ່ຄົນເຫຼົ່ານີ້ສູນເສຍພາບລັກທີ່ດີຂອງຕົນເອງຍ້ອນເຫດຜົນໃດໜຶ່ງ, ພວກເຂົາກໍຈະທຸ່ມເທຄວາມຄິດຢ່າງຫຼວງຫຼາຍ ແລະ ຈ່າຍລາຄາເພື່ອເຫັນແກ່ສິ່ງນັ້ນ, ໂດຍຄິດຈົນປວດຫົວເພື່ອພະຍາຍາມແກ້ໄຂສະຖານະການ. ແຕ່ພວກເຂົາບໍ່ເຄີຍຮູ້ສຶກລະອາຍໃຈ ຫຼື ຕຳນິຕົນເອງ ຫຼື ຮູ້ສຶກຕິດໜີ້ບຸນຄຸນພຣະເຈົ້າສຳລັບເສັ້ນທາງທີ່ຜິດພາດທີ່ພວກເຂົາໄດ້ເລືອກຍ່າງ ຫຼື ສຳລັບສິ່ງຕ່າງໆທີ່ພວກເຂົາໄດ້ເຮັດເຊິ່ງຂັດກັບຄວາມຈິງ. ພວກເຂົາບໍ່ເຄີຍມີຄວາມຮູ້ສຶກປະເພດນັ້ນເລີຍ. ພວກເຂົາໃຊ້ກົນລະຍຸດທຸກຮູບແບບເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ຊື້ໃຈພວກເຂົາ. ນີ້ແມ່ນການປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງບໍ? ບໍ່ແມ່ນຢ່າງແນ່ນອນ. ນັ້ນແມ່ນວຽກງານທີ່ຜູ້ນໍາຄຣິສຕະຈັກຄວນເຮັດບໍ? ບໍ່ແມ່ນຢ່າງແນ່ນອນ. ພວກເຂົາກຳລັງດຳລົງຊີວິດໂດຍອຸປະນິໄສແບບຊາຕານ, ເຮັດຄວາມຊົ່ວ ແລະ ລົບກວນວຽກງານຂອງຄຣິສຕະຈັກ ແລະ ຂັດຂວາງ ແລະ ລົບກວນວຽກງານຂອງເຮືອນຂອງພຣະເຈົ້າ. ເມື່ອຕັດສິນຈາກການກະທຳ ແລະ ພຶດຕິກຳຂອງພວກເຂົາ, ເສັ້ນທາງທີ່ພວກເຂົາເລືອກຍ່າງ ແລະ ພຶດຕິກຳຕ່າງໆຂອງພວກເຂົາທີ່ເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ຄວບຄຸມພວກເຂົາແລ້ວ, ພວກເຂົາບໍ່ໄດ້ກຳລັງປະຕິບັດໜ້າທີ່ຂອງຜູ້ນໍາ ແຕ່ກຳລັງທຳລາຍ ແລະ ຂັດຂວາງວຽກງານແຫ່ງການຊ່ວຍມະນຸດໃຫ້ລອດພົ້ນຂອງພຣະເຈົ້າ, ຂັດຂວາງບໍ່ໃຫ້ຜູ້ຄົນມາຢູ່ຕໍ່ໜ້າພຣະເຈົ້າ ແລະ ພະຍາຍາມເກັບຮັກສາຜູ້ຄົນໄວ້ໃນກຳມືຂອງພວກເຂົາເອງ ພາຍໃຕ້ການຄວບຄຸມຂອງພວກເຂົາ. ສິ່ງເຫຼົ່ານີ້ບໍ່ແມ່ນການກະທຳ ແລະ ພຶດຕິກຳຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ບໍ່ມີຂໍ້ສົງໄສກ່ຽວກັບເລື່ອງນີ້ເລີຍ. ນີ້ເປັນຫຼັກຖານພຽງພໍທີ່ສະແດງໃຫ້ເຫັນວ່າຜູ້ຕໍ່ຕ້ານພຣະຄຣິສສວມບົດບາດຂອງຊາຕານໄດ້ຢ່າງສົມບູນແບບ. ເມື່ອຕັດສິນຈາກທຳມະຊາດຂອງສິ່ງເຫຼົ່ານີ້ທີ່ພວກເຂົາເຮັດ, ພວກເຂົາບໍ່ພຽງແຕ່ລົ້ມເຫຼວໃນການປະຕິບັດໜ້າທີ່ທີ່ພວກເຂົາຄວນເຮັດໃຫ້ດີເທົ່ານັ້ນ, ກົງກັນຂ້າມ ພວກເຂົາກຳລັງສວມບົດບາດຂອງຊາຕານ. ທຸກສິ່ງທີ່ພວກເຂົາເຮັດແມ່ນການຍາດແຍ່ງປະຊາກອນທີ່ພຣະອົງເລືອກໄປຈາກພຣະເຈົ້າຢ່າງແນ່ນອນ. ແກະທີ່ເປັນຂອງພຣະເຈົ້າຄວນຕິດຕາມພຣະເຈົ້າ ແລະ ຖືກຮັບເອົາໂດຍພຣະອົງ ແຕ່ຄົນເຫຼົ່ານີ້ກັບຂັດຂວາງບໍ່ໃຫ້ຄົນອື່ນຕິດຕາມພຣະເຈົ້າ; ພວກເຂົາເອົາແກະຂອງພຣະເຈົ້າມາໄວ້ໃນກຳມືຂອງພວກເຂົາເອງ ແລະ ຄວບຄຸມແກະເຫຼົ່ານັ້ນ ແລະ ເຮັດໃຫ້ຜູ້ຄົນເຄົາລົບບູຊາ ແລະ ຕິດຕາມພວກເຂົາ. ນັ້ນຄືທຳມະຊາດແຫ່ງການກະທຳຂອງພວກເຂົາ. ຄົນແບບນັ້ນສາມາດຖືກເອີ້ນວ່າ “ຜູ້ນໍາ” ໄດ້ບໍ? (ບໍ່ໄດ້.) ແລ້ວພວກເຮົາຄວນເອີ້ນພວກເຂົາວ່າແນວໃດ? (ຜູ້ຮັບໃຊ້ທີ່ຊົ່ວຮ້າຍ.) “ຜູ້ຮັບໃຊ້ທີ່ຊົ່ວຮ້າຍ”, ນັ້ນເປັນຊື່ທີ່ເໝາະສົມ. “ຜູ້ຕໍ່ຕ້ານພຣະຄຣິສ”, “ຜູ້ຮັບໃຊ້ທີ່ຊົ່ວຮ້າຍ”, ທັງສອງຊື່ນີ້ກໍໃຊ້ໄດ້, ແມ່ນບໍ? ຄົນເຫຼົ່ານີ້ເອົາການປະຕິບັດໜ້າທີ່ຂອງຜູ້ນໍາມາບັງໜ້າ ແຕ່ພວກເຂົາບໍ່ໄດ້ເຮັດໃນສິ່ງທີ່ຜູ້ນໍາຄວນເຮັດ. ສິ່ງທີ່ພວກເຂົາເຮັດບໍ່ແມ່ນການປະຕິບັດໜ້າທີ່ຂອງຜູ້ນໍາເລີຍ, ມັນຄືການສວມບົດບາດຂອງຜູ້ຕໍ່ຕ້ານພຣະຄຣິສ, ເປັນຕົວແທນຂອງຊາຕານເພື່ອລົບກວນ ແລະ ທຳລາຍວຽກງານຂອງເຮືອນຂອງພຣະເຈົ້າ ແລະ ເຮັດໃຫ້ປະຊາກອນທີ່ພຣະເຈົ້າເລືອກຫຼົງຜິດຈົນຫຼີກເວັ້ນຈາກເສັ້ນທາງທີ່ແທ້ຈິງ ແລະ ຫຼີກເວັ້ນຈາກພຣະເຈົ້າ. ທຸກການກະທຳ ແລະ ພຶດຕິກຳຂອງພວກເຂົາເປີດເຜີຍໃຫ້ເຫັນເຖິງອຸປະນິໄສ ແລະ ທຳມະຊາດຂອງຊາຕານ ແລະ ບັນລຸຜົນໃນການເຮັດໃຫ້ຜູ້ຄົນຫຼີກເວັ້ນຈາກພຣະເຈົ້າ, ປະຕິເສດຄວາມຈິງ ແລະ ພຣະເຈົ້າ ແລະ ເຄົາລົບບູຊາ ແລະ ຕິດຕາມພວກເຂົາ. ມື້ໜຶ່ງ, ເມື່ອພວກເຂົາເຮັດໃຫ້ຜູ້ຄົນຫຼົງຜິດຢ່າງສິ້ນເຊີງ ແລະ ນໍາພວກເຂົາມາຢູ່ພາຍໃຕ້ການຄວບຄຸມຂອງພວກເຂົາແລ້ວ, ຜູ້ຄົນກໍຈະເລີ່ມເຄົາລົບບູຊາ, ຕິດຕາມ ແລະ ເຊື່ອຟັງພວກເຂົາ. ຈາກນັ້ນ ພວກເຂົາກໍຈະບັນລຸເປົ້າໝາຍຂອງພວກເຂົາໃນການດັກຈັບຫົວໃຈຂອງຜູ້ຄົນ. ພວກເຂົາເປັນຜູ້ນໍາຄຣິສຕະຈັກ ແຕ່ພວກເຂົາບໍ່ໄດ້ເຮັດວຽກງານທີ່ພຣະເຈົ້າໄດ້ມອບໝາຍໃຫ້ພວກເຂົາ; ພວກເຂົາບໍ່ໄດ້ເຮັດວຽກງານຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ກົງກັນຂ້າມ, ພວກເຂົາໃຊ້ເລ່ຫຼ່ຽມກັບປະຊາກອນທີ່ພຣະເຈົ້າເລືອກ, ເຮັດໃຫ້ພວກເຂົາຫຼົງຜິດ, ດັກຈັບພວກເຂົາ ແລະ ຄວບຄຸມພວກເຂົາ, ໂດຍເອົາແກະທີ່ເປັນຂອງພຣະເຈົ້າຢ່າງຊັດເຈນມາໄວ້ໃນກຳມືຂອງພວກເຂົາເອງ ພາຍໃຕ້ການຄວບຄຸມຂອງພວກເຂົາ. ພວກເຂົາບໍ່ແມ່ນຫົວຂະໂມຍ ແລະ ໂຈນປຸ້ນສະດົມບໍ? ໃນການຍາດແຍ່ງປະຊາກອນທີ່ພຣະອົງເລືອກໄປຈາກພຣະເຈົ້າຄືກັບທີ່ພວກເຂົາເຮັດນັ້ນ, ພວກເຂົາບໍ່ໄດ້ກຳລັງຮັບໃຊ້ເປັນຄົນຮັບໃຊ້ຂອງຊາຕານບໍ? ຜູ້ຕໍ່ຕ້ານພຣະຄຣິສແບບນັ້ນບໍ່ແມ່ນສັດຕູຂອງພຣະເຈົ້າບໍ? ພວກເຂົາບໍ່ແມ່ນສັດຕູຂອງປະຊາກອນທີ່ພຣະອົງເລືອກບໍ? (ແມ່ນແລ້ວ.) ພວກເຂົາເປັນແບບນັ້ນໜຶ່ງຮ້ອຍເປີເຊັນ. ພວກເຂົາເປັນສັດຕູຂອງພຣະເຈົ້າ ແລະ ປະຊາກອນທີ່ພຣະອົງເລືອກ; ເລື່ອງນີ້ແມ່ນບໍ່ຕ້ອງສົງໄສເລີຍ.

