ລາຍການທີສິບຫ້າ: ພວກເຂົາບໍ່ເຊື່ອໃນການເປັນຢູ່ຂອງພຣະເຈົ້າ ແລະ ພວກເຂົາປະຕິເສດແກ່ນແທ້ຂອງພຣະຄຣິສ (ພາກທີສອງ)
ມື້ນີ້, ພວກເຮົາຈະສືບຕໍ່ໂອ້ລົມກ່ຽວກັບລາຍການທີສິບຫ້າຂອງການສະແດງອອກຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສ: ພວກເຂົາບໍ່ເຊື່ອໃນການມີຢູ່ຂອງພຣະເຈົ້າ ແລະ ພວກເຂົາປະຕິເສດແກ່ນແທ້ຂອງພຣະຄຣິສ. ໃນລະຫວ່າງການໂອ້ລົມຄັ້ງທີ່ຜ່ານມາຂອງພວກເຮົາ, ພວກເຮົາໄດ້ແບ່ງຫົວຂໍ້ນີ້ອອກເປັນສອງພາກ. ພາກທີໜຶ່ງແມ່ນການສະແດງອອກຕ່າງໆຂອງການທີ່ຜູ້ຕໍ່ຕ້ານພຣະຄຣິສບໍ່ເຊື່ອໃນການມີຢູ່ຂອງພຣະເຈົ້າ, ເຊິ່ງພວກເຮົາໄດ້ແບ່ງອອກຕື່ມອີກເປັນສອງຂໍ້: ຂໍ້ທີໜຶ່ງ, ຜູ້ຕໍ່ຕ້ານພຣະຄຣິສປະຕິເສດອັດຕະລັກ ແລະ ແກ່ນແທ້ຂອງພຣະເຈົ້າ; ຂໍ້ທີສອງ, ຜູ້ຕໍ່ຕ້ານພຣະຄຣິສປະຕິເສດອຳນາດສູງສຸດຂອງພຣະເຈົ້າເໜືອທຸກສິ່ງ. ຄັ້ງທີ່ຜ່ານມາ, ໂດຍຫຼັກແລ້ວ ພວກເຮົາໄດ້ໂອ້ລົມກ່ຽວກັບວິທີທີ່ຜູ້ຕໍ່ຕ້ານພຣະຄຣິສບໍ່ຍອມຮັບຮູ້ແກ່ນແທ້ຂອງພຣະເຈົ້າ ຫຼື ອຸປະນິໄສຂອງພຣະອົງ ແລະ ວິທີທີ່ຜູ້ຕໍ່ຕ້ານພຣະຄຣິສບໍ່ຍອມຮັບຮູ້ວ່າທຸກສິ່ງທີ່ພຣະເຈົ້າເຮັດແມ່ນຄວາມຈິງ ແລະ ເປັນຕົວແທນໃຫ້ແກ່ອັດຕະລັກຂອງພຣະອົງ ແລະ ວິທີທີ່ຜູ້ຕໍ່ຕ້ານພຣະຄຣິສບໍ່ຍອມຮັບຄວາມໝາຍ ແລະ ຄວາມຈິງທີ່ຢູ່ເບື້ອງຫຼັງທຸກສິ່ງທີ່ພຣະເຈົ້າເຮັດຢ່າງແນ່ນອນ. ຜູ້ຕໍ່ຕ້ານພຣະຄຣິສນະມັດສະການຊາຕານ, ຖືວ່າຊາຕານເປັນພຣະເຈົ້າ ແລະ ໃຊ້ຄຳເວົ້າ ແລະ ມຸມມອງທັງໝົດຂອງຊາຕານເປັນພື້ນຖານ ແລະ ເປັນມາດຕະຖານທີ່ພວກເຂົາໃຊ້ເພື່ອວັດແທກອັດຕະລັກ, ແກ່ນແທ້ຂອງພຣະເຈົ້າ ແລະ ທຸກສິ່ງທີ່ພຣະອົງເຮັດ. ສະນັ້ນ, ໃນໃຈຂອງພວກເຂົາ, ພວກເຂົາເຊີດຊູ ແລະ ນະມັດສະການສິ່ງທີ່ຊາຕານເຮັດຊໍ້າແລ້ວຊໍ້າອີກ, ພວກເຂົາສັນລະເສີນ ແລະ ຍົກຍ້ອງການກະທຳຂອງຊາຕານ ແລະ ພວກເຂົາໃຊ້ຊາຕານເພື່ອມາແທນທີ່ອັດຕະລັກ ແລະ ແກ່ນແທ້ຂອງພຣະເຈົ້າ. ສິ່ງທີ່ຮ້າຍແຮງໄປກວ່ານັ້ນກໍຄື, ບົນພື້ນຖານການຍອມຮັບຂອງພວກເຂົາຕໍ່ທຸກສິ່ງທີ່ຊາຕານເຮັດ, ພວກເຂົາຕັ້ງຄຳຖາມ ແລະ ສ້າງຄວາມຄິດຫຼົງຜິດ ແລະ ການຕັດສິນກ່ຽວກັບພຣະທຳ ແລະ ວຽກງານຂອງພຣະເຈົ້າໃນທຸກໆໂອກາດ ແລະ ໃນທີ່ສຸດກໍກ່າວໂທດພຣະທຳ ແລະ ວຽກງານຂອງພຣະອົງ. ດ້ວຍເຫດນັ້ນ, ໃນລະຫວ່າງທີ່ຕິດຕາມພຣະເຈົ້າ, ຜູ້ຕໍ່ຕ້ານພຣະຄຣິສບໍ່ຍອມຮັບພຣະທຳຂອງພຣະເຈົ້າເປັນຊີວິດຂອງພວກເຂົາ, ເປັນຄວາມຈິງຂອງພວກເຂົາ ຫຼື ເປັນທິດທາງ ແລະ ເປົ້າໝາຍໃນຊີວິດຂອງພວກເຂົາ. ກົງກັນຂ້າມ, ພວກເຂົາຕໍ່ຕ້ານພຣະເຈົ້າໃນທຸກໆໂອກາດ ແລະ ວັດແທກອັດຕະລັກ ແລະ ແກ່ນແທ້ຂອງພຣະເຈົ້າດ້ວຍສິ່ງຕ່າງໆເຊັ່ນ: ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາ, ຕັກກະ ແລະ ຄວາມຄິດຂອງຊາຕານ ແລະ ອຸປະນິໄສ ແລະ ວິທີການຂອງຊາຕານ. ໃນລະຫວ່າງທີ່ຕິດຕາມພຣະເຈົ້າ, ພວກເຂົາສົງໄສ, ລະແວງ ແລະ ຄອຍສັງເກດການພຣະເຈົ້າຢ່າງຕໍ່ເນື່ອງ, ພວກເຂົາຕັດສິນພຣະອົງຢູ່ສະເໝີ ແລະ ດູຖູກ, ກ່າວໂທດ ແລະ ປະຕິເສດພຣະອົງໃນໃຈຂອງພວກເຂົາ. ທຸກສິ່ງເຫຼົ່ານີ້ທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດ ແລະ ການສະແດງອອກຕ່າງໆຂອງພວກເຂົາພິສູດໃຫ້ເຫັນຢ່າງແທ້ຈິງວ່າ ພວກເຂົາບໍ່ແມ່ນຜູ້ຕິດຕາມພຣະເຈົ້າ, ບໍ່ແມ່ນຜູ້ເຊື່ອທີ່ແທ້ຈິງ ຫຼື ຜູ້ທີ່ຮັກຄວາມຈິງ ແລະ ສິ່ງທີ່ເປັນບວກ, ແຕ່ກົງກັນຂ້າມ ພວກເຂົາເປັນສັດຕູຂອງຄວາມຈິງ ແລະ ພຣະເຈົ້າ. ເມື່ອຄົນເຫຼົ່ານີ້ມາທີ່ເຮືອນຂອງພຣະເຈົ້າ, ມາທີ່ຄຣິສຕະຈັກ, ພວກເຂົາບໍ່ໄດ້ມາທີ່ນີ້ເພື່ອຮັບເອົາຄວາມລອດພົ້ນຂອງພຣະເຈົ້າ ຫຼື ມາຢູ່ຕໍ່ໜ້າພຣະເຈົ້າ ແລະ ຍອມຮັບພຣະທຳຂອງພຣະອົງເປັນຊີວິດ. ແລ້ວພວກເຂົາມາທີ່ນີ້ເພື່ອເຮັດຫຍັງ? ເມື່ອຄົນເຫຼົ່ານີ້ມາທີ່ເຮືອນຂອງພຣະເຈົ້າ, ປະການທຳອິດ, ຢ່າງໜ້ອຍພວກເຂົາກໍພະຍາຍາມຕອບສະໜອງຄວາມຢາກຮູ້ຢາກເຫັນຂອງພວກເຂົາ; ປະການທີສອງ, ພວກເຂົາປາຖະໜາທີ່ຈະຕິດຕາມກະແສນີ້ ແລະ ປະການທີສາມ, ພວກເຂົາຕ້ອງການພຣະພອນ. ສິ່ງເຫຼົ່ານີ້ຄືເຈດຕະນາ ແລະ ຈຸດປະສົງຂອງພວກເຂົາ ແລະ ກໍມີພຽງເທົ່ານັ້ນ. ເມື່ອຕັດສິນໂດຍອີງໃສ່ແກ່ນແທ້ທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາບໍ່ເຄີຍຕັ້ງໃຈທີ່ຈະຍອມຮັບພຣະທຳຂອງພຣະເຈົ້າເປັນຊີວິດຂອງພວກເຂົາ, ພວກເຂົາບໍ່ເຄີຍວາງແຜນທີ່ຈະເອົາພຣະທຳຂອງພຣະເຈົ້າເປັນຫຼັກການຂອງການປະຕິບັດ ຫຼື ເປັນທິດທາງ ແລະ ເປົ້າໝາຍໃນຊີວິດຂອງພວກເຂົາ ແລະ ພວກເຂົາບໍ່ເຄີຍວາງແຜນທີ່ຈະປ່ຽນແປງ ຫຼື ປະຖິ້ມມຸມມອງຂອງພວກເຂົາເອງ ຫຼື ປ່ຽນແປງ ຫຼື ປະຖິ້ມຄວາມຄິດຫຼົງຜິດຂອງພວກເຂົາເອງ ແລະ ມາຢູ່ຕໍ່ໜ້າພຣະເຈົ້າເພື່ອກັບໃຈຢ່າງແທ້ຈິງ ແລະ ກົ້ມຂາບລົງຕໍ່ໜ້າພຣະອົງ ແລະ ຍອມຮັບພຣະອົງເປັນພຣະຜູ້ຊ່ວຍໃຫ້ລອດພົ້ນຂອງພວກເຂົາ. ພວກເຂົາບໍ່ມີເຈດຕະນາແບບນັ້ນ. ພວກເຂົາພຽງແຕ່ສືບຕໍ່ໂອ້ອວດຕໍ່ໜ້າພຣະເຈົ້າກ່ຽວກັບວ່າພວກເຂົາຍິ່ງໃຫຍ່ສໍ່າໃດ, ມີຄວາມສາມາດສໍ່າໃດ, ມີອຳນາດ, ມີພອນສະຫວັນ ແລະ ມີຄວາມສາມາດພິເສດສໍ່າໃດ, ວ່າພວກເຂົາສາມາດກາຍເປັນເສົາຫຼັກ ແລະ ກະດູກສັນຫຼັງຂອງເຮືອນຂອງພຣະເຈົ້າ ແລະ ອື່ນໆ, ໂດຍແນໃສ່ເພື່ອບັນລຸເປົ້າໝາຍຂອງພວກເຂົາໃນການໄດ້ຮັບການນັບຖືຢ່າງສູງໃນເຮືອນຂອງພຣະເຈົ້າ, ໄດ້ຮັບການຍອມຮັບຈາກພຣະເຈົ້າ ແລະ ໄດ້ຮັບການເລື່ອນຕຳແໜ່ງໃນເຮືອນຂອງພຣະເຈົ້າ, ເພື່ອຕອບສະໜອງຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາ. ບໍ່ພຽງແຕ່ເທົ່ານັ້ນ, ແຕ່ພວກເຂົາຍັງຕ້ອງການຕອບສະໜອງຄວາມທະເຍີທະຍານ, ຄວາມປາຖະໜາ ແລະ ແຜນການຂອງພວກເຂົາໃນການ “ນໍາເອົາຮ້ອຍເທົ່າໃນຊີວິດນີ້ມາໃຫ້ຂ້ອຍ, ຊີວິດອໍາມະຕະໃນໂລກທີ່ຈະມາເຖິງ”. ພວກເຂົາເຄີຍປະຖິ້ມຄວາມທະເຍີທະຍານ, ຄວາມປາຖະໜາ ແລະ ແຜນການເຫຼົ່ານີ້ບໍ? ພວກເຂົາສາມາດເຂົ້າໃຈ, ປະຖິ້ມ ແລະ ແກ້ໄຂບັນຫາເຫຼົ່ານີ້ຈາກຄວາມຕັ້ງໃຈຂອງຕົນເອງໄດ້ບໍ? ພວກເຂົາບໍ່ເຄີຍວາງແຜນທີ່ຈະເຮັດສິ່ງນີ້. ບໍ່ວ່າພຣະທຳຂອງພຣະເຈົ້າຈະກ່າວ ຫຼື ເປີດໂປງຫຍັງກໍຕາມ, ເຖິງແມ່ນວ່າພວກເຂົາຈະສາມາດເຊື່ອມໂຍງພຣະທຳຂອງພຣະອົງເຂົ້າກັບຕົນເອງໄດ້, ເຖິງແມ່ນວ່າພວກເຂົາຈະຮູ້ວ່າແຜນການ, ຄວາມຄິດ ແລະ ເຈດຕະນາຂອງພວກເຂົາກົງກັນຂ້າມກັບພຣະທຳຂອງພຣະເຈົ້າ ແລະ ບໍ່ສອດຄ່ອງກັບພຣະທຳເຫຼົ່ານັ້ນ, ວ່າພວກມັນຂັດກັບຫຼັກການຄວາມຈິງ ແລະ ເປັນການສະແດງອອກເຖິງອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາກໍຍັງຍຶດໝັ້ນກັບມຸມມອງ, ຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາເອງຢ່າງໜັກແໜ້ນ ແລະ ບໍ່ມີແຜນການໃດໆທີ່ຈະປ່ຽນແປງຕົນເອງ, ຫັນປ່ຽນມຸມມອງຂອງພວກເຂົາ, ປະຖິ້ມຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາ ແລະ ມາຢູ່ຕໍ່ໜ້າພຣະເຈົ້າເພື່ອຍອມຮັບການເປີດໂປງ, ການພິພາກສາ, ການລົງທັນ ແລະ ການລິຮານຂອງພຣະອົງ. ຄົນເຫຼົ່ານີ້ບໍ່ພຽງແຕ່ມີຈິດໃຈທີ່ແຂງກະດ້າງເທົ່ານັ້ນ, ແຕ່ຍັງອວດດີ ແລະ ທະນົງໂຕອີກດ້ວຍ, ພວກເຂົາອວດດີຈົນເຖິງຂັ້ນທີ່ບໍ່ມີເຫດຜົນຢ່າງສິ້ນເຊີງ. ໃນເວລາດຽວກັນ, ຈາກສ່ວນເລິກໃນໃຈຂອງພວກເຂົາ ພວກເຂົາເບື່ອໜ່າຍ ແລະ ກຽດຊັງທຸກຖ້ອຍຄຳທີ່ພຣະເຈົ້າກ່າວອອກມາຢ່າງໜັກ; ພວກເຂົາກຽດຊັງການເປີດໂປງຂອງພຣະເຈົ້າກ່ຽວກັບ ແກ່ນແທ້ທຳມະຊາດຂອງມະນຸດຊາດທີ່ເສື່ອມຊາມ ແລະ ການເປີດໂປງຂອງພຣະອົງກ່ຽວກັບອຸປະນິໄສທີ່ເສື່ອມຊາມຕ່າງໆ. ພວກເຂົາກຽດຊັງພຣະເຈົ້າ ແລະ ຄວາມຈິງຢ່າງບໍ່ມີເຫດຜົນພຽງພໍ, ເຖິງຂັ້ນກຽດຊັງຜູ້ທີ່ສະແຫວງຫາຄວາມຈິງ ແລະ ຜູ້ທີ່ພຣະເຈົ້າຮັກ. ສິ່ງນີ້ສະແດງໃຫ້ເຫັນຢ່າງຊັດເຈນວ່າ ອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສນັ້ນຊົ່ວຊ້າຢ່າງແທ້ຈິງ. ຄວາມກຽດຊັງ, ຄວາມບໍ່ເປັນມິດ, ການຕໍ່ຕ້ານ, ການຕັດສິນ ແລະ ການປະຕິເສດທີ່ບໍ່ມີເຫດຜົນຂອງພວກເຂົາຕໍ່ພຣະເຈົ້າ ແລະ ຄວາມຈິງ ຍັງສະແດງໃຫ້ພວກເຮົາເຫັນວ່າ ຜູ້ຕໍ່ຕ້ານພຣະຄຣິສມີອຸປະນິໄສທີ່ໂຫດຮ້າຍຢ່າງແທ້ຈິງ.
ອຸປະນິໄສຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສເປັນຕົວຢ່າງທີ່ຊັດເຈນຂອງອຸປະນິໄສທີ່ມະນຸດຊາດທີ່ເສື່ອມຊາມມີ ແລະ ຄວາມຮຸນແຮງຂອງອຸປະນິໄສຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສນັ້ນລື່ນກາຍຄວາມຮຸນແຮງຂອງບຸກຄົນທີ່ເສື່ອມຊາມທຳມະດາທົ່ວໄປ. ບໍ່ວ່າພຣະເຈົ້າຈະເປີດໂປງອຸປະນິໄສທີ່ເສື່ອມຊາມຂອງມະນຸດຊາດຢ່າງເລິກເຊິ່ງ ຫຼື ເປັນຮູບປະທຳສໍ່າໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສກໍປະຕິເສດ ແລະ ບໍ່ຍອມຮັບສິ່ງນີ້, ໂດຍບໍ່ຍອມຮັບວ່າມັນເປັນຄວາມຈິງ ຫຼື ເປັນວຽກງານຂອງພຣະເຈົ້າ. ພວກເຂົາພຽງແຕ່ຍອມຮັບ ແລະ ເຊື່ອວ່າ ການເປັນຄົນຊົ່ວຮ້າຍ, ໂຫດຫ້ຽມ, ຊົ່ວຊ້າ, ຊົ່ວຊາມ ແລະ ໂຫດຮ້າຍຢ່າງພຽງພໍ ແມ່ນວິທີດຽວທີ່ຈະສາມາດຢືນຢັດໄດ້ໃນທີ່ສຸດ ແລະ ໂດດເດັ່ນ ແລະ ຮັກສາຈຸດຢືນຂອງຕົນເອງຈົນເຖິງທີ່ສຸດໃນສັງຄົມນີ້ ແລະ ທ່າມກາງກະແສທີ່ຊົ່ວຮ້າຍຕ່າງໆ. ນີ້ຄືຕັກກະຂອງຜູ້ຕໍ່ຕ້ານພຣະຄຣິສ. ສະນັ້ນ, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງມີຄວາມບໍ່ເປັນມິດ ແລະ ຄວາມກຽດຊັງຕໍ່ແກ່ນແທ້ທີ່ຊອບທຳ ແລະ ບໍລິສຸດຂອງພຣະເຈົ້າ, ຕໍ່ຄວາມສັດຊື່ ແລະ ຄວາມຊົງລິດອໍານາດຍິ່ງໃຫຍ່ຂອງພຣະເຈົ້າ ແລະ ຕໍ່ສິ່ງທີ່ເປັນບວກອື່ນໆທີ່ຄ້າຍຄືກັນນີ້. ບໍ່ວ່າຜູ້ຄົນຈະເປັນປະຈັກພະຍານເຖິງອັດຕະລັກ, ແກ່ນແທ້ຂອງພຣະເຈົ້າ ແລະ ວຽກງານທັງໝົດຂອງພຣະອົງແນວໃດ ແລະ ບໍ່ວ່າພວກເຂົາຈະເຮັດເຊັ່ນນັ້ນຢ່າງເປັນຮູບປະທຳ ແລະ ຢ່າງແທ້ຈິງສໍ່າໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສກໍບໍ່ຍອມຮັບມັນ, ພວກເຂົາບໍ່ຍອມຮັບຮູ້ວ່າມັນເປັນວຽກງານຂອງພຣະເຈົ້າ, ວ່າມີຄວາມຈິງໃຫ້ສະແຫວງຫາຢູ່ພາຍໃນນັ້ນ ຫຼື ວ່າມັນເປັນເອກະສານການສຶກສາ ແລະ ຄຳພະຍານທີ່ດີທີ່ສຸດສຳລັບຄວາມຮູ້ຂອງມະນຸດຊາດກ່ຽວກັບພຣະເຈົ້າ. ກົງກັນຂ້າມ, ກັບສິ່ງເລັກໆນ້ອຍໆໃດກໍຕາມທີ່ຊາຕານເຮັດ, ບໍ່ວ່າຈະໂດຍຕັ້ງໃຈ ຫຼື ບໍ່ຕັ້ງໃຈກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສກໍກົ້ມຂາບລົງດ້ວຍຄວາມຊື່ນຊົມຕໍ່ສິ່ງນັ້ນ. ເມື່ອເວົ້າເຖິງສິ່ງທີ່ຊາຕານເຮັດ, ຜູ້ຕໍ່ຕ້ານພຣະຄຣິສລ້ວນແຕ່ຍອມຮັບ, ເຊື່ອ, ນະມັດສະການ ແລະ ປະຕິບັດຕາມສິ່ງເຫຼົ່ານີ້ຢ່າງພ້ອມພຽງກັນ ໂດຍບໍ່ສົນໃຈວ່າພວກມັນຈະຖືກຖືວ່າສູງສົ່ງ ຫຼື ຕໍ່າຕ້ອຍໃນທ່າມກາງມະນຸດຊາດ ຫຼື ບໍ່. ເຖິງຢ່າງໃດກໍຕາມ, ມີສິ່ງໜຶ່ງທີ່ເຮັດໃຫ້ຜູ້ຕໍ່ຕ້ານພຣະຄຣິສບໍ່ສະບາຍໃຈຄື: ພຣະພຸດທະເຈົ້າກ່າວວ່າເພິ່ນສາມາດເຮັດໃຫ້ຜູ້ຄົນຂ້າມຜ່ານໄປສູ່ດິນແດນບໍລິສຸດໄດ້ ແລະ ຜູ້ຕໍ່ຕ້ານພຣະຄຣິສຄິດວ່າ: “ດິນແດນບໍລິສຸດນີ້ເບິ່ງຄືວ່າຈະດ້ອຍກວ່າອານາຈັກສະຫວັນ ແລະ ສະຫວັນທີ່ພຣະເຈົ້າກ່າວເຖິງ, ມັນບໍ່ຄ່ອຍເໝາະສົມປານໃດ. ເຖິງແມ່ນວ່າຊາຕານຈະມີລິດອຳນາດ ແລະ ມັນສາມາດນຳຜົນປະໂຫຍດອັນມະຫາສານມາສູ່ຜູ້ຄົນ ແລະ ຕອບສະໜອງຄວາມທະເຍີທະຍານ ແລະ ຄວາມປາຖະໜາທັງໝົດຂອງພວກເຂົາໄດ້, ແຕ່ສິ່ງໜຶ່ງທີ່ມັນບໍ່ສາມາດເຮັດໄດ້ກໍຄືການໃຫ້ຄຳສັນຍາກັບມະນຸດ ເພື່ອເຮັດໃຫ້ຜູ້ຄົນສາມາດເຂົ້າສູ່ອານາຈັກສະຫວັນ ແລະ ໄດ້ຮັບຊີວິດນິລັນດອນ. ຊາຕານບໍ່ກ້າກ່າວອ້າງແບບນັ້ນ ແລະ ມັນກໍບໍ່ສາມາດເຮັດສິ່ງນີ້ໃຫ້ສຳເລັດໄດ້”. ຈາກສ່ວນເລິກໃນໃຈຂອງພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສຮູ້ສຶກວ່າສິ່ງນີ້ເປັນເລື່ອງທີ່ບໍ່ໜ້າເຊື່ອ ແລະ ໃນເວລາດຽວກັນ ພວກເຂົາກໍຮູ້ສຶກວ່າມັນເປັນສິ່ງທີ່ໜ້າເສຍດາຍທີ່ສຸດ. ດັ່ງນັ້ນ, ໃນຂະນະທີ່ຕິດຕາມພຣະເຈົ້າຢ່າງຝືນໃຈ, ພວກເຂົາກໍຍັງຄົງວາງແຜນຮ້າຍກ່ຽວກັບວິທີທີ່ຈະໄດ້ຮັບພອນທີ່ຍິ່ງໃຫຍ່ກວ່າ ແລະ ກ່ຽວກັບວ່າໃຜສາມາດຕອບສະໜອງຄວາມປາຖະໜາ ແລະ ຄວາມທະເຍີທະຍານຂອງພວກເຂົາໄດ້. ພວກເຂົາຄິດຊັ່ງຊາແລ້ວຄິດຊັ່ງຊາອີກ ແລະ ໃນທີ່ສຸດ ພວກເຂົາກໍບໍ່ມີທາງເລືອກອື່ນນອກຈາກຕ້ອງຍອມປະນີປະນອມໂດຍການຢູ່ໃນເຮືອນຂອງພຣະເຈົ້າຕໍ່ໄປ. ໂດຍອີງໃສ່ການສະແດງອອກເຫຼົ່ານີ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ທັດສະນະຄະຕິ ແລະ ມຸມມອງຂອງພວກເຂົາທີ່ມີຕໍ່ພຣະເຈົ້າແມ່ນຫຍັງ? ພວກເຂົາມີຄວາມເຊື່ອທີ່ແທ້ຈິງແມ່ນແຕ່ໜ້ອຍດຽວບໍ? ພວກເຂົາມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າບໍ? ພວກເຂົາຍອມຮັບຮູ້ການກະທຳຂອງພຣະເຈົ້າແມ່ນແຕ່ໜ້ອຍດຽວບໍ? ພວກເຂົາສາມາດກ່າວຄຳວ່າ “ອາແມນ” ຈາກສ່ວນເລິກໃນໃຈຂອງພວກເຂົາຕໍ່ຄວາມຈິງທີ່ວ່າພຣະທຳຂອງພຣະເຈົ້າແມ່ນຄວາມຈິງ, ຊີວິດ ແລະ ຫົນທາງໄດ້ບໍ? ພຣະເຈົ້າໄດ້ປະຕິບັດວຽກງານອັນຍິ່ງໃຫຍ່ດັ່ງກ່າວໃນທ່າມກາງມະນຸດຊາດ, ຜູ້ຕໍ່ຕ້ານພຣະຄຣິສສາມາດສັນລະເສີນລິດອຳນາດອັນຍິ່ງໃຫຍ່ ແລະ ອຸປະນິໄສທີ່ຊອບທຳຂອງພຣະເຈົ້າຈາກສ່ວນເລິກໃນໃຈຂອງພວກເຂົາໄດ້ບໍ? (ບໍ່ໄດ້). ມັນເປັນເພາະວ່າຜູ້ຕໍ່ຕ້ານພຣະຄຣິສປະຕິເສດອັດຕະລັກ, ແກ່ນແທ້ຂອງພຣະເຈົ້າ ແລະ ວຽກງານທັງໝົດຂອງພຣະອົງຢ່າງແນ່ນອນ ພວກເຂົາຈຶ່ງເຊີດຊູ ແລະ ເປັນປະຈັກພະຍານກ່ຽວກັບຕົນເອງຢູ່ສະເໝີໃນລະຫວ່າງຂະບວນການຕິດຕາມພຣະອົງ ແລະ ພະຍາຍາມໄດ້ຮັບຄວາມໂປດປານ ແລະ ຊື້ໃຈຜູ້ຄົນ ແລະ ເຖິງຂັ້ນພະຍາຍາມຄວບຄຸມ ແລະ ກັກຂັງໃຈຜູ້ຄົນ ແລະ ຍາດແຍ່ງປະຊາກອນທີ່ພຣະເຈົ້າເລືອກໄປຈາກພຣະອົງ. ການສະແດງອອກດັ່ງກ່າວທັງໝົດ ພິສູດໃຫ້ເຫັນວ່າ ຜູ້ຕໍ່ຕ້ານພຣະຄຣິສບໍ່ເຄີຍຍອມຮັບຮູ້ອັດຕະລັກ ແລະ ແກ່ນແທ້ຂອງພຣະເຈົ້າ ຫຼື ຍອມຮັບວ່າມະນຸດຊາດ ແລະ ທຸກສິ່ງຢູ່ພາຍໃຕ້ອຳນາດສູງສຸດຂອງພຣະຜູ້ສ້າງ. ນີ້ຄືສິ່ງທີ່ພວກເຮົາໄດ້ໄຈ້ແຍກໃນຄັ້ງທີ່ຜ່ານມາ ກ່ຽວກັບມຸມມອງ, ການສະແດງອອກ ແລະ ການເປີດເຜີຍທີ່ຜູ້ຕໍ່ຕ້ານພຣະຄຣິສມີກ່ຽວກັບການມີຢູ່ຂອງພຣະເຈົ້າ. ເນື່ອງຈາກຜູ້ຕໍ່ຕ້ານພຣະຄຣິສມີມຸມມອງ ແລະ ການສະແດງອອກເຫຼົ່ານີ້ກ່ຽວກັບການມີຢູ່ຂອງພຣະເຈົ້າ, ແລ້ວທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະຄຣິສ ເຊິ່ງເປັນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າແມ່ນຫຍັງ? ພວກເຂົາສາມາດເຊື່ອ, ຍອມຮັບຮູ້, ຕິດຕາມ ແລະ ອ່ອນນ້ອມຕໍ່ພຣະອົງຢ່າງແທ້ຈິງໄດ້ບໍ? (ບໍ່ໄດ້). ເມື່ອຕັດສິນຈາກການປະຕິບັດຂອງຜູ້ຕໍ່ຕ້ານພຣະຄຣິສຕໍ່ການມີຢູ່ຂອງພຣະເຈົ້າ, ພວກເຂົາມີທັດສະນະຄະຕິແບບນີ້ຕໍ່ພຣະວິນຍານຂອງພຣະເຈົ້າ, ສະນັ້ນ ມັນຈຶ່ງບໍ່ຈຳເປັນຕ້ອງເວົ້າເລີຍວ່າ ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າຕ້ອງໜ້າລັງກຽດຍິ່ງກວ່າທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະວິນຍານຂອງພຣະອົງ ພ້ອມກັບການສະແດງອອກທີ່ຊັດເຈນ ແລະ ຮ້າຍແຮງກວ່າເກົ່າ.
II. ຜູ້ຕໍ່ຕ້ານພຣະຄຣິສປະຕິເສດແກ່ນແທ້ຂອງພຣະຄຣິສ
ມື້ນີ້, ພວກເຮົາຈະໂອ້ລົມກ່ຽວກັບວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ພຣະຄຣິສ ເຊິ່ງເປັນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ໂດຍອີງໃສ່ການທີ່ພວກເຂົາບໍ່ເຊື່ອໃນການມີຢູ່ຂອງພຣະເຈົ້າ. ມັນເປັນຂໍ້ເທັດຈິງທີ່ຮັບຮູ້ກັນຢ່າງກວ້າງຂວາງວ່າ ຜູ້ຕໍ່ຕ້ານພຣະຄຣິສບໍ່ເຊື່ອໃນການມີຢູ່ຂອງພຣະເຈົ້າ. ຫຼັງຈາກການໂອ້ລົມ, ການເປີດໂປງ ແລະ ການໄຈ້ແຍກທັງໝົດນີ້, ພວກເຈົ້າໄດ້ຮັບຄວາມເຂົ້າໃຈທີ່ເປັນຮູບປະທຳບາງຢ່າງກ່ຽວກັບອຸປະນິໄສ ແລະ ການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສແລ້ວບໍ? ບໍ່ວ່າພວກເຂົາຈະຍອມຮັບວຽກງານທີ່ປະຕິບັດໂດຍພຣະເຈົ້າທີ່ບັງເກີດເປັນມະນຸດ ຫຼື ຂໍ້ເທັດຈິງທີ່ວ່າພຣະເຈົ້າບັງເກີດເປັນເນື້ອໜັງກໍຕາມ, ໃນຄວາມເປັນຈິງແລ້ວ, ພວກເຂົາປະຕິເສດການມີຢູ່ຂອງພຣະເຈົ້າ. ແລ້ວພວກເຂົາເປັນຄົນປະເພດໃດກັນແທ້? ເວົ້າຢ່າງຊັດເຈນກໍຄື ພວກເຂົາເປັນຜູ້ບໍ່ເຊື່ອທີ່ສວຍໂອກາດ, ພວກເຂົາເປັນພວກຟາຣີຊາຍ. ບາງຄົນໃນພວກເຂົາເບິ່ງຄືວ່າຊົ່ວຮ້າຍຢ່າງຊັດເຈນ, ໃນຂະນະທີ່ຄົນອື່ນເບິ່ງຄືວ່າຖ່ອມຕົວ ດ້ວຍພຶດຕິກຳທີ່ສຸພາບ, ສະຫງ່າງາມ ແລະ ສູງສົ່ງ, ພວກເຂົາເປັນພວກຟາຣີຊາຍທີ່ໄດ້ມາດຕະຖານ. ເມື່ອເວົ້າເຖິງຄົນສອງປະເພດນີ້ ຄືຜູ້ທີ່ເບິ່ງຄືວ່າຊົ່ວຮ້າຍ ແລະ ຜູ້ທີ່ເບິ່ງຄືວ່າເຄັ່ງສາສະໜາ ແລະ ບໍ່ຊົ່ວຮ້າຍ, ຖ້າໂດຍພື້ນຖານແລ້ວ ພວກເຂົາບໍ່ເຊື່ອໃນການມີຢູ່ຂອງພຣະເຈົ້າ, ພວກເຮົາສາມາດເວົ້າໄດ້ບໍວ່າພວກເຂົາເປັນຜູ້ບໍ່ເຊື່ອ? (ເວົ້າໄດ້). ມື້ນີ້ ພວກເຮົາກຳລັງໂອ້ລົມກ່ຽວກັບມຸມມອງ ແລະ ທັດສະນະຄະຕິໃດທີ່ຜູ້ບໍ່ເຊື່ອມີຕໍ່ພຣະຄຣິສ, ການສະແດງອອກໃດແດ່ທີ່ພວກເຂົາສະແດງໃຫ້ເຫັນຕໍ່ດ້ານຕ່າງໆຂອງພຣະຄຣິສ ແລະ ວິທີທີ່ພວກເຮົາສາມາດເຂົ້າໃຈແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສຜ່ານການສະແດງອອກເຫຼົ່ານີ້.
1. ວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ຕົ້ນກຳເນີດຂອງພຣະຄຣິສ
ເມື່ອເວົ້າເຖິງພຣະຄຣິສ ເຊິ່ງເປັນຄົນທຳມະດາທີ່ມີອັດຕະລັກພິເສດ, ໂດຍປົກກະຕິແລ້ວ ຜູ້ຄົນໃສ່ໃຈກ່ຽວກັບສິ່ງໃດຫຼາຍທີ່ສຸດ? ກ່ອນອື່ນໝົດ, ຜູ້ຄົນຈຳນວນຫຼາຍບໍ່ໄດ້ໃສ່ໃຈກ່ຽວກັບຕົ້ນກຳເນີດຂອງພຣະອົງບໍ? ນັ້ນຄືຈຸດສຸມຄວາມສົນໃຈຂອງຜູ້ຄົນ. ສະນັ້ນ, ກ່ອນອື່ນ ໃຫ້ພວກເຮົາໂອ້ລົມກ່ຽວກັບວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ຕົ້ນກຳເນີດຂອງພຣະຄຣິສ. ກ່ອນທີ່ຈະໂອ້ລົມກ່ຽວກັບເລື່ອງນີ້, ໃຫ້ພວກເຮົາເວົ້າກ່ຽວກັບວິທີທີ່ພຣະເຈົ້າວາງແຜນດ້ານຕ່າງໆກ່ຽວກັບຕົ້ນກຳເນີດຂອງເນື້ອໜັງຂອງພຣະອົງ ເມື່ອພຣະອົງບັງເກີດເປັນມະນຸດ. ດັ່ງທີ່ຮູ້ກັນດີ, ໃນລະຫວ່າງຍຸກແຫ່ງພຣະຄຸນ, ພຣະຄຣິສໄດ້ປະຕິສົນທິໂດຍພຣະວິນຍານບໍລິສຸດ ແລະ ເກີດຈາກຍິງພົມມະຈາລີຄົນໜຶ່ງ. ພຣະອົງເກີດໃນຄອບຄົວທີ່ທຳມະດາ, ປົກກະຕິທີ່ສຸດ, ເຊິ່ງໃນຄຳສັບປັດຈຸບັນຈະເອີ້ນວ່າຄົວເຮືອນຂອງພົນລະເມືອງທຳມະດາ. ພຣະອົງບໍ່ໄດ້ເກີດໃນຄອບຄົວໃຫຍ່ທີ່ຮັ່ງມີ, ເປັນເຈົ້າໜ້າທີ່ ຫຼື ມີຊື່ສຽງ, ພຣະອົງເຖິງກັບເກີດໃນຄອກສັດ, ເຊິ່ງເປັນເລື່ອງທີ່ບໍ່ໜ້າເຊື່ອຫຼາຍ ແລະ ເໜືອຈິນຕະນາການຂອງທຸກຄົນ. ເມື່ອເບິ່ງທຸກດ້ານກ່ຽວກັບຕົ້ນກຳເນີດຂອງເນື້ອໜັງທີ່ບັງເກີດເປັນມະນຸດຄັ້ງທຳອິດຂອງພຣະເຈົ້າ, ຄອບຄົວທີ່ພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ເກີດມານັ້ນແມ່ນທຳມະດາຫຼາຍ. ມາຣີ, ມານດາຂອງພຣະອົງກໍທຳມະດາເຊັ່ນກັນ ແລະ ບໍ່ແມ່ນຄົນທີ່ໂດດເດັ່ນ ແລະ ແນ່ນອນວ່າ ເພິ່ນບໍ່ໄດ້ມີພະລັງພິເສດໃດໆ ຫຼື ມີຄວາມສາມາດພິເສດທີ່ເປັນເອກະລັກ. ເຖິງຢ່າງໃດກໍຕາມ, ມັນເປັນສິ່ງທີ່ໜ້າສັງເກດວ່າເພິ່ນບໍ່ແມ່ນຜູ້ບໍ່ເຊື່ອ ຫຼື ຜູ້ບໍ່ມີຄວາມເຊື່ອ, ແຕ່ເປັນຜູ້ຕິດຕາມຂອງພຣະເຈົ້າ. ສິ່ງນີ້ສຳຄັນຫຼາຍ. ໂຢເຊັບ, ສາມີຂອງມາຣີເປັນຊ່າງໄມ້. ຊ່າງໄມ້ເປັນຊ່າງຝີມືປະເພດໜຶ່ງ ແລະ ລາວມີລາຍໄດ້ປານກາງ, ແຕ່ລາວບໍ່ໄດ້ຮັ່ງມີ ແລະ ບໍ່ໄດ້ມີເງິນເຫຼືອໃຊ້ຫຼາຍ. ເຖິງຢ່າງໃດກໍຕາມ, ລາວກໍຫ່າງໄກຈາກຄວາມທຸກຍາກ ແລະ ລາວສາມາດຕອບສະໜອງຄວາມຕ້ອງການພື້ນຖານທັງໝົດຂອງຄອບຄົວລາວໄດ້. ອົງພຣະເຢຊູເຈົ້າໄດ້ເກີດມາໃນຄອບຄົວປະເພດນີ້; ເມື່ອຕັດສິນຕາມມາດຕະຖານລາຍໄດ້ ແລະ ເງື່ອນໄຂການດຳລົງຊີວິດໃນປັດຈຸບັນ, ຄອບຄົວຂອງພຣະອົງກໍພໍແຕ່ຈະນັບໄດ້ວ່າເປັນຊົນຊັ້ນກາງ. ຄອບຄົວແບບນັ້ນຈະຖືກຖືວ່າສູງສົ່ງ ຫຼື ຕໍ່າຕ້ອຍໃນທ່າມກາງມະນຸດຊາດ? (ຕໍ່າຕ້ອຍ). ສະນັ້ນ, ຄອບຄົວທີ່ອົງພຣະເຢຊູເຈົ້າໄດ້ເກີດມານັ້ນຈຶ່ງຫ່າງໄກຈາກການເປັນຄອບຄົວທີ່ມີຊື່ສຽງ, ຮັ່ງມີ ຫຼື ໂດດເດັ່ນ ແລະ ຍິ່ງຫ່າງໄກຈາກສິ່ງທີ່ຖືວ່າເປັນຊົນຊັ້ນສູງໃນປັດຈຸບັນ. ເມື່ອເດັກນ້ອຍຈາກຄອບຄົວທີ່ຮັ່ງມີ ຫຼື ມີສະຖານະສູງອອກໄປຂ້າງນອກ, ຜູ້ຄົນກໍມັກຈະຫຸ້ມລ້ອມພວກເຂົາ ແລະ ແຫ່ແຫນພວກເຂົາ, ແຕ່ຄອບຄົວຂອງອົງພຣະເຢຊູເຈົ້າແມ່ນກົງກັນຂ້າມ. ພຣະອົງເກີດໃນຄອບຄົວທີ່ບໍ່ມີເງື່ອນໄຂການດຳລົງຊີວິດທີ່ຫຼູຫຼາ ຫຼື ສະຖານະທີ່ໂດດເດັ່ນ. ມັນເປັນຄອບຄົວທີ່ທຳມະດາຫຼາຍ ເຊິ່ງບໍ່ມີໃຜສັງເກດເຫັນ ແລະ ຖືກຜູ້ຄົນເມີນເສີຍ, ໂດຍບໍ່ມີໃຜຍົກຍ້ອງສັນລະເສີນພວກເຂົາ ຫຼື ແຫ່ແຫນພວກເຂົາ. ພາຍໃຕ້ພູມຫຼັງ ແລະ ສະພາບແວດລ້ອມທາງສັງຄົມໃນເວລານັ້ນ, ພຣະຄຣິສມີເງື່ອນໄຂທີ່ຈະໄດ້ຮັບການສຶກສາຊັ້ນສູງ ຫຼື ໄດ້ຮັບອິດທິພົນ ແລະ ຊຶມຊັບກັບວິຖີຊີວິດ, ຄວາມຄິດ, ມຸມມອງຕ່າງໆ ແລະ ອື່ນໆຂອງສັງຄົມຊັ້ນສູງບໍ? ເຫັນໄດ້ຊັດເຈນວ່າ ພຣະອົງບໍ່ໄດ້ເປັນເຊັ່ນນັ້ນ. ພຣະອົງໄດ້ຮັບການສຶກສາທົ່ວໄປ, ອ່ານພຣະຄຳພີຢູ່ເຮືອນ, ຟັງເລື່ອງລາວຕ່າງໆຈາກພໍ່ແມ່ຂອງພຣະອົງ ແລະ ເຂົ້າຮ່ວມການນະມັດສະການຢູ່ຄຣິສຕະຈັກຮ່ວມກັບພວກເພິ່ນ. ໃນທຸກດ້ານ, ຕົ້ນກຳເນີດຂອງອົງພຣະເຢຊູເຈົ້າ ແລະ ສະພາບແວດລ້ອມທີ່ພຣະອົງເຕີບໃຫຍ່ຂຶ້ນມານັ້ນບໍ່ໄດ້ມີຊື່ສຽງ ຫຼື ສູງສົ່ງຄືກັບທີ່ຜູ້ຄົນອາດຈະຈິນຕະນາການ. ສະພາບແວດລ້ອມທີ່ພຣະອົງເຕີບໃຫຍ່ຂຶ້ນມານັ້ນກໍຄືກັນກັບສະພາບແວດລ້ອມຂອງຄົນທຳມະດາ. ຊີວິດປະຈຳວັນຂອງພຣະອົງນັ້ນຮຽບງ່າຍ ແລະ ທຳມະດາ, ເງື່ອນໄຂການດຳລົງຊີວິດຂອງພຣະອົງກໍຄ້າຍຄືກັບຄົນທົ່ວໄປ, ບໍ່ມີຫຍັງພິເສດ ແລະ ພຣະອົງຂາດເງື່ອນໄຂການດຳລົງຊີວິດທີ່ພິເສດ, ທີ່ເໜືອກວ່າຂອງຊົນຊັ້ນສູງໃນສັງຄົມ. ນີ້ຄືພູມຫຼັງທີ່ເນື້ອໜັງທີ່ບັງເກີດເປັນມະນຸດຄັ້ງທຳອິດຂອງພຣະເຈົ້າໄດ້ເກີດມາ ແລະ ເປັນສະພາບແວດລ້ອມທີ່ພຣະອົງເຕີບໃຫຍ່ຂຶ້ນມາ.
ເຖິງແມ່ນວ່າເພດຂອງພຣະເຈົ້າທີ່ບັງເກີດເປັນມະນຸດໃນຄັ້ງນີ້ຈະແຕກຕ່າງຈາກຄັ້ງກ່ອນຢ່າງສິ້ນເຊີງ, ແຕ່ພູມຫຼັງຄອບຄົວຂອງພຣະອົງກໍທຳມະດາຄືກັນ ແລະ ບໍ່ມີສະຖານະທີ່ໂດດເດັ່ນ. ບາງຄົນຖາມວ່າ “ທຳມະດາສໍ່າໃດ?” ໃນຍຸກປັດຈຸບັນ, ທຳມະດາໝາຍເຖິງສະພາບແວດລ້ອມການດຳລົງຊີວິດທົ່ວໄປ. ພຣະຄຣິສເກີດໃນຄອບຄົວຄົນງານ, ນັ້ນກໍຄື ຄອບຄົວທີ່ເພິ່ງພາຄ່າຈ້າງເພື່ອລ້ຽງຊີບ, ທີ່ສາມາດເບິ່ງແຍງຄວາມຕ້ອງການພື້ນຖານຂອງພວກເຂົາເອງໄດ້ ແຕ່ບໍ່ໄດ້ຮັ່ງມີຄືກັບຄົນລວຍ. ພຣະຄຣິສມີປະຕິສຳພັນກັບຄົນທຳມະດາ ແລະ ໄດ້ສຳຜັດກັບຊີວິດຂອງຄົນທຳມະດາ; ພຣະອົງດຳລົງຊີວິດຢູ່ໃນສະພາບແວດລ້ອມແບບນີ້, ບໍ່ມີຫຍັງທີ່ພິເສດ. ໂດຍທົ່ວໄປແລ້ວ, ເດັກນ້ອຍຈາກຄອບຄົວຄົນງານມີເງື່ອນໄຂທີ່ຈະຮຽນຮູ້ທັກສະທາງສິລະປະບໍ? ພວກເຂົາມີໂອກາດທີ່ຈະໄດ້ສຳຜັດກັບມຸມມອງຕ່າງໆທີ່ແຜ່ຫຼາຍໃນສັງຄົມຊັ້ນສູງບໍ? (ບໍ່). ບໍ່ພຽງແຕ່ພວກເຂົາບໍ່ມີເງື່ອນໄຂທີ່ຈະຮຽນຮູ້ທັກສະຕ່າງໆເທົ່ານັ້ນ, ຍິ່ງໄປກວ່ານັ້ນ ພວກເຂົາຍັງບໍ່ມີໂອກາດທີ່ຈະມີປະຕິສຳພັນກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆໃນສັງຄົມຊັ້ນສູງອີກດ້ວຍ. ຈາກມຸມມອງນີ້, ຄອບຄົວທີ່ພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ເກີດມາໃນຄັ້ງນີ້ແມ່ນທຳມະດາຫຼາຍ. ພໍ່ແມ່ຂອງພຣະອົງເປັນຄົນທີ່ໃຊ້ຊີວິດໃນແຕ່ລະມື້ຢ່າງຊື່ສັດສຸຈາລິດ, ເຊິ່ງການດຳລົງຊີວິດຂອງພວກເພິ່ນແມ່ນຂຶ້ນກັບວຽກ ແລະ ອາຊີບຂອງພວກເພິ່ນ ແລະ ພວກເພິ່ນມີເງື່ອນໄຂການດຳລົງຊີວິດລະດັບປານກາງ. ເງື່ອນໄຂດັ່ງກ່າວແມ່ນພົບເຫັນໄດ້ທົ່ວໄປທີ່ສຸດໃນສັງຄົມສະໄໝໃໝ່. ຈາກມຸມມອງຂອງຜູ້ບໍ່ມີຄວາມເຊື່ອ, ບໍ່ມີເງື່ອນໄຂທີ່ເໜືອກວ່າໃນສະພາບແວດລ້ອມການເກີດຂອງພຣະຄຣິສ ແລະ ບໍ່ມີຫຍັງໃນພູມຫຼັງຄອບຄົວ ຫຼື ຄຸນນະພາບຊີວິດຂອງພຣະອົງທີ່ຄຸ້ມຄ່າແກ່ການໂອ້ອວດໄດ້. ຄົນດັງບາງຄົນເກີດໃນຄອບຄົວນັກປາດ; ບັນພະບຸລຸດຂອງພວກເຂົາລ້ວນແຕ່ເປັນນັກການສຶກສາ ແລະ ປັນຍາຊົນອາວຸໂສ. ພວກເຂົາເຕີບໃຫຍ່ຂຶ້ນມາໃນສະພາບແວດລ້ອມແບບນີ້ ພ້ອມກັບມີວິຖີ ແລະ ທ່າທາງຂອງຄອບຄົວນັກປາດທີ່ຕິດໂຕມາ. ພຣະເຈົ້າໄດ້ເລືອກພູມຫຼັງຄອບຄົວທີ່ຄ້າຍຄືກັນສຳລັບເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງບໍ? ບໍ່. ໃນຄັ້ງນີ້ ພຣະເຈົ້າທີ່ບັງເກີດເປັນມະນຸດກໍຂາດພູມຫຼັງຄອບຄົວທີ່ໂດດເດັ່ນ ແລະ ສະຖານະທາງສັງຄົມທີ່ມີຊື່ສຽງເຊັ່ນກັນ ແລະ ຍິ່ງໄປກວ່ານັ້ນ ພຣະອົງບໍ່ມີສະພາບແວດລ້ອມການດຳລົງຊີວິດທີ່ເໜືອກວ່າ, ຄອບຄົວຂອງພຣະອົງເປັນຄອບຄົວທີ່ທຳມະດາຢ່າງສິ້ນເຊີງ. ໃຫ້ພວກເຮົາຍັງບໍ່ທັນໂອ້ລົມກັນເທື່ອວ່າ ເປັນຫຍັງພຣະເຈົ້າທີ່ບັງເກີດເປັນມະນຸດຈຶ່ງເລືອກຄອບຄົວ, ສະພາບແວດລ້ອມການດຳລົງຊີວິດ ແລະ ພູມຫຼັງໃນການເຕີບໃຫຍ່ແບບນັ້ນ; ພວກເຮົາຈະຍັງບໍ່ເວົ້າເຖິງຄວາມສຳຄັນຂອງເລື່ອງນີ້ໃນຕອນນີ້. ບອກເຮົາມາເບິ່ງ, ບາງຄົນບໍ່ໄດ້ສົນໃຈບໍວ່າພຣະຄຣິສໄດ້ເຂົ້າຮຽນມະຫາວິທະຍາໄລ ຫຼື ບໍ່? ເຮົາຈະບອກຄວາມຈິງແກ່ພວກເຈົ້າ: ເຮົາໄດ້ອອກຈາກໂຮງຮຽນກ່ອນທີ່ຈະສອບເສັງເຂົ້າຮຽນມະຫາວິທະຍາໄລ ແລະ ອອກຈາກບ້ານຕອນອາຍຸ 17 ປີ. ສະນັ້ນ, ເຮົາໄດ້ເຂົ້າຮຽນມະຫາວິທະຍາໄລບໍ? (ບໍ່). ນີ້ເປັນຂ່າວຮ້າຍ ຫຼື ຂ່າວດີສຳລັບພວກເຈົ້າ? (ຂ້ານ້ອຍຄິດວ່າການຮູ້ເລື່ອງນີ້ບໍ່ໄດ້ສ້າງຄວາມແຕກຕ່າງຫຍັງ, ມັນບໍ່ກ່ຽວຫຍັງກັບການຕິດຕາມພຣະເຈົ້າ). ນັ້ນຄືມຸມມອງທີ່ຖືກຕ້ອງ. ເຮົາບໍ່ເຄີຍກ່າວເຖິງເລື່ອງນີ້ມາກ່ອນ, ບໍ່ແມ່ນຍ້ອນວ່າເຮົາຕ້ອງການປິດບັງ ຫຼື ປົກປິດມັນ ແຕ່ຍ້ອນວ່າມັນບໍ່ຈຳເປັນຕ້ອງເວົ້າ ເພາະສິ່ງເຫຼົ່ານີ້ບໍ່ກ່ຽວຂ້ອງກັບການຮູ້ຈັກ ແລະ ການຕິດຕາມພຣະເຈົ້າຢ່າງສິ້ນເຊີງ. ເຖິງແມ່ນວ່າພູມຫຼັງການເກີດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ, ສະພາບແວດລ້ອມຄອບຄົວຂອງພຣະອົງ ແລະ ສະພາບແວດລ້ອມທີ່ພຣະອົງເຕີບໃຫຍ່ຂຶ້ນມາຈະບໍ່ມີຜົນກະທົບຕໍ່ການຮູ້ຈັກພຣະເຈົ້າ ຫຼື ພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ບໍ່ໄດ້ກ່ຽວຂ້ອງກັບສິ່ງເຫຼົ່ານີ້ແທ້ໆກໍຕາມ, ແລ້ວເປັນຫຍັງເຮົາຈຶ່ງກ່າວເຖິງບັນຫາເຫຼົ່ານີ້ຢູ່ບ່ອນນີ້? ສິ່ງນີ້ກ່ຽວຂ້ອງກັບໜຶ່ງໃນມຸມມອງຂອງຜູ້ຕໍ່ຕ້ານພຣະຄຣິສທີ່ມີຕໍ່ພຣະຄຣິສ ເຊິ່ງພວກເຮົາກຳລັງໄຈ້ແຍກໃນມື້ນີ້. ພຣະເຈົ້າບໍ່ໄດ້ເລືອກສະຖານະທີ່ໂດດເດັ່ນ, ອັດຕະລັກທີ່ສູງສົ່ງ ຫຼື ຄອບຄົວ ແລະ ພູມຫຼັງທາງສັງຄົມທີ່ມີຊື່ສຽງສຳລັບເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງ, ພຣະອົງຍິ່ງບໍ່ໄດ້ເລືອກສະພາບແວດລ້ອມທີ່ເໜືອກວ່າ, ໄຮ້ຄວາມກັງວົນ, ຮັ່ງມີ, ຫຼູຫຼາ ເພື່ອໃຫ້ພຣະອົງເຕີບໃຫຍ່ຂຶ້ນມາ. ພຣະເຈົ້າຍັງບໍ່ໄດ້ເລືອກພູມຫຼັງຄອບຄົວທີ່ພຣະອົງສາມາດໄດ້ຮັບການສຶກສາຊັ້ນສູງ ຫຼື ໄດ້ສຳຜັດກັບສັງຄົມຊັ້ນສູງອີກດ້ວຍ. ເມື່ອພິຈາລະນາເຖິງດ້ານເຫຼົ່ານີ້ຂອງທາງເລືອກທີ່ພຣະເຈົ້າໄດ້ເລືອກ ເມື່ອພຣະອົງບັງເກີດເປັນມະນຸດ, ສິ່ງເຫຼົ່ານີ້ຈະສົ່ງຜົນກະທົບຕໍ່ວຽກງານທີ່ພຣະຄຣິສມາປະຕິບັດບໍ? (ບໍ່). ເມື່ອເບິ່ງຂະບວນການ, ລັກສະນະ ແລະ ຜົນໄດ້ຮັບຈາກວຽກງານໃນພາຍຫຼັງຂອງພຣະອົງ, ດ້ານເຫຼົ່ານີ້ບໍ່ໄດ້ສົ່ງຜົນກະທົບຕໍ່ແຜນການ, ຂັ້ນຕອນ ຫຼື ຜົນໄດ້ຮັບໃນວຽກງານຂອງພຣະເຈົ້າແຕ່ຢ່າງໃດ, ແຕ່ກົງກັນຂ້າມ ມັນມີຂໍ້ໄດ້ປຽບບາງຢ່າງຕໍ່ດ້ານເຫຼົ່ານີ້ໃນທາງເລືອກຂອງພຣະອົງ, ນັ້ນກໍຄື ການທີ່ພຣະອົງເລືອກທີ່ຈະເກີດໃນສະພາບແວດລ້ອມແບບນັ້ນແມ່ນເປັນປະໂຫຍດຫຼາຍກວ່າສຳລັບຄວາມລອດພົ້ນຂອງຜູ້ຄົນທີ່ພຣະເຈົ້າເລືອກ, ເພາະວ່າ 99% ຂອງພວກເຂົາມາຈາກພູມຫຼັງທີ່ຄ້າຍຄືກັນ. ນີ້ຄືດ້ານໜຶ່ງຂອງຄວາມສຳຄັນກ່ຽວກັບຕົ້ນກຳເນີດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ທີ່ຜູ້ຄົນຄວນເຂົ້າໃຈ.
ມື້ກີ້ນີ້, ເຮົາໄດ້ເວົ້າເຖິງພູມຫຼັງ ແລະ ສະພາບແວດລ້ອມການເກີດຂອງພຣະຄຣິສດ້ວຍຄຳສັບທີ່ລຽບງ່າຍ ແລະ ກວ້າງຂວາງເພື່ອໃຫ້ພວກເຈົ້າເຂົ້າໃຈກ່ຽວກັບມັນໂດຍທົ່ວໄປ. ຕໍ່ໄປ, ໃຫ້ພວກເຮົາໄຈ້ແຍກເບິ່ງວ່າຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ຕົ້ນກຳເນີດຂອງພຣະເຈົ້າທີ່ບັງເກີດເປັນມະນຸດແນວໃດ. ກ່ອນອື່ນໝົດ, ຜູ້ຕໍ່ຕ້ານພຣະຄຣິສດູຖູກ ແລະ ຮູ້ສຶກຕໍ່ຕ້ານຕໍ່ສະພາບແວດລ້ອມ ແລະ ພູມຫຼັງການເກີດຂອງພຣະຄຣິສຢ່າງລັບໆໃນໃຈຂອງພວກເຂົາ. ເປັນຫຍັງພວກເຂົາຈຶ່ງດູຖູກ ແລະ ຮູ້ສຶກຕໍ່ຕ້ານຕໍ່ສິ່ງນີ້? ຍ້ອນວ່າພວກເຂົາມີຄວາມຄິດ ແລະ ຄວາມຄິດຫຼົງຜິດຢູ່ພາຍໃນພວກເຂົາ. ມຸມມອງຂອງພວກເຂົາກ່ຽວກັບເລື່ອງນີ້ແມ່ນຫຍັງ? “ພຣະເຈົ້າແມ່ນພຣະຜູ້ສ້າງ, ພຣະອົງສູງສົ່ງເໜືອສິ່ງທັງປວງ, ພຣະອົງຢູ່ເໜືອສະຫວັນ ແລະ ຢູ່ເໜືອມະນຸດຊາດ ແລະ ສິ່ງທີ່ຖືກສ້າງອື່ນໆທັງໝົດ. ຖ້າຄົນຜູ້ນີ້ແມ່ນພຣະເຈົ້າ, ຄັນຊັ້ນ ລາວກໍຄວນຈະກ້າວຂຶ້ນສູ່ຈຸດທີ່ສູງທີ່ສຸດໃນທ່າມກາງມະນຸດຊາດ”. ພວກເຂົາໝາຍຄວາມວ່າແນວໃດກ່ຽວກັບການທີ່ລາວກ້າວຂຶ້ນສູ່ຈຸດທີ່ສູງທີ່ສຸດ? ພວກເຂົາໝາຍຄວາມວ່າ ລາວຄວນຈະຢືນຢູ່ເໜືອທຸກຄົນ, ລາວຄວນຈະເກີດໃນຄອບຄົວໃຫຍ່ທີ່ມີຊື່ສຽງ ແລະ ສູງສົ່ງ ແລະ ບໍ່ຂາດເຂີນສິ່ງໃດເລີຍ; ລາວຄວນຈະເກີດມາບົນກອງເງິນກອງຄຳ, ມີອຳນາດເດັດຂາດ ພ້ອມທັງມີສິດອຳນາດ ແລະ ອິດທິພົນ ແລະ ຮັ່ງມີເປັນພິເສດ ແລະ ເປັນມະຫາເສດຖີ. ໃນເວລາດຽວກັນ, ລາວຄວນຈະໄດ້ຮັບການສຶກສາຊັ້ນສູງ, ຮຽນຮູ້ທຸກສິ່ງທີ່ມະນຸດຄວນຮູ້ໃນໂລກນີ້. ຕົວຢ່າງເຊັ່ນ: ຄືກັບອົງຊາຍລັດຊະທາຍາດ, ລາວຄວນຈະໄດ້ຮັບການສອນແບບຕົວຕໍ່ຕົວ, ເຂົ້າຮຽນໃນໂຮງຮຽນຊັ້ນນຳ ແລະ ເພີດເພີນກັບຊີວິດຊົນຊັ້ນສູງ. ລາວບໍ່ຄວນເປັນລູກຂອງຄອບຄົວທຳມະດາ. ເນື່ອງຈາກພຣະຄຣິສເປັນເນື້ອໜັງທີ່ບັງເກີດເປັນມະນຸດ, ການສຶກສາຂອງລາວຄວນຈະເໜືອກວ່າຄົນອື່ນໆທັງໝົດ ແລະ ເອກະສານການຮຽນຂອງລາວກໍຄວນຈະແຕກຕ່າງຈາກຂອງຄົນທຳມະດາ. ພວກເຂົາຄິດວ່າ ເນື່ອງຈາກພຣະຄຣິສມາເພື່ອປົກຄອງໃນຖານະກະສັດ, ລາວຄວນຈະຮຽນຮູ້ສິລະປະແຫ່ງການປົກຄອງ ພ້ອມທັງວິທີການປົກຄອງ ແລະ ຄວບຄຸມມະນຸດຊາດ ແລະ ສຶກສາກົນລະຍຸດສາມສິບຫົກປະການ ແລະ ຮຽນຮູ້ຫຼາຍພາສາ ແລະ ທັກສະທາງສິລະປະບາງຢ່າງ ເພື່ອໃຫ້ສິ່ງເຫຼົ່ານີ້ສາມາດນຳໄປໃຊ້ໃນວຽກງານຂອງລາວໃນອະນາຄົດ ແລະ ເພື່ອໃຫ້ລາວສາມາດປົກຄອງຄົນທຸກປະເພດໄດ້ໃນອະນາຄົດ. ສຳລັບພວກເຂົາແລ້ວ, ມີພຽງແຕ່ພຣະຄຣິສແບບນັ້ນເທົ່ານັ້ນຈຶ່ງຈະສູງສົ່ງ, ຍິ່ງໃຫຍ່ ແລະ ສາມາດຊ່ວຍຜູ້ຄົນໃຫ້ລອດພົ້ນໄດ້ ເພາະວ່າລາວຈະມີຄວາມຮູ້ ແລະ ຄວາມສາມາດພິເສດຢ່າງພຽງພໍ ແລະ ມີຄວາມສາມາດພຽງພໍໃນການອ່ານໃຈຜູ້ຄົນ ເພື່ອໃຫ້ລາວສາມາດຄວບຄຸມພວກເຂົາໄດ້. ຜູ້ຕໍ່ຕ້ານພຣະຄຣິສມີຄວາມຄິດຫຼົງຜິດດັ່ງກ່າວກ່ຽວກັບຕົ້ນກຳເນີດຂອງເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ພວກເຂົາຍຶດໝັ້ນກັບຄວາມຄິດຫຼົງຜິດເຫຼົ່ານີ້ໃນຂະນະທີ່ຍອມຮັບພຣະເຈົ້າທີ່ບັງເກີດເປັນມະນຸດ. ກ່ອນອື່ນໝົດ, ພວກເຂົາບໍ່ໄດ້ປະຖິ້ມຄວາມຄິດຫຼົງຜິດຂອງພວກເຂົາ ແລະ ມາທຳຄວາມເຂົ້າໃຈ ຫຼື ຢັ່ງຮູ້ສິ່ງທີ່ພຣະເຈົ້າເຮັດຂຶ້ນໃໝ່ຈາກສ່ວນເລິກໃນໃຈຂອງພວກເຂົາ. ພວກເຂົາບໍ່ໄດ້ປະຕິເສດຄວາມຄິດລົງຜິດ ແລະ ມຸມມອງຂອງພວກເຂົາເອງ ຫຼື ມາເຂົ້າໃຈຄວາມເຊື່ອຜິດໆທີ່ພວກເຂົາມີ ແລະ ພວກເຂົາບໍ່ໄດ້ມາຮູ້ຈັກພຣະຄຣິສ ແລະ ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ຍອມຮັບທຸກສິ່ງທີ່ພຣະຄຣິສກ່າວ ແລະ ເຮັດດ້ວຍທັດສະນະຄະຕິ ແລະ ຫຼັກການແຫ່ງການອ່ອນນ້ອມຕໍ່ຄວາມຈິງ. ກົງກັນຂ້າມ, ພວກເຂົາວັດແທກທຸກສິ່ງທີ່ພຣະຄຣິສກ່າວດ້ວຍຄວາມຄິດຫຼົງຜິດ ແລະ ມຸມມອງຂອງພວກເຂົາເອງ. “ຄຳເວົ້ານີ້ຂອງພຣະຄຣິສບໍ່ສົມເຫດສົມຜົນ; ຄຳນັ້ນໃຊ້ຄຳເວົ້າບໍ່ດີ; ມີຂໍ້ຜິດພາດທາງໄວຍາກອນໃນສິ່ງນີ້; ເຈົ້າສາມາດບອກໄດ້ເລີຍວ່າພຣະຄຣິສບໍ່ໄດ້ຮັບການສຶກສາສູງ. ລາວກຳລັງເວົ້າຄືກັບຄົນທຳມະດາບໍ່ແມ່ນບໍ? ພຣະຄຣິສສາມາດເວົ້າແບບນັ້ນໄດ້ແນວໃດ? ມັນບໍ່ແມ່ນຄວາມຜິດຂອງລາວ. ຄວາມຈິງແລ້ວ ລາວກໍຕ້ອງການທີ່ຈະໂດດເດັ່ນ, ໄດ້ຮັບການຍົກຍ້ອງຈາກຄົນອື່ນເຊັ່ນກັນ ແຕ່ນັ້ນມັນເປັນໄປບໍ່ໄດ້ເລີຍ ຍ້ອນລາວບໍ່ໄດ້ມາຈາກຄອບຄົວທີ່ດີ. ພໍ່ແມ່ຂອງລາວເປັນພຽງຄົນທຳມະດາ ແລະ ວິທີທີ່ພວກເພິ່ນເປັນກໍໄດ້ມີອິດທິພົນຕໍ່ລາວໃຫ້ກາຍເປັນຄົນປະເພດດຽວກັນ. ພຣະເຈົ້າສາມາດເຮັດແບບນີ້ໄດ້ແນວໃດ? ເປັນຫຍັງຄຳເວົ້າ ແລະ ທ່າທາງຂອງພຣະຄຣິສຈຶ່ງເບິ່ງຄືວ່າບໍ່ສະຫງ່າງາມ ແລະ ບໍ່ສູງສົ່ງປານໃດ? ເປັນຫຍັງລາວຈຶ່ງບໍ່ມີຄຳເວົ້າ ແລະ ທ່າທາງຂອງນັກປາດ ແລະ ປັນຍາຊົນທີ່ສຸພາບຮຽບຮ້ອຍໃນສັງຄົມ, ຂອງເຈົ້າຍິງ ແລະ ເຈົ້າຊາຍຈາກຊົນຊັ້ນສູງຂອງສັງຄົມ? ເປັນຫຍັງຄຳເວົ້າ ແລະ ການກະທຳຂອງພຣະຄຣິສຈຶ່ງເບິ່ງຄືວ່າບໍ່ສອດຄ່ອງກັບອັດຕະລັກຂອງລາວເລີຍ?” ຜູ້ຕໍ່ຕ້ານພຣະຄຣິສມີມຸມມອງປະເພດນີ້ ແລະ ສາຍຕາທີ່ຄອຍສັງເກດການປະເພດນີ້ໃນວິທີທີ່ພວກເຂົາເບິ່ງພຣະຄຣິສ ພ້ອມທັງພຣະທຳ ແລະ ວຽກງານທັງໝົດຂອງພຣະອົງ, ວິທີທີ່ພຣະອົງປະຕິບັດຕໍ່ຜູ້ຄົນ ແລະ ຄຳເວົ້າ ແລະ ທ່າທາງຂອງພຣະອົງ ແລະ ຄວາມຄິດຫຼົງຜິດກໍເກີດຂຶ້ນໃນໃຈຂອງພວກເຂົາຢ່າງຫຼີກລ່ຽງບໍ່ໄດ້. ພວກເຂົາບໍ່ພຽງແຕ່ບໍ່ອ່ອນນ້ອມຕໍ່ພຣະຄຣິສເທົ່ານັ້ນ, ພວກເຂົາຍັງບໍ່ສາມາດປະຕິບັດຕໍ່ພຣະທຳຂອງພຣະອົງຢ່າງຖືກຕ້ອງອີກດ້ວຍ. ພວກເຂົາເວົ້າວ່າ “ຄົນທຳມະດາແບບນີ້, ສາມັນຊົນແບບນີ້ ສາມາດເປັນຜູ້ຊ່ວຍໃຫ້ລອດພົ້ນຂອງຂ້ອຍໄດ້ບໍ? ລາວສາມາດອວຍພອນຂ້ອຍໄດ້ບໍ? ຂ້ອຍສາມາດໄດ້ຮັບຜົນປະໂຫຍດໃດໆຈາກລາວໄດ້ບໍ? ຄວາມປາຖະໜາ ແລະ ຄວາມມຸ່ງມາດປາຖະໜາຂອງຂ້ອຍສາມາດບັນລຸຜົນໄດ້ບໍ? ຄົນຜູ້ນີ້ທຳມະດາເກີນໄປ ຈົນເຖິງຂັ້ນຖືກດູຖູກ”. ຍິ່ງຜູ້ຕໍ່ຕ້ານພຣະຄຣິສຮັບຮູ້ວ່າພຣະຄຣິສເປັນຄົນທຳມະດາ ແລະ ທົ່ວໄປ ແລະ ຄິດວ່າພຣະຄຣິສນັ້ນປົກກະຕິຫຼາຍສໍ່າໃດ, ພວກເຂົາກໍຍິ່ງຮູ້ສຶກວ່າຕົນເອງສູງສົ່ງ ແລະ ມີກຽດຫຼາຍສໍ່ານັ້ນ. ໃນເວລາດຽວກັນ, ຜູ້ຕໍ່ຕ້ານພຣະຄຣິສບາງຄົນເຖິງກັບປຽບທຽບວ່າ “ເຈົ້າຍັງໜຸ່ມ ແລະ ບໍ່ຮູ້ວິທີແຕ່ງຕົວ ຫຼື ລົມກັບຜູ້ຄົນ. ເຈົ້າບໍ່ຮູ້ວິທີລົມເພື່ອຢັ່ງເຊີງຄົນອື່ນ. ເປັນຫຍັງເຈົ້າຈຶ່ງກົງໄປກົງມາແທ້? ມີຈຸດໃດແດ່ທີ່ເຈົ້າເວົ້າຄ້າຍຄືກັບພຣະເຈົ້າ? ມີຈຸດໃດແດ່ທີ່ເຈົ້າເວົ້າທີ່ສະແດງວ່າວ່າເຈົ້າເປັນພຣະເຈົ້າ? ການກະທຳ, ຄຳເວົ້າ, ພຶດຕິກຳ, ທ່າທາງ ແລະ ການແຕ່ງຕົວຂອງເຈົ້າຄ້າຍຄືກັບພຣະເຈົ້າແນວໃດ? ຂ້ອຍບໍ່ຄິດວ່າເຈົ້າຄ້າຍຄືກັບພຣະເຈົ້າໃນດ້ານໃດດ້ານໜຶ່ງເຫຼົ່ານີ້ເລີຍ. ພຣະຄຣິສຄວນຈະມີການສຶກສາທີ່ສູງກວ່າ, ຮູ້ຈັກພຣະຄຳພີຢ່າງຖ່ອງແທ້ ແລະ ເວົ້າຈາຢ່າງມີວາທະສິນ, ແຕ່ເຈົ້າເວົ້າຊໍ້າໄປຊໍ້າມາຢູ່ຕະຫຼອດ ແລະ ບາງຄັ້ງເຈົ້າກໍໃຊ້ຄຳສັບທີ່ບໍ່ເໝາະສົມ”. ຫຼັງຈາກທີ່ຕິດຕາມພຣະຄຣິສມາຫຼາຍປີ, ຜູ້ຕໍ່ຕ້ານພຣະຄຣິສບໍ່ພຽງແຕ່ບໍ່ຍອມຮັບພຣະທຳຂອງພຣະເຈົ້າ ແລະ ຄວາມຈິງໃນໃຈຂອງພວກເຂົາເທົ່ານັ້ນ, ພວກເຂົາຍັງບໍ່ຍອມຮັບຄວາມຈິງທີ່ວ່າພຣະຄຣິສເປັນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າອີກດ້ວຍ. ສິ່ງນີ້ເທົ່າກັບວ່າພວກເຂົາບໍ່ຍອມຮັບພຣະຄຣິສເປັນພຣະຜູ້ຊ່ວຍໃຫ້ລອດພົ້ນຂອງພວກເຂົາ. ກົງກັນຂ້າມ, ພວກເຂົາຍິ່ງດູຖູກເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ເຊິ່ງເປັນຄົນທຳມະດາຜູ້ນີ້ ໃນໃຈຂອງພວກເຂົາຫຼາຍຍິ່ງຂຶ້ນ. ຍ້ອນພວກເຂົາບໍ່ເຫັນຫຍັງສິ່ງພິເສດໃນຕົວພຣະຄຣິສ, ຍ້ອນຕົ້ນກຳເນີດຂອງພຣະອົງນັ້ນທົ່ວໄປ ແລະ ທຳມະດາຫຼາຍ ແລະ ເນື່ອງຈາກພຣະອົງເບິ່ງຄືວ່າບໍ່ສາມາດນຳຜົນປະໂຫຍດໃດໆມາສູ່ພວກເຂົາໃນສັງຄົມ ຫຼື ໃນທ່າມກາງມະນຸດຊາດ ຫຼື ເຮັດໃຫ້ພວກເຂົາໄດ້ຮັບຜົນປະໂຫຍດໃດໆ, ພວກເຂົາຈຶ່ງເລີ່ມຕັດສິນພຣະອົງຕາມອຳເພີໃຈ ແລະ ຢ່າງເປີດເຜີຍວ່າ, “ເຈົ້າບໍ່ແມ່ນພຽງແຕ່ລູກຂອງຄອບຄົວໃດໜຶ່ງບໍ? ແລ້ວມັນຜິດຫຍັງທີ່ຂ້ອຍຈະຕັດສິນເຈົ້າ? ເຈົ້າສາມາດເຮັດຫຍັງຂ້ອຍໄດ້? ຖ້າເຈົ້າມີຄອບຄົວທີ່ມີຊື່ສຽງ ຫຼື ມີພໍ່ແມ່ທີ່ເປັນເຈົ້າໜ້າທີ່, ຂ້ອຍກໍອາດຈະຢ້ານເຈົ້າ. ເປັນຫຍັງຂ້ອຍຈຶ່ງຕ້ອງຢ້ານເຈົ້າໃນແບບທີ່ເຈົ້າເປັນຢູ່? ສະນັ້ນ, ເຖິງແມ່ນວ່າເຈົ້າຈະເປັນພຣະຄຣິສ ເຊິ່ງເປັນເນື້ອໜັງທີ່ບັງເກີດເປັນມະນຸດທີ່ພຣະເຈົ້າເປັນປະຈັກພະຍານໃຫ້ກໍຕາມ, ຂ້ອຍກໍບໍ່ຢ້ານເຈົ້າດອກ! ຂ້ອຍກໍຍັງຈະຕັດສິນເຈົ້າລັບຫຼັງເຈົ້າ ແລະ ສະແດງຄວາມຄິດເຫັນກ່ຽວກັບເຈົ້າຢ່າງອິດສະຫຼະ. ເມື່ອໃດກໍຕາມທີ່ຂ້ອຍມີໂອກາດ, ຂ້ອຍກໍຈະສຶກສາກ່ຽວກັບຄອບຄົວ ແລະ ສະຖານທີ່ເກີດຂອງເຈົ້າ”. ສິ່ງເຫຼົ່ານີ້ຄືສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສມັກເຮັດໃຫ້ເປັນເລື່ອງໃຫຍ່ໂຕທີ່ສຸດ. ພວກເຂົາບໍ່ເຄີຍສະແຫວງຫາຄວາມຈິງ ແລະ ສິ່ງໃດກໍຕາມທີ່ບໍ່ສອດຄ່ອງກັບຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາ ກໍຈະຖືກພວກເຂົາຕັດສິນ ແລະ ຕໍ່ຕ້ານຊໍ້າແລ້ວຊໍ້າອີກ. ຄົນເຫຼົ່ານີ້ຮູ້ດີວ່າສິ່ງທີ່ພຣະຄຣິສສະແດງອອກນັ້ນແມ່ນຄວາມຈິງ, ແລ້ວເປັນຫຍັງພວກເຂົາຈຶ່ງບໍ່ໄລ່ຕາມຄວາມຈິງ? ພວກເຂົາຊ່າງບໍ່ມີເຫດຜົນແທ້!
ຜູ້ຕໍ່ຕ້ານພຣະຄຣິສບູຊາອຳນາດ ແລະ ສະຖານະເປັນພິເສດ. ຖ້າພຣະຄຣິສມາຈາກຄອບຄົວທີ່ຮັ່ງມີ ແລະ ມີອຳນາດ ພວກເຂົາກໍຈະບໍ່ກ້າເວົ້າຫຍັງເລີຍ. ແຕ່ຖ້າພຣະອົງມາຈາກຄອບຄົວທຳມະດາທີ່ບໍ່ມີອຳນາດ ພວກເຂົາກໍຈະບໍ່ຢ້ານກົວພຣະອົງເລີຍ, ພວກເຂົາຈະຮູ້ສຶກວ່າພວກເຂົາສາມາດສຶກສາ ແລະ ຕັດສິນພຣະເຈົ້າ, ພຣະຄຣິສໄດ້ຕາມໃຈມັກ ແລະ ພວກເຂົາກໍຈະເສີຍເມີຍຕໍ່ສິ່ງນີ້ຢ່າງສິ້ນເຊີງ. ຖ້າພວກເຂົາຍອມຮັບ ແລະ ເຊື່ອຢ່າງແທ້ຈິງວ່າຄົນຜູ້ນີ້ຄືເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ, ພວກເຂົາຈະສາມາດເຮັດແບບນີ້ໄດ້ບໍ? ຄົນທີ່ມີຫົວໃຈທີ່ຢຳເກງພຣະເຈົ້າຢູ່ແດ່ຈະເຮັດແບບນີ້ບໍ? ພວກເຂົາຈະບໍ່ຢັບຢັ້ງຕົນເອງບໍ? (ແມ່ນແລ້ວ). ຄົນປະເພດໃດທີ່ສາມາດເຮັດແບບນີ້ໄດ້? ນີ້ບໍ່ແມ່ນພຶດຕິກຳຂອງຜູ້ຕໍ່ຕ້ານພຣະຄຣິສບໍ? (ແມ່ນແລ້ວ). ຖ້າເຈົ້າຍອມຮັບວ່າແກ່ນແທ້ຂອງພຣະຄຣິສຄືພຣະເຈົ້າເອງ ແລະ ຄົນທີ່ເຈົ້າຕິດຕາມຄືພຣະເຈົ້າ, ເຈົ້າຄວນປະຕິບັດຕໍ່ທຸກສິ່ງທີ່ກ່ຽວຂ້ອງກັບພຣະຄຣິສແນວໃດ? ຜູ້ຄົນບໍ່ຄວນມີຫຼັກການບໍ? (ຄວນມີ). ແລ້ວເປັນຫຍັງພວກເຂົາຈຶ່ງກ້າລະເມີດຫຼັກການເຫຼົ່ານີ້ໂດຍປາສະຈາກຄວາມຢ້ານກົວແມ່ນແຕ່ໜ້ອຍດຽວ? ນີ້ບໍ່ແມ່ນການສະແດງອອກເຖິງຄວາມບໍ່ເປັນມິດຕໍ່ພຣະຄຣິສບໍ? ຍ້ອນພຣະຄຣິສເກີດມາໃນຄອບຄົວທຳມະດາ, ໃນຂະນະດຽວກັນກັບທີ່ຮູ້ສຶກບໍ່ພໍໃຈກັບພຣະອົງ, ຜູ້ຕໍ່ຕ້ານພຣະຄຣິສຍັງມີຄວາມບໍ່ເປັນມິດຕໍ່ຄອບຄົວຂອງພຣະອົງ ແລະ ສະມາຊິກໃນຄອບຄົວອີກດ້ວຍ. ແລ້ວໃນຂະນະທີ່ຄວາມບໍ່ເປັນມິດນີ້ເກີດຂຶ້ນໃນຕົວພວກເຂົາ, ພວກເຂົາກໍບໍ່ຢຸດ ຫຼື ພັກຜ່ອນ, ແຕ່ພວກເຂົາພັດໄປເລາະລຽບຢູ່ອ້ອມເຮືອນຂອງພຣະຄຣິສ ແລະ ສອບຖາມເມື່ອໃດກໍຕາມທີ່ພວກເຂົາມີໂອກາດ, ຄືກັບວ່າພວກເຂົາກຳລັງເຮັດອາຊີບທີ່ສຸຈະລິດວ່າ: “ພຣະຄຣິສກັບມາແລ້ວບໍ? ມີພາກສ່ວນໃດໃນຊີວິດຂອງຄອບຄົວປ່ຽນແປງໄປບໍ ຕັ້ງແຕ່ຄຣິສປາກົດຕົວຂຶ້ນມາ?” ພວກເຂົາສອດຮູ້ສອດເຫັນໃນເລື່ອງເຫຼົ່ານີ້ໃນທຸກໂອກາດ. ຄົນແບບນີ້ບໍ່ໜ້າລັງກຽດບໍ? ພວກເຂົາບໍ່ໜ້າລັງກຽດບໍ? ພວກເຂົາບໍ່ຕ່ຳຊ້າບໍ? ພວກເຂົາຕ່ຳຊ້າ ແລະ ຊົ່ວຊາມເປັນຢ່າງຍິ່ງ! ຕອນນີ້ ໃຫ້ເຮົາປະເລື່ອງທີ່ວ່າຄວາມເຊື່ອໃນພຣະເຈົ້າຂອງພວກເຂົາເປັນແນວໃດໄວ້ກ່ອນ ແລະ ພຽງແຕ່ພິຈາລະນາເບິ່ງວ່າ: ຄົນທີ່ສາມາດເຮັດສິ່ງດັ່ງກ່າວ ແລະ ມີຄວາມຄິດທີ່ຊົ່ວຊາມແບບນັ້ນຕ້ອງມີລັກສະນະປະເພດໃດ? ພວກເຂົາຕ້ອງມີລັກສະນະທີ່ຕ່ຳຕ້ອຍ. ພວກເຂົາທຸກຄົນລ້ວນແຕ່ເປັນຄົນຊັ້ນຕ່ຳ ແລະ ຕ່ຳຊ້າ ແລະ ຊົ່ວຊາມຈົນເຖິງທີ່ສຸດ! ຖ້າເຈົ້າບໍ່ເຊື່ອໃນພຣະຄຣິສ, ເຈົ້າສາມາດເວົ້າກັບເຮົາຢ່າງຊັດເຈນວ່າ “ເຈົ້າເບິ່ງບໍ່ຄືພຣະເຈົ້າ; ເຈົ້າເປັນພຽງຄົນທຳມະດາ. ຂ້ອຍໄດ້ຕັດສິນເຈົ້າລັບຫຼັງ, ແລ້ວເຈົ້າຈະເຮັດຫຍັງຂ້ອຍໄດ້? ຂ້ອຍໄດ້ປະຕິເສດເຈົ້າ, ແລ້ວເຈົ້າຈະເຮັດຫຍັງຂ້ອຍໄດ້?” ຖ້າເຈົ້າບໍ່ເຊື່ອ, ເຮົາກໍຈະບໍ່ບັງຄັບເຈົ້າ ແລະ ຈະບໍ່ມີໃຜຮຽກຮ້ອງໃຫ້ເຈົ້າເຊື່ອ. ແຕ່ບໍ່ມີຄວາມຈຳເປັນທີ່ເຈົ້າຈະຕ້ອງລັກເຮັດການກະທຳທີ່ເລັກນ້ອຍເຫຼົ່ານີ້. ພວກມັນມີປະໂຫຍດຫຍັງ? ພວກມັນສາມາດຊ່ວຍເພີ່ມຄວາມເຊື່ອຂອງເຈົ້າໄດ້ບໍ? ພວກມັນສາມາດຊ່ວຍໃຫ້ຊີວິດຂອງເຈົ້າກ້າວໜ້າ ຫຼື ຊ່ວຍໃຫ້ເຈົ້າເຂົ້າໃຈພຣະເຈົ້າຫຼາຍຂຶ້ນບໍ? ພວກມັນບໍ່ມີປະໂຫຍດຫຍັງເລີຍໃນສິ່ງເຫຼົ່ານີ້, ແລ້ວເປັນຫຍັງຈຶ່ງເຮັດສິ່ງເຫຼົ່ານັ້ນ? ຢ່າງໜ້ອຍທີ່ສຸດ, ຜູ້ທີ່ເຮັດການກະທຳດັ່ງກ່າວມີຄວາມເປັນມະນຸດທີ່ໜ້າລັງກຽດຢ່າງຍິ່ງ; ພວກເຂົາບໍ່ເຊື່ອໃນແກ່ນແທ້ຂອງພຣະຄຣິສ ຫຼື ຍອມຮັບຕົວຕົນຂອງພຣະອົງ. ຖ້າເຈົ້າບໍ່ເຊື່ອ ກໍບໍ່ຕ້ອງເຊື່ອ. ອອກໄປ! ເປັນຫຍັງຈຶ່ງຍັງໜ້າດ້ານຢູ່ໃນເຮືອນຂອງພຣະເຈົ້າໂດຍບໍ່ຍອມໜີໄປ? ການບໍ່ເຊື່ອໃນພຣະເຈົ້າ ແຕ່ຍັງຕ້ອງການພອນ ແລະ ມີຄວາມທະເຍີທະຍານ ແລະ ຄວາມປາຖະໜາ, ນີ້ຄືຄວາມຕ່ຳຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ. ຄົນແບບນີ້, ຜູ້ທີ່ຕ່ຳຊ້າເປັນຢ່າງຍິ່ງ, ຈຶ່ງສາມາດເຮັດການກະທຳທີ່ “ພິເສດ” ແບບນີ້ໄດ້. ເຮົາຈາກບ້ານມາເປັນເວລາ 20 ປີ ແລະ ຄົນເຫຼົ່ານີ້ກໍ “ເບິ່ງແຍງເປັນຢ່າງດີ” ຕໍ່ບ້ານຫຼັງນັ້ນເປັນເວລາ 20 ປີ; ເຮົາຈາກມາເປັນເວລາ 30 ປີ ແລະ ພວກເຂົາກໍ “ເບິ່ງແຍງ” ມັນເປັນເວລາ 30 ປີ. ເຮົາສົງໄສວ່າເປັນຫຍັງພວກເຂົາຈຶ່ງ “ໃຈດີ” ແລະ ວ່າງຫຼາຍຂະໜາດນັ້ນ. ເຮົາພົບຄຳຕອບສຳລັບຄຳຖາມນີ້ແລ້ວ, ນັ້ນກໍຄື ພວກເຂົາຕ້ອງການຕໍ່ຕ້ານພຣະເຈົ້າຈົນເຖິງທີ່ສຸດ. ພວກເຂົາບໍ່ເຊື່ອໃນແກ່ນແທ້ຂອງພຣະເຈົ້າ ຫຼື ໃນທຸກສິ່ງທີ່ພຣະອົງໄດ້ເຮັດ. ພາຍນອກແລ້ວ, ພວກເຂົາເບິ່ງຄືວ່າຢາກຮູ້ຢາກເຫັນ ແລະ ເປັນຫ່ວງ, ແຕ່ໃນແກ່ນແທ້ແລ້ວ, ພວກເຂົາກຳລັງຕິດຕາມ ແລະ ຊອກຫາຈຸດອ່ອນ, ພາຍໃນໃຈພວກເຂົາເປັນປໍລະປັກ, ປະຕິເສດ ແລະ ກ່າວໂທດ. ເປັນຫຍັງຄົນເຫຼົ່ານີ້ຈຶ່ງຍັງເຊື່ອຢູ່? ຄວາມໝາຍຂອງການທີ່ພວກເຂົາເຊື່ອໃນພຣະເຈົ້າແມ່ນຫຍັງ? ພວກເຂົາຄວນຢຸດເຊື່ອ ແລະ ຟ້າວອອກໄປຈາກບ່ອນນີ້ໂດຍໄວ! ເຮືອນຂອງພຣະເຈົ້າບໍ່ຕ້ອງການຄົນແບບນີ້. ພວກເຂົາບໍ່ຄວນເຮັດໃຫ້ຕົນເອງຂາຍໜ້າ! ພວກເຈົ້າຈະເຮັດສິ່ງດຽວກັນບໍ ພາຍໃຕ້ສະຖານະການ ແລະ ເງື່ອນໄຂທີ່ຄ້າຍຄືກັນ? ຖ້າພວກເຈົ້າສາມາດເຮັດໄດ້, ແລ້ວພວກເຈົ້າກໍເປັນຄືກັບພວກເຂົາ, ເປັນກຸ່ມຜູ້ຕໍ່ຕ້ານພຣະຄຣິສທີ່ຕັ້ງໃຈຈະຕໍ່ຕ້ານພຣະເຈົ້າຈົນເຖິງທີ່ສຸດ, ບໍ່ຍອມລົດລະຈົນກວ່າຈະຕາຍ, ພະຍາຍາມຊອກຫາຈຸດອ່ອນ ແລະ ຫຼັກຖານເພື່ອເອົາຜິດພຣະເຈົ້າ ເພື່ອປະຕິເສດພຣະອົງ, ແກ່ນແທ້ຂອງພຣະອົງ ແລະ ອັດຕະລັກຂອງພຣະອົງ.
ບໍ່ວ່າພຣະເຈົ້າຈະເຮັດຫຍັງກໍຕາມ, ພຣະອົງກໍບໍ່ເຄີຍຜິດ. ບໍ່ວ່າພຣະອົງຈະກຳເນີດໃນສະພາບແວດລ້ອມ ແລະ ພູມຫຼັງທີ່ທຳມະດາສາມັນ ຫຼື ທີ່ໂດດເດັ່ນກໍຕາມ, ມັນກໍຈະບໍ່ມີຄວາມຜິດພາດໃນສິ່ງນີ້ ແລະ ບໍ່ມີສິ່ງໃດທີ່ຈະປ່ອຍໃຫ້ມີຊ່ອງຫວ່າງສຳລັບຜູ້ຄົນທີ່ຈະຊອກຫາຈຸດອ່ອນໃນຕົວພຣະອົງ. ຖ້າເຈົ້າພະຍາຍາມຊອກຫາຄວາມຜິດພາດ ຫຼື ຫຼັກຖານໃດໆໃນເນື້ອໜັງທີ່ພຣະເຈົ້າບັງເກີດເປັນມະນຸດ ເພື່ອພິສູດວ່າພຣະອົງບໍ່ແມ່ນພຣະຄຣິສ ຫຼື ວ່າພຣະອົງຂາດແກ່ນແທ້ຂອງພຣະເຈົ້າ, ເຮົາບອກເຈົ້າເລີຍວ່າ ເຈົ້າບໍ່ຈຳເປັນຕ້ອງເສຍເວລາພະຍາຍາມ ແລະ ເຈົ້າບໍ່ຈຳເປັນຕ້ອງເສຍເວລາເຊື່ອ. ພຽງແຕ່ອອກໄປ, ແລ້ວເຈົ້າຈະບໍ່ລອດພົ້ນຈາກບັນຫາບໍ? ເປັນຫຍັງຈຶ່ງເຮັດໃຫ້ຊີວິດເຈົ້າເອງຫຍຸ້ງຍາກຂະໜາດນັ້ນ? ການພະຍາຍາມຊອກຫາຄວາມຜິດພາດ ຫຼື ຫຼັກຖານໃນພຣະຄຣິສ ເພື່ອກ່າວຫາ, ປະຕິເສດ ຫຼື ກ່າວໂທດພຣະອົງນັ້ນ ບໍ່ແມ່ນອາຊີບທີ່ສຸຈະລິດ, ໜ້າທີ່ ຫຼື ຄວາມຮັບຜິດຊອບຂອງເຈົ້າ. ບໍ່ວ່າພຣະຄຣິສຈະເກີດມາໃນຄອບຄົວແບບໃດ, ສະພາບແວດລ້ອມທີ່ພຣະອົງເຕີບໃຫຍ່ຂຶ້ນມາ ຫຼື ຄວາມເປັນມະນຸດທີ່ພຣະອົງມີ, ນີ້ຄືການເລືອກຂອງພຣະເຈົ້າເອງ ເຊິ່ງກໍຄືພຣະຜູ້ສ້າງ ແລະ ມັນບໍ່ມີຫຍັງກ່ຽວຂ້ອງກັບໃຜເລີຍ. ບໍ່ວ່າພຣະເຈົ້າຈະເຮັດຫຍັງກໍຕາມກໍລ້ວນແຕ່ຖືກຕ້ອງ, ມັນຄືຄວາມຈິງ ແລະ ມັນຖືກເຮັດເພື່ອເຫັນແກ່ມະນຸດຊາດ. ຖ້າພຣະເຈົ້າບໍ່ໄດ້ເກີດມາໃນຄອບຄົວທຳມະດາ ແຕ່ເກີດມາໃນພະລາຊະວັງ, ເຈົ້າເຊິ່ງເປັນຄົນທຳມະດາສາມັນ, ເປັນຄົນຕ່ຳຕ້ອຍຈາກຊົນຊັ້ນລຸ່ມຂອງສັງຄົມ ຈະຍັງມີໂອກາດໄດ້ພົວພັນກັບພຣະເຈົ້າຢູ່ບໍ? ເຈົ້າຈະບໍ່ມີໂອກາດນັ້ນເລີຍ. ສະນັ້ນ, ມີຫຍັງຜິດບໍທີ່ພຣະເຈົ້າເລືອກວິທີການເກີດ ແລະ ເຕີບໃຫຍ່ແບບນີ້? ນີ້ຄືຄວາມຮັກທີ່ບໍ່ມີສິ່ງໃດທຽບໄດ້ໃນໂລກ, ມັນຄືສິ່ງທີ່ເປັນບວກທີ່ສຸດ. ເຖິງຢ່າງໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສເຫັນວ່າສິ່ງທີ່ເປັນບວກທີ່ສຸດທີ່ພຣະເຈົ້າໄດ້ເຮັດນັ້ນເປັນສັນຍານວ່າພຣະອົງຖືກລັງແກ ແລະ ຖືກຫຼິ້ນຕະຫຼົກໄດ້ງ່າຍ ແລະ ຕ້ອງການຈັບຕາເບິ່ງພຣະອົງຢູ່ຕະຫຼອດເວລາ ແລະ ຊອກຫາຈຸດອ່ອນເພື່ອໃຊ້ຕໍ່ຕ້ານພຣະອົງ. ເຈົ້າກຳລັງຈັບຕາເບິ່ງຫຍັງຢູ່? ຖ້າເຈົ້າບໍ່ສາມາດແມ່ນແຕ່ຈະໄວ້ວາງໃຈໃນລັກສະນະ ແລະ ຄວາມເປັນມະນຸດຂອງພຣະຄຣິສ ແລະ ເຈົ້າຕິດຕາມພຣະອົງໃນຖານະພຣະເຈົ້າ, ແລ້ວເຈົ້າບໍ່ໄດ້ກຳລັງຕົບໜ້າຕົນເອງບໍ? ເຈົ້າບໍ່ໄດ້ກຳລັງເຮັດໃຫ້ສິ່ງຕ່າງໆຍາກລຳບາກສຳລັບຕົນເອງບໍ? ເປັນຫຍັງຈຶ່ງຫຼິ້ນເກມນີ້? ມັນມ່ວນບໍ? ຕໍ່ມາ, ເຮົາສັງເກດເຫັນວ່າຄົນສ່ວນໃຫຍ່ທີ່ຍອມຮັບພຣະເຈົ້າອົງຊົງລິດທານຸພາບສູງສຸດໃນພາຍຫຼັງສາມາດປະຕິບັດຕໍ່ເລື່ອງນີ້ໄດ້ຢ່າງຖືກຕ້ອງ. ມີບາງຄົນຢາກຮູ້ຢາກເຫັນເມື່ອພວກເຂົາພົວພັນກັບເຮົາ, ແຕ່ເຮົາກໍຫຼີກລ່ຽງ ແລະ ບໍ່ສົນໃຈຄົນແບບນັ້ນ. ຖ້າເຈົ້າສາມາດຍອມຮັບຄວາມຈິງໄດ້, ພວກເຮົາກໍເປັນຄອບຄົວດຽວກັນ. ຖ້າເຈົ້າບໍ່ສາມາດຍອມຮັບໄດ້ ແລະ ພະຍາຍາມສອບຖາມກ່ຽວກັບຂໍ້ມູນສ່ວນຕົວຂອງເຮົາຢູ່ສະເໝີ, ກໍຈົ່ງໄສຫົວອອກໄປ. ເຮົາບໍ່ຮັບຮູ້ເຈົ້າ; ພວກເຮົາບໍ່ແມ່ນຄອບຄົວດຽວກັນ, ແຕ່ເປັນສັດຕູກັນ. ຖ້າຫຼັງຈາກທີ່ໄດ້ຍິນພຣະທຳຂອງພຣະເຈົ້າມາຫຼາຍແລ້ວ ແລະ ໄດ້ຮັບວຽກງານ ແລະ ການລ້ຽງດູຂອງພຣະອົງມາເປັນເວລາຫຼາຍປີ, ຜູ້ຄົນຍັງມີຄວາມຄິດແບບນັ້ນກ່ຽວກັບເນື້ອໜັງທີ່ພຣະເຈົ້າບັງເກີດມາ ແລະ ເຖິງກັບລົງມືເຮັດຕາມຄວາມຄິດເຫຼົ່ານັ້ນ, ກໍຕ້ອງເວົ້າໄດ້ວ່າຄົນແບບນັ້ນມີອຸປະນິໄສທີ່ເປັນປໍລະປັກຕໍ່ພຣະເຈົ້າ. ພວກເຂົາເກີດມາເປັນສັດຕູຂອງພຣະເຈົ້າ, ບໍ່ສາມາດຍອມຮັບສິ່ງທີ່ເປັນບວກໄດ້.
ເມື່ອສອງພັນປີກ່ອນ, ໂປໂລໄດ້ພະຍາຍາມຢ່າງໜັກເພື່ອຕໍ່ຕ້ານອົງພຣະເຢຊູເຈົ້າ, ຂົ່ມເຫັງ, ຕັດສິນ ແລະ ກ່າວໂທດພຣະອົງຢ່າງບ້າປ່ວງ. ຍ້ອນຫຍັງ? ຍ້ອນອົງພຣະເຢຊູເຈົ້າເກີດມາໃນຄອບຄົວທຳມະດາ, ພຣະອົງເປັນສະມາຊິກທຳມະດາຂອງປະຊາຊົນ ແລະ ບໍ່ໄດ້ຮັບສິ່ງທີ່ເອີ້ນວ່າການສຶກສາ, ຜົນກະທົບ ຫຼື ອິດທິພົນຂອງພວກທຳມະຈານ ແລະ ພວກຟາຣີຊາຍ. ໃນສາຍຕາຂອງໂປໂລ, ຄົນແບບນັ້ນບໍ່ສົມຄວນຖືກເອີ້ນວ່າພຣະຄຣິສ. ຍ້ອນຫຍັງຈຶ່ງບໍ່ສົມຄວນ? ຍ້ອນພຣະອົງມີຕົວຕົນທີ່ຕ່ຳຕ້ອຍ, ບໍ່ມີສະຖານະທາງສັງຄົມຫຼາຍ ແລະ ພຣະອົງເປັນສະມາຊິກຂອງຊົນຊັ້ນລຸ່ມໃນສັງຄົມມະນຸດ ແລະ ດັ່ງນັ້ນຈຶ່ງບໍ່ສົມຄວນຖືກເອີ້ນວ່າພຣະຄຣິສ ຫຼື ບຸດຂອງພຣະເຈົ້າຜູ້ຊົງຊີວິດ. ຍ້ອນເຫດນີ້, ໂປໂລຈຶ່ງກ້າທຸ່ມເທທຸກຄວາມພະຍາຍາມເພື່ອຕໍ່ຕ້ານອົງພຣະເຢຊູເຈົ້າ, ໂດຍໃຊ້ອິດທິພົນ, ອຳນາດຊັກຈູງຂອງລາວ ແລະ ລັດຖະບານເພື່ອກ່າວໂທດ ແລະ ຕໍ່ຕ້ານພຣະອົງ, ທຳລາຍວຽກງານຂອງພຣະອົງ ແລະ ຈັບກຸມຜູ້ຕິດຕາມຂອງພຣະອົງ. ໃນຂະນະທີ່ລາວຕໍ່ຕ້ານອົງພຣະເຢຊູເຈົ້າ, ໂປໂລເຊື່ອວ່າລາວກຳລັງປົກປ້ອງວຽກງານຂອງພຣະເຈົ້າ, ການກະທຳຂອງລາວນັ້ນຍຸຕິທຳ ແລະ ລາວເປັນຕົວແທນຂອງພະລັງແຫ່ງຄວາມຍຸຕິທຳ. ລາວຄິດວ່າລາວບໍ່ໄດ້ກຳລັງຕໍ່ຕ້ານພຣະເຈົ້າ ແຕ່ກຳລັງຕໍ່ຕ້ານຄົນທຳມະດາຄົນໜຶ່ງ. ມັນເປັນຍ້ອນລາວຖືວ່າຕົ້ນກຳເນີດຂອງພຣະຄຣິສນັ້ນຕ່ຳຕ້ອຍ ແລະ ບໍ່ຍິ່ງໃຫຍ່ຢ່າງແນ່ນອນ, ລາວຈຶ່ງກ້າຕັດສິນ ແລະ ກ່າວໂທດພຣະຄຣິສຢ່າງບໍ່ມີຢາງອາຍ ແລະ ບໍ່ຄຳນຶງເຖິງສິ່ງໃດ ແລະ ລາວກໍຮູ້ສຶກສະຫງົບ ແລະ ໝັ້ນຄົງໃນໃຈເປັນພິເສດກ່ຽວກັບການກະທຳຂອງລາວ. ລາວເປັນສິ່ງມີຊີວິດປະເພດໃດກັນແທ້? ເຖິງແມ່ນວ່າລາວຈະບໍ່ຮູ້ວ່າອົງພຣະເຢຊູເຈົ້າຄືເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ຫຼື ບໍ່ຮູ້ວ່າຄຳເທດສະໜາ ແລະ ພຣະທຳຂອງພຣະອົງມາຈາກພຣະເຈົ້າກໍຕາມ, ຄົນທຳມະດາແບບນັ້ນສົມຄວນໄດ້ຮັບການໂຈມຕີຢ່າງເຕັມທີ່ຈາກລາວບໍ? ພຣະອົງສົມຄວນໄດ້ຮັບການໂຈມຕີທີ່ປະສົງຮ້າຍແບບນີ້ບໍ? ພຣະອົງສົມຄວນຖືກໂປໂລສ້າງຂ່າວລືທີ່ບໍ່ມີຄວາມຈິງ ແລະ ຄຳຕົວະເພື່ອຫຼອກລວງຄົນອື່ນ ແລະ ຍາດແຍ່ງຜູ້ຄົນແຂ່ງກັບພຣະອົງບໍ? ຄຳຕົວະຂອງໂປໂລບໍ່ແມ່ນສິ່ງທີ່ບໍ່ມີມູນຄວາມຈິງບໍ? ມີການກະທຳໃດຂອງອົງພຣະເຢຊູເຈົ້າທີ່ສົ່ງຜົນກະທົບຕໍ່ຜົນປະໂຫຍດ ຫຼື ສະຖານະຂອງໂປໂລບໍ? ບໍ່ມີເລີຍ. ອົງພຣະເຢຊູເຈົ້າໄດ້ເທດສະໜາ ແລະ ໃຫ້ຄຳເທດສະໜາໃນທ່າມກາງຊົນຊັ້ນລຸ່ມຂອງສັງຄົມ ແລະ ໃນເວລາດຽວກັນກໍມີຜູ້ຄົນຈຳນວນບໍ່ໜ້ອຍຕິດຕາມພຣະອົງ. ນີ້ຄືໂລກທີ່ແຕກຕ່າງກັນຢ່າງສິ້ນເຊີງກັບສະພາບແວດລ້ອມການດຳລົງຊີວິດຂອງຄົນຄືໂປໂລ, ແລ້ວເປັນຫຍັງໂປໂລຈຶ່ງຂົ່ມເຫັງອົງພຣະເຢຊູເຈົ້າ? ນີ້ຄືແກ່ນແທ້ຜູ້ຕໍ່ຕ້ານພຣະຄຣິສຂອງລາວທີ່ກຳລັງອອກລິດ. ລາວຄິດວ່າ “ບໍ່ວ່າຄຳເທດສະໜາຂອງເຈົ້າຈະຍິ່ງໃຫຍ່, ຖືກຕ້ອງ ຫຼື ໄດ້ຮັບການຍອມຮັບຫຼາຍສໍ່າໃດກໍຕາມ, ຖ້າຂ້ອຍບອກວ່າເຈົ້າບໍ່ແມ່ນພຣະຄຣິສ, ເຈົ້າກໍບໍ່ແມ່ນພຣະຄຣິສ. ຖ້າຂ້ອຍບໍ່ມັກເຈົ້າ, ຂ້ອຍກໍຈະຂົ່ມເຫັງເຈົ້າ, ກ່າວຫາເຈົ້າຕາມອຳເພີໃຈ ແລະ ເຮັດໃຫ້ເຈົ້າຮັບຜົນກຳ”. ຍ້ອນສິ່ງເຫຼົ່ານີ້ທີ່ພຣະຄຣິສມີພາຍໃນຄວາມເປັນມະນຸດທີ່ປົກກະຕິຂອງພຣະອົງບໍ່ຕອບສະໜອງຄວາມຕ້ອງການຂອງໂປໂລ ແລະ ບໍ່ໄດ້ຖືກເຮັດ ຫຼື ມີຢ່າງສອດຄ່ອງກັບຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງໂປໂລ, ຜູ້ຕໍ່ຕ້ານພຣະຄຣິສຄືໂປໂລຈຶ່ງສາມາດຕັດສິນ, ປະຕິເສດ ແລະ ກ່າວໂທດພຣະອົງຢ່າງບໍ່ມີຢາງອາຍ. ໃນທີ່ສຸດແລ້ວເກີດຫຍັງຂຶ້ນ? ຫຼັງຈາກຖືກອົງພຣະເຢຊູເຈົ້າໂຈມຕີ, ໃນທີ່ສຸດໂປໂລກໍຍອມຮັບວ່າ “ພຣະອົງແມ່ນໃຜ, ພຣະຜູ້ເປັນເຈົ້າ?” ຈາກນັ້ນ ອົງພຣະເຢຊູເຈົ້າກໍກ່າວວ່າ “ເຮົາຄືເຢຊູ ຜູ້ທີ່ເຈົ້າຕໍ່ຕ້ານ”. ຕັ້ງແຕ່ນັ້ນມາ, ໂປໂລກໍບໍ່ເຊື່ອອີກຕໍ່ໄປວ່າເຢຊູເປັນຄົນທຳມະດາ ຫຼື ເປັນຄົນທີ່ບໍ່ຄືກັບພຣະຄຣິສຍ້ອນຕົ້ນກຳເນີດທີ່ຕ່ຳຕ້ອຍຂອງພຣະອົງ. ຍ້ອນຫຍັງ? ຍ້ອນແສງສະຫວ່າງຂອງອົງພຣະເຢຊູເຈົ້າສາມາດເຮັດໃຫ້ຄົນຕາບອດໄດ້, ພຣະອົງມີສິດອຳນາດ ແລະ ພຣະທຳຂອງພຣະອົງສາມາດໂຈມຕີຜູ້ຄົນ ແລະ ໂຈມຕີຈິດວິນຍານຂອງພວກເຂົາໄດ້. ໂປໂລຄິດໃນໃຈວ່າ “ຄົນທີ່ຊື່ເຢຊູຜູ້ນີ້ອາດຈະເປັນພຣະແທ້ໆບໍ? ລາວອາດຈະເປັນບຸດຂອງພຣະເຈົ້າຜູ້ຊົງຊີວິດບໍ? ລາວສາມາດໂຈມຕີຜູ້ຄົນໄດ້, ສະນັ້ນ ລາວຕ້ອງເປັນພຣະເຈົ້າຢ່າງແນ່ນອນ. ແຕ່ມີພຽງສິ່ງດຽວຄື ຜູ້ທີ່ໂຈມຕີຜູ້ຄົນບໍ່ແມ່ນຄົນທຳມະດາຜູ້ນີ້ທີ່ຖືກເອີ້ນວ່າພຣະຄຣິສ, ແຕ່ເປັນພຣະວິນຍານຂອງພຣະເຈົ້າ. ສະນັ້ນ, ບໍ່ວ່າຈະເປັນແນວໃດກໍຕາມ, ຕາບໃດທີ່ເຈົ້າຖືກເອີ້ນວ່າເຢຊູ, ຂ້ອຍກໍຈະບໍ່ກົ້ມລົງຂາບໄຫວ້ເຈົ້າ. ຂ້ອຍນະມັດສະການພຽງແຕ່ພຣະເຈົ້າໃນສະຫວັນ, ເຊິ່ງກໍຄືພຣະວິນຍານຂອງພຣະເຈົ້າເທົ່ານັ້ນ”. ຫຼັງຈາກຖືກໂຈມຕີ, ໂປໂລກໍມີຄວາມຄິດໜຶ່ງ. ເຖິງແມ່ນວ່າການທີ່ລາວຖືກໂຈມຕີຈະເປັນສິ່ງທີ່ບໍ່ດີ, ແຕ່ມັນກໍເຮັດໃຫ້ລາວຮັບຮູ້ວ່າຄົນທີ່ຖືກເອີ້ນວ່າພຣະຄຣິສນັ້ນມີອັດຕະລັກທີ່ພິເສດ ແລະ ການໄດ້ກາຍເປັນພຣະຄຣິສນັ້ນກໍເປັນກຽດຢ່າງຍິ່ງ ແລະ ໃຜກໍຕາມທີ່ກາຍເປັນພຣະຄຣິສກໍສາມາດກາຍເປັນບຸດຂອງພຣະເຈົ້າຜູ້ຊົງຊີວິດ, ຫຍັບເຂົ້າໃກ້ພຣະເຈົ້າຫຼາຍຂຶ້ນ ແລະ ປ່ຽນແປງຄວາມສຳພັນຂອງພວກເຂົາກັບພຣະເຈົ້າ, ເຮັດໃຫ້ຄົນທຳມະດາຜູ້ນັ້ນກາຍເປັນຄົນພິເສດ ແລະ ປ່ຽນອັດຕະລັກຂອງຄົນທຳມະດາຜູ້ນັ້ນໃຫ້ກາຍເປັນອັດຕະລັກຂອງບຸດຂອງພຣະເຈົ້າ. ລາວຄິດວ່າ “ເຖິງແມ່ນວ່າເຈົ້າ ເຊິ່ງກໍຄືເຢຊູ ຈະເປັນບຸດຂອງພຣະເຈົ້າຜູ້ຊົງຊີວິດກໍຕາມ, ແຕ່ມັນມີຫຍັງໜ້າປະທັບໃຈກ່ຽວກັບເລື່ອງນີ້? ພໍ່ຂອງເຈົ້າເປັນຊ່າງໄມ້ທີ່ຍາກຈົນ ແລະ ແມ່ຂອງເຈົ້າກໍເປັນແມ່ບ້ານທຳມະດາຄົນໜຶ່ງ. ເຈົ້າເຕີບໃຫຍ່ຂຶ້ນມາໃນທ່າມກາງຄົນທຳມະດາສາມັນ ແລະ ຄອບຄົວຂອງເຈົ້າກໍມີສະຖານະທາງສັງຄົມທີ່ຕ່ຳຕ້ອຍ ແລະ ຕົວເຈົ້າເອງກໍບໍ່ມີຄວາມສາມາດພິເສດຫຍັງເລີຍ. ເຈົ້າເຄີຍເທດສະໜາໃນພຣະວິຫານບໍ? ພວກທຳມະຈານ ແລະ ພວກຟາຣີຊາຍຍອມຮັບເຈົ້າບໍ? ເຈົ້າໄດ້ຮັບການສຶກສາຫຍັງແດ່? ພໍ່ແມ່ຂອງເຈົ້າມີຄວາມຮູ້ລະດັບສູງບໍ? ເຈົ້າບໍ່ມີສິ່ງເຫຼົ່ານີ້ເລີຍ, ແຕ່ເຈົ້າກໍຍັງເປັນບຸດຂອງພຣະເຈົ້າຜູ້ຊົງຊີວິດ. ຄັນຊັ້ນ, ໃນເມື່ອຂ້ອຍມີຄວາມຮູ້ລະດັບສູງຂະໜາດນີ້ ແລະ ຂ້ອຍກໍພົວພັນກັບຜູ້ຄົນໃນສັງຄົມຊັ້ນສູງ ແລະ ພໍ່ແມ່ຂອງຂ້ອຍກໍມີພູມປັນຍາຫຼາຍ, ມີການສຶກສາ ແລະ ພວກເພິ່ນກໍມາຈາກພູມຫຼັງທີ່ດີ, ມັນຈະບໍ່ເປັນເລື່ອງງ່າຍບໍສຳລັບຂ້ອຍທີ່ຈະກາຍເປັນພຣະຄຣິສ?” ລາວກຳລັງບົ່ງບອກເຖິງຫຍັງ? “ຖ້າຄົນແບບເຢຊູສາມາດເປັນພຣະຄຣິສໄດ້, ແລ້ວຂ້ອຍ ເຊິ່ງກໍຄືໂປໂລ ຈະບໍ່ຍິ່ງສາມາດເປັນພຣະຄຣິສ, ເປັນບຸດຂອງພຣະເຈົ້າຜູ້ຊົງຊີວິດໄດ້ຫຼາຍກວ່າບໍ, ໃນເມື່ອຂ້ອຍເປັນຄົນທີ່ຍອດຢ້ຽມ, ມີອຳນາດຊັກຈູງ, ມີຄວາມຮູ້ ແລະ ມີສະຖານະທາງສັງຄົມທີ່ສູງຂະໜາດນີ້? ຕອນທີ່ເຢຊູມີຊີວິດຢູ່, ລາວພຽງແຕ່ເທດສະໜາ, ອ່ານພຣະຄຳພີ, ເຜີຍແຜ່ຫົນທາງແຫ່ງການກັບໃຈ, ຍ່າງໄປທົ່ວທຸກແຫ່ງ, ປິ່ນປົວພະຍາດໃຫ້ຜູ້ຄົນ, ຂັບໄລ່ຜີຮ້າຍ ແລະ ສະແດງໝາຍສຳຄັນ ແລະ ການອັດສະຈັນຫຼາຍຢ່າງ. ມີພຽງເທົ່ານັ້ນ ແມ່ນບໍ? ຫຼັງຈາກນັ້ນ, ລາວກໍກາຍເປັນບຸດຂອງພຣະເຈົ້າຜູ້ຊົງຊີວິດ ແລະ ສະເດັດຂຶ້ນສູ່ສະຫວັນ. ມັນຈະຍາກສໍ່າໃດກັນ? ຂ້ອຍ ເຊິ່ງກໍຄືໂປໂລ ເຕັມໄປດ້ວຍຄວາມຮູ້ ແລະ ມີສະຖານະທາງສັງຄົມ ແລະ ຕົວຕົນທີ່ສູງສົ່ງ. ຖ້າຂ້ອຍຍ່າງໄປມາໃນທ່າມກາງຜູ້ຄົນໃຫ້ຫຼາຍຂຶ້ນ ຄືກັບທີ່ເຢຊູໄດ້ເຮັດ, ເພີ່ມຊື່ສຽງຂອງຂ້ອຍ, ມີຜູ້ຕິດຕາມຫຼາຍຂຶ້ນ ແລະ ສ້າງຜົນປະໂຫຍດໃຫ້ຜູ້ຄົນຫຼາຍຂຶ້ນ ແລະ ຖ້າຂ້ອຍສາມາດອົດທົນຕໍ່ຄວາມຍາກລຳບາກ, ຈ່າຍລາຄາ, ຫຼຸດສະຖານະທາງສັງຄົມຂອງຂ້ອຍລົງ, ເທດສະໜາໃຫ້ຫຼາຍຂຶ້ນ, ເຮັດວຽກໃຫ້ຫຼາຍຂຶ້ນ ແລະ ໄດ້ຮັບຜູ້ຄົນໃຫ້ຫຼາຍຂຶ້ນ, ແລ້ວຕົວຕົນຂອງຂ້ອຍຈະບໍ່ປ່ຽນແປງບໍ? ຂ້ອຍຈະບໍ່ປ່ຽນຈາກບຸດມະນຸດໄປເປັນບຸດຂອງພຣະເຈົ້າບໍ? ບຸດຂອງພຣະເຈົ້າບໍ່ແມ່ນພຣະຄຣິສບໍ? ການເປັນພຣະຄຣິສມັນຍາກສໍ່າໃດກັນ? ພຣະຄຣິສບໍ່ແມ່ນບຸດມະນຸດທີ່ເກີດຈາກມະນຸດບໍ? ໃນເມື່ອເຢຊູສາມາດກາຍເປັນພຣະຄຣິສໄດ້, ແລ້ວເປັນຫຍັງຂ້ອຍ ເຊິ່ງກໍຄືໂປໂລ ຈຶ່ງຈະເປັນບໍ່ໄດ້? ມັນງ່າຍເກີນໄປ! ບໍ່ວ່າເຢຊູໄດ້ເຮັດຫຍັງລົງໄປ ຂ້ອຍກໍຈະເຮັດ; ບໍ່ວ່າລາວໄດ້ເວົ້າຫຍັງ ຂ້ອຍກໍຈະເວົ້າ; ບໍ່ວ່າລາວໄດ້ຍ່າງໄປມາໃນທ່າມກາງຜູ້ຄົນແນວໃດ ຂ້ອຍກໍຈະເຮັດແບບດຽວກັນ. ແລ້ວຂ້ອຍຈະບໍ່ມີຕົວຕົນ ແລະ ສະຖານະດຽວກັນກັບເຢຊູບໍ? ຂ້ອຍຈະບໍ່ຕອບສະໜອງເງື່ອນໄຂສຳລັບການໄດ້ຮັບການອະນຸມັດຈາກພຣະເຈົ້າ ຄືກັບທີ່ເຢຊູໄດ້ເຮັດບໍ?” ສະນັ້ນ, ມັນຈຶ່ງບໍ່ຍາກທີ່ຈະເຫັນຄວາມເຂົ້າໃຈ ແລະ ມຸມມອງຂອງໂປໂລກ່ຽວກັບຕົວຕົນຂອງເຢຊູຈາກຈົດໝາຍຂອງລາວ. ລາວເຊື່ອວ່າອົງພຣະເຢຊູເຈົ້າເປັນພຽງຄົນທຳມະດາ ເຊິ່ງຜ່ານການເຮັດວຽກ ແລະ ການຈ່າຍລາຄາ ແລະ ໂດຍສະເພາະຫຼັງຈາກທີ່ຖືກຄຶງເທິງໄມ້ກາງແຂນ ກໍໄດ້ຮັບການອະນຸມັດຈາກພຣະບິດາຈາກສະຫວັນ ແລະ ກາຍເປັນບຸດຂອງພຣະເຈົ້າຜູ້ຊົງຊີວິດ, ນັ້ນກໍຄື ອັດຕະລັກຂອງພຣະອົງໄດ້ປ່ຽນແປງໃນພາຍຫຼັງ. ດ້ວຍເຫດນີ້, ໃນຄວາມຄິດຂອງຄົນຄືໂປໂລ, ພວກເຂົາບໍ່ເຄີຍຍອມຮັບວ່າເຢຊູຄືເນື້ອໜັງທີ່ພຣະເຈົ້າສວມໃສ່ເທິງແຜ່ນດິນໂລກ, ຄືເນື້ອໜັງທີ່ພຣະເຈົ້າບັງເກີດມາໃນທ່າມກາງມະນຸດຊາດ. ພວກເຂົາບໍ່ເຄີຍຍອມຮັບແກ່ນແທ້ຂອງພຣະຄຣິສເລີຍ.
ຜູ້ຕໍ່ຕ້ານພຣະຄຣິສໃນປັດຈຸບັນກໍເປັນຄືກັບໂປໂລ. ກ່ອນອື່ນໝົດ, ພວກເຂົາມີຄວາມຄິດ, ຄວາມທະເຍີທະຍານ ແລະ ວິທີການດຽວກັນ ພ້ອມທັງອີກສິ່ງໜຶ່ງ ນັ້ນກໍຄື ລັກສະນະຮ່ວມກັນຂອງຄວາມໂງ່ຈ້າ. ຄວາມໂງ່ຈ້າຂອງພວກເຂົາມາຈາກໃສ? ມັນມາຈາກຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາ. ເມື່ອຜູ້ຕໍ່ຕ້ານພຣະຄຣິສເບິ່ງເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ, ບໍ່ວ່າຈະຈາກມຸມມອງໃດກໍຕາມ, ພວກເຂົາກໍບໍ່ເຫັນແກ່ນແທ້ຂອງພຣະເຈົ້າໃນພຣະຄຣິສ. ບໍ່ວ່າພວກເຂົາຈະເບິ່ງແນວໃດກໍຕາມ, ພວກເຂົາກໍບໍ່ສາມາດໄດ້ຮັບຄວາມຈິງຈາກສິ່ງນີ້ ຫຼື ເຂົ້າໃຈອຸປະນິໄສຂອງພຣະເຈົ້າໄດ້. ບໍ່ວ່າພວກເຂົາຈະເບິ່ງແນວໃດກໍຕາມ, ພວກເຂົາກໍເຊື່ອຢູ່ສະເໝີວ່າພຣະຄຣິສເປັນພຽງຄົນທຳມະດາ. ພວກເຂົາຄິດວ່າ ຖ້າພຣະຄຣິສລົງມາຈາກສະຫວັນໂດຍກົງເພື່ອໃຫ້ທຸກຄົນໄດ້ເຫັນ, ລາວກໍຈະບໍ່ທຳມະດາ; ພວກເຂົາຄິດວ່າ ຖ້າພຣະຄຣິສບໍ່ມີຕົ້ນກຳເນີດ ຫຼື ພູມຫຼັງເລີຍ ແລະ ປາກົດຕົວຂຶ້ນມາຈາກຄວາມວ່າງເປົ່າໃນທ່າມກາງຜູ້ຄົນ, ສິ່ງນັ້ນກໍຈະແປກປະຫຼາດ ແລະ ໜ້າງຶດງໍ້ຫຼາຍ! ສິ່ງທີ່ຜູ້ຄົນບໍ່ສາມາດຢັ່ງເຖິງໄດ້, ສິ່ງທີ່ໜ້າງຶດງໍ້, ແມ່ນສິ່ງທີ່ຕອບສະໜອງຄວາມທະເຍີທະຍານ, ຄວາມປາຖະໜາ ແລະ ຄວາມຢາກຮູ້ຢາກເຫັນຂອງຜູ້ຕໍ່ຕ້ານພຣະຄຣິສຢ່າງແທ້ຈິງ. ພວກເຂົາຍອມຕິດຕາມພຣະຄຣິສແບບນັ້ນ ດີກວ່າຕິດຕາມຄົນທຳມະດາທີ່ສາມາດສະແດງຄວາມຈິງ ແລະ ມອບຊີວິດໃຫ້ພວກເຂົາໄດ້. ມັນເປັນຍ້ອນພຣະຄຣິສເກີດຈາກມະນຸດຢ່າງແນ່ນອນ ແລະ ເປັນຄົນທຳມະດາຢ່າງແທ້ຈິງ ເຊິ່ງເປັນຄົນທີ່ປົກກະຕິ, ສຳພັນກັບຊີວິດຈິງ ທີ່ບໍ່ໄດ້ດຶງດູດຄວາມສົນໃຈພຽງພໍ ຫຼື ເວົ້າໃນລັກສະນະທີ່ສັ່ນສະເທືອນຟ້າດິນ, ເມື່ອຜູ້ຕໍ່ຕ້ານພຣະຄຣິສໄດ້ສັງເກດພຣະອົງໄລຍະໜຶ່ງແລ້ວ, ພວກເຂົາຈຶ່ງເຊື່ອວ່າທຸກສິ່ງທີ່ພຣະຄຣິສເຮັດກໍມີພຽງເທົ່ານັ້ນ. ຫຼັງຈາກທີ່ໄດ້ສຶກສາຮູບແບບບາງຢ່າງແລ້ວ, ພວກເຂົາກໍເລີ່ມຮຽນແບບພຣະຄຣິສ. ພວກເຂົາຮຽນແບບນໍ້າສຽງຂອງພຣະອົງ, ວິທີການເວົ້າຂອງພຣະອົງ ແລະ ຈັງຫວະການເວົ້າຂອງພຣະອົງ. ບາງຄົນເຖິງກັບຮຽນແບບຄຳສັບສະເພາະທີ່ພຣະອົງໃຊ້, ແມ່ນແຕ່ຮຽນແບບສຽງຫາຍໃຈ ແລະ ສຽງໄອຂອງພຣະອົງ. ບາງຄົນຖາມວ່າ “ການຮຽນແບບນີ້ເກີດຈາກຄວາມບໍ່ຮູ້ບໍ?” ມັນບໍ່ແມ່ນ. ມັນເກີດຈາກຫຍັງ? ເມື່ອຜູ້ຕໍ່ຕ້ານພຣະຄຣິສເຫັນຄົນທຳມະດາຄືພຣະຄຣິສ ທີ່ພຽງແຕ່ເວົ້າຄຳເວົ້າທຳມະດາບາງຄຳ ແຕ່ມີຜູ້ຕິດຕາມຫຼາຍ ແລະ ມີຜູ້ຄົນຈຳນວນຫຼາຍທີ່ອ່ອນນ້ອມຕໍ່ພຣະອົງ, ແລ້ວຈະບໍ່ມີຄວາມຄິດບາງຢ່າງເກີດຂຶ້ນໃນສ່ວນເລິກຂອງຫົວໃຈຂອງພວກເຂົາກ່ຽວກັບເລື່ອງນີ້ບໍ? ພວກເຂົາຍິນດີກັບພຣະເຈົ້າ, ຮູ້ສຶກດີໃຈກັບພຣະອົງ ແລະ ສັນລະເສີນພຣະອົງບໍ ຫຼື ພວກເຂົາຮູ້ສຶກບໍ່ພໍໃຈ, ຄຽດແຄ້ນ, ເປັນປໍລະປັກ, ອິດສາຕາຮ້ອນບໍ? (ອິດສາຕາຮ້ອນ). ພວກເຂົາຄິດວ່າ “ເຈົ້າກາຍເປັນພຣະເຈົ້າໄດ້ແນວໃດ? ເປັນຫຍັງຂ້ອຍຈຶ່ງບໍ່ແມ່ນພຣະເຈົ້າ? ເຈົ້າສາມາດເວົ້າໄດ້ຈັກພາສາ? ເຈົ້າສາມາດສະແດງໝາຍສຳຄັນ ແລະ ການອັດສະຈັນໄດ້ບໍ? ເຈົ້າສາມາດນຳຫຍັງມາໃຫ້ຜູ້ຄົນໄດ້ແດ່? ເຈົ້າມີພອນສະຫວັນ ແລະ ຄວາມສາມາດພິເສດຫຍັງແດ່? ເຈົ້າມີຄວາມສາມາດຫຍັງແດ່? ເຈົ້າເຮັດໃຫ້ຜູ້ຄົນຈຳນວນຫຼາຍຕິດຕາມເຈົ້າໄດ້ແນວໃດ? ຖ້າຄວາມສາມາດຂອງເຈົ້າເປັນພຽງສິ່ງດຽວທີ່ເຮັດໃຫ້ຜູ້ຄົນຈຳນວນຫຼາຍຕິດຕາມເຈົ້າໄດ້, ແລ້ວດ້ວຍຄວາມສາມາດຂອງຂ້ອຍ ກໍຈະມີຄົນຕິດຕາມຂ້ອຍຫຼາຍກວ່ານີ້ອີກ”. ສະນັ້ນ, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງຕ້ອງການທຸ່ມເທຄວາມພະຍາຍາມຂອງພວກເຂົາໃສ່ສິ່ງນີ້. ດ້ວຍເຫດນີ້, ສຳລັບພວກເຂົາແລ້ວ, ພວກເຂົາຈຶ່ງເຫັນດີຢ່າງສິ້ນເຊີງກັບມຸມມອງຂອງໂປໂລທີ່ວ່າ ການກາຍເປັນພຣະຄຣິສນັ້ນເປັນຄວາມຝັນທີ່ສາມາດບັນລຸໄດ້.
ເມື່ອພຣະເຈົ້າບອກໃຫ້ຜູ້ຄົນເປັນຄົນທີ່ປະຕິບັດຕາມໜ້າທີ່ ແລະ ເປັນສິ່ງທີ່ຖືກສ້າງທີ່ປະຕິບັດຕາມໜ້າທີ່, ຜູ້ຕໍ່ຕ້ານພຣະຄຣິສກໍຮູ້ສຶກລັງກຽດພຣະທຳເຫຼົ່ານີ້ເປັນພິເສດ ໂດຍເວົ້າວ່າ “ທຸກສິ່ງທີ່ພຣະເຈົ້າເວົ້າລ້ວນແຕ່ດີ ແລະ ຖືກຕ້ອງ, ແຕ່ການບໍ່ອະນຸຍາດໃຫ້ພວກເຮົາກາຍເປັນພຣະຄຣິສນັ້ນແມ່ນຜິດ. ເປັນຫຍັງຜູ້ຄົນຈຶ່ງບໍ່ສາມາດກາຍເປັນພຣະຄຣິສໄດ້? ພຣະຄຣິສບໍ່ແມ່ນພຽງແຕ່ຄົນທີ່ມີຊີວິດຂອງພຣະເຈົ້າບໍ? ດັ່ງນັ້ນ, ຖ້າພວກເຮົາຍອມຮັບຄຳເວົ້າຂອງພຣະເຈົ້າ, ໄດ້ຮັບການຫົດນໍ້າ ແລະ ການລ້ຽງດູຂອງລາວ ແລະ ມີຊີວິດຂອງພຣະເຈົ້າ, ພວກເຮົາກໍຈະບໍ່ສາມາດກາຍເປັນພຣະຄຣິສໄດ້ຄືກັນບໍ? ເຈົ້າເປັນຄົນທຳມະດາທີ່ເກີດຈາກມະນຸດ ແລະ ພວກເຮົາກໍເຊັ່ນກັນ. ໂດຍອີງໃສ່ພື້ນຖານຫຍັງເຈົ້າຈຶ່ງສາມາດເປັນພຣະຄຣິສໄດ້, ແຕ່ພວກເຮົາພັດເປັນບໍ່ໄດ້? ເຈົ້າບໍ່ໄດ້ກາຍເປັນພຣະຄຣິສໃນພາຍຫຼັງບໍ? ຖ້າພວກເຮົາທົນທຸກ ແລະ ຈ່າຍລາຄາ, ອ່ານພຣະທຳຂອງພຣະເຈົ້າໃຫ້ຫຼາຍຂຶ້ນ, ມີຊີວິດຂອງພຣະເຈົ້າ, ພຣະທຳດຽວກັນກັບທີ່ພຣະເຈົ້າເວົ້າ, ເຮັດໃນສິ່ງທີ່ພຣະເຈົ້າຕ້ອງການເຮັດ ແລະ ຮຽນແບບພຣະເຈົ້າ, ພວກເຮົາກໍຈະບໍ່ສາມາດກາຍເປັນພຣະຄຣິສໄດ້ຄືກັນບໍ? ມັນມີຫຍັງຍາກໃນເລື່ອງນັ້ນ?” ຜູ້ຕໍ່ຕ້ານພຣະຄຣິສບໍ່ຍິນດີທີ່ຈະຕິດຕາມພຣະຄຣິສ ແລະ ກາຍເປັນຜູ້ຕິດຕາມທຳມະດາຂອງພຣະຄຣິສ ຫຼື ເປັນສິ່ງທີ່ຖືກສ້າງພາຍໃຕ້ອຳນາດປົກຄອງຂອງພຣະຜູ້ສ້າງ. ຄວາມປາຖະໜາ ແລະ ຄວາມທະເຍີທະຍານຂອງພວກເຂົາກະຕຸ້ນພວກເຂົາວ່າ: “ຢ່າເປັນຄົນທຳມະດາ. ການຕິດຕາມ ແລະ ການເຊື່ອຟັງພຣະຄຣິສໃນທຸກເລື່ອງແມ່ນການສະແດງອອກເຖິງຄວາມໄຮ້ຄວາມສາມາດ. ນອກເໜືອຈາກຄຳເວົ້າຂອງພຣະຄຣິສ ແລະ ຄຳສັນຍາຂອງພຣະເຈົ້າແລ້ວ, ເຈົ້າຄວນມີການໄລ່ຕາມທີ່ສູງສົ່ງກວ່ານັ້ນ ເຊັ່ນ: ການກາຍເປັນບຸດຂອງພຣະເຈົ້າ, ການກາຍເປັນລູກຊາຍກົກ, ການກາຍເປັນພຣະຄຣິສ, ການຖືກພຣະເຈົ້ານຳໃຊ້ຢ່າງຍິ່ງໃຫຍ່ ຫຼື ການເປັນເສົາຫຼັກໃນອານາຈັກຂອງພຣະເຈົ້າ. ນັ້ນຊ່າງເປັນເປົ້າໝາຍທີ່ຍິ່ງໃຫຍ່ ແລະ ສ້າງແຮງບັນດານໃຈແທ້ໆ!” ພວກເຈົ້າຄິດແນວໃດກັບແນວຄິດເຫຼົ່ານີ້? ສົມຄວນໄດ້ຮັບການສົ່ງເສີມບໍ? ແມ່ນສິ່ງທີ່ຄົນປົກກະຕິຄວນມີບໍ? (ບໍ່). ມັນເປັນຍ້ອນຜູ້ຕໍ່ຕ້ານພຣະຄຣິສມີຄວາມເຂົ້າໃຈແບບນີ້ກ່ຽວກັບອັດຕະລັກ ແລະ ແກ່ນແທ້ຂອງພຣະຄຣິສຢ່າງແນ່ນອນ, ພວກເຂົາຈຶ່ງບໍ່ໃສ່ໃຈຢ່າງຈິງຈັງຕໍ່ຄຳເວົ້າ ແລະ ການກະທຳຂອງພວກເຂົາໃນການຕໍ່ຕ້ານ, ການຕັດສິນ, ການລອງໃຈ, ການປະຕິເສດ ແລະ ການກ່າວໂທດພຣະຄຣິສ. ພວກເຂົາຄິດວ່າ “ການຕັດສິນຄົນໆໜຶ່ງມັນມີຫຍັງໜ້າຢ້ານກົວ? ເຈົ້າກໍເປັນພຽງຄົນທຳມະດາຄົນໜຶ່ງ, ບໍ່ແມ່ນບໍ? ເຈົ້າຍອມຮັບວ່າເຈົ້າເປັນຄົນທຳມະດາ, ສະນັ້ນ ມັນມີຫຍັງຜິດບໍທີ່ຂ້ອຍຈະຕັດສິນ, ປະເມີນ ຫຼື ກ່າວໂທດເຈົ້າ? ມັນມີຫຍັງຜິດບໍທີ່ຂ້ອຍຈະຈັບຕາເບິ່ງ ຫຼື ສຶກສາເຈົ້າ? ມັນເປັນສິດເສລີພາບຂອງຂ້ອຍທີ່ຈະເຮັດສິ່ງເຫຼົ່ານີ້!” ພວກເຂົາບໍ່ເຫັນວ່າສິ່ງນີ້ຄືການຕໍ່ຕ້ານພຣະເຈົ້າ ຫຼື ການເປັນປໍລະປັກຕໍ່ພຣະອົງ ເຊິ່ງເປັນມຸມມອງທີ່ເປັນອັນຕະລາຍຫຼາຍ. ດ້ວຍເຫດນີ້, ຜູ້ຕໍ່ຕ້ານພຣະຄຣິສຫຼາຍຄົນຈຶ່ງໄດ້ຕໍ່ຕ້ານພຣະຄຣິສດ້ວຍວິທີນີ້ມາເປັນເວລາ 20 ຫຼື 30 ປີ, ໂດຍແຂ່ງດີແຂ່ງເດັ່ນກັບພຣະອົງໃນໃຈຂອງພວກເຂົາຢູ່ສະເໝີ. ເຮົາຈະບອກຄວາມຈິງແກ່ເຈົ້າວ່າ ສິ່ງທີ່ເຈົ້າເຮັດນັ້ນເປັນສິດເສລີພາບຂອງເຈົ້າ, ແຕ່ຖ້າໃນຖານະຜູ້ຕິດຕາມພຣະເຈົ້າ ເຈົ້າປະຕິບັດຕໍ່ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າຢ່າງບໍ່ມີຢາງອາຍແບບນັ້ນ, ແລ້ວມີສິ່ງໜຶ່ງທີ່ແນ່ນອນຄື: ເຈົ້າບໍ່ໄດ້ກຳລັງຫາເລື່ອງຄົນໆໜຶ່ງ, ແຕ່ເຈົ້າກຳລັງຮ້ອງໂວຍວາຍຕໍ່ຕ້ານຢ່າງເປີດເຜີຍ ແລະ ຕັ້ງຕົວເປັນປໍລະປັກຕໍ່ພຣະເຈົ້າ, ເຈົ້າກຳລັງຢືນຢູ່ຝ່າຍກົງກັນຂ້າມກັບພຣະເຈົ້າ. ສິ່ງໃດກໍຕາມທີ່ກ່ຽວຂ້ອງກັບແກ່ນແທ້, ອຸປະນິໄສ, ການກະທຳຂອງພຣະເຈົ້າ ແລະ ໂດຍສະເພາະເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ລ້ວນແຕ່ກ່ຽວຂ້ອງກັບກົດການປົກຄອງ. ຖ້າເຈົ້າປະຕິບັດຕໍ່ພຣະຄຣິສຢ່າງບໍ່ມີຢາງອາຍແບບນັ້ນ ແລະ ຕັດສິນ ແລະ ກ່າວໂທດພຣະອົງຢ່າງບໍ່ມີຢາງອາຍແບບນັ້ນ, ແລ້ວເຮົາຂໍບອກເຈົ້າເລີຍວ່າ ຈຸດຈົບຂອງເຈົ້າໄດ້ຖືກກຳນົດໄວ້ແລ້ວ. ຢ່າຄາດຫວັງວ່າພຣະເຈົ້າຈະຊ່ວຍເຈົ້າໃຫ້ລອດພົ້ນ. ພຣະເຈົ້າບໍ່ສາມາດຊ່ວຍຄົນທີ່ຮ້ອງໂວຍວາຍຕໍ່ຕ້ານພຣະອົງຢ່າງເປີດເຜີຍ ແລະ ຕັ້ງຕົວເປັນປໍລະປັກຕໍ່ພຣະອົງຢ່າງບໍ່ມີຢາງອາຍໃຫ້ລອດພົ້ນໄດ້. ຄົນແບບນັ້ນຄືສັດຕູຂອງພຣະເຈົ້າ, ພວກເຂົາຄືຊາຕານ ແລະ ມານຮ້າຍ ແລະ ພຣະເຈົ້າຈະບໍ່ຊ່ວຍພວກເຂົາໃຫ້ລອດພົ້ນ. ຈົ່ງຟ້າວໄປຫາໃຜກໍຕາມທີ່ເຈົ້າຄິດວ່າສາມາດຊ່ວຍ ເຈົ້າໃຫ້ລອດພົ້ນໄດ້. ເຮືອນຂອງພຣະເຈົ້າຈະບໍ່ຢັບຢັ້ງເຈົ້າ, ປະຕູຂອງມັນເປີດກວ້າງຢູ່. ຖ້າເຈົ້າຄິດວ່າໂປໂລສາມາດຊ່ວຍເຈົ້າໃຫ້ລອດພົ້ນໄດ້, ກໍຈົ່ງໄປຫາລາວ; ຖ້າເຈົ້າຄິດວ່າສິດຍາພິບານສາມາດຊ່ວຍໃຫ້ລອດພົ້ນໄດ້, ກໍຈົ່ງໄປຫາພວກເຂົາ. ແຕ່ມີສິ່ງໜຶ່ງທີ່ແນ່ນອນຄື: ພຣະເຈົ້າຈະບໍ່ຊ່ວຍ ເຈົ້າໃຫ້ລອດພົ້ນ. ສິ່ງທີ່ເຈົ້າເຮັດນັ້ນເປັນສິດເສລີພາບຂອງເຈົ້າ, ແຕ່ການທີ່ພຣະເຈົ້າຈະຊ່ວຍໃຫ້ເຈົ້າລອດພົ້ນ ຫຼື ບໍ່ນັ້ນກໍເປັນສິດເສລີພາບຂອງພຣະອົງ ແລະ ພຣະອົງເປັນຜູ້ຕັດສິນໃຈຂັ້ນສຸດທ້າຍ. ພຣະເຈົ້າມີລິດທານຸພາບນີ້ບໍ? ພຣະອົງມີກຽດສັກສີນີ້ບໍ? (ມີ). ພຣະເຈົ້າທີ່ບັງເກີດເປັນມະນຸດດຳລົງຊີວິດຢູ່ໃນທ່າມກາງມະນຸດ, ພຣະອົງເປັນພະຍານວ່າພຣະອົງຄືພຣະຄຣິສ, ມາເພື່ອປະຕິບັດວຽກງານແຫ່ງຍຸກສຸດທ້າຍ. ບາງຄົນຮັບຮູ້ແກ່ນແທ້ຂອງພຣະເຈົ້າ ແລະ ຕິດຕາມພຣະອົງຢ່າງສຸດຈິດສຸດໃຈ ແລະ ພວກເຂົາປະຕິບັດຕໍ່ພຣະອົງ ແລະ ອ່ອນນ້ອມຕໍ່ພຣະອົງໃນຖານະພຣະເຈົ້າ. ຄົນອື່ນໆຕ້ອງການຕໍ່ຕ້ານພຣະອົງຢ່າງດື້ດ້ານຈົນເຖິງທີ່ສຸດວ່າ: “ບໍ່ວ່າມີຄົນຈຳນວນຫຼາຍສໍ່າໃດທີ່ເຊື່ອວ່າເຈົ້າເປັນພຣະຄຣິສ, ຂ້ອຍກໍຈະບໍ່ເຊື່ອ. ບໍ່ວ່າເຈົ້າຈະເວົ້າຫຍັງກໍຕາມ, ຂ້ອຍກໍຈະບໍ່ຖືວ່າເຈົ້າເປັນພຣະເຈົ້າຢ່າງສຸດຈິດສຸດໃຈ. ເມື່ອຂ້ອຍເຫັນພຣະເຈົ້າເວົ້າ ແລະ ເປັນພະຍານໃຫ້ເຈົ້າຢ່າງແທ້ຈິງເທົ່ານັ້ນ, ເມື່ອພຣະເຈົ້າໃນສະຫວັນເວົ້າກັບຂ້ອຍດ້ວຍຕົນເອງດ້ວຍສຽງດັງກ້ອງກັງວານວ່າ ‘ນີ້ຄືເນື້ອໜັງທີ່ບັງເກີດເປັນມະນຸດຂອງເຮົາ, ເປັນທີ່ຮັກຂອງເຮົາ, ເປັນພຣະບຸດສຸດທີ່ຮັກຂອງເຮົາ’, ຂ້ອຍຈຶ່ງຈະຍອມຮັບ ແລະ ຮັບເອົາເຈົ້າເປັນພຣະເຈົ້າ. ເມື່ອຂ້ອຍໄດ້ຍິນ ແລະ ໄດ້ເຫັນພຣະເຈົ້າໃນສະຫວັນເວົ້າ ແລະ ເປັນພະຍານໃຫ້ເຈົ້າດ້ວຍຕົນເອງເທົ່ານັ້ນ ຂ້ອຍຈຶ່ງຈະຍອມຮັບເຈົ້າ, ຖ້າບໍ່ດັ່ງນັ້ນ ມັນກໍເປັນໄປບໍ່ໄດ້!” ຄົນແບບນັ້ນບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິສບໍ? ເມື່ອມື້ນັ້ນມາເຖິງຢ່າງແທ້ຈິງ, ເຖິງແມ່ນວ່າພວກເຂົາຈະຍອມຮັບວ່າພຣະຄຣິສຄືພຣະເຈົ້າກໍຕາມ, ມັນກໍຈະເປັນມື້ແຫ່ງການລົງໂທດຂອງພວກເຂົາ. ພວກເຂົາຕໍ່ຕ້ານພຣະເຈົ້າ, ຮ້ອງໂວຍວາຍຕໍ່ຕ້ານພຣະອົງ ແລະ ພວກເຂົາເປັນປໍລະປັກຕໍ່ພຣະອົງໃນທຸກດ້ານ, ການກະທຳເຫຼົ່ານີ້ສາມາດຖືກລຶບລ້າງໄປໂດຍການຂີດພຽງຄັ້ງດຽວບໍ? (ບໍ່ໄດ້). ສະນັ້ນ, ຈຶ່ງມີຄຳເວົ້າໜຶ່ງຢູ່ບ່ອນນີ້ທີ່ເປັນຄວາມຈິງ ເຊິ່ງກໍຄື ພຣະເຈົ້າຈະຕອບແທນແຕ່ລະຄົນຕາມການກະທຳຂອງພວກເຂົາ. ຄົນເຫຼົ່ານີ້ບໍ່ພຽງແຕ່ຈະໄດ້ຮັບຜົນກຳເທົ່ານັ້ນ, ແຕ່ພວກເຂົາຍັງຈະບໍ່ມີວັນໄດ້ຍິນພຣະເຈົ້າເວົ້າກັບພວກເຂົາດ້ວຍຕົນເອງອີກດ້ວຍ. ພວກເຂົາຄູ່ຄວນບໍ? ພຣະເຈົ້າປາຖະໜາທີ່ຈະເປັນພະຍານເຖິງພຣະອົງເອງຕໍ່ມະນຸດ, ປາກົດຕົວຕໍ່ມະນຸດ ແລະ ຕໍ່ສິ່ງທີ່ຖືກສ້າງທີ່ແທ້ຈິງ, ເປີດເຜີຍອັດຕະລັກທີ່ແທ້ຈິງຂອງພຣະອົງ ແລະ ເວົ້າ ແລະ ກ່າວພຣະຄຳ. ພຣະອົງບໍ່ໄດ້ປາກົດຕົວຕໍ່ມານຮ້າຍ ຫຼື ເວົ້າ ແລະ ກ່າວພຣະຄຳຕໍ່ພວກມັນ. ສະນັ້ນ, ຜູ້ຕໍ່ຕ້ານພຣະຄຣິສຈະບໍ່ມີໂອກາດໄດ້ເຫັນອັດຕະລັກທີ່ແທ້ຈິງຂອງພຣະເຈົ້າ ຫຼື ໄດ້ຍິນພຣະທຳ ແລະ ພຣະຄຳຂອງພຣະອົງດ້ວຍຫູຂອງພວກເຂົາເອງເລີຍ. ພວກເຂົາຈະບໍ່ມີໂອກາດນີ້ເລີຍ. ແລ້ວພວກເຂົາຈະມີຊ່ວງເວລາທີ່ຍາກລຳບາກໃນອະນາຄົດບໍ? (ມີ). ຍ້ອນຫຍັງ? ຜູ້ຕໍ່ຕ້ານພຣະຄຣິສ ເຊິ່ງເປັນພວກໜ້າດ້ານເຫຼົ່ານີ້ ຕໍ່ຕ້ານພຣະເຈົ້າ ແລະ ຮ້ອງໂວຍວາຍຕໍ່ຕ້ານພຣະອົງໃນທຸກດ້ານ ແລະ ພວກເຂົາລັງກຽດ, ກ່າວໂທດ ແລະ ເຖິງກັບເຍາະເຍີ້ຍທຸກສິ່ງທີ່ພຣະອົງເຮັດ. ສະນັ້ນ, ພຣະເຈົ້າຈະປະຕິບັດຕໍ່ພວກເຂົາແນວໃດ? ພຣະອົງຈະປະຕິບັດຕໍ່ພວກເຂົາຢ່າງມີເມດຕາ ແລະ ໃຫ້ອະໄພພວກເຂົາບໍ? ພຣະອົງຈະອວຍພອນພວກເຂົາບໍ? ພຣະອົງຈະມອບຄຳສັນຍາຂອງພຣະອົງໃຫ້ພວກເຂົາບໍ? ພຣະອົງຈະຊ່ວຍພວກເຂົາໃຫ້ລອດພົ້ນບໍ? ເວົ້າຕາມຄວາມເປັນຈິງແລ້ວ, ຄົນແບບນັ້ນສາມາດໄດ້ຮັບຄວາມຮູ້ແຈ້ງ ແລະ ການນຳພາຂອງພຣະເຈົ້າໄດ້ບໍ? ໃນຊີວິດນີ້, ພວກເຂົາຈະບໍ່ໄດ້ຮັບຄວາມຮູ້ແຈ້ງ ແລະ ການໃຫ້ແສງເຍືອງທາງຂອງພຣະເຈົ້າ ຫຼື ການຕີສອນ ແລະ ການລົງວິໄນຂອງພຣະອົງ ຫຼື ການສະໜອງຂອງພຣະອົງສຳລັບຊີວິດຂອງພວກເຂົາ. ພວກເຂົາຈະບໍ່ໄດ້ຮັບຄວາມລອດພົ້ນ ແລະ ໃນໂລກທີ່ຈະມາເຖິງ, ພວກເຂົາຈະຕ້ອງຈ່າຍລາຄາຢ່າງໜັກສຳລັບການກະທຳທີ່ຊົ່ວຮ້າຍຂອງພວກເຂົາຕະຫຼອດໄປເປັນນິດ. ນີ້ຄືຈຸດຈົບຂອງພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິສຈະມີຈຸດຈົບດຽວກັນກັບໂປໂລ.
2. ວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງຂອງພຣະຄຣິສ
ເມື່ອກີ້ນີ້ ພວກເຮົາໄດ້ໂອ້ລົມ ແລະ ໄຈ້ແຍກການສະແດງອອກທຳອິດຂອງຜູ້ຕໍ່ຕ້ານພຣະຄຣິສທີ່ປະຕິເສດແກ່ນແທ້ຂອງພຣະຄຣິສ ເຊິ່ງກໍຄືວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ຕົ້ນກຳເນີດຂອງພຣະຄຣິສ, ພວກເຂົາມີມຸມມອງ ແລະ ຄວາມເຂົ້າໃຈແນວໃດ ແລະ ພວກເຂົາກະທຳສິ່ງໃດແດ່. ພວກເຮົາໄດ້ໄຈ້ແຍກການສະແດງອອກຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສ ເພື່ອລະບຸແກ່ນແທ້ຂອງຄົນປະເພດນີ້. ສຳລັບອີກດ້ານໜຶ່ງຂອງພຣະຄຣິສ ນັ້ນກໍຄືຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງຂອງພຣະອົງ, ຜູ້ຕໍ່ຕ້ານພຣະຄຣິສມີມຸມມອງແນວໃດ, ພວກເຂົາກະທຳສິ່ງໃດແດ່ ແລະ ພວກເຂົາສະແດງອຸປະນິໄສ ແລະ ແກ່ນແທ້ໃດແດ່ອອກມາ? ຕໍ່ໄປ ພວກເຮົາຈະໄຈ້ແຍກການສະແດງອອກທີສອງຂອງຜູ້ຕໍ່ຕ້ານພຣະຄຣິສທີ່ປະຕິເສດແກ່ນແທ້ຂອງພຣະຄຣິສ ເຊິ່ງກໍຄືວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງຂອງພຣະຄຣິສ. ເມື່ອເວົ້າເຖິງຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງ, ຄົນສ່ວນໃຫຍ່ກໍຄວນມີຄວາມຄິດ ແລະ ຄວາມເຂົ້າໃຈບາງຢ່າງ. ຕົວຢ່າງເຊັ່ນ ການບໍ່ດື່ມນໍ້າ ຫຼື ກິນເຂົ້າເປັນເວລາສາມມື້ ແຕ່ບໍ່ຮູ້ສຶກຫິວເຂົ້າ ຫຼື ຫິວນໍ້າ ແລະ ກັບຮູ້ສຶກວ່າມີຄວາມແຂງແຮງທາງຮ່າງກາຍ ແລະ ມີພະລັງຫຼາຍກວ່າແຕ່ກ່ອນ, ສິ່ງນີ້ສາມາດຖືວ່າເປັນຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງໄດ້ບໍ? ຄົນປົກກະຕິຈະຮູ້ສຶກອິດເມື່ອຍຫຼັງຈາກຍ່າງໄດ້ສີ່ ຫຼື ຫ້າກິໂລແມັດ; ຖ້າພຣະຄຣິສບໍ່ຮູ້ສຶກອິດເມື່ອຍແມ່ນແຕ່ຫຼັງຈາກຍ່າງໄດ້ 40 ກິໂລແມັດ ແລະ ຕີນຂອງພຣະອົງກໍບໍ່ເຈັບ ແລະ ພຣະອົງຍັງເບົາກວ່າອາກາດ ພ້ອມທັງຮູ້ສຶກມີພະລັງງານຫຼາຍຂຶ້ນ, ສິ່ງນີ້ສາມາດຖືໄດ້ວ່າເປັນຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງໄດ້ບໍ? ຖ້າພຣະຄຣິສບໍ່ເປັນຫວັດເມື່ອສຳຜັດກັບຄວາມໜາວເຢັນ ແລະ ບໍ່ເຄີຍເຈັບປ່ວຍພາຍໃຕ້ສະຖານະການໃດກໍຕາມ, ຖ້າຕາຂອງພຣະອົງສາມາດເປັ່ງແສງທີ່ແຮງກ້າກວ່າແສງສະຫວ່າງຈ້າໃດໆທີ່ຕາສຳຜັດຫຼາຍສິບເທົ່າ ແລະ ຕາຂອງພຣະອົງບໍ່ຮູ້ສຶກອິດເມື່ອຍ ຫຼື ກາຍເປັນຄົນສາຍຕາສັ້ນ ບໍ່ວ່າພຣະອົງຈະເບິ່ງຄອມພິວເຕີເປັນເວລາດົນປານໃດກໍຕາມ, ຖ້າພຣະອົງບໍ່ຮູ້ສຶກວ່າແສງຕາເວັນແຍງຕາ ບໍ່ວ່າພຣະອົງຈະແນມເບິ່ງມັນດົນປານໃດກໍຕາມ ແລະ ບໍ່ຈຳເປັນຕ້ອງໃຊ້ໄຟສາຍເມື່ອຍ່າງໃນຕອນກາງຄືນ ເຖິງແມ່ນວ່າຄົນອື່ນຈະຕ້ອງໃຊ້ກໍຕາມ ແລະ ຕາຂອງພຣະອົງຍິ່ງເດິກກໍຍິ່ງແຈ້ງ, ສິ່ງເຫຼົ່ານີ້ຖືວ່າເປັນຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງບໍ? ສິ່ງເຫຼົ່ານີ້ລ້ວນແຕ່ບໍ່ແມ່ນເລີຍ, ນີ້ຄືຄວາມຮູ້ທົ່ວໄປທີ່ຜູ້ຄົນມັກຈະພົບພໍ້. ຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງໝາຍເຖິງການຮູ້ສຶກຫິວນໍ້າຫຼັງຈາກທີ່ບໍ່ໄດ້ດື່ມນໍ້າເປັນເວລາດົນ, ການຮູ້ສຶກອິດເມື່ອຍຫຼັງຈາກທີ່ເວົ້າຫຼາຍ, ການຮູ້ສຶກເຈັບຕີນຫຼັງຈາກທີ່ຍ່າງຫຼາຍ ແລະ ການຮູ້ສຶກເສົ້າໃຈ ແລະ ຮ້ອງໄຫ້ເມື່ອໄດ້ຍິນຂ່າວທີ່ເສົ້າສະຫຼົດໃຈ ແລະ ເຮັດໃຫ້ປວດໃຈ, ນີ້ຄືຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງ. ສະນັ້ນ, ຄຳນິຍາມທີ່ຊັດເຈນຂອງຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງແມ່ນຫຍັງແທ້? ສິ່ງທີ່ສອດຄ່ອງກັບຄວາມຕ້ອງການ ແລະ ສັນຊາດຕະຍານທີ່ປົກກະຕິຂອງເນື້ອໜັງ ແລະ ບໍ່ເກີນຂອບເຂດນີ້ ຄືຄຳນິຍາມຂອງຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງ. ສິ່ງທີ່ສອດຄ່ອງກັບຄວາມສາມາດ ແລະ ຂອບເຂດຂອງຄວາມເປັນມະນຸດທີ່ປົກກະຕິ, ຄວາມມີເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ ແລະ ອາລົມຂອງຄວາມເປັນມະນຸດທີ່ປົກກະຕິ ເຊັ່ນ: ຄວາມສຸກ, ຄວາມໂກດຮ້າຍ, ຄວາມໂສກເສົ້າ ແລະ ຄວາມຍິນດີ ແມ່ນຕົກຢູ່ໃນຂອບເຂດຂອງຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງ. ພຣະຄຣິສຄືເນື້ອໜັງທີ່ພຣະເຈົ້າສວມໃສ່ເທິງແຜ່ນດິນໂລກ; ພຣະອົງກໍຄືກັນກັບຄົນປົກກະຕິທົ່ວໄປ ທີ່ມີການເວົ້າ ແລະ ພຶດຕິກຳທີ່ປົກກະຕິ, ມີກິດຈະວັດປະຈຳວັນ ແລະ ຕາຕະລາງຊີວິດທີ່ປົກກະຕິ. ຖ້າພຣະອົງບໍ່ໄດ້ນອນເປັນເວລາສາມມື້ສາມຄືນ, ພຣະອົງກໍຈະຮູ້ສຶກງ່ວງນອນ ແລະ ຢາກນອນແມ່ນແຕ່ໃນຂະນະທີ່ຢືນຢູ່. ຖ້າພຣະອົງບໍ່ໄດ້ກິນເຂົ້າໝົດມື້, ພຣະອົງກໍຈະຮູ້ສຶກຫິວ ແລະ ຖ້າພຣະອົງຍ່າງເປັນເວລາດົນ, ພຣະອົງກໍຈະອິດເມື່ອຍ ແລະ ຢາກຟ້າວພັກຜ່ອນໄວໆ. ຕົວຢ່າງເຊັ່ນ: ເຮົາກໍຮູ້ສຶກອິດເມື່ອຍຫຼັງຈາກທີ່ເຕົ້າໂຮມ ແລະ ໂອ້ລົມກັບພວກເຈົ້າເປັນເວລາສາມ ຫຼື ສີ່ຊົ່ວໂມງ ແລະ ເຮົາກໍຈຳເປັນຕ້ອງພັກຜ່ອນເຊັ່ນກັນ. ນີ້ຄືຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງຂອງເນື້ອໜັງ, ມັນສອດຄ່ອງກັບຄຸນລັກສະນະຂອງເນື້ອໜັງ ແລະ ການສະແດງອອກ ແລະ ສັນຊາດຕະຍານຕ່າງໆຂອງຄວາມເປັນມະນຸດທີ່ປົກກະຕິຢ່າງສົມບູນ, ມັນບໍ່ເໜືອທຳມະຊາດເລີຍແມ່ນແຕ່ໜ້ອຍດຽວ. ສະນັ້ນ, ເນື້ອໜັງດັ່ງກ່າວຈຶ່ງມີການສະແດງອອກ ແລະ ການເປີດເຜີຍຫຼາຍຢ່າງຂອງຄວາມເປັນມະນຸດ ແລະ ຮູບແບບການດຳລົງຊີວິດພາຍນອກ ແລະ ກິດຈະວັດປະຈຳວັນຂອງຄວາມເປັນມະນຸດຂອງເນື້ອໜັງນີ້ກໍບໍ່ແຕກຕ່າງຈາກສິ່ງທີ່ຄົນທຳມະດາ, ປົກກະຕິທຸກຄົນສະແດງອອກ ແລະ ເປີດເຜີຍ, ພວກມັນຄືກັນທຸກປະການ. ພຣະເຈົ້າສ້າງມະນຸດຊາດ ແລະ ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າກໍມີຄຸນລັກສະນະ ແລະ ສັນຊາດຕະຍານການດຳລົງຊີວິດທີ່ປົກກະຕິ, ສຳພັນກັບຊີວິດຈິງຄືກັນກັບມະນຸດຊາດ, ພຣະອົງບໍ່ເໜືອທຳມະຊາດເລີຍ. ມະນຸດບໍ່ສາມາດຍ່າງທະລຸກຳແພງ ຫຼື ປະຕູທີ່ປິດຢູ່ໄດ້ ແລະ ພຣະເຈົ້າທີ່ບັງເກີດເປັນມະນຸດກໍເຊັ່ນດຽວກັນ. ບາງຄົນເວົ້າວ່າ “ເຈົ້າບໍ່ແມ່ນພຣະເຈົ້າທີ່ບັງເກີດເປັນມະນຸດບໍ? ເຈົ້າບໍ່ແມ່ນພຣະຄຣິສບໍ? ເຈົ້າບໍ່ມີແກ່ນແທ້ຂອງພຣະເຈົ້າບໍ? ເຈົ້າສາມາດຖືກກັກຂັງດ້ວຍປະຕູທີ່ລັອກໄວ້ໄດ້ແທ້ໆບໍ? ເຈົ້າຄວນຈະສາມາດຍ່າງທະລຸປະຕູທີ່ປິດຢູ່ໄດ້. ຜູ້ຄົນຮູ້ສຶກອິດເມື່ອຍຫຼັງຈາກຍ່າງໄດ້ຫ້າກິໂລແມັດ, ແຕ່ເຈົ້າບໍ່ຄວນຮູ້ສຶກອິດເມື່ອຍແມ່ນແຕ່ຫຼັງຈາກຍ່າງໄດ້ 40 ກິໂລແມັດ; ຜູ້ຄົນກິນເຂົ້າສາມຄາບຕໍ່ມື້, ແຕ່ເຈົ້າຄວນຈະສາມາດອົດເຂົ້າໄດ້ເປັນເວລາ 30 ມື້, ກິນພຽງຄາບດຽວເມື່ອເຈົ້າຮູ້ສຶກຢາກກິນ ແລະ ບໍ່ກິນເມື່ອເຈົ້າບໍ່ຢາກກິນ ແລະ ຍັງສາມາດເທດສະໜາໃນການເຕົ້າໂຮມ ແລະ ດຳລົງຊີວິດຢ່າງມີຊີວິດຊີວາຫຼາຍກວ່າຄົນອື່ນໄດ້. ການເຈັບປ່ວຍເປັນສ່ວນໜຶ່ງຂອງຊີວິດມະນຸດ, ແຕ່ເຈົ້າບໍ່ຄວນເປັນ. ເພາະວ່າເຈົ້າເປັນພຣະຄຣິສ, ເຈົ້າຄວນຈະມີດ້ານໜຶ່ງຂອງເຈົ້າທີ່ແຕກຕ່າງຈາກຄົນທຳມະດາ, ມີພຽງແຕ່ຕອນນັ້ນເທົ່ານັ້ນທີ່ເຈົ້າຈະສົມຄວນຖືກເອີ້ນວ່າເປັນພຣະຄຣິສ, ມີພຽງສິ່ງນີ້ເທົ່ານັ້ນທີ່ຈະພິສູດໄດ້ວ່າເຈົ້າມີແກ່ນແທ້ຂອງພຣະເຈົ້າ”. ສິ່ງນີ້ຖືກຕ້ອງບໍ? (ບໍ່). ມັນບໍ່ຖືກຕ້ອງແນວໃດ? ສິ່ງເຫຼົ່ານີ້ຄືຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງມະນຸດ, ບໍ່ແມ່ນຄວາມຈິງ.
ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າແມ່ນປົກກະຕິ ແລະ ສຳພັນກັບຊີວິດຈິງ, ກິດຈະກຳທັງໝົດທີ່ດຳເນີນໂດຍຄວາມເປັນມະນຸດທີ່ປົກກະຕິຂອງພຣະອົງ ແລະ ຊີວິດປະຈຳວັນ, ການເວົ້າ ແລະ ພຶດຕິກຳຂອງພຣະອົງ ລ້ວນແລ້ວແຕ່ເປັນຄວາມເປັນຈິງຂອງສິ່ງທີ່ເປັນບວກ. ຕັ້ງແຕ່ຕອນເລີ່ມຕົ້ນເມື່ອພຣະເຈົ້າຊົງສ້າງມະນຸດຂຶ້ນມາ, ພຣະອົງໄດ້ມອບສັນຊາດຕະຍານທີ່ປົກກະຕິ, ສຳພັນກັບຊີວິດຈິງເຫຼົ່ານີ້ໃຫ້ກັບພວກເຂົາ. ສະນັ້ນ, ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າກໍຈະບໍ່ມີທາງຝ່າຝືນກົດເກນເຫຼົ່ານີ້ເຊັ່ນດຽວກັນ. ນີ້ຄືເຫດຜົນ ແລະ ພື້ນຖານທີ່ວ່າເປັນຫຍັງຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງຂອງພຣະຄຣິສຈຶ່ງເປັນສິ່ງທີ່ເປັນບວກ. ພຣະເຈົ້າສ້າງມະນຸດຊາດ ແລະ ເຮັດໃຫ້ການສະແດງອອກ ແລະ ສັນຊາດຕະຍານທັງໝົດຂອງພວກເຂົາເປັນໄປຕາມຄວາມປາຖະໜາຂອງພຣະອົງຢ່າງແທ້ຈິງ. ພຣະເຈົ້າໄດ້ມອບສັນຊາດຕະຍານເຫຼົ່ານີ້ໃຫ້ກັບມະນຸດ ແລະ ສິ່ງເຫຼົ່ານີ້ຄືກົດເກນໃນຊີວິດປະຈຳວັນຂອງມະນຸດ, ພຣະເຈົ້າຈະເຮັດໃຫ້ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງຝ່າຝືນກົດເກນແຫ່ງຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງເຫຼົ່ານີ້ບໍ? ເຫັນໄດ້ຊັດເຈນວ່າ ພຣະເຈົ້າຈະບໍ່ເຮັດ. ພຣະເຈົ້າໄດ້ສ້າງມະນຸດຊາດຂຶ້ນມາ ແລະ ແກ່ນແທ້ຂອງເນື້ອໜັງທີ່ບັງເກີດເປັນມະນຸດກໍແມ່ນພຣະເຈົ້າເຊັ່ນກັນ, ພວກພຣະອົງມາຈາກແຫຼ່ງກຳເນີດດຽວກັນ, ສະນັ້ນ ຫຼັກການ ແລະ ຈຸດປະສົງໃນການກະທຳຂອງພວກພຣະອົງຈຶ່ງຄືກັນ. ຍ້ອນການສະແດງອອກເຖິງຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງຂອງພຣະຄຣິສ, ໂດຍທຳມະຊາດແລ້ວ ພຣະອົງຈຶ່ງປາກົດວ່າເປັນຄົນທີ່ທຳມະດາຢ່າງຍິ່ງໃນສາຍຕາຂອງຝູງຊົນ. ໃນຫຼາຍໆສິ່ງ, ພຣະອົງບໍ່ມີພະລັງໃນການຮູ້ລ່ວງໜ້າ ແລະ ການເບິ່ງເຫັນລ່ວງໜ້າຄືກັບທີ່ຜູ້ຄົນຈິນຕະນາການວ່າພຣະອົງມີ ແລະ ພຣະອົງບໍ່ສາມາດເຮັດໃຫ້ສິ່ງຕ່າງໆຫາຍໄປ ຫຼື ປາກົດຂຶ້ນມາໄດ້ ຄືກັບທີ່ຜູ້ຄົນຈິນຕະນາການ ແລະ ພຣະອົງຍິ່ງບໍ່ສາມາດທີ່ ຈະເໜືອກວ່າຄົນທຳມະດາ, ເກີນຄວາມສາມາດ ແລະ ສັນຊາດຕະຍານຂອງເນື້ອໜັງ ຫຼື ເໜືອກວ່າຄວາມຄິດທີ່ປົກກະຕິຂອງມະນຸດ ເພື່ອເຮັດບາງສິ່ງທີ່ບໍ່ມີໃຜສາມາດເຮັດໄດ້ ຄືກັບທີ່ຜູ້ຄົນຈິນຕະນາການ. ກົງກັນຂ້າມກັບຈິນຕະນາການເຫຼົ່ານີ້, ດ້ວຍຕາເປົ່າຂອງມະນຸດ, ຄົນທຳມະດາຜູ້ນີ້ບໍ່ໄດ້ເປີດເຜີຍ ຫຼື ສະແດງໃຫ້ເຫັນເຖິງກິ່ນອາຍຂອງພຣະເຈົ້າເລີຍແມ່ນແຕ່ໜ້ອຍດຽວ ນັບຕັ້ງແຕ່ຕອນເລີ່ມຕົ້ນວຽກງານຂອງພຣະອົງຈົນເຖິງປັດຈຸບັນ. ດ້ວຍຕາເປົ່າຂອງມະນຸດ, ນອກເໜືອຈາກການເວົ້າ ແລະ ວຽກງານຂອງພຣະອົງແລ້ວ, ກໍບໍ່ສາມາດສັງເກດເຫັນກິ່ນອາຍຂອງພຣະເຈົ້າ ຫຼື ການເປີດເຜີຍເຖິງອັດຕະລັກ ແລະ ແກ່ນແທ້ຂອງພຣະເຈົ້າໃນກິດຈະກຳຂອງຄວາມເປັນມະນຸດທີ່ປົກກະຕິໃດໆຂອງພຣະອົງເລີຍ. ບໍ່ວ່າຜູ້ຄົນຈະເບິ່ງພຣະອົງແນວໃດກໍຕາມ, ພຣະອົງກໍປາກົດວ່າເປັນຄືກັບຄົນທຳມະດາສຳລັບພວກເຂົາຢູ່ສະເໝີ. ຍ້ອນຫຍັງ? ເຫດຜົນມີພຽງຢ່າງດຽວຄື: ສິ່ງທີ່ມະນຸດເຫັນນັ້ນຖືກຕ້ອງແລ້ວ, ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້ານັ້ນເປັນຄົນທີ່ປົກກະຕິ ແລະ ສຳພັນກັບຊີວິດຈິງ, ເປັນເນື້ອໜັງທີ່ປົກກະຕິ ແລະ ສຳພັນກັບຊີວິດຈິງຢ່າງແທ້ຈິງ. ເນື້ອໜັງທີ່ເບິ່ງຄືວ່າປົກກະຕິ ແລະ ສຳພັນກັບຊີວິດຈິງຢູ່ພາຍນອກດັ່ງກ່າວ ໄດ້ປະສົບກັບການຂົ່ມເຫັງ ແລະ ການໄລ່ລ່າຂອງພະຍານາກໃຫຍ່ສີແດງຄືກັນກັບຄົນອື່ນໆ, ໂດຍບໍ່ມີບ່ອນໃຫ້ພຣະອົງໄດ້ພັກພິງ ຫຼື ບໍ່ມີບ່ອນໃຫ້ພັກຜ່ອນເລີຍ. ໃນເລື່ອງນີ້, ພຣະອົງບໍ່ໄດ້ແຕກຕ່າງຫຍັງຈາກມະນຸດຄົນອື່ນໆ ແລະ ພຣະອົງກໍບໍ່ມີຂໍ້ຍົກເວັ້ນ. ໃນຂະນະທີ່ປະສົບກັບການຂົ່ມເຫັງດັ່ງກ່າວ, ພຣະອົງກໍລົບລີ້ໄປທົ່ວ, ພຣະອົງບໍ່ສາມາດເຮັດໃຫ້ຕົນເອງລ່ອງຫົນ ຫຼື ຫຼົບໜີລົງໃຕ້ດິນໄດ້, ພຣະອົງບໍ່ມີພະລັງເໜືອທຳມະຊາດທີ່ຈະຫຼົບຫຼີກອັນຕະລາຍເຫຼົ່ານີ້ໄດ້. ສິ່ງດຽວທີ່ພຣະອົງສາມາດເຮັດໄດ້ກໍຄືການໄດ້ຮັບຂໍ້ມູນກ່ຽວກັບພວກມັນລ່ວງໜ້າ ແລ້ວກໍຟ້າວຫຼົບໜີ. ເມື່ອຜະເຊີນກັບສະຖານະການທີ່ເປັນອັນຕະລາຍ, ຜູ້ຄົນກໍຮູ້ສຶກປະມ່າ ແລະ ຢ້ານກົວ, ພວກເຈົ້າຄິດວ່າພຣະຄຣິສຮູ້ສຶກຢ້ານກົວບໍ? ພວກເຈົ້າຄິດວ່າພຣະອົງຮູ້ສຶກປະມ່າບໍ? (ແມ່ນແລ້ວ). ພວກເຈົ້າເວົ້າຖືກແລ້ວ, ພວກເຈົ້າຮູ້ໄດ້ແນວໃດ? (ຄົນປົກກະຕິທຸກຄົນກໍຈະຮູ້ສຶກປະມ່າໃນສະຖານະການແບບນັ້ນ). ຖືກຕ້ອງແລ້ວ. ພວກເຈົ້າເວົ້າໄດ້ດີຫຼາຍ. ພວກເຈົ້າເຂົ້າໃຈຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງຢ່າງແທ້ຈິງ, ພວກເຈົ້າເຂົ້າໃຈສິ່ງນີ້ໄດ້ຢ່າງສົມບູນແລ້ວ. ພຣະຄຣິສກໍຈະຮູ້ສຶກປະມ່າ ແລະ ຢ້ານກົວໃນສະຖານະການເຫຼົ່ານີ້ເຊັ່ນກັນ, ແຕ່ພຣະອົງຈະສະແດງຄວາມຂີ້ຂາດອອກມາບໍ? ພຣະອົງຈະຮູ້ສຶກຢ້ານກົວພັກລັດທີ່ປົກຄອງຢູ່ບໍ? ພຣະອົງຈະປະນີປະນອມກັບມັນບໍ? ບໍ່. ພຣະອົງພຽງແຕ່ຈະຮູ້ສຶກປະມ່າ ແລະ ຢ້ານກົວ ແລະ ຢາກຟ້າວໜີອອກຈາກຮັງມານຮ້າຍນີ້ໄວໆ. ທັງໝົດນີ້ຄືການສະແດງອອກເຖິງຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງຂອງພຣະຄຣິສ. ແນ່ນອນວ່າ ຍັງມີການສະແດງອອກເຖິງຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງຂອງພຣະຄຣິສອີກຫຼາຍຢ່າງ ເຊັ່ນ: ບາງຄັ້ງກໍເປັນຄົນຂີ້ລືມ, ລືມຊື່ຂອງຜູ້ຄົນຫຼັງຈາກທີ່ບໍ່ໄດ້ພົບພວກເຂົາເປັນເວລາດົນ ແລະ ອື່ນໆ. ຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງເປັນພຽງຄຸນລັກສະນະ, ສັນຊາດຕະຍານ, ສັນຍະລັກ ແລະ ເຄື່ອງໝາຍຂອງຄົນທຳມະດາ, ຄົນປົກກະຕິ. ກໍຍ້ອນວ່າພຣະຄຣິສມີຄວາມເປັນມະນຸດທີ່ປົກກະຕິ ແລະ ສຳພັນກັບຊີວິດຈິງ, ມີສັນຊາດຕະຍານໃນການເອົາຕົວລອດ ແລະ ມີຄຸນລັກສະນະທຸກຢ່າງຂອງເນື້ອໜັງນັ້ນເອງ ພຣະອົງຈຶ່ງສາມາດເວົ້າ ແລະ ເຮັດວຽກງານໄດ້ຢ່າງປົກກະຕິ, ມີປະຕິສຳພັນກັບຜູ້ຄົນໄດ້ຢ່າງປົກກະຕິ, ນຳພາຜູ້ຄົນໃນວິທີທີ່ປົກກະຕິ ແລະ ສຳພັນກັບຊີວິດຈິງ ພ້ອມທັງຊີ້ນຳ ແລະ ຊ່ວຍເຫຼືອຜູ້ຄົນໃນການປະຕິບັດວຽກງານໃນໜ້າທີ່ຂອງພວກເຂົາໃນລັກສະນະທີ່ປົກກະຕິ ແລະ ສຳພັນກັບຊີວິດຈິງ. ກໍຍ້ອນຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງຂອງພຣະຄຣິສນັ້ນເອງ ທີ່ມະນຸດທີ່ຖືກສ້າງທຸກຄົນຈຶ່ງຮູ້ສຶກເຖິງຄວາມສຳພັນກັບຊີວິດຈິງໃນວຽກງານຂອງພຣະເຈົ້າຫຼາຍຂຶ້ນ, ໄດ້ຮັບຜົນປະໂຫຍດຈາກວຽກງານນີ້ ແລະ ໄດ້ຮັບສິ່ງທີ່ເປັນຮູບປະທຳ ແລະ ເປັນປະໂຫຍດຈາກມັນຫຼາຍຂຶ້ນ. ຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງຂອງພຣະຄຣິສຄືເຄື່ອງໝາຍຂອງຄວາມເປັນມະນຸດທີ່ປົກກະຕິ, ສິ່ງເຫຼົ່ານີ້ຈຳເປັນສຳລັບເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງເພື່ອເຂົ້າຮ່ວມໃນວຽກງານ, ກິດຈະກຳ ແລະ ຊີວິດມະນຸດທີ່ປົກກະຕິທັງໝົດ ແລະ ຍິ່ງໄປກວ່ານັ້ນ ສິ່ງເຫຼົ່ານີ້ຄືສິ່ງທີ່ທຸກຄົນທີ່ຕິດຕາມພຣະເຈົ້າຕ້ອງການ. ເຖິງຢ່າງໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ເຂົ້າໃຈຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງຂອງພຣະຄຣິສໃນວິທີນີ້. ຜູ້ຕໍ່ຕ້ານພຣະຄຣິສເຊື່ອວ່າພຣະຄຣິສເປັນພຽງຄົນທຳມະດາ ເພາະວ່າພຣະອົງປົກກະຕິ ແລະ ສຳພັນກັບຊີວິດຈິງ ແລະ ຄ້າຍຄືກັບມະນຸດຫຼາຍເກີນໄປ, ເຊິ່ງໝາຍຄວາມວ່າພຣະອົງບໍ່ສົມຄວນຖືກເອີ້ນວ່າບຸດຂອງພຣະເຈົ້າ, ເປັນຮູບກາຍຂອງພຣະເຈົ້າໃນທ່າມກາງມະນຸດ ຫຼື ເປັນພຣະຄຣິສ ເພາະວ່າພຣະອົງປົກກະຕິ ແລະ ສຳພັນກັບຊີວິດຈິງເກີນໄປ, ສຳພັນກັບຊີວິດຈິງຈົນເຖິງຈຸດທີ່ຜູ້ຄົນບໍ່ສາມາດເຫັນກິ່ນອາຍ ຫຼື ແກ່ນແທ້ຂອງພຣະເຈົ້າໃນຕົວພຣະອົງເລີຍ. ຜູ້ຕໍ່ຕ້ານພຣະຄຣິສເວົ້າວ່າ: “ພຣະເຈົ້າແບບນີ້ສາມາດຊ່ວຍຜູ້ຄົນໃຫ້ລອດພົ້ນໄດ້ບໍ? ພຣະເຈົ້າແບບນີ້ສົມຄວນຖືກເອີ້ນວ່າພຣະຄຣິສບໍ? ພຣະເຈົ້າອົງນີ້ບໍ່ຄືກັບພຣະເຈົ້າຫຼາຍເກີນໄປແລ້ວ! ລາວຂາດອົງປະກອບຫຼາຍຢ່າງໃນຄວາມຄິດຫຼົງຜິດຂອງມະນຸດກ່ຽວກັບພຣະເຈົ້າ: ທີໜຶ່ງ, ການເໜືອທຳມະຊາດ, ພິເສດ ແລະ ເລິກລັບ, ທີສອງ, ການມີພະລັງວິເສດ ແລະ ຄວາມສາມາດໃນການສະແດງລິດອຳນາດອັນຍິ່ງໃຫຍ່, ທີສາມ, ຮູບລັກສະນະທີ່ຄ້າຍຄືກັບພຣະເຈົ້າ, ມີອັດຕະລັກ, ກຽດສັກສີ ແລະ ແກ່ນແທ້ຂອງພຣະເຈົ້າ ແລະ ອື່ນໆ. ຖ້າບໍ່ສາມາດເຫັນອົງປະກອບເຫຼົ່ານີ້ໃນຕົວລາວເລີຍ, ລາວຈະເປັນພຣະເຈົ້າໄດ້ແນວໃດ? ການທີ່ລາວເວົ້າຄຳເວົ້າສອງສາມຄຳນັ້ນ ແລະ ເຮັດວຽກງານເລັກນ້ອຍນັ້ນໝາຍຄວາມວ່າລາວເປັນພຣະເຈົ້າບໍ? ຖ້າເປັນແນວນັ້ນ, ການກາຍເປັນພຣະເຈົ້າກໍງ່າຍເກີນໄປແລ້ວ, ບໍ່ແມ່ນບໍ? ເນື້ອໜັງທີ່ທຳມະດາ, ປົກກະຕິຈະເປັນພຣະເຈົ້າໄດ້ແນວໃດ?” ນີ້ຄືສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສບໍ່ມີທາງຍອມຮັບໄດ້ເລີຍ.
ໃນຂະນະທີ່ປະສົບກັບການຂົ່ມເຫັງຂອງພະຍານາກໃຫຍ່ສີແດງໃນຈີນແຜ່ນດິນໃຫຍ່, ເຮົາພ້ອມກັບອ້າຍເອື້ອຍນ້ອງຈຳນວນໜຶ່ງມັກຈະຕ້ອງລົບລີ້ໄປທົ່ວ, ໂດຍປາສະຈາກເສລີພາບສ່ວນຕົວໃດໆ. ບາງຄັ້ງ, ເມື່ອໄດ້ຍິນຂ່າວກ່ຽວກັບອັນຕະລາຍ, ພວກເຮົາກໍຕ້ອງຟ້າວແລ່ນໜີ. ພາຍໃຕ້ສະຖານະການເຫຼົ່ານີ້, ບໍ່ມີໃຜທີ່ຢູ່ກັບເຮົາອ່ອນແອເລີຍ. ເຫດຜົນສຳລັບສິ່ງນີ້ແມ່ນຫຍັງ? ພວກເຂົາໂງ່ຈ້າບໍ? ພວກເຂົາຫົວມັກງ່າຍບໍ? ບໍ່, ມັນເປັນເພາະວ່າພວກເຂົາໄດ້ຮັບຮູ້ເຖິງແກ່ນແທ້ຂອງພຣະເຈົ້າທີ່ບັງເກີດເປັນມະນຸດຢ່າງໜັກແໜ້ນແລ້ວ. ພວກເຂົາບໍ່ພຽງແຕ່ບໍ່ມີຄວາມຄິດຫຼົງຜິດ ຫຼື ການກ່າວໂທດໃດໆກ່ຽວກັບຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງຂອງພຣະຄຣິສເທົ່ານັ້ນ ແຕ່ຍັງສະແດງຄວາມເຫັນອົກເຫັນໃຈ ແລະ ຄວາມເຂົ້າໃຈຕໍ່ຄຸນລັກສະນະເຫຼົ່ານີ້ ພ້ອມທັງເຂົ້າໃຈສິ່ງເຫຼົ່ານີ້ໃນວິທີທີ່ຖືກຕ້ອງອີກດ້ວຍ. ບໍ່ວ່າພຣະຄຣິສຈະທົນທຸກກັບຄວາມທຸກລຳບາກໃດກໍຕາມ, ພວກເຂົາກໍທົນທຸກໄປພ້ອມກັບພຣະອົງ ແລະ ບໍ່ວ່າພຣະຄຣິສຈະປະສົບກັບການຂົ່ມເຫັງ ແລະ ການໄລ່ລ່າໃດກໍຕາມ, ພວກເຂົາກໍຍັງຕິດຕາມພຣະອົງໂດຍບໍ່ມີການຈົ່ມວ່າ, ບໍ່ເຄີຍອ່ອນແອຍ້ອນສະຖານະການເຫຼົ່ານີ້ເລີຍ. ມີພຽງແຕ່ຕອນທີ່ເຮົາໄປບາງສະຖານທີ່ເທົ່ານັ້ນ ທີ່ມີບາງຄົນເຊິ່ງຮູ້ວ່າເຮົາໄດ້ຟ້າວໜີເພື່ອຫຼີກລ່ຽງສະພາບແວດລ້ອມທີ່ເປັນອັນຕະລາຍ ແລະ ອາດຈະບໍ່ມີບ່ອນອື່ນໃຫ້ເຮົາພັກເຊົາ, ເຮົາອາດຈະບໍ່ສາມາດຊອກຫາບ່ອນອື່ນເພື່ອພັກຜ່ອນໄດ້, ພວກເຂົາກໍຄິດໃນໃຈວ່າ: “ຫຶ! ເຈົ້າອ້າງວ່າເປັນພຣະຄຣິສ, ເປັນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ, ແຕ່ເບິ່ງສະພາບທີ່ໜ້າສົມເພດທີ່ເຈົ້າກຳລັງເປັນຢູ່ດູ. ເຈົ້າເໝາະສົມທີ່ຈະເປັນພຣະຄຣິສໄດ້ແນວໃດ? ເຈົ້າເບິ່ງຄືກັບພຣະເຈົ້າໃນທາງໃດແດ່? ເຈົ້າຄິດວ່າເຈົ້າສາມາດຊ່ວຍຄົນອື່ນໃຫ້ລອດພົ້ນໄດ້ບໍ? ເຈົ້າຄວນຟ້າວຊ່ວຍຕົວເຈົ້າເອງໃຫ້ລອດພົ້ນກ່ອນ! ຕິດຕາມເຈົ້າແລ້ວຈະໄດ້ຮັບພອນບໍ? ເບິ່ງຄືວ່າເປັນໄປບໍ່ໄດ້ເລີຍ! ຖ້າຄຳເວົ້າຂອງເຈົ້າສາມາດຊ່ວຍຄົນອື່ນໃຫ້ລອດພົ້ນໄດ້, ແລ້ວເປັນຫຍັງຈຶ່ງບໍ່ສາມາດຊ່ວຍເຈົ້າໃຫ້ລອດພົ້ນໄດ້? ເບິ່ງເຈົ້າຕອນນີ້ດູ, ເຈົ້າບໍ່ມີແມ່ນແຕ່ບ່ອນທີ່ຈະພັກພິງ, ແລ້ວເຈົ້າຍັງຕ້ອງມາຂໍຄວາມຊ່ວຍເຫຼືອຈາກພວກມະນຸດຄືພວກເຮົາ, ຈາກຄົນທີ່ມີອຳນາດ. ຖ້າເຈົ້າເປັນພຣະເຈົ້າ, ເຈົ້າກໍບໍ່ຄວນໜ້າສົມເພຊແບບນີ້. ຖ້າເຈົ້າເປັນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ, ເຈົ້າກໍບໍ່ຄວນເປັນຄົນບໍ່ມີບ້ານຢູ່ອາໄສ!” ສະນັ້ນ, ຄົນປະເພດນີ້ຈຶ່ງບໍ່ມີທາງເຂົ້າໃຈເລື່ອງນີ້ໄດ້ເລີຍ. ຖ້າມື້ໜຶ່ງພວກເຂົາເຫັນຂ່າວປະເສີດຂອງອານາຈັກຖືກເຜີຍແຜ່ໄປຕ່າງປະເທດ, ໂດຍມີຜູ້ຄົນຈຳນວນຫຼາຍໃນປະເທດຕ່າງໆຍອມຮັບມັນ ແລະ ພວກເຂົາເຫັນວ່າພະຍານາກໃຫຍ່ສີແດງໄດ້ລົ້ມສະຫຼາຍແລ້ວ, ຜູ້ຕິດຕາມພຣະເຈົ້າກຳລັງຍ່າງເຊີດໜ້າຊູຕາ ແລະ ບໍ່ຖືກຂົ່ມເຫັງອີກຕໍ່ໄປ ແລະ ພວກເຂົາກຳລັງປົກຄອງ ແລະ ກຳອຳນາດໂດຍບໍ່ມີໃຜກ້າລັງແກພວກເຂົາ, ພວກເຂົາກໍຈະປ່ຽນແປງທັດສະນະຄະຕິປົກກະຕິຂອງພວກເຂົາຢ່າງສິ້ນເຊີງແນ່ນອນ ແລະ ຈະບໍ່ມີຄວາມຄິດຫຼົງຜິດກ່ຽວກັບການທີ່ພຣະເຈົ້າປົກຄອງໃນເນື້ອໜັງອີກຕໍ່ໄປ. ເປັນຫຍັງຈຶ່ງມີການປ່ຽນແປງຢ່າງກະທັນຫັນແບບນີ້? ບຸກຄົນເຫຼົ່ານີ້ເພິ່ງພາພຽງແຕ່ສິ່ງທີ່ພວກເຂົາເຫັນດ້ວຍຕາຂອງພວກເຂົາ, ພວກເຂົາບໍ່ເຊື່ອວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ, ບໍ່ເຊື່ອວ່າພຣະອົງຊົງລິດທານຸພາບສູງສຸດ ຫຼື ທຸກສິ່ງທີ່ພຣະອົງກ່າວຈະເກີດຂຶ້ນຈິງ. ຄົນແບບນີ້ເຊື່ອໃນພຣະເຈົ້າບໍ? ພວກເຂົາເຊື່ອໃນຫຍັງ? (ອຳນາດ). ພຣະຄຣິສມີອຳນາດບໍ? ໃນທ່າມກາງມະນຸດຊາດທີ່ເສື່ອມຊາມ, ພຣະຄຣິສບໍ່ມີອຳນາດ. ບາງຄົນເວົ້າວ່າ “ພຣະເຈົ້າບໍ່ມີສິດອຳນາດບໍ? ຖ້າແກ່ນແທ້ຂອງພຣະຄຣິສຄືພຣະເຈົ້າ, ແລ້ວເປັນຫຍັງລາວຈຶ່ງບໍ່ມີສິດອຳນາດຂອງພຣະ? ສິດອຳນາດຍິ່ງໃຫຍ່ກວ່າອຳນາດຫຼາຍ, ສະນັ້ນ ລາວກໍຄວນມີອຳນາດຄືກັນບໍ່ແມ່ນບໍ?” ຈຸດປະສົງໃນວຽກງານຂອງພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນຫຍັງ? ຄວາມຮັບຜິດຊອບຂອງພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນຫຍັງ? ມັນແມ່ນການໂອ້ອວດອຳນາດບໍ? (ບໍ່). ສະນັ້ນ, ຄືກັນກັບຄົນປົກກະຕິທົ່ວໄປ, ພຣະອົງທົນທຸກຕໍ່ການປະຕິເສດ, ການດູຖູກ, ການໃສ່ຮ້າຍປ້າຍສີ ແລະ ຄວາມເປັນປໍລະປັກຈາກໂລກນີ້, ພຣະຄຣິສຕ້ອງອົດທົນຕໍ່ສິ່ງທັງໝົດເຫຼົ່ານີ້, ພຣະອົງກໍບໍ່ໄດ້ຮັບການຍົກເວັ້ນເລີຍ.