ກັບຄືນໄປຕອນທີ່ເຮົາກຳລັງເວົ້າ ແລະ ເຮັດວຽກຢູ່ໃນບັນດາຄຣິສຕະຈັກທັງໝົດໃນປະເທດຈີນແຜ່ນດິນໃຫຍ່, ເຮົາມີຄົນຜູ້ໜຶ່ງຢູ່ກັບເຮົາ ເຊິ່ງຮັບຜິດຊອບໃນການບັນທຶກສຽງ ແລະ ຖອດຄວາມບົດເທດສະໜາ. ຄົນຜູ້ນີ້ຂ້ອນຂ້າງມີພອນສະຫວັນ, ລາວມີຫົວຄິດທີ່ສະຫຼາດ ແລະ ຕອບສະໜອງໄວ. ແຕ່ມີສິ່ງໜຶ່ງກ່ຽວກັບລາວຄື ລາວເກັ່ງຫຼາຍໃນການເວົ້າສິ່ງທີ່ຟັງແລ້ວມ່ວນຫູ ເຊິ່ງຜູ້ຄົນຢາກໄດ້ຍິນ. ຖ້າເຈົ້າເວົ້າວ່າບາງສິ່ງມີລົດຊາດແຊບ, ລາວຈະເວົ້າວ່າ “ເຈົ້າເວົ້າຖືກແລ້ວ. ຂ້ອຍເຄີຍລອງແລ້ວ. ມັນແຊບຫຼາຍ”. ຖ້າເຈົ້າເວົ້າວ່າທາງນອກອາກາດຮ້ອນ, ລາວຈະເວົ້າວ່າ “ຮ້ອນແທ້ໆ. ຂ້ອຍເຫື່ອອອກໝົດແລ້ວ”. ຖ້າເຈົ້າເວົ້າວ່າທາງນອກອາກາດໜາວ, ລາວກໍຈະເວົ້າວ່າ “ໜາວແທ້ໆ. ຂ້ອຍໃສ່ເກີບທີ່ມີຂົນສັດຢູ່ທາງໃນແລ້ວ”. ມັນຍາກຫຼາຍສຳລັບລາວທີ່ຈະເວົ້າບາງສິ່ງທີ່ເປັນຄວາມຈິງ ຫຼື ຊື່ສັດ. ລາວເບິ່ງຄືກັບຄົນທີ່ໄລ່ຕາມຢ່າງແທ້ຈິງ ແຕ່ເມື່ອມີບາງສິ່ງເກີດຂຶ້ນທີ່ຮຽກຮ້ອງໃຫ້ຕ້ອງຈ່າຍລາຄາ, ລາວກໍລີ້ຊ່ອນ. ລາວເປັນຄົນເຈົ້າເລ່ ແລະ ມີເລ່ຫຼ່ຽມ. ລາວກໍເປັນຄົນແບບນັ້ນແຫຼະ. ບາງຄົນອາດຈະຖາມວ່າ “ແລ້ວເປັນຫຍັງພຣະອົງຈຶ່ງເລືອກຄົນແບບນັ້ນ?” ເຮົາບໍ່ໄດ້ເລືອກລາວ, ມັນຖືກຕັດສິນໂດຍສະຖານະການໃນເວລານັ້ນ. ໃນຕອນນັ້ນ ມັນຍາກຫຼາຍທີ່ຈະຊອກຫາຄົນແບບລາວ ແລະ ຢ່າງໜ້ອຍລາວກໍມີການຕອບສະໜອງໄວ, ລາວຈະກົດ “ບັນທຶກ” ເມື່ອໃດກໍຕາມທີ່ເຮົາເລີ່ມເວົ້າ. ລາວຕິດຕາມເຮົາໄປທຸກຫົນທຸກແຫ່ງ, ບັນທຶກສຽງ ແລະ ຖອດຄວາມບົດເທດສະໜາ; ລາວໄດ້ເຮັດວຽກງານຕົວຈິງບາງຢ່າງ. ແຕ່ວິທີທີ່ລາວປະພຶດຕົນຕໍ່ໜ້າເຮົາ ແລະ ສິ່ງທີ່ລາວເຮັດໃນຄຣິສຕະຈັກນັ້ນຄືກັບການກະທຳຂອງຄົນສອງຄົນທີ່ແຕກຕ່າງກັນຢ່າງສິ້ນເຊີງ. ຕໍ່ໜ້າເຮົາ, ລາວປະພຶດຕົວອ່ອນນ້ອມ, ປະພຶດຕົວດີ, ດຸໝັ່ນ, ຕັ້ງໃຈ ແລະ ມີຄວາມຮັບຜິດຊອບ ແຕ່ລາວເປັນແບບນັ້ນບໍ ເມື່ອລາວປະຕິບັດໜ້າທີ່ຂອງລາວໃນຄຣິສຕະຈັກ? ເນື່ອງຈາກວ່າລາວເປັນແບບນັ້ນເມື່ອລາວຕິດຕໍ່ກັບເບື້ອງເທິງ, ລາວຍັງເປັນແບບນັ້ນຢູ່ບໍ ເມື່ອລາວຢູ່ທ່າມກາງປະຊາກອນທີ່ພຣະເຈົ້າເລືອກ? ເຈົ້າກ້າໃຫ້ຄຳຕອບທີ່ແນ່ນອນກ່ຽວກັບເລື່ອງນີ້ບໍ? ບໍ່, ເຈົ້າຈະບໍ່ກ້າ. ແລ້ວເຈົ້າຈະຮູ້ໄດ້ແນວໃດວ່າສະຖານະການທີ່ແທ້ຈິງຂອງລາວເປັນແນວໃດ? ເພື່ອຈະເຮັດແນວນັ້ນໄດ້, ເຈົ້າຕ້ອງໄດ້ຕິດຕໍ່ພົວພັນກັບລາວ. ຫຼັງຈາກທີ່ເຈົ້າມີປະຕິສຳພັນກັບລາວໄລຍະໜຶ່ງ, ທຸກສິ່ງໃນແກ່ນແທ້ທຳມະຊາດຂອງລາວກໍຈະປາກົດອອກມາ. ລາວຮັກສະຖານະເປັນພິເສດ ແລະ ເປັນຄົນຮັກໜ້າຕາເປັນພິເສດ; ເມື່ອໃດກໍຕາມທີ່ລາວຢູ່ກັບໃຜ, ລາວມັກຈະເວົ້າກ່ຽວກັບສິ່ງທີ່ເປັນໜ້າອວດອ້າງຂອງລາວ ແລະ ໂອ້ອວດສິ່ງທີ່ລາວສາມາດເຮັດໄດ້, ສິ່ງທີ່ລາວໄດ້ເຮັດ, ລາວໄດ້ທົນທຸກຫຼາຍສໍ່າໃດ ແລະ ລາວຍິ່ງໃຫຍ່ສໍ່າໃດ. ລາວເຮັດສິ່ງເຫຼົ່ານີ້ ແລະ ເວົ້າແບບນີ້ເລື້ອຍໆ ແລະ ເປັນຄົນທີ່ແຕກຕ່າງກັນຢ່າງສິ້ນເຊີງເມື່ອທຽບກັບຕອນທີ່ເຮົາຢູ່ໃກ້ໆ. ນອກຈາກນີ້, ໃຜກໍຕາມທີ່ຢູ່ໃກ້ລາວກໍຮູ້ສຶກຖືກບີບຄັ້ນ ແລະ ຖືກຂົ່ມເຫັງ ແລະ ບໍ່ກ້າເວົ້າຫຍັງກ່ຽວກັບເລື່ອງນີ້. ບັນຫາທີ່ໃຫຍ່ທີ່ສຸດຢູ່ບ່ອນນີ້ແມ່ນຫຍັງ? ລາວເອົາວຽກງານເລັກໆນ້ອຍໆທີ່ລາວກຳລັງເຮັດ, ໜ້າທີ່ເລັກໆນ້ອຍໆທີ່ລາວກຳລັງເຮັດນີ້ ແລະ ຖືວ່າມັນເປັນສິ່ງທີ່ເປັນໜ້າອວດອ້າງເພື່ອໂອ້ອວດໄປທຸກຫົນທຸກແຫ່ງທີ່ລາວໄປ. ລາວໂອ້ອວດມັນໃນລະດັບໃດ? ທຸກຄົນມຸ່ງຫວັງໃນຕົວລາວ, ເຄົາລົບບູຊາ ແລະ ອິດສາລາວ. ໃນທີ່ສຸດ, ພວກເຂົາກໍເວົ້າວ່າ “ຜູ້ຊາຍຄົນນີ້ໄດ້ທົນທຸກຫຼາຍເພື່ອເຫັນແກ່ພຣະເຈົ້າ. ຈົ່ງເບິ່ງຄວາມເຊື່ອທີ່ລາວມີ ແລະ ຄວາມຮັກທີ່ລາວມີຕໍ່ພຣະເຈົ້າແມ! ພວກເຮົາບໍ່ສາມາດທຽບໄດ້ແມ່ນແຕ່ເສັ້ນຜົມເສັ້ນດຽວເທິງຫົວຂອງລາວ. ພວກເຮົາດ້ອຍກວ່າລາວຫຼາຍ!” ລາວມັກຈະຖືກຜູ້ຄົນກ່າວເຖິງຢູ່ສະເໝີ ແລະ ຜູ້ທີ່ບໍ່ສາມາດພົບເຮົາກໍຄິດວ່າການໄດ້ພົບລາວກໍດີເທົ່າກັບການໄດ້ພົບເຮົາ. ອິດທິພົນທີ່ລາວມີຕໍ່ຄວາມຮູ້, ຄວາມຄິດ ແລະ ຈິດໃຈຂອງຜູ້ຄົນໃນທີ່ສຸດກໍບັນລຸເຖິງລະດັບນີ້. ເພື່ອມາເຖິງຈຸດນີ້, ລາວຕ້ອງໄດ້ເວົ້າ ແລະ ເຮັດຫຼາຍສິ່ງຫຼາຍຢ່າງ, ແມ່ນບໍ? ແນ່ນອນວ່າ ລາວ ບໍ່ໄດ້ໃຊ້ພຽງແຕ່ສອງສາມຄຳເພື່ອບອກວ່າລາວໄດ້ເຮັດໜ້າທີ່ຫຍັງແດ່, ແນ່ນອນວ່າ ລາວ ໄດ້ເວົ້າ ແລະ ໂອ້ລົມກ່ຽວກັບສິ່ງເຫຼົ່ານີ້ຢ່າງຍືດຍາວ; ຍິ່ງໄປກວ່ານັ້ນ, ລາວມີແຮງຈູງໃຈ ແລະ ຈຸດປະສົງຂອງລາວເອງ, ລາວເວົ້າບາງສິ່ງທີ່ສາມາດລໍ້ລວງ ແລະ ເຮັດໃຫ້ຜູ້ຄົນຫຼົງຜິດໄດ້, ເຮັດໃຫ້ຜູ້ຄົນເຄົາລົບບູຊາລາວ ແລະ ໃນທີ່ສຸດລາວກໍບັນລຸເປົ້າໝາຍຂອງລາວ. ພວກເຈົ້າຄິດແນວໃດກ່ຽວກັບຄົນປະເພດນີ້? ການທີ່ລາວໄດ້ປະຕິບັດໜ້າທີ່ຂອງລາວຢູ່ຄຽງຂ້າງເຮົາເປັນສິ່ງທີ່ດີສຳລັບລາວ, ບໍ່ວ່າຈະເປັນໃນແງ່ຂອງການຮຽນຮູ້ວິທີປະພຶດຕົນ ຫຼື ການໄດ້ຮັບຄວາມຈິງ. ມັນເປັນໂອກາດສຳລັບລາວທີ່ຈະຖືກເຮັດໃຫ້ສົມບູນແຕ່ຫົວທີ. ໜ້າເສົ້າໃຈທີ່ລາວບໍ່ໄດ້ທະນຸຖະໜອມໂອກາດນີ້ໄວ້. ລາວບໍ່ເຫັນວ່າໂອກາດນີ້ມີຄ່າ ແລະ ສຳຄັນສໍ່າໃດ ແລະ ບໍ່ເຫັນວ່າມັນເປັນເສັ້ນທາງ, ຮາກຖານ ແລະ ແຫຼ່ງທີ່ມາສຳລັບການໄດ້ຮັບຄວາມຈິງ ແລະ ການໄດ້ຮັບຄວາມຮູ້ກ່ຽວກັບພຣະເຈົ້າ. ກົງກັນຂ້າມ, ລາວໃຊ້ໂອກາດນີ້ເພື່ອບັນລຸເປົ້າໝາຍຂອງລາວເອງໃນການໂດດເດັ່ນຈາກຝູງຊົນ ແລະ ຊື້ໃຈຜູ້ຄົນ. ນັ້ນໝາຍເຖິງບັນຫາ; ລາວກຳລັງຍ່າງໃນເສັ້ນທາງທີ່ຜິດ. ບອກເຮົາເບິ່ງ, ໃນຂະນະທີ່ລາວກຳລັງເຜີຍແຜ່ຄຳເວົ້າຢ່າງບໍ່ຢັ້ງຄິດກ່ຽວກັບວ່າລາວໄດ້ທົນທຸກຫຼາຍສໍ່າໃດ, ພຣະເຈົ້າໄດ້ນໍາພາລາວແນວໃດ ແລະ ພຣະເຈົ້າປະຕິບັດຕໍ່ລາວແນວໃດ ແລະ ພຣະເຈົ້າໄວ້ວາງໃຈລາວແນວໃດ, ລາວສາມາດຮັບຮູ້ໄດ້ບໍວ່າມີເຈດຕະນາສ່ວນຕົວຢູ່ໃນສິ່ງນີ້? (ແມ່ນແລ້ວ.) ລາວຄວນຈະສາມາດຮັບຮູ້ໄດ້. ມັນບໍ່ແມ່ນສິ່ງທີ່ເປັນໄປບໍ່ໄດ້ທີ່ຈະຮັບຮູ້. ລາວສາມາດຮັບຮູ້ມັນໄດ້, ແລ້ວເປັນຫຍັງລາວຈຶ່ງບໍ່ສາມາດຢັບຢັ້ງການກະທຳທີ່ຊົ່ວຮ້າຍຂອງລາວໄດ້? ເພາະວ່າລາວບໍ່ຮັກຄວາມຈິງ; ລາວມັກແຕ່ອິດທິພົນ ແລະ ສະຖານະເທົ່ານັ້ນ. ເມື່ອຄົນທີ່ຮັກຄວາມຈິງຢ່າງແທ້ຈິງເປີດເຜີຍຄວາມເສື່ອມຊາມອອກມາ, ເມື່ອພວກເຂົາກຳລັງເປັນພະຍານເຖິງວິທີທີ່ພວກເຂົາໄດ້ທົນທຸກ, ພວກເຂົາກໍຮູ້ສຶກຕຳນິ ແລະ ກ່າວໂທດຕົນເອງ. ພວກເຂົາຮູ້ສຶກວ່າສິ່ງທີ່ພວກເຂົາເຮັດນັ້ນຕ່ຳຊ້າ ແລະ ຕໍ່ຕ້ານພຣະເຈົ້າ ແລະ ພວກເຂົາຕ້ອງບໍ່ເຮັດແບບນັ້ນອີກ. ເມື່ອພວກເຂົາຕ້ອງການເຮັດແບບນັ້ນອີກໃນອະນາຄົດ, ພວກເຂົາສາມາດຢັບຢັ້ງຕົນເອງ ແລະ ຢຸດຕິການເຮັດສິ່ງດັ່ງກ່າວໄດ້. ນັ້ນເປັນເລື່ອງປົກກະຕິຫຼາຍ. ແຕ່ໃນເວລາແບບນັ້ນ, ເຖິງແມ່ນວ່າສະຕິຮູ້ສຶກຜິດຊອບຂອງພວກເຂົາຈະຕຳນິພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສກໍບໍ່ສາມາດຄວບຄຸມຄວາມທະເຍີທະຍານ ແລະ ຄວາມປາຖະໜາອັນບ້າຄັ່ງຂອງພວກເຂົາໄດ້ ແລະ ເຖິງແມ່ນວ່າພວກເຂົາຈະຖືກລິຮານ, ພວກເຂົາກໍຈະບໍ່ຍອມຮັບຄວາມຈິງ. ເປັນຫຍັງທຳມະຊາດຂອງພວກເຂົາຈຶ່ງພອງໂຕ ແລະ ຂະຫຍາຍອອກຈົນບໍ່ສາມາດກູ້ຄືນໄດ້? (ເພາະວ່າພວກເຂົາບໍ່ຮັກຄວາມຈິງ.) ໃນທຳມະຊາດຂອງພວກເຂົາ, ພວກເຂົາບໍ່ຮັກຄວາມຈິງ. ແລ້ວພວກເຂົາຮັກຫຍັງ? (ພວກເຂົາຮັກສະຖານະ.) ສະຖານະຈະນຳຫຍັງມາໃຫ້ພວກເຂົາ? ມັນຈະເຮັດໃຫ້ຜູ້ຄົນເຄົາລົບບູຊາພວກເຂົາ, ເຄົາລົບນັບຖືພວກເຂົາ ແລະ ອິດສາພວກເຂົາ. ໃນທີ່ສຸດແລ້ວ, ເປົ້າໝາຍຂອງພວກເຂົາກໍຄືການໄດ້ຮັບສະຖານະ ແລະ ການປະຕິບັດແບບດຽວກັນກັບພຣະເຈົ້າ, ພ້ອມທັງກຽດຕິຍົດ, ຄວາມສຸກ ແລະ ຄວາມຍິນດີທີ່ສະຖານະນີ້ນຳມາໃຫ້ພວກເຂົາ. ຫຼັງຈາກທີ່ໄດ້ຟັງທຸກສິ່ງທີ່ເຮົາຫາກໍເວົ້າໄປ, ພວກເຈົ້າບໍ່ຮູ້ສຶກລັງກຽດບໍ? (ລັງກຽດ.) ມີສິ່ງອື່ນອີກທີ່ຄົນຜູ້ນັ້ນເຮັດເຊິ່ງໜ້າລັງກຽດຍິ່ງກວ່າ. ຕໍ່ມາ, ລາວໄດ້ປ່ວຍ ແລະ ກັບຄືນໄປບ້ານເກີດຂອງລາວ ແລະ ນັ້ນກໍເຮັດໃຫ້ລາວຍິ່ງຮູ້ສຶກວ່າລາວສົມຄວນໄດ້ຮັບຜົນປະໂຫຍດຈາກສະຖານະ. ພວກເຈົ້າຄິດວ່າລາວຈະປະພຶດຕົນແນວໃດໃນຂະນະທີ່ຢູ່ພາຍໃຕ້ການຄວບຄຸມຂອງຄວາມຄິດນີ້? ລາວຈະບໍ່ຮຽກຮ້ອງໃຫ້ຜູ້ຄົນປະຕິບັດຕໍ່ລາວໃຫ້ດີຍິ່ງຂຶ້ນກວ່ານີ້ບໍ? (ແມ່ນແລ້ວ.) ເປັນຫຍັງລາວຈຶ່ງຮຽກຮ້ອງສິ່ງນີ້? ລາວບໍ່ຮູ້ສຶກວ່າມັນຫຼາຍເກີນໄປ ຫຼື ບໍ່ສົມເຫດສົມຜົນບໍ? ລາວຮູ້ສຶກວ່າລາວສົມຄວນໄດ້ຮັບມັນ. ລາວຄິດວ່າ “ຂ້ອຍໄດ້ທົນທຸກຢ່າງຫຼວງຫຼາຍເພື່ອເຫັນແກ່ພຣະເຈົ້າ ແລະ ເພື່ອເຫັນແກ່ອ້າຍເອື້ອຍນ້ອງຂອງຂ້ອຍ. ຂ້ອຍມີສິດໃນສິ່ງນີ້; ຂ້ອຍປ່ວຍກໍຍ້ອນວ່າຂ້ອຍທົນທຸກຫຼາຍ, ສະນັ້ນ ອ້າຍເອື້ອຍນ້ອງຂອງຂ້ອຍຕ້ອງຮັບໃຊ້ຂ້ອຍ”. ໃນຂະນະທີ່ລາວປ່ວຍຢູ່, ລາວບໍ່ຍອມເຮັດຫຍັງເລີຍ; ລາວພຽງແຕ່ນອນຢູ່ເທິງຕຽງໝົດມື້, ໃຫ້ຄົນອື່ນມາເບິ່ງແຍງ ແລະ ປ້ອນອາຫານລາວ. ຫຼັງຈາກທີ່ລາວນອນຢູ່ບ່ອນນັ້ນເປັນເວລາດົນ, ລາວກໍເລີ່ມຮູ້ສຶກເບື່ອ, ສະນັ້ນ ລາວຈຶ່ງໃຫ້ຜູ້ຄົນເອົາອາຫານ ແລະ ເຄື່ອງດື່ມມາໃຫ້ ແລະ ອອກໄປຂ້າງນອກກັບລາວເພື່ອແກ້ເບື່ອ. ສິ່ງນີ້ໜ້າລັງກຽດຫຼາຍ, ແມ່ນບໍ? ຖ້າລາວປ່ວຍໜັກຂະໜາດນັ້ນແທ້ໆ, ມັນກໍຄົງຈະບໍ່ແມ່ນເລື່ອງໃຫຍ່ປານໃດ; ແຕ່ຖ້າລາວບໍ່ໄດ້ປ່ວຍໜັກຂະໜາດນັ້ນ, ພຶດຕິກຳຂອງລາວກໍແນ່ນອນວ່າຂາດເຫດຜົນເກີນໄປ, ແມ່ນບໍ?