ຜູ້ທີ່ໄລ່ຕາມຄວາມຈິງຢ່າງແທ້ຈິງບໍ່ພຽງແຕ່ບໍ່ມີຄວາມຄິດຫຼົງຜິດກ່ຽວກັບຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງຂອງພຣະຄຣິສເທົ່ານັ້ນ, ກົງກັນຂ້າມ ພວກເຂົາຍັງເຫັນຄວາມໜ້າຮັກຂອງພຣະເຈົ້າໃນຄຸນລັກສະນະເຫຼົ່ານີ້ຫຼາຍຂຶ້ນ ແລະ ໄດ້ຮັບຄວາມເຂົ້າໃຈທີ່ດີຂຶ້ນກ່ຽວກັບແກ່ນແທ້ທີ່ແທ້ຈິງຂອງພຣະເຈົ້າ ແລະ ແກ່ນແທ້ທີ່ແທ້ຈິງຂອງພຣະຜູ້ສ້າງຜ່ານສິ່ງເຫຼົ່ານີ້. ຄວາມເຂົ້າໃຈຂອງພວກເຂົາກ່ຽວກັບພຣະເຈົ້າຍິ່ງເລິກເຊິ່ງຂຶ້ນ, ສຳພັນກັບຊີວິດຈິງຫຼາຍຂຶ້ນ, ແທ້ຈິງຫຼາຍຂຶ້ນ ແລະ ຖືກຕ້ອງຫຼາຍຂຶ້ນ. ກົງກັນຂ້າມ, ພວກຜູ້ຕໍ່ຕ້ານພຣະຄຣິສມັກຈະຮູ້ສຶກບໍ່ເຕັມໃຈທີ່ຈະຕິດຕາມພຣະຄຣິສແບບນີ້ ຍ້ອນຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງທັງໝົດຂອງພຣະອົງ, ໂດຍຄິດວ່າພຣະອົງຂາດຄວາມສາມາດເໜືອທຳມະຊາດ ແລະ ບໍ່ໂດດເດັ່ນຈາກຄົນທຳມະດາ ແລະ ຍິ່ງໄປກວ່ານັ້ນ ຍັງປະສົບກັບສະພາບແວດລ້ອມການດຳລົງຊີວິດດຽວກັນກັບມະນຸດຊາດ. ພວກຜູ້ຕໍ່ຕ້ານພຣະຄຣິສບໍ່ພຽງແຕ່ບໍ່ສາມາດຍອມຮັບສິ່ງທັງໝົດນີ້ດ້ວຍຄວາມເຕັມໃຈ ແລະ ເຂົ້າໃຈອຸປະນິໄສຂອງພຣະເຈົ້າຈາກສິ່ງນີ້ເທົ່ານັ້ນ, ພວກເຂົາຍັງກ່າວໂທດ ແລະ ລະແວດລະວັງຕໍ່ສິ່ງນີ້ ແລະ ຍິ່ງໄປກວ່ານັ້ນ ຍັງກ່າວຫາສິ່ງນີ້ອີກດ້ວຍ. ຕົວຢ່າງ: ເມື່ອຄົນໃດໜຶ່ງເຮັດບາງສິ່ງທີ່ຂັດກັບຫຼັກການ, ຖ້າເຮົາບໍ່ຖາມກ່ຽວກັບມັນ ແລະ ບໍ່ມີໃຜບອກເຮົາກ່ຽວກັບມັນ, ແລ້ວເຮົາກໍຈະບໍ່ຮູ້ກ່ຽວກັບມັນ, ນີ້ບໍ່ແມ່ນການສະແດງອອກທີ່ຕົກຢູ່ໃນຂອບເຂດຂອງຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງບໍ? (ແມ່ນແລ້ວ). ຜູ້ທີ່ມີຄວາມເຂົ້າໃຈທີ່ຖືກຕ້ອງ ແລະ ມີຄວາມເປັນມະນຸດທີ່ປົກກະຕິຈະອະທິບາຍເລື່ອງນີ້ໃຫ້ເຮົາຟັງຢ່າງຊັດເຈນ ແລະ ຢ່າງລະອຽດຖີ່ຖ້ວນ ແລ້ວກໍປ່ອຍໃຫ້ເຮົາຈັດການກັບພວກເຂົາຕາມທີ່ເຮົາເຫັນສົມຄວນ. ພວກຜູ້ຕໍ່ຕ້ານພຣະຄຣິສເຮັດກົງກັນຂ້າມຢ່າງສິ້ນເຊີງ; ພວກເຂົາສັງເກດເຮົາດ້ວຍຕາຂອງພວກເຂົາ ແລະ ພວກເຂົາລອງໃຈເຮົາດ້ວຍວິທີການຫຼອກຖາມສິ່ງຕ່າງໆຈາກເຮົາ. ຈາກນັ້ນ ພວກເຂົາກໍຄິດໃນໃຈວ່າ “ເນື່ອງຈາກເຈົ້າບໍ່ຮູ້ກ່ຽວກັບເລື່ອງນີ້, ນັ້ນຈຶ່ງເຮັດໃຫ້ມັນຈັດການໄດ້ງ່າຍ, ຂ້ອຍມີແຜນອຸບາຍທີ່ຈະຮັບມືກັບເຈົ້າໃນກໍລະນີທີ່ເຈົ້າຮູ້ກ່ຽວກັບມັນແລ້ວ ແລະ ຂ້ອຍກໍມີອີກແຜນການໜຶ່ງທີ່ຈະຮັບມືກັບເຈົ້າໃນກໍລະນີທີ່ເຈົ້າບໍ່ຮູ້, ສຳລັບບັນຫາໃຫຍ່, ຂ້ອຍກໍຈະເຮັດໃຫ້ມັນຟັງເບິ່ງຄືກັບບັນຫານ້ອຍ ແລ້ວກໍຫຼຸດມັນລົງຈົນບໍ່ມີຫຍັງເລີຍ, ປ່ອຍໃຫ້ເຈົ້າມືດແປດດ້ານ ແລະ ປ່ອຍໃຫ້ເລື່ອງນີ້ຜ່ານໄປ, ເນື່ອງຈາກເຈົ້າບໍ່ຮູ້ກ່ຽວກັບບັນຫານີ້, ເຈົ້າກໍບໍ່ຈຳເປັນຕ້ອງ ຫຼື ບໍ່ຕ້ອງຮູ້ກ່ຽວກັບມັນອີກຕໍ່ໄປ. ຂ້ອຍຈະເປັນຄົນຈັດການມັນເອງ. ເມື່ອມື້ໜຶ່ງເຈົ້າຮູ້ກ່ຽວກັບເລື່ອງນີ້, ມັນກໍຈະເປັນໄປຕາມທີ່ຂ້ອຍຕັ້ງໃຈໄວ້ແລ້ວ ແລ້ວຕອນນັ້ນເຈົ້າຈະສາມາດເຮັດຫຍັງຂ້ອຍໄດ້?” ຄົນປະເພດໃດທີ່ປະຕິບັດຕໍ່ພຣະຄຣິສໃນລັກສະນະນີ້? ພວກເຂົາເປັນຄົນດີບໍ? ພວກເຂົາເປັນຄົນທີ່ໄລ່ຕາມຄວາມຈິງບໍ? ພວກເຂົາມີຄວາມເປັນມະນຸດ ແລະ ຄວາມສຸດຈະລິດບໍ? (ບໍ່). ມີຜູ້ນຳບາງຄົນທີ່ເຮັດບາງສິ່ງ, ພວກເຂົາເລື່ອນຕຳແໜ່ງບຸກຄົນໃນຄຣິສຕະຈັກຕາມອຳເພີໃຈ, ພວກເຂົາຜານເຄື່ອງຖວາຍ ແລະ ຊື້ເຄື່ອງຫຼາຍເກີນຄວາມຈຳເປັນໂດຍບໍ່ຄິດໜ້າຄິດຫຼັງ ແລະ ບໍ່ວ່າຈະໃຊ້ເງິນໄປຫຼາຍປານໃດ ຫຼື ມີບັນຫາສຳຄັນໃດເກີດຂຶ້ນ, ພວກເຂົາກໍບໍ່ເວົ້າຫຍັງກ່ຽວກັບມັນເລີຍ. ເຮົາໄປບ່ອນນັ້ນຫຼາຍຄັ້ງ ແລະ ພວກເຂົາກໍບໍ່ເຄີຍປຶກສາເຮົາ ຫຼື ຖາມເຮົາກ່ຽວກັບສິ່ງເຫຼົ່ານີ້ເລີຍ, ພວກເຂົາພຽງແຕ່ຕັດສິນໃຈດ້ວຍຕົນເອງ, ພວກເຂົາບໍ່ຍອມໃຫ້ເຮົາກວດສອບຫຍັງເລີຍ ແລະ ເຮົາຕ້ອງໄດ້ງັດແງະເອົາຂໍ້ມູນຈາກພວກເຂົາ. ພວກເຂົາປະຕິບັດຕໍ່ເຮົາຄືກັບຄົນນອກ: “ເນື່ອງຈາກເຈົ້າຢູ່ທີ່ນີ້, ພວກເຮົາກໍຈະລາຍງານຕໍ່ເຈົ້າ ແລະ ບອກເຈົ້າກ່ຽວກັບສິ່ງທີ່ເຈົ້າສາມາດເຫັນຢູ່ຕໍ່ໜ້າເຈົ້າ. ສຳລັບສິ່ງທີ່ພວກເຮົາໄດ້ເຮັດຢູ່ລັບຫຼັງເຈົ້າ, ເຈົ້າຢ່າຄິດທີ່ຈະພະຍາຍາມຊອກຮູ້ກ່ຽວກັບພວກມັນເລີຍ. ພວກເຮົາຈະບໍ່ອະນຸຍາດໃຫ້ເຈົ້າກ້າວກ່າຍ ຫຼື ສອບຖາມ”. ບໍ່ວ່າເຮົາຈະໄປຢ້ຽມຢາມຈັກຄັ້ງກໍຕາມ, ພວກເຂົາກໍບໍ່ເຄີຍອະນຸຍາດໃຫ້ເຮົາສອບຖາມຫຍັງເລີຍ. ຍ້ອນຢ້ານວ່າເຮົາອາດຈະເລີ່ມຕັ້ງຄຳຖາມ, ພວກເຂົາຈຶ່ງຕັ້ງໃຈປິດບັງຄວາມຈິງດ້ວຍຄຳເວົ້າທີ່ຫຼອກລວງ ແລະ ຟັງມ່ວນຫູ, ໂດຍໃຊ້ເລ່ຫຼ່ຽມ. ພວກເຂົາສົມຮູ້ຮ່ວມຄິດກັນ, ບັນລຸຂໍ້ຕົກລົງຮ່ວມກັນ ແລະ ສົ່ງສາຍຕາທີ່ມີຄວາມໝາຍບາງຢ່າງໃຫ້ກັນ; ພວກເຂົາເປັນປຶກແຜ່ນດຽວກັນ ແລະ ບໍ່ລາຍງານບັນຫາຂອງກັນ ແລະ ກັນ, ໂດຍປົກປ້ອງກັນ ແລະ ກັນ. ເມື່ອເຮົາຮູ້ກ່ຽວກັບສິ່ງທີ່ພວກເຂົາກຳລັງເຮັດຢູ່ລັບຫຼັງເຮົາ ແລະ ຕ້ອງການໃຫ້ພວກເຂົາຮັບຜິດຊອບ, ພວກເຂົາກໍຍັງສືບຕໍ່ປົກປ້ອງກັນ ແລະ ກັນ, ບໍ່ຍອມບອກວ່າໃຜເປັນຜູ້ຮັບຜິດຊອບ, ເຮັດບໍ່ຮູ້ບໍ່ເຫັນ ແລະ ຕັ້ງໃຈໃຊ້ຄຳເວົ້າບິດເບືອນກັບເຮົາ. ພວກເຂົາໄດ້ເຮັດຜິດພາດຫຍັງ? ພວກເຂົາຄິດວ່າ “ນອກເໜືອຈາກຄວາມຄິດທີ່ປົກກະຕິ, ຮຽບງ່າຍ ແລະ ຄວາມເປັນມະນຸດທີ່ທຳມະດາ, ປົກກະຕິຂອງພຣະອົງແລ້ວ, ພຣະຄຣິສເຊິ່ງເປັນຄົນທຳມະດາຜູ້ນີ້ກໍບໍ່ມີຫຍັງທີ່ສົມຄວນແກ່ການໂອ້ອວດ ແລະ ບໍ່ມີພະລັງເໜືອທຳມະຊາດ. ເນື່ອງຈາກເປັນແນວນັ້ນ, ພວກເຮົາກໍສາມາດເຮັດການເຄື່ອນໄຫວເລັກໆນ້ອຍໆຢູ່ລັບຫຼັງເຈົ້າໄດ້ ແລະ ຮູ້ສຶກສະບາຍໃຈໃນການດຳເນີນກິດຈະການຂອງພວກເຮົາເອງ. ພວກເຮົາຄວບຄຸມເງິນຂອງຄຣິສຕະຈັກ, ສະນັ້ນ ພວກເຮົາກໍຈະຊື້ແມ່ນຫຍັງກໍຕາມທີ່ພວກເຮົາຕ້ອງການ. ພວກເຮົາບໍ່ຈຳເປັນຕ້ອງຂໍການຊີ້ນໍາເລີຍເມື່ອຕ້ອງການລາຍເຊັນ, ພວກເຮົາພຽງແຕ່ສາມາດເຊັນອະນຸມັດການຊື້ຕາມອຳເພີໃຈ, ໂດຍບໍ່ຈຳເປັນຕ້ອງໄດ້ຮັບການກວດສອບ ແລະ ໃຊ້ຈ່າຍເງິນຕາມໃຈມັກ. ພຣະຄຣິສບໍ່ແມ່ນພຣະເຈົ້າບໍ? ພຣະອົງສາມາດຈັດການກັບສິ່ງເຫຼົ່ານີ້ໄດ້ບໍ? ພວກເຮົາຈະເຮັດຕາມທີ່ພວກເຮົາພໍໃຈ, ນອກເໜືອຈາກຕອນທີ່ພຣະອົງຢູ່ແຖວນີ້ແລ້ວ, ເວລາທີ່ເຫຼືອກໍເປັນອານາເຂດຂອງພວກເຮົາທັງໝົດ!” ພວກເຂົາປະຕິບັດຕໍ່ຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງຂອງພຣະຄຣິສແນວໃດ? ພວກເຂົາບໍ່ໄດ້ຖືວ່າພຣະອົງເປັນຄົນທີ່ສາມາດລັງແກໄດ້ງ່າຍບໍ? ພວກເຂົາຄິດວ່າ “ຕາບໃດທີ່ເຈົ້າມີຄວາມເປັນມະນຸດທີ່ປົກກະຕິ, ພວກເຮົາກໍບໍ່ຢ້ານທີ່ຈະລັງແກເຈົ້າ. ຖ້າເຈົ້າບໍ່ມີຄວາມເປັນມະນຸດທີ່ເໜືອທຳມະຊາດ, ພວກເຮົາກໍບໍ່ຢ້ານເຈົ້າ”. ພວກເຂົາເປັນຄົນປະເພດໃດ? ຖ້າຕັດສິນໃນແງ່ຂອງຄວາມເປັນມະນຸດຂອງພວກເຂົາ, ພວກເຂົາຈະຖືກພິຈາລະນາວ່າເປັນຄົນດີບໍ? ພວກເຂົາຈະຖືກພິຈາລະນາວ່າເປັນຄົນທີ່ມີສິນທຳ ແລະ ຄວາມເປັນມະນຸດບໍ? ພວກເຂົາຈະຖືກພິຈາລະນາວ່າເປັນຄົນທີ່ມີລັກສະນະທີ່ສູງສົ່ງບໍ? ແທ້ຈິງແລ້ວພວກເຂົາເປັນຫຍັງ? ພວກເຂົາບໍ່ແມ່ນກຸ່ມຄົນຊົ່ວຊ້າບໍ? ຄົນເຫຼົ່ານີ້ເປັນຕົວແທນໃຫ້ໃຜ ເມື່ອພວກເຂົາເຮັດວຽກໃນເຮືອນຂອງພຣະເຈົ້າ? ພວກເຂົາບໍ່ໄດ້ເປັນຕົວແທນໃຫ້ແກ່ມະນຸດຊໍ້າ, ພວກເຂົາເປັນຕົວແທນໃຫ້ແກ່ຊາຕານ. ພວກເຂົາເຮັດສິ່ງຕ່າງໆເພື່ອຊາຕານ, ພວກເຂົາເປັນຄົນຮັບໃຊ້ ແລະ ຜູ້ສົມຮູ້ຮ່ວມຄິດຂອງມັນ, ພວກເຂົາມາທີ່ນີ້ເພື່ອລົບກວນ ແລະ ທຳລາຍວຽກງານຂອງເຮືອນຂອງພຣະເຈົ້າ, ພວກເຂົາບໍ່ໄດ້ກຳລັງປະຕິບັດໜ້າທີ່ຂອງພວກເຂົາ ແຕ່ກຳລັງເຮັດຄວາມຊົ່ວ. ກຸ່ມຜູ້ສົມຮູ້ຮ່ວມຄິດຂອງຊາຕານນີ້ແຕກຕ່າງແນວໃດຈາກພະຍານາກໃຫຍ່ສີແດງທີ່ຈັບກຸມ, ຂົ່ມເຫັງ ແລະ ທຳຮ້າຍປະຊາກອນທີ່ພຣະເຈົ້າເລືອກ? ພະຍານາກໃຫຍ່ສີແດງເຫັນວ່າເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າເປັນພຽງຄົນທຳມະດາ, ພຣະອົງບໍ່ໄດ້ໜ້າຢ້ານກົວເລີຍ, ສະນັ້ນ ມັນຈຶ່ງພະຍາຍາມຈັບກຸມພຣະອົງຕາມອຳເພີໃຈ ແລະ ຫຼັງຈາກທີ່ມັນຈັບພຣະອົງໄດ້ແລ້ວ, ມັນກໍຈະພະຍາຍາມຂ້າພຣະອົງ. ຜູ້ສົມຮູ້ຮ່ວມຄິດຂອງຊາຕານເຫຼົ່ານີ້, ພວກຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ ບໍ່ໄດ້ປະຕິບັດຕໍ່ພຣະຄຣິສໃນວິທີດຽວກັນບໍ? ແກ່ນແທ້ຂອງພວກເຂົາບໍ່ຄືກັນບໍ? (ແມ່ນແລ້ວ). ພວກເຂົາຖືວ່າພຣະຄຣິສເປັນຫຍັງໃນຄວາມເຊື່ອຂອງພວກເຂົາ? ພວກເຂົາເຊື່ອໃນພຣະອົງໃນຖານະພຣະເຈົ້າ ຫຼື ໃນຖານະມະນຸດ? ຖ້າພວກເຂົາຖືວ່າພຣະຄຣິສເປັນພຣະເຈົ້າ, ພວກເຂົາຈະປະຕິບັດຕໍ່ພຣະອົງແບບນີ້ບໍ? (ບໍ່). ມີພຽງຄຳອະທິບາຍດຽວຄື: ພວກເຂົາເຫັນພຣະຄຣິສເປັນມະນຸດ, ເປັນຄົນທີ່ພວກເຂົາສາມາດຕັດສິນ, ຫຼອກລວງ, ປັ່ນຫົວ, ດູຖູກ ແລະ ປະຕິບັດຕາມໃຈມັກໄດ້, ສິ່ງນີ້ໝາຍຄວາມວ່າພວກເຂົາໜ້າດ້ານຫຼາຍ. ຖ້າພວກເຮົາຈັດປະເພດຄົນທີ່ອາດຫານແບບນີ້, ພວກເຂົາສາມາດຖືກຈັດຢູ່ໃນປະເພດ ແລະ ກຸ່ມຂອງສິ່ງທີ່ຖືກສ້າງ, ປະຊາກອນທີ່ພຣະເຈົ້າເລືອກ, ຜູ້ຕິດຕາມຂອງພຣະອົງ, ຄົນທີ່ພຣະອົງສາມາດເຮັດໃຫ້ສົມບູນໄດ້ ແລະ ຄົນທີ່ພຣະອົງສາມາດຊ່ວຍໃຫ້ລອດພົ້ນໄດ້ບໍ? (ບໍ່). ຂີ້ເຫຍື້ອແບບນີ້ຄວນຖືກຈັດໄວ້ຢູ່ໃສ? ໃນຄ້າຍຂອງຊາຕານ. ຄົນໃນກຸ່ມນີ້ຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາປະຕິບັດຕໍ່ພຣະຄຣິສຄືກັບຄົນທຳມະດາ ແລະ ກະທຳການຕາມອຳເພີໃຈ ແລະ ໂດຍບໍ່ຄິດໜ້າຄິດຫຼັງ ພ້ອມທັງໃຊ້ອຳນາດເດັດຂາດພາຍໃນຂອບເຂດອິດທິພົນຂອງພວກເຂົາ, ໂດຍຄິດວ່າ “ບໍ່ວ່າຈະເປັນບັນຫາຫຍັງກໍຕາມ, ຕາບໃດທີ່ຂ້ານ້ອຍບໍ່ຂໍການຊີ້ນໍາຈາກພຣະອົງ ຫຼື ບອກພຣະອົງກ່ຽວກັບສິ່ງນັ້ນ, ພຣະອົງກໍບໍ່ມີສິດທີ່ຈະກ້າວກ່າຍ ແລະ ພຣະອົງຈະບໍ່ມີທາງຮູ້ກ່ຽວກັບມັນເລີຍ”. ບອກເຮົາມາເບິ່ງ, ພຣະຄຣິສມີສິດທີ່ຈະຈັດການກັບພວກເຂົາບໍ? (ມີ). ວິທີທີ່ເໝາະສົມໃນການເຮັດສິ່ງນີ້ແມ່ນຫຍັງ? (ຂັບໄລ່ພວກເຂົາອອກຈາກຄຣິສຕະຈັກ). ນີ້ຄືວິທີທີ່ຄົນເຮົາຕ້ອງຈັດການກັບຜູ້ຕໍ່ຕ້ານພຣະຄຣິສ ແລະ ຊາຕານ; ຄົນເຮົາຕ້ອງບໍ່ສະແດງຄວາມປານີຕໍ່ພວກເຂົາ. ເມື່ອຄົນແບບນີ້ເຊື່ອໃນພຣະເຈົ້າ, ບໍ່ວ່າພຣະເຈົ້າຈະເຮັດຫຍັງກໍຕາມ, ພຣະອົງສະໜອງຄວາມຈິງໃຫ້ຜູ້ຄົນແນວໃດ ຫຼື ພຣະອົງເຮັດວຽກງານຫຍັງກໍຕາມ, ພວກເຂົາກໍບໍ່ສົນໃຈເລີຍ. ຖ້າພວກເຂົາຂາດອຳນາດ, ພວກເຂົາກໍຈະຄິດຫາວິທີທີ່ຈະໄດ້ມັນມາ ແລະ ຫຼັງຈາກທີ່ພວກເຂົາມີອຳນາດແລ້ວ, ພວກເຂົາກໍພະຍາຍາມຢືນຢູ່ໃນລະດັບດຽວກັນກັບພຣະຄຣິສ, ເພື່ອແບ່ງປັນໂລກກັບພຣະອົງ, ເພື່ອແຂ່ງຂັນເບິ່ງວ່າໃຜເໜືອກວ່າ ແລະ ຍາດແຍ່ງສະຖານະກັບພຣະອົງ. ພາຍໃນຂອບເຂດອິດທິພົນຂອງພວກເຂົາ, ພວກເຂົາຕ້ອງການທ້າທາຍພຣະຄຣິສ ໂດຍກ່າວວ່າ “ຂ້ອຍຢາກເບິ່ງວ່າຄຳເວົ້າຂອງໃຜມີນໍ້າໜັກຫຼາຍກວ່າກັນ, ຂອງເຈົ້າ ຫຼື ຂອງຂ້ອຍ. ຄຣິສຕະຈັກນີ້ແມ່ນຖິ່ນຂອງຂ້ອຍ, ຂ້ອຍຈະໃຊ້ເງິນຂອງຄຣິສຕະຈັກຕາມທີ່ຂ້ອຍຕ້ອງການ, ຊື້ທຸກຢ່າງທີ່ຂ້ອຍປາຖະໜາ ແລະ ຈັດການເລື່ອງຕ່າງໆຕາມທີ່ຂ້ອຍພໍໃຈ. ໃຜກໍຕາມທີ່ຂ້ອຍຕັດສິນວ່າບໍ່ດີກໍຄືບໍ່ດີ. ຂ້ອຍຈະໃຊ້ໃຜກໍຕາມທີ່ຂ້ອຍຕ້ອງການ ແລະ ບໍ່ມີໃຜໄດ້ຮັບອະນຸຍາດໃຫ້ແຕະຕ້ອງຄົນທີ່ຂ້ອຍເລືອກໃຊ້. ຖ້າມີໃຜໃຊ້, ຂ້ອຍຈະບໍ່ມີທາງປ່ອຍເລື່ອງນີ້ໄປເດັດຂາດ, ເຖິງແມ່ນວ່າພຣະເຈົ້າຈະບອກວ່າລາວຕ້ອງການ, ຂ້ອຍກໍຈະບໍ່ຍອມ!” ນີ້ບໍ່ແມ່ນການຫາບ່ອນຕາຍບໍ?
ຖ້າຜູ້ຄົນຄ່ອຍໆເຂົ້າໃຈຄວາມໜ້າຮັກຂອງພຣະເຈົ້າຫຼາຍຂຶ້ນ ແລະ ໄດ້ຮັບຄວາມເຂົ້າໃຈທີ່ຊັດເຈນ ແລະ ຖືກຕ້ອງຫຼາຍຂຶ້ນກ່ຽວກັບຄວາມສໍາພັນກັບຊີວິດຈິງ ແລະ ແກ່ນແທ້ຂອງພຣະເຈົ້າ ຜ່ານຄວາມເປັນມະນຸດທີ່ປົກກະຕິ ແລະ ສຳພັນກັບຊີວິດຈິງຂອງພຣະເຈົ້າທີ່ບັງເກີດເປັນມະນຸດ, ແລ້ວພວກເຂົາກໍຄືຄົນທີ່ໄລ່ຕາມຄວາມຈິງ ແລະ ຜູ້ທີ່ມີຄວາມເປັນມະນຸດ. ເຖິງຢ່າງໃດກໍຕາມ, ບາງຄົນບໍ່ຖືວ່າພຣະຄຣິສເປັນພຣະເຈົ້າ ຍ້ອນດ້ານທີ່ປົກກະຕິ, ສຳພັນກັບຊີວິດຈິງຂອງພຣະອົງ. ພວກເຂົາໂອຫັງ ແລະ ໜ້າດ້ານຫຼາຍຂຶ້ນຕໍ່ໜ້າພຣະອົງ, ພວກເຂົາກ້າຫຼາຍຂຶ້ນທີ່ຈະກະທຳການຕາມໃຈມັກ ແລະ ພວກເຂົາຄ່ອຍໆມີຄວາມຄິດທີ່ຢາກເໜືອກວ່າພຣະຄຣິສ ແລະ ຄວບຄຸມປະຊາກອນທີ່ພຣະເຈົ້າເລືອກຫຼາຍຂຶ້ນ. ພວກເຂົາຮູ້ສຶກວ່າພວກເຂົາມີອຳນາດຕໍ່ລອງທີ່ຈະດູຖູກ ແລະ ແຂ່ງຂັນກັບພຣະຄຣິສ ແລະ ມີຫຼັກຖານທີ່ຈະຖືວ່າພຣະຄຣິສເປັນມະນຸດ. ພວກເຂົາຄິດວ່າ ຫຼັງຈາກທີ່ພວກເຂົາໄດ້ຮັບຫຼັກຖານນີ້ມາແລ້ວ, ພວກເຂົາກໍບໍ່ຈຳເປັນຕ້ອງຢ້ານພຣະຄຣິສ ແລະ ພວກເຂົາສາມາດວິຈານພຣະອົງໄດ້ຕາມໃຈມັກ, ສົນທະນາຕາມສະບາຍ ແລະ ຫົວເລາະກັບພຣະອົງ ແລະ ວາງຕົນເອງໃຫ້ຢູ່ໃນລະດັບດຽວກັນກັບພຣະອົງ ພ້ອມທັງສົນທະນາເລື່ອງພາຍໃນຄອບຄົວ ແລະ ຄວາມກັງວົນສ່ວນຕົວຂອງພວກເຂົາກັບພຣະອົງ. ບາງຄົນເຖິງກັບເວົ້າວ່າ “ຂ້ອຍໄດ້ແບ່ງປັນຄວາມຄິດໃນໃຈ, ຄວາມອ່ອນແອ ແລະ ອຸປະນິໄສທີ່ເສື່ອມຊາມຂອງຂ້ອຍກັບເຈົ້າແລ້ວ, ສະນັ້ນ ຈົ່ງບອກຂ້ອຍກ່ຽວກັບສະພາວະຂອງເຈົ້າແດ່. ຂ້ອຍໄດ້ບອກເຈົ້າກ່ຽວກັບປະສົບການຂອງຂ້ອຍກ່ອນ ແລະ ຫຼັງຈາກທີ່ມາເຊື່ອໃນພຣະເຈົ້າ ແລະ ຂ້ອຍໄດ້ບອກເຈົ້າກ່ຽວກັບວ່າ ຂ້ອຍຍອມຮັບວຽກງານຂອງພຣະເຈົ້າແນວໃດ, ສະນັ້ນ ຈົ່ງແບ່ງປັນປະສົບການຂອງເຈົ້າກັບຂ້ອຍແດ່”. ພວກເຂົາກຳລັງພະຍາຍາມເຮັດຫຍັງ? ພວກເຂົາບໍ່ໄດ້ເຫັນວ່າພຣະເຈົ້າທີ່ບັງເກີດເປັນມະນຸດນັ້ນທຳມະດາ ແລະ ປົກກະຕິເກີນໄປ ແລະ ປາຖະໜາທີ່ຈະປ່ຽນພຣະອົງໃຫ້ກາຍເປັນສະມາຊິກໃນຄອບຄົວ, ໝູ່ເພື່ອນ, ມິດສະຫາຍ ຫຼື ເພື່ອນບ້ານບໍ? ບໍ່ວ່າພຣະຄຣິສຈະປົກກະຕິ ແລະ ສຳພັນກັບຊີວິດຈິງສໍ່າໃດກໍຕາມ, ແກ່ນແທ້ຂອງພຣະອົງກໍຈະຍັງຄົງຄືເກົ່າຕະຫຼອດໄປເປັນນິດ. ບໍ່ວ່າພຣະອົງຈະອາຍຸຈັກປີ, ພຣະອົງເກີດຢູ່ໃສ ຫຼື ຄຸນສົມບັດ ແລະ ປະສົບການຂອງພຣະອົງເບິ່ງຄືວ່າມີຫຼາຍກວ່າ ຫຼື ໜ້ອຍກວ່າຂອງເຈົ້າກໍຕາມ, ບໍ່ວ່າພຣະອົງຈະປາກົດວ່າສູງສົ່ງ ຫຼື ຕໍ່າຕ້ອຍສຳລັບເຈົ້າກໍຕາມ, ຈົ່ງຢ່າລືມວ່າພຣະອົງກໍຈະແຕກຕ່າງຈາກເຈົ້າຢູ່ສະເໝີ. ເປັນຫຍັງຈຶ່ງເປັນແນວນີ້? ພຣະອົງຄືພຣະເຈົ້າທີ່ດຳລົງຊີວິດຢູ່ໃນເນື້ອໜັງທີ່ເບິ່ງຄືວ່າປົກກະຕິ ແລະ ສຳພັນກັບຊີວິດຈິງຢູ່ພາຍນອກ; ແກ່ນແທ້ຂອງພຣະອົງນັ້ນແຕກຕ່າງຈາກຂອງເຈົ້າຕະຫຼອດໄປເປັນນິດ; ແກ່ນແທ້ຂອງພຣະອົງຄືແກ່ນແທ້ຂອງພຣະເຈົ້າຜູ້ສູງສຸດທີ່ຢູ່ເໜືອມະນຸດຊາດທັງປວງຕະຫຼອດໄປ ແລະ ສະເໝີໄປ. ຈົ່ງຢ່າລືມສິ່ງນີ້. ເບິ່ງພາຍນອກແລ້ວ ພຣະອົງປາກົດວ່າເປັນຄົນທຳມະດາ ແລະ ປົກກະຕິ, ພຣະອົງຖືກເອີ້ນວ່າພຣະຄຣິສ ແລະ ອັດຕະລັກຂອງພຣະອົງກໍຄືອັດຕະລັກຂອງພຣະຄຣິສ, ແຕ່ຖ້າເຈົ້າເຊື່ອໃນພຣະອົງວ່າເປັນມະນຸດ ແລະ ເບິ່ງພຣະອົງເປັນຄົນທຳມະດາ, ເປັນສະມາຊິກຄົນໜຶ່ງຂອງມະນຸດຊາດທີ່ເສື່ອມຊາມ, ເຈົ້າກໍກຳລັງຕົກຢູ່ໃນອັນຕະລາຍ. ບໍ່ວ່າເວລາໃດກໍຕາມ, ອັດຕະລັກຂອງພຣະຄຣິສບໍ່ເຄີຍປ່ຽນແປງ, ແກ່ນແທ້ຂອງພຣະຄຣິສບໍ່ເຄີຍປ່ຽນແປງ, ແກ່ນແທ້ຂອງພຣະອົງຄືແກ່ນແທ້ຂອງພຣະເຈົ້າເອງ ແລະ ອັດຕະລັກຂອງພຣະອົງກໍຄືອັດຕະລັກຂອງພຣະເຈົ້າສະເໝີ. ການທີ່ພຣະອົງດຳລົງຊີວິດຢູ່ພາຍໃນເປືອກຫຸ້ມຂອງເນື້ອໜັງທີ່ປົກກະຕິ ແລະ ສຳພັນກັບຊີວິດຈິງນັ້ນ ບໍ່ໄດ້ໝາຍຄວາມວ່າພຣະອົງເປັນສະມາຊິກຄົນໜຶ່ງຂອງມະນຸດຊາດທີ່ເສື່ອມຊາມ ແລະ ບໍ່ໄດ້ໝາຍຄວາມວ່າມະນຸດສາມາດບົງການ ຫຼື ຄວບຄຸມພຣະອົງໄດ້ ຫຼື ໝາຍຄວາມວ່າພວກເຂົາສາມາດຢູ່ໃນລະດັບດຽວກັນກັບພຣະອົງ ຫຼື ຍາດແຍ່ງອຳນາດກັບພຣະອົງໄດ້. ຕາບໃດທີ່ເຈົ້າເຫັນພຣະອົງເປັນມະນຸດ ແລະ ວັດແທກພຣະອົງໂດຍໃຊ້ວິທີການ ແລະ ມຸມມອງຂອງມະນຸດ ພ້ອມທັງພະຍາຍາມປ່ຽນພຣະອົງໃຫ້ກາຍເປັນໝູ່ເພື່ອນ, ຄົນລຸ້ນດຽວກັນ, ເພື່ອນຮ່ວມງານ ຫຼື ເຈົ້າໜ້າທີ່ຜູ້ອາວຸໂສ, ເຈົ້າກໍກຳລັງຢູ່ໃນສະຖານະການທີ່ເປັນອັນຕະລາຍ. ເປັນຫຍັງມັນຈຶ່ງເປັນອັນຕະລາຍ? ຕາບໃດທີ່ເຈົ້າເຫັນພຣະຄຣິສເປັນຄົນທຳມະດາ, ປົກກະຕິ, ອຸປະນິໄສທີ່ເສື່ອມຊາມຂອງເຈົ້າກໍຈະກຳເລີບຂຶ້ນ. ນັບຕັ້ງແຕ່ຊ່ວງເວລາທີ່ເຈົ້າຖືວ່າພຣະຄຣິສເປັນມະນຸດ, ການກະທຳທີ່ຊົ່ວຮ້າຍຂອງເຈົ້າກໍຈະເລີ່ມຖືກເປີດໂປງ. ນີ້ບໍ່ແມ່ນສິ່ງທີ່ເປັນອັນຕະລາຍບໍ? ຕາບໃດທີ່ຜູ້ຄົນເຫັນພຣະຄຣິສເປັນມະນຸດ ແລະ ຄິດວ່າພຣະອົງປົກກະຕິ ແລະ ສຳພັນກັບຊີວິດຈິງ, ພຣະອົງຖືກຫຼອກລວງໄດ້ງ່າຍ ແລະ ພຣະອົງກໍເປັນຄືກັນກັບມະນຸດຊາດ, ພວກເຂົາບໍ່ຢ້ານກົວພຣະເຈົ້າ ແລະ ໃນເວລານີ້ ຄວາມສຳພັນຂອງພວກເຂົາກັບພຣະເຈົ້າກໍປ່ຽນແປງໄປ. ຄວາມສຳພັນນີ້ປ່ຽນກາຍເປັນຫຍັງ? ຄວາມສຳພັນຂອງພວກເຂົາບໍ່ແມ່ນຄວາມສຳພັນລະຫວ່າງມະນຸດທີ່ຖືກສ້າງ ແລະ ພຣະຜູ້ສ້າງອີກຕໍ່ໄປ, ມັນບໍ່ແມ່ນຄວາມສຳພັນລະຫວ່າງຜູ້ຕິດຕາມ ແລະ ພຣະຄຣິສອີກຕໍ່ໄປ ແລະ ມັນບໍ່ແມ່ນຄວາມສຳພັນລະຫວ່າງຜູ້ທີ່ກຳລັງຖືກຊ່ວຍໃຫ້ລອດພົ້ນ ແລະ ພຣະເຈົ້າອີກຕໍ່ໄປ, ແຕ່ມັນກາຍເປັນຄວາມສຳພັນລະຫວ່າງຊາຕານ ແລະ ຜູ້ຊົງອຳນາດສູງສຸດເໜືອສິ່ງທັງປວງແທນ. ຜູ້ຄົນຢືນຢູ່ຝ່າຍກົງກັນຂ້າມກັບພຣະເຈົ້າ ແລະ ກາຍເປັນສັດຕູຂອງພຣະອົງ. ເມື່ອເຈົ້າເບິ່ງພຣະຄຣິສເປັນມະນຸດ, ເຈົ້າກໍປ່ຽນແປງຕົວຕົນຂອງເຈົ້າເອງຕໍ່ໜ້າພຣະເຈົ້າ ແລະ ຄຸນຄ່າຂອງເຈົ້າໃນສາຍພຣະເນດຂອງພຣະອົງ, ເຈົ້າທຳລາຍອະນາຄົດ ແລະ ຈຸດໝາຍປາຍທາງຂອງເຈົ້າຢ່າງສິ້ນເຊີງ, ໂດຍທຳລາຍສິ່ງເຫຼົ່ານີ້ດ້ວຍການປ່ອຍຕົວຕາມໃຈມັກ, ຄວາມກະບົດ, ຄວາມຊົ່ວຊ້າ ແລະ ຄວາມອວດດີຂອງເຈົ້າ. ພຣະເຈົ້າຈະຍອມຮັບ, ຊີ້ນຳ ແລະ ປະທານຊີວິດ ພ້ອມທັງໂອກາດທີ່ຈະໄດ້ຮັບຄວາມລອດພົ້ນໃຫ້ແກ່ເຈົ້າ ກໍແມ່ນບົນພື້ນຖານທີ່ວ່າເຈົ້າເປັນສິ່ງທີ່ຖືກສ້າງ, ເປັນຜູ້ຕິດຕາມພຣະຄຣິສ ແລະ ເປັນຄົນທີ່ຍອມຮັບຄວາມລອດພົ້ນຂອງພຣະເຈົ້າເທົ່ານັ້ນ. ຖ້າບໍ່ດັ່ງນັ້ນ, ຄວາມສຳພັນຂອງເຈົ້າກັບພຣະເຈົ້າກໍຈະປ່ຽນແປງ. ເມື່ອຜູ້ຄົນຖືວ່າພຣະເຈົ້າ, ພຣະຄຣິສ ເປັນຄົນທຳມະດາ, ພວກເຂົາບໍ່ໄດ້ກຳລັງຖືເປັນເລື່ອງຫຼິ້ນໆບໍ? ໂດຍທົ່ວໄປແລ້ວ ຜູ້ຄົນບໍ່ເຫັນວ່າສິ່ງນີ້ເປັນບັນຫາ, ພວກເຂົາຄິດວ່າ “ພຣະຄຣິສບອກວ່າລາວເປັນຄົນທຳມະດາ ແລະ ປົກກະຕິ, ສະນັ້ນ ມັນຜິດຫຍັງທີ່ຈະປະຕິບັດຕໍ່ລາວຄືກັບຄົນທຳມະດາ?” ຄວາມຈິງແລ້ວ, ມັນບໍ່ມີຫຍັງຜິດກ່ຽວກັບເລື່ອງນີ້, ແຕ່ມັນມີຜົນສະທ້ອນທີ່ຮ້າຍແຮງຕາມມາ. ການປະຕິບັດຕໍ່ພຣະຄຣິສຄືກັບຄົນທຳມະດາມີຜົນປະໂຫຍດຫຼາຍຢ່າງສຳລັບເຈົ້າ. ໃນດ້ານໜຶ່ງ, ມັນຍົກລະດັບສະຖານະຂອງເຈົ້າ, ໃນອີກດ້ານໜຶ່ງ, ມັນເຮັດໃຫ້ໄລຍະຫ່າງລະຫວ່າງເຈົ້າ ແລະ ພຣະເຈົ້າແຄບລົງ ແລະ ນອກຈາກນັ້ນ, ເຈົ້າກໍຈະບໍ່ສະຫງວນທ່າທີຫຼາຍເກີນໄປເມື່ອຢູ່ຕໍ່ໜ້າພຣະເຈົ້າ, ເຈົ້າຈະຮູ້ສຶກຜ່ອນຄາຍ ແລະ ເປັນອິດສະຫຼະ. ເຈົ້າຈະມີສິດທິມະນຸດ, ເສລີພາບ ແລະ ຄວາມຮູ້ສຶກເຖິງຄຸນຄ່າໃນການມີຢູ່ຂອງເຈົ້າ ພ້ອມທັງຮູ້ສຶກເຖິງການມີຕົວຕົນຂອງເຈົ້າເອງ, ນັ້ນບໍ່ດີບໍ? ບໍ່ມີຫຍັງຜິດໃນການປະຕິບັດຕໍ່ຄົນແທ້ໆໃນວິທີນີ້, ມັນສະແດງໃຫ້ເຫັນວ່າເຈົ້າມີກຽດສັກສີ ແລະ ຄວາມສຸດຈະລິດ. ລູກຜູ້ຊາຍບໍ່ຄວນກົ້ມຫົວໃຫ້ໃຜງ່າຍໆ, ຜູ້ຄົນບໍ່ຄວນຄຸເຂົ່າ, ຍອມຈຳນົນ ຫຼື ຍອມຮັບຄວາມຕໍ່າຕ້ອຍຂອງຕົນຕໍ່ບຸກຄົນໃດໜຶ່ງຢ່າງງ່າຍດາຍ, ສິ່ງເຫຼົ່ານີ້ບໍ່ແມ່ນກົດເກນແຫ່ງການເອົາຕົວລອດຂອງມະນຸດ ແລະ ກົດກະຕິກາຂອງມະນຸດບໍ? ຫຼາຍຄົນນຳໃຊ້ກົດເກນ ແລະ ກົດກະຕິກາເຫຼົ່ານີ້ເຂົ້າໃນການປະຕິສຳພັນຂອງພວກເຂົາກັບພຣະຄຣິສ. ສິ່ງນີ້ໝາຍເຖິງບັນຫາ ແລະ ມັນມີແນວໂນ້ມສູງທີ່ຈະລ່ວງເກີນອຸປະນິໄສຂອງພຣະເຈົ້າ. ນີ້ກໍຍ້ອນວ່າແກ່ນແທ້ທຳມະຊາດຂອງສະມາຊິກທຸກຄົນຂອງມະນຸດຊາດ, ບໍ່ວ່າຈະເປັນເຊື້ອຊາດໃດກໍຕາມ ກໍລ້ວນແຕ່ຄືກັນ. ມີພຽງພຣະຄຣິສເທົ່ານັ້ນທີ່ແຕກຕ່າງຈາກມະນຸດຊາດ. ເຖິງແມ່ນວ່າພຣະຄຣິສຈະມີຮູບລັກສະນະຂອງຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງ ພ້ອມທັງມີຮູບແບບການດຳລົງຊີວິດ ແລະ ກິດຈະວັດປະຈຳວັນຂອງຄວາມເປັນມະນຸດທີ່ປົກກະຕິ ແລະ ສຳພັນກັບຊີວິດຈິງກໍຕາມ, ແກ່ນແທ້ຂອງພຣະອົງກໍບໍ່ຄືກັບມະນຸດທີ່ເສື່ອມຊາມຄົນໃດເລີຍ. ກໍຍ້ອນສິ່ງນີ້ນັ້ນເອງ ພຣະອົງຈຶ່ງມີຄຸນສົມບັດທີ່ຈະຮຽກຮ້ອງໃຫ້ຜູ້ຕິດຕາມຂອງພຣະອົງປະຕິບັດຕໍ່ພຣະອົງໃນວິທີທີ່ພຣະອົງຮຽກຮ້ອງ. ນອກຈາກພຣະຄຣິສແລ້ວ, ບໍ່ມີບຸກຄົນອື່ນໃດທີ່ມີຄຸນສົມບັດທີ່ຈະໃຊ້ວິທີການ ແລະ ມາດຕະຖານເຫຼົ່ານີ້ເພື່ອຕັ້ງຂໍ້ກຳນົດຕໍ່ຜູ້ຄົນ. ຍ້ອນຫຍັງ? ຍ້ອນວ່າແກ່ນແທ້ຂອງພຣະຄຣິສຄືພຣະເຈົ້າເອງ ແລະ ຍ້ອນວ່າພຣະຄຣິສເຊິ່ງເປັນຄົນທຳມະດາ, ປົກກະຕິຜູ້ນີ້ ຄືເນື້ອໜັງທີ່ປົກກະຕິທີ່ພຣະເຈົ້າສວມໃສ່ ແລະ ເປັນການບັງເກີດເປັນມະນຸດຂອງພຣະເຈົ້າໃນທ່າມກາງມະນຸດ. ພຽງແຕ່ອີງໃສ່ສິ່ງນີ້ຢ່າງດຽວ, ການເຫັນພຣະຄຣິສເປັນຄົນທຳມະດາກໍບໍ່ຖືກຕ້ອງແລ້ວ, ການປະຕິບັດຕໍ່ພຣະອົງຄືກັບຄົນທຳມະດາກໍຍິ່ງບໍ່ຖືກຕ້ອງ ແລະ ການຫຼອກລວງພຣະອົງ, ການປັ່ນຫົວພຣະອົງ ແລະ ການຕໍ່ສູ້ກັບພຣະອົງຄືກັບວ່າພຣະອົງເປັນຄົນທຳມະດາກໍຍິ່ງຮ້າຍແຮງໄປກວ່ານັ້ນອີກ. ຜູ້ຕໍ່ຕ້ານພຣະຄຣິສເຊິ່ງເປັນກຸ່ມຄົນຊົ່ວຊ້າທີ່ລັງກຽດຄວາມຈິງນີ້ ຍັງຄົງບໍ່ຮັບຮູ້ເຖິງບັນຫາທີ່ສຳຄັນ ແລະ ຄວາມຜິດພາດທີ່ຊັດເຈນນີ້ຕະຫຼອດໄປ. ຍ້ອນຫຍັງຈຶ່ງເປັນແນວນີ້? ຍ້ອນວ່າແກ່ນແທ້ທຳມະຊາດຂອງພວກເຂົາຄືແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາຕໍ່ສູ້ກັບພຣະເຈົ້າໃນໂລກຝ່າຍວິນຍານ, ຍາດແຍ່ງສະຖານະກັບພຣະອົງ, ບໍ່ເຄີຍເອີ້ນພຣະອົງວ່າພຣະເຈົ້າ ຫຼື ປະຕິບັດຕໍ່ພຣະອົງໃນຖານະພຣະເຈົ້າເລີຍ. ໃນເຮືອນຂອງພຣະເຈົ້າ, ພວກເຂົາເຮັດພຶດຕິກຳນີ້ຊໍ້າອີກ, ໂດຍປະຕິບັດຕໍ່ພຣະຄຣິສໃນລັກສະນະດຽວກັນ. ບັນພະບູລຸດຂອງພວກເຂົາປະຕິບັດຕໍ່ພຣະເຈົ້າໃນວິທີນີ້, ສະນັ້ນ ມັນຈຶ່ງບໍ່ແປກໃຈເລີຍທີ່ພວກເຂົາອົດບໍ່ໄດ້ທີ່ຈະກະທຳການໃນວິທີນີ້. ເນື່ອງຈາກພວກເຂົາອົດບໍ່ໄດ້ທີ່ຈະກະທຳການໃນວິທີນີ້ ແລະ ແກ່ນແທ້ທຳມະຊາດຂອງພວກເຂົາກໍຖືກຢືນຢັນແລ້ວ, ຄົນແບບນີ້ຍັງສາມາດຖືກຊ່ວຍໃຫ້ລອດພົ້ນໂດຍພຣະເຈົ້າໄດ້ອີກບໍ? ພວກເຂົາບໍ່ຄວນຖືກຄັດອອກ ແລະ ຂັບໄລ່ອອກຈາກເຮືອນຂອງພຣະເຈົ້າບໍ? ພວກເຂົາບໍ່ຄວນຖືກປະຕິເສດໂດຍປະຊາກອນທີ່ພຣະເຈົ້າເລືອກທຸກຄົນບໍ? (ແມ່ນແລ້ວ). ພວກເຈົ້າຍັງມີຄວາມຄິດຫຼົງຜິດກ່ຽວກັບການທີ່ເຮືອນຂອງພຣະເຈົ້າກ່າວໂທດ, ຄັດອອກ ແລະ ປະຖິ້ມບຸກຄົນດັ່ງກ່າວຢູ່ບໍ? (ບໍ່). ພວກເຂົາໜ້າສົງສານບໍ? (ບໍ່). ເປັນຫຍັງພວກເຂົາຈຶ່ງບໍ່ໜ້າສົງສານ? ຍ້ອນພວກເຂົາໜ້າກຽດຊັງ, ຍ້ອນພວກເຂົາໜ້າລັງກຽດ, ສະນັ້ນ ພວກເຂົາຈຶ່ງບໍ່ໜ້າສົງສານ.
3. ວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ຄວາມຖ່ອມຕົວ ແລະ ຄວາມລີ້ລັບຂອງພຣະຄຣິສ
ວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງຂອງພຣະຄຣິສນັ້ນສະແດງອອກໃນຫຼາຍວິທີ ແລະ ພວກເຮົາຫາກໍໄດ້ເປີດໂປງຕົວຢ່າງສະເພາະບາງຢ່າງໄປ. ພວກເຮົາຈະຈົບການໂອ້ລົມກ່ຽວກັບດ້ານນີ້ພຽງເທົ່ານີ້. ກ່ຽວກັບອີກດ້ານໜຶ່ງຂອງພຣະຄຣິສ ເຊິ່ງກໍຄືຄວາມຖ່ອມຕົວ ແລະ ຄວາມລີ້ລັບຂອງພຣະອົງນັ້ນ ຜູ້ຕໍ່ຕ້ານພຣະຄຣິສກໍຍັງຄົງສະແດງອຸປະນິໄສ-ແກ່ນແທ້ທີ່ເປັນເອກະລັກຂອງພວກເຂົາອອກມາ ແລະ ພວກເຂົາມີການສະແດງອອກ ແລະ ວິທີການທີ່ເປັນແກ່ນແທ້ແບບດຽວກັນກັບທີ່ພວກເຂົາປະຕິບັດຕໍ່ຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງຂອງພຣະຄຣິສ. ພວກເຂົາຍັງຄົງບໍ່ສາມາດຍອມຮັບສິ່ງເຫຼົ່ານີ້ຈາກພຣະເຈົ້າ ຫຼື ຍອມຮັບພວກມັນວ່າເປັນສິ່ງທີ່ເປັນບວກ, ກົງກັນຂ້າມ ພວກເຂົາພັດດູຖູກພວກມັນ, ພວກເຂົາເຖິງກັບເຍາະເຍີ້ຍ ແລະ ກ່າວໂທດພວກມັນ ແລ້ວພວກເຂົາກໍປະຕິເສດພວກມັນ. ມັນເປັນຂັ້ນຕອນສາມພາກສ່ວນຄື: ທຳອິດ ພວກເຂົາສັງເກດ, ຈາກນັ້ນ ພວກເຂົາກໍກ່າວໂທດ ແລະ ສຸດທ້າຍ ພວກເຂົາກໍປະຕິເສດ. ສິ່ງເຫຼົ່ານີ້ລ້ວນແຕ່ເປັນການກະທຳທີ່ເຄີຍຊິນຂອງຜູ້ຕໍ່ຕ້ານພຣະຄຣິສ; ສິ່ງນີ້ຖືກກຳນົດໂດຍແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ຄວາມຖ່ອມຕົວ ແລະ ຄວາມລີ້ລັບແມ່ນຫຍັງ? ມັນບໍ່ຄວນເປັນເລື່ອງຍາກທີ່ຈະເຂົ້າໃຈຕາມຕົວອັກສອນ, ມັນໝາຍເຖິງການບໍ່ມັກໂອ້ອວດ, ບໍ່ສະແດງຕົນເອງ, ເຮັດຕົວບໍ່ໃຫ້ເປັນຈຸດສົນໃຈ ແລະ ບໍ່ເປັນທີ່ຮູ້ຈັກ. ສິ່ງນີ້ກ່ຽວຂ້ອງກັບອຸປະນິໄສຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ບຸກຄະລິກະພາບທີ່ຢູ່ພາຍໃນຂອງພຣະເຈົ້າ. ໂດຍອີງໃສ່ຮູບລັກສະນະພາຍນອກ, ມັນບໍ່ຄວນເປັນເລື່ອງຍາກທີ່ຜູ້ຄົນຈະສັງເກດເຫັນວ່າ: ພຣະຄຣິສບໍ່ມີຄວາມທະເຍີທະຍານ, ພຣະອົງບໍ່ພະຍາຍາມຍຶດອຳນາດ, ພຣະອົງບໍ່ມີຄວາມປາຖະໜາໃນອຳນາດ, ພຣະອົງບໍ່ໄດ້ກັກຂັງຫົວໃຈຂອງຜູ້ຄົນ ແລະ ພຣະອົງກໍບໍ່ໄດ້ສຶກສາການອ່ານໃຈຄົນ; ພຣະຄຣິສກ່າວຢ່າງຮຽບງ່າຍ, ຢ່າງກົງໄປກົງມາ, ຢ່າງຊັດເຈນ, ບໍ່ເຄີຍໃຊ້ຄຳເວົ້າທີ່ສອດຮູ້ສອດເຫັນ ຫຼື ໃຊ້ກົນອຸບາຍເພື່ອຫຼອກລໍ້ເອົາຄວາມຄິດທີ່ແທ້ຈິງຂອງຜູ້ຄົນອອກມາ. ຖ້າຜູ້ຄົນປາຖະໜາທີ່ຈະເວົ້າບາງສິ່ງ, ພວກເຂົາກໍສາມາດເວົ້າໄດ້; ຖ້າບໍ່, ພຣະອົງກໍບໍ່ໄດ້ບັງຄັບພວກເຂົາ. ເມື່ອພຣະຄຣິສເປີດໂປງອຸປະນິໄສທີ່ເສື່ອມຊາມ ແລະ ສະພາວະຕ່າງໆຂອງຜູ້ຄົນ, ພຣະອົງກໍກ່າວຢ່າງກົງໄປກົງມາ ແລະ ຊີ້ໃຫ້ເຫັນພວກມັນຢ່າງຊັດເຈນ; ຍິ່ງໄປກວ່ານັ້ນ ວິທີການຈັດການກັບສິ່ງຕ່າງໆຂອງພຣະຄຣິສກໍຮຽບງ່າຍຫຼາຍ. ຜູ້ທີ່ເຄີຍມີປະຕິສຳພັນກັບເຮົາຄວນມີຄວາມປະທັບໃຈນີ້ ໂດຍກ່າວວ່າ “ພຣະອົງຂ້ອນຂ້າງກົງໄປກົງມາ ໂດຍບໍ່ມີເລ່ຫຼ່ຽມໃດໆສຳລັບການກະທຳທາງໂລກ. ເຖິງແມ່ນວ່າມີສະຖານະ, ພຣະອົງກໍເບິ່ງຄືວ່າບໍ່ຮູ້ສຶກເຖິງຄວາມເໜືອກວ່າໃນກຸ່ມໃດເລີຍ”. ຄຳເວົ້ານີ້ຖືກຕ້ອງແທ້ໆ; ເຮົາບໍ່ມັກການເປັນຈຸດສົນໃຈ ຫຼື ການເພີ່ມຊື່ສຽງຂອງເຮົາຕໍ່ໜ້າຄົນອື່ນ. ຖ້າເຮົາຂາດສະຖານະນີ້ຢ່າງແທ້ຈິງ ແລະ ພຣະເຈົ້າບໍ່ໄດ້ເປັນພະຍານໃຫ້ກັບເຮົາ, ບຸກຄະລິກະພາບທີ່ຕິດຕົວເຮົາມາກໍຄືການຢູ່ທາງຫຼັງຝູງຊົນ, ບໍ່ປາຖະໜາທີ່ຈະເຮັດໃຫ້ຕົນເອງຖືກເຫັນ, ບໍ່ຕ້ອງການໃຫ້ຄົນອື່ນຮູ້ ເຖິງແມ່ນວ່າເຮົາຈະມີທັກສະພິເສດບາງຢ່າງກໍຕາມ, ເພາະຖ້າຜູ້ຄົນຮູ້ ພວກເຂົາກໍຈະຕິດຕາມເຮົາໄປທົ່ວ ເຊິ່ງເປັນເລື່ອງຫຍຸ້ງຍາກ ແລະ ຮັບມືໄດ້ຍາກ. ສະນັ້ນ, ບໍ່ວ່າເຮົາຈະໄປໃສກໍຕາມ, ທັນທີທີ່ຜູ້ຄົນເລີ່ມຕິດຕາມເຮົາໄປທົ່ວ, ເຮົາກໍຈະຊອກຫາວິທີທີ່ຈະໄລ່ພວກເຂົາໄປ, ໂດຍສົນທະນາເລື່ອງຕ່າງໆເມື່ອຈຳເປັນ ແລະ ເມື່ອບໍ່ຈຳເປັນ ກໍຈະໃຫ້ພວກເຂົາກັບຄືນໄປບ່ອນທີ່ເໝາະສົມຂອງພວກເຂົາຢ່າງໄວວາ ເພື່ອເຮັດໃນສິ່ງທີ່ພວກເຂົາຄວນເຮັດ. ສຳລັບຄົນທີ່ເສື່ອມຊາມແລ້ວ, ສິ່ງນີ້ເປັນເລື່ອງທີ່ເຫຼືອເຊື່ອ, “ມະນຸດພວກເຮົາຮັກພຣະອົງ ແລະ ສະໜັບສະໜູນພຣະອົງຫຼາຍ! ພວກເຮົາຫຼົງໄຫຼໃນຕົວພຣະອົງຫຼາຍ! ເປັນຫຍັງພຣະອົງຈຶ່ງບໍ່ຍອມຮັບຄວາມຮັກຂອງພວກເຮົາ?” ນີ້ແມ່ນຄຳເວົ້າຫຍັງກັນ? ເຮົາໄດ້ເວົ້າໃນສິ່ງທີ່ເຮົາຄວນເວົ້າກັບເຈົ້າແລ້ວ, ໄດ້ແນະນຳໃນສິ່ງທີ່ເຮົາຕ້ອງແນະນຳແລ້ວ, ສະນັ້ນ ຈົ່ງໄປເຮັດໃນສິ່ງທີ່ເຈົ້າຄວນເຮັດ, ຢ່າມາວົນວຽນຢູ່ອ້ອມຕົວເຮົາ, ເຮົາບໍ່ມັກມັນ. ໃນມຸມມອງຂອງຜູ້ຄົນ, ພວກເຂົາຄິດວ່າ “ຫຼັງຈາກທີ່ພຣະເຈົ້າໄດ້ເຮັດວຽກງານທີ່ຍິ່ງໃຫຍ່ແບບນີ້ແລ້ວ, ພຣະອົງບໍ່ຮູ້ສຶກພໍໃຈໃນຕົນເອງເລື້ອຍໆຄືກັນບໍ? ດ້ວຍຜູ້ຕິດຕາມຫຼາຍຂະໜາດນີ້, ພຣະອົງບໍ່ຮູ້ສຶກເໜືອກວ່າຢູ່ສະເໝີຄືກັນບໍ? ພຣະອົງບໍ່ປາຖະໜາທີ່ຈະເພີດເພີນກັບການປະຕິບັດຕໍ່ແບບພິເສດຢູ່ສະເໝີບໍ?” ເຮົາບອກວ່າເຮົາບໍ່ເຄີຍຮູ້ສຶກແບບນັ້ນເລີຍ; ເຮົາບໍ່ເຄີຍຮັບຮູ້ເລີຍວ່າມີຜູ້ຕິດຕາມຫຼາຍຂະໜາດນີ້, ເຮົາບໍ່ຮູ້ສຶກເໜືອກວ່າ ແລະ ເຮົາບໍ່ມີຄວາມຮູ້ສຶກເລີຍວ່າສະຖານະຂອງເຮົາສູງສໍ່າໃດ. ບອກເຮົາເບິ່ງ, ໂດຍປົກກະຕິແລ້ວ ຄົນທຳມະດາຈະປິຕິຍິນດີຫຼາຍສໍ່າໃດໃນແຕ່ລະມື້ ຖ້າພວກເຂົາຢູ່ໃນຕຳແໜ່ງແບບນັ້ນ? ພວກເຂົາຈະບໍ່ຮູ້ເລີຍແມ່ນບໍວ່າຈະກິນ ຫຼື ນຸ່ງຫຍັງ? ພວກເຂົາຈະບໍ່ລອຍຢູ່ກາງອາກາດຢູ່ໝົດມື້ບໍ? ພວກເຂົາຈະບໍ່ຫວັງຢູ່ສະເໝີບໍທີ່ຈະມີຄົນຕິດຕາມພວກເຂົາໄປທົ່ວ? (ແມ່ນແລ້ວ). ໂດຍສະເພາະຢ່າງຍິ່ງ ຜູ້ທີ່ມີຄວາມສາມາດບາງຢ່າງກໍຈະຊອກຫາວິທີຈັດການປະຊຸມຢູ່ສະເໝີ ເພື່ອເພີດເພີນກັບຄວາມຮູ້ສຶກຂອງການໄດ້ຮັບຄວາມສົນໃຈ ແລະ ສຽງຕົບມືໃນລະຫວ່າງການກ່າວຄຳປາໄສ ໂດຍຄິດວ່າມັນເໜືອກວ່າຄວາມສຸກຂອງການກິນຊີ້ນ ແລະ ດື່ມເຫຼົ້າແວັງ. ເຮົາສົງໄສວ່າ ເປັນຫຍັງເຮົາຈຶ່ງບໍ່ຮູ້ສຶກແບບນັ້ນ? ເປັນຫຍັງເຮົາຈຶ່ງບໍ່ຮູ້ສຶກວ່າມັນດີ? ເປັນຫຍັງເຮົາຈຶ່ງບໍ່ມັກຄວາມຮູ້ສຶກນັ້ນ? ໃນວົງການດົນຕີຂອງໂລກ, ຜູ້ທີ່ມີຄວາມສາມາດເລັກນ້ອຍ ໂດຍສະເພາະຜູ້ທີ່ສາມາດຮ້ອງເພງ ແລະ ຟ້ອນໄດ້ ຈະຖືກເອີ້ນວ່າ ເທບທິດາ, ເທບພະເຈົ້າ, ລາຊາດົນຕີ, ລາຊິນີດົນຕີ ແລະ ເຖິງກັບຖືກເອີ້ນວ່າ ພໍ່ອຸປະຖຳ, ແມ່ອຸປະຖຳ ແລະ ປໍລະມະຈານ. ສິ່ງເຫຼົ່ານີ້ບໍ່ແມ່ນຊື່ເອີ້ນທີ່ດີ. ຍິ່ງໄປກວ່ານັ້ນ ບາງຄົນກໍຮູ້ສຶກບໍ່ພໍໃຈເມື່ອພວກເຂົາຖືກເອີ້ນວ່າ “ສຽວ[a] ຫວັງ” ຫຼື “ສຽວຫຼີ” ໂດຍຄິດວ່າມັນເຮັດໃຫ້ຄວາມອາວຸໂສຂອງພວກເຂົາຫຼຸດລົງ ແລະ ດັ່ງນັ້ນ ພວກເຂົາຈຶ່ງຊອກຫາວິທີທີ່ຈະປ່ຽນລະດັບຄວາມອາວຸໂສຂອງພວກເຂົາ ເພື່ອໃຫ້ຜູ້ຄົນເອີ້ນພວກເຂົາວ່າ ລາຊາ ຫຼື ລາຊິນີ ໃນອະນາຄົດ. ນີ້ຄືເຊື້ອຊາດມະນຸດຊາດທີ່ເສື່ອມຊາມ. ຫຼັງຈາກທີ່ມາເຊື່ອໃນພຣະເຈົ້າແລ້ວ ບາງຄົນກໍເວົ້າວ່າຜູ້ເຊື່ອບໍ່ຄວນອວດດີຄືກັບຜູ້ບໍ່ມີຄວາມເຊື່ອ, ພວກເຂົາບໍ່ຄວນຖືກເອີ້ນວ່າ ເທບພະເຈົ້າ, ລາຊາ ຫຼື ລາຊິນີ, ພວກເຂົາຕ້ອງເຮັດຕົວບໍ່ໃຫ້ເປັນຈຸດສົນໃຈ ແລະ ຖ່ອມຕົວ. ພວກເຂົາເຊື່ອວ່າການເອີ້ນຕົນເອງໂດຍກົງວ່າ ຜູ້ຖ່ອມຕົວ ນັ້ນເປັນເລື່ອງທີ່ຂ້ອນຂ້າງຊໍ້າຊາກ, ວ່າມັນຍັງບໍ່ນ້ອຍ ຫຼື ຕໍ່າຕ້ອຍພຽງພໍ, ສະນັ້ນ ພວກເຂົາຈຶ່ງເອີ້ນຕົນເອງວ່າ ຈິ໋ວ, ນ້ອຍນິດ, ຂີ້ຝຸ່ນ, ນ້ອຍ ແລະ ບາງຄົນກໍເຖິງກັບເອີ້ນວ່າ ເມັດຊາຍ ແລະ ນາໂນແມັດ. ພວກເຂົາບໍ່ໄດ້ສຸມໃສ່ຄວາມຈິງ ແຕ່ພິຈາລະນາກ່ຽວກັບສິ່ງທີ່ຕໍ່າຊ້າ ດ້ວຍຊື່ຕ່າງໆເຊັ່ນ: ຫຍ້ານ້ອຍ, ຍອດອ່ອນ ແລະ ເຖິງກັບເອີ້ນວ່າ ຂີ້ດິນ, ຂີ້ຕົມ, ຂີ້ສັດ ແລະ ອື່ນໆ. ຊື່ເຫຼົ່ານີ້ແຕ່ລະຊື່ລ້ວນແຕ່ບໍ່ໜ້າຟັງ ແລະ ຕໍ່າຕ້ອຍກວ່າຊື່ກ່ອນໜ້າ, ແຕ່ພວກມັນສາມາດປ່ຽນແປງຫຍັງໄດ້ບໍ? ເຮົາເຫັນວ່າຄົນທີ່ມີຊື່ເຫຼົ່ານີ້ກໍອວດດີຫຼາຍເຊັ່ນກັນ, ບໍ່ດີ ແລະ ບາງຄົນກໍເຖິງກັບເປັນຄົນຊົ່ວຮ້າຍ. ຜູ້ທີ່ມີຊື່ດັ່ງກ່າວບໍ່ພຽງແຕ່ບໍ່ໄດ້ກາຍເປັນຄົນທີ່ນ້ອຍລົງ ຫຼື ຖ່ອມຕົວລົງເທົ່ານັ້ນ ແຕ່ຍັງຄົງອວດດີ, ຊົ່ວຊ້າ ແລະ ປະສົງຮ້າຍ.
ຄັ້ງທຳອິດທີ່ພຣະເຈົ້າບັງເກີດເປັນເນື້ອໜັງເພື່ອປະຕິບັດວຽກງານເທິງແຜ່ນດິນໂລກ, ວຽກງານຂອງພຣະອົງນັ້ນຮຽບງ່າຍ ແລະ ກະທັດຮັດ, ແຕ່ມັນເປັນຂັ້ນຕອນພາລະກິດທີ່ສຳຄັນ ແລະ ຂາດບໍ່ໄດ້ສຳລັບຄວາມລອດພົ້ນຂອງມະນຸດຊາດ. ເຖິງຢ່າງໃດກໍຕາມ ຫຼັງຈາກທີ່ອົງພຣະເຢຊູເຈົ້າຖືກຄຶງໃສ່ໄມ້ກາງແຂນ, ພຣະອົງກໍຟື້ນຄືນພຣະຊົນ ແລະ ສະເດັດຂຶ້ນສູ່ສະຫວັນ ໂດຍບໍ່ໄດ້ປາກົດຕົວຕໍ່ມະນຸດຊາດອີກເລີຍ. ເປັນຫຍັງພຣະອົງຈຶ່ງບໍ່ປາກົດຕົວຕໍ່ມະນຸດຊາດອີກ? ນີ້ຄືຄວາມຖ່ອມຕົວ ແລະ ຄວາມລີ້ລັບຂອງພຣະເຈົ້າ. ຕາມເຫດຜົນປົກກະຕິຂອງມະນຸດແລ້ວ, ພຣະເຈົ້າບັງເກີດເປັນເນື້ອໜັງ ແລະ ທົນທຸກເປັນເວລາສາມສິບສາມປີເຄິ່ງ ໂດຍອົດທົນຕໍ່ການປະຕິເສດ, ການໃສ່ຮ້າຍປ້າຍສີ, ການກ່າວໂທດ, ການດ່າທໍ ແລະ ອື່ນໆຂອງມະນຸດຊາດ ແລະ ພຣະອົງຄວນຈະກັບຄືນມາທ່າມກາງຜູ້ຄົນເພື່ອເພີດເພີນກັບໝາກຜົນແຫ່ງໄຊຊະນະ ແລະ ສະຫງ່າລາສີຂອງພຣະອົງ ຫຼັງຈາກທີ່ພຣະອົງຖືກຄຶງໃສ່ໄມ້ກາງແຂນ ແລະ ຟື້ນຄືນພຣະຊົນ. ພຣະອົງຄວນຈະມີພຣະຊົນຢູ່ຕໍ່ໄປອີກສາມສິບສາມປີເຄິ່ງ ຫຼື ດົນກວ່ານັ້ນ ເພື່ອເພີດເພີນກັບການທີ່ມະນຸດຊາດນະມັດສະການ ແລະ ເຄົາລົບນັບຖືພຣະອົງ ພ້ອມທັງສະຖານະ ແລະ ການປະຕິບັດຕໍ່ທີ່ພຣະອົງສົມຄວນໄດ້ຮັບ. ເຖິງຢ່າງໃດກໍຕາມ ພຣະເຈົ້າບໍ່ໄດ້ເຮັດແບບນີ້. ໃນວຽກງານຂັ້ນຕອນນີ້, ພຣະເຈົ້າມາຢ່າງງຽບໆ ແລະ ປາສະຈາກສຽງໃດໆ ໂດຍບໍ່ມີພິທີການໃດໆ ແລະ ບໍ່ຄືກັບມະນຸດທີ່ສະແຫວງຫາການເຮັດໃຫ້ຜູ້ຄົນຮັບຮູ້ເຖິງການມີຢູ່ຂອງພວກເຂົາເມື່ອໃດກໍຕາມທີ່ພວກເຂົາມີຄວາມສາມາດເລັກນ້ອຍ, ພຣະເຈົ້າບໍ່ຕ້ອງການທີ່ຈະປະກາດຕໍ່ໂລກວ່າ “ເຮົາຢູ່ນີ້, ເຮົາຄືພຣະເຈົ້າເອງ!” ພຣະເຈົ້າບໍ່ໄດ້ກ່າວຄຳເວົ້າແບບນີ້ແມ່ນແຕ່ຄຳດຽວເພື່ອພຣະອົງເອງ ແຕ່ໄດ້ມາບັງເກີດຢ່າງງຽບໆຢູ່ໃນຄອກສັດ. ນອກຈາກນັກປາດສາມຄົນທີ່ມານະມັດສະການພຣະເຈົ້າແລ້ວ, ຊີວິດທີ່ເຫຼືອຂອງອົງພຣະເຢຊູຄຣິສເຈົ້າແມ່ນເຕັມໄປດ້ວຍຄວາມຍາກລຳບາກ ແລະ ຄວາມທຸກທໍລະມານ ເຊິ່ງສິ້ນສຸດລົງດ້ວຍການຖືກຄຶງໃສ່ໄມ້ກາງແຂນຂອງພຣະອົງເທົ່ານັ້ນ. ພຣະເຈົ້າໄດ້ຮັບສະຫງ່າລາສີ ແລະ ໃຫ້ອະໄພບາບຂອງມະນຸດ, ນີ້ໝາຍຄວາມວ່າພຣະອົງໄດ້ກະທຳສິ່ງທີ່ຍິ່ງໃຫຍ່ສຳລັບມະນຸດຊາດ ເພາະພຣະອົງໄດ້ຊ່ວຍໃຫ້ຜູ້ຄົນຫຼຸດພົ້ນຈາກບາບ ແລະ ທະເລແຫ່ງຄວາມທຸກທໍລະມານ ແລະ ພຣະອົງຄືພຣະຜູ້ໄຖ່ບາບຂອງມະນຸດຊາດ. ສະນັ້ນ ມັນຈຶ່ງມີເຫດຜົນທີ່ພຣະເຈົ້າຄວນຈະໄດ້ຮັບຄວາມເພີດເພີນກັບການນະມັດສະການ, ການຍົກຍ້ອງ ແລະ ການກົ້ມຂາບຂອງມະນຸດຊາດ. ເຖິງຢ່າງໃດກໍຕາມ ພຣະເຈົ້າໄດ້ຈາກໄປຢ່າງງຽບໆ ແລະ ປາສະຈາກສຽງໃດໆ ໂດຍບໍ່ໄດ້ສົ່ງສຽງໃດໆເລີຍ. ໃນໄລຍະສອງພັນປີທີ່ຜ່ານມາ, ວຽກງານຂອງພຣະເຈົ້າໄດ້ແຜ່ຂະຫຍາຍອອກໄປຢູ່ສະເໝີ. ຂະບວນການຂອງການແຜ່ຂະຫຍາຍນີ້ແມ່ນເຕັມໄປດ້ວຍຄວາມຍາກລຳບາກ, ການນອງເລືອດ ພ້ອມທັງການກ່າວໂທດ ແລະ ການໃສ່ຮ້າຍປ້າຍສີຂອງມະນຸດຊາດທັງປວງ. ແຕ່ບໍ່ວ່າທັດສະນະຄະຕິຂອງມະນຸດຊາດທີ່ມີຕໍ່ພຣະເຈົ້າຈະເປັນແນວໃດກໍຕາມ, ພຣະອົງກໍຍັງສືບຕໍ່ສະແດງຄວາມຈິງ ແລະ ບໍ່ເຄີຍຍອມແພ້ໃນວຽກງານແຫ່ງການຊ່ວຍມະນຸດໃຫ້ລອດພົ້ນຂອງພຣະອົງເລີຍ. ຍິ່ງໄປກວ່ານັ້ນ ໃນລະຫວ່າງສອງພັນປີນີ້, ພຣະເຈົ້າບໍ່ເຄີຍໃຊ້ຄຳເວົ້າທີ່ຊັດເຈນເພື່ອປະກາດກ່ຽວກັບພຣະອົງເອງ, ເພື່ອບອກວ່າອົງພຣະເຢຊູເຈົ້າຄືເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງ ແລະ ມະນຸດຊາດຄວນນະມັດສະການ ແລະ ຍອມຮັບພຣະອົງ. ພຣະເຈົ້າພຽງແຕ່ໃຊ້ວິທີການທີ່ລຽບງ່າຍທີ່ສຸດ ໂດຍການສົ່ງຜູ້ຮັບໃຊ້ຂອງພຣະອົງໄປເທດສະໜາຂ່າວປະເສີດແຫ່ງລາຊະອານາຈັກສະຫວັນໃຫ້ກັບທຸກຊາດ ແລະ ທຸກສະຖານທີ່ ເພື່ອໃຫ້ຜູ້ຄົນຈຳນວນຫຼາຍຂຶ້ນໄດ້ກັບໃຈ, ມາຢູ່ຕໍ່ໜ້າພຣະເຈົ້າ ແລະ ຍອມຮັບຄວາມລອດພົ້ນຂອງພຣະອົງ ແລ້ວດ້ວຍເຫດນັ້ນຈຶ່ງໄດ້ຮັບການໃຫ້ອະໄພຄວາມບາບຂອງພວກເຂົາ. ພຣະເຈົ້າບໍ່ເຄີຍໃຊ້ຄຳເວົ້າທີ່ເກີນຄວາມຈຳເປັນໃດໆເພື່ອບອກວ່າພຣະອົງຄືພຣະເມຊີອາທີ່ຈະມາເຖິງ; ກົງກັນຂ້າມ ພຣະອົງໄດ້ພິສູດຜ່ານຂໍ້ເທັດຈິງວ່າ ທຸກສິ່ງທີ່ພຣະອົງໄດ້ເຮັດນັ້ນຄືວຽກງານຂອງພຣະເຈົ້າເອງ, ຄວາມລອດພົ້ນຂອງອົງພຣະເຢຊູເຈົ້າຄືຄວາມລອດພົ້ນຂອງພຣະເຈົ້າເອງ, ອົງພຣະເຢຊູເຈົ້າໄດ້ໄຖ່ບາບມະນຸດຊາດທັງປວງ ແລະ ພຣະອົງຄືພຣະເຈົ້າເອງ. ໃນການບັງເກີດເປັນເນື້ອໜັງໃນປັດຈຸບັນ, ພຣະເຈົ້າໄດ້ມາທ່າມກາງຜູ້ຄົນໃນລັກສະນະ ແລະ ຮູບແບບດຽວກັນ. ການມາໃນເນື້ອໜັງຂອງພຣະເຈົ້າເປັນພອນອັນຍິ່ງໃຫຍ່ສຳລັບມະນຸດຊາດ, ເປັນໂອກາດທີ່ຫາໄດ້ຍາກຢ່າງເຫຼືອເຊື່ອ ແລະ ຍິ່ງໄປກວ່ານັ້ນ ມັນຄືຄວາມໂຊກດີຂອງມະນຸດຊາດ. ແຕ່ມັນມີຄວາມໝາຍແນວໃດສຳລັບພຣະເຈົ້າເອງ? ມັນເປັນສິ່ງທີ່ເຈັບປວດທີ່ສຸດ. ພວກເຈົ້າສາມາດເຂົ້າໃຈສິ່ງນີ້ໄດ້ບໍ? ແກ່ນແທ້ຂອງພຣະເຈົ້າກໍຄືພຣະເຈົ້າ. ພຣະເຈົ້າຜູ້ຊົງມີອັດຕະລັກຂອງພຣະເຈົ້ານັ້ນ ໂດຍທຳມະຊາດແລ້ວແມ່ນບໍ່ມີຄວາມອວດດີ ແຕ່ກົງກັນຂ້າມ ພຣະອົງຊົງສັດຊື່, ບໍລິສຸດ ແລະ ຊອບທຳ. ໂດຍການມາທ່າມກາງມະນຸດຊາດ, ພຣະອົງຕ້ອງປະເຊີນກັບອຸປະນິໄສທີ່ເສື່ອມຊາມຕ່າງໆຂອງມະນຸດ ເຊິ່ງໝາຍຄວາມວ່າຜູ້ຄົນທັງໝົດທີ່ພຣະອົງປາຖະໜາຈະຊ່ວຍໃຫ້ລອດພົ້ນນັ້ນລ້ວນແຕ່ເປັນຜູ້ທີ່ພຣະອົງກຽດຊັງ ແລະ ຮູ້ສຶກລັງກຽດ. ພຣະເຈົ້າບໍ່ມີອຸປະນິໄສທີ່ອວດດີ, ຄວາມຊົ່ວຊ້າ ແລະ ການຫຼອກລວງ, ພຣະອົງຮັກສິ່ງທີ່ເປັນບວກ, ພຣະອົງຊອບທຳ ແລະ ບໍລິສຸດ ແຕ່ສິ່ງທີ່ພຣະອົງປະເຊີນນັ້ນກໍຄືກຸ່ມມະນຸດທີ່ຕໍ່ຕ້ານ ແລະ ເປັນປໍລະປັກຕໍ່ແກ່ນແທ້ຂອງພຣະອົງຢ່າງແທ້ຈິງ. ພຣະເຈົ້າປະທານສິ່ງໃດຫຼາຍທີ່ສຸດ? ຄວາມຮັກ, ຄວາມອົດທົນ, ຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະອົງ. ຄວາມຮັກ, ຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະເຈົ້າຄືຄວາມຖ່ອມຕົວ ແລະ ຄວາມລີ້ລັບຂອງພຣະອົງ. ມະນຸດຊາດທີ່ເສື່ອມຊາມຄິດວ່າ “ພຣະເຈົ້າເຮັດວຽກງານທີ່ຍິ່ງໃຫຍ່ແບບນີ້, ໄດ້ຮັບສະຫງ່າລາສີທີ່ຍິ່ງໃຫຍ່ແບບນີ້ ແລະ ພຣະອົງມີອຳນາດສູງສຸດເໜືອຫຼາຍສິ່ງຫຼາຍຢ່າງ, ແລ້ວເປັນຫຍັງພຣະອົງຈຶ່ງບໍ່ປະກາດ ຫຼື ເປີດເຜີຍກ່ຽວກັບພຣະອົງເອງ?” ສຳລັບມະນຸດແລ້ວ, ສິ່ງນີ້ເບິ່ງຄືວ່າເປັນເລື່ອງທີ່ງ່າຍດາຍຫຼາຍ; ເມື່ອພວກເຂົາເຮັດສິ່ງທີ່ດີໜຶ່ງຢ່າງ ພວກເຂົາກໍເວົ້າເກີນຈິງໄປສິບເທົ່າ, ເມື່ອພວກເຂົາເຮັດຄວາມດີພຽງເລັກນ້ອຍ ພວກເຂົາກໍຂະຫຍາຍມັນຂຶ້ນສອງ ຫຼື ສາມເທົ່າ ໂດຍຂະຫຍາຍມັນຢ່າງບໍ່ມີຂີດຈຳກັດ ແລະ ຄິດວ່າຍິ່ງພວກເຂົາເຮັດດ້ວຍລາຍລະອຽດຫຼາຍສໍ່າໃດກໍຍິ່ງເປັນການດີ. ແຕ່ສິ່ງເຫຼົ່ານີ້ບໍ່ໄດ້ຢູ່ໃນແກ່ນແທ້ຂອງພຣະເຈົ້າ. ບໍ່ວ່າພຣະເຈົ້າຈະເຮັດຫຍັງກໍຕາມ, ມັນບໍ່ມີສິ່ງທີ່ມະນຸດເອີ້ນວ່າ “ການແລກປ່ຽນ” ຢູ່ໃນນັ້ນເລີຍ; ພຣະເຈົ້າບໍ່ຕ້ອງການຮຽກຮ້ອງສິ່ງໃດ, ພຣະອົງບໍ່ໄດ້ “ສະແຫວງຫາຄ່າຕອບແທນ” ດັ່ງທີ່ມະນຸດເອີ້ນກັນ. ພຣະເຈົ້າບໍ່ມີຄວາມປາຖະໜາໃນສະຖານະຄືກັບທີ່ມະນຸດຊາດທີ່ເສື່ອມຊາມມີ, ພຣະອົງບໍ່ໄດ້ກ່າວວ່າ “ເຮົາຄືພຣະເຈົ້າ; ເຮົາເຮັດໃນສິ່ງທີ່ເຮົາຕ້ອງການ ແລະ ບໍ່ວ່າເຮົາຈະເຮັດຫຍັງກໍຕາມ, ພວກເຈົ້າຕ້ອງຈື່ຈຳຄວາມດີຂອງເຮົາໄວ້, ພວກເຈົ້າຕ້ອງເອົາສິ່ງທີ່ເຮົາເຮັດມາໃສ່ໃຈ ແລະ ຈື່ຈຳເຮົາໄວ້ຢູ່ສະເໝີ”. ພຣະເຈົ້າບໍ່ມີແກ່ນແທ້ປະເພດນີ້ຢ່າງແທ້ຈິງ; ພຣະອົງບໍ່ມີຄວາມທະເຍີທະຍານ, ພຣະອົງບໍ່ມີອຸປະນິໄສທີ່ອວດດີຂອງມະນຸດຊາດທີ່ເສື່ອມຊາມ ແລະ ພຣະອົງບໍ່ໄດ້ປະກາດກ່ຽວກັບພຣະອົງເອງ. ບາງຄົນເວົ້າວ່າ “ຖ້າພຣະອົງບໍ່ປະກາດກ່ຽວກັບຕົວພຣະອົງເອງ, ຜູ້ຄົນຈະຮູ້ໄດ້ແນວໃດວ່າພຣະອົງຄືພຣະເຈົ້າ? ພວກເຂົາຈະເຫັນໄດ້ແນວໃດວ່າພຣະອົງມີສະຖານະຂອງພຣະເຈົ້າ?” ມັນບໍ່ຈຳເປັນ; ນີ້ຄືສິ່ງທີ່ແກ່ນແທ້ຂອງພຣະເຈົ້າສາມາດບັນລຸໄດ້. ພຣະເຈົ້າຊົງມີແກ່ນແທ້ຂອງພຣະເຈົ້າ; ບໍ່ວ່າພຣະອົງຈະຖ່ອມຕົວ ແລະ ລີ້ລັບສໍ່າໃດກໍຕາມ, ພຣະອົງເຮັດວຽກຢ່າງປິດບັງສໍ່າໃດກໍຕາມ, ພຣະອົງສະແດງຄວາມເມດຕາ ແລະ ຄວາມອົດກັ້ນຕໍ່ມະນຸດຊາດແນວໃດກໍຕາມ, ຜົນກະທົບຂັ້ນສຸດທ້າຍຈາກພຣະທຳ, ວຽກງານ, ການກະທຳ ແລະ ອື່ນໆຂອງພຣະອົງທີ່ມີຕໍ່ຜູ້ຄົນນັ້ນ ຍ່ອມເປັນການທີ່ມະນຸດທີ່ຖືກສ້າງຍອມຮັບອຳນາດສູງສຸດຂອງພຣະຜູ້ສ້າງ, ກົ້ມຂາບ ແລະ ນະມັດສະການພຣະຜູ້ສ້າງ ພ້ອມທັງເຕັມໃຈອ່ອນນ້ອມຕໍ່ອຳນາດສູງສຸດ ແລະ ການຈັດແຈງຂອງພຣະຜູ້ສ້າງ. ສິ່ງນີ້ຖືກກຳນົດໂດຍແກ່ນແທ້ຂອງພຣະເຈົ້າ. ສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສບໍ່ສາມາດບັນລຸໄດ້ກໍຄືສິ່ງນີ້ຢ່າງແທ້ຈິງ. ພວກເຂົາມີຄວາມທະເຍີທະຍານ ແລະ ຄວາມປາຖະໜາ ພ້ອມທັງອຸປະນິໄສທີ່ອວດດີ, ໂຫດຮ້າຍ ແລະ ຊົ່ວຊ້າ, ພວກເຂົາຂາດຄວາມຈິງ ແຕ່ພວກເຂົາກໍຍັງຕ້ອງການຄອບຄອງ ແລະ ຄວບຄຸມຜູ້ຄົນ ພ້ອມທັງເຮັດໃຫ້ຜູ້ຄົນອ່ອນນ້ອມ ແລະ ນະມັດສະການພວກເຂົາ. ເມື່ອຕັດສິນໂດຍອີງໃສ່ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສແລ້ວ, ພວກເຂົາບໍ່ຊົ່ວຊ້າບໍ? ຜູ້ຕໍ່ຕ້ານພຣະຄຣິສຍາດແຍ່ງປະຊາກອນທີ່ພຣະເຈົ້າເລືອກໄປຈາກພຣະອົງ, ພຣະເຈົ້າຈະຍາດແຍ່ງກັບພວກເຂົາບໍ? ພຣະເຈົ້າມີແກ່ນແທ້ນີ້ບໍ? ພຣະເຈົ້າໄດ້ຮັບການນະມັດສະການ ແລະ ການອ່ອນນ້ອມຂອງມະນຸດທີ່ຖືກສ້າງມາໂດຍການຍາດແຍ່ງເອົາບໍ? (ບໍ່). ພຣະອົງໄດ້ຮັບມັນມາແນວໃດ? ສິ່ງທີ່ຖືກສ້າງແມ່ນຖືກສ້າງຂຶ້ນໂດຍພຣະເຈົ້າ; ມີພຽງແຕ່ພຣະຜູ້ສ້າງເທົ່ານັ້ນທີ່ຮູ້ວ່າມະນຸດຊາດຕ້ອງການຫຍັງ, ຄວນມີຫຍັງ ແລະ ມະນຸດຊາດຄວນດຳລົງຊີວິດແນວໃດ. ຕົວຢ່າງເຊັ່ນ: ສົມມຸດວ່າຄົນຜູ້ໜຶ່ງສ້າງເຄື່ອງຈັກຂຶ້ນມາ. ມີພຽງແຕ່ຜູ້ປະດິດມັນເທົ່ານັ້ນທີ່ຮູ້ເຖິງຂໍ້ບົກຜ່ອງ ແລະ ຈຸດອ່ອນຂອງມັນ ພ້ອມທັງວິທີສ້ອມແປງມັນ, ສ່ວນຜູ້ໃດກໍຕາມທີ່ພະຍາຍາມປອມແປງເຄື່ອງຈັກນັ້ນຍ່ອມບໍ່ຮູ້. ໃນທຳນອງດຽວກັນ, ມະນຸດຊາດຖືກພຣະເຈົ້າສ້າງຂຶ້ນມາ; ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ຮູ້ວ່າຜູ້ຄົນຕ້ອງການຫຍັງ, ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ສາມາດຊ່ວຍມະນຸດຊາດໃຫ້ລອດພົ້ນໄດ້ ແລະ ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ສາມາດປ່ຽນແປງມະນຸດທີ່ເສື່ອມຊາມໃຫ້ກາຍເປັນມະນຸດທີ່ແທ້ຈິງໄດ້. ພຣະເຈົ້າເຮັດສິ່ງທັງໝົດນີ້ບໍ່ແມ່ນດ້ວຍສິດອຳນາດຂອງພຣະອົງ, ບໍ່ແມ່ນດ້ວຍການປະກາດກ່ຽວກັບພຣະອົງເອງ, ການແກ້ຕົວໃຫ້ກັບພຣະອົງເອງ ຫຼື ດ້ວຍການກົດຂີ່, ການເຮັດໃຫ້ຫຼົງຜິດ ຫຼື ການຄວບຄຸມຜູ້ຄົນ; ພຣະເຈົ້າບໍ່ໄດ້ໃຊ້ວິທີການ ແລະ ຮູບແບບເຫຼົ່ານີ້, ມີພຽງແຕ່ຊາຕານ ແລະ ຜູ້ຕໍ່ຕ້ານພຣະຄຣິສເທົ່ານັ້ນທີ່ເຮັດແບບນັ້ນ.