ບາງຄົນເບິ່ງຄືວ່າມີຄວາມກະຕືລືລົ້ນຫຼາຍໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ. ພວກເຂົາມັກທີ່ຈະເຂົ້າຮ່ວມ ແລະ ເອົາໃຈໃສ່ກັບວຽກງານຂອງຄຣິສຕະຈັກ ແລະ ພວກເຂົາກໍມັກຈະອອກໜ້າອອກຕາຢູ່ສະເໝີ. ແຕ່ເຖິງຢ່າງນັ້ນກໍຕາມ, ໂດຍບໍ່ຄາດຄິດ, ພວກເຂົາກັບເຮັດໃຫ້ທຸກຄົນຜິດຫວັງເມື່ອພວກເຂົາກາຍເປັນຜູ້ນໍາ. ພວກເຂົາບໍ່ໄດ້ສຸມໃສ່ການແກ້ໄຂບັນຫາຕົວຈິງຂອງປະຊາກອນທີ່ພຣະເຈົ້າເລືອກ, ກົງກັນຂ້າມ ພວກເຂົາພະຍາຍາມຢ່າງສຸດຄວາມສາມາດໂດຍກະທຳເພື່ອເຫັນແກ່ຊື່ສຽງ ແລະ ສະຖານະຂອງພວກເຂົາເອງ. ພວກເຂົາມັກໂອ້ອວດເພື່ອເຮັດໃຫ້ຄົນອື່ນເຄົາລົບນັບຖືພວກເຂົາ ແລະ ພວກເຂົາມັກຈະເວົ້າຢູ່ສະເໝີກ່ຽວກັບວິທີທີ່ພວກເຂົາເສຍສະລະຕົນເອງ ແລະ ທົນທຸກເພື່ອພຣະເຈົ້າ, ແຕ່ພວກເຂົາບໍ່ໄດ້ທຸ່ມເທຄວາມພະຍາຍາມຂອງພວກເຂົາໃນການໄລ່ຕາມຄວາມຈິງ ແລະ ການເຂົ້າສູ່ຊີວິດຂອງພວກເຂົາ. ນີ້ບໍ່ແມ່ນສິ່ງທີ່ທຸກຄົນຄາດຫວັງຈາກພວກເຂົາ. ເຖິງແມ່ນວ່າພວກເຂົາຈະເຮັດໃຫ້ຕົນເອງຫຍຸ້ງຢູ່ກັບວຽກງານຂອງພວກເຂົາ, ໂອ້ອວດໃນທຸກໂອກາດ, ເທດສະໜາຄຳເວົ້າ ແລະ ຫຼັກຄຳສອນບາງຢ່າງ, ໄດ້ຮັບການເຄົາລົບນັບຖື ແລະ ການເຄົາລົບບູຊາຈາກບາງຄົນ, ເຮັດໃຫ້ຫົວໃຈຂອງຜູ້ຄົນຫຼົງຜິດ ແລະ ເຮັດໃຫ້ສະຖານະຂອງພວກເຂົາໝັ້ນຄົງ, ແລ້ວໃນທີ່ສຸດສິ່ງນີ້ຈະນຳໄປສູ່ຫຍັງ? ບໍ່ວ່າຄົນເຫຼົ່ານີ້ຈະໃຊ້ຜົນປະໂຫຍດເລັກໆນ້ອຍໆເພື່ອຕິດສິນບົນຄົນອື່ນ ຫຼື ອວດອ້າງພອນສະຫວັນ ແລະ ຄວາມສາມາດຂອງພວກເຂົາ ຫຼື ໃຊ້ວິທີການຕ່າງໆເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ດ້ວຍເຫດນັ້ນຈຶ່ງເປັນທີ່ຍອມຮັບຈາກພວກເຂົາ, ບໍ່ວ່າພວກເຂົາຈະໃຊ້ວິທີການໃດເພື່ອຊື້ໃຈຜູ້ຄົນ ແລະ ຍຶດຄອງຕຳແໜ່ງໃນນັ້ນ, ພວກເຂົາໄດ້ສູນເສຍຫຍັງໄປ? ພວກເຂົາໄດ້ສູນເສຍໂອກາດທີ່ຈະໄດ້ຮັບຄວາມຈິງໃນຂະນະທີ່ປະຕິບັດໜ້າທີ່ຂອງຜູ້ນໍາ. ໃນເວລາດຽວກັນ, ຍ້ອນການສະແດງອອກຕ່າງໆຂອງພວກເຂົາ, ພວກເຂົາຍັງໄດ້ສະສົມການກະທຳທີ່ຊົ່ວຮ້າຍເຊິ່ງຈະນຳໄປສູ່ຈຸດຈົບຂອງພວກເຂົາ. ບໍ່ວ່າພວກເຂົາຈະໃຊ້ຜົນປະໂຫຍດເລັກໆນ້ອຍໆເພື່ອຕິດສິນບົນ ແລະ ດັກຈັບຜູ້ຄົນ ຫຼື ອວດອ້າງຕົນເອງ ຫຼື ໃຊ້ການສ້າງພາບເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ບໍ່ວ່າໂດຍທາງພາຍນອກແລ້ວ ພວກເຂົາຈະເບິ່ງຄືວ່າໄດ້ຮັບຜົນປະໂຫຍດ ແລະ ຄວາມພໍໃຈຫຼາຍສໍ່າໃດຈາກການເຮັດສິ່ງນີ້, ເມື່ອເບິ່ງໃນຕອນນີ້, ເສັ້ນທາງນີ້ເປັນເສັ້ນທາງທີ່ຖືກຕ້ອງບໍ? ມັນເປັນເສັ້ນທາງແຫ່ງການໄລ່ຕາມຄວາມຈິງບໍ? ມັນເປັນເສັ້ນທາງທີ່ສາມາດນຳມາເຊິ່ງຄວາມລອດພົ້ນຂອງຄົນໆໜຶ່ງໄດ້ບໍ? ເຫັນໄດ້ຊັດເຈນວ່າ ມັນບໍ່ແມ່ນ. ບໍ່ວ່າວິທີການ ແລະ ກົນອຸບາຍເຫຼົ່ານີ້ຈະສະຫຼາດສໍ່າໃດກໍຕາມ, ພວກມັນກໍບໍ່ສາມາດຫຼອກລວງພຣະເຈົ້າໄດ້ ແລະ ໃນທີ່ສຸດພວກມັນທັງໝົດກໍຖືກພຣະເຈົ້າກ່າວໂທດ ແລະ ລັງກຽດ, ເພາະສິ່ງທີ່ເຊື່ອງຊ້ອນຢູ່ເບື້ອງຫຼັງພຶດຕິກຳດັ່ງກ່າວກໍຄືຄວາມທະເຍີທະຍານອັນບ້າຄັ່ງຂອງມະນຸດ ພ້ອມທັງທັດສະນະຄະຕິ ແລະ ແກ່ນແທ້ແຫ່ງການເປັນປໍລະປັກຕໍ່ພຣະເຈົ້າ. ໃນພຣະໄທຂອງພຣະເຈົ້າ, ແນ່ນອນວ່າພຣະອົງຈະບໍ່ມີວັນຍອມຮັບຄົນເຫຼົ່ານີ້ວ່າເປັນຜູ້ທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາ ແລະ ກົງກັນຂ້າມ ພຣະອົງຈະກຳນົດລັກສະນະພວກເຂົາວ່າເປັນຜູ້ເຮັດຄວາມຊົ່ວ. ພຣະເຈົ້າຕັດສິນແນວໃດເມື່ອຈັດການກັບຜູ້ເຮັດຄວາມຊົ່ວ? “ຈົ່ງໄປຈາກເຮົາເສຍ, ພວກເຈົ້າທີ່ກະທຳການຊົ່ວຊ້າເອີຍ”. ເມື່ອພຣະເຈົ້າກ່າວວ່າ “ຈົ່ງໄປຈາກເຮົາເສຍ”, ພຣະອົງຕ້ອງການໃຫ້ຄົນແບບນັ້ນໄປໃສ? ພຣະອົງກຳລັງມອບພວກເຂົາໃຫ້ກັບຊາຕານ, ໄປຍັງສະຖານທີ່ທີ່ມີຝູງຊາຕານອາໄສຢູ່. ຜົນຕາມມາສຸດທ້າຍສຳລັບພວກເຂົາແມ່ນຫຍັງ? ພວກເຂົາຖືກວິນຍານຊົ່ວຮ້າຍທໍລະມານຈົນຕາຍ, ເຊິ່ງໝາຍຄວາມວ່າພວກເຂົາຖືກຊາຕານກືນກິນ. ພຣະເຈົ້າບໍ່ຕ້ອງການຄົນເຫຼົ່ານີ້, ເຊິ່ງໝາຍຄວາມວ່າພຣະອົງຈະບໍ່ຊ່ວຍພວກເຂົາໃຫ້ລອດພົ້ນ, ພວກເຂົາບໍ່ແມ່ນແກະຂອງພຣະເຈົ້າ, ຍິ່ງໄປກວ່ານັ້ນຄືບໍ່ແມ່ນຜູ້ຕິດຕາມຂອງພຣະອົງ, ສະນັ້ນ ພວກເຂົາຈຶ່ງບໍ່ໄດ້ຢູ່ໃນກຸ່ມຄົນທີ່ພຣະອົງຈະຊ່ວຍໃຫ້ລອດພົ້ນ. ນີ້ຄືວິທີທີ່ຄົນເຫຼົ່ານີ້ຖືກພຣະເຈົ້າກຳນົດໄວ້. ສະນັ້ນ, ທຳມະຊາດຂອງການພະຍາຍາມຊື້ໃຈຄົນອື່ນແມ່ນຫຍັງກັນແທ້? ມັນຄືການຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ; ມັນຄືພຶດຕິກຳ ແລະ ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ສິ່ງທີ່ຮ້າຍແຮງຍິ່ງກວ່ານັ້ນກໍຄືແກ່ນແທ້ຂອງການຍາດແຍ່ງປະຊາກອນທີ່ພຣະອົງເລືອກໄປຈາກພຣະເຈົ້າ; ຄົນແບບນັ້ນເປັນສັດຕູຂອງພຣະເຈົ້າ. ນີ້ຄືວິທີທີ່ພວກຜູ້ຕໍ່ຕ້ານພຣະຄຣິສຖືກກຳນົດລັກສະນະ ແລະ ຖືກຈັດປະເພດ ແລະ ມັນກໍຖືກຕ້ອງຢ່າງສິ້ນເຊີງ.

ວັນທີ 22 ມັງກອນ 2019

ຕໍ່ໄປ: ລາຍການທີສອງ: ພວກເຂົາໂຈມຕີ ແລະ ກີດກັນຜູ້ຄັດຄ້ານ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້