ຫຼັງຈາກທີ່ໄດ້ໂອ້ລົມກັນມາຫຼາຍແລ້ວ, ພວກເຈົ້າມີຄວາມເຂົ້າໃຈແນວໃດກ່ຽວກັບຄວາມຖ່ອມຕົວ ແລະ ຄວາມລີ້ລັບຂອງພຣະເຈົ້າ? ຄວາມຖ່ອມຕົວ ແລະ ຄວາມລີ້ລັບຂອງພຣະເຈົ້າແມ່ນຫຍັງ? ຄວາມລີ້ລັບແມ່ນການຈົງໃຈປິດບັງອັດຕະລັກຂອງພຣະອົງ, ການຕັ້ງໃຈເຊື່ອງແກ່ນແທ້ ແລະ ສະຖານະການທີ່ແທ້ຈິງຂອງພຣະອົງບໍ? (ບໍ່). ຄວາມຖ່ອມຕົວແມ່ນສິ່ງທີ່ເສແສ້ງຂຶ້ນມາຢ່າງຜິດທຳມະຊາດບໍ? ມັນແມ່ນການຢັບຢັ້ງຕົນເອງບໍ? ມັນແມ່ນການເສແສ້ງບໍ? (ບໍ່). ບາງຄົນເວົ້າວ່າ “ພຣະອົງຄືພຣະເຈົ້າທີ່ບັງເກີດເປັນມະນຸດ, ຄົນທີ່ມີສະຖານະສູງສົ່ງແບບນີ້ຈະນຸ່ງເຄື່ອງທຳມະດາແບບນີ້ໄດ້ແນວໃດ?” ເຮົາບອກວ່າເຮົາເປັນພຽງຄົນທຳມະດາ, ດຳລົງຊີວິດແບບທຳມະດາ; ທຸກສິ່ງກ່ຽວກັບເຮົາລ້ວນແຕ່ທຳມະດາ, ແລ້ວເປັນຫຍັງເຮົາຈຶ່ງນຸ່ງເຄື່ອງທຳມະດາບໍ່ໄດ້? ບາງຄົນເວົ້າວ່າ “ພຣະອົງຄືພຣະຄຣິສ, ພຣະເຈົ້າທີ່ບັງເກີດເປັນມະນຸດ. ສະຖານະຂອງພຣະອົງສູງສົ່ງ, ຢ່າດູຖູກຕົວເອງ”. ເຮົາບອກວ່າ, ດູຖູກຫຍັງ? ເຮົາບໍ່ໄດ້ປະເມີນຄ່າຕົວເອງສູງເກີນໄປ ຫຼື ດ້ອຍຄ່າຕົວເຮົາເອງ; ເຮົາກໍຄືເຮົາ, ເຮົາເຮັດໃນສິ່ງທີ່ເຮົາຄວນເຮັດ ແລະ ເຮົາເວົ້າໃນສິ່ງທີ່ເຮົາຄວນເວົ້າ, ມັນຜິດບ່ອນໃດ? ທັງການປະເມີນຄ່າຕົວເອງສູງເກີນໄປ ແລະ ການດ້ອຍຄ່າລ້ວນແຕ່ບໍ່ຖືກຕ້ອງ; ການປະເມີນຄ່າຕົວເອງສູງເກີນໄປຄືຄວາມອວດດີ, ການດ້ອຍຄ່າຄືການເສແສ້ງ ແລະ ການຫຼອກລວງ. ບາງຄົນເວົ້າວ່າ “ພຣະເຈົ້າທີ່ບັງເກີດເປັນມະນຸດຄວນມີທ່າທາງຄືກັບຄົນດັງ ແລະ ຄຳເວົ້າ ພ້ອມທັງພຶດຕິກຳຂອງພຣະອົງຄວນຈະສະຫງ່າງາມ. ເບິ່ງຊົງຜົມ, ເຄື່ອງນຸ່ງ ແລະ ການແຕ່ງໜ້າຂອງຜູ້ຍິງທີ່ມີອຳນາດໃນສັງຄົມເຫຼົ່ານັ້ນແມ, ພວກເຂົາຄືຄົນທີ່ມີສະຖານະ, ພວກເຂົາຄືຄົນທີ່ຜູ້ຄົນຍົກຍ້ອງ!” ເຮົາບອກວ່າ, ສະຖານະແມ່ນຫຍັງ? ມັນສຳຄັນແນວໃດຖ້າຜູ້ຄົນຍົກຍ້ອງເຮົາ? ເຮົາບໍ່ມັກມັນ; ຖ້າເຈົ້າຍົກຍ້ອງເຮົາ, ເຮົາຮູ້ສຶກວ່າມັນໜ້າລັງກຽດ ແລະ ໜ້າຂີ້ດຽດ. ເກັບຄວາມຍົກຍ້ອງຂອງເຈົ້າໄວ້ສາ. ຄົນອື່ນເວົ້າວ່າ “ເບິ່ງນັກທຸລະກິດຍິງໃນສັງຄົມເຫຼົ່ານັ້ນແມ, ພວກເຂົາແຕ່ງກາຍຢ່າງສູງສົ່ງ ແລະ ສະຫງ່າງາມ. ພຽງແຕ່ເບິ່ງບາດດຽວ, ເຈົ້າກໍສາມາດເຫັນໄດ້ວ່າພວກເຂົາເປັນບຸກຄົນທີ່ມີອຳນາດ ແລະ ເປັນຊົນຊັ້ນສູງ, ເປັນຫຍັງພຣະອົງຈຶ່ງບໍ່ຮຽນຮູ້ຈາກພວກເຂົາ?” ເປັນຫຍັງເຮົາຈຶ່ງຕ້ອງຮຽນຮູ້ສິ່ງທີ່ເຮົາບໍ່ມັກ? ເຮົານຸ່ງເຄື່ອງທີ່ເໝາະສົມກັບອາຍຸຂອງເຮົາ, ເປັນຫຍັງເຮົາຈຶ່ງຕ້ອງເສແສ້ງ? ເປັນຫຍັງເຮົາຈຶ່ງຕ້ອງຮຽນຮູ້ຈາກຄົນອື່ນ? ເຮົາກໍຄືເຮົາ, ເຮົາກຳລັງເສແສ້ງໃຫ້ໃຜເບິ່ງ? ນັ້ນບໍ່ແມ່ນການຫຼອກລວງບໍ? ບອກເຮົາເບິ່ງ, ພຣະເຈົ້າທີ່ບັງເກີດເປັນມະນຸດຄວນມີຄວາມຄ້າຍຄື, ຮູບລັກສະນະ, ຄຳເວົ້າ ແລະ ພຶດຕິກຳແບບໃດ ເພື່ອໃຫ້ເໝາະສົມກັບຕົວຕົນຂອງພຣະອົງ? ພວກເຈົ້າມີມາດຕະຖານສຳລັບສິ່ງນີ້ບໍ? ພວກເຈົ້າຕ້ອງມີແນ່ນອນ, ຖ້າບໍ່ດັ່ງນັ້ນ, ພວກເຈົ້າກໍຄົງຈະບໍ່ເບິ່ງພຣະຄຣິສແບບນັ້ນ. ເຮົາມີມາດຕະຖານຂອງເຮົາ, ມາດຕະຖານຂອງເຮົາເກີນຂອບເຂດຂອງຫຼັກການຄວາມຈິງບໍ? (ບໍ່). ເປັນຫຍັງບາງຄົນຈຶ່ງມີຄວາມຄິດຫຼົງຜິດ ກ່ຽວກັບສິ່ງໃດກໍຕາມທີ່ເຮົານຸ່ງ ຫຼື ກິນຢູ່ສະເໝີ, ສະຫຼຸບກ່ຽວກັບເຮົາ ແລະ ຕັດສິນເຮົາຢູ່ຕະຫຼອດເວລາ, ນັ້ນບໍ່ໜ້າລັງກຽດບໍ? ເປັນຫຍັງພວກເຂົາຈຶ່ງເບິ່ງເຮົາແບບນີ້? ໃນສາຍຕາຂອງພວກເຂົາ, ບໍ່ວ່າພຣະຄຣິສຈະເຮັດຫຍັງກໍລ້ວນແຕ່ຜິດ, ມັນລ້ວນແຕ່ເປັນລົບ, ມັນມີບາງສິ່ງບາງຢ່າງທີ່ໜ້າສົງໄສຢູ່ສະເໝີ. ພວກເຂົາຊ່າງຊົ່ວຊ້າແທ້ໆ! ເມື່ອຕັດສິນຈາກອັດຕະລັກທີ່ແຕກຕ່າງກັນ, ມຸມມອງທີ່ແຕກຕ່າງກັນຂອງພຣະເຈົ້າ, ຕັ້ງແຕ່ພຣະວິນຍານຂອງພຣະເຈົ້າ, ແກ່ນແທ້ຂອງພຣະເຈົ້າເອງ, ໄປຈົນເຖິງຄວາມເປັນມະນຸດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ, ບໍ່ມີຄວາມອວດດີ ຫຼື ຄວາມທະເຍີທະຍານ ແລະ ຄວາມປາຖະໜາໃດໆຂອງຊາຕານຢູ່ພາຍໃນແກ່ນແທ້ຂອງພຣະເຈົ້າ ແລະ ຍິ່ງບໍ່ມີສິ່ງທີ່ມະນຸດເອີ້ນວ່າຄວາມປາຖະໜາໃນສະຖານະ. ນອກເໜືອຈາກແກ່ນແທ້ຂອງພຣະເຈົ້າເອງແລ້ວ, ລັກສະນະທີ່ໂດດເດັ່ນທີ່ສຸດຂອງສິ່ງທີ່ພຣະເຈົ້າຊົງມີ, ຕັ້ງແຕ່ພຣະວິນຍານຂອງພຣະເຈົ້າໄປຈົນເຖິງເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງ, ກໍຄືຄວາມຖ່ອມຕົວ ແລະ ຄວາມລີ້ລັບຂອງພຣະອົງ. ຄວາມຖ່ອມຕົວນີ້ບໍ່ໄດ້ຖືກເສແສ້ງຂຶ້ນມາ, ຄວາມລີ້ລັບນີ້ບໍ່ແມ່ນການຈົງໃຈຫຼີກລ່ຽງ; ນີ້ຄືແກ່ນແທ້ຂອງພຣະເຈົ້າ, ນີ້ຄືພຣະເຈົ້າເອງ. ບໍ່ວ່າພຣະເຈົ້າຈະຢູ່ໃນໂລກຝ່າຍວິນຍານ ຫຼື ບັງເກີດເປັນມະນຸດກໍຕາມ, ແກ່ນແທ້ຂອງພຣະອົງກໍບໍ່ປ່ຽນແປງ. ຖ້າຄົນໃດໜຶ່ງບໍ່ສາມາດເຫັນໄດ້ວ່າພຣະຄຣິສທີ່ບັງເກີດເປັນມະນຸດຊົງມີແກ່ນແທ້ຂອງພຣະເຈົ້າໂດຍອີງໃສ່ສິ່ງນີ້, ພວກເຂົາເປັນຄົນປະເພດໃດ? ພວກເຂົາຂາດຄວາມເຂົ້າໃຈຝ່າຍວິນຍານ, ພວກເຂົາເປັນຜູ້ບໍ່ເຊື່ອ. ຖ້າພວກເຂົາເບິ່ງແກ່ນແທ້ແຫ່ງຄວາມຖ່ອມຕົວ ແລະ ຄວາມລີ້ລັບຂອງພຣະເຈົ້າ, ຜູ້ຄົນກໍຈະຄິດວ່າ: “ພຣະເຈົ້າເບິ່ງຄືວ່າບໍ່ມີສິດອຳນາດທີ່ຍິ່ງໃຫຍ່ແບບນັ້ນ. ການເວົ້າວ່າພຣະເຈົ້າຊົງລິດທານຸພາບສູງສຸດນັ້ນເບິ່ງຄືວ່າບໍ່ໜ້າເຊື່ອຖືປານໃດ, ມັນປອດໄພກວ່າທີ່ຈະເວົ້າວ່າພຣະເຈົ້າຊົງລິດອຳນາດ. ໃນເມື່ອພຣະອົງບໍ່ມີສິດອຳນາດທີ່ຍິ່ງໃຫຍ່ແບບນັ້ນ, ພຣະອົງຈະສາມາດມີອຳນາດສູງສຸດເໜືອມະນຸດຊາດໄດ້ແນວໃດ? ໃນເມື່ອພຣະອົງບໍ່ເຄີຍສະແດງສະຖານະ ແລະ ອັດຕະລັກຂອງພຣະເຈົ້າ, ພຣະອົງຈະສາມາດເອົາຊະນະຊາຕານໄດ້ບໍ? ມີການກ່າວວ່າພຣະເຈົ້າມີສະຕິປັນຍາ, ສະຕິປັນຍາສາມາດຕັດສິນທຸກສິ່ງໄດ້ບໍ? ອັນໃດຍິ່ງໃຫຍ່ກວ່າກັນ ລະຫວ່າງສະຕິປັນຍາ ຫຼື ຄວາມຊົງລິດອຳນາດຍິ່ງໃຫຍ່? ສະຕິປັນຍາສາມາດຄວບຄຸມຄວາມຊົງລິດອຳນາດຍິ່ງໃຫຍ່ໄດ້ບໍ? ສະຕິປັນຍາສາມາດສົ່ງຜົນກະທົບຕໍ່ຄວາມຊົງລິດອຳນາດຍິ່ງໃຫຍ່ໄດ້ບໍ?” ຜູ້ຄົນໄຕ່ຕອງກ່ຽວກັບເລື່ອງນີ້ ແຕ່ບໍ່ສາມາດເບິ່ງທະລຸ ຫຼື ເຂົ້າໃຈມັນໄດ້. ບາງຄົນເກັບຄວາມສົງໄສບາງຢ່າງໄວ້ໃນໃຈຂອງພວກເຂົາ, ແລ້ວພວກເຂົາກໍຄ່ອຍໆຍ່ອຍພວກມັນ, ໂດຍສະແຫວງຫາ ແລະ ພະຍາຍາມທຳຄວາມເຂົ້າໃຈເລື່ອງນີ້ຜ່ານປະສົບການຂອງພວກເຂົາຢ່າງຕໍ່ເນື່ອງ ແລະ ພວກເຂົາກໍໄດ້ຮັບຄວາມຮູ້ທາງການຮັບຮູ້ບາງຢ່າງໂດຍບໍ່ຮູ້ຕົວ. ມີພຽງແຕ່ຜູ້ຕໍ່ຕ້ານພຣະຄຣິສເທົ່ານັ້ນ, ຫຼັງຈາກທີ່ສົງໄສທຸກດ້ານເຫຼົ່ານີ້ຂອງແກ່ນແທ້ຂອງພຣະເຈົ້າ, ການສະແດງອອກທັງໝົດເຫຼົ່ານີ້ ແລະ ການກະທຳທັງໝົດຂອງພຣະອົງແລ້ວ, ບໍ່ພຽງແຕ່ບໍ່ສາມາດຮັບຮູ້ໄດ້ວ່ານີ້ຄືຄວາມຖ່ອມຕົວ ແລະ ຄວາມລີ້ລັບຂອງພຣະເຈົ້າ, ວ່ານີ້ຄືສິ່ງທີ່ໜ້າຮັກກ່ຽວກັບພຣະເຈົ້າ, ແຕ່ກົງກັນຂ້າມ ພວກເຂົາພັດມີຄວາມສົງໄສກ່ຽວກັບພຣະເຈົ້າຫຼາຍຂຶ້ນ ແລະ ມີການກ່າວໂທດພຣະເຈົ້າຢ່າງຮຸນແຮງຫຼາຍຂຶ້ນ. ພວກເຂົາສົງໄສອຳນາດສູງສຸດຂອງພຣະເຈົ້າເໜືອທຸກສິ່ງ, ພວກເຂົາສົງໄສວ່າພຣະເຈົ້າສາມາດເອົາຊະນະຊາຕານໄດ້, ພວກເຂົາສົງໄສວ່າພຣະເຈົ້າສາມາດຊ່ວຍມະນຸດຊາດໃຫ້ລອດພົ້ນໄດ້, ພວກເຂົາສົງໄສວ່າແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າຈະສາມາດສຳເລັດລົງໄດ້ຢ່າງສົມບູນ ແລະ ຍິ່ງໄປກວ່ານັ້ນ ພວກເຂົາສົງໄສຂໍ້ເທັດຈິງທີ່ວ່າພຣະເຈົ້າຈະເປີດເຜີຍພຣະອົງເອງຕໍ່ຜູ້ຄົນຈຳນວນຫຼວງຫຼາຍດ້ວຍການຮັບສະຫງ່າລາສີຂອງພຣະອົງ. ຫຼັງຈາກທີ່ສົງໄສສິ່ງເຫຼົ່ານີ້ແລ້ວ, ພວກເຂົາເຮັດຫຍັງ? ພວກເຂົາປະຕິເສດສິ່ງເຫຼົ່ານີ້. ສະນັ້ນ ຜູ້ຕໍ່ຕ້ານພຣະຄຣິສຈຶ່ງເວົ້າວ່າ “ຄວາມຖ່ອມຕົວ ແລະ ຄວາມລີ້ລັບຂອງພຣະຄຣິສບໍ່ມີຄວາມໝາຍຫຍັງເລີຍ, ພວກມັນບໍ່ສົມຄວນໄດ້ຮັບການສັນລະເສີນ ຫຼື ການຍົກຍ້ອງ ແລະ ພວກມັນບໍ່ແມ່ນແກ່ນແທ້ຂອງພຣະເຈົ້າ. ຄວາມຖ່ອມຕົວ ແລະ ຄວາມລີ້ລັບດັ່ງກ່າວບໍ່ແມ່ນສິ່ງທີ່ພຣະເຈົ້າມີ; ຄວາມຖ່ອມຕົວ ແລະ ຄວາມລີ້ລັບຂອງພຣະຄຣິສເປັນການສະແດງອອກເຖິງຄວາມໄຮ້ຄວາມສາມາດຂອງລາວ. ໃນໂລກນີ້, ຕາບໃດທີ່ຄົນໃດໜຶ່ງມີສະຖານະເລັກນ້ອຍ, ພວກເຂົາກໍຈະຖືກແຕ່ງຕັ້ງໃຫ້ເປັນລາຊາ, ຂຸນນາງ ຫຼື ຈັກກະພັດ. ພຣະຄຣິສໄດ້ສ້າງຕັ້ງອານາຈັກຂອງລາວ ແລະ ມີຜູ້ຕິດຕາມຫຼາຍຂະໜາດນີ້ ແລະ ໃນເວລາດຽວກັນ ວຽກງານຂ່າວປະເສີດກໍກຳລັງແຜ່ຂະຫຍາຍອອກໄປດ້ວຍກຳລັງແຮງອັນຍິ່ງໃຫຍ່, ນັ້ນບໍ່ໄດ້ໝາຍຄວາມວ່າອຳນາດຂອງພຣະຄຣິສກຳລັງເພີ່ມຂຶ້ນບໍ? ແຕ່ເມື່ອຕັດສິນໂດຍອີງໃສ່ການກະທຳຂອງລາວ, ລາວບໍ່ໄດ້ຕັ້ງໃຈທີ່ຈະເພີ່ມອຳນາດຂອງລາວ ຫຼື ຄອບຄອງອຳນາດດັ່ງກ່າວ. ມັນເບິ່ງຄືວ່າລາວບໍ່ມີຄວາມສາມາດທີ່ຈະຄອບຄອງອຳນາດນີ້, ທີ່ຈະຄອບຄອງອານາຈັກຂອງພຣະຄຣິສ. ແລ້ວຂ້ອຍຈະໄດ້ຮັບພອນຈາກການຕິດຕາມລາວບໍ? ຂ້ອຍຈະສາມາດກາຍເປັນນາຍຂອງຍຸກຕໍ່ໄປໄດ້ບໍ? ຂ້ອຍຈະສາມາດປົກຄອງຫຼາຍຊາດ ແລະ ຫຼາຍຊົນຊາດໄດ້ບໍ? ລາວຈະສາມາດທຳລາຍໂລກເກົ່ານີ້, ມະນຸດຊາດທີ່ເສື່ອມຊາມນີ້ໄດ້ບໍ? ເມື່ອເບິ່ງຮູບລັກສະນະທີ່ທຳມະດາຂອງພຣະຄຣິສແລ້ວ, ລາວຈະສາມາດເຮັດສິ່ງທີ່ຍິ່ງໃຫຍ່ໃຫ້ສຳເລັດໄດ້ແນວໃດ?” ຄວາມສົງໄສດັ່ງກ່າວມັກຈະເກີດຂຶ້ນໃນໃຈຂອງຜູ້ຕໍ່ຕ້ານພຣະຄຣິສຢູ່ສະເໝີ. ຄວາມຖ່ອມຕົວ ແລະ ຄວາມລີ້ລັບຂອງພຣະຄຣິສແມ່ນສິ່ງທີ່ມະນຸດທີ່ເສື່ອມຊາມທັງໝົດ ໂດຍສະເພາະຜູ້ຕໍ່ຕ້ານພຣະຄຣິສ ບໍ່ສາມາດຍອມຮັບ, ເຫັນດີນຳ ຫຼື ເບິ່ງເຫັນໄດ້; ຜູ້ຕໍ່ຕ້ານພຣະຄຣິສຖືເອົາຄວາມຖ່ອມຕົວ ແລະ ຄວາມລີ້ລັບຂອງພຣະເຈົ້າເປັນຫຼັກຖານສຳລັບຄວາມສົງໄສຂອງພວກເຂົາກ່ຽວກັບອັດຕະລັກ ແລະ ແກ່ນແທ້ຂອງພຣະເຈົ້າ, ເປັນຫຼັກຖານ ແລະ ຂໍ້ອ້າງສຳລັບການປະຕິເສດສິດອຳນາດຂອງພຣະເຈົ້າ ແລ້ວດ້ວຍເຫດນັ້ນຈຶ່ງປະຕິເສດອັດຕະລັກ ແລະ ແກ່ນແທ້ຂອງພຣະເຈົ້າ ພ້ອມທັງແກ່ນແທ້ຂອງພຣະຄຣິສ. ຫຼັງຈາກທີ່ປະຕິເສດແກ່ນແທ້ຂອງພຣະຄຣິສແລ້ວ, ຜູ້ຕໍ່ຕ້ານພຣະຄຣິສກໍເລີ່ມລົງມືຕໍ່ຕ້ານປະຊາກອນທີ່ພຣະເຈົ້າເລືອກພາຍໃນຂອບເຂດສິດອຳນາດຂອງພວກເຂົາ ໂດຍປາສະຈາກຄວາມເມດຕາ, ປາສະຈາກຄວາມຜ່ອນຜັນ ແລະ ປາສະຈາກຄວາມຢ້ານກົວ, ແຕ່ໃນເວລາດຽວກັນ ພວກເຂົາກໍບໍ່ໄດ້ປະຕິເສດ ຫຼື ສົງໄສໃນຄວາມສາມາດ, ທັກສະ ຫຼື ຄວາມທະເຍີທະຍານຂອງພວກເຂົາເອງແມ່ນແຕ່ໜ້ອຍດຽວ. ພາຍໃນຂອບເຂດອິດທິພົນຂອງພວກເຂົາ, ພາຍໃນຂອບເຂດທີ່ພວກເຂົາສາມາດລົງມືໄດ້, ຜູ້ຕໍ່ຕ້ານພຣະຄຣິສໄດ້ຍື່ນກົງເລັບຂອງພວກເຂົາອອກໄປ ໂດຍຄວບຄຸມຜູ້ທີ່ພວກເຂົາສາມາດຄວບຄຸມໄດ້ ແລະ ເຮັດໃຫ້ຜູ້ທີ່ພວກເຂົາສາມາດເຮັດໃຫ້ຫຼົງຜິດໄດ້ນັ້ນຫຼົງຜິດ; ພວກເຂົາບໍ່ໄດ້ຄຳນຶງເຖິງພຣະຄຣິສ ແລະ ພຣະເຈົ້າເລີຍ, ໂດຍຕັດຂາດຈາກພຣະເຈົ້າ, ພຣະຄຣິສ ແລະ ເຮືອນຂອງພຣະເຈົ້າຢ່າງເດັດຂາດ.
ພວກເຮົາກຳລັງໂອ້ລົມກັນກ່ຽວກັບຫຍັງເປັນຫຼັກ ເມື່ອເວົ້າເຖິງລາຍການນີ້ທີ່ກ່ຽວກັບວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ຄວາມຖ່ອມຕົວ ແລະ ຄວາມລີ້ລັບຂອງພຣະຄຣິສ? ຄວາມຖ່ອມຕົວ ແລະ ຄວາມລີ້ລັບຂອງພຣະເຈົ້າ ເຊິ່ງເປັນສິ່ງທີ່ຜູ້ຄົນຄວນເຂົ້າໃຈນັ້ນ ແມ່ນເງື່ອນໄຂທີ່ເອື້ອອຳນວຍທີ່ສຸດໃນສາຍຕາຂອງຜູ້ຕໍ່ຕ້ານພຣະຄຣິສສຳລັບການເຮັດທຸກສິ່ງທີ່ພວກເຂົາຕ້ອງການ ແລະ ການສ້າງຕັ້ງອານາຈັກເອກະລາດໃນເຮືອນຂອງພຣະເຈົ້າ. ພຣະເຈົ້າຊົງລີ້ລັບຢູ່ໃນເນື້ອໜັງ ແລະ ພາລະກິດໃນຍຸກສຸດທ້າຍຂັ້ນຕອນນີ້ກໍແຕກຕ່າງໃນຮູບແບບຈາກພາລະກິດໃນຍຸກແຫ່ງພຣະຄຸນ. ເຖິງແມ່ນວ່າພຣະເຈົ້າບໍ່ໄດ້ສະແດງໝາຍສຳຄັນ ແລະ ການອັດສະຈັນໃນຂັ້ນຕອນນີ້, ພຣະອົງກໍໄດ້ກ່າວພຣະທຳຫຼາຍກວ່າເກົ່າຢ່າງຫຼວງຫຼາຍ, ຫຼາຍຈົນນັບບໍ່ຖ້ວນ. ບໍ່ວ່າພຣະເຈົ້າຈະເຮັດວຽກງານແນວໃດກໍຕາມ, ຕາບໃດທີ່ພຣະອົງບັງເກີດເປັນມະນຸດ, ຄວາມອັບອາຍອັນໃຫຍ່ຫຼວງກໍຈະມາພ້ອມກັບການທີ່ພຣະອົງປະຕິບັດວຽກງານຂອງພຣະອົງ. ມີພຽງແຕ່ພຣະເຈົ້າແບບນີ້ ຜູ້ຊົງມີແກ່ນແທ້ແຫ່ງຄວາມເປັນພຣະເຈົ້າເທົ່ານັ້ນ ທີ່ສາມາດຖ່ອມຕົວ ແລະ ລີ້ລັບພຣະອົງເອງຢ່າງແທ້ຈິງເພື່ອມາເປັນຄົນທຳມະດາໃນການປະຕິບັດວຽກງານຂອງພຣະອົງ, ເພາະພຣະອົງຊົງມີແກ່ນແທ້ແຫ່ງຄວາມຖ່ອມຕົວ ແລະ ຄວາມລີ້ລັບ. ໃນທາງກົງກັນຂ້າມ, ຊາຕານບໍ່ສາມາດເຮັດສິ່ງນີ້ໄດ້ຢ່າງເດັດຂາດ. ຊາຕານຈະສວມໃສ່ເນື້ອໜັງປະເພດໃດເພື່ອເຮັດວຽກງານທ່າມກາງມະນຸດ? ກ່ອນອື່ນໝົດ, ມັນຈະມີຮູບລັກສະນະທີ່ໜ້າເກງຂາມ ແລະ ມັນຈະໂຫດຮ້າຍ, ມີເລ່ຫຼ່ຽມ ແລະ ຊົ່ວຊ້າ; ຈາກນັ້ນ, ມັນຕ້ອງຊຳນານໃນກົນລະຍຸດ ແລະ ເຕັກນິກຕ່າງໆເພື່ອປັ່ນຫົວ ແລະ ບົງການຜູ້ຄົນ ພ້ອມທັງກົນອຸບາຍທີ່ຫຼອກລວງຕ່າງໆ, ມັນຕ້ອງໂຫດຫ້ຽມ ແລະ ປະສົງຮ້າຍພຽງພໍ. ມັນຕ້ອງເຮັດໃຫ້ຕົນເອງຖືກເຫັນທ່າມກາງຜູ້ຄົນຢູ່ຕະຫຼອດເວລາ ແລະ ເຮັດໃຫ້ຕົນເອງເປັນຈຸດສົນໃຈຢູ່ທຸກຫົນທຸກແຫ່ງ ຍ້ອນຢ້ານວ່າອາດຈະມີຄົນບໍ່ຮູ້ຈັກມັນ ແລະ ມັນຕ້ອງພະຍາຍາມເພີ່ມຊື່ສຽງຂອງມັນ ແລະ ໂຄສະນາຕົນເອງຢູ່ສະເໝີ. ເມື່ອໃນທີ່ສຸດຜູ້ຄົນເອີ້ນມັນວ່າລາຊາ ຫຼື ຈັກກະພັດ, ມັນກໍຈະພໍໃຈ. ສິ່ງທີ່ພຣະເຈົ້າເຮັດນັ້ນກົງກັນຂ້າມກັບສິ່ງທີ່ຊາຕານເຮັດຢ່າງສິ້ນເຊີງ. ພຣະເຈົ້າສືບຕໍ່ໃຊ້ຄວາມອົດທົນ ແລະ ການປິດບັງຕົວຕົນ ແລະ ໃນຂະນະທີ່ພຣະອົງເຮັດສິ່ງນີ້, ພຣະອົງກໍໄດ້ເຮັດໃຫ້ພຣະທຳ ແລະ ຊີວິດຂອງພຣະອົງເຂົ້າໄປໃນຜູ້ຄົນໂດຍໃຊ້ຄວາມເມດຕາ ແລະ ຄວາມຮັກອັນກະລຸນາຂອງພຣະຜູ້ສ້າງ ເພື່ອໃຫ້ຜູ້ຄົນສາມາດເຂົ້າໃຈຄວາມຈິງ, ໄດ້ຮັບຄວາມລອດພົ້ນ ແລະ ກາຍເປັນສິ່ງທີ່ຖືກສ້າງທີ່ແທ້ຈິງເຊິ່ງມີຄວາມເປັນມະນຸດທີ່ປົກກະຕິ ແລະ ຊີວິດມະນຸດທີ່ປົກກະຕິ. ເຖິງແມ່ນວ່າສິ່ງທີ່ພຣະເຈົ້າເຮັດນັ້ນຈະປະເມີນຄ່າບໍ່ໄດ້ສຳລັບມະນຸດຊາດ, ພຣະເຈົ້າກໍຖືວ່າມັນເປັນຄວາມຮັບຜິດຊອບຂອງພຣະອົງເອງ. ສະນັ້ນ ພຣະອົງຈຶ່ງບັງເກີດເປັນມະນຸດດ້ວຍພຣະອົງເອງ ແລະ ສະໜອງ, ຊ່ວຍເຫຼືອ, ສະໜັບສະໜູນ, ໃຫ້ຄວາມຮູ້ແຈ້ງ ແລະ ໃຫ້ແສງເຍືອງທາງແກ່ຜູ້ຄົນຢ່າງບໍ່ຮູ້ອິດເມື່ອຍຄືກັບຜູ້ເປັນແມ່ ຫຼື ຜູ້ເປັນພໍ່. ແນ່ນອນວ່າ ພຣະອົງຍັງລົງທັນ, ພິພາກສາ, ຕີສອນ ແລະ ລົງວິໄນຜູ້ຄົນ ໂດຍເຝົ້າເບິ່ງພວກເຂົາປ່ຽນແປງໄປໃນແຕ່ລະມື້, ດຳລົງຊີວິດຄຣິສຕະຈັກທີ່ປົກກະຕິໃນແຕ່ລະມື້ ແລະ ເຕີບໂຕໃນຊີວິດໃນແຕ່ລະມື້. ດັ່ງນັ້ນ ທຸກສິ່ງທີ່ພຣະເຈົ້າເຮັດຈຶ່ງເປັນຄວາມເປັນຈິງຂອງສິ່ງທີ່ເປັນບວກ. ທ່າມກາງມະນຸດຊາດ, ມະນຸດສັນລະເສີນລາຄາທີ່ພຣະເຈົ້າໄດ້ຈ່າຍໄປ, ລິດທານຸພາບອັນຍິ່ງໃຫຍ່ຂອງພຣະອົງ ແລະ ສະຫງ່າລາສີຂອງພຣະອົງ, ແຕ່ໃນພຣະທຳຂອງພຣະເຈົ້າ, ພຣະອົງເຄີຍບອກຜູ້ຄົນຕອນໃດວ່າ: “ເຮົາໄດ້ເຮັດສິ່ງນັ້ນສິ່ງນີ້ເພື່ອມະນຸດຊາດ, ເຮົາໄດ້ເສຍສະລະໄປຫຼາຍ; ຜູ້ຄົນຕ້ອງສັນລະເສີນ ແລະ ຍົກຍ້ອງເຮົາ”? ພຣະເຈົ້າມີຂໍ້ຮຽກຮ້ອງດັ່ງກ່າວສຳລັບມະນຸດຊາດບໍ? ບໍ່. ນີ້ຄືພຣະເຈົ້າເອງ. ພຣະເຈົ້າບໍ່ເຄີຍໃຊ້ເງື່ອນໄຂເພື່ອເຮັດການແລກປ່ຽນກັບຜູ້ຄົນ ໂດຍກ່າວວ່າ “ເຮົາໄດ້ວາງພຣະຄຣິສໄວ້ທ່າມກາງພວກເຈົ້າ, ພວກເຈົ້າຕ້ອງປະຕິບັດຕໍ່ພຣະອົງເປັນຢ່າງດີ, ຟັງພຣະທຳຂອງພຣະອົງ, ອ່ອນນ້ອມຕໍ່ພຣະອົງ ແລະ ຕິດຕາມພຣະອົງ. ຢ່າກໍ່ໃຫ້ເກີດການລົບກວນ ຫຼື ການຂັດຂວາງ, ຈົ່ງເຮັດທຸກສິ່ງທີ່ພຣະອົງບອກໃຫ້ພວກເຈົ້າເຮັດ, ຕາມວິທີທີ່ພຣະອົງບອກໃຫ້ພວກເຈົ້າເຮັດ ແລະ ເມື່ອທຸກສິ່ງສຳເລັດລົງ, ພວກເຈົ້າທຸກຄົນກໍຈະໄດ້ຮັບຄວາມດີຄວາມຊອບ”. ພຣະເຈົ້າເຄີຍກ່າວສິ່ງດັ່ງກ່າວບໍ? ນີ້ຄືເຈດຕະນາຂອງພຣະເຈົ້າບໍ? ບໍ່. ກົງກັນຂ້າມ, ແມ່ນຜູ້ຕໍ່ຕ້ານພຣະຄຣິສຕ່າງຫາກທີ່ພະຍາຍາມໃຊ້ວິທີການຕ່າງໆຢູ່ສະເໝີເພື່ອລໍ້ລວງ, ບີບຄັ້ນ, ຄວບຄຸມ ແລະ ບົງການທຸກສິ່ງກ່ຽວກັບຜູ້ຄົນ ເພື່ອເຮັດໃຫ້ຜູ້ຄົນປະຖິ້ມພຣະເຈົ້າແລ້ວມາຢູ່ຕໍ່ໜ້າພວກເຂົາເອງ. ແມ່ນຜູ້ຕໍ່ຕ້ານພຣະຄຣິສຕ່າງຫາກທີ່ປະກາດ ແລະ ປ່າວປະກາດໄປທົ່ວທຸກແຫ່ງເມື່ອໃດກໍຕາມທີ່ພວກເຂົາເຮັດການກະທຳພຽງເລັກນ້ອຍ. ຜູ້ຕໍ່ຕ້ານພຣະຄຣິສບໍ່ພຽງແຕ່ບໍ່ສາມາດເຂົ້າໃຈ, ຍອມຮັບ, ສັນລະເສີນ ຫຼື ຍົກຍ້ອງຄວາມຖ່ອມຕົວ ແລະ ຄວາມລີ້ລັບຂອງພຣະເຈົ້າເທົ່ານັ້ນ, ແຕ່ກົງກັນຂ້າມ ພວກເຂົາພັດດູຖູກ ແລະ ໝິ່ນປະໝາດສິ່ງເຫຼົ່ານີ້. ສິ່ງນີ້ຖືກກຳນົດໂດຍອຸປະນິໄສ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ.
ມື້ນີ້, ພວກເຮົາໄດ້ໂອ້ລົມກັນກ່ຽວກັບການສະແດງອອກສາມປະການຂອງວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິເສດແກ່ນແທ້ຂອງພຣະຄຣິສ. ການໂອ້ລົມກ່ຽວກັບເລື່ອງນີ້ຈະຈົບລົງພຽງເທົ່ານີ້. ພວກເຈົ້າມີຄຳຖາມຫຍັງບໍ? (ບໍ່ມີ). ເອົາລະ, ລາກ່ອນ!
ວັນທີ 21 ພະຈິກ 2020
ໝາຍເຫດ:
a. ຄົນຈີນຈະໃສ່ຄຳວ່າ “ສຽວ” ໄວ້ໜ້ານາມສະກຸນຂອງຄົນທີ່ອາຍຸນ້ອຍກວ່າພວກເຂົາ.